The Old Testament of the Holy Bible

ປະຖົມການ 1

ພຣະ​ເຈົ້າຊົງ​ສ້າງ​ໂລກ

1 ເມື່ອ​ພ​ຣະ​ເຈົ້າ​ຊົງ​ເລີ້ມ​ຕົ້​ນນິລະ​ມິດ​ສ້າງ​ແຜ່ນ​ດິນ ແລະ​ສັພ​ສິ່ງ​ໃນ​ທ້ອງ​ຟ້າ​ນັ້ນ 2 ໂລກ​ບໍ່​ທັນ​ມີ​ຮູບ​ຮ່າງ​ເທື່ອ ຄວາມ​ມືດ​ຫຸ້ມ​ຫໍ່ ມະ​ຫາ​ສະ​ຫມຸດ​ອັນກ້​ວາງ​ໃຫຍ່ໄພ​ສານ ແລະ​ພ​ຣະ​ວິນ​ຍານ​ຂອງພຣະ​ເຈົ້າ​ຊົງ​ເວີ່ນວຽນ​ຢູ່​ເທິງນ້ຳ 3 ພຣະ​ເຈົ້​າ​ຊົງສັ່ງວ່າ, “ໃຫ້​ແສງ​ສວ່າງ​ເກີດ​ມີ​ຂຶ້ນ” ແສງ​ສວ່າງ​ກໍ​ມີ​ຂຶ້ນ 4 ພ​ຣະ​ອົງ​ຊົງ​ທອດ​ພ​ຣະ​ເນດ​ແສງ​ສວ່າງ​ດ້ວຍ​ຄວາມ​ພໍພ​ຣະ​ທັຍ 5 ດັ່ງ​ນັ້ນ​ ຈຶ່ງ​ຊົງ​ແຍກ​ແສງ​ສວ່າງ​ອອກ​ຈາກ​ມືດ ພ​ຣະ​ອົງ​ຊົງເອີ້ນ​ແສງ​ສວ່າງນັ້ນ​ວ່າ “ກາງ​ເວັນ” ແລະ​ຊົງ​ເອີ້ນ​ມືດ​ນັ້ນ​ວ່າ “ກາງ​ຄືນ” ມື້​ຄືນ​ຜ່ານ​ໄປ​ແລະ​ມື້​ເຊົ້າ​ຕ່າວ​ມາ ​ແມ່ນ​ມື້​ທີ່ນຶ່ງ 6 ຕໍ່​ມາ ພ​ຣະ​ເຈົ້າ​ຊົງ​ສັ່ງ​ວ່າ “ໃຫ້​ມີ​ວົງ​ໂຄ້ງ​ແຍກ​ນ້ຳ​ອອກ​ຈາກ​ກັນ​ເປັນ​ສອງສ່ວນ 7 ຄື: ນ້ຳ​ຢູ່​ເທິງວົງ​ໂຄ້ງແລະ​ນ້ຳ​ຢູ່​ລຸ່ມ​ວົງ​ໂຄ້ງ” ແລ້ວ​ສິ່ງ​ນັ້ນ​ກໍ​ເກີດ​ມີ​ມາ 8 ດັ່ງ​ນັ້ນ ພ​ຣະ​ເຈົ້າ​ຊົງ​ເຮັດ​ວົງ​ໂຄ້ງ ແລະ​ຊົງ​ເອີ້ນວົງ​ໂຄ້ງ​ນັ້ນ​ວ່າ “ຟ້າ” ມື້ຄືນ​ຜ່ານ​ໄປ​ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ່​ສອງ 9 ຕໍ່​ມາອີກ ພ​ຣະ​ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ນ້ຳ​ທີ່​ຢູ່​ລຸ່ມ​ທ້ອງ​ຟ້າ​ໂຮມ​ເຂົ້າ​ກັນ​ຢູ່​ບ່ອນ​ດຽວ​ ເພື່ອ​ໃຫ້​ມີ​ວັດ​ຖຸ​ແຫ້ງ​ປາ​ກົດ​ຂຶ້ນ” ແລ້ວ​ສິ່ງ​ນັ້ນ​ກໍ​ເກີດ​ມາ 10 ພ​ຣະ​ອົງ​ຊົງ​ເອີ້ນ​ວັດ​ຖຸ​ແຫ້ງ​ນັ້ນ​ວ່າ “ແຜ່ນ​ດິນ” ແລະ​ຊົງ​ນ້ຳ​ທີ່​ໂຮມ​ກັນ​ນັ້ນ​ວ່າ “ມະ​ຫາ​ສະ​ຫມຸດ” ພ​ຣະ​ອົງ​ຊົງ​ຊົມ​ສິ່ງ​ທີ່​ນີລະ​ມິດ​ສ້າງ​ຂຶ້ນ​ມາ​ແລ້ວ​ນັ້ນ​ກໍ​ຊົງ​ພໍພ​ຣະ​ທັຍ 11 ຈຶ່ງ​ຊົງ​ສັ່ງ​ວ່າ, “ໃຫ້​ແຜ່ນ​ດິນ​ເກີດ​ພືດ​ທຸກ​ຊະນິດ ທັງ​ແນວ​ເປັນ​ເມັດ​ແລະ​ແນວ​ເປັນ​ຫມາກ” ແລ້ວ​ສິ່ງ​ນັ້ນ​ກໍ​ເກີດ​ມີ​ມາ 11 ດັ່ງ​ນັ້ນ ພືດ​ທຸກ​ຊ​ະນິດຈຶ່ງ​ເກີດ​ມີ​ຂຶ້ນ​ຕາມ​ທີ່​ພ​ຣະ​ອົງ​ຊົງ​ສັ່ງ ພ​ຣະ​ອົງ​ຊົງ​ທອດ​ພ​ຣະ​ເນດ​ສິ່ງ​ທີ່ຊົງ​ນິລະ​ມິດ​ສ້າງ​ກໍ​ຊົງ​ພໍ​ພ​ຣະ​ທັຍ 12 ມື້​ຄືນ​ຜ່ານ​ໄປ ​ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ່​ສາມ 13 ຕໍ່​ມາ ພ​ຣະ​ເຈົ້າ​ຊົງ​ສັ່ງ​ວ່າ, “ໃຫ້​ມີ​ດວງ​ແຈ້ງ​ໃນ​ທ້ອງ​ຟ້າ ແຍ​ກ​ກາງ​ເວັນ​ແລະ​ກາງ​ຄືນ ແລະ​ໃຫ້​ກຳ​ນົດ​ເວ​ລາ​ຂອງ​ມື້ ຂອງ​ປີ ​ແລະ​ຂອງ​ຣະ​ດູ​ການ 14 ພ້ອມ​ທັງ​ສົ່ງ​ແສງ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ ແລ້ວ​ສິ່ງ​ນັ້ນ​ກໍ​ເກີດ​ມີ​ມາ 15 ດັ່ງນັ້ນ ພຣະເຈົ້າຈຶ່ງຊົງສ້າງດວງແຈ້ງໃຫຍ່ສອງດວງ ຄື​ດວງ​ຕາ​ເວັນ ສຳ​ລັບ​ຄອບ​ຄອງ​ກາງ​ເວັນ ແລະ​ດວງ​ຈັນ​ສຳ​ລັບ​ຄອບ​ຄອງ​ກາງ​ຄືນ ພ​ຣະ​ອົງ​ຍັງ​ໄດ້​ຊົງສ້າງ​ຫມູ່​ດວງ​ດາວ​ຕ່າງໆອີກ 16 ພ​ຣະ​ອົງ​ໄດ້ຕັ້ງ​ດວງ​ຕາ​ເວັນ ດວງ​ຈັນ ແລະ​ດວງ​ດາ​ວ​ຕ່າງໆ​ທີ່​ຢູ່​ເທິງ​ຟ້າໃຫ້​ສົ່ງ​ແສງ​ສວ່າງ​ລົງ​ມາ​ສູ່​ແຜ່ນ​ດິນ​ໂລກ 17 ເພື່ອ​ກໍາ​ນົດ​ກາງ​ເວັນ​ກາງ​ຄືນ ແລະ​ແຍກ​ແສງ​ສວ່າງ​ອອກ​ຈາກ​ມືດ ພ​ຣະ​ອົງ​ຊົງ​ທອດ​ພ​ຣະ​ເນດ​ສິ່ງ​ທີ່​ນິລະ​ມິດ​ກໍ​ຊົງ​ພໍ​ພ​ຣະ​ທັຍ 18 ມື້​ຄືນ​ຜ່ານ​ໄປ ​ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ່​ສີ່ 19 ແລ້ວ​ຕໍ່​ມາ ພ​ຣະ​ອົງ​ຊົງ​ສັ່ງ​ວ່າ, “ໃຫ້​ສັດ​ຫລາຍ​ແນວ​ເກີດ​ຂຶ້ນ​ໃນ​ນ້ຳ​ແລະ​ໃຫ້​ມີ​ນົກ​ບິນໄປ​ມາ​ໃນ​ທ້ອງ​ຟ້າ​ອາ​ກາດ” ແລ້ວ​ກໍ​ໄດ້​ເປັນ​ດັ່ງ​ນັ້ນ 20 ສະ​ນັ້ນ ພ​ຣະ​ເຈົ້າ​ຈຶ່ງ​ຊົງ​ນິ​ລະ​ມິດ​ສ້າງ​ສັດ​ທະ​ເລ​ຂະ​ຫນາດ​ໃຫຍ່​ແລະ​ສິ່ງ​ທີ່​ມີ​ຊີວິິດ​ທຸກ​ຊະ​ນິດ​ເກີດຂຶ້ນມ​າ​ໃນ​ນ້ຳ ແລະ​ຊົງ​ສ້າງນົກ​ທຸກ​ຊະ​ນິດ​ໃນ​ທ້ອງ​ຟ້າ​ອາກາດ ພ​ຣະ​ອົງ​ຊົງ​ທອ​ດ​ພ​ຣະ​ເນດ​ສິ່ງ​ທີ່​ນິລະ​ມິດ​ສ້າງ​ກໍ​ຊົງ​ພໍ​ພ​ຣະ​ທັຍ 21 ແລ້ວ​ຊົງ​ອວຍ​ພ​ອນ​ແກ່​ສັດ​ເຫລົ່າ​ນັ້ນ​ວ່າ, “ຈົ່ງ​ອອກ​ແມ່​ແຜ່​ລູກ​ໃຫ້​ເຕັມ​ມະ​ຫາ​ສະ​ຫມຸດ ແລະ​ໃຫ້​ມີ​ຝູງ​ນົກ​ແຜ່​ຜາຍ​ຂະ​ຫຍາຍ​ພັນ​ຫລາຍ​ຂຶ້ນ​ເທິງ​ແຜ່ນ​ດິນ​ໂລກ” 22 ມື້​ຄືນ​ຜ່ານ​ໄປ​ ແລະ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ່​ຫ້າ 23 ຄັນ​ຕໍ່​ມາ ພ​ຣະ​ເຈົ້າ​ຊົງ​ສັ່ງ​ອີກວ່າ, “ໃຫ້​ສັດ​ຕ່າງ​ຄື​ສັດ​ບ້ານ ​ສັດ​ປ່າ ​ແ​ລະ​ສັດ​ເລືອ​ຄານ​ເກີດ​ມີ​ຂຶ້ນ​ທົ່ວ​ໂລກ” ແລ້ວ​ສິ່ງ​ນັ້ນ​ກໍ​ເກີດ​ມີ​ມາ 24 ດັ່ງ​ນັ້ນ ພ​ຣະ​ເຈົ້າ​ຈຶ່ງ​ຊົງ​ນິລະ​ມິດ​ສ້າງ​ສັດ​ບ້ານ ສັດ​ປ່າ ແລະ​ສັດ​ເລືອ​ຄານ​ທຸກ​ຊະ​ນິດ ພ​ຣະ​ອົງ​ຊົງ​ທອດ​ພ​ຣະ​ເນດ​ສັດ​ເຫລົ່າ​ນັ້ນ ກໍ​ຊົງ​ພໍ​ພ​ຣະ​ທັຍ 25 ຄັນ​ແລ້ວ ພ​ຣະເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ບັດ​ນີ້​ເຮົາ​ຈະ​ສ້າງ​ມະ​ນຸດ​ໃຫ້​ມີ​ຮູບ​ຮ່າງ​ຄ້າຍ​ຄື​ເຮົາ​ເອງ ເຂົາ​ຈະ​ມີ​ອຳ​ນາດ​ເຫນືອກວ່າ​ປາ ນົກ ສັດ​ປ່າ ແລະ​ສັດ​ເລືອ​ຄານ​ຕ່າງໆ” 26 ດັ່ງ​ນັ້ນ ພ​ຣະ​ເຈົ້​າຈຶ່ງ​ຊົງ​ສ້າງ​ມະ​ນຸດ ໃຫ້​ມີ​ຮູບ​ຮ່າງ​ຄ້າຍ​ຄື​ກັນ​ກັບ​ພ​ຣະ​ອົງ ພ​ຣະ​ອົງ​ໄດ້​ສ້າງ​ຊາຍ​ແລະ​ຍິງ 27 ຄັ​ນ​ສ້າງ​ແລ້ວ​ກໍ​ຊົງ​ອວຍ​ພ​ອນ​ໃຫ້​ແກ່​ເຂົາ​ວ່າ, “ຈົ່ງ​ມີ​ລູກ​ເຕົ້າ​ໃຫ້​ມາກ​ຫລາຍ ໃຫ້​ເຊື້ອ​ສາຍ​ຂອງ​ພວກ​ເຈົ້​າ​ມີ​ຢູ່​ທົ່ວ​ທຸກ​ແຫ່ງ​ເພື່ອ​ຄຸ້ມ​ຄອງ​ໂລກ​ເຮົາ ໃຫ້​ພວກ​ເຈົ້າ​ມີ​ອຳ​ນາດ​ເຫນືອ​ກວ່າ​ປາ ນົກ ສັດ​ປ່າ ແລະ​ສັດ​ເລືອ​ຄານ​ທຸກ​ຊະນິດ” 28 ພ​ຣະ​ເຈົ້າ​ຊົງ​ກ່າວ​ຕໍ່​ໄປ​ວ່າ, “ສຳ​ລັບ​ພວກ​ເຈົ້າ​ເຮົາ​ໄດ້​ໃຫ້​ພືດ ແລະ​ຫມາກ​ໄມ້​ທຸກ​ຊະ​ນິດ​ເປັນ​ອາຫານ 29 ແຕ່​ສຳ​ລັບ​ສັດ​ປ່າ ສັດ​ເລືອ​ຄານ ແລະ​ຝູງ​ນົກ​ນັ້ນ​ເຮົາ​ໄດ້​ໃຫ້​ຫຍ້າ​ເປັນ​ອາ​ຫານ” ແລ້ວ​ສິ່ງ​ນັ້ນ​ກໍ​ເກີດ​ມີ​ມາ 30 ພ​ຣະ​ເຈົ້​າ​ຊົງ​ທອດ​ພ​ຣະ​ເນດ​ສັ​ພ​​ສິ່ງ​ທີ່​ຊົງ​ນິລະ​ມິດ​ສ້າງ ກໍ​ຊົງ​ພໍ​ພ​ຣະ​ທັຍ​ຫ​ລາຍ ມື້​ຄືນ​ຜ່ານ​ໄປ​ມື້​ເຊົ້າ​ຕ່າວ​ມາ ແມ່ນ​ມື້​ທີ່​ຫົກ

ປະຖົມການ 2

1 ດັ່ງ​ນັ້ນ ແຜ່ນ​ດິນ​ໂລກ ທ້ອງ​ຟ້າ ສັ​ພ​ສິ່ງ​ໃນ​ໂລກ ແລະ​ໃນ​ທ້ອງ​ຟ້າ​ກໍ​ສຳ​ເຣັດ​ເສັດ​ສິ້ນ 2 ໃນ​ມື້​ທີ່​ເຈັດ ສັພ​ສິ່ງ​ກໍ​ສຳ​ເຣັດ​ຫມົດ​ແລ້ວ ໃນ​ວັນ​ນີ້ ພ​ຣະ​ເຈົ້າ​ຊົງ​ພັກ​ຜ່ອນ ແລະ​ຢຸດ​ກິ​ຈການ​ທັງ​ປວງ 3 ພ​ຣະ​ອົງ​ຊົງ​ອວຍ​ພອນ​ແກ່​ມື້​ທີ່​ເຈັດ ແລ້ວ​ຕັ້ງ​ເປັນ​ວັນ​ຂອງ​ພ​ຣະ​ເຈົ້າ​ ເພາະ​ໃນ​ວັນ​ນັ້ນ​ການ​ນິ​ລະ​ມິດ​ສ້າງ​ກໍ​ສຳ​ເຣັດ​ຫມົດ​ແລ້ວ ແລະ​ພ​ຣະ​ອົງ​ຊົງ​ຢຸດ​ກິ​ຈ​ການ​ທັງ​ປວງກົກ​ເຄົ້າ​ຂອງ​ແຜ່ນ​ດິນ 4 ເຣື່ອງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ທີ່​ພ​ຣະ​ເຈົ້​າ​ຊົງ​ສ້າງ​ມີ​ດັ່ງ​ນີ້

ມະ​ນຸດ​ໃນ​ສວນ​ເອ​ເດັນ

ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້​າ​ໄດ້​ຊົງ​ສ້າງ​ແຜ່ນ​ດິນ​ໂລກ ແລະ​ທ້ອງ​ຟ້າສຳ​ເຣັດ​ແລ້ວ 5 ຕົ້ນ​ໄມ້​ກໍ່​ຫຍ້າ​ກໍ​ຍັງ​ບໍ່​ທັນ​ມີ​ເລີຍ ເພາະ​ວ່າ​ພ​ຣະ​ເຈົ້າ​ຍັງ​ບໍ່​ທັນ​ທຳໃຫ້​ຝົນ​ຕົກ ແລະ​ບໍ່​ມີ​ຄົນ​ທຳ​ມາ​ຫາ​ກິນ​ເທິງ​ແຜ່ນ​ດິນ​ໂລກ​ເທື່ອ 6 ເຖິງ​ແມ່ນ​ວ່າ​ຈະ​ບໍ່​ມີ​ຝົນ​ຕົກ​ກໍ​ດີ ກໍ​ຍັງ​ມີ​ອາຍ​ນ້ຳ​ຂຶ້ນ​ມາ​ຈາກ​ດິນ ເພື່ອ​ທຳໃຫ້​ພື້ນ​ດິນ​ເກີດ​ຄວາມ​ຊຸ່ມ​ຊື່ນ​ທົ່​ວ​ໄປ 7 ເມື່ອ​ນັ້ນ ພ​ຣະ​ຜູ້​ເປັນ​ເຈົ້​າ​ໄດ້​ເອົາ​ດິນ​ມາ​ປັ້ນ​ເປັນຮູບ​ຄົນ​ແລ້ວ​ເປົ່າ​ລົມ​ຫາຍ​ໃຈ​ໃສ່​ຮູ​ດັງ​ໃຫ້​ມີ​ຊິ​ວິດ ຮູບ​ປັ້ນ​ນັ້ນ​ກໍ​ກັບ​ກາຍ​ເປັນ​ຄົນ​ທີ່​ມີ​ຊີ​ວິດ​ຈິດ​ໃຈ 8 ຕໍ່​ມາ ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ສ້າງ​ສວນ​ຂຶ້ນ​ແຫ່ງ​ນຶ່ງ ໃນ​ເອເດນ​ທາງ​ທິດ​ຕາ​ເວັນ​ອອກ ເມື່ອ​ສ້າງ​ແລ້ວ​ກໍ​ຊົງ​ເອົາ​ຄົນ​ທີ່​ພ​ຣະ​ອົງ​ໄດ້​ປັ້ນ​ນັ້ນ​ມາ​ອາໄສ​ຢູ່ 9 ໃນ​ສວນ​ນັ້ນ ພ​ຣະ​ອົງ​ຊົງ​ໄດ້​ນິລະ​ມິດໃຫ້ກົກ​ໄມ້​ເກີດ​ຂຶ້ນ ຊຶ່ງ​ມີ​ໃບ​ຂຽວ​ງາມ​ດີ​ ແລະ​ຜົນ​ລະ​ໄມ້​ກໍ​ເປັນ​ຫນ້າ​ຢາກ​ກິນ ໃນ​ກາງສວນ​ມີ​ຕົ້ນ​ໄມ້​ພິເສດ​ຢູ່​ສອງ​ຕົ້ນ ຄື​ຕົ້ນ​ໄມ້​ທີ່​ໃຫ້​ມີ​ຊິ​ວິດ ​ແລະ​ຕົ້ນ​ໄມ້​ທີ່​ໃຫ້​ຮູ້​ຈັກ​ຄວາມ​ດີ​ ແລະ​ຄວາມ​ຊົ່ວ 10 ນອກ​ນີ້ ຍັງ​ມີ​ແມ່​ນ້ຳ​ສາຍ​ນຶ່ງ​ໄຫ​ລ​ອອກ​ຈາກ​ເອ​ເດນ​ມາ​ຊຸບ​ລ້ຽງ​ສວນ​ນີ້ ແມ່​ນ້ຳ​ນີ້​ແບ່ງ​ອອກ​ເປັນສີ່​ສາຍ 11 ສາຍ​ທີ່​ນຶ່ງ​ຊື່​ວ່າ ປິໂຊນ ຊຶ່ງ​ໄຫລ​ອ້ອມ​ປະ​ເທດ​ຮາ​ວິລາ ທີ່​ນັ້ນ​ມີ​ແຮ່​ທອງ​ຄໍາ 12 ໃນ​ປະ​ເທດນີ້ມີ​ບໍ່​ຄຳ​ຊັ້ນ​ດີ ມີ​ແກ້ວ​ປະ​ເສີດ​ໂມ​ລາ ແລະ​ຕົ້ນ​ຢາງ​ຫອມ​ທີ່​ມີ​ຄ່າ 13 ສາຍ​ທີ່​ສອງ​ຊື່​ວ່າ ກິ​ໂຮນ ຊື່ງ​ໄຫລ​ອ້ອມ​ປະ​ເທດ​ກູ​ຊ 14 ສາຍ​ທີ່​ສາມ​ຊື່​ວ່າ ຕິກ​ຣິສ ຊື່ງ​ໄຫລ​ຜ່ານ​ປະ​ເທດ​ອັສຊີ​ເຣັຽ​ທາງ​ທິດ​ຕາ​ເວັນ​ອອກ ແລະ​ສາຍ​ທີ່​ສີ່​ຊື່​ວ່າ ເອີ​ຟ​ຣາດ 15 ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອົາ​ຄົນທີ່​ພ​ຣະ​ອົງ​ສ້າງ​ນັ້ນ ມາ​ເຝົ້າ​ຮັກ​ສາ​ແລະ​ເບິ່ງ​ແຍງ​ສວນ 16 ພ​ຣະ​ອົງ​ຊົງ​ສັ່ງ​ແກ່​ຊາຍ​ຜູ້​ນັ້ນ​ວ່າ, “ຫມາກ​ໄມ້​ທຸກໆ​ກົກ​ໃນ​ສວນ​ນີ້ເຈົ້​າ​ກິນ​ໄດ້​ຫມົດ 17 ເວັ້ນ​ໄວ້​ແຕ່​ກົກ​ທີ່​ໃຫ້​ຮູ້​ຈັກ​ຄວາມ​ດີ​ ແລະ​ຄວາມ​ຊົ່ວ ເຈົ້າ​ຢ່າ​ກິນ ຖ້າ​ເຈົ້​າ​ຂືນ​ກິນ​ຫມາກ​ໄມ້​ໃນ​ກົກ​ນີ້ ເຈົ້າ​ຈະ​ຕ້ອງ​ເຖິງ​ແກ່​ຄວາມ​ຕາຍ” 18 ພ​ຣະ​ຜູ້ເປັນ​ເຈົ້າ​ຊົງ​ກ່​າວ​ອີກວ່າ, “ບໍ່​ເປັນ​ການ​ສົມ​ຄວນ​ທີ່​ໃຫ້​ຜູ້​ຊາຍ​ຢູ່​ໂດດ​ດ່ຽວເຊັ່ນ​ນີ້ ເຮົາ​ຄວນ​ຫາ​ຜູ້​ຊົດ​ຊ່ອຍ​ທີ່​ເຫມາະ​ສົມ​ໃຫ້​ເຂົາ” 19 ຄັນ​ແລ້ວ ພ​ຣະ​ອົງ​ຈຶ່ງເອົາ​ຂີ້​ດິນ​ປັ້ນ​ເປັນ​ສັດ ແລະ​ນົກ​ຕ່າງໆ ແລ້ວ​ເອົາ​ສັດ ແລະ​ນົກ​ທີ່​ປັ້ນ​ນັ້ນ​ໃຫ້​ຊາຍ​ຜູ້​ຮັກ​ສາ​ສວນ​ເບິ່ງ ເພື່ອ​ຢາກ​ຮູ້ວ່າ​ເຂົາ​ຈະ​ໃສ່ຊື່​ຫຍັງໃຫ້ ຄັນ​ແລ້ວ​ຊື່​ທີ່​ເຂົາ​ຕັ້ງ​ໃຫ້​ນັ້ນ​ກໍ​ເປັນ​ຊື່​ຂອງ​ສັດ​ຕ່າງໆ​ຕໍ່ໆ​ມາ 20 ຫລັງ​ຈາກ​ຜູ້​ຊາຍ​ນັ້ນ​ໄດ້​ຕັ້ງ​ຊື່​ໃຫ້​ສັດ​ຕ່າງໆ​ແລ້ວ ​ສັດ​ເຫລົ່າ​ນັ້ນ​ກໍ​ບໍ່​ໄດ້​ເປັນ​ຜູ້​ຊົດ​ຊ່ອຍ​ເຂົາ​ຫຍັງ​ຫມົດ 21 ເມື່ອ​ເປັນ​ດັ່ງ​ນັ້ນ ພ​ຣະ​ຜູ້​ເປັນ​ເຈົ້​າ​ຈຶ່ງ​ຊົງ​ທຳໃຫ້​ຊາ​ຍ​ຜູ້​ນັ້ນ​ນອນ​ຫລັບ​ສນິດ ໃນ​ຂ​ນະ​ນອນ​ຫລັບ​ຢູ່ນັ້ນ ພ​ຣະ​ອົງ​ຊົງ​ເອົາ​ກະ​ດູກ​ຂ້າງ​ຊີກ​ນຶ່ງ​ຂອງ​ເຂົາອອກ​ມາ ແລ້ວ​ຊົງ​ທຳໃຫ້​ເນື້ອ​ຫນັງ​ຈອດ​ຕິດ​ກັນ​ດັ່ງ​ເດີມ 22 ພ​ຣະ​ອົງ​ຊົງ​ເອົາ​ກະ​ດູກ​ຂ້າງນັ້ນ​ມາ​ສ້າງ​ເປັນ​ຜູ້​ຍິງ ເມື່ອ​ສ້າງແລ້ວ​ພ​ຣະ​ອົງ​ກໍ​ຊົງ​ມອບ​ຍິງ​ນັ້ນ​ໃຫ້​ແກ່​ເຂົາ 23 ຊາຍ​ຜູ້​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ໃນ​ທີ່​ສຸດ ນີ້​ເດ ຜູ້​ຊຶ່ງ​ມີ​ຮູບ​ຮ່າງ​ຄື​ເຮົາ ກະ​ດູກ​ຂອງ​ນາງ ມ​າ​ຈາກ​ກະ​ດູກ​ຂອງ​ເຮົາ ເນື້ອ​ຫນັງ​ຂອງ​ນາງ ມາ​ຈາກ​ເນື້ອ​ຫນັງ​ຂອງ​ເຮົາ ນາງ​ຊື່​ວ່າ ຜູ້​ຍິງ ເພາະ​ນາງ​ມາ​ຈາກ​ຜູ້​ຊາຍ” 24 ດ້ວຍ​ເຫດ​ນີ້ ຜູ້​ຊາຍ​ຈຶ່ງ​ຕ້ອງ​ລາ​ຈາກ​ບິ​ດາ​ມານ​ດາຂອງ​ຕົນໄປ​ຕິດ​ພັນ​ຢູ່​ກັບ​ພັ​ຣ​ຍາ ແລ້ວ​ເຂົາ​ທັງ​ສອງ​ກໍ​ກາຍ​ເປັນ​ຄົນຄົນ​ດຽວ​ກັນ 25 ຜູ້​ຊາ​ຍ​ແລະ​ຜູ້​ຍິງ​ນັ້ນ​ເປືອຍ​ກາຍ​ຢູ່ ໂດຍ​ບໍ່​ຮູ້​ສຶກ​ລະ​ອາຍ​ກັນ​ເລີຍ

ປະຖົມການ 3

ມະ​ນຸດ​ຕົກ​ຢູ່​ໃນ​ຄວາມ​ບາບ

1 ງູ​ເປັນ​ສັດ​ທີ່​ຫລັກ​ແຫລມກວ່າ​ສັດ​ທັງ​ຫລາຍ ທີ່​ພ​ຣະ​ຜູ້​ເປັນ​ເຈົ້​າ​ໄດ້​ສ້າງ​ໄວ້ ງູ​ໄດ້​ຖາມ​ຜູ້​ຍິງວ່າ, “ຈິງ​ຫລື ທີ່ພ​ຣະ​ເຈົ້າ​ຊົງ​ຫ້າມ​ບໍ່​ໃຫ້​ພວກ​ເຈົ້າ​ກິນ​ຫມາກ​ໄມ້​ໃນ​ສວນ​ນີ້?” 2 ຜູ້​ຍິງ​ນັ້ນ​ຕອບ​ວ່າ, “ຫມາກ​ໄມ້​ທຸກໆ​ກົກ​ໃນ​ສວນ​ນີ້ ພວກ​ເຮົາ​ກິນ​ໄດ້ 3 ​ເວັ້ນ​ໄວ້​ແຕ່​ຫມາກ​ໄມ້​ໃນ​ກົກ​ທີ່​ຢູ່​ກາງ​ສວນ​ນັ້ນ ເພາະພ​ຣະ​ເຈົ້າ​ບອກ​ບໍ່​ໃຫ້​ພວກ​ເຮົາ​ກິນ ຫລື​ກະ​ທັ່ງ​ແຕະ​ຕ້ອງ​ເປັນເດັດ​ຂາດ ຖ້າ​ພວກ​ເຮົາ​ຂືນ​ກິນພ​ວກ​ເຮົາ​ຕ້ອງ​ຕາຍ” 4 ງູ​ຈິ່ງ​ຕອບ​ວ່າ, “ບໍ່​ເປັນ​ຄວາມ​ຈິງ, ພວກ​ເຈົ້າ​ຈະ​ບໍ່​ຕາຍດອກ 5 ພ​ຣະ​ເຈົ້າ​ເວົ້າ​ເຊັ່ນ​ນັ້ນ​ກໍ​ເພາະ​ພ​ຣະ​ອົງ​ຊົງ​ຮູ້​ດີ​ວ່າ ເມື່ອ​ໃດ​ເຈົ້າ​ກິນຫມາກ​ໄມ້​ນັ້ນ ເຈົ້າ​ຈະ​ຮູ້​ແຈ້ງ​ເຫັນ​ຈິງ​ກັບ​ຈະ​ຮູ້​ການ​ດີ ແລະ​ການ​ຊົ່ວ​ເຫມືອນ​ດັ່ງ​ພ​ຣະ​ອົງ” 6 ຜູ້​ຍິງ​ເຫັນ​ວ່າ​ຫມາກ​ໄມ້​ໃນ​ກົກ​ນັ້ນ​ຊ່າງ​ງາມ​ ແລະ​ເປັນ​ຫນ້າ​ຢາກ​ກິນ​ອີ່​ຫລີ ນອກ​ນີ້​ນາງ​ຍັງ​ຄິດ​ວ່າ​ຈະ​ມີ​ສະ​ຕິປັນ​ຍາ​ອີກ ດັ່ງ​ນັ້ນ​ນາງ​ຈຶ່ງ​ຕັດ​ສິນ​ໃຈ​ປິດ​ເອົາ​ຫມາກ​ໄມ້​ແລ້ວ​ກິນ 7 ຄັນ​ແລ້ວ ຈຶ່ງ​ເອົາ​ຫມາກ​ໄມ້​ນັ້ນ​ໃຫ້​ຜົວ​ນາງ​ກິນ​ນຳ ຫລັງ​ຈາກ​ກິນ​ຫມາກ​ໄມ້​ແລ້ວ ໃນ​ທັນ​ໃດ​ນັ້ນ ພວກ​ເຂົາ​ກໍ​ຮູ້​ແຈ້ງ​ເຫັນ​ຈິງ ເພາະ​ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ຮູ້​ວ່າ ພວກ​ຕົນ​ກໍາ​ລັງ​ເປືອຍ​ກາຍ​ຢູ່ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ພາ​ກັນ​ເອົາ​ໃບ​ໄມ້​ມາຫຍິບ​ເຂົ້າ​ກັນ​ທຳເປັ​ນ​ເຄື່ອງ​ນຸ່ງ 8 ໃນ​ຄືນ​ວັນ​ນັ້ນ ພວກ​ເຂົາ​ໄດ້​ຍິນ​ສຽງ​ຍ່າງ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໃນ​ສວນ ພວກ​ເຂົາ​ຈຶ່ງ​ພາ​ກັນ​ຫລົບ​ລີ້​ຊ່ອນ​ຢູ່​ໃນ​ຖ້າມ​ກາງ​ກົກ​ໄມ້ 9 ແຕ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເອີ້ນ​ຫາ​ຊາຍ​ຜູ້​ນັ້ນ​ວ່າ, “ເຈົ້າ​ຢູ່​ໃສ?” 10 ເຂົາຈຶ່ງ​ຕອບ​ວ່າ, “ຂ້າ​ພ​ຣະ​ອົງໄດ້​ຍິນ​ສຽງ​ຍ່າງ​ຂອງ​ພ​ຣະ​ອົງ​ໃນ​ສວນ ຂ້າ​ພ​ຣະ​ອົງ​ຢ້ານ​ຈຶ່ງ​ຫລົ​ບ​ລີ້​ຊ່ອນ​ຕົວ​ຢູ່ເພາະ​ວ່າ​ຂ້າ​ພ​ຣະ​ອົງກຳ​ລັງ​ເປືອຍ​ກາຍ” 11 ພ​ຣະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ໃຜ​ບອກວ່າ​ເຈົ້າ​ເປືອຍ​ກາຍ ບໍ່​ແມ່ນ​ເຈົ້າ​ກິນ​ຫມາກ​ໄມ້​ທີ່​ເຮົາ​ໄດ້​ຫ້າມ​ນັ້ນ​ຫລື?” 12 ຊາຍ​ຜູ້​ນັ້ນ​ທູນ​ຕອບ​ວ່າ, “ໂດຍ, ແມ່ນ​ຜູ້​ຍິງ​ທີ່ພ​ຣະ​ອົງ​ປະ​ທານ​ໃຫ້​ນັ້ນ​ເອົາ​ຫມາ​ກ​ໄມ້​ໃຫ້​ຂ້າ​ພ​ຣະ​ອົງ​ກິນ” 13 ແລ້ວ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ຜູ້​ຍິງ​ນັ້ນ​ວ່າ, “ເປັນ​ຫຍັງ​ເຈົ້​າ​ຈຶ່ງ​ທຳ​ເຊັ່ນ​ນັ້ນ” ນາງ​ທູນ​ຕອບ​ວ່າ, “ງູ​ໄດ້​ຍົວະ​ໃຫ້​ຂ້າ​ພ​ຣະ​ອົງ​ກິນ” 14 ຕໍ່​ມາ ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ງູວ່າ, “ດ້ວຍ​ເຫດ​ວ່າ​ ເຈົ້າໄດ້​ຫລອກ​ລວງ​ຜູ້​ຍິງ​ນັ້ນ ແມ່ນ​ເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ຮັບ​ການ​ສາບ​ແຊ່ງ​ໃນ​ຈຳ​ນວນ​ສັດ​ທັງ​ປວງ ແຕ່​ບັດ​ນີ້ໄປ ເຈົ້າ​ຈະ​ລີ​ເລືອ​ດ້ວຍ​ທ້ອງ ແລະ​ຈະ​ເອົາ​ຂີ້​ດິນ​ເປັນ​ອາ​ຫານ 15 ເຈົ້າ​ກັບ​ແມ່​ຍິງ​ຈະ​ຕ້ອງ​ກຽດ​ຊັງ​ກັນ ມະ​ນຸດ​ແລະ​ງູ​ຈະ​ຕ້ອງ​ເປັ​ນ​ສັດ​ຕ​ຣູ​ກັນ ມະ​ນຸດ​ຈະ​ພ​ຍາ​ຍາມ​ຢຽບ​ຫົວ​ເຈົ້າໃຫ້​ແຕກ ແລະ​ເຈົ້າກໍ​ຈະ​ພຍາ​ຍາມ​ຕອດ​ສົ້ນ​ຫນ່ອງ​ຂອງ​ພວກ​ເຂົາ” 16 ແລ້ວ​ພ​ຣະ​ອົງ​ຊົງ​ກ່າວ​ກັບ​ຜູ້​ຍິງ​ນັ້ນ​ວ່າ, “ເຣົາ​ຈະ​ເພີ້ມ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ເຈົ້​າ​ເວ​ລາ​ມີ​ທ້ອງ ແລະ​ຈະ​ໃຫ້​ເຈົ້າ​ຄອດ​ບຸດ​ດ້ວຍ​ຄວາມ​ເຈັບ​ປວດ ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ຢາກ​ໄດ້​ຜົວ​ຢູ່ ແລະ​ຜົວ​ນັ້ນ​ຈະ​ເປັນ​ນາຍ​ປົກ​ຄອງ​ເບິ່ງ​ແຍງ​ເຈົ້າ” 17 ຄັນ​ແລ້ວ ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ອາດາມ​ວ່າ, “ເຈົ້າ​ໄດ້​ເຊື່ອ​ຟັງ​ພັ​ຣ​ຍາຂອງ​ເຈົ້າ ເຈົ້​າ​ກິນ​ຫມາກ​ໄມ້​ຊຶ່ງ​ເຮົາ​ໄດ້​ຫ້າມ ຍ້ອນ​ສິ່ງ​ທີ່​ເຈົ້າ​ໄດ້​ກະ​ທຳ​ມາ​ນັ້ນ ຂີ້​ດິນ​ຈະ​ຖືກ​ສາບ​ແຊ່ງ ກ່ອນ​ຈະ​ໄດ້​ອາ​ຫານ​ມາ​ລ້ຽງ​ຊີບ ເຈົ້າ​ຈະ​ຕ້ອງ​ເຮັດ​ວຽກ​ຢ່າງຫນັກ ຂຸດ​ດິນ​ຟັນ​ໄມ້​ຈົນ​ຫນ້າ​ແຫລ້​ຫນ້າ​ກ່ຳ​ເທົ່າ​ສ້ຽງ​ຊີ​ວິດ 18 ກົກ​ໄມ້​ແລະ​ພືດ​ຕ່າງໆ​ທີ່​ມີ​ຫນາມ​ຈະ​ເກີ​ດຂຶ້ນ​ສຳ​ລັບ​ເຈົ້າ ແລະ​ຈະ​ກິນ​ພືດ​ນັ້ນ​ເປັນ​ອາ​ຫານ 19 ເຈົ້າ​ຈະ​ຕ້ອງ​ຫາ​ລ້ຽງ​ຊີບ​ດ້ວຍ​ເຫື່ອ​ໄຫລ​ໄຄ​ຍ້ອຍ ຈົນ​ກວ່າ​ເຈົ້າ​ຈະ​ສິ້ນ​ຊີ​ວິດ​ກັບ​ຄືນ​ໄປ​ສູ່​ດິນ​ບ່ອນ​ທີ່​ເຈົ້າ​ມາ ເຈົ້າ​ມາ​ແຕ່​ດິນ ເຈົ້​າ​ຈະ​ຕ້ອງ​ກັບ​ໄປ​ໃນ​ດິນ​ອີກ” 20 ອາດາມ​ໃສ່​ຊື່​ໃຫ້​ພັ​ຣ​ຍາຂອງ​ເຂົາ​ວ່າ “ເອ​ວາ” ຊຶ່ງ​ມີ​ຄວາມ​ຫມາຍ​ວ່າ ນາງ​ເປັນ​ມານ​ດາຂອງມ​ະ​ນຸດ​ທັງ​ປວງ 21 ຕໍ່​ມາ ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ເສື້ອ​ທີ່​ທຳ​ດ້ວຍ​ຫນັງ​ສັດໃຫ້​ອາດາມ ແລະ​ເມັຽຂອງເຂົາ​ນຸ່ງ​ຫົ່ມ

ອາດາມ​ແລະ​ເອ​ວາ​ຖືກ​ໄລ່​ອອກ​ຈາກ​ສວນ

22 ຫລັງ​ຈາ​ກ​ນັ້ນ​ຕໍ່​ມາ ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ກ່າວ​ວ່າ, “ບັດ​ນີ້ ມະ​ນຸດ​ໄດ້​ກາຍ​ເປັນ​ເຫມືອນ​ພວກ​ເຮົາ​ໄດ້​ຮູ້​ຈັກ​ການ​ດີ ​ແລະ​ການ​ຊົ່ວ ເຂົາ​ຈະ​ບໍ່​ໄດ້​ກິນ​ຫມາກ​ໄມ້​ທີ່​ໃຫ້​ມີ​ຊີ​ວິດຕ​ລອດ​ໄປ​ເປັນ​ນິດ​ອີກ” 23 ດັ່ງ​ນັ້ນ ພ​ຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຂັບ​ໄລ່​ເຂົາ​ອອກ​ຈາກ​ສວນ​ເອເດນ ໃຫ້​ເຮັດ​ວຽກ​ຂຸດ​ດິນ​ຟັນ​ໄມ້ ແລະ​ທຳ​ມາ​ຫາ​ກິນ​ໃນ​ດິນ​ບ່ອນ​ທີ່​ກຳ​ເນີດ​ມາ 24 ເມື່ອ​ພ​ຣະ​ເຈົ້າ​ໄດ້​ຂັບ​ໄລ່​ມະ​ນຸດ​ອອກ​ຈາກ​ສວນ​ແລ້ວ ພ​ຣະ​ອົງ​ໄດ້​ຊົງ​ແຕ່​ງຕັ້ງ​ເທວະ​ດາ ເຊ​ຣູ​ບິມ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ສວນ ແລະ​ດາບ​ທີ່​ມີ​ແສງ​ໄຟ​ແກວ່ງ​ໄປ​ທົ່ວ​ທຸກ​ທິດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ເຂົ້າ​ໄປ​ໃກ້​ກົກ​ໄມ້​ທີ່​ໃຫ້​ມີ​ຊີ​ວິດ​ຕ​ລອດ​ໄປ​ເປັນ​ນິດ​ນັ້ນ

ປະຖົມການ 4

ກາ​ອິນ​ ແລະ​ອາ​ເບນ

1 ຄັນ​ຕໍ່​ມາ ອາ​ດາມ​ໄດ້​ສົມ​ສູ່​ຮ່ວມ​ກັບ​ພັ​ຣ​ຍາຂອງ​ຕົນ ນາງ​ຈຶ່ງ​ຖື​ພາ​ແລ້ວ​ໄດ້​ເກີດ​ບຸດ​ຊາຍ​ຜູ້​ນຶ່ງ​ ນາງ​ຈຶ່ງ​ເວົ້າ​ວ່າ, “ຂ້າ​ພ​ຣະ​ອົງໄດ້​ບຸດ​ຊາຍ​ຍ້ອນ​ພ​ຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຊົດ​ຊ່ອຍ” 2 ດັ່ງ​ນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນ້ອຍ​ວ່າ ກາ​ອິນ ຕໍ່​ມາ​ນາງ​ໄດ້​ບຸດ​ຊາຍ​ອີກ​ຜູ້​ນຶ່ງ​ຊື່​ວ່າ ອາ​ເບນ ຊຶ່ງມີ​ອາ​ຊີບ​ເປັນ​ຜູ້​ລ້ຽງ​ແກະ ສ່ວນ​ກາ​ອິນ​ເປັນ​ພໍ່​ນາ 3 ຄັນ​ຕໍ່​ມາ​ວັນ​ນຶ່ງ ກາ​ອິນ​ກໍ​ເອົາ​ຜົນ​ລະ​ປູກ​ມາ​ຖວາຍ​ພ​ຣະ​ຜູ້​ເປັນ​ເຈົ້​າ 4 ສ່ວນ​ອາ​ເບນ​ກໍ​ເອົາ​ສັດ​ເກີດ​ແຕ່​ຫົວ​ປີ​ທີ່​ຕຸ້ຍ​ພີ​ດີ​ງາມ​ໃນ​ຝູງ​ສັດ​ມາ​ຂ້າ ແລ້ວ​ເອົາ​ເນື້ອ​ສ່ວນ​ທີ່​ດີໆ​ມາ​ຖວາຍແກ່​ພ​ຣະ​ຜູ້​ເປັນ​ເຈົ້​າ ພ​ຣະ​ອົງ​ຊົງ​ພໍ​ພຣະ​ທັຍ​ໃນ​ການ​ກະ​ທຳ​ຂອງ​ອາ​ເບນ 5 ສ່ວນ​ການ​ຖວາຍ​ຂອງ​ກາ​ອິນ​ນັ້ນ​ບໍ່​ເປັນ​ທີ່​ຊອບ​ພ​ຣະ​ທັຍ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເລີຍ ກາ​ອິນ​ຈຶ່ງ​ຄຽດ​ແຄ້ນ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ບໍ່​ພໍ​ໃຈ 6 ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ​ດັ່ງ​ນັ້ນ ຈຶ່ງ​ຊົງ​ຖາມ​ການ​ອິນ​ວ່າ, “ກາ​ອິນ​ເອີຍ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄຽດ​ແຄ້ນ​ ແລະ​ເຕັມ​ໄປ​ດ້ວຍ​ຄວ​າມ​ບໍ່​ພໍ​ໃຈ? 7 ຖ້າ​ເຈົ້າ​ກະ​ທຳ​ດີ ເຈົ້າ​ຄວນ​ເງີຍ​ຫນ້າ​ຂຶ້ນ​ດ້ວຍ​ຄວາມ​ຍີ້ມ​ແຍ້ມ​ ແຕ່​ດ້ວຍ​ວ່າ​ເຈົ້າ​ກະ​ທຳ​ຊົ່ວ ຄວາມ​ຊົ່ວ​ກໍ​ເຫມືອນ​ດັ່ງ​ສັດ​ຮ້າຍ​ທີ່​ກຳ​ລັງ​ລໍ​ຄອຍ​ຖ້າ​ຄຸບ​ເຈົ້າ ມັນ​ຕ້ອງ​ຄຸບ​ກິນ​ເຈົ້າ ແຕ່​ເຈົ້າ​ຄວນ​ເອົາ​ຊ​ະນະ​ມັນ​ໄດ້” 8 ຕໍ່​ມາ ກາ​ອິນ​ຈຶ່ງ​ເວົ້າ​ກັບ​ອາ​ເບນ​ຜູ້​ເປັນ​ນ້ອງ​ຊາຍ​ວ່າ, “ເຮົາ​ພາ​ກັນ​ໄປ​ຍ່າງ​ຫລິ້ນ​ໃນ​ທົ່ງ​ນາ​ເທາະ” ເມື່ອ​ສອງ​ອ້າຍ​ນ້ອງ​ ອອ​ກໄປ​ເຖິງ​ທົ່ງ​ນາ​ແລ້ວ ກາ​ອິນ​ຜູ້​ເປັນ​ອ້າຍ​ກໍ​ປ້ຳ​ນ້ອງ​ຊາຍ​ລົງ​ດິນ​ແລ້ວ​ຂ້າ​ຖິ້ມ 9 ເມື່ອ​ເປັນ​ເຊັ່ນ​ນີ້ ພ​ຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ຖາມ​ກາ​ອິນ​ວ່າ, “ກາ​ອິນ​ເອີຍ ນ້ອງ​ຊາຍ​ເຈົ້າ​ຢູ່​ໃສ?” ເຂົາ​ໄດ້​ຕອບ​ວ່າ, “ຂ້າ​ພ​ຣະ​ອົງ​ບໍ່​ຮູ້​ຈັກ ຫລື​ວ່າ​ພ​ຣະອົງ​ໃຫ້​ຂ້າ​ພ​ຣະ​ອົງເປັນ​ຜູ້​ຮັກ​ສາ​ນ້ອງ​ຊາຍ​ຂອງ​ຂ້າ​ພ​ຣະ​ອົງຊັ້ນ​ບໍ່?” 10 ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ອີກວ່າ, “ກາ​ອິນ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ທຳ​ເຣື່ອງ​ໂຫດ​ຮ້າຍ​ເຊັ່ນ​ນີ້? ນ້ອງ​ຊາຍ​ເຈົ້າ​ນອນ​ເລືອດ​ອາບ​ຕົວ​ຢູ່​ໃນ​ທົ່ງ​ນາ ກິ່ນ​ເລືອດ​ຂອງ​ເຂົາຂຶ້ນ​ມາ​ຫາ​ເຮົາ​ເຫມືອນ​ສຽງ​ຮ້ອງ​ຂໍ​ແກ້​ແຄ້ນ 11 ເຈົ້າ​ຈະ​ຖືກ​ດ່າ ຖືກ​ສາບ​ແຊ່ງ ແລະ​ຖືກ​ເນ​ຣະ​ເທດ​ອອກ​ຈາກ​ທົ່ງ​ນາ​ບ່ອນ​ຊຶ່ງ​ດູດ​ກິນ​ເລືອດຂອງ​ນ້ອງ​ຊາຍ​ຊຶ່ງ​ເຈົ້າ​ໄດ້​ຂ້າ 12 ຖ້າ​ເຈົ້າ​ເຮັດ​ໄຮ່​ທຳ​ນາ​ດິນ​ນັ້ນ​ຈະ​ບໍ່​ນຳ​ຄວາມ​ອຸ​ດົມ​ສົມ​ບູນ​ມາ​ໃຫ້ ເຈົ້​າ​ຈະ​ເປັນ​ຄົນ​ບໍ່​ມີ​ຫລັກ​ແຫລ່ງ​ຈະ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ໃນ​ໂລກ​ນີ້” 13 ກາ​ອິນ​ຈຶ່ງ​ກາບ​ທູນ​ຂໍ​ຕໍ່​ພ​ຣະ​ຜູ້​ເປັນ​ເຈົ້າ​ວ່າ, “ໂທດ​ນີ້ຫນັກ​ຫລາຍ​ເກີນກວ່າ​ຂ້າ​ພ​ຣະ​ອົງຈະ​ທົນ​ໄດ້ 14 ພ​ຣະ​ອົງ​ໄລ່​ຂ້າ​ພ​ຣະ​ອົງ​ໃຫ້​ຫນີຈາກ​ທີ່​ທຳ​ມາ​ຫາກິນ​ແລະ​ຈາກ​ພ​ຣະ​ພັກ​ຂ​ອງ​ພ​ຣະ​ອົງ​ ໃຫ້​ຂ້າ​ພ​ຣະ​ອົງບໍ່​ມີ​ທີ່​ພັກ​ອາ​ໄສ ແລະ​ໃຫ້​ຫອບ​ໄປ​ໃນ​ໂລກ​ນີ້ ຖ້າ​ໃຜ​ພົບ​ຂ້າ​ພ​ຣະ​ອົງກໍ​ຈະ​ຂ້າ​ຂ້າ​ພ​ຣະ​ອົງ​ເສັຽ” 15 ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ກາ​ອິນ​ວ່າ, “ບໍ່​ດອກ, ຖ້າ​ຜູ້​ໃດ​ຂ້າ​ເຈົ້າ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ໂທດ​ເຈັດ​ເທົ່າ” ດ້ວຍ​ເຫດ​ນີ້ ພ​ຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ທຳ​ເຄື່ອງ​ຫມາຍ​ໄວ້​ໃນ​ຕົວ​ກາ​ອິນ​ເພື່ອ​ວ່າ ເມື່ອ​ຜູ້​ໃດ​ພົບ​ຈະ​ບໍ່​ໄດ້​ຂ້າ​ເຂົາ 16 ກາ​ອິນ​ຈຶ່ງ​ຫນີ​ໄກ​ຈາກ​ພ​ຣະ​ພັກ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ ໄປ​ອາ​ໄສ​ຢູ່​ໃນ​ດິນ​ແດນ​ແຫ່ງ​ນຶ່ງ​ທີ່​ມີ​ຊື່​ວ່າ ໂນດ ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເອ​ເດນ

ເຊື້ອ​ສາຍ​ຂອງ​ກາ​ອິນ

17 ຕໍ່​ມາ ກາ​ອິນ​ໄດ້​ສົມ​ສູ່​ຢູ່ຮ່ວມ​ກັບ​ພັ​ຣ​ຍາ​ຂອງ​ເຂົາ ນາງ​ຈຶ່ງ​ໄດ້​ຖື​ພາ​ແລ້ວ​ເກີດ​ບຸດ​ຊາຍ​ຜູ້​ນຶ່ງ​ຊື່ ເອ​ໂນກ ກາ​ອິນ​ໄດ້​ສ້າງ​ເມືອງນຶ່ງ​ຂຶ້ນ​ແລ້ວ​ເອົາ​ຊື່​ບຸດ​ຊາຍ​ຂອງ​ຕົນ​ເປັນ​ຊື່​ເມືອງ​ນັ້ນ 18 ເອ​ໂນກມີ​ບຸດ​ຊາຍ​ຊື່ ອີ​ຣາດ ຊຶ່ງ​ເປັນ​ບິ​ດາ​ຂອງ​ເມ​ຮູ​ຢາ​ເອນ ເມ​ຮູ​ຢາ​ເອນ​ເປັນ​ບິ​ດາຂອງ​ເມ​ທູ​ຊາ​ເອນ ແລະ​ເມ​ທູ​ຊາເອນ​ມີບຸດ​ຊາຍ​ຊື່​ວ່າ ລາ​ເມກ 19 ລາເມກໄດ້​ພັ​ຣ​ຍາ​ສອງ​ຄົນ ຜູ້​ທີ່​ນຶ່ງ​ຊື່ ອາ​ດາ ແລະ​ຜູ້​ທີ່​ສອງ​ຊື່ ຊິນ​ລາ 20 ອາ​ດາ​ໃຫ້​ກຳ​ເນີດ​ບຸດຊາຍ​ຜູ້​ນຶ່ງ​ຊື່ ຢາ​ບານ ຊຶ່ງ​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ລ້ຽງ​ສັດ​ທີ່​ອາ​ໄສ​ຢູ່​ໃນ​ຜ້າ​ເຕັນ 21 ຢູ​ບານ​ນ້ອງ​ຂອງ​ຢາ​ບານ​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ນັກ​ຫລິ້ນ​ພິນ ແລະ​ນັກ​ເປົ່າ​ຂຸ່ຍ 22 ຕໍ່​ມາ​ອີກ ຊິນ​ລາ​ກໍ​ເກີດ​ບຸດ​ຊາຍ​​ຊື່ ຕູ​ບາ​ກາ​ອິນ ທ່ານ​ເປັນ​ບັນ​ພະ​ບູ​ຣຸດ​ຂອງ​ຊ່າງ​ຕີ​ໂລ​ຫະ ຊຶ່ງ​ມີ​ອາ​ຊີບ​ໃນ​ການ​ຕີ​ເຫລັກ ແລະ​ທອງ​ສຳ​ລິດ ຕູ​ບາ​ກາອິນ​ມີ​ນ້ອງ​ຊາຍ​​ຊື່ ນາ​ອາ​ມາ 23 ທ່ານມັກ​ເວົ້າ​ອວດ​ກັບ​ພັ​ຣ​ຍາທັງ​ສອງວ່າ, “ອາ​ດາ ແລະຊິນ​ລາ​ເອິຍ ຈົ່ງ​ຟັງ​ເຣື່ອງ​ອ້າຍ​ເລົ່າ​ໃຫ້​ດີ ອ້າຍ​ໄດ້​ຂ້າ​ຊາຍ​ຜູ້​ນຶ່ງ ກໍ​ເພາະ​ວ່າ​ເຂົາ​ຕີອ້າຍໃຫ້​ອ້າຍ​ເຈັບ​ຊ້ຳ 24 ຖ້າ​ຜູ້​ໃດ​ຕີ​ກາ​ອິນ ຜູ້​ນັ້ນ​ຈະ​ໄດ້​ຮັບ​ໂທດ​ເຈັດ​ເທົ່າ ແຕ່​ວ່າ ຖ້າ​ຜູ້​ໃດ​ຕີ​ອ້າຍ ຜູ້​ນັ້ນ​ຈະ​ໄດ້​ຮັບ​ໂທດ​ເຈັດ​ສິບ​ເທົ່າ”

ເຊື້ອ​ສາຍ​ຂອງ​ເຊດ

25 ອາ​ດາມໄດ້​ສົມ​ສູ່​ຢູ່ກັບ​ພັຣ​ຍາຈຶ່ງ​ໄດ້​ບຸດຊາຍ​ອີກ​ຜູ້​ນຶ່ງ ເອ​ວາ​ໄດ້​ເວົ້າ​ວ່າ, “ພ​ຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ຂ້າ​ພ​ຣະ​ອົງມີ​ບຸດ​ຊາຍ​ອີກ ເພື່ອ​ທົດ​ແທນ​ອາ​ເບນ​ຜູ້​ຊຶ່ງ​ກາ​ອິນ​ໄດ້​ຂ້າ” 26 ດັ່ງ​ນັ້ນ ນາງ​ຈຶ່ງ​ໃຫ້​ຊື່​ບຸດ​ຊາຍ​ນັ້ນ​ວ່າ ເຊດ ຕໍ່​ມາ ເຊດ​ມີ​ບຸດ​ຊາຍ​ຜູ້​ນຶ່ງ​ຊື່​ວ່າ ເອ​ໂນສ ຕັ້ງ​ແຕ່​ເວ​ລາ​ນັ້ນ​ມາ ມະ​ນຸດ​ໄດ້​ເລີ້ມ​ຕົ້ນ​ນະ​ມັ​ສ​ການ​ອອກ​ພ​ຣະ​ນາມ​ພ​ຣະ​ຜູ້​ເປັນ​ເຈົ້າ

ປະຖົມການ 5

ເຊື້ອ​ສາຍ​ຂອງ​ອາ​ດາມ

1 ອັນ​ນີ້ແມ່ນ​ຫນັງ​ສື​ປະ​ຫວັດ​ເຊື້ອ​ສາຍ​ຂອງ​ອາ​ດາມ ເມື່ອ​ພ​ຣະ​ເຈົ້​າ​ໄດ້​ສ້າງ​ອາ​ດາມ ພ​ຣະ​ອົງ​ໄດ້​ສ້າງ​ຕາມ​ພ​ຣະ​ສາ​ຍາຂອງ​ພ​ຣະ​ເຈົ້າ 2 ພ​ຣະ​ອົງ​ໄດ້​ຊົງສ້າງ​ຜູ້​ຊາຍ​ແລະ​ຜູ້​ຍິງ ເມື່ອສ້າງ​ແລ້ວ​ກໍ​ຊົງ​ອວຍ​ພອນ​ໃຫ້ ແລະ​ຕັ້ງ​ຊື່​ໃຫ້​ພວກ​ເຂົາ​ວ່າ “ມະ​ນຸດ” 3 ເມື່ອ​ອາດາມ​ອາ​ຍຸ​ໄດ້​ຮ້ອຍ​ສາມ​ສິບ​ປີ ທ່ານມີ​ບຸດ ຊາຍ​ຄ້າຍ​ຄື​ກັນ​ກັບ​ເຂົາ ຊື່​ ເຊດ 4 ຫລັງ​ຈາກ​ນັ້ນ ອາດາມ​ກໍ​ມີ​ອາ​ຍຸ​ຍືນ​ຍາວ​ມາ​ຮອດ​ແປດ​ຮ້ອຍ​ປີ ແລະມີ​ບຸດຊາຍ​ຍິງ​ອີກ​ຫລາຍ​ຄົນ 5 ແລ້ວ​ໄດ້​ເຖິງ​ແກ່​ກຳ​ໄປ​ ເມື່ອ​ອາ​ຍຸ​ເກົ້າ​ຮ້ອຍ​ສາມ​ສິບ​ປີ 6 ເມື່ອ​ເຊດ​ອາ​ຍຸ​ໄດ້​ຣ້ອຍ​ຫ້າ​ປີ ມີ​ບຸດຊາຍ​​ຊື່ ເອໂນສ 7 ຫລັງ​ຈາກ​ນັ້ນ ເຊດ​ມີອາ​ຍຸ​ຍືນ​ຍາວ​ມາ​ອີກ​ແປດ​ຮ້ອຍ​ເຈັດ​ປີ ແລະມີ​ບຸດ​ຊາຍ​ຍິງ​ຫລາຍ​ຄົນ 8 ແລ້ວ​ກໍ​ເຖິງ​ແກ່​ກຳ​ໄປ​ໃນ​ເມື່ອ​ອາ​ຍຸ ເກົ້າ​ຮ້ອຍ​ສິບ​ສອງ​ປີ 9 ເມື່ອ​ເອ​ໂນສ ອາ​ຍຸ​ໄດ້​ເກົ້າ​ສິບ​ປີ ມີ​ບຸດຊາຍ​​ຊື່ ເກ​ນານ 10 ຫລັງ​ຈາກ​ນັ້ນ ເອ​ໂນສ​ມີອາ​ຍຸ​ຍາວ​ມາ​ອີກ​ຮອດ​ແປດ​ຮ້ອຍ​ສິບ​ຫ້າ​ປີ ແລະມີ​ບຸດ​ຊາຍ​ຍິງອີກ​ຫລາຍ​ຄົນ 11 ແລ້ວກໍ​ເຖິງ​ແກ່​ກຳ​ໄປ​ໃນ​ເມື່ອ​ອາ​ຍຸ​ໄດ້​ເກົ້າ​ຮ້ອຍ​ຫ້າ​ປີ 12 ເມື່​ອເກ​ນານ​ອາ​ຍຸ​ໄດ້ເຈັດ​ສິບ​ປີ ​ມີ​ບຸດຊາຍ​ຜູ້​​ຊື່ ມາ​ຫາ​ລາ​ເລນ 13 ຫລັງ​ຈາກ​ນັ້ນ​ ເກ​ນານ​ມີ​ອາ​ຍຸ​ຍືນ​ຍາວ​ອີກ​ຮອດແປ​ດ​ຮ້ອຍ​ສີ່​ສິບ​ປີ ແລະ​ມີ​ບຸດ​ຊາຍ​ຍິງອີກ​ຫ​ລາຍ​ຄົນ 14 ແລ້ວກໍ​ເຖິງ​ແກ່​ກຳ​ໄປ​ໃນ​ເມື່ອ​ອາ​ຍຸ​ເກົ້າ​ຮ້ອຍ​ສິບ​ປີ 15 ເມື່ອ​ມາ​ຫາ​ລາ​ເລນ​ອາຍຸ​ໄດ້​ຫົກ​ສິບ​ຫ້າ​ປີ ມີບຸດຊາຍ​​ຊື່ ຢາ​ເຣດ 16 ຫລັງ​ຈາກ​ນັ້ນ​ ມາ​ຫາ​ລາ​ເລນ​ມີ​ອາ​ຍຸ​ຍືນ​ຍາວ​ອີກ​ມາ​ຮອດ​ແປດຮ້ອຍ​ສາມ​ສິບ​ປີ ແລະ​ມີ​ບຸດ​ຊາຍ​ຍິງ​ອີກຫລາຍ​ຄົນ 17 ແລ້ວ​ກໍ​ເຖິງ​ແກ່​ກຳ​ໄປ​ໃນ​ເມື່ອ​ອາ​ຍຸ​ແປດ​ຮ້ອຍເກົ້າ​ສິບ​ຫ້າປີ 18 ເມື່ອ​ຢາ​ເຣດ​ອາ​ຍຸ​ໄດ້​ຮ້ອຍ​ຫົກ​ສິບສອງ​ປີ ມີ​ບຸດຊາຍ​ຊື່ ເອ​ໂນກ 19 ຫລັງ​ຈາກ​ນັ້ນ ຢາ​ເຣດ​ມີ​ອາຍຸ​ຍືນ​ຍາວ​ມາ​ຮອດ​ແປດ​ຮ້ອຍ​ປີ ແລະ​ມີ​ບຸດ​ຊາຍ​ຍິງອີກຫລາຍ​ຄົນ 20 ແລ້ວ​ກໍ​ເຖິງ​ແກ່​ກຳ​ໄປ​ເມື່ອ​ອາ​ຍຸ​ເກົ້າ​ຮ້ອຍ​ຫົກ​ສິບ​ສອງ​ປີ 21 ເມື່ອ​ເອ​ໂນກ​ອາ​ຍຸ​ໄດ້ຫົກ​ສິບ​ຫ້​າ​ປີ ​ມີ​ບຸດ​ຊາຍ​​ຊື່ ເມ​ທູ​ເຊ​ລາ 22 ຫລັງ​ຈາກ​ນັ້ນ ເອ​ໂນກ​ໄດ້​ຕິດ​ຕາມ​ພ​ຣະ​ເຈົ້າ​ໄປ​ຕື່ມ​ອີກ​ສາມ​ຮ້ອຍ​ປີ ແລະມີ​ບຸດ​ຊາ​ຍ​ຍິງອີກ​ຫລາຍ​ຄົນ 23 ແລ້ວ​ມີ​ອາ​ຍຸ​ທັງ​ຫມົດ​ສາມ​ຮ້ອຍ​ຫົກ​ສິບ​ຫ້າ​ປີ 24 ເອ​ໂນກ​ໄດ້​ຕິດ​ຕາມ​ພ​ຣະ​ເຈົ້າ​ໄປ​ຈົນ​ຊົ່ວ​ຊີ​ວິດ ແລ້ວ​ພ​ຣະ​ອົງ​ກໍ​ໄດ້ຊົງ​ຮັບ​ເອົາເຂົາ​ໄປ​ຢູ່​ນຳ 25 ເມື່ອ​ເມ​ທູ​ເຊ​ລາ​ອາຍຸໄດ້​ຮ້ອຍ​ແປດ​ສິບ​ເຈັດ​ປີ ​ມີ​ບຸດ​ຊາຍ​ຜູ້​ຊື່ ລາ​ເມກ 26 ຫລັງ​ຈາກ​ນັ້ນ​ເມ​ທູ​ເຊ​ລາ​ມີ​ອາ​ຍຸ​ຍືນ​ຍາວ​ມາ​ອີກ​ຮອດ​ເຈັດ​ຮ້ອຍ​ແປດ​ສິບ​ສອງ​ປີ ແລະ​ມີ​ບຸດຊາຍ​ຍິງ​ອີກຫລາຍ​ຄົນ 27 ແລ້ວ​ກໍ​ເຖິງ​ແກ່​ກຳ​ໄປ​ເມື່ອ​ອາ​ຍຸ​ເກົ້າ​ຮ້ອຍ​ຫົກ​ສິບ​ເກົ້າ​ປີ 28 ເມື່ອ​ລາ​ເມກ​ອາ​ຍຸ​ໄດ້​ຮ້ອຍ​ແປດ​ສິບ​ສອງ​ປີ ​ຈິ່ງມີ​ບຸດຊາຍ​ຜູ້​ນຶ່ງ 29 ແລະ​ເວົ້າ​ວ່າ, “ເດັກ​ນ້ອຍ​ຜູ້​ນີ້​ຈະ​ເປັນ​ຜູ້​ເລົ້າ​ໂລມ​ໃຫ້​ຫາຍ​ຄວາມ​ອິດ​ເມື່ອຍ​ຈາ​ກການ​ອັນ​ທຸກ​ຍາກ​ຂອງ​ພວກ​ເຮົາ ອັນ​ສືບ​ເນື່ອງ​ມາ​ຈາກ ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ສາບ​ແຊ່ງ​ດິນ” ສະ​ນັ້ນ ເຂົາຈິ່ງ​ໃສ່​ຊື່​ເດັກ​ນ້ອຍ​ນັ້ນ​ວ່າ ໂນ​ອາ 30 ຫລັງ​ຈາກ​ນັ້ນ ລາ​ເມກ​ມີ​ອາ​ຍຸ​ຍືນ​ຍາວ​ມາ​ອີກ​ຮອດ​ຫ້າ​ຮ້ອຍ​ເກົ້າ​ສິບ​ຫ້າ​ປີ ແລະ​ມີ​ບຸດ​ຊາຍ​ຍິງອີກ​ຫລາຍ​ຄົນ 31 ແລ້ວ​ກໍ​ເຖິງ​ແກ່​ກຳ​ໄປ​ເມື່ອ​ອາຍຸ​ໄດ້​ເຈັດ​ຮ້ອຍ​ເຈັດ​ສິບ​ເຈັດ​ປີ 32 ເມື່ອ​ໂນ​ອາ​ອາຍຸ​ໄດ້​ຫ້າ​ຣ້ອຍ​ປີ ​ມີ​ບຸດຊາຍ​ສາມ​ຄົນ​ຄື ເຊມ ຮາມ ແລະ​ຢາ​ເຟດ

ປະຖົມການ 6

ຄວາມ​ຊົ່ວ​ຊາມ​ຂອງ​ມະ​ນຸດ

1 ຢູ່​ມາ ເມື່ອ​ມະ​ນຸດ​ໄດ້​ເພີ້ມ​ທະ​ວີຫລາຍ​ຂຶ້ນ​ໃນ​ແຜ່ນ​ດິນ​ໂລກ ຜູ້​ສາວ​ກໍ​ມີ​ຫລາຍ 2 ດັ່ງ​ນັ້ນ ເທວະ​ບຸດ​ທັງ​ຫລາຍ​ທີ່​ເຫັນ​ຄວາມ​ງາມ​ຂອງຍິງ​ເຫລົ່​າ​ນັ້ນ​ກໍຫາຊອກ​ເລືອກ​ແຕ່ງ​ງານ​ຕາມ​ໃຈ​ມັກ 3 ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ​ເປັນ​ເຊັ່​ນ​ນີ້ ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ມະ​ນຸດ​ມີ​ຊີ​ວິດ​ຕ​ລອດ​ໄປ​ເປັນ​ນິດ​ດ້ວຍ​ເຫດ​ວ່າ ເຂົ​າ​ເປັນ​ມະ​ນຸດ ເຂົາ​ຈຳ​ເປັນ​ຕ້ອງ​ຕາຍ ແຕ່​ບັດ​ນີ້ໄປ ພວກ​ເຂົາ​ຈະ​ມີ​ອາ​ຍຸ​ບໍ່​ກາຍ​ຮ້ອຍ​ຊາວ​ປີ 4 ໃນ​ເວ​ລາ​ນັ້ນ ມີ​ຄົ​ນ​ຮູບ​ຮ່າງ​ໃຫຍ່ ແລະ​ມີ​ຄວາມ​ສາ​ມາດ​ຫລາຍ ຄົນ​ພວກ​ນີ້ເກີດ​ມາ​ຈາກ​ຜູ້​ຍິງ ​ແລະ​ເທວະ​ບຸດ ພວກ​ເຂົາ​ເປັນ​ວີຣະ​ບຸ​ຣຸດ​ຜູ້​ມີ​ຊື່​ສຽງ​ໃນ​ອະ​ດີດຕະ​ການ 5 ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ ມະ​ນຸດ​ໂຫດ​ຮ້າຍ​ສາ​ມານ​ມີ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ ​ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງ​ຄັບ​ຈິດ​ໃຈ​ເຂົາຢູ່​ທຸກ​ເວ​ລາ 6 ພ​ຣະ​ອົງ​ຈຶ່ງ​ເສັຽ​ພ​ຣະ​ທັຍ​ຫລາຍ ແລະ​ມີ​ຄວາມ​ກິນ​ແຫນງ​ຢ່າງ​ຍິ່ງ​ໃຫຍ່​ທີ່​ໄດ້​ສ້າງ​ພວກ​ເຂົາ​ຂຶ້ນ​ມາ​ຢູ່​ໃນ​ໂລກ​ນີ້ 7 ດ້ວຍ​ເຫດ​ນີ້ ພ​ຣະ​ອົງ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ທຳ​ລາຍ​ມະ​ນຸດ​ທຸກໆ​ຄົນ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ແລ້ວ​ໃນ​ທຸກ​ຫົນ​ທຸກ​ແຫ່ງ ເຮົາ​ຈະ​ທຳ​ລາຍ​ຝູງສັດ ແລະ​ຝູງ​ນົກ​ຕ່າງໆ ເພາະ​ວ່າ​ເຣົາ​ເສັຽ​ໃຈ​ທີ່​ໄດ້​ສ້າງ​ມັນ​ມາ” 8 ແຕ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ພໍ​ພຣະ​ທັຍນຳ​ໂນ​ອາ​ເທົ່າ​ນັ້ນ 9 ຕໍ່​ໄປ​ນີ້​ຄື​ເຊື້ອ​ສາຍ​ຂອງ​ໂນ​ອາ ໂນ​ອາ​ເປັນ​ຄົນ​ຊອບ​ທັມ ດີ​ພ້ອມ​ໃນ​ສະ​ໄຫມ​ຂອງ​ເຂົາ ໂນ​ອາ​ຕິດ​ສນິດ​ຢູ່​ກັບ​ພ​ຣະ​ເຈົ້າ 10 ໂນ​ອາ​ມີ​ບຸດ​ຊາຍ​ສາມ​ຄົນ​ຄື ເຊມ ຮາມ ແລະ​ຢາ​ເຟດ 11 ແຕ່​ວ່າຄົນ​ທັງ​ຫລາຍໄດ້​ກະ​ທຳ​ຜິດ​ຕໍ່​ນ້ຳ​ພ​ຣະ​ທັຍ​ຂອງ​ພ​ຣະ​ອົງ ແລ້ວ​ຄວາມ​ຊົ່ວ​ຂອງ​ມະ​ນຸດ​ກໍ​ໄດ້​ມີ​ຢູ່​ທຸກ​ທີ່​ທຸກ​ບ່ອນ 12 ພ​ຣະ​ເຈົ້າ​ຊົງ​ເຫັນ​ວ່າ ໂລກ​ນີເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ ກໍ​ຍ້ອນວ່າ​ມະ​ນຸດ​ທັງ​ປວງ​ກະ​ທຳ​ແຕ່​ຄວາມ​ຊົ່ວ

ໂນ​ອາ​ສ້າງ​ເຮືອ​ໃຫຍ່

13 ຄັນ​ຕໍ່​ມາ ພ​ຣະ​ເຈົ້າ​ຊົງ​ກ່າວ​ກັບ​ໂນ​ອາ​ວ່າ, “ເຮົາ​ໄດ້​ຕັດ​ສິນ​ໃຈ​ຈະ​ທຳ​ລາຍ​ມະ​ນຸດ​ສະ​ໂລກ​ແລ້ວ ເຮົ​າ​ຈະ​ທຳ​ລາຍ​ພວກ​ເຂົາ​ຈົນ​ຫມົດ​ສິ້ນ ເພາະ​ວ່າ​ໂລກ​ນີ້ເຕັມ​ໄປ​ດ້ວຍ​ການ​ຊົ່ວ​ຮ້າຍ​ຂອງ​ເຂົາ 14 ເຈົ້​າ​ຈົ່ງ​ສ້າງ​ເຮືອ​ດ້ວຍ​ໄມ້​ແກ່ນ​ອັນ​ແຫນ້ນ​ຫນາ​ສຳ​ລັບ​ເຈົ້​າ ຈົ່ງ​ສ້າງ​ເປັນ​ຫລາຍ​ຫ້ອງ​ແລ້ວ​ເອົາ​ຂີ້​ຊີ​ຢາ​ທາງ​ໃນ​ແລະ​ທາງ​ນອກ​ໃຫ້​ດີ 15 ຈົ່ງ​ສ້າງ​ເຮືອ​ດັ່ງ​ກ່າວ​ນີ້​ທາງ​ຍາວ​ໃຫ້​ໄດ້​ສາມ​ຮ້ອຍ​ສອກ ທາງກວ້າງ​ຫ້າ​ສິບ​ສ​ອກ ​ແລະ​ທາງ​ສູງ​ສາມ​ສິບ​ສອກ 16 ຈົ່ງ​ທຳ​ປ່ອງ​ຢ້ຽມ​ຈຸ​ຫລັງ​ຄາ​ສູງ​ນຶ່ງ​ສອກ ຍ​າວ​ຕາມ​ຝາ​ແລະ​ປະ​ຕູ​ທາງ​ຂ້າງ​ເຮືອ ແລ້ວ​ທຳ​ທາງ​ໃນເຮືອ​ໃຫ້​ເປັນ​ສາມ​ຊັ້ນ 17 ເຮົາ​ຈະ​ໃຫ້​ນ້ຳ​ມາ​ຖ້ວມ​ໂລກ ​ແລະ​ທຳ​ລາຍ​ທຸກ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່ທຸກໆ​ສິ່ງ​ໃນ​ໂລກ​ນີ້ຈະ​ຕາຍ​ໄປ 18 ແຕ່​ວ່າ ເຮົາ​ຈະ​ຕັ້ງ​ຄຳ​ຫມັ້ນ​ສັນ​ຍາ​ໄວ້​ກັບ​ເຈົ້າ ສະ​ນັ້ນ ຈົ່ງ​ເອົາ​ພັ​ຣ​ຍາ ບຸດຊາຍ ແລະ​ບຸດ​ສະໃພ້​ຂອງ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອ 19 ​ພ້ອ​ມທັງ​ເອົາ​ສັດ​ທຸກໆ​ຊະນິດ​ແນວ​ລະ​ຄູ່ 20 ນົກ​ທຸກໆ​ຊະນິດ​ແນວ​ລະ​ຄູ່ ສັດ​ລາກ ສັດ​ເລືອ ສັດ​ໃຫຍ່ ສັດ​ນ້ອຍ​ທຸກໆ​ຊ​ະນິດ​ແນວ​ລະ​ຄູ່ ເພື່ອ​ໃຫ້​ສັດ​ເຫລົ່າ​ນັ້ນ​ມີ​ຊິ​ວິດ​ຢູ່ 21 ຢ່າ​ລືມ​ເອົາ​ອາ​ຫານ​ຫລາຍໆ​ຊ​ະນິດ​ສຳ​ລັບ​ຄອບ​ຄົວ​ຂອງ​ເຈົ້​າ ແລະ​ສຳ​ລັບ​ສັດ​ເຫ​ລົ່​າ​ນັ້ນ​ດ້ວຍ 22 ໂນ​ອາ​ກໍ​ທຳທຸກ​ຢ່າງ​ຕາມ​ທີ່​ພ​ຣະ​ເຈົ້າ​ໄດ້​ສັ່ງ​ໄວ້

ປະຖົມການ 7

ນ້ຳ​ຖ້ວມ​ໂລກ

1 ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ກ່າວ​ຕໍ່​ໂນ​ອາ​ວ່າ, “ເຈົ້າ​ພ້ອມ​ຄອບ​ຄົວ​ຂອງ​ເຈົ້າ​ທັງ​ຫມົດ​ຈົ່ງເຂົ້​າ​ໄປ​ໃນ​ເຮືອ​ເຖີດ ເຮົາ​ໄດ້​ເຫັນ​ວ່າ ເຈົ້າ​ເປັນ​ຜູ້​ຊອບ​ທັມ ແລະ​ແມ່ນ​ເຈົ້າ​ຜູ້ດ​ຽວ​ໃນ​ຈຳ​ນວນ​ພວກ​ປະ​ຊາ​ຊົນ​ເຫລົ່າ​ນັ້ນ​ທີ່​ເຮົາ​ພໍ​ໃຈ 2 ຈົ່ງ​ເອົາ​ສັດທີ່​ບໍ່​ມີ​ມົນ​ທິນ​ແນວ​ລະ​ເຈັດ​ຄູ່ ແລະ​ເອົາ​ສັດ​ທີ່​ມີ​ມົນ​ທິນ​ແນວ​ລະ​ຄູ່ 3 ນົກ​ຊະ​ນິດ​ລະ​ເຈັດ​ຄູ່ ເພາະ​ເຮົາ​ຢາກ​ໃຫ້​ສັດ​ເຫລົ່າ​ນີ້ມີ​ຊີ​ວິດ​ຢູ່ ແລະ​ອອກ​ແມ່​ແຜ່ລູກ​ຕໍ່​ໄປ​ໃນ​ໂລກ 4 ໃນ​ເຈັດ​ວັນຂ້າງ​ຫນ້າ​ນີ້ ເຮົາ​ຈະ​ໃຫ້​ຝົນ​ຕົກ​ລົງ​ມາ​ໃນ​ໂລກ​ສີ່​ສິບ​ວັນສີ່​ສິບ​ຄືນ ແລ້ວ​ເຮົາ​ຈະ​ໃຫ້​ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ​ຊື່ງ​ເຣົາ​ໄດ້​ສ້າງ​ມາ​ນັ້ນ​ຈິບ​ຫາຍ​ໄປ” 5 ໂນອາ​ກໍໄດ້​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ຕາມ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ 6 ຄາວ​ນ້ຳ​ຖ້ວມ​ໂລກຢູ່​ນັ້ນ ໂນ​ອາ​ມີ​ອາ​ຍຸ​ຫົກ​ຮ້ອຍ​ປີ 7 ໂນ​ອາ​ພ້ອມ​ດ້ວຍ​ບຸດ​ຊາຍ ພັ​ຣ​ຍາແລະ​ບຸດ​ສະໃພ້​ທັງ​ຫລາຍ​ 8 ຕ​ລອດທັງ​ສັດ​ທີ່​ບໍ່​ມີ​ມົນ​ທິນ ແລະ​ສັດ​ທີ່​ມີ​ມົນ​ທິນ ນົກ​ແລະ​ສັ​ດ​ນ້ອຍ​ທຸກ​ຊະນິດ​ແນວ​ລະ​ຄູ່ 9 ໄດ້​ພາ​ກັນ​ເຂົ້​າ​ໄປ​ໃນ​ເຮືອ​ເພື່ອ​ຫລີກ​ເວັ້ນ​ຈາກ​ນ້ຳ​ຖ້ວມ ຕາມ​ທີ່​ພ​ຣະ​ເຈົ້າ​ໄດ້​ຊົງ​ສັ່ງ​ໄວ້ 10 ຫລັງ​ຈາກ​ເຈັດ​ວັນແລ້ວ ຝົນ​ກໍ​ໄດ້​ຕົກ​ລົງ​ຖ້ວມ​ໂລກ 11 ໃນ​ວັນ​ທີ່​ສິບ​ເຈັດ​ເດືອນ​ທີ່​ສອງ ເມື່ອ​ໂນ​ອາ​ມີ​ອາ​ຍຸ​ຫົກ​ຮ້ອຍ​ປີ ຟ້າ​ກໍ​ມືດ​ຄຶ້ມ​ແລ້ວ​ຖອກ​ເທ​ຫ່າ​ຝົນ​ລົງ​ມາ​ສູ່​ໂລກ ນ້ຳ​ໃນ​ບໍ່ ໃນ​ເຫວແລະ​ຫ້ວຍ​ຮ່ອງ​ກໍ​ພຸ່ງ​ຂຶ້ນ 12 ຝົນ​ຕົກ​ບໍ່​ຂາດ​ສາຍ​ໃນ​ແຜ່ນ​ດິນ​ໂລກ ສີ່ສິບ​ວັນ​ສີ່​ສິບ​ຄືນ 13 ໃນ​ວັນຝົນ​ເລີ້ມ​ຕົກ​ນັ້ນ ໂນອາ​ພ້ອມ​ດ້ວຍ​ພັ​ຣ​ຍາ ແລະ​ບຸດ​ຊາຍ​ສາມ​ຄົນ​ຄື ເຊມ ຮາມ ແລະ​ຢາ​ເຟດ​ກັບ​ພັ​ຣ​ຍາ​ຂອງ​ເຂົາໄດ້​ພາ​ກັນ​ເຂົ້​າ​ໄປ​ໃນ​ເຮືອ 14 ຄົນ​ເຫລົ່າ​ນັ້ນພ້ອ​ມທັງ​ສັດ​ທຸກ​ຊະນິດ​ສັດ​ປ່າ ສັດ​ບ້ານ ສັດ​ໃຫຍ່ ສັດ​ນ້ອຍ ແລະ​ນົກ ຫນູ​ທຸກ​ຊ​ະນິດ​ແນວ​ລະ​ຄູ່​ 15 ບັນ​ດາ​ສັດ​ທີ່​ມີ​ລົມ​ຫາຍ​ໃຈກໍ​ພາ​ກັນ​ເຂົ້າ​ຢູ່​ໃນ​ເຮືອກັບ​ໂນ​ອາ​ແນວ​ລະ​ຄູ່ໆ 16 ສັດ​ທັງ​ຫລາຍ​ທີ່​ເຂົ້​າ​ໄປ​ນັ້ນ​ມີ​ທັງ​ຕົວ​ຜູ້​ ແລະ​ຕົວ​ແມ່ທຸກ​ຢ່າງ​ຕ່າງ​ເຂົ້າ​ໄປຕາ​ມທີ່​ພ​ຣະ​ເຈົ້​າ​ຊົງ​ສັ່ງ​ແລ້ວ ພ​ຣະ​ອົງ​ກໍ​ຊົງ​ອັດ​ປະ​ຕູ​ເຮືອ 17 ຄັນ​ແລ້ວ​ຝົນ​ກໍ​ເລີ້ມ​ຕົກ​ບໍ່​ຂາດ​ສາຍ​ຕ​ລອດ​ສີ່​ສິບ​ວັນສີ່​ສິບ​ຄືນ 18 ນ້ຳ​ກໍ​ມາກ​ຂຶ້ນ​ເລື້ອຍໆ ເຮືອ​ຂອງ​ໂນ​ອາ​ຟູ່ຢູ່​ເທິງ​ຫນ້າ​ນ້ຳ 19 ນ້ຳ​ກໍ​ມາກ​ຂຶ້ນ​ເລື້ອຍ​ຈົນ​ພູ​ຜາ​ຫນ່ວຍ​ສູງໆ​ກໍ​ຖືກ​ນ້ຳ​ຖ້ວມ 20 ແລະ​ນ້ຳ​ຍັງ​ໄດ້​ຖ້ວ​ມ​ພູ​ຜາ​ເຫລົ່າ​ນັ້ນ​ຂຶ້ນ​ໄປອີກ​ສິບ​ຫ້າ​ສອກ 21 ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ຄື ນົ​ກ ສັດ​ທຸກ​ຊະ​ນິດ​ຕ​ລອດ​ທັງ​ຄົນ​ກໍ​ຈົມ​ນ້ຳ​ຕາຍ 22 ບັນ​ດາ​ສັດ​ທີ່​ມີ​ລົມ​ຫາຍ​ໃຈ​ເຂົ້າ​ອອກ​ທາງ​ດັງ ຄື​ສັດ​ທີ່​ອາ​ໄສ​ຢູ່​ເທິງ​ແຜ່ນ​ດິນ​ກໍ​ຕາຍ​ຫມົດ 23 ທຸກໆ​ສິ່ງ​ທີ່​ມີ​ຊິ​ວິດ​ຢູ່​ໃນ​ໂລກ​ຄື ນົກ ສັດ​ທຸກ​ຊະ​ນິດ​ຕ​ລອດ​ທັງ​ຄົນ​ກໍ​ຈົມ​ນ້ຳ​ຕາຍ ເວັ້ນ​ໄວ້​ແຕ່​ຄອບຄົວ​ຂອງ​ໂນອ​າ ແລະ​ສັດ​ທີ່ມີ​ຢູ່​ໃນ​ເຮືອ​ທໍ່​ນັ້ນ 24 ນ້ຳ​ຖ້ວມ​ໂລກ​ຢູ່​ເປັນ​ເວ​ລາ​​ຮ້ອຍ​ຫ້າ​ສິບ​ວັນ

ປະຖົມການ 8

ນ້ຳ​ບົກ​ລົງ

1 ຫລັງ​ຈາກ​ນ້ຳ​ຖ້ວມ​ໂລກ​ໄດ້ຮ້ອຍ​ຫ້າ​ສິບ​ວັນແລ້ວພ​ຣະ​ເຈົ້າ​ຍັງ​ບໍ່​ລືມ​ໂນ​ອາ​ພ້ອມ​ທັງ​ສັດ​ຕ່າງໆ​ທີ່​ຢູ່​ໃນ​ເຮືອ ພ​ຣ​ະ​ອົງ​ຊົງ​ທໍາໃຫ້​ລົມ​ພັດ​ມາ​ເທິງ​ຫນ້າ​ໂລກ​ 2 ແລ້ວ​ນ້ຳ​ກໍ​ຄ່ອຍ​ບົກ​ລົງທ້ອງ​ຟ້າກໍ​ເລີ້ມ​ແຈ່ມ​ໃສ​ຂຶ້ນ ຝົນ​ກໍ​ເຊົາ​ຕົກ 3 ນ້ຳ​ໃນ​ບໍ່​ນ້ຳ​ໃນ​ເຫວ ແລະ​ຫ້ວຍ​ຮ່ອງ​ກໍ​ລົດ​ນ້ອຍ​ຖອຍ​ລົງ​ເປັນ​ລຳ​ດັບ 4 ໃນ​ມື້​ວັນ​ທີ່ສິບ​ເຈັດ​ຂອງ​ເດືອນ​ເຈັດ ເຮືອ​ຂອງ​ໂນ​ອາ​ໄດ້​ຄ້າງ​ຢູ່​ເທິງ​ພູ​ ອາ​ຣາ​ຣັດ 5 ນ້ຳ​ໄດ້​ບົກ​ລົງ​ເລື້ອຍໆ ຈົນ​ມື້​ວັນ​ທີ່​ນື່ງ​ຂອງ​ເດືອນ​ສິບຍອດ​ພູ​ທັງ​ຫລາຍ​ຈຶ່ງ​ໄດ້​ປາ​ກົດ​ຂຶ້ນ 6 ຢູ່​ຕໍ່​ມາ​ອີກ​ສີ່​ສິບ​ວັນ ໂນ​ອາ​ໄດ້ໄຂ​ປ່ອງ​ຢ້ຽມ​ເຮືອ​ອອກ 7 ແລ້ວ​ໄດ້​ປ່ອຍ​ກາ​ຕົວ​ນຶ່ງ​ອອກ​ໄປ ກາ​ຕົວ​ນັ້ນ​ໄດ້​ບິນໄປ​ເລີຍ​ຈົນ​ນ້ຳ​ແຫ້ງຈາກ​ແຜ່ນ​ດິນ 8 ໂນ​ອາ​ກໍ​ໄດ້​ປ່ອຍ​ນົກ​ກາງ​ແກ​ຕົວ​ນຶ່ງ​ອອ​ກໄປ​ອີກ ເພື່ອ​ຈະ​ໄດ້​ຮູ້​ວ່າ​ນ້ຳ​ບົກ​ແລ້ວ​ຫລື​ຍັງ 9 ແຕ່​ວ່າ​ນົກ​ກາງ​ແກ​ຕົວ​ນັ້ນ​ບໍ່​ມີ​ບ່ອນ​ຈະ​ຈັບ​ຈຶ່ງ​ໄດ້​ກັບ​ຄືນ​ມາ​ຫາ​ໂນ​ອາ​ເພາະ​ວ່າ​ນ້ຳ​ຍັງ​ຖ້ວມ​ໂລກ​ຢູ່ ພໍ​ເຫັນ​ນົກ​ບິນ​ກັບ​ມາ ໂນ​ອາ​ໄດ້​ເດ່​ມື​ອອກ​ໄປ​ຈັບ​ເອົາ​ນົກ​ກາງ​ແກ​ຕົວ​ນັ້ນ​ມາ​ໄວ້​ໃນ​ເຮືອ​ນຳ​ຫມູ່ 10 ເຈັດ​ວັນຕໍ່​ມາ ທ່ານ​ໄດ້​ປ່ອຍ​ນົກ​ກາງ​ແກ​ອອກ​ໄປ​ອີກ 11 ນົກ​ກາງ​ແກ​ຕົວ​ນັ້ນ​ໄດ້​ບິນ​ກັບ​ມາ​ໃນ​ຕອນ​ແລງ​ພ້ອມ​ທັງ​ຄາບ​ເອົາ​ໃບ​ຫມາກກອກ​ມາ​ນຳ ເມື່ອ​ເຫັນ​ເຊັ່ນ​ນີ້ ທ່ານ​ຈຶ່ງ​ຮູ້​ຈັກ​ຄັກ​ແນ່​ວ່າ​ນ້ຳ​ໄດ້​ບົກ​ລົງ​ແລ້ວ 12 ເຈັດ​ວັນຕໍ່​ມາ ທ່ານໄດ້​ປ່ອຍ​ນົກ​ກາງ​ແກ​ອອກ​ໄປ​ອີກ ແຕ່​ເທື່ອ​ນີ້​ນົກ​ຕົວ​ນັ້ນ​ບໍ່​ເຫັນ​ກັບ​ມາ​ເລີຍ 13 ເມື່ອ​ໂນ​ອາ​ມີ​ອາ​ຍຸ​ໄດ້​ຫົກ​ຮ້ອຍ​ນຶ່ງ​ປີ ໃນ​ວັນ​ທີ​ນຶ່ງຂອງ​ເດືອນ​ທີ​ນຶ່ງ​ຂອງ​ປີ​ນັ້ນ ນ້ຳ​ກໍ​ໄດ້​ແຫ້ງ​ລົງ​ຫມົດ ຫລັງ​ຈາກ​ທ່ານ​ໄດ້​ເປີດ​ຫລັງ​ຄາ​ເຮືອ​ອອກ​ແລ້ວ 14 ກໍ​ມອງ​ເຫັນ​ວ່າ​ຫນ້າ​ດິນ​ໄດ້​ແຫ້ງ​ແລ້ວ ສະ​ນັ້ນ​ໃນ​ວັນ​ທີ່​ຊາວ​ເຈັດ​ຂອງ​ເດືອນ​ທີ່​ສອງ​ ແຜ່ນ​ດິນ​ໂລກ​ກໍ​ແຫ້ງ​ຢ່າງ​ສິ້ນ​ເຊີງ 15 ແລ້ວ​ພ​ຣະ​ເຈົ້​າ​ຊົງ​ກ່າວ​ແກ່​ໂນ​ອາ​ວ່າ, 16 “ເຈົ້າ​ພ້ອມ​ທັງ​ພັ​ຣ​ຍາ​ ບຸດ​ຊາຍ​ແລະ​ບຸດ​ສະ​ໃພ້ ຈົ່ງ​ພາ​ກັນ​ອອກ​ຈາກ​ເຮືອນັ້ນ​ເຖີດ 17 ຈົ່ງ​ປ່ອຍ​ສັດ​ທັງ​ຫລາຍ​ທີ່​ຢູ່​ໃນ​ເຮືອ​ຄື ສັດ​ບ້ານ ສັດ​ປ່າ ສັດ​ເລືອ​ຄານ ນົກ ຫນູ​ອອກ​ມາ​ເພື່ອ​ໃຫ້​ມັນ​ອອກ​ແມ່​ແຜ່​ລູກ​ຫລາຍ​ຂຶ້ນ​ຢູ່​ໃນ​ໂລກ​ນີ້” 18 ດັ່ງ​ນັ້ນ ໂນ​ອາ​ພ້ອ​ມທັງ​ພັ​ຣ​ຍາ ບຸດຊາຍ​ແລະ​ບຸດ​ສະ​ໃພ້​ກໍ​ພາ​ກັນ​ອອກ​ຈາກ​ເຮືອ 19 ສ່ວນ​ສັດ​ບ້ານ ສັດ​ປ່າ ສັດ​ເລືອ​ຄານ ແລະ​ນົກ​ຫນູ​ກໍ​ພາ​ກັນ​ອອກ​ມາ​ຈາກ​ເຮືອ ຕາມ​ເຊື້ອ​ຊາດ​ຂອງ​ມັນ​ເຫມືອນ​ກັນ

ໂນ​ອາ​ຖວາຍ​ເຄື່ອງ​ບູ​ຊາ

20 ຄັນ​ຕໍ່​ມາ ໂນອາ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ ແລະ​ເລືອກ​ເອົາ​ສັດ​ແລະ​ນົກ​ທີ່​ບໍ່​ມີ​ມົນ​ທິນ​ມາ​ຂ້າ​ເຜົ​າ​ຖວາຍ​ເທິງ​ແທ່ນ​ບູ​ຊານັ້ນ 21 ເມື່ອ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ຮັບ​ກິ່ນ​ຫອມ​ຫວນ​ຊວນ​ພ​ຣະ​ທັຍ​ເຊັ່ນ​ນັ້ນ​ແລ້ວ​ພ​ຣະ​ອົງ​ຊົງ​ຄິດ​ວ່າ, “ເຮົາ​ຈະ​ບໍ່​ດ່າ​ສາ​ບ​ແຊງ​ໂລກນີ້ຍ້ອນ​ມະ​ນຸດ​ອີກ ເພາະ​ເຮົາ​ຮູ້​ແລ້ວວ່າ ຄວາມ​ຄິດ​ຊົ່ວ​ຊ້າ​ຂອງ​ມະ​ນຸດ​ມີ​ມາ​ແຕ່​ເວ​ລາ​ຍັງ​ນ້ອຍ ເຣົາ​ຈະ​ບໍ່​ທຳ​ລາຍ​ສິ່ງ​ທີ່​ມີ​ຊີ​ວິດ​ເຫມືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳ​ລາຍ​ມາ​ແລ້ວ 22 ຕາບໃດ​ທີ່​ໂລກ​ຍັງ​ຄົງ​ຢູ່ ຍາມ​ຫວ່ານ​ກ້າ​ແລະ​ຍາມ​ເກັບ​ກ່ຽວ ຣະ​ດູ​ຫນາວ​ ແລ​ະ​ຣະ​ດູ​ຮ້ອນ ກາງ​ເວັນ​ແລະ​ກາງ​ຄືນ​ຈະ​ມີ​ສືບໆ​ໄປ

ປະຖົມການ 9

ພ​ຣະ​ເຈົ້າ​ຊົງ​ສັນ​ຍາ​ກັບ​ໂນ​ອາ

1 ພ​ຣະ​ເຈົ້າ​ຊົງ​ອວຍ​ໄຊ​ໃຫ້​ພອນ​ແກ່​ໂນ​ອາ ພ້ອ​ມທັງ​ບຸດຊາຍ​ທັງ​ສາມ​ຄົນ​ຂອງ​ເຂົາວ່າ, 2 “ໃຫ້​ພວກ​ເຈົ້າ​ມີ​ລູກ​ເຕົ້​າ​ມາກ​ທະ​ວີ​ຂຶ້ນ​ທົ່ວ​ໂລກ​ເທີນ ສັດ​ທຸກໆ​ຊະ​ນິດ​ໃນ​ໂລກ​ຄື ສັດ​ລາກ ສັດ​ເລືອ​ຄານ ສັດ​ໃຫຍ່ ສັດ​ນ້ອຍ​ນົກ​ຫນູ ແລະ​ປູ​ປາ​ນາໆ​ຊະນິດ ຈະ​ຢ້ານ​ກົວ ​ແລະ​ຢູ່​ໃຕ້​ອຳ​ນາດ​ຂອງ​ເຈົ້າ 3 ແຕ່​ບັດ​ນີ້ໄປ​ສັດ​ທຸກໆ​ຊະນິດ ​ແລະ​ພືດ​ທຸກໆ​ຢ່າງ ພວກ​ເຈົ້າ​ກິນໄດ້​ເພາະ​ເຮົາ​ໄດ້​ປະ​ທານ​ສິ່ງ​ນັ້ນ​ໃຫ້​ເປັນ​ອາ​ຫານ​ແກ່​ພວກ​ເຈົ້າ 4 ແຕ່​ມີ​ສິ່ງ​ທີ່​ເຈົ້າ​ບໍ່​ຄວນ​ກິນ​ຄື ເລືອດ​ຊຶ່ງ​ເປັນ​ຫລັ​ກ​ສຳ​ຄັນ​ຂອງ​ຊີ​ວິດ 5 ຖ້າ​ຜູ້​ໃດຂ້າ​ເຈົ້າ ເຮົ​າ​ຈະ​ລົງ​ໂທດ​ຜູ້​ນັ້ນ​ເຖິງ​ຕາຍ ເຮົາ​ຈະ​ທຳ​ລາຍ​ສັດ​ທຸກ​ຕົວ​ທີ່​ຂ້າ​ເຈົ້າ ແລະ​ເຮົາ​ຈະ​ລົງ​ໂທດ​ທຸກໆ​ຄົນ​ທີ່​ຂ້າ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ 6 ຜູ້​ໃດ​ຂ້າ​ເພື່ອນ​ສັນ​ໃດ ຜູ້​ນັ້ນ​ຈະ​ຖືກ​ເພື່ອນ​ຂ້າ​ສັນ​ນັ້ນ ເພາະ​ວ່າ​ພ​ຣະ​ເຈົ້າ​ໄດ້​ຊົງ​ສ້າງ​ມະ​ນຸດ​ຕາມ​ຮູບ​ຮ່າງ​ຂອງ​ພ​ຣະ​ອົງ 7 ສະ​ນັ້ນ ພ​ວກ​ເຈົ້າ​ຈົ່ງ​ສືບ​ຫນໍ່​ແທນ​ແນ​ວ​ໃຫ້​ມາກ​ຫລາຍ ເພື່ອ​ໃຫ້​ເຊື້ອ​ສາຍ​ຂອງ​ພວກ​ເຈົ້າ​ແຜ່​ຜາຍ​ໄປ​ທົ່ວ​ທຸກ​ແຫ່ງ​ໃນ​ໂລກ” 8 ພ​ຣະ​ເຈົ້າ​ຊົງ​ສັນ​ຍາ​ກັບ​ໂນ​ອາ ແລະ​ບຸດ​ຊາຍ​ຂອງ​ທ່ານ​ວ່າ, 9 “ແຕ່​ບັດ​ນີ້ເປັນ​ຕົ້ນ​ໄປ ເຮົາ​ສັນ​ຍາ​ຕໍ່​ເຈົ້າ ເຊື້ອ​ສາຍ​ຂອງ​ເຈົ້າ 10 ແລະ​ສັດ​ທຸກ​ຊະນິດ​ທີ່​ອອກ​ມາ​ຈາກ​ເຮືອ​ເຊັ່ນ ນົກ​ຫນູ ສັດ​ບ້ານ ສັດ​ປ່າ​ວ່າ 11 ດ້ວຍ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ຕັ້ງ​ໄວ້​ເຮົາ​ຈະ​ບໍ່​ທຳ​ລາຍ​ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ​ດ້ວຍ​ນ້ຳ ນ້ຳ​ຖ້ວມ​ໂລກ​ເຊັ່ນ​ນີ້ຈະ​ບໍ່​ມີ​ອີກ​ຈັກ​ເທື່ອ 12 ພ​ຣະ​ເຈົ້າ​ຊົງ​ກ່າວ​ຕື່ມ​ອີກວ່າ, “ເຮົາ​ຕັ້ງ​ຮຸ້ງ​ກິນ​ນ້ຳ​ໄວ້​ເພື່ອເປັນ​ເຄື່ອງ​ຫມາ​ຍ​ສຳ​ຄັນ​ຂອງ​ຄຳ​ຫມັ້ນ​ສັນ​ຍາ​ຕ​ລອດໄປ​ເປັນ​ນິດຊຶ່ງ​ເຮົາ​ໄດ້​ກະ​ທຳ​ຕໍ່​ເຈົ້າ ​ແລະ​ສັດ​ຕ່າງໆ 13 ຮຸ້ງ​ກິນ​ນ້ຳ​ຈະ​ເປັນ​ເຄື່ອງ​ຫມາຍ​ສຳ​ຄັນ​ຂອງ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ກັບ​ໂລກ 14 ຫາກ​ເມື່ອ​ໃດ​ເຮົາ​ໄດ້​ທຳໃຫ້​ມີ​ເມກ​ປົກ​ຫຸ້ມ​ທົ່ວ​ແຜ່ນ​ດິນ​ໂລກ ແລະ​ທຳ​ໃຫ້​ມີ​ຮຸ້ງ​ປາ​ກົດ​ຂຶ້ນ​ໃນ​ເມກ 15 ແລ້ວ​ເຮົາ​ກໍ​ຈະ​ຄິດ​ເຖິງ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ທີ່​ໄດ້​ໃຫ້​ແກ່​ເຈົ້າ ​ແລະ​ສັດ​ທັງປວງວ່າ​ຈະ​ບໍ່​ທຳ​ລາຍ​ທຸ​ກໆ​ສິ່ງ​ທີ່​ມີ​ຊີ​ວິດດ້ວຍ​ນ້ຳ​ອີກ 16 ເມື່ອ​ຮຸ້ງ​ປາ​ກົດ​ຂຶ້ນ​ໃນ​ເມກ​ເຮົາ​ກໍ​ຈະ​ໄດ້​ເຫັນ ແລະ​ຈະ​ໄດ້​ລະ​ນຶກ​ເຖິງ​ຄຳ​ຫມັ້ນ​ສັນ​ຍາ​ຕ​ລອດ​ໄປ​ເປັນ​ນິດ​ລະ​ຫວ່າງ​ເຮົາ​ກັບ​ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ໂລກ” 17 ພ​ຣະ​ເຈົ້າ​ໄດ້​ກ່າວ​ຕໍ່​ໂນ​ອາ​ອີກວ່າ, “ນີ້​ແຫລະ​ເຄື່ອງ​ຫມາຍ​ສຳ​ຄັນ​ຂອງ​ຄຳ​ຫມັ້ນ​ສັນ​ຍາ​ຊຶ່ງ​ເຮົາ​ໄດ້​ກະ​ທຳ​ຕໍ່​ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ໂລກ”

ໂນ​ອາ​ແລະ​ລູກ​ຊາຍ

18 ບຸດຊາຍ​ຂອງ​ໂນ​ອາ​ທີ່​ໄດ້​ອອກ​ມາ​ຈາກ​ເຮືອ​ຄື ເຊມ ຮາມ ແລະ​ຢາ​ເຟດ ຮາມ​ເປັນບິ​ດາ​ຂອງ​ກາ​ນາ​ອານ 19 ບຸດ​ຊາຍ​ທັງ​ສາມ​ຂອງ​ທ່ານ​ໄດ້​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ປະ​ເທດ​ຊາດ​ທັງ​ປວງ​ໃນ​ໂລກ 20 ໂນ​ອາ​ຊຶ່ງມີ​ອາ​ຊີບ​ຊາວ​ໄຮ່ ເປັນ​ຜູ້​ທຳ​ອິດ​ທີ່​ປູກ​ຕົ້ນ​ອະ​ງຸ່ນ 21 ວັນນຶ່ງ ທ່ານດື່ມ​ນ້ຳ​ອະ​ງຸ່ນ​ຫລາຍ​ຈົນ​ມືນ​ເມົາ ຈົນ​ຫລົງ​ແກ້​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ຕົ​ນ​ອອກ​ ແ​ລ້ວນອນ​ເປືອຍ​ກາຍ​ຢູ່​ໃນ​ຜ້າ​ເຕັນ 22 ເມື່ອ​ຮາມ​ຜູ້ເປັນບິ​ດາ​ຂອງ​ກາ​ນາ​ອານ ເຫັນ​ບິ​ດາຂອງ​ຕົນ​ນອນ​ເປືອຍ​ກາຍ​ຢ່າງ​ມືນ​ເມົາ​ຢູ່​ເຊັ່ນ​ນັ້ນ​ກໍ​ຟ້າວ​ໄປ​ບອກ​ອ້າຍ​ທັງ​ສອງ​ມາ 23 ເຊມ ແລະ​ຢາ​ເຟດ​ກໍ​ເອົາ​ຜ້າ​ພາດ​ບ່າ​ແລ້ວ​ທັງສອງ​ຄົນ​ກໍ​ເດີນ​ຫັນ​ຫ​ລັງ​ເຂົ້າ​ໄປ​ປົກ​ປິດ​ກາຍ​ຂອງ​ບິ​ດາ​ທີ່​ເປືອຍ​ກາຍ​ຢູ່ ໂດຍ​ບໍ່​ໄດ້​ຫັນ​ຫນ້າ​ເບິ່ງ​ກາຍ​ຂອງ​ບິດ​າ​ທີ່​ເປືອຍ​ຢູ່​ນັ້ນ 24 ເມື່ອໂນ​ອາ​ ຕື່ນ​ແຕ່ນອນ​ແລະ​ຊວ່າງ​ເຫລົ້າ​ແລ້ວ ກໍ​ຮູ້​ຈັກ​ສິ່ງ​ທີ່​ບຸດຊາຍ​ຫລ້າ​ໄດ້​ກະ​ທໍາ​ຕໍ່​ຕົນ 25 ທ່ານ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ກູ​ຂໍ​ສາບ​ແຊ່ງ​ກາ​ນາ​ອານ ມັນ​ຈະ​ເປັນ​ຂ້ອຍ​ຂ້າ​ຂອງ​ອ້າຍ​ມັນ” 26 ທ່ານ​ກ່າວ​ອີກວ່າ, “ຂໍ​ສັ​ຣ​ເສີນ​ພ​ຣະ​ຜູ້​ເປັນ​ເຈົ້າ ຜູ້​ເປັນ​ພ​ຣະ​ເຈົ້າ​ຂອງ​ເຊມ ກາ​ນາ​ອານ ຈະ​ເປັນ​ຂ້ອຍ​ຂ້າ​ຂອງ​ເຊມ 27 ຂໍ​ພ​ຣະ​ເຈົ້າ​ຊົງໂຜດ​ໃຫ້​ຢາ​ເຟດ ຈ​ະ​ເຣີນ​ມັ່ງ​ຄັ່ງ​ສົມ​ບູນ​ຂຶ້ນ ແລະ​ຂໍ​ໃຫ້ເຊື້ອ​ສາຍ​ຂອງ​ເຂົາ ​ຈົ່ງ​ຢູ່ຮ່ວມກັນ​ກັບ​ປະ​ຊາ​ຊົນ​ຂອງ​ເຊມ ການ​າ​ອານ​ຈົ່ງ​ຕົກ​ເປັນ​ຂ້ອຍ​ຂ້າ​ຂອງ​ຢາ​ເຟດ” 28 ຫລັງ​ຈາກ​ນ້ຳ​ຖ້ວມ​ໂລກ​ແລ້ວ ໂນ​ອາ​ມີ​ອາ​ຍຸ​ຕໍ່​ມາ​ອີກ​ສາມ​ຮ້ອຍ​ຫ້າ​ສິບ​ປີ 29 ທ່ານ​ຈຶ່ງ​ເຖິງ​ແກ່​ກຳ​ໄປ​ເມື່ອອ​າ​ຍຸ​ໄດ້​ເກົ້າ​ຮ້ອຍ​ຫ້າ​ສິບ​ປີ

ປະຖົມການ 10

ເຊື້ອ​ສາຍ​ຂອງ​ບຸດຊາຍ​ໂນ​ອາ

1 ຕໍ່​ໄປ​ນີ້ແມ່ນ​ເຊື້ອ​ສາຍ​ບຸດຊາຍທັງ​ຫລາຍຂອງໂນ​ອາ​ຄື ເຊມ ຮາມ ແລະ​ຢາ​ເຟດ ບຸດ​ຊາຍຂອງ​​​ເຂົາ​ໄດ້​ເກີດ​ຫລັງ​ຈາກ​ນ້ຳ​ ຖ້ວ​ມໂລກ 2 ບຸດ​ຊາຍ​ຂອງ​ຢາ​ເຟດ​ຊື່ ໂກ​ເມີ ມາກົກ ມາ​ດັຍ ຢາ​ວານ ຕູ​ບານ ເມ​ເຊກ ແລະ​ຕີ​ຣັ​ສ 3 ບຸດ​ຊາຍ​ຂອງ​ໂກ​ເມີ​ຊື່ ອັສ​ເກ​ນັ​ຊ ຣິ​ຟັທ ແລະ​ໂຕ​ກາຣ໌​ມາ 4 ບຸດ​ຊາຍ​ຂອງ​ຢາ​ວານ​ຊື່ ເອ​ລິ​ຊາ ຕາ​ຣ໌ຊິສ ຊາວ​ກິດ​ຕິມ ແລະ​ຊາວ​ໂຣ​ດາ​ນິມ 5 ພວກ​ເຂົາ​ເຫລົ່າ​ນີ້​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ຕາມ​ແຄມດອນ ​ແລະ​ຕາມ​ແຄມ​ທະ​ເລ ພວກ​ນີ້ເປັນ​ເຊື້ອ​ສາຍ​ຂອງ​ຢາ​ເຟດ​ຊຶ່ງ​ອາ​ໄສ​ຢູ່​ໃນ​ເຜົ່​າ ແລະ​ໃນ​ປະ​ເທດ​ແຕກ​ຕ່າງ​ກັນ ​ແຕ່​ລະ​ຫມວດ​ຫມູ່ ປາກ​ພາ​ສາ​ຂອງ​ພວກ​ເຂົາ​ເອງ 6 ບຸດຊາຍ​ຂອງ​ຮາມ​ຊື່ ກູ​ຊ ເອ​ຢິບ ປູ​ທ ແລະ​ກາ​ນາ​ອານ 7 ບຸດຊາຍ​ຂອງ​ກູ​ຊ ​ຊື່ເຊ​ບາ ຮາ​ວິລາ ຊັບ​ຕາ ຣາ​ອາ​ມາ ແລະ​ຊັບ​ເຕ​ກາ 8 ບຸດຊາຍ​ຂອງ​ຣາ​ອາ​ມາຊື່ ເຊ​ບາ ແລະ​ເດ​ດານກູ​ຊມີ​ບຸດ​ຊາຍ​ອີກ​ຜູ້​ນຶ່ງ​ຊື່​ ນິມ​ໂຣດ ນິມ​ໂຣດເປັນ​ຜູ້​ປົກ​ຄອງ​ຜູ້​ຍິ່ງ​ໃຫຍ່​ຄົນ​ທຳ​ອິດ​ໃນ​ໂລກ 9 ທ່ານ​ຍັງ​ເປັນ​ນາຍ​ພານ​ຜູ້​ຍິ່ງ​ໃຫຍ່​ໃນ​ໂລກ​ອີກ ດ້ວຍ​ເຫດ​ນີ້ ຈິ່ງ​ມີ​ຄຳ​ເວົ້າ​ເລົ່າ​ລື​ກັນ​ມາ​ວ່າ “ເປັນ​ນາຍ​ພານ​ຜູ້​ຍິ່ງ​ໃຫຍ່​ຫມືອນ​ດັ່ງ​ນິມ​ໂຣດ” 10 ຣາ​ຊ​ອາ​ນາ​ຈັກ​ທຳ​ອິດ​ທີ່​ນິມ​ໂຣດ​ປົກ​ຄອງ​ມີ​ຄື ບາ​ເບນ ເອ​ເຣກ ແລະ​ອັກ​ກາດ ຣາ​ຊ​ອາ​ນາ​ຈັກ​ເຫລົ່າ​ນີ້ຢູ່​ໃນ​ປະ​ເທດ​ຊິ​ນາກ 11 ອັສ​ຊີ​ເຣັຽ ອອກ​ຈາກ​ປະ​ເທດ​ຊິນາກ​ໄປ ສ້າງ​ເມືອງ​ນິເນ​ເວ ເຣ​ໂຮ​ໂບທ​ອິຣ໌ ກາ​ລາ 12 ແລະ​ເຣ​ເຊນ​ຊື່ງ​ຢູ່​ລະ​ຫວ່າງ​ເມືອງ​ນິເນ​ເວ ແລະ​ເມືອງ​ກາ​ລາ ເມືອງ​ນີ້​ເປັນ​ເມືອງ​ໃຫຍ່ 13 ເອ​ຢິບ​ເປັນ​ບິ​ດາ​ຂອງ​​ລູດິມ ​ອານາມິມ ເລ​ຮາ​ບິມເນັຟ​ຕູຮິມ 14 ປັ​ທຣູຊິມ ກັ​ສ​ລູຮິມ ແລະ​ເກັຟໂຕຣິມ ພ​ວກ​ນີ້ໄດ້​ສືບ​ເຊື້ອ​ສາຍ​ໃຫ້​ຄົນຟີ​ລິ​ສ​ຕິນ 15 ບຸດ​ຊາຍ​ກົກ​ຂອງ​ກາ​ນາ​ອານ​ຊື່ ຊິໂດນ ແລະ​ຜູ້​ຕໍ່​ມາ​ແມ່ນ ເຮທ 16 ແລະ​ຊາວ​ເຢ​ບຸສ ຊາວ​ອາ​ໂມ​ຣິດ ຊາວ​ກີຣ໌​ກາ​ຊິດ 17 ຊາວ​ຮິ​ວິ ຊາວ​ອາຣ໌ກິດ ຊາວ​ຊີ​ນິດ 18 ຊາວ​ອາຣ໌ວາດິດ ຊາວ​ເຊ​ມາ​ຣິດ ແລະ​ຊາວ​ຮາ​ມັທ ພາຍ​ລຸນ​ມາ​ເຊື້ອ​ສາ​ຍ​ຂອງ​ກາ​ນາ​ອານ​ໄດ້​ແຜ່​ກວ້າງ​ອອກ​ໄປ 19 ຈົນ​ເຂດ​ແດ​ນ​ຂອງ​ພວກ​ເຂົາ​ຮອດ​ຊິ​ໂດນ​ທາງ​ເບື້ອງ​ເມືອງ​ເກ​ຣາ ເມືອງ​ກາ​ຊາ ແລ​ະ​ຂ້າງ​ເມືອງ​ໂຊ​ໂດມ ຮອດ​ເມືອງ​ໂກໂມ​ຣາ ເມືອງ​ອັດ​ມາ​ ແລະ​ເຊ​ບົວອິມ​ຮອດ​ເມືອງ​ລາຊາ 20 ພວກ​ເຫລົ່າ​ນີ້​ແມ່ນ​ເຊື້ອ​ສາຍ​ຂອງ​ຮາມ ຊຶ່ງ​ອາ​ໄສຢູ່​ເປັນ​ຫມູ່​ຫມວດ​ເຜົ່າ​ແ​ລະ​ປະ​ເທດ ແຕ່​ລະ​ຫມູ່​ຫມວດ​ປາກ​ເວົ້າ​ພາ​ສາ​ຂອ​ງຕົນ​ເອງ 21 ເຊມ​ຜູ້​ຊຶ່ງ​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ເດັກ​ນ້ອຍ​ຊາວ​ເອ​ເບີ ແລະ​ຜູ້​ຊຶ່ງ​ເປັນ​ອ້າຍ​ກົກ​ຂອງ​ຢາ​ເຟດ​ກໍ​ມີ​ບຸດ​​ຫລາຍ​ຄົນເຊັ່ນ​ດຽວ​ກັນ 22 ບຸດຊາຍ​ຂອງ​ເຊ​ມຊື່ ເອລາມ ອັສຊູຣ໌​ ອາກປັກສາດ ລູດ ​ແລະ​ອາ​ຣາມ 23 ບຸດ​ຊາຍ​ຂອງ​ອາ​ຣາມ​ຄື ອຸຊ ຮຸນ ເກ​ເທີ​ ແລະ​ມັສ 24 ອາກປັກ​ສາດເປັນ​ບິ​ດາຂອງ​ເຊ​ລາ ແລະ​ເຊ​ລາ​ເປັນ​ບິ​ດາ​ຂອງ​ເອ​ເບີ 25 ເອ​ເບີ​ມີ​ບຸດ​ຊາຍ​ສອງ​ຄົນ ຜູ້​ອ້າຍ​ຊື່ ເປ​ເລກ ກ່ອນ​ຈະ​ໃສ່​ຊື່​ນີ້ກໍ​ເພາະ​ວ່າ ໃນ​ສະ​ໄຫມ​ຂອງ​ທ່ານ​ປະ​ຊາ​ຊົນ​ໃນ​ໂລກ​ຖືກ​ແບ່ງ​ແຍກ​ກັນ ນ້ອງ​ຊາຍ​ຂອງ​ເປເລກ​ຊື່ ໂຢກ​ທານ 26 ໂຢກ​ທານ​ມີ​ບຸດ​​ຊາຍ​ຫລາຍ​ຄົນຊື່ ອັນ​ໂມ​ດາດ ເຊ​ເລຟ ຮາ​ຊາ​ມາ​ເວທ ເຢ​ຣາ 27 ຮາ​ໂດ​ຣາມ ອຸຊານ ດິກ​ລາ 28 ໂອ​ບານ ອາ​ບິ​ມາ​ເອນ ເຊ​ບາ 29 ໂອ​ຟີຣ໌ ຮາ​ວີ​ລາ ແລະ​ໂຢ​ບັບ 30 ດິນ​ແດນ​ທີ່​ພວກ​ເຂົາ​ອາ​ໄສຢູ່​ນັ້ນ​ມີ​ຕັ້ງ​ແຕ່​ເມ​ຊາ​ຂ້າງ​ເບື້ອງ​ເຊ​ຟາກ ຈົນ​ເຖິງ​ພູ​ເຂົາ​ທາງ​ທິດ​ຕາ​ເວັນ​ອອກ 31 ພວກ​ເຫລົ່​າ​ນີ້ແມ່ນ​ເຊື້ອ​ສາຍ​ຂອງ​ເຊມ ຊຶ່ງ​ໄດ້​ອາ​ໄສ​ຢູ່​ເປັນ​ຫມູ່​ຫມວດ​ເຜົ່າ​ແລະ​ປະ​ເທດ ແຕ່​ລະ​ຫມູ່​ຫມວດ​ນັ້ນ​ປາກ​ເວົ້າ​ພາ​ສາ​ຂອງ​ຕົນ​ເອງ 32 ທຸກໆ​ເຜົ່​າ​ແລະ​ຫມູ່​ຫມວດ​ທີ່​ກ່າວ​ມາ​ນັ້ນ ແມ່ນເຊື້ອ​ສາຍ​ຈາກ​ບຸດ​ຊາຍທັງ​ຫລາຍ​ຂອງ​ໂນ​ອາທີ່​ມາ​ຈາກ​ເຊື້ອ​ສາຍ​ຕ່າງໆ​ກັນປະ​ຊາ​ຊົນ​ທຸກໆ​ຄົນ​ໃນ​ຊາດ​ຕ່າງໆ​ໃນ​ໂລກ​ນີ້ ແມ່ນ​ສືບ​ເຊື້ອ​ສາຍ​ມາ​ຈາກ​ໂນ​ອາ ແລະ​ຈາກ​ບຸດຊາຍ​ຂອງ​ທ່ານ ພາຍ​ຫລັງ​ຈາກ​ນ້ຳ​ຖ້ວມ​ໂລກ

ປະຖົມການ 11

ຫໍ​ຄອຍເມືອງ​ບາ​ເບນ

1 ແຕ່​ທຳ​ອິດ ມະ​ນຸດ​ໃນ​ໂລກ​ເວົ້າ​ພາ​ສາ​ດຽວ​ກັນແລະ​ໃຊ້​ຄຳ​ເວົ້າ​ແບບ​ດຽວ​ກັນ 2 ຢູ່​ມາ​ເມື່ອ​ພວກ​ເຂົາ​ໄດ້​ຍົກ​ຍ້າຍ​ໄປ​ທາງ​ທິດ​ຕາ​ເວັນ​ອອກ ພວກ​ເຂົາ​ຈຶ່ງ​ພົບ​ທົ່ງ​ຮາບ​ພຽງ​ແຫ່ງ​ນຶ່ງ​ໃນ​ປະ​ເທດ​ຊິ​ນາກ ແລ້ວ​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນັ້ນ 3 ແລ້ວ​ພວກ​ເຂົາ​ໄດ້​ເວົ້​າ​ວ່າ, “ເອົາ​ເທາະ! ພວກ​ເຮົາ​ພາ​ກັນ​ປັ້ນ​ດິນ​ຈີ່ ແລ້ວ​ເຜົາ​ໃຫ້​ມັນ​ແຂງ​ດີ” ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ມີ​ດິນ​ຈີ່​ສຳ​ລັບ​ກໍ່​ສ້າງ ແລະ​ມີ​ຢາງ​ໃຊ້​ຕາງ​ປະ​ທາຍ 4 ແລ້ວ​ພວກ​ເຂົາ​ເວົ້າ​ວ່າ, “ບັດ​ນີ້ ພວກ​ເຮົ​າ​ມາ​ພາ​ກັນ​ສ້າງ​ເມືອງ​ຂອງ​ພວກ​ເຮົ​າ ພ້ອມ​ທັງ​ກໍ່​ຫໍ​ຄອຍ​ໃຫ້​ມີ​ຍອດ​ສູງ​ຈຸ​ຟ້າ ພວກ​ເຮົາ​ຄວນ​ສ້າງ​ຊື່​ສຽງ​ໄວ້ ເພື່ອ​ເຮົາ​ຈະບໍ່​ໄດ້​ພັດ​ພາກ​ຈາກ​ກັນ​ໄປ​ໃນ​ໂລກ​ນີ້” 5 ແລ້ວ​ພ​ຣະ​ອົງ​ຈຶ່ງ​ສະ​ເດັດ​ລົງ​ມາ​ທອດ​ພ​ຣະ​ເນດ​ເມືອງ​ແລະ​ຫໍ​ຄອຍ​ສູງ​ທີ່​ມະ​ນຸດ​ໄດ້​ສ້າງ​ຂຶ້ນ 6 ພ​ຣະ​ອົງ​ຊົງ​ກ່າວ​ວ່າ, “ບັດ​ນີ້ ມະ​ນຸດ​ທ້ອນ​ໂຮມ​ກັນ​ເປັນ​ອັນ​ນຶ່ງ​ອັນ​ດຽວ ເຂົາ​ເວົ້າ​ພາ​ສາ​ດຽວ​ກັນ ນີ້​ກໍ​ເປັນ​ພຽງ​ຂັ້ນ​ເລີ້ມ​ຕົ້ນ​ທີ່​ເຂົາ​ໄດ້​ກະ​ທຳ​ມາ ໃນ​ຂັ້ນ​ຕໍ່​ໄປ ພວກ​ເຂົາ​ກໍ​ຈະ​ສາ​ມາດ​ທຳທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາ​ປາ​ຖ​ນາ​ຢາກ​ທຳ 7 ສະ​ນັ້ນ ເຮົາ​ຕ້ອງ​ລົງ​ໄປ​ທຳ​ໃຫ້​ພາ​ສາ​ຂອງ​ເຂົາ​ແຕກ​ຕ່າງ​ກັນ ເພື່ອ​ພວກ​ເຂົາ​ຈະ​ເວົ້າ​ບໍ່​ເຂົ້າ​ໃຈ​ກັນ​ອີກ” 8 ແລ້ວ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ທໍາໃຫ້​ພວກ​ເຂົາ​ພັດ​ພາກ​ຈາກ​ກັນ​ໄປ​ຢູ່​ທົ່ວ​ທຸກ​ແຫ່ງ​ໃນ​ໂລກ ພວກ​ເຂົາ​ຈຶ່ງ​ເຊົ​າ​ສ້າງ​ເມືອງ​ນັ້ນ 9 ດ້ວຍ​ເຫດ​ນັ້ນ ເມືອງ​ນີ້ຈຶ່ງ​ມີ​ຊື່​ວ່າ ບາ​ເບນ ເພາະ​ວ່າ​ບ່ອນ​ນີ້ເປັນ​ບ່ອນ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້​າ​ໄດ້​ຊົງ​ທຳ​ໃຫ້​ພາ​ສາ​ຂອງ​ພວກ​ເຂົາ​ແຕກ​ຕ່າງກັນ ແລະ​ທຳໃຫ້​ມະ​ນຸດ​ພັດ​ພາກ​ຈາກ​ກັນ​ໄປ​ທົ່ວ​ທຸກ​ແຫ່ງ​ໃນ​ໂລກ

ເຊື້ອ​ສາຍ​ຂອງ​ເຊມ

10 ເຊື້ອ​ສາຍ​ຂອງ​ເຊມ​ມີ​ຄວາມ​ເປັນ​ມາ​ດັ່ງ​ນີ້ ເມື່ອເຊມ​ມີ​ອາຍຸ​ໄດ້​ຮ້ອຍ​ປີ ກໍ​ມີ​ບຸດຊາຍ​​ຊື່ ອາກ​ປັກ​ສາດ ເມື່ອ​ສອງ​ປີ​ຫລັງ​ຈາກ​ນ້ຳ​ຖ້ວມ​ໂລກ 11 ຕັ້ງ​ແຕ່​ເຊມ​ມີ​ບຸດ​ຊາຍ​ຄື​ອາກ​ປັກ​ສາດມາ ​ກໍ​ມີ​ອາຍຸ​ຕໍ່​ມາ​ອີກ​ຫ້າ​ຮ້ອຍ​ປີ ແລະ​ມີ​ບຸດຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ 12 ເມື່ອອາກ​ປັກສາດ​ມີ​ອາຍຸ​ໄດ້​ສາມ​ສິບ​ຫ້າ​ປີ ກໍມີ​ບຸດ​ຊາຍ​ຊື່ ເຊ​ລາ 13 ຕັ້ງ​ແຕ່​ໄດ້​ເຊ​ລາມ​າ ກໍ​ມີ​ອາ​ຍຸ​ຕໍ່​ມາ​ອີກ​ສີ່​ຮ້ອຍ​ສາມ​ປີ ແລະ​ມີ​ບຸດຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ 14 ເມື່ອ​ເຊ​ລາ​ມີ​ອາ​ຍຸ​ໄດ້​ສາມ​ສິບ​ປີ ​ມີ​ບຸດຊາຍ​​ຊື່ ເອ​ເບີ 15 ຕັ້ງ​ແຕ່​ໄດ້​ເອ​ເບີ​ມາ ກໍ​ມີ​ອາ​ຍຸ​ຕໍ່​ມາ​ອີກ​ສີ່​ຮ້ອຍ​ສາມ​ປີ ແລະ​ມີ​ບຸດຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ 16 ເມື່ອ​ເອ​ເບີ​ມີ​ອາ​ຍຸ​ໄດ້​ສາມ​ສິບ​ສີ່ ກໍມີ​ບຸດ​ຊາຍ​​ຊື່​ ເປ​ເລກ 17 ຕັ້ງ​ແຕ່​ໄດ້​ເປ​ເລກ​ມາ ​ກໍ​ມີ​ອາ​ຍຸ​ຕໍ່​ມາ​ອີກ​ສີ່ຮ້ອຍ​ສາມ​ສິບ​ປີ ແ​ລະ​ມີ​ບຸດຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ 18 ເມື່ອ​ເປ​ເ​ລກ​ມີ​ອາ​ຍຸ​ໄດ້​ສາມ​ສິບ​ປີ ກໍມີ​ບຸດ​ຊາຍ​​ຊື່ ເຣ​ອູ 19 ຕັ້ງ​ແຕ່​ໄດ້​ເຣອູມາ ກໍ​ມີ​ຊີ​ວິດ​ຕໍ່​ມາ​ອີກ​ສອງ​ຮ້ອຍ​ເກົ້າ​ປີ ແລະ​ມີ​ບຸດຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ 20 ເມື່ອ​ເຣ​ອູມີ​ອາຍຸ​ໄດ້​ສາມ​ສິບ​ສອງ​ປີ ກໍ​ມີບຸດ​ຊາຍ​ຊື່ ເຊ​ຣຸກ 21 ຕັ້ງ​ແຕ່​ໄດ້​ເຊ​ຣຸກ​ມາ ກໍ​ມີ​ຊີ​ວິດ​ຕໍ່​ມາ​ອີກ​ສອງຮ້ອຍເຈັດປີ ແລະ​ມີ​ບຸດຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ 22 ເມື່ອ​ເຊ​ຣຸກມີ​ອາ​ຍຸ​ໄດ້​ສາມ​ສິບ​ປີ ກໍມີບຸດ​ຊາຍ​ຊື່ ນາ​ໂຮຣ໌ 23 ຕັ້ງ​ແຕ່​ໄດ້​ນາ​ໂຮ​ຣ໌ມາ ກໍ​ມີ​ຊີ​ວິດ​ຕໍ່​ມາ​ອີກ​ຕື່ມ​ສອງ​ຮ້ອຍ​ປີ ແລະ​ມີ​ບຸດຊາຍ​ຍິງ​ຕື່​ມອີກ​ຫລາຍ​ຄົນ 24 ເມື່ອ​ນາ​ໂຮ​ຣ໌​ມີ​ອາ​ຍຸ​ໄດ້​ຊາວ​ເກົ້າ​ປີ​ກໍ​ມີ​ບຸດ​ຊາຍ​ຊື່ ເຕ​ຣາ 25 ຕັ້ງ​ແຕ່​ໄດ້​ເຕ​ຣາ​ມາ ​ກໍ​ມີ​ຊີ​ວິດ​ຕໍ່​ມາ​ອີກ​ຮ້ອຍ​ສິບ​ເກົ້າ​ປີ ແລະ​ມີ​ບຸດຊາຍ​ຍິງ​ຕື່ມ​ອີກ​ຫລາຍ​ຄົນ 26 ເມື່ອ​ເຕ​ຣາ​ມີອາ​ຍຸ​ໄດ້​ເຈັດ​ສິບ​ປີ ກໍມີ​ບຸດຊາຍ​ສາມ​ຄົນ​ແລ້ວ​ຄື ອັບ​ຣາມ ນາ​ໂຮຣ໌ ແລະ​ຮາ​ຣານ

ເຊື້ອ​ສາຍ​ຂອງ​ເຕ​ຣາ

27 ຕໍ່​ໄປ​ນີ້​ແມ່ນ​ເຊື້ອ​ສາຍ​ຂອງ​ເຕ​ຣາ​ຄື ເຕ​ຣາ​ມີ​ບຸດຊາຍ​ສາມ​ຄົນ​ຊື່ ອັບ​ຣາມ ນາ​ໂຮຣ໌ ແລະ​ຮາ​ຣານ ຮາ​ຣານ​ມີ​ບຸດຊາຍ​ຊື່​ ໂລດ 28 ຮາ​ຣານ​ໄດ້​ສິ້ນ​ຊີ​ວິດກ່ອນ​ເຕ​ຣາ​ຜູ້​ເປັນ​ບິ​ດາ​ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ ຄື​ເມືອງ​ອູຣ໌​ແຂວງ​ຄັນ​ເດ​ອານ 29 ອັບ​ຣາມ​ ແລະ​ນາ​ໂຮ​ຣ໌ຕ່າງ​ກໍ​ໄດ້​ແຕ່ງ​ງານ ພັ​ຣ​ຍາ​ຂອງ​ອັບ​ຣາມ​ຊື່ ຊາ​ຣາຍ ພັ​ຣ​ຍາ​ຂອງ​ນາ​ໂຮຣ໌​ຊື່ ​ມິລະ​ກາ ມິລ​ະ​ກາ​ເປັນ​ບຸດ​ຕ​ຣີ​ຂອງ​ຮາ​ຣານ ຮາ​ຣານ​ເປັນ​ບິ​ດາ​ຂອງ ມິລະ​ກາ ແລະ​ອິສກາ 30 ນາງ​ຊາ​ຣາຍ​ບໍ່​ມີ​ບຸດເພາະ​ນາງ​ເປັນ​ຫມັນ 31 ເຕ​ຣາ​ພ້ອມ​ບຸດ​ຊາຍ​ຄື ອັບ​ຣາມ​ກັ​ບ​ຫລານ​ຊາຍ​ຄື​ໂລດ​ບຸດ​ຊາຍ​ຂອງ​ຮາ​ຣານ ແລະ​ຊາ​ຣາຍ​ພັ​ຣ​ຍາຂອງ​ອັບ​ຣາມ​ໄດ້​ພາ​ກັນ​ຫນີ​ຈາກ​ເມືອງອູ​ຣ໌ ​ປະ​ເທດ​ຄັນ​ເດອາເຂົ້​າ​ໄປ​ອາ​ໄສ​ຢູ່​ໃນ​ປະ​ເທດ​ກາ​ນາ​ອານ​ພວກ​ເຂົາ​ພາ​ກັນ​ໄປ​ເຖິງ​ເມືອງ​ຮາ​ຣານ​ແລະ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນັ້ນ 32 ເຕ​ຣາ​ໄດ້​ເຖິງ​ແກ່​ກຳ​ຢູ່​ທີ່​ນັ້ນ ເມື່​ອອ​າ​ຍຸ​ໄດ້​ສອງ​ຮ້ອຍ​ຫ້າ​ປີ

ປະຖົມການ 12

ພ​ຣະ​ເຈົ້າ​ຊົງ​ເອີ້ນ​ອັບ​ຣາມ

1 ຄັນ​ຕໍ່​ມາ ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບອກແກ່​ອັບ​ຣາມ​ວ່າ, “ຈົ່ງ​ອອກ​ຈາກ​ປະ​ເທດ​ຂອງ​ເຈົ້າ ຈ​າກ​ຍາດ​ພີ່​ນ້ອງ​ແລະ​ຈາກ​ບ້ານ​ຂອງ​ເຈົ້າ​ແລ້ວ​ໄປ​ໃນ​ປະ​ເທດ​ທີ່​ເຮົາ​ຈະ​ບອກ​ເຈົ້າ 2 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ຫລາຍ​ຂຶ້ນ​ແລ້ວ​ເກີດ​ເປັນ​ຊົນ​ຊາດ​ໃຫຍ່ ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ​ເປັນ​ຜູ້​ທີ່​ມີ​ຊື່​ສຽງ ແລະ​ຜູ້​ອື່ນ​ຈະ​ໄດ້​ຮັບ​ພອນ​ຍ້ອນ​ເຈົ້າ 3 ເຮົາ​ຈະ​ອວຍ​ພອນ​ຜູ້​ທີ່​ອວຍ​ພອນ​ເຈົ້າ ແຕ່​ເຮົາ​ຈະ​ສາບ​ແຊ່ງ​ຜູ້​ທີ່​ສາບ​ແຊ່ງ​ເຈົ້າ ທຸກໆ​ຊົນ​ຊາດ​ໃນ​ໂລກ​ຈະ​ຂໍ​ໃຫ້​ເຮົາ​ອວຍ​ພອນ​ພວກ​ເຂົາ​ເຫມືອນ​ດັ່ງ​ເຮົາ​ໄດ້​ອວຍ​ພອນ​ໃຫ້​ພວກ​ເຈົ້າ” 4 ເມື່ອ​ອັບ​ຣາມ​ອາ​ຍຸ​ໄດ້​ເຈັດ​ສິບ​ຫ້າ​ປີ ທ່ານ​ກໍ​ອອກ​ຈາກ​ເມືອງ​ຮາ​ຣານ​ໄປ​ຕາມ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ ໂລດ​ກໍ​ໄປ​ນຳ​ທ່ານ ດ້ວຍ 5 ອັບ​ຣາມ​ພາ​ຊາ​ຣາຍ​ພັ​ຣ​ຍາຂອງ​ຕົນ​ກັບ​ໂລດ​ຫລານ​ຊາຍ ພ້ອ​ມທັງ​ຊັບ​ສິ່ງ​ຂອງ​ທີ່​ໄດ້​ສະ​ສົມ​ໄວ້​ໃນ​ເມືອງ​ຮາ​ຣານ ແລະ​ພວກ​ຂ້ອຍ​ຂ້າ​ໄປ​ນໍາ​ດ້ວຍ ພວກ​ເຂົາ​ອອກ​ເດີນ​ທາງ​ມຸ່ງ​ຫນ້າ​ໄປ​ຍັງ​ປະ​ເທດ​ກາ​ນາອານ 6 ເມື່ອ​ຮອດ​ປະ​ເທດ​ກາ​ນາ​ອານ​ແລ້ວ ອັບ​ຣາ​ມ​ຍັງ​ເດີນ​ທາງ​ຜ່ານ​ປະ​ເທດ​ໄປ​ຈົ​ນ​ເຖິງ​ບ່ອນ​ສັກ​ສີດ​ຂອງ​ເມືອງ​ເຊ​ເຄມ ຄື​ຕົ້ນ​ໄມ້​ສັກ​ສິດ​ທີ່​ໂມ​ເຣ (ໃນ​ເວ​ລາ​ນັ້ນ ຊາວ​ກາ​ນາ​ອານ​ກໍ​ໄດ້​ອາ​ໄສຢູ່​ໃນ​ດິນ​ແດນ​ນັ້ນ​ແລ້ວ) 7 ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປາ​ກົດ​ຕໍ່​ອັບ​ຣາມ​ແລະ​ກ່າວ​ຕໍ່​ທ່ານ​ວ່າ, “ນີ້ແມ່ນ​ດິນ​ແດນ​ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອ​ສາຍ​ຂອງ​ເຈົ້າ” ສະ​ນັ້ນ ໃນ​ບ່ອນ​ນີ້ອັບ​ຣາມ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ພ​ຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ປາ​ກົດ​ຂຶ້ນ​ແກ່​ຕົນ 8 ຫລັງ​ຈາກ​ນັ້ນ ທ່ານໄດ້​ຍົກ​ຍ້າຍ​ໄປ​ທາງ​ທິດ​ໃຕ້ ຄື​ໄປ​ເທິງ​ພູ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເມືອງ​ເບັດ​ເອນ ແລະ​ໄດ້​ຕັ້ງ​ທີ່​ພັກ​ອາ​ໄສຢູ່​ລະ​ຫວ່າງ​ເມືອງ​ເບັດ​ເອນ​ກັບ​ເມືອງ​ອາ​ອີ ໃນ​ທີ່​ນັ້ນ​ອັບ​ຣາມ​ໄດ້​ສ້າງ​ແທ່ນ​ບູ​ຊາ ແລະ​ນ​ະ​ມັ​ສ​ການ​ພ​ຣະ​ຜູ້​ເປັນ​ເຈົ້າ 9 ຕໍ່​ຈາກ​ນັ້ນ​ ທ່ານກໍ​ຍົກ​ຍ້າຍ​ໄປ​ທາງ​ທິດ​ໃຕ້ອອກ​ເດີນ​ທາງ​ເປັນ​ລະ​ຍະໆ​ໄປ​ສູ່​ດິນ​ແດນ​ເນ​ເກັບ

ອັບ​ຣາມ​ໃນ​ປະ​ເທດ​ເອຢິບ

10 ໃນ​ເວ​ລ​າ​ນັ້ນ ມີ​ການ​ອຶ​ດຢາກ​ຢ່າງ​ແສນ​ສາ​ຫັດ​ເກີດ​ຂຶ້ນ​ໃນ​ປະ​ເທດ​ກາ​ນາ​ອານ ຈຶ່ງ​ເປັນ​ເຫດ​ໃຫ້​ອັບ​ຣາມ​ຕ້ອງ​ໄປ​ອາ​ໄສຢູ່​ໃນ​ປະ​ເທດ​ເອ​ຢິບ​ຊົ່ວ​ລະ​ຍະ​ນຶ່ງ 11 ເມື່ອ​ໃກ້​ຈະ​ຮອດ​ດ່ານ​ເຂົ້​າ​ປະ​ເທດ ທ່ານ​ຈຶ່ງ​ເວົ້າ​ກັບ​ພັ​ຣ​ຍາວ່າ, “ຊາ​ຣາຍ ​ເຈົ້າ​ເປັນ​ຍິງ​ທີ່​ຈົບ​ງາມ 12 ເມື່ອ​ຊາວ​ເອ​ຢິບ​ເຫັນ​ເຈົ້າ ພວກ​ເຂົາ​ຄົງ​ຈະ​ເວົ້າ​ວ່າ​ເຈົ້າ​ເປັນ​ພັ​ຣ​ຍາຂອງ​ຂ້ອຍ ແລ້ວ​ພວກ​ເຂົາ​ກໍ​ຈະ​ຂ້າ​ຂ້ອຍ​ຖິ້ມ​ເພື່ອ​ຈະ​ເອົາ​ເຈົ້າ​ໄປ 13 ດັ່ງ​ນັ້ນ ເພື່ອ​ເວັ້ນ​ຈາກ​ສິ່ງ​ນີ້ ຂໍ​ໃຫ້ເຈົ້າ​ບອກ​ກັບເຂົາ​ວ່າ ເຈົ້​າ​ເປັນ​ນ້ອງ​ສາວ​ຂອງ​ຂ້ອຍ ເພື່ອ​ວ່າ​ພວກ​ເຂົ​າ​ຈະ​ບໍ່​ຂ້າ​ຂ້ອຍ ແລະ​ຈະ​ປະ​ຕິ​ບັດ​ຕໍ່​ຂ້ອຍ​ເປັນ​ຢ່າງ​ດີ” 14 ເມື່ອ​ອັບ​ຣາມ​ເຂົ້າ​ໄປ​ໃນ​ເຂດ​ແດນ​ປະ​ເທດ​ເອ​ຢິບ​ແລ້ວ ຊາວ​ເອ​ຢິບ​ກໍ​ເຫັນ​ວ່າ​ພັ​ຣ​ຍາ​ຂອງ​ທ່ານ​ເປັນ​ຄົນ​ງາມ​ຫລາຍ 15 ຄັນ​ຂ້າ​ຣາ​ຊ​ການ​ເອ​ຢິບ​ເຫັນ​ຊາ​ຣາຍ ຈຶ່ງ​ໄປ​ທູນ​ຍົກ​ຍ້ອງ​ຄວາມ​ຕໍ່​ຟາ​ຣາ​ໂອ​ກະ​ສັດ​ຂອງ​ພວກ​ເຂົາ ດັ່ງ​ນັ້ນ ນາງ​ຈຶ່ງ​ຖືກ​ພາ​ຕົວ​ໄປ​ຍັງ​ພ​ຣະ​ຣາ​ຊວັງ​ຂອງ​ກະ​ສັດ 16 ຍ້ອນ​ນາງ​ຊາ​ຣາຍ ກະ​ສັດ​ຟາ​ຣາ​ໂອ ຈຶ່ງ​ປະ​ຕິ​ບັດ​ຕໍ່​ອັບ​ຣາມ​ເປັນ​ຢ່​າງ​ດີ ແລ້ວ​ຍັງ​ມອບ​ຝູງ​ແກະ ຝູງ​ແບ້ ຝູງ​ງົວ ຝູງ​ລໍ ຝູງ​ອູດ​ແລະ​ຂ້ອຍ​ຂ້າ​ຊາຍ​ຍິງ​ໃຫ້ 17 ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ທຳ​ໃຫ້​ກະ​ສັດ​ຟາ​ຣາ​ໂອ ແລະ​ຄົນ​ໃນ​ພ​ຣະ​ຣາ​ຊວັງ​ເຈັບ​ໂຊ​ຢ່າງ​ຮ້າຍ​ແຮງ ກໍ​ຍ້ອນ​ວ່າ​ພ​ຣະ​ອົງ​ໄດ້​ຮັບ​ເອົາ​ນາງ​ຊາ​ຣາຍ​ພັ​ຣ​ຍາ​ຂອງ​ອັບ​ຣາມ​ມາ​ຢູ່​ໃນ​ພ​ຣະ​ຣາ​ຊວັງ 18 ສະ​ນັ້ນ ກະ​ສັດ​ຟາ​ຣາ​ໂອ​ຊົງ​ເອີ້ນ​ອັບ​ຣາມ​ມາ​ແລ້ວ​ຖາມ​ເວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຮັດ​ການ​ດັ່ງ​ນີ້ ເປັນຫຍັງ​ຈຶ່ງບໍ່​ບອກວ່າ​ເປັນ​ເມັຽ​ຂອງ​ເຈົ້າ? 19 ເປັນ​ຫຍັງ​ຈຶ່ງ​ເວົ້າ​ວ່າ​ເປັນ​ນ້ອງ​ສາວ? ຍ້ອນຈັ່ງ​ຊັ້ນ​ແຫລະ, ເຮົາ​ຈຶ່ງ​ເອົາ​ນາງ​ມາ​ເປັນ​ພັ​ຣ​ຍາ ນີ້​ນາງ​ຢູ່​ນີ້​ໃຫ້​ເອົາ​​ຄືນ​ໄປ​ເສັຽ” 20 ຄັນ​ແລ້ວ ກະ​ສັດ​ຟາ​ຣາ​ໂອ​ໄດ້​ສັ່ງ​ໃຫ້​ຂ້າ​ຣາ​ຊ​ການ​ຂອງ​ພ​ຣະ​ອົງ ພາ​ອັບ​ຣາມ​ເອົາ​ພັ​ຣ​ຍາ ​ແລະ​ສິ່ງ​ຂອງ​ອອກ​ຈາກ​ປະ​ເທດ​ໄປ

ປະຖົມການ 13

ອັບ​ຣາມ​ແລະ​ໂລດ​ແຍກ​ຈາກ​ກັນ

1 ອັບ​ຣາມ​ພາພັ​ຣ​ຍາກັບ​ສິ່ງ​ຂອງ​ທີ່​ທ່ານ​ມີ ມຸ່ງ​ຫນ້າ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ​ໄປ​ສູ່​ເຂດ​ເນ​ເກັບ ໂລດ​ກໍ​ຕິດ​ຕາ​ມ​ທ່ານ​ໄປ​ດ້ວຍ 2 ອັບ​ຣາມ​ເປັນ​ຄົນ​ຮັ່ງ​ມີ ທ່ານ​ມີ​ຝູງ​ແກະ ຝູງ​ແບ້ ແລະ​ຝູງ​ງົວ​ຄວາຍ​ພ້ອມ​ທັງ​ເງິນ​ຄຳ​ມາກ​ຫລາຍ 3 ທ່ານ​ຍົກ​ຍ້າຍຈ​າກ​ເຂດ​ເນ​ເກັບ​ໄປ​ສູ່ເມືອງ​ເບັດ​ເອນ​ເປັນ​ລະ​ຍະໆ​ຈົນ​ເຖິງ​ບ່ອນ​ຊຶ່ງ​ທ່ານໄດ້​ຕັ້ງ​ທີ່​ພັກ​ມາ​ຄາວ​ກ່ອນ ຢູ່​ລະ​ຫວ່າງ​ເມືອງ​ເບັດ​ເອນ​ກັບ​ເມືອງ​ອາ​ອີ 4 ທ່ານ​ກໍ​ໄດ້​ກັບ​ຄືນ​ໄປ​ບ່ອນ​ທີ່ທ່ານ​ໄດ້​ສ້າງ​ແທ່ນ​ບູ​ຊາ​ໄວ້​ແຕ່​ກ່ອນ​ແລ້ວ ອັບ​ຣາມ​ນະ​ມັສ​ການອອກ​ພຣະ​ນາມ​ພ​ຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ 5 ໂລດ​ຜູ້​ເດີນ​ທາງ​ຮ່ວມ​ໄປ​ກັບ​ອັບ​ຣາມ​ກໍ​ມີ ຝູງ​ແກະ ຝູງ​ແບ້ ຝູງ​ງົວ​ຄວາຍ ແລະ​ຜ້າ​ເຕັນ​ຈຳ​ນວນ​ຫລາຍ 6 ເມື່ອ​ເປັນ​ເຊັ່ນ​ນີ້ ຄົນ​ລ້ຽງ​ສັດ​ຂອງ​ອັບ​ຣາມ ​ແລະ​ໂລດ​ຈຶ່ງ​ຜິດ​ຖຽງ​ກັນ ເພາະ​ບໍ່​ມີ​ທົ່ງ​ຫຍ້າ​ລ້ຽງ​ສັດ​ພຽງ​ພໍ 7 ເພື່ອ​ໃຫ້​ເຂົາ​ທັງ​ສອງ​ຝ່າຍ​ຢູ່​ຮ່ວມ​ກັນ​ໄດ້ ໃນ​ຄາວ​ນັ້ນ​ຊາວ​ກາ​ນາ​ອານ​ ແລະ​ຊາວ​ເປ​ຣິ​ສຊີ​ກໍ​ໄດ້​ອາ​ໄສຢູ່​ທີ່​ນັ້ນ​ແລ້ວ 8 ດັ່ງ​ນັ້ນ ອັບ​ຣາມ​ຈຶ່ງ​ເວົ້​າ​ກັບ​ໂລດ​ວ່າ, “ເຮົາ​ທັງ​ສອງ​ກໍ​ເປັນ​ພີ່​ນ້ອງ​ກັນ ຂໍ​ຢ່າ​ໃຫ້​ຄົນ​ຂ​ອງ​ເຈົ້​າ ​ແລະ​ຄົນ​ຂອງ​ຂ້ອຍ​ຜິດ​ຖຽງ​ກັນ​ເລີຍ 9 ເຮົາ​ແຍກ​ຈາກ​ກັນ​ເສັຽ ຈົ່ງ​ເລືອກ​ເອົາ​ດິນ​ທີ່​ເຈົ້າ​ເຫັນ​ຢູ່​ຕໍ່​ຫນ້າ​ນີ້​ຕາມ​ເຈົ້າ​ຕ້ອງ​ການ​ແລ້ວ​ຫນີຈາກ​ເຮົາໄປ ຖ້າ​ເຈົ້າ​ໄປ​ທາງ​ນຶ່ງ​ເຮົາ​ກໍ​ຈະ​ໄປ​ອີກ​ທາງ​ນຶ່ງ” 10 ດັ່ງ​ນັ້ນ ໂລດ​ຈຶ່ງ​ຫລຽວ​ເບິ່ງ​ທົ່ວໆ​ໄປ​ເຫັນ​ວ່າ ທົ່ງ​ຮາບ​ພຽງ​ຂອງ​ແມ່​ນ້ຳ​ຈໍ​ແດນ​ທັງ​ຫມົດ​ຈົນ​ເຖິງ​ເມືອງ​ໂຊ​ອາ ມີ​ນ້ຳ​ຫລາຍ​ເຫມືອນ​ດັ່ງ​ສວນ​ຂອງ​ພ​ຣະ​ເຈົ້າ ຫລື​ເຫມືອນແຜ່ນດິນ​​ເອ​ຢິບ (ກ່ອນ​ພ​ຣະ​ເຈົ້າ​ຊົງ​ທຳ​ລາຍ​ເມືອງ​ໂຊ​ໂດມ ແລະ​ເມືອງ​ໂກ​ໂມ​ຣາ ທົ່ງ​ຮາບ​ພຽງ​ນີ້​ໄດ້​ອຸ​ດົມ​ສົມ​ບູນ​ດີ) 11 ໂລດ​ຈຶ່ງ​ຕັດ​ສິນ​ໃຈ​ເລືອກ​ເອົາ​ທົ່ງ​ຮາບ​ພຽງ​ຂອງ​ແມ່​ນ້ຳ​ຈໍ​ແດນ​ທັງ​ຫມົດ​ເປັນ​ບ່ອນ​ຢູ່​ຂອງ​ຕົນ ແລ້ວ​ເຄື່ອນ​ຂະ​ບວນ​ມຸ່ງ​ຫນ້າ​ໄປ​ທາງ​ທິດ​ຕາ​ເວັນ​ອອກ ການ​ແຍກ​ກັນ​ຂອງ​ເຂົາ​ທັງ​ສອງ​ເປັນ​ດັ່ງ​ນີ້​ແຫລະ 12 ອັບ​ຣາມ​ໄດ້​ອາໄສ​ຢູ່​ໃນ​ປະ​ເທດ​ກາ​ນາ​ອານ ສ່ວນ​ໂລດ​ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ລະ​ຫວ່າງ​ກາງ​ຂອງ​ເມືອງ​ຕ່າງໆ​ໃນ​ທົ່ງ​ຮາບ​ພຽງ​ຄື ຕັ້ງ​ຄ້າຍ​ພັກ​ໃກ້​ກັບ​ເມືອງ​ໂຊ​ໂດມ 13 ປະ​ຊາ​ຊົນ​ໃນ​ເມືອງ​ນີ້ເປັນ​ຄົນ​ຊົ່ວ​ຮ້າຍ​ແລະ​ທຳຜິດ​ບາບ​ຕໍ່​ສູ້​ພ​ຣະ​ຜູ້​ເປັນ​ເຈົ້າ

ອັບ​ຣາມ​ຍ້າຍ​ໄປ​ເມືອງ​ເຮັບ​ໂຣນ

14 ຫລັງ​ຈາ​ກໂລດ​ໄດ້​ຫນີໄປ​ແລ້ວ ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ອັບ​ຣາມ​ວ່າ, “ຕັ້ງ​ແຕ່​ບ່ອນ​ເຈົ້າ​ຢືນ​ຢູ່​ນີ້ ຈົ່ງ​ເບິ່ງ​ໄປ​ທົ່ວ​ທຸກ​ທິດ​ ໃຫ້​ດີ 15 ດິນ​ທຸກໆ​ບ່ອນ​ທີ່​ເຈົ້າ​ແນມ​ເຫັນ​ຢູ່​ນີ້ ເຮົ​າ​ຈະ​ໃຫ້​ເຈົ້າ​ແລະ​ເຊຶ້​ອສາຍ​ຂອງ​ເຈົ້າ​ຢູ່​ສືບໆ​ໄປ​ເປັນ​ນິດ 16 ເຮົາ​ຈະ​ທຳໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ເພີ້ມ​ທະ​ວິ​ຫລາຍ​ຂຶ້ນ​ດັ່ງ​ຝຸ່ນ​ດິນ ຖ້າ​ຜູ້​ໃດ​ນັບ​ຂີ້ຝຸ່ນ​ດິນ​ໃນ​ໂລກ​ນີ້ໄດ້ ຈຶ່ງ​ຈະ​ສາ​ມາດ​ນັບ​ເຊື້ອ​ສາຍ​ຂອງ​ເຈົ້າ​ໄດ້ 17 ບັດ​ນີ້ ຈົ່ງ​ລຸກ​ຂຶ້ນ​ແລ້ວ​ອອກ​ເດີນ​ທາງ​ໄປ​ທົ່ວ​ດິນ​ແດນ​ນີ້ ເພາະ​ວ່າເຮົາ​ຈະ​ໃຫ້​ດິນ​ຕອນ​ນີ້ແກ່​ເຈົ້າ” 18 ດັ່ງ​ນັ້ນ ອັບ​ຣາມ​ຈຶ່ງຍົກ​ຍ້າຍ​ຂະ​ບວ​ນ​ໄປ​ຕັ້ງ​ຢູ່​ໃກ້ໆ​ກັບ​ຕົ້ນ​ໄມ້​ສັກ​ສິດ​ຂອງ​ມັມ​ເຣທີ່​ເມືອງ​ເຮໂບ​ຣນ ໃນ​ທີ່​ນັ້ນ ທ່ານ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແກ່​ພ​ຣະ​ຜູ້​ເປັນ​ເຈົ້າ

ປະຖົມການ 14

ອັບ​ຣາມ​ຊ່ອຍ​ຊີ​ວິດ​ໂລດ

1 ອັມ​ຣາ​ເຟນ​ກະ​ສັດ​ເມືອງ​ຊິນາຣ໌ ອາ​ຣິ​ໂອກ​ກະ​ສັດ​ເມືອງ​ເອນ​ລາ​ຊາຣ໌ ເຄ​ໂດ​ຣ໌ລາ​ໂອ​ເມີ​ກະ​ສັດ​ຂອງ​ເມືອງ​ເອ​ລາມ ແລະ​ຕິດານ​ກະ​ສັດ​ຊາວ​ກົວ​ອີມ​ 2 ໄດ້​ທຳ​ເສິກ​ກັບ​ກະ​ສັດ​ຫ້າ​ອົງ​ຄື ເບ​ຣາ​ກະ​ສັດ​ເມືອງ​ໂຊ​ໂດມ ບິຣ໌ຊາ​ກະ​ສັດ​ເມືອງ​ໂກ​ໂມ​ຣາ ຊິນັບ​ກະ​ສັດ​ເມືອງ​ອັດ​ມາ ເຊ​ເມ​ເບີ​ກະ​ສັດ​ເມືອງ​ເຊ​ບົວອິມ ແລະ​ກະ​ສັດ​ເມືອງ​ເບ​ລາ (ຫລື​ໂຊ​ອາຮ໌) 3 ກະ​ສັດ​ທັງ​ຫ້າ​ອົງ​ນີ້ໄດ້​ຮ່ວມ​ເຂົ້າ​ກັນ​ເປັນ​ພັນ​ທະ​ມິດ ແລະ​ໄດ້​ໂຮມ​ກຳ​ລັງ​ກັນ​ຢູ່​ໃນ​ທົ່ງ​ຮາບ​ພຽງ​ຊິດ​ດິມ​ຊຶ່ງ​ໃນ​ປະ​ຈຸ​ບັນ​ນີ້ເປັນ​ທະ​ເລ​ຕາຍ 4 ກະ​ສັດ​ທັງ​ຫ້າ​ໄດ້​ຜ່າຍ​ແພ້ຍອມ​ຢູ່​ໃຕ້​ຄວາມ​ຄວບ​ຄຸມ​ຂອງ​ກະ​ສັດ​ເຄ​ໂດ​ລາ​ໂອ​ເມ​ເປັນ​ເວ​ລາ​ສິບ​ສອງ​ປີ ແຕ່​ວ່າ​ໃນ​ປີ​ທີ່​ສິບ​ສາມ ພວກ​ກະ​ສັດ​ທັງ​ຫ້າ​ອົງ​ນັ້ນ​ໄດ້​ພາ​ກັນ​ກະ​ບົດ​ຂຶ້ນ 5 ໃນ​ປີ​ທີ່​ສິບ​ສີ່ ເຄ​ໂດ​ລາ​ໂອ​ເມ​ພ້ອ​ມທັງ​ພັນ​ທະ​ມິດ​ໄດ້​ຍົກ​ທັບ​ມາປາບ​ຄົນ​ເຣ​ຟາ​ອິມ​ໃນ​ເມືອງ​ອັ​ສເຕ​ໂຣທກາ​ນາ​ອິມ ຄົນ​ຊູ​ຊິມ​ໃນ​ເມືອງ​ຮາມ ຄົນເອ​ມິມ​ໃນ​ທົ່ງ​ນາ​ຂອງ​ເມືອງ​ຊາ​ເວກິຣິອາ​ທາ​ອິມ 6 ແລະ​ຄົນໂຮ​ຣິໃນ​ພູເຂົາ​ເຊ​ອີຣ໌ ພ​ຣະ​ອົງ​ຍັງ​ໄລ່​ຕິດ​ຕາມ​ພວກ​ເຂົາ​ຈົນ​ຮອດ​ເມືອງ​ເອນ​ປາ​ຣານ​ຊຶ່ງ​ຢູ່​ໃກ້​ຖິ່ນກັນ​ດານ 7 ຕໍ່​ຈ​າກ​ນັ້ນ​ພວກ​ກະ​ສັດ​ເຫລົ່າ​ນີ້ໄດ້​ເຄື່ອນ​ທັບ​ກັບ​ມາ​ເຖິງ​ເມືອງເອນ​ມິສ​ປັດ (ຄື​ກາ​ເດສ) ເມືອງ​ນີ້ມີ​ຊື່​ອີກວ່າ ນ້ຳ​ພຸ​ບ່ອນ​ຕັດ​ສິນ​ຄວາມ) ແລະ​ໄດ້ຕີ​ຊ​ະນະ​ທຸກໆ​ເມືອງ​ຂອງ​ຊາວ​ອາ​ມາ​ເລກ​ພ້ອມ​ທັງ​ຊາວ​ອາ​ໂມ​ຣິດ ຊຶ່ງ​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ຣາ​ຊາ​ໂຊນ​ຕາ​ມາຣ໌ 8 ຕໍ່​ມາ ກະ​ສັດ​ເມືອງ​ໂຊ​ໂດມ​ ກະ​ສັດ​ເມືອງໂກ​ໂມ​ຣາ ກະ​ສັດ​ເມືອງອັດ​ມາ ກະ​ສັດ​ເມືອງເຊ​ບົວ​ອິມ ແລະ​ກະ​ສັດ​ເມືອງເບ​ລາ (ຄື​ໂຊ​ອາຮ໌) ໄດ້​ທ້ອນ​ໂຮມ​ກຳ​ລັງ​ກອງ​ທັບ​ຢູ່​ໃນ​ທົ່ງ​ຮາບ​ພຽງ​ຊິດ​ດິມ 9 ເພື່ອ​ຕໍ່​ສູ້​ເຄ​ໂດຣ໌​ລາ​ໂອ​ເມ​ກະ​ສັດ​ເມືອງ​ເອ​ລານ ຕິດານ​ ກະ​ສັດ​ເມືອງ​ກົວ​ອິມ ອັມ​ຣາ​ເຟ​ນ​ ກະ​ສັດ​ເມືອງ​ຊີ​ນາຣ໌ ແລະ​ອາ​ຣິ​ໂອກ ກະ​ສັດ​ເມືອງ​ເອນ​ລາ​ຊາຣ໌ຝ່າຍ​ນຶ່ງ​ມີ​ກະ​ສັດ​ຫ້າ​ອົງ​ສູ້​ກັບ​ອີກ​ຝ່າຍ​ນຶ່ງ​ມີ​ກະ​ສັດ​ສີ່​ອົງ 10 ທົ່ງ​ຮາບ​ພຽງ​ຂອງຊິດ​ດິມ​ເຕັມ​ໄປ​ດ້ວຍ​ບໍ່​ຢາງ​ປູ​ທາງ ເມື່ອ​ກະ​ສັດ​ເມືອງ​ໂຊ​ໂດມ​ແລະ​ໂກ​ໂມ​ຣາພ​ຍາ​ຍາມ​ເອົາ​ຕົວ​ລອດ​ຈາກ​ການ​ສູ້​ຮົບ​ທັງ​ສອງ​ພ​ຣະ​ອົງ​ຈຶ່ງ​ຕົກ​ລົງ​ໃນ​ບໍ່​ນັ້ນ ສ່ວນ​ກະ​ສັດ​ອົງ​ອື່ນ​ໄດ້​ຫລົບ​ລີ້​ເອົາ​ຕົວ​ລອດ​ໄປ​ທາງ​ພູ​ເຂົາ 11 ພວກ​ກະ​ສັດ​ທັງ​ສີ່​ອົງ​ໄດ້​ຍຶດ​ເອົາ​ສິ່ງ​ຂອງ​ທັງ​ຫມົດ ແລະ​ເຂົ້​າ​ປາ​ອາ​ຫານ​ໃນ​ເມືອງ​ໂຊ​ໂດມ ແລະ​ເມືອງ​ໂກ​ໂມ​ຣາ​ແລ້ວ​ຫນີໄປ 12 ແລ້ວ​ຍັງ​ໄດ້​ຈັບ​ໂລດ​ພ້ອ​ມທັງ​ຍຶດ​ເອົາ​ຊັບ​ສິນ​ເງິນ​ທອງ​ຂອງ​ເຂົາ​ໄປ​ນຳ​ດ້ວຍ ເພາະ​ໃນ​ຂ​ນະ​ນັ້ນ​ເຂົາ​ໄດ້​ອາ​ໄສ​ຢູ່​ເມືອງ​ໂຊ​ໂດມ 13 ມີ​ຊາຍ​ຄົນ​ນຶ່ງ​ປົບ​ຫນີ​ມາ​ຈາກ​ສະ​ຫນາມ​ຮົບ ບອກ​ເຣື່ອງ​ທີ່​ເກີດ​ຂຶ້ນ​ກັບ​ໂລດ​ໃຫ້​ອັບ​ຣາມ​ຮູ້​ຈັກ ອັບ​ຣາມ​ເປັ​ນ​ຄົນ​ເຮັບ​ເຣີ ຊຶ່ງ​ໄດ້​ອາໄສ​ຢູ່​ໃກ້​ຕົ້ນ​ໄມ້​ສັກ​ສິດ​ຂອງ​ມັມ​ເຣ ຊາວ​ອາ​ໂມ​ຣິດ​ຜູ້​ຊຶ່ງ​ເປັນ​ອ້າຍຂອງ​ເອສ​ໂກນ ແລະ​ອາ​ເນີ ຄົນ​ເຫລົ່າ​ນີ້ເປັນ​ພັນ​ທະ​ມິດ​ຂອງ​ອັບ​ຣາມ 14 ເມື່ອ​ອັບ​ຣາມ​ໄດ້​ຍິນ​ວ່າ​ຫລານ​ຂອງ​ທ່ານ​ຖືກ​ຈັບ​ໄປ ທ່ານ​ຈຶ່ງ​ນຳ​ກຳ​ລັງ​ພົນ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ທ່ານຈຳ​ນວນ​ສາມ​ຮ້ອຍ​ສິບ​ແປດ​ຄົນ​ໄລ່​ຕິດ​ຕາມ​ກະ​ສັດ​ທັງ​ສີ່​ອົງ​ໄປ​ເຖິງ​ເມືອງ​ດານ 15 ໃນ​ທີ່​ນັ້ນ ອັບ​ຣາມໄດ້​ແຍກ​ກຳ​ລັງ​ອອກ​ເປັນ​ສອງ​ສາຍ ແລ້ວ​ບຸກ​ໂຈມ​ຕີ​ພວກ​ກະ​ສັດ​ທັງ​ສີ່​ໃນ​ເວ​ລາ​ກາງ​ຄືນ ຈົນ​ກະ​ສັດ​ທັງ​ສີ່​ຜ່າຍ​ແພ້​ໄປ ພວກ​ອັບ​ຣາມ​ໄດ້​ໄລ່​ຕິດ​ຕາມ​ພວກ​ເຂົາ​ໄປ​ຈົນ​ເຖິງ​ເມືອງ​ໂຮ​ບາ​ທາງ​ທິດ​ເຫນືອ​ຂອງ​ເມືອງ​ດາ​ມັສ​ກັ​ສ 16 ອັບ​ຣາມ​ໄດ້​ຍຶດ​ຊັບ​ສິນ​ເງິນ​ທອງ​ທັງ​ຫມົດ​ກັບ​ຄືນມາ​ທັງ​ໄດ້​ນຳ​ໂລດ​ຫລານ​ຊ​າຍ​ຂອງ​ທ່ານ ​ແລະ​ຊັບ​ສົມ​ບັດ​ຂອງ​ເຂົາ​ພ້ອ​ມທັງ​ພວກ​ຜູ້​ຍິງ​ ແລະ​ຄົນ​ອື່ນໆ​ກັບ​ຄືນ​ມາດ້ວຍ

ກະ​ສັດ​ເມນ​ຄີ​ເຊ​ເດັກ​ໃຫ້​ພອນ​ແກ່​ອັບ​ຣາມ

17 ເມື່ອ​ອັບ​ຣາມກັບຄືນ​ມາ​ແຕ່​ຮົບ ແລະ​ໄດ້​ຊ​ະນະ​ກະ​ສັດ​ເຄ​ໂດຣ໌​ລາ​ໂອ​ເມ ແລະ​ກະ​ສັດ​ອື່ນໆ​ທີ່​ເປັນ​ພັນ​ທະ​ມິດ​ຂອງພ​ຣະ​ອົງ ແລ້ວ ​ກະ​ສັດ​ເມືອງ​ໂຊ​ໂດມ​ໄດ້​ສະ​ເດັດ​ອອກ​ມາ​ພົບ​ທ່ານທີ່​ຮ່ອມ​ພູ​ຊາ​ເວ (ຫລື​ມີ​ຊື່​ອີກວ່າ ຮ່ອມ​ພູ​ຂອງ​ກະ​ສັດ) 18 ແລ້ວ​ເມນ​ຄີ​ເຊ​ເດັກ​ຜູ້​ເປັນ​ກະ​ສັດ​ເມືອງ​ຊາ​ເລັມ ແລະ​ເປັນ​ປະ​ໂຣ​ຫິດ​ຂອງ​ພ​ຣະ​ເຈົ້າ​ອົງ​ສູງ​ສຸດ​ໄດ້​ເອົາ​ເຂົ້າ​ຈີ່ ແລະ​ເຫລົ້​າ​ອະ​ງຸ່ນ​ໃຫ້​ແກ່​ອັບ​ຣາມ 19 ພ້ອ​ມທັງ​ອວຍ​ຊັຍ​ໃຫ້​ພອນ​ແກ່​ທ່ານວ່າ, “ຂໍ​ພ​ຣະ​ເຈົ້າ​ອົງ​ສູງ​ສຸດ ຜູ້​ຊົງ​ສ້​າງ​ຟ້າສວັນ​ແລະ​ແຜ່ນ​ດິນ​ໂລກ ໂຜດ​ປະ​ທານ​ພອນ​ແກ່ອັບ​ຣາມ​ເທີນ 20 ສາ​ທຸ​ການ​ແດ່​ພ​ຣະ​ເຈົ້າ​ອົງ​ສູງ​ສຸດ​ຜູ້​ຊົງ​ໃຫ້​ທ່ານ​ຜາບ​ແພ້​ສັດ​ຕຣູ” ແລ້ວ​ອັບ​ຣາມ​ກໍ​ຖວາຍ​ນຶ່ງ​ສ່ວນ​ສິບ​ຂອງ​ສິ່ງ​ຂອງ​ທີ່​ທ່ານ​ໄດ້​ມາ​ຈາກ​ການ​ສູ້​ຮົບ​ໃຫ້​ກະ​ສັດ​ເມັນ​ຄີ​ເຊ​ເດັກ 21 ຄັນ​ແລ້ວ ກະ​ສັດ​ເມືອງ​ໂຊ​ໂດມ ກ່າວ​ແກ່​ອັບ​ຣາມ​ວ່າ,”ຂໍ​ຈົ່ງ​ຄືນ​ຄົນ​ທັງ​ຫມົດ​ນີ້ໃຫ້​ແກ່​ເຮົາ ສ່ວນ​ເຂົ້າ​ຂອງນັ້ນທ່ານ​ຈົ່ງ​ເອົາ​ໄປ​ເຖີດ” 22 ແຕ່​ອັບ​ຣາມ​ທູນ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ສາບານ​ຢ່າງ​ເຄັ່ງ​ຄັດ​ຊ້ອງ​ຫນ້າ​ພ​ຣະ​ພັກ​ພ​ຣະ​ຜູ້​ເປັນ​ເຈົ້າ​ອົງ​ສູງ​ສຸດ​ຜູ້​ສ້​າງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ​ແລ້ວ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ເອົາ​ສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ເປັນ​ຂອງ​ພ​ຣະ​ອົງ 23 ແມ່ນ​ແຕ່​ຝ້າຍ​ໄຫມ​ຫຍິບ​ຫລື​ສາຍ​ຮັດ​ເກີບ​ເສັ້ນ​ນຶ່ງ ເພື່ອພ​ຣະ​ອົງ​ຈະ​ບໍ່​ໄດ້​ກ່າວ​ວ່າ ແມ່ນເຮົາ​ທີ່​ເຮັດ​ໃຫ້​ອັບ​ຣາມ​ເປັນ​ຄົນ​ຮັ່ງ​ມີ 24 ຂ້າ​ພະ​ເຈົ້າ​ຈະ​ບໍ່​ຮັບ​ສິ່ງ​ນຶ່ງ​ສິ່ງ​ໃດ​ເລີຍ​ເວັ້ນ​ໄວ້ ແຕ່​ສະ​ບຽງ​ອາ​ຫານ​ທີ່​ຄົນ​ຂອງ​ຂ້າ​ພະ​ເຈົ້າໄດ້​ກິນ​ໄປ​ແລ້ວ ແລະ​ສ່ວນ​ແບ່ງ​ຂອງ​ພວກ​ທີ່​ເປັນ​ພັນ​ທະ​ມິດ​ຂອງ​ຂ້າ​ພະ​ເຈົ້າ​ຄື ອາ​ເນີ ເອັສໂກນ ແລະ​ມັມ​ເຣ ​ໃຫ້​ເຂົາ​ເຈົ້າ​ຮັບ​ເອົາ​ສ່ວນ​ຂອງ​ພວກ​ເຂົາ​ໄປ​ເທີນ

ປະຖົມການ 15

ພ​ຣະ​ເຈົ້າ​ຊົງ​ສັນ​ຍາ​ກັບ​ອັບ​ຣາມ

1 ຫລັງ​ຈາກ​ນັ້ນ ອັບ​ຣາມ​ໄດ້​ຍິນ​ພ​ຣະ​ດຳ​ຣັດ​ຂອງ​ພ​ຣະ​ເຈົ້າ​ໃນ​ນິມິດ​ວ່າ, “ອັບ​ຣາມ​ເອີຍ, ຢ່າ​ສູ່​ຢ້ານ ເຮົາ​ເປັນ​ແຜ່ນ​ເຫລັກ​ຕ້າ​ນ​ທານ​ເພື່ອ​ປົກ​ປັກ​ຮັກ​ສາ​ເຈົ້າ ເຣົາ​ຈະ​ປະ​ທານ​ບຳ​ເຫນັດ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ເຈົ້າ” 2 ອັບ​ຣາມ​ກາບ​ທູນ​ວ່າ, “ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພ​ຣະ​ອົງ ພ​ຣະ​ອົງ​ຢາກ​ປະ​ທານ​ບຳ​ເຫນັດ​ໃຫ້​ແກ່​ຂ້າ​ພ​ຣະ​ອົງ​ເຮັດ​ຫຍັງ ເພາະ​ຂ້າ​ພ​ຣະ​ອົງ​ບໍ່​ມີ​ບຸດ ຜູ້​ຈະ​ສືບ​ມໍ​ຣະ​ດົກ​ຈາກ​ຂ້າ​ພ​ຣະ​ອົງແຕ່​ຜູ້​ດຽວ​ກໍ​ຄື ເອ​ລິ​ເອ​ເຊີຊາວ​ດາ​ມັ​ສ 3 ພ​ຣະ​ອົງ​ບໍ່​ໄດ້​ຊົງ​ປະ​ທານ​ບຸດ​ໃຫ້​ຂ້າ​ພ​ຣະ​ອົງ ແລະ​ຜູ້​ນຶ່ງ​ໃນ​ຈຳ​ນວນ​ຂ້າ​ໃຊ້​ກໍ​ຈະ​ເປັນ​ຜູ້​ໄດ້​ຮັບ​ມໍ​ຣະ​ດົກ​ຂອງ​ຂ້າ​ພ​ຣະ​ອົງ” 4 ຄັນ​ຕໍ່​ມາ ອັບ​ຣາມ​ໄດ້​ຍິນ​ພ​ຣະ​ຜູ້​ເປັນ​ເຈົ້​າ​ກ່າວ​ແກ່​ທ່ານ​ອີກວ່າ, “ຂ້າ​ໃຊ້​ຜູ້​ນີ້​ຈະ​ບໍ່​ສືບ​ມໍ​ຣະ​ດົກ​ຂອງ​ເຈົ້າ​ດອກ ແມ່ນ​ບຸດ​ຊາຍຂອງ​ເຈົ້າ​ຈະ​ເປັນ​ຜູ້​ໄດ້​ຮັບ” 5 ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ພາ​ອັບ​ຣາມ​ຍ່າງ​ອອກ​ໄປຂ້າງນອກແລະ​ເວົ້າ​ວ່າ, “ຈົ່ງ​ນັບ​ດວງ​ດາວ​ທີ່​ຢູ່​ທ້ອງ​ຟ້າ​ທີ່​ເຈົ້າ​ເຫັນ​ຢູ່​ນັ້ນ​ເບິ່ງ​ດູ ນັບ​ໄດ້​ບໍ່ ເຈົ້​າ​ຈະ​ມີເຊື້ອ​ສາຍ​ຫລາຍ​ຄື​ກັນ​ກັບ​ດວງ​ດາວ​ເຫລົ່າ​ນັ້ນ” 6 ອັບ​ຣາມ​ກໍ​ເຊື່ອ​ຟັງ​ພ​ຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ຄວາມ​ເຊື່ອ​ນັ້ນ ພ​ຣ​ະ​ອົງ​ຊົງ​ຖື​ວ່າ​ທ່ານ​ເປັນ​ຜູ້​ຊອບ​ທັມ 7 ຄັນ​ຕໍ່​ມາ ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ອັບ​ຣາມ​ວ່າ, “ເຮົາ​ແມ່ນ​ພ​ຣະ​ຜູ້​ເປັນ​ເຈົ້າ ຜູ້​ນຳ​ເຈົ້າ​ຫນີອອກ​ຈາກ​ເມືອງ​ອູ​ຣ໌​ປະ​ເທດ​ຄັນ​ເດ​ອານ ເພື່ອ​ຈະ​ໃຫ້​ປະ​ເທດ​ນີ້ເປັນ​ຂອງ​ເຈົ້າ” 8 ແຕ່​ອັບ​ຣາມ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ​ ຂ້າ​ພ​ຣະ​ອົງຈະ​ຮູ້​ວ່າ​ປະ​ເທດ​ນີ້ເປັນ​ສ່ວນ​ຂອງ​ຂ້າ​ພຣະ​ອົງໄດ້​ດ້ວຍ​ວິ​ທີ​ໃດ?” 9 ພ​ຣະ​ອົງ​ຊົງ​ຕອບ​ວ່າ, “ຈົ່ງ​ເອົາ​ງົວ​ແມ່​ອາຍຸ​ສາມ​ປີຕົວ​ນຶ່ງ ແບ້​ແມ່​ອາ​ຍຸ​ສາມ​ປີ​ຕົວ​ນຶ່ງ ແກະ​ເຖິກ​ອາ​ຍຸ​ສາມ​ປີ​ຕົວ​ນຶ່ງ ນົກ​ເຂົາ​ຕົວ​ນຶ່ງ ນົກ​ກາງ​ແກ​ຕົວ​ນຶ່ງ​ມາ​ຖວາຍ​ແກ່​ເຮົາ” 10 ອັບ​ຣາມ​ໄດ້​ເອົາ​ສັດ​ແລະ​ນົກ​ເຫລົ່າ​ນັ້ນມາ​ຖວາຍ​ແກ່​ພ​ຣະ​ເຈົ້າ ສັດ​ນັ້ນ​ທ່ານຜ່າ​ເຄິ່ງ​ແລ້ວ​ລຽນ​ເປັນ​ແຖວ​ຊື່​ກັນ ສ່ວນ​ນົກ​ນັ້ນ​ທ່ານ​ບໍ່​ໄດ້​ຜ່າ​ເຄິ່ງ 11 ຄັນ​ແຮ້ງ​ບິນ​ມາ​ຈັບ​ເນື້ອ​ສັດ​ ທ່ານ​ກໍ​ໄລ່​ມັນ​ຫນີ 12 ເມື່ອ​ຕາ​ເວັນ​ຄ້ອຍ​ຫລັບ​ລົງ​ແລ້ວ ອັບ​ຣາມ​ກໍ​ນອນ​ຫລັບ​ສນິດ ເວລາ​ນັ້ນ​ຄວາມ​ຢ້ານ​ກົວ​ອັນ​ໃຫຍ່​ກໍ​ບັງ​ເກີດ​ຂຶ້ນ​ກັບ​ທ່ານ 13 ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ກ່າວ​ແກ່ທ່ານວ່າ, “ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ໄປ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ຖາ​ນະ​ຄົນ​ຕ່າງ​ຖິ່ນ ພວກ​ເຂົາ​ຈະ​ຕົກ​ເປັນ​ທາດ​ຂອງ​ປະ​ເທດ​ນັ້ນ​ ແລະ​ຈະ​ຖືກ​ກົດຂີ່ຂົ່ມ​ເຫັງ​ເປັນ​ເວ​ລາ​ສີ່​ຮ້ອຍ​ປີ 14 ແຕ່​ເຮົາ​ຈະ​ລົງ​ໂທດ​ປະ​ເທດ​ທີ່​ປະ​ພຶດ​ເຊັ່ນ​ນັ້ນ​ຕໍ່​ພວກ​ເຂົາ ແລ​ະ​ພວກ​ເຂົາ​ຈະ​ອອກ​ມາ​ຈາກ​ປະ​ເທດ​ນັ້ນ​ໂດຍ​ມີ​ຊັບ​ສົມ​ບັດ​ຢ່າງ​ມະ​ຫາ​ສານ 15 ແຕ່​ເຈົ້າ​ຈະ​ມີ​ຊີ​ວິດ​ອັນ​ຣາບ​ລື້ນ ແລະ​ຕາຍ​ຢ່າງສ​ງົບ​ສຸກ ເຈົ້າ​ຈະ​ຕາຍ​ເວ​ລາ​ເຖົ້າ​ແກ່​ຫລາຍ​ແລ້ວ​ເຂົາ​ຈະ​ຝັງ​ສົບ​ເຈົ້າ​ໄວ້ 16 ໃນ​ຊົ່ວ​ອາ​ຍຸ​ສີ່​ເຊັ່ນ​ຄົນ​ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ກັບ​ມາ​ທີ່​ນີ້ ແລ້ວ​ເຮົາ​ຈະ​ຂັບ​ໄລ່​ຊາວ​ອາ​ໂມ​ຣິດ ເພາະ​ໃນ​ເວ​ລາ​ນັ້ນ​ພວກ​ເຂົາ​ຈະ​ໄດ້​ກະ​ທຳ​ຄວາມ​ຊົ່ວ​ຢ່າງ​ເຕັມ​ປ່ຽມ​ແລ້ວ 17 ເມື່ອ​ຕາ​ເວັນ​ຕົກ​ແລ້ວ ໃນ​ທັນ​ທີ​ທັນ​ໃດ​ກໍ​ມີ​ເຕົາ​ໄຟ​ຮ້ອນ​ຄວັນ​ພຸ່ງ​ຂຶ້ນ​ແລະ​ໂຄມ​ໄຟ​ທີ່​ມີ​ແສງ​ຮຸ່ງ​ເຮືອງ​ປາ​ກົດ​ຂຶ້ນ ແລ້ວ​ກາຍ​ໄປ​ລະ​ຫວ່າງ​ຊາກ​ສັດ​ເຫລົ່າ​ນັ້ນ 18 ໃນ​ວັນ​ນັ້ນ ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ກັບ​ອັບ​ຣາມ​ວ່າ, “ເຮົາ​ຂໍ​ມອບ​ດິນ​ແດນ​ນີ້ໃຫ້​ແກ່​ເຊື້ອ​ສາຍ​ຂອງ​ເຈົ້​າ ຕັ້ງ​ແຕ່​ແມ່​ນ້ຳ​​ເອ​ຢິບ​ຈົນ​ເຖິງ​ແມ່​ນ້ຳ​ໃຫຍ່​ເອີ​ຟ​ຣາດ 19 ຄື​ດິນ​ແດນ​ຂອງ​ຄົນ​ເກ​ນິດ ຄົນເກ​ນິ​ສຊີ ຄົນ​ກາດ​ໂມ​ນິດ 20 ຄົນ​ຮິດ​ຕິ ຄົນ​ເປ​ຣິສຊີ ຄົນ​ເຮ​ຟາ​ອິມ 21 ຄົນອາ​ໂມ​ຣິດ ຄົນ​ກາ​ນາ​ອານ ຄົນ​ເກິ​​ກາຣ໌​ຊິ ແລະ​ຄົນ​ເຢ​ບຸສດ້ວຍ”

ປະຖົມການ 16

ຮາ​ກາ ​ແລະ​ອິ​ຊມາ​ເອນ

1 ນາງ​ຊາ​ຣາຍ​ພັ​ຣ​ຍາອັບ​ຣາມ​ບໍ່​ເຄີຍ​ມີ​ບຸດ ແຕ່​ນາງ​ມີ​ສາວ​ໃຊ້​ເອ​ຢິບ​ຜູ້​ນຶ່ງ​ຊື່ ຮາ​ກາ 2 ຊາ​ຣາຍ​ຈຶ່ງ​ເວົ້​າ​ຕໍ່​ອັບ​ຣາມ​ວ່າ, “ເບິ່ງ​ດູ ຈົນ​ເຖິງ​ດຽວ​ນີ້ພ​ຣະ​ຜູ້​ເປັນ​ເຈົ້​າ​ບໍ່​ໄດ້​ໃຫ້​ຂ້ອຍ​ມີ​ບຸດ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ສົມ​ສູ່​ຮ່ວມ​ກັບ​ສາວ​ໃຊ້​ຂອງ​ຂ້ອຍ? ບາງ​ທີ​ນາງ​ຈະ​ມິບຸດ​ໃຫ້​ຂ້ອຍ​ກໍ​ໄດ້” 3 ດັ່ງ​ນັ້ນ ອັບ​ຣາມ​ກໍ​ທຳ​ຕາມ​ ຊາ​ຣາຍຈຶ່ງມອບ​ນາງ​ຮາ​ກາ​ສາວ​ໃຊ້​ຊາວ​ເອ​ຢິບ​ໃຫ້​ເປັນ​ພັ​ຣ​ຍານ້ອຍ​ຜົວ​ແຫ່ງ​ຕົນ ເຫດ​ການ​ນີ້ມີ​ຂຶ້ນ​ຫລັງ​ຈາກ​ອັບ​ຣາມ​ໄດ້​ອາ​ໄສຢູ່​ໃນ​ປະ​ເທດ​ກາ​ນາ​ອານ​ເປັນ​ເວ​ລາ​ສິບ​ປີແລ້ວ 4 ຄັນ​ອັບ​ຣາມ​ໄດ້​ຢູ່​ຮ່ວມ​ກັບ​ນາງ​ຮາ​ກາ​ແລ້ວ ນາງ​ກໍ​ເລີຍ​ຕັ້ງ​ທ້ອງ ເມື່ອ​ນາງ​ຮາ​ກາ​ຮູ້​ວ່າ​ນາງ​ມີ​ທ້ອງ​ຈຶ່ງ​ເກີດ​ມີ​ຄວາມ​ຈ​ອງ​ຫອງ​ດູ​ຖູກ​ຢຽບຫຍາມ​ນາງ​ຊາ​ຣາຍ 5 ຄັນ​ແລ້ວ ຊາ​ຣາຍ​ຈຶ່ງ​ເວົ້າ​ກັບ​ອັບ​ຣາມ​ວ່າ, “ມັນ​ເປັນ​ຄວາມ​ຜິດ​ຂອງ​ເຈົ້າ​ທີ່​ນາງ​ຮາ​ກາ​ດູ​ຖູກ​ຢຽບຫຍາມ​ຂ້ອຍ ຂ້ອຍ​ໄດ້​ເອົາ​ສາວ​ໃຊ້​ຂອງ​ຂ້ອຍ​ໃຫ້​ເປັນພັ​ຣ​ຍາ​ຂອງ​ເຈົ້າ ແຕ່​ເມື່ອ​ມັນຮູ້​ວ່າ​ມັນ​ມີ​ທ້ອງ​ແລ້ວ​ກໍ​ດູ​ຖູກ​ຢຽບ​ຫຍາມ​ຂ້ອຍ ຂໍ​ພ​ຣະ​ຜູ້​ເປັນ​ເຈົ້າ​ຕັດ​ສິນ​ເອງ​ເຖີດ​ວ່າ ໃນ​ລະ​ຫວ່າງ​ຂ້ອຍ​ກັບ​ເຈົ້າ​ແມ່ນ​ຜູ້​ໃດ​ຖືກ​ແລະ​ແມ່ນ​ຜູ້​ໃດ​ຜິດ” 6 ອັບ​ຣາມ​ຈຶ່ງ​ຕອບ​ພັ​ຣ​ຍາວ່າ, “ດີແລ້ວ ຈົ່ງ​ເຂົ້າ​ໃຈ​ວ່າ​ນາງ​ຮາ​ກາ​ຍັງ​ເປັນ​ສາວ​ໃຊ້​ຂອງ​ເຈົ້າ​ຢູ່​ແລະ​ຍັງ​ຢູ່​ໃຕ້​ຄວາມ​ຄຸ້ມ​ຄອງ​ຂອງ​ເຈົ້າ ຈົ່ງ​ກະ​ທຳ​ກັບ​ນາງ​ຕາມ​ທີ່​ເຈົ້າ​ເຫັນ​ສົມ​ຄວນ​ເຖີດ” ດັ່ງ​ນັ້ນ ນາງ​ຊາ​ຣາຍ​ຈຶ່ງ​ຂົ່ມ​ເຫັງ​ນາງ​ຮາ​ກາ​ຈົນ​ນາງ​ໄດ້​ປົບ ​ຫນີ​ໄປ 7 ທູດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ພົບ​ນາງ​ໃກ້ໆ​ກັບ​ບໍ່​ນ້ຳ​ໃນ​ຖິ່ນ​ກັນ​ດານ​ທາງ​ໄປ​ເມືອງ​ຊູ​ຣ໌ 8 ຈຶ່ງ​ຖາມ​ນາງວ່າ, “ສາວ​ໃຊ້​ນາງ​ຊາ​ຣາຍ ເຈົ້​າ​ມາ​ແຕ່​ໃສ? ແລະ​ເຈົ້າ​ຈະ​ໄປ​ໃສ? ນາງ​ຕອບ​ວ່າ, “ຂ້າພ​ຣະ​ອົງ​ກຳ​ລັງ​ປົບ​ຫນີ​ຈາກ​ນາງ​ຊາ​ຣາຍ” 9 ທູດ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ກັບ​ຄືນ​ເມືອຫາ​ນາຍ​ຍິງ​ຂອງ​ເຈົ້າ ແລະ​ຍອມ​ຖ່ອມ​ຕົວ​ລົງ​ຢູ່​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ເຂົ​າ​ເຖີດ” 10 ທູດ​ອົງ​ນັ້ນ​ເວົ້າ​ຕໍ່​ໄປ​ອີກວ່າ, “ເຮົາ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ທະ​ວີຫລາຍ​ຂຶ້ນ ຈົ​ນ​ບໍ່​ມີ​ໃຜ​ສາ​ມາດ​ນັບ​ໄດ້ 11 ເຈົ້​າ​ກຳ​ລັງ​ຈະ​ມີ​ບຸດຊາຍ​ຢູ່​ແລ້ວ ຊຶ່ງ​ເຈົ້າ​ຈະ​ໃສ່​ຊື່​ວ່າ ອິ​ຊ​ມາ​ເອນ ເພາະ​ວ່າ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ຍິນ​ຄຳ​ຮ້ອງ​ທຸກ​ຂອງ​ເຈົ້​າ 12 ແຕ່​ບຸດ​ຊາຍ​ເຈົ້າ​ຈະ​ເປັນ​ເຫມືອນ​ລໍ​ປ່າ ເຂົາ​ຈະ​ຕໍ່​ສູ້​ກັບ​​ທຸກ​ໆຄົນ ແລະ​ທຸກໆ​ຄົນ​ກໍ​ຈະ​ຕໍ່​ສູ້​ເຂົາ ເຂົາຈະ​ຢູ່​ໂດຍ​ປາ​ສ​ຈາກ​ຍາດ​ພີ່​ນ້ອງ” 13 ນາງ​ຮາ​ກາ​ຈຶ່ງ​ເອີ້ນ​ພ​ຣະ​ນາມ​ພ​ຣະຜູ້ເປັນ​ເຈົ້າ​ຜູ້​ຊົງ​ກ່າວ​ແກ່ຕົນ​ວ່າ, “ພ​ຣະ​ອົງ​ເປັນ​ພ​ຣະ​ເຈົ້າ ຜູ້​ຊົງເຫັນ” ແລະ​ເວົ້າ​ວ່າ, “ຂ້າ​ ພະ​ເຈົ້າ​ໄດ້​ເຫັນ​ພ​ຣະ​ອົງ​ທີ່​ນີ້ ແລ້ວ​ຍັງ​ມີ​ຊີ​ວິດ​ຢູ່​ອີກ​ຈິງ​ຫລື” 14 ດ້ວຍ​ເຫດ​ນີ້ ນ້ຳ​ສ້າງ​ຊຶ່ງ​ຢູ່​ລະ​ຫວ່າງ​ເມືອງ​ກາ​ເດັສແລະ​ເມືອງ​ເບ​ເຣດ​ຈຶ່ງ​ມີ​ຊື່​ວ່າ “ເບ​ເອີ​ລາ​ຮັຍ​ຣົວ“(ນ້ຳ​ສ້າງ​ຂອງ​ພ​ຣະ​ເຈົ້າ​ ຜູ້​ຊົງ​ເຫັນ) 15 ນາງ​ຮາ​ກາ​ໄດ້​ບຸດ​ຊາຍ​ໃຫ້​ແກ່​ອັບ​ຣາມ ແລ້ວ​ທ່ານ​ໄດ້​ຕັ້ງ​ຊື່​ເດັກ​ນັ້ນ​ວ່າ ອິ​ຊ​ມາ​ເອນ 16 ໃນ​ເວ​ລາ​ນັ້ນ​ອັບ​ຣາມ​ມີ​ອາ​ຍຸ​ໄດ້​ແປດ​ສິບ​ຫົກ​ປີ

ປະຖົມການ 17

ພິ​ທີ​ຕັດ​ເປັນ​ເຄື່ອງ​ຫມາຍ​ແຫ່ງ​ຄຳ​ສັນ​ຍາ

1 ເມື່ອ​ອັບ​ຣາມ​ອາ​ຍຸ​ໄດ້​ເກົ້າ​ສິບ​ເກົ້າ​ປີ ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ປາ​ກົດ​ໃຫ້​ທ່ານ​ເຫັນ​ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພ​ຣະ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງໃຫຍ່ ຈົ່ງ​ເຊື່ອ​ຟັງ​ເຮົາ ແລະ​ປະ​ພຶດ​ແຕ່​ຄວາມ​ຊອບ​ທັມ​ຕ​ລອດ​ຊົ່ວ​ຊີ​ວິດ​ຂອງ​ເຈົ້າ 2 ເຮົາ​ຈະ​ທຳ​ຄຳ​ຫມັ້ນ​ສັນ​ຍາ​ກັບ​ເຈົ້​າ ​ແລະ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້​າ​ເພີ້ມ​ທະ​ວີຂຶ້ນ” 3 ອັບ​ຣາມ​ກົ້ມ​ຂາບ​ລົງ​ແລ້ວ ພ​ຣະ​ເຈົ້າ​ຊົງກ່າວ​ວ່າ, 4 “ນີ້ແມ່ນ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ທຳກັບ​ເຈົ້​າ ເຮົາ​ສັນ​ຍາ​ວ່າ​ເຈົ້​າ​ຈະ​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ປະ​ເທດ​ທັງ​ຫລາຍ 5 ເຈົ້າ​ຈະ​ບໍ່​ຊື່​ອັບ​ຣາມ​ອິ​ກ​ຕໍ່​ໄປ ແຕ່​ເຈົ້າ​ຈະ​ມີ​ຊື່​ໃຫມ່​ວ່າ ອັບ​ຣາ​ຮາມ ເພາະ​ວ່າ​ເຮົາ​ກຳ​ລັງ​ໃຫ້​ເຈົ້​າ​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ປະ​ເທດ​ທັງ​ຫລາຍ 6 ເຮົາ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ເພີ້ມ​ທ​ະ​ວີຍິ່ງໆ​ຂຶ້ນຈົນ​ກາຍ​ເປັນ​ປະ​ເທດ​ຕ່າງໆ ແລ​ະ​ຫລາຍ​ຄົນ​ຢູ່​ໃນ​ຈຳ​ນວນ​ເຊື້ອ​ສາຍ​ນີ້​ຈະ​ເປັນ​ເຖິງ​ຂັ້ນ​ກະ​ສັດ 7 ເຮົາ​ຈະ​ຖື​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ທີ່​ມີ​ຕໍ່​ເຈົ້າ ແລະ​ຕໍ່​ເຊື້ອ​ສາຍ​ຂອງ​ເຈົ້າ​ໃນ​ເຊັ່ນ​ຄົນ​ຕໍ່​ມາ ໃຫ້​ເປັນ​ຄຳ​ຫມັ້ນ​ສັນ​ຍາ​ອັນ​ຕ​ລອດ​ໄປ​ເປັນນິດ ເຮົາ​ຈະ​ເປັນ​ພ​ຣະ​ເຈົ້າ​ຂອງ​ເຈົ້າ ແລະ​ຈະ​ເປັນ​ພ​ຣະ​ເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ​ດ້ວຍ 8 ເຮົາ​ຈະ​ໃຫ້​ດິນ​ທີ່​ເຈົ້າ​ອາໄສ​ຢູ່​ໃນ​ປະ​ຈຸ​ບັນ​ຖາ​ນະ​ຊາວ​ຕ່າງ​ປະ​ເທດ​ນີ້​ໃຫ້​ແກ່​ເຈົ້າ​ແລະ​ເຊື້ອ​ສາຍ​ຂອງ​ເຈົ້າ ດິນ​ແດນ​ກາ​ນາ​ອານ​ທັງ​ຫມົດ​ຈະ​ເປັນ​ຂອງ​ພວກ​ເຈົ້າ​ຕ​ລອດ​ໄປ​ ແລະ​ເຮົາ​ກໍ​ຈະ​ເປັນ​ພ​ຣະ​ເຈົ້າ​ຂອງ​ພວກ​ເຈົ້າ” 9 ພ​ຣະ​ເຈົ້າ​ຊົງ​ກ່າວ​ກັບ​ອັບ​ຣາມ​ວ່າ, “ເຈົ້າ​ເອງກໍດີ ເຊື້ອ​ສາຍ​ຂອງ​ເຈົ້າ​ໃນ​ເຊັ່ນ​ຕໍ່​ໆ​ໄປ​ກໍ​ດີ ຈົ່ງ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ 10 ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ແລະ​ເຊື້ອ​ສາຍ​ຂອງ​ເຈົ້າ​ຕ້ອງ​ປະ​ຕິ​ບັດ​ຄື ຜູ້​ຊາຍ​ທຸກ​ຄົນ​ໃນ​ພວກ​ເຈົ້​າ​ຕ້ອງ​ເຂົ້າ​ພິ​ທີ​ຕັດ 11 ຕັ້ງ​ແຕ່​ບັດ​ນີ້ໄປ​ເຈົ້​າ​ຈະ​ຕ້ອງ​ທຳ​ພິ​ທີ​ຕັດ​ໃຫ້​ແກ່​ເພດ​ຊາຍ​ທຸກ​ໆ​ຄົນ 12 ເມື່ອ​ເຂົາ​ອາ​ຍຸ​ໄດ້​ແປດ​ວັນ​ທັງ​ເດັກ​ທີ່​ເກີດ​ມາ​ຈາກ​ພວກ​ຂ້າ​ໃຊ້ ແລະ​ຂ້ອຍ​ຂ້າ​ທີ່​ໄຖ່​ມາ​ຈາກ​ຊາວ​ຕ່າງ​ປະ​ເທດ ການ​ກະ​ທຳ​ເຊັ່ນ​ນີ້ຈະ​ສະ​ແດງວ່າ ນັ້ນ​ແມ່ນ​ການ​ສັນ​ຍາ​ລະ​ຫວ່າງ​ເຈົ້າ​ກັບ​ເຮົາ 13 ທຸກຄົນ​ຕ້ອງ​ຮັບ​ພິ​ທີ​ຕັດ ແລະ​ການ​ຮັບ​ພິ​ທີ​ຕັດ​ນັ້ນ​ຕ້ອງ​ຫມາຍ​ໄວ້​ໃນ​ຮ່າງ​ກາຍຂອງ​ພວກ​ເຈົ້າ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ກັບ​ເຈົ້າ​ນັ້ນ​ມີ​ສືບໆ​ໄປ​ເປັນ​ນິດ 14 ຊາຍ​ຜູ້​ໃດ​ບໍ່​ຮັບ​ພິ​ທີ​ຕັດ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ພີ່​ນ້ອງ​ຂອງ​ຕົນ ເພາະ​ວ່າ​ເຂົ​າບໍ່​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ກັບ​ເຮົາ” 15 ພ​ຣະ​ເຈົ້າ​ຊົງ​ກ່າວ​ກັບ​ອັບ​ຣາ​ຮາມ​ອີກວ່າ, “ເຈົ້​າ​ບໍ່​ຕ້ອງ​ເອີ້ນ​ພັຣຍາ​ຂອງ​ເຈົ້າ​ວ່າ​ຊາ​ຣາຍ​ອີກ​ຕໍ່​ໄປ ບັດ​ນີ້​ຊື່​ຂອງ​ນາງແມ່ນ​ນາງ​ຊາ​ຣາ 16 ເຮົາ​ຈະ​ອວຍ​ພອນ​ໃຫ້​ນາງ​ ແລະ​ຈະ​ໃຫ້​ເຈົ້າ​ມີ​ບຸດຊາຍ​ທີ່​ເກີດ​ຈາກ​ນາງ ເຮົາ​ຈະ​ອວຍ​ພອນ​ໃຫ້​ນາງ​ເປັນ​ມານດາ​ຂອງ​ປະ​ຊາ​ຊາດ​ທັງ​ຫລາຍ ແລະ​ກະ​ສັດ​ຫລາຍ​ອົງຈະ​ມາ​ຈາກ​ເຊື້ອ​ສາຍ​ຂອງ​ນາງ” 17 ອັບ​ຣາ​ຮາມ​ກົ້ມ​ຂາບ​ລົງ​ຍິ້ມ​ຫົວ​ໃນ​ໃຈ​ວ່າ, “ຄົນ​ອາ​ຍຸ​ໄດ້​ຮ້ອຍ​ປີ​ແລ້ວ​ຈະ​ມີ​ບຸດໄດ້​ຈັ່ງ​ໃດ?” ແລະ​ນາງ​ຊາ​ຣາ​ອາ​ຍຸ​ກໍ​ໄດ້​ເກົ້​າ​ສິບ​ປີ​ແລ້ວ​ຈະ​ມີ​ບຸດ​ໄດ້​ບໍ່?” 18 ອັ​ບ​ຣາ​ຮາມ​ທູນ​ຕໍ່​ພ​ຣະ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ຂໍພ​ຣະ​ອົງ​ປົກ​ປ້ອງ​ຮັກ​ສາ ອິ​ຊ​ມາ​ເອນ​ໃຫ້​ເຂົາ​ມີ​ຊີ​ວິດ​ຢູ່​ຖ້ອນ” 19 ແຕ່​ພ​ຣະ​ເຈົ້າ​ຊົງ​ກ່າວ​ແກ່​ທ່ານ​ວ່າ, “ເຈົ້າ​ເຂົ້າ​ໃຈ​ຜິດ​ ເຈົ້າ​ຈະ​ໄດ້ບຸດ​ຊາຍ​ຈາກ​ຊາ​ຣາ​ພັ​ຣ​ຍາ​ຂ​ອງ​ເຈົ້າ ແລະ​ຈົ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຊາກ ເຮົາ​ຈະ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ກັບ​ເຂົາ ​ແລະ​ເຊື້ອ​ສາຍ​ຂອງ​ເຂົາ​ ເປັນ​ຄຳ​ຫມັ້ນ​ສັນ​ຍາ​ອັນ​ຕ​ລອດ​ໄປ​ເປັນ​ນິດ 20 ເຈົ້​າ​ໄດ້​ຂໍ​ໃຫ້​ເຮົາ​ປົກ​ປັກ​ຮັກ​ສາ ອິ​ຊ​ມາ​ເອນ ນີ້ແມ່ນ​ສິ່ງ​ທີ່​ເຮົາ​ຈະ​ກະ​ທຳ​ກັບ​ເຂົາ ຄື​ເຮົາ​ຈະ​ອວຍ​ພອນ​ໃຫ້ເຂົາມີ​ລູກ​ຫລານ ​ແລະ​ເຊື້ອ​ສາຍ​ມາກ​ມາຍ​ກ່າຍກອງ ເຂົາ​ຈະ​ເປັນ​ບິ​ດາຂອງ​ເຈົ້າ​ຊາຍ​ສິບ​ສອງ​ອົງ ແລະ​ເຊື້ອ​ສາຍຂອງ​ເຂົາ​ຈະ​ເປັນ​ປະ​ເທດ​ອັນ​ຍິ່ງ​ໃຫຍ່ 21 ເຮົາ​ຈະ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ກັບ​ອີຊາກ ບຸດຊາຍ​ຂອງ​ເຈົ້າ​ຜູ້​ຈະ​ເກີດ​ຈາກ​ຊາ​ຣາ​ໃນ​ປີ​ຫນ້າ​ລະ​ຫວ່າງ​ຣະ​ດູ​ນີ້” 22 ເມື່ອ​ພ​ຣະ​ເຈົ້າ​ກ່າວ​ຕໍ່​ອັບ​ຣາ​ຣາມ​ຫມົດ​ແລ້ວ ພ​ຣະ​ອົງ​ກໍ​ສະ​ເດັດ​ຈາກ​ໄປ 23 ຄັນ​ຕໍ່​ມາ ໃນ​ວັນ​ດຽວກັນ​ນັ້ນ​ອັບ​ຣາ​ຮາມ​ໄດ້​ເຮັດ​ພິ​ທີ​ຕັດ ດັ່ງ​ທີ່​ພ​ຣະ​ເຈົ້າ​ໄດ້​ຊົງ​ສັ່ງ​ໄວ້​ໃຫ້​ແກ່​ບຸດ​ຊາຍ ອິ​ຊ​ມາ​ເອນ​ພ້ອມ​ທັງ​ຂ້າ​ໃຊ້​ທຸກໆ​ຄົນ​ທັງ​ຜູ້​ທີ່​ເກີດ​ຢູ່​ເຮືອນ​ແລະ​ຜູ້​ທີ່​ຊື້​ມາ 24 ອັບ​ຣາ​ຮາມ​ກໍ​ຮັບ​ພິ​ທີ​ຕັດ​ເມື່ອ​ອາ​ຍຸ​ໄດ້​ເກົ້າ​ສິບ​ເກົ້າ​ປີ 25 ແລະ​​ອິ​ຊ​ມາ​ເອນກໍ​ຮັບ​ເມື່​ອອາ​ຍຸ​ໄດ້​ສິບ​ສາມ​ປີ 26 ພວກ​ເຂົາທັງ​ສອງ​ໄດ້​ຮັບ​ພິ​ທີ​ຕັດວັນ​ດຽວ​ກັນ 27 ແລະ​ພວ​ກຂ້າ​ໃຊ້​ທຸກໆ​ຄົນ​ທີ່​ຢູ່​ໃນ​ເຮືອນຄື​ພວກ​ເກີດ​ໃນ​ເຮືອນ​ແລະ​ທີ່​ເອົາ​ເງິນ​ຊື້​ມາ​ກໍ​ເຂົ້າ​ພິ​ທີ​ຕັດ​ພ້ອມ​ກັບ​ທ່ານ

ປະຖົມການ 18

ຄຳ​ສັນ​ຍາ​ກ່ຽວ​ກັບ​ການ​ເກີດ​ຂອງ​ອິ​ຊາກ

1 ພ​ຣະ​ຜູ້​ເປັນ​ເຈົ້​າ​ໄດ້​ປາ​ກົດ​ແກ່​ອັ​ບ​ຣາ​ຮາມ​ທີ່​ຕົ້ນ​ໄມ້ສັກ​ສິດ​ຂອງ​ມັ​ມ​ເຣ ຂ​ນະ​ທີ່​ ທ່ານນັ່ງ​ຢູ່​ທີ່​ປະ​ຕູ​ເຕັນ​​ເວ​ລາ​ແດດ​ຮ້ອນ 2 ເມື່ອ​ອັບ​ຣາ​ຮາມ​ເງີຍ​ຫນ້າ​ຂຶ້ນ ກໍ​ເຫັນ​ຊາຍ​ສາມ​ຄົນ​ຢືນ​ຢູ່​ທາງ​ຫນ້າ​ທ່ານ ເມື່ອ​ເຫັນ​ເຂົາ​ທ່ານຈຶ່ງ​ຟ້າວ​ລຸກ​ຂຶ້ນ ແລ້ວ​ອອກ​ໄປ​ຕ້ອນ​ຮັບ​ກົ້ມ​ຂາບ​ລົງ​ແລ້ວ​ກ່າວ​ວ່າ, 3 “ທ່ານ​ເຈົ້າ​ເອີຍ ຖ້າ​ຂ້າ​ພະ​ເຈົ້າເປັນ​ທີ່​ໂປດ​ປານ​ໃນ​ສາຍ​ຕາ​ຂອງ​ທ່ານ ຈົ່ງ​ແວ່​ບ້ານ​ຂ້າ​ພ​ະ​ເຈົ້າ​ກ່ອນ​ຈະ​ໄປ​ທີ່​ອື່ນ​ເທີນ ເພາະ​ຂ້າ​ພະ​ເຈົ້າ​ເປັນ​ຂ້າ​ໃຊ້​ຂອງ​ທ່ານ 4 ຂ້າ​ພະ​ເຈົ້າຈະ​ສັ່ງ​ໃຫ້​ເຂົ​າ​ເອົາ​ນ້ຳ​ມາ​ໃຫ້​ທ່ານ​ລ້າງ​ຕີນ ແລ້ວ​ຂໍ​ທ່ານ​ຈົ່ງ​ພັກ​ຜ່ອນຢ່ອນ​ອາ​ຣົມ​ໃຕ້​ຕົ້ນ​ໄມ້​ນີ້​ກ່ອນ​ເຖິດ ຂ້າ​ພະ​ເຈົ້າຈະ​ເອົາ​ອາ​ຫານ​ບາງ​ເລັກ​ນ້ອຍ​ມາ​ໃຫ້​ທ່ານ​ຮັບ​ປະ​ທານ 5 ເພື່ອ​ທ່ານ​ຈະ​ໄດ້​ມີ​ແຮງ​ເດີນທ​າງ​ຕໍ່ໄປ​ເພາະ​ທ່ານ​ໄດ້​ມາ​ຮອດ​ບ້າ​ນ​ຂອງ​ຂ້າ​ພະ​ເຈົ້າແລ້ວ ດັ່ງ​ນັ້ນຂ້າ​ພະ​ເຈົ້າ​ຍິນ​ດີ​ຮັບ​ໃຊ້​ທ່ານ​ຢ່າງ​ຈິງ​ໃຈ” ຊາຍ​ທັງ​ສາມ​ຈຶ່ງ​ຕອບ​ວ່າ, “ດີ​ແລ້ວ ຈົ່ງ​ທຳ​ຕາມ​ທີ່​ເຈົ້າ​ໄດ້​ເວົ້​າ​ນີ້​ເທີນ” 6 ອັບ​ຣາ​ຮາມ​ຟ້າວ​ແລ່​ນ​ເຂົ້າ​ໄປ​ໃນ​ທີ່​ຜ້າ​ເຕັນ ແລ້ວບອກ​ຊາ​ຣາ​ວ່າ, “ໄວໆ ຮິບ​ເອົາ​ແປ້ງ​ຢ່າງ​ລະ​ອຽດ​ສາມ​ຄຸ ມານວ​ດ​ແລ້ວ​ເຮັດ​ເຂົ້າ​ຫນົມ” 7 ສ່ວນ​ທ່ານກໍ​ແລ່ນ​ໄປ​ຫາ​ຝູງ​ສັດ ແລະ​ເລືອກ​ເອົາ​ງົວ​ນ້ອຍ​ໂຕ​ຕຸ້ຍພີມາ​ໃຫ້​ຄົນ​ໃຊ້​ຂ້າ​ແລ້ວ​ຈັດ​ແຈ່ງ​ເປັນ​ອາ​ຫານ 8 ຄັນ​ແລ້ວ ທ່ານກໍ​ເອົາ​ເນີຍ ນ້ຳ​ນົມ​ສົດ ແລະ​ຊີ້ນ​ທີ່​ຈັດ​ແຈ່ງ​ແລ້ວ​ນັ້ນ​ມາ​ວາງ​ໄວ້​ຕໍ່​ຫນ້າ​ຊາຍ​ທັງ​ສາມ​ ເມື່ອ​ເຂົາ​ຮັບ​ປະ​ທານ​ຢູ່​ນັ້ນ ທ່ານກໍ​ຢືນ​ຢູ່​ໃກ້ໆ​ເຂົາ​ຢູ່​ໃຕ້​ຕົ້ນ​ໄມ້ 9 ຕໍ່​ມາ ຊາຍ​ທັງ​ສາມ​ຈຶ່ງ​ຖາມ​ອັບ​ຣາ​ຮາມວ່າ, “ຊາ​ຣາ​ພັ​ຣ​ຍາ​ຂອງ​ເຈົ້າ​ຢູ່​ໃສ? ທ່ານ​ຕອບ​ວ່າ, “ນາງ​ຢູ່​ໃນ​ຜ້າ​ເຕັນ​ພຸ້ນ” 10 ແຂກ​ທີ່​ມາ​ຢ້ຽມ​ຢາມ​ກ່າວ​ຕໍ່​ໄປ​ວ່າ, “ເຮົາ​ຂໍ​ບອກ​ຕໍ່​ເຈົ້າ​ວ່າ ອີກ​ເກົ້າ​ເດືອນ​ນາງ​ຊາ​ຣາ​ຈະ​ມີ​ບຸດ ແລະ​ເມື່ອ​ຮອດ​ເວລາ​ນັ້ນ​ເຮົາ​ຈະ​ກັບ​ມາ​ອີກ” ນາງ​ຊາ​ຣາ​ຊຶ່ງ​ຢືນ​ຟັງ​ຢູ່​ໃກ້​ປະ​ຕູ​ເຕັນ​ຂ້າງ​ຫລັງ​ຜົວ​ກໍ​ໄດ້​ຍ​ິນ​ເຣື່ອງ​ນີ້ 11 ອັບ​ຣາ​ຮາມ ແລະ​ຊາ​ຣາ​ຕ່າງ​ກໍ​ເຖົ້າ​ຫລາຍ​ແລ້ວ ອີກ​ປະ​ການ​ນຶ່ງ​ຊ​າ​ຣາ​ກໍ​ເຊົາ​ເປັນ​ປະ​ຈຳ​ເດືອນ​ມາ​ນານ​ແລ້ວ 12 ດັ່ງ​ນັ້ນ​ ນາງ​ຈຶ່ງ​ຍິ້ມ​ຫົວ​ໃນ​ໃຈ​ແລະ​ເວົ້າ​ວ່າ, “ດຽວ​ນີ້ ຂ້ອຍ​ກໍ​ເຖົ້າແກ່ເກີນ​ກວ່າ​ຈະ​ມີ​ບຸດແລ້ວ ອີກ​ຢ່າງ​ນຶ່ງ​ຜົວຂອງ​ຂ້ອຍ​ກໍ​ເຖົ້າ​ແກ່​ຫລາຍ​ແລ້ວ ຂ້ອຍ​ຍັງ​ຈະ​ມີ​ຄວາມ​ຍິນ​ດີ​ຢູ່​ບໍ?” 13 ແລ້ວ​ພ​ຣະ​ຜູ້​ເປັນ​ເຈົ້​າ​ໄດ້​ຖາມ​ອັບ​ຣາ​ຮາມວ່າ, “ເປັນ​ຫຍັງ​ນາງ​ຊາ​ຣາ​ຈຶ່ງ​ຍິ້ມ​ຫົວ​ແລະ​ເວົ້າ​ວ່າ “ເຮົາ​ຈະ​ມີ​ບຸດແທ້​ບໍໃນ​ເມື່ອ​ເຮົາ​ແກ່​ຕົວ​ແລ້ວ​ເຊັ່ນ​ນີ້ ມີ​ຫຍັງ​ແດ່​ຍາກ​ສຳ​ລັບ​ພ​ຣະ​ຜູ້​ເປັນ​ເຈົ້າ​ຫລື? 14 ໃນ​ລະ​ຍະ​ເກົ້າ​ເດືອນ​ເຮົາ​ຈະ​ກັບມາ​ອີກ ແລ​ະ​ນາງ​ຊາ​ຣາ​ຈະ​ມີ​ບຸດຊາຍ​ຜູ້​ນຶ່ງ” 15 ຍ້ອນ​ຄວາມ​ຢ້ານ​ກົວ​ນາງ​ຊາ​ຣາ​ຈຶ່ງ​ປະ​ຕິ​ເສດ​ວ່າ, “ຂ້າ​ນ້ອຍບໍ່​ໄດ້​ຍິ້ມ​ຫົວ” ພ​ຣະ​ອົງ​ຊົງ​ຕອບ​ວ່າ, “ແມ່ນ​ແລ້ວ ເຈົ້າ​ຍິ້ມ​ຫົວ​ແທ້”

ອັບ​ຣາຮາມ​ອະ​ທິ​ຖານ​ສຳ​ລັບ​ເມືອງ​ໂຊ​ໂດມ

16 ຫລັງ​ຈາກ​ນັ້ນ ຊາຍ​ທັງ​ສາມ​ກໍ​ຈາກ​ໄປ​ສູ່ບ່ອນ​ທີ່​ພວກ​ເຂົາ​ຈະ​ສາ​ມາດ​ເຫັນ​ເມືອງ​ໂຊ​ໂດມ​ໄດ້ ອັບ​ຣາ​ຮາມ​ກໍ​ຕາມ​ໄປ​ສົ່ງ​ເຂົາ 17 ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວວ່າ “ຄວນ​ຫລື​ທີ່ເຮົາ​ຈະ​ປິດ​ບັງອັບ​ຣາ​ຮາມ​ໃນ​ສິ່ງ​ທີ່​ເຮົາ​ຈະ​ກະ​ທຳ​ນັ້ນ​ບໍ່​ໃຫ້​ອັບ​ຣາ​ຮາມ​ຮູ້ 18 ເພາະເຊື້ອ​ສາຍ​ຂອງ​ເຂົາຈະ​ກາຍ​ເປັນ​ປະ​ເທດ​ທີ່​ຍິ່ງ​ໃຫຍ່ແລະ​ມີ​ອຳ​ນາດ ຊົນ​ຊາດ​ທັງ​ປວງ​ໃນ​ໂລກ​ຈະ​ໄດ້​ຮັບ​ພອນ​ກໍ​ເພາະ​ທ່ານ 19 ເຮົາ​ໄດ້​ເລືອກ​ເອົາ​ເຂົາ​ແລ້ວກໍ​ເພື່ອ​ເຂົາ​ຈະ​ໄດ້​ສັ່ງ​ສອນ​ລູກ​​ຫລານ​ເຫລັນ​ຂອງ​ເຂົາໃຫ້​ເຊື່ອ​ຟັງ​ຂໍ້​ບັນ​ຍັດ​ຂອງ​ພ​ຣະ​ຜູ້ເປັນເຈົ້າ ໂດຍ​ປະ​ພຶດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ​ແລະ​ຊອບ​ທັ​ມ ເພື່ອວ່າ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ປະ​ທານ​ສິ່ງ​ຊຶ່ງ​ພ​ຣະ​ອົງ​ຊົງ​ສັນ​ຍາ​ໄວ້​ແລ້ວ​ໃຫ້​ແກ່​ອັບ​ຣາ​ຮາມ 20 ຕໍ່​ມາ ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ກ່າວ​ວ່າ, “ມີ​ສຽງ​ຟ້າ​ຮ້ອງ​ອັນ​ຫນ້າ​ຢ້ານ​ກົວ​ຕໍ່​ສູ້​ເມືອງ​ໂຊ​ໂດມ​ ກັບ​ເມືອງ​ໂກ​ໂມ​ຣາ ແລະ​ຄວາມ​ຜິດ​ບາບ​ຂອງ​ຊາວ​ເມືອງ​ກໍ​ຫນັກ​ຫລາຍ 21 ເຮົາ​ຈະ​ລົງມາ​ພິ​ສູດ​ເບິ່ງວ່າ ການ​ກ່າວ​ຫາ​ທີ່​ເຮົາ​ໄດ້​ຍິນ​ນັ້ນ​ຖືກ​ຕ້ອງ​ຫລື​ບໍ່? ເຮົາ​ຈະ​ຄົ້ນ​ຫາ​ໃຫ້​ຮູ້​ຄວາມ​ຈິງ” 22 ຕໍ່​ມາ ຊາຍ​ເຫລົ່າ​ນັ້ນ​ກໍ​ຈ​າກ​ໄປ ແລະ​ມຸ່ງ​ຫນ້າ​ສູ່​ເມືອງ​ໂຊ​ໂດມ ແຕ່​ພ​ຣະ​ຜູ້​ເປັນ​ເຈົ້​າ​ຍັງ​ຢູ່​ກັບ​ອັບ​ຣາ​ຮາມ 23 ອັບ​ຣາ​ຮາມ​ຫຍັບ​ເຂົ້​າ​ໃກ້​ພ​ຣະ​ຜູ້​ເປັນ​ເຈົ້າ​ແລະ​ທູນຖາມ​ວ່າ, “ພ​ຣະ​ອົງ​ຈະທຳ​ລາຍ​ຄົນຊອບ​ທັມ​ກັ​ບ​ຄົນ​ອະ​ທັມໄປ​ພ້ອມ​ໆ​ກັນ​ແທ້​ຫລື? 24 ຖ້າ​ວ່າ​ມີ​ຄົນ​ຊອບ​ທັມ​ຫ້າ​ສິບ​ຄົນ​ໃນ​ເມືອງ ພ​ຣະ​ອົງ​ກໍ​ຈະ​ທຳ​ລາຍ​ຫມົດ​ເມືອງ​ບໍ່? ພ​ຣະ​ອົງ​ຈະ​ບໍ່​ຈົ່ງ​ເມືອງ​ນີ້ໄວ້​ເພື່ອ​ຊ່ອຍ​ຫ້າ​ສິບ​ຄົນ​ນັ້ນ​ໃຫ້​ພົ້ນ​ຫລື? 25 ແນ່ນອນ​ທີ່​ສຸດ ພ​ຣະ​ອົງ​ຈະ​ບໍ່​ຂ້າ​ຄົນ​ຊອບ​ທັມພ້ອມ​ກັບ​ຄົນ​ອະ​ທັມ ພ​ຣະ​ອົງ​ຈະ​ບໍ່​ກະ​ທຳ​ເຊັ່ນ​ນັ້ນ ຄົນ​ຊອບ​ທັມຈະ​ຖືກ​ລົງ​ໂທດ​ເຫມືອນ​ດັ່ງ​ຄົນ​ອ​ະ​ທັມ​ເປັນ​ໄປ​ບໍ່​ໄດ້​ເດັດ​ຂາດ ຜູ້​ພິ​ພາກ​ສາ​ໂລກ​ຕ້ອງ​ກະ​ທຳ​ທຸກ​ສິ່ງ​ຢ່າງ​ຍຸດ​ຕິ​ທັມ” 26 ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ພົບ​ຄົນ​ຊອບທັມຫ້າ​ສິບ​ຄົນ​ໃນ​ເມືອງ​ໂຊ​ໂດມ ເຮົາ​ຈະ​ໄວ້​ຊີ​ວິດ​ຄົນ​ທັງ​ເມືອງ ເພາະ​ເຫັນ​ແກ່​ຄົນ​ຊອບ​ທັມຫ້າ​ສິບ​ຄົນ​ນັ້ນ” 27 ອັບ​ຣາ​ຮາມ​ທູນ​ອີກວ່າ, “ຂ້າແດ່​ພ​ຣະ​ຜູ້​ເປັນ​ເຈົ້າຂໍ​ພ​ຣະ​ອົງ​ຊົງ​ໂຜດ​ອະ​ພັຍທີ່​ຂ້າ​ພຣະ​ອົງ​ກ້າ​ເວົ້າ​ກັບ​ພ​ຣະ​ອົງ​ອີກ ຂ້າ​ພ​ຣະ​ອົງ​ເປັນ​ພຽງ​ມະ​ນຸດ​ແລະ​ອາດ​ເປັນ​ການ​ບໍ່​ສົມ​ຄວນ​ທີ່​ມາ​ຮ້ອງ​ຂໍ​ຕໍ່​ພ​ຣະ​ອົງ 28 ແຕ່​ຖ້າ​ບາງ​ທີ​ມີ​ຄົນ​ຊອບ​ທັມ​ສີ່​ສິບ​ຫ້າ​ຄົນ​ເທົ່​າ​ນັ້ນແທນ​ທີ່​ຈະ​ມີ​ຫ້າ​ສິບ ພ​ຣະ​ອົງ​ກໍ​ຈະ​ທຳ​ລາຍ​ຫມົດ​ເມືອງ​ເພາະ​ຍ້ອນ​ຂາດ​ຫ້າ​ຄົນ​ນັ້ນ​ຫລື?” ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ທຳ​ລາຍ​ເມືອງ​ນັ້ນ ຖ້າ​ເຮົາ​ພົບ​ຄົນ​ຊອບ​ທັມ​ສີ່​ສິບ​ຫ້າ​ຄົນ” 29 ອັບ​ຣາ​ຮາມ​ທູນ​ຖາມ​ຕໍ່​ໄປ​ວ່າ, “ບາງ​ທີ​ຫາ​ກ​ມີ​ພຽງ​ສີ່ສິບ​ຄົນ​ເດ່?” ພ​ຣະ​ອົງ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ທຳ​ລາຍ​ເມືອງ​ນັ້ນ​ຖ້າ​ເຮົາ​ພົບ​ສີ່​ສິບ​ຄົນ” 30 ອັບ​ຣາ​ຮາມ​ເວົ້າ​ວ່າ, “ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ ຂໍ​ພ​ຣະ​ອົງ​ຢ່າ​ຟ້າວ​ພ​ຣະ​ພິ​ໂຣດ​ທ້ອນ ຂ້າ​ພຣະ​ອົງຂໍ​ຖາມ​ອີກວ່າ ຖ້າ​ມີ​ຄົນ​ສາມ​ສິບ​ຄົນ​ເດ່?” ພ​ຣະ​ອົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ກະ​ທຳ​ການ​ນັ້ນ​ຖ້າ​ເຮົາ​ພົບ​ສາມ​ສິບ​ຄົນ” 31 ອັບ​ຣາ​ຮາມ​ທູນ​ວ່າ, “ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້​າ ຂໍ​ພ​ຣະ​ອົງ​ຊົງ​ໂຜດ​ອະ​ພັຍ​ທີ່​ຂ້າພ​ຣະ​ອົງກ້າ​ເວົ້​າ​ກັບ​ພ​ຣະ​ອົງ​ອີກ ສົມ​ມຸດ​ວ່າ​ມີ​ພຽງ​ຊາວ​ຄົນ​ເທົ່າ​ນັ້ນ​ເດ່?” ພ​ຣະ​ອົງ​ຕອບວ່າ, “ເຮົາ​ຈະ​ບໍ່​ທຳ​ລາຍ​ເມືອງ​ນັ້ນ​ຖ້າ​ເຮົາ​ພົບ​ຊາວ​ຄົນ” 32 ອັບ​ຣາ​ຮາມ​ທູນ​ອີກວ່າ, “ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້​າ​ໂຜດ​ຢ່າ​ພ​ຣະ​ພິ​ໂຣດ​ຂ້າ​ພ​ຣະ​ອົງທ້ອນ ຂ້າ​ພ​ຣະ​ອົງ​ຂໍ​ທູນ​ພ​ຣະ​ອົງ​ອີກ​ຄັ້ງ​ນຶ່ງ​ເທົ່​າ​ນັ້ນ ພ​ຣະ​ອົງ​ຈະ​ເຮັດ​ແນວ​ໃດ​ຖ້າ​ມີ​ພຽງ​ສິບ​ຄົນ” ພ​ຣະ​ອົງ​ຕອບ​ວ່າ, “ເຮົາ​ກໍຈະ​ບໍ່​ທຳ​ລາຍ​ເມືອງ​ນັ້ນ​ເຫມືອນ​ກັນ​ຖ້າ​ຫາກ​ມີ​ພຽງ​ແຕ່​ສິບ​ຄົນ” 33 ຫລັງ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ສົນ​ທະ​ນາ​ກັບ​ອັບ​ຣາ​ຮາມ​ສິ້ນ​ສຸດ​ລົງ​ແລ້ວ ພ​ຣະ​ອົງ​ກໍ​ສະ​ເດັດ​ຈາກ​ໄປ ແລະ​ອັບ​ຣາ​ຮາມ​ກໍ​ກັບ​ຄືນ​ເມືອ​ບ້ານ​ຂອງ​ຕົນ

ປະຖົມການ 19

ຄວາມ​ຊົ່ວ​ຊາມ​ຂອງ​ຊາວ​ເມືອງ​ໂຊ​ໂດມ

1 ເມື່ອ​ທູດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ສອງ​ອົງ​ເຂົ້າ​ໄປ​ໃນ​ເມືອງ​ໂຊ​ໂດມ​ເວ​ລາ​ຄ່ຳ ໂລດກໍ​ນັ່ງ​ຢູ່​ທີ່​ປະ​ຕູ​ບ່ອນ​ຊາວ​ເມືອງ​ພົບ​ປະ​ສົນ​ທະ​ນາ​ກັນ ເມື່ອ​ໂລດ​ເຫັນ​ທ່ານ​ທັງ​ສອງ​ກໍ​ຟ້າວ​ແລ່ນ​ອອກ​ໄປ​ຕ້ອນຮັບ 2 ເຂົາກົ້ມ​ຂາບລົງ​ແລະ​ເວົ້າ​ວ່າ, “ອາດຍາ​ເອີຍ ຂ້າ​ພະ​ເຈົ້າ​ຂໍ​ໄຫວ້ວອນ​ທ່ານ​ກະ​ຣຸ​ນາ​ແວ່​ເຂົ້າ​ໄປ​ໃນ​ເຮືອນ​ຂ້າ​ພະ​ເຈົ້າ​ກ່ອນ​ທ້ອນ ທ່ານ​ຈະ​ລ້າງ​ຕີນ​ ແລະ​ພັກ​ແຮມ​ຄືນ​ກໍ​ໄດ້ ຄັນ​ຕອນ​ເຊົ້າມາ ທ່ານ​ຈຶ່ງຄ່ອຍ​ເດີນ​ທາງ​ຕໍ່​ໄປ” ແຕ່​ທູດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຕອບ​ວ່າ, “ບໍ່​ດ​ອກ ພວກ​ເຮົາ​ຈະ​ຄ້າງ​ຄືນ​ໃນ​ແຄມ​ທາງ​ຖ​ນົນ​ຂອງ​ເມືອງ​ນີ້” 3 ແຕ່​ໂລດ​ກໍ​ຂໍ​ຮ້ອງ​ອີກ ແລະ​ໃນ​ທີ່​ສຸດ​ຊາຍ​ທັງ​ສອງ​ກໍ​ຕົກ​ລົງ​ໄປ​ເຮືອນ​ຂອງ​ເຂົາ ໂລດ​ຈຶ່ງໄດ້​ຈັດ​ແຈ່ງ​ເຂົ້າ​ຫນົມ ແລະ​ອາ​ຫານ​ອັນ​ດີ​ມາ​ຕ້ອນ​ຮັບ 4 ກ່ອນ​ທ່ານ​ທັງ​ສອງ​ຈະ​ເຂົ້າ​ໄປ​ນອນ ພວກ​ຜູ້​ຊາຍ​ຊາວ​ເມືອງ​ໂຊ​ໂດມ​ທັງ​ຫນຸ່ມ​ແລະ​ເຖົ້​າ​ແກ່ໄດ້​ພາ​ກັນ​ອາ​ອ້ອມ​ເຮືອນ​ນັ້ນ​ໄວ້ 5 ພວກ​ເຂົາ​ຮ້ອງ​ໂລດ​ອອກ​ມາ​ແລະ​ຖາມ​ວ່າ, “ຜູ້​ຊາຍ​ທີ່​ມາ​ພັກ​ເຊົ​າ​ຢູ່​ບ້ານ​ເຈົ້າ​ຄືນ​ນີ້ຢູ່​ໃສ? ຈົ່ງ​ພາ​ເຂົາ​ອອກ​ມາ​ເພື່ອ​ເຮົາ​ຈະ​ໄດ້​ສົມ​ສູ່​ກັບ​ເຂົາ” 6 ໂລດ​ອອກ​ມາ​ຫາ​ພວກ​ຊາວ​ເມືອງ​ນັ້ນ​ແລ້ວ​ອັດ​ປະ​ຕູ​ໄວ້ 7 ໂລດເວົ້າ​ກັບ​ເຂົາ​ວ່າ, “ພີ່​ນ້ອງ​ເອີຍ ເຮົາ​ຂໍ​ນຳ​ຢ່າ​ກະ​ທຳ​ແນວ​ບໍ່​ດີເຊັ່ນ​ນີ້ເທາະ! 8 ເອົາ​ຢ່າ​ງ​ນີ້ສາ ເຮົາ​ມີ​ລູກ​ສາວ​ຢູ່​ສອ​ງຄົນ​ທີ່​ຍັງ​ບໍ່​ເຄີຍ​ຜ່ານ​ຜູ້​ຊາຍ​ມາ​ຈັກ​ເທື່ອ​ເຮົາ​ຈະ​ນຳ​ອອກ​ມາ​ໃຫ້ ທ່ານ​ຈະ​ເຮັດ​ກັບ​ເຂົາ​ແນວ​ໃດ​ກໍ​ໄດ້​ຕາມ​ໃຈ​ຊອບ​ແຕ່​ຂໍ​ຢ່າ​ກະ​ທຳ​ສິ່ງ​ໃດ​ໃຫ້​ແກ່​ຊາຍ​ສອງ​ຄົນ​ນີ້ ເພາະ​ທ່ານ​ເປັນ​ແຂກ​ຂອງ​ເຮົາ ເຮົາ​ຈຳ​ເປັນ​ຕ້ອ​ງຄຸ້ມ​ຄອງ​ພວກ​ທ່ານ” 9 ແຕ່​ເຂົາ​ຕອບ​ໂລດ​ວ່າ, “ຖອຍ​ອອກ​ໄປ​ບັກ​ຕ່າງ​ດ້າວ ມຶງແມ່ນ​ໃຜ​ທີ່​ບັງ​ອາດ​ມາ​ສັ່ງ​ສອນ​ພວກ​ກູ ຫລີກ​ອອກ​ໄປ ຖ້າ​ບໍ່​ດັ່ງ​ນັ້ນ​ກູ​ຈະ​ເຮັດ​ກັບ​ມືງ​ຫນັກກວ່າ​ເຮັດ​ກັບ​ພວກ​ເຂົາ” ພວກ​ເຂົາ​ຊຸກ​ໂລດ​ໃຫ້​ຖອຍ​ໄປ​ແລ້ວ​ຈະ​ພາ​ກັນ​ພັງ​ປະ​ຕູ​ເຂົ້າ​ໄປ 10 ແຕ່​ຊາຍ​ທັງ​ສອງ​ທີ່​ຢູ່​ໃນ​ເຮືອນ​ນັ້ນ​ໄຂ​ປະ​ຕູ​ອອກ​ມາ​ດຶງ​ເອົາ​ໂລດ​ເຂົ້​າ​ໄປ​ໃນ​ເຮືອນ​ແລ້ວ​ອັດ​ປະ​ຕູ​ໄວ້​ 11 ໃນ​ທັນ​ໃດ​ນັ້ນ ຊາຍ​ສອງ​ຄົນ​ກໍ​ບັນດານ​ໃຫ້​ພວກ​ອັນ​ທະ​ພານ​ຢູ່​ຂ້າງນອກ​ນັ້ນ​ບໍ່​ເຫັນ​ຮຸ່ງ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ສາ​ມາດ​ເຫັນ​ປະ​ຕູ​ເຮືອນ​ໄດ້

ການ​ທຳ​ລາຍ​ເມືອງ​ໂຊ​ໂດມ​ ແລະ​ເມືອງ​ໂກ​ໂມ​ຣາ

12 ຊາຍ​ທັງ​ສອງ​ຖາມ​ໂລດ​ວ່າ, “ເຈົ້​າ​ມີ​ໃຜ​ແດ່​ຢູ່​ໃນ​ເມືອງ​ນີ້ ຈົ່ງເອົາ​ພວກ​ບຸດ​ເຂີຍບຸດຊາຍ​ບຸດ​ຍິງ​ແລະ​ພີ່​ນ້ອງ​ຂອງ​ເຈົ້າ​ອອກ​ຈາກ​ເມືອງ​ນີ້​ໄວ ເພາະ​ວ່າ​ພວກ​ເຮົາ​ກຳ​ລັງ​ຈະ​ທຳ​ລາຍ​ບ່ອນ​ນີ້ 13 ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ສຽງ​ຟ້ອງ​ຮ້ອງ​ອັນ​ຫນ້າ​ຢ້ານ​ກົວ​ຕໍ່​ສູ້​ປະ​ຊາ​ຊົນ​ເຫລົ່າ​ນີ້ ຈຶ່ງ​ຊົງ​ໃຊ້​ພວກ​ເຮົາ​ມາ​ທຳ​ລາຍ​ເມືອງ​ໂຊ​ໂດມ​ນີ້” 14 ຄັນ​ແລ້ວ ໂລດ​ຈຶ່ງໄປ​ເວົ້າ​ກັບ​ພວກ​ຄູ່​ຫມັ້ນ​ຂອງ​ບຸດ​ຍິງ​ຂອງ​ຕົນ​ວ່າ, “ຈົ່ງ​ຫນີ​ອອກ​ຈາກ​ເມືອງ​ນີ້ໄປ​ໄວໆ ເພາະ​ພ​ຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ລາຍ​ບ່ອນ​ນີ້” ແຕ່​ພວກ​ເຂົາ​ຄິດ​ວ່າ​ໂລດ​ເວົ້າ​ຫລິ້ນ 15 ເມື່ອ​ເວ​ລາ​ຮຸ່ງ​ເຊົ້າ ພວກ​ທູດ​ຂອງ​ພ​ຣະ​ເຈົ້າ​ພຍາ​ຍາມ​ເລັ່ງ​ໂລດ​ໂດຍ​ເວົ້າ​ວ່າ, “ໄວໆ ຈົ່ງ​ເອົາ​ພັ​ຣ​ຍາແລະ​ບຸດ​ຍິງ​ສອງ​ຄົນ​ຂອງ​ເຈົ້າ​ອອກ​ຫນີໄປ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ເສັຽ​ຊີ​ວິດ​ເມື່ອ​ເມືອງ​ນີ້​ຖືກ​ທຳ​ລາຍ” 16 ແຕ່​ໂລດ​ຍັງ​ສົງໄສ​ຢູ່ ເຖິງ​ຢ່າງ​ໃດ​ກໍ​ດີ ພ​ຣະ​ຜູ້​ເປັນ​ເຈົ້າ​ຍັງ​ສົງ​ສານ​ເຂົາ ດັ່ງ​ນັ້ນ​ ທູດ​ທັງ​ສອງ​ຈຶ່ງ​ດຶງ​ມື​ເຂົາ​ພ້ອມ​ທັງ​ພັ​ຣ​ຍາ ​ແລະ​ບຸດ​ຍິງ​ພາ​ກັນ​ອອກ​ຈາກ​ເມືອງ​ນີ້​ໄປ 17 ເມື່ອ​ພວກ​ເຂົາ​ຖືກ​ນຳ​ພາ​ອອກ​ຈາກ​ເມືອງ​ໄປ​ແລ້ວ ທູດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້​າ​ອົງ​ນຶ່ງ​ເວົ້າ​ວ່າ, “ຈົ່ງ​ຟ້າວ​ຫນີເອົາ​ຕົວ​ລອດ ຢ່າ​ຫລ​ຽວ​ຄືນ​ຫລັງ​ແລະ​ຢ່າ​ຢຸດ​ຢູ່​ຮ່ອມ​ພູ ໃຫ້​ພາ​ກັນ​ແລ່ນ​ຂຶ້ນ​ໄປ​ເທິງ​ພູ​ນ້ອຍ​ພຸ້ນ ເພື່ອ​ວ່າ​ເຈົ້​າ​ຈະ​ບໍ່​ຕາຍ” 18 ແຕ່​ໂລດ​ຕອບ​ວ່າ, “ບໍ່​ດອກ​ທ່ານ​ເອີຍ 19 ທ່ານ​ມີ​ຄວາມ​ເມດ​ຕາ​ກະ​ຣຸ​ນາ​ ແລະ​ມີ​ບຸນ​ຄຸນ​ຕໍ່​ຂ້າ​ພະ​ເຈົ້​າຫລາຍ​ແລ້ວ​ທີ່​ໄດ້​ຊ່ອຍ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ໄວ້ ແຕ່​ວ່າ​ພູ​ນ້ອຍ​ນັ້ນ​ຍັງ​ຢູ່​ໄກ​ຫລາຍ​ໄພ​ພິ​ບັດ​ຈະ​ຕາມ​ມາ​ທັນ​ຂ້າ​ພະ​ເຈົ້າ​ ແລະ​ຂ້າ​ພະ​ເຈົ້າ​ກໍ​ຈະ​ເສັຽ​ຊີ​ວິດ​ກ່ອນ​ຈະໄປ​ເຖິງທີ່​ນັ້ນ 20 ທ່ານ​ເຫັນ​ເມືອງ​ນ້ອຍ​ນັ້ນ​ບໍ່ ເມືອງ​ນັ້ນ​ຢູ່​ໃກ້​ພໍ​ທີ່​ຂ້​າ​ພະ​ເຈົ້າ​ຈະ​ໄປ​ເຖິງ​ກ່ອນ​ໄດ້ ໃຫ້​ຂ້າ​ພະ​ເຈົ້​າ​ໄປ​ຫັ້ນ​ເທີນ ທ່ານ​ເຫັນ​ແລ້ວ​ວ່າ​ມັນ​ເປັນ​ພຽງ​ບ່ອນ​ນ້ອຍໆ​ແລະ​ຊິວິດ​ຂອງ​ຂ້າ​ພ​ະ​ເຈົ້​າອາດ​ຈະ​ປອດ​ໄພ” 21 ທູດ​ຂອງ​ພ​ຣະ​ເຈົ້າ​ຕອບ​ວ່າ, “ເຮົາ​ຕົກ​ລົງ ເຮົາ​ຈະ​ບໍ່​ທຳ​ລາຍ​ເມືອງ​ນັ້ນ 22 ຮີບ​ຟ້າວ​ແລ່ນ​ໄປ​ໄວໆ​ເຮົາ​ຈະ​ບໍ່​ທຳ​ສິ່ງ​ນຶ່ງ​ສິ່ງ​ໃດ​ກ່ອນ​ເຈົ້າ​ຈະ​ໄປ​ຮອດ​ຫັ້ນ” ແລ້ວ​ທູດ​ຂອງ​ພ​ຣະ​ເຈົ້າ​ກໍ​ປະ​ພວກ​ເຂົາ​ໄວ້​ທີ່​ນັ້ນ ຍ້ອນ​ໂລດ​ເວົ້າ​ບ່ອນ​ນັ້ນ​ວ່າ​ນ້ອຍ ເມືອງ​ນັ້ນ​ຈຶ່ງມີ​ຊື່​ວ່າ ໂຊ​ອາຣ໌ 23 ເມື່ອ​ໂລດ​ໄປ​ເຖິງ​ເມືອງ​ໂຊ​ອາຣ໌ ຕາ​ເວັນ​ກໍ​ກຳ​ລັງ​ຂຶ້ນ​ແລ້ວ​ 24 ພ​ຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ທຳໃຫ້​ໄຟ​ ແລະ​ມາດ​ມາ​ແຕ່​ທ້ອງ​ຟ້າຕົກ​ລົງ​ມາ​ໃສ່​ເມືອງ​ໂຊ​ໂດມ ​ແລະ​ເມືອງ​ໂກ​ໂມ​ຣາ 25 ດັ່ງ​ນັ້ນ ພ​ຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ທຳ​ລາຍ​ສອງ​ເມືອງ ແລະ​ຮ່ອມ​ພູ​ທັງ​ຫມົດ​ພ້ອມ​ທັງ​ປະ​ຊາ​ຊົນ​ທຸກ​ຄົນ​ໃນ​ເມືອງ​ແລະ​ພືດ​ພັນ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຈາກ​ດິນ 26 ແຕ່​ພັ​ຣ​ຍາ​ຂອງ​ໂລດ​ໄດ້​ຫລຽວ​ຄືນ​ຫລັງ ດັ່ງ​ນັ້ນ ນາງ​ຈຶ່ງ​ໄດ້​ກາຍ​ເປັນ​ເສົາ​ກ້ອນ​ເກືອ 27 ຕັ້ງ​ແຕ່​ເຊົ້າໆ​ຂອງວັນ​ຕໍ່​ມາ ອັບ​ຣາ​ຮາມ​ຈຶ່ງ​ຟ້າວ​ໄປ​ບ່ອນ​ທີ່​ທ່ານ​ເຝົ້າ​ພ​ຣະ​ຜູ້​ເປັນ​ເຈົ້າ 28 ທ່ານຫລຽວ​ລົງ​ເບິ່ງ​ເມືອງ​ໂຊ​ໂດມ ເມືອງ​ໂກ​ໂມ​ຣາ ແລະ​ຮ່ອມ​ພູ​ທັງ​ຫມົດ​ຈຶ່ງ​ເຫັນ​ຄວັນ​ໄຟ​ພຸ່ງ​ຂຶ້ນ​ມາ​ຈາກ​ບ່ອນ​ນັ້ນ​ເຫມືອນ​ດັ່ງ​ຄວັນ​ໄຟ​ທີ່​ພຸ່ງ​ຂຶ້ນ​ມາ​ຈາ​ກເຕົ​າ​ຫລອມ​ໃຫຍ່ 29 ແຕ່​ເມື່ອ​ພ​ຣະ​ເຈົ້​າ​ຊົງ​ທຳ​ລາຍ​ເມືອງ​ທັງ​ສອງ​ຢູ່​ໃນ​ຮ່ອມ​ພູ​ນັ້ນ ພ​ຣະ​ອົງ​ຍັງ​ຊົງ​ຈົດ​ຈໍາ​ຄຳ​ຮ້ອງ​ຂໍ​ຂອງ​ອັບ​ຣາ​ຮາມ​ຢູ່​ໂດຍ​ຊ່ອຍ​ໂລດ​ໃຫ້​ພົ້ນ​ຈາກ​ອັນ​ຕະ​ຣາຍ

ກົກ​ເຄົ້າ​ຂອງ​ພວກ​ໂມ​ອາບ ແລະ​ອັມ​ໂມນ

30 ໂລດ​ມີ​ຄວາມ​ຢ້ານ​ຕໍ່​ເຫດ​ການ​ທີ່​ຜ່ານ​ມາ ຈົນ​ບໍ່​ຢາກ​ອາ​ໄສຢູ່​ເມືອງ​ໂຊ​ອາຣ໌ ດັ່ງ​ນັ້ນ ເຂົາຈຶ່ງ​ພາ​ບຸດ​ຍິງທັງ​ສອງ​ຍ້າຍ​ໄປ​ອາ​ໄສຢູ່​ໃນ​ຖ້ຳ​ທີ່​ພູ​ນ້ອຍ 31 ຜູ້​ເອື້ອຍ​ຈຶ່ງ​ເວົ້າ​ຕໍ່​ນ້ອງວ່າ, “ພໍ່​ພວກ​ເຮົາ​ກໍ​ເຖົ້​າແກ່​ແລ້ວ ແລະ​ບໍ່​ມີ​​ຊາຍ​ຂອງ​ຜູ້​ໃດ​ເລີຍ​ເຫລືອ​ຢູ່​ໃນ​ໂລກ​ນີ້​ທີ່​ຈະ​ມາ​ແຕ່ງ​ງານ​ກັບ​ພວກ​ເຮົາ​ເພື່ອ​ວ່າ​ເຮົ​າ​ຈະ​ມີ​ບຸດ​ສືບຫນໍ່​ແທນ​ແນວ​ຕາມ​ທຳ​ນຽມ 32 ມາ​ເທາະ ເຮົາ​ຈົ່ງ​ເອົາ​ເຫລົ້​າ​ໃຫ້​ພໍ່​ດື່ມ​ໃຫ້​ເມົາ ແລ້ວ​ຮ່ວມ​ປະ​ເວນິ​ກັບ​ທ່ານ ເພື່ອ​ຈະ​ໄດ້​ບຸດ​ຈາກ​ພໍ່​ຂອງ​ພວກ​ເຮົາ 33 ໃນ​ຄືນ​ນັ້ນ ເຂົາ​ໄດ້​ເອົາ​ເຫລົ້າ​ອະ​ງຸ່ນ​ໃຫ້​ບິ​ດາ​ດື່ມ​ຈົນ​ເມົາ ແລ້ວ​ເອື້ອຍ​ກໍ​ຮ່ວມ​ປະ​ເວ​ນິ​ກັບບິ​ດາ​ຂອງ​ນາງ ແຕ່​ບິ​ດາບໍ່​ຮູ້​ຫ​ຍັງ​ເລີຍ​ຍ້ອນ​ຄວາມ​ມືນ​ເມົາ 34 ວັນຕໍ່​ມາ ເອື້ອຍ​ຈຶ່ງ​ເວົ້າ​ກັບ​ນ້ອງ​ວ່າ, “ຂ້ອຍ​ໄດ້​ຮ່ວມ​ປະ​ເວ​ນິ​ກັບ​ພໍ່​ແລ້ວ​ຄືນ​ວານ​ນີ້ ຄືນ​ມື້​ແລງ​ນີ້​ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້ທ່ານເມົາ​ອີກ ແລ້ວ​ແມ່ນ​ທີ່​ເຈົ້​າ​ຈະ​ເຮັດ​ຄືກັບ​ຂ້ອຍ ຄັນ​ແລ້ວ​ພວກ​ເຮົາ​ທັງ​ສອງ​ກໍ​ຈະ​ໄດ້​ບຸດນຳ​ທ່ານ 35 ໃນ​ຄືນ​ນັ້ນ ພວກ​ເຂົ​າ​ຈຶ່ງ​ເອົາ​ເຫລົ້າ​ໃຫ້​ບິ​ດາ​ດື່ມ​ຈົນ​ເມົາ ແລ້ວ​ຜູ້​ນ້ອງ​ກໍ​ຮ່ວມ​ປະ​ເວ​ນິ​ກັບ​ທ່ານ​ຍ້ອນ​ຄວາມ​ມືນ​ເມົາ​ທ່ານຈຶ່ງ​ບໍ່​ຮູ້​ເຣື່ອງ​ນີ້​ເລີຍ 36 ດ້ວຍ​ວິທີ​ນບຸດ​ຍິງ​ຂອງ​ໂລດ​ທັງ​ສອງ​ຈຶ່ງ​ຕັ້ງ​ທ້ອງ ຜູ້​ເອື້ອຍ​ໄດ້​ບຸດຊາຍ​ຜູ້​ນຶ່ງ​ຊື່ ໂມ​ອາບ 37 ເຂົາ​ໄດ້​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ຊາວ​ໂມ​ອາບ​ມາ​ຈົ​ນ​ຮອດ​ປະ​ຈຸ​ບັນ​ນີ້ 38 ຜູ້​ນ້ອງ​ໄດ້​ບຸດຊາຍ​ຜູ້​ນຶ່ງ​ເຫມືອນ​ກັນ​ຊື່ ເບັນ​ອັມ​ມີ ເຂົາ​ໄດ້​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ຊາວ​ອັມ​ໂມນ​ມາ​ຈົນ​ເຖິງ​ປະ​ຈຸ​ບັນ​ນີ້

ປະຖົມການ 20

ອັບ​ຣາ​ຮາມ ແລະ​ອາ​ບີ​ເມ​ເລກ

1 ອັບ​ຣາ​ຮາມເດີນ​ທາງ​ຈາກ​ທີ່​ນັ້ນໄປຍັງ​ແດນ​ເນ​ເກັບ ແລ້ວ​ໄດ້​ຕັ້ງ​ຖິ່ນ​ຖານ​ອາ​ໄສ​ຢູ່​ລະ​ຫວ່າງ​ເມືອງ​ກາ​ເດັສ ແລະ​ເມືອງ​ຊູ​ຣ໌ ໃນ​ເວ​ລາ​ນັ້ນ​ທ່ານ​ກໍ​ໄດ້​ພັກ​ພາ​ອາ​ໄສຢູ່​ເມືອງ​ເກ​ຣາ 2 ອັບ​ຣາ​ຮາມເວົ້າ​ວ່າ ນາງ​ຊ​າ​ຣາ​ຜູ້​ເປັນ​ພັ​ຣ​ຍາ ເປັນ​ນ້ອງ​ສາວ​ຂອງ​ທ່ານ ດັ່ງ​ນັ້ນ​ ອາ​ບີ​ເມ​ເລກເຈົ້າ​ຊີ​ວິດ​ແຫ່ງ​ເກຣາ​ຈຶ່ງ​ເອົາ​ນາງ​ຊາ​ຣາ​ໄປ 3 ໃນ​ຄືນ​ນັ້ນ ພ​ຣະ​ເຈົ້າ​ໄດ້​ປາ​ກົດ​ໃນ​ພ​ຣະ​ສຸ​ບີນ​ຂອງ​ເຈົ້າ​ຊີ​ວິດ​ ແລະ​ເວົ້າ​ວ່າ, “ເຈົ້າ​ຈະ​ຕາຍ​ເຫດ​ວ່າ​ນາງ​ຊາ​ຣາ​ເປັນ​ຍິງ​ທີ່​ໄດ້​ແຕ່ງ​ງານ​ແລ້ວ” 4 ແຕ່​ວ່າ ກະ​ສັດ​ອາ​ບີ​ເມ​ເລກ ຊຶ່ງ​ບໍ່​ໄດ້​ແຕະ​ຕ້ອງ​ນາງ​ແຕ່​ຢ່າງ​ໃດ​ເລີຍ​ໄດ້​ທູນ​ວ່າ, “ພ​ຣະ​ອົງ​ເຈົ້າ​ຂ້າ ພ​ຣະ​ອົງ​ຈະ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ຫລື?” 5 ອັບ​ຣາ​ຮາມ​ເວົ້າ​ວ່າ ນາງ​ເປັນ​ນ້ອງ​ສາວ​ຂອງ​ເຂົາ ແລະ​ນາງ​ຊາ​ຣາ​ເອງ​ກໍ​ເວົ້າ​ວ່າ ເຂົາ​ເປັນ​ອ້າຍ​ຂອງ​ນາງ ຂ້​າ​ພ​ຣະ​ອົງ​ໄດ້​ກະ​ທຳ​ສິ່ງ​ນັ້ນ​ດ້ວຍ​ຄວາມ​ບໍ​ຣິ​ສຸດ​ໃຈ ແລະ​ບໍ່​ໄດ້​ກະ​ທຳ​ຜິດ​ຫຍັງ​ເລີຍ” 6 ພຣະ​ເຈົ້າ​ໄດ້​ຊົງ​ຕອບ​ໃນ​ພ​ຣະ​ສຸ​ບີນ​ແກ່ກະ​ສັດ​ວ່າ, “ຖືກ​ແລ້ວ ເຮົາ​ກໍ​ຮູ້​ເຈົ້າ​ໄດ້​ກະ​ທຳ​ດ້ວຍ​ຄວາມບໍ​ຣິ​ສຸດ​ໃຈ ດັ່ງ​ນີ້​ແຫລະ ເຮົາ​ຈຶ່ງ​ຮັກ​ສາ​ເຈົ້າ​ໄວ້​ບໍ່​ໃຫ້​ກະ​ທຳ​ຜິດ​ຕໍ່​ເຮົາ ດ້ວຍ​ການ​ແຕະ​ຕ້ອງ​ນາງ 7 ບັດ​ນີ້ ຈົ່ງ​ເອົາ​ຜູ້​ຍິງ​ໄປ​ສົ່ງ​ໃຫ້​ສາ​ມີຂອງ​ນາງ​ຄືນ​ສາ ສາ​ມີຂອງ​ນາງ​ເປັນ​ຜູ້​ປະ​ກາດ​ພ​ຣະ​ທັມ​ຂອງ​ເຮົາ ເຂົາຈະ​ອ້ອນວອນ​ໃຫ້​ເຈົ້​າ​ເພື່ອ​ເຈົ້​າ​ກໍ​ຈະ​ບໍ່​ຕາຍ ແຕ່​ເຮົາ​ຂໍ​ເຕືອນ​ເຈົ້າ​ວ່າ ຖ້າ​ເຈົ້າ​ບໍ່​ເອົາ​ນາງ​ໄປ​ສົ່ງ​ຄືນ​ເຈົ້າ ແລະ​ຄອບ​ຄົວ​ຂອງ​ເຈົ້າ​ທັງ​ຫມົດ​ຈະ​ຕ້ອງ​ຕາຍ” 8 ແຕ່​ເຊົ້າ​ມືດ​ຂອງວັນ​ໃຫມ່ ກະ​ສັດ​ອາ​ບີ​ເມ​ເລກ​ໄດ້​ເອີ້ນ​ຂ້າ​ໃຊ້​ມາ​ຫມົດ​ທຸກ​ຄົນ ແລະ​ໄດ້​ຊົງ​ເລົ່າ​ເຫດ​ການ​ນັ້ນ​ໃຫ້​ພວກ​ເຂົາ​ຟັງ ພວກ​ເຂົາ​ຈຶ່ງ​ມີ​ຄວາມ​ຢ້ານ​ກົວ​ຫລາຍ 9 ຕໍ່​ມາ ກະ​ສັດ​ອາ​ບີີເມ​ເລກ​ຈຶ່ງ​ໄດ້​ເອີ້ນ​ອັບ​ຣາ​ຮາມ​ມາ ແລະ​ໄດ້​ຖາມທ່ານ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ກະ​ທຳ​ເຊັ່ນ​ນີ້ແກ່​ພວກ​ເຮົາ? ເຮົາ​ໄດ້​ກະ​ທຳ​ຜິດ​ຫຍັງ​ແກ່​ເຈົ້າ​ແດ່ ເຈົ້າ​ຈຶ່ງ​ໄດ້​ນຳ​ຄວາມ​ອັດ​ຕະ​ຄັດ​ອັນ​ຍິ່ງ​ໃຫຍ່​ມາ​ໃຫ້​ແກ່​ເຮົາ ແລະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຮົາ? ການ​ທີ່​ເຈົ້າໄດ້​ເຮັດ​ແກ່​ເຮົາ​ບໍ່​ເປັນ​ການ​ສົມ​ຄວນ​ເລີຍ” 10 ອາບີ​ເມ​ເລກກ່າວ​ກັບ​ອັບ​ຣາ​ຮາມ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໄດ້​ກະ​ທຳ​ເຊັ່ນ​ນີ້? 11 ອັບຣາ​ຮາມ​ຈຶ່ງ​ກາ​ບ​ທູນ​ວ່າ, “ຂ້າ​ພຣ​ະ​ອົງຄິດ​ວ່າ ໃນ​ທີ່​ນີ້​ບໍ່​ມີ​ໃຜ​ຢ້ານ​ຢຳ​ການ​ຕັດ​ສິນ​ຂອງ​ພ​ຣະ​ເຈົ້​າ ແລະ​ຄິດ​ວ່າ​ເຂົາ​ຕ້ອງ​ຂ້າ​ຂ້າ​ພ​ຣະ​ອົງເສັຽ ເພື່ອ​ຈະ​ເອົາ​ພັຣ​ຍາຂອງ​ຂ້າພ​ຣະ​ອົງ​ໄປ 12 ທີ່​ຈິງ​ນາງ​ເອງ​ກໍ​ເປັນ​ນ້ອງ​ສາວ​ຂອງ​ຂ້າ​ພ​ຣະ​ອົງ​ແທ້ ນາງ​ເປັນ​ບຸດ​ຕ່າງ​ມານ​ດາ​ເທົ່າ​ນັ້ນ ແລະ​ຂ້າ​ພ​ຣະ​ອົງໄດ້​ແຕ່ງ​ງານ​ກັບ​ນາງ 13 ດັ່ງ​ນັ້ນ ເມື່ອ​ພ​ຣະ​ເຈົ້​າ​ໄດ້​ໃຫ້​ຂ້າ​ພ​ຣະ​ອົງຫນີ​ຈາກ​ເຮືອນ​ຂອງ​ບິ​ດາ​ໄປ​ສູ່​ດິນ​ແດນ​ຕ່າງ​ປະ​ເທດ ຂ້າພ​ຣະ​ອົງຈຶ່ງ​ເວົ້າ​ກັບ​ນາງວ່າ ເຈົ້​າ​ຕ້ອງ​ສະ​ແດງ​ຄວາມ​ຊື່​ສັດ​ຕໍ່​ຂ້ອຍ​ໃນ​ທຸກໆ​ບ່ອນ​ທີ່​ເຮົາ​ໄປ​ໂດຍ​ເວົ້າ​ເຖິງ​ຂ້ອຍ​ວ່າ ຂ້ອຍ​ເປັນ​ອ້າຍ​ຂອງ​ເຈົ້າ” 14 ຄັນ​ຕໍ່​ມາ ກະ​ສັດ​ອາ​ບີ​ເມ​ເລກ​ກໍ​ສົ່ງ​ນາງ​ຊາ​ຣາ​ຄືນໃຫ້​ອັບ​ຣາ​ຮາມ​ ແລະ​ພ້ອມ​ດຽວ​ກັນ​ນັ້ນ​ພ​ຣະ​ອົງ​ຍັງ​ໄດ້​ເອົາ​ຝູງ​ແກະ ຝູງ​ງົວ ແລະ​ຂ້າ​ໃຊ້​ໃຫ້​ທ່ານອີກ 15 ພ​ຣະ​ອົງ​ເວົ້າ​ກັບ​ອັບ​ຣາ​ຮາມ​ວ່າ, “ທີ່​ນີ້​ແມ່ນ​ຖິ່ນ​ຂອງ​ເຮົາ​ທັງ​ຫມົດ​ເຈົ້າ​ຈະ​ອາໄສ​ຢູ່​ບ່ອນ​ໃດ​ກໍ​ໄດ້​ຕາມ​ແຕ່​ເຈົ້າ​ຕ້ອງ​ການ” 16 ແລ້ວ​ພ​ຣະ​ອົງ​ຈຶ່ງ​ເວົ້າ​ຕໍ່​ນາງ​ຊາ​ຣາ​ວ່າ, “ເຮົາ​ເອົາ​ເງິນ​ພັນ​ຫລຽນ​ໃຫ້​ອ້າຍ​ຂອງ​ເຈົ້​າ ເພື່ອ​ເປັນ​ຂໍ້​ພິ​ສູດ​ໃຫ້​ທຸກ​ຄົນ​ທີ່​ຢູ່​ນຳ​ເຈົ້າ​ເຫັນ​ວ່າ ເຈົ້າ​ເປັນ​ຄົນ​ສັດ​ຊື່ ແລະ​ບໍ່​ໄດ້​ກະ​ທຳ​ຜິດ​ຫຍັງ​ເລີຍ” 17 ຍ້ອນ​ເຣື່ອງ​ນາງ​ຊາ​ຣາ​ພັ​ຣ​ຍາ​ຂອງ​ອັບ​ຣາ​ຮາມພ​ຣະ​ເຈົ້າ​ຈຶ່ງ​ທຳ​ໃຫ້​ພວກ​ຜູ້​ຍິງ​ທຸກໆ​ຄົນ​ທີ່​ຢູ່​ໃນ​ພ​ຣະ​ຣາ​ຊວັງ​ຂອງ​ກະ​ສັດ​ອາ​ບີ​ເມ​ເລກ​ບໍ່​ມີ​ບຸດ 18 ສະ​ນັ້ນ​ຍ້ອນ​ການ​ອ້ອນວອນ​ຂອງ​ອັບ​ຣາ​ຮາມ ເພື່ອ​ກະ​ສັດ​ອາບີ​ເມ​ເລກ ພ​ຣະ​ເຈົ້າ​ຈຶ່ງ​ຊົງ​ໂຜດ​ໃຫ້​ພ​ຣະ​ອົງ​ດີ​ເປັນ​ປົກ​ກະ​ຕິ ພ​ຣະ​ເຈົ້​າ​ຊົງ​ໂຜດ​ໃຫ້​ມະ​ເຫ​ສິ ແລະ​ພວກ​ຂ້າ​ໃຊ້​ຍິງ​ທັງ​ຫລາຍ​ດີ ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ມີ​ບຸດ​ໄດ້

ປະຖົມການ 21

ການ​ເກີດ​ຂອງ​ອີ​ຊາກ

1 ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ຊ່ອຍ​ໃຫ້​ນາງ​ຊາຣາ​ຕາມ​ທີ່​ພ​ຣະ​ອົງ​ຊົງ​ສັນ​ຍາ​ໄວ້ 2 ນາງ​ໄດ້​ຕັ້ງ​ທ້ອງແລະ​ໄດ້​ບຸດ​ຊາຍ​ຜູ້​ນຶ່ງ​ໃຫ້​ອັບ​ຣາ​ຮາມ​ ເມື່ອ​ທ່ານ​ເຖົ້າ​ແກ່​ແລ້ວ ເດັກ​ນ້ອຍ​ນັ້ນ​ໄດ້​ເກີດ​ຕາມ​ເວລາ​ທີ່​ພ​ຣະ​ເຈົ້​າ​ໄດ້​ຊົງ​ບອກ​ໄວ້ 3 ອັບ​ຣາ​ຮາມ​ໃສ່​ຊື່​ບຸດ​ນັ້ນ​ວ່າ ອີ​ຊາກ 4 ເມື່ອ​ອີ​ຊາກ​ອາ​ຍຸ​ໄດ້​ແປດ​ວັນ ອັບ​ຣາ​ຮາມ​ກໍ​ທໍາ​ພິ​ທີ​ຕັດ​ໃຫ້​ຕາມ​ທີ່​ພ​ຣະ​ເຈົ້າ​ໄດ້​ຊົງ​ສັ່ງ​ທ່ານໄວ້ 5 ເມື່ອ​ອີ​ຊາກ​ເກີດ​ມາ ອັບ​ຣາ​ຮາມ​ໄດ້​ຮ້ອຍ​ປີ 6 ແລ້ວນາງ​ຊາ​ຣາ​ເວົ້າ​ວ່າ, “ພ​ຣະ​ເຈົ້າ​ຊົງ​ປະ​ທານ​ຄວາມ​ຊົມ​ຊື່ນ​ຍີນ​ດີ ແລະ​ສຽງ​ຫົວ​ເລາະ​ໃຫ້​ແກ່​ຂ້ອຍ ທຸກ​ຄົນ​ທີ່​ໄດ້​ຍິນ​ເຣື່ອງ​ນີ້​ກໍ​ຈະ​ຫົວ​ເລາະ​ນຳ​ຂ້ອຍ” 7 ນາງ​ເວົ້າ​ຕື່ມ​ອີກວ່າ, “ໃຜ​ຈະ​ເວົ້າ​ກັບ​ອັບ​ຣາ​ຮາມ​ໄດ້​ວ່າ ຊາ​ຣາ​ຍັງ​ຈະ​ມີ​ບຸດ ເຖິງ​ຢ່າງ​ໃດ​ກໍ​ດີ ຂ້ອຍ​ໄດ້​ບຸດ​ຊາຍ​ຜູ້ນຶ່ງ​ໃຫ້​ທ່ານ​ເມື່ອ​ທ່ານ​ເຖົ້າ​ແກ່​ແລ້ວ” 8 ເດັກ​ນ້ອຍ​ນັ້ນ​ກໍ​ຈະ​ເຣີນ​ເຕີບ​ໂຕ​ຂຶ້ນ ແລະ​ໃນ​ມື້​ທີ່​ທ້າວ​ອີ​ຊາກ​ຢ່ານົມ ອັບ​ຣາ​ຮາມ​ໄດ້​ຈັດ​ງານ​ກິນ​ລ້ຽງ​ຢ່າງ​ໃຫຍ່​ໂຕ 9 ມື້​ນຶ່ງ ອິ​ຊ​ມາ​ເອນ​ບຸດຊາຍ​ນາງ​ຮາ​ກາ​ຊາວ​ເອ​ຢິບກໍາ​ລັງ​ຫລິ້ນຢູ່​ກັບ​ອີ​ຊາກ​ບຸດຊາຍ​ນາງ​ຊາ​ຣາ 10 ເມື່ອ​ນາງ​ຊາ​ຣາ​ເຫັນ​ດັ່ງ​ນັ້ນ ຈຶ່ງ​ເວົ້າ​ກັບ​ອັບ​ຣາ​ຮາມ​ວ່າ, “ຈົ່ງ​ສົ່ງ​ທາດ​ຍິງ​ຜູ້​ນີ້ ແລະ​ບຸດຊາຍ​ຫນີ​ໄປ​ສາ ເພາະ​ວ່າ​ບໍ່​ສົມ​ຄວນ​ໃຫ້​ບຸດ​ຊາຍ​ຂອງ​ມັນ​ໄດ້​ຮັບ​ສ່ວນ​ນຶ່ງ​ສ່ວນ​ໃດ​ໃນ​ກອງ​ມໍ​ຣະ​ດົກ​ຂອງ​ເຈົ້​າ​ເລີຍແມ່ນ​ອິ​ຊາກ​ບຸດຊາຍ​ຂອງ​ຂ້ອຍ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ຮັບ​ແຕ່​ຜູ້​ດຽວ” 11 ເຣື່ອງ​ນີ້​ສ້າງ​ຄວາມ​ຫນັກ​ໃຈ​ໃຫ້​ແກ່ອັບ​ຣາ​ຮາມ​ເປັນ​ຢ່າງ​ມາກ ເພາະ​ອິ​ຊ​ມາ​ເອນ​ກໍ​ເປັນ​ບຸດຂອງ​ທ່ານ​ເຫມືອນ​ກັນ 12 ແຕ່​ພ​ຣະ​ເຈົ້າ​ຊົງ​ກ່າວ​ກັບ​ອັບ​ຣາ​ຮາມ​ວ່າ, “ຢ່າ​ສູ່​ອຸກ​ໃຈ​ໃນ​ເຣື່ອງ​ເດັກ​ນ້ອຍ​ແລະ​ທາດ​ຍິງ​ຮາ​ກາ​ນັ້ນ​ເລີຍ ຈົ່ງ​ທຳ​ຕາມ​ທີ່​ຊາ​ຣາ​ບອກ​ເຈົ້າ ເພາະ​ວ່າ​ຍ້ອນ​ອີ​ຊາກ​ເຈົ້າ​ຈະ​ມີ​ເຊື້ອ​ສາຍ​ມາກ​ມາຍ​ຕາມທີ່​ເຮົາ​ໄດ້​ສັນ​ຍາ​ໄວ້ 13 ເຮົາ​ຈະ​ໃຫ້ບຸດຂອງ​ທາດ​ຍິງ​ນັ້ນ ມີ​ລູກ​ຫລານ​ມາກ​ມາຍ​ເຫມືອນ​ກັນ ເພື່ອ​ເຂົ​າ​ຈະ​ໄດ້​ກາຍ​ເປັນ​ອີກ​ປະ​ເທດ​ນຶ່ງ ເພາະ​ເຂົາກໍ​ເປັນ​ບຸດຂອງ​ເຈົ້າ​ເຫມືອນ​ກັນ” 14 ວັນຕໍ່​ມາ​ຕັ້ງ​ແຕ່​ເຊົ້າໆ ອັບ​ຣາ​ຮາມ​ເອົາ​ອາ​ຫານ​ແລະ​ນ້ຳ​ເຕົ້າ​ຫນ່ວຍ​ນຶ່ງ​ໃຫ້​ນາງ​ຮາ​ກາ ເອົາ​ເດັກ​ນ້ອຍ​ເຈັ່ຽ​ໃສ່​ຫລັງ​ຂອງ​ນາງ​ແລ້ວ​ສົ່ງ​ນາງ​ອອກ​ຫນີ​ໄປ ນາງ​ຈຶ່ງ​ຫນີ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ໃນ​ຖິ່ນ​ກັນ​ດານ​ເບ​ເອີ​ເຊ​ບາ 15 ເມື່ອ​ນ້ຳ​ໃນ​ເຕົ້າ​ນັ້ນ​ຫມົດ ນາງ​ຈຶ່ງ​ປະ​ບຸດ​ໄວ້​ຢູ່​ໃຕ້​ພຸ່ມ​ໄມ້​ແຫ່ງ​ນຶ່ງ​ແລ້ວ​ຫນີ​ໄປ​ນັ່ງ​ຢູ່​ຫ່​າງ​ຈາກ​ເດັກ​ນ້ອຍ​ປະ​ມານ​ຮ້ອຍ​ຫລາ 16 ນາງ​ເວົ້າ​ຢູ່​ຜູ້​ດຽວ​ວ່າ, “ຂ້ອຍ​ບໍ່​ກ້າ​ເບິ່ງ​ບຸດຂ້ອຍ​ຕາຍ” ເມື່ອ​ນາງ​ນັ່ງ​ລົງ​ທີ່​ນັ້ນ​ເດັກ​ກໍ​ເລີ້ມ​ຮ້ອງ​ໄຫ້​ຂຶ້ນ 17 ພ​ຣະ​ເຈົ້າ​ຊົງ​ໄດ້​ຍິນ​ສຽງ​ເດັກ​ນ້ອຍ​ຮ້ອງ​ໄຫ້ ແລະ​ທູດ​ຂອງ​ພ​ຣະ​ອົງ​ໄດ້​ເອີ້ນ​ນາງ​ຮາ​ກາ​ຈາກຟ້າສວັນ​​ວ່າ, “ຮາ​ກາ ເຈົ້​າ​ມີ​ຄວາມ​ອຸກ​ອັ່ງ​ຫຍັງ? ຢ່າ​ສູ່​ຢ້ານ​ເລີຍ ພ​ຣະ​ເຈົ້າ​ໄດ້​ຍິນ​ສຽງ​ເດັນ​ນ້ອຍ​ໄຫ້​ແລ້ວ 18 ຈົ່ງ​ລຸກ​ຂຶ້ນ​ໄປ​ອູ້ມ ແລະ​ອອຍ​ເຂົາເທີນ ເຮົາ​ຈະ​ໃຫ້​ເຊື້ອ​ສາຍ​ເຂົາ​ມາກ​ມາຍ​ຈົນ​ເກີດ​ເປັນ​ປະ​ເທດ​ໃຫຍ່ 19 ຄັນ​ແລ້ວ ພ​ຣະ​ເຈົ້າ​ຊົງ​ເຮັດ​ໃຫ້​ນາງ​ເຫັນ​ນ້ຳສ້າງ​ຫນ່ວຍ​ນຶ່ງ ນາງ​ຈຶ່ງ​ຟ້າວ​ໄປ​ຕັກ​ເອົາ​ນ້ຳ​ຈົນ​ເຕັມ​ເຕົ້າ​ແລ້ວ​ເອົາ​ໄປ​ໃຫ້​ບຸດຊາຍ​ດື່ມ 20 ພ​ຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເດັກ​ນ້ອຍ​ຈົນ​ເຂົາ​ຈະ​ເຣີນ​ເຕີບ​ໂຕ​ຂຶ້ນ ເຂົາໄດ້​ອາ​ໄສຢູ່​ໃນ​ປ່າ​ກັນ​ດານ​ປາ​ຣານ 21 ໄດ້​ກາຍ​ເປັນ​ນາຍ​ພານ​ທີ່​ສ​ລາດ ​ແລະ​ຊໍາ​ນານ ມານ​ດາ​ໄດ້​ຫາ​ພັ​ຣ​ຍາມາ​ຈາກ​ປະ​ເທດ​ເອ​ຢິບ​ມາ​ໃຫ້​ເຂົາ 22 ໃນ​ຄາວ​ນັ້ນ ກະ​ສັດ​ອາ​ບີເມ​ເລກ​ໄດ້​ສະ​ເດັດ​ໄປ​ຫາ​ອັບ​ຣາ​ຮາມ​ກັບ​ຟິ​ໂກນ​ນາຍ​ທະ​ຫານ​ຂອງ​ພ​ຣະ​ອົງ​ແລ້ວ​ເວົ້າ​ວ່າ, “ພ​ຣະ​ເຈົ້າ​ໄດ້​ສະ​ຖິດ​ຢູ່​ກັບ​ເຈົ້າ​ໃນ​ການ​ກະ​ທຳ​ທຸກ​ສິ່ງ​ທຸກ​ຢ່າງ 23 ສະ​ນັ້ນ ຈົ່ງ​ປະ​ຕິ​ຍານ​ໃນ​ທີ່​ນີ້​ຕໍ່​ພ​ຣະ​ພັກ​ພ​ຣະ​ເຈົ້າ​ວ່າ ເຈົ້​າ​ຈະ​ບໍ່​ຫລອກ​ລວງ​ເຮົາ ລູກ​ຫລານ​ຫລື​ເຊື້ອ​ສາຍ​ຂອງ​ເຮົາ ເຮົາ​ມີ​ຄວາມ​ຊື່​ສັດ​ຕໍ່​ເຈົ້າ ດັ່ງ​ນັ້ນ ຈົ່ງ​ສັນ​ຍາ​ແກ່​ເຮົາ​ວ່າ ເຈົ້​າ​ຈະ​ຊື່​ສັດ​ຕໍ່​ເຮົາ​ເຫມືອນ​ກັນ ແລະ​ຕໍ່​ແຜ່ນ​ດິນ​ທີ່​ເຈົ້​າ​ອາ​ໄສ​ຢູ່​ນີ້” 24 ອັບ​ຣາ​ຮາມ​ກໍ​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງຂໍ​ປະ​ຕິ​ຍານ” 25 ອັບ​ຣາ​ຮາ​ມ​ຮ້ອງ​ຂໍ​ຕໍ່​ກະ​ສັດ​ອາ​ບີ​ເມ​ເລກ​ກ່ຽວ​ເຣື່ອງ​ນ້ຳ​ສ້າງ​ທີ່​ຂ້າ​ຣາ​ຊ​ການ​ຂອງ​ພ​ຣະ​ອົງ​ໄດ້​ຍຶດ​ເອົາ 26 ກະ​ສັດ​ອາ​ບີ​ເມ​ເລກ​ຈຶ່ງ​ກ່າວ​ວ່າ, “ເຮົາ​ບໍ່​ຊາບ ເຣື່ອງ​ນີ້​ເຈົ້າ​ບໍ່​ບອກ​ເຮົ​າ ແລະ​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເຮົາ​ໄດ້​ຍິນ​ເຣື່ອງ​ນີ້” 27 ຄັນ​ແລ້ວ ອັບ​ຣາ​ຮາມ​ກໍ​ເອົາ​ແກະ ແລະ​ງົວ​ບາງ​ຕົວ​ຖວາຍ​ແກ່​ອາ​ບີ​ເມ​ເລກ ແລ້ວ​ທັງ​ສອງ​ກໍ​ຕັ້ງ​ຂໍ້​ຕົກ​ລົງ​ກັນ 28 ອັບ​ຣາ​ຮາມ​ແຍກ​ເອົາ​ແກະ​ເຈັດ​ໂຕ​ອອກ​ຈາກ​ຝູງ 29 ກະ​ສັດ​ອາ​ບີ​ເມ​ເລກ​ຈຶ່ງ​ຖາມ​ທ່ານວ່າ, “ເຈົ້າ​ແຍກ​ແກະ​ເຈັດ​ໂຕອອກ​ມາ​ເຮັດ​ຫຍັງ?” 30 ອັບ​ຣາ​ຮາມ​ທູນ​ຕອບ​ວ່າ, “ພ​ຣະ​ອົງ​ຈົ່ງ​ຮັບ​ລູກ​ແກະ​ເຈັດ​ໂຕ​ນີ້​ໄປ​ເທີນ ດ້ວຍ​ການ​ກະ​ທຳ​ເຊັ່ນ​ນີ້ ພ​ຣະ​ອົງ​ຈະ​ຊົງ​ຮັບ​ຮູ້​ວ່າ​ຂ້າ​ພ​ຣ​ະ​ອົງ​ໄດ້ຂຸດ​ນ້ຳ​ສ້າງ​ນີ້ ດັ່ງ​ນັ້ນ​ບ່ອນ​ນີ້​ຈຶ່ງ​ເອີ້ນ​ວ່າ ເບ​ເອີ​ເຊ​ບາ 31 ເພາະ​ວ່າ ເປັນ​ບ່ອນ​ທີ່​ທັງ​ສອງ​ໄດ້​ປະ​ຕິ​ຍານຕໍ່​ກັນ 32 ຫລັງ​ຈາກ​ທັງ​ສອງ​ໄດ້​ຕັ້ງ​ຂໍ້​ຕົກ​ລົງ​ທີ່​ເບ​ເອີ​ເຊ​ບາ​ແລ້ວ ກະ​ສັດ​ອາ​ບີ​ເມ​ເລກ ແລະ​ຟິ​ໂກນ​ນາຍ​ທະ​ຫານ​ຂອງ​ພ​ຣະ​ອົງ​ກໍ​ພາ​ກັນ ​ກັ​ບ​ຄືນ​ສູ່​ດິນ​ແດນ​ຊາວ​ຟີ​ລິ​ສ​ຕິນ 33 ຄັນ​ແລ້ວ ອັ​ບ​ຣາ​ຮາມ​ໄດ້​ປູກ​ຕົ້ນ​ໄມ້​ໃສ່​ທີ່ເບ​ເອີ​ເຊ​ບາ ແລະ​ນະ​ມັ​ສການອອກ​ພ​ຣະ​ນາມ​​ພ​ຣະຜູ້​ເປັນເຈົ້າ​ ພ​ຣະ​ເຈົ້​າ​ອົງ​ຕັ້ງ​ຢູ່​ເປັນ​ນິດ 34 ອັບ​ຣາ​ຮາມ​ໄດ້​ອາ​ໄສ​ຢູ່​ໃນ​ແຄວ້ນ​ຊາວ​ຟີ​ລີ​ສ​ຕິນ​ເປັນ​ເວ​ລາ​ຫລາຍ​ວັນ

ປະຖົມການ 22

ພ​ຣ​ະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ອັບ​ຣາ​ຮາມ​ຖວາຍ​ອີ​ຊາກ

1 ຄັນ​ຕໍ່​ມາ ພ​ຣະ​ເຈົ້າ​ຊົງ​ລອງ​ໃຈ​ອັບ​ຣາ​ຮາມ ພ​ຣະ​ອົງ​ຊົງ​ກ່າວ​ແກ່ທ່ານ​ວ່າ, “ອັບ​ຣາ​ຮາມເອີຍ” ທ່ານ​ຈຶ່ງ​ທູນ​ຕອບ​ວ່າ, “ພ​ຣະ​ເຈົ້າ​ຂ້າ” 2 ແລ້ວ​ພ​ຣະ​ອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ເອົາ​ອີ​ຊາກ​ບຸດຊາຍ​ສຸດ​ທີ່​ຮັກ​ຄົນ​ດຽວ​ຂອງ​ເຈົ້າ​ໄປ​ຍັງ​ແຄວ້ນ​ໂມ​ຣິ​ຢາ ໃນ​ທີ່​ນັ້ນ ຈົ່ງ​ເຜົ​າ​ເຂົາຖວາຍ​ເປັນ​ເຄື່ອງ​ບູ​ຊາ​ແກ່​ເຮົາ​ຢູ່​ເທິງ​ພູ​ແຫ່ງ​ນຶ່ງ​ທີ່​ເຮົາ​ຈະ​ບອກ​ແກ່​ເຈົ້າ” 3 ອັບ​ຣາ​ຮາມ​ຈຶ່ງ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ ເອົາ​ອານ​ໃສ່​ເທິງ​ຫລັງ​ລໍ​ແລ້ວ​ເອົາ​ອີ​ຊາກ​ກັບ​ຄົນ​ໃຊ້​ສອງ​ຄົນ​ໄປ​ນຳ​ຕົນ ພ້ອມ​ນີ້ ທ່ານ​ໄດ້​ຕຽມ​ເອົາ​ຟືນ​ເພື່ອ​ເຜົາ​ເຄື່ອງບູ​ຊາ ແລ້ວ​ພາ​ກັນ​ອອກ​ເດີນ​ທາງ​ມຸ່ງ​ຫນ້າ​ໄປ​ສູ່​ບ່ອນ​ທີ່​ພ​ຣະ​ເຈົ້າ​ຊົງ​ບອກ​ໄວ້ 4 ເມື່ອ​ເດີນ​ທາງ​ມາ​ໄດ້​ສາມ​ວັນ ອັບ​ຣາ​ຮາມ​ກໍ​ແລ​ເຫັນ​ບ່ອນ​ທີ່​ພ​ຣະ​ເຈົ້າ​ຊົງ​ບອກ​ນັ້ນ​ແຕ່​ໄກ 5 ຄັນ​ແລ້ ​ທ່ານຈຶ່ງ​ເວົ້າ​ກັບ​ຄົນ​ໃຊ້​ວ່າ, “ພວກ​ເຈົ້າ​ກັບ​ລໍ​ຈົ່ງ​ຖ້າ​ຂ້ອຍ​ຢູ່​ນີ້ ຂ້ອຍ​ກັບ​ລູ​ກຊາຍຈະ​ພາ​ກັນ​ຂຶ້ນ​ໄປ​ນະ​ມັ​ສ​ການ​ພ​ຣະ ​ເຈົ້​າ​ຢູ່​ເທິງ​ພຸ້ນ​ແລ້ວ​ຈະ​ກັບ​ມາ​ຫາ” 6 ອັບ​ຣາ​ຮາມເອົາ​ຟືນ​ໃຫ້​ອີ​ຊາກ​ແບກ​ໄປ ສ່ວນ​ທ່ານ​ເອງ​ກໍ​ຖື​ເອົາ​ໄຟ​ແລະ​ມິດ ແລ້ວພໍ່​ລູກ​​ກໍ​ພາ​ກັນ​ມຸ່ງ​ຫນ້າ​ໄປທີ່​ນັ້ນ 7 ເມື່ອ​ກຳ​ລັງ​ເດີນ​ທາງ​ໄປ​ນັ້ນ​ອີ​ຊາກ​ຈຶ່ງ​ເວົ້​າ​ຕໍ່​ອັບ​ຣາ​ຮາມ​ວ່າ, “ພໍ່​ເອີຍ” ທ່ານ​​ຕອບ​ວ່າ, “ແມ່ນ​ຫຍັງ​ລູກ?” ອີ​ຊາກ​ຈຶ່ງ​ຖາມຕໍ່​ໄປ​ວ່າ, “ຟືນ​ແລະ​ໄຟ​ກໍ​ມີ​ແລ້ວ​ແຕ່​ລູກ​ແກະ​ທີ່​ຈະ​ເຜົາ​ຖວາຍ​ບູ​ຊາ​ນັ້ນ​ຢູ່​ໃສ?” 8 ອັ​ບ​ຣາ​ຮາມ​ຕອບ​ວ່າ, “ພ​ຣະ​ເຈົ້າ​ຈະ​ຊົງ​ຈັດ​ຫາ​ໃຫ້​ເອງ” ພໍ່​ລູກ​ທັງ​ສອງກໍ​ພາ​ກັນ​ເດີນ​ທາງ​ຕໍ່​ໄປ 9 ເມື່ອ​ເຂົາ​ໄປ​ຮອດ​ບ່ອນ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບອກ​ໄວ້​ແລ້ວ ອັບ​ຣາ​ຮາມ​ຈຶ່ງ​ສ້າງ​ແທ່ນ​ບູ​ຊາ​ຂຶ້ນ ຈັດ​ເອົາ​ຟືນ​ວາງ​ໄວ້​ເທິງ​ແທ່ນ​ນັ້ນ ກຸມ​ມັດ​ບຸດ​ຊາຍ​ຂອງ​ຕົນ​ວາງ​ໄວ້​ເທິງກອງ​ຟືນ​ທີ່​ແທ່ນ​ບູ​ຊາ 10 ແລ້ວ​ທ່ານຈຶ່ງ​ຈັບ​ມີດ​ຕຽມ​ຈະ​ຂ້າ​ບຸດ​ຊາຍ 11 ແຕ່​ໃນທັນ​ໃດ​ນັ້ນ ທູດ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ມາ​ແຕ່​ຟ້າສວັນ​​ວ່າ, “ອັບ​ຣາ​ຮາມ ອັບ​ຣາ​ຮາມ​ເອີຍ” ທ່ານ​ຈຶ່ງ​ທູນ​ຕອບ​ວ່າ, “ພ​ຣະ​ເຈົ້າ​ຂ້າ” 12 ທູດ​ຂອງ​ພ​ຣະ​ເຈົ້າ​ຈຶ່ງ​ກ່າວ​ຕໍ່​ໄປ​ວ່າ, “ຢ່າ​ທຳ​ຮ້າຍ​ຫລື​ເຮັດ​ຫຍັງ​ແກ່​ເດັກ​ຊາຍ​ຜູ້​ນີ້ ບັດ​ນີ້​ເຮົ​າ​ຮູ້​ແລ້ວວ່າ ເຈົ້​າ​ເຊື່ອ​ຟັງ​ແລະ​ຢຳ​ເກງ​ພ​ຣະ​ເຈົ້າ​ຢູ່​ສ​ເມີ ດ້ວຍ​ວ່າ​ເຈົ້າ​ບໍ່​ໄດ້​ຫວງ​ບຸດຊາຍ​ໂທນ​ຂອງ​ເຈົ້​າ​ໄວ້ ແຕ່​ໄດ້​ຍອມ​ຖວາຍ​ເຂົາ​ໃຫ້​ແກ່​ເຮົາ” 13 ອັບ​ຣາ​ຮາມ​ແນມ​ໄປ​ຮອບໆ​ຕົວ​ເຫັນ​ແກະ​ເຖິກ​ໂຕ​ນຶ່ງ​ຊຶ່ງ​ເຂົ​າ​ຂອງ​ມັນ​ຄາ​ພຸ່ມ​ໄມ້​ຢູ່ ທ່ານ​ຈຶ່ງ​ໄປ​ອູ້ມ​ເອົາ​ມັນ​ມາ​ຂ້າ​ຖວາຍ​ແກ່​ ພ​ຣະ​ຜູ້​ເປັນ​ເຈົ້າ​ແທນ​ບຸດ​ຊາຍ 14 ອັບ​ຣາ​ຮາມ​ໃສ່​ຊື່ບ່ອນ​ນັ້ນ​ວ່າ “ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ຈັດ​ຫາ​ໃຫ້” ແລະ​ຈົນ​ເຖິງ​ທຸກ​ວັນ​ນີ້​ຊາວ​ເມືອງ​ກໍ​ຍັງ​ເວົ້າ​ຕໍ່ໆ​ກັນ​ມາ​ວ່າ “ເທິງ​ພູ​ເຂົາ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ອົງ​ຊົງ​ຈັດ​ຫາ​ໃຫ້” 15 ທູດ​ຂອງ​ພ​ຣ​ະ​ຜູ້​ເປັນ​ເຈົ້​າ​ເອີ້ນ​ອັບ​ຣາ​ຮາມ​ມາ​ແຕ່​ຟ້າສວັນ​ເທື່ອ​ທີ່​ສອງວ່າ, 16 “ເຮົາ​ຂໍ​ສາ​ບານ​ດ້ວຍ​ອຳ​ນາດ ແລະ​ຊື່​ສຽງ​ຂອງ​ເຮົາ​ວ່າ ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ​ຢ່າງ​ມະ​ຫາ​ສານ ກໍ​ເພາະ​ວ່າ​ເຈົ້າ​ໄດ້​ທຳ​ຕາມ​ທີ່​ເຮົາ​ບອກ ແລະ​ບໍ່​ໄດ້​ຫວງ​ບຸດຊາຍ​ໂທນ​ຂອງ​ເຈົ້​າ​ໄວ້ 17 ເຮົາ​ຂໍ​ສັນ​ຍາ​ວ່າ​ຈະ​ປະ​ທານ​ເຊື້ອ​ສາຍ​ໃຫ້​ເຈົ້​າ​ຢ່າງ​ມາກ​ມາຍ​ເຫມືອນ​ດັ່ງ​ດວງ​ດາວ​ໃນ​ທ້ອງ​ຟ້າ ຫລື​ເຫມືອນ​ເມັດ​ດິນ​ຊາຍ​ໃນ​ແຄ​ມທະ​ເລ ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ຜາບ​ແພ້​ສັດ​ຕຣູ​ທັງ​ຫລາຍ 18 ຊົນ​ຊາດ​ທັງ​ປວງ​ໃນ​ໂລກ ຈະ​ຣ້ອງ​ຂໍ​ໃຫ້​ເຮົາ​ອວຍ​ພອນ​ເຂົາ​ເຫມືອນ​ດັ່ງ​ເຮົາ​ໄດ້​ອວຍ​ພອນ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ ເຮົາ​ຈະ​ທຳ​ສິ່ງ​ນີ້​ກໍ​ຍ້ອນ​ເຈົ້​າ​ໄດ້​ຟັງ​ຄຳ​ສັ່ງ​ຂອງ​ເຮົາ” 19 ອັບ​ຣາ​ຮາມ​ໄດ້​ຫລົບ​ຄືນ​ມາ​ຫາ​ຄົນ​ໃຊ້​ທັງ​ສອງ ແລ້ວ​ພາ​ກັນ​ຄືນ​ເມືອ​ສູ່ເມືອງ​ເບ​ເອີ​ເຊ​ບາ​ບ່ອນ​ທີ່​ຕົນ​ອາ​ໄສ​ຢູ່

ເຊື້ອ​ສາຍ​ຂອງ​ນາ​ໂຮຣ໌

20 ຄັນ​ຕໍ່​ມາ ອັບ​ຣາ​ຮາມ​ໄດ້​ຊາບ​ວ່າ ນາງ​ມິ​ລະ​ກາ​ພັ​ຣ​ຍາ​ຂອງ​ນາ​ໂຮຣ໌​ຜູ້​ຊຶ່ງ​ເປັນ​ນ້ອງ​ຊາຍ​ຂອງ​ຕົນ​ມີ​ບຸດຫລາຍ​ຄົນ 21 ​ຄື ອຸຊອ້າຍ​ກົກ ບຸສ​ນ້ອງ​ຊາຍ ເກ​ມູ​ເອນ​ບິ​ດາ​ຂອງ​ອາ​ຣາມ 22 ເຄ​ເຊດ ຮາ​ໂຊ ປິນ​ດັ​ສ ​ຢິດລັຟ ແລະ​ເບ​ທູ​ເອນ 23 (ເບ​ທູ​ເອນ​ເປັນ​ບິ​ດາ​ຂອງ​ນາງ​ເຣ​ເບ​ກາ) ມິລະ​ກາ​ໄດ້​ເກີດ​ບຸດ​ຊາຍ​ແປດ​ຄົນ​ນີ້​ໃຫ້​ແກ່ ນ​າ​ໂຮ 24 ພັ​ຣ​ຍາ​ຜູ້​ທີ່ສອງ​ຂອງ​ນາ​ໂຮ​ຄື​ນາງ​ເຣ​ອູມາ ມີ​ບຸດ​ສີ່​ຄົນ​ຄື ເຕ​ບາ ກາ​ຮາມ ຕາ​ຮັສ ແລະ​ມາ​ອາ​ກາ​

ປະຖົມການ 23

ນາງ​ຊາ​ຣາ​ເຖິງ​ແກ່​ກຳ​ແລະ​ອັບ​ຣາ​ຮາມ​ຊື້​ບ່ອນ​ຝັງ​ສົບ

1 ນາງ​ຊາ​ຣາ​ມີ​ອາ​ຍຸ​ໄດ້​ຮ້ອຍ​ຊາວ​ເຈັດ​ປີ ນາງ​ມີ​ຊີ​ວີດ​ເຖິງ​ອາ​ຍຸ​ນີ້ 2 ໄດ້​ເຖິງ​ແກ່​ກຳ​ທີ່ ກິ​ຣິ​ອາດ​ອາ​ຣ໌ບ​າ (ຫລື​ເຮ​ໂບຣນ) ຢູ່​ໃນ​ປະ​ເທດ​ກາ​ນາ​ອານ ອັບ​ຣາຮາມ​ໄດ້​ຕົບ​ແຕ່ງ​ສົບ​ພັ​ຣ​ຍາ ແລະ​ໄວ້​ທຸກ​ໃຫ້​ນາງ 3 ຕໍ່​ມາ ອັບ​ຣາ​ຮາມ​ກໍ​ປະ​ສົບ​ພັ​ຣ​ຍາ​ໄວ້ ແລະ​ໄປ​ເວົ້າ​ກັບ​ຊາວ​ຮິດ​ຕີ​ວ່າ, 4 “ຂ້າ​ພະ​ເຈົ້າ​ອາ​ໄສຢູ່ບ່ອນ​ນີ້​ໃນ​ນາມ​ຄົນ​ຕ່າງ​ດ້າວ​ເທົ່າ​ນັ້ນ ຈົ່ງ​ຂາຍດິນ​ບາງ​ຕອນ​ໃຫ້​ຂ້າ​ພະ​ເຈົ້າຝັງ​ສົບ​ພັ​ຣ​ຍາຂ້າ​ພະ​ເຈົ້າແດ່” 5 ພວກ​ເຂົາ​ຕອບ​ວ່າ, 6 “ອາດ​ຍາ​ເອີຍ ຂໍ​ຟັງ​ພວກ​ເຮົ​າກ່ອນ ອາດ​ຍາ​ເປັນ​ເຈົ້າ​ນາຍ​ຜູ້​ມີ​ອຳ​ນາດ​ໃນ​ຖ້າມ​ກາງ​ພວກ​ເຮົາ ຈົ່ງ​ຝັງ​ພັ​ຣ​ຍາ​ຂອງ​ອາດ​ຍາ ໃນ​ຫລຸມ​ຝັງ​ສົບ​ຂອງ​ພວກ​ເຮົ​າ​ຕາມ​ທີ່​ອາດ​ຍາ​ເຫັນ​ຊອບ​ເທີນ ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຈະ​ປະ​ຕິ​ເສດ ແລະ​ຂັດ​ຂວ​າງທ່ານ​ບໍ່​ໃຫ້​ຝັງພັ​ຣ​ຍາໃສ່​ຫລຸມ​ຝັງ​ສົບ​ທີ່​ເຂົາ​ມີ” 7 ຄັນ​ແລ້ວ ອັບ​ຣາ​ຮາມ​ກໍ​ຢືນ​ຂຶ້ນ​ແລ້ວ​ກົ້ມ​ຄຳ​ນັບ​ພວກ​ເຂົາ 8 ແລະ​ເວົ້າ​ວ່າ, “ຖ້າ​ພວກ​ເຈົ້າ​ຍິນ​ດີ​ໃຫ້​ຂ້າ​ພະ​ເຈົ້າຝັງ​ພັ​ຣ​ຍາຂ້າ​ພະ​ເຈົ້າຢູ່​ທີ່​ນີ້ ຈົ່ງ​ກະ​ຣຸ​ນາ​ໄປ​ນຳ​ ເອ​ໂຟ​ຣນ​ຊາວ​ຮິດ​ຕິ​ຜູ້​ເປັນ​ຫລານ​ຊາຍ​ຂອງ​ໂຊ​ຮາ 9 ໃຫ້​ເຂົາຂາຍ​ຖ້ຳ​ມັກ​ເປ​ລາ​ທີ່​ແຄມ​ນາ​ຂອ​ງ​ເຂົາໃຫ້​ຂ້າ​ພະ​ເຈົ້າ​ຕາມ​ຣາ​ຄາ​ທີ່ວາງ​ໄວ້​ແລ້ວ​ໃນ​ຖ້າມກາງ​ພວກ​ທ່ານ​ທີ່​ນີ້ ເພື່ອ​ວ່າ​ຂ້າ​ພະ​ເຈົ້າຈະ​ມີ​ຖ້ຳ​ຝັງ​ສົບ​ໄວ້​ເປັນ​ຂອງ​ຕົນ​ເອງ” 10 ໃນ​ເວ​ລາ​ນັ້ນ ເອ​ໂຟ​ຣນ​ກໍ​ນັ່ງກັບ​ຊາວ​ຮິດ​ຕີ​ທີ່​ບ່ອນ​ປະ​ຊຸມ​ໃນ​ປະ​ຕູ​ເຂົ້າ​ເມືອງ ຈຶ່ງຕອບ​ອັບ​ຣາ​ຮາມ​ໃຫ້​ທຸກ​ຄົນ​ໃນ​ທີ່​ນັ້ນ​ໄດ້​ຍິນ​ວ່າ, 11 “ອາດ​ຍາ​ເອີຍ, ບໍ່​ແມ່ນ​ຈັ່ງ​ຊັ້ນ​ດອກ ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ​ກ່ອນ ຂ້າ​ພະ​ເຈົ້າຈະ​ໃຫ້​ດິນນ​າ​ທັງ​ຫມົດ​ພ້ອມ​ທັງ​ຖ້ຳ​ທີ່​ຢູ່​ໃນ​ນາ​ນັ້ນ​ໃຫ້​ແກ່​ທ່ານ ຂ້າ​ພະ​ເຈົ້າ​ເວົ້າ​ຢູ່​ທີ່​ນີ້​ຕໍ່​ຫນ້າ​ປະ​ຊາ​ຊົນ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພ​ະ​ເຈົ້າ​ຈະ​ໃຫ້​ຖ້ຳ​ນັ້ນ​ແກ່​ທ່ານ​ເພື່ອ​ທ່ານ​ຈະ​ໄດ້​ຝັງ​ສົບ​ພັ​ຣ​ຍາ” 12 ແຕ່​ອັບ​ຣາ​ຮາມ​ກໍ​ກົ້ມ​ຄຳ​ນັບ​ຊາວ​ເມືອງ​ນັ້ນ 13 ແລະ​ເວົ້​າ​ກັບ​ເອ​ໂຟ​ຣນ​ຊ້ອງ​ຫນ້າ​ຊາວ​ເມືອງ​ນັ້ນ​ວ່າ, “ຖ້າ​ທ່ານ​ຍິນຍ​ອມ ກະ​ຣຸ​ນາ​ຟັງ​ຂ້າ​ພະ​ເຈົ້າກ່ອນ ຂ້າ​ພະ​ເຈົ້າ​ຂໍ​ຊື້​ນາ​ທັງ​ຫມົດ ຈົ່ງ​ຍອມ​ຮັບ​ເງິນ​ຄ່າ​ນາ ແລະ​ຂ້າ​ພະ​ເຈົ້​າ​ກໍ​ຈະ​ຝັງ​ສົບ​ພັ​ຣ​ຍາ​ຂ້າ​ພະ​ເຈົ້າຢູ່​ທີ່​ນັ້ນ 14 ເອ​ໂຟ​ຣນ​ຕອບ​ວ່າ, 15 “ທ່ານ​ເອີຍ, ນາ​ຕອນ​ນັ້ນ​ມີ​ຣາ​ຄາ​ເຖິງ​ສີ່​ຣ້ອຍ​ຫລຽນ ແຕ່​ສຳ​ລັບ​ຂ້າ​ພ​ະ​ເຈົ້າ​ກັບ​ທ່ານ​ແລ້ວ​ກໍ​ບໍ່​ມີ​ເປັນ​ຫຍັງ​ດອກ ຈົ່ງຝົງ​ສົບ​ພັ​ຣ​ຍາ​ຂອງ​ທ່ານ​ເທີນ” 16 ອັບ​ຣາ​ຮາມ​ໄດ້​ຕົກ​ລົງ​ຊື້​ດິນ​ນັ້ນ​ຈາກ​ເອ​ໂຟ​ຣນ​ຕໍ່​ຫນ້າ​ຊາວ​ຮິດ​ຕິ​ເປັນ​ເງິນ​ຈຳ​ນວນ​ສີ່​ຮ້ອຍເຊ​ເກ​ລ ຕາມ​ອັດ​ຕາ​ທີ່​ເຄີຍ​ໃຊ້​ກັນ​ໃນ​ເວ​ລາ​ນັ້ນ 17 ດິນ​ຂອງ​ເອ​ໂຟ​ຣນ​ທີ່​ມັ​ກ​ເປ​ລາ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ມັມ​ເຣ​ຮວມ​ທັງ​ນາ​ແລະ​ຖ້ຳ 18 ພ້ອ​ມທັງ​ຕົ້ນ​ໄມ້​ທຸກໆ​ຕົ້ນ​ທີ່​ຢູ່​ໃນ​ເຂດ​ແດນ​ນັ້ນ​ເອ​ໂຟ​ຣ​ນກໍ​ໂອນ​ໃຫ້​ອັບ​ຣາ​ຮາມ​ຕໍ່​ຫນ້າ​ຊາວ​ຮິດ​ຕິຄື ຄົນ​ທີ່​ມາ​ປະ​ຊຸມຢູ່ ​ທາງ​ປະ​ຕູ​ເຂົ້າ​ເມືອງ​ນັ້ນ 19 ຕໍ່​ມາ ອັບ​ຣາ​ຮາມ​ກໍ​ຝັງ​ສົບ​ນາງ​ຊາ​ຣາ​ພັ​ຣ​ຍາຂອງ​ຕົນ​ໄວ້​ໃນ​ຖ້ຳ​ທີ່​ນາ​ມັກ​ເປ​ລາ​ໃນ​ປະ​ເທດ​ກາ​ນາ​ອານ 20 ສະ​ນັ້ນ ນາ​ແລະ​ຖ້ຳ​ຢູ່​ໃນ​ທີ່​ນັ້ນ ຊຶ່ງ​ເຄິຍ​ເປັນ​ຂອງ​ຊາວ​ຮິດ​ຕິ​ກໍ​ເລີຍ​ເປັນ​ສົມ​ບັດ​ຂອງ​ອັບ​ຣາ​ຮາມ​ເພື່ອ​ໃຊ້​ໃຫ້​ເປັນ​ບ່ອນ​ຝັງ​ສົບ

ປະຖົມການ 24

ພັ​ຣ​ຍາອີ​ຊາກ

1 ຢູ່​ຕໍ່​ມາ ອັບ​ຣາ​ຮາມ​ກໍ​ເຖົ້າ​ແກ່​ຫລາຍ​ແລ້ວ ແລະ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ ທີ່​ເຄີຍ​ໄດ້​ກະ​ທຳ​ມານັ້ນ​ຈະ​ເຣີນ​ຂຶ້ນ 2 ອັບ​ຣາ​ຮາມ​ເວົ້າ​ກັບ​ຄົນ​ໃຊ້​ຜູ້​ອາ​ວຸ​ໂສ​ຊຶ່ງ​ຮັບ​ຜິດ​ຊອບ​ໃນ​ຊັບ​ສົມ​ບັດ​ວ່າ, “ຈົ່ງ​ວາງ​ມື​ລົງ​ວ່າງກົກ​ຂາ​ຂ້ອຍ 3 ​ແລ້ວ​ສາ​ບານ​ຕໍ່​ພ​ຣະ​ພັກ​ຂອງ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ສວັນ​ແລະ​ແຜ່ນ​ດິນ​ໂລກວ່າ ເຈົ້າ​ຈະ​ບໍ່​ເອົາ​ຜູ້​ສາວ​ໃນ​ປະ​ເທດ​ກາ​ນາ​ອານ​ບ່ອນ​ທີ່​ຂ້ອຍອາ​ໄສ​ຢູ່​ນີ້​ມາ​ເປັນ​ພັ​ຣ​ຍາ​ຂອງ​ບຸດຊາຍ​ຂ້ອຍ 4 ແຕ່​ວ່າ ເຈົ້າ​ຈົ່ງ​ກັບ​ເມືອ​ປະ​ເທດ​ຂອງ​ຂ້​ອຍ ແລ້ວ​ຊອກ​ຫາ​ເອົາ​ບຸດ​ຍິ ງໃນ​ຖ້າມກາງ​ພວກ​ຍາດ​ພີ່​ນ້ອງ​ມາ​ເປັນ​ພັ​ຣ​ຍາຂອງ​​ອິ​ຊາກ” 5 ຄົນ​ໃຊ້​ຈຶ່ງ​ຖາມ​ວ່າ, “ຈະ​ເຮັດ​ແນວ​ໃດ ເມື່ອ​ຍິງ​ສາວ​ຜູ້ທີ່​ຈະ​ເປັນ​ບຸດ​ສະ​ໃພ້​ນັ້ນ​ບໍ່​ຍອມ​ຈາກ​ບ້ານ​ມາ​ຢູ່​ນຳ​ເຮົາ​ໃນ​ປະ​ເທດ​ນີ້ ຈະ​ໃຫ້​ຂ້າ​ພະ​ເຈົ້າ​ເອົາ​ບຸດຊາຍ​ຂອງ​ທ່ານ​ໄປ​ສູ່​ເຂົາ​ຫລື?” 6 ອັບ​ຣາ​ຮາມ​ຈຶ່ງ​ຕອບ​ວ່າ, “ບໍ່ ເຈົ້​າ​ຈົ່ງ​ລະ​ວັງ​ຢ່າ​ພາ​ບຸດຊາຍ​ຂ້ອຍ​ກັບ​ໄປ​ປະ​ເທດ​ຂອງ​ຂ້ອຍ 7 ເຫດ​ວ່າ ພ​ຣະ​ຜູ້​ເປັນ​ເຈົ້າ ​ພ​ຣະ​ເຈົ້າ​ແຫ່ງ​ຟ້າ​ສວັນ​ໄດ້​ພາ​ຂ້ອຍ​ຫນີ​ອອກ​ຈາກ​ເຮືອນບິ​ດາ ແລະ​ຈາກ​ບ້ານ​ເກີດ​ເມືອງນອນ ຈາກ​ດິນດອນ​ ແລະ​ຈາກຍາດ​ຕິ​ພີ່​ນ້ອງ​ຂອງ​ຂ້ອຍ ມາ​ຢູ່​ດິນ​ແດນ​ຕອນ​ນີ້​ທີ່​ພ​ຣະ​ອົງ​ຈະ​ຊົງ​ປະ​ທານ​ໃຫ້​ເຊື້ອ​ສາຍ​ຂອງ​ຂ້ອຍ​ຕາມ ​ພ​ຣະ​ສັນ​ຍາພ​ຣະ​ອົງ​ຈະ​ໃຊ້​ທູດ​ຂອງ​ພ​ຣະ​ອົງ​ໄປ​ກ່ອນ​ເຈົ້າ​ເພື່ອ​ເຈົ້າ​ຈະ​ຫາ​ພັ​ຣ​ຍາຢູ່​ທີ່​ນັ້ນ​ໃຫ້​ແກ່​ບຸດຊາຍ​ຂອງ​ຂ້ອຍ​ໄດ້ 8 ແຕ່​ວ່າ ຖ້າຫາກ​ຍິງສາວ​ນັ້ນ​ບໍ່​ຍອມ​ມາ​ນຳ​ເຈົ້າ ເຈົ້າ​ຈະ​ຫວິດ​ຈາກ​ຄຳ​ສາ​ບານ ເຖິງ​ຢ່າງ​ໃດ​ເຈົ້າ​ກໍ​ຢ່າ​ພາ​ບຸດຊາຍ​ຂອງ​ຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດ​ຂາດ 9 ດັ່ງ​ນັ້ນ ຄົນ​ໃຊ້​ຈຶ່ງວາງ​ມື​ລົງ​ວ່າງກົກ​ຂາ​ຂອງ​ອັບ​ຣາ​ຮາມ ແລະ​ຂໍ​ສາ​ບານ​ວ່າ​ຈະ​ທຳ​ທຸ​ກ​ສິ່ງ​ຕາມ​ທີ່​ນາຍ​ຂໍ​ຣ້ອງ 10 ຄັນ​ແລ້ວ ຄົນ​ໃຊ້​ຈຶ່ງເອົາ​ອູດ​ສິບ​ຕົວ​ຂອງ​ນາຍ​ພ້ອມ​ທັງ​ຂອງ​ຂວັນ​ທີ່​ມີ​ຄ່າ​ຫລາຍ​ຢ່າງ​ອອກ​ເດີນທາ​ງ​ມຸ່ງ​ຫນ້າ​ໄປ​ສູ່​ເມືອງ​ທີ່​ນາ​ໂຮຣ໌​ຢູ່​ໃນ​ປະ​ເທດ​ເມ​ໂຊ​ໂປ​ຕາ​ເມັຽ 11 ເຂົາ​ມາ​ຮອດ​ເມືອງ​ນີ້​ເວ​ລາ​ແລງ ເຂົາຈຶ່ງ​ໃຫ້​ອູດ​ຄຸ​ເຂົ່າ​ລົງ ສ່ວນ​ເຂົາ​ເອງ​ກໍ​ອະ​ທິ​ຖານ​ພ​ຣະ​ເຈົ້າ​ວ່າ, 12 “ໂອ ຂ້າ​ແດ່​ພ​ຣະ​ຜູ້​ເປັນ​ເຈົ້າ ​ພ​ຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ​ນາຍ​ຂອງ​ຂ້າ​ພ​ຣະ​ອົງ ຂໍ​ໂຜດ​ປະ​ທານ​ຄວາມ​ສຳ​ເຣັດ​ໃນ​ມື້​ນີ້​ໃຫ້​ແກ່​ຂ້າ​ພ​ຣະ​ອົງ ແລະ​ໂຜດ​ສະ​ແດງ​ຄວາມ​ຮັກ​​ຫມັ້ນ​ຄົງ​ຂອງ​ພ​ຣະ​ອົງ​ຕໍ່​ນາຍ​ຂອງ​ຂ້າ​ພ​ຣະ​ອົງເທີນ 13 ຂ້າ​ພ​ຣະ​ອົງ​ກຳ​ລັງ​ຢູ່​ແຄມ​ນ້ຳ​ສ້າງ ບ່ອນ​ທີ່​ບັນ​ດາ​ຍິງ​ສາວ​ຊາວ​ເມືອງ​ກຳ​ລັງ​ອອກ​ມາ​ຕັກ​ນ້ຳ 14 ຖ້າ​ຂ້າ​ພ​ຣະ​ອົງ​ເວົ້າ​ຕໍ່​ຍິງ​ສາວຜູ້​ໃດ​ຜູ​້​ນຶ່ງວ່າ, “ຂ້ອຍ​ຂໍ​ດື່ມນ້ຳ​ໃນ​ໄຫ​ຂອງ​ເຈົ້າ​ແດ່” ແລ້ວ​ຖ້າ​ນາງ​ຕອບ​ວ່າ, “ເຊີນ​ດື່ມ​ແມ໋ ຂ້ອຍ​ຈະ​ເອົາ​ໃຫ້​ຝູງ​ອູດ​ເຈົ້າ​ກິນດ້ວຍ ຂໍ​ໃຫ້​ຍິງ​ສາວ​ຜູ້​ນັ້ນ​ເປັນ​ຜູ້​ຊື່ງ​ພ​ຣະ​ອົງ​ຊົງ​ເລືອກ​ໃຫ້​ເປັນ​ພັ​ຣ​ຍາອີ​ຊາກ​ຜູ້​ຮັບ​ໃຊ້​ຂອງພ​ຣະ​ອົງ ​ທ້ອນ ຢ່າງ​ນີ້​ຂ້າ​ພ​ຣະ​ອົງກໍ​ຈະ​ຮູ້​ໄດ້​ວ່າພ​ຣະອົງ​ຊົງ​ໄດ້​ສະ​ແດງ​ຄວາມ​ຮັກຫມັ້ນ​ຄົງ​ຕໍ່​ນາຍ​ຂອງ​ຂ້າ​ພ​ຣະ​ອົງ” 15 ກ່ອນ​ເຂົາ​ອ້ອນວອນ​ແລ້ວ ນາງ​ເຣ​ເບ​ກາ​ບຸດ​ຍິງເບ​ທູ​ເອນ​ກໍ​ແບກ​ໄຫ​ນ້ຳ​ຍ່າງ​ມາ​ທີ່​ນ້ຳ​ສ້າງ (ເບ​ທູ​ເອນ​ເປັນ​ບຸດ​ມິລະ​ກາ ​ແລະ​ນາ​ໂຮຣ໌ ​ຜູ້​ເປັນ​ນ້ອງ​ຊາຍ​ຂອງອັບ​ຣາ​ຮາມ) 16 ນາງ​ເປັນ​ສາວ​ໂສດ​ແລະ​ງາມ​ຫລາຍ ນາງ​ລົງ​ໄປ​ທີ່​ນ້ຳ​ສ້າງ​ແລ້ວ​ຕັກ​ນ້ຳ​ຈົນ​ເຕັມ​ໄຫ​ພໍ​ກຳ​ລັງ​ຈະ​ກັບ​ຄືນ​ເມືອ 17 ຄົນ​ໃຊ້​ຂອງ​ອັບ​ຣາ​ຮາມ​ຈຶ່ງ​ຟ້າວ​ແລ່ນ​ໄປ​ຫາ​ນາງ​ແລ້ວ​ເວົ້າ​ວ່າ, “ຂ້ອຍ​ຂໍ​ດື່ມນ້ຳ​ໃນ​ໄຫ​ຂອງ​ເຈົ້າ​ແດ່” 18 ນາງ​ຕອບ​ວ່າ, “ເຊີນ​ໂລດ​ຍາ​ລຸງ” ນາງ​ຈຶ່ງ​ປົງ​ໄຫ​ລົງ​ຈາກ​ບ່າ​ແລ້ວ​ເອົາ​ນ້ຳ​ໃຫ້​ເຂົາດື່ມ 19 ຫລັງ​ຈາກ​ເຂົາ​ອີ່ມ​ແລ້ວ​ນາງ​ກໍ​ເວົ້າ​ວ່າ, “ຂ້າ​ນ້ອຍ​ກໍ​ຈະ​ຕັກ​ນ້ຳ​ໃຫ້​ອູດ​ຂອງ​ຍາ​ລຸງກິນ​ຈົນ​ອີ່ມ​ຫມົດ​ທຸກ​ໂຕ” 20 ນາງ​ຈຶ່ງ​ຟ້າວ​ຖອກ​ນ້ຳ​ໃນ​ໄຫ​ໃສ່​ຮາງ ແລ້ວ​ກໍ​ແລ່ນ​ໄປ​ຕັກ​ມາ​ຖ​ອກ​ໃສ່​ອີກ​ຈົນ​ອູດ​ທຸກ​ໂຕ​ກີນ​ອີ່ມ 21 ຊາຍ​ຄົນ​ນັ້ນ​ກໍ​ຢືນ​ເບິ່ງ​ນາງ​ຢ່າງ​ງຽບໆ ເພື່ອ​ຈະ​ໄດ້​ຮູ້​ວ່າ​ພ​ຣະ​ເຈົ້າ​ປະ​ທານ​ຄວາມ​ສຳ​ເຣັດ​ໃຫ້​ເຂົາ​ແທ້​ຫລື​ບໍ່ 22 ເມື່ອ​ນາງ​ເອົາ​ນ້ຳ​ໃຫ້​ອູດ​ກິນ​ອີ່ມ​ຫມົດ​ທຸກ​ຕົວ​ແລ້ວ ຄົນ​ໃຊ້​ຂອງອັບ​ຣາ​ຮາມ​ກໍ​ເອົາ​ປ​ອກ​ຄຳ​ເຄິ່ງເຊ​ເກ​ລ​ເກາະ​ໃສ່​ດັງ​ນາງ ແລະ​ເອົາ​ສາຍ​ແຂນ​ສິບເຊ​ເກ​ລສອງ​ເສັ້ນ​ໃສ່​ໃຫ້​ນາງ 23 ແລ້ວ​ເຂົາ​ຖາມ​ນາງ​ຕື່ມ​ອີກວ່າ, “ບອກ​ຂ້ອຍ​ແດ່​ໄດ້​ບໍ່​ວ່າ​ບິ​ດາ​ຂອງ​ນາງ​ແມ່ນ​ໃຜ? ໃນ​ເຮືອນ​ຂອງ​ບິ​ດາ ເຈົ້າ​ຍັງ​ມີ​ບ່ອນ​ພັກ​ເຊົ​າ​ສຳ​ລັບ​ຂ້ອຍ​ແລະ​ສັດ​ຂອງ​ຂ້ອຍ​ບໍ່?” 24 ນາງ​ຕອບ​ວ່າ, “ຂ້າ​ນ້ອຍ​ເປັນ​ບຸດຍິງ​ຂອງ​ເບ​ທູ​ເອນ ບຸດຊາຍ​ຂອງ​ມິລະ​ກາແລະ​ນາ​ໂຮຣ໌ 17 ຢູ່​ບ້ານ​ຂ້າ​ນ້ອຍ​ມີ​ເຟືອງ​ແລະ​ຫຍ້າ​ສຳ​ລັບ​ສັດແລະ​ມີ​ບ່ອນ​ພັກ​ສຳ​ລັບ​ຍາ​ລຸງ​ດ້ວຍ” 18 ເມື່ອ​ໄດ້​ຍິນ​ນາງເວົ້າ​ດັ່ງ​ນັ້ນ ຄົນ​ໃຊ້​ຂອງ​ອັບ​ຣາ​ຮາມ​ຈຶ່ງ​ຂາບລົງ​ນ​ະມັ​ສ​ການພ​ຣະ​ເຈົ້​າ 19 ແລະ​ເວົ້າ​ວ່າ, “ຂໍ​ສັຣ​ເສີນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້​າ​ຂອງ​ອັບ​ຣາ​ຮາມ ພ​ຣະ​ອົງ​ຊົງ​ສະ​ແດງ​ຄວາມ​ຮັກ​​ຫມັ້ນ​ຄົງ​ແລະ​ທ່ຽງ​ທັມ ຕໍ່​ນາຍ​ຂອງ​ຂ້າ​ພ​ຣະ​ອົງ ແລະ​ຍັງ​ຊົງ​ພາ​ຂ້າ​ພ​ຣະ​ອົງມາ​ເຖິງ​ບ້ານ​ນ້ອງ​ຊາຍ​ຂອງ​ທ່ານ” 20 ຍິງ​ສາວ​ຈຶ່ງ​ແລ່ນ​ໄປ​ຫາ​ຄົນ​ໃນ​ຄອ​ບຄົວຂອງມານດາ ​ເລົ່າເຖິງເຣື່ອງທີ່​ເກີດ​ຂຶ້​ນ​ທັງ​ຫມົດ​ສູ່​ຟັງ 21 ​ເຣ​ເບ​ກາ​ມີ​ອ້າຍ​ຄົນ​ນຶ່ງ​ຊື່ ລາ​ບານ ລາ​ບານ​ແລ່ນ​ໄປ​ຫາ​ຊາຍ​ຜູ້ນັ້ນ​ທີ່​ນ້ຳ​ພຸ 22 ເມື່ອ​ທ່ານ​ເຫັນປອກ​ຄຳ​ເກາະ​ດັງ​ແລະ​ສາຍ​ແຂນ​ຄຳ​ນຳ​ນາງ ແລະ​ເມື່ອ​ທ່ານ​ໄດ້​ຍິນ​ຄຳ​ເຣ​ເບ​ກາ​ນ້ອງ​ສາວ​ວ່າ, “ຊາຍ​ນັ້ນ​ເວົ້າ​ກັບ​ຂ້ອຍ​ຢ່າງ​ນີ້” ທ່ານກໍ​ຟ້າວ​ແລ່ນອອກ​ໄປ​ພົບ​ຊາຍ​ຄົນ​ນັ້ນທີ່​ຢືນ​ລໍ​ຢູ່​ກັບ​ຝູງ​ອູດ​ຂອງ​ເຂົາ​ໃກ້​ນ້ຳ​ສ້າງ 23 ແລ້ວ​ເວົ້າ​ຕໍ່​ເຂົາ​ວ່າ, “ທ່ານ​ຜູ້​ມີ​ພ​ຣະ​ພອນ​ຂອງ​ພ​ຣະ​ເຈົ້າ ເຊີນ​ເຂົ້​າ​ໄປ​ໃນ​ເຮືອນ​ເທີນ ເປັນ​ຫຍັງ​ທ່ານຈະ

ຢືນ​ຢູ່​ຂ້າງນອກ ຂ້າ​ພະ​ເຈົ້າໄດ້​ຈັດ​ບ່ອນ​ສຳ​ລັ​ບ​ທ່ານ​ ແລະ​ສຳ​ລັບ​ຝູງ​ອູດ​ຂອງ​ທ່ານ​ແລ້ວ?”

24 ຊາຍ​ນັ້ນກໍ​ເຂົ້າ​ໄປ​ໃນ​ເຮືອນ ສ່ວນ​ລາ​ບານ​ກໍ​ຂົນ​ເຄື່ອງ​ລົງ​ຈາກ​ຫລັງ​ອູດ​ເອົາ​ເຟືອງ ​ແລະ​ຫຍ້າ​ໃຫ້​ມັນ​ກິນ ແລ້ວ​ເອົາໃຫ້ຄົນ​ໃຊ້​ຂອງ​ອັບ​ຣາ​ຮາມ ແລະ​ຄົນ​ທີ່​ມາ​ນຳ​​ເຂົາລ້າງ​ຕີນ 25 ເມື່ອ​ເຈົ້າ​ຂອງ​ບ້ານ​ຈັດ​ໂຕະ​ອາ​ຫານ​ຮຽບ​ຮ້ອຍ​ແລ້ວ ຄົນ​ໃຊ້​ຂອງ​ອັບ​ຣາ​ຮ​າມ​ຈຶ່ງ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ບໍ່​ລົງ​ມື​ຮັບ​ປະ​ທານ​ອາ​ຫານ​ຈົນ​ກວ່າ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ເຣື່ອງ​ທີ່​ຂ້າ​ພະ​ເຈົ້າຢາກ​ເວົ້າ​ເສັຽກ່ອນ” ລາ​ບານ​ຈຶ່ງ​ຕອບ​ວ່າ, “ເຊີນ​ເວົ້າ​ມາ​ເທີນ” 26 ເຂົາຈຶ່ງ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້​າເປັນ​ຄົນ​ໃຊ້​ຂອງ​ອັບ​ຣາ​ຮາມ ອົງ​ພ​ຣະ​ຜູ້​ເປັນ​ເຈົ້​າ​ໄດ້​ຊົງ​ໂຜດ​ໃຫ້​ນາຍ​ຂອງ​ຂ້າ​ພະ​ເຈົ້​າ​ຮັ່ງ​ມີ​ເປັ​ນ ​ດິ​ເປັນ​ໃຫຍ່​ເປັນ​ໂຕ 27 ພ​ຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ທ່ານ​ມີ​ຝູງ​ແກະ ຝູງ​ແບ້ ຝູງ​ງົວ ຝູງ​ລາ ແລະ​ຝູງ​ອູດ ມີ​ເງິນ​ມີ​ຄຳ​ແລະ​ຂ້າ​ໃຊ້​ຊາຍ​ຍິງ 28 ນາງ​ຊາ​ຣາພັ​ຣ​ຍາ​ຂອງ​ນາຍ​ຂ້່າ​ພະ​ເຈົ້າ​ໄດ້​ມີ​ບຸດຊາຍ​ຜູ້​ນຶ່ງ​ເວ​ລາ​ເຖົ້າ​ແລ້ວ ທ່ານໄດ້​ມອບ​ຊັບ​ສົມ​ບັດ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ເຂົາ 29 ທ່ານຍັງ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ສາ​ບານ​ວ່າ​ຈະ​ຍອມ​ຟັງ​ຄຳ​ສັ່ງ​ນີ້ ຄື​ບໍ່​ໃຫ້​ຂ້າ​ພະ​ເຈົ້າເລືອກ​ເອົາ​ຍິງ​ສາວ​ຊາວ​ກາ​ນາອ​ານ​ໃນ​ບ່ອນ​ທີ່​ທ່ານຢູ່​ນັ້ນ​ມາ​ເປັນ​ບຸດ​ສະໃພ້​ 30 ທ່ານຈະ​ສາບ​ແຊ່ງ​ຖ້າຫາກ​ຂ້າ​ພະ​ເຈົ້າບໍ່​ມາ​ຊອກ​ຫາ​ເອົາ​ຍິງ​ສາວ​ຂອງ​ຍາດ​ພີ່​ນ້ອງ​ຂອງ​ທ່ານ​ທີ່​ເມືອງ​ນີ້ ໃຫ້​ມາ​ເປັນ​ພັ​ຣ​ຍາ​ບຸດຊາຍ​ທ່ານ 31 ແລ້ວ​ຂ້າ​ພະ​ເຈົ້າໄດ້​ເວົ້າ​ຕໍ່​ນາຍ​ວ່າ ຈະ​ເຮັດ​ແນວ​ໃດ​ຖ້າ​ຫາກ​ຍິງ​ສາວ​ຄົນ​ນັ້ນ​ບໍ່​ມາ​ນຳ? 32 ທ່ານ​ໄດ້​ຕອບວ່າ ອົງ​ພ​ຣະ​ຜູ້​ເປັນ​ເຈົ້​າ​ຜູ້​ຂ້ອຍ​ເຊື່ອ​ຟັງ​ຢູ່​ເນື່ອງ​ນິດ​ຈະ​ສົ່ງ​ທູດ​ຂອງ​ພຣະ​ອົງ​ໄປ​ກັບ​ເຈົ້າ ແລະ​ປະ​ທານ​ຄວາມ​ສຳ​ເຣັດ​ໃຫ້ ເຈົ້າ​ຈະ​ໄດ້​ຍິງ​ສາວ​ຜູ້​ນຶ່ງ​ຈາກ​ຄອບ​ຄົວ​ຍາດ​ພີ່​ນ້ອງ​ຂອງ​ບິ​ດາຂ້ອຍ​ມາ​ໃຫ້​ອີ​ຊາກ 33 ຖ້າ​ເຈົ້າ​ເຮັດ​ຕາມ​ຂ້ອຍ​ສັ່ງ ເຈົ້າ​ກໍ​ຈະ​ຫວິດ​ຈາກ​ຄຳ​ສາບ​ແຊ່ງ ແລະ​ຖ້າ​ເຈົ້າ​ໄດ້​ຮັບ​ການ​ປະ​ຕິ​ເສດ​ຈາກ​ຍາດ​ພີ່​ນ້ອງ​ໃນ​ຄອບ​ຄົວ​ຂ້ອຍ ເຈົ້າ​ກໍ​ຈະ​ຫວິດ​ຈາກ​ຄຳ​ສາ​ບ​ແຊ່ງນີ້​ເຊັ່ນ​ດຽວ​ກັນ 34 ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ອອກ​ເດີນ​ທາງ​ມາ​ຮອດນໍ້າ​ສ້າງ​ທີ່​ນີ້ ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ທູນ​ຂໍ​ນຳ​ພ​ຣະ​ເຈົ້າ​ວ່າ ຂ້າ​ແດ່​ອົງ​ພ​ຣະ​ຜູ້​ເປັນ​ເຈົ້​າ​ຂອງ​ອັບ​ຣາ​ຮາມ​ຂໍ​ຊົງ​ໂຜດ​ໃຫ້​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ນີ້​ສຳ​ເຣັດ​ເທີນ 35 ເວ​ລາ​ນີ້ ຂ້າ​ພະ​ເຈົ້າ​ກຳ​ລັງ​ຢືນ​ຢູ່​ໃກ້​ນ້ຳ​ສ້າງ ຖ້າ​ຍິງ​ສາວ​ຜູ້​ນຶ່ງ​ອອກ​ມາ​ຕັກ​ນ້ຳ ແລະ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ນາງວ່າ ຂໍ​ດື່ມ​ນ້ຳ​ໃນ​ໄຫ​ຂອງ​ເຈົ້າ​ແດ່ຖ້ອນ 36 ຄັນ​ນາງ​ຕອບ​ວ່າ ເຊີນ​ດື່ມ​ແມ໋, ແລະ​ຂ້ອຍ​ຈະ​ເອົາ​ນ້ຳ​ໃຫ້​ອູດ​ຂອງ​ເຈົ້າ​ກິນ​ດ້ວຍ ຂໍ​ໃຫ້​ຜູ້​ນີ້​ເປັນ​ຍິງ​ສາວ​ຜູ້​ທີ່​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້ໃຫ້​ເປັນ​ພັ​ຣ​ຍາບຸດຊາຍ​ຂອງ​ນາຍ​ຂອງ​ຂ້າ​ພ​ຣະ​ອົງ​ 37 ກ່ອນ​ຂ້າ​ພະ​ເຈົ້າ​ອ້ອນວອນຈົບ ກໍ​ພໍ​ດີ​ນາງ​ເຣ​ເບ​ກາ​ແບກ​ໄຫລົງ​ໄປ​ຕັກ​ນ້ຳ ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ນາງວ່າ ຂ້ອຍ​ຂໍ​ດື່ມ​ນ້ຳ​ແດ່ 38 ນາງ​ຈຶ່ງ​ຟ້າວ​ເອົາ​ໄຫ​ລົງ​ຈາກ​ບ່າ​ແລ້ວ​ເວົ້າ​ວ່າ ເຊີນ​ດື່ມແມ໋ ແລ້ວ​ຂ້າ​ນ້ອຍ​ຈະ​ເອົາ​ນ້ຳ​ໃຫ້​ຝູງ​ອູດ​ທ່ານ​ກິນ​ດ້ວຍ ຂ້າ​ພ​ະ​ເຈົ້​າ​ຈຶ່ງ​ດື່ມ ​ແລ້ວ​ນາງ​ກໍ​ຕັກ​ນ້ຳ​ໃຫ້​ອູດ​ກິນ​ຄື​ກັນ​ 39 ຂ້າ​ພະ​ເຈົ້າຈຶ່ງ​ຖາມ​ນາງວ່າ ບິ​ດາຂອງ​ເຈົ້າ​ແມ່ນ​ໃຜ? ນາງ​ຈຶ່ງ​ຕອບ​ວ່າ ບິ​ດາ​ຂອງ​ຂ້າ​ນ້ອຍ​ແມ່ນ​ເບ​ທູ​ເອນ ບຸດ​ຊາຍ​ຂອງ​ນາ​ໂຮຣ໌ ແລະ​ມິລະ​ກາ ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ປອກ​ຄຳ​ເກາະ​ໃສ່​ດັງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ 40 ຄັນ​ແລ້ວ ຂ້າ​ພະ​ເຈົ້າກໍ​ຂາບ​ລົງ​ນະ​ມັ​ສ​ການ ແລະ​ສັຣເສີນ​ພ​ຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ອັບ​ຣາ​ຮາ​ມ​ຜູ້​ຊົງ​ພາ​ຂ້າ​ພ​ະເຈົ້າມາ​ຖືກ​ບ່ອນ​ທີ່​ຂ້າ​ພະ​ເຈົ້​າ​ພົບ​ຫລານ​ສາວ​ຂອງ​ນາຍ​ຂ້າ​ພະ​ເຈົ້າ​ຜູ້​ຊຶ່ງ​ຈະ​ເປັນພັ​ຣ​ຍາ​ບຸດຊາຍ​ທ່ານ 41 ບັດ​ນີ້ ຖ້າ​ພວກ​ເຈົ້​າ​ຍອມ​ສະ​ແດງ​ຄວາມ​ຊື່​ສັດ ແລະ​ຄວາມ​ຈິງ​ໃຈ​ຕໍ່​ນາຍ​ຂ້າ​ພະ​ເຈົ້າ ກໍ​ຂໍ​ບອກ​ໃຫ້​ຂ້າ​ພະ​ເຈົ້າຮູ້ ຫລື​ຖ້າ​ຫາກ​ບໍ່​ເປັນ​ດັ່ງ​ນັ້ນ​ກໍ​ຂໍ​ບອກມາ​ເພື່ອ​ຂ້າ​ພະ​ເຈົ້າຈະ​ໄດ້​ຕັດ​ສິນ​ໃຈ​ວ່າ​ຈະ​ຄວນ​ເຮັດ​ແນວ​ໃດ?” 42 ເບ​ທູ​ເອນ ແລະ​ລາ​ບານ​ຈຶ່ງ​ຕອບ​ວ່າ, “ດ້ວຍ​ວ່າ​ເຣື່ອງ​ນີ້​ເປັນ​ນ້ຳ​ພ​ຣະ​ທັຍ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ​ແລ້ວ ບໍ່​ແມ່ນ​ພວກ​ເຮົາ​ທີ່​ຈະ​ຕັດ​ສິນ​ໃຈ​ແນວ​ໃດ​ແນວ​ນຶ່ງ​ໄດ້ 43 ນາງ​ເຣ​ເບ​ກາ​ກໍ​ຢູ່​ນີ້ ຈົ່ງ​ເອົາ​ນາງ​ໄປ​ເປັນ​ພັ​ຣ​ຍາ​ຂອງ​ບຸດຊາຍ​ນາຍ​ເຈົ້າ​ເທີນ ຕາມ​ທີ່​ພ​ຣະ​ອົງ​ຊົງ​ກ່າວ​ໄວ້” 44 ເມື່ອ​ຂ້າ​ໃຊ້​ອັບ​ຣາ​ຮາມ​ໄດ້​ຍິນ​ເຊັ່ນ​ນັ້ນ​ ເຂົາ​ຈຶ່ງ​ຂາບ​ລົງ​ນະ​ມັ​ສ​ການ​ພ​ຣະ​ຜູ້​ເປັນ​ເຈົ້າ 45 ແລ້ວ​ເຂົາກໍ​ເອົາ​ເຄື່ອງ​ເງິນ​ຄຳ ເພັດ​ພອຍ​ແລະ​ເສື້ອ​ຜ້າ​ອັນ​ງາມໆ​ໃຫ້​ນາງ​ເຣ​ເບ​ກາ ເຂົາ​ຍັງ​ໄດ້​ເອົາ​ຂອງ​ຂວັນ​ຣາ​ຄາ​ແພງ​ໃຫ້​ມານ​ດາແລະ​ອ້າຍ​ຂອງ​ນາງ​ອີກ​ດ້ວຍ 46 ຄັນ​ແລ້ວ ຄົນ​ໃຊ້​ຂອງ​ອັບ​ຣາ​ຮາມ ແລະ​ຄົນ​ທີ່​ມາ​ກັບ​ເຂົາ​ກໍ​ຮັບ​ປະ​ທານ​ອາ​ຫານ​ແລ້ວ​ຄ້າງ​ຄືນ​ຢູ່​ທີ່​ນັ້ນ ຕອນ​ເຊົ້າ ເມື່ອ​ພວກ​ເຂົາ​ຕື່ນ​ຂຶ້ນ​ຄົນ​ໃຊ້​ນັ້ນ​ໄດ້​ເວົ້າ​ວ່າ, “ຈົ່ງ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ເມືອ​ຫາ​ນາຍ​ຂ້າ​ພະ​ເຈົ້າ​ເທີນ” 47 ແຕ່​ແມ່ ​ແລະ​ອ້າຍ​ຂອງ​ເຣ​ເບ​ກາ​ເວົ້າ​ວ່າ, “ຂໍ​ໃຫ້​ນາງ​ຢູ່​ກັບ​ພວກ​ເຮົາ​ກ່ອນ​ຈັກ​ອາ​ທິດ​ນຶ່ງ​ຫລື​ຈັກ​ສິບ​ມື້ ແລ້ວ​ຈຶ່ງ​ຄ່ອຍ​ໄປບໍ່​ໄດ້​ບໍ່?” 48 ແຕ່​ເຂົ​າ​ຕອບ​ວ່າ, “ຢ່າ​ຫນ່​ວງ​ຫນ່ຽວ​ຂ້າ​ພະ​ເຈົ້າໄວ້​ເລີຍ ອົງ​ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ໃຫ້​ການ​ເດີນ​ທາງ​ຂອງ​ຂ້າ​ພະ​ເຈົ້າບັງ​ເກີດ​ຜົນ​ແລ້ວ ຈົ່ງ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ເມືອ​ຫາ​ນາຍ​ຂ້າ​ພະ​ເຈົ້​າເທີນ” 49 ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ຄັນ​ຊັ້ນ​ໃຫ້​ເອີ້ນ​ນາງ​ມາ​ຖາມ​ເບິ່ງ ນາງ​ຈະ​ເວົ້າ​ວ່າ​ຈັ່ງ​ໃດ” 50 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ເອີ້ນ​ນາງ​ເຣ​ເບ​ກາ​ມາ​ຖາມ​ວ່າ, “ເຈົ້າ​ຈະ​ໄປ​ກັບ​ຊາຍ​ຄົນ​ນີ້​ຫລື​ບໍ່?” ນາງ​ຈຶ່ງ​ຕອບ​ວ່າ, “ໂດຍ​ຂ້າ​ນ້ອຍ​ຈະ​ໄປ” 51 ດ້ວຍ​ເຫດ​ນີ້ ພວກ​ເຂົາ​ຈຶ່ງມອບ​ນາງ​ເຣ​ເບ​ກາ​ພ້ອມ​ກັບ​ແມ່​ນົມ​ຂອງ​ນາງ​ໃຫ້​ໄປ​ກັບ​ຄົນ​ໃຊ້​ຂອງ​ອັບ​ຣາ​ຮາມ​ແລະ​ຄົນ​ຂອງ​ເຂົາ 52 ກ່ອນ​ຈະ​ຈາກ​ໄປ ພວກ​ເຂົາ​ໄດ້​ອວຍ​ພອນ​ໃຫ້​ແກ່​ນາງ​ເຣ​ເບ​ກາ​ມີ​ຂໍ້​ຄວາມ​ດັ່ງ​ນີ້, “ນ້ອງ​ເອີຍ ຂໍ​ໃຫ້​ເຈົ້າ​ເປັນ​ມານ​ດາຂອງ​ຄົນ​ຫລາຍ​ແສ​ນ ຂໍ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ຜາບ​ແພ້​ສັດ​ຕຣູ” 53 ຄັນ​ແລ້ວ ນາງ​ເຣ​ເບ​ກາ ​ແລະ​ສາວ​ໃຊ້ກໍ​ຂຶ້ນ​ຫລັງ​ອູດ​ອອກ​ເດີນ​ທາງ​ໄປ​ກັບ​ຄົນ​ໃຊ້​ຂອງ​ອັບ​ຣາ​ຮາມ 54 ອີ​ຊາກ​ພວມ​ຫາ​ກໍ​ກັບ​ມາ​ແຕ່​ນ້ຳ​ສ້າງ​ທີ່​ຊື່​ວ່າ “ນ້ຳ​ສ້າງ​ຂອງ​ພ​ຣະ​ເຈົ້າ​ຜູ້​ຊົງ​ເຫັນ​ຂ້ອຍ” ຢູ່​ໃນ​ແຄວ້ນ​ເນ​ເກັບ 55 ໃນ​ຕອນ​ແລງ ອີ​ຊາກໄດ້​ອອກ​ໄປ​ຍ່າງ​ຫລິ້ນ​ໃນ​ທົ່ງ​ນາ​ເລີຍ​ເຫັນ​ຂະ​ບວນ​ອູດ​ກຳ​ລັງ​ມາ 56 ເມື່ອ​ນາງ​ເຣ​ເບ​ກາ​ເຫັນ​ອີ​ຊ​າກ ນາງ​ຈຶ່ງ​ລົງ​ຈາກ​ຫລັງ​ອູດ 57 ແລ້ວ​ຖາມ​ຄົນ​ໃຊ້​ຂອງ​ອັບ​ຣາ​ຮາມ​ວ່າ, “ຜູ້​ຊາຍ​ທີ່​ກຳ​ລັງ​ຍ່າງ​ມາ​ນັ້ນ​ແມ່ນ​ໃຜ?” ເຂົາຈຶ່ງ​ຕອບ​ນາງວ່າ, “ແມ່ນ​ນາຍ​ຂ້າ​ພະ​ເຈົ້າ​ເອງ” ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ນາງ​ຈຶ່ງ​ເອົາ​ຜ້າ​ອັດ​ຫນ້າ​ໄວ້ 58 ຄົນ​ໃຊ້​ຈຶ່ງ​ໄດ້​ເລົ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໄດ້​ກະ​ທໍາ​ມາ​ສູ່​ອິ​ຊາກ​ຟັງ 59 ຄັນ​ແລ້ວ ອິ​ຊາກ​ກໍ​ພາ​ນາງ​ເຣ​ເບ​ກາ​ເຂົ້າ​ມາ​ໃນ​ເຕັນ​ຂອງ​ມານ​ດາ ແລະ​ຮັບ​ເອົາ​ນາງ​ເປັນ​ພັຣ​ຍາອີຊາກ​ກໍ​ຮັກ​ນາງ​ເຣ​ເບ​ກາ ດັ່ງ​ນັ້ນ ເຂົາຈຶ່ງ​ມີ​ຄວາມ​ສະ​ບາຍ​ໃຈ​ຂຶ້ນ ຫລັງ​ຈ​າກ​ໄດ້​ສູນ​ເສັຽ​ມານ​ດາ​ສຸດ​ທີ່​ຮັກ​ໄປ​ແລ້ວ

ປະຖົມການ 25

ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ​ຈາກ​ຍິງ​ອື່ນ

1 ອັບ​ຣາ​ຮາມ​ໄດ້​ແຕ່ງ​ງານ​ກັບ​ຍິງ​ອີກ​ຜູ້​ນຶ່ງ​ຊື່​ວ່າເກ​ຕຸ​ຣາ 2 ນາງ​ໄດ້ເກີດ​ບຸດ​ຊາຍ​ຫລາຍ​ຄົນ​ໃຫ້​ທ່ານ​ຄື ຊິມ​ຣາມ ໂຢກ​ຊານ ເມ​ດານ ມີ​ດີ​ອານ ອິ​ສ​ບາກ ແລະ​ຊູ​ອາ 3 ໂຢກຊານ​ເປັນບິ​ດາ​ຂອງ​ເຊ​ບາ ແລະ​ເດ​ດານ ບຸດຊາຍ​​ຂອງເດ​ດານ​ຄື ອັສ​ຊູ​ຣິມ ເລ​ຕູ​ຊິມ ແລະ​ເລ​ອູມມີມ 4 ບຸດຊາຍ​ຂອງ​ມີດິ​ອານ ເອ​ຟາ ເອ​ເຟີ ຮາ​ໂນກ ອາ​ບີ​ດາ ແລະ​ເອນ​ດາ​ອາ ພວກ​ເຂົາ​ທັງ​ຫມົດ​ນີ້​ເປັນ​ລູກ​ຫລານ​ຂອງ​ນາງ​ເກ​ຕຸ​ຣາ 5 ອັບ​ຣາ​ຮາມ​ໄດ້​ມອບ​ມໍ​ຣະ​ດົກ​ທຸກໆ​ສິ່ງ​ໃຫ້​ອີ​ຊາກ ກ່ອນ​ເສັຽ​ຊີ​ວິດ 6 ທ່ານ​ໄດ້​ແບ່ງ​ຊັບ​ສິ່ງ​ຂອງ​ບາງ​ສ່ວນ​ໃຫ້​ບຸດ​ຊາຍ​ທີ່​ໄດ້​ຈາກ​ພັ​ຣ​ຍານ້ອຍ​ທຸກໆ​ຄົນ ແລ້ວ​ໃຫ້​ພວກ​ເຂົາ​ຫນີ​ຈາກ​ອີ​ຊາກ​ບຸດ​ຊາຍ​ຂອງ​ຕົນ​ໄປ​ຢູ່​ທາງ​ດິນ​ແດນ​ທິດ​ຕາ​ເວັນ​ອອກ

ມໍ​ຣະ​ນາ​ກັມ ແລະ​ການ​ຝັງ​ສົບ​ອັບ​ຣາ​ຮາມ

7 ອັບ​ຣາ​ຮາມ​ເຖົ້າ​ແກ່​ຫລາຍ ທ່ານ​ໄດ້​ເຖິງ​ແກ່​ກຳ​ໄປ​ຢູ່​ນຳ​ພີ່​ນ້ອງ​ທີ່​ຕາຍ​ໄປ​ກ່ອນ​ແລ້ວ​ເມື່ອ​ອາ​ຍຸ​ຮ້ອຍ​ເຈັດ​ສິບ​ຫ້າ​ປີ 8 ອີ​ຊາກ​ ແລະ​ອິ​ຊ​ມາເອນ​ບຸດ​ຊາຍ​ຂອງ​ທ່ານໄດ້​ຝັງ​ທ່ານໄວ້​ໃນ​ອຸບ​ໂມງ​ມັກ​ເປ​ລາ 9 ໃນ​ນາ​ທີ່​ທ່ານໄດ້​ຊື້​ຈາກ​ເອ​ໂຟ​ຣນ​ບຸດຊາຍ​ຂອງໂຊຮາ​ຊາວ​ຮິດ​ຕີ ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເມືອງ​ມັມ​ເຣ 10 ອັບ​ຣາ​ຮາມ​ ແລະ​ພັ​ຣ​ຍາ​ຂອງ​ທ່ານ​ກໍ​ໄດ້​ຝັງ​ໃນ​ນາ​ຕອນ​ນີ້​ຄື​ກັນ 11 ຫລັງ​ຈາກ​ອັບ​ຣາ​ຮາມ​ໄດ້​ເຖິງ​ແກ່​ກຳ​ໄປ​ແລ້ວ ພ​ຣະ​ເຈົ້າ​ຊົງ​ອວຍ​ພອນ​ອິ​ຊາກ​ຜູ້​ຊຶ່ງ​ໄດ້​ອາ​ໄສຢູ່​ໃກ້​ນ້ຳ​ສ້າງ​ທີ່​ຊື່​ວ່າ “ນ້ຳ​ສ້າງ​ຂອງ​ພ​ຣະ​ເຈົ້າ ​ຜູ້​ຊົງ​ເຫັນ​”

ເຊື້ອ​ສາຍ​ຂອງ​ອິ​ຊ​ມາ​ເອນ

12 ເຊື້ອ​ສາຍ​ຂອງ​ອິ​ຊ​ມາ​ເອນ​ບຸດຊາຍ​ຂອງ​ອັບ​ຣາ​ຮາມ ແລະ​ນາງ​ຮາ​ກາ​ຄົນ​ເອ​ຢິບ ຊຶ່ງ​ເປັນ​ສາວ​ໃຊ້​ນາງ​ຊາ​ຣາ​ມີ​ດັ່ງ​ນີ້, 13 ຄື ບຸດ​ຊ​າຍ​ຂອ​ງອິ​ຊ​ມາ​ເອນ​ຕາມ​ລຳ​ດັບ​ກຳ​ເນີດ​ຄື ເນ​ບາ​ໂຢດ​ ບຸດ​ຊາຍກົກ ຕໍ່​ມາ ​ເກ​ດາ ອັດ​ເບ​ເອນ ມິ​ບ​ຊາມ 14 ມິ​ສ​ມາ ດູ​ມາ ມັສ​ຊາ 15 ຮາ​ດັດ ເຕ​ມາ ເຢ​ຕູຣ໌ ນາ​ຟິສ ແລະເກ​ເດ​ມາ 16 ຄົນ​ເຫລົ່າ​ນີ້ແມ່ນ​ບຸດຊາຍ​ຂອງ​ອິ​ຊ​ມາ​ເອນ​ຊື່ງ​ຊື່​ຂອງ​ພວກ​ເຂົາ​ກາຍ​ເປັນ​ຊື່​ບ້ານ ຊື່ບ່ອນ​ພັກ​ພາ​ອາ​ໄສ ແລະ​ຊື່ສິບ​ສອ​ງ​ເຜົ່າ​ໃນ​ຈຳ​ນວນ​ເຜົ່າ​ຕ່າງໆ 17 ເມື່ອ​ອິ​ຊ​ມາ​ເອນ​ມີ​ອາ​ຍຸ​ຮ້ອຍ​ສາມ​ສິບ​ເຈັດ​ປີ ທ່ານ​ກໍ​ເຖິງ​ແກ່​ກຳ​ໄປ​ຢູ່​ນຳ​ພີ່​ນ້ອງ​ທີ່​ຕາຍ​ໄປ​ກ່ອນ​ແລ້ວ 18 ເຊື້ອ​ສາຍ​ຂອງ​ອິ​ຊ​ມາ​ເອນ​ໄດ້​ອາ​ໄສຢູ່​ໃນ​ດິນ​ແດນ​ລະ​ຫວ່າງ​ເມືອງ​ຮາ​ວີ​ລາ ຈົນ​ເຖິງ​ເມືອງ​ຊູ​ຣ໌​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ເອ​ຢິບ​ທາງ​ໄປ​ສູ່​ປະ​ເທດ​ອັສຊີ​ເຣັຽ ພວກ​ເຂົາ​ອາ​ໄສຢູ່​ຕ່າງ​ຫາກ​ຈາກ​ຍາດ​ພີ່​ນ້ອງ​ຂອງ​ເຂົາ

ການ​ເກີດ​ຂອງ​ເອ​ຊາວ​ ແລະ​ຢາ​ໂຄບ

19 ເຣື່ອງ​ຂອງ​ອີ​ຊາກ​ບຸດ​ຊາຍ​ຂອງ​ອັບ​ຣາ​ຮາມ​ເປັນມາ​ດັ່ງ​ນີ້ 20 ອີ​ຊາກ​ມີ​ອາ​ຍຸ​ໄດ້​ສີ່​ສິບ​ປີ ເມື່ອ​ແຕ່ງ​ງານ​ກັບ​ນາງ​ເຣ​ເບ​ກາ​ນ້ອງ​ສາວ​ຂອງ​ລາ​ບານ​ບຸດເບ​ທູ​ເອນ​ຄົນອາ​ຣາມ​ຊາວ​ເມືອງ​ປັດ​ດານ​ອາ​ຣາມ ນ້ອງ​ສາວ​ຂອງ​ລາ​ບານ​ຄົນ​ອາ​ຣາເມອານ 21 ຍ້ອນ​ນາງ​ເຣ​ເບ​ກາ​ບໍ່​ມີ​ບຸດ ອີ​ຊາກ​ຈຶ່ງ​ອ້ອນວອນ​ຕໍ່​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​ອົງ​ຊົງ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ ໂດຍ​ໃຫ້​ນາງ​ເຣ​ເບ​ກາ​ຕັ້ງ​ທ້ອງ 22 ເມື່ອ​ນາງ​ຖື​ພາ​ຢູ່​ນັ້ນ ບຸດ​ຝາ​ແຝດ​ໄດ້​ບຽດ​ສຽດ​ກັນ​ຢູ່​ໃນ​ທ້ອງ ນາງ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ຫາກ​ເຊັ່ນ​ນີ້ ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຢາກ​ມີ​ບຸດ?” ແລ້ວ​ນາງ​ຈຶ່ງ​ໄປ​ອ້ອນວອນ​ກາບ​ທູນ​ຕໍ່​ພ​ຣະ​ເຈົ້​າ​ກ່ຽວ​ກັບ​ເຣື່ອງ​ນີ້ 23 ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ນາງວ່າ, “ເດັກ​ສອງ​ຄົນ​ທີ່​ຢູ່​ໃນ​ທ້ອງ​ຂອງ​ເຈົ້າ ຈະ​ເກີດ​ເປັນ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຕໍ່​ສູ້​ກັນ ຜູ້​ນຶ່ງ​ຈະ​ແຂງ​ແຮງກວ່າ​ອີກ​ຜູ້​ນຶ່ງ ອ້າຍ​ຈະ​ຮັບ​ໃຊ້​ນ້ອງ” 24 ຄັນ​ຕໍ່​ມາ ນາງ​ກໍ​ອອກ​ບຸດ​ຝາ​ແຝ​ດ​ສອງ​ຄົນ ບຸດ​ຊາຍ​ຜູ້​ອອກ​ກ່ອນ​ແດງ​ແລະ​ມີ​ຂົນ​ເຕັມ​ຕົວ​ເຫມືອ​ນ​ເສື້ອ​ທີ່​ທຳ​ດ້ວຍ​ຂົນ​ສັດ 25 ດ້ວຍ​ເຫດ​ນີ້ ທ່ານຈຶ່ງ​ເອີ້ນ​ເຂົາ​ວ່າ ເອ​ຊາວ 26 ເມື່ອ​ນ້ອງ​ເຂົາ​ເກີດ​ມາ​ມື​ກໍ​ຈັບ​ສົ້ນ​ນ່ອງ​ຂອງ​ເອ​ຊາວ​ໄວ້ ສະ​ນັ້ນ ທ່ານຈຶ່ງ​ເອີ້ນ​ເຂົາວ່າ ຢາ​ໂຄບ ເມື່ອ​ບຸດ​ຝາ​ແຝດ​ທັງ​ສອງ​ເກີດ ອີ​ຊາກ​ອາ​ຍຸ​ໄດ້​ຫົກ​ສິບ​ປີ​ແລ້ວ 27 ເມື່ອ​ເດັກ​ນ້ອຍທັງ​ສອງ​ໃຫຍ່​ເຕີບ​ໂຕ​ຂຶ້ນ​ມາ ເອ​ຊາວ​ໄດ້​ກາຍ​ເປັນ​ນາຍ​ພານ​ທີ່​ເກັ່ງ​ກ້າ​ແລະ​ຊຳ​ນານ ເຂົາ​ເປັນ​ຄົນ​ບໍ່​ມັກ​ຢູ່​ເຮືອນ ສ່ວນ​ຢາ​ໂຄບ​ເປັນ​ຄົນ​ສຸ​ຂຸມ​ແລະ​ມັກ​ຢູ່​ແຕ່​ເຮືອນ 28 ອີ​ຊາກ​ຮັກ​ເອ​ຊາວ​ເພາະ​ວ່າ​ໄດ້​ກິນ​ເນື້ອ​ທີ່​ເຂົາ​ຫາ​ມາ​ໄດ້ ສ່ວນ​ນາງ​ເຣ​ເບ​ກາ​ຮັກ​ຢາ​ໂຄບ

ເອ​ຊາວ​ຂາຍ​ສິດ​ທິ​ອ້າຍ​ກົກ

29 ວັນນຶ່ງ ເມື່ອ​ຢາ​ໂຄບ​ກຳ​ລັງ​ເຮັດ​ແກງ​ຢູ່ ພໍ​ດີ​ເອຊາວ​ກັບ​ມາ​ແຕ່​ລ່າ​ເນື້ອ ເຂົາຫິວ​ຫລາຍ​ຈຶ່ງ​ເວົ້າ​ກັບ​ຢາ​ໂຄບ​ວ່າ, 30 “ຂ້ອຍ​ຂໍ​ກິນ​ແກງ​ຫມາກ​ຖົ່ວ​ແດງ​ເຈົ້າ​ຈັກ​ຄຳ​ແດ່​ທ້ອນ ຂ້ອຍ​ຫິວ​ຈະ​ຕາຍ​ຢູ່​ແລ້ວ” (ດ້ວຍ​ເຫດ​ຜົນ​ດັ່ງ​ກ່າວ​ນີ້​ທ່ານ​ຈຶ່ງ​ເອີ້ນ​ເອ​ຊາວ​ວ່າ ເອ​ໂດມ) 31 ແຕ່​ຢາ​ໂຄບ​ຕອບວ່າ, “ຂ້ອຍ​ຈະ​ໃຫ້​ເຈົ້າ​ກິນ ຖ້າ​ເຈົ້າ​ຫາກ​ຂາຍ​ສິດ​ທິ​ອ້າຍ​ກົກ​ໃຫ້​ຂ້ອຍ” 32 ເອ​ຊາວ​ເວົ້າ​ວ່າ, “ເອົາ​ລະ! ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ສິດ​ທິ​ອ້າຍ​ກົກ​ຈະ​ມິ​ປ​ໂຍດ​ຫຍັງ​ແກ່​ຂ້ອຍ?” 33 ຢາ​ໂຄບ​ຈຶ່ງ​ເວົ້າ​ວ່​າ, “ສາ​ບານ​ກ່ອນແມ໋ ວ່າ​ເຈົ້າ​ຈະ​ມອບ​ສິດ​ທິ​ອ້າຍ​ກົກ​ໃຫ້​ຂ້ອຍ” ເອ​ຊາວ​ຈຶ່ງ​ສາ​ບານ​ແລ້ວ​ຂາຍ​ສິດ​ທິ​ອ້າຍ​ກົກ​ຂອງ​ຕົນ​ໃຫ້​ຢາ​ໂຄບ 34 ຄັນ​ແລ້ວ ຢາ​ໂຄບ​ຈຶ່ງ​ເອົາ​ເຂົ້າ​ຈີ່​ ແລະ​ແກງ​ຫມາ​ກ​ຖົ່ວ​ໃຫ້​ເອ​ຊາວ ເຂົາ​ກິນ​ແລະ​ດື່ມ​ຈົນ​ອີ່ມ​ແລ້ວ​ກໍ​ອອກ​ຫນີໄປ ການ​ປະ​ຫມາດ​ສິດ​ທິ​ອ້າຍ​ກົກ​ຂອງ​ເອ​ຊາວ​ກໍ​ເປັນ​ມາ​ດັ່ງ​ນີ້​ແຫລະ

ປະຖົມການ 26

ອີ​ຊາກ ແລະ​ອາ​ບີ​ເມ​ເລກ

1 ຢູ່​ຕໍ່​ມາ ໄດ້​ມີ​ການ​ອຶດ​ຢາກ​ເກີດ​ຂຶ້ນ​ໃນ​ປະ​ເທດ ຊຶ່ງ​ການ​ອຶດ​ຢາກຢ່າງ​ນີ້​ໄດ້​ເຄີຍ​ມີ​ມາ​ແລ້ວ​ໃນ​ສະ​ໄຫມ​ອັບ​ຣາ​ຮາມ ອິ​ຊາກ​ຈຶ່ງ​ໄປ​ຫາ​ກະ​ສັດ​ອາ​ບີ​ເມ​ເລກ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ຟີ​ລິ​ສ​ຕິນ​ທີ່​ເກ​ຣາ 2 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ປາ​ກົດ​ແກ່​ອີ​ຊາກ ແລະ​ກ່າວ​ແກ່​ທ່ານ​ວ່າ, “ຢ່າ​ໄປ​​ເອ​ຢິບ ຈົ່ງ​ອາ​ໄສຢູ່​ໃນແຜ່ນ​ດິນຊຶ່ງເຮົາ​ຈະ​ບອກ​ໃຫ້​ແກ່​ເຈົ້າ 3 ​ຄື​ອາ​ໄສ​ຢູ່ໃນ​​ດິນແດນນີ້​ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ ແລະ​ອວ​ຍ​ພອນ​ໃຫ້​ເຈົ້າ ເພາະ​ວ່າ​ເຮົ​າ​ຈະ​ມອບ​ດິນ​ແດນ​ທັງ​ຫມົດ​ນີ້​ໃຫ້​ແກ່​ເຈົ້າ​ແລະ​ເຊື້ອ​ສາຍ​ຂອງ​ເຈົ້າ ເຮົາ​ຈະ​ຍຶດ​ຖື​ສັນ​ຍາ​ທີ່​ເຮົາ​ໄດ້​ມີ​ກັບ​ອັບ​ຣາ​ຮາມ​ພໍ່ຂອງ​ເຈົ້າ 4 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ຫລວງ​ຫລາຍ​ເຫມືອນ​ດັ່ງ​ດວງ​ດາ​ວ​ໃນ​ທ້ອງ​ຟ້າ ແລະ​ເຮົາ​ຈະ​ມອບ​ດິນ​ແດນທັງ​ຫມົດ​ນີ້​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ ຊົນ​ຊາດ​ທັງ​ປວງ​ໃນ​ໂລກ ຈະ​ຂໍ​ໃຫ້​ເຮົາ​ອວຍ​ພອນ​ໃຫ້​ພວກ​ເຂົາ​ເຫມືອນ​ດັ່ງ​ທີ່ເຮົາ​ອວຍ​ພອນ​ໃຫ້​ເຊື້ອ​ສາຍ​

ຂອງ​ເຈົ້າ

5 ກໍ​ເພາະ​ວ່າ ອັບ​ຣາ​ຮາມ​ໄດ້​ເຊື່ອ​ຟັງ​ເຮົາ ໂດຍ​ໄດ້​ຮັກ​ສາ​ຂໍ້​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ເຮົາ ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ” 6 ດັ່ງ​ນັ້ນ ອິ​ຊາກ​ຈຶ່ງ​ອາ​ໄສ​ຢູ່​ໃນ​ເມືອງເກ​ຣາຣ໌ ເມື່ອ​ຜູ້​ຊາຍ​ຊາວ​ເມືອງ​ຖາມ​ກ່ຽວ​ກັບ​ພັ​ຣ​ຍາຂອງ​ທ່ານ 7 ທ່ານ​ກໍ​ເວົ້າ​ວ່າ, “ນາງ​ເປັນນ້ອງ​ສາວ​ຂອງ​ຂ້າ​ພະ​ເຈົ້າ” ທ່ານ​ບໍ່​ກ້າ​ເວົ້າ​ວ່າ​ນາງ​ເປັນ​ພັ​ຣ​ຍາ ເພາະ​ຢ້ານ​ພວກ​ຜູ້​ຊາຍ​ເມືອງ​ນີ້​ຂ້າ​ທ່ານ ແລ້ວ​ເອົາ​ນາງ​ເຣ​ເບ​ກາ​ຊຶ່ງ​ເປັນ​ຄົນ​ງາມ​ໄປ​ເປັນ​ພັ​ຣ​ຍາ 8 ເມື່ອ​ອີ​ຊາກ​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ນີ້​ຊົ່ວ​ລະ​ຍະ​ນຶ່ງ​ແລ້ວ ວັນ​ນຶ່ງ ອາ​ບີ​ເມ​ເລກ​ເຈົ້າ​ຊິ​ວິດ​ຂອງ​ຊາວ​ຟີ​ລິ​ສ​ຕິນ ຫລຽວ​ລົງ​ມາ​ຈາກ​ປ່ອງ​ຢ້ຽມ​ກໍ​ເຫັນ​ອີ​ຊາກຢອກ​ນາງ​ເຣ​ເບ​ກາ​ພັ​ຣ​ຍາ​ຂອງ​ຕົນ​ຢ່າງ​ສ​ນິດ​ສນົມ 9 ກ​ະ​ສັດ​ອາ​ບີ​ເມ​ເລກຈຶ່ງ​ເອີ້ນ​ອີ​ຊາກ​ມາ​ເຝົ້າ​ແລະ​ຊົງ​ກ່າວ​ວ່າ, “ເບິ່ງ​ແມ໋, ນາງ​ເປັນ​ພັຣ​ຍາ​ຂອງ​ເຈົ້​າ​ແທ້ໆ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ເປັນ​ນ້ອງ​ສ​າວ?” ທ່ານ​ຈຶ່ງ​ທູນ​ວ່າ, “ເພາະ​ຂ້າ​ພຣະ​ອົງ​ຄິດ​ວ່າ​ຄົ​ງ​ຈະ​ຖືກ​ຂ້າ ຖ້າ​ຫາກ​ເວົ້າ​ວ່າ​ນາງ​ເປັນ​ພັ​ຣ​ຍາ​ຂອງ​ຂ້າ​ພ​ຣະ​ອົງ” 10 ກະ​ສັດ​ອາ​ບິ​ເມ​ເລກ​ຈຶ່ງ​ຊົງ​ກ່າວ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ກະ​ທຳ​ກັບ​ເຮົາ​ດັ່ງ​ນີ້? ບາງ​ທີ​ມີ​ຄົນ​ຂອງ​ເຮົາ​ຜູ້​ນຶ່ງ​ອາດນອນ​ກັບ​ພັ​ຣ​ຍາ​ຂອງ​ເຈົ້າ​ກໍ​ໄດ້ ແລ້ວ​ເຈົ້າ​ກໍ​ຈະ​ພາ​ໃຫ້​ພວກ​ເຮົາ​ທຳ​ຊົ່ວ” 11 ດັ່ງ​ນັ້ນ​ ກະ​ສັດ​ອາ​ບີ​ເມ​ເລກ​ຈຶ່ງ​ຊົງ​ມີ​ພ​ຣະ​ກະ​ແສ​ຮັບ​ສັ່ງ​ປະ​ຊາ​ຊົນທັງ​ປວງ​ໃນ​ເມືອງ​ນັ້ນ​ວ່າ, “ຖ້າ​ຜູ້​ໃດ​ຂົ່ມ​ເຫັງ​ຊາຍ​ຜູ້​ນີ້​ແລະ​ພັ​ຣ​ຍາຂອງເຂົາ ຜູ້​ນັ້ນ​ຈະ​ໄດ້​ຖືກ​ປະ​ຫານ​ຊິ​ວິດ” 12 ອີ​ຊາກ​ໄດ້​ເຮັດ​ນາ​ໃນ​ປະ​ເທດ​ນີ້ ແລະ​ໃນ​ປີ​ນັ້ນ​ເອງ​ທ່ານ​ໄດ້​ເກັບ​ກ່ຽວ​ເຂົ້​າ​ໄດ້​ຣ້ອຍ​ເທົ່າ​ໃນ​ຈຳ​ນວນ​ເຂົ້າ​ທີ່​ເພາະ​ປູກ ກໍ​ຍ້ອນ​ວ່າ​ພ​ຣະ​ເຈົ້າ​ໄດ້​ຊົງ​ອວຍ​ພອນ​ໃຫ້​ທ່ານ 13 ອີ​ຊາກ​ໄດ້​ຈະ​ເຣີນ​ຮຸ່ງ​ເຮືອງ​ແລະ​ກາຍ​ເປັນຄົນ​ຮັ່ງ​ມີ​ 14 ໄດ້​ມີ​ຝູງ​ແກະ ຝູງ​ງົວ ແລະ​ມີ​ຂ້າ​ໃຊ້​ຢ່າງ​ຫລວງຫລາຍຈົນ​ຊາວ​​ຟີ​ລິ​ສ​ຕິນ​ອິດ​ສາ​ທ່ານ 15 ພວກ​ເຂົາ​ຈຶ່ງ​ເອົາ​ຂີ້​ດິນ​ຖົມ ນ້ຳ​ສ້າງ​ທຸກໆ​ຫນ່ວຍ​ທີ່​ຂ້າ​ໃຊ້​ຂອງ​ພໍ່​ທ່ານ​ໄດ້​ຂຸດ​ໄວ້​ໃນ​ສະ​ໄຫມ​ທີ່​ຍັງ​ມີ​ຊີ​ວິດ​ຢູ່ 16 ຢູ່​ຕໍ່​ມາ ກະ​ສັດ​ອາ​ບີ​ເມ​ເລກ​ຊົງ​ກ່າວ​ຕໍ່​ອີ​ຊາກວ່າ,“ຈົ່ງ​ຫນີ​ຈາກ​ຫມູ່​ເຮົາ​ເສັຽ ເພາະ​ຫມູ່​ເຈົ້າ​ມີ​ອິດ​ທິ​ພົນ​ຫລາຍ​ກວ່າພວກ​ເຮົາ” 17 ດັ່ງ​ນັ້ນ ອີ​ຊາກ​ຈຶ່ງ​ອອກ​ຫນີ​ຈາກ​ນາ​ນັ້ນ ແລະ​ໄປ​ຕັ້ງ​ຄ້າຍ​ພັກ​ອາ​ໄສ​ຢູ່​ຮ່ອມ​ພູ​ຂອງ​ເມືອງ​ເກ​ຣາ 18 ທ່ານ​ໄດ້​ຂຸດ​ນ້ຳ​ສ້າງ​ເກົ່າ​ທີ່​ອັ​ບ​ຣາ​ຮາມ​ບິ​ດາ​ຂອງ​ທ່ານໄດ້​ຂຸດ​ໄວ້​ໃນ​ສະ​ໄຫມ​ກ່ອນ​ນັ້ນ​ອີກ ແຕ່​ນ້ຳ​ສ້າງ​ເຫລົ່າ​ນີ້ ຊາວຟີ​ລິ​ສ​ຕິນ​ໄດ້​ຖົມ​ຫລັງ​ຈາກ​ອັບ​ຣາ​ຮາມ​ໄດ້​ເຖິງ​ແກ່​ກຳ ອີ​ຊາກ​ໄດ້​ເອີ້ນ​ຊື່​ນ້ຳ​ສ້າງ​ທີ່​ຂຸດ​ໃຫມ່​ນີ້​ເຫມືອນ​ຊື່​ເກົ່າ​ທີ່​ບິ​ດາ​ທ່ານ​ໄດ້​ເອີ້ນ​ມາ​ແລ້ວ 19 ເມື່ອ​ຄົນ​ໃຊ້​ຂອງ​ອິ​ຊາກ​ໄດ້​ຂຸດ​ນ້ຳ​ສ້າງ​ທີ່​ຮ່ອມ​ພູ ພວກ​ເຂົາ​ໄດ້​ພົບ​ນ້ຳ​ອອກ​ບໍ່ 20 ຄົນ​ລ້ຽງ​ສັດ​ຂອງ​ເມືອງ​ເກ​ຣາ​ຈຶ່ງ​ມາ​ທະ​ເລາະ​ວິ​ວາດ​ກັບ​ຄົນ​ລ້ຽງ​ສັດ​ຂອງ​ອີ​ຊາກ ພວກ​ເຂົາ​ເວົ້າ​ວ່າ, “ນ້ຳ​ນີ້​ເປັນ​ຂອງ​ຫມູ່​ເຮົາ” ດັ່ງ​ນັ້ນ ອີ​ຊາກ​ຈຶ່ງ​ໃສ່​ຊື່​ບໍ່​ນ້ຳ​ນີ້​ວ່າ ເອ​ເຊກ (ທະ​ເລາະ​ວິ​ວາດ) ກໍ​ຍ້ອນ​ວ່າ​ພວກ​ເຂົ​າ​ໄດ້​ທະ​ເລາະ​ວິ​ວາດ​ກັບ​ທ່ານ 21 ຄົນ​ໃຊ້​ຂອງ​ອີ​ຊາກ​ໄດ້​ຂຸດ​ນ້ຳ​ສ້າງ​ອີກ​ຫນ່ວຍ​ນຶ່ງ​ແລະ​ບ່ອນ​ນີ້​ກໍ​ມີ​ການ​ຖົກ​ຖຽງ​ກັນອີກ ທ່ານ​ຈຶ່ງ​ໃສ່​ຊື່​ນ້ຳ​ສ້າງ​ບ່ອນ​ນີ້​ວ່າ ຊິດ​ນາ (ສັດ​ຕຣູ) 22 ທ່ານຈຶ່ງ​ຫນີຈາກ​ທີ່​ນັ້ນ ແລະ​ໄປ​ຂຸດ​ນ້ຳ​ສ້າງ​ທີ່​ອື່ນ​ອີກ ທີ່​ນັ້ນ​ບໍ່​ມີ​ການ​ຖົກ​ຖຽງ​ກັນ​ເກີດ​ຂຶ້ນ ດັ່ງ​ນັ້ນ​ ທ່ານ​ຈຶ່ງ​ໃສ່​ຊື່​ນ້ຳ​ສ້າງ​ນີ້​ວ່າ ເຣ​ໂຮ​ໂບທ (ອິສຣະພາບ) ທ່ານ​ເວົ້​າ​ວ່າ, “ບັດ​ນີ້ ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ອິ​ສຣະ​ພາບ​ໃຫ້​ແກ່​ພວກ​ເຮົາ​ໃນ​ດິນ​ແດນ​ນີ້ ພວກ​ເຮົາ​ກໍ​ຈະ​ມີ​ຄວາມ​ຈະ​ເຣິນ​ຮຸ່ງ​ເຮືອງ​ຂຶ້ນ​ໃນ​ທີ່​ນີ້” 23 ຢູ່​ມາ​ວັນນຶ່ງ ທ່ານໄດ້​ໄປ​ຍັງ​ເມືອງ​ເບ​ເອີ​ເຊ​ບາ 24 ໃນ​ຄືນ​ນັ້ນ ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປາ​ກົດ​ຕໍ່​ທ່ານ​ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພ​ຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ​ບິ​ດາ​ຂອງ​ເຈົ້າ ຈົ່ງ​ຢ່າ​ສູ່​ຢ້ານ ເພາະ​ເຮົາ​ສະ​ຖິດ​ຢູ່​ກັບ​ເຈົ້າ ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ຢ່າງ​ມາກ​ມາຍ​ກໍ​ຍ້ອນ​ເຫັນ​ແກ່​ອັບ​ຣາ​ຮາມ​ຂ້າ​ໃຊ້​ຂອງ​ເຮົາ” 25 ສະ​ນັ້ນ ອີ​ຊາກ​ຈຶ່ງ​ສ້າງ​ແທ່ນ​ບູ​ຊາ ແລະ​ນະ​ມັ​ສ​ການ​ພ​ຣະ​ຜູ້​ເປັນ​ເຈົ້າ ແລ້ວ​ທ່ານ​ກໍ​ຕັ້ງ​ຄ້າຍ​ຢູ່​ທີ່​ນັ້ນ ແລະ​ຄົນ​ໃຊ້​ຂອງ​ທ່ານ​ກໍ​ໄດ້​ຂຸດ​ນ້ຳ​ສ້າງ​ຫນ່ວຍ​ນຶ່ງຂຶ້ນ​ອີກ

ການ​ຕົກ​ລົງ​ກັນ​ລະ​ຫວ່າງ​ອີ​ຊາກ ແລະ​ກະ​ສັດ​ອາ​ບີ​ເມ​ເລກ

26 ຢູ່​ຕໍ່​ມາ ກະ​ສັດ​ອາ​ບີ​ເມ​ເລກ​ໄດ້​ສະ​ເດັດ​ມາ​ແຕ່​ເມືອງ​ເກ​ຣາ ພ້ອມ​ອາ​ຮູ​ສຊັ​ທທີ່​ປຶກ​ສາ ​ແລະ​ຟິ​ໂກນ​ນາຍ​ທະ​ຫານ ເພື່ອ​ຢ້ຽມ​ຢາມ​ອີ​ຊາກ 27 ອີ​ຊາກ​ໄດ້​ທູນ​ຖາມ​ວ່າ, “ດ້ວຍ​ເຫດ​ໃດ ພ​ຣະ​ອົງ​ຈຶ່ງ​ສະ​ເດັດ​ມາ​ຫາ​ຂ້າ​ພະ​ເຈົ້າຈົນ​ເຖິງ​ທີ່​ນີ້? ເພາະ​ເມື່ອ​ຄາວ​ກ່ອນ ພ​ຣະ​ອົງ​ຊົງ​ກຽດ​ຊັງ​ຂ້າ​ພະ​ເຈົ້​າ ແລະ​ຊົງ​ຂັບ​ໄລ່​ຂ້າ​ພະ​ເຈົ້າອອກ​ຈາກ​ປະ​ເທດ​ຂອງ​ພ​ຣະ​ອົງ” 28 ຝ່າຍ​ກະ​ສັດອາ​ບິ​ເມ​ເລກ​ຈຶ່ງ​ຕອບ​ວ່າ,” ບັດ​ນີ້ ພວກ​ເຮົາ​ຮູ້​ວ່າ​ພ​ຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ ພວກ​ເຮົ​າ​ຈຶ່ງ​ຄິດ​ວ່າ ຂໍ​ໃຫ້​ເຮົາ​ມີ​ການ​ຕົກ​ລົງ​ອັນ​ສຳ​ຄັນ​ລະ​ຫວ່າງ​ເຈົ້າ​ແລະ​ເຮົາ 29 ພວກ​ເຮົາ​ປະ​ສົງ​ຢາກ​ໃຫ້​ເຈົ້​າ​ສັນ​ຍາ​ວ່າ​ຈະ​ບໍ່​ທຳ​ຮ້າຍ​ພວກ​ເຮົາ ເຊັ່ນ​ດຽວ​ກັນ​ກັບ​ທີ່​ພວກ​ເຮົາ​ບໍ່​ໄດ້​ເຄີຍ​ທຳ​ຮ້າຍ​ພວກ​ເຈົ້າ ພວກ​ເຮົາ​ໄດ້​ສ້າງ​ແຕ່​ຄວາມ​ດີ ແລະ​ປ່ອຍ​ໃຫ້​ເຈົ້າ​ຢູ່​ຢ່າງ​ສ​ງົບ​ສຸກ ບັດ​ນີ້ ເຈົ້າ​ໄດ້​ຮັບ​ພ​ຣະ​ພອນ​ແລ້ວ” 30 ອີ​ຊາກ​ຈຶ່ງ​ຈັດ​ການ​ກິນ​ລ້ຽງ​ສະ​ຫລອງ​ຢ່າງ​ຄຶກ​ຄື້ນ ແລະ​ພວກ​ເຂົາ​ກໍ​ກິນ​ແລະ​ດື່ມ​ຢ່າງ​ສຳ​ຣານ​ໃຈ 31 ໃນ​ຕອນ​ເຊົ້​າ​ມືດ ທັງ​ສອງ​ຝ່າຍ​ໄດ້​ສາ​ບານ​ຕໍ່​ກັນແລະ​ກັນ ແລ້ວ​ອີ​ຊາກ​ຈຶ່ງ​ໄປ​ສົ່ງ​ພວກ​ເຂົາ​ກັບ​ໄປ ພວກ​ເຂົາ​ກໍ​ອຳ​ລາ​ຈາກ​ທ່ານໄປ​ຢ່າງ​ມິດ​ທີ່​ດີ 32 ໃນ​ວັນ​ນັ້ນ​ເອງ ຄົນ​ໃຊ້​ຂອງ​ອີ​ຊາກ​ມາ​ບອກ​ກ່ຽວ​ກັບ​ການ​ຂຸດ​ນ້ຳ​ສ້າງວ່າ, “ພວກ​ເຮົາ​ພົບ​ນ້ຳ​ແລ້ວ” 33 ທ່ານ​ເອີ້ນ​ຊື່​ນ້ຳ​ສ້າງ​ນັ້ນ​ວ່າ ຊ​ີບາ ດ້ວຍ​ເຫດ​ຜົນ​ດັ່ງ​ນີ້​ເມືອງ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ເບ​ເອີ​ເຊ​ບາຈົນ​ເຖິງທຸກວັນ​ນີ້

ພັ​ຣ​ຍາຂອງ​ເອ​ຊາວ

34 ເມື່ອ​ເອ​ຊາວ​ມີ​ອາ​ຍຸ​ສີ່​ສິບ​ປີ ທ່ານໄດ້​ແຕ່ງ​ງານ​ກັບ​ນາງ​ຢູ​ດິດ ບຸດ​ຍິງ​ຂອງ​ເບ​ເອ​ຣິ​ ຊາວ​ຮິດ​ຕີ ແລະ​ນາງ​ບາເຊ​ມັທ ບຸດ​ຍິງ​ຂອງ​ເອ​ໂລນ​ຊາວ​ຮິດ​ຕີ 35 ຜູ້​ຍິງ​ທັງ​ສອງ​ນີ້​ໄດ້​ສ້າງ​ຄວາມ​ບໍ່​ພໍ​ໃຈ​ໃຫ້​ແກ່​ອີ​ຊາກ ແລະ​ນາງ​ເຣ​ເບ​ກາ​ຫລາຍ

ປະຖົມການ 27

ຢາ​ໂຄບ​ຫລອກ​ລວງ​ພໍ່​ເພື່ອ​ຂໍ​ພອນ

1 ອີ​ຊາກ​ເຖົ້າ​ແກ່​ຫລາຍ​ຈົນ​ຕາ​ທ່ານ​ບໍ່​ເຫັນ​ຮຸ່ງ ທ່ານ​ເອີ້ນ​ເອຊາວ​ບຸດ​ຊາຍ​ກົກ​ມາ​ແລ້ວ​ເວົ້າ​ວ່າ, “ລູກ​ເອີຍ” ເຂົາຈຶ່ງ​ຕອບ​ວ່າ, “ໂດຍ​ ຂ້າ​ນ້ອຍ” 2 ອີ​ຊາກ​ເວົ້າ​ຕໍ່​ໄປ​ວ່າ, “ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ພໍ່​ເຖົ້​າ​ຫລາຍ ແລະ​ອາດ​ຈະ​ຕາຍ​ມື້​ໃດ​ມື້​ນຶ່ງ​ໃນ​ໄວໆ​ນີ້​ກໍ​ໄດ້ 3 ບັດ​ນີ້ ຈົ່ງ​ເອົາ​ອາ​ວຸດ​ຂອງ​ເຈົ້າ​ຄື​ທະ​ນູ​ແລະ​ລູກ​ສອນ ແລ້ວ​ເຂົ້າ​ໄປ​ລ່າ​ເນື້ອ​ໃນ​ປ່າ​ມາ​ໃຫ້​ພໍ່ 4 ຈົ່ງ​ເຮັດ​ອາ​ຫານ​ແຊບໆ​ທີ່​ພໍ່​ມັກ​ແລ້ວ​ເອົາ​ມາ​ໃຫ້​ພໍ່​ກິນ ເມື່ອ​ພໍ່​ກິນ​ອີ່ມ​ແລ້ວ​ພໍ່​ຈະ​ອວຍ​ພອນ​ໃຫ້​ແກ່​ເຈົ້າ​ເປັນ​ຄັ້ງ​ສຸດ​ທ້າຍ​ກ່ອນ​ພໍ່​ຈະ​ຕາຍ 5 ເມື່ອ​ອີ​ຊາກ​ເວົ້າ​ກັບ​ເອ​ຊາວ ນາງ​ເຣ​ເບ​ກາ​ໄດ້​ຍິນ​ເຣື່ອງ​ນັ້ນ 6 ຄັນ​ແລ້ວ ພໍ​ເອ​ຊາວ​ອອກ​ຈາກ​ເມືອງ​ໄປ​ລ່າ​ເນື້ອ​ມາ​ໃຫ້​ບິ​ດາ ນາງ​ເຣ​ເບກາ​ຈຶ່ງ​ເວົ້າ​ກັບ​ຢາ​ໂຄບ​ວ່າ “ແມ່​ໄດ້​ຍິນ​ພໍ່​ເຈົ້າ​ເວົ້າ​ກັບ​ເອ​ຊາວ​ອ້າຍ​ຂອງ​ເຈົ້າ​ວ່າ 7 ເຈົ້​າ​ຈົ່ງ​ໄປ​ລ່າ​ເນື້ອ ແລ້ວ​ເຮັດ​ອາ​ຫານ​ແຊບໆ​ໃຫ້​ພໍ່ ເມື່ອ​ພໍ່​ກິນ​ອີ່ມ​ແລ້ວ ພໍ່​ຈະ​ອວຍ​ພອນ​ໃຫ້​ເຈົ້າ​ຕໍ່​ຫນ້າ​ພ​ຣະ​ຜູ້​ເປັນ​ເຈົ້າ​ກ່ອນ​ພໍ່​ຈະ​ຕາຍ 8 ບັດ​ນີ້ ລູກ​ເອີຍ, ຈົ່ງ​ຟັງ​ແແລະ​ເຮັດ​ໃນ​ສິ່ງ​ທີ່​ແມ່ບອກ 9 ຈົ່ງ​ໄປ​ທີ່​ຝູງ​ແບ້ ແລະ​ເອົາ​ລູກ​ແບ້​ໂຕ​ຕຸ້ຍໆ​ສອງ​ຕົວ​ມາ​ໃຫ້ ເພື່ອ​ແມ່​ຈະ​ເຮັດ​ອາ​ຫານ​ຢ່າງ​ແຊບໆ​ທີ່​ພໍ່​ເຈົ້າ​ມັກ 10 ແລ້ວ​ເຈົ້​າ​ຈົ່ງ​ເອົາ​ອາ​ຫານ​ນັ້ນ​ໄປ​ໃຫ້​ພໍ່​ເຈົ້າ​ກິນ ແລະ​ທ່ານຈະ​ອວຍ​ພອນ​ໃຫ້​ເຈົ້າ​ກ່ອນ​ທ່ານ​ຈະ​ຕາຍ” 11 ແຕ່​ຢາ​ໂຄບ​ເວົ້າ​ຕໍ່​ມານ​ດາວ່າ, “ແມ່​ກໍ​ຮູ້​ວ່າ​ເອ​ຊາວ​ເປັນ​ຄົນ​ມີ​ຂົ​ນ ສ່ວນ​ຂ້າ​ນ້ອຍ​ມີ​ຕົນ​ຕົວ​ກ້ຽງ 12 ບາງ​ທີ່​ພໍ່​ທ່ານ​ອາດ​ຈະ​ລູບ​ຂ້າ​ນ້ອຍ​ ແລະຮູ້ ​ວ່າຂ້າ​ນ້ອຍ​ກຳ​ລັງ​ຫລອກ​ລວງ​ທ່ານ​ ດັ່ງ​ນັ້ນ ແທ​ນ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ຮັບ​ຄວາມ​ພອນ​ຈາກ​ທ່ານກໍ​ເລີຍ​ຈະ​ໄດ້​ຮັບ​ຄວາມ​ປ້ອຍ​ດ່າ” 13 ແມ່​ໄດ້​ຕອບ​ເຂົາ​ວ່າ, “ລູກ​ເອີຍ, ຂໍ​ໃຫ້​ຄວາມ​ປ້ອຍ​ດ່າ​ຕົກ​ເປັນ​ຂອງ​ແມ່ ຈົ່ງ​ໄປ​ເອົາ​ແບ້​ທີ່​ແມ່ບອກ​ນັ້ນ​ມາ” 14 ດັ່ງ​ນັ້ນ ເຂົາຈຶ່ງ​ໄປ​ຫາ​ເອົາ​ແບ້​ມາ​ໃຫ້​ແລະ​ແມ່​ກໍ​ໄດ້​ເຮັດ​ອາ​ຫານ​ອັນ​ແຊບໆ​ທີ່​ອິ​ຊາກ​ມັກ​ກິນ 15 ແລ້ວ​ນາງ​ເຣ​ເບ​ກາ​ຈຶ່ງ​ເອົາ​ເສື້ອ​ໂຕງາມໆ​ຂອງ​ເອ​ຊາວ​ທີ່​ມີ​ຢູ່​ໃນ​ເຣືອນ​ມາ​ໃຫ້​ຢາ​ໂຄບ​ນຸ່ງ 16 ນາງ​ໄດ້​ເອົາ​ຫນັງ​ແກະ​ມາ​ປົກ​ແຂນ​ແລະ​ຄໍ​ອັນ​ກ້ຽງ​ຂອງ​ເຂົາ 17 ແລ້ວ​ນາງ​ຈຶ່ງ​ເອົາ​ອາ​ຫານ​ຢ່າງ​ແຊບໆ ແລະ​ເຂົ້​າ​ຈີ່ທີ່​ນາງ​ເຮັດ​ມາ​ໃຫ້​ຢາ​ໂຄບ​ຖື​ໄປ 18 ຢາ​ໂຄບ​ຈຶ່ງ​ໄປ​ຫາ​ບິ​ດາ ແລະ​ເວົ້າ​ວ່າ, “ພໍ່ ຂ້າ​ນ້ອຍ” ທ່ານ​ຕອບ​ວ່າ, “ພໍ່​ຢູ່​ນີ້ ລູກ​ເອີຍ ເຈົ້າ​ຄື​ໃຜ?” 19 ຢາ​ໂຄບ​ຕອບ​ວ່າ, “ຂ້າ​ນ້ອຍ​ແມ່ນ​ເອ​ຊາວ​ບຸດ​ຊາຍ​ກົກ ຂ້າ​ນ້ອຍ​ໄດ້​ເຮັດ​ສິ່ງ​ທີ່​ພໍ່​ບອກ​ແລ້ວ ຈົ່ງ​ລຸກ​ຂຶ້ນ​ມາ​ຮັບ​ປະ​ທານ​ອາ​ຫານ​ນີ້​ເຖີດ ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ຮັບ​ຄວາມອວຍ​ພອນ​ຈາກ​ພໍ່” 20 ອີ​ຊາກເວົ້າ​ວ່າ, “ລູ​ກໄດ້​ມາ​ແຕ່​ໃສ​ໄວແທ້?” ຢາ​ໂຄບ​ຕອບ​ວ່າ, “ເພາະ​ວ່າພ​ຣະຜູ້​ເປັນ​ເຈົ້າ ພ​ຣະ​ເຈົ້າ​ຂອງ​ພໍ່​ໄດ້​ຊ່ອຍ​ຂ້າ​ນ້ອຍ” 21 ອີ​ຊາກ​ເວົ້າ​ຕໍ່​ຢາ​ໂຄບ​ວ່າ, “ຈົ່ງ​ຫຍັບ​ເຂົ້​າ​ມາ​ໃກ້ໆ​ພີ້ ເພື່ອ​ພໍ່​ຈະ​ໄດ້​ລູບ​ເຈົ້າ​ວ່າ​ແມ່ນ​ເອ​ຊາວ​ແທ້​ຫລື​ບໍ່” 22 ຢາ​ໂຄບ​ຫຍັບ​ເຂົ້​າ​ໄປ​ໃກ້ໆ​ບິ​ດາ ທ່ານລູບ​ຄຳ​ເຂົາ ແລະ​ເວົ້າ​ວ່າ, “ສຽງ​ປາກ​ຂອງ​ເຈົ້າ​ຄື​ກັນ​ກັບ​ສຽງ​ປາກ​ຂອງ​ຢາ​ໂຄບ ແຕ່​ແຂນ​ຂອງ​ເຈົ້າ​ຄື​ກັນ​ກັບ​ແຂນ​ຂອງ​ເອ​ຊາວ” 23 ທ່ານ​ບໍ່​ຮູ້​ຈັກ​ວ່າ​ແມ່ນ​ຢາ​ໂຄບ ກໍ​ເພາະ​ວ່າ​ແຂນ​ຂອງເຂົາ​ມີ​ຂົນ​ຄື​ກັນ​ກັບ​ແຂນ​ເອ​ຊາວ ທ່ານ​ຈຶ່ງ​ເລີ້ມ​ຕົ້ນ​ອວຍ​ພອນ​ໃຫ້​ເຂົາ 24 ແຕ່​ຍັງ​ຖາມ​ຊ້ຳ​ອີກວ່າ, “ເຈົ້າ​ແມ່ນ​ເອ​ຊາວ​ແທ້​ບໍ່?” ເຂົາຈຶ່ງ​ຕອບ​ວ່າ, “ຂ້າ​ນ້ອຍ​ແມ່ນ​ເອ​ຊາວ​ແທ້” 25 ອີ​ຊາກ​ເວົ້າ​ວ່າ, “ຈົ່ງ​ເອົາ​ອາ​ຫານ​ຂອງ​ເຈົ້​າ​ມາ ເມື່ອ​ກິນ​ອີ່ມ​ແລ້ວ​ພໍ່​ຈະ​ອວຍ​ພອນ​ໃຫ້​ເຈົ້າ” ຢາ​ໂຄບ​ຈຶ່ງ​ເອົ​າ​ອາ​ຫານ​ມາ​ໃຫ້​ທ່ານ​ກິນ​ແລ້ວ​ເອົາ​ເຫລົ້າ​ອະ​ງຸ່ນ​ໃຫ້​ດື່ມ 26 ຄັນ​ແລ້ວ​ບິ​ດາຈຶ່ງ​ເວົ້າ​ວ່າ, “ລູກ​ເອີຍ ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້ໆ​ແລ້ວ​ຈູບ​ພໍ່” 27 ຢາ​ໂຄບ​ຈຶ່ງ​ຫຍັບ​ເຂົ້​າ​ມາ​ຈູບ​ທ່ານ ພໍ​ເມື່ອ​ອີ​ຊາກ​ໄດ້​ກິ່ນ​ເຄື່ອງ​ນຸ່ງ​ຂອງ​ເອ​ຊາວ ທ່ານຈຶ່ງອວຍ​ພອນ​ໃຫ້​ເຂົາ​ວ່າ, “ກິ່ນ​ຫອມ​ຂອງ​ບຸດ​ຊາຍ​ຂ້ອຍນີ້ ຄ້າຍ​ຄື​ກັນ​ກັບ​ກິ່ນ​ຫອມ​ຂອງ​ທົ່ງ​ນາ​ທີ່​ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ໄດ້​ອວຍ​ພອນ​ໃຫ້ 28 ຂໍ​ພ​ຣະ​ເຈົ້າ​ຊົງ​ປະ​ທານ​ຄວາມ​ຊຸ່ມ​ຊື່ນ​ມາ​ແຕ່​ສວັນ ເພື່ອ​ໃຫ້​ທົ່ງ​ນາ​ຂອງ​ເຈົ້າ​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຕົ້ນ​ເຂົ້​າ ແລະ​ຕົ້ນ​ອ​ະ​ງຸ່ນ 29 ຂໍ​ໃຫ້​ປະ​ຊາ​ຊົນ​ໃນ​ຊາດ​ຕ່າງໆ ເຊື່ອ​ຟັງ​ແລະ​ຂາບ​ລົງ​ຕໍ່​ຫນ້າ​ເຈົ້າ ຜູ້​ທີ່​ດ່າ​ເຈົ້​າ ຜູ້​ນັ້ນ​ຈະ​ຖືກ​ດ່າ ແລະ​ຜູ້​ທີ່​ອວຍ​ພອນ​ເຈົ້າ ຜູ້ນັ້ນ​ຈະ​ໄດ້​ຮັບ​ພອນ” 30 ພໍ​ດີ​ຢາ​ໂຄບ​ໄດ້​ຮັບ​ພອນ​ຈາກ​ອິ​ຊາກ​ແລ້ວ ເຂົາ​ກໍ​ລາ​ກັບ ຫລັງ​ຈາກ​ນັ້ນມາ​ຫນ້ອຍ​ນຶ່ງ ເອ​ຊາວ​ຜູ້​ເປັນ​ອ້າຍ​ກົກ​ກໍ​ກັບ​ມາ​ແຕ່​ລ່າ​ເນື້ອ 31 ເຂົາໄດ້​ຄົວ​ອາ​ຫານ​ອັນ​ແຊບໆ​ແລ້ວ​ເອົ​າ​ໄປ​ໃຫ້​ບິ​ດາເຂົາ​ເວົ້າ​ວ່າ, “ພໍ່​ເອີຍ, ຈົ່ງ​ລຸກ​ຂຶ້ນ​ມາ​ຮັບ​ປະ​ທານ​ອາ​ຫານ​ຂອງ​ຂ້າ​ນ້ອຍ​ເທາະ ເພື່ອ​ພໍ່​ຈະ​ໄດ້​ອວຍ​ພອນ​ໃຫ້​ຂ້າ​ນ້ອຍ” 32 ອີ​ຊາກ​ຈຶ່ງ​ຖາມ​ເຂົາ​ວ່າ,” ເຈົ້າ​ແມ່ນ​ໃຜ?” ເຂົາຈຶ່ງ​ຕອບ​ວ່າ, “ຂ້​າ​ນ້ອຍ​ແມ່ນ​ເອ​ຊາວ​ບຸດ​ຊາຍ​ກົກ​ຂອງ​ພໍ່” 33 ພໍ​ໄດ້​ຍິນ​ດັ່ງ​ນັ້ນ ອິ​ຊາກ​ກໍ​ສະ​ດຸ້ງ​ພ້ອມ​ທັງ​ສັ່ນ​ຫມົດ​ຕົວ ແລ້ວ​ຖາມ​ວ່າ, “ຄັນ​ຊັ້ນ​ແມ່ນ​ຜູ້​ໃດ​ທີ່​ຂ້າ​ສັດ​ແລ້ວ​ຈັດ​ແຈ່ງ​ອາ​ຫານ​ເອົາ​ມາ​ໃຫ້​ພໍ່​ກິນ ພໍ່​ໄດ້​ກິນ​ແລ​ະ​ໄດ້​ອວຍ​ພອນ​ເທື່ອ​ສຸດ​ທ້າຍ​ໃຫ້​ເຂົາ​ຫາ​ກໍ່​ຢ່າ​ກ່ອນ​ເຈົ້າ​ມາ​ນີ້ ແລະ​ເຂົາກໍ​ໄດ້​ຮັບ​ຄວາມ​ພອນ​ນັ້ນ​ຢ່າງ​ເດັດ​ຂາດ” 34 ເມື່ອ​ເອ​ຊາວ​ໄດ້​ຍິນ​ເຊັ່ນ​ນັ້ນ ເຂົາກໍ​ຮ້ອງ​ໄຫ້​ຂຶ້ນ​ດ້ວຍ​ຄວາມ​ຂົມ​ຂື່ນ ແລະ​ເວົ້າ​ວ່າ, “ພໍ່​ຂ້າ​ນ້ອຍຈົ່ງ​ໃຫ້​ພອນ​ຂ້າ​ນ້ອຍ​ຄື​ກັນ​ເທາະ” 35 ອິ​ຊາກ​ຕອບ​ວ່າ, “ນ້ອງ​ຂອງ​ເຈົ້າ​ໄດ້​ຫລອກ​ລວງ​ພໍ່ ເຂົາໄດ້​ເອົາ​ພອນ​ທີ່​ເຈົ້​າ​ຄວນ​ຈະ​ໄດ້​ຮັບ​ໄປ​ແລ້ວ” 36 ເອ​ຊາວເວົ້າ​ວ່າ, “ນີ້​ແມ່ນ​ເທື່ອ​ທີ່​ສອງ​ແລ້ວ​ທີ່​ເຂົາໂກງ​ຂ້າ​ນ້ອຍ​ກໍ​ບໍ່​ແມ່ນ​ຍ້ອນ​ເຂົາ​ຊື່​ຢາ​ໂຄບ​ຫລື ເຂົາໄດ້​ເອົາ​ສິດ​ທິ​ການ​ເປັນ​ອ້າຍ​ກົກ​ຂອງ​ຂ້າ​ນ້ອຍ​ໄປ​ແລ້ວ ແລະ​ບັດ​ນີ້​ເຂົາໄດ້​ເອົາ​ຄວາມ​ພອນ​ຂອງ​ຂ້​າ​ນ້ອຍ​ໄປ​ອີກ ພໍ່​ບໍ່​ມີ​ຄວາມ​ພອນ​ທີ່​ເຫລືອ​ໄວ້​ໃຫ້​ຂ້າ​ນ້ອຍ​ແດ່​ບໍ່?” 37 ອີ​ຊາກ​ໄດ້​ຕອບ​ເອ​ຊາວ​ວ່າ, “ພໍ່​ໄດ້​ອວຍ​ພອນ​ໃຫ້​ເຂົາ​ເປັນ​ນາຍ​ເຈົ້າ ແລະ​ເປັນ​ນາຍ​ພວກ​ຍາດ​ຕິ​ພີ່​ນ້ອງ​ທັງ​ຫລາຍ ພ້ອ​ມທັງ​ໃຫ້​ເຂົາມີ​ເຂົ້າ​ແລະ​ເຫລົ້າ​ອະ​ງຸ່ນ​ຢ່າງ​ອຸ​ດົມ​ສົມ​ບູນ ບັດ​ນີ້​ຈະ​ຍັງ​ເຫລືອ​ຫຍັງ​ອີກ​ທີ່​ພໍ່​ສາ​ມາດ​ເຮັດ​ໃຫ້​ເຈົ້າ​ໄດ້​ລູກ​ເອີຍ” 38 ເອ​ຊາວ​ຊັກ​ຖາມ​ບິ​ດາ​ວ່າ, “ພໍ່​ເອີຍ ຄວາມ​ພອນ​ຂອງ​ພໍ່​ມີ​ເທົ່າ​ນັ້ນ​ບໍ່ ຂໍ​ອວຍ​ພອນ​ໃຫ້​ຂ້າ​ນ້ອຍ​ແດ່​ທ້ອນ” ເຂົາເວົ້າ​ພ້ອມ​ທັງ​ຮ້ອງ​ໄຫ້ 39 ຄັນ​ແລ້ວ​ອີ​ຊາກ​ເວົ້າ​ຕໍ່​ເຂົ​າ​ວ່າ, “ເຈົ້າ​ຈະ​ຢູ່​ໄກ​ຈາກ​ດິນ​ທີ່​ອຸ​ດົມ​ສົມ​ບູນ ແລະ​ທົ່ງ​ນາ​ຂອງ​ເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ຄວາມ​ຊຸ່ມ​ຊື່ນ​ຈາກ​ສວັນ 40 ເຈົ້າ​ຈະ​ລ້ຽງ​ຊີ​ວິດ​ດ້ວຍ​ດາບ ແລະ​ຈະ​ເປັນ​ຂ້າ​ໃຊ້​ນ້ອງ​ຊາຍ​ຂອງ​ເຈົ້າ ແຕ່​ວ່າ​ເມື່ອ​ເຈົ້າ​ຫາກ​ກະ​ບົດ​ເມື່ອ​ໃດ ເຈົ້​າ​ຈະ​ປົດ​ແອກ​ຂອງ​ເຂົາ​ອອກ​ຈາກ​ຄໍຂອງ​ເຈົ້າ” 41 ເອ​ຊາວ​ກຽດ​ຊັງ​ຢາ​ໂຄບ​ກໍ​ຍ້ອນ​ວ່າ ບິ​ດາ​ໄດ້​ໃຫ້​ພອນ​ແກ່​ເຂົ​າ ເອ​ຊາວ​ຄິດ​ວ່າ, “ວັນ​ໄວ້​ອາ​ໄລ​ພໍ່​ຂອງ​ເຮົາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ວັນ​ນັ້ນ​ສິ້ນ​ສຸດ​ລົງ ເຮົາ​ກໍ​ຈະ​ຂ້າ​ຢາ​ໂຄບ​ເສັຽ” 42 ແຕ່​ນາງ​ເຣ​ເບ​ກາ​ຮູ້​ແຜນ​ການ​ຂອງ​ເອ​ຊາວ​ກ່ອນ​ຈຶ່ງ​ໄປ​ບອກ​ຢາ​ໂຄບ​ວ່າ, “ເອ​ຊາວ​ອ້າຍ​ຂອງ​ເຈົ້າ​ກຳ​ລັງ​ແຜນ​ການ​ຈະ​ຂ້າ​ເຈົ້າ​ເພື່ອ​ແກ້​ແຄ້ນ 43 ບັດ​ນີ້ ລູກ​ເອີຍ, ຈົ່ງ​ເຮັດ​ສິ່ງ​ທີ່​ແມ່ບອກ ຈົ່ງ​ຕຽມ​ຕົວ​ແລ້ວ​ຫນີ​ໄປ​ຢູ່ນຳ​ລາ​ບານ​ລຸງ​ຂອງ​ເຈົ້າທີ່​ເມືອງ​ຮາ​ຣານ​ເສັຽ 44 ຢູ່​ກັບ​ທ່ານ​ຊົ່ວ​ລະ​ຍະ​ນຶ່ງ​ກ່ອນ​ຈົນ​ກວ່າ​ອ້າຍ​ເຈົ້າ​ຈະ​ເຊົາ​ຄຽດ ແລະ​ລືມ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ເຂົາ 45 ຄັນ​ແລ້ວ ແມ່​ຈະ​ໃຊ້​ໃຫ້​ຄົນ​ໄປ​ເອົາ​ເຈົ້າ​ກັບ​ຄືນ​ມາ ເພາະ​ວ່າ​ແມ່​ບໍ່​ຢາກ​ຈະ​ສູນ​ເສັຽ​ບຸດທັງ​ສອງ​ພ້ອມ​ກັນ​ໃນ​ວັນ​ດຽວ”

ອີ​ຊາກ​ສົ່ງ​ຢາ​ໂຄບ​ໄປ​ຫາ​ລາ​ບານ

46 ນາງ​ເຣ​ເບ​ກາ​ເວົ້າ​ຕໍ່​ອີ​ຊາກວ່າ, “ຂ້ອຍ​ເບື່ອ​ຫນ່າຍ​ທີ່​ເອ​ຊາວ​ເອົາ​ພັ​ຣ​ຍາຕ່າງ​ຊາດ ຖ້າ​ຢາ​ໂຄບ​ຫາກ​ແຕ່ງ​ງານ​ກັບ​ຍິງ​ສາວ​ຊາວ​ຮິດ​ຕີ​ອີກ​ໃຫ້​ຂ້ອຍ​ຕາຍ​ເສັຽດີກວ່າ”

ປະຖົມການ 28

1 ອີ​ຊາກ​ໄດ້​ເອີ້ນ​ຢາ​ໂຄບ​ມາ ເພື່ອ​ອວຍ​ພອນ​ໃຫ້​ເຂົາແລ້ວ​ຈຶ່ງ​ສັ່ງ​ວ່າ, “ລູກ​ຢ່າ​ແຕ່ງ​ງານ​ກັ​ບ​ສາວ​ກາ​ນາ​ອານ​ເດີ 2 ຈົ່ງ​ຕຽມ​ຕົວ​ໄປ​ເມືອງ​ປັດ​ດານ​ອາ​ຣາມ ຫາບ້ານ​ເບ​ທູ​ເອນ ບິ​ດາຂອງ​ແມ່​ເຈົ້າ ແລະ​ຫາ​ເອົາ​ຍິງ​ສາວ​ຜູ້​ນຶ່ງ​ໃນ​ຈຳ​ນວນ​ບຸດ​ຍິງ​ຂອງ​ລາ​ບານ​ລຸງ​ຂອງ​ເຈົ້າ 3 ຂໍ​ພ​ຣະ​ເຈົ້າ​ຜູ້​ມີ​ຣິດ​ອຳ​ນ​າດ​ຍິ່ງ​ໃຫຍ່ ຈົ່ງ​ອວຍ​ພອນ​ເຈົ້າ ແລະ​ປະ​ທານ​ລູກ​ເຕົ້າ​ຢ່າງ​ຫລວງ​ຫລາຍ​ໃຫ້ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ຊົນ​ຊາດ​ຕ່າງໆ 4 ຂໍ​ພ​ຣະ​ອົງ​ຊົງ​ອວຍ​ພອນ​ເຈົ້າ ແລະ​ເຊື້ອ​ສາຍ​ເຫມືອນ​ດັ່ງ​ໄດ້​ອວຍ​ພອນ​ໃຫ້​ອັບ​ຣາ​ຮາມ ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ດິນແດນ​ທີ່​ເຈົ້າ​ອາ​ໄສ​ຢູ່​ນີ້ ທີ່​ພ​ຣະ​ອົງ​ຊົງ​ປະ​ທານ​ໃຫ້​ອັບ​ຣາ​ຮາມ” 5 ອີ​ຊາກ​ໄດ້​ສົ່ງ​ຢາ​ໂຄບ​ໄປ​ຢ່າງ​ນີ້ ຢາ​ໂຄບ​ກໍ​ໄປ​ປັດ​ດານ​ອາ​ຣາມ​ໄປ​ຫາ​ລາ​ບານບຸດ​ຊາຍ​ຂອງ​ເບ​ທູ​ເອນ​ຄົນ​ອາ​ຣາ​ເມ​ອານອ້າຍ​ຂອງ​ເຣ​ເບ​ກາ ມານ​ດາ​ຂອງ​ຢາ​ໂຄບ​ ແລະ​ເອ​ຊາວ

ເອ​ຊາວ​ໄດ້ພັ​ຣ​ຍາ​ອີກຄົນນຶ່ງ

6 ເອ​ຊາວ​ຮູ້​ວ່າ​ອີ​ຊາກ​ໄດ້​ອວຍ​ພອນ ​ແລະ​ສັ່ງ​ຢາ​ໂຄບ​ວ່າ, “ຢ່າ​ໄປ​ເອົາ​ສາວ​ຊາວ​ກາ​ນາ​ອານ​ມາ​ເປັນພັ​ຣ​ຍາ ໃຫ້​ໄປ​ຫາ​ຊອກ​ເອົາ​ພັ​ຣ​ຍາທີ່​ປັດ​ດານ​ອາ​ຣາມ 7 ເອ​ຊາວ​ຮູ້​ວ່າ​ຢາ​ໂຄບ​ໄດ້​ຟັງ​ຄວາມ​ຂອງ​ບິ​ດາ​ມານ​ດາ ແລະ​ໄດ້​ໄປ​ປັດດ​ານ​ອາ​ຣາມ 8 ດັ່ງ​ນັ້ນ ເຂົາຈຶ່ງເຂົ້າ​ໃຈ​ວ່າ​ອີ​ຊາກ​ບໍ່​ມັກ​ສາວ​ຊາວ​ກາ​ນາ​ອານ​ 9 ເຂົາຈຶ່ງ​ໄປ​ຫາ​ອິ​ຊ​ມາ​ເອນ​ບຸດ​ຊາຍ​ຂອງ​ອັບ​ຣາ​ຮາມ​ແລ້ວ​ແຕ່ງ​ງານ​ໃຫມ່​ອີກ​ກັບ​ນາງ​ມາ​ຮາ​ຣາດ​ນ້ອງ​ສາວ​ເນ​ບາ​ໂຢດ​ບຸດ​ຂອງ​ອິ​ຊ​ມາ​ເອນ

ຄວາມ​ຝັນ​ຂອງ​ຢາ​ໂຄບ​ທີ່​ເບັດ​ເອນ

10 ຢ​າ​ໂຄບ​ຫນີ​ຈາກ​ເບເອີ​ເຊບ​າ ແລະ​ມຸ່ງ​ຫນ້າ​ໄປ​ຍັງ​ເມືອງ​ຮາ​ຣານ 11 ເຂົາ​ມາ​ຮອດ​ບ່ອນ​ນຶ່ງ​ພໍ​ດີ​ເປັນ​ເວ​ລາ​ຄ່ຳ ຈຶ່ງ​ພັກ​ແຮມ​ຄືນ​ຢູ່​ທີ່​ນັ້ນ​ເຂົາ​ລົ້ມ​ນອນ​ລົງ​ໂດຍ​ເອົາ​ກ້ອນ​ຫີນ​ຫມູນ​ຕາງ​ຫມອນ 12 ເມື່ອ​ຫລັບ​ໄປ​ເຂົາ​ຝັນ​ເຫັນ​ຂັ້​ນ​ໄດ​ແຕ່​ດິນ​ຈົນ​ຈຸ​ຟ້າ ບັນ​ດາ​ທູດ​ຂອງ​ພ​ຣະ​ເຈົ້າ​ກຳ​ລັງ​ຍ່າງ​ຂຶ້ນ​ຍ່າງ​ລົງ​ຕາມ​ຂັ້​ນ​ໄດ​ນັ້ນ 13 ແລ້ວ​ເຂົາ​ຈຶ່ງ​ເຫັນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຢືນ​ຢູ່ ແລະ​ກ່າວ​ແກ່​ເຂົາວ່າ, “ເຮົາ​ຄື​ພ​ຣະ​ຜູ້​ເປັນ​ເຈົ້າ ພ​ຣະ​​ເຈົ້າ​ຂອງ​ອັບ​ຣາ​ຮາມ ແລະພ​ຣະ​ເຈົ້າ​ຂອງ​ອີ​ຊາກ ເຮົາ​ຈະ​ປະ​ທານ​ດິນ​ແດນ​ທີ່​ເຈົ້າ​ກຳ​ລັງ​ນອນ​ຢູ່​ນີ້​ໃຫ້​ເຈົ້າ​ ແລະ​ເຊື້ອ​ສາຍ​ຂອງ​ເຈົ້າ 14 ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ຫລວງ​ຫລາຍ​ເຫມືອນດັ່ງ​ຂີ້​ຝຸ່ນ​ດິນ ພວກ​ເຂົາ​ຈະ​ແຜ່ຜາຍ​ເຂດ​ແດນ​ໄປ​ທົ່ວ​ທຸກ​ທິດ ແລະ​ທຸກ​ຊົນ​ຊາດ​ຈະ​ຂໍ​ໃຫ້​ເຮົາ​ອວຍ​ພອນ​ເຂົາ​ເຫມືອນ​ດັ່ງ​ເຮົາ​ໄດ້​ອວຍ​ພອນ​ເຈົ້າ ແລະ​ເຊື້ອ​ສາຍ​ຂອງ​ເຈົ້​າ 15 ຈົ່ງ​ຈຳ​ໄວ້​ວ່າ​ເຮົາ​ຈະ​ຢູ່​ນຳ​ເຈົ້າ ແລະ​ປົກ​ປັກ​ຮັກ​ສາ​ເຈົ້​າ​ທຸກ​ທີ່​ທຸກ​ບ່ອນ​ທີ່​ເຈົ້າ​ໄປ ແລະ​ກະ​ທຳ​ທຸກ​ຢ່າງ​ທີ່​ໄດ້​ບອກ​ເຈົ້​າ​ແລ້ວ” 16 ເມື່ອ​ຢາ​ໂຄບ​ຕື່ນ​ຂຶ້ນ​ຈຶ່ງ​ເວົ້າ​ວ່າ, “ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ບ່ອນ​ນີ້​ແທ້ ແຕ່​ເຮົາ​ບໍ່​ຮູ້ຈັກ” 17 ເຂົ​າຈຶ່ງ​ຢ້ານ​ແລະ​ເວົ້າ​ວ່າ, “ບ່ອນ​ນີ້​ເປັນ​ບ່ອນ​ສັກ​ສິດ ອາດ​ເປັນ​ເຮືອນ​ຂອງ​ພ​ຣະ​ເຈົ້າ ແລະ​ປະ​ຕູ​ສວັນ​ກໍ​ໄດ້” 18 ຢາ​ໂຄບ​ຈຶ່ງ​ລຸກຂຶ້ນ​ແຕ່​ເຊົ້າໆ ແລ້ວ​ໄດ້​ເອົາ​ກ້ອນ​ຫີນ​ທີ່​ຫມູນ​ຫົວ​ນັ້ນ​ຕັ້ງ​ເປັນ​ເສົາ​ອະ​ນຸ​ສອນ ຄັນ​ແລ້ວ ຈຶ່ງ​ເອົາ​ນ້ຳ​ມັນ​ຫອມ​ເທ​ໃສ່​ເພື່ອ​ອຸ​ທິດ​ບ່ອນ​ນີ້​ແກ່​ພ​ຣະ​ເຈົ້າ 19 ເຂົາເອີ້ນ​ບ່ອນ​ນີ້​ວ່າ ເບັດ​ເອນ (ແຕ່ກ່ອນ​ເມືອງ​ນັ້ນ​ຊື່​ວ່າ ລູ​ຊ) 20 ຢາ​ໂຄບ​ສາ​ບານ​ຕໍ່​ພ​ຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຖ້າ​ພ​ຣະ​ອົງ​ຊົງ​ປົກ​ປັກ​ຮັກ​ສາ​ຂ້າ​ພ​ຣະ​ອົງ​ໃນ​ການ​ເດີນ​ທາງ ໃຫ້​ອາ​ຫານ ແລະ​ເຄື່ອງ​ນຸ່ງ​ຫົ່ມ​ 21 ຈົນ​ຂ້າ​ພ​ຣະ​ອົງ​ກັບ​ຄືນ​ເຖິງ​ບ້ານ​ບິ​ດາຂອງ​ຂ້າ​ພ​ຣະ​ອົງຢ່​າງ​ປອດ​ໄພ ແລ້ວ​ພ​ຣະ​ອົງ​ຈຶ່ງ​ຈະ​ເປັນ​ພ​ຣະ​ເຈົ້າ​ຂອງ​ຂ້າ​ພ​ຣະ​ອົງແທ້ 22 ກ້ອນ​ຫີນ​ຊຶ່ງ​ຂ້າພ​ຣະ​ອົງ​ໄດ້​ຕັ້ງ​ຂຶ້ນ​ເປັນ​ເສົາ​ອະ​ນຸ​ສອນ​ນັ້ນ​ກໍ​ຈະ​ເປັນ​ເຮືອນ​ຂອງ​ພ​ຣະ​ອົງ ແລະ​ຂ້າ​ພ​ຣະ​ອົງກໍ​ຈະ​ຖວາຍ​ນຶ່ງ​ສ່ວນ​ສິບ​ໃນ​ສິ່ງ​ຂອງ​ທຸກໆ​ຢ່າງ​ທີ່​ພ​ຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ແກ່​ຂ້າພ​ຣະ​ອົງ”

ປະຖົມການ 29

ຢາ​ໂຄບ​ຮອດ​ເຮືອນ​ລາ​ບານ

1 ຢາ​ໂຄບ​ໄດ້​ເດີນ​ທາງ​ຕໍ່​ໄປ​ຈົນ​ເຖິງ​ດິນ​ແດນຂອງ​ຊາວ​ຕາ​ເວັນ​ອອກ 2 ເມື່ອຫລຽວ​ໄປ ໃນ​ທັນ​ທີ​ທັນ​ໃດ​ນັ້ນ ເຂົາກໍ​ເຫັນ​ນ້ຳ​ສ້າງຢູ່ໃນ​ທົ່ງ​ນາ ພ້ອ​ມທັງ​ແກະ​ສາມ​ຝູງນອນ​ພັກ​ຜ່ອນ​ຢູ່​ໃກ້ໆ​ທີ່​ນັ້ນ​ຫມົດ​ແລ້ວ ແກະ​ທຸກ​ຝູງ​ໄດ້​ກິນ​ນ້ຳ​ໃນ​ສ້າງ​ຫນ່ວຍ​ນີ້​ຊື່ງ​ມີ​ຝາ​ອັດ​ເຮັດ​ດ້ວຍ​ຫີນ​ກ້ອນ​ໃຫຍ່ 3 ເມື່ອ​ແກະ​ທຸກ​ໆ​ຝູງ​ໄດ້​ມາ​ໂຮມ​ກັນ​ຢູ່​ທີ່​ນີ້​ຫມົດ​ແລ້ວ ທໍາມະ​ດາ​ພວກ​ລ້ຽງ​ແກະ​ຈຶ່ງ​ກິ້ງ​ກ້ອນ​ຫີນ​ນັ້ນ​ອອກ​ຈາກ​ປາກ​ສ້າງ ແລ້ວ​ຕັກ​ນ້ຳ​ໃຫ້​ແກະ​ກິນ ຄັນ​ແລ້ວ​ກໍ​ກິ້ງ​ກ້ອນ​ຫີນ​ນັ້ນ​ອັດ​ປາກ​ສ້າງ​ໄວ້​ຄື​ເກົ່​າ 4 ຢາ​ໂຄບ​ຖາມ​ພວກ​ລ້ຽງ​ແກະ​ວ່າ, “ເພື່ອນ​ເອີຍ, ພວກ​ເຈົ້າ​ມາ​ແຕ່​ໃສ? ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ພວກ​ເຮົາ​ມາ​ແຕ່​ເມືອງ​ຮາ​ຣານ” 5 ຢາ​ໂຄບ​ຈຶ່ງຖາມ​ອີກວ່າ, “ພວກ​ເຈົ້​າ​ຮູ້​ຈັກ​ທ່ານ​ລາ​ບານ​ຫລານ​ຊາຍ​ນາ​ໂຮຣ໌​ບໍ່? ພ​ວກ​ເຂົາ​ຕອບ​ວ່າ, “ເອີ ພວກ​ເຮົາ​ຮູ້​ຈັກ​ທ່ານ​ດີ” 6 ຢາ​ໂຄບຖາມ​ອີກວ່າ, “ທ່ານ​ຍັງ​ຢູ່​ສະ​ບາຍ​ດີຫລື? ພວກ​ເຂົາ​ຕອບ​ວ່າ, “ຍັງ​ຢູ່​ສະ​ບາຍ​ດີ ຫັ້ນ​ເດ່​ບຸດ​ສາວຂອງ​ເຂົາ​ຊື່ ຣາ​ເຊັນກຳ​ລັງ​ຕ້ອນ​ຝູງ​ແກະ​ມາ” 7 ຢາ​ໂຄບ​ເວົ້າ​ວ່າ, “ເວ​ລາ​ນີ້​ຍັງ​ເວັນ​ຢູ່ ແລະ​ຍັງ​ບໍ່​ທັນ​ແມ່ນ​ຍາມ​ນຳ​ຝູງ​ສັດ​ກັບ​ຄືນ​ເມືອ​ເທື່ອ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ບໍ່​ເອົາ​ສັດ​ກິນ​ນ້ຳ​ເສັຽກ່ອນ​ແລ້ວ​ຈຶ່ງ​ເອົ​າ​ໄປ​ລ້ຽງ​ອີກ?” 8 ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ບໍ່​ໄດ້​ດອກ ຕ້ອງ​ລໍຖ້າ​ຈົນ​ແກະ​ທຸກໆ​ຝູງ​ມາ​ຮອດ​ເສັຽກ່ອນ​ຈຶ່ງ​ກິ້ງ​ກ້ອນ​ຫີນ​ນັ້ນ​ອອກ ແລ້ວ​ເອົາ​ນ້ຳ​ໃຫ້​ແກະ​ກິນ” 9 ໃນ​ເວ​ລາ​ທີ່​ຢາ​ໂຄບ​ກຳ​ລັງ​ຢືນ​ເວົ້າ​ກັບ​ພວກ​ລ້ຽງ​ແກະ​ຢູ່ນັ້ນ ນາງ​ຣາ​ເຊັນ​ຊຶ່ງ​ເປັນ​ຜູ້​ລ້ຽງ​ແກະ​​ບິ​ດາ​ນາງ​ກໍ​ໄດ້​ພາ​ຝູງ​ແກະ​ມາ​ຮອດ​ນ້ຳ​ສ້າງ 10 ພໍ​ຢາ​ໂຄບ​ເຫັນ​ຣາ​ເຊັນ​ພ້ອ​ມທັງ​ຝູງ​ແກະ ເຂົາຈຶ່ງ​ໄປ​ທີ່​ນ້ຳ​ສ້າງ​ແລ້ວ​ກີ້ງ​ກ້ອນ​ຫີນ​ນັ້ນ​ອອກ​ແລ້ວ​ເອົາ​ນ້ຳ​ໃຫ້​ສັດ​ກິນ 11 ຄັນ​ແລ້ວ ຢາ​ໂຄບ​ຈຶ່ງ​ຈູບ​ນາງ​ພ້ອມ​ທັງ​ຮ້ອງ​ໄຫ້ 12 ຢາ​ໂຄບເວົ້າ​ຕໍ່​ນາງຣາ​ເຊັນວ່າ, “ຂ້ອຍ​ແມ່ນ​ບຸດຊາຍ​ຂອງ​ນາງ​ເຣ​ເບ​ກາ ແລະ​ເປັນ​ພີ່​ນ້ອງ​ກັນ​ກັບ​ພໍ່ເຈົ້​າ” ດັ່ງ​ນັ້ນ ນາງ​ຣາ​ເຊັນ​ຈຶ່ງ​ຟ້າວ​ແລ່ນ​ໄປ​ບອກບິ​ດາ 13 ເມື່ອ​ລາ​ບານ​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ຢາ​ໂຄບ​ຫລານ​ຊາຍ​ຂອງ​ຕົນ​ກໍ​ຟ້າວ​ແລ່ນ​ອອກ​ໄປ​ພົບ​ ແລະ​ກອດ​ຈູບ​ເຂົາ ທ່ານ​ພາ​ເຂົາ​ເຂົ້​າ​ໄປ​ໃນ​ເຮືອນ ແລ້ວ​ຢາ​ໂຄບ​ກໍ​ໄດ້​ເລົ່າ​ເຫດ​ການ​ທຸກໆ​ຢ່າງ​ທີ່​ເກີດ​ຂຶ້ນ​ກັບ​ຕົນ​ໃຫ້​ແກ່​ລຸງ​ຟັງ 14 ລາບານ​ເວົ້​າ​ກັບ​ຫລານ​ຊາຍ​ວ່າ, “ຖືກ​ແລ້ວ ເຈົ້າ​ແມ່ນ​ເລືອດ​ເນື້ອ​ເຊື້ອ​ໄຂ​ຂອງ​ຂ້ອຍ​ແທ້” ຢາ​ໂຄບ​ໄດ້​ອາ​ໄສ​ຢູ່​ນຳ​ລາ​ບານ​ນຶ່ງ​ເດືອນ

ຢາ​ໂຄບ​ຮັບ​ໃຊ້​ລາ​ບານ​ເພາະ​ຢາກ​ໄດ້​ນາງ​ຣາ​ເຊັນ

15 ຢູ່​ມາ ລາ​ບານ​ເວົ້າ​ກັບ​ຢາ​ໂຄບ​ວ່າ, “ພວກ​ເຮົາ​ເປັນ​ພີ່​ນ້ອງ​ກັນ​ກໍ​ຈິງ ແຕ່​ການ​ເຮັດ​ວຽກ​ເຮັດ​ການ​ນັ້ນ​ຕ້ອງ​ມີ​ຄ່າ​ຈ້າງ​ລາງວັນ ເຈົ້​າ​ບໍ່​ຕ້ອງ​ເຮັດ​ວຽກ​ໃຫ້ຂ້ອຍ​ລ້າໆ​ດອກ ເຈົ້​າ​ຕ້ອງ​ການ​ຄ່າ​ຈ້າງ​ເທົ່​າ​ໃດ?” 16 ລາ​ບານ​ມີ​ບຸດ​ຕ​ຣີ​ຢູ່​ສອງ​ຄົນ ຜູ້​ກົກ​ມີ​ຊື່​ວ່າ ນາງ​ເລ​ອາ ແລະ​ຜູ້​ນ້ອງ​ຊື່​ວ່າ ນາງ​ຣາ​ເຊັນ 17 ນາງ​ເລ​ອາເປັນ​ຄົນ​ບໍ່​ງາມ ສ່ວນ​ນາງ​ຣາ​ເຊັນ​ນັ້ນ​ເປັນ​ຄົນ​ງາມ​ຫລາຍ 18 ຢາ​ໂຄບ​ຮັກ​ນາ​ງ​ຣາ​ເຊັນ ດ່ັ່ງ​ນັ້ນ ເຂົາ​ຈຶ່ງ​ເວົ້​າ​ວ່າ, “ຂ້ອຍ​ຈະ​ເຮັດ​ວຽກ​ໃຫ້​ລຸງ​ຢູ່​ເຈັດ​ປີ ເພື່ອ​ແລກ​ເອົາ​ກັບ​ນາງ​ຣາ​ເຊັນ​ລູກ​ສາວຜູ້​ນ້ອຍ​ຂອງ​ລຸງ” 19 ລາ​ບານ​ເວົ້າ​ວ່າ, “ຂ້ອຍ​ຍິນ​ດີ​ມອບ​ນາງ​ໃຫ້​ເຈົ້າ​ດີ​ກວ່າ​ຈະ​ມອບ​ໃຫ້​ຄົນ​ອື່ນ ຈົ່ງ​ຢູ່​ນຳ​ຂ້ອຍ” 20 ຢາ​ໂຄບ​ໄດ້​ເຮັດ​ວຽກ​ການ​ຢູ່​ເຈັດ​ປີ​ເພື່ອ​ຈະ​ແລກ​ເອົາ​ກັບ​ນາງ​ຣາ​ເຊັນ ແຕ່​ເວ​ລາ​ຜ່ານ​ໄປ​ເຫມືອນ​ດັ່ງ​ສອງ​ສາມ​ວັນ​ເທົ່າ​ນັ້ນ​ຍ້ອນ​ວ່າ​ເຂົາຮັກ​ນາງ​ຫລາຍ 21 ຢາ​ໂຄບ​ເວົ້າ​ກັບ​ລາ​ບານ​ວ່າ, “ເວ​ລາ​ທີ່​ກຳ​ນົດ​ໄວ້​ກໍ​ຄົບ​ແລ້ວ ຈົ່ງ​ໃຫ້​ຂ້ອຍ​ແຕ່ງງານ​ກັບ​ນາງ​ຣາ​ເຊັນ​ສາ” 22 ດັ່ງ​ນັ້ນ ລາບານ​ຈຶ່ງ​ຕົກ​ລົງ​ແລ້ວ​ຈັດ​ພິ​ທີ​ແຕ່ງ​ງານ​ໃຫ້ ແລະ​ໄດ້​ເຊຶ້ອ​ເຊີນ​ພວກ​ເພື່ອນ​ບ້ານ​ແລະ​ມິດ​ສະ​ຫາຍ​ມາ​ຮ່ວມ 23 ແຕ່​ໃນ​ຄືນ​ນັ້ນ ລາ​ບານ​ໄດ້​ເອົາ​ນາງ​ເລ​ອາ​ໄປ​ໃຫ້​ຢາ​ໂຄບ​ແທນ​ທີ່​ຈະ​ແມ່ນ​ນາງ​ຣາ​ເຊັນ ສ່ວນ​ຢາ​ໂຄບກໍ​ໄດ້​ສົມ​ສູ່​ຢູ່​ຮ່ວມ​ກັບ​ນາງ​ໂດຍ​ບໍ່​ໄດ້​ຮູ້​ສຶກ​ໂຕ 24 ລາບານ​ໄດ້​ມອບ​ນາງ​ຊີ​ນປາ​ຂ້າ​ໃຊ້​ຂອງ​ທ່ານ​​ໃຫ້​ເປັນ​ຂ້າ​ໃຊ້​ຂອງ​ນາງ​ເລ​ອາ 25 ເມື່ອ​ຕອນ​ເຊົ້າ​ມາ​ຢາ​ໂຄບ​ຈຶ່ງ​ພົບ​ວ່າ​ຜູ້​ທີ່​ຕົນ​ແຕ່ງງ​ານ​ແລ້ວ​ນັ້ນ​ແມ່ນ​ນາງ​ເລ​ອາ ເຂົາ​ຈຶ່ງ​ເວົ້າ​ຕໍ່​ລ​າ​ບານ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຮັດ​ແບບ​ນີ້​ກັບ​ຂ້ອຍ ຂ້ອຍ​ໄດ້​ເຮັດ​ວຽກ​ໃຫ້​ເຈົ້າ​ຈົນ​ເຖິງ​ເຈັດ​ປີ ເພື່ອ​ຈະ​ໄດ້​ກັບ​ນາງ​ຣາ​ເຊັນ ແຕ່​ແລ້ວ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫລອກ​ລວງ​ຂ້ອຍ” 26 ລາ​ບານຕອບ​ວ່າ, “ກໍ​ເພາະ​ວ່າ​ບໍ່​ແມ່ນ​ທຳ​ນຽມ​ຂອງ​ເມືອງ​ນີ້ ທີ່​ຈະ​ໃຫ້​ນ້ອງ​ສາວ​ໄດ້​ແຕ່ງງ​ານ​ກ່ອນ​ເອື້ອຍ 27 ໃຫ້​ເຈົ້າ​ລໍ​ຖ້າ​ການ​ແຕ່ງ​ງານ​ນີ້​ໄປ​ຈົນ​ຫມົດ​ອາ​ທິດ​ນຶ່ງ​ກ່ອນ​ແລ້ວ​ຂ້ອຍ​ຈຶ່ງ​ຈະ​ມອບ​ນາງ​ຣາ​ເຊັນ​ໃຫ້​ເຈົ້າ ຖ້າ​ເຈົ້າ​ຫາກ​ຕົກລົງ​ເຣັດ​ວຽກ​ໃຫ້​ຂ້ອຍ​ຕື່ມ​ອີກ​ເຈັດ​ປີ” 28 ຢາ​ໂຄບກໍ​ຕົກ​ລົງ ເມື່ອ​ໄດ້ອາ​ທິດ​ນຶ່ງ​ແລ້ວ ລາ​ບານ​ຈຶ່ງ​ໄດ້​ມອບ​ນາງ​ຣາ​ເຊັນ​ໃຫ້​ເປັນ​ພັ​ຣ​ຍາ 29 ລາ​ບານ​ໄດ້ມອບ​ນາງ​ບິນ​ຮາ​ຂ້າ​ໃຊ້​ຂອງ​ທ່ານ​ໃຫ້​ເປັນ​ຂ້າ​ໃຊ້​ຂອງ​ນາງ​ຣາ​ເຊັນ 30 ດັ່ງ​ນັ້ນ ຢາ​ໂຄບ​ຈຶ່ງ​ໄດ້​ສົມ​ສູ່​ຢູ່​ຮ່ວມ​ກັບ​ນາງ​ຣາ​ເຊັນ​ອີກ ແລະ​ເຂົາ​ໄດ້​ຮັກ​ນາງ​ຫລາຍກວ່າ​ນາງ​ເລ​ອາ ເຂົາໄດ້​ເຮັດ​ວຽກ​ໃຫ້​ແກ່​ລາ​ບານ​ອີກ​ເຈັ​ດ​ປີເຕັມ​ຕາມ​ສັນ​ຍາ

ບຸ​ດ​ຊາຍ​ຍິງ​ຂອງ​ຢາ​ໂຄບ

31 ເມື່ອ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ​ວ່າ​ຢາ​ໂຄບ​ບໍ່​ຮັກ​ນາງ​ເລ​ອາ ພ​ຣະ​ອົງ​ຈຶ່ງ​ຊົງ​ທຳໃຫ້​ນາງ​ມີ​ບຸດ ສ່ວນນ​າງ​ຣາ​ເຊັນ​ນັ້ນ​ບໍ່​ໃຫ້​ມີ 32 ນາງ​ເລ​ອາ​ຕັ້ງ​ທ້ອງ​ແລ້ວ​ເກີດ​ບຸດ​ຊາຍ​ຜູ້​ນຶ່ງ ນາງ​ເວົ້າ​ວ່າ, “ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເຫັນ​ຄວາມ​ອຸກ​ອັງ​ຂອງ​ຂ້າ​ນ້ອຍ ແລະ​ບັດ​ນີ້ ຜົວ​ຄົງ​ຈະ​ຮັກ​ຂ້າ​ນ້ອຍ” ດັ່ງ​ນັ້ນ ນາງ​ຈຶ່ງ​ໄດ້​ຕັ້ງ​ຊື່​ເດັກ​ນ້ອຍ​ນັ້ນ​ວ່າ ຣູ​ເບນ 33 ຕໍ່​ມາ ນາງ​ໄດ້​ຕັ້ງ​ທ້ອງ​ແລ້ວ​ອອກບຸດ​ອີກ ນາງ​ເວົ້າ​ວ່າ, “ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ບຸດຊາຍ​ໃຫ້​ຂ້າ​ນ້ອຍ ກໍ​ຍ້ອນ​ພ​ຣະ​ອົງ​ໄດ້​ຍິນ​ວ່າ​ຜົວ​ບໍ່​ຮັກ​ຂ້າ​ນ້ອຍ” ດັ່ງ​ນັ້ນ ນາງ​ຈຶ່ງ​ໃສ່​ຊື່​ເດັກ​ນ້ອຍ​ນັ້ນ​ວ່າ​ຊີ​ເມ​ໂອນ 34 ຢູ່​ມາ ນາງ​ຖື​ພາ​ອີກ ແລະ​ອອກ​ບຸດ​ຊາຍ​ຜູ້​ໃຫມ່​ຕື່ມ ນາງ​ເວົ້າ​ວ່າ, “ບັດ​ນີ້ຜົວຕ້ອງຕິດພັນຢູ່ກັບຂ້ານ້ອຍກໍ​ເພາະວ່າ​ຂ້າ​ນ້ອຍໄດ້​ບຸດຊາຍ​ຢູ່​ກັບ​ທ່ານສາມ​ຄົນ​ແລ້ວ” ດັ່ງ​ນັ້ນ ນາງ​ຈຶ່ງ​ໃສ່​ຊື່​ເດັກ​ນ້ອຍ​ນັ້ນ​ວ່າ ເລ​ວີ 35 ຕໍ່​ມາ​ອີກ ນາງ​ຖື​ພາ ແລະ​ອອກ​ບຸດຊາຍ​ຕື່ມ​ອີກ ນາງ​ເວົ້າ​ວ່າ, “ເທື່ອ​ນີ້​ຂ້າ​ນ້ອຍ​ຈະ​ສັຣ​ເສີນພ​ຣະ​ຜູ້​ເປັນ​ເຈົ້​າ” ສະ​ນັ້ນ ນາງ​ຈຶ່ງ​ໃສ່​ຊື່​ເດັກ​ນ້ອຍ​ນັ້ນ​ວ່າ ຢູດາ ແຕ່​ນັ້ນ​ຕໍ່​ມາ​ນາງ​ກໍ​ບໍ່​ມີ​ບຸດ

ປະຖົມການ 30

1 ເມື່ອ​ນາງ​ຣາ​ເຊັນ​ເຫັນ​ວ່າ​ຕົນ​ບໍ່​ມີ​ບຸດ​ໃຫ້​ແກ່​ຢາ​ໂຄບ ນາງ​ຈຶ່ງ​ເກີດ​ມີ​ຄວ​າມ​ອິດ​ສາເອື້ອຍ ນາງ​ເວົ້າ​ຕໍ່​ຢາ​ໂຄບ​ວ່າ, “ຈະ​ໃຫ້​ຂ້ອຍ​ມີ​ບຸດ​ຫລື​ຈະ​ໃຫ້​ຂ້​ອຍ​ຕາຍ?” 2 ຢາ​ໂຄບ​ຮ້າຍ​ນາງ​ແລະ​ເວົ້າ​ວ່າ, “ຂ້ອຍ​ບໍ່​ມີ​ອຳ​ນາດ​ດັ່ງພ​ຣະເຈົ້າ ມີ​ແຕ່​ພ​ຣະ​ອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ສາ​ມາດ​ໃຫ້​ເຈົ້າ​ມີ​ບຸດ​ໄດ້” 3 ນາງ​ເວົ້າ​ວ່າ, “ນາງ​ບິນ​ຮາ​ຂ້າ​ໃຊ້​ສາວ​ຂອງ​ຂ້ອຍ​ກໍ​ຢູ່​ນີ້ ໃຫ້​ເຈົ້າ​ສົມ​ສູ່ຮ່ວມ​ກັບ​ນາງ​ເສັຽ ດ້ວຍ​ວິ​ທີ​ນີ້​ຂ້ອຍ​ຈະ​ໄດ້​ເປັນ​ແມ່​ຂອງ​ເດັກ​ທີ່​ເກີດ​ມາ​ຈາກ​ນາງ” 4 ດັ່ງ​ນັ້ນ​ ນາງ​ຣາ​ເຊັນ​ຈຶ່ງ​ເອົາ​ນາງ​ບິນ​ຮາ​ຂ້າ​ໃຊ້​ສາວ​ຂອງ​ຕົນ​ໃຫ້​ແກ່​ຜົວ ແລະ​ທ່ານກໍໄດ້​ສົມ​ສູ່​ກັບ​ນາງ 5 ນາງ​ບິນ​ຮາ​ໄດ້​ຖື​ພາ ແລະ​ໄດ້​ເກີດ​ບຸດຊາຍ​ຜູ້​ນຶ່ງ 6 ເມື່ອ​ເປັນ​ເຊັ່ນ​ນີ້ ນາງ​ຣາ​ເຊັນ​ກໍ​ເວົ້າ​ວ່າ,” ພ​ຣະ​ເຈົ້າ​ຊົງ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແກ່​ຂ້າ​ນ້ອຍແລ້ວ ພຣະ​ອົງ​ຊົງ​ໄດ້ຍິນ​ຄວາມ​ອ້ອນວອນ​ຂອງ​ຂ້າ​ນ້ອຍ ຈຶ່ງ​ໄດ້​ປະ​ທານ​ບຸດ​ຊາຍ​ໃຫ້” ນາງ​ໃສ່​ຊື່​ເດັກ​ນ້ອຍ​ນັ້ນ​ວ່າ ດານ 7 ຕໍ່​ມາ ສາວ​ໃຊ້​ນາງ​ຣາ​ເຊັນ​ໄດ້​ຖື​ພາ​ອີ​ກ ແລະ​ໄດ້​ເກີດ​ບຸດ​ຊາຍ​ຜູ້​ທີ່​ສອງ​ກັບ​ຢາ​ໂຄບ 8 ນາງ​ຣາ​ເຊັນ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ພຍາຍາ​ມ​ເອົາ​ຊ​ະນະ​ເອື້ອຍ​ຂ້າ​ພະ​ເຈົ້າ ດ້ວ​ຍການ​ຕໍ່​ສູ້​ອັນ​ລຳ​ບາກ ໃນ​ທີ່​ສຸດ​ຂ້າ​ນ້ອຍ​ກໍ​ເປັນ​ຜູ້​ມີ​ໄຊ” ນາງ​ຣາ​ເຊັນ​ໄດ້​ໃສ່​ຊື່​ເດັກ​ນັ້ນ​ວ່າ ເນັຟທາ​ລີ 9 ເມື່ອ​ນາງ​ເລ​ອາ​ເຫັນ​ວ່າ​ຕົນ​ບໍ່​ມີ​ບຸດ​ອີກ ຈຶ່ງ​ເອົາ​ນາງ​ຊີ​ນ​ປາ​ຂ້າ​ໃຊ້​ສາວ​ໃຫ້​ເປັນ​ພັ​ຣ​ຍາຂອງ​ຢາ​ໂຄບ 10 ຄັນ​ຕໍ່​ມາ ນາງ​ຊີ​ນປາ​ກໍ​ມີ​ບຸດ​ຊາຍ​ຜູ້​ນຶ່ງ 11 ນາງ​ເລ​ອາ​ຈຶ່ງ​ເວົ້​າ​ວ່າ, “ຂ້າ​ນ້ອຍໄດ້​ຮັບ​ໂຊກ​ດີ” ສະ​ນັ້ນ ນາງ​ຈຶ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ກ​າດ 12 ນາງຊີ​ນປາ​ໄດ້​ເກີດ​ບຸດ​ຊາຍ​ຜູ້​ທີ່​ສອງ​ອີກ 13 ນາງ​ເລ​ອາ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຊ່າງ​ມີ​ຄວາມ​ຍິນ​ດີ​ຫລາຍ​ແທ້ ແລະ​ບັດ​ນີ້​ ພ​ວກ​ຜູ້ຍິງ​ທັງ​ຫລາຍ​ຈະ​ເອີ້ນ​ຂ້າ​ນ້ອຍວ່າ​ຜູ້​ມີ​ຄວາມຍິນ​ດີ” ນາງ​ໄດ້​ໃສ່​ຊື່​ເດັກ​ນັ້ນ​ວ່າ ອາ​ເຊີ 14 ຄັນ​ມາ​ເຖິງ​ຣະ​ດູ​ກ່ຽວ​ເຂົ້າ ຣູ​ເບນ​ໄດ້​ໄປ​ທ່ຽວ​ຕາມ​ທົ່ງ​ນາ ແລະ​ໄດ້​ພົບ​ຫມາກ​ເຂືອ​ຊ​ນິດ​ນຶ່ງ ເຂົາ​ເອົາ​ຫມາກ​ເຂືອ​ນັ້ນ​ມາ​ໃຫ້​ນາງ​ເລ​ອາ​ຜູ້​ເປັນ​ແມ່ ນາງ​ຣາ​ເຊັນ​ເວົ້າ​ກັບ​ນາງ​ເລ​ອາ​ວ່າ, “ຂ້ອຍ​ຂໍ​ຫມາກ​ເຂືອ​ຂອງ​ບຸດ​ຊາ​ຍ​ເຈົ້າ​ຈັກ​ຫນ່ວຍ​ແດ່” 15 ນາງ​ເລ​ອາ​ເລີຍ​ຕອບ​ວ່າ, “ເຈົ້າ​ເອົາ​ຜົວ​ຂ້ອຍ​ໄປ​ແລ້ວ​ຍັງ​ບໍ່​ພໍ​ຫລື? ບັດ​ນີ້​ເຈົ້າ​ຍັງ​ຈະ​ພ​ຍາ​ຍາມ​ເອົາ​ຫມາກ​ເຂືອ​ຂອງ​ບຸດ​ຊາຍ​ຂ້ອຍ​ໄປ​ອີກ” ນາງ​ຣາ​ເຊັນ​ເວົ້າ​ວ່າ, “ຖ້າ​ເຈົ້າ​ຫາກເອົາ​ຫມາກ​ເຂືອ​ໃຫ້​ຂ້ອຍ ຄືນ​ມື້​ແລງ​ນີ້ ຂ້ອຍ​ຈະ​ໃຫ້​ຢາ​ໂຄບ​ໄປ​ນອນ​ນຳ​ເຈົ້າ” 16 ຕອນ​ແລງເມື່ອ​ຢາ​ໂຄບ​ກັບ​ມາ​ແຕ່​ທົ່ງ​ນາ ນາງ​ເລ​ອາ​ກໍ​ແລ່ນ​ອອກ​ໄປ​ຫາ ແລະ​ເວົ້າ​ວ່າ, “ຄືນ​ນີ້​ເຈົ້າ​ຕ້ອງ​ມາ​ນອນ​ນຳ​ຂ້ອຍ ເພາະ​ວ່າ​ຂ້ອຍ​ໄດ້​ຊື້​ເຈົ້າ​ດ້ວຍ​ຫມາກ​ເຂືອ​ຂອງ​ບຸດ​ຊາຍ​ຂ້ອຍ” ດັ່ງ​ນັ້ນ ໃນ​ຄືນ​ນັ້ນ​ເຂົາຈຶ່ງ​ໄດ້​ສົມ​ສູ່​ຮ່ວມ​ກັບ​ນາງ 17 ພ​ຣະ​ເຈົ້າ​ຊົງ​ຕອບ​ຄຳ​ອ້ອນວອນ​ຂອງ​ນາງ​ເລ​ອາ ນາງ​ໄດ້​ຖື​ພາ​ແລະ​ເກີດ​ບຸດຊາຍ​ຜູ້​ທີ່​ຫ້າ 18 ນາງ​ເລ​ອາ​ເວົ້າ​ວ່າ, “ພ​ຣະ​ເຈົ້າ​ໄດ້​ປະ​ທານ​ບຳ​ເຫນັດ​ໃຫ້​ຂ້ານ້ອຍກໍ​ຍ້ອນ​ວ່າ ຂ້າ​ນ້ອຍໄດ້​ເອົາ​ສາວ​ໃຊ້​ໃຫ້​ເປັນ​ພັ​ຣ​ຍາຂອງ​ຜົວ​ຂ້າ​ນ້ອຍ” ດັ່ງ​ນັ້ນ ນາງ​ຈຶ່ງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອິສ​ຊາ​ຄາ 19 ຕໍ່​ມາ ນາງ​ເລ​ອາ​ຖື​ພາ​ອີກ ແລະ​ເກີດ​ບຸດຊາຍ​ຜູ້​ທີ່​ຫົກ 20 ນາງ​ເວົ້າ​ວ່າ, “ພ​ຣະ​ເຈົ້າ​ໄດ້​ປະ​ທານ​ຂອງ​ຂວັນ​ຢ່າງ​ດີ​ໃຫ້​ຂ້ານ້ອຍ ບັດ​ນີ້​ ຜົວ​ຄົງ​ຈະ​ຮັກ​ຂ້າ​ນ້ອຍ ເພາະ​ວ່າ​ຂ້ານ້ອຍໄດ້​ບຸດ​ແກ່ເຂົາ​ຕັ້ງ​ຫົກ​ຄົນ​ແລ້ວ” ສະ​ນັ້ນ ນາ​ງ​ຈຶ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຊ​ບູ​ລູນ 21 ຄັນ​ຕໍ່​ມາ ນາງ​ກໍ​ມີ​ບຸດ​ຕ​ຣີ​ຜູ້​ນື່ງ​ອີກ​ຊື່ງ​ເຂົາໃຫ້​ຊື່​ວ່າ​ ດິນາ 22 ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ພ​ຣະ​ເຈົ້າ​ຍັງ​ຊົງ​ບໍ່​ຫລົງ​ລືມ​ນາງ​ຣາ​ເຊັນ ພ​ຣະ​ອົງ​ໄດ້​ຊົງ​ຕອບ​ຄຳ​ອ້ອນວອນ​ຂອງ​ນາງ ແລະ​ທຳໃຫ້​ນາງ​ມີ​ບຸດ 23 ນາງ​ໄດ້​ຖື​ພາ ແລະ​ເກີດ​ບຸດ​ຊາຍ​ຜູ້​ນຶ່ງ ນາງ​ເວົ້າ​ວ່າ, “ພ​ຣະ​ເຈົ້າ​ຊົງ​ໃຫ້​ອະ​ພັຍ​ຂ້າ​ນ້ອຍ ໂດຍ​ໃຫ້​ຂ້າ​ນ້ອຍ​ມີ​ບຸດແລ້ວ 24 ຂໍ​ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ປະ​ທານ​ໃຫ້​ຂ້າ​ນ້ອຍມີ​ບຸດ​ຜູ້​ໃຫມ່​ອີກ​ທ້ອນ” ສະ​ນັ້ນ ນາງ​ຈຶ່ງ​ໃຫ້​ຊື່​ເດັກ​ນັ້ນ​ວ່າ ໂຢ​ເຊັບ

ຢາ​ໂຄບ​ຂໍ​ອຳ​ລາ​ຈາກ​ລາ​ບານ​ຄືນ​ສູ່​ບ້ານ

25 ຫລັງ​ຈາກ​ໂຢ​ເຊັບ​ໄດ້​ເກີດ​ແລ້ວ ຢາ​ໂຄບ​ກໍ​ເວົ້າ​ກັບ​ລາ​ບານ​ວ່າ, “ຂໍ​ພໍ່​ ຈົ່ງ​ອະ​ນຸ​ຍາດ​ໃຫ້​ຂ້າ​ນ້ອຍກັບ​ເມືອ​ບ້ານ​ເດີມ​ເທີນ 26 ຈົ່ງ​ຍົກ​ເມັຽ​ຊຶ່ງ​ຂ້າ​ນ້ອຍໄດ້​ເຮັດ​ວຽກ​ແລກ​ເອົາ​ນຳ​ພໍ່​ນັ້ນ ກັບ​ບຸດ​ໃຫ້​ຂ້າ​ນ້ອຍເອົາ​ເມືອ​ພ້ອມ ເພາະ​ພໍ່​ກໍ​ຮູ້ຢູ່​ແລ້ວ​ວ່າ​ຂ້າ​ນ້ອຍໄດ້​ເຮັດ​ວຽກ​ໃຫ້​ພໍ່​ນັ້ນ​ດີ​ສ່ຳ​ໃດ” 27 ລາ​ບານ​ຕອບ​ເຂົາວ່າ, “ພໍ່​ກໍ​ຢາກ​ເວົ້າ​ນຳ​ລູກ​ຄື​ກັນ ຄື​ວ່າ​ພໍ່​ໄດ້​ສັງ​ເກດ​ເຫດ​ການ​ເບິ່ງ​ກໍ​ຮູ້​ວ່າ​ພໍ່​ໄດ້​ຮັບ​ພ​ຣະ​ພອນ​ຈາກ​ພ​ຣະ​ຜູ້​ເປັນ​ເຈົ້​າ​ກໍ​ຍ້ອນ​ເຈົ້​າ 28 ຈົ່ງ​ບອກ​ຄ່າ​ຈ້າງ​ທີ່​ເຈົ້າ​ຕ້ອງ​ການ​ມາ ແລ້ວ​ພໍ່​ຈະ​ຈ່າຍ​ໃຫ້ 29 ຢ​າ​ໂຄບ​ຕອບ​ລາ​ບານ​ວ່າ, “​ຂ້າ​ນ້ອຍ​ໄດ້​ເຮັດ​ວຽກ​ໃຫ້​ພໍ່​ສ່ຳ​ໃດ ແລະ​ຝູງ​ສັດ​ທັງ​ຫລາຍ​ຂອງ​ພໍ່​ຢູ່​ກັບ​ຂ້າ​ນ້ອຍດີສ່ຳ​ໃດ ພໍ່​ກໍ​ຮູ້​ຢູ່ແລ້ວ​ເພາະ​ວ່າ​ກ່ອນ​ຂ້​າ​ນ້ອຍ​ມາ ພໍ່​ມີ​ສັດ​ແຕ່​ຫນ້ອຍ​ດຽວ 30 ແຕ່​ບັດ​ນີ້ ພໍ່​ໄດ້​ມີຂຶ້ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ກໍ​ເພາະ​ຂ້າ​ນ້ອຍ ພ​ຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ອວຍ​ພອນ​ໃຫ້​ພໍ່ ບັດ​ນີ້ ກໍ​ເປັນ​ເວ​ລາ​ສົມ​ຄວນ​ແລ້ວ​ທີ່​ຂ້າ​ນ້ອຍຈະ​ມີ​ຝູງ​ສັດ​ເປັນ​ຂອງ​ຕົນ​ເອງ” 31 ລາ​ບານ​ຖາມ​ວ່າ, “ຄັນ​ຊັ້ນ​ຈະ​ໃຫ້​ພໍ່​ເອົາ​ຫຍັງ​ໃຫ້​ເຈົ້າ?” ຢາ​ໂຄບຕອບ​ວ່າ, “ຂ້າ​ນ້ອຍ​ບໍ່​ຕ້ອງ​ການ​ຄ່າ​ຈ້າງ​ຫຍັງ​ຫມົດ ແຕ່​ຖ້າ​ພໍ່​ຕົກ​ລົງ​ຂ້າ​ນ້ອຍ​ຈະ​ເບິ່ງ​ແຍງ​ຝູງ​ສັດ​ຂອງ​ພໍ່​ຕໍ່​ໄປ 32 ຄື​ມື້​ນີ້ ຂ້າ​ນ້ອຍ​ຈະ​ໄປ​ກວດ​ເບິ່ງ​ຝູງ​ສັດ​ຂອງ​ພໍ່​ທັງ​ຫມົດ ແຍກ​​ລູກແກະ​ສິ​ດຳ​ທຸກໆ​ຕົວ​ອອກ ແບ້​ສີ​ດ່າງ​ແລະ​ມີ​ຈຸດ​ດ່າງ​ດາວ​ທຸກໆ​ຕົວ​ອອກ​ຈາກ​ຝູງ ໃຫ້​ເອົາ​ສັດ​ເຫລົ່າ​ນີ້​ແຫລະ​ເປັນ​ຄ່າ​ຈ້າງ​ຂອງ​ຂ້ານ້ອຍໃນ​ພາຍ​ຫນ້າ 33 ເມື່ອ​ພໍ່​ໄປ​ຢ້​ຽມ​ຢາມ​ແລະ​ກວດ​ເບິ່ງ​ຝູງ​ສັດ​ຊຶ່ງ​ເປັນ​ຄ່າ​ຈ້າງ​ຂອງ​ຂ້າ​ນ້ອຍນີ້​ກໍ​ຈະ​ເຫັນ​ຢ່າງ​ແນ່ນອນ​ວ່າ ຂ້າ​ນ້ອຍ​ມີ​ຄວາມ​ສັດ​ຊື່​ຫລື​ບໍ່ ຖ້າ​ຂ້າ​ນ້ອຍມີ​ແບ້​ທີ່​ບໍ່​ມີ​ສິ​ດ່າງ​ຫລື​ມີ​ຈຸດ​ດ່າງ​ດາວ ແລະ​ມີ​ແກະ​ທີ່​ບໍ່​ແມ່ນ​ສີດໍາ​ກໍ​ສະ​ແດງວ່າ​ສັດ​ເຫລົ່າ​ນັ້ນ​ຖືກ​ລັກ​ຂອງ​ພໍ່​ມາ 34 ລາ​ບານ​ຕອບ​ວ່າ, “ດີ​ແລ້ວ ເຮົາ​ຈະ​ເຮັດ​ດັ່ງເຈົ້າ​ເວົ້າ​ມາ” 35 ໃນ​ວັນ​ນັ້ນ ລາ​ບານ​ໄດ້​ຄັດ​ເລືອກ​ເອົາ​ແບ້​ເຖິກ ແລະ​ແບ້​ແມ່​ສີ​ລາຍ​ສີ​ດ່າງ ແລະ​ລູກ​ແບ້​ສີ​ດຳ​ໃນ​ຝູງ​ອອກ​ມາ​ມອບ​ໃຫ້​ບຸດ​ເຂີຍ​ຂອງ​ທ່ານ​ເປັນ​ຜູ້​ເບິ່ງແຍງ 36 ຄັນ​ແລ້ວ ທ່ານພ້ອມ​ຝູງ​ແບ້​ທີ່​ແຍກ​ອອກ​​ຈິ່ງ​ຫນີ​ໄປ​ໄກ​ຈາກ​ຢາ​ໂຄບ​ເປັນ​ລະ​ຍະ​ທ​າງ​ເດີນ​ເຖິງ​ສາມວັນ ສ່ວນ​ຝູງ​ແກະ​ທີ່​ເຫລືອ​ຈາກ​ລາ​ບານ​ນັ້ນ ຢາ​ໂຄບ​ເປັນ​ຜູ້​ລ້ຽງ​ໄວ້ 37 ຢາ​ໂຄບ​ໄດ້​ເອົາ​ງ່າ​ໄມ້​ເປັນ​ຈາກ​ຕົ້ນ​ຈັນ​ປ່າ ຕົ້ນ​ຫມາກ​ບົກ​ແລະ​ຕົ້​ນ​ຫູກວາງ ແລ້ວປອກ​ເປືອກ​ງ່າ​ໄມ້​ບາງບ່ອນ​ໃຫ້​ເປັນ​ລາຍ 38 ເຂົາໄດ້​ເອົ​າ​ງ່າ​ໄມ້​ນັ້ນ​ໄປ​ວາງ​ໄວ້​ຕໍ່​ຫນ້​ອ່າງ​ບ່ອນ​ສັດ​ໄປ​ກິນ​ນ້ຳ ເພື່ອ​ໃຫ້​ເກີດ​ຜົນ​ສະ​ທ້ອນເວ​ລາສັດ​ປະ​ສົມ​ພັນ 39 ດັ່ງ​ນັ້ນເມື່ອ​ຝູງ​ແກະ ແລະ​ແບ້​ປະ​ສົມ​ພັນ​ຕໍ່​ຫນ້າ​ງ່າ​ໄມ້​ກໍ​ຈະ​ອອກ​ລູກ​ເປັນ​ສິ​ດ່າງ​ດາວ 40 ຢາ​ໂຄບ​ໄດ້​ເອົາ​ລູກ​ແບ້​ທີ່ອອ​ກ​ໃຫ​ມ່​ໄປ​ໄວ້​ຕ່າງ​ຫາກ ແລະ​ເອົາ​ຕົວ​ແມ່​ສິ​ດ່າງ​ດາວ​ແລະ​ດຳ​ທີ່​ລາ​ບານ​ໃຫ້​ນັ້ນ​ໄປ​ໄວ້​ຕ່າງ​ຫາກ ດ້ວຍ​ວິ​ທີ​ນີ້ ເຂົາຈຶ່ງ​ສາ​ມາດ​ຜລິດ​ແກະ​ເປັນ​ຂອງ​ຕົນ​ເອງ​ໄດ້​ແລ​ະ​ບໍ່​ເອົາ​ໄປ​ປະ​ປົນ​ກັບ​ຝູງ​ແກະ​ຂອງ​ລາ​ບານ 41 ເມື່ອ​ສັດ​ຕົວ​ພິ​ປະ​ສົມ​ພັນ ຢາ​ໂຄບ​ຈິ່ງ​ເອົາ​ງ່າ​ໄມ້​ລາຍ​ວາງ​ໄວ້​ຕໍ່​ຫນ້າ​ອ່າງ​ບ່ອນ​ສັດ​ມາ​ກິນນໍ່ສ ເພື່ອ​ວ່າ​ສັດ​ເຫລົ່າ​ນັ້ນ​ຈະ​ເກີດ​ລູກອອກ​ມາ​ເປັນ​ສີດັ່ງ​ງ່າ​ໄມ້ 42 ແຕ່​ສ່ວນ​ສັດ​ທີ່​ຈ່ອຍ​ບໍ່​ມີ​ແຮງ ຢາ​ໂຄບ​ບໍ່​ໄດ້​ເອົາ​ງ່າ​ໄມ້​ໃສ່​ໄວ້ ດັ່ງ​ນັ້ນ​ສັດທີ່​ແຂງ​ແຮງ​ຈຶ່ງ​ເປັນ​ຂອງຢາ​ໂຄບ ແລະ​ສັດ​ທີ່​ບໍ່​ແຂງ​ແຮງ​ຈຶ່ງ​ເປັນ​ຂອງ​ລາ​ບານ 43 ໃນບໍ່​ນານ ຢາ​ໂຄບ​ກໍ​ກາຍ​ເປັນ​ຄົນ​ຮັ່ງ​ມີ ເຂົາ​ມີ​ແກະ​ຫລາຍ​ຝູງ ມີ​ຝູງ​ອູດ ມີ​ຝູງ​ລໍ​ ແລະ​ຂ້າ​ໃຊ້​ຊາຍ​ຍິງຢ່າງ​ມາກ​ມາຍ

ປະຖົມການ 31

ຢາ​ໂຄບຫລົບ​ຫນີ​ຈາກ​ລາ​ບານ

1 ຢາ​ໂຄບ​ໄດ້​ຍິນ​ພວກ​ບຸດຊາຍ​ຂອງ​ລາ​ບານ​ເວົ້າ​ວ່າ, “ຢາ​ໂຄບ​ໄດ້​ເອົາ​ຊັບ​ສົມ​ບັດ​ຂອງ​ບິ​ດາ​ເຮົາທຸກ​ສິ່ງ ທີ່​ເຂົາ​ມີ​ມາ​ນັ້ນ​ຈາ​ກ ​ບິ​ດາ ເຮົາ​ໄປ​ຫມົດ” 2 ຢາໂຄບ​ໄດ້​ເຫັນ​ວ່າ​ທ່າ​ທີ​ຂອງ​ລ​າ​ບານ​ທີ່​ມີ​ຕໍ່​ເຂົາ​ນັ້ນ​ບໍ່​ດີ​ຄື​ແຕ່ກ່ອນ 3 ຄັນ​ຕໍ່​ມາ ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ເຂົາ​ວ່າ, “ຈົ່ງ​ກັບ​ຄືນ​ເມືອ​ສູ່​ດິນ​ແດນ​ບັນ​ພະ​ບຸ​ຣຸຸດ ແລະ​ຍາດ​ພີ່​ນ້ອງຂອງ​ເຈົ້າ ເຮົາ​ຈະ​ຢູ່​ກັບ​ເຈົ້າ” 4 ດັ່ງ​ນັ້ນ ຢາ​ໂຄບ​ຈຶ່ງ​ສັ່ງ​ຄວາມ​ໄປ​ຫາ​ນາງ​ຣາ​ເຊັນ​ແລະ​ນາງ​ເລ​ອາ​ໃຫ້​ມາ​ຫາ​ຢູ່​ທີ່​ທົ່ງ​ລ້ຽງ​ສັດ 5 ເຂົາ​ເວົ້າ​ຕໍ່​ພັ​ຣ​ຍາວ່າ, “ອ້າຍ​ສັງ​ເກດ​ເຫັນ​ວ່າ ບິ​ດາຂອງ​ພວກ​ນ້ອງ​ບໍ່​ມີ​ທ່າ​ທີ​ຄື​ແຕ່​ກ່ອນ​ຕໍ່​ອ້າຍ ແຕ່​ວ່າ​ພ​ຣະ​ເຈົ້າ​ຂອງ​ບິ​ດາ​ອ້າຍໄດ້​ສະ​ຖີດ​ຢູ່​ນຳ​ອ້າຍ 6 ພວກ​ນ້ອງ​ທັງ​ສອງ​ກໍ​ຮູ້​ແລ້ວ​ວ່າ ອ້າຍ​ໄດ້​ເຮັດ​ວຽກ​ໃຫ້​ທ່ານ​ເຕັມ​ກຳ​ລັງ 7 ນອກ​ໄປ​ຈາກ​ນີ້ ທ່ານຍັງ​ໄດ້​ໂກງ​ອ້າຍ ແລະ​ປ່ຽນ​ຄ່າ​ຈ້າງ​ເຖິງ​ສິບ​ເທື່ອ ແຕ່​ວ່າ​ພ​ຣະ​ເຈົ້າ​ບໍ່​ຊົງ​ອະ​ນຸ​ຍາດ​ໃຫ້​ທ່ານ​ທຳ​ລາຍ​ອ້າຍ 8 ເມື່ອ​ເວ​ລາ​ບິ​ດາ​ຂອງ​ພວກ​ນ້ອງ​ເວົ້າ​ວ່າ ແບ້​ທີ່​ມີ​ຂົນ​ເປັນ​ເມັດ​ຈະ​ເປັນ​ຄ່າ​ຈ້າງ​ຣາງວັນ​ຂອງ​ອ້າຍ ແລ້ວ​ແບ້​ທຸ​ກໆ​ຕົວ​ກໍ​ອອກ​ລູກ​ມີ​ຂົນ​ເປັນ​ເມັດ ເມື່ອ​ທ່ານເວົ້າ​ວ່າ​ແບ້​ທີ່​ມີ​ຂົນ​ກ່ານ​ຈະ​ເປັນ​ຄ່າ​ຈ້າງ​ຣາງວັນ​ສຳ​ລັບ​ອ້າຍ ແບ້​ທັງ​ຫມົດ​ກໍ​ອອກ​ລູກ​ເປັນ​ຂົນ​ກ່ານ​ທຸກ​ໂຕ 9 ພ​ຣະ​ເຈົ້​າ​ໄດ້​ປະ​ທານ​ຝູງ​ສັດ​ຂອງ​ບິ​ດາ​ພວກ​ນ້ອງ​ໃຫ້​ອ້າຍ 10 ຍາມ​ສັດ​ຖື​ເຊີງ ອ້າຍ​ໄດ້​ຝັນ​ເຫັນ​ວ່າ​ແບ້​ເຖິກ​ທີ່​ຖື​ເຊີງ​ນັ້ນ​ມີ​ຂົນ​ເປັນ​ຈຸດ​ດ່າງ​ດາວ 11 ທູດ​ຂອງ​ພ​ຣະ​ເຈົ້າ​ໄດ້​ກ່າວ​ຕໍ່​ໄປ​ວ່າ, “ຢາ​ໂຄບ​ເອີຍ” ອ້າຍ​ຕອບ​ວ່າ, “ໂດຍ ຂ້າ​ນ້ອຍ” 12 ທູດ​ຂອງ​ພ​ຣະ​ເຈົ້າ​ເວົ້າ​ຕໍ່​ໄປ​ວ່າ, “ຈົ່ງ​ເບິ່ງພຸ້ນ​ດູ ແບ້ເຖິກ​ທີ່​ຖື​ເຊີງນັ້ນ​ມີ​ຂົນ​ເປັນ​ຈຸດ​ດ່າງ​ດ້າວ ເຮົາ​ໄດ້​ກະ​ທຳ​ການ​ນີ້​ຂຶ້ນ​ກໍເພາະ​ເຮົາ​ຮູ້​ຈັກ​ທຸກໆ​ຢ່າງ​ທີ່​ລາ​ບານ​ກຳ​ລັງ​ກະ​ທຳ​ກັບ​ເຈົ້າ 13 ເຮົາ​ແມ່ນ​ພ​ຣະ​ເຈົ້າ​ຜູ້​ໄດ້​ປາ​ກົດ​ໃຫ້​ເຈົ້າ​ເຫັນ​ທີ່ ເບັດ​ເອນ ບ່ອນເຈົ້​າ​ໄດ້​ຖວາຍ​ເສົາ​ອະ​ນຸສອນ​ພ້ອມ​ກັບ​ນ້ຳ​ມັນ​ຫອມ​ແລະ​ສາ​ບານ​ໄວ້ ບັດ​ນີ້ ຈົ່ງ​ຕຽມ​ຕົວ​ອອກ​ຫນີ​ຈາກ​ແຜ່ນ​ດິນ​ນີ້ ແລະ​ກັບ​ຄືນສູ່​ບ້ານເກີດ​ຂອງ​ເຈົ້າ” 14 ນາງ​ຣາ​ເຊັນ​ແລະ​ນ​າງ​ເລ​ອາ​ຕອບ​ຢາ​ໂຄບ​ວ່າ, “ບໍ່​ມີ​ມູນ​ມໍ​ຣະ​ດົກ​ຫຍັງ​ທີ່​ເຫລືອ​ຢູ່​ເຮືອນ​ພໍ່ 15 ສຳ​ລັບ​ພວກ​ເຮົາ​ບໍ່​ແມ່ນ​ທ່ານ​ຖື​ພວກ​ເຮົາ​ຄື​ຄົນ​ອື່ນ​ບໍ່ ທ່ານຂາຍ​ພວກ​ເຮົ​າ ແລະ​ດຽວ​ນີ້​ທ່ານ​ກໍຈ່າຍເງິນນັ້ນ​ຫມົດ​ແລ້ວ 16 ຊັບ​ສົມ​ບັດ​ທຸກ​ຢ່າງ​ທີ່​ພ​ຣະ​ເຈົ້​າ​ຊົງ​ເອົາ​ມາ​ຈາກ​ພໍ່​ຂອງ​ພວກ​ເຮົາ​ກໍ​ກາຍ​ເປັນ​ຂອງ​ພວກ​ເຮົາ ແລະ​ລູກ​ຫລານຂອງ​ເຮົາ​ຫມົດ​ແລ້ວ ຈົ່ງ​ເຮັດ​ຕາມ​ທີ່​ພ​ຣະ​ເຈົ້​າ​ໄດ້​ບອກ​ອ້າຍ” 17 ດັ່ງ​ນັ້ນ ຢາ​ໂຄບ​ຈຶ່ງ​ຕຽມ​ພ້ອມ​ແລ້ວ​ເອົາ​ບຸດ​ເອົາ​ພັ​ຣ​ຍາ​ຂຶ້ນ​ຂີ່​ຫລັງ​ອູດ​ 18 ຮີບ​ໂຮມ​ເອົາ​ສິ່ງຂອງ​ທຸກ​ສິ່ງ​ທຸກ​ຢ່າງທີ່​ໄດ້​ໃນ​ປະ​ເທດ​ເມ​ໂຊ​ໂປ​ຕາ​ເມັຽ ແລະ​ປ້ອງ​ຝູງ​ສັດ​ອອກ​ນຳ​ຫນ້າ​ເດີນ​ທາງ​ຄືນ​ເມືອ​ຫາ​ບິ​ດາຂອງ​ຕົນ​ທີ່​ກາ​ນາ​ອານ 19 ສ່ວນ​ລາບານ​ກໍ​ອອກ​ໄປ​ແຖ​ຂົນ​ແກະ ໃນ​ຂ​ນະ​ທີ່​ທ່ານ​ບໍ່​ຢູ່ ນາງ​ຣາ​ເຊັນ​ໄດ້​ລັກ​ເອົາ​ຮູບ​ເຄົາ​ຣົບ​ປະ​ຈຳ​ເຮືອນ​ຂອງ​ບິ​ດາໄປ​ນຳ 20 ຢາ​ໂຄບ​ໄດ້​ລວງ​ລາ​ບານ​ຊາວ​ອາ​ຣາເມອານ ໂດຍ​ບໍ່​ໄດ້​ບອກ​ໃຫ້​ຮູ້ເຖິງ​ການ​ຈາກ​ໄປ 21 ເຂົາໄດ້​ເອົາ​ຊັບສົມ​ບັດ​ທັງ​ຫມົດ​ຫນີ​ຂ້າມ​ແມ່​ນ້ຳ​ເອິ​ຟ​ຣາດ​ມຸ່ງ​ຫນ້າ​ໄປ​ສູ່ພູ​ເຂົາ​ກີ​ເລ​ອາດ

ລາ​ບານ​ໄລ່​ຕິດ​ຕາມ​ຢາ​ໂຄບ

22 ສາມ​ວັນຕໍ່​ມາ ລາ​ບານ​ຈຶ່ງ​ຮູ້​ວ່າ​ຢາ​ໂຄບ​ໄດ້​ຫນີ​ໄປ​ແລ້ວ 23 ທ່ານ​ຈຶ່ງ​ພາ​ຄົນ​ໄລ່​ຕິດ​ຕາມ​ຢາ​ໂຄບ​ເປັນ​ເວ​ລາ​ເຈັດ​ວັນຈຶ່ງ​ທັນ​ເຂົາ​ທີ່​ພູ​ກີ​ເລ​ອາດ 24 ໃນ​ຄືນ​ນັ້ນ ພ​ຣະ​ເຈົ້າ​ປາ​ກົດ​ໃນ​ຄວາມ​ຝັນ​ຂອງ​ລາ​ບານ​ຊາວ​ອາ​ຣາເມອານ ແລະ​ຊົງ​ກ່າ​ວຕໍ່​ເຂົາ​ວ່າ, “ຈົ່ງ​ລະ​ວັງ! ຢ່າ​ມາ​ຂູ່ຢາ​ໂຄບ​ເລີຍ” 25 ລາ​ບານທັນ​ຢາ​ໂຄບ​ທີ່​ພູ​ກິ​ເລ​ອາດ ບ່ອນ​ເຂົາ​ຕັ້ງ​ຄ້າຍ​ພັກ​ຢູ່​ ແລະ​ລາ​ບາ​ນກໍ​ຕັ້ງ​ທີ່​ພັກ​ຢູ່​ເທິງ​ພູ​ນັ້ນ 26 ລາ​ບານ​ໄດ້​ເວົ້າ​ກັບ​ຢາ​ໂຄບ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕົບ​ຕາ​ຂ້ອຍ ແລະ​ພາ​ບຸດ​ຕ​ຣີ​ຂ້ອຍ​ຫນີ​ມາ​ເຫມືອນ​ຜູ້​ຍິງ​ຊະ​ເລີຍ​ເສິກ? 27 ເປັນ​ຫຍັງ​ເຈົ້າ​ຈຶ່ງ​ລວງ​ຂ້ອຍ​ແລະ​ປົບ​ຫນີ​ໂດຍ​ບໍ່​ຄອບ? ຖ້າ​ເຈົ້​າ​ບອກ​ຂ້ອຍ​ກໍ​ຈະ​ໄປ​ສົ່ງ​ເຖິງ​ທາງ​ດ້ວຍ​ຄວາມ​ຍິນ​ດີ ໂດຍ​ໃຫ້​ມີ​ຂະ​ບວນ​ແຫ່​ທັງ​ດົນ​ຕ​ຣີ​ ​ສຽງ​ກອງ​ ສຽງ​ພິນ ​ແລະ​ສຽງ​ຮ້ອງລຳ​ທຳ​ເພງ 28 ອັນ​ນີ້​ເຈົ້າ​ບໍ່​ໃຫ້​ຂ້ອຍ​ຈູບ​ສັ່ງ​ລາ​ບຸດ​ຕ​ຣີແລະ​ຫລານໆ​ຂ້ອຍ​ເລີຍ ເປັນ​ຫຍັງ​ເຈົ້​າ​ຈຶ່ງ​ເຮັດ​ແບບໂງ່ໆ​ເຊັ່ນ​ນີ້ 29 ຂ້ອຍ​ມີ​ສິດ​ທີ່​ຈະ​ລົງ​ໂທດ​ເຈົ້າ ແຕ່​ຄືນ​ນີ້ ພ​ຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໄດ້​ບອກ​ບໍ່​ໃຫ້​ຂ້ອຍ​ຂູ່​ເຈົ້າ 30 ຂ້ອຍຮູ້​ວ່າ​ເຈົ້າ​ປົບ​ຫນີ​ກໍ​ເພາະ​ວ່າ​ເຈົ້າ​ຢາກ​ກັບ​ເມືອບ້ານ​ແຮງ ແຕ່​ວ່າ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ລັກ​ເອົາ​ຮູບ​ພ​ຣະ​ຂ້ອຍ​ໄປ” 31 ຢາ​ໂຄບ​ຕອບ​ວ່າ, “ຂ້າ​ນ້ອຍ​ຢ້ານ ເພາະ​ຄິດ​ວ່າ​ພໍ່​ອາດ​ຈະ​ເອົາ​ບຸດ​ຕ​ຣີ​ຫນີ​ໄປ​ຈາກ​ຂ້າ​ນ້ອຍ 32 ແຕ່​ຖ້າ​ພໍ່​ພົບ​ຮູບ​ພ​ຣະ​ຂອງ​ພໍ່​ຢູ່​ນຳ​ໃຜ​ຈົ່ງ​ຂ້າ​ຜູ້​ນັ້ນຖິ້ມ​ໂລດຄົນ​ຂອງ​ເຮົາ​ກໍ​ຢູ່​ນີ້ ເພື່ອ​ເປັນ​ພ​ຍານ​ຫລັກ​ຖານ ຈົ່ງ​ຫາ​ຊອກ​ຄົ້ນ​ເອົາ​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ພໍ່​ໄປ” ຢາ​ໂຄບ​ບໍ່​ຮູ້​ຈັກ​ວ່າ​ນາງ​ຣາ​ເຊັນ​ໄດ້​ລັກ​ເອົາ​ຮູບ​ພ​ຣະ​ນັ້ນ​ມາ​ນຳ 33 ລາ​ບານເຂົ້າ​ໄປ​ຄົ້ນ​ໃນ​ຜ້າ​ເຕັນ​ຂອງ​ຢາ​ໂຄບ ແລ້ວ​ເຂົ້າ​ໄປ​ໃນ​ຜ້າ​ເຕັນ​ຂອງ​ເລ​ອາ ແລະ​ຜ້າ​ເຕັນ​ຂອງ​ຂ້າ​ໃຊ້​ຍິງ​ທັງ​ຫມົດ ແຕ່​ບໍ່​ພົບ​ຮູບ​ພ​ຣະ​ນັ້ນ​ເລີຍ ຄັນ​ແລ້ວ​ທ່ານ​ຈິ່ງ​ເຂົ້າ​ໄປ​ໃນ​ຜ້າ​ເຕັນ​ຂອ​ງນາງ​ຣາ​ເຊັນ 34 ນາງ​ຣາ​ເຊັນ​ໄດ້​ເອົາ​ຮູບ​ເຄົ​າ​ຣົ​ບ​ປະ​ຈຳ​ເຮືອນເຫລົ່ານັ້ນ​ເຊື່ອງ​ໄວ້​ໃນ​ຖົງ​ອານ​ເທິງ​ຫລັງ​ອູດ ແລ້ວ​ນັ່ງ​ຖົງ​ນັ້ນ​ໄວ້ ລາ​ບານ​ໄດ້​ຊອກ​ຄົ້ນ​ເບິ່ງ​ຫມົດ​ໃນ​ຜ້າ​ເຕັນ ແຕ່​ກໍ​ບໍ່​ພົບ​ຫຍັງ 35 ນາງ​ຣາ​ເຊັນ​ຈິ່ງ​ເວົ້າ​ຕໍ່​ບິ​ດາຂອງ​ນາງວ່າ, “ພໍ່​ຢ່າ​ຮ້າຍ​ຂ້າ​ນ້ອຍ​ເລີຍ​ທີ່​ລູກ​ບໍ່​ສາ​ມາດ​ລຸກ​ຢືນ​ຂຶ້ນ​ໃນ​ເວ​ລາ​ພໍ່​ມາ ກໍ​ເພາະ​ວ່າ​ລູກ​ເປັນ​ປະ​ຈຳ​ເດືອນ” ລາ​ບານ​ຊອກ​ຄົ້ນ​ເບິ່ງ​ຫມົດ​ຊູ່​ບ່ອນ​ແຕ່​ວ່າ​ບໍ່​ພົບ​ຮູບພ​ຣະ​ນັ້ນ​ເລີຍ 36 ສ່ວນ​ຢາ​ໂຄບ​ອາ​ລົມ​ກໍ​ບໍ່​ຄ່ອຍ​ດີ ເລີຍ​ເວົ້າ​ສຳ​ນຽ​ງ​ຮ້າຍ​ກັບ​ລາ​ບານ​ວ່າ, “ຂ້າ​ນ້ອຍໄດ້​ກະ​ທຳ​ຜິດ​ຫຍັງ? ແລະ​ໄດ້​ລະ​ເມີດ​ກົດ​ຫມາຍ​ຫຍັງ​ທີ່​ພາ​ໃຫ້​ພໍ່​ຕ້ອງ​ຕິດ​ຕາມ​ຂ້ານ້ອຍ​ມາ? 37 ບັດ​ນີ້ ພໍ່​ໄດ້​ຄົ້ນ​ເບິ່ງ​ຫມົດ​ແລ້ວ​ສິ່ງ​ຂອງ​ໃນ​ບ້ານ​ຂ້າ​ນ້ອຍມີ​ສິ່ງ​ຂອງ​ຫຍັງ​ແດ່​ທີ່​ເຫັນ​ວ່າ​ເປັນ​ຂອງ​ພໍ່? ເອົາ​ອອກ​ມາ​ໃຫ້​ຄົນ​ຂອງ​ພໍ່​ແລະ​ຄົນ​ຂອງ​ຂ້ານ້ອຍເບິ່ງ​ດູ ແລະ​ໃຫ້​ເຂົາ​ຕັດ​ສິນ​ຄວາມ​ລະ​ຫວ່າງ​ເຮົາ​ທັງ​ສອງ 38 ເປັນ​ເວ​ລາ​ຊາວ​ປີ​ທີ່​ຂ້າ​ນ້ອຍຢູ່​ນຳ​ພໍ່ ແກະ​ແລ​ະ​ແບ້​ຂອງ​ພໍ່​ກໍ​ອອກ​ແມ່​ແພ່​ລູກ​ຢູ່​ບໍ່​ຂາດ ແຕ່​ຂ້າ​ນ້ອຍ​ບໍ່​ໄດ້​ກິນ​ແມ່ນ​ແຕ່​ແກະ​ເຖິກ​ຕົວ​ດຽວ​ໃນ​ຝູງ​ຂອງ​ພໍ່ 39 ເມື່ອ​ແກະ​ໂຕ​ນຶ່ງ​ຖືກ​ສັດ​ປ່າ​ກັດ​ຕາຍ ຂ້າ​ນ້ອຍກໍ​ບໍ່​ໄດ້​ເອົາ​ມາ​ໃຫ້​ພໍ່​ເບິ່ງ ແລະ​ກໍ​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ ແຕ່​ແມ່ນ​ຂ້ານ້ອຍທີ່​ຈ່າຍ​ຄ່າ​ເສັຽ​ຫາຍ ພໍ່​ຍັງ​ທວງ​ຖາມ​ເອົາ​ນຳ​ຂ້າ​ນ້ອຍ ສິ່ງ​ທີ່​ຖືກ​ລັກ​ຍາມ​ກາງ​ເວັນ​ແລະ​ຍາມ​ກາງ​ຄືນ 40 ມີ​ຫລາຍ​ເທື່ອ​ທີ່​ຂ້າ​ນ້ອຍຕ້ອງ​ທົນ​ຕໍ່​ຄວາມ​ເຜົາ​ຜານ​ຂອງ​ແສງ​ແດດ​ໃນ​ເວ​ລາ​ກາງ​ເວັນ ແລະ​ຕໍ່​ຄວາມ​ຫນາວ​ກະ​ດ້າງ​ໃນ​ເວ​ລາ​ກາງ​ຄືນ ຈົນ​ຂ້າ​ນ້ອຍບໍ່​ສາ​ມາດນອນ​ຕາ​ຫລັບ​ໄດ້ 41 ແມ່ນ​ສິ່ງ​ເຫລົ່​າ​ນີ້​ແຫລະທີ່​ຂ້າ​ນ້ອຍໄດ້​ອາ​ໄສ​ຢູ່​ນຳ​ພໍ່​ຊາວ​ປີ ຂ້າ​ນ້ອຍໄດ້​ເຮັດວຽກ​ສິບ​ສີ່​ປີ ເພື່ອ​ແລກ​ເອົາ​ກັບ​ບຸດ​ຕ​ຣີ​ສອງ​ຄົນ​ຂອງ​ພໍ່ ແລະ​ອີກ​ຫົກ​ປີ​ເພື່ອ​ມີ​ຝູງ​ສັດ​ແລະ​ເຖິງ​ປານ​ນັ້ນ​ພໍ່​ຍັງ​ປ່ຽນ​ຄ່າ​ຈ້າງ​ຂອງ​ຂ້າ​ນ້ອຍເຖິງ​ສິບ​ເທື່ອ 42 ຖ້າ​ຫາກ​ພ​ຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂ້າ​ນ້ອຍ ຄື​ພ​ຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ພຣະ​ເຈົ້າ​ອົງ​ທີ່​ອີ​ຊາກ​ນະ​ມັ​ສ​ການບໍ່​ໄດ້​ສະ​ຖິດ​ຢູ່​ນຳ​ຂ້າ​ນ້ອຍ ປານ​ນີ້​ພໍ່​ຄົງ​ໄລ່​ຂ້າ​ນ້ອຍ​ຫນີ​ມື​ເປົ່າ​ແລ້ວ ແຕ່​ວ່າ​ພ​ຣະ​ເຈົ້າ​ໄດ້​ເຫັນ​ຄວາມ​ລະ​ທົມ ແລະ​ວຽກ​ການ​ທີ່​ຂ້າ​ນ້ອຍໄດ້​ທຳ ສະ​ນັ້ນ ພ​ຣະ​ອົງ​ຈຶ່ງ​ຊົງ​ໄດ້​ຕັດ​ສິນ​ໃນ​ຄືນ​ນີ້” 43 ລາ​ບານ​ຕອບ​ຢາ​ໂຄບ​ວ່າ, “ບຸດ​ຕ​ຣີ​ເຫລົ່າ​ນີ້​ກໍ​ແມ່ນ​ບຸດ​ຕ​ຣີຂອງ​ຂ້ອຍ ເດັກ​ເຫລົ່າ​ນີ້​ກໍ​ແມ່ນ​ເດັກຂອງ​ຂ້ອຍ ແລະ​ຝູງ​ສັດ​ກໍ​ແມ່ນ​ຂອງ​ຂ້ອຍ​ທຸກ​ສິ່ງ​ທີ່​ເຈົ້າ​ເຫັນ​ຢູ່​ນີ້​ກໍ​ເປັນ​ຂອງ​ຂ້ອຍ ແຕ່​ວ່າ​ບັດ​ນີ້​ຂ້ອຍ​ຈະ​ເຮັດ​ຫຍັງ​ເພື່ອ​ບຸດ​ຕ​ຣີ​ແລະ​ເພື່ອ​ຫລານ​ຂອງ​ຂ້ອຍ​ໄດ້ 44 ດີ​ແລ້ວ ພວກ​ເຮົາ​ຈົ່ງ​ພາກັນ​ມາ​ຕົກ​ລົງ​ກັນ​ໂດຍ​ເອົ​າ​ຫີນ​ມາ​ກອງ​ໄວ້ ເພື່ອ​ເຮັດ​ເປັນ​ອະນຸ​ສອນ​ລະ​ຫ​ວ່າງ​ເຮົ​າ​ທັງ​ສອງ” 45 ສະ​ນັ້ນ ຢາ​ໂຄບ​ຈຶ່ງ​ຕັ້ງ​ເສົາ​ຫີນ​ອະ​ນຸ​ສອນ​ເສົາ​ນຶ່ງ​ຂຶ້ນ 46 ແລ້ວ​ຄົນ​ຂອງ​ເຂົາ​ເອົາ​ຫີນ​ມາກອງ​ຫີນ​ນັ້ນ 47 ລາ​ບານໃຫ້​ຊື່​ກອງ​ຫີນ​ນັ້ນ​ວ່າ ເຢ​ກາຣ໌​ຊາ​ຮາ​ດູ​ທາຂ​ນະ​ດຽວ​ກັນ​ຢາ​ໂຄບ​ກໍ​ໃສ່​ຊື່​ກອງ​ຫີນ​ນັ້ນ​ວ່າ ກາ​ເລເອດ 48 ລາ​ບານ​ເວົ້າ​ວ່າ, “ກອງ​ຫີນ​ນີ້​ຈະ​ເປັນ​ອະ​ນຸ​ສອນ​ແຫ່ງ​ການ​ຕົກ​ລົງ​ລະ​ຫວ່າງ​ເຈົ້​າ​ແລະ​ຂ້ອຍ” ດ້ວຍ​ເຫດ​ນີ້ ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ກາ​ເລ​ເອດ 49 ລາ​ບານ​ເວົ້າ​ອີກ​ວ່າ, “ຂໍ​ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຝົ້າ​ຄອຍ​ເບິ່ງ​ພວກ​ເຮົ​າ ເວ​ລາ​ຫ່າງ​ເຫີນ​ຈາກ​ກັນ” ດັ່ງ​ນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່ອີກວ່າ ມີ​ສ​ປາ 50 ລາ​ບານ​ເວົ້າ​ຕໍ່​ໄປ​ວ່າ,“ຖ້າ​ເຈົ້າ​ຂົ່ມ​ເຫັງ​ບຸດ​ຕ​ຣີຂ້ອຍ ຫລື​ຖ້າ​ເຈົ້າ​ແຕ່ງ​ງານ​ກັບ​ຍິງ​ອື່ນ​ອີກ ເຖິງ​ແມ່ນ​ວ່າ​ຂ້ອຍ​ບໍ່​ຮູ້​ຈັກ​ເຣື່ອງ​ນັ້ນ​ກໍ​ຕາມ ຈົ່ງ​ຈຳ​ໄວ້​ວ່າ​ພ​ຣະ​ເຈົ້າ​ເປັນ​ຜູ້​ຄອຍ​ເບິ່ງ​ພວກ​ເຮົາ” 51 ລາ​ບານ​ເວົ້າ​ຕໍ່​ຢາ​ໂຄບ​ວ່າ, “ອັນ​ນີ້ ແມ່ນກອງ​ຫີນ​ທີ່​ຂ້ອຍ​ໄດ້​ກອງ​ຂຶ້ນ​ລະ​ຫວ່າງ​ເຮົາ​ທັງ​ສອງ ແລະ​ອັນ​ນີ້ກໍ​ແມ່ນ​ເສົາ​ຫີນ​ອະ​ນຸ​ສອນ 52 ເສົາ​ຫີນ​ອະ​ນຸ​ສອນ​ແລະ​ກອງ​ຫີນ​ນີ້ ຈະ​ເປັນ​ສັນ​ຍາ​ລັກ​ວ່າ​ ຂ້ອຍ​ຈະ​ບໍ່​ຂ້າມກອງ​ຫີນ​ນີ້​ໄປ​ບຸກ​ໂຈມ​ຕີ​ເຈົ້າ ແລະ​ເຈົ້າ​ກໍ​ຄື​ກັນ​ຈະ​ບໍ່​ຂ້າມ​ເສົາ​ຫີນ​ນີ້​ມາ​ບຸກ​ໂຈມ​ຕີ​ຂ້ອຍ 53 ພ​ຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ​ແລະ​ພ​ຣະ​ເຈົ້າ​ຂອງ​ນາ​ໂຮ ຈະ​ເປັນ​ຜູ້​ຕັດ​ສິນ​ລະ​ຫວ່າງ​ພວກ​ເຮົາ” ຄັນ​ແລ້ວ ຢາ​ໂຄບ​ກໍ​ສາ​ບານ​ໃນ​ນາມ​ຂອງ​ພ​ຣະ​ເຈົ້າ​ອົງທີ່​ອີ​ຊາ​ກ​ບິ​ດາ​ຂອງ​ຕົນ​ໄດ້​ນະ​ມັ​ສ​ການ 54 ຢາ​ໂຄບ​ໄດ້​ຂ້າ​ສັດ​ຖວາຍ​ບູ​ຊາ​ຢູ່​ເທິງ​ພູ ແລະ​ໄດ້​ເຊື້​ອ​ເຊີນ​ພີ່​ນ້ອງ​ຂອງ​ຕົນ​ມາ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ ຫລັງ​ຈາກ​ຮັບ​ປະ​ທານ​ອາ​ຫານແລ້ວ​ພວກ​ເຂົາ​ກໍ​ນອນ​ຄ້າງ​ຄືນ​ຢູ່​ທີ່​ນັ້ນ 55 ແຕ່​ເຊົ້າ​ຂອງວັນ​ໃຫມ່ ລາ​ບານ​ໄດ້​ຈູບ​ສັ່ງ​ລາ​ບຸດ​ຕ​ຣີ​ ແລະ​ຫລານ​ຂອງ​ຕົນ ພ້ອ​ມທັງ​ອວຍ​ພອນ​ໃຫ້​ແກ່​ເຂົາ​ແລ້ວ​ກໍ​ກັບ​ຄືນ​ເມືອ​ບ້ານ

ຢາ​ໂຄບ​ກະ​ຕຽມ​ເພື່ອ​ໄປ​ພົບ​ເອ​ຊາວ

ປະຖົມການ 32

1 ຢາ​ໂຄບ​ໄດ້​ເດີນ​ທາງ​ຕໍ່​ໄປ ແລະ​ທູດ​ຂອງ​ພ​ຣະ​ເຈົ້​າ​ໄດ້​ມາ​ພົບ​ເຂົາ 2 ເມື່ອ​ຢາ​ໂຄບເຫັນ​ທູດ​ເຫລົ່າ​ນັ້ນ​ຈຶ່ງ​ກ່າ​ວວ່າ, “ອັນ​ນີ້​ແມ່ນກອງ​ທັບ​ຂອງ​ພ​ຣະ​ເຈົ້າ” ດັ່ງ​ນັ້ນ ເຂົາຈຶ່ງ​ໃສ່​ຊື່​ບ່ອນນັ້ນ​ວ່າ ມາ​ຫາ​ນາ​ອີມ 3 ຢາ​ໂຄບ​ໄດ້​ສົ່ງ​ນຳ​ຂ່າວ​ຈຳ​ນວນ​ນຶ່ງ​ໄປ​ບອກ​ແກ່ ​ເອ​ຊາວ​ຜູ້​ເປັນ​ອ້າຍ​ທີ່​ເມື່ອງ​ເຊ​ອີ​ໃນ​ປະ​ເທດ​ເອ​ໂດມ 4 ​ໄດ້​ສັ່ງ​ແກ່​ພວກ​ນຳ​ຂ່າວ​ນັ້ນ​ໄປ​ເວົ້າ​ຕໍ່​ເອ​ຊາວ​ດັ່ງ​ນີ້, “ຢາ​ໂຄບ​ຂ້າ​ໃຊ້​ຜູ້​ອ່ອນ​ນ້ອມ​ຂອງ​ທ່ານ ຊຶ່ງ​ໄດ້​ໄປ​ອາໄສຢູ່​ນຳ​ລາ​ບານ ແລ​ະ​ຫາກໍ່​ກັບ​ມາ​ດຽວ​ນີ້ ຂໍ​ຣາຍ​ງານ​ຕໍ່​ທ່ານ​ວ່າ 5 ຂ້າ​ນ້ອຍ​ມີ​ຝູງ​ງົວ ຝູງ​ລໍ ຝູງ​ແບ້ ແລະ​ຝູງ​ແກະ ພ້ອມ​ທັງ​ຂ້າ​ໃຊ້​ຊາຍຍິງ​ຫລາຍ​ຄົນ​ໄດ້​ມາ​ຂໍ​ຮ້ອງ​ຕໍ່​ທ່ານ ໂດຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ” 6 ເມື່ອ​ຄົນ​ນຳ​ຂ່າວ​ກັບ​ຄືນ​ມາ ພວກ​ເຂົາ​ໄດ້​ເລົ່າ​ໃຫ້​ຢາ​ໂຄບ​ຟັງ​ວ່າ, “ພວກ​ຂ້າ​ນ້ອຍ​ໄດ້​ໄປ​ຫາ​ເອ​ຊາວ​ອ້າຍ​ຂອງ​ທ່ານ​ແລ້ວ ເຂົາພວມ​ອອກ​ເດີນ​ທາງ​ມາ​ພົບ​ທ່ານ ພ້ອ​ມ​ທັງ​ມີ​ຄົນ​ມາ​ນຳສີ່​ຮ້ອຍ” 7 ຢາ​ໂຄບ​ມີ​ຄວາມ​ຢ້ານ​ກົວ​ຫລາຍ​ຈົນ​ອາ​ລົມ​ເສັຽ ຈຶ່ງໄດ້​ແບ່ງ​ຄົນ​ພ້ອມ​ທັງ​ຝູງ​ແກະ ຝູງ​ແບ້ ຝູງ​ງົວ ແລະ​ຝູງ​ອູດ​ອອກ​ເປັນ​ສອງ​ຫມູ່ 8 ​ຄິດ​ວ່າ, “ຖ້າ​ເອ​ຊາວ​ມາ​ບຸກ​ລຸກ​ໂຈມ​ຕີ​ຫມູ່​ທີ່​ນຶ່ງ ອີກ​ຫມູ່​ນຶ່ງ​ກໍ​ຈະ​ອາດສາ​ມາດ​ຫລົບ​ຫນີ​ໄປ​ໄດ້” 9 ຄັນ​ແລ້ວ ຢາ​ໂຄບ​ກໍ​ອ້ອນວອນ​ວ່າ, “ໂອ ພ​ຣ​ະ​ເຈົ້​າ​ຂອງ​ອັບ​ຣາ​ຮາມ ແລະ​ຂ​ອງ​ອີ​ຊາກ ຜູ້​ເປັນ​ປູ່ ແລະ​ພໍ່ຂອງ​ຂ້າ​ພຣະ​ອົງ ຂໍ​ພ​ຣະ​ອົງ​ຊົງ​ງ່ຽງ​ຫູ​ຟັງ​ຂ້າ​ພ​ຣະ​ອົງແດ່​ທ້ອນ ພ​ຣະ​ອົງ​ຊົງ​ບອກ​ຂ້າ​ພ​ຣະ​ອົງ​ວ່າ ຈົ່ງ​ກັບ​ຄືນ​ເມືອ​ເມືອງ​ຫາ​ຍາດ​ຕິພີ່​ນ້ອງຂອງ​ເຈົ້າ ແລະ​ເຮົາ​ຈະ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ຜ່ານ​ພົ້ນ​ໄປ​ໂດຍ​ດີ​ສຳ​ລັບ​ເຈົ້າ 10 ຂ້າ​ພ​ຣະ​ອົງ​ບໍ່​ຄູ່​ຄວນ​ກັບ​ຄວາມ​ກະ​ຣຸ​ນາ ​ແລະ​ຄວາມ​ຊື່​ສັຕສຸຈຣິດ​ທີ່​ພ​ຣະ​ອົງ​ຊົງ​ສຳ​ແດງ​ແກ່​ຂ້າພ​ຣະ​ອົງຜູ້​ເປັນ​ຂ້າ​ໃຊ້​ຂອງ​ພ​ຣະ​ອົງ ຂ້າ​ພ​ຣະ​ອົງ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ມີ​ພຽງ​ໄມ້​ເທົ້າ​ເທົ່າ​ນັ້ນ ແຕ່​ບັດ​ນີ້​ຂ້າ​ພ​ຣະ​ອົງ​ໄດ້​ກັບ​ຄືນ​ມາ​ພ້ອມ​ດ້ວຍ​ຝູງ​ຄົນ​ແລະ​ຝູງ​ສັດ​ສອງ​ຫມູ່​ນີ້ 11 ຂໍ​ພ​ຣະ​ອົງ​ຊົງ​ໂຜດ​ຊ່ອຍ​ໃຫ້​ຂ້າ​ພ​ຣະ​ອົງ​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ອ້າຍ​ເອ​ຊາວ​ຖ້ອນ ຂ້າ​ພ​ຣະ​ອົງ​ຢ້ານ​ວ່າ​ເຂົາຈະ​ເຂົ້າ​ມາ​ບຸກ​ໂຈມ​ຕີ​ແລະ​ທຳ​ຮ້າຍ​ພວກ​ຂ້າ​ພ​ຣະ​ອົງ​ທັງ​ຫມົດ ທັງ​ຜູ້​ຍິງ​ແລະ​ເດັກ​ນ້ອຍ 12 ຈົ່ງ​ຈົດ​ຈຳ​ຄໍາ​ສັນ​ຍາ​ຂອງ​ພ​ຣະ​ອົງ​ເທີນ ທີ່​ວ່າ​ເຮົາ​ຈະ​ທຳທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ຜ່ານ​ພົ້ນ​ໄປ​ໂດຍ​ດີ​ສຳ​ລັບ​ເຈົ້​າ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ຢ່າງ​ມາກ​ຫລາຍ​ຈົນ​ນັບ​ບໍ່​ໄດ້​ເຫມືອນ​ເມັດດິນ​ຊາຍ​ທີ່​ແຄມ​ທະ​ເລ 13 ຫລັງ​ຈາ​ກ​ຢາ​ໂຄບ​ໄດ້​ນອນ​ຄ້າງ​ຄືນ​ທີ່​ນັ້ນ​ແລ້ວ​ ເຂົາໄດ້​ເລືອກ​ເອົາ​ສິ່ງ​ຂອງ​ທີ່​ເຂົາ​ມີ ເພື່ອ​ຈະ​ໄດ້​ໃຫ້​ເປັນ​ຂອງ​ກຳ​ນັນ​ແກ່ເອ​ຊາວ​ຜູ້​ເປັນ​ອ້າຍ 14 ຄື​ແບ້​ແມ່​ສອງ​ຮ້ອຍ​ໂຕ ແບ້​ເຖິກ​ຊາວ​ໂຕ ແກະ​ແມ່​ສອງ​ຣ້ອຍ​ໂຕ ແລະ​ແກະ​ຜູ້​ຊາວ​ໂຕ 15 ໂຕ​ອູດ​ແມ່​ກັບ​ລູກ​ທີ່​ຍັງ​ກິນ​ນົມ​ຢູ່​ສາມ​ສິບ​ໂຕ ງົ​ວ​ແມ່​ສີ່​ສິບ​ໂຕ ງົວ​ຜູ້​ສິບ​ໂຕ ລໍ​ແມ່​ຊາວ​ໂຕ ແລະ​ລໍ​ຜູ້​ສິບ​ໂຕ 16 ເຂົາໄດ້​ມອບ​ຝູງ​ສັດ​ແຕ່​ລະ​ຝູງ​ໃຫ້​ຂ້າ​ໃຊ້​ແຕ່​ລະ​ຄົນ​ເປັນ​ຜູ້​ເບິ່ງ​ຮັກ​ສາ ແລະ​ສັ່ງ​ພວກ​ເຂົາ​ວ່າ, “ຈົ່ງ​ພາກັນເດີນ​ທາງ​ໄປ​ກ່ອນ​ຂ້ອຍ ແລະ​ປ່ອຍ​ລະ​ຍະ​ຫ່າງ​ກັນ​ພໍ​ສົມ​ຄວນ” 17 ເຂົາ​ສັ່ງ​ຂ້າ​ໃຊ້​ຜູ້​ທີ່​ນຶ່ງວ່າ, “ເມື່ອ​ເອ​ຊາວ​ອ້າຍ​ຂອງ​ຂ້ອຍ​ພົບ​ເຈົ້າ​ແລະ​ຖາມ​ວ່າ ເຈົ້າ​ຈະ​ໄປ​ໃສ? ໃຜ​ເປັນ​ນາຍ​ຂອງ​ເຈົ້າ? ສັດ​ທີ່​ຍ່າງ​ໄປ​ກ່ອນ​ເປັນ​ຂອງ​ໃຜ? 18 ເຈົ້າ​ຕ້ອງ​ຕອບ​ວ່າ “ສັດ​ເຫລົ່າ​ນັ້ນ​ເປັນ​ຂອ​ງ​ຢາ​ໂຄບ ຂ້າ​ໃຊ້​ຂອງ​ທ່ານ ​ໄດ້​ສັ່ງ​ໃຫ້​ເອົາ​ສັດ​ເຫລົ່າ​ນີ້​ມາ​ເປັນ​ຂອງ​ຕ້ອນ​ແກ່ເອ​ຊາວ​ເຈົ້ານາຍ​ຂອງ​ຂ້າ​ນ້ອຍ ສ່ວນ​ຢາ​ໂຄຍ​ເອງ​ກຳ​ລັງ​ເດີນທາງ​ມາຕາມ​ຫລັງ” 19 ຢາ​ໂຄບ​ໄດ້​ສັ່ງ​ຜູ້​ທີ່​ສອງ​ທີ່​ສາມ​ແລະ​ຫມົດ​ທຸກ​ຄົນ​ທີ່​ຄຸມ​ສັດ​ໄປ​ນັ້ນ​ແບບ​ດຽວ​ກັນ​ວ່າ, “ເມື່ອ​ເຈົ້າ​ພົບເອ​ຊາວ​ຕ້ອງ​ເວົ້າ​ກັບ​ເຂົາ ແບບ​ນີ້​ວ່າ 20 “ຢາ​ໂຄບ​ຂ້າ​ໃຊ້​ຂອງ​ທ່ານ​ກຳ​ລັງ​ຍ່າງ​ຕາມ​ຫລັງ​ພວກ​ເຮົາມາ” ຢາ​ໂຄບ​ຄິດ​ໃນ​ໃຈ​ວ່າ, “ດ້ວຍ​ຂອງ​ຕ້ອນ​ທີ່​ຂ້ອຍ​ສົ່ງ​ໄປ​ໃຫ້​​ເອ​ຊາວ​ກ່ອນນັ້ນ ເຂົາ​ຄົງ​ຈະ​ເຫັນ​ໃຈ​ຂ້ອຍ ແລະ​ເມື່ອ​ຂ້ອຍ​ພົບ​ເຂົາ ບາງ​ທີ​ເຂົາອາດ​ຈະ​ຍົກ​ໂທດ​ໃຫ້​ຂ້ອຍ​ກໍ​ໄດ້” 21 ຢາ​ໂຄບ​ໄດ້​ສົ່ງ​ຂອງ​ຕ້ອນ​ມາ​ກ່ອນ ສ່ວນ​ເຂົາ​ເອງ​ຍັງ​ນອນ​ຄ້າງ​ຄືນ​ຢູ່​ທີ່​ຄ້າຍ

ຢາ​ໂຄບ​ຕໍ່​ສູ້​ກັບ​ຊາຍ​ຜູ້​ນຶ່ງ​ທີ່​ເປ​ນີ​ເອນ

22 ໃນ​ຄືນ​ດຽວກັນ​ນັ້ນ ຢາ​ໂຄບ​ໄດ້​ຕື່ນ​ຂຶ້ນ​ພາພັ​ຣ​ຍາທັງ​ສອງ ຂ້າ​ໃຊ້​ຍິງ​ສອງ​ຄົນ ແລະ​ບຸດສິບ​ເອັດຄົນ​ຂ້າມ​ແມ່​ນ້ຳ​ຢັບໂບກ 23 ຫລັງ​ຈາກ​ສົ່ງ​ພວກ​ເຂົາ​ຂ້າມ​ຫມົດ​ແລ້ວ ຢາ​ໂຄບ​ກໍ​ຈັດ​ເອົາ​ສິ່ງ​ຂອງ​ຂ້​າມ​ໄປ​ອີກ 24 ສ່ວນ​ເຂົາເອງ​ຍັງ​ຄ້າງ​ຢູ່​ຟາກ​ນ້ຳ​ພຸ້ນ​ຄົນ​ດຽວ 25 ແລ້ວ​ມີ​ຊາຍ​ຄົນ​ນຶ່ງ​ໄດ້​ຕໍ່​ສູ້​ກັບ​ເຂົາ​ຈົນ​ຮອດ​ຮຸ່ງ​ເຊົ້າ ຂ​ນະ​ທີ່​ກຳ​ລັງ​ຕໍ່​ສູ້​ກັນ ຊາຍ​ຜູ້​ນັ້ນ​ເຫັນ​ວ່າ​ຕົນ​ຈະ​ບໍ່ຊ​ະນະຢາ​ໂຄບ ຈຶ່ງ​ຕິ​ແອວ​ຂອງ​ເຂົາ​ຈົນ​ພິກ​ໂບກ 26 ຊາຍ​ຜູ້​ນັ້ນ​ເວົ້າ​ວ່າ, “ປ່ອຍ​ໃຫ້​ເຮົາ​ໄປ​ເສັຽ ເພາະ​ຕາ​ເວັນ​ກໍ​ກຳ​ລັງ​ຈະ​ຂຶ້ນ​ແລ້ວ” ແຕ່​ຢາ​ໂຄບ​ຕອບ​ວ່າ, “ຂ້າ​ພະ​ເຈົ້າຈະ​ບໍ່​ປ່ອຍ​ທ່ານ​ໄປ ຈົ​ນ​ກວ່າ​ທ່ານ​ຈະ​ອວຍ​ພອນ​ໃຫ້​ຂ້າ​ພະ​ເຈົ້າ” 27 ຊາຍ​ຄົນ​ນັ້ນ​ຈຶ່ງ​ຖ​າມ​ວ່າ, “ເຈົ້​າ​ຊື່​ຫຍັງ?” ຢາ​ໂຄບ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ຊື່​ຢາ​ໂຄບ” ທ່ານ​ເວົ້າ​ຕື່ມອີກວ່າ, “ຊື່​ຂອງ​ເຈົ້​າ​ຈະ​ບໍ່​ແມ່ນ​ຢາ​ໂຄບ​ອີກ ເພາະ​ວ່າ​ເຈົ້າ​ໄດ້​ຕໍ່​ສູ້​ກັບ​ພ​ຣະ​ເຈົ້າ​ແລະ​ມະ​ນຸດ​ ແລະ​ໄດ້​ຊ​ະນະ ດັ່ງ​ນັ້ນ ເຈົ້າ​ຈະ​ມີ​ຊື່​ໃຫມ່​ວ່າ ອິ​ສ​ຣາ​ເອນ” 28 ຢາ​ໂຄບ​ເວົ້າ​ວ່າ, “ກະ​ຣຸ​ນາບອກ​ຊື່​ທ່ານ​ໃຫ້​ຂ້າ​ພະ​ເຈົ້າຮູ້​ແດ່” 29 ແຕ່​ທ່ານຊ້ຳ​ຕອບ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຖາມ​ຊື່​ເຮົາ?” ຄັນ​ແລ້ວ ຊາຍ​ຜູ້​ນັ້ນ​ກໍ​ອວຍ​ພອນ​ໃຫ້​ຢາ​ໂຄບ 30 ຢາ​ໂຄບ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າໄດ້​ເຫັນ​ພ​ຣະ​ເຈົ້າ​ຕໍ່​ຫນ້າ​ຕໍ່​ຕາ ແຕ່​ຂ້າ​ພະ​ເຈົ້າກໍ​ຍັງ​ບໍ່​ຕາຍ” ດັ່ງ​ນັ້ນ ເຂົາ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ​ ເປ​ນີເອນ 31 ຢາ​ໂຄບ​ອອກ​ຈາກ​ເປ​ນີ​ເອນ​ໄປ​ເມື່ອ​ຕາ​ເວັນ​ກຳ​ລັງ​ຂຶ້ນ ເຂົາຍ່າງ​ຂາ​ເຢັກ​ໄປ​ເພາະ​ເຈັບ​ແອວ 32 ດ້ວຍ​ເຫດ​ຜົນ​ດັ່ງ​ກ່າວ​ນີ້ ຊາວ​ອິ​ສ​ຣາ​ເອນ​ຈຶ່ງ​ບໍ່​ກິນ​ຊີ້ນ​ເອັນ​ທີ່​ຕໍ່​ກັບ​ແອວ ເພາະ​ວ່າ​ແມ່ນ​ຊີ້ນບ່ອນ​ທີ່​ພ​ຣະ​ເຈົ້າ​ໄດ້​ຕີ

ປະຖົມການ 33

ຢາ​ໂຄບ​ພົບ​ເອ​ຊາວ

1 ເອ​ຊາວ​ພ້ອມ​ລູກ​ນ້ອງ​ສີ່​ຮ້ອຍ​ຄົນໄດ້​ມາ​ຫາ​ຢາໂຄບ ເມື່ອ​ຢາ​ໂຄບ​ເຫັນ​ເຊັ່ນ​ນັ້ນ ເຂົາ​ຈຶ່ງ​ແບ່ງ​ເດັກ​ນ້ອຍ​ໃຫ້​ເລ​ອາ ໃຫ້​ຣາ​ເຊັນ ​ແລະ​ໃຫ້​ສາວ​ໃຊ້​ສອງ​ຄົນ 2 ເຂົາ​ໄດ້​ໃຫ້​ຄົນ​ໃຊ້​ສອງ​ຄົນ​ກັບ​ບຸດ​ຂອງ​ເຂົ​າ​ຢູ່​ຫນ້າ​ເລ​ອາ ແລະ​ບຸດ​ຂອງ​ເຂົາ​ຢູ່​ກາງ ຣາ​ເຊັນ ​ແລະ​ໂຢ​ເຊັບ​ຢູ່​ທາງ​ຫລັງ 3 ສ່ວນ​ຢາ​ໂຄບ​ເອງ​ກໍ​ອອກ​ຫນ້າ​ພວກ​ເຂົາ​ໄປ ແລ້ວ​ຂາບ​ລົງ​ເຈັດ​ເທື່ອ​ຈົນ​ເຂົ້າ​ໄປ​ຮອດ​ອ້າຍ 4 ເອ​ຊາວ​ກໍ​ແລ່ນ​ອອກ​ໄປ​ພົບ​ພ້ອມ​ທັງ​ກອດ​ແລະ​ຈູບ​ຢາ​ໂຄບ ພວກ​ເຂົາ​ທັງ​ສອງ​ພາ​ກັນ​ຮ້ອງ​ໄຫ້ 5 ເມື່ອ​ເອ​ຊາວ​ມືນ​ຕາ​ຂຶ້ນ​ເຫັນ​ຜູ້​ຍິງ ແລະ​ເດັກ​ນ້ອຍ​ເຫລົ່າ​ນັ້ນ​ຈຶ່ງ​ຖາມ​ວ່າ, “ຄົນ​ທີ່ມ​າ​ນຳ​ເຈົ້າ​ນີ້​ແມ່ນ​ໃຜ?” ຢາ​ໂຄບ​ຕອບ​ວ່າ, “ອ້າຍ​ເອີຍ, ພວກ​ນີ້​ແມ່ນ​ບຸດ​ຂອງ​ນ້ອງ​ເອງ ທີ່​ພ​ຣະ​ເຈົ້​າ​ໄດ້​ຊົງ​ໂຜດ​ປະ​ທານ​ໃຫ້” 6 ແລ້ວ​ພວກ​ເຂົາ​ກໍ​ຫຍັບ​ເຂົ້່າ​ມາ​ຂາບ​ເອ​ຊາວ​ເປັນ​ລຳ​ດັບ​ໄປຄື ສາວ​ໃຊ້​ທັງ​ສອງ​ພ້ອມ​ບຸດ 7 ຕໍ່​ມາ ເລ​ອາ​ກັ​ບ​ບຸດ ແລະ​ສຸດ​ທ້າຍ​ແມ່ນ​ຣາ​ເຊັນ​ກັບ​ໂຢ​ເຊັບ 8 ເອ​ຊາວ​ຈຶ່ງ​ຖາມ​ວ່າ, “ຄັນ​ຊັ້ນ​ຫມວດ​ທີ່​ຂ້ອ​ຍ​ພົບ​ກ່ອນ​ນັ້ນ​ເດ ແມ່ນ​ພວກ​ໃດ​ກັນ?” ຢາ​ໂຄບ​ຕອບ​ວ່າ, “ພວກ​ນັ້ນ ນ້ອງ​ໄດ້​ສົ່ງ​ມາ​ຂໍ​ຄວາມ​ເມດ​ຕາ​ຈາກ​ອ້າຍ” 9 ແຕ່​ເອ​ຊາວ​ຕອບ​ວ່າ, “ນ້ອງ​ເອີຍ ອ້າຍ​ມີ​ພຽງ​ພໍ​ແລ້ວ ຈົ່ງ​ຮັກ​ສາ​ໄວ້​ເພື່ອ​ນ້ອງ​ເສັຽ” 10 ຢາ​ໂຄບ​ເວົ້າ​ວ່າ, “ບໍ່​ແມ່ນ​ຢ່າງ​ນັ້ນ ຖ້າ​ອ້າຍ​ຫາກ​ມີ​ຄວາມ​ກະ​ຣຸ​ນາ​ຕໍ່​ນ້ອງ​ແລ້ວ ຈົ່ງ​ຮັບ​ເອົາ​ຂອງ​ຕ້ອນ​ນີ້​ເທີນ ນ້ອງ​ເຫັນ​ຫນ້າ​ຕາ​ຂອງ​ອ້າຍ ກໍ​ເຫມືອນ​ກັນ​ກັບ​ເຫັນ​ພ​ຣະ​ພັກ​ຂອງ​ພ​ຣະ​ເຈົ້າ ແລະ​ດຽວ​ນີ້​ອ້າຍ​ກໍ​ດີ​ຕໍ່​ນ້ອງ​ຫລາຍ​ແທ້ໆ 11 ຈົ່ງ​ຮັບ​ເອົາ​ຂອງ​ຕ້ອນ​ທີ່​ນ້ອງ​ເອົາ​ມາ​ນີ້​ສາ​ເທີນ ເພາະ​ພ​ຣະ​ເຈົ້​າ​ຊົງ​ໂຜດ​ກະ​ຣຸ​ນາ​ນ້ອງ ແລະ​ໄດ້​ປ​ະ​ທານ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ນ້ອງ​ຕ້ອງ​ການ” ຢາ​ໂຄບ​ວິງ​ວອນ​ຢ່າງ​ອ່ອນ​ນ້ອມ​ຈົນ​ອ້າຍຍອມ​ຮັບ​ເອົາ 12 ຕໍ່​ມາ​ເອ​ຊາວ​ເວົ້າ​ວ່າ, “ເຮົາ​ພາ​ກັນ​ອອກ​ເດີນ​ທາງ​ເທາະ ອ້າຍ​ຈະ​ນຳ​ຫນ້າ​ນ້ອງ​ໄປ” 13 ຢາ​ໂຄບ​ຈຶ່ງ​ຕອບ​ວ່າ, “ອ້າຍ​ເອີຍ, ອ້າຍ​ກໍ​ຮູ້​ວ່າ​ພວກ​ເດັກ​ນ້ອຍ​ກໍ​ຍັງ​ອ່ອນ​ແຮງ ແລະ​ນ້ອງຍັງ​ຫ່ວງ​ນຳ​ຝູງ​ສັດ ແລະ​ລູກ​ນ້ອຍ​ຂອງ​ມັນ​ທີ່​ຍັງ​ກິນ​ນົມ​ຢູ່ ຖ້າ​ພວກ​ເຮົາ​ເລັ່ງ​ຮີບ​ໄລ່​ໄປ​ໃນ​ວັນ​ດຽວ ສັດ​ເຫລົ່າ​ນີ້​ກໍ​ຈະ​ຕາຍ​ຫມົດ ຂໍ​ອ້າຍ​ຈົ່ງ​ໄປ​ກ່ອນ​ນ້ອງ​ສາ 14 ສ່ວນ​ນ້ອງ​ຈະ​ຕິດ​ຕາມ​ອ້າຍ​ໄປ​ຊ້າໆ” ແຕ່​ຈະ​ພຍາ​ຍາມ​ໄປ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ຕາມ​ຄວາມ​ສາ​ມາດ​ຂອງ​ເດັກ​ນ້ອຍ​ແລະ​ຂອງ​ສັດ​ຈົນ​ຮອດ​ເມືອງ​ ເຊ​ອີ​ຣ໌” 15 ເອ​ຊາວ​ເວົ້າ​ວ່າ, “ຄັນ​ຊັ້ນ ອ້າຍ​ຈະ​ປະ​ຄົນ​ງານ​ບາ​ງຄົນ​ໄວ້​ກັບ​ນ້ອ​ງ” ແຕ່​ຢາ​ໂຄບ​ຕອບ​ວ່າ, “ເປັນ​ຄວາ​ມກະ​ຣຸ​ນາ​ຂອງ​ອ້າຍ​ຫລາຍ​ແທ້ໆ ແຕ່​ນ້ອງ​ເຫັນ​ວ່າ​ບໍ່​ມີ​ຄວາມ​ຈຳ​ເປັນ” 16 ໃນ​ວັນ​ນັ້ນ ເອ​ຊາວ​ໄດ້​ອອກ​ເດີນ​ທ​າງ​ກັບ​ເມືອງ​ເຊ​ອີຣ໌ 17 ສ່ວນ​ຢາ​ໂຄບ​ກໍ​ເດີນ​ທາງ​ໄປ​ເຖິງ ຊຸກ​ໂກດ ແລ້ວ​ສ້າງ​ເຮືອນ​ຢູ່​ຫລັງ​ນຶ່ງ​ສຳ​ລັບ​ຄອບ​ຄົວ ແລະ​ສ້າງ​ຄອກ​ສຳ​ລັບ​ຝູງ​ສັດ ດ້ວຍ​ເຫດ​ນີ້ ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ຊຸກ​ໂກດ 18 ຢາ​ໂຄບ​ເດີນ​ທາງ​ຈາກ​ປັດ​ດານອ​າ​ຣາມໄດ້​ມາຮອດ​ເມືອງ​ເຊ​ເຄມ ​ໃນ​ປະ​ເທດ​ກາ​ນາ​ອານ​ຢ່າງ​ປອດ​ໄພ ທ່ານໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ຕໍ່​ຫນ້າ​ເມືອງ 19 ແລະ​ໄດ້​ຊື້​ທົ່ງ​ນຶ່ງ​ຣາ​ຄາ​ຮ້ອຍ​ຫລຽນ ຈາກ​ບຸດ ຊາຍ​ຂອງ​ຮາ​ໂມຣ໌ ບິ​ດາຂອງ​ເຊເຄມ 20 ຢາ​ໂຄບ​ສ້າງ​ແທ່ນບູ​ຊາ​ຂຶ້ນ​ທີ່​ນັ້ນ ແລະ​ໃສ່​ຊື່​ວ່າ ເອນອີ​ໂລ​ເຮ​ອິ​ສ​ຣາ​ເອນ

ປະຖົມການ 34

ນາງ​ດີ​ນາ​ຖືກ​ຂົ່ມ​ຂືນ

1 ນາງ​ດິ​ນາ​ບຸດ​ຕ​ຣີຢາ​ໂຄບ​ແລະ​ນາງ​ເລ​ອາ ໄດ້​ພາ​ກັນ​ອອກ​ໄປ​ຫລີ້ນນຳ​ພວກ​ຜູ້​ຍິງ​ໃນ​ເມືອງ 2 ເມື່ອ​ເຊເຄມ​ບຸດ​ຊາຍ​ຂອງ​ຮາ​ໂມຣ໌ ຊາວ​ຮິ​ວິ​ຜູ້​ເປັນ​ເຈົ້າ​ເມືອງ​ໃນ​ເມືອງ​ນີ້​ເຫັນ​ນາງ ເຂົາຈຶ່ງ​ຈັບ​ເອົາ​ນາງ​ໄປ​ຂົ່ມ​ຂືນ 3 ເຊ​ເຄມໄດ້​ກະ​ທຳ​ດ້ວຍ​ຄວາມ​ຮັກ ເຂົາ​ພຍາ​ຍາມ​ອີ່ນ​ອອຍ​ແລະ​ປະ​ເລົ້າ​ປະ​ໂລມ​ນາງ 4 ຕໍ່​ມາ ເຂົາ​ຈຶ່ງ​ເວົ້າ​ກັບ​ບິ​ດາວ່າ, “ຈົ່ງ​ໄປ​ຂໍ​ຍິງ​ນີ້​ໄຫ້​ເປັນ​ພັ​ຣ​ຍາຂ້ານ້ອຍເຖີດ” 5 ຢາ​ໂຄບ​ຮູ້​ວ່າ ບຸດ​ຕ​ຣີ​ຂອງ​ຕົນ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ທ່ານ​ເລີຍ​ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ ເພາະ​ບຸດຊາຍ​ຂອງ​ທ່ານ​ທຸກ​ຄົນ​ກໍ​ໄດ້​ອອກ​ໄປ​ລ້ຽງ​ສັດ​ທີ່​ທົ່ງ​ນາ​ 6 ສະ​ນັ້ນ ທ່ານ​ຈຶ່ງ​ລໍ​ຖ້າ​ໃຫ້​ເຂົາ​ກັບ​ມາ​ກ່ອນ ຮາ​ໂມຣ໌ບິ​ດາ​ຂອງ​ເຊເຄມ​ໄດ້​ໄປ​ປຶ​ກສາ​ຫາ​ລື​ກັນ​ກັບ​ຢາ​ໂຄບ 7 ເປັນ​ເວ​ລາ​ພໍ​ດີ​ກັບພວກ​ລູກຊາຍ​ຂອງ​ຢາ​ໂຄບ​ກັບ​ມາ​ແຕ່​ທົ່ງ​ນາ ເມື່ອ​ພວກ​ເຂົາ​ໄດ້​ຮູ້​ວ່າ​ເຊເຄມ​ໄດ້​ຂົ່​ມ​ຂືນ​ດິ​ນາ ພວກ​ເຂົາ​ກໍ​ຄຽດ​ແຄ້ນ​ແລະ​ທຸກ​ໃຈ​ຫລາຍ​ທີ່​ເຂົາໄດ້​ທຳໃນ​ສີ່ງ​ທີ່​ບໍ່​ສົມ​ຄວນ ໂດຍ​ໃຫ້​ພວກ​ອິ​ສ​ຣາ​ເອນ​ໄດ້​ຮັບ​ຄວາມ​ຫມີ່ນ​ປະ​ຫມາດນີນ​ທາ ແລະ​ອັບ​ອາຍ​ຂາຍ​ຫນ້າ 8 ແຕ່​ຮາ​ໂມ​ຣ໌ໄດ້ເວົ້າ​ຕໍ່​ເຂົາ​ວ່າ, “ເຊເຄມບຸດ​ຊາຍ​ຂອງ​ຂ້ອຍ​ໄດ້​ຫລົງ​ຮັກ​ລູກ​ສາວ​ຂອງ​ເຈົ້າ ຂໍ​ໃຫ້​ພວກ​ເຂົາ​ໄດ້​ແຕ່ງ​ງານ​ກັນ​ສາ 9 ຂໍ​ພວກ​ເຮົ​າ​ຈົ່ງ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ ໂດຍ​ໃຫ້​ບຸດ​ຂອງ​ພວກ​ເຮົາ​ໄດ້​ແຕ່ງ​ງານ​ກັນ ຄື​ບຸດຊາຍ​ຂອງ​ຂ້ອຍ​ຈະ​ແຕ່ງ​ງານ​ກັບບຸດ​ຕ​ຣີຂອງ​ເຈົ້າ ແລະ​ບຸດ​ຊາຍ​ຂອງ​ເຈົ້າ​ຈະ​ແຕ່ງ​ງານ​ກັບ​ບຸດ​ຕ​ຣີຂອງ​ຂ້ອຍ​ກໍ​ໄດ້ 10 ຕໍ່​ໄປ ເຮົາ​ກໍ​ຈະ​ຢູ່​ໃນ​ດິນ​ແດນ​ນີ້​ນຳ​ກັນ ເຈົ້າ​ຈະ​ຢູ່ບ​ອ່ນ​ໃດ​ກໍ​ໄດ້ ເຈົ້າ​ຈະ​ຄ້າ​ຂ​າຍ​ແລະ​ມີ​ດິນ​ເປັນ​ຂອງ​ພວກ​ເຈົ້າ​ໄດ້​ຕາມ​ໃຈ​ມັກ” 11 ຄັນ​ແລ້ວ ເຊເຄມ​ຈຶ່ງ​ເວົ້າ​ຕໍ່ບິ​ດາ​ແລະ​ອ້າຍ​ນ້ອງ​ຂອງ​ດີ​ນາ​ວ່າ, “ຈົ່ງ​ໃຫ້​ຄວາມ​ກະ​ຣຸ​ນາ​ຕໍ່​ຂ້ອຍ​ເທີນ ແລະ​ຂ້ອຍ​ຈະ​ໃຫ້​ທຸກ​ຢ່າງ​ທີ່​ເຈົ້າ​ຕ້ອງ​ການ ຈົ່ງບອກ​ຂ້ອຍ​ມາ​ສິ່ງ​ທີ່​ເຈົ້າ​ຕ້ອງ​ການ 12 ຈະ​ແມ່ນ​ຂອງ​ຂວັນ​ແລະ​ເງິນ​ຄຳ​ສິນ​ສອດ​ຫລາຍ​ເທົ່າ​ໃດ​ກໍ​ໄດ້​ຕາມ​ທີ່​ເຈົ້າ​ຕ້ອງ​ການ ຂ້ອຍ​ຈະ​ໃຫ້​ທຸກ​ສິ່ງ​ທີ່​ເຈົ້​າ​ຂໍ​ມາ ຂໍ​ພຽງ​ແຕ່​ໃຫ້​ຂ້ອຍ​ໄດ້​ແຕ່ງ​ງານ​ກັບ​ນາງ​ເທົ່າ​ນັ້ນ 13 ບຸດ​ຊາຍ​ຢາ​ໂຄບ​ຕອບ​ເຊເຄມ ແລະ​ຮາ​ໂມ​ຣ໌ໃນ​ທຳ​ນອງ​ຫລອກ​ລວງ ເພາະ​ເຊເຄມ​ໄດ້​ເຮັດ​ໃຫ້​ນ້ອງ​ສາວ​ຂອງ​ພວກ​ເຂົາ​ອັບ​ອາຍ​ຂາຍ​ຫນ້າ 14 ພວກ​ເຂົາ​ເວົ້າ​ວ່າ, “ພວກ​ເຮົາ​ບໍ່​ຍອມ​ໃຫ້​ນາງ​ດິ​ນາ​ແຕ່ງງານ​ກັບ​ຜູ້ຊາຍ​ທີ່​ບໍ່​ໄດ້​ຮັບ​ພິ​ທີ​ຕັດ ເພາະ​ວ່າ​ມັນ​ເປັນ​ການ​ເສັຽກຽດ​ຕິ​ຍົດ​ສຳ​ລັບ​ພວກ​ເຮົາ 15 ມີ​ເງື່ອນ​ໃຂ​ດຽວ​ເທົ່າ​ນັ້ນ​ທີ່​ພວກ​ເຮົາ​ຈະ​ລົງ​ລອຍ​ກັນ​ໄດ້​ຄື ພວກ​ເຈົ້າ​ຕ້ອງ​ເປັນ​ເຫມືອນ​ພວກ​ເຮົາ​ຄື ຜູ້​ຊາຍ​ທຸກໆ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ພິ​ທີ​ຕັດ 16 ແລ້ວ​ພວກ​ເຮົາ​ກໍ​ຈະ​ຍອມ​ໃຫ້​ພວກ​ເຈົ້າ​ແຕ່ງ​ງານ​ກັບບຸດ​ຕ​ຣີ​ພວກ​ເຮົາ ແລະ​ພວກ​ເຮົາ​ກໍ​ຈະ​ແຕ່ງ​ງານ​ກັບ​ບຸດ​ຕ​ຣີ​ຂອງ​ພ​ວະ​ເຈົ້າ​ໄດ້ ແລ້ວ​ພວກ​ເຮົາ​ຈະ​ຢູ່​ຮ່ວມກັນ ແລະ​ເປັນ​ປ​ະ​ຊາ​ຊົນ​ອັນ​ນຶ່ງ​ອັນ​ດຽວ​ກັນ 17 ແຕ່​ຖ້າ​ຫາກວ່າ​ເຈົ້າ​ບໍ່​ຍິນຍອມ​ຮັບ​ຂໍ້​ສ​ເນີ​ຂອງ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ເອົ​າ​ນາງ​ຄືນ​ມາ ແລະ​ອອກ​ຫນີ​ຈາກ​ປະ​ເທດ​ນີ້​ໄປ” 18 ຮາ​ໂມ​ຣ໌ກັບ​ບຸດ​ຊາຍ​ເຫັນ​ວ່າ​ເງື່ອນ​ໄຂ​ນັ້ນ​ເປັນ​ທີ່​ພໍ​ໃຈ​ແລ້ວ 19 ດັ່ງ​ນັ້ນ ເຊເຄມ​ຈຶ່ງ​ຮັບ​ເອົາ​ຕາມ​ຂໍ້​ທີ່​ສ​ເນິ​ມາ ກໍ​ຍ້ອນ​ວ່າ​ເຂົາ​ຮັກ​ນາງ​ດິ​ນາ​ຫລາຍ ເຊເຄມ​ເປັນ​ຄົນ​ທີ່​ຫນ້າ​ນັບ​ຖື​ຫລາຍ​ໃນ​ຄອບ​ຄົວ​ຂອງ​ເຂົາ 20 ຮາ​ໂມຣ໌​ກັ​ບ​ເຊເຄມ​ບຸດ​ຊາຍ​ຂອງທ່ານ​ໄດ້​ພາ​ກັນ​ໄປ​ບ່ອນ​ປະ​ຊຸມທີ່​ປະ​ຕູ​ເມືອງ ແລະ​ເວົ້າ​ກັບ​ຊາວ​ເມືອງວ່າ, 21 “ຄົນ​ພວກ​ນີ້​ເປັນ​ມິດ​ກັນ​ກັບ​ພວກ​ເຮົາ ຈົ່ງ​ໃຫ້​ເຂົາ​ອາ​ໄສ​ຢູ່​ໃນ​ປະ​ເທດ​ນີ້​ແລະ​ໂຍກ​ຍ້າຍ​ໄປ​ມາ​ຕາມ​ໃຈ​ມັກ ດິນ​ແດນ​ກໍ​ຍັງ​ກວ້າງ​ຂວາງ​ຢູ່ສຳ​ລັບ​ເຂົາ ຈົ່ງ​ໃຫ້​ບຸດ​ຊາຍ​ກັບ​ບຸດ​ຕ​ຣີ​ຂອງ​ພວກ​ເຮົາ ແລະ​ຂອງ​ພວກ​ເຂົາ​ໄດ້​ແຕ່ງ​ງານ​ກັນ 22 ພວກ​ເຂົາ​ຈະ​ຍິນຍອມ​ຢູ່​ນຳ​ພວກ​ເຮົ​າ ແລະ​ເປັນ​ປະ​ຊາ​ຊົນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ກັບ​ພວກ​ເຮົາ ແຕ່​ມີ​ພຽງ​ເງື່ອນໄຂ​ດຽວ​ເທົ່ານັ້ນ​ທີ່​ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ ຄື​ໃຫ້​ຜູ້​ຊາຍ​ທຸກໆ​ຄົນ​ຂອງ​ພວກ​ເຮົາ​ຈົ່ງ​ຮັບ​ພິ​ທີ​ຕັດ​ເຫມືອນ​ດັ່ງ​ພວກ​ເຂົາ 23 ຍັງ​ບໍ່​ແລ້ວ​ເທົ່າ​ນັ້ນ​ສັດ​ທັງ​ຫລາຍ​ພ້ອມ​ທັງ​ສິ່ງ​ຂອງ​ທັງ​ຫມົດ​ກໍ​ຈະ​ເປັນ​ຂອງ​ພວກ​ເຮົ​າ ດັ່ງ​ນັ້ນ ຈົ່ງ​ຍອມ​ຮັບ​ເອົາ​ເງື່ອນ​ໄຂ​ຂອງ​ເຂົາ ແລ້ວ​ໃຫ້​ພວກ​ເຂົາ​ຢູ່​ນຳ​ພວກ​ເຮົາ​ສາ” 24 ປະ​ຊາ​ຊົນ​ທຸກໆ​ຄົນ​ໃນ​ເມືອງ​ກໍ​ເຫັນ​ດີ ແລະ​ຍອມ​ປະ​ຕິ​ບັດ​ຕາມ​ຄໍາ​ທີ່​ຮາໂມຣ໌​ກັບ​ເຊເຄມ​ໄດ້​ສ​ເນີ​ມາ ແລະ​ຜູ້​ຊາຍ​ທຸກໆ​ຄົນ​ກໍ​ເຂົ້າ​ຮັບ​ພິ​ທີ​ຕັດ​ຫມົດ 25 ສາມ​ວັນຕໍ່​ມາ ໃນ​ເວ​ລາ​ທີ່​ພວກ​ຜູ້​ຊາຍ​ຍັງ​ເຈັບ​ປ່ວຍ​ຢູ່ນັ້ນ ເນື່ອງ​ມາ​ຈາກ​ການ​ຮັບ​ພິ​ທີ​ຕັດ ຊີ​ເມ​ໂອນ​ແລະ​ເລ​ວິ ຊຶ່ງ​ເປັນ​ອ້າຍ​ຂອງ​ນາງ​ດີ​ນາ​ແລະ​ເປັນ​ບຸດ​ຂອງ​ຢາ​ໂຄບ​ໄດ້​ຖື​ດາບເຂົ້າ​ໄປ​ໃນ​ເມືອ​ງຢ່າງ​ບໍ່​ມີ​ໃຜ​ສົງ​ໄສ ແລ້ວ​ຂ້າ​ຜູ້​ຊາຍທຸກໆ​ຄົນ​ໃນ​ເມືອງ​ນັ້ນ 26 ເຂົາ​ຂ້າ​ຮາ​ໂມຣ໌​ແລະ​ເຊ​ເຄມ ແລ້ວ​ພາ​ນາງ​ດິ​ນາ​ຫນີ​ອອກ​ຈາກ​ເຮືອນ​ຂອງ​ເຊເຄມ​ມາ 27 ຍ້ອນ​ນ້ອງ​ສາວ​ເຂົາ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ ລູກຊາຍ​ຄົນ​ອື່ນ​ອີກ​ຂອງ​ຢາ​ໂຄບ​ຈຶ່ງ​ໄດ້​ຕໍ່​ສູ້​ກັນ​ກັບ​ຜູ້ບາດ​ເຈັບແລ້ວ ​ເອົ​າ​ສິ່ງ​ຂອງ​ທີ່​ມີ​ຄ່າ​ທີ່​ມີ​ໃນ​ເມືອງ​ນັ້ນ​ໄປ 28 ພວກ​ເຂົາ​ໄດ້​ເອົາ​ຝູງ​ສັດ​ຄື​ງົວ​ຄວາຍ ລໍ​ພ້ອມ​ສິ່ງ​ຂອງ​ໃນ​ເມືອງ​ ແລະ​ໃນ​ທົ່ງ​ນ​າ​ໄປ​ຫມົດ 29 ຍຶດ​ເອົາ​ສິ່ງ​ຂອງ​ທີ່​ມີ​ຄ່າ​ທັງ​ຫມົດ ຈັບ​ເອົາ​ບຸດ​ພັ​ຣ​ຍາ​ຂອງ​ຄົນ​ເຫລົ່າ​ນັ້ນ ​ແລະ​ຂົນ​ເອົາ​ທຸກ​ສິ່ງ​ໃນ​ເຮືອນ​ໄປ​ຫມົດ 30 ຢາ​ໂຄບ​ຈິ່ງ​ເວົ້າ​ກັບ​ຊີ​ເມ​ໂອນ​ແລະ​ເລ​ວີ​ວ່າ, “ຫມູ່​ເຈົ້າ​ໄດ້​ກໍ່​ເຣື່ອງວຸ້ນ​ວາຍ​ໃຫ້​ຂ້ອຍ ບັດ​ນີ້ ປະ​ຊາ​ຊົນ​ທຸກ​ຄົນ​ໃນ​ປະ​ເທດ​ນີ້​ຄື ຊາວ​ກາ​ນາອານ ຊາວ​ເປ​ຣີ​ສ​ຊີ ຕ້ອງ​ຊັງ​ຫນັງ​ຫນ້າ​ຂ້ອຍ ຖ້າ​ພວກ​ປະ​ຊ​າ​ຊົນເຫ​ລົ່​າ​ນັ້ນ​ພ້ອມ​ໃຈ​ກັນ​ມາ​ໂຈມຕີ ຂ້ອຍ​ກັບ​ຄອບ​ຄົວ​ກໍ​ຈະ​ຖືກ​ຂ້າ​ຖິ້ມ ເພາະ​ວ່າ​ຂ້ອຍ​ມີ​ຄົນ​ບໍ່​ຫລາຍ” 31 ແຕ່​ພວກ​ເຂົາ​ຕອບ​ວ່າ, “ເຮົາ​ບໍ່​ຍອມ​ໃຫ້​ເຂົາ​ທຳ​ກັບ​ນ້ອງ​ສາວ​ເຮົາ​ເຫມືອນ​ດັ່ງ​ຍິງ​ຊົ່ວ”

ປະຖົມການ 35

ພ​ຣະ​ເຈົ້າ​ອວຍ​ພອນ​ຢາ​ໂຄບ​ທີ່​ເບັດ​ເອນ

1 ພ​ຣະ​ເຈົ້າ​ຊົງ​ກ່າວ​ຕໍ່​ຢາ​ໂຄບ​ວ່າ, “ຮີບ​ຕຽມ​ຕົວ​ແລ້ວ​ອອກ​ໄປ​ອາ​ໄສ​ຢູ່​ເບັດ​ເອນ ໃນ​ທີ່​ນັ້ນ ຈົ່ງ​ສ້າງ​ແທ່ນ​ບູ​ຊາ​ພ​ຣະ​ເຈົ້າ​ຜູ້​ປາ​ກົດ​ຕໍ່​ເຈົ້າ ເມື່ອ​ເຈົ້​າ​ກຳ​ລັງ​ປົບ​ຫນີ​ຈາກ​ເອ​ຊາວ​ອ້າຍ​ຂອງ​ເຈົ້າ” 2 ດັ່ງ​ນັ້ນ ຢາ​ໂຄບ​ຈຶ່ງບອກ​ກັບ​ຄອບ​ຄົວ​ຂອງ​ຕົນ ແລະ​ທຸກ​ຄົນ​ທີ່​ອາ​ໄສ​ຢູ່​ນຳ​ວ່າ, “ຈົ່ງ​ປະ​ຖິ້ມ​ຮູບ​ພ​ຣະທັງ​ຫລາຍ​ທີ່​ມີ​ຢູ່ ພ້ອມ​ທັງ​ຊຳ​ຮະ​ກາຍ​ໃຈ​ໃຫ້​ສະ​ອາດ​ຜ່ອງ​ໃສ ແລະ​ນຸ່ງ​ເຄື່ອງ​ອັນ​ຈົບ​ງາມ 3 ພວກ​ເຮົາ​ຈະ​ຫນີ​ໄປ​ຢູ່​ເບັດ​ເອນໃນ​ບ່ອນນັ້ນ ຂ້ອຍ​ຈະ​ສ້າງ​ແທ່ນ​ສຳ​ລັບ​ຖວາຍ​ບູ​ຊາ​ພ​ຣະ​ເຈົ້າ​ອົງ​ຊົງ​ໄດ້​ສະ​ຖິດຢູ່ນຳ​ຂ້ອຍ ໃນ​ທຸກໆ​ບ່ອນ​ທີ່​ຂ້ອ​ຍໄປ ແລະ​ຊົງ​ໄດ້​ຊົດ​ຊ່ອຍ​ຂ້ອຍ​ເວ​ລາ​ທຸກ​ຍາກ​ລຳ​ບາກ” 4 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ເອົາ​ຮູບ​ພ​ຣະ​ທີ່​ເຂົາ​ມີ​ຢູ່ ແລະ​ຕຸ້ມ​ຫູ​ທີ່​ເຂົາ​ໃສ່​ມອບ​ໃຫ້​ຢາ​ໂຄບ ທ່ານ​​ຈຶ່ງ​ເອົາ​ເຄື່ອງ​ເຫລົ່​າ​ນີ້​ໄປ​ຝັງ​ໄວ້​ໃຕ້​ຕົ້ນ​ຫມາກ​ກໍ່​ໃກ້ໆ​ເມືອງ​ເຊເຄມ 5 ເມື່ອ​ຢາ​ໂຄ​ບ​ພ້ອ​ມທັງ​ບຸດຊາຍ​ຂອງ​ຕົນ​ກຳ​ລັງ​ອອກ​ເດີນ​ທາງ ຄົນ​ທີ່​ຢູ່​ໃນ​ເມືອງ​ໃກ້ຄຽງ​ກໍ​ເກີດ​ມີ​ຄວາມ​ຢ້ານ​ຢ່າງ​ໃຫຍ່ ຈົນ​ບໍ່​ສາ​ມາດ​ໄລ່​ຕິດ​ຕາມພວກ​ເຂົາ​ໄປ 6 ຢາ​ໂຄ​ບ​ພ້ອມ​ປະ​ຊາ​ຊົນ​ທຸກ​ຄົນ​ໄດ້​ມາ​ຮອດ​ເມືອງ​ລູ​ຊ (ຫລື​ເບັດ​ເອນ) ທີ່​ປະ​ເທດ​ກາ​ນາ​ອານ 7 ໃນ​ທີ່​ນັ້ນ ທ່ານໄດ້​ສ້າງ​ແທ່ນ​ສຳ​ລັບ​ຖວາຍ​ບູ​ຊາ​ແລ້ວ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ເບັດ​ເອນ ກໍ​ເພາະ​ວ່າ​ພ​ຣະ​ເຈົ້າ​ໄດ້​ຊົງ​ປາ​ກົດ​ແກ່ຢາ​ໂຄບ​​ ເມື່ອ​ຄາວ​ປົບ​ຫນີ​ຈາກ​ອ້າຍ​ຂອງ​ທ່ານ 8 ຄັນ​ຕໍ່​ມາ ນາງ​ເດ​ໂບ​ຣາ​ແມ່​ນົມ​ຂອງ​ນາງ​ເຣ​ເບ​ກາ​ກໍ​ເຖິງ​ແກ່​ກຳ ເຂົາ​ເອົາ​ສົບ​ຂອງ​ນາງ​ຝັງໄວ້​ໃຕ້​ຕົ້ນ​ຫມາກ​ກໍ່​ທາງ​ທິດ​ໃຕ້​ຂອງ​ເມືອງ​ເບັດ​ເອນ ເຂົາ​ຈຶ່ງ​ໃສ່​ຊື່​ກົກ​ໄມ້​ນັ້ນ​ວ່າ ອັນໂລນບາ​ຄູທ ຕົ້ນ​ຫມາກ​ກໍ່​ແຫ່ງ​ການ​ຮ້ອງ​ໄຫ້ 9 ເມື່ອ​ຢາ​ໂຄບ​ກັບ​ຈາກ​ປັດ​ດ​ານ​ອາ​ຣາມ ພ​ຣະ​ເຈົ້​າ​ໄດ້​ຊົງ​ປາ​ກົດ​ຕໍ່​ທ່ານອີກ ແລ​ະ​ຊົງອວຍ​ພອນ​ໃຫ້​ທ່ານ​ວ່າ, 10 “ຕໍ່​ໄປ​ນີ້ ຊື່​ຂອງ​ເຈົ້າ​ຈະ​ບໍ່​ແມ່ນ​ຢາ​ໂຄບ​ອີກ ຊື່​ຂອງ​ເຈົ້​າ​ຈະ​ແມ່ນ​ອິ​ສ​ຣາ​ເອນ” ດັ່ງ​ນັ້ນ ທ່ານຈຶ່ງ​ມີ​ຊື່​ວ່າ ອິ​ສ​ຣາ​ເອນ​ 11 ແລ້ວ​ພ​ຣະ​ເຈົ້າ​ຊົງ​ກ່າວ​ຕໍ່​ໄປ​ວ່າ, “ເຮົາ​ແມ່ນ​ພ​ຣະ​ຜູ້​ເປັນ​ເຈົ້າ​ຜູ້​ມີຣິດອຳ​ນ​າດ​ຍິ່ງ​ໃຫຍ່ ເຈົ້າ​ຈະ​ມີ​ເຊື້ອ​ສາຍ​ມາກ​ມາຍ​ຈົນ​ກາຍ​ເປັນ​ຫລາຍ​ຊົນ​ຊາດ ແລະ​ຍັງ​ມີ​ບາງ​ຄົນ​ອີກ​ໃນ​ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ເປັນ​ກະ​ສັດ 12 ເຮົາ​ຈະ​ເອົາ​ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ອັບ​ຣາ​ຮາມ ​ແລະ​ອີ​ຊາກ​ນັ້ນ​ໃຫ້​ເຈົ້າ ແລະ​ເຊື້ອ​ສາຍ​ຂອງ​ເຈົ້າ​ສືບ​ຕໍ່​ໄປ” 13 ຄັນ​ແລ້ວ ພ​ຣະ​ເຈົ້າ​ກໍ​ສະ​ເດັດ​ຈາກ​ບ່ອນ​ທີ່​​ພະ​ອົງ​ຊົງ​ກ່າວ​ຕໍ່​ທ່ານ​ຄືນ​ສູ່​ສວັນ 14 ຢາ​ໂຄບ​ຈຶ່ງຝັງ​ເສົາ​ຫີນ​ເປັນ​ອະ​ນຸ​ສອນ​ໄວ້​ທີ່​ນັ້ນ ທ່ານໄດ້​ຖອກ​ເຄື່ອງດື່ມ​ຖວາຍ​ບູ​ຊາ​ໃສ່​ເທິງ​ເສົາ​ຫີນ ແລະ​ແລ້ວ​ກໍ​ເອົາ​ນ້ຳ​ມັນ​ທີ່​ມີ​ກິ່ນ​ຫອມ​ຖ​ອກ​ໃສ່​ອີກ 15 ຢ​າ​ໂຄບ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ເບັດ​ເອນ

ນ​າງ​ຣາ​ເຊັນ​ເສັຽ​ຊີ​ວິດ

16 ພວກ​ເຂົາ​ພາ​ກັນ​ອອກ​ຈາກ​ເບັດ​ເອນ​ໄປ ເມື່ອ​ເດີນ​ທາງ​ໄປ​ໃກ້​ຈະ​ຮອດ​ເອ​ຟ​ຣັ​ທ​ແລ້ວ ນາງ​ຣາ​ເຊັນ​ກໍ​ເຈັບ​ທ້ອງ​ຈະ​ຄອດ​ບຸດ ເທື່ອ​ນີ້​ນາງ​ຄອດ​ບຸດລຳ​ບາກ​ຫລາຍ 17 ເມື່ອ​ນາງ​ເບັ່ງ​ບຸດ​ເມື່ອ​ໃດ ນາງ​ຜະ​ດຸງ​ຄັນ​ກໍ​ເວົ້າ​ກັບ​ນາງວ່າ, “ບໍ່​ຕ້ອງ​ຢ້ານ ເຈົ້າ​ຈະ​ໄດ້​ບຸດຜູ້​ຊາຍ​ອີກ” 18 ນາງ​ສິ້ນ​ໃຈ​ຕາຍ ຫລັງ​ຈາ​ກຄອດ​ບຸດ​ແລ້ວ ແຕ່​ກ່ອນ​ສິ້ນ​ໃຈ​ຕາຍ​ນາງ​ໃສ່​ຊື່ບຸດວ່າ ເບັນ​ໂອ​ນີ ແຕ່​ຢາ​ໂຄບ​ໃສ່​ຊື່​ໃຫ້​ໃຫມ່​ວ່າ ເບັນ​ຢາ​ມິນ 19 ຢາ​ໂຄບ​ໄດ້​ເອົາ​ສົບ​ນາງ​ຣາ​ເຊັນ​ໄປ​ຝັງ​ໄວ້​ໃກ້​ແຄມ​ທາງ​ໄປ​ເມື​ອງ​ເອ​ຟ​ຣັ​ທ (ປັດ​ຈຸ​ບັນ​ແມ່ນ​ເມືອງ​ເບັດ​ເລ​ເຮັມ) 20 ຄັນ​ແລ້ວ ທ່ານໄດ້​ຝັງ​ເສົາ​ຫີນ​ເທິງ​ຫລຸມ​ຝົງ​ສົ​ບ​ເປັນ​ອະ​ນຸ​ສອນ ແລະ​ເສົາ​ນັ້ນ​ໄດ້​ເອີ້ນ​ວ່າ “ເສົາ​ນາງ​ຣາ​ເຊັນ” ມາ​ເທົ່າ​ທຸກ​ວັນ​ນີ້ 21 ຕໍ່​ມາ ອິ​ສ​ຣາ​ເອນ​ໄດ້​ຍ້າຍ​ໄປ​ຕັ້ງ​ຄ້າຍພັກ​ອາ​ໄສຢູ່​ທາງ​ຟາກ​ຫໍ​ຄອຍເອ​ເດີເບື້​ອງ​ນັ້ນ

ບັນ​ດາບຸດ​ຂອງ​ຢາ​ໂຄບ

22 ເມື່ອ​ອິ​ສ​ຣາ​ເອນ​ໄດ້​ອາ​ໄສ​ຢູ່​ໃນ​ປະ​ເທດ​ນັ້ນ ຣູ​ເບນ​ໄດ້​ລັກ​ນອນນຳ​ນາງ​ບີນ​ຮາ​ພັ​ຣ​ຍານ້ອຍ​ຂອ​ງ​ບິ​ດາ ​ອິ​ສ​ຣາ​ເອນ​ຜູ້​ເປັນ​ບິ​ດາ​ກໍຮູ້​ເຣື່ອງ​ນີ້​ ຝ່າຍ​ບຸດ​ຊາຍ​ຂອງ​ຢາ​ໂຄບ​ມີ​ສິບ​ສອ​ງຄົນ 23 ບຸດຊາຍ​ທີ່​ເກີດ​ຈາກ​ນາງ​ເລອາ​ຄື ຣູ​ເບນ​ບຸດຊາຍ​ກົກ ຊີ​ເມ​ໂອນ ເລ​ວິ ຢູ​ດາ ອິ​ສຊາ​ຄາ ແລະ​ເຊ​ບູ​ລູນ 24 ບຸດ​ຊາຍ​ທີ່​ເກີດ​ຈາກ​ນາງ​ຣາ​ເຊັນ​ຄື ໂຢ​ເຊັບ ແລະ​ເບັນ​ຢາ​ມິນ 25 ບຸດ​ຊາຍ​ທີ່​ເກີດ​ຈາກ​ນາງ​ບີນ​ຮາ​ສາວ​ໃຊ້​ນາງ​ຣາ​ເຊັນ​ຄື ດານ ແລະ​ເນັຟທາ​ລີ 26 ບຸດຊາຍ​ທີ່​ເກີດ​ຈາກ​ນາງ​ຊີ​ນ​ປາ​ສາວ​ໃຊ້​ນາງ​ເລ​ອາ​ຄື ກາດ ແລະ​ອາ​ເຊີ ຄົນ​ເຫລົ່າ​ນີ້​ແມ່ນ​ບຸດຊາຍ​ຂອງ​ຢາ​ໂຄບ​ທີ່​ເກີດ​ຢູ່​ເມ​ໂຊ​ໂປ​ຕາ​ເມັຽ

ອີ​ຊາກ​ເຖິງ​ແກ່​ກຳ

27 ຢາ​ໂຄບ​ໄດ້​ກັບ​ຄືນ​ມາ​ຫາ​ອິ​ຊາກ​ບິ​ດາຂອງ​ຕົນ​ທີ່​ມັມ​ເຣ (ມີ​ຊື່​ວ່າ ກີ​ຣິ​ອາດ-​​ອາ​ຣ໌​ບາ ຫລື​ເຮ​ໂບຣນ) ບ່ອນ​ທີ່​ອັບ​ຣາ​ຮາມ​ ແລະ​ອິ​ຊາກ​ໄດ້​ເຄີຍ​ອາ​ໄສຢູ່ 28 ອີ​ຊາກ​ໄດ້​ເຖິງ​ແກ່​ກຳ​ໄປ​ຢູ່​ນຳ​ພີ່​ນ້ອງ​ຂອງ​ທ່ານ​ ເມື່ອ​ອາ​ຍຸ​ໄດ້​ຮ້ອຍ​ແປ​ດສິບ​ປີ 29 ຢາ​ໂຄບ ແລ​ະ​ເອ​ຊາວບຸດ​ຊາຍ​ຂອງ​ທ່ານ​ເອງ​ເປັນ​ຜູ້​ຝັງ​ສົບ

ປະຖົມການ 36

ເຊື້ອ​ສາຍ​ຂອງເອ​ຊາວ

1 ເຊື້ອ​ສາຍ​ຂອງ​ເອ​ຊາວ (ຫລື​ເອ​ໂດມ) ມີ​ດັ່ງ​ນີ້, 2 ເອ​ຊາວ​ມີ​ພັ​ຣ​ຍາຊາວ​ກາ​ນາ​ອານ​ສາມ​ຄົນຄື ນາງອາ​ດາ​ບຸດ​ຕ​ຣີ​ຂອງ​ເອ​ໂລນ​ຊາວ​ຮິດ​ຕີ ນາງໂອ​ໂຮ​ລີ​ບາ​ມາ​ບຸດຕ​ຣີຂອງ​ອາ​ນາ ແລະ​ຫລານ​ຂອງ​ຊີ​ເບ​ໂອນ​ຊາວ​ຮີ​ວີ 3 ແລະນາງ​​ບາ​ເຊ​ມັ​ທ ບຸດ​ຕ​ຣີ​ຂອງ​ອິ​ຊ​ມາ​ເອນ ນ້ອງ​ສາວ​ຂອງ​​ເນ​ບາໂຢດ 4 ນາງອ​າ​ດາ​ມີ​ບຸດ​ຊາຍ​ກັບ​ເອ​ຊາວ​​ຊື່ ​ເອ​ລິ​ຟັສ ນາງບາ​ເຊ​ມາດ​ມີ​ບຸດ​ຊາຍຊື່ ຣູເອນ 5 ແລະ​ນາງໂອ​ໂຮ​ລິ​ບາ​ມາ​ມີ​ບຸດ​ຊາຍ​ຊື່ ເຢ​ອຸສ ຢາ​ລາມ ​ແລ​ະ​ໂກ​ຣາ ພວກ​ເຂົາ​ທັງ​ຫມົດ​ເປັນ​ບຸດ​ຊາຍ​ຂອງ​ເອ​ຊາວ ທີ່​ເກີດ​ເວ​ລາທ່ານ​ໄປ​ອາ​ໄສຢູ່​ໃນ​ປະ​ເທດ​ກາ​ນາອານ 6 ​ຕໍ່​ມາ ເອ​ຊາວ​ໄດ້​ພາ​ພັ​ຣ​ຍາ ບຸດຊາຍ​ຍິງ ​ແລະ​ຫມົດ​ທຸກ​ຄົນ​ຢູ່​ໃນ​ເຮືອນ​ຂອງ​ຕົນ ພ້ອ​ມທັງ​ສັດ​ແລະ​ທຸກ​ສິ່ງ​ທີ່​ມີຢູ່ໃນ​ປະ​ເທດ​ກາ​ນາ​ອານ​ຫນີ​ຈາກ​ຢາ​ໂຄບ​ນ້ອງ​ຊາຍ​​ໄປ​ຍັງ​ປະ​ເທດ​ອື່ນ 7 ​ເພາະ​ຊັບ​ສົມ​ບັດ​ຂອງ​ທັງ​ສອງ​ມີ​ຫລາຍ ​ດິນ​ແດນ​ທີ່​​ເຂົາອາ​ໄສຢູ່​ນັ້ນ​ບໍ່​ພຽງ​ພໍໃຫ້​ເຂົາລ້ຽງຝູງ​ສັດ​​ ແລະ​ບໍ່​ສາ​ມາດ​ຢູ່​ນຳ​ກັນ​ໄດ້ 8 ສະ​ນັ້ນ ເອ​ຊາວຈຶ່ງ​ໄປ​ອາ​ໄສຢູ່​ພູ​ນ້ອຍ​ຂອງ​ປະ​ເທດ​ເຊ​ອີຣ໌ ເອ​ຊາວ ​ຄື​ເອ​ໂດມ 9 ຕໍ່​ໄປ ແມ່ນ​ເຊື້ອ​ສາຍ​ຂອງ​ເອ​ຊາວ​ຜູ້​ຊຶ່ງ​ໃຫ້​ກຳ​ເນີດ​ຕະ​ກູນ​ເອ​ໂດມ​ທີ່​ອາ​ໄສຢູ່​ເທິງ​ພູ​ນ້ອຍ​ເຊ​ອີຣ໌ 10 ບຸດ​ຊາຍ​ທັງ​ຫລາຍ​ຂອງ​ເອ​ຊາວ​ມີ​ຊື່​ດັ່ງ​ນີ້​ຄື ເອ​ລິ​ຟັສ ບຸດຊາຍ​ຂອງນາງເອ​ດາ ແລະ​ຣູ​ເອນ​ບຸດ​ຊາຍ​ຂອງນາງ​ບາ​ເຊ​ມັ​ທ 11 ບຸດຊາຍ​ຂອງເອ​ລີ​ຟັສ​ມີ​ຄື ເຕ​ມານ ໂອ​ມາກ ເຊ​ໂຟ ກາ​ຕາມ ແລະ​ເກ​ນັ​ສ 12 (ຕິມ​ນາ​ເປັນ​ພັ​ຣ​ຍາ​ເອ​ລີຟັສ ຜູ້​ຊຶ່ງ​ເປັນ​ບຸດ​ຊາຍ​ຂອງ​ເອ​ຊາວ ນາງ​ມີບຸດ​ຊາຍດ້ວຍ​ກັນ​ກັບ​ເອ​ລີ​ຟັ​ສ​ຊື່ ອາ​ມາ​ເລກ) ຄົນ​ເຫລົ່​າ​ນີ້​ແມ່​ນບຸດຊາຍ​ຂອງນາງ​ອາ​ດາ​ພັ​ຣ​ຍາ​ຂອງ​ເອ​ຊາວ 13 ຕໍ່​ໄປ​ນີ້​ເປັນບຸດຊາຍ​ຂອງ​ຣູເອນ​ມີ​ຄື ນາ​ຮາດ ເຊ​ຣາ ຊາມ​ມາ ແລະ​ມິສ​ຊາ ຄົນ​ເຫລົ່າ​ນີ້ ແມ່ນ​ບຸດ​ຊາຍ​ຂອງນາງ​ບາ​ເຊ​ມັ​ທ​ພັ​ຣ​ຍາຂອງ​ເອ​ຊາວ 14 ຕໍ່​ໄປ​ນີ້​ເປັນບຸດຊາຍ​ຂອງ​ນາງ​ໂອ​ໂຮ​ລີ​ບາ​ມາ ຊຶ່ງ​ເປັນ​ບຸດ​ຂອງອ​າ​ນາ ແລະ​ຫລານ​ຂອງ​ຊີ​ເບ​ໂອນພັ​ຣ​ຍາ​ຂອງ​ເອ​ຊາວ​ມີ​ຄື ເຢ​ອຸສ ຢາ​ລາມ ແລະ​ໂກ​ຣາ ເຂົາ​ເປັນ​ບຸດ​ຊາຍ​ຂອງ​ນາງ​ໂອ​ໂຮ​ລີ​ບາ​ມາ ແລະ​ເອ​ຊາວ 15 ຕໍ່​ໄປ​ນີ້ ແມ່ນ​ຫົວ​ຫນ້າ​ເຊື້ອ​ສາຍຂອງ​ເອ​ຊາວຄື ບັນ​ດາ​ບຸດຊາຍ​ຂອງ​ເອ​ລີ​ຟັສ ບຸດ​ຊາຍ​ກົກ​ຂອງ​ເອ​ຊາວ​ເປັນ​ຫົວ​ຫນ້າ​ຂອງ​ພວກເຕ​ມານ ​ໂອ​ມາກ ​ເຊ​ໂຟ ເກນັ​ສ 16 ​ໂກຣາ ​ກາ​ຕາມ ແລະ​ອາ​ມາ​ເລກ ຄົນ​ເຫລົ່າ​ນີ້​ເປັນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ເອ​ລີ​ຟັສຢູ່​ໃນ​ປະ​ເທດ​ເອ​ໂດມ ພວກ​ເຂົາ​ເປັນ​ບຸດ​ຊາຍ​ຂອງນາງ​ອາ​ດາ 17 ພວກ​ບຸດຊາຍ​ຂອງ​ຣູ​ເອນ ຊຶ່ງ​ເປັນ​ບຸດ​ຊາຍ​ຂອງ​ເອ​ຊາວ ເປັນ​ຫົວ​ຫນ້າ​ຂອງ​ພວກ​ນາ​ຮາດ ເຊ​ຣາ ຊາມມ​າ ແລະ​ມີສຊາ ຄົນ​ເຫລົ່າ​ນີ້​ເປັນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຣູ​ເອນ​ຢູ່​ໃນ​ປະ​ເທດ​ເອ​ໂດມ ພວກ​ເຂົາ​ເປັນ​ບຸດ​ຊາຍ​ຂອງ​ນາງ​ບາ​ເຊ​ມັ​ທ​ພັຣ​ຍາ​ຂອງ​ເອ​ຊາວ 18 ພວກ​ບຸດຊາຍ​ຂອງ​ນາງ​ໂອ​ໂຮ​ລີ​ບາ​ມາ ຊຶ່ງ​ເປັນ​ພັ​ຣ​ຍາ​ຂອງ​ເອ​ຊາວ​ເປັນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ເຢ​ອຸສ ຢາ​ລາມ ແລະ​ໂກ​ຣາ ພວກ​ຫົວ​ຫນ້າ​ເຫລົ່າ​ນີ້​ເກີດ​ຈາກ​ນາງ​ໂອ​ໂຮ​ລີ​ບາ​ມາ​ຊຶ່ງ​ເປັນ​ບຸດ​ຕ​ຣີ​ຂອງ​ອາ​ນາ ແລະ​ເປັນ​ພັ​ຣ​ຍາ​ຂອງ​ເອ​ຊາວ 19 ຄົນ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ເອ​ຊາວ (ຄືເອ​ໂດມ) ແລະ​ເປັນ​ຫົ​ວ​ຫນ້​າ​ຕະ​ກູນ​ຕ່າງໆ

ເຊື້ອ​ສາຍ​ຂອງ​ເຊ​ອີຣ໌

20 ຕໍ່​ໄປ​ນີ້ ເປັນ​ບຸດ​ຊາຍທັງ​ຫລາຍ​ຂອງ​ເຊ​ອີ​ຣ໌ຊາວ​ໂຮ​ຣ໌ ຊຶ່ງ​ເປັນ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ເອ​ໂດມ​ຄື ໂລ​ຕານ ໂຊ​ບານ ຊີ​ເບ​ໂອນ ອາ​ນາ 21 ດີ​ໂຊນ ເອ​ເຊີ ແລະ​ດີ​ຊານ ພວກ​ເຫລົ່າ​ນີ້​ເປັນ​ບຸດຊາຍ​ຂອງ​​ເຊ​ອີ​ຣ໌ ເປັນ​ຫົວ​ຫນ້າຂອງ​ຕະ​ກູນ​ໂຮ​ຣ໌​ຢູ່​ໃນ​ປະ​ເທດ​ເອ​ໂດມ 22 ໂຮ​ຣິ ແລະ​ເຮ​ມານ​ເປັນ​ບຸດຊາຍ​ຂອງ​ໂລ​ຕານ ແລະ​ຕີ​ມາ​ນາ​ເປັນ​ນ້ອງ​ສາວ​ຂອງ​ໂລ​ຕານ 23 ຕໍ່​ໄປ​ນີ້​ເປັນບຸດ​ຊາຍ​ຂອງ​ໂຊ​ບານ​ຄື ອັນວານ ມາ​ນາ​ຮາດ ເອ​ບັນ ເຊ​ໂຟ ແລະ​ໂອ​ນາມ 24 ຕໍ່​ໄປ​ນີ້​ເປັນ​ບຸດ​ຊາຍ​ຂອງ​ຊີ​ເບ​ໂອນ​ຄື ອັຍຢາ ແລະ​ອາ​ນາ (ອາ​ນາ​ເປັນ​ຜູ້​ພົບ​ນ້ຳ​ອອກ​ບໍ່​ຮ້ອນ​ຢູ່​ໃນຖິ່ນ​​ກັນ​ດານ ເມື່ອ​ເວ​ລ​າ​ເຂົາ​ລ້ຽງ​ຝູງ​ລໍ​ຂອງ​ຊີ​ເບ​ໂອນບິ​ດາຂອງ​ເຂົາ) 25 ຕໍ່​ໄປ​ນີ້​ເປັນ​ບຸດ​ຊາຍ​ຂອງ​ອາ​ນາ​ຄື ດີ​ໂຊນ ແລະ​ໂອ​ໂຮ​ລີ​ບາ​ມາ ບຸດ​ຕ​ຣີ​ຂອງ​ອາ​ນາ 26 ຕໍ່ໄປ​ນີ້​ເປັນ​ບຸດ​ຊາ​ຍຂອງ​ດີ​ໂຊນ​ຄື ເຮມ​ດານ ເອັ​ສບານ ອິທຣານ ແລະ​ເຄຣານ 27 ຕໍ່​ໄປ​ນີ້​ເປັນ​ບຸດ​ຊາຍ​ຂອງ​ເອ​ເຊີຄື ບິນ​ຮານ ຊາ​ອາ​ວານ ແລະ​ອາ​ການ 28 ຕໍ່​ໄປ​ນີ້​ເປັນ​ບຸດ​ຊາຍ​ຂອງ​ດິ​ຊານ​ຄື ອູ​ຊ ແລະ​ອາ​ຣານ 29 ຄົນ​ເຫລົ່າ​ນີ້​ເປັນ​ພວກ​ຫົວ​ຫນ້າ​ຂອງ​ຊາວ​ໂຮ​ຣ໌ ​ຄື ໂລ​ຕານ ໂຊ​ບານ ຊີ​ເບ​ໂອນ ອາ​ນາ 30 ດີ​ໂຊນ ເອ​ເຊີ ແລະ​ດີ​ຊານ ຄົນ​ເຫລົ່​າ​ນີ້​ເປັນ​ຫົວ​ຫນ້າ​ຂອງ​ຊາວ​ໂຮ​ຣ໌ຕາມ​ຕະ​ກູນ​ຢູ່​ໃນ​ປະ​ເທດ

ເຊ​ອີຣ໌

ເຈົ້າ​ຊີ​ວິດ​ເມືອງ​ເອ​ໂດມ 31 ຕໍ່​ໄປ​ນີ້​ເປັນກະ​ສັດທີ່​ມາ​ປົກ​ຄອງ​ປະ​ເທດ​ເອ​ໂດມ ກ່ອນ​ທີ່​ເຈົ້າ​ຊີ​ວິດ​ອິ​ສ​ຣາ​ເອນ​ໄດ້​ມາ​ປົກ​ຄອງ​ຢູ່​ທີ່​ນັ້ນ​ມີ​ຄື 32 ກະ​ສັດ​ເບລາ ບຸດ​ຊາຍຂອງ​ເບ​ໂອຣ໌ ​ມາ​ແຕ່​ເມືອງ​ດີນຮາ​ບາ ​ມາ​ປົກ​ຄອງ​ໃນ​ປະ​ເທດ​ເອ​ໂດມ 33 ເມື່ອ​ເບ​ລາ​ສິ້ນ​ພ​ຣະ​ຊົນ​ແລ້ວ ໂຢ​ບັບ ບຸດ​ຊາຍ​ຂອງ​ເຊ​ຣາ​ຊື່ງ​ມາ​ຈາກ​ເມືອງ​ໂບສ​ຣາ​ກໍ​ມາ​ປົກ​ຄອງ​ແທນ 34 ​ເມື່ອ​ໂຢ​ບັບ​ສິ້ນ​ພ​ຣະ​ຊົນຮູ​ຊາມ​ຊຶ່ງ​ມາ​ຈາກ​ເມືອງ​ເຕ​ມານ​ກໍ​ມາ​ປົກ​ຄອງ​ແທນ 35 ເມື່ອ​ຮູ​ຊາມ​ສິ້ນ​ພ​ຣະ​ຊົນ ຮາ​ດາດ​ບຸດ​ຊາຍ​ຂອງ​ເບ​ດັດ ຜູ້​ຮົບ​ຊະ​ນະ​ຊາວ​ມີ​ດິ​ອານ​ໃນ​ປະ​ເທດ​ໂມ​ອາບ​ຂຶ້ນປົກ​ຄອງ​ແທນ​ ມ​າ​ແຕ່​ເມືອງ​ອາ​ວິທ 36 ເມື່ອ​ຮາ​ດາດ​ສິ້ນ​ພ​ຣະ​ຊົນ ຊາມ​ລາ​ຊຶ່ງ​ມາ​ຈາກ​ມັສ​ເຣ​ກາ​ຂຶ້ນ​ປົກ​ຄອງ​ແທນ 37 ເມື່ອ​ຊາມ​ລາ​ສິ້ນ​ພ​ຣະ​ຊົນ ຊາ​ອູນ​ຊຶ່ງ​ມາ​ຈາກ​ເມືອງ​ເຮ​ໂຣ​ໂບທທີ່​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ເອີ​ຟ​ຣາດ​ກໍ​ຂຶ້ນປົກ​ຄອງ​ແທນ 38 ເມື່ອ​ຊາ​ອູນ​ສິ້ນ​ພ​ຣະ​ຊົນ ບາອ​ານຮາ​ນານ ບຸດຊາຍ​ຂອງ​ອັກ​ໂບຣ໌​ກໍຂຶ້ນ​ປົກ​ຄອງ​ແທນ 39 ເມື່ອ​ບາ​ອານຮາ​ນານ​ບຸດຊາຍ​ຂອງ​ອັກ​ໂບຣ໌ ​ສິ້ນ​ພ​ຣະ​ຊົນ ຮາ​ດາຣ໌​ກໍ​ຂຶ້ນປົກ​ຄອງ​ແທນ​ທ່ານ ​ມາ​ຈ​າກເມືອງ​ປາ​ອູ ມະ​ເຫ​ສີ​ຊື່ ວ​່າ ເມ​ເຣ​ຕາ​ເບນ ບຸດ​ຕ​ຣີ​ຂອງ​ມາເຕ​ຣດ ​ຫລານ​ເມ​ຊາ​ຮັບ 40 ຕໍ່​ໄປ​ນີ້ ແມ່ນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ເອ​ຊາວ​ຕາມ​ຕະ​ກູນ ແລະ​ບ່ອນ​ທີ່​ພວກ​ເຂົາ​ອາ​ໄສ​ຢູ່​ຄື ຕິມ​ນາ ອັນ​ວາ ເຢ​ເທດ 41 ໂອ​ໂຮ​ລີ​ບາມ​າ ເອ​ລາ ​ປີ​ໂນນ 42 ເກ​ນັ​ສ ເຕ​ມານ​ ມິບ​ຊາຣ໌ 43 ມັກ​ດິ​ເອນ ແລະ​ອີ​ຮາມ ຄົນ​ເຫລົ່​າ​ນີ້​ເປັນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ເອ​ໂດມ (ຄື​ເອ​ຊາວ​ບິ​ດາ​ຂອງ​ເອ​ໂດມ) ຕາມ​ທີ່​ຢູ່​ໃນ​ເຂດ​ທີ່​ເປັນ​ກຳ​ມະ​ສິດ​ຂອງ​ເຂົາ

ປະຖົມການ 37

ໂຢ​ເຊັບ​ ແລະ​ພວກ​ອ້າຍ

1 ຢາ​ໂຄບ​ໄດ້​ອາ​ໄສຢູ່​ໃນ​ປະ​ເທດ​ກາ​ນາ​ອານ ບ່ອນທີ່ບິ​ດາ​ຂອງ​ຕົ​ນ​ເຄີຍ​ອາ​ໄສ​ຢູ່​ແຕ່​ກ່ອນ​ນັ້ນ​ເລື້ອຍໆ​ມາ 2 ປະ​ຫວັດ​ຄອບ​ຄົວ​ຢາ​ໂຄບ​ມີ​ດັ່ງ​ນີ້: ໂຢ​ເຊັບ ຊາຍ​ຫນຸ່ມ​ອາ​ຍຸ​ສິບ​ເຈັດ​ປີ ເຄີຍ​ໄປ​ລ້ຽງ​ຝູງ​ແກະ ແລະ​ແບ້​ນຳ​ພວກ​ອ້າຍ​ຄື ພວກ​ບຸດ​ຂອງ​ນາງ​ບິນ​ຮາ ແລະ​ນາງ​ຊີ​ນ​ປາ​ພັ​ຣ​ຍານ້ອຍ​ຂອງ​ບິ​ດາຢູ່​ສ​ເມີ ໂຢ​ເຊັບໄດ້​ຟ້ອງ​ການ​ກະ​ທຳ​ຊົ່ວ​ຂອງ​ພວກ​ອ້າຍ​ສູ່​ບິ​ດາຟັງ​ເລື້ອຍໆ 3 ອິ​ສ​ຣາ​ເອນ​ຜູ້​ເປັນ​ບິ​ດາ ຊຶ່ງ​ຮັກ​ໂຢເຊັບ​ຫລາຍກວ່າ​ບຸດ​ຊາຍ​ຄົນ​ອື່ນໆ ເພາະ​ວ່າ​ທ່ານ​ໄດ້​ເຂົາເມື່ອ​ເວ​ລາ​ແກ່​ຕົວ​ແລ້ວ ທ່ານໄດ້​ຕັດ​ເສື້ອ​ລ່າມ​ມີ​ແຂນ​ຜືນ​ນຶ່ງ​ໃຫ້​ເຂົາ 4 ເມື່ອ​ພວກ​ອ້າຍ​ເຫັນ​ດັ່ງ​ນັ້ນ ກໍ​ອິດ​ສາ ແລະ​ຊັງ​ໂຢ​ເຊັບ​ຫລາຍ​ທີ່​ສຸດ ຈົນ​ບໍ່​ເວົ້າ​ຈາ​ປາ​ໄສ​ນຳ​ເຂົ​າ​ຢ່າງ​ທີ່​ເຄີຍສ​ນິດ​ສນົມມາ​ກ່ອນ 5 ວັນ​ນຶ່ງ ໂຢ​ເຊັບ​ໄດ້​ເລົ່າ​ຄວາມ​ຝັນ​ສູ່ພວກ​ອ້າຍ​ຟັງ​ວ່າ, 6 “ຂ້ອຍ​ຝັນ​ເຫັນ 7 ​ພວກ​ອ້າຍ​ກັບ​ຂ້ອຍ​ກຳ​ລັງ​ພາ​ກັນ​ມັດ​ເຂົ້​າ​ຢູ່​ທົ່ງ​ນາ ເມື່ອ​ມັດ​ແລ້ວ​ ມັດ​ເຂົ້າ​ນັ້ນ​ກໍ​ຕັ້ງ​ຂຶ້ນ ມັດ​ເຂົ້າ​ພວກ​ອ້າຍ​ກໍ​ມາ​ລ້ອມ​ມັດ​ເຂົ້າ​ຂ້ອຍ​ເປັນ​ວົງ​ມົນ​ແລ້ວ​ກໍ​ລົ້​ມ​ລົງ​ຕໍ່​ຫນ້າ​ມັດ​ເຂົ້າ​ຂ້ອຍ” 8 ພວກ​ອ້າຍ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ຄິດ​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະ​ສັດ​ປົກ​ຄອງ​ພວກ​ເຮົາ​ຊັ້ນ​ບໍ່?” ຍ້ອນ​ຄວາມ​ຝ​ັນ​ທີ່​ໄດ້​ເລົ່າ​ມາ​ນັ້ນ​ເອງ ພວກ​ອ້າຍ​ຈຶ່ງ​ພາ​ກັນ​ຊັງ​ເຂົາ​ຫລາຍຍິ່ງ​ຂຶ້ນ 9 ຕໍ່​ມາ ໂຢ​ເຊັບ​ກໍ​ຝັນ​ອີກ ເຂົາຈຶ່ງ​ເລົ່າ​ຄວາມ​ຝັນ​ສູ່​ພວກ​ອ້າຍ​ຟັງ​ອີກວ່າ, “ເທື່ອ​ນີ້ ຂ້ອຍ​ຝັນ​ເປັນ​ຕາ​ເວັນ​ແລະ​ເດືອນ ພ້ອມ​ກັບ​ດວງ​ດາວ​ສິບ​ເອັດ​ດວງ​ຂາບ​ໄຫວ້​ຂ້ອຍ” 10 ເມື່ອ​ເຂົາ​ເລົ່າ​ຄວາມ​ຝັນ​ສູ່​ບິ​ດາ​ແລະ​ພວກ​ອ້າຍ​ຟັງ ບິ​ດາຈຶ່ງ​ທ້ວງ​ເຂົາ​ວ່າ, “ເຈົ້າ​ມາ​ຊ່າງ​ຝັນ​ແທ້! ເຈົ້າ​ຄິດ​ວ່າ​ພໍ່​ແມ່ ແລະ​ອ້າຍ​ຂອງ​ເຈົ້າ​ຈະ​ພາ​ກັນ​ໄປ​ຂາບ​ໄຫວ້​ເຈົ້​າ​ຊັ້ນ​ບໍ່?” 11 ພວກ​ອ້າຍ​ຈຶ່ງ​ພາ​ກັນ​ອິດ​ສາ​ໂຢ​ເຊັບ​ຫລາຍ​ຂຶ້ນ​ອີກ ແຕ່​ອິສ​ຣາ​ເອນ​ຜູ້​ເປັນ​ບິ​ດາໄດ້​ຈື່​ຈຳ​ຄວາມ​ຝັນ​ຂອງ​ໂຢ​ເຊັບ​ນີ້​ໄວ້

ໂຢ​ເຊັບ​ຖືກ​ຂາຍ​ໄປ​ປະ​ເທດ​ເອ​ຢິບ

12 ພວກ​ອ້າຍ​ຂອງ​ໂຢ​ເຊັບ​ໄດ້​ພາ​ກັນ​ໄປ​ລ້ຽງ​ສັດ​ໃຫ້​ບິ​ດາ​ທີ່​ເຂດ​ເຊເຄມ 13 ອິ​ສ​ຣາ​ເອນ​ເວົ້າ​ຕໍ່​ໂຢ​ເຊັບ​ວ່າ, “ພວກ​ອ້າຍ​ເຈົ້າ​ໄດ້​ໄປ​ລ້ຽງ​ສັດ​ຢູ່​ທີ່​ເຊເຄມ​ພຸ້ນ ຮີບ​ຟ້າວ​ຕຽມ​ຕົວສາພໍ່​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ເຂົາ” ໂຢ​ເຊັບ​ຕອບ​ວ່າ, “ໂດຍ ຂ້າ​ນ້ອຍ​ພ້ອມ​ແລ້ວ” 14 ບິ​ດາ​ເວົ້າ​ຕື່ມ​ອີກວ່າ, “ໃຫ້​ເຈົ້າ​ໄປ​ກວດ​ເບິ່ງ​ພວກ​ອ້າຍ​ດຸ​ວ່າ​ເຂົາ​ພາ​ກັນ​ຢູ່​ກິນ​ຢ່າງ​ໃດ? ແລະ​ໄປ​ເບິ່ງ​ຝູງ​ສັດ​ຂອງ​ເຮົາ​ອີກວ່າ​ຍັງ​ຢູ່​ດີ​ບໍ່​ແລ້ວ​ໃຫ້​ເຈົ້າ​ກັບມາ​ບອກ​ພໍ່” ເມື່ອ​ບິ​ດາ​ບອກ​ແລ້ວ​ໂຢ​ເຊັບ​ຈຶ່ງ​ອອກ​ເດີນ​ທາງ​ຈາກ​ຮ່ອມ​ພູ​ເຮ​ໂບ​ຣນ​ບ່ອນ​ທີ່​ບິ​ດາ​ອາ​ໄສ​ຢູ່​ໄປ​ຫາ​ພວກ​ອ້າຍ 15 ເມື່ອ​ໂຢ​ເຊັບ​ມາ​ເຖິງ​ເຊເຄມ ຂ​ນະ​ທີ່​ເຂົາຍ່າງ​ໄປ​ມາ​ຢູ່​ໃນ​ເຂດ​ນັ້ນ ມີ​ຊາຍ​ຄົນ​ນຶ່ງ​ມາ​ພົບ​ເຂົາ​ແລະ​ຖາມ​ເຂົາວ່າ, “ເຈົ້າ​ຊອກ​ຫາ​ໃຜ?” 16 ໂຢ​ເຊັບ​ຕອບ​ວ່າ, “ຂ້ອຍ​ຊອກ​ຫາ​ອ້າຍ​ຂ້ອຍ ກະ​ຣຸ​ນາ​ບອກ​ຂ້ອຍ​ແດ່​ວ່າ​ພວກ​ເຂົາ​ເຈົ້າ​ລ້ຽງ​ສັດ​ຢູ່​ບ່ອນ​ໃດ?” 17 ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ເຂົາ​ເຈົ້າ​ຫນີ​ໄປ​ຈາກ​ທີ່​ນີ້​ແລ້ວ ຂ້ອຍ​ໄດ້​ຍິນ​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ​ຈະ​ໄປ​ໂດ​ທານ” ດັ່ງ​ນັ້ນ​ໂຢ​ເຊັບ​ຈຶ່ງ​ຕິດ​ຕາມ​ໄປ​ຫາ​ພວກ​ອ້າຍ ແລະ​ພົບ​ເຂົາ​ທີ່​ນັ້ນ 18 ພວກ​ອ້າຍ​ຫລຽວ​ເຫັນ​ໂຢ​ເຊັບ​ມາ​ແຕ່ໄກໆ ເຂົາ​ຈຶ່ງວາງ​ແຜນ​ປອງ​ຮ້າຍ​ຈະຂ້າ​ເສັຽ 19 ມີ​ຜູ້​ນຶ່ງ​ໃນ​ຈຳ​ນວນ​ພວກ​ອ້າຍ​ເວົ້າ​ວ່າ, “ຄົນ​ຊ່າງ​ຝັ​ນ​ມາ​ນີ້​ແລ້ວ 20 ບັດ​ນີ້ ພວກ​ເຮົາ​ພາ​ກັນ​ຂ້າ​ມັນ​ເທາະ ແລະ​ໂຍນ​ສົບ​ມັນ​ລົງ​ສ້າງ ແລ້ວ​ພວກ​ຫມູ່​ເຮົາ​ຈຶ່ງ​ພາ​ກັນ​ເວົ້າ​ວ່າ ສັດ​ຮ້າຍ​ກັດ​ກິນ​ມັນ ແລ້ວ​ເຮົາ​ກໍ​ຈະ​ໄດ້​ຄອຍ​ເບິ່ງວ່າ​ຄວາມ​ຝັນ​ຂອງ​ມັນ​ນັ້ນ​ຈະ​ເປັນ​ໄປ​ໄດ້​ບໍ່” 21 ເມື່ອ​ຣູ​ເບ​ນ​ໄດ້​ຍິນ​ພວກ​ອ້າຍ​ເວົ້າ​ດັ່ງ​ນັ້ນ ກໍ​ພຍາ​ຍາມ​ຊອກ​ຫາວິ​ທີ​ຊ່ອຍ​ໂຢ​ເຊັບ 22 ເຂົາເວົ້າ​ວ່າ, “ຢ່າ​ຕີຢ່າ​ຂ້າ​ມັນ​ເທາະ ພຽງ​ແຕ່​ໂຍນ​ມັນ​ລົງ​ໃນ​ສ້າງ​ບ່ອນ​ຖິ່ນ​ກັນ​ດານ​ນີ້​ກໍ​ພໍ​ແລ້ວ” ທັງ​ນີ້​ເພື່ອ​ຈະ​ຊ່ອຍ​ເຫລືອ ນ້ອງໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ພວກ​ເຂົາ​ແລ້ວ​ກໍ​ຈະ​ສົ່ງ​ກັບເມືອ​ຫາ​ບິ​ດາ 23 ພໍ​ໂຢ​ເຊັບ​ມາ​ຮອດ​ບ່ອນ​ເຂົາ​ຢູ່​ ເຂົາ​ກໍ​ກຸມ​ແກ້ເສື້ອ​ລ່າມ​ມີ​ແຂນ​ຂອງ​ເຂົາ​ອອກ 24 ແລ້​ວ​ຈັບ​ໂຢ​ເຊັບໂຍນ​ລົງ​ໃນ​ສ້າງ​ທີ່​ບໍ່​ມີນ້ຳ 25 ແລ້ວ​ພວກ​ເຂົາ​ກໍ​ພາ​ກັນ​ມາ​ນັ່ງ​ກິນ​ເຂົ້​າ ໃນ​ທັນ​ໃດ​ນັ້ນ ພວກ​ເຂົາ​ກໍ​ເຫັນ​ພວກ​ອິ​ສ​ຣາ​ເອນ​ກຳ​ລັງ​ເດີນ​ທາງ​ມາ​ຈາກ​ເມືອງ​ກີ​ເລ​ອາດ ພວກ​ເຂົາ​ໃຊ້​ອູດ​ຕ່າງ​ຢາງ​ໄມ້​ຫອມ​ແລະ​ເຄື່ອງ​ເທດ​ໄປ​ຂາຍ​ທີ່​ປະ​ເທດ​ເອ​ຢິບ 26 ຢູດາ​ເວົ້າ​ຕໍ່​ພວກ​ອ້າຍ​ວ່າ, “ຖ້າ​ຫມູ່​ເຮົາ​ຂ້າ​ມັນ ແລະ​ອຳ​ຄວາມ​ຜິດ​ໄວ້ ຫມູ່​ເຮ​ົ​າ​ຈ​ະ​ໄດ້​ຫຍັງ? 27 ຫມູ່​ເຮົາ​ພາ​ກັນ​ຂາຍ​ມັນ​ໃຫ້​ພວກ​ອິ​ສ​ຣາ​ເອນ​ຈະ​ບໍ່​ດີກວ່າ​ບໍ່​ ຖ້າ​ເຮັດ​ຢ່າງ​ຂ້ອຍ​ວ່າ​ນີ້​ກໍ​ບໍ່​ຕ້ອງ​ຂ້າ​ຕີ​ມັນ ເຖິງ​ຢ່າງ​ໃດ​ມັນ​ກໍ​ເປັນ​ນ້ອງ​ຂອງ​ພວກ​ເຮົາ​ ແລະ​ເປັນ​ເລືອດ​ເນື້ອ​ເຊື້ອ​ໄຂ​ອັນ​ດຽວ​ກັນ” ພວ​ກອ້າຍ​ທຸກ​ຄົນ​ກໍ​ເຫັນ​ພ້ອມ 28 ເມື່ອ​ພໍ່​ຄ້າ​ຜູ້​ນຶ່ງ​ອີກ​ຄື​ຊາວ​ມີດິ​ອານ​ມາ​ເຖິງ ພວກ​ເຂົາ​ກໍ​ດຶງ​ເອົາ​ໂຢ​ເຊັບ​ຂຶ້ນ​ມາ​ຈາກ​ສ້າງ ແລ້ວ​ຂາຍ​ຕໍ່​ໃຫ້​ພວກ​ພໍ່​ຄ້າ​ຊາວ​ອິ​ຊ​ມາ​ເອນ​ເປັນ​ເງິນ​ຈຳ​ນວນ​ຊາວຫລ​ຽນ ພໍ່​ຄ້າ​ໄດ້​ພາ​ໂຢ​ເຊັບ​ໄປ​ຍັງ​ປະ​ເທດ​ເອ​ຢິບ 29 ເມື່ອຣູ​ເບນ​ກັບ​ໄປ​ເບິ່ງ​ນ້ຳ​ສ້າງ​ບໍ່​ເຫັນ​ໂຢ​ເຊັບ​ຢູ່​ໃນ​ຫັ້ນ ເຂົາ​ຈຶ່ງ​ຈີກ​ເຄື່ອງ​ນຸ່ງ​ຂອງ​ຕົນ​ດ້ວຍ​ຄວາມ​ເສັຽ​ໃຈ 30 ເຂົາກັບ​ມາ​ຫາ​ນ້ອງ​ ແລະ​ເວົ້​າ​ວ່າ, “ບໍ່​ເຫັນ​ໂຢ​ເຊັບ​ໃນ​ສ້າງ ຂ້ອຍ​ຈະ​ເຮັດ​ແນວ​ໃດ​ດີ” 31 ຕໍ່​ມາ ພວກ​ເຂົ​າ​ໄດ້​ຂ້າ​ແບ້ ແລະ​ເອົາ​ເລືອດ​ທາ​ໃສ່​ເສື້ອ​ລ່າມ​ຂອງ​ໂຢ​ເຊັບ 32 ​ແລ້ວ​ກໍ​ພາ​ກັນ​ຖື​ເສື້ອ​ໄປ​ຫາ​ບິ​ດາແລະ​ເວົ້​າ​ວ່າ, “ພວກ​ຂ້າ​ນ້ອຍ​ໄດ້​ພົບ​ເສື້ອ​ນີ້ ຈົ່ງ​ກວດ​ເບິ່ງ​ດູ​ວ່າ​ແມ່ນ​ຂອງ​ລູກ​ຊາຍ​ພໍ່​ຫລື​ບໍ່?” 33 ອິ​ສ​ຣາ​ເອນ​ຈື່​ເສື້ອ​ນັ້ນ​ໄດ້​ແລະ​ເວົ້າ​ວ່າ, “ແມ່ນ​ແລ້ວ ເສື້ອ​ຂອງ​ໂຢ​ເຊັບ​ລູກ​ຊາຍ​ຂ້ອຍ ສັດ​ຮ້າຍ​ໄດ້​ກັດ​ກິນ​ມັນ​ຈົນ​ເຖິງ​ແກ່​ຄວາມ​ຕາຍ” 34 ຢາ​ໂຄບ​ຈີກ​ເສື້ອ​ຕົນ​ເອງ​ແລ້ວ​ເອົາ​ຜ້າ​ດຳ​ຄຽນ​ແອວ​ດ້ວຍ​ຄວາມ​ໂສກ​ເສົ້າ​ເສັຽ​ໃຈ ທ່ານ​ໄວ້​ທຸກ​ໃຫ້​ແກ່​ບຸດ​ເປັນ​ເວ​ລາ​ຫລາຍ​ວັນ 35 ຝ່າຍ​ບຸດ​ຊາຍຍິງ​ທຸກ​ຄົນ​ກໍ​ເວົ້າ​ອອຍ​ບິ​ດາ ແຕ່​ທ່ານ​ບໍ່​ຍອມ​ຟັງ​ສຽງ​ໃຜ​ຫມົດ ທ່ານ​ເວົ້າາ​ວ່າ, “ກູ​ຈະ​ໄວ້​ທຸກ​ໃຫ້​ລູກ​ຊາຍ​ກູ​ຈົນ​ກວ່າ​ຈະ​ຕາຍ​ຕາມ​ມັນ​ໄປ” ສະ​ນັ້ນ ທ່ານ​ຈຶ່ງ​ໄວ້​ທຸກ​ໃຫ້​ເຂົາ​ຕໍ່​ໄປ 36 ໃນ​ເວລ​າ​ດຽວ​ກັນ​ນັ້ນ ຊາວ​ມີ​ດິ​ອານ​ກໍ​ຂາຍ​ໂຢ​ເຊັບ​ໃຫ້​ໂປ​ຕີ​ຟາ​ນາຍ​ທະ​ຫານ​ຮັກ​ສາ​ການ​ຂອງ​ກະ​ສັດ​ຟາ​ຣາ​ໂອ ໃນ​ປະ​ເທດ​ເອ​ຢິບ

ປະຖົມການ 38

ຢູດາ ແລະ​ຕາ​ມາ

1 ໃນ​ຄາວ​ນັ້ນ ຢູ​ດາ​ໄດ້​ຫນີ​ຈາກ​ພວກ​ອ້າຍ​ນ້ອງ​ໄປ​ອາ​ໄສ​ຢູ່​ນຳ​ຄົນ​ຜູ້​ນຶ່ງ​ຊື່ ຮີ​ຣາ ເຂົາ​ມາ​ຈາກ​ເມືອງ​ອາ​ດຸ​ນລາມ 2 ທີ່ນັ້ນ ຢູດາ​ໄດ້​ພົບ​ກັບ​ບຸດ​ຕ​ຣີ​ຂອງ​ຊຸ​ອາ​ຊາວ​ກາ​ນາ​ອານ ແລ້ວ​ໄດ້​ແຕ່ງງ​ານ​ກັ​ບ​ນາງ 3 ເຂົາ​ໄດ້​ບຸດຊາຍ​ຜູ້​ນຶ່ງ​ຊື່ ເອ​ຣ໌ 4 ຕໍ່​ມາ ເຂົາ​ກໍ​ໄດ້​ບຸດຊາຍ​ອີກ​ຊື່ ໂອ​ນານ 5 ເຂົາ​ໄດ້​ບຸດ​ຊາຍ​ອີກ​ເປັນ​ຄົນ​ທີ່​ສາມ ແລະ​ໃສ່​ຊື່ໃຫ້​ວ່າ ເຊ​ລາ ເມື່ອ​ໄດ້​ເດັກ​ນ້ອຍ​ຜູ້​ນີ້​ພວກ​ເຂົາ​ໄດ້​ອາ​ໄສ​ຢູ່​ເມືອງ​ເຄຊິບ 6 ຢູ​ດາ​ກໍໄດ້​ຫາ​ຍິງ​ຄົນ​ນຶ່ງ​ຊື່​ຕາ​ມາໃຫ້​ເປັນ​ພັ​ຣ​ຍາ​ເອຣ໌ ​ບຸດ​ຫົວ​ປີ​ຂອງ​ຕົນ 7 ເອ​ຣ໌ ເປັນ​ຄົນ​ຊົ່ວ​ປະ​ພຶດ​ຕົວ​ບໍ່​ເປັນ​ທີ່​ຊອບ​ພ​ຣະ​ທັຍ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້າ ແລະ​ພ​ຣະ​ເຈົ້າ​ໄດ້​ທຳ​ໃຫ້​ເຂົາ​ຕາຍ 8 ເມື່ອ​ເປັນ​ເຊັ່ນ​ນີ້ ຢູ​ດາ​ຈຶ່ງ​ເວົ້າ​ຕໍ່​ໂອ​ນານ​ວ່າ, “ຈົ່ງ​ເອົາ​ພັ​ຣ​ຍາອ້າຍ​ເຈົ້າ​ສາ ເພື່​ອ​ວ່າ​ຈະ​ໄດ້​ສືບ​ເຊື້ອ​ສາຍ​ອ້າຍ​ເຈົ້າ​ໄວ້” ແຕ່​ໂອ​ນານ​ຮູ້​ວ່າ​ເດັກ​ນ້ອຍ​ຈະ​ບໍ່​ແມ່ນ​ບຸດ​ຂອງເຂົາ 9 ສະ​ນັ້ນ ເມື່ອ​ເຂົາ​ສົມ​ສູ່​ກັບ​ນາງ​ເທື່ອ​ໃດ ເຂົາ​ກໍ​ຈະ​ເຮັດ​ໃຫ້​ນ້ຳ​ກາມ​ຕົກ​ເຮັ່ຽ ດັ່ງ​ນັ້ນ​ເຂົາຈຶ່ງ​ບໍ່​ສືບ​ເຊື້ອ​ສາຍ​ໃຫ້​ອ້າຍ 10 ສິ່ງ​ທີ່​ເຂົ​າ​ເຮັດ​ນັ້ນ​ກໍ​ບໍ່​ເປັນ​ທີ່​ຊອບ​ພ​ຣະ​ທັຍ​ຂອງ​ພ​ຣະ​ຜູ້​ເປັນ​ເຈົ້​າ ສະ​ນັ້ນ ພ​ຣະ​ເຈົ້າ​ຈຶ່ງ​ໄດ້​ທຳໃຫ້​​ເຂົາ​ຕາຍ​ຄື​ກັນ 11 ຕໍ່​ມາ ຢູດາ​ເວົ້າ​ຕໍ່​ຕາ​ມາ​ບຸດ​ສະ​ໃພ້​ຂອງ​ຕົນ​ວ່າ, “ຈົ່ງ​ກັບ​ຄືນ​ເມືອ​ບ້ານ​ບິ​ດາ​ຂອງ​ເຈົ້າ ແລະ​ໃຊ້​ຊີ​ວີດ​ຍິງ​ຫມ້າຍ​ສາ ເພື່ອ​ລໍ​ຖ້າ​ຊາມ​ຊາ​ເຊ​ລາ​ໃຫຍ່” ທ່ານ​ເວົ້າ​ເຊັ່ນ​ນີ້ ກໍ​ເພາະ​ຢ້ານ​ວ່າ​ເຊ​ລາ​ອາດ​ຈະ​ຖືກ​ຂ້າ​ຄື​ກັນ​ກັບ​ອ້າຍ​ຂອງ​ເຂົາ ດັ່ງ​ນັ້ນ ຕາມ​າ​ຈຶ່ງ​ກັບ​ຄືນ​ເມືອ​ຢູ່​ບ້ານ​ບິ​ດາຂອງ​ຕົນ 12 ຢູ່​ມາ​ອີກ​ດົນ​ນານ ພັ​ຣ​ຍາຂອງ​ຢູດາ​ຊຶ່ງ​ເປັນ​ບຸດ​ຕຣີຂອງ​ຊູອາ​ກໍ​ເສັຽ​ຊີ​ວິດ ເມື່ອຢູ​ດາ​ຫມົດ​ກຳ​ນົດ​ໄວ້​ທຸກ​ແລ້ວ ທ່ານແລະ​ຮີ​ຣາ​ຊາວອາ​ດຸ​ນລາມ​ຫມູ່​ຂອງ​ທ່ານ​ກໍ​ພາ​ກັນ​ໄປ​ບ່ອນ​ຕັດ​ຂົນ​ແກະ​ຂອງ​ຕົນ​ທີ່​ເມືອງ​ຕິມ​ນາ 13 ເວ​ລາ​ນັ້ນ​ມີ​ຄົນ​ມາ​ບອກ​ຕາ​ມາ​ວ່າ, “ພໍ່​ປູ່​ຂອງ​ເຈົ້າ​ກຳ​ລັງ​ຈະ​ໄປ​ຕັດ​ຂົນ​ແກະ​ທີ່​ເມືອງ​ຕິມ​ນາ” 14 ດັ່ງ​ນັ້ນ ນາງ​ຈຶ່ງ​ປ່ຽນ​ເຄື່ອງ​ໄວ້​ທຸກ​ເອົາ​ຜ້າ​ປົກ​ຫນ້າ​ໄວ້​ແລ້​ວໄປ​ນັ່ງ​ຢູ່​ທາງ​ເຂົ້າ​ບ້ານ​ເອ​ນາ​ອິມ ບ່ອນ​ທາງ​ທີ່​ຈະ​ໄປ​ເມືອງ​ຕິມ​ນາ ນາງ​ຮູ້​ວ່າ​ຊາ​ລາ​ກໍ​ໃຫ​ຍ່​ຂຶ້ນ​ແລ້ວ ແຕ່​ນາງ​ຍັງ​ບໍ່​ທັນ​ໄດ້​ແຕ່ງ​ງານ​ກັບ​ເຂົາ​ເທື່ອ 15 ເມື່ອ​ຢູດາ​ເຫັນ​ນາງ ທ່ານ​ກໍ​ຄິດ​ວ່າ​ນາງ​ເປັນ​ຍິງຫາ​ເງິນ ກໍ​ຍ້ອນ​ວ່າ​ນາງ​ເອົາ​ຜ້າ​ປົ​ກ​ຫນ້າ​ໄວ້ 16 ທ່ານ​ຈຶ່ງ​ເຂົ້​າ​ໄປ​ຫາ​ນາງ​ທີ່​ແຄມ​ທາງ​ແລະ​ເວົ້າ​ວ່າ, “ນ້ອງ​ສາວ​ໄປ​ກັບ​ອ້າຍ​ເທາະ” ທ່ານ​ບໍ່​ຮູ້ຈັກ​ນາງ​ເປັນ​ບຸດ​ສະໃພ້​ຂອງ​ຕົນ ນາງ​ຈຶ່ງ​ເວົ້າ​ວ່າ, “ອ້າຍ​ຈະ​ໃຫ້​ຫຍັງ​ນ້ອງ?” 17 ທ່ານ​ຕອບ​ວ່າ, “ອ້າຍ​ຈະ​ເອົາ​ລູກ​ແບ້​ຈາກ​ຝູງ​ສົ່ງ​ມາ​ໃຫ້​ເຈົ້​າ​ໂຕ​ນຶ່ງ” ນາງ​ຕອບ​ວ່າ, “ຕົກ​ລົງ ແຕ່​ອ້າຍ​ຈະ​ຕ້ອງມອບ​ຂອງ​ມັດ​ຈຳ​ແກ່​ນ້ອງຈົນ​ກວ່າ​ອ້າຍ​ຈະ​ສົ່ງ​ລູກ​ແບ້​ມາ​ໃຫ້” 18 ທ່ານ​ຕອບນາງວ່າ, “ອ້າຍ​ຈະ​ເອົາ​ຫຍັງ​ໃຫ້​ນ້ອງ​ເປັນ​ຂອງ​ມັດ​ຈຳ?” ນາງ​ຕອບ​ວ່າ, “ກາ​ທີ່​ມີ​ເຊືອກ​ຫ້ອຍ ແລະ​ໄມ້​ຄ້ອນ​ເທົ້າ​ທີ່​ອ້າຍ​ກຳ​ລັງ​ຖື​ຢູ່​ນັ້ນ​ເດ” ທ່ານ​ກໍ​ເອົາ​ຂອງ​ເຫລົ່າ​ນັ້ນ​ໃຫ້​ນາງ ແລ້ວ​ທັງ​ສອງ​ກໍ​ໄດ້​ໄປ​ນອນ​ນຳ​ກັນ 19 ຄັນ​ແລ້ວ ຕາ​ມາ​ກໍ​ລຸກ​ຫນີ​ໄປ ນາງ​ເອົາ​ຜ້າ​ປົກ​ຫນ້າ​ອອກ​ແລ້ວ​ນຸ່ງ​ເຄື່ອງ​ໄວ້​ທຸກ​ດັ່ງ​ເດີມ ຕໍ່​ມາ​ນາງ​ກໍ​ຮູ້​ສຶກ​ຕັ້ງ​ທ້ອງ 20 ຢູ່​ມາ ຢູດາ​ສົ່ງ​ຫມູ່ຂອງ​ຕົນ​ຊາວ​ອາ​ດຸ​ນລາມ ໃຫ້​ນຳ​ລູກ​ແບ້​ໄປ​ໄຖ່​ເອົ​າ​ຂອງ​ມັດ​ຈຳ​ຈາກ​ຍິງ​ຄົນ​ນັ້ນແຕ່​ບໍ່​ພົບ​ນາງ 21 ເຂົາໄດ້​ຖາມ​ຄົນ​ທີ່​ນັ້ນ​ວ່າ, “ຍິງ​ຫາ​ເງິນ​ຊື່ງ​ນັ່ງ​ຢູ່​ແຄມ​ທາງ​ໄປ​ບ້ານ​ເອ​ນາ​ອິມ​ຢູ່​ໃສ? ພວກ​ເຂົາ​ຕອບ​ວ່າ, “ຢູ່​ທີ່​ນີ້​ບໍ່​ເຄີຍ​ມີ​ຜູ້​ຍິງ​ຫາ​ເງິນ” 22 ສະ​ນັ້ນ ເຂົາ​ຈຶ່ງ​ກັບ​ຄືນ​ເມືອຫາ​ຢູດາ ແລະ​ເວົ້າ​ຕໍ່​ທ່ານ​ວ່າ, “ຂ້ອຍ​ບໍ່​ພົບ​ນາງ ເຂົາ​ເຈົ້​າ​ຍັງ​ເວົ້າ​ວ່າ​ຢູ່​ທີ່​ນັ້ນ​ບໍ່​ເຄີຍ​ມີ​ຍິງ​ປະ​ເພດ​ນັ້ນ​ເລີຍ” 23 ຢູດາ​ເວົ້າ​ວ່າ, “ຖ້າ​ເປັນ​ເຊັ່ນ​ນີ້ ຢ່າ​ພ​ຍາ​ຍາມ​ເອົາ​ສິ່ງ​ຂອງ​ເຫລົ່າ​ນັ້ນ​ກັບ​ຄືນ​ມາ ຢ້ານ​ຄົນ​ທັງ​ຫລາຍ​ຈະ​ຫມິ່ນ​ປ​ມາດ​ພວກ​ເຮົາ ຂ້ອຍ​ໄດ້​ສົ່ງ​ລູກ​ແບ້​ຕົວ​ນີ້​ໄປ​ໃຫ້​ນາງ​ແລ້ວ ແຕ່​ເຈົ້າ​ກໍ​ຫາ​ນາງ​ບໍ່​ພົບ” 24 ຢູ່​ມາ​ອີກ​ປະ​ມານ​ສາມ​ເດືອນ ມີ​ຄົນ​ຜູ້​ນຶ່ງ​ມາ​ບອກ​ຢູດາ​ວ່າ, “ດຽວ​ນີ້ ຕາ​ມາ​ບຸດສະ​ໃພ້​ຂອ​ເຈົ້າ​ຖືກ​ເຂົາ​ຫລີ້ນ​ມີ​ລູກ​ມານ​ສະ​ແລ້ວ” ຢູດາ​ຈິ່ງ​ສັ່ງ​ວ່າ, “ເອົາ​ນາງ​ອອກ​ມາ​ຂ້າງນອກ ແລະ​ເອົາ​ໄຟ​ເຜົາ​ນາງ​ໃຫ້​ຕາຍ​ສາ” 25 ເມື່ອ​ເຂົາ​ເອົາ​ນາງ​ອອກ​ມາ​ຂ້າງນອກ ນາງ​ກໍ​ສົ່ງ​ຄົນ​ໄປ​ບອກ​ກັບ​ພໍ່​ປູ່​ວ່າ, “ຂ້ອຍ​ຖື​ພາ​ນຳ​ຄົນ​ທີ່​ມີ​ຂອງ​ເຫລົ່າ​ນີ້ ຈົ່ງ​ເບິ່ງ​ກາ​ທີ່​ເຊືອກ​ຫ້ອຍ ແລະ​ໄມ້​ຄ້ອນ​ເທົ້າ​ນີ້​ດຸ​ວ່າ ເປັນ​ຂອງ​ໃຜ?” 26 ຢູ​ດາ​ເບິ່ງ​ຂອງ​ເຫລົ່​າ​ນັ້ນ​ແລະ​ເວົ້າ​ວ່າ, “ນາງ​ເຮັດ​ຖືກ​ຕ້ອງ​ແລ້ວ ຂ້ອຍ​ກໍ​ແມ່ນ​ຜູ້​ນຶ່ງ​ທີ່​ໄດ້​ເຮັດ​ຜິດ​ພາດ ຂ້ອຍ​ຄວນ​ຈະ​ໃຫ້​ນາງ​ແຕ່ງ​ງານ​ກັ​ບ​ເຊ​ລາ​ບຸດຊາຍ​ຂອງ​ຂ້ອຍ” ຕໍ່​ນັ້ນ​ມາ ຢູ​ດາ​ກໍບໍ່​ໄດ້​ສົມ​ສູ່​ກັບ​ນາງ​ອີກ 27 ຢູ່​ມາ ເມື່ອ​ເຖິງ​ເວ​ລາ​ກຳ​ນົດ​ຄອດ​ບຸດ ກໍ​ຮູ້​ວ່າ​ບຸດ ໃນ​ທ້ອງ​ນັ້ນ​ເປັນ​ບຸດຝາ​ແຝດ 28 ເມື່ອ​ນາງ​ຕາມາ​ຈະ​ຄອດ​ນັ້ນ ບຸດຄົນ​ນື່ງ​ເອົາ​ມື

ອອກ​ມາ​ນາງ​ຜະ​ດຸງ​ຄັນ​ກໍ​ຈັບ​ມື ແລ້ວ​ເອົາ​ດ້າຍ​ສີ​ແດງ​ມັດ​ໄວ້​ແລ້ວ​ເວົ້າ​ວ່າ, “ຜູ້​ນີ້​ອອກ​ກ່ອນ”

29 ແຕ່​ບຸດນ້ອຍ​ນັ້ນ​ຫົດ​ມື​ເຂົ້າ​ຄືນ ແລະ​ນ້ອງ​ຂອງ​ເຂົາ​ຈຶ່ງ​ເກີດ​ກ່ອນ ແລ້ວ​ນາງ​ຜະ​ດຸງ​ຄັນ​ຈຶ່ງ​ເວົ້າ​ວ່າ, “ອ້າວ! ຊ່າງ​ແຫກ​ອອກ​ມາ​ໄດ້” ສະ​ນັ້ນ​ຈຶ່ງ​ໄດ້​ໃສ່​ຊື່​ໃຫ້​ວ່າ ເປ​ເຣ​ສ 30 ແລ້ວ​ອ້າຍ​ຂອງ​ເຂົາຈຶ່ງ​ອອກ​ມາ​ໂດຍ​ມີ​ຝ້າຍ​ສີ​ແດງ​ມັດ​ມື ​ຈຶ່ງ​​ໃສ່​ຊື່ວ່າ ເຊ​ຣາ

ປະຖົມການ 39

ໂຢ​ເຊັບ ແລະ​ພ​ຣັຍາຂອງ​ໂປ​ຕີ​ຟາ

1 ໂຢ​ເຊັບ​ໄດ້​ຖືກ​ພາ​ຕົວ​ມາ​ຮອດ​ປະ​ເທດເອ​ຢິບ ພວກ​ອິ​ຊມາ​ເອນຜູ້​ທີ່​ໄດ້​ຊື້​ເຂົາມາ​ກໍ​ຂາຍ​ໂຢເຊັບ​ຕໍ່​ໃຫ້​ຊາວ​ເອ​ຢິບ​ຊື່ ໂປ​ຕີ​ຟາ ຊຶ່ງ​ເປັນ​ນາຍ​ທະ​ຫານ​ທີ່ຮັກ​ສາ​ພ​ຣະ​ຣາ​ຊວັງ​ຂອງຟາ​ຣາ​ໂອ 2 ພ​ຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ໂຢ​ເຊັບ ໂດຍບັນ​ດານ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ເກີດ​ເປັນ​ຜົນ​ດີ​ແກ່​ເຂົ​າ ໄດ້​ອາ​ໄສຢູ່​ເຮືອນ​ຂອງ​ໂປ​ຕີ​ຟາ​ນາຍ​ຂອງ​ເຂົາ 3 ເມື່ອ​ໂປ​ຕີ​ຟາ​ເຫັນ​ວ່າ​ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ສະ​ຖິດ​ຢູ່​ກັບ​ໂຢ​ເຊັບ ໂດຍ​ຊົງ​ໃຫ້​ທຸ​ກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາກະ​ທຳ​ເກີດ​ເປັນ​ຜົນ​ສຳ​ເລັດ 4 ນາຍຈຶ່ງ​ພໍ​ໃຈ​ກັບ​ວຽກກ​ານ​ທີ່​ໂຢ​ເຊັບ​ໄດ້​ກະ​ທຳດັ່ງ​ນັ້ນ ນາຍຈຶ່ງມອບ​ເຮືອນ​ແລະ​ທຸກ​ສິ່ງ​ທີ່​ທ່ານ​​ມີ​ໃຫ້​ເຂົາ​ເບິ່ງ​ແຍງ ແລະ​ຮັບ​ຜິດ​ຊອບ​ຍ້ອນ​ໂຢເຊັບ ພ​ຣະ​ຜູ້​ເປັນ​ເຈົ້າ​ຈຶ່ງອວຍ​ພອນ​ເຮືອນ​ຫລັງ​ນັ້ນ 5 ພ​ຣະ​ອົງ​ຊົງ​ອວຍ​ພອນ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໂປ​ຕີ​ຟາ​ມີ​ໃນ​ເຮືອ​ນ ແລະ​ໃນ​ທົ່ງ​ນາ​ຈະ​ເຣີນ​ຂຶ້ນ 6 ກໍ​ເພາະ​ວ່າ​ໂປ​ຕີ​ຟາ​ໄດ້​ມອບ​ຊັບ​ສິ່ງ​ຂອງ​ທຸກ​ຢ່າງ​ໃຫ້​ໂຢ​ເຊັບ​ເບິ່ງ​ແຍງ​ຮັກ​ສາ​ແທນ ສະ​ນັ້ນ ທ່າ​ນ​ຈຶ່ງບໍ່​ໄດ້​ມີ​ຄວາມ​ກັງ​ວົນ​ສົນ​ໃຈ​ຫຍັງ​ເລີຍ​ເວັ້ນ​ໄວ້​ແຕ່​ອາ​ຫານ​ປະ​ຈຳ​ວັນ​ເທົ່າ​ນັ້ນ 7 ໂຢ​ເຊັບ​ເປັນ​ຊາຍ​ຫນຸ່ມ​ທີ່​ມີ​ຮູບ​ຮ່າງ​ສົມ​ສ່ວນ ແລະ​ມີ​ຫນ້າ​ຕາ​ງາມ ຫລັງ​ຈາກ​ນັ້ນ​ມາ​ບໍ່​ເຫິງ​ເທົ່າ​ໃດ​ພັ​ຣ​ຍາ​ຂອງ​ໂປ​ຕີ​ຟາ​ກໍ​ສົນ​ໃຈ​ແລະ​ເກີດ​ສ​​ເນ່​ຫາໃນ​ຕົວ​ໂຢ​ເຊັບ ນາງ​ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ, “ມາ​ນອນ​ນຳ​ຂ້ອຍເທາະ” 8 ໂຢ​ເຊັບ​ປະ​ຕິ​ເສດ ​ແລະ​ຕອບ​ນາງວ່າ, “ນາຍ​ຂອງ​ຂ້າ​ພະ​ເຈົ້າ​ທ່ານ​ບໍ່​ໄດ້​ກັງ​ວົນ​ສົນ​ໃຈ​ນຳ​ສິ່ງ​ນຶ່ງ​ສິ່ງ​ໃດ​ເລີຍ​ຢູ່​ໃນ​ເຣືອນ​ນີ້ ກໍ​ຍ້ອນ​ທ່ານ​ໄວ້​ເນື້ອ​ເຊື່ອ​ໃຈ​ຂ້າ​ພະ​ເຈົ້າ ທ່ານ​​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ຜິດ​ຊອບ​ທຸກ​ສິ່ງ​ທີ່​ທ່ານ​​ມີ 9 ຂ້າ​ພະ​ເຈົ້າ​ມີ​ອຳ​ນາດ​ໃນ​ເຮືອນ​ຫລັງ​ນີ້​ເທົ່າ​ກັນ​ກັບ​ທ່ານ ທ່ານ​ບໍ່​ເຄີຍ​ຫວງ​ຫ້າມ​ຂ້າ​ພະ​ເຈົ້າ​ໃນ​ການ​ກະ​ທຳ​ໃດໆ​ເລີຍ ເວັ້ນ​ໄວ້​ແຕ່​ຍາ​ນາງ​ທີ່​ເປັນ​ພັ​ຣ​ຍາ​ຂອງ​ທ່ານ ຂ້າ​ພະ​ເຈົ້າ​ຈະ​ກ້າ​ກະ​ທຳ​ການ​ຜິດ​ປະ​ເວ​ນິ​ແລະ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຊ້າ​ຢ່າງ​ນີ້​ຕໍ່​ຫນ້າ​ພ​ຣະ​ເຈົ້າ​ໄດ້​ຢ່າງ​ໃດ” 10 ເຖິງ​ແມ່ນ​ນາງ​ຂໍ​ຮ້ອງ​ໂຢ​ເຊັບ​ມື້​ແລ້ວ​ມື້​ອີກ​ໃຫ້​ໄປ​ນອນ​ກັບ​ນາງ ແຕ່​ໂຢເຊັບ​ກໍ​ບໍ່​ຍອມ​ຟັງ 11 ແຕ່​ຕໍ່​ມາ​ວັນນຶ່ງ ເມື່ອ​ໂຢ​ເຊັບ​ເຂົ້າ​ໄປ​ເຮັດ​ວຽກ​ໃນ​ເຮືອນ​ຂອງ​ນາຍ​ຊຶ່ງ​ມື້​ນັ້ນ​ບໍ່​ມີ​ຄົນ​ໃຊ້​ຈັກ​ຄົນ​ຢູ່​ໃນ​ເຮືອນ​ເລີຍ 12 ພັ​ຣ​ຍາ​ຂອງ​ນາຍ​ຈຶ່ງ​ສວຍ​ໂອກາດ​ນັ້ນ​ຈ່ອງ​ເສື້ອ​ເຂົາໄວ້​ແລ້ວ​ເວົ້າ​ວ່າ, “ໄປ​ນອນ​ກັບ​ຂ້ອຍ​ເທາະ” ແຕ່​ໂຢເຊັບ​ພ​ຍາ​ຍາມ​ເອົາ​ຕົວ​ລອດ​ຫລົບ​ຫນີ​ອອກ​ໄປ​ຂ້າງນອກ​ໂດຍ​ປະ​ເສື້ອນອກ​ໄວ້​ຄາ​ມື​ນາງ 13 ເມື່ອ​ນາງ​ເຫັນ​ໂຢ​ເຊັບ​ປະ​ເສື້ອ​ໄວ້​ແລະ​ແລ່ນ​ອອກ​ໄປ​ຈາກ​ເຮືອນ 14 ນາງ​ກໍ​ເບັ່ງ​ສຽງ​ຮ້ອງ​ໃສ່​ຄົນ​ໃນ​ເຮືອນ​ວ່າ, “ເບິ່ງ​ນີ້​ແມ໋, ຜົວ​ຂ້ອຍ​ໄດ້​ເອົາ​ຄົນ​ຕ່າງ​ດ້າວ​ຊາວ​ເຮັບ​ເຣີ​ມາ​ຢູ່​ໃນ​ເຣືອນ ແລະ​ບັດ​ນີ້​ມັນ​ໄດ້​ດູ​ຫມິ່ນ​ປມາດ​ເຮົາ ມັນໄດ້​ເຂົ້າ​ມາ​ໃນ​ຫ້ອງນອນ​ຂອງ​ຂ້ອຍ​ແລະ​ບອກ​ຂ້ອຍ​ໃຫ້​ໄປ​ນອນ​ກັບ​ມັນ 15 ແຕ່​ຍ້ອນຂ້ອຍ​ຮ້ອງ​ຈົນ​ສຸດ​ແຮງ ມັນ​ຈຶ່ງ​ຟ້າວ​ແລ່ນ​ອອກ​ຫນີ​ມາ​ຂ້າງນອກ ໂດຍ​ໄດ້​ປະ​ເສື້ອນອກ​ຂອງ​ມັນ​ໄວ້” 16 ນາງ​ໄດ້​ເກັບ​ເສື້ອນອກ​ຂອງ​ໂຢ​ເຊັບ​ໄວ້​ຈົນ​ຜົວ​ກັບ​ມາ​ເຮືອນ 17 ຄັນ​ແລ້ວ ນາງ​ຈຶ່ງ​ເລົ່າ​ເຣື່ອງ​ທີ​ເກີດ​ຂຶ້ນ​ສູ່​ຜົວ​ຟັງ​ວ່າ, “ຄົນ​ໃຊ້​ຄົນຕ່າງ​ດ້າວຊາວ​ເຮັບ​ເຣີ​ທີ່​ເຈົ້​າ​ເອົາ​ມາ​ຢູ່​ນຳ​ນັ້ນ​ເຂົ້າ​ມາ​ຂົ່ມ​ຂືນ​ຂ້ອຍ​ໃນ​ຫ້ອງນອນ 18 ແຕ່​ເມື່ອ​ຂ້ອຍ​ຮ້ອງ​ຂຶ້ນ ມັນ​ຈຶ່ງ​ແລ່ນ​ຫນີ​ອອກ​ໄປ​ຂ້າງນອກ​ໂດຍ​ປະ​ເສື້ອ​ຊັ້​ນນອກ​ມັນ​ໄວ້​ຫນີ້” 19 ເມື່ອ​ນາຍ​ຂອງ​ໂຢ​ເຊັບ​ໄດ້​ຍິນ​ພັ​ຣ​ຍາ​ເລົ່າ​ເຣື່ອງ​ນີ້​ສູ່​ຟັງ ກໍ​ຄຽດ​ທັງ​ເວົ້າ​ວ່າ, “ຄົນ​ໃຊ້​ຂອງ​ເຈົ້​າ​ກ້າ​ເຮັດ​ກັບ​ຂ້ອຍ​ເຖິງ​ປານ​ນີ້​ຫວະ” 20 ທ່ານ​ຈຶ່ງ​ສັ່ງ​ຂັງ​ໂຢເຊັບໄວ້​ໃນ​ຄຸກບ່ອນ​ທີ່​ກະ​ສັດ​ຂັງ​ນັກ​ໂທດ ດັ່ງ​ນັ້ນ ເຂົາຈຶ່ງ​ຖືກ​ຂັງ​ໄວ້​ທີ່​ນັ້ນ 21 ແຕ່​ພ​ຣະ​ຜູ້​ເປັນ​ເຈົ້​າ​ໄດ້​ຊົງ​ຊ່ອຍ​ໂຢ​ເຊັບ​ແລະ​ຊົງ​ເມດ​ຕາ​ກະ​ຣຸ​ນາ​ເຂົາ ດັ່ງ​ນັ້ນ ທຳ​ມະ​ໂຣງ​ຊອບ​ອົກ​ຊອບ​ໃຈ​ເຂົາ 22 ​ທ່ານໄດ້​ມອບ​ໃຫ້​ໂຢ​ເຊັບ​ເປັນ​ຜູ້​ຕາງ​ຫນ້າ​ເບິ່ງ​ແຍງ​ນັກ​ໂທດ​ທັງ​ຫລາຍ ເຂົາ​ເປັນ​ຜູ້​ຮັບ​ຜິດ​ຊອບ​ວຽກ​ການ​ທຸກໆ​ຢ່າງ​ທີ່​ມີ​ຢູ່​ໃນ​ຄຸກ 23 ທ່ານບໍ່​ໄດ້​ກວດ​ກາ​ສິ່ງ​ໃດ​ທີ່​ໂຢເຊັບ​ຮັບ​ຜິດ​ຊອບ ເພາະ​ວ່າ​ພ​ຣະ​ເຈົ້າ​ຊົງ​ຊ່ອຍ​ເຂົາ ແລະ​ຊົງ​ໃຫ້ ທຸກສິ່ງ​ທີ່​ເຂົາ​ເຮັດ​ໄດ້​ຮັບ​ຜົນ​ສຳ​ເຣັດ

ປະຖົມການ 40

ໂຢ​ເຊັບ​ແກ້​ຄວາມ​ຝັນ​ຂອງ​ນັກ​ໂທດ

1 ຫລັງ​ຈາກ​ນັ້ນ​ມາ​ອີກ​ບໍ່​ເຫິງ​ເທົ່າ​ໃດ ຫົວ​ຫນ້າ​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ​ ແລະ​ຫົວ​ຫນ້າ​ພະ​ນັກ​ງານ​ເຮັດເຂົ້​າ​ຈີ່​ຂອງ​ກະ​ສັດ​ເອ​ຢິບ​ໄດ້​ກະ​ທຳ​ຜິດ​ຕໍ່​ນາຍ​ຂອງ​ເຂົາ 2 ຟາ​ຣາ​ໂອ ຈຶ່ງ​ບໍ່​ພໍ​ພ​ຣະ​ທັຍ​ກັບ​ຂ້າ​ຣາ​ຊ​ການ​ທັງ​ສອງ​ຄົນ​ນີ້ 3 ດັ່ງ​ນັ້ນ ພ​ຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ຂັງ​ທັງ​ສອງ​ໃນ​ຄຸກ​ໃນ​ເຮືອນ​ຂອງ​ນາຍ​ທະ​ຫານ​ຮັກ​ສາ​ພ​ຣະ​ຣາ​ຊວັງ​ຊຶ່ງ​ເປັນ​ບ່ອນ​ດຽວ​ທີ່​ໂຢ​ເຊັບ​ຖືກ​ຂັງ​ໄວ້ 4 ນາຍ​ທຳ​ມະ​ໂຣງ​ໄດ້​ເອົາ​ໂຢ​ເຊັບມາ​ເປັນ​ຜູ້​ຮັບ​ໃຊ້​ຂ້າ​ຣາ​ຊ​ການ​ທັງ​ສອງ​ຄົນ​ນີ້ ພວກ​ເຂົາ​ຢູ່​ໃນ​ຄຸກ​ຮ່ວມ​ກັນ​ເປັນ​ເວ​ລາ​ເຫິງ​ນານ​ເຕີບ 5 ຄືນ​ນຶ່ງ ໃນ​ຫ້ອງ​ຂັງ​ນັ້ນ ຂ້າ​ຣາ​ຊ​ການ​ທັງ​ສອງ​ຂອງ​ຟາ​ຣາ​ໂອ​ຕ່າງ​ກໍ​ຝັນ ຄວາມ​ຝັນ​ແຕ່​ລະ​ຄົນ​ມີ​ຄວາມ​ຫມາຍ​ແຕກ​ຕ່າງ​ກັນ 6 ຕອນ​ເຊົ້າ​ມາ ເມື່ອ​ໂຢ​ເຊັບ​ເຂົ້າ​ມາ​ໃນ​ຫ້ອງ ຈຶ່ງ​ສັງ​ເກດ​ເຫັນ​ພວກ​ເຂົາ​ທັງ​ສອງ​ກະ​ວົນ​ກະ​ວາຍ​ໃຈ 7 ​ຈຶ່ງ​ຖາມ​ຂ້າ​ຣາ​ຊ​ການ​ທີ່​ຖືກ​ຈຳ​ຢູ່​ໃນ​ຄຸກ​ທີ່​ບ້ານ​ນາຍ​ຂອງ​ຕົນວ່າ, “ມື້​ນີ້ ພວກ​ທ່ານມີ​ຄວາມ​ທຸກ​ໃຈ​ເຣື່ອງ​ຫຍັງ?” 8 ພວກ​ເຂົາ​ຕອບ​ວ່າ, “ພວກ​ຂ້ອຍ​ທັງ​ສອງ​ໄດ້ຝັນ​ໃນຄຸກ​ນີ້​ບໍ່​ມີ​ໃຜ​ຈະ​ສາ​ມາດ​ແກ້​ຄວາມ​ຝັນ​ໄດ້” ໂຢ​ເຊັບ​ຈຶ່ງ​ເວົ້າ​ວ່າ, “ແມ່ນ​ພ​ຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ແກ້​ໄດ້? ໃຫ້​ພວກ​ທ່ານ​ເລົ່າ​ຄວາມ​ຝັນ​ສູ່​ຂ້ອຍ​ຟັງ​ເບິ່ງ​ດູ” 9 ເມື່ອ​ໄດ້​ຍິນດັ່ງ​ນັ້ນ ຫົວ​ຫນ້າ​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ​ຈຶ່ງ​ເລົ່າ​ຄວາມ​ຝັນ​ຂອງ​ຕົນ​ໃຫ້​ໂຢ​ເຊັບ​ຟັງ​ວ່າ, “ມີ​ຕົ້ນ​ເຫລົ້າ​ອະ​ງຸ່ນ​ຕົ້ນ​ນື່ງ​ຢູ່​ຕໍ່​ຫນ້າ​ຂ້ອຍ​ແລະ​ມີ​ງ່າ​ສາມ​ງ່າ 10 ໃນ​ທັນ​ໃດ​ນັ້ນ ງ່າ​ເຫລົ່​າ​ນັ້ນ​ກໍ​ປົ່ງ​ໃບ​ອອກ ດອກ​ກໍ​ບານ​ແລ​ະ​ພວງ​ຫມາກ​ອະ​ງຸ່ນ​ກໍ​ສຸກ​ເຕັມ​ງ່າ 11 ຂ້ອຍ​ຍົກ​ຈອກ​ຟາ​ຣາ​ໂອ​ຂຶ້ນ ແລະ​ປິດ​ຫມາກ​ອະ​ງຸ່ນ​ບີບ​ລົງ​ໃສ່​ຈອກ​ນັ້ນ​ແລ້ວ​ຖວາຍ​ແດ່​ພ​ຣະອົງ” 12 ເມື່ອ​ເລົ່າ​ສຸດ​ແລ້ວ ໂຢ​ເຊັບ​ກໍ​ເວົ້າ​ວ່າ, “ຄວາມ​ຝັນ​ທ່ານ​ມີ​ຄວາມ​ຫມາຍ​ດັ່ງ​ນີ້ ງ່າ​ສາມ​ງ່​າ​ນັ້ນ​ຫມາຍ​ເຖິງ​ສາມວັນ 13 ໃນ​ສາມ​ວັນ ຟາ​ຣາ​ໂອ​ຈະ​ຊົງ​ອະ​ພັຍ​ໂທດ​ໃຫ້​ທ່ານ​ ເມື່ອ​ຊົງ​ປົດ​ປ່ອຍ​ອອກ​ຈາກ​ຄຸກ​ແລ້ວ ຈະ​ຊົງ​ມອບ​ຕຳ​ແຫນ່ງ​ເດີມ​ໃຫ້ ທ່ານ​ຈະ​ໄດ້​ຖວາຍ​ຈອກ​ເຫລົ້າ​ອະ​ງຸ່ນ​ແດ່​ພ​ຣະ​ອົງ​ເຫມືອນ​ທີ່​ທ່ານ​ເຄີຍ​ໄດ້​ປະ​ຕິ​ບັດ​ມາ​ໃນ​ສະ​ໄຫມ​ທ່ານ​ຍັງ​ເປັນ​ຫົວ​ຫນ້າ​ພະ​ນັກ​ງານ​ເຫລົ້າ​ອະ​ງຸ່ນ 14 ແຕ່​ຢ່າ​ລືມ​ຂ້າ​ພະ​ເຈົ້າເດີ ເມື່ອ​ທຸກ​ສິ່ງ​ຮຽບ​ຮ້ອຍ​ໄປ​ໂດຍ​ດີ​ແລ້ວ ຂໍ​ທ່ານ​ກະ​ຣຸ​ນາ​ທູນ​ເຣື່ອງ​ຂ້າ​ພະ​ເຈົ້າ​ໃຫ້​ຟາ​ຣາ​ໂອ​ຊົງ​ຊາບ​ແດ່ ເພື່ອ​ພ​ຣະ​ອົງ​ຈະ​ໄດ້​ຊົງ​ປ່ອຍ​ຂ້າພະ​ເຈົ້າ​ອອກ​ຈາກ​ຄຸກ​ນີ້ 15 ອັນ​ທີ່​ຈິງ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຂົາ​ລັກ​ມາ​ແຕ່​ດິນ​ແດນ​ຊາວ​ເຮັບ​ເຣິ ແລະ​ຈົນ​ເຖິງ​ດຽວ​ນີ້ ຂ້າ​ພະ​ເຈົ້າບໍ່​ໄດ້​ກະ​ທຳ​ຜິດ​ປະ​ການ​ໃດ​ພໍ​ທີ່​ພວກ​ເຂົາ​ຈະ​ຈັບ​ຂ້າ​ພະ​ເຈົ້າ​ມາ​ຂັງ​ຄຸກ​ໄວ້​ຢູ່​ຢ່າງ​ນີ້” 16 ເມື່ອ​ຫົວ​ຫນ້າ​ພ​ະ​ນັກ​ງານ​ເຮັດ​ເຂົ້າ​ຈີ່​ເຫັນ​ວ່າ ຄວາມ​ຫມາຍ​ຂອງ​ຄວາມ​ຝັ​ນ​ຂອງ​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ​ເປັນ​ເຣື່ອງ​ດີ ເຂົາ​ຈຶ່ງ​ເວົ້າ​ຕໍ່​ໂຢ​ເຊັບ​ວ່າ, “ຂ້ອຍ​ກໍ​ຝັນ​ຄື​ກັນ ຄື​ຝັນ​ວ່າ​ມີ​ຖາດ​ເຂົ້​າ​ຈີ່​ສາມ​ໃບ​ຢູ່​ເທິງ​ຫົວ​ຂ້ອຍ ຢູ່​ໃນ​ຖາດ​ຫນ່ວຍ​ເທິງ​ນັ້ນ​ມີ​ເຂົ້າ​ຈີ່​ທຸກໆ​ຊ​ະນິດ​ສຳ​ລັ​ບ​ຟາ​ຣາ​ໂອ 17 ແຕ່​ນົກ​ກິນ​ເຂົ້າ​ຈີ່​ນັ້ນ​ຫມົດ” ເມື່ອ​ເລົ່າ​ສຸດ 18 ໂຢ​ເຊັບ​ຕອບ​ວ່າ, “ຄວາມ​ຫມາຍ​ມີ​ດັ່ງ​ນີ້ ຖາດ​ສາມ​ໃບ​ຫມາຍ​ເຖິງ​ສາມ​ວັນ 19 ໃນ​ສາມ​ວັນ ຟາ​ຣາ​ໂອ​ຈະ​ເອົ​າ​ທ່ານ​ອອກ​ຈາກ​ຄຸກ ແລ້ວ​ຈະ​ສັ່ງ​ແຂວນ​ຄໍ​ທ່ານ​ໄວ້​ເທິງ​ຕົ້ນ​ໄມ້ ແລະ​ແຮ້ງ​ທັງ​ຫລາຍ​ຈະ​ບິ​ນ​ມາ​ເຈາະ​ກິນ​ເນື້ອ​ທ່ານ” 20 ຫລັງ​ຈາກ​ນັ້ນ​ມາ​ສາມວັນ ເປັນ​ວັນ​ເກີດ​ຂອງ​ຟາ​ຣາ​ໂອ ພຣະ​ອົງ​ຊົງ​ຈັດ​ລ້ຽງ​ຂ້າ​ຣາ​ຊ​ການ​ບໍ​ຣິ​ພານ​ຂອງ​ພ​ຣ​ະ​ອົງ ແລ້ວ​ຊົງ​ປ່ອຍ​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ ແລະ​ຫົວ​ຫນ້າ​ພະ​ນັກ​ງານ​ເຮັດ​ເຂົ້​າ​ຈີ່​ອອກ​ຈາກ​ຄຸກ​ໃຫ້​ມາ​ຢືນ​ຢູ່​ຕໍ່​ຫນ້າ​ຂ້າ​ຣາ​ຊ​ການ​ທັງ​ຫລາຍ 21 ພ​ຣະ​ອົງ​ຊົງ​ມອບ​ຕຳ​ແຫນ່ງ​ເດີມ​ຄືນ​ໃຫ້​ພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ ແລ້ວ​ເຂົາ​ກໍ​ຈະ​ຖວາຍ​ຈອກ​ເຫລົ້າ​ອະ​ງຸ່ນ​ແດ່​ພ​ຣະ​ອົງ ແລະ​ຊົງ​ສັ່ງ​ແຂວນ​ຄໍ​ຫົວ​ຫນ້າ​ພະ​ນັກ​ງານ​ເຮັດ​ເຂົ້າ​ຈີ່ 22 ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ເປັນ​ໄປ​ຕາມ​ທີ່​ໂຢ​ເຊັບ​ໄດ້​ແກ້​ຄວາມ​ຝັນ​ໃຫ້​ພວກ​ເຂົາ​ຟັງ 23 ແຕ່​ຫົ​ວ​ຫນ້າ​ພະ​ນັ​ກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນບໍ່​ໄດ້​ນຶກ​ເຖິງ​ໂຢ​ເຊັບ​ເລີຍ​ໄດ້​ລືມ​ເຂົາ​ຈົນ​ຫມົດ​ສິ້ນ

ປະຖົມການ 41

ໂຢ​ເຊັບ​ແກ້​ຄວາມ​ຝັນ​ຂອງ​ຟາ​ຣາ​ໂອ

1 ຫ​ລັງ​ຈາກ​ນັ້ນ​ມາ​ສອງ​ປີ ຟາ​ຣາ​ໂອ​ໄດ້​ຝັນ​ວ່າ ພ​ຣ​ະ​ອົງ​ໄດ້​ຊົງ​ຢືນ​ຢູ່​ແຄມ​ແມ່​ນ້ຳ​ນິນ 2 ໃນ​ຂ​ນະ​ນັ້ນ ມີ​ງົວ​ແມ່​ໂຕ​ຕຸ້ຍ​ພີ​ດີ​ງາມ​ເຈັດໂຕ​ຂຶ້ນ​ມາ​ຈາກ​ແມ່​ນ້ຳ​ນິນ​ແລະ​ໄດ້​ກັດ​ກິນ​ຫຍ້າ 3 ແລ້ວ​ຈຶ່ງ​ມີງົວ​ແມ່​ທີ່​ຈ່ອ​ຍ​ຜອມ​ແລະ​ເປັນ​ຫນ້າ​ຂີ້​ດຽດ​ອີກ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່​ນ້ຳ​ນິນ ແລະ​ຢືນຢູ່ ​ກັບ​ງົວ​ແມ່​ທີ່​ຕຸ້ຍ​ພີ​ດີງາມ​ນັ້ນ 4 ຕໍ່​ມາ ງົວ​ແມ່​ຈ່ອຍ​ກໍ​ກືນ​ກິນ​ງົວ​ແມ່​ຕຸ້ຍ​ພີ​ດີ​ງາມ​ທັງ​ເຈັດ​ໂຕ ແລ້ວ​ຟາ​ຣາ​ໂອ​ກໍ​ຊົງ​ຊວາດ​ຮູ້​ເມື່ອ 5 ພ​ຣະ​ອົງ​ຊົງ​ຫລັບ​ໄປ​ອີກ​ແລະ​ຝັນ​ວ່າ ມີ​ຮວງ​ເຂົ້າ​ທີ່​ມີ​ເມັດ​ຕຶ່ງ​ດີ​ເຈັດ​ຮວງ​ເກີດ​ຈາກ​ຕົ້ນ​ດຽວ​ກັນ 6 ແລ້ວ​ກໍ​ມີ​ຮວງ​ເຂົ້າ​ເຈັດ​ຮວງງອກ​ອອກ​ມາ​ເປັນ​ເຂົ້​າ​ເມັດ​ລີບ​ຫ່ຽວ​ແຫ້ງ​ເພາະ​ຖືກ​ລົມທະ​ເລ​ຊາຍ 7 ຮວງ​ເຂົ້າ​ລີບ​ເຈັດ​ຮວງ​ໄດ້​ກືນ​ກິນ​ຮວງ​ເຂົ້າ​ເມັດ​ຕຶ່ງ​ເຈັດຮວງ​ນັ້ນ ຟາ​ຣາ​ໂອ​ຈຶ່ງ​ຊົງ​ຊວາດ​ຮູ້​ເມື່ອ ແລະ​ເຫັນ​ວ່າ​ພ​ຣະ​ອົງ​ຝັນ​ໄປ 8 ໃນ​ເຊົ້າ​ວັນ​ນັ້ນ ພ​ຣະ​ອົງ​ຊົງ​ວຸ້ນ​ວາຍ​ພ​ຣະ​ທັຍ​ຫລາຍ ດັ່ງ​ນັ້ນ​ຈຶ່ງ​ຮັບ​ສັ່ງ​ໃຫ້​ຄົນ​ໄປ​ເຊີນ​ຫມໍມໍ​ແລະ​ນັກ​ປາດ​ໃນ​ປະ​ເທດ​ເອ​ຢິບ​ມາ ພ​ຣະ​ອົງ​ຊົງ​ໄດ້​ເລົ່າ​ຄວາມ​ຝັນ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຟັງ ແຕ່​ບໍ່​ມີ​ໃຜ​ສາ​ມາດ​ແກ້​ຄວາມ​ຝັນ​ນັ້ນ​ໄດ້ 9 ຕໍ່​ຈາກ​ນັ້ນ ຫົວ​ຫນ້າ​ພະ​ນັກ​ງານ​ເຮັດ​ເຫລົ້​າ​ອະ​ງຸ່ນ ຈຶ່ງ​ກາບ​ທູນ​ຕໍ່​ຟາ​ຣາ​ໂອ​ວ່າ, “ຂ້າ​ນ້ອຍ​ຄວນ​ສາ​ລະ​ພາບ​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍໃນ​ວັນ​ນີ້ 10 ຄັ້ງ​ເມື່ອ​ພ​ຣະ​ອົງ​ຊົງ​ພິ​ໂຣດ​ຂ້າ​ໃຊ້​ຂອງ​ພ​ຣະ​ອົງ ໂດຍ​ຊົງ​ຮັບ​ສັ່ງ​ຂັງ​ຫົວ​ຫນ້າ​ພະ​ນັກ​ງານ​ເຮັດ​ເຂົ້າ​ຈີ່ ແລະ​ຂ້າ​ນ້ອຍໃນ​ຄຸກ​ຂອງ​ທະ​ຫານ​ຮັກ​ສາ​ພ​ຣະ​ອົງ​ນັ້ນ 11 ໃນ​ຄືນ​ນຶ່ງ ພວກ​ຂ້າ​ນ້ອຍ​ທັງ​ສອງ​ໄດ້​ຝັນ ໂດຍ​ຄວາມ​ຫມາຍ​ຂອງ​ຄວາມ​ຝັນ​ນັ້ນ​ກໍ​ກ່ຽວ​ຂ້ອງ​ກັນ​ແຕ່​ລະ​ບຸກ​ຄົນ 12 ມີ​ຊາຍ​ຫນຸ່ມ​ຊາວ​ເຮັບ​ເຣິ​ຜູ້​ນຶ່ງ​ທີ່​ຖືກ​ຂັງ​ຢູ່​ນຳ​ພວກ​ຂ້າ​ນ້ອຍ ເຂົາເປັນ​ຄົນ​ໃຊ້​ຂອງ​ນາຍ​ທະ​ຫານ​ຮັກ​ສາ​ພ​ຣະ​ອົງ ພວກ​ຂ້າ​ນ້ອຍ​ໄດ້​ເລົ່​າ​ຄວາມ​ຝັນ​ໃຫ້​ເຂົາ​ຟັງ ເຂົາກ​ໍ​ແກ້​ຄວາມ​ຝັນ​ຂອງ​ພວກ​ຂ້າ​ນ້ອຍແຕ່​ລະ​ຄົນ​ຖືກ​ຕ້ອງ​ທຸກ​ສິ່ງໄດ້​ເປັນ​ຈິງ​ຕາມ​ທີ່​ເຂົາໄດ້​ເວົ້າ​ຄື 13 ຂ້າ​ນ້ອຍໄດ້​ຮັບ​ພ​ຣ​ະ​ຣາ​ຊ​ທານ​ຕຳ​ແຫນ່ງ​ເດີມ ແລະ​ຫົວ​ຫນ້າ​ພະ​ນັກ​ງານ​ເຮັດ​ເຂົ້າ​ຈີ່​ກໍ​ຖືກ​ແຂວນ​ຄໍ” 14 ຟາ​ຣາ​ໂອ​ຈຶ່ງ​ຮັບ​ສັ່ງ​ໃຫ້​ຄົນ​ໄປ​ນຳ​ໂຢ​ເຊັບ​ມາ ພວກ​ເຂົາ​ກໍ​ຟ້າວ​ເອົາ​ເຂົາອອກ​ຈາກ​ຄຸກ ຫລັງ​ຈາກ​ແຖ​ຫນວດ​ແລະ​ປ່ຽນ​ເຄື່ອງ​ນຸ່ງ​ແລ້ວ ເຂົາ​ກໍ​ນຳ​ໂຢ​ເຊັບ​ໄປ​ຢືນ​ຕໍ່​ພຣະ​ພັກ​ຂອງ​ຟ​າ​ຣາ​ໂອ 15 ພ​ຣະ​ອົງ​ຊົງ​ກ່າວ​ຕໍ່​ໂຢ​ເຊັບ​ວ່າ, “ເຮົາ​ໄດ້​ຝັນ ແລະ​ບໍ່​ມີ​ໃຜ​ສາ​ມາດ​ແກ້​ຄວາມ​ຝັນ​ນັ້ນ​ໄດ້ ເຮົາ​ໄດ້​ຊາບ​ວ່າ​ເມື່ອ​ເຈົ້າ​ໄດ້​ຍິນ​ຄວາມ​ຝັນ​ແລ້ວ​ເຈົ້າ​ສາ​ມາດແກ້​ໄດ້” 16 ໂຢ​ເຊັບ​ຈຶ່ງ​ທູນ​ຕອບ​ວ່າ, “ແຕ່​ບໍ່​ແມ່ນ​ຂ້ານ້ອຍດອກ ແມ່ນ​ພ​ຣະ​ເຈົ້າ​ຕ່າງ​ຫາກ​ທີ່​ປະ​ທານ​ຄຳ​ຕອບ​ຢ່າງ​ດີ​ແກ່​ພ​ຣະ​ອົງ” 17 ຟາ​ຣາ​ໂອ​ຊົງກ່າ​ວວ່າ, “ເຮົາ​ໄດ້​ຝັນ​ວ່າ ເຮົາ​ໄດ້​ຢືນ​ຢູ່​ເທິງ​ແຄມ​ແມ່ນໍ້ານິນ 18 ໃນ​ເວ​ລາ​ນັ້ນ ມີ​ງົວ​ແມ່​ຕຸ້ຍ​ພີ​ດີ​ງາມ​ເຈັດ​ໂຕ​ຂຶ້ນ​ມາ​ຈາກ​ແມ່​ນ້ຳ​ນິນ ແລ້ວ​ໄດ້ກິນ​ຫຍ້າ 19 ຕໍ່​ມາ ມີ​ງົວ​ແມ່​ອີກ​ເຈັດ​ໂຕ​ຊຶ່ງ​ຈ່ອຍ​ຜອມ​ຫນ້າ​ຂີ້​ດຽດ​ແລະ​ຫນ້າ​ຢ້ານ ເປັນ​ງົວ​ແມ່​ທີ່​ຫນ້າ​ສັງ​ເວດ​ທີ່​ສຸດ​ຊຶ່ງ​ເຮົ​າ​ບໍ່​ເຄີຍ​ເຫັນ​ມາ​ໃນ​ປະ​ເທດ​ເອ​ຢິບ 20 ງົວ​ຈ່ອຍ​ຜອມ​ເຫລົ່​າ​ນີ້​ໄດ້​ກືນ​ກິນ​ງົວ​ໂຕ​ຕຸ້ຍ​ພີ ແຕ່​ມັນ​ກິນ​ເວ​ລາ​ໃດ​ບໍ່​ມີ​ໃຜ​ຮູ້​ເຫັນ 21 ເພາະ​ວ່າ​ງົວ​ເຫລົ່າ​ນັ້ນ​ຍັງ​ຈ່ອຍ​ຜອມ​ຢູ່​ຄືເກົ່າ​ແລ້ວ​ເຮົາ​ກໍ​ຊວາດ​ຮູ້​ເມື່ອ 22 ແຕ່​ເມື່ອ​ເຮົາ​ຫລັບ​ໄປ​ອີກ ຍັງ​ໄດ້​ຝັນ​ເຫັນ​ຮວງ​ເຂົ້າ​ເມັດ​ຕຶ່ງ​ເຈັດ​ຮວງ​ໃນ​ຕົ້ນ​ເຂົ້າ​ດຽວ​ກັນ 23 ແລ້ວ​ມີ​ຮວງ​ເຂົ້າ​ເຈັດ​ຮວງງອກ​ອອກ​ມາ ແຕ່​ເປັ​ນ​ເຂົ້າ​ເມັດ​ລີບ​ແລະ​ແຫ້ງ​ເພາະ​ຖື​ກລົມ​ຈາກ​ທະ​ເລ​ຊາຍ 24 ຮວງ​ເຂົ້າ​ເມັດ​ລີບ​ໄດ້​ກືນ​ກິນ​ຮວງ​ເຂົ້າ​ເມັດ​ຕຶ່ງ ເຮົາ​ໄດ້​ເລົ່າ​ຄວາມ​ຝັນ​ນີ້​ໃຫ້​ຫມໍ​ມໍ​ຟັງ ແຕ່​ບໍ່​ມີ​ໃຜ​ສາ​ມາດ​ແກ້​ໄຂ​ໄດ້” 25 ໂຢເຊັບ​ຈຶ່ງ​ທູນ​ຕໍ່​ຟາ​ຣາ​ໂອ​ວ່າ, “ຄວາມ​ຝັນ​ສອງ​ຢ່າງ​ນີ້​ມີ​ຄວາມຫມາຍ​ຢ່າງ​ດຽວ​ກັນ ພ​ຣະ​ເຈົ້າ​ໄດ້​ຊົງ​ບອກ​ໃຫ້​ພ​ຣະ​ອົງ​ຮູ້​ຈັກ​ເຖິງ​ສິ່ງ​ທີ່​ຈະ​ບັງ​ເກີດ​ຂຶ້ນ 26 ງົວ​ແມ່​ຕຸ້ຍ​ພີ​ດີ​ງາມ​ເຈັດ​ໂຕ​ນັ້ນ​ຫມາຍ​ເຖິງ​ເຈັດ​ປີ ແລະ​ຮວງ​ເຂົ້າ​ເມັດ​ຕຶ່ງ​ເຈັດ​ຮວງ​ນັ້ນ​ກໍ​ຫມາຍ​ເຖິງ​ເຈັດ​ປີ​ຄື​ກັນ ທັງ​ສອງ​ຢ່າງ​ມີ​ຄວາມ​ຫມາຍ​ແບບ​ດຽວ​ກັນ 27 ງົວ​ແມ່​ຈ່ອ​ຍ​ຜອມ​ແລະ​ເປັນ​ຫນ້າ​ຂີ້​ດຽດ​ຊຶ່ງ​ຂຶ້ນ​ມາ​ຈາກ​ນ້ຳ​ຕາມ​ຫລັງ ແລະ​ຮວງ​ເຂົ້າ​ເມັດ​ລີບ​ເຈັດ​ຮວງ​ຊຶ່ງ​ເຜົ​າ​ແຫ້ງ​ເພາະ​ລົມ​ຈາກ​ທະ​ເລ​ຊາຍ​ນັ້ນ ແມ່ນ​ເປັນ​ເວ​ລາ​ເຈັດ​ປີ​ທີ່​ປະ​ສົບ​ກັບ​ຄວາມ​ອຶດ​ຢາກ 28 ຄວາມ​ຝັນ​ຂອງ​ພ​ຣະ​ອົງ​ແມ່ນ​ຕາມ​ທີ່​ຂ້າ​ນ້ອຍ​ໄດ້​ກາບ​ທູນ​ນີ້ ພ​ຣະ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ພ​ຣະ​ອົງ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ບັງ​ເກີດ​ຂຶ້ນ 29 ໃນ​ທົ່ວ​ດິນ​ແດນ​ຂອງ​ປະ​ເທດ​ເອ​ຢິບ​ຈະ​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ພູນ​ສຸກ​ເປັ​ນ​ເວ​ລາ​ເຈັດ​ປີ 30 ຫລັງ​ຈາກ​ນັ້ນ​ມາ ຈະ​ມີ​ການ​ອຶດ​ຢາກເກີດ​ຂຶ້ນ​ເປັນ​ເວ​ລາ​ເຈັດ​ປີ​ອີ​ກ ຄວາມ​ອຸ​ດົມ​ສົມ​ບູນ​ໃນ​ປະ​ເທດ​ເອ​ຢິບ​ຈະ​ຖືກ​ລົບ​ລ້າງ​ຫມົດ ຄວາ​ມອຶດ​ຢາກ​ຈະ​ທຳ​ລາຍ​ປະ​ເທດ​ແທນລະ​ຍະ​ການ​ 31 ຄວາມ​ອຸ​ດົມ​ສົມ​ບູນ​ຖືກ​ລົບ​ລ້າງ​ຫມົດ​ສິ້ນ ກໍ​ເພາະ​ວ່າ​ຄວາມ​ອຶດ​ຢາກ​ທີ່​ຕິດ​ຕາມ​ມາ​ນັ້ນ​ຈະ​ຮ້າຍ​ແຮງ​ທີ່​ສຸດ 32 ສາຍ​ເຫດ​ທີ່​ພ​ຣະ​ອົງ​ຊົງ​ຝັນ​ສອງ​ເທື່ອ​ນັ້ນ ຫມາຍ​ຄວາມ​ວ່າ ພ​ຣະ​ເຈົ້າ​ຊົງ​ກຳ​ນົດ​ລະ​ຍະ​ການ​ນີ້​ໄວ້​ແລ້ວ ແລະ​ພ​ຣະ​ອົງ​ຊົງ​ໃຫ້​ບັງ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ​ອັນ​ມໍ່ໆ​ນີ້ 33 ບັດ​ນີ້ ພ​ຣະ​ອົງ​ຄວນ​ຊອກ​ຫາ​ຄົນ​ທີ່​ມີ​ຄວາມ​ສລຽວ​ສ​ລາດ​ແລະ​ມີ​ສະ​ຕິ​ປັ​ນ​ຍາ​ຄົນ​ນຶ່ງ​ໄວ້ ແລ້ວ​ຕັ້ງ​ທ່ານ​ໃຫ້​ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ເອ​ຢິບ 34 ພ​ຣະ​ອົງ​ຕ້ອງ​ຊົງ​ແຕ່ງ​ຕັ້ງ​ຂ້າ​ຣາ​ຊ​ການ​ປົກ​ຄອງ​ເຂດ​ແຂວງ​ຕ່າງໆ​ເຫມືອນ​ກັນ ແລະ​ໃຫ້​ເກັບ​ເອົາ​ຜົນ​ລະ​ປູກ​ນຶ່ງ​ສ່ວນ​ຫ້າ​ໃນ​ລະ​ຫວ່າງ​ເຈັດ​ປີ​ທີ່​ອຸ​ດົມ​ສົມ​ບູນ​ນັ້ນ 35 ໃຫ້​ພວກ​ເຂົາ​ສະ​ສົມ​ອາ​ຫານ​ທຸກໆ​ຊ​ະນິດ​ໃນ​ປີ​ທີ່​ອຸ​ດົ​ມ​ສົມ​ບູນ​ໄວ້ ແລະ​ປະ​ຕິ​ບັດ​ຕາມ​ພ​ຣະ​ບັນ​ຊາ​ຂອງ​ພ​ຣະ​ອົງ​ຄື​ເກັບ​ເຂົ້​າ​ໄວ້​ໃນ​ເມືອງ​ຕ່າງໆ​ພາຍ​ໃຕ້​ການກວດ​ກາ​ຂອງ​ພ​ຣະ​ອົງ ແລະ​ຮັກ​ສາ​ໄວ້​ໃຫ້​ດີ 36 ອາ​ຫານ​ທີ່​ເກັບໄວ້​ນີ້​ຈະ​ເປັນ​ເຄື່ອງ​ບັນ​ເທົາ​ທຸກ​ເວ​ລາ​ອຶດ​ຢາກ​ໃນ​ລະ​ຍະ​ເຈັດ​ປີ​ທີ່​ຈະ​ມາ​ເຖິງ​ນີ້ ເພື່ອ​ປະ​ຊາ​ຊົນ​ຊາວ​ເອ​ຢິບ​ຈະ​ບໍ່​ໄດ້​ອຶດ​ເຂົ້າ​ຕາຍ”

ໂຢ​ເຊັບ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ເອ​ຢິບ

37 ຟາ​ຣາ​ໂອ ແລະ​ຂ້າ​ຣາ​ຊ​ການ​ຂອງ​ພ​ຣະ​ອົງ​ເຫັນຊອບ​ໃນ​ແຜນ​ການ​ທີ່​ໂຢ​ເຊັບ​ສ​ເນິ​ມາ​ນັ້ນ 38 ພ​ຣະ​ອົງ​ຊົງ​ກ່າວ​ຕໍ່​ພວກ​ຂ້າ​ຣາ​ຊ​ການ​ວ່າ, “ພວກ​ເຮົ​າ​ຈະ​ໄປ​ຊອກ​ຫາ​ຄົນ​ຊຶ່ງ​ພ​ຣະ​ວິນ​ຍານ​ຂອງ​ພ​ຣະ​ເຈົ້າ​ສະ​ຖິດ​ຢູ່​ກັບ​ເຂົາ ຄື​ຄົນ​ນີ້​ໄດ້​ຢູ່​ໃສ?” 39 ຟາ​ຣາ​ໂອຈຶ່ງ​ກ່າວ​ຕໍ່​ໂຢ​ເຊັບ​ວ່າ, “ດ້ວຍ​ວ່າ​ພ​ຣະ​ເຈົ້າ​ໄດ້​ໂຜດ​ສະ​ແດງ​ສິ່ງ​ຕ່າ​ງໆ​ນີ້​ແກ່​ເຈົ້າ​ຢ່າ​ງ​ແຈ່ມ​ແຈ້ງ ໂດຍ​ບໍ່​ມີ​ໃຜ​ເຂົ້າ​ໃຈ​ແລະ​ມີ​ສະ​ຕິ​ປັນ​ຍາ​ທໍ່​ເຈົ້າ 40 ດັ່ງ​ນັ້ນ ເຮົາ​ຈະ​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ ແລະ​ປະ​ຊາ​ຊົນ​ທຸກຄົນ​ຈະ​ຕ້ອງ​ທຳ​ຕາມ​ຄຳ​ສັ່ງ​ຂອງ​ເຈົ້າ ເຮົາ​ຍິ່ງ​ໃຫຍ່​ກວ່າ​ເຈົ້​າ​ກໍ​ເພາະ​ວ່າ​ເຮົາ​ເປັນ​ກະ​ສັດ​ທໍ່​ນັ້ນ” 41 ຕໍ່​ມາ ກະ​ສັດ​ຟາ​ຣາ​ໂອ​ຊົງ​ກ່າວ​ກັບ​ໂຢ​ເຊັບ​ວ່າ,“ບັດ​ນີ້ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ເຮົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ເອ​ຢິບ​ແລ້ວ” 42 ຟາ​ຣາ​ໂອ​ຊົງ​ຖອດ​ແຫວນ​ກາ​ປະ​ທັບ​ຈາກ​ນີ້ວ​ພ​ຣະ​ຫັດ ແລ້ວ​ສຸບ​ໃສ່​ນີ້ວ​ມື​ຂອງ​ໂຢ​ເຊັບ ເອົາ​ເສື້ອ​ທີ່​ງາມ​ທີ່​ສຸດ​ໃຫ້​ໂຢ​ເຊັບ​ນຸ່ງ ເອົ​າ​ສາຍ​ຄໍ​ຄຳ​ຄ້ອງ​ຄໍ​ໃຫ້ 43 ແລ້ວ​ພ​ຣະ​ອົງ​ໃຫ້​ໂຢ​ເຊັບຂີ່​ຣົດ​ພ​ຣະ​ທີ່​ນັ່ງ​ຄັນ​ທີ່​ສອງ​ຮອງ​ຈາກ​ພ​ຣະ​ອົງ ແລະ​ທະ​ຫານ​ຮັກ​ສາ​ພ​ຣະ​ອົງ​ຮ້ອງ​ປະ​ກາດ​ວ່າ “ຈົ່ງ​ຫລີກ​ທາງ​ໃຫ້” ໂຢ​ເຊັບ​ໄດ້​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ໃຫ້​ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ເອ​ຢິບ​ໂດຍ​ວີ​ທີ​ດັ່ງ​ກ່າວ​ມາ​ນີ້ 44 ຟາ​ຣາ​ໂອ​ກ່າວ​ຕໍ່​ໂຢ​ເຊັບ​ວ່າ, “ເຮົາ​ເປັ​ນ​ກະ​ສັດ​ກໍ​ຈິງ ແຕ່​ໃນ​ປະ​ເທດ​ເອ​ຢິບ​ນີ້ ຜູ້​ໃດ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ເຈົ້າ​ຈະ​ເຮັດ​ຫ​ຍັງ​ບໍ່​ໄດ້” 45 ພ​ຣະ​ອົງ​ໄດ້​ໃສ່​ຊື່​ໃຫ້​ໂຢ​ເຊັບ​ໃຫມ່​ວ່າ “ຊາ​ເຟ​ນັທ ປາ​ເນ​ອາ” ແລະ​ພ​ຣະ​ອົງ​ໄດ້​ປະ​ທານ​ນາງ​ອາ​ເຊນັທ ບຸດ​ຕ​ຣີ​ຂອງ​ໂປ​ຕີ​ເຟ​ຣາ ປະ​ໂຣ​ຫິດ​ເມືອງ​ໂອນ​ໃຫ້​ເປັນ​ພັ​ຣ​ຍາ ໂຢ​ເຊັບ​ໄດ້​ເດີນ​ທາງ​ໄປ​ກວດ​ການທົ່ວ​ປະ​ເທດ​ເອ​ຢິບ 46 ໂຢ​ເຊັບ​ໄດ້​ເຂົ້​າ​ຮັບ​ໃຊ້​ຟາ​ຣາ​ໂອ​ແຫ່ງ​ປະ​ເທດ​ເອ​ຢິບ​ເມື່ອ​ອາ​ຍຸ​ໄດ້​ສາມ​ສິບ​ປີ ທ່ານ​ທູນ​ລາ​ພ​ຣະ​ອົງ​ແລ້ວ​ອອກ​ເດີນ​ທາງ​ໄປ​ກວດ​ການ​ທົ່ວ​ປະ​ເທດ​ຕາງ​ພ​ຣະ​ເນດ​ພ​ຣະ​ກັນ 47 ໃນ​ລະ​ຍະ​ເຈັດ​ປີ​ທີ່​ອຸ​ດົມ​ສົມ​ບູນ​ນັ້ນ ປະ​ເທດເອ​ຢິບ​ຜ​ລິດ​ຜົນ​ລະ​ປູກ​ໄດ້​ຢ່າງ​ຫລວງ​ຫລາຍ 48 ໂຢ​ເຊັບ​ສະ​ສົມ​ອາ​ຫານ​ທຸກໆ​ຊ​ະນິດ​ໄວ້​ໃນ​ລະ​ຍະ​ເຈັດ​ປີ​ທີ່​ອຸ​ດົມ​ສົມ​ບູນ ແລ້ວ​ເອົາ​ໄປ​ເກັບ​ໄວ້​ຕາມ​ເມືອງ​ຕ່າງໆ​ໃນ​ແຕ່​ລະ​ເມືອງ​ນັ້ນ ທ່ານ​ຮິບ​ໂຮມ​ເອົາ​ເຂົ້​າ​ທີ່​ເກັບ​ໄດ້​ຈາກ​ນາ​ອ້ອມ​ແອ້ມ​ມາ​ເກັບ​ໄວ້​ໃນ​ຕົວ​ເມືອງ 49 ທ່ານ​ສະ​ສົມ​ເຂົ້​າ​ໄວ້​ໄດ້​ມາກ​ຫລາຍ​ປານ​ເກັ​ບ​ເມັດ​ດິນ​ຊາຍ​ໃນ​ແຄມ​ທະ​ເລ​ຫລາຍ​ຈົນ​ບໍ່​ສາ​ມາດ​ຊັ່ງ​ຕວງ​ໄດ້ 50 ກ່ອນປີ​ຈະ​ເກີດ​ການ​ອຶດ​ຢາກ ໂຢ​ເຊັບ​ມີ​ບຸດ​ຊາຍ​ສອງ​ຄົນ​ກັບ​ນາງ​ອາເຊນັທ ​ບຸດ​ຕ​ຣີ​ຂອງ​ໂປ​ຕີ​ເຟ​ຣາ​ປະ​ໂຣ​ຫິດ​ເມືອງ​ໂອນ 51 ໂຢ​ເຊັບ​ເວົ້າ​ວ່າ, “ພ​ຣະ​ເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ຂ້ອຍ​ລືມ​ຄວາມ​ເຈັບ​ຊ້ຳ​ນາໆ​ປະ​ການ​ແລະ​ລືມ​ຄອບ​ຄົວ​ຂອງ​ບິ​ດາຂ້ອຍ​ທັງ​ຫມົດ” ດັ່ງ​ນັ້ນ ຈຶ່ງ​ໄດ້​ຕັ້ງ​ຊື່​ໃຫ້​ບຸດຊາຍ​ກົກ​ວ່າ “ມາ​ນັ​ສເຊ” 52 ແລະ​ຍັງ​ໄດ້ເວົ້າ​ຕື່ມ​ອີກວ່າ, “ພ​ຣະ​ເຈົ້າ​ໄດ້​ປະ​ທານ​ບຸດຊາຍ​ໃຫ້​ຂ້ອຍ​ໃນ​ປະ​ເທດ​ທີ່​ຂ້ອຍ​ມີ​ຄວາມ​ທຸກ​ໃຈ” ດັ່ງ​ນັ້ນ ທ່ານ​ຈຶ່ງ​ໃສ່​ຊື່​ບຸດຊາຍ​ຄົນ​ທີ່​ສອງວ່າ “ເອ​ຟ​ຣາ​ອິມ” 53 ຄວາມ​ອຸ​ດົມ​ສົມ​ບູນ​ເປັນ​ເວ​ລາ​ເຈັດ​ປີ ໃນ​ປະ​ເທດ​ເອຢິບ​ໄດ້​ສິ້ນ​ສຸດ​ລົງ 54 ແລະ​ຄວາມ​ອຶດ​ຢາກ​ເປັນ​ເວ​ລາ​ເຈັດ​ປີ​ກໍ​ບັງ​ເກີດ​ຂຶ້ນ​ມາ​ແທນ​ຕາມ​ທີ່​ໂຢ​ເຊັບ​ໄດ້​ທຳ​ນາຍ​ໄວ້​ ຢູ່​ໃນ​ປະ​ເທດອື່ນໆ​ບໍ່​ມີ​ເຂົ້າ​ຈະ​ກິນ​ແລ້ວ ແຕ່​ໃນ​ປະ​ເທດ​ເອ​ຢິບ​ຍັງ​ມີ​ເຂົ້າ​ກິນ​ຢູ່ 55 ເມື່ອ​ປະ​ເທດ​ເອ​ຢິບ​ເລີ້ມ​ຕົ້ນ​ອຶດ​ຢາກ ປະ​ຊາ​ຊົນ​ກໍ​ແຫ່​ກັນ​ມາ​ຮ້ອງ​ທຸກ​ຂໍ​ອາ​ຫານ​ນຳ​ຟາ​ຣາ​ໂອ ພ​ຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ພວກ​ເຂົາ​ວ່າ, “ຈົ່ງ​ໄປ​ຫາ​ໂຢ​ເຊັບ ​ແລະ​ເຮັດ​ຕາມ​ທີ່​ທ່ານບອກ” 56 ເມື່ອ​ຄວາມ​ອຶດ​ຢາກ​ເກີດ​ຂຶ້ນ​ທົ່ວ​ປະ​ເທດ ໂຢ​ເຊັບ​ກໍ​ໄຂ​ສາງ​ເຂົ້າ​ທຸກໆ​ສາງ ແລ້ວ​ຂາຍ​ໃຫ້​ແກ່​ປະ​ຊາ​ຊົນ​ເອ​ຢິບ ເພາະ​ວ່າ​ການ​ອຶດ​ຢາກ​ຄັ້ງ​ນີ້​ຮ້າຍ​ແຮງ​ທີ່​ສຸດ 57 ປະ​ຊາ​ຊົນ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ ໄດ້​ພາ​ກັນ​ມາ​ປະ​ເທດ​ເອ​ຢິບ ເພື່ອ​ຂໍ​ຊື້​ເຂົ້​າ​ນຳ​ໂຢ​ເຊັບ ເພາະ​ວ່າ​ການ​ອຶດ​ຢາກ​ໄດ້​ເກີດ​ຂຶ້ນ​ໃນ​ທຸກໆ​ປະ​ເທດ​ທົ່ວ​ໂລກ​ຢ່າງ​ຮ້າຍ​ແຮງ

ປະຖົມການ 42

ພວກ​ອ້າຍ​ຂອງ​ໂຢ​ເຊັບ​ມາ​ປະ​ເທດເອ​ຢິບ​ເພື່ອ​ຫາ​ຊື້​ເຂົ້​າ​

1 ເມື່ອ​ຢາ​ໂຄບ​ຊາບ​ວ່າ​ຢູ່​ໃນ​ປະ​ເທດ​ເອ​ຢິບ​ຍັງ​ມີ​ເຂົ້າຂາຍ ທ່ານຈຶ່ງ​ເວົ້າ​ກັບ​ພວກ​ລູກ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ພາກັນ​ຢູ່​ຊື່​ໆ” 2 ຂ້ອຍ​ໄດ້​ຍິນ​ວ່າ​ທີ່​ປະ​ເທດ​ເອ​ຢິບ​ມີ​ເຂົ້າ​ຂາຍ ຈົ່ງ​ໄປ​ທີ່​ນັ້ນ​ຊື້​ເຂົ້​າ​ແມ໋ ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຮົາ​ຈະ​ອຶດ​ເຂົ້​າ​ຕາຍ​ກັນ​ໃດ໋” 3 ດັ່ງ​ນັ້ນ ພວກ​ອ້າຍ​ໂຢ​ເຊັບ​ທັງ​ສິບ​ຄົນ​ຈຶ່ງ​ພາ​ກັນ​ໄປ​ທີ່​ປ​ະ​ເທດ​ເອ​ຢິບ​ເພື່ອ​ຫາ​ຊື້​ເຂົ້າ 4 ຢາ​ໂຄບ​ບໍ່​ໄດ້​ໃຫ້​ເບັນ​ຢາ​ມິນ​ນ້ອງ​ຊາຍ​ຄີງໆ​ຂອງ​ໂຢ​ເຊັບ​ໄປ​ນຳ ເພາະ​ຢ້ານ​ເປັນ​ອັນ​ຕະ​ຣາຍ 5 ດັ່ງ​ນີ້ບຸດຊາຍ​ຂອງອິ​ສ​ຣາ​ເອນ ມາ​ຊື້​ເຂົ້າ​ພ້ອມ​ກັນກັບ​ພວກ​ອື່ນໆ ຍ້ອນ​ວ່າ​ໃນ​ປະ​ເທດ​ກາ​ນາ​ອານ​ມີ​ການ​ອຶດ​ຢາກ​ເກີດ​ຂຶ້ນ 6 ໂຢ​ເຊັບ​ໃນ​ຖາ​ນະ​ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ເອ​ຢິບ ໄດ້​ຂາຍ​ເຂົ້າ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກໆ​ຊາດ​ໃນ​ປະ​ເທດ​ຕ່າງໆ ດັ່ງ​ນັ້ນ ພວກ​ອ້າຍ​ຂອງ​ໂຢເຊັບ​ຈີ່ງ​ເຂົ້າ​ມາຫາ ແລະ​ຂາບ​ລົງ​ຕໍ່​ຫນ້າ​ທ່ານ 7 ເມື່ອ​ໂຢ​ເຊັບ​ເຫັນ​ພວກ​ອ້າຍ​ກໍ​ຈື່​ໄດ້ ແຕ່​ທ່ານ​ເຮັດ​ທໍາ​ທ່າ​ຄື​ບໍ່​ຮູ້​ຈັກ ທ່ານ​ເວົ້າ​ຢ່າງ​ມີ​ອຳ​ນາດ​ຕໍ່​ພວກ​ອ້າຍ​ວ່າ, “ພວກ​ເຈົ້າ​ມາ​ແຕ່​ໃສ?” ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ພວກ​ຂ້າ​ພ​ະ​ເຈົ້າມາ​ແຕ່​ປະ​ເທດ​ກາ​ນາ​ອານ​ເພື່ອ​ມາ​ຂໍ​ຊື້​ເຂົ້າ” 8 ໂຢ​ເຊັບ​ຈື່​ພວກ​ອ້າຍ​ຂອງ​ຕົນ​ໄດ້ ແຕ່​ເຂົາ​ເຈົ້າ​ຈື່​ທ່ານ​ບໍ່​ໄດ້ ທ່ານ​​ຍັງ​ຈົດ​ຈຳ​ຄວາມ​ຝັນ​ທີ່​ຝັນ​ກ່ຽວ​ກັບ​ພວກ​ເຂົາ​ເຈົ້າ 9 ທ່່ານ​ເວົ້າ​ວ່າ, “ພວກ​ເຈົ້າ​ເປັນ​ນັກ​ສືບ ພວກ​ເຈົ້າ​ມາ​ສືບ​ເບິ່ງ​ຈຸດ​ອ່ອນ​ໃນ​ປະ​ເທດ​ຂອງ​ເຮົາ” 10 ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ບໍ່​ດອ​ກ ອາດ​ຍາ​ເອີຍ, ພວກ​ຂ້າ​ພະ​ເຈົ້າມາ​ໃນ​ຖາ​ນະ​ເປັນ​ຜູ້​ຮັບໃຊ້​ຂອງ​ອາດ​ຍາ ເພື່​ອ​ຂໍ​ຊື້​ເຂົ້າ 11 ທັງ​ຫມົດ​ນີ້​ເປັນ​ອ້າຍ​ນ້ອງ​ກັນ ບໍ່​ແມ່ນ​ເປັນ​ນັກ​ສືບດອກ​ອາດ​ຍາ​ເອີຍ ພວກ​ຂ້າ​ພະ​ເຈົ້າເປັນ​ຄົນ​ສັດ​ຊື່” 12 ແຕ່​ໂຢ​ເຊັບ​ເວົ້າ​ຊ້ຳ​ເປັນ​ຫນັກ​ແຫນ້ນ​ວ່າ, “ຕ້ອງ​ແມ່ນ ພວກ​ເຈົ້າ​ມາ​ສືບ​ເບິ່ງ​ຈຸດ​ອ່ອນ​ໃນ​ປະ​ເທດ​ຂອງ​ເຮົ​າ” 13 ພວກ​ເຂົາເວົ້​າ​ວ່າ, “ອາດ​ຍາ​ເອີຍ, ພວກ​ຂ້າ​ພ​ະ​ເຈົ້າ​ມີ​ອ້າຍ​ນ້ອງ​ນຳ​ກັນ​ສິບ​ສອງ​ຄົນ ເກີດ​ຮ່ວມ​ພໍ່​ດຽວ​ກັນ​ຢູ່ໃນ​ປະ​ເທດກາ​ນາ​ອານ ດຽວ​ນີ້ ນ້ອງ​ຜູ້​ຫລ້າ​ຢູ່​ນຳພໍ່ ແລະ​ອ້າຍ​ຂອງ​ຜູ້​ຫລ້າ​ໄດ້​ຕາຍ​ໄປ​ແ​ລ້ວ” 14 ໂຢ​ເຊັບ​ຕອບ​ເຂົາ​ວ່າ, “ແມ່ນ​ຄື​ເຮົາ​ເວົ້າ​ແທ້ໆ ພວກ​ເຈົ້າ​ຕ້ອງ​ເປັນ​ນັກ​ສືບ​ອີ​ຫລີ 15 ສິ່ງ​ນີ້​ຈະ​ເປັນ​ເຄື່ອງ​ພິ​ສູດ​ພວກ​ເຈົ້າ ຄື​ເຮົາ​ຂໍ​ສັນ​ຍາ​ໃນ​ນາມ​ຟາ​ຣາ​ໂອ​ວ່າ ເຮົາ​ຈະ​ບໍ່​ປ່ອຍ​ພວກ​ເຈົ້າ ຈົນ​ກວ່າ​ນ້ອງ​ຫລ້າ​ຂອງ​ພວກ​ເຈົ້າ​ຈະ​ມາ​ທີ່​ນີ້ 16 ໃຫ້​ສົ່ງ​ຜູ້​ນຶ່ງ​ໃນ​ຈຳ​ນວ​ນ​ພວກ​ເຈົ້າ​ໄປ​ເອົາ​ເຂົາ​ມາ ພວກ​ທີ່​ເຫລືອ​ນັ້ນ​ຈະ​ຕ້ອງ​ຖືກ​ກັກ​ຂັງ​ໄວ້ ຈົນ​ກວ່າ​ສິ່ງ​ທີ່​ພວກ​ເຈົ້າ​ເວົ້າ​ມານັ້ນ​ຈະ​ພິ​ສູດ​ເຫັນ​ວ່າ​ເປັນ​ຄວາມ​ຈິງ ຖ້າ​ບໍ່​ດັ່ງ​ນັ້ນ ຕາບ​ໃດ​ທີ່​ຟາ​ຣາ​ໂອຍັງ​ມີ​ຊີ​ວິດ​ຢູ່ ພວກ​ເຈົ້​າ​ກໍ​ຄົງ​ເປັນ​ນັກ​ສືບ​ຢູ່​ຕາບ​ນັ້ນ” 17 ຍ້ອນ​ເຣື່ອງ​ດັ່ງ​ກ່າວ​ນີ້ ໂຢ​ເຊັບ​ຈີ່ງ​ສັ່ງ​ຂັງ​ພວກ​ເຂົາ​ສາມ​ວັນ 18 ຕໍ່​ມາ ໃນ​ວັນທີ່​ສາມ ໂຢ​ເຊັບ​ຈຶ່ງ​ເວົ້າ​ກັບ​ພວກ​ເຂົາ​ວ່າ, “ຂ້ອຍ​ນະ​ມັ​ສ​ການ​ພ​ຣະ​ເຈົ້າ ດັ່ງ​ນັ້ນ ຖ້າ​ພວກ​ເຈົ້າ​ເຮັດ​ສິ່ງ​ນີ້​ໄດ້ ພວກ​ເຈົ້າ​ກໍ​ຈະ​ພົ້ນ​ໂທດ ຄື​ຖ້າ​ພວກ​ເຈົ້​າ​ເປັນ​ຄົນ​ສັ​ດ​ຊື່​ແທ້ 19 ໃຫ້​ຜູ້​ດຽວ​ເທົ່າ​ນັ້ນ​ໃນ​ຈຳ​ນວນ​ພວກ​ເຈົ້​າ​ຢູ່​ໃນ​ຄຸກ​ນີ້ ນອກ​ຈາກ​ນັ້ນ​ໃຫ້​ເອົາ​ເຂົ້​າ​ທີ່​ຊື້​ນີ້​ເມືອ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຈົ້າ​ທີ່​ກຳ​ລັງ​ຫິວ​ຢູ່ 20 ແຕ່​ພວກ​ເຈົ້າ​ຕ້ອງ​ເອົາ​ນ້ອງ​ຊາຍ​ຫລ້າ​ມາ​ຫາ​ເຮົາ ເພື່ອ​ພິ​ສູດ​ວ່າ​ພວກ​ເຈົ້າ​ໄດ້​ເວົ້າ​ຄວາມ​ຈິງ​ພຽງ​ໃດ ແລ້ວ​ພວກ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ປະ​ຫານ​ຊີ​ວິດ” ພວກ​ເຂົາ​ຍອມ​ຕົກ​ລົງ​ຕາມ​ຂໍ້​ສ​ເນິ​ນັ້ນ 21 ພວກ​ເຂົ​າ​ເວົ້າ​ຕໍ່​ກັນ​ແລະ​ກັນ​ວ່າ, “ແມ່ນ​ແລ້ວ​ຫມູ່​ເຮົາ​ເປັນ​ຜູ້​ຜິດ​ແທ້​ທີ່​ໄດ້​ກະ​ທຳ​ແກ່​ນ້ອງ​ຂອງ​ພວກ​ເຮົາ ຫມູ່​ເຮົາ​ໄດ້​ເຮັດ​ໃຫ້​ເຂົາ​ມີ​ຄວາມ​ລຳ​ບາກ​ຫລາຍ ເມື່ອ​ເຂົາຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ ແຕ່​ຫມູ່​ເຮົາ​ບໍ່​ຍອມ​ຟັງ​ສຽງ ຍ້ອນ​ສິ່ງ​ນັ້ນ​ແຫລະ​ຄວາມ​ລຳ​ບາກ​ຈຶ່ງ​ຕາມ​ສນອງ​ພວກ​ຫມູ່​ເຮົາ​ດຽວ​ນີ້” 22 ຣູ​ເບນ​ເວົ້າ​ວ່າ, “ຂ້ອຍ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ຢ່າ​ຕີ​ເຂົາ ແຕ່​ພວກ​ເຈົ້​າ​ກໍ​ບໍ່​ຍອມ​ຟັງ​ຂ້ອຍ ເຫັນ​ບໍ່ ບັດ​ນີ້​ກັມ​ໄດ້​ຕອບ​ສ​ນອງກຳ​ແລ້ວ​“ 23 ໂຢ​ເຊັບ​ເຂົ້​າ​ໃຈ​ໃນ​ເຣື່ອງ​ທີ່​ພວກ​ເຂົາ​ເວົ້າ ແຕ່​ພວກ​ເຂົາ​ບໍ່​ຮູ້​ຈັກ​ວ່າ​ທ່າ​ນເຂົ້າ​ໃຈ ກໍ​ເພາະ​ວ່າ​ໂຢ​ເຊັບ​ໃຊ້​ນາຍ​ພາສາ​ເມຶ່ອ​ເວົ້າ​ກັບ​ພວກ​ເຂົາ 24 ໂຢ​ເຊັບ​ໄດ້​ຫນີ​ຈາກ​ພວກ​ເຂົາ ແລະ​ໄປ​ລີ້​ຮ້ອງ​ໄຫ້​ຢູ່​ຜູ້​ດຽວ ເມື່ອ​ທ່ານ​ອົດ​ກັ້ນ​ອາ​ລົມ​ຂົມ​ຂື່ນ​ໃຈ​ໄດ້​ແລ້ວ​ຈຶ່ງ​ກັ​ບ​ເຂົ້​າ​ມາ​ຫາ​ອີກ ທ່ານຈຶ່ງ​ສັ່ງ​ໃຫ້​ເຂົາ​ເອົາ​ຊີ​ເມ​ໂອນ​ອອກ​ມາ​ຜູກ​ໄວ້​ຕໍ່​ຫນ້າ​ຕໍ່​ຕາ​ພວກ​ເຂົາ 25 ໂຢ​ເຊັບ​ສັ່ງ​ໃຫ້​ຄົນ​ເອົາ​ເຂົ້າ​ໃສ່​ຖົງ​ພວກ​ເຂົາ​ຈົນ​ເຕັມ ແລ້ວ​ເອົາ​ເງິນ​ຂອງ​ແຕ່​ລະ​ຄົນ​ໃສ່​ໄວ້​ໃນ​ຖົງ​ເທິງ​ເຂົ້າ​ນັ້ນ​ຄືນ ແລ້ວ​ເອົາ​ອາ​ຫານ​ໃຫ້​ພວກ​ເຂົາ​ໄປ​ກິນ​ຕາມ​ທາງ​ນຳ ຄົນ​ຂອງ​ທ່ານ​ກໍ​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ນັ້ນ​ທຸກ​ປະ​ການ

ພວກ​ອ້າຍ​ຂອງ​ໂຢ​ເຊັບ​ຄືນ​ສູ່​ປະ​ເທດ​ກາ​ນາອານ

26 ພວກ​ອ້າຍ​ທັງ​ຫລາຍ​ກໍ​ພາ​ກັນ​ເອົາ​ເຂົ້​າ​ທີ່​ຊື້​ນັ້ນ​ຕ່າງ​ໃສ່​ຫລັງ​ລໍ​ແລ້ວກໍອອກ​ເດີ​ນ​ທາງ​ໄປ 27 ຄັນ​ຕໍ່​ມາ ໃນ​ບ່ອນ​ທີ່​ພັກ​ເຊົາ​ແຮມ​ຄືນ ຄົນ​ນຶ່ງ​ໃນ​ຈຳ​ນວນ​ນັ້ນ​ໄດ້​ໄຂ​ຖົງ​ເພື່ອ​ເອົາ​ເຂົ້​າ​ໃຫ້​ລໍ​ກິນ ໄດ້​ພົບ​ເງິນ​ຢູ່​ໃນ​ປາກ​ຖົງ​ເຂົ້​າ 28 ເຂົາຈຶ່ງ​ຮ້ອງ​ໃສ່​ພວກ​ອ້າຍ​ວ່າ, “ເງິນ​ຂອງ​ຂ້ອຍ​ຢູ່​ນີ້” ພວກ​ເຂົາ​ກໍ​ຕົກ​ໃຈ​ຈົນ​ຕົວ​ສັ່ນ ຈິ່ງ​ຫັນ​ຫນ້າ​ເຂົ້​າ​ຫາ​ກັນ​ແລະ​ເວົ້າ​ວ່າ, “ພ​ຣະ​ເຈົ້າ​ຊົງ​ກະ​ທຳ​ຕໍ່​ພວກ​ເຮົາ​ຢ່າງ​ນີ້​ຈະ​ເປັນ​ແນວ​ໃດ​ນໍ” 29 ເມື່ອ​ພວກ​ເຂົາ​ກັບ​ມາ​ຮອດ​ບິ​ດາທີ່​ປະ​ເທດ​ກາ​ນາ​ອານ​ແລ້ວ ກໍ​ເລົ່າ​ເຣື່ອງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ພວກ​ເຂົາ​ສູ່​ບິ​ດາ​ຟັງ​ວ່າ, 30 ຜູ້​ປົກ​ຄອງ​ປະ​ເທດ​ໄດ້​ເວົ້າ​ຢ່າງ​ຮຸນ​ແຮງ​ກັບ​ພວກ​ເຮົ​າ ທັງ​ຫາ​ເຣື່ອງ​ໃສ່​ວ່າ​ພວກ​ເຮົາ​ເປັນ​ນັກ​ສືບ​ເຂົ້າ​ໄປ​ໃນ​ປະ​ເທດ​ຂອງ​ເຂົາ 31 ພວກ​ເຮົ​າ​ຈຶ່ງ​ເວົ້າ​ກັບ​ທ່າ​ນ​ວ່າ ພວກ​ເຮົາ​ເປັນ​ຄົນ​ສັດ​ຊື່ ບໍ່​ແມ່ນ​ນັກ​ສື​ບ 32 ພວກ​ເຮົາ​ມີ​ອ້າຍ​ນ້ອງ​ສິບ​ສອງ​ຄົນ​ເປັນ​ບຸດ​ຮ່ວມພໍ່​ດຽວ​ກັນ ຜູ້​ນຶ່ງ​ໄດ້​ຕາຍ​ໄປ​ແລ້ວ ແລະ​ນ້ອງ​ຫລ້າ​ກໍ​ຢູ່ກັບ​ພໍ່ໃນ​ປະ​ເທດ​ກາ​ນາ​ອານ 33 ທ່າ​ນ​ໄດ້​ເວົ້າ​ວ່າ, “ເຮົາ​ຈະ​ເຊື່ອ​ວ່າ ພວກ​ເຈົ້າ​ເປັນ​ຄົນ​ສັດ​ຊື່​ກໍ​ຕໍ່​ເມື່ອ​ຄົນ​ນຶ່ງ​ໃນ​ຈຳ​ນວນ​ພວກ​ເຈົ້າ​ຈະ​ຕ້ອງ​ຢູ່​ກັບ​ເຮົາ ນອກ​ນັ້ນ​ໃຫ້​ພາ​ກັນ​ເອົາ​ເຂົ້າ​ກັບ​ຄືນ​ເມືອ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຈົ້​າ​ທີ່​ກຳ​ລັງ​ອຶດ​ຢູ່ 34 ແຕ່​ໃຫ້​ພວກ​ເຈົ້າ​ພາ​ນ້ອງ​ຊາຍ​ຫລ້າ​ນັ້ນ​ມາ​ຫາ​ເຮົາ ໂດຍ​ວິ​ທີ​ນີ້​ແຫລະ​ເຮົາ​ຈຶ່ງ​ຈະ​ເຊື່ອ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ສັດ​ຊື່ ແລະ​ບໍ່​ແມ່ນ​ນັກ​ສືບ ຄັນ​ແລ້ວ​ເຮົາ​ຈະ​ສົ່ງ​ອ້າຍ​ຂອງ​ພວກ​ເຈົ້າ​ຄືນ ແລະ​ພວກ​ເຈົ້​າ​ກໍ​ຈະ​ທຳ​ນາ​ຄ້າ​ຂາຍ​ຢູ່​ໃນ​ປະ​ເທດ​ນີ້​ໄດ້” 35 ໃນ​ຂ​ນະ​ທີ່​ພວກ​ເຂົາ​ໄຂ​ຖົງ​ເຂົ້າ ແຕ່​ລະ​ຄົນ​ກໍ​ເຫັນ​ຫໍ່​ເງິນ​ຂອງ​ຕົນ​ຢູ່​ໃນ​ຖົງ ຄັນ​ພວກ​ເຂົາ​ກັ​ບ​ບີ​ດາເຫັນ​ຫໍ່​ເງິນ​ກໍ​ພາ​ກັນ​ຢ້ານ​ກົວ 36 ຢາ​ໂຄບ​ຜູ້​ເປັນ​ບິ​ດາຈຶ່ງ​ເວົ້າ​ວ່າ, “ພວກ​ເຈົ້​າ​ຈະ​ບໍ່​ໃຫ້​ລູກ​ຢູ່​ກັບ​ຂ້ອຍ​ຈັກ​ຄົນ​ຫວະ ໂຢ​ເຊັບ​ກໍ​ຕາຍ​ໄປ​ແລ້ວ ຊີ​ໂມ​ເອນ​ກໍ​ຖືກ​ຈັບ ແລະ​ບັດ​ນີ້​ພວກ​ເຈົ້າ​ຈະ​ເອົ​າ​ເບັນ​ຢາ​ມິນ​ຫນີ​ຈາກ​ຂ້ອຍ​ອີກ ຂ້ອຍ​ຜູ້​ດຽວ​ທີ່​ທຸກ​ທໍ​ຣະ​ມານ​ທີ່​ສຸດ” 37 ຣູ​ເບນ​ຈຶ່ງ​ເວົ້າ​ກັບ​ບິ​ດາ​ວ່າ, “ຖ້າ​ລູກ​ບໍ່​ນຳ​ເບັນ​ຢາ​ມິນ​ມາ​ສົ່ງ​ພໍ່​ຄືນ ໃຫ້​ພໍ່​ຂ້າ​ບຸດ​ຊາຍ​ຂອງ​ລູກສອງ​ຄົນ​ນັ້ນ​ຖິ້ມ ຈົ່ງ​ມອບ​ເບັນ​ຢາ​ມິນ​ໄວ້ໃນ​ຄວາມ​ດູ​ແລ​ຂອງ​ລູກ​ເຖີດ ລູກ​ຈະ​ຕ້ອງ​ເອົາ​ເຂົາ​ກັບ​ຄືນ​ມາ” 38 ແຕ່​ຢາ​ໂຄບ​ເວົ້າ​ວ່າ, “ຂ້ອຍ​ຈະ​ບໍ່​ຍອມ​ໃຫ້​ລູກ​ຊາຍ​ຂ້ອຍ​ໄປ​ນຳ​ພວກ​ເຈົ້າ ອ້າຍ​ຂອງ​ເຂົາກໍ​ໄດ້​ຕາຍ​ໄປ​ແລ້ວ ຍັງ​ເຫລືອ​ແຕ່ເຂົາ​ຜູ້​ດຽວ ບາງ​ທີ​ເຂົາອາດ​ຖືກ​ຂ້າ​ຕາຍ​ຕາມ​ທາງ​ກໍ​ໄດ້ ຂ້ອຍ​ກໍ​ເຖົ້າ​ແກ່​ຫລາຍ​ແລ້ວ​ຫາ​ກ​ພະ​ເຊີນ​ກັບ​ຄວາມ​ທຸກ​ໂສກ​ທີ່​ພວກ​ເຈົ້າ​ເປັນ​ຜູ້​ກໍ່​ຂຶ້ນ​ນີ້ ອາດ​ເຮັດ​ໃຫ້​ຂ້ອຍ​ຊ້ຳ​ໃຈ​ຕາຍ​ກໍ​ໄດ້”

ປະຖົມການ 43

ພວກ​ອ້າຍ​ຂອງ​ໂຢ​ເຊັບ​ກັບ​ຄືນ​ໄປ​ປະ​ເທດ​ ເອ​ຢິບ​ພ້ອມ​ເບັນ​ຢາ​ມິນ

1 ຄວາມ​ອຶດ​ຢາກ​ໃນ​ປະ​ເທດ​ກາ​ນາ​ອານ​ຮ້າຍ​ແຮງ​ທີ່​ສຸດ 2 ເມື່ອ​ຄອບ​ຄົວ​ຂອງ​ຢາ​ໂຄບກິນ​ເຂົ້າ​ຊຶ່ງ​ຊື້​ມາ​ຈາກ​ປະ​ເທດ​ເອ​ຢິບ​ຫມົດ​ແລ້ວ ຢາໂຄບ​ຈຶ່ງ​ເວົ້າ​ຕໍ່​ພວກ​ບຸດຊາຍ​ວ່າ, “ຈົ່ງ​ກັບ​ຄືນ​ໄປ​ຊື້​ອາ​ຫານ​ຕື່ມ​ອີກ​ຈັກ​ຫນ່ອຍ​ສຳ​ລັບ​ພວກ​ເຮົ​າ​ແມ໋” 3 ຢູ​ດາ​ຈຶ່ງ​ຕອບ​ວ່າ, “ຜູ້​ປົກ​ຄອງ​ປະ​ເທດ​ເອຢິບ​ໄດ້​ເວົ້າ​ກັບ​ພວກ​ລູກ​ຢ່າງ​ເດັດ​ຂາດ​ແລ້ວ​ວ່າ ຢ່າ​ໄປ​ປາ​ກົດ​ຕົວ​ໃຫ້​ທ່ານເຫັນ​ຫນ້າ​ອີກ ຖ້າ​ພວກ​ເຮົ​າ​ບໍ່​ນຳ​ເອົາ​ນ້ອງ​ຫລ້າ​ເຮົາ​ໄປ​ພົບ​ທ່ານ 4 ແຕ່​ຖ້າ​ພໍ່​ຍອມ​ຕົກ​ລົງ​ໃຫ້​ນ້ອງ​ຊາຍ​ຫລ້າ​ໄປ​ກັບ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ໄປ​ຊື້​ເຂົ້າ​ໃຫ້​ພໍ່ 5 ຫາກ​ພໍ່​ບໍ່​ຍອມ​ຕົກ​ລົງ ພວກ​ເຮົາ​ກໍ​ຈະ​ບໍ່​ຍອມ​ໄປ ເພາະ​ທ່ານ​ໄດ້​ເວົ້າ​ວ່າ ພວກ​ເຈົ້າ​ຢ່າ​ມາ​ໃຫ້​ຂ້ອ​ຍ​ເຫັນ​ຫນ້າ​ອີກ ຖ້າ​ພວກ​ເຈົ້າ​ບໍ່​ເອົາ​ນ້ອງ​ຊາຍ​ເຈົ້າ​ມາ​ພ້ອມ” 6 ອິ​ສ​ຣາ​ເອນ​ຈຶ່ງ​ເວົ້າ​ວ່າ, “ເປັນ​ຫ​ຍັງ​ຫມູ່​ເຈົ້າ​ຈຶ່ງ​ເຮັດ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ຂ້ອຍ​ຫລາຍ​ແທ້ ດັນ​ໄປ​ເວົ້າ​ກັບ​ທ່າ​ນວ່າ​ຫມູ່ເຈົ້​າ​ມີ​ນ້ອງ​ຢູ່​ອີກ​ຜູ້​ນຶ່ງ” 7 ພ​ວກ​ເຂົາ​ຈຶ່ງ​ຕອບວ່າ, “ຊາຍ​ຄົນ​ນັ້ນ​ໄດ້​ຖາມ​ພວກ​ເຮົາ ແລະ​ຄອບ​ຄົວ​ວ່າ ພໍ່​ຂອງ​ພວກ​ເຈົ້າ​ຍັງ​ມີ​ຊີ​ວິດ​ຢູ່​ບໍ່? ພວກ​ເຈົ້າ​ມີ​ນ້ອງ​ຊາຍ​ບໍ່? ພວກ​ເຮົາ​ກໍ​ພາ​ກັນ​ຕອບ​ຄໍາ​ຖາມ​ທ່ານຕາມ​ຊື່​ເພາະ​ພວກ​ເຮົາ​ບໍ່​ຮູ້​ຈັກ​ວ່າ ທ່ານຈະ​ບອກ​ໃຫ້​ມາ​ນຳ​ເອົາ​ນ້ອງ​ຊາຍ​ໄປ​ຫາ​ທ່ານ” 8 ຢູດາ​ເວົ້າ​ກັບ​ອິ​ສ​ຣາ​ເອນ​ບິ​ດາຂອງ​ຕົນ​ວ່າ, “ຈົ່ງ​ອະ​ນຸ​ຍາດ​ໃຫ້​ນ້ອງ​ຊາຍ​ໄປ​ກັບ​ພວກ​ລູກ​ສາ ແລ້ວ​ພວກ​ເຮົາ​ກໍ​ຈະ​ໄດ້​ຮິບ​ຕຽມ​ຕົວ​ອ​ອກ​ເດີນ​ທາງ ແລ້ວ​ທຸກ​ຄົນ​ທັງ​ພໍ່​ແລະ​ລູກ​ຫລານ​ກໍ​ຈະ​ບໍ່​ອຶດ​ເຂົ້າ​ຕາຍ 9 ລູກ​ຈະ​ຍອມ​ຖວາຍ​ຊີ​ວິດ​ເພື່ອ​ເຂົາ ຂໍ​ພໍ່​ມອບ​ພາ​ຣະ​ຮັບ​ຜິດ​ຊອບ​ໄວ້​ກັບ​ລູກ ຖ້າ​ວ່າ​ລູກ​ບໍ່​ນຳ​ເຂົາ​ກັບ​ຄືນ​ມາ​ຢ່າງ​ປອດ​ໄພ ລູກ​ຈະ​ຍອມ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ພໍ່​ຕ​ລອດ​ຊິ​ວິດ 10 ຖ້າ​ພວກ​ເຮົ​າ​ບໍ່​ມົວ​ຊັກ​ຊ້າ​ຢູ່​ຢ່າງ​ນີ້ ປານ​ນີ້​ພວກ​ເຮົາ​ອາດ​ຈະ​ກັ​ບ​ມາ​ເປັນ​ທ້ຽວ​ທີ່​ສອງ​ແ​ລ້ວ” 11 ອິ​ສ​ຣາ​ເອນ​ຜູ້​ເປັນ​ບິ​ດາຈຶ່ງ​ເວົ້າ​ກັບ​ພວກ​ເຂົາ​ວ່າ, “ຖ້າ​ດັ່ງ​ນັ້ນ​ໃຫ້​ເຮັດ​ດັ່ງ​ນີ້ ຄື​ໃຫ້​ເອົາ​ຜົນ​ລະ​ປູກ​ອັນ​ດີ​ທີ່​ສຸດ​ທີ່​ມີ​ໃນ​ປະ​ເທດ​ຂອງ​ເຮົ​າ​ໃສ່​ຖົງ​ເຂົ້າ​ໄປ​ຕ້ອນ​ຊາຍ​ຄົນ​ນັ້ນ​ເຊັ່ນ: ຍານ ນໍ້າ​ເຜິ້ງ ເຄື່​ອງ​ເທດ ຫມາກ​ກໍ່ ແລະ​ຫມາກ​ບົກ 12 ຈົ່ງ​ຖື​ເງິນ​ໄປ​ນຳ​ອີກ​ສອງ​ເທົ່າ ກໍ​ເພາະ​ເຈົ້າ​ຈະ​ຕ້ອງ​ເອົາ​ເງິນ​ທີ່​ພົບ​ໃນ​ຖົງ​ເຂົ້​າ​ໄປ​ສົ່ງ​ຄືນ ບາງ​ທີ​ອາດ​ເປັນ​ການ​ຫລົງ​ລືມ​ກໍ​ໄດ້ 13 ຈົ່ງ​ຕຽມ​ຕົວ​ແລ້ວ​ເອົາ​ນ້ອງ​ຊາຍ​ອອກ​ເດີນ​ທາງ​ໄປ​ຫາ​ຊາ​ຍ​ຄົນ​ນັ້ນ​ສາ 14 ຂໍ​ໃຫ້ພ​ຣະ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຈົ່ງ​ດົນ​ບັນ​ດານ​ໃຫ້​ຊາຍ​ຜູ້​ນັ້ນ​ມີ​ຄວາມ​ເມດ​ຕາ​ຕໍ່​ພວກ​ເຈົ້າ ເພື່ອ​ວ່າ​ທ່າ​ນຈະ​ໄດ້​ປ່ອຍ​ນ້ອງ​ຂອງ​ພວກ​ເຈົ້າ​ອີກ​ຜູ້​ນຶ່ງ ກັບ​ເບັນ​ຢາ​ມິນ​ໃຫ້​ກັບ​ຄືນ​ມາ​ຫາ​ພໍ່ ຖ້າ​ວ່າ​ຈະ​ສູນ​ເສັຽ​ລູກ​ທັງ​ສອງ​ອີກ​ກໍ​ຕ້ອງ​ຈຳ​ເປັນ” 15 ດັ່ງ​ນັ້ນ ພວກ​ບຸດ​ຊາຍ​ຂອງ​ຢາ​ໂຄບ​ກໍ​ເອົາ​ຂອງ​ຕ້ອນ ແລະ​ເງິນ​ສອງ​ເທົ່າ​ພ້ອມ​ກັບ​ເບັນ​ຢາ​ມິນ ແລ້ວ​ອອກ​ເດີນ​ທາງ​ໄປ​ສູ່​ປະ​ເທດ​ເອ​ຢິບ​ເພື່ອ​ພົບ​ໂຢ​ເຊັບ 16 ເມື່ອ​ໂຢ​ເຊັບ​ເຫັນ​ເບັນຢາ​ມິນ​ມາ​ກັ​ບ​ພວກ​ເຂົາ ທ່ານ​ຈຶ່ງ​ສັ່ງ​ຄົນ​ໃຊ້​ຜູ້​ຮັບ​ຜິດ​ຊອບ​ໃນ​ເຮືອນ​ວ່າ, “ຈົ່ງ​ພາ​ຄົນ​ເຫລົ່າ​ນີ້​ໄປ​ເຮືອນ​​ແລ້ວ​ ຈົ່ງ​ໄປ​ຂ້າ​ສັດ​ແລະ​ຈັດ​ແຈ່ງ​ອາ​ຫານ ເພາະ​ວ່າ​ຕອນ​ສວາຍ​ນີ້ ຄົນ​ເຫລົ່າ​ນີ້​ຈະ​ກິນ​ເຂົ້າ​ນຳ​ເຮົາ” 17 ຄົນ​ໃຊ້​ກໍ​ໄດ້​ເຮັດ​ຕາມ​ທີ່​ໂຢ​ເຊັບ​ສັ່ງ ແລະ​ພາ​ພວກ​ເຂົາ​ໄປ​ເຮືອນ​ຂອງ​ທ່ານ 18 ເມື່ອ​ພວກ​ເຂົາ​ຖືກນຳ​ພາ​ໄປ​ຮອດ​ເຮືອນ​ຂອງ​ໂຢ​ເຊັບ ເຂົາ​ກໍ​ເກີດ​ຄວາ​ມຢ້ານ​ກົວ​ແລະ​ຄິດ​ໄປ​ວ່າ, “ພວ​ກ​ເຮົາ​ຖືກ​ພາ​ມາ​ນີ້​ກໍ​ຍ້ອນ​ເງິນ​ທີ່​ພວກ​ເຮົາ​ພົບ​ຢູ່​ໃນ​ຖົງ​ເຂົ້າ​ຄັ້ງ​ມາ​ຖ້ຽວ​ທຳ​ອິດ​ນັ້ນ ເຂົາ​ເຈົ້າ​ອາດ​ທຸບ​ຕິ​ພວກ​ເຮົາ​ເອົາ​ພວກ​ເຮົາ​ໄປ​ເປັນ​ທາດ​ແລະ​ຍຶດ​ເອົາ​ລໍ​ທັງ​ຫມົດ​ຂອງ​ພວກ​ເຮົາ” 19 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ມາ​ຫາ​ຄົນ​ໃຊ້​ຜູ້​ຮັບ​ຜິດ​ຊອບ​ໃນ​ເຮືອນ​ຂອງ​ໂຢ​ເຊັບ ແລະ​ເວົ້າ​ກັບ​ເຂົາທີ່​ປະ​ຕູ​ເຮືອນ​ 20 ວ່າ,” ນາຍ​ເອີຍ, ຂໍ​ໄດ້​ໂຜດ​ກະ​ຣຸ​ນາ​ເທີນ ເມື່ອ​ຄາວ​ຂ້າ​ພະ​ເຈົ້​າ​ໄດ້​ມາ​ຊື້​ສະ​ບ່ຽງ​ອາ​ຫານ​ຖ້ຽວ​ກ່ອນ​ນັ້ນ 21 ເວ​ລາ​ເດີນ​ທາງ​ກັບ​ພວກ​ຂ້າ​ພະ​ເຈົ້າໄດ້​ໄຂ​ຖົງ​ເຂົ້​າ ແລ້ວ​ໄດ້​ພົບ​ເງິນ​ທີ່​ຈ່າຍ​ຄ່າ​ຊື້​ເຂົ້າ​ຄົບ​ຕາມ​ຈຳ​ນວນ​ເດີມ ຈຶ່ງ​ໄດ້​ຖື​ເອົາ​ເງິນ​ຈຳ​ນວນ​ນັ້ນ​ນໍາມາ​ສົ່ງ​ຄືນ 22 ຂ້າ​ພະ​ເຈົ້າບໍ່​ຮູ້​ຈັກ​ວ່າ ແມ່ນ​ໃຜ​ເອົາ​ເງິນ​ນັ້ນ​ມາ​ໃສ່​ໃນ​ຖົງ​ເຂົ້​າ​ໄວ້ ເທື່ອ​ນີ້​​ຂ້າ​ພະ​ເຈົ້າ​ໄດ້​ຖື​ເງິນ​ມາ​ຫລາຍ​ພໍ​ສົມ​ຄວນ​ເພື່ອ​ຂໍ​ຊື້​ເຂົ້າ​ອີກ” 23 ຄົນ​ໃຊ້​ຈຶ່ງ​ເວົ້າ​ວ່າ, “ຢ່າ​ສູ່​ອຸກ​ໃຈ​ແລະ​ຢ້ານກົວ​ເລີຍ ພ​ຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ ແລະ​ຂອງບິ​ດາພວກ​ເຈົ້າ​ໄດ້​ເອົາ​ຊັບ​ສົມ​ບັດ​ນີ້ມາ​ໃສ່​ໃນ​ຖົງ​ເຂົ້​າ​ຂອງ​ພວກ​ເຈົ້າ ເງິນ​ທີ່​ພວກ​ເຈົ້າ​ຈ່າຍ​ນັ້ນ​ຂ້ອຍ​ໄດ້​ຮັບ​ຮຽບ​ຮ້ອຍ​ແລ້ວ” ແລ້ວ​ຄົນ​ຕົ້ນ​ເຮືອນກໍ​ນຳ​ເອົາ​ຊີ​ເມ​ໂອນ​ອອກ​ມາ​ຫາ​ພວກ​ເຂົາ 24 ຄົນ​ໃຊ້​ຈຶ່ງ​ພາ​ພວກ​ເຂົາ​ເຂົ້າ​ໄປ​ໃນ​ເຮືອນ​ໂຢ​ເຊັບ ເຂົາ​ໄດ້​ເອົາ​ນ້ຳ​ໃຫ້​ພວກ​ເຂົາ​ລ້າງ​ຕີນ ແລະ​ເອົາ​ເຟືອງ​ໃຫ້​ລໍ​ກິນ 25 ພວກ​ເຂົາ​ຕຽມ​ຈັດ​ຂອງ​ຕ້ອນ​ໄວ້​ມອບ​ໃຫ້​ໂຢ​ເຊັບ​ໃນ​ຕອນ​ສວາຍ ເພາະ​ພວກ​ເຂົາ​ໄດ້​ຮູ້​ວ່າ​ທ່ານ​ຈະ​ມາ​ຮັບ​ປະ​ທານ​ອາ​ຫານ​ທີ່​ບ້ານ 26 ເມື່ອ​ໂຢ​ເຊັບ​ມາ​ເຖິງ​ບ້ານ ພວກ​ເຂົາ​ກໍ​ພ​າ​ກັນ​ເອົາ​ຂອງ​ຕ້ອນ​ນຳ​ເຂົ້​າ​ໄປ​ໃນ​ເຮືອນ​ເພື່ອມອບ​ໃຫ້​ທ່າ​ນ ພວກ​ເຂົາ​ໄດ້​ຂາບ​ລົງ​ກັບ​ດິນ​ຕໍ່​ຫນ້າ​ໂຢ​ເຊັບ 27 ໂຢ​ເຊັບ​ໄດ້​ໄຕ່​ຖາມ​ເຖິງ​ຄວາມ​ສຸກ​ທຸກ​ຂອງ​ພວກ​ເຂົາ ແລ້ວ​ຈຶ່ງ​ຖາມ​ຕໍ່​ໄປ​ວ່າ, “ພໍ່​ຂອງ​ຫມູ່​ເຈົ້າ​ຊຶ່ງ​ຫມູ່​ເຈົ້າ​ໄດ້​ເວົ້າ​ໃຫ້​ຂ້ອຍ​ຟັງ​ວ່າ​ເຖົ້າ​ແກ່​ຫລາຍ​ແລ້ວ​ນັ້ນ​ເປັນ​ຢ່າງ​ໃດ? ທ່ານຍັງ​ມີ​ຊີ​ວິດ​ຢູ່​ ແລະ​ສະ​ບາຍ​ດີ​ບໍ່?” 28 ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ພໍ່​ຂອງ​ຂ້າ​ພະ​ເຈົ້າຂ້າ​ໃຊ້​ທີ່​ສັດ​ຊື່​ຕໍ່​ອາດ​ຍາ​ຍັງ​ມີ​ຊີ​ວິດ​ຢູ່ ແລະ​ຍັງ​ຢູ່​ສະ​ບາຍ​ດີ” ຄັນ​ແລ້ວ​ພ​ວກ​ເຂົ​າ​ກໍ​ຂາບ​ລົງ​ດິນ​ໂດຍ​ຊ້ອງ​ຫນ້າ​ທ່ານອີກ 29 ເມື່ອ​ໂຢ​ເຊັບ​ເຫັນ​ເບັນ​ຢາ​ມິນ​ນ້ອງ​ຊາຍ​ຄີງ​ຂອງ​ຕົນ ທ່ານ​ຈຶ່ງ​ເວົ້າ​ວ່າ, “ຊາຍ​ຄົນ​ນີ້​ຄົງ​ເປັນ​ນ້ອງ ຊ​າຍ​ຫລ້າ​ຂອງ​ຫມູ່​ເຈົ້າ ຊຶ່ງ​ໄດ້​ເວົ້າ​ໃຫ້​ເຮົາ​ຟັງ​ແຕ່​ກ່ອນ​ນັ້ນ​ຕິ ແມ່ນ​ບໍ່? ນ້ອງ​ເອີຍ ຂໍ​ພ​ຣະ​ເຈົ້​າ​ຈົ່ງ​ອວຍ​ພອນ​ແກ່​ເຈົ້າ” 30 ຄັນ​ແລ້ວ ໂຢ​ເຊັບ​ກໍ​ຟ້າວ​ຍ່າງ​ອອກ​ຫນີ​ໄປ ເພາະ​ຈິດ​ໃຈ​ຂອງ​ທ່ານ​ມີ​ຄວາມ​ຮູ້​ສຶກ​ຕື່ນ​ເຕັ້ນ​ຫລາຍ​ທີ່​ເຫັນ​ນ້ອງ​ຊາຍ​ຄີງ​ຂອງ​ຕົນ ທ່ານ​ເກືອບ​ຮ້ອງ​ໄຫ້​ຕໍ່​ຫນ້າ​ພວກ​ເຂົາ ແຕ່​ເມື່ອ​ອົດ​ບໍ່​ໄດ້ ທ່ານ​ຈຶ່ງ​ເຂົ້າ​ໄປ​ລີ້​ຮ້ອງ​ໄຫ້​ຢູ່​ໃນ​ຫ້ອງ​ສ່ວນ​ຕົວ 31 ຫລັງ​ຈາກ​ລ້າງ​ຫນ້າ​ລ້າງ​ຕາ​ແລ້ວ ທ່ານ​ຈຶ່ງ​ໄດ້​ອອກ​ມາ​ຂ້າງນອກ ພຍາ​ຍາມ​ລະ​ງັບ​ຄວາມ​ຮູ້​ສຶກ​ໄວ້ ແລ້ວ​ສັ່ງ​ໃຫ້​ຄົນ​ໃຊ້​ຈັດ​ແຈ່ງ​ເອົາ​ອາ​ຫານ​ມາ 32 ເຂົາ​ໄດ້ຈັດ​ແຈ່ງໂຕະ​ໃຫ້​ໂຢ​ເຊັບ​ກິນ​ຜູ້​ດຽວ​ຕ່າງ​ຫາກ ແລະ​ໄດ້​ຈັດ​ແຈ່ງ​ໃຫ້​ພວກ​ອ້າຍ​ນ້ອງ​ໂຕະ​ນຶ່ງ​ອີກ​ຕ່າງ​ຫາກ ຊາວ​ເອ​ຢິບ​ຊຶ່ງ​ໄປ​ຮ່ວມ​ນັ້ນກໍ​ໄດ້​ຈັດ​ໃຫ້​ກິນ​ອີກ​ໂຕະ​ນຶ່ງ​ຕ່າງ​ຫາກ ເພາະ​ເຂົາ​ຖື​ວ່າ​ເປັນ​ການ​ອັບ​ອາຍ​ຂາຍ​ຫນ້າ​ທີ່​ກິນ​ຮ່ວມ​ໂຕະ​ກັບ​ຊາວ​ເຮັບ​ເຣີ 33 ພວກ​ອ້າຍ​ນ້ອງ​ຂອງ​ໂຢ​ເຊັບ​ນັ່ງ​ລຽນ​ກັນ​ຢູ່​ໂຕະ​ຂ້າງ​ຫນ້າ​ຂອງ​ໂຢ​ເຊັບ ພວ​ກ​ເຂົາ​ນັ່ງ​ເປັນ​ລຳ​ດັບ​ແຕ່​ອ້າຍ​ກົກ​ມາ​ຫາ​ນ້ອງ​ຊາຍ​ຫລ້າ​ຕາມ​ອາ​ຍຸ ເມື່ອ​ພວກ​ເຂົາ​ນັ່ງ​ຮຽບ​ຮ້ອຍ​ແລ້ວ ພວກ​ເຂົາ​ກໍ​ເບິ່ງ​ຫນ້າ​ກັນ​ແລະ​ກັນ​ຢ່າງ​ປລາດ​ໃຈ 34 ຄົນ​ໃຊ້​ໄດ້​ແຈກ​ອາ​ຫານ​ແຕ່​ໂຕະ​ຂອງ​ໂຢເຊັບ​ໄປ ແລະ​ເຂົາ​ໄດ້​ແຈກ​ໃຫ້​ເບັນ​ຢາ​ມິນ​ຫລາຍກວ່າ​ພວກ​ອື່ນໆ​ຫ້າ​ເທົ່າ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ທ່ານຈົນ​ມືນ​ເມົາ

ປະຖົມການ 44

ຈອກ​ເຫລົ້​າ​ເສັຽ

1 ໂຢ​ເຊັບ​ໄດ້​ສັ່ງ​ຄົນ​ໃຊ້​ຜູ້​ຮັບ​ຜິດ​ຊອບ​ໃນ​ເຮືອນ​ຂອງ​ຕົນ​ວ່າ, “ຈົ່ງ​ເອົາ​ສະ​ບຽງ​ອາ​ຫານ​ໃສ່​ຖົງ​ຂອງ​ຄົນ​ເຫລົ່າ​ນີ້ ໃຫ້​ຫລາຍ​ເທົ່າ​ທີ່​ພວກ​ເຂົາ​ສາ​ມາດ​ເອົາ​ໄປ​ໄດ້​ ແລະ​ໃຫ້​ເອົາ​ເງິນ​ຂອງ​ເຂົາ​ແຕ່​ລະ​ຄົນ​ໃສ່​ລົງ​ໃນ​ຖົງ​ເທິງ​ເຂົ້າ​ແຕ່​ລະ​ຖົງ ໃຫ້​ເອົາ​ເງິນ​ຊື້​ເຂົ້າ​ຂອງ​ເຂົາ​ກັບ​ຈອກ​ເງິນ​ຂອງເຮົ​າ​ໃສ່​ລົງ​ໃນ​ຖົງ​ເຂົ້​າ​ຂອງ​ນ້ອງ​ຊາຍ​ຫລ້າ​ເຂົ​າ” 2 ແລ້ວ​ຄົນ​ໃຊ້ກໍ​ໄດ້​ທຳຕາມ​ທີ່​ໂຢ​ເຊັບ​ສັ່ງ​ທຸກ​ປະ​ການ 3 ເມື່ອ​ຮຸ່ງ​ຂຶ້ນ​ແຕ່​ເຊົ້າໆ ພວກ​ເຂົາ​ກໍ​ພາ​ກັນ​ອອກ​ເດີນ​ທາງ​ກັບ​ເມືອ​ພ້ອມ​ດ້ວຍ​ລໍ​ຂອງ​ພວກ​ເຂົາ 4 ຄັນ​ພວກ​ເຂົາ​ໄປ​ບໍ່​ໄກ​ຈາກ​ເມືອງ​ພໍ​ເທົ່າ​ໃດ ໂຢ​ເຊັບ​ຈຶ່ງ​ເວົ້າ​ກັບ​ຄົນ​ໃຊ້​ຜູ້​ຮັບ​ຜິດ​ຊອບ​ປະ​ຈຳ​ເຮືອນ​ຂອງ​ຕົນ​ວ່າ, “ຈົ່ງ​ຮີບ​ອອກ​ໄປ​ຕິດ​ຕາມ​ຄົນ​ເຫລົ່າ​ນັ້ນ ເມື່ອ​ເຈົ້າ​ທັນ​ພວກ​ເຂົາ​ແລ້ວ ໃຫ້​ເຈົ້າ​ວ່າ​ເປັນ​ຫຍັງ​ພວ​ກ​ເຈົ້າ​ປະ​ພຶດ​ການ​ຊົ່ວ​ຕອບ​ແທນ​ການ​ດີ ເປັນ​ຫຍັງ​ຈຶ່ງ​ລັກ​ເອົາ​ຈອກ​ເງິນ​ຂອງ​ເຣົາ​ມາ? 5 ຈອກ​ນັ້ນ​ເປັນ​ຈອ​ກ​ສະ​ເພາະທີ່​ເຈົ້ານາຍ​ຂອງຂ້ອຍ ໃຊ້​ສຳ​ລັບ​ດື່ມ​ນ້ຳ ແລະ​ໃຊ້​ກວດ​ເບິ່ງ​ເຫດ​ການ ພວກ​ເຈົ້າ​ເຮັດ​ຜິດ​ຢ່າງ​ຮ້​າຍ​ແຮງ​ຮູ້​ບໍ່?” 6 ເມື່ອ​ຄົນ​ໃຊ້​ນັ້ນ​ອອກ​ຕິດ​ຕາມ​ທັນ​ພວກ​ເຂົາ​ແລ້ວ ກໍ​ເວົ້າ​ດັ່ງ​ທີ່​ນາຍ​ສັ່ງ​ນັ້ນ​ກັບ​ເຂົາ 7 ພ​ວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ອາດ​ຍາ​ເວົ້​າ​ເຊັ່ນ​ນີ້​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ? ​ຂ້າ​ພະ​ເຈົ້າບໍ່​ເຄີຍ​ໄດ້​ກະ​ທຳ​ເຊັ່ນ​ນັ້ນ​ຈັກ​ເທື່ອ 8 ເບິ່ງ​ແມ໋, ທ່ານ​ກໍ​ໄດ້​ເຫັນ​ຂ້າ​ພະ​ເຈົ້າ​ທັງ​ຫລາຍນຳເອົາ​ເງິນ ຊຶ່ງ​ໄດ້​ພົບ​ຢ​ູ່​ໃນ​ຖົງ​ເຂົ້າ​ໃນ​ປະ​ເທດ​ກາ​ນາ​ອານ​ນັ້ນ​ມາ​ສົ່ງ​ຄືນ​ໃຫ້​ແກ່​ທ່ານ ເປັນ​ຫຍັງ​​ຂ້າ​ພະ​ເຈົ້າ​ທັງ​ຫລາຍຊິ​ມາ​ລັກ​ເອົາ​ເງິນ​ຫລື​ຄຳ​​ໄປ​ຈາກ​ບ້ານ​ເຈົ້ານາຍຂອງ​ທ່ານ? 9 ເອົາ​ເທາະ ຖ້າ​ສິ່ງ​ເຫລົ່າ​ນັ້ນ​ຕົກ​ຢູ່​ນຳ​ຜູ້​ໃດ​ຜູ້​ນຶ່ງ​ໃນ​ຈຳ​ນວນ​ພວກຂ້​າ​ພະ​ເຈົ້າຜູ້​ຮັບ​ໃຊ້​ຂອງ​ທ່ານ ຂໍ​ໃຫ້​ຂ້າ​ຜູ້​ນັ້ນ​ເສັຽ ແລ້ວ​ຂ້າ​ພະ​ເຈົ້າ​ທຸກ​ຄົນ​ກໍ​ຈະ​ຍອມ​ເປັ​ນ​ທາດ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ” 10 ຄົນ​ໃຊ້​ຈຶ່ງ​ເວົ້າ​ວ່າ, “ຕົກ​ລົງ ແຕ່​ຖ້າ​ວ່າ​ຂ້ອຍ​ພົບ​ຈອກ​ນັ້ນ​ນໍາ​ຜູ້​ໃດ​ຜູ້​ນຶ່ງ​ໃນ​ພວກ​ເຈົ້າ ຜູ້​ມີ​ຈອກ​ນັ້ນ​ຈະ​ຕ້ອງ​ເປັນ​ທາດ​ຂອງ​ຂ້ອຍ ນອກ​ນັ້ນ​ໃຫ້​ເປັນ​ອິ​ສ​ຣະ​ຫມົດ” 11 ດັ່ງ​ນັ້ນ​ ພວກ​ເຂົາ​ຈຶ່ງ​ຟ້າວ​ເອົາ​ຖົງ​ສະ​ບຽງ​ອາ​ຫານ​ລົງ​ຈາກ​ຫລັງ​ລໍ ແລ້ວ​ແຕ່​ລະ​ຄົນ​ກໍ​ໄຂ​ຖົງ​ຂອງ​ຕົນ​ອອກ 12 ຄົນ​ໃຊ້​ຂອງ​ໂຢ​ເຊັບ​ຈຶ່ງ​ຄົ້ນ​ເບິ່ງ​ແຕ່​ອ້າຍ​ກົກ​ຈົນ​ຮອດ​ນ້ອງ​ຫລ້າ ແລ້ວ​ພົບ​ຈອກ​ນັ້ນ​ຢູ່​ໃນຖົງ​ເຂົາ​ຂອງ​ເບັນ​ຢາ​ມິນ 13 ເມື່ອ​ເປັນ​ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ພາ​ກັນ​ຈີກ​ເສື້ອ​ຂອງ​ຕົນ​ເອງດ້ວຍ​ຄວາມ​ເສັຽ​ໃຈ ເອົາ​ຖົງ​ຂຶ້ນ​ໃສ່​ຫລັງ​ລໍ​ແລະ​ກັບ​ຄືນ​ເຂົ້າ​ໄປ​ໃນ​ເມືອງ 14 ເມື່ອ​ຢູດາ ​ແລະ​ພວກ​ອ້າຍ​ນ້ອງ​ມາ​ຮອດ​ເຮືອນ​ຂອງ​ໂຢ​ເຊັບ ຊຶ່ງ​ຂ​ນະ​ນັ້ນ​ທ່ານ​ເອງ​ກໍ​ຍັງ​ຢູ່​ເຮືອນ ພວກ​ເຂົາ​ຈຶ່ງ​ພາ​ກັນ​ຂາບ​ລົງ​ຕໍ່​ຫນ້າ​ທ່ານ 15 ແລ້ວ​ໂຢ​ເຊັບ​ກໍ​ເວົ້າ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ເຮັດ​ດັ່ງ​ນີ້? ພວກ​ເຈົ້າ​ອາດ​ບໍ່​ຮູ້​ຈັກ​ວ່າ​ຄົນ​ຢ່າງ​ເຮົາ​ນີ້​ເປັນ​ຄົນ​ຕາ​ທິບ” 16 ຢູດາ​ໄດ້​ເວົ້າ​ວ່າ, “ຂ້າ​ພະເຈົ້າ​ທັງ​ຫລາຍບໍ່​ມີ​ທາງ​ໂຕ້​ຖຽງ​ໄດ້​ແລ້ວ​​ ແລະ​ບໍ່​ຊ່າງ​ຈະ​ພິ​ສູດ​ຄວາມ​ບໍ​ຣິ​ສຸດ​ຂອງພວກ​ຂ້າ​ພະ​ເຈົ້າຢ່າງ​ໃດ​ໄດ້​ອີກ​ ພ​ຣະ​ເຈົ້າ​ໄດ້​ປະ​ຈານ​ຂາຍ​ຫນ້າ​ເພາະ​ຄວາມ​ຜິດ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ແລ້ວ​ທ່ານ​ຜູ້​ຍິ່ງ​ໃຫຍ່​ເອີຍ ບັດ​ນີ້ ຂ້າ​ພະ​ເຈົ້າທຸກ​ຄົນ​ຕົກ​ເປັນ​ທາດ​ຂອງ​ທ່ານ​ແລ້ວ ແລະ​ຈະ​ບໍ່​ແມ່ນ​ແຕ່​ຜູ້​ດຽວ​ສະ​ເພາ​ະ​ຄົນ​ທີ່​ທ່ານ​ພົບ​ຈອກ​ເທົ່າ​ນັ້ນ” 17 ໂຢ​ເຊັບ​ເວົ້າ​ວ່າ, “ບໍ່​ແມ່ນດອ​ກ ເຮົາ​ຈະ​ບໍ່​ເຮັດ​ເຊັ່ນ​ນັ້ນ ຜູ້​ເຮົາ​ພົບ​ຈອກ​ນຳ​ເທົ່າ​ນັ້ນ​ທີ່​ຈະ​ເປັນ​ທາດ​ຂອງ​ເຮົາ ສ່ວນນອກ​ນັ້ນ ຈົ່ງ​ກັບ​ໄປ​ຫາພໍ່​ຂອງ​ພວກ​ເຈົ້າ​ຢ່າງ​ປອດ​ພັຍ​ເທີນ”

ຢູດາ​ຣ້ອງ​ຂໍ​ເພື່ອ​ເບັນ​ຢາ​ມິນ

18 ຄັນ​ຕໍ່​ມາ ຢູດາ​ໄດ້​ເຂົ້​າ​ໄປ​ຫາ​ໂຢ​ເຊັບ​ແລະ​ຮ້ອງ​ຂໍ​ວ່າ, “ທ່ານ​ຜູ້​ຍິ່ງ​ໃຫຍ່ເອີຍ, ໂຜ​ດ​ກະ​ຣຸ​ນາ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ລົມ​ກັບ​ທ​່ານ​ຢ່າງ​ເປັນ​ກັນ​ເອງ​ກ່ອນ​ຖ້ອນ ຂໍ​ທ່ານ​ຢ່າ​ຟ້າວ​ໂກດ​ຮ້າຍ​ຂ້າ​ພະ​ເຈົ້າ ທ່ານ​ເອງ​ກໍ​ເປັນ​ເຫມືອນ​ຟາ​ຣາ​ໂອ 19 ທ່ານ​ຖາມ​​ຂ້າ​ພະ​ເຈົ້​າທັງ​ຫລາຍວ່າ ພວກ​ເຈົ້າ​ມີ​ພໍ່ແລະ​ນ້ອງ​ບໍ່? 20 ພວກ​ຂ້າ​ພະ​ເຈົ້າ​ກໍ​ຕອບ​ວ່າ ພວກ​ຂ້າ​ພະ​ເຈົ້າມີ​ພໍ່ທີ່​ເຖົ້​າຊະຣາ​ແລ້ວ ມີ​ນ້ອງ​ຊາຍ​ຜູ້​ນຶ່ງ​ເກີດ​ເມື່ອ​ພໍ່​ເຖົ້າ​ແກ່​ແລ້ວ ອ້າຍ​ຂອງ​ເດັກ​ຜູ້​ນັ້ນ​ໄດ້​ຕາຍ​ໄປ​ແລ້ວ ແລະ​ເຂົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເກີດ​ຮ່ວມ​ທ້ອງ​ແມ່​ດຽວ​ກັນ​ຊຶ່ງ​ຍັງ​ມີ​ຊີ​ວິດ​ຢູ່ ສະ​ນັ້ນພໍ່ຈຶ່ງ​ຮັກເຂົາຫລາຍ 21 ທ່ານ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້​າທັງ​ຫລາຍວ່າ ໃຫ້​ເອົາ​ເຂົາ​ມາ​ທີ່​ນີ້ ເພື່ອ​ທ່ານ​ຈະ​ໄດ້​ເຫັນ​ເຂົາ 22 ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຮຽນໄດ້​ຕອບ​ທ່ານ​ວ່າ ເດັກ​ຫນຸ່ມ​ຄົນ​ນີ້ຈະພາກຈາກ​ພໍ່​ບໍ່​ໄດ້ ຖ້າ​ເຂົາຈາກ​ໄປ​ເມື່ອ​ໃດ ພໍ່​ເຂົາ​ຕ້ອງ​ຕາຍ 23 ຄັນ​ແລ້ວ ທ່ານ​ເວົ້າ​ວ່າ ພວກ​ເຈົ້າ​ຢ່າ​ມາ​ໃຫ້​ຂ້ອຍ​ເຫັນ​ຫນ້າ​ອີກ ຖ້າ​ບໍ່​ເອົາ​ນ້ອງ​ຊາຍ​ຫລ້າ​ເຈົ້າ​ມາ​ນຳ 24 ເມື່ອ​ຂ້າ​ພະ​ເຈົ້າ​ກັບ​ຄືນ​ເມືອ​ຫາ​ບິ​ດາຜູ້​ເປັນ​ຂ້າ​ໃຊ້​ຂອງ​ທ່ານ ຂ້າ​ພະ​ເຈົ້າທັງ​ຫລາຍຈຶ່ງ​ເລົ່າ​ເຣື່ອງ​ທີ່​ນາຍເວົ້າ​ໃຫ້ທ່ານ​​ຟັງ 25 ຄັນ​ແລ້ວ ທ່ານ​ໄດ້​ເວົ້າ​ວ່າ ຈົ່ງ​ພາກັນ​ໄປ​ຊື້​ເຂົ້າ​ມາ​ໃຫ້​ພໍ່​ຈັກ​ຫນ່ອຍ​ແດ່ 26 ຂ້າ​ພະ​ເຈົ້າ​ທັງ​ຫລາຍຈຶ່ງ​ຕອບ​ທ່ານ​ວ່າ ເຮົາ​ໄປ​ບໍ່​ໄດ້ ຖ້າ​ບໍ່​ໄດ້​ເອົາ​ນ້ອງ​ຊາຍ​ຫລ້າ​ມາ​ນຳ 27 ພໍ່​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຈຶ່ງບອກ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ວ່າ ພວກ​ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ເມັຽຂອງ​ຂ້ອຍ​ໄດ້​ເກີດ​ບຸດຊາຍ​ສອງ​ຄົນ​ນີ້​ໃຫ້​ສຳ​ລັບ​ຂ້ອຍ 28 ຜູ້​ທຳ​ອີດ​ກໍ​ຕາຍ​ຈາກ​ຂ້ອຍ​ໄປ​ແລ້ວ ຂ້ອຍ​ຄາດ​ວ່າ​ເຂົາ​ຄົງ​ຈະ​ຖືກ​ສັດ​ຮ້າຍ​ກັດ​ຕາຍ ເພາະ​ວ່າ​ຂ້ອຍ​ບໍ່​ໄດ້​ເຫັນ​ເຂົາ​ຈົນ​ເທົ່າ​ດຽວ​ນີ້ 29 ບັດ​ນີ້ ຖ້າ​ພວກ​ເຈົ້າ​ຈະ​ເອົາ​ລູກ​ຊ​າຍ​ຫລ້າ​ຜູ້​ນີ້​ໄປ​ຈາກ​ຂ້ອຍ​ແລະ​ຖືກ​ຂ້າ​ອີກ ພວກ​ເຈົ້າ​ກໍ​ຈະ​ສ້າງ​ຄວາມ​ທຸກ​ທໍ​ຣະ​ມານ​ໃຈ ແກ້ງ​ຈະ​ຂ້າ​ຂ້ອຍ​ອີກ​ໃນ​ຍາມ​ເຖົ້າ​​ຊະ​ຣາ​ການ​ຢ່າງ​ນີ້ 30 ທ່ານ​ຜູ້ຍິ່ງ​ໃຫຍ່ ເຣື່ອງ​ມີ​ຢູ່​ວ່າ​ຫາກ​ຂ້າ​ພະ​ເຈົ້າກັບ​ເມືອ​ຫາ​ພໍ່ຜູ້​ຮັບ​ໃຊ້​ຂອງ​ທ່ານ​ໂດຍ​ບໍ່​ມີ​ນ້ອງ​ຄົນ​ນີ້​ແລ້​ວ 31 ເມື່ອ​ພໍ່ຮູ້​ວ່າ​ບໍ່​ມີ​ເຂົາ​ມາ​ນຳ ທ່ານ​ກໍ​ຈະ​ສິ້ນ​ໃຈ​ຕາຍ ຊີ​ວິດ​ຂອງ​ທ່ານ​ຂຶ້ນ​ຢູ່​ກັບ​ເດັກ​ນ້ອຍ​ຜູ້ນີ້ ທ່ານ​ເອີຍ ພວກ​ຂ້າ​ພະ​ເຈົ້​າ​ກໍ​ຈະ​ສ້າງ​ຄວາມ​ທຸກ​ໃຈ​ຢ່າງ​ຫລວງ​ຫລາຍ ແກ້ງ​ຂ້າ​ພໍ່ໃນ​ເວ​ລາ​ທ່າ​ນ​ເຖົ້າ​ແກ່ຊະ​ຣາຢ່າງນີ້ 32 ຂ້າ​ພະ​ເຈົ້າຜູ້​ຮັບ​ໃຊ້​ຂອງ​ທ່ານ​ຮັບ​ປະ​ກັນ​ນ້ອງ​ໄວ້ຕໍ່​ຫນ້າ​ພໍ່ວ່າ ຈະ​ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າແທນ​ເດັກ​ຄົນ​ນີ້ ໂດຍບອກ​ພໍ່​ວ່າ ຖ້າ​ບໍ່​ໄດ້​ນໍາ​ເອົາ​ເຂົາ​ກັບ​ຄືນ​ມາ​ຫາ​ທ່ານ ຂ້​າ​ພະ​ເຈົ້າກໍ​ເປັນ​ຜູ້​ກະ​ທຳ​ຜິດ​ຕໍ່​ພໍ່​ຕ​ລອດ​ຊົ່ວ​ຊີ​ວິດ 33 ບັດ​ນີ້ ທ່ານ​ເອີຍ ຂ້າ​ພະ​ເຈົ້າ​ຈະ​ຢູ່​ທີ່ນີ້​ເປັນ​ທາດ​ຮັບ​ໃຊ້​ຂອງ​ທ່ານ​ແທນ​ເດັກ​ຄົນ​ນີ້ ກະ​ຣຸ​ນາ​ໃຫ້​ເຂົາກັບ​ຄືນ​ເມືອ​ກັ​ບ​ພວກ​ອ້າຍ​ຂອງ​ເຂົາ​ເທີນ 34 ຂ້າ​ພະ​ເຈົ້​າຈະ​ກັບ​ຄືນ​ຫາ​ພໍ່ໄດ້​ຢ່າງ​ໃດ ຖ້າຫາກ​ບໍ່​ມີ​ເດັກ​ຄົນ​ນີ້​ເມືອ​ນຳ ຂ້າ​ພະ​ເຈົ້າບໍ່​ຢາກ​ເຫັນ​ເຄາະ​ຮ້າຍ​ເກີດ​ຂຶ້ນ​ກັບ​ພໍ່ຂອງ​ຂ້າ​ພະ​ເຈົ້າ”

ປະຖົມການ 45

ໂຢ​ເຊັບ​ບອກ​ໃຫ້​ພວກ​ອ້າຍ​ນ້ອງ​ຮູ້​ວ່າ​ທ່ານແມ່ນ​ໃຜ?

1 ໂຢ​ເຊັບ​ບໍ່​ສາ​ມາດ​ຈະ​ລະ​ງັບ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ຕໍ່​ຫນ້າ​ຜູ້​ຮັບ​ໃຊ້​ທັງ​ຫມົດ​ໄດ້ ສະ​ນັ້ນ ທ່ານ​ຈຶ່ງ​ຮ້ອງ​ອອກ​ມາ​ວ່າ, “ໃຫ້​ທຸກ​ຄົນ​ອອກ​ໄປ” ເວ​ລາ​ທ່ານ ບອກ​ພວກ​ອ້າຍ​ແລະ​ນ້ອງ​ຂອງຕົນ​ວ່າ​ທ່ານຄື​ໃຜ​ນັ້ນ ບໍ່​ມີ​ຄົນ​ອື່ນ​ເລີຍ​ຢູ່​ທີ່​ນັ້ນ 2 ທ່ານ​ໄຫ້​ສະ​ອຶກ​ສະ​ອື້ນ​ສຽງ​ດັງ​ຈົນ​ຊາວ​ເອ​ຢິບ​ໄດ້​ຍິນ ແລະ​ຂ່າວ​ນີ້​ກໍ​ແຜ່​ໄປ​ເຖິງ​ພ​ຣະ​ຣາ​ຊວັງ 3 ໂຢເຊັບ​ເວົ້າ​ຕໍ່​ພວກ​ອ້າຍ​ວ່າ, “ຂ້ອຍ​ແມ່ນ​ໂຢ​ເຊັບ ບິ​ດາ​ຂອງ​ຂ້ອຍ​ຍັງ​ມີ​ຊີ​ວິດ​ຢູ່​ບໍ່?” ພວກ​ອ້າຍ​ພາ​ກັນ​ຢ້ານ​ກົວ​ຈົນ​ບໍ່​ສາ​ມາດ​ຕອບ​ທ່ານໄດ້ 4 ແລ້ວ​ໂຢ​ເຊັບ​ຈຶ່ງ​ເວົ້າ​ຕໍ່​ໄປ​ວ່າ, “ຈົ່ງ​ພາ​ກັນ​ຫຍັບ​ເຂົ້າ​ມາ​ໃກ້ໆ​ຂ້ອຍ” ພວກ​ເຂົາ​ກໍ​ຫຍັບ​ເຂົ້​າ​ໄປ​ໃກ້ໆ ແລ້ວ​ທ່ານເວົ້າ​ວ່າ, “ຂ້ອຍ​ແມ່ນ​ໂຢ​ເຊັບ​ນ້ອງ​ຊາຍ​ຂອງ​ພວກ​ເຈົ້າ ຊຶ່ງ​ພວກ​ເຈົ້າ​ໄດ້​ຂາຍ​ມາ​ປະ​ເທດ​ເອ​ຢິບ 5 ບັດ​ນີ້ ຢ່າ​ໄດ້​ກະ​ວົນ​ກະ​ວາຍ​ໃຈ ຫລື​ຕິ​ຕົນ​ເອງ​ທີ່​ຂາຍ​ຂ້ອຍ​ມາ​ທີ່​ນີ້ ແມ່ນ​ພ​ຣະ​ເຈົ້​າ​ແທ້ໆ​ທີ່​ຊົງ​ໃຊ້​ຂ້ອຍ​ມາ​ທີ່​ນີ້​ກ່ອນ ເພື່ອ​ຊ່ອຍ​ເຫລືອ​ຊີ​ວິດ​ພວກ​ເຈົ້າ 6 ດຽວ​ນີ້​ເປັນ​ພຽງ​ປີ​ທີ່​ສອງ​ຂອງ​ການ​ອຶດ​ຢາກຢູ່​ໃນ​ແຜ່ນ​ດິນ​ນີ້ ແຕ່​ຍັງ​ຈະ​ມີ​ອີກ​ຫ້າ​ປີ​ທີ່​ຈະ​ບໍ່​ມີ​ການ​ປູກ​ຝັງ​ແລະ​ການ​ເກັບ​ກ່ຽວ 7 ພ​ຣະ​ເຈົ້າ​ໄດ້​ຊົງ​ໃຊ້​ຂ້ອຍ​ມາ​ກ່ອນ​ພວກ​ເຈົ້າ ເພື່ອ​ຊ່ອຍ​ເຫລືອ​ຊີ​ວິດ​ຂອງ​ພວກ​ເຈົ້າ​ໄວ້ ແລະ​ເພື່ອ​ໃຫ້​ເຊື້ອ​ສາຍ​ຂອງ​ພວກ​ເຮົ​າ​ມີ​ຢູ່​ສືບ​ໄປ 8 ດັ່ງ​ນັ້ນ ຈຶ່ງ​ບໍ່​ແມ່ນ​ພວກ​ເຈົ້າ​ແທ້​ສົ່ງ​ຂ້ອຍ​ມາ ແຕ່​ແມ່ນພ​ຣະ​ເຈົ້າ ພ​ຣະ​ອົງ​ຊົງ​ໂຜດ​ໃຫ້​ຂ້ອຍ​ເປັນ​ຂຸນ​ນາງ​ຜູ້​ສຳ​ຄັນ​ທີ່​ສຸດ​ຂອງ​ຟາ​ຣາ​ໂອ ຄື​ຮັບ​ຜິດ​ຊອບ​ຊັບ​ສົມ​ບັດ ແລະ​ມໍ​ຣະ​ດົກ​ທັງ​ຫມົດ​ຂອງ​ພ​ຣະ​ອົງ ແລະ​ປົກ​ຄອງ​ປະ​ເທດເອ​ຢິບ 9 ບັດ​ນີ້ ພວກ​ເຈົ້າ​ຈົ່ງ​ພາ​ກັນ​ຟ້າວ​ເມືອ​ຫາ​ພໍ່ ແລະ​ນຳ​ຄຳ​ສັ່ງ​ຂອງ​ຂ້ອຍ​ເມືອບອກ​ທ່ານ​ວ່າ ພ​ຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ຂ້ອຍ​ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ເອ​ຢິບ 10 ໃຫ້​ພໍ່​ມາ​ຫາ​ຂ້ອຍ​ໄວ​ທີ່​ສຸດ ໃຫ້​ພໍ່​ເອງ​ມາ​ພ້ອມ​ລູກ​ຫລານ ຝູງ​ແກະ ແລະ​ຝູງ​ແບ້ ທັງ​ງົວ​ຄວາຍ​ແລະ​ທຸກ​ສິ່ງ​ທີ່​ພໍ່​ມີ ຂ້ອຍ​ຈະ​ໃຫ້​ພໍ່​ຢູ່​ເຂດ​ໂກ​ເຊນ​ບ່ອນ​ທີ່​ໃກ້​ກັບ​ຂ້ອຍ 11 ຖ້າ​ພໍ່​ຢູ່​ໂກ​ເຊນ ຂ້ອຍ​ກໍ​ສາ​ມາດ​ເບິ່ງ​ແຍງ​ທ່ານ​ໄດ້ ຄວາມ​ອຶດ​ຢາກ​ກໍ​ຍັງ​ຈະ​ມີ​ອີກ​ຫ້າ​ປີ ແລະ​ຂ້ອຍ​ບໍ່​ຢາກ​ໃຫ້​ພໍ່​ພ້ອມ​ກັບ​ຄົນ​ທັງ​ປວງ​ທີ່​ພໍ່​ມີ​ຕ້ອງ​ອຶດ​ຢາກ” 12 ໂຢ​ເຊັບ​ເວົ້າ​ກັບ​ພວກ​ອ້າຍ​ນ້ອງ​ຕໍ່​ໄປ​ວ່າ, “ບັດ​ນີ້ ພວກ​ເຈົ້າ​ທຸກ​ຄົນ​ພ້ອມທັງ​ເບັນ​ຢາ​ມິນ​ນ້ອງ​ຊາຍ​ຂອງ​ຂ້ອຍ​ໄດ້​ເຫັນ​ແລ້ວ​ວ່າ ແມ່ນ​ຂ້ອຍ​ເອງ​ທີ່​ກຳ​ລັງເວົ້າ​ກັບ​ພວກ​ເຈົ້າ 13 ຈົ່ງ​ເລົ່າ​ສູ່​ພໍ່​ຟັງ​ວ່າ ຂ້ອຍ​ມີ​ອຳ​ນາດຢູ່​ໃນ​ປະ​ເທດ​ນີ້​ພໍ​ພຽງ​ໃດ ແລະ​ຈົ່ງ​ເລົ່​າ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຫັນ ແລ້ວ​ໃຫ້​ຮີບ​ພາ​ທ່ານ ມາ​ໄວໆ” 14 ຄັນ​ແລ້ວ ໂຢ​ເຊັບ​ຈຶ່ງກອດ​ເບັນ​ຢາ​ມິນ​ນ້ອງ​ຊາຍ​ຂອງ​ຕົນ​ໄວ້​ໃນ​ອ້ອມ​ແຂນ​ພ້ອມ​ທັງ​ຮ້ອງ​ໄຫ້ ເບັນ​ຢາ​ມິນ​ກໍ​ຮ້ອງ​ໄຫ້​ໃນ​ອ້ອມກອດ​ຂອງ​ອ້າຍ​ຄື​ກັນ 15 ຕໍ່​ມາ ທ່ານກໍ​ກອດ​ຈູບ​ພວກ​ອ້າຍ​ທຸກ​ໆ​ຄົນ​ພ້ອ​ມທັງ​ຮ້ອງ​ໄຫ້ 16 ເມື່ອ​ຂ່າ​ວ​ໄດ້​ແຜ່​ອອກ​ໄປ​ເຖິງ​ພ​ຣະ​ຣາ​ຊວັງ​ຂອງ​ຟາ​ຣາ​ໂອ​ວ່າ ພວກ​ອ້າຍ​ນ້ອງ​ໂຢ​ເຊັບ​ໄດ້​ມາ​ຫາ​ທ່າ​ນ ພ​ຣະ​ອົງ​ພ້ອມ​ດ້ວຍ​ຂ້າ​ຣາ​ຊ​ການ​ກໍ​ມີ​ຄວາມ​ຍິນ​ດີ​ນຳ 17 ຟາ​ຣາ​ໂອ​ຊົງ​ກ່າວ​ຕໍ່​ໂຢ​ເຊັບ​ວ່າ, “ຈົ່ງ​ບອກ​ໃຫ້​ພວກ​ອ້າຍ​ເຈົ້າ​ບັນ​ທຸກ​ສິ່ງ​ຂອງ​ໃສ່​ຫລັງ​ສັດ​ກັບ​ຄືນ​ເມືອ​ປະ​ເທດ​ກາ​ນາ​ອານ 18 ໃຫ້​ພວກ​ເຂົາ​ເມືອ​ເອົາ​ບິ​ດາ ແລະ​ຄອບ​ຄົວ​ຂອງ​ພວກ​ເຂົາ​ມາ​ຫາ​ເຮົາ ເຮົາ​ຈະ​ມອບ​ທີ່​ດິນ​ບ່ອນ​ອຸດົມ​ສົມ​ບູນ​ໃນ​ປະ​ເທດ​ເອ​ຢິບ​ໃຫ້ ແລະ​ພວກ​ເຂົາ​ຈະ​ໄດ້​ກິນ​ຜົນ​ລະ​ປູກ​ອັນ​ດີ​ໃນ​ປະ​ເທດ​ນີ້ 19 ບອກ​ໃຫ້​ພວກ​ເຂົາ​ເອົາ​ກວຽນ​ຈາກ​ປະ​ເທດ​ເອ​ຢິບ​ໄປ​ເພື່ອ​ໃຫ້​ບິ​ດາພ້ອມ​ພ​ັ​ຣ​ຍາ​ແລະ​ບຸດ​ຂອງ​ພວກ​ເຂົາ​ຂີ່​ມາ​ທີ່​ນີ້ 20 ຢ່າ​ໃຫ້​ພວກ​ເຂົາ​ອຸກ​ອັ່ງ​ໃຈ​ທີ່​ຕ້ອງ​ຫນີ​ຈາກ​ຖິ່ນ​ກັນ​ດານ ແລະ​ຊັບ​ສິ່ງ​ຂອງໆ​ພວກ​ເຂົາ ເພາະ​ສິ່ງ​ທີ່​ດີ​ໃນ​ປະ​ເທດ​ເອ​ຢິບ ເຮົາ​ຈະ​ມອບ​ໃຫ້​ເປັນ​ຂອງ​ພວກ​ເຂົ​າ 21 ພວກ​ບຸດຊາຍ​ຂອງອ​ິ​ສ​ຣາ​ເອນ​ກໍ​ປະ​ຕິ​ບັດ​ຕາມ ໂຢ​ເຊັບ​ເອົາ​ກວຽນ​ຫລາຍ​ຄັນ​ໃຫ້​ເຂົາ​ຕາມ​ພ​ຣະ​ກະ​ແສ​ຮັບ​ສັ່ງ​ຂອງ​ຟາ​ຣາ​ໂອ ແລະ​ໄດ້​ເອົາ​ອາ​ຫານ​ໃຫ້​ພວກ​ເຂົາ​ໄປ​ກິນ​ຕາມ​ທາງ​ດ້ວຍ 22 ທ່ານ​ຍັງ​ໄດ້​ເອົາ​ເຄື່ອງ​ໃຫມ່​ໃຫ້​ເຂົາ​ຖ່າຍ​ຜູ້​ລະ​ຊຸດ ສ່ວນ​ເບັນ​ຢາ​ມິນ​ນັ້ນ​ທ່ານ​ໄດ້​ເອົາ​ເງິນ​ສາມ​ຮ້ອຍ​ຫລ​ຽນ ແລະ​ເຄື່ອງ​ນຸ່ງ​ຫ້າ​ຊຸດ​ໃຫ້​ເປັນ​ພິ​ເສດ 23 ທ່ານ​​ຍັງ​ສົ່ງ​ລໍ​ສິບ​ໂຕ​ຕ່າງ​ຜົນ​ລະ​ປູກ​ທີ່​ດີ​ໃນ​ປະ​ເທດ​ເອ​ຢິບ​ໄປ​ໃຫ້​ບິ​ດາຂອງ​ທ່າ​ນ ແລະ​ລໍ​ອີກ​ສິບ​ໂຕ​ຕ່າງ​ເຂົ້າ​ສານ ເຂົ້າ​ຈີ່​ແລະ​ສະ​ບຽງ​ອາ​ຫານ​ອື່ນໆ​ສຳ​ລັບ​ບິ​ດາ ເພື່ອ​ເດີນ​ທາງ​ກັບ​ມາ​ປະ​ເທ​ເອ​ຢິບ 24 ທ່ານ​ໄດ້​ໄປ​ສົ່ງ​ພວກ​ອ້າຍອອກ​ເດີນ​ທາງ​ກັບ ແລະ​ສັ່ງ​ພວກ​ເຂົາ​ວ່າ, “ເວ​ລາ​ເດີນ​ທາງ​ຢ່າ​ຜີດ​ຖຽງ​ກັນ​ເດີ” 25 ພວກ​ເຂົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ ກັບ​ໄປ​ຫາ​ຢາ​ໂຄບ​ບິ​ດາຂອງ​ຕົນ​ທີ່​ກາ​ນາ​ອານ 26 ຄັນ​ເມືອ​ຮອດ​ແລ້ວ ພວກ​ເຂົາ​ຈຶ່ງ​ເວົ້າ​ໃຫ້ບິ​ດາ​ຟັງ​ວ່າ, “ໂຢ​ເຊັບ​ຍັງ​ມີ​ຊີ​ວິດ​ຢູ່ ທ່ານ​ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ເອ​ຢິບ​ທັງ​ຫມົດ” ພໍ​ໄດ້​ຍິນ​ເຊັ່ນ​ນັ້ນ ຢາ​ໂຄບ​ກໍ​ຕົກ​ຕະ​ລຶງ​ ແລະ​ຍັງ​ບໍ່​ຍອມ​ເຊື່ອ​ຄວາມ​ເວົ້າ​ຂອງ​ພວກ​ເຂົາ 27 ແຕ່​ເມື່ອ​ພວກ​ເຂົາ​ໄດ້​ເລົ່າ​ຄວາມ​ເວົ້າ​ຂອງ​ໂຢ​ເຊັບ​ທຸກໆ​ຄຳ​ສູ່​ບິ​ດາຟັງ ເມື່ອ​ໄດ້​ເຫັນ​ກວຽນ​ທີ່​ໂຢ​ເຊັບ​ສົ່ງ​ມາ​ໃຫ້​ເປັນ​ພາ​ຫາ​ນະ​ຂີ່​ໄປ​ປະ​ເທດ​ເອ​ຢິບ ທ່ານ​​ກໍ​ຮູ້​ສຶກ​ຕື່ນ​ເຕັ້ນ​ດີ​ໃຈ​ຫລາຍ 28 ຄັນ​ແລ້ວ ທ່ານກໍ​ເວົ້າ​ວ່າ, “ພໍ​ແລ້ວ​ບາດ​ນີ້ ໂຢ​ເຊັບ​ບຸດຊາຍ​ຂອງ​ຂ້ອຍ​ຍັງ​ມີ​ຊີ​ວິດຢູ່ ຂ້ອຍ​ຕ້ອງ​ໄປ​ພົບ​ເຂົາກ່ອນ​ຂ້ອຍ​ຈະ​ຕາຍ”

ປະຖົມການ 46

ຢາ​ໂຄບ​ກັບ​ຄອບ​ຄົວ​ໄປ​ປະ​ເທດ​ເອ​ຢິບ

1 ຢາ​ໂຄບ​ໄດ້​ມ້ຽນ​ມັດ​ເອົາ​ສິ່ງ​ຂອງ​ທຸກ​ສິ່ງ​ທຸກ​ຢ່າງ​ເທົ່າ​ທີ່​ມີ ແລ້ວ​ກໍ​ໄປ​ເມືອງ​ເບ​ເອີ​ເຊ​ບາ ຊຶ່ງຢູ່​ໃນ​ທີ່​ນັ້ນ ທ່ານໄດ້​ຖວາຍ​ບູ​ຊາ​ແດ່​ພ​ຣະ​ເຈົ້າ​ຂອງ​ອີ​ຊາກ​ບິ​ດາຂອງ​ຕົນ 2 ໃນ​ຄືນ​ນັ້ນ ພ​ຣະ​ເຈົ້າ​ຊົງ​ກ່າວ​ກັບ​ຢາ​ໂຄບ​ໃນ​ນິມິດ​ວ່າ, “ຢາ​ໂຄບ ຢາ​ໂຄບ​ເອີຍ” ທ່ານຈຶ່ງ​ຂານ​ຕອບ​ວ່າ, “ໂດຍ ຂ້າ​ພ​ຣະ​ອົງກຳ​ລັງ​ຟັງ​ພ​ຣະ​ອົງ​ຢູ່” 3 ພ​ຣະ​ອົງ​ຊົງ​ກ່າວ​ຕໍ່​ໄປ​ວ່າ, “ເຮົາ​ເປັນ​ພ​ຣະ​ເຈົ້າ ພ​ຣະ​ເຈົ້າ​ຂອງ​ບິ​ດາເຈົ້າ ບໍ່​ຕ້ອງຢ້ານ​ກົວ​ສິ່ງ​ໃດ​ເລີຍ​ໃນ​ການ​ທີ່​ຈະ​ໄປ​ປະ​ເທດ​ເອ​ຢິບ ເຮົາ​ຈະ​ທຳໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ທະ​ວີ​ຂຶ້ນ​ເປັນ​ຊົນ​ຊາດ​ໃຫຍ່​ຢູ່​ໃນ​ທີ່​ນັ້ນ 4 ເຮົາ​ຈະ​ນຳ​ຫນ້າ​ເຈົ້າ​ໄປ ແລະ​ເຮົາ​ຈະ​ພາ​ເອົາ​ເຊື້ອ​ສາຍ​ຂອງ​ເຈົ້າ​ກັບ​ຄືນ​ມາ​ທີ່​ນີ້ ໂຢ​ເຊັບ​ຈະ​ໄດ້​ຢູ່ກັບ​ເຈົ້າ​ເມື່ອ​ເວ​ລາ​ເຈົ້າ​ຕາຍ” 5 ແລ້ວ​ຢາ​ໂຄບ​ຈຶ່ງ​ອອກ​ຈາກ​ເມືອງ​ເບ​ເອີ​ເຊ​ບາ​ໄປ ພວກ​ບຸດຊາຍ​ໄດ້​ເອົາບິ​ດາ ບຸດ​ນ້ອຍ​ແລະ​ພັຣ​ຍາ​ຂອງ​ພວກ​ເຂົາ​ຂຶ້ນ​ກວຽນ ຊຶ່ງ​ຟາ​ຣາ​ໂອ​ໄດ້​ສົ່ງ​ມາ​ຮັບ​ເອົາ​ພວກ​ເຂົາ 6 ພວກ​ເຂົາ​ພາ​ກັນ​ເອົາ​ຝູງ​ສັດ ແລະ​ຊັບ​ສົມ​ບັດ​ເທົ່າ​ທີ່​ມີ​ຢູ່​ໃນ​ປະ​ເທດ​ກາ​ນາ​ອານ ແລ້ວ​ອອກ​ເດີນ​ທາງ​ມຸ່ງ​ຫນ້າ​ໄປ​ສູ່ປະ​ເທດ​ເອ​ຢິບ 7 ຢາ​ໂຄບໄດ້​ເອົາ​ຄົນ​ຂອງ​ທ່ານ​ທັງ​ຫມົດ​ໄປ​ນຳ​ຄື ບຸດຊາຍ ຫລານ​ຊາຍ ບຸດ​ຕ​ຣີ​ແລະ​ຫລານ​ສາວ 8 ຕໍ່​ໄປ​ນີ້​ແມ່ນ​ຊື່​ເຊື້ອ​ສາຍ​ວົງ​ວານ​ຂອງ​ອິ​ສ​ຣາ​ເອນທີ່​ໄປ​ຢູ່​​ເອ​ຢິບ ຢາ​ໂຄບ​ແລະ​ບຸດ​ຊາຍ​ຂອງ​ທ່ານ​ຄື ຣູ​ເບນ ບຸດຊາຍ​ກົກ​ຂອງ​ຢາ​ໂຄບ 9 ແລະ​​ຣູ​ເບນມີ​ບຸດ​ຊາຍ​ຄື ຣາ​ໂນກ ປານ​ລູ ເຮ​ສ​ໂລນ ແລະ​ກາຣ໌​ມີ 10 ​ຊີ​ເມ​ໂອນມີ​ບຸດ​ຊາຍ​ຄື ເຢ​ມູ​ເອນ ຢາ​ມິນ ໂອ​ຮັດ ຢາ​ຄິນ ໂຊ​ຣາ ແລະ​ຊາ​ອູນ​ບຸດທີ່​ເກີດ​ຈາກ​ຍິງ​ຊາວ​ກາ​ນາ​ອານ 11 ​ເລ​ວີມີ​ບຸດ​ຊາຍຄື ເກີໂຊນ ໂກ​ຮາດ ແລະ​ເມ​ຣາ​ຣີ 12 ​ຢູດາມີ​ບຸດ​ຊາຍ​ຄື ເອ​ຣ໌ ໂອ​ນານ ເຊ​ລາ ເປ​ເຣສ ແລະ​ເຊ​ຣາ (ແຕ່​ເອ​ຣ໌ ແລະ​ໂອ​ນານ​ໄດ້​ຕາຍ​ໄປ​ແລ້ວ​ຢູ່​ໃນ​ປະ​ເທດ​ກາ​ນາ​ອານ) ແລະ​​ເປ​ເຣສ​ມີ​ບຸດ​ຊາຍຄື ເຮັ​ສ​ໂຣນ ແລະ​ຮາ​ມູນ 13 ​​ອິ​ສຊາ​ຄາມີ​ບຸດ​ຊາຍ​ຄື ໂຕ​ລາ ປູວາ ຢາ​ຊູບ ແລະ​ຊິມ​ໂຣນ 14 ​ເຊ​ບູ​ໂລນ​ມີ​ບຸດ​ຊາຍຄື ເຊ​ເຣດ ເອ​ໂລນ ແລະ​ຢາ​ເລ​ເອນ 15 (ພວກ​ເຫລົ່າ​ນີ້​ເປັນ​ບຸດ​ຊາຍ​ຂອງ​ນາງ​ເລ​ອາ ຊຶ່ງ​ນາງ​ມີ​ໃຫ້​ແກ່ຢາ​ໂຄບ​ໃນ​ປັດ​ດານ​ອາ​ຣາມ ກັບ​ບຸດຕ​ຣີ​ຄື ນາງ​ດີ​ນາ ບຸດ​ຊາຍຍິງ​ມີ​ທັງ​ຫມົດ​ສາມ​ສິບ​ສາມ​ຄົນ) 16 ກາດມີ​ບຸດ​ຊາຍ​ຄື ຊິ​ພີ​ໂອນ ຮັກ​ກີ ຊູ​ນີ ເອັ​ສໂບນ ເອ​ຣິ ອາ​ໂຣ​ດີ ແລະ​ອາ​ເຣ​ລີ 17 ​ອາ​ເຊີມີ​ບຸດ​ຊາຍ​ຄື ອີມ​ນາ ອິ​ຊວາ ອິ​ຊວີ ເບ​ຣິ​ອາ ນາງ​ເຊ​ຣາ ແລະເບ​ຣິ​ອາມີ​ບຸດ​ຊາຍຄື ເຮ​ເບີ ແລະ​ມັນ​ຄີ​ເອນ 18 (ພວກ​ເຫລົ່າ​ນີ້ເປັນ​ລູກຫລານ​ຂອງ​ນາງ​ຊີ​ນ​ປາ ຜູ້​ຊຶ່ງ​ລາ​ບານ​ຍົ​ກ​ໃຫ້​ແກ່​ນາງ​ເລ​ອາ​ບຸດ​ສາວ​ຂອງ​ທ່ານ ແລະ​ບຸດ​ຊາຍ​ຫົກ​ຄົນ​ນີ້​ທີ່​ນາງ​ມີ​ໃຫ້​ຢາ​ໂຄບ) 19 ບຸດ​ຊາ​ຍ​ຂອງ​ນາງ​ຣາ​ເຊັນ​ພັ​ຣ​ຍາ​ຂອງ​ຢາ​ໂຄບ​ຄື ໂຢ​ເຊັບ ແລະ​ເບັນ​ຢາ​ມິນ 20 ມາ​ນັ​ສເຊ ແລະ​ເອ​ຟ​ຣາ​ອິມ​ ເກີດ​ແກ່​ໂຢ​ເຊັບ​ໃນ​ແຜ່ນ​ດິນ​ເອ​ຢິບ ສອງ​ຄົນ​ນີ້​ນາງ​ອາ​ເຊ​ນັ​ທ​ເປັນ​ບຸດ​ຕ​ຣີ​ຂອງ​ໂປ​ຕີ​ເຟ​ຣາ ປະ​ໂຣ​ຫິດ​ເມືອງ​ໂອນ​ມີ​ໃຫ້​ທ່ານ 21 ​ເບັນ​ຢາ​ມິນມີ​ບຸດ​ຊາຍ​ຄື ເບ​ລາ ເບ​ເຄີ ອັ​ສ​ເບນ ເກ​ຣາ ນາ​ອາ​ມານ ເອ​ຮີ ໂຣສ ມຸບ​ປິມ ຮຸບ​ປິມ ແລະ​ອາດ 22 (ພວກ​​ເຫລົ່າ​ນີ້ເປັນ​ລູກຫລານຂອງ​ນາງ​ຣາ​ເຊັນ​ທີ່​ເກີດ​ແກ່​ຢາ​ໂຄບ​ມີ​ສິບ​ສີ່​ຄົນ​ດ້ວຍ​ກັນ) 23 ​ດານ​ມີ​ບຸດ​ຊາຍຄື ຮາຊູມ 24 ເນັຟ​ທາ​ລີ​ມີ​ບຸດ​ຊາຍຄື ຢາ​ເຊ​ເອນ ກູ​ນີ ເຢ​ເຊີ ແລະ​ຊິນ​ເລມ 25 (ພວກ​ເຫລົ່າ​ນີ້​ເປັນ​ລູກຫລານ​ຂອງ​ນາງ​ບິນ​ຮາ ຜູ້​ທີ່​ລາ​ບານ​ຍົ​ກ​ໃຫ້ແກ່​ນາງ​ຣາ​ເຊັນ​ບຸດ​ຕ​ຣີ​ຂອງ​ຕົນ ແລະ​ບຸດ​ຊາຍ​ເຈັດ​ຄົນ​ນີ້​ນາງ​ມີ​ໃຫ້​ແກ່​ຢາ​ໂຄບ) 26 ຈຳ​ນວນ​ເຊື້ອ​ສາຍ​ແທ້ໆ​ທັງ​ຫມົດ​ຂອງ​ຢາ​ໂຄບ ຊຶ່ງໄປ​ຢູ່​ໃນ​ປະ​ເທດ​ເອ​ຢິບ​ມີ ຫົກ​ສິບ​ຫົກ​ຄົນ ໂດຍ​ບໍ່​ນັບ​ພັ​ຣ​ຍາຂອງ​ພວກ​ບຸດ​ຊາຍ 27 ໂຢ​ເຊັບ​ມີ​ບຸດຊາຍ​ທີ່​ເກີດ​ຢູ່​ໃນ​ປະ​ເທດ​ເອ​ຢິບ​ມີ​ສອງ​ຄົນ ໂຮມ​ຄອບ​ຄົວ​ຂອງ​ຢາ​ໂຄບ​ທັງ​ຫມົດ​ໄປ​ຢູ່​ທີ່​ນັ້ນ​ມີ​ເຈັດ​ສິບ​ຄົນ

ຢາ​ໂຄບ​ແລະ​ຄອບ​ຄົວ​ໃນ​ປະ​ເທດ​ເອ​ຢິບ

28 ຕໍ່​ມາ​ ຢາ​ໂຄບ​ໄດ້​ສົ່ງ​ຢູດາ​ໄປ​ບອກ​ໂຢ​ເຊັບ​ລ່ວງ​ຫນ້າ​ໃຫ້​ທ່ານ​​ມາ​ລໍ​ຖ້າ​ຮັບ​ບິ​ດາທີ່​ເຂດ​ໂກ​ເຊນ 29 ໂຢ​ເຊັບ​ກໍ​ຕຽມ​ຣົດ​ມ້າ​ແລະ​ອອກ​ໄປ​ພົບ​ບິ​ດາຂອງ​ຕົນ​ທີ່​ນັ້ນ ເມື່ອ​ເຂົາ​ໄດ້​ເຫັນບິ​ດາ ເຂົ​າ​ກໍ​ຟ້າວ​ແລ່ນ​ໄປ​ກອດ​ຄໍ​ໃນ​ທັນ​ທີ ແລະ​ໄຫ້​ສະ​ອຶກ​ສະ​ອື້ນ​ເປັນ​ເວ​ລາ​ດົນ​ນານ 30 ຢາ​ໂຄບ​ເວົ້າ​ຕໍ່​ໂຢ​ເຊັບ​ວ່າ, “ບັດ​ນີ້ ພໍ່​ຄື​ຊິ​ຕາຍ​ຕາ​ຫລັບ​ຢູ່ດອກ ໃນ​ເມື່ອ​ພໍ່​ໄດ້​ເຫັນ​ຫນ້າ​ລູກ​ແລະ​ຮູ້​ວ່າ​ລູກຍັງ​ມີ​ຊີ​ວິດ​ຢູ່” 31 ແລ້ວ​ໂຢ​ເຊັບ​ກໍ​ເວົ້າ​ກັບ​ພວກ​ອ້າຍ​ນ້ອງ ແລະ​ຄອບ​ຄົວ​ຂອງ​ບິ​ດາວ່າ, “ຂ້ອຍ​ຈະ​ຕ້ອງ​ໄປ​ທູນ​ຟາ​ຣ​າ​ໂອ​ໃຫ້​ຊົງ​ຊາບ​ວ່າ ພວກ​ອ້າຍ​ນ້ອງ​ແລະ​ຄອ​ບຄົວ​ພໍ່​ຂອງ​ເຮົາ ຊຶ່ງ​ໄດ້​ອາ​ໄສຢູ່​ໃນ​ປະ​ເທດ​ກາ​ນາ​ອານ​ໄດ້​ມາ​ຮອດ​ແລ້ວ 32 ທຸກຄົນ​ເປັນ​ຄົນ​ລ້ຽງ​ແກະ ແລະ​ງົວ​ຄວາຍ ໄດ້​ເອົາ​ຝູງ​ແກະ ຝູງ​ງົວ​ພ້ອມ​ທຸກໆ​ສິ່ງ​ທີ່​ມີ​ມາ​ນຳ 33 ເມື່ອ​ຟາ​ຣາ​ໂອ​ເອີ້ນ​ເຈົ້າ​ໄປ​ແລະ​ຖາມ​ວ່າ ພວກ​ເຈົ້າ​ມີ​ອາ​ຊີບຫຍັງ? 34 ໃຫ້​ພວກ​ເຈົ້າ​ຕອບ​ວ່າ ຂ້າ​ແດ່​ພ​ຣະ​ອົງ ພວກ​ຂ້າ ພ​ຣະ​ອົງ​ລ້ຽງ​ສັດ​ເປັນ​ອາ​ຊີບ​ເຫມືອນ​ດັ່ງ​ບັນ​ພະ​ບູ​ຣຸດ ເຈົ້າ​ຕ້ອງ​ທູນ​ໂດຍ​ວິ​ທີ​ນີ້ ພວກ​ເຈົ້າ​ຈຶ່ງ​ຈະ​ໄດ້​ອາ​ໄສ​ຢູ່​ໃນ​ເຂດ​ໂກ​ເຊນ” ໂຢ​ເຊັບ​ເວົ້າ​ເຊັ່ນ​ນີ້​ກໍ​ເພາະ​ວ່າ​ຊາວ​ເອ​ຢິບ​ບໍ່​ມັກ​ພວກ​ລ້ຽງ​ແກະ

ປະຖົມການ 47

1 ດັ່ງ​ນັ້ນ ໂຢ​ເຊັບ​ຈຶ່ງ​ໄປ​ກາບ​ທູນ​ຟາ​ຣາ​ໂອ​ວ່າ, “ບິ​ດາແລະ​ພວກ​ອ້າຍ​ຂອງ​ຂ້າ​ນ້ອຍໄດ້​ມາ​ແຕ່​ປະ​ເທດ​ກາ​ນາ​ອານ​ຮອດ​ແລ້ວ ພ້ອ​ມທັງ​ຝູງ​ສັດ​ແລະ​ທຸກ​ສິ່ງ​ທີ່​ເຂົາ​ມີ ດຽວ​ນີ້​ພວກ​ເຂົາ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໃນ​ເຂດ​ໂກ​ເຊນ” 2 ຄັນ​ແລ້ວ ໂຢ​ເຊັບ​ກໍ​ແນະ​ນຳ​ອ້າຍ​ທັງ​ຫ້າ​ຄົນ​ທີ່​ມາ​ນຳ​ແດ່​ຟາ​ຣາ​ໂອ 3 ພ​ຣະ​ອົງ​ຖາມ​ພວກ​ເຂົາ​ວ່າ, “ພວກ​ເຈົ້າ​ມີ​ອາ​ຊີບ​ຫຍັງ?” ພວກ​ເຂົາ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພ​ຣະ​ອົງ ພວກ​ຂ້າ​ນ້ອຍ​ລ້ຽງ​ສັດ​ເປັນ​ອາ​ຊີບ​ເຫມືອນ​ດັ່ງ​ບັນ​ພະ​ບຸ​ຣຸດ 4 ພວກ​ຂ້າ​ນ້ອຍມ​າ​ຂໍ​ເພິ່ງ​ພ​ຣະ​ບໍ​ຣົມ​ມະ​ໂພ​ທິ​ສົມ​ພານ​ຂອງ​ພ​ຣະ​ອົງ ກໍ​ເພາະ​ວ່າ​ໃນ​ປະ​ເທດ​ກາ​ນາ​ອານ​ເກີດ​ມີ​ຄວາມ​ອຶດ​ຢາກ​ຢ່າງ​ຮ້າຍ​ແຮງ ຈົນ​ວ່າ​ບໍ່​ມີ​ທົ່ງ​ຫຍ້າ​ສຳ​ລັບ​ລ້ຽງ​ຝູງ​ສັດ ຂ້າ​ແດ່​ພ​ຣະ​ອົງ ຂໍ​ພ​ຣະ​ອົງ​ຊົງ​ພ​ຣະ​ກະ​ຣຸ​ນາ​ໃຫ້​ພວກ​ຂ້າ​ນ້ອຍໄດ້​ອາ​ໄສຢູ່​ໃນ​ໂກ​ເຊນ​ເທີນ” 5 ຟາ​ຣາ​ໂອ​ກ່າວ​ແກ່ໂຢ​ເຊັບ​ວ່າ, “ບິ​ດາ ​ແລະ​ອ້າຍ​ນ້ອງ​ມາ​ຫາ​ເຈົ້​າ​ແລ້ວ 6 ເຈົ້າມີ​ປະ​ເທດ​ເອ​ຢິບ​ຢູ່​ຕໍ່​ຫນ້າ​ທ່ານ ໃຫ້​ພວກ​ເຂົາ​ອາ​ໄສຢູ່​ໃນ​ເຂດ​ໂກ​ເຊນ​ໄດ້ ແລະ​ຖ້າ​ເຈົ້າ​ຮູ້​ວ່າ​ຜູ້​ນຶ່ງ​ຜູ້​ໃດ​ໃນ​ພວກ​ເຂົາ​ມີ​ຄວາມ​ສາ​ມາດ​ກໍ​ໃຫ້​ເຂົາ​ຮັບ​ລ້ຽງ​ຝູງ​ສັດ​ຂອງ​ເຮົາ​ນຳ​ດ້ວຍ” 7 ຄັນ​ຕໍ່​ມາ​ ໂຢ​ເຊັບ​ໄດ້​ພາ​ຢາ​ໂຄບ​ບິ​ດາ​ແຫ່ງ​ຕົນ​ເຂົ້າເຝົ້າ​ຟາ​ຣາ​ໂອ ຢາ​ໂຄບ​ໄດ້​ຖວາຍ​ພ​ຣະ​ພອນ​ແດ່ພ​ຣະ​ອົງ 8 ຟາ​ຣາ​ໂອ​ຊົງ​ຖາມ​ທ່ານວ່າ, “ເຈົ້​າ​ມີ​ອາ​ຍຸ​ໄດ້​ຈັກ​ປີ​ແລ້ວ?” 9 ຢາ​ໂຄບ​ທູນ​ຕອບ​ວ່າ, “ຂ້າ​ນ້ອຍມີ​ອາ​ຍຸ​ພຽງ​ຮ້ອຍ​ສາມ​ສິບ​ປີ ຊຶ່ງ​ເປັນ​ຊີ​ວິດ​ທີ່​ທ່ອງ​ທ່ຽວ​ໄປ​ມາ ວັນ​ເວ​ລາ​ທີ່​ຂ້າ​ນ້ອຍໃຊ້​ຊີ​ວິດ​ຢູ່​ກໍ​ຫນ້ອຍ ​ແລະ​ລຳ​ບາກບໍ່​ຄື​ຊີ​ວິດ​ຂອງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ຂ້າ​ນ້ອຍ” 10 ຢາ​ໂຄບຖວາຍ​ພ​ຣະ​ພອນ​ແກ່​ຟາ​ຣາ​ໂອ​ແລ້ວ​ທູນ​ລາ​ພຣະ​ອົງ​ຈາກ​ພ​ຣະ​ພັກ​ຂອງ​ຟາ​ຣາ​ໂອ 11 ຫລັງ​ຈາກ​ນັ້ນ ໂຢ​ເຊັບ​ກໍ​ຈັດ​ທີ່​ດິນ​ໃຫ້​ບິ​ດາ ແລະ​ອ້າຍ​ຂອງ​ຕົນ​ຢູ່​ໃນ​ປະ​ເທດ​ເອ​ຢິບ ໂດຍ​ເລືອກ​ເອົາ​ດິນ​ຕອນ​ດີໆ​ໃນ​ເຂດ​ຣາ​ເມ​ເຊສໃຫ້​ເປັນ​ສົມ​ບັດ​ຂອງພ​ວກ​ເຂົ​າ​ຕາມ​ທີ່​ຟາ​ຣາ​ໂອ​ໄດ້​ຊົງ​ສັ່ງ 12 ໂຢ​ເຊັບ​ໄດ້​ຈັດ​ຫາ​ສະ​ບຽງ​ອາ​ຫານ​ໃຫ້ບິ​ດາ ໃຫ້​ພວກ​ອ້າຍ​ແລະ​ຄອບ​ຄົວ​ຂອງ​ເຂົາ​ທຸກໆ​ຄົນ​ຕ​ລອດ​ທັງ​ຜູ້​ຕິດ​ຕາມ​ດ້ວຍ 13 ການ​ອຶດ​ຢາກ​ຄັ້ງ​ນີ້​ຮ້າຍ​ແຮງ​ທີ່​ສຸດ ຈົນ​ວ່າ​ໃນ​ປະ​ເທດ​ທັງ​ຫລາຍ​ບໍ່​ມີ​ເຂົ້າ​ຈະ​ກິນ ປະ​ເທດ​ເອ​ຢິບ​ແລ​ະ​ປະ​ເທດ​ກາ​ນາ​ອານ​ກໍ​ອ່ອນ​ເພັຽດ້ວຍ​ການ​ອຶດ​ຢາກ 14 ໂຢ​ເຊັບ​ທ້ອ​ນໂຮມ​ເອົາ​ເງິນ​ທັງ​ຫ​ມົດ​ຈາກ​ການ​ຂາຍ​ເຂົ້​າ​ໃຫ້​ແກ່​ຊາວ​ເອ​ຢິບ​ແລະ​ຊາວ​ກາ​ນາ​ອານນໍາ​ໄປ​ຖ​ອກ​ທີ່​ຄັງ​ຂອງ​ຟາ​ຣາ​ໂອ 15 ເມື່ອ​ເງິນ​ຂອງ​ຊາວ​ເອ​ຢິບ ແລະ​ຊາວ​ການາ​ອານ​ຫມົດ ຊາວ​ເອ​ຢິບ​ທຸກ​ຄົນ​ກໍ​ແຫ່​ຫັນ​ມາ​ຫາ​ໂຢ​ເຊັບ​ແລະ​ເວົ້າ​ວ່າ, “ພວກ​ຂ້າ​ພະ​ເຈົ້າຂໍ​ອາ​ຫານ​ກິນ​ແດ່​ທ້ອນ ຢ່າ​ປ່ອຍ​ໃຫ້​ພວກ​ຂ້າພະ​ເຈົ້າຕາຍ​ເລີຍ ກະ​ຣຸ​ນາ​ຊົດ​ຊ່ອຍ​ພວກ​ຂ້າ​ພະ​ເຈົ້າ​ດ້ວຍ​ວີ​ທີ​ໃດ​ວີ​ທີ​ນຶ່ງ​ແດ່​ຖ້ອນ ເພາະ​ເງິນ​ຂອງ​ພວກ​ຂ້າ​ພະ​ເຈົ້າກໍ​ຫມົດ ສ້ຽງ​ແລ້ວ” 16 ໂຢ​ເຊັບ​ຈຶ່ງ​ຕອບ​ວ່າ, “ຖ້າ​ພວກ​ເຈົ້າ​ບໍ່​ມີ​ເງິນ ໃຫ້​ພວກ​ເຈົ້າ​ເອົາ​ສັດ​ມາ​ຂ້ອຍ​ຈະ​ເອົາ​ເຂົ້າ​ແລກ​ປ່ຽນ​ເອົາ” 17 ດັ່ງ​ນັ້ນ ພວກ​ເຂົາ​ຕ່າງ​ກໍ​ເອົາ​ສັດ​ຂອງ​ຕົນ​ມາ​ໃຫ້​ໂຢ​ເຊັບ ແລະ​ທ່ານ​ກໍ​ເອົາ​ອາ​ຫານ​ແລກ​ປ່ຽນ​ເອົາ​ສັດ​ເຫ​ລົ່​າ​ນັ້ນ​ເປັນ​ຕົ້ນ​ວ່າ ມ້າ ແກະ ແບ້ ງົວ ແລະ​ລໍ ໃນ​ປີ​ນັ້ນ ທ່ານໄດ້​ຈ່າຍ​ອາ​ຫານ​ໃຫ້​ແກ່​ປະ​ຊາ​ຊົນ​ໂດຍ​ວິ​ທີ​ ແລະ​ປ່ຽນ​ກັບ​ສັດ​ຕ່າງໆ​ຂອງ​ພວກ​ເຂົາ​ເຈົ້າ 18 ປີ​ຕໍ່​ມາ ພວກ​ເຂົາ​ກໍ​ພາ​ກັນ​ມາ​ຫາ​ໂຢ​ເຊັບ​ອີກ​ແລະ​ເວົ້າ​ວ່າ, “ທ່ານ​ຜູ້​ຍິ່ງ​ໃຫຍ່​ເອີຍ, ພວກ​ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ຄວາມ​ຈິງ​ໃຫ້​ທ່ານ​ຟັງ ໂດຍ​ບໍ່​ປິດ​ບັງ​ຫຍັງ ຄື​ເງິນ​ຂອງ​ພວກ​ຂ້າ​ພະ​ເຈົ້​າກໍ​ຫມົດ​ແລ້ວ ແລະ​ສັດ​ຂອງ​ພວກ​ຂ້​າ​ພະ​ເຈົ້າກໍ​ເປັນ​ຂອງ​ທ່ານ​ຫມົດ​ແລ້ວ ດຽວ​ນີ້ ພວກ​ຂ້າ​ພະ​ເຈົ້​າບໍ່​ເຫລືອ​ຫຍັງ​ໃຫ້​ອາດ​ຍາ ນອກ​ຈາກ​ຮ່າງ​ກາຍ​ແລະ​ດິນດອນ​ຂອງ​ພວກ​ຂ້າ​ພະ​ເຈົ້​າ 19 ຢ່າ​ປ່ອຍ​ໃຫ້​ພວກ​ຂ້າ​ພະ​ເຈົ້​າ​ອຶດ​ຕາຍ​ຖ້ອນ ຈົ່ງ​ຊອກ​ຫາ​ວິ​ທີ​ຢ່າງ​ໃດ​ຢ່າງ​ນຶ່ງ​ຊ່ອຍ​ພວກ​ຂ້າ​ພະ​ເຈົ້າແດ່ ຂໍ​ຢ່າ​ປ່ອຍ​ໃຫ້​ພວກ​ຂ້າພະ​ເຈົ້າເສັຽດິນດອນ​ຕອນ​ຫຍ້າ​ທ້ອນ ກະ​ຣຸ​ນາ​ຊື້​ແລະ​ເອົາ​ເຂົ້າ​ແລກ​ກັບ​ດິນ​ຂອງ​ພວກ​ຂ້າ​ພະ​ເຈົ້າສາ ພວກ​ຂ້າ​ພະ​ເຈົ້າ​ຍິນ​ ດີ​ຍອມ​ເປັນ​ທາດ​ຂອງ​ຟ​າ​ຣາ​ໂອ ແລ້ວ​ພ​ຣະ​ອົງ​ກໍ​ຈະ​ໄດ້​ດິນ​ຂອງ​ພວກ​ຂ້າ​ພະ​ເຈົ້າ ຂໍ​ທ່ານ​ຈົ່ງ​ເອົາ​ເຂົ້າ​ປູກ​ໃຫ້​ພວກ​ຂ້າ​ພະ​ເຈົ້າ ດ້ວຍ ເພື່ອ​ພວກ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ອຶດ​ຕາຍ​ ແລະ​ເພື່ອ​ດິນດອນ​ຂອງ​ພວກ​ຂ້າ​ພະ​ເຈົ້າຈະ​ບໍ່​ຫວ່າງ​ເປົ່າ” 20 ໂຢ​ເຊັບ​ກໍ​ຊື້​ເອົາ​ດິນ​ທັງ​ຫມົດ​ໃຫ້​ຟາ​ຣາ​ໂອ ຊາວ​ເອ​ຢິບ​ທຸກ​ຄົນ​ຂາຍ​ດິນ​ຂອງ​ຕົນ​ກໍ​ຍ້ອນ​ວ່າ​ການ​ອຶດ​ຢາກ​ເທື່ອ​ນີ້ຮ້າຍ​ແຮງ​ທີ່​ ສຸດ ດັ່ງ​ນັ້ນ ດິນ​ທັງ​ຫມົດ​ໃນ​ປະ​ເທດ​ເອ​ຢິບ​ຈຶ່ງ​ກາຍ​ເປັນ​ດິນ​ຂອງ​ຟາ​ຣາ​ໂອ 21 ໂຢເຊັບ​ໄດ້​ເອົາ​ປະ​ຊາ​ຊົນ​ທັງ​ຫມົດ​ໃນ​ປະ​ເທດມາ​ເປັນ​ທາດ 22 ຍັງ​ແຕ່​ດິນ​ຂອງ​ພວກ​ປະ​ໂຣ​ຫິດ​ເທົ່າ​ນັ້ນ​ທີ່​ບໍ່​ໄດ້​ຊື້​ເອົາ ພວກ​ປະ​ໂຣ​ຫິດ​ບໍ່​ໄດ້​ຂາຍ​ດິນ​ຂອງ​ພວກ​ເຂົາ​ກໍ​ເພາະ​ວ່າ​ພວກ​ເຂົາ​ໄດ້​ຮັບ​ເງິນ​ອຸດ​ຫນຸນ​ຈາ​ກຟາ​ຣາ​ໂອ 23 ໂຢເຊັບ​ເວົ້າ​ຕໍ່​ປະ​ຊາ​ຊົນ​ວ່າ, “ພວກ​ເຈົ້າ​ເຫັນ​ບໍ່ ມື້​ນີ້ຂ້ອຍ​ໄດ້​ຊື້​ພວກ​ເຈົ້າ​ພ້ອມ​ທັງ​ດິນ​ໃຫ້​ຟາ​ຣາ​ໂອ​ນີ້ຄື​ເຂົ້າ​ປູກ​ສຳ​ລັບ​ພວກ​ເຈົ້​າ​ຊຶ່ງ​ພວກ​ເຈົ້າ​ຕ້ອງ​ເອົ​າໄປ​ຫວ່ານ​ໃນ​ດິນ​ຂອງ​ພວກ​ເຈົ້​າ 24 ເມື່ອ​ຮອດ​ເວລາ​ເກັບ​ກ່ຽວ ພວກ​ເຈົ້​າ​ຕ້ອງ​ຖວາຍ​ຜົນ​ລະ​ປູກ​ນຶ່ງ​ສ່ວນ​ຫ້າ​ໃຫ້​ຟາ​ຣາ​ໂອ ສ່ວນ​ທີ່​ເຫລືອ​ນັ້ນ​ໃຫ້​ເປັນ​ຂອງ​ພວກ​ເຈົ້າ​ ທ່າ​ນໃຫ້​ເຂົ້າ​ປູກ​ແລະ​ໄວ້​ກິນ​ສຳ​ລັບ​ພວກ​ເຈົ້າ​ແລະ​ຄອບ​ຄົວ” 25 ພວກ​ເຂົາ​ພາ​ກັນ​ຕອບ​ວ່າ, “ອາດ​ຍາ​ໄດ້​ເຮັດ​ດີ​ຕໍ່​ພວກ​ຂ້າ​ພະ​ເຈົ້າ ໂດຍ​ໄດ້​ຊ່ອຍ​ເຫລືອ​ຊິ​ວິດ​ຂອງ​ພວກ​ຂ້າ​ພະ​ເຈົ້າໄວ້ ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ເປັນ​ທາດ​ຂອງ​ຟາ​ຣາ​ໂອ” 26 ດັ່ງ​ນັ້ນ ໂຢ​ເຊັບ​ຈຶ່ງ​ແຕ່ງ​ກົດ​ຫມາຍ​ປົກ​ຄອງ​ທີ່​ດິນ​ໃນ​ປະ​ເທດ​ເອ​ຢິບ​ໄວ້ ຄື​ຕ້ອງ​ຖວາຍ​ຜົນ​ລະ​ປູກ​ນຶ່ງ​ສ່ວນ​ຫ້າ​ໃຫ້​ແກ່​ຟາ​ຣາ​ໂອ ກົດ​ຫມາຍ​ນີ້​ຍັງ​ໃຊ້​ກັນ​ຢູ່​ຈົນ​ເຖິງ​ທຸກວັນ​ນີ້ ດິນ​ຂອງ​ປະ​ໂຣ​ຫິດ​ເທົ່າ​ນັ້ນ​ທີ່​ບໍ່​ເປັນ​ຂອງ​ຟາ​ຣາ​ໂອ

ຄວາມ​ປະ​ສົງ​ອັນ​ສຸ​ດ​ທ້າຍ​ຂອງ​ຢາ​ໂຄບ

27 ພວກ​ອິ​ສ​ຣາ​ເອນ​ທີ່​ອາ​ໄສຢູ່​ໃນ​ປະ​ເທດ​ເອ​ຢິບ ໄດ້​ຮັ່ງ​ມີ​ເປັນ​ດີ​ຂຶ້ນ​ພ້ອ​ມທັງ​ລູກ​ຫລານ​ຫລາຍ​ຂຶ້ນ 28 ຢາ​ໂຄບ​ອາໄສ​ຢູ່​ໃນ​ປະ​ເທດ​ເອ​ຢິບ​ສິບ​ເຈັດ​ປີ ຈົນ​ທ່ານ​ອາ​ຍຸໄດ້ ຮ້ອຍ​ສີ່​ສິບ​ເຈັດ​ປີ 29 ເມື່ອ​ຢາ​ໂຄບ​ຮູ້​ສຶກວ່າ​ຕົນ​ເອງ​ໃກ້​ຈະ​ຕາຍ​ແລ້ວ ທ່ານກໍ​ຮ້ອງ​ໂຢ​ເຊັບ​ບຸດຊາຍ​ມາ​ເວົ້າ​ວ່າ, “ຈົ່ງ​ສາ​ບານ​ຕໍ່​ຫນ້າ​ພໍ່​ເທີນ ໂດຍ​ໃຫ້​ເອົາ​ມື​ຂອງ​ເຈົ້າ​ນົບ​ໄວ້​ໃນ​ຫວ່າງ​ຂາ​ພໍ່ ແລ້ວ​ສັນ​ຍາ​ວ່າ​ລູກ​ຈະ​ຊື່​ສັດ​ແລະ​ປະ​ພຶດ​ດີ​ຕໍ່​ພໍ່ ແລະ​ຢ່າ​ຝັງ​ສົບ​ພໍ່​ໄວ້​ໃນ​ປະ​ເທດ​ເອ​ຢິບ​ນີ້ 30 ພໍ່​ຕ້ອງ​ການ​ໃຫ້​ລູກ​ຝັງ​ພໍ່​ໄວ້​ໃນ​ບ່ອນ​ທີ່​ຝັງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພໍ່ ຈົ່ງ​ເອົາ​ພໍ່​ອອກ​ຫນີ​ຈາກ​ປະ​ເທດ​ເອ​ຢິບ ແລະ​ຝັງ​ພໍ່​ໄວ້​ໃນ​ອຸບ​ໂມງ​ຂອງ​ພວກ​ປູ່​ຍ່າ​ຕາ​ຍາຍ​ນັ້ນ” ໂຢ​ເຊັບ​ຕອບ​ວ່າ, “ລູກ​ຈະ​ເຮັດ​ຕາມ​ທີ່​ພໍ່ບອກ” 31 ຢາ​ໂຄບ​ຜູ້​ມີ​ຊື່​ອີກວ່າ ອິ​ສ​ຣາ​ເອນ​ເວົ້າ​ວ່າ, “ຈົ່ງ​ສາ​ບານ​ຕໍ່​ພໍ່​ວ່າ​ລູກ​ຈະ​ເຮັດ​ດັ່ງ​ນັ້ນ” ໂຢ​ເຊັບ​ກໍ​ສາ​ບານ​ຕາມ​ອິ​ສ​ຣາ​ເອນ​ຕ້ອງ​ການ​ທຸກ​ຢ່າງ ແລ້​ວໄດ້​ຂາບ​ລົງ​ທີ່​ຫົ​ວຕຽງນອນ​ຂອງ​ບິ​ດາຕົນ

ປະຖົມການ 48

ຢາ​ໂຄບອວຍ​ພອນ​ເອ​ຟ​ຣາ​ອິມ​ແລະ​ມາ​ນັ​ສ​ເຊ

1 ຫລັງ​ຈາກ​ນັ້ນ​ມີ​ຄົນ​ມາ​ບອກ​ໂຢ​ເຊັບ​ວ່າ, “ບິ​ດາຂອງ​ອາດ​ຍາ​ເຈັບ​ຫນັ​ກ” ພໍ​ໄດ້​ຍິນ​ດັ່ງ​ນັ້ນ ໂຢ​ເຊັບ​ກໍ​ພາ​ບຸດຊາຍ​ທັງ​ສອງ​ຄື ມາ​ນັ​ສ​ເຊ ແລະ​ເອ​ຟ​ຣາ​ອິມ​ໄປ​ເບິ່ງບິ​ດາ​ຂອງ​ຕົນ 2 ເມື່ອ​ຢາ​ໂຄບໄດ້​ຍິນ​ເຂົາ​ມາ​ບອກວ່າ, “ໂຢ​ເຊັບ​ລູ​ກຊາຍ​ຂອງ​ເຈົ້າ​ມາ​ເບິ່ງ” ທ່ານ​ຈຶ່ງ​ຮວບ​ຮວມ​ເຫື່ອ​ແຮງ​ທີ່​ມີ​ຢູ່​ລຸກ​ຂຶ້ນ​ນັ່ງ​ເທິງ​ຕຽງ 3 ຢາ​ໂຄບ​ເວົ້າ​ຕໍ່​ໂຢ​ເຊັບ​ວ່າ, “ພ​ຣະ​ເຈົ້​າ​ຜູ້​ມີ​ອໍາ​ນາດ​ຍິ່ງ​ໃຫຍ່​ໄດ້​ປາ​ກົດ​ຕໍ່​ພໍ່ທີ່​ເມືອງ​ລູ​ຊ​ໃນ​ປະ​ເທດ​ກາ​ນາ​ອານ ແລະ​ຊົງ​ອວຍ​ພອນ​ໃຫ້​ພໍ່ 4 ພ​ຣະ​ອົງ​ຊົງ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ລູກ​ຫລານ​ຫລາຍ ເພື່ອ​ວ່າ​ເຊື້ອ​ສາຍ​ວົງ​ວານ​ຂອງ​ເຈົ້າ​ຈະ​ກາຍ​ເປັນ​ຫລາຍໆ​ຊົນ​ຊາດ ເຮົາ​ຈະ​ເອົາ​ດິນດອນ​ຕອນ​ນີ້ໃຫ້​ເປັນ​ສົມ​ບັດ​ແກ່​ເຊື້ອ​ສາຍ​ເຫລົ່າ​ກໍ​ຂອງ​ເຈົ້​າ​ຕ​ລອດ​ໄປ” 5 ບັດ​ນີ້ ບຸດຊາຍ​ສອງ​ຄົນ​ຂອງ​ເຈົ້າ​ຄື ເອຟ​ຣາ​ອິ​ມ ແລະ​ມາ​ນັ​ສເຊ ຊຶ່ງ​ໄດ້​ເກີດ​ໃນ​ປະ​ເທດ​ເອ​ຢິບ​ກ່ອນ​ພໍ່​ມາ​ຢູ່​ນີ້​ຈະ​ຕ້ອງ​ເປັນ​​ຂອງ​ພໍ່​ ເຫມືອນ​ກັນ​ກັບ​ຣູ​ເບນ ​ແລະ​ຊີ​ເມ​ໂອນ 6 ແຕ່​ວ່າ​ລູກ​ຂອງ​ເຈົ້າ​ທີ່​ເກີດ​ຫລັງ​ພວກ​ເຂົາ​ທັງ​ສອງ​ຄົນ​ນີ້ຈະ​ເປັນ​ຂອງ​ເຈົ້​າ ພວກ​ເຂົາ​ຈະ​ໄດ້​ຮັບ​ມໍ​ຣະ​ດົກ​ສືບ​ຕໍ່​ຈາກ​ອ້າຍ​ຂອງ​ພວກ​ເຂົາ 7 ພໍ່​ເຮັດ​ດັ່ງ​ນີ້ກໍ​ເພາະ​ວ່າ​ເມື່ອ​ພໍ່​ກັບ​ຈາກ​ປະ​ເທດ​ເມ​ໂຊ​ໂປ​ຕາ​ເມັຽ ຂ​ນະ​ທີ່​ພວກ​ເຮົ​າ​ຍັງ​ຢູ່​ບໍ່​ຫ່າງ​ໄປ​ເທົ່າ​ໃດ​ຈາກ​ເອ​ຟ​ຣັທ​ໃນ​ປະ​ເທດ​ກາ​ນາອານ ຣາ​ເຊັນ​ແມ່​ຂອງ​ເຈົ້າ​ກໍ​ໄດ້​ເສັຽ​ຊີ​ວິດ​ໄປ ເຣື່ອງ​ນີ້ສ້າງ​ຄວາມ​ທຸກ​ໃຈ​ອັນ​ມະ​ຫາ​ສານ​ໃຫ້​ແກ່​ພໍ່ ພໍ່​ໄດ້​ຝັງ​ສົບ​ແມ່​ຂອງ​ເຈົ້າ​ຢູ່​ແຄ​ມທາງ​ໄປ​ເມືອງ​ເອ​ຟ​ຣາດ (ເອ​ຟ​ຣາດ ​ແມ່ນ​ເມືອງ​ເບັດ​ເລ​ເຮັມ) 8 ເມື່ອ​ອິ​ສ​ຣາ​ເອນ​ເຫັນ​ບຸດ​ຊາຍ​ຂອງ​ໂຢ​ເຊັບ ແລ້ວ​ຈຶ່ງ​ຖາມ​ວ່າ, “ເດັກ​ສອງ​ຄົນ​ນີ້ແມ່ນ​ໃຜ?” 9 ໂຢ​ເຊັບ​ຕອບ​ວ່າ, “ເດັກ​ສອງ​ຄົນ​ນີ້ແມ່ນ​ບຸດຂອງ​ລູກຊຶ່ງ​ພ​ຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ໃນ​ປະ​ເທດ​ເອ​ຢິບ​ນີ້” ອິ​ສ​ຣາ​ເອນ​ເວົ້າ​ວ່າ, “ຈົ່ງ​ເອົາ​ເຂົາ​ເຂົ້າ​ມາ​ຫາ​ພໍ່​ເບິ່ງ ເພື່ອ​ພໍ່​ຈະ​ໄດ້​ອວຍ​ພອນ​ໃຫ້​ແກ່​ເຂົາ” 10 ສາຍ​ຕາ​ຂອງ​ອິ​ສ​ຣາ​ເອນ​ກໍ​ອ່ອນ​ລົງ​ຍ້ອນ​ຄວາມ​ແກ່ຊະ​ຣາ ທ່ານ​ບໍ່​ເຫັນ​ຮຸ່ງ ໂຢ​ເຊັບ​ຈຶ່ງ​ນຳ​ເດັກ​ສອງ​ຄົນ​ນັ້ນ​ເຂົ້າ​ມາ ແລ້ວ​ທ່ານກອດ​ແລະ​ຈູບ​ເຂົາ 11 ອິ​ສ​ຣາ​ເອນ​ເວົ້າ​ຕໍ່​ໂຢ​ເຊັບ​ວ່າ, “ພໍ່​ບໍ່​ເຄິຍ​ຄິດ​ເລີຍ​ວ່າ​ຈະ​ໄດ້​ເຫັນ​ລູກ​ອີກ ແຕ່​ດຽວ​ນີ້ພ​ຣະ​ເຈົ້າ​ຊົງ​ນຳ​ພໍ່​ໃຫ້​ເຫັນ​ຮອດ​ລູກ​ຂອງ​ເຈົ້າ” 12 ແລ້ວ​ໂຢ​ເຊັບ​ກໍ​ເອົາ​ເຂົາ​ທັງ​ສອງ​ອອກ​ຈາກ​ຕັກ​ຂອງ​ອິ​ສ​ຣາເອນ ແລ້ວ​ພາ​ກັນ​ກົ້ມ​ຂາບ​ລົງ​ດິນ​ຕໍ່​ຫນ້າ​ທ່ານ 13 ເມື່ອ​ແລ້ວ ໂຢ​ເຊັບ​ກໍ​ໄດ້​ຈູງ​ເອົາ​ເຂົາ​ທັງ​ສອງ​ມາ​ຄື​ເອົາ​ມື​ຂວາ​ຈູງ​ເອ​ຟ​ຣາ​ອິມ ມື​ຊ້າຍ​ຈູງ​ມາ​ນັ​ສເຊ ເພື່ອ​ວ່າ​ເຂົາຈະ​ໄດ້​ຢູ່​ທາງ​ກ້ຳ​ຂວາ​ຂອງ​ອິ​ສ​ຣາ​ເອນ​ແລ້ວ​ນຳ​ພວກ​ເຂົາ​ມາ​ຫາ​ທ່ານ​ 14 ແຕ່​ອິ​ສ​ຣາ​ເອນ​ໄດ້​ໄຂວ່​ແຂນ​ຂອງ​ຕົນ​ຄື ເອົາ​ມື​ຂວາ​ວາງ​ເທິງ​ຫົວ​ເອ​ຟ​ຣາ​ອິມ​ຜູ້​ເປັນ​ນ້ອງ ແລະ​ມື​ຊ້າຍ​ວາງ​ເທິງ​ຫົວ​ຂອງ​ມາ​ນັ​ສ​ເຊ​ຜູ້​ເປັນ​ອ້າຍ 15 ແລ້ວ​ທ່ານຈຶ່ງອວຍ​ພອນ​ແກ່​ພວກ​ເຂົາ​ທັງ​ສອງວ່າ, “ຂໍ​ພ​ຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ເປັນ​ພ​ຣ​ະ​ເຈົ້​າ​ຂອງ​ປູ່​ຍ່າ​ຕາ​ຍາຍ​ຂ້າ​ພ​ະ​ເຈົ້າຄື​ ອັບ​ຣາ​ຮາມ ແລະ​ອີ​ຊາກ ຈົ່ງອວຍ​ພອນ​ໃຫ້​ແກ່​ເຂົາ​ທັງ​ສອງ​ຄົນ​ນີ້ ຂໍ​ພ​ຣະ​ເຈົ້າ​ຊົງ​ນຳ​ພາ​ຂ້າ​ພະ​ເຈົ້າທຸກໆ​ວັນ ອວຍ​ພອນ​ແກ່​ພວກ​ເຂົາ 16 ເທວະ​ດາ​ທີ່​ໄດ້​ຊ່ອຍ​ຂ້າ​ພະ​ເຈົ້າໃຫ້​ລອດ​ພົ້ນ​ຈາກ​ຄວາມ​ຊົ່ວ​ທັງ​ຫລາຍ ຈົ່ງ​ອວຍ​ພອນ​ໃຫ້​ແກ່​ພວກ​ເຂົາ​ໃຫ້​ຊື່​ຂອງ​ຂ້າ​ພະ​ເຈົ້​າ ​ແລະ​ຊື່​ຂອງ​ປູ່​ຍ່າ​ຕາ​ຍາຍ​ຄື ອັບ​ຣາ​ຮາມ ແລະ​ອີ​ຊາກ​ຢູ່​ນຳ​ພວກ​ເຂົາ ໃຫ້​ພວກ​ເຂົາ​ມີ​ລູກ​ຫລານ​ຫລາຍ​ຈົນ​ກາຍ​ເປັນ​ພວກ​ໃຫຍ່ 17 ເມື່ອ​ໂຢ​ເຊັບ​ເຫັນ​ບິ​ດາຂອງ​ຕົນ​ເອົາ​ມື​ຂວາ​ວາງ​ເທິງ​ຫົວ​ເອ​ຟ​ຣາ​ອິມ​ກໍ​ເກີດ​ບໍ່​ພ​ໍ​ໃຈ ດັ່ງ​ນັ້ນ​ທ່ານຈຶ່ງ​ປ່ຽນ​ມື​ຂອງ​ພໍ່​ທີ່​ວາງ​ເທິງ​ຫົວ​ຂອງ​ເອ​ຟ​ຣາ​ອິມ​ນັ້ນ ມາ​ວາງ​ເທິງ​ຫົວ​ຂອງ​ມາ​ນັ​ສ​ເຊ 18 ທ່ານ​ເວົ້າ​ຕໍ່​ບິ​ດາ​ວ່າ, “ບໍ່​ແມ່ນ​ທາງ​ນີ້ພໍ່​ເອີຍ ທາງນີ້​ແມ່ນ​ຜູ້​ອ້າຍ ຂໍ​ເອົາ​ມື​ຂວາ​ວາງ​ເທິງຫົວ​ຂອງ​ຄົນ​ນີ້​ເຖີດ” 19 ຢາ​ໂຄບ​ປະ​ຕິ​ເສດ​ແລະ​ເວົ້າ​ວ່າ, “ພໍ່​ຮູ້​ດີ​ລູກ​ເອີຍ ເຊື້ອ​ສາຍ​ຂອງ​ມາ​ນັ​ສ​ເຊ​ຈະ​ກາຍ​ເປັນ​ຊົນ​ຊາດ​ໃຫຍ່​ເຫມືອນ​ກັນ ແຕ່​ວ່າຜູ້​ນ້ອງ​ຂອງ​ເຂົາຈະ​ເປັນ​ຊົນ​ຊາດ​ຍິ່ງ​ໃຫຍ່ກວ່າ​ເຊື້ອ​ສາຍ​ຂອງ​ອ້າຍ ເຂົາ​ຈະ​ກາຍ​ເປັນ​ຊົນ​ຊາດ​ທີ່​ຍິ່ງ​ໃຫຍ່” 20 ດັ່ງ​ນັ້ນ ທ່າ​ນຈຶ່ງອວຍ​ພອນ​ເຂົາ​ໃນ​ວັນນັ້ນ​ວ່າ, “ພວກ​ອິ​ສ​ຣາ​ເອນ​ຈະ​ຂໍ​ພ​ຣະ​ເຈົ້າ​ອວຍ​ພອນ​ໃຫ້​ຜູ້​ອື່ນເຫມືອນ​ດັ່ງ​ພ​ຣະ​ອົງ​ຊົງ​ອວຍ​ພອນ​ເຈົ້​າ ພວກ​ເຂົາ​ຈະ​ເວົ້າ​ວ່າ ຂໍ​ພ​ຣະ​ເຈົ້າ​ຊົງ​ກະ​ທຳ​ຕໍ່​ຫນ້າ​ເຈົ້​າ​ເຫມືອນ​ກັບ​ເອ​ຟ​ຣາ​ອິມ ແລະ​ມາ​ນັ​ສເຊ” ໂດຍ​ທຳ​ນອງ​ນີ້ທ່ານຈຶ່ງເອົາ​ເອ​ຟ​ຣາ​ອິມ​ອອກ​ຫນ້າ​ມາ​ນັ​ສ​ເຊ 21 ຄັນ​ແລ້ວ ອິ​ສ​ຣາ​ເອນ​ເວົ້າ​ຕໍ່​ໂຢ​ເຊັບ​ວ່າ, “ລູກ​ເຫັນ​ ບໍພໍ່​ໃກ້​ຈະ​ຕາຍ​ຢູ່​ແລ້ວ ແຕ່​ວ່າ​ພ​ຣະ​ເຈົ້າ​ຈະ​ສະ​ຖິດ​ຢູ່​ກັບ​ເຈົ້າ ແລະ​ຈະ​ນຳ​ເຈົ້າ​ກັບ​ຄືນ​ເມືອ​ປະ​ເທດ​ຂອງ​ປູ່​ຍ່າ​ຕາ​ຍາຍ​ເຈົ້າ 22 ພໍ່​ຈະ​ມອບເຊ​ເຄມ​ບ່ອນ​ພໍ່​ເລືອກ​ໄວ້ ແລະ​ໄດ້​ມາ​ຈາກ​ຊາວ​ອາ​ໂມ​ຣິດ​ດ້ວຍ​ຄົມ​ດາບ​ແລະ​ດ້ວຍ​ທະ​ນູ ເພື່ອ​ໃຫ້​ເຈົ້າ​ບໍ່​ແມ່ນ​ໃຫ້​ພວກ​ອ້າຍ​ຂອງ​ເຈົ້າ”

ປະຖົມການ 49

ການ​ທຳ​ນ​ວາຍ​ຂອງ​ຢາ​ໂຄບ​ກ່ຽວ​ກັບ​ລູກ​ຊາຍ

1 ຢາ​ໂຄບ​ເອີ້ນ​ພວກ​ບຸດ​ຊາຍ​ຂອງ​ຕົນ​ມາ​ແລະ​ເວົ້າ​ວ່າ, “ໃຫ້​ພາ​ກັນ​ມາ​ໂຮມ​ຢູ່​ທີ່​ນີ້​ທຸກ​ຄົນ ແລ້ວ​ພໍ່​ຈະ​ທຳນາຍ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ​ໃນ​ອາ​ນາ​ຄົດ 2 ລູກ​ເອີຍ, ຈົ່ງ​ພ້ອມ​ພຽງ​ກັນ​ມາ​ຟັງ​ພໍ່​ຂອງ​ພວກ​ເຈົ້າ 3 ຣູ​ເບນ ລູ​ກຄົ​ນ​ທຳ​ອິດ​ຂອງ​ພໍ່​ເອີຍ ເຈົ້​າ​ເປັນ​ກຳ​ລັງ​ແລະ​ເປັນ​ຜົນ​ງານ​ທຳ​ອິດ​ຂອງ​ເຫື່ອ​ແຮງ​ຂອງ​ພໍ່ ເປັນ​ຜູ້​ອົງ​ອາດ​ແລະ​ແຂງ​ແຮງ​ໃນ​ບັນ​ດາ​ລູກ​ຂອງ​ພໍ່ 4 ເຈົ້​າ​ຮ້າຍ​ແຮງ​ເຫມືອນ​ນ້ຳ​ໄຫລ ແຕ່​ເຈົ້າ​ຈະ​ບໍ່​ເປັນ​ຜູ້​ສຳ​ຄັນ​ກວ່າ​ນ້ອງ ເພາະ​ເຈົ້າ​ໄດ້​ເປັນຊູ້​ກັບ​ພັ​ຣ​ຍາຂອງ​ພໍ່ ເຈົ້າ​ໄດ້​ເຮັດ​ໃຫ້​ຕຽງ​ນອນ​ຂອງ​ພໍ່​ມົນ​ທິນ 5 ຊີ​ເມ​ໂອນ​ກັບ​ເລ​ວີເປັນ​ອ້າຍ​ນ້ອງກັນ ພວກ​ເຂົາ​ໃຊ້​ອາ​ວຸດ​ໄປ​ໃນ​ທາງ​ທີ່​ຜິດ 6 ຂ້ອຍ​ບໍ່​ຮ່ວມ​ປຶກ​ສາ​ເຣື່ອງ​ລັບ​ນຳ​ພວກ​ເຂົ​າ ຂ້ອຍ​ບໍ່​ເຂົ້າ​ສ່ວນ​ໃນ​ການ​ປະ​ຊຸມ​ກັບ​ພວກ​ເຂົ​າ ເພາະ​ວ່າ​ເຂົ​າ​ຂ້າ​ຄົນ​ດ້ວຍ​ຄວາມ​ໂກດ​ ແລະ​ເຂົາ​ຕັດເອັນ​ຄະ​ນ່ອງ​ງົວ​ຜູ້​ຫລິ້ນ 7 ຂໍ​ໃຫ້​ຄວາມ​ຮ້າຍ​ທີ່​ແສນ​ທາ​ລຸນ​ແລະ​ຄວາມ​ໂມ​ໂຫ​ທີ່​ແສນ​ຮ້າຍ​ຂາດ​ຂອງ​ພວກ​ເຂົາ​ຖືກ​ສາບ​ແຊ່ງ ຂ້ອຍ​ຈະ​ໃຫ້​ພວກ​ເຂົາ​ແຕກ​ແຍກ​ກັນ​ໃນ​ດິນ​ແດນ​ຢາ​ໂຄບ ຂ້ອຍ​ຈະ​ໃຫ້​ພວກ​ເຂົາ​ພັດ​ພາກ​ຈາກ​ກັນ​ໃນ​ຫມູ່​ອິ​ສ​ຣາ​ເອນ 8 ຢູດາ​ເອີຍ ພວກ​ອ້າຍ​ນ້ອງ​ຈະ​ສັຣ​ເສີນ​ເຈົ້າ ເຈົ້າ​ຈັບ​ຄໍ​ຂອງ​ສັດ​ຕຣູ​ຍໍ​ຂຶ້ນ ພວກ​ອ້າຍ​ນ້ອງ​ຈະ​ກົ້ມ​ຂາບ​ລົງ​ຕໍ່​ຫນ້າ​ເຈົ້າ 9 ຢູດາ​ເປັນ​ລູກ​ສິງ ເຂົາກັດ​ກິນ​ເຫຍື່ອ​ແລ້ວ​ກັບ​ຄືນ​ສູ່​ບ່ອນ​ຊົ້ນ ເຂົາບິດ​ໂຕ​ແລ້ວ​ກໍ​ກົ້ມ​ນອນ​ລົງ​ເຫມືອນ​ສິງ​ໂຕ​ນຶ່ງ ແລະ​ບໍ່​ມີ​ໃຜ​ກ້າ​ຕໍ​ແຫລ​ເຂົາ 10 ເຂົາ​ຖື​ໄມ້​ຄ້ອນ​ຂອງ​ກະ​ສັດ ແລະ​ວາງ​ໄວ້​ໃນ​ຫວ່າງ​ຕີນ​ຂອງ​ເຂົາ ເຂົາຈະ​ຄຸ້ມ​ຄອງ​ອຳ​ນາດ​ຂອງ​ຕົນ ຈົນ​ກວ່າ​ຜູ້​ສົມ​ຄວ​ນມີ​ອຳ​ນາດ​ຈະ​ມາ ແລະ​ປົກ​ຄອງ​ປະ​ຊາ​ຊົນ​ທຸກ​ທົ່ວ​ຫນ້າ 11 ເຂົາ​ມັດ​ລໍ​ຫນຸ່ມ​ຂ​ອງ​ເຂົາໄວ້​ທີ່​ຕົ້ນ​ອະ​ງຸ່ນ​ທີ່​ມີ​ຫມາກ​ດົກ ເຂົາ​ຊັກ​ເຄື່ອງ​ນຸ່ງ​ດ້ວຍ​ເຫລົ້າ​ອະ​ງຸ່ນ​ສີ​ແດງ 12 ຕາ​ເຂົາ​ແດງ​ເພາະ​ດື່ມ​ເຫລົ້າ​ອະ​ງຸ່ນ ແຂ້ວ​ເຂົາ​ຂາວ​ເພາະ​ດື່ມ​ນ້ຳ​ນົມ 13 ເຊ​ບູລູນ​ຈະ​ມາ​ອາ​ໄສຢູ່​ແຄມ​ທະ​ເລ ຝັ່ງ​ທະ​ເລ​ຂອງ​ເຂົາຈະ​ເປັນ​ບ່ອນ​ຈອດ​ເຮືອ ເຂດ​ແດນ​ຂອງ​ເຂົາຈະ​ໄປ​ຈົນ​ຈຸ​ເມືອງ​ຊີ​ໂດນ 14 ສ່ວນ​ອິ​ສ​ຊາ​ຄາ​ແມ່ນ​ລໍ​ຜູ້​ທີ່​ຊົງ​ກຳ​ລັງ ແຕ່​ເຂົາຫມອບ​ລົງ​ເມື່ອ​ເວ​ລາ​ໃສ່​ອານ 15 ເມື່ອ​ເຂົາ​ເຫັນ​ບ່ອນ​ພັກ​ແສນ​ດີ ແລະ​ແຜ່ນ​ດິນ​ແສນ​ສ​ນຸກ​ສະ​ບາຍ ເຂົາກໍ​ຫງ່ຽງ​ບ່າ​ຂອງ​ຕົນ​ລົງ​ຮັບ​ແບກ ຍອມ​ເປັນ​ທາດ​ເຮັດ​ວຽກ​ຫນັກ 16 ດານ​ຈະ​ເປັນ​ຜູ້​ປົກ​ຄອງ​ປະ​ຊ​າ​ຊົນ​ຂອງ​ຕົນ ພວກ​ເຂົາ​ຈະ​ເປັນ​ອີກ​ເຜົ່​າ​ນຶ່ງ​ຂອງ​ພວກ​ອິ​ສ​ຣາເອນ 17 ດານ​ຈະ​ເປັນ​ງູ​ຢູ່​ແຄມ​ຖ​ນົນ ເປັນ​ງູ​ພິດ​ຢູ່​ແຄມ​ທາງ ຊຶ່ງ​ກັດ​ສົ້ນ​ຄະ​ນ່ອງ​ມ້າ​ໃຫ້​ຄົນ​ຂີ່​ຫງາຍ​ຕົກ​ລົງ 18 ໂອ ພ​ຣະ​ຜູ້​ເປັນ​ເຈົ້າ​ເອີຍ, ຂ້າ​ພ​ຣະ​ອົງຂໍ​ຄວາມ​ຊ່ອຍ​ເຫລືອ​ໃຫ້​ພົ້ນ​ມາ​ຈາກ​ພ​ຣະ​ອົງ 19 ກາດ​ຈະ​ມີ​ພວກ​ປຸ້ນ​ໄລ່​ຕາມ​ປຸ້ນ​ເຂົາ ແຕ່​ເຂົາຈະ​ຕໍ່​ສູ້​ຂັບ​ໄລ່​ພວກ​ເຂົາ​ຫນີ ດິນ​ແດນ​ຂອງ​ອາເຊີຈະ​ຜ​ລິດ​ເຂົ້າ​ໄດ້​ສົມ​ບູນ​ 20 ເຂົາຈະ​ຖວາຍ​ພ​ຣະ​ກະ​ຍາ​ຫານ​ແດ່​ກະ​ສັດ​ເລື້ອຍໆ 21 ເນັຟທາ​ລີ​ເປັນ​ກວາງ​ແມ່​ອິ​ສ​ຣະ ຊຶ່ງ​ມີ​ລູກ​ງາມ 22 ໂຢ​ເຊັບ​ເປັນ​ໂຕ​ລໍ​ປ່າ ເປັນ​ລໍ​ປ່າ​ທີ່​ໃຫ​ຍ່​ຈາກ​ນ້ຳ​ພຸ ເປັນ​ມ້າ​ນ້ອຍ​ປ່າ​ຢູ່​ເທິງ​ເນີນ​ເຂົາ 23 ພວກ​ນາຍ​ພານ​ຈະ​ຕາມ​ລ່າ​ເຂົ​າ​ຢ່າງ​ໂຫດ​ຮ້າຍ ພ້ອມ​ທັງ​ຫນ້າ​ແລະ​ທະ​ນູ ທັງ​ຍິງ​ແລະ​ຂົ່ມ​ຂູ່​ເຂົາ 24 ແຕ່​ຄັນ​ທະ​ນູ​ຂອງ​ພວກ​ພານໄດ້​ຫັ​ກ​ດີດ​ໄປ​ຢ່າງ​ແຮງ ເອັນ​ແຂນ​ຂອງ​ພວກ​ພານ​ກໍ​ຂາດ ກໍ​ຍ້ອນ​ອຳ​ນາດ​ຂອງ​ພ​ຣະ​ເຈົ້າ​ຜູ້​ຍິ່ງ​ໃຫຍ່​ຂອງ​ຢາ​ໂຄບ ຍ້ອນ​ຜູ້​ລ້ຽງ​ອິ​ສ​ຣາ​ເອນ ແລະ​ຍ້ອນ​ໂງ່ນ​ຫີນ​ອິ​ສ​ຣາເອນ 25 ດ້ວຍ​ການ​ຊົດ​ຊ່ອຍ​ຂອງ​ພ​ຣະ​ບິ​ດາ​ເຈົ້າ ດ້ວຍ​ພ​ຣະເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່ ຜູ້​ຊົງ​ອວຍພອນ​ເຈົ້າ​ ຄວາມ​ພອນ​ທີ່​ມາກັບ​ຝົນ​ຈາກ​ເບື້ອງ​ເທິງ ແລະ​ຄວາມ​ພອນ​ທີ່​ມາ​ກັບ​ນ້ຳ​ຈາກ​ພື້ນ​ທໍ​ລະ​ນີ ຄວາມ​ພອນ​ທີ່​ມາ​ຈາກ​ເຕົ້​າ​ນົມ​ແລະ​ທ້ອງ​ແມ່ 26 ຄວາມ​ພອນ​ທີ່​ມາ​ຈາກ​ເມັດ​ເຂົ້​າ​ແລະ​ດອກ​ໄມ້ ຄວາມ​ພອນ​ທີ່​ມາ​ຈາກ​ພູ​ເຂົາ​ອັນ​ເກົ່າ​ແກ່ ຄື​ມາ​ຈາກ​ຄວາມ​ສົມ​ບູນ​ຂອງ​ເນີນ​ເຂົາ​ຕ​ລອດ​ເປັນ​ນິດ ຂໍ​ພອນ​ເຫລົ່າ​ນັ້ນ​ຈົ່ງ​ຢູ່​ເທິງ​ຫົວ​ຂອງ​ໂຢ​ເຊັບ ຢູ່​ເທິງ​ຫນ້າ​ຜາກ​ຂອງ​ຜູ້​ທີ່​ຕ່າງ​ຈາກ​ອ້າຍ​ນ້ອງ 27 ເບັນ​ຢາ​ມິນ​ເປັນ​ຫມາ​ໃນ​ລ່າ​ເນື້ອ ເວ​ລາ​ເຊົ້າ​ກໍ​ກິນ​ເຫຍື່ອ​ທີ່​ເຂົາ​ລ່າ​ໄດ້ ແລະ​ຕອນ​ແລງ​ກໍ​ແບ່ງ​ປັນ​ເຫຍື່ອ​ທີ່​ເຂົາຊອກ​ຫາ​ມາ​ໄດ້” 28 ພວກ​ທີ່​ໄດ້​ເວົ້າ​ມາ​ນີ້ແມ່ນ​ສິບ​ສອງ​ຕະ​ກູນ​ອິ​ສ​ຣາ​ເອນ ແລະ​ສິ່ງ​ທີ່​ເລົ່າ​ມາ​ນັ້ນ​ແມ່ນ​ຖ້ອຍ​ຄຳ​ທີ່​ຢາ​ໂຄບ​ໄດ້​ທຳ​ນວາຍ​ໄວ້​ໃຫ້​ເຂົາ ທ່ານ​ໃຫ້​ພອນ​ພວກ​ເຂົ​າ​ຕາມ​ພອນ​ທີ່​ແຕ່​ລະ​ຄົນ​ສົມ​ຄວນ​ຈະ​ໄດ້​ຮັບ

ມໍ​ຣະ​ນະ​ກັມ​ແລະ​ການ​ຝັງ​ສົບ​ຢາ​ໂຄບ

29 ຄັນ​ແລ້ວ ຢາ​ໂຄບ​ໄດ້​ສັ່ງ​ພວກ​ເຂົາ​ວ່າ, “ບັດ​ນີ້​ພໍ່​ໃກ້​ຈະ​ສິ້ນ​ໃຈ​ຄືນ​ໄປ​ຢູ່​ກັບ​ພວກ​ພີ່​ນ້ອງ​ເຮົາ​ທີ່​ຕາ​ຍໄປ​ແລ້ວ ຈົ່ງ​ຝັງ​ພໍ່​ໄວ້​ກັບ​ປູ່​ຍ່າ​ຕາ​ຍາຍ​ຢູ່​ໃນ​ຫລຸມ​ຝັງ​ສົບ ຊຶ່ງ​ຢູ່​ໃນ​ນາ​ຂອງ​ເອ​ໂຟ​ຣນ​ຊາວ​ຮິດ​ຕີ 30 ທີ່​ມັກ​ເປ​ລາ​ທາງ​ທິດ​ຕາ​ເວັນ​ອອກ​ຂ​ອງ​ມັມ​ເຣ ຢູ່​ໃນ​ປະ​ເທດ​ກາ​ນາ​ອານ ອັບ​ຣາ​ຮາມ​ໄດ້​ຊື້​ຖ້ຳ​ໃນ​ທົ່ງ​ນາ​ຂອງ​ເອ​ໂຟ​ຣນ​ຊາວ​ຮິດ​ຕີ​ນັ້ນໄວ້ 31 ເພື່ອ​ເຮັດ​ຖ້ຳ​ຝັງ​ສົບ ແມ່ນ​ໃນ​ບ່ອນ​ນັ້ນ​ເອງ​ທີ່​ພວກ​ເຂົາ​ຝັງ​ອັບ​ຣາ​ຮາມ​ແລະ​ນາງ​ຊາຣາ​ພັ​ຣ​ຍາ​ຂອງ​ທ່ານ ອິ​ຊາກ​ແລະ​ນາງ​ເຣ​ເບ​ກາ​ພັ​ຣ​ຍາ​ຂອງ​ທ່າ​ນ ແລະ​ຂ້ອຍ​ໄດ້​ຝັງ​ນາງ​ເລອາ​ພັ​ຣ​ຍາ​ຂອງ​ຂ້ອຍ 32 ທົ່ງ​ນາ​ ແລະ​ຖ້ຳ​ນັ້ນ​ໄດ້​ຊື້​ມາ​ຈາກ​ຊາວ​ຮິດ​ຕິ” 33 ເມື່ອ​ຢາ​ໂຄບ​ສັ່ງ​ບຸດຊາຍ​ທ່ານຫມົດ​ແລ້ວ ທ່ານ​ກໍ​ຍໍ​ຕີນ​ຂຶ້ນ​ເທິງ​ຕຽງ​ແລ້ວ​ສິ້ນ​ໃຈ​ຕາຍ ແລະ​ໄປ​ຢູ່​ຮ່ວມ​ກັບ​ພີ່​ນ້ອງ​ຂອງ​ທ່ານ

ປະຖົມການ 50

1 ໂຢ​ເຊັບ​ແລ່ນ​ອອກກອດ​ຮ່າງ​ກາຍ​ຊຶ່ງ​ປາ​ສ​ຈາກວິນ​ຍານ​ທັງ​ຮ້ອງ​ໄຫ້​ແລະ​ຈູບ​ຫນ້າ​ຜາກ​ບິ​ດາ 2 ແລ້​ວກໍ​ສັ່ງ​ໃຫ້​ແພດ​ທີ່​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ທ່ານອາບ​ນ້ຳ​ຢາ​ຮັກ​ສາ​ສົບ​ຂອງ​ຢາ​ໂຄບ ນາຍ​ແພດ​ກໍ​ທຳຕາມ​ຄຳ​ສັ່ງ​ນັ້ນ​ທຸກ​ປະ​ການ 3 ພວກ​ເຂົາ​ໃຊ້​ເວ​ລາ​ສີ່​ສິບ​ວັນ​ໃນ​ການ​ອາບ​ນ້ຳ​ຢາ​ຮັກ​ສາ​ສົບ​ນັ້ນ​ບໍ່​ໃຫ້​ເປື່ອຍ​ເນົ່​າ ແລ້ວ​ຊາວ​ເອ​ຢິບ​ກໍ​ໄວ້​ທຸກ​ໃຫ້​ທ່ານເຈັດ​ສິບ​ວັນ 4 ເມື່ອ​ເວ​ລາ​ໄວ້​ທຸກ​ສິ້ນ​ສຸດ​ລົງ​ແລ້ວ ໂຢ​ເຊັບ​ໄດ້​ເວົ້າ​ຕໍ່​ຂຸນ​ວັງ​ຂອງ​ຟາ​ຣາ​ໂອ​ວ່າ, “ຖ້າ​ພວກ​ທ່ານ​ມີ​ຄວາມ​ເມດ​ຕາ​ຕໍ່​ຂ້າ​ພະ​ເຈົ້າ​ແລ້ວ ກະ​ຣຸ​ນາ​ໄປ​ທູນ​ຟາ​ຣາ​ໂອ​ໃຫ້​ແດ່​ວ່າ 5 ເມື່ອ​ພໍ່​ຂ້າ​ພະ​ເຈົ້​າໃກ້​ຈະ​ສິ້ນ​ໃຈ​ຕາຍ ທ່ານໄດ້​ໃຫ້​ຂ້າ​ພະ​ເຈົ້າ​ສ​ັນ​ຍາ​ຕໍ່​ທ່ານ​ວ່າ ຕ້ອງ​ນຳ​ເອົາ​ສົບ​ຂອງ​ທ່ານ​ໄປ​ຝັງໄວ້​ໃນ​ອຸບ​ໂມງ​ຝັງ​ສົບທີ່​ທ່ານ​ໄດ້​ຂຸ​ດໄວ້​ເອງ​ໃນ​ປະ​ເທດ​ກາ​ນາອານ ສະ​ນັ້ນ​ ຂໍ​ພ​ຣະ​ອົງ​ຊົງ​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າໄປ​ຝັງ​ສົບ​ພໍ່​ຂ້າ​ພະ​ເຈົ້າເທີນ ແລ້ວ​ຂ້າ​ພະ​ເຈົ້າກໍ​ຈະ​ກັບ​ຄືນ​ມາ” 6 ຕໍ່​ມາ ຟາ​ຣາ​ໂອ​ຊົງ​ຕອບ​ວ່າ, “ຈົ່ງ​ໄປ​ຝັງ​ບິ​ດາເຈົ້າ​ຕາມ​ທີ່​ເຈົ້າ​ໄດ້​ໃຫ້​ສັນ​ຍາ​ກັບ​ທ່ານ” 7 ດັ່ງ​ນັ້ນ ໂຢ​ເຊັບ​ຈຶ່ງ​ໄປ​ຝັງ​ສົບ​ບິ​ດາຂອງ​ຕົນ​ໂດຍ​ມີ​ບັນ​ດາ​ຂຸນ​ວັງ​ຂອງ​ຟາ​ຣາ​ໂອ​ທຸກໆ​ຄົນ ຣາ​ຊ​ມົນ​ຕ​ຣີ​ໃນ​ພ​ຣະ​ຣາ​ຊວັງ ຜູ້​ນຳ​ຂອງ​ຊາວ​ເອ​ຢິບ 8 ພ້ອມ​ທັງ​ຄອບ​ຄົວ​ຂອງ​ໂຢ​ເຊັບ​ທຸກໆ​ຄົນ ພວກ​ອ້າຍ​ແລະ​ຄອບ​ຄົວ​ຂອງ​ບິ​ດາ​ໄປ​ນຳ​ເວັ້ນ​ໄວ້​ແຕ່​ເດັກ​ນ້ອຍ ຝູງ​ແກະ ແບ້​ແລະ​ງົວ​ທີ່​ຢູ່​ໃນ​ເຂດ​ໂກ​ເຊນ 9 ນອກ​ນີ້ຍັງ​ມີ​ຣົດ​ມ້າ ແລະ​ທະ​ຫານ​ມ້າ​ຕິດ​ຕາມ​ທ່ານໄປ​ເປັນ​ຂະ​ບວນ​ແຫ່​ຢ່າງ​ຍືດ​ຍາວ 10 ເມື່ອ​ຂະ​ບວນ​ແຫ່​ມາ​ຮອດ​ລານ​ເຂົ້າ​ຂອງ​ອາ​ຕາດ​ຊຶ່ງຢູ່ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ພວກ​ເຂົາ​ກໍ​ພາ​ກັນ​ເຮັດ​ພິ​ທີ​ປົງ​ສົບ​ຢ່າງ​ໃຫຍ່​ໂຕ ແລະ​ສຳ​ຫລັກ​ສຳ​ຄັນ​ຢ່າງ​ສົມ​ກຽດ ໂຢ​ເຊັບ​ໄດ້​ຈັດ​ພິ​ທີ​ໄວ້​ທຸກ​ເຈັດ​ວັນ 11 ເມື່ອ​ຊາວ​ກາ​ນາ​ອານ​ເຫັນ​ກາ​ນໄວ້​ທຸກ​ຢູ່​ທີ່​ເອ​ຕາດ ພວກ​ເຂົາ​ກໍ​ເວົ້າ​ວ່າ, “ອັນ​ນີ້ ແມ່ນ​ພິ​ທີ​ຮ້ອງ​ໄຫ້​ໄວ້​ທຸກ​ອັນ​ສຳ​ຄັນ​ຂອງ​ຊາວ​ເອ​ຢິ​ບ” ສະ​ນັ້ນ ເຂົາ​ຈຶ່ງ​ໃສ່​ຊື່​ບ່ອນ​ນັ້ນ​ວ່າ ອາ​ເບນ ມິ​ຊຣາ​ອິມ ຊຶ່ງ​ຢູ່​ທາງ​ທິ​ດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ 12 ດັ່ງ​ນັ້ນ ພວກ​ລູກ​ຫລານ​ຂອງຢາ​ໂຄບ​ຈຶ່ງ​ໄດ້​ທຳຕາມ​ທີ່​ທ່ານ​ໄດ້​ສັ່ງ​ພວກ​ເຂົາ​ໄວ້​ກ່ອນ​ແລ້ວ​ທຸກ​ປະ​ການ 13 ພວກ​ເຂົາ​ໄດ້​ຫາມ​ສົບ​ຂອງບິ​ດາ​ໄປ​ປະ​ເທດ​ກາ​ນາ​ອານ ແລະ​ຝັງໄວ້​ໃນ​ອຸບ​ໂມງ​ຝັງ​ສົບ​ໃນ​ນາ​ມັກ​ເປ​ລາ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ມັມ​ເຣ ຊຶ່ງ​ອັບ​ຣາ​ຮາມ​ໄດ້​ຊື້​ນຳ​ເອ​ໂຟ​ຣນ​ຊາວ​ຮິດ​ຕີ ເພື່ອ​ເອົ​າ​ໄວ້​ເຮັດ​ບ່ອນ​ຝັງ​ສົບ 14 ຫລັງ​ຈາກ ໂຢ​ເຊັບ​ຝັງ​ສົບ​ພໍ່​ແລ້ວ ທ່າ​ນ​ກໍ​ກັບ​ຄືນ​ສູ່​ປະ​ເທດ​ເອ​ຢິບ​ພ້ອມ​ກັບ​ພວກ​ອ້າຍ​ນ້ອງ​ແລະ​ຜູ້​ທີ່​ຕິດ​ຕາມ​ທ່ານໄປ​ທຸກ​ຄົນ

ໂຢ​ເຊັບ​ເລົ້​າ​ໂລມ​ໃຫ້​ອ້າຍ​ນ້ອງ​ເຊົາ​ຢ້ານ

15 ຫລັງ​ຈາກ​ບິ​ດາ​ຂອງ​ເຂົາ​ຕາຍ​ແລ້ວ ພວກ​ອ້າຍ​ຂອງ​ໂຢ​ເຊັບ​ກໍ​ພາ​ກັນ​ເວົ້າ​ວ່າ, “ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ? ໂຢ​ເຊັບ​ອາດ​ຍັງ​ຊັງ​ພວກ​ເຮົາ​ແລະ​ຢາກ​ແກ້​ແຄ້ນ​ຄວາມ​ຊົ່ວ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ໄດ້​ກະ​ທຳ​ຕໍ່​ເຂົາ” 16 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ສັ່ງ​ຄວາມ​ໄປ​ຫາ​ໂຢ​ເຊັບ​ວ່າ, “ພໍ່​ໄດ້​ສັ່ງ​ຄວາມ​ນີ້ໄວ້​ກັບ​ເຮົາ​ໃຫ້​ໄປ​ບອກ​ເຈົ້າ​ກ່ອນ​ທ່ານ​ຕາຍ​ 17 ວ່າ​ພໍ່​ຂໍ​ໃຫ້​ເຈົ້າ​ຍົກ​ໂທດ​ຄວາມ​ຜິດ​ຊຶ່ງ​ພວກ​ອ້າຍ​ຜູ້​ຮັບ​ໃຊ້​ຂອງພ​ຣະ​ເຈົ້າ​ຂອງ​ບິ​ດາ​ເຈົ້າໄດ້​ກະ​ທຳ” ເມື່ອ​ເຂົາ​ເວົ້າ​ຄວາມ​ນັ້ນ​ໃຫ້​ຟັງ​ແລ້ວ ໂຢ​ເຊັບ​ກໍ​ຮ້ອງ​ໄຫ້​ຂຶ້ນ 18 ຄັນ​ແລ້ວ ພວກ​ອ້າຍ​ຂອງ​ທ່ານ​ກໍ​ພາ​ກັນ​ມາ​ໂດຍ​ຕົນ​ເອງ ແລ້ວ​ຂາບ​ລົງ​ຕໍ່​ຫນ້າ​ທ່ານເວົ້າ​ວ່າ, “ພວກ​ເຮົາ​ຢູ່​ນີ້​ເຫມືອນ​ຂ້າ​ໃຊ້​ຂອງ​ທ່ານ​ແລ້ວ” 19 ແຕ່​ໂຢ​ເຊັບ​ເວົ້າ​ຕໍ່​ພວກ​ເຂົາ​ວ່າ, “ຢ່າ​ພາ​ກັນ​ຢ້ານ​ກົວ​ເລີຍ ຂ້ອຍ​ບໍ່​ສາ​ມາດຍົກ​ຕົວ​ຂ້ອຍ​ເອງ​ຂຶ້ນ​ໄປ​ສູ່​ບ່ອນ​ຂອງ​ພ​ຣະ​ເຈົ້າ​ໄດ້ 20 ການ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ອຸ​ບາຍ​ຊົ່ວ​ຕໍ່​ຂ້ອຍ​ນັ້ນ ບັດ​ນີ້ ພ​ຣະ​ເຈົ້າ​ໄດ້​ຕອບ​ຄືນ​ດ້ວ​ຍ​ການ​ດີ ເພື່ອ​ຮັກ​ສາ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທັງ​ມວນ​ໄວ້ ຊຶ່ງ​ມີ​ຊີ​ວິດ​ຢູ່​ໄດ້​ທຸກ​ມື້​ນີ້ກໍ​ຍ້ອນ​ຄວາມ​ດີ​ອັນ​ນີ້ 21 ບັດ​ນີ້ ຢ່າ​ສູ່​ຢ້ານ​ເລີຍ ຂ້ອຍ​ຈະ​ປົກ​ປັ​ກ​ຮັກ​ສາ​ພວກ​ເຈົ້າ​ພ້ອມ​ທັງ​ລູກ​ຫລານ​ຂອງ​ພວກ​ເຈົ້າ”

ມໍ​ຣະ​ນະ​ກັມ​ຂອງ​ໂຢ​ເຊັບ

22 ໂຢ​ເຊັບ​ຢູ່​ໃນ​ປະ​ເທດ​ເອ​ຢິບ​ກັບ​ຄອບ​ຄົວ​ບິ​ດາຂອ​ງ​ທ່ານ ທ່ານໄດ້​ເຖິງ​ແກ່​ກຳ​ໄປ​ເມື່ອ​ອາຍຸ​ຮ້ອຍ​ສິບ​ປີ 23 ທ່ານ​ມີ​ຊີ​ວິດ​ຢູ່​ຈົນ​ເຫັນ​ລູກ​​ຫລານ​ຂອງ​ເອ​ຟ​ຣາ​ອິມ ເມື່ອ​ບຸດຂອງ​ມາ​ຄີ​ຣ໌ ຫລານ​ຂອງ​ມານັ​ສເຊ​ເກີດ ໂຢ​ເຊັບ​ກໍ​ຮັບ​ເອົາ​ເຂົາ​ໄວ້​ໃນ​ຄອບ​ຄົວ​ຂອງ​ຕົນ 24 ຕໍ່​ມາ ທ່ານ​ເວົ້າ​ຕໍ່​ພວກ​ອ້າຍ​ວ່າ, “ຂ້ອຍ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ແຕ່​ພ​ຣະ​ເຈົ້າ​ຈະ​ໂຜດ​ຮັກ​ສາ​ພວກ​ເຈົ້າ​ຢ່າງ​ແນ່ນອນ​ແລະ​ຈະ​ພາ​ພວກ​ເຈົ້າ​ຫນີອອກ​ຈາກ​ແຜ່ນ​ດິນ​ນີ້ຄືນ​ສູ່​ແຜ່ນ​ດິນ​ທີ່​ພ​ຣະ​ອົງ​ໄດ້​ສາ​ບານ​ໄວ້​ແລ້ວ​ກັບອັບ​ຣາ​ຮາມ ອີ​ຊາ​ກ​ ແລະ​ຢາ​ໂຄບ” 25 ແລ້ວ​ໂຢ​ເຊັບ​ກໍ​ໃຫ້​ພວກ​ບຸດ​ຊາຍ​ຂອງ​ອິ​ສ​ຣາ​ເອນ​ສາ​ບານ ທ່ານ​ເວົ້າ​ວ່າ, “ຈົ່ງ​ສາ​ບານ​ຕໍ່​ຂ້ອຍ​ວ່າ ເມື່ອ​ພ​ຣະ​ເຈົ້າ​ຊົງ​ໂຜດ​ຮັກ​ສາ​ພວກ​ເຈົ້າ ພວກ​ເຈົ້າ​ຕ້ອງ​ເອົາ​ກະ​ດູກ​ຂອງ​ຂ້ອຍ​ຫນີ​ຈາກ​ບ່ອນ​ນີ້ໄປ​ກັບ​ພວກ​ເຈົ້າ” 26 ຄັນ​ກ່າວ​ດັ່ງ​ນັ້ນ​ແລ້ວ​ ໂຢ​ເຊັບ​ກໍ​ສິ້ນ​ໃຈ​ຕາຍ ທ່ານ​ເຖິງ​ແກ່​ກຳ​ໄປ​ໃນ​ເມື່ອ​ອາ​ຍຸ​ຮ້ອຍ​ສິບ​ປີ ພວກ​ເຂົາ​ໄດ້​ອາບນ້ຳ​ຢາ​ຮັກ​ສາ​ສົບ​ທ່ານ ເພື່ອ​ບໍ່​ໃຫ້​ເປື່ອຍເນົ່​າແລ້ວ​ເອົາ​ສົ​ບ​ບັນ​ຈຸ​ໃສ່​ໂລງ​ເກັບ​ຮັກ​ສາ​ໄວ້​ໃນ​ປະ​ເທດ​ເອ​ຢິບ

ອົບພະຍົກ 1

ຊາວ​ອິ​ສ​ຣາ​ເອນ​ຕົກ​ເປັນ​ທາດ​ ໃນ​ປະ​ເທດເອຢິບ

1 ຕໍ່​ໄປ​ນີ້ ແມ່ນ​ລາຍ​ຊື່​ບຸດຊາຍ​ຂອງ​ຢາ​ໂຄບ ທີ່​ໄດ້​ອົບ​ພະ​ຍົບ​ໄປ​ຢູ່​ປະ​ເທດ​ເອຢິບ 2 ຄື ຣູ​ເບນ, ຊີ​ເມ​ໂອນ, ເລ​ວີ, ແລະຢູ​ດາ, 3 ອິ​ສ​ຊາ​ຄາ, ເຊ​ບູ​ລູນ, ແລະເບັນ​ຢາ​ມິນ, 4 ດານ, ແລະເນັຟ​ທາ​ລີ, ກາດ, ແລະ​ອາ​ເຊີ 5 ຄົນ​ທັງ​ປວງ​ທີ່​ເປັນ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ​ມີທັງ​ຫ​ມົດ​ເຈັດ​ສິບ​ຄົນ ສ່ວນ​ບຸດ​ອີກ​ຜູ້​ນຶ່ງ​ຂອງ​ຢາ​ໂຄບ​ຄື​ ໂຢ​ເຊັບ​ນັ້ນໄດ້​ໄປ​ຢູ່ໃນ​ປະ​ເທດ​ເອ​ຢິບ​ກ່ອນ​ແລ້ວ 6 ພາຍ​ລຸນ​ມາ​ໂຢເຊັບ​ກັບ​ພວກອ້າຍ​ນ້ອງ ແລະ​​ບັນ​ດາ​ຄົນ​ໃນ​ສະ​ໄຫມ​ດຽວ​ກັນ​ກໍ​ໄດ້​ຕາຍໄປ 7 ແຕ່​ເນຶ່ອງ​ຈາກ​ຊາວ​ອິສ​ຣາ​ເອນ ເປັນ​ຄົນ​ມີ​ບຸດໄວ ປະ​ຊາ​ຊົນ​ຈຶ່ງ​ເພີ້ມ​ທະ​ວີ​ແລະ​ມີ​ກຳ​ລັງ​ແຜ່​ຜາຍ​ໄປ​ທົ່ວ​ທັງ​ປະ​ເທດ​ນັ້ນ 8 ຕໍ່​ມາ ໄດ້​ມີ​ກະ​ສັດ​ອົງ​ໃຫມ່​ຂຶ້ນ​ສະ​ເຫວີຍ​ຣາ​ຊ​ສົມ​ບັດ​ໃນ​ປະ​ເທດ​ເອ​ຢິບ ກະ​ສັດ​ອົງ​ນີ້ບໍ່​ຊົງ​ຮູ້​ເຣື່ອງ​ຫຍັງ​ກ່ຽວກັບ​ໂຢ​ເຊັບ 9 ພຣະ​ອົງໄດ້​ຊົງ​ປະ​ກາດ​ຕໍ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ວ່າ “ເບິ່ງ​ດູ, ຄົນ​ອິສ​ຣາ​ເອນ​ນັບ​ມື້​ເພີ້ມ​ທະ​ວີ​ມີ​ກຳ​ລັງ​ຫລາຍ​ຂຶ້ນ ຊຶ່ງ​ອາດ​ຈະ​ມີ​ອັນ​ຕະ​ຣາຍ​ແກ່​ພວກ​ເຮົາ 10 ບັດ​ນີ້ ໃຫ້​ພວກ​ເຮົາ​ໃຊ້ອຸ​ບາຍ​ອັນ​ເລິກ​ແລບ ເພື່ອ​ຂັດ​ຂວາງ​ບໍ່​ໃຫ້​ຄົນ​ພວກ​ນີ້ເພີ້ມ​ທະ​ວິ​ຫລາຍ​ຂຶ້ນ ເພາະ​ວ່າ​ຖ້າ​ຫາກ​ເກີດ​ສົງ​ຄາມ​ຂຶ້ນ​ເມື່ອ​ໃດ​ຄົນ​ພວກ​ນີ້​ກໍ​ອາດ​ຈະ​ເຂົ້າ​ຮ່ວມ​ມື​ກັບ​ສັດ​ຕຣູ​ຫັນ​ມາ​ຕໍ່​ສູ້​ເຮົາ ແລ້ວ​ພວກ​ເຂົາ​ກໍ​ຈະ​ຫນີ​ອອກ​ຈາກ​ປະ​ເທດ​ນີ້​ໄດ້” 11 ດ້ວຍ​ເຫດ​ນີ້ ຝ່າຍ​ກະ​ສັດ​ເອ​ຢິບ​ຈຶ່ງ​ແຕ່ງ​ຕັ້ງ​ຜູ້​ຄວບ​ຄຸມ​ຊາວ​ອິສ​ຣາ​ເອນ ເພື່ອ​ບັງ​ຄັບ​ໃຫ້​ພວກ​ເຂົາ​ເຮັດ​ວຽກ​ການ​ຫນັກ ໃຫ້​ເຂົາ​ສ້າງ​ເມືອງ​ປິທົມ ​ແລະ​ເມືອງ​ຣາ​ເມ​ເຊສ ເພື່ອ​ໄວ້​ເກັບ​ຣາ​ຊ​ສົມ​ບັດ​ຂອງ​ກະ​ສັດ​ຟາ​ຣາ​ໂອ 12 ເຖິງ​ແມ່ນ​ວ່າ​ຊາວ​ເອ​ຢິບ​ຈະ​ຂົ່ມ​ເຫັງ​ເຂົາ​ຫລາຍ​ປານ​ໃດ ຊາວ​ອິສ​ຣາ​ເອນ​ກໍ​ແຮງ​ແຜ່​ຜາຍ​ທະ​ວີ​ຂຶ້ນ ຈົນ​ຝ່າຍ​ເອ​ຢິບ​ມີ​ຄວາມ​ຫວັ່ນ​ເກງ​ໃນ​ຈຳ​ນວນ​ຄົນພວກ​ນີ້ 13 ດັ່ງ​ນັ້ນ ເພື່ອ​ໃຫ້​ຊີ​ວິດ​ຂອງ​ເຂົາ​ຂົ່ມ​ຂື່ນ ພວກ​ເຂົາ​ຈຶ່ງ​ຖືກບັງ​ຄັບ​​ໃຫ້​ເຮັດ​ວຽກ​ຫນັກຈົ​ນ​ເຫລືອ​ບ່າກວ່າ​ແຮງ 14 ເຊັ່ນ ໃຫ້​ນວດ​ດິນ, ປັ້ນ​ດິນ​ຈີ່, ແລະ​ເຮັດ​ວຽກ​ຫນັກ​ຕ່າງໆ​ຢູ່​ຕາມ​ທົ່ງ​ນາ 15 ຕໍ່​ມາ ​ກະ​ສັດ​ເອ​ຢິບ​ ໄດ້​ຊົງ​ບອກ​ນາງ​ຜະ​ດຸງ​ຄັນ​ຊາວ​ເຮັບ​ເຣິ​ສອງ​ຄົນ ຄົນ​ນຶ່ງ​ຊື່ ຊິ​ຟ​ຣາ, ແລະອີກ​ຄົນ​ນຶ່ງ​ຊື່ ປູ​ອາ 16 ວ່າ, “ເມື່ອ​ພວກ​ເຈົ້າ​ໄປ​ເອົາ​ບຸດ​ອອກ​ໃຫ້​ຍິງ​ຊາວ​ເຮັບ​ເຣີ ຖ້າ​ເດັກ​ນ້ອຍ​ທີ່​ເກີດ​ມາ​ນັ້ນ​ຫາກ​ເປັນ​ຜູ້ຊາຍ ໃຫ້​ພວກ​ເຈົ້າ​ຂ້າ​ຖິ້ມ ຖ້າ​ເປັນ​ຜູ້​ຍິງ​ບໍ່​ໃຫ້​ຂ້າ” 17 ແຕ່​ນາງ​ຜະ​ດຸງ​ຄັນ​ທັງ​ສອງ​ຄົນ​ນັ້ນ​ເປັນ​ຜູ້ຢຳ​ເກງພຣະ​ເຈົ້າ​ ຈຶ່ງ​ບໍ່​ໄດ້​ທຳຕາມ​ພຣະ​ບັນ​ຊາ​ຂອງ​ກະ​ສັດ​ເອ​ຢິບ ພວກ​ນາງ​ໄດ້ປ່ອຍ​ໃຫ້​ເດັກ​ນ້ອຍ​ຜູ້​ຊາຍ​ມີ​ຊີ​ວິດ​ຢູ່ 18 ເມື່ອ​ກະ​ສັດ​ເອ​ຢິບ​ຊົງ​ຊາບ​ດັ່ງ​ນີ້ ກໍ​ມີ​ພຣະ​ກະ​ແສ​ດຳ​ຣັດ​ສັ່ງ​ໃຫ້​ນາງ​ຜະ​ດຸງ​ຄັນ​ສອງ​ຄົນ​ເຂົ້າ​ເຝົ້າ ແລ້ວ​ຊົງ​ຖາມ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ ຈຶ່ງ​ປ່ອຍ​ໃຫ້​ເດັກ​ນ້ອຍ​ຜູ້​ຊາຍ​ມີ​ຊີ​ວິດ​ຢູ່?” 19 ພວກນາງ​ຜະ​ດຸງ​ຄັນ​ທູນ​ຕອບ​​ວ່າ “ເພາະ​ຜູ້​ຍິງ​ຊາວເຮັບ​ເຣິ​ບໍ່​ເຫມືອນ​ຜູ້​ຍິງ​ຊາວເອ​ຢິບຄື​ພວກ​ເຂົາ​ໄດ້​ບຸດງ່າຍຫລາຍ​ ຈົນ​ນາງ​ຜະ​ດຸງ​ຄັນ​ໄປ​ບໍ່​ທັນ” 20 ດ້ວຍ​ວ່າ​ພວກ​ນາງ​ຜະ​ດຸງ​ຄັນ​ຢຳ​ເກງ​ພຣະ​ເຈົ້າ ພຣະ​ອົງ​ຈຶ່ງ​ຊົງ​ພໍ​ພຣະ​ທັຍ​ພວກ​ນາງ 21 ແລະ​ຊົງ​ໂຜດ​ໃຫ້​ຄອບ​ຄົວ​ຂອງ​ນາງ​ມີ​ລູກ​ຫລານ​ຫລາຍ ປະ​ຊາ​ຊົນ​ອີ​ສ​ຣາ​ເອນ​ຈຶ່ງ​ເພີ້ມ​ທະ​ວີ​ມີ​ກຳ​ລັງ​ຫລາຍ​ຂຶ້ນ 22 ຕໍ່​ມາ ກະ​ສັດ​ຟາ​ຣາໂອ​ຊົງ​ຮັບ​ສັ່ງຕໍ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງວ່າ, “ບຸດ​ຊາຍ​ເຮັບ​ເຣີ​ທຸກ​ຄົນ​ທີ່​ເກີດ​ມາ​ໃຫ້​ເອົາ​ໄປ​ຖິ້ມ​ເສັຽ​ໃນ​ແມ່​ນ້ຳ​ນິນເສັຽ ແຕ່​ບຸດຍິງ​ທຸກ​ຄົນ​ໃຫ້​ມີ​ຊີ​ວິດ​ຢູ່”

ອົບພະຍົກ 2

ໂມ​ເຊ​ເກີດ​ແ​ລະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ

1 ຍັງ​ມີ​ຊາຍ​ຕະ​ກຸນ​ເລ​ວິ​ຄົນ​ນຶ່ງ ໄດ້​ແຕ່ງງານ​ກັບ​ຍິງ​ສາວ​ຕະ​ກຸນ​ດຽວ​ກັນ 2 ຕໍ່​ມາ ຜູ້​ຍິງ​ຜູ້​ນີ້​ໄດ້​ຖື​ພາ​ແລະ​ຄອດ​ບຸດ​ເປັນຊາຍເມື່ອ​ນາງ​ເຫັນ​ວ່າ​ບຸດ​ທີ່​ເກີດ​ມາ​ນັ້ນ​ມີ​ຮູບ​ຮ່າງ​ງາມ ກໍ​ເຊຶ່ອງ​ບຸດ​ໄວ້​ເຖິງ​ສາມ​ເດືອນ 3 ເມື່ອ​ນາງ​ບໍ່​ສາ​ມາດ​ຈະ​ເຊຶ່ອງ​ໄວ້ຕໍ່​ໄປ​ອິກ​ ​ນາງກໍ​ເອົາ​ໄມ້​ມາ​ເຮັດ​ອູ່​​ທາ​ດ້ວຍ​ຢາງ​ມາ​ໃສ່​ບຸດນ້ອຍ​ນັ້ນ ແລ້ວ​ນຳ​ໄປ​​ໄວ້​ເທິງ​ນ້ຳບ່ອນທີ່​ມີ​ກໍ​ຫຍ້າ​ແຄມ​ຕາ​ຝັ່ງ 4 ແລ້​ວ​ເອື້ອຍ​ຂອງ​ເດັກ​ນ້ອຍ​ນັ້ນ​ໄດ້​ໄປ​ຢືນ​ຊອມ​ຢູ່​ຫ່າງ​ໄກ ເພື່ອ​ຢາກ​ຈະ​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ແກ່​ນ້ອງ​ຂອງ​ຕົນ 5 ຕໍ່​ມາ ​ພຣະ​ຣາ​ຊ​ທິ​ດາ​ຂອງ​ກະ​ສັດ​ຟາ​ໂຣ​ ໄດ້​ສະ​ເດັດ​ໄປ​ສົງ​ທີ່​ແມ່​ນ້ຳ ແລະໃນ​ຂ​ນະ​ທີ່​ພວກ​ສາວ​ໃຊ້​ຍ່າງ​​ໄປໃກ້​ຕາມ​ແມ່​ນ້ຳ ພຣະ​ນາງກໍ​ຊົງ​ຫລຽວ​ເຫັນ​ອູ່ຢູ່​ກາງ​ກໍຫຍ້າ ຈຶ່ງ​ຮັບ​ສັ່ງ​ໃຫ້ສາວ​ໃຊ້ໄປ​ນຳ​ເອົາ​ມາ 6 ເມື່ອ​ສາວ​ໃຊ້​ນໍາ​ມາ​ຖວາຍ ພຣະ​ນາງ​ກໍ​ຊົງ​ເປິດ​ເບິ່ງ ຈຶ່ງ​ຊົງ​ເຫັນ​ເດັກ​ນ້ອຍ​ຜູ້​ຊາຍນອນ​ຢູ່ ເດັກ​ນ້ອຍ​ນັ້ນ​ໄດ້​ຮ້ອງ​ໄຫ້​ຂຶ້ນ ພຣະ​ນາງ​ຊົງ​ເກີດຄວາມ​ສົງ​ສານ​ແລະ​ຊົງ​ກ່າວ​ວ່າ, “ນີ້ແມ່ນ​ບຸດຊາຍ​ຂອງ​ຊາວ​ເຮັບ​ເຣິ” 7 ຝ່າຍ​ເອື້ອຍ​ຂອງ​ເດັກ​ນ້ອຍ​ນັ້ນ​ໄດ້​ທູນ​ຖາມ​ພຣະຣາ​ຊທິ​ດາ​ຂອງ​ກະ​ສັດ​ຟາ​ໂຣ​ວ່າ “ພຣະ​ນາງ​ບໍ່​ຢາກ​ໃຊ້​ຂ້າພຣະ​ອົງ ໄປ​ຫາ​ແມ່​ຍິງ​ຊາວ​ເຮັບ​ເຣີ​ມາ​ລ້ຽງ​ເດັກ​ນ້ອຍ​ຜູ້​ນີ້​ແນ່ບໍ່?” 8 ພຣະ​ນາງ​ກໍ​ຊົງ​ຕອບ​ວ່າ, “ໄປ​ແມ໋” ຍິງ​ສາວ​ຜູ້​ນັ້ນ​ຈຶ່ງ​ໄປ​ເອີ້ນ​ເອົາ​ມານ​ດາຂອງ​ເດັກ​ນ້ອຍ​ນັ້ນ​ມາ 9 ຝ່າຍ​ພຣະ​ຣາ​ຊ​ທິ​ດາ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ໄດ້​ຊົງ​ຮັບ​ສັ່ງ​ແກ່​ຍິງ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ເອົາ​ເດັກ​ນ້ອຍ​ຜູ້​ນີ້ໄປ​ລ້ຽງ​ໃຫ້​ເຮົາ​ແດ່ ເຮົາຈະ​ໃຫ້​ຄ່າ​ຈ້າງ​ເຈົ້າ” ຍິງ​ຜູ້​ນັ້ນ​ຈຶ່ງ​ຮັບ​ເອົາ​ເດັກ​ນ້ອຍຊຶ່ງ​ເປັນ​ບຸດຂອງ​ຕົນ​ເອງ​ໄປ​ລ້ຽງ​ໄວ້ 10 ເມື່ອ​ເດັກ​ນ້ອຍ​ນັ້ນ​ໃຫຍ່ສູງ​ຂຶ້ນ​ແດ່​ແລ້ວ ນາງ​ກໍ​ນຳ​ມາ​ມອບ​ພຣະ​ຣາ​ຊ​ທິ​ດາ​ ພຣະ​ນາງ​ກໍ​ຊົງຮັບ​ເອົາ​ເປັນ​ພຣະ​ຣາ​ຊ​ບຸດ​ ແລະ​ຊົງປະ​ທານ​ຊື່​ໃຫ້​ວ່າ​ໂມ​ເຊ ໂດຍ​ພຣະ​ນາງ​ກ່າວ​ວ່າ, “ເພາະ​ເຮົາ​ໄດ້​ຍົກ​ຂຶ້ນ​ມາ​ຈາກ​ນ້ຳ”

ໂມ​ເຊ​ຫນີ​ຈາກ​ປະ​ເທດ​ເອ​ຢິບ

11 ຢູ່​ມາວັນ​ນຶ່ງ ເມື່ອ​ໂມ​ເຊ​ໃຫຍ່​ແລ້ວ ​ວັນ​ນຶ່ງຈຶ່ງອອກ​ໄປ​ຢ້ຽມ​ຢາມ​ພວກ​ພີ່​ນ້ອງທີ່​ເປັນ​ຊາດ​ດຽວ​ກັນ​ກັບ​ຕົນ ໂມ​ເຊໄດ້​ເຫັນ​ເຂົາ​ຖືກ​ບັງ​ຄັບໃຫ້​ເຮັດ​ວຽກ​ຢ່າງ​ຫນັກ ແລະ​ເຫັນ​ຊາວ​ເອ​ຢິບ​ຄົນ​ນຶ່ງ​ຂ້າ​ຕີ​ຊາວ​ເຣັບ​ເຣິ​ຄົນ​ນຶ່ງ​ຊຶ່ງ​ເປັນ​​ຊາດ​ດຽວ​ກັນ​ກັບ​ຕົນ 12 ໂມ​ເຊ​ຈຶ່ງ​ຫລຽວ​ຫນ້າ​ຫລຽວ​ຫລັງ ເມື່ອ​ບໍ່​ເຫັນ​ຜູ້​ໃດ​ຢູ່​ທີ່​ນັ້ນ ກໍ​ຈັດ​ການ​ຂ້າ​ຄົນ​ເອ​ຢິບ​ຜູ້​ນັ້ນ​ເສັຽ ແລ້ວ​ຝັງ​ສົບ​ເຊຶ່ອງ​ໄວ້​ໃນ​ດິນ​ຊາຍ 13 ວັນ​ຕໍ່​ມາ ໂມ​ເຊ​ໄດ້​ອອກ​ໄປ​ອິກ ເທື່ອ​ນີ້​​ໄດ້​ພົບ​ຄົນ​ເຮັບ​ເຣີສອງ​ຄົນ​ກຳ​ລັງ​ຕີ​ກັນ​ຢູ່ ເຂົາ​ຈຶ່ງ​ຖາມ​ຜູ້​ທີ່​ຄິດ​ວ່າເປັນ​ຄົນ​ຜິດ​ນັ້ນ​ວ່າ “ເປັນ​ຫຍັງ​ຈຶ່ງ​ຕີ​ຄົນ​ຊາດ​ດຽວ​ກັນ?” 14 ຄົນ​ຜູ້​ນັ້ນ​ກໍ​ຕອບ​ວ່າ “ໃຜເປັນ​ຜູ້​ແຕ່ງ​ຕັ້ງ​​ໃຫ້​​ທ່າ​ນເປັນເຈົ້າ​ນາຍ ແລະ​ເປັນ​ຕຸ​ລາ​ການມາ​ຕັດ​ສິນ​ຂ້າ​ພະ​ເຈົ້າ ທ່ານຈະ​ຂ້າ​ຂ້າ​ພະ​ເຈົ້າ​ເຫມືອນ​ໄດ້​ຂ້າ​ຄົນ​ເອ​ຢິບ​ຜູ້​ນັ້ນ​ບໍ່?” ໂມ​ເຊ​ເລີຍ​ຕົກ​ໃຈ​ພ້ອມ​ກັບ​ຄິດ​ວ່າ, “ໂທ! ເຣື່ອງ​ນີ້​ໄດ້​ມີ​ຄົນ​ຮູ້​ເຫັນ​ແລ້ວ​ເປັນ​ແນ່” 15 ເມື່ອ​ກະ​ສັດ​ຟາ​ໂຣ​ໄດ້​ຊົງ​ຊາບ​ເຣື່ອງ​ນີ້​ກໍ​ພຍາ​ຍາມ​ຫາ​ຊ່ອງທາງ​ຂ້າ​ຊີ​ວິດ​ໂມ​ເຊເສັຽ ແຕ່​ໂມ​ເຊໄດ້​ເອົາ​ຕົວ​ຫນີ​​ໄປ​ຢູ່​ປະ​ເທດ​ມີດິອານເສັຽກ່ອນ ເວ​ລາ​ໂມ​ເຊ​ໄປ​ເຖິງ​ປະ​ເທດ​ມີດິ​ອານ ເຂົາໄດ້​ໄປ​ນັ່ງ​ຢູ່​ໃກ້​ນ້ຳ​ສ້າງ​ແຫ່ງ​ນຶ່ງ 16 ຝ່າຍ​ປະ​ໂຣ​ຫິດ​ຂອງ​ຄົນ​ມີ​ດິອານ​ມີ​ບຸດ​ຕ​ຣີ​ເຈັດ​ຄົນໄດ້​ພາ​ກັນ​ມາ​ຕັກ​ນ້ຳ​ ໃຫ້ຝູງ​ແບ້, ​ແລະ​ແກະ​ຂອງ​​ພວກ​ຕົນ​ກິນ 17 ແຕ່​ພວກ​​ລ້ຽງ​ສັດ​ໄດ້​ມາ​ຂັບໄລ່​ພວກ​ນາງ​ຫນີ ໂມ​ເຊ​ຈຶ່ງ​ເຂົ້າ​ໄປຊ່ອຍ​ຕັກ​ນ້ຳ​​ໃຫ້​ສັດ​​ພວກ​ນາງ​ກິນ 18 ເມື່ອ​ຍິງເຫລົ່າ​ນີ້​ກັບ​ຄືນໄປ​ຫາ​ຣູ​ເອນ​ບິ​ດາ​ຂອງ​ເຂົາ​ກໍ​ຖາມ​ວ່າ, “ເປັນ​ຫຍັງ​ມື້​ນີ້ຈຶ່ງ​ກັບ​ມາ​ໄວ​ແທ້?” 19 ຝ່າຍ​ບຸດ​ຕ​ຣີ​ກໍ​ຕອບ​ວ່າ, “ມີ​ຄົນ​ເອ​ຢິບ​ຜູ້​ນຶ່ງ ໄດ້​ຊ່ອຍ​ເຫລືອ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ການຂົ່ມ​ເຫັງ​ຂອງ​ຄົນ​ລ້ຽງ​ສັດ ທັງ​ໄດ້​ຊ່ອຍ​ຕັກ​ນ້ຳ​ໃຫ້​ສັດ​ພວກ​ເຮົາ​ກິນ​ດ້ວຍ” 20 ບິ​ດາໄດ້​ຖາມ​ບຸດ​ຕ​ຣີຕໍ່​ໄປ​ວ່າ, “ຊາຍ​ຜູ້​ນີ້ຢູ່​ໃສ? ເປັນ​ຫຍັງ​ຈຶ່ງ​ມາ​ປະ​ເຂົາ? ຮິບ​ໄປ​ເຊີນ​ເຂົາມາ​ກິນ​ເຂົ້າ​ນຳ​ເຮົາ” 21 ຝ່າຍ​ໂມ​ເຊ​ຈຶ່ງ​ໄດ້​ມາ​ຫາ​ຣູ​ເອນ ແລະ​ຍິນ​ດີ​ຢູ່​ນຳ​ເລີຍ ຣູເອນ​ໄດ້​ຍົກ​ຊິບ​ໂປ​ຣາ​ບຸດ​ຕ​ຣີ​ຂອງ​ຕົນ​ໃຫ້​ເປັນ​ພັ​ຣ​ຍາໂມ​ເຊ 22 ນາງ​ຊິບ​ໂປ​ຣາ​ໄດ້​ຄອດ​ບຸດຊາຍ​ຜູ້​ນຶ່ງ ໂມ​ເຊ​ຈື່ງ​ໃສ່ໃຫ້ບຸດຊາຍ​ຜູ້​ນີ້​ວ່າ ເກີໂຊມ ເພາະ​ໂມ​ເຊ​ຄິດ​ວ່າ, “ຂ້າ​ພະ​ເຈົ້າ​ເປັນຄົນ​ຕ່າງ​ປະ​ເທດ​ທີ່​ມາ​ອາ​ໄສຢູ່ໃນ​ປະ​ເທດ​ນີ້” 23 ເມື່ອ​ຫລາຍ​ປີ​ຜ່ານ​ໄປ ກະ​ສັດ​ເອ​ຢິບ​ກໍ​ສິ້ນ​ພຣະ​ຊົນ ຊາວ​ອີ​ສ​ຣາ​ເອນ​ກໍ​ຍັງ​ຮ້ອງ​ຄ່ຳ​ຄວນ​ຍ້ອນ​ຄວາມ​ເປັນ​ທາດ​ນັ້ນ​ຢູ່ ເຂົາ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ ສຽງ​ຣ້ອງ​ຂໍ​ຂອງ​ເຂົາ​ໄດ້​ດັງ​ຂຶ້ນ​ໄປ​ເຖິງ​ພຣະ​ເຈົ້າ 24 ເມື່ອ​ພຣະ​ເຈົ້າ​ຊົງ​ໄດ້​ຍິນ​ສຽງ​ຮ້ອງ​ຄ່ຳ​ຄວນ​ຂອງ​ເຂົາ ກໍ​ຊົງ​ລະ​ນຶກ​ເຖິງ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ຊົງ​ໃຫ້​ໄວ້​ກັບ​ອັບ​ຣາ​ຮາມ, ອີຊາກ, ແລະ​ຢາ​ໂຄບ 25 ພຣະ​ອົງ​ໄດ້​ຊົງ​ຫລິງ​ເຫັນ​ແລະ​ສົນ​ພຣະ​ທັຍ​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ຊາວ​ອິ​ສ​ຣາ​ເອນ​ເຫລົ່າ​ນັ້ນ.

ອົບພະຍົກ 3

ພຣະ​ເຈົ້າ​ຊົງ​ເອີ້ນ​ໂມ​ເຊ

1 ວັນ​ນຶ່ງ​ເມື່ອ​ໂມ​ເຊ​ລ້ຽງ​ຝູງ​ແກະ​ຂອງ​ເຢດ​ໂຣ ພໍ່​ເຖົ້າ​ຂອງ​ຕົນ​ຜູ້​ເປັນ​ປະ​ໂຣ​ຫິດ​ຂອງ​ຊາວ​ມີ​ດິອານ ເຂົາ​ໄດ້​ພາ​ຝູງ​ສັດ​ນັ້ນ​ຂ້າມ​ຖິ່ນ​ກັນ​ດານ​ມາ​ຍັງ​ໂຮ​ເຣັບ​ພູ​ຂອງ​ພຣະ​ເຈົ້າ 2 ຂ​ນະ​ນັ້ນທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປາ​ກົດ​ເປັນ​ແປວ​ໄຟ​ໃຫ້​ໂມ​ເຊ​ເຫັນ​ຢູ່​ໃນ​ກາງ​ພຸ່ມ​ໄມ້ ໂມ​ເຊ​ຈຶ່ງ​ຫລຽວ​ເບິ່ງ​ໄຟ​ນັ້ນ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ ແຕ່​ບໍ່​ເຫັນ​ວ່າ​ພຸ່ມ​ໄມ້​ນັ້ນ​ຖືກ​ໄຫມ້ 3 ໂມ​ເຊ​ຈຶ່ງ​ເວົ້າ​ກັບ​ຕົວ​ເອງວ່າ, “ບ໋ະ! ຕ້ອງ​ເຂົ້າ​ໄປ​ເບິ່ງ​ແສງ​ປ​ລາດນີ້​ໃກ້ໆ ເສັຽກ່ອນ ເພາະ​ຢາກ​ຮູ້​ວ່າ​ເປັນ​ຫຍັງ​ໄຟ​ລຸກ​ຢູ່​ພຸ່ມ​ໄມ້​ຈື່ງ​ບໍ່​ໄຫມ້” 4 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ​ໂມ​ເຊ​ຍ່າງ​ເຂົ້າ​ມາ​ໃກ້ ພຣະ​ອົງ​ກໍ​ຊົງ​ເອີ້ນ​ອອກ​ມາ​ຈາກ​ພຸ່ມ​ໄມ້​ນັ້ນ​ວ່າ, “ໂມ​ເຊ, ໂມ​ເຊ​ເອີຍ!” ໂມ​ເຊໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງຢູ່​ທີ່​ນີ້” 5 ພຣະ​ເຈົ້າຈຶ່ງຊົງ​ບອກວ່າ, “ຢ່າ​ຫຍັບ​ເຂົ້າ​ມາ​ໃກ້ ຈົ່ງ​ຖອດ​ເກີບ​ອອກ​ເສັຽ ເພາະ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ສັກ​ສິດ” 6 ພຣະ​ອົງ​ຊົງ​ບອກ​ຕໍ່​ໄປ​ອີກວ່າ, “ເຣົາ​ເປັນ​ພຣະ​ເຈົ້າ​ຂອງບິ​ດາ​ເຈົ້າ ເປັ​ນ​ພຣະ​ເຈົ້າຂອງ​ອັບ​ຣາ​ຮາມ, ຂອງ​ອີ​ຊາກ, ແລະ​ຂອງ​ຢາ​ໂຄບ” ແລ້ວ​ໂມ​ເຊ​ໄດ້​ເຊຶ່ອງ​ຫນ້າ​ເພາະ​ບໍ່​ກ້າ​ຫລຽວ​ເບິ່ງ​ພຣະ​ເຈົ້າ 7 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ເຫັນ​ຄວາມ​ຕົກ​ທຸກ​ໄດ້​ຍາກ​ແຫ່ງ​ໄພ່​ພົນ​ຂອງ​ເຮົາ​ໃນ​ເອ​ຢິບ​ຢ່າງ​ຄັກ​ແນ່​ແລ້ວ ແລະ​ທັງ​ໄດ້​ຍິນ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເຂົາ​ຍ້ອນ​ນາຍ​ຄຸມຂົ່ມ​ເຫັງ​ດ້ວຍ ເຮົາ​ຮູ້​ຈັກ​ຄວາມ​ທຸກ​ຍາກ​ຂອງ​ເຂົາ​ທີ່​ສຸດ 8 ເຮົາ​ລົງ​ມາ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ຊາວ​ເອ​ຢິບ ເພື່ອ​ນຳ​ພາ​ພວກ​ເຂົາ​ໄປ​ຍັງ​ແຜ່ນ​ດິນ​ອັນ​ອຸ​ດົມ​ສົມ​ບູນ​ແລະ​ກວ້າງ​ຂວາງ ຄື​ແຜ່ນ​ດິນ​ຂອງ​ຊາວ​ກາ​ນາ​ອານ, ຊາວ​ຮິດ​ຕິ, ຊາວ​ອາ​ໂມ​ຣິດ, ຊາວ​ເປ​ຣີ​ສ​ຊີ, ຊາວ​ຮີ​ວີ, ແລະ​ຊາວ​ເຢ​ບຸສ 9 ສຽງ​ຣ້ອງ​ຂໍ​ຂອງ​ຊາວ​ອິ​ສ​ຣາ​ເອນ​ໄດ້​ມາ​ເຖິງ​ເຮົາ​ແລ້ວ ເຮົາ​ໄດ້​ເຫັນ​ຊາວ​ອີ​ສ​ຣາ​ເອນ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ 10 ບັດ​ນີ້ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ ເພື່ອ​ໃຫ້​ເຈົ້າ​ເປັນ​ຜູ້​ນຳ​ພາ​ອີ​ສ​ຣາ​ເອນ ໄພ່​ພົນ​ຂອງ​ເຮົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ” 11 ຝ່າຍ​ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ເປັນ​ຄົນ​ທຳ​ມະ​ດາ​ຈະ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ ແລະ​ນໍາ​ຊາວ​ອິ​ສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ​ໄດ້​ແນວ​ໃດ?” 12 ພຣະ​ອົງ​ຊົງ​ຕອບວ່າ, “ເຮົາ​ຈະ​ຢູ່​ນຳ​ເຈົ້າ ຫມາຍ​ສຳ​ຄັນ​ຕໍ່​ໄປ​ນີ້ຈະ​ບອກ​ໃຫ້​ເຈົ້າ​ຮູ້​ວ່າ​ແມ່ນ​ເຮົາ​ແທ້​ໄດ້​ສົ່ງ​ເຈົ້າ​ໄປ ຄື​ເມື່ອ​ເຈົ້າ​ນຳ​ພາ​ຊາວ​ອິສ​ຣາ​ເອນ​ອອກ​ຈາກ​ເອ​ຢິ​ບ​ແລ້ວ ພວກ​ເຈົ້າ​ຈະ​ໄດ້​ຂາບ​ໄຫວ້​ເຮົາ​ຢູ່​ເທິງ​ພູ​ນີ້” 13 ແລ້ວ​ໂມ​ເຊ​ໄດ້​ທູນ​ຖາມ​ພຣະ​ເຈົ້າ​ວ່າ, “ເມື່ອ​ຂ້າ​ພຣະ​ອົງໄປ​ເຖິງ​ຊາວ​ອິ​ສ​ຣາ​ເອນ​ແລະ​ບອກ​ເຂົາ​ວ່າ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານໄດ້​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ຫາ​ພວກ​ທ່ານ ພວກ​ເຂົາ​ກໍ​ຈະ​ຖາມ​ຂ້າ​ພຣະ​ອົງວ່າ ພຣະ​ເຈົ້າອົງ​ນັ້ນ​ຊົງ​ພຣະ​ນາມ​ວ່າ​ແນວ​ໃດ? ແລ້ວ​ຂ້າ​ພຣະ​ອົງ​ຈະ​ຕອບເຂົາ​ວ່າ​ຈັ່ງ​ໃດ? ຖ້າ​ພຣະ​ອົງ​ບໍ່​ບອກ​ພຣະ​ນາມ​ຂອງ​ພຣະ​ອົງ​ໃຫ້​ຂ້າ​ພຣະ​ອົງຮູ້​ເສັຽກ່ອນ” 14 ພຣະ​ເຈົ້າ​ຈຶ່ງ​ຊົງ​ບອກ​ໂມ​ເຊວ່າ, “ເຮົາ​ເປັນ​ຜູ້​ຊຶ່ງ​ເຮົາ​ເປັນ” ພຣະ​ອົງ​ຊົງ​ກ່າວ​ຕໍ່​ໄປ​ວ່າ, “ໃຫ້​ເຈົ້າ​ໄປ​ບອກ​ຊາວ​ອິ​ສ​ຣາ​ເອນ​ວ່າ ຜູ້​ຊົງ​ພຣະ​ນາມ​ວ່າ “ເຮົາ​ເປັນ” ໄດ້​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ຫາ​ທ່ານທັງ​ຫລາຍ” 15 ພຣະ​ເຈົ້າ​ຍັງ​ຊົງ​ບອກ​ໂມ​ເຊ​ອີກວ່າ, “ໃຫ້​ເຈົ້າ​ບອກ​ຊາວ​ອິ​ສ​ຣາ​ເອນດັ່ງ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ ຄື​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ພຣະ​ເຈົ້າຂອງອີຊາກ, ແລະພຣະ​ເຈົ້າ​ຂ​ອງ​ຢາ​ໂຄບ ໄດ້​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ຫາ​ທ່ານ​ທັງ​ຫລາຍ ອັນ​ນີ້​ແຫລະ, ແມ່ນ​ນາມຂອງ​ເຮົາ ຊື່​ອັນ​ນີ້​ຈະ​ບໍ່​ປ່ຽນ​ແປງ​ຕລອດ​ໄປ​ເປັນ​ນິດ ແຕ່​ຈະ​ເປັນ​ຢູ່​ຢ່າງນີ້ທຸກ​ຊົ່ວ​ອາ​ຍຸ​ຄົນ 16 ເຈົ້າ​ຈົ່ງ​ໄປ​ຮ່ວມ​ປະ​ຊຸມ​ກັບ​ພວກ​ເຖົ້າ​ແກ່​ອິ​ສ​ຣາ​ເອນ​ແລະ​ບອກ​ເຂົາ​ວ່າ ພຣະເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ ຄື​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ຂອງ​ອີ​ຊາກ, ແລະ​ຂ​ອງ​ຢາ​ໂຄບ​ໄດ້​ປາ​ກົດ​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ ບອກ​ຂ້າ​ພະ​ເຈົ້າ​ວ່າ​ເຮົາ​ໄດ້​ມາ​ຫາ​ເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອ​ຢິບ​ປະ​ພຶດ​ຕໍ່​ພວກ​ເຈົ້າ​ແລ້ວ 17 ເຮົາ​ສັນ​ຍາ​ໄວ້​ແລ້ວ​ວ່າ ຈະ​ນຳ​ພວກ​ເຈົ້າ​ອອກ​ຈາ​ກ​ປະ​ເທດ​ເອ​ຢິບ​ ຄື​ບ່ອນ​ທີ່​ພວກ​ເຈົ້າ​ທຸກ​ຍາກ​ລຳ​ບາກ​ນີ້ ໄປ​ຍັງ​ແຜ່ນ​ດິນ​ຂອງ​ຊາວ​ກາ​ນາ​ອານ, ຊາວ​ຮິດ​ຕິ, ຊາວ​ອາ​ໂມ​ຣິດ, ຊາວ​ເປ​ຣິ​ສຊີ, ຊາວ​ຮິ​ວີ, ແລະ​ຊາວ​ເຢ​ບຸສ ຊຶ່ງ​ເປັນ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ ແລ້ວ​ເຂົາ​ຈະ​ເຊື່ອ​ຟັງ​ຄຳ​ຂອງ​ເຈົ້າ 18 ເຂົາ​ຈະ​ເຊື່ອ​ຟັງຄໍາ​ຂອງ​ເຈົ້າ ແລ້ວເຈົ້າ​ກັບ​ພວກ​ເຖົ້າ​ແກ່​ຊາວ​ອິ​ສ​ຣາ​ເອນ ຈົ່ງ​ພາ​ກັນ​ໄປ​ເຝົ້າ​ກະ​ສັດ​ຂອງ​ເອ​ຢິບ​ແລະ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ ພຣະເຈົ້າ​ຂອງ​ຊາວ​ເຮັບ​ເຣີ​ໄດ້​ຊົງ​ປາ​ກົດ​ຕໍ່​ພວກ​ຂ້າ​ພຣະ​ອົງ​ທັງ​ຫລາຍ ບັດ​ນີ້ ຂໍພຣະ​ອົງ​ຊົງ​ໂຜດ​ໃຫ້​ພວກ​ຂ້າ​ພຣະ​ອົງເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ ຊຶ່ງ​ເປັນ​ໄລ​ຍະ​ທາງ​ເດີນ​ສາມ​ວັນ ເພື່ອ​ຖວາຍ​ສັຕ​ບູ​ຊາ​ແກ່ພຣະ​ຜູ້​ເປັນເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ 19 ເຮົາ​ຮູ້​ແລ້ວ​ວ່າ ກະ​ສັດ​ເອ​ຢິບ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຈົ້າ​ໄປ ເວັ້ນ​ໄວ້​ແຕ່​ຈະ​ໃຊ້​ອຳ​ນາດ​ບັງ​ຄັບ​ກະ​ສັດ​ຈຶ່ງ​ຈະ​ຍອມ 20 ຄື​ເຮົາ​ຈະ​ໃຊ້​ຣິດ​ອຳ​ນາດ​ກະ​ທຳ​ການ​ອັດສະຈັນ​ລົງ​ໂທດ​ຄົນ​ເອຢິບ ແລ້ວ​ກະ​ສັດ​ເອ​ຢິບ​ກໍ​ຈະ​ຍອມ​ປ່ອຍ​ໃຫ້​ພວກເຈົ້າ​ໄປ 21 ເຮົາ​ຈະ​ທຳ​ໃຫ້​ໄພ່​ພົນ​ຂອງ​ເຮົາ ໄດ້​ຮັບ​ຄວາມ​ນັບ​ຖື​ຈາກ​ຊາວ​ເອ​ຢິບ ເພື່ອ​ບໍ່​ໃຫ້​ພວກ​ເຈົ້າ​ໄປ​ດ້​ວຍ​ມື​ເປົ່າໆ 22 ໃຫ້​ຜູ້​ຍິງ​ທຸກ​ຄົນ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ ແລະ​ຂໍ​ເສື້ອ​ຜ້າ​ຈາກ​ຜູ​ຍິງ​ທີ່​ຢູ່​ໃນ​ເຮືອນ ຫລື​ຈາກ​ເພື່ອນ​ບ້ານ​ຂອງ​ຕົນ ແລ້ວ​ໃຫ້​ເອົາ​ເຄື່ອງເອ້​ເຫລົ່າ​ນີ້ໄປ​ຕົກ​ແຕ່ງ​ໃຫ້​ບຸດຊາຍ​ຍິງ​ຂອງ​ພວກ​ເຈົ້າ ດ້ວຍ​ການ​ກະ​ທຳ​ຢ່າງ​ນີ້ ພວກ​ເຈົ້າ​ຈຶ່ງ​ຈະ​ໄດ້​ສິ່ງ​ຂອງ​ຈາກ​ຊາວເອ​ຢິບ”

ອົບພະຍົກ 4

1 ໂມ​ເຊ​ໄດ້​ທູນ​ຕອບ​ວ່າ “ຖ້າ​ສົມ​ມຸດ​ວ່າ​ຄົນ​ອິ​ສ​ຣາ​ເອນ​ບໍ່​ເຊື່ອ​ຟັງ​ຂ້າ​ພຣະ​ອົງ ຄື​ບໍ່​ເຊື່ອ​ວ່າ​ພຣະ​ອົງ​ໄດ້​ປາ​ກົດ​ຕໍ່​ຂ້າ​ພຣະ​ອົງ ແລ້ວ​ຂ້າ​ພຣະ​ອົງຈະ​ທຳ​ຢ່າງໃດ?” 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ໂມ​ເຊວ່າ, “ແມ່ນ​ຫຍັງ​ທີ່​ເຈົ້າ​ຖື​ຢູ່​ນັ້ນ?” 3 ໂມ​ເຊ​ກາບ​ທູນ​ວ່າ, “ໄມ້​ເທົ້າ​ ພຣະ​ເຈົ້າ​ຂ້າ” ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ບອກວ່າ, “ຖິ້ມ​ມັນ​ລົງ​ດິນ​ເບິ່ງ​ດູ” ພໍ​ໂມ​ເຊ​ຖິ້ມ​ລົງ ໄມ້ເທົ້າ​ນັ້ນ​ກໍ​ກາຍ​ເປັນ​ງູ ໂມ​ເຊ​ຢ້ານ​ຈຶ່ງ​ແລ່ນ​ຫນີ​ໄປ 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ກົ້ມ​ລົງ​ຈັບ​ຫາງ​ງູ​ໄວ້” ພໍ​ໂມ​ເຊ​ກົ້ມ​ລົງ​ຈັບ ງູ​ນັ້ນ​ກໍ​ກາຍ​ເປັນ​ໄມ້​ເທົ້າ​ຕາມ​ເດີມ 5 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ໃຫ້​ເຈົ້າ​ທຳຢ່າງ​ນີ້ ເພື່ອ​ຈະ​ໃຫ້​ຊາວ​ອີ​ສ​ຣາ​ເອນ​ເຊື່ອ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ຄື​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ພຣະ​ເຈົ້າຂອງ​ອິ​ຊາກ, ແລະ​ພຣະ​ເຈົ້າຂອງ​ຢາ​ໂຄບ​ໄດ້​ປາ​ກົດ​ຕໍ່​ຫນ້າ​ເຈົ້າ​ແທ້” 6 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊ​ອິກວ່າ, “ຈົ່ງ​ເອົາມື​ສອດ​ເຂົ້າ​ໄປ​ໃນ​ເສື້ອ​ຜ້າ​ຫນ້າ​ເອິກ” ໂມ​ເຊ​ກໍ​ທຳ​ຕາມ ເມື່ອ​ໂມ​ເຊ​ເອົາ​ມື​ອອກ​ມາ​ກໍ​ເຫັນ​ວ່າ​ມື​ຂອງ​ຕົນ​ເປັນພ​ຍາດ ຄື ເປັນດອກຂາວເຫມືອນນວນ​ຝ້າຍ 7 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກວ່າ, “ໃຫ້​ເອົາ​ມື​ສອດເຂົ້າໄປ​ໃນ​ເສື້ອ​ຜ້າ​ຫນ້າ​ເອິກ” ໂມ​ເຊ​ກໍ​ສອດ​ເຂົ້າ​ໄປ ເມື່ອ​ເຂົາເອົາ​ມື​ອອກ​ມາ ກໍເຫັນ​ມື​ຂອງ​ຕົນ​ສະ​ອາດ​ດີ​ຄື​ເກົ່າ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຖ້າ​ເຂົາ​ບໍ່​ເຊື່ອ​ເຈົ້າ ຫລື​ບໍ່​ເຊື່ອ​ການ​ກະ​ທຳ​ເທື່ອ​ທີ່​ນຶ່ງ ເຂົາ​ອາດ​ຈະ​ເຊື່ອ​ການ​ກະ​ທຳ​ເທື່ອ​ທີ່​ສອງ 9 ຖ້າ​ເຂົາ​ບໍ່​ເຊື່ອ​ການ​ກະ​ທຳ​ທັງ​ສອງ​ຢ່າງ​ນີ້ ທັງ​ບໍ່​ຍອມ​ຟັງ​ສຽງ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຕັກ​ເອົາ​ນ້ຳ​ໃນ​ແມ່​ນ້ຳ​ໄປ​ເທ​ໃສ່​ດິນ​ແຫ້ງ ແລ້ວ​ນ້ຳ​ນັ້ນ​ຈະ​ກາຍ​ເປັນ​ເລືອດ” 10 ຝ່າຍ​ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໄປ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ຄື​ໃນ​ຄາວ​ກ່ອນ​ກໍ​ດິ ຫລື​ຕັ້ງ​ແຕ່​ເວ​ລາ​ທີ່​ພຣະ​ອົງ​ຊົງ​ກ່າວ​ກັບ​ຂ້າ​ພຣະ​ອົງ​ແລ້ວ​ກໍ​ດີ ຂ້າ​ພຣະ​ອົງ​ເປັນ​ຄົນ​ເວົ້າ​ບໍ່​ລ່ຽນ​ໄຫ​ລ​ເລີຍ” 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ໂມ​ເຊວ່າ, “ໃຜ​ສ້າງ​ປາກ​ມະ​ນຸດ? ໃຜ​ທຳໃຫ້​ເຂົາ​ປາກ​ກືກ, ຫູ​ຫ​ນວກ, ຕາ​ດິ, ຕາ​ບອດ, ບໍ່ແມ່ນ​ເຮົາ​ບໍ່? 12 ດ້ວຍ​ເຫດ​ນີ້ ເຈົ້າ​ຈົ່ງ​ໄປ​ເສັຽ ເຮົາ​ຈະ​ຊ່ອຍ​ເຈົ້າ​ເວົ້າ ແລະ​ຈະ​ບອກ​ເຣື່ອງ​ໃຫ້​ເຈົ້າ​ເວົ້າ” 13 ແຕ່​ໂມ​ເຊ​ທູນ​ຂໍ​ອິກວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍພຣະ​ອົງ​ຊົງສົ່ງ​ຜູ້​ອື່ນ​ໄປ​ທ້ອນ” 14 ພໍ​ໂມ​ເຊ​ເວົ້າ​ດັ່ງ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ພິ​ໂຣດ​ໂດຍ​ຊົງ​ກ່າວ​ວ່າ, “ອາ​ໂຣນ​ຄົນ​ເລ​ວິ​ເປັນ​ອ້າຍ​ຂອງ​ເຈົ້າ​ແມ່ນ​ບໍ? ເຮົາ​ຮູ້​ວ່າ​ເຂົາ​ເປັນ​ຄົນ​ເວົ້າ​ເກັ່ງ ບັດ​ນີ້ ເຂົາກໍາ​ລັງ​ຍ່າງ​ມາ​ພົບ​ເຈົ້າ ເຂົາ​ຈະ​ດີ​ໃຈ​ຫລາຍ​ທີ່​ໄດ້​ພົບ​ເຈົ້າ ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ ແລະ​ບອກ​ເຣື່ອງ​ໃຫ້​ເຂົາ​ເວົ້າ 15 ຝ່າຍ​ເຮົາ​ຈະ​ຊ່ອຍ​ພວກ​ເຈົ້າ​ເວົ້າ ກັບທັງ​ຈະ​ຊ່ອຍ​ພວກເຈົ້າ​ທັງ​ສອງ​ໃຫ້​ຮູ້​ວ່າ​ຄວນ​ຈະ​ເຮັດ​ແນວ​ໃດ? 16 ອາ​ໂຣນ​ຈະ​ເປັນ​ຜູ້​ເວົ້າ​ກັບ​ປະ​ຊາ​ຊົນ​ແທນ​ເຈົ້າ ເຂົາຈະ​ເປັນ​ໂຄ​ສົກ​ຂອງ​ເຈົ້າ ເຈົ້າ​ຈະ​ເປັນ​ເຫມືອນ​ພຣະ​ເຈົ້າ ເພື່ອບອກ​ສິ່ງ​ທີ່​ຄວນ​ເວົ້າ​ແກ່​ເຂົາ 17 ເຈົ້າ​ຈົ່ງ​ຖື​ໄມ້​ເທົ້າ​ນີ້ ເພື່ອ​ກະ​ທຳ​ການ​ອັ​ດສະ​ຈັນ​ເຫລົ່າ​ນັ້ນ”

ໂມ​ເຊ​ກັບ​ຄືນ​ເອ​ຢິບ

18 ຫລັງ​ຈາ​ກ​ນັ້ນ ໂມ​ເຊກໍ​ກັ​ບ​ຄືນ​ໄປ​ຫາ​ເຢດ​ໂຣ​ພໍ່​ເຖົ້າ​ຂອງ​ຕົນ ເພື່ອ​ຂໍ​ລາ​ກັບ​ຄືນ​ໄປ​ຍັງ​ເອ​ຢິບ ໂມ​ເຊ​ເວົ້າ​ວ່າ, “ຂໍ​ລາ​ກັບ​ຄືນ​ໄປ​ຢ້​ຽມ​ຢາມ​ພີ່​ນ້ອງ​ໃນ​ເອ​ຢິບ ເພື່ອ​ຢາກ​ຮູ້​ວ່າ​ເຂົາ​ຍັງ​ມີ​ຊີ​ວິດ​ຢູ່​ຫລື​ບໍ່” ຝ່າຍ​ເຢດ​ໂຣ​ກໍ​ບອກ​ບຸດ​ເຂີຍ​ວ່າ, “ໄປ​ດີ” 19 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ​ໃນ​ເມືອງ​ມີ​ດິ​ອານ​ວ່າ, “ຈົ່ງ​ກັບ​ຄືນ​ໄປ​ຍັງ​ເອ​ຢິບ​ເສັຽ ເພາະ​ຈຳ​ພວກ​ຄົນ​ທີ່​ຢາກ​ຂ້າ​ເຈົ້າ​ກໍ​ຕາຍ​ຫມົດ​ແລ້ວ” 20 ໂມ​ເຊ​ຈຶ່ງ​ຈັດ​ແຈ່ງ​ໃຫ້​ພັ​ຣ​ຍາແລະ​ບຸດ​ຊາຍ​ຂຶ້ນ​ຂີ່​ລໍ​ກັບ​ຄືນ​ໄປ​ເອ​ຢິບ ສ່ວນ​ໂມ​ເຊ​ກໍ​ຖື​ໄມ້​ເທົ້າ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້ 21 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, “ເມື່ອ​ເຈົ້າ​ກັບ​ຄືນ​ໄປ​ເຖິງ​ເອ​ຢິບ ເຈົ້າ​ຈົ່ງ​ກະ​ທຳ​ການ​ອັດ​ສະ​ຈັນ​ຕໍ່​ຫນ້າ​ກະ​ສັດ​ຟາ​ຣາ​ໂອ​ຕາມ​ສິດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ ຝ່າຍ​ເຮົາ​ຈະ​ທຳໃຫ້​ກະ​ສັດ​ຟາ​ຣາ​ໂອ​ດື້​ດ້ານ​ບໍ່​ຍອມ​ປ່ອຍ​ປະ​ຊາ​ຊົນ​ໄປ 22 ແລ້ວ​ເຈົ້າ​ບອກ​ກະ​ສັດ​ຟາ​ຣາ​ໂອ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້ ຄົນ​ອີ​ສ​ຣາ​ເອນ​ເປັນ​ບຸດ​ຫົວ​ປີ​ຂອງ​ເຮົາ 23 ເຮົາ​ບອກ​ເຈົ້າ​ວ່າ ຈົ່ງ​ປ່ອຍ​ບຸດ​ຂອງ​ເຮົາ​ໄປ​ບົວ​ລະ​ບັດ​ເຣົາ ຖ້າເຈົ້າ​ບໍ່​ຍອມ​ໃຫ້​ບຸດເຮົາ​ໄປ ເຮົາ​ຈະ​ຂ້າ​ບຸດ​​ຫົວ​ປີ​ຂອງ​ເຈົ້າ​ເສັຽ” 24 ຄັນ​ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ພົບ​ໂມ​ເຊ​ໃນ​ທີ່​ພັກ​ກາງ​ທາງ ແລະ​ຈະ​ຊົງຂ້າ​ໂມ​ເຊ​ເສັຽ 25 ແຕ່​ນາງ​ຊິບ​ໂປ​ຣາ​ໄດ້​ເອົາ​ຫີນ​ຄົມ​ປາດ​ຫນັງ​ອະ​ວັຍະ​ວະ​ລັບ​ບຸດຊາຍ​ຂອງ​ຕົນ​ອອກ ແລ້ວ​ເອົາ​ໄປ​ແປະ​ໃສ່ຕີນຂອງ​ໂມ​ເຊ ນາງ​ເວົ້າ​ວ່າ, “ເຈົ້າ​ເປັນ​ຜົວ​ແຫ່ງ​ເລືອດ” 26 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ໂຜດ​ໃຫ້​ໂມ​ເຊ​ມີ​ຊີ​ວິດຢູ່ຕໍ່​ໄປ ແລະ​ຝ່າຍ​ນາງ​ຊິບ​ໂປ​ຣາ​ກໍ​ເວົ້າ​ວ່າ, “ເຈົ້າ​ເປັນ​ຜົວ​ແຫ່ງ​ເລືອດ​ດ້ວຍ​ການ​ຕັດ​ປາຍ​ອະ​ໄວ​ຍະ​ວະ​ລັບ​ນັ້ນ” 27 ຕໍ່​ມາ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ບອກ​ອາ​ໂຣນ​ວ່າ, “ຈົ່ງ​ໄປ​ຫາ​ໂມ​ເຊ​ໃນ​ຖິ່ນ​ກັນ​ດານ” ອາ​ໂຣນ​ຈຶ່ງ​ໄປ​ຫາ​ໂມ​ເຊ​ຢູ່​ທີ່​ພູ​ຂອງ​ພຣະ​ເຈົ້າ ເມື່ອ​ທັງ​ສອງ​ພົບ​ກັນ​ກໍ​ກອດ​ຈູບ​ກັນ 28 ເວລາ​ນັ້ນ ໂມ​ເຊ​ໄດ້​ເລົ່າ​ເຣື່ອງ​ການ​ອັດສະ​ຈັນ​ທັງ​ປວງ​ທີ່ພຣະ​ອົງ​ຊົງ​ບອກ​ໃຫ້​ໂມ​ເຊ​ທຳ 29 ຫລັງ​ຈາກ​ນັ້ນ​ ໂມ​ເຊ​ກັບ​ອາ​ໂຣນໄດ້​ໄປ​ປະ​ຊຸມ​ຮ່ວມ​ກັນ​ກັບ​ບັນ​ດາ​ພວກ​ເຖົ້າ​ແກ່​ຊາວ​ອິ​ສ​ຣາ​ເອນ 30 ໃນ​ທີ່​ນັ້ນ ອາ​ໂຣນ​ກໍ​ໄດ້​ເລົ່າ​ເຣື່ອງ​ທັງ​ຫມົດ​ທີ່​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊໃຫ້​ທີ່​ປະ​ຊຸມ​ຟັງ ແລະໂມ​ເຊ​ກໍ​ໄດ້​ທຳ​ການ​ອັ​ດສະຈັນ​ຕ່າງໆ ຕໍ່​ຫນ້າ​ປະ​ຊາ​ຊົນ 31 ຝ່າຍ​ປະ​ຊາ​ຊົນ​ກໍ​ເຊື່ອ ແລະ​ເມື່ອ​ເຂົາ​ໄດ້​ຍິນ​ວ່າພຣະ​ຜູ້ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ ເພື່ອ​ທອດ​ພຣະ​ເນດ​ເບິ່ງ​ຄວາມ​ທຸກ​ຍາກ​ຂອງ​ພວກ​ເຂົາ ພວກ​ເຂົາ​ກໍ​ພາ​ກັນ​ຂາບ​ລົງ​ນະ​ມັ​ສການ​ພຣະ​ອົງ

ອົບພະຍົກ 5

ໂມ​ເຊ​ແລະ​ອາ​ໂຣນ​ເຂົ້າ​ເຝົ້າ​ກະ​ສັດຟາ​ຣາ​ໂອ

1 ຕໍ່​ມາ​ ໂມ​ເຊ​ກັບ​ອາ​ໂຣນ​ໄດ້​ພາ​ກັນ​ເຂົ້າ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວ​ອິ​ສ​ຣາ​ເອນ​ຊົງ​ກ່າວ​ວ່າ ຈົ່ງ​ປ່ອຍ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ໄປ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ຈັດ​ພິ​ທີ​ກິນ​ລ້ຽງ​ຖວາຍ​ເຮົາ​ໃນ​ຖິ່ນ​ກັນດານ” 2 ກະ​ສັດ​ຟາຣາ​ໂອ​ຈຶ່ງ​ຊົງ​ຖາມ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຄື​ໃຜ? ຈຳ​ເປັນ​ຫຍັງ​ທີ່​ໃຫ້​ປ່ອຍ​ຄົນ​ອິ​ສ​ຣາ​ເອນ​ໄປ? ເຮົາ​ບໍ່​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ດອກ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ໄປ​ເດັດ​ຂາດ” 3 ຝ່າຍ​ໂມ​ເຊ​ກັບ​ອາ​ໂຣນ​ກໍ​ທູນ​ຕໍ່​ໄປ​ວ່າ, “ພຣະ​ເຈົ້າ​ຂອງ​ຊາວ​ເຮັບ​ເຣີ​ໄດ້​ຊົງ​ປາ​ກົດ​ຕໍ່​ພວກ​ຂ້ານ້ອຍ ​ດັ່ງ​ນັ້ນຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້າ​ນ້ອຍໄປ​ໃນ​ຖິ່ນ​ກັນ​ດານ​ຊຶ່ງ​ເປັນ​ໄລ​ຍະ​ທາງ​ເດີນ​ສາມ​ວັນ ເພື່ອ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ພວກ​ຂ້າ​ນ້ອຍ ຖ້າບໍ່​ໄປ​ພຣະ​ອົງ​ຈະ​ຊົງ​ລົງ​ໂທດ​ພວກ​ຂ້າ​ນ້ອຍ​ດ້ວຍໂຣກ​ໄພ ຫລື​ເສິກ​ສົງ​ຄາມ” 4 ກະ​ສັດ​ເອ​ຢິບ​ຊົງ​ຕອບ​ວ່າ, “ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ຢາກ​ໃຫ້​ປະ​ຊາ​ຊົນ​ປະ​ຖິ້ມ​ວຽກ​ຂອງ​ເຂົາ? ເຈົ້າ​ຈົ່ງ​ຄືນ​ໄປ​ເຮັດ​ວຽກ​ຂອງພວກ​ເຈົ້າ​ດຽວ​ນີ້” 5 ກະ​ສັດ​ຟາ​ຣາ​ໂອ​ຊົງ​ກ່າວ​ຕໍ່​ໄປ​ອິກວ່າ, “ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ກໍ​ມີ​ຈຳ​ນວນ​ຫລາຍ​ແລ້ວໃນ​ປະ​ເທດ​ນີ້ ເຈົ້າ​ທັງ​ສອງ​ຢາກ​ໃຫ້​ພວກ​ເຂົາ​ປະ​ວຽກ​ການ​ຫລື” 6 ແລ້ວ​ໃນ​ວັນ​ນັ້ນ​ເອງ ກະ​ສັດ​ຟາ​ຣາ​ໂອ​ຊົງ​ສັ່ງ​ຜູ້​ຄວບ​ຄຸມ​ງານ​ຊຶ່ງ​ເປັນ​ຄົນ​ເອ​ຢິບ ກັບ​ຫົວ​ຫນ້າ​ຄົນ​ງານ​ຊຶ່ງ​ເປັນ​ຄົນ​ອິ​ສ​ຣາ​ເອນ​ວ່າ, 7 ຕັ້ງ​ແຕ່​ວັນ​ນີ້​ໄປ ພວກ​ເຈົ້າ​ຢ່າ​ເອົາ​ເຟືອງ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ໃຊ້​ເຮັດ​ດິນ​ຈີ່​ອິກ ໃຫ້​ເຂົາ​ໄປ​ຫາ​ເກັບ​ເອົາ​ເອງ 8 ແຕ່​ດິນ​ຈີ່​ນັ້ນ​ໃຫ້​ເຂົາ​ທຳໃຫ້​ໄດ້​ທໍ່​ເກົ່າ ຢ່າ​ໃຫ້​ຫລຸດ​ລົງ​ເພາະ​ວ່າ​ເຂົາ​ເປັນ​ຄົນ​ຂີ້​ຄ້ານ ເຂົາ​ຈຶ່ງ​ພາ​ກັນ​ໄປ​ຮ້ອງ​ຂໍ​ຖວາຍ​ສັຕບູ​ຊາ​ແດ່​ພຣະ​ເຈົ້າ​ຂອງ​ເຂົາ 9 ຈົ່ງ​ໃຫ້​ເຂົາ​ເຮັດ​ວຽກ​ຫນັກ​ຂຶ້ນ​ກ່​ວາ​ເກົ່າ ເພື່ອ​ເຂົາ​ຈະ​ໄດ້​ຫຍຸ້ງ​ຢູ່​ກັບ​ວຽກ ແລ້ວ​ຈະ​ບໍ່​ມີ​ເວ​ລາ​ຟັງ​ຄຳ​ຕົວະ​ຍົວະ” 10 ຫລັງ​ຈາກ​ນັ້ນ ຜູ້​ຄວບ​ຄຸມ​ງານ​ແລະ​ຫົວ​ຫນ້າ​ຄົນ​ງານ​ກໍ​ອອກ​ໄປ​ເວົ້າ​ກັບ​ຄົນ​ອິສ​ຣາ​ເອນ​ວ່າ “ບັດ​ນີ້ ກະ​ສັດ​ຟາ​ຣາ​ໂອ​ຈະ​ບໍ່​ໃຫ້​ເຟືອງ​ແກ່​ພວກ​ເຈົ້າ​ອິກ 11 ໃຫ້​ພວ​ກ​ເຈົ້າ​ໄປ​ຊອກ​ຫາ​ເອົາ​ເອງ ແຕ່​ຈຳ​ນວນ​ດິນ​ຈີ່​ຕ້ອງ​ໃຫ້​ໄດ້​ທໍ່​ເກົ່າ” 12 ດັ່ງ​ນັ້ນ ພວກ​ຄົນ​ອິ​ສ​ຣາ​ເອນ​ຈຶ່ງ​ແຕກ​ກະ​ຈັດ​ກະ​ຈາຍ​ກັນ​ໄປ​ຫາ​ເອົາ​ເຟືອງ​ທົ່ວ​ປະ​ເທດ​ເອ​ຢິບ​ 13 ຝ່າຍ​ພວກ​ຄວບ​ຄຸມ​ງານ​ກໍ​ບັງ​ຄັບ​ບີບ​ບີ້​ຄົນ​ອິ​ສ​ຣາເອນ​ຫນັ​ກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ແຕ່​ລະ​ມື້​ພວກ​ເຈົ້າ​ຕ້ອງ​ເຮັດ​ດິນ​ຈີ່​ໃຫ້​ໄດ້​ທໍ່​ກັບ​ຄາວ​ມີ​ເຟືອງ​ຢູ່” 14 ພວກ​ຄວບ​ຄຸມ​ງານ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ເຫລົ່າ​ນີ້ ໄດ້ຂ້ຽ​ນ​ຕີ​ຫົວ​ຫນ້າ​ຄົນ​ງານ​ຂອງ​ຊາວ​ອິ​ສ​ຣາ​ເອນ​ພ້ອມ​ກັບ​ຖາມ​ວ່າ, “ເປັນ​ຫຍັງ ວານ​ນີ້​ກັບ​ມື້​ນີ້ຈຶ່ງ​ບໍ່​ໄດ້​ດິນ​ຈີ່​ເຕັມ​ຈຳ​ນວນ​ຄື​ແຕ່​ກ່ອນ?” 15 ແລ້ວ​ພວກ​ຫົວ​ຫນ້າ​ຄົນ​ງານ​ຂອງ​ອິ​ສ​ຣາ​ເອນ​ໄດ້​ເຂົ້າ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ທູນ​ວ່າ, “ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ທຳດັ່ງ​ນີ້ກັບ​ພວກ​ຂ້າ​ນ້ອຍ? 16 ຄື​ພຣະ​ອົງ​ບໍ່​ອະ​ນຸ​ຍາດ​ໃຫ້​ພວກ​ຂ້າ​ນ້ອຍ​ຮັບເຟືອງເຫມືອນ​ແຕ່​ກ່ອນ ແຕ່​ຍັງ​ສັ່ງ​ໃຫ້​ພວກ​ຂ້າ​ນ້ອຍ​ເຮັດ​ດິນ​ຈີ່​ຢູ່ ແລະ​ດຽວ​ນີ້ຜູ້​ຄວບ​ຄຸມງານ​ຂອງ​ພຣະ​ອົງ​ໄດ້​ຂ້ຽນ​ຕິ​ພວກ​ຂ້ານ້ອຍ ເຣື່ອງ​ນີ້​ແມ່ນ​ພຣະ​ອົງ​ເອງ​ເປັນ​ຝ່າຍ​ຜິດ” 17 ກະ​ສັດ​ຟາ​ຣາ​ໂອ​ຊົງ​ຕອບ​ວ່າ, “ພວກ​ເຈົ້າ​ຂີ້​ຄ້ານ​ຫລາຍ​ແທ້ໆ! ດ້ວຍ​ເຫດ​ນີ້ແຫລະ, ພວກ​ເຈົ້າ​ຈຶ່ງ​ມາ​ຮ້ອງ​ຂໍ​ຕໍ່​ເຮົາວ່າ​ຢາ​ກ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 18 ພວ​ກ​ເຈົ້າ​ຕ້ອງ​ກັບ​ໄປ​ເຮັດ​ວຽກ​ດຽວ​ນີ້ ເຮົາ​ບໍ່​ມິ​ເຟືອງ​ໃຫ້​ພວກ​ເຈົ້າ​ດອກ ແຕ່​ດິນ​ຈີ່​ນັ້ນ​ຕ້ອງ​ໃຫ້​ໄດ້​ຄົບ​ຕາມ​ຈຳ​ນວນ” 19 ເມື່ອ​ຫົວ​ຫນ້າ​ຄົນ​ງານ​ອິ​ສ​ຣາ​ເອນ​ຮູ້​ວ່າ ພວກ​ເຂົາ​ຖືກ​ບັງ​ຄັບ​ໃຫ້​ເຮັດ​ດິນ​ຈີ່​ໃຫ້​ໄດ້​ແຕ່​ລະ​ມື້​ຄົບ​ຕາມ​ຈຳ​ນວນ ພວກ​ເຂົາ​ກໍ​ມີ​ຄວາມ​ທຸກ​ຫລາຍ 20 ຄັນ​ພວກ​ເຂົາ​ອອກ​ມາ​ແຕ່​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ ກໍ​ພົບ​ເຫັນ​ໂມ​ເຊ​ກັບ​ອາ​ໂຣນ​ຢືນ​ຖ້າ​ພວກ​ເຂົາ​ຢູ່ ຈຶ່ງ​ເວົ້າ​ກັບ​ໂມ​ເຊ​ແລະ​ອາ​ໂຣນ​ວ່າ, 21 “ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ພວກ​ທ່ານ ທີ່​ພວກ​ທ່ານ​ໄດ້​ເຮັດ​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ແລະ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ຄຽດ​ຊັງ​ພວກ​ຂ້າ​ພະ​ເຈົ້າ ພວກ​ທ່ານ​ໄດ້​ເຮັດ​ເຊັ່ນ​ນີ້ກໍ​ເຫມືອນ​ກັບ​ເອົາ​ດາບ​ໃຫ້​ພວກ​ທ່ານມາ​ຂ້າ​ພວກ​ຂ້າ​ພະ​ເຈົ້າ​ເສັຽ”

ໂມ​ເຊ​ອ້ອນວອນ​ພຣະ​ເຈົ້າ

22 ຕໍ່​ມາ ໂມ​ເຊ​ໄດ້​ຄືນ​ໄປ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ອີກວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ລົງ​ໂທດ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ? ແລະ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ຂ້າ​ພຣະ​ອົງມາ? 23 ຄື​ຕັ້ງ​ແຕ່​ຂ້າ​ພຣະ​ອົງ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ທູນ​ໃນ​ນາມ​ຂອງ​ພຣະ​ອົງ​ແລ້ວ ກະ​ສັດ​ຟາ​ຣາ​ໂອ​ຍັງ​ຊົງ​ຂົ່ມ​ເຫັງ​ໄພ່​ພົນ​ຂອງ​ພຣະ​ອົງ​ເລື້ອຍ​ມາ ບໍ່​ເຫັນວ່າ​ພຣະ​ອົງ​ໄດ້​ຊ່ອຍ​ເຫລືອ​ອັນ​ໃດ​ເຂົາ​ເລີຍ”

ອົບພະຍົກ 6

1 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ບັດ​ນີ້ ເຈົ້າ​ຈະ​ໄດ້​ເຫັນ​ເຫດ​ການ ​ທີ່​ເຮົາ​ຈະ​ທຳຕໍ່​ກະ​ສັດ​ຟາ​ຣາ​ໂອ ຄືເຮົາ​ຈະ​ບັງ​ຄັບ​ໃຫ້​ກະ​ສັດ​ຟາ​ຣາ​ໂອດ້ວຍ​ມື​ອັນ​ຊົງ​ຣິດ ໃຫ້​ປ່ອຍ​ປະ​ຊາ​ຊົນໄປ​ ດ້ວຍ​ມື​ອັນ​ເຂັ້ມ​ແຂງ​ຂອງ​ເຮົາ​ນັ້ນ​ແຫລະ ເຂົາ​ຈະ​ໄລ່​ປະ​ຊາ​ຊົນ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ເຂົາ”

ພຣະ​ເຈົ້າ​ຊົງ​ເອີ້ນ​ໂມ​ເຊ​ອີກ

2 ພຣະ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ​ອິກວ່າ, “ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 3 ເຮົາ​ໄດ້​ປາ​ກົດ​ໃຫ້​ແກ່ອັບ​ຣາ​ຮາມ, ແກ່ອີຊາກ, ແລະ​ແກ່ຢາ​ໂຄບ ​ເຫັນ​ໃນ​ຖາ​ນະ​ເປັນ​ພຣະ​ເຈົ້າ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່ ແຕ່​ເຮົາ​ບໍ່​ໄດ້​ສຳ​ແດງ​ໃຫ້​ເຂົາ​ຮູ້​ຈັກ​ເຮົາ​ໃນ​ນາມ​ພຣະ​ຜູ້​ເປັ​ນ​ເຈົ້າ 4 ແລະ​ເຮົາ​ໄດ້​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ແກ່​ເຂົາ​ດ້ວຍ​ວ່າ ເຮົາ​ຈະ​ຍົກ​ແຜ່ນ​ດິນກາ​ນາ​ອານ ທີ່​ເຂົາ​ເຄິຍ​ອາ​ໄສຢູ່​ຄາວ​ເປັນຄົນ​ຕ່າງ​ດ້າວ​ນັ້ນ​ໃຫ້​ແກ່​ເຂົາ 5 ບັດ​ນີ້ ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ຄ່ຳ​ຄວນຂອງ​ຊາວ​ອິ​ສ​ຣາ​ເອນ ຊຶ່ງ​ຖືກ​ຊາວ​ເອ​ຢິບ​ບັງ​ຄັບ​ໃຫ້​ເປັນ​ທາດ ແລະ​ເຮົາ​ລະ​ນຶກ​ເຖິງ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ 6 ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງບອກ​ຄົນ​ອິ​ສ​ຣາ​ເອນ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ຈະ​ຊ່ອຍ​ໃຫ້​ພວກ​ເຈົ້າ​ລອດ​ພົ້ນ​ຈາກ​ຊາວ​ເອ​ຢິບ ບັງ​ຄັບ​ໃຫ້​ເຮັດ​ວຽກ​ຫນັ​ກ​ໃຫ້​ພົ້ນ​ຈາກ​ການ​ເປັນ​ທາດ​ຂອງ​ພວກ​ເຂົາ ຈະ​ໄຖ່​ເອົາ​ພວກ​ເຈົ້າ​ດ້ວຍ​ແຂນ​ອັນ​ມີ​ຣິດ​ຂອງ​ເຮົາ ແລະ​ດ້ວຍ​ການ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ຮຸນ​ແຮງ 7 ເຮົາ​ຈະ​ຮັບ​ເອົາ​ພວກ​ເຈົ້າ​ເປັນໄພ່​ພົນ​ຂອງ​ເຮົາ ແລະ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄືພຣະ​ຜູ້​ເປັນ​ເຈົ້າ ພຣະ​​ເຈົ້າ​ຂອງ​ພວກ​ເຈົ້າ ຜູ້​ຊ່ອຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອ​ຢິບບີບ​ບັງ​ຄັບ​ໃຫ້​ເຣັດ​ວຽກ​ຫນັກ 8 ເຮົາ​ຈະ​ນຳ​ພວກ​ເຈົ້າ​ເຂົ້າ​ໄປ​ຍັງ​ແຜ່ນ​ດິນ​ທີ່​ເຮົາ​ໄດ້​ສັນ​ຍາ​ໄວ້​ວ່າ​ຈະ​ຍົກ​ໃຫ້​ແກ່​ອັບ​ຣາ​ຮາມ, ແກ່​ອີ​ຊາກ, ແລະ​ແກ່ຢາ​ໂຄບ ເຮົາ​ຈະ​ຍົກ​ແຜ່ນ​ດິນ​ນັ້ນ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ພວກ​ເຈົ້າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 9 ຝ່າຍ​ໂມ​ເຊ​ຈຶ່ງ​ນຳ​ຄວາມ​ນັ້ນ​ໄປ​ບອກ​ຊາວ​ອິ​ສ​ຣາ​ເອນ ແຕ່​ເນື່ອງ​ຈາກວ່າ​ຊາວ​ອິ​ສ​ຣາເອນ​ໄດ້​ອິດ​ເມື່ອຍ ​ແລະ​ເບື່ອ​ຫນ່າຍ​ໃນ​ວຽກ​ການ​ອັນ​ຫ້ຽມ​ໂຫດ ພວກ​ເຂົາ​ຈຶ່ງ​ບໍ່​ເຊື່ອ​ຟັງ​ຄວາມ​ເວົ້າ​ຂອງ​ໂມ​ເຊ 10 ຕໍ່​ມາ ພຣະຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊ​ອິກວ່າ, 11 “ຈົ່ງ​ໄປ​ບອກ​ໃຫ້​ຟາ​ຣາ​ໂອ​ກະ​ສັດ​ຂອ​ງເອ​ຢິບ​ປ່ອຍ​ຊົນ​ຊາດ​ອິ​ສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ” 12 ແຕ່​ໂມ​ເຊ​ກາບ​ທູນພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ແມ່ນ​ແຕ່​ຊາວອິ​ສ​ຣາ​ເອນ​ເອງ​ກໍ​ບໍ່​ເຫັນ​ເຊື່ອ​ຟັງ​ຂ້າພຣະ​ອົງ ແລ້ວ​ກະ​ສັດ​ຟາ​ຣາ​ໂອ​ຈະ​ເຊື່ອ​ຟັງ​ຂ້າ​ພຣະ​ອົງໄດ້​ແນວ​ໃດ? ເພາະ​ຂ້າ​ພຣະ​ອົງເປັນ​ຄົນ​ເວົ້າ​ບໍ່​ເກັ່ງ” 13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ໂມ​ເຊ ​ແລະ​ອາ​ໂຣນ ບອກ​ຊາວ​ອິ​ສ​ຣາ​ເອນ​ກັບ​ກະ​ສັດ​ຟາ​ຣາ​ໂອ​ວ່າ ເຂົາ​ທັງ​ສອງ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ນໍາຊົນ​ຊາດ​ອິ​ສ​ຣາ​ເອນ​ອອກ​ຈາ​ກ​ເອ​ຢິບ

ເຊື້ອ​ສາຍ​ຂອງ​ໂມ​ເຊ​ແລະ​ອາ​ໂຣນ

14 ຕໍ່​ໄປ​ນີ້​ເປັນ​ຕົ້ນ​ຕະ​ກູນ​ຂອງພ​ວກ​ເຂົາ ບຸດ​ຊາຍ​ຂອງຣູ​ເບນ​ຜູ້​ເປັນ​ບຸດຫົວ​ປີ​ຂອງ​ອິ​ສ​ຣາ​ເອນ​ຊື່ ຮາ​ໂນກ, ປານລູ, ເຮ​ສໂຣນ, ແລະ​ກາຣ໌​ມີ ເຫລົ່າ​ນີ້​ເປັນ​ຕະ​ກູນເຜົ່າ​ຣູ​ເບນ 15 ບຸດ​ຊາຍ​ຂອງ​ຊີ ເມ​ໂອນ​ຊື່ ​ເຢ​ມູ​ເອນ ຢາ​ມີນໂອ​ຮັດ ຢາ​ຄີນ ໂຊ​ຮາຣ໌ ແລະ​ຊາ​ອູນ​ ຜູ້​ມາ​ຈາກ​ຍິງ​ກາ​ນາ​ອານ ເຫລົ່າ​ນີ້​ເປັນ​ຕະ​ກູນ​ເຜົ່າ​ຊີເມ​ໂອນ 16 ຕໍ່​ໄປ​ນີ້​ເປັນ​ຊື່​ບຸດຊາຍຂອງ​ເລ​ວິ​ຕາມ​ເຊື້ອ​ສາຍ​ຂອງ​ເຂົາ​ຄື ເກີ​ໂຊ​ນ ໂກ​ຮາດ ແລະ​ເມ​ຣາຣີ ເລ​ວີ​ນັ້ນ​ມີ​ອາ​ຍຸ​ໄດ້​ຮ້ອຍ​ສາມ​ສິບ​ເຈັດ​ປີ 17 ບຸດຊາຍ​ຂອງ​ເກີ​ໂຊນ​ຊື່ ລິບ​ນີ ແລະ​ຊິ​ເມ​ອີ ຕາມຕະ​ກູນຂອງ​ເຂົາ 18 ບຸດ​ຊາຍ​​ຂ​ອງ​ໂກ​ຮາດ​ຊື່ ອັມ​ຣາມ ອິ​ສຮາ ເຮ​ໂບຣນ, ແລະ​ອຸ​ສ​ຊີ​ເອນ ໂກ​ຮາດ​ມີ​ອາ​ຍຸ​ໄດ້​ຮ້ອຍ​ສາມ​ສິບ​ສາມ​ປີ 19 ບຸດຊາຍ​​ຂອງ​ເມ​ຣາ​ຣິ​ຊື່ ມາ​ລີ ແລະ​ມູ​ຊີ ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ຄົນ​ເລ​ວີຕາມ​ເຊື້ອ​ສາ​ຍ​ຂອງ​ເຂົາ 20 ຝ່າຍ​ອັມ​ຣາມ​ໄດ້​ແຕ່ງ​ງານ​ກັບ​ນາງໂຢ​ເຄເບດ ນ້ອງບິ​ດາ​ຂອງ​ຕົນ​ເປັນພັ​ຣ​ຍາ ແລ້ວ​ນາງ​ໃຫ້​ກຳ​ເນິດ​ບຸດ​ຊາຍ​​ແກ່​ເຂົາ​ຊື່ ​ອາໂຣນ,ແລະ​ໂມ​ເຊ ອັມ​ຣາມ​ມີ​ອາ​ຍຸ​ໄດ້​ຮ້ອຍ​ສາມ​ສິບ​ເຈັດ​ປີ 21 ບຸດ​ຊາຍຂອງ​ອິ​ສຮາ​ຊື່ ໂກຣາ, ເນ​ເຟກ, ແລະຊິກ​ຣີ 22 ບຸດ​ຊາຍ​​ຂອງ​ອຸ​ສ​ຊີ​ເອນ​ຊື່ ມິ​ຊາ​ເອນ ເອນ​ຊາຟານ ແລະ​ຊິດ​ຣີ 23 ຝ່າຍ​ອາ​ໂຣນ​ໄດ້​ນາງ​ເອ​ລິ​ເຊ​ບາ​ ບຸດ​ຕ​ຣີ​ຂອງ​ອັມ​ມີ​ນາ​ດາບ ນ້ອງ​ສາວ​ຂອງ​ນາ​ໂຊນ​ເປັນ​ພັ​ຣ​ຍາ ນາງ​ມີ​ບຸດ​ຊາຍກັບ​ທ່ານ​ຊື່ ນາ​ດາບ ອາ​ບິຮູ ເອເ​ລ​ອາ​ຊາ, ແລະ​ອິ​ທາ​ມາ 24 ບຸດຊາຍ​ຂອງ​ໂກ​ຣາ​ຊື່ ອັ​ດຊິ ເອນ​ກາ​ນາ ແລະ​ອາ​ບິ​ອາ​ສາຟ ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ຄົນ​ໂກ​ຣາ 25 ຝ່າຍ​ເອ​ເລ​ອາ​ຊາ​ບຸດຊາຍ​ຂອງ​ອາ​ໂຣນ ໄດ້​ຮັບ​ບຸດ​ຕ​ຣີ ຄົນ​ນຶ່ງ​ຂອງ​ປູ​ທິ​ເອນ​ເປັນ​ພັ​ຣ​ຍາ ນາງ​ມີ​ບຸດ​ຊາຍ​ກັບ​ທ່ານ​ຊື່ ຟີເນຮັສ ຄົນ​ເຫລົ່າ​ນີ້ເປັນ​ຕົ້ນ​ຕະ​ກູນ​ຂອງ​ຄົນ​ເລ​ວີ​ຕາມ​ຕະ​ກູນ​

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໂມ​ເຊ​ແລະ​ອາ​ໂຣນ

26 ແມ່ນ​ໂມ​ເຊ​ແລະ​ອາ​ໂຣນ​ນີ້​ແຫລະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກວ່າ, “ຈົ່ງ​ພາຊາວ​ອິ​ສ​ຣາ​ເອນ​ອອກ​ຈາກ​ປະ​ເທດ​ເອ​ຢິບ​ເປັນ​ຫມວດ​ເປັນ​ຫ​ມູ່ 27 ສອ​ງຄົນ​ນີ້​ແຫລະ​ທີ່​ໄດ້​ບອກ​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ປ່ອຍ​ຊົນ​ຊາດ​ອິ​ສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ

ໂມ​ເຊ​ແລະ​ອາ​ໂຣນເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ

28 ໃນ​ວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຊົງ​ກ່າວ​ກັບ​ໂມ​ເຊ​ໃນ​ປະ​ເທດ​ເອ​ຢິບ​ນັ້ນ​ ພຣະ​ອົງ​ຊົງ​ກ່າວ​ວ່າ, 29 “ເຮົາ​ຄື​ພຣະ​ຜູ້​ເປັນເຈົ້າ ພວກ​ເຈົ້າ​ຈົ່ງ​ເລົ່າ​ຂໍ້​ຄວາມທັງ​ຫມົດ​ທີ່​ເຮົາ​ໄດ້​ບອກ​ແກ່​ເຈົ້າ​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ຟັງ” 30 ແຕ່​ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ພຣະ​ອົງ​ຊົງ​ຊາບ​ແລ້ວ​ວ່າ ຂ້າ​ພຣະ​ອົງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ແລ້ວ​ກະ​ສັດຟາ​ຣາ​ໂອ​ຈະ​ເຊື່ອ​ຂ້າ​ພຣະ​ອົງໄດ້​ຢ່າງ​ໃດ?”

ອົບພະຍົກ 7

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ເບິ່ງ​ແມ໋ ເຮົາ​ຈະ​ທຳໃຫ້​ເຈົ້າ​ເປັນ​ເຫມືອນ​ພຣະ​ເຈົ້າ​ຕໍ່​ຫນ້າ​ຟາ​ຣາ​ໂອ ແລະ​ອາ​ໂຣນ​ອ້າຍ​ຂອງ​ເຈົ້າ​ຈະ​ເປັນ​ຜູ້​ປະ​ກາດພຣະ​ທັມ​ແກ່​ກະ​ສັດ​ຟາ​ຣາ​ໂອ​ແທນ​ເຈົ້າ 2 ເຈົ້າ​ຈົ່ງ​ບອກ​ຂໍ້​ຄວາມ​ທັງ​ຫມົດ​ທີ່​ເຮົາ​ສັ່ງ​ເຈົ້າ​ນັ້ນ​ແກ່ອາ​ໂຣນ ແລ້ວ​ອາ​ໂຣນ​ຈະ​ບອກ​ໃຫ້​ຟາ​ຣາ​ໂອ​ປ່ອຍ​ຊົນ​ຊາດ​ອິ​ສ​ຣາ​ເອນ​ອອກ​ໄປ​ຈາກ​ປະ​ເທດ​ເອ​ຢິບ 3 ແຕ່​ເຮົາ​ຈະ​ທຳ​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ໃຈ​ແຂງ ແມ້ວ່າ​ເຮົາ​ຈະ​ທຳ​ການ​ອັ​ດສະຈັນ​ຫລວງ​ຫລາຍ ຊຶ່ງ​ເປັນ​ຫມາຍ​ສຳ​ຄັນ​ໃນ​ປະ​ເທດ​ເອ​ຢິບ​ແລ້ວ​ກໍ​ຕາມ 4 ຟາ​ຣາ​ໂອ​ກໍ​ຈະ​ບໍ່​ເຊື່ອ​ຟັງ​ເຈົ້າ ຫລັງ​ຈາກ​ນັ້ນ​ເຮົາ​ຈະ​ໃຊ້​ອຳ​ນາດ​ບີບ​ບັງ​ຄັບ​ຄົນ​ເອ​ຢິບ​ແລະ​ລົງ​ໂທດ​ຄົນ​ເອ​ຢິບ​ຢ່າງ​ຫນັ​ກ ເພື່ອ​ນຳ​ພາ​ກອງ​ທັບ​ຂອງ​ເຮົາ ຄື​ປະ​ຊາ​ຊົນອິ​ສຣາ​ເອນ​ອອກ​ຈາກ​ປະ​ເທດ​ເອ​ຢິບ 5 ເມື່ອ​ເຮົາ​ຢຽດ​ມື​ອອກ​ຕໍ່​ສູ້​ຄົນ​ເອ​ຢິບ​ແລະ​ນຳ​ພາ​ຊາວ​ອິ​ສ​ຣາ​ເອນ​ອອກ​ຈາກ​ປະ​ເທດ​ນັ້ນ​ແລ້ວ ຊາວ​ເອ​ຢິບ​ຈຶ່ງ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 6 ໂມ​ເຊ​ແລະ​ອາ​ໂຣນ​ໄດ້​ທຳ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 7 ເມື່ອ​ເຂົາ​ທັງ​ສອງ​ໄປ​ທູນ​ກະ​ສັດ​ຟາ​ຣາ​ໂອ​ນັ້ນ ໂມ​ເຊ​ມີ​ອາ​ຍຸ​ແປດ​ສິບ​ປີ ສ່ວນ​ອາ​ໂຣນ​ມີ​ອາ​ຍຸ​ແປດ​ສິບ​ສາມ​ປີ

ໄມ້​ເທົ້າ​ຂອງ​ອາ​ໂຣນ

8 ຕໍ່​ມາ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າ​ວ​ແກ່​ໂມ​ເຊ​ ແລະອາ​ໂຣນວ່າ, 9 ເມື່ອຟາ​ຣາ​ໂອສັ່ງ​ເຈົ້າວ່າ ຈົ່ງ​ສະ​ແດງ​ການ​ອັດສະຈັນ​ພິ​ສູດ​ງານ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ບອກ​ອາ​ໂຣນວ່າ ​“ຖິ້ມ​ໄມ້​ເທົ້າ​ຂອງ​ຕົນ​ລົງ​ຕໍ່​ຫນ້າ​ຟາ​ຣາ​ໂອ ແລ້ວ​ໄມ້​ເທົ້າ​ນັ້ນ​ຈະ​ກາຍ​ເປັນ​ງູ” 10 ໂມ​ເຊ​ກັບ​ອາ​ໂຣນ​ຈຶ່ງ​ພາກັນ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ແລະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໄວ້ ຄື​ອາ​ໂຣນ​ໄດ້​ຖິ້ມ​ໄມ້​ເທົ້າ​ນັ້ນ​ລົງ​ຊ້ອງ​ພຣະ​ພັກ​ກະ​ສັດ​ຟາ​ຣາ​ໂອ​ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂ​ອງ​ພຣະ​ອົງ ແລ້ວ​ໄມ້​ເທົ້າ​ນັ້ນ​ກໍ​ກາຍ​ເປັນ​ງູ 11 ຂ​ນະ​ນັ້ນ ກະ​ສັດ​ຟາ​ຣາ​ໂອ​ໄດ້​ຊົງ​ເອີ້ນ​ພວກ​ນັກ​ປາດ​ແລະ​ຫມໍ​ມົນ​ຂອງ​ພຣະ​ອົງ​ມາ ພວກ​ເຂົາ​ເຫລົ່າ​ນີ້​ຕ່າງ​ກໍ​ທຳ​ເຊັ່ນ​ນັ້ນ​ໄດ້​ເຫມືອນ​ກັນ 12 ພວກ​ເຂົາ​ໄດ້​ຖິ້ມ​ໄມ້​ເທົ້າ​ຂອງ​ຕົນ​ລົງ ໄມ້​ເທົ້າ​ເຫລົ່າ​ນັ້ນ​ກໍ​ກາຍ​ເປັນ​ງູ ແຕ່​ງູ​ຂອງ​ອາ​ໂຣນ​ໄດ້​ກືນ​ກິນ​ງູ​ຂອງ​ເຂົາ​ທັງ​ຫມົດ 13 ເຖິງ​ປານ​ນັ້ນ​ກະ​ສັດ​ຟາ​ຣາ​ໂອ​ກໍ​ຍັງ​ແຂງ​ພຣະ​ທັຍ​ຢູ່ ບໍ່ຍອມ​ເຊື່ອ​ຟັງ​ໂມ​ເຊ​ແລະ​ອາ​ໂຣນ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບອກ​ໄວ້

ນ້ຳ​ກາຍ​ເປັນ​ເລືອດ

14 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງບອກ​ໂມ​ເຊວ່າ, “ຟາຣາໂອ​ນັ້ນ​ດື້​ດ້ານ​ບໍ່​ຍອມ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ໄປ 15 ເຈົ້າ​ຈົ່ງ​ໄປ​ຫາ​ກະ​ສັດ​ຟາ​ຣາ​ໂອ​ໃນ​ຕອນ​ເຊົ້າ ລະ​ຫວ່າງ​ເຂົາອອກ​ໄປ​ຍັງ​ແມ່​ນ້ຳ​ນິນ ໃຫ້​ເຈົ້າ​ຢືນ​ຄອຍຢູ່​ແຄມ​ຕາ​ຝັ່ງ ໃຫ້​ຖື​ໄມ້​ເທົ້າ​ທີ່​ໄດ້​ກາຍ​ເປັນ​ງູ​ນັ້ນ​ໄປ​ນຳ​ດ້ວຍ 16 ໃຫ້​ເຈົ້າ​ເວົ້າ​ຕໍ່​ກະ​ສັດ​ຟາ​ຣາ​ໂອ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວເຮັບ​ເຣິ​ໄດ້​ໃຊ້​ໃຫ້​ຂ້າ​ພຣະ​ອົງ​ມາ ເພື່ອບອກ​ໃຫ້ພຣະ​ອົງ​ປ່ອຍ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ ເພື່ອ​ເຂົາ​ຈະ​ໄດ້​ຂາບ​ໄຫວ້​ບູ​ຊາ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ຖິ່ນ​ກັນ​ດານ ແຕ່​ຈົນ​ກະ​ທັ້ງ​ບັດ​ນີ້ ພຣະ​ອົງ​ກໍ​ຍັງ​ບໍ່​ເຊື່ອ​ຟັງ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ 17 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ ພຣະ​ອົງ​ຈະ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ການ​ກະ​ທຳ ດັ່ງ​ນີ້ ເບິ່ງ​ເດີ, ຂ້າ​ພຣະ​ອົງຈະ​ເອົາ​ໄມ້​ເທົ້າ​ຟາດ​ລົງ​ໃນ​ແມ່​ນ້ຳ​ນິນ ແລ້ວ​ພຣະ​ເຈົ້າ​ຈະ​ໃຫ້​ແມ່​ນ້ຳ​ນັ້ນ​ກາຍ​ເປັນ​ເລືອດ​ 18 ປາ​ທັງ​ຫລາຍ​ຈະ​ຕາຍ ນ້ຳ​ຈະ​ເຫມັນ​ເນົ່າ ຊາວ​ເອ​ຢິບ​ຈະ​ດື່ມ​ນ້ຳ​ນັ້ນ​ບໍ່​ໄດ້” 19 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, “ຈົ່ງ​ບອກ​ໃຫ້​ອາ​ໂຣນເດ່​ໄມ້​ເທົ້າ​ຂອງ​ເຂົາໃສ່​ແມ່​ນ້ຳ​ລຳ​ຄອງ ໃສ່​ຫນອງ​ບຶງ​ແລະ​ອ່າງ​ນ້ຳ​ໃນ​ປະ​ເທດ​ເອ​ຢິບ ເພື່ອ​ໃຫ້​ນ້ຳ​ເຫລົ່າ​ນັ້ນ​ກາຍ​ເປັນ​ເລືອດ ຕລອດ​ທົ່ວ​ທັງ​ແຜ່ນ​ດິນ​ຈະ​ມີ​ແຕ່​ເລືອດ ທັງ​ທີ່​ຢູ່​ໃນ​ພາ​ຊ​ນະ​ໄມ້​ແລະ​ພາ​ຊ​ນະ​ຫີນ” 20 ໂມ​ເຊ​ກັບ​ອາ​ໂຣນ​ໄດ້​ທຳຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ ຄື​ອາ​ໂຣນ​ໄດ້​ຍົກ​ໄມ້​ເທົ້າ​ຂຶ້ນ​ຕີ​ນ້ຳ​ໃນ​ແມ່​ນ້ຳ​ນິນ​ຊ້ອງ​ພຣະ​ພັກ​ກະ​ສັດ​ຟາ​ຣາ​ໂອ​ແລະ​ພວກ​ຂ້າ ​ຣາ​ຊ​ການ ແລ້ວ​ນ້ຳ​ໃນ​ແມ່​ນ້ຳ​ກໍ​ກາຍ​ເປັນ​ເລືອດ​ທັງ​ຫມົດ 21 ຝູງ​ປາ​ກໍ​ຕາຍ ແມ່​ນ້ຳ​ກໍເຫມັນ​ເນົ່າ ຊາວ​ເອ​ຢິບ​ກໍ​ດື່ມ​ນ້ຳ​ນັ້ນ​ບໍ່​ໄດ້ ເພາະ​ມີ​ເລືອດ​ທົ່ວ​ປະ​ເທດ​ເອ​ຢິບ 22 ຝ່າຍ​ພວກ​ຫມໍ​ມົນ​ຂອງ​ເອ​ຢິ​ບ​ກໍ​ໃຊ້​ຄາ​ຖາ​ອາ​ຄົມ​ຂອງ​ເຂົາ ເຮັດ​ສິ່ງ​ນັ້ນ​ໄດ້​ເຫມືອນ​ກັນ ສະ​ນັ້ນ​ກະ​ສັດ​ຟາ​ຣາ​ໂອ​ຈຶ່ງ​ຊົງ​ແຂງ​ພຣະ​ທັຍ​ຢູ່​ຕາມ​ເດີມ ພຣະ​ອົງ​ບໍ່​ຍອມ​ເຊື່ອ​ຟັງ​ໂມ​ເຊ​ແລະ​ອາ​ໂຣນ​ເລີຍ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໄວ້ 23 ກະ​ສັດ​ຟາ​ຣາ​ໂອ​ໄດ້​ສະ​ເດັດ​ກັບ​ຄືນ​ສູ່​ພຣະ​ຣາ​ຊວັງ​ບໍ່​ໄດ້​ສົນ​ພຣະ​ທັຍ​ໃນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ​ແຕ່​ຢ່າງ​ໃດ 24 ຊາວ​ເອ​ຢິບ​ທັງ​ຫມົດ​ຕ່າງ​ກໍ​ພາ​ກັນ​ຂຸດນ້ຳ​ສ້າງ​ຕາມ​ແຄມ​ແມ່​ນ້ຳ​ນິນ ເພາະ​ວ່າ​ພວກ​ເຂົາ​ດື່ມ​ນ້ຳ​ໃນ​ແມ່​ນ້ຳ​ນິນ​ບໍ່​ໄດ້ 25 ເຈັດ​ວັນ​ຜ່ານ​ໄປ​ນັບ​ຕັ້ງ​ແຕ່​ພຣະ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ແມ່​ນ້ຳ​ນິນ​ກາຍ​ເປັນ​ເລືອດ

ອົບພະຍົກ 8

ເຣື່ອງ​ກົບ

1 ພຣະຜູ້​ເປັນ​​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ຈົ່ງ​ໄປ​ຫາ​ຟາ​ຣາ​ໂອບອກວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ປ່ອຍ​ຊົນ​ຊາດ​ຂອງ​ພຣະ​ອົງ​ໄປ​ບົວ​ລະ​ບັດ​ພຣະ​ອົງ 2 ຖ້າ​ບໍ່​ຍອມ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ຝູງ​ກົບຂຶ້ນ​ມາ​ຮົບກວນ​ທົ່ວ​ປະ​ເທດ​ເອ​ຢິບ 3 ແມ່​ນ້ຳ​ນິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ກົບ ມັນ​ຈະ​ຂຶ້ນ​ມາຢູ່​ໃນພຣະ​ຣາ​ຊວັງ​ ໃນ​ຫ້ອງ​ບັນ​ທົມ ໃນ​ແທ່ນ​ບັນ​ທົມ ໃນ​ເຮືອນ​ຂອງ​ພວກ​ຂ້າ​ຣາ​ຊ​ການ ໃນ​ເຮືອນ​ປະ​ຊາ​ຊົນ ໃນ​ເຕົາ​ອົບ​ເຂົ້າ​ຫນົມ​ແລະ​ໃນ​ຮາງ​ນວດ​ແປ້ງ 4 ຝູງ​ກົບ​ນັ້ນ​ຈະ​ຂຶ້ນ​ມາ​ເທິງ​ພຣະ​ກາຍ​ຂອງ​ພຣະ​ອົງ ແລະ​ຂຶ້ນ​ເທິງ​ຕົນ​ຕົວ​ປະ​ຊາ​ຊົນ​ກັບ​ຂ້າ​ຣາ​ຊ​ການ​ທັງ​ຫມົດ” 5 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບ​ອກ​ໂມ​ເຊວ່າ, “ຈົ່ງ​ບອກ​ໃຫ້​ອາ​ໂຣນ​ເດ່​ໄມ້​ເທົ້າ​ໄປ​ຕາມ​ແມ່​ນ້ຳ​ລຳ​ຄອງ ​ແລະ​ຫນອງ​ບຶງ​ທັງ​ຫລາຍ ເພື່ອ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເທິງ​ປະ​ເທດ​ເອ​ຢິບ” 6 ອາ​ໂຣນ​ຈຶ່ງ​ເດ່​ໄມ້​ເທົ້າ​ຊີ້​ໄປ​ທາງ​ແມ່​ນ້ຳ​ທັງ​ຫລາຍ​ໃນ​ປະ​ເທດ​ເອ​ຢິບ ຝູງ​ກົບ​ກໍ​ຂຶ້ນ​ມາ​ທົ່ວ​ປະ​ເທດ​ເອ​ຢິບ 7 ຝ່າຍພວກ​ຫມໍ​ມົນ​ກໍ​ທຳໃຫ້​ມີ​ຝູງ​ກົບ​ຂຶ້ນ​ມາ​ເທິງ​ແຜ່ນ​ດິນ​ໄດ້​ເຫມືອນ​ກັນ 8 ຕໍ່​ມາ ກະ​ສັດ​ຟາ​ຣາ​ໂອ​ຊົງ​ເອີ້ນ​ໂມ​ເຊ​ກັບ​ອາ​ໂຣນ​ມາ​ແລະ​ບອກວ່າ “ພວກ​ເຈົ້າ​ຈົ່ງ​ອ້ອນວອນ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ບອກ​ຝູງ​ກົບ​ໄປ​ເສັຽ​ຈາກ​ເຮົາ ແລະ​ຈາກ​ປະ​ຊາ​ຊົນ​ຂອງ​ເຮົາ ແລ້ວ​ເຮົາ​ຈະ​ປ່ອຍ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” 9 ໂມ​ເຊ​ໄດ້​ທູນ​ຕອບ​ກະ​ສັດ​ຟາ​ຣາ​ໂອ​ວ່າ “ສຸດ​ແລ້ວ​ແຕ່ພຣະ​ອົງ​ຈະ​ກຳ​ນົດ​ເວ​ລາ​ໃຫ້​ຂ້າ​ພຣະ​ອົງ​ອ້ອນວອນ​ສຳ​ລັບ​ພຣະ​ອົງ ສຳ​ລັບ​ຂ້າ​ຣາ​ຊ​ການ​ແລະ​ປະ​ຊາ​ຊົນ​ຂອ​ງພຣະ​ອົງ ເພື່ອ​ໃຫ້​ຝູງ​ກົບ​ຫນີ​ໄປ​ຈາກ​ຄົນ​ແລະ​ຈາກ​ບ່ອນ​ຢູ່​ອາ​ໄສ ໃຫ້​ມັນ​ມີ​ແຕ່​ໃນ​ແມ່​ນ້ຳ​ນິນ​ທໍ່​ນັ້ນ” 10 ກະ​ສັດ​ຟາ​ຣາ​ໂອ​ຊົງ​ຕອບ​ວ່າ, “ໃຫ້​ທຳໃນ​ມື້​ອື່ນ​ນີ້” ໂມ​ເຊ​ຈຶ່ງທູນ​ວ່າ, “ຈະ​ເປັນ​ໄປ​ຕາມ​ທີ່​ພຣະ​ອົງຕ້ອງ​ການ​ນັ້ນ ເພື່ອ​ພຣະ​ອົງ​ຈະ​ໄດ້​ຊາບ​ວ່າ ບໍ່​ມີ​ພຣະ​ອົງ​ໃດ​ເຫມືອນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ 11 ຝູງ​ກົບ​ຈະ​ຫນີໄປ​ຈາກ​ພຣະ​ອົງ ຈາກ​ພຣະ​ຣາ​ຊ​ສຳ​ນັກ ຈາກ​ຂ້າ​ຣາ​ຊ​ການ ແລະ​ຈາກ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ ຈະ​ມີ​ເຫລືອ​ຢູ່​ແຕ່​ໃນ​ແມ່​ນ້ຳ​ນິນ​ທໍ່​ນັ້ນ” 12 ແລ້ວ​ໂມ​ເຊ​ກັບ​ອາ​ໂຣນ​ໄດ້​ທູນ​ລາ​ກະ​ສັດ​ຟາ​ຣາ​ໂອ​ໄປ ໂມ​ເຊ​ໄດ້​ອ້ອນວອນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລີກ​ໃຊ້​ຝູງ​ກົບ​ທໍ​ຣະ​ມານ​ກະ​ສັດ​ເອ​ຢິບ 13 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ທຳ​ຕາມ​ຄຳ​ທູນ​ຂອງ​ໂມ​ເຊ ຝູງ​ກົບ​ທີ່​ຢູ່​ໃນ​ບ້ານ​ເຮືອນ ໃນ​ເດີ່ນ​ບ້ານ​ແລະ​ທົ່ງ​ນາ​ຈຶ່ງ​ໄດ້​ຕາຍ​ຫມົດ 14 ຊາວ​ເອ​ຢິບ​ໄດ້​ກອງ​ກົບ​ຕາຍ​ໄວ້​ເປັນ​ກອງ​ໃຫຍ່ ແລ້ວ​ແຜ່ນ​ດິນ​ນັ້ນ​ກໍ​ເຫມັນ​ເນົ່າ​ທົ່ວ​ໄປ 15 ເມື່ອ​ກະ​ສັດ​ຟາ​ຣາ​ໂອ​ຊົງ​ເຫັນ​ວ່າ​ຄວາມ​ທຸກ​ຮ້ອນ​ນັ້ນ​ເບົາ​ບາງ​ລົງ​ແລ້ວ ກໍ​ກັບ​ມີ​ພຣະ​ທັຍ​ແຂງກ້າວ​ຂຶ້ນ​ອີກ ຄື​ບໍ່​ຍອມ​ເຊື່ອ​ຟັງ​ໂມ​ເຊ​ແລະ​ອາ​ໂຣນ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້ 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ບອກ​ໃຫ້​ອາ​ໂຣນ​ຈັບ​ໄມ້​ເທົ້າ​ຂຶ້ນ​ມາ​ຕີ​ດິນ ເພື່ອ​ໃຫ້​ຝຸ່ນ​ດິນ​ກາຍ​ເປັນ​ຮີ້ນ​ແລະ​ຍຸງ​ທົ່ວ​ປະ​ເທດ​ເອ​ຢິບ 17 ເຂົາ​ທັງ​ສອງ​ກໍ​ໄດ້​ທຳ​ຕາມ ອາ​ໂຣນ​ໄດ້​ຈັບ​ໄມ້​ເທົ້າ​ຂຶ້ນ​ຕີດິນ ແລ້ວ​ຝຸ່ນ​ດິນ​ທັງ​ຫມົດ​ໃນ​ປະ​ເທດ​ເອ​ຢິບ​ໄດ້​ກາຍ​ເປັນ​ຮີ້ນ​ແລະ​ຍຸງ​ມາ​ຕອມ​ມະ​ນຸດ ແລະ​ສັດ 18 ພວກ​ຫມໍ​ມົນ​ກໍ​ພ​ຍາຍາມ​ທຳຢ່າງ​ນັ້ນ​ເຫມືອນ​ກັນ ແຕ່​ພວກ​ທຳ​ບໍ່​ໄດ້ 19 ຂ​ນະ​ນັ້ນ ພວກ​ຫມໍ​ມົນ​ໄດ້​ທູນ​ກະ​ສັດ​ຟາ​ຣາ​ໂອ​ວ່າ, “ສິ່ງ​ທີ່​ເກີດ​ຂຶ້ນ​ນີ້ແມ່ນ​ການ​ກະ​ທຳ​ຂອງ​ພຣະ​ເຈົ້າ” ແຕ່​ກະ​ສັດ​ຟາ​ຣາ​ໂອ​ຊົງ​ມີ​ພຣະ​ທັຍ​ແຂງ​ຢູ່​ຄື​ເກົ່າ​ບໍ່​ຍອມ​ເຊື່ອ​ຟັງ​ໂມ​ເຊ​ແລະ​ອາ​ໂຣນ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້

ເຣື່ອງ​ເຫລືອກ

20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ມື້​ອື່ນ​ແຕ່​ເຊົ້າ ຈົ່ງ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ ຂ​ນະ​ທີ່ກະ​ສັດ​ຟາ​ຣາ​ໂອ​ໄປ​ຍັງ​ແມ່​ນ້ຳ​ໃຫ້ເຈົ້າ​ບອກວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ປ່ອຍ​ຊົນ​ຊາດ​ຂອງ​ພຣະ​ອົງ​ໄປ​ບົວ​ລະ​ບັດ​ພຣະ​ອົງ 21 ຖ້າ​ບໍ່​ຍອມ​ປ່ອຍ​ໄປ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ໃຫ້​ຝູງ​ເຫລືອກ​ມາ​ຕອມ​ພຣະ​ກາຍ​ຂອງ​ພຣະ​ອົງ ຕອມ​ຂ້າ​ຣາ​ຊ​ການ ຕອມ​ປະ​ຊາ​ຊົນ​ ແ​ລະ​ຕອມ​ພຣະ​ຣາ​ຊ​ສຳ​ນັ​ກ​ຂອງພຣະ​ອົງ ຕາມ​ບ້ານ​ເຮືອນ​ຂອງ​ຊາວ​ເອ​ຢິບ​ແລະ​ຕາມ​ພື້ນ​ດິນ​ຈະ​ເຕັມ​ໄປ​ດ້ວຍ​ເຫລືອກ 22 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນເຈົ້າ​ຈະ​ບໍ່​ໃຫ້​ແຄວ້ນໂກ​ເຊັນ ບ່ອນ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ອາ​ໄສ​ຢູ່​ມີ​ເຫລືອກ ເພື່ອ​ພຣະ​ອົງ​ຈະ​ໄດ້​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ພາ​ລະ​ກິດ​ຢູ່​ໃນ​ປະ​ເທດ​ນີ້ 23 ພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ແບ່ງ​ເຂດ​ລະ​ຫວ່າງ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ກັບ​ປະ​ຊາ​ຊົນ​ເອ​ຢິບ ເຫດການ​ນີ້​ຈະ​ເກີດ​ຂຶ້ນ​ໃນ​ມື້​ອື່ນ​ນີ້” 24 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ຢ່າງ​ນັ້ນ ຝູງ​ເຫລືອກ​ອັນ​ມະ​ຫາ​ສານ​ໄດ້​ເຂົ້າ​ໄປ​ໃນ​ພຣະຣາ​ຊວັງ​ຂອງ​ກະ​ສັດ​ຟາ​ຣາ​ໂອ ໃນ​ເຮືອນ​ຂ້າ​ຣາ​ຊ​ການ ແລະ​ທົ່ວ​ປະ​ເທດ​ເອ​ຢິບ ປະ​ເທດ​ນັ້ນ​ຈຶ່ງ​ໄດ້​ຮັບ​ການ​ທໍ​ຣະ​ມານ​ທີ່​ສຸດ​ຍ້ອນ​ຝູງ​ເຫລືອກ​ນັ້ນ 25 ຕໍ່​ມາ ກະ​ສັດ​ຟາ​ຣາ​ໂອ​ຊົງ​ເອີ້ນ​ໂມ​ເຊ​ກັບ​ອາ​ໂຣນ​ເຂົ້າ​ເຝົ້າ​ແລະ​ຊົງ​ສັ່ງ​ວ່າ, “ຈົ່ງ​ພາ​ກັນ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໃນ​ດິນ​ແດນ​ປະ​ເທດ​ນີ້” 26 ໂມເຊ​ທູນ​ຕອບ​ວ່າ, “ເປັນ​ການ​ບໍ່​ຖືກ​ຕ້ອງ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ເພາະ​ຖ້າ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ​ໃຫ້​ຊາວ​ເອ​ຢິບ​ເຫັນ ຊຶ່ງ​ເຂົາ​ຖື​ວ່າ​ເປັນ​ຂອງ​ຫນ້າ​ຂີ້​ດຽດ ເຂົາ​ກໍ​ຈະ​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ພວກ​ຂ້າ​ພຣະ​ອົງ 27 ສະ​ນັ້ນ ພວກ​ຂ້າ​ພຣະ​ອົງຈຶ່ງ​ຈຳ​ເປັນ​ຕ້ອງ​ເຂົ້າ​ໄປ​ຖວາຍ​ສັຕ​ບູ​ຊາ​ໃນ​ຖິ່ນ​ກັນ​ດານ ຊຶ່ງ​ເປັນ​ໄລ​ຍະ​ທາງ​ເດີນ​ສາມ​ວັນຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງຊົງ​ສັ່ງ​ໄວ້” 28 ກະ​ສັດ​ຟາ​ຣາ​ໂອ​ຊົງ​ຮັບ​ສັ່ງ​ຕໍ່​ໄປ​ວ່າ, “ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ເຈົ້າ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ຈະ​ຕ້ອງ​ບໍ່​ໄປ​ໄກ ແລະ​ໃຫ້​ອ້ອນວອນ​ສຳ​ລັບ​ເຮົາ” 29 ໂມ​ເຊ​ທູນ​ຕອບ​ວ່າ, “ພໍ​ຂ້າ​ພຣະ​ອົງ​ທູນ​ລາ​ພຣະ​ອົງ​ໄປ ຂ້າ​ພຣະ​ອົງກໍ​ຈະ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ຝູງ​ເຫລືອກ​ຫນີ​ໄປ​ຈາກ​ພຣະ​ອົງ ຈາກ​ຂ້າ​ຣາ​ຊ​ການ ແລະ​ຈາກ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ໃນ​ມື້​ອື່ນ​ນີ້ ແຕ່​ພຣະ​ອົງ​ຢ່າ​ໄດ້​ຫລອກ​ລວງ​ພວກ​ຂ້າ​ພຣະ​ອົງ​ຕໍ່​ໄປ​ອີກ ຄື​ຢ່າ​ຂັດ​ຂວາງ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໃນ​ການ​ໄປ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” 30 ແລ້ວ​ໂມ​ເຊ​ໄດ້​ທູນ​ລາ​ກະ​ສັດ​ຟາ​ຣາ​ໂອ ໄປ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 31 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ທຳຕາມ​ຄຳ​ທູນ​ຂໍ​ຂອງ​ໂມ​ເຊ​ຄື​ ໄດ້​ຊົງ​ທຳ​ໃຫ້​ຝູງ​ເຫລືອກ​ຫນີ​ໄປ​ເສັຽ​ຈາກ​ກະ​ສັດ​ຟາ​ຣາ​ໂອ ຈາກ​ຂ້າ​ຣາ​ຊ​ການ ແລະ​ຈາກ​ປະ​ຊາ​ຊົນ​ຂອງ​ພຣະ​ອົ​ງບໍ່​ໃຫ້​ເຫລືອກ​ເຫລືອ​ຢູ່​ຈັກ​ໂຕ​ເລີຍ 32 ແຕ່ແລ້ວ​ກະ​ສັດ​ຟາ​ຣາ​ໂອກໍ​ຍັງ​ມີ​ພຣະ​ທັຍ​ແຂງຢູ່​ຄື​ເກົ່າ ໂດຍ​ບໍ່​ຍອມ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄປ

ອົບພະຍົກ 9

ເຣື່ອງ​ສັດ​ທັງ​ຫລາຍ​ຕາຍ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ໄປ​ຫາ​ຟາ​ຣາ​ໂອ​ແລ້ວເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວ​ເຮັບ​ເຣີຊົງ​ສັ່ງ​ໃຫ້​ປ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ​ໄປ​ບົວ​ລະ​ບັດ​ພຣະ​ອົງ 2 ຖ້າ​ບໍ່​ຍອມ​ປ່ອຍ​ໄປ​ ຍັງ​ຫນ່ວງ​ຫນ່ຽວ​ເຂົາ​ໄວ້​ອີກ 3 ພຣະ​ຜູ້​ເປັນ​ເຈົ້າຈະ​ໃຫ້​ເກີດ​ໂຣກ​ລະ​ບາດ​ຢ່າງ​ຮ້າຍ​ແຮງແກ່ຝູງ​ສັດ​ຊາວ​ເອ​ຢິບ​ຄື ແກ່​ຝູງ​ມ້າ, ຝູງ​ລໍ, ຝູງ​ອູດ, ຝູງ​ງົວ​ຄວາຍ, ແລະ​ຝູງແກະ​ແບ້ 4 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳໃຫ້​ຝູງສັດ​ຊາວ​ເອ​ຢິບ​ຕາຍ​ແລະ​ຈິບ​ຫາຍ​ໄປ ແຕ່​ຈະ​ໃຫ້​ຝູງ​ສັດ​ອິ​ສ​ຣາ​ເອນ​ມີ​ຊີ​ວິດ​ຢູ່ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຳ​ນົດ​ວ່າ​ຈະ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ໃນ​ມື້​ອື່ນ​ນີ້” 6 ຄັນ​ມື້​ອື່ນ​ມາ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ກະ​ທຳ​ຕາມ​ທີ່​ຊົງ​ກ່າວ​ໄວ້ ຄື​ໄດ້​ຊົງ​ທຳ​ສັດ​ທັງ​ປວງ​ຂອງ​ເອຢິບ​ຕາຍ ແຕ່​ສັດ​ຂອງ​ຊາວ​ອິ​ສ​ຣາ​ເອນ​ບໍ່​ໄດ້​ຕາຍ​ຈັກ​ໂຕ 7 ກະ​ສັດ​ຟາ​ຣາ​ໂອ​ຈຶ່ງ​ຊົງ​ໃຊ້​ຄົນ​ໄປ​ເບິ່ງ ແລ້ວ​ກໍ​ຊົງ​ຊາບ​ວ່າ​ສັດ​ຂອງ​ຊາວ​ອິ​ສ​ຣາ​ເອນ​ບໍ່​ໄດ້​ຕາຍ​ເລີຍ ເມື່ອ​ຊົງ​ຊາບ​ດັ່ງ​ນີ້ ກໍ​ຊົງ​ມີ​ພຣະ​ທັຍ​ແຂງ​ຢູ່​ຕາມ​ເດີມ ໂດຍ​ບໍ່​ຍອມ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄປ

ເຣື່ອງ​ຝີ

8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊ​ແລະ​ອາ​ໂຣນ​ວ່າ, “ພວກ​ເຈົ້າ​ຈົ່ງ​ກຳ​ເອົາ​ຂີ້​ເທົ່າ​ໄຟ​ເຕັມ​ກຳ​ມື ແລ້ວ​ໃຫ້​ໂມ​ເຊ​ຫວ່ານ​ຂຶ້ນ​ໄປ​ເທິງ​ອາ​ກາດ​ຕໍ່​ຫນ້າ​ຟາ​ຣາ​ໂອ 9 ຂີ້​ເທົ່າ​ໄຟ​ນັ້ນ​ຈະ​ກາຍ​ເປັນ​ຝຸ່ນ​ດິນ​ປິວ​ໄປ​ທົ່ວ​ປະ​ເທດ​ເອ​ຢິບ​ຈະ​ຕົກ​ຖືກມະ​ນຸດ​ແລະ​ສັດ​ເດັຽ​ຣະ​ສານ ແລ້ວ​ຈະ​ເກີດ​ເປັນ​ຝີແຕກ​ເປັນ​ບາດ​ໃນ​ຕົນ​ຕົວ” 10 ດັ່ງ​ນັ້ນ ໂມ​ເຊ​ກັບ​ອາ​ໂຣນ​ຈຶ່ງ​ກຳ​ເອົາ​ຂີ້​ເທົ່າ​ໄຟ​ຢືນ​ຢູ່​ຊ້ອງ​ພຣະ​ພັກ​ກະ​ສັດ​ຟາ​ຣາ​ໂອ ແລ້ວ​ໂມ​ເຊ​ໄດ້​ຫວ່ານ​ຂຶ້ນ​ໄປ​ເທິງ​ອາ​ກາດ ຂີ້​ເທົ່າ​ໄຟ​ນັ້ນ​ກໍ​ປິວ​ໄປ​ຕົກ​ຖືກ​ມະ​ນຸດ​ແລະ​ສັດ​ເດັຽ​ລະ​ສານ ເປັນ​ເຫດ​ໃຫ້​ມະ​ນຸດ​ແລະ​ສັດ​ເກີດ​ເປັນ​ຝີ​ແຕກ​ເປັນ​ບາດ​ໃນ​ຕົນ​ຕົວ 11 ພວກ​ຫມໍ​ມົນ​ຊາວ​ເອ​ຢິບ​ບໍ່​ສາ​ມາດ​ຈະ​ເຮັດ​ແຂ່ງ​ຂັນ​ໂມ​ເຊ​ໄດ້ ເພາະ​ວ່າ​ຝິ​ນັ້ນ​ໄດ້​ເກີດ​ກັບ​ເຂົາ​ເອງ​ເຫມືອນ​ຊາວ​ເອ​ຢິບທັງ​ປ​ວງ 12 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳໃຫ້​ກະ​ສັດ​ຟາ​ຣາ​ໂອ​ມີພຣະ​ທັຍ​ແຂງ​ຢູ່ ໂດຍ​ບໍ່​ຍອມ​ປ່ອຍ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ໄປ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ອົງ​ຊົງ​ບອກ​ໄວ້​ກັບ​ໂມ​ເຊ​ນັ້ນ

ເຣື່ອງ​ຫມາກ​ເຫັບ

13 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອ​ກໂມ​ເຊວ່າ, “ຈົ່ງ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ແຕ່​ເຊົ້າ​ທູນ​ວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ຊາວ​ເຮັບ​ເຣີ​ຊົງ​ສັ່ງ​ໃຫ້​ປ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ​ໄປ​ບົວ​ລະ​ບັດ​ພຣະ​ອົງ 14 ດ້ວຍ​ວ່າຄາວ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ລົງ​ໂທດ​ພຣະ​ອົງ ກັບ​ຂ້າ​ຣາ​ຊ​ການ​ແລະ​ປະ​ຊາ​ຊົນ​ເອ​ຢິບ ເພື່ອ​ໃຫ້​ພຣະ​ອົງ​ຊົງ​ຊາບ​ວ່າ ທົ່ວ​ໂລກ​ນີ້​ບໍ່​ມີ​ໃຜ​ສ​ເມີ​ເຫມືອນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ 15 ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ລາຍ​ພຣະ​ອົງ​ກັບ​ປະ​ຊາ​ຊົນ​ເອ​ຢິບ​ດ້ວຍ​ພ​ຍາດ ພຣະ​ອົງ​ກໍ​ຈະ​ຖືກ​ທຳ​ລາຍ​ຈົນ​ຫມົດ​ສິ້ນ 16 ແຕ່​ທີ່​ພຣະ​ຜູ້​ເປັນເຈົ້າ​ຊົງ​ໃຫ້​ພຣະ​ອົງ​ຍັງ​ມີ​ຊິ​ວິດ​ຢູ່​ນີ້ ກໍ​ເພື່ອ​ຈະ​ໃຫ້​ເຫັນ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ວ່າ​ຊື່​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້ແຜ່​ຜາຍ​ໄປ​ທົ່ວ​ໂລກ 17 ດຽວ​ນີ້ ພຣະ​ອົງ​ຍັງ​ແຂງ​ພຣະ​ທັຍ​ບໍ່​ຍອມ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄປ 18 ດັ່ງ​ນັ້ນ ມື້​ອື່ນ​ປະ​ມານ​ເວ​ລາ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ໃຫ້​ຫມາກ​ເຫັບ​ໃຫຍ່​ຕົ​ກ​ລົງ​ມາ​ຢ່າງ​ຫນັ​ກ ຢ່າງ​ທີ່ບໍ່​ເຄີຍ​ມີ​ຈັກ​ເທື່ອ​ຕັ້ງ​ແຕ່​ເປັນ​ປະ​ເທດ​ເອ​ຢິບ​ມາ 19 ບັດ​ນີ້ ຈົ່ງ​ຕ້ອນ​ຝູງ​ສັດ​ກັບ​ບັນ​ດາ​ສິ່ງ​ທີ່​ມີ​ຢູ່​ໃນ​ກາງ​ແຈ້ງ ຈະ​ຖືກ​ຫມາກ​ເຫັບ​ໃຫຍ່​ຕົກ​ໃສ່​ຕາຍ​ຫມົດ” 20 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ ພວກ​ຂ້າ​ຣາ​ຊ​ການ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ກໍ​ເຊື່ອ​ຟັງ ແລະ​ຢຳ​ເກງ​ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຂົາ​ຈຶ່ງ​ນຳ​ພວກ​ທາດ​ກັບ​ຝູງ​ສັດ​ຂອງ​ຕົນ​ເຂົ້າບ່ອນ​ກຳ​ບັງ 21 ແຕ່​ພວກ​ທີ່​ບໍ່​ສົນ​ໃຈ​ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ປະ​ປ່ອຍ​ໃຫ້​ພວກ​ທາດ​ແລະ​ຝູງ​ສັດ​ຂອງ​ຕົນ​ຢູ່​ໃນ​ກາງ​ແຈ້ງ 22 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ເທິງ​ທ້ອງ​ຟ້າ​ເພື່ອ​ໃຫ້​ຫມາກ​ເຫັບ​ໃຫຍ່​ຕົກ​ລົງ​ມາ​ຖືກ​ຄົນ ຖືກ​ສັດ​ແລະ​ພືດ​ພັນ​ທັນ​ຍາ​ຫານ​ຕ່າງໆ​ໃນ​ກາງ​ແຈ້ງ​ທົ່ວ​ປະ​ເທດ​ເອ​ຢິບ” 23 ໂມ​ເຊ​ຈຶ່ງ​ຍົກ​ໄມ້​ເທົ້າ​ຂຶ້ນ​ເທິງ​ຟ້າ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໃຫ້​ມີ​ຟ້າ​ຮ້ອງ ມີ​ຟ້າ​ແມບ​ເຫລື້​ອມ​ແລະ​ມີ​ຫມາກ​ເຫັບ​ຕົ​ກ​ລົງ​ມາ​ເທິງ​ປະ​ເທດ​ເອ​ຢິບ 24 ພາ​ຍຸ​ຝົນ ຟ້າ​ແມບ​ເຫລື້ອມ​ແລະ​ຫມາກ​ເຫັບ​ໄດ້​ຕົກ​ລົງ​ມາ​ຢ່າງ​ຫນັກ ຢ່າງ​ທີ່ບໍ່​ເຄີຍ​ມີ​ຈັກ​ເທື່ອ​ຕັ້ງ​ແຕ່​ເປັນ​ຊາດ​ເອ​ຢິບ​ມາ 25 ສິ່ງ​ສາ​ຣະ​ພັດ​ທັງ​ຄົນ​ແລະ​ສັດ​ທີ່​ຢູ່​ໃນ​ກາງ​ແຈ້ງ​ທົ່ວ​ປະ​ເທດ​ເອ​ຢິບ ໄດ້​ຖືກ​ຫມາກ​ເຫັບ​ໃຫຍ່​ຕົກ​ລົງ​ມາ​ທຳ​ລາຍ​ຈິບ​ຫາຍ​ຫມົດ ຜັ​ກ​ຫຍ້າ​ແລະ​ກົກ​ໄມ້​ກໍ​ເສັຽ​ຫາຍ​ຫັກ​ລົ້ມ​ຫມົດ 26 ມີ​ແຕ່​ແຄວ້ນໂກ​ເຊັນ​ບ່ອນ​ຊາວ​ອິ​ສ​ຣາ​ເອນ​ອາ​ໄສ​ຢູ່​ທໍ່​ນັ້ນ ທີ່​ຫມາກ​ເຫັບ​ບໍ່​ໄດ້​ຕົກ​ລົງ​ໃສ່ 27 ໃນ​ເທື່ອ​ນີ້ ກະ​ສັດ​ຟາ​ຣາ​ໂອ​ຊົງ​ໃຊ້​ຄົນ​ໄປ​ເອີ້ນ​ໂມ​ເຊ​ແລະ​ອາ​ໂຣນ​ມາ​ເຝົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ເຮັດ​ບາບ​ແລ້ວ​ໃນ​ຄາວ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຝ່າຍ​ຖືກ ເຮົາ​ກັ​ບ​ປະ​ຊາ​ຊົນ​ຂ​ອງ​ເຮົາ​ເປັນ​ຝ່າຍ​ຜິດ 28 ຂໍ​ໃຫ້​ເຈົ້າ​ອ້ອນວອນ​ຂໍ​ນຳ​ພຣະ​ຜູ້​ເປັນ​ເຈົ້າ ເຣື່ອງ​ຫມາກ​ເຫັບ​ແລະ​ຟ້າ​ຮ້ອງ​ນີ້​ເຮົາ​ທົນບໍ່​ໄຫວ​ແລ້ວ ບັດ​ນີ້ ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ເຈົ້າ​ໄປ ໂດຍ​ບໍ່​ຕ້ອງ​ລັງ​ເລ​ຕໍ່​ໄປ​ອິ​ກ” 29 ໂມ​ເຊ​ໄດ້​ທູນ​ຕອບ​ວ່າ, “ພໍ​ຂ້າ​ພຣະ​ອົງ​ອອກ​ໄປ​ຈາກ​ເມືອງ​ນີ້ ຂ້າ​ພຣະ​ອົງ​ຈະ​ຍົກ​ມື​ຂຶ້ນ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ສຽງ​ຟ້າ​ຮ້ອງ​ກໍ​ຈະ​ເຊົາ ແລະ​ຫມາກ​ເຫັບ​ກໍ​ຈະ​ບໍ່​ຕົກ​ລົງ​ມາ​ອີກ ເພື່ອ​ພຣະ​ອົງ​ຈະ​ໄດ້​ຮູ້​ວ່າ​ໂລກ​ນີ້ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 30 ແຕ່​ຂ້າ​ພຣະ​ອົງ​ຮູ້​ຢູ່​ແລ້ວ​ວ່າ ພຣະ​ອົງ​ກັບ​ພວກ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ຈະ​ຍັງ​ບໍ່​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ” 31 ກົກ​ປ່ານ​ກັບ​ເຂົ້າ​ເດືອຍ​ກໍ​ຖືກ​ທຳ​ລາຍ​ຫມົດ ເພາະ​ໃນ​ເວ​ລານັ້ນ​ເຂົ້າ​ເດືອຍ​ກຳ​ລັງ​ມີ​ຮວງ ແລະ​ກົກ​ປ່ານ​ກໍ​ອອກດອກ​ແລ້ວ 32 ແຕ່​ເຂົ້າ​ບ​ເລ​ກັບ​ເຂົ້າ​ຝ້າງ​ນັ້ນ​ບໍ່​ໄດ້​ຖືກ​ທຳ​ລາຍ ເພາະ​ວ່າ​ມັນ​ຍັງ​ບໍ່​ທັນ​ຂຶ້ນ​ມາ​ພົ້ນ​ດິນ 33 ເມື່​ອໂມ​ເຊ​ທູນ​ລາ​ກະ​ສັດ​ຟາ​ຣາ​ໂອ​ອອກ​ຈາກ​ເມືອງ​ໄປ ໂມ​ເຊ​ກໍຍົກ​ມື​ຂຶ້ນ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ ແລ້​ວ​ສຽງ​ຟ້າ​ຮ້ອງ​ກໍ​ເຊົາ ຫມາກ​ເຫັບ​ແລະ​ຝົນ​ກໍ​ເຊົາ​ຕົກ 34 ເມື່ອ​ຊົງ​ເຫັນ​ວ່າ​ຝົນ​ກັບ​ຫມາກ​ເຫັບ​ແລະ​ຟ້າ​ຮ້ອງ​ເຊົາ​ແລ້ວ ຝ່າຍ​ກະ​ສັດ​ຟາ​ຣາ​ໂອ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ກໍ​ຊົງ​ປ່ຽນ​ພຣະ​ທັຍ​ທຳ​ຜິດ​ຕໍ່​ໄປ​ອີກ 35 ຄື​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິ​ສ​ຣາ​ເອນ​ໄປ​ ເປັນ​ຄວາມ​ຈິງ​ຕາມ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ບອກ​ໂມ​ເຊ​ໄວ້

ອົບພະຍົກ 10

ຕັກ​ແຕນ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, “ຈົ່ງ​ໄປ​ຫາ​ຟາ​ຣາ​ໂອ ເຮົາ​ໄດ້​ທຳ​ໃຫ້​ຟາ​ຣາ​ໂອ​ກັບ​ຂ້າ​ຣາ​ຊ​ການ​ມີ​ໃຈ​ແຂງ​ກະ​ດ້າງ ເພື່ອ​ເຮົາ​ຈະ​ໄດ້​ທຳ​ການ

ອັ​ດສະ​ຈັນ​ເຫລົ່າ​ນີ້ໃນ​ຖ້າມ​ກາງ​ພວກ​ເຂົາ

2 ເພື່ອ​ເຈົ້າ​ຈະ​ໄດ້​ເລົ່າ​ເຣື່ອງ​ການ​ອັດສະ​ຈັນ​ທີ່​ເຮົາ​ໄດ້​ທຳໃຫ້​ຄົນ​ເອ​ຢິບ ເສັຽ​ຫນ້າ​ເສັຽ​ຕາ​ສູ່​ລູກ​ຫລານ​ຟັງ ແລະ​ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ເຮົາ​ຄື​ ພຣະ​ຜູ້​ເປັນ​ເຈົ້າ” 3 ໂມ​ເຊ​ກັບ​ອາ​ໂຣນ​ຈຶ່ງ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວ​ເຮັບ​ເຣີ​ຊົງ​ກ່າວ​ວ່າ ພຣະ​ອົງ​ຈະ​ຊົງ​ຂັດ​ຂືນ​ບໍ່​ຍອມ​ອ່ອນ​ນ້ອມ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ອີກ​ເຫິງ​ປາ​ນ​ໃດ? ຈົ່ງ​ປ່ອຍ​ໃຫ້​ຊົນ​ຊາດ​ອິ​ສ​ຣາ​ເອນ​ໄປ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ເສັຽ 4 ຖ້າ​ພຣະ​ອົງ​ຍັງ​ປະ​ຕິ​ເສດ​ບໍ່​ຍອມ​ປ່ອຍ​ໄປ ເບິ່ງ​ເດີ, ມື້​ອື່ນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ຕັກ​ແຕນ​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ພຣະ​ອົງ 5 ຝູງ​ຕັກ​ແຕນ​ຈະ​ປົກ​ຄຸມ​ຢູ່​ທົ່ວ​ໄປ​ຈົນ​ບໍ່​ເຫັນ​ດິນ ມັນ​ຈະ​ກິນ​ທຸກ​ສິ່ງ​ທີ່​ເຫລືອ​ຈາກ​ຫມາກ​ເຫັບ​ທຳ​ລາຍ ກົກ​ໄມ້​ທຸກ​ກົກ​ຂອງ​ພຣະ​ອົງ​ມັນ​ຈະ​ກິນ​ຫມົດ 6 ມັນ​ຈະ​ເຂົ້າ​ໄປ​ຢູ່​ໃນ​ພຣະ​ຣາ​ຊ​ວັງ ໃນ​ເຮືອນ​ຂອງ​ຂ້າຣາ​ຊ​ການ​ແລະ​ໃນ​ເຮືອນ​ຂອງ​ຄົນ​ເອ​ຢິບ ມັນ​ຈະ​ໂຫດ​ຮ້າຍກວ່າ​ທຸກໆ ຢ່າງ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພຣະອົງເຄີຍ​ປະ​ສົບ​ມາ​ຕັ້ງ​ແຕ່​ຢູ່​ໃນ​ປະ​ເທດ​ນີ້” ແລ້ວ​ໂມ​ເຊ​ກໍ​ທູນ​ລາ​ກະ​ສັດ​ຟາ​ຣາ​ໂອ​ໄປ 7 ຕໍ່​ມາ ພວກ​ຂ້າ​ຣາ​ຊ​ການ​ໄດ້​ທູນ​ກະ​ສັດ​ຟາ​ຣາ​ໂອ​ວ່າ, “ບຸກ​ຄົນ​ຜູ້​ນີ້​ຍັງ​ຈະ​ທຳ​ໃຫ້​ພວກ​ເຮົາ​ເດືອດ​ຮ້ອນ​ຢູ່​ເຫິງປານ​ໃດ? ຂໍ​ພຣະ​ອົງ​ຊົງ​ພຣະ​ກະ​ຣຸ​ນາ​ໂຜດ​ປ່ອຍ​ຄົນ​ຫລົ່າ​ນີ້ໄປ​ບົວ​ລະ​ບັດ​ພຣະ​ຜູ້​ເປັັນ​ເຈົ້າ​ຂອງ​ເຂົາ​ເສັຽ ພຣະ​ອົງ​ຍັງ​ບໍ່​ເຫັນ​ບໍ່​ວ່າ​ເອ​ຢິບ​ໄດ້​ຈິບ​ຫາຍ​ແລ້ວ?” 8 ດັ່ງ​ນັ້ນ ໂມ​ເຊ​ກັບ​ອາ​ໂຣນ​ຈຶ່ງ​ຖືກ​ນຳ​ເຂົ້າ​ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ອີກ ໃນ​ເທື່ອ​ນີ້ ກະ​ສັດ​ຟາ​ຣາ​ໂອ​ຊົງ​ກ່າວ​ວ່າ, “ຈົ່ງ​ໄປ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ເສັຽ ແຕ່​ໃຜ​ແດ່​ຈະ​ໄປ?” 9 ໂມ​ເຊທູນ​ຕອບ​ວ່າ, “ພວກ​ຂ້າ​ນ້ອຍ​ຈະ​ພາ​ກັນ​ໄປ​ຫມົດ ທັງ​ຄົນຫນຸ່ມຄົນ​ແກ່ທັງ​ບຸດຊາຍ​ຍິງ ທັງ​ຝູງ​ແກະ​ຝູງ​ແບ້ ທັງ​ງົວ​ທັງ​ຄວາຍ ເພາະ​ພວກ​ຂ້າ​ພຣະ​ອົງຈະ​ຈັດ​ໃຫ້​ມີ​ພິ​ທີ​ລ້ຽງ​ທາງ​ສາ​ສ​ນາ​ຖວາຍ​ບູ​ຊາ​ແດ່​ພຣະຜູ້​ເປັນ​ເຈົ້າ” 10 ກະ​ສັດ​ຟາ​ຣາ​ໂອ​ຊົງ​ກ່າວ​ຕອບ​ວ່າ, “ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ອຍ​ເຈົ້າ​ເສັຽ ຝ່າຍ​ເຮົາ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ພວກ​ຜູ້​ຍິງ​ແລະ​ເດັກ​ນ້ອຍ​ໄປ​ດອກ ມັນ​ເປັນ​ຄວາມ​ຈິງ​ແລ້ວ​ວ່າ​ພວກ​ເຈົ້າ​ມີ​ແຜນ​ການ​ຮ້າຍ 11 ອະ​ນຸ​ຍາດ​ບໍ່​ໄດ້​ດອກ ຖ້າ​ພວກ​ເຈົ້າ​ຢາກ​ຈະ ​ນະ​ມັ​ສ​ການພຣະ​ຜູ້​ເປັນ​ເຈົ້າ​ແທ້ ໃຫ້​ພາແຕ່​ພວກ​ຜູ້​ຊາຍ​ໄປ” ແລ້ວ​ໂມ​ເຊ​ກັບ​ອາ​ໂຣນ​ກໍ​ຖືກ​ໄລ່​ຫນີ​ຈາກ​ພຣະ​ພັກ​ກະ​ສັດຟາ​ຣາ​ໂອ 12 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ບອກ​ໂມ​ເຊວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ເຫນືອ​ປະ​ເທດ​ເອ​ຢິບ ເພື່ອ​ໃຫ້​ຕັກ​ແຕນ​ມາ​ທຳ​ລາຍ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ​ແລະ​ທຳ​ລາຍ​ທຸກ​ສິ່ງ​ທີ່​ເຫລືອ​ຈາກ​ຫມາກ​ເຫັບ​ນັ້ນ” 13 ດັ່ງ​ນັ້ນ ໂມ​ເຊ​ຈຶ່ງ​ຍົກ​ໄມ້​ເທົ້າ​ຂຶ້ນ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ລົມ​ຕາ​ເວັນ​ອອກ​ພັດ​ມາ​ຍັງ​ປະ​ເທດ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ຄັນ​ເວ​ລາ​ເຊົ້າ​ລົມ​ຕາ​ເວັນ​ອອກ​ກໍ​ພັດ​ເອົາ​ຝູງ​ຕັກ​ແຕນ​ມາ 14 ຝູງ​ຕັກ​ແຕນ​ນັ້ນ​ໄດ້​ເຂົ້າ​ມາ​ເຕັມ​ປະ​ເທດ​ເອ​ຢິບ ຊຶ່ງ​ແຕ່​ກ່ອນ​ຫລື​ຫລັງ​ຈາກ​ນັ້ນ​ມາ ກໍ​ບໍ່​ເຄິຍ​ມີ​ຝູງ​ຕັກ​ແຕນ​ຫລວງ​ຫລາຍ​ຢ່າງ​ນີ້​ຈັກ​ເທື່ອ 15 ຝູງ​ຕັກ​ແຕນ​ນີ້ໄດ້​ປົກ​ຫຸ້ມ​ພື້ນ​ດິນ​ຈົນ​ດຳ​ມືດ ມັນ​ໄດ້​ກິນ​ຜັກ​ຫຍ້າ​ແລະ​ຫມາກ​ໄມ້​ທຸກ​ຢ່າງ​ທີ່​ເຫລືອ​ຈາກ​ຫມາກ​ເຫັບ​ຕົກ​ໃສ່ ຕລອດ​ທົ່ວ​ປະ​ເທດ​ເອ​ຢິບ​ບໍ່​ມີ​ພືດ​ພັນ​ທັນ​ຍາ​ຫານ​ຫລື​ກົກ​ໄມ້​ໃບ​ຂຽວ​ເຫລືອ​ຢູ່​ເລີຍ 16 ຂ​ນະ​ນັ້ນ ກະ​ສັດ​ຟາ​ຣາ​ໂອ​ກໍ​ຟ້າວ​ໃຫ້​ເອົາ​ໂມ​ເຊ​ກັບ​ອາ​ໂຣນ​ເຂົ້າ​ມາ​ເຝົ້າ​ຊົງ​ບອກວ່າ, “ເຮົາ​ໄດ້​ທຳ​ບາບ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ແລະ​ຕໍ່​ສູ້​ເຈົ້າ​ທັງ​ຫລາຍ​ດ້ວຍ 17 ບັດ​ນີ້ ຂໍ​ເຈົ້າ​ຈົ່ງ​ໃຫ້​ອະ​ພັຍ​ໂທດ​ແກ່​ເຮົາ​ແຕ່​ເທື່ອ​ນີ້ເທື່ອ​ດຽວ ຈົ່ງ​ອ້ອນວອນ​ຂໍໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ຍົກ​ໂທດ​ອັນ​ຈະ​ນຳ​ໄປ​ສູ່​ຄວາມ​ຕາຍ​ນີ້ອອກ​ຈາກ​ເຮົາ” 18 ແລ້ວ​ໂມ​ເຊ​ໄດ້​ທູນ​ລາ​ກະ​ສັດ​ຟາ​ຣາ​ໂອ ໄປ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ 19 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ໃຫ້​ລົມ​ແດງ​ພັດ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ ລົມ​ນັ້ນ​ໄດ້​ພັດ​ເອົາ​ຝູງ​ຕັກ​ແຕນ​ໄປ​ຕົກ​ລົງ​ໃນທະ​ເລ​ໄມ້​ອໍ້ ຈົນ​ບໍ່​ມີ​ຕັກ​ແຕນ​ຕັກ​ໂຕ​ເຫລືອ​ຢູ່​ໃນ​ປະ​ເທດ​ເອ​ຢິບ 20 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳໃຫ້​ກະ​ສັດ​ຟາ​ຣາ​ໂອ​ມີ​ຈິດ​ໃຈ​ແຂງ​ກະ​ດ້າງ​ຢູ່​ຄື​ເກົ່າ ໂດຍ​ບໍ່​ຊົງ​ຍອມ​ປ່ອຍ​ໃຫ້​ຊາວ​ອິ​ສ​ຣາ​ເອນ​ໄປ​ຕາມ​ເຄີຍ

ຄວາມ​ມືດ

21 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, “ຈົ່ງ​ຍົກ​ມື​ຂອງ​ເຈົ້າ​ຂຶ້ນ​ເທິງ​ທ້ອງ​ຟ້າ ເພື່ອ​ໃຫ້​ເກີດ​ຄວາມ​ມືດ​ອັນ​ຫນາ​ຕຶບ​ຈົນ​ຈະ​ຈັບ​ບາຍ​ອັນ​ໃດບໍ່​ໄດ້​ໃນ​ແຜ່ນ​ດິນ​ເອ​ຢິບ” 22 ໂມ​ເຊ​ຈຶ່ງ​ຊົງ​ຍົກ​ຂຶ້ນ​ສູ່​ທ້ອງ​ຟ້າ ແລ້ວ​ຄວາມ​ມືດ​ອັນ​ຫນາ​ຕຶບ​ກໍ​ເກີດ​ຂຶ້ນ​ທົ່ວ​ແຜ່ນ​ດິນ​ເອຢິບ​ຕລອດ​ສາມ​ວັນ 23 ຄົນເອ​ຢິບ​ຫລຽວ​ເບິ່ງ​ກັນ​ບໍ່​ເຫັນ​ແລະ​ບໍ່​ມີ​ໃຜ​ຫນີ​ໄປ​ຈາກ​ເຮືອນ​ຂອງ​ຕົນ​ເປັນ​ເວ​ລາ​ສາມວັນ ແຕ່​ໃນ​ບ່ອນ​ຢູ່​ຂອງ​ຊາວ​ອິ​ສ​ຣາ​ເອນ​ໄດ້​ມີ​ແສງ​ສວ່າງ​ໃຫ້​ເຂົາເຫັນ​ຮຸ່ງ​ໄດ້ 24 ກະ​ສັດ​ຟາ​ຣາ​ໂອ​ຈຶ່ງ​ຊົງ​ສັ່ງ​ໃຫ້​ໂມ​ເຊ​ເຂົ້າ​ມາ​ເຝົ້າຊົງ​ກ່າວ​ວ່າ, “ພວກ​ເຈົ້າ​ຈົ່ງ​ໄປ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ເສັຽ ພວກ​ຜູ້​ຍິງ​ແລະ​ເດັກ​ນ້ອຍ​ກໍ​ໄປ​ກັບ​ພວກ​ເຈົ້າ​ໄດ້ ແຕ່​ຝູງ​ແກະ​ແບ້​ແລະ​ງົວ​ຄວາຍ​ໃຫ້​ຢູ່​ທີ່​ນີ້” 25 ໂມ​ເຊ​ຈຶ່ງ​ທູນ​ຕອບ​ວ່າ, “ຕ້ອງ​ໂຜດ​ໃຫ້​ມີ​ຝູງ​ສັດ​ໄປ​ດ້ວຍ ເພື່ອ​ພວກ​ຂ້າ​ນ້ອຍຈະ​ໄດ້​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ 26 ຝູງ​ສັດ​ຂອງ​ພວກ​ຂ້າ​ນ້ອຍຈະ​ຕ້ອງ​ເອົາ​ໄປ​ນຳ​ດ້ວຍ​ບໍ່​ໃຫ້​ເຫລືອ​ຄ້າງ​ຢູ່​ຈັກ​ໂຕ ເພາະ​ວ່າ​ຈະ​ຕ້ອງ​ເລືອກ​ເອົາ​ສັດ​ເຫລົ່າ​ນັ້ນ​ເຜົາ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພວກ​ຂ້າ​ນ້ອຍ​ຍັງບໍ່​ຮູ້​ວ່າ​ຈະ​ຕ້ອງ​ເອົາ​ສັດ​ໂຕ​ໃດ ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈົນ​ກວ່າ​ພວກ​ຂ້າ​ນ້ອຍຈະ​ໄປ​ເຖິງ​ທີ່​ນັ້ນ​ເສັຽກ່ອນ” 27 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ມີ​ພຣະ​ທັຍ​ກະ​ດ້າງ​ຢູ່​ຕາມ​ເດີມ ໂດຍ​ບໍ່​ຍອມ​ປ່ອຍ​ໃຫ້​ຊົນ​ຊາດອິ​ສ​ຣາ​ເອນ​ໄປ 28 ກະ​ສັດ​ຟາ​ຣາ​ໂອ​ຊົງ​ຮ້າຍ​ໂມ​ເຊໂດຍ​ເວົ້າ​ວ່າ, “ອອກ​ຫນີ! ລະວັງ​ໃຫ້​ດິ ຢ່າ​ມາ​ເຫັນ​ຫນ້າ​ເຮົາອີກເລີຍ ເພາະ​ຖ້າ​ເຈົ້າເຫັນ​ຫນ້າ​ເຮົາໃນ​ມື້​ໃດ ເຈົ້າຈະ​ຕ້ອງ​ຕາຍ​ໃນ​ມື້​ນັ້ນ” 29 ໂມ​ເຊ​ກໍ​ທູນຕອບ​ວ່າ, “ພຣະ​ອົງ​ຊົງ​ເວົ້າ​ຖືກ​ຕ້ອງ​ແລ້ວ ຂ້າ​ນ້ອຍຈະ​ບໍ່​ກັບ​ມາ​ໃຫ້​ພຣະ​ອົງ​ເຫັນ​ຫນ້າ​ອີກ​ຈັກ​ເທື່ອ”

ອົບພະຍົກ 11

ພະ​ຍາ​ກອນ​ເຣື່ອງ​ມໍ​ຣະ​ກັມຂອງ​ລູກຫົວ​ປີຊາວ​ເອ​ຢິບ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, “ເຮົາ​ຈະ​ນຳ​ໄພ​ວິ​ບັດ​ອີກ​ຢ່າງ​ນຶ່ງ​ມາ​ລົງ​ໂທດ​ກະ​ສັດ​ຟາ​ຣາ​ໂອ​ແລະ​ຄົນ​ເອ​ຢິບ ຫລັງ​ຈາກ​ນັ້ນ​ເຂົາ​ຈະ​ປ່ອຍ​ພວກ​ເຈົ້າ​ໄປ ໃນ​ເທື່ອ​ນີ້ເຂົາ​ຈະ​ໄລ່​ພວກ​ເຈົ້າ​ໄປ​ຫມົດ 2 ບັດ​ນີ້ ເຈົ້າ​ຈົ່ງ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ທັງ​ຫມົດ ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ ຂໍ​ເອົາ​ເຄື່ອງ​ເງິນ​ເຄື່ອງ​ຄຳຈາກ​ເພື່ອນ​ບ້ານ​ຂອງ​ເຂົາ” 3 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳໃຫ້​ຄົນ​ເອ​ຢິບ​ຢຳ​ເກງ​ຄົນ​ອິ​ສ​ຣາ​ເອນ ແລະ​ຍັງ​ຊົງ​ທຳ​ໃຫ້​ໂມ​ເຊ​ໄດ້​ຮັບ​ຄວາມ​ນັບ​ຖື​ຈາກ​ຂ້າ​ຣາ​ຊ​ການ​ແລະ​ຊາວ​ເອ​ຢິບ​ທັງ​ປວງ​ດ້ວຍ 4 ໂມ​ເຊໄດ້​ທູນ​ກະ​ສັດ​ຟາ​ຣາ​ໂອ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກວ່າ ໃນ​ເວ​ລາ​ປະ​ມານ​ທ່ຽງ​ຄືນ ພຣະ​ອົງ​ຈະ​ສະ​ເດັດ​ໄປ​ໃນ​ຖ້າມກາງ​ຊາວ​ເອ​ຢິບ 5 ໃນ​ເວ​ລາ​ນັ້ນ ບຸດ​​ຫົວ​ປີທັງ​ຫມົດ​ໃນ​ປະ​ເທດ​ເອ​ຢິບ ຄື​ຕັ້ງ​ແຕ່​ອົງ​ມົງ​ກຸດ​ຣາ​ຊ​ກຸມ​ມານ​ລົງ​ມາ​ເຖິງ​ບຸດ​ຫົວ​ປີ​ຂອງ​ຂ້າ​ໃຊ້​ຍິງ​ໃນ​ໂຮງ​ໂມ້​ແປ້ງ​ຕລອດ​ທັງ​ລູກ​ຫົວ​ປີ​ຂອງ​ສັດ​ເດັຽ​ຣະ​ສານ​ຈະ​ຕາຍ​ຫມົດ 6 ແລ້ວ​ຈະ​ມີ​ສຽງ​ຮ້ອງ​ໄຫ້​ທົ່ວ​ປະ​ເທດ​ເອ​ຢິບ ຊຶ່ງ​ແຕ່​ກ່ອນ​ຫລື​ຫລັງ​ຈາກ​ນັ້ນ​ມາ​ກໍ​ບໍ່​ເຄີຍມີ​ຢ່າງ​ນີ້​ຈັກ​ເທື່ອ​ໃນ​ປະ​ເທດ​ເອ​ຢິບ 7 ແຕ່​ໃນ​ຖ້າມ​ກາງ​ຊາວ​ອິ​ສ​ຣາ​ເອນ​ນັ້ນ​ຈະ​ງຽບ​ສ​ງົບແມ່ນ​ແຕ່​ສຽງ​ຫມາ​ເຫົ່າ​ຄົນ​ຫລື​ສັດ​ກໍ​ບໍ່​ມີ ທັງ​ນີ້ກໍ​ເພື່ອ​ໃຫ້​ພຣະ​ອົງ​ຊົງ​ຊາບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ກັບ​ຊາວ​ເອ​ຢິບ​ຕ່າງ​ກັບ​ຊາວ​ອິ​ສ​ຣາ​ເອນ 8 ຫລັງ​ຈາກ​ນັ້ນ ຂ້າ​ຣາ​ຊ​ການ​ທັງ​ຫມົດ​ຂອງ​ພຣະ​ອົງ​ຈະ​ມາ​ຫາ​ຂ້າ​ນ້ອຍ ແລະ​ຂາບ​ລົງ​ເວົ້າ​ວ່າ ຂໍ​ທ່ານ​ກັບ​ປະ​ຊາ​ຊົນ​ທັງ​ປວງ​ຂອງ​ທ່ານ​ໄປ​ເສັຽ​ຈາກ​ທີ່​ນີ້ ແລ້ວ​ຂ້າ​ນ້ອຍກໍ​ຈະ​ອອກ​ຫນີ​ໄປ” ຄັນ​ແລ້ວ ໂມ​ເຊ​ກໍ​ທູນ​ລາ​ກະ​ສັດ​ຟາ​ຣາ​ໂອ​ໄປ​ດ້ວຍ​ຄວາມ​ຄຽດ​ຮ້າຍ​ທີ່​ສຸດ 9 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່ໂມ​ເຊວ່າ, “ຟາ​ຣາ​ໂອ ຍັງ​ຈະບໍ່​ເຊື່ອຟັງ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ທຳ​ການ​ອັ​ດສະ​ຈັນ​ເພີ້ມ​ຂຶ້ນ​ອີກ​ໃນ​ປະ​ເທດ​ເອ​ຢິບ” 10 ໂມ​ເຊ​ແລະ​ອາ​ໂຣນ​ໄດ້​ກະ​ທຳ​ການ​ອັ​ດສະ​ຈັນ​ເຫລົ່າ​ນັ້ນ​ຊ້ອງ​ຫນ້າ​ພຣະ​ພັກ​ກະ​ສັດ​ຟາ​ຣາ​ໂອ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳໃຫ້​ກະ​ສັດ​ຟາ​ຣາ​ໂອ​ມີ​ພຣະ​ທັຍ​ແຂງ​ກະ​ດ້າງ​ຢູ່​ຕາມ​ເດີມ ໂດຍ​ບໍ່​ຊົງ​ຍອມ​ໃຫ້​ຊາວ​ອິ​ສ​ຣາ​ເອນ​ໄປ​ເສັຽ​ຈາກ​ປະ​ເທດ​ເອ​ຢິບ

ອົບພະຍົກ 12

ງານ​ປັ​ສ​ຄາ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊ​ກັບ​ອາ​ໂຣນ ໃນ​ປະ​ເທດ​ເອ​ຢິບ​ວ່າ, 2 “ເດືອນ​ນີ້​ກໍ​ເປັນ​ເດືອນທີ່​ນຶ່ງ​ຂອງ​ປີ​ໃຫມ່​ສຳ​ລັບ​ເຈົ້າ​ທັງ​ຫລາຍ​ແລ້ວ 3 ພວກ​ເຈົ້າ​ຈົ່ງ​ປະ​ກາດ​ຕໍ່​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ວ່າ ໃນ​ວັນ​ທີ່​ສິບ​ເດືອນ​ນີ້ ໃຫ້​ຊາຍ​ທຸກ​ຄົນ​ຈັດ​ຕຽມ​ລູກ​ແກະ​ຫລື​ລູກ​ແບ້​ຄອບ​ຄົວ​ລະ​ນຶ່ງ​ໂຕ 4 ຖ້າ​ຄອບ​ຄົວ​ໃດ​ມີ​ຫນ້ອຍ​ຄົນ​ຈະ​ກິນ​ລູກ​ແກະ​ໂຕ​ນຶ່ງ​ບໍ່​ຫມົດ ກໍ​ໃຫ້​ຮ່ວ​ມ​ກັບ​ເພື່ອນ​ບ້ານ​ທີ່​ຢູ່​ໃກ້​ຄຽງ​ກັນ ຈັດ​ຕຽມ​ເອົາ​ລູກ​ສັດ​ໂຕ​ນຶ່ງ​ຕາມ​ທີ່​ຄິດ​ວ່າ​ຈະ​ກິນ​ໄດ້​ຫມົດ​ແລະ​ໃຫ້​ເຈົ້າ​ນັບ​ຈຳ​ນວນຄົນ​ທີ່​ຈະ​ກິນ​ລູກ​ແກະນັ້ນ​ດ້ວຍ 5 ສັດ​ຂອງ​ເຈົ້າ​ຈະ​ຕ້ອງ​ປາ​ສ​ຈາກ​ຕຳ​ຫນີ​ເປັນ​ສັດ​ໂຕ​ເຖິກ​ອາ​ຍຸ​ນຶ່ງ​ຂວບ ຈົ່ງ​ເລືອກ​ເອົາ​ໃນ​ຝູງແກະ​ຫລື​ຝູງ​ແບ້ 6 ເຈົ້າ​ຈົ່ງ​ຮັກ​ສາ​ໄວ້​ໃຫ້​ດີ​ຈົນ​ເຖິງວັນ​ທີ່​ສິບ​ສີ່ ແລ້ວ​ໃນ​ຄ່ຳ​ວັນ​ນັ້ນ ໃຫ້​ທີ່​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ຂ້າ​ສັດ​ຂອງ​ເຂົາ​ 7 ໃຫ້​ເຂົາ​ເອົາ​ເລືອດ​ທາ​ໃສ່​ໄມ້​ຂອບ​ວົງ​ປະ​ຕູ​ບ່ອນ​ກິນ​ລ້ຽງ​ກັນ​ນັ້ນ ທັງ​ຂ້າງ​ຊ້າຍ​ຂ້າງ​ຂວາ​ແລະ​ຂ້າງ​ເທິງ 8 ໃນ​ຄືນ​ນັ້ນ​ໃຫ້​ເຂົາຮັບ​ປະ​ທານ​​ຊີ້ນ​ປີ້ງກັບ​ຂະ​ຫນົມ​ບໍ່​ໃສ່​ເຊື້ອ​ແປ້ງ​ແລະ​ຜັກ​ຂົມ​ 9 ຢ່າ​ຮັບ​ປະ​ທານ​ຊີ້ນ​ທີ່​ຍັງ​ດິບ​ຫລື​ຊີ້ນ​ຕົ້ມ ແຕ່​ໃຫ້​ປີ້ງ​ເສັຽກ່ອນ​ທັງ​ຫົວ​ທັງ​ຂາ​ແລະ​ເຄື່ອງ​ໃນ​ທັງ​ຫມົດ 10 ຈົ່ງ​ຮັບ​ປະ​ທານ​ໃຫ້​ຫມົດ ຢ່າ​ໃຫ້​ມີ​ອັນ​ໃດ​ເຫລື​ອໄວ້​ຮອດ​ມື້​ເຊົ້າ ຖ້າ​ມີ​ອັນ​ໃດ​ຍັງ​ເຫລືອ​ຢູ່​ກໍ​ໃຫ້​ຖິ້ມ​ໃສ່​ໄຟ​ເສັຽ 11 ກ່ອນ​ພວກ​ເຈົ້າ​ຈະຮັບ​ປະ​ທານໃຫ້​ທຳ​ດັ່ງ​ນີ້ ໃຫ້​ຮັດ​ສາຍ​ແອວ​ສຸບ​ເກີບ​ແລະ​ຖື​ໄມ້​ເທົ້າ​ໄວ້ ແລ້ວ​ໃຫ້​ພ້ອມ​ກັນ​ກິນ​ໄວໆ ການ​ກິນ​ລ້ຽງ​ຢ່າງ​ນີ້ເປັນ​ງານ​ສະ​ຫລອງ​ປັ​ສ​ຄາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 12 ແລ້ວ​ໃນ​ຄືນ​ນັ້ນ​ເຮົາ​ຈະ​ຜ່ານ​ເຂົ້າ​ໄປ​ໃນ​ປະ​ເທດ​ເອ​ຢິບ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 13 ເລືອດ​ທີ່​ພວກ​ເຈົ້າ​ທາ​ໃສ່​ເຮືອນ​ນັ້ນ ຈະ​ເປັນເຄື່ອງ​ຫມາຍ​ສຳ​ຄັນ​ບອກ​ໃຫ້​ຮູ້​ວ່າ​ພວກ​ເຈົ້າ​ຢູ່​ທີ່​ນັ້ນ ເມື່ອ​ເຮົາ​ທຳ​ລາຍ​ປະ​ເທດ​ເອ​ຢິບ ເຮົາ​ຈະ​ບໍ່​ທຳ​ລາຍ​ພວກ​ເຈົ້າ ແລະ​ເມື່ອ​ເຮົາ​ເຫັນ​ເລືອດ​ນັ້ນ​ເຮົາ​ຈະ​ຜ່ານ​ເວັ້ນ​ພວກ​ເຈົ້າ​ໄປ 14 ໃຫ້​ພວກ​ເຈົ້າ​ຖື​ວັນ​ນີ້​ເປັນ​ວັນ​ລະ​ນຶກ​ເຖິງ ຈົ່ງ​ຈັດສະ​ຫລອງວັນ​ນີ້​ເປັນ​ພິ​ທີ​ລ້ຽງ​ທາງ​ສາ​ສ​ນາ​ຖວາຍພຣະ​ຜູ້​ເປັນ​ເຈົ້າ ໃຫ້​ພວກ​ເຈົ້າ​ຖື​ເອົາ​ວັນ​ນີ້ ເປັນ​ມື້​ລ້ຽງ​ສະ​ຫ​ລອງ​ຕລອດ​ໄປ​ທຸກ​ຊົ່ວ​ອາ​ຍຸ​ຄົນ 15 ພວກ​ເຈົ້າ​ຈົ່ງ​ຮັບ​ປະ​ທານເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ໃຫ້​ຄົບ​ເຈັດ​ວັນ ໃນ​ວັນ​ແຣກ​ຕ້ອງ​ຍ້າຍ​ເຊື້ອ​ແປ້ງ​ອອກ​ຈາກ​ເຮືອນ​ຂອງ​ພວກ​ເຈົ້າ ເພາະ​ວ່າ​ຖ້າ​ຜູ້​ໃດ​ກິນ​ເຂົ້າ​ຈີ່​ທີ່​ໃສ່​ເຊື້ອ​ແປ້ງ​ຕັ້ງ​ແຕ່​ວັນ​ທີ່​ນຶ່ງ​ຈົນ​ເຖິງວັນ​ທີ່​ເຈັດ ຈະ​ຕ້ອງ​ຕັດ​ຜູ້​ນັ້ນ​ອອກ​ຈາກ​ເຊື້ອ​ຊາດ​ອິ​ສ​ຣາ​ເອນ 16 ໃນ​ວັນ​ແຣກ​ກັບວັນ​ທີ່​ເຈັດ​ໃຫ້​ມີ​ການ​ຊຸມ​ນຸມ​ທາງ​ສາ​ສ​ນາ ໃນ​ສອງ​ວັນນີ້ບໍ່​ໃຫ້​ໃຫ້​ເຮັດ​ວຽກ​ຫຍັງ ເວັ້ນ​ໄວ້​ແຕ່​ການ​ຕຽມ​ອາ​ຫານ​ສຳ​ລັບ​ຮັບ​ປະ​ທານ 17 ພວກ​ເຈົ້າ​ຈົ່ງ​ຖື​ຮັກ​ສາ​ພິ​ທີ​ຮັບ​ປະ​ທານເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ໄປ​ຈົນ​ເຖິງ​ຕອນ​ຄ່ຳ​ວັນ​ທີ່​ສິບ​ສີ່​ຂອງ​ເດືອນ​ທີ່​ນຶ່ງ 18 ໃຫ້​ພວກ​ເຈົ້າ​ຮັບ​ປະ​ທານ​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ໄປ​ຈົນ​ເຖິງ​ຕອນ​ຄ່ຳ​ຂອງວັນ​ທີ່​ຊາວ​ເອັດ 19 ໃນ​ເຈັດ​ວັນນັ້ນ​ບໍ່​ໃຫ້​ມີ​ເຊື້ອ​ແປ້ງ​ໃນ​ເຮືອນ​ຂອງ​ພວກ​ເຈົ້າ ເພາະ​ຖ້າ​ຄົນ​ອິ​ສ​ຣາ​ເອນ​ຫລື​ຄົນ​ຕ່າງ​ຊາດ​ຄົນ​ໃດ​ກິນ​ເຂົ້າ​ຈີ່​ໃສ່​ເຊື້ອ​ແປ້ງ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ 20 ຢູ່​ໃນ​ບ້າ​ນເຮືອນ​ຂອ​ງ​ພວກ​ເຈົ້າ ຈະ​ຕ້ອງ​ບໍ່​ກິນ​ເຂົ້າ​ຈີ່​ໃດໆ​ທີ່​ໃສ່​ເຊື້ອ​ ຈະ​ຕ້ອງ​ກິນ​ແຕ່​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ” 21 ຕໍ່​ມາ ໂມ​ເຊ​ໄດ້​ເຊີນ​ພວກ​ເຖົ້າ​ແກ່​ອິ​ສ​ຣາ​ເອນ​ມາ​ພ້ອມ​ກັນ​ແລ້ວ​ເວົ້າ​ວ່າ, “ທ່ານ​ທັງ​ຫລາຍ​ຈົ່ງ​ໄປ​ເລືອກ​ເອົາ​ລູກ​ແກະ​ຫລື​ລູກ​ແບ້​ຕາມ​ບ້ານ​ເຮືອນ​ຂອງ​ຕົນ ມາ​ຂ້າ​ເປັນ​ສັດ​ສຳ​ລັບ​ງານ​ສະ​ຫລອງປັ​ສຄາ 22 ແລ້ວ​ໃຫ້ເອົາ​ໃບ​ໄມ້​ມັດ​ນຶ່ງ​ຈຸ່ມເລືອດ​ໃນ​ຂັນ ທາ​ໃສ່​ໄມ້​ຂອບ​ວົງ​ປະ​ຕູ​ຂ້າງ​ຊ້າຍ​ຂ້າງ​ຂວາ​ແລະ​ຂ້າງ​ເທິງ ຢ່າ​ໃຫ້​ຜູ້​ໃດ​ອອກ​ໄປ​ພົ້ນ​ປະ​ຕູ​ເຣືອນ​ຂອງ​ຕົນ​ຈົນ​ຮອດ​ມື້​ເຊົ້າ 23 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ​ທໍາລາຍ​ຊາວ​ເອ​ຢິບ ພຣະ​ອົງ​ຈະ​ທອດ​ພຣະ​ເນດ​ເຫັນ​ເລືອດ​ທີ່​ທາ​ໄວ້​ນັ້ນ ແລ້ວ​ພຣະ​ອົງ​ຈະ​ບໍ່​ໃຫ້​ທູດ​ມໍ​ຣະ​ນາ​ເຂົ້າ​ໄປ​ໃນ​ເຣືອນ​ແລະ​ທຳ​ລາຍ​ທ່ານ 24 ທ່ານ​ທັງ​ຫລາຍ​ຈົ່ງ​ຖື​ກົດ​ອັນ​ນີ້​ເປັນ​ຄຳ​ສັ່ງ​ຕລອດ​ໄປ​ສຳ​ລັບ​ທ່ານ​ແລະ​ລູກ​ຫລານ 25 ເມື່ອ​ທ່ານ​ທັ​ງ​ຫລາຍ​ໄປ​ເຖິງ​ແຜ່ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປະ​ທານ​ໃຫ້ ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ໄວ້​ນັ້ນ ພວກ​ທ່ານ​ຈົ່ງ​ຖື​ຮັກ​ສາ​ພິ​ທີ​ນີ້​ໄວ້ 26 ຄັນ​ລູກ​ຫລານ​ຂອງ​ທ່ານ​ຖາມ​ວ່າ ພິ​ທິ​ອັນ​ນີ້​ຫມາຍ​ຄວາມ​ວ່າ​ແນວ​ໃດ? 27 ທ່ານ​ທັງ​ຫລາຍ​ຈົ່ງ​ຕອບ​ວ່າ ແມ່ນ​ງານ​ສະ​ຫລອງປັ​ສ​ຄາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເວ​ລາ​ພຣະ​ອົງ​ຊົງທຳ​ລາຍ​ຊາວ​ເອ​ຢິບ​ນັ້ນ ພຣະ​ອົງ​ໄດ້​ຊົງ​ຜ່ານ​ເວັ້ນ​ບ້ານ​ເຮືອນ​ຊາວ​ອິ​ສ​ຣາ​ເອນ​ໃນ​ປະ​ເທດ​ເອ​ຢິບ” ແລ້ວ​ປະ​ຊາ​ຊົນ​ໄດ້​ຂາບ​ລົງ​ນະ​ມັ​ສການ​ພຣະ​ຜູ້​ເປັນ​ເຈົ້າ 28 ຕໍ່​ໄປຊາວ​ອິ​ສ​ຣາ​ເອນ​ກໍ​ໄປ​ທຳຕາມ​ຄຳ​ສັ່ງ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ຊົງ​ສັ່ງ​ໂມ​ເຊ​ແລະ​ອາ​ໂຣນ​ນັ້ນ

ການ​ຕາຍ​ຂອງ​ບຸດ​ຫົວ​ປີ

29 ແລ້ວ​ໃນ​ເວ​ລາ​ທ່ຽງ​ຄືນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຂ້າ​ບຸດ​ຫົວ​ປີ​ທັງ​ຫມົດ​ໃນ​ປະ​ເທດ​ເອ​ຢິ​ບ ຕັ້ງ​ແຕ່​ອົງ​ມຸງ​ກຸດ​ຣາ​ຊ​ກຸມ​ມານ​ຜູ້​ຈະ​ປະ​ທັບ​ເທິງ​ບັນ​ລັງ ຈົນ​ເຖິງ​ບຸດຫົວ​ປີ​ຂອງນັກ​ໂທດຜູ້​ຢູ່​ໃນຄຸກ​ມືດ ແລະ​ລູກ​ຫົວ​ປີ​ຂອງ​ສັດ​ເດັຽ​ຣະ​ສານ​ທັງ​ປວງ​ກໍ​ຊົງ​ຂ້າ​ດ້ວຍ 30 ເມື່ອ​ກະ​ສັດ​ຟາ​ຣາ​ໂອ​ກັບ​ຂ້າ​ຣາ​ຊ​ການ​ແລະ​ຊາວ​ເອ​ຢິບ​ທັງ​ປ​ວງ ຕື່ນ​ຂຶ້ນ​ໃນ​ເວ​ລາ​ກາງ​ຄືນ ກໍ​ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ທົ່ວ​ໄປ​ໃນ​ປະ​ເທດ​ເອ​ຢິບ ເນື່ອງ​ຈາກວ່າ​ບໍ່​ມີ​ບ້ານ​ເຮືອນ​ໃດ​ທີ່​ບຸດ​ບໍ່​ຕາຍ 31 ກະ​ສັດ​ຟາ​ຣາ​ໂອ​ຈຶ່ງ​ຊົງ​ຮັບ​ສັ່ງ​ໃຫ້​ໂມ​ເຊ​ກັບ​ອາ​ໂຣນ​ເຂົ້າ​ເຝົ້າ​ໃນ​ກາງ​ຄືນ​ນັ້ນ​ຊົງ​ບອກວ່າ, “ເຈົ້າ​ທັງ​ສອງກັບ​ຊາວ​ອິ​ສ​ຣາ​ເອນ​ຈົ່ງ​ອອ​ກໄປ​ເສັຽ​ຈາກ​ປະ​ເທດ​ຂອງ​ເຮົາ ຈົ່ງ​ໄປ​ບົວ​ລະ​ບັດ​ພຣະຜູ້​ເປັນ​ເຈົ້າ​ຕາມ​ທີ່​ພວກ​ເຈົ້າ​ໄດ້​ຂໍ​ຮ້ອງ​ນັ້ນ 32 ໃຫ້​ເອົາ​ຝູງ​ແກະ​ແບ້​ແລະ​ຝູງ​ງົວ​ຄວາຍ​ຂອງ​ພວກ​ເຈົ້າ​ໄປ​ດ້ວຍ ຈົ່ງ​ໄປ​ເສັຽ​ໃຫ້​ອ້ອນວອນ​ຂໍ​ພອນ​ສຳ​ລັບ​ເຮົາ​ດ້ວຍ”

ຊາວ​ອິ​ສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ

33 ປະ​ຊາ​ຊົນ​ເອ​ຢິບ​ໄດ້​ບັງ​ຄັບ​ໃຫ້​ຊາວ​ອິ​ສ​ຣາ​ເອນ​ໄປ​ຈາກ​ປະ​ເທດ​ໂດຍ​ໄວ ພວກ​ເຂົາ​ເວົ້າ​ວ່າ, “ພວກ​ເຮົາ​ຈະຕ້ອງ​ຕາຍ​ກັນ​ຫມົດ​ຖ້າ​ພວກ​ເຈົ້າ​ຢູ່​ນີ້” 34 ດັ່ງ​ນັ້ນ ຊາວ​ອິ​ສ​ຣາ​ເອນ​ຈຶ່ງ​ໄດ້​ເອົາ​ແປ້ງ​ດິບ​ທີ່​ຍັງ​ບໍ່​ໄດ້​ໃສ່​ເຊື້ອ​ກັບ​ຮາງນ​ວດ​ແປ້ງ​ຫໍ່​ໃສ່​ຜ້າ​ແບກ​ໄປ 35 ພວກ​ເຂົາ​ໄດ້​ທຳ​ຕາມ​ໂມ​ເຊ​ສັ່ງ ຄືໄດ້​ຂໍ​ເອົາ​ເຄື່ອງ​ເງິນ ເຄື່ອງ​ຄຳ​ແລະ​ເສື້ອ​ຜ້າ​ຈາກ​ຊາວ​ເອ​ຢິບ 36 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ທຳ​ໃຫ້​ຊາວ​ເອ​ຢິບ​ຢຳ​ເກງ​ອິ​ສ​ຣາ​ເອນ ພວກ​ເຂົາ​ຈຶ່ງມອບສິ່ງ​ຂອງ​ໃຫ້​ຕາມ​ທີ່​ຊາວ​ອິ​ສ​ຣາ​ເອນ​ຂໍ ຊາວ​ອິ​ສ​ຣາ​ເອນ​ຈຶ່ງ​ສາ​ມາດ​ຮິບ​ໂຮມ​ເອົາ​ສິ່ງ​ຂອງ​ຈາກ​ຊາວ​ເອ​ຢິບ 37 ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄດ້​ອອກ​ຈາກ​ເມືອງ​ຣາ​ເມ​ເຊສ ເຖິງ​ເມືອງ​ຊຸກ​ໂກດ ມີ​ຜູ້​ຊາຍ​ທັງ​ຫມົດ​ທີ່​ຍ່າງ​ໄປ​ດ້ວຍ​ກັນ​ປະ​ມານ​ຫົກ​ແສນ​ຄົນ ທັງ​ນີ້ບໍ່​ນັບ​ຜູ້​ຍິງ​ແລະ​ເດັກ​ນ້ອຍ 38 ນອກ​ນັ້ນ​ກໍ​ມີ​ຊາວ​ຕ່າງ​ຊາດ​ກັບ​ຝູງ​ແກະ​ແບ້​ແລະ​ງົວ​ຄວາຍ​ໄປ​ນຳ​ອິກ​ຈຳ​ນວນ​ຫລາຍ 39 ພວກ​ເຂົາ​ໄດ້​ເອົາ​ກ້ອນ​ແປ້ງ​ທີ່​ຍັງ​ບໍ່​ທັງ​ໄດ້​ໃສ່​ເຊື້ອ​ແປ້ງ​ຊຶ່ງ​ພວກ​ເຂົາ​ນໍາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ປີ້ງ​ເປັນ​ອາ​ຫານ ເພາະ​ວ່າ​ພວກ​ເຂົາ​ຖືກ​ບັງ​ຄັບ​ໃຫ້​ອອກ​ຈາກ​ເອ​ຢິບ​ໂດຍ​ໄວ​ຈຶ່ງ​ບໍ່​ມີ​ເວ​ລາ​ຈັດ​ຕຽມສະ​ບຽງ​ອາຫານ 40 ຊາວ​ອິ​ສ​ຣາ​ເອນ​ໄດ້​ຢູ່​ໃນ​ປະ​ເທດ​ເອ​ຢິບ​ເປັນ​ເວ​ລາ ສີ່​ຮ້ອຍ​ສາມ​ສິບປີ 41 ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ຈາກ​ປະ​ເທດ​ເອ​ຢິບ​ໃນ​ມື້​ທີ່​ຄົບ ສີ່​ຮ້ອຍ​ສາມ​ສິບປີ​ນັ້ນ​ພໍ​ດີ 42 ມື້​ນັ້ນ​ເປັນ​ເວ​ລາ​ກາງ​ຄືນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ເຝົ້າ​ເບິ່ງ​ຢູ່ ເພື່ອ​ຊົງ​ນຳ​ເຂົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ​ໄປ ຊາວ​ອິ​ສ​ຣາ​ເອນ​ຈຶ່ງ​ຖື​ເອົາ​ຄືນ​ມື້​ນັ້ນ​ເປັນ​ຄືນ​ຢູ່​ເຝົ້າ ເພື່ອ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ມາ​ທຸກ​ຊົ່ວ​ອາ​ຍຸ​ຄົນ

ລະ​ບຽບ​ງານ​ສະ​ຫລອງ​ປັ​ສ​ຄາ

43 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊ​ແລະ​ອາ​ໂຣນ​ວ່າ, “ຕໍ່​ໄປ​ນີ້ ແມ່ນ​​ລະ​ບຽບ​ກ່ຽວ​ກັບ​ງານ​ສະ​ຫລອງ​ປັ​ສ​ຄາ ຄື​ຄົນ​ຕ່າງ​ຊາດ​ບໍ່​ໃຫ້​ຮ່ວມ​ກິນ​ນຳ 44 ແຕ່​ຂ້າ​ທາດ​ຜູ້​ທີ່​ນາຍ​ຊື້​ມາ ແລະ​ເຂົ້າ​ພິ​ທີ​ຕັດ​ແລ້ວ​ໃຫ້​ຮ່ວມ​ກິນ​ນຳ​ໄດ້ 45 ສ່ວນ​ຄົນ​ຜູ້​ທີ່​ອາ​ໄສຢູ່​ຊົ່ວ​ຄາວ ຫລື​ລູກ​ຈ້າງ​ບໍ່​ໃຫ້​ກິນ​ນຳ 46 ປັ​ສ​ຄາ​ນັ້ນ​ໃຫ້​ກິນ​ຢູ່​ໃນ​ເຮືອນ​ ຢ່າ​ເອົາ​ຊີ້ນ​ອອກ​ໄປ​ນອກ​ເຮືອນ ຢ່າຫັກ​ກະ​ດູກ​ໃດໆຂອງ​ສັດ​ນັ້ນ 47 ໃຫ້​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ທັງ​ຫມົດ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ກິນລ້ຽງ​ນີ້ 48 ຖ້າ​ຄົນ​ຕ່າງ​ຊາດ​ທີ່​ອາ​ໄສຢູ່​ນຳ​ພວກ​ເຈົ້າ ຢາກ​ຈະ​ຈັດ​ງານ​ສະ​ຫ​ລອງ​ປັ​ສ​ຄາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ໃຫ້​ຊາຍ​ພວກ​ນັ້ນ​ທຸກ​ຄົນ​ເຂົ້າ​ພິ​ທີ​ຕັດ​ເສັຽກ່ອນ ແລ້ວ​ຈຶ່ງ​ໃຫ້​ເຂົາ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ລ້ຽງ​ນີ້​ໄດ້ ເຂົາ​ຈະ​ຖືກຖື​ວ່າ​ເປັນ​ຄົນ​ເຊື້ອ​ຊາດ​ອິ​ສ​ຣາ​ເອນ 49 ແຕ່​ຜູ້​ໃດ​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ ຢ່າ​ໃຫ້​ກິນ ສຳ​ລັບ​ຄົນ​ອິ​ສ​ຣາ​ເອນ​ແລະ​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສຢູ່​ນຳ​ພວກ​ເຈົ້າ ກໍ​ໃຫ້​ໃຊ້​ກົດ​ລະ​ບຽບ​ອັນ​ດຽວ​ກັນ​ນີ້” 50 ຊາວ​ອິ​ສ​ຣາ​ເອນ​ທັງ​ປວງ​ໄດ້​ເຊື່ອ​ຟັງ​ແລະ​ທຳ​ຕາມ​ທຸກ​ຢ່າງ​ ຄືພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ໂມ​ເຊ​ແລະ​ອາ​ໂຣນ​ຢ່າງ​ໃດ ເຂົາ​ກໍ​ທຳ​ຕາມ​ຢ່າງ​ນັ້ນ 51 ໃນ​ວັນ​ນີ້​ແຫລະ, ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນໍາ​ຊາວ​ອິ​ສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ​ເປັນ​ຂະ​ບວນກອງ​ທັບ

ອົບພະຍົກ 13

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, 2 “ຈົ່ງ​ຖວາຍ​ລູກ​ກົກ​ທັງ​ປວງ​ຂອງ​ຊາວ​ອິ​ສ​ຣາ​ເອນ​ແກ່​ເຮົາ ຄື​ລູກ​ກົກຂອງ​ຄົນ​ແລະ​ຂອງ​ສັດ​ທັງ​ຫມົດ​ເປັນ​ຂອງ​ເຮົາ”

ພິ​ທີ​ດ້ວຍ​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ

3 ໂມ​ເຊ​ໄດ້​ເວົ້າ​ກັບ​ປະ​ຊາ​ຊົນວ່າ, “ຈົ່ງ​ລະ​ນຶກ​ເຖິງວັນ​ນີ້ ຄື​ວັນ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ເອ​ຢິບ ອອກ​ຈາກ​ປະ​ເທດ​ທີ່​ພວກ​ທ່ານ​ໄດ້​ຕົກ​ເປັນ​ທາດ ເພາະພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ນຳ​ທ່ານ​ທັງ​ຫລາຍ​ອອກ​ຈາກ​ທີ່​ນັ້ນ ດ້ວຍ​ຣິດ​ທາ​ນຸ​ພາບ​ອັ​ນ​ຍິ່ງ​ໃຫຍ່ ສະ​ນັ້ນ ຢ່າ​ກິນ​ເຂົ້າ​ຈີ່​ທີ່​ໃສ່​ເຊື້ອ​ແປ້ງ 4 ທ່ານທັງ​ຫລາຍ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ເອ​ຢິບ ໃນ​ວັນ​ນີ້​ໃນ​ເດືອນ​ທີ່ນຶ່ງ 5 ພຣະ​ຜູ້​ເປັນ​ເຈົ້າໄດ້​ຊົງ​ສັນ​ຍາ​ໄວ້​ເດັດ​ຂາດ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫ​ລາຍ​ວ່າ ຈະ​ຊົງ​ຍົກ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ຊາວ​ການາ​ອານ, ຊາວ​ຮິດ​ຕີ, ຊາວ​ອາ​ໂມ​ຣິດ, ຊາວ​ຮິ​ວີ, ແລະ​ຊາວ​ເຢ​ບຸສ​ໃຫ້​ແກ່​ທ່ານ​ທັງ​ຫລາຍ ເມື່ອ​ພຣະ​ອົງ​ຊົງ​ນຳ​ທ່ານ​ທັງ​ຫລາຍ​ເຂົ້າ​ໄປ​ເຖິງ​ແຜ່ນ​ດິນ​ເຫລົ່າ​ນີ້ ພວກ​ທ່ານ​ຈົ່ງ​ຈັດ​ງານ​ສະ​ຫ​ລອງວັນ​ນີ້ໃນ​ເດືອນ​ນີ້ 6 ຈົ່ງ​ຮັບ​ປະ​ທານ​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ເປັນ​ເວ​ລາ​ເຈັດວັນ ໃນວັນ​ທີ່​ເຈັດ​ໃຫ້​ຈັດ​ງານ​ສະ​ຫລອງ​ຖວາຍ​ແດ່ພຣະ​ຜູ້​ເປັນ​ເຈົ້າ 7 ຈົ່ງ​ຮັບ​ປະ​ທານ​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ໃຫ້ຄົບ​ເຈັດ​ວັນ ຢ່າ​ໃຫ້​ມີ​ເຂົ້າ​ຈີ່​ໃສ່​ເຊື້ອ​ແປ້ງ​ໃນ​ແຜ່ນ​ດິນ​ຂອງ​ພວກ​ທ່ານ 8 ໃນວັນ​ນັ້ນ ຈົ່ງ​ອະ​ທິ​ບາຍ​ໃຫ້ບຸດ​ຂອງ​ທ່ານ​ຟັງ​ວ່າ ທີ່​ໄດ້​ຈັດ​ພິ​ທິ​ລະ​ນຶກ​ເຖິງນີ້​ຂຶ້ນ​ກໍ​ເນື່ອງ​ຈາກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ອຍ​ເຫລືອ​ເຮົາ ຄາວ​ເມື່ອ​ເຮົາ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ປະ​ເທດ​ເອ​ຢິບ 9 ງານ​ສະ​ຫລອງ​ນີ້ຈະ​ເປັນ​ເຫມືອນ​ຕຳ​ຫນິ​ທີ່​ຫມາຍ​ໄວ້​ໃນ​ມື​ຂອງ​ພວກ​ທ່ານ ຫລື​ເປັນ​ອະ​ນຸ​ສອນ​ຂອງ​ການ​ລະ​ນຶກ​ເຖິງ​ຢູ່​ເທິງ​ຫນ້າ​ຜາກ​ຂອງ​ພວກ​ທ່ານ ເພື່ອ​ວ່າ​ພວກ​ທ່ານ​ຈະ​ໄດ້​ກ່າວ​ເຖິງ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສືບ​ຕໍ່​ໄປ ເພາະ​ພຣະ​ອົງ​ໄດ້​ຊົງ​ນຳ​ພວກ​ທ່ານ​ອອກ​ຈາກ​ເອ​ຢິບ​ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່ 10 ທ່ານ​ທັງ​ຫລາຍ​ຈົ່ງ​ຈັດ​ງານ​ສະ​ຫລອງ​ທຸ​ກໆ​ປີ​ເມື່ອ​ເຖິງ​ກຳ​ນົດ

ເຣື່ອງ​ລູກຫົວ​ປີ

11 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ​ທ່ານ​ທັງ​ຫລາຍ ເຂົ້າ​ໄປ​ຍັງ​ແຜ່ນ​ດິນ​ກາ​ນາ​ອານ ຄື​ແຜ່ນ​ດິນ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ວ່າ ຈະ​ໃຫ້​ພວກ​ທ່ານ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ 12 ເມື່ອ​ນັ້ນ ທ່ານ​ທັງ​ຫລາຍ​ຈົ່ງ​ຖວາຍ​ບຸດ​ຫົວ​ປີທັງ​ຫມົດ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ສຳ​ລັບ​ສັດ​ໂຕ​ເຖິກ​ທີ່​ເປັນ​ລູກ​ຫົວ​ປີ​ທຸກ​ໂຕ​ຂອງ​ທ່ານ​ເປັນ​ຂອງ​ພຣະ​ຜູ້​ເປັນເຈົ້າ 13 ຈົ່ງ​ເອົາ​ລູກ​ແກະ​ໄຖ່​ເອົາ​ລູກ​​ລໍ​ຫົວ​ປີ ຖ້າ​ພວກ​ທ່ານ​ບໍ່​ໄຖ່​ຈົ່ງ​ຫັກ​ຄໍ​ມັນ​ເສັຽ ສ່ວນ​ບຸດຫົວ​ປີຂອງ​ພວກ​ທ່ານ​ທັງ​ຫລາຍ​ຈົ່ງໄຖ່​ໄວ້ 14 ຕໍ່​ໄປ​ພາຍ​ຫນ້າ ເມື່ອ​ບຸດ​ຂອງ​ພວກ​ທ່ານ​ຖາມ​ວ່າ ທີ່​ເຮັດ​ນີ້ຫມາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ທັງ​ຫລາຍ​ຈົ່ງ​ບອກ​ເຂົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ນຳ​ພວກ​ເຮົາອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ບ່ອນ​ຕົກ​ເປັນທາດດ້ວຍ​ຣິດ​ທາ​ນຸ​ພາບອັນ​ຍິ່ງ​ໃຫຍ່ 15 ເມື່ອ​ກະ​ສັດ​ຟາ​ຣາ​ໂອ​ມີ​ພຣະ​ທັຍ​ແຂງ​ກະ​ດ້າງ ບໍ່​ຍອມ​ປ່ອຍ​ໃຫ້​ພວກ​ເຮົາ​ມາ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ຂ້າ​ບຸດ​ຫົວ​ປີ​ທັງ​ຫລາຍ​ຂອງ​ຊາວ​ເອ​ຢິບ ​ທັງ​ບຸດ​ຫົວ​ປີຂອງ​ຄົນ​ແລະ​ສັດ​ເດັຽ​ລະ​ສານ ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ຖວາຍ​ສັດ​ຫົວ​ໂຕ​ເຖິກແດ່​ພຣະ​ເຈົ້າ ແຕ່​ບຸດ​ຫົວ​ປີທັງ​ຫລາຍ​ຂອງ​ເຮົາ​ ເຮົາ​ກໍໄຖ່​ໄວ້ 16 ດັ່ງ​ນັ້ນ ງານ​ສະ​ຫ​ລອງວັນ​ນີ້ຈະ​ເປັນ​ເຄື່ອງ​ເຕືອນ​ຈິດ​ໃຈ​ທ່ານ​ເຫມືອນ​ຕຳ​ຫນິໃນ​ມື​ຂອງ​ພວກ​ທ່ານ ຫລື​ເຫມືອນ​ເຄື່ອງ​ຫມາຍ​ສຳ​ຄັນ​ທີ່​ຢູ່​ເທິງ​ຫນ້າ​ຜາກ​ຂອງ​ພວກ​ທ່ານ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ນຳ​ພວກ​ເຮົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່”

ກ້ອນ​ເສົາ​ເມກ​ ແລະ​ແປວ​ໄຟ

17 ເມື່ອ​ກະ​ສັດ​ຟາ​ຣາ​ໂອ​ຊົງ​ປ່ອຍ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄປ ພຣະ​ເຈົ້າ​ບໍ່​ໄດ້​ນຳ​ພວກ​ເຂົາ​ຂຶ້ນ​ໄປ​ທາງ​ປະ​ເທດ​ຟິ​ລິ​ສ​ຕິນ ເຖິງ​ແມ່ນ​ວ່າ​ທາງ​ນັ້ນ​ເປັນ​ທາງ​ໃກ້​ກໍ​ຕາມ ເພາະ​ພຣະ​ເຈົ້າ​ຊົງ​ກ່າວ​ວ່າ, “ປະ​ຊາ​ຊົນ​ອາດ​ຈະ​ປ່ຽນ​ໃຈ​ກັບ​ຄືນເອ​ຢິບ​ອີກ ເມື່ອ​ພວກ​ເຂົາ​ເຫັນ​ສົງ​ຄາມ​ທີ່​ຕ້ອງ​ສູ້​ຮົບ” 18 ດັ່ງ​ນັ້ນ ພຣະ​ເຈົ້າ​ຈຶ່ງ​ຊົງ​ນຳ​ເຂົາ​ອ້ອມ​ໄປ​ທາງ​ຖິ່ນ​ກັນ​ດານ ມຸ່ງ​ຫນ້າ​ໄປ​ຍັງ​ທະ​ເລ​ໄມ້​ອໍ້ ຊາວ​ອິ​ສ​ຣາ​ເອ​ນ​ໄດ້​ອົບ​ພະ​ຍົບ​ອອກ​ຈາ​ກ​ປະ​ເທດ​ເອ​ຢິບ ເປັນ​ຂະ​ບວ​ນ​ເສິກ 19 ໂມ​ເຊ​ໄດ້​ເອົາ​ກະ​ດູກ​ໂຢ​ເຊັບ​ໄປ​ດ້ວຍ ເພາະ​ໂຢ​ເຊັບ​ໄດ້​ສັນ​ຍາ​ກັບ​ຊາວ​ອິ​ສ​ຣາ​ເອນ​ວ່າ, “ພຣະ​ເຈົ້າ​ຈະ​ຊ່ອຍ​ເຫລືອ​ພວກ​ເຈົ້າ​ຢ່າງ​ແນ່ນອນ ດັ່ງ​ນັ້ນ ພວກ​ເຈົ້າ​ຕ້ອງ​ເອົາ​ກະ​ດູກ​ຂອງ​ເຮົາ​ອອກ​ໄປ​ຈາກ​ທີ່​ນີ້​ດ້ວຍ” 20 ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄດ້​ອົບ​ພະ​ຍົບ​ອອກ​ຈາກ​ຊຸກ​ໂກດ ໄປ​ຕັ້ງ​ຄ້າຍ​ພັກ​ເຊົາ​ຢູ່​ເອ​ທາມ​ແຄມ​ຖິ່ນ​ກັນ​ດານ 21 ໃນ​ລະ​ຫວ່າງ​ເວ​ລານັ້ນ ພຣະ​ຜູ້​ເປັນ​ເຈົ້າໄດ້​ສະ​ເດັດ​ນຳ​ຫນ້າ​ພວກ​ເຂົາ​ໄປ ດ້ວຍ​ກ້ອນ​ເສົາ​ເມກໃນ​ເວ​ລາ​ກາງ​ເວັນ ເພື່ອບອກ​ທາງ​ໃຫ້​ພວກ​ເຂົາ​ໄປ ​ແລະ​ຊົງ​ນຳ​ຫນ້າ​ພວກ​ເຂົາ​ໄປ​ດ້ວຍແປວ​ໄຟໃນ​ເວ​ລາ​ກາງ​ຄືນ ເພື່ອ​ໃຫ້​ເຂົາ​ໄດ້​ຮັບ​ແສງ​ສວ່າງ​ໃຫ້​ສາ​ມາດ​ເດິນທາງ​ໄປ​ໄດ້​ທັງ​ກາງ​ເວັນ​ແລະ​ກາງ​ຄືນ 22 ກ້ອນ​ເສົາ​ເມກ​ໄດ້​ນຳ​ຫນ້າ​ເຂົາ​ໄປ​ໃນ​ເວ​ລາ​ກາງ​ເວັນ ແລະ​ແປວ​ໄຟ​ໄດ້​ນຳ​ຫນ້າ​ໄປ​ໃນ​ເວ​ລາ​ກາງ​ຄືນ

ອົບພະຍົກ 14

ຂ້າມ​ທະ​ເລ​ໄມ້​ອໍ້

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບໂມ​ເຊວ່າ, 2 “ຈົ່ງ​ບອກ​ໃຫ້​ຊາວ​ອິ​ສ​ຣາ​ເອນ​ກັບ​ຄືນ​ໄປ​ຕັ້ງ​ຄ້າຍພັກ​ເຊົາ​ຢູ່​ຕໍ່​ຫນ້າ​ປີ​ຮາ​ຮີ​ໂຣທ ລະ​ຫວ່າງ​ມິກ​ໂດນ​ກັບ​ທະ​ເລ ຕໍ່​ຫນ້າ​ບາ​ອານ​ເຊ​ໂຟນ​ໃກ້ໆ​ທະ​ເລ 3 ແລ້ວ​ກະ​ສັດ​ຟາຣາ​ໂອ​ຈະ​ຄິດ​ວ່າ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ຫນີໄປ​ຈາກ​ປະ​ເທດ​ບໍ່​ໄດ້ ເພາະ​ວ່າ​ເຂົາ​ຫລົງ​ທາງ​ໄປ​ທາງ​ຖິ່ນ​ກັນ​ດານ 4 ເຮົາ​ຈະ​ທຳໃຫ້​ຈິດ​ໃຈ​ກະ​ສັດ​ຟາ​ຣາ​ໂອ​ແຂງ​ກະດ້າງ ແລ້ວກະ​ສັດ​ຟາ​ຣາ​ໂອ​ຈະ​ໄລ່​ຕິດ​ຕາມ​ມາ ເຮົາ​ຈະ​ມີ​ໄຊຊະນະ​ກະ​ສັດ​ຟາ​ຣາ​ໂອ ​ແລະພົນ​ທະ​ຫານ​ທັງ​ຫມົດ​ຈະ​ນຳ​ຊື່​ສຽງ​ມາ​ສູ່​ເຮົາ ຊາວ​ເອ​ຢິບ​ຈະ​ຮູ້​ວ່າ ເຮົາ​ຄື ​ພຣະ​ຜູ້​ເປັນ​ເຈົ້າ” ເຂົາ​ທັງ​ຫລາຍ​ກໍ​ທຳ​ຕາມ​ຮັບ​ສັ່ງ​ນັ້ນ 5 ເມື່ອ​ກະ​ສັດ​ເອ​ຢິບ​ຊົງ​ຊາບ​ວ່າ ປະ​ຊາ​ຊົນ​ອິ​ສ​ຣາເອນໄປ​ໄດ້​ແລ້ວ ພຣະ​ອົງ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ກໍ​ປ່ຽນ​ຄວາມ​ຄິດ​ໃຫມ່ ໂດຍ​ເວົ້າ​ວ່າ, “ເຫດ​ໃດ ພວກ​ເຮົາ​ຈຶ່ງ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ຫນີຈາກ​ເປັນ​ທາດ​ຮັບ​ໃຊ້​ພວກ​ເຮົາ?” 6 ກະ​ສັດ​ຟາ​ຣາ​ໂອ​ຈຶ່ງ​ຈັດ​ຕຽມ​ຣົດ​ຮົບ​ແລະ​ພົນ​ທະ​ຫານ​ຕິດ​ຕາມ​ໄປ​ກັບ​ພຣະ​ອົງ 7 ພຣະ​ອົງ​ໄດ້​ເອົາ​ຣົດ​ຮົບ​ຢ່າງ​ດິ​ຫົກ​ຮ້ອຍ​ຄັນ ກັບ​ຣົດ​ຮົບ​ອື່ນໆ​ອີກ​ໄປ​ດ້ວຍ ມີ​ນາຍ​ທະ​ຫານ​ປະ​ຈຳ​ຢູ່​ທຸກ​ຄັນ 8 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳ​ໃຫ້​ກະ​ສັດ​ຟາ​ຣາ​ໂອ​ມີ​ພຣະ​ທັຍ​ແຂງ​ກະ​ດ້າງ ກະ​ສັດຟາ​ຣາ​ໂອ​ຈຶ່ງ​ໄດ້​ໄລ່​ຕິດ​ຕາມ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄປ ຊຶ່ງ​ເຂົາ​ກຳ​ລັງ​ຍົກ​ຂະບວນອອກ​ໄປ​ດ້ວຍ​ຄວາມ​ຄຸ້ມຄອງ​ຂອ​ງພຣະ​ຜູ້​ເປັນ​ເຈົ້າ 9 ຊາວ​ເອ​ຢິບ​ພ້ອມ​ດ້ວຍ​ຂະ​ບວນ​ຣົດ​ມ້າ ຄົນ​ຂັບ​ຣົດ​ແລະ​ເຫລົ່າ​ທະ​ຫານ​ໃນ​ກອງ​ທັບ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ໄດ້​ໄ​ລ່​ຕິດ​ຕາມ​ມາ ພວກ​ເຂົາ​ໄດ້​ມາ​ທັນ​ພວກ​ອິ​ສ​ຣາ​ເອນ​ຢູ່​ຄ້າຍ​ພັກ​ແຄມ​ທະ​ເລ​ໃກ້ໆ​ກັບ​ປີ​ຮາ​ຮິ​ໂຣທ​ຕໍ່​ຫນ້າ​ບາ​ອານ​ເຊ​ໂຟນ 10 ເມື່ອກອງ​ທັບ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ເຂົ້າ​ມາ​ໃກ້ ຊາວ​ອິ​ສ​ຣາ​ເອນ​ກໍ​ເຫັນ​ກອງ​ທັບ​ທີ່​ຍົກ​ມາ​ຕໍ່​ສູ້​ຕົນ ພວກ​ເຂົາ​ຈຶ່ງ​ຢ້ານ​ແລະ​ຮ້ອງ​ໄຫ້ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ 11 ​ພວກ​ເຂົາໄດ້​ເວົ້າ​ກັບ​ໂມ​ເຊວ່າ, “ໃນ​ເອ​ຢິບ​ບໍ່​ມີ​ບ່ອນ​ຝັງ​ສົບ​ບໍ່ ທ່ານ​ຈຶ່ງ​ໄດ້​ພາ​ພວກ​ເຮົາ​ອອກ​ມາ​ຕາຍ​ໃນ​ຖິ່ນ​ກັນ​ດານ​ນີ້ ເປັນ​ຫຍັງ​ຈຶ່ງ​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອ​ຢິບ 12 ຄາວ​ຢູ່​ໃນ​ເອ​ຢິບ​ພວກ​ເຮົາ​ໄດ້​ບອກ​ທ່ານ​ແລ້ວວ່າ ​ເຣື່ອງ​ນີ້ຈະ​ເກີດ​ຂຶ້ນ​ແມ່ນ​ບໍ່​? ພວກ​ເຮົາ​ເວົ້າ​ວ່າ​ຈົ່ງ​ປ່ອຍ​ໃຫ້​ພວກ​ເຮົາ​ຢູ່​ຕາມ​ລຳ​ພັງ ພວກ​ເຮົາ​ຈະ​ຢູ່​ເປັນ​ທາດ​ຮັບ​ໃຊ້​ຄົນ​ເອຢິບ ເພາະ​ຢູ່​ເປັນ​ທາດ​ຮັບ​ໃຊ້​ຄົນ​ເອ​ຢິບ​ຍັງ​ດີກວ່າ​ຈະ​ມາ​ຕາຍ​ໃນ​ຖິ່ນ​ກັນ​ດານ​ນີ້” 13 ໂມ​ເຊ​ໄດ້​ຕອບປະ​ຊາ​ຊົນ​ວ່າ, “ຢ່າ​ຢ້ານ​ເລີຍ, ຈົ່ງ​ຍຶດ​ຫມັ້ນ​ຢູ່ ຈົ່ງ​ຄອຍ​ເບິ່ງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ອຍ​ໃຫ້​ພົ້ນ​ໃນ​ມື້​ນີ້ ແລ້ວ​ຊາວ​ເອ​ຢິ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ເຫັນ​ໃນ​ມື້​ນີ້ ຕໍ່​ໄປ​ຈະ​ບໍ່​ໄດ້​ເຫັນ​ອີກ​ຈັກ​ເທື່ອ 14 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຮົບ​ແທນທ່າ​ນທັງ​ຫລາຍດອກ ພວກ​ທ່ານ​ບໍ່​ຕ້ອງ​ເຮັດ​ຫຍັງ” 15 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ທຸກ​ຕໍ່​ເຮົາ? ຈົ່ງ​ບອກໃຫ້ຊາວ​ອິ​ສ​ຣາ​ເອນ​ມຸ່ງ​ຫນ້າ​ຕໍ່​ໄປ 16 ຝ່າຍ​ເຈົ້າ​ຈົ່ງ​ໄມ້​ເທົ້າ​ຂອງ​ເຈົ້າ​ຂຶ້ນ ແລ້ວ​ເດ່​ມື​ອອກ​ໄປ​ທາງ​ທະ​ເລ ທຳໃຫ້​ນ້ຳ​ທະ​ເລ​ນັ້ນ​ແຍກ​ອອກ ເພື່ອ​ຊາວ​ອິ​ສ​ຣາ​ເອນ​ຈະ​ໄດ້​ຍ່າງ​ຂ້າມ​ໄປ​ເທິງ​ດິນ​ກາງ​ທະ​ເລ 17 ສ່ວນ​ເຮົາ​ຈະ​ທຳ​ໃຫ້​ໃຈ​ຊາວ​ເອ​ຢິບ​ແຂງ​ກະ​ດ້າງ​ແລະ​ໄລ່​ຕິດ​ຕາມ​ໄປ ເຣົາ​ຈະ​ມີ​ຊັຍ​ຊະນະເຫນືອກະ​ສັດ​ຟາ​ຣາ​ໂອ ກອງ​ທັບ​ພ້ອມ​ທັງ​ຣົດ​ຮົບ ແລະ​ຄົນ​ຂັບ​ຣົດ​ຂອງຟາ​ຣາ​ໂອ​ຈະ​ນຳ​ກຽດ​ຕິ​ຍົດ​ມາ​ໃຫ້​ເຮົາ 18 ເມື່ອ​ເຮົາ​ຊະນະ​ເຂົາ​ທັງ​ຫມົດ​ແລ້ວ ຊາວ​ເອ​ຢິບ​ຈຶ່ງ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 19 ຝ່າຍ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ນຳ​ຫນ້າ​ກອງ​ທັບອິ​ສ​ຣາ​ເອນ ໄດ້​ກັບ​ໄປ​ຢູ່​ຂ້າງ​ຫນ້າ ກ້ອນ​ເສົາ​ເມ​ກ​ຊຶ່ງ​ຢູ່​ຂ້າງ​ຫນ້າ ກໍ​ກັບ​ມາ​ຕັ້ງ​ຢູ່​ຂ້າງ​ຫລັງ​ພວກ​ເຂົາ ຄື​ໄດ້​ມາ​ຢູ່​ລະ​ຫວ່າງກອງ​ທັບ​ເອ​ຢິບ​ກັບ​ກອງ​ທັບ​ອິ​ສ​ຣາ​ເອນ 20 ເມກ​ນັ້ນ​ໄດ້​ທຳໃຫ້​ມີ​ຄວາມ​ມືດ ບໍ່​ໃຫ້​ທັງ​ສອງ​ຝ່າຍ​ເຂົ້າ​ໃກ້​ກັນ​ໄດ້ ຄືນ​ນັ້ນ​ຈຶ່ງ​ຜ່ານ​ພົ້ນ​ໄປ 21 ໂມ​ເຊ​ໄດ້​ເດ່ມື​ຂອງ​ທ່ານ​ອອກ​ໄປ​ທາງ​ທະ​ເລ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ໃຫ້​ລົມ​ຮ້ອນ​ທາງ​ທິດ​ຕາ​ເວັນ​ອອກ​ພັດ​ທະ​ເລ​ຕລອດ​ຄືນ ທຳ​ໃຫ້​ທະ​ເລ​ເປັນ​ດິນ​ແຫ້ງ ນ້ຳ​ຈຶ່ງ​ໄດ້​ແຍກ​ອອກ​ຈາ​ກກັນ 22 ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ຈຶ່ງ​ພາ​ກັນ​ຍ່າງ​ຂ້າມ​ໄປ​ເທິງ​ດິນ​ກາງ​ທະ​ເລ ໂດຍ​ມີ​ກຳ​ແພງ​ນ້ຳ​ຕັນ​ໄວ້​ທັງ​ສອງຂ້າງ​ທາງ 23 ຝ່າຍ​ເອ​ຢິບ​ກໍ​ໄລ່​ຕິດ​ຕາມ​ເຂົ້າ​ມາ​ເຖິງ​ທະ​ເລ ພ້ອມ​ກັບ​ຝູງ​ມ້າ​ຣົດ​ຮົບ​ແລະ​ຄົນ​ຂັບ​ຣົດ​ຂອງ​ກະ​ສັດ​ຟາ​ຣາ​ໂອ 24 ຄັນ​ຮອດ​ເວ​ລາ​ເຊົ້າ​ມືດ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ທອດ​ພຣະ​ເນດ​ເບິ່ງກອງ​ທັບ​ເອ​ຢິບ ຈາກ​ທາງ​ແປວ​ເສົາ​ໄຟ​ແລະ​ກ້ອນ​ເສົາ​ເມກ​ຈຶ່ງ​ຊົງ​ໃຫ້​ກອງ​ທັບ​ເອ​ຢິບ​ເກີດ​ໂກ​ລາ​ຫົນ​ຂຶ້ນ 25 ພຣະ​ອົງ​ຊົງ​ທຳໃຫ້​ລໍ້​ຣົດ​ຂອງ​ພວກ​ເຂົາ​ຝືດ ເພື່ອ​ໃຫ້​ມັນ​ແ​ລ່ນ​ໄປ​ໄດ້​ຍາກ​ທີ່​ສຸດ ຊາວ​ເອ​ຢິບ​ຈຶ່ງ​ເວົ້າ​ວ່າ, “ພວກ​ເຮົາ​ພາ​ກັນ​ແລ່ນ​ຫນີ​ໄປ​ຈາກ​ຊາວ​ອິ​ສ​ຣາ​ເອນ​ເສັຽ​ເທາະ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕໍ່​ສູ້​ເຮົາ​ແທນ​ເຂົາ​ແລ້ວ” 26 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ຈົ່ງ​ເດ່​ມື​ອອກໄປ​ທາງ​ທະ​ເລ ເພື່ອ​ໃຫ້​ນ້ຳ​ໄຫລ​ມາ​ຖ້ວມ​ຊາວ​ເອ​ຢິບ ຖ້ວມ​ຣົດ​ຮົບ​ແລະ​ຄົນ​ຂັບ​ຣົດ​ຂອ​ງ​ພວກ​ເຂົາ” 27 ໂມ​ເຊ​ຈຶ່ງ​ເດ່​ມື​ອອກ​ໄປ​ທາ​ງທະ​ເລ ຄັນ​ຕົກ​ມື້​ເຊົ້າ​ມາ​ນ້ຳ​ທະ​ເລ​ກໍ​ກັບ​ຄືນ​ສູ່​ສະ​ພາບ​ເດີມ ຊາວ​ເອ​ຢິບ​ໄດ້​ພ​ຍາ​ຍາມ​ຫນີ​ແຕ່​ຫນີ​ບໍ່​ໄດ້​ເພາະ​ຖືກ​ກະ​ແສ​ນ້ຳ​ພັດ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຊຸກ​ຍູ້​ຊາວ​ເອ​ຢິບ​ລົງ​ທະ​ເລ 28 ນ້ຳ​ໄດ້​ໄຫລ​ຖ້ວມ​ຣົດ​ຮົບ ພ້ອ​ມທັງ​ຄົນ​ຂັບ​ຣົດ​ແລະ​ກອງ​ທັບ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ທັງ​ຫມົດ ຊຶ່ງ​ພວກ​ເຂົາ​ໄດ້​ໄລ່​ຕິດ​ຕາມ​ມາ​ເຖິງ​ທະ​ເລ ນ້ຳ​ໄດ້​ຖ້ວມ​ຫມົດ​ບໍ່​ເຫລືອ​ຈັກ​ຄົນ 29 ແຕ່ຝ່າຍ​ອິ​ສ​ຣາ​ເອນ​ໄດ້​ພາ​ກັນ​ຍ່າງ​ໄປ​ເທິງ​ດິນ​ກາງ​ທະ​ເລ​ໂດຍ​ມີ​ກຳ​ແພງ​ນ້ຳ​ຕັນ​ໄວ້​ທັງ​ຂ້າງ​ຊ້າຍ​ແລະ​ຂ້າງ​ຂວາ 30 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ຊ່ອຍ​ຊາວ​ອິ​ສ​ຣາ​ເອນ​ໃຫ້​ພົ້ນ​ຈາກ​ເງື້ອມ​ມືຂອງ​ຊາວ​ເອ​ຢິບ ຊາວ​ອິ​ສ​ຣາ​ເອນ​ໄດ້​ເຫັນ​ຊາວ​ເອ​ຢິບ​ຕາຍ​ຢູ່​ຕາມ​ແຄມ​ທະ​ເລ 31 ເມື່ອ​ຊາວ​ອິ​ສ​ຣາ​ເອນ​ໄດ້​ເຫັນ​ການ​ກະ​ທຳ​ອັນ​ຍິ່ງ​ໃຫຍ່ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ຕໍ່​ສູ້​ຊາວ​ເອ​ຢິບ ພວກ​ເຂົາ​ກໍ​ຢຳ​ເກງ​ແລະ​ເຊື່ອ​ຖື​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ

ອົບພະຍົກ 15

ບົດ​ເພງ​ຂອງ​ໂມ​ເຊ

1 ຂ​ນະ​ນັ້ນ ໂມ​ເຊ​ກັບ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ ໄດ້​ຮ້ອງ​ເພງ​ສັຣ​ເສິນ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ຕໍ່​ໄປ​ນີ້: ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ເພງ​ສັຣເສິນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ມີ​ໄຊ​ຊະ​ນະ​ຢ່າງ​ຫລ​ວງ​ຫລາຍ ພຣະ​ອົງ​ໄດ້​ຊົງ​ຊຸກ​ມ້າ​ແລະ​ຄົນ​ຂັບ​ຣົດ​ລົງ​ທະ​ເລ 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ແຂງ​ແຮງ​ ແລະ​ມີ​ກຳ​ລັງ ພຣະ​ອົງ​ຊົງ​ຊ່ອຍ​ໃຫ້​ຂ້າ​ພະ​ເຈົ້າ​ພົ້ນ ພຣະ​ອົງ​ຊົງເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ຈະ​ສັຣ​ເສິນ​ພຣະ​ອົງ ຊົງ​ເປັນ​ພຣະ​ເຈົ້າ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ເພງ​ສັຣ​ເສິນ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ນັກ​ຮົບ ພຣະ​ຜູ້​ເປັນ​ເຈົ້າ​ແມ່ນພຣະ​ນາມ​ຂອງ​ພຣະ​ອົງ 4 ພຣະ​ອົງ​ຊົງ​ໂຍນ​ຣົດ​ຮົບ ແລະ​ເຫລົ່າ​ທະ​ຫານ​ຂອງຟາຣາ​ໂອ​ໃນ​ທະ​ເລ ນາຍ​ທະ​ຫານ​ຊັ້ນ​ຍອດ​ຂອງ​ຟາ​ຣາ​ໂອ​ໄດ້​ຈົມ​ລົງ​ພື້ນ​ທະ​ເລ​ໄມ້​ອໍ້ 5 ນ້ຳ​ທະ​ເລ​ເລິກ​ໄດ້​ຖ້ວມ​ເຂົາ ເຂົາ​ໄດ້​ຈົມ​ລົງ​ພື້ນ​ທະ​ເລ​ເຫມືອນ​ດັ່ງ​ກ້ອນ​ຫີນ 6 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຫັດ​ເບື້ອງ​ຂວາ​ອັນ​ແຂງ​ແຮງ​ຂອງ​ພຣະ​ອົງ​ຊົງ​ອັ​ດສະ​ຈັນ​ຫລາຍ ພຣະ​ຫັດ​ນັ້ນ​ຊົງ​ທຳ​ລາຍ​ສັດ​ຕຣູ​ຂາດ​ເປັນ​ຕ່ອນໆ 7 ພຣະ​ອົງ​ຊົງ​ທຳ​ລາຍ​ຄູ່​ຕໍ່​ສູ້​ຂອງ​ພຣະ​ອົງ ດ້ວຍ​ເດ​ຊາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່ ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ຊົງ​ແຜດ​ເຜົາ​ເຂົາ​ໄຫມ້ ເຫມືອນ​ດັ່ງ​ຕໍເຟືອງ 8 ພຣະ​ອົງ​ຊົງ​ເປົ່າ​ໃຫ້​ນ້ຳ​ຂຶ້ນ​ສູງ​ດ້ວຍ​ລົມ​ຫາຍ​ໃຈ​ຂອງພຣະ​ອົງ ນ້ຳ​ໄດ້​ຖ້ວມ​ສູງ​ຂຶ້ນ​ຊື່​ເຫມືອນ​ດັ່ງ​ກຳ​ແພງ ນ້ຳ​ທະ​ເລ​ເລິກ​ໄດ້​ແຫ້ງລົງ​ໄປ​ເຖິງ​ພື້ນ 9 ພວກ​ສັດ​ຕຣູໄດ້​ເວົ້າ​ວ່າ ເຮົາ​ຈະ​ໄ​ລ່​ຕິດ​ຕາມ​ຈັບ​ເອົາ​ໃຫ້​ໄດ້ ເຮົາ​ຈະ​ຍຶດ​ເອົາ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ ຈະ​ເອົາ​ທຸກ​ສິ່ງ​ຈາກ​ເຂົາ​ທີ່​ເຮົາ​ຕ້ອງ​ການ ເຮົາ​ຈະ​ຊັກ​ດາ​ບ​ອອກ​ແລະ​ຍຶດ​ເອົາ​ທຸກ​ສິ່ງ​ທີ່​ເຂົາ​ມີ​ດ້ວຍ​ກຳ​ລັງ​ຂອງ​ເຮົາ 10 ແຕ່​ພຣະ​ອົງຊົງ​ໃຫ້​ລົມ​ຂອງ​ພຣະ​ອົງ​ພັດ​ມາ ນ້ຳ​ທະ​ເລ​ຈຶ່ງ​ຖ້ວມ​ພວກ​ເຂົາ ພວກ​ເຂົາ​ໄດ້​ຈົມ​ລົງ​ໃນ​ນ້ຳ​ເລິກ​ເຫມືອນ​ຂີ້​ກົ່ວ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃນ​ບັນ​ດາ​ພຣະ​ນັ້ນ​ແມ່ນ​ອົງ​ໃດ​ຫນໍ​ຄື​ພຣະ​ອົງ ອົງ​ໃດ​ຫນໍ​ເຫມືອນ​ກັບ​ພຣະ​ອົງ​ຜູ້​ຊົງ​ບໍ​ຣິ​ສຸດ​ຮຸ່ງ​ເຮືອງ ອົງ​ໃດ​ຫນໍ​ເຫມືອນ​ກັ​ບ​ພຣະ​ອົງ​ຜູ້​ຊົງ​ກະ​ທຳ​ການ​ອັ​ດສະຈັນ ແລະ​ການ​ຍິ່ງ​ໃຫຍ່​ອັນ​ຫນ້າ​ຢ້ານ 12 ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ເບື້ອງ​ຂວາ​ອອກ ແຜ່ນ​ດິນ​ຈຶ່ງ​ໄດ້​ກືນ​ເຂົາ​ທັງ​ຫລາຍ​ເສັຽ 13 ພຣະ​ອົງ​ໄດ້​ຊົງ​ນຳ​ປະ​ຊາ​ຊົນ​ອອກ​ມາ​ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ຄື​ປະ​ຊາ​ຊົນ​ທີ່​ພຣະ​ອົງ​ໄດ້​ຊົງ​ໄຖ່​ໄວ້ ພຣະ​ອົງ​ໄດ້​ຊົງ​ພາ​ເຂົາ​ມາ​ເຖິງ​ບ່ອນສັກ​ສິດ​ຂອງ​ພຣະ​ອົງ​ດ້ວຍ​ເດ​ຊາ​ນຸ​ພາບ​ຂອງ​ພຣະ​ອົງ 14 ຊົນ​ຊາດ​ທັງ​ຫລາຍ​ໄດ້​ຍິນ​ແລ້ວ​ກໍ​ສະ​ທ້ານ​ຢ້ານ​ກົວ ຊົນ​ຊາດ​ຟິ​ລິ​ສ​ຕີນ​ໄດ້​ເຈັບ​ປວດ​ເຫມືອນ​ເຈັບ​ທ້ອງ​ລູກ 15 ພວກ​ເຈົ້າ​ນາຍ​ໃນ​ເມືອງ​ເອ​ໂດມ​ກໍ​ຢ້ານ​ກົວ ຜູ້​ມີ​ອຳ​ນາດ​ໃນ​ເມືອງ​ໂມ​ອາບ​ກໍ​ຕົວ​ສັ່ນ ທຸກໆ​ຄົນ​ໃນ​ປະ​ເທດ​ກາ​ນາ​ອານ​ໄດ້​ຫມົດ​ກຳ​ລັງ​ໃຈ 16 ຄວາມ​ຕົກ​ໃຈ​ໄດ້​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເຂົາ ເນື່ອງຈາກຣິດທາ​ນຸ​ພາບ​ຂອງ​ພຣະ​ອົງ ໂອ ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຂົາ​ຢືນ​ນີ້ງ​ຢູ່​ເຫມືອນ​ກ້ອນ​ຫີນ ຈົນໄພ່​ພົນ​ຂອງ​ພຣະ​ອົງ​ໄດ້​ຜ່ານ​ພົ້ນ​ໄປ ຈົນ​ປະ​ຊາ​ຊົນ​ທີ່​ພຣະ​ອົງ​ຊົງ​ໄຖ່​ໄວ້​ໄດ້​ຜ່ານ​ພົ້ນໄປ 17 ໂອ ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ອົງ​ຊົງ​ນຳ​ເຂົາ​ມາ​ຮັກ​ສາ​ໄວ້​ເທິງ​ພູ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ສ້າງ​ໄວ້​ເປັນ​ບ່ອນ​ສະ​ຖິດ​ຂອງ​ພຣະ​ອົງໂອ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ວິ​ຫານ​ເປັນ​ບ່ອນ​ພຣະ​ອົງ​ເອງ​ຊົງ​ສ້າງ 18 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເປັນ​ເຈົ້າ​ຊີ​ວິດ​ຕລອດ​ໄປ​ເປັນ​ນິດ” 19 ເພາະ​ເມື່ອ​ຝູງ​ມ້າ​ພ້ອ​ມທັງ​ຣົດ​ຮົບ​ແລະ​ຄົນ​ຂັບ​ຂອງ​ຟາ​ຣາ​ໂອ​ໄດ້​ລົງ​ໄປ​ໃນ​ທະ​ເລ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ໃຫ້​ນ້ຳ​ທະ​ເລ​ໄຫລ​ຄືນ​ມາ​ຖ້ວມ ແຕ່​ຊາວ​ອິ​ສ​ຣາ​ເອນ​ໄດ້​ຍ່າງ​ໄປ​ເທິງ​ດິນ​ກາງ​ທະ​ເລ​ນັ້ນ

ບົດ​ເພງ​ຂອງ​ມີ​ຣີ​ອາມ

20 ນາງ​ມີ​ຣິອາມ​ຜູ້​ປະ​ກາດ​ພຣະ​ທັມ ຊຶ່ງ​ເປັນ​ເອື້ອຍ​ຂອງ​ອາ​ໂຣນ​ໄດ້​ຖື​ກອງ​ໂທນ​ ແລະ​ຜູ້​ຍິງ​ທັງ​ຫມົດ​ກໍ​ຍ່າງ​ຟ້ອນ​ລຳ​ຕິດ​ຕາມ​ສຽງກອງ​ໄປ ​ 21 ນາງ​ມີຣິອາມ​ໄດ້​ຮ້ອງ​ເພງ​ອອກ​ຫນ້າ​ວ່າ: “ຈົ່ງ​ຮ້ອງ​ເພງ​ສັຣເສິນ​ພຣະ​ຜູ້​ເປັນ​ເຈົ້າ ເພາະພຣະ​ອົງ​ຊົງ​ມີ​ຊັຍ​ຊະນະ​ຢ່າງ​ໃຫຍ່​ຫລວງ ພຣະ​ອົງ​ຊົງ​ຊຸກ​ມ້າ​ແລະ​ຄົນ​ຂັບ​ຣົດ​ລົງ​ໃນ​ທະ​ເລ”

ນ້ຳ​ຂົມ​ທີ່ ມາ​ຣາ

22 ຕໍ່​ມາ ໂມ​ເຊ​ໄດ້​ໃຫ້​ຊາວ​ອິ​ສ​ຣາ​ເອນ​ຕຽມ​ຕົວ​ອອກ​ຈາກ​ທະ​ເລ​ໄມ້​ອໍ້​ໄປ​ຍັງ​ຖິ່ນ​ກັນ​ດານ​ຊູຣ໌ ພວກ​ເຂົາ​ໄດ້​ພາ​ກັນ​ຍ່າງ​ຢູ່​ໃນ​ຖິ່ນ​ກັນ​ດານ​ເຖິງ​ສາມ​ວັນກໍ​ບໍ່​ພໍ້​ນ້ຳ 23 ຄັນ​ແລ້ວ​ເຂົາ​ກໍ​ມາ​ເຖິງ​ບໍ່​ນ້ຳ​ຂົມ​ແຫ່ງ​ນຶ່ງ ນ້ຳ​ນັ້ນ​ໄດ້​ຂົມ​ຫລາຍ​ຈົນ​ເຂົາ​ດື່ມ​ບໍ່​ໄດ້ ເຂົາ​ຈຶ່ງ​ເອີ້ນ​ຊື່​ນ້ຳ​ນັ້ນ​ວ່າ ມາ​ຣາ 24 ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄດ້​ພາ​ກັນ​ຈົ່ມ​ຮ້າຍ​ໂມ​ເຊ​ແລະ​ຖາມ​ວ່າ, “ພວກ​ເຮົາ​ຈະ​ດື່ມ​ຫຍັງ?” 25 ໂມ​ເຊ​ຈຶ່ງ​ອ້ອນວອນ​ດ້ວຍ​ໃຈ​ຮ້ອນ​ຮົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ພຣະ​ອົງ​ໄດ້​ຊີ້​ໃຫ້​ໂມ​ເຊ​ເຫັນ​ທ່ອນ​ໄມ້​ອັນ​ນຶ່ງ ໂມ​ເຊ​ຈຶ່ງ​ຈັບ​ໄມ້​ນັ້ນ​ຖິ້ມ​ລົງ​ໃນ​ນ້ຳ ນ້ຳ​ກໍ​ຈືດ​ບໍ່​ຂົມ​ຄື​ເກົ່າ ໃນ​ທີ່​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ກົດ​ບັນ​ຍັດ​ໃຫ້​ແກ່​ພວກ​ເຂົາ ແລະ​ໄດ້​ຊົງ​ທົດ​ລອງ​ໃຈ​ເຂົາ​ຢູ່​ທີ່​ນັ້ນ​ດ້ວຍ 26 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ເຮົາ​ຜູ້​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ຈົ່ງ​ທຳ​ໃນ​ສິ່ງ​ທີ່​ເຮົາ​ເຫັນ​ວ່າ​ຖືກ​ຕ້ອງ ເອົາ​ໃຈ​ໃສ່ທຳຕາມ​ພຣະ​ບັນ​ຍັດ​ຂອງ​ເຮົາ ແລະ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ເຮົາ​ທຸກ​ຢ່າງ ເຮົາ​ກໍ​ຈະ​ບໍ່​ລົງ​ໂທດ​ພ​ວກເຈົ້າ​ດ້ວຍ​ໂຣກ​ໄພໄຂ້​ເຈັບ​ຕ່າງໆ​ເຫມືອນ​ຢ່າງ​ທີ່​ເຣົາ​ໄດ້​ນຳ​ມາ​ລົງ​ໂທດ​ຊາວ​ເອ​ຢິບ​ນັ້ນ ເຮົາ​ນີ້ແຫລະ ເປັນ​ຜູ້​ປີ່ນ​ປົວ​ພວກ​ເຈົ້າ​ໃຫ້​ດີ” 27 ຕໍ່​ໄປ ພວກ​ອິ​ສ​ຣາ​ເອນ​ກໍ​ມາ​ເຖິງ​ເອ​ລິມ ບ່ອນມີ​ນ້ຳ​ພຸສິບ​ສອງ​ບໍ່ ແລະ​ມີ​ຕົ້ນ​ຕານ​ເຈັດ​ສິບ​ຕົ້ນ ແລ້ວ​ຕັ້ງ​ຄ້າຍ​ພັກ​ເຊົາ​ຢູ່​ໃກ້​ນ້ຳ​ທີ່​ນັ້ນ

ອົບພະຍົກ 16

ມາ​ນາ ແລະ​ນົກ​ຂຸ້ມ

1 ແລ້ວ​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ທັງ​ຫມົດ​ໄດ້​ອອກ​ຈາກ​ຄ້າຍ​ພັກ​ເອ​ລິມ ແລະ​ໃນ​ວັນ​ທີ່​ສິບ​ຫ້າ​ຂອງ​ເດືອນ​ທີ່​ສອງ ຄື​ນັບ​ຕັ້ງ​ແຕ່​ເວ​ລາ​ອອກ​ຈາກ​ເອ​ຢິບ​ແລ້ວ ພວກ​ເຂົາ​ທັງ​ຫມົດ​ໄດ້​ມາ​ເຖິງ​ຖິ່ນ​ກັນ​ດານ​ຊິນ ຊຶ່ງ​ຢູ່​ລະ​ຫວ່າງ​ເອ​ລິມກັບ​ພູ​ຊີ​ນາ​ອີ 2 ເມື່ອ​ຢູ່​ໃນ​ຖິ່ນ​ກັນ​ດານ ພວກ​ເຂົາ​ໄດ້​ພາ​ກັນ​ຈົ່ມ​ຮ້າຍ ​ໂມ​ເຊ ແລະ​ອາ​ໂຣນ 3 ພວກ​ເຂົາ​ເວົ້າ​ວ່າ, “ພວກ​ຂ້າ​ພະ​ເຈົ້າ​ພໍ​ໃຈ​ໃຫ້​ພຣະ​ຜູ້ເປັນ​ເຈົ້າ​ຂ້າ​ຕາຍ​ຢູ່​ເອ​ຢິບ ບ່ອນ​ທີ່​ໄດ້​ນັ່ງ​ກິນ​ເຂົ້າ​ປາ​ອາ​ຫານ​ອີ່ມ​ຕາມ​ຄວາມ​ຕ້ອງ​ການ ແຕ່​ນີ້​ທ່ານ​ໄດ້​ນຳ​ພວກ​ຂ້າ​ພະ​ເຈົ້າ​ທັງ​ຫມົດ​ອອກ​ມາ​ອຶດ​ຢາກ​ຕາຍ​ຢູ່​ໃນ​ຖິ່ນກັນ​ດານ” 4 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, “ບັດ​ນີ້ ເຮົາ​ຈະ​ທຳໃຫ້​ອາ​ຫານ​ຕົກ​ລົງ​ມາ​ຈາກ​ທ້ອງ​ຟ້າ​ດັ່ງ​ຫ່າ​ຝົນ​ສຳ​ລັບ​ພວກ​ເຈົ້າ ໃຫ້​ປະ​ຊາ​ຊົນ​ໄປ​ຊອກ​ເກັບ​ເອົາ​ທຸກ​ວັນ ໃຫ້​ເກັບ​ເອົາ​ພໍ​ດີ​ກິນ​ສຳ​ລັບ​ວັນ​ນຶ່ງ​ທີ່​ໃຫ້​ທຳ​ດັ່ງ​ນີ້ ກໍ​ເພື່ອ​ເຮົາ​ຈະ​ໄດ້​ທົດ​ລອງ​ເບິ່ງ​ໃຈ​ເຂົາ​ວ່າ​ເຂົາ​ຈະ​ທໍາ​ຕາມ​ຄຳ​ບອກ​ສອນ​ຂອງ​ເຮົາ​ຫລື​ບໍ່? 5 ໃນ​ວັນທີ່​ຫົກ​ ໃຫ້​ເຂົາ​ເກັບເອົາ​ຫລາຍກວ່າ​ວັນກ່ອນນຶ່ງ​ເທົ່າ ແລ້ວ​ໃຫ້​ຈັດ​ຕຽມ​ທຳອາ​ຫານ​ໄວ້” 6 ໂມ​ເຊ ກັບ​ອາ​ໂຣນ​ຈຶ່ງບອກ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ທັງ​ປວງວ່າ, “ໃນ​ຕອນ​ຄ່ຳ​ນີ້ ພວກ​ເຈົ້າ​ທັງ​ຫລາ​ຍ​ຈະ​ໄດ້​ຮູ້​ວ່າ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ພວກ​ເຈົ້າ​ອອກ​ຈາກເອ​ຢິບ 7 ແລະ​ໃນ​ຕອນ​ເຊົ້າ ພວກ​ເຈົ້າ​ຈະ​ໄດ້​ເຫັນ​ພຣະ​ຣັ​ສມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ໄດ້​ຍິນ​ຄຳ​ຈົ່ມ​ຕໍ່​ວ່າ​ຂອງ​ພວກ​ທ່ານ​ທີ່​ມີ​ຕໍ່​ພຣະ​ອົງ​ແລ້ວ ເພາະ​ເຮົາ​ທັງ​ສອງ​ນັ້ນແມ່ນ​ຜູ້​ໃດ​ ພວກ​ທ່ານ​ຈຶ່ງ​ມາ​ຈົ່ມ​ຕໍ່​ວ່າ​ເຮົາ” 8 ໂມ​ເຊ​ໄດ້​ເວົ້າ​ຕໍ່​ໄປ​ວ່າ, “ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້ພວກເຈົ້າ​ມີ​ຊີ້ນຮັບ​ປະ​ທານ​ໃນ​ຕອນ​ແລງ ແລະ​ມີ​ເຂົ້າ​ຮັບ​ປະ​ທານ​ຢ່າງ​ບໍ​ຣິ​ບູນ​ໃນ​ຕອນ​ເຊົ້າ ເພາະ​ພຣະ​ອົງ​ຊົງ​ໄດ້​ຍິນ​ຄຳຈົ່ມ​ຂອງ​ທ່ານຕໍ່​​ພຣະ​ອົງ​ເຮົາ​ທັງ​ສອງ​ເປັນ​ຜູ້​ໃດ​ ພວກ​ທ່ານບໍ່​ໄດ້​ຈົ່ມ​ຮ້າຍຕໍ່​ວ່າ​ເຮົາ ແຕ່​ໄດ້ຈົ່ມ​ຮ້າຍຕໍ່​ພຣະ​ຜູ້​ເປັນ​ເຈົ້າ” 9 ຕໍ່​ມາ ໂມ​ເຊ​ໄດ້​ເວົ້າ​ກັບ​ອາ​ໂຣນ​ວ່າ, “ຈົ່ງ​ບອກ​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ເຂົ້າ​ມາ​ຢືນ​ຢູ່​ຊ້ອງ​ຫນ້າ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ຊົງ​ໄດ້​ຍິນ​ຄຳ​ຈົ່ມ​ຮ້າຍ​ຂອງ​ພວກ​ເຂົາ​ແລ້ວ” 10 ໃນ​ຂ​ນະ​ທີ່ ອາ​ໂຣນ​ກຳ​ລັງ​ເວົ້າ​ກັບ​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ຢູ່​ນັ້ນ ເຂົາ​ທັງ​ຫລາຍ​ຕ່າງ​ກໍ​ພາ​ກັນ​ຫັນ​ຫນ້າ​ຫລຽວ​ໄປ​ທາງ​ຖິ່ນ​ກັນ​ດານ ທັນ​ໃດ​ນັ້ນ​ໄດ້​ເກີດ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ປາ​ກົດ​ຂຶ້ນ​ໃນ​ເມກ 11 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 12 “ເຮົາ​ໄດ້​ຍິນ​ຄຳ​ຈົ່ມ​ຮ້າຍ​ຂອງຊາວ​ອິ​ສ​ຣາ​ເອນ​ແລ້ວ ເຈົ້າ​ຈົ່ງ​ບອກ​ເຂົາ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ໃນ​ເວ​ລາ​ຄ່ຳ​ມືດ ແລະ​ຈະ​ໄດ້​ກິນ​ເຂົ້າ​ອີ່ມ​ໃນ​ເວ​ລາ​ເຊົ້າ ແລ້ວ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ” 13 ຄັນ​ເຖິງ​ເວລາ​ຄ່ຳ ກໍ​ມີ​ນົກ​ຂຸ້ມ​ບິນ​ມາ​ເຕັມ​ຄ້າຍ​ພັກ​ເຊົາ ແລະ​ໃນ​ຕອນ​ເຊົ້າ​ກໍ​ມີ​ນ້ຳ​ຫມອກ​ປົກຫຸ້ມ​ຢູ່​ຮອບ​ຄ້າຍ 14 ເມື່ອ​ນ້ຳ​ຫມອກ​ເຫິຍ​ໄປ​ຫມົດ​ແລ້ວ ໄດ້​ມີ​ສິ່ງ​ນຶ່ງ​ຢູ່​ເທິງ​ດິນ​ໃນ​ຖິ່ນ​ກັນ​ດານ​ ສິ່ງ​ນັ້ນ​ເປັນ​ແຜ່ນບາງໆ​ເຫມືອນ​ນ້ຳ​ຫມອກ​ກ້າມ 15 ເມື່ອ​ຊາວ​ອິ​ສ​ຣາ​ເອນ​ເຫັນ ກໍ​ບໍ່​ຣູ້​ຈັກ​ວ່າ​ແມ່ນ​ຫຍັງ ພວກ​ເຂົາ​ຈຶ່ງ​ຖາມ​ກັນ​ແລະ​ກັນ​ວ່າ, “ອັນ​ນີ້ແມ່ນ​ຫຍັງ​?” ໂມ​ເຊ​ໄດ້​ບອກ​ເຂົາ​ວ່າ, “ອັນ​ນີ້ແມ່ນ​ເຂົ້າ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ພວກ​ເຈົ້າ​ກິນ 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ດັ່ງ​ນີ້ວ່າ, ທຸກ​ໆ​ຄົນ​ຈົ່ງ​ເກັບ​ເອົາ​ຕາມ​ທີ່​ຕົນ​ຈະ​ກິນ​ໄດ້​ຫມົດ ຈົ່ງ​ເກັບ​ເອົາ​ຄົນ​ລະ​ໂອ​ເມີ ໃຫ້​ຄົບ​ຕາມ​ຈຳ​ນວນ​ຄົນ​ທີ່​ມີ​ຢູ່​ໃນ​ຕູບ​ຜ້າ​ເຕັນ​ຂອງ​ຕົນ” 17 ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ກໍ​ໄດ້​ທຳຕາມ ລາງ​ຄົນ​ໄດ້​ເກັບ​ເອົາ​ຫລາຍ ລາງ​ຄົນ​ໄດ້​ເກັບ​ເອົາ​ຫນ້ອຍ 18 ແຕ່​ເມື່ອ​ພວກ​ເຂົາ​ຊັ່ງ​ເບິ່ງ ຄົນ​ທີ່​ເກັບ​ເອົາ​ຫລາຍ​ກໍ​ບໍ່​ມີ​ຫລາຍ ແລະ​ຄົນ​ທີ່​ເກັບ​ເອົາ​ຫນ້ອຍ​ກໍ​ບໍ່​ມີ​ຫນ້ອຍ ທຸກ​ຄົນ​ຈຶ່ງ​ເກັບ​ໄດ້​ພໍ​ດີ​ກັບ​ກິນ​ອີ່ມ 19 ໂມ​ເຊໄດ້​ບອກວ່າ, “ຢ່າ​ໃຫ້​ຜູ້​ໃດ​ເກັບ​ມ້ຽນ​ໄວ້​ຈົນ​ຮອດ​ມື້​ອື່ນ” 20 ແຕ່​ມີ​ລາງຄົນ​ບໍ່​ເຊື່ອ​ຟັງ​ໂມ​ເຊ ຄື​ເຂົາ​ໄດ້​ເອົາ​ສ່ວນນຶ່ງ​ມ້ຽນ​ໄວ້​ຈົນ​ຮອດ​ມື້​ອື່ນ ພໍ​ຮອດ​ມື້​ເຊົ້າ​ອາ​ຫານ​ນັ້ນ​ກໍ​ເປັນ​ຫນອນ​ແລະ​ບູດ​ເນົ່າ ໂມ​ເຊ​ຈຶ່ງ​ຮ້າຍ​ພວກ​ເຂົາ 21 ດັ່ງ​ນັ້ນ ຕໍ່​ໄປ​ພວກ​ເຂົາ​ຈຶ່ງ​ຫາ​ເກັບ​ເອົາ​ທຸກ​ເຊົ້າ​ເທົ່າ​ທີ່​ຕົນ​ພໍ​ຈະ​ກິນ​ອີ່ມ ແຕ່​ພໍ​ແດດ​ຮ້ອນ​ຂຶ້ນ ອາ​ຫານ​ນັ້ນ​ກໍ​ລະ​ລາຍ​ຫາຍ​ໄປ 22 ຕໍ່​ມາ ໃນ​ວັນ​ທີ່​ຫົກ ເຂົາ​ໄດ້​ເກັບ​ເອົາ​ອາ​ຫານ​ນັ້ນ​ສອງ​ເທົ່າ ຄື​ຄົນ​ລະ​ສອງ​ໂອ​ເມີ ແລ້​ວບັນ​ດາ​ຫົວ​ຫນ້າ​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ໄດ້​ມາ​ຣາຍ​ງານ​ເຣື່ອງ​ນີ້​ຕໍ່​ໂມ​ເຊ 23 ໂມ​ເຊ​ໄດ້​ບອກ​ເຂົາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ພຣະ​ດຳ​ຣັດ​ດັ່ງ​ນີ້, ມື້​ອື່ນ​ແມ່ນ​ວັນ​ສິນ ຄື​ວັນ​ບໍ​ຣິ​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສະ​ນັ້ນ​ມີ​ອັນ​ໃດ​ປີ້ງ​ກໍ​ໃຫ້​ປີ້ງ​ເສັຽ ມີ​ອັນໃດ​ຕົ້ມ​ກໍ​ໃຫ້​ຕົ້ມ​ເສັຽ ສິ່ງ​ທີ່​ເຫລືອ​ຈົ່ງ​ເອົາ​ມ້ຽນ​ໄວ້​ຮອດ​ມື້​ອື່ນ” 24 ພວກ​ເຂົາ​ຈຶ່ງ​ທຳ​ຕາມ​ໂມ​ເຊ​ສັ່ງ ຄື​ໄດ້​ເກັບ​ອາ​ຫານ​ທີ່​ເຫລືອ​ມ້ຽນ​ໄວ້​ຈົນ​ຮອດ​ມື້​ອື່ນ ອາ​ຫານ​ນັ້ນ​ບໍ່​ໄດ້​ບູດ​ເຫມັນ​ເປັນ​ຫນອນ​ເລີຍ 25 ຕໍ່​ໄປ ໂມ​ເຊ​ໄດ້​ບອກວ່າ, “ມື້​ນີ້​ຈົ່ງ​ກິນ​ອາ​ຫານ​ນັ້ນ​ເສັຽ ເພາະ​ວ່າ​ມື້​ນີ້​ເປັນ​ວັນ​ສິນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ແລະ​ພວກ​ທ່ານ​ຈະ​ຫາ​ອາ​ຫານ​ໃດໆ​ບໍ່​ໄດ້​ອີກ​ໃນ​ທີ່​ທົ່ວ​ໄປ 26 ຈົ່ງ​ໄປ​ຫາ​ເກັບເອົາ​ເສັຽ​ຫົກ​ວັນ ແຕ່​ໃນ​ວັນ​ທີ່​ເຈັດ​ຊຶ່ງ​ເປັນ​ວັນ​ສິນ​ນັ້ນ​ຈະ​ບໍ່​ມີ​ອາ​ຫານ​ເລີຍ” 27 ຄັນ​ແລ້ວ ໃນ​ວັນ​ທີ່​ເຈັດ​ໄດ້​ມີ​ລາງ​ຄົນ​ອອກ​ໄປ​ຫາ​ເອົາ​ອາ​ຫານ​ນັ້ນ ແຕ່​ເຂົາ​ກໍ​ຫາ​ບໍ່​ໄດ້ 28 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ຕໍ່​ໂມ​ເຊວ່າ, “ພວກ​ເຈົ້າ​ຈະ​ຂັດ​ຂືນ​ຂໍ້​ບັນ​ຍັດ ແລະ​ກົດ​ຫມາຍ​ຂອງ​ເຮົາ​ຢູ່​ເຫິງ​ປານ​ໃດ? ຈົ່ງ​ຈຳ​ໄວ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ວັນ​ສິນ​ແກ່​ພວກ​ເຈົ້າ 29 ເຫດ​ສັນ​ນັ້ນ​ໃນ​ວັນ​ທີ່ຫົກ ເຮົາ​ຈຶ່ງ​ໄດ້​ປະ​ທານ​ອາ​ຫານ​ໃຫ້​ພໍ​ກິນ​ໄດ້​ສອງ​ມື້​ແກ່​ພວກ​ເຈົ້າ ໃນ​ວັນທີ່​ເຈັດ​ທຸກ​ຄົນ​ຕ້ອງ​ຢູ່​ກັບ​ທີ່​ບໍ່​ໃຫ້​ມີ​ຜູ້​ໃດ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ຕົນ” 30 ດ້ວຍ​ເຫດ​ນີ້ ຄົນ​ທັງ​ປວງ​ຈຶ່ງ​ບໍ່​ເຮັດ​ວຽກ​ໃນ​ວັນຖ້ວນ​ເຈັດ 31 ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄດ້​ເອີ້ນ​ຊື່ອາ​ຫານ​ນັ້ນ​ວ່າ ມາ​ນາ ອາ​ຫານ​ນີ້ເປັນ​ເມັດ​ຂາວໆ​ເຫມືອນ​ໃນ​ຜັກ​ຊີ ມີ​ຣົດ​ເຫມືອນ​ເຂົ້າ​ຫນົມ​ແຜ່ນ​ປະ​ສົມ​ນ້ຳ​ເຜີ້ງ 32 ໂມ​ເຊ​ໄດ້​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ດັ່ງ​ນີ້​ວ່າ, ຈົ່ງ​ຜອງ​ເອົາ​ມາ​ນາ​ນຶ່ງໂອ​ເມີ​​ເກັບ​ໄວ້​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ພວກ​ເຈົ້າ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ເຫັນ​ອາ​ຫານ​ທີ່​ເຮົາ​ໄດ້​ໃຫ້​ເຈົ້າ​ກິນ​ໃນ​ຖິ່ນ​ກັນ​ດານ ເມື່ອ​ຄາວ​ເຮົາ​ໄດ້​ນຳ​ພວກ​ເຈົ້າ​ອອກ​ຈາກ​ເອ​ຢິບ​ນັ້ນ” 33 ໂມ​ເຊ​ໄດ້​ບອກ​ອາ​ໂຣນ​ວ່າ, “ຈົ່ງ​ຜອງ​ມາ​ນາ​ນຶ່ງໂອ​ເມີ​​ໃສ່​ໄຫ​ໄວ້​ສຳ​ລັບ​ເຊື້ອ​ສາຍ​ຂອງ​ເຈົ້າ” 34 ອາ​ໂຣນ​ຈຶ່ງ​ໄດ້​ວາງ​ມາ​ນາ​ນັ້ນ​ໄວ້​ຕໍ່​ຫນ້າ​ຫີບ​ພຣະ​ສັນ​ຍາ ເພື່ອ​ເກັບ​ຮັກ​ສາ​ໄວ້​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໂມ​ເຊ 35 ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ໄດ້​ກິນ​ມາ​ນາ​ເປັນ​ອາ​ຫານ​ຢູ່​ສີ່​ສິບ​ປີ ຈົນ​ພວກ​ເຂົາ​ໄດ້​ມາ​ເຖິງ​ແຜ່ນ​ດິນ​ບ່ອນ​ມີ​ຄົນ​ຢູ່​ຄື​ຮອດ​ຊາຍ​ແດນ​ປະ​ເທດ​ກາ​ນາ​ອານ 36 (ນຶ່ງ​ໂອ​ເມີ​​ເທົ່າ​ກັບ​ນຶ່ງ​ໃນ​ສິບ​ຂອງ​ເອ​ຟາ)

ອົບພະຍົກ 17

ນ້ຳ​ອອກ​ມາ​ຈາກ​ຫີນ

1 ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ທັງ​ຫມົດ ໄດ້​ຍົກ​ອອກ​ຈາກ​ຖິ່ນ​ກັນ​ດານ​ຊິນ ຍ້າຍ​ໄປ​ຕັ້ງ​ຄ້າຍ​ຢູ່​ເປັນ​ລະ​ຍະໆ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຂົາ​ໄດ້​ຕັ້ງ​ຄ້າຍ​ພັກ​ເຊົາ​ຢູ່​ທີ່​ເຣ​ຟີ​ດິມ ແຕ່​ໃນ​ທີ່​ນີ້​ບໍ່​ມີ​ນ້ຳ​ໃຫ້​ປະ​ຊາ​ຊົນ​ດື່ມ 2 ພວກ​ເຂົາ​ຈຶ່ງ​ຜິດ​ຖຽງ​ກັບ​ໂມ​ເຊ ແລະ​ເວົ້າ​ວ່າ, “ໃຫ້​ພວກ​ຂ້າພະ​ເຈົ້າ​ດື່ມ​ນ້ຳ​ແດ່” ໂມ​ເຊ​ໄດ້​ຕອບ​ວ່າ, “ພວກ​ເຈົ້າ​ຫາ​ເຣື່ອງ​ຜິດ​ຖຽ​ງ​ກັບ​ເຮົາ​ເຮັດ​ຫຍັງ? ເປັນ​ຫຍັງ​ຈຶ່ງ​ບັງ​ອາດ​ລອງ​ດີ​ກັບ​ພຣະ​ຜູ້​ເປັນ​ເຈົ້າ?” 3 ປະ​ຊາ​ຊົນ​ໄດ້​ຫິວ​ນ້ຳ​ຫລາຍ​ຂຶ້ນ ຈຶ່ງ​ຈົ່ມ​ຮ້າຍ​ໃສ່​ໂມ​ເຊ ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ພາ​ພວກ​ຂ້າ​ພະເຈົ້າອ​ອກ​ມາ​ຈາກ​ເອ​ຢິບ? ຮູ້​ບໍ່​ວ່າ​ພວກ​ຂ້າ​ພະ​ເຈົ້າ​ທັງ​ເດັກ​ນ້ອຍ​ແລະ​ຝູງ​ສັດ​ຫິວ​ນ້ຳ​ຈະ​ຕາຍ​ແລ້ວ” 4 ໂມ​ເຊ​ຈຶ່ງ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍຄວາມຮ້ອນ​ຮົນ​ວ່າ, “ຂ້າ​ພຣະ​ອົງ​ຈະ​ເຮັດ​ແນວ​ໃດ​ກັບ​ປະ​ຊາ​ຊົນ​ເຫລົ່າ​ນີ້? ພວກ​ເຂົາ​ເກືອບ​ຈະ​ເອົາ​ຫີນ​ຄວ່າງ​ໃສ່​ຂ້າ​ພຣະ​ອົງ​ແລ້ວ” 5 ພຣະ​ຜູ້​ເປັນ​ເຈົ້າຊົງ​ຕອບ​ໂມ​ເຊວ່າ, “ເຈົ້າ​ຈົ່ງ​ຍ່າງ​ໄປ​ກ່ອນ​ປະ​ຊາ​ຊົນ​ເຫລົ່າ​ນັ້ນ ໃຫ້​ເອົາ​ຫົວ​ຫນ້າ​ບາງ​ຄົນ​ຂອງ​ຊາວ​ອິ​ສ​ຣາ​ເອນ​ໄປ​ດ້ວຍ ໄມ້​ເທົ້າ​ທີ່​ເຈົ້າ​ໃຊ້​ຕີ​ແມ່​ນ້ຳ​ກໍ​ໃຫ້​ຖື​ໄປ ໃຫ້​ຮີບ​ອອກ​ເດີນ​ທາງ​ໄປ ເຮົາ​ຈະ​ຢືນ​ຢູ່​ຕໍ່​ຫນ້າ​ເຈົ້າ​ເທິງ​ໂງ່ນ​ຫີນ​ທີ່​ໂຮ​ເຣັບ 6 ເຈົ້າ​ຈົ່ງ​ຕີ​ຫີນ​ນັ້ນ ແລ້ວ​ນ້ຳ​ຈະ​ໄຫລ​ອອກ​ມາ​ໃຫ້​ປະ​ຊາ​ຊົນ​ດື່ມ​ໄດ້” ໂມ​ເຊ​ຈຶ່ງ​ທຳ​ດັ່ງ​ນັ້ນ​ຕໍ່​ຫນ້າ​ພວກ​ຫົວ​ຫນ້າ​ຂອງ​ຊາວ​ອິ​ສ​ຣາ​ເອນ 7 ສະ​ຖານ​ທີ່​ນັ້ນ​ຈຶ່ງ​ມີ​ຊື່​ວ່າ ມັດ​ສາຫລື​ລາງຄົນ​ເອີ້ນ​ວ່າ ເມ​ຣິ​ບາ ເພາະ​ຊາວ​ອິ​ສ​ຣາ​ເອນ​ໄດ້​ທະ​ເລາະ​ຜິດ​ຖຽງ​ກັນ ແລະ​ລອງ​ດີ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ ໂດຍ​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ​ຫລື​ບໍ່?”

ທຳ​ສົງ​ຄາມ​ກັບ​ຄົນ​ອາ​ມາ​ເລກ

8 ຊາວ​ອາ​ມາ​ເລກ​ໄດ້​ຍົກ​ທັບ​ມາ​ຕີ​ຊາວ​ອິ​ສ​ຣາ​ເອນ​ທີ່ເຣ​ຟີ​ດິມ 9 ໂມ​ເຊ​ຈຶ່ງ​ເວົ້າ​ກັບ​ໂຢ​ຊວຍ​ວ່າ, “ຈົ່ງ​ໂຮມ​ກຳ​ລັງ​ຄົນ​ຂອງ​ເຮົາ​ອອກ​ໄປ​ສູ້​ຮົບ​ກັບ​ຊາວ​ອາ​ມາ​ເລກ​ໃນ​ມື້​ອື່ນ​ນີ້ ເຮົາ​ຈະ​ຖື​ໄມ້​ເທົ້າ​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້​ຢືນ​ຢູ່​ເທິງ​ຈອມ​ພູ” 10 ໂຢ​ຊວຍ​ໄດ້​ທຳ​ຕາມ​ໂມ​ເຊ​ສັ່ງ​ຄື ໄດ້​ອອກ​ໄປ​ສູ້​ຮົບກັບ​ຊາ​ວອາ​ມາ​ເລກ ສ່ວນ​ໂມ​ເຊ ອາ​ໂຣນ ແລະ​ຮູ​ເຣ​ໄດ້​ຂຶ້ນ​ໄປ​ເທິງ​ຈອມ​ພູ​ນັ້ນ 11 ເມື່ອ​ໃດ​ໂມ​ເຊ​ຍົກ​ແຂນ​ຂຶ້ນ ຊາວ​ອິ​ສ​ຣາ​ເອນ​ກໍ​ເປັນ​ຝ່າຍ​ໄດ້​ປຽບ ແຕ່​ພໍ​ໂມ​ເຊ​ເອົາ​ແຂນ​ລົງ ຝ່າຍ​ອາ​ມາ​ເລກ​ກໍ​ເລີ້ມ​ໄດ້​ປຽບ 12 ເມື່ອ​ໂມ​ເຊ​ເມື່ອຍ​ແຂນອາ​ໂຣນ​ກັບ​ຮູ​ເຣ​ກໍ​ນຳ​ກ້ອນ​ຫີນ​ມາ​ໃຫ້​ໂມ​ເຊ​ນັ່ງ ແລ້ວ​ເຂົາ​ທັງ​ສອງ​ກໍ​ຢືນ​ຈັ​ບ​ແຂນ​ໂມ​ເຊ​ຍົກ​ຂຶ້ນ​ຄົນ​ລະ​ຂ້າງ ແຂນ​ຂອງ​ໂມ​ເຊ​ຈຶ່ງ​ຍົກ​ຢູ່​ຈົນ​ເທົ່າ​ຕາ​ເວັນ​ຕົກ​ດິນ 13 ໂຢ​ຊວຍ​ກໍ​ຊະນະ​ປະ​ຊາ​ຊົນ​ຂອງ​ອາ​ມາ​ເລກ​ໄດ້​ທັງ​ຫມົດ 14 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ຂຽນ​ເຣື່ອງ​ທີ່​ເກີດ​ຂຶ້ນ​ນີ້ໄວ້​ໃນ​ປື້ມ​ເພື່ອ​ຈະ​ໄດ້​ລະ​ນຶກ​ເຖິງ ແລະ​ຈົ່ງ​ເລົ່າ​ໃຫ້​ໂຢ​ຊວຍ​ຟັງ​ວ່າ ເຮົາ​ຈະ​ທຳໃຫ້​ຊື່​ສຽງ​ຂອງ​ອາ​ມາ​ເລກ​ຫມົດ​ສິ້ນ​ໄປ” 15 ແລ້ວ​ໂມ​ເຊ​ໄດ້​ສ້າງ​ແທ່ນ​ບູ​ຊາ​ອັນ​ນຶ່ງ​ຂຶ້ນ​ເອີ້ນ​ແທ່ນ​ນັ້ນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ທຸງ​ໄຊ​ຂອງ​ຂ້າພະ​ເຈົ້າ” (ເຢ​ໂຮ​ວາ ນິ​ສ​ຊີ) 16 ທ່ານ​ກ່າວ​ວ່າ, “ຈົ່ງ​ຍົກ​ສູງ​ທຸງ​ໄຊ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສູ້​ຮົບ​ກັບ​ຊາວ​ອາ​ມາ​ເລກ​ຕລອດ​ໄປ”

ອົບພະຍົກ 18

ເຢ​ດ​ໂຣມາ​ຢ້ຽມ​ຢາມ​ໂມ​ເຊ

1 ເຢດ​ໂຣ​ພໍ່​ເຖົ້າ​ຂອງ​ໂມ​ເຊ ຜູ້​ທີ່​ເປັນ​ປະ​ໂຣ​ຫິດ​ແຫ່ງ​ມີ​ດິອານ ໄດ້​ຍິນ​ເຖິງ​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ໂມ​ເຊ​ແລະ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ ເມື່ອ​ພຣະ​ອົງ​ໄດ້​ນຳ​ພວກ​ເຂົາ​ອອກ​ມາ​ຈາ​ກ​ເອ​ຢິບ 2 ສະ​ນັ້ນ ເຢດ​ໂຮຈຶ່ງ​ພາ​ຊິບ​ໂປ​ຣາ​ພັ​ຣ​ຍາ​ຂອງ​ໂມ​ເຊ​ຜູ້​ທີ່​ຖືກ​ປະ​ໄວ້​ກັບ​ຕົນ​ນັ້ນ​ມາ​ຫາ​ໂມ​ເຊ 3 ພ້ອມ​ບຸດ​ຊາຍ​ທັງ​ສອງ​ຄົນ​ຂອງ​ນາງ ຄົນ​ນຶ່ງ​ຊື່ ເກີໂຊມ (ໂມ​ເຊ​ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຕ່າງ​ປະ​ເທດ​ທີ່​ມາ​ອາ​ໄສຢູ່​ໃນ​ປະ​ເທດ​ນີ້“) 4 ອີກ​ຄົນ​ນຶ່ງ​ຊື່ ເອ​ລີ​ເອ​ເຊີ (ທ່ານ​ກ່າວ​ອີກວ່າ, “ພຣະ​ເຈົ້າ​ຂອງ​ບິ​ດາ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຊ່ອຍ​ຊູ​ຂ້າ​ພະ​ເຈົ້າໃຫ້​ພົ້ນ​ຈາກ​ການ​ນຳ​ລ້າ​ສັງ​ຫານ​ຂອງ​ກະ​ສັດ​ແຫ່ງ​ເອ​ຢິບ”) 5 ເຢດ​ໂຣ​ໄດ້​ພາ​ພັຣ​ຍາ​ຂອງ​ໂມ​ເຊ​ພ້ອມ​ດ້ວຍ​ບຸດທັງ​ສອງ​ຂອງ​ນາງ ມາ​ຍັງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ບ່ອນ​ທີ່​ໂມ​ເຊ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ພູ​ສັກ​ສິດ 6 ທ່ານໄດ້​ສົ່ງ​ຄົນ​ໄປ​ບອກ​ໂມ​ເຊວ່າ, “ພວກ​ຕົນ​ກຳ​ລັງ​ເດີນ​ທາງ​ມາ” 7 ດັ່ງ​ນັ້ນ ໂມ​ເຊ​ຈຶ່ງ​ອອກ​ໄປ​ພົບ​ແລະ​ຂາບລົງ​ຕໍ່​ຫນ້າ​ເຢດ​ໂຣ ແລະ​ທັງ​ຈູບ​ທ່ານ ພວກ​ເຂົາ​ຖາມ​ເຖິງ​ຄວາມ​ສຸກ​ທຸກ​ຂອງ​ກັນ​ແລະ​ກັນ ຄັນ​ແລ້ວ​ພໍ​ພາ​ກັນ​ໄປ​ຍັງ​ເຕັນ​ບ່ອນ​ພັກ​ຂອງ​ໂມ​ເຊ 8 ໂມ​ເຊ​ເລົ່າ​ສູ່​ເຢດ​ໂຣ​ຟັງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ທຳຕໍ່​ກະ​ສັດ​ແລະ​ຕໍ່​ຊາວ​ເອ​ຢິບ ເພື່ອ​ຊ່ອຍ​ກູ້​ເອົາ​ຊາວ​ອິ​ສ​ຣາ​ເອນ ໂມ​ເຊ​ຍັງ​ໄດ້​ເລົ່າ​ເຖິງ​ຄວາມ​ຍາກ​ລຳ​ບາກ​ນາໆ​ປະ​ການ​ທີ່​ຊາວ​ອິ​ສ​ຣາ​ເອນ​ໄດ້​ປະ​ເຊີນ​ໃນ​ຄາວ​ເດີນ​ທາງ ແລະ​ເຖິງ​ກາ​ນທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໂຜດ​ຊ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຢ່າງ​ໃດ 9 ເມື່ອ​ເຢດ​ໂຣ​ໄດ້​ຍິນ​ຫມົດ​ທຸກ​ເຣື່ອງ​ຢ່າງ​ນັ້ນ​ແລ້ວ ທ່ານ​ກໍ​ດີ​ໃຈ​ຫລາຍ 10 ແລະ​ກ່າວ​ວ່າ, “ສັຣ​ເສິນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ທີ່​ໂຜດ​ຊ່ອຍ​ທ່ານ​ທັງ​ຫລາຍໃຫ້​ລອດ​ຈາກ​ເງື້ອມ​ມືຊາວ​ເອ​ຢິບແລະ​ຈາກຫັດ​ຂອງກະ​ສັດ​ຟາ​ຣາ​ໂອ ແລະ​ຊົງ​ຊ່ອຍ​ປະ​ຊາ​ຊົນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຊາວ​ເອ​ຢິບ 11 ບັດ​ນີ້​ເຮົາຮູ້​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຍິ່ງ​ໃຫຍ່ກວ່າ​ພຣະ​ທັງ​ຫລາຍ ເພາະ​ພຣະ​ອົງ​ຊົງ​ສຳແດງ​ຄວາມ​ຍິ່ງ​ໃຫຍ່​ນີ້ ເມື່ອ​ເອ​ຢິບ​ໄດ້​ເຮັດ​ຕໍ່​ຊາວ​ອິ​ສ​ຣາ​ເອນ​ດ້ວຍ​ຄວາມດູ​ຫມິ່ນ​ປະ​ຫມາດ​ເຊັ່ນ​ນັ້ນ” 12 ແລ້ວ​ເຢ​ໂຣດ​ພໍ່​ເຖົ້າ​ຂອງ​ໂມ​ເຊກໍ​ນຳ​ເອົາ​ເຄື່ອງເຜົາ​ບູ​ຊາ​ແລະ​ເຄື່ອງ​ສັ​ຕ​ບູ​ຊາ​ຖວາຍ​ແກ່​ພຣະເຈົ້າ ຝ່າຍ​ອາ​ໂຣນ ແລະ​ພວກ​ຜູ້​ນຳ​ກໍ​ໄດ້​ໄປ​ຮ່ວມ​ຮັບ​ປະ​ທານອາ​ຫານ​ລ້ຽງ​ກັບ​ພໍ່​ເຖົ້າ​ຂອງ​ໂມ​ເຊ ສະ​ເພາະ​ພຣະ​ພັກ​ພຣະ​ເຈົ້າ

ໂມ​ເຊ​ແຕ່ງ​ຕັ້ງ​ພວກ​ຜູ້​ປົກ​ຄອງ

13 ໃນ​ວັນຕໍ່​ມາ ໂມ​ເຊ​ໄດ້​ອອກ​ມາ​ນັ່ງ​ພິຈາ​ຣະ​ນາ​ເພື່ອ​ຕັດ​ສິນ​ຄວາມ​ໃຫ້​ປະ​ຊາ​ຊົນ ທ່ານໄດ້​ຫຍຸ້ງ​ຢູ່​ກັບ​ວຽກ​ແຕ່​ເຊົ້າ​ຈົນ​ຮອດ​ຄ່ຳ 14 ເມື່ອ​ພໍ່​ເຖົ້າ​ໂມ​ເຊໄດ້​ເຫັນ​ງານທີ່​ໂມ​ເຊ​ທຳ​ເພື່ອ​ປະ​ຊາ​ຊົນ​ເຊັ່ນ​ນັ້ນ ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ໃຊ້​ວິທີ​ຫຍັງ​ປະ​ຕິ​ບັດ​ກັບ​ປະ​ຊາ​ຊົນ? ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ເຮັດ​ຜູ້​ດຽວ​ໂດຍ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ໃຫ້​ຢືນ​ອ້ອມ​ທີ່​ນີ້​ແຕ່​ເຊົ້າ​ຮອດ​ຄ່ຳ?​“ 15 ແລ້ວ​ໂມ​ເຊ​ກໍ​ຕອບພໍ່​ເຖົ້າ​ວ່າ, “ເພາະ​ປະ​ຊາ​ຊົນ​ມາ​ຫາ​ຂ້າ​ພະ​ເຈົ້າ ເພື່ອ​ຂໍ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ” 16 ເມື່ອ​ມີ​ສອງ​ຄົນ​ໂຕ້​ຖຽງ​ກັນ ພວກ​ເຂົາ​ກໍ​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າກໍ​ຕັດ​ສິນຄວາມ​ໃຫ້​ລະ​ຫວ່າງ​ເຂົາ​ທັງ​ສອງ ​ສອນ​ພວກ​ເຂົາ​ໃຫ້​ຮູ້​ເຖິງ​ກົດ​ເກນ​ແລະ​ຂໍ້​ຄຳ​ສັ່ງ​ຂອງພຣະ​ເຈົ້າ 17 ແລ້ວພໍ່​ເຖົ້າ​ຂອງ​ໂມ​ເຊ​ຈຶ່ງ​ກ່າວ​ແກ່​ທ່ານ​ວ່າ, “ທ່ານເຮັດ​ຢ່າງ​ນີ້ບໍ່​ແມ່ນ​ວິ​ທີ​ດີ 18 ທ່ານຈະ​ເຮັດ​ໃຫ້​ທ່ານ​ເອງ​ອ່​ອນ​ເພັຽ​ເສັຽກຳ​ລັງ ພ້ອ​ມທັງ​ປະ​ຊາ​ຊົນ​ເຫລົ່າ​ນີ້ດ້​ວຍ ວຽກ​ການ​ນີ້ຫນັກ​ເຫລືອ​ກຳ​ລັງ​ທີ່​ທ່ານ​ຜູ້​ດຽວ​ຈະ​ທຳ​ໄດ້ 19 ບັດ​ນີ້ຟັງ​ເຣົາ ເຮົາ​ຈະ​ໃຫ້​ຄຳ​ແນະ​ນຳ​ທີ່​ດີ​ແກ່​ທ່ານແລະຂໍ​ໃຫ້​ພຣະ​ເຈົ້າ​ສະ​ຖິດ​ຢູ່​ກັບ​ທ່ານ ເປັນ​ການ​ຖືກ​ຕ້ອງ​ທີ່​ທ່າ​ນຈົ່ງເປັນ​ຜູ້​ແທນ​ຂອງ​ປະ​ຊາ​ຊົນ​ຕໍ່ພຣະ​ເຈົ້າ ແລະ​ນຳ​ຄວາມ​ກາບ​ທູນ​ພຣະ​ເຈົ້າ 20 ທ່ານຈົ່ງ​ສັ່ງ​ສອນ​ເຂົາ​ໃຫ້​ເຂົາ​ຮູ້​ກົດ​ເກນ ແລະ​ຂໍ້​ຕັດ​ສິນ ແລະ​ສະ​ແດງ​ໃຫ້ເຂົາ​ຮູ້​ຈັກ​ທາງ​ທີ່​ເຂົາ​ຕ້ອງດຳ​ເນີນ​ຊີ​ວິດ​​ແລະ​ສິ່ງ​ທີ່​ຕ້ອງ​ປະ​ຕິ​ບັດ​ 21 ແຕ່ນອກ​ຈາກ​ນີ້ ທ່ານ​ຈົ່ງ​ເລືອກ​ຄົນ​ທີ່​ສາມາດ​ຈາກພວກ​ປະ​ຊາ​ຊົນ​ ຄື​ຄົນ​ທີ່​ຢຳ​ເກງ​ພຣະ​ເຈົ້າ ໄວ້​ໃຈ​ໄດ້ ແລະ​ບໍ່​ກິນ​ສິນ​ບົນ ​ແຕ່ງ​ຕັ້ງ​ຄົນ​ຢ່າງ​ນີ້​ໄວ້​ເປັນ​ຜູ້​ປົກ​ຄອງຄົນ ​ພັນ​ຄົນ ຮ້ອຍ​ຄົນ ຫ້າ​ສິບ​ຄົນ ແລະ​ສິ​ບ​ຄົນ 22 ໃຫ້​ເຂົາ​ຮັບ​ຫນ້າ​ທີ່​ເປັນ​ຜູ້​ຕັດ​ສິນຄວາມ​ຂອງ​ປະ​ຊາ​ຊົນ​ປະ​ຈຳ ສ່ວນ​ກໍ​ຣະ​ນີ​ໃຫຍ່ໆ​ກໍໃຫ້​ເຂົາ​ນຳ​ມາ​ແຈ້ງ​ຕໍ່​ທ່ານ ແຕ່ສ່ວນ​ຄະ​ດີ​ເລັກ​ນ້ອຍ​ໃຫ້​​ເຂົາ​ຕັດ​ສິນ​ເອງ ວິ​ທີ​ນີ້​ຈະ​ທຳໃຫ້​ການ​ງານ​ຂອງ​ທ່ານເບົາ​ລົງ ແລະ​ພວກເຂົາ​ຈະ​ແບກ​ພາ​ຣະ​ຮ່ວມ​ກັບ​ເຈົ້າ​ 23 ຖ້າ​ເຮັດ​ດັ່ງ​ນີ້ແລະ​ພຣະ​ເຈົ້າ​ຊົງ​ບັນ​ຊາແລ້ວ ທ່ານກໍ​ຈະ​​ສາ​ມາດ​ທົນ​ໄດ້ ປະ​ຊາ​ຊົນ​ທັງ​ປວງນີ້ກໍຈະ​ໄປ​ຍັງ​ທີ່​ອາ​ໄສ​ຂອງ​ເຂົາ​ດ້ວຍ​ຄວາມ​ສ​ງົບ​ສຸກ 24 ໂມ​ເຊ​ກໍ​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ພໍ່​ເຖົ້າ ແລະ​ທຳ​ຕາມທີ່​ເຂົາ​ແນະ​ນຳ​ທຸກ​ປະ​ການ 25 ໂມ​ເຊ​ຈຶ່ງ​ໄດ້​ເລືອກ​ຄົນ​ທີ່​ສາມາດ​ຈາກ​ຄົນ​ອິ​ສ​ຣາ​ເອນ​ທັງ​ປວງ ຕັ້ງ​ໃຫ້​ເປັນ​ຫົວ​ຫນ້າ​ປະ​ຊາ​ຊົນ ເປັນ​ຜູ້​ປົກ​ຄອງ​ພັນ​ຄົນ ຮ້ອຍ​ຄົນ ຫ້າ​ສິບ​ຄົນ ແລະ​ສິບ​ຄົນ 26 ຄົນ​ເຫລົ່າ​ນັ້ນ​ພິ​ພາກ​ສາ​ຄວາມຂອງ​ປະ​ຊາ​ຊົນ​ເປັນ​ປະ​ຈຳ ໂດຍ​ນຳ​ຄະ​ດີ​ໃຫຍ່ໆ​ມາ​ຫາ​ໂມເຊ ສ່ວນ​ຄະ​ດີ​ເລັກ​ນ້ອຍ​ນັ້ນ​ເຂົາ​ພິ​ຈາ​ລະ​ນາ​ຕັດ​ສິນ​ເອງ 27 ແລ້ວ​ໂມ​ເຊ​ກໍ​ອຳ​ລາ​ພໍ່​ເຖົ້າ​ກັບ​ໄປ ແລະ​ທ່ານໄດ້​ກັບ​ຄືນ​ເມືອ​ຍັງ​ບ້ານ​ເມືອງ​ຂອງ​ຕົນ

ອົບພະຍົກ 19

ຊາວ​ອິ​ສ​ຣາ​ເອນ​ທີ່​ພູ ຊີ​ນາ​ອີ

1 ໃນ​ວັນ​ທີ່​ນຶ່ງ​ຂອງ​ເດືອນ​ທີ່​ສາມ​ນັບ​ແຕ່​ຊາວ​ອິ​ສ​ຣາ​ເອນ​ໄດ້​ອອກ​ຈາກ​ເອ​ຢິບ ພວກ​ເຂົາ​ໄດ້​ມາ​ເຖິງ​ຖິ່ນ​ກັນ​ດານ​ທີ່​ຊີ​ນາ​ອີ 2 ເມື່ອ​ອ​ອກ​ຈາກ​ເຣ​ຟີ​ດິມ​ມາ​ເຖິງ​ຖິ່​ນ​ກັນ​ດານ​ຊີ​ນາ​ອີ​ແລ້ວ ພວກ​ເຂົາ​ໄດ້​ຕັ້ງ​ຄ້າຍ​ພັກ​ເຊົາ​ຢູ່​ຕໍ່​ຫນ້າ​ພູ​ນັ້ນ 3 ແລ້ວ​ໂມ​ເຊ​ໄດ້ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ເຝົ້າ​ພຣະ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອີ້ນ​ຈາກ​ພູ​ມາ​ຫາ​ໂມ​ເຊວ່າ, “ຈົ່ງ​ບອກ​ເຊື້ອ​ສາຍ​ຢາ​ໂຄບ ແລະ​ບອກ​ຊາວ​ອິ​ສ​ຣາ​ເອນ​ດັ່ງ​ນີ້ 4 ພວກ​ເຈົ້າ​ໄດ້​ເຫັນ​ສິ່ງທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ຕໍ່​ຊາວ​ເອ​ຢິບ​ແລ້ວ ພຣະ​ອົງ​ໄດ້​ຍົກ​ພວກ​ເຈົ້າ​ຂຶ້ນ​ເຫມືອນ​ດັ່ງ​ນົກ​ອິນ​ຊີ​ຍົກ​ລູກ​ຂຶ້ນ​ດ້ວຍ​ປີກ​ຂອງ​ມັນ 5 ເພື່ອ​ນຳ​ພວກ​ເຈົ້າ​ມາ​ຫາ​ພຣະ​ອົງ ບັດ​ນີ້ ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ພຣະ​ອົງ ແລະ​ຮັກ​ສາຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ​ໄວ້ ພວກ​ເຈົ້າ​ກໍ​ຈະ​ໄດ້​ເປັນ​ໄພ່​ພົນ​​ຂອງ​ພຣະ​ອົງ​ຫມົດ​ ທັງ​ໂລກເປັນ​ຂອງ​ພຣະ​ອົງ 6 ແຕ່​ພວກ​ເຈົ້າ​ຈະ​ໄດ້​ເປັນ​ໄພ່ພົນ​ພິ​ເສດ​ຂອງ​ພຣະ​ອົງ ຈະ​ໄດ້​ເປັນ​ປະ​ໂຣ​ຫິດ​ຜູ້​ຮັບ​ໃຊ້​ພຣະ​ອົງ ແລະ​ເປັນ​ໄພ່​ພົນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ນີ້​ແມ່ນ​ຖ້ອຍ​ຄຳ​ທີ່​ເຈົ້າ​ຈະ​ຕ້ອງບອກ​ຊາວ​ອິ​ສ​ຣາ​ເອນ” 7 ດັ່ງ​ນັ້ນ ໂມ​ເຊ​ຈຶ່ງ​ໄປ​ເອີ້ນ​ພວກ​ຫົວ​ຫນ້າ​ປະ​ຊາ​ຊົນ​ມາ​ພ້ອມ​ກັນ ແລະ​ບອກ​ສິ່ງ​ທັງ​ປວງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ສູ່​ພວກ​ເຂົາຟັງ 8 ແລະ​ປະ​ຊາ​ຊົນ​ໄດ້​ຕອບ​ພ້ອມ​ກັນ​ວ່າ, “ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ທັງ​ຫລາຍຈະ​ທຳ​ຕາມ” ໂມ​ເຊ​ຈຶ່ງ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ທີ່​ປະ​ຊາ​ຊົນ​ໄດ້​ຕອບ 9 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂມ​ເຊວ່າ, “ເຮົາ​ຈະ​ມາ​ຫາ​ເຈົ້າ​ດ້ວຍ​ເມກ​ອັນ​ຫນາ​ຕຶບ ເພື່ອ​ປະ​ຊາ​ຊົນ​ຈະ​ໄດ້​ຍິນ ​ຂນະເຮົາ​ເວົ້າ​ກັບ​ເຈົ້າ ແລ້ວ​ເຂົາ​ຈະ​ໄດ້​ເຊື່ອ​ເຈົ້າ​ສ​ເມີ” ໂມ​ເຊ​ຈຶ່ງ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ທີ່​ປະ​ຊາ​ຊົນ​ໄດ້​ຕອບ 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ໄປ​ບອກ​ໃຫ້​ປະ​ຊາ​ຊົນ​ຕຽມ​ຕົວ​ນະ​ມັ​ສ​ການໃນ​ມື້​ນີ້ ແລະ​ມື້​ອື່ນ ພວກ​ເຂົາ​ຈະ​ຕ້ອງ​ຊັກ​ເສື້ອ​ຜ້າ​ຂອງ​ເຂົາ​ໃຫ້​ສະ​ອາດ 11 ໃນ​ວັນ​ຖ້ວນ​ສາມ​ໃຫ້​ພວກ​ເຂົາ​ຕຽມ​ຕົວ​ໄວ້ ໃນ​ມື້​ນັ້ນ​ເຮົາ​ຈະ​ລົງ​ມາ​ເທິງ​ພູ​ຊີ​ນາ​ອີ ຄົນ​ທັງ​ປວງ​ຈະ​ໄດ້​ເຫັນ​ເຮົາ​ຢູ່​ທີ່​ນັ້ນ 12 ເຈົ້າ​ຈົ່ງ​ກຳ​ນົດ​ເຂດ​ໃຫ້​ປະ​ຊາ​ຊົນ​ຢູ່​ຮອບ​ພູ​ນັ້ນ ແລ້ວບອກ​ເຂົາ​ວ່າ ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ລ່ວງ​ເຂດ​ຂຶ້ນ​ໄປ​ເທິງ​ພູ​ຫລື​ຊູນ​ຕີນ​ພູ​ນັ້ນ ຖ້າ​ຜູ້​ໃດ​ຂືນ​ລ່ວງ​ລ້ຳ​ເຂົ້າ​ໄປ​ຢຽບ​ຕີນ​ພູ​ຈະ​ມີ​ໂທດ​ເຖິງ​ຕາຍ 13 ຜູ້​ນັ້ນ​ຈະ​ຖືກ​ແກ​ວ່ງ​ດ້ວຍ​ກ້ອນ​ຫີນ ຫລື​ຍິງດ້ວຍຫນ້າ​ທະ​ນູ ບໍ່​ໃຫ້​ຂ້າ​ດ້ວຍ​ວິ​ທີ​ເອົາ​ມື​ຖືກ​ຕ້ອງ ຈະ​ເປັນ​ມະ​ນຸດ​ຫລື​ສັດ​ກໍ​ໃຫ້​ຂ້າ​ເສັຽຢ່າໄວ້​ຊີ​ວິດ ເມື່ອ​ໄດ້​ຍິນ​ສຽງ​ເປົ່າ​ແກ​ແລ້ວ​ຈົ່ງ​ໃຫ້​ປະ​ຊາ​ຊົນ​ຂຶ້ນ​ມາ​ເທິງ​ພູ​ໄດ້” 14 ໂມ​ເຊ​ຈຶ່ງລົງ​ຈາກ​ພູ​ມາ​ຫາ​ປະ​ຊາ​ຊົນ ເພື່ອບອກ​ໃຫ້​ເຂົາ​ຕຽມ​ຕົວ​ນະ​ມັ​ສ​ການ ພວກ​ເຂົາ​ໄດ້​ຊັກ​ເສື້ອ​ຜ້າ​ຂອງ​ຕົນ​ໃຫ້​ສະ​ອາດ 15 ແລ້ວ​ໂມ​ເຊ​ໄດ້​ບອກ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຈົ່ງ​ຕຽມ​ຕົວ​ໃຫ້​ດີ​ໃນ​ວັນ​ທີ່​ສາມ ຢ່າ​ຮ່ວມ​ຫລັບ​ນອນ​ນຳ​ຜູ້​ຍິງ​ເດັດ​ຂາດ” 16 ຢູ່​ມາ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ່​ສາມ ໄດ້​ເກີດ​ຟ້າ​ຮ້ອງ​ແມບ​ແລະ​ມີ​ເມກ​ອັນ​ຫນາ​ຕຶບ​ປົກ​ຫຸ້ມ​ຢູ່​ເທິງ​ພູ​ນັ້ນ ພ້ອມ​ກັບ​ມີ​ສຽງ​ແກ​ດັງ​ສ​ນັ່ນ​ຫວັ່ນ​ໄຫວ ຈົນ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ຄ້າຍ​ຢ້ານ​ກົວ​ຕົວ​ສັ່​ນ 17 ໂມ​ເຊ​ຈຶ່ງ​ນຳ​ປະ​ຊາ​ຊົນ​ອອກ​ຈາກ​ຄ້າຍ​ໄປ​ເຝົ້າ​ພຣະ​ເຈົ້າ 18 ພວ​ກ​ເຂົາ​ໄດ້​ມາ​ຢຸດ​ຢືນ​ຢູ່​ທີ່​ຕີນ​ພູ​ທົ່ວ​ພູ​ຊີ​ນາ​ອີ​ມີ​ຄວັນ​ປົກ​ຫຸ້ມ​ຢູ່ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ລົງ​ມາ​ເທິງ​ພູ​ນັ້ນ​ດ້ວຍ​ໄຟ​ຄວັນ ໄຟ​ໄດ້​ພຸ່ງ​ຂຶ້ນ​ເຫມືອນ​ຄວັນ​ໃນ​ເຕົາ​ໃຫຍ່ ປະ​ຊາ​ຊົນທັງ​ປວງ​ຈຶ່ງ​ຢ້ານ​ສັ່ນ​ຢ່າງ​ຮຸນ​ແຮງ 19 ​ເມື່ອ​ສຽງ​ແກ​ດັງ​ຂຶ້ນ ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ເຈົ້າ ພຣະ​ອົງ​ກໍ​ຊົງ​ຕອບ​ດ້ວຍ​ສຽງ​ຟ້າ​ຮ້ອງ 20 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ຈອມ​ພູ​ຊີ​ນາ​ອີ ຊົງ​ເອີ້ນ​ໂມ​ເຊ​ໃຫ້​ຂຶ້ນ​ໄປ​ເທິງ​ຈອມ ໂມ​ເຊ​ຈຶ່ງ​ຂຶ້ນ​ໄປ 21 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ລົງ​ໄປ​ຕັກ​ເຕືອນ​ປະ​ຊາ​ຊົນ ຢ່າ​ໃຫ້​ເຂົາ​ຂ້າມ​ເຂດ​ເຂົ້າ​ມາ​ເບິ່ງ​ເຮົາ ຖ້າ​ບໍ່​ດັ່ງ​ນັ້ນ​ເຂົາ​ຈະ​ຕ້ອງ​ຕາຍ​ເປັນ​ຈຳ​ນວນ​ຫລາຍ 22 ອີກ​ປະ​ການ​ນຶ່ງ ພວກ​ປະ​ໂຣ​ຫິດ​ຜູ້​ທີ່​ເຂົ້າ​ມາ​ໃກ້​ເຮົາ​ນັ້ນ ຈົ່ງ​ໃຫ້​ເຂົາ​ຊຳ​ຮະ​ຕົວ​ໃຫ້​ບໍ​ຣິ​ສຸດ ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ລົງ​ໂທດ​ເຂົາ” 23 ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ປະ​ຊາ​ຊົນ​ຂຶ້ນ​ມາ​ບໍ່​ໄດ້ ເພາະ​ພຣະ​ອົງ​ຊົງ​ເຕືອນ​ພວກ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ວ່າ ຈົ່ງ​ກັ້ນ​ເຂດ​ໄວ້​ຮອບ​ພູ​ນັ້ນ ແລະ​ໃຫ້​ທຳ​ເປັນ​ບ່ອນ​ສັກ​ສິດ” 24 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ເຈົ້າ​ຈົ່ງ​ລົງ​ໄປ​ເສັຽ ແລ້ວ​ໃຫ້​ອາ​ໂຣນ​ຂຶ້ນ​ມາ​ນຳ​ເຈົ້າ ແຕ່​ພວກ​ປະ​ໂຣ​ຫິດ​ກັບ​ປະ​ຊາ​ຊົນ​ຢ່າ​ຂ້າມ​ເຂດ​ຂຶ້ນ​ມາ​ຫາເຣົາຖ້າ​ບໍ່​ດັ່ງ​ນັ້ນ ເຮົາ​ຈະ​ລົງ​ໂທດ​ເຂົາ” 25 ໂມ​ເຊ​ຈຶ່ງ​ລົງ​ໄປ ​ແລະ​ບອກ​ປະ​ຊາ​ຊົນ​ຢ່າງ​ນັ້ນ

ອົບພະຍົກ 20

ພຣະ​ບັນ​ຍັດ​ສິບ​ປະ​ການ

1 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ຖ້ອຍ​ຄຳ​ຕໍ່​ໄປ​ນີ້​ວ່າ, 2 “ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ຜູ້​ໄດ້​ນຳ​ພາ​ພວກ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອ​ຢິບ ຄື​ອອກ​ຈາກ​ປະ​ເທດ​ທີ່​ພວກ​ເຈົ້າ​ໄດ້​ຕົກ​ເປັນ​ທາດ 3 ພວ​ກ​ເຈົ້າ​ຢ່າ​ມີ​ພຣະ​ອື່ນ ນອກ​ຈາກ​ເຮົາ 4 ພວກ​ເຈົ້າ​ຢ່າ​ເຮັດ​ຮູບ​ເຄົາຣົບ​ສໍາ​ລັບ​ຕົນ ຫລື​ຮູບສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ມີ​ຢູ່​ໃນຟ້າ​ສວັນ ໃນ​ແຜ່ນ​ດິນ​ຫລືໃນ​ລຸ່ມ​ແຜ່ນ​ດິນ 5 ຢ່າ​ຂາບ​ໄຫວ້​ຮູບ​ເຫລົ່າ​ນັ້ນ ເພາະ​ວ່າ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເປັນ​ພຣະ​ເຈົ້າ​ຜູ້​ຫວງ​ແຫນ​ພວ​ກ​ເຈົ້າ ເຮົາ​ຈະ​ລົງ​ໂທດ​ລູກ​ຫລານ​ຂອງ​ຜູ້​ທີ່​ຊັງ​ເຮົາ​ເຖິງ​ສາມ​ສີ່​ຊົ່ວ​ອາ​ຍຸ​ຄົນ 6 ແຕ່​ຈະ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ຕໍ່​ຜູ້​ທີ່​ຮັກ​ເຮົາ ແລະ​ຕໍ່​ຜູ້​ທີ່​ປະ​ພຶດ​ຕາມ​ພຣະ​ບັນ​ຍັດ​ຂອງ​ເຮົາ​ສືບ​ໄປ​ຫລາຍ​ຊົ່ວ​ອາຍຸ​ພັນ​ຄົນ 7 ພວ​ກ​ເຈົ້າ​ຢ່າ​ໃຊ້​ຊື່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ໄປ​ໃນ​ທາງ​ທີ່​ຜິດ​ເພາະ​ເຮົາ​ຈະ​ລົງ​ໂທດ​ຜູ້​ທີ່​ໃຊ້​ຊື່​ເຮົາ​ໄປ​ໃນ​ທາງ​ທີ່​ຜິດ 8 ພວກ​ເຈົ້າ​ຈົ່ງ​ນັບ​ຖື​ວັນ​ສິນ ໃຫ້​ຖື​ເປັນ​ວັນ​ສັກ​ສິດ​ຂອງພຣະ​ຜູ້​ເປັນ​ເຈົ້າ 9 ຈົ່ງ​ເຮັດ​ວຽກ​ທັງ​ປວງ​ຂອງ​ເຈົ້າ​ແຕ່​ໃນ​ຫົກ​ມື້ 10 ແຕ່​ມື້​ຖ້ວນ​ເຈັດ​ໃຫ້​ຖື​ເປັນ​ວັນສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ໃນ​ມື້​ນີ້ໃຫ້​ເຈົ້າ​ເອງ​ພ້ອມ​ດ້ວຍ​ບຸດ​ຊາຍ​ບຸດຍິງ ຂ້ອຍ​ທາດ ແລະ​ສັດ​ລ້ຽງ​ຂອງ​ພວກ​ເຈົ້າ​ຕລອດ​ທັງ​ຄົນ​ຕ່າງ​ດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງຂອງ​ພວກ​ເຈົ້າ​ຢຸດ​ເຮັດ​ວຽກ​ທັງ​ຫມົດ 11 ໃນ​ຫົກ​ມື້​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສ້າງ​ຟ້າສວັນ​ ແຜ່ນ​ດິນໂລກ ທະ​ເລ ແລະ​ສິ່ງ​ສາ​ຣະ​ພັດ​ທີ່​ມີຢູ່ໃນ​ສາມ​ແຫ່ງ​ນີ້ ແຕ່​ໃນ​ມື້​ຖ້ວນ​ເຈັດ​ພຣະ​ອົງ​ໄດ້​ຢຸດ​ພັກ ດ້ວຍ​ເຫດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ອວຍ​ພອນ​ໃຫ້​ມື້​ຖ້ວນ​ເຈັດ​ເປັນ​ວັນ​ສິນ​ບໍ​ຣິ​ສຸດ​ສຳ​ລັບ​ພຣະ​ອົງ 12 ຈົ່ງ​ນັບ​ຖື​ບິ​ດາມານ​ດາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາ​ຍຸ​ຫມັ້ນ​ຍືນ​ຢູ່​ໃນ​ແຜ່​ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ໄດ້​ມອບ​ໃຫ້ 13 ພວກ​ເຈົ້າ​ຢ່າ​ຂ້າ​ຄົນ 14 ຢ່າ​ລ່ວງ​ເກີນ​ຜົວ​ເມັຽ​ຜູ້​ອື່ນ 15 ຢ່າ​ລັກ​ຊັບ 16 ຢ່າ​ເປັນ​ພຍານ​ເທັດ​ໃສ່​ຮ້າຍ​ເພື່ອນ​ບ້ານ​ຂອງ​ຕົນ 17 ຢ່າ​ອີ​ດສາ​ຢາກ​ໄດ້​ເຮືອນ​ຂອງ​ຜູ້​ອື່ນ ຢ່າ​ອິດ​ສາ​ຢາກ​ໄດ້​ຜົວ​ຫລື​ເມັຽ ຢາກ​ໄດ້​ຂ້ອຍ​ທາດ ຢາກ​ໄດ້​ງົວ​ຄວາຍ ຢາກ​ໄດ້​ລໍ​ຫລື​ສິ່ງ​ອື່ນ​ໃດ​ທີ່​ເປັນ​ຂອງ​ຄົນ​ອື່ນ”

ຄວາມ​ຢ້ານ​ກົວ​ຂອງ​ປະ​ຊາ​ຊົນ

18 ເມື່ອ​ປະ​ຊາ​ຊົນ​ໄດ້​ຍິນ​ສຽງ​ຟ້າ​ຮ້ອງ ສຽງ​ແກ ເຫັນ​ຟ້າ​ແມບ​ເຫລື້ອມ ແລະ​ເຫັນ​ຄວັນ​ໄຟ​ພຸ່ງ​ຂຶ້ນ​ຈາກ​ພູ ພວກ​ເຂົາ​ກໍ​ຢ້ານ​ກົວ​ຕົວ​ສັ່ນ ແລະ​ຢືນ​ຢູ່​ຫ່າງ​ໄກ 19 ພວກ​ເຂົາ​ໄດ້​ເວົ້າ​ກັບ​ໂມເຊວ່າ, “ເຊີນ​ທ່ານ​ເວົ້າ​ເທີນ ພວກ​ຂ້າ​ພະ​ເຈົ້າຈະ​ຟັງ ແຕ່​ຢ່າ​ໃຫ້​ພຣະ​ເຈົ້າ​ ຕ​ຣັ​ດກັບ​ພວກ​ຂ້າ​ພະ​ເຈົ້າ ຢ້ານ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຕາຍ” 20 ໂມ​ເຊ​ຈຶ່ງ​ເວົ້າ​ກັບ​ປະ​ຊາ​ຊົນ​ວ່າ, “ຢ່າ​ສູ່​ຢ້ານ ພຣະ​ເຈົ້າ​ໄດ້​ສະ​ເດັດ​ມາ​ທົດ​ລອງ​ພວກ​ເຈົ້າ​ຊື່ໆ​ດອກ ເພື່​ອ​ໃຫ້​ພວກ​ເຈົ້າ​ຢຳ​ເກງ​ພຣະ​ອົງ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ທຳ​ບາບ​ອີກ” 21 ແຕ່​ປະ​ຊາ​ຊົນ​ກໍ​ຍັງ​ຢືນ​ຢູ່​ຫ່າງ​ໄກ​ຕໍ່​ໄປ ມີ​ແຕ່​ໂມ​ເຊ​ເທົ່າ​ນັ້ນ​ທີ່​ໄດ້​ເຂົ້າ​ໄປ​ໃກ້​ເມກ​ອັນ​ຕຶບ​ບ່ອນ​ພຣະ​ເຈົ້າ​ສະ​ຖິດ​ຢູ່

ກົດ​ຫມາຍ​ກ່ຽວ​ກັບ​ແທ່ນ​ບູ​ຊາ

22 ພຣະ​ຜູ້​ເປັນ​ເຈົ້າຊົງບອກ​ໂມ​ເຊວ່າ, “ໃຫ້​ບອກ​ຊາວ​ອິ​ສ​ຣາ​ເອນ​ດັ່ງ​ນີ້, ເຈົ້າ​ທັງ​ຫລາຍ​ໄດ້​ເຫັນ​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຈົ້າ​ຈາ​ກຟ້າສວັນ​ 23 ພວກ​ເຈົ້າ​ຢ່າ​ທຳ​ຮູບ​ພຣະ​ເງິນ ພຣະ​ຄຳ​ສຳ​ລັບ​ຂາບ​ໄຫວ້​ທຽບ​ຄຽງ​ກັບ​ພຣະ​ອົງ 24 ຈົ່ງ​ເອົາ​ດິນ​ກໍ່​ແທ່ນ​ບູ​ຊາ​ສຳ​ລັບ​ພຣະ​ອົງ ແລະ​ເທິງ​ແທ່ນ​ນັ້ນ​ຈົ່ງ​ເອົາ​ແກະ ຫລື​ງົວ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເປັ​ນ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາ​ມັກ​ຄີ ໃນ​ບ່ອນ​ທີ່​ພຣະ​ອົງ​ຊົງ​ບອກ​ໃຫ້​ພວກ​ເຈົ້າ​ຂາບ​ໄຫວ້ພຣະ​ອົງ​ນັ້ນ ພຣະ​ອົງ​ຈະ​ມາ​ຫາ​ແລະ​ອວຍ​ພອນ​ພວກ​ເຈົ້າ 25 ຖ້າ​ພວກ​ເຈົ້າ​ກໍ່​ແທ່ນ​ບູ​ຊາ​ດ້ວຍ​ຫິນ​ສຳ​ລັບ​ພຣະ​ອົງ ຢ່າ​ໄດ້​ກໍ່​ດ້ວຍຫິນ​ທີ່​ຕັດ​ຖູ​ແລ້ວ ເພາະ​ຖ້າ​ພວກ​ເຈົ້າ​ເອົາ​ຫິນ​ທີ່​ຕັດ​ຖູ​ແລ້ວ​ມາ​ກໍ່​ແທ່ນ​ບູ​ຊາ ຫີນ​ນັ້ນ​ກໍ​ຈະ​ໃຊ້​ບໍ່​ໄດ້​ສຳ​ລັບພຣະ​ອົງ 26 ພວກ​ເຈົ້າ​ຢ່າ​ທຳ​ແທ່ນ​ທີ່​ມີ​ຂັ້ນ​ໄດ ເພາະ​ວ່າ​ຈະ​ເປັນ​ເຫດ​ໃຫ້​ພວກ​ເຈົ້າ​ເຜີຍ​ຄວາມ​ລັບ​ໃສ່​ແທ່ນ​ນັ້ນ”

ອົບພະຍົກ 21

ການ​ປະ​ຕິ​ບັດ​ຕໍ່​ທາດ

1 ຕໍ່​ໄປ​ນີ້​ເປັນ​ກົດ​ຫມາຍ​ຊຶ່ງ​ເຈົ້າ​ຕ້ອງ​ປະ​ກາດ​ໃຫ້​ເຂົາ​ທັງ​ຫລາຍ​ຮູ້​ໄວ້ 2 “ຖ້າ​​ເຈົ້າ​ຊື້​ທາດ​ເປັນ​ຄົນ​ເຮັບ​ເຣີ ເຂົາຈະ​ຢູ່​ຮັບ​ໃຊ້​ເຈົ້າ​ຫົກ​ປີ ໃນ​ປີ​ທີ່​ເຈັດ​ເຈົ້າ​ຕ້ອງ​ປ່ອຍ​ເຂົາໃຫ້​ເປັນ​ອິສຣະ​ ໂດຍ ເຂົາບໍ່​ຕ້ອງ​ຈ່າຍ​ຫຍັງ​ເລີຍ 3 ທາດ​ຊຶ່ງ​ໄດ້​ມາ​ແຕ່​ຜູ້​ດຽວ​ຈົ່ງ​ປ່ອຍ​ເຂົາ​ໄປ​ແຕ່​ຜູ້​ດຽວ ຖ້າ​ເຂົາ​ມີ​ພັ​ຣ​ຍາ​ຕ້ອງ​ປ່ອຍ​ພັ​ຣຍຂອງ​ເຂົາ​ໄປ​ດ້ວຍ 4 ​ຖ້າ​ນາຍ​ຫາ​ພັ​ຣ​ຍາໃຫ້ເຂົາ ແລະ​ພັ​ຣ​ຍາ​ໄດ້​ເກີດ​ລູກ​ບໍ່​ວ່າ​ຊາຍ ຫລື​ຍິງ​ກໍ​ດີ ຍິງ​ນັ້ນ​ ແລະ​ລູກ​ຂອງ​ນາງ​ຈະ​ຕ້ອງ​ເປັນ​ຄົນ​ຂອງ​ນາຍ ເຂົາ​ຈະ​ເປັນ​ອິ​ສ​ຣະ​ໄດ້​ແຕ່​ຕົວ​ຄົນ​ດຽວ 5 ຖ້າ​ທາດ​ນັ້ນ​ມາ​ກ່າວ​ຢ່າງ​ເປີດ​ເຜີຍ​ແລະ​ບໍ​ຣິ​ສຸດ​ໃຈວ່າ ຂ້າ​ພະ​ເຈົ້າ​ຮັກ​ນາຍ​ຂອງ​ຕົນ ຮັກ​ພັ​ຣ​ຍາ ແລະ​ລູກ​ຂອງ​ຂ້າ​ພະ​ເຈົ້າ ແລະ​ບໍ່​ຢາກ​ຫນີ​ໄປ​ເປັນ​ອິ​ສ​ຣະ 6 ເວ​ລາ​ນັ້ນ ໃຫ້​ນາຍ​ພາ​ທາດ​ຜູ້​ນັ້ນ​ໄປ​ເຝົ້າ​ພຣະ​ເຈົ້າ ຢູ່​ທີ່​ນັ້ນ ນາຍ​ຈະ​ໃຫ້​ທາດ​ຢືນ​ແນບ​ກັບ​ປະ​ຕູຫລື​ວົງ​ປະ​ຕູ ແລະ​ບ່ອງ​ຫູ​ໃຫ້​ເຂົາ ແລ້ວ​ເຂົາກໍ​ຈະ​ເປັນ​ທາດ​ຂອງ​ນາຍ​ຕລອດ​ຊີ​ວິດ 7 “ຖ້າ​ຊາຍ​ຄົນ​ໃດຂາຍ​ບຸດ​ຍິງ ຂອງ​ຕົນ​ໄປ​ເປັນທາສີ ຍິງ​ຜູ້​ນີ້​ຈະ​ບໍ່​ໄດ້​ເປັນ​ອິ​ສ​ຣະ​ເຫມືອນ​ທາດ 8 ຖ້າ​ຍິງ​ນັ້ນ​ບໍ່​ເປັນ​ທີ່​ພໍ​ໃຈ​ຂອງ​ນາຍ​ທີ່​ຮັບ​ນາງ​ໄວ້ ຕ້ອງຍອມ​ໃຫ້​ຄົນ​ອື່ນ​ໄຖ່​ນາງ​ໄປ ແຕ່​ບໍ່​ມີ​ສິດ​ຈະ​ຂາຍ​ຍິງ​ນັ້ນ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ ເພາະ​ບໍ່​ໄດ້​ຊື່​ສັດ​ຕໍ່​ຍິງ​ນັ້ນ​ແລ້ວ 9 ຖ້າ​ນາຍ​ຍົກ​ຍິງ​ນັ້ນ​ໃຫ້​ເປັນ​ພັ​ຣ​ຍາລູກ​ຊາຍ​ຂອງ​ຕົນ ກໍ​ໃຫ້​ເຂົາປະ​ຕິ​ບັດ​ຕໍ່​ຍິງ​ນັ້ນ​ດັ່ງເປັນ​ບຸດ​ຕ​ຣີຂອງ​ຕົນ 10 ຖ້າ​ເຂົາ​ຫາຍິງ​ອື່ນ​ມາ​ເປັນພັ​ຣ​ຍາ ​ຢ່າ​ໃຫ້​ເຂົາ​ລົດ​ອາ​ຫານ​ເຄື່ອງ​ນຸ່ງ​ຖື ແລະ​ສິດ​ທິ​ຢູ່​ໃນ​ລະ​ດັບ​ເດີມ​ຕາມ​ທີ່​ນາງ​ເຄີຍ​ໄດ້​ຮັບ​ມາ​ກ່ອນ 11 ຖ້າ​ເຂົາ​ບໍ່​ໄດ້​ກະ​ທຳ​ຕາມ​ປະ​ການໃດ​ ໃນ​ສາມປະການ​ນີ້​ແກ່ນາງ ຍິງ​ນັ້ນ​ກໍ​ຈະ​ໄດ້​ຮັບ​ອິ​ສ​ຣະ​ໂດຍ​ບໍ່​ຕ້ອງ​ມີ​ຄ່າ​ໄຖ່ ບໍ່​ຕ້ອງ​ເສັຽ​ເງິນ

ກົດ​ຫມາຍກ່ຽວ​ກັບ​ການ​ທາ​ຣຸນ

12 “ຜູ້​ໃດ​​ທຸບ​ຕີ​ຄົນ​ນຶ່ງ​ໃຫ້​​ຕາຍ ຜູ້​ນັ້ນ​ຈຳ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ເຫ​ມືອນ​ກັນ 13 ຖ້າຜູ້​ໃດ​ບໍ່​ໄດ້​ເຈ​ຕ​ນາ​ຂ້າ​ຄົນ ແຕ່​ເຂົາ​ຕາຍ​ເພາະ​ພຣະ​ເຈົ້າ​ຊົງ​ປ່​ອຍ​ໃຫ້​ຕາຍ​ດ້ວຍ​ມືຂ​ອງ​ຜູ້​ນັ້ນ ເຮົາ​ຈະ​ຕັ້ງ​ບ້ານ​ນຶ່ງ​ໄວ້​ໃຫ້​ເຂົາ​ຫນີ​ໄປ​ຢູ່​ທີ່​ນັ້ນ 14 ແຕ່​ຖ້າ​ຜູ້​ໃດ​ເຈ​ຕ​ນາ​ຫັກ​ຫລັງ​ຂ້າ​ເພື່ອນ​ບ້ານ ກໍ​ໃຫ້​ດຶງ​ຕົວ​ເຂົາ​ໄປ​ຈາ​ກ​ແທ່ນ​ບູ​ຊາ​ຂອງ​ເຮົາ​ເພື່ອ​ລົງ​ໂທດ​ໃຫ້​ເຖິງ​ຕາຍ 15 ຜູ້ໃດ​ທຸບ​ຕີ​ບິ​ດາ​ມານ​ດາ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຮັບ​ໂທດ​ເຖິງ​ຕາຍ 16 ຜູ້​ໃດ​ລັກ​ຄົນ​ໄປ​ຂາຍ​ກໍ​ດີ ຫລື​ມີ​ຜູ້​ພົບ​ເຫັນ​ທີ່​ຖືກ​ລັກ​ໄປ​ຢູ່​ໃນ​ມື​ຂອງ​ຜູ້​ນັ້ນ​ກໍ​ດີ ຜູ້​ລັກ​ນັ້ນ​ຈະ​ຕ້ອງ​ຖືກ​ຮັບ​ໂທດ​ເຖິງ​ຕາຍ 17 “ຜູ້​ໃດ​ກໍ​ຕາມ​ທີ່​ສາບ​ແຊ່ງ​ບິ​ດາ​ມານ​ດາຂອງ​ຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ 18 “ຖ້າ​ມີ​ການ​ຕົບ​ຕີຕໍ່​ສູ້​ກັນ ແລະ​ຝ່າຍ​ນຶ່ງເອົາ​ຫີນ​ແກວ່ງ​ຫລື​ຕີ ແຕ່​ອີ​ກ​ຝ່າຍ​ນຶ່ງ​ບໍ່​ເຖິງ​ແກ່​ຄວາມ​ຕາຍ ພຽງ​ແຕ່​ເຈັບ​ປ່ວຍ​ຕ້ອງນອນ​ພັກ 19 ຖ້າ​ຜູ້​ທີ່​ຖືກ​ເຈັບ​ນັ້ນ​ລຸກ​ຂຶ້ນ ຖື​ໄມ້​ເທົ້າ​ຍ່າງ​ອອກ​ໄປ​ໄດ້​ອີກ ຜູ້​ຕີ​ນັ້ນ​ກໍ​ພົ້ນ​ໂທດ ແຕ່​ເຂົາ​ຈະ​ຕ້ອງ​ເສັຽ​ຄ່າ​ປ່ວຍ​ການ ແລະ​ຄ່າ​ຮັກ​ສາບາດ​ແຜ​ຈົນ​ຫາຍ​ເປັນ​ປົກ​ກະ​ຕິ 20 “ຖ້າ​ຜູ້​ໃດ​ທຸບ​ຕີ​ທາດ​ຊາຍຍິງ​ຂອງ​ຕົນດ້ວຍ​ໄມ້​ຈົນ​ຕາຍ​ຄາ​ມື ຜູ້​ນັ້ນ​ຕ້ອງ​ຖືກ​ຮັບ​ໂທດ 21 ຫາກວ່າ​ທາດ​ນັ້ນ​ມີ​ຊີ​ວິດ​ຕໍ່​ໄປ​ໄດ້​ວັນ​ນຶ່ງ ຫລື​ສອງວັນ​ຈຶ່ງ​ຕາຍ ນາຍ​ກໍ​ບໍ່​ຕ້ອງ​ຖືກ​ຮັບ​ໂທດ ເພາະ​ທາດ​ນັ້ນ​ເປັນ​ດັ່ງ​ເງິນ​ຂອງ​ນາຍ 22 “ຖ້າ​ມີ​ຜູ້​ຊາຍ​ຕີ​ກັນ​ແລະ​ບັງ​ເອີນໄປ​​ຖືກ​ຜູ້ຍິງ​ຖື​ພາ ຈົນເປັ​ນ​ເຫດ​ໃຫ້​ລູກ​ໃນ​ທ້ອງ​ຕາຍ ແຕ່​ຍິງ​ນັ້ນ​ບໍ່​​ເປັນ​ອັນ​ຕະ​ຣາຍ​ແຕ່​ປະ​ການ​ໃດ ຜູ້​ຕີ​ນັ້ນ​ຈະ​ຕ້ອງ​ຖືກ​ປັບ​ໄຫມ​ຕາມ​ແຕ່​ຜົວ​ຂອງ​ຍິງ​ນັ້ນ​ຮຽກ​ຮ້ອງ​ເອົາ​ຈາກ​ເຂົາ ແລະ​ເຂົາ​ຈະ​ຕ້ອງ​ເສັຽ​ຕາມ​ຜູ້​ພິ​ພາກ​ສາຈະ​ຕັດ​ສິນ​ 23 ຖ້າ​ຫາກວ່າ​ເປັນ​ເຫດ​ໃຫ້​ເກີດ​ອັນ​ຕະ​ຣາຍ​ປະ​ການ​ໃດ ກໍ​ໃຫ້​ການ​ລົງ​ໂທດ​ດັ່ງ​ນີ້ ຊີ​ວິດ​ແທນ​ຊີ​ວິດ 24 ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ ມື​ແທນ​ມື ຕີນ​ແທນຕີນ 25 ຮອຍ​ໄຟ​ໄຫມ້​ແທນ​ຮອຍ​ໄຟ​ໄຫມ້ ບາດແຜ​ແທນບາດ​ແຜ ຮອຍບວມ​ຊ້ຳ​ແທ​ນ​ຮອຍບວມ​ຊ້ຳ 26 “ຖ້າ​ຜູ້​ໃດຕີ​ນັຍ​ຕາ​ຂອງ​ທາດ​ຊາຍ​ຍິງ​ໃຫ້​ບອດ​ໄປ ເຂົາ​ຕ້ອງ​ປ່ອຍ​ທາດ​ນັ້ນ​ໃຫ້​ເປັນ​ອິ​ສ​ຣະ ​ເທົ່າ​ກັບ​ເປັນ​ການ​ຈ່າຍ​ຄ່າ​ຕາ​ຂອງເຂົາ 27 ຖ້າ​ຜູ້​ໃດ​ທຳໃຫ້​ແຂ້ວ​ຂອງ​ທາດ​ຫັກ​ໄປ ເຂົາ​ຕ້ອງ​ປ່ອຍ​ທາດ​ນັ້ນ​ໃຫ້​ເປັນ​ອິ​ສ​ຣະ​ ເທົ່າ​ກັ​ບ​ເປັນ​ການ​ຈ່າຍ​ຄ່າ​ແຂ້ວ​ຂອງ​ທາດ​ຜູ້​ນັ້ນ

ກົດ​ຫ​ມາຍ​ກ່ຽ​ວກັບຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ

28 “ຖ້າ​ງົວ​ເຖິກ​​ຊົນຊາຍ​ຫລື​ຍິງ​ເຖິງ​ຕາຍ ຈົ່ງ​ເອົາ​ຫີນ​ຄວ່າງ​ໃສ່​ງົວ​ນັ້ນ​ໃຫ້​ຕາຍ ແລະ​ຢ່າ​ກິນ​ຊີ້ນ​ຂອງ​ມັນ ແຕ່​ເຈົ້າ​ຂອງ​ງົວ​ຕົວ​ນັ້ນ​ບໍ່​ມີໂທດ 29 ແຕ່​ຖ້າ​ງົວ​ນັ້ນ​ເຄີຍ​ຊົນ​ຄົນ​ມາ​ກ່ອນ ແລະ​ມີ​ຜູ້​ມາ​ເຕືອນ​ໃຫ້​ເຈົ້າ​ຂອງ​ຮູ້ ແຕ່​ເຈົ້າ​ຂອງ​ບໍ່​ໄດ້​ກັກ​ຂັງ​ມັນ​ໄວ້ ມັນ​ຈຶ່ງ​ໄດ້​ຊົນ​ຊາຍ​ຫລື​ຍິງ​ເຖິງ​ຕາຍ ໃຫ້​ເອົາ​ຫີນ​ຄວ່າງ​ໃສ່​ງົວ​ນັ້ນ​ເສັຽ​ໃຫ້​ຕາຍ ແລະ​ໃຫ້​ລົງ​ໂທດ​ເຈົ້າ​ຂອງ​ເຖິງ​ຕາຍ​ດ້ວຍ 30 ຖ້າ​ຈະ​ຮຽກ​ຮ້ອງ​ເອົາ​ຄ່າ​ໄຖ່​ຈາກ​ຜູ້​ນັ້ນ ເຂົາ​ຕ້ອງ​ເສັຽ​ຄ່າ​ໄຖ່​ແທນ​ຊີ​ວິດ​ຂອງ​ເຂົາ​ຕາມ​ທີ່​ໄດ້​ຮຽກ​ຮ້ອງ 31 ຫາກ​ງົວ​ນັ້ນ​ຊົນ​ບຸດ​ຊາຍ​ແລະ​ບຸດ​ຍິງ ກໍ​ຈົ່ງ​ປັບ​ໂທດ​ຕາມ​ກົດ​ຫມາຍ​ຂໍ້​ນີ້ເຫມືອນ​ກັນ 32 ຖ້າ​ງົວ​ນັ້ນ​ຊົນ​ທາດ​ຊາຍ​ຍິງ​ຂອງ​ຜູ້​ໃດ ເຈົ້າ​ຂອງ​ງົວ​ຕ້ອງ​ໃຫ້​ເງິນ​ແກ່​ນາຍ​ຂອງ​ທາດ​ນັ້ນ​ສາມ​ສິບ​ເຊ​ເກ​ລ ແລ້ວ​ຕ້ອງ​ເອົາ​ຫີນ​ຄວ່າງ​ໃສ່​ງົວ​ນັ້ນ​ໃຫ້​ຕາຍ​ເສັຽດ້ວຍ 33 “ຖ້າ​ຜູ້​ໃດ​ເປີດ​ບໍ່​ນ້ຳ ຫລື​ຂຸດ​ບໍ່​ ແຕ່​ບໍ່​ໄດ້​ປິດ​ໄວ້ ແລ້ວ​ມີ​ງົວ ຫລື​ລໍ​ຕົກ​ລົງ​ໄປ​ຕາຍ​ໃນ​ບໍ່​ນັ້ນ 34 ເຈົ້າ​ຂອງ​ບໍ່​ນ້ຳຕ້ອງ​ໃຫ້​ຄ່າ​ຊົດ​ໃຊ້ ​ເຂົາ​ຕ້ອງ​ເສັຽ​ເງິນຄ່າ​ສັດ​ນັ້ນ​ໃຫ້​ແກ່​ເຈົ້າ​ຂອງ ຊາກ​ສັດທີ່​ຕາຍ​ນັ້ນ​ຈະ​ຕົກ​ເປັນ​ຂອງ​ເຈົ້າ​ຂອງ​ບໍ່​ນ້ຳ 35 “ຖ້າ​ງົວ​ຂອງ​ຜູ້​ໃດ​ຊົນ​ງົວ​ຂອງ​ຜູ້​ອື່ນ​ໃຫ້​ຕາຍ ເຂົາ​ຕ້ອງ​ຂາຍ​ງົວ​ທີ່​ເປັນ​ຢູ່​ແລ້ວ​ມາ​ແບ່ງ​ເງິນ​ກັນ ແລະ​ງົວ​ທີ່​ຕາຍ​ນັ້ນ​ໃຫ້​ແບ່ງ​ກັນ​ດ້ວຍ 36 ຫລື​ຖ້າ​ຮູ້​ແລ້ວ​ວ່າ ງົວ​ນັ້ນ​ເຄີຍ​ຊົນ​ມາ​ກ່ອນ ແຕ່​ເຈົ້າ​ຂອງ​ບໍ່​ໄດ້​ກັກ​ຂັງ​ໄວ້ ເຈົ້າ​ຂອງ​ຕ້ອງ​ໃຊ້​ງົວ​ແທນ​ງົວ ແລະ​ງົວ​ທີ່​ຕາຍ​ນັ້ນ​ກໍ​ຕົກ​ເປັນ​ຂອງ​ຕົນ

ອົບພະຍົກ 22

ກົດ​ຫມາຍ​ກ່ຽວ​ກັບ​ການ​ໃຊ້​ຄົນ

1 “ຖ້າ​ຜູ້​ໃດ​ລັກ​ງົວ​ຫລື​ແກະ​ໄປ​ຂ້າຫລື​ໄປ​ຂາຍ ໃຫ້​ຜູ້​ນັ້ນໃຊ້​ຄືນ​ງົວ​ຫ້າ​ໂຕ​ແທນ​ງົວ​ໂຕ​ນຶ່ງ ແລະ​ໃຊ້​ແກະ​ສີ່​ໂຕ​ແທນ​ແກະ​ໂຕ​ນຶ່ງ 2 “ຖ້າ​ຜູ້​ໃດ​ເຫັນ​ຂະ​ໂມຍ​ບຸກ​ເຂົ້າ​ໄປ​ໃນ​ເຮືອນ ແລ້ວ​ຕີ​ຂະ​ໂມຍ​ນັ້ນ​ຕາຍ ເຂົາ​ບໍ່​ມີ​ໂທດ​ເຖິງຕາຍ​ເພາະ​ການ​ຕີ​ຄົນ​ນັ້ນ 3 ຖ້າ​ດວງ​ຕາ​ເວັນ​ຂຶ້ນ​ແລ້ວ ຜູ້​ຕີ​ຈະ​ມີ​ໂທດ​ເຖິງ​ຕາຍ ແຕ່​ຜູ້​ຮ້າຍນັ້ນ​ຕ້ອງ​ໃຫ້​ຄ່າ​ຊົດ​ໃຊ້ ຖ້າ​ເຂົາ​ບໍ່​ມີ​ອັນ​ໃດ​ຈະ​ໃຊ້​ໃຫ້ ຕ້ອງ​ຂາຍ​ເຂົາ​ເປັນ​ຄ່າ​ຂອງ​ທີ່​ລັກ​ໄປ​ນັ້ນ 4 ຖ້າ​ຈັບ​ຂອງ​ທີ່​ລັກ​ໄປ​ນັ້ນ​ໄດ້​ຢູ່​ໃນ​ມື​ຂອງ​ເຂົາ ຈະ​ເປັນ​ງົວ​ກໍ​ດີ ຫລື​ລໍ​ກໍ​ດີ ຫລື​ແກະ​ກໍ​ດີ ຊຶ່ງ​ຍັງ​ເປັນ​ຢູ່ ຂະ​ໂມຍ​ນັ້ນ​ຕ້ອງ​ໃຫ້​ຄ່າ​ຊົດ​ໃຊ້​ເປັນ​ສອງ​ເທົ່າ 5 “​ຜູ້​ໃດປ່ອຍ​ໃຫ້ສັດ​​ກິນ​ຫຍ້າ​ຢູ່​ໃນ​ນາ​ຫລື​ຢູ່​ໃນ​ສວນ​ອະ​ງຸ່ນ ແລະ​ມັນ​ຫລົງ​ຝູງ​ໄປ​ກິນ​ຜົນ​ລະ​ປູກ​ທີ່​ເກີດ​ໃນ​ນາ​ຂອງ​ຄົນ​ອື່ນ ເຂົາ​ຕ້ອງ​ໃຫ້ຄ່າຊົດ​ໃຊ້​ ໂດຍ​ໃຫ້​ຂອງ​ດີ​ທີ່​ສຸດ​ໃນ​ນາຂອງ​ຕົນ ແລະຂອງ​ທີ່​ດີ​ທີ່​ສຸດ​ໃນ​​ສວນ​ອະ​ງຸ່ນ​ຂອງ​ຕົນ​ເປັນ​ຄ່າເສັຽ​ຫາຍ​ 6 “ຖ້າ​ຈຸດ​ໄຟ​ທີ່ໄຮ່​ນາ​ຂອງ​ຕົນ ແລະ​ໄຟ​ລາມ​ໄປ​ຕິດກອງ​ເຂົ້າ ຫລື​ຕີດ​ຕົ້ນ​ເຂົ້າ​ຊຶ່ງ​ບໍ່​ໄດ້​ກ່ຽວ ຫລື​ຕິດ​ທົ່ງ​ນາ​ໃຫ້​ໄຫມ້​ເສັຽ ຜູ້​ທີ່​ຈຸດ​ໄຟນັ້ນ​ຕ້ອງ​ໃຊ້​ຄ່າ​ເສັຽ​ຫາຍ​ເຕັມ​ຈຳ​ນວນ 7 “ຖ້າ​ຜູ້ໃດ​ຝາກ​ເງິນ ຫລື​ສິ່ງ​ຂອງ​ໄວ້​ກັບ​ເພື່ອນ​ບ້ານ ແລ້ວ​ຂອງ​ນັ້ນ​ຖືກ​ຂະ​ໂມຍ​ລັ​ກ​ໄປ​ຈາກ​ເຮືອນ​ຜູ້​ນັ້ນ ຖ້າ​ຈັບ​ຂະ​ໂມຍ​ໄດ້​ຂະ​ໂມຍ​ຕ້ອງ​ໃຊ້​ແທນ​ເປັນ​ສອງ​ເທົ່າ 8 ຖ້າ​ຈັບ​ຂະ​ໂມຍ​ບໍ່​ໄດ້ ຈົ່ງ​ໃຫ້​ເຈົ້າ​ຂອງ​ເຮືອນ​ມາ​ເຝົ້າ​ພຣະ​ເຈົ້າ​ເພື່ອ​ຈະ​ດູ​ວ່າ​ມື​ຂອງ​ຕົນ​ເອງ​ໄດ້​ລັກ​ສິ່ງ​ຂອງ​ຂອງ​ເພື່ອນ​ບ້ານ​ນັ້ນ​ຫລື​ບໍ່ 9 “ໃນ​ຄະ​ດີ​ຟ້ອງ​ຮ້ອງ​ທຸກ​ຢ່າງ ຈະ​ເປັນ​ເຣື່ອງ​ງົວ ລໍ ແກະ ຫລື​ເສື້ອ​ຜ້າ ຫລື​ເຣື່ອງ​ສິ່ງ​ຂອງ​ໃດໆ​ທີ່​ຫາຍ​ໄປ ຖ້າ​ມີ​ຄົນ​ມາ​ອ້າງວ່າ​ສິ່ງ​ນີ້​ສິ່ງ​ນັ້ນ​ເປັນ​ຂອງ​ຕົນ ຈົ່ງ​ນຳ​ຄະ​ດີ​ຂອງ​ຄູ່​ຄວາມ​ນັ້ນ​ໄປ​ເຝົ້າ​ພຣະ​ເຈົ້າ ພຣະ​ເຈົ້າ​ຊົງ​ຕັດ​ສິນ​ວ່າ​ຜູ້​ໃດ​ຜິດ ຜູ້​ນັ້ນ​ຈະ​ຕ້ອງ​ໃຊ້​ຄ່າ​ຊົດ​ໃຊ້​ເປັນ​ສອງ​ເທົ່າ 10 “ຖ້າ​ຜູ້​ໃດ​ຝາກ​ລໍ ຫລື​ງົວ ຫລື​ແກະ ຫລື​ສັດ​ໃດໆ​ໄວ້​ກັບ​ເພື່ອນ​ບ້ານ ແລະ​ສັດ​ນັ້ນ​ເກີດ​ຕາຍ​ລົງ ຫລື​ເປັນ​ອັນ​ຕະ​ຣາຍ ຫລື​ມີ​ຜູ້​ໄລ່​ຕ້ອນ​ໄປ​ຈາກ​ບ້ານ​ນັ້ນ​ໂດຍ​ບໍ່​ມີ​ໃຜ​ເຫັນ 11 ຕ້ອງ​ໃຫ້​ຜູ້​ຮັບ​ຝາກ​ນັ້ນ​ສາ​ບານ​ຕົວ​ຕໍ່​ເພື່ອນ​ບ້ານ ຕໍ່​ພຣະ​ພັກ​ພຣະ​ເຈົ້າ ເພື່ອ​ດູ​ວ່າ​ມື​ຂອງ​ເຂົາ​ລັກ​ຂອງ​ຂອງ​ເພື່ອນ​ບ້ານ​ນັ້ນ​ຈິງ​ຫລື​ບໍ່ ແລ້ວ​ເຈົ້າ​ຂອງ​ນັ້ນ​ຈະ​ຕ້ອງ​ຍິນຍອມ ຜູ້​ຮັບ​ຝາກ​ນັ້ນ​ບໍ່​ຕ້ອງ​ໃຫ້​ຄ່າ​ຊົດ​ໃຊ້ 12 ແຕ່​ຖ້າ​ສັດ​ນັ້ນ​ຖືກ​ລັກ​ໄປ ຂ​ນະ​ເມື່ອ​ຜູ້​ຮັບ​ຝາກ​ຢູ່​ດ້ວຍ ຜູ້​ຮັບ​ຝາກ​ຕ້ອງ​ໃຫ້​ຄ່າ​ຊົດ​ໃຊ້​ແກ່​ເຈົ້າ​ຂອງ 13 ຖ້າ​ມີ​ສັດ​ຮ້າຍ​ມາ​ກັດສັດ​ນັ້ນ​ຕາຍ ຈົ່ງ​ເອົາ​ຊາກ​ມາ​ໃຫ້​ກວດ​ດູ​ເປັນ​ຫລັກ​ຖານ ແລ້ວ​ຜູ້​ຮັບ​ຝາກບໍ່​ຕ້ອງ​ໃຫ້​ຄ່າ​ຊົດ​ໃຊ້​ແທນ​ສັດ​ທີ່​ຖື​ກກັດ​ນັ້ນ 14 “ຖ້າ​ຜູ້​ໃດ​ຢືມ​ສິ່ງ​ໃດໆ​ໄປ​ຈາກ​ເພື່ອນ​ບ້ານ ແລ້ວ​ເກີດ​ເປັນ​ອັນ​ຕະ​ຣາຍ ຫລື​ຕາຍ​ລະ​ຫວ່າງ​ເວ​ລາ​ທີ່​ເຈົ້າ​ຂອງ​ບໍ່​ຢູ່ ຜູ້​ຢືມ​ຕ້ອງ​ໃຫ້​ຄ່າ​ຊົດ​ໃຊ້​ເຕັມ​ຕາມ​ຈຳ​ນວນ 15 ຖ້າ​ເຈົ້າ​ຂອງ​ຢູ່​ດ້ວຍ ຜູ້​ຢືມ​ບໍ່​ຕ້ອງ​ໃຫ້​ຄ່າ​ຊົດ​ໃຊ້ ຖ້າ​ເປັນ​ຂອງ​ເຊົ່າ​ໃຫ້​ຄິດ​ແຕ່​ຄ່າ​ເຊົ່າ​ເທົ່າ​ນັ້ນ

ກົດ​ຫມາຍກ່ຽວກັບ​ຈະ​ຣີ​ຍະ​ທັມ​ ແລະສາ​ສນາ

16 “ຖ້າ​ຊາຍ​ຄົນ​ນຶ່ງ​ຫລອກ​ລວງຍິງ​ສາວ​ພົມ​ມະ​ຈາ​ຣີ​ທີ່​ຍັງ​ບໍ່​ທັນ​ມີ​ຄູ່​ຫມັ້ນ​ແລະ​ນອນ​ຮ່ວມ​ກັບ​ຍິງ​ນັ້ນ ຜູ້ນັ້ນ​ຕ້ອງ​ເສັຽ​ເງິນ​ສິນ​ສອດ ແລະ​ຕ້ອງ​ຮັບ​ຍິງ​ນັ້ນ​ເປັນ​ພັຣ​ຍາຂອງ​ຕົນ 17 ຖ້າ​ບິ​ດາ​ບໍ່​ຍອມ​ຢ່າງເດັດ​ຂາດ ທີ່​ຈະ​ຍົກ​ຍິງ​ນັ້ນ​ໃຫ້​ເປັນ​ພັ​ຣ​ຍາ​ ເຂົາ​ກໍ​ຕ້ອງ​ເສັຽ​ເງິນ​ເທົ່າ​ສີນ​ສອດ​ຕາມ​ທັມ​ນຽມ​ສູ່​ຂໍ​ຍິງ​ພົມ​ມະ​ຈາ​ຣີ​ນັ້ນ​ເຫມືອນ​ກັນ 18 “ສຳ​ລັບ​ຍິງ​ແມ່​ມົດ ເຈົ້າ​ຢ່າ​ໃຫ້​ລອດ​ຊີ​ວິດ​ຢູ່​ເລີຍ 19 “ຜູ້​ໃດ​ຮ່ວມ​ປະ​ເວ​ນີ​ກັບ​ສັດ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ລົງ​ໂທດ​ເຖິງ​ຕາຍ 20 “ຜູ້​ໃດ​ຖວາຍ​ບູ​ຊາ​ແດ່​ພຣະ​ຕ່າງໆ ເວັ້ນ​ແຕ່​ພຣະ​ເຈົ້າ​ອົງ​ດຽວ ຜູ້​ນັ້ນ​ຕ້ອງ​ຖືກ​ປັບ​ໂທດ​ເຖິງ​ຕາຍ​ທີ່ດຽວ 21 “ເຈົ້າ​ຢ່າບີບ​ບັງ​ຄັບ​ຫລື​ຂົ່ມ​ເຫັງ​ຄົນ​ຕ່າງ​ດ້າວ​ເລີຍ ເພາະ​ເຈົ້າ​ທັງ​ຫ​ລາຍ​ເຄີຍ​ເປັນ​ຄົນ​ຕ່າງ​ດ້າງຢູ່ໃນ​ປະ​ເທດ​ເອ​ຢີບ 22 ຢ່າ​ຂົ່ມ​ເຫັງ​ຍິງ​ຫມ້າຍ​ຫລື​ລູກ​ກຳ​ພ້າ​ 23 ຖ້າ​ເຈົ້າ​ຂົ່ມ​ເຫັງ​ເຂົາ​ໂດຍ​ວິ​ທີ​ໃດ​ກໍ​ຕາມ ແລະ​ເຂົາ​ຮ້ອງ​ທຸກ​ເຖິງ​ເຮົາ ເຣົາ​ຈະ​ຟັງ​ຄຳ​ຮ້ອງ​ທຸກ​ຂອງ​ເຂົາ​ແນ່ນອນ 24 ຄວາມ​ໂກດ​ຂອງ​ເຮົາ​ຈະ​ພຸ່ງຂຶ້ນ ແລະ​ເຮົາ​ຈະປະຫານ​ເຈົ້າ​ດ້ວຍດາບ ພັ​ຣ​ຍາ​ຂອງ​ເຈົ້າ​ຈະ​ຕ້ອງ​ເປັນ​ຫມ້າຍ ແລະ​ບຸດ​ຂ​ອງ​ເຈົ້າ​ຈະ​ຕ້ອງ​ເປັນ​ກຳ​ພ້າ 25 “ຖ້າ​ເຈົ້າ​ໃຫ້​ປະ​ຊາ​ຊົນ​ຂອງ​ເຮົາ​ຄົນ​ໃດ​ທີ່​ເປັນ​ຄົນ​ຍາກ​ຈົນ ແລະ​ຢູ່​ກັບ​ເຈົ້າ​ຢືມ​ເງິນ​ໄປ ຢ່າ​ຖື​ວ່າ​ຕົນ​ເປັນ​ເຈົ້າ​ຫນີ້ ແລະ​ຢ່າ​ຄີດ​ດອກ​ເບັ້ຽ​ຈາກ​ເຂົາ 26 ຖ້າ​ເຈົ້າ​ໄດ້​ຮັບ​ເສື້ອ​ຄຸມ​ຂອງ​ເພື່ອນ​ບ້ານ​ໄວ້​ເປັນ​ຂອງ​ປະ​ກັນ ຈົ່ງ​ຄືນ​ຂອງ​ນັ້ນ​ໃຫ້​ເຂົາ​ກ່ອນ​ຕາເວັນ​ຕົກ​ດິນ 27 ເພາະ​ເຂົາ​ອາດ​ມີ​ເສື້ອຄຸມ​ຕົວ​ນັ້ນ​ຕົວ​ດຽວ​ເປັນ​ເຄື່ອງ​ປົກ​ຄຸມ​ຮ່າງ​ກາຍ ບໍ່​ດັ່ງ​ນັ້ນ​ເວ​ລາ​ນອນ​ເຂົາ​ຈະ​ເອົາ​ອັນ​ໃດ​ຫົ່ມ ເມື່ອ​ເຂົາທູນ​ຮ້ອງ​ທຸກຕໍ່​ເຮົາ ເຮົາ​ຈະ​ສະ​ດັບ​ຟັງ ​ເພາະ​ເຮົາ​ເປັນ​ຜູ້​ມີ​ເມດ​ຕາກະ​ຣຸ​ນາ 28 “ຢ່າ​ດ່າ​ພຣະ​ເຈົ້າ ຫລື​ສາບ​ແຊ່ງ​ຜູ້​ປົກ​ຄອງ​ຊົນ​ຊາດ​ຂອງ​ເຈົ້າ​ເລີຍ 29 “ຢ່າ​ຜັດ​ວັນ​ທີ່​ຈະນຳ​ພືດ​ຜົນ​ອັນ​ອຸ​ດົມ​ຂອງ​ເຈົ້າ ແລະນ້ຳ​ຜົ​ນ​ລະ​ໄມ້​ຕ່າງໆ​ ມາຖວາຍພຣະ​ເຈົ້າ​ ຢ່າ​ຊັກ​ຊ້າ​ເລີຍ “​ຈົ່ງ​ຖວາຍ​ບຸດ​ຫົວ​ປີ​ຂອງ​ເຈົ້າ​ໃຫ້ແກ່​ເຮົາ 30 ສຳ​ລັບ​ງົວ ແລະ​ແບ້ ແກະ​ຂອງ​ເຈົ້າ ຈົ່ງ​ທຳ​ດັ່ງ​ນັ້ນ​ເຫມືອນ​ກັນ ໃຫ້​ລູກ​ມັນ​ຢູ່​ກັບ​ແມ່​ເຈັດ​ວັນ ເຖິງວັນ​ທີ່​ແປດ​ຈົ່ງ​ພາ​ມາ​ຖວາຍ​ແກ່​ເຮົາ 31 “ເຈົ້າ​ທັງ​ຫ​ລາຍ​ເປັນ​ຄົນ​ບໍ​ຣິ​ສຸດ ອຸ​ທິດ​ແກ່​ເຮົາ ເຫດ​ສະ​ນັ້ນ​ເນື້ອ​ສັດ​ທີ່​ຖືກ​ກັດ​ຕາຍ​ໃນ​ທົ່ງ​ນາ ເຈົ້າ​ຢ່າ​ກິນ​ເລີຍ ຈົ່ງ​ຖິ້ມ​ໃຫ້​ຫມາ​ກິນ​ເສັຽ

ອົບພະຍົກ 23

ຄວາມ​ຍຸ​ດຕິ​ທັມ​ແລະ​ຄວາມ​ທ່ຽງ​ທັມ

1 “ຢ່າ​ນຳ​ເຣື່ອງ​ບໍ່​ຈິງ​ໄປ​ເລົ່າ​ຕໍ່​ໆ​ກັນ ຢ່າ​ຮ່ວມໃຈ​ເປັນ​ພ​ຍານ​ໃຈ​ຮ້າຍ​ກັບ​ຄົນ​ຊົ່ວ 2 ຢ່າ​ທຳ​ຊົ່ວ​ຕາມ​ຢ່າ​ງຄົນ​ຈຳ​ນວນຫລາຍ​ທີ່​ເຂົາ​ທຳ​ກັນ​ນັ້ນ​ເລີຍ ຢ່າ​ອ້າງ​ພ​ຍານ​ລຳ​ອຽງ​ເຂົ້າ​ຂ້າງ​ຄົນ​ຫມູ່​ຫລາຍ ຈະ​ທຳ​ໃຫ້​ຂາດ​ຄວາມ​ຍຸດ​ຕິ​ທັມ​ໄປ 3 ຢ່າ​ລຳ​ອຽງ​ເຂົ້າ​ຂ້າງ​ຄົນ​ຈົນ​ໃນ​ຄະ​ດີ​ຂອງ​ເຂົາ 4 “ຖ້າ​ເຈົ້າ​ພົບງົວ ຫລື​ລໍ​ຂອງ​ສັດ​ຕຣູ​ຫລົງ​ມາ ຈົ່ງ​ພາ​ໄປ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ​ຈົ່ງ​ໄດ້ 5 ຖ້າ​ເຫັນ​ລໍ​ຂອງ​ຜູ້​ທີ່​ກຽດ​ຊັງ​ເຈົ້າ​ລົ້ມ​ລົງ​ເພາະ​ບັນ​ທຸກ​ຂອງ​ຫນັກ ຢ່າ​ໄດ້​ເມີນ​ເສີຍ​ເສັຽ ຈົ່ງ​ຊ່ອຍ​ເຂົາ​ຍົກ​ມັນ​ຂຶ້ນ 6 “ເຈົ້າ​ຢ່າ​ບິດ​ເບືອນ​ຄຳ​ພິ​ພາກ​ສາ ໃຫ້​ຜິດ​ໄປ​ຈາກຄວາມ​ຍຸດ​ຕິ​ທັມ​ທີ່​ຄົນ​ຈົນ​ຄວນ​ໄດ້​ຮັບ​ໃນ​ຄະ​ດີ​ຂອງ​ເຂົາ 7 ເຈົ້າ​ຈົ່ງ​ຫລີກ​ໃຫ້​ຫ່າງ​ໄກ​ຈາ​ກການ​ໃສ່​ຄວາມ​ຄົນ​ອື່ນ ຢ່າ​ປະ​ຫານ​ຊີ​ວິດ​ຄົນ​ທີ່​ປາ​ສ​ຈາກ​ຄວາມ​ຜິດ ແລະ​ຄົນ​ສັຕທັມ ເພາະ​ເຮົາ​ຈະບໍ່​ຍົກ​ໂທດ​ໃຫ້​ຄົນອະ​ທັມ 8 ຢ່າ​ຮັບ​ສິນ​ບົນເລີຍ ເພາະ​ວ່າ​ສິນ​ບົນທຳ​ໃຫ້​ຄົນ​ຕາ​ດີ​ກາຍ​ເປັນ​ຄົນ​ຕາ​ບອດ​ໄປ ແລະ​ອາດ​ພິກ​ຄະ​ດີ​ຂອງ​ຄົນ​ຊອບ​ທັມ​ເສັຽ​ໄດ້ 9 “ເຈົ້າຢ່າ​ຂົ່ມ​ເຫັງ​ຄົນ​ຕ່າງ​ດ້າວ​ ເພາະເຈົ້າ​ຮູ້​ຈັກ​ໃຈ​ຄົນ​ຕ່າງ​ດ້າວແລ້ວ​ ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ກໍ​ເຄີຍ​ເປັນ​ຄົນ​ຕ່າງ​ດ້າວ​ໃນ​ປະ​ເ​ທດ​ເອ​ຢິບມາ​ກ່ອນ

ປີ​ ແລະ​ວັນ​ສະ​ບາ​ໂຕ

10 “ຈົ່ງ​ຫວ່ານ​ພືດ​ແລະ​ເກັບ​ກ່ຽວ​ຜົນ​ລະ​ປູກ​ໃນ​ນາ​ຂອງ​ເຈົ້າ​ຕລອດ​ຫົກ​ປີ 11 ແຕ່​ປີ​ທີ​ເຈັດນັ້ນຈົ່ງ​ງົດ​ເສັຽ ປ່ອຍ​ໃຫ້​ນາ​ນັ້ນ​ວ່າງ​ຢູ່ ເພື່ອ​ໃຫ້​ຄົນ​ຍາກ​ຈົນ​ໃນ​ຊົນ​ຊາດ​ຂອງ​ເຈົ້າ​ເກັບ​ກິນ ສ່ວນ​ທີ່​ເຫລື​ອນອກ​ນັ້ນ​ກໍໃຫ້​ສັດ​ປ່າ​ກິນສ່ວນ​ສວ​ນອະ​ງຸ່ນ ແລະ​ສວນ​ຫມາກກອກ​ເທດ​ເຈົ້າ​ຈົ່ງ​ກະ​ທຳ​ເຊັ່ນ​ດຽວ​ກັນ 12 ຈົ່ງ​ທຳ​ການງານ​ຂອງ​ເຈົ້າ​ຫົກ​ວັນ ແຕ່​ໃນ​ວັນ​ທີ່​ເຈັດ​ນັ້ນ ຈົ່ງ​ຢຸດ​ງານ ເພື່ອ​ງົວ ລໍ ຂອງ​ເຈົ້າ​ຈະ​ໄດ້​ພັກ ແລະ​ລູ​ກ​ຊາຍ​ທາ​ສີ​ຂອງ​ເຈົ້າ ກັບ​ຄົນ​ຕ່າງ​ດ້າວ​ຈະ​ໄດ້​ພັກ​ຜ່ອນ​ 13 ສິ່ງ​ທັງ​ປວງ​ທີ່​ເຮົາ​ສັ່ງ​ເຈົ້າ​ໄວ້​ນັ້ນ​ຈົ່ງ​ລະ​ວັງ​ຖື​ໃຫ້​ດີ ແລະ​ຢ່າ​ອອກ​ຊື່​ພຣະ​ອື່ນ​ເລີຍ ຢ່າ​ໃຫ້​ໄດ້​ຍິນ​ຊື່​ຂອງ​ພຣະ​ເຫລົ່າ​ນັ້ນ​ອອກ​ຈາກ​ປາກ​ຂອງ​ເຈົ້າ

ເທ​ສ​ການ​ສຳ​ຄັນ​ສາມ​ປາງ

14 “ຈົ່ງ​ຖື​ເທສ​ການຖວາຍ​ແກ່​ເຮົາ​ສາມ​ປາງ​ຕໍ່ປີ 15 ຈົ່ງ​ຖືເທ​ສ​ການ​ຮັບ​ປະ​ທານ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ຕາມ​ເວ​ລາ​ທີ່​ກຳ​ຫນົດ​ໄວ້ໃນ​ເດືອນ​ອາ​ບິບ​ ອັນ​ເປັນ​ເດືອນທີ່​ເຣົາ​ໄດ້​ບັນ​ຊາໄວ້​ ເຈົ້າ​ຈົ່ງ​ກິນ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ​ໃນ​ເຈັດ​ວັນ ຕາມ​ທີ່​ເຮົາ​ສັ່ງ​ເຈົ້າ​ໄວ້​ແລ້ວ ເພາະ​ໃນ​ເດືອນ​ນັ້ນ​ເຈົ້າ​ອອກ​ຈາກ​ເອ​ຢິບ ຢ່າ​ເຂົ້າ​ມາ​ນະ​ມັ​ສ​ການ​ເຮົາ​ໂດຍ​ບໍ່​ມີ​ເຄື່ອງ​ຖວາຍ 16 “ຈົ່ງ​ຖື​ເທ​ສ​ການ​ລ້ຽງ​ສະ​ຫ​ລອງ​ການ​​ເກັບ​ກ່ຽວ ຖວາຍ​ພືດ​ຜົນ​ແຣກ​ທີ່​ເກີດ​ຈາກ​ແຮງ​ງານ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ຫວ່ານ​ພືດ​ລົງ​ໃນ​ນາ ເຈົ້າ​ຈົ່ງ​ຖື​ເທ​ສ​ການ​ລ້ຽງ​ສະ​ຫລອງ​ການ​ເກັບ​ພືດ​ຜົນ​ປາຍ​ປີ ເມື່ອ​ເຈົ້າ​ເກັບ​ພືດ​ຜົນ​ຈາກ​ທົ່ງ​ນາ​ອັນ​ເປັນ​ຜົນ​ງານ​ຂອງ​ເຈົ້າ 17 ໃຫ້​ພວກ​ຜູ້​ຊາຍ​ເຂົ້າ​ເຝົ້າ​ພຣະ​ເຈົ້າ​ປີ​ລະ​ສາມ​ເທື່ອ 18 “ຢ່າ​ຖວາຍ​ເລືອດ​ຈາກ​ເຄື່ອງ​ບູ​ຊາ​ຂອງ​ເຮົາ ພ້ອມ​ກັບ​ເຂົ້າ​ຈີ່​ມີ​ເຊື້ອ ຫລື​ປ່ອຍ​ໃຫ້​ມີ​ໄຂມັນ​ໃນ​ການ​ລ້ຽງ​ຂອງ​ເຮົາ​ເຫລືອ​ຢູ່​ຈົນ​ຮອດ​ຮຸ່ງ​ເຊົ້າ 19 “ພືດ​ຜັນ​ອັນ​ດີ​ເລີດ​ຊຶ່ງ​ໄດ້​ເກັບ​ຄັ້ງ​ແຣກ​ຈາກ​ໄຮ່​ນາ​ຂອງ​ເຈົ້າ​ນັ້ນ ຈົ່ງ​ນຳ​ມາ​ຖວາຍ​ໃນ​ພຣະ​ວິ​ຫານ​ພຣະຜູ້​ເປັ​ນ​ເຈົ້າ​ ພຣະ​ເຈົ້າ​ຂອງ​ເຈົ້າ

ທູດ​ສວັນ​ຮັບ​ບັນ​ຊາ​ໃຫ້​ມາ​ນຳ​ອິ​ສ​ຣາ​ເອນ

20 “ເບິ່ງ​ແມ໋ ເຮົາ​ໃຊ້​ທູດ​ຂອງ​ເຮົາ​ເດີນ​ນຳ​ຫນ້າ​ພວກ​ເຈົ້າ​ ເພື່ອ​ຄອຍ​ລະ​ວັງ​ຮັກ​ສາ​ພວກ​ເຈົ້າ​ຕາມ​ທາງ ນຳ​ໄປ​ເຖິງ​ທີ່​ຊຶ່ງ​ເຣົາ​ໄດ້​ຕຽມ​ໄວ້ 21 ຈົ່ງ​ເອົາ​ໃຈ​ໃສ່​ ຟັງ​ຄຳ​ເວົ້າ​ຂອງ​ທູດ​ນັ້ນ ແລະເຊື່ອ​ຟັງ​ຄຳ​ຂອງ​ເຂົາ ຢ່າ​ຂັດ​ຂືນ​ເຂົາ ເພາະ​ເຂົາ​ຈະ​ບໍ່​ຍົກ​ໂທດ​ໃຫ້​ເຈົ້າ​ເລີຍ ດ້ວຍ​ວ່າ​ເຂົາ​ກະ​ທຳ​ໃນ​ນາມ​ຂອງ​ເຮົາ 22 “ຖ້າ​ເຈົ້າ​ທັງ​ຫລາຍ​ຟັງ​ສຽງ​ຂອງ​ເຂົາ​ຈິງນັ້ນ ແລະ​ທຳ​ທຸກ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ​ໄວ້ ເຮົາ​ຈະ​ເປັນ​ສັດ​ຕຣູ​ຕໍ່​ສັດ​ຕຣູ​ຂອງ​ພວກ​ເຈົ້າ ແລະ​ເປັນ​ປໍ​ຣະ​ປັກ​ຕໍ່​ປໍ​ຣະ​ປັກ​ຂອງ​ພວກ​ເຈົ້າ 23 “ເມື່ອ​ທູດ​ຂອງ​ເຮົາ​ໄປ​ຂ້າງ​ຫນ້າ​ພວກ​ເຈົ້າ ແລະນຳ​ພວກ​ເຈົ້າ​ໄປ​ເຖິງ​ຄົນ​ອາໂມ​ຣິດ ຄົນ​ຮິດ​ຕີ ຄົນ​ເປ​ຣິ​ສຊີ ຄົນ​ກາ​ນາ​ອານ ຄົນ​ຮີ​ວີ ແລະ​ຄົນ​ເຢ​ບຸສ ແລ້ວ​ເຮົາ​ທຳ​ລາຍ​ລ້າງ​ຄົນ​ເຫລົ່າ​ນັ້ນ​ເສັຽ 24 ຢ່າ​ຂາບ​ໄຫວ້​ພຣະ​ຂອງ​ເຂົາ ຫລື​ບົວ​ລະ​ບັດ ຫລື​ທຳ​ຕາມ​ແບບ​ຢ່າງ​ທີ່​ພວກ​ເຂົາ​ກະ​ທຳ ແຕ່​ຈົ່ງ​ທຳ​ລາຍ​ຮູບ​ເຄົາ​ຣົບ​ຂອງ​ເຂົາ ແລະ​ທຸບ​ເສົາ​ສັກ​ສິດ​ຂອງ​ເຂົາ​ເສັຽ​ໃຫ້​ແຫລກ​ລະ​ອຽດ 25 ຈົ່ງ​ບົວ​ລະ​ບັດ​ພຣະ​ເຈົ້າ​ຂອງ​ເຈົ້າ ແລ້ວ​ພຣະ​ອົງ​ຈະ​ຊົງ​ອວຍ​ພອນ​ແກ່​ອາ​ຫານ​ແລະ​ນ້ຳ​ຂອງ​ເຈົ້າ ເຮົາ​ຈະ​ບັນ​ດານ​ໃຫ້​ໂຣກ​ຕ່າງໆ​ຫາຍ​ໄປ​ຈາກ​ຖ້າມ​ກາງ​ພວກ​ເຈົ້າ 26 ຈະ​ບໍ່​ມີ​ການ​ແທ້ງ​ລູກ ຫລື​ເປັນ​ຫມັນ​ໃນ​ດິນ​ແດນ​ຂອງ​ເຈົ້າ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ອາ​ຍຸຍືນ​ນານ 27 ເຣົາ​ຈະ​ບັນດານ​ໃຫ້​ເກີດ​ຄວາມ​ສຍົດ​ສຍອງ​ຂຶ້ນກ່ອນ​ຫນ້າ​ພວກ​ເຈົ້າ​ຈະ​ໄປ​ເຖິງ​ຊາວ​ເມືອງ​ທັງ​ປວງ​ທີ່​ພວກ​ເຈົ້າ​ໄປ​ຜະ​ເຊີນ​ຫນ້າ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ເກີດ​ຄວາມ​ໂກ​ລາ​ຫົນ ເຮົາ​ຈະ​ໃຫ້​ສັດ​ຕຣູ​ທັງ​ປ​ວງ​ຫັນ​ຫລັງ​ຫນີ​ພວ​ກ​ເຈົ້າ 28 ເຮົາ​ຈະ​ໃຊ້​ໃຫ້​ຝູງ​ຕໍ່​ລ່ວງ​ຫນ້າ​ໄປ​ກ່ອນ​ພວກ​ເຈົ້າ ຈະ​ຂັບ​ໄລ່​ຄົນ​ຮີ​ວີ ຄົນ​ກາ​ນາ​ອານ ແລະ​ຄົນ​ຮິດ​ຕີ​ໄປ​ໃຫ້​ພົ້ນ​ຫນ້າ​ພວກ​ເຈົ້າ 29 ເຮົາ​ຈະ​ບໍ່​ໄລ່​ພວກ​ເຂົາ​ໄປ​ໃຫ້​ພົ້ນ​ຫນ້າ​ພວກ​ເຈົ້າ​ໃນ​ໄລ​ຍະ​ປີ​ດຽວ ຢ້ານ​ວ່າ​ແຜ່ນ​ດິນ​ຈະ​ວ່າງ​ເປົ່າ ແລະ​ສັດ​ປ່າ​ຈະ​ທະ​ວີ​ຈຳ​ນວນ​ຂຶ້ນ​ຕໍ່​ສູ້ກັບ​ພວກ​ເຈົ້າ 30 ແຕ່​ເຮົາ​ຈະ​ໄລ່​ເຂົາ​ໄປ​ໃຫ້​ພົ້ນ​ຫນ້າ​ພວກ​ເຈົ້າ​ເທື່ອລະ​ເລັກ​ລະ​ນ້ອຍ​ຈົນ​ພວກ​ເຈົ້າ​ທະ​ວີ​ຈຳ​ນວນມາກ​ຂຶ້ນ ແລ້ວ​ໄດ້​ຮັບ​ມອບ​ດິນ​ແດນ​ນັ້ນ​ເປັນ​ກຳ​ມະ​ສິດ 31 ເຮົາ​ຈະ​ກຳນົດ​ເຂດ​ແດນ​ຂອງ​ພວກ​ເຈົ້າ​ໄວ້​ຕັ້ງ​ແຕ່​ທະ​ເລ​ແດງ​ຈົນ​ເຖິງ​ທະ​ເລຂອງ​ຊາວ​ຟີ​ລິ​ສ​ຕິນ ຕັ້ງ​ແຕ່​ຖິ່ນ​ກັນ​ດານ​ຈົນ​ເຖິງ​ແມ່​ນ້ຳ​ເອີ​ຟ​ຣາດ ເພາະ​ເຮົາ​ຈະ​ມອບ​ຊາວ​ເມືອງ​ນັ້ນໄວ້​ໃນມື​ຂອງ​ພວກ​ເຈົ້າ ໃຫ້​ພວກ​ເຈົ້າ​ໄລ່​ເຂົາ​ໄປ​ເສັຽ​ໃຫ້​ພົ້ນ 32 ພວ​ກ​ເຈົ້າ​ຢ່າ​ທຳ​ພັ​ນ​ທະ​ສັນ​ຍາ​ກັບ​ເຂົາ ຫລື​ກັບພຣະ​ຂອງ​ເຂົາ​ເລີຍ 33 ເຂົາ​ຈະ​ອາ​ໄສ​ໃນ​ດິນ​ແດນ​ຂອງ​ເຈົ້າ​ບໍ່​ໄດ້ ຢ້ານ​ວ່າ​ເຂົາ​ຈະ​ຊັກ​ຈູງ​ໃຫ້​ເຈົ້າ​ກະ​ທຳ​ບາບ​ຕໍ່​ເຣົາ ເພາະ​ວ່າ​ຖ້າ​ພວກ​ເຈົ້າ​ບົວ​ລະ​ບັດ​ພຣະ​ຂອງ​ເຂົາ ເຣື່ອງ​ນີ້​ຈະ​ເປັນ​ບ້ວງ​ແຮ້ວ​ດັກ​ເຈົ້າ​ເປັນ​ແນ່”

ອົບພະຍົກ 24

ຊົງ​ໃຫ້​ສັດ​ຍາ​ບັນ​ຄຳ​ຫມັ້ນ​ສັນ​ຍາ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, “ເຈົ້າກັບ​ອາ​ໂຣນ ນາ​ດາບ ອາ​ບີ​ຮູ ແລະ​ພວກ​ຫົວ​ຫນ້າ​ເຈັດ​ສິບ​ຄົນ​ຂອງ​ຊາວອິ​ສ​ຣາ​ເອນ ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ເທິງ​ພູ ໃຫ້​ຂາບ​ໄຫ​ວ້​ເຮົາ​ຢູ່​ໃນ​ລະ​ຍະ​ໄກ 2 ໃຫ້​ເຈົ້າ​ຄົນ​ດຽວ​ເຂົ້າ​ມາ​ໃກ້​ເຮົາ ຄົນ​ອື່ນໆ​ຢ່າ​ເຂົ້າ​ມາ​ໃກ້ ແລະ​ຢ່າ​ໃຫ້​ປະ​ຊາ​ຊົນ​ຂຶ້ນ​ມາ​ກັບ​ເຈົ້າ​ເລີຍ” 3 ໂມ​ເຊ​ຈຶ່ງ​ນຳ​ຄຳສັ່ງ​ກັບ​ກົດ​ຫມາຍ​ທັງ​ຫມົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຊີ້​ແຈງ​ໃຫ້​ປະ​ຊາ​ຊົນ​ຊາບ ປະ​ຊາ​ຊົນ​ທັງ​ຫມົດ​ໄດ້​ຕອບ​ເປັນ​ສຽງ​ດຽວ​ກັນ​ວ່າ “ຖ້ອຍ​ຄຳ​ທັງ​ຫມົດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ນັ້ນ ພວກ​ເຮົາ​ຈະ​ທຳຕາມ” ໂມ​ເຊ​ໄດ້​ຈາ​ຣຶກ​ຂໍ້​ຄຳ​ສັ່ງ​ທັງ​ຫມົດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄວ້ 4 ຕອນ​ເຊົ້າ​ມືດຂອງ​ມື້​ຕໍ່​ມາ ໂມ​ເຊ​ໄດ້​ສ້າງ​ແທ່ນ​ບູຊາໄວ້​ທີ່​ຕີນ​ພູ ແລະ​ໄດ້​ຕັ້ງ​ຫີນ​ສິບ​ສອງ​ກ້ອນ​ຕາມ​ຈຳ​ນວນ​ຕະ​ກູນ​ຂອງ​ອິ​ສ​ຣາ​ເອນ​ໄວ້​ເປັນ​ອະ​ນຸ​ສອນ 5 ຕໍ່​ມາ ໂມ​ເຊ​ໄດ້​ໃຊ້​ພວກ​ຄົນ​ຫນຸ່ມ​ຊາວ​ອິ​ສ​ຣາ​ເອນ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຜົາ​ງົວ​ຖວາຍ​ເພື່ອ​ຄວາມ​ສາ​ມັກ​ຄີ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 6 ໂມ​ເຊ​ໄດ້​ແບ່ງເລືອດ​ງົວ​ເຄິ່ງ​ນຶ່ງ​ໄວ້​ໃນ​ຊາມ ອີກ​ເຄິ່ງ​ນຶ່ງ​ໄດ້​ຫວິດ​ໃສ່​ແທ່ນ​ບູ​ຊາ 7 ແລ້ວ​ທ່ານໄດ້​ອ່ານ​ຫນັງ​ສືຄຳ​ຫມັ້ນ​ສັນ​ຍາ​ດ້ວຍ​ສຽງ​ອັນ​ດັງ​ຕໍ່​ຫນ້າ​ປະ​ຊາ​ຊົນ ຜູ້​ຊຶ່ງ​ເວົ້າ​ວ່າ, “ພວກ​ເຮົາ​ຈະ​ເຊື່ອ​ຟັງ​ແລະ​ທຳ​ຕາມ​ທຸກ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ” 8 ຂ​ນະ​ນັ້ນ ໂມ​ເຊ​ໄດ້​ເອົາ​ເລືອດ​ໃນ​ຊາມ​ຫວິດ​ໃສ່​ປະ​ຊາ​ຊົນ​ແລະ​ເວົ້າ​ວ່າ, “ນີ້​ແມ່ນ​ເລືອດ​ແຫ່ງ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ຊົງ​ໃຫ້​ສັຕ​ຍາ​ບັນ​ແລ້ວ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ຕັ້ງ​ຄຳ​ຫມັ້ນ​ສັນ​ຍາ​ດ້ວຍ​ການ​ໃຫ້​ຄຳ​ສັ່ງ​ຂອງ​ພຣະ​ອົງ” 9 ໂມ​ເຊ ອາ​ໂຣນ ນາ​ດາບ ອາ​ບິ​ຮູ ແລະ​ພວກ​ຫົວ​ຫນ້າ​ເຈັດ​ສິບ​ຄົນ​ຂອງ​ຊາວ​ອິ​ສ​ຣາ​ເອນ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ 10 ພວ​ກ​ເຂົາ​ໄດ້​ເຫັນ​ພຣະ​ເຈົ້າ​ຂອງ​​ອິ​ສ​ຣາ​ເອນ ຢູ່​ລຸ່ມພຣະ​ບາດ​ຂອງ​ພຣະ​ອົງ​ມີ​ສິ່ງ​ນຶ່ງ​ເບິ່ງ​ເຫມືອນ​ແກ້ວ​ໄພ​ທູນ ມີ​ສີ​ແຈ່ມ​ໃສ​ເຫມືອນ​ກັບ​ທ້ອງ​ຟ້າ 11 ພຣະ​ອົງ​ບໍ່​ໄດ້​ທຳ​ຮ້າຍ​ບັນ​ດາ​ຫົວ​ຫນ້າ​ຂອງ​ຊາວອິ​ສ​ຣາ​ເອນ ພວກ​ເຂົາ​ໄດ້​ເຫັນ​ພຣະ​ເຈົ້າ ແຕ່​ຍັງ​ມີ​ຊີ​ວິດ​ແລະ​ກິນ​ດື່ມ​ຢູ່​ຕໍ່​ໄປ

ໂມ​ເຊ​ເທິງ​ພູ​ຊີ​ນາ​ອີ

12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, “ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ເທິງ​ພູ ແລະ​ພັກ​ຢູ່ທີ່​ນີ້ ເຮົາ​ຈະ​ໃຫ້​ແຜ່ນ​ຫີນ​ທີ່​ມີ​ຂໍ້​ພຣະ​ທັມ ແລະ​ຂໍ້​ບັນ​ຍັດ​ແກ່​ເຈົ້າ ຊຶ່ງ​ເຮົາ​ໄດ້​ຈາ​ຣຶກ​ໄວ້​ເພື່ອ​ສອນ​ປະ​ຊາ​ຊົນ” 13 ໂມ​ເຊ​ຈຶ່ງ​ຕຽມ​ຕົວ​ຂຶ້ນ​ໄປ​ເທິງພູ​ຂອງ​ພຣະ​ເຈົ້າ​ພ້ອມ​ກັບ​ໂຢ​ຊວຍ​ຄົນ​ໃຊ້​ຂອງ​ຕົນ 14 ໂມ​ເຊ​ໄດ້​ເວົ້າ​ກັບ​ພວກ​ຫົວ​ຫນ້າ​ວ່າ, “ຈົ່ງ​ລໍ​ຖ້າ​ພວ​ກ​ຂ້າ​ພະ​ເຈົ້າ​ຢູ່​ທີ່​ນີ້​ຈົນ​ເທົ່າ​ກັບ​ມາ ອາ​ໂຣນ​ກັບ​ຮູ​ເຣ​ໄດ້​ຢູ່​ນຳ​ພວກ​ທ່ານ ຖ້າ​ມີ​ເຣື່ອງຫຍັງ​ເກີດ​ຂຶ້ນ​ກໍ​ໃຫ້​ໄປ​ຫາ​ທ່ານ​ທັງ​ສອງ​ນີ້​ເດີ” 15 ໂມ​ເຊ​ໄດ້​ຂຶ້ນ​ໄປ​ເທິງ​ພູ ແລະ​ມີ​ເມກ​ປົກ​ຫຸ້ມ​ພູ​ນັ້ນ​ຢູ່ 16 ພຣະ​ຣັ​ສ​ມີຄວາ​ມ​ຍິ່ງ​ໃຫຍ່​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ລົງ​ມາ​ເທິງ​ພູ​ຊີ​ນາ​ອີ ເມກ​ໄດ້​ປົກ​ຫູ້ມ​ຢູ່​ເປັນ​ເວ​ລາ​ຫົກ​ວັນ ໃນ​ວັນຖ້ວນ​ເຈັດ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເອີ້ນ​ໂມ​ເຊ​ມາ​ຈາກ​ຖ້າມ​ກາງ​ເມກ 17 ຊາວ​ອິ​ສ​ຣາ​ເອນ​ໄດ້​ເຫັນ​ພຣະ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ເຫັນ​ເປັນ​ເຫມືອນ​ແປວ​ໄຟ​ລຸກ​ໄຫ​ມ້​ຢູ່​ເທິງ​ຈອມ​ພູ 18 ໂມ​ເຊ​ໄດ້​ເຂົ້າ​ໄປ​ໃນ​ເມກ ແລະ​ຂຶ້ນ​ໄປ​ເທິງ​ພູ ແລ້​ວໄດ້​ຢູ່​ທີ່​ນັ້ນ​ເປັນ​ເວ​ລາ​ສີ່​ສິບ​ມື້​ສີ່​ສິບ​ຄືນ

ອົບພະຍົກ 25

ເຄື່ອງ​ຖວາຍ​ສຳ​ລັບ​ບ່ອນ​ສັກ​ສິດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, 2 “ຈົ່ງ​ສັ່ງຊົນ​ຊາດອິ​ສ​ຣາ​ເອນ​ໃຫ້​ນຳ​ສິ່ງ​ຂອງ​ມາ​ຖວາຍ​ແກ່​ເຮົາ ​ຂອງ​ນັ້ນ​ໃຫ້​ຮັບ​ມາ​ຈາກ​ທຸ​ກໆ​ຄົນ​ທີ່​ເຕັມ​ໃຈ​ຖວາຍ 3 ຂອງ​ຖວາຍ​ຊຶ່ງ​ເຈົ້າ​ຈະ​ຕ້ອງຮັບ​ຈາກ​ເຂົາຄື ທອງຄຳ ເງິນ ທອງ​ສຳ​ລິດ 4 ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ຜ້າ​ປ່ານ​ເນື້ອ​ລະ​ອຽດ​ດີ ແລະຂົນ​ແກະ 5 ຫນັງ​ແກະ​ໂຕ​ຜູ້​ຍ້ອມ​ສີ​ແດງ ຫນັງ​ສັດ​ທີ່​ລະ​ອຽດ​ດີ ແລະໄມ້​ກະ​ຖິນ​ເທດ 6 ນ້ຳມັນ​ເຕີມຕະ​ກຽງ ເຄື່ອງ​ເທດ​ປຸງ​ນ້ຳ​ມັນ​ສຳ​ລັບ​ເຈີມ ແລະ​ເຄື່ອງ​ຫອມ​ເຜົາ​ບູ​ຊາ 7 ແກ້ວ​ໂກ​ເມນ ແລະ​ເພັດ​ພອຍ​ຊະນິດຕ່າງໆ​ສຳ​ລັບ​ຕົກ​ແຕ່ງ​ເສື້ອ​ຄຸມ​ເອ​ໂຟດ ແລະ​ແຜ່ນ​ຮອງ​ເອິກ​ 8 ແລ້ວ​ໃຫ້​ເຂົາສ້າງສະ​ຖານນະ​ມັ​ສ​ການຖວາຍ​ແກ່​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້ຢູ່​ຖ້າມ​ກາງ​ພວກ​ເຂົາ 9 ແບບ​ຢ່າງ​ຫໍ​ເຕັນ​ສັກ​ສິດ ແລະ​ເຄື່ອງ​ທັງ​ປວງ​ຂອງ​ຫໍ​ເຕັນ​ສັກ​ສິດ​ນັ້ນ ເຈົ້າ​ຈົ່ງ​ທຳ​ຕາມ​ທີ່​ເຮົາ​ແຈ້ງ​ໄວ້​ແກ່​ເຈົ້າ​ນີ້​ທຸກ​ປະ​ການ

ຫີບຄຳ​ສັນ​ຍາ

10 “ໃຫ້​ເຂົາ​ທຳ​ຫີບ​ໃບ​ນຶ່ງ​ດ້ວຍ​ໄມ້​ກະ​ຖິນ​ເທດ ຍາວ​ສອງ​ສອກ​ຄືບ ກວ້າງ​ສອກ​ຄືບ ແລະ​ສູງ​ສອກ​ຄືບ 11 ຫີບ​ນັ້ນ​ໂອບ​ດ້ວຍທອງຄຳ​ບໍ​ຣິ​ສຸດ ທັງ​ດ້ານ​ໃນ​ແລະ​ດ້ານນອກ ແລ້ວ​ທຳ​ຂອບ​ທອງຄຳ​ອ້ອມ​ຮອບ​ຫີບ 12 ໃຫ້​ຫລໍ່​ຮ່ວງທອງ​ຄຳ​ສີ່​ຮ່ວງ​ສຳ​ລັບ​ຫີບ​ນັ້ນ ຕິດ​ໄວ້ທີ່​ມຸມ​ທັງ​ສີ່ ດ້ານ​ນີ້​ສອງ​ຮ່ວງ ແລະ​ດ້ານ​ນັ້ນ​ສອງ​ຮ່ວງ 13 ໃຫ້ທຳຄານ​ຫາມ​ດ້ວຍ​ໄມ້​ກະ​ຖິນ​ເທດ ແລະ​ໂອບ​ດ້ວຍທອງ​ຄຳ 14 ແລ້ວສອດ​ຄານ​ຫາມ​ເຂົ້າ​ທີ່​ຮ່ວງ​ຂ້າງຫີບ​ ສໍາລັບ​ໃຊ້​ຍົກ​ຫາມ​ຫິບ​ນັ້ນ 15 ໄມ້​ຄານ​ຫາມ​ໃຫ້​ສອກ​ໄວ້​ໃນ​ຮ່ວງ​ຂອງ​ຫີບຢ່າ​ຖອດ​ອອກເລີຍ 16 ພຣະ​ໂອ​ວາດ​ທີ່​ເຮົາ​ຈະ​ໃຫ້​ແກ່​ເຈົ້າ​ຈົ່ງ​ເກັບ​ໄວ້​ໃນ​ຫີບ​ນັ້ນ 17 ແລ້ວ​ຈົ່ງ​ທຳພຣະ​ທີ່​ນັ່ງ​ກະ​ຣຸ​ນາ ດ້ວຍ​​ທອງຄຳ​ບໍ​ຣິ​ສຸດ​ຍາວ​ສອງ​ສອກຄືບ ກວ້າງສອກ​ຄືບ 18 ຈົ່ງ​ທຳ​ເຊ​ຣູ​ບິມ​ທອງຄຳ​ສອງ​ຮູບ ໂດຍ​ໃຊ້​ຝີ​ຄ້ອນ​ທຳ​ຕັ້ງ​ໄວ້​ທີ່​ປາຍ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ທັງ​ສອງ​ຂ້າງ 19 ທຳ​ເຊ​ຣູ​ບິມໄວ້​ທີ່​ສົ້ນ​ປາຍ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ຂ້າງ​ລະຮູບ ທຳເຊຣູບິມ​ນັ້ນ​ ແລະໃຫ້​ສົ້ນ​ປາຍ​ທັງ​ສອງ​ຂ້າງ​ຕິດ​ເປັນ​ເນື້ອ​ດຽວ​ກັນ​ກັບ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ 20 ໃຫ້​ເຊຣູບິມນັ້ນພື​ປີກ​ອອກ​ໄວ້​ເບື້ອງ​ເທິງ​ປົກ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ໄວ້​ດ້ວຍ​ປີກ ແລະ​ໃຫ້​ປິ່ນ​ຫນ້າ​ເຂົ້າ​ຫາ​ກັນ ໃຫ້​ເຊຣູບິມ​ປິ່ນ​ຫນ້າ​ເຂົ້າ​ມາ​ຊື່​​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ 21 ແລ້ວຈົ່ງ​ຕັ້ງ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ນັ້​ນ​ໄວ້​ເທິງ​ຫີບ ຈົ່ງບັນ​ຈຸພຣະ​ໂອ​ວາດ​ຊຶ່ງ​ເຮົາ​ຈະ​ໃຫ້​ໄວ້​ແກ່​ເຈົ້າ​ໄວ້​ໃນ​ຫີບ​ນັ້ນ 22 ​ທີ່​ນັ້ນ ເຮົາ​ຈະ​ພົບ​ກັບ​ເຈົ້າຢູ່​ທີ່​ເທິງ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ນັ້ນ ຄື​ລະ​ຫວ່າ​ງກາງທັງ​ສອງ​ຂອງ​ເຊຣູບິມ ຊຶ່ງ​ຕັ້ງຢູເທິງ​ຫິບ​ພຣະ​ໂອ​ວາດ ເຮົາ​ຈະ​ສົນ​ທະ​ນາ​ກັບ​ເຈົ້າ​ທຸກ​ເຣື່ອງ ຊຶ່ງເຮົາ​ຈະ​ສັ່ງ​ເຈົ້າໃຫ້​ປະ​ກາດ​ແກ່​​ຊົນຊາດ​ອິ​ສ​ຣາ​ເອນ

ໂຕະ​ເຂົ້າ​ຈີ່​ຫນ້າ​ພຣະ​ພັກ

23 ຈົ່ງ​ທຳ​ໂຕະ​ຫນ່ວຍ​ນຶ່ງ​ດ້ວຍ​ໄມ້​ກະ​ຖິນ​ເທດ​ທີ່​ຍາວ​ສອງ​ສອກຄືບ ກວ້າງ​ນຶ່ງ​ສອກຄືບ ແລະ​ສູງ​ສອງ​ຄືບ 24 ຈົ່ງ​ໂອບ​ໂຕະ​ນັ້ນ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ ແລະ​ຈົ່ງ​ແນບ​ຂອບ​ໂຕະ​ນັ້ນ​ດ້ວຍ​ທອງຄຳ​ຄື​ກັນ 25 ​ຂອບໂຕະ​ນັ້ນ​ທຳ​ໃຫ້​ກວ້າງ​ນຶ່ງ​ຝ່າ​ມື ໂດຍ​ຮອບ ແລ້ວທຳຂອບທອງ​ຄຳປະ​ກອບ​ໃຫ້ຮອບຂອບ​ນັ້ນ 26 ຈົ່ງ​ທຳ​ຮ່ວງທອງ​ຄຳສີ່​ອັນ​ຕິດໄວ້​ທີ່​ແຈມຸມ​ຂາ​ໂຕະທັງ​ສີ່ 27 ຮ່ວງ​ນັ້ນ​ໃຫ້​ຕິດ​ກັບ​ຂອບ ເພື່ອ​ເອົາ​ໄວ້ສອດ​ຄານ​ຫາມ​ 28 ເຈົ້າຈົ່ງທຳ​ຄານ​ຫາມດ້ວຍ​ໄມ້​ກະ​ຖິນ​ເທດ ໂອບ​ດ້ວຍ​ທອງຄຳ ໃຫ້​ຫາມ​ໂຕະ​ດ້ວຍ​ໄມ້​ນີ້ 29 ເຈົ້າ​ຈົ່ງ​ທຳ​ຈານ ຈອກ ໄຫ ແລະ​ຖ້ວຍ​ເພື່ອ​ໃຊ້​ໃນ​ການ​ຖວາຍ​ບູ​ຊາ​ເຄື່ອງ​ດື່ມ​ບູ​ຊາ​ ສິ່ງເຫລົ່າ​ນີ້​ເຈົ້າ​ຈົ່ງ​ທຳດ້ວ​ຍທອງ​ຄຳ​ບໍ​ຣິ​ສຸດ 30 ແລະ​ເຈົ້າຈົ່ງ​ວາງ​ເຂົ້າ​ຈີ່​ຫນ້າ​ພຣະ​ພັກໄວ້​ເທິງໂຕະ​ນັ້ນ​ຕໍ່​ຫນ້າ​ເຮົາ​ເປັນ​ນິດ

ຫລັກຕະ​ກຽງ​ຄຳ

31 “ເຈົ້າ​ຈົ່ງ​ທຳເຄື່ອງ​ຮອງຕີນ​ໂຄມ​ອັນ​ນຶ່ງດ້ວຍທອງ​ຄຳ​ບໍ​ຣິ​ສຸດ ຖານ​ແລະ​ລຳ​ຕົວ​ຂອງ​ເຄື່ອງ​ຣອງ​ຕີນໂຄມ​ນັ້ນ ຈົ່ງ​ໃຊ້​ຝີຄ້ອນ​ທຳດອກ​ ແລະ​ກີບໃຫ້​ຕິ​ດ​ເປັນ​ເນື້ອ​ດຽວ​ກັນ​ກັບ​ເຄື່ອງ​ຮອງ​ຕີນ​ໂຄມ 32 ໃຫ້​ມີ​ກິ່ງ​ຫົກ​ກີ່ງ​ແຍກອອກ​ຈາກ​ລຳ​ເຄື່ອງ​ຮອງ​ຕີນ​ໂຄມ​ນັ້ນຂ້າງ​ລະ​ສາ​ມກິ່ງ 33 ກິ່ງ​ນຶ່ງ​ມີ​ດອກ​ເຫມືອນດອ​ກ​ຫມາກ​ບົກ​​ສາມດອກ ທຸກໆ​ດອກ​ໃຫ້​ມີ​ຖານດອກ​ລະ​ກີບ ອີກ​ກິ່ງ​ນຶ່ງ​ໃຫ້​ມີ​ດອກ​ສາມດອກ​ເຫມືອນດອກ​ຫມາ​ກ​ບົກ ທຸກໆ​ດອກ​ໃຫ້​ມີ​ຖາ​ນ​ດອກ​ແລະ​ກີບ​ ໃຫ້​ເປັນ​ດັ່ງ​ນີ້​ທັງ​ຫົກ​ກິ່ງ ຊຶ່ງ​ຍື່ນ​ອອກ​ຈາກ​ລຳ​ຫລັກ​ຕະ​ກຽງ 34 ສຳ​ລັບລໍາ​ເຄື່ອງ​ຮອງ​ຕີນ​ໂຄມນັ້ນ​ໃຫ້ມີດອກສີ່​ດອກ ເຫມືອນດອ​ກ​ຫມາກ​ບົກ ທັງ​ຖານດອກ ​ແລະ​ກີບ 35 ໃຕ້​ກິ່ງ​ທຸກໆ​ຄູ່​ທັງ​ຫົກ​ກິ່ງ​ທີ່​ລຳ​ເຄື່ອງ​ຮອງ​ຕີນ​ໂຄມ​ນັ້ນ ໃຫ້​ມີ​ກະ​ເປາະ​ເປັນ​ເນື້ອດຽວ​ກັນ​ກັບ​ເຄື່ອງ​ຮອງ​ຕີນ​ໂຄມ 36 ກະ​ເປາະ​ແລະ​ກິ່ງ​ທຳ​ໃຫ້​ເປັນ​ເນື້​ອດຽວ​ກັນ​ກັບ​ເຄື່ອງ​ຮອງ​ຕີນ​ໂຄມ ໃຫ້​ທຸກ​ສ່ວນ​ເປັນ​ເນື້ອ​ດຽ​ວ​ກັນ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ​ທີ່​ໃຊ້​ຄ້ອນ​ທຳ 37 ຈົ່ງ​ທຳຕະ​ກຽງ​ເຈັດ​ດວງ​ສຳ​ລັບ​ເຄື່ອງຮອງ​ຕີນ​ໂຄມນັ້ນ ແລະ​ໄຕ້​ຕະ​ກຽງໃຫ້​​ສ່ອງ​ແສງ​ຕົງໄປ​ຫນ້າ​ເຄື່ອງ​ຮອງ​ຕີນ​ໂຄມ 38 ຄີມ​ຄີ​ບ​ຕັດໃສ້​ຕະ​ກຽງ ​ແລະ​ຖາດ​ໃສ່​ຄີມ​ນັ້ນ ຈົ່ງ​ທຳ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ 39 ເຄື່ອງ​ຮອງ​ຕີນ​ໂຄມ​ກັບ​ເຄື່​ອງ​ໃຊ້​ທຸກ​ຢ່າງໃຫ້​ທຳດ້ວຍທອງ​ຄຳ​ບໍ​ຣິ​ສຸດ​ນຶ່ງ​ຕາ​ລັນ 40 ຈົ່ງ​ລະ​ວັງ​ທຳ​ສິ່ງ​ເຫລົ່າ​ນີ້ ຕາມ​ແບບ​ຢ່າງທີ່​ເຮົາແຈ້ງ​ແກ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ”

ອົບພະຍົກ 26

ຫໍ​ເຕັນ​ສັກ​ສິດ

1 “ນອ​ກ​ຈາກ​ນັ້ນ ເຈົ້າ​ຈົ່ງ​ທຳ​ຫໍ​ເຕັນ​ສັກ​ສິດ​ດ້ວຍຜ້າ​ກັ້ງ​ສິບ​ຜືນ ທຳ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ ແລະ​ຜ້າ​ຕ່ຳ​ດ້ວຍ​ດ້າ​ຍຍ້ອມ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ກັບ​ໃຫ້​ມີ​ພາບ​ເຊຣູ​ບິມ​ມື​ຊ່າງ​ອອກ​ແບບ​ໄວ້ 2 ຜ້າ​ກັ້ງ​ຜືນ​ນຶ່ງ​ໃຫ້​ຍາວ​ຊາວ​ແປດ​ສອກ ກວ້າງ​ສີ່​ສອກ ຜ້າ​ກັ້ງ​ທຸກ​ຜືນ​ໃຫ້​ເທົ່າ​ກັນ 3 ຜ້າ​ກັ້ງ​ຫ້າ​ຜືນ​ໃຫ້​ກ້ຽວ​ຕິດ​ກັນ ແລະ​ອີກ​ຫ້າ​ຜືນ​ນັ້ນ​ກໍ​ໃຫ້​ກ້ຽວ​ຕິດ​ກັນ​ດ້ວຍ 4 ຈົ່ງ​ທຳ​ຜ້າ​ກັ້ງ​ດ້ວຍ​ດ້າຍ​ສີ​ຟ້າ​ຕິດ​ໄວ້​ຕາມ​ຂອບ​ຜ້າ​ກັ້ງ​ດ້ານນ​ອກ​ສຸດ​ຊຸດ​ທີ່​ນຶ່ງ ແລະ​ຕາມ​ຂອບ​ຜ້າ​ກັ້ງ​ດ້ານ​ນອກ​ຊຸດ​ທີ່​ສອງ ຈົ່ງ​ຕິດ​ຫູ​ໄວ້​ເຫມືອນ​ກັນ 5 ຜ້າ​ກັ້ງ​ຜືນ​ນຶ່ງ​ໃຫ້​ທຳ​ຫູ​ຫ້າ​ສິບ​ຫູ​ ແລະ​ຕາມ​ຂອບ​ຜ້າ​ກັ້ງ​ຊຸດ​ທີ່​ສອງ ໃຫ້​ທຳ​ຫູ​ຫ້າ​ສິບ​ໃຫ້​ຊື່​ກັນ 6 ຈົ່ງ​ທຳ​ຂໍ​ເກາະ​ຄຳ​ຫ້າ​ສິບ​ຂໍ​ສຳ​ລັບ​ໃຊ້​ກ້ຽວ​ຜ້າ​ກັ້ງ ເພື່ອ​ໃຫ້​ເປັນຫໍ​ເຕັນດຽວ​ກັນ 7 “ຈົ່ງ​ທຳ​ຜ້າ​ກັ້ງ​ດ້ວຍ​ຂົນ​ແບ້ ສຳ​ລັ​ບ​ເປັນ​ເຕັນ​ຄຸມ​ຫໍ​ເຕັນ​ຊັ້ນ​ນອກ​ອີກ​ສິບ​ເອັດ​ຜືນ 8 ຜ້າ​ກັ້ງ​ນຶ່ງ​ໃຫ້​ທຳ​ຍາວ​ສາມ​ສິບ​ສອກ ກວ້າງ​ສີ່​ສອກ ທັງ​ສິບ​ເອັດ​ຜືນ​ໃຫ້​ເທົ່າ​ກັນ 9 ຜ້າ​ກັ້ງ​ຫ້າ​ຜືນ​ໃຫ້​ກ້ຽວ​ຕິດ​ກັນ​ຕ່າງ​ຫາກ ແລະ​ຜ້າ​ກັ້ງ​ອີກ​ຫົກ​ຜືນ​ໃຫ້​ກ້ຽວ​ຕິດ​ກັນ​ຕ່າງ​ຫາກ​ເຊັ່ນ​ກັນ ແລະ​ຜ້າ​ກັ້ງ​ທີ່​ຫົກ​ນັ້ນ​ຈົ່ງ​ໃຫ້​ຫ້ອຍ​ຊ້ອນ​ລົງ​ມາ​ຂ້າງ​ຫນ້າ​ເຕັນ 10 ຈົ່ງ​ທຳ​ຫູ​ຫ້າ​ສິບ​ຫູຕິດ​ກັບ​ຂອບຜ້າ​ກັ້ງ​ດ້ານນອກ​ຊຸດ​ທີ່​ນຶ່ງ ແລະ​ຫູ​ຫ້າ​ສິບ​ຫູ​ຕິດ​ກັບ​ຂອບ​ຜ້າ​ກັ້ງ​ດ້ານນອກ​ສຸດ​ຊຸດ​ທີ່​ສອງ 11 “ແລ້ວ​ທຳ​ຂໍ​ທອງ​ສຳ​ຣິດ​ຫ້າ​ສິບ​ຂໍ ກ້ຽວ​ຂໍ​ເຂົ້າ​ທີ່​ຫູ ກ້ຽວ​ໃຫ້​ຕິດ​ເປັນ​ເຕັນ​ຫລັງ​ດຽວ​ກັນ 12 ຜ້າກັ້ງ​ສ່ວນ​ທີ່​ເກີນ​ຢູ່ ຄື​ຕີນ​ຜ້າ​ກັ້ງ​ເຄິ່ງ​ນຶ່ງ​ທີ່​ເຫລືອ​ຢູ່​ນັ້ນ ຈົ່ງ​ໃຫ້​ຫ້ອ​ຍລົງ​ມາ​ດ້ານ​ຫລັງ​ຫໍ​ເຕັນ 13 ສ່ວນ​ຜ້າ​ກັ້ງ​ຄຸມ​ຫໍ​ເຕັນ ຊຶ່ງ​ຍາວ​ເກີນ​ໄປ​ຂ້າງ​ລະ​ນຶ່ງ​ສອກ​ນັ້ນ ໃຫ້​ຫ້ອຍ​ລົງ​ມາ​ຂ້າງໆ​ຫໍ​ເຕັນ ທັງ​ຂ້າງ​ນີ້​ແລະ​ຂ້າງ​ນັ້ນ​ສຳ​ລັບ​ໃຊ້​ບັງ 14 ເຄື່ອງ​ປົກ​ເຕັນ​ຂ້າງ​ເທິງ ເຈົ້າ​ຈົ່ງ​ທຳ​ດ້ວຍ​ຫນັງ​ແກະ​ໂຕ​ຜູ້​ຍ້ອມ​ສີ​ແດງ​ຊັ້ນ​ນຶ່ງ ແລະ​ຄຸມ​ດ້ວຍ​ຫນັງ​ສັດ​ລະ​ອຽດ​ດີອີກ​ຊັ້ນ​ນຶ່ງ

ຮ່າງ​ຂ​ອບ

15 “ໄມ້​ຮ່າງ​ຂອບ​ສຳ​ລັບ​ທຳ​ຝາ​ຫໍ​ເຕັນ​ນັ້ນ ໃຫ້​ໃຊ້​ໄມ້​ກະ​ຖິນ​ເທດ​ຕັ້ງ​ຕົງ​ຂຶ້ນ 16 ໄມ້​ຮ່າງ​ຂອບ​ນັ້ນ​ໃຫ້​ຍາວ​ແຜ່ນ​ລະ​ສິບ​ສອກ ກວ້າງ​ສອກ​ເສດ 17 ໃຫ້​ມີ​ເດືອຍ​ຂອບ​ລະ​ສອງ​ເດືອຍ ເດືອຍ​ຂອບ​ນຶ່ງ​ມີ​ໄມ້​ປະ​ກັບ​ຕິດ​ກັບ​ເດືອຍ​ອີກ​ຂອບນຶ່ງ ໄມ້​ຮ່າງ​ຂອບ​ຫໍ​ເຕັນ​ທັງ​ຫມົດ​ໃຫ້​ທຳ​ຢ່າງ​ນີ້ 18 ເຈົ້າ​ຈົ່ງ​ທຳ​ໄມ້​ຮ່າງ​ຂອບ​ຫໍ​ເຕັນ​ດັ່ງ​ນີ້ ດ້ານ​ໃຕ້​ໃຫ້​ທຳ​ຊາວ​ແຜ່ນ 19 ຈົ່ງ​ທຳ​ຖານ​ຮອງ​ຮັບ​ດ້ວຍ​ເງິນ​ສີ່ສິບ​ຖານ ສຳ​ລັບ​ໄມ້​ຮ່າງ​ຂອບ​ຊາວ​ແຜ່ນ ໃຕ້​ໄມ້​ຮ່າງ​ຂອບແຜ່ນ​ນຶ່ງ​ໃຫ້​ມີ​ຖານ​ຮອບ​ຮັບ​ແຜ່ນ​ລະ​ສອງ​ຖານ ສຳ​ລັບ​ສວມ​ເດືອຍ​ສອງ​ອັນ 20 ດ້ານ​ທີ່​ສອງ​ຂອງ​ຫໍ​ເຕັນ​ຂ້າງ​ທິດ​ເຫນືອ​ນັ້ນ ໃຫ້​ໃຊ້​ໄມ້​ຮ່າງ​ຂອບ​ຊາວ​ແຜ່ນ 21 ແລະ​ທຳ​ຖານ​ເງິນ​ຮອງ​ຮັບ​ສີ່ສິບ​ຖານ ໃຕ້​ຂອບ​ໃຫ້​ທຳ​ຖານ​ແຜ່ນ​ລະ​ສອງ​ຖານ 22 ສ່ວນ​ດ້ານ​ຫລັງ​ທິດ​ຕາ​ເວັນ​ຕົກ​ຂອງ​ຫໍ​ເຕັນ ໃຫ້​ທຳ​ໄມ້​ຮ່າງ​ຂອບ​ຫົກ​ແຜ່ນ 23 ແລະ​ທຳ​ອີກ​ສອງ​ແຜ່ນ​ສຳ​ລັບ​ມຸມ​ຫໍ​ເຕັນ​ດ້ານ​ຫລັງ 24 ໄມ້​ຮ່າງ​ຂອບ​ນັ້ນ​ຂ້າງ​ລຸ່ມ​ໃຫ້​ແຍກ​ກັນ ແຕ່​ທາງ​ເທິງຍອດ​ໃຫ້​ຕິດ​ກັນ​ທີ່​ຮ່ວງ​ແຣກ​ທັງ​ສອງ​ແຫ່ງ​ໃຫ້​ກະ​ທຳ​ດັ່ງ​ນີ້ ກໍ​ຈະ​ທຳ​ໃຫ້​ເກີດ​ມຸ​ມສອງ​ມຸມ 25 ຄື​ຮວມ​ເປັນ​ໄມ້​ຮ່າງ​ຂອງ​ແປດ​ແຜ່ນ​ດ້ວຍ​ກັນ ແລະ​ຖານ​ເງິນ​ສິບ​ຫົກ​ອັນ ໃຕ້​ຂອບ​ໄມ້​ໃຫ້​ມີ​ຖານ​ຮອງ​ຮັບ​ແຜ່ນ​ລະ​ສອງ​ຖານ 26 “ເຈົ້າ​ຈົ່ງ​ທໍາ​ກອນ​ດ້ວຍ​ໄມ້​ກະ​ຖິນ​ເທດ​ຫ້າ​ອັນ ສຳ​ລັບ​ໄມ້​ກອນ​ຝາ​ຫໍ​ເຕັນ​ດ້ານ​ນຶ່ງ 27 ແລ້ວກອນ​ອີກ​ຫ້າອັນ​ສຳ​ລັບ​ຂັດ​ໄມ້​ຮ່າງ​ຂອບ​ຝາ​ຫໍ​ເຕັນ​ອີກ​ດ້ານ​ນຶ່ງ ແລະ​ກອນ​ອີກ​ຫ້າ​ອັນ​ສຳ​ລັບ​ຂັດ​ໄມ້​ຮ່າງ​ຂອບ​ຝາ​ຫໍ​ເຕັນ​ດ້ານ​ຫລັງ ຄື​ດ້ານ​ຕາ​ເວັນ​ຕົກ 28 ກອນ​ຕົວ​ກາງ​ຄື​ຢູ່​ທາງ​ກາງ​ຂອງ​ໄມ້​ຮ່າງ​ຂອບ​ສຳ​ລັບ​ຂັດ​ຝາ​ຮ້ອຍ​ໃຫ້​ຕິດ​ກັນ 29 ຈົ່ງ​ໂອບ​ໄມ້​ຮ່າງຂອບ​ເຫລົ່າ​ນັ້ນ​ດ້ວຍທອງ​ຄຳແລະ​ທຳ​ຮ່ວງ​ໄມ້​ຮ່າງຂອບ​ດ້ວຍທອງຄຳ ສຳ​ລັບ​ຮ້ອຍກອນ ແລະ​ກອນ​ນັ້ນ​ໃຫ້​ໂອບ​ດ້ວຍ​ທອງຄຳ 30 ຫໍ​ເຕັນ​ນັ້ນ ເຈົ້າ​ຈົ່ງ​ຈັດ​ຕັ້ງ​ໄວ້​ຕາມ​ແບບ​ຢ່າງ​ທີ່​ເຮົາ​ໄດ້​ແຈ້ງ​ແກ່​ເຈົ້າ​ແລ້ວ​ທີ່​ເທິງ​ພູ​ເຂົາ

ຜ້າ​ກັ້ງ

31 “ຈົ່ງ​ທຳ​ຜ້າ​ກັ້ງ​ຜືນ​ນຶ່ງ ຕ່ຳ​ດ້ວຍ​ດ້າຍ​ສີ​ຟ້າ ສີມ່ວງ ສີ​ແດງ​ເຂັ້ມ​ ແລະ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ ໃຫ້​ມີ​ພາບ​ເຊ​ຣູ​ບິມ​ຝີ​ມື​ຊ່າງ​ອອກ​ແບບ​ໄວ້ 32 ຜ້າ​ກັ້ງ​ນັ້ນ​ໃຫ້​ແຂວນ​ໄວ້​ດ້ວຍ​ຂໍທອງຄໍາ​ທີ່​ເສົາ​ໄມ້​ກະ​ຖິນ​ເທດ​ສີ່​ເສົາ​ທີ່​ໂອບດ້ວຍ​ທອງຄຳ ແລະ​ຊຶ່ງ​ຕັ້ງ​ຢູ່​ເທີ​ງ​ຖານ​ເງິນ​ສີ່​ອັນ 33 ຜ້າ​ກັ້ງ​ນັ້ນ​ໃຫ້​ເຂົາ​ແຂວນ​ໄວ້​ກັບ​ຂໍ​ສຳ​ລັບ​ກ້ຽວ​ຜ້າ​ກັ້ງ ແລ້ວ​ເອົາຫິບ​ຄຳ​ສັນ​ຍາເຂົ້າ​ມາ​ໄວ້​ຂ້າງ​ໃນ​ພາຍ​ໃນ​ຜ້າ​ກັ້ງ ແລະ​ຜ້າ​ກັ້ງ​ນັ້ນ​ຈະ​ເປັນ​ທີ່​ແບ່ງ​ເຕັນ​ລະ​ຫວ່າງ​ບ່ອນ​ສັກ​ສິດ​ຈາກ​ບ່ອນ​ບໍ່​ສັກ​ສິດ​ທີ່​ສຸດ 34 ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ນັ້ນ​ໃຫ້​ຕັ້ງ​ໄວ້​ເທິງ​ຫີບ​ຄຳ​ສັນ​ຍາໃນ​ບ່ອນ​ສັກ​ສິດ 35 ຈົ່ງ​ຕັ້ງ​ໂຕະ​ໄວ້​ຂ້າງນອກ​ຜ້າ​ກັ້ງ ແລະ​ຈົ່ງ​ຕັ້ງ​ເຄື່ອງ​ຮອງ​ຕີນ​ໂຄມ​ໄວ້​ກ້ານ​ໃຕ້​ໃນ​ຫໍເຕັນ​ກົງ​ກັນ​ຂ້າມ​ກັບ​ໂຕະ ເຈົ້າ​ຈົ່ງ​ຕັ້ງ​ໂຕະ​ໄວ້​ທາງ​ດ້ານ​ເຫນືອ 36 “ເຈົ້າ​ຈົ່ງ​ທຳ​ຜ້າ​ກັ້ງ​ບັງ​ທີ່​ປະ​ຕູ​ເຕັນ​ນັ້ນ​ດ້ວຍ​ດ້າຍ​ສີ​ຟ້າ ສີມ່ວງ ສີ​ແດງ​ເຂັ້ມ ແລະ​ດ້ວ​ຍ​ຜ້າ​ປ່ານ​ເນື້ອ​ດີ ປະ​ກອບ​ດ້ວຍ​ຝີ​ມື​ຊ່າງ​ດ້າຍ​ສີ 37 ຈົ່ງ​ທຳ​ເສົາ​ຫ້າ​ຕົ້ນ​ດ້ວຍ​ໄມ້​ກະ​ຖິນ​ເທດ​ທີ່​ປະ​ຕູ ແລ້ວ​ໂອບ​ເສົາ​ນັ້ນ​ດ້ວຍ​ທອງຄຳ ຂໍ​ແຂວນ​ເສົາ​ຈົ່ງ​ທຳ​ດ້ວຍທອງ​ຄຳ ແລ້ວ​ຫລໍ່​ຖານ​ທອງ​ສຳ​ຣິດ​ຫ້າ​ຖານ​ສຳ​ລັບ​ຮອງ​ຮັບ​ເສົາ​ນັ້ນ

ອົບພະຍົກ 27

ແທ່ນ​ເຄື່ອງ​ເຜົາບູ​ຊາ

1 ເຈົ້າ​ຈົ່ງ​ທຳ​ແທ່ນ​ບູ​ຊາ​ດ້ວຍ​ໄມ້​ກະ​ຖິນ​ເທດ​ໃຫ້​ຍາວ​ຫ້າ​ສອກ ກວ້າງ​ຫ້າ​ສອກ ໃຫ້​ເປັນ​ແທ່ງ​ສີ​ຫລ່ຽມ ສູງ​ສາມ​ສອກ 2 ຈົ່ງ​ທຳ​ຍອດ​ຕິດໄວ້​ທັງ​ສີ່​ມຸມ​ຂອງ​ແທ່ນ ໃຫ້​ເປັນ​ອັນ​ດຽວ​ກັນ​ກັບ​ແທ່ນ ແລະ​ຈົ່ງ​ໂອບ​ແທ່ນ​ດ້ວຍທອງ​ສຳ​ຣິດ 3 ເຈົ້າ​ຈົ່ງ​ທຳ​ຫມໍ້​ສຳ​ລັບ​ໃສ່​ຂີ້​ເທົ່າ ຊ້ວນ ຖ້ວຍຂໍເກາະ​ເນື້ອ ແລະ​ຖາດ​ຮອງ​ໄຟ ຄື​ເຄື່ອງ​ໃຊ້​ສຳລັບແທ່ນ​ທັງ​ຫມົດ​ ເຈົ້າ​ຈົ່ງ​ທຳ​ດ້ວຍ​ທອງ​ສຳ​ຣິດ 4 ແລ້ວ​ເອົາ​ທອງ​ສຳ​ຣິດ​ທຳ​ຕາ​ຂ່າຍ​ປະ​ດັບ​ແທ່ນ​ນັ້ນ ກັບ​ທຳ​ຮ່ວງ​ທອງ​ສຳ​ຣິດ​ຕິ​ດ​ທີ່​ແຈມຸມ​ທັງ​ສີ່​ຂອງຕາ​ຂ່າຍ 5 ຕາ​ຂ່າຍ​ນັ້ນ​ໃຫ້​ຢູ່​ໃຕ້​ຂອບ​ຂອງ​ແທ່ນ ແລະ​ໃຫ້​ຫ້ອຍ​ຢູ່​ຕັ້ງ​ແຕ່​ກາງ​ແທ່ນ​ລົງ​ມາ 6 ໄມ້​ຄານ​ຫາມ​ແທ່ນ ໃຫ້​ທຳ​ດ້ວຍ​ໄມ້​ກະ​ຖິນ​ເທດ ແລະ​ຫຸ້ມ​ດ້ວຍ​ທອງ​ສຳ​ຣິດ 7 ໄມ້​ຄານ​ນັ້ນ​ໃຫ້​ສອດ​ໄວ້​ໃນ​ຮ່ວງ ໃນ​ເວ​ລາ​ຫາມ​ໄມ້​ຄານ​ຈະ​ຢູ່​ຂ້າງ​ແທ່ນ​ຂ້າງ​ລະ​ອັນ 8 ແທ່ນ​ນັ້ນ​ທຳ​ດ້ວຍ​ໄມ້​ກະ​ດານ ແຕ່​ຂ້າງ​ໃນ​ແທ່ນ​ຂວັດ​ຕາມແບບ​ທີ່​ແຈ້ງ​ແກ່​ເຈົ້າ​ແລ້ວ​ທີ່​ພູ​ເຂົາ ຈົ່ງ​ໃຫ້​ເຂົາ​ທຳ​ຢ່າງ​ນັ້ນ

ລານ​ຫໍ​ເຕັນ​ສັກ​ສິດ

9 “ເຈົ້າ​ຈົ່ງສ້າງ​ລານ​ຫໍເຕັນ​ສັກ​ສິດ ໃຫ້​ຮົ້ວ​ດ້ານ​ໃຕ້​ມີ​ຜ້າ​ກັ້ງ ທຳ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ ຍາວ​ນຶ່ງ​ຮ້ອຍ​ສອກ 10 ໃຫ້​ມີ​ເສົາ​ຊາວ​ຕົ້ນ ກັບ​ຖານ​ທອງ​ສຳ​ຣິດ​ຮອງ​ຮັບ​ເສົາ​ຊາວ​ຖານ ຂໍ​ຕິດ​ເສົາ​ແລະ​ຮາວ​ຍຶດ​ເສົາ​ນັ້ນ​ໃຫ້​ທຳ​ດ້ວຍ​ເງິນ 11 ທຳນອງ​ດຽວ​ກັນ ດ້ານ​ທິດ​ເຫນືອ​ໃຫ້​ມີ​ຜ້າ​ຍັງ​ຍາວ​ຮ້ອຍ​ສອກ ເຫມືອນ​ກັນ​ກັບ​ເສົາ​ຊາວ​ຕົ້ນ ແລະ​ຖານ​ທອງ​ສຳ​ຣິດ​ຊາວ​ຖານ ຂໍ​ແລະ​ຮາວ​ຍຶດ​ເສົາ​ນັ້ນ​ ໃຫ້​ທຳ​ດ້ວຍ​ເງິນ 12 ຕາມ​ສ່ວນກວ້າງ​ຂອງ​ລານ​ດ້ານ​ຕາ​ເວັນ​ຕົກ ໃຫ້​ມີ​ຜ້າ​ບັງ​ຍາວ​ຫ້າ​ສິບ​ສອກ ກັບ​ເສົາ​ສິບ​ຕົ້ນ ແລະ​ຖານ​ຮອງ​ຮັບ​ເສົາ​ສິບ​ຖານ 13 ສ່ວນກວ້າງ​ຂອງ​ລານ​ດ້ານ​ຕາ​ເວັນ​ອອກ ໃຫ້​ຍາວ​ຫ້າ​ສິບ​ສອກ 14 ຜ້າ​ບັງ​ດ້ານ​ຮີມ​ປະ​ຕູ​ຂ້າງ​ນຶ່ງ​ໃຫ້​ຍາວ​ສິບຫ້າ​ສອກ ມີ​ເສົາ​ສາມ​ຕົ້ນ ແລະ​ຖານ​ຮອງ​ຮັບ​ເສົາ​ສາມ​ຖານ 15 ອີກ​ຂ້າງ​ນຶ່ງ​ໃຫ້​ມີ​ຜ້າ​ບັງ​ຍາວ​ສິບ​ຫ້າ​ສອກ ມີ​ເສົາ​ສາມ​ຕົ້ນ ແລະ​ຖານ​ຮອ​ງ​ຮັບ​ເສົາ​ສາມ​ຖານ 16 ໃຫ້​ມີ​ຜ້າ​ບັງ​ຕາ​ທີ່​ປະ​ຕູ​ຍາວ​ຊາວ​ສອກ ຜ້າ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ ປະ​ກອບ​ດ້ວຍ​ຝີ​ມື​ຂອງ​ຊ່າງ​ດ້າຍ​ສີ ກັບ​ເສົາ​ສີ່​ຕົ້ນ​ແລະ​ຖານ​ຮອງ​ຮັບ​ເສົາ​ສີ່​ຖານ 17 ເສົາ​ລ້ອມ​ອ້ອມ​ທັງ​ຫມົດ ໃຫ້​ມີ​ຣາວ​ສຳ​ລັບ​ຍຶດເສົາໃຫ້​ຕິດ​ຕໍ່​ກັນ​ທຳ​ດ້ວຍ​ເງິນ ແລະ​ໃຫ້​ທຳ​ຂໍ​ດ້ວຍ​ຖານຖາ​ນ​ຮອງຮັບ​ເສົາ​ນັ້ນ​ທຳ​ດ້ວຍ​ທອ​ງສຳ​ຣິດ 18 ດ້ານ​ຍາວ​ຂອງ​ລານ​ນັ້ນ​ຈະ​ເປັນ​ຮ້ອຍ​ສອກ ດ້ານກວ້າງ​ຫ້າ​ສິບ​ສອກ ສູງ​ຫ້າ​ສອກ ກັ້ນ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ ແລະ​ມີ​ຖານ​ທອງ​ສຳ​ຣິດ 19 ເຄື່ອງ​ໃຊ້​ສອຍ​ທັງ​ຫມົດຂອງ​ຫໍ​ເຕັນ​ສັກ​ສິດ​ພ້ອມ​ທັງ​ຫລັກຫມຸດ​ສຳ​ລັບ​ຮົ້ວ​ທີ່​ກັ້ນ​ລານ​ທັງ​ຫມົດ ໃຫ້​ທຳ​ດ້ວຍ​ທອງ​ສຳ​ຣິດ

ການບົວ​ລະ​ບັດ​ຕະ​ກຽງ

20 “ເຈົ້າ​ຈົ່ງ​ສົ່ງ​ຊົນ​ຊາດ​ອິ​ສ​ຣາ​ເອນ​ໃຫ້​ນຳ​ນ້ຳ​ມັນ​ຫມາກ​ກອກ​ເທດ​ບໍ​ຣິ​ສຸດ​ທີ່​ຄັ້ນ​ໄວ້​ນັ້ນ​ມາ​ສຳ​ລັບ​ເຕີມ​ຕະ​ກຽງ ເພື່ອ​ຈະ​ໃຫ້​ຕະ​ກຽງ​ນັ້ນ​ສ່ອງ​ສວ່າງຢູ່​ສ​ເມີ 21 ໃນ​ເຕັນ​ນັດ​ພົບ​ຂ້າງນອກ​ຜ້າ​ກັ້ງ​ຊຶ່ງ​ຢູ່​ຫນ້າ​ຫີ​ບ​ຄຳ​ສັນ​ຍາ ໃຫ້​ອາ​ໂຣນ ແລະ​ບຸດ​ຂອງ​ອາ​ໂຣນ ບົວ​ລະ​ບັດ​ຕະ​ກຽງ​ນັ້ນ​ຢູ່​ສະ​ເພາະ​ພຣະ​ພັກ​ພຣະ​ເຈົ້າ ຕັ້ງ​ແຕ່​ເວ​ລາ​ຄ່ຳ​ຈົນ​ເຖິງ​ຮຸ່ງ​ເຊົ້າ ໃຫ້​ເປັນ​ກົດ​ເກນ​ທີ່​ຊົນ​ຊາດ​ອິ​ສ​ຣາ​ເອນ​ຕ້ອງ​ປະ​ຕິ​ບັດ​ຕາມ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຂົາ

ອົບພະຍົກ 28

ເຄື່ອງ​ແຕ່ງ​ກາຍ​ຂອງ​ປະ​ໂຣ​ຫິດ

1 “ຈົ່ງ​ນຳ​ອາ​ໂຣນ​ອ້າຍ​ຂອງ​ເຈົ້າ​ ແລະ​ບຸດ​ຂອງ​ເຂົາ​ແຍກ​ອອກ​ມາ​ຈາກ​ຫມູ່​ຊົນ​ຊາດ​ອິ​ສ​ຣາ​ເອນ​ໃຫ້​ມາ​ຢູ່ໃກ້​ເຈົ້າ ເພື່ອ​ຈະ​ໄດ້​ເປັນ​ປະ​ໂຣຫິດ​ບົວ​ຣະ​ບັດ​ເຮົາ ຄື​ທັງ​ອາ​ໂຣນ​ແລະ​ບຸດຂອງ​ອາ​ໂຣນ ຄື ນາ​ດາບ ອາບິຮູ ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ 2 ແລ້ວ​ໃຫ້​ທຳ​ເຄື່​ອງຍົດ​ບໍ​ຣິ​ສຸດ​ສຳ​ລັບ​ອາ​ໂຣນ​ອ້າຍ​ຂອງ​ເຈົ້າ​ໃຫ້​ສົມ​ກຽດ ແລະ​ງົດ​ງາມ 3 ໃຫ້​ກ່າວ​ແກ່​ຄົນ​ທັງ​ປວງ​ຜູ້​ມີ​ຄວາມ​ສາ​ມາດ ຊຶ່ງ​ເຮົາ​ໄດ້​ບັນ​ດານ​ໃຫ້​ເຂົາ​ມີ​ຈິດ​ໃຈ​ອັນ​ສາ​ມາດ​ນັ້ນ ໃຫ້​ເຂົາ​ທຳ​ເຄື່ອງ​ຍົດ​ສຳ​ລັບ​ສະ​ຖາ​ປະ​ນາ​ອາ​ໂຣນ​ໃຫ້​ບົວ​ຣະ​ບັດ​ເຮົາ​ໃນ​ຕຳ​ແຫນ່ງ​ປະ​ໂຣ​ຫິດ 4 ໃຫ້​ເຂົາ​ທຳ​ເຄື່ອງ​ຍົດ​ດັ່ງ​ຕໍ່​ໄປ​ນີ້​ຄື ແຜ່ນ​ຮອງ​ເອິກ ເສື້ອ​ເອ​ໂຟດ ເສື້ອ​ຄຸມຍາວ​ບໍ່​ມີ​ແຂນ ເສື້ອ​ຄຸມ​ຍາວ​ມີ​ແຂນ ຫມວກ​ສຸບ ແລະ​ຜ້າ​ຮັດ​ແອວ ແລະ​ໃຫ້​ເຂົາ​ທຳ​ເຄື່ອງ​ຍົດ​ບໍ​ຣິ​ສຸດ​ສຳ​ລັບ​ອາ​ໂຣນ​ອ້າຍ​ຂອງ​ເຈົ້າ​ແລະ​ບຸດ​ຂອງ​ເຂົາ ເພື່ອ​ຈະ​ໄດ້​ເປັນ​ປະ​ໂຣ​ຫິດ​ບົວ​ຣະ​ບັດ​ເຮົາ 5 “ໃຫ້​ເຂົາ​ເຫລົ່າ​ນັ້ນ​ຮັບ​ເອົາ​ຄຳ ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ

ເອ​ໂຟດ

6 ໃຫ້​ເຂົາ​ທໍາ​ເອ​ໂຟ​ດດ້ວຍທອງ​ຄຳ ດ້ວຍ​ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້​ມ ແລະ​ຜ້າ​ປ່ານ​ເນື້ອ​ດີ ຕັດ​ດ້ວຍ​ຝີ​ມື​ຊ່າງອ​ອກ​ແບບ 7 ແຂບ​ທີ່​ຜູ​ກ​ບ່າ​ຂອງ​ເອ​ໂຟດ​ນັ້ນ ໃຫ້​ຕິດ​ກັບຮີມ​ຕອນ​ເທິງ​ທັງ​ສອງ​ອັນ ເພື່ອ​ຈະ​ຕິດ​ເປັນ​ອັນ​ດຽວ​ກັນ 8 ສາຍ​ຮັດ​ແອວ​ຕ່ຳ​ຢ່າງ​ປາ​ນີ​ຕ ສຳ​ລັບ​ຮັດທັບ​ເອ​ໂຟດ ໃຫ້​ທຳ​ດ້ວຍ​ຝື​ມື​ຢ່າງ​ດຽວ​ກັນ ແລະ​ໃຊ້​ວັດ​ຖຸ​ຢ່າງ​ດຽວ​ກັນ​ກັບ​ເອ​ໂຟດ ຄື​ທຳ​ດ້ວຍທອງ​ຄຳ ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ 9 ແລ້ວ​ໃຊ້​ແກ້ວ​ໂກ​ເມນ​ສອງ​ແຜ່ນ ສຳ​ລັບ​ຈາຣຶກ​ຊື່​ບຸດ​ຊາຍ​ຂອງ​ອິ​ສ​ຣາ​ເອນ​ໄວ້ 10 ທີ່​ແກ້ວແຜ່ນ​ນຶ່ງ​ໃຫ້​ຈາ​ຣຶກ​ຊື່​ໄວ້​ອີກ​ຫົກ​ຊື່ ແລະ​ແຜ່ນ​ທີ່​ສອງ​ກໍ​ໃຫ້​ຈາ​ຣຶກ​ຊື່​ໄວ້​ອີກ​ຫົກ​ຊື່​ທີ່​ເຫລືອ​ຢູ່​ຕາມ​ກຳ​ເນີດ 11 ໃຫ້​ຊ່າງ​ແກະ​ຈາຣຶກ​ຊື່​ເຫລົ່າ​ບຸດ​ຊາ​ຍອິ​ສ​ຣາ​ເອນ​ໄວ້​ທີ່​ແກ້ວ​ທັງ​ສອງແຜ່ນ​ນັ້ນ ເຊັ່ນ​ຢ່າງ​ແກະ​ຕ​ຣາ​ແລ້ວ​ຝັງ​ໄວ້​ເທິງ​ກະ​ໂບກ​ຄຳ​ຊື່ງ​ມີ​ລວດ​ລາຍ​ລະ​ອຽດ 12 ແກ້ວ​ທັງ​ສອງ​ແຜ່ນ​ນັ້ນ​ໃຫ້​ຕິດ​ໄວ້​ກັບ​ເອ​ໂຟດ​ເທິງ​ບ່າທັງ​ສອງ​ຂ້າງ ແກ້ວ​ນັ້ນ​ຈະ​ເປັນ​ຣະ​ລຶກ​ເຖິງ​ບັນ​ດາ​ບຸດ​ແຫ່ງ​ອິ​ສ​ຣາ​ເອນ ແລະ​ອາ​ໂຣນ​ຈະ​ແບກ​ຊື່ເຂົາ​ທັງ​ຫລາຍ​ໄວ້​ເທິງ​ບ່າ​ທອງ​ສອງ​ສະ​ເພາະ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ທີ່ຣະ​ລຶກ 13 ເຈົ້າ​ຈົ່ງ​ທຳ​ກະ​ໂບກ​ຄຳ​ມີ​ລວດ​ລາຍ​ລະ​ອຽດ 14 ກັບ​ທຳ​ສ້ອຍ​ສອງ​ສາຍ​ດ້​ວຍ​ທອງຄຳ​ບໍ​ຣິ​ສຸດ ເປັນ​ສ້ອຍ​ຖັກ​ກ້ຽວ​ແລ້ວ​ຕິດ​ໄວ້​ທີ່​ກະ​ໂບກ​ນັ້ນ

ແຜ່ນ​ຮອງ​ເອິກ

15 “ຈົ່ງ​ທຳ​ແຜ່ນ​ຮອງ​ເອີກ​ສຳ​ລັບ​ແຕ່ງ​ເວ​ລາ​ພິ​ພາກ​ສາ ດ້ວຍ​ຝີ​ມື​ຊ່າງ​ອອກ​ແບບ​ຝີ​ມື​ເຫມືອນ​ທຳ​ເອ​ໂຟດ ຄື​ທຳ​ດ້ວຍ​ທອງຄຳ ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ 16 ໃຫ້​ທຳ​ແຜ່ນ​ຮອງ​ເອິກ​ເປັນ​ຮູບ​ສີ່​ຫລ່ຽມ ພັບ​ທົບ​ກາງ​ຍາວ​ຄືບ​ນຶ່ງ ກ້​ວາງ​ຄືບ​ນຶ່ງ 17 ຈົ່ງ​ຝັງ​ແກ້ວ​ສີ່​ແຖວ​ເທິງ​ແຜ່ນ​ຮອງ​ເອິກ​ນັ້ນ ແຖວທີ່​ນຶ່ງ​ຝັງ​ທັບ​ທີມ ພອຍ​ເຫລືອງ ແລະ​ມໍ​ຣະ​ກົດ 18 ແຖວ​ທີ່​ສອງ​ຝັງ​ພອຍ ໄພ​ທູນ ແລະ​ເພັດ 19 ແຖວ​ທີ່​ສາມ​ຝັງ​ນີນ​ໂມ​ຣາ ແລະ​ເພ​ທາຍ​ສີ​ມ່ວງ 20 ແຖວ​ທີ່​ສີ່​ຝັງ​ເພ​ທາຍ ໂກ​ເມນ ແລະ​ມະ​ນີ​ໂຊ​ຕ ແກ້ວ​ທັງ​ຫມົດ​ນີ້​ໃຫ້​ຝັງ​ໃນ​ລວດລາຍ​ອັນ​ລະ​ອຽດ​ທີ່​ທຳ​ດ້ວຍ​ທອງຄຳ 21 ແກ້ວ​ເຫລົ່າ​ນັ້ນ​ໃຫ້​ມີ​ຊື່​ເຫລົ່າ​ບຸດ​ອິ​ສ​ຣາ​ເອນ​ສິບ​ສອງ​ຊື່​ຈາຣຶກ​ໄວ້​ເຫມືອນ​ແກະ​ຕຣາ ຈະ​ມີ​ຊື່​ເຜົ່າ​ທຸກ​ເຜົ່າ​ຕາມ​ລຳ​ດັບ​ສິບ​ສອງ​ເຜົ່າ 22 ແລະ​ເຈົ້າ​ຈົ່ງ​ທຳ​ສ້ອຍ​ຖັກ​ກ້ຽວ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ​ສຳ​ລັບ​ແຜ່ນ​ຮອງ​ເອິກ 23 ແລະ​ເຈົ້າ​ຈົ່ງ​ທຳ​ຮ່ວງ​ທອງຄຳ​ສອງ​ຮ່ວງ​ຕິດ​ໄວ້​ທີ່​ມຸມ​ເທິງ​ທັງ​ສອງ​ຂອງ​ແຜ່ນ​ຮອງ​ເອິກ 24 ສ່ວນ​ສ້ອຍ​ທີ່​ທຳ​ດ້ວຍທອງ​ຄຳ​ນັ້ນ ໃຫ້​ກ້ຽວ​ດ້ວຍ​ຮ່ວງ​ທີ່​ມຸມ​ແຜ່ນ​ຮອງ​ເອິກ 25 ແລະ​ປາຍ​ສ້ອຍ​ອິກ​ສອງ​ຂ້າງ ໃຫ້​ຕິດ​ກັບ​ກະ​ໂບກ​ທີ່​ມີ​ລວດ​ລາຍ​ລະ​ອຽດ​ທັງ​ສອງ ໃຫ້​ຕິດ​ໄວ້​ຂ້າງ​ຫນ້າ​ທີ່​ແຂບ​ຍຶດ​ເອ​ໂຟດ​ທັງ​ສອງ​ຂ້າງ​ເທິງ​ບ່າ 26 ຈົ່ງ​ທຳ​ຮ່ວງ​ຄຳ​ສອງ​ອັນ​ຕິດ​ໄວ້​ທີ່​ແຈ​ລຸ່ມ​ທັງ​ສອງ​ຂ້າງ​ຂອງ​ແຜ່ນ​ຮອງ​ເອີກ​ຂ້າງ​ໃນ​ທີ່​ຕິດ​ເອ​ໂຟດ 27 ຈົ່ງ​ທຳ​ຮ່ວງ​ສອງ​ອັນ​ດ້ວຍທອງ​ຄຳ​ໃສ່​ໄວ້​ຮີມ​ເອ​ໂຟດ​ເບື້ອງ​ຫນ້າ ໃຕ້​ແຂບ​ທີ່​ໃກ້​ກັບ​ສາຍດືງ​ແລະ​ເທິງ​ສາຍແອວ​ນັ້ນ​ຊື່ງ​ຕ່ຳ​ດ້ວຍ​ຝີ​ມື​ປາ​ນີ​ຕ 28 ໃຫ້​ຜູກ​ແຜ່ນ​ຮອງເອິກ​ນັ້ນ​ຕິດ​ກັບ​ເອ​ໂຟດ​ດ້ວຍ ໃຊ້​ດ້າຍ​ຖັກ​ສີ​ຟ້າຮ້ອຍ​ຜູກ​ທີ່​ຮ່ວງ ໃຫ້​ທັບ​ແຜ່ນ​ຮອງ​ເອິກ​ຮັດ​ສາຍ​ແອວ​ທີ່​ທຳ​ດ້ວຍ​ຝີ​ມື​ປາ​ນີ​ຕ​ຂອງ​ເອ​ໂຟດ​ເພື່ອ​ບໍ່​ໃຫ້​ແຜ່​ນ​ຮອງ​ເອິກ​ຫລຸດ​ໄປ​ຈາກ​ເອ​ໂຟດ 29 ອາ​ໂຣນ​ຈີ່ງ​ຈະ​ມີ​ຊື່​ເຫລົ່າ​ບຸດ​ອິ​ສ​ຣາ​ເອນ​ຈາ​ຣຶກ​ໄວ້​ທີ່​ແຜ່ນ​ຮອງ​ເອິກ ສຳ​ລັ​ບ​ແຕ່ງ​ເວ​ລາ​ພິ​ພາກ​ສາ​ຕິດ​ໄວ້​ທີ່​ເອິກ​ຂອງ​ຕົນ ໃຫ້​ເປັນ​ທີ່​ຣະ​ລຶກ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ສ​ເມີ ເມື່ອ​ເຂົາ​ເຂົ້າ​ໄປ​ໃນ​ຫໍ​ເຕັນ​ສັກ​ສິດ​ນັ້ນ 30 ຈົ່ງ​ໃສ່​ອູ​ຣິມ ແລະ​ທູມ​ມິມ ໄວ້​ໃນ​ແຜ່ນ​ຮອງ​ເອິກ ແລະ​ຂອງ​ສອ​ງສິ່ງ​ນີ້​ຈະ​ຢູ່ທີ່​ຫົວ​ໃຈ​ຂອງ​ອາ​ໂຣນ​ເມື່ອ​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ ອາ​ໂຣນ​ຈະ​ຮັບ​ພາ​ຣະ​ການ​ພິ​ພາກ​ສາ​ເຫລົ່າ​ບຸດ​ອິ​ສ​ຣາ​ເອນ​ໄວ້​ທີ່​ຫົວ​ໃຈ​ຂອງ​ຕົນ​ສ​ເມີ​ສະ​ເພາະ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ

ເຄື່ອງ​ແຕ່ງ​ກາຍ​ຊະ​ນິດ​ອື່ນ​ຂອງ​ປະ​ໂຣ​ຫິດ

31 “ເຈົ້າ​ຈົ່ງ​ທຳ​ເສື້ອ​ຄຸມໃຫ້​ເຂົ້າ​ຊຸດ​ກັບ​ເອ​ໂຟດ​ດ້ວຍ​ຜ້າ​ສີ​ຟ້າ​ລ້ວນ 32 ໃຫ້​ທຳ​ຊ່ອງ​ຄໍ​ກາງ​ຜືນ​ເສື້ອ ແລ້ວ​ຫຍິບ​ຮອບ​ຄໍ​ດ້ວຍ​ຜ້າຕ່ຳ​ລຽບ​ຕາມ​ຄໍ ເສື້ອ​ນີ້​ໃຫ້​ແນບ​ດ້ວຍ​ຜ້າ​ຫນາ​ເພື່ອບໍ່​ໃຫ້​ຂາດ​ງ່າຍ 33 ທີ່​ຕີນ​ເສື້ອ​ຄຸມ​ໃຫ້​ປັກ​ຮູບ​ຫມາກ​ພິ​ລາ ໃຊ້​ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ​ຮອບ​ຕີນ​ເສື້ອ ແລະ​ຕິດ​ຫມາກ​ກະ​ດິ່ງ​ທອງຄໍາສ​ລັບ​ກັບ​ຫມາກ​ພິ​ລາ 34 ຫມາກ​ກະ​ດິ່ງ​ທອງຄຳ​ຫນ່ວນ​ນຶ່ງ ຫມາກ​ທັບ​ທິມ​ຫມາກ​ນຶ່ງ ຫມາກກະ​ດິ່ງທອງ​ຄຳ​ອິກ​ຫມາກ​ນຶ່ງ ຫມາກ​ພິ​ລາ​ອິກ​ຫມາກ​ນຶ່ງ​ຮອບ​ຕີນ​​ເສື້ອ​ຄຸມ 35 ອາ​ໂຣນ​ຈະ​ສວມ​ເສື້ອ​ໂຕ​ນັ້ນ​ເມື່ອ​ທຳ​ງານ​ບົວ​ຣະ​ບັດ ແລະ​ຈະ​ໄດ້​ຍິນ​ສຽງ​ຫມາກ​ກະ​ດິ່ງ​ເມື່ອ​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຫໍ​ເຕັນ​ສັກ​ສິດ ແລະ​ເມື່ອ​ຍ່າງ​ອອກ​ມາ ດ້ວຍຢ້ານ​ວ່າ​ເຂົາ​ຈະ​ຕ້ອງ​ຕາຍ 36 “ເຈົ້າ​ຈົ່ງ​ທຳ​ແຜ່ນ​ທອງຄຳ​ບໍ​ຣິ​ສຸດ​ຈາ​ຣຶກ​ຄຳ​ວ່າ “ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” ໄວ້​ເຫມືອນ​ຢ່າງ​ແກະ​ຕາ 37 ແລະ​ເຈົ້າ​ຈົ່ງ​ເອົາ​ດ້າຍ​ຖັກ​ສີ​ຟ້າ ຜູກ​ແຜ່ນ​ທອງຄຳ​ນັ້ນ​ໄວ້​ເທິງ​ຫມວກ​ໃຫ້​ຢູ່​ທີ່​ຂ້າງ​ຫມວກ​ດ້ານ​ຫນ້າ 38 ແຜ່ນ​ທອງຄຳ​ນັ້ນ​ຈະ​ຢູ່​ທີ່​ຫນ້າ​ຜາກ​ຂອງ​ອາ​ໂຣນ ແລະ​ອາ​ໂຣນ​ຈະ​ຮັບ​ຄວາມ​ຜິດ​ອັນ​ເກີດ​ແກ່​ຊົນ​ຊາດ​ອິ​ສ​ຣາ​ເອນ ເນຶ່ອງ​ຈາກ​ຂອງ​ຖວາຍ​ອັນ​ບໍ​ຣິ​ສຸດ ຊຶ່ງ​ນຳ​ມາ​ຊຳ​ຮະ​ໃຫ້​ເປັນ​ຂອງ​ຖວາຍ​ອັນ​ບໍ​ຣິ​ສຸດ ແລະ​ແຜ່ນ​ຄຳ​ນັ້ນ​ໃຫ້​ຢູ່​ທີ່​ຫນ້າ​ຜາກ​ຂອງ​ອາ​ໂຣນ​ສ​ເມີ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຊົງ​ຮັບ​ສິ່ງ​ຂອງ​ເຫລົ່າ​ນັ້ນ​ຈາກ​ເຂົາ 39 “ຈົ່ງ​ຕ່ຳ​ເສື້ອ​ໃຫ້​ເປັນ​ຕາ​ມຸກດ້ວຍ​​ປ່ານ​ເນື້ອ​ດີ ສ່ວນ​ຜ້າ​ຫມວກ​ນັ້ນ ຈົ່ງ​ທຳ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ ແລະ​ທຳ​ສາຍ​ແອວ​ດ້ວຍ​ຝີ​ມື​ຊ່າງ​ດ້າຍ​ສີ 40 “ຈົ່ງ​ທຳ​ເສື້ອຄຸມ ສາຍຮັດແອວ ​ແລະ​ຫມວກ​ສຳ​ລັບ​ບຸດ​ອາ​ໂຣນ​ໃຫ້​ສົມ​ກຽດ​ແລະ​ງົດ​ງາມ 41 ຈົ່ງ​ແຕ່ງ​ອາ​ໂຣນ​ອ້າຍ​ຂອງ​ເຈົ້າ​ແລະ​ບຸດ​ເຂົາ​ດ້ວຍ​ເຄື່ອງ​ຍົດ ແລ້ວ​ຫົດ​ສົງ​ແລະ​ສະ​ຖາ​ປະ​ນາ ແລະ​ຊໍາຮະ​ເຂົາ​ໃຫ້​ບໍ​ຣິ​ສຸດ ເພື່ອ​ໃຫ້​ເຂົາ​ເປັນ​ປະ​ໂຣ​ຫິດ​ບົວ​ລະ​ບັດ​ເຮົາ 42 ຈົ່ງ​ຫຍີບ​ສົ້ງ​ໃຫ້​ເຂົາ​ເຫລົ່າ​ນັ້ນ​ດ້ວຍ​ຜ້າ​ປ່ານ​ເພື່ອ​ຈະ​ປົກ​ປິດ​ກາຍ​ທີ່​ເປືອຍ​ຂອງ​ເຂົາ​ໃຫ້​ຍາວ​ຕັ້ງ​ແຕ່​ແອວ​ຈົນ​ເຖິງ​ຕົ້ນ​ຂາ 43 ໃຫ້​ອາ​ໂຣນ​ກັບ​ບຸດ​ເຂົາ​ສວມ​ສົ້ງ​ນັ້ນເມື່ອ​ເຂົາ​ໄປ​ໃນ​ເຕັນ​ນັດ​ພົບ ແລະ​ເມື່ອ​ເຂົ້າ​ໃກ້​ແທ່ນບູ​ຊາ​ເພື່ອ​ບົວ​ລະ​ບັດ​ຮັບ​ໃຊ້​ເຮົາ ໃນ​ຖາ​ນະ​ປະ​ໂຣ​ຫິດ​ໃນ​ບ່ອນ​ສັກ​ສິດ ເພື່ອ​ພວກ​ເຂົາ​ຈະ​ບໍ່​ຖືກ​ຂ້າ​ຍ້ອນ​ວ່າ​ບໍ່​ປົກ​ປິດ​ຕົນ​ໂຕ ອັນ​ນີ້​ແມ່ນ​ກົດ​ເກນ​ອັນ​ຖາ​ວອນຊຶ່ງ​ອາ​ໂຣນ​ແລະ​ເຊື້ອ​ສາຍ​ຂອງ​ເຂົາຈະ​ຕ້ອງ​ປະ​ຕິ​ບັດ​ຕາມຕລອດ​ໄປ

ອົບພະຍົກ 29

ການ​ຖວາຍ​ຕົວ​ຂອງ​ອາ​ໂຣນ ແລະ​ບຸດ​ຊາຍ​ຂອງ​ທ່ານ

1 “ຕໍ່​ໄປ​ນີ້​ເປັນ​ການ​ຊຶ່ງ​ເຈົ້າ​ຄວນ​ກະ​ທຳ​ເພື່ອ​ຊຳ​ຮະ​ຕົວ​ເຂົາ​ທັງ​ຫລາຍ​ໃຫ້​ບໍ​ຣິ​ສຸດ ເພື່ອ​ເຂົາ​ຈະ​ເປັນ​ປະ​ໂຣ​ຫິດບົວ​ລະ​ບັດ​ເຮົາ ຄື​ຈົ່ງ​ເອົາ​ງົວ​ຫນຸ່ມ​ໂຕ​ນຶ່ງ​ແລະ​ແກະ​ເຖິກສອງ​ໂຕ​ຊຶ່ງ​ປາ​ສ​ຈາກ​ຕຳ​ນີ 2 ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ປົນໃສ່ນ້ຳ​ມັນ ແລະ​ເຂົ້າ​ຈີ່​ແຜ່ນ​ບາງ​ທີ່​ບໍ່​ມີ​ເຊື້ອ​ທາ​ນ້ຳ​ມັນ ເຂົ້າ​ຈີ່​ເຫລົ່າ​ນີ້​ຈົ່ງ​ທຳ​ດ້ວຍຍອດ​ແປ້ງ​ເຂົ້າ​ສາ​ລີ 3 ແລ້ວ​ຈົ່ງ​ໃສ່​ເຂົ້າ​ຈີ່​ຕ່າງໆ​ເຫລົ່າ​ນັ້ນ​ໄວ້​ໃນ​ກະ​ຕ່າ​ດຽ​ວ​ກັນ ຈົ່ງ​ນຳ​ມາ​ພ້ອມ​ກັບ​ງົວ​ເຖິກ ແລະ​ລູກ​ແກະ​ໂຕ​ຜູ້​ສອງ​ໂຕ 4 ຈົ່ງ​ນໍາ​ອາ​ໂຣນ​ແລະ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ເຂົາ​ມາ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ແລ້ວ​ຈົ່ງ​ຊຳ​ຮະ​ຕົວ​ເຂົາ​ທັງ​ຫລາຍ​ດ້ວຍ​ນ້ຳ 5 ຈົ່ງ​ສວມ​ເຄື່ອງ​ຍົດ​ໃຫ້​ອາ​ໂຣນ ຄື​ເສື້ອ​ໃນ​ຂອງ​ເສື້ອ​ເອ​ໂຟດ ເອ​ໂຟດແລະ​ແຜ່ນ​ຮອງ​ເອິກ ແລະ​ເອົາ​ສາຍ​ຮັດ​ແອວ​ທີ່​ຕ່ຳ​ດ້ວຍ​ຝີມີ​ປາ​ນີ​ຕ ສຳ​ລັບ​ໃຊ້​ກັບ​ເອ​ໂຟດ​ນັ້ນ​ຮັດ​ແອວ​ໄວ້ 6 ຈົ່ງ​ສວມ​ຫມວກ​ທີ່​ຫົວ​ຂອງ​ອາ​ໂຣນ ແລະ​ຈົ່ງ​ສວມ​ມົງ​ກຸດ​ບໍ​ຣິ​ສຸດ​ທັບ​ຫມວກ 7 ຈົ່ງ​ເອົາ​ນ້ຳ​ມັນ​ຫົດ​ສົງ​ເທ​ລົງ​ຫົວຂອງ​ເຂົາ ແລະ​ຫົດ​ສົງ​ຕັ້ງ​ເຂົາ​ໄວ້ 8 ຈົ່ງ​ນຳ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ເຂົາ​ມາ​ແລະ​ສວມ​ເສື້ອ​ໃຫ້ 9 ແລ້ວ​ຈົ່ງ​ເອົາ​ສາຍ​ແອວ​ຮັດ​ແອວ​ເຂົາ​ໄວ້ ທັງ​ຕົວ​ເອ​ໂຣນ​ແລະ​ບຸດ​ຂອ​ງ​ເຂົາ ແລະ​ສຸບ​ຫມວກ​ໃຫ້​ເຂົາ ແລ້ວ​ເຂົາ​ກໍ​ຈະ​ເປັນ​ປະ​ໂຣ​ຫິດ​ຕາມ​ກົດ​ເກນ​ ດັ່ງ​ນີ້​ແຫລະ ເຈົ້າ​ຈົ່ງ​ສະ​ຖາ​ປະ​ນາ​ອາ​ໂຣນ​ແລະ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ເຂົາ​ໄວ້ 10 “ເຈົ້າ​ຈົ່ງ​ນຳ​ງົວ​ເຖິກ​ມາ​ທີ່​ຫນ້າ​ເຕັນ​ນັດ​ພົບ ໃຫ້​ອາ​ໂຣນ​ກັບ​ບຸດ​ຂອງ​ເຂົາ​ເອົາ​ມື​ວາງ​ລົງ​ເທິງ​ຫົວ​ງົວ​ເຖິກ​ 11 ແລ້ວ​ຈົ່ງ​ຂ້າ​ງົວ​ເຖິກ​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າທີ່​ປະ​ຕູ​ເຕັນ​ນັດ​ພົບ 12 ແລະ​ຈົ່ງ​ເອົາ​ນິ້ວ​ມື​ຈຸ່ມ​ເລືອດ​ງົວ​ເຖິກ​ນັ້ນ ທາ​ໄວ້ເທິງຍອດ​ແທ່ນ​ນັ້ນ ສ່ວນ​ເລືອດ​ທີ່​ເຫລືອທັງ​ຫມົດ​ຈົ່ງ​ເທ​ໄວ້​ທີ່​ພື້ນ​ແທ່ນ​ບູ​ຊາ 13 ເຈົ້າ​ຈົ່ງ​ເອົາ​ໄຂມັນ​ທີ່​ຫຸ້ມ​ເຄື່ອງ​ໃນ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ ແລະ​ໄຕ​ທັງ​ສອງ​ກັບ​ໄຂ​ມັນ​ທີ່​ຕິດ​ກັບ​ໄຕ​ນັ້ນ​ມາ​ເຜົາ​ເທິງ​ແທ່ນ 14 ແຕ່​ຊີ້ນກັບ​ຫນັງ ແລະ​ໃສ້​ພຸງ​ຂອງງົວ​ເຖິກ​ນັ້ນ​ຈົ່ງ​ເຜົາ​ໄຟ​ເສັຽ​ຂ້າງນອກ​ຄ້າຍ ທັງ​ນີ້​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 15 “ເຈົ້າ​ຈົ່ງ​ນຳ​ແກະ​ຜູ້​ໂຕ​ນຶ່ງ​ມາ​ໃຫ້​ອາ​ໂຣນ​ກັບ​ບຸດ​ເຂົາ ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​ແກະ​ໂຕ​ຜູ້​ນັ້ນ 16 ແລ້ວ​ຈົ່ງ​ຂ້າ​ແກະ​ໂຕນັ້ນ​ເສັຽ ເອົາ​ເລືອດ​ພົມ​ອ້ອມ​ຮອບ​ແທ່ນ 17 ຈົ່ງ​ຕັດ​ແກະ​ໂຕ​ນັ້ນ​ອອກ​ເປັນ​ຕ່ອນໆ​ແລະ​ເຄື່ອງ​ໃນ​ກັ​ບ​ຂາ ຈົ່ງ​ລ້າງ​ນ້ຳ​ວາງ​ໄວ້​ກັບ​ເນື້ອ​ແລະ​ຫົວ 18 ແລ້ວ​ຈົ່ງ​ເຜົາແກະ​ຕົວ​ນັ້ນ​ທັງ​ໂຕ​ເທິງ​ແທ່ນ​ບູ​ຊາ ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ກິ່ນ​ພໍ​ພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 19 “ຈົ່ງ​ນຳ​ແກະ​ໂຕ​ຜູ້​ອີກ​ໂຕ​ນຶ່ງ​ມາ ແລ້ວ​ໃຫ້​ອາ​ໂຣນ​ກັບ​ບຸດ​ເຂົາ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​ແກະ​ຜູ້​ນັ້ນ 20 ແລ້ວ​ທ່ານ​ຈົ່ງ​ຂ້າ​ແກະ​ໂຕ​ນັ້ນ​ເສັຽ ເອົາ​ເລືອດ​ສ່ວນ​ນຶ່ງ​ເຈີມ​ທີ່​ປາຍ​ໃບ​ຫູຂ້າງ​ຂວາ​ຂອງ​ອາ​ໂຣນ ແລະ​ທີ່ປາຍ​ໃບ​ຫູ​ຂ້າງ​ຂວາ​ຂອງ​ບຸດ​ຊາຍ​ຂອງ​ເຂົາ​ທຸກ​ຄົນ ແລະ​ທີ່​ຫົວ​ແມ່​ມື​ຂ້າງ​ຂວາ ແລະ​ທີ່​ຫົວ​ແມ່​ເທົ້າ​ຂ້າງ​ຂວາ​ຂອງ​ເຂົາ​ ແລ້ວ​ຈົ່ງ​ເອົາ​ເລືອດ​ທີ່​ເຫລືອ​ພົມ​ອ້ອມ​ຮອບ​ແທ່ນ​ບູ​ຊາ 21 ຈົ່ງ​ເອົາ​ເລືອດ​ສ່ວນ​ນຶ່ງ​ທີ່ຢູ່​ເທິງ​ແທ່ນ​ແລະ​ນ້ຳ​ມັນ​ເຈີມ​ນັ້ນ​ຫົດ​ສົງອາ​ໂຣນ​ແລະ​ເຄື່ອງ​ຍົດ​ຂອງ​ເຂົາ ຈົ່ງ​ຫົດ​ສົງບຸດ​ຊາຍ​ທັງ​ຫລາຍ​ຂອງ​ເຂົາ ແລະ​ເຄື່ອງ​ຍົດ​ຂອງ​ບຸດ​ຊາຍ​ເຫລົ່າ​ນັ້ນ​ດ້ວຍ ອາ​ໂຣນ​ແລະ​ເຄື່ອງ​ຍົດ​ຂອງ​ເຂົາ​ຈະ​ບໍ​ຣິ​ສຸດ​ຮວມ​ທັງ​ບຸດ​ຂອງ​ເຂົາ​ແລະ​ເຄື່ອງ​ຍົດ​ຂອງ​ເຂົາ​ດ້ວຍ 22 “ເຈົ້າ​ຈົ່ງ​ເອົາ​ໄຂ​ມັນ​ແກະ​ໂຕ​ຜູ້​ແລະ​ຫາງ​ມັນ​ກັບ​ໄຂມັນ​ທີ່​ຕິດ​ເຄື່ອງ​ໃນ ແລະໄຂ​ມັນ​ທີ່​ຕິດ​ກັບ​ຕັບ​ແລະ​ໄຕ​ທັງ​ສອງ ແລະ​ໄຂ​ມັນ​ທີ່​ຕິດ​ຢູ່​ກັບ​ໂຕ ກັບ​ໂຄນ​ຂາ​ຂ້າງ​ຂວາ​ດ້ວຍ (ເພາະ​ເປັນ​ແກະ​ໃຊ້​ສຳ​ລັບການ​ສະ​ຖາ​ປະ​ນາ) 23 ແລະ​ເຂົ້າ​ຈີ່​ກ້ອນ​ນຶ່ງ​ ແລະ​ເຂົ້າ​ຈີ່​ປົ​ນໃສ່ນ້ຳ​ມັນ​ແຜ່ນ​ນຶ່ງ ແລະ​ເຂົ້າ​ຈີ່​ແຜ່ນ​ນຶ່ງ​ຈາກ​ກະ​ຕ່າເຂົ້າ​ຈີ່​ທີ່ບໍ່​ມີ​ເຊື້ອ​ແປ້ງ ຊຶ່ງ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 24 ແລ້ວ​ຈົ່ງ​ວາງ​ສິ່ງ​ຂອງ​ເຫລົ່າ​ນັ້ນ​ໄວ້​ໃນ​ມື​ຂອງ​ອາ​ໂຣນ ແລະ​ໃນ​ມື​ບຸດ​ຂອງ​ເຂົາ ນຳ​ໄປ​ທຳ​ພິ​ທີ​ຍື່ນ​ຖວາຍ​ໃຫ້​ເປັນ​ເຄື່ອງ​ຍື່ນ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 25 ແລ້ວ​ຈົ່ງ​ຮັບ​ສິ່ງ​ເຫລົ່າ​ນີ້​ຈາກ​ມື​ຂອງ​ເຂົາ​ນໍາໄປ​ເຜົາ​ເທິງ​ແທ່ນ​ບູ​ຊາ​ຮວມ​ເຂົ້າ​ກັບ​ເຄື່ອງ​ເຜົາ​ບູ​ຊາ​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 26 “ຈົ່ງ​ເອົາ​ຊີ້ນ​ທີ່​ເອິກ​ແກະ​ເຖິກ​ຊຶ່ງ​ເປັນ​ແກະ​ສະ​ຖາ​ປະ​ນາ​ອາ​ໂຣນ ແລ້ວ​ທຳ​ພິ​ທີ​ຍື່ນ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ນັ້ນ​ຈະ​ເປັນ​ສ່ວນ​ຂອງ​ເຈົ້າ 27 ແລະ​ຈົ່ງ​ເອົາ​ຊີ້ນ​ທີ່​ເອິກ​ແກະ​ເຖິກ​ຊຶ່ງ​ເປັນ​ເຄື່ອງ​ຍື່ນ​ຖວາຍ​ນັ້ນ​ໄວ້ ແລະ​ຊີ້ນໂຄ່ນ​ຂາ​ອັນ​ເປັນ​ສ່ວນ​ຍົກ​ໃຫ້​ແກ່​ປະ​ໂຣຫິດ​ຊຶ່ງ​ເປັນ​ເຄື່ອງ​ຍື່ນ​ຖວາຍ ແລະ​ຊຶ່ງ​ເປັນ​ຂອງ​ຖວາຍ​ຈາກ​ແກະ​ໃຊ້​ສຳ​ລັບ​ການ​ສະ​ຖາ​ປະ​ນາ ດ້ວຍເປັນ​ສ່ວນ​ຂອງ​ອາ​ໂຣນແລະ​ບຸດ​ເຂົາ 28 ນັ້ນ​ແຫ​ລະ, ເປັນ​ສ່ວນ​ຊຶ່ງ​ອາ​ໂຣນ​ແລະ​ບຸດ​ເຂົາ​ຈະ​ໄດ້​ຮັບ​ຈາກ​ຊົນ​ຊາດ​ອິ​ສ​ຣາ​ເອນ​ ເພາະ​ເປັນ​ສ່ວນ​ທີ່​ຍົ​ກ​ໃຫ້​ແກ່​ປະ​ໂຣ​ຫິດ​ແລະ​ຊົນ​ຊາດ​ອິ​ສ​ຣາ​ເອນ ຈະ​ຍົ​ກ​ໃຫ້​ຈາກ​ເຄື່ອງ​ສານ​ຕິ​ບູ​ຊາ​ເປັນ​ເຄື່ອງ​ບູ​ຊາ​ຂອ​ງ​ເຂົາ​ຖວາຍ​ແດ່​ພຣະ​ເຈົ້າ 29 “ເຄື່ອງ​ຍົດ​ຂອງ​ອາ​ໂຣນ​ຈະ​ເປັນຂອງ​ບຸດ​ຊາຍ​ຂອງ​ເຂົາ​ຕໍ່ໆ​ໄປ ໃຫ້​ເຂົາ​ສວມ​ເມື່ອ​ເຂົາ​ຮັບ​ການຫົດ​ສົງ ແລະ​ໄດ້​ຮັບການ​ສະ​ຖາ​ປະ​ນາ​ຕຳ​ແຫນ່ງ 30 ຈົ່ງ​ໃຫ້​ບຸດ​ຊຶ່ງ​ຈະ​ເປັນ​ປະ​ໂຣ​ຫິດ​ແທນ​ເຂົາ​ນັ້ນສວມ​ເຄື່ອງ​ຍົດ​ເຫລົ່າ​ນັ້ນ​ຄົບ​ເຈັດ​ວັນ ຂ​ນະ​ທີ່​ເຂົາ​ມາ​ຍັງ​ເຕັນ​ນັດ​ພົບ​ເພື່​ອບົວ​ລະ​ບັດ​ໃນ​ບ່ອນສັກ​ສິດ 31 “ຈົ່ງ​ຕົ້ມ​ຊີ້ນແກະ​ເຖິກສຳ​ລັບ​ການ​ສະ​ຖາ​ປະ​ນາ​ໃນ​ສະ​ຖານ​ທີ່​ສັກ​ສິດ 32 ແລ້ວ​ໃຫ້​ອາ​ໂຣນ​ກັບ​ບຸດ​ຂອງ​ເຂົາ​ຮັ​ບ​ປະ​ທານ​ຊີ້ນ​ແກະ​ເຖິກນັ້ນ ແລະ​ເຂົ້າ​ຈີ່​ຊຶ່ງ​ຢູ່​ໃນ​ກະ​ຕ່າ​ທີ່​ປະ​ຕູ​ເຕັນ​ນັດ​ພົບ 33 ໃຫ້​ເຂົາ​ຮັບ​ປະ​ທານ​ຂອງ​ຊຶ່ງ​ນຳ​ມາ​ບູ​ຊາ​ລ້າງມົນທິນ​ເພື່ອ​ຈະ​ສະ​ຖາ​ປະ​ນາ​ແລະ​ຊຳ​ຮະ​ເຂົາ​ເຫລົ່າ​ນັ້ນໃຫ້​ບໍ​ຣິ​ສຸດ ແຕ່​ສ່ວນ​ພວກ​ຄາ​ຣາ​ວາສ​ຢ່າ​ໃຫ້​ຮັບ​ປະ​ທານ ເພາະ​ເປັນ​ຂອງ​ບໍ​ຣິ​ສຸດ 34 ແລະ​ຖ້າ​ວ່າຊີ້ນທີ່ໃຊ້​ໃນ​ພິ​ທີ​ສະ​ຖາ​ປະ​ນາ ແລະ​ເຂົ້າ​ຈີ່​ນັ້ນ​ຍັງ​ເຫລືອ​ຢູ່​ຈົນ​ຮຸ່ງ​ເຊົ້າ ກໍ​ໃຫ້​ເຜົາ​ສ່ວນ​ທີ່​ເຫລືອ​ນັ້ນ​ດ້ວຍ​ໄຟ​ເສັຽ ຢ່າ​ໃຫ້​ຮັບ​ປະ​ທານ​ເພາະ​ເປັນ​ຂອງ​ບໍ​ຣິ​ສຸດ 35 “ດັ່ງ​ນີ້​ແຫລະ​, ເຈົ້າ​ຈົ່ງ​ກະ​ທຳ​ໃຫ້​ແກ່​ອາ​ໂຣນ ແລະ​ບຸດ​ເຂົາ​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ​ໄວ້ ຈົ່ງ​ທຳ​ພິ​ທີ​ສະ​ຖາ​ປະ​ນາ​ເຂົາ​ໃຫ້​ຄົບ​ເຈັດ​ວັນ 36 ຈົ່ງ​ນຳ​ງົວ​ເຖິກ​ໂຕ​ນຶ່ງ​ມາ​ຖວາຍ​ທຸກໆ​ວັນ ເປັນ​ເຄື່ອງ​ບູ​ຊາ​ໄຖ່​ຄົນ​ຈາກ​ບາບ ເພື່ອທຳ​ການ​ລ້າງມົນ​ທິນ​ ແລະ​ຈົ່ງ​ຊຳ​ຮະ​ແທ່ນ​ບູ​ຊາ ດ້ວຍ​ທຳ​ການ​ລົບ​ມົນ​ທິນ​ຂອງ​ແທ່ນ​ນັ້ນ ຈົ່ງ​ຫົດ​ສົງ​ແທ່ນ​ນັ້ນ​ເພື່ອ​ຈະ​ຊຳ​ຮະ​ໃຫ້​ບໍ​ຣີ​ສຸດ 37 ຈົ່ງ​ທຳ​ການ​ລ້າງ​ມົນ​ທິນ​ແທ່ນ​ນັ້ນ​ຄົບ​ເຈັດ​ມື້ ແລະ​ຊຳ​ຮະ​ແທ່ນ​ນັ້ນ​ໃຫ້​ບໍ​ຣິ​ສຸດ ແລ້ວ​ແທ່ນ​ນັ້ນ​ຈະ​ບໍ​ຣິ​ສຸດ​ທີ່​ສຸດ ສິ່ງ​ນຶ່ງສິ່ງ​ໃດ​ທີ່​ຖືກ​ຕ້ອງ​ແທ່ນ​ນັ້ນ​ກໍ​ຈະ​ບໍ​ຣິ​ສຸດ​ດ້ວຍ

ການ​ຖວາຍ​ບູ​ຊາ​ປະ​ຈຳ​ວັນ

38 “ຕໍ່​ໄປ​ນີ້​ເປັນ​ສິ່ງ​ຊຶ່ງ​ເຈົ້າ​ຕ້ອງ​ຖວາຍ​ເທິງ​ແທ່ນ​ນັ້ນ​ທຸກວັນສ​ເມີ​ໄປ ຄື​ລູກ​ແກະ​ສອງ​ໂຕ ອາ​ຍຸ​ນຶ່ງ​ປີ 39 ຈົ່ງ​ນຳ​ລູກ​ແກະ​ໂຕ​ນຶ່ງ​ມາ​ບູ​ຊາ​ເວ​ລາ​ເຊົ້າ ແລະ​ນຳ​ອີກ​ໂຕ​ນຶ່ງ​ມາ​ບູ​ຊາ​ເວ​ລາ​ຄ່ຳ 40 ພ້ອມ​ກັບ​ລູກ​ແກະ​ໂຕທີ່​ນຶ່ງ​ນັ້ນ ຈົ່ງ​ຖວາຍຍອດ​ແປ້ງ​ນຶ່ງ​ໃນ​ສິບ​ເອ​ຟາ ປົນ​ໃສ່ກັບ​ນ້ຳ​ມັນ​ທີ່​ຄັ້ນ​ໄວ້​ນັ້ນ​ນຶ່ງ​ໃນ​ສີ່​ຮີນ ແລະ​ເຫລົ້າ​ອະ​ງຸ່ນ​ນຶ່ງ​ໃນ​ສີ່​ຮີນ​ຄູ່​ກັນ ເປັນ​ເຄື່ອງ​ດື່ມ​ບູ​ຊາ 41 ຈົ່ງ​ຖວາຍ​ແກະ​ອີກ​ໂຕ​ນຶ່ງ​ນັ້ນ​ໃນ​ເວ​ລາ​ຄ່ຳ ຖວາຍ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ດ້ວຍ ເຫມືອນ​ຢ່າງ​ໃນ​ເວ​ລາ​ເຊົ້າ ໃຫ້​ເປັນ​ກິ່ນ​ພໍ​ພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 42 ນີ້​ຈະ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ ທີ່​ປະ​ຕູ​ເຕັນ​ນັດ​ພົບ​ສະ​ເພາະ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ທີ່ຊຶ່ງ​ເຮົາ​ຈະ​ພົບ​ເຈົ້າ​ທັງ​ຫລາຍ​ແລະ​ສົນ​ທະ​ນາ​ກັບ​ເຈົ້າ​​ທີ່​ນັ້ນ 43 ທີ່​ນັ້ນ​ເຮົາ​ຈະ​ພົບ​ຊົນ​ຊາດ​ອິ​ສ​ຣາ​ເອນ ແລະ​ຫໍ​ເຕັນ​ສັກ​ສິດ​ນັ້ນ​ຈະ​ຮັບ​ການ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ດ້ວຍ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ເຮົາ 44 ເຮົາ​ຈະ​ຊຳ​ຮະ​ເຕັນ​ນັດ​ພົບ​ແລະ​ແທ່ນ​ບູ​ຊາ​ໄວ້​ເປັນ​ທີ່​ບໍ​ຣິ​ສຸດ ແລະ​ເຮົາ​ຈະ​ຊຳ​ຮະ​ອາ​ໂຣນ ແລະ​ບຸດ​ເຂົາໃຫ້​ບໍ​ຣິ​ສຸດ​ດ້ວຍ ເພື່ອ​ໃຫ້​ເປັນ​ປະ​ໂຣ​ຫິດ​ບົວ​ລະ​ບັດ​ເຣົາ 45 ເຮົາ​ຈະ​ສະ​ຖິດ​ຢູ່​ຖ້າມ​ກາງ​ຊົນ​ຊາດອິສ​ຣາ​ເອນ ແລະ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ 46 ເຂົາ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພ​ວກ​ເຂົາ ຜູ້​ໄດ້​ນຳ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ເພື່ອ​ເຮົາ​ຈະ​ສະ​ຖິດ​ຢູ່​ຖ້າມ​ກາງ​ເຂົາ​ທັງ​ຫລາຍ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຂົາ

ອົບພະຍົກ 30

ແທ່ນ​ເຄື່ອງ​ຫອມ

1 “ເຈົ້າ​ຈົ່ງ​ສ້າງ​ແທ່ນ​ສຳ​ລັບ​ເຜົາ​ເຄື່ອງ​ຫອມ ຈົ່ງ​ທຳ​ແທ່ນ​ນັ້ນ​ດ້ວ​ຍໄມ້​ກະ​ຖິນ​ເທດ 2 ໃຫ້​ຍາວສອກ​ນຶ່ງ ກວ້າງ​ສອກ​ນຶ່ງ ເປັນ​ຮູບ​ສີ່ຫລ່ຽມ ແລະ​ສູງ​ສອງ​ສອກ ເຊີງຍອດ​ແທ່ນ​ນັ້ນ​ໃຫ້​ເປັນ​ໄມ້​ທ່ອນດຽວ​ກັນ​ກັບ​ແທ່ນ 3 ແລະ​ຈົ່ງ​ໂອບ​ແທ່ນ​ດ້ວຍທອງ​ຄຳ​ບໍ​ຣິ​ສຸດ ທັງ​ດ້ານ​ເທິງ​ແລະ​ດ້ານ​ຂ້າງ​ທຸກ​ດ້ານ ແລະ​ເຊີງຍອດ​ດ້ວຍ ແລະ​ຈົ່ງ​ທຳຂອບທອງ​ຄຳ​ອ້ອມ​ຮອບ​ແທ່ນ 4 ຈົ່ງ​ທຳ​ຮ່ວງ​ທອງຄຳ​ສອງ​ຮ່ວງ ຕິດ​ໄວ້​ໃຕ້​ຂອບ​ດ້ານ​ລະ​ຮ່ວງ​ກົງ​ກັນ​ຂ້າມ ຮ່ວງ​ນັ້ນ​ສຳ​ລັບ​ສອດ​ໃສ່​ໄມ້​ຄານ​ຫາມ 5 ໄມ້​ຄານ​ຫາມ​ນັ້ນ​ຈົ່ງ​ທຳ​ດ້ວຍ​ໄມ້​ກະ​ຖິນ​ເທດ​ໂອບ​ດ້ວຍ​ຄຳ 6 ຈົ່ງ​ຕັ້ງ​ແທ່ນ​ນັ້ນ​ໄວ້​ຂ້າງນ​ອກ​ຜ້າ​ກັ້ງ​ຊຶ່ງ​ຢູ່​ໃກ້​ຫີບ​ຄຳ​ສັນ​ຍາຂ້າງ​ຫນ້າ​ພຣະ​ທີ່​ນັ່ງ ຊຶ່ງ​ຢູ່​ເຫນືອ​ຫີບ​ຄຳ​ສັນ​ຍາບ່ອນ​ທີ່​ເຮົາ​ຈະ​ພົບ​ກັບ​ເຈົ້າ 7 ຈົ່ງ​ໃຫ້​ອາ​ໂຣນ​ເຜົາ​ເຄື່ອງ​ຫອມ​ເທິງ​ແທ່ນ​ນັ້ນ​ທຸກ​ເວ​ລາ​ເຊົ້າ ເມື່ອ​ເຂົາ​ແຕ່ງ​ເຄື່ອງ​ຮອງ​ຕີນ​ໂຄມ​ກໍ​ຈົ່ງ​ເຜົາ​ເຄື່ອງ​ຫອມ​ດ້​ວຍ 8 ແລະ​ໃນ​ເວ​ລາ​ຄ່ຳ ເມື່ອ​ອາ​ໂຣນ​ຈຸດ​ຕະ​ກຽງ ໃຫ້​ເຜົາ​ເຄື່ອງ​ຫອມ​ເທິງ​ແທ່ນ​ເປັນ​ເຄື່ອງ​ຫ​ອມຕລອດ​ໄປຕໍ່​ພຣະ​ພັກ​ພຣະຜູ້​ເປັນ​​ເຈົ້າ ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ 9 ແຕ່​ເຄື່ອງຫອມ​ຢ່າງ​ທີ່​ຫ້າມ ຢ່າ​ໄດ້​ເຜົາ​ເທິງ​ແທ່ນ​ນັ້ນ​ເລີຍ ຫລື​ເຜົາ​ເຄື່ອງ​ເຜົາ​ບູ​ຊາ ຫລື​ເຄື່ອງ​ທັນ​ຍາ​ບູ​ຊາ ຫລື​ເທ​ເຄື່ອງ​ດື່ມ​ບູ​ຊາ​ເທິງ​ນັ້ນ 10 ໃຫ້​ອາ​ໂຣນ​ທຳ​ການ​ບູ​ຊາ​ໄຖ່​ບາບ​ປີ​ລະ​ເທື່ອ ໃຫ້​ເຂົາ​ທຳ​ການ​ລ້າງມົນ​ທິນ​ແທ່ນ​ນັ້ນ​ປີ​ລະ​ຄັ້ງ​ດ້ວຍ​ເລືອດ​ຂອງ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ລ້າງ​ມົນ​ທິນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ ແທ່ນ​ນັ້ນ​ຈະ​ບໍ​ຣິ​ສຸດ​ທີ່​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”

ເງິນ​ຄ່າ​ໄຖ່​ບາບ

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ແກ່ໂມ​ເຊວ່າ, 12 ເມື່ອ​ເຈົ້າ​ຈະ​ຈົດ​ສຳ​ມະ​ໂນ​ຄົວ​ຊົນ​ຊາດ​ອິ​ສ​ຣາ​ເອນ ຈົ່ງ​ໃຫ້​ເຂົາ​ຕ່າງ​ນຳ​ຊັບ​ສິນ​ມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຄ່າ​ໄຖ່​ຊີ​ວິດ ເມື່ອ​ເຈົ້າ​ນັບ​ຈຳ​ນວນ​ເຂົາ ເພື່ອ​ຈະ​ບໍ່​ໄດ້​ເກີດ​ໄພ​ວິບັດ​ຂຶ້ນ​ໃນ​ຫມູ່​ພວກ​ເຂົາ​ເມື່ອ​ເຈົ້າ​ນັບ​ເຂົາ 13 ທຸກຄົນ​ທີ່​ຂຶ້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ ຈະ​ຕ້ອງ​ຖວາຍ​ຂອງ​ຢ່າງ​ນີ້ ຄື​ເງິນ​ເຄີ່ງ​ເຊ​ເກລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ (ເຊເກ​ລ​ນຶ່ງ​ມີ​ຊາວ​ເກ​ຣາ) ເຄິ່ງ​ເຊ​ເກ​ລ​ເປັນ​ເງິນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 14 ທຸກໆ​ຄົນ​ທີ່​ຂຶ້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ ອາຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ໃຫ້​ນຳ​ເງິນ​ມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ 15 ເມື່ອ​ເຈົ້າ​ທັງ​ຫລາຍ​ນຳ​ເງິນ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ໄຖ່​ຊີ​ວິດ​ຂອງ​ເຈົ້າ​ທັງ​ຫລາຍ​ນັ້ນ ສຳ​ລັບ​ຄົນ​ຮັ່ງ​ມີ​ກໍ​ຢ່າ​ຖວາຍ​ເກີນ ແລະ​ສຳ​ລັບ​ຄົນ​ຈົນ​ກໍ​ຢ່າ​ໃຫ້​ຫນ້ອຍກວ່າ​ເຄິ່ງເຊເກ​ລ 16 ຈົ່ງ​ເກັບ​ເງິນ​ຄ່າ​ໄຖ່​ຈາກ​ຊົນ​ຊາດ​ອິ​ສ​ຣາ​ເອນ ແລະ​ຈົ່ງ​ກຳ​ນົດ​ເງິນໄວ້​ໃຊ້​ຈ່າຍ​ໃນ​ເຕັນ​ນັດ​ພົບ ເພື່ອພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຊົງ​ຣະ​ລຶກ​ເຖິງ​ຊົນ​ຊາດ​ອິ​ສ​ຣາ​ເອນ​ສຳ​ລັບ​ການ​ໄຖ່​ຊີ​ວິ​ດຂອງ​ເຈົ້າ​ທັງ​ຫລາ​ຍ”

ຂັນ

17 ພຣະ​ຜູ້​ເປັນເຈົ້າຊົງ​ກ່າວ​ແກ່​ໂມ​ເຊວ່າ​, 18 ເຈົ້າ​ຈົ່ງ​ທຳ​ຂັນທອງ​ສຳ​ຣິດ ແລະ​ພານ​ຮອງ​ຂັນ​ທອງ​ສຳ​ຣິດ​ດ້ວຍ ສຳ​ລັບ​ລ້າງ​ຊຳ​ຮະ ຈົ່ງ​ຕັ້ງ​ຂັນ​ນັ້ນ​ໄວ້​ລະ​ຫວ່າງ​ເຕັນ​ນັດ​ພົບ ແລະ​ແທ່ນ​ບູ​ຊາ ແລ້ວ​ຈົ່ງ​ຕັກ​ນ້ຳ​ໃສ່​ໄວ້​ໃນ​ຂັນ​ນັ້ນ 19 ໃຫ້​ອາ​ໂຣນ​ແລະ​ບຸດ​ຊາຍ​ຂອງ​ເຂົາ​ໃຊ້​ລ້າງ​ມື ​ແລະ​ຕີນ 20 ເມື່ອ​ເຂົາ​ຈະ​ເຂົ້າ​ໄປ​ໃນ​ເຕັນ​ນັດ​ພົບ ເຂົາ​ຈະ​ຕ້ອງ​ຊຳ​ຮະ​ດ້ວຍ​ນ້ຳ​ເພື່ອ​ຈະ​ບໍ່​ຕາຍ ເມື່ອ​ເຂົາ​ເຂົ້າ​ມາ​ໃກ້​ແທ່ນ​ທຳ​ການ​ບົວ​ລະ​ບັດ ຄື​ຖວາຍ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ 21 ຈົ່ງ​ໃຫ້​ເຂົາ​ລ້າງ​ມື​ ແລະ​ຕີນ​ເພື່ອ​ຈະ​ບໍ່​ໄດ້​ຕາຍ ແລະ​ໃຫ້​ເປັນ​ກົດ​ເກນ​ຕລອດ​ໄປ​ປະ​ຈຳ​ຕົວ​ເຂົາ ຄື​ອາ​ໂຣນ​ກັບ​ເຊື້ອ​ສາຍ​ຂອງ​ເຂົາ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຂົາ”

ນ້ຳ​ມັນ​ເຈີມ​ແລະ​ເຄື່ອງ​ຫອມ

22 ພຣະຜູ້​ເປັນ​ເຈົ້າ​ຍັງ​ກ່າວ​ແກ່ໂມ​ເຊວ່າ, 23 ຈົ່ງ​ເອົາ​ເຄື່ອງ​ຫອມ​ຊັ້ນ​ດີ​ທີ່​ສຸດ ຄື​ຢາງ​ໄມ້​ຫອມ ຊຶ່ງ​ມີ​ນ້ຳ​ຫນັກຫ້າ​ຣ້ອຍ​ເຊ​ເກ​ລ ແລະ​ກຳ​ຍານ​ເປັນ​ກິ່ງ​ຈຳ​ນວນ ຄື​ສອງ​ຮ້ອຍ​ຫ້າ​ສິບ​ເຊ​ເກ​ລ ໃບ​ເຕີຍ​ຫອມ​ສອງ​ຣ້ອຍ​ຫ້າ​ສິບ​ເຊ​ເກລ 24 ແລະ​ກາ​ລະ​ບູນ​ຫ້າ​ຮ້ອຍ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ແລະ​ນ້ຳ​ມັນ​ຫມາກກອກ​ເທດ​ນຶ່ງຮີນ 25 ເຈົ້າ​ຈົ່ງ​ເອົາ​ສິ່ງ​ເຫລົ່າ​ນີ້​ມາ​ທຳ​ເປັນ​ນ້ຳ​ມັນ​ເຈີມ​ອັນ​ສັ​ກ​ສິດ​ເປັນ​ນ້ຳ​ຫອມ​ປຸງ​ຕາມ​ສິລ​ປະ​ຊ່າງ​ປຸງ ນ້ຳ​ມັນ​ນັ້ນ​ຈະ​ເປັນ​ນ້ຳ​ມັນ​ເຈີມ​ອັນ​ບໍ​ຣິ​ສຸດ 26 ແລ້ວ​ຈົ່ງ​ເອົາ​ນ້ຳ​ມັນ​ຫົດ​ສົງເຕັ​ນ​ນັດ​ພົບ ແລະ​ຫີບ​ຄຳ​ສັນ​ຍາ​ດ້ວຍ 27 ໂຕະ​ແລະ​ເຄື່ອງ​ໃຊ້​ປະ​ຈຳ​ໂຕະ ເຄື່ອງ​ຮອງ​ຕີນ​ໂຄມ ​ກັບ​ເຄື່ອງ​ໃຊ້​ປະ​ຈຳ​ເຄື່ອງ​ຮອງ​ຕີ​ນ​ໂຄມ ແລະ​ແທ່ນ​ເຜົາ​ເຄື່ອງ​ຫອມ 28 ແທ່ນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ໃຊ້​ປະ​ຈຳ​ແທ່ນ ທັງ​ຂັນ​ແລະ​ພານ​ຮອງ​ຂັນ​ນັ້ນ 29 ຈົ່ງ​ຊຳ​ຮະ​ໃຫ້​ບໍ​ຣິສຸດ​ເພື່ອ​ຈະ​ໄດ້​ບໍ​ຣິ​ສຸດ​ທີ່​ສຸດ ແລະ​ອັນ​ໃດ​ມາ​ຖືກ​ສິ່ງ​ເຫລົ່າ​ນັ້ນ​ກໍ​ບໍ​ຣິ​ສຸດ​ດ້ວຍ 30 ຈົ່ງ​ຊຳ​ຮະ​ອາ​ໂຣນ ແລະ​ບຸດ​ຂອງ​ເຂົາ​ໄວ້​ໃຫ້​ບໍ​ຣິ​ສຸດ ເພື່ອ​ເຂົາ​ຈະ​ໄດ້​ເປັນ​ປະ​ໂຣ​ຫິດ​​ບົວ​ລະ​ບັດ​ເຣົາ 31 ທ່ານ​ຈົ່ງ​ກ່າວ​ແກ່​ຊົນ​ຊາ​ດອິ​ສ​ຣາ​ເອນ​ວ່າ ນີ້​ແຫລະ​ ເປັນ​ນ້ຳ​ມັນ​ເຈີມອັນ​ບໍ​ຣິ​ສຸດສຳ​ລັບ​ເຮົາ ຕ​ລ​ອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ 32 ນ້ຳ​ມັນ​ນີ້​ຢ່າ​ໃຫ້​ຫົດ​ສົງ​ຄົນ​ສາ​ມັນ​ເລີຍ ແລະ​ຢ່າ​ຜສົມ​ທຳ​ນ້ຳ​ມັນ​ອື່ນ​ເຫມືອນຢ່າງ​ນ້ຳ​ມັນ​ນີ້ ນ້ຳ​ມັນ​ນີ້​ເປັນ​ນ້ຳ​ມັນ​ບໍ​ຣິ​ສຸດ ເຈົ້າ​ທັງ​ຫລາຍ​ຈົ່ງ​ຖື​ໄວ້​ເປັນ​ບໍ​ຣິ​ສຸດ 33 ຜູ້​ໃດ​ຈະ​ຜ​ສົມ​ນ້ຳ​ມັນ​ຢ່າງ​ນີ້ ຫລື​ຜູ້​ໃດ​ຈະ​ໃຊ້​ຫົດ​ສົງ​ຄົນ​ຂ້າງນອກ ຜູ້​ນັ້ນ​ຈະບໍ່​ຖືກ​ນັບ​ເຂົ້າ​ເປັນ​ປະ​ຊາ​ຊົນ​ຂອງ​ເຣົາ​ອີກ​ຕໍ່​ໄປ” 34 ພຣະຜູ້​ເປັນ​​ເຈົ້າ​ກ່າວ​ແກ່ໂມ​ເຊວ່າ, “ຈົ່ງ​ເອົາ​ເຄື່ອງ​ເທດ ຄື​ກຳ​ຍານ​ ຊາ​ມົດ ແລະ​ມະ​ຫາ​ຫີງ ຜ​ສົມ​ກັບ​ກຳ​ຍານ​ບໍ​ຣິ​ສຸດ (ໃຫ້​ເທົ່າ​ໆ​ກັນ​ທຸກ​ຢ່າງ) 35 ຈົ່ງ​ຜສົມ​ເຄື່ອງ​ຫ​ອມ​ປຸງ​ຕາມ​ສິ​ລ​ປະ​ຊ່າງ​ປຸງ​ປົນ​ດ້ວຍ​ເກືອ​ໃດ້​ເປັນ​ຂອງ​ບໍ​ຣິ​ສຸດ​ແລະ​ສັກ​ສິດ 36 ຈົ່ງ​ເອົາ​ສ່ວນ​ນຶ່ງ​ມາ​ຕຳ​ໃຫ້​ລະ​ອຽດ ແລະ​ວາງ​ອີກ​ສ່ວນ​ນຶ່ງໄວ້​ຫນ້າ​ຫີບ​ຄຳ​ສັນ​ຍາ​ໃນ​ເຕັນ​ນັດ​ພົບ​ທີ່​ເຣົາ​ຈະ​ພົບ​ກັບ​ເຈົ້າ ເຄື່ອງ​ຫອມ​ນັ້ນ​ເຈົ້າ​ຈົ່ງ​ຖື​ວ່າບໍ​ຣິ​ສຸດ​ທີ່​ສຸດ 37 ເຄື່ອງ​ຫອມ​ທີ່​ເຈົ້າ​ກະ​ທຳ​ຕາມ​ສ່ວນ​ທີ່​ຜ​ສົມ​ນັ້ນ​ເຈົ້າ​ຢ່າ​ທຳ​ໃຊ້​ເອງ​ໃຫ້​ຖື​ວ່າ​ນີ້​ເປັນ​ເຄື່ອງ​ຫອມ​ສັ​ກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 38 ຜູ້​ໃດ​ທຳ​ເຄື່ອງ​ເຊັ່ນ​ນີ້​ໄວ້​ໃຊ້​ເປັນ​ນ້ຳ​ຫອມ ຜູ້​ນັ້ນ​ຈະ​ບໍ່​ຖືກນັບ​ເຂົ້າ​ເປັນປະ​ຊາ​ຊົນ​ຂອງ​ເຮົາ​ອີກ​ຕໍ່​ໄປ”

ອົບພະຍົກ 31

ຊົງ​ເອີ້ນ​ເບ​ຊາ​ເລ​ນ ແລະ​ໂອ​ໂຣ​ລີ​ອາບ

1 ພຣະຜູ້​ເປັນ​ເຈົ້າ​ຊົງກ່າວ​ແກ່ໂມ​ເຊວ່າ, 2 “ເບີ່ງ​ແມ໋, ເຮົາ​ໄດ້​ອອກ​ຊື່​ເບ​ຊາ​ເອນ ຜູ້​ເປັນ​ບຸດ​ອູ​ຣີ ຜູ້​ເປັນ​ບຸດ​ເຮີ​ແຫ່ງ​ເຜົ່າ​ຢູ​ດາ 3 ແລະ​ໄດ້​ໃຫ້​ເຂົາ​ປະ​ກອບ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ຄື​ໃຫ້​ເຂົາ​ມີ​ສະ​ຕິ​ປັນ​ຍາ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ຮູ້​ໃນ​ວິ​ຊາ​ການ​ທຸກ​ຢ່າງ 4 ຈະ​ໄດ້​ຄິດ​ອອກ​ແບບ​ຢ່າງ​ປາ​ນິ​ຕ​ໃນ​ການ​ທຳ​ເຄື່​ອງ​ຄຳ ເງິນ ແລະ​ທອງ​ສຳ​ຣິດ 5 ເຈັຍ​ຣະ​ນັຍ​ພອຍ​ຕ່າງໆ​ສຳ​ລັບ​ຝັງ​ໃນ​ກະ​ເປົ່າ​ແລະ​ແກະ​ສະ​ລັກ​ໄມ້​ໄດ້ ຄື​ປະ​ກອບ​ວິຊາ​ການ​ທຸ​ກຢ່າງ 6 ແລະ​ດູ​ເຖີດ​ເຮົາ​ໄດ້​ຕັ້ງ​ຜູ້​ຊ່ອຍ​ອີກ​ຄົນ​ນຶ່ງ​ຊື່ ໂອ​ໂຮ​ລີ​ອາບ​ ບຸດ​ອາ​ຮິຊາ​ມາ​ກແຫ່ງ​ເຜົ່າ​ດານ ເຮົາ​ໄດ້​ໃຫ້​ຄວາມ​ສາ​ມາດ​ແກ່​ຄົນ​ທັງ​ປວງ​ທີ່​ມີ​ຝີ​ມື​ເພື່ອ​ເຂົາ​ຈະ​ໄດ້​ທຳ​ສິ່ງ​ສາ​ຣະ​ພັດ ຊຶ່ງ​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ນັ້ນ 7 ຄື​ເຕັນ​ນັດ​ພົບ ຫີບ​ຄຳ​ສັນ​ຍາ ​ແລະ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ ຊຶ່ງ​ຢູ່​ເທິງ​ຫີບ​ຄຳ​ສັນ​ຍາ ແລະ​ເຄື່ອງ​ໃຊ້​ທຸກ​ຢ່າງ​ສຳ​ລັບ​ເຕັນ 8 ໂຕະ​ກັບ​ເຄື່ອງ​ໃຊ້​ທຸກ​ຢ່າງ​ສຳ​ລັ​ບ​ໂຕະ ເຄື່ອງ​ຮອງ​ຕີນ​ໂຄມ​ບໍ​ຣິ​ສຸດ​ກັບ​ເຄື່ອງ​ໃຊ້​ສຳ​ລັບ​ເຄື່ອງ​ຮອງ​ຕີນ​ໂຄມ ແລະ​ແທ່ນ​ເຄື່ອງ​ຫອມ 9 ແທ່ນ​ເຄື່ອງ​ເຜົາ​ບູ​ຊາ​ກັບ​ເຄື່ອງ​ໃຊ້​ປະ​ຈຳ​ແທ່ນ ຂັນ​ກັບ​ພານ​ຮອງ 10 ເສື້ອ​ຍົດ​ຫຍີບ​ດ້ວຍ​ຝີມື​ປາ​ນີ​ຕ ຄື​ເສື້ອ​ຍົດ​ອັນ​ບໍ​ຣິ​ສຸດ​ຂອງ​ອາ​ໂຣນ​ປະ​ໂຣ​ຫິດ ແລະ​ເສື້ອ​ຍົດ​ຂອງ​ບຸດ​ຂອງ​ເຂົາ ເພື່ອ​ຈະ​ໄດ້​ສວມ​ປະ​ຕິ​ບັດ​ໃນ​ຕຳ​ແຫນ່ງ​ປະ​ໂຣ​ຫິດ 11 ແລະ​ນ້ຳ​ມັນ​ເຈີມ​ກັບ​ເຄື່ອງ​ຫອມ​ສຳ​ລັບ​ສະ​ຖານ​ສັກ​ສິດ​ທີ່​ເຮົາ​ບັນ​ຊາ​ເຈົ້າ​ນັ້ນ ໃຫ້​ເຂົາ​ກະ​ທຳ​ຕາມ​ທຸກ​ປະ​ການ”

ວັນ​ສະ​ບາ​ໂຕ

12 ພຣະຜູ້​ເປັນ​​ເຈົ້າ​ຊົງກ່າວ​ແກ່​ໂມ​ເຊວ່າ, 13 “ຈົ່ງ​ສັ່ງ​ຊົ​ນ​ຊາດ​ອິ​ສ​ຣາ​ເອນ​ວ່າ ເຈົ້າ​ທັງ​ຫລາຍ​ຈົ່ງ​ຮັກ​ສາ​ວັນ​ສະ​ບາ​ໂຕ​ຂອງ​ເຮົາ​ໄວ້ ເພາະ​ນີ້​ຈະ​ເປັນ​ຫມາຍ​ສຳ​ຄັນ​ລະ​ຫວ່າງ​ເຮົາ​ກັບ​ເຈົ້າ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ໄດ້​ກະ​ທຳ​ເຈົ້າ​ໃຫ້​ບໍ​ຣິ​ສຸດ 14 ເຫດ​ສັນ​ນັ້ນ ເຈົ້າ​ທັງ​ຫລາຍ​ຈົ່ງ​ຮັກ​ສາ​ວັນ​ສະ​ບາ​ໂຕ​ໄວ້ ເພາະ​ເປັນ​ວັນ​ບໍ​ຣິ​ສຸດ​ສຳ​ລັບ​ເຈົ້າ ຜູ້​ໃດ​ກະ​ທຳ​ໃຫ້​ວັນ​ນັ້ນ​ເປັນ​ມົນ​ທິນ​ຈະ​ຕ້ອງ​ຖືກ​ລົງ​ໂທດ​ເຖິງ​ຕາຍ ຖ້າ​ຜູ້​ໃດ​ທຳ​ການ​ງານ​ໃນ​ວັນ​ນັ້ນ ຜູ້​ນັ້ນ​ຕ້ອ​ງ​ຖືກ​ຈຳ​ກັດ​ອອກ​ເສັຽ​ຈາກ​ພັກ​ພວກ​ຂອງ​ຕົນ 15 ຈົ່ງ​ທຳ​ງານ​ແຕ່​ໃນ​ກຳ​ຫນົດ​ຫົກ​ວັນ ແຕ່​ໃນ​ວັນ​ທີ່​ເຈັດ​ເປັນ​ວັນສະ​ບາ​ໂຕ ເປັນ​ວັນ​ຢຸດ​ພັກ​ສ​ງົບ​ ເປັນ​ວັນ​ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ໃດ​ທຳ​ງານ​ໃນ​ວັນ​ນັ້ນ​ຕ້ອງ​ຖືກ​ລົງ​ໂທດ​ເຖິງ​ຕາຍ 16 ເຫດ​ສັນ​ນີ້ ຊົນ​ຊາດ​ອິ​ສ​ຣາ​ເອນ​ຈຶ່ງ​ຖື​ວັນ​ສະ​ບາ​ໂຕ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຂົາ ເປັນ​ພັນ​ທະ​ສັນ​ຍາ​ 17 ເປັນ​ຫມາຍ​ສຳ​ຄັນ​ລະ​ຫວ່າງ​ເຮົາ​ກັບ​ຊົນ​ຊາດ​ອິ​ສ​ຣາ​ເອນ​ວ່າ ໃນ​ຫົກ​ວັນ​ພຣະ​ຜູ້​ເປັນຈົ້າ​ໄດ້​ຊົງ​ສ້າງຟ້າສວັນ​ ແລະ​ແຜ່ນ​ດິນ​ໂລກ ແຕ່​ໃນ​ວັນ​ທີ່​ເຈັດ​ພຣະ​ອົງ​ໄດ້​ຊົງ​ງົດ​ການ​ງານ​ໄວ້ ແລະ​ໄດ້​ຊົງ​ຢ່ອນ​ພຣະ​ທັຍ​ໃນ​ວັນ​ນັ້ນ” 18 ເມື່ອ​ພຣະ​ເຈົ້າ​ກ່າວ​ແກ່​ໂມ​ເຊ​ເທິງ​ພູ​ເຂົາ​ຊີ​ນາ​ອີ​ແລ້ວ ພຣະ​ອົງ​ໄດ້​ປະ​ທານ​ແຜ່ນ​ພຣະ​ໂອ​ວາດ​ສອງ​ແຜ່ນ​ເປັນ​ແຜ່ນ​ສີລາ​ຈາ​ຣຶກ​ດ້ວຍ​ນີ້ວ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ

ອົບພະຍົກ 32

ງົວ​ຄຳ

1 ເມື່ອ​ປະ​ຊາ​ຊົນ​ເຫັນ​ໂມ​ເຊ​ພັກ​ຢູ່​ເທິງ​ພູເຫິງນານ ບໍ່​ລົງ​ມາ​ຈັກ​ເທື່ອ ພວກ​ເຂົາ​ກໍ​ພາ​ກັນ​ມາ​ຫຸ້ມ​ລ້ອມ​ອາ​ໂຣນ​ເວົ້າ​ວ່າ, “ຈົ່ງ​ສ້າງ​ຮູບ​ພຣະ​ສຳ​ລັບ​ນຳ​ຫນ້າ​ພວກ​ເຮົາ​ໄປ​ເທາະ ດ້ວຍ​ວ່າ​ໂມ​ເຊ​ຄົນ​ທີ່​ນຳ​ພວກ​ເຮົາ​ອອກ​ຈາກ​ປະ​ເທດ​ເອຢິບ​ນັ້ນ ພວກ​ເຮົາ​ບໍ່​ຮູ້​ວ່າ​ທ່ານ​ເປັນ​ຫຍັງ​ໄປ​ເສັຽ​ແລ້ວ?” 2 ອາ​ໂຣນ​ໄດ້​ຕອບ​ພວກ​ເຂົາ​ວ່າ, “ຈົ່ງ​ຖອດ​ຕຸ້ມ​ຫູ​ທອງຄຳ​ອອກ​ຈາກ​ຫູ​ພັ​ຣ​ຍາ​ແລະ​ບຸດ​ຊາຍ​ຍິງ​ຂອງ​ພວກ​ເຈົ້າ ແລ້ວ​ໃຫ້​ເອົາ​ມັນ​ມາ​ໃຫ້​ເຮົາ” 3 ສະ​ນັ້ນ ປະ​ຊາ​ຊົ​ນ​ທັງ​ຫມົດ​ຈຶ່ງ​ຖອດ​ຕຸ້ມ​ຫູທອງຄຳ​ຂອງ​ຕົນ​ມາ​ມອບ​ໃຫ້​ອາ​ໂຣນ 4 ອາ​ໂຣນ​ກໍ​ຮັບ​ເອົາ​ຕຸ້ມຫູ​ນັ້ນ ແລ້ວ​ໃຊ້​ເຄື່ອງ​ມື​ຫລໍ່​ເປັນ​ຮູບ​ງົວ​ນ້ອຍ ປະ​ຊາ​ຊົນ​ໄດ້​ເວົ້າ​ວ່າ, “ອິ​ສ​ຣາ​ເອນ​ເອີຍ, ອັນ​ນີ້​ແມ່ນ​ພຣະ​ຂອງ​ພວກ​ເຮົາ ຊຶ່ງ​ໄດ້​ນຳ​ພວກ​ເຮົາ​ອອກ​ຈາກ​ປະ​ເທດ​ເອຢິບ” 5 ເມື່ອ​ອາ​ໂຣນ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ ຈຶ່ງ​ສ້າງ​ແທ່ນ​ອັນ​ນຶ່ງ​ໄວ້​ຕໍ່​ຫນ້າ​ຮູບ​ງົວ​ຄຳ ແລ້ວ​ປະ​ກາດ​ວ່າ, “ມື້​ອື່ນ​ຈະ​ມີ​ງານ​ກິນ​ລ້ຽງ​ຖວາຍ​ພຣະ​ກຽດ​ແດ່​ພຣະຜູ້​ເປັນ​ເຈົ້າ” 6 ຄັນ​ຮອດ​ມື້​ອື່ນ​ຕອນ​ເຊົ້າ​ມືດ ພວກ​ເຂົາ​ກໍ​ເຜົາ​ສັດ​ຖວາຍ ແລະ​ນໍາ​ສັດ​ຕົວ​ອື່ນ​ມາ​ຖວາຍ​ເພື່ອ​ຄວາ​ມ​ສາ​ມັກ​ຄີ ຝ່າຍ​ປະ​ຊາ​ຊົນ​ກໍ​ນັ່ງ​ລົງ​ກິນ​ແລະ​ດື່ມ ແລ້ວ​ກໍ​ຫລິ້ນ​ມ່ວນ​ຊື່ນກັນ 7 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ລົງ​ໄປ​ດຽວ​ນີ້ ດ້ວຍ​ວ່າ​ປະ​ຊາ​ຊົນ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ນຳ​ພາອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ນັ້ນ​ໄດ້​ທຳ​ຜິດ​ເສັຽ​ແລ້ວ 8 ພວກ​ເຂົາ​ໄດ້​ປະ​ຖິ້ມ​ທາງ​ປະ​ພຶດ​ທີ່​ເຮົາ​ສັ່ງ​ໃຫ້​ທຳ ຄື​ເຂົາ​ໄດ້​ຟ້າວ​ຫລໍ່​ຮູບ​ງົວ​ນ້ອຍ​ດ້ວຍ​ຄຳ​ຮູບນຶ່ງ​ສຳ​ລັ​ບ​ຂາບ​ໄຫວ້ ແລະ​ຖວາຍ​ບູ​ຊາ ພວກ​ເຂົາ​ເວົ້າ​ວ່າ ອິສ​ຣາ​ເອນ​ເອີຍ, ອັນ​ນີ້ແມ່ນ​ພຣະ​ຂອງ​ພວກ​ເຮົາ ຊຶ່ງ​ໄດ້​ນຳ​ພາ​ພວກ​ເຮົາ​ອອກ​ຈາກ​ເອ​ຢິບ” 9 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ເຮົາ​ຮູ້​ປະ​ຊາ​ຊົນ​ພວກ​ນີ້​ດີ ເຂົາ​ເປັນ​ຄົນ​ຫົວ​ດື້ 10 ບັດ​ນີ້​ ປ່ອຍ​ໃຫ້​ເປັນ​ຫນ້າ​ທີ່​ຂອງ​ເຮົາ ເຮົາ​ຈະ​ທຳ​ລາຍ​ເຂົາ​ດ້ວຍ​ຄວາມ​ໂກດຂອງເຮົາ ແລ້ວ​ເຮົາ​ຈະ​ທຳໃຫ້​ເຈົ້າ​ແລະ​ເຊື້ອ​ສາຍ​ຂອງ​ເຈົ້າ​ເປັນ​ປະ​ຊາ​ຊາດ​ໃຫຍ່” 11 ແຕ່​ໂມ​ເຊ​ໄດ້​ຫນ່ຽວວອນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຕົນວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ປ່ອຍ​ໃຫ້​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ລຸກ​ໄຫມ້​ໄພ່​ພົນ​ຂອງ​ພຣະ​ອົງ ຊຶ່ງ​ແມ່ນ​ພຣະ​ອົງ​ໄດ້​ຊົງ​ນຳ​ເຂົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ດ້ວຍ​ຄວາມ​ຍິ່ງ​ໃຫຍ່​ແລະ​ຣິດ​ທາ​ນຸ​ພາບ 12 ພຣະ​ອົງ​ຢາກ​ຈະ​ໃຫ້​ຊາວ​ເອ​ຢິບ​ເວົ້າ​ຫລື​ວ່າ ພຣະ​ອົງໄດ້​ຊົງ​ນຳ​ເຂົາ​ອອກ​ມາ​ຈາກ​ເອ​ຢີ​ບດ້ວຍ​ເຈ​ຕະ​ນາ​ຮ້າຍ ຄື​ເພື່ອ​ປະ​ຫານ​ຊີ​ວິດ​ແລະ​ທຳ​ລາຍ​ເຂົາ​ໃຫ້​ຕາຍ​ຫມົດ​ຢູ່​ເທິງ​ພູ ຂໍ​ພຣະ​ອົງ​ຊົງ​ຄາຍ​ພຣະ​ພິ​ໂຣດ ອັນ​ແຮງ​ກ້າ​ຂອງ​ພຣະ​ອົງ​ເສັຽ​ຖ້ອນ ແລະ​ຊົງ​ປ່ຽນ​ພຣະ​ທັຍ​ຢ່າ​ນຳ​ໄພ​ວິ​ບັດ​ຢ່າງ​ນີ້​ມາ​ສູ່​ໄພ່​ພົນ​ຂອງພຣະ​ອົງທ້ອນ 13 ຂໍ​ພຣະ​ອົງ​ຊົງ​ລະ​ນຶກ​ເຖິງ​ອັບ​ຣາ​ຮາມ ອີ​ຊາ​ກ ແລະ​ອິ​ສ​ຣາ​ເອນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ພຣະ​ອົງ​ໄດ້ປະ​ຕິ​ຍານໄວ້​ກັບ​ເຂົາ​ດ້ວຍ​ພຣະ​ນາມ​ຂອງ​ພຣະ​ອົງ​ເອງວ່າ ເຮົາ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ເພີ້ມ​ທະ​ວີ​ຫລາຍ​ຂຶ້ນ​ເຫມືອນ​ດາວ​ໃນ​ທ້ອງ​ຟ້າ ແລະ​ໃຫ້​ແຜ່ນ​ດິນ​ທັງ​ຫມົດ​ແກ່​ເຊື້ອ​ສາຍ​ຂອງ​ເຈົ້າ​ຕາມ​ທີ່​ເຮົາ​ໄດ້​ສັນ​ຍາ​ໄວ້ ພວກ​ເຂົາ​ຈະ​ໄດ້​ເປັນ​ເຈົ້າ​ຂອງຕລອດ​ໄປ​ເປັນ​ນິດ” 14 ສະ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ປ່ຽນ​ພຣະ​ທັຍ ບໍ່​ຊົງ​ນຳ​ໄພ​ວິ​ບັດ​ມາ​ສູ່​ໄພ່​ພົນ​ຂອງ​ພຣະ​ອົງ​ຕາມ​ທີ່​ຊົງ​ກ່າວ​ນັ້ນ 15 ຝ່າຍ​ໂມ​ເຊ​ໄດ້​ກັບ​ລົງ​ມາ​ຈາກ​ພູ ຖື​ແຜ່ນຫີນ​ພຣະ​ໂອ​ວາດ​ມາ​ສອງ​ແຜ່ນ 16 ໃນ​ແຜ່ນ​ຫີນ​ນັ້ນ​ໄດ້​ຈາ​ຣຶກ​ພຣະ​ຄັມ​ຂອງ​ພຣະ​ເຈົ້າ​ໄວ້​ທັງ​ສອງ​ຂ້າງ ເປັນ​ພຣະ​ຫັຖະ​ກິດ​ຂອງ​ພຣະ​ເຈົ້າ ພຣະ​ເຈົ້າ​ຊົງ​ຈາ​ຣຶກ​ໃສ່​ແຜ່ນ​ຫີນ​ນັ້ນ 17 ເມື່ອ​ໂຢ​ຊວຍ​ໄດ້​ຍິນ​ສຽງ​ປະ​ຊາ​ຊົນ​ອຶກ​ກະ​ທຶກ​ຢູ່ ເຂົາກໍ​ເວົ້າ​ກັບ​ໂມ​ເຊວ່າ, “ຂ້າ​ພະ​ເຈົ້າໄດ້​ຍິນ​ສຽງ​ສູ້​ຮົບ​ກັນ​ຢູ່​ໃນ​ຄ້າຍ” 18 ໂມ​ເຊ​ໄດ້​ຕອບ​ວ່າ, “ນັ້ນ​ບໍ່​ແມ່ນ​ສຽງ​ຂອງ​ຄົນ​ທີ່​ມີ​ຊັຍຊະ​ນະ ແລະ​ບໍ່​ແມ່ນ​ສຽງ​ຮ້ອງ​ໄຫ້​ຂອງ​ຄົນ​ທີ່​ຜ່າຍ​ແພ້ ສຽງ​ທີ່​ໄດ້​ຍິນ​ນັ້ນ​ແມ່ນ​ສຽງ​ຮ້ອງ​ເພງ” 19 ເມື່ອ​ໂມ​ເຊ​ເຂົ້າ​ມາ​ໃກ້​ຄ້າຍ ກໍ​ເຫັນ​ຮູບ​ງົວ​ນ້ອຍ​ແລະ​ເຫັນ​ປະ​ຊາ​ຊົນ​ກຳ​ລັງ​ເຕັ້ນ​ລຳ​ກັນ​ຢູ່ ທ່ານຈຶ່ງ​ຮ້າຍ​ຢ່າງ​ຮຸນ​ແຮງ ໂດຍ​ໄດ້​ໂຍນ​ແຜ່ນ​ຫີນ​ທີ່​ຖື​ມາ​ນັ້ນ​ຖິ້ມ​ຈົນ​ແຕກ​ເສັຽ​ຫາຍ​ຢູ່​ທີ່​ຕີນ​ພູ 20 ທ່ານ​ໄດ້​ເຜົາ​ຮູບ​ງົວ​ນ້ອຍ​ທີ່​ພວ​ກເຂົາ​ທຳນັ້ນຖິ້ມໄດ້​ບົດ​ລະ​ອຽດ​ໂຮຍ​ລົງ​ໃນ​ນ້ຳ ແລ້ວ​ໄດ້​ບັງ​ຄັບ​ໃຫ້ຊາວ​ອິ​ສ​ຣາ​ເອນ​ດື່ມ 21 ໂມ​ເຊ​ໄດ້​ຖາມ​ອາ​ໂຣນ​ວ່າ, “ປະ​ຊາ​ຊົນ​ພວກ​ນີ້​ໄດ້​ເຮັດ​ຫຍັງ​ໃຫ້​ເຈົ້າ ເຈົ້າ​ຈຶ່ງ​ພາ​ພວກ​ເຂົາ​ເຮັດ​ບາບ​ຢ່າງ​ໃຫຍ່​ຫລວງ​ຢ່າງ​ນີ້?” 22 ອາ​ໂຣນ​ໄດ້​ຕອບ​ວ່າ, “ຢ່າ​ຄຽດ​ຮ້າຍ​ຂ້າ​ພະ​ເຈົ້າ​ເທາະ ທ່ານ​ກໍ​ຮູ້​ວ່າ​ປະ​ຊາ​ຊົນ​ເຫລົ່າ​ນີ້​ໄດ້​ອ​ວ່າຍ​ຫນ້າ​ໄປ​ສູ່​ທາງ​ຊົ່ວ​ແລ້ວ 23 ເຂົາ​ໄດ້​ມາ​ຮ້ອງ​ຂໍ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ ໃຫ້​ສ້າງ​ຮູບພຣະ​ສຳ​ລັບ​ນຳ​ຫນ້າ​ພວກ​ເຂົາ​ໄປ ເພາະ​ພວກ​ເຂົາ​ບໍ່​ຮູ້​ຈັ​ກວ່າ​ໂມ​ເຊ​ຄົນ​ທີ່​ນຳ​ພາ​ພວກ​ເຂົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ​ນັ້ນ​ເປັນ​ຫຍັງ​ໄປ​ເສັຽ​ແລ້ວ 24 ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ເຂົາ​ວ່າ​ຜູ້​ໃດ​ມີ​ຄຳ​ແດ່ ຜູ້​ທີ່​ມີ​ເຄື່ອງ​ຄຳ​ຈຶ່ງ​ຖອດ​ອອກ​ມາ​ມອບ​ໃຫ້​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ໄປ​ໃສ່​ໄຟ​ຫລໍ່​ເປັນ​ຮູບ​ງົວ​ນ້ອຍ​ນີ້​ອອກ​ມາ” 25 ໂມ​ເຊ​ເຫັນ​ວ່າ​ປະ​ຊາ​ຊົນ​ນີ້​ຫລົງ​ງົມ​ງາຍ​ຫລາຍ ເພາະ​ອາ​ໂຣນ​ໄດ້​ປ່ອຍ​ໃຫ້​ເຂົາ​ຂາບ​ໄຫວ້​ຮູບ​ພຣະ​ທັງໆ​ທີ່​ສັດ​ຕຣູ​ມີ​ຢູ່​ຮອບ​ຕົວ​ເຂົາ 26 ດັ່ງ​ນັ້ນ ໂມ​ເຊ​ຈຶ່ງ​ໄປ​ຢືນ​ຢູ່​ທີ່​ປະ​ຕູ​ຄ້າຍ ແລະ​ຮ້ອງ​ຂຶ້ນ​ວ່າ, “ຜູ້​ໃດ​ຢູ່​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຜູ້​ນັ້ນ​ມາ​ຫາ​ເຮົາ​ເດີ?” ພວກ​ເລ​ວີ​ທັງ​ຫມົດ​ໄດ້​ມາ​ຫາ​ໂມ​ເຊ 27 ທ່ານຈຶ່ງເວົ້າ​ກັບ​ເຂົາ​ວ່າ, “ພຣະ​ຜູ້ເປັ​ນ​ເຈົ້າ​ຂອງ​ພວກ​ອິ​ສ​ຣາ​ເອນ​ຊົງ​ກ່າວ​ວ່າ ໃຫ້​ພວກ​ເຂົາ​ທຸກ​ຄົນ​ຖື​ດາບ ບຸກ​ຜ່າ​ຄ້າຍ​ເຂົ້າ​ໄປແຕ່​ປະ​ຕູ​ນີ້​ເຖິງ​ປະ​ຕູ​ນັ້ນ ແລ້ວ​ໃຫ້​ຂ້າ​ອ້າຍ​ນ້ອງ ມິດ​ສະ​ຫາຍ​ແລະ​ເພື່ອນ​ບ້ານ​ຂອງ​ພວກ​ເຈົ້າ” 28 ພວ​ກ​ເລ​ວີ​ຈຶ່ງ​ທຳ​ຕາມ​ໂມ​ເຊສັ່ງ ພວກ​ເຂົາ​ໄດ້​ຂ້າ​ປະ​ຊາ​ຊົນ​ຕາຍ​ໃນ​ມື້​ນັ້ນ​ປະ​ມານ​ສາມ​ພັນ​ຄົນ 29 ແລ້ວ​ໂມ​ເຊ​ໄດ້​ເວົ້າ​ຕໍ່​ພວກ​ເລ​ວີ, “ວັນນີ້​ພວກ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ໂຕ​ເອງ​ຂຶ້ນ​ເປັນ​ປະ​ໂຣ​ຫິດ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ໂດຍ​ໄດ້​ຂ້າ​ບຸດຊາຍ​ແລະ​ເອື້ອຍ​ນ້ອງ​ຂອງ​ຕົນ ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ອວຍ​ພຣະ​ພອນ​ໃຫ້​ພວກ​ເຈົ້າ​ໃນ​ວັນນີ້” 30 ວັນຕໍ່​ມາ ໂມ​ເຊ​ໄດ້​ເວົ້າ​ກັບ​ປະ​ຊາ​ຊົນ​ວ່າ, “ພວກ​ເຈົ້າ​ໄດ້​ທຳ​ບາບ​ຢ່າງ​ຮ້າຍ​ແຮງ ບັດ​ນີ້ ເຮົາ​ຈະ​ຂຶ້ນ​ໄປ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ພູ ບາງ​ທີ​ເຮົາ​ອາດ​ສາ​ມາດ​ໄຖ່​ບາບ​ໃຫ້​ພວກ​ເຈົ້າ​ໄດ້” 31 ດັ່ງ​ນັ້ນ ໂມ​ເຊ​ຈຶ່ງ​ກັບ​ຄືນ​ໄປ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ກາບ​ທູນວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ປະ​ຊາ​ຊົນ​ນີ້​ໄດ້​ທຳບາບ​ຢ່າງ​ຮ້າຍ​ແຮງ ພວກ​ເຂົາ​ໄດ້​ຫລໍ່​ພຣະຄຳ​ສຳ​ລັບ​ຕົນ​ເອງ 32 ແຕ່​ບັດ​ນີ້ ຂໍ​ພຣະ​ອົງ​ຊົງ​ໂຜດ​ໃຫ້​ອະພັຍ​ບາບ​ແກ່​ເຂົາ ຖ້າ​ພຣະ​ອົງ​ບໍ່​ຊົງ​ພໍ​ພຣະ​ທັຍ ໂຜດ​ຂໍ​ພຣະ​ອົງ​ຊົງ​ລຶບ​ຊື່​ຂອງ​ຂ້າ​ພຣະ​ອົງ​ອອກ​ຈາກ​ປຶ້ມ​ທີ່​ພຣະ​ອົງ​ຊົງ​ຈົດ​ໄວ້​ເສັຽ” 33 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ໂມ​ເຊວ່າ, “ຜູ້​ໃດ​ທຳ​ບາບ​ຕໍ່​ສູ້​ເຮົາ ເຮົາ​ຈະ​ລຶບ​ຊື່​ຜູ້​ນັ້ນ​ອອກ​ຈາກ​ປຶ້ມ​ຂອງ​ເຮົາ 34 ບັດ​ນີ້ ຈົ່ງ​ໄປ​ເສັຽ​ໃຫ້​ພາ​ປະ​ຊາ​ຊົນ​ໄປ​ຍັງ​ບ່ອນ​ທີ່ເຮົາ​ບອກ​ໃຫ້​ໄປ​ນັ້ນ ຈົ່ງ​ຈື່​ໄວ້​ວ່າ ເທວະ​ດາ​ຂອງ​ເຮົາ​ຈະ​ນຳ​ຫນ້າ​ເຈົ້າ​ໄປ ແຕ່​ເມື່ອ​ເຮົາ​ມາ​ພິ​ພາກ​ສາ ພວກ​ເຂົາ​ຈະ​ຖືກ​ລົງ​ໂທດ​ຍ້ອນ​ບາບ​ຂອງ​ເຂົາ​ເອງ” 35 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໃຫ້​ພ​ຍາດ​ເກີດ​ມີ​ຂຶ້ນ​ໃນ​ຫມູ່​ປະ​ຊາ​ຊົນ ເພາະ​ວ່າ​ພວກ​ເຂົາ​ໄດ້​ບັ​ງ​ຄັບ​ໃຫ້​ອາ​ໂຣນ​ຫລໍ່​ຮູບ​ງົວ​ນ້ອຍ

ອົບພະຍົກ 33

ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ໃຫ້​ຍົກ​ຍ້າຍ​ໄປ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ເຈົ້າ​ກັບ​ປະ​ຊາ​ຊົນ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ຈົ່ງ​ຍົກ​ຍ້າຍ​ໄປ​ຈາກ​ບ່ອນ​ນີ້​ເສັຽ ໃຫ້​ໄປ​ຍັງ​ແຜ່ນ​ດິນ​ທີ່​ເຮົາ​ໄດ້​ສັນ​ຍາ​ໄວ້​ກັບ​ອັບ​ຣາ​ຮາມ ກັບ​ອີ​ຊາກ ແລະ​ຢາ​ໂຄບ ຄື​ເຮົາ​ໄດ້​ສັນ​ຍາ​ຕໍ່​ເຂົາ​ວ່າ​ຈະ​ຍົກ​ແຜ່ນ​ດິນ​ນັ້ນ ໃຫ້​ແກ່​ເຊື້ອ​ສາຍ​ຂອງ​ເຂົາ 2 ເຮົາ​ຈະ​ໃຫ້​ເທວະ​ດາຕົນ​ນຶ່ງ​ນຳ​ຫນ້າ​ເຈົ້າ​ໄປ ເຮົາ​ຈະ​ຂັບ​ໄລ່​ຊາວ​ກາ​ນາ​ອານ ຊາວ​ອາ​ໂມ​ຣິດ ຊາວ​ຮິດ​ຕີ ຊາວ​ເປ​ຣິ​ສຊີ ຊາວ​ຮີ​ວີ ແລະ​ຊາວ​ເຢ​ບຸສ ອ​ອກ​ຈາກ​ທີ່​ນັ້ນ 3 ເຈົ້າ​ຈະ​ໄປ​ເຖິງ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູ​ນ​ ແຕ່​ເຮົາ​ເອງ​ຈະ​ບໍ່​ໄປ​ກັບ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ເປັນ​ປະ​ຊາ​ຊົນ​ຫົວ​ດື້ ຖ້າ​ເຮົາ​ໄປ ເຮົາ​ອາດ​ຈະ​ທຳ​ຮ້າຍ​ພວກ​ເຈົ້າ​ໃນ​​ກາງ​ທາງ” 4 ເມື່ອ​ປະ​ຊາ​ຊົນ​ໄດ້​ຍິນ​ຂ່າວ​ຮ້າຍ​ນີ້ ພວກ​ເຂົາ​ກໍ​ພາ​ກັນ​ໄວ້​ທຸກ ແລະ​ບໍ່​ມີ​ຜູ້​ໃດ​ໃສ່​ເຄື່ອງ​ເອ້​ເລີຍ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ບອກ​ຊາວ​ອິ​ສ​ຣາ​ເອນ​ວ່າ ພວກ​ເຈົ້າ​ເປັນ​ຄົນ​ຫົວ​ດື້ ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ກັບ​ພວກ​ເຈົ້າ​ແມ່ນ​ຊົ່ວ​ເວ​ລາ​ຫນ້ອຍ​ດຽວ ພຣະ​ອົງ​ກໍ​ຈະ​ລ້າງ​ຜານ​ພວກ​ເຈົ້າ​ເສັຽ ບັດ​ນີ້ ຈົ່ງ​ຖອດ​ເຄື່ອງ​ເອ້​ຂອງ​ພວກ​ເຈົ້າ​ອອກ ເພື່ອ​ພຣະ​ອົງ​ຈະ​ໄດ້​ຮູ້​ວ່າ​ຄວນ​ເຮັດ​ຫຍັງ​ກັບ​ພວກ​ເຈົ້າ” 6 ດັ່ງ​ນັ້ນ ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ຈຶ່ງ​ບໍ່​ໃສ່​ເຄື່ອງເອ້ຕັ້ງ​ແຕ່​ຍົກ​ຍ້າຍ​ອອກ​ຈາກ​ໂຮ​ເຣັບ​ເປັນ​ຕົ້ນມາ

ຫໍ​ເຕັນ​ສັກ​ສິດ

7 ໂມ​ເຊ​ເຄີຍ​ກາງ​ເຕັນ​ຫລັງ​ນຶ່ງ​ໄວ້​ຂ້າງນອກ​ຄ້າຍ​ໃນ​ລະ​ຍະ​ໄກ ທ່ານໄດ້​ເອີ້ນ​ເຕັນ​ຫລັງ​ນັ້ນ​ວ່າ “ຫໍ​ເຕັນ​ສັກ​ສິດ” ຄົນ​ໃດ​ຢາກ​ຈະ​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ອອກ​ໄປ​ຍັງ​ຫໍ​ເຕັນ​ສັກ​ສິດ​ນັ້ນ 8 ເມື່ອ​ໃດໂມ​ເຊ​ອອກ​ໄປ​ຍັງ​ເຕັນ ປະ​ຊາ​ຊົນ​ທັງ​ຫມົດ​ກໍ​ຢືນ​ຢູ່​ທີ່​ປະ​ຕູ​ເຕັນ​ຂອງ​ຕົນ ເພື່ອ​ເຝົ້າ​ເບິ່ງ​ໂມ​ເຊ​ຈົນ​ກະ​ທັ້ງ​ທ່ານ​ເຂົ້າ​ໄປ​ໃນ​ເຕັນ 9 ເມື່ອ​ໂມ​ເຊ​ເຂົ້າ​ໄປ​ໃນ​ເຕັນ​ແລ້ວ ກ້ອນ​ເສົາ​ເມກ​ກໍ​ລອຍ​ລົງ​ມາ​ຕັ້ງ​ຢູ່​ທີ່​ປະ​ຕູ​ເຕັນ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສົນ​ທະ​ນາ​ກັບ​ໂມ​ເຊ​ຈາກ​ກ້ອນ​ເສົາ​ເມກ​ນັ້ນ 10 ເມື່ອ​ປະ​ຊາ​ຊົນ​ເຫັນ​ກ້ອນ​ເສົາ​ເມກ​ນັ້ນ​ຕັ້ງ​ຢູ່ທີ່​ປະ​ຕູ​ເຕັນ ເຂົາ​ກໍ​ລຸກ​ຢືນ​ຂຶ້ນ​ກົ້ມ​ນະ​ມັ​ສ​ການ​ທີ່​ປະ​ຕູ​ເຕັນ​ຂອງ​ຕົນ 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສົນ​ທະ​ນາ​ກັບ​ໂມ​ເຊ ຫນ້າ​ຕໍ່​ຫນ້າ​ເຫມືອນ​ມິ​ດ​ສະ​ຫາຍ​ສົນ​ທະ​ນາ​ກັນ ແລ້ວ​ໂມ​ເຊ​ກໍ​ກັບ​ໄປ​ຍັງ​ຄ້າຍ ແຕ່​ໂຢ​ຊວຍ​ຄົນ​ໃຊ້​ຫນຸ່ມ ຜູ້​ເປັນບຸດ​ນູນ​ບໍ່​ໄດ້​ອອກ​ໄປ​ຈາກ​ເຕັນ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ວ່າ​ຈະ​ຢູ່​ນຳ

12 ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ເປັນ​ຄວາມ​ຈິງວ່າ​ພຣະ​ອົງ​ໄດ້​ຊົງ​ບອກໃຫ້​ຂ້າ​ພຣະ​ອົງນຳ​ພາ​ປະ​ຊາ​ຊົນ​ນີ້ໄປ​ຍັງ​ແຜ່ນ​ດິນ​ນັ້ນ ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ບອກ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ວ່າ ແມ່ນ​ຜູ້​ໃດ​ຈະ​ໄປ​ນຳ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ບອກ​ແຕ່​ພຽງ​ວ່າ ເຮົາ​ຮູ້​ຈັກ​ເຈົ້າ​ດີ ເຮົາ​ພໍ​ໃຈ​ໃນ​ເຈົ້າ 13 ບັດ​ນີ້​ ຖ້າ​ພຣະ​ອົງພໍ​ພຣະ​ທັຍ​ໃນ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ບອກ​ແຜນ​ການ​ຂອງ​ພຣະ​ອົງ​ໃຫ້​ຂ້າ​ພຣະ​ອົງຮູ້​ແດ່ ເພື່ອ​ຂ້າພຣະ​ອົງຈະ​ໄດ້​ຮູ້​ຈັກ​ພຣະ​ອົງ ແລະ​ໄດ້​ຮັບ​ຄວາມ​ພໍ​ພຣະ​ທັຍ​ຈາກ​ພຣະ​ອົງ​ສ​ເມີ​ໄປ ຂໍ​ພຣະ​ອົງ​ຊົງ​ສຳ​ນຶກ​ດ້ວຍ​ວ່າ ຊົນ​ຊາດ​ນີ້​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ” 14 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ຈະ​ໄປ​ນຳ​ເຈົ້າ ຈະ​ໃຫ້​ເຈົ້າ​ມີ​ໄຊ​ຊະນະ ແລະ​ມີ​ຄວາມ​ສ​ງົບ​ສຸກ” 15 ໂມ​ເຊ​ໄດ້​ກາບ​ທູນ​ພຣະ​ອົງ​ວ່າ, “ຖ້າ​ພຣະ​ອົງ​ບໍ່​ສະ​ເດັດ​ໄປ​ນຳ​ພວກ​ຂ້າ​ພຣະ​ອົງ ຂໍ​ຢ່າ​ໃຫ້​ພວກ​ຂ້າ​ພຣະ​ອົງຫນີ​ໄປ​ຈາກ​ທີ່​ນີ້ 16 ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ຮູ້​ວ່າ ຂ້າ​ພຣະ​ອົງ​ແລະ​ໄພ່​ພົນຂອງ​ພຣະ​ອົງ​ເປັນ​ທີ່​ພໍ​ພຣະ​ທັຍ​ຂອງ​ພຣະ​ອົງ​ແລ້ວ ກໍ​ເມື່ອ​ພຣະ​ອົງ​ສະ​ເດັດ​ຂຶ້ນ​ໄປ​ກັບ​ພວກ​ຂ້າ​ພຣະ​ອົງ​ດ້ວຍ​ບໍ່​ແມ່ນ​ຫລື ດັ່ງ​ນີ້​ຂ້າ​ພຣະ​ອົງ​ແລະ​ໄພ່​ພົນ​ຂອງ​ພຣະ​ອົງ ຈຶ່ງ​ແຕກ​ຕ່າງ​ກັບ​ຊົນ​ຊາດ​ອື່ນໆ​ທົ່ວ​ພື້ນ​ແຜ່ນ​ດິນ​ໂລກ” 17 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ເຮົາ​ຈະ​ທຳ​ຕາມ​ຄຳ​ທີ່​ເຈົ້າ​ເວົ້າ ເພາະ​ວ່າ​ເຮົາ​ພໍ​ໃຈ​ໃນ​ເຈົ້າ​ ແລະ​ຮູ້​ຈັກ​ເຈົ້າ​ດີ” 18 ໂມ​ເຊ​ໄດ້​ທູນ​ຂໍ​ວ່າ, “ຂໍ​ຊົງ​ໂຜດ​ສະ​ແດງ​ພຣະ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ໃຫ້​ຂ້າ​ພຣະ​ອົງ​ເບິ່ງແດ່​ຖ້ອນ” 19 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ຈະ​ທຳໃຫ້​ຄຸນ​ງາມ​ຄວາມ​ດີ​ຂອງ​ເຮົາ​ທັງ​ຫມົດ ປະ​ຈັກ​ແຈ້ງ​ຕໍ່​ຫນ້າ​ເຈົ້າ ແລະ​ເຮົາ​ຈະ​ປະ​ກາດ​ຊື່​ຂອງ​ເຮົາ​ ຄື​ພຣະ​ຜູ້​ເປັ​ນ​ເຈົ້າ​ໃຫ້​ເຈົ້າ​ໄດ້​ຍິນ ເຮົາ​ຈະ​ສະ​ແດງ​ຄວາມ​ເມດ​ຕາ​ສົງ​ສານ​ຕໍ່ຜູ້​ທີ່​ເຮົາ​ປະ​ສົງ​ຈະ​ໃຫ້” 20 ພຣະ​ຜູ້​ເປັນ​ເຈົ້າ​​ຊົງ​ກ່າ​ວ​ຕໍ່​ໄປ​ວ່າ, “ເຈົ້າ​ຈະ​ບໍ່​ເຫັນ​ຫນ້າ​ເຮົາ ເພາະ​ວ່າ​ມະ​ນຸດ​ນັ້ນ​ເຫັນ​ຫນ້າ​ເຮົາ​ແລ້ວ​ຈະ​ຕ້ອງ​ຕາຍ” 21 ພຣະ​ອົງ​ຊົງ​ກ່າວ​ຕໍ່​ໄປ​ວ່າ, “ເບິ່ງ​ແມ໋ ໃນ​ທີ່​ນີ້​ມີ​ບ່ອນ​ນຶ່ງ​ຢູ່​ໃກ້​ເຮົາ ເຈົ້າ​ຈົ່ງ​ໄປ​ຢືນ​ເທິງ​ຫີນ​ໃນ​ທີ່​ນັ້ນ 22 ເມື່ອ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເຮົາ​ຜ່ານ​ໄປ​ໃກ້ ເຮົາ​ຈະ​ເຊື່ອງ​ເຈົ້າ​ໄວ້​ໃນ​ຊ່ອງ​ຫີນ ແລະ​ຈະ​ເອົາ​ມື​ຂອງ​ເຮົາ​ປິດ​ບັງ​ເຈົ້າ​ໄວ້ ຈົນ​ກວ່າ​ເຮົາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ 23 ແລ້ວ​ເຮົາ​ຈະ​ເອົາ​ມື​ເຮົາ​ອອກ ເຈົ້າ​ຈະ​ເຫັນ​ຫລັງ​ຂອງ​ເຮົາ ແຕ່​ຫນ້າ​ຂອງ​ເຮົາ​ນັ້ນ​ເບິ່ງ​ບໍ່​ໄດ້”

ອົບພະຍົກ 34

ຊົງ​ປະ​ທານ​ຫີນ​ແຜ່ນ​ທີ່​ສອງ

1 ພຣະ​ຜູ້​ເປັນ​ເຈົ້າຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ຕັດ​ຫີນ​ສອງ​ແຜ່ນ​ໃຫ້​ເຫມືອນ​ແຜ່ນ​ເກົ່າ ແລ້ວ​ເຮົາ​ຈະ​ຈາ​ຣຶກ​ຖ້ອຍ​ຄຳ​ຊຶ່ງ​ຢູ່​ໃນ​ແຜ່ນ​ເດີມ​ທີ່​ເຈົ້າ​ໄດ້​ທຳ​ແຕກ​ນັ້ນ​ໃຫ້ 2 ຈົ່ງ​ທຳ​ໃຫ້​ແລ້ວ​ໃນ​ຕອນ​ເຊົ້າ​ມື້​ອື່ນ​ແລ້ວ​ໃຫ້​ຂຶ້ນ​ມາ​ຫາ​ເຮົາ​ເທິງ​ຈອມ​ພູ​ຊີ​ນາ​ອີ 3 ຢ່າ​ໃຫ້​ຜູ້​ໃດ​ຂຶ້ນ​ມາ​ນຳ ບໍ່​ໃຫ້​ມີ​ຜູ້​ໃດ​ຢູ່​ເທິງ​ພູ ບໍ່​ໃຫ້​ມີ​ຝູງ​ແບ້ ຝູງ​ແກະ ແລະ​ຝູງງົວ​ຄວາຍ​ກິນ​ຫຍ້າ​ຢູ່​ຕໍ່​ຫນ້າ​ພູ​ນີ້” 4 ດັ່ງ​ນັ້ນ ໂມ​ເຊ​ຈຶ່ງ​ຕັດ​ເອົາ​ຫີນ​ສອງ​ແຜ່ນ​ເຫມືອນ​ສອງແຜ່ນ​ທຳ​ອິດ ແລ້ວ​ມື້​ອື່ນ​ຕອນ​ເຊົ້າ​ມືດ ທ່ານ​ກໍ​ຖື​ຫີນ​ນັ້ນ​ຂຶ້ນ​ໄປ​ເທິງ​ພູ​ຊີ​ນາ​ອີ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ 5 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ດ້ວຍ​ເມກ ຊົງ​ຢືນ​ຢູ່​ກັບ​ໂມ​ເຊ​ທີ່​ນັ້ນ ແລະ​ໂມ​ເຊ​ໄດ້​ຮ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 6 ແລ້ວ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ສະ​ເດັດ​ຜ່ານ​ຫນ້າ​ໂມ​ເຊ​ໄປ ແລະ​ຊົງ​ກ່າວ​ວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ພຣະ​ເຈົ້າ​ຜູ້​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ກະ​ຣຸ​ນາ ຜູ້​ບໍ່​ໂກດ​ງ່າຍ ຜູ້​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ຄວາມ​ສັດ​ຊື່ 7 ຜູ້​ມີ​ຄວາມ​ຮັກ​ຫມັ້ນ​ຄົງ​ຫລາຍ​ຊົ່ວ​ອາ​ຍຸ​ພັນ​ຄົນ ຜູ້​ໂຜດ​ໃຫ້​ອະ​ພັຍ​ຄວາມ​ບໍ່​ຍຸດ​ຕິ​ທັມ ຄວາມ​ຊົ່ວ​ຊ້າ ແລະ​ຄວາມ​ບາບ ແຕ່​ຈະ​ລົງ​ໂທດ​ລູ​ກ​ຫລານ​ເຫ​ລັນ​ເຖິງ​ສາມ​ສີ່​ຊົ່ວ​ອາ​ຍຸ​ຄົນ ຍ້ອນ​ຄວາມ​ບາບ​ທີ່​ບິ​ດາ​ມານ​ດາ​ຂອງ​ເຂົາ​ໄດ້​ກະ​ທຳ” 8 ໂມ​ເຊ​ຈຶ່ງ​ຟ້າວ​ຄຸ​ເຂົ່າ​ລົງ​ດິນ​ນະ​ມັ​ສ​ການ 9 ແລ້ວ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຖ້າ​ຫາກ​ຂ້າ​ພຣະ​ອົງເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ອົງ​ແທ້ ເຖິງ​ແມ່ນ​ປະ​ຊາ​ຊົນ​ນັ້ນ​ຈະ​ຫົວ​ດື້ກໍ​ຂໍ​ພຣະ​ອົງ​ຊົງ​ໂຜດ​ສະ​ເດັດ​ໄປ​ກັບ​ພວກ​ຂ້າພຣະ​ອົງ​ຖ້ອນ ຂໍ​ຊົງ​ໃຫ້​ອະ​ພັຍ​ຄວາມ​ຊົ່ວ​ຮ້າຍ ແລະ​ຄວາມ​ບາບ​ຂອງ​ພວກ​ຂ້າ​ພຣະ​ອົງ ຂໍ​ຊົງ​ໂຜດ​ຮັບ​ເອົາ​ພວກ​ຂ້າ​ພຣະ​ອົງ​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ​ເທີນ”

ຊົງ​ສັນ​ຍາ​ໃຫມ່

10 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ແກ່​ເຈົ້າ ຈະ​ທຳ​ການ​ອັ​ດສະ​ຈັນ​ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ປວງ​ຂອງ​ເຈົ້າ​ ຄື​ການ​ອັ​ດສະ​ຈັນ​ທີ່​ເຮົາ​ບໍ່​ເຄີຍ​ທຳ​ມາ​ກ່ອນ​ໃນ​ຖ້າມ​ກາງ​ຊົນ​ຊາດ​ໃດໆ​ທົ່ວ​ໂລກ​ນີ້ ປະຊາ​ຊົນ​ທັງ​ປວງ​ຊຶ່ງ​ຢູ່​ກັບ​ເຈົ້າ ຈະ​ໄດ້​ເຫັນ​ການ​ກະ​ທຳ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເຮົາ​ຈະ​ກະ​ທຳ​ສິ່ງ​ອັນ​ຫນ້າ​ຢ້ານ​ໃຫ້​ເຈົ້າ​ເຫັນ 11 ຈົ່ງ​ທຳຕາມ​ຂໍ້​ບັນ​ຍັດ​ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ໃນ​ມື້​ນີ້ ເຮົາ​ຈະ​ຂັບໄລ່​ຊາ​ວອາ​ໂມ​ຣິດ ຊາວ​ກາ​ນາ​ອານ ຊາວ​ຮິດ​ຕີ ຊາວ​ເປ​ຣິ​ສ​​ຊີ ຊາວ​ຮີ​ວີ ແລະ​ຊາວ​ເຢ​ບຸສ​ໄປ​ເສັຽ​ຈາກ​ເຈົ້າ 12 ຈົ່ງ​ລະ​ວັງ​ໃຫ້​ດີ ເຈົ້າ​ຢ່າ​ຜູກ​ສຳ​ພັນໃດໆ​ກັບ​ຊົນຊາດ​ທີ່​ເຈົ້າ​ຈະ​ໄປ​ເຖິງ​ນັ້ນ ເພາະ​ວ່າ​ມັນ​ຈະ​ເປັນສິ່ງ​ທຳ​ລາຍ​ພວກ​ເຈົ້າ 13 ແຕ່​ພວກ​ເຈົ້າ​ຈົ່ງ​ທຳ​ລາຍ​ແທ່ນ​ບູ​ຊາ ທັບ​ເສົາ​ຫີນ​ສັກ​ສິດ ແລະ​ຕັດ​ໄມ້​ສັກ​ສິດ​ຂອງ​ພວກ​ເຂົາ​ຖິ້ມ 14 ເຈົ້າ​ຢ່າ​ໄດ້​ຂາບ​ໄຫວ້​ພຣະ​ອື່ນ​ເລີຍ ເພາະ​ວ່າ​ເຮົາ​ເປັນ​ພຣະ​ເຈົ້າ​ຜູ້​ຫວງ​ແຫນ​ພວກ​ເຈົ້າ 15 ຢ່າ​ຜູກ​ສຳ​ພັນ​ໃດໆ​ກັບ​ຊົນ​ຊາດ​ເຫລົ່າ​ນັ້ນ ເພາະ​ເມື່ອ​ເຂົາ​ຂາບ​ໄຫວ້​ແລະ​ບູ​ຊາ​ພຣະ​ຂອງ​ເຂົາ ເຂົາ​ກໍ​ເຮັດ​ບໍ່​ສັດ​ຊື່​ເຫມືອນ​ຍິງ​ໂສ​ເພ​ນີ ແລະ​ເຂົາ​ກໍ​ຈະ​ເຊີນ​ພວກ​ເຈົ້າ​ໄປ​ຮ່ວມ​ດ້ວຍ ພວກ​ເຈົ້າ​ອາດ​ຈະ​ຮັບ​ປະ​ທານ​ອາ​ຫານ​ທີ່​ເຂົາ​ເອົາ​ຖວາຍ​ບູ​ຊາ​ນັ້ນ 16 ບຸດ​ຊາຍ​ຂອງ​ເຈົ້າ​ອາດ​ແຕ່ງ​ງານກັບ​ບຸດ​ຍິງ​ຂອງ​ເຂົາ ຜູ້​ຍິງ​ຕ່າງ​ປະ​ເທດ​ເຫລົ່າ​ນີ້​ຈະ​ບົວລະ​ບັດ​ພຣະ​ຂອງ​ຕົນ​ເຫມືອນ​ຍິງ​ໂສ​ເພ​ນີ ເຂົາ​ຈະ​ຊັກ​ຊວນ​ບຸດ​ຊາຍ​ຂອງ​ເຈົ້າ​ທຳ​ບໍ່​ສັດ​ຊື່​ຕໍ່​ເຮົາ ແລະ​ຮັບ​ໃຊ້​ພຣະ​ຂອງ​ເຂົາ 17 ເຈົ້າ​ຢ່າ​ຫລໍ່​ຮູບ​ພຣະ​ສຳ​ລັ​ບຕົນ​ເລີຍ 18 ເຈົ້າ​ຈົ່ງ​ຖື​ຮັກ​ສາ​ພິ​ທີ​ກິນ​ລ້ຽງ​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໄວ້ ໃຫ້​ກິນ​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ຈົນ​ຄົບ​ເຈັດ​ວັນໃນ​ເດືອນ​ທີ່​ນຶ່ງ ເພາະ​ວ່າ​ພວກ​ເຈົ້າ​ອອກ​ຈາກ​ເອ​ຢິບ​ໃນ​ເດືອນ​ນີ້ 19 ບຸດຫົ​ວ​ປີ​ທຸກ​ຄົນ ຫລື​ງົວ ແລະ​ແກະ​ເຖິກ​ໂຕ​ເກີດ​ກ່ອນ​ທຸກ​ໂຕ​ຂອງ​ເຈົ້າ​ເປັນ​ຂອງ​ເຣົາ 20 ແຕ່​ເຈົ້າ​ຈົ່ງ​ເອົາ​ລູກ​ແກະ​ມາ​ໄຖ່​ເອົາ​ລູກ​ລໍ​ໂຕ​ທຳ​ອິດ​ໄວ້ ຖ້າ​ເຈົ້າ​ບໍ່​ໄຖ່​ໄວ້​ໃຫ້​ຫັກ​ຄໍ​ມັນ​ເສັຽ ບຸດ​ກົກ​ທຸກ​ຄົນ​ຂອງ​ເຈົ້າ​ໃຫ້​ໄຖ່​ໄວ້ ຢ່າ​ໃຫ້​ຜູ້​ໃດ​ມາ​ເຝົ້າ​ເຮົາ​ໂດຍ​ບໍ່​ມີ​ເຄື່ອງ​ຖວາຍ​ເລີຍ 21 ເຈົ້າ​ຈົ່ງ​ເຮັດ​ວຽກ​ແຕ່​ໃນ​ຫົກ​ວັນ ສ່ວນ​ວັນ​ຖ້ວນ​ເຈັດ​ໃຫ້​ເຈົ້າ​ຢຸດ​ພັກ​ເຖິງ​ຈະ​ຢູ່​ໃນ​ລະ​ຫວ່າງ​ໄຖ​ນາ​ແລະ​ກ່ຽວ​ເຂົ້າ​ກໍ​ຕາມ 22 ຈົ່ງ​ຈັດ​ງານ​ສະ​ຫລອງ​ສັ​ປ​ດາ ຄື​ງານ​ກິນ​ລ້ຽງ​ສະ​ຫລອງ​ຫມາກ​ຜົ​ນ​ທຳ​ອິດ​ຂອງ​ຣະ​ດູ​ກ່ຽວ​ເຂົ້າ​ບ​ເລ ແລະ​ງານ​ກິນ​ລ້ຽງ​ສະ​ຫລອງ​ການ​ເກັບ​ກ່ຽວ​ໃນ​ປາຍ​ປີ 23 ບັນ​ດາ​ຜູ້​ຊາຍ​ທັງ​ຫລາຍ​ຂອງ​ພວກ​ເຈົ້າ ໃຫ້​ມາ​ຫາ​ເຮົາ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ຊາວ​ອິ​ສ​ຣາ​ເອນ​ປີ​ລະ​ສາມ​ເທື່ອ 24 ຫລັງ​ຈາກ​ເຮົາ​ໄດ້​ຂັບ​ໄລ່​ຊົນ​ຊາດ​ທັງ​ຫລາຍ​ອອກ​ໄປ​ພົ້ນ​ຫນ້າ​ເຈົ້າ ແລະ​ໄດ້​ຂະ​ຫຍາຍເຂດ​ແດນ​ຂອງ​ເຈົ້າ​ໃຫ້​ກວ້າງ​ຂວາງ​ອອກ​ໄປ​ແລ້ວ ຈະ​ບໍ່​ມີ​ໃຜ​ພ​ຍາ​ຍາມ​ຍຶດ​ເອົາ​ປະ​ເທດ​ຂອງ​ເຈົ້າ ໃນ​ລະ​ຫວ່າງ​ພວກ​ເຈົ້າ​ໄປ​ຫາ​ເຮົາ​ປີ​ລະ​ສາມ​ເທື່ອ​ນັ້ນ 25 ຢ່າ​ໄດ້​ຖວາຍ​ເຂົ້າ​ຈີ່​ທີ່​ໃສ່​ເຊື້ອ​ແປ້ງ ເມື່ອພວກ​ເຈົ້າ​ເຜົາ​ສັດ​ຖວາຍ​ເຮົາ ຢ່າ​ເກັບ​ຊີ້ນ​ສັດ​ທີ່​ຂ້າ​ກິນ​ລ້ຽງ​ໃນ​ງານ​ສະ​ຫລອງ​ປັ​ສ​​ຄາ​ໄວ້​ຈົນ​ເຖິງ​ມື້​ເຊົ້າ 26 ຈົ່ງ​ນຳ​ເອົາ​ຜົນ​ລະ​ປູກ​ທຳ​ອິດ​ອັນ​ດີ​ທີ່​ສຸດ​ໃນ​ນາ​ຂອງ​ເຈົ້າ ມາ​ຖວາຍ​ໄວ້​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຈົ້າ​ຢ່າ​ຕົ້ມ​ຊີ້ນ​ລູກ​ແບ້​ດ້ວຍ​ນ້ຳ​ນົມ​ແມ່​ຂອງ​ມັນ” 27 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ຂຽນ​ຄຳ​ເຫລົ່າ​ນີ້​ໄວ້ ເພາະ​ວ່າ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ໄດ້​ທຳ​ໄວ້​ກັ​ບ​ເຈົ້າ ແລະ​ກັບ​ພວກ​ອິ​ສ​ຣາ​ເອນ​ມີ​ຢູ່​ໃນ​ຄຳ​ເຫລົ່າ​ນີ້​ແລ້ວ” 28 ໂມ​ເຊໄດ້​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ​ເປັນ​ເວ​ລາ​ສີ່​ສິບ​ວັນສີ່​ສິບ​ຄືນ ໂດຍ​ບໍ່​ໄດ້​ກິນ​ອາ​ຫານ​ແລະ​ດື່ມ​ນ້ຳ​ເລີຍ ທ່ານ​ໄດ້​ຈາ​ຣຶກ​ຂໍ້​ຄວາມ​ຂອງ​ຄຳ​ຫມັ້ນ​ສັນ​ຍາ ຄື​ພຣະ​ບັນ​ຍັດ​ສິບ​ປະ​ການ​ໄວ້​ໃນ​ແຜ່ນ​ຫີນ​ນັ້ນ

ໂມ​ເຊ ລົງ​ມາ​ຈາກ​ພູ

29 ເມື່ອ​ໂມ​ເຊ​ຖື​ແຜ່ນຫີນ​ພຣະ​ໂອວາດ​ສອງ​ແຜ່ນ​ລົງ​ມາ​ຈາກ​ພູ​ຊີ​ນາ​ອີ​ນັ້ນ ໂມ​ເຊ​ບໍ່​ຮູ້​ວ່າ​ຜິວ​ຫນ້າ​ຂອງ​ຕົນ​ສ່ອງ​ແສງ ຄື​ຫນ້າ​ຂອງ​ທ່ານ​ໄດ້​ສ​ອ່ງ​ແສງ​ຍ້ອນ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ສົນ​ທະ​ນາ​ກັບ​ທ່ານ 30 ເມື່ອ​ອາ​ໂຣນ​ກັບຊາວ​ອິ​ສ​ຣາ​ເອນ​ທັງ​ປວງ​ເຫັນ​ຫນ້າ​ໂມ​ເຊ​ສ່ອງ​ແສງ ພວກ​ເຂົາ​ກໍ​ບໍ່​ກ້າ​ເຂົ້າ​ໄປ​ໃກ້​ທ່ານ ແຕ່​ໂມ​ເຊ​ໄດ້​ເອີ້ນ​ພວກ​ເຂົາ​ມາ 31 ແລ້ວ​ອາ​ໂຣນ​ກັ​ບ​ບັນ​ດາ​ຫົວ​ຫນ້າ​ຂອງ​ຊຸມ​ນຸມ​ຊົນ​ໄດ້​ເຂົ້າ​ມາ​ຫາ​ໂມ​ເຊ ທ່ານຈຶ່ງ​ສົນ​ທະ​ນາ​ກັບ​ເຂົາ 32 ເມື່ອ​ຊາວ​ອິ​ສ​ຣາ​ເອນ​ເຂົ້າ​ມາ​ໃກ້​ແລ້ວ ໂມ​ເຊ​ກໍ​ບອກ​ເຂົາ​ທັງ​ຫລາຍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຢູ່​ເທິງ​ພູ​ຊີ​ນາ​ອີ 33 ເມື່ອ​ໂມ​ເຊ​ເວົ້າ​ສຸດ​ກໍ​ເອົາ​ຜ້າ​ປົກ​ຫນ້າ​ໄວ້ 34 ເມື່ອ​ໃດ​ທ່ານເຂົ້າ​ໄປ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເຕັນ​ສັກ​ສິດ ທ່ານກໍ​ເອົາ​ຜ້າ​ນັ້ນ​ອອກ​ຈົນ​ເທົ່າ​ອອກ​ມາ ຄັນ​ທ່ານອອກ​ມາ​ແລ້ວ ກໍ​ເລົ່າ​ຂໍ້​ຄວາມ​ທັງ​ຫມົດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ສູ່​ຊາວ​ອິ​ສ​ຣາ​ເອນ​ຟັງ 35 ແລະ​ຊາວ​ອິ​ສ​ຣາ​ເອນ​ກໍ​ໄດ້​ເຫັນ​ຜິວ​ຫນ້າ​ຂອງ​ໂມ​ເຊ​ສ​ອ່ງ​ແສງ ແລ້ວ​ໂມ​ເຊກໍ​ໄດ້​ເອົາ​ຜ້າ​ປົກ​ຫນ້າ​ໄວ້​ຈົນ​ເທົ່າ​ໄດ້​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ອີກ

ອົບພະຍົກ 35

ລະ​ບຽບ​ວັນ​ສະ​ບາ​ໂຕ

1 ຝ່າຍ​ໂມ​ເຊ​ໃຫ້​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ປະ​ຊຸມກັນ​ກ່າວ​ແກ່​ເຂົາ​ວ່າ, “ຕໍ່​ໄປ​ນີ້​ເປັນ​ສິ່ງ​ຊຶ່ງ​ພຣະ​ເຈົ້າ​ບັນ​ຊາ​ໃຫ້​ທ່ານ​ທັງ​ຫລາຍ​ກະ​ທຳ 2 ຈົ່ງ​ທຳ​ງານ​ໃນ​ກຳ​ນົດ​ຫົກ​ວັນ ແຕ່​ວັນ​ທີ່​ເຈັດ​ໃຫ້​ທ່ານ​ຖືເປັນ​ວັນ​ບໍ​ຣິ​ສຸດ ເປັນ​ວັນ​​ສະ​ບາ​ໂຕ​ແດ່​ພຣະ​ເຈົ້າ ສໍາ​ລັບ​ໃຫ້​ພັກ 3 ໃນ​ວັນ​ສະ​ບາ​ໂຕ​ນັ້ນ​ຢ່າ​ກໍ່​ໄຟ​ເລີຍ ທົ່ວ​ຕລອດ​ທີ່​ອາ​ໄສ​ຂອງ​ເຈົ້າ”

ການ​ນຳ​ຂອງ​ບູ​ຊາ​ມາ​ຖວາຍ

4 ໂມ​ເຊ​ໄດ້​ກ່າວ​ແກ່ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ວ່າ, “ຕໍ່​ໄປ​ນີ້​ເປັນ​ສິ່ງ​ທີ່​ຊຶ່ງພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ 5 ທ່ານທັງ​ຫລາຍ​ຈົ່ງ​ນຳ​ຂອງ​ຈາກ​ຂອງ​ທີ່​ມີ​ຢູ່​ມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ໃດ​ມີ​ນ້ຳ​ໃຈ​ກວ້າງ​ຂວາງ​ໃຫ້​ຜູ້​ນັ້ນ​ນຳ​ຂອງມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ຄື​ທອງຄຳ ເງິນ ແລະ​ທອງ​ສຳ​ຣິດ 6 ຜ້າ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ຜ້າ​ປ່ານ​ເນື້ອ​ດີ ແລະ​ຂົນ​ແບ້ 7 ຫນັງ​ແກະ​ໂຕ​ຜູ້​ຍ້ອມ​ສີ​ແດງ ຫນັງ​ສັດ​ລະ​ອຽດ​ດີ ແລະ​ໄມ້​ກະ​ຖິນ​ເທດ 8 ນ້ຳ​ມັນ​ເຕີມ​ຕະ​ກຽງ​ ເຄື່ອງ​ຫອມ​ສຳ​ລັບ​ປົນ​ໃສ່ນ້ຳ​ມັນ​ເຈີມ ແລະ​ປຸງ​ເຄື່ອງ​ຫອມ​ສຳ​ລັບ​ກາ​ນ​ເຜົາ​ຖວາຍ 9 ແກ້ວ​ໂກ​ເມນ ແລະ​ແກ້ວ​ຕ່າງໆ​ສຳ​ລັບ​ຝັງ​ທຳ​ເອ​ໂຟດ​ແລະ​ແຜ່ນ​ຮອງ​ເອິກ

ການ​ນຳ​ຂອງ​ບູ​ຊາ​ມາ​ຖວາຍ

10 “ຈົ່ງ​ໃຫ້​ທຸກ​ຄົນ​ຊຶ່ງ​ມີ​ສະ​ຕິ​ປັນ​ຍາໃນ​ຫມູ່ພວກທ່ານ ພາ​ກັນ​ມາ​ທຳ​ສິ່ງ​ທັງ​ປວງ​ຊຶ່ງພຣະ​ຜູ້​ເປັນເຈົ້າ​ຊົງ​ສັ່ງ​ໃຫ້​ທຳ​ແລ້ວ 11 ຄື​ຫໍ​ເຕັນ​ສັກ​ສິດ ເຕັນ​ແລະ​ຜ້າ​ຄຸມ​ເຕັນ ຂໍ​ເກາະ​ແລະ​ຮ່າງ​ໄມ້​ຂອບ ກອນ ເສົາ ແລະ​ຖານ​ຮອງ​ຮັບ​ເສົາ​ຂອງ​ຫໍ​ເຕັນ​ນັ້ນ 12 ຫີບ​ແລະ​ໄມ້​ຄານ​ຫີບ ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ກັບ​ຜ້າ​ກັ້ງ​ບັງ 13 ໂຕະ​ກັບ​ໄມ້​ຄານ​ຫາມ​ໂຕະ ເຄື່ອງ​ໃຊ້​ທັງ​ປວງ​ສຳ​ລັບ​ໂຕະ ແລະ​ເຂົ້າ​ຈີ່​ຫນ້າ​ພຣະ​ພັກ 14 ເຄື່ອງ​ຮອງ​ຕີນ​ໂຄມທີ່​ໃຫ້​ແສງ​ສວ່າງ​ກັບ​ເຄື່ອງ​ອຸ​ປກອນ ແລະ​ຕະ​ກຽງ ແລະ​ນ້ຳ​ມັນ​ເຕີມ​ຕະກຽງ 15 ແທ່ນ​ເຜົາ​ເຄື່ອງ​ຫອມ​ກັບ​ໄມ້​ຄານ​ຫາມ​ແທ່ນ​ນັ້ນ ນ້ຳ​ມັນ​ເຈີມ ແລະ​ເຄື່ອງ​ຫ​ອມ​ສຳ​ລັບ​ເຜົາ​ຖວາຍ ແລະ​ຜ້າ​ກັ້ງ​ບັງ​ສຳ​ລັບ​ປະ​ຕູ ທີ່​ປະ​ຕູ​ຫໍ​ເຕັນ 16 ແທ່ນ​ເຄື່ອງ​ເຜົາ​ບູ​ຊາ​ກັບ​ຕາ​ຂ່າຍ​ທອງສຳ​ຣິດ ໄມ້​ຄານ​ຫາມ​ແລະ​ເຄື່ອງ​ໃຊ້​ຂອງ​ແທ່ນ ຂົນ​ກັບ​ພານ​ຮອງ 17 ຜ້າ​ກັ້ງ​ສໍາ​ລັບ​ກັ້ນ​ອ້ອມ​ຮອບ​ຫໍ​ເຕັນ ກັບ​ເສົາ ແລະ​ຖານ​ຮອງ​ຮັບ​ເສົາ ແລະ​ຜ້າ​ກັ້ງ​ສຳ​ລັບ​ປະ​ຕູ 18 ຫລັກ​ປັກສຳ​ລັບ​ຫໍ​ເຕັນ ແລະ​ຫລັກ​ປັກ​ຜ້າ​ກັ້ງ ອ້ອມ​ຮອບ​ຫໍ​ເຕັນ ພ້ອມເຊືອກ​ເນັ່ງ 19 ເສື້ອ​ຍົດ​ຫຍີບ​ດ້ວຍ​ຝີ​ມື​ປາ​ນີຕ​ສຳ​ລັບ​ແຕ່ງ​ເວ​ລາ​ບົວ​ຣະບັດ​ໃນ​ບ່ອນສັກ​ສິດ ຄື​ເສື້ອ​ຍົດ​ບໍ​ຣິສຸດ​ສຳ​ລັບ​ອາ​ໂຣນ​ປະ​ໂຣ​ຫິດ ແລະ​ເສື້ອ​ຍົດ​ສຳ​ລັບ​ບຸດ​ຂອງ​ທ່ານ ເພື່ອ​ໃຊ້​ປະ​ຕິ​ບັດ​ໃນ​ຕຳ​ແຫນ່ງ​ປະ​ໂຣ​ຫິດ” 20 ແລ້ວ​ຊຸມ​ນຸມ​ອິ​ສ​ຣາ​ເອນ​ທັງ​ຫມົດ​ກໍ​ແຍກ​ຍ້າຍ​ກັນ​ຈາກ​ໂມ​ເຊ​ໄປ 21 ທຸກຄົນ​ທີ່​ມີ​ໃຈ​ສັດ​ທາ ແລະ​ທີ່ມີ​ໃຈ​ອາ​ສາ​ສ​ມັກ​ກໍ​ນຳ​ສິ່ງ​ຂອງ​ມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບຫໍ​ເຕັນ​ນັດ​ພົບ ແລະ​ການ​ບົວ​ລະບັດ​ຕ່າງໆ ແລະ​ສຳ​ລັບ​ເຄື່ອງ​ຍົດ​ບໍ​ຣິ​ສຸດ 22 ເຂົາ​ຈຶ່ງ​ພາ​ກັນ​ມາ​ທັງຊາຍ​ແລະ​ຍິງ ບັນ​ດາ​ຜູ້​ທີ່​ມີ​ນ້ຳ​ໃຈ​ສ​ມັກ​ນຳ​ມາ​ຊຶ່ງ​ເຂັມ​ກັດ ຕຸ້ມ​ຫູ ແຫວນ​ ແລະ​ສາຍທອງ​ຄຳ ແລະ​ເຄື່ອງ​ເອ້​ເປັນ​ທອງຄຳ​ຢ່າງ​ອື່ນ ຄື​ທຸກ​ຄົນ​ນຳ​ທອງຄຳ​ມາ​ຍື່ນ​ຖ​ວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 23 ສ່ວນ​ທຸກ​ຄົນ​ທີ່​ມີ​ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ຫລື​ທີ່​ມີ​ຜ້າ​ປ່ານ​ເນື້ອ​ດີ ຂົນ​ແບ້ ຫນັງ​ແກະ​ໂຕ​ຜູ້​ຍ້ອມ​ດ້ວຍ​ສີ​ແດງ ແລະ​ຫນັງ​ສັດ​ລະ​ອຽດດີ ກໍ​ເອົາ​ຂອງ​ເຫລົ່າ​ນັ້ນ​ມາ​ຖວາຍ 24 ທຸກ​ຄົນ​ທີ່​ມີ​ເງິນ ຫລືທອງ​ສຳ​ຣິດຈະ​ຖວາຍ ກໍ​ໄດ້​ນຳ​ມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ທຸກ​ຄົນ​ທີ່​ມີ​ໄມ້​ກະ​ຖິນ​ເທດ​ໃຊ້​ການ​ໄດ້​ກໍນຳ​ໄມ້​ນັ້ນ​ມາ​ຖວາຍ 25 ສ່ວນ​ຜູ້​ຍິງ​ທັງ​ປ​ວງ​ທີ່​ຊຳ​ນານ​ກໍ​ປັ່ນ​ດ້າຍ​ດ້ວຍ​ມື​ຂອງ​ຕົນ ແລ້ວ​ນຳ​ດ້າຍ​ຊຶ່ງ​ປັ່ນ​ນັ້ນ​ມາ​ຖວາຍ ທັງ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ເສັ້ນປ່ານ​ປັ່ນ​ຢ່າງ​ດີ 26 ຝ່າຍ​ບັນ​ດາ​ຜູ້​ຍິງ​ທີ່​ໃຈ​ສັດ​ທາ​ກໍ​ປັ່ນ​ຂົນ​ແບ້​ດ້ວຍ​ຄວາມ​ຊຳ​ນານ 27 ບັນ​ດາ​ປະ​ມຸກ​ກໍ​ນຳ​ແກ້ວ​ໂກ​ເມນ ແລະ​ແກ້ວ​ຕ່າງໆ​ມາ​ສຳ​ລັບ​ຝັງ​ທຳ​ເອ​ໂຟດ ແລະ​ແຜ່​ນ​ຮອງ​ເອິກ 28 ກັບເຄື່ອງ​ຫອມ​ແລະ​ນ້ຳ​ມັນ​ຕາມ​ຕະ​ກຽງ ນ້ຳມັນ​ເຈີມ ແລະ​ນ້ຳ​ມັນເຄື່ອງ​ຫອມ​ສຳ​ລັບ​ເຜົາ​ບູ​ຊາ 29 ຄົນ​ອິ​ສ​ຣາ​ເອນ​ທັງ​ຊາຍ​ແລະ​ຍິງ​ທຸກ​ຄົນ​ທີ່​ມີ​ໃຈ​ສ​ມັກ​ນຳ​ຂອງ​ຖວາຍ​ສຳ​ລັບ​ການ​ງານ​ຕ່າງໆ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງໂມ​ເຊ​ໄວ້​ໃຫ້​ກະ​ທຳ ກໍ​ນຳ​ຂອງ​ມາ​ຕາມໃຈ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

ເບຊາ​ເລນ ໂອ​ໂຮລີ​ອາບ

30 ໂມ​ເຊ​ຈຶ່ງ​ກ່າວ​ແກ່​ຄົນ​ອິ​ສ​ຣາ​ເອນວ່າ, “ດູ​ກ່ອນ​ທ່ານ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ອອກ​ຊື່ ເບ​ຊາ​ເລນ ບຸດ​ອູ​ຣີ ຜູ້​ເປັນ​ບຸດ​ຂອງ​ເຮີ​ເຜົ່າ​ຢູ​ດາ 31 ແລະ​ພຣະ​ອົງ​ໄດ້​ຊົງ​ໃຫ້​ຜູ້​ນັ້ນ​ປະ​ກອບ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໃຫ້​ມີ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ເຂົ້າ​ໃຈ ແລະ​ຄວາມ​ຮູ້​ໃນ​ການ​ຊ່າງ​ຝີ​ມື​ຕ່າງໆ​ 32 ເພື່ອ​ຈະ​ຄິດ​ປະ​ດີດ​ລວດ​ລາຍ​ຢ່າງ​ສ​ລາດ ທຳ​ດ້ວຍ​ທອງຄຳ ແລະ​ເງິນ ແລະ​ທອງ​ສຳ​ຣິດ 33 ແລະ​ເຈັຍ​ລະ​ນັຍ​ແກ້ວ​ຕ່າງໆ ສຳ​ລັບ​ຝັງ​ໃນ​ກະ​ໂບກ​ແລະ​ການ​ແກະ​ສ​​ລັກ​ໄມ້ ຄື​ໃຫ້​ມີ​ຝີ​ມື​ດີ​ເລີດ​ທຸກ​ຢ່າງ 34 ພຣະ​ອົງ​ຊົງ​ດົນ​ໃຈ​ໃຫ້​ຜູ້​ນັ້ນ​ມີ​ນ້ຳ​ໃຈ​ທີ່​ຈະ​ສອນ​ຄົນອື່ນ​ໄດ້​ດ້ວຍ ພ້ອມ​ດ້ວຍ ໂອ​ໂຮ​ລີ​ອາບ ບຸດ​ອາ​ຮີ​ຊາ​ມາກເຜົ່າ​ດານ 35 ຄົນ​ທັງ​ສອງ​ນີ້​ພຣະ​ອົງ​ຊົງ​ປະ​ທານ​ສະ​ຕິ​ປັນ​ຍາ​ຄວາມ​ສາ​ມາດ​ໃນ​ການ​ທີ່​ຈະ​ກະ​ທຳ​ງານ​ໄດ້​ທຸກ​ຢ່າງ ຄື​ການຊ່າງ​ຝີ​ມື ການ​ຊ່າງ​ອອກ​ແບບ ແລະ​ການ​ຊ່າງ​ດ້າຍ​ສີ ຄື​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ເສັ້ນ​ປ່ານ​ປັ່ນ​ຢ່າງ​ດີ ແລະ​ຊ່າງ​ຕ່ຳ ຄື​ທຳ​ການ​ຊ່າງ​ຝີ​ມື​ໄດ້​ທຸກ​ຢ່າງ ແລະ​ເປັນ​ຊ່າງ​ອອກ​ແບບ​ຢ່າງ​ສ​ລາດ​ດ້ວຍ

ອົບພະຍົກ 36

1 ຝ່າຍ​ເບ​ຊາ​ເລນ ແລະ​ໂອ​ໂຮ​ລີ​ອາບ ແລະ​ຄົນ​ທັງ​ປວງ​ທີ່​ມີ​ຄວາມ​ສາ​ມາດ ຊຶ່ງ​ພຣະ​ເຈົ້າ​ຊົງ​ປະ​ທານ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ເຂົ້າ​ໃຈ​ໃຫ້​ພໍ​ທີ່​ຈະ​ທຳ​ການ​ທຸ​ກຢ່າງໃນ​ການ​ສ້າງ​ສະ​ຖານ​ນະ​ມັ​ສການ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໄວ້​ແລ້ວ​ທຸກ​ປະ​ການ”

ປະ​ຊາ​ຊົນ​ນຳ​ຂອງ​ຖວາຍຢ່າງ​ຫລວງ​ຫລາຍ

2 ໂມ​ເຊ​ຈຶ່ງ​ເອີ້ນ​ເບ​ຊາ​ເລນ ແລະ​ໂອ​ໂຮ​ລີ​ອາບ ກັບຄົນ​ທັງ​ປວງ​ທີ່​ມີ​ຄວາມ​ສາ​ມາດ ຊຶ່ງ​ພຣະ​ເຈົ້າ​ຊົງ​ປະ​ທານ​ໃຫ້​ແກ່​ຈິດ​ໃຈ​ຂອ​ງ​ເຂົາ ແລະ​ໃຈ​ຂອງ​ເຂົາ​ກະ​ຕຸ້​ນ​ເຂົາ​ໃຫ້​ມາ​ທຳ​ງານ 3 ຄົນ​ເຫລົ່າ​ນີ້​ໄດ້​ຣັບ​ສິ່ງຂອງ​ຖວາຍ​ນັ້ນຈາກ​ໂມ​ເຊ​ທີ່​ຄົນ​ອິ​ສ​ຣາ​ເອນ​ນຳ​ມາ​ຖວາຍ​ເພື່ອ​ນຳ​ໄປ​ທຳ​ສະ​ຖານ​ນະ​ມັ​ສ​ການ​ປະ​ຊາ​ຊົນ​ຍັງ​ນຳ​ຂອງ​ທີ່​ສ​ມັກ​ໃຈ​ຈະ​ຖວາຍ​ມາ​ຖວາຍ​ອີກ​ທຸກໆ​ເວ​ລາ​ເຊົ້າ 4 ຝ່າຍ​ຄົນ​ທັງ​ປວງ​ທີ່​ມີ​ຄວາ​ມ​ສາ​ມາດ​ຊຶ່ງ​ທຳ​ງານ​ຕ່າງ​ໆ​ທີ່​ສະ​ຖານ​ນະ​ມັ​ສການ​ນັ້ນ​ມາ​ເຖິງ ແລ້ວ​ຕ່າງ​ກໍ​ຢຸດ​ທຳ​ງານ​ໃນ​ຫນ້າ​ທີ່​ຂອງ​ຕົນ 5 ພາ​ກັນ​ມາ​ບອກ​ໂມ​ເຊວ່າ, “ປະ​ຊາ​ຊົນ​ມນຳ​ຂອງ​ມາ​ຖວາຍ​ມາ​ກ​ເກີນ​ຄວາມ​ຕ້ອງ​ການ ທີ່​ຈະ​ໃຊ້​ໃນ​ງານ​ນັ້ນ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ກະ​ທຳ” 6 ໂມ​ເຊຈີ່ງ​ສັ່ງ​ໃຫ້​ປະ​ກາດ​ໄປ​ທົ່ວ​ຄ້າຍ​ວ່າ, “ຢ່າ​ໃຫ້​ຊາຍ​ຍິງ​ນຳ​ຂອງ​ສຳ​ລັບ​ທຳ​ສະ​ຖານ​ນະ​ມັ​ສ​ການ​ມາ​ຖວາຍ​ອີກ​ເລີຍ​“ເຫດ​ສະ​ນັ້ນ​ປະ​ຊາ​ຊົນ​ຈຶ່ງ​ຢັບ​ຢັ້ງ​ບໍ່​ນຳ​ຂອງ​ມາ​ຖວາຍ​ອີກ 7 ເພາະ​ຂອງ​ທີ່​ເຂົາ​ມີ​ຢູ່​ແລ້ວ​ກໍ​ພໍ ແລະ​ຍັງ​ມີ​ເຫລືອ​ອີກ 8 ບັນ​ດາ​ຊ່າງ​ຜູ້​ມີ​ຄວາມ​ສາ​ມາດ ໄດ້​ທຳ​ຫໍ​ເຕັນ​ດ້ວຍຜ້າ​ກັ້ງ​ສິບ​ຜືນ ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ ດ້ວຍ​ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ມີ​ຮູບ​ເຊ​ຣູ​ບິມ​ຝີ​ມື​ຊ່າງ​ອອກ​ແບບ​ໄວ້ 9 ຜ້າ​ກັ້ງ​ຜືນ​ນຶ່ງ​ຍາວ​ຊາວ​ແປດ​ສອກ ກວ້າງ​ສີ່​ສອກ ຜ້າ​ກັ້ງ​ທຸກ​ຜືນ​ເທົ່າ​ກັນ 10 ຜ້າ​ກັ້ງ​ຫ້າ​ຜືນ​ເຂົາ​ທຳ​ໃຫ້​ກ້ຽວ​ຕິດ​ກັນ ແລະ​ອີກ​ຫ້າ​ຜືນ​ນັ້​ນ​ກ້ຽວ​ຕິດ​ກັນ​ດ້ວຍ 11 ເຂົາ​ທຳ​ຫູ​ດ້ວຍ​ດ້າຍ​ສີຟ້າ ຕິດ​ໄວ້​ຕາມຂອບ​ຜ້າ​ກັ້ງ​ດ້ານນອກ​ສຸດ ຊຸດ​ທີ່​ນຶ່ງ ແລະ​ຕາມ​ຂອບ​ຜ້າ​ກັ້ງ​ດ້ານນອກ​ສຸດ ຊຸດ​ທີ່​ສອງ​ກໍ​ທຳ​ຫູ​ໄວ້​ເຫມືອນ​ກັນ 12 ຜ້າ​ກັ້ງ​ຜືນ​ນຶ່ງ​ເຂົາ​ທຳ​ຫູ​ຫ້າ​ສິບຫູ ແລະ​ຕາມ​ຂອບຜ້າກັ້ງ​ຊຸດ​ທີ່​ສອງ ເຂົາ​ກໍ​ທຳ​ຫູ​ຫ້າ​ສິບຫູ​ໃຫ້ຊື່​ກັນ 13 ແລະ​ເຂົາ​ທຳ​ຂໍ​ເກາະທອງຄໍາ​ຫ້າ​ສິບ​ຂໍ ສຳ​ລັບ​ໃຊ້​ກ້ຽວ​ຜ້າ​ກັ້ງ​ເພື່ອ​ໃຫ້​ຫໍ​ເຕັນ​ເປັນ​ຜືນອັນ​ດຽວ​ກັນ 14 ເຂົາ​ທຳ​ຜ້າ​ກັ້ງ​ດ້ວຍ​ຂົນ​ແບ້ ສຳ​ລັບ​ເປັນ​ປົກ​ຄຸມ​ຫໍ​ເຕັນສິບ​ເອັດ​ຜືນ 15 ຜ້າ​ຜືນ​ນຶ່ງຍາວ​ສາມ​ສິບ​ສອກ ກວ້າງ​ສີ່​ສອກ ທັງ​ສິບ​ເອັດ​ຜືນ​ເທົ່າ​ກັນ 16 ເຂົາ​ກ້ຽວ​ຜ້າ​ກັ້ງ​ຫ້າ​ຜືນ​ໃຫ້​ຕິດ​ກັນ​ຕ່າງ​ຫາກ ແລະ​ຜ້າ​ກັ້ງ​ອີກ​ຫົກ​ຜືນ​ກໍ​ກ້ຽວ​ກັນ​ອີກ​ຕ່າງ​ຫາກ 17 ແລະ​ເຂົາ​ທຳ​ຫູ​ຫ້າ​ສິບ​ຫູ​ຕິ​ດ​ກັບ​ຜ້າ​ກັ້ງ​ດ້ານນອກ​ສຸດ​ຊຸດ​ທີ່​ນຶ່ງ ແລະ​ເຂົາ​ທຳ​ຫູ​ຫ້າ​ສິບ​ຫູ​ຕິດ​ກັບ​ຂອບ​ຜ້າ​ກັ້ງ​ດ້ານນອກ​ສຸດ​ຊຸດ​ທີ່​ສອງ 18 ເຂົາ​ທຳ​ຂໍ​ເກາະ​ທອງ​ສໍາ​ຣິດ​ຫ້າ​ສິບ​ຂໍ​ສຳ​ລັບ​ເກາະ​ຜ້າ​ກັ້ງ​ທັງ​ສອງ​ຊຸດ​ໃຫເຂົ້າ​ກັນເປັນ​ຜືນ​ດຽວ​ 19 ເຂົາ​ທຳ​ຜ້າ​ປົກ​ຄຸມ​ເຕັນ​ດ້ວຍ​ຫນັງ​ແກະ​ໂຕ​ເຖິກຍ້ອມ​ສີ​ແດງ​ຊັ້ນ​ນຶ່ງ ແລະ​ຄຸມ​ທັບ​ດ້ວຍ​ຫນັງ​ສັດ​ລະ​ອຽດ​ດີອີ​ກ​ຊັ້ນ​ນຶ່ງ 20 ເຂົາ​ທຳ​ໄມ້ຮ່າງ​ຂອບສຳ​ລັບ​ເຕັນ​ດ້ວຍ​ໄມ້​ກະ​ຖິນ​ເທດ​ຍົກ​ຕັ້ງ​ຂຶ້ນ​ຊື່ໆ 21 ໄມ້​ຮ່າງ​ຂອບ​ນັ້ນ​ຍາວ​ແຜ່​ນລະ​ສິບ​ສອກ ກວ້າງ​ສອກ​ຄືບ 22 ມີ​ເດືອຍ​ຂອບ​ລະ​ສອງເດືອຍ ເດືອຍ​ຂອບ​ນຶ່ງ​ມີ​ໄມ້​ປະ​ກັບ​ຕິດ​ກັບ​ເດືອຍອີກ​ຂອບ​ນຶ່ງ ເຂົາ​ໄດ້​ທຳ​ໄມ້​ຮ່າງ​ຂອບ​ຫໍ​ເຕັນ​ທັງ​ຫມົດ​ຢ່າງ​ນີ້ 23 ເຂົາ​ທຳ​ໄມ້​ຮ່າງ​ຂອບ​ຫໍ​ເຕັນ​ດັ່ງ​ນີ້ ດ້ານ​ໃຕ້​ເຂົາ​ໃຊ້​ຊາວ​ແຜ່ນ 24 ເຂົາ​ທໍາ​ຖານ​ດ້ວຍ​ເງິນ​ສີ່​ສິບ​ຖານ ສຳ​ລັບ​ໄມ້​ຮ່າງ​ຂອບ​ຊາວ​ແຜ່ນ ໃຕ້ໄມ້​ຮ່າງ​ຂອບ​ແຜ່ນ​ນຶ່ງ ມີ​ຖານ​ຮອງ​ຮັບ​ແຜ່ນ​ລະ​ສອງ​ຖານ ສຳ​ລັບ​ສວມ​ເດືອຍສອງ​ອັນ 25 ດ້ານ​ທີ່​ສອງ​ຂອງຫໍ​ເຕັນ​ຂ້າງ​ທິດ​ເຫນືອ​ນັ້ນ​ເຂົາ​ທຳ​ໄມ້​ຮ່າງ​ຂອບ​ຊາວ​ແຜ່ນ 26 ເຂົາ​ທຳ​ຖານ​ເງິນ​ຮອງ​ຮັບ​ສີ່​ສິບ​ຖານ ໃຕ້​ໄມ້​ຮ່າງ​ຂອບ​ມີ​ຖານ​ແຜ່ນ​ລະ​ສອງ​ຖານ 27 ສ່ວນ​ດ້ານ​ຫລັງ​ທິດ​ຕາ​ເວັນ​ຕົກ​ຂອງ​ຫໍ​ເຕັນ ເຂົາ​ທຳ​ໄມ້​ຮ່າງ​ຂອບ​ຫົກ​ແຜ່ນ 28 ເຂົາ​ທຳ​ໄມ້​ຮ່າງ​ອີກ​ສອງ​ແຜ່ນ​ສຳ​ລັບ​ແຈ​ຫໍ​ເຕັນ​ດ້ານ​ຫລັງ 29 ໄມ້​ຮ່າງ​ຂອບ​ນັ້ນ​ຂ້າງ​ລຸ່ມ​ໃຫ້​ແຍກ​ກັນ ແຕ່​ເບື້ອງ​ເທິງຍອດ​ຕິດ​ຕໍ່​ກັນ​ທີ່​ຮ່ວງ​ທຳ​ອິດ ເຂົາ​ທຳ​ຢ່າງ​ນີ້​ເພື່ອ​ໃຫ້​ເກີດ​ແຈ​ສອງ​ແຈ​ 30 ຄື​ຮວມ​ເປັນ​ໄມ້​ຮ່າງ​ຂອບ​ແປດ​ແຜ່ນ​ດ້ວຍ​ກັນ ແລະ​ຖານ​ເງິນ​ສິບ​ຫົກ​ອັນ ໃຕ້ໄມ້​ຮ່າງ​ຂອບ​ມີ​ຖານ​ແຜ່ນ​ລະ​ສອງ​ຖານ 31 ເຂົາ​ທຳຂາງ​ດ້ວຍ​ໄມ້​ກະ​ຖິນ​ເທດ​ຫ້າ​ອັນ​ສຳ​ລັບ​ຂັດ​ໄມ້ 32 ຂອບ​ຝາ​ຫໍ​ເຕັນ​ດ້ານ​ນຶ່ງ ແລະ​ຂາງ​ອີກ​ຫ້າ​ອັນ​ສຳລັບ​ຂັດ​ໄມ້​ຂອບ​ຝາ​ຫໍ​ເຕັນ​ອີກ​ດ້ານ​ນຶ່ງ ແລະ​ຂາງ​ອີກ​ຫ້າ​ອັນ​ສຳ​ລັບ​ຂັດ​ໄມ້​ຂອບ​ຝາ​ຫໍ​ເຕັນ​ດ້ານ​ຫ​ລັງ​ຄື​ດ້ານ​ຕາ​ເວັນ​ຕົກ 33 ເຂົາ​ທຳ​ຂາງ​ໂຕກາງໃຫ້​ຈັ້ງ​ຕອນ​ກາງ​ຂອງ​ໄມ້​ຮ່າງ​ຂອບ​ສຳ​ລັບ​ຂັດ​ຝາ​ຕັ້ງ​ແຕ່ແຈ​ນຶ່ງ​ໄປ​ສຸດ​ອີກ​ແຈ​ນຶ່ງ 34 ເຂົາ​ໂອບ​ໄມ້​ຮ່າງ​ຂອບ​ເຫລົ່າ​ນັ້ນ​ດ້ວຍ​ທອງຄຳ ແລະ​ທຳ​ຮ່ວງ​ຂອບ​ດ້ວຍທອງ​ຄຳ​ສຳ​ລັບ​ຈັ້ງ​ຂາງ ແລະ​ຂາງ​ນັ້ນ​ເຂົາ​ໂອບ​ດ້ວຍທອງ​ຄຳ​ເຊັ່ນ​ກັນ 35 ເຂົາ​ທຳ​ຜ້າກັ້ງ​ດ້ອຍ​ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ​ມີ​ພາບ​ເຊ​ຣູ​ບິມ​ຝີ​ມື​ຊ່າງ​ອອກ​ແບບ​ໄວ້ 36 ເຂົາ​ທຳ​ເສົາ​ໄມ້​ກະ​ຖິນ​ເທດ​ສີ່​ເສົາ​ໂອບ​ດ້ວຍທອງ​ຄຳ ຂໍ​ຕິດ​ເສົາ​ນັ້ນ​ກໍ​ເປັນ​ທອງຄຳ ເຂົາ​ຫລໍ່​ຖານ​ເງິນ​ສີ່ອັນ ສຳ​ລັບ​ຮອງ​ຮັບ​ເສົາ​ນັ້ນ 37 ແລະ​ເຂົາ​ທຳ​ຜ້າ​ກັ້ງ​ທີ່​ປະ​ຕູ​ເຕັນ​ນັ້ນ​ດ້ວຍ​ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ​ປະ​ກອບ​ດ້ວຍ​ຝີ​ມື​ຊ່າງ​ປັກ 38 ແລະ​ທຳ​ເສົາ​ຫ້າ​ຕົ້ນ ສຳ​ລັບ​ຜ້າ​ກັ້ງ​ນັ້ນ​ພ້ອມ​ດ້ວຍ​ຂໍ​ເກາະ ແລະ​ໃຊ້ທອງ​ຄຳ​ໂອບ​ທັງ​ເສົາ​ແລະ​ເຊືອກ​ທີ່​ຫ້ອ​ຍຜ້າ​ກັ້ງ​ນັ້ນ​ດ້ວຍ ແຕ່​ຖານ​ຫ້າ​ຖານ​ສຳ​ລັບ​ຮອບ​ຮັບ​ເສົາ​ນັ້ນ​ທຳ​ດ້ວຍ​ທອງ​ສຳ​ຣິດ

ອົບພະຍົກ 37

ການ​ທຳ​ຫີບ

1 ເບ​ຊາເລນ​ທຳ​ຫີບດ້ວຍ​ໄມ້​ກະ​ຖິນເ​ທດ ຍາວ​ສອງ​ສອກ​ຄືບ ກວ້າງ​ສອກ​ຄືບ ແລະ​ສູງ​ສອກ​ຄືບ 2 ຫີບ​ນັ້ນ​ເຂົາ​ໂອ​ບ​ດ້ວຍທອງຄຳ​ບໍ​ຣິ​ສຸດ ທັງ​ຂ້າງ​ໃນ​ແລະ​ຂ້າງນອກ ແລະ​ໄດ້​ທຳ​ຂອບ​ຮອບ​ຫີບ​ນັ້ນ​ດ້ວຍ​ທອງຄຳ 3 ເຂົາ​ຫລໍ່​ຮ່ວງທອງ​ຄຳ​ສີ່​ຮ່ວງ​ຕິດໄວ້​ທີ່​ມຸມ​ແຈທັງສີ່ ດ້ານ​ນີ້​ສອງ​ຮ່ວງ ແລະ​ດ້ານ​ນັ້ນ​ສອງ​ຮ່ວງ 4 ເຂົາ​ທຳ​ຄານ​ຫາມ​ດ້ວຍ​ໄມ້​ກະ​ຖິນ​ເທດ​ຫຸ້ມ​ດ້ວຍ​ທອງ​ຄຳ 5 ເຂົາ​ສອດ​ຄາ​ນ​ຫາມ​ເຂົ້າ​ທີ່​ຮ່ວງ​ຂ້າງ​ຫີບ​ສຳ​ລັບ​ໃຊ້​ຍົກ​ຫີບນັ້ນ 6 ແລ້ວ​ເຂົາທໍາ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ດ້ວຍ​ທອງຄຳບໍ​ຣິ​ສຸດ ຍາວ​ສອງ​ສອກ​ຄືບ ກວ້າງ​ສອ​ກ​ຄືບ 7 ເຂົາ​ທຳ​ເຊ​ຣູ​ບິມທອງ​ຄຳ​ສອງ​ຮູບ ໂດຍ​ໃຊ້​ຄ້ອນທຳ ຕັ້ງ​ໄວ້​ທີ່​ປາຍ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ທັງ​ສອງ​ຂ້າງ 8 ເຂົາ​ທຳ​ເຊ​ຣູ​ບິມ​ໄວ້​ທີ່​ປາຍ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ຂ້າງ​ລະ​ຮູບ ເຂົາ​ທຳ​ເຊ​ຣູ​ບິມ​ນັ້ນ​ຕອນ​ປາຍ​ທັງ​ສອງ​ຂ້າງ​ເປັນ​ເນື້ອ​ດຽວ​ກັນ​ກັບ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ 9 ໃຫ້​ເຊ​ຣູ​ບິມ​ກາງ​ປີກ​ອອກ​ເບື້ອງ​ເທິງ​ປົກ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາໄວ້​ດ້ວຍ​ປີກ ແລະ​ໃຫ້​ຫັນ​ຫນ້າ​ເຂົ້າ​ຫາ​ກັນ ຄື​ໃຫ້​ເຊ​ຣູ​ບິມ​ຫັນ​ຫນ້າ​ມາ​ຊື່​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ

ການ​ທຳ​ໂຕະ

10 ເຂົາ​ເອົາ​ໄມ້​ກະ​ຖິນ​ເທດ​ທຳ​ໂຕະຫນ່ວຍ​ນຶ່ງ ຍາວ​ສອງ​ສອກ​ ກວ້າງ​ນຶ່ງ​ສອກ ແລະ​ສູງ​ສອກ​ຄືບ 11 ເຂົາ​ໂອບ​ໂຕະ​ນັ້ນ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ ແລະ​ທຳ​ຂອບ​ທອງຄຳ​ອ້ອມ​ໂຕະ​ນັ້ນ​ດ້ວຍ 12 ເຂົາ​ທຳ​ຂອບນອກ​ຂອງ​ໂຕະ​ນັ້ນ​ກວ້າງ​ນຶ່ງ​ຝ່າ​ມື​ໂດຍ​ອ້ອມ​ຮອບ ແລ້ວ​ທຳ​ຂອບທອງ​ຄຳ​ປະ​ກອບອ້ອມ​ຮອບ​ຂອບ​ນັ້ນ​ 13 ເຂົາ​ຫລໍ່​ຮ່ວງທອງ​ຄຳ​ສີ່​ອັນ​ຕິດ​ໄວ້​ທີ່​ມຸມ​ໂຕະ​ທັງ​ສີ່​ທີ່ຂາ​ໂຕະ 14 ຮ່ວງ​ນັ້ນ​ຕິດ​ກັບ​ຂອບ ສຳ​ລັບ​ສ​ອດ​ຄານ​ຫາມ 15 ເຂົາ​ທຳ​ຄານ​ຫາມ​ດ້ວຍ​ໄມ້​ກະ​ຖິນ​ເທດ​ໂອບ​ດ້ວຍ​ທອງຄຳ​ສຳ​ລັບ​ຫາມ​ໂຕະ​ນັ້ນ 16 ແລະ​ເຂົາ​ທຳ​ເຄື່ອງ​ໃຊ້​ສຳ​ລັບ​ໂຕະ​ນັ້ນ​ມີ ຈານ ຈອກ​ ໄຫ ແລະ​ຖ້ວຍ​ທີ່​ໃຊ້​ຣິນ​ເຄື່ອງ​ດື່ມ​ບູ​ຊາ ຊຶ່ງ​ທຳ​ດ້ວຍທອງ​ຄຳ​ບໍ​ຣິ​ສຸດ​ທັງ​ສິ້ນ

ການ​ທຳ​ເຄື່ອງ​ຮອງ​ຕີນ​ໂຄມ

17 ເຂົາ​ທຳ​ເຄື່ອງ​ຮອງ​ຕີ​ນ​ໂຄມອັນ​ນຶ່ງ​ດ້ວຍທອງ​ຄຳ​ບໍ​ຣິສຸດ ຖານ​ແລະ​ລຳ​ຕົວ​ຂອງ​ເຄື່ອງ​ຮອງ​ຕີນ​ໂຄມ​ນັ້ນ​ໃຊ້​ຄ້ອນ​ທຳ​ດອກ ຄື​ຖານດ​ອກ​ແລະ​ກີບ​ທຳ​ເປັນ​ເນື້ອ​ດຽວ​ກັນ​ກັບ​ເຄື່ອງ​ຮອງ​ຕີ​ນ​ໂຄມ 18 ມີ​ກິ່ງ​ຫົກ​ກິ່ງ​ແຍກ​ອອກ​ຈາກ​​ລໍາເຄື່ອງ​ຮອງ​ຕີ​ນ​ໂຄມນັ້ນ​ຂ້າງ​ລະ​ສາມ​ກິ່ງ 19 ແຕ່​ລະ​ກິ່ງ​ມີ​ດອກ​ເຫມືອນດອ​ກຫມາກ​ບົກ​ສາມດອກ ທຸກໆ​ດອກ​ມີ ຖານ ດອກ ແລະ​ກີ​ບ ເປັນ​ດັ່ງ​ນີ້​ທັງ​ຫົກ​ກິ່ງ ຊຶ່ງ​ຕໍ່​ອອກ​ຈາກ​ລຳ​ຫລັກ​ຕະ​ກຽງ 20 ສຳ​ລັບ​ເຄື່ອງ​ຮອງ​ຕີນ​ໂຄມ​ນັ້ນ​ມີ​ດອກ​ສີ່​ດອກ​ເຫມືອນດ​ອກ​ຫ​ມາກ​ບົກທັງ​ຖານດອກ​ແລະ​ກີບ 21 ໃຕ້​ກິ່ງ​ທຸກໆ​ຄູ່​ທັງ​ຫົກ​ກິ່ງ​ທີ່​ລຳ​ເຄື່ອງ​ຮອງ​ຕີນ​ໂຄມນັ້ນ ໃຫ້​ມີ​ກະ​ໂບກ​ເປັນ​ເນື້ອ​ດຽວ​ກັນ​ກັບ​ເຄື່ອງ​ຮອງ​ຕີນ​ໂຄມ 22 ກະ​ໂບກ​ແລະ​ກິ່ງ​ເປັນ​ເນື້ອ​ດຽວ​ກັນ​ກັບ​ເຄື່ອງ​ຮອງ​ຕີນ​ໂຄມທຳ​ທຸກ​ສ່ວນ​ເປັນ​ເນື້ອ​ດຽວ​ກັນ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ ແລະ​ໃຊ້​ຄ້ອນ​ທຳ 23 ເຂົາ​ທຳ​ຕະ​ກຽງ​ເຈັດ​ດວງ​ສຳ​ລັບ​ເຄື່ອງ​ຮອງ​ຕີນ​ໂຄມ​ນັ້ນ ຄີມ​ຕັດ​ໄສ້​ຕະ​ກຽງ​ແລະ​ຖາດ​ຮອງ ດ​ວ້ຍທອງຄຳ​ບໍ​ຣິ​ສຸດ 24 ເຄື່ອງ​ຮອງ​ຕີນ​ໂຄມ ແລະ​ເຄື່ອງ​ໃຊ້​ທັງ​ຫມົດ​ສຳ​ລັບ​ເຄື່ອງ​ຮອງ​ຕີນ​ໂຄມນັ້ນ ເຂົາ​ທຳ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ​ຫນັກ​ນຶ່ງ​ຕາ​ລັນ

ແທ່ນ​ບູ​ຊາ​ສຳ​ລັບ​ເຜົາ​ເຄື່ອງ​ຫອມ

25 ເຂົາ​ສ້າງ​ແທ່ນ​ບູ​ຊາ ສຳ​ລັບ​ເຜົາ​ເຄື່ອງ​ຫອມ​ດ້ວຍ​ໄມ້​ກະ​ຖິນ​ເທດ ຍາວ​ສອ​ກ​ນຶ່ງ ກວ້າງສອກ​ນຶ່ງ ເປັນ​ຮູບ​ສີ່​ຫລ່ຽມ ແລະ​ສູງ​ສອງ​ສອກ ຍອດ​ທີ່​ແຈແທ່ນ​ນັ້ນ​ກໍ​ເປັນ​ໄມ້​ທ່ອນ​ດຽວ​ກັນ​ກັບ​ແທ່ນ 26 ເຂົາ​ຫຸ້ມ​ແທ່ນ​ນັ້ນ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ ທັງ​ດ້ານ​ເທິງ​ແລະ​ດ້ານ​ຂ້າງ​ທັງ​ສີ່​ດ້ານ ແລະ​ຍອດ​ດ້ວຍ ແລະ​ເຂົາ​ທຳ​ຂອບທອງຄຳ​ອ້ອມ​ຮອບ​ແທ່ນ​ນັ້ນ 27 ເຂົາ​ທຳ​ຮ່ວງທອງ​ຄຳ​ສອງ​ຮ່ວງ​ຕິດ​ໄວ້​ໃຕ້​ຂອບ​ທັງ​ສອງ​ດ້ານ ກົງ​ກັນ​ຂ້າມ​ກັນ ເປັນ​ທີ່​ສຳ​ລັບ​ສອດ​ໃສ່​ໄມ້​ຄານ​ຫາມ 28 ເຂົາ​ທຳ​ໄມ້​ຄານ​ຫາມ​ນັ້ນ​ດ້ວຍ​ໄມ້​ກະ​ຖິນ​ເທດ​ໂອບ​ດ້ວຍ​ທອງຄຳ

ການ​ປຸງ​ນ້ຳ​ມັນ​ເຈີມ​ແລະ​ເຄື່ອງ​ຫອມ

29 ເຂົາ​ປຸງ​ນ້ຳ​ມັນ​ເຈີມ​ອັນ​ສັ​ກ​ສິດ ແລະ​ປຸງ​ເຄື່ອງ​ຫອມ​ດ້ວຍ​ເຄື່ອງ​ເທດຕາມ​ສິ​ລ​ປະຂອງ​ຊ່າງ​ປຸງ

ອົບພະຍົກ 38

ການ​ທຳ​ແທ່ນເຄື່ອງ​ເຜົາ​ບູ​ຊາ

1 ເຂົາ​ທຳ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ​ດ້ວຍ​ໄມ້​ກະ​ຖິນ​ເທດ​ຍາວ​ຫ້າ​ສອກ ກວ້າງ​ຫ້າ​ສອກ ເປັນ​ແທ່ນ​ສີ່​ຫລ່ຽມ ສູງ​ສາມ​ສອກ 2 ເຂົາ​ທຳ​ຍອດ​ຕິດ​ໄວ້​ທັງ​ສີ່​ແຈ​ຂອງ​ແທ່ນ​ນັ້ນ ຍອດ​ນັ້ນ​ເປັນ​ໄມ້​ເນື້ອດຽວ​ກັນ​ກັບ​ແທ່ນ​ບູ​ຊາ ເຂົາ​ໂອບ​ແທ່ນ​ດ້ວຍ​ທອງ​ສຳ​ຣິດ 3 ເຂົາ​ທຳ​ເຄື່ອງ​​ເທິງ​ແທ່ນ​ນັ້ນ​ທຸກ​ຢ່າງ​ຄື ຫມໍ້ ຊ້ວນ ຖ້ວຍ ຂໍ​ເກາະ ແລະ​ຖາດ​ຮອງ​ໄຟ ເຄື່ອງ​ໃຊ້​ສໍາ​ລັບ​ແທ່ນ​ທັງ​ຫມົດ​ນັ້ນ ເຂົາ​ທຳ​ດ້ວຍທອງ​ສໍາ​ຣິດ 4 ແລະ​ເຂົາ​ເອົາ​ທອງ​ສຳ​ຣິດ​ທຳ​ເປັນ​ຕາ​ຂ່າຍ​ປະ​ດັບ​ແທ່ນ​ນັ້ນ​ໃຫ້​ຢູ່​ໃຕ້ຂອບ​ຂອງ​ແທ່ນ ແລະ​ຫ້ອຍ​ຢູ່​ຕັ້ງ​ແຕ່​ກາງ​ແທ່ນ​ລົງ​ມາ 5 ເຂົາ​ຫລໍ່​ຮ່ວງ​ສິ່ງ​ຮ່ວງ​ຕິດ​ທີ່​ແຈ​ທັງ​ສີ່​ຂອງ​ຕາ​ຂ່າຍ​ສຳ​ລັບ​ສອດ​ໄມ້​ຄານ​ຫາມ 6 ເຂົາ​ທຳ​ໄມ້​ຄານ​ຫາມ​ດ້ວຍ​ໄມ້​ກະ​ຖິນ​ເທດ ແລະ​ໂອບ​ດ້ວຍ​ທອງ​ສຳ​ຣິດ 7 ເຂົາ​ສອດ​ໄມ້​ຄານ​ນັ້ນ​ໄວ້​ໃນ​ຮ່ວງ​ທີ່​ຂ້າງ​ແທ່ນ​ສຳ​ລັບ​ຫາມ ເຂົາ​ທຳ​ແທ່ນ​ນັ້ນ​ດ້ວຍ​ໄມ້​ກະ​ດານ ໂດຍ​ຂວັດ​ລົງ​ເປັນ​ຫມົ້ງທາງ​ກາງ

ການ​ທຳ​ຂັນ

8 ເຂົາ​ທຳ​ຂັນ​ທອ​ງສຳ​ຣິດ ແລະ​ພານ​ຮອງ​ຂັນ​ທອງ​ສຳ​ຣິດ ຈາກແວ່ນ​ແຍງ​ຂອງບັນ​ດາຜູ້​ຍິງ​ທີ່​ບົວ​ລະບັດ​ໃນ​ທາງ​ປະ​ຕູ​ເຂົ້າເຕັນ​ນັດ​ພົບ

ລານ​ຫໍ​ເຕັນສັກ​ສິດ

9 ແລະ​ເຂົາ​ທຳລານ​ໄວ້​ດ້​ວຍ ໃຫ້​ຮົ້ວ​ດ້ານ​ໃຕ້​ມີ​ຜ້າ​ບັງ ທຳ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ​ຍາວ​ຮ້ອຍ​ສອກ 10 ມີ​ເສົາ​ຊາວ​ຕົ້ນ​ກັບ​ຖານ​ທອງ​ສຳ​ຣິດຮອງ​ຮັບເສົາ​ຊາວ​ຖານ ຂໍ​ຕິດ​ເສົາ​ແລະ​ຮາວຍຶດ​ເສົາ​ນັ້ນ​ທຳ​ດ້ວຍ​ເງິນ 11 ດ້ານ​ເຫນືອ​ຍາວ​ຮ້ອຍ​ສອກ ກັບ​ເສົາ​ຊາວ​ຕົ້ນ ແລະ​ຖານ​ທອງ​ສໍາ​ຣິດ​ຊາວ​ຖານ ຂໍ​ແລະ​ຮາວ​ຍຶດ​ເສົາ​ນັ້ນ​ທຳ​ດ້ວຍ​ເງິນ 12 ສ່ວນ​ດ້ານ​ຕາ​ເວັນ​ຕົ​ກ​ມີ​ຜ້າ​ບັງ​ຍາວ​ຫ້າ​ສິບ​ສອກ ກັບ​ເສົາ​ສິບ​ຕົ້ນ ແລະ​ຖານ​ຮອງ​ຮັບ​ເສົາ​ສິບ​ຖານ ຂໍ​ແລະ​ຣາ​ວຍຶດ​ເສົາ​ທຳ​ດ້ວຍ​ເງິນ 13 ດ້ານ​ຕາ​ເວັນ​ອອກ​ໃຊ້​ຜ້າ​ຍາ​ວ​ຫ້າ​ສິບ​ສອກ 14 ຜ້າ​ບັງ​ດ້ານ​ຮີມ​ປະ​ຕູ​ຂ້າງ​ນຶ່ງ​ຍາວ​ຫ້າ​ສິບ​ສອກ ມີ​ເສົາ​ສາມ​ຕົ້​ນ ແລະ​ຖານ​ຮອງ​ຮັບ​ເສົາ​ສາມ​ຖານ 15 ແລະ​ອີກ​ຂ້າງ​ນຶ່ງ​ກໍ​ເຫມືອນ​ກັນ ຮີມ​ປະ​ຕູ​ຂ້າງ​ນີ້​ແລະ​ຂ້າງ​ນັ້ນ ມີ​ຜ້າ​ບັງ​ຍາວ​ສິບ​ຫ້າ​ສອກ ມີ​ເສົາ​ສາມ​ຕົ້ນ​ແລະ​ຖານ​ຮອງ​ຮັບ​ເສົາ​ສາມຖານ 16 ຜ້າ​ບັງ​ລານ​ອ້ອມ​ຮອບ​ນັ້ນ​ທຳ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ 17 ຖານ​ຮອງ​ຮັບ​ເສົາ​ນັ້ນ​ທຳ​ດ້ວຍ​ທອງ​ສຳ​ຣິດ ຂໍ​ຕິດ​ເສົາ​ແລະ​ຮາວ​ຍຶດ​ເສົາ​ເປັນ​ເງິນ ແລະ​ກຸບ​ປົກ​ຂອງ​ເສົາ​ນັ້ນ​ໂອບ​ດ້ວຍ​ເງິນ ແລະ​ເສົາ​ທຸກ​ຕົ້ນ​ຂອງ​ລານ​ມີ​ຮາວ​ຍຶດ​ເສົາ​ທຳ​ດ້ວຍ​ເງິນ 18 ຜ້າ​ກັ້ງ​ບັງ​ທີ່​ປະຕູ​ລານ​ນັ້ນ​ປັກ​ດ້ວຍ​ຝີ​ມື​ຂອງ​ຊ່າງ​ປັກ ເປັນ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ ຍາວ​ຊາວ​ສອກ ສູງ​ຫ້າ​ສອກ ສ​ເມີ​ກັບ​ຜ້າ​ບັງ​ລານ 19 ມີ​ເສົາ​ສີ່​ຕົ້ນ​ກັບ​ຖານ​ຮອງ​ຮັບ​ເສົາ​ສີ່​ຖານ ເປັນ​ທອງ​ສຳ​ຣິດ ຂໍ​ຕິດ​ເສົາ​ທໍາ​ດ້ວຍ​ເງິນ ແລະ​ສ່ວນ​ທີ່​ໂອບກຸບ​ປົກ ກັບ​ຣາ​ວ​ຍຶດ​ເສົາ​ເປັນ​ເງິນ 20 ຫລັກ​ຫມຸດ​ທຸກ​ຫລັກ​ຂອງ​ຫໍ​ເຕັນ​ສັກ​ສິດ ແລະ​ຂອງ​ລານ​ຮອບ​ຫໍ​ເຕັນ​ນັ້ນ ທຳ​ດ້ວຍ​ທອງ​ສຳ​ຣິດ 21 ນີ້​ແຫລະ​ເປັນ​ບັນ​ຊີ​ສິ່ງ​ຂອງ​ທີ່​ໃຊ້​ໃນ​ຫໍ​ເຕັນ​ສັກ​ສິດ ຄື​ຫໍເຕັນ​ພຣະ​ໂອ​ວາດ ຊຶ່ງ​ເຂົາ​ທັງ​ຫລາຍ​ນັບ​ຕາມ​ຄຳ​ສັ່ງ​ຂອງ​ໂມ​ເຊ​ມີ​ຄົນ​ເລ​ວີ​ຈັດ​ທຳ​ຕາມ​ບັນ​ຊາ​ຂອງ​ອິ​ທາ​ມາ​ບຸດ​ອາ​ໂຣນ​ປະ​ໂຣ​ຫິດ 22 ສ່ວນ​ເບ​ຊາ​ເລ​ນ​ບຸດ​ອູ​ຣີ​ຜູ້​ເປັນ​ບຸດ​ຂອງ​ເຮີ​ແຫ່ງ​ເຜົ່າ​ຢູ​ດາ ທຳ​ສິ່ງ​ສາ​ຣະ​ພັດ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ໂມ​ເຊ​ແລ້ວ 23 ຜູ້​ຮ່ວມ​ງານ​ກັບ​ເຂົາ​ຄື ໂອ​ໂຮ​ລີ​ອາບ ບຸດ​ອາ​ຮີ​ຊາ​ມາກ ​ແຫ່ງ​ເຜົ່າ​ດານ ເປັນ​ຊ່າງ​ຝີ​ມື​ຊ່າງ​ອອກ​ແບບ ແລະ​ຊ່າງ​ດ້າຍສີ ໃຊ້​ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້​ມ ແລະ​ຜ້າ​ປ່ານ​ເນື້ອ​ດີ 24 ຄຳ​ທັງ​ຫມົດ​ຊື່ງ​ເຂົາ​ໃຊ້​ໃນ​ການ​ສ້າງ​ຫໍ​ເຕັນ​ສັກ​ສິດ​ນັ້ນ ຄື​ຄຳ​ທີ່​ເຂົາ​ນຳ​ມາ​ຖວາຍ ມີ​ນ້ຳ​ຫນັກ​ຊາວ​ເກົ້າ​ຕາ​ລັນ ເຈັດ​ຮ້ອຍ​ສາມ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ແຫ່ງ​ສະ​ຖານ​ນະ​ມັ​ສ​ການ 25 ເງິນ​ຕາມ​ຈຳ​ນວນ​ຊຸມ​ນຸມ​ຊົນ​ໄດ້​ນັບ​ໄວ້ ຮວມ​ເປັນ​ນຶ່ງ​ຮ້ອຍ​ຕາ​ລັນ​ກັບ​ນຶ່ງ​ພັນ​ເຈັດ​ຮ້ອຍ​ເຈັດ​ສິບ​ຫ້າ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ແກ່ງ​ສະ​ຖານ​ນະ​ມັ​ສ​ການ 26 ຄົນ​ລະ​ເບ​ກາ (ຄື​ເຄິ່ງ​ເຊ​ເກ​ລ ຕາມ​ເຊເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ) ອັນ​ເກັບ​ມາ​ຈາກ​ທຸກ​ຄົນ​ທີ່​ໄປ​ຈົດ​ທະ​ບຽນ​ສຳ​ມະ​ໂນ​ຄົວ ຄື​ນັບ​ຕັ້ງ​ແຕ່​ອາ​ຍຸ​ຊາວ​ປີ​ຂື້​ນ​ໄປ​ຮ​ວມ​ຫົກ​ແສ​ນ​ສາມ​ພັ​ນ​ຫ້າ​ຮ້ອຍ​ຫ້າ​ສິບ​ຄົນ 27 ເງິນ​ນຶ່ງ​ຮ້ອຍ​ຕາ​ລັນ​ນັ້ນ ເຂົາ​ໃຊ້​ຫລໍ່​ທຳ​ຖານ​ຮອງ​ຮັບ ຂອງສະ​ຖານ​ນະ​ມັ​ສ​ການ ແລະ​ຖານ​ຂອງ​ຜ້າ​ກັ້ງ ຖານ​ຮ້ອຍຖານ​ເປັນ​ເງິນ​ນຶ່ງ​ຮ້ອຍ​ຕາ​ລັນ ຄື​ຖານ​ລະນຶ່ງ​ຕາ​ລັນ 28 ແຕ່​ເງິນ​ນຶ່ງ​ພັນ​ເຈັດ​ຮ້ອຍ​ເຈັດ​ສິບ​ຫ້າ​ເຊເກ​ລ​ນັ້ນ ເຂົາ​ໃຊ້​ທຳ​ຂໍ​ສຳ​ລັບ​ເສົາ​ແລະ​ໂອບ​ກຸບ​ປົກຂອງ​ເສົາ​ນັ້ນ ແລະ​ທຳ​ຮາ​ວຍຶດ​ເສົາ​ດ້ວຍ 29 ທອງສຳ​ຣິດ​ທີ່​ເຂົາ​ນຳ​ມາ​ຖວາຍ​ຫນັກ​ເຈັດ​ສິບ​ຕາ​ລັນ ກັບ​ສອງ​ພັນ​ສີ່​ຣ້ອຍເຊເກ​ລ 30 ທອງ​ສຳ​ຣິດ​ນັ້ນ​ເຂົາ​ໃຊ້​ທຳ​ຖານ​ປະ​ຕູ​ເຕັນ​ນັດ​ພົບ ແລະ​ທຳ​ແທ່ນ​ທອງ​ສຳ​ຣິດ ແລະ​ຕາ​ຂ່າຍ​ປະ​ດັບ​ແທ່ນ​ແລະ​ທຳ​ເຄື່ອງ​ໃຊ້​ທັງ​ຫມົດ​ຂອງ​ແທ່ນ​ນັ້ນ 31 ທຳ​ຖານ​ລ້ອມ​ອ້ອມ​ຮອບ​ລານ​ແລະ​ຖານ​ທີ່​ປະ​ຕູ​ລານ​ຫລັກ​ຫມຸດ​ທັງ​ຫມົດ​ຂອງ​ຫໍ​ເຕັນ​ສັກ​ສິດ ແລະ​ຫລັກ​ຫມຸດ​ອ້ອມ​ຮອບ​ລານ​ນັ້ນ

ອົບພະຍົກ 39

ການ​ຫຍິບ​ເສື້ອ​ຂອງ​ປະ​ໂຣ​ຫິດ

1 ດ້າຍ​ສີ​ຟ້າ ສີມ່ວງ ສີ​ແດງ​ເຂັ້ມ​ນັ້ນ ເຂົາ​ໃຊ້​ທຳ​ເສື້ອ​ຜ້າ​ສຳ​ລັບ​ໃສ່​ເວ​ລາ​ບົວ​ລະ​ບັດ​ໃນບ່ອນ​ສັກ​ສິດ ແລະ​ໄດ້​ທຳ​ເຄື່ອງ​ຍົດ​ບໍ​ຣິ​ສຸດ​ສຳ​ລັບ​ອາ​ໂຣນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ແກ່​ໂມ​ເຊ 2 ເຂົາ​ທຳ​ເອ​ໂຟດ​ດ້ວຍ​ທອງຄໍາ ດ້ວຍ​ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ເສັ້ນ​ປ່ານ​ຢ່າງ​ດີ 3 ເຂົາ​ຕີ​ທອງຄຳ​ແຜ່​ອອກ​ເປັນ​ແຜ່ນ​ບາງໆ ແລ້ວ​ຕັດ​ເປັນ​ເສັ້ນ​ນ້ອ​ຍໆ ເພື່ອ​ຈະຕ່ຳ​ເຂົ້າ​ກັບ​ດ້າຍ​ສີ​ຟ້າ ເຂົ້າ​ກັບ​ດ້າຍ​ສີ​ມ່ວງ ເຂົ້າ​ກັບ​ດ້າຍ​ສີ​ແດງ​ເຂັ້ມ ແລະ​ເຂົ້າ​ກັບ​ເສັ້ນ​ປ່ານ​ຢ່າງ​ດີ​ດ້ວຍ​ຝີ​ມື​ຊ່າງ​ຊຳ​ນານ 4 ເຂົາ​ທຳ​ຜ້າ​ສອງ​ແຜ່ນນ້ອຍໆ​ຊຶ່ງ​ສົ້ນ​ທັງ​ສອງ​ສາ​ມາດ​ຕິດ​ໄວ້​ທີ່​ບ່າ​ເພື່ອ​ໂຍງເອ​ໂຟດ ໄຫ້​ຕິດ​ກັບ​ຮິມ​ຕອນ​ບົນທັງ​ສອງ​ອັນ 5 ສ່ວນ​ສາຍ​ຮັດ ຕ່ຳ​ຢ່າງ​ປາ​ນີ​ຕ​ສຳ​ລັບ​ຄາດ​ທັບ​ເອ​ໂຟດ​ນັ້ນ ເຂົາ​ທໍາ​ດ້ວຍ​ວັດຖຸຢ່າງ​ດຽວ​ກັນ ແລະ​ຝີ​ມື​ຢ່າງ​ດຽວ​ກັບ​ເອໂຟດ ຄື​ທຳ​ດ້ວຍ​ທອງຄຳ ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ແກ່​ໂມ​ເຊ 6 ເຂົາ​ເອົາ​ແກ້ວ​ໂກ​ເມນ​ຝັງ​ໄວ້​ໃນ​ກະ​ໂບກທອງຄໍາ​ຊຶ່ງ​ມີ​ລວດ​ລາຍ​ລະ​ອຽດ ແລະ​ແກະ​ຢ່າງ​ແກະ​ຕາ ເປັນ​ຊື່​ບຸດ​ຊາຍ​ອິ​ສ​ຣາ​ເອນ 7 ແລ້ວ​ເຂົາ​ຕິດ​ໄວ້​ກັບ​ເອ​ໂຟດ​ເທິງ​ແຖບ​ບ່າ​ນັ້ນ​ເພື່ອ​ໃຫ້​ລະ​ນຶກ​ເຖິງ​ບັນ​ດາ​ບຸດ​ແຫ່ງ​ອິ​ສ​ຣາ​ເອນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ແກ່​ໂມ​ເຊ 8 ເຂົາ​ທຳ​ແຜ່ນ​ຮອງ​ເອິກ​ດ້ວຍ​ຝີ​ມື​ຊ່າງ​ອອກ​ແບບ​ໃຫ້​ຝີ​ມື​ເຫມືອນ​ກັນ​ທຳ​ເອ​ໂຟດ ຄື​ທຳ​ດ້ວຍ​ຄຳ ດ້າ​ຍ​ສີ​ຟ້າ ສີມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ 9 ເຂົາ​ທຳ​ແຜ່ນ​ຮອງ​ເອິກ​ເປັນ​ຮູບ​ສີ່​ຫລ່ຽມ ພັບ​ທົບກາງ​ຍາວ​ຄືບ​ນຶ່ງ ກວ້າງ​ຄືບ​ນຶ່ງ ເປັນ​ສອງ​ທົບ​ດ້ວຍ​ກັນ 10 ເຂົາ​ຝັງ​ແກ້ວ​ສີ່​ແຖວເທິງແຜ່ນ​ຮອງ​ເອິກ​ນັ້ນ ແຖວ​ທີ່​ນຶ່ງ​ຝັງ​ທັບ​ທິມ ພອຍ​ເຫລືອງ ແລະ​ມໍ​ຣະ​ກົດ 11 ແຖວ​ທີ່​ສອງ​ຝັງ​ພອຍ ໄພ​ທູນ ແລະ​ເພັດ 12 ແຖວ​ທີ່​ສາມ​ຝັງ​ນິນ ໂມ​ຣາ ແລະ​ເພ​ທາຍ​ສີມ່ວງ 13 ແຖວ​ທີ່​ສີ່​ຝັງ​ເພທາຍ ໂກ​ເມນ ແລະ​ມະ​ນີ​ໂຊຕ ແກ້ວ​ທັງ​ຫມົດ​ນີ້​ເຂົາ​ໄດ້​ຝັງ​ໃນ​ກະ​ໂບ​ກ​ລວດ​ລາຍ​ລະ​ອຽດ​ທຳ​ດ້ວຍທອງ​ຄຳ 14 ແກ້ວ​ເຫລົ່າ​ນີ້​ມີ​ຊື່​ເຫລົ່າ​ບຸດ​ຂອງ​ອິ​ສ​ຣາ​ເອນ​ສິບ​ສອງ​ຊື່ ຈາ​ຣຶກ​ໄວ້​ເຫມືອນ​ແກະ​ຕາ ມີ​ຊື່​ເຜົ່າ​ທຸກ​ເຜົ່າ​ຕາມ​ລຳ​ດັບ​ສິບ​ສອງ​ເຜົ່າ 15 ເຂົາ​ທຳ​ສ້ອຍ​ຖັກ​ກ້ຽວ​ດ້ວຍ​ທອງຄຳ​ບໍ​ຣິ​ສຸດ​ສຳ​ລັບ​ແຜ່ນ​ຮອງ​ເອິກ 16 ແລະ​ເຂົາ​ທັງ​ຫລາຍ​ທຳ​ລວດ​ລາຍ​ລະ​ອຽດ​ດ້ວຍທອງ​ຄຳ​ສອງ​ອັນ ແລະ​ຮ່ວ​ງທອງຄຳ​ສອງ​ຮ່ວງ ຕິດໄວ້​ທີ່​ສົ້ນ​ທັງ​ສອງ​ຂອງ​ແຜ່ນ​ຮອງ​ເອິກ 17 ເຂົາ​ທັງ​ຫລາຍ​ສອດ​ສ້ອຍ​ທີ່​ທຳ​ດ້ວຍທອງ​ຄຳ​ນັ້ນ ໃນ​ຮ່ວງ​ທີ່​ສົ້ນ​ແຜ່ນ​ຮອງ​ເອິກ 18 ແລະ​ປາຍ​ສ້ອຍ​ອິກ​ສອງ​ຂ້າງ​ນັ້ນ ເຂົາ​ທັງ​ຫລາຍ​ທຳ​ຕິດ​ກັບ​ກະ​ໂບກ​ລວດ​ລາຍ​ລະ​ອຽດ​ທັງ​ສອງ​ໃຫ້​ຕິດ​ໄວ້​ຂ້າງ​ຫນ້າ​ເສື້ອ​ເອ​ໂຟດ​ທັງ​ສອງ​ຂ້າງ​ເທິງ​ບ່າ 19 ເຂົາ​ທັງ​ຫລາຍ​ທຳ​ຮ່ວງ​ທອງຄຳ​ສອງ​ອັນ​ຕິດ​ໄວ້​ທີ່​ຂອບ​ດ້ານ​ລຸ່ມ​ທັງ​ສອງ​ຂອງ​ແຜ່ນ​ຮອງ​ເອິກ​ຂ້າງ​ໃນ​ຕິດ​ເອ​ໂຟດ 20 ແລະ​ເຂົາ​ທັງ​ຫລາຍ​ທຳ​ຮ່ວງ​ສອງ​ອັນ​ດ້​ວຍ​ທ​ອງຄຳ ເພື່ອ​ຜູກ​ຕິດກັບ​ທາງ​ລຸ່ມຂອງ​ສາຍ​ດຶງ​ທັງ​ສອງ​ຂ້າງ​ທີ່​ເບື້ອງ​ຫນ້າ​ບ່າ​ໄຫລ່​ຂອງ​ເສື້ອເອ​ໂຟດ​ ຄື​ໃກ້​ກັບສາຍ​ດຶງ​ແລະ​ເທິງ​ສາຍ​ແອວປ່ານ 21 ແລະ​ເຂົາ​ທັງ​ຫ​ລາຍ​ຜູກ​ແຜ່ນ​ຮອງ​ເອິກ​ນັ້ນ​ຕິດ​ກັບ​ເອ​ໂຟດ​ດ້ວຍ ໃຊ້​ດ້າຍ​ຖັກ​ສີ​ຟ້າ​ຮ້ອຍ​ຜູກ​ທີ່​ຮ່​ວງ ໃຫ້​​ຮັດຕິດ​ກັບ​ເອິກ​ທີ່​ເທິງ​ສາຍ​ແອວ ເພື່ອ​ບໍ່​ໃຫ້​ແຜ່ນ​ຮອງ​ເອິກ​ຫລຸດ​ໄປ​ຈາກ​ເອ​ໂຟດ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ແກ່​ໂມ​ເຊ 22 ເຂົາ​ທຳ​ເສື້ອ​ຄຸມ​ເຂົ້າ​ຊຸດກັບ​ເອ​ໂຟດ​ໄດ້​ທຳດ້ວຍ​ຜ້າ​ຂົນ​ແກະ​ສີ​ຟ້າ​ທັງ​ຫມົດ 23 ແລະ​ຊ່ວງ​ກາງ​ຂອງ​ເສື້ອ​ນັ້ນ ເຂົາ​ທຳ​ເປັນ​ເສື້ອ​ຄໍ​ສຸບ ແລະ​ແນບ​ດ້ວຍ​ຜ້າ​ຫນາ​ເພື່ອ​ບໍ່​ໃຫ້​ຂາດ​ງ່າຍ 24 ທີ່ຕີ​ນ​ເສື້ອ​ຄຸມ ເຂົາ​ທັງ​ຫລາຍ​ປັກ​ເປັນ​ຮູບ​ຫມາກ​ພິ​ລາ ໃຊ້ດ້າຍ​ສີ​ຟ້າ ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ​ເນື້ອ​ດີ 25 ເຂົາ​ທັງ​ຫລາຍ​ທຳ​ຫມາກ​ກະ​ດິ່ງ​ດ້ວຍທອງ​ຄຳ​ບໍ​ຣິ​ສຸດ ແລ້ວ​ຕິດ​ຫມາກ​ກະ​ດິ່ງ​ລະ​ຫວ່າງ​ຫມາກ​ພິ​ລາ​ຮອບ​ຕີນ​ເສິ້ອ​ຄຸມ​ນັ້ນ 26 ຄື​ຫມາກ​ກະ​ດີ່ງ​ອັນ​ນຶ່ງ ຫມາກ​ພິ​ລາຫ​ມາກນຶ່ງ​ແລະ​ຫມາກ​ກະ​ດິ່ງ​ອັນ​ນຶ່ງ ຫມາກ​ພິ​ລາອີກ​ຫມາກ​ນຶ່ງສ​ລັບ​ກັນ​ດັ່ງ​ນີ້ ຮອບ​ຕີນ​ເສື້ອ​ຄຸມ​ນັນ ສຳ​ລັບ​ສວມ​ເວ​ລາ​ບົວ​ລະ​ບັດພຣະ​ເຈົ້າ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ແກ່​ໂມ​ເຊ 27 ເຂົາ​ທັງ​ຫລາຍ​ທຳ​ເສື້ອ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ​ສຳ​ລັບ​ອາ​ໂຣນ ແລະ​ສຳ​ລັບ​ບຸດ​ຊາຍ​ຂອງ​ທ່ານ 28 ແລະ​ທຳ​ຫມວ​ກສຸບ ຜ້າ​ປົກ​ຫົວແລະ​ທຳສົ້​ງ​ດ້ວຍ​ຜ້າ​ປ່ານ​ເນື້ອ​ດີ 29 ແລະ​ສາຍແອວ​ດ້ວຍ​ຜ້າ​ປ່ານ​ເນື້ອ​ລະ​ອຽດ​ດີ ແລະ​ປັກ​ດ້ວຍ​ດ້າຍ​ສີ​ຟ້າ ສີ​ມ່ວງ ​ສີ​ແດງ​ເຂັ້ມ ດ້ວຍ​ຝີ​ມື​ຊ່າງ​ປັ​ກ ຕາມທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່​ງ​ແກ່​ໂມ​ເຊ 30 ເຂົາ​ທັງ​ຫລາຍ​ທຳ​ແຜ່ນມົງ​ກຸດ​ສັກ​ສິດ​ດ້ວຍທອງ​ຄຳ​ບໍ​ຣິ​ສຸດ ຈາ​ຣຶກ​ຄຳ​ວ່າ “ບໍ​ຣິສຸດ​ແດ່​ພຣະ​ຜູ້​ເປັນເຈົ້າ” ໄວ້​ເຫມືອນ​ຢ່າງ​ແກະ​ຕ​ຣາ 31 ແລ້ວ​ເຂົາ​ເອົາ​ດ້າຍ​ຖັກ​ສີ​ຟ້າ ຜູກ​ແຜ່ນທອງ​ຄຳ​ນັ້ນ​ໄວ້​ເທິງ​ຫມວກ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່​ງ​ແກ່​ໂມ​ເຊ

ວຽກ​ງານ​ສໍາ​ເຣັດ

32 ດັ່ງ​ນີ້​ແຫລະ​ເຂົາ​ທຳ​ງານ​ສຳ​ລັບ​ຫໍ​ເຕັນ​ສັກ​ສິດ​ແຫ່ງ​ເຕັນ​ນັດ​ພົບ ໃຫ້​ສຳ​ເຣັດ​ທຸກ​ປະ​ການ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ແກ່​ໂມ​ເຊ​ໄວ້​ຢ່າງ​ໃດ ຄົນ​ອິ​ສ​ຣາ​ເອນກໍ​ກະ​ທຳ​ຢ່າງ​ນັ້ນ​ທຸກ​ປະ​ການ 33 ເຂົາ​ຈຶ່ງ​ໄດ້​ນຳ​ຫໍ​ເຕັນ​​ແລະ​ເຄື່ອງ​ໃຊ້​ທັງ​ປວງ​ຄື ຂໍເກາະ ຮ່າງ​ຂອບໄມ້ ໄມ້​ຂາງ ເສົາ ແລະ​ຖານ​ຮອງ​ຮັບ​ເສົາ 34 ຜ້າ​ປົກ​ຄຸມ​ຫໍ​ເຕັນຂ້າງ​ເທິງ​ທຳ​ດ້ວຍ​ຫນັງ​ແກະ​ຕົວ​ຜູ້​ຍ້ອມ​ສີແດງ ແລະ​ຫນັງ​ສັດ ແລະ​ຜ້າ​ກັ້ງ​ບັງ 35 ຫິບ​ຄຳ​ສັນ​ຍາກັບ​ໄມ້​ຄານ​ຫາມ​ຂອງຫິບ​ນັ້ນ ແລະ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ 36 ໂຕະ​ກັບ​ເຄື່ອງ​ໃຊ້​ທັງ​ຫມົດ​ເທິງ​ໂຕະ​ນັ້ນ ແລະ​ເຂົ້າ​ຈີ່​ຫນ້າ​ພຣະ​ພັກ 37 ເຄື່ອງ​ຮອງ​ຕີນ​ໂຄມ​ບໍ​ຣີ​ສຸດ​ກັບ​ຕະ​ກຽງ ຄື​ຕະ​ກຽງ​ທີ່​ເຂົ້າ​ທີ່ ແລະ​ເຄື່ອງ​ໃຊ້​ທັງ​ຫມົດ​ຂອງ​ເຄື່ອງ​ຮອງ​ຕີນ​ໂຄມ​ນັ້ນ ແລະ​ນ້ຳ​ມັນ​ສຳ​ລັບ​ຕາມ​ຕະ​ກຽງ 38 ແທ່ນ​ທອງຄຳ ນ້ຳ​ມັນ​ເຈີມ ເຄື່ອງ​ຫອມ ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ບູ​ຊາ ແລະ​ຜ້າ​ກັ້ງ​ສຳ​ລັ​ບ​ປະ​ຕູ​ເຕັນ 39 ແທ່ນ​ບູ​ຊາ​ທອງ​ສຳ​ຣິດ ກັບ​ຕາ​ຂ່າຍ​ທອງ​ສຳ​ຣິດ​ສຳ​ລັບ​ແທ່ນ​ນັ້ນ ໄມ້​ຄານ​ຫາມ​ແລະ​ເຄື່ອງ​ໃຊ້​ທັງ​ຫມົດ​ຂອງ​ແທ່ນ​ ຂັນ​ກັບ​ພາ​ນ​ຮອງ​ຂັນ 40 ຜ້າ​ກັ້ງ​ສຳ​ລັບ​ອ້ອມ​ຮອບ​ຫໍ​ເຕັນກັບ​ຖານ​ຮອງ​ຮັບ ຜ້າ​ກັ້ງ​ສຳ​ລັບ​ປະ​ຕູ​ທາງ​ເຂົ້າ ແລະ​ເຊືອ​ກ​ເນັ່ງ ຫລັກ​ສຽບ​ຂອງ​ຫໍ​ເຕັນ ແລະ​ເຄື່ອງ​ໃຊ້​ທັງ​ຫມົດ​ຂອງ​ພິທີ​ການ​ທີ່​ເຫໍຕັນ ສຳ​ລັບ​ເຕັນນັດ​ພົບ 41 ເສື້ອ​ຜ້າ​ທຳ​ຢ່າງ​ປາ​ນີ​ຕ ສຳ​ລັບ​ສວມ​ໃນ​ເວ​ລາ​ບົວ​ລະບັດ​ໃນ​ບ່ອນ​ສັກ​ສິດ ເຄື່ອງ​ຍົດ​ບໍ​ຣິ​ສຸດ​ສຳ​ລັບ​ອາ​ໂຣນ ເຄື່ອງ​ຍົດ​ສຳ​ລັບ​ບຸດ​ອາ​ໂຣນ ສຳ​ລັບ​ໃຊ້​ສວມ​ໃນ​ເວ​ລາ​ບົວລະ​ບັດ​ໃນ​ຕຳ​ແຫນ່ງ​ປະ​ໂຣ​ຫິດ 42 ສິ່ງ​ສາ​ຣະ​ພັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ແກ່​ໂມ​ເຊ​ແລ້ວ ຊົນ​ຊາດ​ອິ​ສ​ຣາ​ເອນ​ກະ​ທຳ​ໃຫ້​ສຳ​ເຣັດ​ທຸກ​ປະ​ການ 43 ໂມ​ເຊຈຶ່ງກວດ​ເບິ່ງ​ງານ​ທັງ​ປວງ ເຫັນ​ວ່າ​ພ​ວກ​ເຂົາ​ໄດ້​ທຳ​ຕາມທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້​ທຸກ​ປະ​ການ ໂມ​ເຊ​ຈຶ່ງອວຍ​ພອນ​ແກ່​ເຂົາ

ອົບພະຍົກ 40

ການ​ຕັ້ງ​ຫໍ​ເຕັນ​ສັກ​ສິດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, 2 “ໃນ​ວັນທີ່​ນຶ່ງ​ຂອງ​ເດືອນ​ທີ່​ນຶ່ງ ຈົ່ງ​ຕັ້ງ​ຫໍ​ເຕັນ​ນັດ​ພົບ​ຂື້​ນ 3 ຈົ່ງ​ເອົາ​ຫີບ​ຄຳ​ສັນ​ຍາໄວ້​ໃນ​ທີ່​ນັ້ນ ໃຫ້​ກາງ​ຜ້າ​ກັ້ງ​ບັງ​ຫີບ​ນັ້ນ​ໄວ້ 4 ຈົ່ງ​ຍົກ​ໂຕະ​ເຂົ້າ​ມາ​ຕັ້ງ​ໄວ້ ແລະ​ຈັດ​ເຄື່ອງ​ເທິງ​ໂຕະ​ໄວ້​ຕາມ​ທີ່​ຂອງ​ມັນ ແລ້ວ​ນຳ​ເຄື່ອງ​ຮອງ​ຕີນ​ໂຄມ​ເຂົ້າ​ມາ​ແລະ​ໃສ່ຕະ​ກຽງ​ໄວ້​ເທິງ​ຫລັກ 5 ຈົ່ງ​ຕັ້ງ​ແທ່ນທອງ​ຄຳ​ສຳ​ລັບ​ເຜົາ​ເຄື່ອງ​ຫອມ​ໄວ້ຕໍ່ຫນ້າ​ຫີບ​ພຣະ​ໂອວາດ ແລ້ວ​ກາງ​ຜ້າ​ກັ້ງ​ໄວ້​ທີ່​ປະ​ຕູ​ຫໍ​ເຕັນ​ສັກ​ສິດ 6 ຈົ່ງ​ຕັ້ງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ​ໄວ້​ຕໍ່​ຫນ້າ​ຫໍ​ເຕັນ​ສັກ​ສິດແຫ່ງ​ເຕັນ​ນັດ​ພົບ 7 ​ຈົ່ງ​ຕັ້ງ​ຂັນ​ໄວ້​ລະ​ຫວ່າງ​ຫໍ​ເຕັນ​ສັກ​ສິດ​ກັບ​ແທ່ນບູ​ຊາ ຈົ່ງ​ຕັກ​ນ້ຳ​ໃສ່​ໄວ້​ໃນ​ຂັນ​ນັ້ນ 8 ໃຫ້​ທຳ​ຮົ້ວ​ອ້ອມ​ຮອບຫໍ​ເຕັນ​ສັກ​ສິດ ແລະກາງ​ຜ້າ​ກັ້ງ​ໄວ້​ທີ່​ປະ​ຕູ​ຮົ້ວ​ 9 ໃຫ້​ເອົາ​ນ້ຳ​ມັນ​ຫອມ​ທາ​ຫໍ​ເຕັນ​ສັກ​ສິດ​ກັ​ບ​ທຸ​ກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ແລະ​ຈົ່ງ​ທຳໃຫ້​ເຄື່ອງ​ໃຊ້​ທັງ​ຫມົດ​ບໍ​ຣິ​ສຸດ ແລ້ວຫໍ​ເຕັນນັ້ນ​ຈະ​ບໍ​ຣິ​ສຸດ 10 ໃຫ້​ທາ​ແທ່ນສຳ​ລັບ​ເຄື່ອງ​ເຜົາ​ບູ​ຊາດ້ວຍ ແລະ​ເຄື່ອງ​ໃຊ້​ທັງ​ຫມົດ​ເທິງ​ແທ່ນ ຈົ່ງ​ຊຳ​ຮະ​ແທ່ນ​ນັ້ນໃຫ້ບໍ​ຣິ​ສຸດ​ ແທ່ນ​ນັ້ນ​ນັ້ນ​ຈະ​ບໍ​ຣິ​ສຸດທີ່​ສຸດ 11 ຈົ່ງ​ທາຂັນ​ກັບ​ພານ​ຮອງ​ຂັນ ແລະ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ 12 ຈົ່ງ​ນຳ​ອາ​ໂຣນ​ກັບ​ບຸດ​ຂອງ​ທ່ານ​ມາ​ຍັງ​ປະ​ຕູ​ຫໍ​ເຕັນ​ນັດ​ພົບ ແລ້ວ​ໃຊ້​ນ້ຳ​ລ້າງ​ຊຳ​ຮະ​ຕົວ​ເຂົາ 13 ຈົ່ງ​ນຳ​ເສື້ອ​ບໍ​ຣິ​ສຸດ​ສວ​ມ​ໃຫ້​ອາ​ໂຣນ​ ພ້ອມ​ທັງ​ຫົດສົງນ້ຳ​ມັ​ນ ​ແລະ​ທຳໃຫ້​ເຂົາ​ບໍ​ຣິ​ສຸດ ເພື່ອ​ເຂົາ​ຈະ​ໄດ້​ເປັນ​ປະ​ໂຣ​ຫິດ​ຜູ້​ບົວ​ລະບັດ​ເຣົາ 14 ແລ້ວຈົ່ງ​ນຳ​ບຸດ​​ຂອງ​ອາ​ໂຣນ​ມາແລະ​ນຸ່ງ​ເສື້ອ​ຍົດ​ໃຫ້​ 15 ຈົ່ງ​ທາ​ເຂົາ​ເຫມືອນ​ທາ​ບິ​ດາ​ຂອງ​ເຂົາ ເພື່ອ​ເຂົາ​ຈະ​ໄດ້​ເປັນປະ​ໂຣ​ຫິດ​ຜູ້​ບົວ​ລະ​ບັດ​ເຮົາ ການ​ທາ​ນັ້ນຈະ​ເປັນ​ການ​ທາ​ແຕ່ງ​ຕັ້ງ​​ເຂົາ​ໄວ້​ເປັນ​ປະ​ໂຣ​ຫິດຕລອດ​ໄປ​ເປັນ​ນິດຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອ​ງ​ເຂົາ” 16 ໂມ​ເຊ​ໄດ້​ທຳ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ທຸກ​ຢ່າງ 17 ໃນ​ວັນທີ່​ນຶ່ງ​ແລະ​ເດືອນ​ທີ່​ນຶ່ງ​ຂອງ​ປີ​ທີ່​ສອງ ທ່ານ​ຕິດ​ຕັ້ງ​ຫໍ​ເຕັນ​ສັກ​ສິດ 18 ໂມ​ເຊ​ໄດ້​ຕິດ​ຕັ້ງ​ຫໍ​ເຕັນ​ສັກ​ສິດ​ຂຶ້ນຄືໄດ້​ຕັ້ງ​ຕີນ​ໃສ່​ໄມ້​ແປ້ນ ສອດ​ຮາວ​ແລະ​ຕັ້ງ​ຫລັກ​ຂຶ້ນ 19 ທ່ານ​ໄດ້​ຄຶງ​ຜ້າ​ເຕັນ​ເທິງ​ຫໍ​ເຕັນ​ສັ​ກ​ສິດ ແລະ​ມຸງ​ປົກ​ເຕັນ​ຕາມ​ທີ່ພຣະ​ຜູ້​ເປັນເຈົ້າ​ຊົງ​ສັ່ງແກ່​ໂມ​ເຊ 20 ໄດ້​ເອົາ​ແຜ່ນຫີນພຣະ​ໂອ​ວາດ​ໄວ້​ໃນ​ຫີບ​ນັ້ນ ແລະ​ສອດ​ໄມ້​ຄານ​ຫາມ​ໄວ້​ໃນ​ຫີບ​ນັ້ນ ແລ້ວ​ຕັ້ງ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ໄວ້​ເທິງ​ຫີບ 21 ແລ້ວໄດ້​ນຳ​ຫີບ​ຄຳ​ສັນ​ຍາໄປໄວ້​ໃນ​ຫໍ​ເຕັນ​ສັກ​ສິດ ພ້ອມ​ທັງ​ກາງ​ຜ້າ​ກັ້ງ​ປິດ​ບັງ​ໄວ້​ຕາມທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງແກ່​ໂມ​ເຊ 22 ທ່ານຕັ້ງໂຕະ​ໄວ້​ໃນ​ເຕັນ​ນັດ​ພົບ​ທາງ​ທິດ​ເຫນືອ​ຂອງ​ຫໍ​ເຕັນ​ສັກ​ສິດນອກ​ຜ້າ​ກັ້ງ 23 ແລ້ວ​ຈັດ​ເຂົ້າ​ຈີ່​ສຳ​ລັບ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ເທິງ​ໂຕະ​ນັ້ນ​ຕາມ​ພຣະ​ອົງ​ຊົງ​ສັ່ງ 24 ແລະ​ທ່ານ​ໄດ້​ຕັ້ງ​ເຄື່ອງ​ຮອງ​ຕີນ​ໂຄມ​ໄວ້​ໃນ​ຫໍ​ເຕັນນັດ​ພົບ ຄື​ຕັ້ງ​ໄວ້​ຕໍ່​ຫນ້າ​ໂຕະ​ຂ້າງ​ເຕັນ​ເບື້ອງ​ໃຕ້ 25 ແລະ​ເອົາ​ຕະ​ກຽງ​ໄວ້​ເທິງ​ຫລັກ​ຊ້ອງ​ພຣະ​ພັກ​ພຣະ​ຜູ້​ເປັ​ນ​ເຈົ້າ​ຕາມ​ທີ່ພຣະຜູ້​ເປັນ​ເຈົ້າຊົງ​ສັ່ງແກ່​ໂມ​ເຊ 26 ທ່ານ​ໄດ້​ຕັ້ງ​ແທ່ນທອງ​ຄຳ​ໄວ້​ໃນ​ຫໍ​ເຕັນ​ນັດ​ພົບເບື້ອງ​ຫນ້າ​ຜ້າ​ກັ້ງ 27 ແລະ​ເຜົາ​ເຄື່ອງ​ຫອມ​ເທິງ​ແທ່ນນັ້ນ ​ຕາມທີ່​ພຣະ​ຜູ້​ເປັນເຈົ້າ​ຊົງ​ສັ່ງແກ່​ໂມ​ເຊ 28 ແລະ​ໄດ້​ກາງ​ຜ້າ​ກັ້ງ​ໄວ້​ທີ່​ປະ​ຕູ​ເຂົ້າ​ເຕັນສັກ​ສິດ 29 ທ່ານ​ຕັ້ງ​ແທ່ນ​ເຜົາ​ເຄື່ອງ​ບູ​ຊາ​ໄວ້​ທີ່​ປະ​ຕູ​ຫໍ​ເຕັນ​ສັກ​ສິດ ແລະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ທັນ​ຍາ​ຫານບູ​ຊາ​ເທິງ​ແທ່ນ​ນັ້ນຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງແກ່​ໂມ​ເຊ 30 ທ່ານ​ຕັ້ງ​ຂັນ​ໄວ້​ລະ​ຫວ່າງ​ເຕັນ​ນັດ​ພົບກັບ​ແທ່ນ​ບູ​ຊາ ແລ້ວ​ເອົາ​ນ້ຳ​ໃສ່​ຂັນ​ໄວ້​ສຳ​ລັ​ບ​ຊຳ​ຮະ​ລ້າງ 31 ໂມ​ເຊ​ກັບ​ອາ​ໂຣນ ແລະ​ບຸດຊາຍ​ຂອງທ່ານ​ໄດ້​ລ້າງ​ມື​ແລະ​ຕີ​ນທີ່​ຂັນ​ນັ້ນ 32 ເມື່ອ​​ເຂົາ​ທັງ​ຫລາຍຈະ​ເຂົ້າ​ໄປ​ໃນ​ຫໍ​ເຕັນ​ນັດ​ພົບ ຫລື​ເຂົ້າ​ໄປ​ໃກ້​ແທ່ນນັ້ນ​ເມື່ອ​ໃດ​ ເຂົາ​ກໍ​ຈະຊຳ​ຮະ​ລ້າງ​ເສັຽກ່ອນ​ຕາ​ມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງແກ່​ໂມ​ເຊ 33 ທ່ານກັ້ນຮົ້ວ​ອ້ອມ​ຮອບເຕັນ​ສັກ​ສິດແລະ​ແທ່ນ​ນັ້ນ ແລ້ວກາງ​ຜ້າ​ກັ້ງ​ໄວ້​ທີ່​ປະ​ຕູ​ຮົ້ວ ໂມ​ເຊ​ກໍ​ຈັດ​ງານ​ນັ້ນສຳ​ເຣັດ​ໄປ​ທຸກ​ປະ​ການ

ເມກ​ປົກ​ຄຸມ​ຫໍ​ເຕັນ​ສັກ​ສິດ

34 ເມກ​ໄດ້​ປົກ​ຄຸມ​ຫໍ​ເຕັນ​ສັກ​ສິດ ແລະ​ມີ​ພຣະ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ທີ່​ນັ້ນ 35 ໂມ​ເຊ​ເຂົ້າ​ໄປ​ໃນ​ຫໍ​ເຕັນ​ສັກ​ສິດ​ບໍ່​ໄດ້ ເພາະ​ວ່າ​ມີ​ເມກ​ປົກ​ຄຸມ​ຢູ່ ແລະ​ພຣະ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ 36 ຊາວ​ອິ​ສ​ຣາ​ເອນ​ຈະ​ອອກ​ຈາກ​ຄ້າຍ​ນີ້​ໄປ​ຍັງ​ຄ້າຍ​ອື່ນ​ໄດ້ ກໍ​ຕໍ່​ເມື່ອ​ເມກ​ໄດ້​ລອຍ​ຂຶ້ນ​ຈາກ​ຫໍ​ເຕັນ​ສັກ​ສິດ​ແລ້ວ​ເທົ່າ​ນັ້ນ 37 ຖ້າ​ເມກ​ນັ້ນ​ບໍ່​ລອຍ​ຂຶ້ນ​ໄປ ພວກ​ເຂົາ​ກໍ​ບໍ່​ອອກ​ເດີນ​ທາງໄປ​ຍັງ​ຄ້າຍ​ອື່ນ ພວກ​ເຂົາ​ຈະ​ຕ້ອງ​ຖ້າ​ຢູ່​ຈົນ​ເຖິງ​ວັນທີ່​ເມກ​ນັ້ນ​ລອຍ​ຂຶ້ນ​ 38 ໃນ​ກາງ​ເວັນ​ເມກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ເທິງ​ຫໍ​ເຕັນ​ສັກ​ສິດ ແລະ​ຕອນ​ກາງ​ຄືນ​ໄດ້​ມີ​ໄຟ​ໃນ​ເມກ​ນັ້ນ ຊາວ​ອິ​ສ​ຣາ​ເອນ​ໄດ້​ເຫັນ​ເມກ​ເມື່ອ​ເຂົາ​ຍົກຍ້າຍໄປ

ລະບຽບພວກເລວີ 1

ເຄື່ອງ​ເຜົາ​ບູ​ຊາ

1 ພຣະຜູ້​ເປັນ​ເຈົ້າ​ຊົງ​ເອີ້ນ​ໂມ​ເຊ​ສັ່ງ​ກັບ​ທ່ານ​ຈາກ​ເຕັນ​ນັດ​ພົບ​ວ່າ, 2 “ຈົ່ງ​ເວົ້າ​ກັບ​ຊາວ​ອິສ​ຣາ​ເອນ ແລະ​ກ່າວ​ແກ່​ເຂົາ​ວ່າ ເມື່ອ​ຄົນ​ໃດ​ໃນ​ພວກ​ທ່ານ​ນຳ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ພຣະຜູ້​ເປັນ​ເຈົ້າ ໃຫ້​ນຳ​ສັດ​ລ້ຽງ​ອັນ​ເປັນ​ເຄື່ອງ​ບູ​ຊາ​ຂອງ​ທ່ານ​ມາ​ຈາກ​ຝູງ​ງົວ ຫລືຝູງ​ແກະ ຫລື​ແບ້ 3 “ຖ້າ​ເຄື່ອງ​ບູ​ຊາ​ນີ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ມາ​ຈາ​ກ​ຝູງງົວ ກໍ​ໃຫ້​ເຂົາ​ນໍາ​ສັດ​ໂຕ​ເຖິກທີ່​ບໍ່ມີ​ຕຳ​ຫນິ ໃຫ້​ເຂົາ​ນໍາ​ເຄື່ອງ​ບູ​ຊາ​ນັ້ນ​ມາ​ທີ່​ປະ​ຕູ​ເຕັນ​ນັດພົບ ເພື່ອ​ໃຫ້​ເຂົາ​ເປັນ​ທີ່​ຊອບ​ພຣະ​ທັຍ​ຕໍ່​ພຣະ​ຜູ້​ເປັນເຈົ້າ 4 ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ສັດ​ຊຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ນັ້ນ ແລະ​ເຄື່ອງ​ເຜົາ​ບູ​ຊາ​ນັ້ນ​ຈະ​ເປັນ​ທີ່​ຊົງ​ຊອບ​ພຣະ​ທັຍ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ຂອງ​ຜູ້​ນັ້ນ 5 ແລ້ວ​ໃຫ້​ເຂົາ​ຂ້າ​ງົວ​ເຖິກນັ້ນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນເຈົ້າ ຝ່າຍ​ບຸດຊາຍ​ຂອງ​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ​ຈະ​ຖວາຍ​ເລືອດ ແລະ​ເອົາ​ເລືອດ​ມາ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ​ບູ​ຊາ​ຊຶ່ງ​ຢູ່​ຊື່​ປະ​ຕູ​ເຕັນ​ນັດ​ພົບ 6 ແ​ລະ​ໃຫ້​ເຂົາ​ດືງ​ຫນັງ​ເຄື່ອງ​ເຜົາ​ບູ​ຊາ​ນັ້ນ​ອອກ​ເສັຽ ແລ້ວ​ຕັດ​ເປັນ​ຕ່ອນໆ 7 ແລະ​ໃຫ້​ບຸດຂອງ​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ​ຈະ​ກໍ່​ໄຟ​ທີ່​ແທ່ນ ແລະ​ຮຽງ​ຟືນ​ເທິງ​ໄຟ 8 ແລະ​ພວກ​ບຸດ​ຊາຍ​ຂອງ​ອາ​ໂຣນ ຜູ້​ເປັ​ນ​ປະ​ໂຣ​ຫິດ​ຈະ​ວາງ​ຕ່ອນ​ຊີ້ນ ຫົວ ແລະ​ໄຂມັນ​ສັດ​ຕາມ​ລຳ​ດັບ​ໄວ້​ເທິງ​ຟືນ​ເທິງ​ໄຟ​ທີ່​ແທ່ນ​ບູ​ຊາ 9 ແຕ່​ໃຫ້​ເຂົາ​ເອົາ​ນ້ຳ​ລ້າງ​ເຄື່ອງ​ໃນ ​ແລະ​ຂາ​ສັດ​ ແລ້ວ​ປະ​ໂຣ​ຫິດ​ຈຶ່ງ​ເຜົາ​ຂອງ​ທັງ​ຫມົດ​ເທິງ​ແທ່ນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະຜູ້​ເປັນ​ເຈົ້າ 10 “ຖ້າ​ຂອງ​ຖວາຍ​ທີ່​ຜູ້​ໃດ​ຈະ​ໃຊ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ມາ​ຈາກ​ຝູງ​ແກະ ຫລື​ຝູງ​ແບ້ ໃຫ້​ຜູ້​ນັ້ນ​ເລືອກ​ເອົາ​ສັດ​ໂຕ​ເຖິກ​ທີ່​ບໍ່​ມີ​ຕໍາ​ຫນິ 11 ໃຫ້​ເຂົາ​ຂ້າ​ສັດ​ນັ້ນ​ເສັຽ​ທີ່​ແທ່ນ​ບູ​ຊາ​ຂ້າງ​ດ້ານ​ເຫນືອ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນເຈົ້າ ແລະ​ບຸດຊາຍ​ຂອງ​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ສັດ​ນັ້ນ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ​ບູ​ຊາ 12 ໃຫ້​ເຂົາ​ຟັນ​ສັດ​ນັ້ນ​ໃຫ້​ເປັນ​ຕ່ອນໆ ທັງ​ຫົວ​ແລະ​ໄຂ​ມັນ​ນຳ ແລະ​ປະ​ໂຣ​ຫິດ​ຈະ​ວາງ​ເຄື່ອງ​ເຫລົ່າ​ນີ້​ຕາມ​ລຳ​ດັບ​ໄວ້​ເທິງ​ຟືນ​ເທິງ​ໄຟ​ທີ່​ແທ່ນ​ບູ​ຊາ 13 ແຕ່​ເຄື່ອງ​ໃນ​ກັບ​ຂາ​ນັ້ນ​ຜູ້​ຖວາຍ​ບູ​ຊາ​ຈະ​ລ້າງ​ເສັຽດ້ວຍ​ນ້ຳ ແລະ​ໃຫ້​ປະ​ໂຣ​ຫິດ​ເອົາ​ເຄື່ອງ​ທັງ​ຫມົດ​ເຫລົ່າ​ນີ້​ເຜົາ​ບູ​ຊາ​ດ້ວຍ​ກັນ​ເທິງ​ແທ່ນ ເປັນ​ເຄື່ອງ​ເຜົາ​ບູ​ຊາ ຄື​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະຜູ້​ເປັນ​ເຈົ້າ 14 “ຖ້າ​ຜູ້​ໃດ​ຈະ​ນຳ​ນົກ​ມາ​ຖວາຍ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນເຈົ້າ ກໍ​ໃຫ້​ຜູ້​ນັ້ນ​ນຳ​ຂອງ​ບູ​ຊາ​ທີ່​ເປັນ​ນົກ​ເຂົາ ຫລື​ນົກ​ກາງ​ແກຣຸ່ນໆມາ​ຖວາຍ 15 ຈົ່ງ​ໃຫ້​ປະ​ໂຣ​ຫິດນໍາ​ນົກ​ນັ້ນ​ມາ​ທີ່​ແທ່ນ ໃຫ້​ເລືອດ​ໄຫລ​ອອກ​ມາ​ຂ້າງໆ​ແທ່ນ 16 ແລະ​ໃຫ້​ດຶງ​ຫນຽງ ​ແລະ​ຫລົກ​ຂົນ​ນົກ​ອອກ​ເສັຽ ແລ້ວ​ຖິ້ມ​ລົງ​ແທ່ນ​ດ້ານ​ຕາ​ເວັນ​ອອກ​ໃນ​ບ່ອນ​ທີ່​ຖິ້ມ​ຂີ້​ເທົ່າ 17 ແລະ​ໃຫ້​ເຂົາ​ຈີກ​ປີ​ກ​ຢ່າໃຫ້​ຂາດ​ອອກ​ຈາກ​ໂຕ ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ນົກ​ນັ້ນ​ເທິງ​ແທ່ນ​ທີ່​ກອງ​ຟືນ​ເທິງ​ໄຟ ເປັນ​ເຄື່ອງ​ເຜົາ​ບູ​ຊາ ຄື​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່ພຣະ​ຜູ້​ເປັນ​ເຈົ້າ

ລະບຽບພວກເລວີ 2

ທັນ​ຍາ​ບູ​ຊາ

1 “ເມື່ອ​ຜູ້​ໃດ​ນຳທັນ​ຍາ​ບູ​ຊາ​ມາ​ເປັນ​ເຄື່ອງ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ກໍ​ໃຫ້​ຜູ້​ນັ້ນ​ນຳ​ຍອດ​ແປ້ງ​ມາ​ຖວາຍ ໃຫ້​ເຂົາ​ເທ​ນ້ຳ​ມັນ​ລົງ​ທີ່​ແປ້ງ​ແລະ​ໃສ່​ກຳ​ຍານ​ດ້ວຍ 2 ແລ້ວ​ນຳ​ມາ​ໃຫ້​ບຸດ​​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ ຜູ້ທຳ​ພິ​ທີ​ຈະ​ເອົາ​ແປ້ງ​ກຳ​ນຶ່ງ​ພ້ອມ​ນ້ຳ​ມັນ​ແລະ​ກຳ​ຍານ​ທັງ​ຫມົດ​ອອກ ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ເຄື່ອງ​ບູ​ຊາສ່ວນ​ນີ້​ເປັນ​ສ່ວນ​ອະ​ນຸສອນ​ເທິງ​ແທ່ນ ຄື​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະຜູ້​ເປັນ​ເຈົ້າ 3 ສ່ວນພືດ​ຜົນ​ເປັນ​ເມັດ​​ທີ່​ເຫລືອ​ຢູ່​ນັ້ນ​ຈະ​ເປັນ​ຂອງ​ອາ​ໂຣນ​ແລະ​ບຸດ​ຂອງ​ເຂົາ ເປັນ​ສ່ວນ​ບໍ​ຣິ​ສຸດ​ຢ່າງ​ຍິ່ງ​ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 4 “ເມື່ອ​ທ່ານ​ນຳທັນ​ຍາ​ບູ​ຊາ​ເປັນ​ເຂົ້າ​ຈີ່​ອົບ​ໃນເຕົາ​ອົບ​ມາ​ຖວາຍ​ເປັນ​ເຄື່ອງບູ​ຊາ ໃຫ້​ເປັນ​ເຂົ້າ​ຈີ່ທີ່​ບໍ່​ມີເຊື້ອແປ້ງ​ທຳ​ດ້ວຍຍອດ​ແປ້ງ​ປົນໃສ່​ນ້ຳ​ມັນ ຫລື​ເຂົ້າ​ຈີ່​ແຜ່ນ​ທີ່​ບໍ່ມີເຊື້ອ​ແປ້ງທານ້ຳ​ມັນ 5 ແລະ​ຖ້າທ່ານ​ນຳ​ທັນ​ຍາ​ບູ​ຊາເປັນ​ເຂົ້າ​ຈີ່​ປີ້ງ​ເທິງ​ເຫລັກ ກໍ​ໃຫ້​ເປັນ​ເຂົ້າ​ຈີ່​ທຳ​ດ້ວຍຍອດ​ແປ້ງ​ທີ່​ບໍ່​ມີ​ເຊື້ອແປ້ງ​ປົນ​ນ້ຳ​ມັນ 6 ທ່ານຈົ່ງ​ຫັກ​ເຂົ້າ​ຈີ່ນັ້ນ​ເປັນ​ຕ່ອນ​ນ້ອຍໆ​ພ້ອມ​ທັງ​ເທ​ນ້ຳ​ມັນ​ລາດໃສ່​ ເມື່ອ​ນຳ​ມາ​ຖວາຍເປັນ​ທັ​ນ​ຍາ​ບູ​ຊາ 7 ຖ້າ​ເຄື່ອງ​ບູ​ຊາ​ຂອງ​ທ່ານ​ເປັນ​ທັນ​ຍາ​ບູ​ຊາຈືນ​ດ້ວຍ​ກະ​ທະ​ໃຫ້​ທຳ​ດ້ວຍຍອດ​ແປ້ງ​ປົນ​ນ້ຳ​ມັນ 8 ທ່ານ​ຈະ​ນຳ​ທັນ​ຍາ​ບູ​ຊາ​ຊຶ່ງ​ທຳ​ດ້ວຍ​ສິ່ງ​ເຫລົ່າ​ນີ້​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ນຳ​ມາ​ໃຫ້​ປະ​ໂຣ​ຫິດ​ແລ້ວ ປະ​ໂຣ​ຫິດຈະ​ນຳ​ມາ​ເຖິງ​ແທ່ນ​ບູ​ຊາ 9 ແລະ​ປະ​ໂຣ​ຫິດ​ຈະ​ນຳ​ສ່ວນ​ທີ່​ຣະ​ລຶກ​ອອກ​ຈາກ​ທັນ​ຍາ​ບູ​ຊາ ແລະ​ເຜົາ​ເສັຽ​ເທິງ​ແທ່ນ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 10 ສ່ວນ​ທັນ​ຍາ​ບູ​ຊາ​ທີ່​ເຫລືອ​ຢູ່​ນັ້ນ​ຕົກ​ເປັນ​ຂອງ​ອາ​ໂຣນ​ແລະ​ຂອງ​ບຸດ​ທ່ານ ເປັນ​ສ່ວນ​ບໍ​ຣິ​ສຸດ​ຢ່າງ​ຍິ່ງ​ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ 11 “ບັນ​ດາ​ທັນ​ຍາ​ບູ​ຊາ​ຊຶ່ງ​ນຳ​ມາ​ຖວາຍແດ່​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຢ່າ​ໃຫ້​ມີ​ເຊື້ອ​ແປ້ງ ເຈົ້າ​ຢ່າ​ເຜົາ​ເຊື້ອ​ແປ້ງ​ແລະ​ນ້ຳ​ເຜີ້ງ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 12 ຖ້າ​ເຈົ້າ​ຈະ​ນຳ​ສິ່ງ​ທັງ​ສອງ​ນີ້​ເປັນ​ຜົນ​ຣຸ່ນ​ທຳ​ອິດ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້ ແຕ່​ຢ່າ​ເຜົາ​ຖວາຍ​ເທິງ​ແທ່ນ​ໃຫ້​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ 13 ເຈົ້າ​ຈົ່ງ​ປຸງ​ບັນ​ດາ​ທັນ​ຍາ​ບູ​ຊາ​ດ້ວຍ​ໃສ່​ເກືອ ເຈົ້າ​ຢ່າ​ໃຫ້​ເກືອ​ແຫ່ງ​ຄຳ​ຫມັ້ນສັນ​ຍາ​ກັບ​ພຣະ​ເຈົ້າ​ຂອງ​ເຈົ້າ​ຂາດ​ເສັຽ​ຈາກ​ທັນ​ຍາ​ບູ​ຊາ​ຂອ​ງ​ເຈົ້າ ເຈົ້າ​ຈົ່ງ​ຖວາຍ​ເກືອ​ພ້ອມ​ກັບ​ບັນ​ດາ​ເຄື່ອງ​ບູ​ຊາ​ຂອງ​ເຈົ້າ 14 “ຖ້າ​ເຈົ້າ​ຖວາຍ​ທັນ​ຍາ​ບູ​ຊາ​ເປັນ​ຜົນ​ຣຸ່ນ​ທຳ​ອິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ທັນ​ຍາ​ບູ​ຊາ​ອັນ​ເປັນ​ຜົນ​ຣຸ່ນ​ທຳ​ອິດ​ນັ້ນ​ເຈົ້າ​ຈົ່ງ​ຖ​ວາຍ​ຮວງ​ໃຫມ່ໆ​ຢ້າງ​ໃຫ້​ແຫ້ງ ບົດ​ເມັດ​ໃຫ້​ລະ​ອຽດ 15 ເຈົ້າ​ຈົ່ງ​ໃສ່​ນ້ຳ​ມັນ ແລະ​ວາງ​ເຄື່ອງ​ກຳ​ຍານ​ໄວ້​ເທິງ​ນັ້ນເປັນ​ທັນ​ຍາ​ບູ​ຊາ 16 ປະ​ໂຣ​ຫິດ​ຈະ​ເອົາ​ສ່ວນ​ນຶ່ງ​ຂອງ​ເມັດ​ທີ່​ບົດ ນ້ຳ​ມັນ​ແລະ​ເຄື່ອງ​ກຳ​ຍານ​ເຜົາ​ຖວາຍ​ເປັນ​ສ່ວນ​ອະ​ນຸ​ສອນ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

ລະບຽບພວກເລວີ 3

3.​ ສານ​ຕິ​ບູ​ຊາ 1 “ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ຖວາຍ​ເຄື່ອງ​ບູ​ຊາ​ເປັນ​ສານ​ຕິ​ບູ​ຊາ ຖ້າ​ເຂົາ​ຖວາຍງົວ​ເຖິກ ຫລືງົວ​ແມ່​ຈາກ​ຝູງ ໃຫ້​ເຂົາ​ຖວາຍ​ສັ​ດໂຕ​ທີ່​ບໍ່​ມີ​ຕຳ​ຫນິ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 2 ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ສັດ​ຕົວ​ທີ່​ຈະ​ຖວາຍ ແລະ​ຈົ່ງ​ຂ້າ​ເສັຽ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ບຸດ​ຂອງ​ອາ​ໂຣນ​ຜູ້​ເປັນ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ຊິດ​ໃສ່​ທີ່​ແທ່ນ​ແລະອ້ອມ​ຮອບ​ແທ່ນ​ບູ​ຊາ 3 ຈາກ​ເຄື່ອງ​ບູ​ຊາ​ທີ່​ຖວາຍ​ເປັນ​ສານ​ຕິ​ບູ​ຊາ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຖວາຍ​ຈະ​ນຳ​ໄຂມັນ​ທີ່​ຕິດ​ກັບ​ເຄື່ອງ​ໃນ​ແລະ​ໄຂມັນ​ທີ່​ໃນ​ເຄື່ອງ​ໃນ​ທັງ​ຫມົດ 4 ແລະ​ຫມາກ​ໄຂ່​ຫລັງທັງ​ສອງ​ຫນ່ວຍ​ກັບ​ໄຂ​ມັນ​ທີ່​ຕິດບັ້ນ​ແອວ​ນັ້ນ​ ແລະ​ໃຫ້​ເອົາ​ສ່ວນທີ່​ດີ​ທີ່​ສຸດຂອງຕັບ​ນັ້ນ​ອອກ​ເສັຽ​ພ້ອມ​ກັບຫມາກ​ໄຂ່​ຫລັງ 5 ບຸດ​ອາ​ໂຣນ​ຈະ​ເຜົາ​ເສັຽ​ເທິງ​ແທ່ນ​ບູ​ຊາ​ເທິງ​ເຄື່ອງ​ເຜົາ​ບູ​ຊາ​ຊຶ່ງ​ຢູ່​ເທິງ​ຟືນ​ເທິງ​ໄຟ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ຫອມ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 6 “ຖ້າ​ຜູ້​ໃດ​ນຳ​ເຄື່ອ​ງບູ​ຊາທີ່​ເປັນ​ສານ​ຕິ​ບູ​ຊາ​ເປັນ​ສັດ​ໂຕ​ເຖິກຫລື​ໂຕ​ແມ່​ທີ່​ໄດ້​ມາ​ຈາກ​ຝູງ​ແບ້ ແກະ ກໍ​ຢ່າ​ໃຫ້​ສັດ​ນັ້ນ​ມີ​ຕຳ​ຫນິ 7 ຖ້າ​ເຂົາ​ຈະ​ຖວາຍ​ລູກ​ແກະ​ເປັນ​ເຄື່ອງ​ບູ​ຊາ​ກໍ​ໃຫ້ເຂົາ​ນຳ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 8 ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ສັດ​ນັ້ນ ແລະ​ໃຫ້​ຂ້າ​ເສັຽ​ທີ່​ຫນ້າ​ເຕັນ​ນັດ​ພົບ ແລະ​ບຸດ​ອາ​ໂຣນ​ຈະ​ເອົາ​ເລືອດ​ຊິດ​ໃສ່​ຂ້າງ​ທັງ​ສີ່​ຂອງ​ແທ່ນ​ບູ​ຊາ 9 ຈາກ​ເຄື່ອງ​ບູ​ຊາ​ທີ່​ຖວາຍ​ເປັນ​ສານ​ຕິ​ບູ​ຊາ ຄື​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເຂົາ​ຖວາຍ​ໄຂມັນ ຫາງ​ທີ່​ເປັນ​ໄຂ​ມັນ​ທັງ​ຫມົດ​ແປະກະ​ດູກ​ສັນ​ຫລັງ ແລະ​ໄຂ​ມັນ​ທີ່ຫຸ້ມເຄື່ອງ​ໃນ ກັບ​ໄຂມັ​ນ​ທີ່​ໃນ​ເຄື່ອງ​ໃນ 10 ຫມາກ​ໄຂ່​ຫລັງສອງ​ຫນ່ວຍ​ກັບ​ໄຂ​ມັນ​ທີ່​ຕິດ​ຢູ່​ບັ້ນ​ແອວ ໃຫ້​ເອົາ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ​ອອກ​ເສັຽ​ພ້ອມ​ກັບ​ຫມາກ​ໄຂ່​ຫລັງ 11 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ເຜົາ​ເທິງ​ແທ່ນ​ເປັນ​ອາ​ຫານ​ເຜົາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 12 “ຖ້າ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ເປັນ​ແບ້ ກໍ​ໃຫ້​ເຂົາ​ນຳ​ມາ​ຖວາຍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 13 ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ມັນ ແລະ​ຂ້າ​ມັນ​ເສັຽ​ທີ່​ຫນ້າ​ເຕັນ​ນັດ​ພົບ ແລະ​ບຸດ​ອາ​ໂຣນ​ຈະ​ເອົາ​ເລືອດ​ຊິດ​ໃສ່ທັງ​ສີ່​ຂ້າງຂອງ​ແທ່ນ​ບູ​ຊາ 14 ແລ້ວ​ໃຫ້​ເຂົາ​ເອົາ​ສິ່ງ​ເຫລົ່າ​ນີ້​ຈາກ​ແບ້​ໂຕ​ນັ້ນ​ເປັນ​ເຄື່ອງ​ບູ​ຊາ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່ພຣະ​ຜູ້​ເປັ​ນ​ເຈົ້າ ຄື​ໄຂ​ມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ໄຂ​ມັນ​ທີ່​ຢູ່​ໃນ​ເຄື່ອງ​ໃນ 15 ຫມາກ​ໄຂ່​ຫລັງ​ສອງ​ຫນ່ວຍ​ກັບ​ໄຂ​ມັນ​ທີ່​ຕິດ​ຢູ່​ບັ້ນ​ແອວ ສ່ວນ​ທີ່​ດີ​ທີ່​ສຸດ​ຂອງຕັບ ຊຶ່ງ​ເຂົາ​ຈະ​ຕ້ອງ​ເອົາ​ອອກ​ເສັຽ​ພ້ອມ​ກັບ​ຫ​ມາກ​ໄຂ່​ຫລັງ 16 ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ສິ່ງ​ເຫລົ່າ​ນີ້​ເທິງ​ແທ່ນ​ເປັນ​ອາ​ຫານ​ເຜົາ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ໄຂ​ມັນ​ທັງ​ຫມົດ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 17 ໃຫ້​ເປັນ​ກົດ​ເກນ​ຖາ​ວອນ​ປະ​ຈຳ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ​ໃນ​ບ່ອນທີ່​ເຈົ້າ​ອາ​ໄສ​ຢູ່​ທົ່ວໆ​ໄປ​ວ່າ ເຈົ້າ​ຢ່າ​ຮັບ​ປະ​ທານ​ໄຂ​ມັນ​ຫລື​ເລືອດ”

ລະບຽບພວກເລວີ 4

ເຄື່ອງ​ບູ​ຊາ​ໄຖ່​ບາບ

1 ພຣະ​ຜູ້​ເປັນເຈົ້າຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ກະ​ທຳ​ຜິດ​ສິ່ງ​ໃດ​ຊຶ່ງພ​ຣ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ ໂດຍ​ເຂົາ​ບໍ່​ໄດ້​ເຈ​ຕນາ​ກະ​ທຳ​ສິ່ງ​ເຫລົ່າ​ນັ້ນ​ປະ​ການ​ນຶ່ງ​ປະ​ການ​ໃດ 3 ຖ້າ​ຜູ້​ກະ​ທຳ​ຜິດ​ເປັນ​ປະ​ໂຣ​ຫິດ​ທີ່​ໄດ້​ຮັບ​ການ​ຫົດ​ສົງ​ໄວ້ ຍ່ອມ​ນຳ​ກັມ​ບາບ​ມາ​ສູ່​ປະ​ຊາ​ຊົນ ເຫດ​ດ້ວຍ​ບາບ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ​ກໍ​ໃຫ້​ເຂົາ​ງົວ​ເຖິກ​ຊຶ່ງ​ບໍ່​ມີ​ຕຳ​ຫນິ​ມາ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 4 ໃຫ້​ເຂົາ​ນຳ​ງົວ​ນັ້ນ​ມາ​ທີ່​ເຕັນ​ນັດ​ພົບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ງົວ​ໂຕ​ນັ້ນ ແລະ​ໃຫ້​ຂ້າ​ມັນ​ເສັຽ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 5 ແລະ​ປະ​ໂຣ​ຫິດ​ຜູ້​ໄດ້​ຮັບ​ການ​ຫົດ​ສົງ​ແລ້ວ​ຈະ​ນຳ​ເລືອດ​ງົວ​ນັ້ນ​ມາທີ່​ເຕັນ​ນັດ​ພົບ 6 ປະ​ໂຣ​ຫິດ​ຈະ​ເອົາ​ນິ້ວ​ຈຸ່ມ​ລົງ​ໃນ​ເລືອດ ແລະ​ຊິດ​ໃສ່ທີ່​ຫນ້າ​ເຕັນ​ສະ​ຖານ​ນະ​ມັ​ສການ​ເຈັດ​ຄັ້ງ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 7 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ຫນ້​ອຍ​ນຶ່ງ​ເຈີມ​ທີ່​ຍອດຂອງ​ແທ່ນ​ເຜົາ​ເຄື່ອງ​ຫອມ​ຊຶ່ງ​ຢູ່​ທີ່​ປະ​ຕູ​ເຕັນ​ນັດ​ພົບ 8 ແລະ​ເຂົາ​ຈະ​ເອົາ​ໄຂ​ມັນ​ອອກ​ເສັຽ​ຈາກ​ງົວ​ໂຕ ທີ່​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນີ້ ຄື​ໄຂ​ມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ໄຂ​ມັນ​ທີ່​ໃນ​ເຄື່ອງ​ໃນ 9 ແລະ​ຫມາກ​ໄຂ່​ຫລັງສອງອັນ​ກັບ​ໄຂມັນ​ທີ່​ຕິດ​ຢູ່ ແລະ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງຕັບ ຊຶ່ງ​ເຂົາ​ຈະ​ຕ້ອງ​ເອົາ​ອອກ​ເສັຽ​ພ້ອມ​ກັບຫມາກ​ໄຂ່​ຫລັງ 10 (ໃຫ້​ເອົາ​ອອກ​ເຊັ່ນ​ດຽວ​ກັບ​ເອົາ​ອອກ​ຈາກ​ງົວ​ທີ່​ຖວາຍ​ເປັນ​ສານ​ຕິ​ບູ​ຊາ) ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ສິ່ງ​ເຫລົ່າ​ນີ້​ເທິງ​ແທ່ນ​ເຄື່ອງ​ເຜົາບູ​ຊາ 11 ແຕ່​ຫນັງ​ຂອງ​ງົວ​ພ້ອມ​ກັບ​ຊີ້ນ​ງົວ ຫົວ ຂາ ເຄື່ອງ​ໃນ ແລະ​ມູນ​ຂອງ​ມັນ 12 ຄື​ງົວ​ທັງ​ໂຕ​ນີ້ ໃຫ້​ເອົາ​ອອກ​ໄປ​ເສັຽ​ຈາກ​ຄ້າຍ​ເຖິງ​ບ່ອນ​ສະ​ອາດ ບ່ອນຖິ້ມ​ຂີ້​ເທົ່າ ແລະ​ໃຫ້​ສຸມ​ໄຟ​ເຜົາ​ເສັຽ ບ່ອນ​ຖິ້ມ​ຂີ້​ເທົ່າຢູ່​ທີ່​ໃດ​ກໍ​ໃຫ້​ເຜົາ​ທີ່​ນັ້ນ 13 “ຖ້າ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ​ກະ​ທຳ​ຜິດ​ໂດຍ​ບໍ່​ຮູ້​ຕົວ ແລະ​ຄວາມ​ຜິດ​ນັ້ນ​ກໍ​ປາ​ກົດ​ແກ່​ທີ່​ປະ​ຊຸມ ແລະ​ເຂົາ​ໄດ້​ກະ​ທຳ​ສິ່ງ​ນຶ່ງ​ສິ່ງ​ໃດ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ ຈຶ່ງ​ເປັນ​ການ​ກະ​ທຳ​ກັມ​ບາບ 14 ເມື່ອ​ຄວາມຜິດ​ທີ່​ເຂົາ​ໄດ້​ກະ​ທຳ​ນັ້ນ​ເປັນ​ທີ່​ປະ​ຈັກ​ຂຶ້ນ ໃຫ້​ທີ່​ປະ​ຊຸມ​ຖວາຍ​ງົວ​ຫນຸ່ມ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ໃຫ້​ນຳ​ງົວ​ນັ້ນ​ມາ​ທີ່​ຫນ້າ​ເຕັນ​ນັດ​ພົບ 15 ແລະ​ຜູ້​ໃຫຍ່​ຂອງ​ຊຸມ​ນຸ​ມ​ຊົນ​ຈະ​ເອົາ​ມື​ວາ​ງເທິງ​ຫົວ​ຂອງງົວ​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 16 ແລ້ວ​ປະ​ໂຣ​ຫິດຜູ້​ຮັບ​ການ​ເຈີມ​ຈະ​ນຳ​ເລືອດ​ຂອງ​ງົວ​ມາ​ທີ່​ເຕັນ​ນັດ​ພົບ 17 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ນີ້ວ​ມື​ຈຸ່ມ​ລົງ​ໃນ​ເລືອດ​ແລະ​ຊິດ​ເລືອດ​ນັ້ນ​ໃສ່​ຫນ້າ​ຜ້າ​ກັ້ງ​ເຈັດ​ຄັ້ງຕໍ່​ພຣະ​ພັກພຣະ​ເຈົ້າ 18 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ຫນ້ອຍ​ນຶ່ງ​ທາ​ໃສ່​ຍອດຂອງ​ແທ່ນ​ບູ​ຊາ​ຊຶ່ງ​ຢູ່​ໃນ​ເຕັນ​ນັດ​ພົບ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ສ່ວນ​ເລືອດ​ທີ່​ເຫລືອ​ຢູ່​ນັ້ນ ເຂົາ​ຈະ​ເທ​ລົງ​ທີ່​ຖານ​ແທ່ນ​ເຄື່ອງ​ບູ​ຊາ​ຊຶ່ງ​ຢູ່​ທີ່​ປະ​ຕູ​ເຕັນ​ນັດ​ພົບ 19 ແລະ​ເຂົາ​ຈະ​ເອົາ​ໄຂ​ມັນ​ອອກ​ຈາກ​ງົວ​ນັ້ນ​ທັງ​ຫມົດ ນຳ​ໄປ​ເຜົາ​ເສັຽ​ເທິງ​ແທ່ນ 20 ເຂົາ​ຈະ​ກະ​ທຳ​ດັ່ງ​ນີ້​ແກ່​ງົວ​ຕົວ​ນີ້ ເຂົາ​ໄດ້​ກະ​ທຳ​ກັບງົວ​ຕົວ​ທີ່​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຢ່າງ​ໃດ​ກໍ​ໃຫ້​ເຂົາ​ກະ​ທຳ​ແກ່​ງົວ​ຕົວ​ນີ້​ຢ່າງ​ນັ້ນ ດັ່ງ​ນີ້​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົ​ບມົນ​ທິນ​ບາບຂອງ​ຊຸມ​ນຸມ​ຊົນ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ຮັບ​ການ​ອະ​ພັຍ 21 ແລ້ວ​ປະ​ໂຣ​ຫິດ​ຈະ​ນຳ​ງົວ​ອອກ​ໄປ​ນອກ​ຄ້າຍ ແລະ​ເຜົາ​ເສັຽຢ່າງ​ກັບ​ເຜົາ​ງົວ​ໂຕ​ກ່ອນ ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຂອງ​ທີ່​ປະ​ຊຸມ 22 “ຖ້າ​ຜູ້​ປົກ​ຄອງ​ກະ​ທຳ​ຄວາມ​ຜິດ ກະ​ທຳ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ຊົງ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ​ໂດຍ​ບໍ່​ຮູ້​ຕົວ ແລ້ວ​ມີ​ກັມ​ບາບ 23 ຖ້າ​ໄດ້​ແຈ້ງ​ໃຫ້​ເຂົາ​ຊາບ​ເຖິງ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ​ທຳ​ນັ້ນ​ແລ້ວ ກໍ​ໃຫ້​ເຂົາ​ນຳ​ແບ້​ເຖິກ​ທີ່​ບໍ່​ມີ​ຕຳ​ຫນິ​ໂຕ​ນຶ່ງ​ມາ​ເປັນ​ເຄື່ອງ​ບູ​ຊາ 24 ໃຫ້​ເຂົາ​ເອົາ​ມື​ວາງ​ເທິງ​ຫົວ​ແບ້ ແລະ​ໃຫ້​ຂ້າແບ້​ໃນ​ບ່ອນ​ທີ່​ເຂົາ​ຂ້າ​ສັດ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ນີ້​ເປັນ​ເຄື່ອງບູ​ຊາ​ໄຖ່​ບາບ 25 ປະ​ໂຣ​ຫິດ​ຈະ​ເອົາ​ນີ້ວມື​ຈຸ່ມ​ເລືອດ ເຄື່ອງ​ບູ​ຊາ​ໄຖ່​ບາບ​ນຳ​ໄປ​ທາ​ທີ່​ຍອດ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເທເລືອດ​ທີ່​ເຫລືອ​ຢູ່​ນັ້ນ​ທີ່​ຖານ​ຂອງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ 26 ແລະ​ໃຫ້​ເຂົາ​ເຜົາ​ໄຂ​ມັນ​ທັງ​ຫມົດ​ເທິງ​ແທ່ນ ເຫມືອນ​ຢ່າງ​ກັບ​ເຜົາ​ໄຂ​ມັນ​ເຄື່ອງ​ສານ​ຕິ​ບູ​ຊາ ດັ່ງ​ນີ້​ແຫລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົ​ບ​ມົນ​ທິນ​ບາບ​ຂອງ​ເຂົາ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ 27 “ຖ້າ​ປະ​ຊາ​ຊົນ​ສາ​ມັນ​ຄົນ​ນຶ່ງ​ຄົນ​ໃດ​ກະ​ທຳ​ຄວາມ​ຜິດ​ໂດຍ​ບໍ່​ໄດ້​ເຈ​ຕນາ ຄື​ກະ​ທຳ​ສິ່ງນຶ່ງ​ສິ່ງ​ໃດຊຶ່ງ​ພຣະ​ເຈົ້າ​ຊົງ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ ແລະ​ກໍ​ມີ​ກັມ​ບາບ 28 ເມື່ອ​ໄດ້​ແຈ້ງ​ໃຫ້​ເຂົາ​ຊາບ​ເຖິງ​ຄວາມ​ຜິດ ຊຶ່ງ​ເຂົາ​ໄດ້​ກະ​ທຳ​ແລ້ວ ຫ້​ເຂົາ​ນຳ​ແບ້​ແມ່​ໂຕ​ນຶ່ງ​ຊຶ່ງ​ບໍ່​ມີ​ຕຳ​ຫນິ​ມາ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ​ນັ້ນ 29 ​ເຂົາ​ຈະ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ເຄື່ອງ​ເຜົາ​ບູ​ຊາ​ໄຖ່​ບາບ ແລະ​ຂ້າ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນັ້ນ​ໃນ​ບ່ອນ​ທີ່​ເຂົາ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ 30 ປະ​ໂຣ​ຫິດ​ຈະ​ເອົາ​ນີ້ວ​ມື​ຈຸ່ມ​ເລືອດແບ້​ນັ້ນ​ໄປ​ທາ​ທີ່ຍອດ​ຂອງແທ່ນ​ເຄື່ອງ​ເຜົາ​ບູ​ຊາ 31 ເຂົາ​ຈະ​ເອົາ​ໄຂ​ມັນ​ອອກ​ເສັຽ​ໃຫ້​ຫມົດ​ຢ່າງ​ທີ່​ເອົາ​ອອກ​ເສັຽ​ຈາກ​ເຄື່ອງ​ສານ​ຕິ​ບູ​ຊາ ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ໄຂ​ມັນ​ນັ້ນເທິງ​ແທ່ນ ເປັນ​ກິ່ນ​ທີ່ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແ​ລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ 32 “ຖ້າ​ເຂົາ​ນຳ​ລູກ​ແກະ​ມາ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ກໍ​ໃຫ້​ເຂົາ​ນຳ​ລູກ​ແກະ​ແມ່ບໍ່​ມີ​ຕໍາ​ຫນິ​ມາ 33 ເຂົາ​ຈະ​ເອົາ​ມື​ວາງ​ເທິງ​ຫົວຂອ​ງ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ຂ້າ​ເສັຽ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໃນ​ບ່ອນ​ທີ່​ເຂົາ​ຂ້າ​ເຄື່ອງ​ເຜົາ​ບູ​ຊາ 34 ​ປະ​ໂຣ​ຫິດ​ຈະ​ເອົາ​ນີ້ວ​ມື​ຈຸ່ມ​ເລືອດ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນັ້ນ ນຳ​ໄປ​ທາ​ທີ່​ຍອດ​ຂອງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເທເລືອດ​ທີ່​ເຫລືອ​ນັ້ນ​ລົງ​ທີ່​ຖານ​ຂອງ​ແທ່ນ 35 ​ເຂົາ​ຈະ​ເອົາ​ໄຂ​ມັນ​ທັງ​ຫມົດ​ອອກ​ເສັຽຢ່າງ​ທີ່​ເອົາ​ໄຂ​ມັນ​ຂອງ​ລູກ​ແກະ​ອອກ​ຈາ​ກ​ເຄື່ອງ​ສາ​ນ​ຕິ​ບູ​ຊາ ແລະ​ປະ​ໂຣ​ຫິດ​ຈະ​ເຜົາ​ໄຂ​ມັນ​ເທິງ​ແທ່ນ​ເທິງ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ ຊຶ່ງ​ເຂົາ​ໄດ້​ກະ​ທຳ​ຜິດ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ

ລະບຽບພວກເລວີ 5

1 “ຖ້າ​ຜູ້​ໃດ​ກະ​ທຳ​ຄວາມ​ຜິດ​ໃນ​ຂໍ້​ທີ່​ໄດ້​ຍິນ​ຄຳ​ໃຫ້​ສາ​ບານ​ຕົວ​ເປັນ​ພ​ຍານ ແລະ​ແມ້​ວ່າ​ເຂົາ​ເປັນ​ພຍານ ໂດຍ​ທີ່​ເຂົາ​ເຫັນ​ຫລື​ຮູ້​ເຣື່ອງ​ກໍ​ຕາມ ແຕ່​ເຂົາ​ບໍ່​ຍອມ​ໃຫ້​ການ​ເປັນ​ພ​ຍານ ເຂົາ​ຕ້ອງ​ຮັບ​ຄວາມຜິດ 2 ຫລື​ຜູ້​ນຶ່ງ​ຜູ້​ໃດ​ແຕະ​ຕ້ອງ​ສິ່ງ​ທີ່​ເປັນ​ມົນ​ທິນ ຈະ​ເປັນ​ຊາກ​ສັດ​ປ່າ​ທີ່​ມົນ​ທິນ ​ຫລື​ຊາກ​ສັດ​ລ້ຽງ​ທີ່​ມົນ​ທິນ ຫລື​ຊາກ​ສັດ​ນ້ອຍໆ​ທີ່​ມີ​ຫລາຍ​ທີ່​ເປັນ​ມົນ​ທິນ ໂດຍ​ບໍ່​ທັນ​ຮູ້​ຕົວ ເຂົາ​ຈຶ່ງ​ເປັນ​ຄົນ​ມີ​ມົນ​ທິນ ເຂົາ​ກໍ​ມີ​ບາບ​ກັມ 3 ຖ້າ​ເຂົາ​ແຕະ​ຕ້ອງ​ມົນ​ທິ​ນ​ຂອງ​ຄົນ ຈະ​ເປັນ​ສິ່ງ​ໃດໆ​ຊຶ່ງ​ເປັນ​ມົນ​ທິນ​ອັນ​ເປັນ​ສິ່ງ​ທີ່​ກະ​ທຳ​ໃຫ້​ຄົນ​ນັ້ນ​ເປັນ​ມົນ​ທິນ ໂດຍ​ເຂົາ​ບໍ່​ຮູ້​ຕົວ ເມື່ອ​ເຂົາ​ຮູ້​ແລ້ວ​ເຂົາ​ກໍ​ມີ​ບາບ​ກັມ 4 ຖ້າ​ຄົນ​ນຶ່ງ​ຄົນ​ໃດ​ເຜີ​ຕົວ​ກ່າວ​ຄຳ​ສາ​ບານ​ວ່າ​ຈະ​ກະ​ທຳ​ຊົ່ວ​ຫລື​ດີ ຫລື​ເຜີ​ຕົວກ່າວ​ຄຳ​ສາ​ບານ​ໃດໆ ແລະ​ເຂົາ​ກະ​ທຳ​ໂດຍ​ບໍ່​ທັນ​ຮູ້​ຕົວ ເມື່ອ​ເຂົາ​ຮູ້​ສຶກ​ຕົວ​ແລ້ວ​ໃນ​ປະ​ການ​ໃດກໍ​ຕາມ ເຂົາ​ກໍ​ມີ​ບາບ​ກັມ 5 ເມື່ອ​ຜູ້ນຶ່ງ​ຜູ້​ໃດ​ກະ​ທຳ​ບາບ​ກັມ​ໃດໆ​ທີ່​ກ່າວ​ມາ​ນີ້ ກໍ​ໃຫ້​ເຂົາ​ສາ​ລະ​ພາບ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ​ທຳ​ 6 ແລະ​ໃຫ້​ເຂົາ​ນຳ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ກັມມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ບາບ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ນັ້ນ ເຄື່ອງ​ບູ​ຊາ​ນັ້ນ​ຈະ​ເປັນ​ສັດ​ໂຕ​ແມ່ຈາກ​ຝູງ ຄື​ລູກ​ແກະ​ຫລື​ແບ້ ກໍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໄດ້ ດັ່ງ​ນີ້​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ບາບ​ໃຫ້​ເຂົາ ເພາະ​ເຂົາ​ທຳ​ບາບ 7 “ຖ້າ​ເຂົາ​ບໍ່​ສາ​ມາດ​ຖວາຍ​ລູກ​ແກະ​ຕົວ​ນຶ່ງ ກໍ​ໃຫ້​ເຂົາ​ນຳ​ນົກ​ເຂົາ​ສອງ​ຕົວ ຫລືນົກ​ກາງ​ແກສອງ​ຕົວ ນົກ​ຕົວ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ນົກ​ອີກ​ຕົວ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ໃຫ້​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ກັມ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ລ້າງ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ 8 ໃຫ້​ເຂົາ​ນຳ​ນົກ​ທັງ​ສອງ​ນີ້​ມາ​ໃຫ້​ປະ​ໂຣ​ຫິດ ປະ​ໂຣ​ຫິດ​ກໍ​ຖວາຍ​ຈົກ​ຕົວ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ໃຫ້​ເຂົາ​ບິດ​ຫົວ​ນົກ​ຫ​ລຸດ​ຈາກ​ຄໍ​ແຕ່​ຢ່າ​ໃຫ້​ຂາດ 9 ແລະ​ໃຫ້​ເອົາ​ເລືອດ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຊິດ​ໃສ່​ທີ່​ຂ້າງ​ແທ່ນເສັຽ ສ່ວນ​ເລືອດ​ທີ່​ເຫລືອຢູ່ປ່ອຍ​ໃຫ້​ໄຫລ​ອອກ​ຈາ​ກທີ່ຖານ​ແທ່ນ ນີ້​ເປັນ​ເຄື່ອງ​ບູ​ຊາໄຖ່​ບາບ 10 ແລ້ວ​ເຂົາ​ຈະ​ຖວາຍ​ນົກ​ຕົວ​ທີ່​ສອງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຕາມ​ກົດ​ຫມາຍ ແລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທີນ​ບາບ​ຂອງ​ເຂົາ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ໄປ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ 11 “ແຕ່​ຖ້າ​ເຂົາ​ຍັງ​ບໍ່​ສາ​ມາດ​ທີ່​ຈະ​ນຳ​ນົກ​ເຂົາ​ສອງ​ຕົວ ຫລື​ນົກ​ກາງ​ແກ​ຫນຸ່ມ​ສອງ​ຕົວ​ມາ ກໍ​ໃຫ້​ເຂົາ​ນຳ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ນັ້ນ​ມາ ຄື​ຍອດ​ແປ້ງ​ນຶ່ງ​ໃນ​ສິບ​ເອ​ຟາ ເອົາ​ມາ​ເປັນ​ເຄື່ອງບູ​ຊາ​ໄຖ່​ບາບ ຢ່າ​ໃສ່​ນ້ຳ​ມັນ ຫລື​ໃສ່​ເຄື່ອງ​ກຳ​ຍານ​ໃນ​ແປ້ງ ເພາະ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 12 ໃຫ້​ເຂົາ​ນຳ​ແປ້ງ​ມາ​ໃຫ້​ປະ​ໂຣ​ຫິດ ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ແປ້ງ​ກຳ​ມື​ນຶ່ງ​ເປັນ​ສ່ວນ​ອະ​ນຸ​ສອນ ແລະ​ເຜົາ​ເສັຽ​ເທິງ​ແທ່ນ​ເທິງ​ເຄື່ອງ​ເຜົາ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ​ເປັນ​ເຄື່ອງ​ບູ​ຊາໄຖ່​ບາບ 13 ຢ່າງ​ນີ້​ແຫ​ລະ ປະ​ໂຣ​ຫິດ​ຈະ​ທຳ​ການ​ລົ​ບ​ມົນ​ທິນ​ບາບ​ຂອງ​ເຂົາ ຊຶ່ງ​ເຂົາ​ໄດ້​ກະ​ທຳ​ໃນ​ເຣື່ອງ​ນຶ່ງ​ເຣື່ອງ​ໃດ​ທີ່​ກ່າວ​ມາ​ນີ້ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ ສ່ວນ​ທີ່​ເຫລືອ​ນັ້ນ​ຈະ​ເປັນ​ຂອງ​ປະ​ໂຣ​ຫິດ ເຊັ່ນ​ດຽວ​ກັບ​ເຄື່ອງ​ຖວາຍ​ພື​ດ​ຜົນ​ເປັນ​ເມັດ”

ເຄື່ອງ​ບູ​ຊາ​ໄຖ່​ບາບ​ກັມ

14 ພຣະ​ເຈົ້າ​ສັ່ງ​ກັບ​ໂມ​ເຊວ່າ, 15 “ຖ້າຜູ້​ໃດ​ທຳ​ການ​ບໍ່​ຊື່​ສັດ ແລະ​ທຳ​ບາບ​ໂດຍ​ບໍ່​ຮູ້​ຕົວ​ໃນ​ເຣື່ອງ​ຂອງ​ບໍ​ຣິ​ສຸດ​ແຫ່ງ​ພຣະ​ເຈົ້າ ໃຫ້​ຜູ້ນັ້ນ​ນຳ​ແກະ​ໂຕເຖິກ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ຖວາຍ​ແດ່​ພຣະ​ເຈົ້າ ໃຫ້​ເຈົ້າ​ຕີ​ຣາ​ຄາ​ເປັນ​ເງິນ​ເຊ​ເກ​ລ​ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະມັ​ສ​ການ ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ 16 ແລະ​ໃຫ້​ຜູ້​ນັ້ນ​ຊົດ​ໃຊ້​ຂອງ​ບໍ​ຣິ​ສຸດ​ທີ່​ຂາດ​ໄປ ແລະ​ເພີ້ມ​ອີກ​ນຶ່ງ​ໃນ​ຫ້າ​ຂອງ​ຣາ​ຄາ​ສິ່ງທີ່​ຂາດ​ໄປ​ນັ້ນ ນຳ​ມອບ​ໃຫ້​ແກ່​ປະ​ໂຣ​ຫິດ ແລະ​ປະ​ໂຣຫິດ​ຈະ​ທຳ​ການ​ລົ​ບ​ມົນ​ທິນ​ບາບຂອງ​ເຂົາ​ດ້ວຍ​ແກະ​ເຖິກ ທີ່​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ 17 “ຖ້າ​ຜູ້​ໃດ​ກະ​ທຳ​ຜິດ ຄື​ກະ​ທຳ​ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ບັນ​ຊາ​ບໍ່​ໃຫ້​ກະ​ທຳ ເຖິງແມ່ນ​ວ່າ​ເຂົາ​ກະ​ທຳ​ໂດຍ​ບໍ່​ຮູ້ເທົ່າ​ເຖິງ​ການເຂົາ​ກໍ​ມີ​ຄວາມ​ຜິດ​ຈະ​ຕ້ອງ​ຮັບ​ໂທດ 18 ໃຫ້​ຜູ້​ນັ້ນ​ນຳ​ແກະ​ເຖິກ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ມາ​ຈາກ​ຝູງ ໃຫ້​ເຈົ້າ​ຕີ​ຣາ​ຄາ ເປັນ​ຣາ​ຄາ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ແລະ​ໃຫ້​ປະ​ໂຣ​ຫິດ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ​ຕາມ​ຄວາມ​ຜິດ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ດ້ວຍ​ບໍ່​ໄດ້​ເຈ​ຕນາ​ນັ້ນ ແລະ​ເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ 19 ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ເພາະ​ເຂົາ​ໄດ້​ກະ​ທຳ​ກັມ​ບາບ​ຕໍ່​ພຣະ​ເຈົ້າ”

ລະບຽບພວກເລວີ 6

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຜູ້​ໃດ​ທຳ​ບາບ​ແລະ​ທຳ​ການ​ບໍ່​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ການ​ຫລອກ​ລວງ​ເພື່ອນ​ບ້ານ​ໃນ​ເຣື່ອງ​ການ​ຝາກ ຫລື​ການ​ປະ​ກັນ ຫລື​ທາງ​ການ​ໂຈ​ຣະ​ກັມ ຫລື​ຖ້າ​ເຂົາ​ໄດ້​ບີບ​ບັງ​ຄັບ​ເພື່ອນ​ບ້ານ 3 ຫລື​ພົບ​ສິ່ງ​ທີ່​ຫາຍ​ໄປ​ແລ້ວ​ແຕ່​ບໍ່​ຍອມ​ຮັບ ສາ​ບານ​ຕົນ​ເປັນ​ຄວາມ​ເທັດ ຫລື​ກະ​ທຳ​ສິ່ງ​ໃດ​ທີ່​ຄົນ​ກະ​ທຳ​ຜິດ 4 ເມື່ອ​ຜູ້​ໃດ​ໄດ້​ທຳ​ບາບ ແລະ​ມີ​ກັມ​ບາບ​ແລ້ວ ກໍ​ໃຫ້​ຜູ້​ນັ້ນ​ຄືນ​ຂອງໄດ້​ມາ​ທາງ​ໂຈ​ຣະ​ກັມ​ນັ້ນ​ເສັຽ ຫລື​ສິ່ງ​ໃດ​ທີ່​ເຂົາ​ໄດ້​ມາ​ດ້ວຍ​ການ​ປີບ​ບັງ​ຄັບ ຫລື​ສິ່ງ​ທີ່​ຝາກ​ເຂົາ​ໄວ້ ຫລື​ສິ່ງ​ສູນ​ຫາຍ​ທີ່​ເຂົາ​ໄດ້​ພົບ​ເຂົ້າ 5 ຫລື​ສິ່ງ​ໃດໆ​ທີ່​ໄດ້​ສາ​ບານ​ເທັດ​ໄວ້ ເຂົາ​ຕ້ອງ​ຄືນ​ໃຫ້​ເຕັມ​ຕາມ​ຈຳ​ນວນ ແລະ​ຈົ່ງ​ເພີ້ມ​ອີກ​ນຶ່ງ​ໃນ​ຫ້າ ແລະ​ມອບ​ໃຫ້​ແກ່​ເຈົ້າ​ຂອງ​ໃນ​ວັນ​ທີ່​ເຂົາ​ຖວາຍ​ເຄື່ອ​ງ​ບູ​ຊາ​ໄຖ່ກັມ​ບາບ 6 ໃຫ້​ຜູ້​ນັ້ນ​ນຳ​ແກະ​ໂຕ​ເຖິກ​ທີ່​ບໍ່​ມີ​ຕຳ​ຫນິ​ມາ​ຈາກ​ຝູງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ຖວາຍ​ແດ່​ພຣະ​ເຈົ້າ ມາ​ມອບ​ໃຫ້​ປະ​ໂຣ​ຫິດ ໃຫ້​ເຈົ້າ​ຕີ​ຣາ​ຄາ​ເອງ​ເປັນ​ຣາ​ຄາ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ 7 ແລະ​ໃຫ້​ປະ​ໂຣ​ຫິດ​ທຳ​ການ​ລົບ​ມົນ​ທິ​ນ​ບາບ​ຂອງເຂົາ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແລະເຂົາ​ຈະ​ໄດ້​ຮັບ​ການ​ອະ​ພັຍ​ໃນ​ທຸກ​ສິ່ງ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ​ຊຶ່ງ​ໃຫ້​ຮັບ​ກັມ​ບາບ”

ກົດ​ອື່ນໆ​ຂອງ​ການ​ຖວາຍ​ບູ​ຊາ

8 ພຣະ​ເຈົ້າ​ຊົງ​ບອກກັບ​ໂມ​ເຊວ່າ, 9 “ຈົ່ງ​ບັນ​ຊາແກ່​ອາ​ໂຣນ ແລະ​ບຸດ​ຂອງ​ເຂົາ​ວ່າ ຕໍ່​ໄປ​ນີ້​ເປັນ​ກົດ​ເຣື່ອງ​ເຄື່ອງ​ເຜົາ​ບູ​ຊາ ເຄື່ອງ​ເຜົາ​ບູ​ຊາ​ນັ້ນ​ຈະ​ຕ້ອງ​ເຜົາ​ຢູ່​ເທິງ​ແທ່ນ​ຕລອດ​ຄືນ​ຈົນ​ຮຸ່ງ​ເຊົ້າ ຈົ່ງ​ໃຫ້​ໄຟ​ເທິງ​ແທ່ນເຜົາ​ເຄື່ອງ​ບູ​ຊາ​ລຸກ​ຢູ່​ເລື້ອຍ​ໄປ 10 ໃຫ້​ປະ​ໂຣ​ຫິດ​ນຸ່ງ​ເສື້ອ​ຜ້າ​ປ່ານ​ແລະ​ນຸ່ງສົ້ງ​ຜ້າ​ປ່ານ ແລະ​ໃຫ້​ຕັກ​ຂີ້​ເທົ່າ​ອອກ​ຈາກ​ໄຟ​ທີ່​ໄຫມ້​ເຄື່ອງ​ເຜົາ​ບູ​ຊາ​ຢູ່​ເທິງ​ແທ່ນ​ນຳ​ໄປ​ໄວ້​ຂ້າງ​ແທ່ນ 11 ໃຫ້​ຖອດ​ເສື້ອ​ທີ່​ນຸ່ງ​ຢູ່ອອ​ກ​ແລ້ວ ສວມ​ເສື້ອ​ອີກ​ໂຕ​ນຶ່ງ ນຳ​ຂີ້​ເທົ່າ​ອອກ​ໄປ​ນອກ​ຄ້າຍ​ຍັງ​ທີ່​ສະ​ອາດ 12 ໃຫ້​ຮັກ​ສາ​ໄຟ​ທີ່​ເທິງ​ແທ່ນ​ໃຫ້​ລຸກ​ຢູ່ ຢ່າ​ໃຫ້​ດັບ​ເລີຍ​ທີ່​ດຽວ ໃຫ້​ປະ​ໂຣ​ຫິດ​ໃສ່​ຟືນ​ທຸກ​ເຊົ້າ​ແລະ​ໃຫ້​ຮຽງ​ເຄື່ອງ​ເຜົາ​ບູ​ຊາ​ໃຫ້​ເປັນ​ລະ​ບຽບ​ໄວ້​ເທິງ​ແທ່ນ ແລະ​ເຜົາ​ໄຂ​ມັນ​ຂອງ​ເຄຶ່ອງ​ສານ​ຕິ​ບູ​ຊາ​ເທິງ​ນັ້ນ 13 ຕ້ອງ​ຮັກ​ສາ​ໃຫ້​ໄຟ​ຕິດ​ຢູ່​ເທິງ​ແທ່ນ​ເລື້ອຍ​ໄປ ຢ່າ​ໃຫ້​ດັບ​ເປັນ​ອັນ​ຂາດ 14 “ຕໍ່​ໄປ​ນີ້​ເປັນ​ກົດ​ຂອງ​ການ​ຖວາຍ​ທັນ​ຍາ​ບູ​ຊາ ໃຫ້​ບຸດ​ອາ​ໂຣນ​ຖວາຍ​ເຄື່ອງ​ບູ​ຊາ​ນີ້​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ທີ່​ຫນ້າ​ແທ່ນ​ບູ​ຊາ 15 ໃຫ້​ປະ​ໂຣ​ຫິດ​ຄົນ​ນຶ່ງ​ຫຍິບຍອດ​ແປ້ງ​ກຳ​ມື​ນຶ່ງ​ມາ​ຈາກ​ທັນ​ຍາ​ບູ​ຊາ ປົນ​ໃສ່​ນ້ຳ​ມັນ​ແລະ​ເຄື່ອງ​ກຳ​ຍານ​ທັງ​ຫມົດ​ຊຶ່ງ​ຢູ່​ເທິງ​ທັນ​ຍາ​ບູ​ຊາ ແລະ​ເຜົາ​ສ່ວນ​ນີ້​ເທິງ​ແທ່ນ​ເປັນ​ສ່ວນ​ອະ​ນຸ​ສອນ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ເຈົ້າ 16 ສ່ວນ​ທີ່​ເຫລືອ​ຢູ່​ໃຫ້​ອາ​ໂຣນ ແລະ​ບຸດ​ຂອ​ງ​ເຂົາ​ຮັບ​ປະ​ທານ ໃຫ້​ເປັນ​ເຂົ້າ​ຈີ່ທີ່​ບໍ່​ມີ​ເຊື້ອ​ແປ້​ງ​ຮັບ​ປະ​ທານ​ໃນ​ສະ​ຖານ​ສັກ​ສິດ ໃຫ້​ຮັບ​ປະ​ທານ​ໃນລານຂອງ​ເຕັນ​ນັດ​ພົບ 17 ຢ່າ​ໃສ່​ເຊື້ອ​ແປ້ງ​ໃນ​ເຂົ້າ​ຈີ່​ນັ້ນ​ແລ້ວ​ປີ້ງ ເຮົາ​ໄດ້​ໃຫ້​ສ່ວນ​ນີ້​ເປັນ​ສ່ວນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຂອງ​ເຣົາ​ອັນ​ຕົກ​ແກ່​ເຂົາ ເປັນ​ສິ່ງ​ບໍ​ຣິ​ສຸດ​ທີ່​ສຸດ​ເຊັ່ນ​ດຽວ​ກັບ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ 18 ໃຫ້​ບຸດ​ທັງ​ຫລາຍ​ຂອງ​ອາ​ໂຣນ​ຮັບ​ປະ​ທານ​ສິ່ງ​ນີ້ ເປັນ​ກົດ​ຖາ​ວອນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຂອງ​ພຣະ​ເຈົ້າ ຜູ້​ໃດ​ທີ່​ຖືກ​ຕ້ອງ​ສິ່ງ​ເຫລົ່າ​ນີ້​ຈະ​ບໍ​ຣິ​ສຸດ” 19 ພຣະ​ເຈົ້າ​ຊົງ​ບອກ​ກັບ​ໂມ​ເຊວ່າ, 20 “ຕໍ່​ໄປ​ນີ້​ເປັນ​ເຄື່ອງ​ບູ​ຊາ​ທີ່​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ຈະ​ຕ້ອງ​ຖວາຍ​ແດ່​ພຣະ​ເຈົ້າ​ໃນ​ວັນ​ທີ່​ເຂົາ​ຮັບ​ການ​ເຈີມ ຄື​ຍອດ​ແປ້ງ​ນຶ່ງ​ໃນ​ສິບ​ເອ​ຟາ​ເປັນ​ທັນ​ຍາ​ບູ​ຊາ​ປະ​ຈຳ​ໃຫ້​ຖວາຍ​ຕອນ​ເຊົ້າ​ເຄິ່ງ​ນຶ່ງ ຕອນ​ແລງ​ເຄິ່ງ​ນຶ່ງ 21 ໃຫ້​ປົນ​ໃສ່​ກັບ​ນ້ຳ​ມັນ​ໃຫ້​ເຂົ້າ​ກັນ​ດີ​ແລ້ວ​ຈືນ​ເທິງ​ເຫລັກ ທຳ​ເປັນ​ແຜ່ນ​ເຫມືອນ​ທັນ​ຍາ​ບູ​ຊາ ແລ້ວ​ຖວາຍ​ເປັນ​ກິ່ນ​ພໍ​ພຣະ​ທັຍ​ແດ່​ພຣະ​ເຈົ້າ 22 ໃຫ້​ປະ​ໂຣ​ຫິດ​ຈາກ​ບັນ​ດາ​ບຸດ​ຂອງ​ອາ​ໂຣນ​ຜູ້​ຮັບ​ການ​ເຈີມ​ຕັ້ງ​ແທນ​ເຂົາ ໃຫ້​ຖວາຍ​ສິ່ງ​ນີ້​ແດ່​ພຣະ​ເຈົ້າ​ເປັນ​ກົດ​ສືບ​ໄປ​ເປັນ​ນິດ ໃຫ້​ເຜົາ​ເຄື່ອງ​ບູ​ຊາ​ທັງ​ຫມົດ​ເສັຽ 23 ທັນຍາ​ບູ​ຊາ​ຂອງ​ປະ​ໂຣ​ຫິດ​ທຸກ​ຣາຍ​ໃຫ້​ເຜົາ​ເສັຽ​ໃຫ້​ຫມົດ ຢ່າ​ໃຫ້​ຮັບ​ປະ​ທານ 24 ພຣະ​ເຈົ້າ​ຊົງ​ບອກ​ກັບ​ໂມ​ເຊວ່າ, 25 “ຈົ່ງ​ກ່າວ​ແກ່​ອາ​ໂຣນ​ແລະບຸດ​ຂອງ​ເຂົາ​ວ່າ ຕໍ່​ໄປ​ນີ້​ເປັນ​ກົດ​ຂອງ​ການ​ຖວາຍ​ເຄື່ອງ​ບູ​ຊາ​ໄຖ່​ບາບ ໃຫ້​ຂ້າ​ສັດ​ທີ່​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໃນ​ບ່ອນ​ທີ່​ຂ້າ​ສັດ ອັນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ 26 ໃຫ້​ປະ​ໂຣ​ຫິດ​ຜູ້​ຖວາຍ​ບູ​ຊາ​ໄຖ່​ບາບ​ຮັບ​ປະ​ທານ​ສັດ​ນັ້ນ ໃຫ້​ເຂົາ​ຮັບ​ປະ​ທານ​ໃນ​ສະ​ຖາ​ນສັກ​ສິດ​ໃນ​ລານ​ເຕັນ​ນັດ​ພົບ 27 ສິ່ງ​ໃດ​ທີ່​ແຕະ​ຕ້ອງ​ຊີ້ນ​ສັດ​ນັ້ນ​ຈະ​ບໍ​ຣິ​ສຸດ ແລະ​ເມື່ອປະ​ພົມ​ມີ​ເລືອດ​ຕິດ​ເສື້ອ ກໍ​ໃຫ້​ຊັກ​ເສື້ອ​ສ່ວນ​ທີ່​ຕິດ​ເລືອດ​ນັ້ນ​ໃນ​ສະ​ຖານ​ສັກ​ສິດ 28 ຈົ່ງ​ທຳ​ລາຍ​ພາຊ​ນະ​ດິນ​ທີ່​ໃຊ້​ຕົ້ມ​ຊີ້ນ​ນັ້ນ​ເສັຽ ຖ້າ​ຕົ້ມ​ໃນ​ພາ​ຊ​ນະ​ທອງ​ສຳ​ຣິດ​ກໍ​ໃຫ້​ຂັດ​ແລະ​ລ້າງ​ເສັຽດ້ວຍ​ນ້ຳ 29 ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ປະ​ໂຣ​ຫິດ​ຮັບ​ປະ​ທານ​ໄດ້ ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ 30 ແຕ່​ເຄື່ອງ​ບູ​ຊາ​ໄຖ່​ບາບ ຊຶ່ງ​ປະ​ໂຣ​ຫິດ​ນຳ​ເລືອດ​ໄປ​ໃນ​ເຕັນ​ນັດ​ພົບ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ໃນ​ສະ​ຖານ​ສັກ​ສິດ​ນັ້ນ​ຢ່າ​ຮັບ​ປະ​ທານ​ເລີຍ ຕ້ອງ​ເຜົາ​ໄຟ​ເສັຽ

ລະບຽບພວກເລວີ 7

1 ຕໍ່​ໄປ​ນີ້​ເປັນ​ກົດ​ເຣື່ອງ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ເປັນ​ສິ່ງ​ບໍ​ຣິ​ສຸດ​ທີ່​ສຸດ 2 ໃຫ້​ຂ້າ​ສັດ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ໃນ​ບ່ອນ​ທີ່​ຂ້າ​ສັດ​ອັນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ໃຫ້​ເອົາ​ເລືອດ​ສັດ​ນັ້ນ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ 3 ແລະ​ໃຫ້​ເອົາ​ໄຂ​ມັນ​ຂອງ​ສັດ​ນັ້ນ​ຖວາຍ​ບູ​ຊາ​ເສັຽ​ທັງ​ຫມົດ​ດ້ວຍ ຫາງມັນໆ ໄຂ​ມັນ​ທີ່​ຫຸ້ມ​ເຄື່ອງ​ໃນ 4 ຫ​ມາກ​ໄຂ່​ຫລັງ​ສອງ​ອັນ​ພ້ອມ​ກັບ​ໄຂ​ມັນ​ທີ່​ຕິດ​ຢູ່​ຊື່​ບັ້ນ​ແອວ ແລະ​ສ່ວນ​ດີ​ທີ່​ສຸດ​ຂອງ​ຕັບ ​ຊຶ່ງ​ຕ້ອງ​ເອົາ​ອອກ​ພ້ອມ​ກັບ​ຫມາກ​ໄຂ່​ຫລັງ 5 ໃຫ້​ປະ​ໂຣ​ຫິດ​ເຜົາ​ສິ່ງ​ເຫລົ່າ​ນີ້​ເທິງ​ແທ່ນ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ 6 ຜູ້ຊາຍ​ທຸກ​ຄົນ​ທີ່​ເປັນ​ປະ​ໂຣ​ຫິດ​ຮັບ​ປະ​ທານ​ໄດ້ ໃຫ້​ຮັບ​ປະ​ທານ​ໃນ​ສະ​ຖານ​ບໍ​ຣິ​ສຸດ ເປັນ​ຂອງ​ບໍ​ຣີ​ສຸດ​ທີ່​ສຸດ 7 ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ກໍ​ເຫມືອນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ມີ​ກົດ​ຢ່າງ​ດຽວ​ກັນ ປະ​ໂຣ​ຫິດ​ຜູ້​ໃຊ້​ເຄື່ອງ​ບູ​ຊາ​ທຳ​ການ​ລົບ​ມົນ​ທິນ​ຈະ​ໄດ້​ເຄື່ອງ​ບູ​ຊາ​ນັ້ນ 8 ປະ​ໂຣ​ຫິດ​ຄົນ​ໃດ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ຜູ້​ໃດ ປະ​ໂຣ​ຫິດ​ຜູ້ນັ້ນ​ຍ່ອມ​ໄດ້​ຫນັງ​ຂອງ​ເຄື່ອງ​ເຜົາ​ບູ​ຊາ​ທີ່​ຕົນ​ຖວາຍ 9 ເຄື່ອງ​ທັນ​ຍາ​ບູ​ຊາ​ທຸກ​ຢ່າງ​ທີ່​ປີ້ງ​ໃນ​ເຕົາ​ອົບ ແລະ​ສິ່ງທັງ​ຫມົດ​ຊຶ່ງ​ຕຽມ​ໃນ​ກະ​ທະ​ຫລື​ທີ່​ເຫລັກ​ໃຫ້​ຕົກ​ເປັນ​ຂອງ​ປະ​ໂຣ​ຫິດ​ຜູ້​ຖວາຍ​ຂອງ​ເຫລົ່າ​ນັ້ນ 10 ທັນ​ຍາ​ບູ​ຊາ​ທຸກ​ຢ່າງ​ທີ່​ປົນ​ນ້ຳ​ມັນ​ຫລື​ບໍ່​ປົນ​ຈະ​ຕົກ​ເປັນ​ຂອງ​ບຸດ​ອາ​ໂຣນ​ທົ່ວ​ກັນ 11 “ຕໍ່​ໄປ​ນີ້​ເປັນ​ກົດ​ເຣື່ອງ​ເຄື່ອງ​ສານ​ຕິ​ບູ​ຊາ​ຊຶ່ງ​ຜູ້​ນຶ່ງ​ຜູ້ໃດ​ນຳ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 12 ຖ້າ​ເຂົາ​ຖວາຍ​ເປັນ​ເຄື່ອງ​ໂມ​ທະ​ນາ​ພຣະ​ຄຸນ ກໍ​ໃຫ້​ເຂົາ​ຖວາຍ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ​ປົນໃສ່​ກັບ​ນ້ຳ​ມັນ ເຂົ້າ​ຫນົມ​ເປັນ​ແຜ່ນ​ບໍ່​ມີ​ເຊື້ອ​ແປ້ງ​ທາ​ນ້ຳ​ມັນ ເຂົ້າ​ຫນົມ​ຍອດ​ແປ້ງ​ປົນ​ນ້ຳ​ມັນ​ໃຫ້​ດີ​ພ້ອມ​ກັບ​ເຄື່ອງ​ບູ​ຊາ​ໂມ​ທະ​ນາ 13 ໃຫ້​ເຂົາ​ນຳ​ເຂົ້າ​ຈີ່​ໃສ່​ເຊື້ອ​ແປ້ງ​ມາ​ຖວາຍ​ເປັນ​ສ່ວນ​ຂອງ​ເຄື່ອງ​ບູ​ຊາ​ພ້ອມ​ກັບ​ສັດ​ອັນ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ​ທີ່​ຖວາຍ​ເປັນ​ການ​ໂມ​ທະ​ນາ​ພຣະ​ຄຸນ 14 ໃຫ້​ເຂົາ​ຖວາຍ​ຂອງ​ບູ​ຊາ​ເຫລົ່າ​ນີ້​ຢ່າງ​ລະ​ກ້ອນແດ່​ພຣະ​ຜູ້​ເປັ​ນເຈົ້າ ຊຶ່ງ​ເປັນ​ສ່ວນ​ທີ່​ຕົກ​ແກ່​ປະ​ໂຣ​ຫິດ​ຜູ້​ເອົາ​ເລືອດ​ສານ​ຕິ​ບູ​ຊາ​ໄປຊິດ​ໃສ່​ແທ່ນບູຊາ 15 ສ່ວນຊີ້ນ​ສັຕ​ເຄື່ອງ​ສານ​ຕິ​ບູ​ຊາ​ເພື່ອ​ໂມ​ທະ​ນາ​ພຣະ​ຄຸນ​ນັ້ນ ເຂົາ​ຈະ​ຕ້ອງ​ຮັບ​ປະ​ທານ​ເສັຽ​ໃນ​ວັນ​ທຳ​ການ​ຖວາຍ​ບູ​ຊາ ຢ່າ​ເຫລືອ​ໄວ້​ຈົນ​ເຖິງ​ຮຸ່ງ​ເຊົ້າ​ເລີຍ 16 ຖ້າ​ເຄື່ອງ​ບູ​ຊາ​ນັ້ນ​ເປັນ​ເຄື່ອງ​ບູ​ຊາ​ແກ້​ບົນ ຫລື​ເປັນ​ເຄື່ອງ​​ບູ​ຊາ​ຕາມ​ໃຈ​ສມັກ​ໃຫ້​ເຂົາ​ຮັບ​ປະ​ທານ​ເສັຽ​ໃນ​ວັນ​ທຳ​ການ​ຖວາຍ​ບູ​ຊາ ແລະ​ໃນ​ວັນ​ຮຸ່ງ​ຂຶ້ນ​ເຂົາ​ຍັງ​ຮັບ​ປະ​ທານ​ສ່ວນ​ທີ່​ເຫລືອ​ໄດ້ 17 ສ່ວນ​ຊີ້ນ​ຂອງ​ເຄື່ອງ​ບູ​ຊາ​ທີ່​ເຫລືອເຖິງວັນ​ທີ່​ສາມ​ໃຫ້​ເຜົາ​ເສັຽດ້ວຍ​ໄຟ 18 ຖ້າຜູ້​ໃດ​ຮັບ​ປະ​ທານ​ຊີ້ນ​ສັດ​ອັນ​ເປັນ​ເຄື່ອງສານ​ຕິ​ບູ​ຊາ​ໃນ​ວັນ​ທີ່​ສາມ ຜູ້​ຖວາຍ​ນັ້ນ​ຈະ​ບໍ່​ເປັນ​ທີ່​ໂປດ​ປານ ​ແລະ​ບໍ່​ຊົງ​ຖື​ວ່າ​ ເຄື່ອງ​ບູ​ຊາ​ນັ້ນ​ເປັນ​ທີ່​ພໍ​ພຣະ​ທັຍ ເປັນ​ການ​ກະ​ທຳ​ທີ່​ຫນ້າ​ລັງ​ກຽດ​ແລະ​ຜູ້​ທີ່​ຣັບ​ປະ​ທານ​ຈະ​ຕ້ອງ​ໄດ້​ຮັບ​ໂທດ 19 “ຊີ້ນ​ທີ່​ໄປ​ຖືກ​ຂອງ​ທີ່​ເປັນ​ມົນ​ທິນ​ໃດໆ​ຢ່າ​ຮັບ​ປະ​ທານ ຈົ່ງ​ເຜົາ​ເສັຽດ້ວຍ​ໄຟ ຜູ້​ໃດ​ທີ່​ສະ​ອາດ​ທຸກ​ຄົ​ນ​ຮັບ​ປະ​ທານ​ຊີ້ນ​ໄດ້ 20 ຖ້າ​ຜູ້​ໃດ​ຮັບ​ປະ​ທານ​ຊີ້ນ​ສັດ​ບູ​ຊາ​ອັນ​ເປັນ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ທີ່​ຕົນ​ຍັງ​ມີ​ມົນ​ທິນ​ຕິດ​ຕົວ​ຢູ່ ຕ້ອງ​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ປະ​ຊາ​ຊົນ (ຈະ​ບໍ່​ມີ​ໄດ້​ມີ​ຊື່​ວ່າ​ເປັນ​ປະ​ຊາ​ຊົນ​ຂອງ​ພຣະ​ເຈົ້າ​ອີກ​ຕໍ່​ໄປ) 21 ຖ້າ​ຜູ້​ໃດ​ແຕະ​ຕ້ອງສິ່ງ​ທີ່​ເປັນ​ມົນ​ທິນ ບໍ່​ວ່າ​ຈະ​ເປັນ​ມົນ​ທິນ​ຂອງ​ຄົນ ຫລື​ເປັນ​ສັດ​ທີ່​ມົນ​ທິນ ຫລື​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ອັນ​ໃດ​ທີ່​ມົນ​ທິນ ແລະ​ຜູ້​ນັ້ນ​ມາ​ຮັບ​ປະ​ທານ​ຊີ້ນ​ເຄື່ອງ​ບູ​ຊາ​ຂອງ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ໃຫ້​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ” 22 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 23 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເຈົ້າ​ທັງ​ຫລາຍຢ່າ​ຮັບ​ປະ​ທານ​ໄຂ​ມັນ​ຂອງ​ງົວ ຂອງ​ແກະ ຫລື​ຂອງ​ແບ້​ 24 ໄຂ​ມັນ​ຂອງ​ສັດ​ທີ່​ຕາຍ​ເອງ ແລະ​ໄຂ​ມັນ​ຂອງ​ສັດ ທີ່​ສັດ​ກັດ​ຕາຍ​ຈະ​ນຳ​ໄປ​ໃຊ້​ຢ່າງ​ອື່ນ​ກໍ​ໄດ້ ແຕ່​ຢ່າ​ຮັບ​ປະ​ທານ​ເລີຍ​ເປັນ​ອັນ​ຂາດ 25 ຖ້າ​ຜູ້​ໃດ​ຮັບ​ປະ​ທານ​ໄຂ​ມັນ​ສັດ​ອັນ​ເປັນ​ເຄື່ອງ​ບູ​ຊາດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປ​ນັ​ເຈົ້າ ໃຫ້​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ 26 ນອກ​ຈາກ​ນີ້ ເຈົ້າ​ຢ່າ​ຮັບ​ປະ​ທານ​ເລືອດ​ເລີຍ ບໍ່​ວ່າ​ເລືອດ​ນົກ​ຫລື​ເລືອດ​ສັດ​ໃນ​ທີ່​ໃດໆ​ທີ່​ເຈົ້າ​ອາ​ໄສ​ຢູ່ 27 ຜູ້​ໃດ​ຮັບ​ປະ​ທານ​ເລືອດ​ຢ່າງ​ໃດໆ​ໃຫ້​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ” 28 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 29 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຜູ້​ໃດ​ຈະ​ຖວາຍ​ສັ​ຕ​ບູ​ຊາ​ອັນ​ເປັນ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ ໃຫ້​ຜູ້​ນັ້ນ​ນຳ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈາກ​ສັ​ຕ​ບູ​ຊາ​ອັນ​ເປັນ​ສານ​ຕິ​ບູ​ຊາຂອງ​ເຂົາ 30 ໃຫ້​ເຂົາ​ນຳ​ເຄື່ອງ​ຖວາຍ​ບູ​ຊາ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ມາ​ດ້ວຍ​ຕົນ​ເອງ ໃຫ້​ເຂົາ​ນຳ​ໄຂມັນ​ມາ​ພ້ອມ​ກັບ​ຊີ້ນຫນ້າ​ເອິກ​ນັ້ນ ເພື່ອ​ເອົາ​ຊີ້ນຫນ້າເອິກ​ນັ້ນ​ທຳ​ພິ​ທີ​ຍື່ນ​ຖວາຍ​ເປັນ​ເຄື່ອງ​ຍື່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 31 ໃຫ້​ປະ​ໂຣ​ຫິດ​ເຜົາ​ໄຂ​ມັນ​ເສັຽ​ເທິງ​ແທ່ນ​ບູ​ຊາ ແຕ່​ຊີ້ນຫນ້າ​ເອິກ​ນັ້ນ​ຕົກ​ເປັນ​ຂອງ​ອາ​ໂຣນ​ແລະ​ບຸດ​ຂອງ​ເຂົາ 32 ແຕ່​ຂາ​ຂວາຂອງ​ສັດ​ນັ້ນ​ເຈົ້າ​ຈົ່ງ​ໃຫ້​ປະ​ໂຣ​ຫິດ​ເປັນ​ສ່ວນ​ຖວາຍ​ຈາກ​ເຄື່ອງ​ບູ​ຊາ​ແຫ່ງ​ສານ​ຕິ​ບູ​ຊາ 33 ບຸດ​ອາ​ໂຣນ​ຜູ້​ທຳ​ພິ​ທີ​ຖວາຍ​ເລືອດ​ແຫ່ງ​ສານ​ຕິ​ບູ​ຊາ​ແລະ​ໄຂ​ມັນ​ຈະ​ໄດ້​ຮັບ​ຂາ​ຂວາ​ເປັນ​ສ່ວນ​ຂອງ​ເຂົາ 34 ເພາະ​ວ່າ​ຊີ້ນ​ຫນ້າເອິກ​ທີ່​ຍື່ນ​ຖວາຍ ແລະ​ຊີ້ນ​ຂາ​ທີ່​ຖວາຍ​ນັ້ນ​ເຮົາ​ໄດ້​ເອົາ​ຈາກ​ຄົນ​ອິສ​ຣາ​ເອນ​ຈາກ​ເຄື່ອງ​ສານ​ຕິ​ບູ​ຊາ​ຂອງ​ເຂົາ ແລະ​ເຮົາ​ໄດ້​ມອບ​ໃຫ້​ແກ່​ອາ​ໂຣນ​ປະ​ໂຣ​ຫິດ​ແລະ​ບຸດ​ຂອງ​ເຂົາ ເປັນ​ສ່ວນ​ໄດ້​ອັນ​ຖາ​ວອນ​ຈາກ​ຄົນ​ອິສ​ຣາ​ເອນ 35 ນີ້​ເປັນ​ສ່ວນ​ຂອງ​ອາ​ໂຣນ​ແລະ​ບຸດ​ຂອງ​ເຂົາ ໄດ້​ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ມອບ​ຫມາຍ​ໃຫ້​ແກ່​ເຂົາ​ທັງ​ຫລາຍ​ໃນ​ວັນ​ທີ່​ເຂົາ​ທັງ​ຫລາຍ​ຖືກ​ຖວາຍ​ໄວ້​ເປັນ​ປະ​ໂຣ​ຫິດ​ບົວຣະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ 36 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ຄົນ​ອິສ​ຣາ​ເອນ​ໃຫ້​ມອບ​ສິ່ງ​ເຫລົ່າ​ນີ້​ແກ່​ເຂົາ​ທັງ​ຫລາຍ ໃນ​ວັນ​ທີ່​ເຂົາ​ທັງ​ຫລາຍ​ໄດ້​ຣັບ​ການ​ເຈີມ​ເປັນ​ປະ​ໂຣ​ຫິດ ເປັນສ່ວນ​ໄດ້​ອັນ​ຖາ​ວອນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຂົາ” 37 ທັງ​ຫມົດ​ນີ້​ເປັນ​ກົດ​ເຣື່ອງ​ເຄື່ອງ​ເຜົາ​ບູ​ຊາ ເຄື່ອງ​ທັນ​ຍາ​ບູ​ຊາ ເຄື່ອງ​ໄຖ່​ບາບ ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ພິ​ທີ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ ແລະ​ເຄື່ອງ​ສານ​ຕິ​ບູ​ຊາ 38 ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ໂມ​ເຊ​ເທິງ​ພູ​ເຂົາ​ຊີ​ນາ​ອີ ໃນ​ວັນ​ທີ່​ພຣະ​ອົງ​ຊົງ​ບັນ​ຊາ​ຄົນ​ອິສ​ຣາ​ເອນ​ໃຫ້​ນຳ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຖິ່ນ​ກັນ​ດານ​ຊີ​ນາ​ອີ

ລະບຽບພວກເລວີ 8

ອາ​ໂຣນ​ແລະ​ບຸດ​ຂອງ​ທ່ານ​ຖວາຍ​ຕົວ

1 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ນຳ​ອາ​ໂຣນ​ແລະ​ບຸດ​ຂອງ​ເຂົາ​ມາ​ພ້ອມ​ກັບ​ເສື້ອ​ຍົດ ນ້ຳ​ມັນ​ເຈີມ ງົວ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແກະເຖິກ​ສອງ​ໂຕ ຖາດ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ 3 ແລະ​ຈົ່ງ​ເອີ້ນ​ຊຸມ​ນຸມ​ຊົນ​ທັ​ງ​ຫມົດ​ໃຫ້​ປະ​ຊຸມ​ກັນ​ທີ່​ປະ​ຕູ​ເຕັນ​ນັດ​ພົບ” 4 ແລະ​ໂມ​ເຊ​ກໍ​ກະ​ທຳ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ແກ່​ທ່ານ ແລະ​ຊຸມ​ນຸມ​ຊົນ​ກໍ​ປະ​ຊຸມ​ກັນ​ທີ່​ປະ​ຕູ​ເຕັນ​ນັດ​ພົບ 5 ໂມ​ເຊ​ກ່າວ​ແກ່​ຊຸມ​ນຸມ​ຊົນ​ວ່າ, “ຕໍ່​ໄປ​ນີ້​ເປັນ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໃຫ້​ກະ​ທຳ” 6 ໂມ​ເຊ​ກໍ​ນຳ​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ມາ​ຊຳ​ຮະ​ກາຍ​ດ້ວຍ​ນ້ຳ 7 ແລ້ວ​ສວມເສື້ອ​ໃຫ້​ແລະ​ເອົາ​ຜ້າ​ມັດ​ແອວ​ໃຫ້ ແ​ລ້ວ​​ສວມເສື້ອ​ໃນ​ໃຫ້ ແລະ​ສວມ​ເອ​ໂຟດ​ໃຫ້​ເຂົາ​ເອົາຜ້າ​ຮັດ​ແອວ​ຂອງ​ເອ​ໂຟດ​ທີ່​ເຮັດ​ດ້ວຍ​ຜ້າ​ປ່ານ​ຢ່າງ​ດີຮັດແອວ​ໃຫ້ ຜູກ​ເອ​ໂຟດ​ໃຫ້​ຕິດ​ເຂົາ​ໄວ້ 8 ແລະ​ໂມ​ເຊ​ສວມແຜ່ນ​ຮອງ​ເອິກ​ໃຫ້​ອາ​ໂຣນ​ ແລະ​ໃສ່​ອູ​ຣິມ​ກັບ​ທຸມ​ມິມ ໄວ້​ໃນນັ້ນດ້​ວຍ 9 ແລະ​ສວມ​ຜ້າມາ​ລາ​ໄວ້​ເທິງ​ຫົວ ແລະ​ຕິດ​ແຜ່ນ​ທອງ​ຄຳ​ອັນ​ເປັນ​ມົງ​ກຸດ​ທີ່​ຜ້າ​ມາ​ລາ​ດ້ານ​ຫນ້າ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້​ນັ້ນ 10 ແລ້ວ​ໂມ​ເຊ​ນຳ​ນ້ຳ​ມັນ​ເຈີມ​ມາ​ເຈີມ​ເຕັນ​ແລະ​ທຸກ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ຊຳ​ຮະ​ໃຫ້​ເປັນ​ຂອງ​ບໍ​ຣິ​ສຸດ 11 ແລະ​ທ່ານ​ເອົາ​ນ້ຳ​ມັນ​ເຈີມ​ຊິດ​ໃສ່​ເທິງ​ແທ່ນ​ເຈັດ​ເທື່ອ ເຈີມ​ແທ່ນ​ແລະ​ເຈີມ​ພາ​ຊ​ນະ​ປະ​ຈຳ​ແທ່ນ​ທັງ​ຫມົດ ເຈີມ​ຂັນ​ແລະ​ພານ​ຮອງ​ຂັນ​ເພື່ອ​ຊຳ​ຮະ​ໃຫ້​ເປັນ​ຂອງ​ບໍ​ຣິ​ສຸດ 12 ແລະ​ທ່ານ​ເທ​ນ້ຳ​ມັນ​ເຈີມ​ລົງ​ເທິງ​ຫົວ​ຂອງ​ອາໂຣນແລະ​ເຈີມ​ເຂົາ​ໄວ້​ເພື່ອ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ 13 ແລະ​ໂມ​ເຊ​ກໍ​ນຳ​ບຸດ​ອາ​ໂຣນ​ເຂົ້າ​ມາ​ສວມ​ເສື້ອ​ແລ້ວ​ຮັດ​ສາຍ​ແອວ​ໃຫ້ ແລະ​ສວມ​ມາ​ລາ​ໃຫ້ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້ 14 ແລ້ວ​ທ່ານ​ຈຶ່ງ​ນຳ​ງົວ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ເຂົ້າ​ມາ ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​ງົວ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນັ້ນ 15 ໂມ​ເຊ​ກໍ​ຂ້າ​ງົວ​ຕົວ​ນັ້ນເສັຽ ເອົາ​ນິ້ວ​ມື​ຈຸ່ມ​ເລືອດ​ໄປ​ເຈີມ​ໃສ່ຍອດ​ທີ່​ແຈ​ແທ່ນ​ ຊໍາຮະ​ແທ່ນ​ໃຫ້​ບໍ​ຣິ​ສຸດ ແລ້ວ​ເທ​ເລືອດ​ທີ່​ຖານ​ຂອງ​ແທ່ນ ຖວາຍ​ແທ່ນ​ໄວ້​ເປັນ​ສິ່ງ​ບໍ​ຣີ​ສຸດ​ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ຂອງ​ແທ່ນ​ນັ້ນ 16 ແລະ​ທ່ານ​ນຳ​ໄຂມັນ​ທີ່​ຢູ່ກັບເຄື່ອງ​ໃນ​ແລະສ່ວນ​ດີ​ທີ່​ສຸດ​ຂອງ​ຕັບ ແລະ​ຫມາກ​ໄຂ່​ຫລັງ​ສອງ​ອັນ​ພ້ອມກັບ​ໄຂ​ມັນ ແລ້ວ​ໂມ​ເຊ​ກໍ​ເຜົາ​ສິ່ງ​ເຫລົ່າ​ນີ້​ເສັຽ​ເທິງ​ແທ່ນ 17 ແຕ່ງົວ​ແລະ​ຫນັງ​ງົວ ກັບ​ຊີ້ນ​ແລະ​ເຄື່ອງ​ໃນ​ໃສ້​ພຸງ​ຂອງ​ມັນ ທ່ານ​ເຜົາ​ເສັຽດ້ວຍ​ໄຟ​ຂ້າງນອກ​ຄ້າຍ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊໄວ້ 18 ແລ້ວ​ທ່ານ​ກໍ​ນຳ​ແກະ​ເຖິກ​ອັນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ເຂົ້າ​ມາ ອາ​ໂຣນ​ກັບ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​​ຂອງ​ແກະ​ເຖິກນັ້ນ 19 ໂມ​ເຊ​ກໍ​ຂ້າ​ແກະ​ນັ້ນ​ເສັຽ ເອົາ​ເລືອດ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ 20 ເມື່ອ​ເຂົາ​ຟັນ​ແກະ​ອອກ​ເປັນ​ຕ່ອນໆ ໂມ​ເຊ​ກໍ​ເຜົາ​ຫົວ​ແລະ​ແກະ​ຕ່ອນໆ​ກັບ​ໄຂ​ມັນ​ເສັຽ 21 ເມື່ອ​ເອົາ​ນ້ຳ​ລ້າງ​ເຄື່ອງ​ໃນ​ແລະ​ຂາແກະ​ແລ້ວ ໂມ​ເຊ​ກໍ​ເຜົາ​ແກະ​ທັງ​ໂຕ​ເທິງ​ແທ່ນ ເປັນ​ເຄື່ອງ​ເຜົາ​ບູ​ຊາ​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ 22 ທ່ານ​ຈຶ່ງ​ນຳ​ແກະ​ເຖິກ​ອີກ​ໂຕ​ນຶ່ງ​ນັ້ນ​ເຂົ້າ​ມາ ຄື​ແກະ​ໂຕ​ທີ່​ເປັນ​ເຄື່ອງ​ສະ​ຖາ​ປະ​ນາ​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​ຂອງ​ແກະ​ເຖິກ​ນັ້ນ 23 ໂມ​ເຊ​ກໍ​ຂ້າ​ແກະ​ນັ້ນ​ເສັຽ ເອົາ​ເລືອດ​ເຈີມ​ທີ່​ປາຍ​ຫູ​ຂ້າງ​ຂວາ​ຂອງ​ອາ​ໂຣນ ແລະ​ທີ່​ນີ້ວ​ຫົວ​ແມ່​ມື​ຂວາ​ຂອງ​ເຂົາ ແ​ລະ​ທີ່​ນິ້ວ​ຫົວ​ໂປ້ຕີນ​ຂວາ​ຂອງ​ເຂົາ 24 ແລ້ວກໍນຳ​ບຸດ​ທັງ​ຫລາຍ​ຂອງ​ອາ​ໂຣນ​ເຂົ້າ​ມາແລະ​ໂມ​ເຊ​ເອົາ​ເລືອດ​ເຈີມ​ທີ່​ປາຍ​ຫູ​ຂ້າງ​ຂວາ ທີ່​ນິ້ວ​ຫົວ​ໂປ້​ມື​ຂ້າງ​ຂວາ ທີ່​ນິ້ວ​ຫົວ​ໂປ້​ຕີນ​ຂ້າງ​ຂວາ​ຂອງ​ເຂົາ ແລະ​ໂມ​ເຊ​ເອົາ​ເລືອດ​ຊິດ​ໃສ່​ທີ່​ແທ່ນ​ແລະ​ຮອບ​ແທ່ນ 25 ແລ້ວ​ທ່ານ​ຈຶ່ງ​ນຳ​ໄຂ​ມັນ​ແລະ​ຫາງ​ມັນໆ ແລະ​ໄຂ​ມັນ​ທັງ​ຫມົດ​ທີ່​ຢູ່​ກັບ​ເຄື່ອງ​ໃນ ແລະ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ ແລະ​ຫມາກ​ໄຂ່​ຫລັງ​ສອງ​ອັນ​ກັບ​ໄຂ​ມັນ​ທີ່​ຕິດ​ຢູ່ ແ​ລະ​ຂາ​ຂ້າງ​ຂວາ 26 ແລະ​ທ່ານ​ຈັບ​ເຂົ້າ​ຫນົມ​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ກ້ອນ​ນຶ່ງ​ຈາກ​ຖາດ​ເຂົ້າ​ຫນົມ​ທີ່​ບໍ່​ມີ​ເຊື້​ອ ຊຶ່ງ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈັບ​ເຂົ້າ​ຫນົມ​ປົນ​ນ້ຳ​ມັນ​ກ້ອນ​ນຶ່ງ ເຂົ້າຫນົມ​ແຜ່ນ​ອັນນຶ່ງ ວາງ​ຂອງ​ເຫລົ່າ​ນີ້​ໄວ້​ເທິງ​ໄຂ​ມັນ ແລະ​ເທິງ​ຂາ​ຂ້າງ​ຂວາ 27 ທ່ານ​ເອົາ​ສິ່ງ​ເຫລົ່າ​ນີ້​ວາງ​ໄວ້​ໃນ​ມື​ຂອງ​ອາ​ໂຣນ ແລະ​ມື​ຂອງ​ບຸດ​ທັ​ງ​ຫລາຍ​ຂອງ​ເຂົາ ແລະ​ທຳ​ພິ​ທີ​ຍື່ນ​ເປັນ​ເຄື່ອງ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 28 ແລ້ວ​ໂມ​ເຊ​ກໍ​ຮັບ​ຂອງ​ເຫລົ່າ​ນັ້ນ​ມາ​ຈາກ​ມື​ຂອງ​ເຂົາ​ທັ​ງ​ຫລາຍ​ແລະ​ເຜົາ​ເສັຽ​ເທິງ​ແທ່ນ ພ້ອມກັບ​ເຄື່ອງ​ເຜົາ​ບູ​ຊາ ເປັນ​ເຄື່ອງ​ສຳ​ລັບ​ການ​ແຕ່ງ​ຕັ້ງ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາ​ດ້ວຍໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 29 ແລະ​ໂມ​ເຊ​ເອົາ​ຊີ້​ນເອິກ​ທຳ​ພິ​ທີ​ຍື່ນ ເປັນ​ເຄື່ອງ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ນີ້​ເປັນ​ແກະ​ສະ​ຖາ​ປະ​ນາ​ສ່ວນ​ຂອງ​ໂມ​ເຊ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ 30 ແລ້ວໂມ​ເຊ​ນຳ​ນ້ຳ​ມັນ​ເຈີມ​ແລະ​ເລືອດ​ຊຶ່ງ​ຢູ່​ເທິງ​ແທ່ນ ປະ​ພົມ​ເທິງ​ອາ​ໂຣນ​ແລະ​ເຄື່ອງ​ຍົດ​ຂອງ​ເຂົາ ແລະ​ເທິງ​ບຸດ​ທັງ​ຫລາຍ ກັບ​ເທິງ​ເສື້ອ​ຂອງ​ບຸດ​ທັງ​ຫລາຍ​ຂອງ​ເຂົາ ດັ່ງ​ນີ້​ແຫລະ​ທ່ານ​ກໍ​ຊຳ​ຮະ​ອາ​ໂຣນ​ກັບ​ເຄື່ອງ​ຍົດ​ຂອງ​ເຂົາ​ໃຫ້​ບໍ​ຣິ​ສຸດ ບຸດ​ທັງ​ຫລາຍ​ຂອງ​ເຂົາ​ກັບ​ເຄື່ອງ​ຍົດ​ຂອງ​ບຸດ​ນັ້ນ​ດ້ວຍ 31 ໂມ​ເຊ​ສັ່ງ​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ວ່າ, “ຈົ່ງ​ຕົ້ມ​ຊີ້ນ​ເສັຽ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ແລະ​ຮັບ​ປະ​ທານ​ເສັຽ​ທີ່​ນັ້ນ​ກັບ​ເຂົ້າ​ຫນົມ​ຊຶ່ງ​ຢູ່​ໃນ​ຖາດ​ສໍາລັບ​ການ​ແຕ່ງ​ຕັ້ງ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ບັນ​ຊາ​ທ່ານ​ໄວ້ ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ຈະ​ຮັບ​ປະ​ທານ 32 ຊີ້ນ​ແລະ​ເຂົ້າ​ຫນົມ​ທີ່​ເຫລືອ​ນັ້ນ​ທ່ານ​ຈົ່ງ​ເຜົາ​ເສັຽດ້ວຍ​ໄຟ 33 ແລະ​ທ່ານ​ທັງ​ຫລາຍ​ຢ່າ​ອອກ​ໄປ​ນອກ​ປະ​ຕູເຕັນ​ນັດ​ພົບຕລອດ​ເຈັດ​ວັນ​ຈົນ​ກວ່າ​ວັນ​ກຳ​ນົດ​ສະ​ຖາ​ປະ​ນາ​ຂອງ​ທ່ານ​ຈະ​ຄົບ ເພາະ​ທີ່​ຈະ​ສະ​ຖາ​ປະ​ນາ​ທ່ານ​ນັ້ນ​ກໍ​ກິນ​ເວ​ລາ​ເຈັດ​ວັນ 34 ສິ່ງ​ທີ່​ໄດ້​ກະ​ທຳ​ໃນ​ວັນ​ນີ້ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ບັນ​ຊາ​ໃຫ້​ກະ​ທຳ​ເພື່ອ​ລົບ​ມົນ​ທິນ​ຂອງ​ທ່ານ 35 ທ່ານ​ຈົ່ງ​ຢູ່​ທີ່​ປະ​ຕູ​ເຕັນ​ນັດ​ພົບ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ຕລອດ​ເຈັດ​ວັນ ກະ​ທຳ​ກິຈ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຳ​ຊັບ​ໄວ້ ຢ້ານ​ວ່າ​ທ່ານ​ຈະ​ຕ້ອງ​ເຖິງ​ຕາຍ ເພາະ​ນີ້​ເປັນ​ສິ່​ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ​ມາ” 36 ອາ​ໂຣນ​ກັບ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ໄດ້​ກະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ທາງ​ໂມ​ເຊ​ທຸກ​ປະ​ການ

ລະບຽບພວກເລວີ 9

ອາ​ໂຣນ​ຖວາຍ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ

1 ໃນ​ວັນ​ທີ່​ແປດ​ໂມ​ເຊ​ກໍ​ເອີ້ນ​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ ແລະ​ພວກ​ຜູ້​ໃຫຍ່​ຂອງ​ອິສ​ຣາ​ເອນ 2 ທ່ານ​ກ່າວ​ແກ່​ອາ​ໂຣນ​ວ່າ, “ຈົ່ງ​ນຳ​ລູກ​ງົວ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະແກະ​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ ທັງ​ສອງ​ຢ່າໃຫ້​ມີ​ຕໍາ​ຫນິ ຈົ່ງ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 3 ແລະ​ກ່າວ​ແກ່​ຄົນອິສ​ຣາ​ເອນ​ວ່າ, “ຈົ່ງ​ເອົາ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ລູກ​ງົວ​ໂຕ​ນຶ່ງ​ກັບ​ລູກ​ແກະ​ໂຕ​ນຶ່ງ ທັງ​ສອງ​ໃຫ້​ມີ​ອາ​ຍຸນຶ່ງ​ປີ ປາ​ສ​ຈາກ​ຕຳ​ຫນິ​ເປັນ​ເຄື່ອງ​ເຜົາ​ບູ​ຊາ 4 ແລະ​ເອົາ​ງົວ​ເຖິກ​ໂຕ​ນຶ່ງ​ແລະ​ແກະ​ເຖິກ​ໂຕ​ນຶ່ງ​ເປັນ​ສານ​ຕິ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເອົາ​ທັນຍາ​ບູ​ຊາ​ປົນ​ນ້ຳ​ມັນ​ມາ​ຖວາຍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະຊົງ​ປາ​ກົດ​ແກ່​ທ່ານ​ໃນ​ວັນ​ນີ້” 5 ເຂົາ​ທັງ​ຫລາຍ​ກໍ​ນຳ​ສິ່ງ​ທີ່​ໂມ​ເຊ​ບັນ​ຊາ​ນັ້ນ​ມາ​ທີ່​ເຕັນ​ນັດ​ພົບ ແລະ​ຊຸມ​ນຸມ​ຊົນ​ທັງ​ຫມົດ​ກໍ​ເຂົ້າ​ມາ​ໃກ້ ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 6 ໂມ​ເຊ​ກ່າວ​ວ່າ, “ນີ້​ເປັນ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້!ຊົງ​ບັນ​ຊາ​ໃຫ້​ທ່ານ​ທັງ​ຫລາຍ​ກະ​ທຳ ແລະ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປາ​ກົດ​ແກ່​ທ່ານ​ທັງ​ຫລາຍ” 7 ແລ້ວ​ໂມ​ເຊ​ຈຶ່ງ​ສັ່ງ​ອາ​ໂຣນ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃກ້​ແທ່ນ​ບູ​ຊາ ຖວາຍ​ເຄື່ອງບູ ​ຊາ​ໄຖ່​ບາບ ແລະ​ເຄື່ອງບູຊາ​ຂອງ​ທ່ານ​ເສັຽ ແລະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ຕົວ​ທ່ານ​ກັບ​ປະ​ຊາ​ຊົນ​ທັງ​ຫລາຍ ແລະ​ຈົ່ງ​ນຳ​ເຄື່ອງ​ຖວາຍ​ບູ​ຊາ​ຂອງ​ປະ​ຊາ​ຊົນ​ມາ ແລະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ” 8 ອາ​ໂຣນ​ຈຶ່ງ​ເຂົ້າ​ໄປ​ໃກ້​ແທ່ນ​ບູ​ຊາ ແລະ​ຂ້າ​ລູກ​ງົວ​ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຊຶ່ງ​ເປັນ​ຂອງ​ເພື່ອ​ຕົນ 9 ແລະ​ບຸດ​ອາ​ໂຣນ​ກໍ​ນຳ​ເລືອດ​ມາ​ໃຫ້​ເຂົາ ເຂົາ​ກໍ​ເອົາ​ນິ້ວ​ມື​ຈຸ່ມ​ເລື​ອດ​ໄປ​ທາ​ໃສ່ຍອດ​ແທ່ນ ແລະ​ເທ​ເລືອດ​ລົງ​ທີ່​ຖານແທ່ນ 10 ສ່ວນ​ໄຂ​ມັນ​ແລະ​ຫມາກ​ໄຂ​ຫລັງ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ ຈາກ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນັ້ນ​ເຂົາ​ເຜົາ​ເສັຽ​ເທິງ​ແທ່ນ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ 11 ເຂົາ​ກໍ​ເຜົາ​ຊີ້ນ​ແລະ​ຫນັງ​ເສັຽດ້ວຍ​ໄຟ​ທີ່​ພາຍນອກ​ຄ້າຍ 12 ເຂົາ​ຂ້າ​ສັດ​ເຄື່ອງ​ເຜົາ​ບູ​ຊາ ແລ້ວ​ບຸດ​ອາ​ໂຣນ​ກໍ​ນຳ​ເລືອດ​ມາ​ໃຫ້​ເຂົາ ເຂົາ​ຈຶ່ງ​ເອົາ​ເລືອດ​ນັ້ນ​ຊິດ​ໃສ່​ທີ່​ແທ່ນແລະ​ຮອບ​ແທ່ນ 13 ແລະ​ບຸດ​ອາ​ໂຣນ​ກໍ​ສົ່ງ​ເຄື່ອງ​ເຜົາ​ບູ​ຊາ​ທີ່​ລະ​ທ່ອນ​ກັບ​ຫົວ​ມາ​ໃຫ້​ອາ​ໂຣນ ອາ​ໂຣນກໍ​ເຜົາ​ສິ່ງ​ເຫລົ່າ​ນີ້​ເທິງ​ແທ່ນ 14 ອາ​ໂຣນ​ຈຶ່ງ​ລ້າງ​ເຄື່ອງ​ໃນ​ແລະ​ຂາ​ສັດ ແລະ​ເຜົາ​ເສັຽ​ພ້ອມ​ກັບ​ເຄື່ອງ​ເຜົາ​ບູ​ຊາ​ທີ່​ເທິງ​ແທ່ນ​ບູ​ຊາ 15 ແລ້ວ​ອາ​ໂຣນ​ກໍ​ນຳ​ເຄື່ອງ​ບູ​ຊາ​ຂອງ​ປະ​ຊາ​ຊົນ​ມາ​ຖວາຍ ຄື​ນຳ​ແບ້​ຊຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ຊຶ່ງ​ເປັນ​ຂອງ​ເພື່ອ​ປະ​ຊາ​ຊົນ​ມາ​ຂ້າ​ເສັຽບູ​ຊາ​ໄຖ່​ບາ​ບ ດັ່ງ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຄັ້ງ​ກ່ອນ​ນັ້ນ 16 ເຂົາ​ກໍ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ຖວາຍ​ຕາມ​ກົດ​ຫມາຍ 17 ແລະ​ເຂົາ​ກໍ​ຖວາຍ​ທັນ​ຍາ​ບູ​ຊາ​ໂດຍ​ຈັບ​ມາ​ກຳ​ມື​ນຶ່ງ​ເຜົາ​ເສັຽ​ເທິງ​ແທ່ນ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ​ປະ​ຈຳ​ຕອນເຊົ້າ 18 ເຂົາ​ຂ້າ​ງົວ​ເຖິກ​ແລະ​ແກ​ກະ​ເຖິກ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ​ສຳ​ລັບ​ປະ​ຊາ​ຊົນ ແລະ​ບຸດ​ອາ​ໂຣນ​ນຳ​ເລືອດ​ມາ​ໃຫ້​ອາ​ໂຣນ ອາ​ໂຣນ​ກໍ​ເອົາ​ເລືອດ​ຊິດ​ທີ່​ແທ່ນ​ແລະ​ຮອບ​ແທ່ນ 19 ແລະ​ນຳ​ໄຂ​ມັນ​ງົວ ແລະ​ໄຂ​ມັນ​ແກະ​ກັ​ບ​ຫາງມັນ ແລະ​ໄຂ​ມັນ​ທີ່​ຫຸ້ມ​ເຄື່ອງ​ໃນ ແລະ​ຫມາກໄຂ່ຫລັງ​ກັບ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ຕັບ​ມາ​ໃຫ້ 20 ແລະ​ເຂົາ​ທັງ​ຫລາຍ​ວາງ​ໄຂ​ມັນ​ເສັຽ​ເທິງ​ແທ່ນ 21 ສ່ວນ​ຊີ້ນ​ຫນ້າ​ເອິກ​ແລະ​ຊີ້ນ​ຂາ​ຂວານັ້ນ ອາ​ໂຣນ​ທຳ​ພິ​ທີ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ​ໂມ​ເຊ​ໄດ້​ບັນ​ຊາ​ໄວ້ 22 ແລ້ວ​ອາ​ໂຣນ​ຍົກ​ມື​ຂຶ້ນອວຍ​ພອນ​ປະ​ຊາ​ຊົນ ແລະ​ອາ​ໂຣນ​ກໍ​ລົງ​ມາ​ຈາກ​ການ​ຖວາຍ​ເຄື່ອງ​ບູ​ຊາ​ໄຖ່​ບາບ ເຄື່ອງ​ເຜົາ​ບູ​ຊາ​ແລະ​ສານ​ຕິ​ບູ​ຊາ 23 ໂມ​ເຊ​ກັບ​ອາ​ໂຣນ​ຈຶ່ງ​ເຂົ້າ​ໄປ​ໃນ​ເຕັນ​ນັດ​ພົບ ເມື່ອ​ເຂົາ​ທັງ​ສອງ​ອອກ​ມາ ເຂົາ​ກໍ​ອວຍ​ພອນ​ປະ​ຊາ​ຊົນ ແລະ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ປາ​ກົດ​ແກ່​ປະ​ຊາ​ຊົນ​ທັງ​ມວນ 24 ແປວ​ໄຟ​ພຸ່ງ​ອອກ​ມາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເຜົາ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ໄຂ​ມັນ​ຊຶ່ງ​ຢູ່​ເທິງ​ແທ່ນ ເມື່ອ​ປະ​ຊາ​ຊົນ​ທັງ​ຫລາຍ​ເຫັນ​ກໍ​ໂຮ່​ຣ້ອງ​ແລະ​ນ້ອມ​ຫນ້າ​ລົງ​ທີ່​ດິນ

ລະບຽບພວກເລວີ 10

ບາບ​ຂອງ​ນາ​ດາບ​ແລະ​ອາບີ​ຮູ

1 ຝ່າຍ​ນາ​ດາບ​ແລະ​ອາ​ບີ​ຮູ​ບຸດ​ຂອງ​ອາ​ໂຣນ ຕ່າງ​ນຳ​ຫມໍ້​ຂາງ​ໄຟ​ຂອງ​ເຂົາ​ມາ ແລະ​ເອົາ​ໄຟ​ໃສ່​ໃນ​ນັ້ນ ແລ້ວ​ໃສ່​ເຄື່ອງ​ຫອມ​ລົງ ເອົາ​ໄຟ​ທີ່​ຕ້ອງ​ຫ້າມ​ມາ​ເຜົາ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ອົງ​ບໍ່​ໄດ້​ຊົງ​ບັນ​ຊາ​ໃຫ້​ເຂົາ​ກະ​ທຳ​ເຊັ່ນ​ນັ້ນ 2 ໄຟ​ກໍ​ພຸ່ງ​ຂຶ້ນ​ມາ​ຈາກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ໄຫມ້​ເຂົາ​ທັງ​ສອງ ແລະ​ເຂົາ​ກໍ​ຕາຍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 3 ໂມ​ເຊ​ຈຶ່ງບອກ​ອາ​ໂຣນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ສຳ​ແດງ​ຄວາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ຖ້າ​ມ​ກາງ​ຜູ້​ທີ່​ຢູ່​ໃກ້​ເຮົາ ເຂົາ​ຈະ​ຖວາຍ​ຄວາມ​ຍິ່ງ​ໃຫຍ່​ແກ່​ເຮົາ​ຕໍ່​ຫນ້າ​ປະ​ຊົນ​ຊົນ​ທັງ​ປວງ” ແລະ​ອາ​ໂຣນ​ກໍ​ມິດຢູ່ 4 ໂມ​ເຊ​ເອີ້ນ​ມີ​ຊາ​ເອນ ແລະ​ເອນ​ຊາ​ຟານ ບຸດ​ຂອງ​ອຸ​ສ​ຊີ​ເອນ ລຸງຂອງ​ອາ​ໂຣນບອກ​ເຂົາ​ວ່າ, “ຈົ່ງເຂົ້າ​ມາ​ໃກ້ ຫາມ​ເອົາ​ພີ່​ນ້ອງ​ຂອງ​ເຈົ້າ​ອອກ​ໄປ​ເສັຽນ​ອກ​ຄ້າຍ​ຈາກ​ຫນ້າ​ສະ​ຖານ​ນະ​ມັ​ສ​ການ” 5 ເຂົາ​ກໍ​ເຂົ້າ​ມາ​ໃຫ້​ຫາມ​ສົບ​ທັງ​ເສື້ອ​ອອກ​ໄປ​ໄວ້​ນອກ​ຄ້າຍ​ຕາມ​ທີ່​ໂມ​ເຊສັ່ງ 6 ແລະ​ໂມ​ເຊ​ກ່າວ​ແກ່​ອາ​ໂຣນ ແລະ​ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ ບຸດ​ອາ​ໂຣນ​ວ່າ, “ທ່ານທັງ​ຫລາຍ​ຢ່າ​ປ່ອຍ​ຜົມ​ຫ້ອຍ ຫລື​ຈີກ​ເສື້ອ​ຜ້າ​ຂອງ​ທ່ານ ຢ້ານ​ວ່າ​ທ່ານ​ຈະ​ຕ້ອງ​ຕາຍ ແລະ​ຢ້ານ​ວ່າ​ພຣະ​ພິ​ໂຣດ​ຈະ​ຕົກ​ຢູ່​ເຫນືອ​ຊຸ​ມ​ນຸມ​ຊົນ ແຕ່​ພີ່​ນ້ອງ​ຂອງ​ທ່ານ​ຄື​ວົງ​ວານ​ອິສ​ຣາ​ເອນ​ທັງ​ປວງ ຈະ​ໄວ້​ທຸກ​ເພາະ​ພຣະ​ເຈົ້າ​ຊົງ​ໃຫ້​ບັງ​ເກີດ​ການ​ເຜົາ​ໄຫມ້ກໍ​ໄດ້ 7 ແລະ​ຢ່າ​ອອກ​ໄປ​ຈາກ​ປະ​ຕູ​ເຕັນ​ນັດ​ພົບ​ ຢ້ານ​ວ່າ​ທ່ານ​ຕ້ອງ​ຕາຍ ເພາະ​ວ່າ​ນ້ຳ​ມັນ​ເຈີມ​ແຫ່ງ​ພຣະ​ເຈົ້າ​ຢູ່​ເຫນືອ​ທ່ານ​ທັງ​ຫລາຍ” ແລະ​ເຂົາ​ທັງ​ຫລາຍ​ກໍ​ກະ​ທຳ​ຕາມ​ຄຳ​ຂອງ​ໂມ​ເຊ

ສ່ວນ​ໄດ້​ແລະ​ຫນ້າ​ທີ່​ຂອງ​ປະ​ໂຣ​ຫິດ

8 ພຣະ​ເຈົ້າ​ຊົງ​ກ່າວ​ກັບ​ອາ​ໂຣນ​ວ່າ, 9 “ເມື່ອ​ຕົວ​ເຈົ້າ​ຫລື​ບຸດ​ຂອງ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເຕັ​ນ​ນັດ​ພົບ ຢ່າ​ດື່ມ​ເຫລົ້າ​ອະ​ງຸ່ນ ຫລື​ສຸ​ຣາ​ຢ້ານ​ວ່າ​ເຈົ້າ​ຈະ​ຕ້ອງ​ຕາຍ ທັງ​ນີ້​ໃຫ້​ເປັນ​ກົດ​ເກນ​ຖາ​ວອນຢູ່​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຈົ້າ 10 ເຈົ້າ​ຈົ່ງ​ແຍກ​ຂອງ​ບໍ​ຣິ​ສຸດ​ລະ​ຫວ່າງ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ແ​ລະ​ສິ່ງ​ທີ່​ໃຊ້​ກັນ​ຢູ່​ທົ່ວ​ໄປ ຂອງ​ມົນ​ທິນ​ຈາກ​ຂອງ​ບໍ່​ມົນ​ທິນ 11 ແລະ​ເຈົ້າ​ຈະ​ຕ້ອງ​ສອນ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໃຫ້​ຊາບເຖິງ​ກົດ​ເກນ​ທັງ​ມວນ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງກ່າວ​ແກ່ເຂົາ​ທັງ​ຫລາຍ​ຜ່ານ​ທາງ​ໂມ​ເຊ 12 ໂມ​ເຊ​ກ່າວ​ແກ່​ອາ​ໂຣນ​ ແລະ​ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ ບຸດ​ຂອງ​ເຂົາ​ຜູ້​ທີ່​ເຫລືອ​ຢູ່​ວ່າ, “ຈົ່ງ​ເອົາ​ທັນ​ຍາ​ບູ​ຊາ ຊື່ງ​ເຫລືອ​ຈາກ​ການ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ເຈົ້າ ມາ​ຮັບ​ປະ​ທານ​ທີ່​ແຄມ​ແທ່ນ​ບູ​ຊາ ບໍ່​ໃສ່​ເຊື້ອ​ແປ້ງ ເພາະ​ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ 13 ເຈົ້າ​ຈົ່ງ​ຮັບ​ປະ​ທານ​ໃນ​ສະ​ຖານ​ບໍ​ຣິ​ສຸດ ເພາະ​ເປັນ​ສ່ວນ​ຂອງ​ເຈົ້າ ແລະ​ສ່ວນ​ຂອງ​ບຸດ​ຂອງ​ເຈົ້າ ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍແດ່​ພຣະ​ເຈົ້າ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ​ດັ່ງ​ນີ້ 14 ແຕ່​ຊີ້ນຫນ້າ​ເອິກ​ທີ່​ຍື່ນ​ບູ​ຊາ ແລະ​ຊີ້ນ​ຂາ​ທີ່​ບູ​ຊາ​ແລ້ວ​ນັ້ນ ເຈົ້າ​ຈົ່ງ​ຮັບ​ປະ​ທານ​ໃນ​ບ່ອນ​ສະ​ອາດ​ທີ່​ໃດ​ກໍ​ໄດ້ ທັງ​ຕົວ​ເຈົ້າ​ແລະ​ບຸດ​ຊາຍ​ບຸດ​ຍິງ​ຂອງ​ເຈົ້າ​ກໍ​ຮັບ​ປະ​ທານ​ໄດ້ ເພາະ​ເປັນ​ສ່ວນ​ທີ່​ໄດ້​ມາ​ຈາກ​ສານ​ຕິ​ບູ​ຊາ​ຂອງ​ປະ​ຊາ​ຊົນ​ອັນ​ຕົກ​ຢູ່​ກັບ​ທ່ານ​ທັງ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ທ່ານ​ດ້ວຍ 15 ຊີ້ນ​ຂາ​ທີ່​ບູ​ຊາ ແລະ​ຊີ້ນ​ຫນ້າເອິກ​ທີ່​ຍື່ນ​ຖວາຍ​ເຂົາ​ຈະ​ນຳ​ມາ​ບູ​ຊາ​ພ້ອມ​ກັບ​ເຄື່ອງ​ໄຂ​ມັນ​ທີ່​ບູ​ຊາ​ດ້ວຍ​ໄຟ ເພື່ອ​ຍື່ນ​ຖວາຍ​ເປັນ​ເຄື່ອງ​ຍື່ນ​ບູ​ຊາ​ຖວາຍ​ແດ່ ພຣະ​ເຈົ້າ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ທ່ານ​ແລະ​ບຸດ​ທັງ​ຫລາຍ​ຂອງ​ທ່ານ ເປັນ​ສ່ວນ​ໄດ້​ຂອງ​ທ່ານ​ເປັນ​ນິດ ດັ່ງ​ທີ່​ພຣະ​ເຈົ້າ​ຊົງ​ບັນ​ຊາ​ໄວ້” 16 ຝ່າຍ​ໂມ​ເຊ​ໄດ້​ພ​ຍາຍາມ​ໄຕ່​ຖາມ​ເຖິງ​ເຣື່ອງ​ແບ້​ຊຶ່ງເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ເບິ່ງ​ແມ໋ ແບ້​ໂຕ​ນັ້ນ​ຖືກ​ເຜົາ​ເສັຽ​ແລ້ວ ທ່ານ​ຈຶ່ງ​ໃຈ​ຮ້າຍ​ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ ບຸດ​ຊາຍ​ຂອງ​ອາ​ໂຣນ​ທີ່​ເຫລືອ​ຢູ່ ທ່ານບອກ​ເຂົາ​ວ່າ, 17 “ເຫດ​ໃດ ທ່ານ​ຈຶ່ງ​ບໍ່​ໄດ້​ຮັບ​ປະ​ທານ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໃນ​ສະ​ຖານ​ສັກ​ສິດ? ໃນ​ເມື່ອ​ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ ແລະ​ເຂົາ​ໄດ້​ໃຫ້​ທ່ານ​ເພື່ອ​ທ່ານ​ຈະ​ໄດ້​ຣັບ​ຄວາມ​ຜິ​ດ​ຂອງ​ຊຸມ​ນຸມ​ຊົນ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ​ທັງ​ຫລາຍ​ຕໍ່​ພຣະ​ເຈົ້າ 18 ເບິ່ງ​ແມ໋, ເລືອດ​ສັດ​ນັ້ນ​ກໍ​ບໍ່​ໄດ້​ນຳ​ເຂົ້າ​ມາ​ຍັງ​ສະ​ຖານ​ສັກ​ສິດ​ທີ່​ຫ້ອງ​ຂ້າງ​ໃນ ທ່ານ​ຄວນ​ຈະ​ໄດ້​ຮັບ​ປະ​ທານ​ສິ່ງ​ເຫລົ່າ​ນີ້​ໃນ​ສະ​ຖານ​ສັກ​ສິດ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ຊາ​ແລ້ວ​ນັ້ນ” 19 ອາ​ໂຣນ​ຈຶ່ງ​ກ່າວ​ແກ່​ໂມ​ເຊວ່າ, “ເບິ່ງ​ແມ໋, ມື້​ນີ້​ເຂົາ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ແລ້ວ​ ແລະ​ເຫດ​ການ​ເຫລົ່າ​ນີ້​ກໍ​ຕົກ​ທີ່​ຂ້າ​ພະ​ເຈົ້າ ​ຖ້າ​ມື້​ນີ້​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປະ​ທານ​ເຄື່ອງ​ບູ​ຊາ​ໄຖ່​ບາບ ຈະ​ເປັນ​ທີ່​ໂປດ​ປານ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຫລື” 20 ເມື່ອ​ໂມ​ເຊ​ໄດ້​ຟັງ​ດັ່ງ​ນັ້ນ​ທ່ານ​ກໍພໍ​ໃຈ

ລະບຽບພວກເລວີ 11

ສັດ​ສະ​ອາດ​ແລະ​ສັດ​ມົນ​ທິນ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ​ແລະ​ອາ​ໂຣນ​ວ່າ, 2 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຕໍ່​ໄປ​ນີ້​ເປັນ​ສັດ​ທີ່​ມີ​ຊີ​ວິດ​ໃນ​ບັນ​ດາ​ສັດ​ໃນ​ໂລກ​ຊຶ່ງ​ເຈົ້າ​ຈະ​ຮັບ​ປະ​ທານ​ໄດ້ 3 ບັນ​ດາ​ສັດ​ທີ່​ແຍກກີບ ແລະ​ມີ​ກີບ​ຜ່າ ແລະ​ສັດ​ຄ້ຽວ​ເອື້ອງ​ເຈົ້າ​ຣັບ​ປະ​ທານ​ໄດ້ 4 ຢ່າງ​ໃດ​ກໍ​ຕາມ​ສັດ​ຕໍ່​ໄປ​ນີ້​ທີ່​ຄ້ຽວ​ເອື້ອງ ຫລື​ແຍກ​ກີບ​ເຈົ້າ​ກໍ​ຢ່າ​ຮັບ​ປະ​ທານ ອູດ ເພາະ​ມັນ​ຄ້ຽວ​ເອື້ອງ​ແຕ່​ບໍ່​ແຍກ​ກີບ​ເປັນ​ສັດ​ມົນ​ທິນ​ແກ່​ເຈົ້າ 5 ເຫມັ້ນ ເພາະ​ມັນ​ເປັນ​ຄ້ຽວ​ເອື້ອງ​ແຕ່​ບໍ່​ແຍກ​ກີບ ເປັນ​ສັດ​ມົນ​ທິນ​ແກ່​ເຈົ້າ 6 ກະ​ຕ່າຍ ເພາະ​ວ່າ​ມັນ​ເປັນ​ສັດ​ຄ້ຽວ​ເອື້ອງ​ແຕ່​ບໍ່​ແຍກ​ກີບ ເປັນ​ສັດ​ມົນ​ທິນ​ແກ່​ເຈົ້າ 7 ຫມູ ເພາະ​ມັນ​ເປັນ​ສັດ​ແຍກ​ກີບ ແລະ​ມີ​ກີບ​ຜ່າ​ແຕ່​ບໍ່​ຄ້ຽວ​ເອື້ອງ ຈຶ່​ງ​ເປັນ​ສັດ​ມົນ​ທິນ​ແກ່​ເຈົ້າ 8 ຢ່າ​ຮັບ​ປະ​ທານ​ຊີ້ນຂອງ​ສັດ​ເຫລົ່າ​ນີ້​ເລີຍ ແລະ​ເຈົ້າ​ຢ່າ​ແຕະ​ຕ້ອງ​ຊາກ​ຂອງ​ມັນ ມັນ​ເປັນ​ຂອງ​ມົນ​ທິນ​ແກ່​ເຈົ້າ 9 “ສັດ​ທີ່​ຢູ່​ໃນ​ນ້ຳ​ທັງ​ຫມົດ​ເຫລົ່າ​ນີ້​ເຈົ້າ​ຮັບ​ປະ​ທານໄດ້ ຂອງ​ທຸກ​ຢ່າງ​ຊຶ່ງ​ຢູ່​ໃນ​ນ້ຳ ທີ່​ມີ​ຄີ​ແລະ​ມີ​ເກັດ ຈະ​ຢູ່​ໃນ​ທະ​ເລ​ຫລື​ໃນ​ແມ່​ນ້ຳ​ກໍ​ຕາມ ເຈົ້າ​ຮັບ​ປະ​ທານ​ໄດ້ 10 ແຕ່​ຂອງ​ທຸກ​ຢ່າງ​ຊຶ່ງ​ຢູ່​ໃນ​ນ້ຳ​ບໍ່ມີ​ຄີ​ແລະ​ເກັດ ຈະ​ເປັນສັດ​ໂຕ​ນ້ອຍໆ​ໃນ​ນ້ຳ ຫລື​ສັດ​ທີ່​ມີ​ຊີ​ວິດ​ໃນ​ນ້ຳ ເປັນ​ສັດ​ທີ່​ຫນ້າ​ລັງ​ກຽດ​ແກ່​ເຈົ້າ 11 ເຖິງ​ຈະ​ເປັນ​ສັດ​ທີ່ຫນ້າ​ລັງ​ກຽດ​ແກ່​ເຈົ້າ ຊີ້ນ​ມັນ​ກໍ​ດີ​ເຈົ້າ​ຢ່າ​ຮັບ​ປະ​ທານ ຫລື​ແມ່ນ​ແຕ່​ແຕະ​ຕ້ອງຊາກ​ຂອງ​ມັນ 12 ຂອງ​ທຸກ​ຢ່າງ​ຊຶ່ງ​ຢູ່​ໃນ​ນ້ຳ​ບໍ່​ມີ​ກີບ ແ​ລະ​ມີ​ເກັດ​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ແກ່​ເຈົ້າ 13 “ຕໍ່​ໄປ​ນີ້​ເປັນ​ນົກ​ຊຶ່ງ​ເຈົ້າ​ຫນ້າ​ລັງ​ກຽດ ເຈົ້າ​ຢ່າ​ຮັບ​ປະ​ທານ ມັນ​ເປັນ​ສັດ​ທີ່​ຫນ້າ​ລັງ​ກຽດ ຄື​ນົກ​ອິນ​ຊີ ແຮ້ງ ນົກ​ອອກ 14 ແຫລວ​ຫາງ​ຍາວ ແຫລວ​ດຳ​ຕາມ​ຊະ​ນິດ​ຂອງ​ມັນ 15 ນົກ​​ແກ​ຕາມ​ຊະ​ນິດ​ຂອງ​ມັນ 16 ນົກ​ກະ​ຈອກ​ເທດ ນົກ​ເຄົ້າ​ ນົກ​ນາງນວນ ນົກ​ເຂົາ​ຕາມ​ຊະ​ນິດ​ຂອງ​ມັນ 17 ນົກ​ເຄົ້າ​ແມວ ນົກ​ຍາງ 18 ນົກ​ກະ​ທຸງ ກາ ແຮ້ງ 19 ນົກ​ກະ​ສາ​ດຳ ນົກ​ກະ​ສາ​ຕາມ​ຊະ​ນິດ​ຂອງ​ມັນ ນົກ​ຫອນ​ຍາວ ແລະ​ເຈັຽ 20 ແມງ​ໄມ້​ທີ່​ມີ​ປີກ​ຊຶ່ງ​ຄານ​ສີ່​ຂາ ເປັນ​ສັດ​ທີ່​ຫນ້າ​ລັງ​ກຽດ​ແກ່​ເຈົ້າ 21 ແຕ່​ໃນ​ບັນ​ດາ​ແມງ​ໄມ້​ມີ​ປີກ​ທີ່​ຄານ​ສີ່​ຂາ​ນີ້ ເຈົ້າ​ຈະ​ຮັບ​ປະ​ທານ​ຈຳ​ພວກ​ທີ່​ມີ​ຂາ​ພັບ​ໃຊ້​ກະ​ໂດດ​ໄປ​ເທິງ​ດິນ​ໄດ້ 22 ໃນ​ຈຳ​ພວກ​ແມງ​ໄມ້​ຕໍ່​ໄປ​ນີ້​ເຈົ້າ​ຮັບ​ປະ​ທານ​ໄດ້ ຕັກ​ແຕນ​ຕາມ​ຊະ​ນິດ​ຂອງ​ມັນ ຈີ່​ຫລໍ່​ຕາມ​ຊະ​ນິດ​ຂອ​ງມັນ ຈັກ​ຈັ່ນ​ຕາມ​ຊະ​ນິດ​ຂອງ​ມັນ ແລະ​ຕັກ​ແຕນ​ໂມ໋​ຕາມ​ຊະ​ນິດ​ຂອງ​ມັນ 23 ແຕ່​ແມງ​ໄມ້​ມີ​ປີ​ກ່​ຢາງ​ອື່ນ​ຊຶ່ງມີ​ສີ່​ຂາ​ເປັນ​ສັດ​ທີ່​ຫນ້າ​ລັງ​ກຽດ​ແກ່​ເຈົ້າ 24 “ສິ່ງ​ເຫລົ່າ​ນັ້ນ​ຈະ​ກະ​ທຳ​ໃຫ້​ເຈົ້າ​ມົນ​ທິນ​ໄດ້ ຄື​ຜູ້​ໃດ​ຜູ້ນຶ່ງ​ແຕະ​ຕ້ອງ​ຊາກ​ຂອງ​ມັນ​ຈະ​ຕ້ອງ​ມົນ​ທິນ​ໄປ​ຈົນເຖິງ​ຕອນ​ແລງ 25 ຜູ້​ໃດ​ຖື​ກຊາກ​ສັດ​ສ່ວນໃດໆ​ໄປ​ ຕ້ອງ​ຊັກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ມົນ​ທິນ​ໄປຈົນ​ເຖິງ​ຕອນ​ແລງ 26 ສັດ​ແຍກ​ກີບ​ແຕ່​ບໍ່​ມີ​ກີບ​ຜ່າ ບໍ່​ຄ້ຽວ​ເອື້ອງ​ເປັນ​ສັດມົນ​ທິນ​ແກ່​ເຈົ້າ ຜູ້ໃດ​ແຕະ​ຕ້ອງ​ສັດ​ເຫລົ່າ​ນີ້​ຈະ​ມົນ​ທິນ 27 ໃນ​ບັນ​ດາ​ສັດ​ສີ່​ຕີນ​ທຸກ​ຢ່າງ​ຊຶ່ງ​ເດີນ​ດ້ວຍ​ຂະ​ຍຸ້ມ​ຕີນ​ເປັນ​ສັດ​ມົນ​ທິນ​ແກ່​ເຈົ້າ ຜູ້​ໃດ​ແຕະ​ຕ້ອງ​ຊາກ​ສັດ​ນີ້​ຈະ​ຕ້ອງ​ມົນ​ທິນ​ໄປ​ເຖິງ​ຕອນ​ແລງ 28 ຜູ້​ໃດ​ນຳ​ຊາກ​ມັນ​ໄປ​ຈະ​ຕ້ອງ​ຊັກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ມົນ​ທິນ​ໄປ​ຈົນ​ເຖິງ​ຕອນ​ແລງ ເປັນ​ສັດ​ມົນ​ທິນ​ແກ່​ເຈົ້າ 29 “ໃນ​ບັນ​ດາ​ສັດ​ນ້ອຍໆ​ຊຶ່ງ​ມີ​ຫລາຍ​ເທິງ​ດິນ​ຊະ​ນິດ​ຕໍ່​ໄປ​ນີ້​ເປັນ​ສັດ​ມົນ​ທິນ​ແກ່​ເຈົ້າ ຄື​ເຫງັນ ຫນູ ເຮັ້ຽ​ຕາມ​ຊະ​ນິດ​ຂອງ​ມັນ 30 ຈິ່ງ​ໂຈະ ກັບ​ແກ້ 31 ໃນ​ບັນ​ດາ​ສັດ​ນ້ອຍໆ​ທີ່​ມີ​ຫລາຍ ຊະ​ນິດ​ເຫລົ່າ​ນີ້​ເປັນ​ມົນ​ທິນ​ແກ່​ເຈົ້າ ຜູ້​ໃດ​ແຕະ​ຕ້ອງ​ເມື່ອ​ມັນ​ຕາຍ​ແລ້ວ ຜູ້​ນັ້ນ​ຈະ​ມົນ​ທິນ​ໄປ​ເຖິງ​ຕອນ​ແລງ 32 ແລະ​ເມື່ອ​ມັນ​ຕາຍ​ຕົກ​ທັບ​ສິ່ງ​ໃດ​ສິ່ງ​ນັ້ນ​ກໍ​ເປັນ​ມົນ​ທິນ ບໍ່​ວ່າ​ຈະ​ເປັນ​ສິ່ງ​ທີ່​ເປັນ​ໄມ້ ຫລື​ເສື້ອ​ຜ້າ ຫລື​ຫນັງ​ສັດ ຫລື​ກະ​ສອບ ຫລື​ພາ​ຊ​ນະ​ໃດໆ​ທີ່​ໃຊ້​ເພື່ອ​ປໂຍດ​ຢ່າງ​ໃດ​ຈະ​ຕ້ອງ​ແຊ່​ນ້ຳ ແລະ​ຈະ​ມົນ​ທິນ​ໄປ​ຈົນ​ເຖິງ​ຕອນ​ແລງ​ຕໍ່​ໄປ​ກໍ​ນັບ​ວ່າ​ສະ​ອາດ​ໄດ້ 33 ແລະ​ຖ້າມັນ​ຕົກ​ໃສ່​ພາ​ຊ​ນະ​ດິນ ສິ່ງ​ທີ່​ຢູ່​ໃນ​ພາ​ຊ​ນະ​ນັ້ນ​ຈະ​ມົນ​ທິນ ຈົ່ງ​ທຸບ​ພາ​ຊ​ນະ​ນັ້ນ​ເສັຽ 34 ອາ​ຫານ​ໃນ​ພາ​ຊ​ນະ​ນັ້ນ​ທີ່​ຮັບ​ປະ​ທານ​ໄດ້​ຊຶ່ງ​ມີ​ນ້ຳ​ປົນ​ຢູ່ກໍ​ເປັນ​ມົນ​ທິນ ແລະ​ນ້ຳ​ດື່ມ​ທັງ​ສິ້ນ​ຊຶ່ງ​ຈະ​ດື່ມ​ໄດ້​ຈາກ​ພາ​ຊ​ນະ​ຢ່າງ​ນີ້​ຈະ​ມົນ​ທິ​ນ 35 ຖ້າ​ສ່ວນ​ໃດ​ຂອງ​ຊາກ​ສັດ​ຕົກ​ໃສ່​ສິ່ງ​ໃດໆ ສິ່ງ​ນັ້ນ​ກໍ​ມົນ​ທິນ ບໍ່​ວ່າ​ເປັນ​ເຕົາ​ອົບ​ຫລື​ເຕົາ ຕ້ອງ​ທຸບ​ເສັຽ ເປັນ​ມົນ​ທິນ ແລະ​ເປັນ​ຂອງ​ມົນ​ທິນ​ແກ່​ເຈົ້າ 36 ຢ່າງ​ໃດ​ກໍ​ຕາມ​ນ້ຳ​ພຸ​ຫລື​ນ້ຳ​ໃນ​ອ່າງ​ເກັບ​ນ້ຳ​ເປັນ​ຂອງ​ສະ​ອາດ ແຕ່​ສິ່ງ​ໃດ​ທີ່​ແຕະ​ຕ້ອງ​ຊາກ​ສັດ​ນັ້ນ​ຈະ​ມົນ​ທິນ 37 ຖ້າ​ສ່ວນ​ໃດ​ຂອງ​ຊາກ​ຕົກ​ໃສ່​ເມັດ​ພືດ​ທີ່​ໃຊ້​ຫວ່ານ ພືດ​ນັ້ນ​ນັບ​ວ່າ​ສະ​ອາດ 38 ຖ້າ​ຖອກ​ນ້ຳ​ໃສ່​ພືດ​ນັ້ນ ແລະ​ຊາກ​ສັດ​ສ່ວນ​ໃດ​ຕົກ​ໃສ່ ພືດ​ນັ້ນ​ກໍ​ເປັນ​ມົນ​ທິນ​ແກ່​ເຈົ້າ 39 “ຖ້າ​ສັດ​ຊຶ່ງ​ເຈົ້າ​ຈະ​ຮັບ​ປະ​ທານ​ໄດ້​ນັ້ນ​ຕາ​ຍອງ ຜູ້​ທີ່​ແຕະ​ຕ້ອງ​ຊາກ​ສັດ​ນັ້ນ​ຈະ​ມົນ​ທິນ​ໄປ​ຈົນ​ເຖິງ​ຕອນ​ແລງ 40 ແລະ​ຜູ້​ໃດ​ທີ່​ຮັບ​ປະ​ທານ​ຊາກ​ນັ້ນ​ຈະ​ຕ້ອງ​ຊັກ​ເສື້ອ​ຜ້າ​ຂອງ​ເຂົາ​ເສັຽ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ຕອນ​ແລງ ຜູ້​ໃດ​ທີ່​ຈັບ​ຖື​ຊາກ​ນັ້ນ​ໄປ​ກໍ​ຕ້ອງ​ຊັກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ຕອນ​ແລງ 41 “ບັນ​ດາ​ສັດ​ເລື້ອຍ​ຄານ​ທີ່​ໄປ​ເປັນຝູງໆ​ເທິງ​ແຜ່ນ​ດິນ​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ ຢ່າ​ຮັບ​ປະ​ທານ 42 ສິ່ງ​ໃດ​ທີ່​ເລືອ​ໄປ​ດ້ວຍ​ທ້ອງ ຫລື​ສິ່ງ​ທີ່​ຍ່າງ​ສີ່​ຂາ ຫລື​ສິ່ງ​ທີ່​ມີ​ຫລາຍ​ຂາ ທຸກ​ສິ່ງ​ທີ່​ຄານ​ໄປ​ເທິງ​ແຜ່ນ​ດິນ​ ເຈົ້າ​ຢ່າ​ຮັບ​ປະ​ທານ ເພາະ​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽ​ດ​ແກ່​ເຈົ້າ 43 ເຈົ້າ​ຢ່າ​ກະ​ທຳ​ໃຫ້​ຕົວ​ເອງ​ເປັນ​ທີ່​ຫນ້າ​ລັງ​ກຽດ​ດ້ວຍ​ສັດ​ເລືອຄານ​ໃດໆ ຢ່າ​ທຳ​ຕົວ​ໃຫ້​ເປັນ​ມົນ​ທິ​ນ​ໄປ​ດ້ວຍ​ສິ່ງ​ເຫລົ່າ​ນີ້​ເລີຍ ຢ້ານ​ວ່າ​ເຈົ້າ​ຈະ​ບໍ່​ສະ​ອາດ​ໄປ​ນຳ 44 ເພາະ​ເຮົາ​ຄື​ ພຣະຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ ຈົ່ງ​ຊຳ​ຮະ​ຕົວ​ໄວ້​ໃຫ້​ບໍ​ຣິ​ສຸດ ເພາະ​ເຮົາ​ບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ຕົວ​ໃຫ້​ເປັນ​ມົນ​ທິນ​ໄປ​ດ້ວຍ​ສັດ​ນ້ອຍໆ​ທີ່​ມີ​ຫລາຍ​ຊຶ່ງ​ຄານ​ໄປ​ເທິງ​ດິນ 45 ເພາະ​ເຮົາ​ຄື ພຣະ​ເຈົ້າ​ຜູ້​ນຳ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ເພື່ອ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ເພາະ​ສະ​ນັ້ນ​ເຈົ້າ​ຈຶ່ງ​ຕ້ອງ​ບໍ​ຣິ​ສຸດ ເພາະ​ເຮົາ​ບໍ​ຣິ​ສຸດ” 46 ເຫລົ່າ​ນີ້​ເປັນ​ກົດ​ກ່າວ​ເຖິງ​ເຣືອງ​ສັດ​ແລະ​ນົກ ແລະ​ສິ່ງ​ທີ່​ມີ​ຊີ​ວິດ​ທີ່​ເຄື່ອນ​ໄຫວ​ໄປ​ມາ​ໃນ​ນ້ຳ ແລະ​ສັດ​ທຸກ​ຊະ​ນິດ​ທີ່​ເລືອ​ຄານ​ເທິງ​ແຜ່ນ​ດິນ 47 ເພື່ອ​ໃຫ້​ສັງ​ເກດ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສິ່ງ​ທີ່​ມີ​ຊີ​ວິດ​ຮັບ​ປະ​ທານ​ໄດ້ ແລະ​ສັດ​ມີ​ຊິ​ວິດ​ທີ່​ຮັບ​ປະ​ທານ​ບໍ່​ໄດ້

ລະບຽບພວກເລວີ 12

ການ​ທີ່​ຍິງ​ຊຳ​ຮະ​ຫລັງ​ຈາກ​ຄອດ​ບຸດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຖ້າ​ຍິງ​ຄົນ​ໃດ​ຖື​ພາ​ຄອດ​ບຸດ​ເປັນ​ຊາຍ ນາງ​ຕ້ອງ​ເປັນ​ມົນ​ທິນ​ເຈັດ​ວັນ ນາງ​ຈະ​ເປັນ​ມົນ​ທິນ​ຢ່າງ​ດຽວ​ກັບ​ມົນ​ທິນ​ເວລາ​ທີ່​ນາງ​ມີ​ປະ​ຈຳ​ເດືອນ 3 ໃນ​ວັນ​ທີ່ແປດ​ໃຫ້​ຕັດ​ຫນັງ​ປາຍ​ອະ​ວັຍະ​ວະ​ຂອງ​ເດັກ​ນັ້ນ​ເສັຽ​ເພື່ອ​ເປັນ​ການ​ເຂົ້າ​ສູ່​ພິ​ທີ​ຕັດ 4 ໃຫ້​ນາງ​ຄອຍ​ຢູ່​ອີກ​ສາມ​ສິບ​ສາມ​ວັນ​ດ້ວຍ​ເຣື່ອງ​ໂລ​ຫິດ​ຊຳ​ຮະ​ຂອງ​ນາງ ຢ່າ​ໃຫ້​ນາງ​ແຕະ​ຕ້ອງ​ຂອງ​ບໍ​ຣີ​ສຸດ​ອັນ​ໃດ ຫລື​ເຂົ້າ​ໄປ​ໃນ​ສະ​ຖານ​ນະ​ມັ​ສ​ການ ຈົນ​ກວ່າ​ຈະ​ຄົບ​ວັນ​ຊຳ​ຮະ​ຂອງ​ນາງ 5 ແຕ່​ຖ້າ​ນາງ​ຄອດ​ບຸດ​ເປັນ​ຍິງ ນາງ​ຈະ​ມົນ​ທິນ​ໄປ​ສອງ​ອາ​ທິດ ຢ່າງ​ດຽວ​ກັບ​ເຣື່ອງ​ການ​ມີ​ປະ​ຈຳ​ເດືອນ ແລະ​ນາງ​ຈະ​ຕ້ອງ​ຄອຍ​ຢູ່​ຫົກ​ສິບ​ຫົກ​ວັນ ດ້ວຍ​ເຣື່ອງ​ໂລ​ຫິດ​ຊຳ​ຮະ​ຂອງ​ນາງ 6 “ແລະ​ເມື່ອ​ວັນ​ຊຳ​ຮະ​ຂອງ​ນາງ​ຄົບ​ແລ້ວ ບໍ່​ວ່າ​ເປັນ​ກຳ​ນົດ​ຂອງ​ບຸດ​ຊາຍ​ຫລື​ບຸ​ດຍິງ ໃຫ້​ນາງ​ໄປ​ຫາ​ປະ​ໂຣ​ຫິດ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ນຳ​ລູກ​ແກະ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ​ໄປ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ນົກ​ກາງ​ແກຫນຸ່ມ​ໂຕ​ນຶ່ງ​ຫລື​ນົກ​ເຂົາ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 7 ໃຫ້​ປະ​ໂຣ​ຫິດ​ນຳ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ທຳ​ການ​ລົບ​ມົນ​ທິນ​ໃຫ້​ນາງ ແລ້ວ​ນາງ​ຈະ​ສະ​ອາດ​ໃນ​ເຣື່ອງ​ໂລ​ຫິດ​ຂອງ​ນາງ​ຕົກ ນີ້​ເປັນ​ກົດ​ກ່າວ​ດ້ວຍ​ເຣື່ອງ​ການ​ຄອດ​ບຸດ ບໍ່​ວ່າ​ເປັນ​ຊາຍຫລື​ຍິງ 8 ແລະ​ຖ້າ​ນາງ​ບໍ່​ສາ​ມາດ​ຫາ​ລູກ​ແກະ​ໂຕ​ນຶ່ງ​ໄດ້ ກໍ​ໃຫ້​ນາງ​ນຳ​ນົກ​ເຂົາ​ສອງ​ໂຕ​ຫລື​ນົກ​ກາງ​ແກ​ຫນຸ່ມ​ສອງ​ໂຕ ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ອີກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ໃຫ້​ປະ​ໂຣ​ຫິດ​ທຳ​ການ​ລົບ​ມົນ​ທິນ​ໃຫ້​ນາງ ແລ້ວ​ນາງ​ຈະ​ສະ​ອາດ”

ລະບຽບພວກເລວີ 13

ກົດ​ຫມາຍ​ເຣື່ອງ​ໂຣກ​ເຮື້ອນ

1 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ ແລະ​ອາ​ໂຣນ​ວ່າ, 2 “ຖ້າ​ຜູ້​ໃດ​ເກີດ​ອາ​ການບວມ ຫລື​ໂພງ ຫລື​ດ່າງ​ຂຶ້ນ​ທີ່​ຜິວ​ຫນັງ ແລ້ວ​ຜີວ​ຫນັງ​ຂອງ​ເຂົາ​ເປັນ​ເຮື້ອນ ກໍໃຫ້​ພາ​ຜູ້​ນັ້ນ​ມາ​ຫາ​ອາ​ໂຣນ​ປະ​ໂຣ​ຫິດ ຫລື​ມາ​ຫາບຸດ​ຄົນ​ນຶ່ງ​ຄົນ​ໃດ​ຂອງ​ເຂົາ​ທີ່​ເປັນ​ປະ​ໂຣ​ຫິດ 3 ໃຫ້​ປະ​ໂຣ​ຫິດກວດ​ຜິວ​ຫນັງ​ບ່ອນ​ທີ່​ເປັນ​ບາດ ຖ້າ​ຂົນ​ໃນ​ບ່ອນ​ນັ້ນຫ​ງ​ອກແ​ລະ​ເຫັນ​ວ່າ​ບາດ​ນັ້ນ​ຢູ່​ເລິກກວ່າ​ຜິວຫນັງ​ລົງ​ໄປ ນັບ​ວ່າ​ເປັນ​ໂຣກ​ເຮື້ອນ ເມື່ອ​ປະ​ໂຣ​ຫິດກວດ​ເຂົາ​ຮຽບ​ຮ້​ອຍ​ແລ້ວ​ໃຫ້​ປະ​ກາດ​ວ່າ ເຂົາ​ເປັນ​ມົນ​ທິນ 4 ຖ້າ​ຜິວ​ຫນັງ​ບ່ອນ​ທີ່​ເຈັບ​ປວດນັ້ນ​ຂາວ ແລະ​ປາ​ກົດ​ວ່າ​ພ​ຍາດ​ບໍ່ກິນເລິກ​ລົງ​ໄປ​ກວ່າ​ຜິວ​ຫນັງ ແລະ​ຂົນ​ໃນ​ບໍ​ຣິ​ເວນ​ນັ້ນ​ກໍ​ບໍ່​ຫງອກ ໃຫ້​ປະ​ໂຣ​ຫິດ​ກັກ​ຕົວ​ຜູ້​ປ່ວຍ​ໄວ້​ເຈັດ​ວັນ 5 ແລະ​ໃຫ້​ປະ​ໂຣ​ຫິດກວດ​ເຂົາ​ອີກ​ໃນ​ວັນ​ທີ່​ເຈັດ ຖ້າ​ຕາມ​ສາຍ​ຕາ​ຂອງ​ເຂົາ​ເຫັນ​ວ່າ​ບາດ​ນັ້ນ​ຍັງ​ຄື​ເກົ່າ​ແລະ​ບໍ່​ລາມ​ອອກ​ໄປ​ໃນ​ຜິວ​ຫນັງ ກໍ​ໃຫ້​ປະ​ໂຣ​ຫິດ​ກັກ​ຕົວ​ເຂົາ​ຕໍ່​ໄປ​ອີກ​ເຈັດ​ວັນ 6 ພໍ​ເຖິງວັນ​ທີ່​ເຈັດ​ໃຫ້​ປະ​ໂຣ​ຫິດ​ກວດ​ເຂົາ​ອີກ​ເທື່ອ​ນຶ່ງ ຖ້າ​ບໍ​ຣິ​ເວນ​ທີ່​ເຈັບ​ນັ້ນ​ຈາງ​ລົງ ແລະ​ບາດ​ບໍ່​ໄດ້​ລາມ​ອອກ​ໄປ​ໃນ​ຜິວ​ຫນັງ ກໍ​ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ ເຂົາ​ສະ​ອາດ​ແລ້ວ ເຂົາ​ເປັນ​ບາດ​ໂພງເທົ່າ​ນັ້ນ ໃຫ້​ເຂົາ​ຊັກ​ເຄື່ອງ​ນຸ່ງ​ແລ້ວ​ເຂົາ​ກໍ​ສະ​ອາດ​ໄດ້ 7 ແຕ່​ຖ້າ​ຫາກວ່າ​ພາຍ​ຫລັງ​ຈາກ​ທີ່​ເຂົາ​ສຳ​ແດງ​ຕົວ​ແກ່​ປະ​ໂຣ​ຫິດ​ເພື່ອ​ຮັບການ​ຊຳ​ຣະແລ້ວ​ນັ້ນ ປາ​ກົດ​ວ່າ​ບໍ​ຣິ​ເວນ​ທີ່​ເຈັບ​ປວດ​ນັ້ນ​ລາມ​ອອກ​ໄປ​ໃນ​ຜິວ​ຫນັງ ເຂົາ​ຕ້ອງ​ກັບ​ໄປ​ຫາ​ປະ​ໂຣ​ຫິດ​ອີກ 8 ໃຫ້​ປະ​ໂຣ​ຫິດ​ທຳ​ການກວດ ຖ້າ​ບໍ​ຣິ​ເວນ​ທີ່​ເຈັບ​ລາມ​ອອກ​ໄປ​ໃນ​ຜິວ​ຫນັງ ກໍ​ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ ເຂົາ​ເປັນ​ມົນ​ທິນ ເຂົາ​ເປັນ​ໂຣ​ກ​ເຮື້ອນ 9 “ຖ້າ​ຜູ້​ໃດ​ເປັນ​ໂຣ​ກ​ເຮື້ອນ​ກໍ​ໃຫ້​ພາ​ເຂົາ​ມາ​ຫາ​ປະ​ໂຣ​ຫິດ 10 ແລະ​ໃຫ້​ປະ​ໂຣ​ຫິດກວດ​ເບິ່ງ​ຕົວ​ເຂົາ ຖ້າ​ມີ​ບໍ​ຣິ​ເວນບວມ​ສີ​ຂາວ​ເກີດ​ຂຶ້ນ​ທີ່ຜິວ​ຫນັງ ຊຶ່ງ​ທຳ​ໃຫ້ຂົນ​ທີ່​ນັ້ນ​ຫງອກ ແລະ​ມີ​ເນື້ອ​ແຜ​ສົດ​ໃນ​ບ່ອນ​ທີ່​ບວມ​ນັ້ນ 11 ສະ​ແດງວ່າ​ເປັນ​ໂຣ​ກ​ເຮື້ອ​ຣັງ​ທີ່​ຜິວ​ຫນັງ ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ​ເຂົາ​ມົນ​ທ້ນ ຢ່າ​ກັກ​ຕົວ​ເຂົາ​ໄວ້ ເພາະ​ວ່າ​ເຂົາ​ເປັນ​ມົນ​ທິນ 12 ຖ້າ​ໂຣກ​ເຮື້ອນ​ນັ້ນ​ລາມ​ໄປ​ຕາມ​ຜິວ​ຫນັງ ຕາມ​ທີ່​ປະ​ໂຣ​ຫິດ​ເຫັນ​ກໍ​ປາ​ກົດ​ວ່າ​ລາມ​ໄປ​ຕາມ​ຜິວ​ຫນັງ​ທົ່ວ​ຕົວ​ຜູ້​ປ່ວຍ​ຕັ້ງ​ແຕ່​ຫົວ​ຈົນ​ເຖິງ​ຕີນ 13 ປະ​ໂຣ​ຫິດ​ຕ້ອງກວດ​ເບິ່ງ ຖ້າ​ເຮື້ອນ​ນັ້ນ​ແຜ່ໄປ​ທົ່ວ​ຕົວ ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ​ເຂົາ​ສະ​ອາດ​ດ້ວຍ​ໂຣກ​ຂອງ​ເຂົາ​ແລ້ວ​ຕົວ​ຂອງ​ເຂົາ​ເຜືອກ ເຂົາ​ສະ​ອາດ 14 ຖ້າ​ມີ​ເນື້ອ​ແຜ​ສົດ​ປາ​ກົດ​ຂຶ້ນ​ມາ​ເມື່ອ​ໃດ ເຂົາ​ກໍ​ເປັນ​ມົນ​ທິນ 15 ໃຫ້​ປະ​ໂຣ​ຫິດກວດ​ເບິ່ງທີ່​ເນື້ອ​ແຜ​ສົດ ແລະ​ປະ​ກາດ​ວ່າ​ເຂົາ​ເປັນ​ມົນ​ທິນ ເພາະ​ເນື້ອ​ແຜ​ສົດ​ນັ້ນ​ທຳ​ໃຫ້​ມົນ​ທິນ ເຂົາ​ເປັນ​ໂຣກ​ເຮື້ອນ 16 ຖ້າ​ເນື້ອ​ແຜ​ສົດ​ນັ້ນ​ປ່ຽນ​ໄປ​ອີກ​ກາຍ​ເປັນ​ສີ​ຂາວ ໃຫ້​ເຂົາ​ມາ​ຫາ​ປະ​ໂຣ​ຫິດ 17 ແລະ​ໃຫ້​ປະ​ໂຣ​ຫິດກວ​ດເບິ່ງ​ເຂົາ ແລະ​ຖ້າ​ພ​ຍາດນັ້ນ​ກາຍ​ເປັນ​ໂຣກ​ເຜືອກ ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ ຄົນ​ທີ່​ເປັນ​ໂຣກ​ນັ້ນ ສະ​ອາດ ເຂົາ​ສະ​ອາດ 18 “ຖ້າ​ທີ່​ຮ່າງ​ກາຍ​ຂອງ​ຄົນ​ໃດ​ມີ​ແຜ​ຝີ​ຊຶ່ງ​ຫາຍ​ແລ້ວ 19 ຖ້າ​ທີ່​ແຜ​ເປັນ​ນັ້ນ​ມີ​ສີ​ຂາວບວມ​ຂຶ້ນ​ມາ​ຫລື​ມີ​ຮອຍ​ສີ​ແດງ​ເຣື່ອໆ​ປາ​ກົດ ກໍ​ໃຫ້​ຜູ້​ນັ້ນ​ສຳ​ແດງ​ຕົວ​ຕໍ່​ປະ​ໂຣ​ຫິດ 20 ແ​ລະ​ປະ​ໂຣ​ຫິດ​ຈະ​ກວ​ດເບິ່ງ ຖ້າ​ປາ​ກົດ​ວ່າ​ທີ່​ເປັນ​ນັ້ນ​ເລິກກວ່າ​ຜິວ​ຫນັງ ແລະ​ຂົນ​ທີ່​ບໍ​ຣິເວນ​ນັ້ນ​ຫງອກ​ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ ເຂົາ​ເປັນ​ມົນ​ທິນ ບາດ​ນັ້ນ​ເປັນ​ໂຣກ​ເຮື້ອນ​ມັນ​ໂພງຂຶ້ນ​ມາ​ທີ່​ແຜ​ຝີ 21 ແຕ່​ຖ້າ​ປະ​ໂຣ​ຫິດກວດ​ເບິ່ງ​ແລ້ວ​ເຫັນ​ວ່າ​ຂົນ​ທີ່​ນັ້ນ​ກໍ​ບໍ່​ຫງອກ ແລະ​ເປັນ​ບໍ່​ເລິກກວ່າ​ຜິວ​ຫນັງ ແຕ່​ມີ​ສີ​ຊີ​ດໆ ໃຫ້​ປະ​ໂຣ​ຫິດ​ກັກ​ຕົວ​ເຂົາ​ໄວ້​ເຈັດ​ວັນ 22 ຖ້າບາດ​ນັ້ນ​ລາມ​ອອກ​ໄປ​ໃນ​ຜິວ​ຫນັງ ກໍ​ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ​ເຂົາ​ເປັນ​ມົນ​ທິນ ເຂົາ​ເປັນ​ພ​ຍາດ​ຜິວ​ຫນັງແລ້ວ 23 ແຕ່​ຖ້າ​ບໍ​ຣີ​ເວນ​ນັ້ນ​ຄົງ​ທີ່​ຢູ່​ບໍ່​ລາມ​ອອກ​ໄປ ກໍ​ເປັນ​ແຕ່​ພຽງ​ແຜ​ເປັນ​ຂອງ​ຝີ​ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ ເຂົາ​ສະ​ອາດ 24 “ຫລື ເມື່ອ​ສ່ວນ​ຂອງ​ຮ່າງ​ກາ​ຍຖືກ​ໄຟ​ລວ​ກ ແລະ​ເນື້ອ​ແຜ​ສົດ​ທີ່​ບ່ອນ​ນັ້ນ​ເປັນ​ຮອຍ​ສີ​ແດງ​ເຣື່ອໆ​ຫລື​ສີ​ຂາວ 25 ໃຫ້​ປະ​ໂຣ​ຫິດກວ​ດ​ເບິ່ງ ຖ້າ​ຂົນ​ໃນ​ບໍ​ຣິ​ເວນນັ້ນ​ຫງອກ ແລະ​ປາ​ກົດ​ວ່າ​ເປັນ​ເລິກກວ່າ​ຜິວ​ຫນັງ ກໍ​ເປັນ​ໂຣກ​ເຮື້ອນ ມັນ​ໂພງຂຶ້ນ​ມາ​ທີ່​ແຜ​ໄຟ​ລວກ ແລະ​ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ​ເຂົາ​ເປັນ​ມົນ​ທິນ ເຂົາ​ເປັນ​ໂຣກ​ເຮື້ອນ 26 ແຕ່​ຖ້າ​ປະ​ໂຣ​ຫິດກວດ​ເບິ່ງ ເຫັນ​ວ່າ​ຂົນ​ໃນ​ບໍ​ຣິເວນ​ນັ້ນ​ບໍ່​ຫງອກ ແລະ​ເປັນ​ບໍ່​ເລິກກວ່າ​ຜິວ​ຫນັງ ແຕ່​ຈາງ ໃຫ້​ປະ​ໂຣ​ຫິດ​ກັກ​ຕົວ​ເຂົາ​ໄວ້​ເຈັດ​ວັນ 27 ພໍ​ເຖິງວັນ​ທີ່​ເຈັດ​ກໍ​ໃຫ້​ປະ​ໂຣ​ຫິດກວດ​ເບິ່ງ​ເຂົາ ຖ້າ​ທີ່​ເປັນ​ນັ້ນ​ລາມ​ອອກ​ໄປ​ໃນ​ຜິວ​ຫນັງ ກໍ​ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ​ເຂົາ​ເປັນ​ມົນ​ທິນ ເຂົາ​ເປັນ​ໂຣກ​ເຮື້ອນ 28 ຖ້າ​ຮອຍ​ທີ່​ເປັນ​ນັ້ນ​ຄົງ​ຢູ່ ບໍ່​ລາມ​ອອກ​ໄປ​ໃນ​ຜິວ​ຫນັງ ແຕ່​ຈາງ ບວມ​ເພາະ​ໄຟ​ລວກ​ໃຫ້​ປະ​ໂຣຫິດ​ປະ​ກາດ​ວ່າ​ເຂົາ​ສະ​ອາດ ເພາະ​ມັນ​ເປັນ​ພຽງ​ແຜ​ເປັນຂອງ​ໄຟ​ລວກ 29 “ຖ້າ​ຊາຍ​ຫລືຍິງ​ຄົນ​ໃດ​ມີ​ໂຣກ​ທີ່​ຫົວ​ ຫລື​ທີ່​ຫນວດ 30 ໃຫ້​ປະ​ໂຣ​ຫິດກວ​ດເບິ່ງ​ໂຣກນັ້ນ ຖ້າ​ປາ​ກົດ​ວ່າ​ເປັນ​ເລິກກວ່າ​ຜິວ​ຫນັງ ແລະ​ຜົມ​ບ່ອນ​ນັ້ນ​ເຫລືອງ​ແລະ​ບາງ​ ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ​ເຂົາ​ເປັນ​ມົນ​ທິນ ເຂົາ​ເປັນ​ໂຣກ​ຄັນ ເປັນ​ໂຣກ​ເຮື້ອນ​ທີ່​ຫົວ​ ຫລືທີ່ຫນວດ 31 ແລະ​ຖ້າ​ປະ​ໂຣ​ຫິດກວດ​ເບິ່ງ​ໂຣກ​ຄັນ​ນັ້ນ​ ແລະ​ປາ​ກົດ​ວ່າ​ເປັນ​ບໍ່​ເລິກ​ກວ່າ​ຜິວ​ຫນັງ​ ແລະ​ບໍ່​ມີ​ຜົມ​ດໍາ​ຢູ່​ໃນ​ບໍ​ຣິ​ເວນ​ນັ້ນ ໃຫ້​ປະ​ໂຣ​ຫິດ​ກົກ​ຕົວ​ບຸກ​ຄົນ​ທີ່​ເປັນ​ໂຣກ​ຄັນ​ນັ້ນ​ໄວ້​ເຈັດ​ວັນ 32 ພໍ​ເຖິງວັນ​ທີ່​ເຈັດ​ກໍ​ໃຫ້​ປະ​ໂຣ​ຫິດກວດ​ບາດ​ນັ້ນ ຖ້າ​ອາ​ການ​ຄັນ​ນັ້ນ​ບໍ່​ລາມ​ອອກ​ໄປ ແລະ​ບໍ່​ມີ​ຂົນ​ເຫລືອງ​ໃນ​ບໍ​ຣິ​ເວນ​ນັ້ນ ແລະ​ປາ​ກົດ​ວ່າ​ອາ​ການ​ຄັນ​ບໍ່​ເລິກກວ່າ​ຜິວ​ຫນັງ 33 ກໍ​ໃຫ້​ຄົນ​ນັ້ນ​ແຖ​ຜົມ​ເສັຽ ແຕ່​ຢ່າ​ແຖບ່ອນບໍ​ຣິ​ເວນ​ທີ່​ຄັນ ໃຫ້​ປະ​ໂຣ​ຫິດກັກ​ຕົວ​ບຸກ​ຄົນ​ທີ່​ເປັນ​ໂຣກ​ຄັນ​ນັ້ນ​ໄວ້​ອີກເຈັດ​ວັນ 34 ພໍ​ເຖິງວັນ​ທີ່​ເຈັດ ກໍ​ໃຫ້​ປະ​ໂຣ​ຫິດກວດ​ເບິ່ງ​ບ່ອນ​ທີ່​ຄັນ ຖ້າ​ທີ່​ຄັນ​ນັ້ນ​ບໍ່ລາມ​ອອກ​ໄປ​ໃນ​ຜິວ​ຫນັງ ແລະ​ປາ​ກົດ​ວ່າ​ເປັນບໍ່​ເລິກ​ໄປ​ກວ່າ​ຜິວ​ຫນັງ ໃຫ້​ປະ​ໂຣຫິດ​ປະ​ກາດ​ວ່າ​ເຂົາ​ສະ​ອາດ ໃຫ້​ເຂົາ​ຊັກ​ເຄື່ອງ​ນຸ່ງ ແລ້ວ​ຈະ​ສະ​ອາດ​ 35 ແຕ່​ຖ້າ​ເຂົາ​ຊຳ​ຮະ​ຕົວ​ແລ້ວ ຍັງ​ປາ​ກົດ​ວ່າ​ໂຣກ​ຄັນ​ນັ້ນ​ລາມອອ​ກ​ໄປ​ໃນ​ຜິວ​ຫນັງ 36 ກໍ​ໃຫ້​ປະ​ໂຣ​ຫິດກວດ​ເຂົາ ຖ້າໂຣກ​ຄັນ​ນັ້ນລາມ​ອອກ​ໄປ​ໃນ​ຜິວ​ຫນັງ​ແລ້ວ ບໍ່​ຈຳ​ເປັນ​ຕ້ອງ​ຊອກຫາ​ຂົນ​ສີ​ເຫລືອງ ເຂົາ​ເປັນ​ມົນ​ທິນ​ແລ້ວ 37 “ແຕ່​ຖ້າ​ຕາມ​ສາຍ​ຕາ​ຂອງ​ເຂົາ​ໂຣກ​ຄັນ​ນັ້ນ​ລະ​ງັບ​ແລ້ວ ແລະ​ມີ​ຜົມ​ດຳ​ງອ​ກຢູ່​ໃນ​ບໍ​ຣິ​ເວນ​ນັ້ນ ໂຣກ​ຄັນ​ນັ້ນ​ຫາຍ​ແລ້ວ​ເຂົາ​ກໍ​ສະ​ອາດ ແລະ​ໃຫ້​ປະ​ໂຣ​ຫິດ​ປະ​ກາດ​ວ່າ​ເຂົາ​ສະ​ອາດ 38 “ເມື່ອ​ຜູ້​ຊາຍ​ຫລື​ຜູ້​ຍິງ​ມີ​ຮອຍ​ຂາວ​ທີ່​ຜິວ​ຫນັງ 39 ໃຫ້​ປະ​ໂຣ​ຫິດກວດ​ເຂົາ ຖ້າ​ຮອຍ​ທີ່​ຜິວ​ກາຍ​ເປັນ​ສີ​ຂາວ​ຫມົ່ນ ນັ້ນ​ເປັນ​ຂີ້​ກ້ຽນ​ທີ່​ໂພງຂຶ້ນ​ໃນ​ຜິວ​ຫນັງ ເຂົາ​ສະ​ອາດ 40 “ຖ້າ​ຊາຍ​ຄົນ​ໃດ​ມີ​ຜົມ​ຫລົ່ນ​ຈາກ​ຫົວ ເຂົາ​ເປັນ​ຄົນ​ຫົວ​ລ້ານ ແຕ່​ເຂົາ​ສະ​ອາດ ​ 41 ຖ້າ​ຊາຍ​ຄົນ​ໃດ​ມີ​ຜົມ​ທີ່​ຫນ້າ​ຜາກ ແລະ​ທີ່​ຂ​ມັບ​ຫລົ່ນ ຫນ້າ​ຜາກ​ຂອງ​ເຂົາ​ລ້າ​ນ​ແຕ່​ເຂົາ​ສະ​ອາດ 42 ແຕ່​ຖ້າ​ຕົງບໍ​ຣິ​ເວນຫົວ​ລ້ານ ຫລື​ຫນ້າ​ຜາກ​ລ້ານ ມີ​ບໍ​ຣິເວນ​ເປັນ​ໂຣກ​ສີ​ແດງ​ເຣື່ອໆ ເຂົາ​ເປັນ​ຂີ້​ກ້ຽ​ນໂພງ​ຂຶ້ນ ທີ່​ຫົວ​ລ້ານ ຫລື​ທີ່​ຫນ້າ​ຜາກ​ລ້ານ​ນັ້ນ 43 ໃຫ້​ປະ​ໂຣ​ຫິດກວດ​ເບິ່ງ​ເຂົາ ຖ້າ​ໂຣກບ​ວມ​ນັ້ນ​ສີ​ແດງ​ເຣື່ອໆ​ຢູ່ບ່ອນ​ຫົວ​ລ້ານ ຫລື​ຫນ້າ​ຜາກ​ລ້ານ​ຂອງ​ເຂົາ ເຫມືອນ​ກັບ​ໂຣກ​ເຮື້ອນ​ທີ່​ປາ​ກົດ​ຕາມ​ຜິວ​ຫນັງ 44 ຊາຍ​ຜູ້​ນັ້ນ​ເປັນ​ໂຣກ​ເຮື້ອນ ເຂົາ​ເປັນ​ມົນ​ທິນ ປະ​ໂຣ​ຫິດ​ຕ້ອງ​ປະ​ກາດ​ວ່າ ເຂົາ​ເປັນມົນ​ທິນ ໂຣກ​ຂອງ​ເຂົາ​ຢູ່​ທີ່​ຫົວ 45 “ໃຫ້ບຸກ​ຄົນ​ທີ່​ເປັນ​ໂຣກ​ເຮື້ອນ​ສວມ​ເສື້ອ​ຜ້າ​ທີ່​ຂາດ ແລະ​ໃຫ້​ປ່ອຍ​ຜົມ ແລະ​ໃຫ້​ເຂົາ​ປິດ​ຮີມ​ຝີ​ປາກ​ເທິງ​ໄວ້​ແລ້ວ​ຮ້ອງ​ໄປ​ວ່າ “ມົນ​ທິນ ມົນ​ທິນ” 46 ເຂົາ​ຈະ​ເປັນ​ມົນ​ທິນ​ຢູ່​ຕລອດ​ເວ​ລາ​ທີ່​ເຂົາ​ເປັນ​ໂຣກ ເຂົາ​ເປັນ​ມົນ​ທິນ ເຂົາ​ຈະ​ຕ້ອງ​ຢູ່​ແຕ່​ລຳ​ພັງ​ພາຍນອກ​ຄ້າຍ 47 “ເມື່ອ​ໃນ​ເຄື່ອງ​ແຕ່ງ​ກາຍ​ມີ​ເຮື້ອນ ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ແຕ່ງ​ກາຍ​ຂົນ​ສັດ ຫລື​ຜ້າ​ປ່ານ 48 ຫລື​ຕິດ​ຢູ່​ຜ້າ​ປ່ານ​ຕ່ອນ​ໃດ​ຕ່ອນ​ນຶ່ງ​ຫລື​ຜ້າ​ຂົນ​ສັດ ຫ​ລືຫນັງ​ສັດ ຫລື​ສິ່ງ​ໃດໆ​ທີ່​ເຮັດ​ດ້ວຍ​ຫນັງ​ສັດ 49 ຖ້າ​ໂຣກ​ນັ້ນ​ເຮັດ​ໃຫ້ເຄື່ອງ​ແຕ່ງ​ກາຍ​ມີ​ສີ​ຂຽວໆ ຫລື​ແດງໆ ທີ່​ດ້າຍ​ເສັ້ນ​ຍືນ​ຫລື​ເສັ້ນພຸ່ງ ທີ່​ຫນັງ​ຫລື​ສິ່ງ​ໃດໆ​ທີ່ທຳ​ດ້ວຍຫນັງ​ ນັ້ນ​ແມ່ນ​ເຮື້ອນ​ຈະ​ຕ້ອງ​ນຳ​ໄປ​ສະ​ແດງ​ຕໍ່​ປະ​ໂຣ​ຫິດ 50 ແລະ​ໃຫ້​ປະ​ໂຣ​ຫິດກວດ​ໂຣກ​ນັ້ນ ແລະ​ໃຫ້​ກັກ​ສິ່ງ​ທີ່​ເປັນ​ໂຣກ​ນັ້ນ​ໄວ້​ເຈັດ​ວັນ 51 ພໍ​ເຖິງວັນ​ທີ່​ເຈັດ​ກໍ​ໃຫ້​ກວດເບິ່ງ​ໂຣກ​ນັ້ນ​ອີກ ຖ້າ​ໂຣກ​ນັ້ນ​ແຜ່​ລາມ​ໄປ​ໃນ​ເສື້ອ​ຜ້າ​ເຄື່ອງ​ແຕ່ງ​ກາຍ ບໍ່​ວ່າ​ທີ່​ດ້າຍ​ເສັ້ນ​ຍືນ​ຫລື​ເສັ້ນ​ພຸ່ງ ເປັນ​ທີ່ຫນັງ​ສັດ ຫລື​ສິ່ງ​ໃດ​ທີ່​ທຳ​ດ້ວຍ​ຫນັງ​ສັດ ໂຣກ​ນັ້ນ​ເປັນ​ໂຣກ​ເຮື້ອນ​ຢ່າງ​ຮ້າຍ​ແຮງ ນັບ​ວ່າ​ເປັນ​ມົນ​ທິນ 52 ໃຫ້​ປະ​ໂຣ​ຫິດ​ເຜົາ​ເຄື່ອງ​ນຸ່ງ​ນັ້ນ​ເສັຽ ບໍ່​ວ່າ​ເປັນ​ໂຣກ​ທີ່​ດ້າຍ​ເສັ້ນ​ຍືນ​ຫລື​ເສັ້ນ​ພຸ່ງ ເປັນ​ທີ່​ຜ້າ​ຂົນ​ສັດ​ຫລື​ຜ້າ​ປ່ານ ຫລື​ສິ່ງ​ໃດໆ​ທີ່ທຳ​ດ້ວຍ​ຫນັງ​ສັດ ເພາະ​ເປັນ​ໂຣກ​ເຮື້ອນ​ທີ່​ຮ້າຍ ຈຶ່ງ​ໃຫ້​ເຜົາ​ເສັຽ​ໃນ​ໄຟ 53 “ແລະ​ຖ້າ​ປະ​ໂຣ​ຫິດ​ນັ້ນ​ກວດ​ເບິ່ງ ແລະ​ໂຣກ​ນັ້ນ​ບໍ່​ໄດ້​ລາມ​ໄປ​ໃນ​ເຄື່ອງ​ທັງ​ທີ່​ດ້າຍ​ເສັ້ນຍືນ​ຫລື​ເສັ້ນ​ພຸ່ງ ຫລື​ໃນ​ສິ່ງ​ໃດທີ່​ທຳ​ດ້ວຍ​ຫນັງ​ສັດ 54 ກໍ​ໃຫ້​ປະ​ໂຣ​ຫິດ​ບັນ​ຊາ​ໃຫ້​ເຂົາ​ຊັກ​ຕົວ​ທີ່​ເປັນ​ໂຣກ​ນັ້ນ​ເສັຽ ແລະ​ໃຫ້​ກັກ​ໄວ້​ອີກ​ເຈັດ​ວັນ 55 ເມື່ອຊັກ​ແລ້ວກໍ​ໃຫ້​ປະ​ໂຣຫິດ​ກວດເບິ່ງ​ຕົວ​ທີ່​ເປັນ​ໂຣກ​ນັ້ນ​ອີກ ຖ້າ​ບໍ​ຣິ​ເວນ​ທີ່​ເປັນ​ໂຣກ​ບໍ່​ປ່ຽນ​ສີ ເຖິງ​ແມ່ນ​ວ່າ​ໂຣກ​ນັ້ນ​ບໍ່​ລາມ​ໄປ ກໍ​ເປັນ​ມົນ​ທິນ ເຈົ້າ​ຈົ່ງ​ເອົາ​ໃສ່​ໃນ​ໄຟ​ເຜົາ​ເສັຽ ບໍ່​ວ່າ​ບໍ​ຣິ​ເວນ​ທີ່​ເປັນ​ໂຣກ​ເຮື້ອນ​ນັ້ນ​ຈະ​ຢ່າງ​ຂ້າງ​ໃນ​ຫລື​ຂ້າງນອກ 56 “ຖ້າ​ປະ​ໂຣ​ຫິດກວ​ດ​ເບິ່ງ​ເມື່ອຊັກ​ແລ້ວ​ເຫັນ​ວ່າ​ໂຣກ​ນັ້ນ​ຈາງ ກໍ​ໃຫ້​ຈີກ​ບໍ​ຣິເວນ​ນັ້ນ​ອກ​ເສັຽ​ຈາກ​ເສື້ອ​ຫລື​ຫນັງ​ສັດ ຫລື​ເສັ້ນ​ຍືນ​ຫລື​ເສັ້ນ​ພຸ່ງ 57 ຖ້າ​ປາ​ກົດ​ຂຶ້ນ​ອີກ​ໃນ​ເຄື່ອງ​ນຸ່ງ​ບໍ່​ວ່າ​ທີ່​ດ້າ​ຍ​ເສັ້ນ​ຍືນ​ຫລື​ເສັ້ນ​ພຸ່ງ ຫລື​ໃນ​ສິ່ງ​ໃດໆ​ທີ່​ທຳ​ດ້ວຍ​ຫນັງ​ສັດ ໂຣກ​ນັ້ນ​ແຜ່​ລາມ​ໄປ​ແລ້ວ ເຈົ້າ​ຈົ່ງ​ເຜົາ​ສິ່ງ​ທີ່​ເປັນ​ໂຣກ​ນັ້ນ​ດ້ວຍ​ໄຟ 58 ຖ້າ​ເຄື່ອງ​ທັງ​ທີ່​ດ້າຍ​ເສັ້ນ​ຍືນ​ຫລື​ເສັ້​ນ​ພຸ່ງ ຫລື​ສິ່ງ​ທີ່​ທຳ​ດ້ວຍ​ຫນັງ​ສັດ ຊຶ່ງ​ເມື່ອ​ຊັກ​ແລ້ວ​ໂຣກ​ນັ້ນ​ຫມົດ​ໄປ ກໍ​ໃຫ້​ຊັກ​ອີກ​ເປັນ​ຄັ້ງ​ທີ່​ສອງ​ສະ​ອາດ​ໄດ້​ແລ້ວ” 59 ນີ້​ເປັນກົດ​ວ່າ​ດ້ວຍ​ໂຣກ​ເຮື້ອນ​ໃນ​ເຄື່ອງ​ທີ່​ທຳ​ດ້ວຍ​ຂົນ​ສັດຫລື​ຜ້າ​ປ່ານ ບໍ່​ວ່າ​ເປັນ​ທີ່​ດ້າຍ​ເສັ້ນ​ຍືນ​ຫລື​ເສັ້ນ​ພຸ່ງ ຫລື​ເປັນ​ທີ່​ສິ່ງ​ໃດໆ​ທີ່​ທຳ​ດ້ວຍ​ຫນັງ​ສັດ ເພື່ອ​ໃຫ້​ພິ​ຈາ​ຣະ​ນາ​ວ່າຢ່າງ​ໃດ​ສະ​ອາດ ຢ່າງ​ໃດ​ເປັນ​ມົນ​ທິນ

ລະບຽບພວກເລວີ 14

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຕໍ່​ໄປ​ນີ້​ເປັນ​ກົດ​ເຣື່ອງ​ຄົນ​ເປັນ​ໂຣກ​ເຮື້ອນ ໃນ​ວັນ​ຊຳ​ຮະ​ຕົວ​ຂອງ​ເຂົາ ໃຫ້​ພາ​ເຂົາ​ມາ​ຫາ​ປະ​ໂຣ​ຫິດ 3 ແລະ​ໃຫ້​ປະ​ໂຣຫິດ​ທຳ​ການກວດ ຖ້າ​ຜູ້​ປ່ວຍ​ຫາຍ​ດີ​ຈາກ​ໂຣກ​ເຮື້ອນ​ແລ້ວ 4 ກໍ​ໃຫ້​ປະ​ໂຣ​ຫິດ​ສັ່ງ​ເຂົາ​ໃຫ້​ຈັດ​ຂອງ​ສຳ​ລັບ​ຜູ້​ຈະ​ຮັບ​ການ​ຊຳ​ຮະ ຄື​ນົກ​ສະ​ອາດ​ທີ່​ມີ​ຊີ​ວິດ​ສອງ​ໂຕ ໄມ້​ສົນ​ ກັບ​ດ້າຍ​ສີ​ແດງ ແລະ​ຕົ້ນ​ຫູ​ສົບ 5 ໃຫ້​ປະ​ໂຣ​ຫິດ​ສັ່ງ​ໃຫ້​ເຂົາ​ຂ້າ​ນົກ​ໂຕ​ນຶ່ງ​ໃນ​ພາ​ຊ​ນະ​ດິນ​ຂ້າງ​ເທິງ​ນ້ຳ​ໄຫລ 6 ໃຫ້​ປະ​ໂຣ​ຫິດ​ເອົາ​ນົກ​ໂຕ​ທີ່​ຍັງ​ເປັນ​ຢູ່​ກັບ​ໄມ້​ສົນ​ ດ້າຍ​ສີ​ແດງ ຕົ້ນ​ຫູ​ສົບ ຈຸ່ມ​ເຂົາ​ໄປ​ໃນ​ເລືອດ​ຂອງ​ຈົກ​ທີ່​ຖືກ​ຂ້າ​ຂ້າງ​ເທິງ​ນ້ຳ​ໄຫລ 7 ແລະ​ໃຫ້​ປະ​ໂຣ​ຫິດ​ຊິດ​ໃສ່​ຄົນ​ທີ່​ຈະ​ຮັບ​ການ​ຊຳ​ຮະ​ຈາກ​ໂຣກ​ເຮື້ອນ​ນັ້ນ​ເຈັດ​ເທື່ອ ແລ້ວ​ປະ​ກາດ​ວ່າ​ເຂົາ​ສະ​ອາດ ແລະ​ໃຫ້​ປ່ອຍ​ນົກ​ຕົວ​ທີ່​ຍັງ​ມີ​ຊີວິດ​ນັ້ນ​ໄປ​ໃນ​ພື້ນ​ທົ່ງ 8 ແລະ​ໃຫ້​ຜູ້​ທີ່​ຮັບ​ການ​ຊຳ​ຮະ​ນັ້ນ​ຊັກ​ເຄື່ອງ​ນຸ່ງ​ຂອງ​ຕົນ ແລະ​ໃຫ້​ແຖ​ຜົມ​ກັບ​ຂົນ​ທັງ​ຫມົດ​ເສັຽ ແລະ​ອາບ​ນ້ຳ ເຂົາ​ກໍ​ຈະ​ສະ​ອາດ ຕໍ່​ຈາກ​ນັ້ນ​ກໍ​ໃຫ້​ເຂົາເຂົ້າ​ຄ້າຍ​ໄດ້ ແຕ່​ໃຫ້​ນອນ​ຢູ່​ນອກ​ເຕັນ​ຂອງ​ເຂົາ​ເຈັດ​ວັນ 9 ພໍ​ວັນ​ທີ່​ເຈັດ​ໃຫ້​ເຂົາ​ແຖຜົມ​ຈາກ​ຫົວ​ຂອງ​ເຂົາ​ໃຫ້​ຫມົດ ໃຫ້​ແຖຫນວດ ແລະ​ແຖຂົນ​ຄິ້ວ ຄື​ແຖ​ໃຫ້​ຫມົດ ແລ້ວ​ໃຫ້​ຊັກ​ເຄື່ອງ​ນຸ່ງ ແລະ​ອາບ​ນ້ຳ ເຂົາ​ກໍ​ຈະ​ສະ​ອາດ 10 “ໃນ​ວັນ​ທີ່​ແປດ​ໃຫ້​ເຂົາ​ເອົາ​ລູກ​ແກະ​ເຖິກ​ສອງ​ໂຕ​ປາ​ສ​ຈາກ​ຕຳ​ຫນິ ແລະ​ຍອດ​ແປ້ງ​ປົນ​ໃສ່ນ້ຳ​ມັນ​ສາມ​ໃນ​ສິບ​ເອ​ຟາ​ເປັນ​ທັນ​ຍາ​ບູ​ຊາ ກັບ​ນ້ຳ​ມັນ​ລົກ​ນຶ່ງ 11 ໃຫ້​ປະ​ໂຣ​ຫິດ​ຜູ້​ທຳ​ກາ​ນ​ຊຳ​ຮະ ນຳ​ຜູ້​ທີ່​ຮັບ​ການ​ຊຳ​ຮະ​ກັບ​ສິ່ງ​ຂອງ​ເຫລົ່າ​ນີ້​ມາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະ​ຕູ​ເຕັນ​ນັດ​ພົບ 12 ໃຫ້​ປະ​ໂຣ​ຫິດ​ນຳ​ລູກ​ແກະ​ເຖິກ​ໂຕ​ນຶ່ງ​ໄປ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ພ້ອມ​ກັບ​ນ້ຳ​ມັນ​ລົກ​ນຶ່ງ ນຳ​ຍື່ນ​ຖວາຍ​ເປັນ​ເຄື່ອງ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 13 ໃຫ້​ປະ​ໂຣ​ຫິດ​ຂ້າ​ລູກ​ແກະ​ນັ້ນ​ໃນ​ບ່ອນ​ທີ່​ເຂົາ​ຂ້າ​ສັດ ອັນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ສັດ​ອັນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ໃນ​ບ່ອນ​ບໍ​ຣິ​ສຸດ ເພາະ​ວ່າ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ກໍ​ເຫມືອນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ເປັນ​ຂອງ​ທີ່​ຕົກ​ແກ່​ປະ​ໂຣ​ຫິດ ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ 14 ປະ​ໂຣ​ຫິດ​ຈະ​ນຳ​ເລືອດ​ຂອງ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ມາ ແລະ​ປະ​ໂຣ​ຫິດ​ຈະ​ເຈີມ​ທີ່​ປາຍ​ຫູ​ຂ້າງ​ຂວາຂອງ​ຜູ້​ທີ່​ຣັບ​ການ​ຊຳ​ຮະ ແລະ​ເຈີມ​ທີ່​ນິ້ວ​ຫົວ​ແມ່​ມື​ຂວາ​ແລະ​ທີ່​ນິ້ວ​ຫົວ​ໂປ້​ຕີ​ນ​ຂວາ​ຂອງ​ເຂົາ 15 ແລະ​ປະ​ໂຣ​ຫິດ​ຈະ​ນຳ​ນ້ຳ​ມັນ​ນຶ່ງ​ລົກ​ນັ້ນ​ມາ ຖອກໃສ່​ຝ່າ​ມື​ຊ້າຍ​ຂອງ​ເຂົາ 16 ແລະ​ເອົາ​ນິ້ວ​ມື​ຂວາມ​ຈິ້ມ​​ນ້ຳ​ມັນ​ຊຶ່ງຢູ່​ໃນ​ມື​ຊ້າຍ ປະ​ນ້ຳ​ມັນ​ດ້ວຍ​ນິ້ວ​ຂອງ​ເຂົາ​ເຈັດ​ເທື່ອ​ຕໍ່​ພຣະ​ພັກພຣະ​ຜູ້​ເປັນ​ເຈົ້າ 17 ສ່ວນ​ນ້ຳ​ມັນ​ທີ່​ເຫລືອ​ຢູ່​ໃນ​ມື​ນັ້ນ ປະ​ໂຣ​ຫິດ​ຈະ​ເອົາ​ມາ ເຈີມ​ທີ່​ປາຍ​ຫູ​ຂວາ​ຂອງ​ຜູ້​ທີ່​ຮັບ​ການ​ຊຳ​ຮະ ແລະ​ທີ່​ນິ້ວ​ໂປ້​ມື​ຂວາ​ແລະ​ທີ່​ນິ້ວ​​ໂປ້​ຕີນ​ຂວາ​ທັບ​ເທິງ​ເລືອດ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ 18 ສ່ວນນ້ຳ​ມັນທີ່​ຍັງ​ເຫລືອ​ຢູ່​ໃນ​ມື​ຂອ​ງ​ປະ​ໂຣ​ຫິດ​ນັ້ນ ເຂົາ​ຈະ​ຫົດ​ສົງ​ຂອງ​ຜູ້​ຮັບ​ການ​ຊຳ​ຮະ ແລ້ວ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ຂອງ​ເຂົາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 19 ປະ​ໂຣ​ຫິດ​ຈະ​ຖວາຍ​ເຄື່ອງ​ບູ​ຊາ​ໄຖ່​ບາບ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ຂອງ​ຜູ້​ຣັບ​ການ​ຊຳ​ຮະ​ໃຫ້​ພົ້ນ​ຈາກ​ມົນ​ທິນ​ຂອ​ງ​ເຂົາ ພາຍ​ຫລັງ​ປະ​ໂຣ​ຫິດຈຶ່ງ​ຂ້າ​ສັດ​ອັນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ 20 ແລະ​ປະ​ໂຣ​ຫິດ​ຈະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ທັນ​ຍາ​ບູ​ຊາ​ເທິງ​ແທ່ນ ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ຂອງ​ເຂົາ​ດ​ັ່ງ​ນີ້ ແລະ​ເຂົາ​ກໍ​ຈະ​ສະ​ອາດ​ໄດ້ 21 “ຖ້າ​ຜູ້​ນັ້ນ​ເປັນ​ຄົນ​ຍາກ​ຈົນ​ແລະບໍ່ສາ​ມາດ​ຈະ​ຫາ​ມາ​ໄດ້​ເທົ່າ​ນັ້ນ ກໍ​ໃຫ້​ເຂົາ​ນຳ​ລູກ​ແກະ​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ເພື່ອ​ຍື່ນ​ຖວາຍ ກະ​ທຳ​ການ​ລົບ​ມົນ​ທິນ​ຂອງ​ເຂົາ ແລະ​ນຳ​ຍອດ​ແປ້​ງນຶ່ງ​ໃນ​ສິບ​ເອ​ຟາ​ປົນ​ໃສ່​ກັບ​ນ້ຳ​ມັນ ເປັນ​ທັນ​ຍາ​ບູ​ຊາ​ກັບ​ນ້ຳ​ມັນ​ລົກ​ນຶ່ງ 22 ພ້ອມ​ກັບ​ນົກ​ສອງ​ໂຕ ຫລືລູກ​ນົກ​ກາງ​ແກ​ສອງ​ໂຕ ຕາມ​ທີ່​ເຂົາ​ສາ​ມາດ​ຫາ​ມາ​ໄດ້ ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນົກ​ອີກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ 23 ໃນວັນ​ທີ່​ແປດ​ໃຫ້​ເຂົາ​ນຳ​ມາ​ມອບ​ໃຫ້​ແກ່​ປະ​ໂຣ​ຫິດ​ເພື່ອ​ການ​ຊຳ​ຮະ​ຂອງ​ຕົນ​ທີ່​ປະ​ຕູ​ເຕັ​ນ​ນັດ​ພົບ​ຖວາຍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 24 ແລະ​ປະ​ໂຣ​ຫິດ​ຈະ​ນຳ​ລູກ​ແກະ​ທີ່​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ແລະ​ນຳ​ມັນ​ລົກ​ນຶ່ງ​ນັ້ນ ແລະ​ປະ​ໂຣ​ຫິດ​ຈະ​ທຳ​ພິ​ທີ​ຍື່ນ​ຖວາຍ​ເປັນ​ເຄື່ອງ​ຍື່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 25 ແລະ​ເຂົາ​ຈະ​ຂ້າ​ລູກ​ແກະ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ຂອງ​ເຄື່ອງບູ​ຊາ​ໄຖ່​ກັມ​ບາບ​ມາ​ເຈີມ​ທີ່​ປາຍ​ຫູ​ຂ້າງ​ຂວາ​ຂອງ​ຜູ້​ຮັບ​ການ​ ຊໍາຮະ ແລະ​ທີ່​ນິ້ວ​ໂປ້​ມື​ຂວາ ກັບ​ທີ່​ນິ້ວ​ໂປ້​ຕີ​ນ​ຂວາ​ຂອງ​ເຂົາ 26 ແລ້ວ​ປະ​ໂຣ​ຫິດ​ຈະ​ຖອກ​ນ້ຳ​ມັນ​ໃສ່​ເບື້ອງ​ມື​ຊ້າຍ​ຂອງ​ຕົນ 27 ແລະ​ໃຊ້​ມື​ຂວາ​ຊິດນ້ຳ​ມັນ​ເຈັດ​ຄັ້ງ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 28 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ນ້ຳ​ມັນ​ທີ່​ຢູ່ໃນ​ມືເຈີມ​ທີ່​ປາຍ​ຫູ​ຂ້າງ​ຂວາ​ຂອງ​ຜູ້​ຮັບ​ການ​ຊຳ​ຮະ ແລະ​ທີ່​ຫົວ​ໂປ້​ມື​ຂວາກັບ​ຫົວ​ໂປ້​ຕີນ​ຂວາ​ຂອງ​ເຂົາ ຕົງ​ບ່ອນ​ທີ່​ເຈີມ​ດ້ວຍ​ເລືອດ​ຂອງ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ 29 ນ້ຳ​ມັນ​ທີ່​ເຫລືອ​ຢູ່​ໃນ​ມືຂອງ​ປະ​ໂຣ​ຫິດ​ນັ້ນ ເຂົາ​ຈະ​ເຈີມ​ຫົວ​ຂອງ​ຜູ້​ທີ່​ຮັບ​ການ​ຊຳ​ຮະ ທຳ​ການ​ລົບ​ມົນ​ທິນ​ຂອງ​ເຂົາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 30 ແລະ​ເຂົາ​ຈະ​ຖວາຍ​ນົກ​ເຂົາ​ຫລື​ນົກ​ກາງ​ແກ​ຫນຸ່ມ​ຕາມ​ທີ່​ເຂົາ​ສາ​ມາດ​ຫາ​ມາ​ໄດ້ 31 ຖວາຍ​ນົກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ພ້ອມ​ກັບ​ທັນ​ຍາ​ບູ​ຊາ ແລະ​ປະ​ໂຣຫິດ​ຈະ​ທຳ​ການ​ລົ​ບ​ມົນ​ທິນ​ຂອງ​ຜູ້​ຮັບ​ການ​ຊຳ​ຮະ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 32 ນີ້​ເປັນ​ກົດ​ສຳ​ລັບ​ຜູ້​ທີ່​ເປັນ​ເຮື້ອນ ບໍ່​ສາ​ມາດ​ຫາ​ເຄື່ອງ​ບູ​ຊາ​ເພື່ອ​ການ​ຊຳ​ຮະ​ຂອງ​ຕົນ​ໄດ້” 33 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊ ແລະ​ອາ​ໂຣນ​ວ່າ, 34 “ເມື່ອ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ກາ​ນາ​ອານ ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ເຈົ້າ​ເປັນ​ກຳ​ມະ​ສິດ​ນັ້ນ ແລະ​ເຮົາ​ຈະ​ໃສ່​ເຮື້ອນ​ເຂົ້າ​ທີ່​ເຮືອນ​ຫລັງ​ນຶ່ງ​ຫລັງ​ໃດ​ໃນ​ແຜ່ນ​ດິນ​ທີ່​ເຈົ້າ​ຖື​ກຳ​ມະ​ສິດ​ນັ້ນ 35 ຜູ້​ໃດ​ທີ່​ຖື​ກຳ​ມະ​ສິດ​ຂອງ​ເຮືອນ​ນັ້ນ​ຈະ​ຕ້ອງ​ມາ​ບອກ​ແກ່​ປະ​ໂຣ​ຫິດ​ວ່າ “ຂ້າ​ພະ​ເຈົ້າ​ເຫັນໂຣກຢ່າງ​ນຶ່ງ​ເກີດ​ຂຶ້ນ​ໃນ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ” 36 ແລ້ວ​ປະ​ໂຣ​ຫິດ​ຈະ​ສັ່ງ​ໃຫ້​ເຂົາ​ຂົນ​ຂອງ​ອອກ​ຈາກ​ເຮືອນ​ໃຫ້​ຫມົດ ກ່ອນ​ທີ່​ປະ​ໂຣ​ຫິດ​ຈະ​ໄປ​ກວດ​ໂຣກ ຢ້ານ​ວ່າຂອງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ເຮື້ອນ​ນັ້ນ​ຈະ​ຖືກ​ປະ​ກາດ​ວ່າ ມົນ​ທິນ ຕໍ່​ຈາກ​ນັ້ນ​ປະ​ໂຣ​ຫິດ​ຈຶ່ງ​ຈະ​ເຂົ້າ​ໄປ​ກວດ​ເບິ່ງ​ເຮືອນ 37 ແລະ​ປະ​ໂຣ​ຫິດ​ຈະ​ກວດ​ເບິ່ງ​ໂຣກ ຖ້າ​ໂຣກ​ນັ້ນ​ຢູ່​ທີ່​ຝາ​ຂອງ​ເຮືອນ​ເປັນ​ຮອຍ​ສີ​ຂຽວໆ ແດງໆ ແລະ​ປາ​ກົດ​ວ່າ​ຢູ່​ເລິກກວ່າ​ຜິວ 38 ແລ້ວ​ປະ​ໂຣ​ຫິດ​ຈະ​ອອກ​ຈາກ​ເຮືອນ​ໄປ​ຢູ່​ທີ່​ປະ​ຕູ​ເຮືອນ​ ແລ້ວ​ປິດ​ເຮືອນ​ເສັຽ​ເຈັດ​ວັນ 39 ພໍ​ເຖິງວັນ​ທີ່​ເຈັດ​ປະ​ໂຣ​ຫິດ​ຈະ​ກັບ​ມາ​ກວດ​ເບິ່ງ​ອີກ ຖ້າ​ໂຣກ​ນັ້ນ​ແຜ່​ລາມ​ໄປ​ໃນ​ຝາ​ເຮືອນ 40 ແລ້ວ​ປະ​ໂຣ​ຫິດ​ຈະ​ສັ່ງ​ໃຫ້​ເອົາ​ຫີນ​ກ້ອນ​ທີ່​ຕິດ​ໂຣກ​ນັ້ນ​ອອກ​ເສັຽນຳ​ໄປ​ໂຍນ​ຖິ້ມ​ໃນ​ບ່ອນມົນ​ທິນພາຍນອກ​ເມືອງ 41 ແລະ​ສັ່ງ​ໃຫ້​ຂູດ​ຂ້າງ​ໃນ​ເຣືອນ​ທົ່ວໆ​ໄປ ຜົງ​ປູນ​ທີ່​ຂູດ​ອອກ​ມາ​ນັ້ນ​ໃຫ້​ນຳ​ໄປ​ຖິ້ມ​ເສັຽ​ໃນ​ບ່ອນ​ມົນ​ທິນ​ພາຍນອກ​ເມືອງ 42 ແລ້ວ​ໃຫ້​ຫາ​ຫີນ​ອື່ນ​ມາ​ແທນ​ຫີນ​ກ້ອນ​ທີ່​ນຳ​ອອກ​ໄປ ແລະ​ເອົາ​ປູນ​ອື່ນ​ມາ​ໂບກ​ຝາ​ເຮືອນ​ນັ້ນ 43 “ເມື່ອ​ເຂົາ​ເອົາ​ຫີນ​ອອກ ຂູ​ດ​ເຮືອນ​ແລະ​ໂບກ​ປູນ​ໃຫມ່​ແລ້ວ ຍັງ​ເກີດ​ໂຣ​ກ​ຂຶ້ນ​ໃນ​ເຮືອນ​ນັ້ນ​ອີກ 44 ແລ້ວ​ປະ​ໂຣ​ຫິດ​ຈະ​ໄປ​ກວດ​ເບິ່ງ ຖ້າ​ໂຣກ​ນັ້ນ​ແຜ່ລາມ​ໄປ​ໃນ​ເຮືອນ​ເປັນ​ໂຣກ​ເຮື້ອນ​ຢ່າງ​ຮ້າຍ​ໃນ​ເຮືອນ ເຮືອນ​ກໍ​ເປັນ​ມົນ​ທິນ 45 ໃຫ້​ເຂົາ​ພັງ​ເຮືອນ​ນັ້ນ​ລົງ ຫີນ ໄມ້ ແລະ​ປູນ​ທີ່​ເຮັດ​ເຮືອນ​ນັ້ນ​ໃຫ້​ຂົນ​ໄປ​ຖິ້ມ​ເສັຽ​ໃນ​ບ່ອນ​ທີ່​ມົນ​ທິນ​ພາຍນອກ​ເມືອງ 46 ນອ​ກ​ຈາກ​ນີ້ ເມື່ອ​ເຮືອນ​ປິດ​ຢູ່ ມີ​ຜູ້​ໃ​ດ​ເຂົ້າ​ໄປ​ຜູ້​ນັ້ນ​ຈະ​ເປັນ​ມົນ​ທິນ​ຈົນ​ເຖິງ​ເວ​ລາ​ຄ່ຳ 47 ຜູ້​ໃດ​ທີ່​ນອນ​ລົງ​ໃນ​ເຮືອນ​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ເຂົາ ແລະ​ຜູ້​ທີ່​ຮັບ​ປະ​ທານ​ໃນ​ເຮືອນ​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ເຂົາ​ດ້ວຍ 48 “ແຕ່​ຖ້າ​ປະ​ໂຣ​ຫິດ​ມາ​ທຳ​ການກວດ​ເຫັນ​ວ່າ​ເມື່ອໂບ​ກ​ປູນ​ໃຫມ່​ແລ້ວ ໂຣກ​ນັ້ນ​ບໍ່​ໄດ້​ແຜ່​ລາມ​ໄປ​ໃນ​ເຣືອນ ແລ້ວ​ປະ​ໂຣ​ຫິດ​ຈະ​ປະ​ກາດ​ວ່າ​ເຮືອນ​ນັ້ນສະ​ອາດ ເພາະ​ໂຣກ​ຫາຍ​ແລ້ວ 49 ແລະ​ເພື່ອ​ຈະ​ຊຳ​ຮະ​ເຮືອນ​ນັ້ນ​ໃຫ້​ເຈົ້າ​ຂອງ​ເຮືອນ​ນຳ​ນົກ​ນ້ອຍ​ສອງ​ໂຕ​ກັບ​ໄມ້​ສົນ​ ດ້າຍ​ສີ​ແດງ ແລະ​ຕົ້ນ​ຫູ​ສົບ 50 ໃຫ້​ຂ້າ​ນົກ​ໂຕ​ນຶ່ງ​ໃນ​ພາ​ຊ​ນະ​ດິນ​ຂ້າງ​ເທິງ​ນ້ຳ​ທີ່​ໄຫລ 51 ເອົາ​ໄມ້​ສົນ​ ຕົ້ນ​ຫູ​ສົບ ແລະ​ດ້າຍ​ສີແດງ ພ້ອມ​ກັບ​ນົກ​ໂຕ​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ຈຸ່ມ​ລົງ​ໃນ​ເລືອດ​ນົກ​ທີ່​ໄດ້​ຂ້າ​ຂ້າງເທິງ​ນ້ຳ​ທີ່​ໄຫ​ລນັ້ນ ແລ້ວ​ຊິດ​ໃສ່​ເຮືອນ​ນັ້ນ​ເຈັດ​ຄັ້ງ 52 ດັ່ງ​ນີ້​ເຂົາ​ຈະ​ໄດ້​ຊຳ​ຮະ​ເຮືອນ​ດ້ວຍ​ເລືອດ​ນົກ ດ້ວຍ​ນ້ຳ​ໄຫລ​ແລະ​ດ້ວຍ​ນົກ​ທີ່​ມີ​ຊີ​ວິດ ດ້ວຍ​ໄມ້​ສົນ​ ຕົ້ນ​ຫູ​ສົບ ແລະ​ດ້າຍ​ສີ​ແດງ 53 ໃຫ້​ເຂົາ​ປ່ອຍ​ນົກ​ທີ່​ມີ​ຊີ​ວິດ​ອອກ​ໄປ​ຈາກ​ເມືອງ​ຍັງ​ພື້ນ​ທົ່ງ ດັ່ງ​ນີ້​ແຫລະ​ເຂົາ​ຈະ​ໄດ້​ທຳ​ການ​ລົບ​ມົນ​ທິນ​ຂອງ​ເຮືອນ ແລະ​ເຮືອນ​ນັ້ນ​ກໍ​ສະ​ອາດ” 54 ນີ້​ເປັນ​ກົດ​ກ່ຽວ​ກັບ​ເຮື້ອນ​ຕ່າງໆ ໂຣກ​ຄັນ 55 ໂຣກ​ເຮື້ອນ​ໃນ​ເຄື່ອງ​ນຸ່ງ​ຫົ່ມ ຫລື​ໃນ​ເຮືອນ 56 ບ່ອນບ​ວມ ຫລື​ໂພງ ຫລື​ບ່ອນ​ດ່າງ 57 ເພື່ອ​ໃຫ້​ສະ​ແດງວ່າ​ເມື່ອ​ໃດ​ຈຶ່ງ​ເອີ້ນ​ວ່າມົນ​ທິນ ເມື່ອ​ເອີ້ນ​ວ່າ​ສະ​ອາດ ນີ້​ເປັນ​ກົດ​ເຣື່ອງ​ໂຣກ​ເຮື້ອນ

ລະບຽບພວກເລວີ 15

ສິ່ງ​ອັນເປັນ​ມົນ​ທິນ​ທີ່​ໄຫ​​ລ​ອອກ​ຈາກ​ຮ່າງກາຍ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ ແລະ​ອາ​ໂຣນ​ວ່າ, 2 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ຜູ້ໃດ​ມີ​ສິ່ງ​ໄຫລ​ອອກ​ຈາກ​ຮ່າງ​ກາຍ ສິ່ງ​ທີ່​ໄຫລ​ອອກ​ຂອງ​ເຂົາ​ນັ້ນ​ເປັນ​ມົນ​ທິນ 3 ຕໍ່​ໄປ​ນີ້​ເປັນ​ກົດ​ກ່ຽວ​ກັບ​ເຣື່ອງ​ມົນ​ທິນ​ຂອງ​ເຂົາ​ເນື່ອງ​ຈາກ​ສິ່ງ​ທີ່​ໄຫລ​ອອກ ຮ່າງ​ກາຍ​ຂອງ​ເຂົາ​ຈະ​ມີ​ສິ່ງ​ໄຫລ​ອອກ​ຫລື​ສິ່ງ​ທີ່​ໄຫລ​ອອກ​ຄ້າງ​ຢູ່​ໃນ​ຮ່າງ​ກາຍ​ຂອງ​ເຂົາ​ກໍ​ດີ ເຣື່ອງ​ນີ້​ເປັນ​ມົນ​ທິນ​ແກ່​ເຂົາ 4 ຕຽງ​ນອນ​ຊຶ່ງ​ຜູ້​ໃດ​ທີ່​ມີ​ສິ່ງ​ໄຫລ​ອອກ​ຂຶ້ນ​ໄປ​ນອນ ຕຽງ​ນັ້ນ​ກໍ​ເປັນ​ມົນ​ທິນ ທຸກ​ສິ່ງ​ທີ່​ເຂົາ​ຮອງ​ນັ່ງ​ກໍ​ເປັນ​ມົນ​ທິນ 5 ຜູ້ໃດ​ທີ່​ແຕະ​ຕ້ອງ​ຕຽງ​ຂອງ​ເຂົາ ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ຕົນ​ແລະ​ອາບ​ນ້ຳ ແລະ​ຈະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງເວ​ລາ​ຄ່ຳ 6 ຜູ້​ໃດ​ໄປ​ນັ່ງ​ເທິງ​ສິ່ງ​ທີ່​ຜູ້​ມີ​ສິ່ງໄຫລ​ອອກ​ໄດ້​ນັ່ງ​ກ່ອນ ຜູ້​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ເຕົນ ແລະ​ອາບ​ນ້ຳ ແລະ​ຈະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 7 ຜູ້​ໃດ​ໄປ​ແຕະ​ຕ້ອງ​ຮ່າງ​ກາຍ​ຂອງ​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ ຜູ້​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ຕົນ​ແລະ​ອາບ​ນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 8 ແລະ​ຖ້າ​ຜູ້​ໃດ​ທີ່​ມີ​ສິ່ງ​ໄຫລ​ອອກ​ນັ້ນ​ຖົ່ມ​ນ້ຳ​ລາຍ​ຖືກ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ແລະ​ອາບ​ນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 9 ແລະ​ອານ​ໃດໆ​ຊຶ່ງ​ຜູ້​ມີ​ສິ່ງ​ໄຫລ​ອອກ​ນັ່ງ​ຢູ່ ອານ​ນັ້ນ​ກໍ​ເປັນ​ມົນ​ທິນ​ 10 ຜູ້​ນຶ່ງ​ຜູ້​ໃດ​ແຕະ​ຕ້ອງ​ສິ່ງ​ທີ່​ຮອງ​ເຂົາ​ຢູ່​ນັ້ນ ຜູ້​ນັ້ນ​ຈະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ ແລະ​ຜູ້ໃດ​ທີ່​ຈັບ​ຖື​ສິ່ງ​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ຕົນ ແລະ​ອາບ​ນ້ຳ ຜູ້​ນັ້ນ​ຈະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາຄ່ຳ 11 ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ​ແຕະ​ຕ້ອງ​ຜູ້​ໃດ​ດ້ວຍ​ມື​ທີ່​ບໍ່​ໄດ້​ລ້າງ ຜູ້​ຖືກ​ແຕະ​ຕ້ອງ​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ຕົນແລະ​ອາບ​ນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 12 ພາ​ຊ​ນະ​ດິນ​ຊຶ່ງ​ຜູ້​ມີ​ສິ່ງ​ໄຫລ​ອອກ​ແຕະ​ຕ້ອງ​ໃຫ້​ທຸບ​ເສັຽ ແລະ​ພາ​ຊ​ນະ​ໄມ້​ທຸກ​ຢ່າງກໍ​ໃຫ້​ຊຳ​ຮະ​ເສັຽດ້ວຍ​ນ້ຳ 13 “ເມື່ອ​ຜູ້​ມີ​ສິ່ງ​ໄຫລ​ອອກ​ໄດ້​ຊຳ​ຮະ​ສິ່ງ​ໄຫລ​ອອກ​ຂອງ​ເຂົາ​ແລ້ວ ເຂົາ​ຕ້ອງ​ນັບ​ການ​ຊຳ​ຮະ​ຂອງ​ເຂົາ​ໃຫ້​ຄົບ​ເຈັດ​ວັນ ແລະ​ເຂົາ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ ແລະ​ອາບ​ນ້ຳ​ທີ່​ໄຫລ​ເຂົາ​ຈຶ່ງ​ຈະ​ສະ​ອາດ 14 ໃນ​ວັນ​ທີ່​ແປດ​ໃຫ້​ເຂົາ​ນຳ​ນົກ​ເຂົາ​ສອງ​ໂຕ ຫລື​ນົກ​ກາງ​ແກ​ຫນຸ່ມ​ສອງ​ໂຕ​ມາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ແລະ​ມອບ​ຂອງ​ເຫລົ່າ​ນັ້ນ​ໃຫ້​ແກ່​ປະ​ໂຣ​ຫິດ 15 ໃຫ້​ປະ​ໂຣ​ຫິດ​ຖວາຍ​ບູ​ຊາ ຄື​ຖວາຍ​ນົກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ຖວາຍ​ໄຖ່​ບາບ ແລະ​ນົກ​ອີກ​ໂຕ​ນຶ່ງເປັນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ຂອງ​ເຂົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ເຣື່ອງ​ສິ່ງ​ໄຫລອອກ​ຂອງ​ເຂົາ 16 “ຊາຍ​ຄົນ​ໃດ​ມີ​ນ້ຳ​ກາມ​ໄຫລ​ອອກ​ໃຫ້​ເຂົາ​ອາບ​ນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 17 ເຄື່ອງ​ນຸ່ງ​ຫົ່ມ​ທຸກ​ໂຕ ແລະ​ຜິວ​ຫນັງ​ທຸກ​ສ່ວນ​ທີ່​ນ້ຳ​ກາມ​ໄຫລ​ຖືກ​ຕ້ອງ​ຊຳ​ຮະ​ເສັຽ​ໃນ​ນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 18 ຊາຍ​ຄົນ​ໃດ​ສົມ​ສູ່​ກັບ​ຍິງ​ຄົ​ນ​ໃດ ແລະ​ມີ​ນ້ຳ​ກາມ​ໄຫລ​ອອກ​ທັງ​ສອງ​ຈະ​ຕ້ອງ​ອາບ​ນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 19 “ເມື່ອ​ຍິງ​ມີ​ສິ່ງ​ໄຫລ​ອອກ​ເປັນ​ໂລ​ຫິດ​ປະ​ຈຳ​ເດືອນ ນາງ​ຈະ​ຕ້ອງ​ເປັນ​ມົນ​ທິນ​ໄປ​ເຈັດ​ວັນ ແລະ​ຜູ້ໃດ​ແຕະ​ຕ້ອງ​ນາງ​ຈະ​ຕ້ອງ​ເປັນ​ມົນ​ທິນ​ຈົນ​ເຖິງ​ເວ​ລາ​ຄ່ຳ 20 ຂ​ນະ​ເມື່ອ​ນາງ​ມີ​ມົນ​ທິນ ນາງ​ໄປ​ນອນ​ທີ່​ໃດ​ທີ່​ນັ້ນ​ກໍ​ມີ​ມົນ​ທິນ ສິ່ງ​ໃດ​ທີ່​ນາງ​ໄປ​ນັ່ງ​ທັບ​ສິ່ງ​ນັ້ນ​ກໍ​ເປັນ​ມົນ​ທິນ 21 ຜູ້​ໃດ​ໄປ​ແຕະ​ຕ້ອງ​ບ່ອນນອນ​ຂອງ​ນາງ ຜູ້​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ ແລະ​ອາບ​ນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 22 ແລະ​ຜູ້​ນຶ່ງ​ຜູ້​ໃດ​ແຕະ​ຕ້ອງ​ສິ່ງ​ບ່ອນນາງ​ນັ່ງ ຜູ້​ນັ້ນ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ແລະ​ອາບນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 23 ສິ່ງ​ທີ່​ນາງ​ນັ່ງ​ທັບ​ຈະ​ເປັນ​ບ່ອນນອນ​ຫລື​ສິ່ງ​ໃດ​ກໍ​ດີ ເມື່ອ​ຊາຍໃດ​ໄປ​ແຕະ​ຕ້ອງ​ເຂ​ົ້າ ຜູ້​ນັ້ນ​ຈະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 24 ຖ້າ​ຊາຍ​ໃດ​ໄປ​ສົມ​ສູ່​ກັບ​ນາງ ແລະ​ມົນ​ທິນ​ຂອງ​ນາງ​ມາ​ຕິດ​ທີ່​ຊາຍ​ນັ້ນ ຊາຍ​ນັ້ນ​ຈະ​ເປັນ​ມົນ​ທິນ​ໄປ​ເຈັດ​ວັນ ເຂົາ​ໄປ​ນອນ​ທີ່​ຕຽ​ງໃດ ຕຽງ​ນັ້ນ​ກໍ​ເປັນ​ມົນ​ທິນ 25 “ຖ້າ​ຍິງ​ໃດ​ມີ​ໂລ​ຫິດ​ໄຫລ​ອອກ​ຫລາຍ​ວັນ ບໍ່​ແມ່ນເປັນ​ເວ​ລາ​ເປັນ​ມົນ​ທິນ​ປະ​ຈຳ​ຂອງ​ນາງ ຫລື​ຖ້າ​ນາງ​ມີ​ໂລ​ຫິດ​ໄຫລ​ອອກ​ເລີຍ​ກຳ​ນົດ​ເປັນ​ມົນ​ທິນ​ປະ​ຈຳ​ຂອງ​ນາງ ທຸກວັນ​ທີ່​ມີ​ໂລ​ຫິດ​ໄຫລ​ອອກ​ນາງ​ຕ້ອງ​ເປັນ​ມົນ​ທິນ ນາງ​ຕ້ອງ​ເປັນ​ມົນ​ທິນ​ຢ່າງ​ດຽວ​ກັບ​ເວ​ລາ​ເປັນ​ມົນ​ທິນ​ປະ​ຈຳ​ຂອງ​ນາງ 26 ບ່ອນນອນ​ທຸກ​ຫລັງ​ທີ່​ນາງນອນ ເມື່ອ​ວັນ​ນາງ​ມີ​ສິ່ງ​ໄຫລອອກ ບ່ອນນອນ​ນັ້ນ​ເປັນ​ດັ່ງ​ບ່ອນນອນ​ເປັນ​ມົນ​ທິນ​ປະ​ຈຳ​ຂອງ​ນາງ ທຸກ​ສິ່ງ​ທີ່​ນາງ​ນັ່ງ​ທັບ​ຕ້ອງ​ເປັນ​ມົນ​ທິນ​ຢ່າງ​ດຽວ​ກັບ​ມົນ​ທິນ​ໃນ​ມົນ​ທິນ​ປະ​ຈຳ​ຂອງ​ນາງ 27 ຜູ້​ໃດ​ແຕະ​ຕ້ອງ​ສິ່ງ​ເຫລົ່າ​ນັ້ນ ຜູ້​ນັ້ນ​ກໍ​ເປັນ​ມົນ​ທິນ​ດ້ວຍ ເຂົາ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ ແລະ​ອາບ​ນ້ຳ ແລະ​ເປັນ​ມົນ​ທິນ​ໄປ​ຈົນ​ເຖິງ​ເວ​ລາ​ຄ່ຳ 28 ຖ້າ​ນາງ​ຊຳ​ຮະ​ສິ່ງ​ໄຫລ​ອອກ​ຂອງ​ນາງ​ແລ້ວ ໃຫ້​ນາງ​ນັບ​ເອງ​ໃຫ້​ຄົບ​ເຈັດ​ວັນ ຕໍ່​ຈາກ​ນັ້ນ​ນາງ​ຈຶ່ງ​ຈະ​ສະ​ອາດ 29 ແລະ​ໃນ​ວັນ​ທີ່​ແປດ​ໃຫ້​ນາງ​ນຳ​ນົກ​ເຂົາ​ສອງ​ໂຕ ຫລືລູກ​ນົກ​ກາງ​ແກ​ສອງ​ໂຕ​ໄປ​ໃຫ້​ປະ​ໂຣ​ຫິດ​ທີ່​ປະ​ຕູ​ເຕັ​ນນັດ​ພົບ 30 ແລະ​ປະ​ໂຣ​ຫິດ​ຈະ​ຖວາຍ​ນົກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ອີກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ ແລະ​ປະ​ໂຣ​ຫິດ​ຈະ​ທຳ​ກາ​ນ​ລົບ​ມົນ​ທິນ​ໃຫ້​ນາງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ເຣື່ອງ​ສິ່ງ​ໄຫລ​ອອກ​ທີ່​ເປັນ​ມົນ​ທິນ​ຂອງ​ນາງ 31 “ດັ່ງ​ນີ້​ແຫລະ, ພວກ​ເຈົ້າ​ຄວນຈະ​ໃຫ້​ຄົນ​ອິສ​ຣາ​ເອນ​ແຍ​ກ​ຈາກ​ມົນ​ທິນ​ຂອງ​ເຂົາ​ທັງ​ຫລາຍ ຢ້ານ​ວ່າ​ເຂົາ​ຈະ​ຕ້ອງ​ຕາຍ​ດ້ວຍ​ມົນ​ທິນ​ຂອງ​ເຂົາ ເມື່ອ​ເຂົາ​ທໍາ​ໃຫ້ຫໍ​ເຕັນ​ຂອງ​ເຮົາ​ທີ່​ຢູ່​ຖ້າມ​ກາງ​ພວກ​ເຂົາ​ເປັນ​ມົນ​ທິນ​ໄປ” 32 ນີ້​ເປັນ​ກົດ​ເຣື່ອງ​ຜູ້​ທີ່​ມີ​ສິ່ງ​ໄຫ​ລອອກ ແລະ​ຊາຍ​ທີ່​ມີ​ນ້ຳ​ກາມ​ໄຫລ​ອອກ ຊຶ່ງ​ກະ​ທຳ​ໃຫ້​ຕົວ​ເປັນ​ມົນ​ທິນ 33 ແລະ​ກ່ຽວກັບ​ຍິງ​ທີ່​ປ່ວຍ​ດ້ວຍ​ເປັນ​ມົນ​ທິນ​ປະ​ຈຳ​ຂອງ​ນາງ ຄື​ທັງ​ນີ້​ກ່ຽວ​ກັບ​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ​ບໍ່​ວ່າ​ຊາຍ​ຫລື​ຍິງ ແລະ​ກ່ຽວ​ກັບ​ຊາຍ​ຜູ້​ສົມ​ສູ່​ກັບ​ຍິງ​ຜູ້ມີ​ມົນ​ທິນ

ລະບຽບພວກເລວີ 16

ວັນ​ລຶບລ້າງ​ບາບ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ​ຫລັງ​ຈາກ​ທີ່​ບຸດ​ທັງ​ສອງ​ຂອງ​ອາ​ໂຣນ​ສິ້ນ​ຊີ​ວິດ ຄື​ເມື່ອ​ເຂົາ​ເຂົ້າ​ມາໃກ້​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຖິງ​ແກ່​ຄວາມ​ຕາຍ 2 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ໂມ​ເຊວ່າ, “ເຈົ້າ​ຈົ່ງ​ບອກ​ອາ​ໂຣນ​ອ້າຍຂອງ​ເຈົ້າ​ວ່າ “ຢ່າ​ເຂົ້າ​ໄປ​ໃນສະ​ຖານ​ສັ​ກ​ສິດ​ຕລອດ​ທຸກ​ເວ​ລາ ຄື​ເຂົ້າ​ໄປ​ຫນ້າ​ພຣະ​ທີ່​ນັ່ງ​ພຣະ​ກະ​ຣຸ​ນາ​ຊຶ່ງ​ຢູ່​ເທິງ​ຫລັງ​ຫີບ ຢ້ານ​ວ່າ​ເຂົາ​ຈະ​ຕ້ອງ​ຕາຍ ເພາະ​ວ່າ​ເຮົາ​ຈະ​ປາ​ກົດ​ໃນ​ເມກ​ເຫນືອ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ 3 ແຕ່​ອາ​ໂຣນ​ຈະ​ເຂົ້າ​ມາ​ໃນ​ທີ່​ບໍ​ຣິ​ສຸດ​ໄດ້​ດັ່ງ​ນີ້ ຄື​ໃຫ້​ເອົາ​ງົວ​ຫນຸ່ມ​ໂຕ​ນຶ່ງ​ໄປ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ແກະ​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ 4 ໃຫ້​ເຂົາ​ນຸ່ງ​ເສື້ອຜ້າ​ປ່ານ​ບໍ​ຣິ​ສຸດ ແລະ​ນຸ່ງສົ້ງ​ຜ້າ​ປ່ານ ສາຍ​ຣັດ​ແອວ ແລະ​ຜ້າ​ມາ​ລາ​ປ່ານ ນີ້​ເປັນ​ເຄື່ອງ​ນຸ່ງ​​ບໍ​ຣິ​ສຸດ ເຂົາ​ຈະ​ຕ້ອງ​ອາບ​ນ້ຳ​ແລ້ວ​ຈຶ່ງ​ນຸ່ງ 5 ແລະ​ໃຫ້​ເຂົາ​ນຳ​ແບ້​ເຖິກ​ສອງ​ໂຕ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ກັບ​ແກະ​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຈາກ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ 6 “ອາ​ໂຣນ​ຈະ​ຖວາຍ​ງົວ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ຕົນ​ເອງ ແລະ​ຈະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຕົນ​ເອງ​ແລະ​ຄອບ​ຄົວ​ຂອງ​ຕົນ 7 ແລ້ວ​ເຂົາ​ຈະ​ນຳ​ແບ້​ສອງ​ໂຕ​ນັ້ນ​ໄປ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະ​ຕູ​ເຕັນ​ນັດ​ພົບ 8 ແລະ​ອາ​ໂຣນ​ຈະ​ຈັບ​ສະ​ຫລາກ​ແບ້​ສອງ​ໂຕ​ນັ້ນ ສະ​ຫລາກ​ນຶ່ງ​ຕົ​ກ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ອີກ​ສະ​ຫລາກ​ນຶ່ງ​ເພື່ອ​ອາ​ຊາ​ເຊນ 9 ແບ້​ໂຕ​ທີ່​ສະ​ຫລາກ​ຕົກ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ອາ​ໂຣນ​ຈະ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 10 ແຕ່​ແບ້​ອີກ​ໂຕ​ນຶ່ງ​ຊຶ່ງ​ສະ​ຫລາກ​ຕົກ​ເພື່ອ​ອາ​ຊາ​ເຊນ​ນັ້ນ ຈະ​ນຳ​ຖວາຍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ສັດ​ເປັນ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ບາບ​ໃຫ້​ຕົກ​ທີ່​ມັນ ແລ້ວ​ຈະ​ໄດ້​ປ່ອຍ​ມັນ​ເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ​ໃຫ້​ແກ່​ອາ​ຊາ​ເຊນ 11 “ອາ​ໂຣນ​ຈະ​ຖວາຍ​ງົວ​ເປັນ​ເຄື່ອງ​ໄຖ່​ບາບ​ຂອງ​ຕົນ ແລະ​ຈະ​ທໍາ​ການ​ລົບ​ມົນ​ທິນ​ບາບ​ຕົນ​ເອງ​ກັບ​ຄອບ​ຄົວ​ຂອງ​ຕົນ ເຂົາ​ຈະ​ຂ້າ​ງົວ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຂອງ​ເຂົາ​ເອງ 12 ແລະ​ອາ​ໂຣນ​ຈະ​ເອົາ​ກະ​ຖາງ​ໄຟ​ທີ່​ມີ​ຖ່ານລຸກ​ຢູ່​ມາ​ຈາກ​ແທ່ນ​ບູ​ຊາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ເຄື່ອງ​ຫອມ​ທຸບ​ລະ​ອຽດ​ສອງ​ກຳ​ມື​ນຳ​ເຂົ້າ​ໄປ​ພາຍ​ໃນ​ຜ້າ​ກັ້ງ 13 ແລ້ວ​ເອົາ​ເຄື່ອງ​ຫອມ​ນັ້ນ​ໃສ່​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ຄວັນ​ເຄື່ອງ​ຫອມ​ຂຶ້ນ​ຄຸມ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ຊຶ່ງ​ຢູ່​ເຫນືອ​ຫີບ​ຄຳ​ສັນ​ຍາ ຢ້ານ​ວ່າ​ເຂົາ​ຈະ​ຕ້ອງ​ຕາຍ 14 ເຂົາ​ຈະ​ເອົາ​ເລືອດ​ງົວ​ມາ​ຊິດ​ໃສ່​ທີ່​ຫນ້າ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ດ້ວ​ຍນິ້ວ ແລ້ວ​ຈະ​ຊິດ​ໃສ່​ທີ່​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ເຈັດ​ເທື່ອ​ດ້ວຍ​ນິ້ວ​ຂອງ​ເຂົາ 15 ແລ້ວ​ອາ​ໂຣນ​ຈະ​ຂ້າ​ແບ້​ອັນ​ເປັນ​ເຄື່ອງບູ​ຊາ​ໄຖ່​ບາບ​ສຳ​ລັບ​ປະ​ຊາ​ຊົນ ແລະ​ນຳ​ເລືອດ​ແບ້​ເຂົ້າ​ໄປ​ໃນ​ພາຍ​ໃນ​ຜ້າ​ກັ້ງ ແລະ​ເອົາ​ເລືອດ​ແບ້​ໄປ​ກະ​ທຳ​ເຊັ່ນ​ດຽວ​ກັບ​ກະ​ທຳ​ເລືອດ​ງົວ ຄື​ຊິດ​ໃສ່​ເທິງ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ​ແລະ​ທີ່​ຂ້າງ​ຫນ້າ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ 16 ດັ່ງ​ນີ້​ແຫລະ​ເຂົາ​ຈະ​ທຳ​ການ​ລົບ​ມົນ​ທິນ​ຂອງ​ສະ​ຖານ​ສັກ​ສິດ ເພາະ​ເຫດ​ມົນ​ທິນ​ຂອງ​ຄົນ​ອິສ​ຣາ​ເອນ ແລະ​ເພາະ​ເຫດ​ການ​ທໍ​ຣະ​ຍົດ ເພາະ​ບາບ​ທັງ​ສິ້ນ​ຂອງ​ເຂົາ ແລະ​ອາ​ໂຣນ​ຈະ​ກະ​ທຳ​ຕໍ່​ເຕັນ​ນັດ​ພົບ​ຊຶ່ງ​ຢູ່​ກັບ​ເຂົາ​ຖ້າມ​ກາງ​ມົນ​ທິນ​ຂອງ​ປະ​ຊາ​ຊົນ 17 ຢ່າ​ໃຫ້​ມີ​ຜູ້​ໃດຢູ່​ໃນ​ເຕັ​ນ​ນັດ​ພົບ ເມື່ອ​ອາ​ໂຣນ​ເຂົ້າ​ໄປ​ທຳ​ການ​ລົບ​ມົນ​ທິນ​ໃນ​ສະ​ຖານ​ສັກ​ສິດ ຈົນ​ກວ່າ​ເຂົາ​ຈະ​ອອກ​ມາ​ແລະ​ທຳ​ການ​ລົບ​ມົນ​ທິນ​ສຳ​ລັບ​ຕົວ​ເຂົາ ​ແລະ​ສຳ​ລັບ​ຄອບ​ຄົວ​ຂອງ​ເຂົາ​ ແລະ​ສຳ​ລັບ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ 18 ແລະ​ອາ​ໂຣນ​ຈະ​ອອກ​ໄປ​ຍັງ​ແທ່ນ​ຊຶ່ງ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ທຳ​ກາ​ນ​ລົບ​ມົນ​ທິນ​ແທ່ນ​ນັ້ນ ເຂົາ​ຈະ​ເອົາ​ເລືອດ​ງົວ ເລືອດ​ແບ້ ຊິດ​ໃສ່​ຍອດ​ຂອງ​ແທ່ນ​ໂດຍ​ຮອບ 19 ແລະ​ເອົາ​ນິ້ວ​ຈຸ່ມ​ເລືອດ​ຊິດ​ໃສ່​ແທ່ນ​ນັ້ນ​ເຈັດ​ຄັ້ງ ແລະ​ຊຳ​ຮະ​ກະ​ທຳ​ໃຫ້​ແທ່ນ​ບໍ​ຣິ​ສຸດ​ພົ້ນ​ຈາກ​ມົນ​ທິນ​ຂອງ​ຄົນ​ອິສ​ຣາ​ເອນ 20 “ເມື່ອ​ອາ​ໂຣນ​ເສັດ​ຈາກ​ການ​ລົບ​ມົນ​ທິນ​ຂອງ​ສະ​ຖານ​ສັກ​ສິດ ແລະ​ເຕັນ​ນັດ​ພົບ​ແລະ​ແທ່ນບູ​ຊາ​ແລ້ວ ເຂົາ​ຈະ​ຖວາຍ​ແບ້​ໂຕ​ທີ່​ເປັນ​ຢູ່ 21 ແລະ​ອາ​ໂຣນ​ຈະ​ເອົາ​ມື​ທັງ​ສອງວາງ​ເທິງ​ຫົວ​ແບ້​ທີ່​ມີ​ຊີ​ວິດ​ນັ້ນ ແລະ​ກ່າວ​ຄຳ​ສາ​ຣະ​ພາບ​ບັນ​ດາ​ບາບ​ຂອງ​ຄົນ​ອິສ​ຣາ​ເອນ ແລະ​ການ​ທໍ​ຣະ​ຍົດ​ທັງ​ຫມົດ ແລະ​ບາບ​ທັງ​ສິ້ນ​ໃຫ້​ຕົກ​ລົງ​ເທິງ​ຫົວ​ແບ້​ນັ້ນ ແລະ​ໃຫ້​ຄົນ​ທີ່​ຕຽມ​ມື​ໄວ້​ພ້ອມ​ແລ້ວ​ມາ​ນຳ​ແບ້​ໄປ​ປ່ອຍ​ເຂົ້າ​ຖິ່ນ​ກັນ​ດານ 22 ແບ້​ນັ້ນ​ຈະ​ບັນ​ທຸກ​ມົນ​ທິນ​ທັງ​ຫມົດ​ໄປ​ຍັງ​ທີ່​ປ່ຽວ ແລ້ວ​ເຂົາ​ກໍ​ປ່ອຍ​ໃຫ້​ມັນ​ເຂົ້າ​ຖິ່ນ​ກັນ​ດານ​ໄປ 23 “ແລ້ວ​ອາ​ໂຣນ​ຈະ​ເຂົ້າ​ມາ​ໃນ​ເຕັນ​ນັດ​ພົບ ເຂົາ​ຈະ​ແກ້​ເຄື່ອງ​ນຸ່ງ​ຜ້າ​ປ່ານ​ຊຸດ​ທີ່​ແຕ່ງ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ​ອອກ​ເສັຽເກັບ​ໄວ້​ທີ່​ນັ້ນ 24 ແລະ​ເຂົາ​ຈະ​ຊຳ​ຮະ​ຕົວ​ໃນ​ນ້ຳ​ໃນ​ທີ່​ບໍ​ຣິ​ສຸດ​ແລ້ວ​ນຸ່ງ​ເຄື່ອງ​ຂອງ​ຕົນ ແລະ​ເດີນ​ອອກ​ມາ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ຕົນ ແລະ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ປະ​ຊາ​ຊົນ ແລະ​ທຳ​ການ​ລົບມົນ​ທິນ​ຂອງ​ຕົນ​ເອງ​ກັບ​ປະ​ຊາ​ຊົນ​ທັງ​ຫລາຍ 25 ເຂົາ​ຈະ​ເອົາ​ໄຂ​ມັນ​ຂ​ອງ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ໄປ​ເຜົາ​ເສັຽ​ເທິງ​ແທ່ນ 26 ຜູ້​ທີ່​ປ່ອຍ​ແບ້​ໄປ​ໃຫ້​ອາ​ຊາ​ເຊນ​ນັ້ນ​ຈະ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ຕົນ ແລ້ວ​ຕໍ່​ມາ​ຈຶ່ງ​ຈະ​ເຂົ້າ​ໃນ​ຄ້າຍ​ໄດ້ 27 ເຂົາ​ຈະ​ເອົາ​ງົວ​ຊຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ແລະ​ແບ້​ຊຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ທີ່​ອາ​ໂຣນ​ເອົາ​ເລືອດ​ໄປທຳ​ການ​ລົບ​ມົນ​ທິນ​ສະ​ຖານ​ສັກ​ສິດ​ນັ້ນ​ໄປ​ເສັຽ​ຂ້າງນອກ​ຄ້າຍ ແລະ​ເຂົາ​ຈະ​ເຜົາ​ຊີ້ນ​ຫນັງ​ແລະ​ມູນ​ເສັຽດ້ວຍ​ໄຟ 28 ຜູ້​ທີ່ທຳ​ການ​ເຜົາ​ກໍ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ຕົນ​ແລະ​ອາບ​ນ້ຳ ພາຍ​ຫລັງ​ເຂົາ​ຈຶ່ງ​ຈະ​ກັບ​ເຂົ້າ​ຄ້າຍ​ໄດ້ 29 “ໃຫ້​ເປັນ​ກົດ​ເກນ​ຖາ​ວອນ​ແກ່​ເຈົ້າ​ທັງ​ຫລາຍ​ວ່າ​ໃນ​ວັນ​ທີ່​ສິບ​ເດືອນ​ທີ່​ເຈັດ ເຈົ້າ​ຕ້ອງ​ບັງ​ຄັບ​ໃຈ​ຕົນ​ເອງ​ບໍ່​ກະ​ທຳ​ການ​ງານ​ສິ່ງ​ໃດ ທັງ​ຕົວ​ຊາວ​ເມືອງ​ເອງ​ຫລື​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ຖ້າມ​ກາງ​ເຈົ້າ 30 ເພາະ​ວ່າ​ໃນ​ວັນ​ນີ້​ຈະ​ກະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຈົ້າ ແລະ​ຊຳ​ຮະ​ເຈົ້າ ເຈົ້າ​ຈະ​ສະ​ອາດ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ພົ້ນ​ຈາກ​ບາບ​ທັງ​ສິ້ນ​ຂອງ​ເຈົ້າ 31 ເປັນ​ວັນ​ສະ​ບາ​ໂຕ​ໃຫ້​ເຈົ້າ​ທັງ​ຫລາຍ​ຢຸດ​ພັກ​ສ​ງົບ ແລະ​ເຈົ້າ​ຕ້ອງ​ບັງ​ຄັບ​ໃຈ​ຂອງ​ເຈົ້າ​ ທັງ​ນີ້​ໃຫ້​ເປັນ​ກົດ​ເກນ​ຖາ​ວອນ 32 ປະ​ໂຣ​ຫິດ​ທີ່​ຖືກ​ເຈີມ ແລະ​ຖືກ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ແທນ​ບິ​ດາ​ຂອງ​ຕົນ​ຈະ​ຕ້ອງ​ທຳ​ການ​ລົບ​ມົນ​ທິນ​ໂດຍ​ນຸ່ງ​ເສື້ອ​ປ່ານ​ບໍ​ຣິ​ສຸດ 33 ໃຫ້​ເຂົາ​ທຳ​ການ​ລົບ​ມົນ​ທິນ​ແກ່​ສະ​ຖານ​ສັກ​ສິດ ແລະ​ເຂົາ​ຈະ​ທຳ​ການ​ລົບ​ມົນ​ທິນ​ໃຫ້​ແກ່​ເຕັນ​ນັດ​ພົບ​ແລະ​ໃຫ້​ແກ່​ແທ່ນ ແລະ​ເຂົາ​ຈະ​ທຳ​ການ​ລົບ​ມົນ​ທິນ​ໃຫ້​ແກ່​ປະ​ໂຣ​ຫິດ ແລະ​ປະ​ຊາ​ຊົນ​ທັງ​ຫມົດ​ໃນຊຸມ​ນຸມ​ຊົນ​ນັ້ນ 34 ທັງ​ນີ້​ໃຫ້​ເປັນ​ກົດ​ເກນ​ຖາ​ວອນ​ແກ່​ເຈົ້າ​ທັງ​ຫລາຍ ໃຫ້​ທຳ​ການ​ລົບ​ມົນ​ທິນ​ເພື່ອ​ຄົນ​ອິສ​ຣາ​ເອນ​ປີ​ລະ​ຄັ້ງ ເພາະ​ບາບ​ທັງ​ສິ້ນ​ຂອງ​ເຂົາ” ແລະ​ໂມ​ເຊ​ກໍ​ກະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ທ່ານ​ໄວ້

ລະບຽບພວກເລວີ 17

ສະ​ຖານ​ທີ່​ແຫ່ງ​ດຽວ​ສຳ​ລັບ​ການ​ສັກ​ກາ​ຣະ​ບູ​ຊາ

1 ພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ກ່າວ​ແກ່​ອາ​ໂຣນ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ ແລະ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຕໍ່​ໄປ​ນີ້​ເປັນ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ໄວ້ 3 ຖ້າຊາວ​ອິສ​ຣາ​ເອນ​ຄົນ​ໃດ​ຂ້າ​ງົວ ຫລື​ລູກ​ແກະ ຫລື​ແບ້​ໃນ​ຄ້າຍ ຫລື​ຂ້າ​ພາຍນອກ​ຄ້າຍ 4 ແລະ​ບໍ່​ໄດ້​ນຳ​ມາ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ເພື່ອ​ຖວາຍ​ເປັນ​ຂອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຫນ້າ​ຫໍ​ເຕັນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ນັ້ນ​ຕ້ອງ​ມີ​ໂທດ​ດ້ວຍ​ມີ​ກັມ​ບາບ​ເຣື່ອງ​ເລືອດ ຄື​ເຂົາ​ທຳ​ໃຫ້​ເລືອດ​ຕົກ ໃຫ້​(ອະ​ເປ​ຫິ) ຕັດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ 5 ທັງ​ນີ້​ເພື່ອ​ປະ​ສົງ​ໃຫ້​ຄົນ​ອິສ​ຣາ​ເອນ​ນຳ​ເຄື່ອງ​ຖວາຍ​ຊຶ່ງ​ເຂົາ​ຂ້າ​ທີ່​ພື້ນ​ທົ່ງ ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ມາ​ຍັງ​ປະ​ໂຣ​ຫິດ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ແລະ​ຂ້າ​ສັດ​ນັ້ນ​ເປັນ​ສານ​ຕິ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 6 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ເລືອດ​ສັດ​ນັ້ນ​ຊິດ​ໃສ່​ເທິງ​ແທ່ນ​ບູ​ຊາ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ແລະ​ເຜົາ​ໄຂ​ມັນ​ໃຫ້​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 7 ເຂົາ​ກໍ​ຈະ​ບໍ່​ຂ້າ​ສັດ​ບູ​ຊາ​ແບ້​ຜີ​ສາດ​ອີກ​ຕໍ່​ໄປ ຊຶ່ງ​ເຂົາ​ທັງ​ຫລາຍ​ຫລິ້ນ​ຊູ້​ນັ້ນ ໃຫ້​ເຣື່ອງ​ນີ້​ເປັນ​ກົດ​ເກນ​ແກ່​ເຂົາ​ຕລອດ​ຊົ່ວ​ຊາດ​ເຊື້​ອ​ສາຍ​ຂອງ​ເຂົາ 8 “ແລະ​ເຈົ້າ​ຈົ່ງ​ກ່າວ​ແກ່​ເຂົາ​ວ່າ ວົງ​ວານ​ອິສ​ຣາ​ເອນ​ຄົນ​ໃດ​ຫລື​ຄົນ​ຕ່າງ​ດ້າວ​ຄົນ​ໃດ​ຜູ້ອາ​ໄສ​ຢູ່​ໃນ​ຫມູ່​ພວກ​ເຂົາ ຜູ້​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ ຫລື​ເຄື່ອງ​ສັ​ຕ​ບູ​ຊາ 9 ແລະ​ບໍ່ໄດ້​ນຳ​ເຄື່ອງ​ສັຕ​ບູ​ຊາ​ນັ້ນ​ມາ​ທີ່​ປະ​ຕູ​ເຕັນ​ນັດ​ພົບ​ເພື່ອ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າກໍ​ໃຫ້ຕັດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອ​ງຕົນ 10 “ຖ້າ​ວົງ​ວານ​ອິສ​ຣາ​ເອນ​ຫລື​ຄົນ​ຕ່າງ​ດ້າວ​ຄົນ​ໃດ​ຜູ້​ອາ​ໄສ​ຢູ່​ຖ້າມ​ກາງ​ເຂົາ​ຮັບ​ປະ​ທານ​ເລືອດ ເຮົາ​ຈະ​ຫມາຍ​ຫນ້າ​ບຸກ​ຄົນ​ຜູ້​ຮັບ​ປະ​ທານ​ເລືອດ​ນັ້ນ ແລະ​ຈະ​ຕັດ​ເຂົາ​ເສັຽ​ຈາກຊົນ​ຊາດ​ຂອງ​ຕົນ 11 ເພາະ​ວ່າ​ຊີ​ວິດ​ຂອງ​ເນື້ອ​ຫນັງ​ຢູ່​ໃນ​ເລືອດ ເຣົາ​ໄດ້​ໃຫ້​ເລືອດ​ແກ່​ເຈົ້າ​ເພື່ອ​ໃຊ້​ເທິງ​ແທ່ນ ເພື່ອ​ຈະ​ທຳ​ການ​ລົບ​ມົນ​ທິນບາບ​ແຫ່ງວິນ​ຍານ​ຈິດ​ຂອງ​ເຈົ້າ ເພາະ​ວ່າ​ໂລ​ຫິດ​ເປັນ​ສິ່ງ​ທີ່​ທຳ​ການ​ລົບ​ມົນ​ທິນ​ບາບ ດ້ວຍ​ຊີ​ວິດ​ເປັນ​ເຫດ 12 ເພາະ​ສະ​ນັ້ນ​ເຮົາ​ຈຶ່ງ​ໄດ້​ເວົ້າ​ກັບ​ຄົນ​ອິສ​ຣາ​ເອນ​ວ່າ ໃນ​ພວກ​ເຈົ້າ​ຢ່າ​ໃຫ້​ຄົນ​ໃດ​ຮັບ​ປະ​ທານ​ເລືອດ​ເລີຍ ຫລື​ຄົນ​ຕ່າງ​ດ້າວ​ຜູ້​ອາ​ໄສ​ຖ້າມ​ກາງ​ເຈົ້າ​ກໍ​ຢ່າ​ໄດ້​ຮັບ​ປະ​ທານ​ເລືອດ 13 ຄົນ​ອິສ​ຣາ​ເອນ​ຄົນ​ໃດ​ຫລື​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່ຖ້າມ​ກາງ​ເຂົາ ໄປ​ລ່າ​ສັດ​ຫລື​ນົກ​ເພື່ອ​ນຳ​ມາ​ຮັບ​ປະ​ທານ​ກໍ​ໃຫ້​ຫລັ່ງ​ເລືອດ​ອອກ​ແລ້ວ​ເອົາ​ຝຸ່ນ​ດິນ​ຖົມ​ໄວ້ 14 “ເພາະ​ວ່າ​ຊີ​ວິດ​ຂອງ​ສັດ​ທຸກ​ໂຕ​ກໍ​ຄື​ເລືອດ​ຂອງ​ມັນ​ນັ້ນ​ເອງ ເຫດ​ສັນນັ້ນ​ເຮົາ​ຈຶ່ງ​ໄດ້​ກ່າວ​ແກ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ວ່າ ເຈົ້າ​ຢ່າ​ຮັບປະ​ທານ​ເລືອດ​ຂອງ​ສັດ​ໃດໆ​ເລີຍ ເພາະ​ວ່າ​ຊີ​ວິດ​ຂອງ​ສັດ​ທຸກ​ໂຕ​ກໍ​ຄື​ເລືອດ​ຂອງ​ມັນ​ນັ້ນ​ເອງ ຜູ້​ໃດ​ຮັບ​ປະ​ທານ​ກໍ​ຕ້ອງ​ຖືກ​ຕັດ​ອອກ 15 ແ​ລະ​ທຸກ​ຄົນ​ບໍ່​ວ່າ​ຊາວ​ເມືອງ​ຫລື​ຄົນ​ຕ່າງ​ດ້າວ​ຜູ້​ຮັບ​ປະ​ທານ​ສັດ​ທີ່​ຕາຍ​ເອງ​ຫລື​ສັດ​ທີ່​ຖືກ​ສັດ​ອື່ນ​ກັດ​ຕາຍ ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ແລະ​ອາບ​ນ້ຳ ແລະ​ເປັນ​ມົນ​ທິນ​ຢູ່​ຈົນ​ເຖິງ​ເວ​ລາ​ຄ່ຳ ແລ້ວ​ຈຶ່ງ​ຈະ​ສະ​ອາດ​ໄດ້ 16 ຖ້າ​ເຂົາ​ບໍ່​ຊັກ​ເຄື່ອງ​ນຸ່ງ ຫລື​ອາບ​ນ້ຳ ເຂົາ​ຕ້ອງ​ຮັບ​ໂທດ​ຂອງ​ເຂົາ”

ລະບຽບພວກເລວີ 18

ຫ້າ​ມ​ການ​ລ່ວງ​ປະ​ເວ​ນີ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 3 ເຈົ້າ​ທັງ​ຫລາຍ​ຢ່າ​ກະ​ທຳ​ດັ່ງ​ທີ່​ເຂົາ​ກະ​ທຳ​ກັນ​ໃນ​ແຜ່ນ​ດິນ​ເອ​ຢິບ​ຊຶ່ງ​ເຈົ້າ​ເຄີຍອາ​ໄສ​ຢູ່​ນັ້ນ ແລະ​ເຈົ້າ​ຢ່າ​ກະ​ທຳ​ດັ່ງ​ທີ່​ເຂົາ​ກະ​ທຳ​ກັນ​ໃນ​ແຜ່ນ​ດິນ​ກາ​ນາ​ອານ​ຊຶ່ງ​ເຮົາ​ກຳ​ລັງ​ພາ​ເຈົ້າ​ໄປ​ນັ້ນ ເຈົ້າ​ຢ່າ​ປະ​ພຶດ​ຕາມ​ກົດ​ເກນ​ຂອງ​ເຂົາ 4 ເຈົ້າ​ທັງ​ຫລາຍ​ຈົ່ງ​ກະ​ທຳ​ຕາມ​ກົດ​ຫມາຍ​ຂອງ​ເຮົາ​ແລະ​ຮັກ​ສາ​ກົດ​ເກນ​ຂອ​ງ​ເຮົາ​ແລະ​ປະ​ພຶດ​ຕາມ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ 5 ເພາະ​ສະ​ນັ້ນ​ເຈົ້າ​ທັງ​ຫລາຍ​ຈຶ່ງ​ຕ້ອງ​ຮັກ​ສາ​ກົດ​ເກນ​ຂອງ​ເຮົາ ແລະ​ກົດ​ຫມາຍ​ຂອງ​ເຮົາ​ດ້ວຍ​ການ​ກະ​ທຳ​ຕາມ​ນັ້ນ​ແຫລະ ມະ​ນຸດ​ຈຶ່ງ​ຈະ​ມີ​ຊີ​ວິດ​ຢູ່​ໄດ້ ເຮົາ​ຄືພຣະ​ຜູ້​ເປັນ​ເຈົ້າ 6 “ເຈົ້າຢ່າ​ໃຫ້​ຜູ້​ໃດ​ສົມ​ສູ່​ກັບ​ຍາດ​ຕິ​ພີ່​ນ້ອງ​ຂອງ​ຕົນ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 7 ເຈົ້າຢ່າ​ທຳ​ໃຫ້​ພໍ່​ຂອງ​ຕົນ​ຕ້ອງ​ອັບ​ອາຍ​ຂາຍ​ຫນ້າ​ໂດຍ​ສົມ​ສູ່​ກັບ​ແມ່​ຂອງ​ຕົນ ຢ່າ​ທຳ​ໃຫ້​ແມ່​ຂອງ​ຕົນ​ຕ້ອງ

ອັບ​ອາຍ​ຂາຍຫນ້າ

8 ເຈົ້າຢ່າ​ທຳ​ໃຫ້​ພໍ່​ຂອງ​ຕົນ​ຕ້ອງ​ອັບ​ອາຍ​ຂາຍ​ຫນ້າ​ໂດ​ຍສົມ​ສູ່​ກັບ​ພັ​ຣ​ຍາ​ຄົນ​ອື່ນໆ​ຂອງ​ທ່ານ 9 ເຈົ້າ​ຢ່າສົມ​ສູ່​ກັບ​ເອື້ອຍ ຫລື​ນ້ອງ​ສາວ​ຂອງເຈົ້າ ຜູ້​ເປັນ​ລູກ​ສາວ​ຂອງ​ພໍ່ ຫລື​ຂອງ​ແມ່​ເຈົ້າ ຜູ້​ໄດ້ເກີດ​ໃນ​ເຮືອນ ຫລື​ເກີດ​ໃນ​ທີ່​ຕ່າງ​ດ້າວ 10 ເຈົ້າ​ຢ່າ​ສົມ​ສູ່​ກັບ​ລູກ​ຍິງ​ຂອງ​ລູກ​ຊາຍ​ຂອງ​ເຈົ້າ ຫລື​ຂອງ​ບຸດ​ຍິງ​ຂອງ​ລູກ​ສາວ​ຂອງ​ເຈົ້າ ເຫດ​ວ່າ​ຂອງ​ລັບ​ຂອງ​ເຂົາ​ເປັນ​ຂອງ​ລັບ​ຂອງ​ເຈົ້າ 11 ເຈົ້າ​ຢ່າ​ສົມ​ສູ່​ກັບ​ລູກ​ສາວ​ຂອງ​ເມັຽພໍ່​ເຈົ້າ ຊຶ່ງໄດ້​ເກີດ​ຈາກ​ພໍ່​ເຈົ້າ​ເອງ ເປັນ​ເອື້ອຍ​ເປັນ​ນ້ອງ​ສາວ​ຂອງ​ເຈົ້າ 12 ເຈົ້າ​ຢ່າ​ສົມ​ສູ່​ກັບ​ເອື້ອຍ​ຫລື​ນ້ອງ​ສາວ​ຂອງ​ພໍ່​ເຈົ້າ ເພາະ​ນາງ​ເປັນ​ຍາດ​ຍິງ​ທີ່​ສ​ນິດ​ຂອງ​ພໍ່​ເຈົ້າ 13 ເຈົ້າ​ຢ່າ​ສົມ​ສູ່​ກັບ​ເອື້ອຍ​ຫລື​ນ້ອງ​ສາວ​ຂອງ​ແມ່​ເຈົ້າ ເພາະ​ນາງ​ເປັນ​ຍາດ​ຍິງ​ທີ່​ສ​ນິດ​ຂອງ​ແມ່​ເຈົ້າ 14 ເຈົ້າ​ຢ່າ​ສົມ​ສູ່​ກັບ​ພັ​ຣ​ຍາ​ຂອງ​ອ້າຍ ຫລື​ນ້ອງ​ຊາຍ​ຂອງ​ເຈົ້າ ເພາະ​ນາງ​ເປັນ​ປ້າ​ສະ​ໃພ້ ແລະ​ອາ​ສະ​ໃພ້​ຂອງ​ເຈົ້າ 15 ເຈົ້າ​ຢ່າ​ສົມ​ສູ່ກັບລູກ​​ໃພ້ຂອງ​ເຈົ້າ​ ນາງ​ເປັນ​ພັ​ຣ​ຍາ​ລູກ​ຊາຍ​ເຈົ້າ 16 ເຈົ້າ​ຢ່າ​ສົມ​ສູ່​ກັບ​ພັ​ຣ​ຍາອ້າຍ​ ຫລືພັ​ຣ​ຍານ້ອງ​ຊາຍ​ຂອງ​ເຈົ້າ ເພາະ​ນາງ​ເປັນ​ຂອງ​ພີ່​ນ້ອງ​ຜູ້​ຊາຍ​ຂອງ​ເຈົ້າ 17 ເຈົ້າ​ຢ່າ​ສົມ​ສູ່​ກັບ​ຍິງ​ຄົນ​ນຶ່ງ​ກັບ​ລູກ​ສາວ​ຂອງ​ນາງ ແລະ​ເຈົ້າ​ຢ່າ​ເອົາ​ລູກ​ສາວ​ຂອງ​ລູກຊາຍ​ຂອງ​ນາງ​ຫລື​ລູກ​ສາວ​ຂອງລູກ​ສາວ​ຂອງ​ນາງ​​ ເພາະ​ວ່າ​ເຂົາ​ເປັນ​ຍາດ​ຍິງ​ທີ່​ສ​ນິດ ເປັນ​ການ​ອະ​ທັມ 18 ແລະ​ເຈົ້າ​ຢ່າ​ສົມ​ສູ່​ກັບ​ເອື້ອຍ​ຫ​ລື​ນ້ອງ​ສາວ​ຂອງພັ​ຣ​ຍາ​ ມາ​ເປັນ​ຄູ່​ແຂ່ງ​ກັບ​ພັ​ຣ​ຍາ ເມື່ອ​ພັ​ຣ​ຍາ​ຍັງ​ມີ​ຊີ​ວິດ​ຢູ່ 19 “ເມື່ອ​ຍິງ​ຄົນ​ໃດ​ກຳ​ລັງ​ມີ​ປະ​ຈຳ​ເດືອນ ເພາະ​ວ່າ​ນາງ​ເປັນ​ມົນ​ທິນ​ 20 ເຈົ້າ​ຢ່າ​ສົມ​ສູ່​ກັບ​ພັ​ຣ​ຍາຂອງ​ເພື່ອນ​ບ້ານ​ຂອງ​ເຈົ້າ ກະ​ທຳ​ໃຫ້​ຕົວ​ເຈົ້າ​ລາ​ມົກ​ອາ​ນາ​ຈານ​ກັບ​ນາງ 21 ເຈົ້າ​ຢ່າ​ຖວາຍ​ລູກ​ຫລານ​ຂອງ​ເຈົ້າ​ໃຫ້​ພຣະ​ໂມ​ເລກ ດ້ວຍ​ໃຫ້​ລຸຍ​ໄຟ ກະ​ທຳ​ໃຫ້​ພຣະ​ນາມ​ພຣະ​ເຈົ້າ​ຂອງ​ເຈົ້າ​ເຊື່ອມ​ເສັຽກຽດ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 22 ເຈົ້າ​ຢ່າ​ສົມ​ສູ່ກັບ​ຜູ້​ຊາຍ​ໃຊ້​ຕ່າງ​ຜູ້ຍິງ​ເປັນ​ສິ່ງ​ທີ່ຫນ້າ​ກຽດຫນ້າ​ຊັງ 23 ເຈົ້າ​ຢ່າ​ສົມ​ສູ່​ກັບ​ສັດ​ເດັຽ​ຣະ​ສານ ກະ​ທຳ​ຕົນ​ໃຫ້​ລາ​ມົກ​ອາ​ນາ​ຈານ ຫລື​ຢ່າ​ໃຫ້​ຍິງ​ຄົນ​ໃດ​ຍອມ​ຕົວ​ສົມ​ສູ່​ກັບ​ສັດ​ເດັຽ​ຣະ​ສານ ເພາະ​ການ​ເຮັດ​ຢ່າງບ້າ​ຄັ່ງ​ເຊັ່ນ​ນີ້ ພາ​ໃຫ້​ພວກ​ເຈົ້າ​ເປັນ​ມົນ​ທິນ 24 “ເຈົ້າ​ທັງ​ຫລາຍ​ຢ່າ​ກະ​ທຳ​ຕົວ​ໃຫ້​ຖ່ອຍ​ຮ້າຍອາ​ນາ​ຈານ​ດ້ວຍ​ສິ່ງ​ເຫລົ່າ​ນີ້​ເລີຍ ເພາະ​ວ່າ​ບັ​ນ​ດາ​ປະ​ຊາ​ຊາດ ທີ່​ເຮົາ​ໄດ້ໄລ່​ໄປ​ເສັຽ​ຕໍ່​ຫນ້າ​ເຈົ້າ​ນັ້ນ ກະ​ທຳ​ລາ​ມົກ​ອາ​ນາ​ຈານ​ຢ່າງ​ນີ້​ເອງ 25 ແລະ​ແຜ່ນ​ດິນ​ນັ້ນ​ກໍ​ເປັນ​ມົນ​ທິນ ເຮົາ​ຈຶ່ງ​ຕ້ອງ​ລົງ​ໂທດ​ແກ່​ແຜ່ນ​ດິນ​ນັ້ນ ແລະ​ແຜ່ນ​ດິນ​ກໍ​ເປັນ​ສ້ຽນ​ຫນາມ​ຕໍ່​ຄົນ​ທີ່​ເຄີຍ​ຢູ່​ອາ​ໄສ 26 ແຕ່ເຈົ້າ​ທັງ​ຫລາຍ​ຈະ​ຕ້ອງ​ຮັກ​ສາ​ກົດ​ເກນ​ຂອງ​ເຮົາ ແລະ​ກົດ​ຫມາຍ​ຂອງ​ເຮົາ ແລະ​ຢ່າ​ກະ​ທຳ​ສິ່ງ​ທີ່ຫນ້າ​ລັງ​ກຽດ​ເຫລົ່າ​ນີ້ ບໍ່​ວ່າ​ເປັນ​ຊາວ​ເມືອງ​ຫລື​ຄົນ​ຕ່າງ​ດ້າວ​ຜູ້​ອາ​ໄສ​ຢູ່​ໃນ​ຫມູ່​ພວກ​ເຈົ້າ 27 (ປະ​ຊາ​ຊົນ​ໃນ​ແຜ່ນ​ດິນ​ຜູ້​ຢູ່​ກ່ອນ​ໄດ້​ກະ​ທຳ​ສິ່ງທີ່ຫນ້າລັງ​ກຽດ​ເຫລົ່າ​ນີ້ ດັ່ງ​ນັ້ນ​ແຜ່ນ​ດິນ​ກາຍ​ເປັນ​ມົນ​ທິນ) 28 ຢ້ານ​ວ່າ​ເມື່ອ​ເຈົ້າ​ທັງ​ຫລາຍ​ທຳ​ໃຫ້​ແຜ່ນ​ດິນ​ເປັນ​ມົນ​ທິນ ແຜ່ນ​ດິນ​ກໍ​ຈະ​ເປັນ​ສ້ຽນ​ຫນາມ​ຕໍ່​ພວກ​ເຈົ້າ ດັ່ງ​ທີ່​ແຜ່ນ​ດິນ​ໄດ້​ເປັນ​ສ້ຽນ​ຫນາມ​ແກ່​ປະ​ຊາ​ຊາດ​ທີ່​ຢູ່​ກ່ອນ​ເຈົ້າ​ອອກ​ໄປ​ນັ້ນ 29 ເພາະ​ຜູ້​ໃດ​ກະ​ທຳ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ເຫລົ່າ​ນີ້ ໃຫ້​ຕັດຜູ້​ກະ​ທຳ​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ 30 ເຫດ​ສະ​ນັ້ນ​ເຈົ້າ​ທັງ​ຫລາຍ​ຈົ່ງ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ເຮົາ ຢ່າ​ປະ​ພຶດ​ຕາມ​ທັມ​ນຽມ​ອັນ​ຫນ້າ​ລັງ​ກຽດ ຊຶ່ງ​ເຂົາ​ປະ​ພຶດ​ກັນ​ຢູ່​ຕໍ່​ຫນ້າ​ເຈົ້າ ແລະ​ຢ່າ​ທຳ​ຕົວ​ເຈົ້າ​ໃຫ້​ເປັນມົນ​ທິນ​ດ້ວຍ​ສິ່ງເຫລົ່າ​ນີ້ ເຮົາ​ຄື​ ພຣະ​ຜູ້​ເປັ​ນ​ເຈົ້າ ພຣະເຈົ້າ​ຂອງ​ເຈົ້າ”

ລະບຽບພວກເລວີ 19

ກົດ​ຫມາຍ​ເຣື່ອງ​ຄວາມ​ບໍ​ຣິ​ສຸດ ແລະ​ຄວາມ​ຍຸດ​ຕິ​ທັມ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ກ່າວ​ແກ່​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ວ່າ ເຈົ້າ​ທັງ​ຫລາຍ​ຕ້ອງ​ບໍ​ຣິ​ສຸດ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ​ເປັນ​ບໍ​ຣິ​ສຸດ 3 ເຈົ້າ​ທຸກ​ຄົນ​ຕ້ອງເຄົາ​ຣົບ​ມານ​ດາ​ແລະ​ບິ​ດາ​ຂອງ​ຕົນ ແລະ​ເຈົ້າ​ຕ້ອງ​ຮັກ​ສາ​ບັນ​ດາ​ສະ​ບາ​ໂຕ​ຂອງ​ເຮົາ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 4 ຢ່າ​ໃຫ້​ຜູ້​ໃດ​ກັບ​ນັບ​ຖື​ຮູບ​ເຄົາ​ຣົບ ຫລື​ຫລໍ່​ພຣະ​ໄວ້​ເປັນ​ຮູບ​ເຄົາ​ຣົບ​ສຳ​ລັ​ບ​ຕົນ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 5 “ເມື່ອ​ເຈົ້າ​ຖວາຍ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຖວາຍ​ເພື່ອ​ໃຫ້​ເຈົ້າ​ເປັນ​ທີ່​ພໍ​ພຣະ​ທັຍ 6 ເຈົ້າ​ຈົ່ງ​ຮັບ​ປະ​ທານ​ເຄື່ອງ​ບູ​ຊາ​ນັ້ນ​ເສັຽ​ໃນ​ວັນ​ທີ່​ເຈົ້າ​ຖວາຍ​ບູ​ຊາ ຫລື​ໃນ​ວັນຮຸ່ງ​ຂຶ້ນ ຖ້າ​ມີ​ສ່ວນ​ໃດ​ເຫລືອ​ຢູ່​ຈົນ​ວັນ​ທີ່​ສາມ ຈົ່ງ​ເຜົາ​ໄຟ​ເສັຽ 7 ຖ້າ​ເອົາ​ເຄື່ອງ​ບູ​ຊາ​ນັ້ນ​ມາ​ຮັບ​ປະ​ທານ​ໃນ​ວັນ​ທີ່​ສາມ​ກໍ​ເປັນ​ການ​ຫນ້າ​ລັງ​ກຽດ​ ບໍ່​ເປັນ​ທີ່​ພໍ​ພຣະ​ທັຍ 8 ແລະ​ທຸກ​ຄົນ​ທີ່​ຣັບ​ປະ​ທານ​ເຄື່ອງ​ບູ​ຊາ​ນັ້ນ​ຕ້ອງ​ຮັບ​ໂທດ ເພາະ​ເຂົາ​ໄດ້​ກະ​ທຳ​ສິ່ງ​ບໍ​ຣີ​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ມົນ​ທິນ ໃຫ້​ຕັດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ 9 “ເມື່ອ​ເຈົ້າ​ທັ​ງ​ຫລາຍ​ກ່ຽ​ວ​ເຂົ້າ​ໃນ​ນາ ຢ່າ​ເກັບກ່ຽວ​ເຂົ້າ​ທີ່​ຂອບ​ນາ​ໃຫ້​ຫມົດ ເມື່ອ​ກ່ຽວ​ແລ້​ວ​ກໍ​ຢ່າ​ເກັບ​ເຂົ້າ​ທີ່​ຕົກ 10 ຢ່າ​ເກັບ​ຜົນ​ທີ່​ສວນ​ອະ​ງຸ່ນ​ໃຫ້​ຫມົດ ເຈົ້າ​ຢ່າ​ເກັບ​ອະ​ງຸ່ນ​ທີ່​ຕົກ​ໃນ​ສວນ​ຂອງ​ເຈົ້າ ຈົ່ງ​ເຫລືອ​ໄວ້​ໃຫ້​ຄົນ​ຍາກ​ຈົນ​ແລະ​ຄົນ​ຕ່າງ​ດ້າວ​ແດ່ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ 11 “ເຈົ້າ​ຢ່າ​ລັກ​ຊັບ ຫລື​ໂກງ ຫລື​ມຸ​ສາ​ຕໍ່​ກັນ 12 ຢ່າ​ສາ​ບານ​ອອກ​ນາມ​ຂອງ​ເຮົາ​ເປັນ​ຄວາມ​ເທັດ ກະ​ທຳ​ໃຫ້ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ເປັນ​ທີ່​ຢຽດ​ຫຍາມ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 13 “ເຈົ້າ​ຢ່າ​ບີບ​ຄັ້ນ​ເພື່ອນ​ບ້ານ​ຫລື​ປຸ້ນ​ເຂົາ ຢ່າ​ໃຫ້​ຄ່າ​ຈ້າງ​ຂອງ​ລູກ​ຈ້າງ​ຄ້າງ​ຢູ່​ກັບ​ເຈົ້າ​ຈົນ​ເຖິງ​ຮຸ່ງ​ເຊົ້າ 14 ເຈົ້າ​ຢ່າ​ແຊ່ງ​ຄົນ​ຫູ​ຫນວກ ຫລື​ວາງ​ຂອງ​ໃຫ້​ຄົນຕາ​ບອດ​ສະ​ດຸດ ແຕ່​ເຈົ້າ​ຈົ່ງ​ຢຳ​ເກງ​ພຣະ​ເຈົ້າ​ຂອງ​ເຈົ້າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 15 “ເຈົ້າ​ຢ່າ​ພິ​ພາກ​ສາ​ດ້ວຍ​ຄ​ວາມ​ອະ​ຍຸດ​ຕິ​ທັມ ເຈົ້າ​ຢ່າ​ລຳ​ອ່ຽງ​ເຂົ້າ​ຂ້າງ​ຄົນ​ຈົນ​ ຫລື​ເຫັນ​ແກ່​ຫນ້າ​ຜູ້​ເປັນ​ໃຫຍ່ ແຕ່​ເຈົ້າ​ຈົ່ງ​ພິ​ພາກ​ສາ​ເພື່ອນບ້ານ​ຂອງ​ເຈົ້າ​ດ້ວຍ​ຄວາມ​ຊອບ​ທັມ 16 ຢ່າ​ທ່ຽວ​ຂຶ້ນ​ທ່ຽວ​ລົງ​ໃສ່​ຮ້າຍ​ປ້າຍ​ສີ​ຄົນ​ອື່ນ​ຖ້າມ​ກາງ​ຊົນ​ຊາດ​ຂອງ​ຕົນ ແລະ​ຢ່າ​ປອງ​ຮ້າຍ​ຕໍ່​ຊີ​ວິດ​ຂອງ​ເພື່ອນ​ບ້ານ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 17 “ຢ່າ​ກຽດ​ຊັງ​ພີ່​ນ້ອງ​ຂອງ​ເຈົ້າ​ຢູ່​ໃນ​ໃຈ ແຕ່​ເຈົ້າ​ຈົ່ງ​ຕັກ​ເຕືອນ​ເພື່ອນ​ບ້ານ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ໂທດ​ເພາະ​ເຂົາ 18 ເຈົ້າ​ຢ່າ​ແກ້​ແຄ້ນ​ຫລື​ຜູກ​ພ​ຍາ​ບາດ​ລູກ​ຫລານ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ ແຕ່​ເຈົ້າ​ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົ​ນ​ເອງ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 19 “ເຈົ້າ​ຈົ່ງ​ຮັກ​ສາ​ກົດ​ເກນ​ຂອງ​ເຮົາ ເຈົ້າ​ຢ່າ​ສະ​ສົມ​ສັດ​ຂອງ​ເຈົ້າ​ກັບ​ສັດ​ປະ​ເພດ​ອື່ນ ເຈົ້າ​ຢ່າ​ຫວ່ານ​ພືດ​ປົນ​ກັນ​ສອງ​ຊະ​ນິດ​ໃນ​ນາ​ຂອງ​ເຈົ້າ ຢ່າ​ໃຊ້​ເຄື່ອງ​ນຸ່ງ​ທີ່​ທຳ​ດ້ວຍ​ຜ້າ​ສອງ​ຊະ​ນິດ​ປົນ​ກັນ 20 “ຖ້າຜູ້​ໃດ​ເຂົ້າ​ນອນ​ກັບ​ຜູ້​ຍິງ​ທີ່​ເປັນ​ທາດ ທີ່​ຊາຍ​ອີກ​ຄົນນຶ່ງ​ສູ່​ຂໍ​ໄວ້​ແລ້ວ ແຕ່​ຍັງ​ບໍ່​ໄດ້​ໄຖ່​ຖອນ​ຫລື​ປ່ອຍ​ເປັນ​ອິສ​ຣະ ຕ້ອງ​ສືບ​ສວນ​ເບິ່​ງກ່ອນ​ແຕ່​ຢ່າ​ໃຫ້​ເຖິງ​ຕາຍ ເພາະ​ວ່າ​ທາດ​ຍິງ​ນັ້ນ​ຍັງ​ບໍ່​ເປັນ​ອິສ​ຣະ 21 ແຕ່​ໃຫ້​ຜູ້​ນັ້ນ​ນຳ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ສຳ​ລັບ​ຕົວ​ເຂົາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ຄື​ແກະ​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ 22 ແລະ​ປະ​ໂຣ​ຫິດ​ຈະ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຂົາ​ດ້ວຍ​ຖວາຍ​ແກະ​ເຖິກ​ນັ້ນ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ບາບ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ໄປ ແລະ​ໃຫ້​ເຂົາ​ໄດ້​ຮັບ​ການ​ອະ​ພັຍ​ບາບ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ​ນັ້ນ​ເສັຽ 23 “ເມື່ອ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ ແລະ​ປູກ​ຕົ້ນ​ໄມ້​ທຸກ​ຊະ​ນິດ​ທີ່​ມີ​ຜົນ​ເປັນ​ອາ​ຫານ ຜົນ​ທີ່​ໄດ້​ນັ້ນ​ຕ້ອງ​ເປັນ​ຜົນ​ທີ່​ຕ້ອງ​ຫ້າມ​ສາມ​ປີ ເຈົ້າ​ຢ່າ​ຮັບ​ປະ​ທານ​ເລີຍ 24 ແລະ​ປີ​ທີ່​ສີ່ ຜົນ​ທີ່​ໄດ້​ທັງ​ຫມົດ​ຈະ​ເປັນ​ຂອງ​ບໍ​ຣິ​ສຸດ ເປັນ​ເຄື່ອ​ງ​ບູ​ຊາ​ຍົກ​ຍໍ​ພຣະ​ກຽດແດ່​ພຣະ​ຜູ້​ເປັນ​ເຈົ້າ 25 ແຕ່​ໃນ​ປີ​ທີ່​ຫ້າ​ເຈົ້າ​ຈົ່ງ​ຮັບ​ປະ​ທານ​ຜົນ​ຫມາກ​ໄມ້​ນັ້ນ​ໄດ້ ເພື່ອ​ຈະ​ບັງ​ເກີດ​ຜົນ​ທະ​ວີ​ຂຶ້ນ​ເພື່ອ​ເຈົ້າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 26 “ເຈົ້າ​ຢ່າ​ຮັບ​ປະ​ທານ​ຊີ້ນ​ສັດ​ມີ​ເລືອດ​ໃນ​ຊີ້ນນັ້ນ ເຈົ້າ​ຢ່າ​ເປັນ​ຫມໍ​ດູ ຫລື​ເປັນ​ຫມໍ​ຜີ 27 ເຈົ້າ​ຢ່າ​ກຽນ​ຜົມ​ກາຍ​ຫູ​ຂຶ້ນ​ໄປ ຫລື​ກຽນ​ຮີມ​ຫນວດ​ຂອງ​ພວກ​ເຈົ້າ 28 ເຈົ້າ​ຢ່າ​ປາດ​ເນື້ອ​ຂອງ​ເຈົ້າ​ເພາະ​ເຫ​ດ​ມີ​ຄົນ​ຕາຍ ຫລື​ສັກ​ເປັ​ນ​ເຄື່ອງ​ຫມາຍໃດໆ​ລົງ​ທີ່​ຕົວ​ເຈົ້າ ເຮົາ​ຄື​ພຣະ​ຜູ້​ເປັນເຈົ້າ 29 “ຢ່າ​ທຳ​ບຸດ​ສາວ​ຂອງ​ຕົນ​ໃຫ້​ເປັນ​ຄົນ​ຖ່ອຍ​ຮ້າຍດ້ວຍ​ໃຫ້​ເປັນ​ຍິງ​ໂສ​ເພນີ ຢ້ານ​ວ່າ​ແຜ່ນ​ດິນ​ນັ້ນ​ຈະ​ເປັນ​ຖິ່ນ​ການ​ຫລີ້ນ​ຊູ້ ແລະ​ແຜ່ນດິນ​ຈະ​ເຕັມ​ດ້ວຍ​ການ​ຊົ່ວ​ຮ້າຍ​ຫນ້າ​ອັບ​ອາຍ 30 ເຈົ້າ​ຈົ່ງ​ຮັກ​ສາ​ສະ​ບາ​ໂຕ​ທັງ​ຫລາຍ​ຂອງ​ເຮົາ ແລະ​ເຄົາ​ຣົບ​ຕໍ່​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ ເຮົາ​ຄືພຣະ​ຜູ້​ເປັນ​ເຈົ້າ 31 “ຢ່າ​ໄປ​ຫາ​ຄົນຫມໍ​ຜີ​ທີ່​ປຸກວິນຍານ​ຄົນ​ຂຶ້ນ​ມາ​ປຶກ​ສາ ຫລື​ພໍ່​ມົດ ແມ່​ມົດ ຢ່າ​ທ່ຽວ​ຄົ້ນ​ຫາ ໃຫ້​ຕົ​ນ​ມົນ​ທິນ​ໄປ​ເພາະ​ເຂົາ​ເລີຍ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 32 “ເຈົ້າ​ຈົ່ງ​ລຸກ​ຂຶ້ນ​ຄຳ​ນັບ​ຄົນ​ຜົມ​ຫງອກ ແລະ​ເຄົາ​ຣົບ​ຄົນເຖົ້າແກ່​ຊະ​ຣາ ແລະ​ຈົ່ງ​ຢຳ​ເກງ​ເຈົ້າ​ຂອງ​ເຈົ້າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 33 “ເມື່ອ​ຄົນ​ຕ່າງ​ດ້າວ​ອາໄສ​ຢູ່​ກັບ​ເຈົ້າ​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ ຢ່າ​ຂົ່ມ​ເຫັງ​ເຂົາ 34 ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ກັບ​ເຈົ້າ​ນັ້ນ​ກໍ​ເຫມືອນ​ກັບ​ຊາວ​ເມືອງ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຮັກ​ເຂົາ​ເຫມືອນ​ກັບ​ຮັກ​ຕົນ​ເອງ ເພາະ​ວ່າ​ເຈົ້າ​ເຄີຍ​ເປັນ​ຄົນ​ຕ່າງ​ດ້າວ​ໃນ​ແຜ່ນ​ດິນ​ເອຢິບ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ 35 “ເຈົ້າ​ຢ່າ​ກະ​ທຳ​ຜິດ​ໃນ​ການ​ພິ​ພາກ​ສາ ໃນ​ການ​ວັດ​ຍາວ ຫລື​ຊັ່ງ​ນ້ຳ​ຫນັກ ຫລື​ນັບ​ຈຳ​ນວນ 36 “ເຈົ້າ​ຈົ່ງ​ໃຊ້​ຕາ​ຊັ່ງ​ທ່ຽງ​ຕົງ ລູກ​ຕຸ້ມ​ທ່ຽງ​ຕົງ ເອ​ຟາ​ທ່ຽງ​ຕົງ ແລະ​ຮີນ​ທ່ຽງ​ຕົງ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ ຜູ້​ໄດ້​ພາເຈົ້າ​ອອກ​ມາ​ຈາກ​ແຜ່​ນ​ດິນ​ເອ​ຢິບ 37 ດັ່ງ​ນີ້​ແຫລະ ເຈົ້າ​ຈົ່ງ​ຮັກ​ສາ​ກົດ​ເກນ​ທັງ​ຫມົດ​ຂອງ​ເຮົາ ແລະ​ກົດ​ຫມາຍ​ຂອງ​ເຮົາ​ທັງ​ສິ້ນ ແລະ​ກະ​ທຳ​ຕາມ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ

ລະບຽບພວກເລວີ 20

ໂທດ​ຂອງ​ການ​ບໍ່​ເຊື່ອ​ຟັງ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣ​ເອນ​ວ່າ ຄົນ​ອິສ​ຣາເອນ​ຄົນ​ໃດ​ຫລື​ຄົນ​ຕ່າງ​ດ້າວ​ຄົນ​ໃດ​ທີ່​ອາ​ໄສ​ຢູ່​ໃນ​ອິສ​ຣາ​ເອນ ຜູ້​ທີ່​ມອບ​ລູກ​ຫລານ​ຂອງ​ຕົນ​ໃຫ້​ແກ່​ພຣະ​ໂມ​ເລກ ຜູ້​ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ ໃຫ້​ປະ​ຊາ​ຊົນ​ເອົາ​ຫີນ​ແກ່ວງ​ໃສ່​ເຂົາ​ເສັຽ​ໃຫ້​ຕາຍ 3 ຕົວ​ເຮົາ​ເອງ​ຈະ​ຫມາຍ​ຫນ້າ​ຜູ້​ນັ້ນ​ໄວ້ ແລະ​ຈະ​ຕັດ​ເຂົາ​ຈາກ​ຖ້າມກາງ​ຊົ​ນ​ຊາດ​ຂອງ​ຕົນ ເພາະ​ວ່າ​ເຂົາ​ໄດ້​ໃຫ້​ລູກ​ຂອງ​ເຂົາ​ຄົນນຶ່ງ​ແກ່​ພຣະ​ໂມ​ເລກ ກະ​ທຳ​ໃຫ້​ສະ​ຖານ​ສັກ​ສິດ​ຂອງ​ເຮົາ​ເປັນ​ມົນ​ທິນ ແລະ​ກະ​ທຳ​ໃຫ້​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ເປັນ​ທີ່ເຊື່ອມ​ເສັຽ 4 ແລະ​ຖ້າ​ຣາ​ສດອນ​ຫລັບ​ຫູ​ຫລັບ​ຕາ ເຣື່ອງ​ຊາຍ​ຄົນ​ທີ່​ໃຫ້​ລູກ​ຫລານ​ແກ່​ພຣະ​ໂມ​ເລກ​ນັ້ນ​ເສັຽ ບໍ່ລົງໂທດ​ເຂົາ​ໃຫ້​ເຖິງ​ຕາຍ 5 ເຮົາ​ຈະ​ຫມາຍ​ຫນ້າ​ຊາຍ​ຄົນ​ນັ້ນ ແລະ​ສູ້​ກັບ​ຄອບ​ຄົວ​ຂອງ​ເຂົາ ແລະ​ຕັດ​ເຂົາ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ ທັງ​ຕົວ​ເຂົາ​ກໍ​ດີ​ແລະ​ຜູ້​ໃດ​ທີ່​ທຳ​ຕາມ​ເຂົາ​ໃນ​ການ​ຫລິ້ນ​ຊູ້​ກັບ​ພຣະ​ໂມ​ເລກ​ນັ້ນ​ກໍ​ດີ 6 “ຜູ້​ໃດ​ໃຝ່​ຫາ​ຫມໍຜີທີ່​ປຸກວິນ​ຍານ​ຄົນ​ຕາຍ​ຂຶ້ນ​ມາ​ປຶກ​ສາ ຫລື​ພໍ່​ມົດ ແມ່​ມົດ ຫລິ້ນ​ຊູ້​ກັບ​ເຂົາ ເຮົາ​ຈະ​ຫມາຍ​ຫນ້າ​ຜູ້​ນັ້ນ ແລະ​ຕັດ​ເຂົາ​ເສັຽ​ຈາກ​ຊົ​ນ​ຊາ​ດ​ຂອງ​ຕົນ 7 ເຫດ​ສະ​ນັ້ນ​ເຈົ້າ​ຈົ່ງ​ຊຳ​ຮະ​ຕົວ​ໃຫ້​ບໍ​ຣິ​ສຸດ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 8 ຈົ່ງ​ຮັກ​ສາ​ກົດ​ເກນ​ຂອງ​ເຮົາ​ແລະ​ກະ​ທຳ​ຕາມ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າຜູ້​ຕັ້ງ​ເຈົ້າ​ໄວ້​ໃຫ້​ບໍ​ຣິ​ສຸດ 9 ເພາະ​ວ່າ​ທຸກ​ຄົນ​ທີ່​ແຊ່ງ​ບິ​ດາ​ຫລື​ມານ​ດາ​ຂອງ​ຕົນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ ເຂົາ​ໄດ້​ແຊ່ງ​ບິ​ດາ ຫລື​ມານ​ດາ​ຂອງ​ເຂົາ​ ທີ່​ເຂົາ​ຕ້ອງ​ຕາຍ​ນັ້ນ​ເຂົາ​ເອງ​ຮັບ​ຜິດ​ຊອບ 10 “ຖ້າ​ຜູ້​ໃດ​ຫລີ້ນ​ຊູ້ກັບ​ພັ​ຣ​ຍາຂອງ​ຄົນ​ອື່ນ ຖ້າ​ຜູ້​ໃດ​ຫລິ້​ນຊູ້ກັ​ບ​ພັ​ຣ​ຍາຂອງ​ເພື່ອນ​ບ້ານ ໃຫ້​ລົງ​ໂທດ​ທັງ​ຊາຍ​ແລະ​ຍິງ​ນັ້ນ​ເສັຽ​ໃຫ້​ຕາຍ 11 ຊາຍ​ຄົນ​ໃດ​ທີ່​ສົມ​ສູ່ກັບ​ເມັຽຂອງ​ບິ​ດາ​ຕົນ ກໍ​ເຮັດ​ໃຫ້​ບິ​ດາ​ຕົນ​ໄດ້​ຮັບ​ຄວາມ​ເຊື່ອມ​ເສັຽ​ແລະ​ອັບ​ອາຍ​ຂາຍ​ຫນ້າ ໃຫ້​ລົ​ງ​ໂທດ​ທັງ​ສອງ​ຄົນ​ນັ້ນ​ເສັຽ​ໃຫ້​ຕາຍ ທີ່​ເຂົາ​ຕ້ອງ​ຕາຍ​ນັ້ນ​ເຂົາ​ເອງ​ຮັບ​ຜິດ​ຊອບ 12 ຊາຍຄົນໃດ​ທີ່​ສົ​ມ​ສູ່​ກັບ​ລູກ​ໃພ້ຂອງ​ຕົນ ເຂົາ​ທັງ​ສອງ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ ເຂົາ​ໄດ້​ປະ​ພຶດ​ຜິດ​ຊາຍ​ຍິງ​ທີ່​ຮ່ວມ​ພໍ່​ແມ່​ດຽວ​ກັນ ທີ່​ເຂົາ​ຕ້ອງ​ຕາຍ​ນັ້ນ​ເຂົາເອງ​ຮັບ​ຜິດ​ຊ​ອບ 13 ຊາຍ​ໃດ​ສົ​ມ​ສູ່​ກັບ​ຜູ້​ຊາຍ​ກະ​ທຳ​ຢ່າງ​ກັບ​ຜູ້​ຍິງ ທັງ​ສອງ​ຄົນ​ກະ​ທຳ​ຜິດ​ໃນ​ສິ່ງ​ອັນ​ຫນ້າ​ລັງ​ກຽດ ທັງ​ສອງ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ​ທີ່​ເຂົາ​ຕ້ອງ​ຕາຍ​ນັ້ນ​ເຂົາ​ເອງ​ຮັບ​ຜິດ​ຊອບ 14 ຊາຍ​ຄົນໃດ​ໄດ້​ພັ​ຣ​ຍາ​ ແລະ​ໄດ້​ມານ​ດາ​ຂອງ​ນາງ​ມາ​ເປັນ​ພັ​ຣ​ຍາ​ດ້ວຍ ນີ້​ເປັນ​ເຣື່ອງ​ອະ​ທັມ ໃຫ້​ເຜົາ​ທັງ​ຊາຍ​ນັ້ນ​ແລະ​ຍິງ​ທັງ​ສອງ​ນັ້ນ​ເສັຽດ້ວຍ​ໄຟ ເພື່ອ​ວ່າ​ຈະ​ບໍ່​ມີ​ຄວາມ​ອະ​ທັມ​ໃນ​ຖ້າມ​ກາງພວກ​ເຈົ້າ 15 ຖ້າ​ຊາຍ​ໃດ​ສົມ​ສູ່​ກັບ​ສັດ​ເດັຽ​ຣະ​ສານ ຊາຍ​ຜູ້​ນັ້ນ​ແລະ​ສັດ​ຈະ​ຕ້ອງ​ຮັບ​ໂທດ​ເຖິງຕາຍ 16 ຖ້າ​ຍິງ​ໃດ​ເຂົ້າ​ໃກ້​ສັດ​ເດັຽ​ຣະ​ສານ ແລະ​ເຂົ້າ​ນອນກັບ​ມັນ ຍິງ​ຜູ້​ນັ້ນ​ກັບ​ສັດ​ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ຄື​ກັນ ທີ່​ເຂົາ​ຕ້ອງ​ຕາຍ​ນັ້ນ​ເຂົາ​ເອງ​ຮັບ​ຜິດ​ຊອບ 17 “ຖ້າ​ຊາຍ​ຄົນ​ໃດ​ແຕ່ງ​ງານ​ກັບ​ເອື້ອຍ ຫລື​ນ້ອງ​ຂອງ​ຕົນ​ເອງ ຫລືເອື້ອຍ​ນ້ອງ​ຕ່າງ​ພໍ່​ຕ່າງ​ແມ່​ກັນ ເປັນ​ສິ່ງ​ທີ່ຫນ້າ​ລະອາຍ​ຫລາຍ ຈະ​ຕ້ອງ​ຖືກ​ຂັບ​ໄລ່​ໃຫ້​ອ​ອກ​ໄປ​ຈາກຫນ້າ​ຊຸມ​ນຸມ​ຊົນ​ຂອງ​ເຂົາ ເພາະ​ເຂົາ​ໄດ້​ສົມ​ສູ່​ກັບ​ເອື້ອຍ​ຫລື​ນ້ອງ​ຂອ​ງຕົນ ເຂົາ​ຕ້ອງ​ຮັບ​ໂທດ​ຂອງ​ເຂົາ 18 ຊາຍ​ຄົນ​ໃດ​ສົ​ມ​ສູ່​ກັບ​ຍິງ​ຜູ້​ມີ​ປະ​ຈຳ​ເດືອນ ໃຫ້​ຕັດ​ທັງ​ສອງ​ຄົນ​ອອກ​ຈາກ​ຊົນ​ຊາດ​ຂອ​ງ​ເຂົາ ເພາະ​ພວກ​ເຂົາ​ໄດ້​ຝ່າ​ຝືນ​ລະ​ບຽບ​ການ​ກ່ຽວ​ກັບ​ການ​ເປັນ​ມົນ​ທິນ 19 ເຈົ້າ​ຢ່າສົມ​ສູ່​ກັບ​ເອື້ອຍ​ຫລື​ນ້ອງ​ສາວ​ມານ​ດາ​ເຈົ້າ ຫລື​ເອື້ອຍ ນ້ອງ​ສາວ​ຂອງ​ບິ​ດາ​ເຈົ້າ ເຂົາ​ທັງ​ສອງ​ຕ້ອງ​ໄດ້​ຮັບ​ຜົນ​ກັ​ມ​ສຳ​ລັບ​ການ​ຜິດ​ຊາຍ​ຍິງ​ທີ່​ຮ່ວມ​ພໍ່​ແມ່​ດຽວ​ກັນ 20 ຖ້າ​ຊາຍ​ຄົນໃດ​ສົມ​ສູ່ກັບ​ພັ​ຣ​ຍາ​ຂອງ​ລຸງ ເຂົາ​ກໍ​ທຳ​ໃຫ້​ລຸງ​ຂອງ​ເຂົາ​ເຊື່ອມ​ເສັຽ ທັງ​ສອງ​ຈະ​ຕ້ອງ​ຮັບ​ໂທດ ເຂົາ​ຈະ​ຕາຍ​ໂດຍ​ບໍ່​ມີ​ບຸດ 21 ຖ້າ​ຊາຍຄົນ​ໃດ​ເອົາ​ພັ​ຣ​ຍາ​ຂອງ​ອ້າຍ ຫລື​ນ້ອງ​ຊາຍ​ໄປ ​ເປັນ​ເຣື່ອງ​ມົນ​ທິນ ເຂົາ​ຈະ​ຕ້ອງ​ຕາຍ​ໂດຍ​ບໍ່​ມີ​ບຸດ ທັງ​ໄດ້​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ໃຫ້​ແກ່​ອ້າຍ​ນ້ອງ​ຂອງ​ຕົນ​ດ້ວຍ 22 “ເຫດ​ສັນນັ້ນ​ເຈົ້າ​ຈົ່ງ​ຮັກ​ສາ​ກົດ​ເກນ​ທັງ​ສິ້ນ​ຂອງ​ເຣົາ ແລະ​ກົດ​ຫມາຍ​ທັງ​ສິ້ນ​ຂອງ​ເຮົາ ແລະ​ກະ​ທຳ​ຕາມ ເພື່ອ​ວ່າ​ແຜ່ນ​ດິນ​ຊຶ່ງ​ເຮົາ​ນຳ​ເຈົ້າ​ໃຫ້​ມາ​ຢູ່​ນັ້ນ​ຈະ​ບໍ່​ໄດ້​ຄາຍ​ພວກ​ເຈົ້າໃຫ້​ອອກ​ໄປ​ເສັຽ 23 ແລະ​ເຈົ້າ​ຢ່າ​ປະ​ພຶດ​ຕາມ​ທັມ​ນຽມ​ຂອງ​ປະ​ຊາ​ຊາດ​ທີ່​ເຮົາ​ໄລ່​ໄປ​ເສັຽ​ໃຫ້​ພົ້ນ​ຫນ້າ​ເຈົ້າ ດ້ວຍ​ວ່າ​ເຂົາ​ທັ​ງ​ຫລາຍ​ໄດ້​ປະ​ພຶດ​ຜິດ​ໃນ​ສິ່ງ​ເຫລົ່າ​ນີ້ ເຮົາ​ຈຶ່ງ​ກຽດ​ຊັງ​ເຂົາ 24 ແຕ່​ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ວ່າ ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮັບ​ແຜ່ນດິນ​ນີ້​ເປັນ​ມໍ​ຣະ​ດົກ ເຮົາ​ຈະ​ໃຫ້​ແກ່​ເຈົ້າ​ເປັນ​ກຳ​ມະ​ສິດ ເປັນ​ແຜ່ນ​ດິນ​ທີ່​ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜິ້ງ​ໄຫລ​ບໍ​ຣິ​ບູນ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ​ຜູ້​ໄດ້​ແຍກ​ເຈົ້າ​ອອກ​ຈາກ​ຊົນຊາດ​ທັງ​ຫລາຍ 25 ເຫດ​ສະ​ນັ້ນ ເຈົ້າ​ຈົ່ງ​ສັງ​ເກດ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສັດ​ສະ​ອາດ​ແລະ​ສັດ​ມົນ​ທິນ ລະ​ຫວ່າງ​ນົກ​ມົນ​ທິນ​ແລະ​ນົກ​ສະ​ອາດ ເຈົ້າ​ຢ່າ​ກະ​ທຳ​ຕົວ​ໃຫ້​ເປັນ​ທີ່ຫນ້າ​ລັງ​ກຽດ​ດ້ວຍ​ສັດ​ຫລື​ນົກ​ຫລື​ສິ່ງ​ໃດໆ​ທີ່​ເລື້ອຍ​ຄານ​ຢູ່​ເທິງ​ດິນ ຊຶ່ງ​ເຣົາ​ໄດ້​ແຍກ​ໃຫ້​ເຈົ້າ​ແລ້ວ​ວ່າ​ເປັນ​ຂອງ​ມົນ​ທິນ 26 ເຈົ້າ​ຕ້ອງ​ບໍ​ຣິ​ສຸດ​ສຳ​ລັບ​ເຮົາ ເພາະ​ເຮົາ​ຄື​ພຣະເຈົ້າ​ບໍ​ຣິ​ສຸດ ແລະ​ໄດ້​ແຍກ​ເຈົ້າ​ອອກ​ຈາກ​ຊົນ​ຊາດ​ທັງ​ຫລາຍ​ເພື່ອ​ເຈົ້າ​ຈະ​ເປັນ​ຂອງ​ເຮົາ 27 “ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ເປັນ​ຄົນ​ປຸກ​ວິນ​ຍານ​ຂອງ​ຄົນ​ຕາຍ​ຂຶ້ນ​ມາ​ປຶກ​ສາ​ ຫລື​ພໍ່​ມົດ ແມ່​ມົດ ຈົ່ງ​ຂ້າ​ເສັຽ ຈົ່ງ​ເອົາ​ກ້ອນ​ຫີນ​ຄວ້າງ​ໃສ່ ທີ່​ເຂົາ​ຕ້ອງ​ຕາຍ​ນັ້ນ​ເຂົາ​ເອງ​ຮັບ​ຜິດ​ຊອບ”

ລະບຽບພວກເລວີ 21

ຄວາມ​ບໍ​ຣິ​ສຸດ​ຂອງ​ປະ​ໂຣ​ຫິດ

1 ພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ຈົ່ງ​ກ່າວ​ແກ່​ບັນ​ດາ​ປະ​ໂຣ​ຫິດ ຄື​ບຸດ​ຫລານ​ຂອງ​ອາ​ໂຣນ ແລະ​ສັ່ງ​ເຂົາ​ວ່າ ຢ່າ​ໃຫ້​ຜູ້​ໃດ​ກະ​ທຳ​ຕົວ​ໃຫ້​ມົນ​ທິນ​ດ້ວຍ​ເຣື່ອງ​ສົບ​ໃນ​ຫມູ່​ປະ​ຊາ​ຊົນ 2 ເວັ້ນ​ແຕ່​ຍາດ​ທີ່​ສ​ນິດ​ທີ່​ສຸດ ຄື​ມານ​ດາ ບິ​ດາ ບຸດ​ຊາຍຍີງ ອ້າຍ​ແລະ​ນ້ອງ​ຊາຍ 3 ຫລື​ເອື້ອຍແລະ​ນ້ອງ​ສາວ​ພົມ​ມາ​ຈາ​ຣີ (ຜູ້​ທີ່​ຍັງ​ສ​ນິດກັບ​ເຂົາ ເພາະ​ນາງ​ຍັງ​ບໍ່ມີ​ຜົວ ເຂົາ​ຈຶ່ງຍອມ​ຕົວ​ເປັນ​ມົນ​ທິນ​ເພາະ​ນາງ​ໄດ້) 4 ຢ່າໃຫ້​ເຂົາ​ມີ​ມົນ​ທິນ​ເພາະ​ເປັນ​ຜົວ​ໃນ​ຫມູ່​ຊົນ​ຊາດ​ຂອງ​ເຂົາ ແລະ​ກະ​ທຳ​ໃຫ້​ຕົນ​ເປັນ​ມົນ​ທິນ 5 ຢ່າ​ແຖ​ຫົວ​ຫລື​ກຽນ​ຫນວດ​ກຽນ​ເຄົາ ຫລື​ປາດ​ເນື້ອ​ຕົວ​ເອງ 6 ພວກ​ປະ​ໂຣ​ຫິດ​ຕ້ອງ​ເປັນ​ຄົນ​ບໍ​ຣິ​ສຸດ​ຕໍ່​ພຣະ​ເຈົ້າ​ຂອງ​ຕົນ ແລະບໍ່​ກະ​ທຳ​ໃຫ້​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ເປັນ​ທີ່ເຊື່ອມ​ເສັຽ ເພາະ​ເຂົາ​ທັງ​ຫລາຍ​ຖວາຍ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ພຣະ​ກະ​ຍາ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ ເຫດ​ສັນ​ນັ້ນ​ເຂົາ​ທັ​ງ​ຫລາຍ​ຈຶ່ງ​ຕ້ອງ​ບໍ​ຣິ​ສຸດ 7 ປະ​ໂຣ​ຫິດ​ຈະ​ແຕ່ງ​ງານ​ກັບ​ຍິງ​ແມ່​ຈ້າງ ຫລື​ຍິງທີ່​ມີມົນ​ທິນ​ບໍ່​ໄດ້ ຫລື​ຈະ​ແຕ່ງ​ງານ​ກັບ​ຍິງ​ທີ່​ຮ້າງ​ຈາກ​ຜົວ​ກໍ​ບໍ່​ໄດ້ ເພາະ​ປະ​ໂຣ​ຫິດ​ຈະ​ຕ້ອງ​ບໍ​ຣິ​ສຸດ​ແດ່​ພຣະ​ເຈົ້າ​ຂອ​ງ​ເຂົາ 8 ເຈົ້າ​ຈົ່ງ​ຊຳ​ຮະເຂົາ​ໃຫ້​ບໍ​ຣິ​ສຸດ ເພາະ​ເຂົາ​ຖວາຍ​ພຣະ​ກະ​ຍາ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຈົ້າເຂົາ​ຈະ​ຕ້ອງ​ບໍ​ຣິ​ສຸດ​ສຳ​ລັບ​ເຈົ້າ ເພາະ​ເຮົາ​ຄື​ພຣະ​ເຈົ້າ​ຜູ້​ຊຳ​ຮະ​ເຈົ້າ​ທັ​ງ​ຫລາຍ​ໃຫ້​ບໍ​ຣິ​ສຸດ ເຮົາ​ບໍ​ຣິ​ສຸດ 9 ລູກສາວ​ຂອງ​ປະ​ໂຣ​ຫິດ​ຄົນ​ໃດ ຖ້າ​ນາງ​ກະ​ທຳ​ຕົວ​ໃຫ້​ມົນ​ທິນ​ໂດຍ​ໄປ​ເປັນ​ໂສ​ເພ​ນີ​ກໍ​ກະ​ທຳ​ໃຫ້​ບິ​ດາ​ເປັນ​ມົນ​ທິນ ຈະ​ຕ້ອງ​ເຜົາ​ນາງ​ເສັຽດ້ວຍ​ໄຟ 10 “ປະ​ໂຣ​ຫິດ​ເປັນ​ຜູ້​ໃຫຍ່​ໃນ​ຫມູ່​ພວກ​ພີ່​ນ້ອງ ຜູ້​ຖືກ​ເຈີມ​ທີ່​ຫົວ​ດ້ວຍ​ນ້ຳ​ມັນ​ແລະ​ຜູ້​ທີ່​ໄດ້​ຮັບ​ການ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ທີ່​ຈະ​ນຸ່ງ​ເສື້ອ​ຍົດ ຢ່າ​ປ່ອຍ​ຜົມ​ຫລື​ຈີກ​ເສື້ອ​ຜ້າ​ຂອງ​ຕົນ 11 ຢ່າ​ເຂົ້າ​ໄປ​ຖືກ​ຕ້ອງ​ສົບ ຫລື​ກະ​ທຳ​ຕົວ​ໃຫ້​ມົນ​ທິນ ແມ້​ວ່າ​ສົບ​ນັ້ນ​ເປັນ​ບິ​ດາ​ຫລື​ມານ​ດາ 12 ຢ່າ​ອອກ​ໄປ​ຈາກ​ສະ​ຖານ​ນະ​ມັ​ສ​ການ ຫລື​ກະ​ທຳ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະ​ເຈົ້າ​ໃຫ້​ເປັນ​ມົນ​ທິນ ເພາະ​ວ່າ​ການ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ດ້ວຍ​ນ້ຳ​ມັນ​ເຈີມ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ຕົວ​ເຂົາ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 13 ເຂົາ​ຈະ​ຕ້ອງ​ມີ​ພັ​ຣ​ຍາ ​ເປັນ​ຍິງ​ພົມ​ມະ​ຈາ​ຣີ 14 ຢ່າ​ໃຫ້​ເຂົາ​ແຕ່ງ​ງານ​ກັບ​ຍິງ​ຫມ້າຍ ແມ່​ຮ້າງ ຍີງ​ທີ່​ມີ​ມົນ​ທິນ ຫລື​ຍິ​ງແມ່​ຈ້າງ ເຂົາ​ຈະ​ຕ້ອງ​ຫາ​ຍິງ​ພົມ​ມະ​ຈາ​ຣີ​ໃນ​ຊົນ​ຊາດ​ຂອງ​ເຂົາ​ມາ​ເປັນ​ເມັຽ 15 ເພື່ອ​ເຂົາ​ຈະ​ບໍ່​ໄດ້​ກະ​ທຳ​ໃຫ້​ລູກ​ຫລານ​ຂອງ​ເຂົາ​ໃນ​ຫມູ່​ຊົ​ນ​ຊາດ​ຂອງ​ເຂົາ​ເປັນ​ມົນ​ທິນ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຕັ້ງ​ເຂົາ​ໄວ້​ໃຫ້​ບໍ​ຣິ​ສຸ​ດ” 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 17 “ຈົ່ງ​ກ່າວ​ແກ່​ອາ​ໂຣນ​ວ່າ ໃນ​ບັນ​ດາ​ເຊື້ອ​ສາຍ​ ຂອງ​ເຈົ້າ​ຕລອດ​ທຸກ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຂົາ​ທັງ​ຫລາຍ ຢ່າ​ໃຫ້​ຜູ້​ມີ​ຕຳ​ຫນິ​ພິ​ການ​ເຂົ້າ​ໄປ​ຖວາຍ​ພຣະ​ກະ​ຍາ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຂົາ 18 ເພາະ​ວ່າ​ຜູ້​ໃດ​ທີ່​ມີ​ຕຳ​ຫນິ​ຈະ​ເຂົ້າ​ໃກ້​ບໍ່​ໄດ້ ບໍ່​ວ່າ​ເປັນຄົນ​ຕາ​ບອດ​ຫລື​ເປັນ​ຄົນ​ຂາ​ພິ​ການ ຫລື​ທີ່​ຫນ້າ​ມີ​ແຜ​ເປັນ ຫລື​ແຂນ​ຂາ​ຍາວ​ເກີນ 19 ຫລື​ມີ​ຕີນ​ພິການ ຫລືມື​ພິ​ການ 20 ຄົນ​ຫລັງ​ຄ່ອມ ຄົນ​ເຕັ້ຽ​ຜິດ​ປົກ​ກະ​ຕິ ຄົນ​ເສັຽ​ຕາ ຄົນ​ເປັນ​ຂີ້​ກາກ ຫລື​ຂີ້​ຫິດ ຫລື​ຄົນ​ທີ່​ເປັນ​ກະ​ເທືອຍ 21 ຜູ້​ໃດ​ໃນ​ເຊື້​ອ​ສາຍ​ອາ​ໂຣນ​ທີ່​ມີ​ຕຳ​ຫນິ ຢ່າ​ໃຫ້​ເຂົ້າ​ມາ​ຖວາຍ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ແດ່​ພຣະ​ເຈົ້າ ເພາະ​ວ່າ​ເຂົາ​ເປັນ​ຄົນ​ມີ​ຕຳ​ຫນິ ຢ່າ​ໃຫ້​ເຂົາ​ມາ​ຖວາຍ​ພຣະ​ກະ​ຍາ​ຫານ​ແຫ່ງ​ພຣະ​ເຈົ້າ​ຂ​ອງ​ເຂົາ 22 ເຂົາ​ຈະ​ຮັບ​ປະ​ທານ​ພຣະ​ກະ​ຍາ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຂົາ​ໄດ້ທັງ​ຂອງ​ທີ່​ບໍ​ຣິ​ສຸດ​ທີ່​ສຸດ ແລະ​ຂອງ​ບໍ​ຣິ​ສຸດ 23 ແຕ່​ຢ່າ​ໃຫ້​ເຂົາ​ເຂົ້າ​ມາ​ໃກ້​ຜ້າ​ກັ້ງ ຫລື​ໃກ້​ແທ່ນ ເພາະ​ເຂົາ​ມີ​ຕຳ​ຫນິ ເພື່ອ​ເຂົາ​ຈະ​ບໍ່​ກະ​ທຳ​ໃຫ້​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ​ເປັນ​ມົນ​ທິນ ເພາະ​ເຮົາ​ຄື​ພຣະ​ເຈົ້າ ຜູ້​ຕັ້ງ​ເຂົາ​ໄວ້​ໃຫ້​ບໍ​ຣິ​ສຸດ” 24 ໂມ​ເຊ​ຈຶ່ງບອກ​ອາ​ໂຣນ​ແລະ​ບຸດ​ຫລານ​ຂອງ​ອາ​ໂຣນ ແລະ​ຄົນ​ອິສ​ຣາ​ເອນ​ດັ່ງ​ນັ້ນ

ລະບຽບພວກເລວີ 22

ຄວາມ​ບໍ​ຣິ​ສຸດ​ຂອງ​ເຄື່ອງ​ຖວາຍ​ບູ​ຊາ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ບອກ​ອາ​ໂຣນ​ກັບ​ບຸດ​ຫລານ​ຂອງ​ເຂົາ​ໃຫ້​ອອກ​ຫ່າງ​ເສັຽ​ຈາກ​ສິ່ງ​ບໍ​ຣິ​ສຸດ​ຂອງ​ຄົນ​ອິສ​ຣາ​ເອນ ຊຶ່ງ​ເຂົາ​ທັງ​ຫລາຍ​ຖວາຍ​ແກ່​ເຮົາ ເພື່ອ​ວ່າ​ເຂົາ​ທັງ​ຫລາຍ​ຈະ​ບໍ່​ໄດ້​ກະ​ທຳ​ໃຫ້​ນາມ​ຂອງ​ເຮົາ​ເປັນ​ມົນ​ທິນ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 3 ຈົ່ງ​ກ່າວ​ແກ່​ເຂົາ​ວ່າ “ຖ້າ​ຄົນ​ນຶ່ງ​ຄົນ​ໃດ​ໃນ​ເຊື້ອ​ສາຍ​ຂອງ​ເຈົ້າ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ເຂົ້າ​ໃກ້​ຂອງ​ບໍ​ຣິ​ສຸດຊຶ່ງ​ຄົນ​ອິສ​ຣາ​ເອນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂນະ​ທີ່​ເຂົາ​ມີ​ມົນ​ທິ​ນ​ຢູ່​ຈະ​ຕ້ອງ​ຕັດ​ເຂົາ​ຄົນ​ນັ້ນ​ອອກ​ໄປ​ໃຫ້​ພົ້ນ​ຫນ້າ​ເຮົາ ເຮົາ​ຄື​ພຣະ​ຜູ້​ເປັ​ນ​ເຈົ້າ 4 ຢ່າ​ໃຫ້​ເຊື້ອ​ສາຍ​ອາ​ໂຣນ​ຄົນ​ໃດ​ທີ່​ເປັນ​ໂຣກ​ເຮື້ອນ​ຫລື​ມີ​ສິ່ງ​ໄຫລ​ອອກ​ມາ​ຮັບ​ປະ​ທານ​ຂອງ​ບໍ​ຣິ​ສຸດ ໃຫ້​ລໍ​ຈົນ​ກວ່າ​ເຂົາ​ສະ​ອາດ​ແລ້ວ​ກ່ອນ ຜູ້​ໃດ​ແຕະ​ຕ້ອງ​ສິ່ງ​ທີ່​ມົນ​ທິນ ໂດຍ​ແຕະ​ຕ້ອງ​ສົບ ຫລື​ຜູ້​ທີ່​ມີ​ນ້ຳ​ກາມ​ໄຫລ​ອອກ 5 ຜູ້​ໃດ​ທີ່​ແຕະ​ຕ້ອງ​ສິ່ງ​ເລືອ​ຄານ ຊຶ່ງ​ກະ​ທຳ​ໃຫ້​ເຂົາມົນ​ທິນ ຫລື​ແຕະ​ຕ້ອງ​ຄົນ​ຊຶ່ງ​ອາດ​ໃຫ້​ເຂົາ​ມົນ​ທິນ ບໍ່​ວ່າ​ຈະ​ເປັນ​ມົນ​ທິນ​ຊະ​ນິດ​ໃດ 6 ບຸກ​ຄົນ​ຜູ້​ແຕະ​ຕ້ອງ​ສິ່ງ​ເຫລົ່າ​ນີ້ ຕ້ອງ​ມົນ​ທິນ​ໄປ​ຈົນ​ເຖິງ​ຕອນ​ແລງ ແລະ​ຈະ​ຮັບ​ປະ​ທານ​ສິ່ງ​ບໍ​ຣິ​ສຸດ​ບໍ່​ໄດ້ ນອກ​ຈາກ​ເຮົາ​ຈະ​ອາບ​ນ້ຳ​ຊຳ​ຮະ​ຕົວເສັຽກ່ອນ 7 ເມື່ອດວງ​ຕາ​ເວັນ​ຕົກ​ເຂົາ​ກໍ​ສະ​ອາດ ພາຍ​ຫລັງ​ເຂົາ​ຈຶ່ງ​ຮັ​ບ​ປະ​ທານ​ສິ່ງ​ບໍ​ຣິ​ສຸດ​ໄດ້ ເພາະ​ສິ່ງ​ເຫລົ່າ​ນັ້ນ​ເປັນ​ອາ​ຫານ​ຂອງ​ເຂົາ 8 ສິ່ງ​ໃດ​ທີ່​ຕາຍ​ເອງ ຫລື​ຖືກ​ສັດ​ກັດ​ຕາຍ ຢ່າ​ຮັບ​ປະ​ທານ ເຂົາ​ຈະ​ເປັນ​ມົນ​ທິນ​ດ້ວຍ​ສິ່ງ​ເຫລົ່າ​ນີ້ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 9 ເພາະ​ສັນ​ນັ້ນ ເຂົາ​ທັງ​ຫລາຍ​ຕ້ອງ​ຮັກ​ສາ​ຄຳ​ສັ່ງ​ຂອງ​ເຮົາ ຢ້ານວ່າ​ເຂົາ​ຈະ​ຕ້ອງ​ຮັບ​ໂທດ​ເພາະ​ສິ່ງ​ນັ້ນ ແລະ​ຈະ​ຕ້ອງ​ຕາຍ​ຮັບ​ໂທດ​ເມື່ອ​ເຂົາ​ກະ​ທຳ​ສິ່ງ​ນັ້ນ​ໃຫ້​ເປັນ​ມົນ​ທິນ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ທີ່​ຕັ້ງ​ເຂົາ​ໄວ້​ໃຫ້​ບໍ​ຣິ​ສຸດ 10 “ຢ່າ​ໃຫ້​ຄົນ​ພາຍນອກ​ຮັບ​ປະ​ທານ​ສິ່ງ​ບໍ​ຣິ​ສຸດ ຜູ້​ທີ່​ມາ​ອາ​ໄສ​ຢູ່​ກັບ​ປະ​ໂຣ​ຫິດ ຫລື​ລູກ​ຈ້າງ​ຢ່າ​ໃຫ້​ຮັບ​ປະ​ທານ​ສິ່ງ​ບໍ​ຣິ​ສຸດ​ນັ້ນ 11 ແຕ່​ຖ້າ​ປະ​ໂຣ​ຫິດ​ຄົນ​ນຶ່ງ​ຊື້​ທາດ​ມາ​ດ້າຍ​ເງິນ​ເປັນຊັບ​ຂອງ​ຕົນ ທາດ​ນັ້ນ​ຈະ​ຮັບ​ປະ​ທານ​ກໍ​ໄດ້ ແລະ​ຜູ້​ທີ່​ເກີດໃນ​ຄົວ​ເຮືອນ​ຂອງ​ປະ​ໂຣ​ຫິດ​ຮັບ​ປະ​ທານ​ອາ​ຫານ​ນັ້ນ​ໄດ້ 12 ຖ້າ​ລູກສາວຂອງ​ປະ​ໂຣ​ຫິດ​ໄປ​ແຕ່ງ​ງານ​ກັບ​ຄົນ​ພາຍນອກ ນາງ​ກໍ​ຮັບ​ປະ​ທານ​ສິ່ງ​ບໍ​ຣິ​ສຸດ​ນັ້ນ​ບໍ່​ໄດ້ 13 ຖ້າ​ລູກສາວ​ຂອງ​ປະ​ໂຣ​ຫິດ​ເປັນ​ແມ່​ຫມ້າຍ ຫລື​ແມ່​ຮ້າງ ແລະ​ບໍ່​ມີ​ບຸດ ແລະ​ກັບ​ມາ​ຢູ່​ທີ່​ເຮືອນ​ຂອງ​ບິ​ດາ​ຢ່າງ​ເມື່ອ​ນາງ​ຍັງ​ເປັນ​ສາວ ນາງ​ຮັບ​ປະ​ທານ​ອາ​ຫານ​ຂອງ​ບິ​ດາ​ໄດ້ 14 ຖ້າ​ຄົນ​ໃດ​ຮັບ​ປະ​ທານ​ສິ່ງ​ບໍ​ຣິ​ສຸດ​ໂດຍ​ບໍ່​ໄດ້​ເຈ​ຕ​ນາ ເຂົາ​ຈະ​ຕ້ອງ​ເພີ້ມ​ຄ່າ​ຂອງ​ນັ້ນ​ນຶ່ງ​ໃນ​ຫ້າ ແລະ​ມອບ​ຂອງ​ບໍ​ຣິ​ສຸດ​ນັ້ນ​ແກ່​ປະ​ໂຣ​ຫິດ 15 ຢ່າ​ໃຫ້​ປະ​ໂຣ​ຫິດ​ກະ​ທຳ​ສິ່ງ​ບໍ​ຣິ​ສຸດ​ຂອງ​ຄົນ​ອິສ​ຣາ​ເອນ​ທີ່​ນຳ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ເປັນ​ມົນ​ທິນ 16 ຊຶ່ງ​ຈະ​ກະ​ທຳ​ໃຫ້​ເຂົາ​ໄດ້​ຮັບ​ໂທດ​ດ້ວຍ​ມີ​ຄວາມ​ຜິດ​ທີ່​ຮັບ​ປະ​ທານ​ສິ່ງ​ບໍ​ຣິ​ສຸດ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຕັ້ງ​ເຂົາ​ໄວ້​ໃຫ້​ບໍ​ຣິ​ສຸດ” 17 ພຣະ​ເຈົ້າ​ຊົງ​ບອກ​ກັບ​ໂມ​ເຊວ່າ, 18 “ຈົ່ງ​ກ່າວ​ແກ່​ອາ​ໂຣນ ແລະ​ແກ່​ຄົນ​ອິສ​ຣາ​ເອນ​ທັງ​ຫມົດ​ວ່າ ເມື່ອ​ຄົນ​ອິສ​ຣ​ເອນ​ຜູ້​ໃດ​ຖວາຍ​ເຄື່ອງ​ບູ​ຊາ ເປັນ​ເຄື່ອງ​ແກ້​ບົນ​ຫລື​ເຄື່ອງ​ບູ​ຊາ​ດ້ວຍ​ໃຈ​ສ​ມັກ ຊຶ່ງ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເຄື່ອງ​ເຜົາ​ບູ​ຊາ 19 ເພື່ອ​ໃຫ້​ເປັນ​ທີ່ໂປດ​ປານ ເຈົ້າ​ຈົ່ງ​ຖວາຍ​ສັດ​ໂຕ​ເຖິກ​ປາ​ສ​ຈາກ​ຕຳ​ຫນິ ຄື​ງົວ​ເຖິກ ຫລື​ແກະ ຫລື​ແບ້ 20 ເຈົ້າ​ຢ່າ​ຖວາຍສິ່ງ​ໃດໆ​ທີ່​ມີ​ຕຳ​ຫນິ​ເພາະ​ຈະ​ບໍ່​ຊົງ​ຮັບ​ເພື່ອ​ເຈົ້າ 21 ເມື່ອ​ຄົນ​ໃດ​ຖວາຍ​ເຄື່ອງ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ແກ້​ບົນ ຫລື​ຖວາຍ​ດ້ວຍ​ໃຈ​ສ​ມັກ ເປັນ​ສັດ​ທີ່​ໄດ້​ມາ​ຈາກ​ຝູງ​ງົວ ຫລື​ຝູງ​ແບ້ ແກະ ສັດ​ນັ້ນ​ຕ້ອງ​ບໍ່​ມີ​ຕຳ​ຫນິ​ຈຶ່ງ​ຈະ​ຊົງ​ຮັບ ຢ່າ​ໃຫ້​ສັດ​ນັ້ນ​ມີ​ທີ່​ຕິ​ເລີຍ 22 ສັດ​ທີ່​ຕາ​ບອດ​ຫລື​ພິ​ການ ຫລື​ມີ​ແຜ ຫລື​ມີ​ສິ່ງ​ໄຫລ​ອອກ ຫລື​ເປັນ​ຂີ້​ກາກ ຫລື​ເປັນ​ຂີ້​ຫິດ ເຈົ້າ​ຢ່າ​ນຳ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຫລື​ນຳ​ມາ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ທີ່​ເທິງ​ແທ່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 23 ງົວ​ຫລື​ລູກ​ແກະ​ທີ່​ມີ​ອະ​ວັຍ​ວະ​ຍາວ​ເກີນ​ໄປ ຫລື​ສັ້ນ​ເກີນ​ໄປ​ຈັກ​ສ່ວນ​ນຶ່ງ ທ່ານ​ຈະ​ມາ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ແກ້​ບົນ​ກໍ​ບໍ່​ເປັນ​ທີ່​ໂປດ​ປານ 24 ສັດ​ໂຕ​ໃດ​ທີ່​ມີ​ລູກ​ອັນ​ທະ​ຊ້ຳ ຫລື​ຖືກ​ທຸບ ຫລື​ຈີກ​ຂາດ ຫລື​ມີ​ຮອຍ​ຕັດ ເຈົ້າ​ຢ່າ​ນຳ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເປັນ​ເຄື່ອງ​ບູ​ຊາ​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ 25 ເຈົ້າ​ຢ່າ​ນຳ​ສັດ​ຊຶ່ງ​ໄດ້​ມາ​ຈາກ​ຄົນ​ຕ່າງ​ດ້າວ​ຖວາຍ​ເປັນ​ພຣະ​ກະ​ຍາ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຈົ້າ ເພາະ​ສັດ​ນັ້ນ​ມີ​ຕຳ​ຫນິ​ດ້ຍ​ຖືກ​ທຳ​ໃຫ້​ພິ​ການ​ຈຶ່ງ​ບໍ່​ຊົງ​ຮັບ​ເພື່ອ​ເຈົ້າ” 26 ພຣະ​ເຈົ້າ​ຊົງ​ບອກ​ກັບ​ໂມ​ເຊວ່າ, 27 “ເມື່ອ​ງົວຫລື​ແກະຫລື​ແບ້​ເກີດ​ມາ ໃຫ້​ຢູ່​ກັບ​ແມ່​ເຈັດ​ວັນ ຕັ້ງ​ແຕ່​ວັນ​ທີ່​ແປດ​ເປັນ​ຕົ້ນ​ໄປ​ຈະ​ໃຊ້​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ເປັນ​ທີ່​ຊົງ​ຮັບ 28 ​ແມ້ວ່າ​ແມ່ນ​ສັດ​ນັ້ນ​ຈະ​ເປັນ​ງົວ​ຫລື​ແກະ​ກໍ​ດີ ເຈົ້າ​ຢ່າ​ຂ້າ​ມັນ​ພ້ອມ​ກັບ​ລູກ​ຂອງ​ມັນ​ໃນ​ວັນ​ດຽວ​ກັນ 29 ເມື່ອ​ເຈົ້າ​ຖວາຍ​ເຄື່ອງ​ສັ​ຕ​ບູ​ຊາ​ເປັນ​ເຄື່ອງ​ບູ​ຊາ​ໂມ​ທະ​ນາ​ພຣະ​ຄຸນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ສັ​ຕ​ບູ​ຊາ​ນັ້ນ​ເພື່ອ​ເຈົ້າ​ຈະ​ເປັນ​ທີ່​ໂປດ​ປານ 30 ຈົ່ງ​ຮັບ​ປະ​ທານ​ເຄື່ອງ​ບູ​ຊາ​ນັ້ນ​ໃນ​ວັນ​ຖວາຍ​ເຄື່ອງ​ບູ​ຊາ ຢ່າ​ເຫລືອ​ໄວ້​ຈົນ​ຮຸ່ງ​ເຊົ້າ​ເລີຍ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 31 “ເພາະ​ສະ​ນັ້ນ​ເຈົ້າ​ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ​ແລະ​ກະ​ທຳ​ຕາມ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 32 ເຈົ້າ​ຢ່າ​ກະ​ທຳ​ໃຫ້​ນາມ​ບໍ​ຣິ​ສຸດ​ຂອງ​ເຣົາ​ເປັນ​ທີ່​ເຊື່ອມ​ເສັຽ ແຕ່​ໃຫ້​ເຮົາ​ເປັນ​ທີ່​ສັຣ​ເສີນ​ໃນ​ຫມູ່​ຄົນອິສ​ຣາ​ເອນ​ ເຮົາ​ຄື​ພຣະ​ຜູ້​ເປັ​ນ​ເຈົ້າ​ຜູ້​ທຳ​ເຈົ້າ​ໃຫ້​ບໍ​ຣິ​ສຸດ 33 ຜູ້​ນຳ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ເພື່ອ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ເຮົາ​ຄືພຣະ​ຜູ້​ເປັນ​ເຈົ້າ”

ລະບຽບພວກເລວີ 23

ເທ​ສ​ການ​ລ້ຽງ​ຕາມ​ກຳ​ນົດ

1 ພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເທ​ສ​ການ​ລ້ຽງ​ຕາມ​ກຳ​ນົດ​ແດ່​ພຣະ​ຜູ້ເປັນ​ເຈົ້າ ຊຶ່ງ​ເຈົ້າ​ຈະ​ຕ້ອງ​ປະ​ກາດ​ວ່າ​ເປັນ​ການ​ປະ​ຊຸມ​ບໍ​ຣິ​ສຸດ ຄື​ເທ​ສ​ການ​ລ້ຽງ​ຕາມ​ກຳ​ຫນົດ​ຂອງ​ເຮົາ​ນັ້ນ​ມີ​ດັ່ງ​ນີ້

ປັ​ສ​ຄາ ແລະ​ມື້​ກິນ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ

3 ຈົ່ງ​ທຳ​ການ​ງານ​ໃນ​ຫົກ​ວັນ ແຕ່​ວັນ​ທີ່​ເຈັດ​ນັ້ນ​ເປັນ​ສະ​ບາ​ໂຕ​ແຫ່ງ​ການ​ຢຸດ​ພັກ​ສ​ງົບ ເປັນ​ວັນ​ປະ​ຊຸມ​ບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ກາ​ນ​ງານ​ໃດໆ ເປັນ​ສະ​ບາ​ໂຕ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ທີ່​ຢູ່​ທົ່ວ​ໄປ​ຂອງ​ເຈົ້າ 4 “ຕໍ່​ໄປ​ນີ້​ເປັນ​ເທ​ສ​ການ​ລ້ຽງ​ຕາມ​ກຳ​ນົດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ການ​ປະ​ຊຸມ​ບໍ​ຣິ​ສຸດ ຊຶ່ງ​ເຈົ້າ​ຈະ​ຕ້ອງ​ປະ​ກາດ​ຕາມ​ເວ​ລາ​ກຳ​ນົດ​ໃຫ້​ເຂົາ​ຊາບ 5 ໃນ​ຕອນ​ແລງວັນ​ທີ່​ສິບ​ສີ່​ເດືອນ​ທີ່​ນຶ່ງ​ເປັນ​ວັນ​ເທ​ສ​ການ​ປັ​ສ​ຄາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 6 ແລະ​ໃນ​ວັນ​ທີ່ສິບ​ຫ້າເດືອນ​ດຽວ​ກັນ ເປັນ​ເທ​ສ​ການ​ກິນ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເຈົ້າ​ຮັບ​ປະ​ທານ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ເຈັດ​ວັນ 7 ໃນ​ວັນ​ຕົ້ນ​ເຈົ້າ​ຈົ່ງ​ມີ​ການ​ປະ​ຊຸມ​ບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ງານ​ຫນັກ 8 ແຕ່​ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຄົບ​ເຈັດ​ວັນ ໃນ​ວັນ​ທີ່​ເຈັດ​ເປັນ​ວັນ​ປະ​ຊຸມ​ບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ງານ​ຫນັກ”

ເທ​ສ​ການ​ເກັບ​ກ່ຽວ

9 ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ກັບ​ໂມ​ເຊວ່າ, 10 “ຈົ່ງ​ກ່າວ​ແກ່​ຄົນອິສ​ຣາ​ເອນ​ວ່າ ເມື່ອ​ເຈົ້າ​ມາ​ເຖິງ​ແຜ່ນ​ດິນ​ຊຶ່ງ​ເຮົາ​ໃຫ້​ເຈົ້າ ແລະ​ກ່ຽວ​ພືດ​ຜົນ​ຂອງ​ແຜ່ນ​ດິນ​ນັ້ນ ເຈົ້າ​ຈົ່ງ​ເອົາ​ເຟືອງ​ເຂົ້າ​ທີ່​ກ່ຽວ​ໃນ​ຣຸ່ນ​ແຣກ​ນຳ​ໄປ​ໃຫ້​ປະ​ໂຣ​ຫິດ 11 ແລະ​ປະ​ໂຣ​ຫິດ​ຈະ​ນຳ​ເຟືອງ​ເຂົ້າ​ນັ້ນ ທຳ​ພິ​ທີ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເຈົ້າ​ຈະ​ເປັນ​ທີ່​ໂປດ​ປານ ຮຸ່ງ​ຂຶ້ນ​ຫລັງ​ຈາກວັນ​ສະ​ບາ​ໂຕ​ປະ​ໂຣ​ຫິດ​ຈະ​ທຳ​ພິ​ທີ​ຍື່ນ​ຖວາຍ 12 ໃນ​ວັນ​ທີ່​ເຈົ້າ​ທຳ​ພິ​ທີ​ຍື່ນ​ເຟືອງ​ເຂົ້າ ເຈົ້າ​ຈົ່ງ​ຖວາຍ​ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 13 ແລະ​ເຄື່ອງ​ທັນ​ຍາ​ຍ​ບູ​ຊາ​ທີ່​ຄູ່​ກັນ​ນັ້ນ ຄື​ຍອດ​ແປ້ງ​ສອງ​ໃນ​ສິບ​ເອ​ຟາ​ປົນ​ໃສ່​ນ້ຳ​ມັນ ເຜົາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ກິ່ນ​ພໍ​ພຣະ​ທັຍ ແລະ​ເຄື່ອງ​ດື່ມ​ບູ​ຊາ​ທີ່​ຄູ່​ກັນ​ຄື​ເຫລົ້າ​ອະ​ງຸ່ນ​ນຶ່ງ​ໃນ​ສີ່​ຮີນ 14 ເຈົ້າ​ຢ່າ​ຮັບ​ປະ​ທານ​ເຂົ້າ​ຈີ່ ຫລື​ເຂົ້າ​ຂົ້ວ ເຂົ້າ​ສົດ​ຈົນ​ກວ່າ​ຈະ​ເຖິງວັນ​ດຽວ​ກັນ​ນີ້ ຄືກວ່າ​ເຈົ້າ​ຈະ​ນໍາ​ເຄື່ອງ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ທັງ​ນີ້​ເປັນ​ກົດ​ເກນ​ຖາ​ວອນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ​ໃນ​ທີ່​ຢູ່​ຂອງ​ເຈົ້າ​ທົ່ວ​ໄປ

ເທ​ສ​ການ​ສັ​ປ​ດາ

15 “ຕັ້ງ​ແຕ່​ວັນ​ຮຸ່ງ​ຂຶ້ນ​ຈົນ​ວັນ​ສະ​ບາ​ໂຕ ເຈົ້າ​ຈົ່ງ​ນັບ​ໃຫ້​ໄດ້​ຄົບ​ເຈັດ​ສັ​ປ​ດາເຕັມໆ ຄື​ນັບ​ຈາກວັນ​ທີ່​ເຈົ້າ​ນຳ​ເຟືອງ​ເຂົາ​ເຂົ້າ​ມາ​ທຳ​ພິ​ທີ​ຍື່ນ​ຖວາຍ​ເປັນ​ຕົ້ນ​ໄປ 16 ນັບ​ໄປ​ໃຫ້​ໄດ້​ຫ້າ​ສິບ​ວັນ ຈົນ​ເຖິງວັນ​ຖັດ​ວັນ​ສະ​ບາ​ໂຕ​ທີ່​ເຈັດ​ແລ້ວ​ເຈົ້າ​ຈົ່ງ​ນຳ​ເຂົ້າ​ໃຫມ່​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ທັນ​ຍາ​ບູ​ຊາ 17 ຈົ່ງ​ນຳ​ເຂົ້າ​ຈີ່​ສອງ​ກ້ອນ​ທຳ​ດ້ວຍ​ແປ້ງ​ສອງ​ໃນ​ສິບ​ເອ​ຟາ​ຈາກ​ທີ່​ອາ​ໄສ​ຂອງ​ເຈົ້າ​ມາ​ທຳ​ພິ​ທີ​ຍື່ນ​ຖວາຍ​ໃຫ້​ທຳ​ດ້ວຍຍອດ​ແປ້ງ​ໃສ່​ເຊື້ອ​ປີ້ງ​ເປັນ​ຜົນ​ຣຸ່ນ​ແຣກ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 18 ພ້ອມ​ກັບ​ເຂົ້າ​ຈີ່​ນັ້ນ​ເຈົ້າ​ຈົ່ງ​ນຳ​ລູກ​ແກະ​ເຈັດ​ໂຕ​ອາ​ຍຸ​ນຶ່ງ​ປີ​ປາ​ສ​ຈາກ​ຕຳ​ຫນິ ງົວ​ຫນຸ່ມ​ໂຕນຶ່ງ ແກະ​ເຖິກ​ສອງ​ໂຕ ມາ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພ້ອມ​ກັບ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ ອັນ​ເປັນ​ຄູ່​ກັນ​ໃຫ້​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນພໍ​ພຣະ​ທັຍ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 19 ເຈົ້າ​ຈົ່ງ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ລູກ​ແກະ​ເຖິກ​ນຶ່ງ​ປີ​ສອງ​ໂຕ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ 20 ໃຫ້​ປະ​ໂຣ​ຫິດ​ທຳ​ພິ​ທີ​ຍື່ນ​ຖວາຍ​ພ້ອມ​ກັບ​ເຂົ້າ​ຈີ່​ຊຶ່ງ​ເປັນ​ຜົນ​ຣຸ່ນ​ແຣກ​ເປັນ​ເຄື່ອງ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພ້ອມ​ກັບ​ລູກ​ແກະ​ສອງ​ໂຕ ຈະ​ເປັນ​ສິ່ງ​ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ປະ​ໂຣ​ຫິດ 21 ແລະ​ໃນ​ວັນ​ດຽວ​ກັນ​ນັ້ນ ເຈົ້າ​ຈົ່ງ​ປະ​ກາດ​ເຈົ້າ​ຈົ່ງ​ມີ​ການ​ປະຊຸມ​ກັນ​ບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ງານ​ຫນັກ ທັງ​ນີ້​ເປັນ​ກົດ​ເກນ​ຖາ​ວອນ​ທົ່ວ​ໄປ​ໃນ​ທີ່​ອາ​ໄສ​ຂອງ​ເຈົ້າ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ 22 “ເມື່ອ​ເຈົ້າ​ກ່ຽວ​ເຂົ້າ​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ ເຈົ້າ​ຢ່າ​ກ່ຽວ​ໄປ​ທີ່​ຂອບ​ນາ​ໃຫ້​ຫມົດ ແລະ​ຢ່າ​ເກັບ​ເຂົ້າ​ທີ່​ກ່ຽວ​ຕົກ ເຈົ້າ​ຈົ່ງ​ຖິ້ມ​ໄວ້​ໃຫ້​ຄົນ​ຍາກ​ຈົນ ແລະ​ຄົນ​ຕ່າງ​ດ້າວ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ”

ເທສການ​ປີໃຫມ່

23 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 24 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ໃນ​ວັນ​ທີ່​ນຶ່ງ​ຂອງ​ເດືອນ​ທີ່​ເຈັດ ເຈົ້າ​ທັງ​ຫລາຍ​ຈົ່ງ​ຖື​ເປັນ​ວັນ​ຢຸດ​ພັກ​

ສ​ງົບ​ວັນ​ນຶ່ງ ເປັນ​ວັນ​ປະ​ຊຸມບໍ​ຣິ​ສຸດ​ປະ​ກາດ​ເປັນ​ທີ່​ລະ​ນຶກ​ດ້ວຍ​ສຽງ​ແກ​

25 ເຈົ້າ​ຢ່າ​ທຳ​ງານ​ຫນັກ ແລະ​ເຈົ້າ​ຈົ່ງ​ນຳ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ”

ວັນ​ລົ​ບ​ລ້າງ​ມົນ​ທິນ

26 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 27 “ໃນ​ວັນ​ທີ່​ສິບ​ຂອງ​ເດືອນ​ທີ່​ເຈັດ​ນີ້​ເປັນ​ວັນ​ທຳ​ການ​ລົບ​ມົນ​ທິນ ຈະ​ເປັນວັນ​ປະ​ຊຸມ​ບໍ​ຣິ​ສຸດ​ແກ່​ເຈົ້າ ແລະ​ເຈົ້າ​ຈົ່ງ​ບັງ​ຄັບ​ໃຈ​ຕົນ​ເອງ ແລະ​ນຳ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 28 ໃນ​ວັນ​ດຽວ​ກັນ​ນັ້ນ​ເຈົ້າ​ຢ່າ​ທຳ​ງານ​ໃດໆ ເພາະ​ເປັນ​ວັນ​ທຳ​ການ​ລົບ​ມົນ​ທິນ ທີ່​ຈະ​ທຳ​ການ​ລົບມົນ​ທິນ​ຂອງ​ເຈົ້າ​ຕໍ່​ພຣະ​ຜູ້ເປັນເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 29 ໃນ​ວັນ​ດຽວ​ກັນ​ນີ້ ຖ້າ​ຜູ້​ໃດບໍ່​ບັງ​ຄັບ​ໃຈ​ກໍ​ໃຫ້​ຕັດ​ຜູ້​ນັ້ນເສັຽຈາກ​ຖ້າມ​ກາງ​ຊົນ​ຊາດ​ຂອງ​ຕົນ 30 ແລະ​ໃນ​ວັນ​ດຽວ​ກັນ​ນີ້​ຖ້າ​ຜູ້​ໃດ​ທຳ​ງານ​ໃດໆ ເຮົາ​ຈະ​ທຳ​ລາຍຜູ້​ນັ້ນ​ເສັຽ​ຈາກ​ຖ້າມ​ກາງ​ຊົນ​ຊາດ​ຂອງ​ເຂົາ 31 ເຈົ້າ​ຢ່າ​ທຳ​ງານ​ສິ່ງ​ໃດ​ເລີຍ ທັງ​ນີ້​ເປັນ​ກົດ​ເກນ​ຖາ​ວອນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ​ທົ່ວ​ໄປ​ໃນ​ທີ່ອາ​ໄສ​ຂອງ​ເຈົ້າ 32 ຈະ​ເປັນ​ວັນ​ສະ​ບາ​ໂຕ​ສຳ​ລັບ​ຢຸດ​ພັກ​ສ​ງົບ​ແກ່​ເຈົ້າ ແລະ​ເຈົ້າ​ຈົ່ງ​ບັງ​ຄັບ​ໃຈ​ຂອງ​ເຈົ້າ​ເລີ້ມ​ແຕ່​ຕອນ​ແລງ​ໃນ​ວັນ​ທີ່​ເກົ້າ​ຂອງ​ເດືອນ ເຈົ້າ​ຕ້ອງ​ຮັກ​ສາ​ວັນ​ສະ​ບາ​ໂຕ​ຈາກ​ເວ​ລາ​ຄ່ຳ​ເຖິງ​ເວ​ລາ​ຄ່ຳ”

ເທ​ສ​ການ​ປຸກ​ຕູບ

33 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 34 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ໃນ​ວັນ​ທີ່​ສິບ​ຫ້າ​ເດືອນ​ທີ່​ເຈັດ​ນີ້ ເປັນ​ວັນ​ເທ​ສ​ການ​ປຸກ​ຕູບ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ສິ້ນ​ເຈັດ​ວັນ 35 ຈະ​ມີ​ການ​ປະ​ຊຸມ​ບໍ​ຣິ​ສຸດ​ໃນ​ວັນ​ແຣກ ເຈົ້າ​ຢ່າ​ທຳ​ງານ​ຫນັກ 36 ຈົ່ງ​ນຳ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ທັງ​ເຈັດ​ວັນ​ໃນ​ວັນ​ທີ່​ແປດ ເຈົ້າ​ຈົ່ງ​ມີ​ການ​ປະ​ຊຸມ​ບໍ​ຣິ​ສຸດ ແລະ​ນຳ​ເຄື່ອງ​ບູ​ຊາ​ດ້ວຍໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ການ​ປະ​ຊຸມ​ຕາມ​ພິ​ທີ ເຈົ້າ​ທັງ​ຫລາຍ​ຢ່າ​ທຳ​ງານ​ຫນັກ 37 “ທັງ​ນີ້​ເປັນ​ເທສ​ການ​ລ້ຽງ​ຕາມ​ກຳ​ນົດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ເຈົ້າ​ຕ້ອງ​ປະ​ກາດ​ເປັນ​ເວ​ລາ​ປະ​ຊຸມ​ບໍ​ຣິ​ສຸດ ເພື່ອ​ໃຫ້​ນຳ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ທັນ​ຍາ​ບູ​ຊາ ທັງ​ເຄື່ອງ​ສັຕ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ ຕ່າງ​ຫໍ​ໃຫ້​ຖືກ​ຕ້ອງ​ຕາມ​ວັນ​ກຳ​ນົດ​ນັ້ນ 38 ນອກ​ເຫນືອ​ວັນ​ສະ​ບາ​ໂຕ​ແຫ່ງ​ພຣະ​ຜູ້​ເປັນເຈົ້າ​ ແລະ​ນອກ​ເຫນືອ​ເຄື່ອງ​ບູ​ຊາ​ຂອງ​ເຈົ້າ ແລະ​ນອກ​ເຫນືອ​ເຄື່ອງ​ບູ​ຊາແກ້​ບົນ​ຂອງ​ເຈົ້າ ແລະ​ນອກ​ເຫນືອເຄື່ອງ​ບູ​ຊາດ້ວຍ​ໃຈ​ສ​ມັກ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ນຳ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 39 “ໃນ​ວັນ​ທີ່​ສິບ​ຫ້າ​ຂອງ​ເດືອນ​ທີ່​ເຈັດ ເມື່ອ​ເຈົ້າ​ໄດ້​ເກັບ​ພືດ​ຜົນ​ທີ່​ໄດ້​ຈາກ​ແຜ່ນ​ດິນ​ນັ້ນ​ເຂົ້າ​ມາ​ແລ້ວ ເຈົ້າ​ຈົ່ງ​ມີ​ເທ​ສ​ການ​ລ້ຽງ​ແຫ່​ພຣະ​ຜູ້​ເປັນ​ເຈົ້າ​ເຈັດ​ວັນ ໃນ​ວັນ​ແຣກ​ໃຫ້​ຢຸດ​ພັກ​ສ​ງົບ 40 ໃນ​ວັນ​ແຣກ​ເຈົ້າ​ຈົ່ງ​ນຳ​ມາ​ຊຶ່ງ​ຜົນ​ຈາກ​ຕົ້ນຫມາກ​ຂອງ​ພວກ​ເຈົ້າ​ມາ ໃບ​ຕານ​ກ້ານ​ພ້າວ ກັບ​ງ່າ​ໄມ້​ທີ່​ມີ​ໃບ​ດົກ ແລະ​ເຈົ້າ​ຈົ່ງ​ປິ​ຕິ​ຍິນ​ດີ​ຢູ່ເຈັດ​ວັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອ​ງ​ເຈົ້າ 41 ເຈົ້າ​ຈົ່ງ​ຖື​ເປັນ​ພິ​ທີ​ເທ​ສ​ການ​ລ້ຽງ​ປີ​ລະ​ເຈັດ​ວັນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ທັງ​ນີ້​ເປັນ​ກົດ​ເກນ​ຖາ​ວອນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຖືພິ​ທີ​ນີ້​ໃນ​ເດືອນ​ທີ່​ເຈັດ 42 ເຈົ້າ​ຈະ​ຕ້ອງປຸກ​ຕູບ​ຢູ່​ເປັນ​ເວ​ລາ​ເຈັດ​ວັນ ທຸກ​ຄົນ​ທີ່​ເປັນ​ຊາວ​ພື້ນ​ເມືອງ​ອິສ​ຣາ​ເອນ​ໃຫ້​ເຂົ້າ​ຢູ່​ໃນ​ຕູບ 43 ເພື່ອ​ຊາດ​ເຊື້​ອ​ສາຍ​ຂອງ​ເຈົ້າ​ຈະ​ໄດ້​ຊາບ​ວ່າ ເມື່ອ​ເຮົາ​ພາຄົນ​ອິສ​ຣາ​ເອນ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ​ນັ້ນ ເຮົາ​ໄດ້​ໃຫ້​ເຂົາ​ຢູ່​ໃນ​ຕູບ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ” 44 ດັ່ງ​ນີ້​ແຫລະ ໂມ​ເຊ​ຈຶ່ງ​ໄດ້​ປະ​ກາດ​ໃຫ້​ຄົນ​ອິສ​ຣາ​ເອນ​ຊາບ​ເຖິງ​ເທ​ສ​ການ​ລ້ຽງ​ຕາມ​ກຳ​ນົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ລະບຽບພວກເລວີ 24

ການ​ດູ​ແລ​ຮັກ​ສາ​ຕະ​ກຽງ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ເຈົ້າ​ຈົ່ງ​ສັ່ງ​ຄົນ​ອິສ​ຣາ​ເອນ​ໃຫ້​ນຳ​ນ້ຳ​ມັນ​ຢ່າງບໍ​ຣິ​ສຸດ​ສະ​ກັດ​ຈາກ​ຫມາກກອກ​ເທດ​ເພື່ອ​ເຕີມໃສ່ຕະ​ກຽງ ເພື່ອ​ໃຫ້​ຕະ​ກຽງ​ລຸກ​ຢູ່​ສ​ເມີ 3 ພາຍ​ໃນ​ເຕັນ​ນັດ​ພົບ​ຂ້າງນອກ​ຜ້າ​ກັ້ງ​ຫີບ​ຄຳ​ສັນ​ຍາ​ນັ້ນ​ ໃຫ້​ອາ​ໂຣນ​ຈັດ​ຕະ​ກຽງ​ໃຫ້​ເປັນ​ລະບຽບ​ຕັ້ງ​ແຕ່​ເວ​ລາຄ່ຳ​ຈົນ​ເວ​ລາ​ເຊົ້າ​ສ​ເມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ທັງ​ນີ້​ໃຫ້​ເປັນ​ກົດ​ເກນ​ຖາ​ວອນ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ 4 ໃຫ້​ອາ​ໂຣນ​ຈັດ​ຕະ​ກຽງ​ໃຫ້​ເປັນ​ລະ​ບຽບ​ຢູ່​ເທິງ​ຄັນ​ຕະ​ກຽງ​ທອງ​ຄຳ​ບໍ​ຣິ​ສຸດ​ສ​ເມີ​ເປັນ​ນິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

ເຂົ້າ​ຈີ່​ຫນ້າ​ພຣະ​ພັກ

5 “ເຈົ້າ​ຈົ່ງ​ເອົາ​ຍອດ​ແປ້ງ ເຮັດ​ເຂົ້າ​ຈີ່​ສິບ​ສອງ​ກ້ອນ ກ້ອນ​ນຶ່ງ​ໃຊ້​ແປ້ງ​ສອງ​ໃນ​ສິບ​ເອ​ຟາ​ປີ້ງ​ເສັຽ 6 ເຈົ້າ​ຈົ່ງ​ຈັດ​ເຂົ້າ​ຈີ່​ນັ້ນ​ວາງ​ເທິງ​ໂຕະ​ທອງ​ຄຳ​ບໍ​ຣິ​ສຸດ ເປັນ​ສອງ​ແຖວໆ​ລະ​ຫົກ​ກ້ອນ 7 ແລະ​ເຈົ້າ​ຈົ່ງ​ເອົາ​ເຄື່ອງ​ກຳ​ຍານ​ບໍ​ຣິ​ສຸດ​ໃສ່​ໄວ້​ທຸກ​ແຖວ ເພື່ອ​ຈະ​ຄູ່​ກັບ​ເຂົ້າ​ຈີ່​ເປັນ​ສ່ວນອະ​ນຸ​ສອນ ເພື່ອ​ບູ​ຊາ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 8 ທຸກໆ​ວັນ​ສະ​ບາ​ໂຕ​ໃຫ້​ອາ​ໂຣນ​ຈັດ​ໄວ້​ໃຫ້​ເປັນ​ລະ​ບຽບ​ຖວາຍ​ແດ່​ພຣະ​ຜູ້​ເປັນເຈົ້າ​ສ​ເມີ​ໃນ​ນາມ​ຂອງ​ອິສ​ຣາ​ເອນ​ເປັນ​ຄຳ​ຫມັ້ນ​ສັນ​ຍາສືບ​ໄປ 9 ເຂົ້າ​ຈີ່​ນີ້​ຕົກ​ເປັ​ນ​ຂອງ​ອາ​ໂຣນ​ແລະ​ບຸດ​ຊາຍ​ຂອງ​ເຂົາ ໃຫ້​ເຂົາ​ຮັບ​ປະ​ທານ​ໄດ້​ໃນ​ທີ່​ບໍ​ຣິ​ສຸດ ເພາະ​ເປັນ​ສ່ວນ​ບໍ​ຣິ​ສຸດ​ທີ່​ສຸດ​ທີ່​ໄດ້​ຈາກ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ສ່ວນ​ໄດ້​ອັນ​ຖາວອນ”

ການ​ຫມິ່ນ​ປະ​ຫມາດ​ພຣະ​ນາມ ແລະ​ກົດ​ເຣື່ອງ​ການ​ລົງ​ໂທດ

10 ຄັ້ງ​ນັ້ນ​ມີ​ຊາຍ​ຄົນ​ນຶ່ງ​ເປັນ​ບຸດ​ຂອງ​ຍິງ​ຄົນ​ອິສ​ຣາ​ເອນ ຊຶ່ງ​ບິ​ດາ​ເປັນ​ຊາວ​ເອ​ຢິບ ອອກ​ໄປ​ຖ້າມ​ກາງ​ຄົນ​ອິສ​ຣາ​ເອນ ແລະ​ບຸດ​ຊາຍ​ຂອງ​ຍິງ​ອິສ​ຣາ​ເອນ ຜິດ​ຖຽງ​ກັບ​ຊາຍ​ອິສ​ຣາ​ເອນ​ຄົນນຶ່ງ​ໃນ​ຄ້າຍ 11 ແລະບຸດ​ຊາຍ​ຍິງ​ອິສ​ຣາ​ເອນ​ຄົນ​ນັ້ນ​ໄດ້​ຫມິ່ນ​ປະ​ຫມາດ​ພຣະ​ນາມ​ແລະ​ໄດ້​ແຊ່ງ​ດ່າ ​ເຂົາ​ຈຶ່ງ​ນຳ​ຕົວ​ມາ​ໃຫ້​ໂມ​ເຊ ມານ​ດາ​ຂອງ​ເຂົາ​ຊື່ ເຊ​ໂລ​ມິ​ທ​ບຸດ​ສາວ​ຂອງ​ດິບ​ຣີ​ຄົນ​ເຜົ່າ​ດານ 12 ເຂົາ​ຈຶ່ງ​ຈຳ​ຊາຍ​ຄົນ​ນັ້ນ​ໄວ້ຈົນ​ກວ່າ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ຈະ​ເປັນ​ທີ່​ກະ​ຈ່າງ​ຕໍ່​ເຂົາ​ທັງ​ຫລາຍ 13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 14 “ຈົ່ງ​ນຳ​ຜູ້​ທີ່​ແຊ່​ງ​ດ່າ​ນັ້ນ​ອອກ​ມາ​ຈາກ​ຄ້າຍ ໃຫ້​ບັນ​ດາ​ຜູ້​ທີ່​ໄດ້​ຍິນ​ຄຳ​ແຊ່ງ​ດ່າ ເອົາ​ມື​ຂອງ​ຕົນ​ວາງ​ໄວ້​ເທິງ​ຫົວ​ຂອງ​ເຂົາ ແລະ​ໃຫ້​ຊຸມ​ນຸມ​ຊົນ​ເອົາ​ຫີນ​ຄວ້າງ​ໃສ່​ເຂົາ​ໃຫ້​ຕາຍ 15 ແລະ​ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຜູ້​ໃດ​ແຊ່ງ​ດ່າ​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ເຂົາ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ບາບ 16 ຜູ້​ໃດ​ທີ່ຫມິ່ນ​ປະ​ຫມາດ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ ໃຫ້​ຊຸມ​ນຸມ​ຊົນ​ຄວ້າງ​ກ້ອນ​ຫີນ​ໃສ່​ເຂົາ​ເສັຽ​ໃຫ້​ຕາຍ ຄົນ​ຕ່າງ​ດ້າວ​ຫລື​ຊາວ​ເມືອງ​ກໍ​ດີ ເມື່ອ​ເຂົາ​ຫມິ່ນ​ປະ​ຫມາດ​ພຣະ​ນາມ ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ 17 “ຜູ້​ທີ່​ຂ້າ​ຄົນ​ຕາຍ ຈະ​ຕ້ອ​ງຖືກ​ໂທດ​ເຖິງ​ຕາຍ 18 ຜູ້​ທີ່​ຂ້າ​ສັດ​ຂອງ​ເຂົາ​ຈະ​ຕ້ອງ​ຊົດ​ໃຊ້​ຊີ​ວິດ​ແທນ​ຊີ​ວິດ 19 ຖ້າ​ຜູ້​ໃດ​ກະ​ທຳ​ໃຫ້​ເພື່ອນ​ບ້ານ​ເສັຽ​ໂສມ ເຂົາ​ກະ​ທຳ​ໃຫ້​ເສັຽ​ໂສມ​ຢ່າງ​ໃດ ກໍ​ໃຫ້​ກະ​ທຳ​ແກ່​ເຂົາ​ຢ່າງ​ນັ້ນ 20 ກະ​ດູກ​ຫັກ​ແທນ​ກະ​ດູກ​ຫັກ ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ ເຂົາ​ກະ​ທຳ​ໃຫ້​ເສັຽ​ໂສມ​ຢ່າງ​ໃດ ເຂົາ​ກໍ​ຕ້ອງ​ຖືກ​ທຳ​ໃຫ້​ເສັຽ​ໂສມ​ຢ່າງ​ນັ້ນ 21 ຜູ້​ໃດ​ທີ່​ຂ້າ​ສັດ​ຂອງ​ເຂົາ​ຕ້ອງ​ເສັຽ​ຄ່າ​ຊົດ​ໃຊ້ ແລະ​ຜູ້​ໃດ​ທີ່​ຂ້າ​ຄົນ​ໃຫ້​ຜູ້​ນັ້ນ​ຖືກ​ໂທດ​ເຖິງ​ຕາຍ 22 ເຈົ້າ​ຈົ່ງ​ມີ​ກົດ​ຫມາຍ​ຢ່າງ​ດຽວ​ກັນ​ສຳ​ລັບ​ຄົນ​ຕ່າງ​ດ້າວ​ແລະ​ສຳ​ລັບ​ຊາວ​ເມືອງ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ” 23 ໂມ​ເຊກໍກ່າວ​ແກ່​ຄົນ​ອິສ​ຣາ​ເອນດັ່ງ​ນັ້ນ ເຂົາ​ຈຶ່ງ​ພາຄົນ​ທີ່​ແຊ່ງ​ດ່າ​ນັ້ນ​ອອກ​ມາ​ຈາກ​ຄ້າຍ ແລະ​ເອົາ​ຫີນ​ຄວ້າງ​ໃສ່​ເຂົາ​ຕາຍ ຄົນ​ອິສ​ຣາ​ເອນ​ກະ​ທຳ​ດັ່ງ​ນີ້​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງໂມ​ເຊ​ໄວ້

ລະບຽບພວກເລວີ 25

ປີ​ສະ​ບາ​ໂຕ​ແລະ​ປີ​ສຽງ​ເຂົາ​ສັ​ຕ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ​ທີ່​ພູ​ເຂົາ​ຊີ​ນາ​ອີ​ວ່າ, 2 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ເຈົ້າ​ທັງ​ຫລາຍ​ເຂົ້າ​ແຜ່ນ​ດິນ​ທີ່​ເຮົາ​ໃຫ້​ເຈົ້າ​ນັ້ນ ຈົ່ງ​ໃຫ້​ແຜ່ນ​ດິນ​ນັ້ນ​ຖື​ສະ​ບາ​ໂຕ 3 ເຈົ້າ​ຈົ່ງ​ຫວ່ານ​ພືດ​ໃນ​ນາ​ຂອງ​ເຈົ້າ​ຫົກ​ປີ ແລະ​ຈົ່ງເລັມຂະ​ແຫນງ​ສວນ​ອະ​ງຸ່ນ​ຂອງ​ເຈົ້າ ແລະ​ເກັບ​ຜົນ​ຫົກ​ປີ 4 ແຕ່​ໃນ​ປີ​ທີ່​ເຈັດ​ນັ້ນ​ເປັນ​ປີ​ສະ​ບາ​ໂຕ ຈົ່ງ​ໃຫ້​ແຜ່ນ​ດິນ​ຢຸດ​ພັກ​ສງົບ ເປັນ​ປີ​ສະ​ບາ​ໂຕ​ແດ່​ພະ​ຜູ້​ເປັນ​ເຈົ້າ ເຈົ້າ​ຢ່າ​ຫວ່ານ​ພືດ​ໃນ​ນາ ຫລື​ເລັມ​ຂະ​ແຫນງ​ສວນ​ອະງຸ່ນ​ຂອງ​ເຈົ້າ 5 ສິ່ງໃດ​ທີ່​ງອກ​ຂຶ້ນ​ມາ​ເອງ ເຈົ້າ​ຢ່າ​ເກັບ​ກ່ຽວ ອະ​ງຸ່ນ​ອັນ​ເກີດ​ຢູ່​ໃນ​ເຄືອ ອັນ​ເຈົ້າ​ບໍ່​ໄດ້​ຕົກ​ແຕ່ງ​ກໍ​ຢ່າ​ເກັບ ໃຫ້​ເປັນ​ປີ​ທີ່​ແຜ່ນ​ດິນ​ຢຸດ​ພັກ​ສ​ງົບ 6 ແຜ່ນດິນ​ໃນ​ປີ​ສະ​ບາ​ໂຕ​ນັ້ນ​ຈະ​ຍັງ​ພືດ​ຜົນ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ​ຄື​ແກ່​ຕົວ​ເຈົ້າ​ເອງ ແກ່​ທາດ​ຊາຍ​ທາດ​ຍິງຂອງ​ເຈົ້າ ແກ່​ລູກ​ຈ້າງ​ຂອງ​ເຈົ້າ ແລະ

ແກ່​ຄົນ​ຕ່າງ​ດ້າວ​ທີ່​ຢູ່​ກັບ​ເຈົ້າ

7 ພືດ​ຜົນ​ແຫ່ງ​ແຜ່​ນດິນ​ທັງ​ສິ້ນ ຈະ​ເປັນ​ອາ​ຫານ​ຂອງ​ສັດ​ລ້ຽງ​ຂອງ​ເຈົ້າ​ແລະ​ຂອງ​ສັດ​ປ່າ​ໃນ​ນັ້ນ​ດ້ວຍ

ວາ​ຣະ​ຄົບ​ຮອບ​ຫ້າ​ສິບ​ປີ

8 “ເຈົ້າ​ຈົ່ງ​ນັ​ບ​ປີ​ສະ​ບາ​ໂຕ​ເຈັດ​ປີ​ ຄື​ເຈັດ​ຄູນ​ເຈັດ​ປີ ເວ​ລາ​ປີ​ສະ​ບາ​ໂຕ​ເຈັດ​ປີ​ຈຶ່ງ​ເປັນ​ສີ່​ສິບ​ເກົ້າ​ປີ​ແກ່​ເຈົ້າ 9 ເຈົ້າ​ຈົ່ງ​ໃຫ້​ເປົ່າ​ເຂົາ​ສັດ​ດັງ​ສ​ນັ່ນ​ໃນ​ວັນ​ທີ່​ສິບ​ເດືອນ​ທີ່​ເຈັດ ເຈົ້າ​ຈົ່ງ​ໃຫ້​ເປົ່າ​ເຂົາ​ສັດ​ທົ່ວ​ແຜ່ນ​ດິນ​ໃນ​ວັນ​ທຳ​ການ​ລົບ​ມົນ​ທິນ 10 ເຈົ້າ​ຈົ່ງ​ຖື​ປີ​ທີ່​ຫ້າ​ສິບ​ໄວ້​ເປັນ​ປີ​ບໍ​ຣິ​ສຸດ​ແລະ​ປະ​ກາດ​ອິສຣະ​ພາບ​ແກ່​ບັນ​ດາ​ຄົນ​ທີ່​ອາ​ໄສ​ຢູ່​ທົ່ວ​ແຜ່ນ​ດິນ​ຂອງ​ເຈົ້າ​ໃຫ້​ເປັນ​ປີ​ສຽງ​ເຂົາ​ສັດ​ແກ່​ເຈົ້າ ໃຫ້​ທຸກ​ຄົນ​ກັບ​ໄປ​ຍັງ​ພູມ​ລຳ​ເນົາ​ອັນ​ເປັນ​ຊັບ​ສິນ​ຂອງ​ຕົນ ແລະ​ກັບ​ໄປ​ສູ່​ຕະ​ກູນ​ຂອງ​ຕົນ 11 ປີ​ທີ່​ຫ້າ​ສິບ​ນັ້ນ​ເປັນ​ປີ​ສຽງ​ເຂົາ​ສັດ​ຂອງ​ເຈົ້າ ໃນ​ປີ​ນັ້ນ​ເຈົ້າ​ຢ່າ​ຫວ່ານ​ພືດ​ຫລື​ກ່ຽວ​ເກັບ​ຜົນ​ທີ່​ເກີດ​ຂຶ້ນ​ມາ​ເອງ ຫລື​ເກັບ​ອະ​ງຸ່ນ​ຈາກ​ເຄືອ​ທີ່​ບໍ່​ໄດ້​ຕົກ​ແຕ່ງ 12 ເພາະ​ເປັນ​ປີສຽງ​ເຂົາ​ສັດ ຈະ​ເປັນ​ປີ​ບໍ​ຣິ​ສຸດ​ແກ່​ເຈົ້າ ເຈົ້າ​ຈົ່ງ​ຮັບ​ປະ​ທານ​ພືດ​ຜົນ​ທີ່​ງອກ​ມາ​ຈາກ​ນາ​ໃນ​ປີ​ນັ້ນ 13 “ໃນ​ປີສຽງ​ເຂົາ​ສັດ​ນີ້​ໃຫ້​ທຸກ​ຄົນ​ກັບ​ໄປ​ສູ່​ພູມ​ລຳ​ເນົາ​ອັນ​ເປັນ​ຊັບ​ສິນ​ຂອງ​ຕົນ 14 ເຈົ້າ​ຈະ​ຂາຍ​ນາ​ໃຫ້​ເພື່ອນ​ບ້ານ​ກໍ​ດີ ຫລື​ຊື້​ຈາກ​ເພື່ອນ​ບ້ານ​ກໍ​ດີ ເຈົ້າ​ຢ່າ​ໂລບ​ກັນ 15 ຕາມ​ຈຳ​ນວນ​ປີ​ຫລັງ​ຈາກ​ປີ​ສຽງ​ເຂົາ​ສັດ ເຈົ້າ​ຈົ່ງ​ຊື້​ນາ​ຈາກ​ເພື່ອນ​ບ້ານ​ຂອງ​ເຈົ້າ ແລະ​ໃຫ້​ເຂົາ​ຂາຍ​ແກ່​ເຈົ້າ​ຕາມ​ຈຳ​ນວນ​ປີ​ທີ່​ປູກ​ພືດ​ໄດ້ 16 ຖ້າ​ຫລາຍ​ປີ​ກໍ​ຕ້ອງ​ເພີ້ມ​ຣາ​ຄາ​ສູງ​ຂຶ້ນ ຖ້າຫນ້ອຍ​ປີ​ເຈົ້າ​ຈົ່ງ​ລົດ​ຣາ​ຄາ​ໃຫ້​ຕ່ຳ​ລົງ ເພາະ​ທີ່​ເຂົາ​ຂາຍ​ນັ້ນ ເຂົາ​ກໍ​ຂາຍ​ຕາມ​ຈຳ​ນວນ​ປີ​ທີ່​ປູກ​ພືດ 17 ເຈົ້າ​ຢ່າ​ໂກງ​ກັນ ແຕ່​ເຈົ້າ​ຈົ່ງ​ຢຳ​ເກງ​ພຣະ​​ເຈົ້າ​ຂອງ​ເຈົ້າ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 18 “ເພາະ​ສະ​ນັ້ນ​ເຈົ້າ​ຈົ່ງ​ກະ​ທຳ​ຕາມ​ກົດ​ເກນ​ຂອງ​ເຮົາ ແລະ​ຮັກ​ສາ​ກົດ​ຫມາຍ​ຂອງ​ເຮົາ​ແລະ​ປະ​ຕິບັດ​ຕາມ ດັ່ງ​ນັ້ນ​ເຈົ້າ​ຈະ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ຢ່າງ​ປອດ​ພັຍ​ໄດ້ 19 ແຜ່ນ​ດິນ​ຈະ​ອຳ​ນວຍ​ຜົນ​ໃຫ້​ເຈົ້າ​ໄດ້​ຮັບ​ປະ​ທານຢ່າງ​ອີ່ມ​ຫນຳ ແລະ​ອາ​ໄສ​ຢູ່​ຢ່າງ​ປອດ​ພັຍ 20 ຖ້າ​ເຈົ້າ​ຈະ​ເວົ້າ​ວ່າ “ຖ້າ​ເຮົາ​ທັງ​ຫລາຍ​ຫວ່ານ​ຫລື​ກ່ຽວ​ພືດ​ຜົນ​ຂອງ​ເຮົາ​ບໍ່​ໄດ້ ໃນ​ປີ​ທີ່​ເຈັດ​ເຣົາ​ຈະ​ເອົາ​ຫຍັງ​ມາ​ຮັບ​ປະ​ທານ” 21 ເຮົາ​ຈະ​ບັນ​ຊາ​ພອນ​ຂອງ​ເຮົາ​ໃຫ້​ມີ​ເຫນືອ​ເຈົ້າ​ໃນ​ປີ​ທີ່​ຫົກ ເພື່ອ​ຈະ​ມີ​ພືດ​ຜົນ​ພໍ​ສຳ​ລັບ​ສາມ​ປີ 22 ເມື່ອ​ເຈົ້າ​ຫວ່ານ​ໃນ​ປີ​ທີ່​ແປດ​ເຈົ້າ​ຈະ​ຣັບ​ປະ​ທານ​ຂອງ​ເກົ່າ​ຂອງ​ເຈົ້າ ຈົນ​ປີ​ທີ່​ເກົ້າ​ເມື່ອ​ເຈົ້າ​ໄດ້​ພືດ​ຜົນ​ໃຫມ່​ເຂົ້າ​ມາ​ເຈົ້າ​ກໍ​ຍັງ​ຮັບ​ປະ​ທານ​ພື​ດຜົນ​ເກົ່າ​ຂອງ​ເຈົ້າ​ຢູ່ 23 ເຈົ້າ​ທັງ​ຫລາຍ​ຈະ​ຂາຍ​ທີ່​ດິນ​ຂອງ​ເຈົ້າ​ໃຫ້​ຂາດ​ບໍ່​ໄດ້​ເພາະ​ວ່າ​ທີ່​ດິນ​ນັ້ນ​ເປັນ​ຂອງ​ເຮົາ ເພາະ​ເຈົ້າ​ເປັນ​ຄົນ​ແຂກ​ເມືອງ​ແລະ​ເປັນ​ຄົນ​ອາ​ໄສ​ຢູ່​ກັບ​ເຮົາ 24 ທົ່ວ​ໄປ​ໃນ​ແຜ່ນ​ດິນ​ທີ່​ເຈົ້າ​ຍຶດ​ຖື​ຢູ່ ເຈົ້າ​ຈົ່ງ​ໃຫ້​ມີ​ການ​ໄຖ່​ຖອນ​ທີ່​ດິນ​ຄືນ 25 “ຖ້າ​ພີ່​ນ້ອງ​ຂອງ​ເຈົ້າ​ຍາກ​ຈົນ​ລົງ ແລະ​ຂາຍ​ທີ່​ດິນ​ສ່ວນ​ນຶ່ງ​ຂອງ​ເຂົາ ໃຫ້​ຍາດ​ສ​ນິດ​ຖັດ​ເຂົາ​ໄປ​ມາ​ໄຖ່​ຖອນ​ນາ​ທີ່​ພີ່ນ້ອງ​ຂອງ​ເຂົາ​ຂາຍ​ໃຫ້​ນັ້ນ 26 ຖ້າ​ຊາຍ​ຄົນ​ນັ້ນ​ບໍ່​ມີ​ຍາດ​ມາ​ໄຖ່ຖອນ​ໃຫ້ ແຕ່​ຕໍ່​ມາ​ເຂົາ​ເປັນ​ຄົນ​ມັ່ງ​ມີ ແລະ​ມີ​ຊັບ​ພໍ​ທີ່​ຈະ​ໄຖ່​ຖອນ​ໄດ້ 27 ໃຫ້​ເຂົາ​ນັບ​ປີ​ຍ້ອນ​ກັບ​ໄປ​ເຖິງ​ປີ​ທີ່​ເຂົາ​ຂາຍ​ໃຫ້ ແລ້ວ​ຈົ່ງ​ນັບ​ເງິນ​ທີ່​ຄວນ​ຈ່າຍ​ກັບ​ຄືນ​ນັ້ນ​ໃຫ້​ແກ່​ຄົນ​ທີ່​ຕົນ​ຂາຍ​ໃຫ້ ແລະ​ຕົວ​ກໍ​ເຂົ້າ​ຢູ່​ໃນ​ທີ່​ດິນ​ຂອງ​ເຂົາ​ໄດ້ 28 ຖ້າ​ເຂົາ​ບໍ່​ມີ​ຊັບ​ພໍ​ທີ່​ຈະ​ໄຖ່​ຄືນ ທີ່​ດິນ​ທີ່​ເຂົາ​ໄດ້​ຂາຍ​ໄປ​ຈະ​ຄົງ​ຢູ່​ໃນ​ມື​ຂອງ​ຜູ້​ຊື້​ຈົນ​ເຖິງ​ປີ​ສຽງ​ເຂົາ​ສັດ ໃຫ້​ເຂົາ​ຄືນ​ກັບ​ໃຫ້​ເຈົ້າ​ຂອງ​ໃນ​ປີສຽງ​ເຂົາ​ສັດ​ນີ້ ແລະ​ເຈົ້າ​ຂອງ​ເດີມ​ຈະ​ກັບ​ເຂົ້າ​ຢູ່​ໃນ​ທີ່​ເດີມ​ຂອງ​ເຂົາ​ໄດ້ 29 “ຖ້າ​ຜູ້​ໃດ​ຂາຍ​ເຮືອນ​ຊຶ່ງ​ຢູ່​ໃນ​ເມືອງ​ທີ່​ມີ​ກຳ​ແພງ ເມື່ອ​ຂາຍ​ໄປ​ແລ້ວ​ໃຫ້​ເຂົາ​ໄຖ່​ຖອນ​ຄືນ​ໄດ້​ພາຍ​ໃນ​ນຶ່ງ​ປີ​ແຣກ ໃຫ້​ເຂົາ​ມີ​ສິດ​ໃນການ​ໄຖ່​ຄືນ​ໄດ້​ນຶ່ງ​ປີ​ເຕັມ 30 ຖ້າ​ໃນ​ເວ​ລາ​ນຶ່ງ​ປີ​ເຕັມ​ເຂົາ​ບໍ່​ທຳ​ການ​ໄຖ່​ຖອນ ກໍ​ໃຫ້​ຈັດ​ການ​ເສັຽ​ໃຫ້​ເປັນ​ການ​ແນ່ນອນ​ວ່າ​ຜູ້​ທີ່​ຊື້​ໄປ​ມີ​ສິດ​ເຫນືອ​ເຮືອນ​ທີ່​ຢູ່​ໃນ​ເມືອງ​ທີ່​ມີ​ກຳ​ແພງ​ນັ້ນ​ສິດ​ຂາດ​ແລ້ວ ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຂົາ ໃນ​ປີ​ສຽງ​ເຂົາ​ສັດ​ເຂົາ​ກໍ​ບໍ່​ຕ້ອງ​​ຄືນ​ໃຫ້ 31 ແຕ່​ເຮືອນ​ໃນ​ຊົນ​ນະ​ບົດ​ທີ່​ບໍ່​ມີ​ກຳ​ແພງ​ລ້ອມ ໃຫ້​ນັບ​ເຂົ້າ​ເປັນ​ພວກ​ດຽວ​ກັບ​ທ້ອງ​ນາ​ໃນ​ປະ​ເທດ​ນັ້ນ ຄື​ໄຖ່​ຖອນ​ຄືນ​ໄດ້ ແລະ​ຈະ​ຕ້ອງ​ຄືນ​ກັບ​ໃຫ້​ເຈົ້າ​ຂອງ​ເດີມ​ໃນ​ປີ​ສຽງ​ເຂົາ​ສັດ 32 ແຕ່​ຢ່າງ​ໃດ​ກໍ​ຕາມ​ເມືອງ​ຂອງ​ຄົນ​ເລ​ວີ ຫລື​ບ້ານ​ໃນ​ເມືອງ​ທີ່​ເຂົາ​ຖື​ກຳ​ມະ​ສິດ ຄົນ​ເລ​ວີ​ຈະ​ໄຖ່​ຖອນ​ຄືນ​ໄດ້​ທຸກ​ເວ​ລາ 33 ຖ້າ​ຄົນ​ເລ​ວີ​ຄົນ​ໃດ​ໄຖ່​ຖອນ ເຮືອນ​ນັ້ນ​ຊຶ່ງ​ເຂົາ​ຂາຍ​ໄປ​ກັບ​ເມືອງ​ທີ່​ເຂົາ​ຖື​ກຳ​ມະ​ສິດ​ຕ້ອງ​ກັບ​ຄືນ​ໃຫ້​ເຈົ້າ​ຂອງ​ເດີມ​ໃນ​ປີ​ສຽງ​ເຂົາ​ສັດ ເພາະ​ເຮືອນ​ໃນ​ເມືອງ​ຂອງ​ຄົນ​ເລ​ວີ​ເປັນ​ກຳ​ມະ​ສິດ​ຂອງ​ເຂົາ​ໃນ​ຫມູ່​ຄົນ​ອິສ​ຣາ​ເອນ 34 ແຕ່​ທົ່ງ​ນາ​ທີ່​ເປັນ​ທີ່​ດິນ​ສາ​ທາ​ຣະ​ນະ​ນັ້ນ​ຈະ​ຊື້ຂາຍ​ກັນ​ບໍ່​ໄດ້​ເພາະ​ວ່າ​ເປັນ​ກຳ​ມະ​ສິດ​ຖາ​ວອນ​ຂອງ​ເຂົາ​ທັງ​ຫລາຍ 35 “ຖ້າ​ພີ່​ນ້ອງ​ຂອງ​ເຈົ້າ​ຍາກ​ຈົນ​ລົງ ແລະ​ລ້ຽງ​ຕົວ​ເອງ​ຢູ່ກັບ​ເຈົ້າ​ບໍ່​ໄດ້ ເຈົ້າ​ຈະ​ຕ້ອງ​ລ້ຽງ​ດູ​ເຂົາ​ໃຫ້​ເຂົາ​ຢູ່​ກັບ​ເຈົ້າ​ຢ່າງ​ຄົນ​ຕ່າງ​ດ້າວ​ແລະ​ຄົນ​ທີ່​ອາ​ໄສ​ຢູ່ 36 ຢ່າ​ເອົາ​ດອກ​ເບັ້ຽ​ຫລື​ເງິນ​ເພີ້ມ​ຈາກ​ເຂົາ ແຕ່​ຈົ່ງ​ຢຳ​ເກງ​ພຣະ​ເຈົ້າ ເພື່ອ​ວ່າ​ພີ່​ນ້ອງ​ຂອງ​ເຈົ້າ​ຈະ​ຢູ່​ໃກ້​ຊິດ​ກັບ​ເຈົ້າ​ໄດ້ 37 ເຈົ້າ​ຢ່າ​ໃຫ້​ເຂົາ​ຢືມ​ເງິນ​ດ້ວຍ​ຄິດດອກ​ເບັ້ຽ ຫລື​ຂາຍ​ອາ​ຫານ​ດ້ວຍ​ເອົາ​ກຳ​ໄຣ​ຈາກ​ເຂົາ 38 ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ ຊຶ່ງ​ນຳ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ເພື່ອ​ຍົກ​ແຜ່ນ​ດິນ​ກາ​ນາ​ອານ​ໃຫ້​ແກ່​ເຈົ້າ ແລະ​ທີ່​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ 39 “ຖ້າ​ພີ່​ນ້ອງ​ຂອງ​ເຈົ້າ​ຍາກ​ຈົນ​ລົງ​ຢູ່​ໃກ້​ຊິດ​ເຈົ້າ ແລະ​ຂາຍ​ຕົວ​ໃຫ້​ແກ່​ເຈົ້າ ເຈົ້າ​ຢ່າ​ໃຫ້​ເຂົາ​ທຳ​ງານ​ເປັນ​ທາດ 40 ໃຫ້​ເຂົາ​ຢູ່​ກັບ​ເຈົ້າ​ຢ່າງ​ລູກ​ຈ້າງ ຫລື​ຄົນ​ທີ່​ອາ​ໄສ​ຢູ່​ດ້ວຍ ໃຫ້​ເຂົາ​ປົນ​ນິ​ບັດ​ເຈົ້າ​ໄປ​ເຖິງ​ປີ​ສຽງ​ເຂົາ​ສັດ 41 ແລ້ວ​ເຂົາ​ແລະ​ລູກ​ຫລານ​ຂອງ​ເຂົາ​ຈະ​ອອກໄປ​ຈາກ​ເຈົ້າ​ກັບ​ໄປ​ສູ່​ຕະ​ກູນ​ຂອງ​ເຂົາ ແລະ​ກັບ​ໄປ​ຢູ່​ໃນ​ທີ່​ດິນ​ຂອງ​ບິ​ດາ​ຂອງ​ເຂົາ 42 ເພາະ​ວ່າ​ເຂົາ​ທັງ​ຫລາຍ​ເປັນ​ຄົນ​ໃຊ້​ຂອງ​ເຮົາ​ທີ່​ເຮົາ​ພາອອກຈາກ​ເອ​ຢິບ ເຂົາ​ຈະ​ຂາຍ​ຕົວ​ເປັນ​ທາດ​ບໍ່​ໄດ້ 43 ເຈົ້າ​ຢ່າ​ຂົ່ມ​ຂືນ​ເຂົາ​ໃຫ້​ລຳ​ບາກ ແຕ່​ຈົ່ງ​ຢຳ​ເກງພຣະ​ເຈົ້າ​ຂອງ​ເຈົ້າ 44 ສ່ວນ​ທາດຊາຍ​ຍິງ​ຊຶ່ງ​ຈະ​ມີ​ໄດ້​ນັ້ນ ເຈົ້າ​ຈະ​ຊື້​ທາດຊາຍ​ຍິງ​ຈາກ​ຖ້າມ​ກາງ​ບັນ​ດາ​ປະ​ຊາຊາດ​ທີ່​ຢູ່​ຂ້າງ​ຄຽງ​ເຈົ້າ​ກໍ​ໄດ້ 45 ເຈົ້າ​ຈະ​ຊື້​ຈາກ​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ໃນ​ຫມູ່​ພວກ​ເຈົ້າ​ທັງ​ຄອບ​ຄົວ​ຂອງ​ເຂົາ ຊຶ່ງ​ເປັນ​ຄົນ​ເກີດ​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ ແລະເຂົາ​ຈະ​ຕົກ​ເປັນ​ຊັບ​ສິນ​ຂອງ​ເຈົ້າ​ກໍ​ໄດ້ 46 ເຈົ້າ​ຈະ​ທຳ​ພິ​ນັຍ​ກັມຍົກ​ເຂົາ​ໃຫ້​ແກ່​ບຸດ​ຫລານ​ຂອງ​ເຈົ້າ​ໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ເຂົາ​ເປັນ​ກຳ​ມະ​ສິດ​ສືບ​ໄປກໍ​ໄດ້ ເຈົ້າ​ໃຊ້​ເຂົາ​ໄດ້ຢ່າງ​ທາດ ແຕ່​ເຈົ້າ​ທັງ​ຫລາຍ​ຢ່າ​ປົກ​ຄອງ​ພີ່​ນ້ອງ​ຄົນ​ອິສ​ຣາ​ເອນ​ດ້ວຍ​ຄວາມ​ຮຸນ​ແຮງ 47 “ຖ້າ​ຄົນ​ຕ່າງ​ດ້າວ ຫລື​ຄົນ​ທີ່​ອາ​ໄສ​ຢູ່​ກັບ​ເຈົ້າ​ຮັ່ງ​ມີ​ຂຶ້ນ ແລະ​ພີ່​ນ້ອງ​ຂອງ​ເຈົ້າ​ທີ່​ຢູ່​ກັບ​ເຂົາ​ຍາກ​ຈົນ​ລົງ ແລະ​ຂາຍ​ຕົວ​ໃຫ້​ແກ່​ຄົນ​ຕ່າງ​ດ້າວ​ຫລື​ຜູ້​ທີ່​ອາ​ໄສ​ຢູ່​ກັບ​ເຈົ້າ​ນັນ ຫລື​ຂາຍ​ໃຫ້​ແກ່​ຍາດ​ຄົນ​ນຶ່ງ​ຄົນ​ໃດ​ຂອງ​ຄົນ​ຕ່າງ​ດ້າ​ວ​ນັ້ນ 48 ເມື່ອ​ເຂົາ​ຂາຍ​ຕົວ​ແລ້ວ​ກໍ​ໃຫ້​ມີ​ການ​ໄຖ່​ຖອນ ຄື​ພີ່ນ້ອງ​ຄົນນຶ່ງ​ຄົນ​ໃດ​ຂອງ​ເຂົາ​ທຳ​ກາ​ນໄຖ່​ຖອນ​ເຂົາ​ໄດ້ 49 ຫລື​ລຸງ​ຫລື​ລູກ​ພີ່​ລູກ​ນ້ອງ​ຈະ​ທຳ​ການ​ໄຖ່​ຖອນເຂົາ​ກໍ​ໄດ້ ຫລື​ຍາດ​ສ​ນິດ​ຂອງ​ຕະ​ກູນ​ຂ​ອງ​ເຂົາ​ຈະ​ໄຖ່​ຖອນ​ເຂົາ​ກໍ​ໄດ້ ຫລື​ຖ້າ​ເຂົາ​ຮັ່ງ​ມີ​ຂຶ້ນ ເຂົາ​ຈະ​ໄຖ່​ຖອນ​ຕົວ​ເອງ​ກໍ​ໄດ້ 50 ໃຫ້​ຜູ້​ທີ່​ຂາຍ​ຕົວ​ຕິດ​ກັບ​ຜູ້​ທີ່​ຮັບ​ຊື້​ຕົວ​ເຂົາ​ໄປ​ວ່າ​ເຂົາ​ໄດ້​ຂາຍ​ຕົວ​ຈັກ​ປີ​ຈຶ່ງ​ເຖິງ​ປີ​ສຽງ​ເຂົາ​ສັດ ຄ່າ​ຕົວ​ຂອງ​ເຂົາ​ເປັນ​ຄ່າ​ຕາມ​ຈຳ​ນວນ​ປີ ເວ​ລາ​ທີ່​ເຂົາ​ຢູ່​ກັບ​ເຈົາ​ຂອງ​ຕົວ​ເຂົາ​ນັ້ນ​ຄິດ​ຕາມ​ເວ​ລາ​ຂອງ​ລູກ​ຈ້າງ 51 ຖ້າ​ມີ​ເວ​ລາ​ອີກ​ຫລາຍ​ປີ ເຂົາ​ຕ້ອງ​ຊຳ​ຮະ​ເງິນ​ຄືນ​ເທົ່າ​ຄ່າ​ປີ​ທີ່ເຫລືອ​ຢູ່ ນັບ​ເປັນ​ຄ່າ​ໄຖ່​ຖອນ​ຕົວ​ເຂົາ 52 ຖ້າ​ຍັງ​ເຫລືອ​ຫນ້ອຍ​ປີ​ຈະ​ເຖິງ​ປີ​ສຽງ​ເຂົາ​ສັດ ກໍ​ໃຫ້ຜູ້​ຂາຍ​ຕົວ​ຄິດ​ກັບ​ຜູ້​ຊື້​ຕົວ​ໄວ້​ຄິດເງິ​ນ​ຕາມ​ຈຳ​ນວນ​ປີ​ທີ່​ເຂົາ​ຄວນ​ຈະ​ຮັບ​ໃຊ້​ຄືນ​ເປັນ​ເງິນ​ຄ່າ​ໄຖ່​ເຂົາ 53 ໃຫ້​ເຂົາ​ເປັນ​ລູກ​ຈ້າງ​ລາຍ​ປີ​ຢູ່​ກັບ​ນາຍ ຢ່າ​ໃຫ້​ນາຍ​ປົກ​ຄອງ​ຂົ່ມ​ເຫັງ​ເຂົາ​ໃນ​ຫມູ່​ພວກ​ເຈົ້າ 54 ຖ້າເຂົາ​ບໍ່​ໄຖ່​ຖອນ​ຕາມ​ທີ່​ກ່າວ​ມາ​ນີ້​ກໍ​ໃຫ້​ປ່ອຍ​ເຂົາ​ໃນ​ປີ​ສຽງ​ເຂົາ​ສັດ ທັງ​ເຂົາ​ພ້ອມ​ກັບ​ລູກ​ຂອງ​ເຂົາ 55 ຕໍ່​ເຮົາ ຄົນ​ອິສ​ຣາ​ເອນ​ເປັນ​ຄົນ​ໃຊ້​ເຂົາ​ເປັນ​ຄົນໃຊ້ຂອງ​ເຮົາ ທີ່​ເຮົາ​ພາ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ

ລະບຽບພວກເລວີ 26

ພຣະ​ພອນ​ຂອງ​ການ​ເຊື່ອ​ຟັງ

1 ເຈົ້າ​ທັງ​ຫລາຍຢ່າ​ທຳ​ຮູບ​ເຄົາ​ຣົບ​ສຳ​ລັບ​ຕົນ ຫລື​ຕັ້ງ​ຮູບ​ແກະ​ສ​ລັກ ຫລື​ເສົາ​ສັກ​ສິດ ແລະ​ເຈົ້າ​ທັງ​ຫລາຍ​ຢ່າ​ຕັ້ງ​ຮູບ​ສີ​ລາ​ແກະ​ສ​ລັ​ກ​ໄວ້​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ​ເພື່ອ​ແກ່​ການ​ຂາບ​ໄຫວ້ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 2 ເຈົ້າ​ຈົ່ງຖື​ຮັກ​ສາ​ສະ​ບາ​ໂຕ​ທັງ​ຫລາຍ​ຂອງ​ເຮົາ ແລະ​ຄາ​ຣະ​ວະ​ຕໍ່ສະ​ຖານ​ສັກ​ສິດ​ຂອງ​ເຮົາ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 3 “ຖ້າ​ເຈົ້າ​ທັງ​ຫລາຍ​ດຳ​ເນີນ​ຕາມ​ກົດ​ເກນ​ຂອງ​ເຮົາ​ແລະ​ຮັ​ກ​ສາ​ບັນ​ຍັດ​ຂອງ​ເຮົາ​ແລະ​ກະ​ທຳ​ຕາມ 4 ເຮົາ​ຈະ​ປະ​ທານ​ຝົນ​ຕາມ​ຣະ​ດູ​ແກ່​ເຈົ້າ ແລະ​ແຜ່ນ​ດິນ​ຈະ​ເກີດ​ພືດ​ຜົນ​ແລະ​ຕົ້ນ​ໄມ້​ໃນ​ທົ່ງ​ຈະ​ບັງ​ເກີດ​ຜົນ 5 ແລະ​ເວ​ລາ​ນວດ​ເຂົ້າ​ຈະ​ດົນ​ນານ​ເຖິງ​ຣະ​ດູ​ເກັບ​ຜົນ​ອະ​ງຸ່ນ ແລະ​ຣະ​ດູ​ເກັບ​ຜົນ​ອະ​ງຸ່ນ​ຈະ​ດົນ​ນານ​ໄປ​ເຖິງ​ຣະ​ດູ​ຫວ່ານ ແລະ​ເຈົ້າ​ຈະ​ຮັບ​ປະ​ທານ​ອາ​ຫານ​ຢ່າງ​ອີ່ມ​ຫນຳສຳ​ຣານ ແລະ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ​ຢ່າງ​ປອດ​ພັຍ 6 ເຣົາ​ຈະ​ໃຫ້​ສັນ​ຕິ​ພາບ​ໃນ​ແຜ່ນ​ດິນ ເຈົ້າ​ທັງ​ຫລາຍ​ຈະ​ນອນ​ລົງ ແລະ​ບໍ່​ມີ​ຜູ້​ໃດ​ທີ່​ຈະ​ທຳ​ໃຫ້​ເຈົ້າ​ຢ້ານ ເຮົາ​ຈະ​ກຳ​ຈັດ​ສັດ​ຮ້າຍ​ຈາກ​ແຜ່ນ​ດິນ​ແລະ​ດາ​ບ​ຈະ​ບໍ່​ຜ່ານ​ແຜ່ນ​ດິນ​ຂອງ​ເຈົ້າ​ເລີຍ 7 ເຈົ້າ​ຈະ​ຂັບ​ໄລ່​ສັດ​ຕ​ຣູ​ຂອງ​ເຈົ້າ ແລະ​ເຂົາ​ທັງຫລາຍ​ຈະ​ລົ້ມ​ລົງ​ຕໍ່​ຫນ້າ​ເຈົ້າ​ດ້ວຍດາບ 8 ພວກ​ເຈົ້າ​ຫ້າ​ຄົນ​ຈະ​ຂັບ​ໄລ່​ສັດ​ຕ​ຣູຮ້ອຍ​ຄົນ ພວກ​ເຈົາ​ຮ້ອຍ​ຄົນ​ຈະ​ຂັບ​ໄລ່​ສັດ​ຕ​ຣູ​ຫມື່ນ​ຄົນ ແລະ​ສັດ​

ຕ​ຣູ​ຂອງ​ເຈົ້າ​ຈະ​ລົ້ມ​ລົງ​ດ້ວຍ​ດາບ​ຕໍ່​ຫນ້າ​ເຈົ້າ

9 ເຮົາ​ຈະ​ຄິດ​ເຖິງ​ເຈົ້າ ຈະ​ກະ​ທຳ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ມາກ​ຍິ່ງ​ຂຶ້ນ ແລະ​ດໍາ​ຣົງ​ຄຳ​ຫມັ້ນ​ສັນ​ຍາ​ຊຶ່ງ​ມີໄວ້​ກັບ​ເຈົ້າ 10 ເຈົ້າ​ຈະ​ໄດ້​ຮັບ​ປະ​ທານ​ຂອງ​ທີ່​ສະ​ສົມ​ໄວ້​ນານ ແລະ​ເຈົ້າ​ຈະ​ຕ້ອງ​ເອົາ​ຂອງ​ເກົ່າ​ອອກ​ໄປ​ເພື່ອ​ເອົາ​ບ່ອນ​ມາ​ເກັບ​ຂອງ​ໃຫມ່ 11 ແລະ​ເຮົາ​ຈະ​ຢູ່​ໃນ​ຫມູ່​ພວກ​ເຈົ້າ ແລະ​ວິນ​ຍານຈິດຂອງ​ເຮົາ​ຈະບໍ່​ກຽດ​ເຈົ້າ 12 ເຮົາ​ຈະ​ດຳ​ເນີນ​ໃນ​ຫມູ່​ພວກ​ເຈົ້າ ແລະ​ຈະ​ເປັນ​ພຣະ​ເຈົ້າ​ຂອ​ງ​ເຈົ້າ ແລະ​ເຈົ້າ​ຈະ​ເປັນ​ໄພ່​ພົນ​ຂອງ​ເຣົາ 13 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ຜູ້​ນຳ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ເປັນ​ທາດ​ຂອງ​ເຂົາ ເຮົາ​ໄດ້​ຫັກ​ຄານ​ແອກ​ຂອງ​ເຈົ້າ​ອອກ​ເສັຽ ເພື່ອ​ໃຫ້​ເຈົ້າ​ເດີນ​ຕົວຕົງ​ໄດ້

ໂທດຂອງ​ການ​ບໍ່​ເຊື່ອ​ຟັງ

14 “ຖ້າ​ເຈົ້າບໍ່​ໄດ້​ເຊື່ອ​ຟັງ​ເຮົາ ແລະ​ຈະ​ບໍ່​ກະ​ທຳ​ຕາມບ​ບັນ​ຍັດ​ທັງ​ຫມົດ​ເຫລົ່າ​ນີ້ 15 ຖ້າ​ພວກ​ເຈົ້າ​ປະ​ຕິ​ເສດ​ທີ່​ຈະ​ເຊື່ອ​ຟັງ​ບັນ​ຍັດ​ທັງ​ຂໍ້​ຄຳ​ສັ່ງ​ທັງ​ຫລາຍ​ຂອງ​ເຮົາ ແລະ​ທຳ​ລາຍ​ຄໍາ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ໄດ້​ທຳ​ໄວ້​ກັບ​ພວກ​ເຈົ້າ 16 ເຮົາ​ຈະ​ກະ​ທຳ​ດັ່ງ​ນີ້​ແກ່​ເຈົ້າ ຄື​ເຮົາ​ຈະ​ນຳ​ໄພ​ອັນ​ຕະ​ຣາຍ​ມາ​ສູ່​ພວກ​ເຈົ້າ ຄວາມ​ພິ​ນາດ ແລະ​ຄວາມ​ເຈັບ​ໄຂ້ ຊຶ່ງ​ທຳ​ໃຫ້​ນັຍ​ຕາ​ບອດ​ແລະ​ກະ​ທຳ​ໃຫ້​ ຊີ​ວິດ​ຊຸດ​ໂຊມ​ຢູ່​ເຫນືອ​ເຈົ້າ​ທັງ​ຫລາຍ ເຈົ້າ​ທັງ​ຫລາຍ​ຈະ​ຫວ່ານ​ພືດ​ໄວ້​ເສັຽ​ເປົ່າ ເພາະ​ສັດ​ຕ​ຣູ​ຂອງ​ເຈົ້າ​ຈະ​ມາ​ກິນ 17 ເຮົາ​ຈະ​ຫມາຍ​ຫນ້າ​ເຈົ້າ ເຈົ້າ​ຈະ​ແພ້​ສັດ​ຕ​ຣູ​ຂອງ​ເຈົ້າ ຄົນ​ທີ່​ກຽດ​ຊັງ​ເຈົ້າ ຈະ​ປົກ​ຄອງ​ຢູ່​ເຫນືອ​ເຈົ້າ ເຈົ້າ​ຈະ​ຫລົບ​ຫນີ​ໄປ​ທັງ​ທີ່​ບໍ່​ມີ​ຜູ້​ໃດ​ໄລ່​ຕິດ​ຕາມ 18 ເມື່ອ​ເປັນ​ຢ່າງ​ນີ້​ແລ້ວ​ເຈົ້າ​ທັງ​ຫລາຍ​ຍັງ​ບໍ່​ຟັງ​ເຮົາ ເຮົາ​ກໍ​ຈະ​ຕີ​ສອນ​ເຈົ້າ​ອີ​ກດ້ວຍ​ໂທດ​ທີ່​ເຈົ້າ​ຜິດ​ເຖິງ​ເຈັດ​ເທົ່າ 19 ເຮົາ​ຈະ​ທຳ​ລາຍ​ຄວາມ​ດື້ດ້ານຈອງ​ຫອງ​ໃນ​ກຳ​ລັງ​ອຳ​ນາດຂອງ​ເຈົ້າ ເຮົາ​ຈະ​ກະ​ທຳ​ໃຫ້​ຟ້າ​ສວັນ​ຂອງ​ເຈົ້າ​ເຫມືອນ​ທອງ​ເຫລືອງ 20 ເຈົ້າ​ທັງ​ຫລາຍ​ຈະ​ເປືອງ​ກຳ​ລັງ​ເສັຽ​ເປົ່າໆ ເພາະ​ວ່າ​ແຜ່ນ​ດິນ​ຂອງ​ເຈົ້າ​ຈະ​ບໍ່​ມີ​ພືດ​ຜົນ ແລະ​ຕົ້ນ​ໄມ້​ໃນ​ແຜ່ນ​ດິນ​ກໍ​ຈະ​ບໍ່​ບັງ​ເກີດ​ຜົນ 21 “ຖ້າ​ເຈົ້າ​ຍັງ​ດຳ​ເນີນ​ຂັດ​ແຍ້ງກັບ​ເຮົາ​ຢູ່​ແລະບໍ່​ເຊື່ອຟັງ​ເຮົາ ເຮົາ​ຈະ​ນໍາ​ໄພ​ວິ​ບັດ​ມາ​ເຫນືອ​ເຈົ້າ​ຍິ່ງຂຶ້ນ ເປັນ​ເຈັດ​ເທົ່າ​ຂອງ​ບາບ​ຂອງ​ເຈົ້າ 22 ເຮົາ​ຈະ​ປ່ອຍ​ສັດ​ປ່າ​ໃຫ້​ມາ​ໃນ​ຫມູ່​ພວກ​ເຈົ້າ ມັນ​ຈະ​ປຸ້ນ​ເອົາ​ລູກ​ຫລານ​ຂອງ​ເຈົ້າ ແລະ​ທຳ​ລາຍ​ສັດ​ໃຊ້​ຂອງ​ເຈົ້າ ແລະ​ທຳ​ໃຫ້​ເຈົ້າ​ເຫລືອ​ນ້ອຍ ເພື່ອ​ຖ​ນົນ​ຫົນ​ທາງ​ຂອງ​ເຈົ້າ​ຈະ​ໄດ້​ຮ້າງ​ເປົ່າ 23 “ຖ້າ​ດ້ວຍ​ການ​ຕີ​ສອນ​ນີ້​ເຈົ້າ​ຍັງ​ບໍ່​ຫັນ​ມາ​ຫາ​ເຣົາ ແລະ​ຍັງ​ປະ​ພຶດ​ຂັດ​ແຍ້ງ​ເຣົາ​ຢູ່ 24 ແລ້ວ​ເຮົາ​ຈະ​ດໍາ​ເນີນ​ການ​ຂັດ​ແຍ້ງ​ເຈົ້າ​ທັງ​ຫລາຍ ແລະ​ເຣົາ​ເອງ​ຈະ​ຂ້ຽນ​ຕີ​ເຈົ້າ​ດ້ວຍເຣື່ອງ​ບາບ​ຂອງ​ເຈົ້າ​ເຖິງ​ເຈັດ​ເທົ່າ​ທະ​ວີ​ຄູນ 25 ເຮົາ​ຈະ​ນຳ​ດາບ​ມາ​ເຫນືອ​ເຈົ້າ ຊຶ່ງ​ລົງ​ໂທດ​ເຈົ້າ​ຕາມ​ຄຳ​ສັນ​ຍາ ຖ້າ​ເຈົ້າ​ເຂົ້າ​ມາ​ຮວມ​ກັນ​ຢູ່​ໃນ​ເມືອງ ເຮົາ​ຈະ​ໂຣ​ກ​ຮ້າຍ​ມາ​ໃນ​ຫມູ່​ພວກ​ເຈົ້າ ແລະ​ເຈົ້າ​ຈະ​ຕົ​ກ​ໃນ​ມື​ຂອງ​ສັດ​ຕ​ຣູ 26 ເມື່ອ​ເຮົາ​ທຳ​ລາຍ​ອາ​ຫານ​ຫລັກ​ຂອງ​ເຈົ້າ ຜູ້​ຍິງ​ສິບ​ຄົນ​ຈະ​ປີ້ງ​ຂະ​ຫນົມ​ຂອງ​ເຈົ້າ​ດ້ວຍ​ເຕົາ​ອົບ​ອັນ​ດຽວ ແລ້ວ​ເອົາ​ຂະ​ຫນົມ​ມາ​ຊັ່ງ​ໃຫ້​ເຈົ້າ ເຈົ້າ​ຈະ​ຮັບ​ປະ​ທານ​ແຕ່​ຈະ​ບໍ່​ອີ່ມ 27 “ຖ້າ​ເປັນ​ຢ່າງ​ນີ້​ແລ້ວ ເຈົ້າ​ຍັງ​ບໍ່​ເຊື່ອ​ຟັງ​ເຮົາ ແຕ່​ປະ​ພຶດ​ຂັດ​ແຍ້ງ​ເຮົາ 28 ເຮົາ​ຈະ​ດຳ​ເນີນ​ການຂັດ​ແຍ້ງ​ເຈົ້າ​ຢ່າງ​ຮຸນ​ແຮງ ແລະ​ເຮົາ​ເອງ​ຈະ​ລົງ​ໂທດ​ເຈົ້າ​ເພາະ​ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ເຈັດ​ເທົ່າ 29 ເຈົ້າ​ຈະ​ຮັບ​ປະ​ທານ​ເນື້ອ​ລູ​ກຊາຍ​ຂອງ​ເຈົ້າ ແລະ​ເຈົ້າ​ຈະ​ຮັບ​ປະ​ທານ​ເນື້ອ​ລູກ​ສາວ​ຂອງ​ເຈົ້າ 30 ເຮົາ​ຈະ​ທຳ​ລາຍ​ບ່ອນອັນສູງ​ທັງ​ຫລາຍຂອງ​ເຈົ້າ ແລະ​ຕັດ​ແທ່ນ​ເຄື່ອງ​ຫອມ​ຂອງ​ເຈົ້າ​ລົງ ແລະ​ໂຍນ​ສົບ​ຂອງ​ເຈົ້າ​ລົງ​ເຫນືອຊາກ​ຮູບ​ເຄົາ​ຣົບ​ຂອງ​ເຈົ້າ ແລະ​ຈິດ​ໃຈ​ຂອງ​ເຮົາ​ຈະ​ກຽດ​ຊັງ​ເຈົ້າ 31 ເຮົາ​ຈະ​ໃຫ້​ເມືອງ​ຂອງ​ເຈົ້າ​ຮົກ​ຮ້າງ ແລະ​ຈະ​ກະ​ທຳ​ໃຫ້ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຈົ້າ​ວ່າງ​ເປົ່າ ແລະ​ເຮົາ​ຈະ​ບໍ່​ດົມ​ກິ່ນ​ຖວາຍ​ຂອງ​ເຈົ້າ​ທີ່​ພໍ​ໃຈ 32 ເຮົາ​ຈະ​ໃຫ້​ແຜ່ນ​ດິນ​ຂອງ​ເຈົ້າ​ຮ້າງ​ແລ້ງ​ຈົນ​ສັດ​ຕ​ຣູ​ຂອງ​ເຈົ້າ​ຜູ້​ຈະ​ມາ​ອາ​ໄສ​ຢູ່​ໃນ​ນັ້ນ​ແປ​ກ​ໃຈ 33 ເຣົາ​ຈະ​ໃຫ້​ພວກ​ເຈົ້າ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ໃນ​ບັນ​ດາ​ປະ​ຊາຊາດ ແລະ​ເຮົາ​ຈະ​ໃຫ້​ດາບ​ອອກ​ຈາກ​ຝັກ​ໄລ່​ຕາມ​ເຈົ້າ ແລະ​ແຜ່ນ​ດິນ​ຂອງ​ເຈົ້າ​ຈະ​ຮົ​ກ​ຮ້າງ ແລະ​ເມືອງ​ຂ​ອງ​ເຈົ້າ​ຈະ​ວ່າງ​ເປົ່າ 34 “ເມື່ອ​ເຈົ້າ​ຕ້ອງ​ໄປ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ສັດ​ຕ​ຣູ ແຜ່ນ​ດິນ​ຂອງ​ເຈົ້າ​ຈະ​ມີ​ສະ​ບາ​ໂຕ​ຕາບ​ເທົ່າ​ເວ​ລາ​ທີ່​ວ່າງ​ເປົ່າ​ຢູ່ ແຜ່ນ​ດິນ​ກໍ​ຈະ​ໄດ້​ຢຸດ​ພັກ ແລະ​ມີ​ສະ​ບາ​ໂຕ 35 ຕາບ​ໃດ​ທີ່​ແຜ່ນ​ດິນ​ວ່າງ​ເປົ່າ​ຢູ່ກໍ​ຈະ​ໄດ້​ຢຸດ​ພັກ ຄື​ຈະ​ໄດ້​ຢຸດ​ພັກ​ຢ່າງ​ທີ່​ບໍ່​ໄດ້​ຢຸດ​ໃນ​ສະ​ບາ​ໂຕ​ຂ​ນະ​ເມື່ອ​ເຈົ້າ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ 36 ສ່ວນ​ພວກ​ເຈົ້າ​ທັງ​ຫລາຍ​ທີ່​ຍັງ​ເຫລືອ​ຢູ່​ເຮົາ​ຈະ​ໃຫ້​ເຂົາ​ມີ​ໃຈອ່ອນ​ແອ​ໃນ​ແຜ່ນ​ດິນ​ຂອງ​ສັດ​ຕ​ຣູ ຈົນ​ສຽງ​ໃບ​ໄມ້​ແຫ້ງ​ປິວ​ຈະ​ທຳ​ໃຫ້​ເຂົາ​ຫນີ ແລະເຂົາ​ຈະ​ຫນີ​ເຫມືອນ​ຄົນ​ຫນີ​ຈາກ​ດາບ ແລະ​ເຂົາ​ຈະ​ລົ້ມ​ລົງ​ທັງ​ທີ່​ບໍ່​ມີ​ຄົນ​ໄລ່​ຕິດ​ຕາມມາ 37 ເຂົາ​ຈະ​ສະ​ດຸດ​ຊຶ່ງ​ກັນ​ແລະ​ກັນ ເຫມືອນ​ຄົນ​ຫນີ​ດາບ​ທັງ​ທີ່​ບໍ່​ມີ​ຄົນ​ຕາມ​ມາ ແລະ​ເຈົ້າ​ຈະ​ບໍ່​ມີ​ກຳ​ລັງ​ຕໍ່​ຕ້ານ​ສັດ​ຕ​ຣູ​ຂອງ​ເຈົ້າ 38 ເຈົ້າ​ທັງ​ຫລາຍ​ຈະ​ລົ້ມ​ຕາຍ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ແລະ​ແຜ່ນ​ດິນ​ຂອງ​ສັດ​ຕ​ຣູ​ຂອງ​ເຈົ້າ​ຈະ​ກິນ​ເຈົ້າ​ເສັຽ 39 ສ່ວນ​ເຈົ້າ​ທັງ​ຫລາຍ​ທີ່​ເຫລືອ​ຢູ່​ຈະ​ຈ່ອຍ​ຜອມໄປ​ໃນ​ແຜ່ນ​ດິນ​ສັດ​ຕ​ຣູ​ຂອ​ງ​ເຈົ້າ​ນັ້ນ​ເພາະ​ກັມ​ບາບ​ຂອງ​ຕົນ ແລະ​ເພາະ​ກັມ​ບາບ​ຂອງ​ຕົນ ແລະ​ເພາະກັມ​ບາບ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ຕົນ ເຂົາ​ຈະ​ຕ້ອງຈ່ອຍ​ຜອມໄປເຫມືອນ​ຢ່າງ​ບັນ​ພະ​ບຸ​ຣຸດ​ດ້ວຍ 40 “ແຕ່​ຖ້າ​ເຂົາ​ທັງ​ຫລາຍ​ສາ​ຣະ​ພາບ​ກັມ​ບາບ​ຂອງ​ເຂົາ ແລະ​ກັມ​ບາບ​ຂອງ​ບັນ​ພະ​ບຸ​ຣຸດ​ຊຶ່ງ​ເຂົາ​ທັງ​ຫລາຍ​ກະ​ທຳ​ຜິດ​ຕໍ່​ເຣົາ​ດ້ວຍ​ຄວາມ​ທໍ​ຣະ​ຍົດ​ຂອງ​ເຂົາ​ນັ້ນ ແລະ​ທີ່​ໄດ້​ປະ​ພຶດ​ຂັດ​ແຍ້ງ​ເຮົາ 41 ເຮົາ​ຈຶ່ງດໍາ​ເນີນ​ກາຍ​ຂັດ​ແຍ້ງ​ເຂົາ​ທັງ​ຫລາຍ ແລະ​ໄດ້​ນຳ​ເຂົາ​ເຂົ້າ​ແຜ່ນ​ດິນ​ແຫ່ງ​ສັດ​ຕ​ຣູຂອງ​ເຂົາ ຖ້າ​ເມື່ອ​ນັ້ນ​ຈິດ​ໃຈ​ອັນ​ນອກ​ຮີດ​ຂອງ​ເຂົາ​ຖ່ອມ​ລົງ​ແລ້ວ ແລະ​ເຂົາ​ໄດ້​ແກ້​ໄຂ​ໃນ​ເຣື່ອງ​ກັມ​ບາບ​ຂອງ​ເຂົາ​ແລ້ວ 42 ເຮົາ​ຈຶ່ງ​ຈະ​ຣະ​ນຶກ​ເຖິງຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາຊຶ່ງ​ມີ​ຕໍ່​ອີ​ຊາກ ແລະ​ຄຳ​ຫມັ້ນສັນ​ຍາ​ຂອງ​ເຮົາ​ຕໍ່​ອັບ​ຣາ​ຮາມ ແລະ​ເຮົາ​ຈະ​ຣະ​ລຶກ​ເຖິງ​ແຜ່ນ​ດິນ​ນັ້ນ 43 ແຕ່​ເຂົາ​ຍັງ​ຕ້ອງ​ຖິ້ມ​ແຜ່ນ​ດິນ​ນັ້ນ​ໄວ້ ແລະ​ແຜ່ນ​ດິນ​ຈະ​ມີ​ສະ​ບາ​ໂຕ ຊຶ່ງ​ໄດ້​ວ່າງ​ຢູ່​ໂດຍ​ບໍ່​ມີ​ພວກ​ເຂົາ​ທັງ​ຫລາຍ​ອາ​ໄສ ເຂົາ​ທັງ​ຫລາຍ​ຈຶ່ງ​ໄດ້​ຮັບ​ໂທດ​ທີ່​ໄດ້​ກະ​ທຳ​ຜິດ​ດ້ວຍ​ເຣື່ອງ​ເບື່ອ​ຫນ່າຍ​ກົດ​ຫມາຍ​ຂອງ​ເຮົາ ແລະ​ຈິດ​ໃຈ​ຂອງ​ເຂົາ​ກຽດ​ຊັງ​ກົດ​ເກນ​ຂອງ​ເຮົາ 44 ເຖິງ​ພຽງ​ນັ້ນ​ກໍ​ດີ​ເມື່ອ​ເຂົາ​ທັ​ງຫລາຍ​ຢູ່​ໃນ​ແຜ່ນ​ດິນ​ສັດ​ຕ​ຣູ​ຂອງ​ເຂົາ ເຮົາ​ຈະ​ບໍ່​ເບື່ອ​ຫນ່າຍ​ເຂົາ ເຮົາ​ຈະ​ບໍ່​ກຽດ​ຊັງ​ເຂົາ​ເຖິງ​ກັບ​ຈະ​ທຳ​ລາຍ​ເຂົາ​ເສັຽ​ໃຫ້​ຫມົດ​ທີ່​ດຽວ ແລະ​ທຳ​ລາຍ​ຄຳ​ຫມັ້ນ​ສັນ​ຍາ​ຊຶ່ງ​ມີ​ກັບ​ເຂົາ​ເສັຽ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ 45 ເພາະ​ເຫັນ​ແກ່​ເຂົາ​ເຮົາ​ຈະ​ຣະ​ນຶກ​ເຖິງ​ຄຳ​ຫມັ້ນ​ສັນຍາ​ຊຶ່ງ​ມີ​ຕໍ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ ຜູ້​ຊຶ່ງ​ເຮົາ​ໄດ້​ພາ​ເຂົາ​ອອກ​ມາ​ຈາກ​ແຜ່ນ​ດິນ​ເອ​ຢິບ ຕໍ່​ຫນ້າ​ບັນ​ດາ​ປະ​ຊາ​ຊາດ ເພື່ອ​ເຮົາ​ຈະ​ໄດ້​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ” 46 ສິ່ງ​ເຫລົ່າ​ນີ້​ເປັນ​ກົດ​ເກນ​ແລະ​ກົດ​ຫມາຍ ແລະ​ບົດ​ບັນ​ຍັດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໄວ້​ລະ​ຫວ່າງ​ພຣະ​ອົງ​ກັບ​ຊົນ​ຊາດ​ອິສ​ຣາ​ເອນ​ເທິງ​ພູ​ເຂົາ​ຊີ​ນາ​ອີ​ໂດຍ​ຜ່ານ​ທາງ​ໂມ​ເຊ

ລະບຽບພວກເລວີ 27

ກົດ​ຫມາຍ​ກ່ຽວ​ກັບ​ການມອບ​ຖວາຍ

1 ພຣະ​ເຈົ້າ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ຜູ້​ໃດ​ສາ​ບານ​ເປັນ​ພິ​ເສດ​ໄວ້ ບຸກ​ຄົນ​ຜູ້​ທີ່​ຖືກ​ສາ​ບານ​ໄວ້​ນັ້ນ ເຈົ້າ​ຕ້ອງ​ນັບ​ວ່າ​ເຂົາ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 3 ໃຫ້​ເຈົ້າ​ກຳ​ນົດ​ຣາ​ຄາ​ດັ່ງ​ນີ້ ຜູ້​ຊາຍ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ເຖິງ​ຫົກ​ສິບ​ປີ​ຈະ​ເປັນ​ຄ່າ​ເງິນ​ຫ້າ​ສິບ​ເຊເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ 4 ຖ້າ​ຜູ້​ນັ້ນ​ເປັນ​ຜູ້​ຍີງ ໃຫ້​ເຈົ້າ​ກຳ​ນົດ​ຣາ​ຄາ​ເປັນ​ຄ່າເງິນ​ສາມ​ສິບ​ເຊ​ເກ​ລ 5 ຖ້າ​ຜູ້​ນັ້ນ​ຫ້າ​ປີ​ເຖິງ​ຊາວ​ປີ ໃຫ້​ເຈົ້າ​ກຳ​ນົດ​ຣາ​ຄາ​ຜູ້​ຊາຍ​ເປັນ​ຄ່າ​ເງິນ​ຊາວ​ເຊ​ເກ​ລ ແລະ​ຜູ້​ຍິງ​ສິບ​ເຊ​ເກ​ລ 6 ຖ້າ​ຜູ້​ນັ້ນ​ອາ​ຍຸ​ນຶ່ງ​ເດືອນ​ເຖິງ​ຫ້າ​ປີ ໃຫ້​ເຈົ້າ​ກຳ​ນົດ​ຣາ​ຄາ​ຜູ້​ຊາຍ​ເປັນ​ເງິນ​ຄ່າ​ຫ້າ​ເຊເກ​ລ ແລະ​ຜູ້​ຍິງສາມ​ເຊ​ເກ​ລ 7 ຖ້າ​ເປັນ​ບຸກ​ຄົນ​ອາ​ຍຸ​ຫົກ​ສິບ​ປີ​ຂຶ້ນ​ໄປ ໃຫ້​ເຈົ້າ​ກຳ​ນົດ​ຣາ​ຄາ​ຜູ້​ຊາຍ​ເປັນ​ຄ່າ​ເງິນ​ສິບ​ຫ້າ​ເຊ​ເກລ ແລະ​ຜູ້​ຍິງ​ເປັນ​ສິບ​ເຊເກ​ລ 8 ຖ້າ​ຜູ້​ຊາຍ​ຄົນ​ໃດ​ຍາກ​ຈົນ​ເກີນ​ທີ່​ຈະ​ຊຳ​ຮະ​ຕາມ​ທີ່​ເຈົ້າ​ກຳ​ນົດ​ຣາ​ຄາ ກໍ​ໃຫ້​ນຳ​ຜູ້​ຖືກ​ສາ​ບານ​ໄປ​ຫາ​ປະ​ໂຣ​ຫິດ ໃຫ້​ປະ​ໂຣ​ຫິດ​ກຳ​ນົດ​ຣາ​ຄາ​ຕາມ​ກຳ​ລັງ​ຂອງ​ຜູ້​ທີ່​ສາ​ບານ ປະ​ໂຣ​ຫິດ​ຈະ​ກຳ​ນົດ​ຣາ​ຄາ​ຂອງ​ຄົນ​ນັ້ນ 9 “ຖ້າ​ເປັນ​ສັດ​ຢ່າງ​ທີ່​ມະ​ນຸດ​ຈະມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ສິ່ງ​ໃດໆ​ທີ່​ມະ​ນຸດ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຖື​ວ່າ​ເປັນ​ຂອງ​ບໍ​ຣິດ​ສຸດ 10 ຢ່າ​ໃຫ້​ເຂົາ​ນຳ​ສິ່ງ​ໃດ​ມາ​ແທນ ຫລື​ປ່ຽນ ເອົາ​ດີມາ​ປ່ຽນ​ບໍ່​ດີ ຫລື​ເອົາ​ບໍ່​ດີ​ມາ​ປ່ຽນ​ດີ ຖ້າ​ເຂົາ​ທຳ​ການ​ປ່ຽ​ນ​ສັດ ທັງ​ໂຕ​ທີ່​ນຳ​ມາ​ປ່ຽນ ແລະ​ໂຕ​ທີ່​ຖືກ​ປ່ຽນຈະ​ຕ້ອງ​ບໍ​ຣິ​ສຸດ 11 ຖ້າ​ເປັນ​ສັດ​ມົນ​ທິນ​ຊຶ່ງບໍ່ຄວນນຳ​ມາ​ຖວາຍ​ແດ່ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ຜູ້​ນັ້ນ​ນຳ​ສັດ​ໄປ​ຫາ​ປະ​ໂຣ​ຫິດ 12 ແລ້ວ​ປະ​ໂຣ​ຫິດ​ຈະ​ຕີ​ຄ່າ​ວ່າ​ເປັນ​ຂອງ​ດີ​ຂອງ​ບໍ່​ດີ ທ່ານ​ຜູ້​ເປັນ​ປະ​ໂຣ​ຫິດ​ກຳ​ນົດ​ຣາ​ຄາ​ເທົ່າ​ໃດ​ກໍ​ໃຫ້​ເປັນ​ເທົ່າ​ນັ້ນ 13 ຖ້າ​ເຂົາ​ຈະ​ມາ​ໄຖ່​ສັດ​ນັ້ນ​ກໍ​ໃຫ້​ເຂົາ​ເພີ້ມ​ອີກ​ນຶ່ງ​ໃນ​ຫ້າ​ຂອງ​ຣາ​ຄາ​ທີ່​ຕັ້ງ​ໄວ້ 14 “ເມື່ອ​ຄົນ​ໃດ​ຖວາຍ​ເຮືອນ​ຂອງ​ຕົນ​ໄວ້​ເປັນ​ຂອງ​ບໍ​ ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ປະ​ໂຣ​ຫິດ​ຕ້ອງ​ກຳ​ນົດ​ຣາ​ຄາ​ຕາມ​ດີ​ບໍ່​ດີ ປະ​ໂຣ​ຫິດ​ກຳ​ນົດ​ຣາ​ຄາ​ເທົ່າ​ໃດ​ກໍ​ໃຫ້​ເປັນ​ເທົ່າ​ນັ້ນ 15 ຖ້າ​ຜູ້​ທີ່​ຖວາຍ​ເຮືອນໄວ້​ປະ​ສົງ​ຈະ​ໄຖ່​ເຮືອນ​ຂອງ​ເຂົາ ກໍ​ໃຫ້​ຜູ້​ນັ້ນ​ເພີ້ມ​ເງິນ​ອີກ​ນຶ່ງ​ໃນ​ຫ້າ​ຂອງ​ຣາ​ຄາ​ເຣືອນ​ທີ່​ຕັ້ງ​ໄວ້ ແລ້ວ​ເຮືອນ​ນັ້ນ​ຈຶ່ງ​ຕົກ​ເປັນ​ຂອງ​ເຂົາ​ໄດ້ 16 “ຖ້າ​ຜູ້​ໃດ​ຖວາຍ​ທີ່​ດິນ​ສ່ວນນຶ່ງ ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຊື່ງ​ເປັນ​ມໍ​ຣະ​ດົກ​ຕົກ​ແກ່​ເຂົາ ໃຫ້​ເຈົ້າ​ກຳ​ນົດ​ຣາ​ຄາ​ຂອງ​ທີ່​ດິນ​ຕາມ​ຈຳ​ນວນ​ພືດ​ພັນ​ທີ່​ຫວ່ານ​ລົງ​ດິນ​ນັ້ນ ຖ້າ​ທີ່​ນາ​ໃຊ້​ພັນ​ບາ​ລີ​ນຶ່ງ​ໂຮ​ເມີ ໃຫ້​ກຳ​ນົດ​ຣາ​ຄາ​ເປັນ​ເງິນ​ຫ້າ​ສິບ​ເຊ​ເກ​ລ 17 ຖ້າ​ເຂົາ​ຖວາຍ​ນາ​ໃນ​ປີ​ສຽງ​ເຂົາ​ສັດ ກໍ​ໃຫ້​ຄົງ​ເຕັມ​ຣາ​ຄາ​ທີ່​ເຈົ້າ​ກຳ​ນົດ 18 ຖ້າ​ເຂົາ​ຖວາຍ​ທີ່​ນາ​ພາຍ​ຫລັງ​ປີ​ສຽງ​ເຂົາ​ສັດ ກໍ​ໃຫ້​ປະ​ໂຣ​ຫິດ​ໄລ່​ຄຳ​ນວນ​ຄ່າ​ເງິນ ຕາມ​ຈຳ​ນວນ​ປີ​ທີ່​ເຫລືອ​ຢູ່ກວ່າ​ຈະ​ເຖິງ​ປີ​ສຽງ​ເຂົາ​ສັດ ໃຫ້​ຫັກ​ເສັຽ​ຈາກ​ຣາ​ຄາ​ທີ່​ເຈົ້າ​ກຳ​ນົດ 19 ຖ້າ​ຜູ້​ທີ່​ຖວາຍນາ​ປະ​ສົງ​ຈະ​ໄຖ່​ນາ​ນັ້ນ​ກໍ​ໃຫ້​ເຂົາ​ເພີ້ມ​ຄ່າ​ເງິນ​ອີກ​ນຶ່ງ​ໃນ​ຫ້າ ຂອງ​ກຳ​ນົດ​ຣາ​ຄາ​ທີ່​ຕີ​ໄວ້ 20 ແຕ່​ຖ້າ​ເຂົາ​ບໍ່​ປະ​ສົງ​ທີ່​ຈະ​ໄຖ່​ນາ ຫລື​ເຂົາ​ໄດ້​ຂາຍ​ນາ​ນັ້ນ​ໃຫ້​ແກ່​ອີກ​ຄົນ​ນຶ່ງ​ແລ້ວ ກໍ​ຢ່າ​ໃຫ້​ໄຖ່​ອີກ​ເລີຍ 21 ແຕ່​ນາ​ນັ້ນ​ເມື່ອ​ເຂົາ​ຕ້ອງ​ສະ​ລະ​ໃນ​ປີ​ສຽງ​ເຂົາ​ສັດ ກໍ​ເປັນ​ຂອງ​ບໍ​ຣິ​ສຸດ​ແດ່​ພຣະ​ເຈົ້າ ເພາະ​ເປັນ​ນາ​ທີ່​ຖວາຍ​ໄວ້ ປະ​ໂຣ​ຫິດ​ຈຶ່ງ​ເຂົ້າ​ຖື​ກຳ​ມະ​ສິດ​ນາ​ນັ້ນ​ໄດ້ 22 ຖ້າ​ຄົນ​ໃດ​ຊື້ນາ​ມາ​ຖວາຍ​ແດ່​ພຣະ​ເຈົ້າ ຊື່ງ​ບໍ່​ແມ່ນ​ສ່ວນ​ມໍ​ຣະ​ດົກ​ທີ່​ຕົກ​ເປັນ​ກຳ​ມະ​ສິດ​ຂອງ​ເຂົາ 23 ປະ​ໂຣ​ຫິດ​ຈະ​ໄລ່​ຄຳ​ນວນ​ຄາດ​ຫມາຍ​ຈົນ​ເຖິງ​ປີ​ສຽງ​ເຂົາ​ສັດ ໃນ​ວັນ​ນັ້ນ​ເຈົ້າ​ຂອງ​ນາ​ຕ້ອງ​ຖວາຍ​ເງິນ​ເທົ່າ​ກຳ​ນົດ​ຄ່າ​ນາ​ທີ່​ຕີ​ໄວ້ ເປັນ​ສິ່ງ​ບໍ​ຣິ​ສຸດ​ແດ່​ພຣະ​ເຈົ້າ 24 ພໍ​ເຖິງ​ປີ​ສຽງ​ເຂົາ​ສັດ​ນາ​ນັ້ນ​ຕ້ອງ​ກັບ​ໄປ​ຕົກ​ແກ່​ຜູ້​ທີ່​ຂາຍ​ໃຫ້​ເຂົາ​ຊຶ່ງ​ເປັນ​ເຈົ້າ​ຂອງ​ເດີມ ຕາມ​ມໍ​ຣະ​ດົກ​ທີ່​ຕົກ​ມາ​ເປັນ​ຂອງ​ເຂົາ 25 ການ​ກຳ​ນົດ​ຣາ​ຄາ​ທຸກ​ຢ່າງ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ຄ່າ​ເງິນ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ຊາວ​ເກ​ຣາ​ເປັນ​ນຶ່ງ​ເຊເກ​ລ 26 “ແຕ່​ລູກ​ສັດ​ຫົວ​ປີ​ນັ້ນ​ຢ່າ​ໃຫ້​ຜູ້​ໃດ​ນຳ​ມາ​ຖວາຍ ເພາະ​ທີ່​ເປັນ​ສັດ​ຫົວ​ປີ​ກໍ​ຕົກ​ເປັນ​ຂອງ​ພຣະ​ເຈົ້າ​ຢູ່​ແລ້ວ ງົວ​ກໍ​ດີ ແກະ​ກໍ​ດີ ເປັນ​ຂອງ​ພຣະ​ເຈົ້າ 27 ຖ້າ​ເປັນ​ສັດ​ມົນ​ທິນ​ຈົ່ງ​ໃຫ້​ເຂົາ​ຊື້​ຄືນ​ຕາມ​ກຳ​ນົດ​ຣາ​ຄາ​ຂອງ​ເຈົ້າ ໂດຍ​ເພີ້ມ​ນຶ່ງ​ໃນ​ຫ້າ​ຂອ​ງກຳ​ນົດ​ຣາ​ຄາ​ທີ່​ຕີ​ໄວ້ ຖ້າ​ເຂົາ​ບໍ່​ໄຖ່​ກໍ​ໃຫ້​ຂາຍ​ເສັຽ​ຕາມ​ກຳ​ນົດ​ຣາ​ຄາ​ທີ່​ຕີ​ໄວ້ 28 “ແຕ່​ສິ່ງ​ໃດ​ທີ່​ຖວາຍ​ຂາດ​ແດ່​ພຣະ​ເຈົ້າ ເປັນ​ສິ່ງ​ທີ່​ເຂົາ​ມີ​ຢູ່ ບໍ່​ວ່າ​ເປັນ​ຄົນ​ຫລື​ສັດ ຫລື​ທີ່​ນາ​ອັນ​ເປັນ​ມໍ​ຣະ​ດົກ​ຕົ​ກ​ແກ່​ເຂົາ ຈະ​ຂາຍ​ຫລື​ໄຖ່​ບໍ່​ໄດ້​ເລີຍ ເພາະ​ສິ່ງ​ທີ່​ຖວາຍ​ຂາດ​ແລ້ວ​ເປັນ​ສິ່ງ​ບໍ​ຣິ​ສຸດ​ທີ່​ສຸດ​ແດ່​ພຣະ​ເຈົ້າ 29 ຜູ້​ໃດ​ທີ່​ຖືກ​ຖວາຍ​ຂາດ​ແລ້ວ ຄື​ຜູ້​ທີ່​ຕ້ອງ​ທຳ​ລາຍ​ເສັຽ​ຈາກ​ມະ​ນຸດ ຢ່າ​ໃຫ້​ໄຖ່​ຖອນ​ຜູ້​ນັ້ນ ຜູ້​ນັ້ນ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ 30 ນຶ່ງ​ສ່ວນ​ສິບ​ທັງ​ສິ້ນ​ທີ່​ໄດ້​ຈາກ​ແຜ່ນ​ດິນ ເປັນ​ພືດ​ທີ່​ໄດ້​ຈາກ​ແຜ່ນ​ດິນ​ກໍ​ດີ ຫລື​ຫມາກ​ຈາກ​ຕົ້ນ​ໄມ້​ກໍ​ດີ ເປັນ​ຂອງ​ພຣະ​ເຈົ້າ ເປັນ​ສິ່ງ​ບໍ​ຣິ​ສຸດ​ແດ່​ພຣະ​ເຈົ້າ 31 ຖ້າ​ຄົນ​ໃດ​ປະ​ສົງ​ຈະ​ໄຖ່​ນຶ່ງ​ສ່ວນ​ສິບ​ສ່ວນ​ໃດ​ຂອງ​ເຂົາ ເຂົາ​ຕ້ອງ​ເພີ້ມ​ອີກ​ນຶ່​ງ​ໃນ​ຫ້າ​ຂອງ​ນຶ່ງ​ສ່ວນ​ສິບ​ນັ້ນ 32 ແລະ​ນຶ່ງ​ສ່ວນ​ສິບ​ໄດ້​ມາ​ຈາກ​ຝູງ​ງົວ ຫລື​ຝູງ​ແບ້ ແກະ ຄື​ສັດ​ນຶ່ງ​ໃນ​ສິບ​ໂຕທີ່​ລອດ​ໃຕ້​ໄມ້​ເທົ້າ​ຂອງ​ຜູ້​ລ້ຽງ ເປັນ​ສັດ​ບໍ​ຣິ​ສຸດ​ແດ່​ພຣະ​ເຈົ້າ 33 ຢ່າ​ໃຫ້​ຄິດ​ວ່າ​ດີ​ຫລື​ບໍ່​ດີ ແລະ​ຢ່າ​ໃຫ້​ເຂົາ​ສັບ​ປ່ຽນ ທັງ​ໂຕ​ທີ່​ນຳ​ມາ​ປ່ຽນ​ກັບ​ໂຕ​ທີ່​ຖືກ​ປ່ຽນ​ເປັນ​ຂອງ​ບໍ​ຣິ​ສຸ​ດ ໄຖ່​ບໍ່​ໄດ້” 34 ເຫລົ່າ​ນີ້​ເປັນ​ບົດ​ບັນ​ຍັດ​ທີ່​ພຣະ​ເຈົ້າ​ຊົງ​ບັນ​ຍັດ​ໄວ້​ກັບ​ໂມ​ເຊ​ສຳ​ລັບ​ຄົນ​ອິສ​ຣາ​ເອນ​ເທິງ​ພູ​ເຂົາ​ຊີ​ນາ​ອີ

ຈົດບັນຊີ 1

ນັບ​ຄົນ​ອິສ​ຣາ​ເອນ​ທີ່​ພູ​ເຂົາ​ຊີ​ນາ​ອີ

1 ໃນ​ວັນ​ທີ່​ນຶ່ງ​ເດືອນ​ທີ່​ສອງ​ປີ​ທີ່​ສອງ ຕັ້ງ​ແຕ່​ເຂົາທັງ​ຫລາຍ​ອອກ​ຈາ​ກ​ປະ​ເທດ​ເອ​ຢິບ ພຣະຜູ້​ເປັນ​ເຈົ້າ​ຊົງກ່າວ​ແກ່​ໂມ​ເຊ​ໃນ​ເຕັນ​ນັດ​ພົບ​ໃນ​ຖິ່ນ​ກັນ​ດານ​ຊີ​ນາ​ອີ​ວ່າ, 2 “ເຈົ້າ​ຈົ່ງ​ທຳ​ສຳ​ມະ​ໂນ​ຄົວ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາຍ​ຊື່​ຜູ້​ຊາຍ​ຣ​ຽງ​ຕົວ​ທຸກ​ຄົນ 3 ເຈົ້າ​ແລະ​ອາ​ໂຣນ​ຈົ່ງ​ນັບ​ທຸກ​ຄົນ​ໃນ​ອິສ​ຣາ​ເອນ​ຊຶ່ງ​ອອກ​ຮົບ​ໄດ້ ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ໄວ້​ເປັນ​ກອງໆ 4 ແລະ​ໃຫ້​ມີ​ຊາຍ​ຈາກ​ທຸກ​ເຜົ່າ​ມາ​ຢູ່​ກັບ​ເຈົ້າ​ເຜົ່າ​ລະ​ຄົນ ແຕ່​ລະ​ຄົນ​ໃຫ້​ເປັນ​ຫົວ​ຫນ້າ​ໃນ​ຄອບ​ຄົວ​ຂອງ​ຕົນ 5 ແລະ​ຊື່​ຊາຍ​ທັງ​ປວງ​ທີ່​ຈະ​ຊ່ອຍ​ເຈົ້າ​ນັ້ນ ຈາກ​ເຜົ່າ​ຣູ​ເບນ ຄື ເອ​ລີ​ຊູ ບຸດ​ຂອງ​ເຊ​ເດ​ອູ 6 ຈາກ​ເຜົ່າ​ຊີ​ເມ​ໂອນ ຄື ເຊ​ລູ​ມີ​ເອນ ບຸດ​ຂອງ​ຊູ​ຣີ​ຊັດ​ດັຍ 7 ຈາກ​ເຜົ່າ​ຢູ​ດາ ຄື ນາ​ໂຊນ ບຸດ​ຂອງ​ອັມ​ມີ​ນາ​ດາບ 8 ຈາກ​ເຜົ່າ​ອິສ​ຊາ​ຄາ ຄື ເນ​ທານ​ເອນ ບຸດ​ຂອງ​ຊູ​ອາ 9 ຈາກ​ເຜົ່າ​ເຊ​ບູ​ລູນ ຄື ເອ​ລີ​ອາບ ບຸດ​ຂອງ​ເຮ​ໂລນ 10 ຈາກ​ເຊື້ອ​ສາຍ​ຂອງ​ໂຢ​ເຊັບ ຈາ​ກ​ເຜົ່າ​ເອ​ຟ​ຣາ​ອິມ ຄື ເອ​ລິ​ຊາ​ມາ ບຸດ​ຂອງ​ອັມ​ມີ​ຮູດ ຈາກ​ເຜົ່າ​ມາ​ນັ​ສ​ເຊ ຄື ກາ​ມາ​ລີ​ເອນ ບຸ​ດຂອງ​ເປ​ດາ​ຊູ 11 ຈາກ​ເຜົ່າ​ເບັນ​ຢາ​ມິນ ຄື​ ອາ​ບີ​ດານ ບຸດ​ຂອງ​ກີ​ເດ​ໂອ​ນີ 12 ຈາກ​ເຜົ່າ​ດານ ຄື ອາ​ຮີ​ເອ​ເຊີ ບຸດ​ຂອງ​ອັມ​ມີ​ຊັດ​ດັຍ 13 ຈາ​ກ​ເຜົ່າ​ອາ​ເຊີ ຄື ປາ​ກີ​ເອ​ນ ບຸດ​ຂອງ​ໂອກ​ຣານ 14 ຈາກ​ເຜົ່າ​ກາດ ຄື ເອ​ລີ​ອາ​ສາຟ ບຸດ​ຂອງ​ເດ​ອູ​ເອນ 15 ຈາກ​ເຜົ່າ​ເນັຟ​ທາ​ລີ ຄື ອາ​ຮີ​ຣາ ບຸດ​ຂອງ​ເອ​ນານ 16 ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ທີ່​ຊຸມ​ນຸມ​ຊົນ​ເລືອກ​ໃຫ້​ເປັນ​ຫົວ​ຫນ້າ​ແຫ່ງ​ເຜົ່າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ເປັນ​ຫົວ​ຫນ້າ​ເຊື້ອ​ສາ​ຍຄົນ​ອິສ​ຣາ​ເອນ 17 ໂມ​ເຊ ແ​ລະ​ອາ​ໂຣນ​ໄດ້​ນຳ​ຄົນ​ເຫລົ່າ​ນີ້​ທີ່ມີ​ຊື່ມາ​ແລ້ວ 18 ແລ້ວ​ໃນ​ວັນ​ທີ່​ນຶ່ງ​ເດືອນ​ທີ່​ສອງ ຄົນ​ເຫລົ່າ​ນີ້​ກໍ​ຮຽກ​ປະ​ຊຸມ​ຊົນ​ທັງ​ຫມົດ ເຂົາ​ມາ​ຂຶ້ນ​ທະ​ບຽນ​ຕາມ​ຕະ​ກູນ​ແລະ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາຍ​ຊື່​ລຽນ​ຕົວ​ຄົນ​ທັງ​ປວງ​ທີ່​ມີ​ອາ​ຍຸຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ 19 ຕາມ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງສັ່ງ​ໂມ​ເຊ​ໄວ້ ທ່ານ​ຈຶ່ງ​ນັບ​ຄົນ​ທີ່​ຖິ່ນ​ກັນ​ດານ​ຊີ​ນາ​ອີ​ດັ່ງ​ນີ້ 20 ຄົນ​ເຜົ່າ​ຣູ​ເບນ​ບຸ​ດຫົວ​ປີ​ຂອງ​ອິສຣາ​ເອນ ຊາດເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາຍ​ຊື່​ຜູ້​ຊາຍ​ຣຽງ​ຕົວ​ທຸກ​ຄົນ ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ຂຶ້ນ​ໄປ​ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 21 ຈໍາ​ນວນ​ຄົນ​ໃນ​ເຜົ່າ​ຣູ​ເບນ​ເປັນ​ສີ່​ຫມື່ນ​ຫົກ​ພັນ​ຫ້າ​ຣ້ອຍ​ຄົນ 22 ຄົນ​ເຜົ່າ​ຊີ​ເມ​ໂອນ ຊາດເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ທຸກ​ຄົນ​ທີ່​ເຂົາ​ນັບ​ຕາມ​ຈຳ​ນວນ​ຣາຍ​ຊື່ ຜູ້​ຊາຍ​ຣຽງ​ຕົວ​ທຸກ​ຄົນ ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 23 ຈຳ​ນວນ​ຄົນ​ໃນ​ເຜົ່າ​ຊີ​ເມ​ໂອນ​ເປັນ​ຫ້າຫມື່ນ​ເກົ້າ​ພັນ​ສາມ​ຮ້ອຍ​ຄົນ 24 ຄົນ​ເຜົ່າ​ກາດຊາດເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາຍ​ຊື່​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 25 ຈຳ​ນວນ​ຄົນ​ໃນ​ເຜົ່າ​ກາດ​ເປັນ​ສີ່​ຫມື່ນ​ຫ້າ​ພັນ​ຫົກ​ຮ້ອຍ​ຫ້າ​ສິບ​ຄົນ 26 ຄົນ​ເຜົ່າ​ຢູ​ດາ ຊາດເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາຍ​ຊື່​ຄົນ​ທີ່​ອາ​ຍຸຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 27 ຈໍາ​ນວນ​ຄົນ​ໃນ​ເຜົ່າ​ຢູ​ດາ​ເປັນ​ເຈັດ​ຫມື່ນ​ສີ່​ພັນ​ຫົກ​ຮ້ອຍ​ຄົນ 28 ຄົນ​ເຜົ່າ​ອິສ​ຊາ​ຄາ ຊາດເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາ​ຍຊື່​ຄົນ​ທີ່​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 29 ຈຳ​ນວນ​ຄົນ​ໃນ​ເຜົ່າ​ອິສ​ຊາ​ຄາ​ເປັນ​ຫ້າ​ຫມື່ນ​ສີ່​ພັນ​ສີ່​ຮ້ອຍ​ຄົນ 30 ຄົນ​ເຜົ່າ​ເຊ​ບູ​ລູນ ຊາດເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈໍານວນ​ຣາຍ​ຊື່​ຄົນ​ທີ່​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 31 ຈຳ​ນວນ​ຄົນ​ໃນ​ເຜົ່າ​ເຊ​ບູ​ລູນ​ເປັນ​ຫ້າ​ຫມື່ນ​ເຈັດ​ພັນ​ສີ່​ຮ້ອຍ​ຄົນ 32 ຄົນ​ເຊື້ອ​ສາຍ​ໂຢ​ເຊັບ ຄື​ຄົນ​ເຜົ່າ​ເອ​ຟ​ຣາ​ອິມ ຊາດເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາຍ​ຊື່​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 33 ຈຳ​ນວນ​ຄົນ​ເຜົ່າ​ເອ​ຟ​ຣາ​ອິມ​ເປັນ​ສີ່​ຫມື່ນ​ຫ້າ​ຮ້ອຍ​ຄົນ 34 ຄົນ​ເຜົ່າ​ມາ​ນັ​ສ​ເຊ ຊາດເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວ​ນ​ຣາຍ​ຊື່​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 35 ຈຳ​ນວນ​ຄົນ​ໃນ​ເຜົ່າ​ມາ​ນັ​ສ​ເຊ​ເປັນ​ສາມ​ຫມື່ນ​ສອງ​ພັນ​ສອງ​ຮ້ອຍ​ຄົນ 36 ຄົນ​ເຜົ່າ​ເບັນ​ຢາ​ມິນ ຊາດເຊື້ອ​ສາຍຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາຍ​ຊື່​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 37 ຈຳ​ນວນ​ຄົນ​ໃນ​ເຜົ່າ​ເບັນ​ຢາ​ມິນ​ເປັນ​ສາມ​ຫມື່ນ​ຫ້າ​ພັນ​ສີ່​ຮ້ອຍ​ຄົນ 38 ຄົນ​ເຜົ່າ​ດານ ຊາດ​ເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາ​ຍຊື່​ຄົນ​ທີ່ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 39 ຈໍາ​ນວນ​ຄົນ​ໃນ​ເຜົ່າ​ດານ​ເປັນ​ຫົກ​ຫມື່ນ​ສອງ​ພັນ​ເຈັດ​ຮ້ອຍ​ຄົນ 40 ຄົນ​ເຜົ່າ​ອາ​ເຊີ ຊາ​ດ​ເຊື້ອ​ສາຍ​ຂອງ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ຕາມ​ຈໍາ​ນວນ​ຣາຍ​ຊື່​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 41 ຈຳ​ນວນ​ຄົນ​ໃນ​ເຜົ່າ​ອາ​ເຊີ​ເປັນ​ສີ່​ຫມື່ນ​ນຶ່ງ​ພັນ​ຫ້າ​ຮ້ອຍ​ຄົນ 42 ຄົນ​ເຜົ່າ​ເນັຟທາ​ລີ ຊາ​ດ​ເຊື້ອ​ສາຍ​ຂອງ​ຕາມ​ຕະ​ກູນ​ຕາ​ມ​ຄອບ​ຄົວ ຕາມ​ຈຳ​ນວນ​ຣາຍ​ຊື່​ຄົນ​ທີ່​ມີ​ອາ​ຍຸ ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ທີ່​ອອກ​ຮົບ​ໄດ້​ທັງ​ຫມົດ 43 ຈຳ​ນວນ​ຄົນ​ໃນ​ເຜົ່າ​ເນັບ​ທາ​ລີ​ເປັນ​ຫ້າຫມື່ນສາມ​ພັນ​ສີ່​ຮ້ອຍ​ຄົນ 44 ຈຳ​ນວນ​ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ທີ່​ໂມ​ເຊ​ກັບ​ອາ​ໂຣນ ແລະ​ປະ​ມຸກ​ທັງ​ສິບ​ສອງ​ຄົນ​ຂອງ​ຄົນ​ອິສ​ຣາ​ເອນ ຜູ້​ແທນ​ຄົນ​ເຜົ່າ​ຂອງ​ຕົນ​ໄດ້​ນັບ​ໄວ້ 45 ສະ​ນັ້ນ​ຈຳ​ນວນ​ຄົນ​ອິສ​ຣາ​ເອນ​ທັງ​ຫມົດ​ທີ່​ນັບ​ຕາມ​ຄອບ​ຄົວ ຕາມ​ຈຳ​ນວນ​ຄົນ​ທີ່​ມີ​ອາ​ຍຸຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ທຸກ​ຄົນ​ໃນ​ອິສ​ຣາ​ເອນ​ຊຶ່ງ​ອອກ​ຮົບ​ໄດ້ 46 ຈຳ​ນວນ​ຄົນ​ທັງ​ຫມົດ​ເປັນ​ຫົກ​ແສນ​ສາມ​ພັນ​ຫ້າ​ຮ້ອຍ​ຫ້າສິບ​ຄົນ

ການ​ແຕ່ງ​ຕັ້ງ​ຄົນ​ເລ​ວີ​ໃຫ້​ດູ​ແລ​ຫໍ​ເຕັນ​ສັກ​ສິດ

47 ແຕ່​ບໍ່​ໄດ້​ນັບ​ຄົນ​ເລ​ວີ​ຕາມ​ເຜົ່າ​ບັນ​ພະ​ບຸ​ຣຸດ​ຂອງ​ຕົນ​ຮ່ວມ​ດ້ວຍ 48 ເພາະ​ພຣະ​ເຈົ້າ​ຊົງ​ກ່າວກັບ​ໂມ​ເຊວ່າ, 49 “ສະ​ເພາະ​ເຜົ່າ​ເລ​ວີ​ເຈົ້າ​ຢ່າ​ນັບ ແລະ​ຢ່າ​ທຳ​ສຳ​ມະ​ໂນ​ຄົວ​ໄວ້​ໃນ​ຄົນ​ອິສ​ຣາ​ເອນ 50 ແຕ່​ເຈົ້າ​ຈົ່ງ​ຕັ້ງ​ຄົນ​ເລ​ວີ​ໄວ້​ສຳ​ລັບ​ຫໍເຕັນ​ພຣະ​ໂອ​ວາດແລະ​ເຄື່ອງ​ໃຊ້ ກັບ​ປະ​ຕິ​ບັດ​ງານ​​ຫໍ​ເຕັນ​ນັ້ນ ແລະ​ຕັ້ງ​ເຕັນ​ຢູ່​​ຮອບ​ຫໍ​ເຕັນ​ 51 ເມື່ອ​ຈະ​ຍ້າຍ​ຫໍ​ເຕັນ​ໄປ​ຄົນ​ເລ​ວີ​ຈະ​ຕ້ອງ​ຮື້​ຫໍ​ເຕັນ​ລົງ ແລະ​ເມື່ອ​ຈະ​ຕັ້ງ​ຫໍ​ເຕັນ​ຂຶ້ນ ກໍ​ໃຫ້​ຄົນ​ເລ​ວີ​ເປັນ​ຜູ້​ຈັດ​ຕັ້ງ ຜູ້​ອື່ນ​ເຂົ້າ​ມາ​ໃກ້​ຫໍ​ເຕັນ ຜູ້​ນັ້ນ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ 52 ໃຫ້ຄົນ​ອິສ​ຣາ​ເອນ​ຕັ້ງ​ເຕັນ​ຕາມ​ທີ່​ຂອງ​ຕົນ​ແຕ່​ລະ​ພວກ ແລະ​ແຕ່​ລະ​ຄົນ​ຕາມ​ຄ້າຍ​ຂອງ​ຕົນ ແລະ​ແຕ່​ລະ​ຄົນ​ຕາມ​ທຸງ​ເຜົ່າ​ຂອງ​ຕົນ 53 ແຕ່​ໃຫ້​ຄົນ​ເລ​ວີ​ຕັ້ງ​ເຕັນ​​ຮອບ​ຫໍ​ເຕັນ​ພຣະ​ໂອ​ວາດ ເພື່ອ​ບໍ່​ໃຫ້​ພຣະ​ພິ​ໂຣດ​ເກີດ​ເຫນືອ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ ໃຫ້​ເຜົ່າ​ເລ​ວີ​ປະ​ຕິ​ບັດ​ງານ​ຫໍ​ເຕັນ​ພຣະ​ໂອ​ວາດ” 54 ຄົນ​ອິສ​ຣາ​ເອນກໍ​ກະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ແກ່​ໂມ​ເຊ​ໄວ້​ທຸກ​ປະ​ການ

ຈົດບັນຊີ 2

ຄ້າຍ​ແລະ​ຫົວ​ຫນ້າ​ຂອງ​ເຜົ່າ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊແລະ​ອາ​ໂຣນ​ວ່າ, 2 “ໃຫ້​ຄົນ​ອິສ​ຣາ​ເອນ​ຕັ້ງ​ຄ້າຍ​ຢູ່​ຕາມ​ທຸງ​ຂອງ​ຕົນ​ທຸກ​ຄົນ ຕາມ​ທຸງ​ຕ​ຣາ​ຄອບ​ຄົວ​ຂອງ​ຕົນ ໃຫ້​ຕັ້ງ​ເຕັນ​ຫັນ​ຫນ້າ​ເຂົ້າ​ຫາ​ເຕັນ​ນັດ​ພົບ​ທຸກ​ດ້ານ 3 ພວກ​ທີ່​ຕັ້ງ​ຄ້າຍ​ດ້ານ​ຕາ​ເວັນ​ອອກ​ທາງດວ​ງອາ​ທິດ​ຂຶ້ນ ໃຫ້​ເປັນ​ຂອງ​ທຸງ​ຄ້າຍ​ຢູ​ດາ​ຕາມກອງ​ຂອງ​ເຂົາ ນາ​ໂຊນ​ບຸດ​ອັມ​ມີ​ນາ​ດາບ​ເປັນ​ຫົວ​ຫນ້າຂອງ​ຄົນ​ຢູ​ດາ 4 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ເຈັດ​ຫມື່ນ​ສີ່​ພັນ​ຫົກ​ຮ້ອຍ​ຄົນ 5 ໃຫ້​ເຜົ່າ​ອິສ​ຊາ​ຄາ​ຕັ້ງ​ຄ້າຍ​ຣຽງ​ຖັດ​ມາ ເນ​ທານ​ເອນ ບຸດ​ຂອງ​ຊູ​ອາ​ເປັນ​ຫົ​ວ​ຫນ້າ​ຂອງ​ຄົນ​ເຜົ່າ​ອິສ​ຊາ​ຄາ 6 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ຫ້າ​ຫມື່ນ​ສີ່​ພັນ​ສີ່​ຮ້ອຍ​ຄົນ 7 ໃຫ້​ເຜົ່າ​ເຊ​ບູ​ລູນຣຽງຖັດ​ຢູ​ດາ​ໄປ ເອ​ລີ​ອາບ​ບຸດ​ເຮ​ໂລນ​ເປັນ​ຫົວ​ຫນ້າ​ຄົນ​ເຜົ່າ​ເຊ​ບູ​ລູນ 8 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ຫ້າ​ຫມື່ນ​ເຈັດ​ພັນ​ສີ່​ຮ້ອຍ​ຄົນ 9 ຈຳ​ນວນ​ຊົນ​ທັງ​ຫມົດ​ທີ່​ນັບ​ເຂົ້າ​ໃນ​ຄ້າຍ​ຢູ​ດາ​ຕາມກອງ​ຂອງ​ເຂົາ​ເປັນ​ນຶ່ງ​ແສນ​ແປດ​ຫມື່ນຫົກ​ພັນ​ສີ່​ຮ້ອຍ​ຄົນ ເມື່ອ​ອອກ​ເດີນ​ຄົນ​ເຫລົ່າ​ນີ້​ຈະ​ຍົກ​ໄປ​ກ່ອນ 10 “ໃຫ້​ທຸງ​ຄ້າຍ​ຂອງ​ຣູ​ເບນ​ຕັ້ງ​ທາງ​ທິດ​ໃຕ້​ຕາມກອງ​ຂ​ອງເຂົາ ເອ​ລີ​ຊູ ບຸດ​ຂອງ​ເຊ​ເດ​ອູ​ເປັນ​ຫົວ​ຫນ້າຂອງ​ຄົນ​ເຜົ່າ​ຣູ​ເບນ 11 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ສີ່​ຫມື່ນ​ຫົກ​ພັນ​ຫ້າ​ຮ້ອຍ​ຄົນ 12 ໃຫ້​ເຜົ່າ​ຊີເມ​ໂອນ​ຕັ້ງ​ຄ້າຍ​ຮຽງ​ຖັດ​ມາ ເຊ​ລູ​ມີ​ເອນ ບຸດ​ຂອງ​ຊູ​ຣີ​ຊັດ​ດັຍ​ເປັນ​ຫົວ​ຫນ້າ​ຄົນ​ເຜົ່າ​ຊີ​ເມ​ໂອນ 13 ພົນ​ໂຍທາ​ທີ່​ນັບໄວ້​ນີ້​ມີ​ຫ້າ​ຫມື່ນ​ເກົ້າ​ພັນ​ສາມ​ຮ້ອຍ​ຄົນ 14 ໃຫ້​ເຜົ່າ​ກາດ​ຮຽງ​ຖັດຕໍ່​ຣູ​ເບນ​ໄປ ເອ​ລີ​ອາ​ສາ​ຟ ບຸດ​​ຂອງຣູ​ອູ​ເອນ​ເປັນ​ຫົວ​ຫນ້າ​ຄົນເຜົ່າກາດ 15 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ສີ່​ຫມື່ນ​ຫ້າ​ພັນ​ຫົກ​ຮ້ອຍ​ຫ້າ​ສິບ​ຄົນ 16 ຈຳ​ນວນ​ຄົນ​ທັງ​ຫມົດ​ທີ່​ນັບ​ເຂົ້າ​ໃນ​ຄ້າຍ​ຣູ​ເບນ​ຕາມກອງ​ຂອງ​ເຂົາ​ເປັນ​ນຶ່ງ​ແສນ​ຫ້າ​ຫມື່ນ​ນຶ່ງ​ພັນ​ສີ່​ຮ້ອຍ​ຫ້າສິບ​ຄົນ ເມື່ອ​ອອກ​ເດີນ​ຄົນ​ເຫລົ່າ​ນີ້​ຈະ​ເປັນ​ພວກ​ທີ່​ສອງ 17 “ແລ້ວ​ໃຫ້​ຍົກ​ເຕັນ​ນັດ​ພົບ​ເດີນ​ຕາມ​ໄປ ໃຫ້​ຄ້າຍ​ຄົນ​ເລວີ​ຢູ່​ກາງ​ຂະ​ບວນ​ຄ້າຍ ເຂົາ​ຕັ້ງ​ຄ້າຍ​ຢູ່​ອັນ​ດັບ​ໃດ​ກໍໃຫ້​ອອກ​ເດີນ​ໄປ​ຕາມອັນ​ດັບ​ນັ້ນ ທຸກ​ຄ້າຍ​ຕາມ​ອັນ​ດັບ​ຕາມ​ທຸງ​ເຜົ່າ​ຂອງ​ຕົນ 18 “ໃຫ້​ທຸງ​ຄ້າຍ​ຂອງ​ເອ​ຟ​ຣາ​ອິມ​ຕັ້ງ​ທິດ​ຕາ​ເວັນ​ຕົກ​ຕາ​ມກອງ​ຂອງ​ເຂົາ ເອ​ລີ​ຊາ​ມາ ບຸດ​ຂອງ​ອັມ​ມີ​ຮູດ​ເປັນ​ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ເອ​ຟ​ຣາ​ອິມ 19 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ສີ່​ຫມື່ນ​ຫ້າ​ຮ້ອຍ​ຄົນ 20 ໃຫ້​ຄົນ​ເຜົ່າ​ມາ​ນັ​ສ​ເຊ​ຮຽງ​ຖັດ​ມາ ກາ​ມາ​ລີ​ເອນ ບຸດ​​ຂອງເປ​ດາ​ຊູເປັນ​ຫົວ​ຫນ້າ​ຄົນ​ເຜົ່າ​ມາ​ນັ​ສ​ເຊ 21 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ສາມ​ຫມື່ນ​ສອງ​ພັນ​ສອງ​ຮ້ອຍ​ຄົນ 22 ໃຫ້​ເຜົ່າ​ເບັນ​ຢາ​ມິນ​ຮຽງ​ຖັດຕໍ່​ເອ​ຟ​ຣາ​ອິມ​ໄປ ອາ​ບີ​ດານ ບຸດ​ຂອງ​ກີ​ເດ​ໂອ​ນີ​ເປັນ​ຫົວ​ຫນ້າຂອງ​ຄົນ​ເຜົ່າ​ເບັນ​ຢາ​ມິນ 23 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ສາມ​ຫມື່ນ​ຫ້າ​ພັນ​ສີ່​ຮ້ອຍ​ຄົນ 24 ຈຳ​ນວນ​ຄົນ​ທັງ​ຫມົດ​ທີ່​ນັບ​ເຂົ້າ​ໃນ​ຄ້າຍ​ເອ​ຟ​ຣາ​ອິມ​ຕາມກອງ​ຂອງ​ເຂົາ​ເປັນ​ນຶ່ງ​ແສນ​ແປດ​ພັນ​ນຶ່ງ​ຮ້ອຍ​ຄົນ 25 “ໃຫ້​ທຸງ​ຄ້າຍ​ຂອງ​ດານ​ຕັ້ງ​ທາງ​ທິດເຫນືອຕາມກອງ​ຂອງ​ເຂົາ ອາ​ຮິ​ເອ​ເຊີ ບຸດ​ຂອງ​ອັມມີ​ຊັດ​ດັຍເປັນ​ຫົວ​ຫນ້າຂອງ​ຄົນ​ເຜົ່າ​ດານ 26 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ຫົກ​ຫມື່ນ​ສອງ​ພັນ​ເຈັດ​ຮ້ອຍ​ຄົນ 27 ໃຫ້​ເຜົ່າ​ອາ​ເຊີ​ຕັ້ງ​ຄ້າຍ​ຮຽງ​ຖັດ​ມາ ປາ​ກີ​ເອນ ບຸດ​ຂອງ​ໂອກ​ຣານ​ເປັນ​ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ອາ​ເຊີ 28 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ສີ່​ຫມື່ນ​ນຶ່ງ​ພັນ​ຫ້າ​ຮ້ອຍ​ຄົນ 29 ໃຫ້​ເຜົ່າ​ເນັຟທາ​ລີ​ຮຽງ​ຖັດດານ​ໄປ ອາ​ຮີ​ຣາ ບຸດ​ຂອງ​ເອ​ນານ​ເປັນຫົວ​ຫນ້າ​ຄົນ​ເຜົ່າ​ເນັຟ​ທາ​ລີ 30 ພົນ​ໂຍ​ທາ​ທີ່​ນັບ​ໄວ້​ນີ້​ມີ​ຫ້າ​ຫມື່ນ​ສາມ​ພັນ​ສີ່​ຮ້ອຍ​ຄົນ 31 ຈຳ​ນວນ​ຄົນ​ທັງ​ຫມົດ​ທີ່​ນັບ​ເຂົ້າ​ໃນ​ຄ້າຍ​ດານ ເປັນ​ນຶ່ງ​ແສນ​ຫ້າ​ຫມື່ນ​ເຈັດ​ພັນ​ຫົກ​ຮ້ອຍ​ຄົນ ເມື່ອ​ອອກ​ເດີນ​ຄົນ​ເຫລົ່າ​ນີ້​ຈະ​ເປັນ​ພວກ​ສຸດ​ທ້າຍ ເດີນ​ຕາມ​ທຸງ​ເຜົ່າ​ຂອງ​ຕົນ” 32 ຄົນ​ເຫລົ່າ​ນີ້​ເປັນ​ຊົນ​ຊາດ​ອິສ​ຣາ​ເອນ​ທີ່​ນັບ​ຕາມ​ຄອບ​ຄົວ ຄົນ​ທັງ​ຫມົດ​ທີ່​ຢູ່​ໃນ​ຄ້າຍ ນັບ​ຕາມກອງ​ມີ​ຫົກ​ແສ​ນ​ສາມພັນ​ຫ້າ​ຮ້ອຍ​ຫ້າ​ສິບ​ຄົນ 33 ແຕ່​ບໍ່​ໄດ້​ນັບ​ພວກ​ເລ​ວີ​ຮວມ​ເຂົ້າ​ໃນ​ຄົນ​ອິສ​ຣາ​ເອນ ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ 34 ຄົນ​ອິສ​ຣາ​ເອນກໍກະ​ທຳ​ດັ່ງ​ນັ້ນ ເຂົາ​ທັງ​ຫລາຍ​ຕັ້ງ​ຄ້າຍ​ຢູ່​ຕາມ​ທຸງ ແລະ​ຍົກ​ອອກ​ເດີນ​ໄປ​ທຸກ​ຄົນ​ຕາມ​ຄອບ​ຄົວ​ຂອງ​ຕົນ​ຕາມ​ຕະ​ກູນ​ຂອງ​ຕົນ ຕາມ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້​ທຸກ​ປະ​ການ

ຈົດບັນຊີ 3

ຈຳ​ນວນ​ແລະ​ຫນ້າ​ທີ່​ຂອງ​ຄົນ​ເລ​ວີ

1 ຕໍ່​ໄປ​ນີ້​ເປັນ​ເຜົ່າເຊື້ອ​ສາຍ​ຂອງ​ອາ​ໂຣນ​ແລະ​ໂມ​ເຊ​ ຄັ້ງ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ແກ່​ໂມ​ເຊ​ເທິງ​ພູ​ເຂົາ​ຊີ​ນາອີ 2 ຊື່​ບຸດ​ຂອງ​ອາ​ໂຣນ​ມີ​ດັ່ງ​ນີ້ ນາ​ດາບ​ບຸດ​ຫົວ​ປີ ອາ​ບີ​ຮູ ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ 3 ນີ້​ແຫລະເປັນ​ຊື່​ບຸດ​ຂອງ​ອາ​ໂຣນ​ທີ່​ໄດ້​ຫົດ​ສົງ​ໄວ້​ເປັນ​ປະ​ໂຣ​ຫິດ ເປັນ​ຜູ້​ທີ່​ທ່ານ​ສະ​ຖາປະ​ນາ​ໄວ້​ໃຫ້​ປະ​ຕິ​ບັດ​ໃນ​ຫນ້າ​ທີ່​ປະ​ໂຣ​ຫິດ 4 ແຕ່​ນາ​ດາບ​ແລະ​ອາ​ບີ​ຮູ​ຕາຍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຂົາ​ເອົາ​ໄຟ​ທີ່​ຕ້ອງ​ຫ້າມ​ມາ​ຖວາຍ​ບູ​ຊາ ແດ່​ພຣະ​ຜູ້​ເປັນ​ເຈົ້າທີ່​ຖິ່ນ​ກັນ​ດານ​ຊີ​ນາ​ອີ ແລະຕ່າງ​ກໍ​ບໍ່​ມີ​ບຸດ ດັ່ງ​ນັ້ນ​ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ​ຈຶ່ງ​ໄດ້​ປະ​ຕິບັດ​ໃນ​ຫນ້າ​ທີ່​ປະ​ໂຣ​ຫິດ​ໃນ​ຄວາມ​ດູ​ແລ​ຂອງ​ອາ​ໂຣນ​ບິ​ດາ​ຂອງ​ເຂົາ 5 ພຣະຜູ້​ເປັນ​ເຈົ້າ​ຊົງກ່າວ​ແກ່​ໂມ​ເຊວ່າ, 6 “ຈົ່ງ​ນຳ​ເຜົ່າ​ເລ​ວີ​ເຂົ້າ​ມາ​ໃກ້ ແລະ​ຕັ້ງ​ເຂົາ​ໄວ້​ຕໍ່​ຫນ້າປະ​ໂຣ​ຫິດ​ອາ​ໂຣນ​ ໃຫ້​ເຂົາ​ບົວ​ລະ​ບັດ​ອາ​ໂຣນ 7 ເຂົາ​ຈະ​ປະ​ຕິ​ບັດ​ຫນ້າ​ທີ່​ແທນ​ອາ​ໂຣນ ແລະ​ແທນ​ຊຸມ​ນຸມ​ທັງ​ຫມົດ​ຫນ້າ​ເຕັນ​ນັດ​ພົບ ຂ​ນະ​ເຂົາ​ປະ​ຕິ​ບັດ​ງານ​ທີ່​ຫໍ​ເຕັນ 8 ເຂົາ​ຈະ​ດູ​ແລ​ເຄື່ອງ​ໃຊ້​ຂອງ​ເຕັນ​ນັດ​ພົບ ແລະ​ປະ​ຕິ​ບັດ​ຫນ້າ​ທີ່​ເທນ​ຄົນ​ອິສ​ຣາ​ເອນ ເມື່ອ​ເຂົາ​ປະ​ຕິ​ບັດ​ງານ​ທີ່​ຫໍ​ເຕັນ 9 ຈົ່ງ​ມອບ​ຄົນ​ເລ​ວີ​ໄວ້​ກັບ​ອາ​ໂຣນ ແລະ​ກັບ​ບຸດ​ທັງ​ຫລາຍ​ຂອງ​ອາ​ໂຣນ ເຂົາ​ທັງ​ຫລາຍ​ຮັບ​ເລືອກ​ຈາກ​ຄົນ​ອິສ​ຣາ​ເອນມອບ​ໄວ້​ກັບ​ອາ​ໂຣນ​ແລ້ວ 10 ເຈົ້າ​ຈົ່ງ​ແຕ່ງ​ຕັ້ງ​ອາ​ໂຣນ ແລະ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ອາ​ໂຣນ​ໃຫ້​ປະ​ຕິ​ບັດ​ງານ​ຕາມ​ຕຳ​ແຫນ່ງ​ປະ​ໂຣ​ຫິດ ແຕ່​ຄົນ​ອື່ນ​ທີ່​ເຂົ້າ​ມາ​ໃກ້​ຈະ​ຕ້ອງ​ຖືກ​ລົງ​ໂທດ​ເຖິງ​ຕາຍ” 11 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 12 “ເບິ່ງ​ແມ໋, ເຮົາ​ເອງ​ໄດ້​ເລືອກ​ຄົນ​ເລ​ວີ​ຈາກ​ຄົນ​ອິສ​ຣາ​ເອ​ນ​ແທນ​ບຸດ​ຫົວ​ປີ​ຖ້າມ​ກາງ​ຄົນອິສ​ຣາ​ເອນ​ທີ່​ຄອດ​ຈາກ​ຄັນ​ມານ​ດາ​ກ່ອນ​ ຄົນ​ເລ​ວີ​ເປັນ​ຂອງ​ເຮົາ 13 ເພາະ​ບັນ​ດາ​ບຸດ​ຫົວ​ປີ​ເປັນ​ຂອງ​ເຮົາ ໃນ​ວັນ​ທີ່​ເຮົາ​ໄດ້​ປະ​ຫານ​ຊີ​ວິດ​ລູກ​ຫົວ​ປີ​ທັງ​ຫລາຍ​ໃນ​ປະ​ເທດ​ເອ​ຢິບ​ນັ້ນ ເຮົາ​ໄດ້​ເລືອກ​ບັນ​ດາ​ລູກ​ຫົວ​ປີ​ໃນ​ອິສ​ຣາ​ເອນ ທັງ​ມະ​ນຸດ​ແລະ​ສັດ​ເດັຽ​ຣະ​ສານ​ໄວ້​ເປັນ​ຂອງ​ເຮົາ ທັງ​ຫລາຍ​ເຫລົ່າ​ນີ້​ຕ້ອງ​ເປັນ​ຂອງ​ເຮົາ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 14 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ໂມ​ເຊ​ທີ່​ຖິ່ນ​ກັນ​ດານ​ຊີ​ນາ​ອີ​ວ່າ, 15 “ຈົ່ງ​ນັ​ບ​ເຜົ່າ​ເຊື້ອ​ສາຍ​ເລ​ວີ​ຕາມ​ຕະ​ກູນ​ແລະ​ຕາມ​ຄອບ​ຄົວ ຄື​ທ່ານ​ຈົ່ງ​ນັບ​ຜູ້​ຊາຍ​ທຸກ​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ເດືອນ​ນຶ່ງ​ຂຶ້ນ​ໄປ” 16 ໂມ​ເຊ​ຈຶ່ງ​ໄດ້​ນັບ​ເຂົາ​ທັງ​ຫລາຍ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ທີ່​ພຣະ​ອົງ​ຕ​ຣັ​ສ​ສັ່ງ​ໄວ້ 17 ຕໍ່​ໄປ​ນີ້​ເປັນ​ຊື່​ບຸດ​ຊາຍ​ຂອງ​ເລ​ວີ ຄື ເກີ​ໂຊນ ໂກ​ຮາດ ແລະ​ເມ​ຣາ​ຣີ 18 ຊື່​ບຸດ​ຂອງ​ເກີ​ໂຊນ​ຕາມ​ຄອບ​ຄົວ ຄື ລິບນີ ແລະ​ຊີ​ເມ​ອີ 19 ບຸດ​ຂອງ​ໂກ​ຮາດ​ຕາມ​ຄອບ​ຄົວ ຄື ອັມ​ຣາມ ອິສຮາ ເຮ​ໂບ​ຣນ ແລະອຸ​ສ​ຊີ​ເອນ 20 ແລະ​ບຸດຂອງ​ເມ​ຣາ​ຣີ​ຕາມ​ຄອບ​ຄົວ ຄື ມາ​ລີ ແລະ​ມູ​ຊີ ນີ້​ເປັນ​ຄອບ​ຄົວ​ຄົນ​ເລ​ວີ ຕາມ​ຕະ​ກູນ​ຂອງ​ເຂົາ 21 ວົງ​ເກີ​ໂຊນ​ມີ​ຕະ​ກູນ​ລີບ​ນີ ແລະ​ຕະ​ກູນ​ຊີ​ເມ​ອີ ເຫລົ່າ​ນີ້​ເປັນ​ວົງ​ວານ​ເກີ​ໂຊນ 22 ຈຳ​ນວນ​ຄົນ​ທັງ​ຫລາຍ ຄື​ຈຳ​ນວນ​ຜູ້​ຊາຍ​ທັງ​ຫມົດ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ເດືອນ​ນຶ່ງ​ຂຶ້ນ​ໄປ​ເປັນ​ເຈັດ​ພັນ​ຫ້າ​ຮ້ອຍ​ຄົນ 23 ວົງ​ວານ​ເກີ​ໂຊນ​ນັ້ນ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ຢູ່​ຂ້າງ​ຫລັງ​ຫໍ​ເຕັນ​ດ້າ​ນ​ຕາ​ເວັນ​ຕົກ 24 ມີ​ເອ​ລີ​ອາ​ສາ​ຟ​ບຸດ​ລາເອນ​ເປັນ​ຫົວ​ຫນ້າ​ວົງ​ວານ​ເກີ​ໂຊນ 25 ງານ​ທີ່​ວົງ​ເກີ​ໂຊນ​ປະ​ຕິ​ບັດ​ໃນ​ເຕັນ​ນັດ​ພົບ ມີ​ງານ​ຫໍ​ເຕັນສັກ​ສິດ ງານ​ເຕັນ​ພ້ອມ​ກັບ​ເຄື່ອງ​ຄຸມ​ເຕັນ ແລະ​ຜ້າ​ກັ້ງ​ປະ​ຕູ​ເຕັນ​ນັດ​ພົບ 26 ຜ້າ​ກັ້ງ​ບັງ​ລານ​ແລະ​ຜ້າ​ກັ້ງ​ປະ​ຕູ​ລານ ຊຶ່ງ​ຢູ່​ອ້ອມ​ຮອບ​ຫໍ​ເຕັນ​ແລະ​ແທ່ນ​ບູ​ຊາ ຮວມ​ທັງ​ເຊືອກ ທັງ​ງານ​ສາ​ຣະ​ພັດ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້ 27 ວົງ​ໂກ​ຮາດ​ມີ​ຕະ​ກູນ​ອັມ​ຣາມ ຕະ​ກູນ​ອິສຮາ ຕະ​ກູນ​ເຮ​ໂບ​ຣນ ຕະ​ກູນ​ອຸ​ສ​ຊີ​ເອນ ເຫລົ່າ​ນີ້​ເປັນ​ວົງ​ວານ​ໂກ​ຮາດ 28 ຕາມ​ຈຳ​ນວນ​ຜູ້​ຊາ​ຍທັງ​ຫມົດ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ເດືອນນຶ່ງ​ຂຶ້ນ​ໄປ​ເປັນ​ແປດ​ພັນ​ຫົກ​ຮ້ອຍ​ຄົນ ເປັນ​ຄົນ​ປະ​ຕິ​ບັດ​ຫນ້າ​ທີ່​ສະ​ຖານ​ນະ​ມັ​ສການ 29 ບັນ​ດາ​ຕະ​ກູນ​ລູກ​ຫລານ​ຂອງ​ໂກ​ຮາດ​ຈະ​ຕັ້ງ​ຄ້າຍ​ຢູ່​ທາງ​ດ້ານ​ໃຕ້​ຂອງ​ຫໍ​ເຕັນ​ສັກ​ສິດ 30 ມີ​ເອ​ລີ​ຊາ​ຟານ ບຸດ​ຂອງ​ອຸ​ສ​ຊີ​ເອນ​ເປັນ​ຫົວ​ຫນ້າ​ຂອງວົງ​ວານ​ໂກ​ຮາດ 31 ຄົນ​ເຫລົ່າ​ນີ້​ມີ​ຫນ້າ​ທີ່​ດູ​ແລ​ຫິບ​ພຣະ​ບັນ​ຍັດ ໂຕະເຄື່ອງ​ຮອງ​ຕີນ​ໂຄມ ແທ່ນ​ບູ​ຊາ​ທັງ​ສອງ ແລະ​ເຄື່ອງ​ໃຊ້​ປະ​ຕິ​ບັດ​ງານ​ແລະ​ຜ້າ​ກັ້ງ ທັງ​ງານສາ​ຣະ​ພັດ​ທີ່​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້ 32 ເອ​ເລ​ອາ​ຊາ​ບຸດ​ຂອງປະ​ໂຣ​ຫິດ​ອາ​ໂຣນ​​ເປັນ​ນາຍ​ໃຫຍ່​ເຫນືອ​ຫົວ​ຫນ້າ​ຂອງ​ຄົນ​ເລ​ວີ ແລະ​ກວດ​ຕ​ຣາ​ຜູ້​ທີ່​ມີ​ຫນ້າ​ທີ່​ປະ​ຕິ​ບັດ​ສະ​ຖານ​ນະ​ມັ​ສ​ການ 33 ວົງ​ເມ​ຣາ​ຣີ​ມີ​ຕະ​ກູນ​ມາ​ລີ ແລະ​ຕະ​ກູນ​ມູ​ຊີ ເຫລົ່າ​ນີ້​ເປັນ​ວົງ​ວານ​ເມ​ຣາ​ຣີ 34 ຈຳ​ນວນ​ຄົນ​ທັງ​ຫລາຍ​ຄື​ຈຳ​ນວນ​ຜູ້​ຊາຍ​ທັງ​ຫມົດ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ນຶ່ງ​ເດືອນ​ຂຶ້ນ​ໄປ​ເປັນ​ຫົກ​ພັນ​ສອງ​ຮ້ອຍ​ຄົນ 35 ແລະ​ຊູ​ຣີ​ເອນ​ບຸດ​ຂອງ​ອາ​ບີ​ຮາ​ອີນ​ເປັນ​ຫົວ​ຫນ້າ​ຂອງວົງ​ວານ​ເມ​ຣາ​ຣີ ຄົນ​ເຫລົ່າ​ນີ້​ຈະ​ຕັ້ງ​ຄ້າຍ​ຢູ່​ດ້ານ​ເຫນືອ​ຂອງ​ຫໍ​ເຕັນ​ສັກ​ສິດ 36 ງານ​ທີ່​ກຳ​ນົດ​ໃຫ້​ແກ່​ວົງ​ວານ​ເມ​ຣາ​ຣີ ຄື​ງານ​ດູ​ແລ​ໄມ້​ຂອ​ບ​ຫໍ​ເຕັນ​ສັກ​ສິດ ໄມ້​ກອນ ໄມ້​ເສົາ ຖານ​ຮອງ​ແລະ​ເຄື່ອງ​ປະ​ກອບ ສິ່ງ​ເຫລົ່າ​ນີ້​ທັງ​ຫມົດ ທັງ​ງານ​ສາ​ຣະ​ພັດ​ທີ່​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້ 37 ແລະ​ເສົາ​ອ້ອມ​ຮອບ​ລານ ພ້ອມ​ກັບ​ຖານ​ຮອງ​ຫລັກ​ຫມຸດ ແລະ​ເຊືອກ 38 ແລະ​ບຸກ​ຄົນ​ທີ່​ຈະ​ຕັ້ງ​ຄ້າຍ​ຢູ່​ຫນ້າ​ຫໍ​ເຕັນ​ສັກ​ສິດ​ດ້ານ​ຕາ​ເວັນ​ອອກ​ຫນ້າ​ເຕັນ​ນັດ​ພົບ ດ້ານ​ທີ່​ດວງ​ອາ​ທິດ​ຂຶ້ນ ມີ​ໂມ​ເຊ ແລະ​ອາ​ໂຣນ​ກັບ​ບຸດ​ຫລານ​ຂອງ​ທ່ານ ມີ​ຫນ້າ​ທີ່​ດູ​ແລ​ພິ​ທີ​ການ​ພາຍໃນ​ສະ​ຖານ​ນະ​ມັ​ສ​ການ ແລ​ບັນ​ດາ​ກິ​ຈ​ການ​ທີ່​ຄວນ​ກະ​ທຳ​ເພື່ອ​ຄົນ​ອິສ​ຣາ​ເອນ ແລະ​ຜູ້​ໃດ​ອື່ນ​ທີ່​ເຂົ້າ​ມາ​ໃກ້​ຈະ​ຕ້ອງ​ຖືກ​ລົງ​ໂທດ​ເຖິງ​ຕາຍ 39 ບັນ​ດາ​ຄົນ​ທີ່​ນັບ​ເຂົ້າ​ໃນ​ຄົນ​ເລ​ວີ ຊຶ່ງ​ໂມ​ເຊ​ແລະ​ອາ​ໂຣນ​ໄດ້​ນັບ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ບັນ​ດາ​ຜູ້​ຊາຍ​ທັງ​ຫມົດ​ຕາມ​ຄອບ​ຄົວ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ນຶ່ງ​ເດືອນ​ຂຶ້ນ​ໄປ​ເປັນ​ສອງ​ຫມື່ນ​ສອງ​ພັນ​ຄົນ

ຄົນ​ເລ​ວີ​ແລະ​ການ​ໄຖ່​ບຸດ​ຫົວ​ປີ

40 ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ແກ່ໂມ​ເຊວ່າ, “ຈົ່ງ​ນັບ​ບຸດ​ຊາຍ​ຫົວ​ປີ​ທັງ​ຫລາຍ​ຂອງ​ຄົນ​ອິສ​ຣາ​ເອນ ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ນຶ່ງ​ເດືອນ​ຂຶ້ນ​ໄປ ຈົ່ງ​ຈົດ​ຈຳ​ນວນ​ລາຍ​ຊື່​ໄວ້ 41 ເຈົ້າ​ຈົ່ງ​ກັນ​ພວກ​ເລ​ວີ​ໄວ້​ໃຫ້​ເຮົາ ເຮົາ​ຄື​ພຣະ​ຜູ້ເປັນ​ເຈົ້າ ​ທັງ​ຫນີ້​ເພື່ອ​ແທນ​ບຸດ​ຫົວ​ປີ​ຖ້າມ​ກາງ​ຄົນ​ອິສ​ຣາ​ເອນ ແລະ​ໃຫ້​ສັດ​ທັງ​ປວງ​ຂອງ​ຄົນ​ເລ​ວີ​ແທນ​ສັດ​ຫົວ​ປີ​ທັງ​ຫລາຍ​ຂອງ​ຄົນ​ອິສ​ຣາ​ເອນ” 42 ດັ່ງ​ນັ້ນ​ໂມ​ເຊ​ຈຶ່ງ​ໄດ້​ນັບ​ບຸດ​ຫົວ​ປີ​ຖ້າມ​ກາງ​ຄົນ​ອິສ​ຣາ​ເອນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕຣັ​ດ​ສັ່ງທ່ານ 43 ບຸດ​ຊາຍ​ຫົວ​ປີ​ທັງ​ຫລາຍ​ຕາມ​ຈຳ​ນວນ​ຊື່​ທີ່​ນັບ​ໄດ້ ຊຶ່ງ​ມີ​ອາ​ຍຸ​ຕັ້ງ​ແຕ່​ນຶ່ງ​ເດືອນ​ຂຶ້ນ​ໄປ​ມີ​ສອງ​ຫມື່ນ​ສອງ​ພັນ​ສອງ​ຮ້ອຍ​ເຈັດ​ສິບ​ສາມ​ຄົນ 44 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ໂມ​ເຊວ່າ, 45 “ຈົ່ງ​ເອົາ​ຄົນ​ເລວີ​ແທນ​ບຸດ​ຫົວ​ປີ​ທັງ​ຫມົດ​ຂອງ​ຄົນ​ອິສ​ຣາ​ເອນ ແລະ​ເອົາ​ສັດ​ທັງ​ຫລາຍ​ຂອງ​ຄົນ​ເລ​ວີ​ແທນ​ສັດ​ຂອງ​ຄົນ​ອິສ​ຣາເອນ ຄົນ​ເລ​ວີ​ຈະ​ເປັນ​ຂອງ​ເຮົາ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 46 ສຳ​ລັບ​ເປັນ​ຄ່າ​ໄຖ່​ບຸດ​ຫົວ​ປີ​ຂອງ​ຄົນ​ອິສ​ຣາ​ເອນ​ຈຳ​ນວນ​ສອງ​ຮ້ອຍເຈັດ​ສິບ​ສາມ​ຄົນ​ທີ່​ເກີນ​ຈຳ​ນວນ​ຜູ້​ຊາຍຄົນ​ເລ​ວີ​ນັ້ນ 47 ເຈົ້າ​ຈົ່ງ​ເກັບ​ຄົນ​ລະ​ຫ້າ​ເຊເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສການ ເຊ​ເກ​ລ​ນຶ່ງ​ມີ​ຊາວ​ເກ​ຣາ ເຈົ້າ​ຈົ່ງ​ເກັບ​ເງິນ​ນັ້ນ​ໄວ້ 48 ແລະ​ມອບ​ເງິນ​ຊຶ່ງ​ຕ້ອງ​ເສັຽ​ເປັນ​ຄ່າ​ໄຖ່​ຂອງ​ຄົນ​ທີ່​ເກີນ​ເຫລົ່າ​ນັ້ນ​ໃຫ້​ໄວ້​ແກ່​ອາ​ໂຣນ​ແລະ​ບຸດ​ຫລານ​ຂອງ​ທ່ານ” 49 ໂມ​ເຊ​ຈຶ່ງ​ເກັບ​ເງິນ​ຄ່າ​ໄຖ່​ຈາ​ກ​ຄົນ​ເຫລົ່າ​ນັ້ນ​ທີ່​ເກີນກວ່າ​ຈຳ​ນວນ​ຄົນ​ທີ່​ຄົນ​ເລ​ວີ​ໄຖ່​ໄວ້ 50 ຄື​ທ່ານ​ເກັບ​ເງິນ​ຈາກ​ບຸດ​ຫົວ​ປີ​ຂອງ​ຄົນ​ອິສ​ຣາ​ເອນ ເປັນ​ເງິນ​ຈຳ​ນວນ​ນຶ່ງ​ພັນ​ສາມ​ຮ້ອຍ​ຫົກ​ສິບ​ຫ້າ​ເຊ​ເກ​ລ ນັບ​ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ 51 ແລະ​ໂມ​ເຊ​ໄດ້​ນຳ​ເອົາ​ເງິນ​ຄ່າ​ໄຖ່​ໃຫ້​ແກ່​ອາ​ໂຣນ ແລະ​ລູກຫລານ​ຂອງ​ອາ​ໂຣນ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້

ຈົດບັນຊີ 4

ຕະ​ກູນໂກ​ຮາດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງໂມ​ເຊວ່າ, 2 ຈົ່ງ​ທຳ​ສຳ​ມະ​ໂນ​ຄົວ​ວົງ​ວານໂກ​ຮາດ ຈາກ​ເຜົ່າ​ເຊື້ອ​ສາຍ​ເລວີ ຕາມ​ຕະ​ກູນແລະ​ຕາມ​ຄອບ​ຄົວ 3 ຈາກ​ຄົນ​ທີ່​ມີ​ອາ​ຍຸ​ສາມ​ສິບ​ປີ​ເຖິງ​ຫ້າ​ສິບ​ປີ ທຸກ​ຄົນ​ທີ່​ເຂົ້າ​ປະ​ຕິ​ບັດ​ງານ​ໄດ້ ເພື່ອ​ທຳ​ງານ​ໃນ​ເຕັນ​ນັດ​ພົບ 4 ນີ້​ເປັນ​ງານ​ທີ່​ວົງ​ວານ​ໂກ​ຮາດ​ກະ​ທຳ​ໃນ​ເຕັນ​ນັດ​ພົບ ຄື​ງານ​ທີ່​ກະ​ທຳ​ຕໍ່​ສິ່ງ​ບໍ​ຣິ​ສຸດ​ທີ່​ສຸດ 5 ເມື່ອ​ຈະ​ເຄື່ອນ​ຍ້າຍ​ຄ້າຍ​ໄປ ອາ​ໂຣນ​ແລະ​ບຸດຂອງທ່ານ​ຈະ​ເຂົ້າ​ໄປ​ຂ້າງ​ໃນ ແລະ​ປົດ​ຜ້າ​ກັ້ງ​ກຳ​ບັງ​ອອກ​ເອົາ​ຄຸມ​ຫິບ​ຄຳ​ສັນ​ຍາໄວ້ 6 ແລ້ວ​ເອົາ​ຫນັງ​ສັດ​ເນື້ອ​ດີ​ຄຸມ ແລະ​ເອົາ​ຜ້າ​ສີ​ຟ້າ​ລ້ວນ​ຄຸມ​ເທິງ​ນັ້ນ ແລະ​ສອດ​ຄານ​ຫາມ 7 ແລະ​ເອົາ​ຜ້າ​ສີ​ຟ້າ​ປູ​ລົງ​ເທິງ​ໂຕະ​ທີ່​ປະ​ທັບ​ແລ້ວ​ວາງ​ຈານ​ແລະ​ຊາ​ມ ຈານ​ໃສ່ເຄື່ອງ​ບູ​ຊາ ແລະ​ເຂົ້າ​ຈີ່​ຕັ້ງ​ຖວາຍເປັນ​ນິດ​ກໍ​ໃຫ້​ວາງ​ເທິງ​ຜ້າ​ສີ​ຟ້າ​ນັ້ນ​ດ້ວຍ 8 ແລ້ວ​ເອົາ​ຜ້າ​ສີ​ແດງ​ຄຸມ ເທິງ​ນີ້​ເອົາ​ຫນັງ​ສັດ​ເນື້ອ​ດີ​ຄຸມ​ອີກ​ແລ້ວ​ສອດ​ຄານ​ຫາມ 9 ແລ້ວ​ໃຫ້​ເຂົາ​ເອົາ​ຜ້າ​ສີ​ຟ້າ​ຄຸມ​ເຄື່ອງ​ຮອງ​ຕີນ​ໂຄມ​ທີ່​ໃຊ້​ຈຸດ​ຄຸມ​ຕະ​ກຽງ ຄີມ​ຕັດ​ໄສ້​ຕະ​ກຽງ ຖາດ​ແລະ​ພາ​ຊ​ນະ​ໃສ່​ນ້ຳ​ມັນ​ເຕີມ​ຕະ​ກຽງ 10 ເອົາ​ຫນັງ​ສັດ​ເນື້ອ​ດີ​ຫໍ່​ຕະ​ກຽງ​ແລະ​ເຄື່ອງ​ປະ​ກອບ​ທັງ​ຫມົດ ແລ້ວ​ໃສ່​ໄວ້​ເທິງ​ໂຄງ​ຫາມ 11 ໃຫ້​ເຂົາ​ເອົາ​ຜ້າ​ສີ​ຟ້າ​ມາ​ຄຸມ​ແທ່ນ​ຄຳ ເອົາ​ຫນັງ​ສັດເນື້ອ​ດີ​ຄຸມ​ໄວ້ ແລ້ວ​ສອດ​ຄານ​ຫາມ 12 ແລະ​ໃຫ້​ເຂົາ​ເອົາ​ຜ້າ​ສີ​ຟ້າ​ຫໍ່​ພາ​ຊ​ນະ​ເຄື່ອງ​ໃຊ້​ຊຶ່ງ​ໃຊ້​ຢູ່​ໃນ​ສະ​ຖານ​ນະ​ມັ​ສ​ການ​ແລະ​ຄຸມ​ເສັຽດ້ວຍ​ຫນັງ​ສັດ​ເນື້​ອ​ດີ ແລ້ວ​ໃສ່​ໄວ້​ເທິງ​ໂຄງ​ຫາມ 13 ໃຫ້​ເອົາ​ຂີ້​ເທົ່າ​ອອກ​ຈາກ​ແທ່ນ​ບູ​ຊາ ເອົາ​ຜ້າ​ສີ​ມ່ວງ​ຄຸມ​ແທ່ນ​ເສັຽ 14 ເອົາ​ພາ​ຊ​ນະ​ປະ​ຈຳ​ແທ່ນ​ທັງ​ຫມົດ​ຊຶ່ງ​ເປັນ​ເຄື່ອງ​ໃຊ້​ປະ​ຈຳ​ແທ່ນ ມີຖາດ​ຮອງ​ໄຟ ຂໍ​ເກາະ ຊ້ວນ​ແລະ​ອ່າງ ແລະ​ພາ​ຊ​ນະ​ປະ​ຈຳ​ແທ່ນ​ທັງ​ຫມົດ​ວາງ​ໄວ້​ຂ້າງ​ເທິງ ແລ້ວ​ເອົາ​ຫນັງ​ສັດ​ຢ່າງ​ດີຄຸມ ແລະ​ສອດ​ຄານ​ຫາມ 15 ເມື່ອ​ອາ​ໂຣນ ແລະ​ບຸດ​ຊາຍ​ຄຸມ​ສະ​ຖານ​ນະ​ມັ​ສ​ການ ແລະ​ຄຸມ​ເຄື່ອງ​ໃຊ້​ຂອງ​ສະ​ຖານ​ນະ​ມັ​ສ​ການ​ແລ້ວ ເມື່ອ​ເຖິງ​ເວ​ລາ​ເຄື່ອນ​ຍ້າຍ​ຄ້າຍ ວົງ​ວານ​ໂກ​ຮາດ​ຈຶ່ງ​ຈະ​ເຂົ້າ​ມາ​ຫາມ ແຕ່​ເຂົາ​ຕ້ອງ​ບໍ່​ແຕະ​ຕ້ອງ​ຂອງ​ບໍ​ຣິ​ສຸດ​ເຫລົ່າ​ນັ້ນ​ຢ້ານ​ວ່າ​ເຂົາ​ຈະ​ຕ້ອງ​ຕາຍ ສິ່ງ​ເຫລົ່າ​ນີ້​ແຫລະ​ທີ່​ເປັນ​ຂອງ​ປະ​ຈຳ​ເຕັນ​ນັ​ດ​ພົບ​ຊຶ່ງວົງ​ວານ​ໂກ​ຮາດ​ຈະ​ຕ້ອງ​ຫາມ 16 “ແ​ລ້ວ​ເອ​ເລ​ອາ​ຊາ​ບຸດ​ຊາຍ​ຂອງ​ປະ​ໂຣ​ຫິດອາ​ໂຣນ​ຈະ​ຕ້ອງ​ດູ​ແລ​ນ້ຳ​ມັນ​ສຳ​ລັບ​ຕາ​ມຕະ​ກຽງ ເຄື່ອງ​ຫອມ ເຄື່ອງ​ທັນ​ຍາ​ບູ​ຊາ​ ແລະ​ນ້ຳ​ມັນ​ເຈີມ ແລະ​ດູ​ແລ​ເຕັນ​ທັງ​ຫມົດ​ກັບ​ບັນ​ດາ​ສິ່ງ​ຂອງ​ໃນ​ເຕັນ​ນັ້ນ ຄື​ສະ​ຖານ​ນະ​ມັ​ສ​ການ​ແລະ​ເຄື່ອງ​ປະ​ກອບ​ດ້ວຍ” 17 ພຣະ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ ແລະ​ອາ​ໂຣນ​ວ່າ, 18 “ຢ່າ​ຕັດ​ເຜົ່າ​ຄອບ​ຄົວ​ຄົນ​ໂກ​ຮາດ​ອອກ​ເສັຽ​ຈາກ​ຄົນ​ເລ​ວີ 19 ແຕ່​ຈົ່ງ​ກະ​ທຳ​ແກ່​ເຂົາ​ເພື່ອ​ຈະ​ໃຫ້​ມີ​ຊີ​ວິດ ແລະ​ບໍ່​ຕາຍ ເມື່ອ​ເຂົາ​ທັງ​ຫລາຍ​ເຂົ້າ​ມາ​ໃກ້​ຂອງ​ບໍ​ຣິ​ສຸດ​ເຫລົ່າ​ນັ້ນ ຄື​ອາ​ໂຣນ ແລະ​ບຸດ​ທັງ​ຫລາຍ​ຂອງ​ອາ​ໂຣນ ຈະ​ເຂົ້າ​ໄປ​ຕັ້ງ​ເຂົາ​ທັງ​ຫລາຍ​ໄວ້​ຕາມ​ງານ​ແລະ​ພາ​ຣະ​ຂອງ​ເຂົາ​ທຸກຄົນ 20 ແຕ່​ຢ່າ​ໃຫ້​ໂກ​ຮາດ​ເຂົ້າ​ໄປ​ເບິ່ງ​ຂອງ​ບໍ​ຣິ​ສຸດ​ແມ້​ແຕ່​ອຶດ​ໃຈ​ດຽວ​ຢ້ານ​ວ່າ​ເຂົາ​ຈະ​ຕ້ອງ​ຕາຍ” 21 ພຣະ​ຜູ້​ເປັນເຈົ້າຊົງ​ກ່າວ​ແກ່​ໂມ​ເຊວ່າ, 22 “ຈົ່ງ​ທຳ​ສຳ​ມະ​ໂນ​ຄົວ​ວົງ​ວານ​ເກີ​ໂຊນ ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ​ຂອງ​ເຂົາ​ດ້ວຍ 23 ເຈົ້າ​ຈົ່ງ​ນັບ​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ສາມ​ສິບ​ປີ​ເຖິງ​ຫ້າ​ສິບ​ປີ ທຸກ​ຄົນ​ທີ່​ເຂົ້າ​ປະ​ຕິ​ບັດ​ງານ​ໄດ້​ເພື່ອ​ທຳ​ງານ​ໃນ​ເຕັນ​ນັດ​ພົບ 24 ຕໍ່​ໄປ​ນີ້​ເປັນ​ການ​ງານ​ຂອງວົງ​ວານ​ເກີ​ໂຊນ ຄື​ງານ​ບົວ​ລະ​ບັດ​ແລະ​ງານ​ແບກ​ພາ​ຣະ 25 ໃຫ້​ເຂົາ​ທັງ​ຫລາຍ​ຂົນ​ຜ້າ​ກັ້ງ​ເຕັນ ແລະ​ຂົນ​ເຕັນ​ນັດ​ພົບ​ພ້ອມ​ກັບ​ຜ້າ​ຄຸມ ແລະ​ຫນັງ​ສັດ​ເນື້ອ​ດີ​ທີ່​ຄຸມ​ຢູ່​ຂ້າງ​ເທິງ ແລະ​ຜ້າ​ກັ້ງ​ສຳ​ລັບ​ບັງ​ປະ​ຕູ​ເຕັນ​ນັດ​ພົບ 26 ແລະ​ຜ້າ​ກັ້ງ​ບັງ​ລານ ແລະ​ຜ້າ​ກັ້ງ​ທາງ​ເຂົ້າ​ປະ​ຕູ​ລານ​ຊື່ງ​ຢູ່​ຮອບ​ເຕັນ​ແລະ​ແທ່ນ​ບູ​ຊາ ແລະ​ເຊືອກ ແລະ​ເຄື່ອງ​ໃຊ້​ສອຍ​ທັງ​ຫມົດ ເຂົາ​ຈະ​ຕ້ອງກະ​ທຳ​ງານ​ທີ່​ຄວນ​ກະ​ທຳ​ທຸກ​ຢ່າງ​ທີ່​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້ 27 ໃຫ້​ອາ​ໂຣນ​ແລະ​ບຸດ​ຊາຍ​ທັງ​ຫລາຍຂອງ​ອາ​ໂຣນ​ບັງ​ຄັບ​ບັນ​ຊາ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ເກີ​ໂຊນ ເຣື່ອງ​ທຸກ​ສິ່ງ​ທີ່​ເຂົາ​ຈະ​ຕ້ອງ​ຂົນ ແລະ​ງານ​ທຸ​ກ

ຢ່າງ​ທີ່​ເຂົາ​ຈະ​ຕ້ອງກະ​ທຳ ແລະ​ເຈົ້າ​ຈະ​ຕ້ອງ​ກຳ​ນົດ​ທຸກ​ສິ່ງ​ທີ່​ເຂົາ​ຈະ​ຕ້ອງ​ຂົນ

28 ນີ້​ເປັນ​ການ​ງານ​ຂອງວົງ​ວານ​ເກີ​ໂຊນ​ໃນ​ເຕັນ​ນັດ​ພົບ ແລະ​ອິ​ທາ​ມາ​ບຸດ​ຊາຍ​ຂອງ​ອາ​ໂຣນ​ປະ​ໂຣ​ຫິດ​ຈະ​ບັງ​ຄັບ​ດູ​ແລ​ງານ​ຂອງ​ຄົນ​ເຫລົ່າ​ນັ້ນ 29 “ຝ່າຍ​ເຜົ່າ​ເຊື້ອ​ສາຍ​ຂອງ​ເມ​ຣາ​ຣີ​ນັ້ນ​ເຈົ້າ​ຈົ່ງ​ນັບ​ເຂົາ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ 30 ເຈົ້າ​ຈົ່ງ​ນັບ​ຄົນ​ທີ່​ມີ​ອາ​ຍຸ​ສາມ​ສິບ​ປີ​ຂຶ້ນ​ໄປ​ເຖິງ​ຫ້າ​ສິບ​ປີ ທຸກ​ຄົນ​ທີ່​ເຂົ້າ​ປະ​ຕິ​ບັດ​ງານ​ໄດ້​ເພື່ອ​ທຳ​ງານ​ເຕັນ​ນັດ​ພົບ 31 ແລະ​ຕໍ່​ໄປ​ນີ້​ເປັນ​ສິ່ງ​ທີ່​ກຳ​ນົດ​ໃຫ້​ເຂົາ​ຂົນ ງານ​ທັງຫມົດ​ຂອງ​ເຂົາ​ໃນ​ການ​ບົວ​ລະບັດ​ເຕັນ​ນັດ​ພົບ ຄື​ໄມ້​ຂອບ​ເຕັນ ໄມ້​ກອນ ໄມ້​ເສົາ ແລະ​ຖານ​ຮອງ 32 ເສົາ​ອ້ອມ​ລານ​ພ້ອມ​ກັບ​ຖານ​ຮອງ ຫລັກ​ຫມຸດ​ແລະ​ເຊືອກ ເຄື່ອງ​ໃຊ້​ແລະ​ເຄື່ອງ​ປະ​ກອບ​ສິ່ງ​ເຫລົ່າ​ນີ້​ທັງ​ຫມົດ​ເຈົ້າ​ຈົ່ງ​ກໍາ​ນົດ​ຊື່​ສິ່ງ​ຂອງ​ທີ່​ເຂົາ​ຕ້ອງ​ຫາມ 33 ນີ້​ເປັນ​ການ​ງານ​ຂອງວົງ​ວານ​ເມ​ຣາ​ຣີ ເປັນ​ງານ​ທັງ​ຫມົດ​ຂອງ​ເຂົາ​ໃນ​ການ​ບົ​ວລະບັດ​ເຕັນ​ນັດ​ພົບ ໃນ​ບັງ​ຄັບ​ບັນ​ຊາ​ຂອງ​ອີ​ທາ​ມາ​ບຸດ​ຊາຍ​ຂອງ​ອາ​ໂຣນ​ປະ​ໂຣ​ຫິດ” 34 ໂມ​ເຊ​ແລະ​ອາ​ໂຣນ​ແລະ​ບັນ​ດາ​ຫົວ​ຫນ້າ​ຂອງ​ຊຸມ​ນຸມ​ຊົນ​ໄດ້​ນັບ​ເຜົ່າ​ເຊື້ອ​ສາຍ​ຂອງ​ໂກ​ຮາດ ຕາມ​ຕະ​ກູນແລະ​ຕາມ​ຄອບ​ຄົວ 35 ທຸກຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ສາມ​ສິບ​ປີ​ຂຶ້ນ​ໄປ​ເຖິງ​ຫ້​າ​ສິບ​ປີ​ທີ່​ເຂົ້າ​ປະ​ຕິ​ບັດ​ງານ​ໄດ້​ເພື່ອ​ທຳ​ງານ​ໃນ​ເຕັນ​ນັດ​ພົບ 36 ແລະ​ຈຳ​ນວນ​ຕາມ​ຕະ​ກູນ​ຂອງ​ເຂົາ​ເປັນ​ສອງ​ພັນ​ເຈັດ​ຮ້ອຍ​ຫ້າ​ສິບ​ຄົນ 37 ນີ້​ແຫລະ​ເປັນ​ຈຳ​ນວນ​ຄົນ​ໃນ​ຕະ​ກູນໂກ​ຮາດ ບັນ​ດາ​ຜູ້​ປະ​ຕິ​ບັດ​ງານ​ໃນ​ເຕັນ​ນັດ​ພົບ ຊຶ່ງ​ໂມ​ເຊ​ແລະ​ອາ​ໂຣນ​ໄດ້​ນັບ​ໄວ້​ຕາມ​ທີ່​ພຣະ​ເຈົ້າ​ຊົງ​ສັ່ງ​ໂມ​ເຊ 38 ຈຳ​ນວນຄົນ​ໃນ​ວົງ​ວານ​ເກີ​ໂຊ​ນ ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ 39 ທຸກ​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່ສາມ​ສິບ​ປີ​ຂຶ້ນ​ໄປ​ເຖິງ​ຫ້າ​ສິບ​ປີ​ທີ່​ເຂົ້າ​ປະ​ຕິ​ບັດ​ງານ​ໄດ້ ເພື່ອ​ທຳ​ງານ​ໃນ​ເຕັນ​ນັດ​ພົບ 40 ຈຳ​ນວນ​ຄົນ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ ເປັນ​ສອງ​ພັນ​ຫົກ​ຮ້ອຍ​ສາມ​ສິບ​ຄົນ 41 ນີ້​ເປັນ​ຈຳ​ນວນ​ຄົນ​ໃນ​ວົງ​ວານ​ເກີ​ໂຊນ ບັນ​ດາ​ຜູ້​ປະ​ຕິ​ບັດ​ງານ​ໃນ​ເຕັນ​ນັດ​ພົບ ຊຶ່ງ​ໂມ​ເຊ​ແລະ​ອາ​ໂຣນ​ໄດ້​ນັບ​ໄວ້​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 42 ຈຳ​ນວນ​ຄົນ​ໃນ​ວົງ​ວານ​ເມຣາ​ຣີ​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ 43 ທຸກ​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ສາມ​ສິບ​ປີ​ຂຶ້ນ​ໄປ​ເຖິງ​ຫ້າ​ສິບປີ​ທີ່​ເຂົ້າ​ປະ​ຕິບັດ​ງານ​ໄດ້ ເພື່ອ​ທຳ​ງານ​ໃນ​ເຕັນ​ນັດ​ພົບ 44 ຈຳ​ນວນ​ຄົນ​ຕາມ​ຕະ​ກູນ​ຂອງ​ເຂົາ​ເປັນ​ສາມ​ພັນ​ສອງ​ຮ້ອຍ​ຄົນ 45 ນີ້​ແຫລະ​ເປັນ​ຈຳ​ນວນ​ຄົນ​ທີ່​ນັບ​ໄດ້​ໃນ​ວົງ​ວານເມ​ຣາ​ຣີ ຊຶ່ງ​ໂມ​ເຊ​ແລະ​ອາ​ໂຣນ​ໄດ້​ນັບ​ໄວ້​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໂມ​ເຊ 46 ບັນ​ດາ​ຄົນ​ເລ​ວີ​ທີ່​ນັບ​ໄດ້ ຜູ້​ທີ່​ໂມ​ເຊ​ແລະ​ອາ​ໂຣນ​ແລະ​ບັນ​ດາ​ຫົວ​ຫນ້າ​ຂອ​ງຄົນ​ອິສ​ຣາ​ເອນ​ໄດ້​ນັບ​ໄວ້​ຕາມ​ຕະ​ກູນ​ຕາມ​ຄອບ​ຄົວ 47 ທຸກ​ຄົນ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ສາມ​ສິບ​ປີ​ຂຶ້ນ​ໄປ​ເຖິງ​ຫ້າ​ສິບ​ປີ​ທີ່​ເຂົ້າ​ປະ​ຕິ​ບັດ​ງານ​ແລະ​ທຳ​ງານ​ຂົນ​ພາ​ຣະ​ໄດ້​ໃນ​ເຕັນ​ນັດ​ພົບ 48 ຈຳ​ນວນ​ຄົນ​ທີ່​ນັບ​ໄດ້​ນັ້ນ​ເປັນ​ແປດ​ພັນ​ຫ້າ​ຮ້ອຍ​ແປດ​ສິບ​ຄົນ 49 ເຂົາ​ທັງ​ຫລາຍ​ໄດ້​ຖືກ​ຕັ້ງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ທາງ​ໂມ​ເຊ ໃຫ້​ທຸກ​ຄົນ​ທຳງານ​ບົວ​ລະບັດ ຫລື​ງານ​ຂົນ​ຂອງ​ເຂົາ ດັ່ງ​ນີ້​ແຫລະ​ໂມ​ເຊ​ໄດ້​ນັບ​ເຂົາ​ໄວ້​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ແກ່​ໂມ​ເຊ

ຈົດບັນຊີ 5

ການ​ຂັບ​ໄລ່​ຜູ້​ມົນ​ທິນ​ອອກ​ຈາກ​ຄ້າຍ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໂມ​ເຊວ່າ, 2 “ຈົ່ງບັນ​ຊາ​ຄົນ​ອິສ​ຣາ​ເອນ​ໃຫ້​ສັ່ງ​ບັນ​ດາຄົນ​ໂຣ​ກ​ເຮື້ອນ ແລະ​ທຸກ​ຄົນ​ທີ່​ມີ​ສິ່ງ​ໄຫລ​ອອກ ແລະ​ທຸກ​ຄົນ​ທີ່​ມົນ​ທິນ​ເພາະ​ການ​ຖືກ​ຊາກ​ສົບ​ໃຫ້​ໄປ​ນອກ​ຄ້າຍ 3 ເຈົ້າ​ຈົ່ງ​ສັ່ງ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ໃຫ້​ໄປ​ນອກ​ຄ້າຍ ເພື່ອ​ບໍ່​ໃຫ້​ເຂົາ​ກະ​ທຳ​ໃຫ້​ຄ້າຍ​ຂອງ​ເຂົາ​ຊຶ່ງ​ເຣົາ​ສະ​ຖິດ​ຢູ່​ຖ້າມ​ກາງ​ນັ້ນ​ເປັນ​ມົນ​ທິນ” 4 ແລະ​ຄົນ​ອິສ​ຣາ​ເອນກໍ​ກະ​ທຳ​ຕາມ ແລະ​ສັ່ງ​ຄົນ​ເຫລົ່າ​ນັ້ນ​ໃຫ້​ໄປ​ນອກ​ຄ້າຍ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໂມ​ເຊ​ໄວ້​ປະ​ການ​ໃດ​ຄົນ​ອິສ​ຣາ​ເອນກໍກະ​ທຳ​ຕາມ​ຢ່າງ​ນັ້ນ

ກົ​ດ​ຫ​ມາຍ​ເຣື່ອງ​ການ​ຄືນ​ຂອງ

5 ພຣະຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, 6 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຜູ້​ຊາຍກໍ​ດີ ຫລື​ຍິງ​ກໍ​ດີ​ກະ​ທຳ​ບາບ​ຢ່າງ​ທີ່​ມະ​ນຸດ​ກະ​ທຳ ຄື​ປະ​ພຶດ​ຝ່າ​ຝືນ​ຕໍ່​ພຣະ​ເຈົ້າ ແລະ​ຜູ້​ນັ້ນ​ໄດ້​ຜິດ​ແລ້ວ 7 ກໍ​ໃຫ້​ຜູ້​ນັ້ນ​ສາ​ລະ​ພາບ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ກະ​ທຳ ແລະ​ໃຫ້​ເຂົາ​ຄືນ​ສິ່ງ​ທີ່​ຜິດ​ຊຶ່ງ​ເຂົາ​ໄດ້​ມາ​ນັ້ນ​ເຕັມ​ຕາມ​ເດີມ​ທັງ​ເພີ້ມ​ອີກ​ນຶ່ງ​ໃນ​ຫ້າ​ສ່ວນ​ໃຫ້​ແກ່​ເຈົ້າຂອງ​ເດີມ​ຜູ້ທີ່​ເຂົາ​ໄດ້​ກະ​ທຳ​ຜິດ​ຕໍ່​ນັ້ນ 8 ຖ້າ​ຄົນ​ນັ້ນ​ບໍ່​ມີ​ພີ່ນ້ອງ​ທີ່​ຈະ​ຮັບ​ຂອງ​ຄືນກໍ​ໃຫ້​ຖວາຍ​ຂອງ​ທີ່​ຄືນ​ນັ້ນ​ແດ່​ພຣະ​ຜູ້​ເປັນ​ເຈົ້າທາງ​ປະ​ໂຣ​ຫິດ ຮວມທັງ​ແກະ​ເຖິກສຳ​ລັບ​ບູ​ຊາ​ລ້າງ​ມົນ​ທິນ​ບາບ 9 ແລະ​ຂອງ​ບໍ​ຣິ​ສຸດ​ທີ່​ຄົນ​ອິສ​ຣາ​ເອນ​ນຳ​ມາ​ຖວາຍ​ທຸກ​ສິ່ງ​ອັນ​ນຳ​ມາ​ໃຫ້​ແກ່​ປະ​ໂຣ​ຫິດ​ກໍ​ຕົກ​ເປັນ​ຂອງ​ປະ​ໂຣ​ຫິດ 10 ສິ່ງ​ບໍ​ຣິ​ສຸດ​ຂອງ​ທຸກ​ຄົນ​ໃຫ້​ຕົກ​ເປັນ​ຂອງ​ປະ​ໂຣ​ຫິດ ແລະ​ທຸກ​ສິ່ງ​ທີ່​ເຂົາ​ນຳ​ໄປ​ຖວາຍ​ປະ​ໂຣ​ຫິດ​ກໍ​ຕ້ອງ​ຕົກ​ເປັນ​ຂອງ​ປະ​ໂຣ​ຫິດ”

ກົດ​ຫມາຍ​ເຣື່ອງ​ການ​ຫຶງ​ຫວງ

11 ແລະ​ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວແກ່​ໂມ​ເຊວ່າ, 12 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຖ້າ​ເມັຽຂອງ​ຊາຍ​ຄົນ​ໃດ​ຫລົງ​ປະ​ພຶດນອກ​ໃຈ​ຜົວ 13 ມີ​ຊາຍ​ອື່ນ​ມາ​ນອນ​ຮ່ວມກັບ​ນາງ​ພົ້ນ​ຕາ​ຜົວ​ຂອງ​ນາງ ເຖິງ​ແມ່ນ​ນາງ​ໄດ້​ກະ​ທຳ​ຕົວ​ໃຫ້​ເປັນ​ມົນ​ທິນ​ແລ້ວ ແຕ່​ບໍ່​ມີ​ໃຜ​ຮູ້​ເຫັນ ແລະ​ຍັງ​ບໍ່​ມີ​ພຍານ​ ເພາະ​ຈັບ​ບໍ່​ໄດ້​ຄາ​ທີ່ 14 ຈິດ​ຫຶງຫວງ​ກໍ​ມາ​ສີງ​ຜົວ ເຂົາ​ຈຶ່ງ​ຫຶງ​ຫວງ​ເມັຽ​ຂອງ​ເຂົາ ເຖິງ​ແມ່ນ​ວ່າ​ເມັຽ​ບໍ່​ໄດ້​ທຳ​ຄວາມ​ຜິດ 15 ກໍ​ໃຫ້​ຊາຍ​ຜູ້​ນັ້ນ​ພາເມັຽ​ຂອງ​ຕົນ​ໄປ​ຫາ​ປະ​ໂຣ​ຫິດ​ນຳ​ເຄື່ອງ​ບູ​ຊາ​ສຳ​ລັບ​ເມັຽໄປ ມີ​ແປ້ງບ​ເລ ນຶ່ງ​ໃນ​ສິບ​ເອ​ຟາ ຢ່າ​ໃຫ້​ເຂົາ​ເທ​ນ້ຳ​ມັນ​ຫລື​ໃສ່​ກຳ​ຍານ​ໃນ​ແປ້ງ​ນັ້ນ ເພາະ​ເປັນ​ທັນ​ຍາ​ບູ​ຊາແຫ່ງ​ຄວາມ​ຣຳ​ລຶກ​ຟື້ນ​ໃຫ້​ຣະ​ລຶກ​ເຖິງ​ຄວາມ​ຜິດ 16 “ແລະ​ປະ​ໂຣ​ຫິດ​ຈະ​ນຳ​ນາງ​ມາໃກ້​ໃຫ້​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ 17 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ນ້ຳ​ບໍ​ຣີ​ສຸດ​ທີ່​ໃສ່​ພາ​ຊນະ​ດິນ ເອົາ​ຂີ້​ຝຸ່ນ​ທີ່​ພື້ນ​ເຕັນ​ສັກ​ສິດ​ໃສ່​ໃນ​ນ້ຳ​ມັນ 18 ແລະ​ປະ​ໂຣ​ຫິດ​ຈະ​ໃຫ້​ນາງ​ເຂົ້າ​ເຝົ້າ​ພຣະ​ເຈົ້າ ແລະ​ແກ້ມ້ວນ​ຜົມ​ຂອງ​ນາງ​ອອກ ແລະ​ສົ່ງ​ທັນ​ຍາ​ບູ​ຊາ​ແຫ່ງ​ຄວາມ​ຣຳ​ລຶກ​ໃຫ້​ນາງ​ຖື​ໄວ້ ອັນ​ເປັນ​ທັ​ນ​ຍາ​ບູ​ຊາ​ແຫ່ງ​ຄວາມ​ຫຶງ​ຫວງ ແລ້ວ​ປະ​ໂຣ​ຫິດ​ຈະ​ຖື​ນ້ຳ​ແຫ່ງ​ຄວາມຂົມ​ຂື່ນ​ທີ່​ນຳ​ການ​ແຊ່ງສາບ​ນັ້ນ​ໄວ້​ເອງ 19 ແລ້ວ​ປະ​ໂຣ​ຫິດ​ຈະ​ໃຫ້​ນາງ​ສາ​ບາ​ນຕົວ​ວ່າ “ຖ້າ​ບໍ່​ມີ​ຊາຍ​ໃດ​ມາ​ນອນ​ກັບ​ເຈົ້າ ຫລື​ເຈົ້າ​ບໍ່​ຫັນ​ຫນີ​ໄປ​ກະ​ທຳ​ມົນ​ທິນ ເມື່ອ​ເຈົ້າ​ຍັງຢູ່​ໃນ​ອຳ​ນາດ​ຂອງ​ສາ​ມີ ກໍ​ໃຫ້​ເຈົ້າ​ພົ້ນ​ເສັຽ​ຈາກ​ນ້ຳ​ແຫ່ງ​ຄວາມ​ຂົມ​ຂື່ນ​ທີ່​ນຳ​ການ​ສາບ​ແຊ່ງ​ນີ້ 20 ແຕ່​ຖ້າ​ເຈົ້າ​ໄດ້​ຫລົງ​ໄປ​ເຖິງ​ແມ່ນ​ວ່າ​ເຈົ້າ​ຢູ່​ໃນ​ອຳ​ນາດ​ຂອງ​ຜົວ ແລະ​ໄດ້​ກະ​ທຳ​ຕົວ​ເອງ​ໃຫ້​ເປັນ​ມົນ​ທິນ ແລະ​ຊາຍ​ອື່ນນອກ​ຈາກ​ຜົວໄດ້​ເຂົ້າ​ນອນ​ດ້ວຍ​ແລ້ວ 21 ກໍ (ໃຫ້​ປະ​ໂຣ​ຫິດ​ກະ​ທຳ​ໃຫ້​ຍິງ​ນັ້ນ​ກ່າວຄຳ​ສາ​ບານ​ສາບ​ແຊ່ງ ແລະ​ກ່າວ​ແກ່​ຜູ້​ຍິງ​ນັ້ນ​ວ່າ) ຂໍ​ໃຫ້​ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ຄຳ​ແຊ່ງ ແລະ​ເປັນ​ຄຳ​ສາບ​ຖ້າມ​ກາງ​ຊົນຊາດ​ຂອງ​ເຈົ້າ ໃນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ໃຫ້​ໂຄ່ນ​ຂາ​ເຈົ້າ​ລີບ ແລະ​ກະ​ທຳ​ໃຫ້​ທ້ອງ​ເຈົ້າ​ໄຄ່​ແລ້ວ 22 ຂໍ​ໃຫ້​ນ້ຳ​ແຫ່ງ​ຄຳ​ສາບ​ແຊ່ງ​ນີ້​ນັ້ນ​ເຂົ້າ​ໃນ​ຕົວ​ເຈົ້າ​ກະ​ທຳ​ໃຫ້​ທ້ອງ​ເຈົ້າ​ໄຄ່ ແລະ​ກະ​ທຳ​ໃຫ້​ໂຄນ​ຂາ​ເຈົ້າ​ລີບ​ໄປ” ແລະ​ນາງ​ນັ້ນ​ຈະ​ຕ້ອງ​ກ່າວ​ວ່າ “ອາ​ແມນ ອາ​ແມນ” 23 “ແລ້ວ​ປະ​ໂຣ​ຫິດ​ຈະ​ຂ​ຽນ​ຄຳ​ສາບ​ນີ້​ລົງ​ໃນ​ຫນັງ​ສື ແລະ​ລຶບ​ຄວາມ​ນັ້ນ​ອ​ອກ​ເສັຽ​ໃນ​ນ້ຳ​ແຫ່ງ​ຄວາມ​ຂົມ​ຂື່ນ 24 ແລ້ວ​ໃຫ້​ຍິງ​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຄວາມ​ຂົມ​ຂື່ນ​ທີ່​ນຳ​ການ​ສາ​ບ​ແຊ່ງ ແລ້ວ​ນ້ຳ​ທີ່​ນຳ​ການ​ສາບ​ແຊ່ງ​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ຕົວ​ນາງ ກະ​ທຳ​ໃຫ້​ນາງ​ເຈັບ​ປວດ 25 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ທັນ​ຍາ​ບູ​ຊາ​ແຫ່ງ​ຄວາມ​ຫຶງ​ຫວງ​ອອກ​ຈາກ​ມື​ນາງ ຍື່ນ​ຖວາຍ​ທັ​ນ​ຍາ​ບູ​ຊາ​ນັ້ນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ນຳ​ໄປ​ທີ່​ແທ່ນ​ບູ​ຊາ 26 ແລະ​ປະ​ໂຣ​ຫິດ​ຈະ​ຫຍິບ​ທັນ​ຍາ​ບູ​ຊາ​ກຳ​ມື​ນຶ່ງ​ເປັນ​ສ່ວນ​ອະ​ນຸ​ສອນ ແລ້ວ​ເຜົາ​ເສັຽ​ເທິງ​ແທ່ນ​ບູ​ຊາ ແລ້ວ​ຈຶ່ງ​ໃຫ້​ຍິງ​ນັ້ນ​ດື່ມ​ນ້ຳ​ນັ້ນ 27 ເມື່ອ​ໃຫ້​ຍິງ​ນັ້ນ​ດື່ມ​ນ້ຳ​ແລ້ວ ຖ້າ​ນາງ​ກະ​ທຳ​ຕົວ​ໃຫ້​ມົນ​ທິນແລະ​ປະ​ພຶດນອກ​ໃຈ​ຜົວ ນ້ຳ​ທີ່​ນຳ​ການ​ສາບ​ແຊ່ງ​ນັ້ນ​ຈະ​ເຂົ້າ​ໃນ​ຕົວ​ນາງ​ກະ​ທຳ​ໃຫ້​ເຈັບ​ປວດ​ຂຶ້ນ ທ້ອງ​ຈະ​ໄຄ່​ແລະ​ໂຄນ​ຂາ​ຈະ​ລີບ​ໄປ ແລະ​ຍິງ​ນັ້ນ​ຈະ​ເປັນ​ຄຳ​ແຊ່ງ​ສາບ​ຖ້າມ​ກາງ​ຊົນ​ຊາດ​ຂອງ​ນາງ 28 ຖ້າ​ຍິງ​ນັ້ນ​ບໍ່​ໄດ້​ມີ​ມົນ​ທິນ ແຕ່​ບໍ​ຣິ​ສຸດ ນາງ​ຈະ​ພົ້ນ​ຄວາມ​ຜິດ ​ແລະ​ຕັ້ງ​ທ້ອງ 29 “ນີ້​ເປັນ​ກົດ​ເຣື່ອງ​ຄວາມ​ຫຶງ​ຫວງ ເມື່ອ​ເມັຽ​ເຖິງ​ແມ່ນ​ວ່າ​ຈະ​ຢູ່​ໃນ​ອຳ​ນາດ​ຂອງ​ຜົວ​ໄດ້​ຫລົງ​ໄປ​ກະ​ທຳ​ຕົນ​ໃຫ້​ມີ​ມົນ​ທິນ 30 ຫລື​ເມື່ອ​ຈິດ​ຫຶງ​ຫວງ​​ສີງ​ຜູ້​ຊາຍ ແລະ​ເຂົາ​ຫຶງ​ຫວງ​ເມັຽ​ຂອງ​ເຂົາ ແລ້ວ​ເຂົາ​ຕ້ອງ​ໃຫ້​ນາງ​ໄປ​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ປະ​ໂຣ​ຫິດ​ຈະ​ປະ​ຕິ​ບັດ​ຕໍ່​ນາງ​ຕາມ​ບັນ​ຍັດ​ນີ້​ທຸກ​ປະ​ການ 31 ຜູ້​ຊາຍ​ຈຶ່ງ​ຈະ​ພົ້ນ​ຄວາມ​ຜິດ ແຕ່​ຜູ້​ຍິງ​ຈະ​ຕ້ອງ​ຮັບ​ໂທດ​ຂອງ​ນາງ”

ຈົດບັນຊີ 6

ກົ​ດຫມາຍ​ເຣື່ອງ​ພວກ​ນາ​ຊີ​ຣີ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ຜູ້​ຊາຍ​ກໍ​ດີ ແລະ​ຜູ້​ຍິງກໍ​ດີ ກະ​ທຳ​ສັ​ຕ​ສາ​ບານ​ເປັນ​ພິ​ເສດ ຄື​ສາ​ບານ​ເປັນ​ຄົນ​ນາ​ຊີ​ຣີ ປີ​ກ​ຕົວ​ອອກ​ຖວາຍ​ແດ່ພຣະ​ຜູ້​ເປັນ​ເຈົ້າ 3 ກໍ​ໃຫ້​ຜູ້​ນັ້ນ​ປີກ​ຕົວ​ອອກ​ຈາກ​ເຫລົ້າ​ອະ​ງຸ່ນ​ ແລະ​ສຸ​ຣາ ເຂົາ​ຕ້ອງບໍ່​ດື່ມ​ນ້ຳ​ສົ້ມ​ທີ່​ໄດ້​ຈາກ​ເຫລົ້າ​ອະ​ງຸ່ນ ຫລື​ສຸ​ຣາ ບໍ່​ດື່ມ​ນ້ຳ​ອະ​ງຸ່ນ​ຫລື​ຮັບ​ປະ​ທານ​ອະ​ງຸ່ນ ບໍ່​ວ່າ​ສົດ​ຫລື​ແຫ້ງ​ 4 ຕລອດ​ເວ​ລາ​ທີ່​ເຂົາ​ປີກ​ຕົວ​ອອກ​ມາ​ນັ້ນ ເຂົາ​ຕ້ອງບໍ່​ຮັບ​ປະ​ທານ​ສິ່ງ​ໃດ​ທີ່​ໄດ້​ຈາກ​ຕົ້ນ​ອະ​ງຸ່ນ ທັງ​ເປັນ​ເມັດ​ ຫລື​ເປືອກ​ອະ​ງຸ່ນກໍ​ດີ 5 ຕລອດ​ເວ​ລາ​ທີ່​ເຂົາ​ສາ​ບານ​ປີກ​ຕົວ​ອອກ​ມາ​ນັ້ນ ຢ່າ​ໃຫ້​ມີດ​ໂກນ​ຖືກ​ຫົວຂອງ​ເຂົາ ເຂົາ​ຕ້ອງ​ບໍ​ຣິ​ສຸດ​ຈົນ​ກວ່າ​ຈະ​ສິ້ນ​ກຳ​ນົດ​ເວ​ລາ​ທີ່​ເຂົາ​ປີກ​ຕົວ​ອອກ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ຈະ​ຕ້ອງ​ໄວ້​ຜົມ​ຍາວ 6 “ຕລອດ​ເວ​ລາ​ທີ່​ເຂົາ​ປີກ​ຕົວ​ອອກ​ມາ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ຕ້ອງ​ບໍ່​ເຂົ້າ​ໃກ້​ສົບ​ຄົນ​ຕາຍ 7 ຢ່າ​ທຳ​ຕົວ​ໃຫ້​ມີ​ມົນ​ທິນ​ດ້ວຍບິ​ດາ​ມານ​ດາ ຫລື​ພີ່​ນ້ອງ​ຊາຍ​ຍີງ​ທີ່​ຕາຍ ເຂົາ​ບໍ່​ຄວນ​ເຂົ້າ​ໄປ​ໃກ້​ໃຫ້​ເສັຽ​ຄວາມ​ບໍ​ຣິ​ສຸດ ເພາະ​ວ່າ​ຜົມ​ຂອງ​ເຂົາ​ເປັນ​ເຄື່ອງ​ຫມາຍ​ໃນ​ການ​ອຸ​ທິດ​ຖວາຍ​ຕົວ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 8 ຕລອດ​ເວ​ລາ​ທີ່​ເປັນ​ຄົນ​ນາ​ຊີ​ຣີ​ຢູ່​ນັ້ນ ເຂົາ​ຕ້ອງ​ທຳ​ຕົນ​ໃຫ້ບໍ​ຣິ​ສຸດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 9 “ແລະ​ຖ້າ​ມີ​ຄົນ​ມາ​ຕາຍ​ຢູ່​ໃກ້​ຕົວ​ເຂົາ​ປັດ​ຈຸ​ບັນ​ທັນ​ດ່ວນ ຫົວຂອງ​ເຂົາ​ທີ່​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ໄວ້​ກໍ​ເປັນ​ມົນ​ທິນ​ເສັຽ​ແລ້ວ ເຂົາ​ຕ້ອງ​ແຖ​ຜົ​ມ​ຂອງເຂົາ​ໃນ​ວັນ​ຊຳ​ຮະ​ຕົວ​ຄື​ໃນ​ວັນ​ທີ່​ເຈັດ​ນັ້ນ​ເຂົາ​ຕ້ອງ​ແຖ​ຜົມ 10 ໃນ​ວັນ​ທີ່​ແປດ​ເຂົາ​ຕ້ອງ​ນຳ​ນົກ​ເຂົາ​ສອງ​ຕົວ ຫລື​ນົກ​ພິ​ຣາບ​ສອງ​ຕົວ​ໄປ​ໃຫ້​ປະ​ໂຣ​ຫິດ​ທີ່​ປະ​ຕູ​ເຕັນ​ນັດ​ພົບ 11 ແລະ​ປະ​ໂຣ​ຫິດ​ຈະ​ຖວາຍ​ບູ​ຊາ​ຕົວ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ອີກ​ຕົວ​ນຶ່ງ​ຖວາຍ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ລ້າງ​ມົນ​ທິນ​ໃຫ້​ເຂົາ ເພາະ​ເຂົາ​ໄດ້​ກະ​ທໍາ​ຜິດ​ເຫດ​ເຣື່ອງ​ສົບ​ຄົນ​ຕາຍ ແລະ​ເຂົາ​ຕ້ອງ​ຊຳ​ຮະ​ຫົວ​ໃຫ້​ບໍ​ຣິ​ສຸດ​ໃນ​ວັນ​ນັ້ນ​ອີກ 12 ແລະ​ໃຫ້​ເຂົາ​ປີກ​ຕົວ​ອອກ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ຕລອດ​ເວ​ລາ​ການ​ປີກ​ຕົວ​ຂອງ​ເຂົາ ແລະ​ນຳ​ແກະເຖິກ​ອາ​ຍຸ​ນຶ່ງ​ປີມາ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບ ແຕ່​ເວ​ລາ​ກ່ອນ​ນັ້ນ​ນັບບໍ່​ໄດ້ ເພາະ​ການ​ປະ​ຕິ​ຍານ​ປີກ​ຕົວ​ຂອງ​ເຂົາ​ນັ້ນ​ມີ​ມົນ​ທິນ​ເສັຽ​ແລ້ວ 13 “ເມື່ອ​ເວ​ລາ​ປີກ​ຕົວ​ຂອງ​ເຂົາ​ຄົບ​ແລ້ວ ກົດ​ຂອງ​ພວກ​ນາ​ຊີ​ຣີມີ​ດັ່ງ​ນີ້ ໃຫ້​ນຳ​ເຂົາ​ມາ​ທີ່​ປະ​ຕູ​ເຕັນ​ນັດ​ພົບ 14 ໃຫ້​ເຂົາ​ຖວາຍ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄື​​ລູກ​ແກະ​ເຖິກອາ​ຍຸ​ນຶ່ງ​ປີ​ທີ່​ປາ​ສ​ຈາກຕຳ​ຫນິ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ລູກ​ແກະ​ແມ່​ອາ​ຍຸ​ນຶ່ງ​ປີ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ແກະ​ເຖິກໂຕ​ນຶ່ງ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ 15 ແລະ​ຂະ​ຫນົມ​ທີ່ບໍ່​ມີ​ເຊື້ອ​ແປ້ງຖາດ​ນຶ່ງ ຂະ​ຫນົມທຳ​ດ້ວຍຍອດ​ແປ້ງ​ປົນ​ໃສ່ນ້ຳ​ມັນ ຂະ​ຫນົມ​ແຜ່ນ​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ທາ​ນ້ຳ​ມັນ ພ້​ອມ​ກັບ​ເຄື່ອງ​ທັນ​ຍາ​ບູ​ຊາ ແລະ​ເຄື່ອງ​ດື່ມ​ບູ​ຊາ​ທີ່​ຄູ່​ກັນ 16 ແລະ​ປະ​ໂຣ​ຫິດ​ຈະ​ນຳ​ຂອງເຫລົ່າ​ນີ້​ສ​ເນີ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ຖວາຍ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ແລະ​ເຄຶ່ອງ​ເຜົາ​ບູ​ຊາ 17 ແລະ​ປະ​ໂຣ​ຫິດ​ຈະ​ຖວາຍ​ແກະ​ເຖິກ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພ້​ອມ​ກັບ​ຂະ​ຫນົມ​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ຖາດ​ນຶ່ງ ປະ​ໂຣ​ຫິດ​ຈະ​ຖວາຍ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ທີ່​ຄູ່​ກັນ​ດ້ວຍ 18 ແລະ​ຜູ້​ເປັນ​ນາ​ຊີ​ຣີ​ຈະ​ແຖ​ຫົວ​ທີ່​ສາ​ບານ​ນັ້ນ​ທີ່​ປະ​ຕູ​ເຕັນ​ນັດ​ພົບ ແລະ​ນໍາ​ເອົາ​ຜົມ​ທີ່​ຫົວທີ່ສາ​ບານ​ໄວ້​ນັ້ນ​ໄປ​ໃສ່​ໄຟ​ທີ່​ຢູ່​ໃຕ້​ເຄື່ອງ​ສານ​ຕິ​ບູ​ຊາ​ເສັຽ 19 ເມື່ອ​ຜູ້​ເປັນ​ນາ​ຊີ​ຣີ​ແຖ​ຜົມ​ທີ່​ເຂົາ​ສາ​ບານ​ແລ້ວ ປະ​ໂຣ​ຫິດຈະ​ນຳ​ຊີ້ນ​ສັນ​ຂາ​ຫນ້າ​ຂອງ​ແກະ​ເຖິກ​ທີ່​ຕົ້ມ​ແລ້ວ ກັບ​ຂະ​ຫນົມ​ບໍ່​ມີ​ເຊື້ອແປ້ງ​ກ້ອນ​ນຶ່ງ​ໃນ​ຖາດ ແລະ​ຂະ​ຫນົມແຜ່ນ​ບໍ່​ມີ​ເຊື້ອ​ແປ້ງ​ແຜ່ນ​ນຶ່ງວາງ​ໄວ້​ໃນ​ມື​ຂອງ​ທັງ​ສອງ​ຂອງ​ຜູ້ເປັນ​ນາ​ຊີ​ຣີ​ນັ້ນ 20 ຫລັງ​ຈາ​ກ​ນັ້ນ ປະ​ໂຣ​ຫິດ​ຈະ​ຕ້ອງ​ນຳ​ສິ່ງ​ເຫລົ່າ​ນີ້​ສ​ເນີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເປັນ​ຂອງ​ຂວັນ​ສັກ​ສິດ​ສຳ​ລັບ​ປະ​ໂຣຫິດ ນອ​ກ​ຈາກ​ນີ້ ຊີ້ນ​ຫນ້າ​ເອີກ ແລະ​ຂາ​ຂອງ​ແກະ​ຕ້ອງ​ຕັດ​ເປັນ​ຂອງ​ປະ​ໂຣ​ຫິດ ຈາກ​ນັ້ນຜູ້​ເປັນ​ນາ​ຊີ​ຣີຈຶ່ງ​ດື່ມ​ເຫລົ້າ​ອະ​ງຸ່ນ​ໄດ້ 21 “ນີ້​ເປັນ​ບັນ​ຍັດ​ຂອງ​ຜູ້​ເປັນ​ນາ​ຊີ​ຣີ​ຜູ້​ສາ​ບານ ແລະ​ເຄຶ່ອງ​ບູ​ຊາ​ຂອງ​ເຂົາ​ທີ່​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ປີກ​ຕົວ ນອກ​ຈາກ​ສິ່ງ​ອື່ນໆ​ທີ່​ເຂົາ​ຖວາຍ​ໄດ້​ເປັນ​ເຄື່ອງ​ບູ​ຊາ​ຕາມ​ທີ່​ເຂົາ​ສາ​ບານ​ເປັນ​ນາ​ຊີ​ຣີ​ນັ້ນ ດັ່ງ​ນັ້ນ​ແຫລະ​ເຂົາ​ຕ້ອງ​ກະ​ທຳ​ຕາມ​ກົດ​ຂອງ​ການ​ປີກ​ຕົວ​ອອກ​ໄປ​ເປັນ​ນາ​ຊີ​ຣີ​ຕາມ​ທີ່​ເຂົາ​ໄດ້​ສາ​ບານ​ໄວ້”

ຄຳ​ອວຍ​ພອນ​ແບບ​ປະ​ໂຣ​ຫິດ

22 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ແກ່​ໂມ​ເຊວ່າ, 23 ຈົ່ງ​ກ່າວ​ແກ່​ອາ​ໂຣນ ແລະ​ບຸດ​ທັງ​ຫລາຍ​ຂອງ​ອາ​ໂຣນ​ວ່າ ທ່ານ​ທັງ​ຫລາຍ​ຈົ່ງ​ອວຍ​ພອນ​ແກ່​ຄົນອິສ​ຣາ​ເອນ​ດັ່ງ​ຕໍ່​ໄປ​ນີ້ ຄື​ວ່າ​ແກ່​ເຂົາ​ທັງ​ຫລາຍ​ວ່າ 24 ຂໍ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ແກ່​ທ່ານ ແລະ​ພີ​ທັກ​ຮັກ​ສາ​ທ່ານ 25 ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ພຣະ​ພັກ​ຂອງ​ພຣະ​ອົງ​ທໍ​ແສງ​ແກ່​ທ່ານ ແລະ​ຊົງ​ພຣະ​ກະ​ຣຸ​ນາ​ທ່ານ 26 ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເງີຍ​ພຣະ​ພັກ​ຂອງ​ພຣະ​ອົງ​ເຫນືອ​ທ່ານ ແລະ​ປະ​ທານ​ຄວາມ​ສ​ງົບ​ສຸກ​ແກ່​ທ່ານ 27 ດັ່ງ​ນັ້ນ​ແຫລະ​ໃຫ້​ເຂົາ​ປະ​ທັບ​ນາມ​ຂອງ​ເຮົາ​ເຫນືອ​ຄົນ​ອິສ​ຣາ​ເອນ ແລະ​ເຮົາ​ຈະ​ໄດ້​ອວຍ​ພອນ​ແກ່​ເຂົາ​ທັງ​ຫລາຍ”

ຈົດບັນຊີ 7

ການຖວາຍ​ຂອງພວກຫົວ​ຫນ້າ

1 ເມື່ອ​ວັນ​ທີ່​ໂມ​ເຊ​ຈັດ​ຕັ້ງ​ຫໍ​ເຕັນ​ສັກ​ສິດ​ແລ້ວ ແລະ​ໄດ້​ຫົດ​ສົງ​ແລະ​ໄດ້​ຊຳ​ຮະ​ເຕັນ​ກັ​ບບັນ​ດາ​ເຄື່ອງ​ໃຊ້​ສອຍ​ປະ​ຈຳ​ຫໍ​ເຕັນ​ສັກ​ສິດ​ໃຫ້​ບໍ​ຣິສຸດ ແລະ​ໄດ້​ຫົດ​ສົງ​ແລະ​ຊຳ​ຮະ​ແທ່ນ​ບູ​ຊາ​ກັບ​ພາ​ຊ​ນະ​ປະ​ຈຳ​ທັງ​ຫມົດ​ໃຫ້​ບໍ​ຣິ​ສຸດ​ແລ້ວ 2 ບັນດາຫົວ​ຫນ້າຂອງ​ຄົນ​ອິສ​ຣາ​ເອນ ຫົວ​ຫນ້າ​ຕະ​ກູນ ຄື​ຫົວ​ຫນ້າຂອງ​ເຜົ່າ​ຕ່າງໆ​ຜູ້​ຢູ່​ເຫນືອ​ຜູ້​ທີ່​ຂຶ້ນ​ທະ​ບຽນ​ໄວ້​ 3 ໄດ້​ນຳຂອງ​ບູ​ຊາມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ ມີກວຽ​ນ​ຫົກ​ລຳ​ກັບ​ງົວ​ຫົກ​ຄູ່ ຫົວ​ຫນ້າ​ສອງ​ຄົນ​ນຳ​ກວຽ​ນ​ລຳ​ນຶ່ງ ແລະ​ງົວ​ຄົນ​ລະ​ໂຕ​ຖວາຍ​ເສັຽ​ທີ່​ຫນ້າ​ເຕັນ​ສັກ​ສິດ 4 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ໂມ​ເຊວ່າ, 5 “ຈົ່ງ​ຮັບ​ຂອງ​ເຫລົ່າ​ນີ້​ໄວ້​ຈາກ​ເຂົາ​ເພື່ອ​ຈະ​ໄດ້​ໃຊ້​ໃນ​ການທຳ​ງານ​ຂອງ​ເຕັນ​ນັດ​ພົບ​ຈົ່ງ​ມອ​ບ​ໄວ້​ກັບ​ຄົນ​ເລ​ວີ​ແກ່​ທຸກ​ຄົນ​ຕາມ​ງານ​ບົວ​ລະ​ບັດ​ຂອງ​ເຂົາ” 6 ໂມ​ເຊ​ຈຶ່ງ​ນຳ​ກວຽນ ​ແລະ​ງົວ​ໄປ​ມອບ​ໃຫ້​ແກ່​ຄົນ​ເລ​ວີ 7 ທ່ານໃຫ້ກວຽນ​ສອງ​ລຳ​ກັບ​ງົວ​ສອງ​ຄູ່​ແກ່​ບຸດ​ທັງ​ຫລາຍ​ຂອງ​ເກີ​ໂຊນ​ຕາມ​ງານ​ບົວ​ລະ​ບັດ​ຂອງ​ເຂົາ 8 ທ່ານມອບກວຽນ​ສີ່​ລຳ ​ແລະ​ງົວ​ສີ່​ຄູ່​ໃຫ້​ແກ່​ບຸດ​ທັງ​ຫລາຍ​ຂອງ​ເມ​ຣາ​ຣີ ຕາມ​ງານ​ບົວ​ລະ​ບັດ​ຂອງ​ເຂົາ​ຊຶ່ງ​ເປັນ​ຕາມ​ຄຳ​ຊີ້​ແຈງ​ຂ​ອງ​ອິ​ທາ​ມາບຸດ​ອາ​ໂຣນ​ປະ​ໂຣ​ຫິດ 9 ແຕ່​ທ່ານ​ບໍ່​ໄດ້​ມອບ​ສິ່ງ​ໃດ​ໃຫ້​ແກ່​ບຸດ​ຂອງ​ໂກ​ຮາດ ເພາະ​ງານ​ບົວ​ລະ​ບັດ​ຂອງ​ເຂົາ​ເປັນ​ງານ​ທີ່​ຕ້ອງ​ຫາມ​ສິ່ງ​ຂອງ​ບໍ​ຣິ​ສຸດ 10 ແລະ​ບັນ​ດາ​ຫົວ​ຫນ້າກໍ​ນຳ​ຂອງ​ບູ​ຊາ​ມາ​ເພື່ອ​ແກ່​ການ​ສະ​ຫລອງ​ແທ່ນ​ບູ​ຊາ​ໃນ​ວັນ​ທີ່​ທຳ​ພິ​ທີ​ຫົດ​ສົງ​ແທ່ນ​ບູ​ຊາ​ນັ້ນ ແລະ​ພວກ​ຫົວ​ຫນ້າ​ຕ່າງ​ກໍ​ຖວາຍ​ເຄື່ອງ​ບູ​ຊາ​ຂອງ​ຕົນ​ຫນ້າ​ແທ່ນ​ບູ​ຊາ 11 ພຣະ​ຜູ້​ເປັນ​ເຈົ້າ​​ກ່າວແກ່​ໂມ​ເຊວ່າ, “ໃຫ້ພວກ​ຫົວ​ຫນ້າ​ມາ​ຖວາຍ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ມື້​ລະ​ຄົນ​ໃນ​ງານ​ສະ​ຫ​ລອງ​ແທ່ນ​ບູ​ຊາ 12 ຜູ້​ທີ່​ຖວາຍ​ເຄື່ອງ​ບູ​ຊາ​ໃນ​ວັນ​ແຣກ​ຄື ນາ​ໂຊ​ນ​ບຸດ​ອັມ​ມີ​ນາ​ດາບ​ແຫ່ງ​ເຜົ່າ​ຢູ​ດາ 13 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊເກ​ລ ແລະ​ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ພາ​ຊ​ນະ​ທັງ​ສອງ​ນີ້​ມີ​ຍອດ​ແປ້ງ​ປົນ​ໃສ່​ນ້ຳ​ມັນ​ເຕັມ​ເພື່ອ​ເປັນ​ທັນ​ຍາ​ບູ​ຊາ 14 ຖ້ວຍ​ທອງ​ຄຳ​ໃບນຶ່ງຫນັກ​ສິບ​ເຊ​ເກ​ລ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 15 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 16 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 17 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ນາ​ໂຊ​ນ​ບຸດ​ຂອງ​ອັມ​ມີ​ນາ​ດາບ 18 ວັນ​ທີ່​ສອງ​ເນ​ທານ​ເອນ​ບຸດ​ຊູ​ອາ​ ຫົວ​ຫນ້າເຜົ່າອິສ​ຊາ​ຄາ​ຖວາຍ​ຂອງ 19 ເຂົາຖວາຍຂອງ​ຖວາຍຂອງ​ເຂົາ​ເປັນ​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊເກ​ລ ຊາມເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊເກ​ລ ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ພາ​ຊ​ນະ​ທັງ​ສອງ​ນີ້ມີ​ຍອດ​ແປ້ງ​ປົນ​ໃສ່​ນ້ຳ​ມັນ​ເຕັມ ເພື່ອ​ເປັນ​ທັນ​ຍາບູ​ຊາ 20 ຖ້ວ​ຍທອງຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ​ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 21 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ 22 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 23 ແລະ​ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກແກະ​ເຖິກອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ເນ​ທານ​ເອນ​ບຸດ​ຊູ​ອາ 24 ວັນ​ທີ່​ສາມ​ເອ​ລີ​ອາບ​ບຸດ​ເຮ​ໂລນ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ເຊ​ບູ​ລູນ 25 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊ​ເກ​ລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ພາ​ຊ​ນະ​ທັງ​ສອງ​ນີ້​ມີ​ຍອດ​ແປ້ງ​ປົນ​ໃສ່ນ້ຳ​ມັນ​ເຕັມ ເພື່ອ​ເປັນ​ທັ​ນ​ຍາ​ບູ​ຊາ 26 ຖ້ວຍທອງ​ຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ​ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 27 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 28 ແ​ບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 29 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ເອ​ລີ​ອາບ​ບຸດ​ເຮ​ໂລນ 30 ວັນ​ທີ່​ສີ່​ເອ​ລີ​ຊູ ບຸດ​ເຊ​ເດ​ອູ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ຣູ​ເບນ 31 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊ​ເກ​ລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ພາ​ຊ​ນະ​ທັງ​ສອງ​ນີ້​ມີ​ຍອດ​ແປ້ງ​ປົນ​ໃສ່ນ້ຳ​ມັນ​ເຕັມ ເພື່ອ​ເປັນ​ທັນ​ຍາບູ​ຊາ 32 ຖ້ວຍທອງ​ຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ​ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 33 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 34 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 35 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ບາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ເອ​ລີ​ຊູ​ບຸດ​ເຊ​ເດ​ອູ 36 ວັນ​ທີ່​ຫ້າ ​ເຊ​ລູ​ມີ​ເອນ​ ບຸດ​ຊູ​ຣີ​ຊັດ​ດັຍ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ຊີ​ເມ​ໂອນ 37 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊ​ເກ​ລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ພາ​ຊ​ນະ​ທັງ​ສອງ​ນີ້​ມີຍອດ​ແປ້ງ​ປົນ​ນ້ຳ​ໃສ່ມັນ​ເຕັມ ເພື່ອ​ເປັນ​ທັນ​ຍາບູ​ຊາ 38 ຖ້ວຍ​ທອງຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 39 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 40 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 41 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສັນ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ເຊ​ລູ​ມີ​ເອນ ບຸດຊູ​ຣີ​ຊັດ​ດັຍ 42 ວັນ​ທີ່​ຫົກ ເອ​ລີ​ອາ​ສາ​ຟ ບຸດເດ​ອູ​ເອນ​ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ກາດ 43 ຂອງ​ຖວາຍຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊເກ​ລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ພາ​ຊ​ນະ​ທັງ​ສອງ​ນີ້​ມີ​ຍອດ​ແປ້ງ​ປົນ​ໃສ່ນ້ຳ​ມັນ​ເຕັມ ເພື່ອ​ເປັນ​ທັ​ນ​ຍາ​ບູ​ຊາ 44 ຖ້ວຍທອງ​ຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 45 ລູກງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 46 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 47 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສັນ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ເອ​ລີ​ອາ​ສາ​ຟ ບຸດ​ເດ​ອູເອນ 48 ວັນ​ທີ່​ເຈັດ ເອ​ລີ​ຊາ​ມາ ບຸດ​ອັມ​ມີ​ຮູດ ຫົວ​ຫນ້າ​​ຂອງ​ຄົນເຜົ່າ​ເອ​ຟ​ຣາອິມ 49 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊ​ເກ​ລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ເພື່ອ​ເປັນ​ທັ​ນ​ຍາ​ບູ​ຊາ 50 ຖ້ວຍທອງ​ຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 51 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 52 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ 53 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ເອ​ລີ​ຊາ​ມາ ບຸດ​ອັມ​ມີ​ຮູດ 54 ວັນ​ທີ່​ແປດ ກາ​ມາ​ລີ​ເອນ ບຸດ​ເປ​ດາ​ຊູ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ມາ​ນັ​ສ​ເຊ 55 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊ​ເກ​ລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ຕາມ​ເຊເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ເພື່ອ​ເປັນ​ທັນ​ຍາ​ບູ​ຊາ 56 ຖ້ວຍທອງ​ຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 57 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 58 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 59 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ກາ​ມາ​ລີ​ເອນ ບຸດ​ເປ​ດາ​ຊູ 60 ວັນ​ທີ່​ເກົ້າ ອາ​ບີ​ດານ ບຸດ​ກີ​ເດ​ໂອ​ນີ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ເບັນ​ຢາ​ມິນ 61 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊເກ​ລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ເພື່ອ​ເປັນທັນ​ຍາ​ບູ​ຊາ 62 ຖ້ວຍທອງ​ຄຳ​ໃບ​ນຶ່ງ​ຫນັ​ກ​ສິບ​ເຊ​ເກ​ລ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 63 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 64 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່ບາບ 65 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ອາ​ບີ​ດານ ບຸດ​ກີ​ເດ​ໂອ​ນີ 66 ວັນ​ທີ່​ສິບ ອາ​ຮີ​ເອ​ເຊີ ບຸດ​ອັມ​ມີ​ຊັດ​ດັຍ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ດານ 67 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊ​ເກ​ລ​ ຊາມ​ເງິນໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລຂອງ​ສະ​ຖານ​ນະ​ມັ​ສ​ການ​ເພື່ອ​ເປັນ​ທັ​ນ​ຍາ​ບູ​ຊາ 68 ຖ້ວຍທອງ​ຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ​ ມີ​ເຄື່ອງ​ຫອມ​​ສຳ​ລັບ​ເຜົາ​ເຕັມ 69 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 70 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 71 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້ເປັນ​ຂອງ​ຖວາຍ​ຂອງ​ອາ​ຮີ​ເອ​ເຊີ ບຸດ​ອັມ​ມີ​ຊັດ​ດັຍ 72 ວັນ​ທີ່​ສິບ​ເອັດ ປາ​ກີ​ເອນ​ບຸດ​ໂອກ​ຣານ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ອາ​ເຊີ 73 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງຮ້ອຍ​ສາມ​ສິບ​ເຊເກລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ​ເພື່ອ​ເປັນ​ທັນ​ຍາ​ບູ​ຊາ 74 ຖ້ວຍທ​ອງ​ຄຳ​ໃບນຶ່ງ ​ຫນັກ​ສິບ​ເຊ​ເກ​ລ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 75 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 76 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງບູ​ຊາ​ໄຖ່​ບາບ 77 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງປາ​ກີ​ເອນ ບຸດ​ໂອກ​ຣານ 78 ວັນ​ທີ່​ສິບ​ສອງ ອາ​ຮີ​ຣາ ບຸດ​ເອ​ນານ ຫົວ​ຫນ້າ​ຂອງ​ຄົນ​ເຜົ່າ​ເນັຟທາ​ລີ 79 ຂອງ​ຖວາຍ​ຂອງ​ເຂົາ​ຄື​ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຣ້ອຍ​ສາມ​ສິບ​ເຊ​ເກ​ລ ຊາມ​ເງິນ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ເພື່ອ​ເປັນ​ທັນ​ຍາ​ບູ​ຊາ 80 ຖ້ວຍທອງ​ຄຳ​ໃບ​ນຶ່ງ​ຫນັກ​ສິບ​ເຊ​ເກ​ລ ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ 81 ລູກ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ໂຕ​ນຶ່ງ ເປັນ​ເຄື່ອງ​ເຜົາ​ບູ​ຊາ 82 ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 83 ງົວ​ເຖິກ​ສອງ​ໂຕ ແກະ​ເຖິກ​ຫ້າ​ໂຕ ແບ້​ເຖິກ​ຫ້າ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫ້າ​ໂຕ ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຖວາຍ​ຂອງ​ອາ​ຮີ​ຣາ ບຸດ​ເອ​ນານ 84 ຕໍ່​ໄປ​ນີ້​ເປັນ​ຂອງ​ຖວາຍ​ໃນ​ງານ​ສະ​ຫລອງ​ແທ່ນ​ບູ​ຊາ​ຈາກ​ຫົວ​ຫນ້າ​ຂອງ​ຄົນ​ອິສ​ຣາ​ເອນ ໃນ​ວັນ​ທີ່​ມີ​ພິ​ທີ​ຫົດ​ສົງ​ແທ່ນ​ບູ​ຊາ​ນັ້ນ ຄື​ຈານ​ເງິນ​ສິບ​ສອງ​ໃບ ຊາມ​ເງິນ​ສິບ​ສອງ​ໃບ ຖ້ວຍ​ຄຳ​ສິບ​ສອງ​ໃບ 85 ຈານ​ເງິນ​ໃບ​ນຶ່ງ​ຫນັກ​ນຶ່ງ​ຮ້ອຍ​ສາມ​ສິບ​ເຊ​ເກ​ລ ແລະ​ຊາມ​ໃບ​ນຶ່ງ​ຫນັກ​ເຈັດ​ສິບ​ເຊ​ເກ​ລ ເງິນ​ທີ່​ທຳ​ພາ​ຊນະ​ທັງ​ຫມົດ​ຫນັກ​ສອງ​ພັນ​ສີ່​ຮ້ອຍ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ 86 ຖ້ວຍ​ຄຳ​ສິບ​ສອງ​ໃບ​ມີ​ເຄື່ອງ​ຫອມ​ສຳ​ລັບ​ເຜົາ​ເຕັມ ຫນັກ​ໃບ​ລະ​ສິບ​ເຊ​ເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ ຄຳ​ທີ່​ທຳ​ຖ້ວຍ​ທັງ​ຫມົດ​ຫນັກ​ນຶ່ງ​ຮ້ອຍ​ຊາວ​ເຊ​ເກ​ລ 87 ສັດ​ສຳ​ລັບ​ເຄື່ອງ​ເຜົາ​ບູ​ຊາ ມີ​ງົວ​ເຖິກ​ສິບ​ສອງ​ໂຕ ແກະ​ເຖິກ​ສິບ​ສອງ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ສິບ​ສອງ​ໂຕ ພ້ອມ​ກັບ​ເຄື່ອງ​ທັ​ນ​ຍາ​ບູ​ຊາ​ຄູ່​ກັນ ແລະ​ແບ້​ເຖິກ​ສິບ​ສອງ​ໂຕ​ສຳ​ລັບ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 88 ສັດ​ທັງ​ຫມົດ​ທີ່​ຂ້າ​ຖວາຍ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ມີ​ງົວ​ເຖິກ​ຊາວ​ສີ່​ໂຕ ແກະ​ເຖິກຫົກ​ສິບ ແບ້ເຖິກ​ຫົກ​ສິບ ແລະ​ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ຫົກ​ສິບ​ໂຕ ນີ້​ແຫລະ​ເປັນ​ຂອງ​ຖວາຍ​ໃນ​ງານ​ສະ​ຫລອງ​ແທ່ນບູ​ຊາ​ເມື່ອ​ໄດ້​ກະ​ທຳ​ການ​ຫົດ​ສົງ​ແລ້ວ 89 ເມື່ອ​ໂມ​ເຊ​ໄດ້​ເຂົ້າ​ໄປ​ໃນ​ເຕັນ​ນັດ​ພົບ​ເພື່ອ​ຈະ​ກາບ​ທູນ​ພຣະ​ອົງ ທ່ານ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຕຣັສ​ກັບ​ທ່ານ​ມາ​ຈາກ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ ຊຶ່ງ​ຢູ່​ເທິງ​ຫີບພຣະ​ໂອ​ວາດ​ຖ້າມ​ກາງ​ເຊຣູ​ບິມ​ທັງ​ສອງ ແລະພຣະ​ສຸ​ຣະ​ສຽງ​ນັ້ນ​ໄດ້​ສົນ​ທະ​ນາ​ກັບ​ທ່ານ

ຈົດບັນຊີ 8

ການຕັ້ງ​ຕະ​ກຽງ

1 ພຣະ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, 2 ຈົ່ງ​ກ່າວ​ແກ່​ອາ​ໂຣນ​ວ່າ ເມື່ອ​ຈະ​ຕັ້ງ​ຕະ​ກຽງ​ໃຫ້​ຕະ​ກຽງ​ທັງ​ເຈັດ​ສ່ອງ​ແສງ​ຂ້າງ​ຫນ້າ​ເຄື່ອງ​ຮອງ​ຕີນ​ໂຄມ 3 ແລະ​ອາ​ໂຣນ​ໄດ້​ກະ​ທຳ​ດັ່ງ​ນັ້ນ​ທ່ານ​ໄດ້​ຕັ້ງ​ຕະ​ກຽງ​ໃຫ້​ສ່ອງ​ແສງ​ອອກ​ດ້ານ​ຫນ້າ​ເຄື່ອງ​ຮອງ​ຕີນ​ໂຄມ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງສັ່ງ​ແກ່​ໂມ​ເຊ 4 ຝີ​ມື​ທີ່​ທຳ​ເຄື່ອງ​ຮອງ​ຕີນ​ໂຄມເປັນ​ດັ່ງ​ນີ້ ເປັນ​ຄຳ​ໃຊ້​ຄ້ອນ​ທຸບ ຕັ້ງ​ແຕ່​ຖານ​ຂຶ້ນ​ໄປ​ເຖິງດອກ​ເປັນ​ຝີ​ມື​ຄ້ອນ ຕາມແບບ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ແດງ​ແກ່​ໂມ​ເຊ ເຂົາ​ຈຶ່ງ​ທຳ​ເຄື່ອງ​ຮອງ​ຕີນ​ໂຄມ​ດັ່ງ​ນັ້ນ

ການ​ຊຳ​ຮະ​ຕັ້ງ​ຄົນ​ເລ​ວີ

5 ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, 6 “ຈົ່ງ​ແຍກ​ຄົນ​ເລ​ວີ​ອອກ​ຈາກ​ຄົນ​ອິສ​ຣາ​ເອນ ແລະ​ຊຳ​ຮະ​ເຂົາ​ທັງ​ຫລາຍ​ເສັຽ 7 ເຈົ້າ​ຈົ່ງ​ຊຳ​ຮະ​ເຂົາ​ດັ່ງ​ນີ້ ຈົ່ງ​ເອົາ​ນ້ຳ​ຊຳ​ຮະ​ມາ​ປະ​ພົມ​ເຂົາ​ ໃຫ້​ເຂົາ​ແຖຂົນ​ຕາມ​ຕົນ​ຕົວ ໃຫ້​ຊັກ​ຜ້າ​ແລະ​ຊຳ​ຮະ​ຕົວ​ໃຫ້​ສະ​ອາດ 8 ແລ້ວ​ໃຫ້​ເຂົາ​ທັງ​ຫລາຍ​ນຳ​ລູ​ກ​ງົວ​ເຖິກ ກັບ​ເຄື່ອງ​ທັ​ນ​ຍາ​ບູ​ຊາ​ຄູ່​ກັນ ຄື​ຍອດ​ແປ້ງ​ປົນໃສ່​ນ້ຳ​ມັນ ແລະ​ເຈົ້າ​ຈົ່ງ​ນຳ​ລູກ​ງົວເຖິກ​ອີກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 9 ແລ້ວ​ຈົ່ງ​ພາ​ຄົນ​ເລ​ວີ​ມາ​ຫນ້າ​ເຕັນ​ນັດ​ພົບ ແລະ​ໃຫ້​ຄົນ​ອິສ​ຣາ​ເອນ​ມາ​ຊຸມ​ນຸມ​ພ້ອມ​ກັນ​ຫມົດ 10 ເມື່ອ​ເຈົ້າ​ນຳ​ຄົນ​ເລ​ວີ​ມາ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ຄົນ​ອິສ​ຣາ​ເອນ​ເອົາ​ມື​ຂອງ​ເຂົາ​ວາງ​ເທິງ​ຄົນ​ເລ​ວີ 11 ແລະ​ໃຫ້​ອາ​ໂຣນ​ຖວາຍ​ຄົນ​ເລ​ວີ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ເປັນ​ເຄື່ອງ​ຍື່ນ​ຖວາຍ​ຈາກ​ປະ​ຊາ​ຊົນ​ອິສ​ຣາ​ເອນ ເພື່ອ​ເຂົາ​ຈະ​ໄດ້​ທຳ​ງານ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ 12 ແລ້ວ​ຄົນ​ເລ​ວີ​ຈະ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ຫົວ​ງົວ​ເຖິກ​ທັງ​ສອງ ເຈົ້າ​ຈົ່ງ​ເອົາ​ໂຕ​ນຶ່ງ​ມາ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່ບາບ ແລະ​ອີກ​ໂຕ​ນຶ່ງ​ໃຫ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພື່​ອ​ລົບ​ມົນ​ທິນ​ບາບ​ຂອງ​ຄົນ​ເລ​ວີ 13 ເຈົ້າ​ຈົ່ງ​ຕັ້ງ​ຄົນ​ເລ​ວີ​ໃຫ້​ຄອຍຮັບ​ໃຊ້​ອາ​ໂຣນ ແລະ​ບຸດ​ທັ​ງ​ຫລາຍ​ຂອງ​ອາ​ໂຣນ ແລະ​ຈົ່ງ​ຖວາຍ​ເຂົາ​ທັງ​ຫລາຍ​ໃຫ້ເປັນ​ເຄື່ອງ​ຍື່ນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 14 “ສັນ​ນີ້​ແຫລະ​ເຈົ້າ​ຈົ່ງ​ແຍກ​ຄົນ​ເລ​ວີ​ອອກ​ຈາກ​ຄົນອິສ​ຣາ​ເອນ ແລະ​ຄົນ​ເລ​ວີ​ຈະ​ເປັນ​ຂອງ​ເຣົາ 15 ຕັ້ງ​ແຕ່​ນັ້ນ​ໄປ​ຄົນ​ເລ​ວີ​ຈະ​ເຂົ້າ​ໄປ​ບົວ​ລະ​ບັດ​ງານ​ທີ່​ເຕັນ​ນັດ​ພົບ ໃນ​ເມື່ອ​ເຈົ້າ​ໄດ້​ຊຳ​ຮະ​ເຂົາ ແລະ​ກະ​ທຳ​ການ​ຍື່ນ​ຖວາຍ​ເຂົາ​ໄວ້​ແລ້ວ 16 ເພາະ​ເຂົາ​ທັງ​ຫມົດ​ຖືກ​ແຍກ​ອອກ​ຈາກ​ຄົນ​ອິສ​ຣາ​ເອນ ແລະ​ມອບ​ໄວ້​ແກ່​ເຮົາ ເຮົາ​ໄດ້​ຮັບ​ເຂົາ​ມາ​ເປັນ​ຂອງ​ເຣົາ​ແລ້ວ​ ແທນ​ທຸກ​ຄົນ​ທີ່​ເກີດ​ຈາກ​ຄັນ​ມານ​ດາ​ກ່ອນຄື​ແທນ​ບຸດ​ຫົວ​ປີ​ຂອງ​ປະ​ຊາ​ຊົນ​ອິສ​ຣາ​ເອນ 17 ເພາະ​ວ່າ​ລູກ​ຫົວ​ປີ​ທັງ​ຫມົດ​ຂອງ​ຄົນ​ອິສ​ຣາ​ເອນ​ເປັນ​ຂອງ​ເຮົາ​ທັງ​ຄົນ​ແລະ​ສັດ ໃນ​ວັນ​ທີ່​ເຣົາ​ໄດ້​ສັງ​ຫານ​ລູ​ກຫົວ​ປີ​ໃນ​ແຜ່ນ​ດິນ​ເອ​ຢິບ ເຮົາ​ໄດ້​ເລືອກ​ເຂົາ​ໄວ້​ເປັນ​ຂອງ​ເຣົາ 18 ແລະ​ເຮົາ​ໄດ້​ເລືອກ​ຄົນ​ເລ​ວີ​ແທນ​ບຸດ​ຫົວ​ປີ​ຂອງ​ຄົນ​ອິສ​ຣາ​ເອນ 19 ແລະ​ເຮົາ​ໄດ້​ໃຫ້​ຄົນ​ເລ​ວີ​ຈາກ​ຄົນ​ອິສ​ຣາ​ເອນ​ໄວ້​ກັບ​ອາ​ໂຣນ​ແລະ​ບຸດ​ຂອງ​ອາ​ໂຣນ ໃຫ້​ປະ​ຕິ​ບັດ​ງານ​ແທນ​ຄົນ​ອິສ​ຣາ​ເອນ​ທີ່​ເຕັນ​ນັດ​ພົບ ແລະ​ທຳ​ການ​ລ້າງ​ມົນ​ທິນ​ໃຫ້​ຄົນ​ອິສ​ຣາ​ເອນ ເພື່ອ​ວ່າ​ຈະ​ບໍ່​ມີ​ໄພ​ວິ​ບັດ​ບັງ​ເກີດ​ແກ່​ຄົນ​ອິສ​ຣາ​ເອນ ເມື່ອ​ເຂົາ​ເຂົ້າ​ມາ​ໃກ້​ສະ​ຖານ​ນະ​ມັ​ສ​ການ” 20 ໂມ​ເຊ ແລະ​ອາ​ໂຣນ​ ແລະ​ຊຸມ​ນຸມ​ຊົນ​ອິສ​ຣາເອນ​ທັງ​ຫມົດ​ໄດ້​ກະ​ທຳ​ຕໍ່​ຄົນ​ເລ​ວີ​ດັ່ງ​ນັ້ນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງໂມ​ເຊ​ໃນ​ເຣື່ອງ​ຄົນ​ເລ​ວີ​ທຸກ​ປະ​ການ ຄົນອິສ​ຣາ​ເອນກໍ​ກະ​ທຳ​ດັ່ງ​ນັ້ນ 21 ຄົນ​ເລວີ​ໄດ້​ຊຳ​ຮະ​ຕົນ​ໃຫ້​ສິ້ນ​ບາບ ແລະ​ຊັກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ອາ​ໂຣນກໍທຳ​ພິ​ທີ​ຍື່ນ​ຖວາຍ​ເຂົາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ອາ​ໂຣນ​ທຳ​ການ​ລົບ​ມົນ​ທິນ​ຊຳ​ຮະ​ເຂົາ 22 ແຕ່​ນັ້ນ​ມາ​ຄົນ​ເລ​ວີ​ກໍ​ເຂົ້າ​ໄປ​ປະ​ຕິ​ບັດ​ໃນ​ເຕັນ​ນັດ​ພົບ ໃນ​ການ​ຮັບ​ໃຊ້​ອາ​ໂຣນ ແລະ​ບຸດຊາຍ​ຂອງ​ອາ​ໂຣນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕຣັສ​ສັ່ງ​ໂມ​ເຊ​ເຣື່ອງ​ຄົນ​ເລ​ວີ ເຂົາ​ຈຶ່ງ​ໄດ້​ກະ​ທຳ​ຢ່າງ​ນັ້ນ​ແກ່​ເຂົາ​ທັງ​ຫລາຍ

ກຳ​ນົດ​ອາ​ຍຸ​ຄົນ​ເລ​ວີ​ເມື່ອ​ປະ​ຕິ​ບັດ​ງານ

23 ພຣະຜູ້​ເປັນ​ເຈົ້າ​ຊົງ​ກ່າວແກ່​ໂມ​ເຊວ່າ, 24 ເຣື່ອງ​ນີ້​ກ່ຽວ​ກັບ​ຄົນ​ເລ​ວີ ໃຫ້​ຄົນ​ເລ​ວີ​ທີ່​ມີ​ອາ​ຍຸ​ຕັ້ງ​ແຕ່​ຊາວ​ຫ້າປີ​ຂຶ້ນ​ໄປ ເຂົ້າ​ໄປ​ປະ​ຕິ​ບັດ​ງານ​ໃນ​ເຕັນ​ນັດ​ພົບ 25 ພໍ​ອາ​ຍຸ​ໄດ້​ຫ້າ​ສິບ​ປີ​ໃຫ້​ເຂົາ​ຢຸ​ດ​ປະ​ຕິ​ບັດ​ບໍ່​ຕ້ອງ​ທຳ​ງານ​ຕໍ່​ໄປ 26 ແຕ່​ໃຫ້​ເຂົາ​ຊ່ອຍ​ພີ່​ນ້ອງ​ໃນ​ເຕັນ​ນັດ​ພົບ​ດູ​ແລ​ການ​ງານ ບໍ່​ຕ້ອງ​ລົງ​ມື​ທຳ​ເອງ ເຈົ້າ​ຈົ່ງ​ກະ​ທຳ​ເຊັ່ນ​ນີ້​ແກ່​ຄົນ​ເລ​ວີ​ເມື່ອ​ກຳ​ນົດ​ງານ​ໃຫ້​ເຂົາ”

ຈົດບັນຊີ 9

ການ​ຖືເທ​ສ​ການ​ປັ​ສ​ຄາ

1 ໃນ​ເດືອນ​ທີ່​ນຶ່ງ​ປີ​ທີ່​ສອງ​ຕັ້ງ​ແຕ່​ເຂົາ​ທັງ​ຫລາຍ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ພຣະ​ຜູ້​ເປັນ​ເຈົ້າ​ຕ​ຣັ​ດກັບ​ໂມ​ເຊ​ທີ່​ຖິ່ນ​ກັນ​ດານ​ຊີ​ນາ​ອີ​ວ່າ, 2 “ໃຫ້​ຄົນ​ອິສ​ຣາ​ເອນ​ຖື​ເທ​ສ​ການ​ປັ​ສ​ຄາ ຕາມ​ເວ​ລາ​ທີ່​ກຳ​ນົດໄວ້ 3 ຄື​ເດືອນ​ນີ້​ໃນ​ວັນ​ຂຶ້ນ​ສິບສີ່​ຄ່ຳ ເວ​ລາ​ຄ່ຳ ເຈົ້າ​ທັງ​ຫລາຍ​ຈົ່ງ​ຖື​ເທ​ສ​ການ​ປັ​ສ​ຄາ​ຕາມ​ເວ​ລາ​ທີ່​ກຳ​ນົດ​ນັ້ນ ເຈົ້າ​ຈົ່ງ​ກະ​ທຳ​ຕາມ​ກົດ​ເກນ​ແລະ​ກົດ​ຫມາຍ​ທັງ​ສິ້ນ​ຂອງ​ເທ​ສ​ການ​ນັ້ນ” 4 ໂມ​ເຊ​ຈຶ່ງບອກ​ຄົນ​ອິສ​ຣາ​ເອນໃຫ້​ຖື​ເທ​ສ​ການ​ປັ​ສ​ຄາ 5 ເຂົາ​ທັງ​ຫລາຍ​ໄດ້​ຖື​ເທ​ສ​ການ​ປັ​ສ​ຄາ​ໃນ​ເດືອນ​ທີ່​ນຶ່ງ​ຂຶ້ນ​ສິບ​ສີ່​ຄ່ຳ​ເວ​ລາ​ຄ່ຳ​ທີ່​ຖິ່ນ​ກັນ​ດານ​ຊີ​ນາ​ອີ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ໂມ​ເຊ​ທຸກ​ປະ​ການ ຄົນ​ອິສ​ຣາ​ເອນ​ກໍ​ກະ​ທຳ​ຕາມ​ຢ່າງ​ນັ້ນ 6 ມີ​ຜູ້​ຊາຍ​ບາງ​ຄົນ​ທີ່​ມີ​ມົນ​ທິນ​ເພາະ​ຖືກ​ຕ້ອງ​ສົ​ບ ຈຶ່ງ​ຖື​ປັ​ສ​ຄາ​ໃນ​ວັນ​ນັ້ນ​ບໍ່​ໄດ້ ເຂົາ​ຈຶ່ງ​ມາ​ຢູ່​ຕໍ່​ຫນ້າ​ໂມ​ເຊ​ແລະ​ອາ​ໂຣນ​ໃນ​ວັນ​ນັ້ນ 7 ເຂົາ​ເຫລົ່າ​ນັ້ນ​ກ່າວ​ແກ່​ທ່ານ​ວ່າ, “ເຣົາ​ມີ​ມົນ​ທິນ​ເພາະ​ໄດ້​ຖືກ​ຕ້ອງ​ສົບ ເປັນ​ຫຍັງ​ຈຶ່ງ​ຫ້າມ​ບໍ່​ໃຫ້​ເຣົາ​ຖວາຍເຄື່ອງ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ວັນ​ກຳ​ນົດ​ຖ້າມ​ກາງ​ຄົນ​ອິສ​ຣາ​ເອນ” 8 ໂມ​ເຊບອກ​ເຂົາ​ວ່າ, “ຈົ່ງ​ຄອຍ​ຢູ່​ກ່ອນ​ເພື່ອ​ເຣົາ​ຈະ​ຟັງ​ເບິ່ງວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ສັ່ງ​ຢ່າງ​ໃດ​ເຣື່ອງ​ທ່ານ” 9 ພຣະ​ຜູ້​ເປັນ​ເຈົ້າ​ຕ​ຣັ​ສ​ກັບ​ໂມ​ເຊວ່າ, 10 ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ຖ້າ​ຜູ້​ໃດ​ໃນ​ພວກ​ເຈົ້າ​ຫລື​ໃນ​ເຊື້ອ​ສາຍ​ຂອງ​ເຈົ້າ​ມີ​ມົນ​ທິນ​ເພາະ​ຖືກ​ຕ້ອງ​ສົບ​ຫລື​ໄປ​ທາ​ງໄກ ກໍ​ໃຫ້​ຜູ້​ນັ້ນ​ຖື​ປັ​ສ​ຄາ​ແດ່​

ພຣະ​ຜູ້​ເປັນ​ເຈົ້າ

11 ໃຫ້​ຖື​ປັ​ສ​ຄາ​ໃນ​ເດືອນ​ທີ່​ສອງ​ວັນທີ່​ສິບ​ສີ່ ເວ​ລາ​ຄ່ຳ ໃຫ້​ເຂົາ​ເຂົ້າ​ຈີ່ບໍ່​ມີ​ເຊື້ອ​ແປ້ງ ແລະ​ຜັກ​ຣົດ​ຂົມ 12 ເຂົາ​ທັງ​ຫລາຍ​ຕ້ອງ​ບໍ່​ໃຫ້​ສິ່ງ​ໃດ​ເຫລືອ ໄວ້ຮອດ​ຕອນ​ເຊົ້າ ແລະບໍ່​ຫັກ​ກະ​ດູກ​ແກະ​ປັ​ສ​ຄາ ໃຫ້​ກະ​ທຳ​ຕາມ​ກົດ​ເກນໃນ​ເຣື່ອງ​ຖື​ເທ​ສ​ການ​ປັ​ສ​ຄາ​ທຸກ​ປະ​ການ 13 ແຕ່​ຄົນ​ທີ່​ສະ​ອາດ​ແລະ​ບໍ່​ໄດ້​ເດີນ​ທາງ​ໄປ​ແຕ່​ງົດ​ບໍ່​ຖື​ເທສ​ການ​ປັ​ສ​ຄາ ກໍ​ຢ່າ​ຖື​ວ່າ​ເຂົາ​ເປັນ​ໄພ່​ພົນຂອງ​ເຮົາ​ອີກ​ຕໍ່​ໄປ ເພາະ​ເຂົາ​ບໍ່​ໄດ້​ນຳ​ເຄື່ອງ​ບູ​ຊາ​ຂອງ​ພຣະ​ເຈົ້າ​ມາ​ຖວາຍ​ຕາມ​ກຳ​ນົດ ຜູ້​ນັ້ນ​ຕ້ອງ​ຖືກ​ທຳ​ໂທດ 14 ຖ້າ​ຄົນ​ຕ່າງ​ດ້າວ​ມາ​ອາ​ໄສ​ຢູ່​ຖ້າມ​ກາງ​ພວກ​ເຈົ້າ​ທັງ​ຫລາຍ ຢາກ​ຖື​ປັ​ສ​ຄາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ກົດ​ເກນ​ຂອງ​ເທ​ສ​ການ​ປັ​ສ​ຄາ ແລະ​ຕາມ​ກົດ​ຫມາຍ​ກໍ​ໃຫ້​ເຂົາ​ຖື​ໄດ້ ເຈົ້າ​ຈົ່ງ​ມີ​ກົດ​ເກນ​ຢ່າງ​ດຽວ​ສໍາລັບ​ທັງ​ຄົນ​ຕ່າງ​ດ້າວ​ແລະ​ຊາວ​ເມືອງ

ກ້ອນ​ເມກ​ໄຟ

15 ໃນ​ວັນທີ່​ຕັ້ງ​ຫໍ​ເຕັນ​ສັກ​ສິດ​ນັ້ນ ໄດ້​ມີ​ກ້ອນ​ເມກ​ປົກ​ຄຸມ​ຫໍ​ເຕັນ​ໄວ້ ຄື​ເຕັນ​ພຣະ​ໂອ​ວາດ ​ໃນ​ເວ​ລາ​ກາງ​ຄືນເມກ​ນັ້ນ​ກໍ​ຢູ່​ເຫນືອ​ຫໍ​ເຕັນ​ແລະ​ເມກ​ນັ້ນ​ກາຍ​ເປັນ​ລັກ​ສ​ນະ​ແສງ​ໄຟ​ຈົນ​ຮຸ່ງ​ເຊົ້າ 16 ເປັນ​ຢ່າງ​ນັ້ນ​ສ​ເມີ​ມາ ມີ​ເມກ​ຄຸມ ກາງ​ຄືນ​ເມກ​ນັ້ນ​ກາຍ​ເປັນ​ລັກ​ສ​ນະ​ແສງ​ໄຟ 17 ເວ​ລາ​ໃດ​ກ້ອນ​ເມກ​ຫາ​ກ​ລອຍ​ຂຶ້ນ​ໄປ ພວກ​ອິສ​ຣາ​ເອນ​ກໍ​ມ້າງ​ຄ້າຍ​ຜ້າ​ເຕັນ ແຕ່​ເມື່ອ​ກ້ອນ​ເມກ​ຫາກ​ລົງມາ​ປົກ​ຄຸມ ພວກ​ເຂົາ​ກໍ​ຕັ້ງ​ຄ້າຍ​ຜ້າ​ເຕັນ​ຂຶ້ນ​ອີກ 18 ຄົນ​ອິສ​ຣາ​ເອນ​ອອກ​ເດີນ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້ເປັນ​ເຈົ້າ ແລະ​ເຂົາ​ໄດ້​ຕັ້ງ​ຄ້າຍ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ເວລາ​ໃດ​ທີ່​ເມກ​ຢຸດ​ຢູ່​ເຫນືອ​ຫໍ​ເຕັນ ເຂົາ​ກໍ​ຍັງ​ຕັ້ງ​ຄ້າຍ​ຢູ່ 19 ເມື່ອ​ເມກ​ປົກ​ຄຸມ​ເປັນ​ເວ​ລາ​ຫລາຍ​ວັນ ພວກ​ເຂົາ​ກໍ​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່​ໄດ້​ເຄື່ອນ​ຍ້າຍ​ໄປ​ທາງ​ໃດ 20 ບາງເທື່ອ ເວ​ລາ​ໃດ​ກ້ອນ​ເມກ​ຫາກ​ປົກ​ຄຸມ​ຢູ່​ເປັນ​ເວ​ລາ​ສອງ ຫລື​ສາມ​ວັນ​ກໍ​ຕາມ ພວກ​ເຂົາ​ກໍ​ບໍ່​ໄດ້​ຍົກ​ຍ້າຍ​ໄປ​ໃສ ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໃຫ້​ຢຸດ ພວກ​ເຂົາ​ກໍ​ຢຸດ ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ບອກ​ໃຫ້​ໄປ ພວກ​ເຂົາ​ກໍ​ໄປ 21 ບາງ​ເທື່ອ​ເມກ​ປົກ​ຄຸມ​ຢູ່​ຕັ້ງ​ແຕ່​ຄ່ຳ​ເຖິງ​ເຊົ້າ ຖ້າ​ເມກ​ລອຍ​ຂື້ນ​ໄປ​ໃນ​ເວ​ລາ​ຕອນ​ເຊົ້າ ພວກ​ເຂົາ​ກໍ​ຍົກ​ອອກ​ເດີນ ຫລື​ຖ້າ​ເມກ​ປົກ​ຄຸມ​ຢູ່​ນຶ່ງວັນ​ກັບ​ນຶ່ງ​ຄືນ ເມື່ອ​ເມກ​ລອຍ​ຂຶ້​ນ​ເຂົາ​ກໍ​ຍົກ​ອອກ​ເດີນ 22 ບໍ່​ວ່າ​ເມກ​ຈະ​ປົກ​ຄຸມ​ຢູ່​ເຫນືອ​ຫໍ​ເຕັນ​ສອງວັນ ຫລື​ເດືອນ​ນຶ່ງ ຫລື​ເວ​ລາ​ນານກວ່າ ຄົນ​ອິສ​ຣາ​ເອນ​ກໍ​ຢູ່​ໃນຄ້າຍ​ນານ​ເທົ່າ​ນັ້ນ ບໍ່​ໄດ້​ຍົກ​ອອກ​ໄປ ແຕ່​ເມື່ອ​ເມກ​ລອຍຂຶ້ນ​ເມື່ອ​ໃດ​ເຂົາ​ກໍ​ຍົກ​ອອກ​ໄປ​ເມື່ອ​ນັ້ນ 23 ເຂົາ​ຕັ້ງ​ຄ້າຍ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລເຂົາ​ຍົກ​ອອກ​ເດີນ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ທັງ​ຫລາຍ​ກໍ​ປະ​ຕິ​ບັດ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ພຣະ​ດຳ​ຣັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕຣັ​ສ​ສັ່ງ​ໂມ​ເຊ

ຈົດບັນຊີ 10

ແກ​ເງິນ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວແກ່ໂມ​ເຊວ່າ, 2 ຈົ່ງ​ທຳ​ແກ​ເງິນ​ສອງ​ອັນ​ດ້ວຍ​ໃຊ້​ຄ້ອນ​ທຸບ ເຈົ້າ​ຈົ່ງ​ໃຊ້​ແກ​ນັ້ນ​ເອີ້ນ​ຊຸມ​ນຸມ ແລະ​ໃຊ້​ຮື້​ຍ້າຍ​ຄ້າຍ 3 ເມື່ອ​ເປົ່າ​ແກ​ທັ​ງ​ສອງ​ນັ້ນ​ກໍ​ໃຫ້​ມາ​ຊຸມ​ນຸມ​ພ້ອມ​ກັນ​ກັບ​ເຈົ້າ​ທີ່​ທາງ​ເຂົ້າ​ເຕັນ​ນັດ​ພົບ 4 ຖ້າ​ເປົ່າ​ແກ​ອັນ​ດຽວ​ໃຫ້​ປະ​ມຸກ​ຜູ້​ເປັນ​ຫົວ​ຫນ້າ​ເຜົ່າ​ອິສ​ຣາ​ເອນ​ມາ​ປະ​ຊຸມ​ກັບ​ເຈົ້າ 5 ເມື່ອ​ເປົ່າ​ແກ​ປຸກ​ໃຫ້​ບັນ​ດາ​ຄ້າຍ​ທີ່​ຕັ້ງ​ຢູ່​ດ້ານ​ຕາເວັນອອກ​ຍົກ​ອອກ​ເດີນ 6 ເມື່ອ​ເປົ່າ​ແກ​ປຸກ​ເທື່ອ​ທີ່​ສອງ​ໃຫ້​ບັນ​ດາ​ຄ້າຍ​ທີ່​ຢູ່​ດ້ານ​ໃຕ້​ຍົກ​ອອກ​ເດີນ ເມື່ອ​ໃດ​ຈະ​ໃຫ້​ຍົກ​ອອກ​ເດີນກໍ​ໃຫ້​ເປົ່າ​ແກ​ປຸກ 7 ແຕ່​ເມື່ອ​ຈະ​ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ມາ​ປະ​ຊຸມ​ພ້ອມ​ກັນ​ຈົ່ງ​ເປົ່າ​ແກ​ແຕ່​ຢ່າ​ທຳ​ສຽງ​ປຸກ 8 ໃຫ້​ບຸດ​ຂອງ​ອາ​ໂຣນ​ຄື​ປະ​ໂຣ​ຫິດ​ເປັນ​ຄົນ​ເປົ່າ​ແກ ແກ​ນີ້​ຈະ​ເປັນບັນ​ຍັດ​ຖາ​ວອນ​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຈົ້າ 9 ແລະ​ເມື່ອ​ເຈົ້າ​ທັ​ງຫລາຍ​ຈະ​ໄປ​ທຳ​ເສິກ​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ​ສູ້​ສັດ​ຕຣູ​ຜູ້​ມາ​ບີບ​ບັງ​ຄັບ​ເຈົ້າ ກໍ​ໃຫ້​ເປົ່າ​ແກ​ທຳ​ສຽງ​ປຸກ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ຈະ​ຊົງ​ຣະ​ລຶກ​ເຖິງ​ເຈົ້າ ແລະ​ຊ່ອຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ສັດ​ຕຣູ​ຂອງ​ເຈົ້າ 10 ໃນ​ວັນ​ທີ່​ເຈົ້າ​ທັງ​ຫລາຍ​ມີ​ຄວາມຍິນ​ດີ ແລະ​ໃນ​ງານ​ເທ​ສ​ການ​ແລະ​ໃນ​ວັນ​ຕົ້ນ​ເດືອນ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ເປົ່າ​ແກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຫນືອ​ສັ​ຕ​ບູ​ຊາ​ອັນ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ເປັນ​ທີ່​ໃຫ້​ພຣະ​ເຈົ້າ​ຂອງ​ເຈົ້າ​ຣະ​ລຶກ​ເຖິງ​ເຈົ້າ ເຣົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ”

ຄົນ​ອິສ​ຣາ​ເອນ​ອອກ​ຈາກ​ພູ​ເຂົາ​ຊີ​ນາ​ອີ

11 ໃນ​ວັນ​ທີ່​ຊາວ​ເດືອນ​ທີ່​ສອງ​ປີ​ທີ່​ສອງ ຊົງ​ໃຫ້​ເມກ​ນັ້ນ​ຂຶ້ນ​ຈາກ​ຫໍ​ເຕັນ​ພຣະ​ໂອ​ວາດ 12 ຄົນ​ອິສ​ຣາ​ເອນ​ກໍ​ຍົກ​ເດີນ​ຢຸດ​ເປັນ​ລະ​ຍະ​ໆ ໄປ​ຈາກ​ຖິ່ນ​ກັນ​ດານ​ຊີ​ນາ​ອີ ແລະ​ເມກ​ນັ້ນ​ມາຢຸດ​ຢູ່​ທີ່​ຖິ່ນ​ກັນ​ດານປາ​ຣານ 13 ເຂົາ​ທັງ​ຫລາຍ​ໄດ້​ຍົກ​ອອກ​ເດີນ​ໄປ​ເປັນ​ຄັ້ງ​ທຳ​ອິດ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ເຈົ້າ​ທີ່​ໄດ້ສັ່ງ​ໂມ​ເຊ 14 ທຸງຄ້າຍ​ຂອງ​ຄົນ​ຢູ​ດາ​ອອກ​ເດີນ​ໄປ​ເປັນ​ກອງໆ​ກ່ອນ ມີ​ນາ​ໂຊ​ນ ບຸດ​ອັມ​ມີ​ນາ​ດາບ​ເປັນ​ຜູ້​ນຳ​ພົນ​ໂຍ​ທາ 15 ເນ​ທານ​ເອນບຸດ​ຊູອາ​ນຳ​ພົນ​ໂຍ​ທາ​ເຜົ່າ​ອິສ​ຊາ​ຄາ 16 ແລະ​ເອ​ລີ​ອາບບຸດ​ເຮ​ໂລນ​ນຳ​ພົນ​ໂຍ​ທາ​ເຜົ່າຄົນ—ເຊ​ບູ​ລູນ​ 17 ເມື່ອ​ຮື້​ຫໍ​ເຕັນ​ສັກ​ສິດ​ລົງ​ແລ້ວ ບັດ​ດາ​ບຸດ​ເກີ​ໂຊນ ແລະ​ຂອງ​ເມ​ຣາ​ຣີ​ຜູ້​ແບກ​ຫາມ​ເຕັນ​ນັ້ນ​ກໍ​ຍົກ​ເດີ​ນໄປ 18 ທຸງຄ້າຍ​ຂອງ​ຄົນ​ຣູ​ເບນ​ອອກ​ເດີນ​ໄປ​ເປັນ​ກອງໆ ເອ​ລີ​ຊູບຸດ​ເຊ​ເດ​ອູ​ເປັນ​ຜູ້​ນຳ​ພົນ​ໂຍ​ທາ 19 ເຊ​ລູ​ມີ​ເອນບຸດ​ຊູ​ຣີ​ຊັດ​ດັຍ​ນຳ​ພົນ​ໂຍ​ທາ​ເຜົ່າຄົນ​​ຊີ​ເມ​ໂອນ 20 ເອ​ລີ​ອາ​ສາ​ຟ ບຸດ​ເດ​ອູ​ເອນ​ນຳ​ພົນ​ໂຍ​ທາ​ເຜົ່າ​ຄົນກາດ 21 ແລ້ວ​ຄົນ​ໂກ​ຮາດກໍ​ຍົກ​ອອກ​ເດີນແບກ​ຫາມ​ສິ່ງ​ບໍ​ຣິ​ສຸດ​ຕ່າງໆ ກ່ອນ​ທີ່​ພວກ​ນີ້​ໄປ​ເຖິງ ເຂົາ​ກໍ​ຕັ້ງ​ຫໍ​ເຕັນ່​ຂຶ້ນ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ 22 ທຸງຄ້າຍ​ຄົນ​ເອ​ຟ​ຣາ​ອິມ​ອອກ​ເດີນ​ໄປ​ເປັນ​ກອງໆ​ໄປ​ເປັນ​ກອງໆ ມີ​ເອ​ລີຊາ​ມາ ບຸດ​ອັມ​ມີ​ຮູດ​ນຳ​ພົນ​ໂຍ​ທາ 23 ກາ​ມາ​ລີ​ເອນ ບຸດ​ເປ​ດາ​ຊູ​ນຳ​ພົນ​ໂຍ​ທາ​ເຜົ່າ​ຄົນ​ມາ​ນັ​ສ​ເຊ 24 ອາ​ບີ​ດານ ບຸດ​ກີ​ເດ​ໂອ​ນີ​ນຳ​ພົນ​ໂຍ​ທາ​ເຜົ່າ​ຄົນ​ເບັນ​ຢາ​ມີນ 25 ແລ້ວ​ທຸງ​ຄ້າຍ​ຄົນ​ເຜົ່າ​ດານ​ເປັນ​ພວກ​ລະ​ວັງ​ທ້າຍ​ຂອງ​ຄ້າຍ​ທັງ​ຫມົດ ໄດ້​ຍົກ​ອອກ​ເດີນ​ໄປ​ເປັນ​ກອງໆມີ​ອາ​ຮີ​ເອ​ເຊີບຸດ​ອັມ​ມີ​ຊັດ​ດັຍ​ນຳ​ພົນ​ໂຍ​ທາ 26 ປາ​ກີ​ເອນ ບຸດ​ໂອກ​ຣານ​ນຳ​ພົນ​ໂຍ​ທາ​ເຜົ່າ​ຄົນ​ເອ​ເຊີ 27 ອາ​ຮີ​ຣາ ບຸດ​ເອ​ນານ​ນຳ​ພົນ​ໂຍ​ທາເຜົ່າ​ຄົນ​ເນັຟທາ​ລີ 28 ນີ້​ເປັນ​ລຳ​ດັບ​ການເດີນ​ທາງ​ຂອງ​ຄົນ​ອິສ​ຣາ​ເອນ​ຕາມ​ເຫລົ່າ​ພົນ​ໂຍ​ທາ​ຂອງ​ເຂົາ ເມື່ອ​ເຂົາ​ຍົກ​ອອກ​ເດີນ​ໄປ 29 ໂມ​ເຊ​ເວົ້າ​ກັບ​ໂຮ​ບັບບຸດ​ຣູ​ເອນ​ຄົນ​ມີ​ດີ​ອານ​ພໍ່​ເຖົ້າ​ຂອງ​ໂມ​ເຊວ່າ, “ເຮົາ​ທັງ​ຫລາຍ​ອອກ​ເດີນ​ໄປ​ສູ່​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຕ​ຣັດ​ໄວ້​ວ່າ “ເຣົາ​ຈະ​ຍົກ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ” ເຊີນ​ໄປ​ກັບ​ເຮົາ​ເຖີດ ແລະ​ເຮົາ​ທັງ​ຫລາຍ​ຈະ​ທຳ​ດີ​ແກ່​ທ່ານ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ໃຫ້​ຂອງ​ດີ​ແກ່​ຄົນ​ອິສ​ຣາ​ເອນ” 30 ແຕ່​ເຂົາ​ຕອບ​ໂມ​ເຊວ່າ, “ເຣົາ​ບໍ່​ໄປ ເຣົາ​ຈະ​ກັບ​ຄືນ​ໄປ​ເມືອງ​ຂອງ​ເຮົາ ຍັງ​ວົງ​ຍາດ​ຂອງ​ເຣົາ” 31 ແລະ​ໂມ​ເຊວ່າ, “ຂໍ​ຢ່າ​ພາກ​ຈາກ​ເຮົາ​ໄປ​ເລີຍ ທ່ານ​ຊາບ​ຢູ່​ແລ້ວ​ວ່າ ເຮົາ​ຕ້ອງ​ຕັ້ງ​ຄ້າຍ​ຢູ່​ໃນ​ຖິ່ນ​ກັນ​ດານ ແລະ​ທ່ານ​ຈະ​ໄດ້​ເປັນ​ເຫມືອນ​ດັ່ງ​ນັຍ​ຕາ​ຂອງ​ເຣົາ 32 ຖ້າ​ທ່ານ​ໄປ​ກັບ​ເຮົາ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ຢ່າງ​ນັ້ນ​ແກ່​ທ່ານ” 33 ເຂົາ​ທັງ​ຫລາຍກໍ​ອອກ​ເດີນ​ຈາກ​ພູ​ເຂົາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ລະ​ຍະ​ທາງ​ສາມ​ມື້ ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ຫນ້າ​ເຂົາ​ໄປ​ສາມ​ວັນເພື່ອ​ຫາ​ທີ່​ພັກ​ໃຫ້​ເຂົາ 34 ເຂົາ​ທັງ​ຫລາຍ​ຍົກ​ຄ້າຍ​ໄປ​ເມື່ອ​ໃດ ເມກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຢູ່​ເຫນືອ​ເຂົາ​ໃນ​ກາງ​ເວັນ​ເມື່ອ​ນັ້ນ 35 ເມື່ອ​ຫີບ​ຍົກ​ອອກ​ເດີນ​ເມື່ອ​ໃດ ໂມ​ເຊ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ລຸກ​ຂຶ້ນ​ເຖີດ ໃຫ້​ສັດ​ຕຣູ​ທັງ​ຫລາຍ​ຂອງ​ພຣະ​ອົງ​ກະ​ຈັດ​ກະ​ຈາຍ​ໄປ ໃຫ້​ຜູ້​ທີ່​ຊັງ​ພຣະ​ອົງ​ຫລີກ​ຫນີ​ພຣະ​ອົງ​ໄປ” 36 ເມື່ອ​ຫີບ​ຍັບຢັ້ງ​ທ່ານ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ສະ​ເດັດ​ກັບ​ມາ​ສູ່​ຄົນຕະ​ກູນ​ອິສ​ຣາ​ເອນທີ່​ນັບ​ເປັນ​ຫ​ມື່ນ​ນີ້​ເຖີດ”

ຈົດບັນຊີ 11

ຕາ​ເບ​ຣາ

1 ປະ​ຊາ​ຊົນ​ພາ​ກັນ​ຈົ່ມ​ທຸກ​ຈົ່ມ​ຮ້າຍ​ກ່ຽວ​ກັບ​ເຣື່ອງ​ໂຊກ​ຮ້າຍ​ຂອງ​ພວກ​ເຂົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ ພຣະ​ອົງ​ກໍ​ຊົງ​ພຣະ​ພິ​ໂຣດ​ຫນັກ​ຈຶ່ງ​ທຳ​ໃຫ້​ເກີດ​ມີ​ໄຟ​ໄຫມ້​ຄ້າຍ​ພັກ​ຂອງ​ພວກ​ເຂົາ ໄຟ​ໄດ້​ໄຫມ້​ແລະ​ໄດ້​ທຳ​ລາຍ​ຄ້າຍ​ພັ​ກ​ໄປ​ເບື້ອງ​ນຶ່ງ 2 ພວກ​ປະ​ຊາ​ຊົນ​ຈຶ່ງ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ໂມ​ເຊ ດັ່ງ​ນັ້ນ​ໂມ​ເຊ​ຈຶ່ງ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ໄຟ​ຈຶ່ງ​ໄດ້​ມອ​ດລົງ 3 ຍ້ອນ​ວ່າ​ໄຟ​ໄດ້​ລຸກ​ໄຫມ້​ຄ້າຍ​ພັກ​ຂອງ​ພວກ​ເຂົາ ບ່ອນ​ນີ້​ຈຶ່ງ​ຖືກ​ເອີ້ນ​ວ່າ ຕາ​ເບ​ຣາ 4 ພວກ​ຕ່າງ​ດ້າວ​ທີ່​ເດີນ​ທາງ​ຮ່ວມ​ກັບ​ພວກ​ອິສ​ຣາ​ເອນກໍ​ອຶດ​ຢາກ​ເປັນ​ການ​ໃຫຍ່ ແມ່ນ​ແຕ່​ພວກ​ອິສ​ຣາ​ເອນ​ເອງກໍ​ຍັງ​ຮ້ອງ​ທຸກວ່າ “ຂໍ​ຊີ້ນ​ກີນ​ແດ່” 5 ຄາວ​ຢູ່​ປະ​ເທດ​ເອ​ຢິບ​ພຸ້ນ ເຣົາ​ຣະ​ລຶກ​ເຖິງ​ປາ​ທີ່​ເຮົາ​ເຄີຍກີນ​ໂດຍ​ບໍ່​ເສັຽ​ເງິນ​ຄຳ ແລະ​​ເຮົາ​ຍັງ​ໄດ້​ກິນ​ຫມາກ​ແຕງ ຫມາກ​ໂມ ຜັກ​ຫອມ​ ຜັກ​ບົວ ຜັກ​ທຽມ 6 ແຕ່​ດຽວນີ້ ເຮົາ​ບໍ່​ມີ​ເຫື່ອ​ແຮງ​ເລີຍ ເພາະ​ໃນ​ແຕ່​ລະ​ມື້ ນອກ​ຈາກ​ກິນ​ມາ​ນາ​ແລ້ວ​ກໍ​ບໍ່​ມີ​ສິ່ງ​ອື່ນ​ກິນ​ອີກ​ເລີຍ” 7 ມາ​ນາ​ເປັນ​ຄື​ເມັດ​ເຂົ້າ​ສີເຫລືອງ​ອ່ອນ 8 ປະ​ຊາ​ຊົນ​ພາກັນ​ໄປ​ເກັບ​ມາ​ໂມ້​ທຳແປ້ງ ແລ້ວ​ຕົ້ມ​ໃຫ້​ສຸກ​ເພື່ອ​ທຳ​ເຂົ້າ​ຫນົມ​ແຜ່ນ ຣົດ​ຊາດ​ຂອງ​ມັນ​ເຫມືອນ​ກັບ​ຂະ​ຫນົມທີ່​ອົບ​ໃສ່​ນ້ຳ​ມັນ​ຫມາກກອກ 9 ມາ​ນາ​ໄດ້​ຕົກ​ລົງ​ມາ​ໃນ​ບ່ອນ​ຕັ້ງ​ຄ້າຍ ຊຶ່ງ​ເປັນ​ເວລາ​ດຽວກັນ​ກັບ​ຕອນ​ທີ່​ນ້ຳ​ຫມອກ​ຕົກ​ລົງ​ໃນ​ຍາມ​ກາງ​ຄືນ 10 ໃນ​ຂ​ນະ​ທີ່​ພວກ​ເຂົາ​ຢືນ​ອ້ອມ​ຢູ່​ທາງ​ປະ​ຕູ​ຕູບ​ຜ້າ​ເຕັນ​ຂອງ​ໂມ​ເຊ​ນັ້ນ ທ່ານ​ກໍ​ໄດ້​ຍິນ​ສຽງ​ຈົ່​ມ​ທຸກຂອງ​ປະ​ຊາ​ຊົນ ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ພຣະ​ພິ​ໂຣດ​ພວກ​ເຂົາ 11 ສ່ວນ​ໂມ​ເຊກໍ​ມີ​ຄວາມ​ທຸກ​ຢ່າງ​ຫນັກ ທ່ານ​ຈຶ່ງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ທຳ​ຮ້າຍ​ແຮງ​ຕໍ່​ຂ້າ​ພຣະ​ອົງ​ແທ້ ເຫດໃດ​ພຣະ​ອົງ​ຈຶ່ງ​ບໍ່​ຊົງ​ພໍ​ພຣະ​ທັຍ​ກັບ​ຂ້າ​ພຣະ​ອົງ ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຮັບ​ຜິດ​ຊອບ​ຄົນ​ເຫລົ່າ​ນີ້ 12 ຂ້າ​ພຣະ​ອົງ​ບໍ່​ໄດ້​ສ້າງ​ຊີ​ວິດ​ພວກ​ເຂົາ ຫລື​ນຳ​ພວກ​ເຂົາ​ລົງ​ມາ​ເກີດ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຂໍ​ໃຫ້​ຂ້າ​ ພຣະ​ອົງ​ປະ​ຕິ​ບັດ​ຕົນ​ເຫມືອນ​ຜູ້​ລ້ຽງ ແລະ​ໃຫ້​ອູ້ມ​ເຂົາ​ໄວ້​ໃນ​ອ້ອມ​ແຂນ​ເຫມືອນ​ກັບ​ວ່າ​ພວກ​ເຂົາ​ຍັງ​ເປັນ​ເດັກ​ນ້ອຍ ເພື່ອ​ໃຫ້​ພາ​ໄປ​ເຖິງ​ແຜ່ນ​ດິນ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ກັບ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຂົາ 13 ຂ້າ​ພຣະ​ອົງ​ຈະ​ໄປ​ເອົາ​ຊີ້ນ​ມາ​ຈາກ​ໃສ​ຈຶ່ງ​ຈະ​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ເຫລົ່າ​ນີ້ 14 ເພາະ​ພວກ​ເຂົາ​ກຳ​ລັງ​ຂໍ​ຊີ້ນ​ກິນ​ຢູ່ ຂ້າ​ພຣະ​ອົງ​ບໍ່​ສາ​ມາດ​ຮັບ​ຜິດ​ຊອບ​ພວກ​ເຂົາ​ເຫລົ່າ​ນີ້​ໄດ້ ມັນ​ເປັນ​ການ​ເຫລືອ​ບ່າກວ່າ​ແຮງ​ສຳ​ລັບ​ຂ້າ​ພຣະ​ອົງ​ແລ້ວ 15 ຖ້າ​ພຣະ​ອົງ​ທຳ​ຕໍ່​ຂ້າ​ພຣະ​ອົງ​ຢ່າງ​ນີ້ ຂໍ​ໂຜດ​ປະ​ຫານຊີ​ວິດ​ຂ້າ​ພຣະ​ອົງ​ສາ ເພື່ອ​ວ່າ​ຂ້າ​ພຣະ​ອົງ​ຈະ​ບໍ່​ໄດ້​ທົນ​ທານ​ຕໍ່​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ອີກ​ຕໍ່​ໄປ”

ໂມ​ເຊ​ເລື​ອກ​ຜູ້​ນຳ​ເຈັດ​ສິບ​ຄົນ

16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂມ​ເຊວ່າ, “ຈົ່ງ​ຮີບ​ໂຮມ​ເອົາ​ພວກ​ຜູ້​ນຳ​ເຈັດ​ສິບ​ຄົນ ຊຶ່ງ​ເປັນ​ຜູ້​ທີ່​ເຂົ້າ​ໃຈ​ໃນ​ການ​ນຳ​ປະ​ຊາ​ຊົນ ຈົ່ງ​ພາພວກ​ເຫລົ່າ​ນີ້​ມາ​ຫາ​ເຣົາ​ທີ່​ເຕັນ​ນັດ​ພົບ​ແຫ່ງ​ນີ້ ແລ້ວບອກ​ໃຫ້​ພວກ​ເຂົາ​ຢືນ​ຢູ່​ໃກ້​ເຈົ້າ​ເຮົາ​ຈະ​ລົງ​ມາ​ເວົ້າ​ກັບ​ເຈົ້າ​ຢູ່ບ່ອນ​ນັ້ນ 17 ແລະ​ເຣົາ​ຈະ​ໃຫ້​ອຳ​ນາດ​ຄື​ພຣະ​ວີນ​ຍານ​ບາງ​ສ່ວນ​ແກ່​ພວກ​ເຂົາ ແລ້ວ​ພວກ​ເຂົາ​ກໍ​ຈະ​ສາ​ມາດ​ຮັບ​ ພາ​ຣະ​ຊ່ອຍ​ເຫລືອ​​ປະ​ຊາ​ຊົນ​ເຫລົ່າ​ນີ້ ສ່ວນ​ເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ພາ​ຣະ​ນີ້​ແຕ່​ຄົນ​ດຽວ 18 ຈົ່ງ​ບອກ​ປະ​ຊາ​ຊົນໃຫ້​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ​ໃນ​ມື້​ອື່ນ ແລ້ວ​ພວກ​ເຂົາ​ກໍ​ຈະ​ມີ​ຊີ້ນກິນ ເພາະ​ພວກ​ເຂົາ​ຮ້ອງ​ຂໍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ “ໃຜ​ຈະ​ເອົາ​ຊີ້ນ​ພວກ​ເຮົາ​ກິນ ຖ້າ​ພວກ​ເຮົາ​ຢູ່​ປະ​ເທດ​ເອ​ຢິບກໍ​ຈະ​ດີ​ກວ່າ​ນີ້” ເພາະ​ເຫດ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປະ​ທານ​ເນື້ອ​ໃຫ້​ທ່ານ​ທັງ​ຫລາຍ​ຮັບ​ປະ​ທານ 19 ​ທ່ານຈະ​​ບໍ່​ໄດ້​ຮັບ​ປະ​ທານ​ພຽງ​ແຕ່​ມື້​ນຶ່ງ​ຫລື​ສອງ​ມື້ ຫ້າ​ມື້ ສິບ​ມື້ ຫລື​ຊາວ​ມື້​ເທົ່າ​ນັ້ນ 20 ແຕ່​ຈະ​ຮັບ​ປະ​ທານຕລອດ​ເດືອນ​ຈົນ​ພວກ​ທ່ານຈະ​ເປີດ ສິ່ງ​ເຫລົ່າ​ນີ້​ໄດ້​ເກີດ​ຂຶ້ນ​ເພາະ​ວ່າ​ພວກ​ທ່ານ​ໄດ້​ປະ​ລະ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ທ່ານ ແລະ​ພວກ​ທ່ານ​ໄດ້​ຮ້ອງ​ທຸກ​ຕໍ່​ພຣະ​ອົງ​ວ່າພວກ​ເຮົາ​ເສັຽ​ໃຈ​ທີ່​ໄດ້​ອອກ​ຫນີ​ຈາກ​ປະ​ເທດ​ເອ​ຢິບ” 21 ໂມ​ເຊ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຜູ້​ຊາຍ​ສະ​ກັນ​ທີ່​ຂ້າພຣະ​ອົງ​ກຳ​ລັງ​ນຳ​ຫນ້າ​ໄປ​ມີ​ເຖິງ​ຫົກ​ແສນຄົນ ແຕ່​ພຣະ​ອົງ​ຊົງ​ບອກວ່າ​ຈະ​ປະ​ທານ​ຊີ້ນ​ໃຫ້​ພວກ​ເຂົາ​ກິນ​ຢ່າງ​ພຽງ​ພໍ​ສຳ​ລັບ​ເດືອນ​ນຶ່ງ 22 ຈະ​ຕ້ອງ​ຂ້າ​ງົວ ແລະ​ແກະ​ຈັກ​ຕົວ​ຈຶ່ງ​ຈະ​ພໍ​ກິນ ຫລື​ປາ​ທັງ​ຫມົດ​ໃນ​ນ້ຳ​ທະ​ເລ​ອີກ​ຈັກ​ເທົ່າ​ໃດ​ຈຶ່ງ​ຈະ​ພໍ​ໃຫ້​ປະ​ຊາ​ຊົນ​ກິນ​ອີ່ມ 23 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ເຈົ້າຄິດ​ວ່າ​ອຳ​ນາດ​ຂອງ​ເຮົາ​ມີ​ຂອບ​ເຂດ​ຈຳ​ກັດ​ຊັ້ນ​ບໍ ໃນ​ບໍ່​ຊ້າ​ນີ້​ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ຄຳ​ທີ່​ເຮົາ​ໄດ້​ເວົ້າ​ໄປ​ນັ້ນ​ຈະ​ເກີດ​ຂຶ້ນ​ແທ້​ຫລື​ບໍ່ 24 ຄັນ​ແລ້ວ ໂມ​ເຊ​ຈຶ່ງ​ໄດ້​ອອກ​ໄປ​ບອກ​ປະ​ຊາຊົນ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້ ທ່ານ​ໄດ້​ທ້ອນ​ໂຮມ​ພວກ​ຜູ້​ນຳ​ເຈັດ​ສິບ​ຄົນ ແລະ​ໄດ້​ຈັດ​ໃຫ້ທຸກ​ຄົນ​ໄປ​ຢືນ​ອ້ອມ​ຫໍ​ເຕັນ​ສັກ​ສິດ 25 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ເດັດ​ລົງ​ມາ​ເປັນ​ກ້ອນ​ເມກ​ແລະ​ກ່າວ​ກັບ​ໂມ​ເຊ ໃນ​ຂ​ນະ​ດຽວ​ກັນ​ນັ້ນ ພຣະ​ອົງ​ກໍ​ຊົງ​ປະ​ທານ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ ທີ່​ໂມ​ເຊ​ມີ​ແລ້ວ​ນັ້ນ​ໃຫ້​ພວກ​ຜູ້​ນຳ​ເຈັດ​ສິບ​ຄົນ​ນັ້ນ ພໍ​ພຣະ​ວິນ​ຍານ​ເຂົ້າ​ສວມ​ທັບ ພວກ​ເຂົາ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ເຫມືອນ​ກັ​ບ​ຄົນ​ເສັຽ​ສະ​ຕິ​ແລ້ວ​ບໍ່​ດົນ​ກໍ​ງຽບ​ລົງ 26 ໃນ​ຈຳ​ນວນ​ພວກ​ຜູ້​ນຳ​ເຈັດ​ສິບ​ຄົນ ມີ​ສອງ​ຄົນ​ຄື​ ເອນ​ດາດ ແລະ​ເມ​ດາດ ທີ່​ບໍ່​ໄດ້​ອອກ​ມາ​ຈາກ​ຕູບ​ຜ້າ​ເຕັນ​ນຳ​ຫມູ່ ແຕ່​ພຣະ​ວິນ​ຍານ​ໄດ້​ຊົງ​ເຂົ້າ​ເຂົາ​ທັງ​ສອງ​ຄົນ​ນີ້ ພວ​ກ​ເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ຢ່າງ​ດັງ​ເຫມືອນ​ຄົນ​ເສັຽ​ສະ​ຕິ 27 ເມື່ອ​ເຫັນ​ດັ່ງ​ນັ້ນ ຊາຍ​ຫນຸ່ມຜູ້​ນຶ່ງ​ກໍ​ແລ່ນ​ໄປ​ບອກ​ໂມ​ເຊກ່ຽວ​ກັບ​ເຣື່ອງ​ທີ່​ເກີດ​ຂຶ້ນ​ກັບ ເອນ​ດາດ ແລະ​ເມ​ດາດ 28 ແລ້ວ​ໂຢ​ຊວຍ​ບຸດ​​ນູນ​ທີ່​ເປັນ​ຜູ້​ຊ່ອຍຂອງ​ໂມ​ເຊ​ມາ​ຕັ້ງ​ແຕ່​ຍັງ​ຫນຸ່ມ​ນ້ອຍ​ໄດ້​ເວົ້າ​ຕໍ່​ໂມ​ເຊວ່າ, “ທ່ານ​ເອີຍ ໄປ​ບອກ​ໃຫ້​ພວກ​ເຂົາ​ຢຸດ​ແມ໋” 29 ໂມ​ເຊ​ຕອບ​ວ່າ, “ເຈົ້າ​ມາ​ສົນ​ໃຈ​ຫຍັງ​ກັບ​ວຽກ​ຂອງ​ເຮົາ ເຮົາ​ຢາກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ພຣະ​ວີນ​ຍານ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ ເພື່ອ​ໃຫ້​ພວກ​ເຂົາ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ” 30 ແລ້ວ​ໂມ​ເຊ​ພ້ອມ​ທັງພວກ​ຜູ້​ນຳ​ເຈັດ​ສິບ​ຄົນ​ກໍ​ພາກັນ​ກັບ​ຄືນ​ເມືອ​ຄ້າຍ​ພັກ

ນົກ​ຂຸ້ມ

31 ໃນ​ທັນ​ໃດ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ມີ​ລົມ​ພັດ​ມາ ແລະ​ມີ​ຝູງ​ນົກ​ຂຸ້ມ​ບີນ​ມາ​ຈາກ​ທະ​ເລ ມັນ​ບີນ​ຫ່າງ​ຈາກ​ພື້ນ​ດິນ​ພຽງ​ສອງ​ສອກ​ເທົ່າ​ນັ້ນ ນົກ​ເຫລົ່າ​ນີ້​ໄດ້​ມາ​ຈັບ​ຢູ່​ຕາມ​ຄ້າຍ ແລະ​ທົ່ວ​ທຸກ​ບ່ອນ​ອ້ອມ​ແອ້ມ​ຄ້າຍ​ເປັນ​ລະ​ຍະ​ຫລາຍ​ຫລັກ 32 ດັ່ງ​ນັ້ນ ປະ​ຊາ​ຊົນ​ທັງ​ປວງ​ຈຶ່ງ​ພາ​ກັນ​ຈັບ​ເອົາ​ນົກ​ຂຸ້ມ​ນັ້ນ​ຕລອດ​ມື້​ຕລອດ​ຄືນ ຄົນ​ຈັບ​ໄດ້ນ້ອຍ​ທີ່​ສຸດ​ໄດ້​ເຖິງ​ສິບ​ໂຮ​ເມີ ພວກ​ເຂົາ​ໄດ້​ພາ​ກັນ​ຄົວ​ນົກ ແລ້ວ​ເອົາ​ຕາກໄວ້​ເຕັມ​ທົ່ວ​ຄ້າຍ 33 ກ່ອນ​ຊີ້ນ​ຈະ​ຫມົດ​ໄປ ແລະ​ໃນ​ຂ​ນະ​ທີ່​ຍັງ​ມີ​ຊີ້ນ​ກິນ​ຢ່າງ​ອຸ​ດົມ​ສົມ​ບູນ​ຢູ່​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ ແລະ​ຊົງ​ທຳ​ໃຫ້​ພວກ​ເຂົາ​ເກີດ​ເປັນ​ໂຣກ​ອະ​ຫິ​ວາ 34 ບ່ອນ​ນີ້​ໄດ້​ໃສ່​ຊື່​ວ່າ ກິບ​ໂຣດ​ຮັດ​ຕາ​ອາ​ວາ (ຫລຸມ​ຝັງ​ສົບ​ຂອງ​ຜູ້​ຂໍ​ກີນ) ເພາະ​ວ່າ​ພວກ​ເຂົາ​ໄດ້​ຝັງ​ສົບ​ພວກ​ທີ່​ຂໍ​ກິນ​ຊີ້ນ​ໄວ້​ຢູ່​ບ່ອນ​ນັ້ນ 35 ຫລັງ​ຈາກ​ນັ້ນ ປະ​ຊາ​ຊົນ​ກໍ​ຍ້າຍ​ໄປ​ຢູ່​ຮາ​ເຊ​ໂຣດ ແລະ​ພາ​ກັນ​ຕັ້ງ​ຄ້າຍ​ພັກ​ເຊົາ​ຢູ່​ທີ່​ນັ້ນ

ຈົດບັນຊີ 12

ອາ​ໂຣນແລະມີ​ຣີ​ອາມ ກ່າວ​ຂັດ​ຂວາງ​ໂມ​ເຊ

1 ມີ​ຣີ​ອາມ​ແລະ​ອາ​ໂຣນ​ໄດ້​ຕິ​ຕຽນ​ໂມ​ເຊ ຍ້ອນ​ຍິງ​ຄົນ​ກູຊ​ທີ່​ທ່ານ​ໄດ້​ແຕ່ງ​ງານ​ນຳ (ເພາະ​ໂມ​ເຊ​ໄດ້​ແຕ່ງງານ​ກັບ​ຍິງ​ຄົນ​ກູ​ຊ​ຄົນ​ນຶ່ງ) 2 ເຂົາ​ທັງ​ສອງ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຜ່ານທາງ​ໂມ​ເຊ​ຄົນ​ດຽວ​ເທົ່າ​ນັ້ນ​ຈິງ​ຫລື ພຣະ​ອົງ​ຊົງ​ກ່າວ​ຜ່ານທາງ​ພວກເຮົາ​ຄື​ກັນ​ບໍ່​ແມ່ນ​ຫລື”

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ຍິນ

3 ໂມ​ເຊ​ເປັນ​ຄົນ​ຖ່ອມ​ໃຈ​ຫລາຍ​ຍິ່ງ​ກວ່າ​ຄົນ​ທັງ​ປວງໃນ​ເທິງ​ແຜ່ນ​ດິນ​ໂລ​ກ​ນີ້ 4 ໃນ​ທັນ​ໃດ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊ​ແລະ​ອາ​ໂຣນ​ກັບ​ມີ​ຣີ​ອາມ​ວ່າ, “ເຈົ້າ​ທັງ​ສາມ​ຈົ່ງ​ອອກ​ມາ​ທີ່​ເຕັນ​ນັດ​ພົບ” ເຂົາ​ທັງ​ສາມກໍ​ອອກ​ມາ 5 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ສະ​ເດັດ​ລົງ​ມາ​ໃນ​ເສົາ​ເມກ ປະ​ທັບ​ຢືນ​ທີ່​ປະ​ຕູ​ເຕັນ ຊົງ​ເອີ້ນ​ອາ​ໂຣນ ແລະ​ມີ​ຣີ​ອາມ ເຂົາ​ທັງ​ສອງກໍ​ມາ​ຂ້າງ​ຫນ້າ 6 ພຣະ​ອົງ​ຊົງກ່າວ​ວ່າ, “ຈົ່ງ​ຟັງ​ຖ້ອຍ​ຄຳ​ຂອງ​ເຣົາ ຖ້າ​ຈະ​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສຳ​ແດງ​ຕົວ​ແກ່​ຜູ້​ນັ້ນ​ເປັນ​ນິ​ມິດ ເຮົາ​ຈະ​ເວົ້າ​ກັບ​ເຂົາ​ທາງ​ຝັນ 7 ສຳ​ລັບ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ກໍ​ບໍ່​ເປັນ​ເຊັ່ນ​ນັ້ນ ໃນ​ປະ​ຊາ​ຊົນ​ຂອງ​ເຮົາ ເຂົາ​ສັດ​ຊື່ 8 ເຮົາ​ເວົ້າ​ກັບ​ເຂົາ​ປາກ​ຕໍ່​ປາກ​ຢ່າງ​ຊັດ​ເຈນ ບໍ່​ເວົ້າ​ລຶກ​ລັບ ແລະ​ເຂົາ​ເຫັນ​ຮູບ​ຮ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຫຍັງ​ເຈົ້າ​ບໍ່​ຢ້ານທີ່​ຈະ​ເວົ້າ​ຕິ​ຕຽນ​ໂມ​ເຊ​ ຜູ້​ຮັບ​ໃຊ້​ຂອງ​ເຮົາ” 9 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກີ້ວ​ເຂົາ ແລ້ວ​ສະ​ເດັດ​ຫນີ​ໄປ 10 ເມື່ອ​ເມກ​ລອຍ​ພົ້ນ​ເຕັນ​ໄປ ເບິ່ງ​ແມ໋, ມີ​ຣີ​ອາມກໍ​ເປັນ​ໂຣກ​ເຮື້ອນ​ຂາວ​ເຫມືອນ​ຫີມ​ມະ ອາ​ໂຣນ​ຫັນ​ໄປ​ເບິ່ງ​ມີ​ຣີ​ອາມ ແລະ​ເບິ່ງ​ແມ໋​, ມີ​ຣີ​ອາມ​ເປັນ​ໂຣກ​ເຮື້ອນ 11 ແລະ​ອາ​ໂຣນ​ເວົ້າ​ກັບ​ໂມ​ເຊວ່າ, “ຂ້າ​ແຕ່​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ ຂໍ​ຢ່າ​ລົງ​ໂທດ​ແກ່​ເຮົາ​ທັງ​ສອງ​ທີ່​ໄດ້​ກະ​ທຳ​ຄວາມ​ໂງ່​ແລະ​ບາບເຊັ່ນ​ນີ້ 12 ຂໍ​ຢ່າ​ໃຫ້​ມີ​ຣີ​ອາມ​ເປັນ​ເຫມືອນ​ຄົນ​ທີ່​ຕາຍ​ແລ້ວ ດັ່ງ​ຄົນ​ທີ່​ອອ​ກຈາກ​ຄັນ​ມານ​ດາ​ມີ​ເນື້ອ​ກຸດ​ໄປ​ເຄິ່ງ​ນຶ່ງ” 13 ແລະ​ໂມ​ເຊ​ໄດ້​ຮ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ຮັກ​ສາ​ນາງ ຂ້າ​ພຣະ​ອົງ​ທູນ​ວິງວອນ​ຕໍ່​ພຣະ​ອົງ” 14 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​​ກ່າວແກ່​ໂມ​ເຊວ່າ, ຖ້າ​ພໍ່​ຂອງ​ນາງ​ຖົ່ມ​ນ້ຳ​ລາຍ​ໃສ່​ຫນ້າ​ນາ​ງ ນາງ​ຈະ​ລະ​ອາຍ​ຢູ່​ເຈັດ​ມື້​ບໍ່​ແມ່ນ​ຫລື ຈົ່ງ​ກັກ​ນາງ​ໄວ້​ນອກ​ຄ້າຍ​ເຈັດ​ມື້ ພາຍ​ຫລັງ​ຈຶ່ງ​ໃຫ້​ກັບ​ຄືນ​ເຂົ້າ​ມາ​ໄດ້” 15 ດັ່ງ​ນັ້ນ ມີ​ຣີ​ອາມ​ຈຶ່ງ​ຖືກ​ກັກ​ຢູ່ນອກ​ຄ້າຍ​ເຈັດ​ວັນ ແລະ​ປະ​ຊາ​ຊົນ​ກໍ​ບໍ່​ໄດ້​ຍົກ​ເດີນ​ໄປ​ຈົນ​ກວ່າ​ມີ​ຣີ​ອາມ​ກັບ​ຄືນເຂົ້າ​ມາ​ອີກ 16 ແລ້ວ​ປະ​ຊາ​ຊົນ​ກໍ​ຍົກ​ເດີນ​ຈາກ​ເມືອງ​ຮາ​ເຊ​ໂຣທ ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ຖິ່ນ​ກັນ​ດານປາ​ຣານ

ຈົດບັນຊີ 13

ພວກ​ນັ​ກ​ສືບ​ສອດ​ແນ​ມ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ເລືອ​ກ​ເອົາ​ຜູ້​ນຳ​ຄົນ​ນຶ່ງ​ໃນ​ແຕ່​ລະ​ຕະ​ກູນ​ໃຫ້​ໄປ​ສືບ​ສອດ​ແນມ​ເບິ່ງ​ປະ​ເທດ​ກາ​ນາ​ອານ ຊຶ່ງ​ເປັນ​ບ່ອນ​ທີ່​ເຮົາ​ໄດ້​ມອບ​ໄວ້​ໃຫ້​ພວກ​ອິສ​ຣາ​ເອນ 3 ແລ້ວ​ໂມ​ເຊ​ກໍ​ປະ​ຕິ​ບັດ​ຕາມ ໂດຍ​ໄດ້​ຈັດ​ສົ່ງ​ພວກ​ຜູ້​ນຳ​ຕໍ່​ໄປ​ນີ້​ອອກ​ຈາກ​ຖິ່ນ​ກັນ​ດານ​ປາ​ຣານ 4 ຕໍ່​ໄປ​ນີ້​ເປັນ​ຊື່​ຂອງ​ຄົນ​ເຫລົ່າ​ນັ້ນ ຊັມ​ມູ​ອາ ບຸ​ດຊັກ​ເກີ​ເປັນ​ເຜົ່າ​ຣູ​ເບນ 5 ຊາ​ຟັດ ບຸດ​ໂຮ​ຣີ​ເປັນ​ເຜົ່າ​ຊີ​ເມ​ໂອນ 6 ກາ​ເລັບ ບຸດ​​ເຢ​ຟຸນ​ເນ​ເປັນ​ເຜົ່າ​ຢູ​ດາ 7 ອີ​ການ ບຸດໂຢ​ເຊັບເປັນ​ເຜົ່າ​ອິສ​ຊາ​ຄາ 8 ໂຮ​ເຊ​ອາ ບຸດ​ນູນ​ເປັນ​ເຜົ່າ​ເອຟ​ຣາ​ອິມ 9 ປານ​ຕີ ບຸດ​ຣາ​ຟູເປັນ​ເຜົ່າ​ເບັນ​ຢາ​ມິນ 10 ກາດ​ດີ​ເອນ ບຸດ​ໂຊ​ດີ​ເປັນ​ເຜົ່າ​ເຊ​ບູ​ຣູນ 11 ກາດ​ດີ ບຸດ​ຊູ​ຊີເປັນເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ ຄື​ເຜົ່າ​ມາ​ນັ​ສ​ເຊ 12 ອັມ​ມີ​ເອນ ບຸດ​ເກ​ມັນ​ລີເປັນເຜົ່າ​ດານ 13 ເຊທອູຣ໌ ບຸດ​ມີ​ຄາ​ເອນ​ເປັນ​ເຜົ່າ​ອາ​ເຊີ 14 ນາ​ບີ ບຸດ​ວົບ​ຊີ​ເປັນ​ເຜົ່າ​ເນັຟ​ທາ​ລີ 15 ເກ​ອູ​ເອນ ບຸດ​ມາ​ຄີ​ເປັນ​ເຜົ່າ​ກາດ 16 ພວກ​ເຫລົ່າ​ນີ້ ຄື​ພວກ​ນັກ​ສືບ​ສອດແນມ​ທີ່​ໂມ​ເຊ​ສົ່ງ​ໄປ​ສຳ​ລວດກວດ​ເບິ່ງ​ຜືນ​ແຜ່ນ​ດິນ​ກາ​ນາ​ອານ ທ່ານ​ໄດ້​ປ່ຽນ​ຊື່​ໃຫມ່​ໃຫ້​ໂຮ​ເຊ​ອາ​ບຸດ​ນູນວ່າ ໂຢ​ຊວຍ 17 ໂມ​ເຊ​ໄດ້​ສົ່ງ​ພວກ​ນີ້​ອອກ​ໄປ ແລະ​ສັ່ງ​ພວກ​ເຂົາ​ວ່າ, “ຈົ່ງ​ເຂົ້າໄປເນ​ເກັບ​ແຕ່​ທິດ​ເຫນືອ​ຫາ​ທິດ​ໃຕ້ ແລະ​ຕລອດ​ທົ່ວ​ທັງ​ປະ​ເທດ ແລ້ວ​ໃຫ້​ໄປ​ຍັງ​ເນີນ​ພູ​ເພື່ອ​ສຳ​ລວດກວດ​ເບິ່ງວ່າ​ປະ​ເທດ​ນີ້​ເປັນ​ຢ່າງ​ໃດ 18 ມີ​ປະ​ຊາ​ຊົນ​ຈັກ​ຄົນ​ແລະ​ມີ​ກຳ​ລັງ​ພົນ​ຫນ້ອຍ​ຫລາຍ​ແລະ​ເຂັ້ມ​ແຂງ​ປານ​ໃດ 19 ໃຫ້​ສຳ​ລວດກວດ​ເບິ່ງ​ອີກວ່າ ປະ​ເທດ​ນີ້​ອຸ​ດົມ​ສົມ​ບູນ​ຫລື​ບໍ່ ປະ​ຊາ​ຊົນ​ຢູ່​ໃນ​ເມືອງ​ທີ່​ບໍ່​ມີ​ກຳ​ແພງ ຫລື​ຢູ່​ໃນ​ປ້ອມ 20 ໃຫ້​ເບິ່ງວ່າ​ເມືອງ​ນີ້​ອຸ​ດົມ​ສົມ​ບູນ​ ຫລື​ແຫ້ງ​ແລ້ງ ແລະ​ມີ​ໄມ້​ຫລາຍ​ບໍ ຈົ່ງ​ມີ​ໃຈ​ອົງ​ອາດ​ກ້າ​ຫານ ແລະ​ໃຫ້​ນຳ​ເອົາ​ຜົນ​ລະ​ປູກ​ບາງ​ຢ່າງ​ທີ່​ເກີດ​ຂຶ້ນ​ຈາກ​ບ່ອນ​ນັ້ນ​ມາ (ຍາມ​ນັ້ນ​ເປັນ​ຍາມ​ທີ່​ຫມາກ​ ອະ​ງຸ່ນ​ກຳ​ລັງ​ສຸກ) 21 ດັ່ງ​ນັ້ນ ພວກ​ນັກ​ສືບ​ຈິ່ງ​ໄດ້​ເດີນ​ທາງ​ໄປ​ຍັງ​ເຂດ​ເຫນືອ ເພື່ອ​ສຳ​ລວດກວດ​ເບິ່ງ​ດິນ​ແດນ​ທີ່​ປ່າ​ກັນ​ດານ​ຊີນ ທາງ​ເຂດ​ໃຕ້​ຈົນ​ເຖິງ​ທາງ​ໄປ​ສູ່​ເຣ​ໂຮ ໃກ້​ກັບ​ເລ​ໂບ​ຮາ​ມັ​ທ 22 ພວກ​ເຂົາ​ຂຶ້ນໄປ​ເຖິງ​ເນ​ເກັບ ແລະ ເຖີ​ງ​ເມືອງ​ເຮ​ໂບ​ຣນ ຊຶ່ງ​ເປັນ​ບ່ອນ​ຢູ່​ຂອງ​ເຜົ່າ​ອາ​ຮີ​ມານ ເຊ​ຊັຍ ແລະ​ຕັນ​ມັຍ ພວກ​ເຜົ່າ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ຊົນ​ຊາດ​ຮູບ​ຮ່າງ​ໃຫຍ່ ຄື​ຄົນ​ອາ​ນາ​ກິມ​ຢູ່ທີ່​ນັ້ນ (ເມືອງ​ເຮ​ໂບ​ຣນ​ນີ້​ເຂົາ​ໄດ້​ສ້າງ​ມາ​ກ່ອນ​ເມືອງໂຊ​ອານ​ທີ່​ປະ​ເທດ​ເອ​ຢິບ​ໄດ້​ເຈັດ​ປີ) 23 ພວກ​ເຂົາ​ເດີນ​ທາງ​ມາ​ຮ່ອມ​ເອັ​ສ​ໂຄນ ຢູ່​ທີ່​ນີ້​ພວກ​ເຂົາ​ໄດ້​ຕັດ​ເອົາ​ງ່າ​ໄມ້​ຕົ້ນ​ອະ​ງຸ່ນ​ຊຶ່ງ​ມີ​ພວງ​ດົກ​ຫນາ ຈົນ​ມີ​ສອງ​ຄົນ​ໃຊ້​ໄມ້​ຫາມ ພວກ​ເຂົາ​ຍັງ​ໄດ້​ນຳ​ເອົາ​ຫມາ​ກພິ​ລາ ແລະ​ຫມາກ​ເດື່ອ​ບາງ​ເລັກ​ນ້ອຍ​ມາ​ນຳ 24 ບ່ອນ​ນີ້​ເອີ້ນ​ຊື່​ວ່າຮ່ອມ​ເອສ​ໂກນ ຮ່ອມ​ຫມາກ​ ອະ​ງຸ່ນ ເພາະ​ວ່າ​ພວກ​ອິສ​ຣາເອນ​ໄດ້​ຕັດ​ເອົາ​ພົ້ວ​ຫມາກ​ອະ​ງຸ່ນ​ຢູ່​ບ່ອນ​ນັ້ນ 25 ຫລັງ​ຈາກ​ສຳ​ລວດກວດ​ເບິ່ງ​ດິນ​ແດນ​ໄດ້​ສີ່​ສິບ​ວັນແລ້ວ 26 ພວກ​ເຂົາ​ກໍ​ພາ​ກັນ​ກັບ​ຄືນ​ມາ​ຫາ​ໂມ​ເຊ ແລະ​ອາ​ໂຣນ ແລະ​ພວກ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທີ່​ກາ​ເດັສ​ໃນ​ຖິ່ນ​ກັນ​ດານ​ປາ​ຣານ ພວກ​ເຂົາ​ໄດ້​ລາຍ​ງານທຸກ​ສິ່ງ​ທີ່​ໄດ້​ເຫັນ ແລະ​ໄດ້​ເອົາ​ຫມາກ​ໄມ້​ທີ່​ນຳ​ມາ​ນັ້ນ​ໃຫ້​ທຸກ​ຄົນ​ເບິ່ງ 27 ພວກ​ເຂົາ​ບອກກັບ​ໂມ​ເຊວ່າ, “ຂ້າ​ພະ​ເຈົ້າ​ໄດ້​ສຳ​ລວດ​ເບິ່ງ​ຜືນ​ແຜ່ນ​ດິນ​ຕາມ​ທີ່​ທ່ານ​ໄດ້​ສົ່ງ​ໄປ​ນັ້ນ​ແລ້ວ ດິນ​ແດນ​ແຫ່ງ​ນີ້​ມັ່ງ​ຄັ່ງ ແລະ​ອຸ​ດົມ​ສົມ​ບູນ​ຫລາຍ ແລະ​ນີ້​ເດ່​ຫມາກ​ໄມ້​ບາງ​ຢ່າງ​ຈາກ​ປະ​ເທດ​ນັ້ນ 28 ແຕ່​ວ່າ​ປະ​ຊາ​ຊົນ​ຢູ່​ບ່ອນ​ນີ້​ມີ​ອຳ​ນາດ​ຫລາຍ ແລະ​ຫົວ​ເມືອງ​ຕ່າງໆ​ຂອງ​ພວກ​ເຂົາ​ກໍ​ກວ້າງ​ໃຫຍ່​ໄພ​ສານ​ທັງ​ມີ​ກຳ​ແພງ​ປ້ອງ​ກັນ​ໄວ້​ເປັນ​ຢ່າງ​ດີ ນອກ​ຈາ​ກ​ນີ້ ຂ້າ​ພະ​ເຈົ້າ​ຍັງ​ໄດ້​ເຫັນເຊື້ອ​ສາຍ​ຂອງ​ພວກ​ອາ​ນາກ​ຊຶ່ງ​ເປັນ​ຄົນ​ທີ່​ມີ​ຮູບ​ຮ່າງ​ໃຫຍ່​ສູງ 29 ສ່ວນ​ຄົນອາ​ມາ​ເລກ​ກໍ​ຢູ່​ທາງ​ເຂດ​ເບື້ອງໃຕ້ ແລະ​ຄົນຮິດ​ຕີ ຄົນ​ເຢ​ບຸສ ຄົນ​ອາ​ໂມ​ຣິດ​ກໍ​ຢູ່​ເທິງ​ພູ​ນ້ອຍ ຄົນ​ກາ​ນາ​ອານ​ກໍ​ອາ​ໄສ​ຢູ່​ໃກ້​ທະ​ເລ​ເມ​ດິ​ເຕຣາ​ເນ ແລະ​ຢູ່​ຕາມ​ຝັ່ງ​ແມ່​ນ້ຳ​ຈໍ​ແດນ” 30 ແລ້ວ​ກາ​ເລັບ​ຈຶ່ງ​ບອກ​ໃຫ້​ປະ​ຊາ​ຊົນ​ທີ່​ຮ້ອງ​ທຸກ​ຕໍ່​ໂມ​ເຊ​ມິດງຽບ ແລະ​ເວົ້າ​ຕໍ່​ໄປ​ວ່າ, “ພວກ​ເຮົາມີ​ກຳ​ລັງ​ພຽງພໍ​ທີ່​ຈະ​ຊະນະ​ໄດ້ ດັ່ງ​ນັ້ນ ພວກ​ເຮົາ​ຕ້ອງ​ເຂົ້າ​ໂຈມ​ຕີ ແລະ​ຍຶດ​ເອົາ​ດິນ​ແດນ​ແຫ່ງ​ນີ້​ດຽວ​ນີ້” 31 ແຕ່​ວ່າ ພວກ​ທີ່​ໄປ​ນຳ​ກາ​ເລັບ​ໄດ້​ເວົ້າ​ວ່າ, “ບໍ່​ໄດ້ ພວກ​ເຮົາ​ຍັງ​ບໍ່​ທັນ​ມີກຳ​ລັງ​ພຽງ​ພໍ​ທີ່​ຈະ​ໄປ​ໂຈມ​ຕີ ເພາະ​ວ່າ​ປະ​ຊາ​ຊົນ​ຢູ່​ບ່ອນ​ນັ້ນ​ມີ​ກຳ​ລັງ​ຫລາຍກວ່າ​ພວກ​ເຮົາ” 32 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ຣາຍ​ງານ​ເທັດ​ກ່ຽວ​ກັບ​ແຜ່ນ​ດິນ​ທີ່​ໄດ້​ໄປ​ສຳ​ລວດ​ມາ​ນັ້ນ​ຕໍ່​ພວກ​ອິສ​ຣາ​ເອນ​ໂດຍ​ພວກ​ເຂົາ​ເວົ້າ​ວ່າ, “ດິນ​ແດນ​ແຫ່ງ​ນັ້ນ​ບໍ່​ມີ​ພືດ​ຜົນ​ຢ່າງ​ໃດ​ພໍ​ທີ່​ຈະ​ລ້ຽງ​ຝູງ​ຄົນ​ທີ່​ນັ້ນ​ໄດ້ ທຸກ​ຄົນທີ່​ພວກ​ເຮົາ​ໄດ້​ພົບ​ເຫັນ​ນັ້ນ​ເປັນ​ຄົນ​ສູງ​ໃຫຍ່ 33 ທີ່​ນັ້ນ ພວກ​ເຮົາ​ໄດ້​ເຫັນ​ຄົນ​ເນ​ຟີລ (ຄົນ​ອາ​ນາກ​ຜູ້​ມາ​ຈາກ​ຄົນ​ເນ​ຟີນ) ພວກ​ເຂົາ​ມອງ​ເບິ່ງ​ພວກ​ເຮົາ​ເຫມືອນ​ຝູງ​ຕັກ​ແຕນ​ຕົວ​ນ້ອຍໆ​ເທົ່າ​ນັ້ນ ແລະ​ກໍເປັນ​ດັ່ງ​ນັ້ນ​ໃນ​ສາຍ​ຕາ​ຂອງ​ພວກ​ເຮົາ​ດ້ວຍ”

ຈົດບັນຊີ 14

ປະ​ຊາ​ຊົນ​ກະ​ບົດ​ຕໍ່​ພຣະ​ເຈົ້າ

1 ປະ​ຊາ​ຊົນ​ຮ້ອງ​ທຸກ​ດ້ວຍ​ຄວາມ​ໂສກ​ເສົ້າ​ຕລອດ​ຄືນ ພວກ​ເຂົາ​ຈົ່ມ​ທຸກ​ຕໍ່​ໂມ​ເຊ ແລະ​ອາ​ໂຣນ​ວ່າ, 2 “ຖ້າ​ຕາຍ​ຢູ່​ໃນ​ປະ​ເທດ​ເອ​ຢິບ ຫລື​ແມ່ນ​ວ່າ​ຕາຍ​ໃນ​ຖິ່ນ​ກັນ​ດານ​ນີ້​ກໍ​ຍັງ​ດີກວ່າ 3 ເຫດ​ໃດ ພຣະ​ຜູ້​ເປັນ​ເຈົ້າ​ຈີ່ງ​ນຳ​ພວກ​ເຮົາ​ໄປ​ສູ່ດິນ​ແດນ​ແຫ່ງ​ນັ້ນ ພວກ​ເຮົາ​ຈະ​ຖືກ​ຂ້າ​ຕາຍ​ໃນ​ສະ​ຫນາມ​ຮົບ​ແລະ​ລູກ​ເມັຽກໍ​ຈະ​ຖືກ​ຈັບ​ໄປ ສະ​ນັ້ນ ​ກັບ​ຄືນ​ເມືອ​ປະ​ເທດ​ເອ​ຢິບ​ຈະ​ບໍ່​ດີກວ່າ​ບໍ? 4 ດັ່ງ​ນັ້ນ ພວ​ກ​ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຂໍ​ໃຫ້​ພວກ​ເຮົາ​ເລືອກ​ເອົາ​ຜູ້​ນຳ​ຄົນ​ນຶ່ງ ແລ້ວ​ກັບ​ຄືນ​ເມືອ​ປະ​ເທດ​ເອ​ຢິບ​ເທາະ” 5 ແຕ່​ແລ້ວ​ໂມ​ເຊ​ກັບ​ອາ​ໂຣນ ໄດ້​ກົ້ມ​ຫນ້າ​ຫມູບ​ລົງ​ຕໍ່​ຫນ້າ​ປະ​ຊາ​ຊົນ​ທຸກ​ຄົນ 6 ສ່ວນ​ໂຢ​ຊວຍ​ບຸດ​ຂອງນູນ ແລະ​ກາ​ເລັບ​ບຸດ​ຂອງເຢ​ຟຸນ​ເນ ສອງ​ຄົນ​ໃນ​ຈຳ​ນວນ​ນັກ​ສືບ​ໄດ້​ພາ​ກັນ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ດ້ວຍ​ຄວາມ​ເສັຽ​ໃຈ ແລ້ວ​ເວົ້າ​ຕໍ່​ປະ​ຊາ​ຊົນ​ວ່າ, 7 “ປະ​ເທດ​ທີ່​ພວກຂ້າ​ພະ​ເຈົ້າ​ໄດ້​ໄປ​ສຳ​ລວດກວດ​ເບິ່ງ​ນັ້ນ​ເປັນ​ແຜ່ນ​ດິນ​ທີ່​ດີ​ເລີດ 8 ຖ້າ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພໍ​ພຣະ​ທັຍ​ໃນ​ພວກ​ເຮົາ ພຣະ​ອົງ​ກໍ​ຈະ​ຊົງ​ນຳ​ພວ​ກ​ເຮົາ​ໄປ​ສູ່​ແຜ່ນ​ດິນ​ທີ່​ມັ່ງ​ຄັ່ງ ແລະ​ອຸ​ດົມ​ສົມ​ບູນ​ນີ້ 9 ແຕ່​ຂໍ​ສິ່ງ​ດຽວ​ຄື ຢ່າ​ກະ​ບົດ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ ແລະ​ຢ່າ​ຢ້ານ​ປະ​ຊາ​ຊົນ​ທີ່​ຢູ່​ໃນ​ແຖບ​ນັ້ນ ພ​ວກ​ເຮົາ​ຈະ​ຊະນະ​ພວກ​ເຂົາ​ຢ່າງງ່າຍ​ດາຍ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ລາຍ​ຮູບ​ພຣະ​ທີ່​ປົກ​ປ້ອງ​ພວກ​ເຂົາ​ນັ້ນ​ສູນ ສິ້ນ​ໄປ​ຫມົດ​ແລ້ວ ຢ່າ​ຢ້ານ​ຫຍັງ​ເລີ​ຍ​ເພາະ​ວ່າ​ພຣະ​ອົງ​ສະ​ຖິດ​ຢູ່​ນຳ​ພວກ​ເຮົາ” 10 ແຕ່​ພວ​ກຊຸມ​ນຸມ​ຊົນ​ທັງ​ຫມົດ​ໄດ້​ວາງ​ແຜນ​ແກວ່ງ​ກ້ອນ​ຫີນ​ໃສ່​ໂມ​ເຊ ແລະ​ອາ​ໂຣນ​ໃຫ້​ຕາຍ ໃນ​ທັນ​ໃດ​ນັ້ນ ປະ​ຊາ​ຊົນ​ໄດ້​ເຫັນ​ແປວ​ໄຟ​ຊຶ່ງ​ສະ​ແດງ​ເຖິງ​ຣັ​ສ​ມີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ປາ​ກົດ​ຂຶ້ນ​ເທິງ​ຫໍ​ເຕັນ​ສັກ​ສິດ

ໂມ​ເຊ​ອ້ອນວອນ​ເພື່ອ​ປະ​ຊາ​ຊົນ

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂມ​ເຊວ່າ, “ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ກະ​ທຳ​ການ​ອັ​ດສະຈັນ​ຫລາຍຢ່າງ​ຖ້າມ​ກາງ​ພວກ​ເຂົາ​ມາ​ແລ້ວ​ກໍ​ຕາມ ປະ​ຊາ​ຊົນ​ເຫລົ່າ​ນີ້​ກໍ​ຍັງ​ຈະ​ຫມິ່ນ​ປະ​ຫມາດ ແລະ​ປະ​ຕິ​ເສດ​ບໍ່​ຍອມ​ເຊື່ອ​ຟັງ​ເຮົາ​ອີກ​ຢູ່ 12 ດັ່ງ​ນີ້​ແຫລະ ເຮົາ​ຈະ​ສົ່ງ​ໂຣກ​ລະ​ບາດ​ມາ​ທຳ​ລາຍ​ພວ​ກ​ເຂົາ ແຕ່​ເຮົາ​ຈະ​ທຳ​ໃຫ້​ເຈົ້າ​ເປັນ​ຊົນ​ຊາດ​ທີ່​ຍິ່ງ​ໃຫຍ່ແລະ​ມີ​ອຳ​ນາດ​ຫລາຍກວ່າ​ພວກ​ເຂົາ​ອີກ” 13 ແຕ່​ໂມ​ເຊ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ​ທີ່​ຊົງ​ນຳ​ພວກ​ປະ​ຊາ​ຊົນ​ເຫລົ່າ​ນີ້​ອອກ​ຈາກ​ປະ​ເທດ​ເອ​ຢິບ ເມື່ອ​ພວກ​ເອ​ຢິບ​ຮູ້​ຈັກ​ສິ່ງທີ່​ພຣະ​ອົງ​ຊົງ​ກະ​ທຳ​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ 14 ພວກ​ເຂົາ​ກໍ​ຈະ​ເລົ່າ​ໃຫ້​ປະ​ຊາ​ຊົນ​ໃນ​ແຖບ​ນັ້ນ​ຟັງ ແລະ​ພວກ​ເຂົາ​ກໍ​ຈະ​ໄດ້​ຍິນແລ້ວ​ວ່າ ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ຂ້າ​ ພຣະ​ອົງ​ ຄື​ພວກ​ຂ້າພຣະ​ອົງໄດ້​ເຫັນ​ກ້ອນ​ເມກ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ນ​ຳ​ຫນ້າ​ພວກ​ຂ້າ​ພຣະ​ອົງ​ກ່ອນ​ດ້ວຍ​ເສົາ​ເມກ​ໃນ​ຍາມ​ກາງ​ເວັນ ແລະ​ເສົາ​ໄຟ​ໃນ​ຍາມ​ກາງ​ຄືນ 15 ດຽວ​ນີ້ ຖ້າ​ພຣະ​ອົງ​ຈະ​ຊົງ​ຂ້າ​ໄພ່​ພົນທັງ​ຫມົດ​ຂອງ​ພຣະ​ອົງ ຊົນ​ຊາດ​ຕ່າງໆ​ທີ່​ໄດ້​ຍິນ​ຊື່​ສຽງ​ຣຽງ​ນາມ​ຂອງ​ພຣະ​ອົງ​ກໍ​ຈະ​ພາ​ກັນ​ປະ​ນາມ​ວ່າ 16 ພຣະ​ອົງ​ຊົງ​ຂ້າ​ໄພ່​ພົນ​ຂອງ​ພຣະ​ອົງ​ໃນ​ຖິ່ນ​ກັນດານ ເພາະ​ພຣະ​ອົງ​ຂາດ​ຄວາມ​ສາມາດ​ທີ່​ຈະ​ນໍາພວ​ກເຂົາ​ໄປ​ເຖິງແຜ່ນ​ດິນ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້​ພວກ​ເຂົາ​ນັ້ນ 17 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ເຫດ​ນີ້​ແຫລະ ຂ້າ​ພຣະ​ອົງ​ຈຶ່ງ​ອ້ອນວອນ​ຕໍ່​ພຣະ​ອົງ ຂໍ​ຊົງ​ສະ​ແດງ​ຣິດ​ອຳ​ນາດ​ຂອງ​ພຣະ​ອົງ​ໃຫ້​ພວກ​ຂ້າ​ພຣະ​ອົງ​ໄດ້​ເຫັນ ແລະ​ທຳ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາໄວ້​ໂດຍ​ໄດ້​ຊົງ​ກ່າວ​ວ່າ, 18 “ເຮົາ​ເປັນ​ຜູ້​ມີ​ຄວາມ​ອົດ​ກັ້ນ ເຮົາ​ມີ​ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່ ມີ​ຄວາມ​ເມດ​ຕາ ໃຫ້​ການ​ອະ​ພັຍ​ໂທດ ແລະ​ໃຫ້​ອະ​ພັຍ​ການ​ທໍ​ຣະ​ຍົດ ແຕ່​ເຮົາ​ຈະ​ລົງ​ໂທດ​ລູກ​ຫລານ​ເຫລັນ​ສືບໆ​ໄປ​ສາມ​ສີ່​ຊົ່ວ​ອາ​ຍຸ​ຄົນ ຍ້ອນ​ຄວາມ​ບາບ​ທີ່​ຕົກ​ທອດ​ມາ​ຈາກ​ພໍ່​ແມ່ຂອງ​ພວກ​ເຂົາ” 19 ຂ້າ​ພຣະ​ອົງ​ອ້ອນວອນ​ຂໍ​ຕໍ່​ພຣະ​ອົງ​ໂຜດ​ໃຫ້​ອະ​ພັຍ​ໂທດ​ປະ​ຊາ​ຊົນ​ເຫລົ່າ​ນີ້ ດ້ວຍ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ທີ່​ບໍ່​ປ່ຽນ​ແປງ​ຂອງ​ພຣະ​ອົງ​ເຫມືອນ​ດັ່ງ​ພຣະ​ອົງ​ຊົງ​ໃຫ້​ອະ​ພັຍ​ພວກ​ເຂົາ​ໃນ​ຄາວ​ທີ່​ພວກ​ເຂົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ” 20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ເຮົາ​ຈະ​ໃຫ້​ອະ​ພັຍ​ແກ່​ເຂົາ​ຕາມ​ຄຳ​ຂໍ​ຣ້ອງ​ຂອງ​ເຈົ້າ 21 ແຕ່​ເຮົາ​ສັນ​ຍາ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ຢ່າງ​ແນ່ນອນ ແລະ​ດ້ວຍ​ຣັ​​ສມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເຮົາ​ເຕັມ​ຢູ່ທົ່ວ​ໂລກ​ນີ້ 22 ເຮົາ​ຈຶ່ງ​ຈະ​ບໍ່​ໃຫ້​ໃຜ​ໃນ​ຈຳ​ນວນ​ປະ​ຊາ​ຊົນ​ເຫລົ່າ​ນີ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ນັ້ນ ພວກ​ເຂົາ​ໄດ້​ເຫັນ​ຣັ​ສ​ມີ​ຂອງ​ເຮົາ ແລະ​ໄດ້​ເຫັນ​ການ​ອັດ​ສະ​ຈັນ​ທີ່​ເຮົາ​ໄດ້​ກະ​ທຳ​ຢູ່​ໃນ​ປະ​ເທດ​ເອ​ຢິບ ແລະ​ໃນ​ຖິ່ນ​ກັນ​ດາ​ນ​ນັ້ນ ແຕ່​ພວກ​ເຂົາ​ໄດ້​ທົດ​ລອງ​ຄວາ​ມອົດ​ທົນ​ພ​ຍາ​ຍາມ​ຂອງ​ເຮົາ​ຫລາຍ​ຄັ້ງ ທັງ​ປະ​ຕິ​ເສດ​ບໍ່​ຍອມ​ຟັງ​ຄວາມ​ເຮົາ 23 ພວກ​ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ເຣົາ​ໄດ້​ສັນ​ຍາ​ໄວ້​ກັບ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວ​ກ​ເຂົາ​ນັ້ນ​ເລີຍ ຜູ້​ທີ່​ຫມິ່ນ​ປະ​ຫ​ມາດ​ເຮົາ​ຈະ​ບໍ່​ມີ​ໃຜ​ໄດ້​ເຂົ້າ​ໄປ​ໃນ​ແຜ່​ນດິນ​ນັ້ນ 24 ແຕ່​ວ່າ ຍ້ອນ​ກາ​ເ​ລັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ມີ​ຈິດ​ໃຈ​ແຕກ​ຕ່າງ​ຄົນ​ອື່ນ ແລະ​ຍັງ​ຄົງ​ສັດ​ຊື່​ເຮົາ​ຢູ່ ເຮົາຈຶ່ງ​ຈະ​ນຳ​ເຂົາ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ເຂົາ​ໄດ້​ໄປ​ສຳ​ລວດ​ມາ​ແລ້ວ​ນັ້ນ ແລະ​ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ມີ​ສິດ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ນັ້ນ 25 ຄື​ໃນ​ຮ່ອມ​ພູ​ບ່ອນ​ທີ່​ອາ​ມາ​ເລກ ແລະ​ຊາວ​ກາ​ນາ​ອານ​ຢູ່​ໃນ​ປະ​ຈຸ​ບັນ​ນີ້ ດັ່ງ​ນັ້ນ ໃນ​ມື້​ອື່ນ​ຈົ່ງ​ກັບ​ຄືນ​ເມືອ​ໄປ​ໃນ​ຖິ່ນ​ກັນ​ດານ​ຕາມ​ສາຍ​ທາງ​ສູ່​ທະ​ເລ​ແດງ

ພຣະ​ຜູ້​ເປັນ​ເຈົ້າ​ຊົງລົງ​ໂທດໄພ່​ພົນ​ຂອງ​ພຣະ​ອົງ​ຍ້ອນ​ການ​ຈົ່ມ​ທຸກ

26 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊ ແລະ​ອາ​ໂຣນ​ວ່າ, 27 “ຍັງອີກ​ດົນ​ປານ​ໃດ ​ປະ​ຊາ​ຊົນທີ່​ຊົ່ວ​ຊ້າ​ພວກ​ນີ້​ຈະ​ເຊົາ​ຈົ່ມ​ທຸກ​ຕໍ່​ເຮົາ ເຣົາ​ໄດ້​ຍິນ​ສຽງ​ຂອງ​ຄົນ​ອິສຣາ​ເອນ​ຊຶ່ງ​ຈົ່ມທຸກ​ນີ້ມັນລົ້ນຫູ​ເຮົາ​ແລ້ວ 28 ເອົາ​ລະ​ໃຫ້​ຕອບ​​ເຂົາ​ດັ່ງ​ນີ້​ວ່າ ເຣົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຮົາ​ຂໍ​ສາ​ບານ​ວ່າ ເຮົາ​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ພວກ​ເຂົາ​ສັນ​ນັ້ນ ເຮົາ​ຄື ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້ 29 ພວກ​ເຈົ້າ​ຈະ​ຕາຍ ແລະ​ຊາກ​ສົບ​ຂອງ​ພວກ​ເຈົ້າ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ຖິ່ນ​ກັນ​ດານ​ນີ້ ກໍ​ຍ້ອນ​ວ່າ​ພວກ​ເຈົ້າ​ຈົ່ມ​ທຸກ​ໃສ່​ເຮົາ ໃນ​ຈຳ​ນວນ​ພວກ​ເຈົ້າ​ນັບ​ຕັ້ງ​ແຕ່​ອາ​ຍຸ​ຊາວ​ປີ​ຂຶ້ນ​ໄປ​ຈະ​ບໍ່​ມີ​ໃຜ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ນັ້ນ 30 ເຮົາ​ໄດ້​ສັນ​ຍາ​ໄວ້​ວ່າ​ຈະ​ພາ​ພວກ​ເຈົ້າ​ໄປ​ໃນ​ບ່ອນ​ນັ້ນ ແຕ່​ບໍ່​ມີ​ໃຜ​ຈະ​ໄດ້​ໄປ​ນອກ​ຈາກ ກາ​ເລັບ ແລະ​ໂຢ​ຊວຍ​ເທົ່າ​ນັ້ນ 31 ພວກ​ເຈົ້າ​ໄດ້​ພາ​ກັນ​ເວົ້າ​ວ່າ ພວກ​ລູກ​ຫລານ​ຂອງ​ພວກ​ເຈົ້າ​ຈະ​ຕ້ອງ​ຖືກ​ຈັບ ແຕ່​ວ່າ​ເຮົາ​ຈະ​ນຳ​ພວກ​ເຈົ້າ​ໄປ​ຍັງ​ແຜ່ນ​ດິນ​ບ່ອນ​ທີ່​ພວກ​ເຈົ້າ​ຈະ​ບໍ່​ຍອມ​ໄປ​ນັ້ນ 32 ຊຶ່ງ​ບ່ອນ​ນັ້ນ​ຈະ​ເປັນ​ບ້ານ​ເມືອງ​ຂອງ​ພວກ​ເຂົາ ແຕ່​ສ່ວນ​ພວກ​ເຈົ້າ​ຊາກ​ສົບ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ປະ​ຖິ້ມ​ໃນ​ຖິ່ນ​ກັນ​ດານ​ນີ້​ 33 ແລະ​ພວກ​ລູກ​ຂອງ​ພວກ​ເຈົ້າຈະ​ເປັນ​ຜູ້​ລ້ຽງ​ແກະ​ໃນ​ຖິ່ນ​ກັນ​ດານ​ນີ້​ເປັນ​ເວ​ລາ​ສີ່​ສິບ​ປີ ພວ​ກ​ເຂົາ​ຈະ​ທຸກ​ຍາກ​ລຳ​ບາກ​ຈົນ​ກວ່າ​ຊາກ​ສົບ​ຂອງ​ພວກ​ເຈົ້າ​ຈະ​ເປື່ອຍ​ເນົ່າ​ໄປ 34 ຍ້ອນ​ວ່າ​ພວກ​ເຈົ້າ​ບໍ່​ສັດ​ຊື່ ພວກ​ເຈົ້າ​ໄດ້​ໄປ​ສຳ​ລວດ​ເບິ່ງ​ແຜ່ນ​ດິນ​ເປັນ​ເວ​ລາ​ສີ່​ສິບ​ວັນ ສະ​ນັ້ນ​ເຮົາ​ຈະ​ລົງ​ໂທດ​ເຈົ້າ​ເປັນ​ເວ​ລາ​ສີ່​ສິບ​ປີ​ຍ້ອນ​ວ່າ​ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ເຮົາ ແລ້ວ​ພວ​ກ​ເຈົ້າ​ຈີ່ງ​ຈະຮູ້​ວ່າ​ຄວາມ​ບໍ່​ພໍ​ໃຈ​ຂອງ​ເຮົາ​ມີ​ຄວາມ​ຫມາຍ​ສ່ຳ​ໃດ 35 ເຮົາ​ຂໍ​ສາ​ບານ​ວ່າ ເຮົາ​ຈະ​ກະ​ທຳ​ດັ່ງ​ນີ້​ຕໍ່​ພວກ​ຄົນ​ຊົ່ວ​ຊ້າ​ທີ່​ຮ່ວມ​ໃຈ​ກັນ​ຕໍ່​ສູ້​ເຮົາ ພວກ​ເຈົ້າ​ທຸກ​ຄົນ​ຈະ​ຕ້ອງ​ຕາຍ​ຢູ່​ໃນ​ຖິ່ນ​ກັນ​ດານ​ນີ້ ເຮົາພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 36 ພວກ​ທີ່​ໂມເຊ​ສົ່ງ​ໄປ​ສຳ​ລວດ​ເບິ່ງ​ແຜ່ນ​ດິນ​ແລ້ວ ກັບ​ມາ​ຣາຍ​ງານ​ຂ່າວ ຊຶ່ງ​ເປັນ​ເຫດ​ໃຫ້​ປະ​ຊາ​ຊົນ​ຈົ່ມ​ທຸກ​ໃສ່​ໂມ​ເຊ​ນັ້ນ 37 ພຣະ​ອົງ​ໄດ້​ຊົງ​ທຳ​ໃຫ້​ພວກ​ເຂົາ​ຕາຍ​ຍ້ອນ​ໂຣກ​ພັຍໄຂ້​ເຈັບ 38 ດັ່ງ​ນັ້ນ ໃນ​ຈຳ​ນວນ​ນັກ​ສືບ​ສິບ​ສອງ​ຄົນ​ນັ້ນ​ຈຶ່ງ​ມີ​ແຕ່​ໂຢ​ຊວຍ ແລະ​ກາ​ເລັບ​ເທົ່າ​ນັ້ນ​ທີ່​ຍັງ​ມີ​ຊີວິດ​ເຫລືອ​ຢູ່

ປະ​ເທດ​ການາ​ອານ​ຖືກ​ບຸກ​ລຸກ​ຄັ້ງ​ທຳ​ອິດ

39 ເມື່ອ​ໂມເຊ​ໄດ້​ບອກ​ຄົນ​ອິສ​ຣາ​ເອນ​ກ່ຽວກັບ​ຖ້ອຍ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ນັ້ນ ພວກ​ເຂົາ​ກໍ​ພາ​ກັນ​ໂສກ​ເສົ້າ​ເສັຽ​ໃຈ​ຫລາຍ 40 ດັ່ງ​ນັ້ນ ໃນ​ເວລາ​ຮຸ່ງ​ເຊົ້າ​ຂອງວັນ​ໃຫມ່ ຄົນ​ອິສ​ຣາ​ເອນ​ກໍ​ອອກ​ໄປ​ຕີ​ເສິກ​ທາງ​ພູ​ນ້ອຍ ແລະ​ເວົ້າ​ວ່າ, “ດຽວ​ນີ້ ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ພ້ອມ​ທີ່​ຈະ​ໄປ​ຍັງ​ບ່ອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ນັ້ນ ຂ້າ​ພະ​ເຈົ້າ​ທັງ​ຫລາຍຍອມ​ຮັບ​ວ່າ​ຕົນ​ເອ​ງ​ເປັນ​ຄົນ​ບາບ​ແທ້” 41 ແຕ່​ໂມ​ເຊບອກວ່າ, “ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຟັງ​ຄວາມ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຈົ້າ​ຈະ​ບໍ່​ມີ​ຜົນ​ສຳ​ເຣັດ​ດອກ 42 ບໍ່​ຕ້ອງ​ໄປ​ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ສະ​ຖິດ​ຢູ່​ກັບ​ພວກ​ເຈົ້າ ສັດ​ຕຣູ​ຈະ​ຊະ​ນະ​ພວກ​ເຈົ້າ 43 ຍ້ອນ​ວ່າ​ພວກ​ເຈົ້າ​ບໍ່​ຍອມ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈຶ່ງ​ບໍ່​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ເຈົ້າ ເມື່ອ​ພວກ​ເຈົ້າ​ໄປ​ປະ​ເຊີນ​ຫນ້າ​ກັບ​ພວກ​ອາ​ມາ​ເລກ ແລະ​ພວກ​ກາ​ນາ​ອານ​ໃນ​ສະ​ຫນາມ​ຮົບ ພວກ​ເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ​ຕາຍ” 44 ແຕ່​ພວກ​ເຂົາ​ກໍ​ຍັງ​ບັງ​ອາດ​ຂຶ້ນ​ໄປ​ຍັງ​ພູ​ນ້ອຍ​ນັ້ນ ທັງໆ​ທີ່​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໂມເຊ​ບໍ່​ໄດ້​ອອກ​ຈາກ​ຄ້າຍ​ເລີຍ 45 ພວກ​ອາ​ມາ​ເລກ ແລະ​ພວກ​ກາ​ນາ​ອານ​ທີ່​ຢູ່​ໃນ​ບ່ອນ​ນັ້ນ​ກໍ​ໂຈມ​ຕີ ແລະ​ຊະນະ​ພວກ​ເຂົາ​ພ້ອມ​ທັງ​ໄລ່​ຕິດ​ຕາມ​ພວກ​ເຂົາ​ອອ​ກໄປ​ໄກ​ທີ່​ສຸດ​ຈົນ​ເຖິງ​ເມືອງ​ໂຮ​ມາ

ຈົດບັນຊີ 15

ກົດ​ຫມາຍ​ກ່ຽວ​ກັບ​ການ​ຖວາຍ​ບູ​ຊາ

1 ພຣະ​ຜູ້ເປັນເຈົ້າ​ຊົງ​ກ່າ​ວ​ແກ່​ໂມ​ເຊວ່າ, 2 ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ເຈົ້າ​ທັງ​ຫລາຍ​ຈະ​ເຂົ້າ​ໃນ​ແຜ່ນ​ດິນ​ທີ່​ເຈົ້າ​ຈະ​ເຂົ້າ​ອາໄສ​ຢູ່​ຊຶ່ງ​ເຮົາ​ໃຫ້​ແກ່​ເຈົ້າ​ນັ້ນ 3 ຖ້າ​ຜູ້​ໃດ​ຈະ​ນຳ​ເຄື່ອງ​ຈາກ​ຝູງ​ງົວ ຫລື​ຈາກ​ຝູງ​ແບ້ ແກະ​ໄປ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ເປັ​ນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ຄື​ເຄື່ອງ​ເຜົາ​ບູ​ຊາ ຫລື​ເຄື່ອງ​ສັ​ຕ​ບູ​ຊາ ເພື່ອ​ແກ້​ບົນ ຫລື​ເປັນ​ເຄື່ອງ​ບູ​ຊາ​ດ້ວຍໃຈ​ສມັ​ກ ຫລື​ໃນ​ການ​ລ້ຽງ​ຕາມ​ກຳ​ນົດ ກະ​ທຳ​ໃຫ້​ມີ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 4 ກໍ​ໃຫ້​ຜູ້​ນຳ​ເຄື່ອງບູ​ຊາ​ນັ້ນ​ນຳ​ທັນ​ຍາ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຄືຍອດ​ແປ້ງ​ນຶ່ງ​ໃນ​ສິບ​ເອ​ຟາ ປົນ​ໃສ່ນ້ຳ​ມັນ​ນຶ່ງ​ໃນ​ສີ່​ຮີນ 5 ແລະ​ເຈົ້າ​ຈົ່ງ​ຈັດ​ເຫລົ້າ​ອະ​ງຸ່ນ​ນຶ່ງ​ໃນ​ສີ່​ຮີນ​ສຳ​ລັບ​ລູກ​ແກະ​ທຸກ​ໂຕ​ເປັນ​ເຄື່ອງ​ດື່ມ​​ເຜົາ​ບູ​ຊາຄູ່​ກັບ​ເຄື່ອງ​ສັ​ຕ​ບູ​ຊາ 6 ຫລືສຳ​ລັບ​ແກະ​ເຖິກ​ໂຕ​ນຶ່ງ ເຈົ້າ​ຈົ່ງ​ຈັດ​ທັ​ນ​ຍາ​ບູ​ຊາ​ດ້ວຍຍອດ​ແປ້ງ​ສອງ​ໃນ​ສິບ​ເອ​ຟາ ປົນ​ໃສ່ນ້ຳ​ມັນ​ນຶ່ງ​ໃນ​ສາມ​ຮີນ 7 ແລະ​ສຳ​ລັບ​ເປັນ​ເຄື່ອງດື່ມ​ບູ​ຊາ ເຈົ້າ​ຈົ່ງ​ຖວາຍ​ເຫລົ້າ​ອະ​ງຸ່ນ​ນຶ່ງ​ໃນ​ສາມ​ຮີນໃຫ້​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 8 ເມື່ອ​ເຈົ້າ​ຈັດ​ງົວ​ເຖິກ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ຫລື​ເປັນ​ເຄື່ອງ​ສັ​ຕ​ບູ​ຊາ ເພື່ອ​ແກ້​ບົນ ຫລື​ໃຫ້​ເປັນ​ສານ​ຕິ ບູຊາແດ່​ພຣະ​ຜູ້​ເປັນ​ເຈົ້າ 9 ກໍ​ໃຫ້​ນຳ​ທັນ​ຍາ​ບູ​ຊາ​ມີ​ຍອດ​ແປ້ງ​ສາມ​ໃນ​ສິບ​ເອ​ຟາ​ປົນ​ໃສ່ນ້ຳ​ມັນ​ເຄິ່ງ​ຮີນ​ມາ​ບູ​ຊາ​ພ້ອມ​ກັບ​ງົວ​ເຖິກ​ນັ້ນ 10 ແລະ​ໃຫ້​ນຳ​ເຄື່ອງ​ດື່ມ​ບູ​ຊາ​ມີ​ເຫລົ້າ​ອະ​ງຸ່ນ​ເຄິ່ງ​ຮີນ​ໃຫ້​ເປັນ​ການ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 11 ຈົ່ງ​ກະ​ທຳ​ຢ່າງ​ນີ້​ສຳ​ລັບ​ງົວ​ເຖິກ ຫລື​ແກະ​ເຖິກ​ທຸກ​ຕົວ ຫລື​ສຳ​ລັບ​ລູກ​ແກະ​ເຖິກ ຫລື​ລູກ​ແບ້​ທຸກ​ໂຕ 12 ຕາມ​ຈຳ​ນວນ​ສັດ​ທີ່​ຈັດ​ມາ ຈົ່ງ​ກະ​ທຳ​ຕາມ​ສ່ວນ​ນີ້​ແກ່​ສັດ​ທຸກໆ​ໂຕ 13 ບັນ​ດາ​ຊາວ​ພື້ນ​ເມືອງ​ຕ້ອງ​ກະ​ທຳ​ຢ່າງ​ນີ້​ທຸກ​ຄົນ ເມື່ອ​ຈະ​ຖວາຍ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 14 ຖ້າ​ຄົນ​ຕ່າງ​ດ້າວ​ທີ່ມາ​ອາ​ໄສ​ຢູ່​ກັບ​ເຈົ້າ ຫລື​ຄົນ​ນຶ່ງ​ຄົນ​ໃດ​ຖ້າມ​ກາງ​ເຈົ້າ​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຈົ້າ​ຢາກ​ຈະ​ຖວາຍ​ເຄື່ອງ​ບູ​ຊາ​ດ້ວຍໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ກໍໃຫ້​ເຂົາ​ທັງ​ຫລາຍ​ກະ​ທຳ​ເຫມືອນ​ເຈົ້າ​ທັງ​ຫລາຍ​ໄດ້​ກະ​ທຳ​ນັ້ນ 15 ຈະ​ຕ້ອງ​ມີ​ກົດ​ເກນ​ຢ່າງ​ດຽວ​ກັນ​ສຳ​ລັບ​ຊຸມ​ນຸມ​ຊົນ ແລະ​ສຳ​ລັບ​ຄົນ​ຕ່າງ​ດ້າວ​ຜູ້​ມາ​ອາ​ໄສ​ຢູ່​ກັບ​ເຈົ້າ ເປັນ​ກົດ​ເກນ​ຖາ​ວອນ​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຈົ້າ ຄື​ເຈົ້າ​ເປັນ​ຢ່າງ​ໃດ​ຄົນ​ຕ່າງ​ດ້າວກໍ​ເປັນ​ຢ່າງ​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 16 ຈະ​ຕ້ອງ​ມີ​ບັນ​ຍັດ​ຢ່າງ​ດຽວ​ກັນ ແລະ​ກົດ​ຫມາຍ​ຢ່າງ​ດຽວກັນ​ສຳ​ລັບ​ເຈົ້າ ແລະ​ກົດ​ຫມາຍ​ຢ່າງ​ດຽວ​ກັນ​ສຳ​ລັບ​ເຈົ້າ ແລະ​ສຳ​ລັບ​ຄົນ​ຕ່າງ​ດ້າວ​ທີ່​ມາອາ​ໄສ​ຢູ່​ກັບ​ເຈົ້າ” 17 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂມ​ເຊວ່າ, 18 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ເຈົ້າ​ທັງ​ຫລາຍ​ມາ​ເຖິງ​ແຜ່ນ​ດິນ​ທີ່​ເຮົາ​ຈະ​ພາ​ເຈົ້າ​ໄປ 19 ແລະ​ເມື່ອ​ເຈົ້າ​ຮັບ​ປະ​ທານ​ອາ​ຫານ​ແຫ່ງ​ແຜ່ນ​ດິນ​ນັ້ນ ເຈົ້າ​ຈົ່ງ​ນຳ​ເຄື່ອງ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 20 ຈົ່ງ​ເອົາ​ແປ້ງ​ປຽກ​ສ່ວນ​ນຶ່ງ​ທີ່​ເຈົ້າ​ເຮັດໃຫ​ມ່ ທຳ​ຂະ​ຫນົມ​ກ້ອນ​ນຶ່ງ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ ເປັນ​ເຄື່ອງ​ບູ​ຊາ​ທີ່​ໄດ້​ຈາກ​ລານນວດ​ເຂົ້າ ເຈົ້າ​ຈົ່ງ​ຖວາຍ​ເຊັ່ນວ່າ​ນີ້​ 21 ຈົ່ງ​ເອົາ​ແປ້ງ​ປຽກ​ສ່ວນ​ນຶ່ງ​ທີ່​ເຈົ້າເຮັດໃຫ​ມ່​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຈົ້າ 22 “ຖ້າ​ເຈົ້າ​ທັງ​ຫລາຍໄດ້​ປະ​ຕິ​ບັດ​ຜິດ ​ບໍ່​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ເຫລົ່າ​ນີ້​ທຸກ​ປະ​ການ ຊຶ່ງ​ພຣະ​ຜູ້​ເປັນເຈົ້າ​​ໄດ້​ສັ່ງແກ່​ໂມ​ເຊ 23 ທຸກ​ປະ​ການ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໄວ້​ທາງ​ໂມ​ເຊ ຕັ້ງ​ແຕ່​ວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ພຣະ​ບັນ​ຊາ ແລະ​ຕໍ່ໆ​ໄປ​ຕລອດ​ຊົ່ວ​ເຊື້ອ​ສາຍຂອງ​ເຈົ້າ 24 ແລ້ວ​ຖ້າ​ປະ​ຊາ​ຊົນ​ໄດ້​ກະ​ທຳ​ຜິດ​ໂດຍ​ບໍ່​ເຈ​ຕ​ນາ ໂດຍ​ທີ່​ຊຸມ​ນຸມ​ຊົນ​ບໍ່​ຮູ້​ເຫັນ ຊຸມ​ນຸມ​ຊົນ​ທັງ​ຫມົດ​ຕ້ອງ​ຖວາຍລູກ​ງົວ​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ໃຫ້​ເປັນ​ກິ່ນທີ່​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພ້ອມກັບ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ຕາມ​ກົດ​ຫມາຍ ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 25 ແລະ​ໃຫ້​ປະ​ໂຣ​ຫິດ​ທຳ​ການ​ລົບມົນ​ທິນ​ບາບ​ໃຫ້ແກ່​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດແລະ​ເຂົາ​ທັງ​ຫລາຍຈະ​ໄດ້​ຮັບ​ອະ​ພັຍ​ໂທດ ເພາະ​ເປັນ​ການ​ຜິດ ແລະ​ເຂົາ​ໄດ້​ນຳ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ມາ​ຖວາຍ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ຄວາມ​ຜິດ​ຂອງ​ເຂົາ 26 ແລະ​ຊຸມ​ນຸມຊົນ​ອິສ​ຣາ​ເອນ​ທັງ​ຫມົດ​ຈະ​ໄດ້​ຮັບ​ອະ​ພັຍ​ໂທດ ພ້ອມ​ກັບ​ຄົນ​ຕ່າງ​ດ້າວ​ຜູ້​ຢູ່​ຖ້າມ​ກາງ​ເຂົາ​ທັງ​ຫລາຍ ເພາະ​ວ່າ​ພົນ​ລະ​ເມືອງ​ທັງ​ຫມົດ​ກ່ຽວ​ພັນ​ກັບ​ຄວາມ​ຜິດ​ນັ້ນ​ອັນ​ເກີດ​ຂຶ້ນ​ໂດຍ​ເຈ​ຕ​ນາ 27 “ຖ້າ​ບຸກ​ຄົນ​ຄົນ​ນຶ່ງ​ກະ​ທຳ​ຜິດ​ໂດຍ​ບໍ່​ຮູ້​ຕົວ ກໍ​ໃຫ້​ຜູ້​ນັ້ນ​ເອົາ​ແບ້​ແມ່​ອາ​ຍຸ​ນຶ່ງ​ປີ​ໄປ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 28 ແລະ​ໃຫ້​ປະ​ໂຣ​ຫິດ​ກະ​ທໍາ​ການ​ລົບມົນ​ທິນ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ບຸກ​ຄົນ​​ຜູ້​ກະ​ທຳ​ຜິດນັ້ນ​ເມື່ອ​ເຂົາ​ກະ​ທຳ​ບາບ​ໂດຍ​ບໍ່​ຮູ້​ຕົວ​ເພື່ອ​ທຳ​ການ​ລົບ​ມົນ​ທິນ​ບາບ​ເຂົາ​ເສັຽ ແລະ​ເຂົາ​ຈະ​ໄດ້​ຮັບ​ອະ​ພັຍ​ໂທດ 29 ໃຫ້​ເຈົ້າ​ມີ​ບັນ​ຍັດ​ຢ່າງ​ດຽວ​ສຳ​ລັບ​ຜູ້​ກະ​ທຳ​ຜິດ​ໂດຍ​ບໍ່​ຮູ້​ຕົວ ຄື​ຄົ​ນ​ອິສ​ຣາ​ເອນ​ຜູ້​ເປັນ​ຊາວ​ພື້ນ​ເມືອງ ແລະ​ຜູ້​ເປັນ​ຄົນ​ຕ່າງ​ດ້າວ​ທີ່​ຢູ່​ຖ້າມ​ກາງ​ເຂົາ 30 ແຕ່​ບຸກ​ຄົນ​ໃດໆ​ບັງ​ອາດ​ກະ​ທຳ​ຜິດ ເຂົາ​ເປັນ​ຄົນ​ພື້ນ​ເມືອງ ຫລື​ຄົນ​ຕ່າງ​ດ້າວ​ກໍ​ດີ ຜູ້​ນັ້ນ​ຫມິ່ນ​ປະ​ຫມາດ​ ພຣະ​ຜູ້​ເປັນ​ເຈົ້າ ໃຫ້(ອະ​ເປ​ຫິ)​ຕັດ​ຂາດ​ຜູ້​ນັ້ນ​ເສັຽ​ຈາກ​ຊົນ​ຊາດ​ຂອງ​ຕົນ 31 ເພາະ​ເຂົາ​ໄດ້​ຫມີ່ນ​ປະ​ຫມາດ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຂັດ​ຂືນ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ ໃຫ້​(ອະ​ເປ​ຫິ) ຕັດ​ຂາດ​ຜູ້​ນັ້ນ​ໂລດ ໃຫ້​ເຂົາ​ຮັບ​ໂທດ​ຂອງ​ຕົນ

ເອົາ​ຫີນ​ແກ່ວງ​ໃສ່​ຄົນ​ທີ່​ລະ​ເມີ​ດວັນ​ສະ​ບາ​ໂຕ

32 ຂ​ນະ​ເມື່ອ​ຄົນ​ອິສ​ຣາ​ເອນ​ຢູ່​ໃນ​ຖິ່ນ​ກັນ​ດານ ເຂົາ​ພົບ​ຄົນ​ນຶ່ງ​ໄປ​ເກັບ​ຟືນ​ໃນ​ວັນ​ສະ​ບາ​ໂຕ 33 ຜູ້​ທີ່​ພົບ​ເຂົາ​ເກັບ​ຟືນ​ກໍ​ພາ​ເຂົາ​ມາ​ຫາ​ໂມ​ເຊ ແລະ​ອາ​ໂຣນ ແລະ​ມາ​ຫາ​ຊຸມ​ນຸມ​ຊົນ​ທັງ​ຫມົດ 34 ເຂົາ​ຈຶ່ງ​ຈຳ​ຄົນ​ນັ້ນ​ໄວ້ ເພາະ​ຍັງ​ບໍ່​ແຈ້ງວ່າ​ຈະ​ທຳ​ຢ່າງ​ໃດ​ແກ່​ເຂົາ 35 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່ໂມ​ເຊວ່າ, “ຊາຍ​ຜູ້​ນັ້ນ​ຕ້ອງ​ເຖິງ​ຕາຍ ຊຸມ​ນຸມ​ຊົນ​ຕ້ອງ​ເອົາ​ຫີນ​ແກ່ວງ​ໃສ່​ເຂົາ​ທີ່​ນອກ​ຄ້າຍ” 36 ແລະ​ຊຸມ​ນຸມ​ຊົນ​ທັງ​ຫມົດ​ຈຶ່ງ​ພາ​ເຂົາ​ມາ​ນອກ​ຄ້າຍ ແລະ​ເອົາ​ຫີນ​ແກ່ວງ​ໃສ່​ເຂົາ​ຈົນ​ຕາຍ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງບັນ​ຊາ​ໂມ​ເຊ

ກົດ​ກ່ຽວ​ກັບ​ຍອຍ​ເສື້ອ​ຄຸມ

37 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຕໍ່ໂມ​ເຊ​ວ່າ, 38 “ຈົ່ງ​ເວົ້າ​ກັບ​ຄົນ​ອິສ​ຣາ​ເອນ​ ແລະ​ສັ່ງ​ເຂົາ​ໃຫ້​ທຳ​ຍອຍ​ໃສ່​ແຈ​ຂອງ​ເຄື່ອງ​ນຸ່ງ​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຂົາ ໃຫ້​ເອົາ​ດ້າຍ​ສີ​ຟ້າ​ຕິດ​ຍອຍ​ທີ່​ແຈ​ທຸກ​ແຈ 39 ເພື່ອ​ເຈົ້າ​ຈະ​ມອງ​ເບິ່ງ​ຍ່ອຍ​ນັ້ນ ແລະ​ຈົດ​ຈຳ​ພຣະ​ບັນຊາ​ທັງ​ສິ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ປະ​ຕິ​ບັດ​ຕາມ ເພື່ອ​ເຈົ້າ​ຈະ​ບໍ່​ກະ​ທຳ​ສິ່ງ​ໃດ​ຕາມ​ຄວາມ​ພໍ​ໃຈ​ພໍ​ຕາ​ຂອ​ງ​ເຈົ້າ​ຊຶ່ງ​ເຈົ້າ​ມັ​ກ​ຫລົງ​ຕາມ​ນັ້ນ 40 ເພື່ອ​ວ່າ​ເຈົ້າ​ຈະ​ຈົດ​ຈຳ ແລະ​ກະ​ທຳ​ຕາມ​ບັນ​ຊາ​ທັງ​ສິ້ນ​ຂອງ​ເຮົາ ແລະ​ເປັນ​ຄົນ​ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ 41 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ຜູ້​ນຳ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ເພື່ອ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ເຮົາ​ຄື ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງເຈົ້າ”

ຈົດບັນຊີ 16

ການ​ກະ​ບົດ​ຂອງ​ໂກ​ຣາດາ​ທານແລະ​ອາ​ບີ​ຣາມ

1 ໂກ​ຣາ ບຸດ​ອິສ​ຮາ ບຸດ​ໂກ​ຮາດ ຜູ້​ເປັນ​ບຸດ​ເລ​ວີ ກັບ​ດາ​ທານ ແລະ​ອາບີ​ຮາມ ບຸດ​ເອ​ບີ​ອາບ ແລະ​ໂອນ ບຸດ​ເປ​ເລັດ ບຸດ​ຣູ​ເບນ ພາ​ຄົນ​ໄປ 2 ແລະ​ໄປ​ຢືນ​ຕໍ່​ຫນ້າ​ໂມ​ເຊ ພ້ອມກັບ​ຄົນ​ອິສ​ຣາ​ເອນ​ຈຳ​ນວນນຶ່ງ ເປັນ​ຜູ້​ນຳ​ຂອງ​ຊຸມ​ນຸມ​ຊົນ​ມີ​ສອງ​ຮ້ອຍ​ຫ້າ​ສິບ​ຄົນ​ທີ່​ເລືອ​ກ​ມາ​ຈາກ​ທີ່​ປະ​ຊຸມ ເປັນ​ຄົນ​ມີ​ຊື່ 3 ແລະ​ເຂົາ​ທັງ​ຫລາຍ​ມາ​ປະ​ຊຸມ​ກັນ​ຕໍ່​ໂມ​ເຊ ຕໍ່​ອາ​ໂຣນ ກ່າວ​ແກ່​ທ່ານ​ທັງ​ສອງວ່າ, “ທ່ານ​ທຳ​ເກີນ​ເຫດ​ໄປ ເພາະ​ວ່າ​ຊຸມ​ນຸມ​ຊົນ​ທັງ​ຫມົດ​ກໍ​ບໍ​ຣິ​ສຸດ​ທຸກໆ​ຄົນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຖ້າມ​ກາງ​ເຂົາ ເຫດ​ໃດ​ທ່ານ​ຈຶ່ງ​ຖື​ຕົວ​ເຫນືອ​ທີ່​ປະ​ຊຸມ​ແຫ່ງພຣະ​ຜູ້​ເປັນ​ເຈົ້າ” 4 ຄັນ​ໂມ​ເຊ​ໄດ້​ຍິນກໍ​ຊົບ​ຫນ້າ​ລົງ​ເຖິງ​ດິນ 5 ທ່ານ​ຈຶ່ງ​ເວົ້າ​ກັບ​ໂກ​ຣາ ແລະ​ພັກ​ພວກ​ຂອງ​ເຂົາ​ວ່າ, “ມື້​ອື່ນ​ເຊົ້າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສຳ​ແດງ​ໃຫ້​ເຫັນ​ວ່າ ຜູ້​ໃດ​ເປັນ​ຂອງ​ພຣະ​ອົງ ແລະ​ໃຜ​ເປັນ​ຄົນ​ບໍ​ຣິ​ສຸດ ແລະ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ເຂົ້າ​ໃກ້​ພຣະ​ອົງ ຜູ້​ໃດ​ທີ່​ພຣະ​ອົງ​ຊົງ​ເລືອກ ພຣະ​ອົງ​ຈະ​ຊົງ​ໃຫ້​ເຂົ້າ​ໄປ​ໃກ້ພຣະ​ອົງ 6 ຈົ່ງ​ກະ​ທຳ​ຢ່າງ​ນີ້ ໃຫ້​ໂກ​ຣາ ແລະ​ພັກ​ພວກ​ຂອງ​ເຂົາ​ນຳ​ຫມໍ້​ຂາງໄຟ​ມາ 7 ຈົ່ງ​ເອົາ​ໄຟ​ໃສ່ ແລະ​ໃສ່​ເຄື່ອງ​ຫອມ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ມື້​ອື່ນ​ນີ້ ຜູ້​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກກໍ​ຈະ​ເປັນ​ຄົນ​ບໍ​ຣິ​ສຸດ ບຸດ​ຂອງ​ເລ​ວີ​ເອີຍ ທ່ານ​ທັງ​ຫລາຍ​ໄດ້​ກະ​ທຳ​ເກີນ​ເຫດ​ໄປ” 8 ແລະ​ໂມ​ເຊ​ເວົ້າ​ກັບ​ໂກ​ຣາ​ວ່າ, “ພວກ​ທ່ານ​ຜູ້​ເປັນ​ບຸດ​ຂອງ​ເລ​ວີ​ຈົ່ງ​ຟັງ 9 ເປັນ​ເຣື່ອງ​ເລັກ​ນ້ອຍ​ສຳ​ລັບ​ທ່ານຢູ່​ຫລື ຊຶ່ງ​ພຣະ​ຜູ້​ເປັນເຈົ້າ​ແຫ່ງ​ອິສ​ຣາ​ເອນ​ໄດ້​ແຍກ​ທ່ານ​ໃຫ້​ມາ​ໃກ້​ພຣະ​ອົງ ໃຫ້​ປະ​ຕິບັດ​ງານ​ໃນ​ຫໍ​ເຕັນ​ສັກ​ສິດ​ຂອງພຣະ​ຜູ້​ເປັນ​ເຈົ້າ ແລະ​ຢືນ​ຢູ່​ຕໍ່​ຫນ້າຊຸມ​ນຸມ​ຊົນ​ເພື່ອ​ບົວ​ລະ​ບັດ​ພຣະ​ອົງ 10 ແລະ​ພຣະ​ອົງ​ຊົງ​ນຳ​ທ່ານ​ມາໃກ້​ພຣະ​ອົງ​ຮ່ວມ​ທັງ​ພີ່​ນ້ອງ​ທັງ​ສິ້ນ​ຂອງ​ທ່ານ ຄື​ລູກ​ຫລານ​ຂອງ​ເລ​ວີ ທ່ານ​ທັງ​ຫລາຍ​ສ​ແວງຫາ​ຕຳ​ແຫນ່ງ​ປະ​ໂຣຫິດ​ດ້ວຍ​ຫລື 11 ເພາະ​ສະ​ນັ້ນ​ທີ່​ທ່ານ ແລະ​ພັກ​ພ​ວກ​ຂອງ​ທ່ານ​ໄດ້​ປະ​ຊຸມ​ກັນ​ກໍ​ເປັນ​ການ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ ສ່ວນ​ອາ​ໂຣນ​ເປັນ​ຫຍັງ ທ່ານ​ຈຶ່ງ​ໄດ້​ຈົ່ມ​ໃຫ້​ເຂົາ” 12 ໂມ​ເຊ​ໃຊ້​ໃຫ້​ໄປ​ເອີ້ນ​ດາ​ທານ ແລະ​ອາ​ບີ​ຣາມ ບຸດ​ເອ​ລີ​ອາບ ເຂົາ​ທັງ​ສອງວ່າ, “ເຮົາ​ບໍ່​ຂື້ນ​ໄປ 13 ເປັນ​ການ​ເລັກ​ນ້ອຍ​ຢູ່​ຫລື​ທີ່​ທ່ານ​ນຳ​ພວກ​ເຮົາ​ຈາກ​ແຜ່ນ​ດິນ​ທີ່​ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜີ້ງ​ໄຫລ​ບໍ​ຣິ​ບູນ ເພື່ອ​ຈະ​ຂ້າ​ພ​ວກ​ເຮົາ​ເສັຽ​ໃນ​ຖິ່ນ​ກັນ​ດານ ແລະ​ທ່ານ​ຈະ​ໄດ້​ຕັ້ງ​ຕົວ​ຂຶ້ນ​ເປັນ​ເຈົ້າ​ນາຍ​ເຫນືອ​ພວກ​ເຣົາ​ດ້ວຍ 14 ນອກ​ຈາກ​ນີ້ ​ທ່ານ​ບໍ່​ໄດ້​ນຳ​ພວກ​ເຣົາ​ເຂົ້າ​ໄປ​ຍັງ​ແຜ່ນ​ດິນ​ທີ່​ມີ​ນ້ຳ​ນົມ ແລະ​ນ້ຳ​ເຜີ້ງ​ໄຫລ​ບໍ​ຣິ​ບູນ ບໍ່​ໄດ້​ໃຫ້​ພວກ​ເຮົາ​ຮັບ​ທີ່​ນາ​ຫລື​ສວນ​ອະ​ງຸ່ນ​ເປັນ​ມໍ​ຣະ​ດົກ ທ່ານ​ຈະ​ຄວັກ​ຕາ​ຄົນ​ເຫລົ່າ​ນີ້​ອອກ​ເສັຽ​ຫລື ເຮົາ​ບໍ່​ຂຶ້ນ​ໄປ” 15 ໂມ​ເຊ​ໃຈ​ຮ້າຍ​ແລະ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂໍ​ຢ່າ​ຊົງ​ໂປດ​ປານ​ເຄື່ອງ​ບູ​ຊາ​ຂອງ​ເຂົາ​ເລີຍ ຂ້າ​ພຣະ​ອົງ​ບໍ່​ໄດ້​ເອົາ​ລໍ​ຂອງ​ເຂົາ​ມາ​ຈັກ​ໂຕ​ນຶ່ງ ແລະ​ຂ້າ​ພຣະ​ອົງ​ບໍ່​ໄດ້​ທຳ​ອັນ​ຕະ​ຣາຍ​ເຂົາ​ຈັກ​ຄົນ​ດຽວ” 16 ແລະ​ໂມ​ເຊ​ເວົ້າ​ກັບ​ໂກ​ຣາ​ວ່າ, “ຕົວ​ທ່ານ ແລະ​ພັກ​ພວກ​ຂອງ​ທ່ານ​ຈົ່ງ​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ມື້​ອື່ນ​ເຊົ້າ ທັງ​ຕົວ​ທ່ານ ພັກ​ພວກ​ຂອງ​ທ່ານ ແລະ​ອາ​ໂຣນ 17 ໃຫ້​ທຸກ​ຄົນ​ນຳ​ຫ​ມໍ້​ຂາງ​ໄຟ​ຂອງ​ຕົນ​ໄປ ໃສ່​ເຄື່ອງ​ຫອມ​ໃນ​ນັ້ນ ໃຫ້​ທຸກ​ຄົນ​ນຳ​ຫມໍ້​ຂາງ​ໄຟ​ເຂົ້າ​ເຝົ້າ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ມີ​ຫມໍ້​ຂາງ​ໄຟ​ສອງ​ຮ້ອຍ​ຫ້າ​ສິບ​ດ້ວຍ​ກັນ ຕົວ​ທ່ານ​ດ້ວຍ ແລະ​ອາ​ໂຣນ ຕ່າງ​ຈົ່ງ​ເອົາ​ຫມໍ້​ຂາງໄຟ​ຂອງ​ຕົນ​ໄປ” 18 ດັ່ງ​ນັ້ນ​ທຸກ​ຄົນ​ຈຶ່ງ​ນຳ​ຫມໍ້​ຂາງໄຟ​ເຂົາ ຕ່າງ​ເອົາ​ໄຟ​ໃສ່​ແລະ​ເອົາ​ເຄື່ອງ​ຫອມ​ໃສ່ ແລະ​ເຂົາ​ໄປ​ຢືນ​ຢູ່​ທີ່​ທາງ​ເຂົ້າ​ເຕັນ​ນັດ​ພົບ ພ້ອມ​ກັບ​ໂມ​ເຊ​ແລະ​ອາ​ໂຣນ 19 ໂກ​ຣາກໍ​ຮ່ວມ​ຊຸມ​ນຸມ​ຊົນ​ທີ່​ທາງ​ເຂົ້າ​ເຕັ​ນ​ນັດ​ພົບ​ປະ​ຈັນ​ຫນ້າ​ເຂົາ​ທັງ​ສອງ ແລະ​ພຣະ​ສະງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ປາ​ກົດ​ຕໍ່​ຊຸມ​ນຸມ​ຊົນ 20 ພຣະ​ຜູ້​ເປັນ​ເຈົ້າ​ຕ​ຣັສກັບ​ໂມ​ເຊ ແລະ​ອາ​ໂຣນ​ວ່າ, 21 “ຈົ່ງ​ແຍກ​ຕົວ​ເສັຽ​ອອກ​ຈາກ​ຊຸມ​ນຸມ​ຊົນ​ນີ້ ເພື່ອ​ເຮົາ​ຈະ​ຜານ​ເຂົາ​ເສັຽ​ໃນ​ພິບ​ຕາ​ດຽວ” 22 ເຂົາ​ທັງ​ສອງ​ກົ້ມ​ຫນ້າ​ລົງ​ເຖິງ​ດິນ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ມະ​ນຸດ​ທັງ​ສິ້ນ ເມື່ອ​ຄົນ​ດຽວ​ກະ​ທຳ​ຜິດ ພຣະ​ອົງ​ຈະ​ພິ​ໂຣດ​ແກ່​ຊຸມ​ນຸມ​ຊົນ​ທັງ​ຫມົດ​ຫລື” 23 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງກັ​ບໂມ​ເຊວ່າ, 24 “ຈົ່ງ​ກ່າວ​ແກ່​ຊຸມ​ນຸມ​ວ່າ ຈົ່ງ​ໄປ​ໃຫ້​ຫ່າງ​ທີ່​ຢູ່​ຂອງ​ໂກ​ຣາ ດາ​ທານ ແລະ​ອາ​ບີ​ຣາມ” 25 ແລ້ວ​ໂມ​ເຊ​ລຸກ​ຂຶ້ນ​ໄປ​ຫາ​ດາ​ທານ ແລະ​ອາ​ບີ​ຣາມ ແລະ​ພວກ​ຜູ້​ໃຫຍ່​ແຫ່ງ​ອິສ​ຣາ​ເອນກໍ​ຕາມ​ທ່ານ​ໄປ 26 ໂມ​ເຊ​ຈຶ່ງ​ກ່າວ​ແກ່​ຊຸມ​ນຸມ​ຊົນ​ນັ້ນ​ວ່າ, “ທ່ານ​ທັງ​ຫລາຍ​ອອກ​ໄປ​ເສັຽ​ໃຫ້​ຫ່າງ​ຈາກ​ເຕັນ​ຂອງ​ຄົນ​ຊົ່ວ​ເຫລົ່າ​ນີ້ ຢ່າ​ແຕະ​ຕ້ອງ​ສິ່ງ​ໃດ​ຂອງ​ເຂົາ​ເລີຍ ຢ້ານ​ວ່າ​ທ່ານ​ທັງ​ຫລາຍ​ຈະ​ຕ້ອງ​ຖືກກວາດ​ໄປ​ກັບ​ບັນ​ດາ​ການ​ບາບ​ຂອງ​ເຂົາ​ດ້ວຍ” 27 ດັ່ງ​ນັ້ນ​ເຂົາ​ທັງ​ຫລາຍ​ກໍ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ທີ່​ຢູ່​ຂອງ​ໂກ​ຣາ ດາທານ ແລະ​ອາ​ບີ​ຣາມ ແລະ​ດາ​ທານ​ກັບ​ອາ​ບີ​ຣາມອ​ອກ​ມາ​ຢືນ​ຢູ່​ທີ່​ປະ​ຕູ​ເຕັນ​ຂອງ​ຕົນ ພ້ອມ​ກັບ​ເມັຽ​ ບຸດ​ຊາຍ ​ແລະ​ລູກ​ນ້ອຍ​ຂອງ​ເຂົາ 28 ແລະ​ໂມ​ເຊ​ເວົ້າ​ວ່າ, “ດັ່ງ​ນີ້​ແຫລະ ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຊາບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໃຊ້​ໃຫ້​ຂ້າ​ພະ​ເຈົ້າ​ມາ​ກະ​ທຳ​ການ​ທັງ​ສິ້ນ​ນີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກະ​ທຳ​ຕາມ​ອຳ​ເພີ​ໃຈ​ຂ້າ​ພະ​ເຈົ້າ​ເອງ 29 ຖ້າ​ຄົນ​ເຫລົ່າ​ນີ້​ຕາຍ​ຢ່າງ​ຄົນ​ທຳ​ມະ​ດາ​ມາ​ຢ້ຽມ​ເຍືອນ​ເຂົາ ກໍ​ຫມາຍ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ໃຊ້​ຂ້າ​ພະ​ເຈົ້າມາ 30 ແຕ່​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ດານ​ສິ່ງ​ໃຫ​ມ່​ເກີດ​ຂຶ້ນ ແລະ​ແຜ່ນ​ທໍ​ຣະ​ນີ​ອ້າ​ປາກ​ກືນ​ຄົນ​ເຫລົ່າ​ນີ້​ເຂົ້າ​ໄປ ພ້ອມ​ກັບ​ສິ່ງ​ຂອງ​ທັງ​ຫມົດ​ຂອງ​ເຂົາ ແລະ​ເຂົາ​ທັງ​ຫລາຍ​ລົງ​ໄປ​ສູ່​ແດນ​ຜູ້​ຕາຍ​ທັງ​ເປັນ ທ່ານ​ທັງ​ຫລາຍ​ຈົ່ງ​ຊາບ​ເຖີດ​ວ່າຄົນ​ເຫລົ່າ​ນີ້​ໄດ້​ຫມິ່ນ​ປະ​ຫມາດ​ພຣະ​ຜູ້​ເປັນ​ເຈົ້າ” 31 ເມື່ອ​ທ່ານ​ກ່າວ​ຄຳ​ເຫລົ່າ​ນີ້​ຈົບ​ແຜ່ນ​ດິນ​ໃຕ້​ບ່ອນ​ທີ່ເຂົາ​ເຫລົ່າ​ນັ້ນ​ຢືນ​ຢູ່ກໍ​ແຍກ​ອອກ 32 ແລະ​ແຜ່ນ​ທໍ​ຣະ​ນີ​ກໍ​ອ້າ​ປາກ​ອອກ​ກືນ​ເຂົາ​ທັງ​ຫລາຍ​ກັບ​ຄອບ​ຄົວ ແລະ​ບັນ​ດາ​ຄົນ​ຂອງ​ໂກ​ຣາ ແລະ​ສິ່ງຂອງທັງ​ຫມົດ​ຂອງ​ເຂົາ 33 ດັ່ງ​ນັ້ນ​ເຂົາ​ທັງ​ຫລາຍ​ພ້ອມ​ກັບ​ສິ່ງ​ຂອງ​ທັງ​ຫມົດ​ຂອງ​ເຂົາ​ລົງ​ໄປ​ສູ່​ແດນ​ຄົນ​ຕາຍ​ທັງ​ເປັນ ແລະ​ແຜ່ນ​ດິນກໍ​ກືນ​ເຂົາ​ໄວ້ ແລະ​ເຂົາ​ທັງ​ຫລາຍກໍ​ພິ​ນາດ​ເສັຽ​ຈາກ​ຖ້າມ​ກາງ​ທີ່​ປະ​ຊຸມ 34 ອິສ​ຣາ​ເອນ​ທັງ​ຫມົດ​ທີ່​ຢູ່​ອ້ອມ​ເຂົາ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ເຂົາ​ກໍ​ຫນີ​ໄປ ເພາະ​ເຂົາ​ກ່າວ​ວ່າ “ຢ້ານ​ວ່າ​ທໍ​ຣະ​ນີ​ຈະ​ກືນ​ເຮົາ​ເສັຽ” 35 ແລະ​ໄຟ​ອອກ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເຜົາ​ຜານ​ຄົນ​ທັງ​ສອງ​ຮ້ອຍ​ຫ້າ​ສິບ​ທີ່​ໄດ້​ຖວາຍ​ເຄື່ອງ​ຫອມ​ນັ້ນ​ເສັຽ

ຫມໍ້​ຂາງ​ໄຟ

36 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວກັບ​ໂມ​ເຊວ່າ, 37 “ຈົ່ງ​ບອກ​ເອ​ເລ​ອາ​ຊາ​ ບຸດ​ອາ​ໂຣນ​ປະ​ໂຣ​ຫິດ ໃຫ້​ເອົາ​ຫມໍ້​ຂາງໄຟ​ອອກ​ເສັຽ​ຈາກ​ແປວ​ໄຟ ແລະ​ເຈົ້າ​ຈົ່ງ​ກະ​ຈາຍ​ກ້ອນ​ໄຟອ​ອກ​ຫ່າງໆ​ກັນ ເພາະ​ຫມໍ້​ຂາງໄຟ​ເຫລົ່າ​ນັ້ນ​ບໍ​ຣິ​ສຸດ 38 ຄື​ຫມໍ້​ຂາງຂອງ​ຄົນ​ເຫລົ່າ​ນີ້ທີ່​ໄດ້​ກະ​ທຳ​ບາບ​ຈົນ​ເຖິງ​ເສັຽ​ຊີ​ວິດ​ນັ້ນ ຈົ່ງ​ເອົາ​ຄ້ອນ​ຕີ​ແຜ່​ທຳ​ເປັນ​ແຜ່ນ​ຄຸມ​ແທ່ນ​ບູ​ຊາ ເພາະ​ໄດ້​ຖວາຍ​ຫມໍ້ຂາງ​ເຫລົ່າ​ນັ້ນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງ​ເປັນ​ສິ່ງ​ບໍ​ຣິ​ສຸດ ດັ່ງ​ນັ້ນ​ສິ່ງ​ເຫລົ່າ​ນີ້​ຈະ​ເປັນ​ຫມາຍ​ສຳ​ຄັນ​ແກ່​ຄົນ​ອິສ​ຣາ​ເອນ” 39 ດັ່ງ​ນັ້ນປະ​ໂຣ​ຫິດ​ເອ​ເລ​ອາ​ຊາ​​ຈຶ່ງ​ນຳ​ຫມໍ້​ຂາງ​ໄຟ​ທອງ​ສຳ​ຣິດ ຊຶ່ງ​ຜູ້​ທີ່​ຖືກ​ໄຟ​ເຜົາ​ນຳ​ໄປ​ບູ​ຊາ​ມາ​ຕີ​ແຜ່​ອອກ​ເປັນ​ແຜ່ນຄຸມ​ແທ່ນ​ບູ​ຊາ 40 ໃຫ້​ເປັນ​ເຄື່ອງ​ເຕືອນ​ໃຈ​ຄົນ​ອິສ​ຣາ​ເອນ ເພື່ອ​ວ່າ​ຄົນ​ສາ​ມັນ​ຜູ້​ທີ່​ບໍ່​ແມ່ນ​ເປັນ​ເຜົ່າ​ເຊື້ອ​ສາຍຂອງ​ອາ​ໂຣນ ຈະ​ບໍ່​ໄດ້​ເຂົ້າ​ໄປ​ເຜົາ​ເຄື່ອງ​ຫອມ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ຢ້ານ​ວ່າ​ຈະ​ເປັນ​ຢ່າງ​ໂກ​ຣາ ແລະ​ພັກ​ພວກ​ຂອງ​ເຂົາ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ເອ​ເລ​ອາ​ຊາ​ຜ່ານທາງ​ໂມ​ເຊ 41 ມື້​ຕໍ່​ມາ​ຊຸມ​ນຸ​ມ​ຊົນ​ອິສ​ຣາ​ເອນ​ກໍ​ຈົ່ມ​ທຸກ​ຕໍ່​ໂມ​ເຊ ແລະ​ອາ​ໂຣນ​ວ່າ, “ທ່ານ​ໄດ້​ປະ​ຫານ​ຊີ​ວິດ​ຄົນ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າເສັຽ” 42 ແລະ​ເມື່ອ​ຊຸມ​ນຸມ​ຊົນ​ມາ​ປະ​ຊຸມ​ປະ​ຈັນ​ຫນ້າ​ໂມ​ເຊ ແລະ​ອາ​ໂຣນ ເຂົາ​ຫັນ​ຫນ້າ​ມາ​ສູ່​ເຕັນ​ນັດ​ພົບ ແລະ​ເບິ່ງ​ແມ໋, ເມກ​ມາ​ຄຸມ​ເຕັນ​ນັ້ນ ແລະ​ພຣະ​ສະງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ປາ​ກົດ 43 ໂມ​ເຊ ກັບ​ອາ​ໂຣນ​ຈຶ່ງ​ມາ​ຫນ້າ​ເຕັ​ນ​ນັດ​ພົບ 44 ແລະ​ພຣະ​ຜູ້​ເປັນ​ເຈົ້າ​​ໄດ້ສັ່ງ​ໂມ​ເຊວ່າ, 45 “ຈົ່ງ​ອອກ​ໄປ​ເສັຽ​ຈາກ​ຖ້າມ​ກາງ​ປະ​ຊຸມ​ຊົນ​ນີ້ ເພື່ອ​ເຮົາ​ຈະ​ຜານ​ເຂົາ​ທັງ​ຫລາຍ​ເສັຽ​ໃນ​ພິບ​ຕາ​ດຽວ” ແລະ​ທ່ານ​ທັງ​ສອງກໍ​ກົ້ມ​ຫນ້າ​ລົ​ງເຖິງ​ດິນ 46 ໂມ​ເຊ​ເວົ້າກັ​ບ​ອາ​ໂຣນ​ວ່າ, “ຈົ່ງ​ເອົາ​ຫມໍ້ຂາງ​ໄຟ​ຂອງ​ທ່ານ ເອົາ​ໄຟ​ຈາກ​ແທ່ນ​ບູ​ຊາ​ໃສ່​ໄວ້ ແລ້ວ​ໃສ່​ເຄື່ອງ​ຫອມ​ຮີບ​ນຳ​ໄປ​ທີ່​ຊຸມນຸມ​ຊົນ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ຊຸມ​ນຸມ​ຊົນ​ນັ້ນ​ເສັຽ ເພາະ​ພຣະ​ພິ​ໂຣດ​ພຸ່ງ​ອອກ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ໄພ​ວິ​ບັດ​ໄດ້​ບັງ​ເກີດ​ຂຶ້​ນ” 47 ອາ​ໂຣນ​ຈຶ່ງ​ນຳ​ຫມໍ້​ຂາງ​ໄຟ​ດັ່ງ​ທີ່​ໂມ​ເຊບອກ ແລ່ນ​ເຂົ້າ​ໄປ​ຖ້າມ​ກາງ​ທີ່​ປະ​ຊຸມ ແລະ​ໄພ​ວິ​ບັດ​ໄດ້​ບັງ​ເກີດ​ຂຶ້ນ​ແກ່​ປະ​ຊາ​ຊົນ​ແລ້ວ ແລະ​ທ່ານ​ໄດ້​ໃສ່​ເຄື່ອງ​ຫອມ​ແລະ​ທຳ​ການ​ລົ​ບມົນ​ທິນ​ບາບ​ຂອງ​ປະ​ຊາ​ຊົນ 48 ທ່ານ​ໄດ້​ຢືນ​ຢູ່​ລະ​ຫວ່າງ​ຄົນ​ຕາຍ​ກັບ​ຄົນ​ເປັນ ແລະ​ໄພ​ວິ​ບັດ​ນັ້ນ​ກໍ​ຖືກ​ລະ​ງັບ​ແລ້ວ 49 ບັນ​ດາ​ຄົນ​ທີ່​ຕາຍ​ດ້ວຍ​ໄພ​ວິ​ບັດ​ມີ​ນຶ່ງ​ຫມື່ນ​ສີ່​ພັນ​ເຈັດ​ຮ້ອຍ​ຄົນ ບໍ່​ນັບ​ຄົນ​ທີ່​ຕາຍ​ດ້ວຍ​ເຣື່ອງ​ຂອງ​ໂກ​ຣາ 50 ເມື່ອ​ໄພ​ວີ​ບັດ​ຖືກ​ລະ​ງັບ​ແລ້ວ ອາ​ໂຣນ​ກໍ​ກັບ​ໄປ​ຫາ​ໂມ​ເຊ​ທາງ​ເຂົ້າ​ເຕັນ​ນັດ​ພົບ

ຈົດບັນຊີ 17

ໄມ້​ເທົ້າ​ຂອງ​ອາ​ໂຣນ

1 ພຣະ​ຜູ້​ເປັນ​ເຈົ້າ​​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ເວົ້າ​ກັບ​ຄົນ​ອິສ​ຣາ​ເອນ​ ແລະ​ເອົາ​ໄມ້​ເທົ້າ​ມາ​ຈາກ​ເຂົາ ເຜົ່າ​ລະ​ອັນ​ຈາກ​ຫົວ​ຫນ້າ​ທຸກ​ຄົນ​ຕາມ​ເຜົ່າ ເປັນ​ໄມ້​ເທົ້າ​ສິບ​ສອງ​ອັນ ຂ​ຽນ​ຊື່​ຊາຍ​ເຈົ້າ​ຂອງ​ໄມ້​ໄວ້​ເທິງ​ໄມ້​ເທົ້າ​ທຸກ​ອັນ 3 ຂຽນ​ຊື່​ຂອງ​ອາ​ໂຣນ​ໄວ້​ເທິງ​ໄມ້​ເທົ້າ​ຂອງ​ຄົນ​ເຜົ່າ​ເລ​ວີ ເພາະ​ຈະ​ມີ​ໄມ້​ເທົ້າ​ອັນ​ດຽວ​ສຳ​ລັບ​ຫົວ​ຫນ້າ​ເຜົ່າ​ນຶ່ງ 4 ຈົ່ງ​ວາງ​ໄມ້​ເທົ້າ​ເຫລົ່າ​ນັ້ນ​ໄວ້​ໃນ​ເຕັນ​ນັດ​ພົບ ຕໍ່​ຫນ້າ​ພຣະ​ໂອ​ວາດ​ທີ່​ຊຶ່ງ​ເຮົາ​ພົບ​ກັບ​ເຈົ້າ​ທັງ​ຫລາຍ 5 ແລະ​ໄມ້​ເທົ້າ​ຂອງ​ຊາຍ​ຜູ້​ທີ່​ເຮົາ​ໂຜດ​ເລືອກ​ນັ້ນ​ຈະ​ງອກ ເຊັ່ນ​ນີ້​ເຮົາ​ຈະ​ກະ​ທຳ​ໃຫ້​ສຽງ​ຈົ່ມ​ຂອງ​ຄົນ​ອິສ​ຣາ​ເອນ ຊຶ່ງ​ເຂົາ​ຈົ່ມ​ຕໍ່​ເຈົ້າ​ສ​ງົບ​ລົງ​ເສັຽ​ຈາກ​ເຮົາ” 6 ໂມ​ເຊ​ຈຶ່ງ​ສັ່ງ​ຄົນ​ອິສ​ຣາ​ເອນ ແລະ​ຫົວ​ຫນ້າ​ຂອງ​ທ່ານ​ທຸກ​ຄົນ​ກໍ​ມອບ​ໄມ້​ເທົ້າ​ແກ່​ທ່ານ​ຄົນ​ລະ​ອັນ​ຕາມ​ເຜົ່າ​ເປັນ​ໄມ້​ເທົ້າ​ສິບ​ສອງອັນ ແລະ​ໄມ້​ເທົ້າ​ຂອງ​ອາ​ໂຣນກໍຢູ່​ໃນ​ໄມ້​ເທົ້າ​ເຫລົ່າ​ນັ້ນ​ດ້ວຍ 7 ແລະ​ໂມ​ເຊວາງ​ໄມ້​ເທົ້າ​ເຫລົ່າ​ນັ້ນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໃນ​ເຕັນ​ພຣະ​ໂອວາດ 8 ມື້​ຕໍ່​ມາ​ໂມ​ເຊ​ໄດ້​ເຂົ້າ​ໄປ​ໃນ​ເຕັນ​ພຣະ​ໂອ​ວາດ ເບິ່ງ​ແມ໋, ໄມ້​ເທົ້າ​ຂອງ​ອາ​ໂຣນ​ສຳ​ລັບ​ເຜົ່າ​ເຊື້ອ​ສາຍ​ເລ​ວີ​ໄດ້​ງອກ​ມີ​ດອກ​ຕູມ​ແລະ​ດອກ​ບານ ແລະ​ເກີ​ດ​ຫມາກ​ອັນ​ໂມນ​ສຸກ​ຕິດ​ຢູ່​ດ້ວຍ 9 ແລ້ວໂມ​ເຊ​ນຳ​ໄມ້​ເທົ້າ​ທັງ​ຫມົດ​ຈາກ​ທີ່​ຕົງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ຄົນ​ອິສ​ຣາ​ເອນ ເຂົາ​ໄດ້​ກວດ​ເບິ່ງ ແລະ​ທຸກ​ຄົນ​ກໍນຳ​ໄມ້​ເທົ້າ​ຂອງ​ຕົນ​ໄປ 10 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວກັບ​ໂມ​ເຊວ່າ, “ຈົ່ງ​ນຳ​ໄມ້​ເທົ້າ​ຂອງ​ອາ​ໂຣນ​ກັບ​ໄປ​ວາງ​ໄວ້​ທີ່​ພຣະ​ໂອ​ວາດ ເກັບ​ໄວ້​ເປັນ​ຫມາຍ​ສຳ​ຄັນ​ສຳ​ລັບ​ເຕືອນ​ພວກ​ກະ​ບົດ ເພື່ອ​ເຈົ້າ​ຈະ​ໃຫ້​ເຂົາ​ທັງ​ຫລາຍ​ຍຸຕິ​ການ​ຈົ່ມ​ວ່າ​ເຮົາ ເພື່ອ​ເຂົາ​ຈະ​ບໍ່​ຕ້ອງ​ຕາຍ” 11 ໂມ​ເຊກໍ​ກະ​ທຳ​ເຊັ່ນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ທ່ານ​ຢ່າງ​ໃດ ທ່ານ​ກໍ​ກະ​ທຳ​ຢ່າງ​ນັ້ນ 12 ແລະ​ຄົນ​ອິສ​ຣາ​ເອນ​ເວົ້າ​ກັບ​ໂມ​ເຊວ່າ, “ເບິ່ງແມ໋, ເຮົາ​ພິ​ນາດ ເຮົາ​ເຖິງ​ຄວາມ​ຫາຍ​ຍະ​ນະ ເຮົາ​ເຖິງຫາຍ​ຍະ​ນະ​ຫ​ມົດ​ແລ້ວ 13 ທຸກຄົນ​ທີ່​ມາ​ໃກ້ ຜູ້​ມາ​ໃກ້​ຫໍ​ເຕັນ​ສັກ​ສິດ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ຕາຍ ເຮົາ​ຈະ​ຕ້ອງ​ຕາຍ​ຫມົດ​ຫ​ລື”

ຈົດບັນຊີ 18

ສິ່ງ​ທີ່​ຈັດ​ສັນ​ໄວ້​ໃຫ້​ປະ​ໂຣ​ຫິດ​ ແລະ​ຄົນ​ເລ​ວີ

1 ດັ່ງ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​​ຊົງ​ກ່າວ​ແກ່​ອາ​ໂຣນ​ວ່າ, “ເຈົ້າ​ແລະ​ບຸດ​ຂອງ​ເຈົ້າ ແລະ​ຕະ​ກູນ​ຂອງ​ເຈົ້າ​ຈະ​ຕ້ອງ​ຮັບ​ໂທດ​ຄວາມ​ຜິດ ເນື່ອງ​ດ້ວຍ​ສະ​ຖານ​ນະມັ​ສການ ທັງ​ເຈົ້າ​ແລະ​ບຸດ​ຂອງ​ເຈົ້າ​ຈະ​ຕ້ອງ​ຮັບ​ໂທດ​ຄວາມ​ຜິດ ເນື່ອງ​ດ້ວຍ​ຫນ້າ​ທີ່​ປະ​ໂຣ​ຫິດ​ຂອງ​ເຈົ້າ 2 ແລະ​ຈົ່ງ​ນຳ​ພີ່​ນ້ອງ​ຂອງ​ເຈົ້າ​ມາ​ໃກ້​ເຈົ້າ ຊຶ່ງ​ເປັນ​ເຜົ່າ​ເລ​ວີ ເຜົ່າ​ບິ​ດາ​ຂອງ​ເຈົ້າ ເພື່ອ​ເຂົາ​ຈະ​ສົມ​ທົບ​ກັບ​ເຈົ້າ ແລະ​ບົວ​ລະ​ບັດ​ເຈົ້າ ຂ​ນະ​ທີ່​ເຈົ້າ​ແລະ​ບຸດ​ຢູ່​ຕໍ່​ຫນ້າ​ເຕັນ​ພຣະ​ໂອ​ວາດ 3 ເຂົາ​ທັງ​ຫລາຍ​ຈະ​ຄອຍ​ຮັບໃຊ້​ເຈົ້າ ແລະ​ຮັບ​ໃຊ້ຫນ້າ​ທີ່​ຕ່າງໆ​ຂອງ​ເຕັນ ແຕ່​ຢ່າ​ໃຫ້​ເຂົ້າ​ໃກ້​ເຄື່ອງໃຊ້​ຂອງ​ສະ​ຖານ​ນະ​ມັ​ສ​ການ ຫລື​ແທ່ນ​ບູ​ຊາ ຢ້ານ​ວ່າ​ເຂົາ​ທັງ​ຫລາຍ ແລະ​ເຈົ້າ​ຈະ​ຕ້ອງ​ຕາຍ 4 ເຂົາ​ທັງ​ຫລາຍ​ຈະ​ສົມ​ທົບ​ກັບ​ພວກ​ເຈົ້າ ແລະ​ຄອຍ​ຮັບ​ໃຊ້​ຢູ່​ທີ່​ເຕັນ​ນັດ​ພົບ ໃນ​ງານ​ບົວ​ລະ​ບັດ​ທັງ​ສິ້ນ​ຂອງ​ເຕັນ ແລະ​ຢ່າ​ໃຫ້​ຜູ້​ອື່ນ​ໃດ​ມາ​ໃກ້​ເຈົ້າ 5 ພວກ​ເຈົ້າ​ຕ້ອງ​ຄອຍ​ຮັບ​ໃຊ້​ໃນ​ຫນ້າ​ທີ່​ຂອງ​ສະ​ຖານ​ນະ​ມັ​ສ​ການ ແລະ​ຫນ້າ​ທີ່​ຂອງ​ແທ່ນ​ບູ​ຊາ ເພື່ອ​ພຣະ​ພິ​ໂຣດ​ຈະ​ບໍ່​ເກີດ​ແກ່​ຄົນ​ອິສ​ຣາ​ເອນ​ອີກ 6 ແລະ​ເບິ່ງ​ແມ໋, ເຮົາ​ໄດ້​ເລືອກ​ຄົນ​ເລ​ວີ​ພີ່​ນ້ອງ​ຂອງ​ເຈົ້າ​ອອກ​ຈາກ​ຄົນ​ອິສ​ຣາ​ເອນ​ເປັນ​ຂອງ​ປະ​ທານ​ແກ່​ເຈົ້າ ຖ​ວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ເຈົ້າປະ​ຕິ​ບັດ​ງານ​ຂອງ​ເຕັນ​ນັດ​ພົບ 7 ທັງ​ເຈົ້າແລະ​ບຸດ​ຊາຍ​ຈົ່ງ​ຄອຍ​ຮັບ​ໃຊ້​ໃນ​ຫນ້າ​ທີ່​ປະ​ໂຣຫິດ ເພື່ອ​ງານ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ແທ່ນ​ບູ​ຊາ ແລະ​ສິ່ງ​ທີ່​ຢູ່​ພາຍ​ໃນ​ຜ້າ​ກັ້ງ ເຈົ້າ​ຕ້ອງ​ຢູ່​ປະ​ຕິ​ບັດ​ງານ ເຮົາ​ໃຫ້​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ແກ່ເຈົ້າ​ເປັນ​ຂອງ​ປະ​ທານ ແລະ​ຜູ້​ໃດ​ອື່ນ​ທີ່​ເຂົ້າ​ມາ​ໃກ້​ຕ້ອງ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ” 8 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຕໍ່ອາ​ໂຣນວ່າ, “ເບິ່ງ​ແມ໋, ເຮົາ​ໄດ້​ໃຫ້​ເຄື່ອງ​ບູ​ຊາ​ຂອງ​ເຮົາ​ສ່ວນ​ນຶ່ງ​ແກ່​ເຈົ້າ ຄື​ບັນ​ດາ​ຂອງ​ຖວາຍ​ຂອງ​ຄົນ​ອິສ​ຣາ​ເອນ ເຣົາ​ໃຫ້​ເຈົ້າ​ສ່ວນ​ນຶ່ງ ແລະ​ແກ່​ລູກ​ຫລານ​ຂອງ​ເຈົ້າ​ເປັນ​ສ່ວນ​ກຳ​ນົດ​ຖາ​ວອນ 9 ໃນ​ບັນ​ດາ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ​ສ່ວນ​ຊຶ່ງ​ບໍ່​ໄດ້​ເຜົາ​ໄຟ​ທີ່​ເປັນ​ຂອງ​ຂອງ​ເຈົ້າ​ມີ​ດັ່ງ​ນີ້ ບັນ​ດາຂອງ​ຖວາຍ​ຂອງ​ເຂົາ ບັນ​ດາ​ທັນ​ຍາ​ບູ​ຊາ​ຂອງ​ເຂົາ ບັນ​ດາ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ຂອງ​ເຂົາ ບັນ​ດາ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ບາບຂອງ​ເຂົາ ຊຶ່ງ​ເຂົາ​ຖວາຍ​ແກ່​ເຮົາ ຈະ​ເປັນ​ຂອງ​ບໍ​ຣິ​ສຸດ​ທີ່​ສຸດ​ແກ່​ເຈົ້າ ແລະ​ແກ່​ລູກຫລານ​ຂອງ​ເຈົ້າ 10 ເຈົ້າ​ຈົ່ງ​ຮັບ​ປະ​ທານ​ສິ່ງ​ເຫລົ່າ​ນີ້​ໃນ​ທີ່​ບໍ​ຣິ​ສຸດ​ທີ່​ສຸດ ຜູ້​ຊາຍ​ທຸກ​ຄົນ​ຮັບ​ປະ​ທານ​ໄດ້ ເປັນ​ຂອງ​ບໍ​ຣິ​ສຸດ​ແກ່​ເຈົ້າ 11 ສິ່ງ​ຕໍ່​ໄປ​ນີ້​ກໍ​ເປັນ​ຂອງ​ເຈົ້າ​ດ້ວຍ ຄື​ຂອງ​ໃຫ້​ທີ່​ເຂົາ​ຖວາຍ ບັນ​ດາ​ຂອງ​ຍື່ນ​ຖວາຍ​ຂອງ​ຄົນ​ອິສ​ຣາ​ເອນ ເຮົາ​ໄດ້​ໃຫ້​ໄວ້​ແກ່​ເຈົ້າ​ແລະ​ແກ່​ບຸດ​ຊາຍ​ຍິງ​ຊຶ່ງ​ຢູ່​ກັບ​ເຈົ້າ​ເປັນ​ສ່ວນ​ຖາ​ວອນ ທຸກ​ຄົນ​ທີ່​ສະ​ອາດ​ຢູ່​ໃນ​ຄອບ​ຄົວ​ຂອງ​ເຈົ້າ​ຮັບ​ປະ​ທານ​ໄດ້ 12 ນ້ຳ​ມັນ​ທີ່​ດີ​ທີ່​ສຸດ​ທັງ​ຫມົດ ແລະ​ເຫລົ້າ​ອະ​ງຸ່ນ​ທີ່​ດີ​ທີ່​ສຸດ ແລະ​ພືດ​ຜົນ​ທີ່​ເປັນ​ເມັດ​ ແລະ​ຜົນ​ຣຸ່ນ​ທຳ​ອິດ​ທີ່​ເຂົາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເຮົາ​ໃຫ້​ແກ່​ເຈົ້າ 13 ຜົນ​ທີ່​ສຸກ​ຣຸ່ນ​ທຳ​ອິດ​ຂອງທຸກ​ຢ່າງ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນທີ່​ເຂົາ​ນຳ​ມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ຂອງ​ເຈົ້າ ທຸກ​ຄົນ​ທີ່​ສະ​ອາດ​ຢູ່​ໃນ​ຄອບ​ຄົວ​ຂອງ​ເຈົ້າ​ຮັບ​ປະ​ທານ​ໄດ້ 14 ບັນ​ດາ​ຂອງມອບ​ຖວາຍ​ໃນ​ອິສ​ຣາ​ເອນ​ຈະ​ເປັນ​ຂອງ​ເຈົ້າ 15 ລູກ​ຫົວ​ປີ​ຂອງ​ຄົນ​ອິສ​ຣາ​ເອນ ບໍ່​ວ່າ​ມະ​ນຸດ ​ຫລື​ສັດ​ກໍ​ດີ ຊຶ່ງ​ເຂົາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ຂອງ​ເຈົ້າ ແຕ່​ຢ່າງ​ໃດ​ກໍ​ຕາມ ບຸດ​ຫົວ​ປີ​ຂອງ​ມະ​ນຸດ​ເຈົ້າ​ຈະ​ຕ້ອງ​ໄຖ່​ໄວ້ ເຈົ້າ​ຕ້ອງ​ໄຖ່​ລູກ​ຫົວ​ປີຂອງ​ບັນ​ດາ​ສັດ​ທັງ​ປວງ​ທີ່​ມົນ​ທິນ​ດ້ວຍ 16 ແລະ​ຄ່າ​ໄຖ່ (ພໍ​ອາ​ຍຸ​ໄດ້​ນຶ່ງ​ເດືອນ​ເຈົ້າ​ກໍ​ຕ້ອງ​ໄຖ່) ໃຫ້​ເຈົ້າ​ກຳ​ນົດ​ວ່າ​ເປັນ​ເງິນ​ຫ້າ​ເຊເກ​ລ ຕາມ​ເຊ​ເກ​ລ​ຂອງ​ສະ​ຖານ​ນະ​ມັ​ສ​ການ (ຊຶ່ງ​ເປັນ​ຊາວ​ເກ​ຣາ) 17 ແຕ່​ລູກ​ຫົວ​ປີ​ຂອງງົວ ຫລື​ລູກ​ຫົວ​ປີ​ຂອງ​ແກະ ຫລື​ລູກ​ຫົວ​ປີ​ຂອງ​ແບ້ ເຈົ້າ​ບໍ່​ຕ້ອງ​ໄຖ່ ເພາະ​ເປັນ​ຂອງ​ບໍ​ຣິ​ສຸດ ເຈົ້າ​ຈົ່ງ​ເອົາ​ເລືອດ​ຂອງ​ມັນ​ຊິດ​ໃສ່​ແທ່ນ​ບູ​ຊາ ແລະ​ເອົາ​ໄຂ​ມັນ​ຂອງ​ມັນ​ເຜົາ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ໃຫ້​ເປັນ​ກິ່ນ​ທີ່​ພໍພຣະ​ທັຍ​ແດ່​ພຣະ​ຜູ້​ເປັນເຈົ້າ 18 ແຕ່​ຊີ້ນ​ຂອງ​ມັນ​ຈະ​ເປັນຂອງ​ເຈົ້າ ເຊັ່ນ​ດຽວ​ກັບ​ຊີ້ນ​​ເອິກທີ່​ຍື່ນ​ຖວາຍ ຫລື​ຊີ້ນ​ໂຄ່ນ​ຂາ​ຂວາ​ເປັນ​ຂອງ​ເຈົ້າ 19 ບັນ​ດາ​ເຄື່ອງ​ບູ​ຊາ​ບໍ​ຣິ​ສຸດ​ທີ່​ຄົນ​ອິສ​ຣາ​ເອນມອບ​ຖວາຍ​ແດ່​ພຣະ​ຜູ້​ເປັນເຈົ້າ ເຮົາ​ໃຫ້​ແກ່​ເຈົ້າ​ເປັນ​ສ່ວນ​ແບ່ງ​ຖາ​ວອນ ເປັນ​ຄຳ​ສັນ​ຍາ​ທີ່​ເປັນ​ນິດ​ແດ່​ພຣະ​ຜູ້ເປັນເຈົ້າ​ສຳ​ລັບ​ເຈົ້າ ແລະ​ເຜົ່າ​ເຊື້​ອ​ສາຍ​ຂອງ​ເຈົ້າ​ດ້ວຍ” 20 ແລະ​ພຣະ​ເຈົ້າ​ໄດ້​ສັ່ງ​ອາ​ໂຣນ​ວ່າ, “ເຈົ້າ​ຈະ​ບໍ່​ໄດ້​ຮັບ​ມໍ​ຣະ​ດົກ​ໃນ​ແຜ່ນ​ດິນ​ຂອງ​ເຂົາ ທັງ​ເຈົ້າ​ຈະ​ບໍ່​ມີ​ສ່ວນ​ອັນ​ໃດ​ກັບ​ເຂົາ​ເລີຍ ເຣົາ​ເປັນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ແລະ​ເປັນ​ມໍ​ຣະ​ດົກ​ຂອງ​ເຈົ້າ​ຖ້າມ​ກາງ​

ຄົນ​ອິສ​ຣາ​ເອນ

21 “ເຣົາ​ໃຫ້​ນຶ່ງ​ສ່ວນ​ສິບ​ໃນ​ອິສ​ຣາ​ເອນ​ແກ່​ຄົນ​ເລ​ວີ​ເປັນ​ມໍ​ຣະ​ດົກ​ເປັນ​ຄ່າ​ຕອບ​ແທນ​ງານ​ທີ່​ເຂົາ​ປະ​ຕິ​ບັດ ຄື​ງານ​ປະ​ຕິ​ບັດ​ທີ່​ເຕັນ​ນັດ​ພົບ 22 ຕັ້ງ​ແຕ່​ນີ້​ຕໍ່​ໄປ​ຄົນ​ອິສ​ຣາ​ເອນ​ຈະ​ບໍ່​ໄດ້​ເຂົ້າ​ມາໃກ້​ເຕັນ​ນັດ​ພົບ ຢ້ານ​ວ່າ​ເຂົາ​ຈະ​ຮັບ​ໂທດ​ບາບ ແລະ​ຈະ​ຕ້ອງ​ຕາຍ 23 ແຕ່​ຄົນ​ເລ​ວີ​ຈະ​ຕ້ອງ​ປະ​ຕິ​ບັດ​ງານ​ຂອງ​ເຕັນ​ນັດ​ພົບ ແລະ​ເຂົາ​ຈະ​ຕ້ອງ​ຮັບ​ໂທດ​ຄວາມ​ຜິດ​ຂອງ​ເຂົາ ຈະ​ເປັນ​ກົດ​ເກນ​ຖາວອນ​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຈົ້າ ເຂົາ​ຈະ​ບໍ່​ມີ​ສ່ວນມໍ​ຣະ​ດົກ​ຖ້າມ​ກາງ​ຄົນ​ອິສ​ຣາ​ເອນ 24 ເພາະ​ວ່າ​ເຮົາ​ໄດ້​ຍົກ​ນຶ່ງ​ສ່ວນ​ສິບ​ຂອງ​ຄົນ​ອິສ​ຣາ​ເອນ ຊຶ່ງ​ນຳ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ໄດ້​ໃຫ້​ແກ່​ຄົນ​ເລ​ວີ​ເປັນ​ມໍ​ຣະ​ດົກ ເພາະ​ສະ​ນັ້ນ​ເຮົາ​ຈຶ່ງ​ໄດ້​ບອກ​ເຂົາ​ວ່າ​ເຂົາ​ຈະ​ບໍ່​ມີ​ສ່ວນ​ມໍ​ຣະ​ດົກ​ຖ້າມ​ກາງ​ຄົນ​ອິສ​ຣາ​ເອນ 25 ພຣະ​ຜູ້​ເປັນ​ເຈົ້າ​​ກ່າວຕໍ່​ໂມ​ເຊວ່າ, 26 ນອກ​ຈາກ​ນີ້ ເຈົ້າ​ຈົ່ງ​ກ່າວ​ແກ່​ຄົນ​ເລ​ວີ​ວ່າ “ເມື່ອ​ພວກ​ເຈົ້າ​ຮັບ​ນຶ່ງ​ສ່ວນ​ສິບ​ຈາກ​ຄົນ​ອິສ​ຣາ​ເອນ ຊຶ່ງ​ເຮົາ​ໃຫ້​ເປັນ​ກຳມະ​ສິດ​ຂອງ​ເຈົ້າ​ນັ້ນ ພວກເຈົ້າ​ຈົ່ງ​ແບ່ງນຶ່ງ​ສ່ວນ​ສິບ​ ຖວາຍ​ເປັນສ່ວນ​ອຸດ​ຫນຸນໃຫ້ແກ່​ພຣະ​ຜູ້​ເປັນ​ເຈົ້າເຫ​ມືອນ​ກັນ 27 ແລະ​ສ່ວນ​ຖວາຍ​ຂອງ​ເຈົ້າ​ນັ້ນ​ຈະ​ນັບ​ເຫມືອນ​ນຶ່ງ​ເປັນ​ພືດ​ທີ່​ໄດ້​ມາ​ຈາກ​ລານນວດ​ເຂົ້າ ແລະ​ເຫມືອນ​ສ່ວນ​ທີ່​ເຕັມ​ປ່ຽມ​ຈາກ​ບໍ່​ຢ່ຳ​ອະ​ງຸ່ນ 28 ເພາະ​ສະ​ນັ້ນ​ເຈົ້າ​ຕ້ອງ​ນຳ​ຂອງ​ບູ​ຊາ​ຈາກ​ນຶ່ງ​ສ່ວນ​ສິບ​ທັງ​ສິ້ນ​ຂອງ​ເຈົ້າ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄື​ນຶ່ງ​ສ່ວນ​ສິບ​ທີ່​ເຈົ້າ​ຮັບ​ຈາກ​ຄົນ​ອິສ​ຣາ​ເອນ​ນັ້ນ ຈາກ​ສ່ວນ​ໄດ້​ນີ້​ພວກ​ເຈົ້າ​ຈົ່ງ​ມອບຂອງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ອາ​ໂຣນ​ປະ​ໂຣ​ຫິດ 29 ຈາກ​ບັ​ນ​ດາ​ຂອງ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ເຈົ້າ​ຈົ່ງ​ນຳ​ເຄື່ອງຖວາຍ​ທຸກ​ສິ່ງ​ທີ່​ຕ້ອງ​ຖວາຍແດ່​ພຣະ​ຜູ້​ເປັນ​ເຈົ້າ ຈາກ​ບັນ​ດາ​ຂອງ​ດີ​ທີ່​ສຸດ​ນັ້ນ ຄື​ສ່ວນ​ຂອງ​ທີ່ບໍ​ຣິ​ສຸດ 30 ສະ​ນັ້ນ​ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ​ວ່າ, “ເມື່ອ​ເຈົ້າ​ໄດ້​ຖວາຍ​ສ່ວນ​ທີ່​ດີ​ທີ່​ສຸດ​ແລ້ວ ໃຫ້​ຄົນ​ເລ​ວີ​ນັບ​ສ່ວນທີ່​ເຫລືອ​ຢູ່​ເປັນ​ເຫມືອນ​ນຶ່ງ​ພືດ​ທີ່​ໄດ້​ມາ​ຈາກ​ລານນວດ​ເຂົ້າ ແລະ​ເປັນ​ຜົນ​ໄດ້​ຈາກ​ບໍ່​ຢ່ຳ​ອະ​ງຸ່ນ 31 ແລະ​ເຈົ້າ​ຈະ​ຮັບ​ປະ​ທານ​ສ່ວນ​ນັ້ນ​ໃນ​ທີ່​ໃດໆ​ກໍ​ໄດ້ ທັງ​ຕົວ​ເຈົ້າ ແລະ​ຄອບ​ຄົວ​ຂອງ​ເຈົ້າ ເພາະ​ວ່າ​ເປັນ​ຣາງວັນ​ຕອບ​ແທນ​ງານ​ປະ​ຕິ​ບັດ​ຂອງ​ເຈົ້າ​ໃນ​ເຕັນ​ນັດ​ພົບ 32 ເມື່ອ​ເຈົ້າ​ໄດ້​ຖວາຍ​ສ່ວນ​ທີ່​ດີ​ທີ່​ສຸດ​ແລ້ວ ເຈົ້າ​ຈະບໍ່​ມີ​ໂທດ​ໂດຍ​ຂອງ​ຖວາຍ​ນັ້ນ ແລະ​ເຈົ້າ​ຢ່າ​ທຳ​ສິ່ງ​ບໍ​ຣິ​ສຸດ​ຂອງ​ຄົນ​ອິສ​ຣາ​ເອນ​ໃຫ້​ເປັນມົນ​ທິນ ຢ້ານ​ວ່າ​ເຈົ້າ​ຈະ​ຕ້ອງ​ຕາຍ”

ຈົດບັນຊີ 19

ການ​ຊຳ​ຮະ​ຜູ້​ມີ​ມົນ​ທີນ

1 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວແກ່​ໂມ​ເຊ ແລະ​ອາ​ໂຣນ​ວ່າ, 2 “ຕໍ່​ໄປ​ນີ້​ເປັນ​ກົດ​ພຣະ​ທັມ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ວ່າ ຈົ່ງ​ບອກ​ຄົນ​ອິສ​ຣາ​ເອນ​ໃຫ້​ນຳ​ງົວ​ແມ່​ສີ​ແດງ​ບໍ່​ພິ​ການ​ຊຶ່ງ​ບໍ່​ມີ​ຕຳ​ຫນິ ແລະ​ຍັງ​ບໍ່​ເຄີຍ​ເຂົ້າ​ທຽມ​ແອກ 3 ແລະ​ເຈົ້າ​ຈົ່ງ​ໃຫ້​ງົວ​ນັ້ນ​ແກ່​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ ແລະ​ໃຫ້​ເອົາ​ງົວ​ນັ້​ນ​ໄປ​ນອກ​ຄ້າຍ​ຂ້າ​ເສັຽ​ຕໍ່​ຫນ້າ​ເຂົາ 4 ແລະ​ເອ​ເລ​ອາ​ຊາ​ຈະ​ເອົາ​ນີ້ວ​ມື​ຈຸ່ມ​ເລືອດ​ງົວ​ຊິດ​ໃສ່ທີ່​ຂ້າງ​ຫນ້າ​ເຕັນ​ນັດ​ພົບ​ເຈັດ​ຄັ້ງ 5 ແ​ລະ​ໃຫ້​ມີ​ຄົນ​ເຜົາ​ງົວ​​ແມ່​ນັ້ນ​ເສັຽ​ຕໍ່​ຫນ້າ​ເຂົາ ຄື​ຫນັງ ເນື້ອ ແລະ​ເລືອດ ກັບ​ເຄື່ອງ​ໃນ​ໄສ້​ພຸງ​ໃຫ້​ເຜົາ​ເສັຽ​ຫມົດ 6 ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ໄມ້​ສົນ​ ໄມ້​​ຫູ​ສົບ​ກັບ​ດ້າຍ​ສີ​ແດງ​ໂຍນ​ເຂົ້າ​ໄປ​ໃນ​ໄຟ​ທີ່​ເຜົາ​ງົວ​​ແມ່​ນັ້ນ 7 ແລ້ວ​ປະ​ໂຣ​ຫິດ​ຈະ​ຊັກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ຊຳ​ຮະ​ຮ່າງ​ກາຍ​ເສັຽ​ໃນ​ນ້ຳ ພາຍ​ຫລັງ​ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍ ແລະ​ປະ​ໂຣ​ຫິດ​ນັ້ນ​ຈຶ່ງ​ເປັນ​ມົນ​ທິນ​ຢູ່​ຈົນ​ເຖິງ​ເວ​ລາ​ຄ່ຳ 8 ຜູ້ໃດ​ທີ່​ທຳ​ການ​ເຜົາ​ງົວ​​ແມ່​ຕ້ອງ​ຊັກ​ເສື້ອ​ຜ້າ ແລະ​ຊຳ​ຮະ​ຮ່າງ​ກາຍ​ຂອງ​ຕົນ​ເສັຽ​ໃນ​ນ້ຳ ແລະ​ເຂົາ​ຈະ​ເປັນ​ມົນ​ທິນ​ຢູ່​ຈົນ​ເຖິງ​ເວ​ລາ​ຄ່ຳ 9 ໃຫ້​ຊາຍ​ຄົນ​ທີ່​ສະ​ອາດ​ເກັບ​ຂີ້​ເຖົ່າ​ງົວ​ແມ່ ນໍາ​ໄປ​ໄວ້​ນອກ​ຄ້າຍ​ໃນ​ທີ່​ສະ​ອາດ ໃຫ້​ເກັບ​ຂີ້​ເຖົ່າ​ນັ້ນ​ໄວ້​ເພື່ອ​ຄົນ​ອິສ​ຣາ​ເອນ ເພື່ອ​ທຳ​ນ້ຳ​ຊຳ​ຮະ​ມົນ​ທິນ​ສຳ​ລັບ​ລ້າງ​ບາບ 10 ແລະ​ຄົນ​ທີ່​ເກັບ​ຂີ້​ເຖົ່າໄຟ​ຂອງງົວ​ແມ່​ຕ້ອງ​ຊັກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ເຂົາ​ຈະ​ເປັນ​ມົນ​ທິນ​ຢູ່​ຈົນ​ເຖິງ​ເວ​ລາ​ຄ່ຳ ຈະ​ເປັນ​ຢ່າງ​ນີ້​ແກ່​ຄົນ​ອິສ​ຣາ​ເອນ ແລະ​ແກ່​ຄົນ​ຕ່າງ​ດ້າວ​ຜູ້​ອາ​ໄສ​ຢູ່​ຖ້າມກາງ​ເຂົາ​ເປັນ​ກົດ​ເກນ​ຖາ​ວອນ 11 “ຜູ້​ທີ່​ແຕະ​ຕ້ອງ​ສົບ​ຂອງ​ຜູ້​ໃດ​ກໍ​ຕາມ ຕ້ອງ​ເປັນ​ມົນ​ທິນ​ຢູ່​ເຈັດ​ວັນ 12 ໃນ​ວັນ​ທີ່​ສາມ​ແລະ​ວັນ​ທີ່​ເຈັດ​ເຂົາ​ຕ້ອງ​ຊຳ​ຮະ​ຕົວ​ດ້ວຍ​ນ້ຳ​ແລ້ວ​ເຂົາ​ຈະ​ສະ​ອາດ ຖ້າ​ເຂົາ​ບໍ່​ຊຳ​ຮະ​ຕົວ​ໃນວັນ​ທີ່​ສາມ​ແລະ​ວັນ​ທີ່​ເຈັດ​ເຂົາ​ຈະ​ສະ​ອາດ​ບໍ່​ໄດ້ 13 ຜູ້​ໃດ​ແຕະ​ຕ້ອງ​ຄົນ​ຕາຍ ຄື​ຮ່າງ​ກາຍ​ຂອງ​ຄົນ​ທີ່​ຕາຍ​ແລ້ວ ແລະ​ບໍ່​ໄດ້​ຊຳ​ຮະ​ຕົນ ຜູ້​ນັ້ນ​ກໍ​ກະ​ທຳ​ໃຫ້​ຫໍ​ເຕັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ມົນ​ທິນ ຕ້ອງ(ອະ​ເປ​ຫິ) ຕັດ​ຂາດ​ຄົນ​ນັ້ນ​ອອກ​ຈາກ​ອິສ​ຣາ​ເອນ ເພາະ​ບໍ່​ໄດ້​ເອົາ​ນ້ຳ​ຊຳ​ຮະ​ມົນ​ທິນ​ສາດໃສ່​ເຂົາ ເຂົາ​ຈະ​ເປັນ​ມົນ​ທິນ ມົນ​ທິນ​ຍັງ​ຄ້າງ​ຢູ່​ທີ່​ເຂົາ 14 “ຕໍ່​ໄປ​ນີ້​ເປັນ​ບັນ​ຍັດ​ເຣື່ອງ​ຄົນ​ຕາຍ​ໃນ​ເຕັນ ທຸກ​ຄົນ​ທີ່​ເຂົ້າ​ມາ​ໃນ​ເຕັ​ນ ຫລື​ທຸກ​ຄົນ​ທີ່​ຢູ່​ໃນ​ເຕັນ​ຈະ​ເປັນ​ມົນ​ທິນ​ໄປ​ເຈັດ​ວັນ 15 ພາ​ຊ​ນະ​ທຸກ​ຫນ່​ວຍ​ທີ່​ບໍ່​ມີ​ຝາ​ປິດ​ຕ້ອງ​ເປັນ​ມົນ​ທິນ 16 ຄົນ​ໃດ​ທີ່​ຢູ່​ໃນ​ພື້ນ​ທົ່ງ​ໄປ​ແຕະ​ຕ້ອງ​ຄົນ​ທີ່​ຖືກ​ດາບ​ຕາຍ ຫລື​ແຕະ​ຕ້ອງ​ສົບ ຫລື​ກະ​ດູກ​ຄົນ ຫລື​ຫລຸມ​ຝັງ​ສົບ ຈະ​ເປັນ​ມົນ​ທິນ​ໄປ​ເຈັດ​ວັນ 17 ສຳ​ລັບ​ເປັນ​ມົນ​ທິນ​ນີ້ ຈົ່ງ​ເອົາ​ຂີ້​ເຖົ່າ​ຈາ​ການ​ບູ​ຊາ​ໄຖ່​ບາບ ແລະ​ເອົາ​ນ້ຳ​ທີ່​ໄຫລ​ເຕີມ​ເຂົ້າ​ໄປ​ປົນ​ໃສ່​ໃນ​ພາ​ຊ​ນະ 18 ໃຫ້​ຄົນ​ສະ​ອາດ​ເອົາ​ກິ່ງ​ຫູ​ສົບ​ຈຸ່ມ​ນ້ຳ​ນັ້ນ​ຊິດ​ໃສ່​ທີ່​ເຕັນ​ແລະ​ເຄື່ອງ​ໃຊ້​ສອຍ​ທັງ​ສິ້ນ ແລະ​ເທິງ​ຕົວ​ຄົນ​ທີ່​ຢູ່​ທີ່​ນັ້ນ ແລະ​ເທິງ​ຕົວ​ຄົນ​ທີ່​ແຕະ​ຕ້ອງ​ກະ​ດູກ ຫລື​ຄົນ​ຖືກ​ຂ້າ​ ຫລື​ຄົນ​ຕາຍ ຫລື​ຫລຸມ​ຝັງ​ສົບ 19 ໃຫ້​ຄົນ​ສະ​ອາດ​ຊິດ​ໃສ່ຄົນ​ທີ່​ເປັນ​ມົນ​ທິນ​ໃນ​ວັນ​ທີ່​ສາມ ແລະ​ວັນ​ທີ່​ເຈັດ ຢ່າງ​ນີ້​ພໍ​ວັນ​ທີ່​ເຈັດ​ເຂົາ​ຈະ​ທຳ​ໃຫ້​ຄົນ​ນັ້ນ​ສະ​ອາດ ແລະ​ເຂົາ​ຕ້ອງ​ຊັກ​ເສື້ອ​ຜ້າ​ແລະ​ອາບ​ນ້ຳ ພໍ​ເຖິງ​ເວ​ລາ​ຄ່ຳ​ເຂົາ​ຈະ​ສະ​ອາດ 20 “ແຕ່​ຄົນ​ທີ່​ເປັນ​ມົນ​ທິນ​ແລະ​ບໍ່​ຊຳ​ຮະ​ຕົວ ໃຫ້​(ອະ​ເປ​ຫິ) ຕັດ​ຂາດຄົນ​ນັ້ນ​ອອກ​ເສັຽ​ຈາກ​ຖ້າມ​ກາງ​ທີ່​ປະ​ຊຸມ ເພາະ​ເຂົາ​ໄດ້​ກະ​ທຳ​ໃຫ້​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະ​ເຈົ້າ​ເປັນ​ມົນ​ທິນ ຄື​ວ່າ​ບໍ່​ໄດ້​ເອົາ​ນ້ຳ​ຊຳ​ຮະ​ມົນ​ທິນ​ສາດ​ເຂົາ ເຂົາ​ຈຶ່ງ​ເປັນ​ມົນ​ທິນ 21 ແລະ​ໃຫ້​ເປັນ​ກົດ​ເກນຖາ​ວອນແກ່​ເຂົາ ຜູ້​ທີ່​ຊິດ​ນ້ຳ​ຊຳ​ຮະ​ມົນ​ທິນ​ຈະ​ຕ້ອງ​ຊັກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ຜູ້​ທີ່​ແຕະ​ຕ້ອງ​ນ້ຳ​ຊຳ​ຮະ​ມົນ​ທິນ ເຂົາ​ຈະ​ເປັນ​ມົນ​ທິ​ນ​ຈົນ​ເຖິງ​ເວ​ລາ​ຄ່ຳ 22 ແລະ​ສິ່ງ​ໃດ​ທີ່​ຜູ້​ເປັນ​ມົນ​ແຕະ​ຕ້ອງ​ສິ່ງ​ນັ້ນ​ກໍ​ເປັນ​ມົນ​ທິນ ແລະ​ຜູ້​ທີ່​ແຕະ​ຕ້ອງສິ່ງ​ນັ້ນ​ຈະ​ເປັນ​ມົນ​ທິນ​ຈະ​ເຖິງ​ເວ​ລາ​ຄ່ຳ”

ຈົດບັນຊີ 20

ເຫດ​ການ​ທີ່​ເມືອງ​ກາ​ເດສ

1 ຕໍ່​ມາ​ໃນ​ເດືອນ​ທີ່​ນຶ່ງ ປະ​ຊາ​ຊົນອິສ​ຣາ​ເອນ​ໄດ້ພາ​ກັນ​ມາ​ຍັງ​ຖິ່ນ​ກັນ​ດານຊີນ ແລະ​ຕັ້ງ​ຄ້າຍ​ຢູ່ກາ​ເດສ​ຊຶ່ງ​ເປັນ​ບ່ອນ​ທີ່​ນາງ​ມີ​ຣີ​ອາມ​ໄດ້​ຕາຍ ແລະ​ຖືກ​ຝັງ​ໄວ້​ຢູ່​ທີ່​ນັ້ນ 2 ຢູ່​ບ່ອນ​ນັ້ນ ບໍ່​ມີ​ນ້ຳ​ກິນ​ພວກ​ປະ​ຊາ​ຊົນ​ຈຶ່ງ​ພາ​ກັນ​ອ້ອມ​ໂມ​ເຊ ແລະ​ອາ​ໂຣນ 3 ພວກ​ເຂົາ​ຈົ່ມ​ທຸກ​ໃສ່​ທ່ານ​ທັງ​ສອງວ່າ, “ຖ້າ​ວ່າພວກຂ້າ​ພະ​ເຈົ້າ​ຕາຍ​ຢູ່​ຕໍ່​ຫນ້າຫໍເຕັນ​ສັກ​ສິດ​ພ້ອມກັບ​ເພື່ອນ​ຊາວ​ອິສ​ຣາ​ເອນ​ຄົງ​ຈະ​ດີກວ່າ 4 ເປັນ​ຫຍັງພວກ​ທ່ານ​ຈຶ່ງນຳ​ພວກ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອ​ຢິບ ແລະ​ເຂົ້າ​ມາ​ໃນຖິ່ນ​ກັນ​ດານ​ນີ້ ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຕາຍ​ໄປ​ພ້ອມ​ທັງ​ຝູງ​ສັດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຊັ້ນ​ບໍ 5 ຢູ່​ບ່ອນ​ນີ້​ບໍ່​ມີ​ເຂົ້າ ບໍ່​ມີ​ຕົ້ນ​ຫມາກ​ເດື່ອ ບໍ່​ມີຕົ້ນ​ອະ​ງຸ່ນ ບໍ່​ມີ​ຕົ້ນ​ຫມາກ​ພິ​ລາ​ເລີຍ ແລະ​ແມ່ນ​ແຕ່​ນ້ຳ​ຈະ​ດື່ມ​ກໍ​ຍັງ​ບໍ່​ມີ” 6 ດັ່ງ​ນັ້ນ ໂມ​ເຊ​ແລະ​ອາ​ໂຣນ​ຈຶ່ງ​ພາ​ກັນ​ຍ່າງ​ຫນີ​ຈາກ​ປະ​ຊາ​ຊົນ ແລະ​ໄປ​ຢືນ​ຢູ່​ທາງ​ປະ​ຕູ​ເຂົ້າ​ຫໍ​ເຕັນ​ສັກ​ສິດ ພໍ​ທັງ​ສອງ​ກົ້ມ​ຂາບ​ລົງ​ພຣະ​ຣັ​ສ​ມີ​ຂອງພຣະ​ຜູ້​ເປັນ​ເຈົ້າ​ກໍ​ປາ​ກົດ​ຂຶ້ນ​ແກ່​ຄົນ​ທັງ​ສອງ 7 ພຣະ​ຜູ້​ເປັນ​ເຈົ້າ​​ກ່າວ​ຕໍ່​ໂມ​ເຊວ່າ, 8 “ຈົ່ງ​ຈັບ​ເອົາ​ໄມ້​ເທົ້າ​ຢູ່​ຕໍ່​ຫນ້າ​ຫີບ​ຄຳ​ສັນ​ຍາ​ນັ້ນ ແລ້ວ​ເຈົ້າ​ກັບ​ອາ​ໂຣນ​ຈົ່ງ​ໄປ​ຈັດ​ຊຸມ​ນຸມ​ຊົນ​ທັງ​ຫມົດ​ໄວ້​ໃຫ້​ໄປ​ເວົ້າ​ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ຫມົດ ແລະ​ສັ່ງ​ໃຫ້​ນ້ຳ​ໄຫລ​ອອກ​ມາ​ຈາກ​ກ້ອນ​ຫີ​ນຢູ່​ບ່ອນ​ນັ້ນ ແລ້ວ​ນ້ຳ​ກໍ​ຈະ​ໄຫລ​ອອກ​ມາ​ເພື່ອ​ໃຫ້​ປະ​ຊາ​ຊົນ​ດື່ມ ສະ​ນັ້ນ ພ​ວກ​ເຂົາ​ພ້ອມ​ທັງ​ຝູງ​ສັດ​ຈຶ່ງ​ຈະ​ມີ​ນ້ຳ​ດື່ມ” 9 ໂມ​ເຊ​ຈຶ່ງ​ໄປ​ເອົາ​ໄມ້​ເທົ້າ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 10 ຕໍ່​ມາ ໂມ​ເຊ​ກັບ​ອາ​ໂຣນກໍ​ຈັດ​ເອົາ​ປະ​ຊາ​ຊົນ​ທັງ​ຫມົດ​ໄປ​ຊຸມ​ນຸມ​ຢູ່​ຕໍ່​ຫນ້າ​ໂງ່ນ​ຫີນ ໂມ​ເຊ​ເວົ້າ​ຂຶ້ນ​ວ່າ, “ພວກ​ເຈົ້າ​ຜູ້​ເປັນ​ຄົນ​ກະ​ບົດ​ຈົ່ງ​ຟັງ​ເທີນ ພວກ​ເຮົາ​ຈະ​ສາ​ມາດ​ທຳ​ໃຫ້​ນ້ຳ​ໄຫລ​ອອກ​ຈາກ​ໂງ່ນ​ຫີນ​ນີ້​ໄດ້​ແທ້​ບໍ່” 11 ແລ້ວ​ໂມ​ເຊ​ກໍ​ຕີ​ໂງ່ນ​ຫີນ​ນັ້ນ​ສອງ​ຄັ້ງ ນ້ຳ​ໄດ້​ໄຫລ​ອອກ​ມາ​ຢ່າງ​ຫລວງ​ຫລາຍ ປະ​ຊາ​ຊົນທຸກ​ຖ້ວນ​ຫນ້າ ແລະ​ຝູງ​ສັດ​ກໍ​ພາ​ກັນ​ດື່ມ 12 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕຳ​ຫນິ​ຕິ​ຕຽນ​ໂມ​ເຊ ແລະ​ອາ​ໂຣນ​ວ່າ, “ຍ້ອນ​ພວກ​ເຈົ້າ​ບໍ່​ມີ​ຄວາມ​ເຊື່ອ​ພຽງ​ພໍ​ ຈຶ່ງ​ບໍ່​ສາມາດ​ສະ​ແດງ​ອຳ​ນາດ​ອັນ​ສັກ​ສິດ​ຂອງ​ເຮົາ​ໃຫ້​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຮູ້​ຈັກ ພວກ​ເຈົ້າ​ຈະ​ບໍ່​ໄດ້​ນຳ​ພວກ​ເຂົາ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ເຣົາ​ກຳ​ລັງ​ຈະ​ໃຫ້​ພວກ​ເຂົາ​ນັ້ນ” 13 ເຣື່ອງ​ນີ້​ເກີດ​ຂຶ້ນທີ່ ເມ​ຣິ​ບາ ບ່ອນ​ທີ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຈົ່ມ​ທຸກ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເປັນ​ບ່ອນ​ທີ່​ພຣະ​ອົງ​ຊົງ​ສະ​ແດງ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ວ່າ​ພຣະ​ອົງ​ຊົງ​ບໍ​ຣິ​ສຸດ

ເຈົ້າ​ຊີວິດ​ເມືອງ​ເອ​ໂດມ ບໍ່​ຍອມ​ໃຫ້​ພວກ​ອິສ​ຣາ​ເອນ​ຜ່ານ​ໄປ

14 ໂມ​ເຊ​ໄດ້​ສົ່ງ​ທູດ​ນຳ​ຂ່າວ​ຈາກ​ກາ​ເດສ​ໄປ​ຫາ​ເຈົ້າ​ຊີ​ວິດ​ແຫ່ງ​ເອ​ໂດມ​ເພື່ອ​ເວົ້າ​ວ່າ, “ນີ້​ເປັນ​ຂ່າວ​ມາ​ຈາກ​ປະ​ເທດ​ອ້າຍ​ນ້ອງ​ອິສ​ຣາ​ເອນ ຄື​ພຣະ​ອົງ​ກໍ​ຮູ້​ເຖິງ​ຄວາມ​ຫຍຸ້ງ​ຍາກ​ທີ່​ເຮົາໄດ້​ປະ​ສົບ​ພົບ​ພໍ້ 15 ແລະ​ທັງ​ຮູ້​ວ່າ​ດ້ວຍ​ເຫດ​ໃດ ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ຈຶ່ງ​ໄດ້​ໄປ​ຢູ່​ໃນ​ປະ​ເທດ​ເອ​ຢິບ​ເປັນ​ເວ​ລາ​ຫລາຍ​ປີ ພວກ​ເອ​ຢິບ​ໄດ້​ຂົ່ມ​ເຫັງ​ເຮົາ ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ 16 ເຮົາ​ຈຶ່ງ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ຂອງ​ເຮົາ ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ທູດ​ສວັນ​ນຳ​ຫນ້າ​ເຮົາ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ ດຽວ​ນີ້ ເຮົາ​ໄດ້​ຢູ່​ທີ່​ກາ​ເດສ ຊຶ່ງ​ເປັນ​ເມືອງ​ທີ່​ຢູ່​ໃກ້​ເຂດ​ແດນ​ຂອງ​ພຣະ​ອົງ 17 ຂໍ​ຄວາມ​ກະ​ຣຸ​ນາ​ໃຫ້​ເຮົາ​ຜ່ານ​ປະ​ເທດ​ຂອງ​ພຣະ​ອົງ​ໄປ​ເທີນ ເຮົາ​ແລະ​ຝູງ​ສັດ​ຈະ​ບໍ່​ຢຸດ​ຢູ່​ຕາມ​ຖ​ນົນ​ຫົນ​ທາງ ຈະ​ບໍ່​ລ່ວງ​ເຂົ້າ​ໄປ​ໃນ​ທົ່ງ​ນາ ຫລື​ສວນ​ອະ​ງຸ່ນ ແລະ​ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ສ້າງ​ຂອງ​ພຣະ​ອົງ​ເລີຍ ເຮົາ​ຈະ​ເດີນ​ທາງ​ໄປ​ຕາມ​ຫົນ​ທາງ​ຫລວງ​ຈົນ​ກວ່າ​ຈະ​ມົ້ມ​ເຂດ​ແດນ​ຂອງ​ພຣະ​ອົງ​ໄປ” 18 ແຕ່​ພວກ​ເອ​ໂດມ​ຕອບ​ວ່າ, “ພວກ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ທ່ານ​ຜ່ານ​ປະ​ເທດ​ຂອງ​ພວກ​ເຮົາ​ໄປ​ເປັນ​ເດັດ​ຂາດ ຖ້າ​ຫາກວ່າ​ທ່ານ​ຍັງ​ຂືນ​ມາ ພວກ​ເຮົາ​ຈະ​ຕໍ່​ສູ້​ກັບ​ທ່ານ​ທັນ​ທີ” 19 ຄົນ​ອິສ​ຣາ​ເອນ​ໄດ້​ເວົ້າ​ວ່າ, “ເຮົາ​ຈະ​ພາ​ກັນ​ໄປ​ຕາມ​ທາງ​ຫລວງ​ນີ້ ຖ້າຫາກວ່າ​ເຮົາ​ ຫລື​ຝູງ​ສັດ​ຂອງ​ເຮົາ​ຫາກ​ກິນ​ນ້ຳ​ຂອງ​ພວກ​ທ່ານ ເຮົາ​ຈະ​ໃຊ້​ທົດ​ແທນ​ຫມົດ ຂໍ​ແຕ່​ໃຫ້​ເຮົາ​ໄດ້​ຜ່ານ​ໄປ​ເທົ່າ​ນັ້ນ 20 ພວກ​ເອ​ໂດມກໍ​ຍັງ​ເວົ້າ​ອີກວ່າ, “ພວກ​ເຮົາ​ບໍ່​ຍອມ​ໃຫ້​ທ່ານ​ຜ່ານ​ໄປ​ຢ່າງ​ເດັດ​ຂາດ” ແລ້ວ​ພວກ​ເຂົາ​ກໍ​ຍົກ​ທັບ​ທີ່​ຍິ່ງ​ໃຫ​ຍ່ ແລະ​ເຂັ້ມ​ແຂງ​ອອກ​ມາ​ເພື່ອ​ຈະ​ຕໍ່​ສູ້​ກັບ​ພວກ​ອິສ​ຣາ​ເອນ 21 ພວກອິສ​ຣາ​ເອນ​ຈຶ່ງ​ໄດ້​ກັບ​ຄືນ ແລະ​ໄປ​ຕາມ​ທາງ​ເສັ້ນ​ອື່ນ

ອາ​ໂຣນ​ເສັຽ​ຊີ​ວິດ

22 ພວກ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ​ໄດ້​ເດີນ​ທາງ​ອອກ​ຈາກ​ກາ​ເດສ ແລະ​ໄດ້​ມາ​ຮອດ​ພູ​ໂຮ ໃກ້​ເຂດ​ແດນ​ເມືອງ​ເອ​ໂດມ 23 ຢູ່ບ່ອນ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ອາ​ໂຣນ ແລະ​ໂມ​ເຊວ່າ, 24 “ອາ​ໂຣນ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ເຮົາ​ກຳ​ລັງ​ຈະ​ມອບ​ໃຫ້​ຊາວ​ອິສ​ຣາ​ເອນ​ນັ້ນ ອາ​ໂຣນ​ຈະ​ຕ້ອງ​ຕາຍ​ເພາະ​ວ່າ​ຢູ່​ເທິງ​ເມືອງ ເມ​ຣິ​ບາ​ນັ້ນ ເຈົ້າ​ທັງ​ສອງ​ໄດ້​ກະ​ບົດ​ຕໍ່​ສູ້​ຄຳ​ສັ່ງ​ຂອງ​ເຮົາ 25 ຈົ່ງ​ພາ​ອາ​ໂຣນ ແລະ​ເອ​ເລ​ອາ​ຊາ ບຸດ​ຊາຍ​ຂອງ​ເຂົາ​ຂື້​ນ​ໄປ​ເທີ​ງພູໂຮ ແລະ​ໃຫ້​ແກ້​ເສື້ອ​ປະ​ຈຳ​ຕຳ​ແຫນ່ງຂອງ​ເຂົາ​ອອກ 26 ແລ້ວ​ເອົາ​ໄປ​ນຸ່ງ​ໃຫ້​ເອ​ເລ​ອາ​ຊາ ເພາະ​ອາ​ໂຣນ​ຈະ​ເສັຽ​ຊີ​ວິດ​ຢູ່​ບ່ອນ​ນັ້ນ” 27 ສ່ວນ​ໂມ​ເຊກໍປະ​ຕິບັດຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ ດັ່ງ​ນັ້ນ ທັງ​ສອງ​ຈຶ່ງ​ພາ​ກັນ​ຂຶ້ນ​ໄປ​ເທິງ​ພູໂຮ ຖ້າມ​ກາງ​ສາຍ​ຕາ​ຂອງ​ຊຸມ​ນຸມ​ຊົນ​ທັງ​ຫມົດ 28 ໂມ​ເຊ​ໄດ້​ແກ້​ເສື້ອ​ຂອງ​ອາ​ໂຣນ​ອອກ ແລະ​ເອົາ​ນຸ່ງ​ໃຫ້​ເອ​ເລ​ອາ​ຊາ ອາ​ໂຣນ​ໄດ້​ຕາຍ​ຢູ່​ເທິງ​ຈອມ​ພູ​ນັ້ນ ແລ້ວ​ໂມ​ເຊ​ກັບ​ອາ​ໂຣນ​ເອ​ເລ​ອາ​ຊາກໍ​ກັບ​ຄືນ​ລົງ​ມາ 29 ເມື່ອ​ຊຸມນຸມ​ຊົນ​ທັງ​ຫມົດ​ຮູ້​ວ່າ ອາ​ໂຣນ​ໄດ້​ຕາຍແລ້ວ ພວກ​ເຂົາ​ທັງ​ຫມົດກໍ​ພາ​ກັນ​ໄວ້​ທຸກ​ໃຫ້​ທ່ານ​ເປັນ​ເວ​ລາ​ສາມ​ສິບ​ວັນ

ຈົດບັນຊີ 21

ໄຊ​ຊະ​ນະ​ຕໍ່​ພວກ​ກາ​ນາ​ອານ

1 ເມື່ອ​ເຈົ້າ​ຊີ​ວິດ​ອາ​ຣາດ ຄົນ​ກາ​ນາອານ​ຊຶ່ງ​ປົກ​ຄອງ​ຢູ່​ພາກ​ໃຕ້​ຂອງ​ປະ​ເທດ​ໄດ້​ຍິນ​ວ່າ ຊາວ​ອິສ​ຣາ​ເອນ​ກຳ​ລັງ​ມາ​ທາງອາ​ທາ​ຣິມ ພຣະ​ອົງ​ອອກ​ໄປ​ໂຈມ​ຕີ ແລະ​ຈັບ​ເອົາ​ຄົນ​ອິສ​ຣາ​ເອນ​ບາງ​ຄົນ​ມາ​ເປັນ​ຊະ​ເລີຍ 2 ແລ້ວ​ພ​ວກ​ອິສ​ຣາ​ເອນ​ກໍ​ສາ​ບານ​ຕໍ່​ພຣະ​ຜູ້ເປັນເຈົ້າ​ວ່າ, “ຖ້າ​ພຣະ​ອົງ​ຊົງ​ອະ​ນຸ​ຍາດ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຕີ​ຊະນະ​ພວກ​ເຫລົ່າ​ນີ້ ຂ້າ​ພຣະ​ອົງ​ທັງ​ຫລາຍກໍ​ຈະ​ຂໍ​ອຸ​ທິດ​ຖວາຍ​ພວກ​ເຂົາ​ພ້ອມ​ທັງ​ຫົວ​ເມືອງ​ຕ່າງ​ໃຫ້​ພຣະ​ອົງ ແລະ​ຈະ​ທຳ​ລາຍ​ພວກ​ເຂົາ​ທັງ​ຫມົດ” 3 ພຣະ​ຜູ້​ເປັ​ນເຈົ້າ​ຊົງ​ສະ​ດັບ​ຮັບ​ຟັງ ແລະ​ຊ່ອຍ​ເຫລືອ​ພວກ​ເຂົາ​ໃຫ້​ຕີ​ຊະນະ​ຊາວ​ກາ​ນາ​ອານ ດ້ວຍ​ເຫດ​ນີ້ ຊາວ​ອິສ​ຣາ​ເອນ​ຈຶ່ງ​ໄດ້​ທຳ​ລາຍ​ພວກ​ເຂົາ​ກັບ​ຫົວ​ເມືອງ​ຕ່າງໆ​ຢ່າງ​ສິ້ນ​ເຊີງ ແລ້ວ​ບ່ອນ​ນີ້​ຈີ່ງ​ມີ​ຊື່​ວ່າ ໂຮ​ມາ

ງູ​ທອງ

4 ຊາວ​ອິສ​ຣາ​ເອນ​ໄດ້​ອອກ​ຈາກ​ພູໂຮ​ ໄປ​ຕາມ​ທາງ​ສູ່​ທະ​ເລ​ໄມ້​ອໍ້ ເມື່ອ​ກຳ​ລັງ​ຍ່າງ​ອ້ອມ​ເຂດ​ແດນ​ເອ​ໂດມ​ໄປ​ນັ້ນ ພວກ​ເຂົາ​ເລີຍ​ຫມົດ​ຄວາມ​ອົດ​ທົນ 5 ພວກ​ເຂົາ​ຈຶ່ງ​ຕໍ່​ວ່າ​ພຣະ​ເຈົ້າ ແລະ​ໂມ​ເຊວ່າ, “ເຫດ​ໃດ​ຫນໍ​ທ່ານ​ຈຶ່ງ​ນຳ​ພວກ​ເຮົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ເພື່ອ​ມາ​ຕາຍ​ໃນ​ຖິ່ນ​ກັນ​ດານ​ແຫ່ງ​ນີ້ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ມີ​ອາ​ຫານ​ແລະ​ນ້ຳ ພວກ​ເຮົາ​ບໍ່​ອາດ​ທົນ​ກິນ​ອາ​ຫານ​ເຊັ່ນ​ນີ້​ອີກ​ໄດ້​ດອກ” 6 ດັ່ງ​ນັ້ນ ພຣະຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ສົ່ງ​ງູ​ພິດ​ມາ​ໃນ​ຖ້າມ​ກາງ​ຊາວ​ອິສ​ຣາ​ເອນ ໄດ້​ມີ​ຫລາຍ​ຄົນຖືກ​ງູພິດ​ຕອດ​ ແລະ​ຕາຍ​ໄປ 7 ແລ້ວ​ປະ​ຊາ​ຊົນ​ໄດ້​ພາ​ກັນ​ມາ​ເວົ້າ​ຕໍ່​ໂມ​ເຊວ່າ, “ເວ​ລາ​ທີ່​ເຮົາ​ໄດ້​ຕໍ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕໍ່​ວ່າ​ທ່ານ​ນັ້ນ ພວກ​ເຮົາ​ໄດ້​ກະ​ທຳ​ບາບ​ແລ້ວ ແລະ​ບັດ​ນີ້​ຂໍ​ໃຫ້​ທ່ານ​ອ້ອນວອນ​ຂໍ​ໃຫ້​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ເອົາ​ງູ​ເຫລົ່າ​ນີ້​ອອກ​ຫນີ​ໄປ​ເສັຽ” ແລ້ວ​ໂມ​ເຊກໍ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ພວກ​ເຂົາ 8 ພຣະ​ຜູ້ເປັນ​ເຈົ້າ​ຈຶ່ງ​ຊົງ​ບອກ​ໂມ​ເຊ​ໃຫ້​ເອົາ​ທອງ​ມາ​ເຮັດ​ເປັນ​ຮູບງູ ແລ້ວ​ເອົາ​ໄປ​ໄວ້​ເທິງ​ກົກ​ເສົາ​ເພື່ອ​ວ່າ​ເມື່ອ​ມີ​ຄົນ​ໃດ​ຖືກ​ງູ​ຕອດກໍ​ຈະ​ໄດ້​ຫລຽວ​ເບິ່ງ​ຮູບ​ງູ​ນັ້ນ ແລະ​ກໍ​ຈະ​ບໍ່​ຕາຍ 9 ໂມ​ເຊກໍ​ໄດ້​ທຳ​ຮູບ​ງູ​ທອງ ແລະ​ເອົາ​ໄວ້​ເທິງ​ກົກ​ເສົາ ເມື່ອ​ຜູ້​ທີ່​ຖືກ​ງູຕອດ​ຫລຽວ​ເບິ່ງ​ງູ​ທອງ​ນັ້ນ ກໍ​ຈະ​ບໍ່​ຕາຍ

ຄົນ​ອິສ​ຣາ​ເອນ​ເດີນ​ທາງ​ອ້ອມ​ໂມອາບ

10 ແລະ​ຄົນ​ອິສ​ຣາ​ເອນ​ກໍ​ຍົກ​ອອກ​ເດີນ​ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ໂອ​ໂບທ 11 ແລະ​ເຂົາ​ອອກ​ເດີນ​ຈາກ​ໂອ​ໂບທ​ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ອີ​ເຢອາບາ​ຣິມ ຢູ່​ໃນ​ຖິ່ນ​ກັນ​ດານ​ກົງ​ຂ້າມ​ໂມອາບ​ທາງ​ທິດ​ຕາ​ເວັນ​ຂຶ້ນ 12 ເຂົາ​ຍົກ​ອອກ​ຈາກ​ທີ່​ນັ້ນ​ມາ​ຕັ້ງ​ຄ້າຍ​ຢູ່​ທີ່​ຫຸບ​ເຂົາ​ເຊ​ເຣດ 13 ເຂົາ​ຍົກ​ອອກ​ເດີນ​ຈາກ​ທີ່​ນັ້ນ​ໄປ​ຕັ້ງ​ຢູ່​ຟາກ​ເຫນືອ​ຂອງ​ລຸ່ມ​ແມ່​ນ້ຳ​ອາ​ຣ໌ໂນນ ຊຶ່ງ​ຢູ່​ໃນ​ຖິ່ນ​ກັນ​ດານ​ທີ່​ຍຶດ​ມາ​ຈາກ​ເຂດ​ແດນ​ຂອງ​ຄົນ​ອາ​ໂມ​ຣິດ ເພາະ​ວ່າ​ແມ່​ນ້ຳ​ອາ​ຣ໌​ໂນນ​ເປັນ​ເຂດ​ແດນ​ຂອງ​ໂມ​ອາບ ລະ​ຫວ່າງ​ໂມ​ອາບ​ກັບ​ຄົນ​ອາ​ໂມ​ຣິດ 14 ດັ່ງ​ນັ້ນ​ໃນ​ຫນັງ​ສື​ສົງ​ຄາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ມີ​ວ່າ ວາ​ເຮັບ​ໃນ​ເມືອງ​ຊູ​ຟາ ແລະ​ລຸ່ມ​ແມ່ນ້ຳ​ອາ​ຣ໌ໂນນ 15 ແລະ​ທີ່​ເນີນ​ທີ່ຂອງ​ລຸ່ມ​ເຫລົ່າ​ນັ້ນຊື່ງ​ຍຶດ​ໄປ​ຈົນ​ເຖິງ​ທີ່​ຕົ້ນ​ເມືອງ​ອາ​ຣ໌ ແລະ​ຕໍ່​ໄປ​ເຖິງ​ເຂດ​ແດນ​ໂມ​ອາບ 16 ຈາກ​ທີ່​ນັ້ນ​ເຂົາ​ອອກ​ເດີນ​ຕໍ່​ໄປ​ເຖິງ​ເມືອງ​ເບ​ເອີ ຊຶ່ງ​ເປັນ​ບໍ່​ນ້ຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບອກ​ກັບ​ໂມ​ເຊວ່າ, “ຈົ່ງ​ຮວບ​ຮວມ​ປະ​ຊາ​ຊົນ​ເຂົ້າ​ດ້ວຍ​ກັນ ເຮົາ​ຈະ​ໃຫ້​ນ້ຳ​ແກ່​ເຂົາ” 17 ແລ້ວ​ອິສ​ຣາ​ເອນ​ຈຶ່ງ​ຮ້ອງ​ເພງ​ນີ້​ວ່າ ບໍ່​ນ້ຳ​ເອີຍ ຈົ່ງ​ມີ​ນ້ຳ​ພຸ່ງ​ຂຶ້ນ​ມາ----- ໃຫ້​ເຮົາ​ມາ​ຮ້ອງ​ເພງ​ກັນ-----​​​ 18 ເປັນ​ບໍ່​ນ້ຳ​ທີ່​ຫົວ​ຫນ້າ​ໄດ້​ຂຸດ​ໄວ້ ເປັນ​ບໍ່​ທີ່​ເຈົ້າ​ນາຍ​ຂອງ​ປະ​ຊາ​ຊົນ​ເຈາະ​ໄວ້ ດ້ວຍ​ຕະ​ບອງ ແລະ​ໄມ້​ເທົ້າ​ຂອງ​ທ່ານ​ເຫລົ່າ​ນັ້ນ ແລະ​ຈາກ​ຖິ່ນ​ກັນ​ດານ​ນັ້ນ​ໄປ​ເຂົາ​ກໍ​ມາ​ເຖິງ​ມັດ​ຕາ​ນາ 19 ແລະ​ຈາກ​ມັດ​ຕາ​ນາ​ເຖິງ​ເມືອງ​ນາ​ຮາ​ລີເອນ ແລະ​ຈາກ​ນາ​ຮາ​ລີ​ເອນ​ເຖິງ​ເມືອງ​ບາ​ໂມທ 20 ແລະ​ຈາກ​ບາ​ໂມ​ທ​ເຖິງ​ຮ່ອມ​ພູ​ຊຶ່ງ​ຢູ່​ໃນ​ທ້ອງ​ຖິ່ນໂມ​ອາບ​ຂ້າງຍອດ​ພູ​ປິ​ສ​ກາ​ຊຶ່ງ​ເບິ່ງ​ລົງ​ມາ​ເຫັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

ອິສ​ຣາ​ເອນ​ຊະນະ​ກະ​ສັດຊີ​ໂຮນ

21 ແລ້ວ​ອິສ​ຣາ​ເອນ​ສົ່ງ​ຜູ້​ສົ່ງ​ຂ່າວ​ໄປ​ຫາ​ຊີ​ໂຮນ​ກະ​ສັດ​ຄົນ​ອາ​ໂມ​ຣິດ​ກ່າວ​ວ່າ, 20 “ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຜ່ານ​ແຜ່ນ​ດິນ​ຂອງ​ທ່ານ ພວ​ກ​ເຮົາ​ຈະ​ບໍ່​ລ້ຽວ​ເຂົ້າ​ໄປ​ໃນ​ນາ ຫລື​ໃນ​ສວນ​ອະ​ງຸ່ນ ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ບໍ່ ເຮົາ​ຈະ​ເດີນ​ໄປ​ຕາມ​ທາງ​ຫລວງ​ຈົນ​ເຮົາ​ໄດ້​ຜ່ານ​ເຂດ​ແດນ​ເມືອງ​ຂອງ​ທ່ານ” 21 ແຕ່​ຊີ​ໂຮນ​ບໍ່​ຍອມ​ໃຫ້​ອິສ​ຣາ​ເອນ​ຍົກ​ຜ່ານ​ເຂດ​ແດນ​ຂອງ​ທ່ານ ທ່ານ​ຮວບ​ຮວມ​ພົນ​ຂອງ​ທ່ານ​ຍົກ​ອອກ​ສູ້​ຮົບ​ກັບ​ຄົນ​ອິສ​ຣາ​ເອນ​ໃນ​ຖິ່ນ​ກັນ​ດານ ແລະ​ມາ​ເຖິງ​ຢາ​ຮັ​ສ ຮົບ​ກັບ​ຄົນ​ອິສ​ຣາ​ເອນໃນ​ຖິ່ນ​ກັນ​ດານ​ທີ່​ນັ້ນ 22 ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ປະ​ຫານ​ທ່ານ​ເສັຽດ້ວຍ​ດາບ ຍຶດ​ເອົາ​ແຜ່ນ​ດິນ​ຂອງ​ທ່ານ​ຈາກ​ແມ່​ນ້ຳ​ອາ​​ຣ໌ໂນນຈົນ​ເຖິງຢັບ​ໂບກ​ໄກ​ໄປ​ຈົນ​ເຖິງ​ແດນ​ຄົນ​ອັມ​ໂມນ ເພາະ​ວ່າ​ເຂດ​ແດນ​ຂອງ​ຄົນ​ອັມ​ໂມນ​ເຂັ້ມ​ແຂງ 23 ແລະ​ຄົນ​ອິສ​ຣາ​ເອນຍຶດ​ເມືອງ​ເຫລົ່າ​ນີ້​ທັງ​ຫມົດ ແລະ​ຄົນ​ອິສ​ຣາ​ເອນ​ເຂົ້າ​ຕັ້ງ​ຢູ່​ໃນ​ຫົວ​ເມືອງຂອງ​ຄົນ​ອາ​ໂມ​ຣິດ​ໃນ​ເຮສ​ໂບນ​ ແລະ​ຕາມ​ຊົນ​ນະ​ບົດ​ທັງ​ຫມົດ 24 ເພາະ​ວ່າ​ເຮສ​ໂບນ​ເປັນ​ເມືອງ​ຫລວງ​ຂອງ​ຊີ​ໂຮນ​ກະ​ສັດ​ຂອງ​ຄົນ​ອາ​ໂມ​ຣິດ ຜູ້​ທີ່​ຕໍ່​ສູ້​ກັບ​ກະ​ສັດ​ຊາວ​ໂມ​ອາບ​ອົງ​ກ່ອນ ແລະ​ຍຶດ​ໄດ້​ແຜ່ນ​ດິນ​ຂອງ​ທ່ານ​ທັງ​ສິ້ນ​ໄກ​ໄປ​ເຖິງ​ແມ່​ນ້ຳ​ອາ​ຣ໌​ໂນນ 25 ເພາະ​ສະ​ນັ້ນ​ນັກ​ຮ້ອງ​ບົດ​ປະ​ພັນ​ຈຶ່ງ​ເວົ້າ​ວ່າ ມາ​ທີ່​ເຮສ​ໂບນ​ໃຫ້​ສ້າງ ແລະ​ສະ​ຖາ​ປະ​ນາ​ເມືອງ​ແຫ່ງ​ຊີ​ໂຮນ​ຂຶ້ນ 26 ເພາະ​ວ່າ​ມີ​ໄຟ​ອອກ​ໄປ​ຈາກ​ເຮສ​ໂບນ ມີ​ແປວ​ໄຟ​ອອກ​ໄປ​ຈາກ​ເມືອງ​ແຫ່ງ​ຊີ​ໂຮນ ໄດ້​ທຳ​ລາຍ​ເມືອງ​ອາ​ຣ໌​ຂອງ​ໂມ​ອາບ ເຈົ້າ​ຂອງ​ແຫ່ງ​ເນີນ​ສູງ​ຂອງ​ແມ່​ນ້ຳ​ອາຣ໌​ໂນນ 27 ໂອ ໂມອາບ​ເອີຍ ວິ​ບັດ​ແກ່​ເຈົ້າ ໂອ ຊົນ​ຊາດ​ແຫ່ງ​ພຣະ​ເຄ​ໂມ​ສ​ເອີຍ ເຈົ້າ​ຕ້ອງ​ພິ​ນາດ ພຣະ​ເຄ​ໂມ​ສ​ໄດ້​ທຳ​ໃຫ້​ບຸດ​ຊາຍ​ຂອງ​ຕົນ​ເປັນ​ຄົນ​ຫລົບ​ໄພ ແລະ​ທຳ​ໃຫ້​ລູກ​ສາວ​ຂອງ​ຕົນ​ເປັນ​ຊະ​ເລີຍ​ຂອງ​ຊີ​ໂຮນ​ກະ​ສັດ​ຄົນ​ອາໂມ​ຣິດ 28 ເຮົາ​ທັງ​ຫລາຍ​ໄດ້​ຍີງ​ເຂົາ​ທັງ​ປວງ ເຣສ​ໂບນ​ພິ​ນາດ​ຈົນ​ເຖິງ​ດີ​ໂບນ ເຮົາ​ໄດ້​ກວາດ​ລ້າງ​ເຖິງ​ໂນ​ຟາ​ເສັຽ ຄື​ເຖິງ​ເມ​ເດ​ບາ 29 ດັ່ງ​ນັ້ນ ​ຄົນ​ອິສ​ຣາ​ເອນໄດ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຄົນ​ອາ​ໂມ​ຣິດ 30 ແລະ​ໂມເຊ​ໃຊ້​ຄົນ​ໄປ​ສອດ​ແນມ​ເມືອງ​ຢາ​ເຊີ ແລະ​ເຂົາ​ທັງ​ຫລາຍ​ໄດ້​ຍຶດ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ຂັບ​ໄລ່​ຄົນ​ອາ​ໂມ​ຣິດ​ທີ່​ຢູ່​ທີ່​ນັ້ນ​ເສັຽ

ອິສ​ຣາ​ເອນ​ຊະນະ ກະ​ສັດໂອກ

31 ແລ້ວ​ເຂົາ​ກໍ​ລ້ຽວ​ຍົກ​ເດີນ​ໄປ​ຕາມ​ທາງ​ເມືອງ​ບາ​ຊານ ແລະ​ກະ​ສັດ​ໂອກ ເມືອງ​ບາ​ຊານ​ກໍ​ອອກ​ມາ​ທັງ​ຕົວ​ທ່ານ​ກັບ​ພົນ​ໄພ່​ຂອງ​ທ່ານ​ເພື່ອ​ສູ້​ຮົບ​ກັບ​ເຂົາ​ທີ່​ເອັດ​ເຣ​ອີ 32 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມ​ເຊວ່າ, “ຢ່າ​ຢ້ານ​ເຂົາ​ເລີຍ ເພາະ​ເຮົາ​ໄດ້​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ເຈົ້າ​ແລ້ວ ທັງ​ພົນ​ໄພ່​ຂອງ​ເຂົາ ແລະ​ແຜ່ນ​ດິນ​ຂອງ​ເຂົາ ແລະ​ເຈົ້າ​ຈະ​ກະ​ທຳ​ແກ່​ເຂົາ​ຢ່າງ​ເຈົ້າ​ໄດ້​ກະ​ທຳ​ແກ່​ຊີ​ໂຮນ​ກະ​ສັດ​ຄົນ​ອາ​ໂມ​ຣິດ​ຜູ້ຢູ່​ທີ່​ເຮສ​ໂບ​ນ” 33 ດັ່ງ​ນັ້ນ ​ເຂົາ​ທັງ​ຫລາຍ​ຈຶ່ງ​ຂ້າໂອກ ແລະ​ລູກຫລານຂອງ​ທ່ານ​ເສັຽ ທັງ​ປະ​ຊາ​ຊົນ​ຂອງ​ທ່ານ​ບໍ່​ມີ​ເຫລືອ​ໃຫ້​ທ່ານ​ຈັກ​ຄົນ​ດຽວ ແລະ​ເຂົາ​ທັງ​ຫລາຍ​ກໍ​ເຂົ້າ​ຍຶດ​ແຜ່ນ​ດິນ​ຂອງ​ທ່ານ

ຈົດບັນຊີ 22

ເຈົ້າ​ຊີ​ວິດ​ຊາວ​ໂມ​ອາບສົ່ງ​ຄົນ​ໄປ​ຫາ​ບາ​ລາ​ອາມ

1 ຊາວ​ອິສ​ຣາ​ເອນ​ໄດ້​ເຄື່ອນ​ຍ້າຍ​ໄປ​ຕັ້ງ​ຄ້າຍ​ຢູ່​ຕາມ​ທົ່ງ​ຮາບ​ໂມ​ອາບ​ຢູ່ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຊຶ່ງ​ກົງ​ກັນ​ຂ້າມ​ກັບ​ເມືອງ​ເຢ​ຣີ​ໂກ 2 ເມື່ອ​ເຈົ້າ​ຊີ​ວິດ​ບາ​ລາກ ບຸດ​ຊາຍ​ຂອງ​ຊິບ​ໂປ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ອິສ​ຣາ​ເອນ​ໄດ້​ກະ​ທຳ​ຕໍ່​ຊາວ​ອາ​ໂມ​ຣິດ​ແລ້ວ 3 ພຣະ​ອົງ​ ແລະ​ປະ​ຊາ​ຊົນ​ຊາວ​ໂມ​ອາບກໍ​ເກີດ​ມີ​ຄວາມ​ສະ​ທ້ານ​ຢ້ານ​ກົວ​ຊາວ​ອິສ​ຣາ​ເອນ ຍ້ອນ​ວ່າ​ຊາວ​ອິສ​ຣາ​ເອນ​ມີ​ຈຳ​ນວນ​ຫລວງ​ຫລາຍ 4 ຊາວ​ໂມ​ອາບ​ຈຶ່ງ​ເວົ້າ​ຕໍ່​ພວກ​ຜູ້​ນຳ​ຊາວ​ມີ​ດີ​ອານ​ວ່າ, “ໃນ​ບໍ່​ຊ້າ​ນີ້ ຝູງ​ຊົນ​ເຫລົ່າ​ນີ້​ຈະ​ທຳ​ລາຍ​ທຸກ​ສິ່ງ​ຢູ່​ອ້ອມ​ເຣົາ​ເຫມືອນ​ດັ່ງ​ງົວ​ກິນ​ຫຍ້າ​ຢູ່​ຕາມ​ທົ່ງ” ໃນ​ສະ​ໄຫມ​ນັ້ນ ບາ​ລາກ​ໄດ້​ເປັນ​ເຈົ້າ​ຊີ​ວິດ​ຊາວ​ໂມ​ອາບ 5 ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ຈັດ​ສົ່ງ​ຜູ້​ນຳ​ຂ່າວ​ໄປ​ຫາ​ບາ​ລາ​ອາມ ບຸດ​ຊາຍ​ຂອງ​ເບ​ໂອຢູ່​ເມື​ອງ​ເປ​ໂທ ​ໃກ້​ແມ່​ນ້ຳ​ເອີ​ຟ​ຣາດ ທີ່​ປະ​ເທດ​ອາ​ມາວ ໃຫ້​ຣາຍ​ງານ​ຂ່າວ​ຕໍ່ ບາ​ລາ​ອາມ​ວ່າ, “ເຈົ້າ​ບາ​ລາກ​ຢາກ​ໃຫ້​ທ່ານ​ຮູ້​ວ່າ ຊົນ​ຊາດ​ທັງ​ຫມົດ​ທີ່ມາ​ຈາກ​ປະ​ເທດ​ເອ​ຢິບ​ນັ້ນ​ໄດ້​ຢາຍ​ຢູ່​ທຸກ​ໆ​ບ່ອນ ເຂົາ​ໄດ້​ຂູ່​ເຂັນ​ວ່າ​ຈະ​ຍຶດ​ເອົາ​ປະ​ເທດ​ຂອງ​ພວກ​ເຮົາ 6 ພວກ​ເຂົາ​ມີ​ຈຳ​ນວນ​ຫລາຍ​ກວ່າ​ພວກ​ເຮົາ ສະ​ນັ້ນ ຂໍ​ໃຫ້​ທ່ານ​ມາ​ສາບ​ແຊ່ງ​ພວກ​ເຂົາ​ໃຫ້​​ພວກ​ເຮົາແດ່​ທ້ອນ ບາງ​ທີ​ພວກ​ເຮົາ​ອາດ​ຈະ​ຊະນະ​ພວກ​ເຂົາ ແລະ​ຂັບ​ໄລ່​ພວກ​ເຂົາ​ຫນີ​ຈາກ​ແຜ່ນ​ດິນ​ນີ້​ໄດ້ ເຈົ້າ​ບາ​ລາກ​ຮູ້​ດີ​ວ່າ​ຖ້າ​ທ່ານ​ກ່າວ​ຄຳ​ອວຍ​ພອນ ປະ​ຊາ​ຊົນ​ກໍໄດ້​ພອນ ຖ້າ​ທ່ານ​ປ້ອຍ​ດ່າ ພວກ​ເຂົາ​ກໍ​ຈະ​ຖືກ​ປ້ອຍ​ດ່າ” 7 ແລ້ວ​ພວກ​ຜູ້​ນຳ​ຊາວ​ໂມ​ອາບ ກັບ​ຊາວ​ມີ​ດີ​ອາມ​ກໍ​ອອກ​ເດີນ​ທາງ​ໄປ​ຫາ​ບາ​ລາ​ອາມ ພ້ອມ​ທັງ​ເອົາ​ເງິນ​ຄຳ​ພິ​ທີ​ສາບ​ແຊ່ງ​ໄປ​ນຳ ແລະ​ຣາຍ​ງານ​ຄຳ​ເວົ້າ​ຂອງບາ​ລາກ​ຕໍ່​ທ່ານ 8 ແລ້ວ​ບາ​ລາ​ອາມ​ຈຶ່ງ​ເວົ້າ​ຕໍ່​ພວກ​ນີ້​ວ່າ, “ຈົ່ງ​ພາກັນ​ນອນ​ຄ້າງ​ຄືນ​ຢູ່​ນີ້​ສາ​ກ່ອນ ແລ້ວ​ມື້​ອື່ນ ຂ້າ​ພະ​ເຈົ້າ​ຈະ​ບອກ​ໃຫ້​ພວກ​ທ່ານ​ຊາບ​ວ່າ ພຣະ​ຜູ້​ເປັນເຈົ້າ​ ຊົງ​ກ່າວ​ຢ່າງໃດ​ຕໍ່​ຂ້າ​ພະ​ເຈົ້າ” ດັ່ງ​ນັ້ນ ພວກ​ຜູ້​ນຳ​ຊາວ​ໂມ​ອາບ​ຈຶ່ງ​ພັກ​ຢູ່​ກັບ ບາ​ລາ​ອາມ 9 ພຣະ​ເຈົ້າ​ຊົງ​ສະ​ເດັດ​ມາ​ຖາມ​ບາ​ລາ​ອາມ​ວ່າ, “ພວກ​ທີ່​ມາ​ພັກ​ກັບ​ເຈົ້າ​ນັ້ນ​ແມ່ນ​ໃຜ?” 10 ບາ​ລາ​ອາມກໍ​ຕອບ​ວ່າ, “ເຈົ້າ​ບາ​ລາກ​ແຫ່ງ​ປະ​ເທດ​ໂມ​ອາບ​ໄດ້​ສົ່ງ​ພວກ​ນີ້​ມາ​ບອກ​ຂ້າ​ພຣະ​ອົງ​ວ່າ 11 ພວກ​ທີ່​ມາ​ຈາກ​ປະ​ເທດ​ເອ​ຢິບ​ໄດ້​ແຜ່​ຜາຍ​ອອກ​ໄປ​ທົ່ວ​ທຸກ​ບ່ອນ​ໃນ​ປະ​ເທດ ທ່ານຢາກ​ໃຫ້​ຂ້າ​ພຣະ​ອົງ​ດ່າ​ສາບ​ແຊ່ງ​ພວກ​ເຂົາ​ໃຫ້​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ຕໍ່​ສູ້​ກັບ​ພວກ​ເຂົາ ແລະ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄດ້” 12 ພຣະ​ເຈົ້າ​ຊົງ​ກ່າ​ວ​ຕໍ່​ບາ​ລາ​ອາມວ່າ, “ຢ່າ​ໄປ​ກັບ​ພວກ​ນີ້ ແລະ​ຢ່າ​ສາບ​ແຊ່ງ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ເລີຍ ເພາະ​ວ່າ​ພວກ​ເຂົາ​ມີ​ພອນ​ຂອງ​ເຮົາ​ແລ້ວ” 13 ເຊົ້າ​ມື້ໃຫມ່​ມາ ບາ​ລາ​ອາມ​ຈຶ່ງ​ໄປ​ຫາ​ພວກ​ຜູ້​ນຳ​ຂ່າວ​ຂອງ​ເຈົ້າ​ບາ​ລາກ ແລະ​ເວົ້າ​ວ່າ, “ຈົ່ງ​ພາ​ກັນ​ກັບ​ຄືນ​ເມືອ​ສາ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ກັບ​ທ່ານ” 14 ແລ້ວ​ພວກ​ນີ້​ກໍ​ກັບ​ຄືນ​ເມືອ​ຫາ ບາ​ລາກ ແລະ​ຣາຍ​ງານ​ຕໍ່​ພຣະ​ອົງ​ຕາມ​ທີ່​ ບາ​ລາ​ອາມ​ປະ​ຕິເສດ​ບໍ່​ຍອມ​ມາ​ກັບ​ພວກ​ຕົນ 15 ສ່ວນ​ເຈົ້າ​ບາ​ລາກ ກໍ​ຈັດ​ສົ່ງ​ພວກ​ຜູ້​ນຳ​ຫລາຍກວ່າ​ເທື່ອ​ທຳ​ອິດ ແລະ​ມີ​ກຽດ​ຕິ​ຍົດ​ສູງກວ່າ​ໄປ​ອີກ 16 ພວກ​ເຫລົ່າ​ນີ້ກໍ​ກັບ​ຄືນ​ໄປ​ຣາຍ​ງານ​ຕໍ່​ ບາ​ລາ​ອາມ​ຕາມ​ຖ້ອຍ​ຄຳ​ຂອ​ງ ບາ​ລາກວ່າ, “ຢ່າ​ປະ​ຕິ​ເສດ​ເລີຍ ຈົ່ງ​ມາ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ເຮົາ​ເທີນ 17 ເຮົາ​ຈະ​ຕອບບຸນ​ແທນ​ຄຸນ​ທ່ານ​ໂດຍ​ໃຫ້​ທ່ານ​ຮັ່ງ​ມີ​ເປັນ​ດີ ແລະ​ຈະ​ປະ​ຕິບັດ​ຕາມ​ທຸກ​ສີ່ງ​ທີ່​ທ່ານ​ຮ້ອງ​ຂໍ​ມາ ຂໍ​ກະ​ຣຸ​ນາ​ມາ​ດ່າ​ສາບ​ແຊ່ງ​ພວກ​ເຫລົ່າ​ນີ້​ໃຫ້​ເຣົາ​ແດ່​ທ້ອນ” 18 ແຕ່​ບາ​ລາ​ອາມ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ເຈົ້າ​ບາ​ລາກ​ຈະ​ມອບ​ເງິນມອບ​ຄຳ​ພາຍ​ໃນ​ພຣະ​ຣາ​ຊວັງ​ໃຫ້​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ກໍ​ບໍ່​ອາດ​ຂັດ​ຂືນ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ດອກ 19 ແຕ່​ຂໍ​ໃຫ້​ພວກ​ທ່ານ​ຄ້າງ​ຄືນ​ຢູ່​ບ່ອນ​ນີ້​ເຫມືອນ​ພວກ​ອື່ນໆ​ທີ່​ເຄີຍ​ມາ​ແລ້ວ ເພື່ອ​ວ່າ​ບາງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮູ້​ຈັກ​ຕື່ມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ສິ່ງ​ອື່ນ​ທີ່​ຈະ​ບອກ​ຂ້າ​ພະ​ເຈົ້າ​ອີກ​ຫລື​ບໍ່” 20 ແລ້ວ​ໃນ​ຄືນ​ນັ້ນ ພຣະ​ເຈົ້າ​ກໍ​ຊົງ​ສະ​ເດັດ​ມາ​ບອກ​ບາ​ລາອາມ​ວ່າ, “ຖ້າ​ພວກ​ເຫລົ່າ​ນີ້​ມາ​ຮ້ອງ​ຂໍ​ໃຫ້​ເຈົ້າ​ໄປ​ກັບ​ພວກ​ເຂົາ ເຈົ້າ​ຈົ່ງ​ຕຽມ​ຕົວ​ໄປ​ສາ ແຕ່​ຂໍ​ພຽງ​ໃຫ້​ເຈົ້າ​ທຳ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ເທົ່າ​ນັ້ນ” 21 ດັ່ງ​ນັ້ນ ເຊົ້າ​ມື້​ໃຫມ່​ມາ ບາ​ລາ​ອາມ​ຈຶ່ງ​ຈັດ​ແຈ່ງ​ເອົາ​ອານ​ໃສ່​ຫລັງ​ລໍ ແລະ​ອອກ​ເດີນ​ທາງ​ໄປ​ກັບ​ພວກ​ຜູ້​ນຳ​ຊາວ​ໂມ​ອາບ

ທູດ​ສວັນ​ແລະ​ລໍ​ຂອງ​ບາ​ລາ​ອາມ

22 ພຣະ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ທີ່​ບາ​ລາ​ອາມ​ໄປ​ກັບ​ພວກ​ເຂົາ ໃນ​ຂ​ນະ​ທີ່ ບາ​ລາ​ອາມ​ຂີ່​ລໍ​ໄປ​ໂດຍ​ມີ​ຄົນ​ໃຊ້​ສອງ​ຄົນ​ເປັນ​ຕິດ​ຕາມ​ໄປ​ນັ້ນ ເທວະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຢືນ​ຢູ່​ກາງ​ທາງ​ເພື່ອ​ກີດ​ກັ້ນ​ທາງ​ເດີນ​ຂອງ​ທ່ານ 23 ພໍ​ເມື່ອ​ລໍ​ຫລຽວ​ເຫັນ​ເທວະ​ດາ​ຊົງ​ຢືນ​ຖື​ດາບ​ຢູ່ ມັນກໍ​ແລ່ນ​ຫນີ​ອອກ​ຈາກ​ທາງ​ນັ້ນ​ໄປ​ທາງ​ທົ່ງ​ນາ ແຕ່​ບາ​ລາ​ອາມໄດ້​ຕີ​ລໍ ແລະ​ຂະ​ຫນາບ​ມັນ​ກັບ​ຄືນ​ມາ​ສູ່ຫົນ​ທາງ​ໃຫຍ່ 24 ຕໍ່​ມາ​ອີກ ເທວະ​ດາກໍຢືນ​ຢູ່​ແຄມ​ທາງ​ລະ​ຫວ່າງ​ສວນ​ອະ​ງຸ່ນ​ຊຶ່ງ​ມີ​ກຳ​ແພງ​ຫີນ​ຢູ່​ສອງ​ຟາກ​ຂ້າງ 25 ເມື່ອ​ລໍ​ຫລຽວ​ເຫັນ​ເທວະ​ດາ​ມັນ​ກໍ​ເຊ​ເຂົ້າ​ໄປ​ຕຳ​ຝາ​ກຳ​ແພງ ແລະ​ຫນີບ​ຕີນຂອງ​ບາ​ລາ​ອາມ​ເຂົ້າ​ໃສ່​ຝາ ບາ​ລາ​ອາມ​ຈຶ່ງ​ຕີ​ລໍ​ອີກ​ເທື່ອ​ນຶ່ງ 26 ແລ້ວ​ເທວະ​ດາກໍ​ຫນີ​ໄປ​ທາງ​ຫນ້າ​ອີກ ໄປ​ຢູ່​ບ່ອນ​ແຄບໆ ຊຶ່ງ​ໃນ​ບ່ອນ​ນັ້ນ​ບໍ່​ມີ​ປ່ອງ​ທາງ​ຈະ​ຜ່ານ​ໄປ​ທາງ​ອື່ນ​ໄດ້​ເລີຍ 27 ເທື່ອ​ນີ້ ເມື່ອ​ລໍ​ຫລຽວ​ເຫັນ​ເທວະ​ດາ​ມັນ​ກໍ​ຫມູບ​ລົງ ສ່ວນ​ບາ​ລາ​ອາມ​ກໍ​ແຮງ​ໃຈ​ຮ້າຍ ທ່ານ​ເອົາ​ໄມ້​ແສ້​ຕີ​ຫລັງ​ລໍ​ອີກ 28 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ທຳ​ໃຫ້​ລໍ​ປາກ​ເປັນ ແລະ​ມັນ​ໄດ້​ເວົ້າ​ຕໍ່ບາ​ລາອາມ​ວ່າ, “ທ່ານ​ຈະ​ໃຫ້​ຂ້າ​ພະ​ເຈົ້າ​ທຳ​ຢ່າງ​ໃດ ເປັນ​ຫຍັງ​ທ່ານ​ຈຶ່ງ​ໄດ້​ຂ້ຽນ​ຕີ​ຂ້າ​ພະ​ເຈົ້າ​ເຖິງ​ສາມ​ເທື່ອ​ດັ່ງ​ນີ້” 29 ບາ​ລາ​ອາມ​ກໍ​ຕອບ​ວ່າ, “ເພາະ​ວ່າ​ເຈົ້າ​ແກ້ງ​​ເຮົາ ຖ້າ​ວ່າ​ເຮົາ​ມີ​ດາບ ເຮົາ​ຈະ​ຕ້ອງ​ຂ້າ​ເຈົ້າ​ເສັຽ” 30 ລໍ​ກໍ​ເວົ້າ​ອີກວ່າ, “ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ລໍ​ຕົວ​ທີ່​ທ່ານ​ເຄີຍ​ຂີ່​ມາ​ເລື້ອຍໆ​ນັ້ນ​ບໍ ຂ້າ​ພະ​ເຈົ້າ​ເຄີຍ​ໄດ້ເຮັດ​ກັບ​ທ່ານ​ແບບ​ນີ້​ມາ​ກ່ອນ​ບໍ” ບາ​ລາ​ອາມ​ຈຶ່ງ​ຕອບ​ວ່າ, “ບໍ່​ດອກ” 31 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ທຳ​ໃຫ້ ບາ​ລາ​ອາມ​ເຫັນ​ເທວະ​ດາ​ຖື​ດາບ​ຢືນ​ຢູ່​ບ່ອນ​ນັ້ນ ບາ​ລາ​ອາມ​ຈຶ່ງ​ກົ້ມ​ຫນ້າ​ຂາບ​ລົງ 32 ເທວະ​ດາ​ໄດ້​ຖາມ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕີ​ລໍ​ຂອງ​ເຈົ້າ​ເຖິງ​ສາມ​ເທື່ອ​ດັ່ງ​ນີ້ ເຮົາ​ມາ​ນີ້​ເພື່ອ​ຂັດ​ຂວາງ​ເຈົ້າ​ບໍ່​ໃຫ້​ເດີນ​ທາງໄປ​ທາງ​ນີ້ 33 ແຕ່​ລໍ​ຂອງເຈົ້າ​ໄດ້​ເຫັນ​ເຮົາ​ກ່ອນ ແລະ​ງວກ​ຫນ້າ​ຫນີ​ໄປ​ທາງ​ໃຫມ່​ເຖິງ​ສາມ​ຄັ້ງ ຖ້າ​ວ່າ​ມັນ​ບໍ່​ທຳ​ດັ່ງ​ນັ້ນ ເຮົາ​ຕ້ອງ​ໄດ້​ຂ້າ​ເຈົ້າ​ແລ້ວ ແລະ​ລໍ​ຂອ​ງ​ເຈົ້າ​ກໍ​ຈະ​ຖືກ​ປ່ອຍ​ໄປ” 34 ບາ​ລາ​ອາມ​ຈຶ່ງເວົ້າ​ວ່າ, “ຂ້າ​ພຣະ​ອົງ​ໄດ້​ທຳ​ຜິດ​ແລ້ວ ເພາະ​ຂ້າ​ພຣະ​ອົງ​ບໍ່​ຮູ້​ມາ​ກ່ອນ​ວ່າ​ພຣະ​ອົງ​ມາ​ຢືນ​ຂວາງ​ທາງ​ຂ້າ​ພຣະ​ອົງ ໃນ​ເມື່ອ​ພຣະ​ອົງ​ຄິດ​ວ່າ​ການ​ທີ່​ຈະ​ເດີນ​ທາງ​ຕໍ່​ໄປ​ນີ້​ຫາກ​ເປັນ​ການ​ຜິດ ຂ້າ​ພຣະ​ອົງ​ກໍ​ຈະ​ກັບ​ຄືນ​ເມືອ” 35 ແຕ່​ເທວະ​ດາ​ບອກວ່າ, “ຈົ່ງ​ເດີນ​ທາງ​ຕໍ່​ໄປ​ກັບ​ຄົນ​ເຫລົ່າ​ນີ້ ແຕ່​ໃຫ້​ເວົ້າ​ຄຳ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ເວົ້າ​ເທົ່າ​ນັ້ນ” ດັ່ງ​ນັ້ນ​ບາ​ລາ​ອາມ​ຈຶ່ງ​ອອກ​ເດີນ​ທາງ​ຕໍ່​ໄປ​ກັບ​ຜູ້​ນຳ​ໂມອາບ​ຊຶ່ງບາ​ລາກ​ໄດ້​ຈັດສົ່ງ​ມາ 36 ເມື່ອ​ບາ​ລາກ​ຮູ້​ວ່າ ບາ​ລາ​ອາມ​ກຳ​ລັງ​ມາ ພຣະ​ອົງ​ກໍ​ອອກ​ໄປ​ຕ້ອນ​ຮັບ​ທ່ານ​ທີ່​ເມືອງ​ອີ​ຣ໌​ ຢູ່​ແຄມ​ແມ່​ນ້ຳ​ອາຣ໌​ໂນນ​ໃກ້​ເຂດ​ແດນ​ໂມ​ອາບ 37 ບາ​ລາກ​ຈຶ່ງ​ຖາມ​ ບາ​ລາ​ອາມ​ວ່າ, “ເມື່ອ​ເຣົາ​ສົ່ງ​ຄົນ​ໄປ​ຫາ​ທ່ານ ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ມາ ຫລື​ທ່ານ​ຄິດ​ວ່າ​ເຮົາ​ບໍ່ອາດ​ສາ​ມາດ​ໃຫ້​ຂອງ​ບັນ​ນາ​ການ​ແກ່​ທ່ານ​ພຽງ​ພໍ​ຊັ້ນ​ບໍ່” 38 ບາ​ລາ​ອາມ​ຈຶ່ງ​ຕອບ​ວ່າ, “ຂ້າ​ພະ​ເຈົ້າໄດ້​ມາ​ນີ້ ແລ້ວ​ເດ່ ແຕ່​ວ່າ​ດຽວ​ນີ້ ພຣະ​ອົງ​ຮູ້​ບໍ່​ວ່າ ​ຂ້າ​ພະ​ເຈົ້າ​ບໍ່​ມີ​ອຳ​ນາດ​ຫຍັງ​ຫມົດ ຂ້າ​ພະ​ເຈົ້າ​ເວົ້າ​ໄດ້​ພຽງ​ແຕ່​ຖ້ອຍ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອ​ກ​ໃຫ້​ເວົ້າ​ເທົ່າ​ນັ້ນ” 39 ດັ່ງ​ນັ້ນ ບາ​ລາ​ອາມກໍ​ໄປ​ເມືອງ​ກີ​ຣີ​ອາດ​ຮູ​ໂຊທ ກັບ​ບາ​ລາກ 40 ຢູ່​ເມືອງ​ນີ້​ບາ​ລາກ​ໄດ້​ຂ້າ​ງົວ ​ແລະ​ແກະ ແລ້ວ​ໄດ້​ເອົາ​ຊີ້ນ​ບາງ​ສ່ວນ​ໃຫ້​ແກ່​ບາ​ລາ​ອາມ ກັ​ບ​ພວກ​ຜູ້​ນຳ​ທີ່​ຢູ່​ກັບ​ທ່ານ

ຄຳ​ທຳ​ນ​ວາຍ​ຄັ້ງ​ທຳ​ອິດ​ຂອງ​ບາ​ລາ​ອາມ

41 ເຊົ້າ​ມື້​ໃຫມ່​ມາ ບາ​ລາກ​ກໍ​ພາ​ບາ​ລາ​ອາມ​ຂຶ້ນ​ໄປ​ເມືອງ​ບາ​ໂມທບາ​ອານ ຈາກ​ບ່ອນ​ນັ້ນ​ບາ​ລາ​ອາມ​ໄດ້​ຫລຽວ​ເຫັນ​ຊາວ​ອິສ​ຣາ​ເອນ​ສ່ວນ​ນຶ່ງ

ຈົດບັນຊີ 23

1 ທ່ານ​ຈີ່ງ​ເວົ້າ​ຕໍ່​ບາ​ລາກວ່າ, “ຂໍ​ໃຫ້​ສ້າງ​ແທ່ນ​ບູ​ຊາ​ເຈັດ​ແທ່ນ​ໃຫ້​ຂ້າ​ພະ​ເຈົ້າ​ແດ່ ແລະ​ໃຫ້​ນຳ​ເອົາ​ງົວ​ເຖິກ ແລະ​ແກະ​ແນວ​ລະ​ເຈັດ​ໂຕ​ມາ​ໃຫ້​ຂ້າ​ພະ​ເຈົ້າ” 2 ບາ​ລາກ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ທີ່​ ບາ​ລາ​ອາມ​ໄດ້​ບອກ​ທັງ​ສອງ​ໄດ້​ກະ​ທຳ​ການ​ຖວາຍ​​ບູ​ຊາງົວ​ ແລະ​ແກະ​ໃສ່​ເທິງ​ແທ່ນ​ບູ​ຊາ​ແຕ່​ລະ​ອັນ 3 ແລ້ວ​ບາ​ລາ​ອາມ​ຈີ່​ງ​ເວົ້າ​ຕໍ່​ບາ​ລາກວ່າ, “ໃນ​ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄປ​ເບິ່ງວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ພົບ​ຂ້າ​ພະ​ເຈົ້າ​ຫລື​ບໍ່​ນັ້ນ ຂໍ​ໃຫ້​ພຣະ​ອົງ​ຢືນ​ຢູ່ໃກ້ໆ​ກັບ​ບ່ອນ​ເຜົາ​ຖວາຍ​ບູ​ຊາ​ຂອງ​ພຣະ​ອົງ​ນີ້​ເດີ ຂ້າ​ພະ​ເຈົ້າ​ຈະ​ບອກ​ພຣະ​ອົງ​ທຸກ​ສີ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນິ​ມິດ​ໃຫ້​ເຫັນ” ດັ່ງ​ນັ້ນ ບາ​ລາ​ອາມ​ຈຶ່ງຂຶ້ນ​ໄປ​ບ່ອນ​ສູງ ແລະ​ແປນ 4 ໃນ​ຂ​ນະ​ນັ້ນ ພຣະ​ເຈົ້າ​ກໍ​ຊົງ​ສະ​ເດັດ​ມາ​ພົບ​ທ່ານ ບາ​ລາ​ອາມ​ຈຶ່ງ​ທູນ​ຕໍ່​ພຣະ​ອົງ​ວ່າ, “ຂ້າ​ພຣະ​ອົງ​ໄດ້​ສ້າງ​ແທ່ນ​ບູ​ຊາ ແລະ​ໄດ້​ຖວາຍ​ງົວ ແລະ​ແກະ​ໄວ້​ເທິງ​ທຸກ​ແທ່ນ” 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ນຳ​ຖ້ອຍ​ຄຳ​ຂອງ​ເຮົາ​ຄືນ​ໄປ​ບອກ​ກັບ​ບາ​ລາກ” 6 ດັ່ງ​ນັ້ນ ບາ​ລາອາມ​ຈຶ່ງ​ກັບ​ຄືນ​ໄປ ແລະ​ໄດ້​ພົບ​ບາ​ລາກ​ກຳ​ລັງ​ຢືນ​ຢູ່ໃກ້​ເຄື່ອງ​ເຜົາ​ບູ​ຊາ ພ້ອມ​ທັງ​ພວກ​ຜູ້​ນຳ​ຊາວ​ໂມ​ອາບ​ທຸກ​ຄົນ 7 ບາ​ລາອາມ​ໄດ້​ເວົ້າ​ຄຳ​ທຳ​ນ​ວາຍ​ນີ້​ໂດຍ​ເປັ່ງ​ສຽງ​ຂຶ້ນ​ວ່າ, “ເຈົ້າ​ບາ​ລາກໄດ້​ພາຂ້າ​ພະ​ເຈົ້າ​ມາ​ຈາກ​ອາ​ຣາມ ທ່ານ​ກະ​ສັດ​ຂອງ​ໂມ​ອາບ​ໄດ້​ພາ​ຂ້າ​ພະ​ເຈົ້າ​ມາຈາກ​ພູ​ທາງ​ທິດ​ຕາ​ເວັນ​ອອກ ມາ​ເຖີດ ມາ​ດ່າ​ສາບ​ແຊ່ງ​ຢາ​ໂຄບເພື່ອ​ຂ້າ​ພະ​ເຈົ້າ ມາ​ເຖີດມາ​ປະ​ນາມ​ອິສ​ຣາ​ເອນ​ເທີນ” 8 ຂ້າ​ພະ​ເຈົ້າ​ຈະ​ແຊ່ງ​ໄດ້​ຢ່າງ​ໃດ ໃນ​ເມື່ອ​ພຣະ​ເຈົ້າ​ບໍ່​ໄດ້ຊົງ​ແຊ່ງ ຫລື​ວ່າ​ຂ້າ​ພະ​ເຈົ້າ​ຈະ​ປະ​ນາມ​ໄດ້​ຢ່າງ​ໃດ ໃນ​ເມື່ອ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ປະ​ນາມ 9 ເມື່ອ​ຂ້າ​ພະ​ເຈົ້າ​ຢືນ​ຢູ່​ເທິງ​ພູ​ສູງ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ພວກ​ອິສ​ຣາ​ເອນ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ພວກ​ເຂົາ​ຈາກ​ພູ​ນ້ອຍ ພວກ​ເຂົາ​ເປັນ​ຊົນ​ຊາດ​ທີ່​ຢູ່​ເປົ່າ​ປ່ຽວດຽວ​ດາຍ ພວກ​ເຂົາ​ຮູ້​ດີ​ວ່າ​ພວກ​ເຂົາ​ໄດ້​ຣັບ​ພຣະ​ພອນ​ພິ​ເສດ​ບໍ່ຄື​ຊາດ​ອື່ນໆ 10 ລູກຫລານ​ຂອງ​ຢາ​ໂຄບ​ເຫມືອນ​ກັບ​ຂີ້​ຝຸ່ນ​ດິນ ມັນ​ມີ​ຫລວງ​ຫລາຍ​ຈົນ​ບໍ່​ສາ​ມາດນັບ​ໄດ້ ຫລື​ນັບ​ນຶ່ງ​ໃນ​ສີ່​ຂອງ​ອິສ​ຣາ​ເອນ​ໄດ້ ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຕາຍ​ຢ່າງ​ຄົນ​ຊອບ​ທັມ ແລະຂໍ​ໃຫ້​ມື້​ສຸດ​ທ້າຍ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ເຫມືອນ​ວັນສຸດ​ທ້າຍ​ຂອງ​ຜູ້​ນຶ່ງ​ໃນ​ຫມູ່​ໄພ່​ພົນ​ຂອງ​ເຂົາ” 11 ແລ້ວ​ບາ​ລາກ​ຈຶ່ງ​ເວົ້າ​ຕໍ່​ບາ​ລາ​ອາມ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ທຳ​ໃຫ້​ເຮົາ​ແບບ​ນີ້ ການ​ທີ່​ເຮົາ​ພາ​ເຈົ້າ​ມາ​ບ່ອນ​ນີ້ ບໍ່​ແມ່ນ​ວ່າ​ໃຫ້​ມາ​ອວຍ​ພອນ​ໃຫ້​ພວກ​ສັດ​ຕຣູ​ຂອງ​ເຮົາ ແຕ່​ວ່າ​ໃຫ້​ມາ​ດ່າ​ສາບ​ແຊ່ງ​ພວກ​ເຂົາ” 12 ບາ​ລາ​ອາມ​ຈຶ່ງ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ເວົ້າ​ໄດ້​ພຽງ​ແຕ່​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ເທົ່າ​ນັ້ນ”

ຄຳ​ທຳ​ນ​ວາຍ​ຄັ້ງ​ທີ່​ສອງ​ຂອງ​ບາ​ລາ​ອາມ

13 ແລ້ວ​ບາ​ລາກກໍ​ເວົ້າ​ຕໍ່​ບາ​ລາ​ອາມ​ອີກວ່າ, “ຈົ່ງ​ໄປ​ບ່ອນ​ອື່ນ​ອີກ​ກັບ​ເຣົາ ແລະ​ທ່ານ​ຈະ​ໄດ້​ເຫັນ​ພວກ​ອິສ​ຣາ​ເອນ​ພຽງ​ແຕ່​ຈຳ​ນວນ​ນ້ອຍ​ຄົນ​ເທົ່າ​ນັ້ນ ແລ້ວ​ຂໍ​ໃຫ້​ທ່ານ​ສາບ​ແຊ່ງ​ພວກ​ເຂົາ​ຢູ່​ບ່ອນ​ນັ້ນ” 14 ດັ່ງ​ນັ້ນ ບາ​ລາກ​ຈຶ່ງ​ນຳ​ບາ​ລາ​ອາມ​ໄປ​ຍັງ​ທົ່ງ​ນາ ໂຊ​ຟິມ ແລະ​ໄປ​ເທິງ​ຈອ​ມພູປິ​ສ​ກາ ຢູ່​ບ່ອນ​ນີ້​ພຣະ​ອົງ​ໄດ້​ຊົງ​ສ້າງ​ແທ່ນ​ບູ​ຊາ​ເຈັດ​ແທ່ນ ແລະ​ຖວາຍ​ບູ​ຊາ​ງົວ ແລະ​ແກະ​ໃສ່​ແຕ່​ລະ​ແທ່ນ 15 ບາ​ລາ​ອາມ​ໄດ້​ເວົ້າ​ຕໍ່​ບາ​ລາກວ່າ, “ຂໍ​ໃຫ້​ພຣະ​ອົງ​ຢືນ​ຢູ່ໃກ້ໆ​ກັບ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ພຣະ​ອົງ​ນີ້​ເດີ ແລະ​ຂ້າ​ພະ​ເຈົ້າ​ຈະ​ໄປ​ເຂົ້າ​ເຝົ້າ​ພຣະ​ເຈົ້າ​ຢູ່​ທາງ​ເບື້ອງ​ພຸ້ນ” 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ເດັດ​ມາ​ພົບບາ​ລາ​ອາມ ແລະ​ບອກ​ຖ້ອຍ​ຄຳ​ທີ່​ຈະ​ເວົ້າ ແລ້ວກໍ​ຊົງ​ສົ່ງ​ບາ​ລາ​ອາມ​ນຳ​ຖ້ອຍ​ຄຳ​ກັບ​ຄືນ​ໄປ​ບອກ​ບາ​ລາກ 17 ດັ່ງ​ນັ້ນ ບາ​ລາ​ອາມ​ຈຶ່ງ​ກັບ​ຄືນ​ໄປ​ແລະ​ພົບ ບາ​ລາກ​ກຳ​ລັງ​ຢືນ​ຢູ່ໃກ້ໆ​ເຄື່ອງ​ເຜົາ​ບູ​ຊາ​ພ້ອມ​ທັງ​ພວກ​ຜູ້​ນຳ​ຊາວ​ໂມ​ອາບ​ທຸກ​ຄົນ ບາ​ລາກ​ໄດ້​ຖາມ​ເຖິງ​ຖ້ອຍ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້ 18 ບາ​ລາ​ອາມ​ຈຶ່ງ​ກ່າວ​ຄຳ​ທຳ​ນ​ວາຍ​ນີ້​ໂດຍ​ເປັ່ງ​ສຽງ​ຂຶ້ນ​ວ່າ, “ບາ​ລາກ ບຸດ​ຊາຍ​ຂອງ​ຊິບ​ໂປ​ເອີຍ ຈົ່ງ​ມາ​ພີ້ ແລະ​ຟັງ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ອອກ​ໄປ 19 ພຣະ​ເຈົ້າ​ບໍ່​ໄດ້ເວົ້າ​ຕົວະ​ເຫມືອນ​ດັ່ງ​ມະ​ນຸດ ພຣະ​ອົງບໍ່​ແມ່ນ​ມະ​ນຸດ​ທີ່​ມັກ​ປ່ຽນ​ໃຈ ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ ພຣະ​ອົງ​ກໍ​ຊົງ​ທຳ​ຕາມ​ສັນ​ຍາ ພຣະ​ອົງ​ຊົງ​ເວົ້າ​ຫຍັງ​ມັນ​ກໍ​ເປັນ​ໄປ​ຢ່າງ​ນັ້ນ 20 ພຣະ​ເຈົ້າ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຜູ້ອວຍ​ພອນ ເມື່ອ​ພຣະ​ອົງ​ຊົງ​ອວຍ​ພອນ​ແລ້ວ ຂ້າ​ພະ​ເຈົ້າ​ຈະ​ລຶບ​ລ້າງ​ຄຳ​ອວຍ​ພອນ​ນັ້ນ​ບໍ່​ໄດ້ 21 ຂ້າ​ພະ​ເຈົ້າ​ມອງ​ເຫັນ​ສິ່ງ​ຈະ​ເກີດ​ຂຶ້ນ​ກັບ​ຊາວ​ອິສ​ຣາ​ເອນ ຈະ​ບໍ່​ມີ​ຄວາມ​ທຸກ​ຍາກ ຫລື​ລໍາບາກ​ແຕ່​ຢ່າງ​ໃດ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ​ກໍ​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ເຂົາ ແລະ​ພວກ​ເຂົາ​ກໍ​ໄດ້​ປະ​ກາດ​ວ່າ ພຣະ​ອົງ​ຊົງ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ພວກ​ເຂົາ 22 ພຣະ​ເຈົ້າ​ຊົງ​ໄດ້​ນຳ​ພວກ​ເຂົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ພຣະ​ອົງ​ຊົງ​ຕໍ່​ສູ້​ເພື່ອ​ພວກ​ເຂົາ​ເຫມືອນ​ດັ່ງ​ຄວາຍ​ປ່າ 23 ບໍ່​ມີ​ຫ​ມໍ​ເວດ​ມົນ​ຄາ​ຖາ​ຜູ້​ໃດ​ທີ່​ຈະ​ຕໍ່​ສູ້​ຊົນ​ຊາດ​ອິສ​ຣາ​ເອນ​ໄດ້ ສະ​ນັ້ນ​ປະ​ຊາ​ຊົນ​ຈຶ່ງ​ພາ​ກັນ​ກ່າວ​ເຖິງອິສ​ຣາ​ເອນ​ວ່າ “ເບິ່ງ​ແມ໋, ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ກະ​ທຳ​ຕໍ່​ອິສ​ຣາ​ເອນ” 24 ຊົນ​ຊາດ​ອິສ​ຣາ​ເອນ​ເຫມືອນ​ສິງ​ໂຕ​ຮ້າຍ​ແຮງ ມັນ​ຈະ​ບໍ່​ຢຸດ​ນີ້ງ​ຈົນ​ກວ່າ​ໄດ້​ຈີກ ແລະ​ກັດ​ສວບ ແລະ​ຈົນ​ກວ່າ​ມັນ​ຈະ​ໄດ້​ກີນ​ເລືອດ​ຂອງ​ຜູ້​ທີ່​ມັນ​ຂ້າ” 25 ແລ້ວ​ບາ​ລາກ​ໄດ້​ເວົ້າ​ຕໍ່​ບາ​ລາ​ອາມ​ວ່າ, “ຖ້າ​ທ່ານ​ປະ​ຕິ​ເສດ​ບໍ່​ຍອມ​ດ່າ​ສາບ​ແຊ່ງ​ປະ​ຊາ​ຊົນ​ອິສ​ຣາ​ເອນ ກໍ​ຂໍ​ຢ່າ​ໄດ້​ອວຍ​ພອນ​ພວກ​ເຂົາ​ເລີຍ” 26 ບາ​ລາ​ອາມ​ໄດ້​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ເຄີຍບອກ​ພຣະ​ອົງ​ແລ້ວ ຂ້າ​ພະ​ເຈົ້າ​ຈະ​ທຳ​ແຕ່​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ”

ບາ​ລາ​ອາມ​ທຳ​ນ​ວາຍ​ຄັ້ງ​ທີ່​ສາມ

27 ບາ​ລາກ​ໄດ້​ເວົ້າ​ວ່າ, “ຈົ່ງ​ມາ​ກັບ​ເຮົາ ແລະ​ເຮົາ​ຈະ​ພາ​ທ່ານ​ໄປ​ບ່ອນ​ອື່ນ​ອີກ ບາງ​ທີ່​ພຣະ​ເຈົ້າ​ຈະ​ຊົງ​ອະ​ນຸ​ຍາດ​ໃຫ້​ທ່ານ​ດ່າ​ສາບ​ແຊ່ງ​ພວກ​ເຂົາ​ໃນ​ບ່ອນ​ນັ້ນ” 28 ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ພາ​ບາ​ລາ​ອາມ​ໄປ​ເທິງ​ຈອມ​ພູ ເປ​ໂອຣ໌ ຊຶ່ງ​ເປັນ​ບ່ອນ​ທີ່​ຫລຽວ​ເຫັນ​ຖິ່ນ​ກັນ​ດານ​ໄດ້ 29 ບາ​ລາ​ອາມ​ໄດ້​ເວົ້າ​ຕໍ່​ບາ​ລາກວ່າ, “ຈົ່ງ​ສ້າງ​ແທ່ນ​ບູ​ຊາ​ໃຫ້​ຂ້າ​ພະ​ເຈົ້າ​ເຈັດ​ແທ່ນ ແລະ​ນຳ​ເອົາ​ງົວ​ ແລະ​ແກະ​ມາ​ໃຫ້​ຂ້າ​ພະ​ເຈົ້າ​ແນວ​ລະ​ເຈັດ​ໂຕ” 30 ບາ​ລາກ​ກໍ​ປະ​ຕິ​ບັດ​ຕາມ​ຄຳ​ບອກ​ກ່າວ ແລະ​ໄດ້​ຖວາຍ​ບູ​ຊາ​ງົວ ແລະ​ແກະ​ໄວ້​ເທິງ​ແທ່ນ​ບູ​ຊາ​ແຕ່​ລະ​ແທ່ນ

ຈົດບັນຊີ 24

1 ໃນ​ເທື່ອ​ນີ້ ບາ​ລາ​ອາມ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານອວຍ​ພອນ​ພວກ​ອິສ​ຣາ​ເອນ ສະ​ນັ້ນ​ທ່ານ​ຈຶ່ງ​ບໍ່​ໄດ້​ໄປ​ເບິ່ງ​ໂຊກ​ເບິ່ງ​ລາງ​ຕາມ​ທີ່​ໄດ້​ເຄີຍ​ປະ​ຕິ​ບັດ​ມາ​ກ່ອນ 2 ທ່ານອວາຍ​ຫນ້າ​ໄປ​ທາງ​ຖິ່ນ​ກັນ​ດານ ແລະ​ເຫັນ​ຊາວ​ອິສ​ຣາເອນ​ຕັ້ງ​ຄ້າຍ​ຢູ່​ເປັນ​ເຜົ່າ​ເປັນ​ຕະ​ກູນ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້າ​ຊົງ​ສະ​ເດັດ​ລົງ​ມາ​ເທິງ​ທ່ານ 3 ທ່ານ​ຈຶ່ງ​ໄດ້​ກ່າວ​ຄຳ​ທຳ​ນ​ວາຍ​ວ່າ, “ຕໍ່​ໄປ​ນີ້ ແມ່ນ​ຖ້ອຍ​ຄຳ​ຂອງ​ບາ​ລາ​ອາມ ບຸດ​ຊາຍ​ຂອງ​ເບ​ໂອຣ໌ ຊຶ່ງ​ເປັນ​ຄຳ​ເວົ້າ​ຂອງ​ຜູ້​ທີ່​ຮູ້​ແຈ້ງ​ເຫັນ​ຈິງ ຄື 4 ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ທີ່​ພຣະ​ອົງ​ຊົງກ່າວ ໄດ້​ເຫັນ​ນິ​ມິດ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່ ດ້ວຍ​ຕາ​ທີ່​ມີ​ດາວ​ປະ​ກາຍ 5 ຢາ​ໂຄບ​ເອີຍ ຕູບ​ຜ້າ​ເຕັນ​ຂອງ​ທ່ານ​ຊ່າງ​ງາມ​ຫລາຍ ຊາວ​ອິສ​ຣາ​ເອນເອີຍ ຄ້າຍ​ຂອງ​ທ່ານກໍ​ງາມ 6 ເຫມືອນ​ແຖວ​ຕົ້ນ​ຕານ​ອັນ​ຍາວ​ຢຽດ ຫລື​ສວນ​ທີ່​ຢູ່​ແຄມ​ແມ່​ນ້ຳ ເຫມືອນ​ຕົ້ນ​ໄມ້​ຫອມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປູກ​ໄວ້ ຫລື​ຕົ້ນ​ສົນ​ທີ່​ຢູ່ໃກ້​ນ້ຳ 7 ກອງ​ທັບ​ອິສ​ຣາ​ເອນ​ທຳ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ສັ່ນ​ສະ​ທ້ານ ອິສ​ຣາເອນ​ປົກ​ຄອງ​ຫລາຍ​ຊົນ​ຊາດ ເຈົ້າ​ຊີ​ວິດ​ຂອງ​ພວກ​ເຂົາ​ຍິ່ງ​ໃຫຍ່ກວ່າ​ພວກ ອາ​ກັກ ແລະ​ບັນ​ລັງ​ຂອງ​ພຣະ​ອົງ​ຈະ​ຕ້ອງກວ້າງຂວາງ ແລະ​ແຜ່​ຜາຍ​ຮຸ່ງ​ເຮືອງ​ອອກ​ໄປ 8 ພຣະ​ເຈົ້າ​ຊົງ​ນຳ​ພວກ​ເຂົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ພຣະ​ອົງ​ຊົງ​ຕໍ່​ສູ້​ເພື່ອ​ພວກ​ເຂົາ​ເຫມືອນ​ຄວາຍ​ປ່າ ພວກ​ເຂົາ​ສັງ​ຫານ​ສັດ​ຕຣູ​ ຫັກ​ກະ​ດູກ​ແລະ​ຫັກ​ລູກ​ຫນ້າ​ຂອງ​ພວກ​ເຂົາ 9 ຊົນ​ຊາດ​ນີ້​ເຫມືອນ​ສີງ​ຕົວ​ຮ້າຍ​ແຮງ ເມື່ອ​ເວ​ລາ​ມັນ​ນອນ​ຫລັບ​ບໍ່​ມີ​ໃຜ​ກ້າ​ປຸກ ຜູ້​ທີ່​ອວຍ​ພອນ​ອິສ​ຣາ​ເອນ​ຈະ​ໄດ້​ຮັບ​ຄຳ​ອວຍ​ພອນ​ຕອບ ແລະ​ຜູ້​ທີ່​ສາບ​ແຊ່ງ​ອິສ​ຣາ​ເອນ​ຈະ​ຖືກ​ສາບ​ແຊ່ງ” 10 ບາ​ລາກ​ລຸກ​ຢືນ​ຂຶ້ນ​ກຳ​ກຳ​ປັ້ນ​ດ້ວຍ​ຄວາມ​ໂມ​ໂຫ​ໂກດ​ຮ້າຍ ແລະ​ເວົ້າ​ຕໍ່​ບາ​ລາ​ອາມ​ວ່າ, “ເຮົາ​ເອີ້ນ​ເຈົ້າ​ມາ​ນີ້ ເພື່ອ​ໃຫ້​ມາ​ດ່າ​ສາບ​ແຊ່ງ​ສັດ​ຕຣູ​ຂອງ​ເຮົາ ແຕ່​ວ່າ​ທັງ​ສາມ​ຄັ້ງ​ທ່ານ​ໄດ້​ອວຍ​ພອນ​ໃຫ້​ພວ​ກ​ເຂົາ​ແທ່ນ​ທີ່​ຈະ​ດ່າ 11 ບັດ​ນີ້ ຈົ່ງ​ກັບ​ຄືນ​ເມືອ​ສາ ເຮົາ​ສັນ​ຍາ​ວ່າ​ຈະ​ໃຫ້​ຣາງວັນ​ແກ່​ເຈົ້າ ແຕ່​ດຽວ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ອະ​ນຸ​ຍາດ​ໃຫ້​ເຈົ້າ​ຮັບ​ຣາ​ງວັນ​ນີ້” 12 ບາ​ລາ​ອາມ​ຈຶ່ງ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ບອກ​ພວກ​ທີ່​ສົ່ງ​ຂ່າວ​ທີ່​ພຣະ​ອົງ​ສົ່ງ​ໄປ​ຫາ​ຂ້າ​ພຣະ​ເຈົ້າ​ນັ້ນ​ແລ້ວ​ເດ່​ວ່າ 13 ແມ່ນ​ແຕ່​ພຣະ​ອົງ​ຈະ​ເອົາ​ເງິນ​ຄຳ​ທັງ​ຫມົດ​ໃນ​ພຣະ​ຣາ​ຊວັງ​ມາ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ກໍ​ບໍ່​ສາ​ມາດ​ທຳ​ສິ່ງ​ໃດໄດ້ ຖ້າຫາກ​ສິ່ງ​ນັ້ນ​ເປັນ​ການ​ຂັດ​ຂືນ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພະ​ເຈົ້າ​ເວົ້າ​ໄດ້​ພຽງ​ແຕ່​ຖ້ອຍຄຳທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໃຫ້​ເວົ້າ​ເທົ່າ​ນັ້ນ” 14 ບາ​ລາ​ອາມ​ເວົ້າ​ຕໍ່​ບາ​ລາກວ່າ, “ເວ​ລາ​ນີ້ ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ເມືອ​ບ້ານ​ເມືອງ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ແຕ່​ວ່າ​ກ່ອນ​ຂ້າ​ພະ​ເຈົ້າ​ຈະ​ໄປ ຂ້າ​ພະ​ເຈົ້າ​ຢາກ​ຈະ​ເຕືອນ​ພຣະ​ອົງ​ໃນ​ສິ່ງ​ທີ່​ຊາວ​ອິສ​ຣາ​ເອນ​ຈະ​ປະ​ຕິ​ບັດ​ຕໍ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ໃນ​ພາຍ​ຂ້າງ​ຫນ້າ”

ບາ​ລາ​ອາມ​ທຳ​ນ​ວາຍ​ຄັ້ງ​ສຸດ​ທ້າຍ

15 ແລ້ວ​ບາ​ລາ​ອາມ​ກໍ​ເວົ້າ​ຄຳ​ທຳ​ນ​ວາຍ​ວ່າ “ຕໍ່​ໄປ​ນີ້ ແມ່ນ​ຖ້ອຍ​ຄຳ​ຂອງ​ບາ​ລາ​ອາມ ບຸດ​ຊາຍ​ຂອງ​ເບໂອຣ໌ ​ເປັນ​ຄຳ​ເວົ້າ​ຂອງ​ຜູ້​ຮູ້​ເຫັນ​ຈິງ 16 ຜູ້​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຍອມ​ຮັບ​ເອົາ​ສະ​ຕິ​ປັນ​ຍາ​ຂອງ​ຜູ້​ສູງ​ສຸດ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນິ​ມິດ​ທີ່​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່ ດ້ວຍ​ສາຍ​ຕາ​ທີ່​ມີ​ແວວ​ອັນ​ປະ​ກາຍ 17 ຂ້າ​ພະ​ເຈົ້າ​ມອງ​ເຫັນ​ອະ​ນາ​ຄົດ​ຂ້າງ​ຫນ້າ ແລະ​ເຫັນ​ຊົນ​ຊາດ​ອິສ​ຣາ​ເອນ ຈະ​ມີ​ເຈົ້າ​ຊີ​ວິດ​ອັນ​ຮຸ່ງ​ເຮືອງ ເຫມືອນ​ດາວ​ເກີ​ດ​ຂຶ້ນ​ມາ​ໃນ​ຖ້າມ​ກາງ​ຊົນ​ຊາດ​ນີ້ ຜູ້​ນີ້​ຈະ​ເປັນ​ເຫມືອນ​ເຄື່ອງ​ຫມາ​ຍແຫ່ງ​ອຳ​ນາດ​ທີ່ມາ​ຈາ​ກອິສ​ຣາ​ເອນ ພຣະ​ອົງ​ຈະ​ທຸບ​ຕີ​ພວກ​ຜູ້​ນຳ​ຂອງ​ໂມ​ອາບ ຈະ​ທຳ​ລາຍ​ພວກ​ທີ່​ຈອງ​ຫອງ ແລະ​ຮ້າຍກາດ​ທຸກ​ຄົນ 18 ພຣະ​ອົງ​ຈະ​ຕີ​ຊະນະ​ສັດ​ຕຣູ​ຂອງ​ພຣະ​ອົງ​ທີ່​ເມືອງ​ເອ​ໂດມ ແລະ​ຈະ​ຍຶດ​ເອົາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ມາ​ເປັນ​ສົມ​ບັດ​ຂອງ​ພຣະ​ອົງ ໃນ​ລະ​ຍະ​ທີ່​ພວກ​ອິສ​ຣາ​ເອນ​ດຳ​ເນີນ​ການ​ປາບ​ຢ່າງ​ມີ​ໄຊນັ້ນ 19 ຊົນ​ຊາດ​ອິສ​ຣາ​ເອນ​ຈະ​ຢຽບ​ຢ່ຳ​ພວກ​ເຂົາ​ລົງ ຈະ​ລົບ​ລ້າງ​ທຳ​ລາຍ​ພວກ​ທີ່​ລອດ​ຕາຍ​ຢ່າງ​ຫມົດ​ສິ້ນ 20 ແລ້ວ​ບາ​ລາ​ອາມ​ໄດ້​ເຫັນ​ພວກ​ອາ​ມາ​ເລກ​ທາງ​ນິມິດ ທ່ານ​ຈຶ່ງ​ທຳ​ນ​ວາຍ​ວ່າ, “ຊາວ​ອາ​ມາ​ເລກ​ເປັນ​ຊົນ​ຊາດ​ທີ່​ມີ​ອຳ​ນາດກວ່າ​ຊາດ​ໃດໆ ແຕ່​ວ່າ​ຊົນ​ຊາດ​ນີ້​ຈະ​ຖືກ​ທຳ​ລາຍ​ໃຫ້​ດັບ​ສູນ​ໄປ​ໃນ​ບັ້ນ​ປາຍ 21 ຕໍ່​ມາ​ບາ​ລາ​ອາມ​ກໍ​ເຫັນ​ພວກ​ເກ​ນິດ​ ທາງ​ນິມິດ​ອີກ ທ່ານ​ຈຶ່ງ​ທຳ​ນ​ວາຍ​ວ່າ, “ບ່ອນ​ທີ່​ພວກ​ທ່ານ​ຢູ່​ນັ້ນ​ແຫນ້ນ​ຫນາ​ຖາ​ວອນ ແລະ​ປອດ​ພັຍ​ເຫມືອນ​ດັ່ງ​ຮັງ​ນົກ​ຢູ່​ເທິງ​ຫນ້າ​ຜາ” 22 ແຕ່​ວ່າ​ຊາວ​ເກ​ນິດ​ເອີຍ ເຈົ້າ​ຈະ​ຖືກ​ທຳ​ລາຍ ເມື່ອ​ຊາວ​ອັສ​ຊູ​ມາ​ຍຶດ​ຄອງ​ພວກ​ເຈົ້າ 23 ບາ​ລາ​ອາມ​ໄດ້​ທຳ​ນ​ວາຍ​ວ່າ, “ແມ່ນ​ປະ​ຊາ​ຊົນ​ພວກ​ໃດ​ທີ່​ທ້ອນ​ໂຮມ​ກັນ​ທາງ​ພາກ​ເຫນືອ​ນັ້ນ” 24 ແຕ່​ກຳ​ປັ່ນ​ຈະ​ມາ​ຈາກ​ເມືອງ​ກິ​ດ​ຕິມ ທຳ​ລາຍ​ອັ​ສ​ຊູ ແລະ​ເອ​ເບີ ແລະ​ເຂົາ​ຈະ​ຖືກ​ທຳ​ລາຍ​ດ້ວຍ” 25 ແລ້ວ​ບາ​ລາ​ອາມ​ໄດ້​ເດີນ​ທາງ​ກັບ​ເມືອ​ບ້ານ ສ່ວນ​ບາ​ລາກ​ໄດ້​ເດີນ​ທາງ​ໄປ​ທາງ​ອື່ນ

ຈົດບັນຊີ 25

ອິສ​ຣາ​ເອນ​ນະ​ມັ​ສ​ການພຣະ​ບາ​ອານ​ເປ​ໂອຣ໌

1 ເມື່ອ​ອິສ​ຣາ​ເອນ​ພັກ​ຢູ່​ໃນ​ເມືອງຊິດ​ຕິມ ປະ​ຊາ​ຊົນກໍ​ໄດ້​ເລີ້ມ​ຫລີ້ນ​ຊູ້​ກັບ​ຍິງ​ຊາວ​ໂມ​ອາບ 2 ຍິງ​ເຫລົ່າ​ນີ້​ກໍ​ເຊີນ​ປະ​ຊາ​ຊົນ​ໃຫ້​ໄປ​ກະ​ທຳ​ບູ​ຊາ​ຕໍ່​ພຣະ​ຂອງ​ນາງ ປະ​ຊາ​ຊົນກໍ​ຮັບ​ປະ​ທານ ແລະ​ຂາບ​ໄຫວ້​ພຣະຂອງ​ນາງ 3 ດັ່ງ​ນັ້ນ ອິສ​ຣາ​ເອນກໍ​ເຂົ້າ​ຖື​ພຣະ​ບາ​ອານ​ແຫ່ງເປ​ໂອຣ໌ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ຕໍ່​ອິສຣາ​ເອນ 4 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ໂມ​ເຊວ່າ, “ຈົ່ງ​ນຳ​ຫົວ​ຫນ້າ​ທັງ​ຫລາຍ​ຂອງ​ປະ​ຊາ​ຊົນ​ແຂວນຫ້ອຍ​ຕາກ​ແດດ​ໄວ້​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ວ່າ​ພຣະ​ພິ​ໂຣດ​ອັນ​ກ້ຽວ​ກາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຫັນ​ຫນີ​ໄປ​ຈາກ​ອິສ​ຣາເອນ​ເສັຽ” 5 ແລະ​ໂມ​ເຊບອກ​ຜູ້​ປົກຄອງ​ຂອງ​ອິສ​ຣາ​ເອນ​ວ່າ, “ທ່ານ​ທຸກ​ຄົນ​ຈົ່ງ​ຂ້າ​ຄົນ​ຂອງ​ທ່ານ​ທີ່​ເຂົ້າ​ຖື​ພຣະ​ບາ​ອານ​ແຫ່ງ​ເປ​ໂອຣ໌​ເສັຽ” 6 ແລະ​ເບິ່ງ​ແມ໋, ມີ​ຊາຍ​ອິສ​ຣາ​ເອນ​ຄົນ​ນຶ່ງ​ພາ​ຍິງ​ຄົນ​ມີ​ດີ​ອາມ​ຄົນ​ນຶ່ງ​ເຂົ້າ​ມາ​ໃນ​ຄອບ​ຄົວ​ຕໍ່​ຫນ້າ​ໂມ​ເຊ ແລະ​ຕໍ່​ຫນ້າ​ຊຸມ​ນຸມ​ຊົນ​ທັງ​ຫມົດ​ຂອງ​ອິສ​ຣາ​ເອນ ຂ​ນະ​ເມື່ອ​ເຂົາ​ທັງ​ຫລາຍ​ກຳ​ລັງ​ຮ້ອງ​ໄຫ້​ຢູ່​ທີ່​ປະ​ຕູ​ເຕັນ​ນັດ​ພົບ 7 ເມື່ອຟີ​ເນ​ຮັ​ສບຸດ​ເອ​ເລ​ອາ​ຊາບຸດ​ຂອງ​ອາ​ໂຣນ​ປະ​ໂຣ​ຫິດ​ເຫັນດັ່ງ​ນັ້ນ​ກໍ​ລຸກ​ຂຶ້ນ​ໄປ​ຈາກ​ຊຸມ​ນຸມ​ຊົນ ມື​ຖືດາບ 8 ຕິດ​ຕາມ​ຊາຍ​ອິສ​ຣາ​ເອນ​ຄົນ​ນັ້ນ​ເຂົາ​ໄປ​ໃນ​ຫ້ອງ​ຂ້າງ​ໃນ ແລະ​ແທງ​ທະ​ລຸ​ຮ່າງ​ກາຍ​ເຂົາ​ທັງ​ສອງ ທັງ​ຊາຍ​ອິສ​ຣາ​ເອນ​ແລະ​ຍິງ​ຄົນ​ນັ້ນ ແລ້ວ​ໄພ​ວິ​ບັດ​ໃນ​ອິສ​ຣາ​ເອນກໍ​ສ​ງົບ 9 ແຕ່​ຢ່າງ​ໃດ​ກໍ​ຕາມ ຄົນ​ທີ່​ຕາຍ​ດ້ວຍ​ໄພ​ວິ​ບັດ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 10 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ໂມ​ເຊວ່າ, 11 “ຟີ​ເນ​ຮັ​ສ ບຸດ​ເອ​ເລ​ອາ​ຊາ ບຸດ​ອາ​ໂຣນ​ປະ​ໂຣ​ຫິດ ໄດ້​ຍັບ​ຢັ້ງ​ຄວາມ​ກີ້ວ​ຂອງ​ເຮົາ​ຕໍ່​ຄົນ​ອິສ​ຣາ​ເອນ ໃນການ​ທີ່​ເຂົາ​ຫຶງ​ຫວງ​ ດ້ວຍ​ຄວາມ​ຫຶງ​ຫວງ​ຂອງ​ເຮົາ​ທີ່​ມີ​ຕໍ່​ປະ​ຊາ​ຊົນ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ບໍ່​ໄດ້​ເຜົາ​ຜານ​ຄົນ​ອິສ​ຣາ​ເອນ​ເສັຽດ້ວຍ​ຄວາມ​ຫຶງ​ຫວງ​ຂອງ​ເຮົາ 12 ດັ່ງ​ນັ້ນ​ຈົ່ງ​ກ່າວ​ວ່າ “ເບິ່ງ​ແມ໋, ເຮົາ​ຕັ້ງ​ຄຳ​​ສັນ​ຍາ​ແກ່​ເຂົາ 13 ຄຳສັນ​ຍາ​ນັ້ນ​ຈະ​ເປັນ​ຂອງ​ເຂົາ ແລະ​ຂອງ​ເຊື້ອ​ສາຍ​ຂອງ​ເຂົາ ເປັນຄຳ​ສັນ​ຍາ​ແຫ່ງ​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ອັນ​ຖາ​ວອນ ເພາະ​ເຂົາ​ຫຶງ​ຫວງ​ເພື່ອ​ພຣະຜູ້​ເປັນ​ເຈົ້າ​ຂອງ​ເຂົາ ແລະ​ໄດ້​ທຳ​ການ​ລ້າງ​ມົນ​ທິນ​ບາບ​ຄົນ​ອິສ​ຣາ​ເອນ” 14 ຊື່​ຂອງ​ຊາຍ​ອິສ​ຣາ​ເອນ​ຄົນ​ທີ່​ຖືກ​ຂ້າ​ຮ່ວມ​ກັບ​ຍິງ​ຊາວ​ມີ​ດີ​ອານ​ຄົນ​ນັ້ນ ຊື່​ຊີມ​ຣີ ບຸດ​ຂອງ​ຊາ​ລູ ຫົວ​ຫນ້າ​ຂອງ​ຕະ​ກູນ​ນຶ່ງ​ໃນ​ເຜົ່າ​ຊີ​ເມ​ໂອນ 15 ແລະ​ຊື່​ຂອງ​ຍິງ​ຊາວ​ມີ​ດີ​ອານ​ຜູ້​ຖືກ​ຂ້າ ຄື​ໂກ​ສ​ບີ ບຸດ​ຕ​ຣີຂອງ​ຊູ ຜູ້​ເປັນ​ຫົວ​ຫນ້າຄົນ​ຕະ​ກູນ​ນຶ່ງ​ໃນມີ​ດີ​ອານ 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 17 “ຈົ່ງ​ລົບ​ກວນ​ຄົນ​ມີ​ດີ​ອານ ແລະ​ສູ້​ຮົບ​ກັບ​ເຂົາ 18 ເພາະ​ເຂົາ​ລົບ​ກວນເຈົ້າ​ດ້ວຍ​ອຸ​ບາຍ ຊຶ່ງ​ເຂົາ​ລໍ້​ເຈົ້າ​ໃນ​ເຣື່ອງ​ເປ​ໂອຣ໌ ແລະ​ໃນ​ເຣື່ອງ​ນາງ​ໂກ​ສ​ບີ​ລູກສາວ​ຫົວ​ຫນ້າ​ແຫ່ງ​ມີ​ດີ​ອານ ຜູ້​ທີ່​ຖືກ​ຂ້າ​ຕາຍ​ໃນ​ວັນ​ທີບັງ​ເກີດ​ໄພ​ວິ​ບັດ​ດ້ວຍ​ເຣື່ອງ​ເປ​ໂອຣ໌

ຈົດບັນຊີ 26

ການ​ນັບຊົນ​ອິສ​ຣາ​ເອນ​ໃນ​ໂມ​ອາບ

1 ພາຍ​ຫ​ລັງ​ໄພ​ວິ​ບັດ​ນັ້ນ ພຣະ​ຜູ້​ເປັນເຈົ້າ​ກ່າວກັບ​ໂມ​ເຊ ແລະ​ກ່າວກັບ​ເອເລ​ອາ​ຊາ​ວ່າ, 2 “ຈົ່ງ​ທຳ​ສຳ​ມະ​ໂນ​ຄົວ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ​ຕາມ​ຕະ​ກູນ​ຂອງ​ເຂົາ​ທັງ​ຫມົດ​ໃນ​ອິສ​ຣາ​ເອນ​ຜູ້​ທີ່​ຈະ​ເຂົ້າ​ສົງ​ຄາມ​ໄດ້” 3 ໂມ​ເຊ​ກັບ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ ປາ​ໄສ​ກັບ​ເຂົາ​ທັງ​ຫລາຍ​ໃນ​ທົ່ງ​ໂມ​ອາບ ຮີມ​ແມ່​ນ້ຳ​ຈໍ​ແດນ​ທີ່​ເມືອງ​ເຢ​ຣີ​ໂກວ່າ 4 “ຈົ່ງ​ທຳ​ສຳ​ມະ​ໂນ​ຄົວ​ປະ​ຊາ​ຊົນ ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ” ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາໂມ​ເຊ ແລະ​ຄົນ​ອິສ​ຣາ​ເອນ​ຜູ້​ທີ່​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ​ຄື 5 ຣູ​ເບນ ບຸດ​ຫົວ​ປີ​ຂອງ​ອິສ​ຣາເອນ ບຸດ​ຂອງ​ຣູ​ເບນ​ຄື​ຮາໂນກ ຄົນ​ຕະ​ກູນ​ຮາ​ໂນກ ປານ​ລູ ຄົນ​ຕະ​ກູນ​ປານລູ 6 ເຮ​ສໂລ​ນ ຄົນ​ຕະ​ກູນ​ເຮຊ​ໂລນ ກາ​ຣ໌ມີ ຄົນ​ຕະ​ກູນ​ກາຣ໌​ມີ 7 ເຫລົ່າ​ນີ້​ເປັນຕະ​ກູນ​ຂອງ​ຄົນ​ຣູ​ເບນ ມີ​ຈຳ​ນວນ​ສີ່​ຫມື່ນ​ສາມ​ພັນ​ເຈັດ​ຮ້ອຍ​ສາມ​ສິບ​ຄົນ 8 ແລະ​ບຸດ​ຂອງ​ປາ​ນລູ ຄື​ເອ​ລີ​ອາບ 9 ບຸດ​ຂອງ​ເອ​ລີ​ອາບ ຄື​ເນ​ມູເອນ ດາ​ທານ ແລະ​ອາ​ບີ​ຣາມ​ທີ່​ເລືອກ​ຈາກ​ຊຸມ​ນຸມ​ຊົນ ເປັນ​ຜູ້​ຂັດ​ຂ​ວາງ​ໂມ​ເຊ​ແລະ​ອາ​ໂຣນ​ ໃນ​ພັກ​ພ​ວກ​ໂກ​ຣາ ເມື່ອ​ເຂົາ​ຂັດ​ຂວາງ​ພຣະ​ຜູ້ເປັນ​ເຈົ້າ 10 ແລະ​ແຜ່ນ​ທໍ​ຣະ​ນີ​ໄດ້​ອ້າ​ປາກ​ອອກ​ກືນ​ເຂົາ​ພ້ອມ​ກັບ​ໂກ​ຣາ ເມື່ອ​ພັກ​ພວກ​ນັ້ນ​ເຖິງ​ຕາຍ ເມື່ອ​ໄຟ​ເຜົາ​ຜານ​ເສັຽ​ສອງ​ຮ້ອຍ​ຫ້າ​ສິບ​ຄົນ ແລະ​ເຂົາ​ທັງ​ຫລາຍ​ເປັນ​ເຣື່ອງ​ເຕືອນ​ໃຈ 11 ແຕ່​ບຸດ​ຂອງ​ໂກ​ຣາ​ນັ້ນ​ບໍ່​ໄດ້​ຕາຍ 12 ບຸດ​ຂອງ​ຊີ​ໂມ​ເອນ​ຕາມ​ຕະ​ກູນ​ຂ​ອງ​ເຂົາ ຄື​ເນ​ມູ​ເອນ ຄົນ​ຕະ​ກູນ​ເນ​ມູ​ເອນ ຢາ​ມີນ ຄົນ​ຕະ​ກູນ​ຢາ​ມີນ ຢາ​ຄີນ ຄົນ​ຕະ​ກູນ​ຢາ​ຄິນ 13 ເຊ​ຣາ ຄົນ​ຕະ​ກູນ​ເຊ​ຣາ ຊາ​ອູນ ຄົນ​ຕະ​ກູນ​ຊາ​ອູນ 14 ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ຊີ​ເມ​ໂອນ ມີ​ຈຳ​ນວນ​ສອງ​ຫມື່ນ​ສອງ​ພັນ​ສອງ​ຮ້ອຍ​ຄົນ 15 ບຸດ​ຂອງ​ກາດ ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ເຊ​ໂຟນ ຄົນ​ຕະ​ກູນ​ເຊ​ໂຟນ ຮັກ​ກີ ຄົນ​ຕະ​ກູນ​ຮັກ​ກີ ຊູ​ນີ ຄົນ​ຕະ​ກູນ​ຊູ​ນີ 16 ໂອສນີ ຄົນ​ຕະ​ກູນ​ໂອ​ຊ​ນີ ເອ​ຣີ ຄົນ​ຕະ​ກູນ​ເອຣີ 17 ອາ​ໂຣດ ຄົນ​ຕະ​ກູນ​ອາ​ໂຣທ ອາ​ເຣ​ດີ ຄົນ​ຕະ​ກູນ​ອາ​ເຣ​ດີ 18 ເຫລົ່າ​ນີ້​ເປັນ​ຄົນ​ຕະ​ກູນ​ຂອງ​ບຸດ​ຂອງ​ກາດ​ຕາມ​ຈຳ​ນວນ​ຂອງ​ເຂົາ​ມີ​ສີ່​ຫມື່ນ​ຫ້າ​ຮ້ອຍ​ຄົນ 19 ບຸດ​ຂອງ​ຢູ​ດາ ຄື ເອ​ຣ໌ ແລະ​ໂອ​ນານ ເອ​ຣ໌ ແລະ​ໂອ​ນານ​ຕາຍ​ເສັຽ​ໃນ​ແຜ່ນ​ດິນ​ກາ​ນາ​ອານ 20 ແລະ​ບຸດ​ຂອງ​ຢູ​ດາ​ຕາມ​ຄອບ​ຄົວ​ຂອງ​ເຂົາ ຄື ເຊ​ລາ ຄົນ​ຕະ​ກູນ​ເຊ​ລາ ເປເຣສ ຄົນ​ຕະ​ກູນ​ເປ​ເຣສ ເຊ​ຣາ ຄົນ​ຕະ​ກູນ​ເຊ​ຣາ 21 ແລະ​ບຸດ​ເປ​ເຣັ​ສ ຄື​ເຮັ​ສໂຣນ ຄົນ​ຕະ​ກູນ​ເຮສໂຣນ ຮາ​ມູນ ຄົນ​ຕະ​ກູນ​ຮາ​ມູນ 22 ເຫລົ່າ​ນີ້​ເປັນ​ຄົນ​ຕະ​ກູນ​ຂອງ​ຢູ​ດາ​ຕາມ​ຈຳ​ນວນ​ຂອງ​ເຂົາ​ມີ​ເຈັດ​ຫມື່ນ​ຫົກ​ພັນ​ຫ້າ​ຮ້ອຍ​ຄົນ 23 ບຸດ​ຂອງ​ອິສ​ຊາ​ຄາ​ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ໂທ​ລາ ຄົນ​ຕະ​ກູນ​ໂທ​ລາ ປູ​ວາ ຄົນ​ຕະ​ກູນ​ປູ​ວາ 24 ຢາ​ຊູບ ຄົນ​ຕະ​ກູນ​ຢາ​ຊູບ ຊີມ​ໂຣນ ຄົນ​ຕະ​ກູນ​ຊິມ​ໂຣນ 25 ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ອິສ​ຊາ​ຄາ​ຕາມ​ຈຳ​ນວນ​ຂອງ​ເຂົາ​ມີ​ຫົກ​ຫມື່ນ​ສີ່​ພັນ​ສາມ​ຮ້ອຍ​ຄົນ 26 ບຸດ​ຂອງ​ເຊ​ບູລູນ​ຕາມ​ຕະ​ກູນ​ຂອ​ງ​ເຂົາ ຄື​ເຊ​ເຣດ ຄົນ​ຕະ​ກູນ​ເຊ​ເຣດ ເອ​ໂລ​ນ ຄົນ​ຕະ​ກູນ​ເອ​ໂລ​ນ ຢາ​ເລ​ເອນ ຄົນ​ຕະ​ກູນ​ຢາ​ເລ​ເອນ 27 ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ເຊ​ບູ​ລູ​ນ​ຕາມ​ຈຳ​ນວນ​ຂອງ​ເຂົາ​ມີ​ຫົກ​ຫມື່ນ​ຫ້າ​ຮ້ອຍ​ຄົນ 28 ບຸດອ​ຂງ​ໂຢ​ເຊັບ​ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ມາ​ນັ​ສ​ເຊ ແລະ​ເອ​ຟ​ຣາ​ອິມ 29 ບຸດ​ຂອງ​ມາ​ນັ​ສ​ເຊ ຄື​ມາ​ຄີ ຄົນ​ຕະ​ກູນ​ມາ​ຄີ ມາ​ຄີ​ເປັນ​ບິ​ດາ​ຂອງ​ກິ​ເລ​ອາດ ກິ​ເລ​ອາດ ຄົ​ນ​ຕະ​ກູນ​ກິ​ເລ​ອາດ 30 ບຸດ​ຂອງ​ກິ​ເລ​ອາດ ຄື ອີ​ເອ​ເຊີ ຄົນ​ຕະ​ກູນ​ອີ​ເອ​ເຊີ ເຮ​ເລກ ຄົນ​ຕະ​ກູນ​ເຮ​ເລກ 31 ອັ​ສ​ຣີເອນ ຄົນ​ຕະ​ກູນ​ອັ​ສ​ຣີ​ເອນ ເຊ​ເຄມ ຄົນ​ຕະ​ກູນ​ເຊ​ເຄມ 32 ແລະ​ເຊ​ມີ​ດາ ຄົນ​ຕະ​ກູນ​ເຊ​ມີ​ດາ ແລະ​ເຮ​ເຟີ ຄົນ​ຕະ​ກູນ​ເຮ​ເຟີ 33 ສ່ວນ​ເຊ​ໂລ​ເຟ​ຮາດ ບຸດ​ເຮ​ເຟີບໍ່​ມີ​ບຸດ​ຊາຍ​ມີ​ແຕ່ບຸດ​ຍີງ ຊື່​ບຸດ​ຕ​ຣີ​ຂອງ​ເຊ​ໂລ​ເຟ​ຮາດ ຄື​ມາ​ລາ ໂນ​ອາ ໂຮກ​ລາ ມີນ​ຄາ ແລະ​ຕີຣາຊາ 34 ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ມາ​ນັ​ສ​ເຊ ແລະ​ຈຳ​ນ​ວນ​ຂອງ​ເຂົາ​ມີ​ຫ້າ​ຫມື່ນ​ສອງ​ພັນ​ເຈັດ​ຮ້ອຍ​ຄົນ 35 ຕໍ່​ໄປ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ເອຟ​ຣາ​ອິມ​ຕາມ​ຕະ​ກູນ​ຂອງ​ເຂົາ​ ຄື​ຊູ​ເທ​ຣາ ຄົນ​ຕະ​ກູນ​ຊູ​ເທ​ຣາ ເບ​ເຄີ ຄົນ​ຕະ​ກູນ​ເບ​ເຄີ ຕາ​ຮານ ຄົນ​ຕະ​ກູນ​ຕາ​ຮານ 36 ບຸດ​ຂອງ​ຊູ​ເທຣາ ຄື​ເອ​ຣານ ຄົນ​ຕະ​ກູນ​ເອ​ຣານ 37 ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ເອ​ຟ​ຣາ​ອິມ ແລະ​ຈຳ​ນວນ​ຂອງ​ເຂົາ​ມີ​ສາມ​ຫມື່ນ​ສອງ​ພັນ​ຫ້າ​ຮ້ອຍ​ຄົນ ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ຕາມ​ຕະ​ກູນ​ຂອງ​ເຂົາ 38 ບຸດ​ຂອງ​ເບັນ​ຢາ​ມິນ​ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ເບ​ລາ ຄົນ​ຕະ​ກູນ​ເບ​ລາ ອັ​ສເບນ ຄົນ​ຕະ​ກູນ​ອັສ​ເບນ ອາ​ຮີ​ຣາມ ຄົນ​ຕະ​ກູນ​ອາ​ຮີ​ຣາມ 39 ເຊ​ຟູ​ຟາມ ຄົນ​ຕະ​ກູນ​ເຊ​ຟູ​ຟາມ ຮູ​ຟາມ ຄົນ​ຕະ​ກູນ​ຮູ​ຟາມ 40 ແລະ​ບຸດ​ຂອງ​ເບ​ລາ ຄື ອາດ ແລະ​ນາ​ອາ​ມານ ຄົນ​ຕະ​ກູນ​ອາດ ແລະ​ຄົນ​ຕະ​ກູນ​ນາ​ອາ​ມານ 41 ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ເບັນ​ຢາ​ມິນ​ຕາມ​ຕະ​ກູນ​ຂອງ​ເຂົາ ແລະ​ຈ​ຳ​ນວນ​ຂອງ​ເຂົາ​ມີ​ສີ່​ຫມື່ນ​ຫ້າ​ພັນ​ຫົກ​ຮ້ອຍ​ຄົນ 42 ຕໍ່​ໄປ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ດານ ຕາມ​ຕະ​ກູນຂອງ​ເຂົາ ຄື​ຊູຮາມ ຄົນ​ຕະ​ກູນ​ຊູ​ຮາມ ນີ້​ເປັນ​ຕະ​ກູນ​ຂອງ​ດານ​ຕາມ​ຕະ​ກູນ​ຂອງ​ເຂົາ 43 ຕະ​ກູນ​ທັງ​ຫມົດ​ຂອງ​ຄົນ​ຊູ​ຮາມ​ຕາມ​ຈຳ​ນວນ​ຂອງ​ເຂົາ ມີ​ຫົກ​ຫມື່ນ​ສີ່​ພັນ​ສີ່​ຮ້ອຍ​ຄົນ 44 ບຸດ​ຂອງ​ອາ​ເຊີ ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ອິມ​ນາ ຄົ​ນ​ຕະ​ກູນ​ອິມ​ນາ ອິ​ຊວີ ຄົນ​ຕະ​ກູນ​ອິ​ຊວີ ເບ​ຣີ​ຢາ​ ຄົນ​ຕະ​ກູນ​ເບ​ຣີ​ຢາ 45 ບຸດ​ຂອງ​ເບ​ຣີ​ຢາ ຄື​ເຮ​ເບີ ຄົນ​ຕະ​ກູນ​ເຮ​ເບີ ມັນ​ຄີ ເອນ ຄົນ​ຕະ​ກູນ​ມັນຄີ​ເອນ 46 ບຸດ​ຕ​ຣີ​ຂອງ​ອາ​ເຊີ ຄື​ເຊ​ຣາ 47 ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ບຸດ​ອາ​ເຊີ​ຕາມ​ຈຳ​ນວນ​ຂອງ​ເຂົາ ມີ​ຫ້າ​ຫມື່ນ​ສາມ​ພັນ​ສີ່​ຮ້ອຍ​ຄົນ 48 ບຸດ​ຂອງ​ເນັບ​ທາ​ລີ​ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ຢາ​ເຊ​ເອນ ຄົນ​ຕະ​ກູນ​ຢາ​ເຊເອນ ກູ​ນີ ຄົນ​ຕະ​ກູນ​ກູ​ນີ 49 ເຢ​ເຊີ ຄົນ​ຕະ​ກູນ​ເຢ​ເຊີ ຊີນ​ເລມ ຄົນ​ຕະ​ກູນ​ຊີນ​ເລ​ມ 50 ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ເນັຟທາ​ລີ​ຕາມ​ຕະ​ກູນ​ຂອງ​ເຂົາ ແລະ​ຕາມ​ຈຳ​ນວນ​ຂອງ​ເຂົາ ມີ​ສີ່​ຫມື່ນ​ຫ້າ​ພັນ​ສີ່​ຮ້ອຍ​ຄົນ 51 ຈຳ​ນວນ​ຄົນ​ອິສ​ຣາເອນ ມີ​ຫົກ​ແສນ​ນຶ່ງ​ພັນ​ເຈັດ​ຮ້ອຍ​ສາມ​ສິບ​ຄົນ

ຈັບ​ສະ​ຫລາກ​ແບ່ງ​ແຜ່ນ​ດິນ

52 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊວ່າ, 53 ໃຫ້​ແບ່ງ​ແຜ່ນ​ດິນ​ນັ້ນ​ເປັນ​ມໍ​ຣະ​ດົກ​ແກ່​ຄົນ​ເຫລົ່າ​ນີ້​ຕາມ​ຈຳ​ນວນ​ຣາຍຊື່ 54 ມໍ​ຣະ​ດົກ​ສ່ວນ​ໃຫຍ່​ກໍ​ໃຫ້​ແບ່ງ​ແກ່​ຄົນ​ເຜົ່າ​ໃຫຍ່ ແລະ​ມໍ​ຣະ​ດົກ​ສ່ວນ​ນ້ອຍ​ກໍ​ໃຫ້​ແບ່ງ​ແກ່​ຄົນ​ເຜົ່າ​ນ້ອຍ ທຸກ​ເຜົ່າ​ຈະ​ໄດ້​ຮັບສ່ວນ​ມໍ​ຣະ​ດົກ​ຕາມ​ຈຳ​ນວນຄົນ 55 ແຕ່​ໃຫ້​ຈັບ​ສະ​ຫລາກ​ແບ່ງ​ແຜ່ນ​ດິນ​ນັ້ນ​ຕາມ​ຣາຍ​ຊື່​ເຜົ່າ​ຂອງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ເຂົາ 56 ໃຫ້​ຈັບ​ສະ​ຫລາກ​ແບ່ງ​ມໍ​ຣະ​ດົກ​ຂອງ​ເຂົາ​ນັ້ນ ຕາມ​ສ່ວນເຜົ່າ​ໃຫຍ່ ແລະ​ເຜົ່າ​ນ້ອຍ”

ເຜົ່າ​ເລວີ

57 ຕໍ່​ໄປ​ນີ້​ເປັນ​ຄົນ​ເລ​ວີ​ທີ່​ນັບ​ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ເກີ​ໂຊນ ຄົນ​ຕະ​ກູນ​ເກີ​ໂຊ​ນ ໂກ​ຮາດ ຄົນ​ຕະ​ກູນ​ໂກ​ຮາດ ເມ​ຣາ​ຣີ ຄົນ​ຕະ​ກູນ​ເມ​ຣາ​ຣີ 58 ຕໍ່​ໄປ​ນີ້​ເປັນ​ຕະ​ກູນ​ຂອງ​ເລ​ວີ ຄື​ຄົນ​ຕະ​ກູນ​ລິບ​ນີ ຄົນ​ຕະ​ກູນ​ເຮ​ໂບຣນ ຄົນ​ຕະ​ກູນ​ມາລີ ຄົນ​ຕະ​ກູນ​ມູ​ຊີ ຄົນ​ຕະ​ກູນ​ໂກ​ຣາ ແລະ​ໂກ​ຮາດ​ເປັນ​ບິ​ດາຂອງ​ອັມ​ຣາມ 59 ເມັຽຂອງ​ອັມ​ຣາມ​ ຄື​ໂຢ​ເຄ​ເບດ​ບຸດ​ຕ​ຣີ​ຂອງ​ເລ​ວີ​ເກີດ​ແກ່​ເລ​ວີ​ທີ່​ເອ​ຢິບ ແລະ​ນາງ​ມີ​ບຸດ​ກັບ​ອັມຣາມ ຊື່​ອາ​ໂຣນ ແລະ​ໂມ​ເຊ ແລະ​ມີ​ຣີ​ອາມ​ເອື້ອຍ​ຂອງ​ເຂົາ​ທັງ​ສອງ 60 ແລະ​ອາ​ໂຣນ​ມີ​ບຸດ​ຊື່ ນາ​ດາບ ອາ​ບີ​ຮູ ເອ​ເລ​ອາ​ຊາ ແລະ​ອິ​ທາ​ມາ 61 ແຕ່​ນາ​ດາບ ແລະ​ອາ​ບີ​ຮູ​ນັ້ນ​ໄດ້​ເສັຽ​ຊີ​ວິດ ເມື່ອ​ເຂົາ​ບູ​ຊາ​ດ້ວຍ​ໄຟ​ທີ່​ຕ້ອງ​ຫ້າມ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 62 ແລະ​ຈຳ​ນວນ​ຂອງ​ເຂົາ​ເປັນ​ສອງ​ຫມື່ນ​ສາມ​ພັນ​ຄົນ ເປັນ​ຜູ້​ຊາຍ​ທຸກ​ຄົນ​ອາ​ຍຸ​ຕັ້ງ​ແຕ່​ນຶ່ງ​ເດືອນ​ຂຶ້ນ​ໄປ ເພາະ​ເຂົາ​ບໍ່​ໄດ້​ນັບ​ຮວມ​ໄວ້​ໃນ​ຄົນ​ອິສ​ຣາ​ເອນ ເພາະ​ບໍ່​ມີ​ມໍ​ຣະ​ດົກ​ໃຫ້​ແກ່​ເຂົາ​ຖ້າມ​ກາງ​ອິສ​ຣາ​ເອນ

ກາ​ເລັບ ແລະ​ໂຢ​ຊວຍ​ເທົ່າ​ນັ້ນ​ທີ່​ເຫລືອ​ຢູ່

63 ຈຳ​ນວນ​ຄົນ​ເຫລົ່າ​ນີ້​ໂມ​ເຊ ແລະປະ​ໂຣ​ຫິດ​ເອ​ເລ​ອາ​ຊາ​ໄດ້​ນັບ​ໄວ້ ຄັ້ງ​ເມື່ອ​ນັບ​ຄົນ​ອິສ​ຣາ​ເອນ​ໃນ​ທົ່ງ​ໂມ​ອາບ​ຂ້າ​ງ​ແມ່​ນ້ຳ​ຈໍ​ແດນ​ກົງ​ກັນ​ຂ້າມ​ເມືອງ​ເຢ​ຣີ​ໂກ 64 ແຕ່​ຕາມ​ຣາ​ຍຊື່​ເຫລົ່າ​ນີ້​ບໍ່​ມີ​ຊາຍຈັກ​ຄົນ​ນຶ່ງ​ຊຶ່ງ​ໂມ​ເຊ​ແລະ​ອາ​ໂຣນ​ໄດ້​ນັບ​ໄວ້​ຄັ້ງ​ເມື່ອ​ນັບ​ຄົນອິສ​ຣາ​ເອນ​ໃນ​ຖິ່ນ​ກັນ​ດານ​ຊີ​ນາ​ອີ 65 ເພາະ​ພຣະ​ຜູ້​ເປັນ​ເຈົ້າໄດ້​ກ່າວເຣື່ອງ​ເຂົາ​ເຫລົ່າ​ນັ້ນ​ວ່າ “ເຂົາ​ຈະ​ຕ້ອງ​ຕາຍ​ໃນ​ຖິ່ນ​ກັນ​ດານ” ບໍ່​ມີ​ຊາຍ​ຈັກ​ຄົນ​ນຶ່ງ​ເຫລືອ​ຢູ່ ນອກ​ຈາກ​ກາ​ເລັບ​ບຸດ​ເຢ​ຟຸນ​ເນ ແລະ​ໂຢ​ຊວຍ​ບຸດນູນ

ຈົດບັນຊີ 27

ຄຳ​ຂໍ​ແຫ່ງ​ບຸດ​ຕ​ຣີ​ຂອງ​ເຊ​ໂລ​ເຟ​ຮາດ

1 ຄັ້ງ​ນັ້ນ​ບຸດ​ຕ​ຣີ​ທັ​ງ​ຫລາຍ​ຂອງ​ເຊ​ໂລ​ເຟ​ຮາດ ບຸດ​ຂອງ​ເຮ​ເຟີ ຜູ້​ເປັນ​ບຸດ​ຂອງ​ເກ​ເລ​ອາດ ຜູ້​ເປັນບຸດ​ຂອງ​ມາ​ຄີ ຜູ້​ເປັນ​ບຸດ​ຂອງ​ມາ​ນັ​ສ​ເຊ ຈາກ​ຕະ​ກູນ​ຂອງ​ມາ​ນັ​ສ​ເຊ​ບຸດ​ຂອງ​ໂຢ​ເຊັບ​ເຂົ້າ​ມາ​ໃກ້ ຊື່​ບຸດ​ຕ​ຣີ​ທັງ​ຫລາຍ​ຂອງ​ເຂົາ​ ຄື​ມາ​ລາ ໂນ​ອາ ໂຮກ​ລາ ມີນ​ຄາ ແລະ​ຕີ​ຣາ​ຊາ 2 ແລະ​ເຂົາ​ທັງ​ຫລາຍ​ມາ​ຢືນ​ຢູ່​ຕໍ່​ຫນ້າ​ໂມ​ເຊ ແລະ​ຕໍ່​ຫນ້າ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ ແລະ​ຕໍ່​ຫນ້າ​ຫົວ​ຫນ້າ ແລະ​ຕໍ່​ຫນ້າ​ຊຸມ​ນຸມ​ຊົນ​ທີ່​ປະ​ຕູ​ເຕັນ​ນັດ​ພົບ​ກ່າວ​ວ່າ, 3 “ບິ​ດາ​ຂອງ​ເຮົາ​ຕາຍ​ເສັຽ​ໃນ​ຖິ່ນ​ກັນ​ດານ ທ່ານ​ບໍ່​ໄດ້​ຢູ່ໃນ​ພວກ​ທີ່​ກະ​ບົດ​ຕໍ່ສູ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ພັກ​ ພ​ວກຂອງ​ໂກ​ຣາ ແຕ່​ທ່ານ​ເສັຽ​ຊີ​ວິດ​ຍ້ອນ​ບາບ​ຂອງ​ຕົນ ແລະ​ທ່ານ​ບໍ່​ມີ​ບຸດ​ຊາຍ​ເລີຍ 4 ເຫດ​ໃດ​ຈຶ່ງ​ລົບ​ຊື່​ບິ​ດາ​ຂອງ​ເຮົາ​ຈາກ​ຕະ​ກູນ​ຂອງ​ທ່ານ ເພາະ​ເຫດ​ທີ່​ທ່ານ​ບໍ່​ມີ​ບຸດ​ຊາຍ​ເລີຍ ຂໍ​ໃຫ້​ເຮົາ​ມີ​ກຳ​ມະ​ສິດ​ທີ່​ດິນ​ຖ້າມ​ກາງ​ພີ່​ນ້ອງ​ບິ​ດາ​ຂອງ​ເຣົາ​ດ້ວຍ” 5 ໂມ​ເຊ​ໄດ້​ນຳ​ເຣື່ອງ​ຂອງ​ເຂົາ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ 6 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວກັບ​ໂມ​ເຊວ່າ, 7 ບຸດ​ຕ​ຣີ​ຂອງ​ເຊ​ໂລ​ເຟ​ຮາດເວົ້າ​ຖືກ​ຕ້ອງ​ແລ້ວ ເຈົ້າ​ຈົ່ງ​ໃຫ້​ກຳ​ມະ​ສິດ​ທີ່​ດິນ​ເປັນ​ມໍ​ຣະ​ດົກ​ຖ້າມ​ກາງ​ພີ່​ນ້ອງ​ບິ​ດາ​ຂອງ​ເຂົາ ແລະ​ກະ​ທຳ​ໃຫ້​ມໍ​ຣະ​ດົກ​ບິ​ດາ​ຂອງ​ເຂົາ​ຕົກ​ທອດ​ມາ​ເຖິງ​ເຂົາ 8 ເຈົ້າ​ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ “ຖ້າ​ຜູ້ຊາຍ​ຄົນ​ນຶ່ງ​ຕາຍ ແລະ​ບໍ່​ມີ​ບຸດ​ຊາຍ ເຈົ້າ​ຈົ່ງ​ໃຫ້​ມໍ​ຣະ​ດົກ​ຂອງ​ເຂົາ​ຕົກ​ໄປ​ຍັງ​ບຸດ​ຕ​ຣີ​ຂອງ​ເຂົາ 9 ແລະ​ຖ້າ​ເຂົາ​ບໍ່​ມີ​ບຸດ​ຕ​ຣີ ເຈົ້າ​ຈົ່ງ​ໃຫ້​ມໍ​ຣະ​ດົກ​ຂອງ​ເຂົາ​ແກ່​ພີ່​ນ້ອງ​ຂອງ​ເຂົາ 10 ແລະ​ຖ້າ​ເຂົາ​ບໍ່​ມີ​ພີ່​ນ້ອງ ເຈົ້າ​ຈົ່ງ​ໃຫ້​ມໍ​ຣະ​ດົກ​ຂອງ​ເຂົາ​ແກ່​ພີ່​ນ້ອງ​ບິ​ດາ​ຂອງ​ເຂົາ 11 ແລະ​ຖ້າ​ບິ​ດາ​ຂອງ​ເຂົາ​ບໍ່​ມີ​ພີ່​ນ້ອງ ເຈົ້າ​ຈົ່ງ​ໃຫ້​ມໍ​ຣະ​ດົກ​ຂອງ​ເຂົາ​ແກ່​ຍາດ​ຖັດຕໍ່​ຕົວ​ເຂົາ​ໄປ​ໃນ​ຕະ​ກູນ​ຂອງ​ເຂົາ ໃຫ້​ຜູ້​ນັ້ນ​ຖື​ກຳມະ​ສິດ​ໄດ້ ໃຫ້​ເປັນ​ກົດ​ເກນ ແລະ​ກົດ​ຫມາຍ​ແກ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້”

ໂຢ​ຊວຍ​ເປັນ​ຜູ້​ຮັບ​ຫນ້າ​ທີ່​ແທນ​ໂມ​ເຊ

12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, “ຈົ່ງ​ເດີນ​ທາງ​ໄປ​ພູ​ອາ​ບາ​ຣີ​ມ ເພື່ອ​ໄປ​ເບິ່ງ​ຜືນ​ແຜ່ນ​ດິນ​ທີ່​ເຮົາ​ຈະ​ມອບ​ໃຫ້​ພວກ​ອິສຣາເອນ 13 ເມື່ອ​ເຈົ້າ​ໄດ້​ເຫັນ​ແລ້ວ ເຈົ້າ​ຈະ​ຕາຍ​ເຫມືອນ​ດັ່ງ​ອາ​ໂຣນ​ອ້າຍ​ຂອງ​ເຈົ້າ 14 ຍ້ອນ​ວ່າ​ແຕ່​ກ່ອນ​ເຈົ້າ​ທັງ​ສອງ​ໄດ້​ລະ​ເມີດ​ຄຳ​ສັ່ງ​ຂອງ​ເຮົາ​ຢູ່​ໃນ​ຖິ່ນກັນ​ດານ​ຊີນ ຄື​ໃນ​ຄາວ​ຊຸມ​ນຸມ​ຊົນ​ທຸກ​ຄົນ​ຮ້ອງ​ທຸກ​ຕໍ່​ສູ້​ເຮົາ​ທີ່ ເມ​ຣີ​ບັ​ທ​ກາ​ເດສ ເຈົ້າ​ໄດ້​ປະ​ຕິ​ເສດ​ບໍ່​ຮັບ​ຮູ້​ອຳ​ນາດ​ອັນ​ສັກ​ສິດ​ຂອງ​ເຮົາ​ຕໍ່​ຫນ້າ​ພວກ​ເຂົາ” (ເມ​ຣີບາທເປັນ​ຊື່​ບໍ່​ນ້ຳ​ທີ່​ເມືອງ​ກາເດສໃນ​ຖິ່ນ​ກັນ​ດານ​ຊີນ) 15 ແລ້ວ​ໂມ​ເຊ​ກໍ​ໄດ້​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ໂອ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຜູ້​ຊົງ​ເປັນບໍ່​ເກີດ​ແຫ່ງ​ຊີ​ວິດ​ຂອງ​ທຸກ​ຄົນ 16 ພຣະ​ອົງ​ຊົງ​ເປັນ​ຜູ້​ແຕ່ງ​ຕັ້ງ ຂ້າ​ພຣະ​ອົງ​ອ້ອນວອນຂໍ​ຕໍ່​ພຣະ​ອົງ ຂໍ​ຊົງ​ໂຜດ​ແຕ່ງ​ຕັ້ງ​ໃຫ້​ມີ​ຜູ້​ນຳ​ປະ​ຊົນ​ຊົນ​ເຫລົ່າ​ນີ້ 17 ແລະ​ທັງ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ພວກ​ເຂົາ​ອອກ​ສູ່​ສະ​ຫນາມ​ຮົບ ເພື່ອ​ວ່າ​ພວກ​ຂອງ​ພຣະ​ອົງ​ນີ້​ຈະ​ບໍ່​ເປັນ​ເຫມືອນ​ແກະ​ທີ່​ຂາດ​ຜູ້​ລ້ຽງ” 18 ພຣະ​ຜູ້ເປັນ​ເຈົ້າ​ຈຶ່ງ​ກ່າວ​ຕໍ່​ໂມ​ເຊວ່າ, “ຈົ່ງ​ໄປ​ເອົາ​ໂຢ​ຊວຍ​ບຸດ​​ນູນ ຊຶ່ງເປັນ​ຊາຍ​ທີ່​ມີ​ຄວາມ​ສາ​ມາດ ແລະ​ມີ​ພຣະ​ວິນ​ຍານ​ແລ້ວ​ໃຫ້​ວາງ​ມື​ເທິງ​ຫົວເຂົາ 19 ໃຫ້​ເອົາ​ເຂົາ​ຢືນ​ຢູ່​ຕໍ່​ຫນ້າ​ເອ​ເລ​ອາ​ຊາປະ​ໂຣ​ຫິດ ແລະ​ຊຸມ​ນຸມ​ຊົນ​ທັງ​ຫມົດ ແລ້ວ​ໃຫ້​ເຈົ້າ​ປະ​ກາດ​ແຕ່ງ​ຕັ້ງ​ໃຫ້​ເຂົາ​ເປັນ​ຜູ້​ສືບ​ແທນ​ເຈົ້າ​ຕໍ່​ຫນ້າ​ຄົນ​ເຫລົ່າ​ນີ້ 20 ເພື່ອ​ວ່າ ໃຫ້​ຊຸມ​ນຸມ​ຊົນ​ອິສ​ຣາ​ເອ​ນຟັງ​ຄວາມ​ເຂົາ ຂໍ​ໃຫ້​ເຈົ້າ​ມອບ​ສິດ ແລະ​ອຳ​ນາດ​ບາງ​ຢ່າງ​ຂອງ​ເຈົ້າ​ໃຫ້​ໂຢ​ຊວຍ 21 ແລະ​ເຂົາ​ຈະ​ຢືນ​ຢູ່​ຕໍ່​ຫນ້າ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ ຜູ້​ຊຶ່ງ​ຈະ​ທູນ​ຖາມ​ເພື່ອ​ເຂົາ​ຕາມ​ຫລັກ​ຕັດ​ສີນ​ຂອງ​ອູ​ຣິມ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຄົນ​ທັງ​ປ​ວງ​ຈະ​ອອ​ກ​ໄປ ແລະ​ເຂົ້າ​ມາ​ຕາມ​ຄຳ​ຂອງ​ປະ​ໂຣ​ຫິດ​ທັງ​ເຈົ້າ​ກັບ​ຄົນ​ທັງ​ປວງໃນ​ອິສ​ຣາ​ເອນ​ນັ້ນ ຄື​ຊຸມ​ນຸມ​ຊົນ​ທັງ​ຫມົດ” 22 ແລ້ວ​ໂມ​ເຊ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ໄດ້​ໃຫ້​ໂຢ​ຊວຍ​ຢືນ​ຢູ່​ຕໍ່​ຫນ້າເອ​ເລ​ອາ​ຊາປະ​ໂຣ​ຫິດ​ ແລະ​ຊຸມ​ນຸມ​ຊົນ​ທັ​ງ​ຫມົດ 23 ວາງ​ມື​ເທິງ​ຫົວຂອ​ງໂຢ​ຊວຍ ແລະ​ປະ​ກາດ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ສືບ​ແທ​ນຕົນ

ຈົດບັນຊີ 28

ການ​ຖວາຍ​ບູ​ຊາ​ປະ​ຈຳ​ວັນ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວແກ່​ໂມ​ເຊວ່າ, 2 “ຈົ່ງ​ສັ່ງ​ຄົນ​ອິສ​ຣາ​ເອນ​ແລະ​ກ່າວ​ແກ່​ເຂົາ​ວ່າ​ຂອງ​ບູ​ຊາ​ຂອງ​ເຮົາ ອາ​ຫານ​ຂອງ​ເຮົາ​ຊຶ່ງ​ເປັນ​ຂອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ໃຈ ເຈົ້າ​ທັງ​ຫລາຍ​ຈົ່ງ​ເອົາ​ໃຈ​ໃສ່​ທີ່​ຈະ​ຖວາຍ​ບູ​ຊາ​ແກ່​ເຮົາ​ຕາມ​ການ​ກຳ​ນົດ 3 ແລະ​ເຈົ້າ​ຈົ່ງ​ກ່າວ​ແກ່​ເຂົາ​ວ່າ ນີ້​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ຊຶ່ງ​ເຈົ້າ​ທັງ​ຫລາຍ​ຄວນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄື​ລູກ​ແກະ​ເຖິກອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ສອງ​ໂຕ ເປັນ​ເຄື່ອງ​ບູ​ຊາ​ປະ​ຈຳທຸກວັນ 4 ເຈົ້າ​ຈົ່ງ​ຖວາຍລູກ​ແກະ​ເປັນ​ເຄື່ອງ​ບູ​ຊາ​ໃນ​ຕອນ​ເຊົ້າ​ໂຕ​ນຶ່ງ ແລະ​ລູກ​ແກະ​ອີກ​ໂຕ​ນຶ່ງ​ນັ້ນ​ເຈົ້າ​ຈົ່ງ​ຖວາຍ​ບູ​ຊາ​ໃນ​ຕອນ​ແລງ 5 ແລະ​ຍອດ​ແປ້ງ​ນຶ່ງ​ສ່ວນ​ສິບ​ເອ​ຟາ​ເປັນ​ທັນ​ຍາ​ບູ​ຊາ ປົນ​ໃສ່​ກັບ​ນ້ຳ​ມັນ​ສະ​ກັດ​ນຶ່ງ​ໃນ​ສີ່​ຮີນ 6 ເປັນ​ເຄື່ອງ​ເຜົາ​ບູ​ຊາ​ ຊຶ່ງ​ໄດ້​ບັນ​ຊາ​ຕັ້ງ​ໄວ້​ທີ່​ພູ​ເຂົາ​ຊີ​ນາ​ອີ​ເປັນ​ກິ່ນ​ທີ່​ພໍພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 7 ສ່ວນ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ​ໃຫ້​ຖວາຍ​ນຶ່ງ​ໃນ​ສີ່​ຮີນ​ກັບ​ແກະ​ໂຕ​ນຶ່ງໃນ​ທີ່​ບໍ​ຣີ​ສຸດ​ເຈົ້າ​ຈົ່ງ​ຖອກ​ເຄື່ອງ​ດື່ມ​ບູ​ຊາ​ຊຶ່ງ​ເປັນ​ເຫລົ້​າ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 8 ລູກ​ແກະ​ອີກ​ໂຕ​ນຶ່ງ​ເຈົ້າ​ຈົ່ງ​ຖວາຍ​ບູ​ຊາ​ໃນ​ຕອນ​ແລງ ເຈົ້າ​ຈົ່ງ​ຖວາຍ​ບູ​ຊາ​ດ້ວຍໄຟ​ເຊັ່ນ​ດຽວ​ກັບ​ທັນ​ຍາ​ບູ​ຊາ​ຂອງ​ເວ​ລາຕອນ​ເຊົ້າ ແລະ​ເຊັ່ນ​ດຽວ​ກັບ​ເຄື່ອງ​ດື່ມ​ບູ​ຊາ​ທີ່​ຄູ່​ກັນ​ເປັນ​ກິ່ນ​ທີ່​ພໍພຣະ​ທັຍ​ພຣະ​ເຈົ້າ

ການ​ຖວາຍ​ບູ​ຊາ​ໃນ​ວັນ​ສະ​ບາ​ໂຕ

9 “ໃນ​ວັນ​ສະ​ບາ​ໂຕ​ລູກ​ແກະ​ອາ​ຍຸ​ນຶ່ງປີ​ສອງ​ໂຕ​ທີ່​ບໍ່​ມີ​ຕຳ​ຫນິ ແລະ​ຍອດ​ແປ້ງ​ສອງ​ໃນ​ສິບ​ເອ​ຟາ​ປົນ​ໃສ່​ກັບ​ນ້ຳ​ມັນ​ໃຫ້​ເປັນ​ທັນ​ຍາ​ບູ​ຊາ ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 10 ນີ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ທຸກວັນ​ສະ​ບາ​ໂຕນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ

ການ​ຖວາຍ​ບູ​ຊາ​ປະ​ຈຳ​ເດືອນ

11 “ເວ​ລາ​ຕົ້ນ​ເດືອນ​ທຸກ​ເດືອນ ເຈົ້າ​ທັງ​ຫລາຍ​ຈົ່ງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄື​ງົວ​ເຖິກສອງ​ໂຕ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ເຈັດ​ໂຕ 12 ສຳ​ລັບ​ງົວ​ໂຕ​ນຶ່ງ​ຈົ່ງ​ເອົາ​ຍອດ​ແປ້ງ​ສາມ​ໃນ​ສິບ​ເອ​ຟາ​ປົນ​ໃສ່​ນ້ຳ​ມັນ ສຳ​ລັບ​ເປັນ​ທັນ​ຍາ​ບູ​ຊາ ແລະ​ສຳ​ລັບ​ແກະ​ເຖິກ​ໂຕ​ນຶ່ງ​ນັ້ນ​ຈົ່ງ​ເອົາ​ຍອດ​ແປ້ງ​ສອງ​ໃນ​ສິບ​ປົນໃສ່​ນ້ຳ​ມັນ​ເປັນ​ທັນ​ຍາ​ບູ​ຊາ 13 ສຳ​ລັບ​ລູກ​ແກະ​ທຸກ​ໂຕ​ຈົ່ງ​ເອົາ​ຍອດ​ແປ້ງ​ນຶ່ງ​ໃນ​ສິບ​ປົນ​ໃສ່​ນ້ຳ​ມັນ​ເປັນ​ທັ​ນ​ຍາ​ບູ​ຊາ ໃຫ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 14 ສ່ວນ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ ສຳ​ລັບ​ງົວ​ໂຕ​ເຖິກ​ໂຕ​ນຶ່ງຈົ່ງ​ເອົາ​ເຫລົ້າ​ອະ​ງຸ່ນ​ເຄິ່ງ​ຮີນ ສຳ​ລັບ​ແກະ​ເຖິກ​ໂຕ​ນຶ່ງ​ຈົ່ງ​ເອົາ​ນຶ່ງ​ໃນ​ສາມ​ຮີນ ສຳ​ລັບ​ລູກ​ແກະ​ໂຕ​ນຶ່ງ​ຈົ່ງ​ເອົາ​ນຶ່ງ​ໃນ​ສີ່​ຮີນ ນີ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ປະ​ຈຳ​ເດືອນ ທຸກ​ເດືອນ​ຕລອດ​ປີ 15 ແລະ​ເອົາ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາໄຖ່​ບາບ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ນຳ​ມາ​ບູ​ຊາ​ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ​ໄຖ່ ແລະ​ເຄື່ອງ​ດື່ມ​ບູ​ຊາຄູ່​ກັນ

ການ​ຖວາຍ​ບູ​ຊາ​ໃນ​ເທ​ສ​ການ​ລ້ຽງ

16 ໃນ​ວັນ​ທີ່​ສິບ​ສີ່​ຂອງ​ເດືອນ​ທີ່​ນຶ່ງ​ເປັນ​ປັ​ສ​ຄາ​ຂອງພຣະ​ຜູ້​ເປັນ​ເຈົ້າ 17 ແລະ​ວັນ​ທີ​ສິບ​ຫ້າ​ຂອງ​ເດືອນ​ນີ້​ເປັນ​ວັນ​ການ​ລ້ຽງ ຈົ່ງ​ຮັບ​ປະ​ທານເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້​ງເຈັດ​ວັນ 18 ໃນ​ວັນ​ຕົ້ນ​ໃຫ້​ມີ​ການ​ປະ​ຊຸມ​ບໍ​ຣິ​ສຸດ ເຈົ້າ​ທັງ​ຫລາຍ​ຢ່າ​ກະ​ທຳ​ງານ​ຫນັກ​ໃນ​ວັນ​ນັ້ນ 19 ແຕ່​ຈົ່ງ​ຖວາຍ​ບູ​ຊາ​ດ້ວຍ​ໄຟ ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄື​ເອົາ​ງົວ​ຫນຸ່ມສອງ​ໂຕ ແກະ​ເຖິກ​ໂຕ​ນຶ່ງ ແລະ​ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ເຈັດ​ໂຕ ເບິ່ງ​ໃຫ້​ດີ​ວ່າ​ບໍ່​ມີ​ຕໍາ​ຫນິ 20 ແລະ​ເອົາ​ຍອດ​ແປ້ງ​ປົນ​ໃສ່ນ້ຳ​ມັນ​ເປັນ​ທັນ​ຍາ​ບູ​ຊາ​ຂອງ​ສັດ​ເຫລົ່າ​ນີ້ ສຳ​ລັບ​ງົວ​ເຖິກ​ໂຕ​ນຶ່ງ​ເຈົ້າ​ຈົ່ງ​ຖວາຍ​ສາມ​ໃນ​ສິບ​ເອ​ຟາ ແລະ​ສຳ​ລັ​ບ​ແກະ​ເຖິກ​ໂຕ​ນຶ່ງ​ສອງ​ໃນ​ສິບ 21 ສຳ​ລັບ​ລູກ​ແກະ​ໂຕ​ນຶ່ງ​ໃນ​ຈຳ​ນວນ​ເຈັດ​ໂຕ​ນັ້ນ ຈົ່ງ​ເອົາ​ແປ້ງ​ນຶ່ງ​ໃນ​ສິ​ບ 22 ແລະ​ເອົາ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ເຈົ້າ 23 ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ບູ​ຊາ​ເຫລົ່າ​ນີ້ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ​ໃນ​ຕອນ​ເຊົ້າ ຊຶ່ງ​ເປັນ​ເຄື່ອງ​ບູ​ຊາ 24 ໃນ​ທຳ​ນອງ​ດຽວ​ກັນ ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ບູ​ຊາ​ທຸກ​ວັນ​ຕລອດ​ທັງ​ເຈັດ​ວັນ ຄື​ຖວາຍ​ອາ​ຫານ​ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຖວາຍ​ບູ​ຊາ​ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 25 ແລະ​ໃນ​ວັນ​ທີ່​ເຈັດ​ພວກ​ເຈົ້າ​ຈົ່ງ​ມີ​ການ​ປະ​ຊຸມ​ບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ງານ​ຫນັກ​ໃນ​ວັນ​ນັ້ນ 26 “ໃນ​ວັນ​ຖວາຍ​ຜົນ​ຣຸ່ນ​ແຣກ ເມື່ອ​ເຈົ້າ​ເອົາ​ເຂົ້າ​ໃຫມ່​ມາ​ເປັນ​ທັນ​ຍາ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເທ​ສ​ການ​ປັ​ສຄານັ້ນ ເຈົ້າ​ຈົ່ງ​ມີ​ການ​ປະ​ຊຸມ​ບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ງານ​ຫນັກ​ໃນ​ວັນ​ນັ້ນ 27 ແຕ່​ຈົ່ງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ໃຫ້​ເປັນ​ກິ່ນ​ພໍ​ພຣະ​ທັຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄື​ຖວາຍ​ງົວ​ຫນຸ່ມ​ສອງ​ໂຕ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ເຈັດ​ໂຕ 28 ແລະ​ຖວາຍຍອດ​ແປ້ງ​ປົນ​ໃສ່ນ້ຳ​ມັນ​ເປັນ​ທັນ​ຍາ​ບູ​ຊາ ຄືສຳ​ລັບ​ງົວ​ໂຕ​ນຶ່ງ​ຖວາຍ​ແປ້ງ​ສາມ​ໃນ​ສິບ​ເອ​ຟາ ສໍາ​ລັບ​ແກະ​ເຖິກ​ໂຕ​ນຶ່ງ​ນັ້ນ​ສອງ​ໃນ​ສິບ 29 ສຳ​ລັບລູກແກະ​ເຈັດ​ໂຕ ໂຕ​ລະ​ນຶ່ງ​ໃນ​ສິບ 30 ພ້ອມ​ກັບ​ແບ້​ເຖິກ​ໂຕ​ນຶ່ງ​ສຳ​ລັ​ບ​ລົບມົນ​ທິນ​ຂອງ​ເຈົ້າ 31 ນອກ​ຈາກ​ເຄື່ອງ​ເຜົາ​ບູ​ຊາ ແລະ​ທັນ​ຍາ​ບູ​ຊາ​ຄູ່​ກັນ​ນັ້ນ ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ບູ​ຊາ​ເຫລົ່າ​ນີ້​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ດ້ວຍ ເບິ່ງ​ໃຫ້​ດີ​ວ່າ​ໃຫ້​ປາ​ສ​ຈາກ​ຕຳ​ຫນິ

ຈົດບັນຊີ 29

1 “ໃນ​ວັນ​ທີ່​ນຶ່ງ​ເດືອນ​ທີ່​ເຈັດ​ເຈົ້າ​ຈົ່ງ​ມີ​ການ​ປະ​ຊຸມບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ງານ​ຫນັກ ເປັນ​ວັນ​ໃຫ້​ເຈົ້າ​ທັງ​ຫລາຍ​ເປົ່າ​ແກ 2 ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ເປັນ​ກີ່ນ​ຫອມ​ພໍ​ພຣະ​ທັຍ​ພຣະ​ຜູ້​ເປັ​ນ​ເຈົ້າ ຄື​ຖວາຍ​ງົວ​ເຖິກ​ໂຕ​ນຶ່ງ ແກະ​ຜູ້​ໂຕ​ນຶ່ງ ລູກ​ແກະ​ເຖິກອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ເຈັດ​ໂຕ 3 ແລະ​ຖວາຍຍອດ​ແປ້ງ​ປົນໃສ່​ນ້ຳ​ມັນ​ເປັນ​ທັນຍາ​ບູ​ຊາ​ຄື​ສຳ​ລັບ​ງົວ​ເຖິກ​ນັ້ນ ຈົ່ງ​ຖວາຍ​ແປ້ງ​ສາມ​ໃນ​ສິບ​ເອ​ຟາ ສຳ​ລັບ​ແກະ​ເຖິກໂຕ​ນັ້ນ​ສອງ​ໃນ​ສິບ 4 ລູກແກະ​ເຈັດ​ໂຕ ໂຕ​ລະ​ນຶ່ງ​ໃນ​ສິບ 5 ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ເພື່ອ​ລົບມົນ​ທິນ​ບາບ​ຂອງ​ເຈົ້າ 6 ໃຫ້​ຖວາຍ​ສິ່ງ​ເຫລົ່າ​ນີ້​ຕື່ມ​ໃສ່ເຄື່ອງ​ເຜົາ​ບູ​ຊາ​ໃນ​ມື້​ຂ້າງ​ຂຶ້ນ ແລະ​ທັນ​ຍາ​ບູ​ຊາ​ຄູ່​ກັນ​ ແລະ​ເຄື່ອງ​ເຜົາ​ບູ​ຊາ​ຄູ່​ກັບ​ທັນ​ຍາ​ບູ​ຊາ ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ ຕາມ​ກົດ​ຫມາຍ​ເຄື່ອງ​ບູ​ຊາ​ເຫລົ່າ​ນີ້ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ເປັນ​ເຄື່ອງ​ບູ​ຊາ​ດ້ວຍ​ໄຟ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 7 “ໃນ​ວັນທີ່​ສິບ​ເດືອນ​ທີ່​ເຈັດ​ນີ້ ເຈົ້າ​ທັງ​ຫລາຍ​ຈົ່ງ​ມີ​ການປະ​ຊຸມບໍ​ຣິ​ສຸດ ເຈົ້າ​ຈົ່ງ​ບັງ​ຄັບ​ຈິດ​ໃຈ​ຂອງ​ເຈົ້າ ຢ່າ​ທຳ​ການ​ງານ​ສິ່ງ​ໃດ 8 ແຕ່​ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ ຄື​ຖວາຍ​ງົວ​ຫນຸ່ມ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ເຈັດ​ໂຕ ເຈົ້າ​ຢ່າ​ໃຫ້​ມີ​ຕຳ​ຫນິ 9 ແລະ​ຍອດ​ແປ້ງ​ປົນ​ໃສ່​ນ້ຳ​ມັນ​ເປັນ​ທັນ​ຍາ​ບູ​ຊາ ສຳ​ລັບ​ງົວ​ໂຕ​ນັ້ນ​ຖວາຍ​ແປ້ງ​ສາມ​ໃນ​ສິບ​ເອ​ຟາ ສຳ​ລັບ​ແກະ​ເຖິກ​ໂຕ​ນຶ່ງ​ນັ້ນ​ສອງ​ໃນ​ສິບ 10 ສຳ​ລັບ​ລູກ​ແກະ​ເຈັດໂຕ​ນັ້ນ ໂຕ​ລະ​ນຶ່ງ​ໃນ​ສິບ 11 ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ລົບ​ມົນ​ທິນ ແລະ​ເຄື່ອງ​ເຜົາ​ບູ​ຊາ​ຊຶ່ງ​ຄູ່​ກັບ​ທັນ​ຍາ​ບູ​ຊາ ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 12 “ໃນ​ວັນ​ທີ່​ສິບ​ຫ້າ​ເດືອນ​ທີ່​ເຈັດ ເຈົ້າ​ທັງ​ຫລາຍ​ຈົ່ງ​ມີ​ການ​ປະ​ຊຸມ​ບໍ​ຣິ​ສຸດ ເຈົ້າ​ຢ່າ​ທຳ​ງານ​ຫນັກ ແລະ​ເຈົ້າ​ຈົ່ງ​ມີ​ການ​ລ້ຽງ​ເຈັດ​ວັນແດ່​ພຣະ​ຜູ້​ເປັນ​ເຈົ້າ 13 ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ພຣະຜູ້​ເປັນ​ເຈົ້າ ຄື​ງົວ​ຫນຸ່ມ​ສິບ​ສາມ​ໂຕ ແກະ​ເຖິກສອງໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ສິບ​ສີ່​ໂຕ ສັດ​ເຫລົ່າ​ນີ້​ຢ່າ​ໃຫ້​ມີ​ຕຳ​ຫນິ 14 ແລະ​ຖວາຍຍອດ​ແປ້ງ​ປົນໃສ່​ນ້ຳ​ມັນ​ເປັນ​ທັນ​ຍາ​ບູ​ຊາ​ຄູ່​ກັນ ສຳ​ລັ​ບ​ງົວ​ສິບ​ສາມ​ໂຕ ໂຕນຶ່ງ​ຖວາຍ​ແປ້ງ​ສາມ​ໃນ​ສິບ​ເອ​ຟາ ສຳ​ລັ​ບ​ແກະ​ເຖິກ​ສອງ​ໂຕ ໂຕ​ລະ​ສອງ​ໃນ​ສິບ 15 ສຳ​ລັບ​ລູກ​ແກະ​ສິບ​ສີ່​ໂຕ ໂຕ​ລະ​ນຶ່ງ​ໃນສິບ 16 ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ຊຶ່ງ​ຄູ່​ກັບ​ທັນ​ຍາ​ບູ​ຊາ ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 17 “ໃນ​ວັນທີ່​ສອງ​ຈົ່ງ​ຖວາຍງົວ​ຫນຸ່ມສິບ​ສອງ​ໂຕ ແກະ​ເຖິກ​ສອງ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕໍາ​ຫນິ​ສິບ​ສີ່​ໂຕ 18 ກັບ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ​ສຳ​ລັບ​ງົວ ແກະ​ເຖິກ ແລະ​ລູກ​ແກະ​ນັ້ນ​ຕາມ​ຈຳ​ນວນ​ຕາມ​ກົດ​ຫມາຍ 19 ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ຊຶ່ງຄູ່ກັບ​ທັ​ນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 20 “ໃນ​ວັນທີ່​ສາມຈົ່ງ​ຖ​ວາຍ​ງົວ​ສິບ​ເອັດ​ໂຕ ແກະ​ເຖິກ​ສອງ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ສິບ​ສີ່​ໂຕ 21 ກັບ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ ສຳ​ລັບ​ງົວ​ ແກະ​ເຖິກ ແລະ​ລູກ​ແກະ​ນັ້ນ ຕາມ​ຈຳ​ນວນ​ຕາມ​ກົດ​ຫມາຍ 22 ແລະ​ຖວາຍ​ແບ້ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ຊຶ່ງ​ຄູ່​ກັບ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 23 “ໃນ​ວັນ​ທີ່​ສີ່​ຈົ່ງ​ຖວາຍ​ງົວ​ສິບ​ໂຕ ແກະ​ເຖິກ​ສອງ​ໂຕ ລູ​ກ​ແກະ​ເຖິ​ກອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ສິບ​ສີ່​ໂຕ 24 ກັບ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ ສຳ​ລັບ​ງົວ ແກະ​ເຖິກ ແລະ​ລູກ​ແກະ​ນັ້ນ ຕາມ​ຈຳ​ນວນ ຕາມ​ກົດ​ຫມາຍ 25 ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອເຄື່ອງ​ເຜົາ​ບູ​ຊາ ຊຶ່ງ​ຄູ່​ກັບ​ທັ​ນຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 26 “ໃນວັນ​ທີ່​ຫ້າ​ຈົ່ງ​ຖວາຍ​ງົວ​ເກົ້າ​ໂຕ ແກະ​ເຖິກ​ສອງ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ສິບ​ສີ່​ໂຕ 27 ກັບ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ ສຳ​ລັບ​ງົວ ແກະ​ເຖິກ ແລະ​ລູກ​ແກະ​ນັ້ນ ຕາມ​ຈຳ​ນວນ​ຕາມ​ກົດ​ຫມາຍ 28 ແລະຖວາຍ​ແບ້​ເຖິກໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ຊຶ່ງ​ຄູ່​ກັບ​ທັ​ນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 29 “ໃນ​ວັນ​ທີ່​ຫົກ​ຈົ່ງ​ຖວາຍ​ງົວ​ແປດ​ໂຕ ແກະ​ເຖິກ​ສອງ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ສິບ​ສີ່​ໂຕ 30 ກັບທັນ​ຍາ​ບູ​ຊາ ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ ສຳ​ລັບ​ງົວ ແກະ​ເຖິກ ແລະ​ລູກ​ແກະ​ນັ້ນ ຕາມ​ຈຳ​ນວນ​ຕາມ​ກົດ​ຫມາຍ 31 ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ຊຶ່ງ​ຄູ່​ກັບ​ທັ​ນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 32 “ໃນ​ວັນ​ທີ່​ເຈັດ​ເຈົ້າ​ຈົ່ງ​ຖວາຍ​ງົວ​ເຈັດ​ໂຕ ແກະ​ເຖິກ​ສອງ​ໂຕ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ສິບ​ສີ່​ໂຕ 33 ກັບ​ທັ​ນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ ສຳ​ລັບ​ງົວ ແກະ​ເຖິກ ແລະ​ລູກ​ແກະ​ນັ້ນ ຕາມ​ຈຳ​ນວນ​ຕາມ​ກົດ​ຫມາຍ 34 ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ຊຶ່ງ​ຄູ່​ກັບ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 35 “ໃນ​ວັນ​ທີ່​ແປດ​ເຈົ້າ​ຈົ່ງ​ມີ​ການ​ປະ​ຊຸມ​ຕາມ​ພິ​ທີ ເຈົ້າ​ຢ່າ​ທຳ​ງານ​ຫນັກ 36 ແຕ່​ເຈົ້າ​ຈົ່ງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ເຄື່ອງ​ບູ​ຊາ​ດ້ວຍ​ໄຟ ເປັນ​ກິ່ນ​ທີ່​ພໍ​ພຣະ​ທັຍ​ພຣະ​ຜູ້​ເປັ​ນ​ເຈົ້າ ຄື​ງົວ​ເຖິກ​ໂຕ​ນຶ່ງ ແກະ​ເຖິກ​ໂຕ​ນຶ່ງ ລູກ​ແກະ​ເຖິກ​ອາ​ຍຸ​ນຶ່ງ​ປີ​ບໍ່​ມີ​ຕຳ​ຫນິ​ເຈັດ​ໂຕ 37 ແລະ​ຖວາຍ​ທັນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ​ນັ້ນ ສຳ​ລັບ​ງົວ ແກະ​ເຖິກ ແລະ​ລູກ​ແກະ​ເຖິກ​ນັ້ນ ຕາມ​ຈຳ​ນວນ​ຕາມ​ກົດ​ຫມາຍ 38 ແລະ​ຖວາຍ​ແບ້​ເຖິກ​ໂຕ​ນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ນອກ​ເຫນືອ​ເຄື່ອງ​ເຜົາ​ບູ​ຊາ ຊຶ່ງ​ຄູ່​ກັບ​ທັ​ນ​ຍາ​ບູ​ຊາ​ແລະ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັນ 39 “ສິ່ງ​ເຫລົ່າ​ນີ້​ເຈົ້າ​ທັງ​ຫລາຍ​ຈົ່ງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ເທ​ສ​ການ​ຂອງ​ເຈົ້າ ເພີ້ມ​ເຂົ້າ​ກັບ​ການ​ຖວາຍ​ແກ້​ບົນ​ຂອງ​ເຈົ້າ ແລະ​ການ​ຖວາຍ​ດ້ວຍ​ໃຈ​ສ​ມັກ​ຂອງ​ເຈົ້າ ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ເຈົ້າ ເຄື່ອງ​ທັ​ນ​ຍາ​ບູ​ຊາ​ຂອງ​ເຈົ້າ ເຄື່ອງ​ດື່ມ​ບູ​ຊາ​ຂອງ​ເຈົ້າ ແລະ​ເຄື່ອງ​ສານ​ຕິ​ບູ​ຊາ​ຂອງ​ເຈົ້າ” 40 ແລະ​ໂມ​ເຊ​ໄດ້​ບອກ​ຄົນ​ອິສ​ຣາ​ເອນຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ທ່ານ​ໄວ້​ທຸກ​ປະ​ການ

ຈົດບັນຊີ 30

ກົດ​ຫມາຍ​ເຣື່ອງ​ການ​ສາ​ບານ​ຂອງ​ສ​ຕ​ຣີ

1 ໂມ​ເຊ​ໄດ້​ເວົ້າ​ກັບ​ຫົວ​ຫນ້າ​ເຜົ່າ​ຄົນ​ອິສ​ຣາ​ເອນ​ວ່າ, “ນີ້​ເປັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ 2 ເມື່ອ​ຜູ້​ໃດ​ສາ​ບານ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ຫລື​ໃຫ້ສັ​ຕ​ສາ​ບານ​ຜູກ​ມັດ​ຕົວ​ໄວ້​ດ້ວຍ​ຄຳ​ສັນ​ຍາຢ່າງນຶ່ງ​ຢ່າງ​ໃດ ຢ່າ​ໃຫ້​ເຂົາ​ເສັຽວາ​ຈາ ເຂົາ​ຕ້ອງ​ກະ​ທຳ​ຕາມ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ເຂົາ​ທັງສິ້ນ 3 ຫລື​ເມື່ອ​ສ​ຕ​ຣີ​ຄົນ​ນຶ່ງ​ຄົນ​ໃດ​ບົນ​ໄວ້​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຜູກ​ມັດ​ຕົນ​ເອງ​ໄວ້​ດ້ວຍ​ຄຳ​ສັນ​ຍາ ເມື່ອ​ນາງ​ຍັງ​ສາວ​ຢູ່​ໃນ​ເຮືອນ​ບິ​ດາ 4 ແລະ​ບິ​ດາ​ຂອງ​ນາງ​ໄດ້​ຍິນ​ຄຳ​ທີ່​ນາງ​ບົນ​ໄວ້ ແລະ​ຄຳ​ສັນ​ຍາ​ທີ່​ນາງ​ຜູກ​ມັດ​ຕົນ​ເອງ​ ແຕ່​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ກັບ​ນາງ ກໍ​ໃຫ້​ຄຳ​ທີ່​ບົນໄວ້​ນັ້ນ​ຄົງ​ຢູ່ ແລະ​ໃຫ້​ຄຳ​ສັນ​ຍາ​ທີ່​ຜູກ​ມັດ​ໄວ້​ນັ້ນ​ຄົງ​ຢູ່ 5 ແຕ່​ຖ້າ​ບິ​ດາ​ຂອງ​ນາງ​ຄັດ​ຄ້ານ​ໃນ​ວັນ​ທີ່​ເຂົາ​ໄດ້​ຍິນ​ນັ້ນ ການ​ທີ່​ນາງ​ບົນ​ໄວ້​ກໍ​ດີ ຄຳ​ສັນ​ຍາ​ທີ່​ຜູກ​ມັດ​ນາງ​ໄວ້​ກໍ​ດີ ຍ່ອມ​ບໍ່​ຄົງ​ຢູ່ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອະ​ພັຍ​ໃຫ້​ແກ່ນາງ ເພາະ​ບິ​ດາ​ຂອງ​ນາງ​ໄດ້​ຄັດ​ຄ້ານ​ນາງ​ໄວ້ 6 ແລະ​ຖ້າ​ນາງ​ແຕ່ງ​ງານ​ມີ​ຜົວແລ້ວ ສິ່ງ​ທີ່​ນາງ​ບົນ​ໄວ້ ຫລື​ຄຳ​ເວົ້າ​ທີ່​ບໍ່​ທັນ​ຄິດ​ຊຶ່ງ​ຜູກ​ມັດ​ນາງ 7 ຝ່າຍ​ຜົວ​ກໍ​ໄດ້​ຍິນ​ແລ້ວ ແລະ​ໃນ​ມື້​ທີ່​ໄດ້​ຍິນ​ເຂົາ​ກໍ​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ກັບ​ນາງ ສິ່ງ​ທີ່​ນາງ​ບົນ​ໄວ້​ນັ້ນ​ຍ່ອມ​ຄົງ​ຢູ່ ແລະ​ຄຳ​ສັນ​ຍາ​ທີ່​ຜູກ​ມັດຕົວນາງ​ກໍ​ຄົງ​ຢູ່​ດ້ວຍ 8 ແຕ່​ຖ້າ​ໃນ​ມື້​ນັ້ນ​ຜົວມາ​ໄດ້​ຍິນ​ເຂົ້າ ​ແລະ​ເຂົາ​ຄັດ​ຄ້ານ ກໍ​ທຳ​ໃຫ້​ຄຳ​ທີ່​ນາງ​ບົນ​ໄວ້​ນັ້ນ​ເປັນ​ໂມ​ຄະ ທັງ​ຄຳ​ເວົ້າ​ທີ່​ບໍ່​ທັນ​ຄິດ​ຂອງ​ນາງ​ຊຶ່ງ​ຜູກ​ມັດ​ນາງ​ນັ້ນ​ກໍ​ເປັນ​ໂມ​ຄະ​ດ້ວຍ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ອະພັຍໃຫ້​ແກ່​ນາງ 9 ແຕ່​ຄຳ​ບົນ​ບານ​ທີ່​ແມ່​ຫມ້າຍ​ຫລື​ແມ່​ຮ້າງ​ກະ​ທຳ​ໄວ້​ຫລື​ຄຳ​ໃດ​ທີ່​ນາງ​ເວົ້າ​ຜູກ​ມັດ​ຕົນ​ເອງ ຄຳ​ເວົ້າ​ນັ້ນ​ຍ່ອມ​ຄົງ​ຢູ່ 10 ແລະ​ຖ້າ​ນາງ​ບົນ​ໄວ້​ໃນ​ບ້ານ​ຜົວຂອງ​ນາງ ຫລື​ໃຫ້​ສັນ​ຍາ​ດ້ວຍ​ສັ​ຕ​ສາ​ບານ​ຜູກ​ມັດ​ຕົນ​ເອງ​ໄວ້ 11 ແລະ​ຜົວຂອງ​ນາງ​ໄດ້​ຍິນ​ແລ້ວ ແຕ່​ບໍ່​ວ່າ​ສິ່ງ​ໃດ​ແກ່​ນາງ ແລະ​ບໍ່​ຄັດ​ຄ້ານ​ນາງ ຄຳ​ບົນ​ບານ​ຂອງ​ນາງ​ທັງ​ສິ້ນ​ຍ່ອມ​ຄົງ​ຢູ່ ແລະ​ຄຳ​ສັນ​ຍາ​ທຸກ​ຢ່າງ​ຊຶ່ງ​ນາງ​ຜູກ​ມັດ​ຕົົນ​ເອງ​ຍ່ອມ​ຄົງ​ຢູ່ 12 ແຕ່​ຖ້າ​ຜົວ​ຂອງ​ນາງ​ໄດ້​ກະ​ທຳ​ໃຫ້​ບໍ່​ຄົງ​ຢູ່​ຫລື​ເປັນ​ໂມ​ຄະ​ໃນ​ມື້​ທີ່​ເຂົາ​ໄດ້​ຍິນ​ແລ້ວ ສິ່ງ​ໃດ​ທີ່​ອອກ​ຈາກ​ປາກ​ຂອງ​ນາງ​ກ່ຽວ​ດ້ວຍ​ຄຳ​ບົນ​ບານ​ຫລື​ກ່ຽວ​ດ້ວຍ​ຄຳ​ສັນ​ຍາ​ຂອງ​ນາງ​ຍ່ອມ​ບໍ່​ຄົງ​ຢູ່ ຜົວ​ຂອງ​ນາງ​ໄດ້​ກະ​ທຳ​ໃຫ້​ເປັນ​ໂມ​ຄະ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ອະ​ພັຍ​ໃຫ້​ແກ່​ນາງ 13 ຄຳ​ບົນ​ບານ​ຫລື​ຄຳ​ສັ​ຕ​ສາ​ບານ​ທີ່​ຈະ​ບັງ​ຄັ​ບ​ຈິດ​ໃຈ​ນາງ​ເອງ ຜົວຂອງ​ນາງ​ຍ່ອມ​ໃຫ້​ຄົງ​ຢູ່​ຫລື​ໃຫ້​ເປັນ​ໂມ​ຄະ​ໄດ້ 14 ແຕ່​ຖ້າ​ຜົວຂອງ​ນາງ​ບໍ່​ກ່າວ​ສິ່ງ​ໃດ​ແກ່​ນາງ​ມື້​ແລ້ວ​ມື້​ເລົ່າ ເຂົາ​ຍ່ອມ​ກະ​ທຳ​ໃຫ້​ຄຳ​ບົນ​ບານ​ແລະ​ຄຳ​ສັນ​ຍາ​ທັງ​ສິ້ນ​ຂອງ​ນາງ​ຊຶ່ງ​ຈະ​ຕົກ​ແກ່​ນາງ​ໃຫ້​ຄົງ​ຢູ່ ເພາະ​ເຂົາ​ບໍ່​ເວົ້າ​ສິ່ງ​ໃດ​ໃນ​ມື້​ທີ່​ເຂົາ​ໄດ້​ຍິນ ເຂົາ​ຈຶ່ງ​ກະ​ທຳ​ໃຫ້​ຄົງ​ຢູ່ 15 ແຕ່​ຖ້າ​ພາຍ​ຫລັງ​ທີ່​ເຂົາ​ໄດ້​ຍິນ​ແລ້ວ​ມາ​ກະ​ທຳ​ໃຫ້​ບໍ່​ຄົງ​ຢູ່​ຫລື​ເປັນ​ໂມ​ຄະ ເຂົາ​ຍ່ອມ​ຕ້ອງ​ຮັບ​ຄວາມ​ຜິດ​ຂອງ​ນາງ” 16 ຂໍ້​ຄວາມ​ເຫລົ່າ​ນີ້​ເປັນ​ກົດ​ເກນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້ ເປັນ​ເຣື່ອງ​ລະ​ຫວ່າງ​ຊາຍ​ກັບ​ເມັຽ​ຂອ​ງ​ເຂົາ ເຣື່ອງ​ລະ​ຫວ່າງ​ບິ​ດາ​ກັບ​ບຸດ​ຕ​ຣີ ຂະ​ນະ​ເມື່ອ​ນາງ​ຍັງ​ສາວ​ຢູ່ ຍັງ​ຢູ່​ໃນ​ເຮືອນບິ​ດາ​ຂອງ​ນາງ

ຈົດບັນຊີ 31

ອິສ​ຣາ​ເອນ​ແກ້​ແຄ້ນ​ຄົນ​ມີ​ດີ​ອານ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ແກ້​ແຄ້ນ​ຄົນ​ມີ​ດີ​ອານ​ເພື່ອ​ຄົນ​ອິສ​ຣາ​ເອນ ແລ້ວ​ພາຍ​ຫລັງ​ເຈົ້າ​ຈະ​ຖືກຮວບ​ໃຫ້​ໄປ​ຢູ່​ກັບ​ປະ​ຊາ​ຊົນ​ຂອງ​ເຈົ້າ 3 ແລະ​ໂມ​ເຊ​ກ່າວ​ກັບ​ປະ​ຊາ​ຊົນ​ວ່າ “ຈົ່ງຕຽມ​ຄົນ​ບາງ​ຄົນ​ໃນ​ພວກ​ເຈົ້າ​ໃຫ້​ພ້ອມ​ດ້ວຍອາ​ວຸດ​ເພື່ອ​ທຳ​ສົງ​ຄາມ ແລ້ວ​ຍົກ​ໄປ​ສູ້​ພວກ​ມີ​ດີ​ອານ ເພື່ອ​ກະ​ທຳ​ການ​ແກ້​ແຄ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຄົນ​ມີ​ດີ​ອານ 4 ເຈົ້າ​ຈົ່ງ​ສົ່ງ​ຄົນ​ຈາກ​ເຜົ່າ​ອິສ​ຣາ​ເອນ​ເຜົ່າ​ລະ​ພັນ​ຄົນ​ເຂົ້າ​ທຳ​ສົງ​ຄາມ” 5 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຈັດ​ຄົນ​ຈາກ​ອິສ​ຣາ​ເອນ​ທີ່​ນັບ​ພັນໆ​ນັ້ນ​ເຜົ່າ​ລະ​ພັນ​ຄົນ ເປັນ​ຄົນ​ຫ​ມື່ນ​ສອງ​ພັນ​ພ້ອມ​ດ້ວຍ​ອາ​ວຸດ​ເພື່ອ​ເຂົ້າ​ສົງ​ຄາມ 6 ແລະ​ໂມ​ເຊ​ສົ່ງ​ຄົນ​ເຜົ່າ​ລະ​ພັນ​ຄົນ​ອອກ​ໄປ​ທຳ​ສົງ​ຄາມ​ ທັງ​ຄົນ​ເຫລົ່າ​ນັ້ນ​ກັບ​ຟີ​ເນ​ຮັ​ສ​ບຸດ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ ພ້ອມ​ກັບ​ເຄື່ອງ​ໃຊ້​ຂອງ​ສະ​ຖານ​ນະ​ມັ​ສ​ການ ແລະ​ມີ​ແກ​ປຸກ​ຢູ່​ໃນ​ມື 7 ເຂົາ​ທຳ​ສົງ​ຄາມ​ຕໍ່​ສູ້​ຄົນ​ມີ​ດີ​ອານ ດັ່ງ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊແລະ​ໄດ້​ຂ້າ​ຜູ້​ຊາຍ​ເສັຽ​ທຸກ​ຄົນ 8 ເຂົາ​ໄດ້​ປະ​ຫານ​ຊີ​ວິດ​ບັນ​ດາ​ກະ​ສັດ​ຄົນ​ມີ​ດີ​ອານ​ພ້ອມກັບ​ຄົນ​ອື່ນ​ທີ່​ເຂົາ​ຂ້າ​ເສັຽ ມີ​ເອ​ວີ ເຣ​ເຄມ ຊູ​ຣ໌ ຮູ​ຣ໌ ແລະ​ເຣ​ບາ​ກະ​ສັດ​ທັງ​ຫ້າ​ແຫ່ງ​ຄົນ​ມີ​ດີ​ອານ ແລະ​ໄດ້​ປະ​ຫານ​ຊີ​ວິດ​ບາ​ລາ​ອາມ​ບຸດ​ເບ​ໂອ​ເສັຽດ້ວຍດາບ 9 ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ຈັບ​ສ​ຕ​ຣີ​ຊາວ​ມີ​ດີ​ອານ​ມາ​ເປັນ​ຊະ​ເລີຍ ພ້ອມກັ​ບ​ພວກ​ເດັກ​ນ້ອຍ​ທັງ​ຫລາຍ ແລະ​ຍຶດເອົາ​ຝູງ​ງົວ ຝູງ​ແບ້ ແກະ​ຕລອດ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ ເປັນ​ຊັບ​ທີ່​ປຸ້ນ​ໄດ້ 10 ແລະ​ເອົາ​ໄຟ​ເຜົາ​ເມືອງ​ທີ່​ອາ​ໄສ​ຂອງ​ເຂົາ ແລະ​ເຜົາ​ຄ້າຍ​ທັງ​ສິ້ນ​ຂອງ​ເຂົາ​ເສັຽດ້ວຍ 11 ແລ້ວ​ເກັບ​ບັນ​ດາ​ຂອງ​ທີ່​ຍຶດ​ໄດ້​ແລະ​ຊັ​ບ​ທີ່​ປຸ້ນ​ໄດ້​ທັງ​ຄົນ​ແລະ​ສັດ​ໄປ​ເສັຽ​ສິ້ນ 12 ແລ້ວ​ເຂົາ​ນໍາ​ຊະ​ເລີຍ ແລະ​ຊັບ​ສີນ​ທີ່​ປຸ້ນ​ໄດ້​ກັບ​ຂອງ​ທີ່​ຍຶດ​ໄດ້​ທັງ​ຫມົດ​ມາຫາ​ໂມ​ເຊ ແລະ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ ແລະ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທີ່​ຄ້າຍ​ໃນ​ທົ່ງ​ໂມ​ອາບຮີມ​ແມ່​ນ້ຳ​ຈໍ​ແດນ​ທີ່​ເມືອງ​ເຢ​ຣີ​ໂກ

ຍົກ​ທັບ​ກັບ​ຄືນ​ມາ

13 ໂມ​ເຊ​ແລະ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ​ແລະ​ບັນ​ດາ​ຫົວ​ຫນ້າ​ແຫ່ງ​ຄົນ​ອິສ​ຣາ​ເອນ​ອອກ​ໄປ​ຕ້ອນ​ຮັບ​ເຂົາ​ນອກ​ຄ້າຍ 14 ແລະ​ໂມ​ເຊ​ໄດ້​ຮ້າຍ​ພວກ​ນາຍ​ທະ​ຫານ ຄື​ນາຍ​ພັນ​ແລະ​ນາຍ​ຮ້ອຍ​ຜູ້​ກັບ​ຈາກ​ການ​ທຳ​ສົງ​ຄາມ 15 ໂມ​ເຊ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ທ່ານ​ທັງ​ຫລາຍ​ໄດ້​ໄວ້​ຊີ​ວິດ​ພວກ​ຜູ້​ຍິງ​ທັງ​ຫມົດ​ຫລື 16 ເບິ່ງ​ແມ໋, ໂດຍ​ຄຳ​ປຶກ​ສາ​ຂອງ​ບາ​ລາ​ອາມ ຍິງ​ເຫລົ່າ​ນີ້​ໄດ້​ກະ​ທຳ​ໃຫ້​ຄົນ​ອິສ​ຣາ​ເອນ​ຫລົງ​ກະ​ທຳ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເຣື່ອງ​ເປ​ໂອຣ໌ ແລະ​ໄພ​ວິ​ບັດ​ຈຶ່ງ​ໄດ້​ເກີດ​ຂຶ້ນ​ຖ້າມ​ກາງ​ຊຸມ​ນຸມ​ຊົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 17 ເພາະ​ສະ​ນັ້ນ​ຈົ່ງ​ປະ​ຫານ​ຊີ​ວິດ​ເດັກນ້ອຍ​ຜູ້​ຊາຍ​ເສັຽ​ທຸກ​ຄົນ ແລະ​ປະ​ຫານ​ຊີ​ວິດ​ຜູ້​ຍິງ​ຊຶ່ງ​ໄດ້​ຮວມ​ກັບ​ຜູ້​ຊາຍ​ເສັຽ​ທຸກ​ຄົນ 18 ແຕ່​ຈົ່ງ​ໄວ້​ຊີ​ວິດ​ເດັກ​ຜູ້​ຍິງ​ທີ່​ຍັງ​ບໍ່​ໄດ້​ຮ່ວມ​ກັບ​ຜູ້​ຊາຍ​ໄວ້​ສຳ​ລັບ​ທ່ານ​ທັງ​ຫລາຍ​ເອງ 19 ຈົ່ງ​ຢູ່​ພາຍນອກ​ຄ້າຍ​ເຈັດ​ວັນ ທ່ານ​ຜູ້​ໃດ​ທີ່​ໄດ້​ຂ້າ​ຄົນ ແລະ​ທ່ານ​ຜູ້​ໃດ​ທີ່​ໄດ້​ແຕະ​ຕ້ອງ​ຜູ້​ທີ່​ຖືກ​ຂ້າ ຈົ່ງ​ຊຳ​ຮະ​ຕົວ​ແລະ​ຊະ​ເລີຍ​ຂອງ​ຕົວ​ໃນ​ວັນ​ທີ່​ສາມ​ແລະ​ວັນ​ທີ່​ເຈັດ 20 ທ່າ​ນຕ້ອງ​ຊຳ​ຮະ​ເຄື່ອງ​ແຕ່ງ​ກາຍ​ທຸກ​ໆ​ໂຕ ເຄື່ອງຫນັງ​ສັດ​ທຸກ​ໂຕ ແລະ​ເຄື່ອງ​ຂົນ​ແບ້​ທັງ​ຫມົດ​ແລະ​ເຄື່ອງ​ທຸກ​ສິ່ງທີ່​ທຳ​ດ້ວຍ​ໄມ້​ 21 ແລະ​ເອ​ເລອາ​ຊາ​ປະ​ໂຣ​ຫິດ​ໄດ້​ກ່າວ​ແກ່​ທະ​ຫານ​ຜູ້​ອອກ​ໄປ​ທຳ​ສົງ​ຄາມ​ວ່າ, “ນີ້​ເປັນ​ກົດ​ພຣະ​ທັມ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ໂມ​ເຊ 22 ສຳ​ລັບ​ທອງ​ຄຳ ເງິນ ທອງ​ສຳ​ຣິດ ເຫລັກ ຊື່ນ ແລະ​ຂີ້​ກົ່ວ 23 ທຸກ​ສິ່ງ​ທີ່​ທົນ​ຕໍ່​ໄຟ​ໄດ້ ເຈົ້າ​ທັງ​ຫລາ​ຍ​ຈົ່ງ​ລວກ​ເສັຽດ້ວຍ​ໄຟ ແລ້ວ​ຈະ​ສະ​ອາດ ຢ່າງ​ໃດ​ກໍ​ດີ​ຕ້ອງ​ເອົາ​ນ້ຳ​ລ້າງ​ມົນ​ທິນ​ຊຳ​ຮະ​ດ້ວຍ ແລະ​ສິ່ງ​ໃດ​ທີ່​ທົນ​ໄຟ​ບໍ່​ໄດ້​ທ່ານ​ຕ້ອງ​ໃຫ້​ຜ່ານ​ນ້ຳ 24 ທ່ານ​ຕ້ອງ​ຊັກ​ເສື້ອ​ຜ້າ​ຂອງ​ທ່ານ​ໃນ​ວັນ​ທີ່​ເຈັດ ແລະ​ທ່ານ​ຈະ​ສະ​ອາດ ພາຍ​ຫລັງ​ທ່ານ​ຈຶ່ງ​ຈະ​ເຂົ້າ​ມາ​ໃນ​ຄ້າຍ​ໄດ້”

ການ​ແບ່ງ​ຊັບ​ທີ່​ຍຶດ​ມາ​ໄດ້

25 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວແກ່​ໂມເຊວ່າ, 26 “ເຈົ້າ​ແລະ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ ກັບ​ຫົວ​ຫນ້າ​ບັນ​ດາ​ຕະ​ກູນ​ຂອງ​ຊຸມ​ນຸມ​ຊົນ ຈົ່ງ​ນັບ​ສິ່ງ​ຂອງ​ທີ່​ໄດ້​ມາ​ທັງ​ຄົນ​ແລະ​ສັດ 27 ແລະ​ແບ່ງ​ສິ່ງ​ຂອງ​ເຫລົ່າ​ນັ້ນ​ອອກ​ເປັນ​ສອງ​ສ່ວນ​ໃຫ້​ທະ​ຫານ​ຜູ້​ອອກ​ໄປ​ທຳ​ສົງ​ຄາມ​ສ່ວນ​ນຶ່ງ ແລະ​ໃຫ້​ຊຸມ​ນຸມ​ຊົນ​ນີ້​ອີກ​ສ່ວນ​ນຶ່ງ 28 ແລະ​ຈົ່ງ​ຊັກ​ສ່ວນ​ນຶ່ງ​ຈາກ​ທະ​ຫານ​ທີ່​ອອກ​ໄປ​ທຳ​ສົງ​ຄາມ​ເປັນ​ຂອງ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຫ້າ​ຮ້ອຍ​ຊັກ​ນຶ່ງ ທັງ​ຄົນ​ແລະ​ງົວ ແລະ​ລໍ ແລະ​ຝູງ​ແບ້​ແກະ 29 ຈົ່ງ​ເອົາ​ຈາກ​ເຄິ່ງ​ສ່ວນ​ຂອງ​ເຂົາ ມອບໃຫ້​ແກ່​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ​ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 30 ແລະ​ຈາກ​ສ່ວນ​ຂອງ​ຄົນ​ອິສ​ຣາ​ເອນ​ນັ້ນ ເຈົ້າ​ຈົ່ງ​ນຳ​ຫ້າ​ສິບ​ຊັກ​ນຶ່ງ​ຈາກ​ຄົນ ຝູງ​ງົວ ຝູງ​ລໍ ແລະ​ຝູງ​ແບ້ແກະ ແລະ​ສັດ​ທັງ​ຫມົດ ມອບ​ໃຫ້​ແກ່​ຄົນ​ເລ​ວີ​ຜູ້​ດູ​ແລ​ຫໍ​ເຕັນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 31 ແລະ​ໂມ​ເຊ​ກັບ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ​ໄດ້​ກະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ແກ່​ໂມ​ເຊ 32 ບັນ​ດາ​ຊັບ​ທີ່​ປຸ້ນ​ໄດ້​ອັນ​ເຫລືອ​ຈາກ​ສິ່ງ​ທີ່​ທະ​ຫານ​ຍຶກ​ມາ​ໄດ້​ນັ້ນ​ຄື ແກະ​ຫົກ​ແສນ​ເຈັດ​ຫມື່ນ​ຫ້າ​ພັນ​ໂຕ 33 ງົວ​ເຈັດ​ຫມື່ນ​ສອງ​ພັນ​ໂຕ 34 ລໍ​ຫົກ​ຫມື່ນ​ນຶ່ງ​ພັນ​ໂຕ 35 ແລະ​ຄົນ ຄື​ຜູ້​ຍິງ​ທີ່​ຍັງ​ບໍ່​ເຄີຍນອນ​ຮ່ວມ​ກັບ​ຊາຍ​ຮ່ວມ​ກັນ​ທັງ​ຫມົດມີ​ສາມ​ຫມື່ນ​ສອງ​ພັນ​ຄົນ 36 ແລະ​ໃນ​ສ່ວນ​ໄດ້​ຂອງ​ຄົນ​ທີ່​ອອກ​ໄປ​ທຳ​ສົງ​ຄາມ ມີ​ແກະ​ສາມ​ແສ​ນສາມ​ຫມື່ນ​ເຈັດ​ພັນ​ຫ້າ​ຮ້ອຍ​ໂຕ 37 ແລະ​ສ່ວນ​ແກະ​ທີ່​ເປັນ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າມີ​ຫົກ​ຮ້ອຍ​ເຈັດ​ສິບ​ຫ້າ​ໂຕ 38 ມີງົວ​ສາມ​ຫມື່ນ​ຫົກ​ພັນ​ໂຕ ງົວ​ອັນ​ເປັນ​ສ່ວນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຈັດ​ສິບ​ສອງ​ໂຕ 39 ມີ​ລໍ​ສາມ​ຫມື່ນ​ຫ້າ​ຮ້ອຍ​ໂຕ ຊຶ່ງ​ເປັນ​ສ່ວນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫົກ​ສິບ​ເອັດ​ໂຕ 40 ສ່ວນ​ຄົນ​ນັ້ນ​ມີ​ນຶ່ງ​ຫມື່ນ​ຫົກ​ພັນ ຊື່ງ​ເປັນ​ສ່ວນ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ສາມ​ສິບ​ສອງ​ຄົນ 41 ໂມ​ເຊ​ໄດ້​ມອບ​ສ່ວນ​ທີ່​ຊັກ​ມາ​ຊຶ່ງ​ເປັນ​ຂອງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ແກ່​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໄວ້​ກັບ​ໂມ​ເຊ 42 ຈາກ​ເຄິ່ງ​ສ່ວນ​ຂອງ​ຄົນ​ອິສ​ຣາ​ເອນ​ຊຶ່ງ​ໂມ​ເຊ​ໄດ້​ແບ່ງ​ມາ​ຈາກ​ສ່ວນ​ທີ່​ທະ​ຫານ​ໄປ​ທຳ​ສົງ​ຄາມ​ໄດ້​ມາ​ນັ້ນ 43 (ເຄິ່ງ​ສ່ວນ​ຂອງ​ຊຸມ​ນຸມ​ຊົນ ຄື​ແກະ​ສາມ​ແສນ​ສາມ​ຫມື່ນ​ເຈັດ​ພັນ​ຫ້າ​ຮ້ອຍ​ໂຕ 44 ງົວ​ສາມ​ຫມື່ນ​ຫົກ​ພັນ​ໂຕ 45 ລໍ​ສາມ​ຫມື່ນ​ຫ້າ​ຮ້ອຍ​ໂຕ 46 ແລະ​ຄົນ​ນຶ່ງ​ຫມື່ນ​ຫົກ​ພັນ​ຄົນ) 47 ຈາກ​ເຄິ່ງ​ສ່ວນ​ຂອງ​ຄົນ​ອິສ​ຣາ​ເອນ​ນັ້ນໂມ​ເຊ​ໄດ້​ເອົາ​ສ່ວນ​ຫ້າ​ສິບ​ຊັກ​ນຶ່ງ ທັງ​ຄົນ​ແລະ​ສັດ​ມອບ​ໃຫ້​ແກ່​ຄົນ​ເລວີ​ຜູ້ດູ​ແລຫໍ​ເຕັນ​ຂອງ​ພຣະຜູ້​ເປັນ​ເຈົ້າ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໄວ້ 48 ແລ້ວ​ນາຍ​ທະ​ຫານ​ຜູ້​ບັງ​ຄັບ​ກອງ​ພັນ​ທັງ​ປວງ ຄື​ນາຍ​ພັນ ນາຍ​ຮ້ອຍ​ໄດ້​ເຂົ້າ​ມາ​ໃກ້​ໂມ​ເຊ 49 ແລະ​ກ່າວ​ແກ່​ໂມ​ເຊວ່າ, “ຄົນ​ໃຊ້​ຂອງ​ທ່ານ​ໄດ້​ກວດ​ນັບ​ທະ​ຫານ​ຜູ້​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ແລ້ວ ບໍ່​ມີ​ຄົນ​ຫາຍ​ໄປ​ຈັກ​ຄົນ​ດຽວ 50 ແລະ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ໄດ້​ນຳ​ສ່ວນ​ທີ່​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຕ່າງ​ຄົນ​ຕ່າງ​ໄດ້​ມາ ຄືສິ່ງ​ທີ່​ທຳ​ດ້ວຍ​ທອງ​ຄຳ ມີ​ປ​ອ​ກ​ຂາແລະ​ສ້ອຍ​ຄໍ ແຫວນ​ ຕ​ຣາ ຕຸ້ມ​ຫູ ແລະ​ປອ​ກ​ແຂນ ເພື່ອ​ທຳ​ການ​ລົບ​ມົນ​ທິນ​ບາບ​ຂອງ​ພວກ​ເຮົາ​ທັງ​ຫລາຍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ” 51 ໂມ​ເຊ​ແລະ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ ກໍ​ຮັບ​ສິ່ງ​ຂອງ​ທີ່​ທຳ​ດ້ວຍ​ທອງ​ຄຳ​ຈາກ​ເຂົາ 52 ແລະ​ທອງ​ຄຳ​ທັງ​ສິ້ນ​ຊຶ່ງ​ເຂົາ​ໄດ້​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ນາຍ​ພັນ​ແລະ​ນາຍ​ຮ້ອຍ ມີ​ນ້ຳ​ຫນັກ​ນຶ່ງ​ຫມື່ນ​ຫົກ​ພັນ​ເຈັດ​ຮ້ອຍ​ຫ້າ​ສິບ​ເຊ​ເກ​ລ 53 (ທະ​ຫານ​ເຫລົ່າ​ນັ້ນ​ຕ່າງ​ຄົນ​ຕ່າງ​ໄດ້​ເກັບ​ສິ່ງ​ຂອງ​ຂອງ​ຂ້າ​ສຶກ​ມາ) 54 ໂມ​ເຊ​ແລະ​ເອ​ເລ​ອາ​ຊາ​ປະ​ໂຣ​ຫິດ​ໄດ້​ຮັບ​ທອງ​ຄຳ​ຈາກ​ນາຍ​ພັນ​ນາຍ​ຮ້ອຍ ນຳ​ມາ​ໃນ​ເຕັນ​ນັດ​ພົບ​ເປັນ​ອະ​ນຸ​ສອນ​ແກ່​ຄົນ​ອິສ​ຣາ​ເອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ

ຈົດບັນຊີ 32

ເຜົ່າ​ທາງ​ທິດ​ຕາ​ເວັນ​ອອກ​ ຂອງ​ຈໍ​ແດນ

1 ເຜົ່າ​ເຊື້ອ​ສາຍ​ຣູ​ເບນ ແລະ​ເຜົ່າ​ເຊື້ອ​ສາຍກາດ​ມີ​ຝູງ​ງົວ​ເປັນ​ອັນ​ມາກ ເຂົາ​ໄດ້​ເຫັນ​ແຜ່ນ​ດິນ​ຢາ​ເຊີ ແລະ​ແຜ່ນ​ດິນ​ກິ​ເລ​ອາດ ເບິ່ງ​ແມ໋, ທີ່​ນັ້ນ​ເປັນ​ທີ່​ເຫມາະ​ແກ່​ຝູງ​ສັດ 2 ດັ່ງ​ນັ້ນ​ເຜົ່າເຊື້ອ​ສາຍ​ຂອງ​ກາດ​ແລະ​ເຜົ່າ​ເຊື້ອ​ສາຍຂອງ​ຣູ​ເບນ​ຈຶ່ງ​ມາ​ຫາ​ໂມ​ເຊ ແລະ​ເອ​ເລອາ​ຊາ​ປະ​ໂຣ​ຫິດ ແລະ​ຫົວ​ຫນ້າ​ຂອງ​ຊຸມ​ນຸມ​ຊົນ​ກ່າວ​ວ່າ, 3 “ອາ​ທາ​ໂຣດ ດີ​ໂບນ ຢາ​ເຊີ ຣິມ​ຣາ ເຮັ​ສ​ໂບນ ເອ​ເລ​ອາ​ເລ ເຊ​ບັມ ເນ​ໂບ ແລະ​ເບ​ໂອນ 4 ເປັນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ລາຍ​ຕໍ່​ຫນ້າ​ຄົນ​ອິສ​ຣາ​ເອນ ເປັນ​ແຜ່ນ​ດິນ​ເຫມາະ​ກັບ​ຝູງ​ສັດ ແລະ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຄົນ​ໃຊ້​ຂອງ​ທ່ານ​ມີ​ຝູງ​ງົວ” 5 ແລະ​ເຂົາ​ທັງ​ຫລາຍ​ກ່າວ​ວ່າ, “ຖ້າ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ເປັນ​ທີ່​ຊອບ​ຕໍ່​ທ່ານ ຂໍ​ມອບ​ແຜ່ນ​ດິນ​ນີ້​ເປັນ​ກຳ​ມະ​ສິດ​ແກ່​ຄົນ​ໃຊ້​ຂອງ​ທ່ານ ຂໍ​ຢ່າ​ພາ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ເລີຍ” 6 ແຕ່​ໂມ​ເຊ​ເວົ້າ​ກັບ​ເຜົ່າ​ເຊື້ອ​ສາຍ​ຂອງ​ກາດ​ແລະ​ເຜົ່າ​ເຊື້ອ​ສາຍ​ຂອງ​ຣູ​ເບນ​ວ່າ, “ຄວນ​ໃຫ້​ພີ່​ນ້ອງ​ຂອງ​ທ່ານ​ໄປ​ທຳ​ສົງ​ຄາມ ຝ່າຍ​ພວກ​ທ່ານຈະ​ຢັບ​ຢັ້ງ​ຢູ່​ທີ່​ນີ້​ຢ່າງ​ນັ້ນ​ຫລື 7 ເປັນ​ຫຍັງ​ທ່ານ​ທັງ​ຫລາຍ​ກະ​ທຳ​ໃຫ້​ຈິດ​ໃຈ​ຂອງ​ຄົນ​ອິສ​ຣາ​ເອນ​ທໍ້​ຖອຍ​ທີ່​ຈະ​ຍົກ​ຂ້າມ​ໄປ​ຍັງ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ແກ່​ເຂົາ 8 ບິ​ດາ​ຂອງ​ທ່ານ​ທັງ​ຫລາຍ​ໄດ້​ກະ​ທຳ​ເຊັ່ນ​ນີ້ ເມື່ອເຮົາ​ໃຊ້​ເຂົາ​ໄປ​ຈາກ​ກາ​ເດສ​ບາ​ເນ​ອາໃຫ້​ສອດ​ແນມ​ເບິ່ງ​ແຜ່ນ​ດິນ​ນັ້ນ 9 ເມື່ອ​ເຂົາ​ຂຶ້ນ​ໄປ​ຍັງ​ພູ​ເຂົາ​ເອສໂກນ ແລະ​ໄດ້​ເຫັນ​ແຜ່ນດິນ​ນັ້ນ​ແລ້ວ ເຂົາ​ກໍກະ​ທຳ​ໃຫ້​ຈິດ​ໃຈ​ຄົນ​ອິສ​ຣາ​ເອນ​ທໍ້​ຖອຍ​ທີ່​ຈະ​ຍົກ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ແກ່​ເຂົາ 10 ໃນວັນນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກີ້ວ​ເຂົາ​ຫນັກ ພຣະ​ອົງ​ຊົງ​ຕັ້ງ​ສັ​ຕ​ສາ​ບານ​ໄວ້​ວ່າ 11 “ແນ່​ນອນ​ທຸກ​ຄົນຊຶ່ງ​ໄດ້​ອອກ​ຈາກ​ເອ​ຢິບ​ຕັ້ງ​ແຕ່​ຊາວ​ປີ​ຂຶ້ນ​ໄປ ຈະ​ບໍ່​ໄດ້​ເຫັນ​ແຜ່ນ​ດິນ​ຊຶ່ງ​ເຮົາ​ໄດ້​ຕັ້ງ​ສັ​ຕ​ສາ​ບານ​ທີ່​ຈະ​ມອບ​ໃຫ້​ອັບ​ຣາ​ຮາມ ອີ​ຊາກ ແລະ​ຢາ​ໂຄບ ເພາະ​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຕາມ​ເຮົາ​ດ້ວຍ​ໃຈ​ຈິງ 12 ເວັ້ນ​ແຕ່​ກາ​ເລັບ​ບຸດ​ເຢ​ຟຸນ​ເນ​ຄົນ​ເກ​ນິດ ແລະ​ໂຢ​ຊວຍ​ບຸດ​ນູນ ເພາະ​ວ່າ​ເຂົາ​ທັງ​ສອງ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ໃຈ​ຈິງ 13 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກີ້ວ​ຕໍ່​ອິສ​ຣາ​ເອນ ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ເຂົາ​ທ່ອງ​ທ່ຽວ​ໄປ​ມາ​ໃນ​ຖິ່ນ​ກັນ​ດານ​ ສີ່​ສິບ​ປີ​ຈົນ​ຊາດ​ເຊື້ອ​ສາຍ​ທີ່​ກະ​ທຳ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຕາຍ​ເສັຽ​ສິ້ນ 14 ແລະ​ເບິ່ງ​ແມ໋, ທ່ານ​ໄດ້​ເຕີບ​ໃຫຍ່​ຂຶ້ນ​ມາ​ແທນ​ບິ​ດາ​ຂອ​ງທ່ານ ເປັນ​ເຊື້ອ​ສາຍຄົນ​ບາບ​ທີ່​ຈະ​ທະ​ວີ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ອິສ​ຣາ​ເອນ​ໃຫ້​ຫລາຍ​ຍິ່ງ​ຂຶ້ນ 15 ເພາະ​ວ່າ​ຖ້າ​ທ່ານ​ທັງ​ຫລາຍ​ຫັນ​ຫນີຈາ​ກການ​ຕາມພຣະ​ອົງ ພຣະ​ອົງ​ຈະ​ຊົງ​ປະ​ຖິ້ມ​ເຂົາ​ທັງ​ຫລາຍ​ໃນ​ຖິ່ນ​ກັນ​ດານ​ອີກ ແລະ​ທ່ານ​ທັງ​ຫລາຍ​ຈະ​ທຳ​ລາຍ​ຊົນ​ຊາດ​ນີ້​ເສັຽ” 16 ແລ້ວ​ເຂົາ​ທັງ​ຫລາຍ​ເຂົ້າ​ມາ​ໃກ້​ທ່ານ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ທັງຫລາຍ​ຈະ​ສ້າງ​ຄອກ​ສຳ​ລັບ​ຝູງ​ແບ້​ແກະ​ທີ່​ນີ້ ແລະ​ສ້າງ​ເມືອງ​ສຳ​ລັບ​ລູກ​ເດັກ​ນ້ອຍໆ​ທັງ​ຫລາຍ 17 ແຕ່​ເຮົາ​ທັງ​ຫລາຍ​ຈະ​ຖືອາ​ວຸດ​ພ້ອມ​ທີ່​ຈະ​ໄປ​ຂ້າງ​ຫນ້າ​ຄົນ​ອິສ​ຣາ​ເອນ ຈົນ​ກວ່າ​ເຮົາ​ທັງ​ຫລາຍ​ຈະ​ນຳ​ເຂົາ​ໄປ​ເຖິງ​ທີ່​ຂອງ​ເຂົາ ເດັກ​ນ້ອຍ​ຂອງ​ເຣົາ​ຈະ​ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ກໍາ​ແພງ​ລ້ອມ​ຮອ​ບ​ເພາະ​ຢ້ານ​ຊາວ​ແຜ່ນ​ດິນ​ນີ້ 18 ເຮົາ​ທັງ​ຫລາຍ​ຈະ​ບໍ່​ຍອມ​ກັບ​ບ້ານ​ຈົນ​ກວ່າ​ຄົນ​ອິສ​ຣາ​ເອນ​ຈະ​ໄດ້​ຮັບ​ມໍ​ຣະ​ດົກ​ຂອງ​ເຂົາ​ທຸກ​ຄົນ 19 ເພາະ​ເຮົາ​ຈະ​ບໍ່​ໄດ້​ຮັບ​ມໍ​ຣະ​ດົກ​ກັບ​ເຂົາ​ທີ່​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ແລະ​ນ​ອກ​ອອກ​ໄປ ເພາະ​ວ່າ​ມໍ​ຣະ​ດົກ​ທີ່​ຕົກ​ທອດ​ມາ​ເຖິງ​ເຮົາ​ຢູ່​ຟາກ​ແມ່ນ້ຳ​ຈໍ​ແດນ​ຂ້າງ​ຕາ​ເວັນ​ອອກ​ນີ້” 20 ໂມ​ເຊ​ຈຶ່ງ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ຈະ​ຈັບ​ອາ​ວຸດຂຶ້ນ​ເຂົ້າ​ສູ່​ສົງ​ຄາມ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 21 ແລະ​ຄົນ​ຂອງ​ທ່ານ​ທີ່​ຖື​ອາ​ວຸດ​ທຸກ​ຄົນ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ຈົນ​ກວ່າ​ພຣະ​ອົງ​ຈະ​ຊົງ​ຂັບ​ໄລ່​ສັດ​ຕຣູ​ໃຫ້​ພົ້ນ​ພຣະ​ອົງ 22 ແລະ​ແຜ່ນ​ດິນ​ນັ້ນ​ຈະ​ຜ່າຍ​ແພ້​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ພາຍ​ຫລັງ​ທ່ານ​ຈຶ່ງ​ຈະ​ກັບ​ແລະ​ພົ້ນ​ຈາກ​ພັນ​ທະ​ທີ່​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ອິສ​ຣາ​ເອນ ແລະ​ແຜ່ນ​ດິນ​ນີ້​ຈະ​ຕົກ​ເປັນ​ກຳ​ມະ​ສິດ​ຂອງ​ທ່ານ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 23 ແຕ່​ຖ້າ​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ກະ​ທຳ​ເຊັ່ນ​ນີ້ ທ່ານ​ທັງ​ຫລາຍ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຮູ້​ແນ່​ເຖີດ​ວ່າ ບາບ​ຂອ​ງທ່ານ​ກໍ​ຕາມ​ທັນ 24 ຈົ່ງ​ສ້າງ​ເມືອງ​ສຳ​ລັບ​ເດັ​ກ​ນ້ອຍໆ​ທັງ​ຫລາຍ​ຂອງ​ທ່ານ ແລະ​ສ້າງ​ຄອກ​ສັດ​ສຳ​ລັບ​ແບ້​ແກະ​ຂອງ​ທ່ານ ແລະ​ກະ​ທຳ​ຕາມ​ທີ່​ທ່ານ​ສັນ​ຍາ​ໄວ້” 25 ແລະ​ເຜົ່າ​ເຊື້ອ​ສາຍ​ກາດ ​ແລະ​ເຜົ່າ​ເຊື້ອ​ສາຍ​ຂອງ​ຣູ​ເບນ​ກ່າວ​ແກ່​ໂມ​ເຊວ່າ, “ຄົນ​ໃຊ້​ຂອງ​ທ່ານ​ຈະ​ກະ​ທຳ​ດັ່ງ​ທີ່​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ບັນ​ຊາ 26 ເດັກ​ນ້ອຍໆ​ທັງ​ຫລາຍ ຝູງ​ສັດ​ແລະ​ສັດ​ໃຊ້​ທັງ​ຫມົດ​ຂອງ​ເຣົາ ຈະ​ຢູ່​ທີ່​ນີ້​ໃນ​ເມືອງ​ກິ​ເລ​ອາດ 27 ແຕ່​ຄົນ​ໃຊ້​ຂອງ​ທ່ານ​ທຸກ​ຄົນ​ຜູ້​ມີ​ອາ​ວຸດ​ທຳ​ສົງ​ຄາມ​ຈະ​ຂ້າມ​ໄປ​ເພື່ອ​ສູ້​ຮົບ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ສັ່ງ” 28 ກ່ຽວ​ກັບ​ເຣື່ອງ​ເຂົາ​ທັງ​ຫລາຍ​ນີ້ ໂມ​ເຊ​ຈຶ່ງ​ອອກ​ຄຳ​ສັ່ງ​ແກ່​ເອ​ເລອາ​ຊາ​ປະ​ໂຣ​ຫິດ ແລະ​ແກ່​ໂຢ​ຊວຍ​ບຸດ​ນູນ ແລະ​ແກ່​ຫົວ​ຫ​ນ້າ​ຕະ​ກູນ​ຂອງ​ເຜົ່າ​ຄົນ​ອິສ​ຣາ​ເອນ 29 ແລະ​ໂມ​ເຊ​ກ່າວ​ແກ່​ເຂົາ​ວ່າ, “ຖ້າ​ເຜົ່າ​ເຊື້ອ​ສາຍ​ກາດ​ ແລະ​ເຜົ່າ​ເຊື້ອ​ສາຍ​ຣູ​ເບນ ທຸກ​ຄົນ​ຜູ້​ມີ​ອາ​ວຸດ​ທີ່​ຈະ​ທຳ​ສົງ​ຄາມ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ພ້ອມ​ກັບ​ທ່ານ​ທັງ​ຫລາຍ ແລະ​ແຜ່ນ​ດິນ​ນັ້ນ​ຈະ​ຜ່າຍ​ແພ້​ຕໍ່​ຫນ້າ​ທ່ານ​ແລ້ວ ທ່ານ​ຈົ່ງ​ມອບ​ແຜ່ນ​ດິນ​ກິ​ເລ​ອາດ​ໃຫ້​ເປັນ​ກຳ​ມະ​ສິດ​ແກ່​ເຂົາ 30 ແຕ່​ຖ້າ​ເຂົາ​ບໍ່​ຖື​ອາ​ວຸດ​ຂ້າມ​ໄປ​ກັບ​ທ່ານ ເຂົາ​ຈະ​ຕ້ອງ​ໄດ້​ສ່ວນ​ແຜ່ນ​ດິນ​ກາ​ນາ​ອານ​ຮວມ​ກັບ​ທ່ານ​ເປັນ​ກຳ​ມະ​ສິດ 31 ເຜົ່າ​ເຊື້ອ​ສາຍ​ກາດ ​ແລະ​ເຜົ່າ​ເຊື້ອ​ສາຍ​ຣູ​ເບນ​ຕອບ​ວ່າ, “ພຣະຜູ້​ເປັນ​ເຈົ້າ​ໄດ້ສັ່ງກັບ​ຄົນ​ໃຊ້​ຂອງ​ທ່ານ​ຢ່າງ​ໃດ ເຮົາ​ທັງຫລາຍ​ຈະ​ກະ​ທຳ​ຢ່າງ​ນັ້ນ 32 ເຮົາ​ຈະ​ຖື​ອາ​ວຸດ​ຂ້າມ​ໄປ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ສູ່​ແຜ່ນ​ດິນ​ກາ​ນາ​ອານ ແລະ​ທີ່​ດິນ​ມໍ​ຣະ​ດົກ​ຂອງ​ເຮົາ​ນັ້ນ​ຈະ​ຄົງ​ຢູ່​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ” 33 ໂມ​ເຊ​ໄດ້​ມອບ​ດິນ​ແດນ​ເຫລົ່າ​ນີ້​ແກ່​ເຜົ່າ​ເຊື້ອ​ສາຍກາດ ແລະ​ແກ່​ເຜົ່າ​ເຊື້ອ​ສາຍ​ຣູ​ເບນ ແລະ​ແກ່​ເຄິ່ງ​ນຶ່ງ​ຂອງ​ເຜົ່າ​ມາ​ນັ​ສ​ເຊ​ບຸດ​ໂຢ​ເຊັບ ຄື​ອາ​ນາ​ຈັກ​ຂອງ​ກະ​ສັດ​ຊີ​ໂຮນ​ຄົນ​ອາ​ໂມ​ຣິດ ແລະ​ອາ​ນາ​ຈັກ​ຂອງ​ໂອກ​ກະ​ສັດ​ແຫ່ງ​ບາ​ຊານ ທັງ​ແຜ່ນ​ດິນ​ແລະ​ຫົວ​ເມືອງ​ຕລອດ​ເຂດ​ແດນ ຄື​ຫົວ​ເມືອງ​ໃຫຍ່​ໃນ​ແຜ່ນ​ດິນ​ນີ້​ຕລອດ​ປະ​ເທດ 34 ແລະ​ເຜົ່າ​ເຊື້ອ​ສາຍ​ຂອງກາດ​ກໍ​ສ້າງ​ເມືອງ​ດີ​ໂບນ ອາ​ຕາ​ໂຣທ ອາ​ໂຣເອີ 35 ອັ​ຊ​ໂຣທ​ໂຊ​ຟານ ຢາ​ເຊີ ໂຢກ​ເບ​ຮາ 36 ເບັດ​ນິມ​ຣາ ແລະ​ເບັດ​ຮາ​ຣານ ໃຫ້​ເປັນ​ເມືອງ​ມີ​ກຳ​ແພງ​ອ້ອມ​ຮອບ ແລະ​ສ້າງ​ຄອກ​ໃຫ້​ແກະ 37 ແລະ​ເຜົ່າ​ເຊື້ອ​ສາ​ຍ​ຂອງຣູ​ເບນກໍ​ສ້າງ​ເມືອງເຮສໂບນ ເອ​ເລ​ອາ​ເລ ກີ​ຣີ​ອາ​ທາ​ອິມ 38 ເນ​ໂບ ແລະ​ບາ​ອັນ​ເມ​ໂອນ (ຊື່​ເຫລົ່າ​ນີ້​ຕໍ່​ມາ​ໄດ້​ປ່ຽນ​ໃຫມ່) ແລະ​ຊີບ​ມາ ແລະ​ຕັ້ງ​ຊື່​ໃຫ້​ແກ່​ເມືອງ​ທີ່​ເຂົາ​ສ້າງ​ຂຶ້ນ​ນັ້ນ 39 ແລະ​ເຜົ່າ​ເຊື້ອ​ສາຍ​ຂອງ​ມາ​ຄີ​ບຸດ​ມາ​ນັສ​ເຊ ແລະ​ເຂົາກໍ​ເຂົ້າ​ຕັ້ງ​ຢູ່​ໃນ​ເມືອງ​ນັ້ນ 40 ແລະ​ຢາ​ອີ​ບຸດ​ມາ​ນັ​ສ​ເຊ​ໄດ້​ໄປ​ຍຶດ​ຊົນ​ນະ​ບົດ​ຂອງ​ເຂົາ​ເຫລົ່ານັ້ນ​ແລະ​ເອີ້ນ​ຊື່​ວ່າ​ຮາວ​ໂວດ​ຢາ​ອີ​ 41 ແລະ​ໂນ​ບາ​ໄ​ດ້​ໄປ​ຍຶດ​ເກນາດ ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນີ້ ແລະ​ເອີ້ນ​ວ່າ​ເມືອງ​ໂນ​ບາ ​ຕາມ​ຊື່​ຂອງ​ເຂົາ

ຈົດບັນຊີ 33

ລະຍະ​ທາງ​ທີ່​ຄົນ​ອິສ​ຣາ​ເອນເດີນ

1 ຕໍ່​ໄປ​ນີ້​ເປັນ​ເຣື່ອງ​ລະຍະ​ທາງ​ເດີນ​ຂອງ​ຄົນ​ອິສ​ຣາ​ເອນ ເມື່ອ​ເຂົາ​ອອກ​ເດີນ​ຈາກ​ແຜ່ນ​ດິນ​ເອ​ຢິບ​ເປັນ​ຫມວດ​ຫມູ່​ພາຍ​ໃຕ້​ການ​ນຳ​ຂອງ​ໂມ​ເຊ​ແລະ​ອາ​ໂຣນ 2 ໂມ​ເຊ​ໄດ້​ຈົດ​ສະ​ຖານ​ທີ່​ບ່ອນ​ເຂົາ​ອອກ​ເດີນ ທີ່​ລະ​ຍະໆ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ໄປ​ນີ້​ເປັນ​ລະ​ຍະ​ຕາມ​ແຕ່​ລະ​ບ່ອນ​ທີ່​ເຂົາ​ອອກ​ເດີນ 3 ເຂົາ​ຍົກ​ເດີນ​ຈາກ​ຣາ​ເມ​ເຊສ​ໃນ​ຕົ້ນເດືອນ ໃນ​ວັນທີ່​ສິບ​ຫ້າ​ຂອງ​ເດືອນ​ຕົ້ນ​ນັ້ນ​ ຕໍ່​ວັນ​ປັ​ສ​ຄາໄປ​ວັນ​ນຶ່ງ​ຄົນ​ອິສ​ຣາ​ເອນ​ອອກ​ເດີນ​ຢ່າງ​ມີ​ໄຊ​ຕໍ່​ຫນ້າ​ຕໍ່​ຕາ​ບັນ​ດາ​ຊາວ​ເອ​ຢິບ​ທັງ​ສິ້ນ 4 ຂ​ນະ​ນັ້ນ​ຊາວ​ເອ​ຢິບ​ກຳ​ລັງ​ຝັງ​ສົ​ບ​ລູກ​ຫົວ​ປີ​ທັງ​ຫລາຍ​ຂອງ​ຕົນ ເປັນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຫານ​ຊີ​ວິດ ພຣະ​ຜູ້​ເປັນ​ເຈົ້າ​ຊົງລົງ​ໂທດ​ພຣະ​ທັງ​ຫລາຍ​ຂອງ​ເຂົາ​ດ້ວຍ 5 ດັ່ງ​ນັ້ນ​ ຄົນ​ອິສ​ຣາ​ເອນ​ຈຶ່ງ​ຍົກ​ເດີນ​ຈາກ​ຣາ​ເມ​ເຊ​ສ ແລະ​ຕັ້ງ​ຄ້າຍ​ທີ່​ຊຸກ​ໂກທ 6 ແລະ​ຍົກ​ເດີນ​ຈາກ​ຊຸກ​ໂກ​ທ ແລະ​ຕັ້ງ​ຄ້າຍທີ່​ເອ​ທາມ ຊຶ່ງ​ຢູ່​ເທິງ​ແຄມ​ຖິ່ນ​ກັນ​ດານ 7 ແລະ​ເຂົາ​ທັງ​ຫລາຍ​ຍົກ​ເດີນ​ຈາກ​ເອ​ທາມ ຫັນ​ກັບ​ຄືນ​ໄປ​ຍັງ​ປີ​ຮາ​ຮີ​ໂຣທ ຊຶ່ງ​ຢູ່​ທາງ​ທິດ​ຕາ​ເວັນອອກ​ຂອງບາ​ອັນ​ເຊ​ໂຟນ ແລະ​ເຂົາ​ຕັ້ງ​ຄ້າຍ​ທີ່​ຫນ້າມິກ​ໂດນ 8 ແລະ​ເຂົາ​ທັງ​ຫລາຍ​ຍົກ​ເດີນ​ຈາກ​ຫນ້າ​ເມືອງປີ​ຮາ​ຮີ​ໂຣດ ຂ້າມ​ກາງ​ທະ​ເລ​ເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ ແລະ​ເຂົາ​ທັງ​ຫລາຍ​ເດີນ​ໃນ​ຖິ່ນ​ກັນ​ດານ​ເອ​ທາມ​ລະ​ຍະ​ທາງ​ສາມ​ວັນ ແລະ​ມາ​ຕັ້ງ​ຄ້າຍ​ທີ່​ມາ​ຣາ 9 ແລະ​ເຂົາ​ຍົກ​ເດີນ​ຈາກ​ມາ​ຣາ​ມາ​ເຖິງ​ເອ​ລິມ ທີ່​ເອ​ລີມ​ມີ​ນ້ຳ​ພຸ​ສິບ​ສອງ​ແຫ່ງ​ແລະ​ຕົ້ນ​ຕານ​ເຈັດ​ສິບ​ຕົ້ນ ແລະ​ເຂົາ​ຕັ້ງ​ຄ້າຍ​ທທີ່​ນັ້ນ 10 ເຂົາ​ຍົກ​ເດີນ​ຈາກ​ເອ​ລິມ​ມາ​ຕັ້ງ​ຄ້າຍ​ທີ່​ທະ​ເລ​ແດງ 11 ແລະ​ຍົກ​ເດີນ​ຈາກ​ທະ​ເລ​ແດງ​ມາ​ຕັ້ງ​ຄ້າຍ​ຢູ່​ໃນຖິ່ນ​ກັນ​ດານຊີນ 12 ແລະ​ເຂົາ​ຍົກ​ເດີນ​ຈາກ​ຖີ່ນ​ກັນ​ດານ​ຊີນ ມາ​ຕັ້ງ​ຄ້າຍ​ທີ່​ໂດ​ຟ​ກາ 13 ແລະ​ເຂົາ​ຍົກ​ເດີນ​ຈາກ​ໂດ​ຟ​ກາ ແ​ລະ​ຕັ້ງ​ຄ້າຍ​ທີ່​ອາ​ລູ​ສ 14 ແລະ​ເຂົາ​ຍົກ​ເດີນ​ຈາກ​ອາ​ລູ​ສ ແລະ​ຕັ້ງ​ຄ້າຍ​ທີ່​ເຣ​ຟີ​ດີມ ຊຶ່ງ​ນັ້ນ​ບໍ່​ມີ​ນ້ຳ​ໃຫ້​ປະ​ຊາ​ຊົນ​ດື່ມ 15 ແລະ​ເຂົາ​ຍົກ​ເດີນ​ຈາກ​ເຣ​ຟີ​ດີມ ແລະ​ຕັ້ງ​ຄ້າຍ​ໃນ​ຖິ່ນ​ກັນ​ດານ​ຊີນາ​ອີ 16 ແລະ​ເຂົາ​ຍົກ​ເດີນ​ຈາກ​ຖິ່ນ​ກັນ​ດານ​ຊີ​ນາ​ອີ​ມາ​ຕັ້ງ​ຄ້າຍ​ທີ່​ກິບ​ໂຣທຮັດ​ຕາ​ອາ​ວາ 17 ແລະ​ເຂົາ​ອອກ​ເດີນ​ຈາກ​ກິບ​ໂຣທ​ຮັດ​ຕາ​ອາ​ວາ​ມາ​ຕັ້ງ​ຄ້າຍ​ທີ່​ຮາເຊ​ໂຣທ 18 ແລະ​ເຂົາ​ຍົກ​ເດີນ​ຈາກ​ຮາ​ເຊ​ໂຣທ ແລະ​ຕັ້ງ​ຄ້າຍ​ທີ່​ຣິທມາ 19 ແລະ​ເຂົາ​ຍົກ​ເດີນ​ຈາກ​ຣິ​ທ​ມາ ແລະ​ຕັ້ງ​ຄ້າຍ​ທີ່​ຣິມ​ໂມນ​ເປ​ເຣສ 20 ແລະ​ເຂົາ​ຍົກ​ເດີນ​ຈາກ​ຣິມ​ໂມນ​ເປ​ເຣັ​ສ ແລະ​ຕັ້ງ​ຄ້າຍ​ທີ່​ລິບ​ນາ 21 ແລະ​ເຂົາ​ຍົ​ກ​ເດີນ​ຈາກ​ລິບ​ນາ ແລະ​ຕັ້ງ​ຄ້າຍ​ທີ່​ຮິ​ສ​ຊາ 22 ແລະ​ເຂົາ​ຍົກ​ເດີນ​ຈາກ​ຣິ​ສ​ຊາ ແລະ​ຕັ້ງ​ຄ້າຍ​ທີ່ເກ​ເຮ​ລາ​ທາ 23 ແລະ​ເຂົາ​ຍົກ​ເດີນ​ຈາກ​ເກ​ເຮ​ລາ​ທາ ແລະ​ຕັ້ງ​ຄ້າຍ​ທີ່ພູ​ເຂົາ​ເຊ​ເຟີ 24 ແລະ​ເຂົາ​ຍົກ​ເດີນ​ຈາກ​ພູ​ເຂົາ​ເຊ​ເຟີ ແລະ​ຕັ້ງ​ຄ້າຍ​ທີ່​ຮາ​ຣາ​ດາ 25 ແລະ​ເຂົາ​ຍົກ​ເດີນ​ຈາກ​ເຮ​ຣາ​ດາ ແລະ​ຕັ້ງ​ຄ້າຍ​ທີ່​ມັກ​ເຮ​ໂລທ 26 ແລະ​ເຂົາ​ຍົກ​ເດີນ​ຈາກ​ເຮ​ໂລ​ທ ແລະ​ຕັ້ງ​ຄ້າຍ​ທີ່​ຕາ​ຮາດ 27 ແລະ​ເຂົາ​ຍົກ​ເດີນ​ຈາກ​ຕາ​ຮາດ ແລະ​ຕັ້ງ​ຄ້າຍ​ທີ່​ເຕ​ຣາ 28 ແລະ​ເຂົາ​ຍົກ​ເດີນ​ຈາກ​ເຕ​ຣາ ແລະ​ຕັ້ງ​ຄ້າຍ​ທີ່​ມິ​ທ​ກາ 29 ແລະ​ເຂົາ​ຍົກ​ເດີນ​ຈາກ​ມິ​ທ​ກາ ແລະ​ຕັ້ງ​ຄ້າຍ​ທີ່ຮັ​ສ​ໂມ​ນາ 30 ແລະ​ເຂົາ​ຍົກ​ເດີນ​ຈາກ​ຮັ​ສໂມ​ນາ ແລະ​ຕັ້ງ​ຄ້າຍ​ທີ່​ໂມ​ເຊ​ໂຣທ 31 ແລະ​ເຂົາ​ຍົກ​ເດີນ​ຈາກ​ໂມ​ເຊ​ໂຣທ ແລະ​ຕັ້ງ​ຄ້າຍ​ທີ່​ເບ​ເນ​ຢາ​ອາ​ການ 32 ແລະ​ເຂົາ​ຍົກ​ເດີນ​ຈາກ​ເບ​ເນ​ຢາ​ອາ​ການ ແລະ​ຕັ້ງ​ຄ້າຍ​ທີ່​ໂຮ​ຮັກ​ກິດ​ກາດ 33 ແລະ​ເຂົາ​ຍົກ​ເດີນ​ຈາກ​ໂຮ​ຮັກ​ກິດ​ກາດ ແລະ​ຕັ້ງ​ຄ້າຍ​ທີ່​ໂຢດ​ບາ​ທາ 34 ແລະ​ເຂົາ​ຍົກ​ເດີນ​ຈາກ​ໂຢດ​ບາ​ທາ ແລະ​ຕັ້ງຄ້າຍ​ທີ່​ອາໂບ​ຣ​ນາ 35 ແລະ​ເຂົາ​ຍົກ​ເດີນ​ຈາກ​ອາ​ໂບ​ຣ​ນາ ແລະ​ຕັ້ງ​ຄ້າຍ​ທີ່​ເອ​ຊີ​ໂອນ​ເກ​ເບີ 36 ແລະ​ເຂົາ​ຍົກ​ເດີນ​ຈາກ​ເອ​ຊີ​ໂອນ​ເກ​ເບີ ແລະ​ຕັ້ງ​ຄ້າຍ​ໃນ​ຖິ່ນ​ກັນ​ດານ​ຊີນ (ກາ​ເດສ) 37 ແລະຍົກ​ເດີນ​ຈາກ​ກາ​ເດສ ແລະ​ຕັ້ງ​ຄ້າ​ຍທີ່​ພູ​ເຂົາ​ໂຮ ຮີມ​ແຜ່ນ​ດິນ​ເອ​ໂດມ 38 ແລະ​ອາ​ໂຣນ​ປະ​ໂຣຫິດ​ໄດ້​ຂຶ້ນ​ເທິງ​ພູ​ເຂົາ​ໂຮຣ໌ ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເສັຽ​ຊີ​ວິດ​ທີ່​ນັ້ນ ໃນ​ວັນ​ທີ່​ນຶ່ງ​ເດືອນ​ທີ່​ຫ້າ ປີ​ທີ່​ສີ່​ສິບ​ນັບ​ຕັ້ງ​ແຕ່​ວັນ​ທີ່​ຄົນ​ອິສ​ຣາ​ເອນອອ​ກ​ຈາກ​ເອ​ຢິບ 39 ເມື່ອ​ອາ​ໂຣນ​ສິ້ນ​ຊີ​ວິດ​ທີ່​ພູ​ເຂົາ​ໂຮຣ໌​ນັ້ນ ມີ​ອາ​ຍຸ​ນຶ່ງ​ຮ້ອຍ​ຊາວ​ສາມ​ປີ 40 ແລະ​ກະ​ສັດ​ເມືອງ​ອາ​ຣາດ ຊາວ​ກາ​ນາ​ອານ ຜູ້​ທີ່​ຢູ່​ໃນ​ເນເກັບ​ໃນ​ແຜ່ນ​ດິນ​ກາ​ນາ​ອານ​ໄດ້​ຍິນ​ຂ່າວ​ວ່າ​ຄົນ​ອິສ​ຣາ​ເອນ​ຍົກ​ມາ 41 ແລະ​ເຂົາ​ຍົກ​ເກີນ​ຈາ​ກພູ​ເຂົາ​ໂຮຣ໌ ແລະ​ຕັ້ງ​ຄ້າຍ​ທີ່​ຊັນ​ໂມ​ນາ 42 ແລະ​ເຂົາ​ຍົກ​ເດີນ​ຈາ​ກຊັນ​ໂມ​ນາ ແລະ​ຕັ້ງ​ຄ້າຍ​ທີ່​ປູ​ໂນນ 43 ແລະ​ເຂົາ​ຍົກ​ເດີນ​ຈາກ​ປູ​ໂນນ ແລະ​ຕັ້ງ​ຄ້າຍ​ທີ່​ໂອ​ໂບ​ທ 44 ແລະ​ເຂົາ​ຍົກ​ເດີນ​ຈາກ​ໂອ​ໂບທ ມາ​ຕັ້ງ​ຄ້າຍ​ທີ່​ອີ​ເຢ​ອາ​ບາ​ຣິມ ໃນ​ດິນແດນ​ໂມ​ອາບ 45 ແລະ​ເຂົາ​ອອກ​ເດີນ​ຈາກ​ອີ​ຢິມ ແລະ​ຕັ້ງ​ຄ້າຍ​ທີ່​ດີ​ໂບນ​ກາດ 46 ແລະ​ເຂົາ​ຍົກ​ເດີນ​ຈາກ​ດີ​ໂບນ​ກາດ ແລະ​ຕັ້ງ​ຄ້າຍ​ທີ່​ອັນ​ໂມນ​ດີບ​ລາ​ທາ​ອິມ 47 ແລະ​ເຂົາ​ຍົກ​ເດີນ​ຈາກ​ອັນ​ໂມນ​ດິບ​ລາ​ທາ​ອິມ ແລະ​ຕັ້ງ​ຄ້າຍ​ໃນ​ພູ​ເຂົາ​ອາ​ບາ​ຣິມຫນ້າ​ເນ​ໂບ 48 ແລະ​ເຂົາ​ຍົກ​ເດີນ​ຈາກ​ພູ​ເຂົາ​ອາ​ບາ​ຣິມ ແລະ​ຕັ້ງ​ຄ້າຍ​ໃນ​ທົ່ງ​ແຫ່ງ​ໂມ​ອາບ​ຮີມ​ແມ່​ນ້ຳ​ຈໍ​ແດນ​ກົງ​ຂ້າມ​ເມືອງ​ເຢ​ຣີ​ໂກ 49 ເຂົາ​ຕັ້ງ​ຄ້າຍ​ຢູ່​ຮີມ​ແມ່​ນ້ຳ​ຈໍ​ແດນ​ຕັ້ງ​ແຕ່​ເບັດ​ເຢ​ຊີ​ໂມທ ໄກ​ໄປ​ຈົນ​ເຖິງ​ອາ​ເບນ​ຊິດ​ຕີມ​ໃນ​ທົ່ງ​ແຫ່ງ​ໂມ​ອາບ

ຂອບ​ເຂດ​ແລະ​ການ​ແບ່ງ​ປະ​ເທດ​ກາ​ນາອານ

50 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ໂມ​ເຊໃນ​ທົ່ງ​ແຫ່ງ​ໂມ​ອາບ​ຮີມ​ແມ່​ນ້ຳ​ຈໍ​ແດນ​ກົງ​ຂ້າມ​ເມືອງ​ເຢ​ຣິ​ໂກວ່າ, 51 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ກາ​ນາອານ 52 ເຈົ້າ​ຈົ່ງ​ຂັບ​ໄລ່​ຊາວ​ເມືອງ​ນັ້ນ​ອອກ​ເສັຽ​ທັງ​ຫມົດ ແລະ​ທຳ​ລາຍ​ສີ​ລາ​ຮູບ​ແກະ​ສ​ລັກ​ຂອງ​ເຂົາ​ເສັຽ​ໃຫ້​ສິ້ນ ແລະ​ທຳ​ລາຍ​ຮູບ​ເຄົາ​ຣົບ​ທີ່​ຫລໍ່​ຂອງ​ເຂົາ​ເສັຽ​ໃຫ້​ສິ້ນ ແລະ​ທຳ​ລາຍ​ບັນ​ດາ​ບ່ອນ​ນະ​ມັ​ສ​ການ​ຮູບ​ເຫລົ່າ​ນັ້ນ​ຂອງ​ເຂົາ​ເສັຽ 53 ແລະ​ເຈົ້າ​ຈົ່ງ​ຍຶດຄອງ​ແຜ່ນ​ດິນ​ນັ້ນ ແລະ​ເຂົ້າ​ໄປ​ຕັ້ງ​ຢູ່​ໃນ​ນັ້ນ ເພາະ​ເຣົາ​ໄດ້​ໃຫ້​ແຜ່ນ​ດິນ​ນັ້ນ ໃຫ້​ເຈົ້າ​ຖື​ກຳ​ມະ​ສິດ 54 ເຈົ້າ​ທັງ​ຫລາຍ​ຈົ່ງ​ຈັບ​ສະ​ຫລາກ​ມໍ​ຣະ​ດົກ​ທີ່​ດິນ​ນັ້ນ​ຕາມ​ຕະ​ກູນ​ຂອງ​ເຈົ້າ ເຜົ່າ​ທີ່​ໃຫຍ່​ເຈົ້າ​ຈົ່ງ​ໃຫ້​ມໍ​ຣະ​ດົກ​ສ່ວນ​ໃຫຍ່ ເຜົ່າ​ທີ່​ນ້ອຍ​ເຈົ້າ​ຈົ່ງ​ໃຫ້​ມໍ​ຣະ​ດົກ​ສ່ວນ​ນ້ອຍ ດິນ​ຜືນ​ໃດ​ທີ່​ສະ​ຫລາກ​ຕົກ​ແກ່​ຄົນ​ໃດ ກໍ​ເປັນ​ຂອງ​ຄົນ​ນັ້ນ ເຈົ້າ​ຈົ່ງ​ຮັບ​ມໍ​ຣະ​ດົກ​ຕາມ​ເຜົ່າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ 55 ຖ້າ​ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຂັ​ບ​ໄລ່​ຊາວ​ເມືອງ​ນັ້ນ​ອອກ​ເສັຽ ຜູ້​ທີ່​ເຈົ້າ​ໃຫ້​ເຫລືອ​ຢູ່​ນັ້ນ​ຈະ​ເປັນ​ຢ່າງ​ສ້ຽນ​ໃນ​ນັຍ​ຕາ​ຂອງ​ເຈົ້າ ແລະ​ເປັນ​ຢ່າງ​ຫນາມ​ຢູ່​ທີ່​ຊີ່​ຂ້າງ​ຂອງ​ເຈົ້າ ແລະ​ເຂົາ​ທັງ​ຫລາຍ​ຈະ​ລົບ​ກວນ​ເຈົ້າ​ໃນ​ແຜ່ນ​ດິນທີ່​ເຈົ້າ​ເຂົ້າ​ອາ​ໄສຢູ່​ນັ້ນ 56 ແລະ​ເຮົາ​ຈະ​ກະ​ທຳ​ແກ່​ເຈົ້າ​ທັງ​ຫລາຍ​ດັ່ງ​ທີ່​ເຮົາ​ຄິດ​ຈະ​ກະ​ທຳ​ແກ່​ເຂົາ​ທັງ​ຫລາຍ​ນັ້ນ”

ຈົດບັນຊີ 34

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 2 “ຈົ່ງ​ສັ່ງ​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ກາ​ນາ​ອານ (ອັນ​ເປັນ​ແຜ່ນ​ດິນ​ທີ່​ເຮົາ​ໃຫ້​ແກ່​ເຈົ້າ​ເປັນ​ມໍ​ຣະ​ດົກ ຄື​ແຜ່ນ​ດິນ​ກາ​ນາ​ອານ​ຕາມ​ເຂດ​ແດນ​ທັງ​ຫມົດ) ນັ້ນ 3 ເຂດ​ດ້ານ​ໃຕ້​ຂອງ​ເຈົ້າ​ນັບ​ຈາກ​ຖິ່ນ​ກັນ​ດານ​ຊີນ​ຕາມ​ດ້ານ​ເອ​ໂດມ ແ​ລະ​ອາ​ນາ​ເຂດ​ດ້ານ​ໃຕ້​ຂອງ​ເຈົ້າ​ນັ້ນ ນັບ​ຈາກ​ປາຍ​ທະ​ເລ​ເກືອ​ທາງ​ດ້ານ​ຕາ​ເວັນ​ອອກ 4 ແ​ລະ​ອາ​ນາ​ເຂດ​ຂອງ​ເຈົ້າ​ຈະ​ລ້ຽວ​ໄປ​ທາງ​ໃຕ້​ເນີນ​ສູງ​ອາກ​ຣັບ​ບິມ ແລະ​ຂ້າມ​ໄປ​ຍັງ​ຖີ່ນ​ກັນ​ດານ​ຊີນ ໄປ​ສຸ​ດລົງ​ທີ່​ດ້ານ​ໃຕ້​ກາ​ເດ​ສ​ບາ​ເນ​ອາ ໄປ​ເຖິງ​ຮາ​ຊາ​ຣັທ​ດາ​ຜ່ານ​ໄປ​ເຖິງ​ອັສໂມນ 5 ແລະ​ອາ​ນາ​ເຂດ​ຈະ​ລ້ຽວ​ຈາກ​ອັ​ສ​ໂມນ​ເຖິງ​ລຳ​ທານ​ເອ​ຢິບ​ໄປ​ສິ້ນ​ສຸດ​ລົງ​ທີ່​ທະ​ເລ 6 “ອາ​ນາ​ເຂດ​ຕາ​ເວັນ​ຕົກ​ເຈົ້າ​ຈະ​ໄດ້​ທະ​ເລ​ໃຫຍ່​ແລະ​ຝັ່ງ​ທະ​ເລ​ນັ້ນ ນີ້​ຈະ​ເປັນ​ເຂດ​ດ້ານ​ຕາ​ເວັນ​ຕົກ​ຂອງ​ເຈົ້າ 7 “ຕໍ່​ໄປ​ນີ້​ເປັນ​ອາ​ນາ​ເຂດ​ດ້ານ​ເຫນືອ​ຂອງ​ເຈົ້າ ຄື​ຈາກ​ທະ​ເລໃຫຍ່ ເຈົ້າ​ຈົ່ງ​ທຳ​ເຄື່ອງ​ຫມາຍ​ໄປ​ເຖິງ​ພູ​ເຂົາ​ໂຮຣ໌ 8 ຈາກ​ພູ​ເຂົາ​ໂຮຣ໌ ເຈົ້າ​ຈົ່ງ​ທຳ​ເຄື່ອງ​ຫມາຍ​ເລື້ອຍ​ໄປ​ຈົນ​ເຖິງ​ທາງ​ເຂົ້າ​ເມືອງ​ເລ​ໂບຮາ​ມາດ ແລະ​ປາຍ​ສຸດ​ຂອງ​ອາ​ນາ​ເຂດ​ດ້ານ​ນີ້​ຄື​ເຊ​ດັດ 9 ແລ້ວ​ອາ​ນາ​ເຂດ​ຈະ​ໄປ​ເຖິງ​ຊີ​ຟໂ​ຣນ ໄປ​ສິ້ນ​ສຸດ​ທີ່​ຮາ​ຊາ​ເຣ​ນານ​ນີ້​ເປັນ​ອາ​ນາ​ເຂດ​ດ້ານ​ເຫນືອ​ຂອງ​ເຈົ້າ 10 “ເຈົ້າ​ຈົ່ງ​ທຳ​ເຄື່ອງ​ຫມາຍ​ອາ​ນາ​ເຂດ​ດ້ານ​ຕາ​ເວັນ​ອອກ​ຂອງ​ເຈົ້າ​ຈາກ​ຮາ​ຊາ​ເຣ​ນານ​ເຖິງ​ເຊ​ຟາມ 11 ແລະ​ອາ​ນາ​ເຂດ​ຈະ​ລົງ​ມາ​ຈາກ​ເຊ​ຟາມ​ເຖິງ​ຣິບ​ລາ​ຂ້າງ​ຕາ​ເວັນ​ອອກ​ຂອງ​ເມືອງ​ອາ​ອີນ ແລະ​ອາ​ນາ​ເຂດ​ຈະ​ລົງ​ມາ​ເຖິງ​ທະ​ເລ​ຄີນ​ເນ​ເຣັດ​ທາງ​ດ້ານ​ຕາ​ເວັນ​ອອກ 12 ແລະ​ອາ​ນາ​ເຂດ​ຈະ​ລົງ​ມາ​ເຖິງ​ແມ່​ນ້ຳ​ຈໍ​ແດນ​ສຸດ​ລົງ​ທີ່​ທະ​ເລ​ເກືອ ນີ້​ເປັນ​ແຜ່ນ​ດິນ​ຂອງ​ເຈົ້າ​ຕາມ​ອາ​ນາ​ເຂດ​ໂດຍ​ຮອບ” 13 ໂມ​ເຊ​ບັນ​ຊາ​ຄົນ​ອິສ​ຣາ​ເອນ​ກ່າວ​ວ່າ, “ນີ້​ເປັນ​ແຜ່ນ​ດິນ​ທີ່​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຈັບ​ສະ​ຫ​ລາກ​ຮັບ​ເປັນ​ມໍ​ຣະ​ດົກ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ວ່າ ໃຫ້​ຍົກ​ໃຫ້​ແກ່​ທັງ​ເກົ້າ​ເຜົ່າ​ກັບ​ອີກ​ເຄິ່ງ​ເຜົ່າ 14 ເພາະ​ວ່າ​ເຜົ່າ​ຄົນ​ຣູ​ເບນ​ຕາມ​ຕະ​ກູນ ແລະ​ເຜົ່າ​ກາດ​ຕາມ​ຕະ​ກູນ​ໄດ້​ຮັບ​ມໍ​ຣະ​ດົກ​ຂອງ​ເຂົາ​ແລ້ວ ຄົນ​ເຄິ່ງ​ເຜົ່າ​ມາ​ນັສ​ເຊກໍ​ໄດ້​ຮັບ​ແລ້ວດ້ວຍ 15 ທັງສອງເຜົ່າ​ແລະ​ເຄິ່ງ​ເຜົ່າ​ນັ້ນ​ໄດ້​ຮັບ​ມໍ​ຣະ​ດົກ​ຂອງ​ເຂົາ​ທີ່​ຟາກ​ແມ່​ນ້ຳ​ຈໍ​ແດນ​ທາງ​ຟາກ​ເມືອງ​ເຢ​ຣີ​ໂກ​ດ້ານ​ຕາ​ເວັນ​ອອກ ທາງດວງ​ອາ​ທິດ​ຂຶ້ນ” 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່ໂມ​ເຊວ່າ, 17 “ຕໍ່​ໄປ​ນີ້​ເປັນ​ຊື່​ບຸກ​ຄົນ​ທີ່​ຈະ​ແບ່ງ​ດິນ​ແດນ​ແກ່​ເຈົ້າ​ທັງ​ຫ​ລາຍ​ໃຫ້​ເປັນ​ມໍ​ຣະ​ດົກ ຄືປະ​ໂຣ​ຫິດ​ເອ​ເລ​ອາ​ ແລະ​ໂຢ​ຊວຍ​ບຸດ​ນູ​ນ 18 ທ່ານ​ຈົ່ງ​ນຳ​ຫົວ​ຫນ້າ​ຂອງ​ຄົນ​ທຸກ​ເຜົ່າ​ໄປ​ແບ່ງ​ດິນ​ແດນ​ເພື່ອ​ເປັນ​ມໍ​ຣະ​ດົກ 19 ຕໍ່​ໄປ​ນີ້​ເປັນ​ຊື່​ຂອງ​ຫົວ​ຫນ້າ​ເຫລົ່າ​ນັ້ນ ກາ​ເລັບ​ບຸດ​ເຢ​ຟຸນເນ​ຈາກ​ເຜົ່າ​ຢູ​ດາ 20 ເຊ​ມູ​ເອນ​ບຸດ​ອັມ​ມີ​ຮູດ​ຈາກ​ຄົນ​ເຜົ່າ​ຊີ​ເມ​ໂອນ 21 ເອ​ລີ​ດາດບຸດຄິ​ສ​ໂລ​ນ​ຈາກ​ເຜົ່າ​ເບັນ​ຢາ​ມີນ 22 ຈາກ​ຄົນ​ເຜົ່າ​ດານ​ມີ​ຫົວ​ຫນ້າ​ຄົນ​ນຶ່ງ ຊື່​ບັກ​ກີ​ບຸດ​ໂຢກ​ລີ 23 ຈາກ​ເຊື້ອ​ສາຍ​ຂອງ​ໂຢ​ເຊັບ ຈາກ​ເຜົ່າ​ຄົນ​ມາ​ນັ​ສ​ເຊ​ມີ​ຫົວ​ຫນ້າ​ຊື່​ຮັນ​ນີ​ເອນ​ບຸດ​ເອ​ໂຟດ 24 ແລະ​ຈາກ​ເຜົ່າ​ຄົນ​ເອ​ຟ​ຣາ​ອິມ​ມີ​ຫົວ​ຫນ້າ​ຄົນ​ນຶ່ງ ຊື່​ເກ​ມູ​ເອນ​ບຸດ​ຊິບ​ຕານ 25 ຈາກ​ເຜົ່າ​ຄົນ​ເຊ​ບູ​ລູນ​ມີ​ຫົວ​ຫນ້າ​ຄົນ​ນຶ່ງ ຊື​ເອ​ລີ​ຊາ​ຟານ​ບຸດ​ປາ​ຣ໌ນາກ 26 ຈາກ​ຄົນ​ເຜົ່າ​ອິສ​ຊາ​ຄາ​ມີ​ຫົວ​ຫນ້າ​ຄົນ​ນຶ່ງ​ ຊື່ປັນ​ຕີ​ເອນ​ບຸດ​ອັ​ສ​ຊານ 27 ແລະ​ຈາກ​ຄົນ​ເຜົ່າ​ອາ​ເຊີ​ມີ​ຫົວ​ຫນ້າ​ຄົນ​ນຶ່ງ​ ຊື່ອາ​ຮິ​ຮູດ​ບຸດ​ເຊ​ໂລ​ມີ 28 ຈາກ​ເຜົ່າ​ຄົນ​ເນັຟທາ​ລີ​ມີ​ຫົວ​ຫນ້າ​ຄົນ​ນຶ່ງ​ຊື່ ເປ​ດາ​ເຮນ​ບຸດ​ອັມ​ມີ​ຮູດ 29 ບຸກ​ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໃຫ້​ແບ່ງ​ມໍ​ຣະ​ດົກ​ໃຫ້​ຄົນ​ອິສ​ຣາ​ເອນ​ໃນ​ແຜ່ນ​ດິນ​ກາ​ນາ​ອານ

ຈົດບັນຊີ 35

ຫົວ​ເມືອງ​ຂອງ​ພວກ​ເລ​ວີ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊ​ໃນ​ທົ່ງ​ຮາບແຫ່ງ​ໂມ​ອາບ​ຮີມ​ແມ່​ນ້ຳ​ຈໍ​ແດນ​ກົງ​ຂ້າມ​ເມືອງ​ເຢ​ຣີ​ໂກວ່າ, 2 “ຈົ່ງ​ສັ່ງ​ຄົນ​ອິສ​ຣາ​ເອນ ໃຫ້​ເຂົາ​ຍົກ​ເມືອງ​ໃຫ້​ຄົນ​ເລ​ວີ​ໄດ້​ອາ​ໄສ​ຢູ່​ຈາກມໍ​ຣະ​ດົກ​ທີ່​ເຂົາ​ໄດ້​ຮັບ​ນັ້ນ ແລະ​ຍົກ​ທົ່ງ​ຫຍ້າ​ຮອບໆ​ເມືອງ​ນັ້ນ​ໃຫ້​ເຂົາ​ດ້ວຍ 3 ໃຫ້​ເມືອງ​ນັ້ນ​ເປັນ​ຂອງ​ເຂົາ​ເພື່ອ​ຈະ​ໄດ້​ອາ​ໄສ​ຢູ່ ໃຫ້​ທົ່ງ​ຫຍ້າ​ເພື່ອ​ຝູງ​ງົວ ແລະ​ຝູງສັດ​ອື່ນໆ​ຂອງ​ເຂົາ 4 ທົ່ງ​ຫຍ້າຂອງ​ເມືອງ​ທີ່​ເຈົ້າ​ຍົກ​ໃຫ້​ແກ່​ຄົນ​ເລ​ວີ​ນັ້ນ​ໃຫ້​ມີ​ເຂດ​ຈາກ​ກຳ​ແພງ​ເມືອງ​ແລະ​ຫ່າງ​ອອກ​ໄປ​ນຶ່ງ​ພັນ​ສອກ​ໂດຍ​ຮອບ 5 ແລະ​ເຈົ້າ​ຈົ່ງ​ວັດແທກ​ພາຍນອກ​ເມືອງ​ສອງ​ພັນ​ສອກ​ເປັນ​ດ້ານ​ຕາ​ເວັນ​ອອກ ສອງ​ພັນ​ສອກ​ເປັນ​ດ້ານ​ໃຕ້ ສອງ​ພັນ​ສອກ​ເປັນ​ດ້ານ​ຕາ​ເວັນ​ຕົກ ສອງ​ພັນ​ສອກ​ເປັນ​ດ້ານ​ເຫນືອ​ໃຫ້​ຕົວ​ເມືອງ​ຢູ່​ກາງ ນີ້​ເປັນ​ທົ່ງ​ຫຍ້າ​ປະ​ຈຳ​ເມືອງ​ເຫລົ່າ​ນັ້ນ 6 ເມືອງ​ຊຶ່ງ​ເຈົ້າ​ຈະ​ຍົກ​ໃຫ້​ແກ່​ຄົນ​ເລ​ວີ ຄື ເມືອງ​ລີ້​ພັຍ​ຫົກ​ເມືອງ​ຊຶ່ງ​ເຈົ້າ​ຈະ​ອະ​ນຸ​ຍາດ​ໃຫ້​ຄົນ​ຂ້າ​ຄົນ​ຫນີ​ໄປ​ຢູ່ ແລະ​ເຈົ້າ​ຈົ່ງ​ເພີ້ມ​ໃຫ້​ເຂົາ​ອີກ​ສີ່​ສິບ​ສອງ​ເມືອງ 7 ເມືອງ​ທັງ​ຫມົດ​ທີ່​ເຈົ້າ​ຍົກ​ໃຫ້​ຄົນ​ເລ​ວີ​ເປັນ​ສີ່​ສິບ​ແປດ​ຫົວ​ເມືອງ ມີ​ທົ່ງ​ຫຍ້າ​ຕາມ​ເມືອງ​ດ້ວຍ 8 ແລະ​ຫົວ​ເມືອງ​ທີ່​ເຈົ້າ​ຈະ​ໃຫ້​ເຂົາ​ຈາກ​ກຳ​ມະ​ສິດ​ຂອງ​ຄົນ​ອິສ​ຣາ​ເອນ​ນັ້ນ ຈາກ​ເຜົ່າ​ໃຫຍ່​ເຈົ້າ​ກໍ​ເອົາ​ເມືອງ​ນ້ອຍໆ ທຸກ​ເຜົ່າ​ຕາມ​ສ່ວນ​ຂອງມໍ​ຣະ​ດົກ​ຊຶ່ງ​ເຂົາ​ໄດ້​ຮັບ ໃຫ້​ຍົກ​ໃຫ້​ແກ່​ຄົນ​ເລ​ວີ”

ເມືອງ​ລີ້​ພັຍ

9 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, 10 ຈົ່ງກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ ເມື່ອ​ເຈົ້າ​ທັງ​ຫລາຍ​ຂ້າມ​ແມ່​ນ້ຳ​ຈໍ​ແດນ ເຂົ້າ​ໃນ​ແຜ່ນ​ດິນ​ກາ​ນາ​ອານ 11 ເຈົ້າ​ຈົ່ງ​ເລືອກ​ເມືອງ​ໃຫ້​ເປັນ​ເມືອງລີ້​ພັຍ ສຳ​ລັບ​ເຈົ້າ​ເພື່ອ​ຄົນ​ທີ່​ໄດ້​ຂ້າ​ຄົນ​ດ້ວຍ​ບໍ່​ໄດ້​ເຈ​ຕ​ນາ​ຈະ​ຫລົບ​ຫນີ​ໄປ​ຢູ່​ທີ່​ນັ້ນ​ກໍ​ໄດ້ 12 ໃຫ້​ເມືອງ​ເຫລົ່າ​ນັ້ນ​ເປັນ​ເມືອງ​ລີ້​ພັຍ​ຈາກ​ຜູ້​ທີ່​ອາ​ຄາດ ເພື່ອ​ບໍ່​ໃຫ້​ຄົນ​ຂ້າ​ຄົນ​ຈະ​ຕ້ອງ​ຕາຍ​ກ່ອນ​ທີ່​ເຂົາ​ຈະ​ຢືນ​ຕໍ່​ຫນ້າ​ຊຸມ​ນຸມ​ຊົນ ເພື່ອ​ຮັບ​ການ​ພິ​ພາກ​ສາ 13 ແລະ​ເມືອງ​ທີ່​ເຈົ້າຍົກ​ໄວ້​ນັ້ນ​ໃຫ້​ເປັນ​ເມືອງ​ລີ້​ພັຍ​ຫົກ​ເມືອງ 14 ເຈົ້າ​ຈົ່ງ​ໃຫ້​ທາງ​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ສາມ​ເມືອງ ແລະ​ອີກ​ສາມ​ເມືອງ​ໃນ​ແຜ່ນ​ດິນ​ກາ​ນາ​ອານ ໃຫ້​ເປັນ​ເມືອງ​ລີ້​ພັຍ 15 ທັງ​ຫົກເມືອງ​ນີ້​ໃຫ້​ເປັນ​ເມືອງ​ລີ້​ພັຍ​ຂອງ​ຄົນ​ອິສ​ຣາ​ເອນ ແລະ​ສຳ​ລັບ​ຄົນ​ຕ່າງ​ດ້າວ ແລະ​ສຳ​ລັບ​ຄົນ​ທີ່​ອາ​ໄສ​ຢູ່​ຖ້າມ​ກາງ​ເຂົາ ເພື່ອ​ຄົນ​ນຶ່ງ​ຄົນ​ໃດ​ທີ່​ໄດ້​ຂ້າ​ເຂົາ​ໂດຍ​ບໍ່​ໄດ້​ເຈ​ຕ​ນາ​ຈະ​ໄດ້​ຫລົບ​ຫນີ​ໄປ​ທີ່​ນັ້ນ 16 “ຖ້າ​ຜູ້​ໃດ​ຕີ​ເຂົາ​ດ້ວຍ​ເຄື່ອງ​ມື​ເຫລັກ​ຈົນ​ຄົນ​ນັ້ນ​ເຖິງ​ຕາຍ ຜູ້​ນັ້ນ​ເປັນ​ຄົນ​ຂ້າ​ຄົນ​ໃຫ້​ປະ​ຫານ​ຊີ​ວິດ​ຄົນ​ຂ້າ​ຄົນ​ນັ້ນ​ເສັຽ 17 ຜູ້​ໃດ​ທຸບ​ເຂົາ​ໃຫ້​ລົ້ມ​ລົງ​ດ້ວຍ​ກ້ອນ​ຫີນ​ໃນ​ມື​ຂ​ນາດ​ຂ້າ​ຄົນ​ໄດ້ ແລະ​ເຂົາ​ເຖິງ​ຕາຍ ຜູ້​ນັ້ນ​ເປັນ​ຄົນ​ຂ້າ​ຄົນ ໃຫ້​ປະ​ຫານ​ຊີ​ວິ​ດຄົນ​ຂ້າ​ຄົນ​ນັ້ນ​ເສັຽ 18 ຫລື​ຜູ້​ໃດ​ໃຊ້​ອາ​ວຸດ​ໄມ້​ທີ່​ຢູ່​ໃນ​ມື​ຂ​ນາດ​ຂ້າ​ຄົນ​ໄດ້​ຕີ​ເຂົາ​ລົ້ມ​ລົງ ແລະ​ຄົນ​ນັ້ນ​ເຖິງ​ຕາຍ ຜູ້​ນັ້ນ​ເປັນ​ຄົນ​ຂ້າ​ຄົນ​ໃຫ້​ປະ​ຫານ​ຊີ​ວິດ​ຄົນ​ຂ້າ​ຄົນ​ນັ້ນ​ເສັຽ 19 ໃຫ້​ຜູ້​ອາ​ຄາດ​ເອງ​ເປັນ​ຜູ້​ປະ​ຫານ​ຊີ​ວິດ​ຄົນ​ຂ້າ​ຄົນ​ນັ້ນ ຖ້າ​ຜູ້​ອາ​ຄາດ​ພົບ​ເຂົາ​ເມື່ອ​ໃດກໍ​ໃຫ້​ປະ​ຫານ​ຊີ​ວິດ​ເສັຽ 20 ຖ້າ​ຜູ້​ໃດ​ແທງ​ເຂົາ​ດ້ວຍ​ຄວາມ​ກຽດ​ຊັງ ຫລື​ຊຸ່ມ​ຄ່ອຍ​ແກ່ວງ​ສິ່ງ​ຂອງ​ໃສ່ ເຂົາຈົນ​ເຂົາ​ຕາຍ 21 ຫລື​ເພາະ​ເປັນ​ສັດ​ຕຣູ​ກັນ​ຊົກ​ເຂົາ​ຈົນ​ລົ້ມ​ລົງ ຈົນ​ເຂົາ​ຕາຍ ໃຫ້​ປະ​ຫານ​ຊີ​ວິດ​ຜູ້​ທີ່​ທຳ​ໃຫ້​ເຂົາ​ຕາຍ​ນັ້ນ​ເສັຽ ເຂົາ​ເປັນ​ຄົນ​ຂ້າ​ຄົນ ເມື່ອ​ຜູ້ອາ​ຄາ​ດພົບ​ເຂົາ​ເມື່ອ​ໃດ ກໍ​ໃຫ້​ປະ​ຫານ​ຊີ​ວິດ​ເຂົາ​ເສັຽ 22 “ຖ້າ​ຜູ້​ໃດ ໂດຍ​ບໍ່​ໄດ້​ເປັນ​ສັດ​ຕຣູ​ກັນ​ແທງ​ເຂົາ​ທັນ​ທີ ຫລື​ເອົາ​ສິ່ງ​ໃດ​ແກ່ວງ​ໃສ່​ເຂົາ​ໂດຍ​ບໍ່​ໄດ້​ຄ່ອຍ​ຊຸ່ມ​ດັກ​ຢູ່ 23 ຫລື​ໃຊ້​ກ້ອນ​ຫີນ​ຂນາດ​ຂ້າ​ຄົນ​ໄດ້​ແກ່ວງ​ຖືກ​ເຂົາ​ເຂົ້າ​ໂດຍ​ບໍ່​ໄດ້​ເຫັນ ແລະ​ເຂົາ​ເຖິງ​ຕາຍ ແລະ​ເຂົາ​ບໍ່​ໄດ້​ເປັນ​ສັດ​ຕຣູ ແລະ​ບໍ່​ໄດ້​ມຸ່ງ​ທຳ​ຮ້າຍ​ເຂົາ 24 ກໍ​ໃຫ້​ຊຸມ​ນຸມ​ຊົນ​ຕັດ​ສິນ​ຄວາມ​ລະ​ຫວ່າ​ງ​ຜູ້​ຂ້າ ແລະ​ຜູ້​ອາ​ຄາດ​ຕາມ​ກົດ​ຫ​ມາຍ​ນີ້ 25 ໃຫ້​ຊຸມ​ນຸມ​ຊົນ​ຊ່ອຍ​ຜູ້​ຂ້າ​ໃຫ້​ພົ້ນ​ຈາກ​ມື​ຜູ້ອາ​ຄາດ ໃຫ້​ຊຸມ​ນຸມ​ຊົນ​ພາເຂົາ​ກັບ​ໄປ​ເຖິງ​ເມືອງ​ລີ້​ພັຍ ຊຶ່ງ​ເຂົາ​ໄດ້​ຫນີ​ໄປ​ຢູ່​ທີ່​ນັ້ນ ໃຫ້​ເຂົາ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ປະ​ໂຣ​ຫິດ​ໃຫຍ່​ຜູ້​ໄດ້​ຖືກ​ຫົດ​ສົງ​ໄວ້​ດ້ວຍ​ນ້ຳ​ມັນ​ບໍ​ຣິ​ສຸດ​ເຖິງ​ແກ່​ຄວາມ​ຕາຍ 26 ຖ້າ​ຜູ້​ຂ້າ​ຄົນ​ອອກ​ໄປ​ພົ້ນ​ເຂດ​ເມືອງ​ລີ້​ພັຍ ຊຶ່ງ​ເຂົາ​ຫນີ​ເຂົ້າ​ໄປ​ຢູ່​ໃນ​ເວ​ລາ​ໃດ 27 ແລະ​ຜູ້​ອາ​ຄາດ​ພົບ​ເຂົາ​ນອກ​ເຂດ​ເມືອງ​ລີ້​ພັຍ ແລະ​ຜູ້​ອາ​ຄາດ​ໄດ້ຂ້າຜູ້​ຂ້າ​ຄົນ​ນັ້ນ​ເສັຽ ຜູ້​ອາ​ຄາດ​ບໍ່​ມີ​ຄວາມ​ຜິດ 28 ເພາະ​ວ່າ​ຊາຍ​ຜູ້​ນັ້ນ​ຕ້ອງ​ຢູ່​ໃນ​ເຂດ​ເມືອງ​ລີ້​ພັຍ​ຈົນ​ປະ​ໂຣ​ຫິດ​ໃຫຍ່​ເຖິງ​ແກ່​ຄວາມ​ຕາຍ ພາຍ​ຫລັງ​ເມື່ອ​ປະ​ໂຣ​ຫິດ​ໃຫຍ່​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ຜູ້​ຂ້າ​ຄົນ​ນັ້ນ​ຈະ​ກັບ​ໄປ​ແຜ່ນ​ດິນ​ທີ່​ເຂົາ​ຖື​ກຳ​ມະ​ສິດ​ຢູ່​ກໍ​ໄດ້ 29 “ສິ່ງ​ເຫລົ່າ​ນີ້​ຄວນ​ເປັນ​ກົດ​ພຣະ​ທັມ​ຂອງ​ເຈົ້າ​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ​ຂອງ​ເຈົ້າ​ໃນ​ບ່ອນ​ທີ່​ເຈົ້າ​ອາ​ໄສ​ຢູ່ 30 ຜູ້​ໃດ​ຂ້າ​ເຂົາ​ຕາຍ​ໃຫ້​ປະ​ຫານ​ຊີ​ວິດ​ຜູ້​ຂ້າ​ຄົນ​ນັ້ນ​ເສັຽ​ຕາມ​ປາກ​ຂອງ​ພຍານ ແຕ່​ຢ່າ​ປະ​ຫານ​ຊີ​ວິດ​ຜູ້​ໃດ​ດ້ວຍ​ມີ​ພຍາ​ນປາກ​ດຽວ 31 ນອກ​ຈາກ​ນີ້ ເຈົ້າ​ຢ່າ​ຮັບ​ຄ່າ​ໄຖ່​ຊີ​ວິດ​ຂອງ​ຜູ້​ຂ້າ​ຄົນ ຜູ້​ມີ​ຄວາມ​ຜິດ​ເຖິງ​ຕາຍ​ນັ້ນ ແຕ່​ເຂົາ​ຕ້ອງຕາຍ 32 ແລະ​ເຈົ້າ​ຢ່າ​ຮັບ​ຄ່າ​ໄຖ່​ຄົນ​ທີ່​ຫລົ​ບ​ຫນີ​ໄປ​ຍັງ​ເມືອງ​ລີ້​ພັຍ​ເພື່ອ​ໃຫ້​ກັບ​ມາ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຂົາ​ກ່ອນ​ທີ່​ປະ​ໂຣ​ຫິດ​ໃຫຍ່​ສິ້ນ​ຊີ​ວິດ 33 ດັ່ງ​ນັ້ນ​ເຈົ້າ​ຈຶ່ງ​ບໍ່​ກະ​ທຳ​ໃຫ້​ແຜ່ນ​ດິນ​ທີ່​ເຈົ້າ​ທັງ​ຫລາຍ​ອາ​ໄສ​ຢູ່​ມີ​ມົນ​ທິນ ເພາະ​ວ່າ​ໂລ​ຫິດ​ທຳ​ໃຫ້​ແຜ່ນ​ດິນ​ເປັນ​ມົນ​ທິນ ແລະ​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຊຳ​ຮະ​ແຜ່ນ​ດິນ​ໃຫ້​ຫມົດ​ມົນ​ທິນ​ທີ່​ເກີດ​ຂຶ້ນ​ເພາະ​ໂລ​ຫິດ​ຕົກ​ໃນ​ແຜ່ນ​ດິນ​ນັ້ນ​ໄດ້ ນອກ​ຈາກ​ໂລ​ຫິດຂອງ​ຜູ້​ທີ່​ທຳ​ໃຫ້​ໂລ​ຫິດ​ຕົກ 34 ເຈົ້າ​ຢ່າ​ກະ​ທຳ​ໃຫ້​ເກີດ​ມົນ​ທິນ​ໃນ​ແຜ່ນ​ດິນ​ທີ່​ເຈົ້າ​ອາ​ໄສ​ຢູ່​ທີ່​ເຮົາ​ຢູ່​ຖ້າມ​ກາງ ເພາະ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ຖ້າມ​ກາງ​ຄົນ​ອິສ​ຣາ​ເອນ”

ຈົດບັນຊີ 36

ກົດ​ຫມາຍ​ກ່ຽວ​ກັບກາ​ນສົມ​ຣົດ​ຂອງຍິງ​ຜູ້​ຮັບ​ມໍ​ຣະ​ດົກ

1 ຫົວ​ຫນ້າ​ຄອບ​ຄົວ​ແຫ່ງ​ຕະ​ກູນ​ກິ​ເລ​ອາດບຸດ​ຂອງ​ມາ​ຄີ ຜູ້​ເປັນ​ບຸດ​ຂອງ​ມາ​ນັ​ສ​ເຊ ຕະ​ກູນ​ເຊື້ອ​ສາຍ​ໂຢ​ເຊັບ ເຂົ້າ​ມາ​ໃກ້​ແລະ​ເວົ້າ​ຕໍ່​ໂມ​ເຊ​ແລະ​ຕໍ່​ຫົວ​ຫນ້າ ຄື​ບັນ​ດາ​ຫົວ​ຫນ້າ​ຕະ​ກູນ​ຄົນ​ອິສ​ຣາ​ເອນ 2 ເຂົາ​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ຈັບ​ສະ​ຫ​ລາກ​ຍົກ​ແຜ່ນ​ດິນ​ໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ຄົນ​ອິສ​ຣາ​ເອນ ແລະ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຍົກ​ມໍ​ຣະ​ດົກ​ຂອງ​ເຊ​ໂລ​ເຟ​ຮາດ ພີ່​ນ້ອງ​ຂ​ອງ​ເຣົາ​ແກ່​ບຸດ​ຕ​ຣີ​ຂອງ​ເຂົາ 3 ຖ້າ​ນາງ​ທັງ​ຫລາຍ​ແຕ່ງ​ງານ​ກັບ​ບຸດ​ທັງ​ຫລາຍ​ຂອງ​ຄົນ​ອິສ​ຣາ​ເອນ​ເຜົ່າ​ອື່ນ​ແລ້ວ ສ່ວນ​ມໍ​ຣະ​ດົກ​ຂອງ​ເຂົາ​ຈະ​ຖືກ​ຍົກ​ໄປ​ຈາກ​ມໍ​ຣະ​ດົກ​ຂອງ​ບັນ​ພະ​ບູ​ຣຸດ​ຂອງ​ເຮົາ ເພີ້ມ​ໃຫ້​ກັບ​ມໍ​ຣະ​ດົກ​ຂອງ​ຄົນ​ເຜົ່າທີ່​ນາງ​ໄປ​ຢູ່​ດ້ວຍ ເພາະ​ສະ​ນັ້ນ​ຈຶ່ງ​ເປັນ​ການ​ທີ່​ນໍາມໍ​ຣະ​ດົກ​ໄປ​ຈາກ​ສ່ວນ​ທີ່​ເປັນ​ຂອງ​ເຮົາ 4 ແລະ​ເມື່ອ​ເຖິງ​ປີ​ສຽງ​ເຂົາ​ສັຕ​ຂອງ​ຄົນ​ອິສ​ຣາ​ເອນ ມໍ​ຣະ​ດົກ​ທີ່​ເປັນ​ສ່ວນ​ຂອ​ງນາງ​ກໍ​ຈະ​ຖືກ​ຍົກ​ໄປ​ເພີ້ມ​ເຂົ້າ​ກັບ​ສ່ວນ​ຂອງ​ເຜົ່າ​ທີ່​ນາງ​ໄປ​ຢູ່​ດ້ວຍ ຈຶ່ງ​ເປັນ​ການ​ທີ່​ນຳ​ສ່ວນມໍ​ຣະ​ດົກ​ຂອງ​ນາງ​ໄປ​ຈາກ​ສ່ວນມໍ​ຣະ​ດົກ​ຂອງ​ເຜົ່າ​ບິ​ດາ​ຂອງ​ເຮົາ” 5 ແລະ​ໂມ​ເຊ​ສັ່ງ​ຄົນອິສ​ຣາ​ເອນ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ເຜົ່າ​ຄົນ​ໂຢ​ເຊັບ​ເວົ້າ​ຖືກ​ຕ້ອງ​ແລ້ວ 6 ນີ້​ຄື​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ກ່ຽວ​ກັບ​ບຸດ​ຕ​ຣີ​ຂອງ​ເຊໂລ​ເຟ​ຮາດ ຊຶ່ງວ່າ ຈົ່ງ​ໃຫ້​ນາງ​ແຕ່ງ​ງານ​ກັບ​ຄົນ​ທີ່​ນາງ​ພໍ​ໃຈ ແຕ່​ນາງ​ຕ້ອງ​ແຕ່ງ​ງານ​ກັບ​ຄົນ​ພາຍ​ໃນ​ຕະ​ກູນ​ເຜົ່າ​ບິ​ດາ​ຂອງ​ນາງ 7 ດັ່ງ​ນີ້​ແຫລະ​ສ່ວນ​ມໍ​ຣະ​ດົກ​ຂອງ​ຄົນ​ອິສ​ຣາ​ເອນ​ຈະ​ບໍ່​ຖືກ​ຍົກ​ຍ້າຍ​ຈາກ​ເຜົ່າ​ນຶ່ງ​ໄປ​ໃຫ້​ອີກ​ເຜົ່າ​ນຶ່ງ ຄົນ​ອິສ​ຣາ​ເອນ​ທຸກ​ຄົນ​ຕ້ອງ​ຢູ່​ໃນ​ທີ່ມໍ​ຣະ​ດົກ​ແຫ່ງ​ເຜົ່າ​ບັນ​ພະ​ບຸ​ຣຸດ​ຂອງ​ຕົນ 8 ແລະ​ບຸດ​ຕ​ຣີ​ທຸກ​ຄົນ​ຜູ້​ຮັບ​ກຳ​ມະ​ສິດ​ມໍ​ຣະ​ດົກ​ໃນ​ເຜົ່າ​ຄົ​ນ​ອິສ​ຣາ​ເອນ​ເຜົ່າ​ໃດ ໃຫ້​ເປັນ​ເມັຽ​ຂອງ​ຄົນ​ໃດ​ຄົນ​ນຶ່ງ​ໃນ​ຕະ​ກູນ​ໃນ​ເຜົ່າ​ບິ​ດາ​ຂອງ​ຕົນ ເພື່ອ​ຄົນອິສ​ຣາ​ເອນ​ທຸກ​ຄົນ​ຈະ​ຖືກຳ​ມະ​ສິດ​ມໍ​ຣະ​ດົກ​ຂອງ​ບິດາ​ຂອງ​ເຂົາ 9 ດັ່ງ​ນັ້ນ​ຈະ​ບໍ່​ມີ​ມໍ​ຣະ​ດົກ​ທີ່​ຖືກ​ຍົກ​ຍ້າຍ​ຈາກ​ເຜົ່າ​ນຶ່ງ​ໄປ​ຍັງ​ອີກ​ເຜົ່າ​ນຶ່ງ ເພາະ​ວ່າ​ຄົນ​ອິສ​ຣາ​ເອນ​ແຕ່​ລະ​ເຜົ່າ​ຄວ​ນ​ຄົງ​ຢູ່​ໃນ​ທີ່​ມໍ​ຣະ​ດົກ​ຂອງ​ຕົນ” 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໂມ​ເຊ​ຢ່າງ​ໃດ ບຸດ​ຕ​ຣີ​ທັງ​ຫລາຍ​ຂອງ​ເຊ​ໂລ​ເຟ​ຮາດ​ກໍ​ກະ​ທຳ​ຢ່າງ​ນັ້ນ 11 ເພາະ​ວ່າ​ມາ​ລາ ຕີ​ຊາ ໂຮກ​ລາ ມີນ​ກາ ແລະ​ໂນ​ອາ​ບຸດ​ຕ​ຣີ​ຂອງ​ເຊ​ໂລ​ເຟ​ຮາດ​ໄດ້​ແຕ່ງ​ງານ​ກັບ​ບຸດ​ທັງ​ຫລາຍ​ຂອງ​ພີ່​ນ້ອງ​ແຫ່ງ​ບິ​ດາ​ຂອງ​ຕົນ 12 ນາງ​ໄດ້​ແຕ່ງ​ງານ​ກັບ​ຕະ​ກູນ​ມາ​ນັ​ສ​ເຊ​ບຸດ​ຂອງ​ໂຢ​ເຊັບ ແລະ​ສ່ວນ​ມໍຣະ​ດົກ​ຂອງ​ນາງກໍ​ຄົງ​ຢູ່​ໃນ​ເຜົ່າ​ແຫ່ງ​ຕະ​ກູນ​ບິ​ດາ​ຂອງ​ນາງ 13 ຂໍ້​ຄວາມ​ເຫລົ່າ​ນີ້​ເປັນ​ບົດ​ບັນ​ຍັດ​ແລະ​ກົດ​ຫມາຍ​ຊຶ່ງ​ພຣະ​ຜູ້ເປັນ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ທາງ​ໂມ​ເຊ​ແກ່​ຄົນ​ອິສ​ຣາ​ເອນ​ໃນ​ທົ່ງ​ຮາບ​ແຫ່ງ​ໂມ​ອາບ​ຮີມ​ແມ່​ນ້ຳ​ຈໍ​ແດນ ກົງ​ຂ້າມ​ເມືອງ​ເຢ​ຣີ​ໂກ

ພຣະບັນຍັດສອງ 1

ຄຳ​ແນະ​ນຳ

1 ຫນັງ​ສື​ພຣະ​ທັມ​ນີ້ ແມ່ນ​ຖ້ອຍ​ຄຳ​ທີ່​ໂມ​ເຊ​ໄດ້​ບອກ​ປະ​ຊາ​ຊົນ​ອິສ​ຣາ​ເອນ ເມື່ອ​ຄາວ​ພວກ​ເຂົາ​ຢູ່​ໃນ​ຖິ່ນ​ກັນ​ດານ​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຄື​ໃນ​ຮ່ອ​ມພູຈໍ​ແດນ​ໃກ້​ໆສູ​ຟ​ລະ​ຫວ່າງ​ເມືອງ​ປາ​ຣານ ແລະໂຕ​ເຟນ​ ລາ​ບານ ຮາ​ເຊ​ໂຣທ ແລະ​ດີ​ຊາ​ຮັບ 2 ຫົນ​ທາງ​ຈາກ​ໂຮ​ເຣັບ ຕັ້ງ​ແຕ່​ພູ​ຊີ​ນາ​ອີ​ໄປ​ເຖິງ​ກາ​ເດສ​ບາ​ເນ​ອາ ເປັນ​ລະ​ຍະ​ທາງ​ເດີນ​ສີບ​ເອັດ​ມື້ 3 ພາຍ​ຫລັງ​ທີ່​ພວກ​ເຂົາ​ອອກ​ຈາກ​ເອ​ຢິບ​ແລ້ວ ໃນ​ວັນ​ທີ່​ນຶ່ງເດືອນ​ທີ່​ສິບ​ເອັດ​ປີ​ທີ​ສີ່​ສິບ ໂມ​ເຊ​ໄດ້​ບອກ​ຊາວ​ອິສ​ຣາ​ເອນ​ທຸກ​ຢ່າງ​ຕາມ​ທີ່​ພຣະ​ເຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໄວ້ 4 ຄື​ພາຍຫລັງ​ທີ່​ຕີ​ຊະນະ​ຊີ​ໂຮນ​ ກະ​ສັດ​ອາ​ໂມ​ຣິດ​ຜູ້​ຊົງ​ປົກ​ຄອງ​ເມືອງ​ເຮສ​ໂບ​ນ ແລະ​ກະ​ສັດ​ໂອກ​ຂອງ​ຊາວ​ບາ​ຊານ ຜູ້​ຊົງ​ປົກ​ຄອງ​ເມືອງ​ອັ​ຊ​ຕາ​ໂຣທ ແລະ​ເມືອງ​ເອດ​ເຣ​ອີ​ແລ້ວ 5 ໂມ​ເຊ​ໄດ້​ເລີ້ມ​ອະ​ທິ​ບາຍ​ພຣະ​ທັມ ແລະ​ຄຳ​ສອນ​ນີ້​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ໃນ​ເຂດ​ແດນ​ໂມ​ອາບ ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ວ່າ, 6 “ເມື່ອ​ພວກ​ເຮົາ​ຢູ່​ທີ່​ພູ​ຊີ​ນາ​ອີ ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງພວກ​ເຮົາໄດ້​ຊົງ​ບອກວ່າ, 7 “ພວກ​ເຈົ້າ​ໄດ້​ພັກ​ຢູ່​ພູ​ນີ້​ເຫິງ​ນານ​ແລ້ວ ບັດ​ນີ້ ຈົ່ງ​ເລີກ​ຄ້າຍ​ແລ້ວ​ອອກ​ເດີນ​ທາງໄປຍັງ​ດິນ​ແດນ​​ພູ​ດອຍຂອງ​ຊາວ​ອາ​ໂມ​ຣິດ ຕາມ​ບ່ອນ​ຕ່າງໆ​ທີ່​ເພື່ອນ​ບ້ານ​ຂອງ​ເຂົາ​ອາ​ໄສຢູ່ຄື ຮ່ອມ​ພູ​ຈໍ​ແດນ​​ພູ​ດອຍນ້ອຍ​ບ່ອນ​ດິນ​ຕ່ຳ ດິນ​ແດນ​ພາກ​ໃຕ້​ແລະ​ຢູ່​ແຄມ​ທະ​ເລ​ເມ​ດິ​ເຕ​ຣາ​ເນ​ຈົນ​ເຖິງ​ດິນ​ແດນຂອງ​ຊາວ​ກາ​ນາ​ອານ ແລະ​ເທິງ​ພູ​ເລ​ບາ​ນອນ​ເລີຍ​ໄປ​ຈົນ​ເຖິງ​ແມ່​ນ້ຳ​ໃຫຍ່​ເອີ​ຟ​ຣາດ 8 ຈົ່ງ​ເບິ່ງ​ດູ ນັ້ນ​ແມ່ນ​ດິນ​ແດນ​ທີ່​ເຮົາ​ໄດ້​ສັນ​ຍາ​ວ່າ​ຈະ​ຍົກ​ໃຫ້ ອັບ​ຣາ​ຮາມ ອີ​ຊາກ ແລະ​ຢາ​ໂຄບ ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຈົ້າ ແລະ​ເຊື້ອ​ສາຍ​ທັງ​ຫລາຍ​ຂອງ​ພວກ​ເຂົາ ພວກ​ເຈົ້າ​ຈົ່ງ​ເຂົ້າ​ໄປ​ຍຶດ​ຄອງ​ເອົາ​ເທີນ” 9 “​ຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ວ່າ ຂ້າ​ພະ​ເຈົ້າ​ຜູ້​ດຽວ​ແບກ​ພວກ​ທ່ານ​ທັງ​ຫລາຍ​ບໍ່​ໄດ້ 10 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ພວກ​ທ່ານໄດ້​ຊົງ​ໃຫ້​ທ່ານ​ທັງ​ຫລາຍ​ເພີ້ມ​ທະ​ວີ​ຫລາຍ​ຂຶ້ນ ແລະ​ເບິ່ງແມ໋, ທຸກວັນ​ນີ້​ທ່ານ​ທັງ​ຫລາຍ​ມີ​ຈຳ​ນວນ​ຫລາຍ​ເຫມືອນ​ດັ່ງ​ດວງ​ດາວ​ທັງ​ຫລາຍ​ໃນ​ທ້ອງ​ຟ້າ 11 ຂໍ​ພຣະ​ຜູ້​ເປັນ​ເຈົ້າ​​ແຫ່ງບັນ​ພະ​ບຸ​ຣຸດ​ຂອງ​ທ່ານທັງ​ຫລາຍ​ຊົງ​ກະ​ທຳ​ໃຫ້​ທ່ານ​ທັງ​ຫລາຍ​ທະ​ວີ​ຂຶ້ນ​ພັນ​ເທົ່າ ແລະ​ຊົງ​ອໍາ​ນວຍ​ພຣະ​ພອນ​ແກ່​ພວກ​ທ່ານ ດັ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ແກ່​ທ່ານ​ທັງ​ຫລາຍ​ແລ້ວ​ນັ້ນ 12 ຂ້າ​ພະ​ເຈົ້າ​ຄົນ​ດຽວ​ຈະ​ແບກ​ທ່ານ​ທັງ​ຫລາຍຜູ້​ເປັນ​ພາ​ລະ​ແລະ​ເປັນ​ຄວາມ​ຍາກ​ລຳ​ບາກ ແລະ​ການ​ຖົກ​ຖຽງ​ຂອງ​ທ່ານ​ທັງ​ຫລາຍ​ໄດ້​ຢ່າງ​ໃດ​ໄດ້ 13 ຈົ່ງ​ເລືອກ​ຄົນ​ທີ່​ມີ​ປັນ​ຍາ ມີ​ຄວາມ​ຮູ້ ແລະ​ປະ​ສົບ​​ການຕາມ​ເຜົ່າ​ຂອງ​ທ່ານທັງ​ຫລາຍ ແລະ​ຂ້າ​ພະ​ເຈົ້າ​ຈະ​ຕັ້ງ​ເຂົາ​ໃຫ້​ເປັນ​ຫົວ​ຫນ້າ​ຂອງ​ທ່ານທັງ​ຫລາຍ” 14 ທ່ານ​ທັງ​ຫລາຍ​ໄດ້​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ສິ່ງ​ທີ່​ທ່ານ​ກ່າວ​ນັ້ນ​ດີ​ແລ້ວ ​ຄວນ​ທີ່​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຈະ​ກະ​ທຳ” 15 ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເລືອກ​ຫົວ​ຫນ້າ​ຈາກ​ທຸກ​ເຜົ່າ ຊຶ່ງ​ເປັນ​ຄົນ​ມີ​ປັນ​ຍາ ແລະ​ປະ​ສົບ​ປະ​ການ​ຕັ້ງ​ໄວ້​ເປັນ​ໃຫຍ່​ເຫນືອ​ທ່ານ​ທັງ​ຫລາຍ​ໃຫ້​ເປັນ​ນາຍ​ພັນ ນາຍ​ຮ້ອຍ ນາຍ​ຫ້າ​ສິບ ນາຍ​ສິບ ແລະ​ພະ​ນັກ​ງານ​ຕ່າງໆ​ຕາມ​ເຜົ່າ​ຂອງ​ທ່ານ 16 ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ພວກ​ຜູ້​ປົກ​ຄອງ​ຂອງ​ທ່ານ​ທັງ​ຫລາຍ​ວ່າ “ຈົ່ງພິ​ຈາ​ຣະ​ນາ​ຄະ​ດີ​ຂອງ​ພີ່​ນ້ອງ​ແລະ​ຕັດ​ສິນ​ຄວາມຕາມຍຸດ​ຕິ​ທັມ​ລະ​ຫວ່າງ​ຊາຍ​ຄົນ​ນຶ່ງ​ແລະ​ພີ່​ນ້ອງ​ຂອງ​ຕົນ ຫລື​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ກັບ​ທ່ານ 17 ທ່ານ​ທັງ​ຫລາຍ​ຢ່າ​ລຳ​ອຽງ​ໃນ​ການ​ພິ​ພາກ​ສາ ຈົ່ງ​ຟັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່​ໃຫ້​ເຫມືອນ​ກັນ ທ່ານ​ທັງ​ຫລາຍ​ຢ່າ​ຢ້ານ​ກົວ​ຫນ້າ​ມະ​ນຸດ​ເລີຍ ເພາະ​ການ​ພິ​ພາກ​ສາ​ນັ້ນ​ເປັນ​ການ​ຂອງ​ພຣະຜູ້​ເປັນ​ເຈົ້າ ແລະ​ຄະ​ດີ​ໃດ​ທີ່​ຍາກ​ຈົ່ງ​ນຳ​ມາ​ໃຫ້​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ພິ​ຈາ​ຣະ​ນາ​ເອງ” 18 ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ທ່ານ​ທັງ​ຫລາຍ​ເຖິງບັນ​ດາ​ສິ່ງ​ທີ່​ທ່ານ​ທັ​ງ​ຫລາຍ​ຄວນ​ກະ​ທຳ

ສົ່ງ​ຜູ້​ສອດ​ແນມ​ອອກ​ໄປ

19 “ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ພວກ​ເຮົາ​ໄດ້​ຊົງ​ສັ່ງ​ເຮົາ​ໄວ້ ພວກ​ເຮົາ​ໄດ້​ອອກ​ຈາກ​ໂຮ​ເຣັບ​ ແລະ​ເດີນ​ທາງ​ຜ່ານ​ຖິ່ນ​​ກັນ​ດານອັນ​ເປັນ​ທີ່​ຫນ້າ​ຢ້ານ​ຕາມ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ເຫັນ​ນັ້ນ ເດີນ​ໄປ​ຕາມ​ແດນ​ເທືອກ​ພູ​ຂອງ​ຊາວ​ອາ​ໂມຣິດ ແລະ​ພວກເຮົາ​ໄດ້​ມາ​​ເຖິງ​ກາ​ເດສ​ມາ​ເນ​ອາ 20 ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ແກ່​ທ່ານ​ທັງ​ຫລາຍ​ວ່າ, “ທ່ານ​ທັງ​ຫລາຍ​ມາ​ເຖິງ​ແດນ​ພູ​ດອຍຂອງ​ຊາວ​ອາ​ໂມ​ຣິດ​ແລ້ວ ​ຊຶ່ງເປັນ​ບ່ອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​​ຂອງ​ເຣົາ​ປະ​ທານ​ແກ່​ເຮົາ​ທັງ​ຫລາຍ 21 ເບິ່ງ​ແມ໋, ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ພວກ​ທ່ານ ໄດ້​ຊົງ​ຕັ້ງ​ແຜ່ນ​ດິນ​ນັ້ນ​ໄວ້​ຊື່​ຫນ້າ​ທ່ານ​ແລ້ວ ຈົ່ງ​ຂຶ້ນ​ໄປ​ຍຶດ​ແຜ່ນ​ດິນ​ນັ້ນ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ໄດ້​ສັ່ງ​ໄວ້ ຢ່າ​ຢ້ານ​ຫລື​ຢ່າ​ຕົກ​ໃຈ​ໄປ​ເລີຍ” 22 ແລ້ວ​ທ່ານ​ທັງ​ຫລາຍ​ທຸກ​ຄົນ​ໄດ້​ເຂົ້າ​ມາ​ຫາ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ໃຫ້​ເຮົາ​ທັງ​ຫລາຍ​ໃຊ້​ຄົນ​ໄປ​ກ່ອນ​ເຮົາ​ ແລະ​ສອດ​ແນມ​ເບິ່ງ​ແຜ່ນ​ດິນ​ນັ້ນ​ແທນ​ເຮົາ ນຳ​ຂ່າວ​ເຣື່ອງ​ທາງ​ທີ່​ເຮົາ​ຈະ​ຕ້ອງ​ຂຶ້ນ​ໄປ ແລະ​ເຣື່ອງ​ຫົວ​ເມືອງ​ທີ່​ເຮົາ​ຈະ​ໄປ​ນັ້ນ​ມາ​ໃຫ້​ເຮົາ” 23 ເຣື່ອງ​ນັ້ນ​ຂ້າ​ພະ​ເຈົ້າ​ເຫັນ​ດີ​ດ້ວຍ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເລືອກ​ສິບ​ສອງ​ຄົນ​ມາ​ຈາກ​ທ່ານ​ທັງ​ຫລາຍ​ ເຜົ່າ​ລະ​ຄົນ 24 ແລ້ວ​ຄົນ​ເຫລົ່າ​ນັ້ນ​ໄດ້​ໄປ​ຂຶ້ນ​ແດນ​ພູດອຍ ມາ​ເຖິງ​ຫ້ວຍ​ຊື່​ເອສ​ໂກນ ແລະ​ສອດ​ແນມ​ເບິ່ງ​ຢູ່​ທີ່​ນັ້ນ 25 ເຂົາ​ທັງ​ຫລາຍ​ໄດ້​ເກັບ​ເອົາ​ຫມາກ​ໄມ້​ເມືອງ​ນັ້ນ​ຕິດ​ມື​ມາ​ໃຫ້​ເຮົາ​ທັງ​ຫລາຍ ແລະ​ນຳ​ຂ່າວ​ມາ​ໃຫ້​ເຮົາ​ວ່າ “ທີ່​ຊຶ່ງ​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຣົາ​ປະ​ທານ​ແກ່​ເຮົາ​ນັ້ນ​ເປັນ​ແຜ່ນ​ດິນ​ທີ່​ດີ” 26 “ແຕ່​ປານ​ນັ້ນ ທ່ານ​ທັງ​ຫລາຍ​ກໍບໍ່​ຍອມ​ຂຶ້ນ​ໄປ ໄດ້ຂັດ​ຂືນພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ 27 ແລະ​ທ່ານ​ໄດ້​ຈົ່ມ​ຢູ່​ໃນ​ເຕັນ​ຂອງ​ຕົນ ແລະ​ວ່າ, “ເພາະ​ພຣະ​ເຈົ້າ​ຊົງ​ຊັງ​ພວກ​ເຮົາ ພຣະ​ອົງ​ຈຶ່ງ​ຊົງ​ພາ​ເຮົາ​ທັງ​ຫລາຍ​ອອກ​ມາ​ຈາກ​ແຜ່ນ​ດິນ​ເອ​ຢິບ ຈະ​ໄດ້​ມອບ​ເຮົາ​ໄວ້​ໃນ​ມື​​ຊາວ​ອາ​ໂມ​ຣິດ ເພື່ອ​ຈະ​ທຳ​ລາຍ​ເຮົາ​ເສັຽ 28 ເຮົາ​ທັງ​ຫລາຍ​ຈະ​ຂຶ້ນ​ໄປ​ທາງ​ໃດ ພວກ​ພີ່​ນ້ອງ​ຂອງ​ເຮົາ​ໄດ້​ທຳໃຫ້​ໃຈ​ຂອ​ງ​ເຮົາ​ທໍ້​ຖອຍ​ໄປ​ໂດຍ​ທີ່​ວ່າ, “ຄົນ​ເຫລົ່າ​ນັ້ນ​ໃຫຍ່ກວ່າ ແລະ​ສູງກວ່າ​ພວກ​ເຮົາ​ອີກ ເມືອງ​ເຫລົ່າ​ນັ້ນ​ກໍ​ໃຫຍ່​ມີ​ກຳ​ແພງ​ສູງ​ທຽມ​ຟ້າ ແລະ​ນອກ​ຈາກ​ນີ້​ເຮົາ​ໄດ້​ເຫັນ​ພວກ​ຊາວ​ອາ​ນາກິມຢູ່​ທີ່​ນັ້ນ​ດ້ວຍ​“ 29 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ​ທ່ານ​ທັ​ງ​ຫລາຍ​ວ່າ, “ຢ່າ​ຢ້ານ​ຄົນ​ເຫລົ່າ​ນີ້​ເລີຍ 30 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຜູ້​ນຳ​ຫນ້າ​ທ່ານ​ທັ​ງ​ຫລາຍ ພຣະ​ອົງ​ຈະ​ຊົງ​ຕໍ່​ສູ້​ເພື່ອ​ທ່ານ​ທັງຫລາຍ ດັ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ແກ່​ທ່ານ​ທັງ​ຫລາຍ​ໃນ​ເອ​ຢິບ​ຕໍ່​ຫນ້າ​ຕໍ່​ຕາ​ທ່ານ​ທັງ​ຫລາຍ 31 ແລະ​ໃນ​ຖິ່ນ​​ກັນ​ດານ ຊຶ່ງ​ໃນ​ທີ່​ນັ້ນ​ພວກ​ທ່ານ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ອູ້ມ​ຊູ​ພວກ​ທ່ານ ດັ່ງ​ພໍ່​ອຸ້ມ​ລູກ​ຂອງ​ຕົນ​ຕລອດ​ທາງ​ທີ່​ທ່ານ​ໄດ້​ໄປ​ນັ້ນ ຈົນ​ທ່ານ​ທັງ​ຫລາຍ​ໄດ້​ມາ​ເຖິງ​ທີ່​ນີ້” 32 ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ທັງ​ຫລາຍ​ບໍ່​ໄດ້​ເຊື່ອ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທັງຫລາຍ 33 ຜູ້ໄດ້​ຊົງ​ນຳ​ທາງ​ຂ້າງ​ຫນ້າ​ທ່ານ ເພື່ອ​ຈະ​ຫາ​ທີ່​ໃຫ້​ທ່ານ​ທັງ​ຫລາຍ​ຕັ້ງ​ເຕັນ​ຂອງ​ທ່ານ ເປັນ​ໄຟໃນ​ຍາມ​ກາງ​ຄືນ ເພື່ອ​ໂຜດ​ໃຫ້​ທ່ານ​ທັງ​ຫລາຍ​ເຫັນ​ທາງ​ທີ່​ຄວນ​ຈະ​ໄປ ແລະ​ເປັນ​ເມກ​ໃນ​ຍາມ​ກາງ​ເວັນ

ພຣະ​ເຈົ້າ​ຊົງ​ລົງ​ໂທດອິສ​ຣາ​ເອນ

34 “ພຣະຜູ້​ເປັນ​ເຈົ້າ​​ໄດ້​ຊົງ​ສະ​ດັບ​ສຽງ​ຄຳ​ເວົ້າ​ຂອງ​ທ່ານ​ທັງ​ຫລາຍ ຈຶ່ງ​ຊົງ​ພຣະ​ພິ​ໂຣດ ແລະ​ສາ​ບາ​ນ​ວ່າ, 35 “ແທ້ຈິງ​ຈະ​ບໍ່​ມີ​ຜູ້​ໃດ​ໃນ​ຊາດ​ເຊື້ອ​ທີ່​ຊົ່ວ​ນີ້​ຈັກ​ຄົນ​ດຽວ​ທີ່​ຈະ​ໄດ້​ເຫັນແຜ່ນ​ດິນ​ດີ​ນັ້ນ ທີ່​ເຮົາ​ໄດ້​ສັນ​ຍາ​ວ່າ​ຈະ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ທັງ​ຫລາຍ 36 ເວັ້ນ​ແຕ່ ກາ​ເລັບບຸດ​ຊາຍ​ຂອງ​ເຢ​ຟຸນ​ເນ ເຂົາ​ຈະ​ເຫັນ​ເມືອງ​ນັ້ນ ແລະ​ເຣົາ​ຈະ​ໃຫ້​ແຜ່ນ​ດິນ​ທີ່​ເຂົາ​ໄດ້​ຢຽບ​ນັ້ນ​ແກ່​ເຂົາ ແລະ​ແກ່​ລູກ​ຫລານ ເພາະ​ເຂົາ​ໄດ້​ຕາມ​ພຣະ​ຜູ້​ເປັນເຈົ້າ​ຢ່າງ​ສຸດ​ໃຈ 37 ເພາະ​ເຫ​ດ​ທ່ານ​ທັງ​ຫລາຍ​ພຣະຜູ້​ເປັ​ນ​ເຈົ້າ​ກໍ​ຊົງ​ພິ​ໂຣດ​ເຮົາ​ດ້ວຍ ກ່າວວ່າ, “ເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ທີ່​ນັ້ນ​ເຫມືອນ​ກັນ 38 ໂຢ​ຊວຍ​ບຸດຊາຍ​ຂອງ​ນູນ​ຜູ້​ຢືນ​ຢູ່​ຕໍ່​ຫນ້າ​ເຈົ້າ ຈະ​ໄດ້​ເຂົ້າ​ໄປ ຈົ່ງ​ສ​ນັບ​ສ​ນຸນ​ເຂົາ ເພາະ​ເຂົາ​ຈະ​ພາ​ຄົນ​ອິສ​ຣາ​ເອນ​ໄປ​ຖືກຳ​ມະ​ສິດ​ພື້ນ​ດິນ​ນັ້ນ​ 39 ແລະ​ເດັກ​ນ້ອຍ​ຂອງ​ເຈົ້າ​ທັງ​ຫລາຍ​ວ່າ​ຈະ​ຕົກ​ເປັນ​ເຫຍື່ອ ແລະ​ເດັກ​ນ້ອຍຂອງ​ເຈົ້າ​ທີ່​ໃນ​ວັນ​ນີ້​ຍັງ​ບໍ່​ຮູ້​ຈັກ​ຜິດ​ແລະ​ຊອບ ຈະ​ໄດ້​ເຂົ້າ​ໄປ​ທີ່​ນັ້ນ ເຮົາ​ຈະ​ໃຫ້​ແຜ່ນ​ດິນ​ນັ້ນ​ແກ່​ເຂົາ ແລະ​ເຂົາ​ຈະ​ຖື​ກຳ​ມະ​ສິດ​ຢູ່​ທີ່​ນັ້ນ 40 ແຕ່​ຝ່າຍ​ເຈົ້າ​ທັງ​ຫລາຍ​ຈົ່ງ​ກັບ​ເດີນ​ເຂົ້າ​ຖິ່ນ​​ກັນ​ດານ ຕາມ​ທາງ​ທີ່​ໄປ​ສູ່​ທະ​ເລ​ແດງ​ເຖີດ”

ອິສ​ຣາເອນ​ຜ່າຍ​ແພ້​ທີ່​ໂຮ​ມາ

41 “ທ່ານ​ທັງ​ຫລາຍ​ໄດ້​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ເຮົາ​ທັງ​ຫລາຍ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະຜູ້​ເປັນ​ເຈົ້າ​ແລ້ວ ເຮົາ​ທັງ​ຫລາຍ​ຈະ​ຂຶ້ນ​ໄປ​ສູ້​ຮົບ​ຕາມ​ພຣະ​ດຳ​ຣັ​ດ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ໄດ້​ຊົງ​ສັ່ງ​ນັ້ນ” ແລະ​ທ່ານ​ທັງ​ຫລາຍ​ໄດ້​ຄາດ​ອາ​ວຸດ​ຕຽມ​ຕົວ​ໄວ້​ທຸກ​ຄົນ ຄິດ​ວ່າ​ທີ່​ຈະ​ຂຶ້ນ​ໄປ​ຍັງ​ແດນ​ພູດອຍນັ້ນ​ເປັນ​ເຣື່ອງງ່າຍ 42 ພຣະຜູ້​ເປັນ​ເຈົ້າ​ໄດ້ສັ່ງ​ຂ້າ​ພະ​ເຈົ້າ​ວ່າ, “ຢ່າ​ຂຶ້ນ​ໄປສູ້​ຮົບ​ເລີຍ ຢ້ານ​ວ່າ​ເຈົ້າ​ທັງ​ຫລາຍ​ຈະ​ຜ່າຍແພ້​ສັດ​ຕຣູ ເພາະ​ເຮົາ​ບໍ່​ໄດ້​ຢູ່​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ” 43 ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ກ່າວ​ແກ່​ທ່ານ​ດັ່ງ​ນັ້ນ ແລະ​ທ່ານ​ທັງ​ຫລາຍ​ບໍ່​ຍອມ​ເຊື່ອ​ຟັງ ແຕ່​ໄດ້​ຂັດ​ຂືນ​ພຣະ​ບັນ​ຊາ​ຂອງ​ພຣະຜູ້ເປັນ​ເຈົ້າ ມີໃຈ​ອົງ​ອາດ​ແລະ​ໄດ້​ຂຶ້ນ​ໄປ​ທີ່​ແດນ​​ພູ​ດອຍ​ນັ້ນ 44 ແລະ​ຄົນ​ອາ​ໂມ​ຣິດ​ທີ່​ຢູ່ໃນ​ແດນ​​ພູດອຍນັ້ນ​ໄດ້​ອອກ​ມາ​ຕໍ່​ສູ້ ​ແລະ​ໄລ່​ຕີ​ທ່ານ​ທັງ​ຫລາຍ​ດັ່ງ​ຝູງ​ເຜີ້ງ​ໄລ່ ແລະ​ໄດ້​ຂ້າ​ທ່ານ​ທັງ​ຫລາຍ​ໃນ​ເມືອງ​ເຊອີຣ໌​ຈົນ​ເຖິງ​ໂຮຣ໌​ມາ 45 ແລະ​ທ່ານ​ທັງ​ຫລາ​ຍ​ໄດ້​ມາ​ຮ້ອງ​ໄຫ້​ຕໍ່​ພຣະຜູ້​ເປັນ​ເຈົ້າ ແຕ່​ພຣະ​ຜູ້​ເປັນເຈົ້າ​ບໍ່​ໄດ້​ຊົງ​ຟັງ​ສຽງ​ຮ້ອງ ຫລື​ສົນ​ໃຈ​ຟັງ​ທ່ານ​ທັງ​ຫລາຍ 46 ທ່ານ​ທັງ​ຫລາຍ​ຈຶ່ງພັກ​ເຊົາ​ຢູ່​ທີ່​ກາ​ເດສຫລາຍ​ວັນຕາມວັນ​ທີ່​ທ່ານ​ທັງ​ຫລາຍ​ໄດ້ຢູ່​ນັ້ນ

ພຣະບັນຍັດສອງ 2

ລະ​ຍະ​ປີ​ທີ່​ຢູ່​ໃນ​ຖິ່ນ​​ກັນ​ດານ

1 “ພວ​ກເຮົາ​ທັງ​ຫລາຍ​ໄດ້​ກັບ​ເດີນ​ເຂົ້າ​ຖິ່ນ​ກັນ​ດານ​ຕາມ​ທາງ​ໄປ​ສູ່​ທະ​ເລ​ແດງ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ຂ້າ​ພະ​ເຈົ້າ ແລະ​ພວກເຮົາທັງ​ຫລາຍ​ໄດ້ເດີນວົນ​ວຽນ​ພູ​ເຂົາ​ເຊ​ອີ​ຣ໌ຫລາຍ​ມື້ 2 ແລ້ວ​ພຣະຜູ້​ເປັນ​ເຈົ້າ​ສັ່ງ​ຂ້າ​ພະ​ເຈົ້າ​ວ່າ, 3 “ເຈົ້າ​ທັງ​ຫລາຍ​ໄດ້​ເດີນ​ວົນວຽນ​ທີ່​ແດນ​ພູດອຍ​ນີ້​ນານ​ພໍ​ແລ້ວ ຈົ່ງ​ຫັນ​​ເດີນ​ໄປທາງ​ທິດ​ເຫນືອ​ເຖີດ 4 ແລະ​ຈົ່ງ​ບັນ​ຊາ​ຄົນ​ທັງ​ຫລາຍວ່າ ເຈົ້າ​ທັງ​ຫລາຍ​ໃກ້​ຈະ​ເດີນ​ຜ່ານ​ເຂດ​ແດນ​ເມືອງ​ພີ່​ນ້ອງ​ຂອງ​ເຈົ້າ ຄື​ລູກ​ຫລານ​ຂອງ​ເອ​ຊາວ​ທີ່ຢູ່​ເມືອງ​ເຊ​ອີ​ຣ໌ແລ້ວ ແລະ​ເຂົາ​ທັງ​ຫລາຍ​ຈະ​ຢ້ານ​ພວກ​ເຈົ້າ ສະ​ນັ້ນ​ເຈົ້າ​ທັງ​ຫລາຍ​ຈົ່ງ​ລະ​ວັງ​ຕົວ 5 ຢ່າ​ຕໍ່​ສູ້​ເຂົາ ເພາະ​ເຮົາ​ຈະ​ບໍ່​ໃຫ້​ທີ່​ຂອງ​ເຂົາ​ແກ່​ເຈົ້າ​ ຈະ​ບໍ່​ໃຫ້​ທີ່​ດີນ​ແມ້​ພຽງ​ຝ່າ​ເທົ້າຢຽບ​ໄດ້ ດ້ວຍ​ວ່າ​ພູ​ເຂົາ​ເຊ​ອີ​ຣ໌ນັ້ນ​ເຮົາ​ໄດ້​ໃຫ້​ເອ​ຊາວ​ຍຶດ​ຄອງ​ແລ້ວ 6 ເຈົ້າ​ທັງ​ຫລາຍ​ຈົ່ງ​ເອົາ​ເງິນ​ຊື້​ສະ​ບຽງ​ອາ​ຫານ​ຈາກ​ເຂົາ​ເພື່ອ​ຈະ​ໄດ້​ກິນ ແລະ​ຈົ່ງ​ເອົາ​ເງິນ​ຊື້ນ້ຳ​ຈາກ​ເຂົາ​ດ້ວຍ​ເພື່ອ​ຈະ​ໄດ້​ດື່ມ 7 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ ໄດ້​ອວຍ​ພຣະ​ພອນ​ແກ່​ບັນ​ດາ​ການ​ທີ່​ມືຂອງ​ພວກ​ເຈົ້າ​ໄດ້​ກະ​ທຳ ພຣະ​ອົງ​ຊົງ​ຊາບ​ທາງ​ທີ່​ເຈົ້າ​ໄດ້​ເດີນ​ໃນ​ຖິ່ນ​ກັນ​ດານ​ໃຫຍ່​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ຢູ່​ກັບ​ເຈົ້າ​ສີ່​ສິບ​ປີ​ນີ້​ມາ​ແລ້ວ ພວ​ກ​ເຈົ້າ​ບໍ່​ໄດ້​ຂັດ​ສົນ​ສິ່ງ​ໃດ​ເລີຍ” 8 ແລ້ວ​​ເຮົາ​ທັງ​ຫລາຍ​ໄດ້​ເດີນ​ໄປເລີຍ​ໄປ​ຈາກ​ພີ່​ນ້ອງ​ຂອງເຮົາ​ພວກ​ລູກ​ຫລານ​ເອ​ຊາວ​ ​ຜູ້​ຢູ່​ທີ່​ເຊ​ອີຣ໌ໄປ​ຈາກ​ທາງ​ອາ​ຣາ​ບາ​ ຈາກ​ເອ​ລັດ ແລະ​ຈາກ​ເອ​ຊີ​ໂອນ​ເກ​ເບີ ແລະ​ເຮົາ​ໄດ້​ລ້ຽວ​ໄປ​ເດີນ​ຕາມ​ທາງ​ຖິ່ນ​ກັນ​ດານ​ໂມ​ອາບ 9 ແລະ​ພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ແກ່​ເຮົາ​ວ່າ, “ເຈົ້າ​ທັງ​ຫລາຍ​ຢ່າ​ສ້າງ​ຄວາມ​ເດືອດ​ຮ້ອນ​ແກ່​ພວກ​ໂມ​ອາບ ຫລື​ສູ້​ຮົບ​ກັບ​ເຂົາ ເພາະ​ເຣົາ​ຈະ​ບໍ່​ໃຫ້​ທີ່​ຂອງ​ເຂົາ​ແກ່​ພວກ​ເຈົ້າ​ເພື່ອ​ຍຶດ​ຄອງ ດ້ວຍ​ເຮົາ​ໄດ້​ໃຫ້​ທີ່​ເມືອງ

ອາ​ຣ໌ນັ້ນ​ແກ່​ເຊື້ອ​ສາຍ​ໂລດ​ໃຫ້​ປົກ​ຄອງ​ແລ້ວ

10 (ແຕ່​ກ່ອນ​ຄົນຄົນ​ເອ​ມິມ​ຢູ່​ທີ່​ນັ້​ນ ເປັນ​ຊົນ​ຊາດ​ໃຫຍ່ ແລະ​ຫລາຍ ແລະ​ສູງ​ຢ່າງ​ຄົນ​ອາ​ນາກິມ 11 ຄົນ​ເຫລົ່າ​ນີ້​ໄດ້​ຊື່​ອີກວ່າ​ເອ​ຟາ​ອິມ​ເຫມືອນ​ຄົນ​ອາ​ນາກິມ ແຕ່​ຄົນ​ໂມ​ອາບ​ເອີ້ນ​ຊື່ພວກ​ນີ້​ວ່າເອ​ມິມ 12 ເມື່ອ​ກ່ອນ​ພວກ​ໂຮ​ຣີມ​ໄດ້​ຢູ່​ທີ່​ເຊ​ອີ​ຣ໌ດ້ວຍ ແຕ່​ລູກ​ຫລານ​ເອ​ຊາວ​ໄດ້​ມາ​ຢູ່​ແທນ​ເຂົາ ແລະ​ໄດ້​ທຳ​ລາຍ​ເຂົາ​ເສັຽ​ໃຫ້​ພົ້ນ​ຫນ້າ ແລະ​ໄດ້​ອາ​ໄສ​ຢູ່​ໃນ​ທີ່​ຂອງ​ເຂົາ​ເຫມືອນ​ພວກ​ອິສ​ຣາ​ເອນ​ໄດ້​ກະ​ທຳ​ແກ່​ເມືອງ​ທີ່​ພຣະ​ຜູ້​ເປັນເຈົ້າ​ປະ​ທານ​ໃຫ້​ເຂົາ​ຍຶດ​ຄອງ​ນັ້​ນ) 13 “ບັດ​ນີ້​ເຈົ້າ​ທັງ​ຫລາຍ​ຈົ່ງ​ຍົກ​ເດີນ​ຂ້າມ​ຫ້ວຍ​ເຊ​ເຣດ” ເຮົາ​ທັງ​ຫລາຍ​ຈຶ່ງ​ຂ້າມ​ຫ້ວຍ ເຊ​ເຣດ 14 ແລະ​ນັບຕັ້ງ​ແຕ່​ເຮົາ​ມາ​ຈາກ​ກາ​ເດສ​ບາ​ເນ​ອາ ຈົນ​ເຖິງ​ໄດ້​ຂ້າມ​ລຳ​ທານ​ເຊ​ເຣດ​ນັ້ນ​ໄດ້​ສາມ​ສິບແປດ​ປີ ຈົນ​ສິ້ນ​ຊາດ​ເຊື້ອ​ສາຍ​ນັ້ນ ຄື​ຄົນ​ທັ​ງຫລາຍ​ທີ່​ຈະ​ອອກ​ເສິກ​ໄດ້ນັ້ນ​ຕາຍ​ຫມົດ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ກັບ​ເຂົາ​ໄວ້ 15 ແທ້​ຈິງ​ພຣະ​ຫັດ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຕໍ່​ສູ້​ເຂົາ ຊົງ​ທຳ​ລາຍ​ເຂົາ​ຈາກ​ຖ້າມ​ກາງ​ຄ້າຍ ຈົນ​ເຂົາ​ທັງ​ຫລາຍ​ສູນ​ເສັຽ​ຫມົດ 16 “ເຫດ​ສະ​ນັ້ນ​ເມື່ອ​ຄົນ​ທີ່​ອອກ​ເສິກ​ໄດ້​ມາ​ຕາຍ​ເສັຽ​ຫມົດ​ຈາກ​ຖ້າມ​ກາງ​ຄົນ​ເຫລົ່າ​ນັ້ນ​ແລ້ວ 17 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ, 18 ວັນ​ນີ້​ເຈົ້າ​ທັງ​ຫລາຍ​ຈະ​ເດີນ​ຂ້າມ​ເມືອງ​ອາຣ໌ ​ເຂດ​ແດນ​ຂອງ​ຄົນ​ໂມ​ອາບ 19 ແລະ​ເມື່ອ​ເຂົ້າ​ໃກ້​ແນວ​ຫນ້າ​ຂອງ​ຄົນ​ອັມ​ໂມນ ຢ່າ​ຮາ​ວີ​ຫລື​ຮົບ​ກັບ​ເຂົາ​ເລີຍ ເພາະ​ເຮົາ​ຈະ​ບໍ່​ໃຫ້​ທີ່​ຢູ່​ຂອງ​ລູກ​ຫລານ​ຄົນ​ອັມ​ໂມນ​ແກ່​ເຈົ້າ​ໃຫ້​ຍຶດ​ຄອງ​ເລີຍ ດ້ວຍ​ເຮົາ​ໄດ້​ໃຫ້​ທີ່​ນັ້ນ​ແກ່​ເຊື້ອ​ສາຍ​ໂລດ​ເປັນ​ຜູ້​ຍຶດ​ຄອງ​ແລ້ວ” 20 (ທັງ​ທີ່​ນັ້ນ​ກໍ​ນັບ​ວ່າ​ເປັນ​ແຜ່ນ​ດິນ​ຂອງ​ພວກ​ເຣ​ຟາ​ອິມ ແຕ່​ກ່ອນ​ຄົນ​ເຣ​ຟາ​ອິມ​ໄດ້​ຢູ່​ໃນ​ນັ້ນ ແຕ່​ຄົນ​ອັມ​ໂມນ​ໄດ້​ເອີ້ນ​ຊື່​ຂອງ​ເຂົາ​ວ່າ​ຊັມ​ຊຸ​ມ​ມິມ 21 ຄົນ​ເຫລົ່າ​ນັ້ນ​ໃຫຍ່​ແລະ​ຫລວງ​ຫລາຍ ແລະ​ສູງ​ຢ່າງ​ຄົນ​ອາ​ນາກິມ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳ​ລາຍ​ເຂົາ​ເສັຽ​ໃຫ້​ພົ້ນ​ຫນ້າ ແລະ​ພວກ​ອັມ​ໂມນ​ໄດ້​ເຂົ້າ​ຍຶດ​ທີ່​ຂອງ​ເຂົາ ແລະ​ຕັ້ງ​ຢູ່​ແທນ 22 ເຫມືອນ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ແກ່​ພວກ​ລູກ​ຫລານ​ເອ​ຊາວ​ຜູ້​ຢູ່​ທີ່​ເຊ​ອີຣ໌ ເມື່ອ​ພຣະ​ອົງ​ຊົງ​ທຳ​ລາຍ​ພວກ​ໂຮ​ຣີມ​ເສັຽ​ໃຫ້​ພົ້ນ​ຫນ້າ ແລະ​ເຂົາ​ໄດ້​ຍຶດ​ທີ່​ຂອງ​ພວກ​ໂຮ​ຣິມ ​ແລ້ວ​ຕັ້ງ​ຢູ່​ແທນ​ຈົນ​ທຸກວັນ​ນີ້ 23 ສ່ວນ​ພວກອາວວິມທີ່​ຢູ່​ໃນ​ຊົນ​ນະ​ບົດ​ຈົນ​ເຖິງ​ກາ​ຊາ ຄົນເກັບ​ໂຕ​ຣິມ​ຊຶ່ງ​ມາ​ຈາກ​ເມືອງ​ເກັບ​ໂຕ​ກໍ​ໄດ້​ທຳ​ລາຍ​ເຂົາ​ແລະ​ຕັ້ງ​ຢູ່​ແທນ) 24 “ພ​ວກ​ເຈົ້າ​ຈົ່ງ​ລຸກ​ເດີນ​ທາງ​ໄປ​ຂ້າມ​ລຸ່ມ​ແມ່ນ້ຳ​ອາຣ໌​ໂນນ ເບິ່ງ​ແມ໋, ເຮົາ​ໄດ້​ມອບ​ ຊີ​ໂຮນ​ຊາວ​ອາ​ໂມ​ຣິດ​ຜູ້​ເປັນ​ກະ​ສັດ​ເມືອງ​ເຮສ​ໂບນ ແລະ​ເມືອງ​ຂອງ​ເຂົາ​ໄວ້​ໃນ​ມື​ຂອງ​ພວກ​ເຈົ້າ ເຈົ້າ​ທັງ​ຫລາຍ​ຕັ້ງ​ຕົ້ນ​ຍຶດ​ເມືອງ​ນັ້ນ​ແລະ​ສູ້​ຮົບ​ກັບ​ເຂົາ 25 ຕັ້ງ​ແຕ່​ມື້​ນີ້​ໄປ​ເຮົາ​ຈະ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ທົ່ວໃຕ້​ຟ້າ​ເກງ​ຂາມ​ຕໍ່​ພວກ​ເຈົ້າ​ແລະ​ຢ້ານ​ເຈົ້າ ຄົນປະ​ເທດ​ຜູ້​ໄດ້​ຍິນ​ຂ່າວ​ເຣື່ອງ​ເຈົ້າ​ຈະ​ຢ້ານ​ຕົວ​ສັ່ນ ແລະ​ມີ​ຄວາມ​ຣະ​ທົມ​ເພາະ​ເຈົ້າ” 26 “ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໃຊ້​ຜູ້​ນຳ​ຂ່າວ​ຈາກ​ຖິ່ນ​ກັນ​ດານ​ເກ​ເດ​ໂມທ​ໄປ​ເຝົ້າ​ຊີ​ໂຮນ​ກະ​ສັດ​ເມືອງ​ເຮສ​ໂບນ​ນັ້ນ ທູນ​ຖ້ອຍ​ຄຳ​ອັນ​ສັນ​ຕິ​ວ່າ 27 “ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ເດີນ​ຂ້າມ​ແຜ່ນ​ດິນ​ຂອງ​ທ່ານ ຂ້າ​ພະ​ເຈົ້າ​ຈະ​ເດີນ​ໄປ​ຕາມ​ທາງ​ຫລວງ ຈະ​ບໍ່​ລ້ຽວ​ໄປ​ທາງ​ຂວາ​ມື ຫລື​ທາງ​ຊ້າຍ​ມື​ເລີຍ 28 ຂໍ​ທ່ານ​ໄດ້​ຂາຍ​ສະ​ບ່ຽງ​ເອົາ​ເງິນ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ມີ​ອາ​ຫານ​ກິນ ແລະຂໍ​ຂາຍ​ນ້ຳ​ເອົາ​ເງິນ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ດື່ມ ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ເດີນ​ຍ່າງ​ຂ້າມ​ປະ​ເທດ​ຂອງ​ທ່ານ​ເທົ່າ​ນັ້ນ 29 ເຫມືອນ​ດັ່ງ​ພວກ​ລູກ​ຫລານ​ເອ​ຊາວ​ທີ່​ຢູ່​ເມືອງເຊ​ອີ​ຣ໌ ແລະ​ພວກ​ໂມ​ອາບ​ທີ່​ຢູ່​ເມືອງ​ອາຣ໌ ໄດ້​ກະ​ທຳ​ແກ່​ຂ້າ​ພະ​ເຈົ້າ​ນັ້ນ ຈົນ​ຂ້າ​ພະ​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ເຂົ້າ​ໄປ​ໃນ​ປະ​ເທດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ໄດ້​ຊົງ​ປະ​ທານ​ແກ່​ຂ້າ​ພະ​ເຈົ້າ 30 ແຕ່​ຊີ​ໂຮນ​ກະ​ສັດ​ເມືອງ​ເຮສ​ໂບນ ບໍ່​ຍອມ​ໃຫ້​ເຮົາ​ທັງ​ຫລາຍ​ຂ້າມ​ປະ​ເທດ​ຂອງ​ທ່ານ ເພາະ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ຊົງ​ກະ​ທຳ​ໃຫ້​ຈິດ​ໃຈ​ຂອງ​ທ່ານ​ໃຫ້​ແຂງ​ໄປ ເພື່ອ​ຈະ​ໄດ້​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ພວກ​ທ່ານ​ດັ່ງ​ເປັນ​ຢູ່​ທຸກວັນ​ນີ້ 31 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງແກ່​ຂ້າ​ພະ​ເຈົ້າ​ວ່າ, “ເບິ່ງ​ແມ໋, ເຮົາ​ໄດ້​ເລີ້ມມອບ​ຊີ​ໂຮນ ແລະ​ເມືອງ​ຂອງ​ເຂົາ​ໄວ້​ກັບ​ເຈົ້າ ຈົ່ງ​ເຂົ້າ​ຍຶດ​ຄອງ​ທີ່​ນັ້ນ ເພື່ອ​ເຈົ້າ​ຈະ​ໄດ້​ແຜ່ນ​ດິນ​ຂອງ​ເຂົາ​ເປັນ​ກຳມະ​ສິດ” 32 ແລ້ວ​ຊີ​ໂຮນຍົກ​ອອກ​ມາ​ຕໍ່​ສູ້​ກັບ​ເຮົາ ທັງ​ທ່ານ​ແລະ​ພົນ​ໂຍ​ທາ​ທັງ​ຫລາຍ​ຂອງ​ທ່ານ​ທີ່​ເມືອງ​ຢາ​ຮັ​ສ 33 ແລະ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ໄດ້​ຊົງ​ມອບ​ທ່ານ​ໄວ້​ໃນ​ມື​ຂອງ​ເຮົາ ແລະ​ເຮົາ​ໄດ້​ຕີ​ທຳ​ລາຍ​ທ່ານ​ກັບ​ໂອ​ຣົດ ແລະ​ພົນ​ໂຍ​ທາ​ທັງ​ຫລາຍ​ຂອງ​ທ່ານ​ເສັຽ 34 ຄັ້ງ​ນັ້ນ​ເຮົາ​ໄດ້​ຍຶດ​ເມືອງ​ທັງ​ປວງ​ຂອງ​ທ່ານ ແລະ​ເຮົາ​ໄດ້​ທຳ​ລາຍ​ທຸກໆ​ເມືອງ​ເສັຽ​ສິ້ນ ເຮົາ​ທຳ​ລາຍ​ຜູ້​ຊາຍຜູ້​ຍິງ​ແລະ​ເດັກ​ທັງ​ຫລາຍ​ໃນ​ທຸກ​ເມືອງ​ບໍ່​ໃຫ້​ມີເຫລືອ​ເລີຍ 35 ແຕ່​ຝູງ​ສັດ​ເຮົາ​ໄດ້​ຍຶດ​ມາ​ເປັນ​ຂອງ​ເຮົາ​ທັງ​ຂອງ​ຍຶດ​ໄດ້​ໃນ​ເມືອງ​ເຫລົ່າ​ນັ້ນ​ທີ່​ເຮົາ​ຕີ​ມາ 36 ຕັ້ງ​ແຕ່​ອາ​ໂຣ​ເອີ ທີ່​ຢູ່​ລຸ່ມ​ແມ່ນ້ຳ​ອາ​ຣ໌ໂນນ ແລະ​ຕັ້ງ​ແຕ່​ເມືອງ​ທີ່​ຢູ່​ໃນ​ລຸ່ມ​ແມ່​ນ້ຳ​ນັ້ນ​ຈົນ​ເຖິງ​ເມືອງ​ກີ​ເລ​ອາດ ບໍ່​ມີ​ເມືອງ​ໃດ​ທີ່​ຕໍ່​ຕ້ານ​ເຮົາ​ໄດ້ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ໄດ້​ຊົງ​ມອບ​ທັງ​ຫມົດ​ໄວ້​ໃນ​ມື​ຂອງ​ເຮົາ 37 ແຕ່​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ເຂົ້າ​ໃກ້​ແຜ່ນ​ດິນ​ຄົນ​ອັມ​ໂມນ ຄື​ຝັ່ງ​ແມ່​ນ້ຳ​ຢັບ​ໂບກ ແລະ​ເມືອງ​ທີ່​ຢູ່​ເທິງ​ພູ​ເຂົາ ແລະ​ທີ່​ໃດໆ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຮົາ​ໄດ້​ສັ່ງ​ຫ້າມ​ເຮົາ​ນັ້ນ

ພຣະບັນຍັດສອງ 3

ອິສ​ຣາ​ເອນ​ຊະນະ​ກະ​ສັດ​ໂອກແຫ່ງ​ເມືອງ​ບາ​ຊານ

1 “ເຮົາ​ທັງ​ຫລາຍ​ຈີ່ງ​ໄດ້​ຫັນ​ໄປ​ຂຶ້ນ​ທາງ​ສູ່​ເມືອງ​ບາ​ຊານ ແລ້ວ​ກະ​ສັດ​ໂອກ​ເມືອງ​ບາ​ຊານ​ກໍ​ອອກ​ມາ​ສູ້​ຮົ​ບ​ກັບ​ເຮົາ ຕົວ​ໂອກ​ເອງ​ແລະ​ພົນ​ໂຍ​ທາ​ຂອງ​ທ່ານ​ມາ​ຮົບ​ກັບ​ເຮົາ​ທີ່​ເມືອງ​ເອັດ​ເຣ​ອີ 2 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ຢ່າ​ຢ້ານ​ເຂົາ​ເລີຍ ເພາະ​ເຮົາ​ຈະ​ມອບ​ເຂົາ​ກັບ​ພົນ​ໂຍ​ທາ​ທັງ​ຫມົດ​ຂອງ​ເຂົາ ແລະ​ແຜ່ນ​ດິນ​ຂອງ​ເຂົາ​ໄວ້​ໃນ​ມື​ຂອງ​ເຈົ້າ ເຈົ້າ​ຈະ​ກະ​ທຳ​ແກ່​ເຂົາ​ເຫມືອນ​ເຈົ້າ​ໄດ້​ກະ​ທຳ​ແກ່​ຊີ​ໂຮນ​ກະ​ສັດ​ຂອງ​ຄົນ​ອາ​ໂມ​ຣິດ​ຊຶ່ງ​ຢູ່​ເມືອງ​ເຮສ​ໂບນ​ນັ້ນ” 3 ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຮົາ​ຈຶ່ງ​ໄດ້​ຊົງ​ມອບ​ໄວ້​ໃນ​ມືຂອງ​ເຮົາ ທັງ​ກະ​ສັດ​ໂອກ​ເມືອງ​ບາ​ຊານ ແລະ​ພົນ​ໂຍ​ທາ​ທັງ​ຫລາຍ​ຂອງ​ທ່ານ ແລະ​ເຮົາ​ທັງ​ຫລາຍ​ໄດ້​ຂ້າຕີ​ເຂົາ​ຈົນ​ບໍ່​ມີ​ເຫລືອ 4 ຄັ້ງ​ນັ້ນເຮົາ​ທັງ​ຫລາຍ​ໄດ້​ຕີ​ເອົາ​ບ້ານ​ເມືອງ​ທັງ​ຫລາຍ​ຂອງ​ເຂົາ​ຈົນ​ບໍ່​ມີ​ເຫລືອ​ຈັກ​ເມືອງ​ດຽວ​ຊຶ່ງ​ເຮົາ​ບໍ່ໄດ້​ຍຶດ​ມາ​ຮ່ວມ​ຫົກ​ສິບ​ເມືອງ ດິນແດນ​ອາ​ຣ໌​ໂກບ​ທັງ​ຫມົດ ຊຶ່ງ​ເປັນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ກະ​ສັດ​ໂອກ​ເມືອງ​ບາ​ຊານ 5 ບັນ​ດາ​ເມືອງ​ເຫລົ່າ​ນີ້​ເປັນ​ເມືອງ​ທີ່​ມີ​ກຳ​ແພງ​ສູງ​ໂດຍ​ຮອບ ມີ​ປະ​ຕູ ມີ​ດານ​ປະ​ຕູ ແລະ​ຍັງ​ມີ​ຊົນ​ນະ​ບົດ​ອີກ​ຫລາຍທີ່​ບໍ່​ມີ​ກຳ​ແພງ 6 ເຣົາ​ໄດ້​ຕີ​ທຳ​ລາຍ​ຫມົດ ໄດ້​ທຳ​ລາຍ​ທຸກໆ​ເມືອງເສັຽ​ສິ້ນ ຮວ​ມ​ທັງ​ຜູ້​ຊາຍ​ຜູ້​ຍິງ​ແລະ​ເດັກ​ນ້ອຍທັງ​ຫລາຍ​ເຫມືອນ​ເຮົາ​ໄດ້​ທຳ​ລາຍ​ຊີ​ວິດ​​ກະ​ສັດຊີ​ໂຮນ​ເມືອງ​ເຮສ​ໂບນ​ນັ້ນ 7 ແຕ່​ຝູງ​ສັດ​ທັງ​ຫມົດ ແລະ​ຂອງ​ຍຶດ​ໄດ້​ໃນ​ເມືອງ​ເຫລົ່າ​ນັ້ນ​ເຮົາ​ໄດ້​ຍຶດມາ​ເປັນ​ຂອງ​ເຣົາ 8 ຄັ້ງ​ນັ້ນ​ເຮົາ​ໄດ້​ຍຶດ​ແຜ່ນ​ດິນ​ເສັຽ​ຈາກ​ມື​ຂອງ​ກະ​ສັດ​ທັງ​ສອງ​ ຂອງ​ຄົນ​ອາໂມ​ຣິດ ຜູ້​ຢູ່​ຟາກ​ຕາ​ເວັນອອກຂອງ​ແມ່​ນ້ຳ​ຈໍ​ແດນ ຕັ້ງ​ແຕ່​ລຸ່ມ​ແມ່ນ​ນ້ຳ​ອາ​ຣ໌​ໂນນ​ເຖິງ​ພູ​ເຂົາ​ເຮີ​ໂມນ 9 (ພູ​ເຂົາ​ເຮີ​ໂມນ​ນັ້ນ​ຊາວ​ຊີ​ໂດນ​ເອີ້ນ​ຊື່​ວ່າ ຊີ​ຣີ​ໂອນ ແລະ​ຊາວ​ອາ​ໂມ​ຣິດ​ເອີ້ນຊື່​ວ່າ ເຊ​ນີ) 10 ຄື​ເມືອງ​ທັງ​ຫລາຍ​ໃນ​ທີ່​ຮາບ​ສູງ​ແລະ​ກີ​ເລ​ອາດ​ທັງ​ຫມົດ ແລະ​ບາ​ຊານ​ທັງ​ຫມົດ ຈົນ​ເຖິງ​ຊາ​ເລ​ກາ ແລະ​ເອັດ​ເຣ​ອີ ຊຶ່ງ​ເປັນ​ຫົວ​ເມືອງ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ໂອກ​ໃນ​ເມືອງ​ບາ​ຊານ 11 (​ຍັງ​ເຫລືອ​ຢູ່​ແຕ່​ກະ​ສັດ​ໂອກ​ເມືອງ​ບາ​ຊານ ຊຶ່ງ​ເປັນ​ພວກ​ເຣ​ຟາ​ອິມ ເບິ່ງ​ແມ໋, ຕຽງ​ນອນ​ຂອງ​ທ່ານ​ທຳ​ດ້ວຍ​ເຫລັກ ຕຽງ​ນອນ​ນັ້ນ​ບໍ່​ຢູ່​ໃນ​ເມືອງ​ຣັບ​ບາ​ແຫ່ງ​ຄົນ​ອັມ​ໂມນດອກ​ຫລື ຍາວ​ຕັ້ງ​ເກົ້າ​ສອກ ກວ້າງ​ສີ່​ສອກ ຂະຫນາດ​ສອກ​ຄົນ​ເຣົາ) ຣູ​ເບນ ກາດ ແລະ​ເຄິ່ງ​ເຜົ່າ​ມາ​ນັ​ສ​ເຊ ຕັ້ງ​ຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ 12 “ແຜ່ນ​ດິນ​ນີ້​ທີ່​ເຮົາ​ຕີ​ໄດ້​ຄັ້ງ​ນັ້ນ ຄື​ຕັ້ງ​ແຕ່​ອາ​ໂຣ​ເອີ ຊຶ່ງ​ຢູ່​ລຸ່ມ​ນ້ຳ​ອາ​ຣ໌ໂນນ ແລະ​ແດນ​ພູ​ດອຍ​ກິ​ເລ​ອາດ​ເຄິ່ງ​ນຶ່ງ​ກັບ​ຫົວ​ເມືອງ​ທັງ​ຫລາຍ​ເຫລົ່າ​ນັ້ນ ເຮົາ​ກໍ​ໄດ້​ໃຫ້​ແກ່​ເຜົ່າ​ຣູ​ເບນ ແລະ​ເຜົ່າ​ກາດ 13 ສ່ວນ​ກິ​ເລ​ອາດ​ທີ່​ຍັງ​ເຫລືອ​ຢູ່​ກັບ​ເມືອງ​ບາ​ຊານ​ທັງ​ຫມົດ ຊຶ່ງ​ເປັນ​ແຜ່ນ​ດິນ​ຂອງ​ໂອກ ຄື​ດີນ​ແດນ​ອາ​ຣ໌​ໂກບ​ທັງ​ຫມົດ ເຮົາ​ກໍໄດ້​ໃຫ້​ໄວ້​ກັບ​ເຄິ່ງ​ນຶ່ງ​ຂອງ​ຄົນ​ເຜົ່າ​ມາ​ນັ​ສ​ເຊ (ທັງ​ຫມົດ​ເມືອງ​ບາ​ຊານ​ນັ້ນ​ເອີ້ນ​ວ່າ​ດິນ​ແດນ​ຂອງ​ພວກ​ເຣ​ຟາ​ອິມ 14 ຢາ​ອີ​ຣ໌​ ຄົນ​ເຜົ່າ​ມາ​ນັ​ສ​ເຊ​ກໍ​ຕີ​ໄດ້​ດິນ​ແດນ​ອາ​ຣ໌ໂກບ​ທັງ​ຫມົດ ຄື​ເມືອ​ງບາ​ຊານ ຈົນ​ເຖິງ​ເຂດ​ແດນ​ເມືອງ​ຊາວ​ເກ​ຊູ ແລະ​ເມືອງ​ຕະ​ກູນມາ​ອາ​ກາ ແລະ​ໄດ້​ເອີ້ນ​ຊື່​ເມືອງ​ເຫລົ່າ​ນັ້ນ​ຕາມ​ຊື່​ຂອງ​ຕົນ​ວ່າ​ຮາວ​ໂວດ​ຢາ​ອີ ຈົນ​ເຖິງ​ທຸກວັນ​ນີ້) 15 ເມືອງ​ກິ​ເລ​ອາດ​ນັ້ນ​ເຮົາ​ໃຫ້​ແກ່​ມາ​ຄີຣ໌ 16 ແຕ່​ເຜົ່າ​ຣູ​ເບນ ແລະ​ກາດ​ນັ້ນ​ເຮົາ​ໃຫ້​ເມືອງ​ຕັ້ງ​ແຕ່​ກິ​ເລ​ອາດ​ເຖິງ​ລຸ່ມ​ນ້ຳ​ອາ​ຣ໌​ໂນນ ຖືກ​ເອົາ​ກາງ​ລຸ່ມ​ນ້ຳ​ເປັນ​ແດນ​ມາ​ເຖິງ​ແມ່​ນ້ຳ​ຢັບ​ໂບກ​ອັນ​ເປັນ​ແດນ​ຂອງ​ຄົນ​ອັມ​ໂມນ 17 ທັງແຖບ​ອາ​ຣາ​ບາ​ ມີ​ແມ່​ນ້ຳ​ຈໍ​ແດນ​ເປັນ​ເຂດ​ແດນ ຕັ້ງ​ແຕ່​ທະ​ເລ​ຄິນ​ເນ​ເຣທ​ຈົນ​ເຖິງ​ທະ​ເລ​ແຫ່ງ​ອາ​ຣາ​ບາ ຄື​ທະ​ເລ​ຕາຍ​ທີ່​ຮາບ​ແຖບ​ເນີນ​ເຂົາ​ປິ​ສ​ກາ ຊຶ່ງ​ຢູ່​ທິດ​ຕາ​ເວັນ​ອອກ 18 ຄັ້ງ​ນັ້ນ ​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ທ່ານ​ທັງ​ຫລາຍ​ວ່າ “ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ໄດ້​ຊົງ​ໃຫ້​ທ່ານ​ທັງ​ຫລາຍ​ຍຶດ​ຄອງ​ແຜ່ນ​ດິນ​ນີ້ ທະ​ຫານ​ທີ່​ເກັ່ງ​ກ້າ​ທັງ​ຫມົດ​ຂອງ​ທ່ານ ຈົ່ງ​ຖືກ​ອາ​ວຸດ​ຍົກ​ຂ້າມ​ໄປ​ກ່ອນ​ຄົນ​ອິສ​ຣາ​ເອນ​ຜູ້​ເປັນ​ພີ່​ນ້ອງ​ຂອງ​ທ່ານ 19 ແຕ່​ພັ​ຣ​ຍາຂອງ​ທ່ານ ບຸດ​ນ້ອຍໆ​ທັງ​ຫລາຍ​ຂອງ​ທ່ານ ກັບ​ຝູງ​ສັດ​ຂອງ​ທ່ານ (ເພາະ​ຂ້າ​ພະ​ເຈົ້າ​ຊາບ​ຢູ່​ແລ້ວ​ວ່າ ທ່ານ​ທັງ​ຫລາຍ​ມີ​ຝູງ​ສັດເປັນ​ຈໍາ​ນວນ​ຫລວງ​ຫລາຍ) ຈົ່ງ​ຢູ່​ໃນ​ເຂດ​ເມືອງ​ທີ່​ເຮົາ​ຍົກ​ໃຫ້​ນັ້ນ​ກ່ອນ 20 ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໂຜດ​ໃຫ້​ພີ່​ນ້ອງ​ຂອງ​ທ່ານ​ໄດ້​ຢຸດ​ພັກ​ເຫມືອນ​ໄດ້​ປະ​ທານ​ແກ່​ທ່ານ​ແລ້ວ ຈົນ​ເຂົາ​ທັງ​ຫລາຍ​ຈະ​ຍຶດ​ຄອງ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ເຂົາ​ທີ່​ຟາກ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ແລ້ວ​ທ່ານ​ທັງ​ຫລາຍ​ຕ່າງ​ຈຶ່ງ​ຈະ​ກັບ​ມາ​ຍັງ​ທີ່​ຢູ່​ຂອງ​ຕົນ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ແກ່​ທ່ານ​ທັງ​ຫລາຍ” 21 ຄັ້ງ​ນັ້ນ ຂ້າພະ​ເຈົ້າ​ໄດ້​ສັ່ງ​ໂຢ​ຊວຍ​ວ່າ “ນັຍ​ຕາ​ຂອງ​ທ່ານ​ໄດ້​ເຫັນ​ບັນ​ດາ​ກິ​ຈ​ການ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ໄດ້​ຊົງ​ກະ​ທຳ​ແກ່​ກະ​ສັດ​ທັງ​ສອງ​ນັ້ນ​ແລ້ວ ດັ່ງ​ນັ້ນ​ພຣະ​ເຈົ້າ​ຈະ​ຊົງ​ກະ​ທຳ​ແກ່​ເມືອງ​ທັງ​ປວງ​ຊຶ່ງທ່ານ​ຈະ​ຂ້າມ​ໄປ​ຢູ່​ເຊັ່ນ​ດຽວ​ກັນ 22 ທ່ານ​ທັງ​ຫລາຍ​ຢ່າ​ໄດ້​ຢ້ານ​ເຂົາ​ເລີຍ ເພາະ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ ພຣະ​ອົງ​ນັ້ນ​ຊົງ​ສູ້​ຮົບ​ເພື່ອ​ທ່ານ​ທັງ​ຫລາຍ”

ບໍ່​ຊົງ​ອະ​ນຸ​ຍາດ​ໃຫ້​ໂມ​ເຊ​ເຂົ້າ​ກາ​ນາ​ອານ

23 “ຄັ້ງ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, 24 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ສຳ​ແດງ​ອາ​ນຸ​ພາບ ແລະ​ຣິດ​ພຣະ​ຫັດ​ຂອງ​ພຣະ​ອົງ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພາະ​ມີ​ພຣະ​ເຈົ້າ​ອົງ​ໃດ​ໃນ​ສວັນ ໃນ​ແຜ່ນ​ດິນ​ໂລກ​ຊຶ່ງ​ອາດ​ກະ​ທຳ​ຕາມ​ການ​ສຳ​ຄັນ ແລະ​ການ​ອິດ​ທິ​ຣິດ​ດັ່ງ​ພຣະ​ອົງ​ໄດ້ 25 ຂໍ​ພຣະ​ອົງ​ຊົງ​ໂຜດ​ອະ​ນຸຍາດ​ໃຫ້​ຂ້າ​ພຣະ​ອົງ​ຂ້າມ​ໄປ​ເບິ່ງ​ແຜ່ນ​ດິນ​ອັນ​ດີ​ທີ່​ຢູ່​ຟາກ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ເບິ່ງ​ແດນ​ພູ​ດອຍ​ງົດ​ງາມ ແລະເລ​ບາ​ນອນ​ດ້ວຍ” 26 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ພິ​ໂຣດ​ຕໍ່​ຂ້າ​ພະ​ເຈົ້າ ເພາະ​ທ່ານ​ທັງ​ຫລາຍ​ເປັນ​ເຫດ ພຣະ​ອົງ​ຈຶ່ງ​ບໍ່​ໄດ້​ຊົງ​ໂຜດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ພໍ​ແລ້ວ ເຈົ້າ​ຢ່າ​ໄດ້​ເວົ້າ​ກັບ​ເຮົາ​ໃນ​ເຣື່ອງ​ນີ້​ຕໍ່​ໄປ​ເລີຍ 27 ເຈົ້າ​ຈົ່ງ​ຂຶ້ນ​ໄປ​ເຖິງຍອດ​ປິ​ສ​ກາ ແລະ​ເພ່ງ​ຕາ​ຂອງ​ເຈົ້າ​ເບິ່ງ​ທິດ​ຕາ​ເວັນ​ອອກ ແລະ​ເບິ່ງ​ແຜ່ນ​ດິ ນ​ນັ້ນ​ດ້ວຍ​ນັຍ​ຕາ​ຂອງ​ເຈົ້າ ເພາະ​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ນີ້​ໄປ​ບໍ່​ໄດ້​ເລີຍ 28 ແຕ່​ເຈົ້າ​ຈົ່ງ​ບອກ​ໂຢ​ຊວຍ ຈົ່ງ​ສ​ນັບ​ສນຸນ ແລະ​ຊູ​ໃຈ​ຂອງ​ເຂົາ​ໃຫ້​ເຂັ້ມ​ແຂງ ເພາະ​ເຂົາ​ຈະ​ຕ້ອງ​ນຳ​ຫນ້າ​ຊົນ​ຊາດ​ນີ້​ຂ້າມ​ໄປ ແລະ​ຈະ​ໃຫ້​ເຂົາ​ທັງ​ຫລາຍ​ເຂົ້າ​ຖື​ກຳ​ມະ​ສິດ​ໃນ​ແຜ່ນ​ດິນ​ທີ່​ເຈົ້າ​ແລ​ເຫັນ​ນັ້ນ” 29 ສະ​ນັ້ນ​ເຣົາ​ທັງ​ຫລາຍ​ຈຶ່ງ​ຢັບ​ຢັ້ງ​ຢູ່​ໃນ​ຮ່ອມ​ພູ​ຕໍ່ຫນ້າ​ເບັດເປ​ໂອຣ໌

ພຣະບັນຍັດສອງ 4

ໂມ​ເຊ​ຕັກ​ເຕືອນ​ຊາວ​ອິສ​ຣາ​ເອນ​ໃຫ້​ເຊື່ອ​ຟັງ

1 ໂມ​ເຊ​ໄດ້​ກ່າວ​ຕໍ່​ປະ​ຊາ​ຊົນ​ວ່າ, “ພຣະ​ທັມ​ທັງ​ຫມົດ​ທີ່​ຂ້າ​ພະ​ເຈົ້າ​ບອກ​ສອນ​ນັ້ນ ພວກ​ທ່ານ​ຈົ່ງ​ປະ​ຕິ​ບັດ​ຕາມ​ເພື່ອ​ວ່າ​ຈະ​ໄດ້​ມີ​ຊີ​ວິດ​ຢູ່ ແລະ​ເພື່ອ​ຈະ​ໄດ້​ເຂົ້າ​ຍຶດ​ຄອງ​ເອົາ​ແຜ່ນ​ດິນ​ທີ່​ພຣະຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ກຳ​ລັງ​ຈະ​ປະ​ທານ​ໃຫ້ 2 ຢ່າ​ເພີ້ມ​ເຕີມ ຫລື​ຕັດ​ຖ້ອຍ​ຄຳ​ໃດໆ​ທີ່​ຂ້າ​ພະ​ເຈົ້າ​ສັ່ງ​ນັ້ນ​ອອກ ໃຫ້​ເຊື່ອ​ຟັງ​ທັງ​ຫມົດ ເພາະ​ວ່າ​ເປັນ​ຄຳ​ສັ່ງ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ 3 ພວກ​ທ່ານ​ເອງ​ກໍ​ເຫັນແລ້ວສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໃນ​ພູ​ເປ​ໂອ​ຣ໌​ນັ້ນ ຄື​ຊົງ​ທຳ​ລາຍ​ທຸກ​ຄົນ​ທີ່​ຂາບ​ໄຫວ້​ພຣະ​ບາ​ອານ​ຢູ່​ໃນ​ທີ່​ນັ້ນ 4 ແຕ່​ຄົນ​ທັງ​ຫລາຍ​ທີ່​ຍຶດ​ຖື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ພວກ​ທ່ານ​ກໍ​ຍັງ​ມີ​ຊີ​ວິດ​ຢູ່​ທຸກວັນ​ນີ້ 5 ຂ້າ​ພະ​ເຈົ້າ​ໄດ້​ສອນ​ພຣະ​ທັມ​ທັງ​ຫມົດ​ນີ້​ແກ່​ພວກ​ທ່ານ ເຫມືອນ​ດັ່ງພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າຂອງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ສອນ​ຂ້າ​ພະ​ເຈົ້າ ສະ​ນັ້ນ​ຢູ່​ໃນ​ດິນ​ແດນ​ທີ່​ພວກ​ເຈົ້າ​ກຳ​ລັງ​ຈະ​ບຸກ​ເຂົ້າ​ໄປ​ຍຶດ​ຄອງ​ນັ້ນ 6 ຈົ່ງ​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ທັມ​ເຫລົ່າ​ນີ້​ດ້ວຍ​ຄວາມ​ສັດ​ຊື່ ເພາະ​ວ່າ​ການ​ກະ​ທຳ​ເຊັ່ນນີ້​ຈະ​ເປັນ​ເຄື່ອງ​ສະ​ແດງ​ໃຫ້​ຊົນ​ຊາດ​ອື່ນໆ ເຫັນ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ຮອບ​ຮູ້ຂອງ​ພວກ​ທ່ານ ອັນ​ນຶ່ງ ເມື່​ອຊົນ​ຊາດ​ເຫລົ່າ​ນັ້ນ​ໄດ້​ຟັງ​ພຣະ​ທັມ​ນີ້​ທັງ​ຫມົດ ພວກ​ເຂົາ​ກໍ​ຈະ​ພາ​ກັນ​ເວົ້າ​ວ່າ​ຊົນ​ຊາດ​ໃຫຍ່​ນີ້​ມີ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ຮອບ​ຮູ້​ແທ້ 7 ບໍ່​ມີ​ຊົນ​ຊາດ​ໃຫຍ່​ອື່ນ​ໃດ​ມີ​ພຣະ​ຢູ່​ໃກ້​ເຫມືອນ​ກັບ​ພວກ​ເຮົາ​ມີ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃກ້​ຄື​ເມື່ອ​ໃດ​ພວກ​ເຮົາ​ຣ້ອງ​ຂໍ​ໃຫ້​ຊົງ​ຊ່ອຍ​ເຫລືອ ພຣະ​ອົງ​ກໍ​ຊົງ​ຕອບ 8 ບໍ່​ມີ​ປະ​ເທດ​ໃຫຍ່​ອື່ນ​ໃດ​ມີ​ພຣະ​ທັມ​ທີ່​ຍຸດ​ຕິ​ທັມ​ຄື​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສອນ​ພວກ​ທ່ານ​ໃນ​ມື້​ນີ້

ທົບ​ທວນ​ເຫດ​ການ​ຊຶ່ງ​ອິສ​ຣາ​ເອນ​ປະ​ສົບ​ທີ່​ໂຮ​ເຣັບ

9 ຈົ່ງ​ເຝົ້າ​ລະ​ວັງ​ຢູ່ ແລະ​ລະ​ມັດ​ລະ​ວັງ​ໃຫ້​ດີ​ຕ​ລ​ອດ​ຊົ່ວ​ຊີ​ວິດ​ຂອງ​ພວກ​ທ່ານ​ນັ້ນ ຢ່າ​ໄດ້​ຫລົງ​ລື​ມ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ເຫັນ​ກັບ​ຕາ​ມາ​ແລ້ວ ຈົ່ງ​ບອກ​ໃຫ້​ພວກ​ລູກ​ຫລານ​ຂອງ​ພວກ​ທ່ານ​ຮູ້ 10 ເຖິງ​ເຣື່ອງ​ເຫດ​ການໃນ​ມື້​ທີ່​ພວກ​ເຈົ້າ​ໄດ້​ເຂົ້າ​ເຝົ້າພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າຂອງ​ເຈົ້າ​ທີ່​ໂຮ​ເຣັບ ໃນ​ວັນນັ້ນ ພຣະ​ອົງ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ບອກ​ໃຫ້​ປະ​ຊາ​ຊົນ​ມາ​ໂຮມ​ກັນ ເພາະ​ວ່າ​ເຮົາ​ຢາກເວົ້າ​ໃຫ້​ເຂົາ​ຟັງ​ເພື່ອ​ເຂົາ​ທັງ​ຫລາຍ ຈະ​ໄດ້​ຮູ້​ຈັກ​ການ​ເຄົາຣົ​ບ​ຢຳ​ເກງ​ເຮົາ​ຈົນ​ຕລອດ​ຊີ​ວິດ​ແລະ​ເພື່ອ​ຈະ​ໄດ້​ບອກ​ສອນ​ລູກ​ຫລານ​ຂອງ​ເຂົາ​ໃຫ້​ຢຳ​ເກງ​ເຮົາ” 11 ໃນ​ວັນນັ້ນ​ເອງ ພວກ​ເຈົ້າ​ໄດ້​ຫຍັບ​ເຂົ້າ​ມາ​ຢືນ​ຢູ່​ໃນ​ຕີນ​ພູ ຊຶ່ງ​ມີ​ເມກ​ເປັນ​ຄວັນ​ຫນາ​ຕຶບ​ປົກ​ຄຸມ​ຢູ່ 12 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ພວກ​ທ່ານ​ຮູ້​ວ່າ ພຣະ​ອົງ​ໄດ້​ຊົງ​ເວົ້າ​ແນວ​ໃດ​ແດ່​ກັບ​ພວກ​ທ່ານ​ອອກ​ມາ​ຈາກ​ໄຟ​ນັ້ນ ທັງໆ​ທີ່​ພວກ​ທ່ານ​ບໍ່​ເຫັນ​ຮູບ​ຮ່າງ​ໃດໆ​ຂອງ​ພຣະ​ອົງ​ເລີຍ 13 ພຣະ​ອົງ​ຊົງ​ບອກ​ໃຫ້​ທ່ານ​ທັງ​ຫລາຍ​ທຳຕາມ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ຊົງ​ໃຫ້​ໄວ້​ແລະ​ຊົງ​ໃຫ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ສິບ​ປະ​ການ ທີ່​ຊົງ​ຈາ​ລຶກ​ໄວ້​ໃນ​ສີ​ລາ​ສອງ​ແຜ່ນ 14 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໃຫ້​ຂ້າ​ພະ​ເຈົ້າ ສອນ​ພຣະ​ທັມ​ທັງ​ຫມົດ​ນີ້​ແກ່​ພວກ​ທ່ານ ເພື່ອ​ຈະ​ໄດ້​ນຳ​ໄປ​ປະ​ພຶດ​ປະ​ຕິ​ບັດ​ຢູ່ໃນ​ແຜ່ນ​ດິນ​ທີ່​ກຳ​ລັງ​ຈະ​ເຂົ້າ​ຍຶດ​ຄອງ​ນັ້ນ

ຕັກ​ເຕືອນ​ບໍ່​ໃຫ້​ຂາບ​ໄຫວ້​ຮູບ​ເຄົາ​ຣົບ

15 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ພວກ​ທ່ານ​ອອກ​ມາ​ຈາກ​ໄຟ​ຢູ່​ເທິງ​ພູ​ຊີ​ນາ​ອີນັ້ນ ພວກ​ທ່ານ​ບໍ່​ໄດ້​ເຫັນ​ຮູບ​ຮ່າງ​ໃດໆ ມັນ​ຈຶ່ງ​ເປັນ​ການດີສຳ​ລັບ​ພວກ​ທ່ານ 16 ສະ​ນັ້ນ​ ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໄດ້​ທຳ​ບາບ​ດ້ວຍ​ການ​ສ້າງ​ຮູບ​ເຄົາ​ຣົບ​ໃດໆ​ຂຶ້ນ​ມາ​ເລີຍ ບໍ່​ວ່າ​ຮູບ​ຜູ້​ຊາຍ​ຫລື​ຜູ້​ຍິງ 17 ບໍ່​ວ່າຮູບ​ສັດ​ເດັຽ​ລະ​ສານ ຮູບ​ນົກ​ທີ່​ມີ​ປີກ​ບິນ​ໄປ​ໃນ​ອາ​ກາດ 18 ຮູບ​ສັດເລືອ​ຄານ​ຢູ່​ເທິງ​ດິນ ຮູບ​ປາ​ຢ່າງ​ໃດ​ທີ່​ຢູ່​ໃນ​ນ້ຳໃຕ້​ແຜ່ນ​ດິນ​ໂລກ 19 ຢ່າ​ຫລົງ​ຂາບໄຫ​ວ້ ຫລື​ບົວ​ລະ​ບັດ​ສິ່ງ​ທີ່​ເຫັນ​ໃນ​ທ້ອງ​ຟ້າ ຄື​ພຣະ​ອາ​ທິດ ພຣະ​ຈັນ​ ແລະ​ດວງ​ດາວ​ທັງ​ຫ​ລາຍ ສິ່ງ​ເຫລົ່າ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ​ຊົງ​ປະ​ທານ​ໃຫ້​ຊົນ​ຊາດ​ອື່ນ​ທັງ​ຫມົດ​ຂາບ​ໄຫວ້ 20 ແຕ່​ພວກ​ທ່ານ​ນັ້ນ​ບໍ່​ຕ້ອງ​ຂາບ​ໄຫວ້ ເພາະ​ວ່າ​ພວກ​ທ່ານ​ເປັນ​ປະ​ຊາ​ຊົນ​ທີ່​ພຣະ​ອົງ​ຊົງ​ນໍາ​ອອກ​ມາ​ຈາກ​ເຕົາ​ໄຟ​ໃນ​ປະ​ເທດ​ເອ​ຢິບ ເພື່ອ​ໃຫ້​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ຢ່າງ​ທີ່​ພວກ​ທ່ານ​ກຳ​ລັງ​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້ 21 ຍ້ອນ​ພວກ​ທ່ານ​ນັ້ນ​ແຫລະ ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ພວກ​ເຣົາ ຈຶ່ງ​ຊົງ​ພຣະ​ພິ​ໂຣດ​ຂ້າ​ພະ​ເຈົ້າ ຄື​ພຣະ​ອົງ​ຊົງ​ປະ​ກາດ​ຢ່າງ​ຫນັ​ກ​ແຫນ້ນ​ວ່າ ຈະ​ບໍ່​ໃຫ້​ຂ້າ​ພະ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຍັງ​ແຜ່ນ​ດິນ​ອັນ​ອຸ​ດົມ​ສົມ​ບູນ​ຊຶ່ງ​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ພວກ​ທ່ານ 22 ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ຕາຍ​ຢູ່​ໃນ​ແຜ່ນ​ດິນ​ນີ້ ຈະ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ ແຕ່​ພວກ​ທ່ານ​ນັ້ນ​ຈະ​ໄດ້​ຂ້າມ​ໄປ​ຍຶດ​ເອົາ​ແຜ່ນ​ດິນ​ອັນ​ອຸ​ດົມ​ສົມ​ບູ​ນ​ນັ້ນ​ເປັນ​ກຳ​ມະ​ສິດ 23 ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໄດ້​ລືມ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ຊົງ​ໃຫ້​ໄວ້ ໃຫ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ອົງ​ຊົງ​ສັ່ງ​ຫ້າມ​ບໍ່​ໃຫ້​ທຳ​ຮູບ​ເຄົາ​ຣົບ​ໃດໆ​ຂາບ​ໄຫວ້ 24 ເພາະ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ເປັນ​ພຣະ​ເຈົ້າ​ຜູ້​ຊົງ​ຫວງ​ແຫນ​ພວກ​ທ່ານ ແລະ​ຊົງ​ເປັນ​ເຫມືອນ​ໄຟ​ທີ່​ລຸກ​ໄຫມ້​ເຜົາ​ຜານ 25 ເມື່ອ​ພວກ​ທ່ານ​ມີ​ລູ​ກ​ຫລານ ແລະ​ໄດ້​ເຂົ້າ​ໄປ​ຢູ່​ໃນແຜ່ນ​ດິນ​ນັ້ນ​ເຫິງ​ນານ​ແລ້ວ ຢ່າ​ໄດ້​ທຳ​ບາບ​ດ້ວຍ​ການ​ສ້າງ​ຮູບ​ເຄົາ​ຣົບ​ໃດໆ​ຂຶ້ນ​ມາ​ເລີຍ ເພາະ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ຊົງ​ຖື​ວ່າ​ການ​ກະ​ທຳ​ຢ່າງ​ນີ້​ຊົ່​ວ​ຮ້າຍ​ຫລາຍ ແລະ​ເປັ​ນ​ການ​ກະ​ທຳ​ທີ່​ພຣະ​ອົງ​ຊົງ​ພິ​ໂຣດ 26 ຖ້າ​ພວກ​ທ່ານ​ທຳຢ່າງ​ນີ້ ຂ້າ​ພະ​ເຈົ້າ​ຈະ​ອັນ​ເຊີນ​ເອົາ​ຟ້າ​ດີນ​ມາ​ເປັນ​ພ​ຍານ​ກ່າວ​ໂທດ​ທ່ານໃນ​ວັນນີ້​ວ່າ ພວກ​ທ່ານ​ຈະ​ຈິບ​ຫາຍ​ຈາກ​ແຜ່ນ​ດິນ​ນີ້​ໃນ​ບໍ່​ຊ້າ ຈະ​ບໍ່​ໄດ້​ຢູ່​ເຫິງ​ນານ​ໃນ​ແຜ່ນ​ດິນ​ທີ່​ທ່ານ​ກຳ​ລັງ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຍຶດ​ຄອງ​ນັ້ນ ແຕ່​ຈະ​ຖືກ​ທຳ​ລາຍ​ຈົນ​ຫມົດ​ສິ້ນ 27 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳໃຫ້​ພວກ​ທ່ານ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ໃນ​ປະ​ເທດ​ຕ່າງໆ ແລ້ວ​ຈະ​ໃຫ້​ເຫລືອ​ຢູ່​ທີ່​ນັ້ນ​ພຽງ​ຈຳ​ນວນ​ຫນ້ອຍ 28 ພວກ​ທ່ານ​ຈະ​ຮັບ​ໃຊ້​ພຣະ​ໄມ້ ແລະ​ພຣະ​ຫີນ​ທີ່​ມະ​ນຸດ​ທຳ​ຂຶ້ນ ພຣະ​ເຫລົ່າ​ນີ້ ເບິ່ງ ຟັງ ກິນ ແລະ​ດົມ​ກິ່ນ​ບໍ່​ໄດ້ 29 ຖ້າ​ວ່າ​ຢູ່​ທີ່​ນັ້ນ ພວກ​ທ່ານ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ດ້ວຍ​ຄວາມ​ເຕັມ​ໃຈພວກ​ທ່ານກໍ​ຈະ​ພົບ​ພຣະ​ອົງ 30 ແຕ່​ເມື່ອ​ໃດ​ຫາ​ກ​ພວກ​ທ່ານ​ມີ​ຄວາມ​ລໍາ​ບາກ​ໃຈ​ໃນ​ພາຍ​ຄັ້ງ​ຫນ້າ ຍ້ອນ​ສິ່ງ​ເຫລົ່າ​ນີ້​ທັງ​ຫມົດ​ໄດ້​ມາ​ຖືກ​ທ່ານ ພວກ​ທ່ານ​ກໍ​ຈະ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຊື່ອ​ຟັງ​ພຣະ​ອົງ 31 ເພາະ​ວ່າ​ຊົງ​ເປັນ​ພຣະ​ເຈົ້າ​ທີ່​ເຕັມ​ໄປ​ດ້ວຍ​ພຣະ​ເມດ​ຕາ ຈະ​ບໍ່​ຊົງ​ປະ​ຖິ້ມ ຫລື​ທຳ​ລາຍ​ພວກ​ທ່ານ ແລະ​ຈະ​ບໍ່​ຊົງ​ຫລົງ​ລືມ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ພຣະ​ອົງ​ຊົງ​ໃຫ້​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ 32 ໃຫ້​ຖາມ​ທົ່ວ​ໂລ​ກ​ນີ້​ເບິ່ງ​ດູ​ວ່າ ໃນ​ອະ​ດີດ​ຕະ​ການ​ກ່ອນ​ພວກ​ທ່ານ​ເກີດ ຕັ້ງ​ແຕ່​ຄາວ​ພຣະ​ເຈົ້າ​ຊົງ​ສ້າງ​ມະ​ນຸດ​ໃນ​ໂລກ ເຄີຍ​ມີ​ເຣື່ອງ​ໃຫຍ່​ໂຕ​ເຫມືອນ​ຢ່າງ​ນີ້​ເກີດ​ຂຶ້ນ​ມາ​ແລ້ວ​ຫລື​ບໍ່ ມີ​ໃຜ​ເຄີຍ​ໄດ້​ຍິນ​ເຣື່ອງ​ຢ່າງ​ນີ້​ຫລືບໍ່ 33 ມີ​ຊົນ​ຊາດ​ໃດ​ແດ່​ ເມື່ອ​ໄດ້​ຍິນ​ພຣະ​ເຈົ້າ​ເວົ້າ​ອອກ​ມາ​ຈາກ​ໄຟ​ແລ້ວ​ກໍ​ຍັງ​ບໍ່​ຕາຍ​ເຫມືອນ​ຢ່າງ​ພວກ​ທ່ານ 34 ມີ​ພຣະ​ເຈົ້າ​ອົງ​ໃດ​ອີກ ທີ່​ກ້າ​ໄປ​ເອົາ​ຄົນ​ອອກ​ມາ​ຈາກ​ຊາດ​ນຶ່ງ​ມາ​ຕັ້ງ​ເປັນ​ຊາດ​ຂອງ​ພຣະ​ອົງ​ເອງ ເຫມືອ​ນຢ່າງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ກະ​ທຳ​ເພື່ອ​ທ່ານ​ໃນ​ປະ​ເທດ​ເອ​ຢິບ​ນັ້ນ ພຣະ​ອົງ​ໄດ້​ຊົງ​ໃຊ້​ອຳ​ນາດ ແລະ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ທຳໃຫ້​ເກີດ​ມີ​ໂລກ​ແລະ​ສົງ​ຄາມ ທຳ​ການ​ອັ​ດ​ສະ​ຈັນ ແລະ​ຫມາຍ​ສຳ​ຄັນ​ຕ່າງໆ​ພ້ອມ​ທັງ​ທຳ​ສິ່ງ​ທີ່​ຫນ້າ​ຢ້ານ​ໃຫ້​ພວກ​ທ່ານ​ເຫັນ​ຕໍ່​ຫນ້າ​ຕໍ່​ຕາ 35 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສຳ​ແດງ​ສິ່ງ​ເຫລົ່າ​ນີ້​ໃຫ້​ພວກ​ທ່ານ​ເຫັນ ກໍ​ເພື່ອ​ໃຫ້​ພວກ​ທ່ານ​ຮູ້​ວ່າ ພຣະ​ອົງ ອົງ​ດຽວ​ເທົ່າ​ນັ້ນ​ທີ່​ຊົງ​ເປັນ​ພຣະ​ເຈົ້າ ບໍ່​ມີ​ອົງ​ອື່ນ​ອີກ​ເລີຍ 36 ພຣະ​ອົງ​ຊົງ​ໂຜດ​ໃຫ້​ພວກ​ທ່ານ​ໄດ້​ຍິນ​ສຽງ​ຂອງ​ພຣະ​ອົງ​ຈາກ​ສວັນ​ນັ້ນ​ໄດ້ ກໍ​ເພື່ອ​ສັ່ງ​ສອນ​ທ່ານ ແລະ​ຍັງ​ຊົງ​ໂຜດ​ໃຫ້​ພວກ​ທ່ານ​ໄດ້​ເຫັນ​ໄຟ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ ພ້ອມ​ທັງ​ຊົງ​ກ່າວ​ອອກ​ມາ​ຈາກ​ໄຟ​ນັ້ນ 37 ເພາະ​ວ່າ​ພຣະ​ອົງ​ຊົງ​ຮັກ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ ຊົງ​ເລືອກ​ເອົາ​ເຊື້ອ​ສາຍ​ຂອງ​ເຂົາ​ທັງ​ຫລາຍ ແລະ​ຊົງ​ນຳ​ພາ​ພວກ​ທ່ານ​ອອກ​ຈາ​ກ​ປະ​ເທດ​ເອ​ຢິບ ດ້ວຍ​ຣິດທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ເອງ 38 ໃນ​ເວ​ລາ​ພວກ​ທ່ານ​ກ້າວ​ໄປ​ຂ້າງ​ຫນ້າ​ນັ້ນ ພຣະ​ອົງ​ໄດ້​ຊົງ​ຂັບ​ໄລ່​ຊົນ​ຊາດ​ໃຫຍ່ ແລະ​ມີ​ກຳ​ລັງ​ເຫນືອກວ່າ​ພວກ​ທ່ານ​ອອກ​ຫນີ​ໄປ ເພື່ອ​ນຳທ່ານ​ເຂົາ​ມາ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ຊຶ່ງ​ຍັງ​ເປັນ​ຂອງ​ພວກ​ທ່ານ​ຢູ່​ຈົນ​ເທົ່າ​ທຸກມື້​ນີ້ 39 ດັ່ງ​ນັ້ນ​ແຫລະ, ໃຫ້​ຈື່​ຈຳ​ໄວ້ ແລະ​ຢ່າ​ລືມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ພຣະ​ເຈົ້າ​ເທິງ​ຟ້າສວັນ​ ແລະ​ເທິງ​ແຜ່ນ​ດິນ ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນ​ອີກນອກ​ຈາກພຣະ​ອົງ 40 ຈົ່ງ​ທຳຕາມ​ພຣະ​ທັມ ແລະ​ກົດ​ບັນ​ຍັດ​ທັງ​ຫມົດ​ຂອງ​ພຣະ​ອົງ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ພວກ​ທ່ານ​ແລ້ວ​ໃນ​ວັນນີ້ ເພື່ອ​ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ເປັນ​ໄປໂດຍ​ດີ​ສຳ​ລັບ​ພວກ​ທ່ານ ​ແລະ​ພວກ​ລູກ​ຫລານ ແລ້ວ​ພວກ​ທ່ານ​ຈະ​ມີ​ຊີ​ວິດ​ຫມັ້ນ​ຢືນ​ຢູ່​ໃນ​ແຜ່ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຊົງ​ປະ​ທານ​ໃຫ້​ເປັນ​ເຈົ້າ​ຂອງ​ຕລອດ​ໄປ​ເປັນ​ນິດ​ນັ້ນ”

ຫົວ​ເມືອງ​ລີ້​ພັຍ​ທາງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ

41 ແລ້ວ​ໂມ​ເຊ​ກຳ​ຫນົດ​ຫົວ​ເມືອງ​ທາງ​ທິດ​ຕາ​ເວັນ​ອອກ​ຟາກ​ແມ່​ນ້ຳ​ຈໍ​ແດນ​ສາມ​ຫົວ​ເມືອງ 42 ເພື່ອ​ຜູ້​ໃດ​ທີ່​ຂ້າ​ຄົນ​ຈະ​ໄດ້​ຫລົບ​ຫນີ​ໄປ​ຢູ່​ທີ່​ນັ້ນ ຄື​ຜູ້​ທີ່​ຂ້າ​ເພື່ອນ​ບ້ານ​ໂດຍ​ບໍ່​ໄດ້​ເຈ​ຕ​ນາ ໂດຍ​ບໍ່​ໄດ້​ເປັນ​ສັດ​ຕຣູ​ກັນ​ມາ​ແຕ່​ກ່ອນ ແລະ​ເມື່ອ​ຫນີ​ໄປ​ຢູ່​ໃນ​ເມືອງ​ນີ້​ເມືອງ​ໃດ​ເມືອງ​ນຶ່ງ​ກໍ​ຈະ​ລອ​ດຊີ​ວິດ 43 ຫົວ​ເມືອງ​ເຫລົ່າ​ນີ້ ຄື​ເມືອງ​ເບ​ເຊີ​ ຢູ່​ໃນ​ຖິ່ນ​ກັນ​ດານ ເທິງ​ທີ່​ຮາບ​ສູງ​ສຳ​ລັບ​ຄົນ​ເຜົ່າ​ຣູ​ເບນ ແລະ​ເມືອງ​ຣາ​ໂມທ​ທີ່​ກິ​ເລອາດ​ສຳ​ລັບ​ຄົນ​ເຜົ່າ​ກາດ ແລະ​ເມືອງ​ໂກ​ລານ​ໃນ​ບາ​ຊານ​ສຳ​ລັບ​ຄົນ​ເຜົ່າ​ມາ​ນັສເຊ

ຄຳ​ນຳ​ກ່ອນ​ທົບ​ທວນ​ທັມ​ບັນ​ຍັດ​ຂອງ​ ຄົນອິສ​ຣາ​ເອນ

44 ຕໍ່​ໄປ​ນີ້​ເປັນ​ທັມ​ບັນ​ຍັດ​ທີ່​ໂມ​ເຊ​ໄດ້​ຕັ້ງ​ໄວ້​ຕໍ່​ຊາວອິສ​ຣາ​ເອນ 45 ເຫລົ່າ​ນີ້​ເປັນ​ພຣະ​ໂອ​ວາດ ເປັນ​ກົດ​ລະ​ບຽບ ແລະ​ກົດ​ຫມາຍ ຊຶ່ງ​ໂມ​ເຊ​ກ່າວ​ແກ່ຊາວ​ອິສ​ຣາ​ເອນ ເມື່ອ​ເຂົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ 46 ທາງ​ຕາ​ເວັນອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ທີ່​ພູ​ກົງ​ກັນ​ຂ້າມ​ເບັດ​ເປ​ໂອຣ໌ ໃນ​ແຜ່ນ​ດິນ​ຂອງ​ຊີ​ໂຮນ ກະ​ສັດ​ຊາວ​ອາ​ໂມ​ຣິດ ຜູ້​ຢູ່​ທີ່​ເຮສ​ໂບນ ຊຶ່ງ​ໂມ​ເຊ​ແລະ​ຊາວ​ອິສ​ຣາ​ເອນ​ໄດ້​ຕີ​ຜ່າຍ​ຫນີ​ໄປ​ຄັ້ງ​ເມື່ອ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ 47 ຊາວ​ອິສ​ຣາ​ເອນ​ໄດ້​ເຂົ້າ​ຍຶດ​ແຜ່ນ​ດິນ​ຂອງ​ທ່ານ ແລະ​ແຜ່ນ​ດິນ​ຂອງ​ໂອກ ກະ​ສັດ​ເມືອງ​ບາ​ຊານ ເປັນ​ກະ​ສັດ​ສອງ​ອົງ​ຂອງ​ຊາວ​ອາ​ໂມ​ຣິດ ຜູ້​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຟາກ​ແມ່​ນ້ຳ​ຈໍ​ແດນ​ຂ້າງ​ນັ້ນ 48 ຕັ້ງ​ແຕ່​ອາ​ໂຣ​ເອີ​ ທີ່​ຢູ່​ລຸ່ມ​ນ້ຳ​ອາຣ໌ໂນນ​ໄປ​ຈົນ​ເຖິງ​ພູ​ຊີ​ຣີ​ໂອນ (ຄື​ເຮີ​ໂມນ) 49 ຮວມ​ກັບ​ອາ​ຣາ​ບາ​ທັງ​ຫມົດ​ຊຶ່ງ​ຢູ່​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່ນ້ຳ​ຈໍ​ແດນ​ໄກ​ໄປ​ຈົນ​ເຖິງ​ທະ​ເລອາ​ຣາ​ບາ ທີ່​ຮາບ​ແຖບ​ເນີນ​ພູ​ປິ​ສ​ກາ

ພຣະບັນຍັດສອງ 5

ພຣະ​ບັນ​ຍັດ​ສິບ​ປະ​ການ

1 ໂມ​ເຊ​ໄດ້​ເອີ້ນ​ຊາວ​ອິສ​ຣາ​ເອນ​ທັງ​ຫລາຍ​ເຂົ້າ​ມາ​ແລ້ວ​ກ່າວ​ແກ່​ພວກ​ເຂົາ​ທັງ​ຫລາຍ​ວ່າ, “ດູ​ກ່ອນ ທ່ານ​ທັງ​ຫລາຍຈົ່ງ​ຟັງ​ກົດ​ລະ​ບຽບ ແລະ​ກົດ​ຫມາຍ ຊຶ່ງ​ຂ້າ​ພະ​ເຈົ້າ​ກ່າວ​ໃຫ້​ເຂົ້າ​ຫູ​ຂອງ​ພວກ​ທ່ານ​ໃນ​ວັນ​ນີ້ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຈົດ​ຈຳ ແລະ​ກະ​ທຳ​ຕາມ​ດ້ວ​ຍຄວາມ​ລະ​ມັດລະ​ວັງ 2 ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ເຮົາ​ຊົງ​ກະ​ທຳ​ຄຳ​ຫມັ້ນສັນ​ຍາ​ກັບ​ເຮົາ​ທັງ​ຫລາຍ​ທີ່​ໂຮ​ເຣັບ 3 ບໍ່​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ຄຳ​ຫມັ້ນສັນ​ຍາ​ກັບ​ບັນ​ພະ​ບຸ​ຣຸດຂອງ​ເຮົາ​ທັງ​ຫລາຍ​ເທົ່າ​ນັ້ນ ແຕ່​ຊົງ​ກະ​ທຳ​ກັບ​ພວກ​ເຮົາ ຄື​ເຮົາ​ທັງ​ຫລາຍ​ຜູ້​ມີ​ຊີ​ວິດ​ຢູ່​ໃນ​ວັນ​ນີ້ 4 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງກັບ​ເຮົາ​ທັງ​ຫລາຍ​ທີ່​ພູຈາກ​ຖ້າມ​ກາງ​ໄຟ ຫນ້າ​ຕໍ່​ຫນ້າ 5 ຂ້າ​ພະ​ເຈົ້າ​ຢືນຢູ່​ລະ​ຫວ່າງ​ພຣະ​ຜູ້​ເປັນເຈົ້າ​ກັບ​ທ່ານ​ທັງ​ຫລາຍ ເພື່ອ​ຈະ​ປະ​ກາດ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນເຈົ້າ​ແກ່​ທ່ານ​ທັງ​ຫລາຍ ເພາະ​ທ່ານ​ທັງ​ຫລາຍ​ຢ້ານ​ໄຟ ຈຶ່ງ​ບໍ່​ໄດ້​ຂຶ້ນ​ໄປ​ເທິງ​ພູ ພຣະ​ອົງ​ສັ່ງວ່າ, 6 “ເຮົາ​ແມ່ນພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າຂອງ​ພວກ​ເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ຈາກປະ​ເທດ​ເອ​ຢິບ ຄືອອກ​ຈາກປະ​ເທດ​ທີ່​ພວກ​ເຈົ້າ​ໄດ້​ຕົກ​ເປັນ​ທາດ 7 “ພວກ​ເຈົ້າຢ່າ​ມີ​ພຣະ​ເຈົ້າ​ອື່ນ​ນອກ​​ຈາກ​ເຣົາ 8 “ພວກ​ເຈົ້າຢ່າ​ທຳ​ຮູບ​ເຄົາ​ຣົບ​ສໍາລັບ​ຕົນ ຫລື​ຮູບ​ສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ມີຢູ່​ໃນຟ້າ​ສວັນ ໃນ​ແຜ່ນ​ດິນ​ຫລື​ໃນ​ນ້ຳ​ລຸ່ມ​ແຜ່ນ​ດິນ 9 ຢ່າ​ຂາບ​ໄຫວ້​ຮູບ​ເຫລົ່າ​ນັ້ນ ເພາະ​ວ່າ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເປັນ​ພຣະ​ເຈົ້າ​ຜູ້​ຫວງ​ແຫນ​ພວກ​ເຈົ້າ ເຮົາ​ຈະ​ລົງ​ໂທດ​ລູກ​ຫລານ​ຂອງ​ຜູ້​ທີ່​ຊັງ​ເຮົາ​ເຖິງ​ສາມ​ສີ່​ຊົ່ວ​ອາ​ຍຸ​ຄົນ 10 ແຕ່​ຈະ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ຕໍ່​ຜູ້​ທີ່​ຮັກ​ເຮົາ ແລະ​ຕໍ່​ຜູ້​ທີ່​ປະ​ພຶດ​ຕາມ​ພຣະ​ບັນ​ຍັດ​ຂອງ​ເຮົາ​ສືບ​ໄປ​ຫລາຍ​ຊົ່ວ​ອາ​ຍຸ​ພັນ​ຄົນ 11 ພວກ​ເຈົ້າ​ຢ່າ​ໃຊ້​ຊື່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ໄປ​ໃນ​ທາງ​ທີ່​ຜິດ ເພາະ​ເຮົາ​ຈະ​ລົງ​ໂທດ​ຜູ້​ທີ່​ໃຊ້​ຊື່​ເຮົາ​ໄປ​ໃນ​ທາງ​ທີ່​ຜິດ 12 ພວກ​ເຈົ້າ​ຈົ່ງ​ນັບ​ຖື​ວັນ​ສິນ ໃຫ້​ຖື​ເປັນ​ວັນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 13 ຈົ່ງ​ເຮັດ​ວຽກ​​ທັງ​ປວງ​ຂອງ​ເຈົ້າ​ແຕ່​ໃນ​ຫົກ​ວັນ 14 ແຕ່​ວັນຖ້ວນ​ເຈັດ​ໃຫ້​ຖື​ເປັນ​ວັນ​ສັ​ກ​ສິດ​ຂອງ​ພຣະ​ເປັນ​ເຈົ້າ​ຂອງ​ເຈົ້າ ໃນ​ວັນນີ້​ໃຫ້​ເຈົ້າ​ເອງ ພ້ອມ​ດ້ວຍ​ລູກ​ຊາຍ​ຍິງ ຂ້ອຍ​ທາດ​ແລະ​ສັດ​ລ້ຽງ​ຂອງ​ພວກ​ເຈົ້າຕລອດ​ທັງ​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສຢູ່​ໃນ​ບ້ານ​ເມືອງ​ຂອງ​ເຈົ້າ​ຢຸດເຮັດ​ວຽກ​ທັງ​ຫມົດ 15 ຈົ່ງ​ລະ​ນຶກວ່າ​ເຈົ້າ​ເຄີຍ​ເປັນ​ທາດ​ຢູ່​ໃນ​ປະ​ເທດ​ເອຢິບ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ໄດ້​ພາ​ເຈົ້າ​ອອກ​ມາ​ຈາກ​ທີ່​ນັ້ນ​ດ້ວຍ​ພຣະ​ຫັດ​ອັນ​ຊົງ​ຣິດ ແລະ​ດ້ວຍ​ພຣະ​ກອນ​ທີ່​ຢຽດ​ອອກ ເຫດ​ສັນ​ນີ້​ພຣະຜູ້ເປັນ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ໃຫ້​ເຈົ້າ​ຮັກ​ສາ​ວັນ​ສະ​ບາ​ໂຕ 16 “ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາ​ຍຸ​ຫມັ້ນ​ຍືນ​ຢູ່​ໃນ​ແຜ່ນ​ດີນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ໄດ້​ມອບ​ໃຫ້ 17 “ພວກ​ເຈົ້າ​ຢ່າ​ຂ້າ​ຄົນ 18 “ຢ່າ​ລ່ວງ​ເກີນ​ຜົວ​ເມັຽ​ຜູ້​ອື່ນ 19 “ຢ່າ​ລັບ​ຊັບ 20 “ຢ່າ​ເປັນ​ພຍານ​ເທັດ ໃສ່​ຣ້າຍ​ເພື່ອນ​ບ້ານ​ຂອງ​ຕົນ 21 “ຢ່າ​ອິດ​ສາ​ຢາກ​ໄດ້​ເຮືອນ​ຂອງ​ຜູ້​ອື່ນ ຢ່າ​ອິດ​ສາ​ຢາກ​ໄດ້​ຜົວ ຫລື​ເມັຽ ຢາກ​ໄດ້​ຂ້ອຍ​ທາດ ຢາກ​ໄດ້​ງົວ​ຄວາຍ ຢາກ​ໄດ້​ລໍ ຫລື​ສິ່ງ​ອື່ນ​ໃດ​ທີ່​ເປັນ​ຂອງ​ຄົນ​ອື່ນ 22 “ພຣະ​ທັມ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ແກ່​ຊຸມ​ນຸມ​ຊົນ​ທັງ​ປວງ​ຂອງ​ທ່ານ​ທີ່​ພູ​ ອອກ​ມາ​ຈາກ​ຖ້າມ​ກາງ​ໄຟ ເມກອັນ​ຫນາ​ຕຶບ ດ້ວຍ​ພຣະ​ສຸ​ຣະ​ສຽງ​ອັນ​ດັງ ແລະບໍ່​ໄດ້​ຊົງ​ເພີ້ມ​ເຕີມ​ສິ່ງ​ໃດ​ອີກ ແລະ​ພຣະ​ອົງ​ຊົງ​ຈາ​ລຶກ​ໄວ້​ເທິງ​ແຜ່ນ​ສີ​ລາ​ສອງ​ແຜ່ນ ແລະ​ປະ​ທານ​ໃຫ້​ແກ່​ຂ້າ​ພະ​ເຈົ້າ 23 ເມື່ອ​ພວກ​ທ່ານ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ອອກ​ມາ​ຈາກ​ຄວາມ​ມືດ ຂນະ​ເມື່ອ​ພູ​ນັ້ນ​ມີ​ໄຟ​ລຸກ​ຢູ່ ທ່ານ​ທັງ​ຫລາຍ​ເຂົ້າ​ມາ​ຫາ​ຂ້າ​ພະ​ເຈົ້າ ຄື​ຫົວ​ຫນ້າ​ເຜົ່າ​ຂອງ​ທ່ານ​ທັງ​ຫມົດ ແລະ​ພວກ​ຜູ້​ໃຫຍ່​ຂອງ​ທ່ານ 24 ແລະ​ທ່ານ​ທັງ​ຫລາຍ​ໄດ້​ເວົ້າ​ວ່າ, “ເບິ່ງ​ແມ໋, ພຣະຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຣົາ​ໄດ້​ຊົງ​ສຳ​ແດງ​ພຣະ​ສະງ່າ​ຣາ​ສີ​ແລະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ​ເຮົາ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ຈາກ​ຖ້າມ​ກາງ​ໄຟ ໃນວັນ​ນີ້​ເຮົາ​ໄດ້​ເຫັນ​ພຣະ​ເຈົ້າ​ຕ​ຣັ​ສ​ກັບ​ມະ​ນຸດ ແລະ​ມະ​ນຸດ​ຍັງ​ຄົງ​ມີ​ຊີ​ວິດ​ຢູ່​ໄດ້ 25 ເປັນ​ຫຍັງ​ພວກ​ເຮົາ​ຈະ​ຕ້ອງ​ສ່ຽງ​ກັບ​ຄວາມ​ຕາຍ​ຢ່າງນີ້​ອີກ ໄຟ​ອັນ​ຫນ້າ​ຢ້ານ​ນີ້​ຈະ​ເຜົາ​ຜານ​ເຮົາ ຖ້າ​ເຮົາ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ ເຮົາ​ກໍ​ຈະ​ຕ້ອງ​ຕາຍ 26 ເພາະ​ໃນ​ບັນ​ດາ​ມະ​ນຸດ​ທັງ​ຫລາຍ ມີ​ໃຜ​ແດ່​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ກ່າວ​ອອກ​ມາ​ຈາກ​ຖ້າມ​ກາງ​ໄຟ​ຢ່າງ​ທີ່​ເຮົາ​ໄດ້​ຍິນ ແລະ​ຍັງ​ມີ​ຊີ​ວິດ​ຢູ່​ໄດ້ 27 ​ທ່ານ​ຈົ່ງ​ເຂົ້າ​ໄປ​ໃກ້ ແລະ​ຟັງ​ທຸກ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ໄດ້​ສັ່ງ​ແກ່​ທ່ານ​ນັ້ນ​ມາ​ກ່າວ​ແກ່​ເຣົາ​ທັງ​ຫລາຍ ແລະ​ເຣົາ​ທັງ​ຫລາຍ​ຈະ​ຟັງ ແລະ​ກະ​ທຳ​ຕາມ” 28 “ເມື່ອ​ທ່ານ​ທັງ​ຫລາຍເວົ້າ​ກັບ​ຂ້າ​ພະ​ເຈົ້າ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊາບ​ຖ້ອຍ​ຄຳ​ຂອງທ່ານ​ທັງ​ຫລາຍ ແລະ​ພຣະ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ເຣົາ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ຊົນ​ຊາດ​ຊຶ່ງ​ເຂົາ​ເວົ້າ​ກັບ​ເຈົ້າ​ແລ້ວ ຊຶ່ງ​ເຂົາ​ເວົ້າ​ກັບ​ເຈົ້າ​ເຊັ່ນ​ນັ້ນ​ກໍ​ດີ​ຢູ່ 29 ຢາກ​ໃຫ້​ມີ​ຈິດ​ໃຈ​ເຊັ່ນ​ນີ້​ຢູ່ສ​ເມີ​ໄປ ຄື​ທີ່​ຈະ​ຢຳ​ເກງ​ເຮົາ ແລະ​ຮັ​ກ​ສາ​ບັນ​ຍັດ​ທັງ​ຫມົດ​ຂອງ​ເຮົາ ເຂົາ​ທັງ​ຫລາຍ​ກໍ​ຈະ​ສຸກ​ຈະ​ເຣີນ​ຢູ່​ຕລອດ​ຊົ່ວ​ລູກ​ຫລານ​ຂອງ​ເຂົາ​ເປັນ​ນິດ 30 ຈົ່ງ​ກັບ​ໄປ​ບອກ​ແກ່​ເຂົາ​ວ່າ “ເຈົ້າ​ຈົ່ງ​ກັບ​ໄປ​ເຕັນ​ຂອງ​ເຈົ້າ​ທຸກ​ຄົ​ນ​ເຖິດ” 31 ແຕ່​ຕົວ​ເຈົ້າ ຈົ່ງ​ຢືນ​ຢູ່​ທີ່​ນີ້​ໃກ້​ເຮົາ ແລະ​ເຮົາ​ຈະ​ບອກ​ຂໍ້​ບັນ​ຍັດ ແລະ​ກົດ​ລະ​ບຽບ​ແລະ​ກົດ​ຫມາຍ​ທັງ​ສິ້ນ​ແກ່​ເຈົ້າ ຊຶ່ງ​ເຈົ້າ​ຈະ​ຕ້ອງ​ສອນ​ເຂົາ​ທັງ​ຫລາຍ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ກະ​ທຳ​ຕາມ​ໃນແຜ່ນ​ດິນ​ຊຶ່ງ​ເຮົາ​ໃຫ້​ເຂົາ​ຍຶດ​ຄອງ​ນັ້ນ” 32 ເຫດ​ສະ​ນັ້ນ​ທ່ານ​ທັງ​ຫລາຍ​ຈົ່ງ​ລະ​ວັງ​ທີ່​ຈະ​ກະ​ທຳ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ໄດ້​ຊົງ​ບັນ​ຊາ​ໄວ້​ນັ້ນ ທ່ານ​ທັງ​ຫລາຍ​ຢ່າ​ຫັນ​ໄປ​ທາງ​ຂວາ​ມື ຫລື​ທາງ​ຊ້າຍ​ເລີຍ 33 ທ່ານຈົ່ງ​ດຳ​ເນີນ​ຕາມ​ວິ​ຖີ​ທາງ​ທັງ​ສິ້ນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ໄດ້​ຊົງ​ບັນຊາ​ທ່ານ​ໄວ້​ເພື່ອ​ທ່ານ​ຈະ​ມີ​ຊີ​ວິດ​ຢູ່ ແລະ​ເພື່ອ​ທ່ານ​ຈະ​ໄປ​ດີ​ມາ​ດີ ແລະ​ມີ​ຊີ​ວິດ​ຍືນ​ນານ​ຢູ່​ໃນ​ແຜ່ນ​ດິນ​ຊຶ່ງ​ທ່ານ​ຈະ​ຍຶດ​ຄອງ​ນັ້ນ

ພຣະບັນຍັດສອງ 6

ບັນ​ຍັດ​ຂໍ້​ສໍາ​ຄັນ

1 ຕໍ່​ໄປ​ນີ້​ແມ່ນ​ກົດ​ບັນ​ຍັດ ພຣະ​ທັມ ແລະ​ຮີດ​ຄອງ​ປະ​ເພ​ນີ​ທັງ​ຫມົດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ສອນ​ພວກ​ທ່ານ ສະ​ນັ້ນເມື່ອ​ພວກ​ທ່ານ​ຢູ່​ໃນ​ແຜ່ນ​ດິນ​ທີ່​ກຳ​ລັງ​ຈະ​ເຂົ້າ​ຍຶດ​ຄອງ​ນັ້ນ ຈົ່ງ​ໄດ້​ທຳ​ຕາມ​ພຣະ​ທັມ​ເຫລົ່າ​ນີ້ 2 ທ່ານ​ກັ​ບ​ພ​ວກ​ລູກ​ຫລານ​ຂອງ​ທ່ານ​ຈະ​ຕ້ອງຢໍາ​ເກງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈົນ​ຕລອດ​ຊີ​ວິດ ແລະ​ປະ​ພຶດ​ຕາມ​ພຣະ​ທັມ​ທັງ​ຫມົດ​ຂອງ​ພຣະ​ອົງ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກ​ທ່ານ​ຈະ​ມີ​ອາ​ຍຸ​ຫມັ້ນ​ຍືນ 3 ຊາວ​ອິສຣາ​ເອນ​ເອີຍ ຈົ່ງ​ສະ​ດັບ​ຮັບ​ຟັງ​ພຣະ​ທັມແລະ​ປະ​ພຶດ​ຕາມ​ເທີນ ເພື່ອ​ກິຈ​ການ​ທຸກ​ຢ່າງ​ຂອງ​ພວກ​ທ່ານ​ຈະ​ລຸ​ລ່ວງ​ໄປ​ດ້ວຍ​ດີ ແລ້ວ​ພວກ​ທ່ານ​ກໍ​ຈະ​ກາຍ​ເປັນ​ຄົນ​ຊົນ​ຊາດ​ໃຫຍ່​ຢູ່​ໃນ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ​ເຫມືອນ​ຢ່າງ​ພຣະ​ຜູ້​ເປັ​ນ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ທັງ​ຫລາຍ​ໄດ້​ຊົງ​ສັນ​ຍາ​ໄວ້ 4 ອິສ​ຣາ​ເອນ​ເອີຍ ຈົ່ງ​ຟັງ​ເທີນ ພຣະ​ຜູ້​ເປັ​ນ​ເຈົ້າ​ອົງ​ດຽວ​ທໍ່​ນັ້ນ​ທີ່​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ 5 ຈົ່ງ​ຮັກ​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານໃຫ້​ສຸດ​ຈິດ​ສຸດ​ໃຈ ແລະ​ສຸດ​ສະ​ຕິ​ກຳ​ລັງ​ຂອງທ່ານ 6 ຢ່າ​ລືມ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ພວກ​ທ່ານ​ໃນ​ວັນ​ນີ້ 7 ໃຫ້​ບອ​ກ​ສອນ​ລູກ​ຫລານ​ດ້ວຍ ເມື່ອ​ພວກ​ທ່ານ​ຢູ່​ໃນ​ເຮືອນ​ຫລື​ອອກ​ຫນີ​ໄປ​ກໍ​ດີ ເມື່ອ​ທຳ​ງານ ຫລື​ຢຸດ​ພັກ​ກໍ​ດີ ໃຫ້​ທ່ອງ​ຈຳ​ຄຳ​ສັ່ງ​ນີ້ 8 ໃຫ້​ຕິດ​ມັນ​ໄວ້​ໃນ​ແຂນ ແລະ​ເທິງ​ຫນ້າ​ຜາກ 9 ພ້ອມ​ທັງ​ໃຫ້ຂຽນ​ໄວ້ຕາມ​ປະ​ຕູ​ເຮືອນ​ຂອງ​ທ່ານ​ດ້ວຍ ເພື່ອ​ເປັນ​ສິ່ງ​ເຕືອນ​ໃຈ

ຕັກ​ເຕືອນ​ໃຫ້​ເຊື່ອ​ຟັງ

10 ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຣົາ​ທັງ​ຫລາຍ​ໄດ້​ຊົງ​ສັນ​ຍາ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ ຄື​ອັບ​ຣາ​ຮາມ ອີ​ຊາກ​ ແລະ​ຢາ​ໂຄບ​ວ່າ ພຣະ​ອົງ​ຈະ​ຊົງ​ມອບ​ແຜ່ນ​ດິນ​ຊຶ່ງ​ມີ​ຫົວ​ເມືອງ​ທີ່​ຈະ​ເຣີນ​ຮຸ່ງ​ເຮືອງ​ຊຶ່ງ​ທ່ານເອງບໍ່​ໄດ້​ສ້າງ​ໃຫ້​ແກ່​ພວກ​ທ່ານ 11 ໃນ​ເຮືອນ​ທັງ​ຫລາຍ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຂອງ​ດີ​ທີ່​ທ່ານ​ບໍ່​ໄດ້​ຫາ​ໄວ້ ມີ​ນ້ຳ​ສ້າງ​ທີ່​ພວກ​ທ່ານ​ບໍ່​ໄດ້​ຂຸດ​ໄວ້ ພ້ອມ​ທັງ​ມີ​ສວນ​ອະ​ງຸ່ນ ແລະ​ສວນ​ຫມາກກອກ​ເທດ​ທີ່​ປູກ​ໄວ້ແລ້ວ ສະ​ນັ້ນ​ເມື່ອ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ນຳ​ພວ​ກ​ທ່ານ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ນີ້​ແລ້ວ ກໍ​ຈະ​ມີ​ອາ​ຫານ​ການ​ກິນ​ທຸກ​ຢ່າງ​ຕາມ​ຄວາມ​ຕ້ອງ​ການ 12 ແຕ່​ພວກ​ທ່ານ​ຕ້ອງ​ລະ​ວັງ​ໃຫ້​ດີ ຈົ່ງ​ຢ່າ​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ນຳ​ພວກ​ທ່ານ​ອອກ​ຈາກ​ເອ​ຢິບ​ບ່ອນ​ຕົກ​ເປັນ​ທາດ 13 ໃຫ້​ຢຳ​ເກງ​ແລະ​ຂາບ​ໄຫວ້​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ທ່ານ​ອົງ​ດຽວ ກັບ​ທັງ​ໃຫ້​ສາ​ບານ​ໂດຍ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ 14 ຢ່າ​ຂາບ​ໄຫວ້​ພຣະ​ຂອງ​ຊົນ​ຊາດ​ອື່ນ​ໃດ​ທີ່ຢູ່​ອ້ອມ​ແອ້ມ​ທ່ານ 15 ຖ້າ​ພວກ​ທ່ານ​ຫາກ​ດື້​ດ້ານ​ຂາບ​ໄຫວ້​ພຣະ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ພຣະ​ພິ​ໂຣດ​ທ່ານ​ຢ່າງ​ຮຸນ​ແຮງ ແລະ​ຈະ​ທຳ​ລາຍ​ພວກ​ທ່ານ​ຈົນ​ຫມົດ​ສິ້ນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າຂອງ​ທ່ານ​ຊົງ​ຫວງ​ແຫນ​ພວກ​ທ່ານ 16 ຢ່າ​ທົດ​ລອງ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ ດັ່ງ​ທີ່​ພວກ​ທ່ານ​ເຄີຍໄດ້​ທົດ​ລອງ​ກັບ​ພຣະ​ອົງ​ມາ​ແລ້ວ​ຢູ່​ທີ່ມັດ​ສາ​ນັ້ນ 17 ຈົ່ງ​ເອົາ​ໃຈ​ໃສ່​ທຳຕາມ​ກົດ​ບັນ​ຍັດ​ພຣະ​ທັມ ແລະ​ຮິດ​ຄອງ​ປະ​ເພ​ນີ​ທັງ​ຫມົດ​ທີ່​ພຣະ​ອົງ​ໄດ້​ຊົງ​ສອນ​ທ່ານ 18 ໃຫ້​ທຳແຕ່​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ​ວ່າ​ດີ ແລະ​ຖືກ​ຕ້ອງ ເພື່ອ​ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ໄດ້​ເປັນ​ໄປ​ໂດຍ​ດີ ແລະ​ເພື່ອ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ວ່າ​ຈະ​ປະ​ທານ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ 19 ແລະ​ຈະ​ຂັບ​ໄລ່​ສັດ​ຕຣູ​ຂອງ​ພວກ​ທ່ານ​ຫນີ​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້ 20 ໃນ​ພາຍ​ຄັ້ງ​ຫນ້າ ເມື່ອ​ລູກ​ຫລານ​ຂອງ​ທ່ານ​ຖາມ​ວ່າ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າຂອງເຮົາ​ຈຶ່ງ​ສັ່ງ​ໃຫ້​ທຳ​ກົດ​ບັນ​ຍັດ​ ພຣະ​ທັມ ແລະ​ຮີດ​ຄອງ​ປະ​ເພ​ນີ​ເຫລົ່າ​ນີ້ 21 ຈົ່ງ​ບອກ​ເຂົາ​ວ່າ ເມື່ອ​ພວກ​ເຮົາ​ເປັນ​ທາດ​ຂອງ​ກະ​ສັດ​ເອຢິບ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຊ່ອຍ​ເຫລືອ​ເອົາ​ພວກ​ເຮົາ​ໃຫ້​ລອດ​ພົ້ນ​ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່ 22 ກັບ​ທັງ​ໄດ້​ເຫັນ​ພຣະ​ອົງ​ຊົງ​ກະ​ທຳ​ການ​ອັ​ດ​ສະ​ຈັນ​ແລະ​ສິ່ງ​ອັນ​ເປັນ​ຕາ​ຢ້ານ​ຕໍ່​ຫນ້າ​ຕໍ່​ຕາ​ພວກ​ເຮົາ​ທັງ​ຫລາຍ​ຕໍ່​ຊາວ​ເອ​ຢິບ ຕໍ່​ກະ​ສັດ​ຟາ​ຣາ​ໂອ ແລະ​ຂ້າ​ຣາ​ຊ​ການ​ທັງ​ຫມົດ 23 ພຣະ​ອົງ​ຊົງ​ນຳ​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອ​ຢິບ ແລະ​ຊົງ​ມອບ​ແຜ່ນ​ດິນ​ນີ້​ໃຫ້​ເຮົາ​ຢູ່​ອາ​ໄສ ດັ່ງ​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ນັ້ນ 24 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ໄດ້​ຊົງ​ສັ່ງ​ໃຫ້​ເຊື່ອ​ຟັງ​ພຣະ​ທັມ​ທັງ​ຫມົດ​ນີ້ ແລະ​ໃຫ້​ເຄົາ​ຣົບ​ຢຳ​ເກງ​

ພຣະ​ອົງ

25 ຖ້າ​ພວກ​ເຮົາ​ປະ​ຕິ​ບັດ​ຕາມ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ອົງ​ຊົງ​ສັ່ງ​ນັ້ນ ກໍ​ຈະ​ເປັນ​ການ​ຖືກ​ຕ້ອງ​ດີ ແລະພຣະ​ອົງ​ກໍ​ຈະ​ຊົງ​ຮັກ​ແພງ ແລະ​ເບິ່ງ​ແຍງ​ພວກ​ເຮົາ​ຕໍ່​ໄປ ພ້ອມ​ທັງ​ທຳ​ໃຫ້​ປະ​ເທດ​ຊາດ​ຂອງ​ເຮົາ​ຈະ​ເຣີນ​ຮຸ່ງ​ເຮືອງ​ຕລອດ​ໄປ

ພຣະບັນຍັດສອງ 7

ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ພວກ​ທ່ານ​ໄປ​ຍັງ​ແຜ່ນ​ດິນ​ທີ່​ພວກ​ທ່ານ​ກຳ​ລັງ​ຈະ​ເຂົ້າ​ຍຶດ​ຄອງ ແລະ​ຈະ​ຊົງ​ຂັບ​ໄລ່​ຫລາຍ​ຊົນ​ຊາດ​ອອກ​ຫນີ​ໄປ ເມື່ອ​ພວກ​ທ່ານ​ໄປ​ເຖິງ ພຣະ​ອົງ​ຈະ​ຊົງ​ຂັບ​ໄລ່​ຊາດ​ໃຫຍ່ ​ແລະ​ມີ​ອຳ​ນາດ​ອອກ​ຫນີ​ໄປ ຄື​ຊາວ​ຮິດ​ຕີ ກີ​ຣ໌ກາ​ຊີ ອາ​ໂມ​ຣິດ ເປ​ຣີ​ສ​ຊີ ຮີ​ວີ ແລະ​ເຢ​ບຸສ 2 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ຊົນ​ຊາດ​ເຫລົ່າ​ນີ້​ປ​ຣາ​ໄຊ ແລະ​ຢູ່​ໃຕ້​ອຳ​ນາດ​ຂອງ​ທ່ານ​ແລ້ວ ພວກ​ເຂົາກໍ​ຈະ​ຕ້ອງ​ຖືກ​ພວກ​ທ່ານ​ລົງ​ໂທດ​ເຖິງ​ຕາຍ ຢ່າ​ໄດ້​ເມດ​ຕາ ແລະ​ທຳ​ສັນ​ຍາ​ກັບ​ພວກ​ເຂົາ 3 ພວກ​ທ່ານ​ຕລອດ​ທັງ​ລູກ​ຫລານ​ຂອງ​ທ່ານ ຢ່າ​ໄດ້​ແຕ່ງ​ງານ​ກັບ​ພວກ​ເຂົາ 4 ເພາະ​ວ່າ​ເຂົາ​ຈະ​ພາ​ລູກ​ຫລານ​ຂອງ​ທ່ານ​ຫນີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ຂາບ​ໄຫວ້​ພຣະ​ອື່ນ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ພຣະ​ພິ​ໂຣດ ແລະ​ທຳ​ລາຍ​ພວກ​ທ່ານ​ທັນ​ທີ 5 ໃຫ້​ພວກ​ທ່ານ​ທຳ​ກັບ​ປະ​ຊາ​ຊົນ​ເຫລົ່າ​ນັ້ນດັ່ງ​ນີ້ ຄື​ໃຫ້​ພວກ​ທ່ານ​ທຳ​ລາຍ​ແທ່ນບູຊາ ທັບ​ເສົາ​ຫີນ​ສັກ​ສິດ ແລະ​ເຜົາ​ຮູບ​ເຄົາ​ຣົບ​ຂອງ​ພວກ​ເຂົາ​ຖິ້ມ 6 ທີ່​ຕ້ອງກະ​ທຳ​ດັ່ງ​ນັ້ນ​ກໍ​ເພາະ​ວ່າ ພວກ​ທ່ານ​ເປັນ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ເລືອກ​ເອົາ​ພວກ​ທ່ານ​ມາ​ຈາກ​ຊົນ​ຊາດ​ທັງ​ປວງ​ໃນ​ທົ່ວ​ໂລກ ເພື່ອ​ໃຫ້​ເປັນ​ຊົນ​ຊາດ​ພິເສດ​ຂອງ​ພຣະ​ອົງ​ເອງ 7 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ແລະ​ເລືອກ​ພວກ​ທ່ານບໍ່ແມ່ນ​ຍ້ອນ​ຊົງ​ເຫັນ​ວ່າ​ພວກ​ທ່ານ​ມີ​ຈຳ​ນວນ​ຫລາຍກວ່າ​ຊົນ​ຊາດ​ອື່ນ 8 ຕາມ​ຄວາມ​ຈິງ​ແລ້ວ ພວກ​ທ່ານ​ເປັນ​ຊົນ​ຊາດນ້ອຍ​ທີ່​ສຸດ​ໃນ​ໂລກ ພຣະ​ອົງ​ຊົງ​ຮັກ​ພວກ​ທ່ານ​ດ້ວຍ​ໃຈ​ຈິງ ແລະ​ຊົງ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ຊົງ​ໃຫ້​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ທັງ​ຫລາຍ ດ້ວຍ​ເຫດ​ນີ້ ພຣະ​ອົງ​ຈຶ່ງ​ຊົງ​ຊ່ອຍ​ພວກ​ທ່ານ​ໃຫ້​ລອດ​ພົ້ນ​ຈາກ​ການ​ເປັນ​ທາດ​ຂອງ​ກະ​ສັດ​ເອ​ຢິບ​ດ້ວຍ​ຣີດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່ 9 ຈົ່ງ​ຈຳ​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ເທົ່າ​ນັ້ນ​ທີ່​ຊົງ​ເປັນ​ພຣະ​ເຈົ້າ ພຣະ​ອົງ​ຊົງ​ສັດ​ຊື່ ຊົງ​ທຳຕາມ​ຄຳ​ຫມັ້ນ​ສັນ​ຍາ ແລະ​ຊົງ​ມີ​ຄວາມ​ຮັກ​ຫມັ້ນຄົງ​ຫລາຍ​ຊົ່ວ​ອາ​ຍຸ​ພັນ​ຄົນ​ຕໍ່​ຜູ້​ທີ່​ຮັກ​ພຣະ​ອົງ ແລະ​ຕໍ່​ຜູ້​ທີ່​ເຊື່ອ​ຟັງ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ 10 ແຕ່​ຈະ​ຊົງ​ລົງ​ໂທດ​ຜູ້​ທີ່​ກຽດ​ຊັງ​ພຣະ​ອົງ​ໂດຍ​ໄວ 11 ດ້ວຍ​ເຫດ​ນີ້​ແຫລະ, ຈົ່ງ​ເຊື່ອ​ຟັງແລະ​ທຳຕາມ​ກົດ​ບັນ​ຍັດ ​ພຣະ​ທັມ ​ແລະ​ຮີດ​ຄອງ​ປະ​ເພ​ນີ​ທັງ​ຫມົດ ທີ່​ຂ້າ​ພະ​ເຈົ້າ​ໄດ້​ບອກ​ສອນ​ພວກ​ທ່ານ​ແລ້ວ​ໃນ​ມື້​ນີ້

ພຣະ​ເຈົ້າ​ຊົງ​ອວຍ​ພອນ​ໃຫ້​ຜູ້​ເຊື່ອ​ຟັງ

12 ຖ້າ​ພວກ​ທ່ານ​ເຊື່ອ​ຟັງ ຮັກ​ສາແລະ​ທຳຕາມ​ຄຳ​ສັ່ງ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຈະ​ຊົງ​ທຳຕາມ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ພຣະ​ອົງ​ຊົງ​ໃຫ້​ໄວ້​ກັບ​ພວກ​ທ່ານ​ສືບ​ຕໍ່​ໄປ ແລະ​ຈະ​ຊົງ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ຕໍ່​ພວກ​ທ່ານ​ເຫມືອນ​ດັ່ງ​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ​ນັ້ນ 13 ພຣະ​ອົງ​ຈະ​ຊົງ​ຮັກ ແລະ​ອວຍ​ພອນ​ໃຫ້​ພວກ​ທ່ານ​ເພີ້ມ​ທະ​ວີ​ມີ​ລູກ​ຫລານ​ຫລາຍ ໃຫ້​ນ້ຳ​ມີ​ປາ ໃຫ້​ທົ່ງ​ນາ​ມີ​ເຂົ້າ ມີ​ນ້ຳ​ອະ​ງຸ່ນ ມີ​ນ້ຳ​ຫມາກກອກ​ເທດ ມີ​ງົວ​ຄວາຍ ແລະ​ຝູງ​ແບ້​ຈຳ​ນວນ​ຫລວງ​ຫລາຍ ຈະ​ຊົງ​ປະ​ທານ​ພອນ​ເຫລົ່າ​ນີ້​ໃຫ້​ພວກ​ທ່ານ​ໃນ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້​ທ່ານ 14 ຈະ​ບໍ່​ມີ​ຊົນ​ຊາດ​ໃດ​ໄດ້​ຮັບ​ພອນ​ອັນ​ປະ​ເສີດ​ເຫມືອນ​ກັບ​ພວກ​ທ່ານ ຈະ​ບໍ່​ມີ​ຄົນ​ແລະ​ສັດ​ລ້ຽງ​ຕົວ​ໃດ​ໃນ​ຖ້າມ​ກາງ​ພວກ​ທ່ານ​ເປັນ​ຫມັນ 15 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຄຸ້ມ​ຄອງ​ໃຫ້​ພວກ​ທ່ານ​ພົ້ນ​ຈາກ​ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ​ທັງ​ປວງ ຈະ​ບໍ່​ຊົງ​ນຳ​ໂຣກ​ຮ້າຍ​ແຮງ​ໃດໆ​ດັ່ງ​ທ່ານ​ໄດ້​ເຫັນ​ໃນ​ເອ​ຢິບ​ນັ້ນ​ມາ​ຖືກ​ພວກ​ທ່ານ ແຕ່ຈະ​ຊົງ​ນຳ​ມາ​ຖືກ​ສັດ​ຕຣູ​ທັງ​ປວງ​ຂອງ​ພວກ​ທ່ານ 16 ຊົນ​ຊາ​ດທັງ​ປວງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໃຫ້​ຢູ່​ໃຕ້ອໍາ​ນາດ​ຂອງ​ພວກ​ທ່ານ​ນັ້ນ ຈົ່ງ​ທຳ​ລາຍ​ເສັຽ ຢ່າ​ໄດ້​ທຳ​ຕາມ​ພວກ​ເຂົາ ແລະ​ຢ່າ​ຂາບ​ໄຫວ້​ພຣະ​ທັງ​ຫລາຍ​ຂອງ​ພວກ​ເຂົາ ເພາະ​ວ່າ​ການ​ທຳຢ່າງນັ້​ນ​ເປັນ​ການ​ທຳ​ລາຍ​ພວກ​ທ່ານ​ເອງ 17 “ຖ້າ​ທ່ານ​ທັງ​ຫລາຍ​ຈະ​ຄິດ​ໃນ​ໃຈ​ວ່າ ຊົນ​ຊາດ​ເຫລົ່າ​ນີ້​ມີ​ຈຳ​ນວນ​ຫລາຍກວ່າ​ເຣົາ ເຣົາ​ຈະ​ສາ​ມາດ​ຂັບ​ໄລ່​ພວກ​ເຂົາ​ໄດ້ຢ່າງ​ໃດ? 18 ທ່ານ​ທັງ​ຫລາຍຢ່າ​ສູ່ຢ້ານ​ພວກ​ເຂົາ ໃຫ້​ລະ​ນຶກ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງພວກ​ທ່ານ​ໄດ້​ກະ​ທຳ​ຕໍ່​ກະ​ສັດ​ເອ​ຢິບ ແລະ​ຕໍ່​ພົ​ນ​ລະ​ເມືອງ​ຂອງ​ພຣະອົງ 19 ຄື​ໄດ້​ຊົງ​ນຳ​ໂຣກ​ລະ​ບາດ​ອັນ​ຮ້າ​ຍ​ແຮງ​ມາ​ຖືກ​ຊາວ​ເອ​ຢິບ ຊົງ​ກະ​ທຳ​ການ​ອັດ​ສະ​ຈັນ​ແລະ​ຫມາຍ​ສຳ​ຄັນ​ຕໍ່​ຫນ້າ​ຕໍ່​ຕາ​ພວກ​ທ່ານ ພ້ອມ​ທັງ​ໄດ້ຊົງ​ໃຊ້​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຊ່ອຍ​ເອົາ​ພວກ​ທ່ານ​ອອກ​ມາ ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ຊົນ​ຊາດ​ທັງ​ປວ​ງທີ່​ທ່ານ​ຢ້ານ​ໃນ​ເວ​ລາ​ນີ້​ເຫມືອນ​ຊົງ​ທຳ​ລາຍ​ຊາວ​ເອ​ຢິບ​ນັ້ນ 20 ນອກ​ຈາກ​ນີ້ ພຣະ​ອົງ​ຍັງ​ຈະ​ຊົງ​ໃຫ້​ຝູງ​ຕໍ່ ​ຝູງ​ແຕນ​ຕອດ​ຜູ້​ທີ່​ຫນີ​ໄປ​ລີ້​ຢູ່​ດ້ວຍ 21 ຢ່າ​ສູ່​ຢ້ານ​ຊົນ​ຊາດ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສະ​ຖິດ​ຢູ່​ນຳ​ພວກ​ທ່ານ ພຣະ​ອົງ​ຊົງເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ທີ່​ຫນ້າ​ຢ້ານ ແລະ​ຊົງ​ຂັບ​ໄລ່​ຊົນ​ຊາດ​ເຫລົ່າ​ນີ້​ອອກ​ຫນີ​ຈາກ​ທ່ານ​ເທື່ອ​ລະ​ເລັກ​ລະ​ນ້ອຍ 22 ແຕ່​ພວກ​ທ່ານ​ຢ່າ​ກຳ​ຈັດ​ພວກ​ເຂົາ​ໃຫ້​ຫມົດ​ໄປ​ໃນ​ທັນ​ທີ ເພາະ​ຖ້າ​ທຳຢ່າງ​ນັ້ນ ບັນ​ດາ​ສັດ​ປ່າ​ຈະ​ມີ​ຫລາຍ​ຂຶ້ນ ແລ້ວ​ມັນ​ຈະ​ມາ​ຮົບ​ກວນ​ພວກ​ທ່ານ 23 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໃຫ້​ພວກ​ສັດ​ຕຣູ​ຢູ່​ໃຕ້​ອຳ​ນາດ​ຂອງ​ທ່ານ ຈະ​ຊົງ​ກະ​ທຳ​ໃຫ້​ພວກ​ເຂົາ​ເກີດ​ໂກ​ລະ​ຫົນ​ວຸ້ນ​ວາຍ​ຈົ​ນ​ເທົ່າ​ຈິບ​ຫາຍ​ໄປ 24 ຈະ​ຊົງ​ໃຫ້​ພວກ​ກະ​ສັດ​ຂອງ​ເຂົາ​ທັງ​ຫລາຍ​ຢູ່​ໃຕ້​ອຳ​ນາດ​ຂອງ​ທ່ານ ທ່ານ​ຈະ​ຂ້າ​ເຂົາ​ຕາຍ​ແລະ​ຊື່​ຂອງ​ເຂົາ​ກໍ​ຈະ​ຫມົດ​ສິ້ນ​ໄປ ພວກ​ທ່ານ​ຈະ​ທຳ​ລາຍ​ທຸກໆ​ຄົນໂດຍບໍ່​ມີ​ໃຜ​ຈະ​ຂັດ​ຂວາງ​ໄດ້ 25 ຈົ່ງ​ເຜົາ​ຮູບ​ເຄົາ​ຣົບ​ຂອງ​ພວກ​ເຂົາ​ຖິ້ມ ຢ່າ​ຄິດ​ຢາກ​ໄດ້​ເງິນ ຫລື​ຄຳ​ທີ່​ໂອບ​ຮູບ​ຢູ່​ນັ້ນ ແລະ​ຢ່າ​ໄດ້​ນຳ​ມັນ​ໄປ​ເປັນ​ຂອງ​ທ່ານ ຖ້າ​ທ່ານ​ທຳຢ່າງ​ນັ້ນ​ຈະ​ເປັນ​ອັນ​ຕະ​ຣາຍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຽດ​ຊັງ​ຮູບ​ເຄົາ​ຣົບ 26 ຢ່າ​ນຳ​ຮູບ​ເຄົາ​ຣົບ​ໃດໆ​ເຂົ້າ​ໄປ​ຍັງ​ບ້ານ​ເຮືອນ​ຂອງ​ຕົນ ເພາະ​ຢ້ານ​ວ່າ​ຄຳ​ສາບ​ແຊ່ງ​ທີ່​ມີ​ຢູ່​ໃນ​ນັ້ນ​ຈະ​ຕົກ​ຖືກ​ທ່ານ ໃຫ້​ກຽດ​ຊັງ​ຮູບ​ເຄົາ​ຣົບ​ເຫລົ່າ​ນີ້​ຢ່າງ​ທີ່​ສຸດ ເພາະ​ວ່າ​ມັນ​ເປັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສາບ​ແຊ່ງ

ພຣະບັນຍັດສອງ 8

ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ

1 ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບອກ​ສອນ​ທ່ານ​ໃນ​ວັນນີ້ ຈົ່ງ​ທຳຕາມ​ດ້ວຍ​ຄວາມ​ຊື່​ສັດ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ມີ​ຊີ​ວິດ​ຢູ່ ມີ​ລູ​ກ​ຫລານ​ຫລາຍ ແລະ​ໄດ້ເຂົ້າ​ຍຶດ​ຄອງ​ແຜ່ນ​ດິນ ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ສັນ​ຍາ​ໄວ້​ກັບ​ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ 2 ຈົ່ງ​ລະ​ນຶກວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ໄດ້​ຊົງ​ນຳ​ພາ​ພວກ​ທ່ານ​ເດີນ​ທາງ​ຢູ່​ໃນ​ຖິ່ນ​ກັນ​ດານ​ຕລອດ​ສີ່ສິບ​ປີ​ນັ້ນ​ເປັນ​ຢ່າງ​ໃດ ພຣະ​ອົງ​ຊົງ​ທົດ​ສອບ​ທ່ານ​ດ້ວຍ​ຄວາມ​ຍາກ​ລຳ​ບາກ ເພື່ອ​ຢາກ​ຈະ​ຊົງ​ຮູ້​ວ່າ​ຈິດ​ໃຈ​ຂອງ​ພວກ​ທ່ານ​ເປັນ​ຢ່າງ​ໃດ ແລະ​ທ່ານ​ຈະ​ເຊື່ອ​ຟັງ​ຂໍ້​ຄໍາ​ສັ່ງ​ສອນ​ຂອງ​ພຣະ​ອົງ​ຫລື​ບໍ່ 3 ພຣະ​ອົງ​ຊົງ​ທຳໃຫ້​ທ່ານ​ອຶດ​ຢາກ ແຕ່​ຊົງ​ປະ​ທານ​ມາ​ນາ ໃຫ້​ພວກ​ທ່ານ​ກິນ ຊຶ່ງ​ເປັນ​ອາ​ຫານ​ທີ່​ທ່ານ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ບໍ່​ເຄີຍ​ກິນ​ມາ​ກ່ອນ ພຣະ​ອົງ​ຊົງ​ກະ​ທຳ​ດັ່ງ​ນີ້​ກໍ​ເພື່ອ​ສອນ​ທ່ານ​ວ່າ ບໍ່​ແມ່ນ​ແຕ່​ອາ​ຫານ​ທໍ່​ນັ້ນ​ທີ່​ໃຫ້​ມະ​ນຸດ​ມີ​ຊີ​ວິດ​ຢູ່ ແລະ​ມະ​ນຸດ​ຈຳ​ເປັນ​ຕ້ອງ​ລ້ຽງ​ຊີ​ວິດ​ດ້ວຍ​ພຣະ​ທັມ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ 4 ໃນ​ເວ​ລາ​ສີ່​ສິບ​ປີ​ນັ້ນ ສົ້ງ​ເສື້ອ​ຂອງ​ພວກ​ທ່ານ​ບໍ່​ໄດ້​ຂາດ ແລະ​ຕີນ​ບໍ່​ໄດ້​ໄຂ່​ບວມ 5 ຈົ່ງ​ຈຳ​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຊົງ​ຕີ​ສອນ​ແລະ​ລົງ​ໂທດ​ທ່ານ​ເຫມືອນ​ພໍ່​ຕີ​ສອນ​ລູກ 6 ດັ່ງ​ນັ້ນ​ແຫລະ, ຈົ່ງ​ທຳ​ຕາມ​ຄຳ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ສອນ ຄື​ປະ​ພຶ​ດ​ຕາມ​ບົດ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ​ເຄົາ​ຣົບ​ຢຳ​ເກງ​ພຣະ​ອົງ 7 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ​ພາ​ພວກ​ທ່ານເຂົ້າ​ໄປ​ຍັງ​ແຜ່​ນ​ດິນ​ທີ່​ມີ​ແມ່​ນ້ຳ​ລຳ​ຄອງ ມີ​ນ້ຳ​ອອກ​ບໍ່ ແລະ​ມີ​ນ້ຳ​ບາ​ດານ​ໄຫລ​ອອກ​ມາ​ແຕ່​ຮ່ອມ​ພູ ແລະ​ພູ​ນ້ອຍ​ທັງ​ຫລາຍ​ມີ​ເຂົ້າ​ບ​ເລ 8 ເຂົ້າ​ເດືອຍ ກົກ​ອະ​ງຸ່ນ ກົກ​ເດື່ອ​ເທດ ກົກ​ຫມາກ​ພິ​ລາ ນ້ຳ​ມັນ​ຫມາກກ​ອກ​ເທດ ແລະ​ນ້ຳ​ເຜີ້ງ 9 ຢູ່​ທີ່​ນັ້ນ​ພວກ​ທ່ານ​ຈະ​ບໍ່​ອຶດ​ຫິວ ​ຫລື​ທຳ​ສິ່ງ​ໃດ​ໂດຍ​ໄຮ້​ປໂຍດ​ເລີຍ ມັນ​ເປັນ​ແຜ່ນ​ດິນ​ທີ່​ມີ​ບໍ່​ເຫລັກ ແລະ​ບໍ່​ທອງ​ແດງ​ຫລາຍ 10 ພວກ​ທ່ານ​ຈະ​ມີ​ອາ​ຫານ​ກິນ​ຕາມ​ຄວາມ​ຕ້ອງ​ການ ແລະ​ຈະ​ຂອບ​ພຣະ​ຄຸ​ນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ ຍ້ອນ​ວ່າ​ພຣະ​ອົງ​ຊົງ​ໂຜດ​ປະ​ທານ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ​ນີ້​ໃຫ້

ຕັກ​ເຕືອນບໍ່​ໃຫ້​ລືມ​ພຣະ​ຜູ້​ເປັນ​ເຈົ້າ

11 ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ຫລົງ​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ ຈົ່ງ​ທຳຕາມ​ກົດ​ບັນ​ຍັດ ພຣະ​ທັມ ແລະ​ຮິດ​ຄອງ​ປະ​ເພ​ນີ​ທັງ​ຫມົດ​ຂອງ​ພຣະ​ອົງ ຊຶ່ງຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ນັ້ນ​ແລ້ວ​ໃນ​ມື້​ນີ້ 12 ເມື່ອ​ພວກ​ທ່ານ​ມີ​ອາ​ຫານ​ການ​ກິນ​ຕາມ​ຄວາມ​ຕ້ອງ​ການ ໄດ້​ສ້າງ​ບ້າ​ນ​ເຮືອນ​ດີໆ​ຢູ່ 13 ມີ​ຝູງ​ງົວຄວາຍ ແລະ​ຝູງ​ແກະ ມີ​ເງິນ​ຄຳ​ແລະ​ສິ່ງ​ຂອງ​ອື່ນໆ​ເພີ້ມ​ທະ​ວີ​ຫລາຍ​ຂຶ້ນ​ແລ້ວ 14 ພວກ​ທ່ານ​ຈົ່ງ​ລະ​ວັງ ຢ່າ​ໄດ້​ຈອງ​ຫອງ​ພອງ​ຕົວ​ຈົນ​ຫລົງ​ລືມ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ນຳ​ທ່ານ​ທັງ​ຫລາຍ​ອອກ​ມາ​ຈາກ​ເອ​ຢິບບ່ອນ​ຕົກ​ເປັນ​ທາດ 15 ພຣະ​ອົງ​ຊົງ​ນຳ​ພາ​ພວກ​ທ່ານ​ຜ່ານ​ຖິ່ນ​ກັນ​ດານ​ອັນ​ກວ້າງ​ໃຫຍ່​ໄພ​ສານ ແລະ​ເປັນ​ຕາ​ຫນ້າ​ຢ້ານ ຊຶ່ງ​ມີ​ງູ​ຮ້າຍ​ແລະ​ແມງງອດ ເມື່ອ​ຢູ່​ໃນ​ດິນ​ແຫ້ງ​ແລະ​ບໍ່​ມີ​ນ້ຳກໍ​ທຳ​ໃຫ້​ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ຫີນ​ໃຫ້​ພວກ​ທ່ານ​ດື່ມ​ໄດ້ 16 ຊົງ​ປະ​ທານ​ມາ​ນາ​ໃຫ້​ກິນ​ໃນ​ຖິ່ນ​ກັນ​ດານ ຊຶ່ງ​ເປັນ​ອາ​ຫານ​ທີ່​ບັນພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ບໍ່​ເຄີຍ​ມີ​ມາ​ກ່ອນ ຊົງ​ທົດ​ສອບ​ພວກ​ທ່ານ​ດ້ວຍ​ຄວາມ​ຍາກ​ລຳ​ບາກ ເພື່ອ​ວ່າ​ໃນ​ບັ້ນ​ປາຍ​ຈະ​ຊົງ​ປະ​ທານ​ຂອງ​ດີ​ໃຫ້​ທ່ານ 17 ດັ່ງ​ນັ້ນ​ແຫລະ, ພວກ​ທ່ານ​ຢ່າ​ຄິດ​ວ່າ​ຊັບ​ສົມ​ບັດ​ນີ້​ຫາ​ມາ​ໄດ້​ດ້ວຍ​ກຳ​ລັງ​ແລະ​ເຫື່ອ​ແຮງຂອງ​ພວກ​ທ່ານ​ເອງ​ເລີຍ 18 ຈົ່ງ​ຈຳ​ໄວ້​ວ່າ ພວກ​ທ່ານ​ຮັ່ງ​ມີ​ຍ້ອນ​ເຫື່ອ​ແຮງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້ ພຣະ​ອົງ​ຊົງ​ກະ​ທຳ​ດັ່ງ​ນີ້ ກໍ​ຍ້ອນ​ວ່າ​ຊົງ​ສັດ​ຊື່​ຕໍ່​ຄຳ​ຫມັ້ນ​ສັນ​ຍາ​ທີ່​ຊົງ​ໃຫ້​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ ແລະ​ຍັງ​ຊົງ​ສັດ​ຊື່​ຕໍ່​ຄຳ​ຫມັ້ນ​ສັນ​ຍາ​ນັ້ນ​ຈົນ​ເທົ່າ​ທຸກ​ມື້​ນີ້ 19 ຢ່າ​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ຂາບ​ໄຫວ້ ​ແລະ​ບົວ​ລະ​ບັດ​ພຣະ​ອື່ນ ຖ້າ​ທ່ານ​ຫາກ​ທຳດັ່ງ​ນີ້ ຂ້າ​ພະ​ເຈົ້າ​ກໍ​ຂໍ​ເຕືອນ​ໃນ​ມື້​ນີ້​ວ່າ ພວກ​ທ່ານ​ຈະ​ຈິບ​ຫາຍ​ເປັນ​ແນ່​ແທ້ 20 ຖ້າ​ບໍ່​ເຊື່ອ​ຟັງ​ພຣະ​ຜູ້​ເປັ​ນ​ເຈົ້າ ພວກ​ທ່ານ​ຈະ​ຈິບ​ຫາຍ​ໄປ​ເຫ​ມືອນ​ຊົນ​ຊາດ​ທີ່​ພຣະ​ອົງ​ຊົງ​ໄດ້​ທຳ​ລາຍ​ຕໍ່​ຫນ້າ​ທ່ານ​ນັ້ນ

ພຣະບັນຍັດສອງ 9

ປະ​ຊາ​ຊົນ​ບໍ່​ເຊື່ອ​ຟັງ​ພຣະ​ຜູ້​ເປັ​ນ​ເຈົ້າ

1 ຊາວ​ອິສ​ຣາ​ເອນ​ເອີຍ ຈົ່ງ​ຟັງ​ເດີ ພວກ​ທ່ານ​ກຳ​ລັງ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຍຶດ​ຄອງ​ແຜ່ນ​ດິນ​ຂອງ​ຊົນ​ຊາດ​ໃຫຍ່ ແລະ ແຂງແຮງກວ່າ​ທ່ານ ເມືອງ​ກໍ​ໃຫຍ່​ກຳ​ແພງ​ກໍ​ສູງ​ຈຸ​ຟ້າ 2 ປະ​ຊາ​ຊົນ​ກໍ​ມີ​ຮູບ​ຮ່າງ​ສູງ​ໃຫຍ່ ມີ​ຄວາມ​ສາ​ມາດ​ຢ່າງ​ເລີດ​ລ້ຳ ແລະ​ຄຳ​ທີ່​ເລົ່າ​ລື​ກັນ​ວ່າ ບໍ່​ມີ​ໃຜ​ຂືນ​ຕໍ່​ສູ້​ກັບ​ເຂົາ​ໄດ້ ພວກ​ທ່ານ​ກໍ​ເຄີຍ​ໄດ້​ຍິນ​ມາ​ແລ້ວ 3 ແຕ່​ບັດ​ນີ້ ທ່ານ​ຈະ​ເຫັນ​ດ້ວຍ​ຕົວ​ທ່ານ​ເອງວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນໍາ​ຫນ້າ​ພວກ​ທ່ານ​ໄປ​ເຫ​ມືອນໄຟ​ເພື່ອ​ເຜົາ​ຜານ ຈະ​ຊົງ​ໃຫ້​ພວກ​ເຂົາ​ເສັຽ​ໄຊ​ຕໍ່​ພວກ​ທ່ານ ແລະ​ພວກ​ເຂົາ​ຈະ​ຖືກ​ພວກ​ທ່ານ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ ແລະ​ສ້າງ​ຄວາມ​ຈິບ​ຫາຍ​ໃຫ້​ແກ່​ເຂົາ​ຕາມ​ດັ່ງ​ພຣະ​ອົງ​ທີ່​ໄດ້​ຊົງ​ສັນ​ຍາ​ໄວ້ 4 ຫລັງ​ຈາກພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຈາກ​ທ່ານ​ແລ້ວ ຢ່າ​ໄດ້​ພາ​ກັນ​ເວົ້າ​ວ່າ, “ພຣະ​ອົງ​ຊົງ​ນຳ​ທ່ານ​ເຂົ້າ​ມາ​ຄອບ​ຄອງ​ແຜ່ນ​ດິນ​ນີ້​ຍ້ອນ​ຄວາມ​ຊອບທັມ ແລະ​ກິ​ຈ​ການ​ຂອງ​ພວກ​ທ່ານ​ເອງ” ແຕ່​ພຣະ​ອົງ​ຊົງ​ຂັບ​ໄລ່​ປະ​ຊາ​ຊົນ ເຫລົ່າ​ນີ້​ອອກ​ໄປ​ເພາະ​ພວກ​ເຂົາ​ທຳ​ຊົ່ວ 5 ຊຶ່ງ​ທ່ານ​ທັງ​ຫລາຍ​ກຳ​ລັງເຂົ້າ​ໄປ​ຍຶດ​ຄອງ​ແຜ່ນ​ດິນ​ນີ້​ນັ້ນ ບໍ່​ແມ່ນ​ເພາະ​ຄວາມ​ຊອບ​ທັມ​ຂອງ​ພວກ​ທ່ານ ຫລື​ຄວາມ​ສັຕ​ທັມ​ໃນ​ໃຈ​ຂອງ​ທ່ານ ແຕ່​ເປັນ​ເພາະ​ຄວາມ​ຊົ່ວ​ຊອງ​ປະ​ຊາ​ຊາດ​ນີ້ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ຕ້ອງ​ຂັບ​ໄລ່​ພວກ​ເຂົາ​ອອກ​ເສັຽ​ຕໍ່​ຫນ້າ​ທ່ານ​ທັງຫລາຍ ເພາະ​ວ່າ​ພຣະ​ອົງ​ໄດ້​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ຊົງ​ໃຫ້​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ ຄື​ອັບ​ຣາ​ຮາມ ອີ​ຊາກ ແລະ​ຢາ​ໂຄບ 6 ສະ​ນັ້ນ​ທ່ານ​ທັງ​ຫລາຍ​ຈົ່ງ​ຮັບ​ຮູ້​ເຖີດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​ປະ​ທານ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ​ນີ້​ໃຫ້​ຍ້ອນ​ກິ​ຈ​ການ​ຂອງ​ພວກ​ທ່ານ ເພາະ​ວ່າ​ທ່ານ​ທັງ​ຫລາຍ​ເປັນ​ຊົນ​ຊາດ​ທີ່​ດື້​ດ້ານ 7 ຢ່າ​ລືມ​ວ່າ​ພວກ​ທ່ານ​ໄດ້​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ໃນ​ຖິ່ນ​ກັນ​ດານ ໄດ້​ກະ​ບົດ​ຕໍ່​ສູ້​ພຣະ​ອົງ​ຕັ້ງ​ແຕ່​ວັນ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ຈົນ​ເທົ່າ​ມາ​ຮອດ​ນີ້ 8 ແມ່ນ​ແຕ່​ໃນ​ພູ​ໂຮ​ເຣັບ ພວກ​ທ່ານ​ກໍ​ທຳໃຫ້​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ຫລາຍ​ຈົນ​ວ່າ​ພໍ​ທີ່​ຈະ​ທໍາລາຍ​ພວກ​ທ່ານ​ໄດ້ 9 ເມື່ອ​ຂ້າ​ພະ​ເຈົ້າ​ຂຶ້ນ​ໄປ​ຮັບ​ເອົາ​ແຜ່ນ​ສີ​ລາ​ເທິງ​ພູ ຄື​ແຜ່ນ​ສີ​ລາ​ແຫ່ງ​ຄຳຫມັ້ນ​ສັນ​ຍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ໄວ້​ກັບ​ທ່ານ​ທັງ​ຫລາຍ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ພັກ​ຢູ່​ທີ່​ນັ້ນ​ສີ່​ສິບ​ມື້ສີ່​ສິບ​ຄືນ ໂດຍ​ບໍ່​ໄດ້​ກິນ​ເຂົ້າ​ຫລື​ດື່​ມ​ນ້ຳ​ເລີຍ 10 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ສີ​ລາ​ສອງ​ແຜ່ນ​ໃຫ້​ຂ້າ​ພະ​ເຈົ້າ ເປັນ​ແຜ່ນ​ສີ​ລາ​ທີ່​ນີ້ວ​ພຣະ​ຫັດ​ຂອງ​ພຣະ​ອົງ​ເອງ ໄດ້​ຊົງ​ຈາ​ຣຶກ​ພຣະ​ຄັມ​ໃສ່​ຊຶ່ງ​ເປັນ​ພຣະ​ຄັມ​ທີ່​ຊົງ​ກ່າວ​ກັບ​ທ່ານ​ທັງ​ຫລາຍ​ອອກ​ມາ​ຈາກ​ໄຟ​ໃນ​ມື້​ຊຸມ​ນຸມ​ກັນ​ຢູ່​ເທິງ​ພູ​ນັ້ນ 11 ຄື​ວ່າ​ຫລັງ​ຈາກ​ຄົບ​ສີ່​ສິບ​ມື້ສີ່​ສິບ​ຄືນ​ແລ້ວ ພຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ຊົງ​ປະ​ທານ​ແຜ່ນ​ສີ​ລາ​ທີ່​ຈາ​ຣຶກ​ຄຳຫມັ້ນ​ສັນ​ຍາ​ໃຫ້​ຂ້າ​ພະ​ເຈົ້າ 12 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ໃນ​ເວ​ລາ​ນັ້ນ​ວ່າ, “ຈົ່ງ​ລົງ​ຈາກ​ພູ​ດຽວ​ນີ້ ດ້ວຍ​ວ່າ​ປະ​ຊາ​ຊົນ​ທີ່​ເຈົ້າ​ນຳ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ນັ້ນ​ໄດ້​ຫລົງ​ຜິດ​ເສັຽ​ແລ້ວ ຄື​ພວກ​ເຂົາ​ໄດ້​ຫັນ​ຫນີ​ຈາກ​ທາງ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ປະ​ຕິ​ບັດ​ນັ້ນ​ຢ່າງວ່ອງ​ໄວ ຄື​ພວກ​ເຂົາ​ໄດ້​ຫລໍ່​ຮູບ​ເຄົາ​ຣົບ​ຂຶ້ນ​ສຳ​ລັບ​ຕົນ​ເອງ” 13 ພຣະ​ຜູ້​ເປັນເຈົ້າ​ຍັງ​ໄດ້​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ອີກວ່າ, “ເຮົາ​ຮູ້​ດີ​ວ່າ​ປະ​ຊາ​ຊົນ​ເຫລົ່າ​ນີ້​ຫົວ​ດື້ 14 ສະ​ນັ້ນ​ຢ່າ​ຂັດ​ຂວາງ​ເຣົາ ເຮົາ​ຕັ້ງ​ໃຈ​ຈະ​ທຳ​ລາຍ​ເຂົາ ເພື່ອ​ບໍ່​ໃຫ້​ຜູ້​ໃດ​ລະ​ນຶກ​ເຖິງ​ພວກ​ເຂົາ​ອີກ​ຕໍ່​ໄປ ແລ້ວ​ເຮົາ​ຈະ​ທຳ​ໃຫ້​ເຈົ້າ​ໄດ້​ເປັນ​ບິ​ດາຂອງ​ຊົນ​ຊາດ​ນຶ່ງ​ທີ່​ໃຫຍ່​ແລະ​ເຂັ້ມ​ແຂງກວ່າ” 15 ຫລັງ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ກັບ​ຄືນ​ລົງ​ມາ​ຈາກ​ພູ ຊຶ່ງ​ໄຟ​ກຳ​ລັງ​ລຸກ​ຢູ່ ໂດຍ​ໄດ້​ຖື​ແຜ່ນ​ສີ​ລາ​ຄຳ​ຫມັ້ນ​ສັນ​ຍາ​ສອງ​ແຜ່ນ​ນັ້ນ​ລົງ​ມາ​ພ້ອມ 16 ແລ້ວ​ຂ້າ​ພະ​ເຈົ້າ​ກໍໄດ້​ພົບ​ວ່າ ພວກ​ທ່ານ​ໄດ້​ລະ​ເມີດ​ຄຳ​ສັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ໄວ້​ນັ້ນ​ໂລດ ແລະ​ໄດ້​ເຫັນ​ພວກ​ທ່ານ​ທຳບາບ​ຕໍ່​ສູ້​ພຣະ​ອົງ​ ດ້ວຍ​ການຫລໍ່​ຮູບ​ງົວ​ນ້ອຍ​ໄວ້​ຂາບ​ໄຫວ້ 17 ດ້ວຍ​ເຫດ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ໂຍນ​ສີ​ລາສອງ​ແຜ່ນ​ນັ້ນ​ຖິ້ມ​ຕໍ່​ຫນ້າ​ຕໍ່​ຕາ​ທ່ານ​ໃຫ້​ມັນ​ແຕກ​ມຸ່ນ​ເສັຽ 18 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ກົ້ມ​ຫນ້າ​ລົງ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ເທື່ອ​ນຶ່ງ ເປັ​ນ​ເວ​ລາ​ສີ່​ສິບ​ມື້​ສີ່​ສິບ​ຄືນ ໂດຍ​ບໍ່​ໄດ້​ກິນ​ເຂົ້າ​ຫລື​ດື່ມ​ນ້ຳ​ເລີຍ ທີ່​ທຳດັ່ງ​ນີ້ ກໍຍ້ອນ​ພວກ​ທ່ານ​ທຳ​ບາບ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ ແລະ​ທຳ​ໃຫ້​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ 19 ຂ້າ​ພະ​ເຈົ້າ​ຢ້ານ​ພຣະ​ພິ​ໂຣດ​ອັນ​ຮຸນ​ແຮງ​ຂອງ​ພຣະ​ອົງ​ເພາະ​ວ່າ​ຊົງ​ພຣະ​ພິ​ໂຣດ​ຫລາຍ​ຈົນ​ພໍ​ທີ່​ຈະ​ທຳ​ລາຍ​ທ່ານ​ໄດ້ ແຕ່​ພຣະ​ອົງ​ກໍ​ຍັງ​ຊົງ​ຟັງ​ຂ້າ​ພະ​ເຈົ້າ​ອີກ​ເທື່ອ​ນຶ່ງ 20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ອາ​ໂຣນ​ພໍ​ທີ່​ຈະຂ້າເຂົາໄດ້ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ອ້ອນວອນ​ເພື່ອ​ເຂົາໃນ​ຄັ້ງ​ນັ້ນ 21 ພ້ອມ​ທັງ​ໄດ້​ເອົາ​ສິ່ງ​ອັນ​ເປັນ​ບາບ ຄື​ຮູບ​ງົວ​ນ້ອຍ​ທີ່​ພວກ​ທ່ານ​ທຳໄວ້​ບູ​ຊາ​ນັ້ນ​ໃສ່​ໄຟ ແລ້ວ​ນຳ​ມາ​ບົດ​ໃຫ້​ລະ​ອຽດ ແລ້ວ​ເທ​ລົງ​ໃສ່​ແມ່​ນ້ຳ​ທີ່​ໄຫລ​ລົງ​ມາ​ຈາກ​ພູ 22 ເມື່ອ​ຢູ່​ທີ່​ຕາ​ເບ​ຣາ ມັດ​ສາ​ ແລະ​ກິບ​ໂຣທຮັດ​ຕາ​ອາວາ​ນັ້ນ ພວກ​ທ່ານ​ໄດ້​ທຳໃຫ້​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ 23 ແລະ​ເມື່ອ​ຊົງ​ໃຊ້​ທ່ານ​ໄປ​ຈາກ​ກາ​ເດສ​ບາ​ເນ​ອາ ເພື່ອ​ຍຶດ​ຄອງ​ເອົາ​ແຜ່ນ​ດິນ​ທີ່​ຊົງ​ປະ​ທານ​ໃຫ້ ພວກ​ທ່ານ​ກໍ​ໄດ້​ເປັນ​ກະ​ບົດ​ຕໍ່​ສູ້​ພຣະ​ອົງ​ເສັຽ ບໍ່​ໄວ້​ວາງ​ໃຈ​ຫລື​ເຊື່ອ​ຟັງ​ພຣະ​ອົງ​ເລີຍ 24 ພວກ​ທ່ານ​ໄດ້​ກະ​ບົດ​ຕໍ່ສູ້​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ມາ ຕັ້ງ​ແຕ່​ວັນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ກັບ​ພ​ວກ​ທ່ານ 25 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ກົ້ມ​ຂາບ​ລົງ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັ​ນ​ເຈົ້າ​ສີ່​ສິບ​ມື້ສີ່​ສິບ​ຄືນ ເພາະ​ວ່າ​ພຣະ​ອົງ​ຊົງ​ຕັດ​ສິນ​ພຣະ​ທັຍ​ຈະ​ທຳ​ລາຍ​ພວກ​ທ່ານ 26 ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ວ່າ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຢ່າ​ຊົງ​ທຳ​ລາຍ​ໄພ່​ພົນ​ພິ​ເສດ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ພຣະ​ອົງ​ຊົງ​ໂຜດ​ຊ່ອຍ​ເອົາ​ອອກ​ຈາກ​ເອ​ຢິບ​ດ້ວຍ​ຄວາມ​ຍິ່ງ​ໃຫຍ່​ແລະ​ເດ​ຊາ​ນຸ​ພາບ 27 ຂໍ​ຊົງ​ລະ​ນຶກ​ເຖິງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຄື​ອັບ​ຣາ​ຮາມ ອີ​ຊາກ ແລະ​ຢາ​ໂຄບ ຢ່າ​ຊົງສົນ​ພຣະ​ທັຍ​ໃນ​ຄວາມ​ດື້​ດ້ານ ຄວາມ​ຊົ່ວ​ຮ້າຍ​ແລະ​ຄວາມ​ບາບ​ຂອງ​ປະ​ຊາ​ຊົນ​ນີ້ 28 ເພາະ​ຢ້ານ​ຊາວ​ເອ​ຢິບ​ເວົ້າ​ວ່າ, “ພຣະ​ອົງ​ບໍ່​ສາ​ມາດ​ພາພວກ​ເຫລົ່າ​ນີ້​ໄປ​ຍັງ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້ ແຕ່​ຊົງ​ພາ​ພວກ​ເຂົາ​ໄປ​ຕາຍ​ໃນ​ຖິ່ນ​ກັນ​ດານ ຍ້ອນ​ວ່າ​ຊົງ​ກຽດ​ຊັງ​ພວກ​ເຂົາ” 29 ເພາະ​ຄົນ​ເຫລົ່າ​ນີ້​ແມ່ນ​ໄພ່​ພົນ​ພິ​ເສດ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຊົງນໍາ​ອອກ​ມາ​ຈາກ​ເອ​ຢິບ​ດ້ວຍ​ກຳ​ລັງ​ແລະ​ເດ​ຊາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່

ພຣະບັນຍັດສອງ 10

ພຣະ​ເຈົ້າ​ຊົງ​ປະ​ທານ​ພຣະ​ບັນ​ຍັດ​ແກ່​ໂມ​ເຊ

1 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ຖາກ​ເອົາ​ສີ​ລາ​ສອງ​ແຜ່ນ​ໃຫ້​ຄື​ເກົ່າ ແລະ​ທຳຫີບ​ໄມ້​ສຳ​ລັບ​ໃສໄວ້​ດ້ວຍ ແລ້ວ​ນຳ​ຂຶ້ນ​ມາ​ຫາ​ເຮົາເທິງ​ພູ 2 ເຮົາ​ຈະ​ຈາ​ຣຶກ​ຖ້ອຍ​ຄຳ​ເຫມືອນ​ໃນ​ແຜ່ນ​ເກົ່າ​ທີ່​ແຕກ​ໄປ​ແລ້ວ​ນັ້ນ​ໃຫ້​ເຈົ້າ​ອີກ ແລ້ວ​ໃຫ້​ຮັກ​ສາ​ໄວ້​ໃນ​ຫີບ​ໄມ້​ນັ້ນ” 3 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ທຳ​ຫີບ​ດ້ວຍ​ໄມ້​ກະ​ຖິນ​ເທດ ແລະ​ໄດ້​ເອົາແຜ່ນ​ສີ​ລາໃຫມ່​ສອງ​ແຜ່ນຖື​ຂຶ້ນ​ໄປ​ເທິງ​ພູ 4 ແລ້ວ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ຈາ​ຣຶກ​ຖ້ອຍ​ຄຳ​ເຫມືອນ​ຄາວ​ກ່ອນ​ໃສ່​ໃນ​ສີ​ລາສອງ​ແຜ່ນ​ນີ້ ຖ້ອຍ​ຄຳ​ທີ່​ຊົງ​ຈາ​ຣຶກ​ໃສ່​ນີ້​ແມ່ນ​ພຣະ​ບັນ​ຍັດ​ສິບ​ປະ​ການ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ພວກ​ທ່ານ​ຄາວ​ຊົງ​ກ່າວ​ອອກ​ມາ​ຈາກ​ໄຟ ໃນ​ວັນທີ່​ທ່ານ​ທັງ​ຫລາຍ​ໄດ້​ຊຸມ​ນຸມ​ກັນ​ຢູ່​ເທິງ​ພູ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ແຜ່ນ​ສີ​ລານັ້ນ​ໃຫ້​ຂ້າ​ພະ​ເຈົ້າ 5 ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ກັບ​ລົງ​ມາ​ຈາກ​ພູ ແລ້ວ​ກໍ​ມ້ຽນ​ແຜ່ນສີ​ລາ​ໄວ້​ໃນ​ຫິບ​ທີ່​ໄດ້​ທຳ​ຂຶ້ນ​ຕາມ​ພຣະ​ອົງ​ຊົງ​ສັ່ງ ແຜ່ນ​ສີ​ລານັ້ນ​ກໍ​ຍັງ​ຢູ່​ໃນ​ຫີບ​ສືບ​ຕໍ່​ມາ 6 (ຊາວ​ອິສ​ຣາ​ເອນ​ໄດ້​ອອກ​ຈາກ​ນ້ຳ​ສ້າງ​ຂອງ​ ຊາວ​ເບເອີ​ໂອທເບນ​ເອຢາ​ອາຄານ ເມື່ອ​ມາ​ເຖິງ​ໂມ​ເຊ​ຣາ ອາ​ໂຣນກໍ​ສິ້ນ​ຊີ​ວິດ ພວກ​ເຂົາ​ຈຶ່ງ​ໄດ້​ຝັງ​ສົບ​ທ່ານ​ໄວ້​ທີ່​ນັ້ນ​ແມ່ນ ​ເອ​ເລ​ອາ​ຊາ ຜູ້​ເປັນ​ຫລານ​ຊາຍ​ໄດ້​ປະ​ຕິ​ບັດ​ຫນ້າ​ທີ່​ປະ​ໂຣ​ຫິດ​ແທນ​ທ່ານ 7 ພວກ​ເຂົາ​ໄດ້​ອອກ​ຈາກ​ທີ່​ນັ້ນ​ມາ​ເຖິງ​ກຸດ​ໂກ​ດາ ແລ້ວ​ໄດ້​ໄປ​ຍັງ​ ໂຢດ​ບາ​ທາ​ຄື​ດິນ​ແດນ​ທີ່​ມີ​ນ້ຳ​ຫລາຍ 8 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງໄດ້​ແຕ່ງ​ຕັ້ງໃຫ້​ພວກ​ຄົນ​ເລ​ວີ​ດູ​ແລ​ຫີບ​ຄຳ​ສັນ​ຍາແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເປັນ​ປະ​ໂຣ​ຫິດ​ຮັບ​ໃຊ້​ພຣະ​ອົງ ແລະ​ໃຫ້​ອວຍ​ພອນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ສືບ​ຕໍ່​ມາ​ຈົນ​ເຖິງ​ທຸກ​ວັນນີ້ 9 ດ້ວຍ​ເຫດ​ນີ້​ຕະ​ກູນ​ເລ​ວີ​ຈຶ່ງ​ບໍ່​ໄດ້​ຮັບ​ສ່ວນ​ມໍ​ຣະ​ດົກ​ເຫມືອນ​ຕະ​ກູນ​ອື່ນໆ ພວກ​ເຂົາ​ໄດ້​ແຕ່​ຮັບ​ໃຊ້​ເປັນ​ປະ​ໂຣ​ຫິດ​ເທົ່າ​ນັ້ນ ໂດຍ​ມີ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ມໍ​ຣະ​ດົກຂອງ​ພວກ​ເຂົາ​ເຫມືອນດັ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ໄດ້​ຊົງສັນ​ຍາ​ໄວ້ 10 ຂ້າ​ພະ​ເຈົ້າ​ໄດ້​ພັກ​ຢູ່​ເທິງ​ພູ​ສີ່​ສິບ​ມື້​ສີ່​ສິບ​ຄືນ​ເຫມືອນ​ຄາວກ່ອນໆ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຟັງ​ຂ້າ​ພະ​ເຈົ້າ​ອີກ​ເທື່ອ​ນຶ່ງ ແລະ​ບໍ່​ຊົງ​ທຳ​ຮ້າຍ​ພວກ​ທ່ານ 11 ແລ້ວ​ພຣະ​ອົງ​ໄດ້​ຊົງ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ນຳ​ພາພວກ​ທ່ານ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ​ນັ້ນ

ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ຕ້ອງ​ການ

12 ຊາວ​ອິສ​ຣາ​ເອນ​ເອີຍ ບັດ​ນີ້ ຈົ່ງ​ຟັງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຕ້ອງ​ການ​ໃຫ້​ພວກ​ທ່ານ​ທັງ​ຫລາຍ​ທຳ ຄື​ໃຫ້​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ທຳທຸ​ກ​ສີ່ງ​ຕາມ​ພຣະ​ອົງ​ຊົງ​ບອກ ໃຫ້​ຮັກ​ແລະ​ຮັບ​ໃຊ້​ພຣະ​ອົງ​ຈົນ​ສຸດ​ຈິດ​ສຸດ​ໃຈ 13 ໃຫ້​ປະ​ພຶດ​ຕາມ​ຄຳ​ສັ່ງ​ທັງ​ປວງ​ຂອງ​ພຣະ​ອົງ ຊຶ່ງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ບອກ​ພວກ​ທ່ານ​ໃນ​ວັນນີ້ ເພື່ອ​ຜົນ​ປ​ໂຍດ​ຂອງ​ທ່ານ​ທັງ​ຫລາຍ 14 ເພາະ​ວ່າ​ສວັນ​ທີ່​ສູງ​ສຸດ​ເປັນ​ຂອງ​ພຣະ​ອົງ ໂລກ​ແລະ​ທຸກໆ​ສິ່ງ​ໃນ​ໂລກ​ກໍ​ເປັນ​ຂອງ​ພຣະ​ອົງ​ເຫມືອນ​ກັນ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ຫລາຍ​ທີ່​ສຸດ 15 ດ້ວຍ​ເຫດ​ນັ້ນ ພຣະ​ອົງ​ຈຶ່ງ​ຊົງ​ເລືອກ​ເອົາ​ພວກ​ທ່ານ​ໃຫ້​ເປັນ​ຊົນ​ຊາດ​ພິ​ເສດ​ຂອງ​ພຣະ​ອົງ​ດີກວ່າ​ເອົາ​ຊົນ​ຊາດ​ອື່ນ ທຸກ​ວັນນີ້​ພຣະ​ອົງ​ກໍ​ຍັງ​ຮັກ​ແລະ​ເລືອກ​ເອົາ​ພວກ​ທ່ານຢູ່​ດັ່ງ​ນີ້​ແຫລະ 16 ແຕ່​ບັດ​ນີ້​ເປັນ​ຕົ້ນ​ໄປ ຈົ່ງ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຊົາ​ດື້​ດືງ​ເສັຽ 17 ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຊົງ​ຍິ່ງ​ໃຫຍ່ກວ່າ​ພຣະ​ ແລະ​ເຈົ້າ​ນາຍ​ທັງ​ປວງ ເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ມີ​ຣິດ​ເດດ​ແລະ​ຫນ້າ​ຢຳ​ເກງ ພຣະ​ອົງ​ບໍ່​ຊົງ​ເຫັນ​ແກ່​ຫນ້າ​ແລະ​ບໍ່​ເຫັນ​ແກ່​ສິນ​ຈ້າງ​ຮາງວັນ​ເລີຍ 18 ຊົງ​ໃຫ້​ຄວາມ​ເປັນ​ທັມ​ແກ່​ລູກ​ກຳ​ພ້າ ແລະ​ພວກ​ນາງ​ຫມ້າຍ​ ຊົງ​ຮັກ​ຄົນ​ຕ່າງ​ດ້າວ​ທີ່​ຢູ່​ນຳ​ພວກ​ເຮົາ ຊົງ​ປະ​ທານ​ອາ​ຫານ​ແລະ​ເຄື່ອງ​ນຸ່ງ​ຫົ່ມ​ໃຫ້​ແກ່​ພວກ​ເຂົາ 19 ດ້ວຍ​ເຫດ​ນັ້ນ ພວກ​ທ່ານ​ຈົ່ງ​ຮັກ​ແພງ​ຄົນ​ຕ່າງ​ດ້າວ ເພາະ​ວ່າ​ພວກ​ທ່ານ​ກໍ​ເຄີຍ​ເປັນ​ຄົນ​ຕ່າງ​ດ້າວ​ມາ​ແລ້ວ​ໃນ​ປະ​ເທດ​ເອ​ຢິບ 20 ຈົ່ງ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ແລະ​ຂາບ​ໄຫວ້​ແຕ່​ພຣະ​ອົງ ຈົ່ງ​ທຳ​ສັດ​ຊື່​ຕໍ່​ພຣະ​ອົງ ແລະ​ຈົ່ງ​ສາ​ບານ​ແຕ່​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ 21 ຈົ່ງ​ສັຣເສີນ​ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ ແລະ​ພວກ​ທ່ານ​ກໍ​ໄດ້​ເຫັນ​ການ​ກະ​ທຳ​ອັນ​ຍິ່ງ​ໃຫຍ່​ແລະ​ຫນ້າ​ຢ້ານ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ຕໍ່​ພວກ​ທ່ານ​ດ້ວຍ​ຕາ​ຕົນ​ເອງ​ແລ້ວ 22 ເມື່ອ​ບັນ​ພະ​ບຸ​ຣຸດຂອງ​ພວກ​ທ່ານ​ໄປ​ຍັງ​ປະ​ເທດເອ​ຢິບ​ນັ້ນ ພວກ​ເຂົາ​ມີ​ພຽງ​ເຈັດ​ສິບ​ຄົນ​ທໍ່​ນັ້ນ ແຕ່​ບັດ​ນີ້ ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ທຳ​ໃຫ້​ທ່ານ​ມີ​ຫລາຍ​ຂຶ້ນ​ເຫມືອນ​ດວງ​ດາວ​ໃນ​ທ້ອງ​ຟ້າ

ພຣະບັນຍັດສອງ 11

ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

1 ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ແລະ​ປະ​ຕິ​ບັດ​ຂໍ້ຄຳ​ສັ່ງ​ທັງ​ຫມົດ​ຂອງ​ພຣະ​ອົງ​ສ​ເມີ 2 ຈົ່ງ​ຈຳ​ໄວ້​ວ່າ​ພວກ​ທ່ານ​ໄດ້​ຮຽນ​ຮູ້​ເຣື່ອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ດ້ວຍ​ເຫັນ​ການ​ກະ​ທຳ​ຂອງ​ພຣະ​ອົງ ບໍ່​ແມ່ນ​ລູກ​ຫລານ​ຂອງ​ພວກ​ທ່ານ​ໄດ້​ເຫັນ​ເຫດ​ການ​ເຫລົ່າ​ນີ້ 3 ຄື​ພວກ​ທ່ານໄດ້​ເຫັນ​ຄວາມ​ຍິ່ງ​ໃຫຍ່ ອຳ​ນາດ ຣິດ​ເດດ ການ​ອັດ​ສະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ເຫັນ​ພຣະ​ອົງ​ຊົງ​ກະ​ທຳ​ຕໍ່​ກະ​ສັດ​ເອ​ຢິບ​ແລະ​ຕໍ່​ປະ​ເທດ​ຂອງ​ພຣະ​ອົງ 4 ເມື່ອກອງ​ທັບ​ເອ​ຢິບໄລ່​ຕິດ​ຕາມ​ມາ​ພວກ​ທ່ານ​ກໍ​ໄດ້​ເຫັນ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ທຳໃຫ້​ນ້ຳ​ທະ​ເລ​ໄມ້​ອໍ້​ໄຫລ​ຖ້ວມກອງ​ທັບ​ພ້ອມ​ທັງ​ຝູງ​ມ້າ ​ແລະ​ຣົດ​ຮົບ​ຂອງ​ເອ​ຢິບ​ຈົນ​ຫມົດ​ສິ້ນ 5 ພວກ​ທ່ານ​ຮູ້​ສິ່ງ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ຕໍ່​ພວກ​ທ່ານ​ໃນ​ຖິ່ນ​ກັນ​ດານ ກ່ອນ​ມາ​ເຖິງ​ທີ່​ນີ້​ແລ້ວ 6 ຄື​ຈົ່ງ​ລະ​ນຶກ​ເຖິງ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຕໍ່​ດາ​ທານ ກັບ​ອາ​ບີ​ຣາມ ທັງ​ສອງ​ຄົນ​ນີ້​ເປັນ​ບຸດ​ຊາຍ​ຂອງ​ເອ​ລີ​ອາບ​ແຫ່ງ​ຕະ​ກູນ​ຣູ​ເບນ ຄື​ພຣະ​ອົງ​ຊົງ​ໃຫ້​ແຜ່ນ​ດິນ​ຍະ​ອອກ​ກືນ​ພວກ​ເຂົາ​ລົງ​ໄປ ພ້ອມ​ທັງ​ຄອບ​ຄົວ ຕູບ​ຜ້າ​ເຕັນ ພວກ​ຄົນ​ໃຊ້ ​ແລະ​ສັດ​ລ້ຽງ​ທັງ​ຫມົດ 7 ພຣະ​ຣາ​ຊ​ກິຈ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ນີ້ ພວກ​ທ່ານ​ກໍ​ໄດ້​ເຫັນ​ກັ​ບ​ຕາ​ມາ​ແລ້ວ

ພຣະ​ພອນ​ໃນ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາ​ໄວ້

8 ຈົ່ງ​ທຳ​ຕາມ​ທຸກໆ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ໃນ​ວັນ​ນີ້ ພວກ​ທ່ານ​ຈຶ່ງ​ຈະ​ສາ​ມາດ​ເຂົ້າ​ໄປ​ຍຶດ​ຄອງ​ເອົາ​ແຜ່ນ​ດິນ​ທີ່​ກຳ​ລັງ​ເຂົ້າ​ໄປ​ນັ້ນ 9 ແລະ​ຈະ​ມີ​ຊີ​ວິດ​ຫມັ້ນ​ຍືນ​ຢູ່​ໃນ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູນ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ວ່າ ຈະ​ຍົກ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານກັບ​ເຊື້ອ​ສາຍ​ຂອງ​ພວກ​ເຂົາ 10 ແຜ່ນ​ດິນ​ທີ່​ພວກ​ທ່ານ​ກຳ​ລັງ​ຈະ​ເຂົ້າ​ຍຶດ​ຄອງ​ນັ້ນ ບໍ່​ເຫມືອນ​ແຜ່ນ​ດິນ​ເອ​ຢິບ​ທີ່​ພວກ​ທ່ານ​ໄດ້​ເຄີຍ​ອາ​ໄສ​ຢູ່​ແຕ່​ກ່ອນ ຢູ່​ທີ່​ນັ້ນ​ເມື່ອ​ພວກ​ທ່ານ​ປູກ​ເຂົ້າ​ຕ້ອງ​ທຳ​ງານຫນັກ​ເພື່ອ​ປ້ານ​ຄັນ​ຄູ​ກັ້ນ​ນ້ຳ​ໄວ້ 11 ແຕ່​ແຜ່ນ​ດິນ​ທີ່​ພວກ​ທ່ານ​ກຳ​ລັງ​ຈະ​ເຂົ້າ​ໄປນີ້ ເປັນ​ພູ​ແລະ​ທົ່ງຈະ​ມີ​ຝົນ​ຕົກ​ລົງ​ມາ​ຫົດ​ໃຫ້ 12 ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຊົງ​ເບິ່ງ​ແຍງ​ ແລະ​ເຝົ້າ​ຮັກ​ສາ​ທົ່ວ​ແຜ່ນ​ດິນ​ນີ້​ຕລອດ​ປີ 13 ດ້ວຍ​ເຫດ​ນັ້ນ ຈົ່ງ​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ໃນ​ມື້​ນີ້ ຄື​ໃຫ້​ຮັກ​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ທ່ານ ແລະ​ບົ​ວ​ລະ​ບັດ​ພຣະ​ອົງ​ຈົນ​ສຸດ​ຈິດ​ສຸດ​ໃຈ 14 ຖ້າ​ພວກ​ທ່ານ​ທຳໄດ້​ຕາມ​ນີ້ ພຣະ​ອົງ​ຈະ​ຊົງ​ໃຫ້​ຝົນ​ຕົກ​ລົງ​ມາ​ເທິງ​ແຜ່ນ​ດິນ​ຂອງ​ທ່ານ​ຖືກ​ຕ້ອງ​ຕາມ​ຣະ​ດູ​ການ ເພື່ອ​ໃຫ້​ໄດ້​ເຂົ້າ​ກີນ ໄດ້​ຫມາກ​ອະ​ງຸ່ນ​ທຳ​ເຫລົ້າ ໄດ້​ຫມາກກອກ​ເທດ​ເຮັດ​ນ້ຳ​ມັນ ແລະ​ໄດ້​ຫຍ້າ​ໃຫ້​ຝູງ​ສັດ​ກິນ 15 ແລ້ວ​ພວກ​ທ່ານ​ກໍ​ຈະ​ມີ​ອາ​ຫານ​ກິນ​ຕາມ​ຄວາມ​ຕ້ອງ​ການ 16 ຈົ່ງ​ລະ​ວັງ​ ຢ່າ​ໃຫ້​ເຂົາ​ນຳ​ພາ​ໄປ​ໃນ​ທາງ​ທີ່​ຜິດ ເພາະ​ຢ້ານ​ວ່າ​ທ່ານ​ຈະ​ປະ​ຖິ້ມ​ພຣະ​ຜູ້ເປັນ​ເຈົ້າ ໄປ​ຂາບ​ໄຫວ້​ແລະ​ບົວ​ລະ​ບັດ​ພຣະ​ອື່ນ 17 ຖ້າ​ຂືນ​ປະ​ຕິ​ບັດ​ດັ່ງ​ກ່າວ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ພິ​ໂຣດ​ພວກ​ທ່ານ ຈະ​ບໍ່​ຊົງ​ໃຫ້​ຝົນ​ຕົກ​ລົງ​ມາ​ເທິງ​ແຜ່ນ​ດິນ​ຂອງ​ພວກ​ທ່ານ ແລ້ວ​ແຜ່ນ​ດິນ​ຈະ​ແຫ້ງ​ພືດ​ຜົນ​ຈະ​ບໍ່​ເກີດ ໃນ​ບໍ່​ເຫິງ​ພວກ​ທ່ານ​ກໍ​ຈະ​ຕາຍ​ຈາກ​ແຜ່ນ​ດິນ​ດີໆ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ນີ້ 18 ຈົ່ງ​ໃສ່​ຈິດ​ໃສ່​ໃຈ​ຈົດ​ຈຳ​ເອົາ​ຂໍ້​ຄຳ​ສັ່ງ​ເຫ​ລົ່າ​ນີ້ ໃຫ້​ຕິດ​ມັນ​ໄວ້​ໃນ​ແຂນ ແລະ​ເທິງ​ຫນ້າ​ຜາກ​ເພື່ອ​ເປັນ​ສິ່ງ​ເຕືອນ​ໃຈ 19 ໃຫ້​ບອກ​ລູກ​ຫລານ​ຮຽນ​ເອົາ ແລະ​ເມື່ອ​ທ່ານ​ຢູ່​ໃນ​ເຮືອນ​ຫລືອອ​ກ​ຫນີ​ໄປ​ກໍ​ດີ ເມື່ອ​ທ່ານ​ທຳ​ງານ​ຫລື​ຢຸດ​ພັກ​ກໍ​ດີ​ໃຫ້​ທ່ອງ​ຈຳ​ຄຳ​ສັ່ງ​ນີ້ 20 ພ້ອມ​ທັງ​ໃຫ້​ຂຽນ​ມັນ​ໄວ້​ຕາມ​ປະ​ຕູ​ບ້ານ​ເຮືອນ​ຂອງ​ທ່ານ​ດ້ວຍ 21 ແລ້ວ​ທ່ານ​ກັບ​ພວກ​ລູກ​ຫລານ​ຈະ​ມີ​ອາ​ຍຸ​ຫມັ້ນ​ຍືນ​ຢູ່​ໃນ​ແຜ່ນ​ດິນ​ທີ່ພຣະ​ຜູ້​ເປັນ​ເຈົ້າໄດ້​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ແລະ​ພວກ​ທ່ານ​ຈະ​ຢູ່​ໃນ​ທີ່​ນັ້ນ​ຊົ່ວ​ຟ້າ​ດິນ​ສ​ລາຍ 22 ຈົ່ງ​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບອກ​ພວກ​ທ່ານ​ນີ້​ດ້ວຍ​ຄວາມ​ສັດ​ຊື່ ຄື​ໃຫ້​ຮັກ​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ທ່ານ ທຳຕາມ​ທຸກໆ​ສິ່ງ​ທີ່​ພຣະ​ອົງ​ຊົງ​ບອກ

ແລະ​ເຊື່ອ​ວາງ​ໃຈ​ໃນ​ພຣະ​ອົງ

23 ແລ້ວ​ພຣະ​ອົງ​ຈະ​ຊົງ​ຂັບ​ໄລ່​ຊົນ​ຊາດ​ເຫລົ່າ​ນີ້​ທັງ​ຫມົດ​ໃຫ້​ຫນີ​ໄປ​ຈາກ​ທ່ານ ແລະ​ພວກ​ທ່ານກໍ​ຈະ​ເຂົ້າ​ຍຶດ​ຄອງ​ແຜ່ນ​ດິນ​ຂອງ​ຊົນ​ຊາດ​ທີ່​ໃຫຍ່​ ແລະ​ມີ​ກຳ​ລັງ​ກວ່າ​ທ່ານ 24 ດິນ​ທຸກໆ​ບ່ອນ​ທີ່​ທ່ານ​ຢຽບ​ຍ່າງ​ໄປ​ຈະ​ເປັນ​ຂ​ອງ​ທ່ານ ເຂດ​ແດນ​ຂອງ​ພວກ​ທ່ານ​ຈະ​ເລີ້ມ​ຕົ້ນ​ແຕ່​ຖິ່ນ​ກັນ​ດາ​ນ​ທາງ​ທິດ​ໃຕ້​ໄປ​ຈົນ​ເຖິງ​ພູ​ເລ​ບາ​ນອນ​ທາງ​ທິດ​ເຫນືອ ສ່ວນ​ທາງ​ທິດຕາ​ເວັ​ນ​ອອກ​ກໍ​ຈະ​ເລີ້ມ​ຕົ້ນ​ແຕ່​ແມ່​ນ້ຳ​ເອີ​ຟ​ຣາດ​ໄປ​ຈົນ​ເຖິງ​ທະ​ເລ​ເມ​ດິ​ເຕ​ຣາ​ເນ​ທາງ​ທິດ​ຕາ​ເວັນ​ຕົກ ຈະ​ບໍ່​ມີ​ໃຜ​ກ້າ​ຂັດ​ຂວາງ​ພວກ​ທ່ານ​ໄດ້ 25 ບໍ່​ວ່າ​ທ່ານ​ຈະ​ຢຽບ​ຍ່າງ​ໄປ​ບ່ອນ​ໃດ​ໃນ​ແຜ່ນ​ດິນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ທຳໃຫ້​ປະ​ຊາ​ຊົນ​ເກງ​ຂາມ​ພວກ​ທ່ານ​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້ 26 ວັນ​ນີ້ ຂ້າ​ພະ​ເຈົ້າ​ຈະ​ໃຫ້​ທ່ານ​ເລືອກ​ເອົາ​ລະ​ຫວ່າງ​ຄຳ​ອວຍ​ພອນ​ກັບ​ຄຳ​ສາບ​ແຊ່ງ 27 ຖ້າ​ພວກ​ທ່ານ​ຫາກ​ທຳຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ໃນ​ມື້ນີ້​ ພວກ​ທ່ານ​ກໍ​ຈະ​ໄດ້​ຮັບ​ພອນ 28 ຖ້າ​ວ່າ​ບໍ່​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ເຫລົ່າ​ນີ້ ແຕ່​ຫັນ​ຫນີ​ໄປ​ຂາບ​ໄຫວ້​ພຣະ​ອື່ນ​ທີ່​ບໍ່​ເຄີຍ​ຂາບ​ໄຫວ້​ມາ​ກ່ອນ ພວກ​ທ່ານກໍ​ຈະ​ຖືກ​ສາບ​ແຊ່ງ 29 ເມື່ອ​ພຣະ​ຜູ້​ເປັ​ນ​ເຈົ້າພຣະ​ເຈົ້າ​ຂອງ​ພວກ​ທ່ານ​ຊົງນຳ​ພວກ​ທ່ານ​ເຂົ້າ​ໄປ​ຍຶດ​ຄອງ​ເອົາ​ແຜ່ນ​ດິນ​ນັ້ນ ຈົ່ງ​ໄດ້​ປະ​ກາດ​ຄຳ​ອວຍ​ພອນ​ນີ້​ຕັ້ງ​ແຕ່​ພູເ​ກ​ຣີ​ຊິມ ແລະ​ປະ​ກາດ​ຄຳ​ສາບ​ແຊ່ງ​ແຕ່​ພູ​ເອ​ບານ 30 ພູ​ສອງ​ຫນ່ວຍ​ນີ້​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ ໄປ​ຕາມ​ທາງ​ທີ່​ດວງ​ອາ​ທິດ​ຕົກ​ໃນ​ແຜ່ນ​ດິນ​ຄົນ​ການາ​ອານ​ຜູ້​ອາ​ໄສ​ຢູ່​ໃນ​ອາ​ຣາ​ບາ​ຕົງ​ຫນ້າເມືອງ​ກີນ​ການ ໃກ້ໆ​ກັບ​ກົກ​ໄມ້​ສັກ​ສິດ​ທີ່​ເມືອງ​ໂມ​ເຣ​ບໍ່​ແມ່ນ​ຫລື 31 ພວກ​ທ່ານ​ກຳ​ລັງ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຍຶດ​ຄອງ​ແຜ່ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ປະ​ທານ​ໃຫ້ 32 ເມື່ອ​ເຂົ້າ​ຍຶດ​ຄອງ​ແລະ​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ​ແລ້ວ ພວກ​ທ່ານ​ຈົ່ງ​ທຳຕາມ​ຂໍ້​ຄຳ​ສັ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ໃນ​ວັນ​ນີ້

ພຣະບັນຍັດສອງ 12

ໃຫ້​ມີ​ສະ​ຖານ​ທີ່​ນະ​ມັ​ສ​ການ​ພຽງ​ແຫ່ງ​ດຽວ

1 ຕໍ່​ໄປ​ນີ້​ແມ່ນ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ ພວກ​ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ຄຳ​ສັ່ງ​ນີ້​ຕລອດ​ຊີ​ວິດໃນ​ແຜ່ນ​ດິນ​ທີ່​ຈະ​ຊົງ​ປະ​ທານ​ໃຫ້ 2 ຢູ່​ໃນ​ແຜ່ນ​ດິນ​ນີ້ ຈົ່ງ​ທຳ​ລາຍ​ບ່ອນ​ປະ​ຊາ​ຊົນ​ຂາບ​ໄຫວ້​ພຣະ​ຂອງ​ເຂົາ​ຖິ້ມ​ຫມົດ ຄື​ເທິງ​ພູ​ໃຫຍ່​ແລະ​ນ້ອຍ​ແລະ​ໃຕ້​ຕົ້ນ​ໄມ້​ຂຽວ​ສົດ​ທຸກ​ຕົ້ນ 3 ຈົ່ງ​ມ້າງ​ແທ່ນ​ບູ​ຊາ ທັບ​ເສົາ​ຫີນ​ສັກ​ສິດ​ຂອງ​ພວກ​ເຂົາ​ໃຫ້​ແຕກ​ມຸ່ນ ເຜົາ​ຫລັກ​ສັກ​ສິດ​ແລະ​ທຳ​ລາຍ​ຮູບ​ເຄົາ​ຣົບ​ຖິ້ມ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ໄດ້​ຂາບ​ໄຫວ້​ໃນ​ສະ​ຖານ​ທີ່​ເຫລົ່າ​ນັ້ນ​ອີກ 4 ແລະ​ຢ່າ​ຂາບ​ໄຫວ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຕາມ​ແບບ​ຢ່າງ​ປະ​ຊາ​ຊົນ​ເຫລົ່າ​ນີ້​ຂາບ​ໄຫວ້​ພຣະ​ຂອງ​ເຂົາ 5 ພຣະ​ຜູ້​ເປັ​ນ​ເຈົ້າ​ຈະ​ຊົງ​ເລືອກ​ເອົາ​ບ່ອນ​ນຶ່ງ​ໃນ​ເຂດ​ແດນ​ແຫ່ງ​ຕະ​ກູນ​ຂອງ​ພວກ​ທ່ານ ເພື່ອ​ປະ​ຊາ​ຊົນ​ຈະ​ໄດ້​ມາ​ຂາບ​ໄຫວ້​ພຣະ​ອົງ​ຢູ່​ທີ່​ນັ້ນ 6 ໃນ​ທີ່​ນັ້ນ ພວກ​ທ່ານ​ຕ້ອງ​ເຜົາ​ສັຕ​ຖວາຍ​ບູ​ຊາ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ອື່ນໆເຊັ່ນ ນຶ່ງ​ສ່ວນ​ສິບ​ຂອງ​ຊັບ​ສິ່ງ​ຂອງ​ຕ່າງໆ​ຂອງ​ຕົນ ເຄື່ອງ​ທີ່​ສັນ​ຍາ​ວ່າ​ຈະ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຄື່ອງ​ຖວາຍ​ຕາມ​ໃຈ​ສ​ມັກ ລູກ​ກົກ​ຂອງງົວ​ແລະ​ແກະ​ທຸກໆ​ຕົວ 7 ໃຫ້​ພວກ​ທ່ານ​ກັບ​ຄອບ​ຄົວ​ກິນ​ຢູ່​ທີ່​ນັ້ນ​ຊ້ອງ​ຫນ້າ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຫ້​ມີ​ຄວາມ​ສຸກ​ມ່ວນ​ຊື່ນ​ຕາມ​ພຣະ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້​ນັ້ນ 8 ເມື່ອເຖິງ​ເວ​ລາ​ນັ້ນ ພວກ​ທ່ານ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ທຸ້ມ​ເທ​ກຳ​ລັງ​ເຫມືອນ​ທີ່​ເຄີຍ​ທຳມາ ເພາະ​ດຽວ​ນີ້​ພວກ​ທ່ານ​ທຸກ​ຄົນ​ກຳ​ລັງ​ທຳ​ຕາມ​ຄວາມ​ພໍ​ໃຈ​ຂອງ​ຕົນ 9 ຍ້ອນ​ວ່າຍັງ​ບໍ່​ທັນ​ໄດ້​ເຂົ້າ​ໄປ​ເຖິງ​ດິນ​ແດນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປະ​ທານ​ໃຫ້ ຢູ່​ທີ່​ນັ້ນ​ພວກ​ທ່ານ​ຈະ​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ສ​ງົບ​ສຸກ 10 ເມື່ອ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ພວກ​ທ່ານ​ອາ​ໄສ​ຢູ່​ທີ່​ນັ້ນ​ແລະ​ເປັ​ນ​ເຈົ້າ​ຂອງ​ທີ່​ດິນ ພຣະ​ອົງ​ຈະ​ຊົງຄຸ້ມ​ຄອງ​ຮັກ​ສາ​ພວກ​ທ່ານ​ໃຫ້​ພົ້ນ​ຈາກ​ສັດ​ຕຣູ​ເພື່ອ​ໃຫ້​ມີ​ຊີ​ວິດ​ຢູ່​ຢ່າງ​ສງົບ​ສຸກ 11 ແລະ​ຈະ​ຊົງ​ເລືອກ​ເອົາ​ບ່ອນ​ນຶ່ງ​ໃຫ້​ເປັນ​ທີ່​ຂາບ​ໄຫວ້​ພຣະ​ອົງ ແລ້ວ​ໃຫ້​ພວກ​ທ່ານ​ນຳ​ເອົາ​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ໄວ້​ໄປ​ຖວາຍ​ພຣະ​ອົງ​ຢູ່​ທີ່​ນັ້ນ ຄື​ສັດ​ສຳ​ລັບ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ບູ​ຊາ​ອື່ນໆ​ເຊັ່ນ ນຶ່ງ​ສ່ວນ​ສິບ​ຂອງ​ສິ່ງ​ຂອງ​ຕ່າງໆ​ຂອງ​ຕົນ ແລະ​ຂອງ​ທີ່​ທ່ານ​ສັນ​ຍາ​ວ່າ​ຈະ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 12 ແລ້ວ​ພວກ​ທ່ານ​ພ້ອມ​ທັງ​ລູກ ຄົນ​ໃຊ້​ແລະ​ຄົນ​ເລ​ວີ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ ຈົ່ງ​ມ່ວນ​ຊື່ນ​ຍິນ​ດີ​ຂ້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ຈຳ​ໄວ້​ວ່າ​ຄົນ​ເລ​ວີ​ນັ້ນ​ຈະ​ບໍ່​ມີ​ແຜ່ນ​ດິນ​ຢູ່​ເປັນ​ຂອງ​ໂຕ​ເອງ 13 ພວກ​ທ່ານ​ຢ່າ​ຖວາຍ​ເຄື່ອງ​ບູ​ຊາ​ໃນ​ບ່ອນ​ທີ່​ຕົນ​ມັກ 14 ໃຫ້​ຖວາຍ​ຢູ່​ບ່ອນ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຈະ​ຊົງ​ເລືອກ​ໃນ​ເຂດ​ແດນ​ຕະ​ກູນ​ນຶ່ງ​ຂອງ​ພວກ​ທ່ານ​ເທົ່າ​ນັ້ນ ມີ​ແຕ່ບ່ອນ​ດັ່ງ​ກ່າວ​ນີ້​ເທົ່າ​ນັ້ນ ທີ່​ທ່ານ​ຕ້ອງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ໄດ້ ແລະ​ຈົ່ງ​ທຳ​ສິ່ງ​ອື່ນໆ​ທັງ​ຫມົດ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ໄວ້ 15 ອີກ​ຢ່າງ​ນຶ່ງ​ພວກ​ທ່ານ​ຈະ​ຕ້ອງ​ກິນ​ສັດ​ຂອງ​ຕົນ​ເອງບ່ອນ​ໃດ​ກໍ​ໄດ້ ຈະ​ກິນຫນ້ອຍ​ຫລາຍ​ປານ​ໃດ​ກໍ​ໄດ້​ຕາມ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້ ກິນ​ໄດ້​ທັງ​ຜູ້​ທີ່​ສະ​ອາດ​ແລະ​ຜູ້​ທີ່​ມີ​ມົນ​ທິນ ຢ່າງ​ດຽວ​ກັນ​ກັບ​ກິນ​ຊີ້ນກວາງ ​ແລະ​ມັ່ງ 16 ແຕ່​ຈະ​ຕ້ອງ​ບໍ່​ກິນ​ເລືອດ​ຂອງ​ມັນ ໃຫ້​ເທ​ລົງ​ດິນ​ເຫມືອນ​ເທ​ນ້ຳ​ເສັຽ 17 ຢ່າ​ກິນ​ຂອງ​ທີ່​ໄດ້​ມາ​ຈາກ​ນຶ່ງ​ສ່ວນ​ສິບ​ໃນ​ບ້ານ​ເຮືອນ​ຂອງ​ຕົນ ຄື​ເຂົ້າ ເຫລົ້າ​ອະ​ງຸ່ນ ຫລື​ນ້ຳ​ມັນ​ຫມາກກອກ​ເທດ ສິ່ງ​ໃດ​ທີ່​ຖວາຍ​ພຣະ​ຜູ້​ເປັ​ນ​ເຈົ້າ​ຢູ່​ທີ່​ນັ້ນ​ບໍ່​ຕ້ອງ​ກີນ ລູກ​ກົກ​ຂອງງົວ​ແລະ​ແກະ​ພ້ອມ​ທັງ​ສິ່ງ​ຂອງ​ທີ່​ໄດ້​ສັນ​ຍາ​ໄວ້​ຂອງ​ຖວາຍ​ຕາມ​ໃຈສ​ມັກ ຫລື​ຂອງ​ຖວາຍ​ອື່ນໆ​ຢ່າງ​ໃດ​ຢ່າງ​ນຶ່ງ 18 ໃຫ້​ພວກ​ທ່ານ​ພ້ອມ​ທັງ​ບຸດກັບ​ຄົນ​ໃຊ້​ ແລະ​ຄົນ​ເລ​ວີ​ທີ່​ອາ​ໄສ​ຢູ່​ໃນ​ບ້ານ​ເມືອງ ກິນ​ຂອງ​ຖວາຍ​ເຫລົ່າ​ນີ້​ຢູ່​ບ່ອນ​ຂາບ​ໄຫວ້​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ກິນ​ແລະ​ມ່ວນ​ຊື່ນ​ເທີນ ຍ້ອນ​ວ່າ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ປະ​ທານ​ຂອງ​ດີ​ໃຫ້​ພວກ​ທ່ານ​ແລ້ວ 19 ແລະ​ຕາບ​ໃດ​ທີ່​ພວກ​ທ່ານ​ຍັງ​ອາ​ໄສ​ຢູ່​ໃນ​ທີ່​ດິນ​ຂອງ​ຕົນ​ນີ້ ຢ່າ​ໄດ້​ປະ​ຖິ້ມ​ຄົນ​ເລ​ວີ​ເລີຍ 20 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂະ​ຫຍາຍ​ເຂດ​ແດນ​ຂອງ​ທ່ານ​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້​ແລ້ວ ພວກ​ທ່ານ​ຈະ​ກິນ​ຊີ້ນ​ໄດ້​ທຸກ​ເວ​ລາ​ຕາມ​ໃຈ​ປາ​ຖ​ນາ 21 ຖ້າບ່ອນຂາບ​ໄຫວ້​ຫາກ​ຢູ່​ໄກ​ເກີນ​ໄປ ຈົ່ງ​ທຳ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ໄວ້ ຄື​ໃຫ້​ຂ້າງົວ​ ຫລື​ແກະ​ທີ່ພຣະ​ຜູ້​ເປັ​ນ​ເຈົ້າ​ປະ​ທານ​ໃຫ້​ນັ້ນ ກິນຢູ່​ບ້ານ​ເຮືອນ​ຂອງ​ຕົນ​ຕາມ​ໃຈ​ປາ​ຖ​ນາ 22 ທັງ​ຜູ້​ສະ​ອາດ ​ແລະ​ຜູ້​ມີ​ມົນ​ທິນ​ກິນ​ໄດ້​ຄື​ກັນ ຢ່າງ​ດຽວ​ກັນ​ກັບ​ຮັບ​ປະ​ທານ​ຊີ້ນກວາງ ​ຫລື​ມັ່ງ 23 ແຕ່​ເມື່ອ​ທ່ານ​ຮັບ​ປະ​ທານ​ຊີ້ນ​ຂອງ​ມັນ ຢ່າ​ໄດ້​ຮັບ​ປະ​ທານ​ເລືອດ​ດ້ວຍ ເພາະ​ວ່າ​ຊີ​ວິດ​ນັ້ນ​ຢູ່ໃນ​ເລືອດ ສະ​ນັ້ນ​ຢ່າ​ໄດ້​ຮັບ​ປະ​ທານຊີ​ວິດ​ພ້ອມ​ກັບ​ຊີ້ນ​ຂອງ​ມັນ 24 ຢ່າ​ໄດ້​ຮັບ​ປະ​ທານເລືອດໃຫ້​ເທ​ມັນ​ລົງ​ດິນ​ເຫມືອນ​ເທ​ນ້ຳ​ຖິ້ມ 25 ຖ້າ​ພວກ​ທ່ານ​ບໍ່​ຮັບ​ປະ​ທານເລືອດ ພຣະ​ຜູ້​ເປັນເຈົ້າ​ຈະ​ຊົງພໍ​ພຣະ​ທັຍ ແລະ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ຈະ​ເກີດ​ມີ​ແກ່​ພວກ​ທ່ານ ​ແລະ​ເຊື້ອ​ສາຍ​ທັງ​ຫລາຍ 26 ແຕ່​ວ່າ​ຈົ່ງ​ເອົາ​ເຄື່ອງ​ບູ​ຊາ ແລະ​ຂອງ​ທີ່​ສັນ​ຍາ​ວ່າ​ຈະ​ຖວາຍ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄປ​ຍັງ​ບ່ອນ​ຂາບ​ໄຫວ້ 27 ແລ້ວ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ທັງ​ຊີ້ນ​ແລະ​ເລືອດ​ເທິງ​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຫ້​ເທ​ເລືອດ​ສັຕ​ເຜົາ​ບູ​ຊາ​ລົງ​ເທິງ​ແທ່ນ ແຕ່​ຊີ້ນ​ນັ້ນ​ໃຫ້​ພວກ​ທ່ານ​ຮັບ​ປະ​ທານ​ເສັຽ 28 ຂໍ້​ຄຳ​ສັ່ງ​ທັງ​ຫມົດ​ທີ່​ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ນີ້ ຈົ່ງ​ໄດ້​ທຳ​ຕາມ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ເພາະ​ວ່າ​ເມື່ອ​ທຳສິ່ງ​ຖືກ​ຕ້ອງ​ ແລະ​ຊອບ​ພຣະ​ທັຍ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ພວກ​ທ່ານ​ກັບ​ເຊື້ອ​ສາຍ​ຂອງ​ທ່ານ​ ກໍ​ຈະ​ຈຳ​ເຣີນ​ຮຸ່ງ​ເຮືອງ​ສືບ​ໄປ​ເປັນ​ນິດ

ຕັກ​ເຕືອນ​ບໍ່​ໃຫ້​ຂາບ​ໄຫວ້​ຮູບ​ເຄົາ​ຣົບ

29 ເມື່ອ​ພວກ​ທ່ານ​ບຸກ​ລຸກ​ເຂົ້າ​ໄປ​ຍຶດ​ຄອງ​ແຜ່ນ​ດິນ​ຂອງ​ຊົນ​ຊາດ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ທຳ​ລາຍ​ຊົນ​ຊາດ​ເຫລົ່າ​ນັ້ນ​ແລ້ວ​ຈະ​ຊົງ​ໃຫ້​ພວກ​ທ່ານ​ເປັນ​ເຈົ້າ​ຂອງ​ອາ​ໄສ​ຢູ່​ທີ່​ນັ້ນ 30 ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ລາຍ​ຊົນ​ຊາດເຫລົ່າ​ນີ້​ແລ້ວ ພວກ​ທ່ານ​ຈົ່ງ​ລະ​ວັງຢ່າ​ໄດ້​ທຳ​ຕາມ​ຫລັກ​ຄຳ​ສອນ​ແຫ່ງ​ສາ​ສ​ນາ​ຂອງ​ເຂົາ ເພາະ​ວ່າ​ການ​ທຳ​ຢ່າງ​ນັ້ນ​ເປັນ​ໄພ​ອັນ​ຕະ​ຣາຍ​ຮ້າຍ​ແຮງ ຢ່າ​ສົນ​ໃຈ​ວ່າ​ພວກ​ເຂົາ​ຂາບ​ໄຫວ້​ພຣະ​ຂອງ​ເຂົາ​ຢ່າງ​ໃດ ໂດຍ​ຢ້ານ​ວ່າ​ພວກ​ທ່ານ​ຈະ​ເອົາ​ຢ່າງ​ເຂົາ 31 ສະ​ນັ້ນ ຢ່າ​ຂາບ​ໄຫວ້​ພຣະ​ຜູ້​ເປັນ​ເຈົ້າ​ເຫ​ມືອນ​ພວກ​ເຂົາ​ຂາບ​ໄຫວ້​ພຣະ​ອື່ນ ເພາະ​ວ່າ​ໃນ​ເວ​ລາ​ຂາບ​ໄຫວ້​ພຣະ​ເຫລົ່າ​ນັ້ນ ພວກ​ເຂົາ​ໄດ້​ທຳສິ່ງ​ຂີ້​ດຽດ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກຽດ​ຊັງ ຄື​ພວກ​ເຂົາ​ເຜົາ​ລູກ​ຊາຍ​ຍິງ​ຂອງ​ຕົນ​ເທິງ​ແທ່ນ​ບູ​ຊາ 32 ທຸກໆ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ບັ​ນ​ຊາ​ທ່ານໄວ້​ ຈົ່ງ​ລະ​ວັງ​ທີ່​ຈະ​ກະທຳຕາມ ທ່ານ​ຢ່າ​ເພີ້ມ​ເຕີມ​ຫລື​ຕັດ​ຖ້ອຍ​ຄຳ​ໃດໆ​ອອກ​ໄປ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ຊາ​ໄວ້

ພຣະບັນຍັດສອງ 13

1 ຖ້າ​ໃນ​ຫມູ່​ພວກ​ທ່ານ​ເກີດ​ມີ​ຜູ້​ປະ​ກາດ​ພຣະ​ທັມ ຫລື​ຜູ້​ຝັນ​ເຫັນ​ເຫດ​ການຂຶ້ນ ແລະ​ສໍາ​ແດງ​ຫມາຍ​ສຳ​ຄັນ ຫ​ລືການ​ອັດ​ສະ​ຈັນ​ແກ່​ທ່ານ 2 ແລະ​ຫມາຍ​ສຳ​ຄັນ ​ຫລື​ການ​ອັດ​ສະ​ຈັນຊຶ່ງ​ເຂົາ​ບອກ​ທ່ານ​ນັ້ນ​ສຳ​ເຣັດ​ຈິງ ຖ້າ​ເຂົາ​ກ່າວ​ວ່າ “ໃຫ້​ເຮົາ​ຕິດ​ຕາມ​ພຣະ​ອື່ນ​ກັນ​ເຖີດ (ຊຶ່ງ​ເປັນ​ພຣະ​ທີ່​ທ່ານ​ບໍ່​ຮູ້​ຈັກ) ແລະ​ໃຫ້​ເຮົາ​ມາ​ບົວ​ລະ​ບັດ​ພຣະ​ນັ້ນ 3 ທ່ານ​ຢ່າເຊື່ອຟັງ​ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ຫລື​ຜູ້​ຝັນ​ເຫັນ​ເຫດ​ການ​ຄົນ​ນັ້ນ ເພາະພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ​ຊົງ​ໃຊ້​ເຂົາ​ມາ​ທົດ​ລອງໃຈ​ທ່ານ​ເບິ່ງ ເພື່ອ​ຢາກ​ຊົງ​ຊາບ​ວ່າ​ທ່ານທັງ​ຫລາຍ​ຈະ​ຮັກ ​ແລະ​ນັບ​ຖື​ພຣະ​ອົງສຸດ​ຈິດ​ສຸດ​ໃຈ​ຂອງ​ທ່ານຫລື​ບໍ່ 4 ທ່ານ​ທັງ​ຫລາຍ​ຈົ່ງ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ ແລະ​ຢຳ​ເກງພຣະ​ອົງ ເຊື່ອ​ຟັງພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ ແລະ​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ ໃຫ້​ຂາບ​ໄຫວ້​ແລະ​ຊື່​ສັດ​ຕໍ່​ພຣະ​ອົງ 5 ແຕ່​ຜູ້​ປະ​ກາດ​ພຣະ​ທັມ​ ຫລື​ຜູ້​ຝັນ​ເຫັນ​ເຫດ​ການ ຄົນ​ນັ້ນ​ຈະ​ມີ​ໂທດ​ເຖິງ​ຕາຍ ເພາະ​ເຂົາ​ໄດ້​ສັ່ງ​ສອນໃຫ້​ກະ​ບົດ​ຕໍ່​ສູ້​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ຜູ້​ຊົງ​ໂຜດ​ເອົາ​ທ່ານ​ອອກ​ຈາກ​ເອຢິບ​ ແລະ​ຊົງ​ໄຖ່​ທ່ານ​ອອກ​ຈາກແດນ​ທາດ ເຂົາ​ກະ​ທຳ​ໃຫ້​ທ່ານ​ຖິ້ມ​ຫົນ​ທາງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່າ​ນ ບັນ​ຊາ​ໃຫ້​ດຳ​ເນີນ​ຕາມ​ເສັຽ ດັ່ງ​ນັ້ນ ທ່ານ​ຈະ​ຕ້ອງກຳ​ຈັດ​ຄວາມ​ຊົ່ວ​ໃຫ້​ຫມົດ​ຈາກ​ຖ້າມ​ກາງ​ທ່ານ 6 ຖ້າ​ວ່າ​ອ້າຍ​ນ້ອງ​ບຸດຊາຍ​ຍິງ ພັ​ຣ​ຍາຮັກຫລື​ເພື່ອນ​ສນິດ​ຂອງ​ທ່ານ​ຊັກ​ຊວນ​ຢ່າງ​ລັບໆ​ໃຫ້​ທ່ານ​ຂາບ​ໄຫວ້​ພຣະ​ອື່ນ ຄື​ພຣະ​ທີ່​ທ່ານ​ເອງ​ ແລະ​ພວກ​ບັນ​ພະ​ບຸ​ຣຸດ​ບໍ່​ເຄີຍ​ຂາບ​ໄຫວ້​ມາ​ກ່ອນ 7 ແລະ​ບາງ​ຄົນ​ອາ​ດ​ຊັກ​ຊວນ​ທ່ານ​ຂາບ​ໄຫວ້​ພຣະ​ຂອງ​ຊົນ​ຊາດ​ທີ່​ຢູ່​ອ້ອມ​ຮອບ​ຫລື​ຢູ່​ຫ່າງ​ໄກ 8 ແຕ່​ທ່ານ​ຢ່າ​ຍອມ​ຕາມ​ຫລື​ເຊື່​ອຟັງ​ເລີຍ ຢ່າ​ເມດ​ຕາ​ປາ​ນີ​ ແລະ​ໃຫ້​ຄວາມ​ຄຸ້ມ​ຄອງ​ເຂົາ 9 ແຕ່​ໃຫ້​ຂ້າ​ເຂົາ​ເສັຽ ໂດຍໃຫ້​ທ່ານ​ລົງ​ມື​ແກວ່ງ​ຫີນ​ໃສ່​ຈົນ​ຕາຍ 10 ເພາະ​ວ່າ​ເຂົາ​ພ​ຍາ​ຍາມ​ເອົາ​ທ່ານ​ຫນີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ຊ່ອຍ​ທ່ານ​ອອກ​ຈາກ​ເອ​ຢິບບ່ອນ​ຕົກ​ເປັນ​ທາດ 11 ເມື່ອ​ຊາວ​ອິສ​ຣາ​ເອນ​ທັງ​ປວງ​ໄດ້​ຍິນ​ເຣື່ອງ​ນີ້ ພວກ​ເຂົາ​ກໍ​ຈະ​ຢ້ານ ແລະ​ຈະ​ບໍ່​ທຳ​ຊົ່ວ​ຢ່າງ​ນີ້​ອີກ” 12 “ຖ້າ​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ວ່າ​​ເມືອງ​ນຶ່ງ​ເມືອງໃດ ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ປະ​ທານ​ໃຫ້​ທ່ານ​ອາ​ໄສ​ຢູ່​ນັ້ນ 13 ມີ​ຄົນ​ຖ່ອຍບາງ​ຄົນ​ໄດ້​ອອກ​ໄປ​ຈາກ​ທ່ານ​ຊັກ​ຊວນ​ປະ​ຊາ​ຊົນ​ເມືອງ​ນັ້ນ​ວ່າ, “ໃຫ້​ເຮົາ​ໄປ​ບົວ​ລະ​ບັດ​ພຣະ​ອື່ນ​ກັນ​ເຖີດ” ຊຶ່ງ​ເປັນ​ພຣະ​ທີ່​ທ່ານ​ບໍ່​ຮູ້​ຈັກ 14 ທ່ານ​ທັງ​ຫລາຍ​ຈົ່ງ​ສອບ​ຖາມ ​ແລະອົດສາ​ຄົ້ນ​ຄວ້າ​ ແລະ​ຖາມ​ເບິ່ງ ຖ້າ​ເປັນ​ຄວາມ​ຈິງ​ແລະ​ແນ່ນອນ​ວ່າ ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ນັ້ນ​ມີ​ບາງຄົນ​ຈະ​ກະທຳ​ກັນ​ຢູ່​ໃນ​ຫມູ່​ພວກ​ທ່ານ 15 ທ່ານ​ຈົ່ງ​ຂ້າຊາວ​ເມືອງ​ນັ້ນ​ເສັຽດ້ວຍ​ຄົມ​ດາບ ທຳ​ລາຍເສັຽ​ໃຫ້​ຫມົດ​ສິ້ນ​ດ້ວຍ​ຄົມ​ດາບ​ຂອງ​ທ່ານ​ທັງ​ຄົນ​ທີ່​ອາ​ໄສ​ໃນ​ເມືອງ​ນັ້ນ ​ແລະ​ຝູງ​ສັດ​ດ້ວຍ 16 ທ່ານ​ຈົ່ງ​ເກັບ​ເອົາ​ເຂົ້າ​ຂອງ​ໃນ​ເມືອງ​ນັ້ນ​ໄປກອງ​ໄວ້​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ເຜົາ​ເມືອງ​ນັ້ນ​ກັບ​ບັນ​ດາ​ເຄື່ອງ​ຂອງ​ໃນ​ເມືອງ​ນັ້ນ​ເສັຽດ້ວຍ​ໄຟ ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ໃຫ້​ເມືອງ​ນັ້ນ​ຮ້າງ​ຢູ່​ເປັນ​ນິດ ຢ່າ​ສ້າງ​ຂຶ້ນ​ມາ​ໃຫມ່​ອີກ​ເລີຍ 17 ຢ່າ​ໃຫ້​ຂອງ​ຕ້ອງ​ຫ້າມ​ນັ້ນ​ມາ​ຕິດ​ພັນ​ມື​ຂອງ​ທ່ານ ເພື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຫັນ​ຫນີ​ຈາກ​ພຣະ​ພິ​ໂຣດ​ຂອ​ງ​ພຣະ​ອົງ ແລະ​ຊົງ​ສຳ​ແດງ​ພຣະ​ກະ​ຣຸ​ນາ​ຄຸນ​ຕໍ່​ທ່ານ ແລະ​ຊົງ​ມີ​ຄວາມ​ຮັກ​ເມດ​ຕາທ່ານ ໃຫ້​ທ່ານ​ທະ​ວີ​ຫລາຍ​ຂຶ້ນ ດັ່ງ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ນັ້ນ 18 ຖ້າ​ທ່ານ​ທັງ​ຫລາຍ​ເຊື່ອຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ຄື​ຮັກ​ສາ​ຂໍ້​ຄຳ​ສັ່ງທັງ​ຫມົດ​ຂອງ​ພຣະ​ອົງ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ບອກ​ທ່ານ​ໄວ້​ໃນ​ວັນ​ນີ້ ແລະ​ຈົ່ງກະ​ທຳ​ສິ່ງ​ທີ່​ຖືກ​ຕ້ອງ​ຕາມ​ສາຍ ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ

ພຣະບັນຍັດສອງ 14

ຂໍ້​ຫ້າມ​ເມື່ອ​ມີ​ການ​ໄວ້​ທຸກ

1 ທ່ານ​ທັງ​ຫລາຍເປັນ​ບຸດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ ພວກ​ທ່ານ​ຢ່າ​ປາດ​ເນື້ອ​ເຖືອ​ຫນັງ​ຕົນ​ເອງ ຫລື​ແຖ​ຫົວ​ເພື່ອ​ຄົນ​ຕາຍ 2 ເພາະ​ທ່ານ​ທັງ​ຫລາຍ​ເປັນ​ຊົນ​ຊາດບໍ​ຣິ​ສຸດ​ຂອງ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ພວກ​ທ່ານຈາກ​ປະ​ຊາ​ຊາດ​ທັງ​ຫລາຍທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃຫ້​ເປັນ​ຊົນ​ຊາດ​ໃນ​ກຳມະ​ສິດ​ຂອງ​ພຣະ​ອົງ

ສັດ​ທີ່​ສະ​ອາດ​ແລະ​ມີ​ມົນ​ທິນ

3 “ທ່ານ​ທັງ​ຫລາຍ​ຢ່າ​ຮັບ​ປະ​ທານ​ສິ່ງ​ໃດທີ່​ຫນ້າ​ລັງ​ກຽດ 4 ສັດ​ທີ່​ຮັບ​ປະ​ທານ​ໄດ້​ມີ​ດັ່ງ​ຕໍ່​ໄປ​ນີ້ ຄື​ງົວ ແກະ ແບ້ 5 ກວາງ ເຍືອງ ຟານ ແລະ​ແກະ​ປ່າ 6 ທ່າ​ນຮັບ​ປະ​ທານ​ສັດ​ທຸກ​ຊະນິດ​ທີ່​ແຍກ​ກິບ​ແລະ​ກີບ​ຜ່າ​ອອກ​ເປັນ​ສອງ ແລະ​ຄ້ຽວ​ເອື້ອງ​ນັ້ນ​ໄດ້ 7 ແຕ່​ໃນ​ຈໍາ​ພວກ​ສັດ​ທັງ​ຫລາຍ​ທີ່​ຄ້ຽວ​ເອື້ອງ ຫລື​ມີ​ກີ​ບຜ່າ ທ່ານ​ຢ່າ​ຮັບ​ປະ​ທານ​ສັດ​ຕໍ່​ໄປ​ນີ້ ຄື​ອູດ ກະ​ຕ່າຍ ເຫມັ້ນ ເພາະ​ວ່າ​ສັດ​ເຫລົ່າ​ນີ້​ຄ້ຽວ​ເອື້ອງ​ແຕ່​ກີບ​ບໍ່​ຜ່າ ຈຶ່ງ​ເປັນ​ສັດ​ມົນ​ທິນ​ແກ່​ທ່ານ 8 ແລະ​ຫມູ​ດ້ວຍ ເພາະ​ວ່າ​ຫມູ​ມີ​ກິບ​ຜ່າ​ແຕ່​ບໍ່​ຄ້ຽວ​ເອື້ອງ ຈຶ່ງ​ເປັນ​ສັດ​ມົນ​ທິນ​ແກ່​ທ່ານ ທ່ານ​ຢ່າ​ຮັບ​ປະ​ທານ​ເນື້ອ​ຂອງ​ມັນ ແລະ​ຊາກ​ຂອງ​ມັນ​ທ່ານກໍ​ຢ່າ​ແຕະ​ຕ້ອງ 9 “ໃນ​ບັນ​ດາ​ສັດ​ນ້ຳ​ທັງ​ສິ້ນ ທ່ານ​ຮັບ​ປະ​ທານ​ສັດ​ເຫລົ່າ​ນີ້​ໄດ້ ຄື ສັດ​ໃດໆ​ທີ່​ມີ​ຄີ ແລະ​ເກັດ ທ່ານ​ຮັບ​ປະ​ທານ​ໄດ້ 10 ແຕ່​ສັດ​ໃດໆ​ທີ່​ບໍ່​ມີຄີ ແລະ​ເກັດ​ທ່ານ​ຢ່າ​ຮັບ​ປະ​ທານ ເປັນ​ສັດມົນ​ທິນ​ແກ່​ທ່ານ 11 “ນົກ​ສະ​ອາດ​ທຸກ​ຊະນິດ​ທ່ານ​ຮັບ​ປະ​ທານ​ໄດ້ 12 ແຕ່​ນົກ​ເຫລົ່າ​ນີ້​ທ່ານ​ຢ່າ​ຮັບ​ປະ​ທານ​ຄື ນົກ​ອີນ​ຊີ ແຮ້ງ ນົກ​ເຄົ້າ 13 ແຫລວ​ດຳ ແຫລວ​ຫາງ​ຍາວ ແຫລວ​ດຳ​ຕາມ​ຊ​ນິດ​ຕ່າງໆ​ຂອງ​ມັນ 14 ນົກ​ແກ​ຕາມ​ຊະ​ນິດ​ຂອງມັນ 15 ນົກ​ກະ​ຈອກ​ເທດ ນົກ​ເຄົ້າ ນົກ​ນາງນວນ ນົກ​ເຂົາ​ຕາມ​ຊະ​ນິດ​ຂອງ​ມັນ 16 ນົກ​ເຄົ້າ​ແມວ​ນ້ອຍ ນົກ​ທືດ​ທື ນົກ​ອີ​ໂກ້ງ 17 ນົກ​ກະ​ທຸງ ແຮ້ງ ແລະ​ນົກ​ເປັດ 18 ນົກ​ກະ​ສາດຳ ນົກກະ​ສາ​ຕາມ​ຊະ​ນິດ​ຂອງ​ມັນ ນົກ​ຫອນ​ຍາວ ແລະ​ເຈັຽ 19 “ແມງ​ມີ​ປີກ​ທຸກ​ຊະນິດ​ເປັນ​ສັດ​ມົນ​ທິນ​ແກ່​ທ່ານ ຢ່າ​ຮັບ​ປະ​ທານ ຢ່າ​ຮັບ​ປະ​ທານ​ເລີຍ 20 ສັດ​ມີ​ປີກ​ທີ່​ສະ​ອາດ​ທຸກ​ຊະ​ນິດ​ ທ່ານ​ຮັບ​ປະ​ທານ​ໄດ້ 21 “ທ່ານ​ຢ່າ​ຮັບ​ປະ​ທານ​ສັດ​ຊະນິດ​ໃດ​ທີ່​ຕາຍ​ເອງ ທ່ານ​ຈະ​ໃຫ້​ແກ່​ຄົນ​ຕ່າງ​ດ້າວ​ທີ່​ຢູ່​ພາຍ​ໃນ​ເມືອງ​ຂອ​ງທ່ານ​ຮັບ​ປະ​ທານ​ກໍ​ໄດ້ ຫລື​ທ່ານ​ຈະ​ຂາຍ​ໃຫ້​ແກ່​ຄົນ​ຕ່າງ​ປະ​ເທດ​ກໍ​ໄດ້ ເພາະ​ວ່າ​ທ່ານ​ເປັນ​ຊົນ​ຊາດ​ທີ່​ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ “ທ່ານ​ຢ່າ​ຕົ້ມ​ລູກ​ແບ້​ດ້ວຍ​ນ້ຳ​ນົມ​ແມ່​ຂອງ​ມັນ​ເລີຍ

ກົດ​ຫ​ມາຍ​ເຣື່ອງ​ການ​ຖ​ວາຍ​ນຶ່ງ​ສ່ວນ​ສິບ

22 “ຜົນລະ​ປູກ​ທີ່​ໄດ້​ເປັນ​ປີໆ​ຈາກ​ພືດ​ພັນ​ໃນ​ນາ​ຂອງ​ທ່ານ​ນັ້ນ ອອກ​ມາ​ເປັນ​ສິບ​ສ່ວນ ແລະ​ຫັກ​ເອົາ​ນຶ່ງ​ສ່ວນ​ໄວ້​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ 23 ທ່ານ​ຈົ່ງ​ຮັບ​ປະ​ທານ​ພືດ​ຜົນ​ລະ​ປູກ​ທີ່​ໄດ້​ມາ​ຈາກ​ເຂົ້າ ເຫລົ້າ​ອະ​ງຸ່ນ​ຂອງ​ທ່ານ ຫລື​ນ້ຳ​ມັນ​ຂອງ​ທ່ານ ແລະ​ຜົນ​ທຳ​ອິດ​ຈາກ​ຝູງ​ງົວ ແລະ​ຝູງ​ແບ້ ແກະ​ຂອງ​ທ່ານ ທີ່​ໄດ້ຖືກ​ນຳ​ມາ​ຖວາຍ​ນຶ່ງ​ສ່ວນ​ສິບຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ໃນ​ສະ​ຖານ​ທີ່​ຊຶ່ງ​ພຣະ​ອົງ​ຊົງ​ເລືອກ​ໄວ້​ ເພື່ອ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ສະ​ຖິດ​ຢູ່​ທີ່​ນັ້ນ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮຽນ​ຮູ້​ທີ່​ຈະ​ຢຳ​ເກງພຣະ​ຜູ້​ເປັນ​ເຈົ້າ​ພຣະ​

ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ສ​ເມີ

24 ຖ້າ​ລະ​ຍະ​ທາງ​ໄກ​ຫລາຍ ທ່ານ​ບໍ່​ສາ​ມາດ​ນຳ ເຄື່ອງ​ຖວາຍ​ນຶ່ງ​ສ່ວນ​ສິບ​ມາ​ໄດ້ ໃນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານອວຍ​ພອນແກ່​ທ່ານ ເພາະ​ວ່າ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ເລືອກ ເພື່ອ​ເປັນ​ທີ່​ຕັ້ງ​ພຣະ​ນາມຂອງ​ພຣະ​ອົງ​ນັ້ນ ຢູ່​ຫ່າງ​ໄກ​ຈາກ​ທ່ານ​ເກີນ​ໄປ 25 ທ່ານ​ຈົ່ງ​ຂາຍ​ຂອງ​ນັ້ນ​ເອົາ​ເງິນ ແລະ​ຫໍ່​ເງິນ​ຖື​ໄວ້ ແລະ​ໄປ​ຍັງ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ໄດ້​ຊົງ​ເລືອກ​ໄວ້ 26 ແລະ​ເອົາ​ເງິນ​ນັ້ນ​ຊື້​ສິ່ງ​ໃດໆ​ທີ່​ທ່ານ​ປາ​ຖ​ນາ ຈະ​ເປັນ​ງົວ ແກະ ຫລື​ເຫລົ້າ​ອະ​ງຸ່ນ ຫລື​ສຸ​ຣາ ແລະ​ສິ່ງ​ໃດໆ​ທີ່​ທ່ານ​ຢາກ​ຮັບ​ປະ​ທານ ແລະ​ທ່ານ​ຈົ່ງ​ຮັບ​ປະ​ທານ​ທີ່​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ແລະ​ຈົ່ງຊົມ​ຊື່ນຍິນ​ດີ​ທັງ​ຕົວ​ທ່ານ​ແລະ​ຄອບ​ຄົວ​ຂອງ​ທ່ານ​ດ້ວຍ 27 ທ່ານທັງ​ຫລາຍ​ຢ່າ​ປະ​ຖິ້ມ​ຄົນ​ເລ​ວີ​ຊຶ່ງ​ຢູ່​ໃນ​ເມືອງ​ຂອງ​ທ່ານ ເພາະ​ເຂົາ​ບໍ່​ມີ​ສ່ວນ​ແບ່ງ ຫລື​ມໍ​ຣະ​ດົກ​ກັບ​ທ່ານ 28 “ພໍ​ຄົບ​ສາມ​ປີ​ທຸກ​ເທື່ອ ທ່ານ​ທັງ​ຫລາຍ​ຈົ່ງ​ນຳ​ເຄື່ອງ​ຖວາຍ​ນຶ່ງ​ສ່ວນ​ສິບ​ຈາກ​ພືດ​ຜົນ​ລະ​ປູກ​ທີ່ໄດ້​ໃນ​ປີ​ນັ້ນ ມາ​ສະ​ສົມ​ໄວ້​ໃນ​ເມືອງ​ຂອງ​ທ່ານ 29 ຄົນ​ເລ​ວີ ເພາະ​ເຂົາ​ບໍ່​ມີ​ສ່ວນ​ແບ່ງ ຫລື​ມໍ​ຣະ​ດົກ​ເຫມືອນ​ທ່ານ ແລະ​ຄົນ​ຕ່າງ​ດ້າວ​ແລະ​ລູກ​ກະ​ພ້າ ແລະ​ແມ່​ຫມ້າຍ ຜູ້​ຊຶ່ງ​ຢູ່​ພາຍ​ໃນ​ເມືອງ​ຂອງ​ທ່ານ ຈະ​ໄດ້​ມາ​ຮັບ​ປະ​ທານ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຂົາ ເພື່ອ​ວ່າພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຈະ​ຊົງ​ອວຍ​ພຣະ​ພອນ​ແກ່​ບັນ​ດາ​ກິ​ຈການ​ຊຶ່ງ​ມື​ຂອງ​ທ່ານ​ທັງ​ຫລາຍ​ໄດ້​ກະ​ທຳ

ພຣະບັນຍັດສອງ 15

ປີ​ທີ່​ໃຫ້​ປົດ​ປ່ອຍ

1 “ທຸກໆ​ເຈັດ​ປີ​ທ່ານ​ທັງ​ຫລາຍ​ຕ້ອງ​ມີ​ການ​ປົດ​ປ່ອຍ 2 ໃຫ້​ກະ​ທຳ​ການ​ປົດ​ປ່ອຍ​ດັ່ງ​ນີ້ ເຈົ້າ​ຫນີ້​ທຸກ​ຄົນ​ຈະ​ຕ້ອງ​ຍົກ​ສິ່ງ​ທີ່​ຕົນ​ໃຫ້​ເພື່ອນ​ບ້ານ​ຢືມ​ໄປ​ນັ້ນ​ເສັຽ ຢ່າ​ທວງ​ສິ່ງ​ນັ້ນ​ຄືນ​ຈາກ​ເພື່ອນ​ບ້ານ​ຫລື​ພີ່​ນ້ອງ​ຂອງ​ຕົນ​ເລີຍ ເພາະ​ວ່າ​ໄດ້​ປະ​ກາດ​ການ​ປົດ​ປ່ອຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ 3 ທ່ານທັງ​ຫລາຍ​ຈະ​ທວງ​ຈາກ​ຄົນ​ຕ່າງ​ປະ​ເທດ​ຄືນ​ໄດ້ ແຕ່​ຖ້າມີ​ສິ່ງ​ໃດ​ຂອງ​ທ່ານຊຶ່ງຢູ່​ກັບ​ພີ່​ນ້ອງກໍໃຫ້​ຫລຸດ​ໄປ 4 ແຕ່​ຈະ​ບໍ່​ມີ​ຄົນ​ຍາກ​ຈົນ​ໃນ​ຫມູ່​ພວກ​ທ່ານ​ທັງ​ຫລາຍ (ເພາະ​ວ່າພຣະ​ເຈົ້າ​ຈະ​ຊົງ​ອວຍ​ພຣະ​ພອນ​ແກ່​ທ່ານ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ປະ​ທານ​ໃຫ້​ທ່ານ​ເປັນ​ມໍ​ຣະ​ດົກ​ຍຶດ​ຄອງ​ນັ້ນ) 5 ຖ້າ​ທ່ານ​ພຽງ​ແຕ່​ກະ​ທຳ​ຕາມ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ແລະ​ຍຶດ​ກະ​ທຳ​ຕາມ​ພຣະ​ບັນ​ຍັດຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ທ່ານ​ໄວ້​ໃນ​ວັນ​ນີ້ 6 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຈະ​ຊົງ​ອວຍ​ພຣະ​ພອນ​ທ່ານ​ດັ່ງ​ທີ່​ພຣະ​ອົງ​ສັນ​ຍາ​ຕໍ່​ທ່ານ​ນັ້ນ ທ່ານ​ທັງ​ຫລາຍ​ຈະ​ໃຫ້​ປະ​ຊາ​ຊາດ​ຫລາຍ​ຊາດ​ຢືມ​ສິ່ງ​ຂອງ​ຂອງ​ທ່ານ ແຕ່​ທ່ານ​ຢ່າ​ຢືມ​ຂອງ​ເຂົາ​ເລີຍ ທ່ານ​ທັງ​ຫລາຍ​ຈະ​ປົກ​ຄອງ​ຢູ່​ເຫນືອ​ຫລາຍ​ປະ​ຊາ​ຊາດ ແຕ່​ເຂົາ​ທັງ​ຫລາຍ​ຈະ​ບໍ່​ປົກ​ຄອງ​ເຫນືອ​ທ່ານ 7 “ຖ້າ​ໃນ​ຖ້າມ​ກາງ​ທ່ານ​ທັງ​ຫລາຍ​ມີ​ຄົນ​ທຸກ​ຍາກ​ຈັກ​ຄົນ​ນຶ່ງ​ເປັນ​ພີ່​ນ້ອງ​ຂອງ​ທ່ານ​ຢູ່​ໃນ​ເມືອງ​ໃດໆ​ໃນ​ແຜ່ນ​ດີນ​ຊື່ງ​ພຣະ​ຜູ້ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ ທ່ານ​ຢ່າ​ມີ​ໃຈ​ແຂງ​ຫົດ​ມື​ຂອງ​ທ່ານ​ໄວ້​ເສັຽ​ຕໍ່​ຫນ້າ​ພີ່​ນ້ອງ​ຂອງ​ທ່ານ​ທີ່​ຍາກ​ຈົນ​ນັ້ນ 8 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ຍື່ນ​ມື​ຂອງ​ທ່ານ​ໃຫ້​ເຂົາ ແລະ​ໃຫ້​ເຂົາ​ຢືມ​ເຄື່ອງ​ຂອງ​ພໍ​ແກ່​ຄວາມ​ຕ້ອງ​ການ​ຂອງ​ເຂົາ ບໍ່​ວ່າ​ເປັນ​ເຄື່ອງ​ຂອງ​ສິ່ງ​ໃດໆ 9 ຈົ່ງ​ລະ​ວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ການ​ຄິດ​ຖ່ອຍ​ໃນ​ຈິດ​ໃຈ​ຂອງ​ທ່ານ​ວ່າ “ປີ​ທີ່​ເຈັດ ປີ​ທີ່​ຈະ​ຕ້ອງ​ປົດ​ປ່ອຍ​ມາ​ເຖິງ​ແລ້ວ” ແລະ​ທ່ານ​ກໍ​ອິດ​ສາ​ຕໍ່​ພີ່​ນ້ອງ​ຂອງ​ທ່ານ ທ່ານ​ຈຶ່ງ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ເຂົາ​ເລີຍ ແລະ​ເຂົາ​ຈະ​ຮ້ອງ​ທູນ​ພຣະ​ເຈົ້າ ບາບ​ກໍ​ຈະ​ຕົກ​ແກ່​ທ່ານ 10 ທ່ານ​ຈົ່ງ​ໃຫ້​ເຂົາ​ດ້ວຍ​ຄວາມ​ເຕັມ​ໃຈ​ ແລະ​ເມື່ອ​ໃຫ້​ເຂົາ​ແລ້ວ​ຢ່າ​ມີ​ຈິດ​ຄິດ​ເສັຽດາຍ ໃນ​ກໍ​ຣະ​ນີ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຈະ​ຊົງ​ອວຍພຣະ​ພອນ​ແກ່​ທ່ານ ໃນ​ບັນ​ດາ​ກິ​ຈ​ການ​ທັງ​ສິ້ນ​ຂອງ​ທ່ານ​ບໍ່​ວ່າ​ທ່ານ​ຈະ​ກະ​ທຳ​ສິ່ງ​ໃດ 11 ເພາະ​ວ່າ​ຄົນ​ທຸກ​ຍາກ​ຈະ​ບໍ່​ຫມົດ​ໄປ​ຈາກ​ແຜ່ນ​ດິນ ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ສັ່ງ​ທ່ານ​ວ່າ ທ່ານ​ຕ້ອງ​ຍື່ນ​ມື​ໃຫ້​ຢ່າງ​ໃຈ​ກ້​ວາງ​ຕໍ່​ພີ່​ນ້ອງ​ຂອງ​ທ່ານ ຄື​ຕໍ່​ຄົນ​ຂັດ​ສົນ​ຄົນ​ຍາກ​ຈົນ ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ທ່ານ

ການ​ປະ​ຕິ​ບັດ​ຕໍ່​ທາດ

12 “ຖ້າພີ່​ນ້ອງ​ຂອງ​ທ່ານ​ຊຶ່ງ​ເປັນ​ຄົນ​ເຮັບ​ເຣີ ບໍ່​ວ່າ​ຊາຍ​ຫລື​ຍິງ ທີ່​ເຂົາ​ຂາຍ​ໄວ້​ແກ່​ທ່ານ ຈົ່ງ​ໃຫ້​ບົວ​ລະ​ບັດ​ທ່ານ​ຫົກ​ປີ ເມື່ອເຖິງ​ປີ​ທີ່​ເຈັດ​ກໍ​ໃຫ້​ປ່ອຍ​ເຂົາ​ເປັນ​ອິສ​ຣະ​ພົ້ນ​ໄປ​ຈາກ​ທ່ານ 13 ແລະ​ເມື່ອ​ທ່ານ​ປ່ອຍ​ເຂົາ​ເປັນ​ອິສ​ຣະ​ໄປ​ຈາກ​ທ່ານ ທ່ານ​ຢ່າ​ປ່ອຍ​ເຂົາ​ໄປ​ມື​ເປົ່າ 14 ທ່ານ​ຈົ່ງມີ​ໃຈ​ກວ້າງ​ຂວາງ​ຈັດ​ສິ່ງ​ຂອງ​ໃຫ້​ແກ່​ເຂົາ ເປັນ​ຂອງ​ຈາກ​ຝູງ​ແບ້ ແກະ​ຂອງ​ທ່ານ ຈາກ​ລານນວດ​ເຂົ້າ​ຂອງ​ທ່ານ ແລະ​ຈາກ​ບໍ່​ຢ່ຳ​ອະ​ງຸ່ນຂອງ​ທ່ານ ທ່ານ​ຈົ່ງ​ໃຫ້​ແກ່​ເຂົາ​ຕາມ​ສົມ​ຄວ​ນ​ແກ່ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານຊົງ​ອວຍ​ພຣະ​ພອນ​ໃຫ້​ແກ່​ທ່ານ 15 ທ່ານ​ຈົ່ງ​ຈຳ​ໄວ້​ວ່າ​ທ່ານ​ເຄີຍ​ເປັນ​ທາດ​ໃນ​ແຜ່ນ​ດິນ​ເອ​ຢິບ ແລະ​ພຣະ​ຜູ້​ເປັນເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ໄດ້​ຊົງໄຖ່​ທ່ານ​ໄວ້ ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ສັ່ງ​ເຣື່ອງ​ນີ້​ແກ່​ທ່ານ 16 ແຕ່​ຖ້າ​ທາດ​ນັ້ນ​ຈະ​ກ່າວ​ແກ່​ທ່ານ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄປ​ຈາກ​ທ່ານ” ເພາະ​ເຂົາ​ຮັກ​ທ່ານ​ແລະ​ຄອບ​ຄົວ​ຂອງ​ທ່ານ ເພາະ​ເຂົາ​ຢູ່​ກັບ​ທ່ານ​ສະ​ບາຍ​ດີ 17 ຈົ່ງ​ເອົາ​ເຫລັກ​ແທງ​ໃບ​ຫູ​ຂອງ​ເຂົາ​ໃຫ້​ທະ​ລຸ​ໄປ​ຕິດ​ກັບ​ປະ​ຕູ​ເຮືອນ ດັ່ງ​ນີ້​ເຂົາ​ຈະ​ເປັນ​ທາດ​ເດັດ​ຂາດ​ຂອງ​ທ່ານ ທ່ານ​ຈົ່ງ​ກະ​ທຳ​ເຊັ່ນ​ນີ້​ແກ່​ທາດ​ຍິງ​ເຫມືອນ​ກັນ 18 ເມື່ອ​ທ່ານ​ປ່ອຍ​ເຂົາ​ໃຫ້​ເປັນ​ອິສ​ຣະ​ນັ້ນ ທ່ານ​ຢ່າຮູ້​ສຶກ​ຫນັກ​ໃຈ ເພາະ​ວ່າ​ເຂົາ​ໄດ້​ຮັບ​ໃຊ້​ທ່ານ​ມາ​ເຈັດ​ປີ​ດ້ວຍ​ຄ່າແຮງ​ເຄິ່ງ​ນຶ່ງ​ຂອງ​ລູກ​ຈ້າງ​ເທົ່າ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຈະ​ຊົງ​ອວຍພຣະ​ພອນ​ແກ່​ທ່ານ​ໃນ​ການ​ທີ່​ທ່ານ​ໄດ້​ກະ​ທຳ​ນັ້ນ

ການ​ຖວາຍ​ສັດ​ຫົວ​ປີ

19 “ສັດ​ໂຕ​ເຖິກ​ຫົວ​ປີ​ຊຶ່ງ​ເກີດ​ໃນ​ຝູງ​ງົວ ຫລື​ຝູງ​ແບ້ ແກະ​ນັ້ນ ທ່ານ​ທັງ​ຫລາຍ​ຈົ່ງ​ຖວາຍ​ໄວ້​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ທ່ານ​ຢ່າ​ໃຊ້​ງົວ​ຫົວ​ປີ​ທຳ​ງານ ຫລື​ຕັດ​ຂົນ​ຈາກ​ແກະ​ຫົວ​ປີ 20 ທ່ານ​ແລະ​ຄອບ​ຄົວຂອງ​ທ່ານ​ຈົ່ງ​ຮັບ​ປະ​ທານ​ສັດ​ຫົວ​ປີ​ນັ້ນ​ຕໍ່ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທຸກໆ​ປີ ໃນ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຳ​ນົດ​ໄວ້​ນັ້ນ 21 ແຕ່​ຖ້າ​ສັດ​ນັ້ນ​ມີ​ຕຳ​ຫນິ​ໃດໆ​ຄື​ຂາ​ເປັ້ຽ ຫລື​ຕາ​ບອດ ຫລື​ມີ​ຕຳ​ຫນິ​ອື່​ນອີກ ທ່ານ​ຢ່າ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 22 ທ່ານຈົ່ງ​ຮັບ​ປະ​ທານ​ສັດ​ນັ້ນ​ພາຍ​ໃນ​ເມືອງ​ຂອງ​ທ່ານ ຄົນ​ມົນ​ທິນ ແລະ​ຄົນ​ສະ​ອາດ​ກໍ​ຮັບ​ປະ​ທານ​ໄດ້ ດັ່ງ​ວ່າ​ເປັນ​ຟານ ຫລືກວາງ 23 ພຽງ​ແຕ່​ທ່ານ​ຢ່າ​ຮັບ​ປະ​ທານ​ເລືອດ​ຂອງ​ມັນ​ເທົ່າ​ນັ້ນ ທ່ານ​ຈົ່ງ​ເທ​ອອກ​ຖິ້ມ​ເທິງ​ດິນ​ເຫມືອນ​ເທ​ນ້ຳ

ພຣະບັນຍັດສອງ 16

ພິ​ທີ​ລ້ຽງ​ຕາມ​ກຳ​ນົດ​ສາມ​ພິ​ທີ

1 ທ່ານ​ຈົ່ງ​ຖືເດືອນອາ​ບິບ ທ່ານ​ທັງ​ຫລາຍ​ຈົ່ງ​ຖື​ປັ​ສ​ຄາແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ເພາະ​ວ່າ​ໃນ​ເດືອນ​ອາ​ບິບ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານຊົງ​ນຳ​ທ່ານ​ອອກ​ຈາກ​ເອ​ຢິບ​ໃນ​ເວ​ລາ​ກາງ​ຄືນ 2 ແລະ​ທ່ານ​ຈົ່ງ​ຖວາຍ​ປັ​ສ​ຄາ ເປັນ​ເຄື່ອງ​ບູ​ຊາ​ແດ່ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ຈາກ​ຝູງ​ແບ້ ແກະ ຫລື​ຝູງງົວ​ໃນ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້ ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ປະ​ທັບ​ຢູ່​ທີ່​ນັ້ນ 3 ຢ່າ​ຮັບ​ປະ​ທານ​ເຂົ້າ​ຈີ່​ທີ່ມີ​ເຊື້ອ​ກັບ​ປັ​ສ​ຄາ ​ຕລອດ​ເຈັດ​ວັນທ່ານ​ຈົ່ງ​ຮັບ​ປະ​ທານ​ເຂົ້າ​ຈີ່​ທີ່​ບໍ່ມີ​ເຊື້ອ ເປັນ​ເຂົ້າ​ຈີ່​ແຫ່ງ​ຄວາມ​ທຸກ​ໃຈ ເພາະ​ທ່ານ​ຈະ​ຣະ​ນຶກ​ເຖິງວັນ​ທີ່ທ່ານ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ​ນັ້ນ​ຕລອດ​ຊີ​ວິດ​ຂອງ​ທ່ານ 4 ຕລອດ​ເຈັດວັນ​ນັ້ນ​ ຢ່າ​ໃຫ້​ເຫັນ​ເຊື້ອ​ແປ້ງ​ພາຍ​ໃນ​ອາ​ນາ​ເຂດ​ປະ​ເທດ​ຂອງ​ທ່ານ ຫລື​ເນື້ອ​ສັດ​ຊຶ່ງ​ທ່ານ​ໄດ້​ບູ​ຊາ​​ໃນ​ເວ​ລາ​ຄ່ຳວັນທຳ​ອິດ​ເຫລືອ​ຢູ່​ຕລອດ​ຄືນ​ຈົນ​ເຊົ້າ​ວັນ​ຮຸ່ງ​ຂຶ້ນ 5 ທ່ານ​ທັງ​ຫລາຍຢ່າ​ຖວາຍ​ປັ​ສ​ຄາ​ພາຍ​ໃນ​ຫົວ​ເມືອງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ 6 ແຕ່​ທ່ານ​ຈົ່ງ​ຖວາຍ​ປັ​ສ​ຄາ​ໃນ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ເລືອກ​ໄວ້​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ປະ​ທັບ​ຢູ່​ທີ່​ນັ້ນ ທ່ານ​ຈົ່ງ​ຖວາຍ​ປັ​ສ​ຄາ​ໃນ​ເວ​ລາ​ຄ່ຳ​ເມື່ອດວງ​ອາ​ທິດ​ຕົກ​ແລ້ວ ໃນ​ເວ​ລາ​ດຽວ​ກັບ​ທີ່​ທ່ານ​ອອກ​ຈາກ​ເອ​ຢິບ 7 ທ່ານຈົ່ງ​ທຳ​ໃຫ້​ສຸກ​ແລະ​ຮັບ​ປະ​ທານ​ໃນ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ເລືອກ​ໄວ້ ພໍ​ຮຸ່ງ​ເຊົ້າ​ທ່ານ​ຈົ່ງ​ກັບ​ໄປ​ສູ່​ເຕັນ​ຂອງ​ທ່ານ 8 ທ່ານ​ຈົ່ງ​ຮັບ​ປະ​ທານ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​​ຫົກ​ມື້ ແຕ່​ວັນ​ທີ່​ເຈັດ​ເປັນ​ວັນ​ປະ​ຊຸມ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ ໃນ​ວັນ​ນັ້ນ​ຢ່າ​ກະ​ທຳ​ການ​ງານ​ໃດໆ

ເທ​ສ​ການ​ຣະ​ດູ​ເກັບ​ກ່ຽວ

9 “ທ່ານ​ທັງ​ຫລາຍ​ຈົ່ງ​ນັ​ບ​ໃຫ້​ຄົບ​ເຈັດ​ສັປ​ດາ ຈົ່ງ​ຕັ້ງ​ຕົ້ນ​ນັບ​ໃຫ້​ຄົບ​ເຈັດ​ສັ​ປ​ດາ ເລີ້ມ​ແຕ່​ວັນ​ທຳ​ອິດ​ທີ່​ທ່ານ​ລົງ​ມື​ກ່ຽວ​ເຂົ້າ 10 ທ່ານ​ທັ​ງ​ຫລາຍ​ຈົ່ງ​ຖື​ເທ​ສ​ການ​ສັປ​ດາ ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ຕາມ​ຂະ​ຫນາດ​ຂອງ​ຖວາຍ​ຕາມ​ໃຈ​ສ​ມັກ​ຈາກ​ມື​ຂອງ​ທ່ານ ຊຶ່ງ​ທ່ານ​ຈະ​ຖວາຍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ອວຍ​ພຣະ​ພອນ​ແດ່​ທ່ານ 11 ທ່ານ​ຈົ່ງ​ຊົມ​ຊື່ນຍິນ​ດີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ທັງ​ຕົວ​ທ່ານ​ແລະ​ບຸດ​ຊາຍ​ຍິງ​ຂອງ​ ທ່ານ ທັງ​ທາດຊາຍຍິງ​ຂອງ​ທ່ານ ຄົນ​ເລ​ວີ​ຊຶ່ງ​ຢູ່​ໃນ​ເມືອງ​ຂອງ​ທ່ານ ທັງ​ຄົນ​ຕ່າງ​ດ້າວ ເດັກ​ກຳ​ພ້າ ແລະ​ແມ່​ຫມ້າຍ​ຊຶ່ງ​ຢູ່​ຖ້າມ​ກາງທ່ານ​ໃນ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ເລືອກ​ໄວ້ ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ປະ​ທັບ​ຢູ່​ທີ່​ນັ້ນ 12 ທ່ານ​ຈື່​ຈຳໄວ້​ວ່າ​ທ່ານ​ເຄີຍ​ເປັນ​ທາດ​ໃນ​ເອ​ຢິບ ທ່ານຈົ່ງ​ແນ່​ໃຈ​ວ່າ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ເຫລົ່າ​ນີ້

ເທສ​ການ​ປຸກ​ຕູບ​ຢູ່

13 “ທ່ານ​ຈົ່ງ​ຖື​ເທ​ສ​ການ​ປຸກ​ຕູບ​ຢູ່​ເປັນ​ເວ​ລາ​ເຈັດ​ວັນ ເມື່ອ​ທ່ານ​ເກັບ​ຮວບ​ຮວມ​ພືດ​ຜົນ​​ຂອງ​ທ່ານ​ຈາກ​ລານນວດ​ເຂົ້າ ແລະ​ຈາກ​ບໍ່​ຢໍ່າ​ອະ​ງຸ່ນ​ຂອງ​ທ່ານ​ແລ້ວ 14 ໃນ​ການ​ລ້ຽງ​ນັ້ນ​ທ່ານ​ຢ່າ​ຈົ່ງຊົ​ມ​ຊື່ນ​ຍິນ​ດີ ທັງ​ທ່ານ​ແລະ​ບຸດ​ຊາຍ​ຍິງ​ຂອງ​ທ່ານ ແລະ​ທາດ​ຊາຍ​ຍິງ​ຂອງ​ທ່ານ ທັງ​ຄົນ​ເລ​ວີ​ແລະ​ຄົນ​ຕ່າງ​ດ້າວ ທັງ​ເດັກ​ກຳ​ພ້າ​ແລະ​ແມ່​ຫມ້າຍ​ຊຶ່ງ​ຢູ່​ໃນ​ເມືອງຂອງ​ທ່ານ 15 ທ່ານຈົ່ງ​ຖືເທ​ສ​ການ​ນັ້ນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ເຈັດ​ວັນໃນ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຈະ​ຊົງ​ອວຍ​ພຣະ​ພອນ​ແດ່​ພືດ​ຜົນ​ຂອງ​ທ່ານ ແລະ​ແກ່​ຜົນ​ງານ​ທີ່​ມື​ທ່ານ​ກະ​ທຳ ເພື່ອ​ວ່າ​ທ່ານ​ຈະ​ມີ​ແຕ່​ຄວາມ​ຊົມ​ຊື່ນຍິນ​ດີ 16 “ບັນ​ດາ​ຜູ້​ຊາຍ​ທັງ​ສິ້ນຈະ​ຕ້ອງ​ເຂົ້າ​ມາ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປີ​ລະ​ສາມ​ເທື່ອ​ໃນ​ສະ​ຖານ​ທີ່​ຊຶ່ງ​ພຣະ​ອົງ​ຊົງ​ເລືອກ​ໄວ້ ຄື​ໃນ​ເທ​ສ​ການ​ກິນ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ ເທ​ສ​ການ​ສັປ​ດາ ແລະ​ເທສ​ການ​ປຸກ​ຕູບ​ຢູ່ ຢ່າ​ໃຫ້​ເຂົາ​ໄປ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ມື​ເປົ່າໆ 17 ໃຫ້​ທຸກ​ຖວາຍ​ຕາມຄວາມ​ສາ​ມາດ​ຂອງ​ເຂົາ ຕາມ ສ່ວນ​ພຣະ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງທ່ານ​ທັງ​ຫລາຍ​ປະ​ທານ​ແກ່​ທ່ານ

ລະບຽບ​ການ​ໃຫ້ຄວາມ​ຍຸດ​ຕິ​ທັມ

18 “ທ່ານ​ທັງ​ຫລາຍ​ຈົ່ງ​ເລືອກ​ຕັ້ງ​ຜູ້​ພິ​ພາກ​ສາ ແລະ​ເຈົ້າ​ຫນ້າ​ທີ່​ຕາມ​ຫົວ​ເມືອງຂອງ​ທ່ານ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ ຕາມ​ເຜົ່າ​ຄົນ​ຂອງ​ທ່ານ ໃຫ້​ເຂົາ​ພິ​ພາກ​ສາ​ປະ​ຊາ​ຊົນ​ຕາມ​ຄວາມ​ຍຸດ​ຕິ​ທັມ 19 ທ່ານ​ຢ່າ​ກະ​ທຳ​ໃຫ້​ເສັຽ​ຄວາມ​ຍຸດ​ຕິ​ທັມ ຢ່າ​ລຳ​ອຽງ ຢ່າ​ຮັບ​ສິນ​ບົນ ເພາະ​ວ່າ​ສິນ​ບົນ​ທຳ​ໃຫ້​ຕາ​ຂອງ​ຄົນ​ມີ​ປັນ​ຍາ​ມືດ​ມົວ​ໄປ ແລະ​ກັບ​ຄະ​ດີ​ຂອງ​ຄົນ​ຊອ​ບທັມ​ເສັຽ 20 ຄວາມ​ຍຸດ​ຕິທັມ​ທ່ານ​ຈົ່ງ​ຕິດ​ຕາມ​ຄວາມ​ຍຸດ​ຕິ​ທັມ​ເທົ່າ​ນັ້ນ ເພື່ອ​ທ່ານ​ຈະ​ມີ​ຊີ​ວິດ​ແລະ​ສືບມໍ​ຣະ​ດົກ​ໃນ​ແຜ່ນ​ດີນ​ຊື່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ 21 “ທ່ານ​ທັງ​ຫລາຍ​ຢ່າ​ປູກ​ຕົ້​ນ​ໄມ້​ໃດໆ​ໃຊ້​ເປັນ​ອາ​ເຊ​ຣາ ຂ້າງ​ແທ່ນ​ບູ​ຊາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊຶ່ງ​ທ່ານ​ສ້າງ​ໄວ້ 22 ແລະ​ທ່ານ​ຢ່າ​ຕັ້ງ​ເສົາ​ສັກ​ສິດ​ເປັນຮູບ​ເຄົາ​ຣົບ ຊຶ່ງພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ກຽດ​ຊັງ

ພຣະບັນຍັດສອງ 17

1 “ທ່ານ​ທັງ​ຫລາຍ​ຢ່າ​ນຳ​ງົວ​ເຖິກ ຫ​ລື​ແກະ​ທີ່​ມີ​ຕຳ​ຫນິ​ຫລື​ສ່ວນ​ພິ​ການ​ໃດໆ​ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ເພາະ​ເປັນ​ການ​ທີ່​ຫນ້າ​ລັງ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 2 “ໃນ​ເມືອງ​ຂອງ​ທ່ານ​ທັງ​ຫລາຍ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ​ນັ້ນ ຖ້າ​ມີ​ຊາຍ ​ຫລື​ຍິງ​ຄົນ​ໃດ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ໂດຍ​ລະ​ເມີດ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ 3 ແລະ​ໄປ​ບົວ​ລະບັດ​ພຣະ​ອື່ນ ແລະ​ນະ​ມັ​ສ​ການ​ພຣະ​ເຫລົ່າ​ນັ້ນ ຫລື​ດວງ​ອາ​ທິດ ດວງ​ຈັນ ຫລື​ອັນ​ໃດ​ທີ່​ເປັນ​ບໍ​ຣິ​ວານ​ທ້ອງ​ຟ້າ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຫ້າມ​ໄວ້ 4 ມີ​ຄົນ​ເຂົາ​ບອກ​ທ່ານ​ແລ້ວ​ແລະ​ທ່ານກໍ​ໄດ້​ຍິນ ທ່ານ​ທັງ​ຫລາຍ​ຈົ່ງ​ອຸດ​ສາ​ສືບ​ສວນ ແລະ​ຖ້າ​ເປັນ​ຄວາມ​ຈິງ​ແລະ​ປະ​ຈັກ​ວ່າ​ສິ່ງ​ຫນ້າ​ລັງ​ກຽດ​ນັ້ນ​ມີ​ຄົນ​ກະ​

ທຳ​ກັນ​ໃນ​ອິສ​ຣາ​ເອນ

5 ທ່ານ​ຈົ່ງ​ນຳຊາຍ​ຫລືຍິງ​ຜູ້​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ນັ້ນ​ມາ​ທີ່​ປະ​ຕູ​ເມືອງ ແລະ​ທ່ານ​ຈົ່ງ​ເອົາ​ຫີນ​ຄວ່າງໃສ່​ຊາຍ​ຫລື​ຍິງ​ນັ້ນ​ເສັຽ​ໃຫ້​ຕາຍ 6 ຜູ້​ທີ່​ຖື​ກກ່າວ​ໂທດ​ເຖິງ​ຕາຍ​ນັ້ນ ໃຫ້​ມີ​ພ​ຍານ​ສອງ​ຫລື​ສາມ​ປາກ​ຢືນ​ຢັນ​ວ່າ​ຜູ້​ນັ້ນ​ມີ​ຄວາມ​ຜິດ​ຈຶ່ງ​ໃຫ້​ປັບໂທດ​ເຖິງ​ຕາ​ຍໄດ້ ຢ່າ​ລົງ​ໂທດ​ຜູ້ໃດ​ເຖິງ​ຕາຍ​ດ້ວຍ​ພ​ຍານ​ປາກ​ດຽວ 7 ຜູ້​ທີ່​ເປັນ​ພຍານ​ຕ້ອງ​ລົງ​ມື​ກ່ອນ​ໃນ​ການ​ທຳ​ໂທດ​ເຂົາ​ເຖິງ​ຕາຍ ຕໍ່​ໄປ​ຄົນ​ທັງ​ປວງ​ຈຶ່ງ​ຮ່ວມ​ມື​ດ້ວຍ​ກັນ ທັງ​ນີ້​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ກຳ​ຈັດ​ຄວາມ​ຊົ່ວ​ເສັຽ​ຈາກ​ຖ້າມ​ກາງ​ທ່ານ 8 “ຖ້າ​ຄະ​ດີ​ໃດ​ເກີດ​ຂຶ້ນ​ເປັນ​ເຣື່ອງ​ຍາກ​ທີ່​ຈະ​ຕັດ​ສິນ​ໄດ້​ວ່າ ເປັນ​ຄະ​ດີ​ຂ້າ​ຄົນ​ຕາຍ​ໂດຍ​ເຈ​ຕນາ​ຫລື​ບໍ່ ເປັນ​ຄະ​ດີ​ກ່ຽວ​ດ້ວຍ​ເຣື່ອງ​ກຳມະ​ສິດ​ໃນ​ຊັບ ເປັນ​ຄະ​ດີ​ທຳ​ຮ້າຍ​ຮ່າງ​ກາຍ ເປັນ​ຄະ​ດີ​ໃດໆ​ຊຶ່ງ​ໂຕ້​ແຍ້ງ​ກັນ​ໃນ​ເມືອງ​ຂອງ​ທ່ານ ທ່ານ​ຈົ່ງ​ລຸກ​ຂຶ້ນ​ພາ​ກັນ

ໄປ​ຍັງ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ເລືອກ​ໄວ້

9 ຈົ່ງ​ໄປ​ຫາ​ຄົນ​ເລ​ວີ​ຊຶ່ງ​ເປັນ​ປະ​ໂຣ​ຫິດ ແລະ​ໄປ​ຫາ​ຜູ້​ພິ​ພາກ​ສາ​ປະ​ຈຳ​ການ​ໃນ​ສະ​ໄຫມ​ນັ້ນ ທ່ານ​ຈົ່ງ​ປຶກ​ສາ​ຫາ​ລື​ກັບ​ເຂົາ ແລະ​ເຂົາ​ຈະ​ຊີ້​ແຈງ​ໃຫ້​ທ່າ​ນຊາບ​ເຖິງ​ຄຳ​ຕັດ​ສິນ 10 ແລ້ວ​ທ່ານ​ຈົ່ງ​ກະ​ທຳ​ຕາມ​ຊຶ່ງ​ເຂົາ​ຊີ້​ແຈງ​ແກ່​ທ່ານ​ຈາກ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ນັ້ນ ແລະ​ທ່ານ​ຈົ່ງ​ລະ​ວັງ​ກະ​ທຳ​ຕາມ​ທຸກ​ສິ່ງ​ຊຶ່ງ​ເຂົາແນະນຳ​ທ່ານ 11 ທ່ານຈົ່ງ​ກະ​ທຳ​ຕາມ​ຄຳ​ແນະ​ນຳ​ຊຶ່ງ​ເຂົາ​ໃຫ້​ແກ່​ທ່ານ ແລະ​ກະ​ທຳ​ຕາມ​ຄຳ​ຕັດ​ສິນ​ຊຶ່ງ​ເຂົາ​ໄດ້​ສັ່ງ​ທ່ານ ທ່ານ​ທັງ​ຫລາຍ​ຢ່າ​ຫັນ​ຫນີ​ໄປ​ຈາກ​ຄຳ​ຕັດ​ສິນ​ຊຶ່ງ​ເຂົາ​ຊີ້​ແຈງ​ແກ່​ທ່ານ ຢ່າ​ຫັນ​ໄປ​ທາງ​ຂວາ​ມືຫລື​ຊ້າຍ​ມື 12 ຜູ້​ໃດ​ທີ່​ຂັດ​ຂືນ​ບໍ່​ໄດ້​ກະ​ທຳ​ຕາມ ຄື​ບໍ່​ໄດ້​ເຊື່ອ​ຟັງປະ​ໂຣ​ຫິດ​ຜູ້​ທີ່​ຢືນບົວ​ລະບັດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທີ່​ນັ້ນ ຫລືເຊື່ອ​ຟັງ​ຜູ້​ພິ​ພາກ​ສາ​ຜູ້​ນັ້ນ​ຕ້ອງ​ຕາຍ ທັງ​ນີ້​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ກຳ​ຈັດ​ຄວາມ​ຊົ່ວ​ເສັຽ​ຈາກ​ອິສ​ຣາ​ເອນ 13 ແລະ​ປະ​ຊາ​ຊົນ​ທັງ​ຫລາຍ​ຈະ​ໄດ້​ຍິນ ແລະ​ຢຳ​ເກງ ແລະ​ບໍ່​ໄດ້​ຂັດ​ຂືນ​ຕໍ່​ໄປ​ອີກ

ການ​ແນະ​ນຳ​ກ່ຽວ​ກັບ​ເຣື່ອງ​ກະ​ສັດ

14 “ເມື່ອ​ທ່ານ​ມາ​ເຖິງ​ແຜ່ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່ ແລະ​ທ່ານ​ຖື​ກຳ​ມະ​ສິດ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ ແລ້ວ​ທ່ານ​ຈະ​ກ່າວ​ວ່າ “ເຮົາ​ຈະ​ຕັ້ງ​ກະ​ສັດ​ໄວ້​ເຫນືອ​ເຣົາ​ເຫມືອນ​ປະ​ຊາ​ຊາດ​ອື່ນ​ຊຶ່ງ​ຢູ່​ຮອບ​ເຣົາ” 15 ກໍ​ຈົ່ງ​ຕັ້ງ​ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ກະ​ສັດ​ເຫນືອ​ທ່ານ ຄື​ຕັ້ງ​ຜູ້​ນຶ່ງ​ຜູ້​ໃດ​ໃນ​ພວກ​ພີ່​ນ້ອງ​ຂອງ​ທ່ານ​ໃຫ້​ເປັນ​ກະ​ສັດ​ເຫນືອ​ທ່ານ ທ່ານ​ຢ່າ​ຕັ້ງ​ຄົນ​ຕ່າງ​ດ້າວ​ຊຶ່ງ​ບໍ່​ແມ່ນພີ່​ນ້ອງ​ຂອງ​ທ່ານ​ໃຫ້​ຢູ່​ເຫນືອ​ທ່ານ 16 ແຕ່​ວ່າ​ຢ່າ​ໃຫ້​ຜູ້​ນັ້ນ​ມີ​ມ້າ​ຂອງ​ຕົນ​ເອງ​ຫລາຍ​ເກີນ​ໄປ ຫລື​ເປັນ​ເຫດ​ໃຫ້​ປະ​ຊາ​ຊົນ​ກັບ​ໄປ​ເອ​ຢິບ​ເພື່ອ​ຈະ​ມີ​ມ້າ​ຫລາຍໆ ເພາະ​ພຣະ​ຜູ້ເປັນ​ເຈົ້າ​ໄດ້​ສັ່ງ​​ກັບ​ທ່ານ​ທັງ​ຫລາຍ​ແລ້ວ​ວ່າ “ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ໄດ້​ກັບ​ໄປ​ທາງ​ນັ້ນ​ອີກເລີຍ” 17 ແລະ​ຢ່າ​ໃຫ້​ຜູ້​ນັ້ນ​ມີ​ເມັຽຫລາຍ ຢ້ານ​ວ່າ​ຈິດ​ໃຈ​ຂອງ​ເຂົາ​ຈະ​ຫັນ​ຫນີ​ໄປ​ເສັຽ ຫລື​ຢ່າ​ໃຫ້​ມີ​ເງິນ​ມີ​ທອງ​ເປັນ​ຂອງ​ຕົນ​ຢ່າງ​ຫລວງ​ຫລາຍ 18 “ເມື່ອ​ຜູ້​ນັ້ນ​ນັ່ງ​ບັນ​ລັງ​ໃນ​ຣາ​ຊ​ອາ​ນາ​ຈັກ ກໍ​ໃຫ້​ຜູ້​ນັ້ນ​ຄັດ​ລອກ​ກົດ​ຫມາຍ​ນີ້​ໄວ້​ໃນ​ຫນັງ​ສື​ເພື່ອ​ປ​ໂຍດ​ແກ່​ຕົນ​ເອງ​ຈາກຫນັງ​ສື​ເພື່ອ​ປ​ໂຍດ​ແກ່ຕົນ​ຈາກ​ຫນັງ​ສື​ທີ່​ປະ​ໂຣ​ຫິດ​ຄົນ​ເລ​ວີ​ຮັກ​ສາ​ຢູ່​ນັ້ນ 19 ໃຫ້​ກົດ​ຫມາຍ​ນັ້ນ​ຢູ່​ກັບ​ຜູ້​ນັ້ນ ແລະ​ໃຫ້​ເຂົາ​ອ່ານ​ຢູ່​ສ​ເມີ​ຕລອດ​ຊີ​ວິດ​ຂອງ​ຕົນ ເພື່ອ​ເຂົາ​ຈະ​ໄດ້​ຮຽນ​ຮູ້​ທີ່​ຈະ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ ໂດຍ​ຮັກ​ສາ​ຖ້ອຍ​ຄຳ​ໃນ​ກົດ​ຫມາຍ​ນີ້ ແລະ​ກົດ​ລະ​ບຽບ​ເຫລົ່າ​ນີ້​ແລະ​ປະ​ພືດ​ຕາມ 20 ເພື່ອ​ວ່າຈິດ​ໃຈ​ຂອງ​ເຂົາ​ຈະ​ບໍ່​ໄດ້​ພອງ​ຂຶ້ນ​ສູງກວ່າ​ພີ່​ນ້ອງ​ຂອງ​ຕົນ ແລະ​ເພື່ອ​ເຂົາ​ເອງ​ຈະ​ບໍ່​ໄດ້​ຫັນ​ຫນີ​ຈາກ​ພຣະ​ບັນ​ຍັດ​ໄປ​ທາງ​ຂວາ​ມື ຫລື​ທາງ​ຊ້າຍ​ມື ເພື່ອ​ເຂົາ​ຈະ​ໄດ້​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຂົາ​ຢູ່​ໄດ້​ນານ ທັງ​ຕົນ​ເອງ​ແລະ​ລູກ​ຫລານ​ຂອງ​ຕົນ​ໃນ​ອິສ​ຣາ​ເອນ

ພຣະບັນຍັດສອງ 18

ສ່ວນ​ແບ່ງ​ຂອງ​ປະ​ໂຣ​ຫິດ ແລະ​ຄົນ​ເລ​ວີ

1 “ຄົນ​ເລ​ວີ​ຊຶ່ງ​ເປັນ​ປະ​ໂຣ​ຫິດ ແລະ​ເຜົ່າ​ເລ​ວີ​ທັງ​ຫມົດ ຈະ​ບໍ່ມີ​ສ່ວນ​ແບ່ງ ຫລື​ມໍ​ຣະ​ດົກ​ຮ່ວມ​ກັບ​ຄົນ​ອິສ​ຣາ​ເອນ ເຂົາ​ຈະ​ຮັບ​ປະ​ທານ​ຜົນ​ທີ່​ຖວາຍ​ດ້ວຍ​ໄຟ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ສ່ວນ​ທີ່​ຕົກ​ເປັນ​ຂອງ​ພຣະ​ອົງ 2 ເຂົາ​ຈະ​ບໍ່​ມີ​ມໍ​ຣະ​ດົກ​ໃນ​ຫມູ່​ພວກ​ພີ່​ນ້ອງ​ຂອງ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ມໍ​ຣະ​ດົກ​ຂອງ​ເຂົາ ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ແກ່​ເຂົາ​ແລ້ວ​ນັ້ນ 3 ໃຫ້​ສ່ວນ​ຕໍ່​ໄປ​ນີ້​ເປັນ​ສ່ວນ​ທີ່​ປະ​ໂຣ​ຫິດ​ໄດ້​ອັນ​ຕົກ​ຈາກ​ປະ​ຊາ​ຊົນ ຄື​ສ່ວນ​ທີ່​ໄດ້​ຈາກ​ຜູ້​ທີ່​ຖວາຍ​ສັຕ​ບູ​ຊາ ບໍ່​ວ່າ​ຈະ​ເປັນ​ງົວ​ເຖິກ ຫລື​ແກະ ກໍ​ໃຫ້​ເຂົາ​ມອບ​ຊີ້ນ​ສັນ​ຂາ​ຫນ້າ ຊີ້ນ​ແກ້ມ​ທັງ​ສອງ​ຂ້າງ ແລະ​ຊີ້ນ​ທ້ອງ​ໃຫ້​ແກ່​ປະ​ໂຣ​ຫິດ 4 ຜົນ​ອັນ​ທຳ​ອິດ​ຂອງ​ທ່ານ​ຄື ຜົນ​ເຂົ້າ ຜົນ​ເຫລົ້າ​ອະ​ງຸ່ນ ຜົນ​ນ້ຳ​ມັນ ແລະ​ຂົນ​ແກະ​ອັນ​ທຳ​ອິດ​ທີ່​ໄດ້​ຈາກ​ແກະ​ຂອງ​ທ່ານ ຈົ່ງ​ມອບ​ໃຫ້​ແກ່​ປະ​ໂຣ​ຫິດ 5 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ໄດ້​ເລືອກ​ເຂົາ​ຈາກເຜົ່າ​ຊົນ​ທັງ​ສິ້ນ​ຂອງ​ທ່ານ ໃຫ້​ຢືນ​ບົວ​ລະບັດ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ ທັງ​ຕົວ​ເຂົາ ແລະ​ບຸດ​ຫລານຂອງ​ເຂົາ​ສືບ​ຕໍ່​ກັນ​ໄປ​ເປັນ​ນິດ 6 “ຖ້າ​ຄົນ​ເລ​ວີ​ຄົນ​ໃດ​ມາ​ຈາກ​ເມືອງ​ໃດ​ໃນ​ອິສ​ຣາ​ເອນ​ອັນ​ເປັ​ນ​ທີ່​ຢູ່​ຂອງ​ເຂົາ ຈະ​ມາ​ຍັງ​ສະ​ຖານ​ທີ່​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອ​ກໄວ້​ກໍໃຫ້​ເຂົາ​ມາ​ໄດ້ຕາມ​ໃຈ​ປາຖ​ນາ 7 ແລ້ວ​ເຂົາ​ຈະ​ບົວ​ລະບັດ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນເຈົ້າ​ຂອງ​ເຂົາ ເຊັ່ນ​ດຽວ​ກັບ​ຄົນ​ເລ​ວີ​ພີ່​ນ້ອງ​ຂອງ​ເຂົາ ຜູ້​ຢືນ​ບົວ​ລະບັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ 8 ໃຫ້​ເຂົາ​ໄດ້​ສ່ວນ​ທີ່​ຈະ​ຮັບ​ປະ​ທານ​ເທົ່າໆ​ກັນ​ນອກ​ເຫນືອຈາກ​ສ່ວນ​ທີ່​ເຂົາ​ໄດ້​ມາ​ດ້ວຍ​ການ​ຂາຍ​ຊັບ​ສິນ​ຂອງ​ເຂົາ​ເອງ

ຕັກ​ເຕືອນ​ບໍ່​ໃຫ້​ປະ​ຕິບັດ​ຕາມ​ຄົນ​ຕ່າງ​ສາ​ສ​ນາ

9 “ເມື່ອ​ທ່ານ​ທັງ​ຫລາຍ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ ທ່ານ​ຢ່າ​ຮຽນ​ຮູ້​ທີ່​ຈະ​ກະ​ທຳ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ຕາມ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ 10 ຢ່າ​ໃຫ້​ມີ​ຄົນ​ນຶ່ງ​ຄົນ​ໃດ​ໃນ​ຫມູ່​ພວກ​ທ່ານ​ຊຶ່ງ​ໃຫ້​ບຸດ​ຊາຍ​ຫລືບຸດ​ຍິງ​ຂອງ​ເຂົາ​ລຸຍ​ໄຟ ຢ່າ​ໃຫ້​ຜູ້​ໃດ​ເປັນ​ຄົນ​ທຳ​ນາຍ ເປັນ​ຫມໍ​ດູ ເປັນ​ຫມໍ​ຈັບ​ຍາມ​ເບິ່ງ​ເຫດ​ການ ຫລື​ເປັນ​ນັກ​ວິ​ຊາອາ​ຄົມ 11 ເປັນ​ຫມໍ​ຜີ ເປັນ​ຫມໍ​ຜີ​ທີ່​ປຸກວິນ​ຍານ​ຂຶ້ນ​ມາ​ປຶກ​ສາ ເປັນ​ພໍ່​ມົດ ແມ່​ມົດ ຫລື​ເປັນ​ຫມໍ​ພາຍ 12 ຜູ້​ໃດ​ທີ່​ກະ​ທຳ​ຢ່າງນີ້​ຍ່ອມ​ເປັນ​ທີ່​ລັງ​ກຽດ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ເພາະ​ກະ​ທຳ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ຈຶ່ງ​ຊົງ​ຂັບ​ໄລ່​ເຂົາ​ເສັຽ​ຈາກ​ທ່ານ 13 ທ່ານ​ທັງ​ຫລາຍ​ຈົ່ງ​ເປັນ​ຄົນ​ປາ​ສ​ຈາກ​ຕຳ​ຫນິ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 14 ເພາະ​ວ່າ​ປະ​ຊາ​ຊາດ​ເຫລົ່າ​ນີ້ ຊຶ່ງ​ທ່ານ​ກຳ​ລັງ​ຈະ​ໄປ​ຂັບ​ໄລ່​ນັ້ນ​ເຊື່ອ​ຟັງ​ຫມໍ​ດູ ແລະ​ຄຳ​ທຳ​ນາຍ ແຕ່​ສ່ວນ​ຕົວ​ທ່ານ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ​ບໍ່​ຊົງ​ຍອມ​ໃຫ້​ທ່ານ​ກະ​ທຳ​ເຊັ່ນ​ນັ້ນ

ພຣະ​ເຈົ້າ​ຊົງ​ສັນ​ຍາ​ຈະ​ໃຫ້​ມີ​ຜູ້​ປະ​ກາດພຣະ​ທັມ

15 ໂມ​ເຊ​ໄດ້​ເວົ້າ​ຕໍ່​ໄປ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເລືອກ​ເອົາ​ຄົນ​ຈາກ​ຊົນ​ຊາດ​ຂອງ​ທ່ານ​ເອງ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ເຫມືອນ​ຂ້າ​ພະ​ເຈົ້າ ສະ​ນັ້ນ​ຈົ່ງ​ເຊື່ອ​ຟັງ​ພວກ​ທ່ານ​ເທີ​ນ 16 ໃນວັນ​ຊຸມ​ນຸມ​ກັນ​ຢູ່​ເທິງ​ພູ​ຊີ​ນາ​ອີ​ນັ້ນ ພວກ​ທ່ານ​ຂໍ​ຮ້ອງ​ບໍ່​ໃຫ້​ໄດ້​ຍິນສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຫລື​ເຫັນ​ໄຟ​ອັນ​ຫນ້າ​ຢ້ານ​ຂອງ​ພຣະ​ອົງ​ຕໍ່​ໄປ​ອີກ ເພາະ​ວ່າ​ຖ້າ​ເປັນ​ດັ່ງ​ນັ້ນ ພວກ​ທ່ານ​ຈະ​ຕ້ອງ​ຕາຍ 17 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ ທີ່​ພວກ​ເຂົາ​ຂໍ​ຮ້ອງ​ນັ້ນ​ດີ​ຫລາຍ​ແລ້ວ 18 ເຮົາ​ຈະ​ເລືອກ​ເອົາ​ຄົນ​ນຶ່ງ​ໃນ​ຊົນ​ຊາດ​ຂອງ​ເຂົາ​ເອງ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຂົາ​ເຫມືອນ​ທ່ານ​ນີ້ ເຮົາ​ຈະ​ບອກ​ເຣື່ອງ​ໃຫ້​ເຂົາ​ເວົ້າ ແລ້ວ​ເຂົາ​ຈະ​ບອກ​ປະ​ຊາ​ຊົນ​ທຸກ​ສິ່ງ​ຕາມ​ທີ່​ເຮົາ​ສັ່ງ 19 ຜູ້ໃດ​ບໍ່​ເຊື່ອ​ຟັງ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ເວົ້າ​ໃນ​ນາມ​ຂອງ​ເຮົາ ເຮົາ​ຈະ​ລົງ​ໂທດ​ຜູ້​ນັ້ນ 20 ຖ້າ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ໃດ​ບັງ​ອາດ​ເວົ້າ​ຖ້ອຍ​ຄຳ ທີ່​ເຮົາ​ບໍ່​ໄດ້​ສັ່ງ ຫລື​ຜູ້​ທີ່​ເວົ້າ​ໃນ​ນາມ​ຂອງ​ພຣະ​ອື່ນ ຄົນ​ຜູ້​ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ 21 ຖ້າ​ພວກ​ເຈົ້າ​ຄິດ​ໃນ​ໃຈ​ວ່າ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຮູ້​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ກ່າວ​ນັ້ນ​ໄດ້ 22 ກໍ​ຂໍ​ໃຫ້​ເຂົ້າ​ໃຈ​ວ່າ​ເມື່ອ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ໃດ​ເວົ້າ​ໃນ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ຄວາມ​ນັ້ນ​ບໍ່​ເປັນ​ຈິງ ຖ້ອຍ​ຄຳ​ນັ້ນ​ກໍ​ບໍ່​ແມ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຖ້ອ​ຍຄຳ​ທີ່​ເຂົາ​ເວົ້າ​ເອົາ​ເອງ ສະ​ນັ້ນ​ພວກ​ເຈົ້າ​ຢ່າ​ຢ້ານ​ເຂົາ​ເລີຍ”

ພຣະບັນຍັດສອງ 19

ເມືອງ​ລີ້​ພັຍ​ແລະ​ຂອບ​ເຂດ​ບູ​ຮານ

1 “ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ຊົງ​ທຳ​ລາຍ​ບັນ​ດາ​ປະ​ຊາ​ຊາດ​ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແຜ່ນ​ດິນ​ຂອງ​ເຂົາ​ແກ່​ທ່ານ ແລະ​ທ່ານ​ທັງ​ຫລາຍ​ຂັບ​ໄລ່​ເຂົາ​ອອ​ກໄປ ແລະ​ເຂົ້າ​ໄປ​ຢູ່​ໃນ​ຫົວ​ເມືອງ​ແລະ​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຫລົ່າ​ນັ້ນ 2 ທ່ານ​ຈົ່ງ​ແຍກ​ເມືອງ​ໄວ້​ສາມ​ເມືອງ​ສຳ​ລັບ​ພວກ​ທ່ານ​ທັງ​ຫລາຍ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ທ່ານ​ປະ​ທານແກ່​ທ່ານ​ເປັນ​ກໍາ​ມະ​ສິດ​ນັ້ນ 3 ທ່ານ​ຈົ່ງ​ຈັດ​ຕຽມ​ໃຫ້​ມີ​ທາງ ແລະ​ຈົ່ງ​ແບ່ງ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ​ເປັນ​ກໍາ​ມະ​ສິດ​ນັ້ນ​ອອກ​ເປັນສາມ​ສ່ວນ ເພື່ອ​ວ່າ​ຜູ້​ໃດທີ່​ໄດ້​ຂ້າ​ຄົນ​ແລ້ວ​ຈະ​ຫລົບ​ຫນີ​ໄປ​ຢູ່​ໃນ​ເມືອງ​ເຫລົ່າ​ນັ້ນ​ໄດ້ 4 “ຕໍ່ໄປ​ນີ້​ເປັນ​ເຣື່ອງ​ຂອງ​ຄົນ​ຂ້າ​ຄົນ​ຜູ້​ທີ່​ຫນີ​ໄປ​ຢູ່​ໃນ​ເມືອງ​ເຫລົ່າ​ນັ້ນ​ໄດ້ ແລະ​ລອດ​ຊີ​ວິດ​ຢູ່ ຄື​ຜູ້ໃດ​ທີ່​ໄດ້​ຂ້າ​ເພື່ອນ​ບ້ານ​ຂອງ​ຕົນ​ໂດຍ​ບໍ່​ໄດ້​ເຈ​ຕ​ນາ ໂດຍ​ບໍ່​ໄດ້​ເປັນ​ສັດ​ຕຣູ​ກັນ​ມາ​ກ່ອນ 5 ຕົວ​ຢ່າງ​ເຊັ່ນ ຊາຍ​ຄົນ​ນຶ່ງ​ເຂົ້າ​ໄປ​ໃນ​ປ່າ​ພ້ອມ​ກັບ​ເພື່ອນ​ບ້ານ​ຂອງ​ເຂົາ​ເພື່ອ​ຈະ​ຕັດ​ໄມ້ ເມື່ອ​ເຂົາ​ແກວ່ງ​ຂວານ​ເພື່ອ​ຈະ​ໂຄ່ນ​ຕົ້ນ​ໄມ້​ລົງ ຫົວ​ຂວານ​ຫລຸດ​ຈາກ​ດ້າມ​ຖືກ​ເພື່ອນ​ບ້ານ​ຂອງ​ເຂົາ ແລະ​ຄົນ​ນັ້ນ​ກໍ​ເຖິງ​ແກ່​ຄວາມ​ຕາຍ ກໍ​ໃຫ້​ເຂົາ​ຫນີ​ໄປ​ຍັງ​ເມືອງ​ເຫລົ່າ​ນີ້​ເມືອງ​ໃດ​ເມືອງ​ນຶ່ງ ແລະ​ລອດ​ຕາຍ​ໄດ້ 6 ດ້ວຍ​ຢ້ານ​ວ່າ​ຜູ້​ອາ​ຄາດ​ກຳ​ລັງ​ໂກດ​ຈັດ​ຈະ​ໄລ່​ຕາມ​ຊາຍ​ຜູ້​ຂ້າ​ຄົນໆ​ນັ້ນ​ທັນ ເພາະ​ຫົນ​ທາງ​ໄກ​ແລ້ວ​ຂ້າ​ເຂົາ​ເສັຽ ແມ້​ວ່າ​ຊາຍ​ຜູ້​ນັ້ນ​ບໍ່​ມີ​ໂທດ​ເຖິງ​ຕາຍ ເພາະ​ເຂົາ​ບໍ່​ໄດ້​ເປັນ​ສັດ​ຕຣູ​ກັບ​ເພື່ອນ​ບ້ານ​ຂອງ​ເຂົາ​ມາ​ກ່ອນ 7 ເຫດ​ສັນນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ສັ່ງ​ທ່ານ​ວ່າ ໃຫ້​ທ່ານ​ຈັດ​ແຍກ​ຫົວ​ເມືອງ​ໄວ້​ສາມ​ຫົວ​ເມືອງ 8 ແລະ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຂະ​ຫຍາຍ​ອາ​ນາ​ເຂດ​ຂອງ​ທ່ານ ດັ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ຕິ​ຍານໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ແລະ​ປະ​ທານ​ແຜ່ນ​ດິນ​ທັງ​ສິ້ນ​ຊຶ່ງ​ພຣະ​ອົງ​ຊົງ​ສັນ​ຍາ​ຈະ​ປະ​ທານ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ໃຫ້​ແກ່​ທ່ານ 9 ໂດຍ​ມີ​ຂໍ້​ແມ້​ວ່າ ທ່ານ​ໄດ້​ລະ​ວັງ​ທີ່​ຈະ​ຮັ​ກ​ສາ​ບັນ​ຍັດ​ທັງ​ຫມົດ​ນີ້​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ທ່ານ​ໃນ​ວັນ​ນີ້ ໂດຍ​ທີ່​ທ່າ​ນ​ທັງຫລາຍ​ຮັກ​ພຣະ​ຜູ້​ເປັ​ນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ ແລະ​ດຳ​ເນີນ​ຢູ່​ໃນ​ທາງ​ຂອງ​ພຣະ​ອົງ​ສ​ເມີ​ ແລ້ວ​ທ່ານ​ຈົ່ງ​ເພີ້ມ​ຫົວ​ເມືອງ​ອີກ​ສາມ​ຫົວ​ເມືອງນອກ​ຈາກ​ສາມ​ຫົວ​ເມືອງ​ເຫລົ່າ​ນັ້ນ 10 ດ້ວຍ​ຢ້ານ​ວ່າ​ຜູ້​ທີ່​ບໍ່​ມີ​ຜິດ​ຈະ​ຕາຍ​ໃນ​ແຜ່ນ​ດິນ​ຂອງ​ທ່ານ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ​ເປັນ​ມໍ​ຣະ​ດົກ ແລະ​ທ່ານ​ທັງ​ຫລາຍ​ຈຶ່ງ​ຕ້ອງ​ຮັບ​ຜິດ​ຊອບ​ຄວາມ​ຜິດ​ໃນ​ເຣື່ອງ​ທີ່​ເຂົາ​ຕາຍ​ນັ້ນ 11 “ແຕ່​ຖ້າ​ວ່າ​ຜູ້​ໃດ​ກຽດ​ຊັງ​ເພື່ອນ​ບ້ານ​ຂອງ​ຕົນ ແລະ​ຊຸ່ມ​ຄອຍ​ດັກ​ເຂົາ​ຢູ່ ແລະ​ໄດ້​ລອບ​ຕີ​ເຂົາ​ເຖິງ​ແກ່​ຄວາມ​ຕາຍ ແລ້ວ​ຊາຍ​ຜູ້​ນັ້ນ​ກໍ​ຫນີ​ເຂົ້າ​ໄປ​ໃນ​ຫົວ​ເມືອງ​ເຫລົ່າ​ນັ້ນ​ເມືອງ​ໃດ​ເມືອງ​ນຶ່ງ 12 ແລ້ວ​ພວກ​ຜູ້​ໃຫຍ່​ໃນ​ເມືອງ​ຂອງ​ຊາຍ​ຜູ້​ນັ້ນ​ຈະ​ສົ່ງ​ຄົນ​ໃຫ້​ໄປ​ຮັບ​ຕົວ​ຊາຍ​ຜູ້​ນັ້ນ​ມາ​ຈາກ​ທີ່​ນັ້ນ ແລະ​ສົ່ງ​ຕົວ​ເຂົາ​ໃຫ້​ແກ່​ຜູ້​ອາ​ຄາດ ເພື່ອ​ເຂົາ​ຈະຕ້ອງ​ຖືກ​ໂທດ​ເຖິງ​ຕາຍ 13 ທ່ານຢ່າ​ເມດ​ຕາ​ສົງ​ສານ​ເຂົາ​ເລີຍ ແຕ່​ທ່ານ​ຈົ່ງ​ກຳ​ຈັດ​ຄວາມ​ຜິດ​ອັນ​ເນື່ອງ​ຈາກ​ຄວາມ​ຕາຍ​ຂອງ​ຜູ້​ທີ່​ບໍ່​ໄດ້​ກະ​ທຳ​ຜິດ​ນັ້ນ ໃຫ້​ສິ້ນ​ໄປ​ຈາກ​ອິສ​ຣາ​ເອນ​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ໄປດີ​ມາ​ດີ 14 “ໃນ​ເຣື່ອງ​ມໍ​ຣະ​ດົກ​ຊຶ່ງ​ທ່ານ​ຈະ​ຮັບ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານເປັນ​ກຳ​​ມະ​ສິດ​ນັ້ນ​ ທ່ານ​ຢ່າ​ຍົກ​ຍ້າຍ​ເສົາ​ເຂດ​ຂອງ​ເພື່ອນ​ບ້ານ​ຂອງ​ທ່ານ ຊຶ່ງ​ຄົນ​ບູ​ຮານ​ໄດ້​ປັກ​ໄວ້

ພຣະ​ບັນ​ຍັດ​ກ່ຽວ​ກັບ​ພຍານ

15 ພຍານ​ປາກ​ດຽວ​ຈະ​ຢືນ​ຢັນ​ກ່າວ​ໂທດ​ຜູ້​ທຳ​ຜິດ​ແນວ​ນຶ່ງ​ແນວ​ໃດ​ບໍ່​ໄດ້ ຢ່າງ​ນ້ອຍ​ທີ່​ສຸດ​ຕ້ອງ​ມີ​ສອງ​ປາກ​ຂຶ້ນ​ໄປ​ຈຶ່ງ​ຈະ​ພິ​ສູດ​ໄດ້​ວ່າ​ຄົນ​ນັ້ນ​ທຳ​ຜິດ 16 ຖ້າ​ຄົນ​ນຶ່ງ​ກ່າວ​ຮ້າຍ​ປ້າຍສີ​ອີກ​ຄົນ​ນຶ່ງວ່າ​ທຳ​ຜິດ 17 ກໍ​ໃຫ້​ທັງ​ສອງ​ຝ່າຍ​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນເຈົ້າ​ຕໍ່​ຫນ້າ​ປະ​ໂຣ​ຫິດ​ແລະ​ຜູ້​ພິ​ພາກ​ສາ​ຊຶ່ງ​ຢູ່​ທີ່​ນັ້ນ 18 ແລ້ວ​ຜູ້​ພິ​ພາກ​ສາ​ຈະ​ສືບ​ສວນ​ຫາ​ຄວາມຈິງ​ຢ່າງ​ລະ​ອຽດ​ແລະ​ເລິກ​ເຊິງ ຖ້າ​ພົບ​ວ່າ​ມີ​ຜູ້​ຫາ​ເຣື່ອງ​ໃສ່​ຮ້າຍ​ປ້າຍ​ສີ​ເພື່ອນ​ບ້ານ​ຂອງ​ຕົນ 19 ຜູ້​ນັ້ນ​ຈະ​ໄດ້​ຮັບ​ໂທດ​ແລະ​ຖືກ​ໃສ່​ຮ້າຍ​ປ້າຍ​ສີ​ເຫມືອນ​ກັນ ພວກ​ທ່ານ​ຈະ​ກຳ​ຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ຫມົດ​ໄປ​ໄດ້​ດ້ວຍ​ວິທີ​ນີ້​ແຫລະ 20 ເມື່ອ​ຄົນ​ອື່ນ​ໄດ້​ຍິນ​ເຣື່ອງ​ນີ້ ພວກ​ເຂົາ​ກໍ​ຈະ​ຢ້ານ​ແລະ​ຈະ​ບໍ່​ມີ​ໃຜ​ທຳ​ສິ່ງ​ຊົ່ວ​ຮ້າຍ​ຢ່າງ​ນັ້ນ​ອີກ 21 ພວກ​ທ່ານ​ຢ່າ​ເມດ​ຕາ​ສົງ​ສານ ຈົ່ງ​ລົງ​ໂທດ​ດ້ວຍ​ວິ​ທີ​ເອົາ​ຊີ​ວິ​ດ​ແທນ​ຊີ​ວິດ ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ ມື​ແທນ​ມື ແລະ​ຕີນ​ແທນ​ຕີນ

ພຣະບັນຍັດສອງ 20

ກົດ​ຫມາຍ​ກ່ຽວ​ກັບ​ການ​ສົງ​ຄາມ

1 “ເມື່ອ​ທ່ານ​ທັງ​ຫລາຍຈະ​ຍົກ​ໄປ​ທຳ​ສົງ​ຄາມ​ກັບ​ພວກ​ສັດ​ຕຣູ​ຂອງ​ທ່ານ ເຫັນມ້າ ຣົດ​ຮົບ ແລະ​ກອງ​ທັບ​ຫລວງ​ຫລາຍກວ່າ​ຂອງ​ທ່ານ ທ່ານ​ຢ່າ​ຢ້ານ​ກົວ​ເຂົາ​ເລີຍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ສະ​ຖິດ​ຢູ່​ກັບ​ທ່ານ ຜູ້​ຊົງ​ນຳ​ທ່ານ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ​ເອ​ຢິບ 2 ແລະ​ເມື່ອ​ໃກ້​ຈະ​ຮົບ​ກັນ ປະ​ໂຣ​ຫິດ​ຈະ​ອອກ​ມາ​ຢູ່​ຂ້າງ​ຫນ້າ​ແລະ​ກ່າວ​ແກ່​ປະ​ຊາ​ຊົນ​ 3 ແລະ​ຈະ​ກ່າວ​ວ່າ, “ໂອ ອິສ​ຣາ​ເອນ ຈົ່ງ​ຟັງ​ເຖີດ ວັນ​ນີ້​ທ່ານ​ມາໃກ້​ຈະ​ສູ້​ຮົບ​ກັບສັດ​ຕຣູ​ຂອງ​ທ່ານ ຢ່າ​ໃຫ້​ໃຈ​ຂອງ​ທ່ານ​ທັງ​ຫລາຍ​ວິ​ຕົກ ຢ່າ​ຢ້ານ​ຫລືຕົກ​ໃຈ ຫລື​ເກງ​ຂາມ​ຕໍ່​ສັດ​ຕຣູ​ເລີຍ 4 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ສະ​ເດັດ​ໄປ​ກັບ​ທ່ານ ຊົງ​ຕໍ່​ສູ້​ສັດ​ຕຣູ​ຂອງ​ທ່ານ​ເພື່ອ​ທ່ານ ຈະ​ປະ​ທານ​ຊັຍ​ຊະນະ​ແກ່​ທ່ານ 5 ແລ້ວ​ນາຍ​ທະ​ຫານ​ຈະ​ເວົ້າ​ກັບ​ປະ​ຊາ​ຊົນ​ວ່າ “ແມ່ນໃຜ​ທີ່​ສ້າງ​ບ້ານໃຫມ່ ແລະ​ຍັງ​ບໍ່​ໄດ້​ທຳ​ພິ​ທີ​ຖວາຍ​ບ້ານ​ນັ້ນ ໃຫ້​ຜູ້​ນັ້ນ​ກັບ​ໄປ​ບ້ານ​ຂອງ​ຕົນ ຢ້ານ​ວ່າ​ເຂົາ​ຈະ​ຕາຍ​ເສັຽ​ໃນ​ສົງ​ຄາມ ແລະ​ຄົນອື່ນ​ຈະ​ຖວາຍ​ບ້ານ​ນັ້ນ 6 ແມ່ນ​ໃຜ​ທີ່​ປູກ​ສວນອະ​ງຸ່ນ​ ແລະ​ຍັງ​ບໍ່​ໄດ້​ຮັບ​ປະ​ທານ​ຜົນ​ຈາກ​ສວນ​ອະ​ງຸ່ນ​ນັ້ນ ໃຫ້​ຜູ້​ນັ້ນ​ກັບ​ໄປ​ບ້ານ ຢ້ານ​ວ່າ​ເຂົາ​ຈະ​ຕາຍ​ເສັຽ​ໃນ​ສົງ​ຄາມ ແລະ​ຄົນ​ອື່ນ​ຈະ​ຮັບ​ປະ​ທານ​ຜົນ​ອະ​ງຸ່ນ​ນັ້ນ 7 ຜູ້​ໃດ​ທີ່​ຫມັ້ນ​ຍິງ​ໄວ້​ເປັນ​ເມັຽ​ແລ້ວ ແຕ່​ຍັງ​ບໍ່​ໄດ້​ແຕ່ງ​ງານ​ກັນ ໃຫ້​ຜູ້​ນັ້ນ​ກັບ​ໄປ​ບ້ານ​ຂອງ​ຕົນ ຢ້ານ​ວ່າ​ເຂົາ​ຈະ​ຕາຍ​ເສັຽ​ໃນ​ສົງ​ຄາມ ແລະ​ຊາຍ​ອື່ນ​ຈະ​ໄດ້​ນາງ​ໄປ​ເສັຽ” 8 ແລະ​ນາຍ​ທະ​ຫານ​ຈະ​ເວົ້າ​ກັບ​ປະ​ຊາ​ຊົນ​ຕໍ່​ໄປ ອີກວ່າ “ຜູ້​ໃດ​ທີ່​ຢູ່​ທີ່​ນີ້​ມີ​ຈິດ​ໃຈ​ຢ້ານ​ກົວ​ແລະ​ວິ​ຕົກ ໃຫ້​ຜູ້ນັ້ນ​ກັບ​ໄປ​ບ້ານ​ຂອງ​ຕົນ​ເສັຽ ຢ້ານ​ວ່າ​ຈິດ​ໃຈ​ເພື່ອນ​ຂອງ​ເຂົາ​ຈະ​ສ​ລາຍ​ໄປ​ເຫ​ມືອນ​ກັບ​ຈິດ​ໃຈ​ຂອງ​ເຂົາ” 9 ເມື່ອນາຍ​ທະ​ຫານ​ເວົ້າ​ກັບ​ປະ​ຊາ​ຊົນ​ຈົບ​ລົງ​ແລ້ວ ກໍ​ໃຫ້​ເລືອກ​ຕັ້ງ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ຕ່າງໆ​ໃຫ້​ເປັນ​ຫົວ​ຫນ້າ​ປະ​ຊາ​ຊົນ 10 “ເມື່ອ​ພວກ​ທ່ານ​ເຂົ້າ​ໄປ​ໃກ້​ເມືອງ​ຊຶ່ງ​ທ່ານ​ທັງ​ຫລາຍ​ຈະ​ໄປ​ສູ້​ຮົບ​ນັ້ນ ຈົ່ງ​ສ​ເນີ​ຫລັກ​ສັນ​ຕິ​ພາບ​ແກ່​ເມືອງ​ນັ້ນ​ກ່ອນ 11 ຖ້າ​ເຂົາ​ຕອບ​ທ່ານ​ຢ່າງ​ສັນ​ຕິ​ແລະ​ເປິດ​ປະ​ຕູ​ເມືອງ​ໃຫ້​ແກ່​ທ່ານ ກໍ​ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ທີ່​ພົບ​ຢູ່​ໃນ​ເມືອງ​ນັ້ນ​ທຳ​ງານໂຍ​ທາ​ໃຫ້​ແກ່​ທ່ານ​ແລະ​ບົວ​ລະ​ບັດ​ທ່ານ 12 ຖ້າ​ເມືອງ​ນັ້ນ​ໄປ​ຮ່ວມ​ສັນ​ຕິ​ກັບ​ທ່ານ ແຕ່​ກັບ​ອອກ​ມາ​ຮົບ ກໍ​ໃຫ້​ທ່ານ​ເຂົ້າ​ລ້ອມ​ຕີ​ເມືອງ​ນັ້ນ​ໄດ້ 13 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ເຈົ້າ ​ປະ​ທານ​ເມືອງ​ນັ້ນ​ໄວ້​ໃນ​ມື​ທ່ານ​ແລ້ວ ທ່ານ​ຈົ່ງ​ຂ້າ​ຊາຍ​ທຸກ​ຄົນ​ເສັຽດ້ວຍ​ຄົມ​ດາບ 14 ແຕ່​ຜູ້​ຍິງ​ແລະ​ເດັກ ສັດ​ແລະ​ທຸກ​ສິ່ງ​ໃນ​ເມືອງ​ນັ້ນ ຄື​ຂອງ​ທີ່​ຍຶດ​ໄວ້​ທັງ​ຫມົດ​ທ່ານ​ຈົ່ງ​ຍຶດ​ເອົາ​ເປັນ​ຂອງ​ຕົນ ທ່ານ​ຈົ່ງ​ພໍໃຈ​ໃນ​ຂອງ​ທີ່​ຍຶດ​ມາ​ຈາກ​ສັດ​ຕຣູ​ຂອງ​ທ່ານ ຊຶ່ງ​ພຣະ​ຜູ້​ເປັນເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ 15 ທ່ານ​ທັງ​ຫລາຍຈົ່ງ​ກະ​ທຳ​ເຊັ່ນ​ນີ້​ແກ່​ທຸກ​ຫົວ​ເມືອງ​ທີ່​ຢູ່​ໄກ​ຈາກ​ທ່ານ ຊຶ່ງບໍ່​ແມ່ນ​ຫົວ​ເມືອງ​ຂອງ​ປະ​ຊາ​ຊາດ​ໃກ້ໆ​ນີ້ 16 ແຕ່​ໃນ​ຫົວ​ເມືອງ​ຂອງ​ຊົນ​ຊາດ​ທັງ​ຫລາຍນີ້​ຊຶ່ງພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ​ເປັນ​ມໍ​ຣະ​ດົກ​ທ່ານ​ຢ່າ​ໄວ້​ຊີ​ວິດ​ສິ່ງ​ໃດໆ​ທີ່​ຫາຍ​ໃຈ​ໄດ້​ເລີຍ 17 ແຕ່​ຈົ່ງ​ທຳ​ລາຍ​ເຂົາ​ເສັຽ​ໃຫ້​ຫມົດສິ້ນ​ ຄື​ຄົນ​ຮິດ​ຕີ ຄົນ​ອາ​ໂມຣິດ ຄົນ​ກາ​ນາ​ອານ ຄົນເປ​ຣິສຊີ ຄົນຮີ​ວີ ແລະ​ຄົນ​ເຢ​ບຸສ ດັ່ງທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ບັນ​ຊາ​ໄວ້ 18 ເພື່ອ​ວ່າ​ເຂົາ​ຈະ​ບໍ່​ໄດ້​ສອນ​ທ່ານ​ໃຫ້​ກະ​ທຳ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ຊຶ່ງ​ເຂົາ​ໄດ້​ກະ​ທຳ​ເປັນ​ການ​ບົວ​ລະ​ບັດ​ຕໍ່​ພຣະ​ຂອງ​ເຂົາ ເພາະ​ການ​ກະ​ທຳ​ເຊັ່ນ​ນັ້ນ​ເປັນ​ການ​ກະ​ທໍາ​ບາບ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 19 “ເມື່ອ​ທ່ານ​ລ້ອມ​ຫົວ​ເມືອງ​ນຶ່ງ​ຢູ່​ຊ້າ​ນານ ເພື່ອ​ຈະ​ສູ້​ຮົບ​ເອົາ​ຫົວ​ເມືອງ​ນັ້ນ ຢ່າ​ໃຊ້​ຂວານ​ຟັນ​ທຳ​ລາຍ​ຕົ້ນ​ໄມ້​ຂອງ​ເມືອງ​ນັ້ນ​ເສັຽ ເພາະ​ທ່ານ​ທັງ​ຫລາຍ​ຈະ​ຮັບ​ປະ​ທານ​ຫມາກ​ຈາກ​ຕົ້ນ​ໄມ້​ນັ້ນ ຢ່າ​ໂຄ່ນ​ລົງ​ເລີຍ ຕົ້ນ​ໄມ້​ໃນ​ທົ່ງ​ນາ​ເປັນ​ມະ​ນຸດ ຫລື​ທ່ານ​ຈຶ່ງ​ຕ້ອງ​ລ້ອມ​ເພື່ອ​ຈະ​ຮົບ​ກັບ​ມັນ 20 ສະ​ເພາະ​ຕົ້ນ​ໄມ້​ທີ່​ທ່ານ​ຊາບ​ວ່າ​ບໍ່​ແມ່ນເປັນ​ອາ​ຫານ ທ່ານ​ຈະ​ທຳ​ລາຍ​ແລະ​ໂຄ່ນ​ລົງ​ກໍ​ໄດ້ ເພື່ອ​ຈະ​ໃຊ້​ສ້າງ​ເຄື່ອງ​ລ້ອມ​ເມືອງ​ຊຶ່ງ​ສູ້​ຮົບ​ກັບ​ທ່ານ ຈົນ​ກວ່າ​ເມືອງ​ນັ້ນ​ຈະ​ແຕກ

ພຣະບັນຍັດສອງ 21

ການ​ຈັດ​ການ​ເຣື່ອງ​ຄາ​ຕ​ກັມ​ທີ່​ບໍ່​ຮູ້​ຕົວ​ຜູ້​ກະ​ທຳ​ຜິດ

1 “ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ໃຫ້​ທ່ານ​ເປັນ​ກຳ​ມະ​ສິດ​ນັ້ນ ຖ້າ​ພົບ​ສົບ​ຄົນ​ທີ່​ຖືກ​ຂ້າ​ຖິ້ມ​ຢູ່​ກາງ​ແຈ້ງ ບໍ່​ຮູ້​ວ່າ​ຜູ້​ໃດ​ຂ້າ​ເຂົາ​ຕາຍ 2 ກໍ​ໃຫ້​ພວກ​ຜູ້​ໃຫຍ່ ແລະ​ຜູ້​ພິພາກ​ສາ​ຂອງ​ທ່ານ​ອອກ​ມາ​ວັດ​ເບິ່ງວ່າ ເມືອງ​ທີ່​ຢູ່​ກັບ​ສົບ​ຜູ້​ຕາຍ​ນັ້ນ​ເມືອງ​ໃດ​ຢູ່ໃກ້​ທີ່​ສຸດ 3 ໃຫ້​ພວກ​ຜູ້​ໃຫຍ່ຂອງ​ເມືອງ​ທີ່ຢູ່​ໃກ້​ທີ່​ສຸດ​ນັ້ນ​ນຳ​ງົວ​ແມ່​ໂຕ​ນຶ່ງ​ຊຶ່ງ​ຍັງ​ບໍ່​ເຄີຍ​ໃຊ້​ງານ ແລະ​ຍັງ​ບໍ່​ເຄີຍ​ທຽມ​ແອກ 4 ແລະ​ໃຫ້​ພວກ​ຜູ້​ໃຫຍ່​ຂອງ​ເມື​ອງ​ນັ້ນ​ນຳ​ງົວ​ແມ່​ໂຕ​ນັ້ນ​ໄປ​ທີ່​ຫຸບ​ເຂົາ​ຊຶ່ງ​ມີ​ນ້ຳ​ໄຫລ ຊຶ່ງ​ບໍ່​ມີ​ໃຜ​ໄຖ ຫລື​ຫວ່ານ​ເລີຍ ແລະ​ໃຫ້​ຫັກ​ຄໍ​ງົວ​ແມ່​ທີ່​ຫຸບ​ເຂົາ​ນັ້ນ 5 ແລະ​ປະ​ໂຣ​ຫິດ​ຜູ້​ເປັນ​ບຸດ​ຫລານ​ຂອງ​ເລ​ວີ​ຈະ​ຕ້ອງ​ອອກ​ມາ ດ້ວຍ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ໄດ້​ຊົງ​ເລືອກ​ເຂົາ​ໄວ້​ໃຫ້​ບົວ​ລະ​ບັດ​ພຣະ​ອົງ ແລະ​ໃຫ້​ອວຍ​ພອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ການ​ວິ​ວາດ ແລະ​ການ​ທຳ​ຮ້າຍ​ທຸກ​ເຣື່ອງ​ສິ້ນ​ສຸດ​ລົງ​ດ້ວຍ​ຄຳ​ຂອງ​ປະ​ໂຣ​ຫິດ​ເຫລົ່າ​ນີ້ 6 ແລະ​ພວກ​ຜູ້​ໃຫຍ່​ຂອງ​ເມືອງ​ທີ່​ຢູ່​ໃກ້​ຜູ້​ຖືກ​ຂ້າ​ທີ່​ສຸດ​ນັ້ນ​ຈະ​ລ້າງ​ມື​ຂອງ​ເຂົາ​ທັງ​ຫລາຍ​ເຫນືອງົວ​ແມ່​ຊຶ່ງ​ຖືກ​ຫັກ​ຄໍ​ທີ່​ໃນ​ຫຸບ​ເຂົາ​ນັ້ນ 7 ແລະ​ເຂົາ​ຈະ​ເປັນ​ພ​ຍານ​ວ່າ “ມື​ຂອງ​ເຮົາ​ທັງ​ຫລາຍ​ບໍ່​ໄດ້​ກະ​ທຳໃຫ້​ໂລຫິດ​ຂອງ​ຊາຍ​ຜູ້​ນີ້​ຕົກ ແລະ​ຕາ​ຂອງ​ເຮົາ​ທັ​ງ​ຫລາຍກໍ​ບໍ່​ໄດ້​ເຫັນ​ໂລ​ຫິດ​ຂອງ​ເຂົາ​ຕົກ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໂຜດ​ຍົກ​ໂທດ​ໃຫ້​ຊົນ​ຊາດ​ອິສ​ຣາ​ເອນ​ຄື​ປະ​ຊາ​ຊົນ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ໄຖ່​ໄວ້ ຂໍ​ຢ່າ​ຊົງ​ຖືກ​ໂທດ​ຊົນ​ຊາດ​ອິສ​ຣາ​ເອນ​ເນື່ອງ​ດ້ວຍຄວາມ​ຕາຍ​ຂອງ​ຜູ້​ບໍ່​ມີ​ຄວາມ​ຜິດ ແຕ່​ຂໍ​ຊົງ​ອະ​ພັຍ​ໂທດ​ອັນ​ເນື່ອງ​ຈາກ​ຄວາມ​ຕາຍ​ນີ້​ໃຫ້​ແກ່​ເຂົາ 9 ດັ່ງ​ນີ້​ແຫລະ ​ທ່ານ​ຈະ​ກຳ​ຈັດ​ຄວາມ​ຜິດ ອັນ​ເນື່ອງ​ຈາກ​ຄວາມ​ຕາຍ​ຂອງ​ຜູ້​ທີ່ບໍ່​ມີຜິດ​ນັ້ນ​ເສັຽ​ຈາກ​ຖ້າມ​ກາງ​ທ່ານ​ເມື່ອ​ທ່ານ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ການ​ປະ​ຕິ​ບັດ​ຕໍ່​ຍິງ​ຊະ​ເລີຍ​ເສິກ

10 “ເມື່ອ​ທ່ານ​ອອກ​ໄປ​ສູ້​ຮົບ​ກັບ​ສັດ​ຕຣູ​ຂອງ​ທ່ານ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ທ່ານ​ແລ້ວ ແລະ​ທ່ານ​ຈັບ​ເຂົາ​ມາ​ເປັນ​ຊະ​ເລີຍ 11 ແລະ​ທ່ານ​ເຫັນຍິງ​ງາມ​ຄົນ​ນຶ່ງ​ໃນ​ຫມູ່​ຊະ​ເລີຍ​ນັ້ນ ແລະ​ປາ​ຖ​ນາ​ຢາກ​ໄດ້​ມາ​ເປັນ​ເມັ​ຽ​ຂອງ​ທ່ານ 12 ທ່່ານ​ຈົ່ງ​ພາຍິງ​ມາ​ໄວ້​ທີ່​ເຮືອນ​ຂອງ​ທ່ານ ໃຫ້​ນາງ​ແຖ​ຫົວ ແລະ​ຕັດ​ເລັບ​ມື​ເສັຽ 13 ແລະ​ໃຫ້​ນາງ​ປ່ຽນເຄື່ອງແຕ່ງ​ກາຍ​ຢ່າງຊະ​ເລີຍ​ອອກ ແລະ​ໃຫ້​ຢູ່​ໃນ​ເຮືອນ​ຂອງ​ທ່ານ ໃຫ້​ໄວ້​ທຸກ​ເຖິງ​ບິ​ດາ​ມານ​ດາ​ຂອງ​ນາງ​ນຶ່ງ​ເດືອນ​ເຕັມ ຫລັງ​ຈາກ​ນັ້ນ​ທ່ານ​ຈຶ່ງ​ຈະ​ເຂົ້າ​ໄປ​ຫາ​ນາງ ແລະ​ເປັນ​ຜົວຂອງ​ນາງ​ໄດ້ ແລະ​ໃຫ້​ນາງ​ເປັນ​ພັ​ຣ​ຍາຂອງ​ທ່ານ 14 ພາຍ​ຫລັງ​ຖ້າ​ທ່ານ​ບໍ່​ພໍ​ໃຈ​ນາງ​ນັ້ນ​ເສັຽແລ້ວ ຈົ່ງ​ປ່ອຍ​ນາງ​ໄປ​ຕາມ​ແຕ່​ນາງ​ຈະ​ພໍ​ໃຈ​ໄປ​ທີ່​ໃດ ຢ່າ​ຂາຍ​ນາງ​ເອົາ​ເງິນ ຢ່າ​ກະ​ທຳ​ກັບ​ນາງ​ຢ່າງ​ທາດ ເພາະ​ທ່ານ​ໄດ້​ກະ​ທຳ​ໃຫ້​ນາງ​ໄດ້​ອາຍ​ແລ້ວ

ກົດ​ຫມາຍ​ເຣື່​ອງ​ບຸດ​ຫົວ​ປີ

15 “ຖ້າ​ຊາຍ​ຄົນ​ນຶ່ງ​ມີ​ພັ​ຣ​ຍາສອງ​ຄົນ ຮັກ​ຄົນ​ນຶ່ງ ບໍ່​ມັກອີກ​ຄົນ​ນຶ່ງ ພັ​ຣ​ຍາທັງ​ສອງ​ຄື​ທັງ​ຄົນ​ທີ່​ຮັກ ແລະ​ຄົນ​ທີ່​ບໍ່​ມັກ ກໍ​ມີ​ບຸດ​ດ້ວຍ​ກັນ ແລະ​ບຸດ​ຫົວ​ປີ​ເປັນ​ບຸດ​ຂອງ​ພັ​ຣ​ຍາ​ຄົນ​ທີ່​ຕົນ​ບໍ່​ມັກ 16 ເມື່ອ​ເຖິງວັນ​ແບ່ງ​ຊັບ​ສົມ​ສີນ​ໃຫ້​ແກ່​ບຸດ​ເປັນ​ມໍ​ຣະ​ດົກ​ນັ້ນ ຢ່າ​ໃຫ້​ເຂົາ​ກະ​ທຳ​ແກ່​ບຸດ​ຂອງ​ພັ​ຣ​ຍາ​ທີ່​ຕົນ​ຮັກ​ນັ້ນ​ເຫມືອນ​ຢ່າງ​ກັບ​ເປັນ​ບຸດ​ຫົວ​ປີ ແທນ​ບຸດ​ຂອງ​ພັ​ຣ​ຍາທີ່​ຕົນ​ບໍ່​ມັກ​ຊຶ່ງ​ເປັນ​ບຸດ​ຫົວ​ປີ 17 ແຕ່​ເຂົາ​ຕ້ອງຍອມ​ຮັບ​ບຸດ​ຫົວ​ປີ​ຄື​ບຸດ​ຂອງ​ພັ​ຣ​ຍາຄົນ​ທີ່​ຕົນ​ບໍ່​ມັກ ໂດຍ​ແບ່ງ​ເຄື່ອງ​ຂອງ​ໃຫ້​ແກ່​ບຸດ​ຫົວ​ປີ​ສອງ​ເທົ່າ ເພາະ​ວ່າ​ຄົນ​ນີ້​ເປັນ​ຕົ້ນ​ກຳ​ລັງ​ຂອງ​ບິ​ດາ ສິດ​ຂອງ​ບຸດ​ຫົວ​ປີ​ເປັນ​ຂອງ​ເຂົາ

ບຸດ​ທີ່​ບໍ່​ເຊື່ອ​ຟັງ

18 “ຖ້າ​ຊາຍ​ຄົນ​ໃດ​ມີ​ບຸດ​ທີ່​ດື້ ແລະ​ບໍ່​ຢູ່​ໃນ​ໂອ​ວາດ ບໍ່​ເຊື່ອຟັງ​ສຽງ​ຂອງ​ພໍ່ຂອງ​ຕົນ ຫລື​ສຽງ​ຂອງແມ່​ຂອງ​ຕົນ ແມ້​ວ່າ​ພໍ່​ແມ່ຈະ​ຕີ​ສອນ ເຂົາ​ກໍ​ບໍ່​ຍອມ​ຟັງ 19 ໃຫ້​ພໍ່​ແມ່ຈັບ​ຕົວ​ເຂົາ​ໃຫ້​ອອກ​ມາ​ຫາ​ພວກ​ຜູ້​ໃຫຍ່​ຂອງ​ເມືອງ​ນັ້ນ​ໃນ​ປະ​ຕູ​ເມືອງ​ທີ່​ເຂົາ​ອາ​ໄສ​ຢູ່ 20 ແລະ​ເຂົາ​ຈະ​ເວົ້າ​ກັບ​ພວກ​ຜູ້​ໃຫຍ່​ຂອງ​ເມືອງ​ນັ້ນ​ວ່າ “ບຸດ​ຊາຍ​ຂອງ​ເຮົາ​ຄົນ​ນີ້​ເປັນ​ຄົນ​ດື້​ດືງ ແລະ​ບໍ່​ຢູ່​ໃນ​ໂອ​ວາດ ບໍ່​ເຊື່ອ​ຟັງ​ສຽງ​ເຮົາ ເປັນ​ຄົນ​ເກ​ເ​ລ ແລະ​ຂີ້​ເມົາ 21 ແລ້ວ​ຜູ້​ຊາຍ​ໃນ​ເມືອງ​ນັ້ນ​ຈະ​ເອົາ​ຫີນ​ແກ່ວງ​ໃສ່​ເຂົາ​ໃຫ້​ຕາຍ ດັ່ງ​ນັ້ນ​ທ່ານ​ຈະ​ໄດ້​ກຳ​ຈັດ​ຄວາມ​ຊົ່ວ​ເສັຽ​ຈາກ​ຖ້າມ​ກາງ​ທ່ານ ຄົນ​ອິສ​ຣາ​ເອນ​ທັງ​ປວງ​ຈະ​ໄດ້​ຍິນ​ແລະ​ຢຳ​ເກງ

ກົດ​ຫມາຍ​ຕ່າງໆ

22 “ຖ້າ​ຄົນ​ໃດ​ໄດ້​ກະ​ທໍາ​ຄວາມ​ຜິດ​ອັນ​ມີ​ໂທດ​ເຖິງ​ຕາຍ ແລະ​ເຂົາ​ຖືກ​ປະ​ຫານ​ຊີ​ວິດ ແລະ​ແຂວນ​ເຂົາ​ໄວ້​ທີ່​ຕົ້ນ​ໄມ້ 23 ຢ່າ​ໃຫ້​ສົບ​ຄ້າງ​ຢູ່​ທີ່​ຕົ້ນ​ໄມ້​ຂ້າມ​ຄືນ ທ່ານ​ຈົ່ງ​ຝັງ​ເຂົາ​ເສັຽ​ໃນ​ວັນ​ດຽວ​ກັນ​ນັ້ນ ດ້ວຍ​ວ່າ​ຜູ້​ທີ່​ຕ້ອງ​ຖືກ​ແຂວນ​ໄວ້​ເທິງ​ຕົ້ນ​ໄມ້​ກໍ​ຕ້ອງ​ຖືກ​ສາບ​ແຊ່ງ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ຢ່າ​ກະ​ທຳ​ໃຫ້​ແຜ່ນ​ດິນ​ຂອງ​ທ່ານ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່າ​ນ​ໃຫ້​ເປັນ​ມໍ​ຣະ​ດົກ​ນັ້ນ​ເປັນ​ມົນ​ທິນ

ພຣະບັນຍັດສອງ 22

1 “ເມື່ອ​ທ່ານ​ທັງ​ຫລາຍ​ເຫັນ​ງົວ ຫລື​ແກະ​ຂອງ​ພີ່​ນ້ອງ​ຂອງ​ທ່ານ​ຫລົງ​ມາ ຢ່າ​ໄດ້​ທຳ​ເມີນ​ເສີຍ ຈົ່ງ​ພາ​ສັດ​ເຫລົ່າ​ນັ້ນ​ກັບ​ໄປ​ໃຫ້​ພີ່​ນ້ອງ​ຂອງ​ທ່ານ 2 ຖ້າ​ບ້ານ​ເຂົາ​ຢູ່​ບໍ່​ໃກ້ ຫລື​ທ່ານ​ບໍ່​ຮູ້​ຈັກ​ຕົວ​ເຂົາ ຈົ່ງ​ນຳ​ສັດ​ເຫລົ່າ​ນັ້ນ​ມາ​ໄວ້​ທີ່​ບ້ານ​ຂອງ​ທ່ານ ແລະ​ໃຫ້​ຢູ່​ກັບ​ທ່ານ​ຈົນ​ພີ່​ນ້ອງ​ມາ​ທ່ຽວ​ຊອກ​ຫາ ແລ້ວ​ທ່ານ​ຈົ່ງ​ມອບ​ຄືນ​ໃຫ້​ເຂົາ​ໄປ​ 3 ລໍ​ຂອງ​ພີ່​ນ້ອງ​ທ່ານ​ກໍ​ຈົ່ງ​ຄືນ​ໃຫ້​ເຫມືອນ​ກັນ ເສື້ອ​ຜ້າ​ຂອງ​ພີ່​ນ້ອງ​ທ່ານ​ກໍ​ຈົ່ງ​ຄືນ​ໃຫ້​ເຫມືອນ​ກັນ ສິ່ງ​ໃດ​ຂອງ​ພີ່​ນ້ອງ​ທີ່​ຫາຍ​ໄປ ແລະ​ທີ່​ທ່ານ​ພົບເຂົ້າ​ ທ່ານ​ຈົ່ງ​ຄືນ​ໃຫ້​ແກ່​ເຂົາ ທ່ານ​ຢ່າ​ທຳ​ເມີນ​ເສີຍ​ບໍ່​ຊ່ອຍ​ເຂົາ 4 ຖ້າ​ທ່ານ​ເຫັນ​ລໍ ຫ​ລື​ງົວ​ຂອງ​ພີ່​ນ້ອງ​ລົ້ມ​ຢູ່​ຕາມ​ທາງ ຢ່າ​ທຳ​ເມີນ​ເສີຍ ທ່ານ​ຈົ່ງ​ຊ່ອຍ​ພະ​ຍຸງ​ສັດ​ເຫລົ່າ​ນັ້ນ​ຂຶ້ນ​ອີກ 5 “ຢ່າ​ໃຫ້​ຜູ້​ຍິງ​ໃຊ້​ເຄື່ອງ​ນຸ່ງຂອງ​ຜູ້​ຊາຍ ແລະ​ຢ່າ​ໃຫ້​ຜູ້​ຊາຍ​ນຸ່ງ​ເຄື່ອງດ້ວຍ​ເຄື່ອງ​ຂອງ​ຜູ້​ຍິງ ເພາະ​ຜູ້​ໃດ​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ກໍ​ເປັນ​ທີ່​ຫນ້າ​ລັງ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 6 “ຖ້າ​ທ່ານ​ບັງ​ເອີນ​ໄປ​ພົບ​ຮັງ​ນົກ​ຢູ່​ຕາມ​ທາງ ເທິງ​ຕົ້ນ​ໄມ້​ຫລື​ພີ້ນ​ດິນ ມີ​ລູກ​ນົກ ຫລື​ໄຂ່ ແລະ​ແມ່​ນົກ​ກຳ​ລັງ​ຟັກ​ໄຂ່​ຫລື​ເຝົ້າ​ລູກ​ຂອງ​ມັນ​ຢູ່ ທ່ານ​ຢ່າ​ເອົາ​ແມ່​ນົກ​ກັບ​ລູກ​ນົກ​ໄປ 7 ທ່ານ​ຈົ່ງ​ປ່ອຍ​ແມ່​ນົກ​ໄປ​ເສັຽ ແຕ່​ລູກ​ນົກ​ນັ້ນ​ທ່ານ​ຈະ​ເອົາ​ໄປ​ເປັນ​ຂອງ​ທ່ານ​ກໍ​ໄດ້ ເພື່ອ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ຈຳ​ເຣີນ ແລະ​ທ່ານ​ຈະ​ມີ​ອາ​ຍຸ​ຍືນ​ນານ 8 “ເມື່ອ​ທ່ານ​ກໍ່​ເຮືອນ​ໃຫມ່ ຈົ່ງ​ກໍ່​ຂອບ​ຂຶ້ນ​ກັນ​ໄວ້ທີ່​ດາດ​ຟ້າ​ຫລັງ​ຄາ ເພື່ອ​ທ່ານ​ຈະ​ບໍ່​ໄດ້​ນຳ​ໂທດ​ມາ​ສູ່ເຮືອນ​ນັ້ນ​ເພາະ​ມີ​ຄົນ​ພັດ​ຕົກ​ລົງ​ມາ​ຈາກ​ຫລັງ​ຄາ​ຕາຍ 9 “ຢ່າ​ເອົາ​ເມັດ​ພືດ​ສອງ​ຊະ​ນິດ​ຫວ່ານ​ລົງ​ໃນ​ສວນ​ອະ​ງຸ່ນ​ຂອງ​ທ່ານ ຢ້ານ​ວ່າ​ຜົນ​ທັງ​ຫມົດ​ນັ້ນ​ຈະ​ຕ້ອງມອບ​ໃຫ້​ແກ່​ສະ​ຖານ​ນະ​ມັ​ສ​ການ​ຄື​ທັງ​ພືດ​ຜົນ​ທີ່​ທ່ານ​ຫວ່ານ ແລະ​ຜົນ​ອະ​ງຸ່ນ​ຂອງ​ສວນ​ນັ້ນ 10 ທ່ານ​ຢ່າ​ເອົາ​ງົວ ແລະ​ລໍ​ເຂົ້າ​ທຽມ​ໄຖ​ດ້ວຍກັນ 11 ທ່ານ​ຢ່າ​ສວມ​ເຄື່ອງນຸ່ງທີ່​ຕ່ຳ​ດ້ວຍ​ຂົນ​ສັດ​ປົນ​ດ້າຍ​ປ່ານ 12 “ທ່າ​ນ​ຈົ່ງ​ຫຍິບ​ຍ່ອຍ​ຫ້ອຍ​ໄວ້​ທີ່​ສີ່​ແຈ​ຂອງ​ເສື້ອ​ຄຸມ​ຂອງ​ທ່ານ ຊຶ່ງ​ທ່ານໃຊ້​ຄຸມ​ຕົວ

ກົດ​ຫມາຍ​ເຣື່ອງ​ຄວາມ​ບໍ​ຣິ​ສຸດ​ທາງ​ເພດ

13 “ຖ້າ​ຊາຍ​ຄົນ​ໃດ​ໄດ້​ພັ​ຣ​ຍາ ແລະ​ໄດ້​ສົມ​ສູ່​ຢູ່​ກັບ​ນາງ ແລ້ວເກີດ​ກຽດ​ຊັງ​ນາງ 14 ແລະ​ຫາ​ເຫດ​ວ່າ​ຍິງ​ນັ້ນ​ປະ​ພຶດ​ສິ່ງ​ທີ່​ຫນ້າ​ອາຍ ກະ​ທຳ​ໃຫ້​ຊື່​ສຽງ​ຂອງ​ນາງ​ເສັຽ​ຫາຍ ໂດຍ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຮັບ​ຍິງ​ຄົນ​ນີ້ມາ​ເປັນ​ພັ​ຣ​ຍາ ຄັນ​ຂ້າ​ພະ​ເຈົ້າ​ສົມ​​ສູ່ກັບ​ນາງກໍ​ເຫັນ​ວ່າ​ນາງ​ບໍ່​ມີ​ເຄື່ອງ​ຫມາຍ​ຂອງ​ຍິງ​ພົມ​ມະ​ຈາ​ຣີ 15 ພໍ່​ຂອງ​ຍິງ​ສາວ​ຄົນ​ນັ້ນ ແລະ​ແມ່​ຈະ​ຕ້ອງນຳ​ຂອງ​ສຳ​ຄັນ ອັນ​ເປັນ​ພ​ຍານ​ວ່າ​ຍິງສາວ​ນັ້ນ​ເປັນ​ພົມ​ມະ​ຈາ​ຣີ​ມາ​ໃຫ້​ພວກ​ຜູ້​ໃຫຍ່​ຂອງ​ເມືອງ​ນັ້ນ​ທີ່​ປະ​ຕູ​ເມືອງ 16 ແລະ​ພໍ່ຂອງ​ຍິງ​ສາວ​ນັ້ນ​ຈະ​ບອກ​ກັບ​ພວກ​ຜູ້​ໃຫຍ່​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຍົກ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ພັ​ຣ​ຍາ​ຊາຍ​ຄົນ​ນີ້ ແລະ​ເຂົາ​ກັບ​ກຽດ​ຊັງ 17 ນີ້​ແຫລະ​ຊາຍ​ຄົນ​ນີ້​ຫາ​ເຫດ​ກ່າວ​ຕິ​ຕຽນ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ວ່າ​ບຸດ​ສາວ​ຂອງ​ທ່ານ​ມີ​ເຄື່ອງ​ຫມາຍ​ຂອງ​ຍິງ​ພົມ​ມະ​ຈາ​ຣີ​ເລີຍ” ນີ້​ແຫລະ​ແມ່ນ​ຂອງ​ສຳ​ຄັນ​ວ່າ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຍິງ​ພົມ​ມະ​ຈາ​ຣີ” ແລ້ວ​ເຂົາ​ຈະ​ໃຈ້​ເຄື່ອງ​ແຕ່ງ​ກາຍ​ນັ້ນ​ອອກ​ຕໍ່​ຫນ້າ​ພວກ​ຜູ້​ໃຫຍ່​ໃຫ້​ເປັນ​ພຍານ 18 ໃຫ້​ພວກ​ຜູ້​ໃຫຍ່ຂອງ​ເມືອງ​ນັ້ນ​ຈັບ​ຊາຍ​ຄົນ​ນັ້ນ​ມາ​ຂ້ຽນ 19 ແລະ​ປັບ​ໂທດ​ເຂົາ​ນຶ່ງ​ຮ້ອຍ​ເຊ​ເກ​ລ ແລະ​ມອບ​ເງິນ​ນັ້ນ​ໃຫ້​ແກ່​ບິ​ດາ​ຂອງ​ຍິງ​ສາວ ເພາະ​ເຂົາ​ທຳ​ໃຫ້​ຍິງ​ພົມ​ມະ​ຈາ​ຣີ​ອິສ​ຣາ​ເອນ​ຄົນ​ນຶ່ງ​ເສັຽ​ຊື່ ຍິງ​ນັ້ນ​ຈະ​ເປັນ​ພັ​ຣ​ຍາຂອງ​ເຂົາ​ຕໍ່​ໄປ ເຂົາ​ຈະ​ຢ່າ​ຮ້າງ​ບໍ່​ໄດ້​ເລີຍ​ຕລອດ​ຊີ​ວິດ 20 ແຕ່​ຖ້າ​ເຣື່ອງ​ນັ້ນ​ເປັນ​ຄວາມ​ຈິງ ແລະ​ຫາ​ເຄື່ອງ​ຫມາຍ​ຂອງ​ຍິງ​ພົມ​ມະ​ຈາ​ຣີ​ທີ່​ຍິງ​ສາວນັ້ນ​ບໍ່​ໄດ້ 21 ເຂົາ​ຈະ​ພາ​ຍິງ​ສາວ​ນັ້ນ​ອອກ​ມາ​ນອກ​ປະ​ຕູ​ເຮືອນ​ພໍ່​ຂອງ​ນາງ ແລ້ວ​ຊາວ​ເມືອງ​ຈະ​ເອົາ​ຫີນ​ແກ່ວງ​ໃສ່​ນາງ​ໃຫ້​ຕາຍ ເພາະ​ນາງ​ໄດ້​ກະ​ທຳ​ຄວາມ​ໂງ່​ຈ້າ​ໃນ​ອິສ​ຣາ​ເອນ ຄື​ເປັນ​ຍິງ​ໂສ​ເພ​ນີໃນ​ເຮືອນ​ຂອງ​ພໍ່ ດັ່ງ​ນີ້​ແຫລະ​ທ່ານ​ຈະ​ກຳ​ຈັດ​ຄວາມ​ຊົ່ວ​ອອກ​ຈາກ​ຖ້າມ​ກາງ​ທ່ານ 22 “ຖ້າ​ພົບ​ຊາຍ​ຄົນ​ນຶ່ງ​ໄປ​ສົມ​ສູ່​ກັບ​ພັ​ຣ​ຍາຂອງ​ຄົນ​ອື່ນ ທັງ​ສອງ​ຄົນ ຄື​ຊາຍ​ທີ່​ໄປ​ສົມ​ສູ່ກັບ​ຍິງ ແລະ​ຍິງ​ຄົນ​ນັ້ນ​ຈະ​ຕ້ອງມີ​ໂທດ​ເຖິງ​ຕາຍ ດັ່ງ​ນີ້​ແຫລະ​ທ່ານ​ຈະ​ກຳ​ຈັດ​ຄວາມ​ຊົ່ວ​ຈາກ​ອິສ​ຣາ​ເອນ 23 “ຖ້າ​ມີ​ຍິງ​ພົມ​ມະ​ຈາ​ຣີ​ຄົນ​ນຶ່ງ​ຫມັ້ນ​ໄວ້​ແລ້ວ ແລະ​ມີ​ຊາຍ​ຄົນ​ນຶ່ງ​ໄປ​ພົບ​ນາງ​ໃນ​ເມືອງ ແລະໄດ້​ສົມ​ສູ່​ກັບ​ນາງ 24 ທ່ານ​ຈົ່ງ​ພາ​ເຂົາ​ທັງ​ສອງ​ອອກ​ໄປ​ນອກ​ປະ​ຕູ​ເມືອງ​ນັ້ນ ແລະ​ທ່ານ​ຈົ່ງ​ເອົາ​ຫີນ​ແກ່ວງ​ໃສ່​ເຂົາ​ທັງ​ສອງ​ໃຫ້​ຕາຍ​ເສັຽ ຍິງ​ສາວ​ຄົນ​ນັ້ນ​ ເພາະ​ວ່າ​ເຖິງຢູ່​ໃນ​ເມືອງ​ກໍ​ບໍ່​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ ຊາຍ​ຄົນ​ນັ້ນ ເພາະ​ວ່າ​ໄດ້​ກະ​ທຳ​ໃຫ້​ພ​ຣັຍາ​ຂອງ​ເພື່ອນ​ບ້ານ​ໄດ້​ຮັບ​ຄວາມ​ລະ​ອາຍ ດັ່ງ​ນີ້​ແຫລະ​ ທ່ານ​ທັ​ງຫລາຍ​ຈະ​ກຳ​ຈັດ​ຄວາມ​ຊົ່ວ​ເສັຽ​ຈາກ​ຖ້າມ​ກາງ​ທ່ານ 25 “ແຕ່​ຖ້າ​ຊາຍ​ຄົນ​ນຶ່ງ​ໄປ​ພົບ​ຍິງ​ສາວ​ທີ່​ຄົນອື່ນ​ຫມັ້ນ​ໄວ້​ແລ້ວ​ທີ່​ກາງ​ທົ່ງ ຊາຍ​ຄົນ​ນັ້ນ​ຈັບ​ຕົວ​ຍິງ​ນັ້ນ​ແລະ​ໄດ້​ສົ​ມ​ສູ່ກັບ​ນາງ ສະ​ເພາະ​ຜູ້​ຊາຍ​ຄົນ​ທີ່​ສົມ​ສູ່​ກັບ​ນາງ​ເທົ່າ​ນັ້ນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ 26 ແຕ່​ທ່ານ​ຢ່າ​ທຳ​ໂທດ​ຍິງ​ສາວ​ນັ້ນ​ເລີຍ ຝ່າຍ​ຍິງ​ສາວ​ນັ້ນ​ບໍ່ມີ​ຄວາມຜິດ​ສິ່ງ​ໃດ​ທີ່​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ ເພາະ​ຄະ​ດີ​ເຣື່ອງ​ນີ້​ກໍ​ເຫມືອນ​ກັບ​ຄະ​ດີ​ເຣື່ອງ​ຊາຍ​ຄົນ​ນຶ່ງ​ເຂົ້າ​ຕໍ່​ສູ້ ແລະ​ຂ້າ​ເພື່ອນ​ບ້ານ​ຂອງ​ຕົນ 27 ເພາະ​ຊາຍ​ນັ້ນ​ພົບ​ນາງ​ທີ່​ກາງ​ທົ່ງ ແມ້​ວ່າ​ຍິງ​ສາວ​ທີ່​ເຂົາ​ຫມັ້ນ​ໄວ້​ຄົນ​ນັ້ນ​ຈະ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ກໍ​ບໍ່​ມີ​ໃຜ​ມາ​ຊ່ອຍ​ໄດ້ 28 “ຖ້າ​ຊາຍ​ຄົນ​ນຶ່ງ​ພົບ​ຍິງ​ພົມ​ມະ​ຈາ​ຣີ​ຍັງ​ບໍ່​ມີ​ຄົນ​ຫມັ້ນ ເຂົາ​ຈຶ່ງ​ຈັບ​ຕົວ​ນາງ ແລະ​ໄດ້​ສົມ​ສູ່ກັບ​ນາງ ມີ​ຜູ້​ຮູ້​ເຫັນ 29 ຊາຍ​ຜູ້​ທີ່​ໄດ້​ສົມ​ສູ່ກັບ​ນາງ​ນັ້ນ​ຈະ​ຕ້ອງມອບ​ເງິນ​ຫ້າ​ສິບ​ເຊເກ​ລ​ໃຫ້​ແກ່​ພໍ່​ຂອງຍິງ​ສາວ​ຄົນ​ນັ້ນ ແລະ​ໃຫ້​ຍິງ​ຕົກ​ເປັນ​ພັ​ຣ​ຍາຂອງ​ຜູ້​ຊາຍ​ຄົນ​ນັ້ນ ເພາະ​ເຂົາ​ໄດ້​ທຳ​ໃຫ້​ນາງ​ໄດ້​ຮັບ​ຄວາມ​ອາຍ ແລະ​ເຂົາ​ຈະ​ຢ່າ​ຮ້າງ​ກັບ​ນາງ​ບໍ່​ໄດ້​ຕລອດ​ຊີ​ວິດ 30 “ຫ້າມ​ບໍ່​ໃຫ້​ຜູ້​ຊາຍ​ຄົນ​ໃດ​ເອົາ​ເມັຽ​ຂອງ​ພໍ່​ມາ​ເປັນ​ພັ​ຣ​ຍາຂອງ​ຕົນ ແລະ​ຫ້າມ​ບໍ່​ໃຫ້​ເປີດ​ຜ້າ​ຂອງ​ນາງ​ຜູ້​ເປັນ​ຂອງ​ພໍ່

ພຣະບັນຍັດສອງ 23

ຜູ້​ທີ່​ຕ້ອງ​ຢູ່​ນອກ​ການ​ປະ​ຊຸມ

1 “ຊາຍ​ຄົນ​ໃດ​ທີ່​ຖືກ​ຕອນ​ ຫລື​ອະ​ວັ​ຍະ​ວະ​ສືບ​ພັນ​ພິ​ການ ຢ່າ​ໃຫ້​ເຂົ້າ​ໃນ​ການ​ປະ​ຊຸມ​ຂອງ​ພຣະຜູ້​ເປັນ​ເຈົ້າ 2 “ຫ້າມ​ບໍ່​ໃຫ້​ລູກນອກ​ກົດ​ຫມາຍ​ເຂົ້າ​ໃນ​ການ​ປະ​ຊຸມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢ່າ​ໃຫ້​ເຊື້ອ​ສາຍ​ຂອງ​ເຂົາ​ເຂົ້າ​ໃນ​ການ​ປະ​ຊຸມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົນ​ເຖິງ​ສິບ​ຊົ່ວ​ອາ​ຍຸ​ຄົນ 3 “ຢ່າ​ໃຫ້​ຄົນ​ອັມ​ໂມນ ຫລື​ຄົນ​ໂມ​ອາບ​ເຂົ້າ​ໃນ​ການ​ປະ​ຊຸມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ບຸກ​ຄົນ​ທີ່​ເປັນ​ເຊື້ອ​ສາຍ​ຂອງ​ຄົນ​ທັງ​ສອງ​ເຜົ່າ​ນີ້​ຫ້າມ​ບໍ່​ໃຫ້​ເຂົາ​ໃນ​ການ​ປະ​ຊຸ​ມຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ​ຈົນ​ເຖິງສິບຊົ່ວ​ອາ​ຍຸ​ຄົນ 4 ເພາະ​ວ່າ​ຄົນ​ເຫລົ່າ​ນີ້​ບໍ່​ໄດ້​ມາ​ຕ້ອນ​ຮັບ​ທ່ານ​ທັງ​ຫລາຍ​ຕາມ​ທາງ​ດ້ວຍ​ເຂົ້າ​ຈີ່​ແລະ​ນ້ຳ​ ເມື່ອ​ທ່ານ​ອອກ​ຈາກ​ເອ​ຢິບເພາະ​ວ່າ​ເຂົາ​ໄດ້​ຈ້າງ​ບາ​ລາ​ອາມບຸດ​ເບ​ໂອຣ໌ ​ມາ​ຈາກ​ເປ​ໂດຣ໌ ​ແຫ່ງ​ເມ​ໂຊ​ໂປ​ຕາ​ເມັຽມາ​ສາບ​ແຊ່ງ​ພວກ​ເຈົ້າ 5 ຢ່າງ​ໃດ​ກໍ​ດີ​ພຣະ​ຜູ້​ເປັນເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ບໍ່​ໄດ້​ຟັງ​ບາ​ລາ​ອາມ ແຕ່​ພຣະຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ປ່ຽນ​ຄຳ​ສາ​ບ​ແຊ່ງ​ໃຫ້​ເປັນ​ຄຳ​ອວຍ​ພອນ​ທ່ານ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ຮັກ​ທ່ານ 6 ທ່ານ​ຢ່າ​ສ້າງ​ຄວາມ​ສຸກ​ສຳ​ຣານ ຫລື​ຄວາມ​ຈຳເຣີນ​ໃຫ້​ເຂົາ​ຕລອດ​ຊີ​ວິດຂອງ​ທ່ານ​ທັ​ງ​ຫລາຍ​ເປັນນິດ 7 “ທ່ານ​ທັງ​ຫລາຍ​ຢ່າ​ກຽດ​ຄົນ​ເອ​ໂດມ ເພາະ​ເຂົາ​ເປັນ​ພີ່​ນ້ອງ​ຂອງ​ທ່ານ ທ່ານ​ຢ່າ​ກຽດ​ຄົນ​ເອ​ຢິບ ເພາະ​ທ່ານ​ທັງ​ຫລາຍ​ເປັນ​ຄົນ​ຕ່າງ​ດ້າວ​ຢູ່​ໃນແຜ່ນ​ດິນ​ຂອງ​ເຂົາ​ນັ້ນ 8 ເດັກ​ນ້ອຍ​ຊົ່ວ​ອາ​ຍຸ​ທີ່​ສາມ​ຊຶ່ງ​ເກີດ​ກັບ​ຄົນ​ເຫລົ່າ​ນີ້​ຈະ​ເຂົ້າ​ໃນ​ການ​ປະ​ຊຸມ​ຂອງ​ພຣະ​ເຈົ້າ​ກໍ​ໄດ້

ການ​ຮັກ​ສາ​ຄ້າຍ​ທະ​ຫານ​

9 “ເມື່ອ​ທ່ານ​ອອກ​ໄປ​ສູ້​ຮົບ​ກັບ​ສັດ​ຕຣູຂອງ​ທ່ານ ແລະ​ເມື່ອ​ທ່ານຍັງ​ຢູ່​ໃນ​ຄ້າຍ ທ່ານ​ຈົ່ງ​ລະ​ວັງ​ຕົວ​ໃຫ້​ພົ້ນ​ຈາກ​ສິ່ງ​ຊົ່ວ​ທຸກ​ຢ່າງ 10 “ຖ້າ​ຄົນ​ໃດ​ໃນ​ພວກ​ທ່ານ​ບໍ່​ສະ​ອາດ ດ້ວຍ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ເວ​ລາ​ກາງ​ຄືນ ເຂົາ​ຕ້ອງ​ໄປ​ຢູ່ນອກ​ຄ້າຍ ຢ່າ​ໃຫ້​ເຂົາ​ເຂົ້າ​ມາ​ໃນ​ຄ້າຍ 11 ແຕ່​ເມື່ອ​ເຖິງ​ເວ​ລາ​ຄ່ຳ​ແລ້ວ ໃຫ້​ເຂົາ​ອາບ​ນ້ຳ​ຊຳ​ຮະ​ຕົວ ແລະ​ເມື່ອດວງ​ອາ​ທິດ​ຕົກ​ແລ້ວ​ເຂົາ​ຈະ​ກັບ​ເຂົ້າ​ມາ​ໃນ​ຄ້າຍ​ກໍ​ໄດ້ 12 “ທ່ານ​ທັງ​ຫລາຍ​ຕ້ອງ​ມີ​ທີ່​ພາຍນອກ​ຄ້າຍ ເພື່ອ​ຈະ​ອອກ​ໄປ​ເຖິງ​ໄດ້ 13 ແລະ​ທ່ານ​ຕ້ອງ​ມີ​ໄມ້​ສ້ຽມ​ຮວ​ມ​ໄວ້​ກັບ​ເຄື່ອງ​ອາ​ວຸດ ແລະ​ເມື່ອ​ທ່ານ​ນັ່ງ​ລົງ​ໃນ​ທີ່​ຂ້າງນອກ​ນັ້ນ ທ່ານ​ຈົ່ງ​ໃຊ້​ໄມ້ຂຸດ​ຂຸມ​ໄວ້ ແລະ​ຫັນ​ໄປໃຊ້​ດິນ​ຖົມ​ໄວ້ 14 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ດຳ​ເນີນ​ຢູ່​ຖ້າມ​ກາງ​ຄ້າຍ​ຂອງ​ທ່ານ ເພື່ອ​ຈະ​ຊ່ອຍ​ເຫລືອ​ທ່ານ​ແລະ​ມອບ​ສັດ​ຕຣູ​ຂອງ​ທ່ານ​ໄວ້​ໃນ​ມື​ທ່ານ ເພາະ​ສະ​ນັ້ນ​ຄ້າຍ​ຂອງ​ທ່ານ​ຕ້ອງ​ບໍ​ຣິ​ສຸດ ເພື່ອ​ພຣະ​ອົງ​ຈະ​ບໍ່​ທອດ​ພຣະ​ເນດ​ໃນ​ສິ່ງ​ໂສ​ໂຄກ​ໃນ​ຫມູ່​ພວກ​ທ່ານ ແລະ​ສະ​ເດັດ​ໄປ​ເສັຽ​ຈາ​ກທ່ານ 15 “ຖ້າ​ມີ​ທາດ​ຫນີ​ຈາກ​ນາຍຂອງ​ເຂົາ​ມາ​ຢູ່ກັບທ່ານ ຢ່າ​ຈັບ​ທາດ​ນັ້ນ​ໄປ​ສົ່ງ​ນາຍ​ຂອງ​ເຂົາ 16 ຈົ່ງ​ໃຫ້​ທາດ​ນັ້ນ​ຢູ່​ກັບ​ທ່ານ ຢູ່​ໃນ​ຫມູ່​ພວກ​ທ່ານ ໃຫ້​ຢູ່​ໃນ​ທີ່​ຊຶ່ງ​ເຂົາ​ຈະ​ເລືອກ​ໃນ​ເມືອງ​ນຶ່ງ​ເມືອງ​ໃດ​ຕາມ​ຄວາມ​ພໍໃຈ​ຂອງ​ເຂົາ ຢ່າ​ກົດ​ຂີ່​ຂົ່ມ​ເຫັງ​ເຂົາ​ເລີຍ 17 “ຜູ້​ຍິງ​ຊາວ​ອິສ​ຣາ​ເອນ​ນັ້ນ ຢ່າ​ໃຫ້​ມີ​​ຍິງ​ໂສ​ເພ​ນີຈັກ​ຄົນ​ດຽວ ແລະ​ໃນ​ພວກບຸດ​ຊາຍ​ອິສ​ຣາ​ເອນ​​ຢ່າ​ໃຫ້​ມີຊາຍ​ທີ່​ຫລີ້ນ​ຊູ້​ສູ່​ຈັກຄົນ​ດຽວ 18 ທ່ານ​ຢ່າ​ນຳ​ຄ່າ​ຈ້າງ​ຂອງ​ຍິງ​ໂສ​ເພ​ນີ ຫລື​ຄ່າ​ຈ້າງ​ຈາກ​ຫມາ ມາ​ໃນ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ເປັນ​ເງິນ​ແກ້​ບົນ​ຢ່າງ​ໃດ​ຢ່າງ​ນຶ່ງ ເພາະ​ທັງ​ສອງ​ນີ້​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 19 “ທ່ານ​ຢ່າ​ໃຫ້​ພີ່​ນ້ອງ​ຂອງ​ທ່ານ​ຢືມ​ເງິນ​ເພື່ອ​ເອົາ​ດອກ​ເບັ້ຽ ບໍ່​ວ່າ​ດອກ​ເບັ້ຽ​ເງິນ​ກູ້ ຫລື​ດອກ​ເບັ້ຽ​ເຄື່ອງ​ບໍ​ຣິ​ໂພກ ຫລື​ດອກ​ເບັ້ຽ​ຂອງສິ່ງ​ໃດໆ​ທີ່​ໃຫ້​ຢືມ​ເພື່ອ​ເອົາ​ດອກ​ເບັ້ຽ 20 ທ່ານ​ຈະ​ໃຫ້​ຄົນ​ຕ່າງ​ດ້າວ​ຢືມ​ເພື່ອ​ເອົາ​ດອກ​ເບັ້ຽ​ກໍ​ໄດ້ ແຕ່​ສຳ​ລັບ​ພີ່​ນ້ອງ​ຂອງ​ທ່ານ​ຢ່າ​ໃຫ້​ຢືມເພື່ອ​ເອົາ​ດອກ​ເບັ້ຽ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຈະ​ຊົງ​ອວຍ​ພຣະ​ພອນ​ແກ່​ທ່ານ​ໃນ​ທຸກ​ສິ່ງ​ຊຶ່ງ​ທ່ານ​ກະ​ທຳ​ໃນ​ແຜ່ນ​ດິນ​ຊຶ່ງ​ທ່ານ​ກຳ​ລັງ​ຈະ​ເຂົ້າ​ໄປ​ຍຶດ​ຄອງ​ນັ້ນ

ການ​ແກ້​ບະ​ແລະ​ການ​ກິນ

21 ເມື່ອ​ພວກ​ທ່ານ​ບະ​ບົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຢ່າ​ລະ​ເລີຍ​ຕໍ່​ສິ່ງ​ທີ່​ໄດ້​ສັນ​ຍາ​ໄວ້ ຈົ່ງ​ແກ້​ບະ​ເສັຽ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຫມັ້ນ​ພຣະ​ທັຍ​ວ່າ​ຈະ​ໄດ້​ສິ່ງ​ນັ້ນ​ຈາກ​ທ່ານ​ອີ່​ຫລີ 22 ການ​ບໍ່ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ຈະເປັນ​ບາບ ແລະ​ເມື່ອ​ບໍ່​ບະ​ບົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ບໍ່​ມີ​ບາບ 23 ແຕ່​ຖ້າ​ທ່ານ​ເຕັມ​ໃຈ​ບະ​ບົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ຈົ່ງ​ໄດ້​ເອົາ​ໃຈ​ໃສ່​ເຮັດ​ຕາມ​ນັ້ນ 24 ເມື່ອ​ທ່ານ​ຍ່າງ​ຜ່ານ​ໄປ​ໃນ​ສວນ​ອະ​ງຸ່ນ​ຂອງ​ເພື່ອນບ້ານ ທ່ານ​ຈະ​ກິນ​ຫມາກ​ອະ​ງຸ່ນ​ໃນ​ສວນ​ນັ້ນ​ຈົນ​ອີ່ມ​ກໍ​ໄດ້ ແຕ່​ບໍ່​ຕ້ອງ​ເກັບ​ໃສ່​ກະ​ຕ່າ​ຖື​ໄປ​ນຳ 25 ເມື່ອ​ທ່ານ​ເຂົ້າ​ໄປ​ໃນ​ນາ​ຂອງ​ເພື່ອນ​ບ້ານ​ຂອງທ່ານ ທ່ານ​ຈະ​ເອົາ​ມື​ເດັດ​ຮວງ​ເຂົ້າ​ມາ​ກໍ​ໄດ້ ແຕ່​ທ່ານ​ຈະ​ໃຊ້​ກ່ຽວ​ຕັດ​ເອົາ​ເຂົ້າ​ຂອງ​ເພື່ອນ​ບ້ານ​ຂອງ​ທ່ານ​ບໍ່​ໄດ້

ພຣະບັນຍັດສອງ 24

ການ​ຢ່າ​ຮ້າງ​ແລະ​ການ​ແຕ່ງດອງ​ໃຫມ່

1 ສົມ​ມຸດ​ວ່າ ຊາຍ​ຜູ້​ນຶ່ງ​ມີ​ພັຣ​ຍາແລ້ວ ພາຍ​ຫລັງ​ມາ​ນາງ​ບໍ່​ຮັກ​ສາ​ມີ​ອີກ​ຕໍ່​ໄປ ແລະ​ນາງ​ມີ​ພຶດ​ຕິ​ການ​ບໍ່​ດີ​ບໍ່​ງາມ ຊາຍ​ຜູ້​ນັ້ນ​ຈຶ່ງ​ທຳ​ຫນັງ​ສື​ຢ່າ​ຮ້າງ​ຍື່ນ​ໃຫ້​ນາງ ແລ້ວ​ກໍ​ບອກ​ໃຫ້​ນາງ​ຫນີ​ອອກ​ຈາກ​ເຮືອນ​ໄປ 2 ຕໍ່​ມາ​ສົມ​ມຸດ​ວ່າ ນາງ​ແຕ່ງດອງ​ກັບ​ຊາຍ​ອີກ​ຄົນ​ນຶ່ງ 3 ຊາຍ​ຜູ້​ນັ້ນ​ກໍ​ຄິດ​ຢາກ​ປະ​ນາງ​ເຫມືອນກັນ ເຂົາ​ຈຶ່ງ​ທຳ​ຫນັງ​ສື​ຢ່າ​ຮ້າງ​ຍື່ນ​ໃຫ້​ນາງ ແລ້ວບອກ​ໃຫ້​ນາງ​ຫນີອອກ​ຈາກ​ເຮືອນ​ໄປ 4 ຫລື​ສົມ​ມຸດ​ວ່າ ​ສາ​ມີ​ທີ່​ສອງ​ຂອງ​ນາງ​ຕາຍ​ໄປ ໃນກໍ​ລະ​ນີ​ຢ່າງ​ນີ້ ສາ​ມີ​ຜູ້​ທຳ​ອິດ​ຈະ​ເອົາ​ນາງ​ຜູ້​ມີ​ມົນ​ທິນ​ແລ້ວ​ມາ​ເປັນ​ພັ​ຣ​ຍາອີກ​ບໍ່​ໄດ້ ເພາະ​ຈະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເສັຽ​ພຣະ​ທັຍ ພວກ​ທ່ານ​ຢ່າ​ທຳ​ໃຫ້​ແຜ່ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ນັ້ນ​ມີ​ຄວາມ​ຜິດ

ກົດ​ຫມາຍ​ຕ່າງໆ

5 ເມື່ອ​ຊາຍ​ຜູ້​ໃດ​ເອົາ​ພັ​ຣ​ຍາໃຫມ່ ຢ່າ​ໃຫ້​ຜູ້​ນັ້ນ​ເປັນ​ທະ​ຫານ ຫລື​ຮັບ​ຣາ​ຊ​ການ​ຢ່າງ​ໃດ​ຢ່າງ​ນຶ່ງ ໃຫ້​ເຂົາ​ພັກ​ຢູ່​ບ້ານ​ນຶ່ງ​ປີ ເພື່ອ​ຈະ​ໄດ້​ມີ​ຄວາມ​ສຸກ​ຢູ່​ກັບ​ພັ​ຣ​ຍາ 6 ເມື່ອ​ທ່ານ​ໃຫ້​ຄົນ​ຢືມ ຢ່າ​ໄດ້​ເອົາ​ຫີນ​ໂມ້​ແປ້ງ​ຂອງ​ເຂົາ​ໄວ້​ເປັນ​ເຄື່ອງ​ປະ​ກັນ ເພາະ​ຫີນ​ນັ້ນ​ໃຊ້​ເປັນ​ເຄື່ອງ​ມື​ສຳ​ລັບ​ລ້ຽງ​ຊີບ​ຂອງ​ເຂົາ 7 ຜູ້​ໃດ​ລັກ​ເອົາ​ຄົນ​ອິສ​ຣາ​ເອນ​ເພື່ອນ​ບ້ານ​ຂອງ​ຕົນ​ໄປ​ໃຊ້​ເປັນ​ທາດ ຫລື​ຂາຍ​ໄປ​ເປັນ​ທາດ​ເສັຽ ຄົນ​ນັ້ນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ ທ່ານ​ຈົ່ງ​ກຳ​ຈັດ​ຄົນ​ຊົ່ວ​ດ້ວຍ​ວິ​ທີ​ຢ່າງ​ນີ້​ແຫລະ 8 ກ່ຽວ​ກັບ​ໂຣກ​ຜີວ​ຫນັງ​ນັ້ນ ທ່ານ​ຈົ່ງ​ເອົາ​ໃຈ​ໃສ່​ປິ່ນ​ປົວ​ຕາ​ມຄຳ​ແນະ​ນຳ​ຂອງ​ປະ​ໂຣ​ຫິດ​ຊາວ​ເລ​ວີ ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບອກ​ເຂົາ​ແລ້ວ 9 ແລະ​ຈົ່ງ​ລະ​ນຶກ​ເຖິງ​ເຣື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ຊົງ​ເຮັດ​ຕໍ່ ຊາວ​ມີ​ຣີອາມ​ໃນ​ເວ​ລາ​ພວກ​ເຂົາ​ເດີນ​ທາງ​ມາ​ຈາກ​ເອ​ຢິບ​ນັ້ນ 10 ເມື່ອ​ທ່ານ​ໃຫ້​ຄົນ​ຢືມ​ຂອງ ຢ່າໄດ້​ເຂົ້າ​ໄປ​ເອົາ​ຂອງ​ປະ​ກັນ​ໃນ​ບ້ານ​ເຮືອນ​ຂອງ​ເຂົາ ຈົ່ງ​ຢືນ​ຖ້າ​ຢູ່​ຂ້າງນອກ 11 ໃຫ້​ເຂົາ​ເອົາ​ອອກ​ມາ​ໃຫ້​ທ່ານ​ເອງ 12 ຖ້າ​ເຂົາ​ເປັນ​ຄົນ​ທຸກ​ຍາ​ກ ຢ່າ​ເກັບ​ຂອງ​ປະ​ກັນ​ນັ້ນ​ໄວ້​ຈົນ​ເທົ່າ​ຄ້າງ​ຄືນ ເມື່ອ​ຕາ​ເວັນ​ຕົກ​ໃຫ້​ສົ່ງ​ເຂົາ​ໂລດ 13 ເພື່ອ​ເຂົາ​ຈະ​ໄດ້​ໃຊ້​ຫົ່ມ​ໃນ​ເວ​ລາ​ເຂົ້າ​ນອນ ແລ້ວ​ເຂົາ​ຈະ​ຂອບ​ໃຈ​ທ່ານ ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ຈະ​ຊົງ​ພໍ​ພຣະ​ທັຍ​ດ້ວຍ 14 ຢ່າ​ບີບ​ບັງ​ຄັບລູກ​ຈ້າ​ງທີ່​ທຸກ​ຍາກ​ແລະ​ຂັດ​ສົນ ບໍ່​ວ່າ​ເຂົາ​ຜູ້​ນັ້ນ​ຈະ​ເປັນ​ອິສ​ຣາ​ເອນ​ເພື່ອນ​ບ້ານ​ຂອງ​ທ່ານ ຫລື​ເປັນ​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ຂອງ​ທ່ານກໍ​ຕາມ 15 ຈົ່ງ​ຈ່າຍ​ຄ່າ​ຈ້າງ​ໃຫ້​ເຂົາ​ທຸກໆ​ມື້​ກ່ອນ​ຕາ​ເວັນ​ຕົກ ເພາະ​ເຂົາ​ຕ້ອງ​ການ​ເງິນ ແລະ​ເອົາ​ໃຈ​ຈົດ​ຈໍ່​ຢູ່​ໃນ​ຄ່າ​ຈ້າງ​ນັ້ນ ຖ້າ​ທ່ານ​ບໍ່​ຈ່າຍ​ໃຫ້​ເຂົາ​ກໍ​ຈະ​ຟ້ອງ​ຮ້ອງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ທ່ານ​ຈະ​ຖືກ​ໂທດ 16 ຢ່າ​ໃຫ້​ພໍ່​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ແທນລູກ​ຂອງ​ຕົນ ຫລື​ໃຫ້​ລູກ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ແທນ​ພໍ່​ຂອງ​ຕົນ ໃຫ້​ທຸກ​ຄົນ​ຮັບ​ໂທດ​ເຖິງ​ຕາຍ​ດ້ວຍ​ໂທດ​ຂອງ​ຄົນ​ນັ້ນ​ເອງ 17 “ທ່ານ​ທັງ​ຫລາຍ​ຢ່າ​ໃຫ້​ເສັຽ​ຄວາມ​ຍຸດ​ຕິ​ທັມ ຊຶ່ງ​ຄວນ​ໄດ້​ແກ່​ຄົນ​ຕ່າງ​ດ້າວ ຫລື​ຄວນ​ໄດ້​ແກ່​ລຸກ​ກຳ​ພ້າ​ ແລະ​ຢ່າ​ໄດ້​ຮັບ​ເຄື່​ອງ​ນຸ່ງ​ຂອງ​ຍິງ​ຫມ້າຍ​ໄວ້​ເປັນ​ປະ​ກັນ 18 ຈົ່ງ​ຈຳ​ໄວ້​ວ່າ ພວກ​ທ່ານ​ຕົກ​ເປັນ​ທາດ​ຢູ​ໃນ​ປະ​ເທດເອ​ຢິບ ແລ້ວ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ຊ່ອຍ​ໃຫ້​ມີ​ອິສ​ຣະ ດ້ວຍ​ເຫດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງສັ່ງ​ໃຫ້​ພວກທ່ານ​ທຳ​ສິ່ງ​ດັ່ງ​ກ່າວ​ນີ້ 19 ເມື່ອ​ທ່ານ​ລຶມ​ຟ່ອນ​ເຂົ້າ​ບາງ​ຟ່ອນ​ໄວ້​ໃນ​ນາ ຢ່າ​ໄດ້​ກັບ​ຄືນ​ໄປ​ເອົາ​ມັນ​ມາ ຈົ່ງ​ປະ​ໄວ້​ໃຫ້​ຄົນ​ຕ່າງ​ດ້າວ ລູກ​ກຳ​ພ້າ ແລະ​ແມ່​ຫມ້າຍ​ເສັຽ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ອວຍ​ພຣະ​ພອນ​ໃຫ້​ການ​ງານ​ຂອງ​ທ່ານ​ຈະ​ເຣີນ​ຂຶ້​ນ 20 ເມື່ອ​ທ່ານ​ໄປ​ເກັບ​ເອົາ​ຫມາກກອກ​ເທດ ​ຢ່າ​ເກັບ​ທີ່​ງ່າ​ເດີມ​ຊ້ຳ​ຄັ້ງ​ທີ່​ສອງ ໃຫ້​ເຫລືອ​ໄວ້​ສຳ​ລັບ​ຄົນ​ຕ່າງ​ດ້າວ ລູກ​ກຳ​ພ້າ ແລະ​ແມ່​ຫມ້າຍ 21 ເມື່ອ​ທ່ານ​ເກັບ​ຫມາກ​ອະ​ງຸ່​ນ​ຈາກ​ສວນ​ຂອງ​ທ່ານ ຢ່າ​ໄດ້​ກັບ​ຄືນ​ໄປ​ເກັບ​ເລັມ​ເອົາ​ທີ່​ຍັງ​ເຫລືອ​ຄ້າງ​ຢູ່​ນັ້ນ​ອີກ ຈົ່ງ​ປະ​ໄວ້​ໃຫ້​ຄົນ​ຕ່າງ​ດ້າວ ທັງ​ລູກ​ກຳ​ພ້າ ແລະ​ແມ່​ຫມ້າຍ 22 ຢ່າ​ລືມ​ວ່າ​ພວກ​ທ່ານ​ເຄີຍ​ຕົກ​ເປັນ​ທາດ​ໃນ​ປະ​ເທດ​ເອ​ຢິບ​ມາ​ແລ້ວ ດ້ວຍ​ເຫດ​ນີ້​ ຂ້າ​ພະ​ເຈົ້າ​ຈຶ່ງ​ສັ່ງ​ໃຫ້​ທຳສິ່ງດັ່ງ​ກ່າວ​ນີ້

ພຣະບັນຍັດສອງ 25

1 ສົມ​ມຸດ​ວ່າ​ມີ​ຄົນ​ອິສ​ຣາ​ເອນ​ສອງ​ຄົນ​ເປັນ​ຄວາມ​ກັນ​ຢູ່​ສານ ຄົນ​ນຶ່ງ​ຖືກ​ຕັດ​ສິນ​ວ່າ​ເປັນ​ຝ່າຍ​ຖືກ ອີກ​ຄົນ​ນຶ່ງ​ເປັນ​ຝ່າຍ​ຜິດ 2 ຖ້າ​ສານ​ຕັດ​ສິນ​ໃຫ້​ຂ້ຽ​ນ​ຕີ​ຜູ້​ຜິດ ກໍ​ໃຫ້​ຜູ້​ພິ​ພາກ​ສາ​ບອກ​ຜູ້​ນັ້ນ​ນອນ​ລົງ ແລ້ວ​ໃຫ້​ຂ້ຽນ​ຕີ​ນ້ອຍ​ຫລາຍ​ຕາມ​ກຳ​ນົດ​ຄວາມ​ຜິດ 3 ອາດ​ຈະ​ເປັນສີ່​ສິບບາດ​ກໍ​ໄດ້ ແຕ່​ຢ່າ​ໃຫ້​ຫລາຍກວ່າ​ນັ້ນ ເພາະ​ຈະ​ເປັນ​ການ​ຢຽບ​ຢໍ່າ​ຄົນ​ຜິດ​ໃນ​ທີ່​ສາ​ທາ​ຣະ​ນະ 4 ຢ່າ​ເອົາ​ກະ​ສອບ​ອັດ​ປາກ​ງົວ​ທີ່​ກຳ​ລັງ​ຢຽບ​ເຂົ້າ

ພາ​ຣະ​ຫນ້າ​ທີ່ຂອງ​ພີ່​ນ້ອງ​ຝ່າຍ​ຜູ້​ຕາຍ

5 ຖ້າ​ມີ​ສອງ​ອ້າຍ​ນ້ອງ​ຢູ່​ໃນ​ຄອບ​ຄົວ​ດຽວ​ກັນ ແລ້ວ​ຄົນ​ນຶ່ງ​ໄດ້​ຕາຍ​ໄປໂດຍ​ທີ່​ຍັງ​ບໍ່​ມີ​ບຸດ ພັ​ຣ​ຍາຂອງ​ຜູ້​ຕາຍ​ຈະ​ເອົາ​ຊາຍ​ໃນ​ຄອບ​ຄົວ​ອື່ນ​ມາ​ເປັນສາ​ມີ​ບໍ່​ໄດ້ 6 ໃຫ້​ອ້າຍ​ຫລື​ນ້ອງ​ຂອງ​ຜູ້​ຕາຍ​ເອງ​ຮັບ​ນາງ​ໄປ​ເປັນ​ພັ​ຣ​ຍາ ຖ້າ​ນາງ​ໄດ້​ບຸດ​ຊາຍ​ກ່ອນ ໃຫ້​ນັບ​ເປັນບຸດ​ຊາຍ​ຂອງ​ຜູ້​ຕາຍ​ນັ້ນ ເພື່ອ​ເຊື້ອ​ສາຍ​ວົງ​ວານ​ຂອງ​ເຂົາ​ຈະ​ມີ​ຢູ່​ໃນ​ອິສ​ຣາ​ເອນ​ສືບ​ຕໍ່​ໄປ 7 ແຕ່​ຖ້າ​ອ້າຍ​ຫລື​ນ້ອງ​ຂອງ​ຜູ້​ຕາຍ​ບໍ່​ຢາກ​ໄດ້​ນາງ​ເປັນ​ພັ​ຣ​ຍາ ກໍ​ໃຫ້​ນາງ​ໄປ​ບອກ​ພວກ​ເຖົ້າ​ແກ່​ໃນ​ເມືອງວ່າ ພີ່​ນ້ອງ​ທາງ​ສາ​ມີຂອງ​ນາງ​ບໍ່​ເອົາ​ນາງ​ເປັນ​ພັ​ຣ​ຍາ ເຂົາ​ບໍ່​ຍອມ​ສືບ​ຫນໍ່​ແນວ​ໃຫ້​ມີ​ຢູ່​ໃນ​ອິສ​ຣາ​ເອນ 8 ແລ້ວ​ພວກ​ເຖົ້າ​ແກ່​ຈະ​ໄດ້​ເອີ້ນ​ເຂົາ​ມາເວົ້າ​ຈາ​ກັນຖ້າ​​ເຂົາ​ຍັງ​ຢືນ​ຢັນ​ໂດຍ​ກ່າວ​ວ່າ ຂ້າ​ພະ​ເຈົ້າບໍ່​ຍອມ​ແຕ່ງ​ກັບ​ນາງ 9 ກໍ​ໃຫ້​ນາງ​ຫມ້າຍ​ນັ້ນ​ເຂົ້າ​ໄປ​ຫາ​ເຂົາ​ຕໍ່​ຫນ້າ​ພວກ​ເຖົ້າ​ແກ່ ດືງ​ເອົາ​ເກີບ​ຂອງ​ເຂົາ​ກິ່ງ​ນຶ່ງ​ພ້ອມ​ກັບ​ຖົ່ມ​ນ້ຳ​ລາຍ​ໃສ່​ຫນ້າ​ຜູ້​ນັ້ນ​ແລະ​ເວົ້າ​ວ່າ ຜູ້​ບໍ່​ຍອມສື​ບ​ເຊື້ອ​ສາຍ​ໃຫ້​ອ້າຍ​ນ້ອງ​ຜູ້​ຕາຍ​ກໍ​ເປັນ​ຢ່າງ​ນີ້​ແຫລະ 10 ແລະ​ຄົນ​ທັງ​ຫລາຍໃນ​ອິສ​ຣາ​ເອນ​ຈະ​ເອີ້ນ​ຄອບ​ຄົວນີ້​ວ່າ ຄອບ​ຄົວ​ຂອງ​ຜູ້​ຖືກ​ຖອດ​ເກີບ

ກົດ​ຫ​ມາຍ​ອື່ນໆ

11 “ຖ້າ​ຊາຍ​ສອງ​ຄົນ​ວິ​ວາດ​ທຸບ​ຕີກັນ ແລະ​ພັ​ຣ​ຍາ​ຂອງ​ຊາຍ​ຄົນ​ນຶ່ງ​ເຂົ້າ​ມາ​ໃກ້​ຈະ​ຊ່ອຍ​ສາມີ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຜູ້​ທີ່​ຕີ ແລະ​ນາງ​ຍື່ນ​ມື​ອອກ​ບີ​ບ​ຂອງ​ລັບ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ 12 ທ່ານ​ຈົ່ງ​ຕັດ​ມື​ຂອງ​ນາງ​ຖິ້ມ​ເສັຽ ຢ່າ​ໃຫ້​ຕາ​ຂອງ​ທ່ານ​ສົງ​ສານ​ນາງ​ເລີຍ 13 “ທ່ານ​ຢ່າ​ມີ​ລູກ​ຕຸ້ມ​ສຳ​ລັບ​ຕາ​ຊັ່ງ​ຕ່າງ​ກັນ​ໄວ້​ໃນ​ຖົງ ອັນ​ນຶ່ງ​ຫນັກ ອັນ​ນຶ່ງ​ເບົາ 14 ໃນ​ເຮືອນ​ຂອງ​ທ່ານ​ຢ່າ​ໃຫ້​ມີ​ເຄື່ອງ​ຕວງ​ສອງ​ຊະນິ​ດ ໃຫຍ່ອັນ​ນຶ່ງ ນ້ອຍອັນ​ນຶ່ງ 15 ທ່ານ​ຈົ່ງ​ມີລູກ​ຕຸ້ມ​ອັນ​ທ່ຽງ​ຕົງ ແລະ​ມີ​ຖັງ​ຕວງ​ອັນ​ທ່ຽງ​ຕົງ ເພື່ອ​ວ່າ​ວັນ​ຄືນ​ຂອງ​ທ່ານ​ຈະ​ຍືນນານ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ 16 ເພາະ​ວ່າ​ຜູ້​ໃດ​ທີ່​ກະ​ທຳ​ດັ່ງ​ນີ້ ຄື​ທຸກ​ຄົນ​ທີ່​ຄົດ​ໂກງ​ເປັນ​ຜູ້​ທີ່​ຫນ້າ​ກຽດ​ຊັງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ 17 “ຈົ່ງ​ລະ​ນຶກ​ເຖິງ​ການ​ທີ່​ຄົນ​ອາ​ມາ​ເລກ​ກະ​ທຳ​ແກ່​ທ່ານ​ທັງ​ຫ​ລາຍ​ຕາມ​ທາງ​ທີ່​ທ່ານ​ອອກ​ຈາກ​ປະ​ເທດ​ເອ​ຢິບ 18 ເຂົາ​ໄດ້​ອອກ​ໂຈມ​ຕີ​ທ່ານ​ຕາມ​ທາງ ເມື່ອ​ທ່ານ​ອ່ອນ​ເພັຽເມື່ອຍ​ລ້າ ແລະ​ຕັດ​ຕອນ​ພວກ​ທີ່​ຢູ່​ທາງ​ຫລັງ ເຂົາ​ບໍ່​ໄດ້​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ 19 ເພາະ​ສະ​ນັ້ນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ໃຫ້​ທ່ານ​ຢຸດ​ພັກ​ຈາກ​ສັດ​ຕຣູ​ທີ່​ຢູ່​ຮອບ​ຂ້າງ​ແລ້ວ ໃນ​ແຜ່ນ​ດິນ​ທີ່​ພຣະຜູ້​ເປັ​ນ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ​ເປັນ​ມໍ​ຣະ​ດົກ​ໃຫ້​ເປັນ​ກຳ​ມະ​ສິດ​ນັ້ນ ທ່ານ​ທັງ​ຫລາຍ​ຈົ່ງ​ທຳ​ລາຍ​ລ້າງ​ຄົນ​ອາ​ມາ​ເລກ​ເສັຽ​ຈາກ​ຄວາມ​ຊົງ​ຈຳ​ພາຍ​ໃຕ້​ຟ້າ ທ່ານ​ທັງ​ຫລາຍ​ຢ່າ​ລືມ​ເລີຍ

ພຣະບັນຍັດສອງ 26

ກາ​ນ​ຖວາຍ​ຜົນ​ເກັບ​ກ່ຽວ

1 ເມື່ອ​ພວກ​ທ່ານ​ເຂົ້າ​ໄປ​ຍຶດ​ຄອງ​ແຜ່ນ​ດິນ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ແລະ​ອາ​ໄສ​ຢູ່​ໃນ​ແຜ່ນດິນ​ນັ້ນ​ແລ້ວ 2 ແຕ່​ລະ​ຄົນ​ຈົ່ງ​ເອົາ​ຜົນ​ລະ​ປູກ​ແຕ່​ລະ​ຢ່າງ​ທີ່​ເກັບກ່ຽວ​ມາຣຸ່​ນ​ແຣກ ໃສ່​ກະ​ຕ່າ​ນຳ​ໄປ​ຖວາຍ​ໄວ້​ໃນ​ສະ​ຖານ​ສັກ​ສິດ ຊຶ່ງ​ເປັນ​ບ່ອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ຊົງ​ເລືອກ​ໄວ້ ເພື່ອ​ຈະ​ໄດ້​ໄປ​ນະ​ມັ​ສ​ການ​ພຣະ​ນາມຂອງ​ພຣະ​ອົງ 3 ແລ້ວ​ເຂົ້າ​ໄປ​ຫາ​ປະ​ໂຣ​ຫິດ​ຜູ້​ທຳ​ຫນ້າ​ທີ່ຮັບ​ຕ້ອນ​ຢູ່​ໃນ​ເວ​ລາ​ນັ້ນ ໃຫ້​ເວົ້າ​ນຳ​ທ່ານ​ວ່າ, “ບັດ​ນີ້ ຂ້າ​ພະ​ເຈົ້າ​ຍອມ​ຮັບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ມາ​ຢູ່​ໃນ​ແຜ່ນ​ດິນ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້ ຕໍ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ນັ້ນ​ແລ້ວ ວ່າ​ຈະ​ມອບ​ໃຫ້​ພວກ​ຂ້າ​ພະ​ເຈົ້າ” 4 ປະ​ໂຣ​ຫິດ​ຈະ​ຮັບ​ເອົາ​ກະ​ຕ່າ​ຈາກ​ທ່ານ​ໄປ​ວາງ​ໄວ້​ຕໍ່​ຫນ້າ​ແທ່ນ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 5 ແລ້ວ​ທ່ານ​ຈົ່ງ​ເລົ່າ​ເຣື່ອງ​ຕໍ່​ໄປ​ນີ້​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ເປັນ​ຊາວ​ອາ​ຣາມ ທ່ານ​ທ່ອງ​ທ່ຽວ​ໄປ​ມາ​ບໍ່​ມີ​ທີ່​ຢູ່​ເປັນ​ຫລັກ​ແຫລ່ງ ໄດ້​ພາ​ຄອບ​ຄົວ​ໄປ​ອາ​ໄສ​ຢູ່​ປະ​ເທ​ດ​ເອ​ຢິບ ເມື່ອ​ຢູ່​ທີ່​ນັ້ນ​ກໍ​ມີ​ຫນ້ອຍ​ຄົນ ແຕ່​ຕໍ່​ມາ​ໄດ້​ກາຍ​ເປັນ​ຊົນ​ຊາດ​ໃຫຍ່​ທີ່​ເຂັ້ມ​ແຂງ​ຊາດ​ນຶ່ງ 6 ຄົນ​ເອ​ຢິບ​ໄດ້​ທຳ​ຕໍ່​ຂ້າ​ພຣະ​ອົງ​ທັງ​ຫລາຍຢ່າງ​ໂຫດ​ຮ້າຍ​ໄດ້​ຂົ່ມ​ເຫັງ​ໃຫ້​ເຮັດ​ວຽກ​ຫນັກ​ຢ່າງ​ເປັນທາດ 7 ຕໍ່​ມາ​ຂ້າ​ພຣະ​ອົງທັງ​ຫລາຍໄດ້​ໄຫ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ບັນ​ພະບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ຊົງ​ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ນັ້ນ ທັງ​ໄດ້​ເຫັນ​ຄວາມ​ລຳ​ບາກ ຄວາມທຸກຍາກ​ແລະ​ເຄາະ​ຮ້າຍ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ 8 ແລ້ວ​ໄດ້​ຊົງ​ທຳ​ການ​ອັດ​ສະ​ຈັນ ແລະ​ສິ່ງ​ທີ່​ຫນ້າ​ຢ້ານ​ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ເພື່ອ​ຊ່ອຍ​ເອົາ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ອອກ​ຈາກ​ເອ​ຢິບ 9 ໄດ້​ຊົງ​ນຳ​ພາ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ມາ​ເຖິງ​ທີ່​ນີ້ແລະ​ຊົງ​ປະ​ທານ​ແຜ່ນ​ດິນ​ອັນ​ອຸ​ດົມ​ສົມ​ບູນ​ນີ້​ໃຫ້ 10 ດັ່ງ​ນີ້​ແຫລະ ຂ້າ​ພຣະ​ອົງ​ຈຶ່ງ​ນຳ​ຫມາກ​ຜົນ​ອັນ​ທຳ​ອິດ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ໃຫ້​ປົງ​ກະ​ຕ່າ​ລົງ​ຖວາຍ ແລະ​ຂາບ​ໄຫວ້ ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ 11 ທ່ານ​ແລະ​ຄອບ​ຄົວ​ຕລອດ​ທັງ​ຊາວ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ນຳ ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ໃນ​ຂອງ​ດີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ນັ້ນ 12 ພືດ​ຜົນ​ນຶ່ງ​ສ່ວນ​ສິບ​ທີ່​ເກັບ​ກ່ຽວ​ໄດ້​ໃນ​ທຸກໆ​ສາມ​ປີ ຈົ່ງ​ເອົາ​ໃຫ້​ຄົນ​ເລ​ວີ ຄົນ​ຕ່າງ​ດ້າວ ລູກ​ກຳ​ພ້າ ແລະ​ແມ່​ຫມ້າຍ​ເສັຽເພື່ອ​ພວກ​ເຂົາ​ຈະ​ໄດ້​ກິນ​ອີ່ມ​ຫນຳ​ສຳ​ຣານ​ຕາມ​ຄວາມ​ຕ້ອງ​ການ ເມື່ອ​ທ່ານ​ໃຫ້​ຂອງ​ເຫລົ່າ​ນີ້​ແລ້ວ 13 ຈົ່ງ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຂ້າ​ພຣະ​ອົງ​ໄດ້​ເອົາ​ຂອງ​ສັກ​ສິດ​ອອກ​ຈາກ​ເຮືອນ​ຫມົດ​ແລ້ວ ໄດ້​ເອົາ​ໃຫ້​ຄົນ​ເລ​ວີ ຄົນ​ຕ່າງ​ດ້າວ ລູກ​ກຳ​ພ້າ ແລະ​ແມ່​ຫມ້າຍ​ຕາມ​ພຣະ​ອົງ​ຊົງ​ສັ່ງ ບໍ່​ໄດ້​ລະ​ເມີດ ຫລື​ຫລົງ​ລືມ​ຄຳ​ສັ່ງ​ຂອງ​ພຣະ​ອົງ​ໃນ​ຂໍ້​ໃດ​ເລີຍ 14 ຂ້າ​ພຣະ​ອົງ​ບໍ່​ໄດ້​ຮັບ​ປະ​ທານ​ຂອງ​ນີ້​ເມື່ອ​ເວລາ​ໄວ້​ທຸກ ບໍ່​ໄດ້​ເອົາ​ສ່ວນ​ໃດ​ອອກ​ໄປ​ຖວາຍນອກ​ເຮືອນ ເມື່ອ​ຂ້າ​ພຣະ​ອົງມີ​ມົນ​ທີນ ແລະ​ບໍ່​ໄດ້​ອຸ​ທິດ​ສ່ວນ​ໃດ​ສຳ​ລັບ​ຄົນ​ຕາຍ ຂ້າ​ພຣະ​ອົງ​ໄດ້​ເຊື່ອ​ຟັງ​ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ ໄດ້​ປະ​ຕິ​ບັດ​ທຸກໆ​ສິ່ງ​ຕາມ​ພຣະ​ອົງ​ຊົງ​ສັ່ງ​ໄວ້ 15 ຂໍ​ຊົງ​ທອດ​ພຣະ​ເນດ​ລົງ​ມາ​ຈາກ​ສວັນ​ອັນ​ບໍ​ຣິ​ສຸດ ຂໍ​ຊົງ​ອວຍ​ພຣະ​ພອນ​ໃຫ້​ອິສ​ຣາ​ເອ​ນໄພ່​ພົນ​ຂອງ​ພຣະ​ອົງ ແລະ​ອວຍ​ພຣະ​ພອນ​ແຜ່ນ​ດິນ​ອັນ​ອຸ​ດົມ​ສົມ​ບູ​ນ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ ດັ່ງ​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ນັ້ນ

ຊົນ​ຊາດ​ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

16 ວັນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ຊົງ​ສັ່ງ​ ໃຫ້​ກະ​ທຳ​ຕາມ​ກົດ​ເກນ​ແລະ​ກົດ​ຫມາຍ​ເຫລົ່າ​ນີ້ ສະ​ນັ້ນ​ທ່ານ​ຈົ່ງ​​ກະ​ທຳ​ຕາມ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ທ່ານ 17 ໃນ​ວັນ​ນີ້​ທ່ານ​ໄດ້​ຍອມ​ຮັບ​ແລ້ວ​ວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ແລະ​ທ່ານ​ຈະ​ດຳ​ເນີນ​ຕາມ​ພຣະ​ມັນ​ຄາ​ຂອງ​ພຣະ​ອົງ ແລະ​ຮັກ​ສາ​ກົດ​ເກນ ພຣະ​ບັນ​ຍັດ​ແລະ​ກົ​ດ​ຫມາຍ​ຂອງ​ພຣະ​ອົງ ແລະ​ຈະ​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ 18 ວັນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຮັບ​ເອົາ​ທ່ານເປັນ​ໄພ່​ພົນ​ພິ​ເສດ​ຂອງ​ພຣະ​ອົງ​ຕາ​ມທີ່​ຊົງ​ສັນ​ຍາ​ໄວ້ ພ້ອມ​ທັງ​ຊົງ​ສັ່ງ​ໃຫ້​ທຳ​ຕາມ​ກົດ​ບັນ​ຍັດ​ທັງ​ຫມົດ​ຂອງ​ພຣະ​ອົງ 19 ແລ້ວ​ພຣະ​ອົງ​ຈະ​ຊົງ​ທຳໃຫ້​ຊາດ​ຂອງ​ທ່ານໃຫຍ່ກວ່າ​ທຸກໆ​ຊາດ​ທີ່​ໄດ້​ສ້າງ​ຂຶ້ນ​ມາ ທ່ານ​ຈະ​ເປັນ​ໄພ່​ພົນ​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້ ແລະ​ທັງ​ຈະ​ເປັນ​ຜູ້​ນຳ​ເອົາ​ກຽດ​ຕິ​ຍົດ​ແລະ​ຊື່​ສຽງ​ມາ​ສູ່​ພຣະ​ນາມ​ຂອງ​ພຣະ​ອົງ​ ດັ່ງ​ທີ່​ພຣະ​ອົງ​ຕ​ຣັ​ສ​ແລ້ວ”

ພຣະບັນຍັດສອງ 27

ກົດ​ຫມາຍ​ທີ່​ຕ້ອງ​ບັນທຶກ​ໄວ້​ເທິງ​ພູ​ເອ​ບານ

1 ໂມ​ເຊ ແລະ​ພວກ​ຜູ້​ໃຫຍ່​ຂອງ​ຄົນ​ອິສ​ຣາ​ເອນ​ໄດ້​ສັ່ງ​ປະ​ຊາ​ຊົນ​ວ່າ, “ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ​ທັງ​ສິ້ນ​ຊຶ່ງ​ຂ້າ​ພະ​ເຈົ້າ​ສັ່ງ​ທ່ານ​ທັງ​ຫລາຍ​ໃນ​ວັນ​ນີ້ 2 ໃນ​ວັນ​ທີ່​ທ່ານ​ທັງ​ຫລາຍ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ເຂົ້າ​ສູ່​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັ​ນ​ເຈົ້າພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ ທ່ານ​ຈົ່ງ​ຕັ້ງ​ສີ​ລາ​ກ້ອນ​ໃຫຍ່ໆ​ຂຶ້ນ ໂປ້​ດ້ວຍ​ປູນ​ຂາວ 3 ແລ້ວ​ທ່ານ​ຈົ່ງ​ຈາຣຶກ​ຖ້ອຍ​ຄຳ​ຂອງ​ກົດ​ຫມາຍ​ນີ້​ໄວ້​ເທິງ​ນັ້ນ​ເມື່ອ​ທ່ານ​ຂ້າມ​ໄປ​ເພື່ອ​ເຂົ້າ​ແຜ່ນ​ດິນ​ຊຶ່ງພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ ແລະ​ແຜ່ນ​ດິນ​ຊຶ່ງ​ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜີ້ງ​ໄຫລ​ບໍ​ຣິ​ບູນ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ໄດ້​ຊົງ​ສັນ​ຍາ​ໄວ້​ກັບ​ທ່ານ 4 ແລະ​ເມື່ອ​ທ່ານ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ແລ້ວ ເທິງ​ພູ​ເຂົາ​ເອ​ບານ​ທ່ານ​ຈົ່ງ​ຕັ້ງ​ສີ​ລາ​ເຫລົ່າ​ນີ້​ຕາມ​ເຣື່ອງ​ທີ່​ຂ້າ​ພະ​ເຈົ້າ​ສັ່ງ​ທ່ານ​ໃນ​ວັນ​ນີ້ ແລ້ວ​ຈົ່ງ​ໂປ້​ເສັຽດ້ວຍ​ປູນ​ຂາວ 5 ແລະ​ທ່ານ​ຈົ່ງ​ສ້າງ​ແທ່ນ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທີ່​ນັ້ນ ເປັນ​ແທ່ນ​ສີ​ລາ ຢ່າ​ໃຊ້​ເຄື່ອງ​ມື​ເຫ​ລັກ​ສະ​ກັດ​ສີ​ລາ​ນັ້ນ 6 ທ່ານຈົ່ງ​ສ້າງ​ແທ່ນ​ບູ​ຊາແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ດ້ວຍ​ສີ​ລາ​ທີ່​ບໍ່​ຕ້ອງ​ຕົກ​ແຕ່ງ ແລະ​ທ່ານ​ຈົ່ງ​ຖວາຍ​ເຄື່ອງເຜົາ​ບູ​ຊາເທິງ​ແທ່ນ​ນັ້ນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 7 ແລະ​ທ່ານ​ຈົ່ງ​ຖວາຍ​ສານ​ຕິ​ບູ​ຊາ ແລະ​ຮັບ​ປະ​ທານ​ເສັຽ​ທີ່​ນັ້ນ ແລະ​ທ່ານ​ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 8 ແລະ​ທ່ານ​ຈົ່ງ​ຈາ​ຣຶກ​ບັນ​ດາ​ຖ້ອຍ​ຄຳ​ຂອງ​ກົດ​ຫມາຍ​ນີ້​ເທິງ​ສີ​ລາ​ນັ້ນ​ຢ່າງ​ຊັດ​ເຈນ” 9 ໂມ​ເຊ​ແລະ​ປະ​ໂຣ​ຫິດ​ຄົນ​ເລ​ວີ​ໄດ້​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ທັງ​ຫລາຍ​ວ່າ, “ໂອ ອິສ​ຣາ​ເອນ ຈົ່ງ​ງຽບ​ແລະ​ສະ​ດັບ​ຮັບ​ຟັງ ວັນ​ນີ້​ທ່ານ​ທັງ​ຫລາຍ​ໄດ້​ເປັນ​ໄພ່​ພົນ​ຂ​ອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 10 ເຫດ​ສັນ​ນັ້ນ ທ່ານ​ຈົ່ງ​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ຄື​ຮັກ​ສາ​ພຣະ​ບັນ​ຍັດ​ແລະ​ກົດ​ເກນ​ຂອງ​ພຣະ​ອົງ ຊຶ່ງ​ຂ້າ​ພະ​ເຈົ້າ​ສັ່ງ​ທ່ານ​ໄວ້​ໃນ​ວັນ​ນີ້”

ຄຳ​ສາບ​ແຊ່ງ​ທີ່​ພູ​ເຂົາ​ເອ​ບານ

11 ໃນ​ວັນ​ດຽວ​ກັນ​ນັ້ນ​ໂມ​ເຊ​ໄດ້​ກຳ​ຊັບ​ປະ​ຊາ​ຊົນ​ວ່າ, 12 “ເມື່ອ​ທ່ານ​ທັງ​ຫລາຍ​ຍົກ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ນັ້ນ​ແລ້ວ​ໃຫ້​ຄົນ​ຕໍ່​ໄປ​ນີ້​ຢືນ​ເທິງ​ພູ​ເຂົາ​ເກ​ຣິ​ຊີມ​ກ່າວ​ຄຳ​ອວຍ​ພອນ​ແກ່​ປະ​ຊາ​ຊົນ ຄື​ຊີ​ເມ​ໂອນ ເລ​ວີ ຢູ​ດາ ອິສ​ຊາ​ຄາ ໂຢ​ເຊັບ ແລະ​ເບັນ​ຢາ​ມິນ 13 ແລະ​ໃຫ້​ຄົນ​ຕໍ່​ໄປ​ນີ້​ຢືນ​ແຊ່ງ​ຢູ່​ເທິງ​ພູ​ເຂົາ​ເອ​ບານ ຄື​ຣູ​ເບນ ກາດ ອາ​ເຊີ ເຊ​ບູ​ລູນ ດານ ແລະ​ເນັຟ​ທາ​ລີ 14 ແລະ​ໃຫ້​ຄົນ​ເລ​ວີ​ກ່າວ​ປະ​ກາດ​ແກ່​ປະ​ຊາ​ຊົນ​ດ້ວຍ​ສຽງ​ອັນ​ດັງ 15 “ຜູ້​ໃດ​ທີ່​ກະ​ທຳ​ຮູບ​ເຄົາ​ຣົບ​ເປັນ​ຮູບ​ສ​ລັກ ຫລື​ຮູບ​ຫລໍ່ ຊຶ່ງ​ເປັນ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ສິ່ງ​ທີ່​ທຳ​ດ້ວຍ​ຝີ​ມື​ຊ່າງ ແລະ​ຕັ້ງ​ໄວ້​ຢ່າງ​ລັບ​ໆ​ໃຫ້​ຜູ້​ນັ້ນ​ຖືກ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນທັງ​ປວງ​ຕອບ​ພ້ອມ​ກັນ​ແລະ​ກ່າວ​ວ່າ “ອາ​ແມນ” 16 “ຜູ້​ໃດ​ຫມິ່ນ​ປ​ມາດ​ພໍ່ຂອງ​ຕົນ ຫລືແມ່ຂອ​ງຕົນ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ກ່າວ​ພ້ອມ​ກັນ​ວ່າ “ອາ​ແມນ” 17 “ຜູ້​ໃດ​ທີ່​ຍັບ​ຍ້າຍ​ເສົາ​ເຂດ​ຂອງ​ເພື່ອນ​ບ້ານ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປ​ວງ​ກ່າວ​ວ່າ “ອາ​ແມນ” 18 “ຜູ້​ໃດທຳ​ໃຫ້​ຄົນ​ຕາ​ບອດ​ຫລົງ​ທາງ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ກ່າວ​ພ້ອມ​ກັນ​ວ່າ “ອາ​ແມນ” 19 “ຜູ້​ໃດ​ທຳ​ໃຫ້​ເສັຽ​ຄວາມ​ຍຸດ​ຕິ​ທັມ​ອັນ​ຄວນ​ໄດ້​ແກ່​ຄົນ​ຕ່າງ​ດ້າວ ລູກ​ກຳ​ພ້າ ແລະ​ແມ່​ຫມ້າຍ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ກ່າວ​ພ້ອມ​ກັນ​ວ່າ “ອາ​ແມນ” 20 “ຜູ້​ໃດ​ສົມ​ສູ່​ຢູ່​ກັບ​ພັ​ຣ​ຍາຂອງ​ພໍ່​ຕົນ ເພາະ​ເຂົາ​ໄດ້​ເປິດ​ຜ້າ​ຂອງ​ນາງ​ຜູ້​ເປັນ​ຂອງ​ພໍ່ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວ​ງ​ກ່າວ​ວ່າ “ອາ​ແມນ” 21 “ຜູ້​ໃດສົມ​ສູ່​ກັບ​ສັດ​ເດັຽ​ຣະ​ສານ​ຊະນິດ​ໃດໆ​ກໍ​ຕາມ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ກ່າວພ້ອມ​ກັນ​ວ່າ “ອາ​ແມນ” 22 “ຜູ້​ໃດທີ່​ສົມ​ສູ່​ກັບ​ເອື້ອຍ ຫລື​ນ້ອງ​ສາວ ຈະ​ເປັນ​ບຸດ​ສາວ​ຂອງບິ​ດາ ຫລື​ບຸດ​ສາວ​ຂອງ​ມານ​ດາ​ຂອງ​ຕົນ​ກໍ​ຕາມ ໃຫ້​ຜູ້​ນັ້ນ​ໄດ້​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ກ່າວ​ພ້ອມ​ກັນ​ວ່າ “ອາ​ແມນ 23 “ຜູ້​ໃດ​ສົມ​ສູ່ກັບ​ແມ່ເຖົ້າ​ຂອງ​ຕົນ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ກ່າວ​ພ້ອມ​ກັນ​ວ່າ “ອາ​ແມນ” 24 “ຜູ້​ໃດ​ຂ້າ​ເພື່ອນ​ບ້ານ​ຂອງ​ຕົນ​ຢ່າງ​ລັບໆ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່​ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ກ່າວ​ພ້ອມ​ກັນ​ວ່າ “ອາ​ແມນ” 25 ຜູ້​ໃດ​ຮັບ​ສິນ​ບົນ​ໃຫ້​ຂ້າ​ບຸກ​ຄົນ​ທີ່​ບໍ່​ໄດ້​ກະ​ທຳ​ຜິດ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ກ່າວ​ພ້ອມ​ກັນ​ວ່າ “ອາ​ແມນ” 26 “ຜູ້​ໃດ​ບໍ່​ດຳ​ຣົງ​ຖ້ອຍ​ຄຳ​ແຫ່ງ​ທັມ​ບັນ​ຍັດ​ນີ້​ໂດຍ​ການ​ກະ​ທຳ​ຕາມ ໃຫ້​ຜູ້​ນັ້ນ​ຮັບ​ຄຳ​ສາບ​ແຊ່ງ” ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ກ່າວ​ພ້ອມ​ກັນ​ວ່າ “ອາ​ແມນ”

ພຣະບັນຍັດສອງ 28

ຜົນ​ດີ​ຂອງ​ການ​ເຊື່ອ​ຟັງ

1 “ຖ້າ​ທ່ານ​ທັງ​ຫລາຍ​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ແລະ​ລະ​ວັງ​ທີ່​ຈະ​ກະ​ທຳ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຊຶ່ງ​ຂ້າ​ພະ​ເຈົ້າ​ສັ່ງ​ທ່ານ​ໃນ​ວັນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຈະ​ຊົງ​ຕັ້ງ​ທ່ານ​ໄວ້​ໃຫ້​ສູງກວ່າ​ບັນ​ດາ​ປະ​ຊາ​ຊາດ​ທັງ​ຫລາຍ​ທົ່ວ​ໂລກ 2 ພຣະ​ພອນ​ເຫລົ່າ​ນີ້​ຈະ​ຕາມ​ມາ​ທັນ​ທ່ານ ຖ້າ​ທ່ານ​ທັງ​ຫລາຍ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 3 ທ່ານ​ທັງ​ຫລາຍ​ຈະ​ຮັບ​ພຣະ​ພອນ​ໃນ​ເມືອງ ທ່ານ​ທັງ​ຫລາຍ​ຈະ​ຮັບ​ພຣະ​ພອນໃນ​ທົ່ງ​ນາ 4 ເຊື້ອ​ສາຍ​ຂອງ​ຕົວ​ທ່ານ​ເອງ ຜົນ​ແຫ່ງ​ພື້ນ​ດິນ​ຂອງ​ທ່ານ ແລະ​ພັນ​ແຫ່ງ​ສັດ​ຂອງ​ທ່ານ​ຈະ​ຮັບ​ພຣະ​ພອນ ຄືຝູງ​ງົວ​ຂອງ​ທ່ານທີ່​ເພີ້ມ​ຂຶ້ນ ຝູງ​ແກະ​ຂອງ​ທ່ານ​ທີ່​ເພີ້ມ​ລູກ​ຂຶ້ນ 5 ຖາດ​ຂອງ​ທ່ານ ແລະ​ຮາງນວດ​ແປ້ງ​ຂອງ​ທ່ານ​ຈະ​ຮັບ​ພຣະ​ພອນ 6 ທ່ານ​ຈະ​ຮັບ​ພຣະ​ພອນ​ເມື່ອ​ທ່ານ​ເຂົ້າ​ມາ ແລະ​ທ່ານ​ຈະ​ຮັບ​ພຣະ​ພອນ​ເມື່ອ​ທ່ານ​ອອກໄປ 7 “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ໃຫ້​ສັດ​ຕຣູ​ຜູ້​ລຸກ​ຂຶ້ນ​ຕໍ່​ສູ້​ທ່ານ​ຜ່າຍ​ແພ້​ແກ່​ທ່ານ ເຂົາ​ຈະ​ອອກ​ມາ​ຕໍ່​ສູ້​ທ່ານ​ທາງ​ນຶ່ງ ແລະ​ຫນີ​ຈາກ​ທ່ານ​ເຈັດ​ທາງ 8 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັ​ນ​ຊາ​ພຣະ​ພອນ​ໃຫ້​ແກ່​ສາງ​ຂອງ​ທ່ານ ແລະ​ບັນ​ດາ​ກິ​ຈ​ການ​ທີ່​ທ່ານ​ກະ​ທຳ ແລະ​ພຣະ​ອົງ​ຈະ​ຊົງ​ອວຍ​ພຣະ​ພອນ​ແດ່​ທ່ານ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ​ 9 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຕັ້ງ​ທ່ານ​ໃຫ້​ເປັນ​ຊົນ​ຊາດ​ບໍ​ຣິ​ສຸດ​ແດ່​ພຣະ​ອົງ ດັ່ງ​ທີ່​ພຣະ​ອົງ​ຊົງ​ປະ​ຕິ​ຍານ​ແກ່​ທ່ານ​ແລ້ວ ຖ້າ​ທ່ານ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ແລະ​ດໍາ​ເນີນ​ໃນ​

ທາງຂອງ​ພຣະ​ອົງ

10 ແລະ​ຊົນ​ຊາດ​ທັງ​ຫລາຍ​ໃນ​ໂລກ​ຈະ​ເຫັນ​ວ່າ​ເຂົາ​ເອີ້ນ​ທ່ານ​ຕາມ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຂົາ​ທັງ​ຫລາຍ​ຈະ​ເກງ​ກົວ​ທ່ານ 11 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ໃຫ້​ທ່ານ​ທັງ​ຫລາຍ​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ເຊື້ອ​ສາຍ​ຂອງ​ຕົວ​ທ່ານ​ເອງ ຜົນ​ຂອງ​ຝູງ​ສັດ​ຂອງ​ທ່ານ​ແລະ​ຜົນ​ແຫ່ງ​ພື້ນ​ດິນ​ຂອງ​ທ່ານ ໃນ​ແຜ່ນດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຕິ​ຍານ​ແກ່​ບັນ​ພະ​ບຸ​ຣຸດ​ວ່າ​ຈະ​ໃຫ້​ທ່ານ 12 ພຣະ​ເຈົ້າ​ຈະ​ເປີດ​ຄັງ​ຟ້າ​ອັນ​ດີ​ຂອງ​ພຣະ​ອົງ ປະ​ທານ​ຝົນ​ແກ່​ທ່ານ​ຕາມ​ຣະ​ດູ​ການ​ແລະ​ຊົງ​ອວຍ​ພຣະ​ພອນ​ແກ່​ກິ​ຈ​ການ​ນ້ຳ​ມື​ຂອງ​ທ່ານ ແລະ​ທ່ານ​ຈະ​ໃຫ້​ປະ​ຊາ​ຊາດ​ຫລາ​ຍ​ປະ​ຊາກ​ຊາດ​ຂໍ​ຢືມ ແຕ່​ທ່ານ​ຈະ​ບໍ່​ຂໍ​ຢືມ​ເຂົາ 13 ຖ້າ​ທ່ານ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ຊຶ່ງ​ຂ້າ​ພະ​ເຈົ້າ​ສັ່ງ​ທ່ານ​ໃນ​ວັນ​ນີ້ ແລະ​ລະ​ວັງ​ທີ່​ຈະ​ກະ​ທຳ​ຕາມ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ໃຫ້​ທ່ານ​ເປັນ​ຫົວ ບໍ່​ແມ່ນ​ເປັນ​ຫາງ ກະ​ທຳ​ໃຫ້​ສູງ​ຂຶ້ນ​ທາງ​ດຽວ ບໍ່​ແມ່ນ​ຕ່ຳ​ລົງ 14 ແລະ​ຖ້າ​ທ່ານ​ບໍ່​ຫັນ​ຫນີ​ໄປ​ຈາກ​ຖ້ອຍ​ຄຳ​ຊຶ່ງຂ້າ​ພະ​ເຈົ້າ​ສັ່ງ​ທ່ານ​ໃນ​ວັນ​ນີ້ ໂດຍ​ຫັນ​ໄປ​ທາງ​ຂວາ​ມື​ຫລື​ທາງ​ຊ້າຍ​ມື ໄປ​ຕິດ​ຕາມ​ບົວ​ລະ​ບັດ​ພຣະ​ອື່ນ

ຜົນ​ສນອງ​ຂອງ​ການ​ບໍ່​ເຊື່ອ​ຟັງ

15 “ແຕ່​ຖ້າ​ທ່ານບໍ່​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ແລະ​ບໍ່​ລະ​ວັງ​ທີ່​ຈະ​ກະ​ທຳ​ຕາມ​ພຣະ​ບັນ​ຍັດ​ທັງ​ສິ້ນ​ຂອງ​ພຣະ​ອົງ ແລະ​ພຣະ​ຣາ​ຊ​ກຳ​ນົດ​ກົດເກນ​ຂອງ​ພຣະ​ອົງ ຊຶ່ງ​ຂ້າ​ພະ​ເຈົ້າ​ສັ່ງ​ທ່ານໃນ​ວັນ​ນີ້ ແລ້ວ​ຄຳ​ສາບ​ແຊ່ງ​ເຫລົ່າ​ນີ້​ຈະ​ຕາມ​ມາ​ທັນ​ທ່ານ 16 ທ່ານ​ທັງ​ຫລາຍ​ຈະ​ຮັບ​ຄຳ​ສາບ​ແຊ່ງ​ໃນ​ເມືອງ ທ່ານ​ທັງຫລາຍ​ຈະ​ຮັບ​ຄຳ​ສາບ​ແຊ່ງ​ໃນ​ທົ່ງ​ນາ 17 ຖາດ​ຂອງ​ທ່ານ ແລະ​ຮາງນວດ​ແປ້ງ​ຂອງ​ທ່ານ​ຈະ​ຮັບ​ຄຳ​ສາບ​ແຊ່ງ​ 18 ເຊື້ອ​ສາຍ​ຂອງ​ຕົວ​ທ່ານ​ເອງ​ຈະ​ຮັບ​ຄຳ​ສາບ​ແຊ່ງ ຜົນ​ແຫ່ງ​ພື້ນ​ດິນ​ຂອງ​ທ່ານ ຝູງ​ງົວ​ຂອງ​ທ່ານ​ທີ່​ເພີ້ມ​ຂຶ້ນ ຝູງ​ແກະ​ຂອງ​ທ່ານ​ທີ່​ເພີ້ມ​ຈະ​ຮັບ​ຄຳ​ສາບ​ແຊ່ງ 19 ທ່ານຈະ​ຮັບ​ຄຳ​ສາບ​ແຊ່ງ​ເມື່ອ​ທ່ານ​ເຂົ້າ​ມາ ແລະ​ທ່ານ​ຈະ​ຮັບ​ຄຳ​ສາບ​ແຊ່ງ​ເມື່ອ​ທ່ານ​ອອກ​ໄປ 20 “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັນ​ດານ​ໃຫ້​ຄຳ​ສາບ​ແຊ່ງ ຄວາມ​ວຸ້ນ​ວາຍ ແລະ​ການ​ລົ​ບ​ລ້າງ​ມີ​ຂຶ້ນ​ແກ່​ກິ​ຈ​ການ​ທີ່​ທ່ານ​ກະ​ທຳ​ຈົນ​ທ່ານ​ຈະ​ຖືກ​ທຳ​ລາຍ​ແລະ​ພິ​ນາດ​ຢ່າງ​ໄວໆ ເຫດດ້ວຍ​ຄວາມ​ຊົ່ວ​ຊຶ່ງ​ທ່ານໄດ້​ກະ​ທຳ ເພາະ​ເຈົ້າ​ໄດ້​ປະ​ຖິ້ມ​ເຮົາ​ເສັຽ 21 ພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ບັນ​ດານໃຫ້​ໂຣກ​ຮ້າຍ​ຕິດ​ພັນ​ທ່ານ ຈົນ​ພຣະ​ອົງ​ຈະ​ຊົງ​ເຜົາ​ຜານ​ທ່ານ​ໃຫ້​ສິ້ນ​ເສັຽ​ຈາກ​ແຜ່ນ​ດິນ ຊຶ່ງ​ທ່ານ​ເຂົ້າ​ໄປ​ຍຶດ​ຄອງ​ນັ້ນ 22 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຂ້ຽນ​ຕີ​ທ່ານ​ ດ້ວຍພ​​ຍາດ​ຕິດ​ຕໍ່ ພ​ຍາດ​ອັກ​ເສບ ແລະ​ຄວາມ​ເຈັບ​ໄຂ້​ໄດ້​ປ່ວຍ ນອກ​ນີ້​ພຣະ​ອົງ​ຍັງ​ຈະ​ໃຫ້​ເກີດ​ການ​ແຫ້ງ​ແລ້ງ ແລະ​ແມງ​ໄມ້​ຈະ​ມາ​ທຳ​ລາຍ​ເຄື່ອງ​ປູກ​ຂອງ​ຝັ່ງ​ຂອງ​ທ່ານ​ຈົນ​ສິ້ນ ແລະ​ສິ່ງ​ເຫລົ່າ​ນີ້​ຈະ​ຕິດ​ຕາມ​ທ່ານ​ໄປ​ຈົນ​ທ່ານ​ພິ​ນາດ 23 ແລະ​ຟ້າ​ສວັນ​ທີ່​ຢູ່​ເຫນືອ​ຫົວ​ຂອງ​ທ່ານ​ຈະ​ເປັນ​ທອງ​ເຫລືອງ ແລະ​ແຜ່ນ​ດິນ​ທີ່​ຢູ່​ໃຕ້​ທ່ານ​ຈະ​ເປັນເຫລັກ 24 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັນ​ດານ​ໃຫ້​ຝົນ​ໃນ​ແຜ່ນ​ດິນ​ຂອງ​ທ່ານ​ເປັນ​ຝຸ່ນ​ແລະ​ລະ​ອອງ ລົງ​ມາ​ຈາກ​ອາ​ກາດ​ຢູ່​ເຫນືອ​ທ່ານ​ທັງ​ຫລາຍ​ຈົນ​ກວ່າ​ທ່ານ​ຈະ​ຖືກ​ທຳ​ລາຍ 25 “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ໃຫ້​ທ່ານ​ຜ່າຍ​ແພ້​ຕໍ່​ສັດ​ຕຣູ​ຂອງ​ທ່ານ ທ່ານ​ຈະ​ອອກ​ໄປ​ຕໍ່​ສູ້​ເຂົາ​ທາງ​ດຽວ ແຕ່​ຈະ​ຫນີ​ຈາກ​ເຂົາ​ເຈັດ​ທາງ ແລະ​ທ່ານ​ທັງ​ຫລາຍ​ຈະ​ເປັນ​ທີ່​ຫນ້າ​ສະ​ຍົດສະ​ຍອງ​ຍິ່ງກວ່າ​ບັນດາ​ຣາ​ຊ​ອາ​ນາ​ຈັກ​ທົ່ວ​ໂລກ 26 ຊາກ​ສົບ​ຂອງ​ທ່ານ​ທັງ​ຫລາຍ​ຈະ​ເປັນ​ອາ​ຫານ​ຂອງ​ນົ​ກ​ໃນ​ອາ​ກາດ ແລະ​ສຳ​ລັບ​ສັດ​ປ່າ​ໃນ​ໂລກ ແລະ​ບໍ່​ມີ​ຜູ້​ໃດ​ຂັບ​ໄລ່​ຝູງ​ສັດ​ເຫລົ່າ​ນັ້ນ​ໄປ 27 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຂ້​ຽນ​ຕີ​ທ່ານ ​ດ້ວຍ​ຝີ​ເອ​ຢິບ​ດ້ວຍ​ແຜ​ຮ້າຍ ຈະ​ມີ​ເກັດ​ເຕັມ​ຕົວ​ ແລະ​ໂຣ​ກຄັ​ນ​ຊຶ່ງ​ຮັກ​ສາ​ບໍ່​ໄດ້ 28 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຂ້ຽນ​ຕີ​ທ່ານ​ດ້ວຍ​ໂຣກວິ​ກົນ​ຈິດ ໂຣກ​ຕາ​ບອດ ແລະ​ໃຫ້​ຈິດ​ໃຈ​ສັບ​ສົນ​ວຸ້ນ​ວາຍ 29 ທ່ານ​ຈະ​ຕ້ອງ​ຄຳ​ໄປ​ໃນ​ເວ​ລາ​ທ່ຽງ ເຫມືອນ​ຄົນ​ຕາ​ບອດ​ຄຳ​ໄປ​ໃນ​ຄວາມ​ມືດ ແລະ​ທ່ານ​ຈະ​ບໍ່​ມີ​ຄວາມ​ຈະ​ເຣີນ​ໃນ​ຫົນ​ທາງ​ຂອງ​ທ່ານ ທ່ານ​ຈະ​ຖືກ​ບີບ​ຄັ້ນ​ແລະ​ຖືກ​ປຸ້ນ​ຢູ່​ສ​ເມີ ແລະ​ຈະ​ບໍ່​ມີ​ໃຜ​ຊ່ອຍ​ທ່ານ​ໄດ້​ເລີຍ 30 ທ່ານ​ຈະ​ຫມັ້ນ​ຍິງ​ຄົນ​ນຶ່ງ​ໄວ້​ເປັນ​ພັຣ​ຍາ ແລະ​ຊາຍ​ອື່ນ​ຈະ​ເຂົ້າ​ໄປ​ສົມສູ່​ກັບ​ນາງ ທ່ານ​ຈະ​ກໍ່​ສ້າງ​ເຮືອນ ແຕ່​ຈະ​ບໍ່​ໄດ້​ອາ​ໄສ​ຢູ່​ໃນ​ນັ້ນ ທ່ານ​ຈະ​ປູກ​ສວນ​ອະ​ງຸ່ນ ແຕ່​ທ່ານ​ຈະ​ບໍ່​ໄດ້​ກິນ​ຫມາກ​ເລີຍ 31 ຄົນ​ຈະ​ຂ້າ​ງົວ​ຂອງ​ທ່ານ​ຕໍ່​ຫນ້າ​ຕໍ່​ຕາ​ທ່ານ ທ່ານ​ຈະ​ບໍ່​ໄດ້​ຮັບ​ປະ​ທານ​ຊີ້ນ​ງົວ​ນັ້ນ ເຂົາ​ຈະ​ມາ​ແຍ່ງ​ຊີງ​ລໍ​ໄປຕໍ່​ຫນ້າ​ຕໍ່​ຕາ​ທ່ານ ແລະ​ເຂົາ​ຈະ​ບໍ່​ເອົາ​ກັບ​ຄືນ​ມາ​ໃຫ້​ທ່ານ ຝູງ​ແບ້ ແກະຂອງ​ທ່ານ​ຈະ​ຕ້ອງ​ເອົາ​ໄປ​ໃຫ້​ສັດ​ຕຣູ​ຂອງ​ທ່ານ​ແລະ​ຈະ​ບໍ່​ມີ​ໃຜ​ຊ່ອຍ​ທ່ານ​ໄດ້​ເລີຍ 32 ເຂົາ​ຈະ​ເອົາ​ບຸດຊາຍ​ແລະ​ບຸດຍິງ​ຂອງ​ທ່ານ​ໄປ​ໃຫ້​ແກ່​ປະ​ຊາ​ຊາດ​ອື່ນ ສ່ວນ​ຕາ​ຂອງ​ທ່ານ​ຈະ​ມອງ​ເບິ່ງ​ແລະ​ມືດ​ມົວ​ລົງ​ດ້ວຍ​ຄວາມອາ​ລັຍ​ອາ​ວອນ​

ຕລອດ​ເວ​ລາ ອຳ​ນາດ​ນ້ຳ​ມື​ຂອງ​ທ່ານກໍ​ບໍ່​ສາ​ມາດ​ຈະ​ປ້ອງ​ກັນ​ໄດ້

33 ຊົນ​ຊາດ​ທີ່​ທ່ານ​ບໍ່​ເຄີຍ​ຮູ້​ຈັກ​ມາ​ແຕ່​ກ່ອນ​ຈະ​ມາ​ຮັບ​ປະ​ທານ​ພືດ​ຜົນ​ແຫ່ງ​ແຜ່ນ​ດິນ​ຂອງ​ທ່ານ ແລະ​ກິນ​ຜົນ​ແຫ່ງ​ແຜ່ນ​ດິນ​ຂອງ​ທ່ານ ແລະ​ກິນ​ຜົນ​ງານ​ຂອງ​ທ່ານ ເຂົາ​ຈະ​ບີບ​ຄັ້ນ​ແລະຢຽບ​ຢ່ຳ​ທ່ານ​ສ​ເມີ​ໄປ 34 ດັ່ງ​ນັ້ນ​ພາບ​ທີ່​ທ່ານ​ເຫັນ​ຈຶ່ງ​ຈະ​ກະ​ທຳ​ໃຫ້​ທ່ານ​ບ້າ​ຄັ່ງ​ໄປ 35 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຂ້ຽນ​ຕີ​ທ່ານ​ ດ້ວຍຝີ​ຮ້າຍ​ທີ່​ຫົວ​ເຂົ່າ ແລະ​ທີ່​ຂາ ຊຶ່ງ​ທ່ານ​ຈະ​ຮັກ​ສາ​ໃຫ້ຫາຍ​ບໍ່​ໄດ້ ເປັນ​ຕັ້ງ​ແຕ່​ສົ້ນ​ຕີນຈົນ​ເຖິງ​ກະ​ຫມ່ອມ​ຂອງ​ທ່ານ 36 “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ​ທ່ານ ແລະ​ກະ​ສັດ​ຜູ້​ທີ່​ທ່ານ​ແຕ່ງ​ຕັ້ງ​ໄວ້​ເຫນືອ​ທ່ານ​ນັ້ນ​ໄປ​ຍັງ​ປະ​ຊາ​ຊາດ​ຊຶ່ງ​ທ່ານ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ບໍ່​ຮູ້​ຈັກ​ມາ​ກ່ອນ​ໃນ​ທີ່​ນັ້ນ​ທ່ານ​ຈະ​ບົວ​ລະ​ບັດ​ພຣະ​ອື່ນ​ທີ່​ທຳ​ດ້ວຍ​ໄມ້​ ແລະ​ດ້ວຍ​ຫີນ 37 ທ່ານ​ຈະ​ເປັນ​ທີ່​ຫນ້າຢ້ານ​ກົວ ເປັນພາ​ສິດ ເປັນ​ຂີ້​ປາກ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ​ທີ່​ພຣະ​ຜູ້​ເປັນເຈົ້າ​ຊົງ​ພາກ​ທ່ານ​ໄປ​ນັ້ນ 38 ທ່ານ​ຈະ​ຕ້ອງ​ເອົາ​ພືດ​ໄປ​ຫວ່ານ​ໄວ້​ໃນ​ນາ​ຫລາຍ​ແລະ​ເກັບ​ຜົນ​ເຂົ້າ​ມາ​ແຕ່​ຫນ້ອຍ ເພາະ​ຕັກ​ແຕນ​ໃຫຍ່​ຈະ​ກັດ​ກິນ​ເສັຽ 39 ທ່ານ​ຈະ​ປູກ​ແລະ​ແຕ່ງ​ຕົ້ນອະ​ງຸ່ນ ແຕ່​ທ່ານ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ ຫລື​ເກັບ​ຜົນ​ເຂົ້າ​ມາ ເພາະ​ຕົວ​ຫນອນ​ຈະ​ກິນ​ມັນ​ເສັຽ 40 ທ່ານ​ຈະ​ມີ​ຕົ້ນ​ຫມາກກອກ​ເທດ​ຢູ່​ທົ່ວ​ອາ​ນາ​ເຂດ​ຂອງ​ທ່ານ ແຕ່​ທ່ານ​ຈະ​ບໍ່​ໄດ້​ນ້ຳ​ມັນ​ມາ​ຊະ​ໂລມ​ຕົວ​ທ່ານ ເພາະ​ວ່າ​ຜົນ​ຫມາກກອກ​ເທດ​ຂອງ​ທ່ານ​ຈະ​ຣ່ວງ​ຫລົ່ນ​ເສັຽ 41 ທ່ານ​ຈະ​ມີ​ບຸດ​ຊາຍ​ແລະ​ບຸດຍີງ ແຕ່​ຈະ​ບໍ່​ເປັນ​ຂອງ​ທ່ານ ເພາະ​ເຂົາ​ຈະ​ຕົກ​ໄປ​ເປັນ​ຊະ​ເລີຍ 42 ຕົ້ນໄມ້​ທັງ​ຫລາຍ​ຂອງ​ທ່ານ ແລະ​ຜົນ​ຈາກ​ພື້ນ​ດິນ​ຂອງ​ທ່ານ​ນັ້ນ ຕັກ​ແຕ​ນ​ຈະ​ຖື​ກຳມະ​ສິດ 43 ຄົນ​ຕ່າງ​ດ້າວ​ຊຶ່ງ​ຢູ່​ຖ້າມ​ກາງ​ທ່ານ ຈະ​ສູງ​ຂຶ້ນ​ໄປ​ເຫນືອ​ທ່ານ​ແລະ​ທ່ານ​ຈະ​ຕ່ຳ​ລົງ 44 ເຂົາ​ຈະ​ໃຫ້​ທ່ານ​ທັງ​ຫລາຍ​ຢືມ​ເຄື່ອງ​ຂອງ​ຂອງ​ເຂົາ​ໄດ້ ແລະ​ທ່ານ​ຈະ​ບໍ່​ມີ​ໃຫ້​ເຂົາ​ຢືມ ເຂົາ​ຈະ​ເປັນ​ຫົວ ແລະ​ທ່ານ​ຈະ​ເປັນ​ຫາງ 45 ຄຳ​ສາບ​ແຊ່ງ​ທັງ​ຫມົດ​ນີ້​ຈະ​ຕາມ​ຫາ​ທ່ານ ແລະ​ຕາມ​ທັນ​ທ່າ​ຈົນ​ກວ່າ​ທ່ານ​ຈະ​ຖືກ​ທຳ​ລາຍ ເພາະ​ວ່າ​ທ່ານ​ບໍ່​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ແລະ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ​ຊຶ່ງ​ພຣະ​ອົງ​ບັນ​ຊາ​ທ່ານ​ໄວ້ 46 ສິ່ງ​ເຫລົ່າ​ນີ້​ຈະ​ເປັນ​ຫມາຍ​ສຳ​ຄັນ ແລະ​ການ​ອັດ​ສະ​ຈັນ​ຢູ່​ເຫນືອ​ທ່ານ ແລະ​ເຫນືອ​ເຊື້ອ​ສາຍ​ຂອງ​ທ່ານ​ເປັນ​ນິດ 47 “ເພາະ​ທ່ານ​ບໍ່​ໄດ້​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ດ້ວຍ​ຄວາມ​ລື້ນ​ເລີງ​ແລະ​ໃຈ​ຍິນ​ດີ ເພາະ​ເຫດ​ມີ​ສິ່ງ​ສາ​ຣະ​ພັດ​ບໍ​ຣິ​ບູນ 48 ເພາະ​ສະ​ນັ້ນ​ທ່ານ​ຈຶ່ງ​ຕ້ອງ​ບົວ​ລະ​ບັດ​ສັດ​ຕຣູ​ຂອງ​ທ່ານ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໃຊ້​ມາ​ຕໍ່​ສູ້​ທ່ານ ດ້ວຍ​ຄວາມ​ຫິວ​ແລະ​ກະ​ຫາຍ ເປືອຍ​ກາຍ​ແລະ​ຂັດ​ສົນ​ທຸກ​ຢ່າງ ແລະ​ພຣະ​ອົງ​ຈະ​ຊົງ​ວາງແອກ​ເຫລັກ​ເທິງ​ຄໍ​ຂອງ​ທ່ານ ຈົນ​ກວ່າພຣະ​ອົງ​ຈະ​ທຳ​ລາຍ​ທ່ານ​ເສັຽ​ສິ້ນ 49 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ​ປະ​ຊາ​ຊາດ​ນຶ່ງ​ມາ​ຕໍ່​ສູ້​ກັບ​ທ່ານ​ຈາກ​ທາ​ງໄກ ຈາກ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ ໄວ​ເຫມືອນ​ນົກ​ອີນ​ຊີ​ບິນ​ມາ ເປັນ​ປະ​ຊາ​ຊາດ​ທີ່​ທ່ານ​ບໍ່​ຮູ້​ຈັກ​ພາ​ສາ​ຂອງ​ເຂົາ 50 ເປັນ​ປະ​ຊາ​ຊາດ​ທີ່​ມີ​ຫນ້າ​ຕາ​ດຸ ຄື​ຜູ້​ຊຶ່ງ​ບໍ່​ເຄົາ​ຣົບ​ຄົນ​ເຖົ້າ ແລະ​ບໍ່​ພໍ​ໃຈ​ຫນຸ່ມ​ສາວ 51 ແລະ​ຈະ​ຮັບ​ປະ​ທານ​ລູກ​ສັດ​ຂອງ​ທ່ານ​ແລະ​ພືດ​ຜົນ​ຈາກ​ພື້ນ​ດິນ​ຂອງ​ທ່ານ​ຈົນ​ທ່ານ​ຈະ​ຖືກ​ທຳ​ລາຍ ທັງ​ເຂົາ​ຈະ​ບໍ່​ເຫລືອ​ເຂົ້າ ເຫລົ້າ​ອະ​ງຸ່ນ ຫລື​ນ້ຳ​ມັນ ລູກ​ງົວ ຫລື​ລູກ​ແກະ​ອ່ອນ​ໄວ້​ໃຫ້​ທ່ານ ຈົນ​ກວ່າ​ເຂົາ​ຈະ​ກະ​ທຳ​ໃຫ້​ທ່ານ​ພິ​ນາດ 52 ເຂົາ​ຈະ​ລ້ອມ​ທ່ານ​ໄວ້​ທຸກ​ຫົວ​ເມືອງ​ຈົນ​ກຳ​ແພງ​ສູງ ແລະ​ເຂັ້ມ​ແຂງ​ຊຶ່ງ​ທ່ານ​ໄວ້​ວາງ​ໃຈ​ນັ້ນ​ພັງ​ທະ​ລາຍ​ລົງ​ທົ່ວ​ແຜ່ນ​ດິນ​ຂອງ​ທ່ານ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ 53 ທ່ານ​ຈະ​ຕ້ອງ​ຮັບ​ປະ​ທານ​ເຊື້ອ​ສາຍ​ແຫ່ງ​ຮ່າງ​ກາຍ​ຂອ​ງທ່ານ​ເປັນ​ອາ​ຫານ ຄື​ເນື້ອ​ລູກ​ຊາຍ​ແລະ​ລູກຍິງ​ຂອງ​ທ່ານ ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ ໃນ​ການ​ລ້ອມ​ແລະ​ໃນ​ຄວາມ​ທຸກ​ລຳ​ບາກ​ຊຶ່ງ​ສັດ​ຕຣູ​ຂອງ​ທ່ານ​ມາ​ທຳ​ໃຫ້​ທ່ານ​ທັງ​ຫລາຍ​ທຸກ​ລຳ​ບາກ​ນັ້ນ 54 ຜູ້​ຊາຍ​ຮັ່ງ​ມີ ແລະ​ສຳ​ອາງ​ເຫລືອ​ເກີນ​ໃນ​ຫມູ່​ພວກ​ທ່ານ​ທັ​ງ​ຫລາຍ​ຈະ​ຫວງ​ອາ​ຫານ​ບໍ່​ໃຫ້​ພີ່​ນ້ອງ​ຂອງ​ຕົນ ບໍ່​ໃຫ້ເມັ​ຽ​ທີ່​ຢູ່​ໃນ​ອ້ອມ​ເອິກ​ຂອງ​ຕົນ ແລະ​ບໍ່​ໃຫ້​ລູກໆ​ຄົນ​ສຸດ​ທ້າຍ​ທີ່​ເຂົາ​ເຫລືອ​ຢູ່​ກັບ​ຕົນ 55 ຈົນ​ເຂົາ​ຈະ​ບໍ່ຍອມ​ໃຫ້​ໃຜກິນ​ເນື້ອ​ລູກ​ຂອງ​ຕົນ​ຊຶ່ງ​ກຳ​ລັງ​ກິນ​ຢູ່ ເພາະ​ບໍ່ມີ​ສິ່ງ​ໃດ​ເຫລືອ​ໃຫ້​ເຂົາ​ອີກ​ແລ້ວ ໃນ​ການ​ລ້ອມ​ແລະ​ໃນ​ຄວາມ​ທຸກ​ລຳ​ບາກ​ຊຶ່ງ​ສັດ​ຕຣູ​ຂອງ​ທ່ານ​ມາ​ທຳ​ໃຫ້​ທ່ານ​ທັງ​ຫລາຍ​ທຸກ​ລຳ​ບາກ​ທຸກ​ຫົວ​ເມືອງ 56 ຜູ້​ຍິງ​ຖາ​ນະ​ສູງ​ທີ່​ລ້ຳ​ຣວຍຮັ່ງ​ມີໃນ​ຫມູ່​ພວກ​ທ່ານ ຈະ​ຫວງ​ບໍ່​ໃຫ້​ສາ​ມີໃນ​ອ້ອມ​ເອິກ​ຂອງ​ນາງ ແລະ​ບໍ່​ໃຫ້​ບຸດຊາຍ​ແລະ​ບຸດຍີງ​ຂອງ​ນາງ​ 57 ໄດ້​ສາຍ​ແຮ່​ຊຶ່ງ​ອອກ​ມາ​ຈາກ​ຫວ່າງ​ຂາ​ຂອງ​ນາງ​ແລະ​ລູກ​ນ້ອຍ​ທີ່​ຫາ​ກໍ​ເກີດ​ໃຫມ່​ໆ ເພາະ​ວ່າ​ນາງ​ຈະ​ກິນ​ເປັນ​ອາ​ຫານ​ຢ່າງ​ງຽບໆ ເພາະ​ຂັດ​ສົນ​ທຸກ​ຢ່າງ ໃນ​ການ​ຖືກ​ປິດ​ລ້ອມ​ແລະ​ໃນ​ຄວາມ​ທຸກ​ລຳ​ບາກ ຊຶ່ງ​ສັດ​ຕຣູ​ຂອງ​ທ່ານ​ມາ​ທຳ​ໃຫ້​ທ່ານ​ທັງ​ຫລາຍ​ທຸກ​ລຳ​ບາກ​ທຸກ​ຫົວ​ເມືອງ 58 “ຖ້າ​ທ່ານ​ທັງ​ຫລາຍ​ບໍ່​ລະວັງ​ທີ່​ຈະ​ກະ​ທຳ​ຕາມ​ຖ້ອຍ​ຄຳ​ຂອງ​ທັມ​ບັນ​ຍັດ​ຊຶ່ງ​ຂຽນ​ໄວ້​ໃນ​ຫນັງ​ສື​ເຫລັ້ມ​ນີ້ ທີ່​ຈະ​ໃຫ້​ຢໍາ​ເກງ​ພຣະ​ນາມ​ທີ່​ຊົງ​ປະເສີດແລະ​ຫນ້າ​ເກງ​ກົວ​ນີ້ ຄື​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ 59 ແລ້ວ​ພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ນຳ​ມາ​ສູ່​ທ່ານ ແລະ​ລູກ​ຫລານ​ຂອງ​ທ່ານ​ຊຶ່ງ​ຄວາມ​ທຸກ​ໃຈ​ຢ່າງ​ຜິດ​ທຳ​ມະ​ດາ ຄວາມ​ທຸກ​ໃຈ​ຮ້າຍ​ແຮງ ແລະ​ຊ້າ​ນານ 60 ແລະ​ພຣະ​ອົງ​ຈະ​ຊົງ​ນຳ​ໂຣກ​ທັງ​ຫລາຍ​ແຫ່ງ​ເອ​ຢິບ ຊຶ່ງ​ທ່ານ​ຢ້ານ​ກົວ​ນັ້ນ​ມາ​ສູ່​ທ່ານ​ອີກ ແລະ​ມັນ​ຈະ​ຕິດ​ພັນ​ທ່ານ​ຢູ່ 61 ໂຣກ​ທຸກ​ຢ່າງ​ແລະ​ຄວາມ​ທຸກ​ໃຈ​ທຸກ​ຢ່າງ ຊຶ່ງ​ບໍ່​ໄດ້​ລະ​ບຸ​ໄວ້​ໃນ​ຫນັງ​ສື​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ​ມາ​ຍັງ​ທ່ານ ຈົນ​ກວ່າ​ທ່ານ​ທັງ​ຫລາຍ​ຈະ​ຖືກ​ທຳ​ລາຍ 62 ຊຶ່ງ​ພວກ​ທ່ານ​ທັງ​ຫລາຍ​ມີ​ຫລວງ​ຫລາຍ​ຢ່າງ ດວງ​ດາວ​ໃນ​ທ້ອງ​ຟ້າ​ນັ້ນ ທ່ານກໍຈະ​ເຫລືອ​ແຕ່​ຈຳ​ນວນ​ຫນ້ອຍ ເພາະ​ວ່າ​ທ່ານ​ບໍ່​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 63 ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ທັຍ​ທີ່​ຈະ​ຊົງ​ກະ​ທຳ​ດີ​ຕໍ່​ທ່ານ ແລະ​ອວຍ​ພຣະ​ພອນ​ໃຫ້​ແກ່​ທ່ານ​ທະ​ວີ​ມາກ​ຂຶ້ນ​ນັ້ນ ພຣະ​ອົງ​ກໍ​ຈະ​ຊົງ​ພໍ​ພຣະ​ທັຍ​ທີ່​ຈະ​ຊົງ​ໃຫ້​ທ່ານ​ພິ​ນາດ​ແລະ​ທຳ​ລາຍ​ທ່ານ​ເສັຽ​ເຊັ່ນ​ດຽວກັນ ທ່ານ​ຈະ​ຕ້ອງ​ຖືກ​ເດັດ​ຖິ້ມ​ໄປ​ເສັຽ​ຈາກ​ແຜ່ນ​ດິນ​ຊຶ່ງ​ທ່ານ​ກຳ​ລັງ​ຈະ​ເຂົ້າ​ໄປ​ຍຶດ​ຄອງ​ນັ້ນ 64 ແລະ​ພຣະ​ຜູ້ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ໃຫ້​ທ່ານ​ທັງ​ຫລາຍ​ກະ​ຈັດ​ກະ​ຈາຍ​ໄປ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ ຕັ້ງ​ແຕ່​ທີ່​ສຸດ​ປາຍ​ໂລກ​ຂ້າງ​ນີ້​ໄປ​ເຖິງ​ຂ້າງ​ນັ້ນ​ໃນ​ທີ່​ນັ້ນ​ທ່ານ​ຈະບົວ​ລະ​ບັດ​ພຣະ​ອື່ນໆ​ຊຶ່ງ​ທ່ານ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ບໍ່​ຮູ້​ຈັກ ຄື​ພຣະ​ຊຶ່ງ​ທຳ​ດ້ວຍ​ໄມ້​ແລະ​ສີ​ລາ 65 ເມື່ອ​ທ່ານ​ຢູ່​ຖ້າມກາງ​ປະ​ຊາ​ຊາດ​ຕ່າງໆ​ນັ້ນ ທ່ານ​ຈະ​ບໍ່​ພົບ​ຄວາມ​ສະ​ບາຍ​ເລີຍ ສົ້​ນ​ຕີນຂອງ​ທ່ານ​ຈະ​ບໍ່​ມີ​ທີ່ຢຸດ​ພັກ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທານ​ໃຫ້​ທ່ານ​ມີ​ຈິດ​ໃຈ​ທີ່​ຫວາດ​ຫວັ່ນ​ ມີ​ຕາ​ທີ່​ມືດ​ມົວ​ລົງ ແລະ​ມີ​ຊີ​ວິດ​ທີ່​ຄ່ອຍສິ້ນ​ຫວັງ​ລົງ 66 ແລະ​ຊີ​ວິດ​ຂອງ​ທ່ານກໍ​ຈະ​ແຂວນ​ຢູ່​ຂ້າງ​ຫນ້າ​ທ່ານ​ຢ່າງສົງ​ໄສ ທ່ານ​ຈະ​ຢ້ານ​ກົວ​ຢູ່​ທັງ​ກາງ​ຄືນ​ແລະ​ກາງ​ເວັນ​ບໍ່​ມີ​ຄວາມ​ແນ່​ໃຈ​ໃນ​ຊີ​ວິດ​ຂອງ​ທ່ານ​ເລີຍ 67 ໃນ​ຕອນ​ເຊົ້າ​ທ່ານ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ເວ​ລາ​ຄ່ຳ​ກໍ​ຈະ​ຍິນ​ດີ” ແລະ​ໃນ​ເວ​ລາ​ຄ່ຳ​ທ່ານ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຕອນ​ເຊົ້າ​ກໍ​ຈະ​ດີ” ເພາະ​ຄວາມ​ຢ້ານ​ກົວ​ທີ່​ທ່ານ​ມີ​ຢູ່​ນັ້ນ ແລະ​ເພາະ​ສິ່ງ​ທີ່​ຕາ​ທ່ານ​ຈະ​ເຫັນ 68 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ທ່ານ​ກັບ​ມາ​ທາງ​ເຮືອເຖິງ​ເອ​ຢິບ ເປັນ​ການເດີນ​ທາງ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ທ່ານ​ຈະ​ບໍ່​ພົບ​ເຫັນ​ອີກ​ເລີຍ ໃນ​ທີ່​ນັ້ນ​ທ່ານ​ຈະ​ຕ້ອງມອບ​ຕົວ​ຂາຍ​ໃຫ້​ສັດ​ຕຣູ​ເປັນ​ທາດ​ຊາຍ​ແລະ​ທາດ​ຍິງ ແຕ່​ຈະ​ບໍ່​ມີ​ຜູ້​ໃດ​ຊື້​ທ່ານ”

ພຣະບັນຍັດສອງ 29

ຄຳ​ຫມັ້ນສັນ​ຍາ​ຂອງ​ພຣະ​ເຈົ້າ​ຕໍ່ ອິສ​ຣາ​ເອນ​ໃນ​ແຜ່ນ​ດິນ​ໂມ​ອາບ

1 ຕໍ່​ໄປ​ນີ້​ເປັນ​ຖ້ອຍ​ຄຳ​ໃນ​ຄຳ​ຫມັ້ນສັນ​ຍາ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໂມ​ເຊ​ໃຫ້​ກະ​ທຳ​ກັບ​ຄົນ​ອິສ​ຣາ​ເອນ​ໃນ​ແຜ່ນ​ດິນ​ໂມ​ອາບ ນອກ​ເຫນືອ​ຄຳ​ຫມັ້ນ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ກັບ​ເຂົາ​ທີ່​ໂຮ​ເຣັບ 2 ໂມ​ເຊ​ຮຽກ​ບັນ​ດາ​ຄົນ​ອິສ​ຣາ​ເອນ​ມາ ແລະ​ກ່າວແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ໄດ້​ເຫັນ​ທຸກ​ສິ່ງ​ກັນ​ນັຍ​ຕາ​ຂອງ​ທ່ານ​ຊຶ່ງ​ພຣະ​ເຈົ້າ​ຊົງ​ກະ​ທຳ​ໃນປະ​ເທດ​ເອ​ຢິບ ຕໍ່​ຟາ​ຣາໂອ​ແລະ​ຕໍ່​ຂ້າ​ຣາ​ຊ​ບໍ​ຣິ​ພານ​ຂອງ​ທ່ານ​ທັງ​ສິ້ນ 3 ທັງ​ການ​ທົດ​ລອງ​ໃຫຍ່​ຊຶ່ງ​ນັຍ​ຕາ​ຂອງ​ທ່ານ​ໄດ້​ເຫັນ ທັງ​ຫມາຍ​ສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ​ຍິ່ງ​ໃຫຍ່​ເຫລົ່າ​ນັ້ນ 4 ແຕ່​ຈົນ​ເຖິງ​ວັນ​ນີ້ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ຈິດ​ໃຈ​ທີ່​ເຂົ້າ​ໃຈ ຕາ​ທີ່​ມອງ​ເຫັນ​ໄດ້ ແລະ​ຫູ​ທີ່​ຍິນ​ໄດ້​ໃຫ້​ແກ່​ທ່ານ 5 ເຣົາ​ໄດ້​ນຳ​ເຈົ້າ​ຢູ່​ໃນ​ຖິ່ນ​ກັນ​ດານ​ສີ່​ສິບ​ປີ ເສື້ອ​ຜ້າ​ຂອງ​ເຈົ້າ​ບໍ່​ໄດ້​ຂາດ​ໄປ​ຈາກ​ເຈົ້າ ແລະ​ເກີບ​ບໍ່​ໄດ້​ຂາດ​ຫລຸດ​ໄປ​ຈາກ​ຕີນ​ຂອງ​ເຈົ້າ 6 ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຮັບ​ປະ​ທານ​ເຂົ້າ​ຈີ່ ເຈົ້າ​ບໍ່​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ ຫລື​ສຸ​ຣາ ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກເຈົ້າ 7 ແລະ​ເມື່ອ​ທ່ານ​ມາ​ເຖິງ​ທີ່​ນີ້ ຊີ​ໂຮນ​ກະ​ສັດ​ເມືອງ​ເຮສ​ໂບນ ແລະ​ໂອກ​ກະ​ສັດ​ເມືອງ​ບາ​ຊານ ອອກ​ມາ​ທຳ​ສົງ​ຄາມ​ກັບ​ທ່ານ ແຕ່​ເຣົາ​ທັງ​ຫລາຍ​ກໍ​ໄດ້​ກະ​ທຳ​ໃຫ້​ເຂົາ​ຜ່າຍ​ແພ້​ໄປ 8 ເຣົາ​ຍຶດ​ແຜ່ນ​ດິນ​ຂອງ​ເຂົາ ແລະ​ມອບ​ໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ຄົນ​ເຜົ່າ​ຣູ​ເບນ ຄົນ​ເຜົ່າ​ກາດ ແລະ​ຄົນ​ເຄິ່ງ​ເຜົ່າ​ມາ​ນັສ​ເຊ 9 ເພາະ​ສະ​ນັ້ນ ຈົ່ງ​ລະ​ວັງ​ທີ່​ຈະ​ກະ​ທຳ​ຕາມ​ຖ້ອຍ​ຄຳ​ແຫ່ງ​ຄຳ​ຫມັ້ນ​ສັນ​ຍາ​ນີ້ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ຈຳ​ເຣີນ​ໃນ​ບັນ​ດາ​ກິ​ຈ​ການ​ຊຶ່ງ​ທ່ານ​ກະ​ທຳ 10 “ໃນ​ວັນ​ນີ້​ທ່ານ​ທັງ​ຫລາຍ​ທຸກ​ຄົນ​ຢືນ​ຢູ່​ຕໍ່​ພຣະຜູ້ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ຄື​ບັນ​ດາ​ຜູ້​ຫົວ​ຫນ້າ​ເຜົ່າ​ທັງ​ຫລາຍ ພວກ​ຜູ້​ໃຫຍ່​ຂອງ​ທ່ານ ແລະ​ເຈົ້າ​ຫນ້າ​ທີ່​ຂອງ​ທ່ານ​ບັນ​ດາ​ຜູ້​ຊາຍ​ຂອງ​ອິສ​ຣາ​ເອນ 11 ເດັກ​ນ້ອຍ​ຂອງ​ທ່ານ ພັ​ຣ​ຍາຂອງ​ທ່ານ ແລະ​ຄົນ​ຕ່າງ​ດ້າວ​ທີ່​ຢູ່​ໃນ​ຄ້າຍ​ຂອງ​ທ່ານ ທັງ​ຄົນ​ທີ່​ຕັດ​ຟືນ​ໃຫ້​ທ່ານ ແລະ​ຄົນ​ທີ່​ຕັກ​ນ້ຳ​ໃຫ້​ທ່ານ 12 ເພື່ອ​ທ່ານ​ຈະ​ໄດ້​ເຂົ້າ​ມາ​ໃນ​ຄຳ​ຫມັ້ນສັນ​ຍາ​ແຫ່ງພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ຄື​ໃນ​ຄຳ​ຫມັ້ນສັນ​ຍາ​ທີ່​ສາ​ບານ​ໄວ້ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ກະ​ທຳ​ກັບ​ທ່ານ​ໃນ​ວັນ​ນີ້ 13 ເພື່ອ​ພຣະ​ອົງ​ຈະ​ຊົງ​ແຕ່ງ​ຕັ້ງ​ທ່າ​ນ​ທັງ​ຫລາຍ​ໃນ​ວັນ​ນີ້​ໃຫ້​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ເພື່ອ​ພຣະ​ອົງ​ຈະ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່າ​ນດັ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ກັບ​ທ່ານ​ນັ້ນ ແລະ​ດັ່ງ​ທີ່​ພຣະ​ອົງ​ຊົງ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ຄື​ກັບ​ອັບ​ຣາ​ຮາມ ອີ​ຊາກ ແລະ​ຢາ​ໂຄບ 14 ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກະ​ທຳຄຳ​ຫມັ້ນສັນ​ຍາ​ນີ້​ກັບ​ທ່ານ​ເທົ່າ​ນັ້ນ 15 ແຕ່​ກັບ​ຜູ້​ທີ່​ຢືນ​ຢູ່​ກັບ​ເຮົາ​ທັງ​ຫລາຍ​ໃນ​ວັນ​ນີ້ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ກັບ​ຜູ້​ທີ່ບໍ່​ໄດ້​ຢູ່​ທີ່​ນີ້​ກັບ​ເຣົາ​ໃນ​ວັນ​ນີ້ 16 “ທ່ານ​ຊາບ​ຢູ່​ແລ້ວ​ວ່າ​ເຮົາ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ເອ​ຢິບ​ຢ່າງ​ໃດ ແລະ​ເຮົາ​ທັງ​ຫລາຍ​ໄດ້​ຜ່ານ​ຖ້າມ​ກາງ​ປະ​ຊາ​ຊາດ​ຊຶ່ງ​ທ່ານ​ທັງຫລາຍ​ຜ່ານ​ພົ້ນ​ຢ່າງ​ໃດ 17 ທ່ານ​ທັງຫລາຍ​ໄດ້​ເຫັນ​ສິ່ງ​ທີ່​ຫນ້າຂີ້​ດຽດ​ຂອງ​ເຂົາ​ທັງ​ຫລາຍ​ແລ້ວ ຄື​ເຫັນ​ຮູບ​ເຄົາ​ຣົບ​ທີ່​ທຳ​ດ້ວຍ​ໄມ້ ດ້ວຍ​ຫີນ ແລະ​ດ້ວຍ​ເງິນ ແລະ​ທອງຄຳ ຊຶ່ງ​ຢູ່​ຖ້າມ​ກາງ​ເຂົາ​ທັງ​ຫລາຍ 18 ຈົ່ງ​ລະ​ວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຊາຍ​ຫລື​ຍິງ​ຄົນ​ໃດ ຫລື​ຄອບ​ຄົວ​ໃດ ຫລື​ເຜົ່າ​ໃດ ຊຶ່ງ​ຈິດ​ໃຈ​ຂອງ​ເຂົາ​ຫັນ​ຫນີໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຣົາ​ໄປ​ບົວ​ລະ​ບັດ​ພຣະ​ຂອງ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ ຢ້ານ​ວ່າ​ຖ້າມ​ກາງ​ທ່ານ​ຈະ​ມີ​ຮາກ​ຊຶ່ງ​ເກີດ​ເປັນ​ພືດ​ຂົມ​ຂື່ນ​ແລະ​ເປັນ​ພິດ 19 ​ເມື່ອ​ຄົນ​ນັ້ນ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ຄໍາ​ຫມັ້ນ​ສັນ​ຍາທີ່​ສາ​ບານ​ນີ້ ຈະ​ນຶກອວຍ​ພອນ​ຕົນ​ເອງ​ໃນ​ໃຈ​ວ່າ “ເຖິງ​ຂ້າ​ພະ​ເຈົ້າ​ຈະ​ເດີນ​ດ້ວຍ​ຄວາມ​ດື້​ດືງ​ຕາມ​ໃຈ​ຂ​ອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ກໍ​ຈະ​ເປັນ​ສຸກ” ຄວາມ​ຄິດ​ເຊັ່ນ​ນີ້ກໍ​ນຳ​ການກວາດ​ທຳ​ລາຍ​ບໍ່​ວ່າ​ຜົນ​ທີ່​ລຸ່ມ​ແລະ​ທີ່​ແລ້ງ​ໄປ​ດ້ວຍ​ກັນ 20 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​ໃຫ້​ອະ​ພັຍ​ແກ່​ຄົນ​ນັ້ນ ແຕ່ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ແລະ​ຄວາມ​ຫວງແຫນ​ຂອງ​ພຣະ​ອົງ​ຈະ​ພຸ່ງ​ຂຶ້ນ​ຕໍ່​ຊາຍ​ຄົນ​ນັ້ນ ແລະ​ຄຳ​ສາບ​ແຊ່ງ​ຊຶ່ງ​ຂຽນ​ໄວ້​ໃນ​ຫນັງ​ສື​ເຫລັ້ມ​ນີ້​ຈະ​ຕົກ

ຢູ່​ເຫນືອ​ເຂົາ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ລົບ​ຊື່​ຂອງ​ເຂົາ​ເສັຽ​ຈາກ​ໃຕ້​ຟ້າ

21 ແລ້ວ​ພຣະ​ເຈົ້າ​ຈະ​ຊົງ​ແຍກ​ເຂົາ​ອອກ​ຈາກ​ເຜົ່າ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ໃຫ້​ປະ​ສົບ​ຄວາມ​ພິ​ນາດ​ຕາມ​ຄຳ​ສາບ​ແຊ່ງ​ທັງ​ສິ້ນ​ຂອງ​ຄຳ​ຫມັ້ນ​ສັນ​ຍາ ຊຶ່ງ​ຈາ​ຣຶກ​ໄວ້​ໃນ​ຫນັງ​ສື​ພຣະ​ບັນ​ຍັດ​ນີ້ 22 ແລະ​ຄົນ​ຊົ່ວ​ອາ​ຍຸ​ຕໍ່​ມາ ຄື​ລູກ​ຫລານ​ຊຶ່ງ​ເກີດ​ມາ​ພາຍ​ຫລັງ​ທ່ານ ແລະ​ຊົນ​ຕ່າງ​ດ້າວ​ຊຶ່ງ​ມາ​ຈາກ​ແຜ່ນ​ດິນ​ທີ່​ຢູ່​ຫ່າງໄກ ຈະ​ກ່າວ​ເມື່ອ​ເຂົາ​ເຫັນ​ຄວາມ​ທຸກ​ໃຈ​ຂອງ​ແຜ່ນ​ດິນ​ນັ້ນ ແລະ​ໂຣກ​ພັຍ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ເປັນ 23 ຄື​ແຜ່ນ​ດິນ​ທັງ​ຫມົດຈະ​ແຫ້ງ​ແລ້ງແລະ​ແຂງ​ເປັນ​ດິນ​ດາກ ແລະ​ປົນ​ເກືອ ເປັນ​ທີ່​ວ່າງ​ເປົ່າ​ເພາະ​ຖືກ​ເຜົາ​ໄຟ ບໍ່​ມີ​ໃຜ​ປູກ​ຫວ່ານ ແລະ​ບໍ່​ມີ​ສິ່ງ​ໃດ​ງອກ​ຂຶ້ນ ເປັນ​ບ່ອນ​ທີ່​ຫຍ້າ​ບໍ່​ງອກ ເປັນ​ການ​ທີ່​ຖືກ​ຄວ່ຳ​ເຫມືອນ​ດັ່ງ​ໂຊ​ໂດມ ແລະ​ໂກ​ໂມ​ຣາ ເມືອງ​ອັດ​ມາ ເມືອງ​ເຊ​ບົວ​ອິມ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄວໍ່າ​ດ້ວຍ​ຄວາມກິ້ວ ແລະ​ພຣະ​ພິ​ໂຣດ 24 ປະ​ຊາ​ຊາດ​ທັງ​ຫລາຍ​ຈະ​ກ່າວ​ວ່າ “ເປັນ​ຫຍັງ​ພຣະ​ເຈົ້າ​ຊົງ​ກະ​ທຳ​ເຊັ່ນ​ນີ້​ແກ່​ແຜ່ນ​ດິນ​ນີ້ ພຣະ​ພິ​ໂຣດ​ຫລວງ​ຫລາຍ​ເຊັ່ນ​ນີ້​ຫມາຍ​ຄວາມ​ຢ່າງ​ໃດ” 25 ແລ້ວ​ຄົນ​ຈະ​ເວົ້າ​ກັນ​ວ່າ “ເພາະ​ເຂົາ​ປະ​ຖິ້ມ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ບັນ​ພະບູ​ຣຸດ​ຂອງ​ເຂົາ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໄວ້​ກັບ​ເຂົາ​ເມື່ອ​ພຣະ​ອົງ​ຊົງ​ພາ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ 26 ໄປ​ບົວ​ລະ​ບັດ​ນະ​ມັ​ສ​ການ​ພຣະ​ອື່ນ ເປັນ​ພຣະ​ຊຶ່ງ​ເຂົາ​ບໍ່​ເຄີຍ​ຮູ້​ຈັກ ແລະ​ຊຶ່ງ​ພຣະ​ອົງ​ບໍ່​ໄດ້​ປະ​ທານ​ແກ່​ເຂົາ 27 ເຫດ​ສັນ​ນັ້ນ ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ພຸ່ງ​ຂຶ້ນ​ຕໍ່​ແຜ່ນ​ດິນ​ນີ້ ນຳ​ເອົາ​ຄຳ​ສາບ​ແຊ່ງ​ຊຶ່ງ​ຈາ​ຣຶກ​ໄວ້​ໃນ​ຫນັງ​ສື​ນີ້​ມາ​ເຖິງ 28 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖອນ​ຮາກ​ເຂົາ​ເສັຽ ຈາກ​ແຜ່ນ​ດິນ​ດ້ວຍ​ຄວາມ​ກີ້ວ ແລະ​ພຣະ​ພິ​ໂຣດ​ອັນ​ຫລວງ​ຫລາຍ ແລະ​ຖິ້ມ​ເຂົາ​ໄປ​ໃນ​ອີກ​ແຜ່ນ​ດິນ​ນຶ່ງ​ດັ່ງ​ທີ່​ເປັນ​ຢູ່​ໃນ​ວັນ​ນີ້” 29 “ສິ່ງ​ລີ້​ລັບ​ທັງ​ປວງ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແຕ່​ສິ່ງ​ຊົງ​ສຳ​ແດງ​ນັ້ນ​ເປັນ​ຂອງ​ເຮົາ​ທັງ​ຫລາຍ​ແລະ​ຂອງ​ລູກ​ຫລານ​ຂອງ​ເຮົາ​ເປັນ​ນິດ ເພື່ອ​ເຮົາ​ຈະ​ກະ​ທຳ​ຕາມ​ຖ້ອຍ​ຄຳ​ທັງ​ສິ້ນ​ຂອງ​ກົດ​ຫມາຍ​ນີ້

ພຣະບັນຍັດສອງ 30

ເງື່ອນ​ໄຂ​ການ​ສ້າງ​ຂຶ້​ນ​ໃຫມ່ ແລະ​ຮັບ​ພຣະ​ພອນ

1 ບັດ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ໃຫ້ທ່ານ​ເລືອກ​ເອົາ​ລະ​ຫວ່າງພຣະ​ພອນ​ກັບ​ຄຳ​ສາບ​ແຊ່ງ ເມື່ອ​ເຫດ​ການ​ເຫລົ່າ​ນີ້​ເກີດ​ຂຶ້ນ​ກັບ​ທ່ານ​ແລ້ວ ແລະ​ເມື່ອ​ຢູ່​ໃນ​ຖ້າມ​ກາງ​ຊົນ​ຊາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂັບ​ໄລ່​ທ່ານ​ໄປ​ນັ້ນ ທ່ານ​ຈະ​ລະ​ນຶກ​ໄດ້​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ 2 ແລ້ວ​ທ່ານ​ກັບ​ເຊື້ອ​ສາຍ​ຂອງ​ທ່ານ​ຈະ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ຈະ​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ໃນ​ມື້​ນີ້​ຢ່າງ​ສຸດ​ຈິດ​ສຸດ​ໃຈ 3 ເມື່ອ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເມດ​ຕາ​ທ່ານ ຈະ​ນຳ​ທ່ານ​ກັບ​ຄືນ​ມາ​ຈາກ​ຊົນ​ຊາດ​ທີ່​ຊົງ​ຂັ​ບ​ໄລ່​ໄປ ທັງ​ຈະ​ທຳ​ໃຫ້​ທ່ານ​ກັບ​ມາທ້ອນ​ໂຮມ​ກັນ​ຄື​ເກົ່າ​ອີກ 4 ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ຕົກ​ໄປ​ຢູ່ໄກ​ຄົນ​ລະ​ຟາກ​ຟ້າ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ຊົງ​ຮວບ​ຮວມ​ເອົາ​ພວກ​ທ່ານ​ກັບ​ມາ​ ຈາກ​ທີ່​ນັ້ນ​ພຣະ​ອົງ​ຈະ​ຊົງ​ນຳ​ທ່ານ​ກັບຄືນ 5 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ​ທ່ານ​ເຂົ້າ​ມາ​ໃນ​ແຜ່ນ​ດິນຊຶ່ງບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ໄດ້​ຍຶດຄອບ​ຄອງ ແລະພຣະ​ອົງຈະ​ຊົງ​ກະທຳ​ໃຫ້​ແຜ່ນ​ດິນ​ນັ້ນ​

ອຸ​ດົມ​ສົມ​ບູນ​ແລະ​ມີ​ຄົນ​ຈຳ​ນວນ​ຫລາຍກວ່າ​ທີ່​ເຄີຍ​ມີ​ມາ​ແລ້ວ​ໃນ​ສະ​ໄຫມ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ

6 ພຣະ​ຜູ້​ເປັນ​ເຈົ້າຈະ​ຊົງ​ທຳໃຫ້​ທ່ານ​ກັບ​ເຊື້ອ​ສາຍ​ມີ​ໃຈ​ເຊື່ອ​ຟັງ​ເພື່ອ​ຈະ​ໄດ້​ຮັກ​ພຣະ​ອົງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ແລະ​ມີ​ຊີ​ວິດ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ສືບ​ຕໍ່​ໄປ 7 ແລະ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ຊົງ​ສາບ​ແຊ່ງ​ພວກ​ສັດ​ຕຣູຜູ້​ທີ່​ກຽດ​ຊັງ​ແລະ​ຂົ່ມ​ເຫັງ​ທ່ານ ແລ້ວ​ທ່ານ​ຈະ​ເຊື່ອ​ຟັງ​ແລະ​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ທີ່​ພຣະ​ອົງ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວັນນີ້​ອີກ 8 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໃຫ້​ການ​ງານ​ຂອງ​ທ່ານ​ຈະ​ເຣີນ​ຮຸ່ງ​ເຮືອງ ໃຫ້​ມີ​ລູກ​ຫລານ ແລະ​ງົວ​ຄວາຍ​ຫລາຍ ພ້ອມ​ທັງ​ມີ​ເຂົ້າ​ປາ​ນາ​ນ້ຳ​ອຸ​ດົມ​ສົມ​ບູນ 9 ຈະ​ຊົງ​ພໍ​ພຣະ​ທັຍ​ທຳ​ໃຫ້​ທ່ານ​ອຸດົ​ມ​ສົມ​ບູນ ແລະຮັ່ງ​ມີ​ເຫມືອນ​ພຣະ​ອົງຊົງ​ທຳ​ໃຫ້​ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ 10 ແຕ່​ທ່ານ​ຈະ​ຕ້ອງ​ເຊື່ອ​ຟັງ​ແລະ​ທຳ​ຕາມ​ກົດ​ບັນ​ຍັດ​ແລະ​ພຣະ​ທັມ​ຊຶ່ງ​ໄດ້​ບົ່ງ​ໄວ້​ໃນ​ຫນັງ​ສື​ຄຳ​ສອນ​ນີ້ ພ້ອມ​ກັບ​ໃຫ້​ເຊື່ອ​ຟັງ​ພຣະ​ອົງ​ຢ່າງ​ສຸດ​ຈິດ​ສຸດ​ໃຈ 11 ພຣະ​ບັນຍັດ​ທີ່​ຂ້າ​ພະ​ເຈົ້າ​ຈະ​ບອກ​ທ່ານ​ໃນ​ວັນ​ນີ້ ບໍ່​ແມ່ນ​ວ່າ​ເປັນ​ຂອງ​ຍາກ ຫລື​ເຫລືອ​ວິໄສ​ທີ່​ທ່ານ​ຈະ​ເຂົ້າ​ໃຈ​ໄດ້ 12 ​ບໍ່​ແມ່ນ​ພຣະ​ບັນ​ຍັດ​ຢູ່​ເທິງ​ຟ້າ ຊຶ່ງ​ທ່ານຈະ​ກ່າວ​ວ່າ​ ໃຜ​ຈະ​ຂຶ້ນ​ເທິງ​ຟ້າແລະ​​ເອົາ​ມາ​ໃຫ້​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ຟັງ​ແລະ​ປະ​ພຶດ​ຕາມ 13 ບໍ່​ແມ່ນຢູ່​ຟາກ​ທະ​ເລ ຊຶ່ງ​ທ່ານ​ຈະ​ກ່າວ​ວ່າ ​ໃຜ​ຈະ​ຂ້າມ​ທະ​ເລ​ໄປ​ແທນ​ເຮົາ ແລະ​ເອົາ​ມາ​ໃຫ້​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ຟັງ​ແລະ​ປະ​ພຶດ​ຕາມ​ 14 ແຕ່​ຖ້ອຍ​ຄຳ​ນັ້ນ​ຢູ່​ໃກ້​ທ່ານ​ທັງ​ຫລາຍ ຢູ່​ໃນ​ປາກ​ຂອງ​ທ່ານ ແລະ​ຢູ່​ໃນ​ໃຈ​ຂອງ​ທ່ານສະ​ນັ້ນທ່ານ​ຈຶ່ງປະ​ພຶດ​ຕາມ​ໄດ້ 15 ວັນນີ້​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ຄວາມຮັ່ງ​ມີ​ແລະ​ຊີ​ວິດ ຫລື​ການ​ທຳ​ລາຍ ແລະ​ຄວາມ​ຕາຍ​ມາ​ໃຫ້​ທ່ານ​ເລືອກ 16 ຖ້າ​ທ່ານ​ທຳ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນເຈົ້າ​ທີ່​ຂ້າ​ພະ​ເຈົ້າ​ໃຫ້​ໃນ​ວັນນີ້ ຄື​ວ່າ​ຮັກ​ແລະ​ເຊື່ອ​ຟັງ​ພຣະ​ອົງ​ພ້ອມ​ທັງ​ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ພຣະ​ທັມ​ແລະ​ຮິດ​ຄອງ​ປະ​ເພ​ນີ​ທັງ​ຫມົດ ທ່ານກໍ​ຈະ​ຈໍາ​ເຣີນ​ຮຸ່ງ​ເຮືອງ​ແລະ​ກາຍ​ເປັນ​ຊົນ​ຊາດ​ໃຫຍ່ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ອວຍ​ພອນ​ທ່ານນ​ໃນ​ແຜ່ນ​ດີນ​ທີ່​ຈະ​ເຂົ້າ​ຍຶດ​ຄອງ 17 ແຕ່​ຖ້າ​ມີ​ໃຈ​ດື້​ບໍ່​ຍອມ​ຮັບ​ຟັງ ແລະ​ຖືກ​ເຂົາ​ລໍ້​ລວງ​ໃຫ້​ຂາບ​ໄຫວ້​ພຣະ​ອື່ນ 18 ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ໃນ​ທີ່​ນີ້ ແລະ​ດຽວ​ນີ້​ວ່າ ພວກ​ທ່ານ​ຈະ​ຖືກ​ທຳ​ລາຍ ຈະ​ມີ​ຊີ​ວິດ​ບໍ່​ຍືນ​ນານ​ຢູ່​ໃນ​ແຜ່ນ​ດິນ​ທີ່​ກຳ​ລັງ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຍຶດ​ຄອງ​ນັ້ນ 19 ບັດ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ເລືອກ​ເອົາ​ລະ​ຫວ່າງຊີ​ວິດ​ກັບ​ຄວາມ​ຕາຍ ລະ​ຫວ່າງ​ພຣະ​ພອນ​ກັບ​ຄຳ​ສາບ​ແຊ່ງ​ຂອງ​ພຣະ​ເຈົ້າ ຂໍ​ສິ່ງ​ສັກ​ສິດ​ໃນ​ສວັນ​ແລະ​ໂລກ ຈົ່ງ​ເປັນ​ພຍານຕໍ່​ການ​ເລືອກ​ນີ້ 20 ສະ​ນັ້ນ ຂໍ​ໃຫ້​ທ່ານ​ເລືອກ​ເອົາ​ຊີ​ວິດ​ເທີນ ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ເຊື່ອ​ຟັງ​ແລະ​ຕິດ​ພັນ​ຢູ່​ກັບ​ພຣະ​ອົງ ເພື່ອ​ວ່າ​ທ່ານ​ກັບ​ເຊື້ອ​ສາຍ​ຂອງ​ທ່ານ​ຈະ​ມີ​ອາ​ຍຸ​ຫມັ້ນ​ຍືນ​ຢູ່​ໃນ​ແຜ່ນ​ດິນ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ວ່າ​ຈະ​ຍົກ​ໃຫ້​ບັນ​ພະ​ບຸ​​ຣຸດ​ຂອງ​ທ່ານຄື ​ອັບ​ຣາ​ຮາມ ອີ​ຊາກ​ ແລະ​ຢາ​ໂຄບ​ນັ້ນ”

ພຣະບັນຍັດສອງ 31

ໂຢ​ຊວຍ​ຮັບ​ຫນ້າ​ທີ່​ສືບ​ແທນ​ໂມ​ເຊ

1 ໂມ​ເຊ​ໄດ້​ເວົ້າ​ກັບ​ຊາວ​ອິສ​ຣາ​ເອນ​ຕໍ່​ໄປ​ວ່າ, 2 “ດຽວ​ນີ້​ອາ​ຍຸ​ຂ້າ​ພະ​ເຈົ້າ​ໄດ້​ຮ້ອຍ​ຊາວ​ປີ​ແລ້ວ ເຫັນ​ວ່າ​ຈະ​ເປັນ​ຜູ້​ນຳ​ຂອງ​ພວກ​ທ່ານ​ຕໍ່​ໄປ​ອີກ​ບໍ່​ໄດ້ ນອກ​ຈາກ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຊົງ​ບອກວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ 3 ພຣະ​ອົງ​ເອງ​ຈະ​ຊົງ​ເປັນ​ຜູ້​ນຳ​ຫນ້າ​ທ່ານ​ໄປ ໂດຍ​ຈະ​ຊົງ​ທຳ​ລາຍ​ຊົນ​ຊາດ​ຊຶ່ງ​ຢູ່​ທີ່​ນັ້ນ ເພື່ອ​ທ່ານ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຂອງ​ພວກ​ເຂົາ ແລະ​ໂຢ​ຊວຍ​ຈະ​ເປັນ​ຜູ້​ນຳ​ຂອງ​ພວກ​ທ່ານ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ 4 ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ປະ​ຊາ​ຊົນ​ເຫລົ່າ​ນີ້​ເຫມືອນ​ດັ່ງ​ຊົງ​ທຳ​ລາຍ​ກະ​ສັດ​ຊີ​ໂຮນ ແລະ​ກະ​ສັດ​ໂອກ​ຂອງ​ຊາວ​ອາ​ໂມ​ຣິດ​ກັບ​ປະ​ເທດ​ຂອງ​ພຣະ​ອົງ​ນັ້ນ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ທ່ານ​ມີ​ໄຊ​ຊະນະ ແລະ​ພວກ​ທ່ານ​ຈົ່ງ​ທຳ​ກັບ​ພວກ​ເຂົາ​ໄດ້​ທຸກ​ຢ່າງ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ບອກ 6 ຈົ່ງ​ເຂັ້ມ​ແຂງ​ ແລະ​ກ້າ​ຫານ​ເທີນ ຢ່າ​ສູ່ຢ້ານ​ເຂົາ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ເອງ​ຈະ​ຊົງ​ຢູ່​ນຳ​ທ່ານ ພຣະ​ອົງ​ບໍ່​ຊົງ​ປ່ອຍ​ໃຫ້​ຫມົດ​ຫວັງ ຫລື​ປະ​ຖິ້ມ​ທ່ານດອກ” 7 ແລ້ວ​ໂມເຊ​ໄດ້​ເອີ້ນ​ໂຢ​ຊວຍ​ເຂົ້າ​ມາ​ຫາ ແລະ​ເວົ້າ​ກັບ​ທ່ານ​ຕໍ່​ຫນ້າ​ຊາວ​ອິສ​ຣາ​ເອນວ່າ, “ຈົ່ງ​ເຂັ້ມ​ແຂງ​ແລະ​ກ້າ​ຫານ​ເທີນ ເພາະ​ທ່ານ​ເປັນ​ຄົນ​ນຶ່ງ​ຊຶ່ງ​ຈະ​ນຳ​ພາ​ປະ​ຊາ​ຊົນ​ເຫລົ່າ​ນີ້​ໄປ​ຍຶດ​ຄອງ​ແຜ່ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ຈະ​ຍົກ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ແລະ​ແມ່ນ​ທ່ານ​ຊຶ່ງ​ຈະ​ເປັນ​ຜູ້​ຈະ​ໃຫ້​ແຜ່ນ​ດິນ​ນີ້​ແກ່​ເຂົາ​ເປັນ​ກຳ​ມະ​ສິດ 8 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຢູ່​ນຳ​ທ່ານ ແລະ​ນຳ​ຫນ້າ​ທ່ານ​ໄປ ຈະ​ບໍ່​ປ່ອຍ​ໃຫ້ຫມົດ​ຫວັງ​ຫລື​ປະ​ຖິ້ມ​ທ່ານ​ເລີຍ ສະ​ນັ້ນ​ຈົ່ງ​ກ້າ​ຫານ​ແລະ​ຢ່າ​ສູ່​ຢ້ານ

ອ່ານ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ທຸກໆ​ເຈັດ​ປີ

9 ຕໍ່​ມາ ໂມ​ເຊ​ໄດ້​ຂຽນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ແລ້ວມອບ​ໃຫ້​ພວກ​ຜູ້​ນຳ​ຂອງ​ຊາວ​ອິສ​ຣາ​ເອນ​ກັບ​ປະ​ໂຣ​ຫິດ​ຊາວ​ເລ​ວີ ຜູ້​ຫາມ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະຜູ້​ເປັນ​​ເຈົ້າ 10 ແລະ​ໂມ​ເຊ​ສັ່ງ​ເຂົາ​ວ່າ, “ເມື່ອ​ຄົບ​ທຸກໆ​ເຈັດ​ປີ ຕາມ​ເວລາ​ກຳ​ນົດ​ປີ​ປົດ​ປ່ອຍ​ໃນ​ເທ​ສ​ການ​ປຸກ​ຕູບ​ 11 ເມື່ອ​ຄົນ​ອິສ​ຣາ​ເອນ​ປະ​ຊຸມ​ພ້ອມ​ກັນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ໃນ​ສະ​ຖານ​ທີ່​ຊຶ່ງ​ພຣະ​ອົງ​ຊົງ​ເລືອກ​ໄວ້​ນັ້ນ ທ່ານ​ທັງ​ຫລາຍ​ຈົ່ງ​ອ່ານ​ກົດ​ຫມາຍ​ນີ້​ໃຫ້​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ຟັງ 12 ຈົ່ງ​ເອີ້ນ​ຄົນ​ທັງ​ປວງ​ມາ​ປະ​ຊຸມ​ກັນ ທັງ​ຜູ້​ຍິງ ເດັກ​ນ້ອຍ​ແລະ​ຊາວ​ຕ່າງດ້າວ​ໃນ​ເມືອງ​ຂອງ​ທ່ານ ເພື່ອ​ວ່າ​ທຸກ​ຄົນ​ຈະ​ໄດ້​ຍິນ​ພຣະ​ທັມ​ນັ້ນ ແລ້ວ​ຈະ​ໄດ້​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເອົາ​ໃຈ​ໃສ່​ທຳ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ 11 ແລະ​ເພື່ອ​ລູກ​ຫລານ​ຂອງ​ທ່ານ​ຜູ້​ຍັງ​ບໍ່​ທັນ​ໄດ້​ຍິນພຣະ​ທັມ​ນີ້ ແລ້ວ​ພວກ​ເຂົາ​ກໍ​ຈະ​ຮູ້​ຈັກ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ຕາບ​ເທົ່າ​ເວ​ລາ​ທີ່​ຢູ່​ໃນ​ແຜ່ນ​ດິນ​ທີ່​ພວກ​ທ່ານ​ຈະ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຍຶດ​ຄອງ​ນັ້ນ” 12 ຕໍ່​ມາ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂມ​ເຊວ່າ, “ເຈົ້າ​ໃກ້​ຈະ​ຫມົດ​ອາ​ຍຸ​ແລ້ວ ຈົ່ງ​ເອີ້​ນ​ໂຢ​ຊວຍ​ໄປ​ຍັງ​ເຕັນ​ນັດ​ພົບ​ ເພື່ອ​ເຮົາ​ຈະ​ໄດ້​ບອກ​ສອນ​ເຂົາ” 13 ໂມ​ເຊ​ກໍ​ໄປ​ຍັງ​ເຕັນ​ນັ້ນ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປາ​ກົດ​ໃຫ້​ເຂົາ​ເຫັນ​ໃນ​ກ້ອນ​ເສົາເມກ​ໃກ້ໆ​ປະ​ຕູ​ຕູບ​ນັ້ນ 14 ພຣະ​ຜູ້​ເປັນ​ເຈົ້າ​ບອກ​ໂມ​ເຊວ່າ, “ເຈົ້າ​ຈະ​ຕາຍ​ໃນ​ບໍ່​ຊ້າ​ນີ້ ເມື່ອ​ເຈົ້າ​ຕາຍ​ແລ້ວ​ປະ​ຊາ​ຊົນ​ຈະ​ທຳ​ບໍ່​ສັດ​ຊື່​ຕໍ່​ເຣົາ ຈະ​ລະ​ເມີດ​​ຄຳ​ສັນ​ຍາ​ທີ່​ເຮົາ​ໄດ້​ໃຫ້ ແລະ​ຈະ​ປະ​ຖິ້ມ​ເຣົາ​ໄປ​ຂາບ​ໄຫວ້​ພຣະ​ໃນ​ປະ​ເທດ​ທີ່​ເຂົາ​ເຂົ້າ​ໄປ 15 ເມື່ອ​ມັນ​ເກີດ​ຂຶ້ນ​ດັ່ງ​ນັ້ນ ເຮົາ​ຈະ​ຮ້າຍ ຈະ​ປະ​ຖິ້ມ​ ແລະ​ທຳ​ລາຍ​ພວກ​ເຂົາ ໄພ​ວິ​ບັດ​ອັນ​ຫນ້າ​ຢ້ານ​ຫລາຍ​ຢ່າງ​ຈະ​ມາ​ຖືກ​ພວກ​ເຂົາ ແລ້ວ​ພວກ​ເຂົາ​ຈະ​ສຳ​ນຶກ​ໃນ​ໃຈ​ວ່າ ສິ່ງ​ເຫລົ່າ​ນີ້​ໄດ້​ເກີດ​ຂຶ້ນ​ຍ້ອນ​ວ່າ ເຣົາ​ບໍ່​ໄດ້​ຢູ່​ນຳ​ພວກ​ເຂົາ​ຕໍ່​ໄປ 16 ເຣົາ​ຈະ​ບໍ່​ຊ່ອຍ​ເຫລື​ອ​ເຂົາ​ເພາະ​ວ່າ​ເຂົາ​ໄດ້​ທຳ​ຊົ່ວ ແລະ​ຂາບ​ໄຫວ້​ພຣະ​ອື່ນ 17 ດ້ວຍ​ເຫດ​ນີ້ ເຈົ້າ​ຈົ່ງ​ຂຽນ​ບົດ​ເພງ​ຕໍ່​ໄປ​ນີ້ ແລ້ວ​ສອນ​ໃຫ້​ພວກ​ອິສ​ຣາ​ເອນ​ຮ້ອງ​ສຽດ​ສີ​ເຂົາ​ເອງ 18 ເຮົາ​ຈະ​ພາ​ເຂົາ​ເຂົ້າ​ໄປ​ຍັງ​ແຜ່ນ​ດິນ​ອັນ​ອຸ​ດົມ​ສົມ​ບູນ​ແລະ​ຮັ່ງ​ມີ​ຕາມ​ທີ່​ເຮົາ​ໄດ້​ສັນ​ຍາ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກເຂົາ ຢູ່​ທີ່​ນັ້ນຈະ​ມີ​ອາ​ຫານ​ທຸກ​ຢ່າງ​ກິນ ແລະ​ຈະ​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ຜາ​ສຸກ ແຕ່​ພວກ​ເຂົາ​ຈະ​ປ່ຽນ​ໃຈ​ໄປ​ຂາບ​ໄຫວ້​ພຣະ​ອື່ນ ຈະ​ປະ​ຖິ້ມ​ເຮົາ​ແລະ​ລະ​ເມີດ​ຄຳ​ຫມັ້ນ​ສັນ​ຍາ ໄພ​ວິ​ບັດ​ອັນ​ຫນ້າ​ຢ້ານ​ຫລາຍ​ຢ່າງ​ຈະ​ຕົກ​ຖືກ​ພວກ​ເຂົາ 19 ແລ້ວ​ລູກ​ຫລານ​ຂອງ​ເຂົາ​ຈະ​ຮ້ອງ​ເພງ​ສຽດ​ສີ​ພວກ​ເຂົາ ເພາະ​ກ່ອນ​ເຮົາ​ນຳ​ພວກ​ເຂົາ​ເຂົ້າ​ໄປ​ຍັງ​ແຜ່ນ​ດິນ​ທີ່​ເຮົາ​ສັນ​ຍາ​ວ່າ​ຈະ​ໃຫ້​ນັ້ນ ເຮົາ​ໄດ້​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ເຂົາ​ແລ້ວ” 20 ໂມ​ເຊ​ໄດ້​ຂຽນ​ບົດ​ເພງ​ນີ້ ແລະ​ນຳ​ເອົາ​ມາ​ສອນ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໃນ​ວັນ​ນັ້ນ​ເອງ 21 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໃຫ້​ໂຢ​ຊວຍ​ບຸດ​ຊາຍ​ທ່ານ​ນູນ​ວ່າ, “ຈົ່ງ​ເຂັ້ມ​ແຂງ​ແລະ​ກ້າ​ຫານ​ເທີນ ເພາະ​ວ່າ​ເຈົ້າ​ຈະ​ນຳ​ຊາວ​ອິສ​ຣາ​ເອນ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ເຣົາ​ສັນ​ຍາ​ວ່າ​ຈະ​ໃຫ້​ແກ່​ເຂົາ ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ” 22 ໂມ​ເຊ​ໄດ້​ຂຽນ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ໃນ​ປື້ມ ໄດ້​ຂຽນ​ລົງ​ທັງ​ຫມົດ​ບໍ່​ໄດ້​ເວັ້ນ​ຈັກ​ຄຳ 23 ເມື່ອ​ຂຽນ​ສຸດ​ແລ້ວ ທ່ານ​ໄດ້​ເວົ້າ​ກັບ​ຊາວ​ເລ​ວີ​ທີ່​ຫາມ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, 24 “ຈົ່ງ​ເອົາ​ຫນັງ​ສື​ພຣະ​ທັມ​ນີ້​ໄວ້​ໃນ​ຂ້າງ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໄວ້​ເປັນ​ພ​ຍານ​ຕໍ່​ສູ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຢູ່​ທີ່​ນັ້ນ 25 ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ​ເຂົາ​ເປັນ​ຄົນ​ຫົວ​ດື້​ດ້ານ ແລະ​ທໍ​ຣະ​ຍົດ​ໃນ​ລະ​ຫວ່າງ​ຂ້າ​ພະ​ເຈົ້າ​ມີ​ຊີ​ວິດ​ຢູ່​ນັ້ນ ເຂົາ​ໄດ້​ເປັນ​ກະ​ບົດ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ເທື່ອ ສະ​ນັ້ນ​ເມື່ອ​ຂ້າ​ພະ​ເຈົ້າ​ຕາຍ​ແລ້ວ​ເຂົາ​ແຮງ​ຈະ​ເປັນ​ກະ​ບົດ​ຫລາຍ​ຂຶ້ນ​ອີກ 26 ຈົ່ງ​ເອີ້ນ​ບັນດາ​ຜູ້​ນຳ​ຕູ​ກູນ ແລະ​ເຈົ້າ​ນາຍ​ທຸກ​ຄົນ​ມາ​ປະ​ຊຸ​ມຊ້ອງ​ຫນ້າ​ກັນ​ຂ້າ​ພະ​ເຈົ້າ​ເສັຽ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ບອກ​ສິ່ງ​ນີ້​ແກ່​ພວກ​ເຂົາ ຂ້າ​ພະ​ເຈົ້າ​ຈະຂໍ​ໃຫ້​ສວັນ​ແລະ​ໂ​ລກ​ເປັນ​ພ​ຍານ​ໃນ​ການ​ຕໍ່​ສູ້​ເຂົາ 27 ອັນ​ນຶ່ງ​ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ຕາຍ​ແລ້ວ ພວກ​ທ່ານ​ຈະ​ທຳ​ຊົ່ວ​ແລະ​ລະ​ເລີຍ​ສິ່ງ​ທີ່​ຂ້າເຈົ້າ​ສອນ​ສັ່ງ​ໄວ້ ດັ່ງ​ນັ້ນ​ໄພ​ວິ​ບັດ​ຈະ​ຕົກ​ຖືກ​ທ່ານ​ໃນ​ວັນ​ຂ້າງ​ຫນ້າ​ເພາະ​ວ່າ​ພວກ​ທ່ານ​ໄດ້​ລະ​ເມີດ​ຕໍ່​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

ບົດ​ເພງ​ຂອງ​ໂມ​ເຊ

28 ແລ້ວ​ໂມ​ເຊ​ໄດ້​ຮ້ອງ​ເພງ​ຕໍ່​ໄປ​ນີ້​ໃຫ້​ຊາວ​ອິສ​ຣາ​ເອນ​ຟັງ​ຈົນ​ຈົບ

ພຣະບັນຍັດສອງ 32

1 “ແຜ່ນ​ດິນ​ແລະ​ທ້ອງ​ຟ້າ ຈົ່ງ​ຟັງ​ສຽງ​ຂ້າ​ພະ​ເຈົ້າ ໃຫ້​ຟັງ​ຂ້າ​ພະ​ເຈົ້າ​ໃກ້ໆ 2 ຄຳ​ສອນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຕົກ​ລົງ​ເຫມືອນ​ເມັດ​ຝົນ ຈະ​ກໍ່​ຕົວ​ຢູ່​ເທິງ​ໂລກ​ເຫມືອນ​ນ້ຳ​ຫມອກ ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຕົກລົງ​ມາ​ເທິງ​ຫຍ້າ​ອ່ອນ​ເຫມືອນ​ຝົນ​ເຫມືອນ​ຫ່າ​ຝົນ​ໂຮຍ​ລົງ​ເທິງ​ຫຍ້າ​ຂຽວ 3 ຂ້າ​ພະ​ເຈົ້າ​ຈະ​ສັຣ​ເສີນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ ໄພ່​ພົນ​ຂອງ​ພຣະ​ອົງ​ຈະ​ປະ​ກາດ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ທີ່​ເພິ່ງ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຈົ້າ ທາງ​ທັງ​ຫລາຍ​ຂອງ​ພຣະ​ອົງ​ກໍ​ສົມ​ບູນ​ແລະ​ຖືກ​ຕ້ອງ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ຊົງ​ສັດ​ຊື່​ແລະ​ທ່ຽງ​ທັມ ຊົງ​ທຳ​ແຕ່​ສິ່ງ​ຖືກ​ຕ້ອງ​ແລະ​ດີ​ງາມ 5 ແຕ່​ພວກ​ເຈົ້າ​ທຳ​ບໍ່​ສັດ​ຊື່ ບໍ່​ເຫມາະ​ສົມ​ທີ່​ຈະ​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ເປັນ​ຊົນ​ຊາດ​ບາບ​ແລະ​ຄົດ​ໂກງ 6 ຊົນ​ຊາດ​ໂງ່​ງ່າວ​ເບົາ​ປັນ​ຍາ​ເອີຍ ພວກ​ເຈົ້າ​ຈະ​ທຳ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ນີ້​ບໍ ພຣະ​ອົງ​ຊົງ​ເປັນ​ບິ​ດາ​ແລະ​ຜູ້​ສ້າງ​ເຈົ້າ ຊົງ​ສ້າງ​ເຈົ້າ​ເປັນ​ຊົນ​ຊາດ​ນຶ່ງ 7 ຈົ່ງ​ລະ​ນຶກ​ເຖິງ ຄາວ​ອະ​ດີດ​ຕະ​ການ​ທີ່​ລ່ວງ​ມາ​ເຫິງ​ແລ້ວ ຈົ່ງ​ຮ້ອງ​ຂໍ​ໃຫ້​ພໍ່​ຂອງ​ເຈົ້າ​ບອກ​ສິ່ງ​ທີ່​ເກີດ​ຂຶ້ນ ແລະຈົ່ງ​ຮ້ອງ​ຂໍ​ໃຫ້​ພວກ​ຜູ້​ເຖົ້າ​ເລົ່າ​ເຣື່ອງ​ໃນ​ອະ​ດີດ 8 ຜູ້​ສູງ​ສຸດ​ຊົງ​ໃຫ້​ທຸກ​ຊາດ​ມີ​ແຜ່ນ​ດິນ​ຂອ​ງຕົນ​ເອງ ຊົງ​ໃຫ້​ເຂົາ​ມີ​ບ່ອນ​ຢູ່​ເປັນ​ຂອງ​ຕົນ​ເອງ ພຣະ​ອົງ​ຊົງ​ມອບ​ຫມາຍ​ໃຫ້​ແຕ່​ລະ​ຊົນ​ຊາດ​ມີ​ເທວະ​ດາ​ອົງ​ນຶ່ງ 9 ແຕ່​ຈະ​ຊົງ​ເລືອກ​ເອົາ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ເປັນ​ຂອງ​ພຣະ​ອົງ​ເອງ 10 ພຣະ​ອົງ​ຊົງ​ພົບ​ເຫັນ​ເຂົາ​ທ່ອງ​ທ່ຽວ​ໄປ​ມາ​ໃນ​ຖິ່ນ​ກັນ​ດານ ໃນ​ບ່ອນ​ເປົ່າ​ປ່ຽວ​ລົມ​ແຮງ ຊົງ​ຄຸ້ມ​ຄອງ​ແລະ​ເບິ່ງແຍງ​ເຂົາ ຊົງ​ເອົາ​ໃຈ​ໃສ່​ເຂົາ​ເຫມືອນ​ພຣະ​ເນດຂອງ​ພຣະ​ອົງ 11 ເຫມືອນ​ນົກ​ອິນ​ຊີ​ທີ່​ສອນ​ລູກ​ໃຫ້​ບິນ ມັນ​ບິນ​ລົງ​ຮັງ​ແລະ​ໃຫ້​ລູກ​ເກາະ​ຢູ່​ເທິງ​ປີກ​ຢ່າງ​ປອດ​ພັຍ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ສາ​ອິສ​ຣາ​ເອນ​ບໍ່​ໃຫ້​ເສັຽ​ໄປ 12 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ໄດ້​ຊົງນຳ​ໄພ່​ພົນ​ຂອງ​ພຣະ​ອົງ​ມາ​ປາ​ສ​ຈາກ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ຕ່າງ​ປະ​ເທດ 13 ພຣະ​ອົງ​ຊົງ​ໃຫ້​ເຂົາ​ປົກ​ຄອງ​ແຜ່ນ​ດິນ​ກວ້າງ​ໃຫຍ່ ແລະໄດ້​ກິນ​ພືດ​ຜົນ​ທີ່​ເກີດ​ໃນ​ນາ ພວກ​ເຂົາ​ໄດ້​ພົບ​ຮັງ​ເຜີ້ງ​ຢູ່​ຕາມ​ໂງ່ນ​ຫີນ ກົກ​ຫມາກກອກ​ຂອງ​ເຂົາ​ໄດ້​ເກີດ​ຂຶ້ນ​ໃນ​ດິນ​ແຂງ 14 ຝູງ​ງົວ ແລະ​ແບ້​ໃຫ້​ນ້ຳ​ນົມ​ຢ່າງ​ພຽງ​ພໍ ພວກ​ເຂົາ​ມີ​ແກະ ​ແບ້ ແລະ​ງົວ​ຕຸ້ຍ​ພີ​ດີ ມີ​ເຂົ້າ​ບ​ເລ ແລະ​ເຫລົ້າ​ອະ​ງຸ່ນ​ຢ່າງ​ດີ​ທີ່​ສຸດ 15 ໄພ່​ພົນ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ມັ່ງ​ຄັ່ງ​ສົມ​ບູນ ແລະ​ເປັນ​ກະ​ບົດ ພວກ​ເຂົາ​ຕຸ້ຍ ແລະ​ກິນ​ຫລາຍ ໄດ້​ປະ​ຖິ້ມ​ພຣະ​ເຈົ້າ​ຜູ້​ຊົງ​ສ້າງ​ເຂົາ ແລະ​ປະ​ຖິ້ມ​ພຣະ​ຜູ້​ຊ່ອຍ​ອົງ​ຍິ່ງ​ໃຫຍ່​ຂອງ​ຕົນ 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຽດ​ຊັງ​ທີ່​ພວກ​ເຂົາ​ຂາບ​ໄຫວ້​ຮູບ​ເຄົາ​ຣົບ ຊົງ​ພຣະ​ພິ​ໂຣດ​ທີ່​ພວກ​ເຂົາ​ທຳ​ຊົ່ວ 17 ພວກ​ເຂົາ​ບູ​ຊາພຣະ​ອື່ນ​ທີ່​ບໍ່​ມີ​ປ​ໂຍດ ຄື​ພຣະ​ທີ່​ອິສ​ຣາ​ເອນ​ບໍ່ເຄີຍ​ຂາບ​ໄຫວ້​ມາ​ກ່ອນ ແລະ​ປູ່​ຍ່າ​ຕາ​ຍາຍ​ຂອງ​ເຂົາ​ກໍ​ບໍ່​ເຄີຍ​ຢຳ​ເກງ 18 ພວກ​ເຂົາ​ຫລົງ​ລືມ​ພຣະ​ເຈົ້າ​ອົງ​ຊົງ​ຊ່ອຍ​ຄຸ້ມ​ຄອງ​ຂອງ​ຕົນ ອົງ​ຊົງ​ໃຫ້​ຊີ​ວິດ​ແກ່​ພວກ​ເຣົາ​ 19 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ດັ່ງ​ນີ້​ກໍ​ຊົງ​ພຣະ​ພິ​ໂຣດ ແລະ​ຊົງ​ປະ​ຖິ້ມ​ລູກ​ຊາຍ​ຍີງ​ຂອງ​ເຂົາ 20 ພຣະ​ອົງ​ຊົງ​ກ່າວ​ວ່າ ເຮົາ​ຈະ​ບໍ່​ຊ່ອຍ​ເຂົາ​ອີກ​ຕໍ່​ໄປ ເພາະ​ວ່າ​ເຂົາ​ດື້ ແລະ​ບໍ່​ສັດ​ຊື່ ເຮົາ​ຈະ​ຊອມ​ເບິ່ງວ່າ​ເຂົາ​ຈະເຮັດແນວ​ໃດ 21 ເຂົາ​ໄດ້​ທຳໃຫ້​ເຮົາ​ຮ້າຍ​ຍ້ອນ​ຮູບ​ເຄົາ​ຣົບ ເຮົາ​ກຽດ​ຊັງ​ພວກ​ເຂົາ​ຍ້ອນ​ມີ​ພຣະ​ຢ່າງ​ນັ້ນ​ຊຶ່ງ​ບໍ່​ແມ່ນ​ພຣະ​ແທ້​ເລີຍ ດັ່ງ​ນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ເຂົາ​ຮ້າຍ​ຍ້ອນ​ຊົນ​ຊາດ​ໂງ່ ຈະ​ໃຫ້​ເຂົາມີ​ໃຈ​ອິດ​ສາພວກ​ທີ່​ບໍ່​ມີ​ຊາດ 22 ຄວາມ​ຮ້າຍ​ຂອງ​ເຮົາ​ຈະ​ຮ້າຍ​ແຮງ​ເຫມືອນ​ໄຟ ຈະ​ໄຫມ້​ທຸກໆ​ສິ່ງ​ເທິງ​ໂລກ​ໃຫ້​ຫມົດ​ໄປ ມັນ​ຈະ​ລຸກ​ລາມ​ໄປ​ຈົນ​ເຖິງ​ພິ​ພົບ​ຄົນ​ຕາຍ ແລະ​ຈະ​ໄຫມ້​ລົງ​ໄປ​ເຖິງ​ຮາກ​ພູ 23 ເຣົາ​ຈະ​ນຳ​ໄພ​ວິ​ບັດ​ອັນ​ເຫລືອ​ຄັນ​ນາ​ນັບ​ມາ​ຍັງ​ເຂົາ ຈະ​ໃຊ້​ລູກ​ທະ​ນູ​ຍີງ​ໃສ່​ພວກ​ເຂົາ 24 ເຂົາ​ຈະ​ຕາຍ​ຍ້ອນ​ອຶດ​ຢາກ ແລະ​ເຈັບ​ໂຊ ຍ້ອນ​ໂຣກ​ພັຍ​ໄຂ້ເຈັບອັນ​ຮ້າຍ​ແຮງ ເຣົາ​ຈະ​ໃຫ້​ສັດ​ປ່າ​ມາ​ທຳ​ຣ້າຍ​ເຂົາ ແລະ​ໃຫ້​ງູ​ພິດ​ມາ​ຂົບ​ຕອດ​ເຂົາ 25 ຈະ​ມີ​ການ​ຮົບ​ເລວ​ກັນ​ຕາມ​ຖ​ນົນ​ຫົນ​ທາງ ໃນ​ບ້ານ​ເຮືອນ​ຈະ​ມີ​ແຕ່​ຄວາມ​ຢ້ານ​ ພວກ​ຊາຍ​ຫນຸ່ມ​ຍິງ​ສາວກໍຈະ​ຕາຍ ແມ່ນ​ແຕ່​ເດັກ​ອ່ອນ​ແລະ​ຜູ້​ເຖົ້າ​ກໍ​ຈະ​ບໍ່​ເຫລືອ 26 ເຣົາ​ຈະ​ທຳ​ລາຍ​ເຂົາ​ໃຫ້​ຫມົດ​ສິ້ນ​ໄປ ເພື່ອ​ຈະ​ບໍ່​ມີ​ໃຜ​ໄດ້​ລະ​ນຶກ​ເຖິງ​ເຂົາ 27 ແຕ່​ເຮົາ​ຈະ​ບໍ່​ໃຫ້​ພວກ​ສັດ​ຕຣູ​ຄຸຍອວດ​ອ້າງ​ໄດ້​ວ່າ​ພວກ​ເຂົາ​ໄດ້​ຊະນະ​ໄພ່​ພົນ​ຂອງ​ເຮົາ ແລະ​ວ່າ​ເຮົາ​ກຳ​ຈັດ​ເຂົາ​ບໍ່​ໄດ້ 28 ອິສ​ຣາ​ເອນ​ເປັນ​ຊົນ​ຊາດ​ຂາດ​ສະ​ຕິ​ປັນ​ຍາ ແລະ​ບໍ່ມີ​ຄວາມ​ສ​ລາດ​ເລີຍ 29 ພວກ​ເຂົາ​ບໍ່​ຮູ້​ເລີຍ​ວ່າ​ເປັນ​ຫຍັງ​ຈຶ່ງ​ຜ່າຍ​ແພ້​ໄປ ບໍ່​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ບັງ​ເກີດ​ຂຶ້ນ 30 ເປັນ​ຫຍັງ​ຄົນ​ຜູ້​ດຽວ​ຈຶ່ງ​ຊະນະ​ຄົນ​ເປັນ​ພັນ ຄົນ​ເປັນ​ຫມື່ນ​ຈຶ່ງ​ຜ່າຍ​ແພ້​ຄົນ​ສອງ​ຄົນ ກໍ​ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ​ໄດ້​ປະ​ຖິ້ມ​ເຂົາ​ແລ້ວ ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ໄດ້​ໃຫ້​ເຂົາ​ຜ່າຍ​ແພ້ 31 ພວກ​ສັດ​ຕຣູ​ຂອງ​ເຂົາ​ຮູ້​ວ່າ​ພຣະ​ຂອງ​ຕົນ​ອ່ອນ​ແອ ບໍ່​ມີ​ອຳ​ນາດ​ເຫມືອນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ 32 ພວກ​ເຂົາ​ຖືກ​ທຳ​ລາຍ​ເສັຽ​ຫາຍ​ເຫມືອນ​ເມືອງ​ໂຊ​ໂດມ ແລະ​ເມືອງ​ໂກ​ໂມ​ຣາ ເຫມືອນ​ກົກ​ອະ​ງຸ່ນ​ທີ່​ເກີດ​ຫມາກ​ຂົມ​ແລະ​ເປັນ​ພິດ ຊົງຄອຍ​ຖ້າ​ວັນ​ເວ​ລາ​ເພື່ອ​ລົງ​ໂທດ​ເຂົາ 33 ເຫລົ້າ​ອະ​ງຸ່ນ​ຂອງ​ເຂົາ​ເປັນ​ພິດ​ຂອງ​ງູ ເປັນ​ພິດ​ຮ້າຍ​ແຮງ​ຂອງ​ງູ​ເຫົ່າ 34 “ເຣື່​ອງ​ນີ້​ບໍ່​ໄດ້​ສະ​ສົມ​ໄວ້​ກັບ​ເຮົາ​ດອກ​ຫລື ປະ​ທັບ​ຕາ​ໄວ້​ໃນ​ຄັງ​ຂອງ​ເຣົາ 35 ພຣະ​ອົງ​ຊົງ​ແກ້​ແຄ້ນ​ແລະ​ລົງ​ໂທດ​ເຂົາ ເວ​ລາ​ເຂົາ​ຕຳ​ສະ​ດຸດ​ລົ້ມ​ຈະ​ມາ​ຮອດ​ແລ້ວ ວັນ​ເວ​ລາ​ແຫ່ງ​ການ​ລົງ​ໂທດ​ໃກ້​ເຂົ້າ​ມາ​ແລ້ວ 36 ພຣະ​ຜູ້​ເປັນ​ເຈົ້າຈະ​ຊົງ​ປ້ອງ​ກັນ​ສິດ​ທິ​ໄພ່​ພົນ​ຂອງ​ພຣະ​ອົງ ເມື່ອ​ຊົງ​ເຫັນ​ວ່າ​ເຂົາ​ຫມົດ​ເຫື່ອ​ແຮງ ຈະ​ຊົງ​ເມດ​ຕາ​ປາ​ນີ​ຜູ້​ຮັບ​ໃຊ້​ພຣະ​ອົງ ເມື່ອ​ຊົງ​ເຫັນ​ວ່າ​ບໍ່​ມີ​ໃຜ​ເຫລືອຢູ່ 37 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຖາມ​ໄພ່​ພົນ​ຂອງ​ພຣະ​ອົງ​ວ່າ, “ພຣະ​ທີ່​ມີ​ອຳ​ນາດ​ທີ່​ເຈົ້າ​ນັບ​ຖື​ນັ້ນ​ຢູ່​ໃສ 38 ຄື​ຜູ້​ທີ່​ຮັບ​ປະ​ທານ​ໄຂ​ມັນ​ຂອງເຄື່ອງ​ບູ​ຊາສັຕ​ບູ​ຊາ​ຂອ​ງ​ເຂົາ ແລະ​ດື່ມ​ເຫລົ້າ​ທີ່​ເປັນ​ເຄື່ອງ​ບູ​ຊາ ໃຫ້​ບັນ​ດາ​ພຣະ​ເຫລົ່າ​ນັ້ນ​ລຸກ​ຂຶ້ນຊ່ອຍ​ເຈົ້າ ໃຫ້​ພຣະ​ເຫລົ່າ​ນັ້ນ​ເປັນ​ຜູ້​ປ້ອງ​ກັນ​ເຈົ້າ 39 ບັດ​ນີ້ ເບິ່ງ​ແມ໋, ແມ່ນ​ເຮົາ​ຜູ້​ດຽວ​ເປັນ​ພຣະ​ເຈົ້າ ບໍ່​ມີ​ພຣະ​ແທ້​ອົງ​ອື່ນ​ອີກ ນຳ​ເອົາ​ຄວາມ​ຕາຍ​ແລະ​ໃຫ້​ຊີ​ວິດ​ແກ່​ພວກ​ເຈົ້າ ໃຫ້​ບາດ​ເຈັບ​ ແລະ​ປົວ​ໃຫ້​ດີ ບໍ່​ມີ​ໃຜ​ຂັດ​ຂວາງ​ເຮົາ​ໄດ້ 40 ແນ່ນອນ​ລະ ເຮົາ​ເປັນ​ພຣະ​ເຈົ້າ​ຜູ້​ມີ​ຊີ​ວິດ​ຢູ່ ເຮົາ​ຍົກ​ມື​ຂຶ້ນ​ສາ​ບານ​ວ່າ 41 ຈະ​ຝົນ​ດາບ​ຂອງ​ເຮົາ​ໃຫ້​ຄົມໆ ແລະ​ຈະ​ເປັນ​ຜູ້​ພິ​ພາກ​ສາ ເຮົາ​ຈະ​ແກ້​ແຄ້ນ​ສັດ​ຕຣູ​ຂອງ​ເຮົາ ຈະ​ລົງ​ໂທດ​ຜູ້​ກຽດ​ຊັງ​ເຮົາ 42 ເລືອດ​ຂອ​ງ​ເຂົາ​ຈະ​ໄຫລ​ອອກ​ຍ້ອນ​ລູກ​ທະ​ນູ​ຂອງ​ເຮົາ ດາບ​ຂອງ​ເຮົາ​ຈະ​ຂ້າ​ຜູ້​ທີ່​ຂັດ​ຂວາງ​ເຮົາ ເຮົາ​ຈະ​ບໍ່​ໄວ້​ຊີ​ວິດ​ຜູ້​ທີ່​ຕໍ່​ສູ້​ເຣົາ ແມ່ນ​ແຕ່​ຜູ້​ບາດ​ເຈັບ​ແລະ​ພວກ​ຊະ​ເລີຍ​ກໍ​ຈະ​ຕາຍ 43 ຊົນ​ຊາດ​ທັງ​ຫລາຍ​ເອີຍ ຈົ່ງ​ສັຣເສີນ​ຍ້ອງ​ຍໍ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງລົງ​ໂທດ​ຄົນ​ທັງ​ປວງ​ທີ່​ຂ້າ​ພວກ​ເຂົາ ຊົງ​ແກ້​ແຄ້ນ​ສັດ​ຕຣູ​ຂອງພຣະ​ອົງ ແລະ​ຊົງ​ໃຫ້​ອະ​ພັຍ​ບາບ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ” 44 ໂມ​ເຊ​ກັບ​ໂຢ​ຊວຍ​ບຸດ​ຂອງ​​ນູນ ໄດ້​ຮ້ອງ​ເພງ​ນີ້​ໃຫ້​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຟັງ

ຄຳ​ສອນ​ເທື່ອ​ສຸດ​ທ້າຍ​ຂອງ​ໂມ​ເຊ

45 ເມື່ອ​ໂມ​ເຊ​ເລົ່າ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ປະ​ຊາ​ຊົນ​ຟັງ​ສຸດ​ແລ້ວ ທ່ານ​ກໍ​ກ່າວ​ວ່າ, 46 “ຈົ່ງ​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພວກ​ທ່ານ​ແລ້ວ ໃນ​ມື້​ນີ້ ໃຫ້​ບອກ​ສອນ​ລູກ​ຫລານ​ຂອງ​ທ່ານດ້ວຍ ເພື່ອ​ເຂົາ​ຈະ​ໄດ້​ທຳ​ຕາມ​ຄຳ​ສອນ​ຂອງ​ພຣະ​ເຈົ້າ​ດ້ວຍ​ເອົາ​ໃຈ​ໃສ່ 47 ຄຳ​ສອນ​ນີ້​ບໍ່​ແມ່ນ​ຂອງ​ບໍ່​ມີ​ປ​ໂຍດ ແຕ່​ມັນ​ເປັນ​ຊີ​ວິດ​ຈິດ​ໃຈ​ຂອງ​ທ່ານ​ແທ້​ຈິງ ສະ​ນັ້​ນ ຈົ່ງ​ທຳ​ຕາມ​ເພື່ອ​ພວກ​ທ່ານ​ຈະ​ໄດ້​ມີ​ອາ​ຍຸ​ຫມັ້ນ​ຍືນ​ຢູ່​ໃນ​ແຜ່ນ​ດິນ​ຟາກ​ແມ່​ນ້ຳ​ຈໍ​ແດນ ຊຶ່ງ​ພວກ​ທ່ານ​ກຳ​ລັງ​ຕຽມ​ຈະ​ເຂົ້າ​ໄປ​ຍຶດ​ຄອງ​ເອົາ​ນັ້ນ

ໂມ​ເຊ​ຮັບ​ອະ​ນຸ​ຍາດ​ໃຫ້​ເບິ່ງ​ແຜ່ນ​ດິນ​ກາ​ນາ​ອານ

48 ໃນວັນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂມ​ເຊວ່າ, “ຈົ່ງ​ຂຶ້ນ​ໄປ​ເທິງພູ​ອາ​ບາ​ຣິມ​ໃນ​ປະ​ເທດ​ໂມ​ອາບ ຊຶ່ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ເມືອງ​ເຢ​ຣິ​ໂກ ໃຫ້​ປີນ​ຂຶ້ນ​ໄປ​ເຖິງຍອດ​ພູ​ເນ​ໂບ ແລ້ວ​ຫລຽວ​ເບິ່ງ​ປະ​ເທດ​ກາ​ນາ​ອານ​ທີ່​ເຮົາ​ຈະ​ຍົກ​ໃຫ້​ປະ​ຊາ​ຊົນ​ອິສ​ຣາ​ເອນ 49 ເຈົ້າ​ຈະ​ຕາຍ​ຢູ່​ເທິງ​ພູ​ຫນ່ວຍ​ນັ້ນ ເຫມືອນ​ກັບ​ອາ​ໂຣນ​ອ້າຍ​ຂອງ​ເຈົ້າ​ຕາຍ​ຢູ່​ເທິງ​ພູ​ໂຮຣ໌ 50 ເພາະ​ວ່າຢູ່​ຕໍ່​ຫນ້າ​ຄົນ​ອິສ​ຣາ​ເອນ​ເຈົ້າ​ທັງ​ສອງ​ບໍ່​ເຊື່ອ​ເຮົາ ເມື່ອ​ຢູ່​ທີ່ແມ່​ນ້ຳ​ເມ​ຣິ​ບັ​ດ​ກາ​ເດສໃນ​ຖິ່ນ​ກັນ​ດານ​ຊີນ ພວກ​ເຈົ້າ​ກໍ​ບໍ່​ເຄົາ​ຣົບ​ເຮົາ​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ 51 ເຈົ້າ​ຈະ​ຫລຽວ​ເຫັນ​ແຜ່ນ​ດິນ​ນັ້ນ​ໃນໄລ​ຍະ​ໄກ ແຕ່​ເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ເຮົາ​ຈະ​ຍົກ​ໃຫ້​ຊາວ​ອິສ​ຣາ​ເອນ”

ພຣະບັນຍັດສອງ 33

ໂມ​ເຊອວຍ​ພອນ​ໃຫ້​ອິສ​ຣາເອນ

1 ກ່ອນ​ໂມ​ເຊ​ຄົນ​ຂອງ​ພຣະ​ເຈົ້າ​ໃກ້​ຈະ​ຕາຍ ເຂົາ​ໄດ້​ອວຍ​ພອນ​ໃຫ້ຄົນ​ອິສ​ຣາ​ເອນ​ດັ່ງ​ຕໍ່​ໄປ​ນີ້ 2 ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ​ຈາ​ພູ​ຊີ​ນາ​ອີ ຊົງ​ຂຶ້ນ​ມາ​ເຫມືອນ​ຕາ​ເວັນ​ສ່ອງ​ແສງ​ເທິງ​ເມືອງ​ເອ​ໂດມ ຊົງ​ສ່ອງ​ແສງ​ຈາກ​ພູ​ປາ​ຣານ​ມາ​ຍັງ​ໄພ່​ພົນ​ຂອງ​ພຣະ​ອົງ ມີ​ພວກ​ເທວະ​ດາ​ເປັນ​ຫມື່ນໆ​ຢູ່​ກັບ​ພຣະ​ອົງ ແລະ​ມີ​ໄຟ​ລຸກ​ຮຸ່ງ​ເຮືອງ​ຢູ່​ໃນ​ພຣະ​ຫັດ​ເບື້ອງ​ຂວາ​ຂອງ​ພຣະ​ອົງ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ໄພ່​ພົນ​ຂອງ​ພຣະ​ອົງ ຊົງ​ປົກ​ປ້ອງ​ຄຸ້ມ​ຄອງ​ຄົນ​ຂອງ​ພຣະ​ອົງ ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ນ້ອມ​ຄຸ້ມ​ຄອງ​ຄົນ​ຂອງ​ພຣະ​ອົງ ແລະ​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 4 ພວກ​ເຣົາ​ເຊື່ອ​ຟັງ​ພຣະ​ທັມ​ທີ່​ໂມ​ເຊມອບ​ໃຫ້ ມັນ​ເປັນ​ສົມ​ບັດ​ອັນ​ລ້ຳ​ຄ່າ​ແຫ່ງ​ຊົນ​ຊາດ​ຂອງ​ເຮົາ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ກະ​ສັດ​ຂອ​ງອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ເມື່ອ​ຜູ້​ນຳ ແລະ​ເຜົ່າ​ຕ່າງໆ​ຂອງ​ເຂົາ​ມາ​ຊຸມ​ນຸມ​ກັນ 6 ໂມ​ເຊ​ໄດ້​ເວົ້າ​ເຖິງ​ຕະ​ກູນ​ຣູ​ເບນ​ວ່າ, “ຂໍ​ຢ່າ​ໃຫ້ຣູ​ເບນ​ຕາຍ ແລະ​ຢ່າ​ໃຫ້​ຄົນ​ຂອງ​ເຂົາ​ມີ​ຫນ້ອຍ” 7 ເວົ້າ​ເຖິງ​ຕະ​ກູນ​ຢູ​ດາ​ວ່າ, “ໂອ ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຟັງ​ສຽງ​ຮ້ອງ​ໄຫ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເຂົາ​ແດ່​ທ້ອນ ຈົ່ງ​ຮວບ​ຮວມ​ເອົາ​ເຂົາ​ເຂົ້າ​ກັບ​ຕະ​ກູນ​ອື່ນໆ​ອີກ ໂອ ພຣະ​ຜູ້​ເປັ​ນ​ເຈົ້າ ຂໍ​ຊົງ​ຕໍ່​ສູ້​ແທນ​ເຂົາ ແລະ​ຊົງ​ຕໍ່​ສູ້​ພວກ​ສັດ​ຕຣູ​ຂອງ​ເຂົາ” 8 ເວົ້າ​ເຖິງ​ຕະ​ກູນ​ເລ​ວີ​ວ່າ, “ໂອ ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຜ່ານ​ພວກ​ເລ​ວີ ພວກ​ເຂົາ​ເປັນ​ໄພ່​ພົນ​ຜູ້​ສັດ​ຊື່​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ທົດ​ລອງ​ເຂົາ​ແລ້ວ​ທີ່​ ມັ​ດ​ສາ ແລະ​ໄດ້​ຊົງ​ພິ​ສູດ​ເບິ່ງ​ເຂົາ​ແລ້ວ​ທີ່​ນ້ຳ​ອອກບໍ່ ເມ​ຣີບາ 9 ພວກ​ເຂົາ​ມີ​ຄວາມ​ສັດ​ຊື່​ຕໍ່​ພຣະ​ອົງ​ຫລາຍກວ່າ​ຕໍ່​ພໍ່​ແມ່ ​ອ້າຍ​ນ້ອງ​ຫລື​ລູກ​ຫລານ ໄດ້​ທຳ​ຕາມຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ ແລະ​ສັດ​ຊື່​ຕໍ່​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ 10 ພວກ​ເຂົາ​ຈະ​ບອກ​ສອນ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ທຳ​ຕາມ​ພຣະ​ທັມ ແລະ​ຈະ​ຖວາຍ​ບູ​ຊາ​ເທິງ​ແທ່ນ​ຂອງ​ພຣະ​ອົງ 11 ໂອ ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຊ່ອຍ​ໃຫ້​ພວກ​ເຂົາ​ແຂງ​ແຮງ​ຂຶ້ນ ຂໍ​ຊົງ​ຍິນ​ດີ​ໃນ​ສິ່ງ​ທີ່​ເຂົາ​ທຳ ຊົງ​ທຳ​ລາຍ​ສັດ​ຕຣູ​ໃຫ້​ຫມົດ​ກ້ຽງ ແລະ​ຢ່າ​ໃຫ້​ພວກ​ເຂົາ​ໂງ​ຄໍ​ຂຶ້ນ​ໄດ້​ອີກ” 12 ເວົ້າ​ເຖິງ​ຕະ​ກູນ​ເບັນ​ຢາ​ມິນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ ແລະ​ຄຸ້ມ​ຄອງ​ຕະ​ກູນ​ນີ້ ໃນ​ແຕ່​ລະ​ວັນ ພວກ​ເຂົາ​ມີ​ຊີ​ວິດ​ຢູ່​ຢ່າງ​ປອດ​ພັຍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ” 13 ເວົ້າ​ເຖິງ​ຕະ​ກູນ​ໂຢ​ເຊັບ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພອນ​ໃຫ້​ແຜ່ນ​ດີນ​ຂອງ​ເຂົາ​ມີ​ຝົນ​ຕົກ ແລະ​ນ້ຳ​ບາ​ດານ 14 ຂໍ​ຊົງ​ອວຍ​ພອນ​ໃຫ້​ແຜ່ນ​ດິນ​ຂອງ​ເຂົາ​ໄດ້​ຮັບ​ຫມາກ​ຜົນ​ຈາກດວງ​ອາ​ທິດ ແລະ​ໄດ້​ຮັບ​ຫມາກ​ຜົນ​ຢ່າງດີ​ທີ່​ສຸດ​ໃນ​ທຸກ​ຣະ​ດູ 15 ຂໍ​ຊົງ​ໃຫ້​ຫນ່ວຍ​ພູ​ອັນ​ເກົ່າ​ແກ່​ທັງ​ຫລາຍ​ຂອງ​ເຂົາ ເຕັມ​ໄປ​ດ້ວຍ​ເຄື່ອງ​ປູກ​ຢ່າງ​ດີ 16 ຂໍ​ໃຫ້​ແຜ່ນ​ດິນ​ນັ້ນ​ເຕັມ​ໄປ​ດ້ວຍ​ຂອງ​ດີ ຂໍ​ໃຫ້​ພຣະ​ຄຸນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ອອກ​ມາ​ຈາກ​ໄຟ​ໃນ​ພຸ່ມ​ໄມ້ ອວຍ​ພອນ​ເຫລົ່າ​ນີ້​ໃຫ້​ຕະ​ກູນ​ໂຢ​ເຊັບ ເພາະ​ວ່າ​ເຂົາ​ເປັນ​ຫົວ​ຫນ້າ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ 17 ໂຢ​ເຊັບ​ມີ​ເຫື່ອ​ແຮງ​ເຫມືອນ​ງົວ​ເຖິກ ມີ​ກຳ​ລັງ​ເຫມືອນ​ຄວາຍ​ປ່າ ມາ​ນັ​ສ​ເຊ​ມີ​ກຳ​ລັງ​ຫລາຍ​ພັນຄົນ ​ແລະເອ​ຟ​ຣາ​ອິມ​ມີ​ຫລາຍ​ຫມື່ນ​ຄົນ ໂຢ​ເຊັບ​ຂັບ​ໄລ່​ຊົນ​ຊາດ​ອື່ນ​ອອກ​ໄປ​ດ້ວຍ​ກຳ​ລັງ​ນັ້ນ ໄດ້​ຂັບໄລ່​ເຂົາ​ໄປ​ຈົນ​ສຸດ​ແຜ່ນ​ດິນໂລກ” 18 ເວົ້າ​ເຖິງ​ຕະ​ກູນ​ເຊ​ບູ​ລູນ ແລະ​ອິສ​ຊາ​ຄາ​ວ່າ, “ຂໍ​ໃຫ້​ການ​ຄ້າ​ຂາຍ​ທາງ​ທະ​ເລ​ຂອງ​ເຊ​ບູ​ລູນ​ຈະ​ເຣີ​ນ​ກ້າວ​ຫນ້າ ແລະ​ຂໍ​ໃຫ້​ຣາຍ​ໄດ້​ໃນ​ຄອບ​ຄົວ​ອິສ​ຊາ​ຄາ​ເພີ້ມ​ທະ​ວີ​ຫລາຍ​ຂຶ້ນ 19 ພວກ​ເຂົາ​ເຊີນ​ຊາດ​ທັງ​ຫລາຍ​ມາ​ທີ່​ພູ​ເຂົາ ແລ້ວ​ຖວາຍ​ເຄື່ອງ​ບູ​ຊາ​ຢ່າງ​ຖືກ​ຕ້ອງ​ຢູ່​ທີ່​ນັ້ນ ເພາະ​ວ່າ​ເຂົາ​ຮັ່ງ​ມີຍ້ອນ​ທະ​ເລ​ແລະ​ດິນ​ຊາຍ​ຕາມ​ຕາ​ຝັ່ງ” 20 ເວົ້າ​ເຖິງ​ຕະ​ກູນ​ກາດ​ວ່າ, “ສັຣ​ເສີນ​ພຣະ​ເຈົ້າ​ຜູ້​ຊົງ​ຂະ​ຫຍາຍ​ເຂດ​ແດນ​ຂອງ​ຊາວ​ກາດ ຊາວ​ກາດ​ຫມູບ​ດັກຢູ່​ເຫມືອ​ນ​ສິງ ເພື່ອ​ຄອຍຫັກ​ແຂນ ແລະ​ລອກ​ຫນັງ​ຫົວ 21 ເຂົາ​ເລືອກ​ເອົາ​ແຜ່ນ​ດີນ​ທີ່​ອຸ​ດົມ​ສົມ​ບູ​ນ ແລະ​ຮັ່ງ​ມີ​ເປັນ​ຂອງ​ຕົນ​ເອງ ສ່ວນ​ແບ່ງ​ຂອງ​ຜູ້​ນໍາກໍ​ເປັນ​ຂອງ​ພວກ​ເຂົາ ເມື່ອ​ພວກ​ຜູ້​ນຳ​ອິສ​ຣາ​ເອນ​ເຂົ້າ​ຮ່ວມ​ປະ​ຊຸມ​ກັນ ພວກ​ເຂົາ​ກໍ​ທຳ​ຕາມ​ພຣະ​ທັມ ແລະ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 22 ເວົ້າ​ເຖິງ​ຕະ​ກູນ​ດານ​ວ່າ, “ດານ​ເປັນ​ລູກ​ສິງ​ທີ່​ແລ່ນ​ເຕັ້ນ​ມາ​ຈາກ​ບາ​ຊານ 23 ເວົ້າ​ເຖິງ​ຕະ​ກູນ​ເນັຟ​ທາ​ລີ​ວ່າ, “ເນັຟ​ທາ​ລີ​ບໍ​ຣິ​ບູນ​ດ້ວຍ​ພຣະ​ຄຸນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ໃຫ້ ແຜ່ນ​ດິນ​ຂອງ​ເຂົາ​ຍາວ​ຢຽດ​ໄປ​ເຖິງ​ທະ​ເລ​ສາບ​ ຄາ​ລີ​ເລ​ທາງ​ໃຕ້” 24 ເວົ້າ​ເຖິງ​ຕະ​ກູນ​ອາ​ເຊີ​ວ່າ, “ອາ​ເຊີ​ໄດ້​ຮັບ​ພຣະ​ພອນ​ຫລາຍກວ່າ​ຕະ​ກູນ​ອື່ນ ຂໍ​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ເມດ​ຕາ​ປາ​ນີ​ຈາກ​ອ້າຍ​ນ້ອງ​ຂອງ​ຕົນ ຂໍ​ໃຫ້​ແຜ່ນດິນ​ຂອງ​ເຂົາ​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ກົກ​ຫມາກກອກ​ເທດ 25 ຂໍ​ໃຫ້​ເມືອງ​ຂອງ​ເຂົາ​ມີ​ປະ​ຕູ​ເຫລັກ​ເປັນ​ທີ່​ປ້ອງ​ກັນ ແລະ​ໃຫ້​ເຂົາ​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ປອດ​ພັຍ​ຕລອດ​ໄປ” 26 ອິສ​ຣາ​ເອນ​ເອີຍ, ບໍ່​ມີ​ພຣະ​ໃດ​ເຫມືອນ​ພຣະ​ເຈົ້າ​ຂອງ​ທ່ານ ພຣະ​ອົງ​ສະ​ເດັດ​ມາ​ທາງ​ທ້ອງ​ຟ້າ​ດ້ວຍ​ສະງ່າ​ຣາ​ສີ ສະ​ເດັດ​ຜ່ານ​ເມກ​ມາ​ຊ່ອຍ​ເຫລືອ​ທ່ານ 27 ພຣະ​ເຈົ້າ​ຊົງ​ເປັນ​ອົງ​ຄຸ້ມ​ຄອງ​ທ່ານ​ຕລອດ​ໄປ ແຂນ​ອັນ​ຊົງ​ຣິດ​ຂອງ​ພຣະ​ອົງ​ຈະ​ຊົງ​ອຸ້ມ​ຊູ​ທ່ານ​ໄວ້ ພຣະ​ອົງ​ຊົງ​ຂັບ​ໄລ່​ສັດ​ຕຣູ​ໃຫ້​ຫນີ​ໄປ​ຈາກ​ທ່ານ ແລະ​ຊົງ​ບອ​ກ​ໃຫ້​ທ່ານ​ທຳ​ລາຍ​ເຂົາ​ຖິ້ມ 28 ດັ່ງ​ນີ້​ແຫລະເຊື້ອ​ສາຍ​ຂອງ​ຢາ​ໂຄບ​ຈຶ່ງ​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ສ​ງົບ​ສຸກ ມີ​ຄວາມ​ປອດ​ພັຍ​ຢູ່​ໃນ​ແຜ່ນ​ດິນ​ທີ່​ອຸ​ດົມ​ດ້ວຍ​ເຂົ້າ ແລະ​ເຫລົ້າ​ອະ​ງຸ່ນ ມີ​ນ້ຳ​ຫມອກ​ຈາກ​ຟ້າ​ຕົກ​ລົງ​ມາຍັງ​ດິນ 29 ອິສ​ຣາ​ເອນ​ເອີຍ ທ່ານ​ທັງ​ຫລາຍ​ເປັນ​ສຸກ​ແທ້ ບໍ່​ມີ​ໃຜ​ຄື​ພວກ​ທ່ານ​ເລີຍ ທ່ານ​ເປັນ​ຊົນ​ຊາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ ພຣະ​ອົງ​ຊົງ​ເປັນ​ແຜ່ນ​ເຫລັກ​ຕ້ານ​ທານ ແລະ​ດາບ​ຂອງ​ທ່ານ ຊົງ​ປ້ອງ​ກັນ​ແລະ​ໃຫ້​ທ່ານ​ມີ​ໄຊ​ຊະ​ນະ ພວກ​ສັດ​ຕຣູ​ຈະ​ມາ​ຂໍ​ຄວາມ​ກະ​ຣຸ​ນາ​ຈາກ​ທ່ານ ແລ້ວ​ທ່ານ​ຈະ​ຢຽບ​ຢໍ່າ​ເຂົາ

ພຣະບັນຍັດສອງ 34

ໂມ​ເຊ​ເຖິງ​ແກ່​ກຳ

1 ໂມ​ເຊ​ໄດ້​ຂຶ້ນ​ແຕ່​ທີ່​ຮາບ​ພຽງ​ໂມ​ອາບ​ໄປ​ຍັງ​ພູ ເນ​ໂບ ຂຶ້ນ​ໄປ​ເຖິງ​ຈອມ​ພູ​ປິ​ສ​ກາ​ຊຶ່ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ເມືອງ​ເຢ​ຣິ​ໂກ ຢູ່​ທີ່​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສະ​ແດງ​ໃຫ້​ທ່ານ​ເຫັນ​ແຫ່ນ​ດິນ​ທັງ​ຫມົດ ຄື​ຕັ້ງ​ແຕ່​ເຂດ​ແດນ​ກິ​ເລ​ອາດ​ໄປ​ເຖິງ​ເຫນືອ​ເມືອງ​ດານ ເຖິງ​ເຂດ​ແດນ​ເນັຟທາ​ລີ​ທັງ​ຫມົດ​ 2 ຕລອດ​ທັງ​ເຂດ​ແດນ​ເອ​ຟ​ຣາ​ອິມ ມາ​ນັ​ສ​ເຊ ​ແລະ​ຢູ​ດາ ໄປ​ເຖິງ​ທະ​ເລ​ເມ​ດິ​ເຕ​ຣາ​ເນ​ທາງ​ທິດ​ຕາ​ເວັນ​ຕົກ 3 ເຖິງ​​ເນ​ເກັບ ແລະຈາກ​ທີ່​ຮາບ​ພຽງ​ ຄື​ທີ່​ລຸ່ມ​ເມືອງ​ເຢ​ຣີ​ໂກ ເມືອງ​ກົກ​ຕານ​ນັ້ນ​ໄກ​ໄປ​ເຖິງ​ເມືອງໂຊ​ອາຣ໌ 4 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ຕໍ່​ໂມ​ເຊວ່າ, “ນີ້​ແມ່ນ​ແຜ່ນ​ດິນ​ທີ່​ເຮົາ​ໄດ້​ສັນ​ຍາ​ຕໍ່​ອັບ​ຣາ​ຮາມ ອີ​ຊາກ ແລະ​ຢາ​ໂຄບ ວ່າ​ຈະ​ຍົກ​ໃຫ້​ແກ່​ເຊື້ອ​ສາຍ​ຂອງ​ເຂົາ ເຮົາ​ໄດ້​ທຳ​ໃຫ້​ເຈົ້າ​ເຫັນ​ກັບ​ຕາ​ແຜ່ນ​ດິນ​ນັ້ນ ແຕ່​ຈະ​ບໍ່​ໃຫ້​ເຈົ້າ​ເຂົ້າ​ໄປ” 5 ດັ່ງ​ນັ້ນ ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ສິ້ນ​ຊີ​ວິດ​ຢູ່​ທີ່​ນັ້ນ​ໃນ​ປະ​ເທດ​ໂມ​ອາບ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບອກ​ແລ້ວ 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຝັງ​ສົບ​ທ່ານ​ໄວ້​ໃນ​ຮ່ອມ​ພູ​ແຫ່ງ​ນຶ່ງ​ທີ່​ປະ​ເທດ​ໂມ​ອາບ ຊຶ່ງ​ກົງ​ກັນ​ຂ້າມ​ກັບ​ເມືອງ​ເບັດ​ເປ​ໂອຣ໌ ແຕ່​ຈົນ​ເທົ່າ​ທຸກວັນນີ້​ກໍ​ບໍ່​ມີ​ໃຜ​ຮູ້​ວ່າ​ສົບ​ໂມ​ເຊ​ໄດ້​ຝັງ​ໄວ້​ຢູ່​ໃສ? 7 ໂມ​ເຊ​ຕາຍ​ເມື່ອ​ອາ​ຍຸ​ໄດ້​ຮ້ອຍ​ຊາວ​ປີ ທ່ານ​ມີ​ສຸ​ຂະ​ພາບ​ແຂງ​ແຮງ ແລະ​ຕາກໍ​ຍັງ​ເຫັນ​ຮຸ່ງຢູ່​ຄື​ເກົ່າ 8 ຊາວ​ອິສ​ຣາ​ເອນ​ໄດ້​ໄວ້​ທຸກ​ໃຫ້​ໂມ​ເຊ​ເປັນ​ເວ​ລາ​ສາມ​ສິບ​ວັນ ທີ່​ທົ່ງ​ຮາບ​ໂມ​ອາບ 9 ໂຢ​ຊວຍ ຊຶ່ງ​ເປັນ​ຜູ້​ໄດ້​ຮັບ​ຫນ້າ​ທີ່​ແທນ​ໂມ​ເຊ ຍ້ອນ​ວ່າ​ທ່ານ​ໄດ້​ເປັນ​ຜູ້​ມີ​ສະ​ຕິ​ປັນ​ຍາ​ດີ​ໂດຍ​ທ່ານ​ໄດ້​ຮັບ​ພິ​ທີ​ວາງ​ມື​ໃສ່​ຫົວ​ຈາກ​ໂມ​ເຊ ຊາວ​ອິສ​ຣາ​ເອນ​ຈຶ່ງ​ໄດ້​ເຊື່ອ​ຟັງ​ໂຢ​ຊວຍ ແລະ​ທຳ​ຕາມ​ຂໍ້​ຄຳ​ສັ່ງ​ທີ່​ພຣະ​ຜູ້​ເປັນເຈົ້າຊົງ​ບອກ​ໂມ​ເຊ​ນັ້ນ 10 ໃນ​ອິສ​ຣາ​ເອນ​ບໍ່​ເຄີຍ​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ໃດ​ເຫມືອນ​ໂມ​ເຊ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ທ່ານ​ຫນ້າ​ຕໍ່​ຫນ້າ 11 ຊົງ​ໃຫ້​ທ່ານ​ທຳ​ການ​ອັ​ດ​ສະ​ຈັນ ແລະ​ຫມາຍ​ສຳ​ຄັນ​ຕໍ່​ສູ້​ກະ​ສັດ​ເອ​ຢິບ ກັບ​ຂ້າ​ຣາ​ຊ​ການ ແລະ​ຫມົດ​ປະ​ເທດ​ຊຶ່ງ​ຜູ້​ປະ​ກາດ​ພຣະ​ທັມ​ອື່ນໆທໍາບໍ່​ໄດ້​ເຫມືອນ​ທ່ານ 12 ທ່ານ​ທຳ​ສິ່ງ​ທີ່​ຫນ້າ​ຢ້ານ ແລະ​ຍິ່ງ​ໃຫຍ່​ຕໍ່​ຫນ້າ​ຊາວ​ອິສ​ຣາ​ເອນ ແຕ່​ຄົນ​ອື່ນ​ທຳ​ບໍ່​ໄດ້​ເຫມືອນ​ທ່ານ

ໂຢຊວຍ 1

ອິສ​ຣາ​ເອນ​ມຸ່ງ​ຫນ້າ​ສູ່​ກາ​ນາອານ

1 ຫລັງ​ຈາກ​ໂມ​ເຊ ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າໄດ້​ເສັຽ​ຊີ​ວິດ​ໄປ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າຊົງສັ່ງ​ແກ່​ໂຢ​ຊວຍ​ບຸດ​ນູນທີ່​ເປັນ​ຜູ້​ຊ່ອຍ​ວຽກ​ໂມ​ເຊວ່າ, 2 “ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ກໍ​ເສັຽ​ຊີ​ວິດ​ໄປ​ແລ້ວ ສ່ວນ​ເຈົ້າ​ພ້ອມ​ດ້ວຍ​ຊາ​ວອິສ​ຣາ​ເອນ​ທຸກ​ຄົນ ຈົ່ງ​ຕຽມ​ຕົວ​ອອກ​ໄປ​ຂ້າມ​ແມ່​ນ້ຳ​ຈໍ​ແດນ ແລ້ວ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ເຮົາ​ຈະ​ມອບ​ໃຫ້​ພວກ​ເຈົ້າ 3 ຕາມ​ທີ່​ເຮົາ​ໄດ້​ສັນ​ຍາ​ໄວ້​ກັບ​ໂມ​ເຊວ່າ ດິນ​ທຸກ​ບ່ອນ​ທີ່​ພວກ​ເຈົ້າ​ຈະ​ຢຽບ​ໄປ​ນັ້ນ​ແຫລະ ​ເປັນ​ບ່ອນ​ທີ່​ເຮົາ​ມອບ​ໃຫ້ 4 ເຂດ​ແດນ​ຂອງ​ເຈົ້າ​ຕັ້ງ​ແຕ່​ຖິ່ນ​ກັນ​ດານ​ທາງ​ທິດ​ໃຕ້ຈົນ​ເຖິງ​ພູ​ເລ​ບາ​ນອນ​ທາງ​ທິດ​ເຫນືອ ຕັ້ງແຕ່​ແມ່ນ​ນ້ຳ​ໃຫຍ່​ເອີ​ຟ​ຣາດ​ທາງ​ທິດ​ຕາ​ເວັນ​ອອກ​ພ້ອມ​ທັງ​ທົ່ວ​ປະ​ເທດ​ຂອງ​ຊາວ​ຮິດ​ຕີ​ຈົນ​ເຖິງ​ທະ​ເລ​ເມ​ດິເຕ​ຣາ​ເນ​ທາງ​ທິດ​ຕາ​ເວັນ​ຕົກ 5 ໃນ​ຊົ່ວ​ຊີ​ວິດ​ຂອງ​ເຈົ້າ ຈະ​ບໍ່​ມີ​ໃຜ​ສາ​ມາດ​ຕໍ່​ສູ້​ເຈົ້າ​ໄດ້​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ ເພາະ​ວ່າ​ເຮົາ​ໄດ້​ສະ​ຖິດ​ຢູ່​ກັບ​ໂມ​ເຊ​ຢ່າງໃດ ເຮົາ​ຈະ​ສະ​ຖິດ​ຢູ່​ກັບ​ເຈົ້າ​ຢ່າງ​ນັ້ນ​ດ້ວຍ 6 ສະ​ນັ້ນ ເຈົ້າ​ຈົ່ງ​ມີ​ໃຈ​ເຂັ້ມ​ແຂງ ແລະ​ກ້າ​ຫານ ເພາະ​ວ່າ​ເຈົ້າ​ຈະ​ເປັນ​ຜູ້​ນຳພາ​ຊົນ​ຊາດ​ເຫລົ່າ​ນີ້​ເຂົ້າ​ໄປ​ຮັບ​ເອົາ​ແຜ່ນດິນ​ທີ່​ເຣົາ​ສັນ​ຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຂົາ 7 ເຈົ້າ​ຈົ່ງ​ມີ​ໃຈ​ເຂັ້ມ​ແຂງ​ແລະ​ກ້າ​ຫານ​ແທ້ ຈົ່ງ​ທຳ​ຕາມ​ພຣະ​ທັມ​ທັງ​ຫມົດ​ຂອງ​ເຮົາ ຊຶ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້ ຢ່າ​ປະ​ຖິ້ມ​ຈັກ​ຂໍ້​ເລີຍ ເພື່ອ​ຈະ​ໄດ້​ຮັບ​ຜົນ​ສຳ​ເຣັດ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ຈະ​ໄປ 8 ເຈົ້າ​ຢ່າ​ລືມ​ພຣະ​ທັມ​ຂອງ​ເຮົາ​ຈັກ​ເທື່ອ ເຈົ້າ​ຕ້ອງ​ຮຽນ​ຮູ້​ຈາກ​ປື້ມ​ພຣະ​ທັມ​ນັ້ນ​ທຸກ​ມື້​ທຸກ​ຄືນ ແລະ​ຈົ່ງ​ຕັ້ງ​ໃຈ​ປະ​ຕິ​ບັດ​ຕາມ​ຖ້ອຍ​ຄຳ​ທີ່​ຂຽນ​ໄວ້​ນັ້ນ ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ຜົນ​ສຳ​ເຣັດ​ໃນ​ທຸກວິ​ທີ​ທາງ​ພ້ອມ​ທັງມີ​ຄວາມຈະ​ເຣີນ​ກ້າວ​ຫນ້າ​ຂຶ້ນ​ດ້ວຍ 9 ຈົ່ງ​ຈົດ​ຈຳ​ເອົາ​ຖ້ອຍ​ຄຳທີ່​ເຮົາ​ໄດ້​ສັ່ງ​ແກ່​ເຈົ້າ​ວ່າ ໃຫ້​ມີ​ໃຈ​ເຂັ້ມ​ແຂງ​ແລະ​ກ້າ​ຫານ ຢ່າ​ຢ້ານ ຫລື​ຕົກ​ໃຈ ເພາະ​ວ່າ​ເຮົາ​ຜູ້​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ກໍ​ສະ​ຖິດ​ຢູ່​ກັບ​ເຈົ້າ​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ທີ່​ເຈົ້າ​ຈະ​ໄປ​ເຖິງ” 10 ເມື່ອ​ນັ້ນ ໂຢ​ຊວຍ​ໄດ້​ສັ່ງ​ກັບ​ພວກ​ຫົວ​ຫນ້າ​ວ່າ, 11 “ຈົ່ງ​ໄປ​ປ່າວ​ເຕືອນ​ໃຫ້​ປະ​ຊາ​ຊົນ​ຕາມ​ສະ​ຖານ​ທີ່​ພັກ​ເຊົາ ເພື່ອ​ໃຫ້​ເຂົາ​ຈັດ​ແຈງ​ເອົາ​ອາ​ຫານ​ໃຫ້​ພຽງພໍ ເພາະ​ວ່າ​ຍັງ​ອີກ​ສາມ​ວັນ​ພວກ​ເຈົ້າ​ຈະ​ພາ​ກັນ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ນີ້​ໄປ​ຍຶດ​ຄອງ​ເອົາ​ດິນ​ແດນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ຊົງ​ປະ​ທານ​ໃຫ້” 12 ຕໍ່​ມາ ໂຢ​ຊວຍ​ເວົ້າ​ກັບ​ຊາວ​ຣູ​ເບນ ຊາວ​ກາດ ແລະ​ເຄິ່ງ​ນຶ່ງ​ຂອງ​ຊາວ​ມາ​ນັ​ສ​ເຊວ່າ, 13 “ຈົ່ງ​ຈື່​ຄຳ​ທີ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບອກ​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວ​ກ​ເຈົ້າ​ຊົງ​ ປະ​ທານ​ແຜ່ນ​ດິນ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ນີ້​ໃຫ້​ພວກ​ເຈົ້າ​ອາ​ໄສ​ຢູ່ 14 ໃຫ້​ລູກ​ເມັຽ ແລະ​ງົວ​ຄວາຍ​ຂອງ​ພວກ​ເຈົ້າ​ພັກ​ພາ​ອາ​ໄສ​ຢູ່​ບ່ອນ​ນີ້​ເສັຽກ່ອນ ຊຶ່ງ​ເປັນ​ແຜ່ນ​ດິນ​ທີ່​ໂມ​ເຊ​ໄດ້​ມອບ​ໃຫ້​ແລ້ວ ສ່ວນ​ຜູ້​ເປັນ​ທະ​ຫານ​ໃຫ້​ຂ້າມ​ແມ່​ນ້ຳ​ອອກ​ນຳ​ຫນ້າ​ໄປ​ຊ່ອຍ​ພວກ​ພີ່​ນ້ອງ​ທີ່​ຍັງບໍ່​ມີ​ບ່ອນ​ຢູ່​ຕີ​ເອົາ​ແຜ່ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ປະ​ທານ​ໃຫ້​ພວກ​ເຂົາ 15 ເມື່ອ​ພວກ​ພີ່​ນ້ອງ​ໄດ້​ແຜ່ນ​ດິນ​ຢູ່​ແລ້ວ ພວກ​ເຈົ້າ​ຈົ່ງ​ກັບ​ຄືນ​ມາ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ຕົນ​ເອງ​ຢູ່​ທີ່​ນີ້ ຊຶ່ງ​ເປັນ​ບ່ອນ​ທີ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ພວກ​ເຈົ້າ” 16 ເຂົາ​ຕອບ​ໂຢ​ຊວຍ​ວ່າ, “ພວກ​ຂ້າ​ພະ​ເຈົ້າ​ທັງ​ຫລາຍຈະ​ທຳ​ທຸກ​ສິ່ງ​ທີ່​ທ່ານບອກ ​ແລະ​ຈະ​ໄປ​ທຸກໆ​ບ່ອນ​ທີ່​ທ່ານ​ຈະ​ສົ່ງ​ພວກ​ຂ້າ​ພະ​ເຈົ້າ​ໄປ 17 ພວກ​ຂ້າ​ພະ​ເຈົ້າ​ຈະ​ເຊື່ອ​ຟັງ​ຄວາມ​ຂອງ​ທ່ານ​ເຫມືອນ​ດັ່ງ​ໄດ້​ເຊື່ອ​ຟັງ​ຄວາມ​ຂອງ​ໂມ​ເຊ ຂໍ​ພຽງ​ແຕ່​ວ່າ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານສະ​ຖິດ​ຢູ່​ກັບ​ທ່ານ ດັ່ງ​ທີ່​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ໂມ​ເຊ 18 ຖ້າ​ຜູ້​ໃດ​ຂັດ​ຂວາງ ແລະ​ບໍ່​ຍອມ​ຟັງ​ທີ່​ທ່ານ​ສັ່ງ​ນັ້ນ ຈະ​ຕ້ອງ​ຖືກ​ໂທດ​ປະ​ຫານ​ຊີ​ວິດ ສ່ວນ​ທ່ານ​ຈົ່ງ​ມີ​ໃຈ​ເຂັ້ມ​ແຂງ​ແລະ​ກ້າ​ຫານເທີນ”

ໂຢຊວຍ 2

ໂຢ​ຊວຍ​ສົ່ງ​ສອດ​ແນມ​ໄປ​ເມືອງ​ເຢ​ຣິໂກ

1 ຕໍ່​ມາ ໂຢ​ຊວຍ​ໄດ້​ສົ່ງ​ສອດ​ແນມ​ສອງ​ຄົນ​ໄປ​ຢ່າງ​ລັບໆ ຈາກ​ຄ້າຍ​ພັກ​ທີ່​ຊິດ​ຕີມ ເພື່ອ​ໄປ​ເບິ່ງ​ປະ​ເທດ ແລະ​ເມືອງ​ເຢ​ຣິ​ໂກ ດັ່ງ​ນັ້ນ​ສອດ​ແນມ​ທັງ​ສອງ​ຈຶ່ງ​ພາ​ກັນ​ອອກ​ໄປ ເມື່ອ​ຮອດ​ເມືອງ​ເຢ​ຣິໂກ​ແລ້ວ ເຂົາ​ທັງ​ສອງ​ກໍ​ເຂົ້າ​ໄປ​ພັກ​ເຊົາ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສ​ເພນີ​ຄົນ​ນຶ່ງ​ຊື່​ວ່າ ຣາ​ຮາບ 2 ເມື່ອ​ເຈົ້າ​ຊີ​ວິດ​ເມືອງເຢ​ຣິໂກ​ ໄດ້​ຍິນ​ຂ່າວ​ວ່າ​ໃນ​ຕອນ​ແລງວັນ​ນີ້​ມີ​ຊາວ​ອິສ​ຣາ​ເອນ​ສອງ​ຄົນ​ໄດ້​ເຂົ້າ​ມາ​ສອດ​ແນມ​ເບິ່ງ​ປະ​ເທດ​ຂອງ​ຕົນ 3 ພຣະ​ອົງ​ກໍ​ຈັ​ດ​ສົ່ງ​ຄົນ​ໄປ​ຫາ​ນາງ​ຣາ​ຮາບ​ແລ້ວບອກວ່າ, “ຈົ່ງ​ມອບ​ຊາຍ​ສອງ​ຄົນ​ທີ່​ພັກ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ນີ້​ໃຫ້​ເຮົາ​ເສັຽ ເພາະ​ວ່າ​ເຂົາ​ມາ​ສອດ​ແນມ​ເບິ່ງ​ປະ​ເທດ​ຂອງ​ເຮົາ” 4 ຝ່າຍ​ນາງ​ຣາ​ຮາບ​ກໍ​ເຊື່ອງ​ຊາຍ​ສອງ​ຄົນ​ນັ້ນ​ໄວ້​ເທິງ​ຫລັງ​ຄາ​ພຽງ ໃນ​ກອງ​ລຳ​ຕົ້ນ​ປ່ານ​ທີ່​ນາງ​ໄດ້​ລຽນ​ໄວ້​ຢູ່​ເທິງ​ນັ້ນ 5 ນາງ​ຈຶ່ງ​ຕອບ​ວ່າ, “ຊາຍ​ພວກ​ນັ້ນ​ມາ​ພັກ​ຢູ່​ເຮືອນ​ຂອງ​ຂ້າ​ນ້ອຍ​ແທ້​ຈິງ ແຕ່​ຂ້າ​ນ້ອຍ​ບໍ່​ຮູ້​ຈັກ​ການ​ເປັນ​ມາ​ຂອງ​ພວກ​ເຂົາ 6 ດຽວ​ນີ້ ເຂົາ​ໄດ້​ອອກ​ຫນີ​ໄປ​ແລ້ວ​ຕັ້ງ​ແຕ່​ເວ​ລາ​ມືດ​ຊຸ້ມ ເພື່ອ​ໃຫ້​ຫວິດ​ກ່ອນ​ປະ​ຕູ​ເມືອງ​ຈະ​ອັດ ສ່ວນ​ຂ້າ​ນ້ອຍ​ເອງ​ກໍ​ບໍ່​ຮູ້​ຈັກ​ວ່າ​ເຂົາ​ໄປ​ທາງ​ໃດ ຈົ່ງ​ຟ້າວ​ອອກ​ໄປ​ຕິດ​ຕາມ​ເຂົາ​ໃຫ້​ທັນ” 7 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ຟ້າວ​ອອກ​ຕິດ​ຕາມ​ຈົນ​ຮອດ​ທ່ານ​ແມ່​ນ້ຳ​ຈໍ​ແດນ ເມື່ອ​ເຂົາ​ອອກ​ຫວິດ​ເມືອງ​ແລ້ວ​ປະ​ຕູ​ເມືອງກໍ​ອັດ 8 ກ່ອນ​ຊາຍ​ທັງ​ສອງ​ຍັງ​ບໍ່ນອນ ນາງ​ຣາ​ຮາບກໍ​ຂຶ້ນ​ໄປຫາ​ເຂົາ​ຢູ່​ເທິງ​ຫລັງ​ຄາ​ພຽງ 9 ແລະ​ເວົ້າ​ວ່າ, “ຂ້າ​ນ້ອຍ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ແຜ່ນ​ດິນ​ນີ້​ໃຫ້​ແກ່​ພວກ​ທ່ານ ແລະ​ຂ້າ​ນ້ອຍຍອມ​ຮັບ​ວ່າ ພວກ​ຂ້າ​ນ້ອຍ​ທຸກ​ຄົນ​ຢ້ານ​ພວກ​ທ່ານ​ຫລາຍ ແລະ​ຄົນ​ທົ່ວ​ທຸກ​ອາ​ນາ​ເຂດ​ກໍ​ເກີດ​ຄວາມ​ຢ້ານ​ຕົກ​ໃຈ​ຕໍ່​ຫນ້າ​ພວກ​ທ່ານ 10 ເພາະ​ພວກ​ຂ້າ​ນ້ອຍ​ໄດ້​ຍິນ​ຂ່າວວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ນ້ຳ​ທະ​ເລ​ໄມ້​ອໍ້​ແຫ້ງ​ແລ້ງ​ຕໍ່​ຫນ້າ​ພວກ​ທ່ານ ໃນ​ຂ​ນະ​ທີ່​ພວກ​ທ່ານ​ເດີນ​ທາງ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ແລະ​ພວກ​ຂ້າ​ນ້ອຍ​ກໍ​ໄດ້​ຍິນ​ຂ່າວ​ອີກວ່າ​ພວກ​ທ່ານ​ໄດ້​ຂ້າ​ເຈົ້າ​ຊີ​ວິດ​ຊາວ​ອາໂມ​ຣິດ​ທັງ​ສອງ​ອົງ ຄື ຊີ​ໂຮນ ແລະ​ໂອກ ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ 11 ຍ້ອນ​ພວກ​ຂ້າ​ນ້ອຍ​ໄດ້​ຍິນ​ເຣື່ອງ​ຕ່າງໆ​ນີ້​ແຫລະ ທຸກ​ຄົນ​ຈຶ່ງ​ເກີດ​ມີ​ຄວາມ​ວຸ້​ນ​ວາຍ​ໃຈ ແລະ​ຢ້ານ​ກົວ​ຕໍ່​ຫນ້າພວກ​ທ່ານ ເພາະພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ພວກ​ທ່ານ ແມ່ນ​ອົງ​ທີ່​ສະ​ຖິດ​ຢູ່​ເທິງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ 12 ບັດ​ນີ້ ຂໍ​ໃຫ້​ພວ​ກທ່ານ​ຈົ່ງ​ສາ​ບານ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເນື່ອງ​ຈາກ​ຄວາມ​ດີ​ທີ່​ຂ້າ​ນ້ອຍ​ໄດ້​ທຳ​ມາ​ຕໍ່​ພວກ​ທ່ານ​ນີ້ ຂໍ​ໃຫ້​ຄິດ​ເຫັນ​ຂ້າ​ນ້ອຍ​ແລະ​ຄອບ​ຄົວ​ຍາດ​ຕິ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ​ດ້ວຍ ແລະ​ຂໍ​ໃຫ້​ສະ​ແດງ​ຫລັກ​ຖານ​ກ່ຽວ​ກັບ​ຄໍາ​ສາ​ບານ​ນີ້​ແກ່​ຂ້າ​ນ້ອຍ 13 ເພື່ອ​ຊ່ອຍ​ພໍ່​ແມ່​ອ້າຍ​ນ້ອງ​ຕລອດ​ທັງ​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ” 14 ດັ່ງ​ນັ້ນ ຊາ​ຍ​ທັງ​ສອງ​ຈຶ່ງ​ເວົ້າ​ຕໍ່​ນາງວ່າ, “ພວກ​ຂ້າ​ພະ​ເຈົ້າ​ຈະ​ຕອບ​ສນອງ​ຄຸນ​ງາມ​ຄວາມ​ດີ ແລະ​ຄວາມ​ສັດ​ຊື່​ຂອງ​ເຈົ້າ​ໃນ​ເວ​ລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະທານ​ແຜ່ນ​ດິນ​ນີ້​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ” 15 ເນື່ອງ​ຈາກ​ວ່າ​ເຮືອນ​ຂອງ​ນາງ​ຣາ​ຮາບ ຕິດ​ກັບ​ກຳ​ແພງ​ເມືອງ ນາງ​ຈຶ່ງ​ຢ່ອນ​ເຊືອກ​ໃຫ້​ຊາຍ​ທັງ​ສອງ​ລົງ​ທາງ​ປ່ອງ​ຢ້ຽມ 16 ແລະ​ເວົ້າ​ແກ່​ເຂົາ​ວ່າ, “ຈົ່ງ​ຂຶ້ນ​ໄປ​ລີ້​ຢູ່​ເທິງ​ພູ​ນັ້ນ​ສາມ​ວັນ ຈົນ​ພວກ​ທີ່​ຕິດ​ຕາມ​ນັ້ນ​ກັບ​ມາ​ເສັຽກ່ອນ ເພື່ອ​ເຂົາ​ຈະ​ບໍ່​ພົບ​ພໍ້​ພວກ​ທ່ານ ຫລັງ​ຈາກ​ນັ້ນ ຈຶ່ງ​ພາ​ກັນ​ໄປ​ຕາມ​ຫົນ​ທາງ​ຂອງ​ພວກ​ທ່ານ” 17 ສອດ​ແນມ​ທັງ​ສອງ​ຈຶ່ງບອກ​ນາງວ່າ, “ພວກ​ຂ້າ​ພະ​ເຈົ້າ​ຈະ​ທຳ​ຕາມ​ຄຳ​ສັນ​ຍາ​ທີ່​ມີ​ໄວ້​ກັບ​ເຈົ້າ 18 ຈົ່ງ​ຟັງ​ເທີນ ໃນ​ເວ​ລາ​ທີ່​ພວກ​ຂ້າ​ພະ​ເຈົ້າ​ກັບ​ມາ​ໂຈມ​ຕີ​ປະ​ເທດ​ນີ້ ເຈົ້າ​ຈົ່ງ​ເອົາ​ເຊືອກ​ສີ​ແດງ​ເຂັ້ມ​ຜູກ​ໄວ້​ທີ່​ປ່ອງ​ຢ້ຽມ​ບ່ອນ​ທີ່​ເຈົ້າ​ຢ່ອນ​ພວ​ກ​ຂ້າ​ພະ​ເຈົ້າ​ລົງ​ນີ້ ແລະ​ໃຫ້​ພວກ​ພໍ່​ແມ່​ອ້າຍ​ນ້ອງ​ຕລອດ​ທັງຄອບຄົວ​ຂອງ​ເຈົ້າ​ມາ​ໂຮມ​ກັນ​ຢູ່​ເຮືອນ​ຫລັງ​ນີ້​ຫມົດ 19 ຖ້າ​ວ່າ​ຜູ້ໃດ​ອອກ​ຈາກ​ເຮືອນ​ເຈົ້າ​ໄປ ຄວາມ​ຕາຍ​ຈະ​ມາ​ເຖິງ​ຜູ້​ນັ້ນ​ຍ້ອນ​ຄວາມ​ຜິດ​ຂອງ​ເຂົາ​ເອງ ພວກ​ຂ້າ​ພະ​ເຈົ້າ​ຈະບໍ່​ຮັບ​ຜິດ​ຊອບ ແຕ່​ວ່າ​ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ຖືກ​ຂ້າ ຈຶ່ງ​ແມ່ນ​ຄວາມ​ຜິດ​ຂອງ​ພວກ​ຂ້າ​ພະ​ເຈົ້າ 20 ແ​ລະ​ຖ້າ​ເຈົ້າ​ເປີດ​ເຜີຍ​ສິ່ງ​ທີ່​ໄດ້​ທຳ​ນີ້ ພວກ​ຂ້າ​ພະ​ເຈົ້າ​ກໍ​ຈະ​ຕ້ອງ​ພົ້ນ​ຈາກ​ຄຳ​ສາບ​ແຊ່ງ​ນັ້ນ 21 ນາງ​ຈຶ່ງ​ຕອບ​ວ່າ, “ຂ້າ​ນ້ອຍ​ຍິນຍອມ​ທຸກ​ຢ່າງ” ເມື່ອ​ຊາຍ​ສອງ​ຄົນ​ອອກ​ໄປ​ແລ້ວ ນາງ​ກໍ​ເອົາ​ເຊືອກ​ສີ​ແດງ​ເຂັ້ມ​ຜູກ​ໄວ້​ທີ່​ປ່ອງ​ຢ້ຽມ 22 ຫລັງ​ຈາກ​ນັ້ນ ຊາຍ​ທັງ​ສອງ​ກໍ​ຂຶ້ນ​ໄປ​ລີ້​ຢູ່​ເທິງ​ພູ​ເປັນ​ເວ​ລາ​ສາມ​ວັນ ສ່ວນ​ພວກ​ທີ່​ອອກ​ຕິດ​ຕາມກໍ​ຊອກ​ຫາ​ທົ່ວ​ທຸກ​ບ່ອນ​ແຕ່​ບໍ່​ພົບ​ຈຶ່ງ​ພາ​ກັນ​ກັບ​ຄືນ​ເມືອ 23 ເມື່ອ​ນັ້ນ ສອດ​ແນມ​ທັງ​ສອງ​ຄົນ​ກໍ​ພາ​ກັນ​ລົງ​ມາ​ຈາກ​ພູ​ຂ້າມ​ແມ່​ນ້ຳ​ແລ້ວ​ມຸ່ງ​ຫນ້າ​ໄປ​ຫາ​ໂຢ​ຊວຍ ແລະ​ເລົ່າ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ​ສູ່​ທ່ານ​ຟັງ 24 ເຂົາ​ເວົ້າ​ວ່າ, “ພວກ​ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ແຜ່ນ​ດິນ​ນັ້ນ​ໃຫ້​ແກ່​ພວກ​ເຮົາ ເພາະ​ວ່າ​ປະ​ຊາ​ຊົນ​ທຸກ​ຄົນ​ໃນ​ເມືອງ​ນັ້ນ​ພາ​ກັນ​ເກີດ​ຄວາມ​ວິ​ຕົກ​ວຸ້ນ​ວາຍ​ຍ້ອນ​ພວກ​ເຮົາ”

ໂຢຊວຍ 3

ອິສ​ຣາ​ເອນ​ຂ້າມ​ແມ່​ນ້ຳ​ຈໍ​ແດນ

1 ມື້​ໃຫມ່​ຕໍ່​ມາ ໂຢ​ຊວຍ​ກໍ​ຕື່ນ​ແຕ່​ເຊົ້າ ພາພວກ​ອິສ​ຣາ​ເອນ​ທຸກ​ຄົນ​ອອກ​ຈາກ​ຄ້າຍ​ພັ​ກ​ທີ່ ຊິດ​ຕີມ ມຸ່ງ​ຫນ້າ​ສູ່ແມ່​ນ້ຳ​ຈໍ​ແດນ ເຂົາ​ຢຸດ​ພັກ​ຢູ່​ທີ່​ນັ້ນ​ກ່ອນ​ຈະ​ຂ້າມ​ແມ່​ນ້ຳ​ໄປ 2 ຄັນ​ເວ​ລາລ່ວງ​ມາ​ໄດ້​ສາມ​ວັນ​ແລ້ວ ພວກ​ຫົວ​ຫນ້າກໍ​ຍ່າງ​ເລາະ​ໄປ​ມາ​ໃນ​ບ່ອນ​ທີ່​ຕັ້ງ​ຄ້າຍ​ພັກ​ນັ້ນ 3 ແລະ​ສັ່ງ​ຕໍ່​ປະ​ຊາ​ຊົນວ່າ, “ເວ​ລາ​ພວກ​ເຈົ້າ​ເຫັນ​ປະ​ໂຣ​ຫິດ​ຫາມ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ອອກ​ໄປ ຈົ່ງ​ອອກ​ຕິດ​ຕາມ​ໂລດ 4 ເພື່ອ​ໃຫ້​ຮູ້​ຈັກ​ຫົນ​ທາງ​ທີ່​ຈະ​ໄປ ເພາະ​ວ່າ​ພວກ​ເຈົ້າ​ຍັງ​ບໍ່​ເຄີຍ​ຜ່ານ​ທາງ​ເສັ້ນ​ນັ້ນ​ຈັກ​ເທື່ອ ແຕ່​ວ່າ ຢ່າ​ຫຍັບ​ເຂົ້າ​ໄປ​ໃກ້​ຫີບ​ນັ້ນ ຈົ່ງ​ຍ່າງ​ໃຫ້​ມີ​ລະ​ຍະ​ໄກ​ຈາກ​ຫີບ​ຄຳ​ສັນ​ຍາ​ປະ​ມານ​ສອງ​ພັນ​ສອກ” 5 ແລ້ວ​ໂຢ​ຊວຍ​ກໍ​ບອກ​ປະ​ຊາ​ຊົນ​ວ່າ, “ຈົ່ງ​ບຳ​ເພັນ​ຕົນ​ໃຫ້​ບໍ​ຣິ​ສຸດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ມື້​ອື່ນ​ພຣະອົງ​ຈະ​ຊົງ​ທຳ​ການ​ອັດ​ສະ​ຈັນ​ຖ້າມ​ກາງ​ພວກ​ເຈົ້າ” 6 ແລ້ວ​ໂຢ​ຊວຍ​ໄດ້​ບອກ​ພວກ​ປະ​ໂຣ​ຫິດ​ຫາມ​ຫີບ​ຄຳ​ສັນ​ຍາ​ອອກ​ຫນ້າ​ໄປ​ກ່ອນ​ຄົນ​ທັງ​ຫລາຍ ພວກ​ເຂົາ​ກໍ​ປະ​ຕິ​ບັດ​ຕາມ 7 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂຢ​ຊວຍ​ວ່າ, “ມື້​ອື່ນ ເຮົາ​ຈະ​ບອກ​ອິສ​ຣາ​ເອນ​ທຸກ​ຄົນ​ໃຫ້​ກຽດ​ແກ່​ເຈົ້າ​ເປັນ​ຜູ້​ຍິ່ງ​ໃຫຍ່ ແລ້ວ​ເຂົາ​ຈະ​ໄດ້​ຮູ້​ວ່າ​ເຮົາ​ໄດ້​ສະ​ຖິດຢູ່​ນຳ​ເຈົ້າ​ເຫມືອນ​ດັ່ງ​ໄດ້​ສະ​ຖິດ​ຢູ່​ນຳ​ໂມ​ເຊ 8 ດັ່ງ​ນັ້ນ ເຈົ້າ​ຈົ່ງ​ສັ່ງ​ພວກ​ປະ​ໂຣ​ຫິດ​ທີ່​ຫາມຫີບ​ຄຳ​ສັນ​ຍາ​ນັ້ນ​ວ່າ ເມື່ອ​ໄປ​ຮອດ​ແມ່​ນ້ຳ​ຈໍ​ແດນ​ແລ້ວ ໃຫ້​ຢຸດ​ຢູ່​ໃນ​ແມ່​ນ້ຳ​ໃກ້ໆ​ກັບ​ຕາ​ຝັ່ງ​ເສັຽກ່ອນ” 9 ແລ້ວ​ໂຢ​ຊວຍ​ກໍ​ສັ່ງ​ປະ​ຊາ​ຊົນ​ວ່າ, “ຈົ່ງ​ພາ​ກັນ​ຫຍັບ​ເຂົ້າ​ມາ​ໃກ້ໆ​ພີ້ ເພື່ອ​ຟັງ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວ​ກ​ເຈົ້າ​ຊົງ​ສັ່ງ​ໄວ້​ 10 ວັນ​ນີ້​ພວກ​ເຈົ້າ​ຈະ​ຮູ້​ຈັກ​ວ່າ ພຣະ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່​ກໍ​ຊົງ​ສະ​ຖິດ​ຢູ່​ໃນ​ຖ້າມ​ກາງ​ພວກ​ເຈົ້າ ເພາະ​ພຣະ​ອົງ​ຈະ​ຊົງ​ຂັບ​ໄລ່​ຊາວກາ​ນາ​ອານ ຮິດ​ຕີ ຮີ​ວີ ເປ​ຣິ​ສ​ຊີ ກີ​ຣ໌​ກາ​ຊີ ອາ​ໂມ​ຣິດ ແລະ​ເຢ​ບຸ​ສ ໃຫ້ຫນີ​ອອກ​ໄປ​ຕໍ່​ຫນ້າ​ພວກ​ເຈົ້າ 11 ສ່ວນ​ຫີ​ບຄຳ​ສັນ​ຍາ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ຂ້າມ​​ໄປຂ້າງ​ຫນ້າ​ກ່ອນ​ພວກ​ເຈົ້າລົງ​ໄປ​ໃນ​ແມ່​ນ້ຳ​ຈໍ​ແດນ 12 ດັ່ງ​ນັ້ນ ຈົ່ງ​ຄັດ​ເລືອກ​ເອົາ​ສິບ​ສອງ​ຄົນ​ຈາກ​ຕະ​ກູນ​ອິສ​ຣາ​ເອນ ແຕ່​ລະ​ຕະ​ກູນ​ໃຫ້​ໄດ້​ຜູ້​ນຶ່ງ 13 ເມື່ອ​ເວ​ລາ​ພວກ​ປະ​ໂຣ​ຫິດ​ທີ່​ຫາມ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍ່າງ​ໄປ​ຢຽບ​ນ້ຳ ແມ່​ນ້ຳ​ຈໍ​ແດນ​ຈະ​ແຍກ​ອອກ​ຈາ​ກກັນ ແລະ​ນ້ຳ​ທີ່​ໄຫລ​ມາ​ແຕ່​ທາງ​ເຫນືອ​ຈະ​ຢຸດ​ໂຮມ​ຢູ່​ບ່ອນ​ດຽວ 14 ເວ​ລາ​ນັ້ນ​ເປັນ​ເວ​ລາເກັບ​ກ່ຽວ ນ້ຳ​ໄດ້​ຂຶ້ນ​ເຕັມ​ຕາ​ຝັ່ງ ດັ່ງ​ນັ້ນ​ພວກ​ປະ​ຊາ​ຊົນ​ຈຶ່ງ​ມຸ່ງ​ຫນ້າ​ອອກ​ຈາກ​ຄ້າຍ​ພັກ​ໄປ​ຂ້າມ​ແມ່​ນ້ຳ​ຈໍ​ແດນ ສ່ວນ​ປະ​ໂຣ​ຫິດ​ກໍ​ຫາມຫິບ​ຄຳ​ສັນ​ຍາ​ອອກ​ໄປ​ກ່ອນ 15 ພໍ​ຮອດ​ແມ່​ນ້ຳ​ຈໍ​ແດນ​ພວກ​ປະ​ໂຣ​ຫິດ​ກໍ​ລົງ​ຢຽບ​ນ້ຳ 16 ທັນ​ໃດ​ນັ້ນ ນ້ຳ​ກໍ​ໂຮມ​ເຂົ້າ​ກັນ ແລະ​ຢຸດ​ໄຫລ​ໄກ​ຈາກ​ພວກ​ເຂົາ​ທີ່​ເມືອງ​ອາ​ດາມ​ ໃກ້ໆ​ກັບ​ເມືອງ​ຊາ​ເຣ​ທານ ນ້ຳ​ນັ້ນ​ກໍ​ບໍ່​ໄຫລ​ລົງ​ສູ່​ທະ​ເລ​ຕາຍ​ອີກ ຝ່າຍ​ປະ​ຊາ​ຊົນ​ກໍ​ຂ້າມ​ໄປ​ໃກ້​ເມືອງ​ເຢ​ຣິ​ໂກ 17 ໃນ​ຂ​ນະ​ທີ່​ພວກ​ເຂົາ​ຂ້າມ​ໄປ​ຢູ່​ເທິງ​ດິນ​ແຫ້ງ​ນັ້ນ ພວກ​ປະ​ໂຣ​ຫິດ​ທີ່​ຫາມ​ຫິບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ຢືນ​ຢູ່​ເທິງ​ດິນ​ແຫ້ງ​ກາງແມ່​ນ້ຳ​ຈໍ​ແດນ​ຈົນ​ພວກ​ປະ​ຊາ​ຊົນ​ທຸກ​ຄົນ​ຂ້າມ​ໄປ​ຫວິດ​ຫມົດ

ໂຢຊວຍ 4

ຫີນ​ສິບສອງ​ກ້ອນ​ຫມາຍ​ເຖິງ​ຫຍັງ?

1 ຫລັງ​ຈາກ​ປະ​ຊາ​ຊົນ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ກ່າວ​ຕໍ່​ໂຢ​ຊວຍ​ວ່າ, 2 “ຈົ່ງ​ເລືອກ​ເອົາ​ສິບ​ສອງ​ຄົນ​ຈາກແຕ່​ລະ​ຕະ​ກູນ​ອິສ​ຣາ​ເອນ ແລ້ວ​ສັ່ງ​ໃຫ້​ເຂົາ​ຍົກ​ເອົາ​ກ້ອນ​ຫີນ​ສິບ​ສອງ​ກ້ອນ​ອອກ​ຈາກ​ກາງ​ແມ່​ນ້ຳ 3 ໃນ​ບ່ອນ​ທີ່​ພວກ​ປະ​ໂຣ​ຫິດໄດ້​ຢືນ​ຢູ່ ແລະ​ຂົນ​ໄປ​ວາງ​ໄວ້​ໃນ​ບ່ອນ​ຈະ​ຕັ້ງ​ທີ່​ພັກ​ຄືນ​ນີ້” 4 ດັ່ງ​ນັ້ນ ໂຢ​ຊວຍ​ຈຶ່ງ​ເອີ້ນ​ເອົາ​ສິບ​ສອງ​ຄົນ​ທີ່​ເລືອກ​ໄວ້​ນັ້ນ​ມາ 5 ແລະ​ເວົ້າ​ກັບ​ເຂົາ​ວ່າ, “ຈົ່ງ​ໄປ​ໃນ​ແມ່​ນ້ຳ​ຈໍ​ແດນ ທາງ​ດ້ານ​ຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ ແຕ່​ລະ​ຄົນ​ຈົ່ງ​ແບກ​ເອົາ​ຫີນ​ກ້ອນ​ນຶ່ງ​ມາ​ສຳ​ລັບ​ຕະ​ກູນ​ຂອງ​ຕົນ 6 ກ້ອນ​ຫີນ​ເຫລົ່າ​ນັ້ນ​ເປັນ​ສິ່ງ​ທີ່​ເຕືອນ​ໃຫ້​ປະ​ຊາ​ຊົນ ຈື່​ຈຳ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ຊ່ອຍ​ເຫລືອ​ເຂົາ​ຢ່າງ​ໃດ ຖ້າ​ວ່າ​ພາຍ​ຂ້າງ​ຫນ້າ​ລູກ​ຫລານ​ຂອງ​ພວກ​ເຈົ້າ​ຈະ​ຖາມ​ເຖິງ​ຄວາມ​ຫມາຍ​ຂອງ​ກ້ອນ​ຫີນ​ເຫລົ່າ​ນັ້ນ 7 ພວກ​ເຈົ້າ​ຈະ​ບອກ​ເຂົາ​ໄດ້​ວ່າ ກ້ອນ​ຫີນ​ເຫລົ່າ​ນັ້ນ​ເປັນ​ສິ່ງ​ທີ່​ເຕືອນ​ໃຫ້​ປະ​ຊາ​ຊົນ​ຊາດ​ອິສ​ຣາ​ເອນ​ຈື່​ຈຳ​ຕລອດ​ໄປ​ວ່າ ແມ່​ນ້ຳ​ຈໍ​ແດນ​ຢຸດ​ໄຫລ​ເມື່ອເວ​ລາ​ຫາມ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂ້າມ​ແມ່​ນ້ຳ​ມາ” 8 ຕໍ່​ມາ​ພວກ​ນັ້ນ​ກໍ​ທຳ​ຕາມ​ຄຳ​ສັ່ງ​ຂອງ​ໂຢ​ຊວຍ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ແກ່​ທ່ານ ພວກ​ເຂົາ​ແບກ​ເອົາ​ກ້ອນ​ຫີນ​ສິບ​ສອງ​ກ້ອນ​ອອກ​ຈາກ​ກາງ​ແມ່​ນ້ຳ​ຈໍ​ແດນ​ຕາມ​ຈຳ​ນວນ​ຕະ​ກູນ​ອິສ​ຣາ​ເອນ ເພື່ອ​ເອົາ​ໄປ​ວາງ​ໄວ້​ໃນ​ບ່ອນ​ທີ່​ຕັ້ງ​ຄ້າຍ​ພັກ​ເຊົາ 9 ຕໍ່​ມາ​ໂຢ​ຊວຍ​ຕັ້ງ​ຫີນ​ອີກ​ສິ​ບສອງ​ກ້ອນ​ໄວ້​ກາງ​ແມ່​ນ້ຳ​ຈໍ​ແດນ ໃນ​ບ່ອນ​ທີ່​ພວກ​ປະ​ໂຣ​ຫິດ​ຫາມ​ຫີບ​ຄຳ​ສັນ​ຍາ​ຢືນຢູ່​ນັ້ນ ຫີນ​ນັ້ນ​ຍັງ​ມີ​ຢູ່​ຈົນ​ເຖິງ​ເທົ່າ​ທຸກວັນ​ນີ້ 10 ສ່ວນພວກ​ປະ​ໂຣ​ຫິດກໍ​ຢືນ​ຢູ່​ກາງ​ແມ່​ນ້ຳ​ຈໍ​ແດນ​ຈົນ​ເທົ່າ​ຄຳ​ສັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໄວ້​ກັບ​ໂຢ​ຊວຍ​ສຳ​ເຣັດ​ລົງ​ຕາມ​ທີ່​ໂມ​ເຊ​ໄດ້​ສັ່ງ​ໄວ້ 11 ປະ​ຊາ​ຊົນ​ກໍ​ຟ້າວ​ຂ້າມ​ໄປ ເມື່ອ​ທຸກ​ຄົນ​ຂ້າມ​ໄປ​ຫມົດ​ແລ້ວ ພວກ​ປະ​ໂຣ​ຫິດ​ພ້ອມ​ດ້ວຍ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າກໍ​ຂຶ້ນ​ຈາກ​ແມ່​ນ້ຳ ແລະ​ອອກ​ໄປ​ກ່ອນ​ຫ​ນ້າ​ເຂົາ 12 ສ່ວນ​ຊາວ​ຄົນ​ຣູ​ເບນ ຄົນກາດ​ແລະຄົນ​ມາ​ນັ​ສ​ເຊເຄິ່ງເຜົ່າ​ ຖື​ອາ​ວຸດ​ນຳ​ຫນ້າ​ຄົນ​ອິສ​ຣາ​ເອນ​ຂ້າມ​ໄປ​ຕາມ​ທີ່​ໂມ​ເຊ​ໄດ້​ສັ່ງ​ເຂົາ​ໄວ້ 13 ຄົນ​ທັງ​ຫມົດ​ນີ້​ມີ​ປະ​ມາ​ນ​ສີ່​ຫມື່ນ​ຄົນ ຊຶ່ງ​ຕຽມ​ພ້ອມ​ໃນ​ການ​ເລວ​ເສິກ​ໄດ້​ຂ້າມ​ໄປ​ສູ່​ທົ່ງ​ຮາບ​ພຽງ​ໃກ້​ເມືອງ​ເຢ​ຣິ​ໂກ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທອດ​ພຣະ​ເນດ​ເບິ່ງ​ເຂົາ​ຢູ່ 14 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ພວກອິສ​ຣາ​ເອນໃຫ້​ກຽດ​ແກ່​ໂຢ​ຊວຍ​ເປັນ​ຜູ້​ຍິ່ງ​ໃຫຍ່ ເພື່ອ​ເຂົາ​ຈະ​ຢ້ານຢໍາ​ຕລອດ​ຊົ່ວ​ຊີ​ວິດ​ຂອງ​ທ່ານ​ເຫມືອນ​ດັ່ງ​ໄດ້​ຢ້ານ​ຢຳ​ໂມ​ເຊ 15 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂຢ​ຊວຍ​ວ່າ, 16 “ຈົ່ງ​ບອກ​ປະ​ໂຣ​ຫິດ​ທີ່​ຫາມ​ຫີບ​ຄຳ​ສັນ​ຍາ​ນັ້ນ​ຂຶ້ນ​ມາ​ຈາກ​ກາງ​ແມ່​ນ້ຳ​ຈໍ​ແດນ” 17 ໂຢ​ຊວຍ​ຈຶ່ງ​ສັ່ງ​ປະ​ໂຣ​ຫິດ​ວ່າ, “ຈົ່ງ​ຂຶ້ນ​ມາ​ຈາກຈໍ​ແດນ​ເຖີດ” 18 ເມື່ອ​ປະ​ໂຣ​ຫິດ​ຂຶ້ນ​ມາ​ຮອດ​ດິນ​ແຫ້ງແລ້ງ ແລະ​ແມ່​ນ້ຳ​ກໍ​ໄຫລ​ເຂົ້າ​ໃສ່​ກັນ​ເຕັມ​ຕາ​ຝັ່ງ​ຄື​ເກົ່າ​ອີກ 19 ໃນ​ວັນ​ທີ່​ປະ​ຊາ​ຊົນ​ຂ້າມ​ແມ່​ນ້ຳ​ນັ້ນ ເປັນ​ວັນ​ທີ່​ສິບ​ຂອງ​ເດືອນ​ທີ່​ນຶ່ງ ແລະ​ພວກ​ເຂົາ​ພາກັນ​ຢຸດ​ພັກ​ທີ່​ກີນ​ການ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເມືອງ​ເຢ​ຣິໂກ 20 ສ່ວນ​ໂຢ​ຊວຍກໍ​ເອົາ​ຫີນ​ສິບ​ສອງ​ກ້ອນ​ທີ່​ເອົາ​ຂຶ້ນ​ມາ​ຈາກ​ແມ່​ນ້ຳ​ຈໍ​ແດນ​ຕັ້ງ​ໄວ້​ຢູ່​ທີ່​ນັ້ນ 21 ແລະ​ທ່ານ​ໄດ້​ເວົ້າ​ຕໍ່​ພວກ​ອິສ​ຣາ​ເອນ​ວ່າ, “ໃນ​ອະ​ນາ​ຄົດ​ຂ້າງ​ຫນ້າ ຖ້າ​ລູກຖາມ​ພໍ່​ວ່າ ຫີນ​ນີ້​ຫມາຍ​ເຖິງ​ຫຍັງ 22 ພວກ​ເຈົ້າ​ຈົ່ງ​ບອກ​ລູກວ່າ ຫມາຍ​ເຖິງ​ເວ​ລາ​ທີ່​ພວກ​ອິສ​ຣາ​ເອນ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ເທິງ​ດິນ​ແຫ້ງ 23 ດ້ວຍ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຂອງພວ​ກ​ເຈົ້າ​ໄດ້​ໃຫ້​ແມ່​ນ້ຳ​ຈໍ​ແດນ​ແຫ້ງ​ລົງ​ຈົນ​ທຸກ​ໆ​ຄົນ​ຂ້າ​ມ​ໄປ​ໄດ້​ເຫມືອນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ນ້ຳ​ທະ​ເລ​ໄມ້​ອໍ້​ແຫ້ງ​ລົງ ເພື່ອ​ໃຫ້​ພວກ​ເຮົາ​ຂ້າມ​ມາ​ນີ້ 24 ຍ້ອນ​ເຣື່ອງ​ນີ້​ທຸກໆ​ຄົນ​ໃນ​ໂລ​ກ​ຈະ​ຮູ້​ຈັກ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ຢ້ານ​ຢຳ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ພວກ​ເຈົ້າ​ຕລອດ​ໄປ”

ໂຢຊວຍ 5

ການ​ຮັບ​ພິ​ທີ​ຕັດ ແລະ​ງານ​ສະ​ຫ​ລອງ​ ປັ​ສ​ຄາ​ທີ່​ກີນ​ການ

1 ເມື່ອໄດ້​ຍິນ​ຂ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ແມ່​ນ້ຳ​ຈໍ​ແດນ​ແຫ້ງ​ລົງ ເພື່ອ​ຊົງ​ໂຜດ​ໃຫ້​ຄົນ​ອິສ​ຣາ​ເອນ​ຂ້າມ​ໄປ ເຈົ້າ​ຊີ​ວິດ​ຊາວ​ອາ​ໂມ​ຣິດ​ທີ່​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ແລະ​ບັນ​ດາເຈົ້າ​ຊີ​ວິດ​ການາ​ອານ​ທີ່​ຢູ່​ໃກ້​ທະ​ເລ ຈຶ່ງ​ເກີດ​ມີ​ຄວາມ​ຢ້ານ​ກົວ ແລະ​ເສັຽ​ຂວັນ​ຍ້ອນ​ພວກ​ອິສ​ຣາ​ເອນ 2 ໃນ​ຄາວ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂຢ​ຊວຍ​ວ່າ, “ໃຫ້​ລົງ​ມື​ທຳ​ມີດ​ຫີນ ເພື່ອ​ໃຫ້​ຄົນ​ອິສ​ຣາ​ເອນ​ຮັບ​ພິ​ທີ​ຕັດ​ອີກ” 3 ດັ່ງນັ້ນ ໂຢ​ຊວຍ​ຈຶ່ງ​ທຳ​ມີດ​ຫີນ ເພື່ອ​ໃຫ້​ພວກ​ອິສ​ຣາ​ເອນ​ຮັບ​ພິ​ທີ​ຕັດ​ທີ່​ພູ​ກີ​ເບ​ອາດ​ຮາ​ອາ​ຣາ​ໂລທ 4 ການ​ທີ່​ທ່ານ​ໄດ້​ທຳ​ດັ່ງ​ນັ້ນ​ກໍ​ເພາະ​ວ່າ​ຈຳ​ນວນ​ຜູ້​ຊາຍ​ທີ່​ພໍ​ເປັນ​ທະ​ຫານ​ໄດ້​ເວ​ລາ​ອອກ​ຈາກ​ປະ​ເທດ​ເອ​ຢິບ​ມາ ພວກ​ເຂົາ​ໄດ້​ຕາຍ​ຫມົດ​ໃນ​ຖິ່ນ​ກັນ​ດານ 5 ພວກ​ນັ້ນ​ແມ່ນ​ພວກ​ທີ່​ຮັບ​ພິ​ທີ​ຕັດ​ແລ້ວ ແຕ່​ຜູ້​ທີ່​ເກີດ​ໃນ​ຖິ່ນ​ກັນ​ດານ​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ຕັດ​ຈັກ​ຄົນ 6 ໃນ​ເວ​ລາ​ທີ່​ພວກ​ອິສ​ຣາ​ເອນ​ທ່ຽວ​ໄປ​ມາ​ໃນ​ຖິ່ນ​ກັນ​ດານ​ລະ​ຫວ່າງ​ສີ່​ສິບ​ປີ​ນັ້ນ ພວກ​ຜູ້​ຊາຍ​ທີ່​ເຂົ້າ​ຮົບ​ເສິກ​ໄດ້​ຊຶ່ງ​ອອກ​ມາ​ຈາກ​ປະ​ເທດ​ເອຢິບກໍ​ຕາຍ​ຫມົດ​ແລ້ວ ເພາະ​ເຂົາ​ບໍ່ຍອມ​ຟັງ​ຄວາມ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ສັນ​ຍາ​ກັບ​ເຂົາ​ວ່າ “ພວກ​ເຈົ້າ​ຈະບໍ່​ເຫັນ​ແຜ່ນ​ດິນ​ອັນ​ອຸ​ດົມ​ສົມ​ບູນ​ທີ່​ເຮົາ​ໄດ້​ສັນ​ຍາ​ນຳ​ປູ່​ຍ່າ​ຕາ​ຍາ​ຍ​ວ່າ​ຈະ​ໃຫ້​ແກ່​ພວກ​ເຈົ້າ” 7 ສ່ວນ​ບຸດຊາຍ​ທັງ​ຫລາຍ​ຂອງ​ເຂົາ​ຊຶ່ງ​ຈະ​ເປັນ​ຜູ້​ແທນ​ເຂົາ​ນັ້ນ ໂຢ​ຊວຍ​ໄດ້​ທໍາ​ພິ​ທີ​ຕັດ​ໃຫ້​ເພາະ​ເຂົາ​ຍັງ​ບໍ່​ທັນ​ໄດ້​ຮັບ​ມາ​ກ່ອນ​ໃນ​ເວ​ລາເດີນ​ທາງ​ຢູ່​ຖິ່ນ​ກັນ​ດານ 8 ຫລັງ​ຈາກ​ຮັບ​ພິ​ທີ​ຕັດ​ແລ້ວ ຊົນ​ຊາດ​ທັງ​ຫມົດ​ກໍ​ພາ​ກັນ​ພັກ​ເຊົາ​ຢູ່ຈົນ​ບາດ​ແຜ​ຫາຍ​ເຈັບ 9 ຕໍ່​ມາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບອກ​ໂຢ​ຊວຍ​ວ່າ, “ມື້​ອື່ນ​ເຮົາ​ໄດ້​ໃຫ້​ພວກ​ເຈົ້າ​ພົ້ນ​ຈາກ​ຄວາມ​ຫມິ່ນ​ປະ​ຫມາດ​ໃນ​ການ​ເປັນ​ທາດ​ທີ່​ປະ​ເທດ​ເອ​ຢິບ” ດັ່ງ​ນີ້ ບ່ອນ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ວ່າ ກິນ​ການ​ເທົ່າ​ເຖິງ​ທຸກວັນ​ນີ້ 10 ໃນ​ເວ​ລາ​ທີ່​ພວກ​ອິສ​ຣາ​ເອນ​ພັກ​ເຊົາ​ຢູ່​ທີ່​ກນ​ການ​ຕາມ​ທົ່ງ​ຮາບ​ພຽງ​ຂອງ​ເມືອງ​ເຢ​ຣິໂກ ພວ​ກ​ເຂົາ​ໄດ້​ສະ​ຫລອງ​ປັ​ສ​ຄາ​ໃນ​ຕອນ​ຄ່ຳ​ວັນ​ທີ່​ສິບ​ສີ່​ຂອງ​ເດືອນ​ນັ້ນ 11 ຫລັງ​ຈາກ​ປັສ​ຄາ​ແລ້ວ ເຂົາ​ໄດ້​ກິນ​ແຕ່​ສິ່ງ​ທີ່​ຊາວ​ກາ​ນາອານ​ປູກ​ໄວ້ ຄື​ເຂົ້າ​ຂົ້ວ ແລະ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ 12 ຕັ້ງ​ແຕ່​ວັນ​ນັ້ນ​ມາ​ພວກ​ອິສ​ຣາ​ເອນ​ບໍ່​ມີ​ມາ​ນາ​ອີກ ໃນ​ປີ​ນັ້ນ​ພວກ​ເຂົາ​ກິນ​ແຕ່​ສິ່ງ​ທີ່​ຊາ​ວ​ກາ​ນາ​ອານ​ປູກ​ໄວ້

ໂຢ​ຊວຍ​ພົບ​ຊາຍ​ຖືດາບ

13 ເວ​ລາ​ໂຢ​ຊວຍ​ໄປ​ໃກ້​ຈະ​ຮອດ​ເມືອງ​ເຢ​ຣີ​ໂກ ໃນ​ທັນ​ໃດ​ນັ້ນ ທ່ານ​ໄດ້​ເຫັນ​ຊາຍ​ຜູ້​ນຶ່ງ​ຖື​ດາບ​ຢືນ​ຢູ່​ຕໍ່​ຫນ້າ​ທ່ານ ໂຢ​ຊວຍ​ຈຶ່ງ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ຖາມ​ວ່າ, “ທ່ານ​ເປັນ​ທະ​ຫານ​ຝ່າຍ​ເຮົາ ຫລື​ຝ່າຍ​ສັດ​ຕຣູ” 14 ຊາຍ​ຜູ້​ນັ້ນ​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ທະ​ຫານ​ຝ່າຍ​ໃດ ເຣົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນ​ຊາ​ການກອງ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ໂຢ​ຊວຍ​ຈຶ່ງ​ຫມູບ​ລົງ​ຂາບ​ໄຫວ້ ແລະ​ທູນ​ຖາມ​ວ່າ, “ຂ້າພຣະ​ອົງ​ເປັນ​ຜູ້​ຣັບ​ໃຊ້​ຂອງ​ພຣະ​ອົງ ພຣະ​ອົງ​ຢາກ​ຈະ​ໃຫ້​ຂ້າ​ພຣະ​ອົງ​ເຮັດ​ຫຍັງ” 15 ຜູ້​ບັນ​ຊາ​ການ​ກອງ​ທັບຂອງ​ພຣະ​ຜູ້​ເປັນ​ເຈົ້າກ່າວ​ແກ່​ໂຢ​ຊວຍ​ວ່າ, “ຈົ່ງ​ຖອດ​ເກີບ​ຂອງ​ເຈົ້າ​ອອກ ເພາະ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນັ້ນ​ເປັນ​ບ່ອນ​ສັກ​ສິດ” ແລ້ວ​ໂຢ​ຊວຍກໍ​ທຳ​ຕາມ​ຄຳ​ສັ່ງ

ໂຢຊວຍ 6

ການ​ພັງ​ທະ​ລາຍ​ເມືອງ​ເຢ​ຣິໂກ

1 ຍ້ອນ​ຊາວ​ອິສ​ຣາ​ເອນ​ໃກ້​ເມືອງ​ເຢ​ຣິໂກ ປະ​ຕູ​ເມືອງກໍ​ອັດ​ໄວ້​ຢ່າງ​ແຫນ້ນ​ຫນາ ໂດຍ​ບໍ່​ມີໃຜ​ເຂົ້າ​ອອກ​ໄດ້ 2 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ບອກ​ໂຢ​ຊວຍ​ວ່າ, “ຈົ່ງ​ຟັງ​ເທີນ ເຮົາ​ຈະ​ມອບ​ເມືອງ​ເຢ​ຣິໂກ ແລະ​ເຈົ້າ​ຊີ​ວິດ​ໃນ​ເມືອງ​ນີ້​ພ້ອມ​ທັງ​ທະ​ຫານ​ຜູ້​ກ້າຫານ​ໄວ້​ໃນ​ກຳ​ມື​ຂອງ​ເຈົ້າ 3 ເຈົ້າ​ພ້ອມ​ບັນ​ດາ​ທະ​ຫານ​ຂອງ​ເຈົ້າ ຈົ່ງ​ພາ​ກັນ​ຍ່າງ​ອ້ອມ​ເມືອງ​ນີ້​ວັນ​ລະ​ເທື່ອ​ພາຍ​ໃນ​ຫົກ​ວັນ ໃຫ້​ປະ​ໂຣ​ຫິດ​ເຈັດ​ຄົນ​ຖື​ແກ​ອອກ​ໄປ​ກ່ອນ​ຫີບ​ຄຳ​ສັນ​ຍາ 4 ແລ້ວ​ໃນ​ວັນ​ທີ່​ເຈັດ ພວກ​ເຈົ້າ​ຈົ່ງ​ຍ່າງ​ອ້ອມ​ເຈັດ​ຮອບ ໂດຍ​ມີ​ພວກ​ປະ​ໂຣ​ຫິດ​ເປົ່າ​ແກ​ນຳ​ຫນ້າ 5 ເມື່ອ​ໄດ້​ຍິນ​ສຽງ​ແກ​ດັງ​ຂຶ້ນ​ເປັນ​ສຽງ​ຍາວໆ​ທຸກ​ຄົນ​ຈົ່ງ​ພາ​ກັນ​ຮ້ອງ​ໂຮ່​ດ້ວຍ​ສຽງ​ດັງ ແລ້ວ​ກຳ​ແພງ​ເມືອງ​ຈະ​ເຈື່ອນ​ລົງ ເມື່ອ​ນັ້ນ​ໃຫ້​ທຸກ​ຄົນ​ເຂົ້າ​ໄປ​ໃນ​ເມືອງ​ທັນ​ທີ” 6 ດັ່ງ​ນັ້ນ ໂຢ​ຊວຍ​ຈຶ່ງ​ເອີ້ນ​ພວກ​ປະ​ໂຣ​ຫິດ​ມາ​ແລ້ວບອກວ່າ, “ຈົ່ງ​ຫາມ​ຫີບ​ຄຳ​ສັນ​ຍາ​ໄປ ສ່ວນ​ປະ​ໂຣຫິດ​ອີກ​ເຈັດ​ຄົນ​ໃຫ້​ຖື​ແກ​ນຳ​ຫນ້າ​ຫີບ​ຄຳ​ສັນ​ຍາ​ໄປ” 7 ແລ້ວ​ໂຢ​ຊວຍ​ໄດ້​ບອກ​ປະ​ຊາ​ຊົນ​ວ່າ, “ຈົ່ງ​ເດີນ​ອ້ອມ​ເມືອງ ແລະ​ໃຫ້​ພວກ​ທະ​ຫາ​ນຍ່າງອອກ​ຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 8 ເມື່ອ​ໂຢ​ຊວຍ​ສັ່ງ​ແລ້ວ ປະ​ໂຣ​ຫິດ​ເຈັດ​ຄົນ​ກໍ​ເປົ່າ​ແກ​ຍ່າງ​ນຳ​ຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ຈົ້າ 9 ສ່ວນ​ທະ​ຫານກອງ​ຫນ້າກໍຍ່າງ​ອອກ​ໄປ​ກ່ອນ​ພວກ​ປະ​ໂຣ​ຫິດ​ທີ່​ເປົ່າ​ແກ ແລະ​ພວກກອງ​ຫລັງ​ກໍ​ຍ່າງ​ຕາມ​ຫີບ​ຄຳ​ສັນ​ຍາ​ໄປ ສຽງ​ແກ​ດັງ​ຢູ່​ຕລອດ​ເວ​ລາ 10 ແຕ່​ໂຢ​ຊວຍ​ໄດ້​ບອກ​ພວກ​ປະ​ຊາ​ຊົນ​ແລ້ວ​ວ່າ ບໍ່​ໃຫ້​ຮ້ອງ​ໂຮ່ ຫລື​ໃຊ້​ສ​ຽງ​ຈົນ​ກວ່າ​ຈະ​ມີ​ຄຳ​ສັ່ງ​ໃຫມ່ 11 ດັ່ງ​ນັ້ນ ທ່ານ​ໄດ້​ສັ່ງ​ໃຫ້​ປະ​ໂຣ​ຫິດ​ຫາມ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍ່າງ​ອ້ອມ​ເມືອງ​ນຶ່ງ​ຮອບ ແລ້ວ​ຈຶ່ງ​ພາ​ກັນ​ກັບ​ໄປ​ຄ້າຍ​ພັກ ເພື່ອ​ພັກ​ຜ່ອນ​ໃນ​ເວ​ລາ​ກາງ​ຄືນ 12 ເຊົ້າ​ວັນ​ໃຫມ່​ມາ​ໂຢ​ຊວຍ​ລຸກ​ແຕ່​ເດິກ ສ່ວນ​ພວກ​ປະ​ໂຣ​ຫິດກໍ​ຫາມ​ຫີບ​ຄຳ​ສັ​ນ​ຍາ​ອອກ​ໄປ 13 ເມື່ອ​ພວມ​ຍ່າງ​ໄປ​ນັ້ນ​ປະ​ໂຣ​ຫິດ​ເຈັດ​ຄົນ​ຖື​ເຂົາ​ແກະ​ເຈັດ​ອັນເດີນອອ​ກຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ເປົ່າ​ເຂົາ​ແກະ​ເລື້ອຍ​ໄປ ສ່ວນ​ທະ​ຫານ​ກອງ​ຫນ້າ​ກໍ​ຍ່າງຢູ່​ຂ້າງຫນ້າ​ເຂົາ ແລະ​ກອງ​ລະ​ວັງ​ຫລັງ​ກໍ​ຍ່າງ​ຢູ່​ຂ້າງ​ຫລັງ​ຫີບ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ພ້ອມ​ທັງ​ສຽງ​ແກ​ດັງ​ຢູ່​ຕລອດ​ເວ​ລາ 14 ໃນ​ວັນ​ທີ່​ສອງ​ພວກ​ເຂົາ​ຍ່າງ​ອ້ອມ​ເມືອງ​ອີກ​ຮອບ​ນຶ່ງ ແລ້ວກໍ​ຫລົບ​ຄື​ນ​ເມືອ​ຄ້າຍ​ພັກ ພວກ​ເຂົາ​ກໍ​ພາ​ກັນ​ທຳ​ດັ່ງ​ນີ້​ຕລອດ​ທັງ​ຫົກ​ວັນ 15 ສ່ວນ​ວັນ​ທີ່​ເຈັດ​ເຂົາ​ໄດ້​ລຸກ​ແຕ່​ເດີກ ແລະ​ຍ່າງ​ອ້ອມ​ເມືອງ​ເຖິງ​ເຈັດ​ຮອບ​ໃນ​ວັນ​ດຽວ​ກັນ​ນັ້ນ ມີ​ແຕ່​ວັນ​ດຽວ​ເທົ່າ​ນີ້​ທີ່​ພວກ​ເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ 16 ພໍ​ຮອບ​ທີ່​ເຈັດ ໃນ​ຂ​ນະ​ທີ່​ພວກ​ປະ​ໂຣ​ຫິດ​ກຳ​ລັງ​ເປົ່າ​ແກ​ຢູ່ ໂຢ​ຊວຍ​ຮ້ອງບອກ​ແກ່​ປະ​ຊາ​ຊົນ​ວ່າ, “ຈົ່ງ​ຮ້ອງ​ໂຮ່​ຂຶ້ນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ເມືອງ​ນີ້​ໃຫ້​ແກ່​ພວກ​ເຈົ້າ​ແລ້ວ 17 ແຕ່​ວ່າ​ຈົ່ງ​ທຳ​ລາຍ​ເມືອງ ແລະ​ທຸກໆ​ສິ່ງ​ໃນ​ເມືອງ​ນີ້​ຖິ້ມ​ຫມົດ ເພື່ອ​ເປັນ​ການ​ຖວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ເວັ້ນ​ໄວ້​ແຕ່​ນາງ​ຣາ​ຮາບ​ຍິງ​ໂສ​ເພ​ນີ ພ້ອມ​ທັງ​ທຸກ​ຄົນ​ທີ່​ຢູ່​ພາຍ​ໃນ​ເຮືອນ​ຂອງ​ນາງ​ໃຫ້​ມີ​ຊີ​ວິດ​ຢູ່​ໄດ້ ເພາະ​ວ່າ​ນາງ​ໄດ້​ເຊື່ອງ​ສອດ​ແນມ​ສອງ​ຄົນ​ຂອງ​ເຮົາ​ໄວ້ 18 ແຕ່​ສ່ວນ​ທ່ານ​ທັງ​ຫລາຍ​ຈົ່ງ​ຫ່າງ​ໄກ​ຈາກ​ຂອງ​ທີ່​ຕ້ອງ​ທຳ​ລາຍ​ຖວາຍ​ນັ້ນ​ຢ້ານ​ວ່າ ຖ້າ​ພວກ​ທ່ານເອົາ​ສິ່ງ​ເຫລົ່າ​ນັ້ນ ພວກ​ທ່ານ​ຈະ​ນຳຄວາມ​ເດືອດ​ຮ້ອນ ແລະ​ຄວາມ​ຈິບ​ຫາຍ​ມາ​ສູ່​ຄ້າຍ​ອິສ​ຣາ​ເອນ 19 ສ່ວນ​ເງິນ​ຄຳ ແລະ​ເຄື່ອງ​ໃຊ້​ທີ່​ເປັນ​ທອງ​ເຫລືອງ ຫລື​ເຫລັກ ຕ້ອງ​ເປັນ​ສິ່ງ​ທີ່​ຖວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕ້ອງ​ເກັບ​ໄວ້​ໃນ​ຫໍ​ພຣະ​ຄັງ​ຂອງ​ພຣະ​ອົງ” 20 ແລ້ວ​ປະ​ໂຣ​ຫິດ​ກໍ​ເປົ່າ​ແກ​ຂຶ້ນ ເມື່ອ​ປະ​ຊາ​ຊົນ​ໄດ້ຍິນ​ສຽງ​ແກ ເຂົາ​ກໍ​ຮ້ອງ​ໂຮ່​ດ້ວຍ​ສຽງ​ດັງ ​ແລະ​ກຳ​ແພງ​ເມືອງ​ກໍ​ເຈື່ອນ​ລົງ ທຸກໆ​ຄົນ​ກໍເຂົ້າ​ໄປ​ໃນ​ເມືອງ ແລະ​ຍຶດ​ເອົາ​ທັນ​ທີ 21 ເຂົາ​ໃຊ້​ດາບ​ຂ້າ​ທັງ​ຊາຍ​ຍິງ ແລະ​ເດັກ​ນ້ອຍ ຜູ້​ເຖົ້າ​ຕລອດ​ທັງ​ງົວ​ຄວາຍ ແກະ​ແລະ​ລໍ 22 ແລ້ວ​ໂຢ​ຊວຍ​ໄດ້​ບອກ​ຊາຍ​ສອງ​ຄົນ​ຜູ້​ເປັນ​ສອດ​ແນມ​ວ່າ, “ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຍິງ​ໂສ​ເພ​ນີ​ເພື່ອ​ນຳ​ເອົາ​ນາງ​ພ້ອມ​ທັງ​ທຸກ​ຄົນ​ໃນ​ເຮືອນ​ຂອງ​ນາງ​ອອກ​ມາ​ຕາມ​ທີ່​ໄດ້​ສັນ​ຍາ​ໄວ້”​ 23 ດັ່ງ​ນັ້ນ ຊາຍ​ທັງ​ສອງ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ ພາ​ເອົາ​ນາງ​ຣາ​ຮາບ​ພ້ອມ​ດ້ວຍ​ພໍ່​ແມ່​ອ້າຍ​ນ້ອງ ແລະ​ພວກ​ອື່ນໆ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ​ອອກ​ມາ ພາ​ໄປ​ອາ​ໄສ​ຢູ່​ທາງນອກ​ຄ້າຍ​ພັກ​ຂອງ​ພວກ​ອິສ​ຣາ​ເອນ 24 ແລ້ວ​ພວກ​ອິສ​ຣາ​ເອນ​ກໍ​ຈູດ​ເຜົາ​ເມືອງ ແລະ​ທຸກໆ​ສິ່ງ​ທີ​ຢູ່​ໃນ​ເມືອງ​ນັ້ນ ເວົ້ນ​ໄວ້​ແຕ່​ເງິນ​ຄຳ​ແລະ​ເຄື່ອງ​ໃຊ້​ທີ່​ເປັນ​ທອງ​ເຫລືອງ​ ຫລື​ເຫ​ລັກ​ທີ່​ເຂົາ​ເອົາ​ໄວ້​ໃນຫໍ​ພຣະ​ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 25 ຍ້ອນ​ນາງ​ຣາ​ຮາບ​ໄດ້​ເຊື່ອງ​ສອດ​ແນມ​ທັງ​ສອງ​ຄົນ​ທີ່​ໃຊ້​ໄປ​ຈອບ​ເບິ່ງ​ເມືອງ​ເຢ​ຣິໂກ ໂຢ​ຊວຍ​ຈຶ່ງ​ໄດ້​ຊ່ອຍ​ຊີ​ວິດ​ຂອງ​ນາງ​ພ້ອມ​ທັງ​ພໍ່​ແມ່​ອ້າຍ​ນ້ອງ ເຊື້ອ​ສາຍ​ຂອງ​ນາງ​ຣາ​ຮາບ​ກໍ​ຢູ່​ກັບ​ອິສ​ຣາ​ເອນ​ຈົນ​ເຖິງ​ທຸກວັນ​ນີ້ 26 ຕໍ່​ມາ ໂຢ​ຊວຍ​ໄດ້​ເຕືອນ​ຢ່າງ​ຫນັກ​ແຫນ້ນ​ວ່າ, “ຖ້າ​ຜູ້ນຶ່ງ​ຜູ້​ໃດ​ຈະ​ສ້າງ​ເມືອງ​ເຢ​ຣິໂກ​ນີ້​ຂຶ້ນ​ໃຫມ່ ຈົ່ງ​ໃຫ້​ຄວາມ​ສາບ​ແຊ່ງ​ຂອງພຣະຜູ້​ເປັນ​ເຈົ້າ​ຕົກ​ຖືກ​ຜູ້​ນັ້ນ “ໃຜ​ກໍ​ຕາມ​ທີ່​ລົງ​ມືສ້າງ​ເມືອງ​ນີ້ ຈະ​ຕ້ອງ​ເສັຽບຸດ​ຊາຍ​ກົກ​ຂອງ​ຕົນ ແລະ​ຜູ້​ທີ່​ສ້າງ​ຈະ​ສ້າງ​ປະ​ຕູ​ເມືອງ​ນີ້​ຈະ​ເສັຽ​ບຸດ​ຊາຍ​ຫລ້າ​ຂອງ​ຕົນ” 27 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ສະ​ຖິດ​ຢູ່​ກັບ​ໂຢ​ຊວຍ ແລະ​ຊື່​ສຽງ​ຂອງ​ທ່ານ​ໄດ້​ຊ່າ​ລື​ໄປ​ທົ່ວ​ທັງ​ປະ​ເທດ​ນັ້ນ

ໂຢຊວຍ 7

ບາບ​ຂອງ​ອາ​ຄານ

1 ແຕ່​ຄົນ​ອິສ​ຣາ​ເອນ​ໄດ້​ລະ​ເມີດ​ໃນ​ເຣື່ອງ​ຂອງ​ຕ້ອງ​ຖວາຍ​ນັ້ນ ເພາະ​ອາ​ຄານບຸດ​ກາ​ຣ໌​ມີ ຜູ້ເປັນ​ບຸດ​ຊັບ​ ດີ ຜູ້​ເປັນ​ບຸດ​ເຊ​ຣາ ເຜົ່າ​ຢູ​ດາ ໄດ້​ນຳ​ຂອງ​ຖວາຍ​ບາງ​ສ່ວນ​ໄປ​ເປັນ​ຂອງ​ຕົນ ແລະ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ພຸ່ງ​ຂຶ້ນ​ຕໍ່​ຄົນ​ອິສ​ຣາ​ເອນ 2 ຝ່າຍ​ໂຢ​ຊວຍ​ໃຫ້​ຄົນ​ອອກ​ຈາກ​ເມືອງ​ເຢ​ຣິ​ໂກ​ໄປ​ຍັງ​ເມືອງ​ອາ​ອີ ຊຶ່ງ​ຢູ່​ໃກ້​ເບັດ​ອາ​ເວນ​ຂ້າງ​ທິດ​ຕາ​ເວັນ​ອອກ​ຂອງ​ເມືອງ​ເບັດ​ເອນບອກ​ເຂົາ​ວ່າ, “ຈົ່ງ​ຂຶ້ນ​ໄປ​ແລະ​ສອດ​ແນມ​ເບິ່ງ​ເມືອງ​ນັ້ນ” ຄົນ​ເຫລົ່າ​ນັ້ນ​ກໍ​ຂຶ້​ນ​ໄປ ແລະ​ສອດ​ແນມ​ເບິ່ງ​ເມືອງ​ອາ​ອີ 3 ແລະ​ເຂົາ​ກັບ​ມາ​ຣາຍ​ງານ​ແກ່​ໂຢ​ຊ​ວຍ​ວ່າ, “ບໍ່​ຕ້ອງ​ໃຫ້​ປະ​ຊາ​ຊົ​ນ​ທັງ​ຫມົດ​ຂຶ້ນ​ໄປ ໃຫ້​ຈັກ​ສອງ​ສາມ​ພັນ​ຄົນ​ຂຶ້ນ​ໄປ​ຕີ​ເມືອງ​ອາ​ອີ​ກໍ​ພໍ ບໍ່​ຕ້ອງ​ໃຫ້​ປະ​ຊາ​ຊົນ​ປີນ​ປ່າຍ​ໄປ​ທີ່​ນັ້ນ​ເພາະ​ເຂົາ​ມີ​ຄົນ​ຫນ້ອຍ” 4 ເຫດ​ສັນ​ນັ້ນ​ຈຶ່ງ​ມີ​ປະ​ຊາ​ຊົນ​ຂຶ້ນ​ໄປ​ທີ່​ນັ້ນ​ພຽງ​ສາມ​ພັນ​ຄົນ ແຕ່​ຕ້ອງ​ແຕກ​ຫນີ​ຈາກ​ຊາວ​ເມືອງ​ອາ​ອີ 5 ຝ່າ​ຍຊາວ​ເມືອງ​ອາ​ອີກໍ​ຂ້າ​ຟັນ​ຄົນ​ເຫລົ່າ​ນັ້ນ​ຕາຍ​ປະ​ມານ​ສາມ​ສິບຫົກ​ຄົນ ໂດຍ​ຂັບ​ໄລ່​ຄົນ​ເຫລົ່າ​ນັ້ນ​ຈາກ​ປະ​ຕູ​ເມືອງ​ໄປ​ຍັງ​ເຊ​ບາ​ຣິມ​ ຟັນ​ເຂົາ​ຕາມ​ທາງ​ລົງ ແລະ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ກໍ​ແຫລກ​ເຫລວ​ໄປ​ເຫມືອນ​ນ້ຳ 6 ຝ່າຍ​ໂຢ​ຊວຍ​ກໍ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ຊົບ​ຫນ້າ​ລົງ​ເຖິງ​ດິນ​ຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົນ​ເຖິງ​ເວ​ລາ​ຄ່ຳ ທັງ​ທ່ານ​ກັບ​ພວກ​ຜູ້​ໃຫຍ່​ຂອ​ງຄົນ​ອິສ​ຣາ​ເອນ​ຕ່ງກໍ​ເອົາ​ຝຸ່ນ​ຂີ້​ດິນ​ໃສ່​ຫົວ​ຂອງ​ຕົນ 7 ໂຢ​ຊວຍ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ນຳ​ຊົນ​ຊາດ​ນີ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ມາ ເພື່ອ​ຈະ​ມອບ​ເຮົາ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ຄົນ​ອາ​ໂມ​ຣິດ​ໃຫ້​ທຳ​ລາຍ​ເສັຽ ພວກ​ຂ້າ​ພຣະ​ອົງ​ມີ​ຄວາມ​ເສັຽດາຍ​ທີ່​ບໍ່​ພໍ​ໃຈ​ຢູ່​ພຽງ​ຟາກ​ຕາ​ເວັນ​ອອກ​ຂອງ​ຈໍ​ແດນ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ທູນ​ປະ​ການ​ໃດ​ໄດ້​ ເມື່ອ​ອິສ​ຣາ​ເອນ​ຫັນ​ຫລັງ​ຫນີ​ສັດ​ຕຣູ​ເສັຽ​ແລ້ວ 9 ເພາະ​ວ່າ​ຄົນ​ກາ​ນາ​ອານ​ກັບ​ບັນ​ດາ​ຊາວ​ເມືອງ​ຄົງ​ຈະ​ໄດ້​ຍິນ ແລ້ວ​ຄົງ​ຈະ​ຍົກ​ມາ​ຕັ້ງ​ລ້ອມ​ພວກ​ຂ້າ​ພຣະ​ອົງ ແລະ​ຕັດ​ຊື່​ຂອ​ງບັນ​ດາ​ຂ້າ​ພຣະ​ອົງ​ເສັຽ​ຈາກ​ໂລກ ແລະ​ພຣະ​ອົງຈະ​ຊົງ​ກະ​ທຳ​ປະ​ການ​ໃດ ເພື່ອ​ພຣະ​ນາມ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ” 10 ຝ່າຍພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂຢ​ຊວຍ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ເຖີດ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຫມູບ​ຫນ້າ​ລົງ​ດັ່ງ​ນີ້ 11 ຄົນ​ອິສ​ຣາ​ເອນ​ໄດ້​ກະ​ທຳບາບ ເຂົາ​ໄດ້​ລະ​ເມີດ​ຄຳ​ສັນ​ຍາຊຶ່ງ​ເຣົາ​ໄດ້​ສັ່ງ​ເຂົາ​ໄວ້ ເຂົາ​ໄດ້​ຍັກ​ຍອກ​ຂອງ​ທີ່​ຕ້ອງ​ຖວາຍ ເຂົາ​ໄດ້​ລັກ ແລະ​ປິດ​ບັງ ແລະ​ໄດ້​ເອົາ​ຂອງ​ຮວມ​ໄວ້​ກັບ​ສິ່ງ​ຂອງຂອງ​ຕົນ 12 ເຫດ​ສັນ​ນັ້ນ​ຄົນ​ອິສ​ຣາ​ເອນ​ຈຶ່ງ​ຢືນ​ຢັດ​ຕໍ່​ສູ້​ສັດ​ຕຣູ​ຂອງ​ຕົນ​ບໍ່​ໄດ້ ໄດ້​ຫັນ​ຫລັງ​ຫນີ​ສັດ​ຕຣູ ເພາະ​ເຂົາ​ກາຍ​ເປັນ​ສິ່ງ​ທີ່​ຕ້ອງຖືກ​ທຳ​ລາຍ ເຮົາ​ຈະ​ບໍ່​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ອີກ​ຕໍ່​ໄປ ເວັ້ນ​ແຕ່​ເຈົ້າ​ຈະ​ທຳ​ລາຍ​ສິ່ງ​ຂອງ​ທີ່​ຕ້ອງ​ຖວາຍ​ເຫລົ່າ​ນັ້ນ​ເສັຽ​ຈາກ​ຖ້າມ​ກາງ​ພວກ​ເຈົ້າ 13 ຈົ່ງ​ລຸກ​ຂຶ້ນ​ຊຳຣະ​ປະ​ຊາ​ຊົນ​ໃຫ້​ບໍ​ຣິ​ສຸດ​ ແລະ​ກ່າວ​ວ່າ “ຈົ່ງ​ຊຳ​ຮະ​ຕົວ​ເສັຽ​ເພື່ອ​ມື້​ອື່ນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຄົນອິສ​ຣາ​ເອນ​ກ່າວເຊັ່ນ​ນີ້​ວ່າ “ໂອ ອິສ​ຣາ​ເ​ອນ​ເອີຍ ມີ​ສິ່ງ​ຂອງ​ທີ່​ຕ້ອງ​ຖວາຍ​ໃນ​ຫມູ່​ພວກ​ເຈົ້າ ເຈົ້າ​ຈະ​ຢືນ​ຢັດ​ຕໍ່​ສູ້​ສັດ​ຕຣູ​ຂອງ​ເຈົ້າ​ບໍ່​ໄດ້​ຈົນ​ກວ່າ​ເຈົ້າ​ຈະ​ນຳ​ສິ່ງ​ຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ອອກ​ເສັຽ​ຈາກ​ຫມູ່​ພວກ​ເຈົ້າ” 14 ພໍ​ຮຸ່ງ​ເຊົ້າ​ເຈົ້າ​ທັງ​ຫລາຍ​ຈົ່ງ​ເຂົ້າ​ມາ​ທີ່​ລະ​ເຜົ່າ ເຜົ່າ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ຈັບ​ໄວ້​ກໍ​ຕ້ອງ​ເຂົ້າ​ມາ​ທີ່​ລະ​ຕະ​ກູນ ຕະ​ກູນ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ຈັບ​ໄວ້​ກໍ​ເຂົ້າ​ມາ​ທີ່​ລະ​ຄອບ​ຄົວ ຄອບ​ຄົວ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ຈັບ​ໄວ້​ກໍ​ໃຫ້​ເຂົ້າ​ມາ​ທີ່​ລະ​ຄົນ 15 ຜູ້​ໃດ​ຖື​ກຈັບ​ວ່າ​ມີ​ຂອງ​ຕ້ອງ​ຖວາຍ ກໍ​ຕ້ອງ​ຖືກ​ເຜົາ​ເສັຽດ້ວຍ​ໄຟ ທັງ​ຕົວ​ເຂົາ​ແລະ​ສາ​ຣະ​ພັດ​ທີ່​ເປັນ​ຂອງ​ເຂົາ ເພາະ​ເຂົາ​ໄດ້​ລະ​ເມີດ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເພາະ​ເຂົາ​ໄດ້​ກະ​ທຳ​ສິ່ງ​ທີ່​ຫນ້າ​ອາຍ​ໃນ​ອິສ​ຣາ​ເອນ” 16 ໂຢ​ຊວຍ​ຈຶ່ງ​ລຸກ​ຂຶ້ນ​ແຕ່​ເດິກ ແລະ​ນຳ​ຄົນ​ອິສ​ຣາ​ເອນ​ເຂົ້າ​ມາ​ທີ່​ລະ​ເຜົ່າ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ເຜົ່າ​ຢູ​ດາ 17 ຈຶ່ງ​ນຳ​ຕະ​ກູນ​ໃນ​ເຜົ່າ​ຢູ​ດາ​ເຂົ້າ​ມາ ແລະ​ຕະ​ກູນ​ເຊ​ຣາ​ຖືກ​ຊົງ​ເລືອກ ແລ້ວ​ຈຶ່ງ​ນຳ​ຕະ​ກູນ​ເຊ​ຣາ​ມາ​ທີ່​ລະ​ຄົນ ແລະ​ຊັບດີ​ຖືກ​ຊົງ​ເລືອກ 18 ແລະ​ນຳ​ຄອບ​ຄົວ​ຂອງ​ທ່ານ​ເຂົ້າ​ມາ​ທີ່​ລະ​ຄົນ ແລະ​ຄົນ​ທີ່​ຖືກ​ຊົງ​ເລືອກ​ຄື ອາ​ຄານ​ບຸດ​ກາ​ຣ໌​ມີ ຜູ້​ເປັນ​ບຸດ​ຊັບ​ດີ ຜູ້​ເປັນ​ບຸດ​ເຊ​ຣາ ເຜົ່າ​ຢູ​ດາ 19 ຝ່າຍ​ໂຢ​ຊວຍ​ຈຶ່ງ​ກ່າວ​ແກ່​ອາ​ຄານ​ວ່າ, “ລູກ​ເອີຍ ຈົ່ງ​ຖວາຍ​ສະ​ງ່າ​ຣາ​ສີ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ແລະ​ຖວາຍ​ສັຣ​ເສີນ​ແດ່​ພຣະ​ອົງ ຈົ່ງ​ບອກ​ເຮົາ​ມາ​ວ່າ​ເຈົ້າ​ໄດ້​ກະ​ທຳ​ສິ່ງ​ໃດ​ໄປ ຢ່າປິດ​ບັງ​ໄວ້​ຈາກ​ເຮົາ​ເລີຍ” 20 ແລະ​ອາ​ຄານ​ຕອບ​ໂຢ​ຊວຍ​ວ່າ, “ເປັນ​ຄວາມ​ຈິງ​ແລ້ວ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ຂ້າ​ພະ​ເຈົ້າ​ໄດ້​ກະ​ທຳ​ຜິດ​ດັ່ງ​ນີ້ 21 ໃນ​ຫມູ່​ຂອງ​ທີ່​ຍຶດ​ມາ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເສື້ອ​ຄຸມ​ງາມ​ໂຕ​ນຶ່ງ​ຂອງ​ເມືອງ​ບາ​ບີ​ໂລນ (ຊີ​ນາ​ຣ໌) ກັບ​ເງິນ​ສອງ​ຮ້ອຍ​ເຊ​ເກ​ລ ແລະ​ທອງ​ຄຳ​ແທ່ງ​ນຶ່ງ​ຫນັກ​ຫ້າສິບ​ເຊ​ເກ​ລ ຂ້າ​ພະ​ເຈົ້າ​ກໍ​ໂລບ​ຢາກ​ໄດ້​ຂອງ​ເຫລົ່າ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ມາ ເບິ່ງ​ແມ໋,​ຂອງ​ເຫລົ່າ​ນັ້ນ​ເຊື່ອງ​ຢູ່​ໃຕ້​ດິນ​ໃນ​ເຕັນ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ຢູ່​ຂ້າງ​ລຸ່ມ” 22 ຝ່າຍ​ໂຢ​ຊວຍກໍ​ໃຫ້​ຜູ້​ສົ່ງ​ຂ່າວອ​ອ​ກ​ໄປ ແລະ​ເຂົາ​ທັງ​ຫລາຍ​ກໍ​ແລ່ນ​ໄປ​ຫາ​ເຕັນ ເບິ່ງ​ແມ໋, ຂອງ​ນັ້ນ​ຝັງ​ຢູ່​ພາຍໃນ​ເຕັນ​ຂອງ​ເຂົາ​ມີ​ເງິນ​ຢູ່​ຂ້າງ​ລຸ່ມ 23 ເຂົາ​ກໍ​ເອົາ​ອອກ​ມາ​ຈາກ​ເຕັນ​ນຳ​ໄປ​ໃຫ້​ໂຢ​ຊ​ວຍ ແລະ​ຄົນ​ອິສ​ຣາ​ເອນ​ທັງ​ປວງ ແລ້ວ​ເຂົາ​ກໍ​ວາງ​ຂອງ​ເຫລົ່າ​ນັ້ນ​ລົງ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 24 ​ໂຢ​ຊວຍ​ກັບ​ບັນ​ດາ​ຄົນ​ອິສ​ຣາ​ເອນ​ຈຶ່ງ​ພາ​ອາ​ຄານ​ບຸດ​ເຊ​ຣາ ພ້ອມ​ກັບ​ເງິນ ເສື້ອ​ຄຸມ​ໂຕ​ນັ້ນ ແລະ​ທອງ​ແທ່ງ​ນັ້ນ ທັງ​ບຸດ​ຊາຍ​ຍິງ​ຂອງ​ເຂົາ ທັງ​ງົວ ລໍ ແບ້​ແກະ ແລະ​ເຕັນ​ຂອງ​ເຂົາ​ທຸກ​ສິ່ງ​ທີ່​ເຂົາ​ມີ​ຢູ່ ແລະ​ນຳ​ຄົນກັບ​ຂອງ​ທັງ​ຫມົດ​ຂຶ້ນ​ໄປ​ຍັງ​ຫຸບ​ເຂົາ​ ອາ​ໂຄຣ໌ 25 ແລະ​ໂຢ​ຊວຍ​ກ່າວ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ນຳ​ຄວາມ​ເດືອດ​ຮ້ອນ​ມາ​ໃຫ້​ເຮົາ ພຣະຜູ້​ເປັນ​ເຈົ້າ​ຊົງ​ນຳ​ຄວາມ​ເດືອດ​ຮ້ອນ​ມາ​ເຖິງ​ເຈົ້າ​ໃນ​ວັນ​ນີ້” ແລະ​ບັນ​ດາ​ຄົນ​ອິສ​ຣາ​ເອນ​ກໍ​ເອົາ​ຫີນ​ແກວ່ງ​ໃສ່​ເຂົາ​ໃຫ້​ຕາຍ ເຜົາ​ເຂົາ​ທັງ​ຫລາຍ​ດ້ວຍ​ໄຟ ແລະ​ແກວ່ງ​ເຂົາ​ດ້ວຍ​ກ້ອນ​ຫີນ 26 ແລ້ວ​ເອົາ​ຫີນ​ຖົມ​ກອງ​ທັບ​ເຂົາ​ໄວ້​ເປັນ​ກອງ​ໃຫຍ່​ຢູ່​ຈົນ​ທຸກວັນ​ນີ້ ແລະ​ພຣະ​ຜູ້​ເປັນ​ເຈົ້າກໍ​ຊົງ​ຫັນ​ກັບ​ຄືນ​ຈາກ​ພຣະ​ພິ​ໂຣດ​ອັນ​ແຮງ​ກ້າ​ຂອງ​ພຣະ​ອົງ ເພາະ​ສະ​ນັ້ນ​ຈົນ​ເຖິງ​ທຸກວັນ​ນີ້​ເຂົາ​ຍັງ​ເອີ້ນ​ທີ່​ນັ້ນ​ວ່າຫຸບເຂົາ ອາ​ໂຄ​ຣ໌

ໂຢຊວຍ 8

ການ​ເຂົ້າ​ຍຶດ​ແລະ​ການ​ທຳ​ລາຍເມືອງ​ອາ​ອີ

1 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ໂຢ​ຊວຍ​ວ່າ, “ຢ່າ​ຢ້ານ ຫລື​ທໍ້​ຖອຍ​ເລີຍ ຈົ່ງ​ນຳ​ທະ​ຫານ​ທັງ​ຫມົດ​ໄປ​ກັບ​ເຈົ້າ ລຸກ​ຂຶ້ນ​ໄປ​ຍັງ​ເມືອງ​ອາ​ອີ​ເຖີດ ເຣົາ​ໄດ້​ມອ​ບ​ກະ​ສັດ​ເມືອງ​ອາ​ອີ​ໄວ້​ໃນ​ມື​ເຈົ້າ​ແລ້ວ ພ້ອມ​ທັງ​ປະ​ຊາ​ຊົນ​ຂອງ​ເຂົາ ເມືອງ​ຂອງ​ເຂົາ​ແລະ​ແຜ່ນ​ດິນ​ຂອງ​ເຂົາ​ດ້ວຍຂອງ​ເຂົາ​ດ້ວຍ 2 ເຈົ້າ​ຈົ່ງ​ກະ​ທຳ​ແກ່​ເມືອງ​ອາ​ອີ​ ແລະ​ກະ​ສັດ​ຂອງ​ເມືອງ​ນັ້ນ​ເຊັ່ນ​ດຽວ​ກັບ​ທີ່​ເຈົ້າ​ກະ​ທຳ​ກັບ​ເມືອງ​ເຢ​ ຣິໂກ ແລະ​ກະ​ສັດ​ຂອງ​ເມືອງ​ນັ້ນ ແຕ່​ສິ່ງ​ຂອງ​ແລະ​ສັດ​ທີ່​ຍຶດ​ມາ​ນັ້ນ​ຕົກ​ເປັນ​ເຈົ້າ​ໄດ້ ຈົ່ງ​ຕຽມ​ໂຈມ​ຕີ​ເມືອງທາງ​ດ້ານ​ຫລັງ ໂດຍ​ບໍ່​ໃຫ້​ພວ​ກ​ເຂົາ​ຮູ້​ຕົວ 3 ໂຢ​ຊວຍ​ຈຶ່ງ​ລຸກ​ຂຶ້ນ​ພ້​ອມ​ກັບ​ທະ​ຫານ​ໄປ​ຍັງ​ເມືອງ​ອາ​ອີ ແລະ​ໂຢ​ຊວຍ​ໄດ້​ຄັດ​ເລືອກ​ທະຫານເອກ ທະ​ຫານ​ສາມ​ຫມື່ນ​ຄົນ​ໃຫ້​ຍົກ​ໄປ​ໃນ​ເວ​ລາ​ກາງ​ຄືນ 4 ແລະ​ທ່ານ​ສັ່ງ​ເຂົາ​ວ່າ, “ເບິ່ງ​ແມ໋, ທ່ານ​ຈົ່ງ​ຊຸ່ມຢູ່​ຂ້າງ​ຫລັງ​ເມືອງ ຢ່າໃຫ້​ຫ່າ​ງໄກ​ຈາກ​ເມືອງ​ຫລາຍ ແລະ​ໃຫ້​ຕຽມ​ຕົວ​ໄວ້​ພ້ອມ​ທຸກ​ຄົນ 5 ສ່ວນ​ຕົວ​ເຮົາ​ແລະ​ປະ​ຊາ​ຊົນ​ທັງ​ຫມົດ​ທີ່​ຢູ່​ກັບ​ເຮົາ​ຈະ​ເຂົ້າ​ໄປ​ເຖິງ​ຕົວ​ເມືອງ ແລະ​ເມື່ອ​ເຂົາ​ອອກ​ມາ​ຕໍ່​ສູ້​ເຮົາ​ຢ່າງ​ຄາວ​ກ່ອນ ເຮົາ​ກໍ​ຈະ​ຖອຍ​ຫນີ​ຈາກ​ເຂົາ 6 ເຂົາ​ຈະ​ຕາມ​ເຮົາ​ອອກ​ມາ ຈົນ​ເຮົາ​ຈະ​ໄດ້​ລວງ​ເຂົາ​ໃຫ້​ອອກ​ມາ​ຫ່າງ​ຈາກ​ຕົວ​ເມືອງ​ເພາະ​ເຂົາ​ຈະ​ເວົ້າ​ວ່າ “ເຂົາ​ທັງ​ຫລາຍ​ກຳ​ລັງ​ຫນີ​ຈາກ​ເຮົາ​ຢ່າງ​ຄາວ​ກ່ອນ” ສະ​ນັ້ນ​ເຮົາ​ຈະ​ຫນີ​ເຂົາ​ເລື້ອຍມາ 7 ແລ້ວ​ທ່ານ​ທັງ​ຫລາຍ​ຈົ່ງ​ລຸກ​ຈາກ​ທີ່​ຊຸ່ມ​ລີ້​ໂຕເຂົ້າຍຶດ​ເມືອງ​ນັ້ນ​ໄວ້ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຈະ​ຊົງ​ມອບ​ເມືອງ​ນັ້ນ​ໄວ້​ໃນ​ມື​ທ່ານ​ແລ້ວ 8 ແລະ​ເມື່ອ​ທ່ານ​ທັງ​ຫລາຍເຂົ້າ​ຍຶດ​ເມືອງໄດ້​ແລ້ວ ທ່ານ​ຈົ່ງ​ຈູດ​ໄຟ​ເຜົາ​ເມືອງ​ເສັຽ ຈົ່ງ​ກະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້ ເບິ່ງ​ດູ ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ທ່ານ​ໄວ້​ແລ້ວ” 9 ແລ້ວ​ໂຢ​ຊວຍກໍ​ໃຫ້​ເຂົາ​ໄປ ເຂົາ​ກໍ​ອອ​ກໄປ​ຍັງ​ທີ່​ຊຸ່ມ​ຢູ່​ລະ​ຫວ່າງ​ເບັດ​ເອນ​ກັບ​ເມືອງ​ອາ​ອີ​ ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ເມືອງ​ອາ​ອີ ແຕ່​ຄືນ​ວັນ​ນັ້ນ​ໂຢ​ຊວຍນອນ​ຄ້າງ​ຢູ່​ກັບ​ປະ​ຊາ​ຊົນ 10 ໂຢ​ຊວຍ​ຕື່ນ​ຂຶ້ນ​ແຕ່​ເດິກ​ກໍ​ອອກກວດ​ພົນ ແລ້ວ​ຂຶ້ນ​ໄປ​ພ້ອມ​ກັບ​ພວກ​ຜູ້​ໃຫຍ່​ຂອງ​ອິສ​ຣາ​ເອນ​ນຳ​ຫນ້າ​ພົນ​ໄປ​ເມືອງ​ອາ​ອີ 11 ທະ​ຫານ​ທີ່​ຢູ່​ນຳ​ທ່ານ​ທຸກ​ຄົນ​ກໍ​ຂຶ້ນ​ໄປ​ແລ້ວ​ບຸກໃກ້​ຕົວ​ເມືອງ​ເຂົ້າ​ໄປ ແລະ​ຕັ້ງ​ຄ້າຍ​ຢູ່​ດ້ານ​ເຫນືອ​ຂອງ​ເມືອງ​ອາ​ອີ ມີ​ຫ້ວຍ​ຂັ້ນ​ລະ​ຫວ່າງ​ເຂົາ​ກັບ​ເມືອງ​ອາ​ອີ 12 ແລະ​ທ່ານ​ຈັດ​ຄົນ​ປະ​ມານ​ຫ້າ​ພັນ​ຄົນ ໃຫ້​ເຂົາ​ແອບ​ຊຸ່ມ​ຢູ່​ລະ​ຫວ່າງ​ເມືອງ​ເບັດ​ເອນ​ກັບ​ເມືອງ​ອາ​ອີ​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ຕົວ​ເມືອງ 13 ດັ່ງ​ນັ້ນ​ເຂົາ​ທັງ​ຫລາຍ​ກໍ​ວາງ​ກຳ​ລັງ​ຮົບ​ໃຫ້​ກອງ​ຫລວງ​ຢູ່​ດ້ານ​ເຫນືອ​ຂອງ​ເມືອງ ແລະ​ກອງ​ລະ​ວັງ​ຫລັງ​ຢູ່​ດ້ານ​ຕາ​ເວັນ​ຕົກ​ຂອງ​ເມືອງ ໃນ​ຄືນ​ວັນ​ນັ້ນ​ໂຢ​ຊ​ວຍນອນ​ຢູ່​ໃນ​ຫຸບ​ເຂົາ 14 ເມື່ອ​ກະ​ສັດ​ເມືອງ​ອາ​ອີ​ເຫັນ​ດັ່ງ​ນັ້ນ ຊາວ​ເມືອງ​ກໍ​ລຸກ​ຂຶ້ນ​ແຕ່​ເດິກ​ອອກ​ໄປ​ສູ້​ຮົບ​ກັບ​ອິສ​ຣາ​ເອນ​ໃນ​ທີ່​ປະ​ທະ​ກັນ​ຫນ້າ​ອາ​ຣາ​ບາ ທັງ​ທ່ານ​ແລະ​ປະ​ຊາ​ຊົນ​ທັງ​ຫມົດ​ຂອງ​ທ່ານ ແຕ່​ທ່ານບໍ່​ຮູ້ວ່າ​ມີກອງ​ຊຸ່ມ​ຄອຍ​ຢູ່​ຕໍ່​ສູ້​ທ່ານ​ຂ້າງ​ຫລັງ​ເມືອງ 15 ໂຢ​ຊວຍ​ຈຶ່ງເຮັດເປັນຜ່າຍ​ແພ້​ຝີ​ມື​ຂອງ​ເຂົາ​ແລ້ວ​ຫນີ​​ໄປ​ຍັງ​ຖິ່ນ​ກັນ​ດານ 16 ຄົນ​ໃນ​ເມືອງ​ທັງ​ຫມົດ​ກໍ​ຖືກ​ເອີ້ນ​ໃຫ້​ຕາມ​ອອກ​ໄປ ເມື່ອ​ເຂົາ​ໄລ່​ຕາມ​ໂຢ​ຊວຍ​ໄປ​ນັ້ນ​ເຂົາ​ກໍ​ອອກ​ຫ່າງຈາກ​ເມືອງໄປ​ທຸກ​ທີ 17 ບໍ່​ມີ​ຊາຍ​ຈັກ​ຄົນ​ນຶ່ງ​ທີ່​ເຫລືອ​ຢູ່​ໃນ​ເມືອງ​ອາ​ອີ ຫລື​ເມືອງ​ເບັດ​ເອນ ທີ່​ບໍ່​ໄດ້​ອອກ​ໄປ​ໄລ່​ຕິດ​ຕາມ​ອິສ​ຣາ​ເອນ ເຂົາ​ປ່ອຍ​ໃຫ້​ເມືອງ​ເປີດ​ຢູ່​ໄລ່​ຕາມ​ອິສ​ຣາ​ເອນ​ໄປ 18 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໂຢ​ຊວຍ​ວ່າ, “ຈົ່ງ​ຍື່ນ​ຫອກ​ຊຶ່ງ​ຢູ່​ໃນ​ມື​ຂອງ​ເຈົ້າ​ອອກ​ຕົງ​ໄປ​ຍັງ​ເມືອງ​ອາ​ອີ ເພາະ​ເຮົາ​ຈະ​ມອບ​ເມືອງນັ້ນ​ໄວ້​ໃນ​ມື​ຂອງ​ເຈົ້າ” ແລ້ວ​ໂຢ​ຊວຍ​ກໍ​ຍື່ນ​ຫອ​ກ​ຊຶ່ງຢູ່​ໃນ​ມື​ອອກ​ໄປ​ຍັງ​ເມືອງ​ນັ້ນ 19 ທະ​ຫານທີ່​ຊຸ່ມ​ຢູ່​ກໍ​ລຸກ​ອອກ​ຈາກ​ບ່ອນລີ້​​ໂຕ​ຢ່າງ​ໄວ ພໍ​ໂຢ​ຊວຍ​ຍື່ນ​ມື​ຂອງ​ທ່ານ​ອອກ ທະ​ຫານ​ກໍ​ແລ່ນ​ຕົງ​ເຂົ້າ​ໄປ​ຍັງ​ເມືອງແລະ​ຍຶດ​ເມືອງ​ໄວ້​ ແລ້ວ​ເຂົາ​ກໍ​ຮິບ​ຈູດ​ໄຟ​ເຜົາ​ເມືອງ 20 ເມື່ອ​ຊາວ​ເມືອງ​ອາ​ອີ​ຫລຽວ​ຫລັງ​ມາ​ເບິ່ງ ເບິ່ງ​ແມ໋, ຄວັນ​ໄຟ​ທີ່​ໄຫມ້​ເມືອງ​ພຸ່ງ​ຂຶ້ນ​ໄປ​ຍັງ​ທ້ອງ​ຟ້າ ເຂົາ​ກໍ​ຫມົດ​ກຳ​ລັງ​ທີ່​ຈະ​ຫນີ​ໄປ​ທາງ​ນີ້​ຫລື​ຫນີ​ໄປ​ທາງ​ນັ້ນ ເພາະ​ວ່າ​ປະ​ຊາ​ຊົນ​ທີ່​ຫນີ​ໄປ​ທາງ​ຖິ່ນ​ກັນ​ດານ​ຫັນ​ກັບ​ມາ​ຕໍ່​ສູ້​ກັບ​ຜູ້​ທີ່​ໄລ່​ຕິດຕາມ 21 ເມື່ອ​ໂຢ​ຊວຍ​ກັບ​ບັນ​ດາ​ອິສ​ຣາ​ເອນ​ເຫັນ​ວ່າ​ກອງ​ຊຸ່ມ​ຍຶດ​ເມືອງ​ໄດ້​ແລ້ວ ແລະ​ຄວັນ​ໄຟ​ທີ່​ໄຫມ້​ເມືອງ​ພຸ່ງ​ຂຶ້ນ ເຂົາ​ກໍ​ຫັນ​ກັບ​ຄືນມາ​ໂຈມ​ຕີ​ຊາວ​ເມືອງ​ອາ​ອີ 22 ຄົນ​ອື່ນໆ​ກໍ​ອອກ​ມາ​ຈາກ​ເມືອງ​ສູ້​ຮົບ​ກັບ​ເຂົາ ກະ​ທຳ​ໃຫ້​ເຂົາ​ຢູ່​ລະ​ຫວ່າງ​ກາງ​ອິສ​ຣາ​ເອນ ຜູ້​ຢູ່​ຂ້າງ​ນີ້​ແລະ​ຂ້າງ​ນັ້ນ ແລະ​ຄົນ​ອິສ​ຣາ​ເອນ​ກໍ​ໂຈມ​ຕີ​ເຂົາ​ຈົນ​ບໍ່​ມີ​ຈັກ​ຄົນ​ນຶ່ງ​ລອດ​ຊີ​ວິດ​ຫລື​ຫນີ​ໄປ​ໄດ້ 23 ແຕ່​ກະ​ສັດ​ເມືອງ​ອາ​ອີ​ຍັງ​ມີ​ຊີ​ວິດ​ຢູ່ ໄດ້​ຖືກ​ຈັບ​ແລະ​ຄຸ​ມ​ຕົວ​ມາ​ຫາ​ໂຢ​ຊວຍ 24 ເມື່ອ​ອິສ​ຣາ​ເອນ​ໄລ່​ຂ້າ​ຟັນ​ຊາວ​ເມືອງ​ອາ​ອີ​ໃນ​ທົ່ງ​ໃນ​ຖິ່ນ​ກັນ​ດານ​ທີ່​ເຂົາ​ໄລ່​ຕາມ​ໄປ​ນັ້ນ ແລະ​ຄົນ​ເຫລົ່າ​ນັ້ນ​ລົ້ມ​ຕາຍ​ຫມົດ​ດ້ວຍ​ດາບ​ຈົນ​ສຸດ​ທ້າຍ​ບັນ​ດາ​ຄົນ​ອິສ​ຣາ​ເອນ​ກໍ​ກັບ​ເຂົ້າ​ເມືອງອາ​ອີ​ໂຈມ​ຕີ​ຄົນ​ໃນ​ເມືອງ​ດ້ວຍ​ຄົມ​ດາບ 25 ຄົນ​ທີ່​ລົ້ມ​ຕາຍ​ທັງ​ຫມົດ​ວັນ​ນັ້ນ​ທັງ​ຊາຍແລະ​ຍິງ​ຈຳ​ນວນ​ຫ​ມື່ນ​ສອງ​ພັນ​ຄົນ ຄື​ຊາວ​ເມືອງ​ອາ​ອີ​ທັງ​ຫມົດ 26 ເພາະ​ໂຢ​ຊວຍ​ບໍ່​ໄດ້​​ຫົດ​ມື​ທີ່​ຖື​ຫອກ​ຍື່ນ​ຢູ່​ນັ້ນ ຈົນ​ກວ່າ​ຈະ​ໄດ້​ຜານ​ຊາວ​ເມືອງ​ອາ​ອີ​ພິ​ນາດ​ສິ້ນ 27 ແຕ່​ຄົນ​ອິສ​ຣາ​ເອນ​ໄດ້​ຍຶດ​ເອົາ​ຝູງ​ສັດ ແລະ​ສິ່ງ​ຂອງ​ຂອງ​ເມືອງ​ນັ້ນ​ມາ​ເປັນ​ຂອງ​ຕົນ ຕາມ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຊົງ​ບັນ​ຊາ​ໄວ້​ກັບ​ໂຢ​ຊວຍ 28 ດັ່ງ​ນີ້​ແຫລະ​ໂຢ​ຊວຍ​ຈຶ່ງ​ຜານ​ເມືອງ​ອາ​ອີ​ເສັຽ ກະ​ທຳ​ໃຫ້​ເປັນ​ກອງ​ເມືອງ​ຮ້າງ​ຢູ່​ເປັນ​ນິດ​ຈົນ​ເຖິງ​ທຸກວັນ​ນີ້ 29 ແລະ​ທ່ານ​ແຂວນ​ກະ​ສັດ​ເມືອງ​ອາ​ອີ​ໄວ້​ທີ່​ຕົ້ນ​ໄມ້​ຈົນ​ເຖິງ​ເວ​ລາ​ຄ່ຳ ເມື່ອດວງ​ອາ​ທິດ​ຕົກ​ໂຢ​ຊວຍ​ຈຶ່ງ​ສັ່ງ ແລະ​ເຂົາ​ກໍ​ປົດ​ສົ​ບ​ລົງ​ຈາກ​ຕົ້ນ​ໄມ້​ນຳ​ໄປ​ຖິ້ມ​ໄວ້​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ ແລ້ວ​ເອົາ​ຫີນ​ຖົມ​ທັ​ບ​ໄວ້​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ ແລ້ວ​ເອົາ​ຫີນ​ຖົມ​ທັບ​ໄວ້​ກ​ອງ​ໃຫຍ່​ຊຶ່ງ​ຍັງ​ຢູ່​ຈົນ​ເຖິງ​ທຸກວັນ​ນີ້

ຂຽນ​ທັມ​ບັນ​ຍັດ​ທີ່​ພູ​​ເອ​ບານ

30 ແລ້ວ​ໂຢ​ຊວຍ​ໄດ້​ສ້າງ​ແທ່ນ​ບູ​ຊາ​ໃນ​ພູ​ເອ​ບານ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ 31 ດັ່ງ​ທີ່​ໂມ​ເຊ​ຜູ້​ຣັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ປະ​ຊາ​ຊົນ​ອິສ​ຣາ​ເອນ ຕາມ​ທີ່​ຈາ​ຣຶກ​ໄວ້​ໃນ​ຫນັງ​ສື​ທັມ​ບັນ​ຍັດ​ຂອງ​ໂມ​ເຊວ່າ “ແທ່ນ​ບູ​ຊາ​ທຳ​ດ້ວຍ​ຫີນ​ບໍ່​ໄດ້​ຕົກ​ແຕ່ງ ຊຶ່ງ​ບໍ່​ມີ​ຜູ້​ໃດ​ໃຊ້​ເຄື່ອງມື​ເຫລັກ​ຖືກ​ຕ້ອງ​ເລີຍ” ແລ້ວ​ເຂົາ​ກໍ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະຜູ້​ເປັນ​ເຈົ້າ​ເທິງ​ແທ່ນ​ນັ້ນ ແລະ​ຖວາຍ​ສານ​ຕິ​ບູ​ຊາ 32 ໃນ​ທີ່​ນັ້ນ​ທ່ານ​ຂຽນ​ທັມ​ບັນ​ຍັດ​ຂອງ​ໂມ​ເຊ​ເທິງ​ຫີນ​ຕໍ່​ຫນ້າ​ປະ​ຊາ​ຊົນ​ອິສ​ຣາ​ເອນ ຊຶ່ງ​ເປັນ​ສິ່ງ​ທີ່​ໂມ​ເຊ​ໄດ້​ຂຽນ​ໄວ້ 33 ຄົນ​ອິສ​ຣາ​ເອນ​ທັງ​ຫມົດ ທັງ​ຄົນ​ຕ່າງ​ດ້າວ​ແລະ​ຄົນ​ທີ່​ເກີດ​ໃນ​ອິສ​ຣາ​ເອນ ພ້​ອ​ມ​ທັງ​ຜູ້​ໃຫຍ່ ເຈົ້າ​ຫນ້າ​ທີ່​ແລະ​ຜູ້​ພິ​ພາກ​ສາຢືນ​ຢູ່​ທັງ​ສອງ​ຂ້າງ​ຂອງ​ຫີບ​ຕໍ່​ຫນ້າ​ຄົນ​ເລ​ວີ​ທີ່​ເປັນ​ປະ​ໂຣ​ຫິດ​ຜູ້​ທີ່​ຫາມ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ເຄິ່ງ​ນຶ່ງ​ຢືນ​ຢູ່​ຂ້າງ​ຫນ້າ​ພູ​ເຂົາ​ເກ​ຣີ​ຊີມ ອີກ​ເຄິ່ງ​ນຶ່ງ​ຂ້າງ​ພູ​ເຂົາ​ເອ​ບານ ດັ່ງ​ທີ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້​ໃນ​ຄັ້ງ​ແຣກ​ໃຫ້​ເຂົາ​ທັງ​ຫ​ລາຍອວຍ​ພອນ​ແກ່​

ຄົນ​ອິສ​ຣາ​ເອນ

34 ພາຍ​ຫລັງ​ທ່ານ​ຈຶ່ງ​ອ່ານ​ຖ້ອຍ​ຄຳ​ໃນ​ທັມ​ບັນ​ຍັດ​ເປັນ​ຄຳ​ອວຍ​ພອນ​ແລະ​ຄຳ​ສາບ​ແຊ່ງ​ຕາມທີ່​ມີ​ຈາ​ຣຶກ​ໄວ້​ໃນ​ຫນັງ​ສື​ທັມ​ບັນ​ຍັດ​ທຸກ​ປະ​ການ 35 ບໍ່​ມີ​ຄຳ​ຊຶ່ງ​ໂມ​ເຊ​ໄດ້​ສັ່ງ​ໄວ້​ຈັກ​ຄຳ​ດຽວ​ທີ່​ໂຢ​ຊວຍບໍ່​ໄດ້​ອ່ານ​ຕໍ່​ຫນ້າ​ປະ​ຊຸມ​ຊົນ​ອິສ​ຣາ​ເອນ ຜູ້​ຍິງ​ກັບ​ເດັກ​ນ້ອຍ ແລະ​ຄົນ​ຕ່າງ​ດ້າວ​ຢູ່​ໃນ​ຫມູ່​ພວກ​ເຂົາ

ໂຢຊວຍ 9

ກົນອຸ​ບາຍ​ຂອງ​ຊາວ​ກີ​ເບໂອນ

1 ເມື່ອ​ກະ​ສັດ​ທີ່​ຢູ່​ຟາກ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຄື​ທີ່​ຢູ່​ໃນ​ແດນ​ພູ​ດອຍ ແລະ​ໃນ​ທີ່​ເນີນ​ພູ ແລະ​ຕາມ​ທົ່ງ​ຮາບ​ພຽງ ແລະ​ຕາມ​ຝັ່ງ​ທະ​ເລ​ເມ​ດິເຕ​ຣາ​ເນ​ທາງ​ເຫນືອ​ຈົນ​ເຖິງ​ເລບາ​ນອນ ເປັນຊາວ​ຮິດ​ຕີ ຊາວ​ອາ​ໂມຣິດ ຊາວກາ​ນາ​ອານ ຊາວ​ເປ​ຣີ​ສ​ຊີ ຊາວ​ຮີ​ວີ ແລະ​ຊາວເຢ​ບຸ​ສ​ໄດ້​ຍິນ​ຂ່າວ​ນີ້ 2 ຈຶ່ງ​ພ້ອມ​ໃຈ​ຮ່ວມ​ກຳ​ລັງ​ກັນ​ຈະ​ຕໍ່​ສູ້​ໂຢ​ຊວຍ ແລະອິສ​ຣາ​ເອນ 3 ແຕ່​ເມື່ອ​ຊາວ​ກິເບ​ໂອນ​ໄດ້​ຍິນ​ຂ່າວ​ການ​ຊຶ່ງ​ໂຢ​ຊວຍ​ກະ​ທຳ​ແກ່​ເມືອງ​ເຢ​ຣິໂກ ແລະ​ເມືອງ​ອາ​ອີ 4 ຝ່າຍ​ເຂົາ​ຈຶ່ງ​ທຳ​ຢ່າງ​ສ​ລາດ ທຳ​ເປັນທູດ ເອົາ​ກະ​ສອບ​ຂາດໆ​ບັນ​ທຸກ​ເທິງ​ລໍ​ຂອງ​ເຂົາ ກັບ​ຖົງ​ຫນັງ​ທີ່ເກົ່າ​ຂາດ ແລະ​ປະ​ໄວ້ບັນ​ຈຸ​ເຫລົ້າ​ອະ​ງຸ່ນ 5 ສວມ​ເກີບ​ເກົ່າ​ແລະ​ປະ​ໄວ້ ແລະ​ສວມ​ເສື້​ອ​ຜ້າ​ເກົ່າ ສ່ວນ​ສະ​ບ່ຽງ​ອາ​ຫານ​ກໍ​ແຫ້ງ​ທີ່​ຕົກ​ໂມະ 6 ເຂົາ​ເດີນ​ທາງ​ມາ​ຫາ​ໂຢ​ຊວຍ​ທີ່​ຄ້າຍ​ໃນ​ເມືອງ​ກິນ​ການ ກ່າວ​ແກ່​ທ່ານ​ແລະ​ຄົນ​ອິສ​ຣາ​ເອນ​ວ່າ, “ພວກ​ຂ້າ​ພະ​ເຈົ້າ​ມາ​ຈາກ​ປະ​ເທດ​ທີ່​ຫ່າງ​ໄກ ຂໍ​ທຳ​ຂໍ້​ຕົກ​ລົງກັບ​ພວກ​ຂ້າ​ພະ​ເຈົ້າ​ເຖີດ” 7 ແຕ່​ຄົນ​ອິສ​ຣາ​ເອນ​ກ່າວ​ແກ່​ຄົນ​ຮີວີ​ເຫລົ່າ​ນັ້ນ​ວ່າ, “ເຈົ້າ​ອາ​ໄສ​ໃນ​ຫມູ່​ພວກ​ເຮົາ ເຮົາ​ຈະ​ທຳ​ຂໍ້​ຕົກ​ລົງ​ກັບ​ເຈົ້າ​ໄດ້​ຢ່າງ​ໃດ” 8 ເຂົາ​ກ່າວແກ່​ໂຢ​ຊວຍ​ວ່າ, “ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ” ແລະ​ໂຢ​ຊວຍ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ເຈົ້າ​ເປັນ​ໃຜ​ກັນ ແລະ​ມາ​ຈາກ​ທີ່​ໃດ” 9 ເຂົາ​ຕອບ​ທ່ານ​ວ່າ, “ເນື່ອງ​ດ້ວຍ​ພຣະ​ນາມ​ແຫ່ງ​ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ເຈົ້າ​ຂອງ​ທ່ານ ຜູ້​ຮັບ​ໃຊ້​ຂອງ​ທ່ານ​ມາ​ຈາກ​ປະ​ເທດ​ທີ່​ໄກ​ຫລາຍ ເຮົາ​ໄດ້​ຊາບ​ເຖິງ​ກິດ​ຕິ​ສັບ​ຂອງ​ພຣະ​ອົງ​ແລະ​ເຖິງ​ບັນ​ດາ​ພຣະ​ຣາ​ຊ​ກິຈ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ໃນ​ເອ​ຢິບ 10 ແລະ​ໄດ້​ຊາບ​ເຖິງ​ບັນ​ດາ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ຕໍ່​ກະ​ສັດ​ຄົນ​ອາ​ໂມຣິດ​ທັງ​ສອງ​ພຣະ​ອົງ​ຜູ້​ຢູ່​ທາງ ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຄື​ຊີ​ໂຮນ​ກະ​ສັດ​ເມືອງ​ເຣສ​ໂບນ ແລະ​ໂອກ​ກະ​ສັດ​ເມືອງ​ບາ​ຊານຜູ້​ຢູ່​ທີ່​ອັ​ສ​ຕາ​ໂຣທ 11 ເຫດ​ສະ​ນີ້ ພວກ​ຜູ້​ໃຫຍ່ ແລະ​ຊາວ​ເມືອງ​ທັງ​ຫລາຍ​ຂອງ​ເມືອງ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ແກ່​ພວກ​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງ​ເອົາ​ສະ​ບ່ຽງ​ສຳ​ລັບ​ເດີນ​ທາງ​ໄປ​ຫາ​ພວກ​ເຂົາ​ຮຽ​ນ​ເຂົາ​ວ່າ “ພວກ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ເປັນ​ຜູ້​ຣັບ​ໃຊ້​ຂອງ​ທ່ານ ຂໍ​ທຳ​ຂໍ້​ຕົກ​ລົງ​ກັບ​ພວກ​ຂ້າ​ພະ​ເຈົ້າ​ເຖີດ” 12 ເຂົ້າ​ຈີ່​ຂອງ​ພວກ​ຂ້າ​ພະ​ເຈົ້າ​ນີ້​ໃນ​ວັນ​ທີ່​ຂ້າ​ພະ​ເຈົ້າອອກ​ມາ​ຫາ​ທ່ານ ຂ້າ​ພະ​ເຈົ້າ​ເອົາ​ອອກ​ຈາກ​ບ້ານ​ຍັງ​ຮ້ອນໆ​ຢູ່​ເພື່ອ​ໃຊ້​ເປັນອາ​ຫານ​ຮັບ​ປະ​ທານ​ຕາມ​ທາງ ແຕ່​ບັດ​ນີ້ ເບິ່ງ​ແມ໋, ແຫ້ງ​ແລະ​ເປັນ​ໂມະ​ຂຶ້ນ​ແລ້ວ 13 ຖົງ​ນີ້​ເມື່ອ​ຂ້າ​ພະ​ເຈົ້າ​ເຕີມ​ເຫລົ້າ​ອະ​ງຸ່ນກໍ​ຍັງ​ໃຫມ່​ຢູ່ ແຕ່​ເບິ່ງ​ແມ໋​, ມັນ​ຂາດອອກ ​ເສື້ອ​ຜ້າແລະ​ເກີບ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເກົ່າ ເພາະ​ຫົນ​ທາງ​ໄກ​ຫລາຍ” 14 ຝ່າຍ​ຄົນ​ເຫລົ່າ​ນັ້ນ​ກໍ​ຮັບ​ສະ​ບ່ຽງ​ຂອງ​ເຂົາ ແຕ່​ບໍ່ໄດ້​ທູນ​ຂໍ​ການ​ແນະ​ນຳ​ຈາກ​ພຣະ​ຜູ້​ເປັນເຈົ້າ 15 ແລະ​ໂຢ​ຊວຍ​ກໍ​ທຳ​ສັນ​ຕິ​ພາບ​ກັບ​ເຂົາ ແລະ​ນຳ​ຂໍ້​ຕົກ​ລົງ​ກັບ​ເຂົາ​ໃຫ້​ໄວ້​ຊີ​ວິດ​ພວກ​ເຂົາ ແລະ​ບັນ​ດາ​ຜູ້​ນຳຂອ​ງ​ຊຸມ​ນຸມ​ຊົນ​ກໍ​ສາ​ບານ​ຕໍ່​ເຂົາ 16 ເມື່ອ​ໄດ້​ຂໍ້​ຕົກ​ລົງກັບ​ເຂົາ​ລ່ວງ​ໄດ້​ມາ​ສາມ​ວັນ ກໍ​ໄດ້​ຍິນ​ວ່າ​ພວກ​ເຫລົ່າ​ນັ້ນ​ເປັນ​ຊາວ​ເມືອງ​ຢູ່​ໃນ​ຫມູ່​ພວກ​ຕົນ 17 ​ຄົນ​ອິສ​ຣາ​ເອນ​ກໍ​ອອກ​ໄປ​ເຖິງ​ເມືອງ​ຂອງ​ເຂົາ​ໃນ​ວັນ​ທີ່​ສາມ ເມືອງຂອງ​ເຂົາ​ນັ້ນ​ຄື​ເມືອງ​ກີ​ເບໂອນ ເຄ​ຟີ​ຣາ ເບ​ເອີ​ໂອ​ທ ແລະ​ກິ​ຣີ​ອາດ​ເຢ​ອາ​ຣີມ 18 ແຕ່​ຄົນ​ອິສ​ຣາ​ເອນ​ບໍ່​ໄດ້​ຂ້າ​ເຂົາ ເພາະ​ວ່າ​ບັນ​ດາ​ຜູ້​ນຳຂອງ​ຊຸມ​ນຸມ​ຊົນ​ໄດ້​ສາບານ​ຕໍ່​ເຂົາ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ແລ້ວຊຸມ​ນຸມ​ຊົນ​ກໍ​ຈົ່ມ​ຕໍ່​ວ່າ​ພວກ​ຜູ້​ນຳ 19 ແຕ່​ບັນ​ດາ​ຜູ້​ນຳໄດ້​ກ່າວ​ແກ່​ຊຸມ​ນຸມ​ຊົນ​ທັງປວງວ່າ, “ເຮົາ​ໄດ້​ສາ​ບາານ​ຕໍ່​ເຂົາ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ເຫດ​ສະ​ນີ້​ເຮົາ​ຈະ​ແຕະ​ຕ້ອງ​ເຂົາ​ບໍ່​ໄດ້ 20 ເຣົາ​ຕ້ອງ​ກະ​ທຳ​ແກ່​ເຂົາ​ຢ່າງ​ນັ້ນ​ໂດຍ​ໃຫ້​ເຂົາ​ມີ​ຊີວິ​ດຢູ່​ໄດ້ ຢ້ານ​ວ່າ​ພຣະ​ພິ​ໂຣດ​ຈະ​ຕົກ​ລົງ​ເຫນືອ​ເຣົາ ຕາມ​ຄຳ​ສາ​ບານ​ຊຶ່ງ​ເຮົາ​ໄດ້​ສາບານ​ແກ່​ເຂົາ​ນັ້ນ” 21 ແລະ​ຜູ້​ນຳ​ກໍ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ, “ໃຫ້​ເຂົາ​ມີ​ຊີ​ວິດ​ຢູ່​ເຖີດ” ເຫດ​ສັນນັ້ນ​ເຂົາ​ຈຶ່ງ​ເປັນ​ຄົນ​ຕັດ​ຟືນ​ແລະ​ເປັນ​ຄົນ​ຕັກ​ນ້ຳ​ໃຫ້​ຊຸມ​ນຸມ​ຊົນ ດັ່ງ​ທີ່​ຜູ້​ນຳໄດ້​ບອກ​ເຂົາ​ໄວ້​ແລ້ວ 22 ໂຢ​ຊວຍ​ຈຶ່ງ​ເອີ້ນ​ຄົນ​ເຫລົ່ານັ້ນ​ມາ ແລະ​ທ່ານ​ກ່າວ​ແກ່​ເຂົາ​ວ່າ, “ເຫດ​ໃດ​ເຈົ້າ​ທັງ​ຫລາຍ​ຈຶ່ງ​ຫລອກ​ລວງ​ເຣົາ​ໂດຍ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ທັງຫລາຍ​ຢູ່​ຫ່າ​ງໄກ​ຈາກ​ທ່ານ​ຫລາຍ” ໃນ​ເມື່ອ​ເຈົ້າ​ທັງ​ຫລາຍ​ຢູ່​ຖ້າມ​ກາງ​ເຣົາ 23 ເຈົ້າ​ທັງ​ຫລາຍ​ຕ້ອງ​ຮັບ​ຄຳ​ສາບ​ແຊ່ງ ແລະ​ພວກ​ເຈົ້າ​ຈະ​ບໍ່​ຂາດ​ທີ່​ຕ້ອງ​ເປັນທາດ​ຢູ່ ເປັນ​ຄົນ​ຕັດ​ຟືນ ແລະ​ເປັນ​ຄົນ​ຕັກ​ນ້ຳ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ” 24 ເຂົາ​ທັງ​ຫລາຍ​ຕອບ​ໂຢ​ຊ​ວຍ​ວ່າ, “ເພາະ​ເຂົາ​ໄດ້​ບອກ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຢ່າງ​ແນ່ນອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ໄດ້​ສັ່ງ​ໂມ​ເຊ​ຜູ້​ຣັບ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ມອບ​ແຜ່ນ​ດິນ​ນີ້​ທັງ​ຫມົດ​ແກ່​ທ່ານ ແລະ​ໃຫ້​ທຳ​ລາຍ​ຊາວ​ແຜ່ນ​ດິນ​ໃຫ້​ພົ້ນ​ຫນ້າ​ທ່ານ ເຫດ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ທັງ​ຫລາຍກໍ​ວິ​ຕົກ​ຢ້ານ​ທ່ານ​ທັງ​ຫລາຍ​ຈະ​ທຳ​ອັນ​ຕະ​ຣາຍ​ແກ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ກະ​ທຳ​ຢ່າງ​ນີ້” 25 ເບິ່ງ​ແມ໋, ບັດ​ນີ້​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຢູ່​ໃນ​ກຳ​ມື​ຂອງ​ທ່ານ ຈົ່ງ​ກະ​ທຳ​ແກ່​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຕາມ​ທີ່​ທ່ານ​ເຫັນ​ສົມ​ຄວນ​ເຖີດ” 26 ໂຢ​ຊວຍ​ຈຶ່ງ​ກະ​ທຳ​ເຊັ່ນ​ນັ້ນ ຄື​ໃຫ້​ເຂົາ​ລອດ​ຈາກ​ມື​ຄົນ​ອິສ​ຣາ​ເອນ ບໍ່​ໃຫ້​ປະ​ຫານ​ຊີ​ວິດ​ເຂົາ​ເສັຽ 27 ໃນວັນ​ນັ້ນ​ໂຢ​ຊວຍ​ຕັ້ງ​ເຂົາ​ໃຫ້​ເປັນ​ຄົນ​ຕັດ​ຟືນ ແລະ​ຄົນ​ຕັກ​ນ້ຳ​ສຳ​ລັບ​ອິສ​ຣາ​ເອນ ແລະ​ສຳ​ລັບ​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສືບ​ມາ​ຈົນ​ເຖິງທຸກວັນ​ນີ້​ຊຶ່ງ​ຢູ່​ໃນ​ສະ​ຖານ​ທີ່​ຊຶ່ງພຣະ​ອົງ​ຊົງ​ເລືອກ

ໂຢຊວຍ 10

ຊາວ​ອາ​ໂມ​ຣິດ​ເສັຽ​ໄຊ

1 ອາ​ໂດ​ນີ​ເຊ​​ເດກ ເຈົ້າ​ຊີ​ວິດ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ຍິນ​ຂ່າວ​ວ່າ ໂຢ​ຊວຍ​ຍຶດ ແລະ​ທຳ​ລາຍ​ເມືອງ​ອາ​ອີ ພ້ອ​ມ​ທັງ​ຂ້າ​ເຈົ້າ​ຊີ​ວິດ​ໃນ​ເມືອງ​ນັ້ນ​ເຫມືອນ​ດັ່ງ​ໄດ້​ທຳ​ລາຍ​ເມືອງ​ເຢ​ຣິໂກ​ແລ້ວ ທັງ​ໄດ້​ຍິນ​ວ່າ​ຊາວ​ກິເບ​ໂອນກໍ​ທຳ​ສັນ​ຍາ​ສັນ​ຕິ​ພາບ​ແລະ​ຮ່ວມ​ມື​ກັບ​ຄົນ​ອິສ​ຣາ​ເອນ 2 ດ້ວຍ​ເຫດ​ນີ້ ປະ​ຊາ​ຊົນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຈຶ່ງ​ພາ​ກັນ​ຢ້ານ​ຫລາຍ ເພາະ​ເມືອງ​ກິເບ​ໂອນ​ເປັນ​ເມືອງ​ໃຫຍ່​ເທົ່າ​ກັບ​ມະ​ຫານະ​ຄອນ​ເມືອງ​ນຶ່ງ ແລະ​ໃຫຍ່ກວ່າ​ເມືອງ​ອາ​ອີ​ອີກ ພ້ອມ​ທັງ​ທະ​ຫານກໍ​ເປັນ​ຄົນ​ເກັ່ງ​ກ້າ 3 ດັ່ງ​ນັ້ນ​ ເຈົ້າ​ຊີ​ວິດ​ອາ​ໂດ​ນີ​ເຊ​ເດກຈຶ່ງ​ຊົງ​ຄົນ​ໄປ​ບອ​ກ ໂຮ​ຣາມ​ເຈົ້າ​ຊີ​ວິດ​ເມືອງ​ເຮໂບ​ຣນ ປີ​ຣາມ ເຈົ້າ​ຊີ​ວິດ​ຢາ​ຣ໌​ມູ​ທ ຢາ​ຟີ​ອາ ເຈົ້າ​ຊີ​ວິດ​ລາ​ຄິ​ສ ແລະ​ເດ​ບີ​ຣ໌ ເຈົ້າ​ຊີ​ວິດ​ເອກ​ໂລນ ໂດຍບອກວ່າ 4 “ຂໍ​ໃຫ້​ມາ​ຊ່ອຍ​ຂ້າ​ພະ​ເຈົ້າ​ຕີ​ເອົາ​ເມືອງ​ກິເບ​ໂອນ​ແດ່ ເພາະ​ວ່າ​ປະ​ຊາ​ຊົນ​ໃນ​ເມືອງ​ນີ້​ໄດ້​ທຳ​ສັນ​ຍາ​ສັນ​ຕິ​ພາບ​ກັບ​ໂຢ​ຊວຍ ​ແລະ​ພວກ​ອິສ​ຣາ​ເອນ​ແລ້ວ” 5 ຝ່າຍ​ເຈົ້າ​ຊີ​ວິດ​ຂອງ​ພວກ​ອາ​ໂມ​ຣິດ​ທັງ​ຫ້າ​ອົງນີ້ ຄື​ເຈົ້າເມືອງ​ກຸງ​ເຢ​ຣູ​ຊາ​ເລັມ ເຈົ້າເມືອງ​ເຮ​ໂບ​ຣນ ເຈົ້າເມືອງ​ຢາ​ຣ໌​ມູ​ທ ເຈົ້າເມືອງ​ລາ​ຄິ​ສ ເຈົ້າເມືອງ​ເອກໂລນ ໄດ້​ພ້ອມ​ພາກັນ​ຍົກ​ກອງ​ທັບ​ມາ​ອ້ອມ ແລະ​ເຂົ້າ​ໂຈມ​ຕີ​ເມືອງ​ກິເບ​ໂອນ 6 ໃນ​ເວ​ລາ​ນັ້ນ ຊາວ​ກິເບ​ໂອນກໍ​ຟ້າວ​ສົ່ງ​ຄົນ​ໄປ​ຫາ​ໂຢ​ຊວຍ​ຊຶ່ງ​ໃນ​ຄ້າຍ​ທີ່​ກິນ​ການ ໂດຍບອກວ່າ “ຈົ່ງ​ຟ້າວ​ມາ​ຊ່ອຍ​ພວກ​ຂ້າ​ພະ​ເຈົ້າ​ໃຫ້​ພົ້ນ​ການ​ນີ້ ເພາະ​ວ່າ​ເຈົ້າ​ຊີ​ວິດ​ຂອງ​ພວກ​ອາ​ໂມ​ຣິດ​ທັງ​ຫມົດ ຊຶ່ງ​ຢູ່​ເທິງ​ພູ​ຂອງ​ປະ​ເທດ​ນີ້​ໄດ້​ພາ​ກັນ​ຍົກ​ກອງ​ທັບ​ມາ​ຕໍ່​ສູ້​ພວກ​ຂ້າ​ພະ​ເຈົ້າ ຂໍ​ຢ່າ​ປະ​ຖິ້ມ​ພວກ​ຂ້າ​ພະ​ເຈົ້າ​ຖ້ອນ” 7 ໂຢ​ຊວຍ​ພ້ອມ​ທັງ​ກອງ​ທັບ​ກໍ​ພາ​ກັນ​ອອກ​ຈາກ ກິນການ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ໂຢ​ຊວຍ​ວ່າ, “ຢ່າ​ຢ້ານ​ເຂົາ ເພາະ​ວ່າ​ເຮົາ​ໄດ້​ມອບ​ພວກ​ເຂົາ​ໄວ້​ໃນ​ມື​ຂອງ​ເຈົ້າ​ແລ້ວ ບໍ່​ມີ​ຜູ້​ໃດ​ຈະ​ສາ​ມາດ​ຕໍ່​ສູ້​ເຈົ້າ​ໄດ້” 9 ຫລັງ​ຈາກ​ນັ້ນ ໂຢ​ຊວຍ​ກໍ​ເຄື່ອນ​ທັບ​ອອກ​ໄປ​ຈາກ​ກິນການ ໂດຍ​ເດີນ​ທາງ​ຕລອດ​ທັງ​ຄືນ ແລະ​ເຂົ້າ​ບຸກ​ໂຈມ​ຕີ​ພວກ​ເຂົາ​ທັນ​ທີ 10 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ທຳ​ໃຫ້​ພວກ​ເຂົາ​ແຕກ​ຕື່ນ​ກະ​ຈັດ​ກະ​ຈາຍ​ຕໍ່​ຫນ້າກອງ​ທັບ​ຂອງ​ພວກ​ອິສ​ຣາ​ເອນ ຝ່າຍ​ພວກ​ອິສ​ຣາ​ເອນກໍ​ຂ້າ​ເຂົາ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຢູ່​ທີ່​ເມືອງ​ກິເບ​ໂອນ ແລະ​ໄລ່​ຕິດ​ຕາມ​ພວກ​ທີ່​ຍັງ​ເຫລືອ​ລົງ​ຈາກ​ພູ​ທີ່​ເມືອງ​ເບັດ​ໂຮ​ໂຣນ ແລ້ວ​ໄລ່​ຕິດ​ຕາມ​ເຂົາ​ໄປ​ຈົນ​ເຖິງ​ເມືອງ​ອາ​ເຊກາ ແລະ​ເມືອງ​ມັກ​ເກ​ດາ 11 ໃນ​ຂ​ນະ​ທີ່​ພວກ​ເຂົາ​ກຳ​ລັງຫລົບ​ຫນີ​ຈາກ​ເມືອງ​ເບັດ​ໂຮ​ໂຣນ ໄປ​ສູ່​ເມືອງ​ອາ​ເຊ​ກາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ໃຫ້​ຫມາກ​ເຫັບ​ໃຫຍ່​ຈາກ​ທ້ອງ​ຟ້າ​ຕົກ​ລົງ​ມາ​ຖືກ​ເຂົາ​ຕາຍ ພວກ​ທີ່​ຕາຍ​ຍ້ອນ​ຫມາກ​ເຫັບຕົກ​ຖືກ​ນັ້ນ​ມີ​ຫລາຍກວ່າ​ພວກ​ທີ່​ຕາຍຍ້ອນ​ດາບ​ຂອງ​ພວກ​ອິສ​ຣາ​ເອນ 12 ໃນ​ວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ໃຫ້​ພວກ​ອິສ​ຣາ​ເອນ​ຊະ​ນະ​ພວກ​ອາ​ໂມ​ຣິດ​ນັ້ນ ໂຢ​ຊວຍ​ກາບ​ທູນພຣະ​ຜູ້​ເປັນເຈົ້າ​ຕໍ່​ຫນ້າ​ອິສ​ຣາ​ເອນ​ວ່າ, “ດວງ​ຕາ​ເວັນ​ເອີຍ ຈົ່ງ​ຢຸດ​ຢູ່​ເມືອງ​ກິເບ​ໂອນ ດວງ​ເດືອນ​ເອີຍ ຈົ່ງ​ຢຸດ​ຢູ່​ລະ​ຫວ່າງ​ຮ່ອມ​ພູ​ອັຍ​ຢາ​ໂລນ” 13 ແລ້ວ​ຕາ​ເວັນ ແລະ​ດວງ​ເດືອນ​ກໍ​ຢຸດ​ຢູ່​ບ່ອນ​ດັ່ງກ່າວ ຈົນ​ເຖິງ​ຄົນ​ໃນ​ຊາດ​ນັ້ນ​ໄດ້​ຜາບ​ແພ້​ສັດ​ຕຣູ ເຣື່ອງ​ນີ້​ບໍ່ໄດ້​ບັນ​ທຶກ​ໄວ້​ໃນ​ປື້ມ​ຜູ້​ຊອບ​ທັມຢາ​ຊາ​ຣ໌​ຫ​ລື ແລະ​ຕາ​ເວັນນັ້ນ​ໄດ້​ຢຸດຢູ່ກາງ​ທ້ອງ​ຟ້າ​ໂດຍ​ບໍ່​ໄດ້​ຕົກ​ຈົນ​ຄົບ​ນຶ່ງວັນ 14 ນັບ​ຕັ້ງ​ແຕ່​ກ່ອນ​ຕລອດ​ມາ​ເຖິງ​ດຽວ​ນີ້ ບໍ່​ເຄີຍ​ມີ​ວັນ​ນຶ່ງວັນ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຟັງ​ຄວາມ​ຂອງ​ມະ​ນຸ​ດ​ດັ່ງ​ວັນ​ນັ້ນ ເຫດ​ວ່າ​ພຣະ​ອົງ​ຊົງ​ທຳ​ເສິ​ກ​ຢູ່​ນຳ​ຝ່າຍ​ພວກ​ອິສ​ຣາ​ເອນ 15 ຫລັງ​ຈາກ​ນັ້ນ ໂຢ​ຊວຍ​ທັງ​ກອງ​ທັບ​ກໍ​ກັບ​ຄືນສູ່​ຄ້າຍ​ທີ່​ກິນການ 16 ເຈົ້າ​ເມືອງ​ທັງ​ຫ້າ​ນັ້ນ​ຫນີ​ໄປຫລົບ​ລີ້​​ຢູ່​ໃນ​ຖ້ຳ​ມັກ​ເກ​ດາ 17 ມີ​ຄົນ​ໄປ​ບອກ​ໂຢ​ຊວຍ​ວ່າ, “ມີ​ຄົນ​ພົບ​ເຈົ້າ​ເມືອງ​ທັງ​ຫ້າ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳທີ່ມັກ​ເກ​ດາ” 18 ໂຢ​ຊວຍ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ກີ້ງ​ກ້ອນ​ຫີນ​ໃຫຍ່​ປິດ​ປາກ​ຖ້ຳ​ເສັຽ ແລະ​ວາງ​ຍາມ​ໃຫ້​ເຝົ້າ​ຮັກ​ສາ​ໄວ້ 19 ແຕ່​ທ່ານ​ທັງ​ຫລາຍ​ຢ່າ​ຄອຍ​ຢູ່​ເລີຍ​ຈົ່ງ​ຕິດ​ຕາມ​ສັດ​ຕຣູ​ຂອງ​ທ່ານ​ເຖີດ ຈົ່ງ​ເຂົ້າ​ໂຈມ​ຕີ​ກອງ​ລະ​ວັງ​ຫລັງ​ຢ່າ​ໃຫ້​ກັບ​ເຂົ້າ​ໃນ​ເມືອງ​ຂອງ​ເຂົາ​ໄດ້ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂ​ອງ​ທ່ານ ໄດ້​ມອບ​ເຂົາ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ທ່ານ​ແລ້ວ” 20 ເມື່ອ​ໂຢ​ຊວຍ​ກັບ​ອິສ​ຣາ​ເອນ​ຂ້າ​ພວກ​ເຫລົ່າ​ເປັນ​ຈຳ​ນວນຫລວງ​ຫລາຍ​ຫມົດ​ແລ້ວ ສ່ວນ​ຜູ້​ທີ່​ເຫລືອ​ຢູ່ກໍ​ຫນີ​ກັບ​ເຂົ້າ​ໄປ​ໃນ​ເມືອງ​ທີ່​ມີ​ກຳ​ແພ​ງລ້ອມ 21 ປະ​ຊາ​ຊົນ​ທັງ​ປວງ​ກໍ​ກັບ​ມາ​ຫາ​ໂຢ​ຊວຍ​ໃນ​ຄ້າຍ​ທີ່​ມັກ​ເກ​ດາ ໂດຍ​ສວັດ​ດີ​ພາບ​ທຸກ​ຄົນ ຢູ່​ໃນ​ດິນ​ແດນ​ນັ້ນ​ບໍ່​ມີ​ຜູ້​ໃດ​ກ້າຕໍ່​ຕ້ານ​ອິສ​ຣາ​ເອນ​ໄດ້ 22 ແລ້ວ​ໂຢ​ຊວຍ​ຈຶ່ງວ່າ, “ຈົ່ງ​ເປີດ​ປາກ​ຖ້ຳ​ຄຸມ​ເຈົ້າ​ເມືອງ​ທັງ​ຫ້າ​ນັ້ນ​ອອກ​ຈາກ​ຖ້ຳ​ມາ​ຫາ​ເຮົາ” 23 ເຂົາ​ກໍ​ກະ​ທຳ​ຕາມ ຈຶ່ງ​ຄຸມ​ເຈົ້າ​ເມືອງ​ທັງ​ຫ້າ​ອອກ​ຈາກ​ຖ້ຳ​ມາ​ຫາ​ທ່ານ​ມີ​ເຈົ້າ​ເມືອງ​ເຢ​ຣູ​ຊາ​ເລັມ ເຈົ້າ​ເມືອງ​ເຮ​ໂບ​ຣນ ເຈົ້າ​ເມືອງ​ຢາ​ຣ໌​ມູ​ທ ເຈົ້າ​ເມືອງ​ລາ​ຄີ​ສ ແລະ​ເຈົ້າ​ເມືອງ​ເອກ​ໂລນ 24 ເມື່ອ​ເຂົາ​ພາເຈົ້າ​ເມືອງ​ເຫລົ່າ​ນັ້ນ​ມາ​ຫາ​ໂຢ​ຊວຍ ໂຢ​ຊວຍ​ຈຶ່ງ​ເອີ້ນ​ບັນ​ດາ​ຄົນ​ອິສ​ຣາ​ເອນ​ມາ ແລະ​ສັ່ງ​ຫົວ​ຫນ້າ​ຂອງ​ທະ​ຫານ​ຜູ້​ທີ່​ອອກ​ໄປ​ຮົບ​ພ້ອມ​ກັບ​ທ່ານ​ວ່າ, “ຈົ່ງ​ເຂົ້າ​ມາ​ໃກ້​ເຖີດ ເອົາ​ຕີນ​ຢຽບ​ຄໍ​ເຈົ້າ​ເມືອງ​ເຫລົ່າ​ນີ້” ແລ້ວ​ເຂົາ​ກໍ​ເຂົ້າ​ມາ​ໃກ້ ແລະ​ເອົາ​ຕີນ​ຢຽບ​ທີ່ຄໍ 25 ໂຢ​ຊວຍ​ກ່າວ​ແກ່​ເຂົາ​ວ່າ, “ຢ່າ​ຢ້ານ ຫລື​ທໍ້​ຖອຍ​ເລີຍ ຈົ່ງ​ເຂັ້ມ​ແຂງ ແລະ​ກ້າ​ຫານ​ເຖີດ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ທໍາ​ແກ່​ບັນ​ດາ​ສັດ​ຕຣູ​ຂອງ​ທ່ານ​ຊຶ່ງ​ທ່ານ​ສູ້​ຮົບ​ຢ່າງ​ນີ້​ແຫລະ” 26 ພາຍ​ຫລັງ​ໂຢ​ຊວຍກໍ​ໄດ້​ປະ​ຫານ​ເຈົ້າ​ເມືອງ​ທັງ​ຫ້າ​ເສັຽ ແລ້ວ​ແຂວນ​ໄວ້​ທີ່​ຕົ້ນ​ໄມ້​ຫ້າ​ຕົ້ນ ແລະ​ແຂວນ​ຢູ່​ເທິງ​ຕົ້ນ​ໄມ້​ເຊັ່ນ​ນັ້ນ​ຈົນ​ຮອດ​ຄ່ຳ 27 ແຕ່​ເມື່ອ​ເຖິງ​ເວ​ລາ​ດວງ​ຕາ​ເວັນ​ຕົກ ໂຢ​ຊວຍ​ໄດ້​ສັ່ງ​ແລະ​ເຂົາ​ກໍ​ປົດ​ສົບ​ຊົງ​ຈາກ​ຕົ້ນ​ໄມ້​ແລະ​ຖິ້ມ​ໄວ້​ໃນ​ຖ້ຳ ຊຶ່ງ​ເຈົ້າ​ເມືອງ​ເຫລົ່າ​ນັ້ນ​ໄດ້ຫລົບ​ລີ້​ຕົວ​ຢູ່ ແລະ​ເອົາ​ຫີນ​ໃຫຍ່ໆ​ປິດ​ປາກ​ຖ້ຳ​ໄວ້ ຊຶ່ງ​ຍັງ​ຢູ່​ຈົນ​ເຖິງ​ທຸກວັນ​ນີ້ 28 ໃນ​ວັນ​ນັ້ນ​ໂຢ​ຊວຍ​ຍຶດ​ເມືອງ​ມັກ​ເກ​ດາ​ໄດ້ ໄດ້​ປະ​ຫານ​ເມືອງ​ນັ້ນ​ເສັຽດ້ວຍ​ຄົມ​ດາບ ທັງ​ເຈົ້າ​ເມືອງ​ຂອງ​ເມືອງ​ນັ້ນ ທ່ານ​ໄດ້​ທຳ​ລາຍ​ເຂົາ​ເສັຽຢ່າງ​ສິ້ນ​ເຊີງ ຮວມ​ທຸກ​ຊີ​ວິດທີ່​ຢູ່​ໃນ​ເມືອງ​ ບໍ່​ມີ​ເຫລືອ​ຈັກ​ຄົນ​ດຽວ ແລະ​ທ່ານ​ໄດ້​ກະ​ທຳ​ແກ່​ເຈົ້າ​ເມືອງ​ມັກ​ເກ​ດາ​ຢ່າງ​ທີ່​ທ່ານ​ໄດ້​ກະ​ທຳ​ແກ່​ເຈົ້າ​ເມືອງ​ເຢ​ຣິໂກ 29 ແລ້ວ​ໂຢ​ຊວຍ​ແລະ​ບັນ​ດາ​ຄົນ​ອິສ​ຣາ​ເອນກໍ​ຍົກ​ກອງ​ທັບ​ຈາກເມືອງ​ມັກ​ເກ​ດາ​ມາ​ເຖິງ​ລີບ​ນາ ແລະ​ເຂົ້າ​ສູ້​ຮົບ​ກັບ​ເມືອງ​ລີບ​ນາ 30 ພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ເມືອງ​ນັ້ນ ແລະ​ເຈົ້າ​ເມືອງ​ໄວ້​ໃນ​ມື​ຄົນ​ອິສ​ຣາ​ເອນ ແລະ​ທ່ານ​ໄດ້​ປະ​ຫານ​ເມືອງ​ນັ້ນ​ດ້ວຍ​ຄົມ​ດາບ​ ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ ທ່ານ​ບໍ່​ໃຫ້​ເຫລືອ​ຈັກ​ຄົນ​ດຽວ​ໃນ​ເມືອງ​ນັ້ນ ແລະ​ທ່ານ​ໄດ້​ກະ​ທຳ​ຕໍ່​ເຈົ້າ​ເມືອງ​ຂອງ​ເມືອງ​ນັ້ນ​ຢ່າງ​ທີ່​ທ່ານ​ໄດ້​ກະ​ທຳ​ຕໍ່​ເຈົ້າ​ເມືອງ​ເຢ​ຣິ​ໂກ 31 ໂຢ​ຊວຍ​ອອກ​ຈາກ​ເມືອງ​ລີບ​ນາ​ພ້ອມ​ກັບ​ອິສ​ຣາ​ເອນ​ທັງ​ຫມົດ​ໄປ​ຍັງ​ລາ​ຄີ​ສ ແລ້ວ​ລ້ອມ​ເມືອງ​ໄວ້ ແລະ​ເຂົ້າ​ໂຈມ​ຕີ​ເມືອງ​ນັ້ນ 32 ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເມືອງ​ລາ​ຄິ​ສ​ໄວ້​ໃນ​ມື​ຄົນ​ອິສ​ຣາ​ເອນ ແລະ​ທ່ານ​ຫໍ​ໄດ້​ຍຶດເມືອງນັ້ນ​ໃນ​ວັນ​ທີ່​ສອງ ແລະ​ປະ​ຫານ​ເສັຽດ້​ວຍ​ຄົມ​ດາບ ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ ດັ່ງ​ທີ່​ທ່ານ​ໄດ້​ກະ​ທຳ​ແກ່​ເມືອງ​ລີບ​ນາ 33 ຄັ້ງ​ນັ້ນ​ໂຮ​ຣາມ​ເຈົ້າ​ຊີ​ວິດ​ເກເຊີ ໄດ້​ຂຶ້ນ​ມາ​ຊ່ອຍ​ເມືອງ​ລາ​ຄິ​ສ ແລະ​ໂຢ​ຊວຍ​ໄດ້​ປະ​ຫານ​ເຂົາ ແລະ​ຄົນ​ຂອງ​ເຂົາ​ເສັຽ ຈົນ​ບໍ່​ເຫລືອ​ໃຫ້​ເຂົາ​ຈັກ​ຄົນ​ດຽວ 34 ໂຢ​ຊວຍ​ກັບ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ໄດ້​ຍົກ​ອອກ​ຈາກ​ລາ​ຄີ​ສ​ໄປ​ຍັງ​ເມືອງ​ເອກ​ໂລນ ໄດ້​ເຂົ້າ​ລ້ອມ​ແລະ​ໄດ້​ໂຈມ​ຕີເມືອງນັ້ນ 35 ​ເຂົາ​ກໍ​ຕີ​ໄດ້​ໃນ​ວັນ​ທີ່​ສອງ​ແລະ​ຂ້າ​ຟັນ​ທຸກ​ຄົນເສັຽດ້ວຍ​ຄົມ​ດາບ​ຈົນ​ທຳ​ລາຍ​ເຂົາ​ເສັຽ​ສິ້ນ​ໃນ​ວັນ​ນັ້ນ ດັ່ງ​ທີ່​ທ່ານ​ໄດ້​ກະ​ທຳ​ແກ່​ເມືອງ​ລາ​ຄີ​ສ 36 ໂຢ​ຊວຍ​ກັບ​ຄົນ​ອິສ​ຣາ​ເອນ​ທັງ​ປວງໄດ້​ຂຶ້ນຈາກ​ເມືອງ​ເອກ​ໂລນ​ໄປ​ຍັງ​ເມືອງ​ເຮ​ໂບ​ຣນ​ເຂົ້າ​ໂຈມ​ຕີ​ເມືອງ​ນັ້ນ 37 ຍຶດ​ເມືອງ​ນັ້ນ​ແລ້ວ​ກໍ​ປະ​ຫານ​ເຈົ້າ​ເມືອງ ​ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ກັບ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ເສັຽດ້ວຍ​ຄົມ​ດາບ ທ່ານ​ບໍ່​ໃຫ້​ເຫລືອ​ຈັກ​ຄົນ​ດຽວ ດັ່ງ​ທີ່​ທ່ານ​ໄດ້​ກະ​ທຳ​ຕໍ່​ເມືອງ​ເອກ​ໂລນ ແລະ​ໄດ້​ທຳ​ລາຍ​ເມືອງ​ນັ້ນ ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ເສັຽ​ສິ້ນ 38 ແລ້ວ​ໂຢ​ຊວຍ​ກັບ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ກັບ​ມາ​ຍັງ​ເມືອງ​ເດ​ບີ​ຣ໌ ເຂົ້າ​ໂຈມ​ຕີ​ເມືອງ​ນັ້ນ 39 ທ່ານ​ໄດ້​ຍຶດ​ເມືອງ​ນັ້ນ​ຮວມ​ທັງ​ເຈົ້າ​ເມືອງ ​ແລະ​ຊົນ​ນະ​ບົດ​ຂອງ​ເມືອງ ແລະ​ໄດ້​ໄປ​ປະ​ຫານ​ເຂົາ​ທັງ​ຫລາຍ​ເສັຽດ້ວຍ​ຄົມ​ດາບ ແລະ​ໄດ້​ທຳ​ລາຍ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ເສັຽຢ່າງ​ສິ້ນ​ເຊີງ ທ່ານ​ບໍ່​ໃຫ້​ເຫລືອ​ຈັກ​ຄົນ​ດຽວ ທ່ານ​ໄດ້​ກະ​ທຳ​ແກ່​ເມືອງ​ເດ​ບີຣ໌ ແລະ​ແກ່​ເຈົ້າ​ເມືອງ​ຢ່າງ​ນັ້ນ ດັ່ງ​ທຳ​ແກ່​ເມືອງ​ລີບນາ ແລະ​ແກ່​ເຈົ້າ​ເມືອງ​ເຊັ່ນກັນ 40 ໂຢ​ຊວຍ​ກໍ​ຕີ​ແຜ່ນດິນ​ນັ້ນ​ໃຫ້​ຜ່າຍ​ແພ້​ໄປ​ຫມົດ ຄື​ແດນ​ພູ​ດອຍ​ທີ່​ເນ​ເກັບ ທີ່​ເນີນ​ພູ ຕາມ​ຕີນ​ພູ ທັງ​ເຈົ້າ​ເມືອງ​ທັງ​ຫມົດ​ຂອງ​ເມືອງ​ເຫລົ່າ​ນັ້ນ​ດ້ວຍ ທ່ານບໍ່​ໃຫ້​ເຫລືອ​ຈັກ​ຄົນ​ດຽວ ແຕ່​ໄດ້​ທຳ​ລາຍ​ທຸ​ກ​ສິ່ງ​ທີ່​ຫາຍ​ໃຈ​ເສັຽ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຄົນ​ອິສ​ຣາ​ເອນ​ໄດ້​ຊົງ​ສັ່ງ​ໄວ້ 41 ໂຢ​ຊວຍ​ໄດ້​ກະ​ທຳ​ໃຫ້​ເຂົາ​ຜ່າຍແພ້​ຕັ້ງ​ແຕ່​ເມືອງກາ​ເດັ​ສ​ບາ​ຣ໌​ເນ​ອາ​ຈົນ​ເຖິງ​ເມືອງ​ກາ​ຊາ ແລະ​ທົ່ວ​ປະ​ເທດ​ໂກ​ເຊນ​ຈົນ​ເຖິງ​ເມືອງ​ກິ​ເບ​ໂອນ 42 ໂຢ​ຊວຍ​ກໍ​ຍຶດ​ຕົວ​ເຈົ້າ​ເມືອງ​ເຫລົ່າ​ນີ້​ພ້ອ​ມ​ທັງ​ພື້ນ​ດິນ​ຂອງ​ເຂົາ​ທັງ​ຫມົດ​ໃນ​ຄາວ​ດຽວກັນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຄົນ​ອິສ​ຣາ​ເອນ​ໄດ້​ຊົງ​ສູ້​ຮົບ​ເພື່ອ​ອິສ​ຣາເອນ 43 ແລ້ວ​ໂຢ​ຊວຍ​ພ້ອມ​ກັບ​ບັນ​ດາ​ຄົນ​ອິສ​ຣາ​ເອນກໍ​ຍົກ​ມາ​ຍັງ​ຄ້າຍ​ທີ່ກິນ​ການ

ໂຢຊວຍ 11

ພັນ​ທະ​ມິດ​ຂອງ​ຢາ​ບິນ​ຜ່າຍ​ແພ້

1 ຄັ້ງ​ນັ້ນ​ເມື່ອ​ຢາ​ບິນ​ເຈົ້າ​ເມືອງ​ຮາ​ໂຊ​ຣ໌ໄດ້​ຍິນ​ຂ່າວ​ນີ້ ຈຶ່ງ​ໃຊ້​ຄົນ​ໄປ​ຫາ​ໂຢ​ບັບ​ເຈົ້າ​ເມືອງ​ມາ​ໂດນ ແລະ​ໄປ​ຫາ​ເຈົ້າ​ເມືອງ​ຊີມ​ໂຣນ ແລະ​ເຈົ້າ​ເມືອງ​ອັກ​ຊາ​ຟ 2 ແລະ​ເຈົ້າ​ເມືອງ​ຊຶ່ງ​ຢູ່​ໃນ​ແດນພູ​ດອຍທາງ​ພາກເຫນືອແລະທີ່​ຢູ່​ໃນ​ອາ​ຣາ​ບາ ໃຕ້​ເມືອງ​ຄິນ​ເນ​ໂຣທ ແລະ​ຕາມ​ຕີນ​ພູ ແລະ​ໃນທີ່​ສູງ ​ນາໂຟ​ທ​ໂດ​ຣ໌​ ທາງ​ທິດ​ຕາເວັນ​ຕົກ 3 ແລະ​ໄປ​ຫາ​ຄົນ​ກາ​ນາ​ອານ​ທາງ​ທິດ​ຕາ​ເວັນ​ອອກ ແລະ​ທິດ​ຕາ​ເວັນ​ຕົກ ຄົນ​ອາ​ໂມ​ຣິດ ຄົນ​ຮິດ​ຕີ ຄົນ​ເປ​ຣິ​ສ​ຊີ ແລະ​ຄົນ​ເຢ​ບຸ​ສ​ໃນ​ແດນພູ​ດອຍ ແລະ​ຄົນ​ຮີ​ວີ​ຢູ່ເນີນ​ພູ​ເຮີ​ໂມນ​ໃນ​ແຜ່ນ​ດິນ​ມີ​ສ​ປາ 4 ເຈົ້າ​ເມືອງ​ເຫລົ່າ​ນີ້ກໍ​ຍົກ​ອອກ​ມາ​ກັບ​ພົນ​ໂຍ​ທາ​ເປັນ​ກອງ​ທັບ​ທີ່​ມີ​ຄົນ​ຢ່າງ​ຫລວງ​ຫລາຍ ມີ​ຈຳ​ນວນ​ດັ່ງ​ເມັດຊາຍ​ທີ່​ຊາຍ​ທະ​ເລ ມີ​ມ້າ​ແລະ​ຣົດ​ຮົບ​ຫລວງ​ຫລາຍ​ດ້ວຍ 5 ເຈົ້າ​ເມືອງ​ເຫລົ່າ​ນີ້ ໄດ້​ຮ່ວມ​ກຳ​ລັງ​ກັນ​ເຂົ້າ ແລະ​ມາ​ຕັ້ງ​ຄ້າຍ​ຢູ່​ທີ່​ລຳ​ຫ້ວຍ​ເມ​ໂຣມ ເພື່ອ​ຈະ​ສູ້​ຮົບ​ກັບ​ອິສ​ຣາ​ເອນ 6 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ໂຢ​ຊວຍ​ວ່າ, “ຢ່າ​ຢ້ານ​ເຂົາ​ເລີຍ ເພາະ​ວ່າ​ມື້​ອື່ນ​ນີ້​ໃນ​ເວ​ລາ​ດຽວ​ກັນ​ນີ້​ເຮົາ​ຈະ​ມອບ​ເຂົາ​ໄວ້​ຫມົດ​ຕໍ່​ອິສ​ຣາ​ເອນ​ໃຫ້​ຖືກ​ປະ​ຫານ ເອັນ​ຄະ​ນ່ອງມ້າ​ຂອງ​ເຂົາ​ໃຫ້​ເຈົ້າ​ຕັດ​ເສັຽ ແລະ​ຣົດ​ຮົບ​ຂອງ​ເຂົາ ເຈົ້າ​ຈົ່ງ​ເຜົາ​ໄຟ​ເສັຽ” 7 ຝ່າຍ​ໂຢ​ຊວຍ​ກໍ​ຍົກ​ພົນ​ເຂົາ​ໂຈມ​ຕີ​ເຂົາ​ທັນ​ທີ​ທີ່​ຫ້ວຍ​ນ້ຳ​ເມ​ໂຣມ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ອິສ​ຣາ​ເອນ ຜູ້​ປະ​ຫານ​ເຂົາ​ແລະ​ໄລ່​ຕາມ​ເຂົາ​ໄປ​ຈົນ​ເຖິງ​ມະ​ຫາ​ຊີ​ໂດນ ແ​ລະ​ເຖິງ​ມີ​ສ​ເຣ​ໂຟ​ທ​ມາ​ອິມແລະ​ເຖິງ​ຮ່ອມ​ພູມີ​ສ​ປາດ້ານ​ຕາ​ເວັນ​ອອກ ໄດ້​ປະ​ຫານ​ເຂົາ​ເສັຽ​ຈົນ​ບໍ່​ມີ​ເຫລືອ​ຈັກ​ຄົນ​ດຽວ 9 ໂຢ​ຊວຍ​ໄດ້​ກະ​ທຳ​ແກ່​ເຂົາ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້ ຄື​ໄດ້​ຕັດ​ເອັນ​ຄະ​ນ່ອງ​ມ້າ​ແລະ​ເຜົາ​ຣົດ​ຮົບ​ເສັຽ 10 ຂ​ນະ​ນັ້ນ​ໂຢ​ຊວຍ​ກັບ​ມາ​ຍຶດ​ເມືອງ​ຮາ​ໂຊ​ຣ໌ ແລະ​ປະ​ຫານ​ເຈົ້າ​ເມືອງ​ເສັຽດ້ວຍ​ດາບ ເພາະ​ວ່າ​ແຕ່​ກ່ອນ​ນີ້​ຮາ​ໂຊ​ຣ໌​ເປັນ​ຫົວ​ຫນ້າ​ແຫ່ງ​ແຜ່ນ​ດິນ​ເຫລົ່າ​ນັ້ນ​ທັງ​ຫມົດ 11 ເຂົາ​ໄດ້​ປະ​ຫານ​ຊາວ​ເມືອງ​ນັ້ນ​ເສັຽດ້ວຍ​ຄົມ​ດາບ ແລະ​ທຳ​ລາຍ​ເສັຽ​ສິ້ນ ສິ່ງ​ທີ່​ຫາຍ​ໃຈ​ໄດ້​ບໍ່​ມີ​ເຫລືອ​ເລີຍ ແລະ​ທ່ານ​ກໍ​ເຜົາ​ເມືອງ​ຮາ​ໂຊ​ຣ໌​ເສັຽດ້ວຍ​ໄຟ 12 ໂຢ​ຊວຍ​ຍຶດ​ບັນ​ດາ​ຫົວ​ເມືອງຂອງ​ເຈົ້າ​ເມືອງ​ເຫລົ່າ​ນັ້ນ ​ພ້ອມ​ກັບ​ເຈົ້າ​ເມືອງ​ທັງ​ຫມົດ ແລະ​ປະ​ຫານ​ເສັຽດ້ວຍ​ຄົມ​ດາ​ບ ທຳ​ລາຍ​ເຂົາ​ສິ້ນ ​ດັ່ງ​ທີ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້ 13 ແຕ່​ເມືອງ​ຕ່າງໆທີ່​ຢູ່​ຕາມ​ໂຄກ​ຕາມເນີນ​​ບໍ່​ໄດ້​ເຜົາ ເວັ້ນ​ແຕ່​ເມືອງ​ຮາ​ໂຊ​ຣ໌​ເມືອງ​ດຽວ​ທີ່​ໂຢ​ຊວຍ​ໄດ້​ເຜົາ​ເສັຽ 14 ສິ່ງ​ຂອງ​ຕ່າງໆ​ທີ່​ຍຶດ​ໄດ້​ຈາກ​ເມືອງ​ນີ້ ທັງ​ຝູງ​ສັດ ຄົນ​ອິສ​ຣາ​ເອນ​ໄດ້​ຍຶດ​ເປັນ​ຂອງ​ຕົນ ແຕ່​ເຂົາ​ໄດ້​ປະ​ຫານ​ມະ​ນຸດ​ທຸກ​ຄົນ​ເສັຽດ້​ວຍ​ຄົມ​ດາບ​ຈົນ​ທຳ​ລາຍ​ເສັຽ​ສິ້ນ ສິ່ງ​ໃດ​ທີ່​ຫາຍ​ໃຈ​ໄດ້​ເຂົາ​ບໍ່​ໃຫ້​ເຫລືອ​ຢູ່​ເລີຍ 15 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ສັ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຢ່າງໃດ ໂມ​ເຊກໍ​ສັ່ງ​ໂຢ​ຊວຍ​ຢ່າງ​ນັ້ນ ແລະ​ໂຢ​ຊວຍກໍກະ​ທຳ​ຕາມ ທ່ານ​ບໍ່​ໄດ້​ເວັ້ນ​ທີ່​ຈະ​ທຳ​ທຸກ​ຢ່າງ​ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໂມ​ເຊໄວ້

ເຂດ​ແດນ​ທີ່​ໂຢ​ຊວຍ​ຍຶດ​ໄດ້

16 ໂຢ​ຊວຍ​ຍຶດ​ແຜ່ນ​ດິນນັ້ນ​ທັງ​ສິ້ນ​ຄື​ເຂດ​​ພູ​ດອຍ ແ​ລະ​ເນ​ເກັບ​ທັງ​ຫມົດ ແລະ​ແຜ່ນ​ດິນ​ໂກ​ເຊນ​ທັງ​ຫມົດ ແລະ​ຕາມຕີນ​ພູອາ​ຣາ​ບາ ແລະ​ພູ​ດອຍ​ຂອງ​ອິສ​ຣາ​ເອນ ແລະ​ທີ່​ຕີນ​ພູ​ຂອງມັນ 17 ຕັ້ງ​ແຕ່​ພູ​ຮາ​ລັກ​ທີ່​ສູງ​ເລື່ອຍ​ຂຶ້ນ​ໄປ​ເຖິງ​ເຊ​ອີ​ຣ໌ ໄກ​ໄປ​ຈົນ​ເຖິງ​ບາ​ອັ​ນ​ກາດ​ໃນ​ຫຸບ​ເຂົາ​ເລບາ​ນອນ ເນີນ​ພູ​​ເຮີ​ໂມນ ທ່ານ​ໄດ້​ຈັບ​ບັນ​ດາ​ເຈົ້າ​ເມືອງ​ແຫ່ງ​ເມືອງ​ເຫລົ່າ​ນັ້ນ​ມາ​ປະ​ຫານ​ຊີ​ວິ​ດ​ເສັຽ 18 ໂຢ​ຊວຍ​ທຳ​ເສິ​ກ​ສົງ​ຄາມ​ກັບ​ເຈົ້າ​ເມືອງ​ເຫລົ່າ​ນີ້​ຢູ່​ເປັນ​ເວ​ລາ​ນານ 19 ບໍ່​ມີ​ຈັກ​ເມືອງ​ນຶ່ງ​ກະ​ທຳ​ສັນ​ຕິ​ພາບ​ກັບ​ອິສ​ຣາ​ເອນ ນອກ​ຈາກ​ຄົນ​ຮີ​ວີ ຊຶ່ງ​ເປັນ​ຊາວ​ເມືອງ​ກິເບ​ໂອນ ເຂົາ​ຕ້ອງ​ທຳ​ເສິກ​ສົງ​ຄາມ​ຕີ​ມາ​ທັງ​ນັ້ນ 20 ເພາະ​ເປັນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຊົງ​ໃຫ້​ເຂົາ​ມີ​ໃຈ​ແຂງ​ກະ​ດ້າງ​ເຂົ້າ​ຕໍ່​ສູ້​ທຳ​ສົງ​ຄາມ​ກັບ​ອິສ​ຣາ​ເອນ ເພື່ອ​ເຂົາ​ຈະ​ໄດ້​ຖືກ​ທຳ​ລາຍ​ເສັຽ​ສິ້​ນ ແລະ​ບໍ່​ໄດ້​ຮັບ​ຄວາມ​ກະ​ຣຸ​ນາ ແຕ່​ຕ້ອງ​ຖືກ​ທຳ​ລາຍ​ລ້າງ​ເສັຽ​ສິ້ນ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງໄວ້​ກັບ​ໂມ​ເຊ 21 ຄາວ​ນັ້ນ​ໂຢ​ຊວຍ​ໄດ້​ມາ​ທຳ​ລາຍ​ຄົນ​ອາ​ນາ​ກິມ​ຈາກ​ພູ​ດອຍ ຈາກ​ເຮ​ໂບ​ຣນ ຈາກ​ເດ​ບີ​ຣ໌ ຈາກ​ອາ​ນາບ ແລະ​ຈາກ​ທົ່ວ​ແດນ​ພູດອຍ​ຢູ​ດາ ແລະ​ຈາກ​ທົ່ວ​ແດນ​ພູ​ດອຍ​ອິສ​ຣາ​ເອນ ໂຢ​ຊວຍ​ໄດ້​ທຳ​ລາຍ​ຄົນ​ເຫລົ່າ​ນີ້​ເສັຽ​ສິ້ນ​ພ້ອມ​ທັງ​ເມືອງດ້ວຍ 22 ບໍ່​ມີ​ຄົນ​ອາ​ນາ​ກິມ​ເຫລືອ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ປະ​ຊາ​ຊົນ​ອິສ​ຣາ​ເອນ ເວັ້ນ​ແຕ່​ໃນ​ກາ​ຊາ ກາດ ແລະ​ອັ​ສ​ໂດດ 23 ດັ່ງ​ນັ້ນ​ແຫລະ ໂຢ​ຊວຍ​ໄດ້​ຍຶດ​ແຜ່ນ​ດິນ​ທັງສິ້ນ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້​ກັບ​ໂມ​ເຊ ແລະ​ໂຢ​ຊວຍ​ໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ຄົນ​ອິສ​ຣາ​ເອນ​ຕາມ​ສ່ວນ​ແບ່ງ​ຂອງ​ເຜົ່າ ແລະ​ແຜ່ນ​ດິນ​ນັ້ນ​ກໍ​ສ​ງົບ​ຈາກການ​ເສິ​ກ​ສົງ​ຄາມ

ໂຢຊວຍ 12

ບັນ​ດາ​ກະສັດ​ທີ່​ຜ່າຍ​ແພ້​ໂມ​ເຊ

1 ຕໍ່​ໄປ​ນີ້​ເປັນ​ກະ​ສັດ​ຊຶ່ງ​ປະ​ຊາ​ຊົນອິສ​ຣາ​ເອນ​ໄດ້​ກະ​ທຳ​ໃຫ້​ແພ້​ໄປ ແລະ​ໄດ້​ຍຶດ​ຄອງ​ແຜ່ນ​ດິນ​ຟາກ​ແມ່​ນ້ຳ​ຈໍ​ແດນ​ຂ້າງດວງ​ອາ​ທິດ​ຂຶ້ນ ຈາກ​ທີ່​ລຸ່ມ​ອາ​ຣ໌​ໂນນເຖິງ​ພູ​ເຮີ​ໂມນ ມີ​ອາ​ຣາ​ບາ​ຢູ່​ດ້ານ​ຕາ​ເວັນ​ອອກ​ທັງ​ຫມົດ 2 ຄື​ຊີ​ໂຮນ​ກະ​ສັດ​ຄົນ​ອາໂມ​ຣິດ​ຜູ້​ຢູ່​ທີ່​ເຮສ​ໂບນ ແລະ​ປົກ​ຄອງ​ຈາກ​ອາ​ໂຣ​ເອີ ຊຶ່ງຢູ່​ໃນຂ້າງ​ລຸ່ມ​ແມ່​ນ້ຳ​ອາ​ຣ໌​ໂນນ ແລະ​ຈາ​ກກາງ​ທີ່ລຸ່ມ​ໄກ​ໄປ​ເຖິງແມ່​ນ້ຳ​ຢັບ​ໂບກ ເຂດ​ແດນ​ຄົນ​ອັມ​ໂມນ ຄື​ເຄິ່ງ​ນຶ່ງ​ຂອງ​ກິ​ເລ​ອາດ 3 ແລະ​ແຖບອາ​ຣາ​ບາ​ເຖິງ​ທະ​ເລ​ຄີນ​ເນ​ໂຣທຂ້າງ​ຕາ​ເວັນ​ອອກ ແລະ​ໄປ​ຍັງ​ເບັດ​ເຢ​ຊີ​ໂມ​ທ ໄປ​ເຖິງ​ທະ​ເລ​ໃນ​ອາ​ຣາ​ບາ ຄື​ທະ​ເລ​ເຄັມ​ດ້ານ​ໃຕ້​ມາ​ຈົນ​ເຖິງ​ເນີນ​ເຂົາ​ປິ​ສ​ກາ 4 ເຂດ​ແດນ​ຂອງ​ໂອກ​ກະ​ສັດ​ເມືອງ​ບາ​ຊານ ເປັນ​ຄົນ​ເຊື້ອ​ສາຍ​ເຣຟາ​ອິມ​ທີ່​ເຫລືອ​ຢູ່​ທີ່​ອັ​ສ​ຕາ​ໂຣ​ທ ແລະເອັດ​ເຣ​ອີ 5 ແລະ​ປົກ​ຄອງ​ທີ່​ພູ​​ເຮີ​ໂມນ ແລະ​ຊາ​ເລ​ກາ ແລະ​ທົ່ວ​ບາ​ຊານ ເຖິງ​ເຂດ​ແດນ​ຄົນ​ເກ​ຊູ​ຣ໌ ແລະ​ຄົນ​ມາ​ອາ​ກາ ແລະ​ປົກ​ຄອງ​ເຄິ່ງ​ນຶ່ງ​ຂອງ​ແດນ​ກິເລ​ອາດ ເຖິງ​ເຂດ​ແດນ​ຂອງ​ຊີ​ໂຮນ ກະ​ສັດ​ເມືອງ​ເອສ​ໂບນ 6 ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ກະ​ທຳ​ໃຫ້​ເຂົາ​ຜ່າຍ​ແພ້​ໄປ ແລະ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ແຜ່ນ​ດິນ​ນີ້​ໃຫ້​ແກ່​ຄົນ​ຣູເບນ ຄົນ​ກາດ​ແລະ​ຄົນ​ເຄິ່ງ​ເຜົ່າ​ມາ​ນັສ​ເຊ

ບັນ​ດາ​ເຈົ້າ​ເມືອງ​ທີ່​ຜ່າຍ​ແພ້​ໂຢ​ຊວຍ

7 ຕໍ່​ໄປ​ນີ້​ເປັນ​ເຈົ້າ​ເມືອງ​ຊຶ່ງ​ໂຢ​ຊວຍ​ກັບ​ຄົນ​ອິສ​ຣາ​ເອນ​ໄດ້​ທຳ​ໃຫ້​ຜ່າຍ​ແພ້​ຢູ່​ຟາກ​ແມ່​ນ້ຳ​ຈໍ​ແດນ​ຂ້າງ​ຕາເວັນ​ຕົກ ຕັ້ງ​ແຕ່​ບາ​ອັ​ນ​ກາດ​ໃນ​ຮ່ອມ​ພູ​ເລບາ​ນອນ ເຖິງ​ພູ​​ຮາ​ລັກ ທີ່​ສູງ​ເລື່ອຍ​ຂຶ້ນ​ໄປ​ເຖິງ​ເຊ​ອີ​ຣ໌ (ແລະ​ໂຢ​ຊວຍມອບ​ແຜ່ນ​ດິນ​ຕອນ​ນີ້​ໃຫ້​ແກ່​ເຜົ່າ​ຄົນ​ອິສ​ຣາ​ເອນ​ໃຫ້​ຖືເປັນ​ກຳ​ມະ​ສິດ​ຕາມ​ສ່ວນ​ແບ່ງ​ຂອງ​ເຂົາ 8 ຄື​ທີ່​ດິນໃນ​ພູ​ດອຍ ໃນ​ເຂດ​ຕີນ​ພູໃນ​ອາ​ຣາ​ບາ ໃນ​ທີ່​ເນີນ​ພູ ໃນ​ຖິ່ນ​ກັນ​ດານ ແລະ​ໃນ​ເນ​ເກັບ ເປັນ​ແຜ່ນ​ດິນ​ຂອງ​ຄົນ​ຮິດ​ຕີ ຄົນອາ​ໂມ​ຣິດ ຄົນ​ກາ​ນາ​ອານ ຄົນ​ເປຣີ​ສ​ຊີ ຄົນ​ຮີ​ວີ ແລະ​ຄົນ​ເຢ​ບຸ​ສ) 9 ຄື​ເຈົ້າ​ເມືອງ​ເຢ​ຣິໂກ ເຈົ້າ​ເມືອງ​ອາ​ອີ​ທີ່​ຢູ່​ຂ້າງ​ເບັດ​ເອນ 10 ເຈົ້າ​ເມືອງ​ເຢ​ຣູ​ຊາ​ເລັມ ເຈົ້າ​ເມືອງ​ເຮ​ໂບຣນ 11 ເຈົ້າ​ເມືອງ​ຢາ​ຣ໌​ມູ​ທ ເຈົ້າ​ເມືອງ​ລາ​ຄິ​ສ 12 ເຈົ້າ​ເມືອງ​ເອກ​ໂລນ ເຈົ້າ​ເມືອງ​ເກ​ເຊີ 13 ເຈົ້າ​ເມືອງເດ​ບີ​ຣ໌ ເຈົ້າ​ເມືອງ​ເກ​ເດີ 14 ເຈົ້າ​ເມືອງ​ໂຮ​ຣ໌ມາ ເຈົ້າ​ເມືອງ​ອາ​ຣາດ 15 ເຈົ້າ​ເມືອງ​ລີບ​ນາ ເຈົ້າ​ເມືອງ​ອາ​ດູນ​ລາມ 16 ເຈົ້າ​ເມືອງມັກ​ເກ​ດາ ເຈົ້າ​ເມືອງ​ເບັດ​ເອນ 17 ເຈົ້າ​ເມືອງ​ຕັ​ປ​ປູ​ອາ ເຈົ້າ​ເມືອງ​ເຮ​ເຟີ 18 ເຈົ້າ​ເມືອງ​ອາ​ເຟກ ເຈົ້າ​ເມືອງ​ລາ​ຊາ​ໂຣນ 19 ເຈົ້າ​ເມືອງ​ມາ​ໂດນ ເຈົ້າ​ເມືອງ​ຮາ​ໂຊ​ຣ໌ 20 ເຈົ້າ​ເມືອງ​ຊີມ​ໂຣນ​ເມ​ໂຣນ ເຈົ້າ​ເມືອງ​ອັກ​ຊາ​ຟ 21 ເຈົ້າ​ເມືອງ​ຕາ​ອາ​ນັກ ເຈົ້າ​ເມືອງ​ເມ​ກິດ​ໂດ 22 ເຈົ້າ​ເມືອງ​ເກ​ເດັ​ສ ເຈົ້າ​ເມືອງ​ໂຢກ​ເນອາມ ໃນ​ກາ​ຣ໌​ເມນ 23 ເຈົ້າ​ເມືອງ​ໂດ​ຣ໌ ໃນ​ນາ​ຟັ​ທ​ໂດ​ຣ໌ ເຈົ້າ​ເມືອງ​ກົວ​ອິມ ໃນ​ຄາ​ລີ​ເລ 24 ເຈົ້າ​ເມືອງ​ຕີ​ຣ໌​ຊາ ຮວມ​ທັງ​ຫມົດ​ເປັນ​ສາມ​ສິບ​ເອັດ​ເຈົ້າ​ເມືອງ​ດ້ວຍ​ກັນ

ໂຢຊວຍ 13

ແຜ່ນ​ດິນ​ສ່ວນ​ທີ່​ຍັງ​ຕ້ອງ​ຍຶດ​ຄອງ

1 ເມື່ອ​ໂຢ​ຊວຍ​ເຖົ້າ​ແກ່​ມີ​ອາ​ຍຸ​ຫລາຍ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ, “ເຈົ້າ​ຊະ​ຣາ​ລົງ​ມີ​ອາ​ຍຸ​ຫລາຍ​ແລ້ວ ແຕ່​ແຜ່ນ​ດິນ​ທີ່​ຈະ​ຕ້ອງ​ຍຶດ​ຄອງ​ນັ້ນ​ຍັງ​ມີ​ອີກ​ຫລາຍ 2 ຕໍ່​ໄປ​ນີ້​ເປັນ​ແຜ່ນ​ດິນ​ທີ່​ຍັງ​ເຫລືອ​ຢູ່ ຄື​ທ້ອງ​ຖິ່ນ​ຟີ​ລິ​ສ​ຕີນ​ທັງ​ຫມົດ ແລະ​ທ້ອງ​ຖິ່ນ​ຂອງ​ຄົນ​ເກ​ຊູ​ຣ໌​ທັງ​ຫມົດ 3 (ຕັ້ງ​ແຕ່ຊີ​ໂຮຣ໌​ຊຶ່ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ ເອ​ຢິບ​ເຫນືອ​ຂຶ້ນ​ໄປ​ເຖິງ​ເຂດ​ແດນ​ເອ​ກ​ໂຣນ) ແລະ​ເມືອງ​ຂອງ​ຄົນ​ອາວ​ວິມ​ດ້ວຍ 4 ຊຶ່ງຢູ່​ທິດໃຕ້​ຄື​ແຜ່ນ​ດິນ​ທັງ​ສິ້ນ​ຂອງ​ຄົນ​ກາ​ນາ​ອານ ແລະ​ເຂດ​ເມ​ອາ​ຣາ ຊຶ່ງ​ເປັນ​ຂອງ​ຊາວ​ຊີ​ໂດ​ນີ​ອານ ເຖິງ​ເມືອງ​ອາ​ເຟ​ກ ເຖິງ​ເຂດ​ແດນ​ຂອ​ງຄົນ​ອາ​ໂມ​ຣິດ 5 ​ແຜ່ນ​ດິນ​ຂອງ​ຊາວ​ເກ​ບານ ແລະ​ເລ​ບາ​ນອນ​ທັງ​ຫມົດ ໄປ​ທາງ​ທີ່ດວງ​ຕາ​ເວັນ​ຂຶ້ນ ຈາກ​ບາອັ​ນ​ກາດທີ່​ຢູ່​ພູ​ເຮີ​ໂມນ ເຖິງ​ທາງເຂົ້າ​ເມືອງຮາ​ມັ​ທ 6 ຊາວ​ພູ​ດອຍ​ທັງ​ຫມົດ​ຈາກ​ເລບານອນ ຈົນ​ເຖິງມີ​ສ​ເຣ​ໂຟດ​ມາ​ອິມ ຄື​ຄົນ​ຊີ​ໂດນ​ທັງ​ຫມົດ ເຮົາ​ຈະ​ຂັບ​ໄລ່​ເຂົາ​ທັງ​ຫລາຍ​ອອກ​ໄປ​ໃຫ້​ພົ້ນ​ຫນ້າ​ຄົນ​ອິສ​ຣາ​ເອນ​ເອງ ພຽງ​ແຕ່​ເຈົ້າ​ຈົ່ງ​ຈັບ​ສະ​ຫລາກ​ແບ່ງດິນແດນເຫລົ່າ​ນັ້ນ​ໃຫ້​ເປັນ​ມໍ​ຣະ​ດົກ ດັ່ງ​ທີ່​ເຣົາ​ບັນ​ຊາ​ເຈົ້າ​ໄວ້ 7 ບັດ​ນີ້​ຈົ່ງ​ແບ່ງ​ແຜ່ນ​ດິນ​ນີ້​ອອກ​ແກ່​ຄົນ​ເກົ້າ​ເຜົ່າ​ຮວມ​ກັບ​ຄົນ​ມາ​ນັສ​ເຊ​ເຄິ່ງ​ເຜົ່າ​ດ້ວຍ”

ດິນ​ແດນ​ທາງ​ຟາກ​ແມ່​ນ້ຳ​ຈໍ​ແດນ​ດ້ານ​ຕາ​ເວັນ​ອອກ

8 ສ່ວນ​ມາ​ນັ​ສ​ເຊ​ອີກ​ເຄິ່ງ​ເຜົ່າ ເຜົ່າ​ຣູ​ເບນ ແລະ​ເຜົ່າ​ກາດ​ໄດ້​ຮັບ​ສ່ວນ​ມໍ​ຣະ​ດົກ​ຂອງ​ເຂົາ ຊຶ່ງ​ໂມ​ເຊ​ໄດ້​ມອບ​ໃຫ້​ທາງ​ຟາກ​ແມ່​ນ້ຳ​ຈໍ​ແດນ​ດ້າ​ນ​ຕາເວັນ​ອອກ ສ່ວນ​ທີ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມອບ​ໃຫ້​ເຂົາ​ຄື 9 ຕັ້ງ​ແຕ່​ອາ​ໂຣ​ເອີ ຊຶ່ງຢູ່​ລຸ່ມ​ແມ່​ນ້ຳ​ອາ​ຣ໌​ໂນນ ແລະ​ເມືອງ​ທີ່​ຢູ່​ກາງ​ລຸ່ມ​ແມ່​ນ້ຳ​ນີ້ ແລະ​ທີ່​ຮາບ​ພຽງ​ເມ​ເດ​ບາ​ທັງ​ຫມົດ​ຕລອດ​ເຖິງ​ດີ​ໂບນ 10 ແລະ​ຫົວ​ເມືອງ​ທັງ​ຫມົດ​ຂອງ​ຊີ​ໂຮນ​ກະ​ສັດ​ຄົນ​ອາ​ໂມ​ຣິດ ຜູ້​ຊຶ່ງ​ປົກ​ຄອງ​ຢູ່​ໃນ​ເຮສ​ໂບນ ໄກ​ອອກ​ໄປ​ຈົນ​ເຖິງ​ເຂດ​ແດນ​ຄົນ​ອັມ​ໂມນ 11 ແລະ​ເຂດ​ກີ​ເລ​ອາດ ແລະ​ທ້ອງ​ຖິ່ນ​ຂອງ​ຄົນ​ເກ​ຊູ​ຣ໌ ແລະ​ຄົນ​ມາ​ອາ​ກາ ແລະ​ພູ​ເຮີ​ໂມນ​ທັງ​ຫມົດ​ ແລະເມືອງ​ບາ​ຊານ​ທັງ​ຫມົດ​ຈົນ​ເຖິງ​ເມືອງ​ຊາ​ເລ​ກາ 12 ຕລອ​ດຣາ​ຊ​ອາ​ນາ​ຈັກ​ຂອງ​ໂອກ​ໃນ​ບາ​ຊານ ຜູ້​ປົກ​ຄອງ​ຢູ່​ໃນ​ອັ​ສ​ຕາ​ໂຣ​ທ​ ແລະ​ໃນ​ເອັດ​ເຣອີ (ທ່ານ​ເປັນ​ເຜົ່າ​ເຣ​ຟ​ຣາ​ອິມ​ຜູ້​ດຽວ​ທີ່​ເຫລືອ​ຢູ່) ເມືອງ​ເຫລົ່າ​ນີ້​ໂມ​ເຊ​ຮົບ​ຊະນະ ແລະ​ໄດ້​ຂັບ​ໄລ່​ໃຫ້​ອອກ​ໄປ 13 ແຕ່​ຄົນ​ອິສ​ຣາ​ເອນບໍ່​ໄດ້​ຂັບ​ໄລ່​ຄົນ​ເກຊູ​ຣ໌ ຫລື​ຄົນ​ມາ​ອາ​ກາ​ໃຫ້​ອອກ​ໄປ ແຕ່​ເກ​ຊູ​ຣ໌​ກັບ​ມາ​ອາ​ກາ​ຍັງ​ອາ​ໄສ​ຢູ່​ໃນ​ຫມູ່​ຄົນ​ອິສ​ຣາ​ເອນ​ຈົນ​ເຖິງ​ທຸກວັນ​ນີ້ 14 ສະ​ເພາະ​ເຜົ່າ​ເລ​ວີ​ເຜົ່າ​ດຽວ​ທີ່ໂມ​ເຊ​ບໍ່​ໄດ້​ມອບ​ມໍ​ຣະ​ດົກ​ໃຫ້ ຂອງ​ບູ​ຊາ​ດ້ວຍ​ໄຟ​ທີ່​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ເປັນ​ມໍ​ຣະ​ດົກ​ຂອງ​ເຂົາ​ດັ່ງ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໄວ້​ແກ່​ເຂົາ​ແລ້ວ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ຄົນ​ຣູ​ເບນ

15 ແລະ​ໂມ​ເຊ​ໄດ້​ມອບ​ສ່ວນ​ມໍ​ຣະ​ດົກ​ໃຫ້​ແກ່​ເຜົ່າ​ຣູ​ເບ​ນ​ຕາມ​ຕະ​ກູນ​ຂອງ​ເຂົາ 16 ດັ່ງ​ນັ້ນ​ເຂດ​ແດນ​ຂອງ​ເຂົາ​ຈຶ່ງ​ຕັ້ງ​ແຕ່​ອາ​ໂຣເອີຊຶ່ງ​ຢູ່​ລູ່ມແມ່​ນ້ຳ​ອາ​ຣ໌​ໂນນ​ແລະ​ເມືອງ​ຊຶ່ງ​ຢູ່​ກາງ​ລຸ່ມ​ແມ່​ນ້ຳ​ນັ້ນ ​ແລະ​ທີ່​ຮາບ​ພຽງ​ເມືອງ​ເມ​ເດ​ບາ​ທັງ​ຫມົດ 17 ທັງ​ເມືອງ​ເຮສ​ໂບນ ຮວມ​ກັບ​ຫົວ​ເມືອງ​ຂຶ້ນ​ທັງ​ຫມົດ​ຊຶ່ງ​ຢູ່​ເທິງ​ທີ່​ຮາບ​ພຽງ​ນັ້ນ​ຄື​ດິໂບນ ແລະ​ບາ​ໂມ​ທ​ບາ​ອານ ແລະ​ເບັດ​ບາ​ອັ​ນ​ເມ​ໂອນ 18 ກັບ​ຢາ​ຮັ​ສ ແລະ​ເກ​ເດ​ໂມ​ທ ແລະ​ເມ​ຟາ​ອາ​ດ 19 ແລະ​ກີ​ຣີ​ອາ​ທາ​ອິມ ແລະ​ຊີບ​ມາ ແລະ​ເຊ​ເຣັ​ທ​ຊາ​ຮາ​ຣ໌ ຊຶ່ງ​ຢູ່​ເທິງ​ເນີນ​ພູ​ໃນ​ລຸ່ມ​ແມ່​ນ້ຳ​ນັ້ນ 20 ກັບ​ເບັດ​ເປ​ໂອ​ຣ໌ ແລະ​ທີ່​ເນີນ​ພູ​ປິ​ສ​ກາ​ແລະ​ເມືອງ​ເບັດ​ເຢ​ຊີ​ໂມ​ທ 21 ຄື​ຫົວ​ເມືອງ​ທັງ​ຫມົດ​ຊຶ່ງ​ຢູ່​ເທິງ​ທີ່​ຮາບ​ພຽງ ແລະ​ທັງ​ຣາ​ຊ​ອາ​ນາ​ຈັກ​ທັງ​ຫມົດ​ຂອງ​ຊີ​ໂຮນ​ກະ​ສັດ​ຄົນ​ອາ​ໂມ​ຣິດ​ຜູ້​ປົກ​ຄອງ​ຢູ່​ໃນ​ເຣສ​ໂບນ ຊຶ່ງ​ໂມ​ເຊ​ໄດ້​ກະ​ທຳ​ໃຫ້​ຜ່າຍ​ແພ້ ພ້​ອມ​ກັບ​ຜູ້​ນຳ​ຂອງ​ມີ​ດີ​ອານ ຄື​ເອ​ວີ ແລະ​ເຣ​ເກມ ແລະ​ຊູ​ຣ໌ ແລະ​ຮູ​ຣ໌ ແລະ​ເຣ​ບາ ເປັນ​ເຈົ້າ​ນາຍ​ຊຶ່ງໄດ້​ປົກ​ຄອງ​ດິນ​ແດນ​ໃຫ້ກະ​ສັດ​ຊີໂຮນ​ 22 ຄົນ​ອິສ​ຣາ​ເອນ​ໄດ້​ຂ້າ​ບາ​ລາ​ອາມ ບຸດ​ຂອງ​ເບ​ໂອ​ຣ໌ ຜູ້​ເປັນ​ຄົນ​ທຳ​ນ​ວາຍ​ເສັຽດ້ວຍ​ດາບ​ພ້ອມ​ກັບ​ຄົນ​ອື່ນ​ທີ່​ເຂົາ​ໄດ້​ຂ້າ​ນັ້ນ 23 ອາ​ນາ​ເຂດ​ຂອງ​ຄົນ​ຣູ​ເບນ​ຄື​ແມ່​ນ້ຳຈໍ​ແດນ​ເປັນ​ເຂດ​ແດນ ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ຄົນ​ຣູ​ເບນ​ຕາມ​ຕະ​ກູນ ຮວມ​ທັງຫົວ​ເມືອງ​ ແລະ​ຊົນ​ນະ​ບົດ​ດ້ວຍ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ຄົນ​ກາດ

24 ໂມ​ເຊ​ໄດ້​ມອບມໍ​ຣະ​ດົກ​ໃຫ້​ແກ່​ຄົນ​ກາດ​ຕາ​ມຕະ​ກູນ​ຂ​ອງ​ເຂົາ​ດ້ວຍ 25 ອາ​ນາ​ເຂດ​ຂອງ​ເຂົາ​ຄື​ຢາ​ເຊີ​ ແລະ​ຫົວ​ເມືອງ​ກິເລ​ອາດ​ທັງ​ຫມົດ ເຄິ່ງ​ນຶ່ງ​ຂອງ​ແຜ່ນ​ດິນຄົນ​ອັມ​ໂມນ​ເຖິງ​ອາ​ໂຣ​ເອີ​ ຊຶ່ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເມືອງ​ຣັບ​ບາ 26 ຕັ້ງ​ແຕ່​ເມືອງ​ເຣສ​ໂບນ​ຈົນ​ເຖິງ​ເມືອງ​ຮາ​ມັ​ທ​ມີ​ສ​ເປ ແລະ​ເບ​ໂທ​ນີມ ແລະ​ຕັ້ງ​ແຕ່​ມາ​ຮາ​ນາ​ອີມ​ຈະ​ເຖິງ​ເຂດ​ແດນ​ເດ​ບີ​ຣ໌ 27 ໃນ​ຫວ່າງ​ພູ​ມີ​ເມືອງ​ເບັດ​ຮາ​ຣາມ ເບັດ​ນີມ​ຣາ ຊັກ​ໂກທ ແລະ​ຊາ​ໂຟນ ຣາ​ຊ​ອາ​ນາ​ຈັກ​ສ່ວນ​ທີ່​ເຫລືອ​ຂອງ​ຊີ​ໂຮນ​ກະ​ສັດ​ເມືອງ​ເຮສ​ໂບນ​ນັ້ນ ມີ​ແມ່​ນ້ຳ ຈໍ​ແດນ​ເປັນ​ເຂດ​ແດນຈົນ​ເຖິງ​ທະ​ເລ​ຄີນ​ເນ​ເຣທ​ດ້ານ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ 28 ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ຄົນ​ເຜົ່າ​ກາດ​ຕາມ​ຕະ​ກູນ​ຂອງ​ເຂົາ​ຮວມ​ທັງ​ຫົວ​ເມືອງ​ແລະ​ຊົນ​ນະ​ບົດ​ດ້ວຍ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ຄົນ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ

29 ໂມ​ເຊ​ໄດ້ມອບມໍ​ຣະ​ດົກ​ໃຫ້​ແກ່​ຄົນ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ ເປັນ​ສ່ວນ​ແບ່ງ​ທີ່​ໄດ້​ກັບ​ຄົນ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ​ຕາມ​ຕະ​ກູນ​ຂອງ​ເຂົາ 30 ທ້ອງ​ຖິ່ນ​ຂອງ​ເຂົາ​ທັງ​ຫລາຍ​ເລີ້ມ​ຕັ້ງ​ແຕ່​ມາ​ຮາ​ນາ​ອິມ​ຕລອດ​ບາ​ຊານ​ທັງ​ຫມົດ ຄື​ຣາ​ຊ​ອາ​ນາ​ຈັກ​ທັງ​ຫມົດ​ຂອງ​ໂອກ​ກະ​ສັດ​ເມື​ອງ​ບາ​ຊານ ແລະ​ຫົວ​ເມືອງ​ທັງ​ຫມົດ​ຂອງ​ຢາ​ອີ​ຣ໌​ມີ​ຫົກ​ສິບ​ຫົວ​ເມືອງ​ດ້ວຍ​ກັນ​ຢູ່​ໃນ​ບາ​ຊານ 31 ແລະ​ກິເລ​ອາດ​ເຄິ່ງ​ນຶ່ງ​ແລະ​ເມືອງ​ອັ​ສ​ຕາ​ໂຣ​ທ​ກັບ​ເມືອງ​ເອັດ​ເຣ​ອີ ຫົວ​ເມືອງ​ຂອງ​ຣາ​ຊ​ອາ​ນາ​ຈັກ​ໂອກ​ໃນ​ບາ​ຊານ ຫົວ​ເມືອງ​ເຫລົ່າ​ນີ້​ເປັນ​ສ່ວນ​ແບ່ງ​ຂອງ​ຄົນ​ມາຄີ​ຣ໌​ຕາມ​ຕະ​ກູນ​ຂອງ​ເຂົາ 32 ເຫລົ່າ​ນີ້​ເປັນ​ສ່ວນມໍ​ຣະ​ດົກ​ຊຶ່ງ​ໂມ​ເຊ​ໄດ້​ແບ່ງ​ປັນ​ໃນ​ທົ່ງ​ຮາບ​ພຽງ​ໂມ​ອາບ​ຟາກ​ແມ່​ນ້ຳ​ຈໍ​ແດນ​ຂ້າງ​ຟາກ​ນັ້ນທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເມືອງ​ເຢ​ຣິ​ໂກ 33 ແຕ່​ໂມ​ເຊ​ບໍ່​ໄດ້​ມອບ​ມໍ​ຣະ​ດົກ​ໃຫ້​ແກ່​ຄົນ​ເລ​ວີ ພຣະ​ຜູ້​ເປັນ​ເຈົ້າ​ຂອ​ງອິສ​ຣາ​ເອນ​ເປັນມໍ​ຣະ​ດົກ​ຂອງ​ເຂົາ ດັ່ງ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໄວ້​ກັບ​ເຂົາ

ໂຢຊວຍ 14

ປະ​ເທດ​ກາ​ນາ​ອານ​ຖືກ​ແບ່ງ​ອອກ​ ດ້ວຍ​ສະ​ຫລາ​ກ

1 ຕໍ່​ໄປ​ນີ້​ເປັນ​ສ່ວນມໍ​ຣະ​ດົກ​ຊຶ່ງ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ຮັບ​ໃນ​ແຜ່ນ​ດິນ​ກາ​ນາ​ອານ ຊຶ່ງປະ​ໂຣ​ຫິດ​ເອ​ເລ​ອາ​ຊາ​ ແລະ​ໂຢ​ຊວຍ​ບຸດ​ນູນ ແລະ​ຫົວ​ຫນ້າ​ຕະ​ກູນ​ເຜົ່າ​ຄົນ​ອິສ​ຣາ​ເອນ​ໄດ້​ແຈກ​ຈ່າຍ​ໃຫ້​ແກ່​ເຂົາ 2 ມໍ​ຣະ​ດົກ​ນີ້​ເຂົາ​ຈັບ​ສະ​ຫລາກ​ແບ່ງ​ກັນ​ໃນ​ລະ​ຫວ່າງ​ເກົ້າ​ເຜົ່າ​ເຄິ່ງ 3 ເພາະ​ໂມ​ເຊ​ໄດ້​ໃຫ້​ມໍ​ຣະ​ດົກ​ແກ່​ຄົນ​ສອງ​ເຜົ່າ​ເຄິ່ງ​ທາງ​ຟາກ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ແລ້ວ ແຕ່​ທ່ານ​ບໍ່​ໄດ້​ແບ່ງ​ສ່ວນ​ໃຫ້​ພວກ​ເລ​ວີ 4 ເພາະ​ວ່າ​ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ມີ​ສອງ​ເຜົ່າ​ຄື ມາ​ນັ​ສ​ເຊ​ແລະ​ເອ​ຟ​ຣາ​ອິມ ແລະ​ພວກ​ເລ​ວີ​ບໍ່​ໄດ້​ມີ​ສ່ວນ​ໃນ​ແຜ່ນ​ດິນ​ນັ້ນ ໄດ້​ແຕ່​ຫົວ​ເມືອງ​ທີ່​ຈະ​ເຂົ້າ​ອາ​ໄສຢູ່ ກັ​ບ​ລານ​ທົ່ງ​ຫຍ້າ​ຣອບ​ເມືອງ​ສຳ​ລັບ​ຝູງ​ສັດ​ແລະ​ຊັບ​ສິນ​ຂອງ​ເຂົາ​ເທົ່າ​ນັ້ນ 5 ຄົນ​ອິສ​ຣາ​ເອນ​ໄດ້​ກະ​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງໄວ້​ກັບ​ໂມ​ເຊ ເຂົາ​ແບ່ງ​ທີ່​ດິນ​ກັນ

ຍົກ​ເຮ​ໂບຣນ​ໃຫ້​ກາ​ເລັບ

6 ຂ​ນະ​ນັ້ນ​ຄົນ​ຢູ​ດາ​ມາ​ຫາ​ໂຢ​ຊວຍໃນ​ເມືອງ​ກີນ​ການ ແລະ​ກາ​ເລັບ​ບຸດ​ເຢ​ຟຸນ​ເນ​ຊາວ​ຕະ​ກູນ​ເກ​ນີ​ສໄດ້​ກ່າວແກ່​ທ່ານ​ວ່າ, “ທ່ານ​ຊາບ​ເຣື່ອງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ກັບ​ໂມເຊ​ຜູ້​ຮັບ​ໃຊ້ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ກາ​ເດັ​ສ​ບາ​ຣ໌​ເນ​ອາກ່ຽວກັບ​ທ່ານ​ແລະ​ຂ້າ​ພະ​ເຈົ້າ​ແລ້ວ 7 ເມື່ອ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂ​ອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຊ້​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ຈາກ​ກາ​ເດັ​ສ​ບາ​ຣ໌​ເນ​ອາ ເພື່ອ​ສອດ​ແນມ​ເບິ່ງ​ແຜ່ນ​ດິນ ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ສີ່​ສິບ​ປີ ຂ້າ​ພະ​ເຈົ້າ​ໄດ້​ນຳ​ຂ່າວ​ມາ​ແຈ້ງ​ແກ່​ທ່ານ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ 8 ແຕ່​ສ່ວນ​ພີ່​ນ້ອງ​ຊຶ່ງ​ຂຶ້ນ​ໄປ​ພ້ອມ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ກະ​ທຳ​ໃຫ້​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຢ້ານ ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ສຸດ​ໃຈ 9 ໃນວັນ​ນັ້ນ​ໂມ​ເຊ​ໄດ້​ສາ​ບານ​ວ່າ “ແທ້​ຈິງ​ແຜ່ນ​ດິນ​ຊຶ່ງ​ຕີນຂອງ​ທ່ານ​ໄດ້​ຢຽບ​ຢ່ຳ​ໄປ​ນັ້ນ​ຈະ​ຕົກ​ເປັນ​ມໍ​ຣະ​ດົກ​ຂອງ​ທ່ານ​ແລະ​ຂອງ​ບຸດ​ຫລານ​ຂອງ​ທ່ານ​ສືບ​ໄປ​ເປັນ​ນິດ​ເພາະ​ວ່າ​ທ່ານ​ໄດ້​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ສຸດ​ໃຈ 10 ​ບັດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຊີ​ວິດ​ຢູ່​ຕລອດ​ສີ່​ສິບ​ຫ້າ​ປີ​ນີ້ ດັ່ງ​ທີ່​ພຣະ​ອົງ​ສັ່ງ​ຕັ້ງ​ແຕ່​ ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ເຊັ່ນ​ນີ້​ໄວ້​ແກ່​ໂມ​ເຊ ເມື່ອ​ຄົນ​ອິສ​ຣາ​ເອນ​ເດີນ​ທາງ​ຢູ່​ໃນ​ຖິ່ນ​ກັນ​ດານ ແລະ​ວັນ​ນີ້​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸແປດ​ສິບ​ຫ້າ​ປີ​ແລ້ວ 11 ຂ້າ​ພະ​ເຈົ້າ​ຍັງ​ມີ​ກຳ​ລັງ​ແຂງ​ແຮງ ເຊັ່ນ​ດຽວ​ກັບ​ວັນ​ທີ່​ໂມ​ເຊ​ໃຊ້​ໃຫ້​ຂ້າ​ພະ​ເຈົ້າ​ໄປ ກຳ​ລັງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ທຳ​ເສິກ​ສົງ​ຄາມ​ຫລື​ອອກ​ໄປ​ແລະ​ເຂົ້າ​ມາ​ດຽວ​ນີ້​ກໍ​ເປັນ​ເຫມືອນ​ຄັ້ງ​ນັ້ນ 12 ເພາະ​ສະ​ນັ້ນ​ຂໍ​ມອບ​ແດນ​ພູ​ດອຍ​ນີ້ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ໃນ​ວັນນັ້ນ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ເພາະ​ທ່ານ​ໄດ້​ຍິນ​ໃນ​ວັນນັ້ນ​ແລ້ວ​ວ່າ​ຄົນ​ອາ​ນາ​ກິມ​ຢູ່​ທີ່​ນັ້ນ ມີ​ຫົວ​ເມືອງ​ໃຫຍ່​ທີ່​ມີ​ກຳ​ແພງ​ລ້ອມ​ຢ່າງ​ເຂັ້ມ​ແຂງ​ ບາງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສະ​ຖິດ​ຢູ່​ກັບ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຂັບ​ໄລ່​ເຂົາ​ອອກ​ໄປ​ໄດ້ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າສັ່ງ​ໄວ້​ແລ້ວ” 13 ແລ້ວ​ໂຢ​ຊວຍ ກໍ​ອວຍ​ພອນ​ແກ່​ທ່ານ ແລະ​ຍົກ​ເມືອງ​ເຮ​ໂບ​ຣນ​ໃຫ້​ກາ​ເລັບ​ບຸດ​ເຢ​ຟຸນ​ເນ​​ເປັນມໍ​ຣະ​ດົກ 14 ເຮ​ໂບ​ຣນ​ຈຶ່ງ​ຕົກ​ເປັນ​ມໍ​ຣະ​ດົກ​ແກ່​ກາ​ເລັບ​ບຸດ​ເຢ​ຟຸນ​ເນ​ຕະ​ກູນ​ເກ​ນິສ​ຈົນ​ເຖິງ​ທຸກວັນ​ນີ້ ເພາະ​ວ່າ​ທ່ານ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຢ່າງ​ສຸດ​ໃຈ 15 ເມືອງ​ເຮ​ໂບ​ຣນ​ນັ້ນ​ແຕ່​ເດີມ​ມີ​ຊື່​ວ່າ​ກີ​ຣີ​ອາດ​ອາ​ຣ໌​ບາ ອາ​ຣ໌​ບາ​ຄົນ​ນີ້​ເປັນ​ຄົນ​ໃຫຍ່​ໂຕ​ທີ່​ສຸດໃນ​ຄົນ​ອາ​ນາ​ກິມ ແຜ່ນ​ດິນ​ຈຶ່ງ​ສ​ງົບ​ຈາກ​ການ​ເສິກ​ສົງ​ຄາມ

ໂຢຊວຍ 15

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ຢູ​ດາ

1 ທີ່​ດິນ​ສ່ວນ​ຂອງ​ເຜົ່າ​ຢູ​ດາ​ຕາມ​ຕະ​ກູນ​ຂອງ​ເຂົາ​ນັ້ນ ດ້ານ​ໃຕ້​ເຖິງ​ເຂດ​ແດນ​ເມືອງ​ເອ​ໂດມ ຄື​ເຖິງ​ຖິ່ນ​ກັນ​ດານ​ຊີນ​ເປັນ​ທີ່​ສຸດ​ປາຍ​ເຂດ​ດ້ານ​ໃຕ້ 2 ເຂດ​ແດນ​ທາງ​ທິດໃຕ້​ນັ້ນຕັ້ງ​ແຕ່​ຕົ້ນ​ຈາກ​ປາຍ​ທະ​ເລ​ຕາຍ ຄື​ຕັ້ງ​ແຕ່​ອ່າວ ຊຶ່ງ​ໄປ​ທາງ​ທິດ​ໃຕ້ 3 ອອກ​ໄປ​ທາງດ້ານໃຕ້​ຂອງ​ທາງ​ຂຶ້ນ​ເນີນ​ອັກ​ຣັບ​ບີມ​ຜ່ານ​ໄປ​ເຖິງ​ຊີນ ແລ້ວ​ຂຶ້ນ​ໄປ​ທາງ​ດ້ານ​ໃຕ້​ເມືອງ​ກາ​ເດັ​ສ​ບາ​ຣ໌​ເນ​ອາ ຕາມ​ທາງ​ເມືອງ​ເຮສ​ໂຣນ​ເຖິງ​ເມືອງ​ອັດ​ດາ​ລ້ຽວ​ໄປ​ເຖິງ​ເມືອງ​ກາ​ຣ໌​ກາ 4 ຜ່ານ​ເລື້ອຍ​ໄປ​ເຖິງ​ອັ​ສ​ໂມນ ອອກ​ໄປ​ເຖິງ​ລຳ​ທານ​ເອ​ຢິບ​ມາ​ສິ້ນ​ສຸ​ດລົງ​ທີ່​ທະ​ເລ ທີ່​ກ່າວ​ນີ້​ຈະ​ເປັນ​ເຂດ​ແດນ​ດ້ານ​ໃຕ້​ຂອງ​ທ່ານ 5 ເຂດ​ແດນ​ທາງດ້ານ​ຕາ​ເວັນ​ອອກ​ຄື​ທະ​ເລ​ຕາຍ​ຂຶ້ນ​ໄປ​ເຖິງ​ປາກ​ແມ່​ນ້ຳ​ຈໍ​ແດນ ແລະ​ເຂດ​ແດນ​ດ້ານ​ເຫນືອ ຕັ້ງ​ແຕ່​ອ່າວ​ທີ່​ທະ​ເລ​ຕົງ​ປາກ​ແມ່​ນ້ຳ​ຈໍ​ແດນ 6 ແລະ​ເຂດ​ແດນ​ນັ້ນ​ອອກ​ໄປ​ເຖິງ​ເບັດ​ໂຣກ​ລາ ແລະ​ຜ່ານ​ໄປ​ຕາມ​ດ້ານ​ເຫນືອ​ຂອງ​ເມືອງເບັດ​ອາ​ຣາ​ບາ ແລະ​ເຂດ​ແດນ​ອອກ​ຕໍ່​ໄປ​ເຖິງ​ກ້ອນ​ຫີນ​ໂບ​ຮານ​ບຸດ​ຣູ​ເບນ 7 ແລະ​ເຂດ​ແດນ​ອອກ​ໄປ​ເຖິງ​ເດ​ບີ​ຣ໌​ຈາກ​ຮ່ອມ​ພູ​ອາ​ໂຄ ຕົງ​ໄປ​ທາງ​ທິດ​ເຫນືອ​ລ້ຽວ​ໄປ​ຫາ​ເມືອງ​ກິນ​ການ​ຊຶ່ງ​ຢູ່​ກົງກັນ​ຂ້າມ​ທາງ​ຂ້າມ​ພູ​ທີ່​ຊື່​ອາ​ດູມ​ມິມ ຊຶ່ງ​ຢູ່​ທາງ​ດ້ານ​ໃຕ້​ຂອງ​ຮ່ອມ​ພູ​ແລະ​ເຂດ​ແດນ​ກໍ​ຜ່ານ​ໄປ​ເຖິງ​ນ້ຳ​ພຸ​ເອນ​ເຊ​ເມ​ສ ໄປ​ສິ້ນ​ສຸດ​ລົງ​ທີ່​ເອນ​ໂຣ​ເກນ 8 ແລ້ວ​ເຂດ​ແດນ​ກໍ​ອອກ​ໄປ​ຕາມ​ຮ່ອມ​ພູ ບຸດ​ຮີນ​ໂນມ ​ເຖິງ​ສັນ​ພູ​ດ້ານໃຕ້​ຂອງ​ເມືອງ​ຄົນ​ເຢ​ບຸ​ສ (ຄື​ເຢ​ຣູ​ຊາ​ເລັມ) ແລ້ວ​ເຂດ​ແດນ​ກໍ​ອອກ​ໄປ​ເຖິງຍອດ​ພູ​ຊຶ່ງ​ຢູ່​ເຫນືອ​ຮ່ອມ​ພູ​ຮີນ​ໂນມ​ທາງ​ດ້ານ​ຕາ​ເວັນ​ອອກ ທີ່​ຮ່ອມ​ພູ​ເຣ​ຟາ​ອີມ​ດ້ານ​ເຫນືອ​ສຸດ 9 ແລ້ວ​ເຂດ​ແດນ​ກໍ​ອອກ​ໄປ​ຈາກຍອດ​ພູ​ເຖິງ​ນ້ຳ​ພຸ​ແຫ່ງ​ລຳ​ຫ້ວຍ​ເນັ​ຟ​ໂຕ​ອາ ຈາກ​ທີ່​ນັ້ນ​ກໍ​ມາ​ເຖິງ​ຫົວ​ເມືອງ​ແຫ່ງ​ພູ​ຂອງ​ເອ​ໂຟ​ຣນ ແລ້ວ​ເຂດ​ແດນ​ກໍ​ລ້ຽວ​ໂຄ້ງ​ຈາກ​ບາ​ອາ​ລາ (ຄື​ເມືອງ​ກິຣີ​ອາດ​ເຢ​ອາ​ຣີມ) 10 ແລ້ວ​ເຂດ​ແດນ​ກໍ​ລ້ຽວ​ໂຄ້ງ​ຈາກ​ບາ​ອາ​ລາ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ເຖິງ​ພູ​ເຊ​ອີ​ຣ໌ ຜ່ານ​ໄປ​ຕາມ​ສັນ​ພູ​ຢາ​ອາ​ຣິມ​ດ້ານ​ເຫນືອ (ຄືເຄ​ສ​ອາ​ໂຣນ) ລົງ​ໄປ​ເຖິງ​ເບັດ​ເຊ​ເມ​ສ​ຜ່ານ​ເມືອງ​ຕິມນາໄປ 11 ແລ້ວ​ເຂດ​ແດນ​ກໍ​ອອກ​ໄປ​ຈາກ​ທາງ​ສັນ​ເນີນ​ພູ​ດ້ານ​ເຫນືອ​ຂອງ​ເມືອງ​ເອກ​ໂຣນ​ແລ້ວ​ກໍ​ໂຄ້ງ​ໄປ​ຫາ​ເມືອງ​ຊິກ​ເກ​ໂຣນ​ຜ່ານ​ໄປ​ເຖິງ​ພູ​ບາ​ອາ​ລາ​ອອກ​ໄປ​ເຖິງ​ເມືອງ​ຢັບ​ເນ​ເອນ​ແລະ​ເຂດ​ແດນ​ກໍ​ມາ​ສິ້ນ​ສຸດ​ລົງ​ທີ່​ທະ​ເລ 12 ເຂດ​ແດນ​ດ້ານ​ຕາ​ເວັນ​ຕົກ ຄື​ທະ​ເລ​ໃຫຍ່​ຕາມ​ຝັ່ງ​ທະ​ເລ ນີ້​ເປັນ​ເຂດ​ແດນ​ລ້ອມ​ຮອບຄົນ​ຢູ​ດາ​ຕາມ​ຕະ​ກູນ​ຂອງ​ເຂົາ

​ເລັບ​ຊະນະ​ເຮ​ໂບ​ຣນ ແລະ​ເດບີ​ຣ໌

13 ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ແກ່​ໂຢ​ຊວຍ ທ່ານ​ຍົກ​ທີ່​ດິນ​ສ່ວນ​ນຶ່ງໃນ​ເຂ​ດ​ຂອງ​ຄົນ​ຢູດາ​ໃຫ້​ແກ່​ກາ​ເລັບ​ບຸດ​ເຢ​ຟຸນ​ເນ​ ຄື​ກິຣີ​ອາດ​ອາ​ຣາ​ບາ​ທີ່​ເອີ້ນ​ເມືອງ​ເຮ​ໂບ​ຣນ (ອາ​ຣາ​ບາ​ເປັນ​ບິ​ດາ​ຂອງ​ອາ​ນາ​ກ) 14 ​ກາ​ເລັບ​ໄດ້​ຂັບ​ໄລ່​ບຸດ​ທັງ​ສາມ​ຂອງ​ອາ​ນາກ​ອອກ​ຈາກ​ທີ່​ນັ້ນ​ຄື ເຊ​ຊັຍ ອາ​ຮີ​ມານ ແລະ​ຕັ​ລ​ມັຍຜູ້​ເປັນ​ເຊື້ອ​ສາຍ​ຂອງ​ອາ​ນາກ 15 ທ່ານ​ຂຶ້ນ​ໄປ​ຈາກ​ທີ່​ນັ້ນ​ຈະ​ຕໍ່​ສູ້​ກັບ​ຊາວ​ເມືອງ​ເດ​ບີ​ຣ໌ ເມືອງ​ເດບີ​ຣ໌​ເດີມ​ມີ​ຊື່​ວ່າ ກີ​ຣີ​ອາດ​ເຊ​ເຟີ 16 ​ກາ​ເລັບ​ກ່າວ​ວ່າ, “ຜູ້​ໃດ​ໂຈມ​ຕີ​ເມືອງ​ກິຣີ​ອາດ​ເຊ​ເຟີ ແລະ​ຍຶດ​ໄດ້​ເຮົາ​ຈະ​ຍົກ​ອັກ​ສາ​ບຸດ​ສາວ​ຂອງ​ເຮົາ​ໃຫ້​ເປັນ​ພັ​ຣ​ຍາ” 17 ແລະ​ໂອ​ທ​ນີ​ເອນ​ບຸດ​ເກ​ນັ​ສ ນ້ອງ​ກາເລັບ​ຕີ​ເມືອງ​ນັ້ນ​ໄດ້ ທ່ານ​ຈຶ່ງ​ຍົກ​ອັກ​ສາບຸ​ດ​ສາວ​ຂອງ​ທ່ານ​ໃຫ້​ເປັນ​ເມັຽ 18 ຢູ່​ມາ​ເມື່ອ​ແຕ່ງ​ງານ​ກັນ​ແລ້ວ ນາງ​ຈຶ່ງ​ຊວນ​ຜົວ​ໃຫ້​ຂໍ​ທີ່​ນາ​ຕໍ່​ບິ​ດາ ນາງ​ກໍ​ລົງ​ຈາກ​ຫລັງ​ລໍ ແລະ​ກາ​ເລັບ​ຖາມ​ນາງວ່າ, “ເຈົ້າ​ຕ້ອງ​ການ​ຫຍັງ” 19 ນາງ​ຕອບ​ທ່ານ​ວ່າ, “ຂໍ​ຂອງ​ຂວັນ​ໃຫ້​ລູກ​ຈັກ​ຢ່າງ​ນຶ່ງ​ເຖີດ ເມື່ອ​ພໍ່ໃຫ້​ຂ້າ​ນ້ອຍ​ມາ​ຢູ່​ໃນ​ແຜ່ນ​ດິນ​ເນເກັບ​ລູກ​ຂໍ​ນ້ຳ​ພຸ​ດ້ວຍ” ກາ​ເລັບ​ກໍ​ຍົກ​ນ້ຳ​ພຸ​ເທິງ ແລະ​ນ້ຳ​ພຸ​ລຸ່ມ​ໃຫ້​ແກ່ນາ​ງ

ຫົວ​ເມື​ອງ​ຂອງ​ເຜົ່າ​ຢູ​ດາ

20 ຕໍ່​ໄປ​ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ເຜົ່າ​ຄົນ​ຢູ​ດາ​ຕາມ​ຕະ​ກູນ​ຂອງ​ເຂົາ 21 ຫົວ​ເມືອງ​ທີ່​ເປັນ​ຂອງ​ເຜົ່າ​ຄົນ​ຢູ​ດາ ຊຶ່ງ​ຢູ່​ທາງ​ທິດ​ໃຕ້​ສຸດ ທາງ​ເຂດ​ແດນ​ເອ​ໂດມ​ຄື​ເມືອງ​ກັບ​ເຊ​ເອນ​ ເອ​ເດີ ຢາ​ກູ​ຣ໌ 22 ກີ​ນາ ດີ​ໂມ​ຣາ ອາ​ດາ​ດາ 23 ເກ​ເດສ ຮາ​ໂຊ​ຣ໌​ ອິ​ທ​ນານ 24 ຊີ​ຟ ເຕ​ເລມ ເບ​ອາ​ໂລທ 25 ຮາ​ໂຊ​ຣ໌ ຮາ​ດັດ​ຕາ ເກ​ຣີ​ໂຢດ ​ເຮສ​ໂຣນ(ຄື​ເມືອງ​ຮາ​ໂຊ​ຮ໌) 26 ອາ​ມາມ ເຊ​ມາ ໂມ​ລາ​ດາ 27 ຮາ​ຊາ​ຣ໌​ ກາດ​ດາ ເຮສ​ໂມນ ເບັດ​ເປ​ເລັດ 28 ຮາ​ຊາ​ຣ໌​ຊູ​ອານ ເບ​ເອີເຊ​ບາ ບີ​ຊີ​ໂອ​ທີ​ຢາ 29 ບາ​ອາລາ ອີ​ອີມ ເອ​ເຊມ 30 ເອນ​ໂຕ​ລາດ ເຄ​ຊີນ ໂຮ​ຣ໌​ມາ 31 ຊີກ​ລາກ ມັດ​ມານ​ນາ ຊານ​ຊານນາ 32 ເລ​ບາ​ໂອດ ຊີນ​ຮີມ ອາ​ອີນ ແລະ​ຣີມ​ໂມນ ຮວມ​ທັງ​ຫມົດ​ເປັນ​ຊາວ​ເກົ້າ​ຫົວ​ເມືອງ ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 33 ເມືອງຕ່າງໆ​ທີ່​ຢູ່​ຕາມ​ຕີນ​ພູ ມີ​ເມືອງ​ເອສ​ຕາ​ໂອນ ເຊ​ຣາ ອັ​ສ​ນາ 34 ຊາ​ໂນ​ອາ ເອນ​ກັນ​ນີມ ຕັ​ປ​ປູ​ອາ ເອ​ນາມ 35 ຢາ​ຣ໌ມູ​ທ ອາ​ດູນ​ລາມ ເຊ​ໂກ ອາ​ເຊ​ກາ 36 ຊາ​ອາ​ຣາ​ອີມ ອາ​ດີ​ທາ​ອີມ ເກ​ເດ​ຣາ ເກ​ເດ​ໂຣ​ທາ​ອີມ ຮວມເປັນ​ສິບ​ສີ່​ຫົວ​ເມືອງ​ກັບຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 37 ເມືອງ​ເຊ​ນານ ຮາ​ດັ​ສ​ອາ ມີກ​ດັ​ນ​ກາດ 38 ດິນ​ອານ ມີ​ສ​ເປ ໂຢກ​ເທ​ເອນ 39 ລາ​ຄີ​ສ ໂບສ​ກາດ ເອກ​ໂລນ 40 ກັບ​ໂບນ ລາ​ມາມ ຄີດ​ລີ​ສ 41 ເກ​ເດ​ໂຣ​ທ ເບັດ​ດາ​ໂກນ ນາ​ອາ​ມາ ແລະ​ມັກ​ເກ​ດາ ຮວມ​ເປັນ​ສິບ​ຫົກ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 42 ລີບ​ນາ ເອ​ເທີ ອາ​ຊານ 43 ອີ​ຟ​ຕາ ອັ​ສ​ນາ ເນ​ຊີບ 44 ເກ​ອີ​ລາ ອັກ​ຊີບ ແລະ​ມາ​ເຣ​ຊາ ຮ​ວມ​ເປັນ​ເກົ້າ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 45 ເອກ​ໂລນ​ກັບ​ຫົວ​ເມືອງ​ແລະ​ຊົນ​ນະ​ບົດ​ເມືອງ​ນັ້ນ 46 ຈາກ​ກຸງ​ເອກ​ໂລນ​ເຖິງ​ທະ​ເລ ແລະ​ບັນ​ດາ​ເມືອງ​ທີ່​ຢູ່ໃກ້​ອັ​ສ​ໂດດ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 47 ອັ​ສ​ໂດດ​ກັບ​ຫົວ​ເມືອງ​ແລະ​ຊົນ​ນະ​ບົດ​ເມືອງ​ນັ້ນ ກາ​ຊາ​ກັບ​ຫົວ​ເມືອງ​ແລະ​ຊົນ​ນະ​ບົດ​ເມືອງ​ນັ້ນ ຈົນ​ເຖິງ​ລຳ​ທານ​ເອ​ຢິບ ແລະ​ທະ​ເລ​ໃຫຍ່​ພ້ອມ​ກັບ​ຝັ່ງ​ຊາຍ​ທະ​ເລ 48 ແລະ​ໃນ​ພູ​ດອຍ ຄື​ຊາ​ມີ​ຣ໌ ຢັດ​ຕີ​ຣ໌ ເຊ​ໂກ 49 ດານ​ນາ ກີ​ຣີ​ອາດ​ຊານ​ນາ (ຄື​ເມືອງ​ເດບີ​ຣ໌) 50 ອາ​ນັບ ເອັ​ສ​ເຕ​ໂມ ອາ​ນີມ 51 ໂກ​ເຊນ ໂຮ​ໂລນ ແລະ​ກີ​ໂລ ຮວມ​ເປັນ​ສິບ​ເອັດ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 52 ອາ​ຣັບ ດູ​ມາ ເອ​ຊານ 53 ຢາ​ນີມ ເບັດ​ຕັປ​ປູ​ອາ ອາ​ເຟ​ກາ 54 ຮູມ​ຕາ ກິຣີ​ອາດ​ອາ​ຣ໌​ບາ (ຄື​ເມືອງ​ເຮ​ໂບຣນ) ແລະ​ຊີ​ໂອ​ຣ໌ ຮວມ​ເກົ້າ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 55 ມາ​ໂອນ ກາ​ຣ໌​ເມນ ຊີ​ຟ ຢູດ​ຕາ 56 ເຢ​ສ​ເຣ​ເອນ ໂຢກ​ເດ​ອາມ ຊາ​ໂນ​ອາ 57 ກາ​ອີນ ກີ​ເບ​ອາ ແລະ​ຕີມ​ນາ ຮວມ​ສິບ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 58 ຮັລ​ຮູນ ເບັດ​ຊູ​ຣ໌ ເກ​ໂດ​ຣ໌ 59 ມາ​ອາ​ຣັ​ທ ເບັດ​ອາ​ໂນ​ທ ແລະ​ເອນ​ເຕ​ໂກນ ຮວມ​ຫົກ​ຫົວ​ເມືອງ​ກັ​ບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 60 ກິຣີ​ອາດ​ບາ​ອານ (ຄື​ເມືອງ​ກີ​ຣີ​ອາດ​ເຢ​ອາ​ຣີມ) ແລະ​ຣັບ​ບາ ຮວມ​ສອງ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 61 ເມືອງ​ທີ່​ໃນ​ຖິ່ນ​ກັນ​ດານ ຄື​ເບັດ​ອາ​ຣາ​ບາ ມີດ​ດິນ ເຊ​ກາ​ກາ 62 ນີບ​ຊານ ເມືອງ​ເກືອ ແລະ​ເອນ​ເກ​ດີ ຮວມ​ຫົກ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 63 ແຕ່​ຄົນ​ເຢ​ບຸ​ສ​ຊຶ່ງ​ເປັນ​ຊາວ​ເມືອງ​ເຢ​ຣູ​ຊາ​ເລັມ​ນັ້ນ ປະ​ຊາ​ຊົນ​ຢູ​ດາ​ບໍ່​ໄດ້​ຂັບ​ໄລ່​ໄປ ດັ່ງ​ນັ້ນ​ແຫລະ​ຄົນ​ເຢ​ບຸ​ສ​ຈຶ່ງ​ອາ​ໄສ​ຢູ່​ກັບ​ປະ​ຊາ​ຊົນ​ຢູ​ດາ​ຈົນ​ເຖິງ​ທຸກວັນ​ນີ້

ໂຢຊວຍ 16

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ເອ​ຟ​ຣາ​ອິມ ແລະ​ມາ​ນັ​ສ​ເຊ

1 ທີ່​ດິນ​ຕາມ​ສະ​ຫລາກຂອງ​ເຊື້ອ​ສາຍ​ໂຢ​ເຊັບ​ນັ້ນ​ເລີ້ມຈາກ​ແມ່​ນ້ຳ​ຈໍ​ແດນໃກ້ໆ​ເມືອງ​ເຢ​ຣິໂກ ທິດ​ຕາ​ເວັນ​ອອກ​ຂອງ​ນ້ຳ​ພຸ​ເຢ​ຣິໂກ​ເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ​ຂຶ້ນ​ໄປ​ຈາກ​ເຢ​ຣິໂກ​ໄປ​ໃນແດນ​ພູ​ດອຍເບັດ​ເອນ 2 ຈາກ​ເມືອງ​ເບັດ​ເອນ​ໄປ​ຍັງ​ເມືອງ​ລູ​ສ ຜ່ານ​ເລື່ອຍ​ໄປ​ເຖິງ​ເມືອງ​ອາ​ຕາ​ໂຣ​ທ ຍັງ​ເຂດ​ຂອງ​ຄົນ​ອາ​ຣ໌​ຄີ 3 ແລ້ວ​ລົງ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ເຖິງ​ເຂດ​ຂອງ​ຄົນ​ຢັ​ຟ​ເລ​ທ​ທີ່​ໄກ​ອອກ​ໄປ​ຈົນ​ເຖິງ​ເຂດ​ເມືອງ​ເບັດ​ໂຮ​ໂຣນ​ລຸ່ມເຖິງ​ເມືອງ​ເກ​ເຊີ​ໄປ​ສິ້ນ​ສຸດ​ລົງ​ທີ່​ທະ​ເລ 4 ເຊື້ອ​ສາຍ​ຂອງໂຢ​ເຊັບ ຄື​ຄົນ​ມາ​ນັ​ສ​ເຊ ແລະ​ຄົນ​ເອ​ຟ​ຣາ​ອີມ ໄດ້​ຮັບ​ມໍ​ຣະ​ດົກ​ຂອງ​ເຂົາ 5 ເຂດ​ຂອງ​ຄົນ​ເອ​ຟ​ຣາ​ອີມ​ຕາມ​ຕະ​ກູນ​ຂອງ​ເຂົາ​ເປັນ​ດັ່ງ​ນີ້ ເຂດ​ແດນ​ມໍ​ຣະ​ດົກ​ອ​ຂງ​ເຂົາ​ດ້ານ​ຕາ​ເວັນ​ອອກ ເລີ້ມ​ແຕ່​ເມືອງ​ອາຕາ​ໂຣ​ທອັດ​ດາ​ຣ໌​ໄກ​ໄປ​ຈົນ​ເຖິງ​ເບັດ​ໂຮ​ໂຣນ​​ເທິງ 6 ແ​ລະ​ເຂດ​ແດນ​ອອກ​ໄປ​ເຖິງ​ທະ​ເລ​ທາງ​ທິດ​ເຫນືອ​ຄື​ເມືອງມິກ​ເມ​ທັດ ທາງ​ດ້ານ​ຕາເວັນ​ອອກ​ເຂດ​ແດນ​ໂຄ້ງ​ມາ​ຫາ​ເມືອງ​ຕາ​ອາ​ນັ​ທ​ຊີ​ໂລ ແລ້ວ​ຜ່ານ​ພົ້ນ​ເມືອງ​ນີ້​ໄປ​ທາງ​ຕາເວັນ​ອອກ​ຂອງ​ເມືອງ​ຢາ​ໂນ​ອາ 7 ແລ້ວ​ລົງ​ໄປ​ຈາກ​ຢາໂນ​ອາ​ເຖິງ​ເມືອງ​ອາ​ຕາ​ໂຣ​ທ​ແລະ​ເມືອງ​ນາ​ອາ​ຣາ ໄປ​ຕີດ​ເມືອງ​ເຢ​ຣິໂກສິ້ນ​ສຸດ​ລົງ​ທີ່​ແມ່​ນ້ຳ​ຈໍ​ແດນ 8 ຈາກ​ຕັປ​ປູ​ອາ​ເຂດ​ແດນ​ລົງ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ເຖິງ​ລຳ​ທານ​ກາ​ນາ​ໄປ​ສິ້ນ​ສຸດ​ລົງ​ທີ່​ທະ​ເລ ນີ້​ເປັນ​ດິນ​ແດນ​ມໍ​ຣະ​ດົກ​ຂອງ​ຄົນ​ເອ​ຟ​ຣາ​ອີມ​ຕາມ​ຕະ​ກູນ​ຂອງ​ເຂົາ​ 9 ຮວ​ມ​ທັງ​ຫົວ​ເມືອງ​ຊຶ່ງ​ແບ່ງ​ແຍກ​ໄວ້​ໃຫ້​ຄົນ​ເອ​ຟ​ຣາ​ອີມ​ໃນ​ດິນ​ແດນ​ມໍ​ຣະ​ດົກ​ຂອງ​ຄົນ​ມາ​ນັສ​ເຊ ຄື​ຫົວ​ເມືອງ​ເຫລົ່າ​ນັ້ນ ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 10 ເຖິງ​ຢ່າງ​ໃດ​ກໍ​ຕາມ​ເຂົາ​ບໍ່​ໄດ້​ຂັບ​ໄລ່​ຄົນ​ກາ​ນາ​ອານ​ຊຶ່ງ​ອາ​ໄສ​ຢູ່​ໃນ​ເມືອງ​ເກ​ເຊີ​ໃຫ້​ອອກ​ໄປ ດັ່ງ​ນັ້ນ​ຄົນ​ກາ​ນາ​ອານ​ຈຶ່ງ​ອາ​ໄສ​ຢູ່​ໃນ​ຫມູ່​ຄົນ​ເອ​ຟ​ຣາ​ອີມ​ເຖິງ​ທຸກວັນ​ນີ້ ແຕ່​ກໍ​ຕົກ​ເປັນ​ທາດ​ຖືກ​ເກນ​ໃຫ້​ທຳ​ງານ​ໂຍ​ທາ

ໂຢຊວຍ 17

1 ທີ່​ດິນ​ຕາມສະ​ຫລາກ​ເປັນຢ່າງ​ນີ້​ທີ່​ຕົກ​ແກ່​ເຜົ່າ​ມາ​ນັ​ສ​ເຊ ເພາະ​ເປັນ​ບຸດ​ຫົວ​ປີ​ຂອງ​ໂຢ​ເຊັບ ສ່ວນ​ມາ​ຄີ​ບຸດ​ຫົວ​ປີ​ຂອງ​ມານັສ​ເຊ ບິ​ດາ​ຂອງ​ກິ​ເລ​ອາດ ແລະ​ເມືອງບາ​ຊານ​ເປັນ​ສ່ວນ​ແບ່ງ ເພາະ​ວ່າ​ເຂົາ​ເປັນ​ທະ​ຫານ 2 ແລະ​ທີ່​ດິນ​ຕາມ​ສະ​ຫລາກ​ຕົກ​ແກ່​ຄົນ​ເຜົ່າ​ມາ​ນັ​ສ​ເຊ​ທີ່​ເຫລືອ​ຢູ່​ຕາມ​ຕະ​ກູນ ຄື​ອາ​ບີເອ​ເຊີ ເຮ​ເລກ ອັ​ສ​ຣີ​ເອນ ເຊ​ເຄມ ເຮເຟີ ແລະ​ເຊ​ມີ​ດາ ບຸກ​ຄົນ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຜູ້​ຊາຍ​ຂອງມາ​ນັສ​ເຊ ຜູ້​ເປັນ​ບຸດ​ຂອງ​ໂຢ​ເຊັບ ຕາມ​ຕະ​ກູນ​ຂອງ​ເຂົາ 3 ຝ່າຍ​ເຊ​ໂລ​ເຟ​ຮັ​ດ​ບຸດຂອງ​ເຮ​ເຟີ ບຸດຂອງ​ກິເລ​ອາດ ບຸດ​ຂອງມາ​ຄີ​ຣ໌ ບຸດຂອງ​ມາ​ນັ​ສ​ເຊ ບໍ່​ມີ​ບຸດ​ຊາຍ ມີ​ແຕ່​ບຸດ​ຕ​ຣີ ແລະ​ຕໍ່​ໄປ​ນີ້​ເປັນ​ຊື່​ບຸດ​ຕ​ຣີ​ຂອ​ງ​ເຂົາ ຄື​ມາ​ລາ ໂນ​ອາ ຮົກ​ລາ ມີນ​ກາ ແລະ​ຕີ​ຣ໌​ຊາ 4 ເຂົາ​ເຂົ້າ​ມາ​ຫາ​ປະ​ໂຣ​ຫິດ​ເອ​ເລ​ອາ​ຊາ ແລະ​ໂຢ​ຊວຍ​ບຸດ​ນູນ ​ແລະ​ບັນ​ດາ​ຜູ້​ນຳ​ແລະ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງສັ່ງ​ໂມ​ເຊ​ໄວ້​ວ່າ ໃຫ້​ຂ້າພະ​ເຈົ້າ​ທັງ​ຫລາຍ​ຮັບ​ສ່ວນ​ມໍ​ຣະ​ດົກ​ໃນ​ຫມູ່​ຍາດພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ໄດ້” ດັ່ງ​ນັ້ນ​ທ່ານ​ຈຶ່ງ​ໃຫ້​ມໍ​ຣະ​ດົກ​ແກ່​ຄົນ​ເຫລົ່າ​ນີ້​ໃນ​ຫມູ່​ພີ່​ນ້ອງ​ຂອງ​ບິ​ດາ​ຂອງ​ເຂົາ​ຕາມ​ພຣະ​ບັນ​ຍັດ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ 5 ດັ່ງ​ນີ້​ແຫລະ​ສ່ວນ​ທີ່​ຕົກ​ແກ່​ຄົນ​ມາ​ນັສ​ເຊ​ຈຶ່ງມີ​ສິບ​ສ່ວນ ນອກ​ເຫນືອ​ດິນ​ແດນ​ກິເລອາດ​ແລະ​ບາ​ຊານ​ຊຶ່ງ​ຢູ່​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ 6 ເພາະ​ວ່າ​ບຸດ​ຕ​ຣີ​ຂອງ​ມາ​ນັ​ສ​ເຊ​ໄດ້​ຮັບ​ມໍ​ຣະ​ດົກ​ພ້ອມ​ກັບ​ບຸດ​ຊາຍ​ຂອງ​ທ່ານ​ດ້ວຍ ແຜ່ນ​ດິນ ກິເລອາດ​ນັ້ນ ໄດ້​ຕົກ​ເປັນ​ສ່ວນ​ຂອງ​ບຸດ​ຫລານ​ມາ​ນັ​ສ​ເຊ​ທີ່​ເຫລືອ​ຢູ່ 7 ເຂດ​ແດນ​ຂອງ​ມາ​ນັ​ສ​ເຊ​ຕັ້ງ​ຕົ້ນ​ຈາກ​ອາ​ເຊີ​ຈົນ​ເຖິງ​ມີກ​ເມ​ທາ​ດ ຊຶ່ງ​ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ເມືອງ​ເຊ​ເຄມ​ແລ້ວ ເຂດ​ແດນ​ກໍ​ຕໍ່​ອອກ​ໄປ​ທາງ​ທິດ​ໃຕ້ ເຖິງ​ທີ່​ຂອງ​ຊາວ​ເມືອງ​ເອນ​ຕັປ​ປູ​ອາ 8 ແຜ່ນ​ດິນ​ເມືອງ​ຕັ​ປ​ປູ​ອາ​ເປັນ​ຂອງມາ​ນັສ​ເຊ ແຕ່​ຕົວ​ເມືອງ​ຕັ​ປ​ປູ​ອາ​ຊຶ່ງ​ຢູ່​ທີ່​ເຂດ​ແດນ​ຂອງ​ມາ​ນັ​ສ​ເຊ​ນັ້ນ​ເປັນ​ຂອງ​ເຊື້ອ​ສາຍ​ເອ​ຟ​ຣາ​ອີມ 9 ແລ້ວ​ເຂດ​ແດນ​ກໍ​ລົງ​ໄປ​ເຖິງ​ລຳ​ທານ​ກາ​ນາ ຫົວ​ເມືອງ​ເຫລົ່າ​ນີ້​ຊຶ່ງ​ຢູ່​ທາງ​ທິດໃຕ້​ລຳ​ທານ​ໃນ​ຖ້າມກາງ​ຫົວ​ເມືອງ​ຂອງ​ມາ​ນັ​ສ​ເຊ​ນັ້ນ​ເປັນ​ຂອງ​ເອຟ​ຣາ​ອີມ ແລ້ວ​ເຂດ​ແດນ​ຂອງ​ມາ​ນັ​ສ​ເຊ​ກໍ​ຂຶ້ນ​ໄປ​ທາງ​ດ້ານ​ເຫນືອ​ຂອງ​ລຳ​ທານ​ໄປ​ສິ້ນ​ສຸດ​ລົງ​ທີ່​ທະ​ເລ 10 ແຜ່ນ​ດິນ​ທາງ​ດ້ານ​ໃຕ້​ເປັນຂອງ​ເອ​ຟ​ຣາ​ອີມ ແລະ​ແຜ່ນ​ດິນ​ທາງ​ດ້ານ​ເຫນືອ​ເປັນ​ຂອງ​ມາ​ນັ​ສ​ເຊ​ມີ​ທະ​ເລ​ເປັນ​ເຂດ​ແດນ ທາງ​ເຫນືອ​ຈົນ​ເຖິງ​ດິນ​ແດນ​ເອ​ເຊີ ແລະ​ທາງ​ທິດ​ຕາ​ເວັນ​ອອກ​ຈົນ​ເຖິງ​ອິສ​ຊາ​ຄາ 11 ໃນ​ເຂດ​ອິສ​ຊາ​ຄາ​ແລະ​ໃນ​ອາ​ເຊີ​ນັ້ນ ມາ​ນັ​ສ​ເຊ​ຍັງ​ມີ​ເມືອງ​ເບັດ​ເຊ​ອານ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ເມືອງ​ອີບ​ເລອາມກັ​ບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ຊາວ​ເມືອງ​ໂດ​ຣ໌ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ຊາວ​ເມືອງ​ຕາ​ອາ​ນາກ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ຊາວ​ເມືອງ​ເມ​ກີດ​ໂດກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ຄື​ພູ​ເຂົາ​ທັງ​ສາມຍອດ 12 ແຕ່​ຄົນ​ມາ​ນັ​ສ​ເຊ​ຍັງ​ຂັບ​ໄລ່​ແລະ​ຍຶດ​ຄອງ​ເມືອງ​ເຫລົ່າ​ນັ້ນ​​ບໍ່​ໄດ້ ດ້ວຍ​ຄົນ​ກາ​ນາ​ອານ​ຍັງ​ຂຶ້ນ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ 13 ແຕ່​ເມື່ອ​ຄົນ​ອິສ​ຣາ​ເອນ​ເຂັ້ມ​ແຂງ​ຂຶ້ນ​ແລ້ວ ກໍ​ໄດ້​ເກນ​ຄົນ​ກາ​ນາ​ອານ​ໃຫ້ທໍາ​ງານ​ໂຍ​ທາ ແລະ​ບໍ່​ໄດ້​ຂັບ​ໄລ່​ໃຫ້​ເຂົາ​ອອກ​ໄປ​ໃຫ້​ຫມົດ 14 ຄົນ​ເຜົ່າ​ໂຢ​ເຊັບ​ໄດ້​ເວົ້າ​ກັບ​ໂຢ​ຊວຍ​ວ່າ, “ເຫດ​ໃດ​ທ່ານ​ຈຶ່ງ​ແບ່ງ​ໃຫ້​ຂ້າ​ພະ​ເຈົ້າມີ​ແຕ່​ສ່ວນ​ດຽວ​ເປັນ​ມໍ​ຣະ​ດົກ ແມ່ນວ່າ​​ຂ້າ​ພະ​ເຈົ້າ​ມີ​ຄົນຫລາຍເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ອວຍ​ພຣະ​ພອນ​ແກ່​ພວກ​ຂ້າ​ພະ​ເຈົ້າ​ມາ​ຈົນ​ເຖິງ​ບັດ​ນີ້​ແລ້ວ” 15 ຝ່າຍ​ໂຢ​ຊວຍ​ຕອບ​ເຂົາ​ວ່າ, “ຖ້າ​ເຈົ້າ​ມີ​ຄົນ​ຫລາຍ ພວກ​ເຈົ້າຈົ່ງ​ເຂົ້າ​ໄປ​ໃນ​ປ່າ​ແລ້ວ​ຖາງ​ເອົາ​ເອງ ທີ່​ໃນ​ແຜ່ນ​ດິນ​ຂອງ​ຄົນ​ເປ​ຣີ​ສ​ຊີ ​ແລະ​ຄົນ​ເຣ​ຟາ​ອີມ ເພາະ​ວ່າ​ພູ​ດອຍ​ຂອງ​ຄົນ​ເອ​ຟ​ຣາ​ອີມ​ເປັນ​ບ່ອນ​ແຄບ” 16 ຄົນ​ເຜົ່າ​ໂຢ​ເຊັບ​ເວົ້າ​ວ່າ, “ແດນ​ພູ​ດອຍ​ນີ້​ບໍ່​ພໍ​ສຳ​ລັບ​ພວກ​ເຮົາ ຝ່າຍ​ຄົນ​ກາ​ນາ​ອານ ຊຶ່ງ​ຢູ່​ໃນ​ທີ່​ຮາບ​ພຽງ​ມີ​ຣົດ​ຮົບ​ທຳ​ດ້ວຍ​ເຫລັກ​ທັງ​ທີ່​ຢູ່​ໃນ​ເບັດ​ເຊອານ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ກັບ​ທີ່​ຢູ່​ໃນ​ພູ​ເຢ​ສ​ເຣ​ເອນ 17 ແລ້ວ​ໂຢ​ຊວຍ​ຈຶ່ງ​ກ່າວ​ແກ່​ເຊື້ອ​ສາຍ​ໂຢ​ເຊັບ ຄື​ເອ​ຟ​ຣາ​ອີມ​ແລະ​ມາ​ນັ​ສ​ເຊວ່າ, “ທ່ານ​ທັງ​ຫລາຍ​ເປັນ​ພວກ​ທີ່​ມີ​ຄົນ​ຫລາຍ​ແລະ​ມີ​ກຳ​ລັງ​ມະ​ຫາ​ສານ ທ່ານ​ຈະ​ມີ​ສ່ວນ​ແບ່ງ​ແຕ່​ສ່ວນ​ດຽວ​ກໍວ່າ​ບໍ່​ໄດ້ 18 ແມ່ນ​ວ່າ​ພູ​ດອຍ​ເຫລົ່າ​ນັ້ນ ຈະ​ເປັນຂອງ​ພວກ​ທ່ານ​ເຖິງ​ແມ່ນ​ວ່າ​ເປັນ​ປ່າ​ດອນ​ທ່ານ​ຈົ່ງ​ຖາກ​ຖາງ​ແລະ​ຍຶດ​ຄອງ​ໄປ​ຈົນ​ສຸດ​ເຂດ​ເຖີດ ແມ້​ວ່າ​ຄົນ​ກາ​ນາ​ອານ​ຈະ​ມີ​ຣົດ​ຮົບ​ທຳ​ດ້ວຍ​ເຫລັກ ແລະ​ເປັນ​ຄົນ​ເຂັ້ມ​ແຂງ ທ່ານ​ທັງ​ຫລາຍ​ກໍ​ຈະ​ຂັບ​ໄລ່​ເຂົາ​ອອກ​ໄປ​ໄດ້”

ໂຢຊວຍ 18

ດິນ​ແດນ​ທີ່​ແບ່ງ​ກັນ​ທີ່​ຊີ​ໂລ

1 ຝ່າ​ຍຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທັງ​ສິ້ນ​ກໍ​ມາ​ປະ​ຊຸມ​ກັນ​ທີ່​ຊີ​ໂລ ແລະ​ຕັ້ງ​ເຕັນ​ນັດ​ພົບ​ຂຶ້ນ​ທີ່​ນັ້ນ ແຜ່ນ​ດິນ​ນັ້ນ​ກໍ​ຕົກ​ຢູ່​ໃນ​ຄອບ​ຄອງ​ຂອງ​ເຂົາ 2 ຍັງ​ມີ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ອີກ​ເຈັດ​ເຜົ່າ​ທີ່​ຍັງ​ບໍ່​ໄດ້​ຮັບ​ມໍ​ຣະ​ດົກ​ເປັນ​ສ່ວນ​ແບ່ງ 3 ດັ່ງ​ນັ້ນ​ໂຢ​ຊວຍ​ຈຶ່ງ​ກ່າວ​ແກ່​ອິສ​ຣາ​ເອນ​ວ່າ, “ທ່ານ​ທັງ​ຫລາຍ​ຈະ​ລໍ​ຊ້າ​ຢູ່​ດົນ​ປານ​ໃດ​ຈຶ່ງ​ຈະ​ເຂົ້າ​ໄປ​ຍຶດ​ຄອງ​ທີ່​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ປະ​ທານ​ແກ່​ທ່ານ​ທັງ​ຫລາຍ 4 ຈົ່ງ​ເລືອກ​ຄົນ​ເຜົ່າ​ລະ​ສາມ​ຄົນ ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ໃຊ້​ຄົນ​ເຫລົ່າ​ນັ້ນ​ໄປ​ທ່ອງ​ທ່ຽວ​ຂຶ້ນ​ລ່ອງ​ຢູ່​ທີ່​ແຜ່ນ​ດິນ​ນັ້ນ ໃຫ້​ຂຽນ​ແນວ​ເຂດ​ທີ່​ດິນ​ທີ່​ຈະ​ມອບ​ເປັນ​ມໍ​ຣະ​ດົກ ແລະ​ມາ​ຫາ​ຂ້າ​ພະ​ເຈົ້າ 5 ໃຫ້​ເຂົາແບ່ງອອກ​ເປັນ​ເຈັດ​ສ່ວນ ໃຫ້​ຄົນ​ຢູ​ດາ​ຄົ​ງ​ຢູ່​ໃນ​ດິນ​ແດນ​ຂອງ​ເຂົາ​ທາງ​ພາກ​ໃຕ້ ແລະ​ຄົນ​ເຜົ່າ​ໂຢ​ເຊັບ​ໃຫ້​ຄົງ​ຢູ່​ໃນ​ດິນ​ແດນ​ທາງ​ພາກ​ເຫນືອ 6 ໃຫ້​ທ່ານ​ທັງ​ຫລາຍ​ຂຽນ​ແນວ​ເຂດ​ທີ່​ດິນ​ເປັນ​ເຈັດ​ສ່ວນ ແລ້ວ​ນຳ​ແນວ​ເຂດ​ທີ່​ດິນ​ນັ້ນ​ມາ​ໃຫ້​ຂ້າ​ພະ​ເຈົ້າ​ທີ່​ນີ້ ແລະ​ຂ້າ​ພະ​ເຈົ້າ​ຈະ​ຈັບ​ສະ​ຫລາກ​ໃຫ້​ທ່ານ​ທີ່​ນີ້ ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຣົາ 7 ເພາະ​ຄົນ​ເລ​ວີ ບໍ່​ມີ​ສ່ວນ​ແບ່ງ​ໃນ​ຫມູ່​ພວກ​ທ່ານ​ທັງ​ຫລາຍ ດ້ວຍ​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ມໍ​ຣະ​ດົກ​ຂອງ​ເຂົາ​ແລ້ວ ເຜົ່າ​ກາດ ແລະ​ເຜົ່າ​ຣູ​ເບນ ກັບ​ເຜົ່າ​ມາ​ນັ​ສ​ເຊ​ເຄິ່ງ​ນຶ່ງ​ກໍ​ໄດ້​ຮັບ​ມໍ​ຣະ​ດົກ​ຂອງ​ເຂົາ​ທາງ​ຟາກ​ແມ່​ນ້ຳ​ຈໍ​ແດນ​ດ້ານ​ຕາ​ເວັນ​ອອກ​ຊຶ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ເຂົາ​ທັງ​ຫລາຍ​ແລ້ວ” 8 ຝ່າຍ​ຄົນ​ເຫລົ່າ​ນັ້ນ​ກໍ​ອອກ​ເດີນ​ທາງ​ແລະ​ໂຢ​ຊວຍ​ໄດ້ໃຫ້​ຄຳ​ແນະ​ນຳ​ພວກ​ທີ່​ຈະ​ຂຽນ​ແນວ​ເຂດ​ທີ່​ດິນ​ວ່າ, “ຈົ່ງ​ທ່ຽວຂຶ້ນ​ທ່ຽວ​ລ່ອງ​ໃນ​ແຜ່ນ​ດິນ ແລະ​ຂຽນ​ແນວ​ເຂດ​ທີ່​ດິນ​ນັ້ນ​ແລ້ວ​ກັບ​ມາ​ຫາ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຈັບ​ສະ​ຫລາກ​ໃຫ້​ທ່ານ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊີ​ໂລ” 9 ດັ່ງ​ນັ້ນ​ຄົນ​ເຫລົ່າ​ນັ້ນ​ກໍ​ທ່ອງ​ທ່ຽວ​ໄປ​ມາ​ທີ່​ແຜ່ນ​ດິນ ແລ້ວ​ຂຽນ​ເປັນ​ຫນັງ​ສື​ແນວ​ເຂດ​ເມືອງ​ຕ່າງໆ​ແບ່ງ​ເປັນ​ເຈັດ​ສ່ວນ​ແລ້ວ​ກັບ​ມາ​ຫາ​ໂຢ​ຊວຍ​ໃນ​ຄ້າຍ​ທີ່​ຊີ​ໂລ 10 ແລ້ວ​ໂຢ​ຊວຍ​ກໍ​ຈັບ​ສະ​ຫລາກ​ໃຫ້​ເຂົາ​ຕໍ່​ພຣະ​ພັກ​ ພຣະ​ຜູ້​ເປັນ​ເຈົ້າ ໂຢ​ຊວ​ຍກໍ​ໄດ້​ຈັດ​ແບ່ງ​ທີ່​ດິນ​ໃຫ້​ແກ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ທີ່​ນັ້ນ​ຕາມ​ສ່ວນ​ແບ່ງ​ຂອງ​ແຕ່​ລະ​ເຜົ່າ

​ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ເບັນ​ຢາ​ມີນ

11 ຈັບ​ໄດ້​ສະ​ຫລາກ​ຂອງ​ເຜົ່າ​ເບັນ​ຢາ​ມີນ​ຕາມ​ເຊື້ອ​ສາຍ​ຂອງ​ເຂົາ​ຂຶ້ນ​ມາ ແລະ​ດິນ​ແດນ​ທີ່​ເປັນ​ສ່ວນ ຂອງ​ເຂົາ​ຢູ່​ລະ​ຫວ່າງ​ເຜົ່າ​ຢູ​ດາ​ແລະ​ເຜົ່າ​ໂຢ​ເຊັບ 12 ທາງ​ດ້ານ​ເຫນືອ​ເຂດ​ແດນ​ຂອງ​ເຂົາ​ເລີ້ມ​ຕົ້ນ​ທີ່​ແມ່​ນ້ຳ​ຈໍ​ແດນ ແລະ​ເຂດ​ແດນກໍ​ຕໍ່ຂຶ້ນ​ໄປ​ເຖິງ​ສັນ​ພູ​ຕອນ​ເຫນືອ​ຂອງ​ເມືອງ​ເຢ​ຣິໂກ​ແລ້ວ​ຂຶ້ນ​ໄປ​ທາງ​ແດນ​ພູ​ດອຍ​ທາງ​ທິດ​ຕາເວັນ​ຕົກ ແລະ​ໄປ​ສິ້ນ​ສຸດ​ທີ່​ຖິ່ນ​ກັນ​ດານ​ເບັດ​ອາ​ເວນ 13 ຈາກ​ທີ່​ນັ້ນ​ເຂດ​ແດນ​ກໍ​ອອກ​ໄປ​ທາງ​ທິດ​ໃຕ້​​ໄປສູ່​ເມືອງ​ລູ​ສ (ເມືອງ​ດຽວ​ກັບ​ເມືອງ​ເບັດ​ເອນ) ແລ້ວ​ເຂດ​ແດນ​ກໍ​ລົງ​ໄປ​ເຖິງ​ອາ​ຕາ​ໂຣທ​ອັດ​ດາ​ຣ໌ ເທິງ​ພູ​ຊຶ່ງ​ຢູ່​ທາງທິດ​ໃຕ້​ຂອງ​ເມືອງ​ເບັດ​ໂຮ​ໂຣນ​ທາງ​ລຸ່ມ 14 ແລ້ວ​ເຂດ​ແດນ​ກໍ​ຕໍ່​ອອກໄປ​ອີກ​ທິດ​ນຶ່ງ​ໂຄ້ງໄປ​ທາງ​ທິດ​ໃຕ້​ເປັນ​ດ້ານ​ຕາ​ເວັນ​ຕົກ ຈາກ​ພູ​ຊຶ່ງ​ຢູ່​ທິດໃຕ້​ກົງກັນ​ຂ້າມ​ເມືອງ​ເບັດ​ໂຮ​ໂຣນ ແລະ​ໄປ​ສິ້ນ​ສຸດ​ລົງ​ທີ່ກິຣີ​ອາດ​ບາອານ (ຄື​ກິ​ຣີ​ອາດ​ເຢ​ອາ​ຣິມ) ເປັນ​ເມືອງ​ທີ່​ເປັນ​ຂອງ​ເຜົ່າ​ຢູ​ດາ ນີ້​ແຫລະ​ເປັນ​ເຂດ​ແດນ​ດ້ານ​ຕາ​ເວັນ​ຕົກ 15 ແລະ​ດ້ານ​ໃຕ້​ນັ້ນ​ເລີ້ມ​ຕົ້ນ​ທີ່​ຊານ​ເມືອງ​ກິຣີ​ອາດເຢ​ອາ​ຣິມ ແລະ​ເຂດ​ແດນ​ກໍ​ຕໍ່​ຈາກ​ທີ່​ນັ້ນ​ໄປ​ຍັງ​ທາງ​ຕາ​ເວັນ​ຕົກ​ເຖິງ​ນ້ຳ​ພຸ​ເນັ​ຟ​ໂຕ​ອາ 16 ແລ້ວ​ເຂດ​ແດນ​ກໍ​ຕໍ່​ລົງ​ໄປ​ສຸດ​ເຂດ​ພູ​ຊຶ່ງມອງ​ລົງ​ມາ​ເຫັນ​ຮ່ອມ​ພູ​ແຫ່ງ​ບຸດ​ຂອງ​ຮີນ​ໂນມ ຊຶ່ງຢູ່​ທາງ​ປາຍ​ເຫນືອ​ສຸດ​ຂອງ​ຮ່ອມ​ພູ​ເອ​ຟ​ຣາ​ອິມ ແລ້ວ​ກໍ​ລົງ​ໄປ​ທີ່​ຮ່ອມ​ພູ​ຮີນໂນມ​ໃຕ້​ສັນ​ພູ​ຂອງ​ຄົນ​ເຢ​ບຸ​ສ​ແລ້ວ​ລົງ​ໄປ​ເຖິງ​ເມືອງ​ເອນ​ໂຣ​ເກນ 17 ແລ້ວ​ໂຄ້ງ​ໄປ​ທາງ​ທິດ​ເຫນືອ​​ໄປ​ເຖິງ​ເອນ​ເຊ​ເມ​ສ ຈາກ​ທີ່​ນັ້ນ​ກໍ​ຕົງ​ໄປ​ຍັງ​ເກ​ລີ​ໂລ​ທ ຊຶ່ງ​ຢູ່​ກົງກັນ​ຂ້າມ​ກັບ​ທາງ​ຂ້າມ​ເຂົາ​ຊື່​ອາ​ດູມ​ມີມ ແລ້ວ​ລົງ​ໄປ​ຍັງ​ກ້ອນ​ຫີນ​ບູ​ຮານ​ບຸດ​ຂອງ​ຣູ​ເບນ 18 ແລ້ວ​ຜ່ານ​ໄປ​ທາງ​ທິດ​ເຫນືອ​ເຖິງ​ສັນ​ພູ​ກົງ​ກັນ​ຂ້າມ​ເບັດອາ​ຣາ​ບາ​ແລ້ວ​ລົງ​ໄປ​ສູ່ອາ​ຣາ​ບາ 19 ແລ້ວ​ເຂດ​ແດນ​ກໍ​ຜ່ານ​ໄປ​ທາງ​ທີ​ດ​ເຫນືອ​ເຖິງ​ສັນ​ພູ​ທີ່​ເບັດ​ໂຮກ​ລາ ແລະ​ເຂດ​ແດນ​ໄປ​ສິ້ນ​ສຸດ​ລົງ​ທີ່​ອ່າວ​ດ້ານ​ເຫນືອ ຂອງ​ທະ​ເລ​ຕາຍ​ທີ່​ປາຍ​ໃຕ້​ຂອງ​ແມ່​ນ້ຳ​ຈໍ​ແດນ ນີ້​ເປັນ​ເຂດ​ແດນ​ກັ້ນ​ເປັນ​ເຂດ​ແດນ​ດ້ານ​ໃຕ້ 20 ແມ່​ນ້ຳ​ຈໍ​ແດນ​ກັ້ນ​ເປັນ​ເຂດ​ແດນ​ທາງ​ຕາ​ເວັນ​ອອກ ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ຊົນ​ເຜົ່າ​ເບັນ​ຢາ​ມີນ​ຕາມ​ຕະ​ກູນ​ຂອງ​ເຂົາ ມີ​ເຂດ​ແດນ​ດັ່ງ​ນີ້​ລ້ອມ​ຮອບ 21 ຝ່າຍ​ຫົວ​ຫນ້າ​ຂອງ​ເຜົ່າ​ຄົນ​ເບັນ​ຢາ​ມີນ​ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ເມືອງ​ເຢ​ຣິໂກ ເບັດ​ໂຮກ​ລາ ເອ​ເມ​ກ​ເກ​ຊີ​ສ 22 ເບັດ​ອາ​ຣາ​ບາ ເຊ​ມາ​ຣາ​ອີມ ເບັດ​ເອນ 23 ອາວ​ວີມ ປາ​ຣາ ໂອ​ຟ​ຣາ 24 ເຄ​ຟາ​ຣາມ​ໂມ​ນີ ໂອ​ຟ​ນີ ແລະ​ເກ​ບາ ຮວມ​ເປັນ​ສິບ​ສອງ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 25 ກິເບ​ໂອນ ຣາ​ມາ ເລ​ເອີ​ໂອ​ທ 26 ມີ​ສ​ເປ ເຄ​ຟີ​ຣາ ໂມ​ຊາ 27 ເຣ​ເກມ ອີ​ຣ໌​ເປ​ເອນ ຕາ​ຣາ​ລາ 28 ເຊ​ລາ ຮາ​ເອ​ເລ​ຟ ເຢ​ບຸ​ສ (ຄື​ເຢ​ຣູ​ຊາ​ເລັມ) ກິເລ​ອາ​ແລະ​ກິຣີ​ອາດ ຮວມ​ເປັນ​ສິບ​ສີ່​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ຄົນ​ເຜົ່າ​ເບັນ​ຢາ​ມີນ​ຕາມ​ຕະ​ກູນ​ຂອງ​ເຂົາ

ໂຢຊວຍ 19

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ຊີ​ເມ​ໂອນ

1 ສະ​ຫ​ລາກ​ທີ່​ສອງ​ອອກ​ມາ​ເປັນ​ຂອງ​ຊີ​ເມ​ໂອນ ຕາມ​ຕະ​ກູນ​ຂອງ​ເຂົາ ມໍ​ຣະດົກ​ຂອງ​ເຂົາ​ຢູ່​ຖ້າມ​ກາງ​ມໍ​ຣະ​ດົກ​ຂອ​ງຄົນ​ເຜົ່າ​ຢູ​ດາ 2 ມີ​ເມືອງ​ເຫລົ່າ​ນີ້​ເປັນ​ມໍ​ຣະ​ດົກ ຄື​ເບ​ເອີ​ເຊ​ບາ ເຊ​ບາ ໂມ​ລາ​ດາ 3 ຮາ​ຊາ​ຊູ​ອັ​ນ ບາ​ລາ ເອ​ເຊມ 4 ເອນ​ໂຕ​ລາດ ເບ​ທູນ ໂຮ​ຣ໌​ມາ 5 ຊິກ​ລາກ ເບັດ​ມາ​ຣ໌​ກາ​ໂບທ ຮາ​ຊາ​ຣ໌ຊູ​ຊາ 6 ເບັດ​ເລ​ບາ​ໂອທ ແລະ​ຊາ​ຣູ​ເຮນ ຮວມ​ເປັນ​ສິບ​ສາມ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ 7 ອາ​ອີນ ຣີມ​ໂມນ ເອ​ເທີ ແລະ​ອາ​ຊານ ຮວມເປັນ​ສີ່​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນໆ​ດ້ວຍ 8 ຮວມ​ທັງ​ຊົນ​ນະ​ບົດ​ທີ່​ຢູ່​ຮອບ​ຫົວ​ເມືອງ​ເຫລົ່າ​ນີ້​ໄກ​ອອກ​ໄປ​ຈົນ​ເຖິງ​ເມືອງ​ບາ​ອາ​ລັ​ທ​ເບ​ເອີ ເມືອງຣາ​ມາທີ່​ເນ​ເກັບ ເຫລົ່າ​ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ເຜົ່າ​ຄົນ​ຊີ​ເມໂອນ​ຕາມ​ຕະ​ກູນ​ຂອງ​ເຂົາ 9 ມໍ​ຣະ​ດົກ​ຂອງ​ຄົນ​ເຜົ່າ​ຊີ​ເມ​ໂອນ​ເປັນ​ດິນ​ແດນ​ໃນ​ສ່ວນ​ແບ່ງ​ຂອງ​ຄົນ​ເຜົ່າ​ຢູ​ດາ ເພາະ​ວ່າ​ສ່ວນ​ຂອງ​ຄົນ​ເຜົ່າ​ຢູ​ດາ​ນັ້ນ​ໃຫຍ່​ເກີນ​ໄປ ຄົນ​ເຜົ່າ​ຊີເມ​ໂອນ​ຈຶ່ງ​ໄດ້​ຮັບ​ມໍ​ຣະ​ດົກ​ຢູ່​ຖ້າມ​ກາງ​ຄົນ​ເຜົ່າ​ຢູ​ດາ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ເຊ​ບູ​ລູນ

10 ສະ​ຫລາກ​ທີ່​ສາມ​ຂຶ້ນ​ມາ​ເປັນ​ເຜົ່າ​ເຊ​ບູ​ລູນ ຕາມ​ຕະ​ກູນ​ຂອງ​ເຂົາ ແລະ​ດິນ​ແດນທີ່​ເປັນ​ມໍ​ຣະ​ດົກ​ຂອງ​ເຂົາ​ກໍ​ຕໍ່ອອກ​ໄປເຖິງ​ຊາ​ຣິດ 11 ແລ້ວ​ເຂດ​ແດນ​ຂອງ​ເຂົາ​ອອກ​ໄປ​ທາງ​ດ້ານ​ຕາ​ເວັນ​ຕົກ​ໄປ​ຈົນ​ເຖິງມາ​ເຣ​ອານ ແລະ​ມາ​ສຸດ​ຢູ່​ເມືອງ​ດັບ​ເບ​ເຊ​ທ ແລ້ວ​ມາ​ເຖິງ​ລຳ​ທານ​ທີ່​ຢູ່​ທິດ​ຕາ​ເວັນ​ອອກ​ຂອງ​ໂຢກ​ເນ​ອາມ 12 ຈາກ​ຊາ​ຣິດ​ເຂດ​ແດນ​ອອກ​ໄປ​ອີກ​ທາງ​ທິດ​ນຶ່ງ​ທາງ​ດ້ານ​ຕາ​ເວັນ​ອອກ​ຊື່​ທາງດວງ​ຕາ​ເວັນຂຶ້ນ ເຖິງ​ເຂດ​ແດນ​ເມືອງ​ຄີ​ສ​ໂລ​ທ​ຕາ​ໂບ​ຣ໌ ແລ້ວ​ອອກ​ໄປ​ເຖິງ​ເມືອງ​ດາ​ເບ​ຣາດ ແລ້ວ​ຂຶ້ນ​ໄປ​ເຖິງ​ເມືອງ​ຢາ​ຟີ​ອາ 13 ຈາກ​ທີ່​ນັ້ນ​ເຂດ​ແດນ​ຜ່ານ​ໄປ​ທາງ​ຕາເວັນ​ອອກ​ທາງດວງ​ຕາ​ເວັນ​ຂຶ້ນເຖິງ​ເມືອງກັ​ທ​ເຮ​ເຟີ ແລະ​ເຖິງ​ເມືອງ​ເອ​ທ​ກາ​ຊີນໄປ​ຈົນ​ເຖິງ​ເມືອງ​ຣີມ​ໂມນ ເຂດ​ແດນ​ກໍ​ໂຄ້ງ​ເຂົ້າ​ຫາ​ເມືອງ​ເນ​ອາ 14 ທາງ​ທິດ​ເຫນືອ​ເຂດ​ແດນ​ໂຄ້ງ​ເຂົ້າ​ມາ​ເຖິງ​ເມືອງ​ຮານ​ນາ​ໂທນ ແລະ​ສິ້ນ​ສຸດ​ລົງ​ທີ່​ຮ່ອມ​ພູ​ອີ​ຟຕາ​ເອນ 15 ​ເມືອງ​ກັດ​ຕັ​ທ ນາ​ຮັ​ນ​ອານ ຊີມ​ໂຣນ ອີ​ດາ​ລາ ແລະ​ເບັດ​ເລ​ເຮັມ ຮ​ວມ​ເປັນສິບ​ສອງຫົວ​ເມືອງ​ກັ​ບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 16 ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ເຜົ່າ​ເຊ​ບູ​ລູນ​ຕາມ​ຕະ​ກູນ​ຂອງ​ເຂົາ ຄືຫົວ​ເມືອງ​ຕ່າງໆ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ອິສ​ຊາ​ຄາ

17 ສະ​ຫລາ​ກ​ທີ່​ສີ່​ອອກ​ມາ​ເປັນ​ຂອງ​ອິສ​ຊາ​ຄາ ເພື່ອ​ເຜົ່າ​ອິສ​ຊາ​ຄາ​ຕາມ​ຕະ​ກູນ​ຂອງ​ເຂົາ 18 ດິນ​ແດນຂອງ​ເຂົາ​ຮວມ​ເມືອງ​ຢີ​ສ​ເຣ​ເອນ ເຄ​ຊຸນ​ໂລ​ທ ຊູ​ເນມ 19 ຮາ​ຟາ​ຣາ​ອີມ ຊີ​ໂອນ ອາ​ນາ​ຮາ​ຣາດ 20 ຣັບ​ບີ​ທ ກີຊີ​ໂອນ ເອ​ເບ​ສ 21 ເຣ​ເມ​ທ ເອນ​ການ​ນີມ ເອນ​ຮັດ​ດາ ເບັດ​ປັ​ສ​ເຊ​ສ 22 ແລະ​ເຂດ​ແດນ​ຍັງ​ຕິດ​ກັບ​ເມືອງ​ຕາ​ໂບ​ຣ໌ ຊາ​ຮາ​ຊູ​ມາ ແລະ​ເບັດ​ເຊເມ​ສ ແລະ​ເຂດ​ແດນ​ນີ້​ໄປ​ສິ້ນ​ສຸດ​ລົງ​ທີ່​ແມ່​ນ້ຳ​ຈໍ​ແດນ ຮວມ​ເປັນ​ສິບ​ຫົກ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 23 ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ເຜົ່າ​ອິສ​ຊາ​ຄາ​ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ທັງ​ຫົວ​ເມືອງ​ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ອາ​ເຊີ

24 ສະ​ຫລາກ​ທີ່​ຫ້າ​ອອກ​ມາ​ເປັນ​ຂອງ​ເຜົ່າ​ຄົນ​ອາ​ເຊີ​ຕາມ​ຕະ​ກູນ​ຂອງ​ເຂົາ 25 ດິນ​ແດນ​ຂອງ​ເຂົາ​ຮວມ​ເມືອງເຮນ​ກາດ ຮາ​ລີ ເບ​ເຕນ ອັກ​ຊາ​ຟ 26 ອານ​ລາມ​ເມ​ເລກ ອາ​ມັດ ແລະ​ມາ​ຊານທາງ​ທິດ​ຕາ​ເວັນ​ອອກ​ຈາກ​ກາ​ຣ໌​ເມນ​ ແລະ​ເມືອງ​ຊີ​ໂຮ​ຣ໌​ລີບ​ນາ 27 ແລ້ວ​ລ້ຽວໄປ​ທາງ​ທິດ​ຕາ​ເວັນ​ອອກ​ໄປ​ຍັງ​ເບັດ​ດາ​ໂກນ ແລະ​ຕໍ່​ເຂດ​ເຊ​ບູ​ລູນ ​ແລະ​ຮ່ອມ​ພູອີ​ຟ​ຕາ​ເອນ​ໄປ​ທາງ​ດ້ານ​ເຫນືອ ເຖິງ​ເມືອງເບັດ​ເອ​ເມກ ແລະ​ເນອີ​ເອນໄປ​ທາງ​ເຫນືອ​ເຖິງ​ເມືອງ​ກາ​ບູນ 28 ເອ​ໂບ​ຣນ ເຣ​ໂຮບ ຮາມ​ໂມນ ກາ​ນາ ໄກ​ອອກ​ໄປ​ເຖິງ​ມະ​ຫາ​ຊີ​ໂດນ 29 ແລ້ວ​ເຂດ​ແດນ​ກໍ​ລ້ຽວ​ກໍ​ລ້ຽວ​ໄປ​ເຖິງ​ຣາ​ມາ ໄປ​ເຖິງ​ເມືອງ​ທີ່​ມີ​ກຳ​ແພງ​ລ້ອມ​ຮອບ​ຊື່​ ຕີເຣ ແລ້ວ​ເຂດ​ແດນ​ກໍ​ລ້ຽວ​ໄປ​ເຖິງ​ເມືອງ​ໂຮ​ຊາໄປ​ສິ້ນ​ສຸດ​ລົງ​ທີ່​ທະ​ເລ ຈາກ​ເມືອງ​ມາ​ຮາ​ລັບ​ໄປ​ເຖິງ​ອັກ​ຊີບ 30 ອູມ​ມາ ອາ​ເຟກ ແລະ​ເຣ​ໂຮບ ຮວມ​ເປັນ​ຊາວ​ສອງ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 31 ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ເຜົ່າ​ອາ​ເຊີຕາມ​ຕະ​ກູນ​ຂອງ​ເຂົາ​ ທັງ​ຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້​ນ​ດ້ວຍ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ເນັ​ຟ​ທາ​ລີ

32 ສະ​ຫລາກ​ທີ່​ຫົກ​ອອກ​ມາ​ເປັນ​ຂອງ​ເຜົ່າ​ເນັຟ​ທາ​ລີ ເພື່ອ​ເຜົ່າ​ເນັ​ຟ​ທາ​ລີ​ຕາມ​ຕະ​ກູນ​ຂອງ​ເຂົາ 33 ເຂດ​ແດນ​ຂອງ​ເຂົາ​ເລີ້ມ​ຈາກເຮ​ເລ​ຟ ຈາກ​ຕົ້ນ​ໂອກ​ໃນ​ຊາ​ອາ​ນານ​ນີມ ແລະ​ອາ​ດາ​ມີ​ເນ​ເກບ ແລະ​ຢັ​ບ​ເນ​ເອນ​ໄກ​ໄປ​ຈົນ​ເຖິງ​ເມືອງ​ລາກ​ກູມ ແລະ​ສິ້ນ​ສຸດ​ລົງ​ທີ່​ແມ່​ນ້ຳ​ຈໍ​ແດນ 34 ແລ້ວ​ເຂດ​ແດນ​ກໍ​ລ້ຽວ​ໄປ​ທາງ​ດ້ານ​ຕາ​ເວັນ​ຕົກ​ເຖິງ​ເມືອງ​ອັ​ສ​ໂນ​ທ​ຕາ​ໂບ​ຣ໌ ຈາກ​ທີ່​ນັ້ນ​ໄປ​ເຖິງ​ຮູກ​ໂກກ​ຕິດ​ເຂດ​ເຊ​ບູ​ລູນ​ທາງ​ທິດໃຕ້ ແລະ​ເຂດ​ເອ​ເຊີ​ທາງ​ທິດ​ຕາ​ເວັ​ນ​ຕົກ ແລະ​ເຂດ​ຢູ​ດາ​ທາງ​ທິດ​ຕາ​ເວັນ​ອອກ​ທີ່​ແມ່​ນ້ຳ​ຈໍ​ແດນ 35 ເມືອງ​ທີ່​ມີ​ກໍາ​ແພງ​ຄື​ເມືອງ​ຊີດ​ດີມ ເຊີ​ຮາມ​ມາດ ຣັກ​ກາດ ຄີນ​ເນ​ເຣ​ທ 36 ອາ​ດາ​ມາດ ຣາ​ມາ ຮາ​ໂຊ​ຣ໌ 37 ເກ​ເດສ ເອັດ​ເຣ​ອີ ເອນ​ຮາ​ໂຊ​ຣ໌ 38 ອີ​ໂຣນ ມີກ​ດັ​ນ​ເອນ ໂຮ​ເຣມ ເບັດ​ອາ​ນາດ ແລະ​ເບັດ​ເຊ​ເມ​ສ ຮວມ​ເປັນ​ສິບ​ເກົ້າຫົວ​ເມືອງ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ 39 ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ເຜົ່າ​ເນັ​ຟ​ທາ​ລີ​ຕາມ​ຕະ​ກູນ​ຂອງ​ເຂົາ ທັງ​ຫົວ​ເມືອງ​ກັບ​ຊົນນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ເຜົ່າ​ດານ

40 ສະ​ຫລາກ​ທີ່​ເຈັດ​ກໍ​ອອກ​ມາ​ເປັນ​ຂອງ​ເຜົ່າ​ດານ​ຕາມ​ຕະ​ກູນ​ຂອງ​ເຂົາ 41 ແລະ​ດິນ​ແດນ​ທີ່​ເປັນ​ມໍ​ຣະ​ດົກ​ຂອງ​ເຂົາ ຮວມ​ເມືອງ​ໂຊ​ຣາ ເອ​ສ​ຕາ​ໂອນ ອີ​ຣ໌​ເຊ​ເມ​ສ 42 ຊາ​ອາ​ລັບ​ບີນ ອັຍ​ຢາ​ໂລນ ອີ​ທ​ລາ 43 ເອ​ໂລນ ຕີມ​ນາ ເອກ​ໂຣນ 44 ເອນ​ໂຣ​ເກ ກີບ​ເບ​ໂທນ ລາ​ອາ​ລາດ 45 ເຢ​ຮູດ ເບນ​ເອ​ເບ​ຣັກ ກັ​ທ​ຣີມ​ໂມນ 46 ເມ​ຢາ​ຣ໌​ໂກ​ນ ແລະ​ຣັກ​ໂກນ​ ແລະ​ດິນ​ແດນ​ທີ່​ອ້ອມ​ແອ້ມ​ເມືອງໂຢ​ປ​ປາ 47 ເມື່ອ​ດິນ​ແດນຄົນ​ເຜົ່າ​ດານ​ຫລຸດ​ມື​ເຂົາ​ໄປ ຄົນ​ເຜົ່າ​ດານກໍ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ເມືອງ​ເລ​ເຊມ ເມື່ອ​ຍຶດ​ໄດ້​ກໍ​ປະ​ຫານ​ເສັຽດ້ວຍ​ດາບ ຈຶ່ງ​ຍຶດ​ຄອງ​ທີ່​ດິນ​ແລະ​ຕັ້ງ​ຢູ່​ທີ່​ນັ້ນ​ເອີ້ນ​ເມືອງ​ເລ​ເຊມ​ວ່າ​ດານ ຕາມ​ຊື່​ຂອງ​ດານ​ບັນ​ພະບຸ​ຣຸດ​ຂອງ​ຕົນ 48 ນີ້​ເປັນ​ມໍ​ຣະ​ດົກ​ຂອງ​ເຜົ່າ​ດານ​ຕາມ​ຕະ​ກູນ​ຂອງ​ເຂົາ ທັງ​ຫົວ​ເມືອງ​ກັ​ບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ດ້ວຍ

ດິນ​ແດນ​ທີ່​ແບ່ງ​ໃຫ້​ແກ່​ໂຢ​ຊວຍ

49 ເມື່ອ​ໄດ້​ແບ່ງ​ດິນ​ແດນ​ສ່ວນ​ຕ່າງໆ​ຂອງ​ແຜ່ນ​ດິນ​ນັ້ນ​ເປັນ​ມໍ​ຣະ​ດົກ​ເສັດ​ສິ້ນ​ແລ້ວ ຄົນ​ອິສ​ຣາ​ເອນ​ກໍ​ໄດ້​ມອບ​ສ່ວນ​ມໍ​ຣະ​ດົກ​ໃນ​ຫມູ່​ພວກ​ເຂົາ​ໃຫ້​ແກ່​ໂຢ​ຊວຍ​ບຸດ​ນູນ 50 ຕາມ​ຄຳ​ສັ່ງຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ເຂົາ​ກໍ​ໄດ້​ຍົກ​ເມືອງ​ທີ່​ທ່ານ​ຂໍ​ໄວ້​ໃຫ້​ແກ່​ທ່ານ ຄື​ເມືອງ​ຕີມ​ນັ​ທ​ເຊ​ຣາ ໃນ​ພູ​ດອຍ​ແຫ່ງ​ເອ​ຟ​ຣາ​ອີມ ທ່ານ​ກໍ​ເສີມ​ສ້າງ​ເມືອງ​ນັ້ນ​ເສັຽ​ໃຫມ່ ແລະ​ເຂົ້າ​ຢູ່​ທີ່​ນັ້ນ 51 ທີ່​ກ່າວ​ມາ​ນີ້​ເປັນ​ມໍ​ຣະ​ດົກ​ທີ່​ປະ​ໂຣ​ຫິດເອ​ເລ​ອາ​ຊາກັບ​ໂຢ​ຊວຍ​ບຸດ​ນູນ​ແລະ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຕ່າງໆ​ແຫ່ງ​ເຜົ່າ​ຄົນ​ອິສ​ຣາ​ເອນ​ຈັບ​ສະ​ຫລາກ​ແບ່ງ​ໃຫ້​ເປັນ​ມໍ​ຣະ​ດົກ​ທີ່​ຊີ​ໂລ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ປະ​ຕູ​ເຕັນ​ນັດ​ພົບ ດັ່ງ​ນີ້​ແຫລະ​ເຂົາ​ທັງ​ຫລາຍ​ກໍ​ທຳ​ການ​ແບ່ງ​ປັນແຜ່ນ​ດິນ​ສຳ​ເຣັດ​ລົງ

ໂຢຊວຍ 20

ກຳ​ນົດ​ຫົວ​ເມືອງ​ລີ້​ໄພ

1 ແລ້ວ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ກັບ​ໂຢ​ຊວຍ​ວ່າ, 2 “ຈົ່ງ​ກ່າວ​ແກ່​ຄົນ​ອິສ​ຣາ​ເອນ​ວ່າ “ຈົ່ງ​ກຳ​ນົດ​ຕັ້ງ​ເມືອງ​ລີ້​ໄພ ຊຶ່ງ​ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ​ທັງ​ຫລາຍ​ທາງ​ໂມ​ເຊ​ແລ້ວ​ນັ້ນ 3 ເພື່ອ​ວ່າ​ຜູ້​ຂ້າ​ຄົນ​ທີ່​ໄດ້​ຂ້າ​ຄົນ​ໃດ​ດ້ວຍ​ບໍ່​ໄດ້​ເຈ​ຕ​ນາ ຫລື​ບໍ່​ຈົງ​ໃຈ​ຈະ​ໄດ້​ຫນີ​ໄປຢູ່​ທີ່​ນັ້ນ ເມືອງ​ເຫລົ່າ​ນີ້​ຈະ​ໄດ້​ເປັນ​ທີ່​ລີ້​ໄພ​ຂອງ​ເຈົ້າ​ເພື່ອ​ໃຫ້​ພົ້​ນ​ຈາກ​ຜູ້​ອາ​ຄາດ 4 ໃຫ້​ຜູ້​ນັ້ນ​ຫນີ​ໄປ​ຍັງ​ເມືອງ​ເຫລົ່າ​ນີ້​ເມືອງ​ໃດ​ເມືອງ​ນຶ່ງ ແລະ​ຢືນ​ຢູ່ຫ່າງ​ທາງ​ປະ​ຕູ​ເຂົ້າ​ເມືອງ​ນັ້ນ ແລະ​ອະ​ທິ​ບາຍ​ເຣື່ອງ​ຂ​ອງ​ຕົນ​ໃຫ້​ແກ່​ພວກ​ຜູ້​ໃຫຍ່​ໃນ​ເມືອງ​ນັ້ນ​ໃຫ້​ຮູ້ ແລ້ວ​ເຂົາ​ທັ​ງ​ຫລາຍ​ຈະ​ນຳ​ຜູ້​ນັ້ນ​ເຂົ້າ​ໄປ​ໃນ​ເມືອງ​ກຳ​ນົດ​ບ່ອນໃຫ້​ຢູ່​ແລ້ວຜູ້​ນັ້ນ​ຈະ​ຢູ່​ທີ່​ນັ້ນ​ໃນ​ຫມູ່​ພວກ​ເຂົາ​ທັງ​ຫລາຍ 5 ແລະ​ຖ້າ​ຜູ້​ອາ​ຄາດ​ໄລ່​ຕິດ​ຕາມ​ເຂົາ​ໄປ​ຜູ້​ໃຫຍ່​ຈະ​ບໍ່​ມອບ​ຜູ້​ຂ້າ​ຄົນ​ນັ້ນ​ໄວ້​ໃນ​ມື​ຂອງຜູ້​ອາ​ຄາດ ເພາະ​ວ່າ​ຜູ້​ນັ້ນ​ໄດ້​ຂ້າ​ເພື່ອນ​ບ້ານ​ຂອງ​ຕົນ​ດ້ວຍ​ບໍ່​ມີ​ເຈ​ຕ​ນາ​ບໍ່​ໄດ້​ເປັນ​ເປັນ​ສັດ​ຕຣູ​ກັນ​ມາ​ແຕ່​ກ່ອນ 6 ແລະ​ຜູ້​ນັ້ນ​ຈະ​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ​ຈົນ​ກວ່າ​ເຂົາ​ຈະ​ຢືນ​ຕໍ່​ຫນ້າ​ຊຸມ​ນຸມ​ຊົນ ເພື່ອ​ລໍ​ຮັ​ບ​ການ​ພິ​ພາກ​ສາ ຈົນ​ກວ່າ​ປະ​ໂຣ​ຫິດ​ໃນ​ເວ​ລາ​ນັ້ນ​ສິ້ນ​ຊີ​ວິດ ຜູ້​ຂ້າ​ຄົນ​ນັ້ນ​ຈຶ່ງ​ຈະ​ກັບ​ໄປ​ຍັງ​ເມືອງ​ຂອງ​ຕົນ​ ໄປ​ບ້ານ​ຂອງ​ຕົນ ໄປ​ຍັງ​ເມືອງ​ທີ່​ເຂົາ​ຈາກ​ມາ​ນັ້ນ​ໄດ້” 7 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ກຳ​ນົດ​ຕັ້ງ​ເມືອງ​ເກ​ເດສ​ໃນ​ຄາ​ລີ​ເລ ໃນ​ພູ​ດອຍ​ເນັ​ຟ​ທາ​ລີ ແລະ​ເມືອງ​ເຊ​ເຄມ ໃນ​ພູ​ດອຍ​ຂອງ​ເອ​ຟ​ຣາ​ອີມ ແລະ​ກິຣີ​ອາດ​ອາ​ຣາ​ບາ (ຄື​ເຮ​ໂບ​ຣນ) ໃນ​ແດນ​ພູ​ດອຍ​ຢູ​ດາ 8 ​ທາງ​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​​ເມືອງ​ເຢ​ຣິໂກ​ນັ້ນ ເຂົາ​ໄດ້​ກຳ​ນົດ​ເມືອງ​ເບ​ເຊີ​ໃນ​ຖິ່ນ​ກັນ​ດານ​ເທິງ​ທີ່​ຮາບ​ພຽງ​ຈາກ​ທີ່​ດິນ​ຄົນ​ເຜົ່າ​ຣູ​ເບນ ແລະ​ເມືອງ​ຣາ​ໂມ​ທ​ໃນ​ກີ​ເລ​ອາດ​ຈາກ​ທີ່​ດິນ​ເຜົ່າ​ກາດ​ແລະ​ເມືອງ​ໂກ​ລານ​ໃນ​ບາ​ຊານ​ຈາກ​ທີ່​ດິນ​ຄົນ​ເຜົ່າ​ມາ​ນັ​ສ​ເຊ 9 ຫົວ​ເມືອງ​ເຫລົ່າ​ນີ້​ເປັນ​ເມືອງ​ທີ່ກຳ​ນົດ​ໄວ້​ໃຫ້​ຄົນ​ອິສ​ຣາ​ເອນ​ທັງ​ຫມົດ ແລະ​ໃຫ້ຄົນ​ຕ່າງ​ດ້າວ​ຜູ້​ອາ​ໄສ​ຢູ່​ໃນ​ຫມູ່​ພວກ​ເຂົາ ເພື່ອ​ວ່າ​ຖ້າ​ຜູ້​ໃດ​ໄດ້​ຂ້າ​ຄົນ​ດ້ວຍ​ບໍ່​ໄດ້​ເຈ​ຕ​ນາ​ຈະ​ໄດ້​ຫນີ​ໄປ​ທີ່​ນັ້ນ​ໄດ້ ເພື່ອ​ວ່າ​ເຂົາ​ຈະ​ບໍ່​ຕ້ອງ​ຕາຍ​ດ້ວຍ​ມື​ຂອງ​ຜູ້​ອາ​ຄາດ​ຈົນ​ກວ່າ​ເຂົາ​ຈະ​ໄດ້​ຢືນ​ຕໍ່​ຫນ້າ​ຊຸມ​ນຸມ​ຊົນ

ໂຢຊວຍ 21

ຫົວ​ເມືອງ​ຂອງ​ຄົນ​ເລ​ວີ

1 ຂ​ນະ​ນັ້ນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຄົນ​ເລ​ວີ​ມາ​ຫາປະ​ໂຣ​ຫິດ​ເອ​ເລ​ອາ​ຊາ ແລະ​ໂຢ​ຊວຍ​ບຸດ​ນູນ ແລະ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຕ່າງໆ​ຂອງ​ເຜົ່າ​ຄົນ​ອິສ​ຣາ​ເອນ 2 ແລະ​ເຂົາ​ໄດ້​ກ່າວ​ແກ່​ທ່ານ​ເຫລົ່າ​ນັ້ນ​ໃນ​ເມືອງ​ຊີ​ໂລ​ໃນ​ແຜ່ນ​ດິນ​ກາ​ນາ​ອານ​ວ່າ, “ພຣະ​ຜູ້​ເປັນເຈົ້າ​ຊົງ​ສັ່ງ​ໂດຍ​ທາງ​ໂມ​ເຊວ່າ ໃຫ້​ມອບ​ຫົວ​ເມືອງ​ແກ່​ເຮົາ​ທັງ​ຫລາຍ​ເພື່ອ​ຈະ​ໄດ້​ອາ​ໄສ​ຢູ່​ທັງ​ທົ່ງ​ຫຍ້າ​ສຳ​ລັບ​ຝູງ​ສັດ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ” 3 ດັ່ງ​ນັ້ນ​ແຫລະ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄົນ​ອິສ​ຣາ​ເອນ​ຈີ່ງ​ໄດ້​ມອບ​ເມືອງ​ແລະ​ທົ່ງ​ຫຍ້າ​ຕໍ່​ໄປ​ນີ້​ຈາກ​ມໍ​ຣະ​ດົກ​ອ​ຂງ​ເຂົາ​ໃຫ້​ແກ່​ຄົນ​ເລ​ວີ 4 ສະ​ຫລາກ​ອອກ​ມາ​ເປັນ​ຂອງ​ຕະ​ກູນ​ຄົນ​ໂກ​ຮາດ ດັ່ງ​ນັ້ນ​ແຫລະ ຄົນ​ເລ​ວີ​ຊຶ່ງ​ເປັນ​ເຊື້ອ​ສາຍຂອງ​ ປະ​ໂຣ​ຫິດ​ອາ​ໂຣນ ໄດ້​ຮັ​ບ​ຫົວ​ເມືອງ​ໂດຍ​ຈັບ​ສະ​ຫລາກ​ສິບ​ສາມ​ຫົວ​ເມືອງ ຈາກ​ເຜົ່າ​ຢູ​ດາ ຊີ​ເມ​ໂອນ ແລະ​ເບັນ​ຢາ​ມິນ 5 ສ່ວນ​ຄົນ​ໂກ​ຮາດ​ທີ່​ເຫລືອ​ຢູ່ ໄດ້​ຮັບ​ຫົວ​ເມືອງ​ໂດຍ​ຈັບ​ສະ​ຫ​ລາກ​ສິບ​ຫົວ​ເມືອງ ຈາກ​ຕະ​ກູນ​ຂອງ​ເຜົ່າ​ເອ​ຟ​ຣາ​ອິມ ຈາກ​ເຜົ່າ​ດານ ແລະ​ຈາກ​ເຄິ່ງ​ເຜົ່າ​ມາ​ນັ​ສ​ເຊ 6 ຄົນ​ເກີ​ໂຊນ​ໄດ້​ຮັບຫົວ​ເມືອງ​ໂດຍ​ຈັບ​ສະ​ຫລາກ​ສິບ​ສາມ​ຫົວ​ເມືອງ ຈາກ​ຕະ​ກູນ​ຂອງ​ເຜົ່າ​ອິສ​ຊາ​ຄາ ຈາກ​ເຜົ່າ​ອາ​ເຊີ ຈາກ​ເຜົ່າ​ເນັ​ຟ​ທາລີ ແລະ​ຈາກ​ເຄິ່ງ​ເຜົ່າ​ມາ​ນັ​ສ​ເຊ​ໃນ​ບາ​ຊາ​ນ 7 ຄົນ​ເມ​ຣາ​ຣີ​ຕາມ​ຕະ​ກູນ​ຂອງເຂົາ ໄດ້​ຮັບ​ຫົວ​ເມືອງ​ສິ​ບສອງ​ຫົວເມືອງ ຈາກ​ເຜົ່າ​ຣູ​ເບນ ເຜົ່າ​ກາດ ແລະ​ເຜົ່າ​ເຊ​ບູ​ລູນ 8 ຫົວ​ເມືອງ​ແລະ​ທົ່ງ​ຫຍ້າເຫ​ລົ່າ​ນີ້​ຄົນ​ອິສ​ຣາ​ເອນ​ໄດ້​ຈັບ​ສະ​ຫລາກ​ໃຫ້​ແກ່​ຄົນ​ເລ​ວີ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໄວ້ໂດຍ​​ໂມ​ເຊ 9 ເຂົາ​ໃຫ້​ຫົວ​ເມືອງ​ຕໍ່​ໄປ​ນີ້​ຈາກ​ເຜົ່າ​ຢູ​ດາ ແລະ​ເຜົ່າຊີ​ເມ​ໂອນ ຕາມ​ຊື່​ດັ່ງ​ນີ້ 10 ເມືອງ​ເຫລົ່າ​ນີ້​ຕົກ​ເປັນ​ຂອງ​ເຊື້​ອສາຍ​ອາ​ໂຣນ​ຄື ຕະ​ກູນ​ໂກ​ຮາດ​ຕະ​ກູນນຶ່ງ​ ຊຶ່ງ​ເປັນ​ຄົນ​ເລ​ວີ​ເພາະ​ສະ​ຫລາກ​ຕົກ​ເປັນ​ຂອງ​ເຂົາ​ກ່ອນ 11 ເຂົາ​ທັງ​ຫລາຍໃຫ້​ເມືອງ​ກິ ​ຣີ​ອາດ​ອາຣາ​ບາ​ແກ່​ເຂົາ ອາ​ຣາ​ບາ​ເປັນ​ບິ​ດາ​ຂອງ​ອາ​ນາກ (ຄື​ເມືອງ​ເຮ​ໂບ​ຣນ) ຢູ່​ໃນ​ແດນພູ​ດອຍ​ຂອງຢູ​ດາ 12 ແຕ່​ທົ່ງ​ນາ​ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນີ້​ໄດ້​ຍົກ​ໃຫ້​ແກ່​ກາ​ເລັບ​ບຸດ​ເຢ​ຟຸນ​ເນ​ເປັນ​ກຳ​ມະ​ສິດ 13 ເຂົາ​ໄດ້​ໃຫ້​ເມືອງ​ເຮ​ໂບ​ຣນ​ແກ່​ເຊື້ອ​ສາຍ​ປະ​ໂຣ​ຫິດ​ອາ​ໂຣນ ອັນ​ເປັນ​ເມືອງ​ລີ້​ໄພ​ສຳ​ລັບ​ຜູ້​ຂ້າ​ຄົນ​ພ້ອມ​ທັງ​ທົ່ງ​ຫຍ້າ​ຮອບ​ເມືອງ ເມືອງ​ລີບ​ນາ​ພ້ອມ​ທັງ​ທົ່ງ​ຫຍ້າ 14 ເມືອງ​ຢັດ​ຕີ​ຣ໌​ພ້ອມ​ທົ່ງ​ຫຍ້າ ເມືອງ​ເອັ​ສ​ເຕ​ໂມ​ອາ​ພ້ອມ​ທົ່ງ​ຍ້າ 15 ໂຮ​ໂລນ​ພ້ອມ​ທົ່ງ​ຫຍ້າ ເດ​ບີ​ຣ໌​ພ້ອມ​ທົ່ງ​ຫຍ້າ 16 ອາ​ອີນ​ພ້ອມ​ທົ່ງ​ຫຍ້າ ຢູດ​ຕາ​ພ້ອມ​ທົ່ງ​ຫຍ້າ ແລະ​ເບດ​ເຊ​ເມ​ສ​ພ້ອມ​ທົ່ງ​ຫຍ້າ ຮວມ​ເປັນ​ເກົ້າ​ຫົວ​ເມືອງ​ຈາກ​ສອງ​ເຜົ່າ​ນີ້ 17 ຈາກ​ເຜົ່າ​ເບັນ​ຢາ​ມີນ ມີ​ເມືອງ​ກິເບ​ໂອນ​ພ້ອມ​ທົ່ງ​ຫຍ້າ ເກ​ບາ​ພ້ອມ​ທົ່ງ​ຫຍ້າ 18 ອາ​ນາ​ໂທດ​ພ້ອມ​ທົ່ງ​ຫຍ້າ ແລະ​ອັ​ນໂມນ​ພ້ອມ​ທົ່ງ​ຫຍ້າ ຮວມ​ສີ່​ຫົວ​ເມືອງ 19 ຫົວ​ເມືອງ​ທີ່​ເປັນ​ຂອງ​ເຊື້ອ​ສາຍປະ​ໂຣ​ຫິດອາ​ໂຣນ ຮວມ​ກັນ​ສິບ​ສາມ​ຫົວ​ເມືອງພ້ອມ​ກັບ​ທົ່ງ​ຫຍ້າ​ຮອບ​ທຸກ​ເມືອງ 20 ສ່ວນ​ຄົນ​ໂກ​ຮາດ​ທີ່​ເຫລືອ​ຢູ່​ຊຶ່ງ​ເປັນ​ຕະ​ກູນ​ຄົນ​ໂກ​ຮາດ​ຂອງ​ຄົນ​ເລ​ວີ​ນັ້ນ ຫົວ​ເມືອງ​ທີ່​ເຂົາ​ໄດ້​ຮັບ​ໂດຍ​ສະ​ຫລາກ​ມາ​ຈາກ​ເຜົ່າ​ເອ​ຟ​ຣາ​ອິມ 21 ເມືອງ​ທີ່​ເຂົາ​ໃຫ້ ຄື​ເມືອງ​ເຊ​ເຄມ​ເປັນ​ເມືອງ​ລີ້​ໄພ​ຂອງ​ຜູ້​ຂ້າ​ຄົນ​ພ້ອມ​ທົ່ງ​ຫຍ້າ​ໃນ​ພູ​ດອຍ​ຂອງ​ເອ​ ຟ​ຣາ​ອີມ ເມືອງ​ເກ​ເຊີ​ພ້ອມ​ທົ່ງ​ຫຍ້າ 22 ເມືອງ​ກີບ​ຊາ​ອີມ​ພ້ອມ​ທົ່ງ​ຫຍ້າ ແລະ​ເບັດ​ໂຮ​ໂລນ​ພ້ອມ​ທົ່ງ​ຫຍ້າ ຮວມ​ສີ່​ເມືອງ 23 ແລະ​ຈາກ​ເຜົ່າ​ດານ​ມີ​ເມືອງ​ເອນ​ເຕເກ​ພ້ອມ​ທົ່ງ​ຫຍ້າ ກິບ​ເບ​ໂທນ​ພ້ອມ​ທົ່ງຫຍ້າ 24 ອັຍ​ຢາ​ໂລນ​ພ້ອມ​ທົ່ງ​ຫຍ້າ ກັ​ທ​ຣີມ​ໂມນ​ພ້ອມ​ທົ່ງ​ຫຍ້າ ຮວມ​ສີ່​ຫົວ​ເມືອງ 25 ແລະ​ຈາກ​ຄົນ​ມາ​ນັ​ສເຊ​ເຄິ່ງ​ເຜົ່າ​ມີ​ເມືອງ​ຕາ​ອາ​ນາກ​ພ້ອມ​ທົ່ງ​ຫຍ້າ ແລະ​ກັ​ທ​ຣີມ​ໂມນ​ພ້ອມ​ທົ່ງ​ຫຍ້າ ຮວມ​ສອງ​ຫົວ​ເມືອງ 26 ຫົວ​ເມືອງ​ຊຶ່ງ​ເປັນ​ຂອງ​ຄົນ​ໂກ​ຮາດ​ທີ່​ເຫລືອ​ຢູ່​ນັ້ນ ມີ​ສິບ​ຫົວ​ເມືອງ​ດ້ວຍ​ກັນ ພ້ອມ​ທົ່ງ​ຫຍ້າ​ປະ​ຈຳ​ເມືອງ 27 ເຂົາ​ໃຫ້​ຫົວ​ເມືອງ​ຈາກ​ຄົນ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ​ແກ່​ຄົນ​ເກີ​ໂຊນ ຕະ​ກູນ​ນຶ່ງ​ຂອງ​ຄົນ​ເລ​ວີ ຄື​ເມືອງ​ໂກ​ລານ​ໃນ​ບາ​ຊານ​ພ້ອມ​ທົ່ງ​ຫຍ້າ​ເປັນ​ເມືອງ​ລີ້​ໄພຂອງ​ຜູ້​ຂ້າ​ຄົນ ແລະ​ເມືອງ​ເລ​ເອັ​ສ​ເຕ​ຣາ​ພ້ອມ​ທົ່ງ​ຫຍ້າ 28 ແລະ​ຈາກ​ເຜົ່າ​ອິສຊາ​ຄາ​ມີ​ເມືອງ​ກິສ​ໂອນ​ພ້ອມ​ທົ່ງ​ຫຍ້າ ດາ​ເບ​ຣັ​ທ​ພ້ອມ​ທົ່ງ​ຫຍ້າ 29 ຢາ​ຣ໌​ມູ​ທ​ພ້ອມ​ທົ່ງ​ຫ​ຍ້າ ເອນ​ການ​ນີມ​ພ້ອມ​ທົ່ງ​ຫຍ້າ ຮວມ​ສີ່​ຫົວ​ເມືອງ 30 ແລະ​ຈາກ​ເຜົ່າ​ອາ​ເຊີ​ມີ​ເມືອງ​ມີ​ຊານ​ພ້ອມ​ທົ່ງ​ຫຍ້າ ອັບ​ໂດນ​ພ້ອມ​ທົ່ງ​ຫຍ້າ 31 ເຮນ​ກັ​ທພ້ອມ​ທົ່ງ​ຫຍ້າ ແລະ​ເຣ​ໂຮບ​ພ້ອມ​ທົ່ງ​ຫຍ້າ ຮວມ​ສີ່​ຫົວ​ເມືອງ 32 ແລະ​ຈາກ​ເຜົ່າ​ເນັ​ຟ​ທາ​ລີ​ເມືອງ​ກາ​ເດສ​ໃນ​ຄາ​ລີ​ເລ​ພ້ອ​ມ​ທົ່ງ​ຫຍ້າ ເມືອງ​ລີ້​ໄພ​ຂອງ​ຜູ້​ຂ້າ​ຄົນ ເມືອງ​ຮັມ​ໂມ​ທ​ໂດ​ຣ໌​ພ້ອມ​ທົ່ງ​ຫຍ້າ ແລະ​ກາ​ຣ໌​ຕານ​ພ້ອ​ມ​ທົ່ງ​ຫຍ້າ ຮວມ​ສາມ​ຫົວ​ເມືອງ 33 ຫົວ​ເມືອງ​ທີ່​ເປັນ​ຂອງ​ຄົນ​ເກີ​ໂຊນ​ຫລາຍ​ຕະ​ກູນ​ນັ້ນ ຮວມ​ກັນ​ມີ​ສິບ​ສາມ​ຫົວ​ເມືອງ​ພ້ອມ​ທົ່ງ​ຫຍ້າ 34 ເຂົາ​ໃຫ້​ຫົວ​ເມືອງ​ຈາກ​ເຜົ່າ​ເຊ​ບູ​ລູນ​ແກ່​ຕະ​ກູນ​ຄົນ​ເມຣາ​ຣີ ຄື​ຄົນ​ເລ​ວີ​ທີ່​ເຫລືອ​ຢູ່ ມີ​ເມືອງ​ໂຢກ​ເນ​ອາມພ້ອມ​ທົ່ງ​ຫຍ້າ ກາ​ຣ໌​ຕາ​ພ້ອມ​ທົ່ງ​ຫຍ້າ 35 ດີມ​ນາ​ພ້ອມ​ທົ່ງ​ຫ​ຍ້າ ນາ​ຮັ​ນ​ອານ​ພ້ອມ​ທົ່ງ​ຫຍ້າ ຮວມ​ສີ່​ຫົວ​ເມືອງ 36 ແລະ​ຈາກ​ເຜົ່າ​ຣູ​ເບນ​ມີ​ເມືອງ​ເບ​ເຊີ​ພ້ອມ​ທົ່ງ​ຫຍ້າ ຢາ​ຊາ​ພ້ອມ​ທົ່ງ​ຫຍ້າ 37 ເກ​ເກ​ໂມ​ທ​ພ້ອມ​ທົ່ງ​ຫຍ້າ ແລະ​ເມ​ຟາ​ອາ​ດ​ພ້ອມ​ທົ່ງ​ຫຍ້າ ຮວມ​ສີ່​ຫົວ​ເມືອງ 38 ແລະ​ຈາກ​ເຜົ່າ​ກາດ​ມີ​ເມືອງ​ຣາ​ໂມ​ທ​ໃນ​ກີ​ເລ​ອາດ​ພ້ອມ​ທົ່ງ​ຫຍ້າ ເປັນ​ເມືອງ​ລີ້​ໄພ​ຂອງ​ຜູ້​ຂ້າ​ຄົນ ເມືອງ​ມາ​ຮາ​ນາ​ອີມ​ພ້ອມ​ທົ່ງ​ຫຍ້າ 39 ເມືອງ​ເຮສ​ໂບນ​ພ້ອມ​ທົ່ງ​ຫຍ້າ ຢາ​ເຊີ​ພ້ອມ​ທົ່ງ​ຫຍ້າ ຮວມ​ທັງ​ຫມົດ​ເປັນ​ສີ່​ຫົວ​ເມືອງ 40 ເມືອງ​ຊຶ່ງ​ເປັນ​ຂອງ​ຄົນ​ເມ​ຣາ​ຣີ​ຕາມ​ຕະ​ກູນ ຊຶ່ງ​ເປັນ​ຕະ​ກູນ​ຂອງ​ຄົນ​ເລ​ວີ​ທີ່​ເຫລືອ​ຢູ່​ນັ້ນ ເມືອງ​ທີ່​ເປັນ​ສ່ວນ​ແບ່ງ​ຂອງ​ເຂົາ​ທັ​ງ​ຫມົດ​ມີ​ສິບ​ສອງ​ຫົວ​ເມືອງ 41 ຫົວ​ເມືອງ​ຂອງ​ຄົນ​ເລ​ວີ ຊຶ່ງ​ຢູ່​ຖ້າມ​ກາງ​ກຳ​ມະ​ສິດ​ຂອງ​ຄົນ​ອິສ​ຣາ​ເອນ​ນັ້ນ ຮວມ​ທັງ​ຫມົດ​ມີ​ສີ່​ສິບ​ແປດ​ຫົວ​ເມືອງ​ພ້ອມ​ທົ່ງ​ຫຍ້າ​ປະ​ຈຳ​ເມືອງ 42 ເມືອງ​ເຫລົ່າ​ນີ້​ແຕ່​ລະ​ເມືອງ​ມີ​ທົ່ງ​ຫຍ້າ​ລ້ອມ​ຮອບ ທຸກ​ເມືອງ​ກໍ​ມີ​ຢ່າງ​ນີ້ 43 ດັ່ງ​ນີ້​ແຫລະ ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ແຜ່ນ​ດິນ​ທັງ​ສິ້ນ​ແກ່​ຄົນ​ອິສ​ຣາ​ເອນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ເມື່ອ​ເຂົາ​ທັງ​ຫລາຍ​ຍຶດ​ແລ້ວ​ກໍ​ເຂົ້າ​ໄປ​ຕັ້ງ​ບ້ານ​ເມືອງ​ຢູ່​ທີ່​ນັ້ນ 44 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ໃຫ້​ເຂົາ​ມີ​ຄວາມ​ສ​ງົບ​ຢູ່​ທຸກ​ດ້ານ ດັ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ບໍ່​ມີ​ສັດ​ຕຣູ​ຈັກ​ຄົນ​ນຶ່ງ​ຢືນ​ຢັດ​ຕໍ່​ສູ້​ເຂົາ​ໄດ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ສັດ​ຕຣູ​ຂອງ​ເຂົາ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ເຂົາ​ທັງ​ສິ້ນ​ແລ້ວ 45 ສັບ​ພະ​ສິ່ງ​ອັນ​ດີ​ທຸກ​ຢ່າງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ຕໍ່​ປະ​ຊາ​ຊົນ​ອິສ​ຣາ​ເອນນັ້ນ​ກໍ​ບໍ່​ຂາດ​ຈັກ​ສິ່ງ​ດຽວສຳ​ເຣັດ​ທັງ​ສິ້ນ

ໂຢຊວຍ 22

ແທ່ນ​ຂ້າງ​ແມ່​ນ້ຳ​ຈໍ​ແດນ

1 ເມື່ອ​ນັ້ນ​ໂຢ​ຊວຍ​ໄດ້​ເອີ້ນ​ຄົນ​ຣູ​ເບນ ຄົນ​ກາດ ຄົນ​ມານັ​ສ​ເຊ​ເຄິ່ງ​ເຜົ່າ​ມາ 2 ແລະກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ, “ທ່ານ​ທັງ​ຫລາຍ​ໄດ້​ທຳ​ທຸກ​ຢ່າງ​ຊຶ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ທ່ານ​ໄວ້ ແລະ​ໄດ້​ຟັງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ສາ​ຣະ​ພັດ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ທ່ານ 3 ຕລອດ​ມາ​ແຕ່​ໃດໆ ທ່ານ​ບໍ່​ໄດ້​ປະ​ຖິ້ມ​ຍາດ​ພີ່​ນ້ອງ​ຂອງ​ທ່ານ ແຕ່​ໄດ້​ລະ​ມັດ​ລະ​ວັງ​ທີ່​ຈະ​ກະ​ທຳ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 4 ບັດ​ນີ້​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ໄດ້​ໂຜດ​ໃຫ້​ພີ່​ນ້ອງ​ຂອງ​ທ່ານຢຸດ​ພັກ​ແລ້ວ ດັ່ງ​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ກັບ​ເຂົາ ເຫດ​ສັນນີ້​ທ່ານ​ຈົ່ງ​ກັບເມືອ​ບ້ານ​ຂອງ​ທ່ານ​ເ​ຖີດ ໄປ​ສູ່​ແຜ່ນ​ດິນຊຶ່ງ​ທ່ານ​ຖື​ກຳ​ມະ​ສິດ​ຊຶ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍົກ​ໃຫ້​ທ່ານ​ທີ່​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ນັ້ນ 5 ແຕ່​ຈົ່ງ​ລະ​ວັງ​ໃຫ້​ຫລາຍ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ ແລະ​ກົດ​ຫມາຍ​ຊຶ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ທ່ານ​ໄວ້ ຄື​ທີ່​ຈະ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ແລະ​ດຳ​ເນີນ​ໃນ​ທາງ​ທັງສິ້ນ​ຂອງ​ພຣະ​ອົງ ແລະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ​ຕິດ​ພັນ​ຢູ່​ກັບ​ພຣະ​ອົງ ແລະ​ບົວ​ລະ​ບັດ​ພຣະ​ອົງ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ທ່ານ” 6 ໂຢ​ຊວຍ​ຈຶ່ງ​ໄດ້​ອວຍ​ພອນ​ເຂົາ ​ແລະ​ສົ່ງ​ເຂົາ​ກັບ​ໄປ​ຍັງ​ບ້ານ​ຂອງ​ເຂົາ​ທຸກ​ຄົນ 7 ສ່ວນ​ຄົນ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ​ນັ້ນ​ໂມ​ເຊ​ໄດ້​ມອບ​ໃຫ້​ເຂົາ​ຖື​ກຳ​ມະ​ສິດ​ໃນ​ເມືອງ​ບາ​ຊານ ແຕ່​ອີກ​ເຄິ່ງ​ນຶ່ງ​ນັ້ນ​ໂຢ​ຊວຍມອບ​ໃຫ້​ເຂົາ​ມີ​ກຳ​ມະ​ສິດ​ຂ້າງ​ຄຽງ​ກັບ​ພີ່​ນ້ອງ​ຂອງ​ເຂົາ​ທີ່​ຟາກ​ແມ່​ນ້ຳ​ຈໍ​ແດນ​ດ້ານ​ຕາ​ເວັນ​ຕົກ ແລະ​ເມື່ອ​ໂຢ​ຊວຍ​ສົ່ງ​ເຂົາ​ກັບ​ໄປ​ບ້ານ​ ທ່ານ​ໄດ້​ອວຍ​ພອນ​ເຂົາ 8 ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ກັບ​ໄປ​ບ້ານ​ຂອງ​ທ່ານ​ທັງ​ຫລາຍ​ພ້ອມ​ກັບ​ຊັບ​ສົມ​ບັດ​ຮັ່ງ​ມີ ມີ​ຝູງ​ສັດ​ມາກ​ມາຍ ມີ​ເງິນ ທອງ​ຄຳ ທອງ​ສຳ​ຣິດ ແລະ​ເຫລັກ ແລະ​ເຄື່ອງ​ນຸ່ງ​ຫລາຍ​ຢ່າງ ຈົ່ງ​ແບ່ງ​ຂອງ​ທີ່​ຍຶດ​ມາ​ຈາກ​ສັດ​ຕຣູ​ຂອງ​ທ່ານ​ໃຫ້​ແກ່​ພີ່​ນ້ອງ​ຂອງ​ທ່ານ” 9 ຄົນ​ຣູ​ເບນ ຄົນ​ກາດ ແລະ​ຄົນ​ມາ​ນັສ​ເຊ​ເຄິ່ງ​ເຜົ່າ​ໄດ້​ແຍກ​ຈາກ​ຄົນ​ອິສ​ຣາ​ເອນ​ທີ່​ຊີ​ໂລ ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ກາ​ນາ​ອານ​ກັບ​ໄປ​ບ້ານ​ຂອງ​ຕົນ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ກິເລ​ອາດ ເປັນ​ແຜ່ນດິນ​ຂອງ​ເຂົາ​ຊຶ່ງ​ເຂົາ​ໄດ້​ເຂົ້າ​ຕັ້ງ​ຢູ່​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າໂດຍ​​ໂມ​ເຊ 10 ແລະ​ເມື່ອ​ເຂົາ​ທັງ​ຫລາຍ​ມາ​ເຖິງ​ທ້ອງ​ຖິ່ນ​ທີ່​ໃກ້​ແມ່​ນ້ຳ​ຈໍ​ແດນ​ທີ່​ຢູ່​ໃນ​ແຜ່ນ​ດິນ​ກາ​ນາ​ອານ ຄົນ​ຣູເບນ ຄົນ​ກາດ ແລະ​ຄົນ​ມາ​ນັສ​ເຊ​ເຄິ່ງ​ເຜົ່າໄດ້​ສ້າງ​ແທ່ນ​ບູ​ຊາ​ແທ່ນ​ນຶ່ງ​ທີ່​ໃກ້​ແມ່​ນ້ຳ​ຈໍ​ແດນເປັນແທ່ນທີ່​ໃຫຍ່ 11 ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ຍິນ​ຄົນ​ເວົ້າ​ກັນ “ເບິ່ງ​ແມ໋, ຄົນ​ຣູ​ເບນ ຄົນ​ກາດ ແລະ​ຄົນ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ ໄດ້​ສ້າງ​ແທ່ນ​ບູ​ຊາ​ທີ່​ເຂດ​ແດນ​ແຜ່ນ​ດິນ​ກາ​ນາ​ອານ​ໃນ​ທ້ອງ​ຖິ່ນ​ໃກ້​ແມ່​ນ້ຳ​ຈໍ​ແດນ​ໃນ​ດ້ານ​ທີ່​ເປັນ​ຂອງ​ຄົນ​ອິສ​ຣາ​ເອນ” 12 ແລະ​ເມື່ອ​ຄົນ​ອິສ​ຣາ​ເອນ​ໄດ້​ຍິນ​ເຊັ່ນ​ນັ້ນ ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ​ກໍ​ໄປ​ຮວມ​ກັນ​ທີ່​ເມືອງ​ ຊີ​ໂລ ເພື່ອ​ຈະ​ຂຶ້ນ​ໄປ​ທຳ​ສົງ​ຄາມ​ກັບ​ເຂົາ 13 ແລ້ວ​ຄົນ​ອິສ​ຣາ​ເອນ​ຈຶ່ງ​ໃຊ້ປະ​ໂຣ​ຫິດ​ຟີ​ເນ​ຮັ​ສ​ບຸດ​ເອ​ເລ​ອາ​ຊາໄປ​ຫາ​ຄົນ​ຣູເບນ ຄົນ​ກາດ ແລະ​ຄົນ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າໃນ​ແຜ່ນ​ດິນ​ກິເລ​ອາດ 14 ພ້ອມ​ກັບ​ເຈົ້າ​ນາຍ​ສິບ​ຄົນ ຄົນ​ນຶ່ງ​ຈາກ​ແຕ່​ລະ​ເຜົ່າ​ໃນ​ອິສ​ຣາ​ເອນ ທຸກ​ຄົນ​ເປັນ​ຫົວ​ຫນ້າ​ຄອບ​ຄົວ​ໃນ​ຕະ​ກູນ​ຂອງ​ອິສ​ຣາ​ເອນ 15 ເມື່ອ​ເຂົາ​ມາ​ເຖິງ​ຄົນ​ຣູ​ເບນ ຄົນ​ກາດ ແລະ​ຄົນມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ​ໃນ​ແຜ່ນ​ດິນ​ກິ​ເລ​ອາດ ເຂົາ​ກໍ​ກ່າວ​ແກ່​ພວກ​ເຫລົ່າ​ນັ້ນ​ວ່າ, 16 “ຊຸມ​ນຸມ​ຊົນ​ທັງ​ປວງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງນີ້​ວ່າ “ເປັນ​ຫຍັງທ່ານ​ທັງ​ຫລາຍ​ຈຶ່ງກະ​ທຳ​ການທໍ​ຣະ​ຍົດເຊັ່ນ​ນີ້ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ ຊຶ່ງ​ໃນ​ວັນ​ນີ້​ທ່ານ​ທັງ​ຫລາຍ​ໄດ້​ຫັນ​ກັບ​ຈາກ​ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ທ່ານ​ໄດ້​ສ້າງ​ແທ່ນ​ບູ​ຊາ​ສຳ​ລັບ​ຕົວ​ເປັນ​ການ​ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ນີ້ 17 ການ​ບາບ​ຊຶ່ງ​ເຣົາ​ທຳ​ທີ່​ເມືອງ​ເປ​ໂອ​ຣ໌​ນັ້ນ​ຍັງ​ບໍ່​ພຽງ​ພໍ​ຫລື ຊຶ່ງ​ຈົນ​ເຖິງວັນ​ນີ້​ເຮົາ​ຍັງ​ຊຳ​ຮະ​ຕົວ​ຂອງ​ເຮົາ​ໃຫ້​ສະ​ອາດ​ບໍ່​ຫມົດ​ເລີຍ ແລະ​ຊຶ່ງ​ເປັນ​ເຫດ​ໃຫ້​ໄພ​ວິ​ບັດ​ເກີດ​ແກ່​ຊຸມ​ນຸມ​ຊົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 18 ໃນ​ວັນ​ນີ້​ທ່ານ​ທັງ​ຫລາຍ​ຈະ​ຫັນ​ຫນີ​ໄປ​ຈາກ​ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຫລື ຖ້າ​ທ່ານ​ທັງ​ຫລາຍ​ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ນີ້ ພຣະ​ອົງ​ຈະ​ຊົງ​ກີ້ວ​ຕໍ່​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ​ໃນ​ມື້​ອື່ນ 19 ແຕ່​ຖ້າ​ແຜ່ນ​ດິນ​ຂອງ​ທ່ານ​ບໍ່​ສະ​ອາດ​ຈົ່ງ​ຂ້າມ​ໄປ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ເປັນ​ທີ່​ຕັ້ງ​ແຫ່ງ​ເຕັນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ມາ​ຖື​ກຳ​ມະ​ສິດ​ຢູ່​ຖ້າມ​ກາງ​ພວກ​ເຮົາ​ເຖີດ ຂໍ​ແຕ່​ພຽງຢ່າ​ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຫລື​ກະ​ບົດ​ຕໍ່​ເຮົາ ໂດຍ​ທີ່​ທ່ານ​ທັງ​ຫລາຍ​ສ້າງ​ແທ່ນ​ບູ​ຊາ​ສຳ​ລັບ​ຕົວ​ນອກ​ຈາກ​ແທ່ນ​ບູ​ຊາ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 20 ອາ​ຄານ​ບຸດ​ຂອງ​ເຊ​ຣາ​ໄດ້​ປະ​ພຶດ​ສັຕ​ໃນ​ເຣື່ອງ​ຂອງ​ຖວາຍ​ນັ້ນ​ບໍ່​ແມ່ນ​ຫລື ພຣະ​ພິ​ໂຣດ​ກໍ​ຕົກ​ເຫນືອ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ ເຂົາ​ບໍ່​ໄດ້​ພິ​ນາດ​ແຕ່​ຄົນ​ດຽວ​ໃນ​ເຣື່ອງ​ກັມ​ບາບ​ຂອງ​ເຂົາ” 21 ຂ​ນະ​ນັ້ນ​ຄົນ​ຣູ​ເບນ ຄົນ​ກາດ ແລະ​ຄົນ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ​ໄດ້​ຕອບ​ຫົວ​ຫນ້າ​ຂອງ​ຕະ​ກູນ​ອິສ​ຣາ​ເອນ​ວ່າ, 22 “ອົງ​ຜູ້​ຊົງ​ຣິດ​ອຳ​ນາດ ຄື​ພຣະ​ເຈົ້າ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ຜູ້​ຊົງ​ມີ​ຣິດ​ອຳ​ນາດ ​ຄື​ພຣະ​ເຈົ້າ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຊາບ ແລະ​ອິສ​ຣາເອນ​ຈະ​ຊາບ​ເສັຽດ້ວຍ ຖ້າ​ວ່າ​ເປັນ​ການ​ກະ​ບົດ​ຫ​ລື​ປະ​ພຶດ​ສັຕ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າກໍ​ຂໍ​ຢ່າ​ໄວ້​ຊີ​ວິດ​ພວກ​ເຮົາ​ໃນ​ວັນ​ນີ້​ເລີຍ 23 ທີ່​ວ່າ​ເຮົາ​ໄດ້​ສ້າງ​ແທ່ນ​ບູ​ຊາ​ນັ້ນ ເພື່ອ​ຫັນ​ຫນີຈາ​ກຕິດ​ຕາມພຣະ​ຜູ້​ເປັນ​ເຈົ້າ ຫລື​ພວກເຣົາ​ໄດ້ສ້າງ​ໄວ້​ເພື່ອ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ຫລື​ທັນ​ຍາ​ບູ​ຊາ​ຫລື​ຖວາຍ​ສັຕ​ເປັນ​ສານ​ຕິ​ບູ​ຊາ​ເທິງ​ແທ່ນ​ນັ້ນ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ເຖີດ 24 ບໍ່​ເລີຍ ແຕ່​ພວກ​ເຮົາ​ໄດ້​ສ້າງ​ໄວ້​ດ້ວຍ​ຢ້າ​ນວ່າ​ໃນ​ເວ​ລາ​ຕໍ່​ໄປ​ພາຍ​ຫນ້າ​ພວກ​ລູກ​ຫລານ​ຂອງ​ທ່ານ​ອາດ​ຈະ​ກ່າວ​ຕໍ່​ລູກ​ຫລານ​ຂອງ​ເຮົາ​ວ່າ “ເຈົ້າ​ມີ​ສ່ວນກ່ຽວ​ພັນ​ຫຍັງ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ 25 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຳ​ນົດ​ແມ່​ນ້ຳ​ຈໍ​ແດນ​ເປັນ​ເຂດ​ແດນ​ລະ​ຫວ່າງ​ເຮົາ​ກັບ​ເຈົ້າ​ທັງ​ຫລາຍ ຄົນ​ຣູ​ເບນ ແລະ​ຄົນ​ກາດ​ເອີຍ ພວກ​ເຈົ້າ​ບໍ່​ມີ​ສ່ວນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ” ດັ່ງ​ນັ້ນ​ແຫລະ ​ລູກ​ຫລານ​ຂອງ​ທ່ານ​ອາດ​ຈະ​ທຳ​ໃຫ້​ລູກ​ຫລານ​ຂອງ​ເຮົາ​ທັງ​ຫລາຍ​ຢຸດ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ 26 ເພາະ​ສະ​ນັ້ນ​ເຮົາ​ຈຶ່ງວ່າ “ໃຫ້​ເຮົາ​ສ້າງ​ແທ່ນ​ບັດ​ນີ້​ບໍ່​ແມ່ນ​ສຳ​ລັບ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ຫລື​ເຄື່ອງ​ສັຕ​ບູ​ຊາ​ໃດໆ 27 ແຕ່​ເພື່ອ​ເປັນ​ພຍານ​ລະ​ຫວ່າງ​ເຣົາ​ກັ​ບ​ທ່ານ​ທັງ​ຫລາຍ ແລະ​ລະ​ຫວ່າງ​ຄົນ​ຊົ່ວ​ອາ​ຍຸ​ຕໍ່​ຈາກ​ເຮົາ​ວ່າ ເຣົາ​ທັງ​ຫລາຍ​ຈະ​ກະ​ທຳ​ການ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງດ້ວຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ສັ​ຕ​ບູ​ຊາ​ແລະ​ເຄື່ອງ​ສານ​ຕິ​ບູ​ຊາ ດ້ວຍ​ຢ້າ​ນວ່າ​ລູກ​ຫລານ​ຂອງ​ທ່ານ​ຈະ​ກ່າວ​ແກ່​ລູກ​ຫລານ​ຂອງ​ເຮົາ​ໃນ​ເວ​ລາ​ຕໍ່​ໄປ​ວ່າ “ເຈົ້າ​ບໍ່​ມີ​ສ່ວນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ” 28 ແລະ​ເຣົາ​ຄິດ​ວ່າ​ຖ້າ​ມີ​ໃຜ​ເວົ້າ​ເຊັ່ນ​ນີ້​ກັບ​ເຣົາ ຫ​ລື​ກັບ​ຊາດ​ເຊື້ອ​ຂອງ​ເຮົາ​ໃນ​ເວ​ລາ​ຂ້າງຫນ້າ ເຮົາ​ຈະ​ກ່າວ​ວ່າ “ເບິ່ງ​ແມ໋, ນັ້ນ​ເປັນ​ແທ່ນ​ຈຳ​ລອງ​ຂອງ​ແທ່ນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ປູ່​ຍ່າ​ຕາຍາຍ​ຂອງ​ເຣົາ​ກະ​ທຳໄວ້​ບໍ່​ແມ່ນ​ເພື່ອ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ຫລື​ເຄື່ອງ​ສານ​ຕິ​ບູ​ຊາ ແຕ່​ເພື່ອ​ເປັນ​ພ​ຍານ​ລະ​ຫວ່າງ​ເຣົາ​ກັບ​ທ່ານ” 29 ຂໍ​ໃຫ້​ເຣື່ອງ​ນີ້​ຫ່າງ​ຈາກ​ເຮົາ​ເຖີດ ຄື​ທີ່​ຈະ​ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຫັນ​ຫນີ​ຈາກ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ເສັຽ​ໃນ​ວັນ​ນີ້ ໂດຍ​ສ້າງ​ແທ່​ນອື່ນ​ສຳ​ລັບ​ເຄື່ອງ​ເຜົາ​ບູ​ຊາ ທັນ​ຍາ​ບູ​ຊາ ເຄື່ອງ​ສັຕ​ບູ​ຊາ ນອກ​ຈາກ​ແທ່ນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ຊຶ່ງ​ຕັ້ງ​ຢູ່​ທີ່​ຫນ້າ​ຫໍ​ເຕັນ​ຂອງ​ພຣະ​ອົງ 30 ເມື່ອ​ປະ​ໂຣ​ຫິດຟີ​ເນ​ຮັ​ສ ແລະ​ເຈົ້າ​ນາຍ​ຂອງ​ຊຸ​ມ​ນຸມ​ຊົນ ແລະ​ຫົວ​ຫນ້າ​ຕະ​ກູນ​ຂອງ​ອິສ​ຣາ​ເອນ​ທີ່​ຢູ່​ດ້ວຍ​ກັນ​ນັ້ນ​ໄດ້​ຍິນ​ຖ້ອຍ​ຄຳ​ທີ່​ຄົນ​ຣູ​ເບນ ຄົນ​ກາດ​ແລະ​ຄົນ​ມາ​ນັ​ສ​ເຊ​ກ່າວ ກໍ​ຮູ້​ສຶກ​ເປັນ​ທີ່ພໍ​ໃຈ​ຫລາຍ 31 ຟີ​ເນ​ຮັ​ສ​ບຸດ​ຂອງປະ​ໂຣ​ຫິດ​ເອ​ເລ​ອາ​ຊາຈຶ່ງ​ກ່າວ​ວ່າ, “ວັນ​ນີ້​ເຮົາ​ຮູ້​ແລ້ວ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຖ້າມ​ກາງ​ພວກ​ເຮົາ ເພາະ​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ກະ​ທຳ​ການ​ທໍ​ຣະ​ຍົດ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ ທ່ານ​ໄດ້​ຊ່ອຍ​ໃຫ້​ຊົນ​ອິສ​ຣາ​ເອນ​ພົ້ນ​ຈາກ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 32 ແລ້ວ​ຟີ​ເນ​ຮັ​ສ​ບຸດ​ປະ​ໂຣ​ຫິດ​ເອ​ເລ​ອາ​ຊາ ແລະ​ຜູ້​ຫົວ​ຫນ້າ​ທັງ​ຫລາຍ​ກໍ​ກັບ​ຈາກ​ຄົນ​ຣູ​ເບນ ຄົນ​ກາດຈາກ​ແຜ່ນ​ດິນ​ກິເລ​ອາດ​ໄປ​ຍັງ​ແຜ່ນ​ດິນ​ກາ​ນາ​ອານ ໄປ​ຫາ​ຄົນ​ອິສ​ຣາ​ເອນ​ແຈ້ງ​ຂ່າວ​ໃຫ້​ເຂົາ​ຮູ້ 33 ຣາຍ​ງານ​ນັ້ນ​ເປັນ​ທີ່​ພໍ​ໃຈ​ຄົນ​ອິສ​ຣາ​ເອນ ແລະ​ຄົນ​ອິສ​ຣາ​ເອນ​ກໍ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່ເວົ້າ​ເຖິງເຣື່ອງ​ທີ່​ຈະ​ກະ​ທຳ​ສົງ​ຄາມ​ກັບ​ເຂົາ ເພື່ອ​ທຳ​ລາຍ​ແຜ່ນ​ດິນ​ຊຶ່ງ​ຄົນ​ຣູ​ເບນ ຄົນ​ກາດ​ໄດ້​ອາ​ໄສ​ຢູ່​ນັ້ນ​ອີກ​ເລີຍ 34 ຄົນ​ຣູ​ເບນ ຄົນ​ກາດ​ ເອີ້ນ​ແທ່ນ​ນັ້ນ​ວ່າແທ່ນ​ພຍານ ເຂົາ​ກ່າວ​ວ່າ ແທ່ນ​ນັ້ນ​ເປັນ​ພ​ຍານ​ໃນ​ລະ​ຫວ່າງ​ເຮົາ​ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ເຈົ້າ

ໂຢຊວຍ 23

ໂຢ​ຊວຍ​ແນະ​ນຳ​ປະ​ຊາ​ຊົນ

1 ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ໃຫ້​ອິສ​ຣາ​ເອນ​ຢູ່​ຢ່າງ​ສ​ງົບ​ສຸກ​ກັບ​ພວກ​ສັດ​ຕຣູ​ທີ່ຢູ່​ອ້ອມ​ຮອບ​ເປັນ​ເວ​ລາ​ເຫິງນານ​ແລ້ວ ໂຢ​ຊວຍ​ກໍ​ເຖົ້າ​ແກ່​ຫລາຍ 2 ທ່ານ​ຈຶ່ງ​ເອີ້ນ​ພວກອິສ​ຣາ​ເອນ​ທຸກ​ຄົນ ຄື​ພວກ​ເຖົ້າ​ແກ່ ພວກ​ຫົວ​ຫນ້າ ພວກ​ຜູ້​ຕັດ​ສິນ ພວກ​ເຈົ້າ​ຫນ້າທີ່ ແລະ​ປະ​ຊາ​ຊົນ​ມາ​ແລ້ວເວົ້າ​ວ່າ, “ດຽວ​ນີ້ ຂ້າ​ພະ​ເຈົ້າ​ກໍ​ເຖົ້າ​ແກ່​ຫລາຍ​ແລ້ວ 3 ຝ່າຍ​ພວກ​ທ່ານກໍ​ເຫັນ​ທຸກໆ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ພວກ​ທ່ານ​ໄດ້​ຊົງ​ກະ​ທຳ​ຕໍ່​ຊົນ​ຊາດ​ທັງ​ປວງເພື່ອ​ຊ່ອຍ​ພວກ​ທ່ານ ແມ່ນ​ພຣະ​ເຈົ້າ​ເອງ​ທີ່​ທຳ​ເສິ​ກ​ເພື່ອ​ພວກ​ທ່ານ 4 ຈົ່ງ​ຟັງ​ເທີນ ຂ້າ​ພະ​ເຈົ້າ​ໄດ້​ຈັດ​ເອົາ​ດິນ​ຂອ​ງ​ຊົນ​ຊາດ​ຕ່າງ​ໆ​ທີ່​ຍຶດ​ໄດ້​ແລ້ວ ແລະ​ທີ່​ຍັງ​ບໍ່​ທັນ​ຍຶ​ດໄດ້​ມອບ​ໃຫ້​ເປັນ​ສ່ວນ​ຂອງ​ຕະ​ກູນ​ທັງ​ຫລາຍ​ຂອງ​ພວກ​ທ່ານ ຊຶ່ງ​ເປັນ​ດິນ​ລະ​ຫວ່າງ​ແມ່​ນ້ຳ​ຈໍ​ແດນ​ທາງ​ຟາກ​ຕາເວັນ​ອອກ ກັບ​ທະ​ເລ​ເມ​ດິເຕ​ຣາ​ເນ​ທາງ​ຕາ​ເວັນ​ຕົກ 5 ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຈະ​ຊົງຂັບ​ໄລ່​ຊົນ​ຊາດ​ເຫລົ່າ​ນັ້ນ​ຖອຍ​ຫນີ​ຈາກ​ພວກ​ທ່ານ ແລະ​ພວກ​ທ່ານ​ຈະ​ໄດ້​ແຜ່ນ​ດິນ​ຂອ​ງ​ເຂົາ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ 6 ດັ່ງ​ນັ້ນ​ຈົ່ງ​ຕັ້ງ​ໃຈ​ແລະ​ທຳ​ຕາມ​ທຸກໆ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປື້ມ​ພຣະ​ທັມ​ຂອງ​ເຮົາ ຊຶ່ງ​ໂມ​ເຊ​ໄດ້​ສັ່ງ​ໄວ້ ຢ່າ​ປະ​ຖິ້ມ​ຂໍ້​ນຶ່ງ​ຂໍ້​ໃດ​ເລີຍ 7 ເພື່ອ​ວ່າ​ພວກ​ທ່ານ​ຈະ​ບໍ່ເຂົ້າ​ສ່ວນ​ກັບ​ປະ​ຊາ​ຊາດ​ຕ່າງໆ​ທີ່​ຢູ່​ກັບ​ພວກ​ທ່ານ ຫລື​ຮ້ອງ​ຫາ​ພຣະ​ຂອງ​ເຂົາ ແລະ​ສາ​ບານ​ໃນ​ນາມ​ຂອງ​ພຣະ​ນັ້ນ ພ້ອມ​ທັງ​ບົວ​ລະ​ບັດ​ຂາບ​ໄຫວ້​ມັນ 8 ຈົ່ງ​ສັດ​ຊື່​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ພວກ​ທ່ານ​ຕາມ​ທີ່​ເຄີຍ​ປະ​ຕິບັດ​ມາ​ແລ້ວ​ຈົນ​ເທົ່າ​ທຸກວັນ​ນີ້ 9 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ຊົນ​ຊາດ​ທີ່​ສຳ​ຄັນ ແລະ​ແຂງ​ແຮງ​ຫນີ​ຈາກ​ພວກ​ທ່ານ ແລະ​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ສາ​ມາດ​ຕໍ່​ສູ້​ພວກ​ທ່ານ​ໄດ້ 10 ຄົນ​ນຶ່ງ​ໃນ​ພວກ​ທ່ານ​ກໍ​ສາ​ມາດ​ຂັບ​ໄລ່​ພັນ​ຄົນ​ອອກ​ຈາກ​ພວກ​ທ່ານ​ໄດ້ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ກໍ​ທຳ​ເສິ​ກ​ເພື່ອ​ພວກ​ທ່ານ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ 11 ຈົ່ງ​ຫ​ມັ້ນ​ໃຈ​ໃນ​ການ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 12 ຖ້າ​ວ່າ​ພ​ວກ​ທ່ານ​ປະ​ພຣະ​ເຈົ້າ ແລະ​ກັບ​ຄືນ​ຕິດ​ຕໍ່​ກັບ​ຊົນ​ຊາດ​ທີ່​ຢູ່​ກັບ​ພວກ​ທ່ານ ແລະ​ແຕ່ງ​ງານ​ກັບ​ເຂົາ 13 ໃຫ້​ພວກ​ທ່ານ​ຮູ້​ໄວ້​ຢ່າງ​ແນ່ນອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ຈະ​ບໍ່​ຂັບ​ໄລ່​ພວກ​ເຂົາ​ຫນີ​ຈາກ​ພວກ​ທ່ານ​ອີກ​ຕໍ່​ໄປ ພວກ​ເຂົາ​ຈະ​ເປັນ​ຄື​ບ້ວງແຮ້ວ ​ແລະ​ຂຸມ​ດັກ​ຈັບ​ໃຫ້​ພວກ​ທ່ານ​ໄດ້​ຮັບ​ອັນ​ຕະ​ຣາຍ ແລະ​ເປັນ​ຄື​ໄມ້​ແສ້​ຂ້​ຽນ​ຫລັງ ຫລື​ສ້ຽນ​ຢູ່​ໃນ​ຕາ​ທີ່​ທຳ​ໃຫ້​ພວກ​ທ່ານ​ໄດ້ຮັບ​ຄວາມ​ເຈັບ​ປວດ ຈົນ​ເຖິງ​ພວກ​ທ່ານ​ຈະ​ສູນ​ສິ້ນ​ໄປ​ຈາກ​ແຜ່ນ​ດິນອັນ​ຈົບ​ງາມ​ນີ້ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​

ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ປະ​ທານ​ໃຫ້

14 ດຽວ​ນີ້ ຂ້າ​ພະ​ເຈົ້າ​ກໍ​ຢູ່​ໃນ​ຂັ້ນຂອງ​ຄວາມ​ຕາຍ​ແລ້ວ ທຸກໆ​ຄົນ​ກໍ​ຮູ້​ແກ່​ຈິດ​ໃຈ​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ຊົງ​ປະ​ທານ​ສິ່ງ​ທີ່​ດີໆ​ທຸກ​ຢ່າງ​ໃຫ້​ແກ່​ພວກ​ທ່ານ​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້ ແລະ​ທຸກໆ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ບໍ່​ມີ​ຈັກ​ຂໍ້​ໃດ​ທີ່​ບໍ່​ເປັນ​ຄວາມ​ຈິງ 15 ດຽວ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ຊົງ​ກະ​ທຳ​ສິ່ງ​ທີ່​ດີໆ​ທຸກ​ຢ່າງ​ໃຫ້​ຕາມ​ທີ່​ຊົງ​ກ່າວ​ໄວ້ 16 ແຕ່​ວ່າ ຖ້າ​ພວກ​ທ່ານ​ບໍ່​ຖື​ຮັກ​ສາ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໄວ້ ໄປ​ຣັບ​ໃຊ້​ ແລະ​ຂາບ​ໄຫວ້​ພຣະ​ອື່ນ ພຣະ​ອົງ​ຈະ​ຊົງ​ລົງ​ໂທດ​ພວກ​ທ່ານ​ທຸກ​ຄົນ ຈົນ​ກວ່າ​ທຸກໆ​ຄົນ​ຈະ​ສູນ​ສິ້ນ​ໄປ​ຈາກ​ແຜ່ນ​ດິນ​ທີ່​ຈົບ​ງາມ​ຊື່ງ​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ພວກ​ທ່ານ”

ໂຢຊວຍ 24

ໂຢ​ຊວຍ​ແນະ​ນຳ​ພວກ​ອິສ​ຣາ​ເອນທີ່​ເມືອງເຊເຄມ

1 ຕໍ່​ມາ ໂຢ​ຊວຍໄດ້​ເອີ້ນ​ພວກ​ຕະ​ກູນ​ອິສ​ຣາ​ເອນ​ເຂົ້າ​ມາ​ໂຮມ​ກັນ​ຢູ່​ເມືອງ​ເຊເຄມ ທ່ານ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າ​ແກ່ ພວກ​ຫົວ​ຫນ້າ ພວ​ກຜູ້​ຕັດ​ສິນ ພວກ​ເຈົ້າ​ຫນ້າ​ທີ່ ແລະ​ປະ​ຊາ​ຊົນ​ມາ ແລ້ວ​ຈຶ່ງ​ພາ​ກັນ​ໄປ​ເຝົ້າ​ພຣະ​ເຈົ້າ 2 ໂຢ​ຊວຍ​ເວົ້າ​ຕໍ່​ຄົນ​ເຫລົ່າ​ນີ້​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ອິສ​ຣາ​ເອນ​ຊົງ​ກ່າວ​ດັ່ງ​ນີ້​ ເປັນ​ເວ​ລາ​ດົນ​ນານ​ແລ້ວ ປູ່​ຍ່າ​ຕາ​ຍາ​ຂອງ​ພວກ​ເຈົ້າທີ່​ຢູ່​ຟາກ​ແມ່​ນ້ຳ​ເອີ​ຟ​ຣາດ​ເບື້ອງ​ນັ້ນ​ໄດ້​ຂາບ​ໄຫວ້​ພຣະ​ອື່ນເຕຣາຊຶ່ງ​ເປັນ​ບິ​ດາຂອງ​ອັບ​ຣາ​ຮາມ ​ແລະ​ນາ​ໂຮ​ກັບ​ເປັນ​ຜູ້​ນຶ່ງ​ທີ່​ຮ່ວມ​ຢູ່​ນຳ​ພວ​ກ​ປູ່​ຍ່າ​ຕາ​ຍາຍ​ນີ້ 3 ດັ່ງ​ນີ້ ເຮົາ​ຈຶ່ງ​ພາ​ອັບ​ຣາ​ຮາມ​ພໍ່​ເຄົ້າ​ຂອງ​ພວກ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ນັນ ຂ້າມ​ແມ່​ນ້ຳ​ເອີ​ຟ​ຣາດ​ແລະ​ໃຫ້​ຜ່ານ​ໄປ​ທົ່ວ​ປະ​ເທດ​ກາ​ນາ​ອານ ເຣົາ​ໄດ້​ໃຫ້​ເຊື້ອ​ສາຍ​ຂອງ​ເຂົາ​ທະ​ວີ​ຫລາຍ​ຂຶ້ນ 4 ໂດຍ​ໃຫ້​ເຂົາ​ມີ​ບຸດ​ຜູ້​ນຶ່ງ​ຊື່​ວ່າ ອີ​ຊາກ ແລະ​ໄດ້​ປະ​ທານ​ໃຫ້​ອີ​ຊາກ ຄື​ຢາ​ໂຄບ​ກັບ​ເອ​ຊາວ ຕໍ່​ມາ​ກໍ​ມອບເຂດ​ພູ​ຊີ​ນາ​ອີ​ໃຫ້​ເປັນ​ສ່ວນ​ຂອງ​ເອ​ຊາວ ສ່ວນ​ຢາ​ໂຄບ​ກັບລູກ​ຫລານ​ຂອງ​ເຂົາ​ໄດ້​ລົງ​ໄປ​ທາງ​ປະ​ເທດ​ເອ​ຢິບ 5 ແລ້ວ​ເຣົາ​ໄດ້​ສົ່ງ​ໂມ​ເຊ ແລະ​ອາ​ໂຣນ​ໄປ​ປະ​ເທດ​ເອ​ຢິບ ແລະ​ເຣົາ​ໄດ້​ນຳ​ເອົາ​ໄພ​ວິ​ບັດ​ອັນ​ຍິ່ງ​ໃຫຍ່​ໄປ​ສູ່​ປະ​ເທດ​ນັ້ນ ຕໍ່​ມາ​ເຣົາ​ໄດ້​ນຳ​ພວກ​ເຈົ້າ​ອອກ​ມາ 6 ແລະ​ເຣົາ​ໄດ້​ພາ​ພໍ່​ແມ່​ຂອງ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ ແລ້ວ​ທຸກໆ​ຄົນ​ຈຶ່ງ​ມາ​ເຖິງ​ທະ​ເລ​ໄມ້​ອໍ້ ຝ່າຍ​ພວກ​ເອ​ຢິບກໍ​ຂັບ​ຣົດ​ຮົບ​ອອ​ກໄລ່​ຕິດ​ຕາມ​ພວກ​ເຂົາ​ຈົນ​ເຖິງ​ນ້ຳ​ທະ​ເລ 7 ເມື່ອ​ພວກ​ເຂົາ​ອ້​ອນວອນ​ຮ້ອງ​ຫາ​ເຣົາ ເຮົາ​ກໍ​ບັນ​ດານ​ໃຫ້​ຄວາມ​ມືດ​ຂັ້ນ​ກາງ​ລະ​ຫວ່າງ​ພວກ​ເຂົາ ແລະ​ພວກ​ເອ​ຢິບ​ ແລະ​ໃຫ້​ນ້ຳ​ທະ​ເລ​ໄຫລ​ຖ້ວ​ມ​ພວກ​ເອ​ຢິບ ດັ່ງ​ນີ້ ພວກ​ເຈົ້າ​ກໍ​ເຫັນ​ສິ່ງ​ທີ່​ເຮົາ​ກະ​ທຳ​ຕໍ່​ປະ​ເທດ​ເອຢິບ​ແລ້ວ ຫລັງ​ຈາກ​ນັ້ນ ພວກ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໃນ​ຖິ່ນ​ກັນ​ດານ​ເປັນ​ເວ​ລາ​ດົນ​ນານ 8 ແລ້ວ​ເຮົາ​ກໍ​ນຳ​ພວກ​ເຈົ້າ​ໄປສູ່​ແຜ່ນ​ດິນ​ຂອງ​ຊາວ​ອາ​ໂມ​ຣິດ ທີ່​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ພວກ​ເຂົາ​ຕໍ່​ສູ້​ພວກ​ເຈົ້າ ແຕ່​ເຣົາ​ໃຫ້​ພວກ​ເຈົ້າ​ຊະນະ ແລະ​ຍຶດ​ເອົາ​ແຜ່ນ​ດິນ​ເຂົາ ແລ້ວ​ເຮົາ​ກໍ​ທຳ​ລາຍ​ເຂົາ​ຕໍ່​ຫນ້າ​ພວກ​ເຈົ້າ 9 ຕໍ່​ມາ ບາ​ລາກ​ບຸດ​ຂອງ​ຊິບ​ໂປ​ຣ໌ ເຈົ້າ​ຊີ​ວິດ​ຂອງ​ປະ​ເທ​ດໂມ​ອາບ ກໍ​ໄດ້​ຕໍ່​ສູ້​ພວກ​ອິສ​ຣາ​ເອນ​ເຂົາ​ສົ່ງ​ຄົນ​ໄປ​ບອກ​ບາ​ລາອາມ​ບຸດ​ເບ​ໂອຣ໌​ໃຫ້​ມາ​ສາບ​ແຊ່ງພວກ​ເຈົ້າ​ 10 ແຕ່​ວ່າ ເຮົາ​ບໍ່​ຍອມ​ຟັງ​ຄຳ​ຂອງ​ບາ​ລາ​ອາມ ດັ່ງ​ນັ້ນ​ບາ​ລາ​ອາມ​ຈຶ່ງອວຍ​ພອນ​ພວກ​ເຈົ້າ ແລະ​ເຮົາ​ຈຶ່ງ​ໂຜດ​ຊ່ອຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາ​ກ​ເງື້ອມ​ມື​ຂອງ​ບາ​ລາກ 11 ແລ້ວ​ພວກ​ເຈົ້າ​ພາ​ກັນ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ມາສູ່​ເມືອງ​ເຢ​ຣິໂກ ຝ່າຍ​ຊາວ​ເມືອງ​ເຢ​ຣິໂກ​ກໍ​ຕໍ່​ສູ້​ພວກ​ເຈົ້າ ແລະ​ຍັງ​ມີ​ພວ​ກອື່ນ​ທີ່​ຕໍ່​ສູ້​ພວກ​ເຈົ້າ ຄື​ຊາວ​ອາໂມ​ຣິດ ຊາວ​ເປ​ຣິ​ສ​ຊີ ຊາວກາ​ນາ​ອານ ຊາວ​ຮີດ​ຕີ ກີ​ຣ໌​ກາ​ຊີ ຊາວ​ຮີ​ວີ ແລະ​ຊາວ​ເຢ​ບຸ​ສ ແຕ່​ເຮົາ​ໄດ້​ໃຫ້​ພວກ​ເຈົ້າ​ຊະນະ​ພວກ​ເຂົາ 12 ເຣົາ​ໄດ້​ທຳ​ໃຫ້​ເຈົ້າ​ຊີ​ວິດ​ອາ​ໂມ​ຣິດ​ສອງ​ຄົນ​ຕົກ​ສະ​ທ້ານ​ຢ້ານ​ກົວ ແລະ​ເຮົາ​ໄດ້​ຂັບໄລ່​ເຂົາ​ອອກ​ໄປ​ໂດຍ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ຊະນະ​ຍ້ອນ​ດາບ​ຫລືຫນ້າ​ທະ​ນູ​ເລີຍ 13 ເຮົາ​ໄດ້​ໃຫ້​ທີ່​ດິນ​ແກ່​ພວກ​ເຈົ້າ ໂດຍ​ທີ່​ພວກ​ເຈົ້າບໍ່ໄດ້​ຂຸດ​ຄົ້ນ​ຖາກ​ຖາງ ແລະ​ເອົາ​ຫົວ​ເມືອງ​ຕ່າງໆ​ໃຫ້ ໂດຍ​ທີ່​ພວກ​ເຈົ້າ​ບໍ່ໄດ້​ກໍ່​ສ້າງ ແຕ່​ພວກ​ເຈົ້າ​ກໍ​ອາ​ໄສ​ຢູ່​ທີ່​ນັ້ນ ແລະ​ໄດ້​ກິນ​ຫມາກ​ອະ​ງຸ່ນ ຫມາກກອກ ໂດຍ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ປູກ​ຝັງ” 14 ໂຢ​ຊວຍ​ເວົ້າ​ຕໍ່​ໄປ​ອີກວ່າ, “ຈົ່ງ​ຂາບ​ໄຫວ້​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ຈິງ​ໃຈ ແລະ​ດ້ວຍ​ຄວາມ​ສັດ​ຊື່ ຈົ່ງ​ປະ​ຖິ້ມ​ພຣະ​ຕ່າງໆ​ທີ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ທ່ານ​ຂາບ​ໄຫວ້​ບົວ​ລະ​ບັດ​ທີ່​ຟາກຕາເວັນ​ອ​ອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ແລະ​ໃນ​ເອ​ຢິບເສັຽ ແລ້ວ​ທ່ານ​ທັງ​ຫລາຍ​ຈົ່ງ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ 15 ຖ້າ​ວ່າ​ພວກ​ທ່ານ​ບໍ່​ເຕັມ​ໃຈ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຕັດ​ສິນ​ໃຈ​ໃນ​ວັນ​ນີ້​ວ່າ ພວກ​ທ່ານ​ຈະ​ຮັບ​ໃຊ້​ຜູ້​ໃດ ຈະ​ຮັບ​ໃຊ້​ພຣະຊຶ່ງ​​ປູ່​ຍ່າ​ຕາ​ຍາຍບົວ​ລະ​ບັດ​ຢູ່​ໃນ​ທ້ອງ​ຖິ່ນ​ຟາກ​ຕາ​ເວັນ​ອອກ​ຂ​ອງ​ແມ່​ນ້ຳ​ເອີ​ຟຣາດ ຫລື​ພຣະ​ຂອງ​ຄົນ​ອາ​ໂມ​ຣິດ​ໃນແຜ່ນ​ດິນ​ຊຶ່ງ​ທ່ານອາ​ໄສ​ຢູ່​ນີ້ ແຕ່​ວ່າ ​ຂ້າ​ພະ​ເຈົ້າແລະ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຣັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ” 16 ພວກ​ປະ​ຊາ​ຊົນ​ຕອບ​ວ່າ, “ພວກ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ຫນີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ຮັບ​ໃຊ້​ພຣະ​ອື່ນ 17 ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ພາ​ພໍ່​ແມ່ ແລະ​ພວກ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ການ​ເປັນ​ຂ້ອຍ​ທາດ​ຂອງ​ປະ​ເທດ​ເອ​ຢິບ ແລະ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ການ​ກະ​ທຳ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ພວກ​ຂ້າ​ພະ​ເຈົ້າ​ທັງ​ຫລາຍໃນ​ທຸກໆ​ປະ​ເທດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຜ່ານ​ມາ 18 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຂັບ​ໄລ່​ຊາວ​ອາ​ໂມ​ຣິດ ທີ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ຫນີ​ອອກ​ໄປ​ກ່ອນ​ຫນ້າ​ພວກ​ຂ້າ​ພະ​ເຈົ້າ ດັ່ງນັ້ນ​ພວກ​ຂ້າ​ພະ​ເຈົ້າ​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ພະ​ເຈົ້າ” 19 ຝ່າຍ​ໂຢ​ຊວຍ​ກໍ​ເວົ້າ​ຕໍ່​ເຂົາ​ວ່າ, “ພວກ​ທ່ານ​ອາດ​ຣັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້ ເພາະ​ພຣະ​ອົງ​ບໍ​ຣິ​ສຸດ ແລະ​ຊົງ​ເປັນ​ພຣະ​ເຈົ້າ​ທີ່​ຫວງ​ແຫນ​ພວກ​ທ່ານ ພຣະ​ອົງ​ຈະ​ບໍ່​ຊົງ​ໃຫ້​ອະ​ພັຍ​ບາບ​ ແລະ​ຄວາມ​ຜິດ​ຂອງ​ພວກ​ທ່ານ 20 ຖ້າ​ພວກ​ທ່ານ​ປະ​ຖິ້ມ​ພຣະ​ຜູ້​ເປັ​ນ​ເຈົ້າ ໄປ​ຮັບ​ໃຊ້​ພຣະ​ທັງ​ຫລາຍ​ຂອງ​ຕ່າງ​ປະ​ເທດ ພຣະ​ອົງ​ຈະ​ຊົງ​ກັບ​ຄືນ​ມາ​ຕໍ່​ສູ້​ແລະ​ລົງ​ໂທດ​ພວກ​ທ່ານ ພຣະ​ອົງ​ຈະ​ທຳ​ລາຍ​ພວກ​ທ່ານ ເຖິງ​ແມ່ນ​ວ່າ​ພຣະ​ອົງ​ຊົງ​ທຳ​ດີ​ຕໍ່​ພວກ​ທ່ານ​ມາ​ແລ້ວ​ກໍ​ຕາມ” 21 ພວກ​ປະ​ຊາ​ຊົນ​ຈຶ່ງ​ເວົ້າ​ຕໍ່​ໂຢ​ຊວຍ​ວ່າ, “ບໍ່​ແມ່ນ ພວກ​ຂ້າ​ພະ​ເຈົ້າ​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ” 22 ໂຢ​ຊວຍ​ກໍ​ບອກ​ເຂົາ​ວ່າ, “ພວກ​ທ່ານ​ຮັບ​ຮອງ​ໄດ້​ບໍ່ວ່າ ພວກ​ທ່ານ​ໄດ້​ເລືອກ​ເອົາ​ເສັ້ນ​ທາງ​ຮັບ​ໃຊ້​ພຣະ​ຜູ້​ເປັ​ນ​ເຈົ້າ” ພວກ​ເຂົາ​ຕອບ​ວ່າ, “ໂດຍ ຂ້າ​ພະ​ເຈົ້າ​ຮັບ​ຮອງ​ໄດ້” 23 ໂຢ​ຊວຍ​ເວົ້າ​ຕໍ່​ໄປ​ວ່າ, “ດັ່ງ​ນັ້ນ ຈົ່ງ​ປະ​ຖິ້ມ​ພຣະ​ຂອງ​ພວກ​ຕ່າງ​ປະ​ເທດ​ທີ່​ຢູ່​ຖ້າມ​ກາງ​ພວກ​ທ່ານ​ເທີນ ແລະ​ຈົ່ງ​ຕິດ​ຕາມ​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ພວກ​ອິສ​ຣາ​ເອນ​ດ້ວຍ​ຄວາມ​ສັດ​ຊື່” 24 ຝ່າຍ​ປະ​ຊາ​ຊົນ​ໄດ້​ເວົ້າ​ຕໍ່​ໂຢ​ຊວຍ​ວ່າ, “ພວກ​ຂ້າ​ພະ​ເຈົ້າ​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພະ​ເຈົ້າ ແລະ​ຈະ​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ອົງ” 25 ດັ່ງ​ນັ້ນ​ ໂຢ​ຊວຍ​ຈຶ່ງ​ທຳ​ຄຳຫມັ້ນ​ສັນ​ຍາ​ກັບພວກເຂົາ​ໃນ​ວັນ​ນັ້ນ ແລະ​ໄດ້​ມອບ​ກົດ​ຫມາຍ​ກັບ​ຂໍ້​ຄຳ​ສັ່ງ​ແກ່​ເຂົາ​ຢູ່​ທີ່​ເມືອງ​ເຊ​ເຄມ 26 ໂຢ​ຊວຍ​ຈຶ່ງ​ບັນ​ທຶກ​ຂໍ້​ຄຳ​ສັ່ງ​ເຫລົ່າ​ນັ້ນ​ໃສ່​ປື້ມ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ກໍ​ເອົາ​ກ້ອນ​ຫີນ​ໃຫຍ່​ກ້ອນ​ນຶ່ງ​ຕັ້ງ​ຂຶ້ນ​ຢູ່​ຮົ່ມ​ຕົ້ນ​ກໍ່​ໃນ​ບ່ອນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 27 ທ່ານ​ເວົ້າ​ຕໍ່​ທຸກ​ໆ​ຄົນ​ວ່າ, “ຈົ່ງ​ເບິ່ງ​ກ້ອນ​ຫີນ​ນີ້ ມັນ​ຈະ​ເປັນ​ພ​ຍານ​ໃຫ້​ພວກ​ເຮົາ ມັນ​ໄດ້​ຍິນ​ທຸກ​ຖ້ອຍ​ຄໍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເວົ້າ​ຕໍ່​ພວກ​ເຮົາ ເພາະ​ສະ​ນັ້ນ ມັນ​ຈະ​ເປັນ​ພ​ຍານ​ບໍ່​ໃຫ້​ພວກ​ທ່ານ​ຄິດ​ກະ​ບົດ​ຕໍ່​ສູ້ພຣະ​ເຈົ້າ​ຂອງ​ພວກ​ທ່ານ” 28 ແລ້ວ​ໂຢ​ຊວຍ​ກໍ​ໃຫ້​ປະ​ຊາ​ຊົນ​ເຫລົ່າ​ນັ້ນ​ກັບ​ໄປ​ສູ່​ດິນ​ທີ່​ເປັນ​ສ່ວນ​ຂອງ​ຕົນ

ໂຢ​ຊວຍ​ແລະ​ເອ​ເລ​ອາ​ຊາ​ເສັຽ​ຊີ​ວິດ

29 ຫລັງ​ຈາກ​ນັ້ນ ໂຢ​ຊວຍ​ບຸດ​ນູນ ຊຶ່ງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ເສັຽ​ຊີ​ວິດ​ໃນ​ເວ​ລາ​ທ່ານ​ມີ​ອາ​ຍຸ​ຮ້ອຍ​ສິບ​ປີ 30 ເຂົາ​ຝັງ​ສົບ​ທ່ານ​ໄວ້​ໃນທີ່​ດິນ​ຂອງ​ທ່ານ​ເອງ​ທີ່​ບ້ານ​ຕີມ​ນັ​ທ​ເຊ​ຣາ ຢູ່​ເທິງ​ພູ​ດອຍ​ເອ​ຟ​ຣາ​ອິມ​ທາງ​ທິດ​ເຫນືອ​ຂອງ​ພູ​ກາ​ອັ​ສ 31 ໃນ​ຊົ່ວ​ຊີ​ວິດ​ຂອງໂຢ​ຊວຍ​ນັ້ນ ພວກ​ອິສ​ຣາ​ເອນ​ໄດ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ມາ ພວກ​ເຂົາ​ກໍ​ຍັງ​ດຳ​ເນີນ​ໃນ​ການ​ຮັບ​ໃຊ້​ພຣະ​ອົງ​ຢູ່​ຕລອດ​ຊີ​ວິດ​ຂອງ​ພວກ​ຜູ້​ນຳ​ທຸກໆ​ຄົນ ທີ່​ຮູ້​ຈັກ​ທຸກ​ສິ່ງ​ກ່ຽວ​ກັບ​ການ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ຕໍ່​ພວກ​ອິສ​ຣາ​ເອນ 32 ສ່ວນ​ກະ​ດູກ​ຂອງ​ໂຢເຊັບ​ທີ່​ພວກ​ອິສ​ຣາ​ເອນເອົາ​ມາ​ຈາກ​ປະ​ເທດ​ເອ​ຢິບ​ນັ້ນ ໃນ​ສ່ວນ​ທີ່​ດິນ​ຊຶ່ງ​ຢາ​ໂຄບ​ຊື້​ໄວ້​ຈາກ​ບຸດ​ຫລານ​ຂອງ​ຮາ​ໂມ​ຣ໌​ບິ​ດາ​ຂອງ​ເຊ​ເຄມ​ເປັນ​ເງິນ​ນຶ່ງ​ຮ້ອຍ​ແຜ່ນ ທີ່​ນີ້​ເປັນ​ຕົກ​ເປັນ​ມໍ​ຣະ​ດົກ​ຂອງ​ເຊື້ອ​ສາຍ​ໂຢ​ເຊັບ 33 ແລະ​ເອ​ເລ​ອາ​ຊາ​ບຸດ​ຂອງ​ອາ​ໂຣນກໍ​ສິ້ນ​ຊີ​ວິດ ແລະ​ເຂົາ​ຝັງ​ສົບ​ທ່ານ​ໄວ້​ທີ່​ກິເບ​ອາ ເມືອງ​ຂອງ​ຟີ​ເນ​ຮັ​ສ​ບຸດ​ຂອງ​ທ່ານ ຊຶ່ງໄດ້​ມອບ​ໄວ້​ໃຫ້​ເຂົາ​ໃນ​ເທິງ​ພູ​ດອຍເອ​ຟ​ຣາ​ອິມ

ພວກຜູ້ປົກຄອງ 1

ເຜົ່າ​ຢູ​ດາ ແລະ​ຊີ​ເມ​ໂອນ​ຈັບ​ອາ​ໂດ​ນີ​ເບ​ເຊກ

1 ຢູ່​ມາ​ເມື່ອ​ໂຢ​ຊວຍ​ໄດ້​ເສັຽ​ຊີ​ວິດ​ແລ້ວ ຄົນ​ອິສ​ຣາ​ເອນ​ທູນ​ຖາມ​ພຣະ​ຜູ້​ເປັນເຈົ້າ​ວ່າ, “ໃຜ​ໃນ​ພວກ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ຂຶ້ນ​ໄປ​ກ່ອນ​ເພື່ອ​ສູ້​ຮົບ​ກັບ​ຄົນ​ກາ​ນາ​ອານ” 2 ພຣະ​ຜູ້​ເປັນເຈົ້າ​ກ່າວວ່າ, “ຢູ​ດາ​ຈະ​ຂຶ້ນ​ໄປ ເບິ່ງ​ແມ໋, ເຣົາ​ໄດ້​ມອບ​ແຜ່ນ​ດິນ​ນັ້ນ​ໄວ້​ໃນ​ກໍາ​ມື​ເຂົາ​ແລ້ວ” 3 ຢູ​ດາ​ຈຶ່ງ​ເວົ້າ​ກັບ​ຊີ​ເມ​ໂອນ​ອ້າຍ​ຂອງ​ຕົນ​ວ່າ, “ຈົ່ງ​ຂຶ້ນ​ໄປ​ກັບ​ເຣົາ ໃນ​ເຂດ​ແດນ​ທີ່​ກຳ​ນົດ​ໃຫ້​ແກ່​ເຣົາ ເພື່ອ​ເຣົາ​ຈະ​ໄດ້​ຕໍ່​ສູ້​ກັບ​ຄົນ​ກາ​ນາ​ອານ ແລະ​ເຮົາ​ຈະ​ໄປ​ຮ່ວມ​ຮົບ​ໃນ​ເຂດ​ແດນ​ທີ່​ກຳ​ນົດ​ໃຫ້​ແກ່​ທ່ານ​ນັ້ນ​ເຫມື​ອນ​ກັນ” ຊີ​ເມ​ໂອນ​ກໍ​ໄປ​ກັບ​ເຂົາ 4 ແລ້ວ​ຢູ​ດາກໍ​ຂຶ້ນ​ໄປ ແລະ​ພຣະຜູ້​ເປັນ​ເຈົ້າ​ຊົງ​ມອບ​ຄົນ​ກາ​ນາ​ອານ ຄົນ​ເປ​ຣິ​ສ​ຊີ​ໄວ້​ໃນ​ມື​ຂອງ​ເຂົາ ແລະ​ເຂົາ​ກໍ​ປະ​ຫານ​ຄົນ​ທີ່​ເມືອງ​ເບ​ເຊກ ແລະ​ເຂົາ​ໄດ້​ປະ​ຫານ​ຄົນ​ໃນ​ເມືອງ​ເບ​ເຊກ​ນຶ່ງ​ຫມື່ນ​ຄົນ 5 ​ເຂົາ​ທັງ​ຫລາຍ​ພົບ​ອາ​ໂດ​ນີ​ເບ​ເຊກ​ໃນ​ເມືອງ​ເບ​ເຊກ ແລະ​ຕໍ່​ສູ້​ກັບ​ທ່ານ ເຂົາ​ໄດ້​ປະ​ຫານ​ຄົນ​ກາ​ນາ​ອານ ແລະ​ຄົນ​ເປ​ຣິ​ສ​ຊີ 6 ອາ​ໂດ​ນີ​ເບ​ເຊກໄດ້​ຫນີ​ໄປ ແຕ່​ເຂົາ​ຕາມ​ຈັບ​ໄດ້​ຕັດ​ນິ້ວ​ຫົວ​ໂປ້​ມື ແລະ​ນິ້ວ​ຫົວ​ໂປ້​ຕີນ​ຂອງ​ທ່ານ​ອອກ​ເສັຽ 7 ອາ​ໂດ​ນີ​ເບ​ເຊກ​ກ່າວ​ວ່າ, “ມີ​ກະ​ສັດ​ເຈັດ​ສິບ​ອົງ​ທີ່​ມີ​ຫົວ​ໂປ້​ມື​ແລະ​ຫົວ​ໂປ້​ຕີນ​ດ້ວນ ເກັບ​ເສດ​ອາ​ຫານ​ຢູ່​ໃຕ້​ໂຕະ​ຂອງ​ເຣົາ ເຮົາ​ກະ​ທຳ​ແກ່​ເຂົາ​ຢ່າງ​ໃດ ພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ຊົງ​ກະ​ທຳ​ແກ່​ເຮົາ​ຢ່າງ​ນັ້ນ” ເຂົາ​ທັງ​ຫລາຍກໍ​ຄຸມ​ຕົວ​ທ່ານ​ມາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ທ່ານ​ກໍ​ເສັຽ​ຊີ​ວິດ​ຢູ່​ທີ່​ນັ້ນ

ເຜົ່າ​ຢູ​ດາ​ຊະນະ​ເມືອງ​ເຢ​ຣູ​ຊາ​ເລັມ ແລະ​ ເມືອງ​ເຮ​ໂບ​ຣນ

8 ແລະ​ຄົນ​ຢູ​ດາ​ໄດ້​ເຂົ້າ​ໂຈມ​ຕີເມືອງ​ເຢ​ຣູ​ຊາ​ເລັມ ແລະ​ຍຶດ​ເມືອງ​ໄດ້ ຈຶ່ງ​ຂ້າ​ຟັນ​ຊາວ​ເມືອງ​ເສັຽ​ດ້ວຍ​ຄົມ​ດາບ ແລະ​ເອົາ​ໄຟ​ເຜົາ​ເມືອງ​ເສັຽ 9 ພາຍ​ຫລັງ​ຄົນ​ເຜົ່າ​ຢູ​ດາ​ໄດ້​ລົງ​ໄປ​ສູ້​ຮົບ​ກັບ​ຄົນ​ກາ​ນາ​ອານ​ຜູ້​ຊຶ່ງ​ຕັ້ງ​ຢູ່ຕາມ​ແຖບ​ພູ​ໃນ​ເນເກັບ ແລະ​ທີ່​ຢູ່​ຕາມ​ຕີນ​ພູ 10 ແລະ​ຢູດາ​ໄດ້​ໄປ​ສູ້​ຮົບ​ກັບ​ຄົນ​ກາ​ນາ​ອານ​ຜູ້​ຢູ່​ໃນ​ເຮ​ໂບ​ຣນ (ເມືອງ​ເຮ​ໂບ​ຣນ​ນັ້ນ​ແຕ່​ກ່ອນ​ມີ​ຊື່​ວ່າ ກິຣີ​ອາດ​ອາ​ຣ໌​ບາ) ແລະ​ເຂົາ​ທັງ​ຫລາຍ​ໄດ້​ປະ​ຫານ​ເຊ​ຊັຍ ແລະ​ອາ​ຮີ​ມານ ແລະ​ຕັນ​ມັຍ

ໂອດ​ນີ​ເອນ​ຊະນະ​ເມືອງ​ເດ​ບີ​ຣ໌ ແລະ​ໄດ້​ຮັບ​ນາງ​ສາວ​ອັກ​ສາ

11 ເຂົາ​ທັງ​ຫລາຍ​ຍົກ​ມາ​ຈາກ​ທີ່​ນັ້ນ​ໄປ​ຕໍ່​ສູ້​ຮົບ​ກັບ​ຊາວ​ເມືອງ​ເດ​ບີ​ຣ໌ (ເມືອງ​ເດ​ບີ​ຣ໌​ນັ້ນ​ແຕ່​ກ່ອນມີ​ຊື່​ວ່າ ກິຣີ​ອາດ​ເຊ​ເຟີ) 12 ແລະ​ກາ​ເລັບ​ກ່າວ​ວ່າ, “ໃຜ​ໂຈມ​ຕີ​ເມືອງ​ກິຣີ​ອາດ​ເຊ​ເຟີ ແລະ​ຍຶດ​ໄດ້ ເຮົາ​ຈະ​ຍົກ​ອັກ​ສາ​ບຸດ​ສາວ​ຂອງ​ເຮົາ​ໃຫ້​ເປັນ​ເມັຽ” 13 ໂອດ​ນີ​ເອນ​ບຸດ​ເກ​ນັ​ສ ນ້ອງ​ຊາຍ​ຂອງ​ກາ​ເລັບ​ຕີ​ເມືອງ​ນັ້ນ​ໄດ້ ທ່ານ​ຈຶ່ງ​ຍົກ​ອັກ​ສາ​ບຸດ​ສາວ​ຂອງ​ຕົນ​ໃຫ້​ເປັນ​ເມັຽ 14 ຢູ່​ມາ​ເມື່ອ​ແຕ່ງ​ງານ​ກັນ​ແລ້ວ ນາງ​ຈຶ່ງ​ຊວນ​ຜົວ​ໃຫ້​ຂໍ​ທີ່​ດິນ​ຈາກ​ບິ​ດາ ນາງ​ກໍ​ລົງ​ມາ​ຈາກ​ຫລັງ​ລໍ ກາ​ເລັບ​ຈຶ່ງ​ຖາມ​ນາງວ່າ, “ເຈົ້າ​ມາ​ມີ​ເຣື່ອງ​ຫຍັງ” 15 ນາງ​ຈຶ່ງ​ຕອບ​ທ່ານ​ວ່າ, “ຂໍ​ຂອງ​ຂວັນ​ໃຫ້​ລູກ​ຈັກ​ຢ່າງ​ນຶ່ງ​ເຖີດ ເມື່​ອພໍ່​ໃຫ້​ຂ້າ​ນ້ອຍ​ມາ​ຢູ່​ໃນ​ດິນ​ແດນ​ເນເກັບ​ແລ້ວ ລູກ​ຂໍ​ນ້ຳ​ພຸນຳ” ແລະ​ກາ​ເລັບ​ກໍ​ຍົກ​ນ້ຳ​ພຸ​ທາງ​ເທິງ​ແລະນ້ຳ​ພຸ​ທາງ​ລຸ່ມ​ໃຫ້​ແກ່​ນາງ

ເຂດ​ແດນ​ທີ່​ເຜົ່າ​ຢູ​ດາ ແລະ​ເບັນ​ຢາ​ມິນ​ຍຶດ​ຄອງ

16 ຄົນ​ເກ​ນິດ​ພໍ່​ເຖົ້າ​ຂອງ​ໂມ​ເຊ​ໄດ້​ຂຶ້ນ​ໄປ​ຈາກ​ເມືອງ​ດົງ​ຕົ້ນ​ຕານ ພ້ອມ​ກັ​ບ​ຄົນ​ຢູ​ດາ​ມາ​ເຖິງ​ຖິ່ນ​ກັນ​ດານ​ຢູ​ດາ​ຊຶ່ງ​ຢູ່​ໃນ​ເນ​ເກັບ​ໃກ້​ອາ​ຣາດ ແລະ​ເຂົາ​ກໍ​ເຂົ້າ​ໄປ​ຕັ້ງ​ຢູ່​ກັບ​ຊົນ​ຊາດ​ນັ້ນ 17 ຢູ​ດາກໍ​ຍົກ​ໄປ​ຮ່ວມ​ກັບ​ຊີ​ເມ​ໂອນ​ອ້າຍ​ຂອງ​ເຂົາ​ປະ​ຫານ​ຄົນ​ກາ​ນາ​ອານ​ຊຶ່ງ​ຢູ່​ໃນ​ເມືອງ​ເຊ​ຟັ​ທ ແລະ​ທຳ​ລາຍ​ເມືອງ​ນັ້ນ​ເສັຽຢ່າງ​ສິ້ນ​ເຊີງ ເຂົາ​ຈຶ່ງ​ເອີ້ນ​ຊື່​ເມື​ອງ​ນັ້ນ​ວ່າ​ໂຮ​ຣ໌​ມາ 18 ຢູ​ດາ​ໄດ້​ຍຶດ​ເມືອງ​ກາ​ຊາ​ພ້ອມ​ທັງ​ອາ​ນາ​ເຂດ ແລະ​ເມືອງ​ອັ​ສ​ເກ​ໂລນ​ພ້ອມ​ທັງ​ອາ​ນາ​ເຂດ ແລະ​ເມືອງ​ເອກ​ໂລນ​ພ້ອມ​ທັງ​ອາ​ນາເຂດ​ໄວ້​ດ້ວຍ 19 ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ຢູ​ດາ ເຂົາ​ຈຶ່ງ​ຂັບ​ໄລ່​ຊາວພູ​ດອຍ​ອອກ​ໄປ ແຕ່​ຈະ​ຂັບໄລ່​ຊາວ​ເມືອງ​ທີ່​ຢູ່​ໃນ​ທີ່​ຮາບ​ພຽງ​ນັ້ນບໍ່​ໄດ້ ເພາະ​ພວກເຫລົ່າ​ນັ້ນ​ມີ​ຣົດ​ຮົບ​ເຫລັກ 20 ເມືອງ​ເຮ​ໂບ​ຣນ​ນັ້ນ​ເຂົາ​ຍົກ​ໃຫ້​ກາ​ເລັບ​ດັ່ງ​ທີ່​ໂມ​ເຊ​ໄດ້​ກ່າວໄວ້ ກາ​ເລັບ​ຈຶ່ງ​ຂັບ​ໄລ່​ບຸດ​ຊາຍ​ທັງ​ສາມ​ຄົນ​ຂອງ​ອາ​ນາກ​ອອກ​ໄປ​ເສັຽ 21 ແຕ່​ຄົນ​ເບັນ​ຢາ​ມິນ​ບໍ່ໄດ້​ຂັບ​ໄລ່​ຄົນ​ເຢບຸສ​ຜູ້​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ໃຫ້​ອອກ​ໄປ ດັ່ງ​ນັ້ນ​ຄົນ​ເຢ​ບຸ​ສ​ຈຶ່ງ​ອາ​ໄສ​ຢູ່​ກັບ​ຄົນ​ເບັນ​ຢາ​ມິນ​ໃນ​ເຢ​ຣູ​ຊາ​ເລັມ​ຈົນ​ເຖິງ​ທຸກວັນ​ນີ້

ເຊື້ອ​ສາຍ​ໂຢ​ເຊັບ​ຊະນະ​ເມືອງ​ເບັດ​ເອນ

22 ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ໄດ້​ຂຶ້ນ​ໄປ​ໂຈມ​ຕີ​ເມືອງ​ເບັດ​ເອນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ເຂົາ 23 ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ໄດ້​ໃຊ້​ຄົນ​ໄປ​ສອດ​ແນມ​ເມືອງ​ເບັດ​ເອນ (ແຕ່​ກ່ອນ​ເມືອງ​ນີ້​ຊື່ ລູ​ຊ) 24 ແລະ​ຜູ້​ສອດ​ແນມ​ເຫັນ​ຊາຍ​ຄົນ​ນຶ່ງ​ຍ່າງ​ອອກ​ມາ​ຈາກ​ເມືອງ ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ, “ຂໍ​ຊີ້​ທາງ​ເຂົ້າ​ເມືອງ​ນີ້​ໃຫ້​ແກ່​ເຮົາ ແລະ​ເຣົາ​ຈະ​ປາ​ນີ​ເຈົ້າ” 25 ຊາຍ​ຄົນ​ນັ້ນກໍ​ຊີ້​ທາງ​ເຂົ້າ​ເມືອງ​ໃຫ້ ແລະ​ເຂົາ​ປະ​ຫານ​ເມືອງ​ນັ້ນ ທຳ​ລາຍ​ເສັຽດ້ວຍ​ຄົມ​ດາບ ແຕ່​ເຂົາ​ປ່ອຍ​ໃຫ້​ຊາຍ​ຄົນ​ນັ້ນ ແລະ​ຍາດ​ຕິ​ພີ່​ນ້ອງ​ຂອງ​ເຂົາ​ລອດ​ໄປ 26 ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ຮີດ​ຕີ ແລະ​ສ້າງ​ເມືອງ​ຂຶ້ນ​ເມືອງ​ນຶ່ງ​ເອີ້ນ​ຊື່​ວ່າ​ເມືອງ ລູ​ຊ ຊຶ່ງ​ເປັນ​ຊື່​ຢູ່​ຈົນ​ເຖິງ​ທຸກວັນ​ນີ້ 27 ມາ​ນັ​ສ​ເຊ​ບໍ່ໄດ້​ຂັບ​ໄລ່​ຊາວ​ເມືອງ​ເບັດ​ເຊ​ອານ ແລະ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ໃຫ້​ອອກ​ໄປ ຫລື​ຊາວ​ເມືອງ​ຕາ​ອາ​ນາກ​ກັບ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ຫລື​ຊາວ​ເມືອງ​ໂດ​ຣ໌​ກັບ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ຫລື​ຊາວ​ເມືອງ​ອິບ​ເລ​ອາມ​ກັບ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ຫລື​ຊາວ​ເມືອງ​ເມ​ກິດ​ໂດ​ກັບ​ຊາວ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແຕ່​ຄົນ​ກາ​ນາ​ອານ​ຍັງ​ສືບ​ຕໍ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ 28 ຢູ່​ມາ​ເມື່ອ​ຄົນ​ອິສ​ຣາ​ເອນ​ມີ​ກຳ​ລັງ​ເຂັ້ມ​ແຂງ​ຂຶ້ນ​ກໍ​ບັງ​ຄັບ​ຄົນ​ກາ​ນາ​ອານ​ໃຫ້​ທຳ​ງານ​ໂຍ​ທາ ແຕ່​ບໍ່​ໄດ້​ຂັບ​ໄລ່​ໃຫ້​ເຂົາ​ອອກ​ໄປ​ໃຫ້​ຫມົດ 29 ແລະ​ເອ​ຟ​ຣາ​ອິມ​ບໍ່​ໄດ້​ຂັບ​ໄລ່​ຄົນ​ກາ​ນາ​ອານ​ຜູ້​ອາ​ໄສ​ຢູ່​ໃນ​ເມືອງ​ເກ​ເຊີ​ໃຫ້​ອອກ​ໄປ ແຕ່​ຄົນ​ກາ​ນາອານ​ຍັງ​ອາ​ໄສ​ຢູ່​ໃນ​ເມືອງ​ເກ​ເຊີ​ຖ້າມ​ກາງ​ເຂົາ

ເຂດ​ແດນ​ທີ່​ເຜົ່າ​ອື່ນໆ​ຍຶດ​ຄອງ

30 ເຊ​ບູ​ລູນ​ບໍ່​ໄດ້​ຂັບ​ໄລ່ຊາວ​ເມືອງ​ກິດ​ໂຣນ ຫລື​ຊາວ​ເມືອງ​ນາ​ຮາ​ໂລນ ແຕ່​ຄົນ​ກາ​ນາ​ອານ​ໄດ້​ອາ​ໄສ​ຢູ່​ຖ້າມ​ກາງ​ເຂົາ​ແລະ​ຖືກ​ເກນ​ໃຫ້​ທຳ​ງານ​ໂຍ​ທາ 31 ອາ​ເຊີ​ບໍ່​ໄດ້​ຂັບ​ໄລ່​ຊາວ​ເມືອງ​ອັກ​ໂກ ຫລື​ຊາວ​ເມືອງ​ຊີ​ໂດນ ຫລື​ຊາວ​ເມືອງ​ອາ​ລາບ ຫລື​ຊາວ​ເມືອງ​ອັກ​ຊີບ ຫລື​ຊາວ​ເມືອງ​ເຮນ​ບາ ຫລື​ຊາວ​ເມືອງ​ອາ​ຟິກ ຫລື​ຊາວ​ເມືອງ​ເຣ​ໂຮບ 32 ແຕ່​ຄົນ​ເຜົ່າ​ອາ​ເຊີ​ໄດ້​ອາ​ໄສ​ຢູ່​ຖ້າມ​ກາງ​ຄົນ​ກາ​ນາ​ອານ​ຊາວ​ແຜ່ນ​ດິນ​ນັ້ນ ເພາະ​ວ່າ​ເຂົາ​ທັງ​ຫລາຍ​ບໍ່ໄດ້​ຂັບ​ໄລ່​ໃຫ້​ອອກ​ໄປ​ເສັຽ 33 ເນັຟທາ​ລີ​ບໍ່​ໄດ້​ຂັບ​ໄລ່​ຊາວ​ເມືອງ​ເບັດ​ເຊ​ເມ​ສ ຫລື​ຊາວ​ເມືອງ​ເບັດ​ອາ​ນັ​ທ ແຕ່​ອາ​ໄສ​ຢູ່​ໃນ​ຫມູ່​ຄົນ​ກາ​ນາ​ອານ​ຊາວ​ແຜ່ນ​ດິນ​ນັ້ນ ແຕ່​ຢ່າງ​ໃດ​ກໍ​ດີ​ຊາວ​ເມືອງ​ເບັດ​ເຊ​ເມ​ສ ແລະ​ຊາວ​ເມືອງ​ເບັດ​ອາ​ນັທ​ກໍ​ຖືກ​ເກນ​ໃຫ້​ທຳ​ງານ​ໂຍ​ທາ 34 ຄົນ​ອາ​ໂມ​ຣິດ​ໄດ້​ບັງ​ຄັບ​ຄົນ​ເຜົ່າ​ດານ​ໃຫ້​ກັບ​ເຂົ້າ​ໄປ​ໃນ​ພູ​ດອຍ​ບໍ່​ຍອມ​ໃຫ້​ລົງ​ມາ​ຍັງ​ທີ່​ລຸ່ມ 35 ຄົນ​ອາ​ໂມ​ຣິດ​ຍັງ​ສືບ​ຕໍ່​ອາ​ໄສ​ຢູ່​ທີ່​ຮາ​ຣ໌​ເຮ​ເຣ​ສ​ໃນ​ເມືອງ​ອັຍ​ຢາ​ໂລນ ແລະ​ໃນ​ເມືອງ​ຊາ​ອັນ​ບິມ ແຕ່​ມີ​ເຊື້ອ​ສາຍ​ໂຢ​ເຊັບ​ເຫນືອກວ່າ​ມື​ເຂົາ​ທັງ​ຫລາຍ ເຂົາ​ຈຶ່ງ​ຖືກ​ເກນ​ໃຫ້​ທຳ​ງານ​ໂຍ​ທາ 36 ອາ​ນາ​ເຂດ​ຂອງ​ຄົນ​ອາ​ໂມ​ຣິດ​ຕັ້ງ​ຕົ້ນ​ແຕ່​ທາງ​ຂ້າມ​ພູ​ອັກ​ຣັບ​ບິມ ຕັ້ງ​ແຕ່​ເມືອງ​ເຊ​ລາ​ຂຶ້ນ​ໄປ

ພວກຜູ້ປົກຄອງ 2

ທູດຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ທີ່ໂບ​ຄີມ

1 ຕໍ່​ມາ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ຈາກ​ເມືອງ​ກິນ​ການ​ເພື່ອ​ໄປ​ໂບ​ຄິມ ທູດ​ອົງ​ນີ້​ເວົ້າ​ຕໍ່​ພວກອິສ​ຣາເອນ​ວ່າ, “ເຮົາ​ພາພວກ​ເຈົ້າ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ແລະ​ນຳ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ທີ່​ໄດ້​ສັນ​ຍາ​ໄວ້​ກັບ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຈົ້າ ເຮົາ​ໄດ້​ບອກ​ພວກ​ເຈົ້າ​ວ່າ ເຮົາ​ຈະ​ບໍ່​ລົບ​ລ້າງ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ມີ​ໄວ້​ກັບ​ພວກ​ເຈົ້າ​ຈັກ​ເທື່ອ 2 ແລະ​ພວກ​ເຈົ້າ​ຕ້ອງ​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ພວກ​ເຂົາ​ນັ້ນ​ຖິ້ມ​ຫມົດ​ເສັຽ ແຕ່​ພວກ​ເຈົ້າ​ບໍ່​ໄດ້​ທຳ​ຕາມ​ທີ່​ເຮົາ​ໄດ້​ບອກ​ໄວ້ ພວກ​ເຈົ້າ​ກັບ​ໄປ​ທຳ​ຢ່າງ​ອື່ນ​ແທນ 3 ສະ​ນັ້ນ​ເຣົາ​ຂໍ​ບອກ​ພວກ​ເຈົ້າ​ດຽວ​ນີ້​ວ່າ ເຮົາ​ຈະ​ບໍ່​ຂັບ​ໄລ່​ປະ​ຊາ​ຊົນ​ເຫລົ່າ​ນີ້​ອອກ​ໄປ​ຈາກ​ບ່ອນ​ທີ່​ພວກ​ເຈົ້າ​ຈະ​ໄປ​ຢູ່​ນັ້ນ ພວກ​ເຂົາ​ຈະ​ເປັນ​ຜູ້​ຂົ່ມ​ເຫັງ​ພວກ​ເຈົ້າ ແລະ​ພຣະ​ຂອງ​ເຂົາ​ຈະ​ເປັນ​ສິ່ງ​ທີ່​ລໍ້​ລວງ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ເຄາະ​ຮ້າຍ” 4 ເມື່ອ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເວົ້າ​ດັ່ງ​ນັ້ນ​ແລ້ວ ພວກ​ອິສ​ຣາ​ເອນ​ກໍ​ພາ​ກັນ​ຮ້ອງ​ໄຫ້ 5 (ດັ່ງ​ນັ້ນ​ບ່ອນ​ນີ້​ຈຶ່ງ​ໄດ້​ເອີ້ນ​ວ່າໂບ​ຄີມ) ແລ້ວ​ພວກ​ເຂົາ​ກໍ​ເອົາ​ເຄື່ອງ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ

ໂຢ​ຊວຍ​ເສັຽ​ຊີ​ວິດ

6 ເມື່ອ​ໂຢ​ຊວຍ​ໄດ້​ສົ່ງ​ພວກ​ອິສ​ຣາ​ເອນ​ກັບ​ຄືນ​ເມືອ ພວກ​ເຂົາ​ແຕ່​ລະຄົນ​ກໍ​ໄປ​ຮັບ​ເອົາ​ສ່ວນ​ແບ່ງ​ຂອງ​ຕົນ​ໃນ​ແຜ່ນ​ດິນ​ນັ້ນ 7 ພວກ​ອິສ​ຣາ​ເອນ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ຊົ່ວ​ຊີ​ວິດ​ຂອງ​ໂຢ​ຊວຍ ແລະ​ຫ​ລັງ​ຈາກ​ທ່ານ​ເສັຽ​ຊີ​ວິດ​ໄປ​ແລ້ວ ພວ​ກ​ເຂົາ​ກໍ​ຍັງ​ຮັບ​ໃຊ້​ພຣະ​ອົງ​ຕໍ່​ໄປ​ຈົນຕລອດ​ຊົ່ວ​ອາ​ຍຸ​ຂອງ​ພວກ​ຜູ້​ນຳ ພວກ​ຜູ້​ນຳ​ເຫລົ່າ​ນີ້​ເປັນ​ຜູ້​ຮູ້​ຈັກ​ກິ​ຈ​ການ​ທຸກ​ຢ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ຕໍ່​ພວກ​ອິສ​ຣາ​ເອນ 8 ໂຢ​ຊວຍ​ບຸດ​ຂອງ​ນູນ​ຜູ້​ຮັ​ບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ເສັຽ​ຊີ​ວິດ​ໄປ​ເມື່ອ​ອາຍຸ​ໄດ້​ຮ້ອຍ​ສິບ​ປີ 9 ສົບ​ຂອງ​ທ່ານ​ໄດ້​ຝັງ​ໄວ້​ໃນ​ດິນ​ຂອງ​ທ່ານ​ເອງ ຢູ່​ເທິງ​ພູ​ເອ​ຟ​ຣາ​ອິມ​ທີ່​ເມືອງ​ຕິມ​ນັ​ທ​ເຮ​ເຣສ ຢູ່​ທາງ​ທິດ​ເຫນືອ​ຂອງ​ພູ​ກາ​ອັ​ສ 10 ຕໍ່​ມາ ຄົນ​ທຸກ​ຄົນ​ໃນ​ສະ​ໄຫມ​ດຽວ​ກັນ​ນັ້ນ​ກໍ​ເສັຽ​ຊີ​ວິດ​ໄປ​ເຊັ່ນ​ດຽວ​ກັນ ແຕ່​ພວກ​ທີ່​ເກີດ​ໃຫມ່​ໃຫຍ່​ລຸນ​ໄດ້​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ຫມົດ​ຕລອດ​ທັງ​ທຸກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຕໍ່​ພວກ​ອິສ​ຣາ​ເອນ

ອິສ​ຣາ​ເອນ​ປະ​ລະ​ການ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ

11 ເມື່ອ​ພວກ​ອິສ​ຣາ​ເອນ​ທຳ​ຜິດ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຣັບ​ໃຊ້​ພຣະ​ບາ​ອານ 12 ພວກ​ເຂົາ​ໄດ້​ປະ​ລະ​ການ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ເຂົາ ຜູ້​ຊົງ​ນຳ​ຫນ້າ​ເຂົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ ພ​ວກ​ເຂົາ​ພາ​ກັນ​ເລີ້ມ​ນະ​ມັ​ສ​ການ​ພຣະ​ອື່ນ ຊຶ່ງ​ເປັນ​ພຣະ​ຂອງ​ຊົນ​ຊາດ​ຕ່າງໆ​ທີ່​ຢູ່ອ້ອມ​ຮອບ​ເຂົາ​ນັ້ນ ພວກ​ເຂົາ​ໄດ້​ພາ​ກັນ​ຂາບ​ໄຫວ້​ພຣະ​ເຫລົ່າ​ນີ້ ແລະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ 13 ພວກ​ເຂົາ​ໄດ້​ປະ​ຖິ້ມ​ການ​ນະ​ມັ​ສການ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຮັບ​ໃຊ້​ພຣະ​ບາ​ອານ​ກັບ​ພຣະ​ອັ​ຊຕາຣ໌ເຕ​ສທັງ​ຫລາຍ 14 ສ່ວນ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ພຣະ​ພິ​ໂຣດ​ຕໍ່​ພວກ​ອິສ​ຣາ​ເອນ ພຣະ​ອົງ​ຈຶ່ງ​ຊົງ​ທຳ​ໃຫ້​ພວກ​ໂຈນ​ເຂົ້າ​ມາ​ໂຈມ​ຕີ​ແລະ​ປຸ້ນ​ພວກ​ເຂົາ ແລະ​ພຣະ​ອົງ​ຍັງ​ຊົງ​ປ່ອຍ​ໃຫ້​ພວກ​ສັດ​ຕຣູ​ທີ່​ຢູ່​ອ້ອມ​ຮອບ​ນັ້ນ​ຊະນະ​ພວກ​ເຂົາ ພວກ​ອິສ​ຣາ​ເອນ​ກໍ​ບໍ່​ສາ​ມາດ​ປ້ອງ​ກັນ​ຕົວ​ເອງ​ໄດ້ 15 ທຸກໆ​ເທື່ອ​ທີ່​ພວກ​ເຂົາ​ອອກ​ໄປ​ສູ້​ຮົບ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຕໍ່​ສູ້​ພວກ​ເຂົາ​ຕາມ​ທີ່​ພຣະ​ອົງ​ຊົງ​ບອກ​ໄວ້​ແລ້ວ ພວກ​ເຂົາ​ໄດ້​ຕົກ​ຢູ່​ໃນ​ພາ​ວະ​ຂັດ​ສົນ​ຢ່າງ​ໃຫຍ່​ຫລ​ວງ 16 ເວ​ລາ​ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ພວກ​ອິສ​ຣາ​ເອນ​ມີ​ຜູ້​ປົກ​ຄອງ​ທີ່​ເຂັ້ມ​ແຂງ ເພື່ອ​ຊ່ອຍ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ພວກ​ໂຈນ 17 ແຕ່​ພວກ​ເຂົາ​ບໍ່​ຍອມ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພວກ​ຜູ້​ປົກ​ຄອງ​ເຫລົ່າ​ນັ້ນ ແລ້ວ​ບໍ່​ສັດ​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ໄປ​ນະ​ມັ​ສ​ການ​ພຣະ​ອື່ນ ພໍ່​ແມ່​ຂອງ​ພວກ​ເຂົາ​ໄດ້​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນເຈົ້າ​ແຕ່​ເຂົາ​ເອງ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ 18 ທຸກ​ເທື່ອ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ໃຫ້​ເຂົາ​ມີ​ຜູ້​ປົກ​ຄອງ ພຣະ​ອົງ​ກໍ​ຊົງ​ຊ່ອຍ​ເຫລືອ​ຜູ້ນັ້ນ ແລະ​ຊົງ​ຊ່ອຍ​ປະ​ຊາ​ຊົນ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ສັດ​ຕຣູ​ ຕ​ລອ​ດຊົ່ວ​ຊີ​ວິດ​ຂອງ​ຜູ້​ປົກ​ຄອງ​ຄົນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຄວາມ​ເມດ​ຕາ​ເຂົາ ເພາະ​ວ່າ​ພວກ​ເຂົາ​ໄດ້​ຮ້ອງ​ຄວນ​ຄາງ​ຢ່າງ​ທໍ​ຣະ​ມານ​ຍ້ອນ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ 19 ແຕ່​ເມື່ອ​ຜູ້ປົກ​ຄອງ​ເສັຽ​ຊີ​ວິດ​ໄປ​ແລ້ວ ພວກ​ປະ​ຊາ​ຊົນ​ກໍ​ກັບ​ຄືນ​ມາ​ທຳ​ຢ່າງ​ເກົ່າ ແລະ​ທຳ​ການ​ຊົ່ວ​ຮ້າຍ​ຫລາຍກວ່າ​ພໍ່​ແມ່​ເຂົາ ພວກ​ເຂົາ​ຕິດ​ຕາມ​ພຣະ​ອື່ນ​ທັງ​ຮັບ​ໃຊ້​ແລະ​ບົວ​ລະ​ບັດ​ພຣະ​ນັ້ນ ພວກ​ເຂົາ​ດື້​ດ້ານ​ຖື​ຮີດ​ຄອງ​ອັນ​ຊົ່ວ​ຮ້າຍ 20 ດ້ວຍ​ເຫດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ພຣະ​ພິ​ໂຣດ​ພວກ​ອິສ​ຣາ​ເອນ​ຫລາຍ​ຂຶ້ນ ແລະ​ຊົງ​ກ່າວ​ວ່າ, “ເພາະ​ຊົນ​ຊາດ​ເຫລົ່າ​ນີ້ ໄດ້​ທຳ​ລາຍ​ຄຳ​ສັນ​ຍາ​ທີ່​ເຮົາ​ມີ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຂົາ ແລະ​ເຂົາ​ບໍ່​ໄດ້​ຟັງ​ຄຳ​ຂອງ​ເຮົາ 21 ແຕ່​ນີ້​ຕໍ່​ໄປ ເຮົາ​ຈະ​ບໍ່​ຂັບ​ໄລ່​ຊົນ​ຊາດ​ໃດ​ທີ່​ຍັງ​ເຫລືອຢູ່​ໃນ​ປະ​ເທດ​ນີ້ ຊຶ່ງ​ນັບ​ຕັ້ງ​ແຕ່​ການ​ເສັຽ​ຊີ​ວິດ​ຂອງ​ໂຢ​ຊວຍ​ມາ 22 ເພື່ອ​ເຮົາ​ຈະ​ໄດ້​ຮູ້​ວ່າ ພວກ​ອິສ​ຣາ​ເອນ​ຈະ​ຕິດ​ຕາມ​ເສັ້ນ​ທາງ​ຂອງ​ເຮົາ​ຕາມ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຂົາ​ໄດ້​ປະ​ຕິ​ບັດ​ມາ​ນັ້ນ​ຫລື​ບໍ່” 23 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ຊົນ​ຊາດ​ທີ່​ບໍ່​ໄດ້​ຢູ່​ໃຕ້​ອຳ​ນາດ​ຂອງ​ໂຢ​ຊວຍ​ນັ້ນ​ໄວ້ ໂດຍ​ບໍ່​ໄດ້​ຂັບ​ໄລ່​ເຂົາ​ອອກ​ຢ່າງ​ກະ​ທັນ​ຫັນ

ພວກຜູ້ປົກຄອງ 3

ປະ​ຊາ​ຊາດ​ຊຶ່ງ​ຊົງ​ໃຫ້​ເຫລືອ​ໄວ້​ເພື່ອ​ທົດ​ສອບ​ຄົນ​ອິສ​ຣາ​ເອນ

1 ຕໍ່​ໄປ​ນີ້​ເປັນ​ປະ​ຊາ​ຊາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເຫລືອ​ໄວ້ ເພື່ອ​ໃຊ້​ທົດ​ສອບ​ຄົນ​ອິສ​ຣາ​ເອນ ຜູ້​ຊຶ່ງ​ຍັງ​ບໍ່​ເຄີຍ​ປະ​ສົບ​ສົງ​ຄາມ​ໃນກາ​ນາ​ອານ 2 ແຕ່​ພຽງ​ຊົງ​ໃຫ້​ຊາດ​ເຊື້ອ​ສາຍ​ຄົນ​ອິສ​ຣາ​ເອນ​ເຂົ້າ​ໃຈ​ເຣື່ອງ​ການສົງ​ຄາມ ເພື່ອ​ຢ່າງນ້ອຍ​ພຣະ​ອົງ​ຈະ​ໄດ້​ຊົງ​ສອນ​ແກ່​ຜູ້​ທີ່​ຍັງ​ບໍ່​ຮູ້​ມາ​ກ່ອນ 3 ຄື​ເຈົ້າ​ນາຍ​ທັງ​ຫ້າ​ຂອງ​ພວກ​ຟີ​ລິ​ສ​ຕີນ ຄົນກາ​ນາ​ອານ​ທັງ​ຫມົດ ຊາວ​ຊີ​ໂດນ ແລະ​ຄົນ​ຮີ​ວີ​ຜູ້​ອາ​ໄສ​ຢູ່​ເທິງ​ພູ​ເລ​ບາ​ນອນ ຕັ້ງ​ແຕ່​ພູ​ບາອັນ​ເຮີ​ໂມນ​ຈົນ​ເຖິງ​ທາງ​ເຂົ້າ​ເມືອງ​ເລ​ໂບ​ຮາ​ມັທ 4 ເຫລືອ​ຄົນ​ເຫລົ່າ​ນີ້​ຢູ່​ເພື່ອ​ທົດ​ສອບ​ຄົນ​ອິສ​ຣາ​ເອນ​ເພື່ອ​ໃຫ້​ຮູ້​ວ່າ​ອິສ​ຣາ​ເອນ​ຈະ​ເຊື່ອ​ຟັງ​ພຣະ​ທັມ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ຊຶ່ງ​ພຣະ​ອົງ​ຊົງ​ບັນ​ຊາ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ໂດຍ​ຜ່ານ​ທາງ​ໂມ​ເຊ​ນັ້ນ​ຫລື​ບໍ 5 ດັ່ງ​ນັ້ນ​ແຫລະ ​ຄົນ​ອິສ​ຣາ​ເອນ​ຈຶ່ງ​ອາ​ໄສ​ຢູ່​ໃນ​ຫມູ່​ຄົນ​ກາ​ນາ​ອານ ຄົນ​ຮິດ​ຕີ ຄົນ​ອາ​ໂມ​ຣິດ ຄົນ​ເປ​ຣິ​ສ​ຊີ ຄົນ​ຮີ​ວີ ແລະ​ຄົນ​ເຢ​ບຸ​ສ 6 ເຂົາ​ໄປ​ສູ່​ຂໍ​ບຸດ​ສາວ​ຊົນ​ຊາດ​ເຫລົ່າ​ນັ້ນ​ມາ​ເປັນເມັຽແລະ​ຍົກ​ບຸດ​ສາວ​ຂອງ​ຕົນ​ໃຫ້​ແກ່​ບຸດ​ຊາຍ​ຂອງ​ຄົນ​ເຫລົ່າ​ນັ້ນ ແລະ​ໄດ້​ບົວ​ລະ​ບັດ​ພຣະ​ຂອງ​ເຂົາ​ເຫລົ່າ​ນັ້ນ

ໂອ​ທ​ນີ​ເອນ

7 ຄົນ​ອິສ​ຣາ​ເອນ​ໄດ້​ກະ​ທຳ​ຄວາມ​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ລືມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຕົນ​ເສັຽ ໄປ​ບົວ​ລະ​ບັດ​ພຣະ​ບາ​ອານ​ທັງ​ຫລາຍ​ແລະ​ພວກ​ພຣະ​ອັ​ຊ​ຕາ​ຣ໌ເຕ​ສ 8 ເພາະ​ສະ​ນັ້ນ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ພຸ່ງ​ຂຶ້ນ​ຕໍ່​ອິສ​ຣາ​ເອນ ແລະ​ພຣະ​ອົງ​ຊົງ​ຂາຍ​ເຂົາ​ໄວ້​ໃນ​ມື​ກູ​ຊານ​ຣິ​ຊາ​ທາ​ອິມ​ກະ​ສັດ​ເມືອງ​ເມ​ໂຊ​ໂປ​ຕາ​ເມັຽ​ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ປະ​ຕິ​ບັດກູ​ຊານ​ຣິ​ຊາ​ທາ​ອິມ​ແປດ​ປີ 9 ແຕ່​ເມື່ອ​ຄົນ​ອິສ​ຣາ​ເອນ​ຮ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເກີດ​ຜູ້​ຊ່ອຍ​ແກ່​ຄົນ​ອິສ​ຣາ​ເອນ ຜູ້​ໄດ້​ຊ່ອຍ​ເຂົາ​ທັງ​ຫລາຍ​ໃຫ້​ລອດ ຄື​ໂອ​ທ​ນີ​ເອນ​ບຸດ​ເກ​ນັ​ສ ນ້ອງ​ຊາຍ​ຂອງ​ກາ​ເລັບ 10 ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ໂອ​ທ​ນີ​ເອນ ແລະ​ທ່ານ​ຈຶ່ງ​ປົກ​ຄອງ​ຄົນ​ອິສ​ຣາ​ເອນ ແລະ​ອອກ​ໄປ​ທຳ​ສົງ​ຄາມ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ກູ​ຊານ​ຣີ​ຊາ​ທາ​ອິມ​ກະສັດ​ເມືອງ​ເມ​ໂຊ​ໂປ​ຕາ​ເມັຽ​ໄວ້​ໃນ​ມື​ຂອງ​ທ່ານ ແລະ​ມື​ຂອງ​ທ່ານ​ຊະນະ​ກູ​ຊານ​ຣີ​ຊາ​ທາ​ອິມ 11 ດັ່ງ​ນັ້ນ​ແຜ່ນ​ດິນ​ຈຶ່ງ​ໄດ້​ຢຸດ​ພັກ​ສ​ງົບ​ຢູ່​ເປັນ​ເວ​ລາສີ່​ສິບ​ປີ ແລ້ວ​ໂອ​ທ​ນີ​ເອນ​ບຸດ​ເກ​ນັ​ສ​ກໍ​ເສັຽ​ຊີ​ວິດ

ເອ​ຮູດ

12 ​ຄົນ​ອິສ​ຣາ​ເອນ​ກະ​ທໍາ​ຄວາມ​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ອີກ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ເສີມ​ກຳລັງ​ເອກ​ໂລນ ກະ​ສັດ​ເມືອງ​ໂມ​ອາບ​ເພື່ອ​ຕໍ່​ສູ້​ອິສ​ຣາ​ເອນ ເພາະ​ວ່າ​ເຂົາ​ທັງຫລາຍ​ໄດ້​ປະ​ພຶດ​ຊົ່ວ​ໃນ​ໃນສາຍພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 13 ທ່ານ​ຈຶ່ງ​ໄດ້​ໃຫ້​ຄົນ​ອັມ​ໂມນ ແລະ​ຄົນ​ອາ​ມາ​ເລກ​ມາ​ສົມ​ທົບ ຍົກ​ໄປ​ໂຈມ​ຕີອິສ​ຣາ​ເອນ ແລະ​ໄດ້​ຍຶດ​ເມືອງ​ດົງ​ຕົ້ນ​ຕານ​ໄວ້ 14 ແລະ​ຄົນ​ອິສ​ຣາ​ເອນ​ຈຶ່ງ​ປະ​ຕິ​ບັດ​ເອກ​ໂລນ​ກະ​ສັດ​ເມືອ​ງໂມ​ອາບ​ຢູ່​ເຖິງ​ສິບ​ແປດ​ປີ 15 ແຕ່​ເມື່ອ​ຄົນ​ອິສ​ຣາ​ເອນ​ຮ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເກີດ​ຜູ້ຊ່ອຍ​ຄົນ​ນຶ່ງ​ແກ່​ເຂົາ​ທັງ​ຫລາຍ ຄື​ເອ​ຮູດ ບຸດ​ເກ​ຣາ​ເຜົ່າ​ເບັນ​ຢາ​ມິນ ຄົນ​ຖະ​ນັດ​ມື​ຊ້າຍ ຄົນ​ອິສ​ຣາ​ເອນ​ໃຫ້​ທ່ານ​ເປັ​ນ​ຜູ້​ນຳ​ເອົາ​ຂອງ​ຂວັນ​ໄປ​ມອບ​ແກ່​ເອ​ກ​ໂລນ​ກະສັ​ດ​ເມືອງ​ໂມ​ອາບ 16 ເອ​ຮູດ​ໄດ້​ທຳ​ດາບ​ສອງ​ຄົມ​ໄວ້​ປະ​ຈຳ​ຕົວ​ເຫລັ້ມ​ນຶ່ງ​ຍາວ​ສອກ​ນຶ່ງ ເຫນັບ​ໄວ້ໃຕ້​ຜ້າ​ທີ່​ຕົ້ນ​ຂາ​ຂວາ 17 ເຂົາ​ກໍ​ນຳ​ຂອງ​ຂວັນ​ໄປ​ມອບ​ແກ່​ເອກ​ໂລນ ກະ​ສັດ​ເມືອງ​ໂມ​ອາບ ຝ່າຍ​ເອກ​ໂລນ​ເປັນ​ຄົນ​ອ້ວນຫລາຍ 18 ​ເມື່ອ​ເອ​ຮູດມ​ອ​ບຂອງ​ຂວັນ​ແລ້ວ ທ່ານ​ຈຶ່ງ​ໄປ​ສົ່ງ​ຄົນ​ທີ່​ຫາບ​ຫາມ​ຂອງ​ຂວັນ​ນັ້ນ 19 ແລ້ວ​ຕົວ​ທ່ານ​ກັບ​ຄືນໄປ​ຍັງຮູບ​ເຄົາ​ຣົບ​ແກະສ​ລັກ​ທີ່​ຢູ່​ໃກ້ກິນ​ການ​ທູນ​ວ່າ, “ຂ້າ​ແຕ່​ກະ​ສັດ ຂ້າ​ພຣະ​ອົງ​ມີ​ຂໍ້​ຣາ​ຊ​ການ​ລັບ​ທີ່​ຈະ​ກາບ​ທູນ​ໃຫ້​ຊົງ​ຊາບ” ກະ​ສັດ​ຈຶ່ງ​ມີ​ບັນ​ຊາ​ວ່າ, “ມິດ ມິດ” ບັນ​ດາ​ມະ​ຫາດ​ເລັກ​ທີ່​ເຝົ້າ​ຢູ່​ກໍ​ທູນ​ລາ​ອອກ​ໄປ​ຫມົດ 20 ເອ​ຮູດ​ກໍ​ເຂົ້າ​ໄປ​ເຝົ້າ​ທ່ານ ຂນະ​ນັ້ນ​ທ່ານ​ປະ​ທັບ​ຢູ່​ຄົນ​ດຽວ​ໃນ​ຫ້ອງ​ເຢັນ​ຊັ້ນ​ເທິງ​ຂອງ​ທ່ານ ແລະ​ເອ​ຮູດ​ທູນ​ວ່າ, “ຂ້າ​ພຣະ​ອົງ​ມີ​ພຣະ​ດຳ​ຣັ​ດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຖວາຍ​ພຣະ​ອົງ” ທ່ານ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພຣະ​ທີ່​ນັ່ງ 21 ເອ​ຮູດ​ກໍ​ຍື່ນ​ມື​ຊ້າຍ​ຊັກ​ດາບ​ນັ້ນ​ອອກ​ຈາກ​ຕົ້ນ​ຂາ​ຂວາ​ແທງ​ເຂົາ​ໄປ​ໃນ​ທ້ອງ​ຂອງ​ເອກ​ໂລນ 22 ດາບ​ຈົມ​ເຂົາ​ໄປ​ຫມົດ​ທັງ​ດ້າມ ໄຂ​ມັນ​ຫຸ້ມ​ດາບ​ໄວ້ ທ່ານ​ເອກ​ໂລນ​ກໍ​ບໍ່​ຊັກ​ດາບ​ອອກ​ຈາກ​ທ້ອງ​ຂອງ​ທ່ານ ຂອງ​ເປິະເປື້ອນໄດ້​ໄຫລ​ອອກ​ມາ 23 ແລ້ວ​ເອ​ຮູດ​ອອກ​ໄປ​ທີ່​ສະ​ລຽງ​ປິດ​ປະ​ຕູ​ໄວ້ ແລະ​ລັ່ນ​ກຸນ​ແຈ​ເສັຽ 24 ເມື່ອ​ເອ​ຮູ​ດ​ໄປ​ແລ້ວ​ມະ​ຫາດ​ເລັກ​ກໍ​ເຂົ້າ​ມາ​ເບິ່ງ ເມື່ອ​ເຂົາ​ເຫັນ​ວ່າ​ຫ້ອງ​ຊັ້ນ​ເທິງ​ປິດ​ໃສ່​ກຸນແຈ​ຢູ່ ເຂົາ​ທັງ​ຫລາຍ​ຄິດ​ວ່າ, “ພຣະ​ອົງ​ກຳ​ລັງ​ຊົງຢູ່​ໃນ​ຫ້ອງ​ເຢັນ” 25 ເມື່ອ​ຄອຍ​ຢູ່​ດົນ​ສົມ​ຄວນ​ຈົນ​ຣຳ​ຄານ ບໍ່​ເຫັນ​ມີ​ຜູ້​ໃດ​ເປີດ​ຫ້ອງ​ຊັ້ນ​ເທິງ ເຂົາ​ຈຶ່ງ​ເອົາ​ກະ​ແຈ​ມາ​ໄຂ​ເປີດ​ອອກ​ເບິ່ງ ເຫັນ​ເຈົ້າ​ນາຍ​ຂອງ​ຕົນ​ນອນ​ສິ້ນຊີ​ວິດ​ຢູ່​ເທິງ​ພື້ນ 26 ເມື່ອ​ເຂົາ​ຕ່າງ​ກໍ​ຄອຍ​ກັນຢູ່​ນັ້ນ​ ເອ​ຮູດ​ກໍ​ຫນີ​ຜ່ານ​ທາງ​ຮູບ​ເຄົາ​ຣົບ​ຫີນແກະ​ສ​ລັກ​ແລະ​ປົບ​ຫນີ​ໄປ​ເຖິງ​ເມືອງເຊ​ອີ​ຣາ 27 ເມື່ອ​ທ່ານ​ມາ​ເຖິງ​ແລ້ວ​ຈຶ່ງ​ເປົ່າ​ເຂົາ​ສັຕ​ຂຶ້ນ​ໃນ​ພູ​ດອຍ​ເອ​ຟ​ຣາ​ອິມ ແລ້ວ​ຄົນ​ອິສ​ຣາ​ເອນກໍ​ຍົກ​ລົງ​ໄປ​ກັບ​ທ່ານ​ຈາ​ກພູ​ດອຍ​ແລະ​ທ່ານ​ນຳ​ເຂົາ 28 ທ່ານ​ຈຶ່ງ​ສັ່ງ​ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ສັດ​ຕຣູ​ຂອງ​ທ່ານ ຄື​ຊາວ​ໂມ​ອາບ​ໄວ້​ໃນ​ມື​ຂອງ​ທ່ານ​ແລ້ວ” ເຂົາ​ທັງ​ຫລາຍ​ຈຶ່ງ​ລົງ​ຕາມ​ທ່ານ​ໄປ ແລະ​ຍຶດ​ທ່າ​ຂ້າມ​ນ້ຳ​ຈໍ​ແດນ​ສະ​ກັດ​ຄົນ​ໂມ​ອາບ​ໄວ້​ບໍ່​ຍອມ​ໃຫ້​ໃຜ​ຂ້າມ​ໄປ​ໄດ້​ຈັກ​ຄົນ​ດຽວ 29 ໃນ​ຄາ​ວ​ນັ້ນ​ເຂົາ​ປະ​ຫານ​ຄົນ​ໂມ​ອາບ​ເສັຽ​ປະ​ມານ​ນຶ່ງ​ຫມື່ນ​ຄົນ ລ້ວນ​ແຕ່​ຄົນ​ສະ​ກັນ​ແລະ​ລ່ຳ​ສັນ​ທັງ​ສິ້ນ ບໍ່​ພົ້ນ​ໄປ​ໄດ້​ຈັກ​ຄົນ​ດຽວ 30 ໂມ​ອາບ​ຈຶ່ງ​ຜ່າຍ​ແພ້​ຢູ່​ໃຕ້​ມື​ຂອງ​ອິສ​ຣາ​ເອນ​ໃນ​ວັນ​ນັ້ນ ແລະ​ແຜ່ນ​ດິນ​ອິສ​ຣາ​ເອນ​ກໍ​ໄດ້​ຢຸດ​ພັກ​ສ​ງົບ​ຢູ່​ແປດ​ສິບ​ປີ

ຊັມ​ກາ​

31 ພາຍຫລັງ​ເອ​ຮູດ ຕໍ່​ມາ​ແມ່ນ​ຊັມ​ກາ​ບຸດ​ອາ​ນັ​ທ​ຜູ້​ໃຊ້​ໄມ້​ບັງ​ຄັບ​ງົວ​ຂ້າ​ຄົນ​ຟີ​ລິ​ສ​ຕີນ​ເສັຽ​ຫົກ​ຮ້ອຍ​ຄົນ ທ່ານ​ກໍ​ເປັນ​ຜູ້​ຊ່ອຍອິສ​ຣາ​ເອນ​ໃຫ້​ລອດ​ດ້ວຍ​ເຫມືອນ​ກັນ

ພວກຜູ້ປົກຄອງ 4

ເດ​ໂບ​ຣາ ແລະ​ບາ​ຣາກ

1 ຫລັງ​ຈາກ​ເອ​ຮຸດ​ເສັຽ​ຊີ​ວິດ​ໄປ​ແລ້ວ ພວກ​ອິສ​ຣາ​ເອນ​ກໍ​ທຳ​ຜິດ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ 2 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ມອບ​ເຂົາ​ໄວ້​ໃຕ້​ອຳ​ນາດ​ຂອງ​ຢາ​ບີນ​ເຈົ້າ​ຊີ​ວິດ​ຊາວ​ກາ​ນາ​ອານ​ທີ່​ປົກ​ຄອງ​ຢູ່​ໃນ​ເມືອງ​ຮາ​ໂຊຣ໌ ແມ່​ທັບ​ຂອງ​ທ່ານ​ຊື່​ວ່າ ຊີ​ເຊ​ຣາ​ເປັນ​ຊາວ​ເມືອງ​ຮາ​ໂຣ​ເຊທ​ຮາ​ກົວ​ອິມ 3 ແລ້ວ​ພວ​ກ​ອິສ​ຣາ​ເອນ​ກໍ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ກະ​ສັດ​ຢາ​ບີນມີ​ຣົດ​ຮົບ​ເກົ້າ​ຮ້ອຍ​ຄັນ ແລະ​ໄດ້​ບີບ​ບັງ​ຄັບ​ຊາວ​ອິສ​ຣາ​ເອນ​ຢ່າງ​ຫນັກ​ຢູ່ເຖິງ​ຊາວ​ປີ 4 ໃນ​ເວ​ລາ​ນັ້ນ ນາງເດ​ໂບ​ຣາ​ເມັ​ຽ​ຂອງ​ລັ​ປ​ປີ​ໂດດ ເປັນ​ຜູ້ປະ​ກາດ​ພຣະ​ທັມ ແລະ​ປົກ​ຄອງ​ພວກ​ອິສ​ຣາ​ເອນ 5 ພວກ​ອິສ​ຣາ​ເອນ​ໄດ້​ມາ​ຫາ​ທ່ານ​ຢູ່​ໃຕ້​ຕົ້ນ​ໄມ້​ຂອງ​ເດ​ໂບ​ຣາ ຢູ່​ລະ​ຫວ່າງ​ກາງ​ເມືອງ​ຣາ​ມາ​ແລະ​ເບັດ​ເອນ ເພື່ອ​ໃຫ້​ທ່ານ​ຕັດ​ສິນ​ຢ່າງ​ຍຸດ​ຕິ​ທັມ​ໃນ​ບັນ​ຫາ​ຕ່າງໆ 6 ນາງ​ເດ​ໂບ​ຣາ​ຈຶ່ງ​ໃຊ້​ຄົນ​ໄປ​ຫາ​ບາ​ຣາກ​ບຸດ​ຂອງ​ອາ​ບີ​ໂນ​ອາມ​ທີ່​ມາ​ຈາກ​ເມືອງ​ເກ​ເດ​ສ​ໃນ​ແຂວງ​ເນັຟທາ​ລີ ໂດຍ​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ​ໄດ້​ສັ່ງ​ແກ່​ເຈົ້າ​ວ່າ ໃຫ້​ເກນ​ເອົາ​ພວກ​ຜູ້​ຊາຍ​ສິບ​ພັນ​ຄົນ​ຈາກ​ຕະ​ກູນ​ເນັຟທາ​ລີ​ແລະ​ເຊ​ບູ​ລູນ ເພື່ອ​ພາ​ໄປ​ຍັງ​ພູ​ຕາ​ໂບ​ຣ໌ 7 ສ່ວນ​ເຮົາ​ຈະ​ທຳ​ໃຫ້​ຊີ​ເຊ​ຣາ​ແມ່​ທັບ​ຂ​ອງ​ເຈົ້າ​ຊີ​ວິດ​ຢາ​ບີນ ພ້ອມ​ທັງ​ຣົດ​ຮົບ​ແລະ​ຝູງ​ທະ​ຫານ​ອອກ​ໄປ​ຕໍ່​ສູ້​ເຈົ້າ​ທີ່​ຫ້ວຍ​ກິໂຊນ ແລະ​ເຮົາ​ຈະ​ມອບ​ເຂົາ​ໄວ້​ໃນ​ມືຂອງ​ເຈົ້າ” 8 ບາ​ຣາກ​ໄດ້​ເວົ້າ​ຕໍ່​ນາງ​ເດ​ໂບ​ຣາ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ອອກ​ໄປ ຖ້າ​ວ່າ​ທ່ານ​ໄປ​ກັບ​ຂ້າ​ພະ​ເຈົ້າ ແຕ່​ວ່າ​ຖ້າ​ທ່ານ​ບໍ່​ໄປ ຂ້າ​ພະ​ເຈົ້າ​ກໍ​ຈະ​ບໍ່​ໄປ​ຄື​ກັນ” 9 ນາງ​ເດ​ໂບ​ຣາ​ຈຶ່ງ​ຕອບ​ວ່າ, “ຕົກ​ລົງ ຂ້າ​ພະ​ເຈົ້າ​ຈະ​ໄປ​ກັບ​ທ່ານ ແຕ່​ວ່າ​ທ່ານ​ຈະ​ບໍ່​ໄດ້​ຊື່​ສຽງ​ໃນ​ໄຊ​ຊະ​ນະ​ຄັ້ງ​ນີ້ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ຊີ​ຊາ​ເຣ​ໄວ້​ໃນ​ກຳ​ມື​ຂ​ອງ​ແມ່​ຍິງ​ຄົນ​ນຶ່ງ” ແລ້ວ​ນາງ​ເດ​ໂບ​ຣາ​ກໍ​ໄປ​ເມືອງ​ເກ​ເດ​ສກັບ​ບາ​ຣາກ 10 ບາ​ຣາກ​ໄດ້​ເກນ​ເອົາ​ສິບ​ພັນ​ຄົນ​ຈາກ​ຕະ​ກູນ​ເຊ​ບູ​ລູນ​ແລະ​ເນັຟທາ​ລີ ເພື່ອ​ໃຫ້ຕິດ​ຕາມ​ທ່ານ​ໄປ​ເມືອງ​ເກ​ເດສ ສ່ວນ​ນາງ​ເດ​ໂບ​ຣາ​ກໍ​ໄປ​ເຫມືອນ​ກັນ 11 ໃນ​ຂ​ນະ​ນັ້ນ ເຮ​ເບີ​ຊາວ​ເກ​ນິດ ໄດ້​ກາງ​ຜ້າ​ເຕັນ​ພັກ​ຢູ່​ໃຕ້​ຕົ້ນ​ໄມ້​ໃຫຍ່​ທີ່​ເອ​ໂລນ​ເບ​ຊາ​ອາ​ນັນ​ນິມໃກ້​ເມືອງ​ເກ​ເດ​ສ ເພາະ​ເຂົາ​ໄດ້​ແຍກ​ຫນີ​ຈາກ​ພວກ​ເກ​ນິດ​ເປັນ​ເຊື້ອ​ສາ​ຍ​ໂຮ​ບັບ​ຜູ້​ເປັນ​ພໍ່ເຖົ້າ​ຂອງ​ໂມ​ເຊ 12 ຕໍ່​ມາ ມີ​ຄົນ​ບອກ​ຊີ​ເຊ​ຣາ​ວ່າ, “ບາ​ຣາກ​ບຸດ​ຂອງ​ອາ​ບິ​ໂນ​ອາມໄດ້​ໄປ​ເຖິງ​ພູ​ຕາ​ໂບ​ຣ໌​ແລ້ວ” 13 ສ່ວນ​ຊີ​ເຊ​ຣາ​ກໍ​ເອົາ​ຣົດ​ຮົບ​ເກົ້າ​ຮ້ອຍ​ຄັນ​ພ້ອມ​ທັງ​ກຳ​ລັງ​ພົນ​ທັງ​ຫມົດ ຍົກ​ທັບ​ອອກ​ຈາກ​ເມືອງ​ຮາ​ໂຣ​ເຊັດ​ຮາ​ກົວ​ອິມ​ໄປ​ຍັງ​ຫ້ວ​ຍ​ກິໂຊນ 14 ຝ່າຍ​ນາງ​ເດ​ໂບ​ຣາ​ໄດ້​ບອກ​ບາ​ຣາກວ່າ, “ຈົ່ງ​ອອກ​ໄປ ວັນ​ນີ້​ເປັນ​ວັນ​ທີ່​ພຣະຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເຈົ້າ​ຊະນະ​ຊີ​ເຊ​ຣາ ພຣະ​ອົງ​ຊົງ​ນຳ​ຫນ້າ​ເຈົ້າ” ດັ່ງ​ນັ້ນ ບາ​ຣາກ​ຈຶ່ງ​ນຳ​ທະ​ຫານ​ສິບ​ພັນ​ຄົນ​ລົງ​ຈາກ​ພູ​ຕາ​ໂບ​ຣ໌​ໄປ​ຕໍ່​ສູ້​ຊີ​ເຊຣາ 15 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ບັນ​ດານ​ໃຫ້​ຊີ​ເຊ​ຣາ​ພ້ອມ​ດ້ວຍກອງ​ທະ​ຫານ​ແລະ​ຣົດ​ຮົບ​ສັບ​ສົນ​ວຸ້ນ​ວາຍ​ກັນ ຊີ​ເຊ​ຣາ​ຈຶ່ງ​ໂດດ​ອອກ​ຈາກ​ຣົດ​ຮົບ​ແລະ​ແລ່ນ​ຫນີ​ໄປ 16 ສ່ວນບາ​ຣາກ​ກໍ​ໄລ່​ຕິດ​ຕາມ​ຣົດ​ຮົບ​ແລະ​ກອງ​ທະ​ຫານ​ໄປ ຈົນ​ເຖິງ​ເມືອງ​ຮາ​ໂຣ​ເຊທ​ຮາ​ກົວ​ອິມ ແລ້ວ​ທະ​ຫານ​ທັງ​ຫມົດ​ຂອງ​ຊີ​ເຊ​ຣາ​ໄດ້​ຖືກ​ຂ້າ​ໂດຍ​ບໍ່​ເຫລືອ​ຈັກ​ຄົນ 17 ສ່ວນ​ຊີ​ເຊ​ຣາ​ໄດ້​ປົບ​ຫນີ​ໄປ​ຍັງ​ຕູບ​ຜ້າ​ເຕັນ​ຂອງ​ນາງ​ຢາ​ເອນ​ເມັຽ​ຂອງ​ເຮ​ເບີ​ຊາວ​ເກນິດ ທ່ານ​ຜູ້​ນີ້​ພ້ອມ​ທັງ​ຄອບ​ຄົວ​ເຄີຍ​ຜູກ​ສຳ​ພັນ​ທະ​ໄມ​ຕ​ຣີ​ກັບ​ຢາບີນ​ກະ​ສັດ​ແຫ່ງ​ຮາ​ໂຊ​ຣ໌ມາ​ແລ້ວ 18 ນາງ​ຢາ​ເອນ​ໄດ້​ອອກ​ມາ​ພົບ​ຊີ​ເຊ​ຣາ​ແລະ​ເວົ້າ​ວ່າ, “ເຊີນ​ທ່ານ​ເຂົ້າມາ​ທາງ​ໃນ​ແລະ​ບໍ່​ຕ້ອງ​ຢ້ານ​ຫຍັງ​ດອກ” ແລ້ວ​ຊີ​ເຊ​ຣາ​ກໍ​ເຂົ້າ​ໄປ ນາງ​ຢາ​ເອນ​ຈຶ່ງ​ເອົາ​ຜ້າ​ມາ​ປົກ​ຄຸມ​ຕົວ​ໃຫ້ 19 ຊີ​ເຊ​ຣາ​ໄດ້​ເວົ້າ​ຕໍ່​ນາງວ່າ, “ຂ້າ​ພະ​ເຈົ້າ​ຂໍ​ດື່ມ​ນ້ຳ​ແດ່ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ກະ​ຫາຍ​ນ້ຳ​ຫລາຍ” ນາງ​ຢາ​ເອນຈຶ່ງ​ໄຂ​ຖົງ​ນ້ຳ​ນົມ​ອອກ​ໃຫ້​ດື່ມ ແລ້ວ​ເຊື່ອງ​ທ່ານ​ໄວ້​ອີກ 20 ແລ້ວ​ຊີ​ເຊ​ຣາ​ບອກ​ນາງ​ອີກວ່າ, “ຂໍ​ໃຫ້​ເຈົ້າ​ອອກ​ໄປ​ຢືນ​ຢູ່​ປາກ​ປະ​ຕູ​ຜ້າ​ເຕັນ​ນີ້ ຖ້າ​ມີ​ຄົນ​ມາ​ຖາມ​ວ່າ ມີ​ຄົນ​ມາ​ລີ້​ຢູ່​ນີ້​ບໍ ໃຫ້​ບອກ​ເຂົາ​ວ່າ ບໍ່​ມີ​ເດີ” 21 ຍ້ອນ​ຄວາມ​ອິດ​ເມື່ອຍ ຊີ​ເຊ​ຣາ​ຈຶ່ງນອນ​ຫລັບ​ສນິດ ຝ່າຍ​ນາງ​ຢາ​ເອນ​ກໍ​ເອົາ​ຄ້ອນ​ຕີ​ແລະ​ຫລັກ​ໄມ້​ຜ້າ​ເຕັນ​ຍ່າງ​ຄ່ອຍໆ​ເຂົ້າ​ໄປ​ຂ້າ​ທ່ານ ໂດຍ​ຕອກ​ໄມ້​ຫລັກ​ນັ້ນ​ໃສ່​ຂະ​ຫມັບ​ຂອງ​ຊີ​ເຊ​ຣາ​ຈົນ​ຊອດ​ຮອດ​ຂີ້​ດິນ 22 ເມື່ອ​ບາ​ຣາກ​ມາ​ຊອກ​ຫາ​ຊີ​ເຊ​ຣາ ນາງ​ຢາ​ເອນ​ກໍ​ອອກ​ໄປ​ພົບ​ທ່ານ​ແລະ​ເວົ້າ​ວ່າ, “ເຊີນ​ມາ​ທາງ​ນີ້ ຂ້າ​ພະ​ເຈົ້າ​ຈະ​ໃຫ້​ທ່ານ​ພົບ​ຜູ້​ທີ່​ທ່ານ​ກຳ​ລັງ​ຊອກ​ຫາ” ດັ່ງ​ນັ້ນ ທ່ານ​ຈຶ່ງ​ເຂົ້າ​ໄປ​ກັບ​ນາງ​ແລະ​ພົບ​ຊີ​ເຊ​ຣາ​ນອນ​ຕາຍ​ຢູ່​ໃນ​ດິນ​ໂດຍ​ມີ​ຫລັກ​ໄມ້​ສຽບ​ຫົວ​ຢູ່ 23 ໃນ​ວັນ​ນັ້ນ ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ເຈົ້າ​ຊີ​ວິດ​ຢາ​ບີນ​ທີ່​ປົກ​ຄອງ​ພວກ​ກາ​ນາ​ອານ​ເສັຽ​ໄຊ​ໃຫ້​ພວກ​ອິສ​ຣາ​ເອນ 24 ຝ່າຍ​ພວກ​ອິສ​ຣາ​ເອນ​ກໍ​ເພີ້ມ​ກຳ​ລັງ​ຕໍ່​ສູ້​ຢາ​ບີນກະ​ສັດກາ​ນາ​ອານ​ຈົນ​ເຖິງ​ພວກ​ເຂົາ​ໄດ້​ທຳ​ລາຍ​ພຣະ​ອົງ​ເສັຽ

ພວກຜູ້ປົກຄອງ 5

ເພງ​ໄຊ​ຊະນະ​ຂອງ​ເດ​ໂບ​ຣາ​ແລະ​ບາ​ຣາກ

1 ໃນ​ວັນ​ນັ້ນ ນາງ​ເດ​ໂບ​ຣາ​ແລະ​ບາ​ຣາກ ຜູ້​ເປັນ​ບຸດຂ​ອງ​ອາ​ບິ​ໂນ​ອາມ​ໄດ້​ຮ້ອງ​ເພງວ່າ, “ 2 ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ຊາວ​ອິສ​ຣາ​ເອນ​ເຕັມ​ໃຈ​ໃນການ​ເລວ​ເສິ​ກ ພວ​ກ​ເຂົາ​ຍິນ​ດີ​ຮັບ​ອາ​ສາ​ສ​ມັກ 3 ເຈົ້າ​ຊີ​ວິດ​ທັງ​ຫລາຍ​ຈົ່ງ​ຟັງ​ເທີນ ແລະ​ເຈົ້າ​ຂຸມ​ມຸນ​ນາຍ​ຈົ່ງ​ຟັງ​ດ້ວຍ ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ເພງ​ແລະ​ເສບ​ດົນ​ຕ​ຣີ ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງພວກ​ອິສ​ຣາ​ເອນ 4 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ຈາກ​ພູ​ເຊ​ອີ​ຣ໌ ແລະ​ສະ​ເດັດ​ອອກ​ມາ​ຈາກ​ເຂດ​ເມືອງ​ເອ​ໂດມ​ນັ້ນ ແຜ່ນ​ດິນ​ກໍ​ຫວັ່ນ​ໄຫວ ແລະ​ຝົນ​ກໍ​ຕົກ​ລົງ​ມາ​ຈາກ​ທ້ອງ​ຟ້າ ຊຶ່ງ​ເປັນ​ນ້ຳ​ທີ່​ຢາດ​ຍ້ອຍ​ລົງ​ມາ​ຈາກ​ກ້ອນ​ເຝື້ອ 5 ພູ​ທັງ​ຫລາຍ​ກໍ​ເຈື່ອນ​ລົງ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພູ​ຊາ​ນາ​ອີ ແລະ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ອິສ​ຣາ​ເອນ 6 ໃນ​ສະ​ໄຫມ​ຂອງ​ຊັມ​ກາ​ຣ໌​ບຸດ​ຂອງ​ອາ​ນັ​ທ ແລະ​ໃນ​ສະ​ໄຫມ​ຂອງ​ຢາ​ເອນ​ນັ້ນ ບໍ່​ມີຍວດ​ຍານ​ພາ​ຫະ​ນະ​ທ່ອງ​ທ່ຽວ​ໃນ​ດິນ​ແດນ​ນີ້ ແລະ​ຜູ້​ທີ່​ເຄີຍ​ສັນ​ຈອນ​ໄປ​ມາ​ກໍ​ທ່ຽວ​ທາງ​ໂຄ້ງ 7 ເດໂບ​ຣາ​ເອີຍ ສ່ວນ​ຫົວ​ເມືອງ​ຕ່າງໆ​ຂອງ​ພວກ​ອິສ​ຣາ​ເອນກໍ​ຖືກ​ປະ​ປ່ອຍ ເປັນ​ເມືອງ​ຮ້າງ​ເປົ່າ​ຈົນ​ເຖິງ​ເຈົ້າ​ມາ ມາ​ເປັນ​ເຫມືອນ​ແມ່​ຂອງ​ອິສ​ຣາ​ເອນ 8 ເມື່ອ​ພວກ​ອິສ​ຣາ​ເອນ​ໄດ້​ເລືອກ​ເອົາ​ພຣະ​ອົງ​ໃຫມ່ ໄດ້​ມີ​ເສິກ​ເສືອ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ ແຕ່​ວ່າ​ໃນ​ຈຳ​ນວນ​ພວກ​ຜູ້​ຊາຍ​ອິສ​ຣາ​ເອນ​ສີ່​ສິບ​ພັນ​ຄົນ​ນີ້ ບໍ່​ມີ​ຜູ້​ໃດ​ຖື​ແຜ່ນ​ເຫລັກ​ຕ້ານ​ທານ ຫລື​ຖື​ຫອກ 9 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຢູ່​ກັບ​ຜູ້​ຄຸ້ມ​ຄອງ​ອິສ​ຣາ​ເອນ ແລະ​ປະ​ຊາ​ຊົນ​ທີ່​ມີ​ໃຈ​ອາ​ສາ​ສ​ມັກ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ 10 ພວກ​ຂີ່ລໍ​ຂາວ ພວກ​ທີ່​ນັ່ງ​ຢູ່​ເທິງ​ອານ​ລໍ ພ້ອມ​ທັງ​ຜູ້​ທີ່​ຍ່າງ​ໄປ​ມາ ຈົ່ງ​ຄິດ​ເຖິງ​ເຣື່ອງ​ນີ້ 11 ຈົ່ງ​ຟັງ​ເທີນ ສຽງ​ໂຮ່​ຣ້ອງ​ຍິນ​ດີ​ຂອງ​ຝູງ​ຊົນ​ທີ່​ຢູ່​ອ້ອມ​ຮອບ​ນ້ຳ​ສ້າງ​ນັ້ນ ໄດ້​ກ່າວ​ເຖິງ​ໄຊ​ຊະ​ນະ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໄຊ​ຊະ​ນະ​ຂອງ​ພວກ ອິສ​ຣາ​ເອນ ພວກ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍພາ​ກັນຍ່າງ​ລົງ​ໄປ​ຈາກ​ເມືອງ​ຂອງ​ພວກ​ເຂົາ 12 ຈົ່ງ​ຕື່ນ​ເຖີດ ນາງ​ເດ​ໂບ​ຣາ ຈົ່ງ​ຕື່ນ​ເທີນ ຈົ່ງ​ຕື່ນ​ເຖີດ ຈົ່ງ​ຮ້ອງ​ເພງ ຈົ່ງ​ຕື່ນ​ເທີນ ບາ​ຣາກບຸດ​ຂອງ​ອາ​ບິ​ໂນ​ອາມ​ເອີຍ ຈົ່ງ​ລຸກ​ຂຶ້ນ ນຳ​ເອົາ​ພວກ​ຊະ​ເລີຍ​ຂອງ​ເຈົ້າ​ອອກ​ໄປ 13 ແລ້ວ​ຜູ້​ທີ່​ສັດ​ຊື່​ກໍ​ມາ​ຫາ​ເຈົ້າ​ນາຍ​ຂອງ​ເຂົາ ພວກ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຟ້າວ​ເຂົ້າ​ມາ​ສູ້​ຮົບ​ເຂົາ 14 ພວກ​ເຂົາ​ມາ​ຈາກ​ຕະ​ກູນ​ເອ​ຟ​ຣາ​ອິມ​ມາ​ສູ່​ຮ່ອມ​ພູ ຕາມ​ຫລັງ​ພວກ​ຕະ​ກູນ​ເບັນ​ຢາ​ມິນ ແລະ​ປະ​ຊາ​ຊົນ​ຂອງ​ເຂົາ ສ່ວນ​ພວກ​ຜູ້​ບັນ​ຊາ​ການ​ນັ້ນ​ມາ​ຈາກ​ມາ​ຄີ​ຣ໌ ແລະ​ພວກ​ນາຍ​ທະ​ຫານ​ມາ​ຈາກ​ເຊ​ບູ​ລູນ 15 ຝ່າຍ​ພວກ​ຜູ້​ນຳ​ຂອງ​ອິສ​ຊາ​ຄາ​ກໍ​ມາ​ນຳ​ເດ​ໂບ​ຣາ ແລະ​ຕະ​ກູນ​ອິສ​ຊາ​ຄາ ແລະ​ບາ​ຣາກ​ກໍ​ມາ​ເຫມືອນ​ກັນ ພວກ​ເຂົາ​ໄດ້​ຕິດ​ຕາມ​ບາ​ຣາກ​ລົງ​ໄປ​ໃນ​ຮ່ອມ​ພູ ແຕ່​ວ່າ​ຕະ​ກູນ​ຣູ​ເບນ​ໄດ້​ແຕກ​ແຍ​ກ​ກັນ ພວກ​ເຂົາ​ຈຶ່ງ​ຕັດ​ສິນ​ໃຈ​ມາ​ບໍ່​ໄດ້ 16 ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຢູ່​ນຳ​ແຕ່​ຝູງ​ແກະ ແລະ​ຟັງ​ຄົນ​ລ້ຽງ​ສັດ​ເອີ້ນ​ຝູງ​ແກະ​ນັ້ນ ແມ່ນ​ແທ້ ຕະ​ກູນ​ຣູ​ເບນ​ໄດ້​ແຕກແຍກ​ກັນ ພວກ​ເຂົາ​ຈຶ່ງ​ຕັດ​ສິນ​ໃຈ​ມາ​ບໍ່​ໄດ້ 17 ສ່ວ​ນຕະ​ກູນ​ກາດ​ນັ້ນ​ໄດ້​ພັກ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ແລະ​ຕະ​ກູນ​ດານ​ກໍ​ຢູ່​ຕາມ​ທົ່ງ​ຫຍ້າ ຕະ​ກູນ​ອາ​ເຊີ​ກໍ​ຢູ່​ຕາມ​ຊາຍ​ທະ​ເລ ເຂົາ​ບໍ່​ຍອມ​ຈາກ​ບ່ອນ​ສ​ງົບ​ຂອງ​ເຂົາ​ໄປ 18 ແຕ່​ວ່າ​ພວກ​ເຊ​ບູ​ລູນ ແລະ​ເນັຟ​ທາ​ລີ​ໄດ້​ສ່ຽງ​ຊີ​ວິດ​ຢູ່​ຕາມ​ສະ​ຫນາມ​ຮົບ 19 ດັ່ງ​ນັ້ນ ພວກ​ກະ​ສັດ​ກໍພາ​ກັນ​ມາ​ຕໍ່​ສູ້ ຢູ່​ທີ່​ຕາ​ອາ​ນາກ​ໃກ້​ຫ້ວຍ​ນ້ຳ​ເມກິດ​ໂດ ແມ່ນ​ພວກ​ກະ​ສັດ​ຊາວ​ກາ​ນາ​ອານ​ທີ່​ມາ​ຕໍ່​ສູ້ ແຕ່​ວ່າ​ພວກ​ເຂົາ​ບໍ່​ໄດ້​ຍຶດ​ເອົາ​ເງິນ​ຄຳ​ໄປ​ນຳ 20 ດວງ​ດາວ​ທັງ​ຫລາຍ​ກໍ​ຈາກ​ທ້ອງ​ຟ້າ​ລົງ​ມາ​ຕໍ່​ສູ້ ຄ້າຍ​ກັບ​ວ່າ​ພວກ​ມັນ​ໄດ້​ຍ້າຍ​ຜ່ານ​ທ້ອງ​ຟ້າ​ມາ​ເພື່ອ​ທຳ​ເສິກ​ຕໍ່​ສູ້​ຊີ​ເຊ​ຣາ 21 ພວກ​ສັດ​ຕຣູ​ໄດ້​ຖືກ​ນ້ຳ​ກີ​ໂຊນ​ພັດ​ອອກ​ໄປ ຊຶ່ງ​ເປັນສາຍ​ນ້ຳ​ຕັ້ງ​ແຕ່​ດັ້ງ​ເດີມ ສ່ວນ​ຂ້າ​ພະ​ເຈົ້າ​ຕ້ອງ​ຍ່າງ​ໄປ​ຈົນ​ສຸດ​ກຳ​ລັງ 22 ສ່ວນ​ມ້າ​ທັງ​ຫລາຍ​ກໍ​ແລ່ນ​ຫອບ​ຫນີ ເລັບ​ຕີນ​ຂອງ​ມັນ​ກໍ​ຢັນ​ຂີ້​ດິນ​ໄປ 23 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ຈົ່ງ​ສາ​ບ​ແຊ່ງ​ເມືອງ​ເມ​ໂຣ​ສ ຄຳ​ສາບ​ແຊ່ງ​ຈົ່ງ​ຕົກ​ຖືກ​ຜູ້​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ ເພາະ​ພວກ​ເຂົາ​ບໍ່​ໄດ້​ມາ​ຊ່ອຍ​ເຫລືອ​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ເຫມືອນ​ດັ່ງ​ພວກ​ນັກ​ຮົບ​ທີ່​ຕໍ່​ສູ້​ເພື່ອ​ພຣະ​ອົງ” 24 ນາງ​ຢາ​ເອນ​ເມັຽຂອງ​ເຮ​ເບີ​ຊາວ​ເກ​ນິດ ເປັນ​ຍິງ​ຜູ້​ນຶ່ງ​ທີ່​ມີ​ພຣະ​ພອນ​ຫລາຍກວ່າຫ​ມູ່ ນາງ​ມີ​ພຣະ​ພອນ​ຫລາຍກວ່າ​ຜູ້​ຍິງ​ທຸກ​ຄົນ​ທີ່​ຢູ່​ໃນ​ຕູບ​ຜ້າເຕັນ 25 ເມື່ອ​ຊີ​ເຊ​ຣາ​ຂໍ​ດື່ມ​ນ້ຳ ນາງ​ຢາ​ເອນ​ກໍ​ເອົາ​ນ້ຳ​ນົມ​ໃຫ້​ດື່ມ​ແທນ ພ້ອມ​ທັງ​ນ້ຳ​ນົມ​ຂຸ້ນ​ໃສ່​ພາ​ຊ​ນະ​ອັນ​ສວຍ​ງາມ 26 ນາງ​ໄດ້​ຖື​ເອົາ​ຫລັກ​ຜ້າ​ເຕັ​ນ​ໄວ້​ໃນ​ມືເບື້ອງ​ນຶ່ງ ແລະ​ມື​ເບື້ອງ​ນຶ່ງ​ອີກ​ກໍ​ຖື​ໄມ້​ຄ້ອນ ນາງ​ຕີ​ຊີ​ເຊ​ຣາ​ຈົນ​ຫົວ​ແຕກ ແລະ​ແທງ​ຂະ​ຫມັບ​ຈົນ​ຊອດ 27 ສ່ວນ​ຊີ​ເຊ​ຣາ​ກໍ​ລົ້ມລົງ ແລະ​ນອນຢຽດ​ທີ່​ຕີນ​ຂອງ​ນາງ ທີ່​ຕີນຂອງ​ນາງ​ຢາ​ເອນ​ບ່ອນ​ທີ່​ຊີ​ເຊ​ຣາ​ລົ້ມ​ລົງ ຊີ​ເຊ​ຣາ​ໄດ້​ລົ້ມ​ຕາຍ​ຢູ່​ໃນ​ດິນບ່ອນ​ນັ້ນ 28 ຝ່າຍ​ແມ່​ຂອງ​ຊີ​ເຊ​ຣາ​ກໍ​ຫລຽວ​ອອກ​ມາ​ທາງ​ປ່ອງ​ຢ້ຽມ ນາງ​ຈອບ​ເບິ່ງ​ທາງ​ເບື້ອງ​ຫລັງ​ຂອງ​ຕາ​ນ່າງ ແລະ​ເອີ້ນ​ຖາມ​ວ່າ, “ເປັນ​ຫຍັງ​ຣົດ​ຮົບ​ຂອງ​ ຊີ​ເຊ​ຣາ​ຈຶ່ງ​ມາ​ຊ້າ​ແທ້ ເປັນ​ຫຍັງ​ມ້າ​ຂອງ​ເຂົາ​ຈຶ່ງ​ນານ​ກັບ​ມາ​ແທ້” 29 ບັນ​ດາ​ສ​ຕ​ຣີ​ຜູ້​ສ​ລາດ​ຂອງ​ນາງ​ຈຶ່ງ​ຕອບ​ນາງ ບໍ່​ດອກ ນາງ​ນຶກ​ຕອບ​ເອົາ​ເອງວ່າ 30 ​“ເຂົາ​ທັງ​ຫລາຍ​ຍັງ​ບໍ່​ພົບ​ແລະ​ຍັງ​ບໍ່​ແບ່ງ​ຂອງ​ທີ່​ຍຶດ​ມາ​ໄດ້​ຫລື ຍິງ​ຄົນ​ນຶ່ງ​ຫລື​ສອງ​ຄົນ​ໄດ້​ແກ່​ຊາຍ​ຄົນ​ນຶ່ງ ສິ່ງ​ຂອງ​ຍ້ອມ​ສີ​ທີ່ຍຶດ​ມາ​ເປັນ​ຂອງ​ຊີ​ເຊ​ຣາ ຂອງ​ຍ້ອມ​ສີ​ທີ່​ແສ່ວ​ລວດ​ລາຍ ຂອງຍ້ອມ​ສີ​ທີ່​ແສ່ວ​ລາຍ​ສອງ​ຫນ້າ​ສຳ​ລັບ​ພັນ​ຄໍ​ຂອງ​ຂ້າ​ເປັນ​ຂອງ​ທີ່​ຍຶດ” 31 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໃຫ້​ສັດ​ຕຣູ​ທັງ​ຫລາຍ​ຂອງ​ພຣະ​ອົງ​ຕາຍ​ໄປ​ດັ່ງ​ດຽວ​ກັນ​ນີ້ ແຕ່​ວ່າ​ຂໍ​ໃຫ້​ຜູ້​ຕິດ​ສ​ນິດ​ກັບ​ພຣະ​ອົງ​ສ່ອງ​ແສງ​ເຫມືອນ​ດັ່ງ​ຕາ​ເວັນ​ກຳ​ລັງ​ຂຶ້ນ” ຕໍ່​ມາ​ຄວາມ​ສ​ງົບ​ສຸກ​ກໍ​ເກີດ​ຂຶ້ນ​ໃນ​ປະ​ເທດ​ເປັນ​ເວ​ລາ​ສີ່​ສິບ​ປີ

ພວກຜູ້ປົກຄອງ 6

ຊົງ​ເອີ້ນ​ກິເດ​ໂອນ

1 ພາຍ​ຫລັງ​ການ​ນີ້ ພວກອິສ​ຣາ​ເອນ​ໄດ້​ກະ​ທຳ​ບາບ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ມອບ​ພວກ​ເຂົາ​ໄວ້​ໃນ​ກຳ​ມື​ຂອງ​ພວກ​ມີ​ດີ​ອານ​ເປັນ​ເວ​ລາ​ເຈັດ​ປີ 2 ຝ່າຍ​ພວກ​ມີ​ດີ​ອານ​ກໍ​ມີ​ກຳ​ລັງ​ເຫນືອກວ່າ​ພວກ​ເຂົາ ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງໄປ​ລີ້​ຢູ່​ໃນ​ຖ້ຳ ແລະ​ໃນ​ບ່ອນ​ປອດ​ພັຍ​​ອື່ນ​ຕາມ​ຫນ່ວຍ​ພູ 3 ທຸກ​ເທື່ອ​ທີ່​ພວກ​ອິສ​ຣາ​ເອນ​ຫວ່ານ​ເຂົ້າ​ແລ້ວ ພວກ​ມີ​ດີ​ອານພ້ອມ​ທັງ​ຊາວ​ອາ​ມາ​ເລກ ແລະ​ຊາວ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ກັນ​ດານກໍ​ມາ​ບຸກ​ໂຈມ​ຕີ​ພວກ​ເຂົາ ພ​ວກ​ເຫລົ່າ​ນີ້​ພາກັນ​ຕັ້ງ​ຄ້າຍ​ພັກ​ຢູ່​ໃນ​ປະ​ເທດ​ນັ້ນ 4 ພວກ​ເຂົາ​ທຳ​ລາຍ​ຜົ​ນ​ລະ​ປູກ​ຕ່າງໆ​ທາງ​ທິດໃຕ້​ຈົນ​ເຖິງ​ເຂດ​ອ້ອມ​ແອ້ມ​ເມືອງ​ກາ​ຊາ ພວກ​ເຂົາ​ບໍ່​ໄດ້​ປະ​ສິ່ງ​ໃດ​ເຫລືອ​ໄວ້​ໃຫ້ພວກ​ອິສ​ຣາ​ເອນ​ເລີຍຕລອດ​ທັງ​ແກະ​ງົວ​ລໍ​ທີ່​ຈະ​ລ້ຽງ​ກໍ​ບໍ່​ມີ 5 ພວກ​ນີ້​ໄດ້​ບຸກ​ເຂົ້າ​ມາ​ທຳ​ລາຍ​ປະ​ເທດ​ອິສ​ຣາ​ເອນ​ຢ່າງ​ຫນາ​ແຫນ້ນ​ດັ່ງ​ຝູງ​ຕັກ​ແຕ​ນ ພ້ອມ​ດ້ວຍ​ຝູງ​ສັດ​ແລະ​ຜ້າ​ເຕັນ ທັງ​ຄົນ​ແລະ​ອູດ​ຂອງ​ພວກ​ເຂົາ​ກໍ​ຫລາຍ​ຈົນ​ນັບ​ບໍ່​ໄດ້ 6 ຍ້ອນ​ພວກ​ມີ​ດີ​ອານ ພວກ​ອິສ​ຣາ​ເອນ​ຈຶ່ງ​ຕົກຢູ່​ໃນ​ຄວາມ​ຂັດ​ສົນ​ຫລາຍ ດັ່ງ​ນັ້ນ​ພວກ​ເຂົາ​ຈຶ່ງ​ພາກັນ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 7 ເວ​ລາ​ທີ່​ພວກ​ອິສ​ຣາ​ເອນ​ຮ້ອງ​ທູນ​ຂໍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ການ​ຮຸກ​ຮານ​ຂອງ​ພວກ​ມີ​ດີ​ອານ​ນັ້ນ 8 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ​ມາ​ບອກ​ພວກ​ເຂົາ​ວ່າ, “ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ອິສ​ຣາ​ເອນ​ຊົງ​ກ່າວ​ດັ່ງ​ນີ້​ ເຮົາ​ໄດ້​ນຳ​ເອົາ​ພວກ​ເຈົ້າ​ອອກ​ມາ​ຈາກການ​ເປັນ​ທາດ​ໃນ​ປະ​ເທດ​ເອ​ຢິບ​ 9 ໄດ້​ຊ່ອຍ​ຊີ​ວິດ​ຂອງ​ພວກ​ເຈົ້າ​ອອກ​ຈາກ​ເງື້ອມ​ມື​ພວກ​ເອຢິບ ແລະ​ອອກ​ຈາກ​ຜູ້​ທີ່​ຕໍ່​ສູ້​ພວກ​ເຈົ້າ​ຢູ່​ທີ່​ນີ້ ເຮົາ​ໄດ້​ໄລ່​ເຂົາ​ຫນີ​ອອກ​ຈາກ​ພວກ​ເຈົ້າ ແລະ​ໄດ້​ມອບ​ດິນ​ແດນ​ຂອງ​ເຂົາ​ໃຫ້​ແກ່​ພວກ​ເຈົ້າ 10 ເຮົາ​ໄດ້​ບອກ​ພວກ​ເຈົ້າ​ວ່າ ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ແລະ​ພ​ວກ​ເຈົ້າ​ບໍ່​ຕ້ອງ​ຂາບ​ໄຫວ້​ພຣະ​ທັງ​ຫລາຍ​ຂອງ​ພວກອາ​ໂມ​ຣິດ ຊຶ່ງ​ພວກ​ເຈົ້າ​ກຳ​ລັງ​ອາ​ໄສ​ຢູ່​ໃນ​ດິນ​ແດນ​ຂອງ​ເຂົາ​ນີ້ ແຕ່​ວ່າ​ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ​ເລີຍ”

ຊົງ​ເອີ້ນ​ກິເດ​ໂອນ

11 ວັນ​ນຶ່ງ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ນັ່ງ​ຢູ່​ໃຕ້​ຕົ້ນ​ສົນ​ໃກ້​ບ້ານ​ໂອ​ຟ​ຣາ ຊຶ່ງ​ເປັນ​ບ້ານຂອງ​ໂຢ​ອັ​ສ​ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ອາ​ບີ​ເອ​ເຊີ ກິເດ​ໂອນ​ບຸດ​ຂອງ​ໂຢ​ອັ​ສ​ກໍ​ລີ້​ຟາດ​ເຂົ້າ​ຢູ່​ໃນ​ບ່ອນ​ບີບ​ເອົາ​ນ້ຳ​ອະ​ງຸ່ນ ເພື່ອ​ລີ້​ພວກ​ມີ​ດີ​ອານ 12 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າໄດ້​ປາ​ກົດ​ຕໍ່​ເຂົາ​ແລະ​ເວົ້າ​ວ່າ, “ເຈົ້າ​ເປັນ​ຄົນ​ກ້າ​ຫານ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ” 13 ຝ່າຍ​ກິເດ​ໂອນ​ຈຶ່ງ​ເວົ້າ​ຕໍ່​ທູດ​ອົງ​ນັ້ນ​ວ່າ, “ທ່ານ​ເຈົ້າ​ເອີຍ ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ ເປັນ​ຫຍັງ​ເຫດ​ຮ້າຍ​ທັງ​ຫມົດ​ນີ້​ຈຶ່ງ​ເກີດ​ຂຶ້ນ​ແກ່​ພວກ​ເຣົາ ແລະ​ການ​ອັດ​ສະ​ຈັນ​ຕ່າງໆ​ທີ່​ພວກ​ປູ່​ຍ່າ​ຕາ​ຍາຍ​ໄດ້​ເລົ່າ​ໃຫ້​ພວ​ກ​ເຣົາ​ຟັງ​ນັ້ນ​ເປັນ​ຢ່າງ​ໃດ ຄື​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ນຳ​ຫນ້າ​ພວກ​ເຮົາ​ທັງ​ຫລາຍ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ນັ້ນ ແຕ່​ດຽ​ວ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຖິ້ມ​ພວກ​ເຮົາ​ແລ້ວ ແລະ​ໄດ້​ມອບ​ພວກ​ເຮົາ​ໄວ້​ໃຕ້​ອຳ​ນາດ​ພວກ​ມີ​ດີ​ອານ” 14 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ສັ່ງ​ຕໍ່​ທ່ານ​ວ່າ, “ເຈົ້າ​ຈົ່ງ​ໄປ​ຊ່ອຍ​ຊີ​ວິດ​ພວກ​ອິສ​ຣາ​ເອນ​ອອກ​ຈາກ​ອຳ​ນາດ​ຂອງ​ພວກ​ມີ​ດີ​ອານ ດ້ວຍ​ກຳ​ລັງ​ຂອງ​ເຈົ້າ​ເອງ ເຮົາ​ຈະ​ເປັນ​ຜູ້​ສົ່ງ​ເຈົ້າ​ໄປ​“ 15 ກິເດ​ໂອນ​ໄດ້​ທູນ​ຕອບ​ວ່າ ຂ້າ​ພຣະ​ອົງ​ຈະ​ຊ່ອຍ​ຊີ​ວິດພວກ​ອິສ​ຣາ​ເອນ​ໄດ້​ຢ່າງ​ໃດ ເພາະ​ວ່າ​ເຊື້ອ​ສາຍ​ຂອງ​ຂ້າ​ພະ​ອົງ​ອ່ອນ​ແອກວ່າຫມູ່​ໃນ​ຕະ​ກູນ​ມາ​ນັ​ສ​ເຊ ແລະ​ຂ້າ​ພຣະ​ອົງ​ເອງ​ກໍ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຳ​ຄັນ​ໃນ​ຄອບ​ຄົວ​ຂ້າ​ພຣະ​ອົງ” 16 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ຕໍ່​ທ່ານ​ວ່າ, “ເຈົ້າ​ສາ​ມາດ​ທຳ​ສິ່ງ​ນີ້​ໄດ້ ເພາະ​ເຮົາ​ຈະ​ສະ​ຖິດ​ຢູ່​ນຳ​ເຈົ້າ ເຈົ້າ​ຈະ​ທຳ​ລາຍ​ພວກ​ມີ​ດີອານ​ໄດ້​ງ່າຍ​ທີ່​ສຸດ ຄ້າຍ​ກັບ​ວ່າ​ພວກ​ເຂົາ​ມີ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ” 17 ກິເດ​ໂອນ​ໄດ້​ທູນ​ຕອບ​ວ່າ, “ຖ້າ​ພຣະ​ອົງ​ໂຜດ​ເມດ​ຕາ​ຂ້າ​ພຣະ​ອົງ ຂໍ​ໃຫ້​ຂ້າ​ພຣະ​ອົງ​ພິ​ສູດ​ເຫັນ​ຄວາມ​ຈິງວ່າ ແມ່ນ​ພຣະ​ຜູັ້​ເປັນ​ເຈົ້າ​ແທ້​ຈິງ​ທີ່​ຊົງ​ສັ່ງ​ໃຫ້​ແກ່​ຂ້າ​ພຣະ​ອົງ 18 ຂໍພຣະ​ອົງ​ຈົ່ງ​ຢ່າ​ຟ້າວ​ຫນີ​ຈາກ​ບ່ອນ​ນີ້ ຈົນ​ກວ່າ​ຂ້າ​ພຣະ​ອົງ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ໃຫ້​ແກ່​ພຣະ​ອົງ” ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ພັກ​ຢູ່​ທີ່​ນີ້​ຈົນ​ກວ່າ​ເຈົ້າ​ຈະ​ກັບ​ມາ” 19 ຄັນ​ແລ້ວ​ກິເດ​ໂອນ​ກໍ​ໄປ​ຂ້າ​ເອົາ​ແບ້​ຫນຸ່ມ​ໂຕ​ນຶ່ງ​ຈັດ​ແຈ່ງ​ເປັນ​ອາ​ຫານ ແລະ​ເຮັດ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ດ້ວຍ​ແປ້ງ​ນຶ່ງ​ເອ​ຟາ ທ່ານ​ໄດ້​ຈັດ​ຊີ້ນ​ໃສ່​ກະ​ຕ່າ​ແລະ​ນ້ຳ​ແກງ​ໃສ່​ຫ​ມໍ້ ແລ້​ວ​ນຳ​ເອົາ​ສິ່ງ​ເຫລົ່ານີ້​ມາ​ຖວາຍ​ພຣະ​ອົງ​ຢູ່ໃຕ້​ຕົ້ນ​ສົນ​ໃຫ້ 20 ຝ່າຍ​ທູດ​ອົງ​ນັ້ນ​ຈຶ່ງ​ກ່າວ​ແກ່​ທ່ານ​ວ່າ, “ຈົ່ງ​ເອົາ​ຊີ້ນ​ແລະ​ເຂົ້າ​ຈີ່​ວາງ​ໄວ້​ເທິງ​ໂງ່ນ​ຫີນ ແລ້ວ​ຖ​ອກ​ນ້ຳ​ແກງ​ລົງ​ໃສ່” ກິເດ​ໂອນ​ກໍ​ປະ​ຕິ​ບັດ​ຕາມ 21 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອົາ​ປາຍ​ໄມ້​ເທົ້າ​ຂອງ​ຕົນ​ແຕະ​ຕ້ອງ​ຊີ້ນ​ແລະ​ເຂົ້າ​ຈີ່​ນັ້ນ ໃນ​ທັນ​ໃດ​ນັ້ນ​ໄຟ​ໄດ້​ລຸກ​ຂຶ້ນ​ຈາກ​ໂງ່ນ​ຫີນ​ແລະ​ໄຫມ້​ຊີ້ນ​ກັບ​ເຂົ້າ​ຈີ່​ຈົນ​ຫມົດ ຕໍ່​ມາ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຫາຍ​ຕົວ​ໄປ 22 ຝ່າຍ​ກິເດ​ໂອນກໍ​ຮູ້​ສຶກ​ໃນ​ໃຈ​ວ່າ ທູດ​ອົງ​ນັ້ນ​ເປັນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ ທ່ານ​ຈຶ່ງ​ເວົ້າ​ດ້ວຍ​ຄວາມ​ຢ້ານ​ແລະ​ຕົກ​ໃຈ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ເຫັນ​ທູດ​ຂອງ​ພຣະ​ອົງ​ຫນ້າ​ຕໍ່​ຫນ້າ​ແລ້ວ” 23 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ທ່ານ​ວ່າ, “ບໍ່​ເປັນ​ຫຍັງ​ດອກ ຢ່າ​ສູ່​ຢ້ານ​ເຈົ້າ​ຈະ​ບໍ່​ຕາຍ” 24 ແລ້ວ​ກິເດ​ໂອນ​ໄດ້​ສ້າງ​ແທ່ນ​ບູ​ຊາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່ນັ້ນ ແລະ​ໃສ່​ຊື່​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຄວາມ​ສ​ງົບ​ສຸກ” ແທ່ນ​ບຸ​ຊາ​ນີ້​ຢູ່​ໃນ​ບ້ານ​ໂອ​ຟ​ຣາ ແລະ​ເປັນ​ຂອງ​ຊາວ​ອາ​ບີ​ເອ​ເຊີ​ຈົນ​ເທົ່າເຖິງ​ທຸກວັນ​ນີ້ 25 ໃນ​ຄໍ່າ​ຄືນ​ຂອງວັນ​ນຶ່ງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ທ່ານ​ວ່າ, “ຈົ່ງ​ເອົາ​ງົວ​ເຖິກ​ຂອງ​ບິດາ​ເຈົ້າ ແລະ​ງົວ​ເຖິກ​ໂຕ​ອື່ນ​ທີ່​ມີ​ອາ​ຍຸ​ເຈັດ​ປີ ພ້ອມ​ທັງ​ທຳ​ລາຍ​ແທ່ນບູ​ຊາ​ທີ່​ບິ​ດາ​ເຈົ້າ​ທຳ​ໄວ້​ເພື່ອ​ພຣະ​ບາ​ອານ ແລ້ວ​ຕັດ​ຫລັ​ກ​ໄມ້​ສັກ​ສິດ​ຢູ່​ທາງ​ຂ້າງນັ້ນ​ອອກ 26 ຈົ່ງ​ສ້າງ​ແທ່ນ​ບູ​ຊາ​ຢ່າງ​ແຫນ້ນ​ຫນາ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົາ​ຢູ່​ເທິງ​ຈອມ​ໂພນ​ນີ້ ແລ້ວ​ເອົາ​ງົວ​ເຖິກ​ໂຕ​ທີ່​ສອງ​ເຜົາ​ຖວາຍ​ບູ​ຊາ​ເທິງ​ແທ່ນ​ນັ້ນ ໂດຍ​ເອົາ​ຫລັກ​ໄມ້​ສັ​ກ​ສິດ​ທີ່​ເຈົ້າ​ຕັດ​ລົງ​ນັ້ນ​ເຮັດ​ຟືນ” 27 ຝ່າຍ​ກິເດ​ໂອນ​ກໍ​ເລືອກ​ເອົາ​ຄົນ​ໃຊ້​ສິບ​ຄົນ ແລະ​ປະ​ຕິ​ບັດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ບອກ​ໄວ້ ທ່ານ​ບໍ່​ສາ​ມາດ​ທຳ​ກາງ​ເວັນ​ໄດ້ ເພາະ​ຢ້ານ​ຄົນ​ໃນ​ຄອບ​ຄົວ​ຂອງ​ຕົນ​ແລະ​ປະ​ຊາ​ຊົນ​ໃນ​ເມືອງ​ເຫັນ ສະ​ນັ້ນ ທ່ານ​ຈຶ່ງ​ທຳ​ໃນ​ເວ​ລາ​ກາງ​ຄືນ

ກິ​ເບ​ໂອນ​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ພຣະ​ບາ​ອານ

28 ເມື່ອ​ຕື່ນ​ເຊົ້າ​ມາ ປະ​ຊາ​ຊົນ​ໃນ​ເມືອງ​ນັ້ນ​ໄດ້​ລຸກ​ແຕ່​ເດິກ ພວກ​ເຂົາ​ໄດ້​ເຫັນ​ແທ່ນ​ບູຊາ​ຂອງ​ພຣະ​ບາ​ອານ ແລະ​ເຫັນ​ຫລັກ​ໄມ້​ສັກ​ສິດ​ຖືກ​ທຳ​ລາຍ​ລົງ ແລ້ວ​ໄດ້​ເຫັນ​ງົວ​ເຖິກ​ໄຫມ້​ຢູ່​ເທິງ​ແທ່ນ​ບູ​ຊາ​ທີ່​ສ້າງ​ຂຶ້ນ​ໃຫມ່​ນັ້ນ ພວກ​ເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ແມ່ນ​ໃຜ​ທຳ​ສິ່ງ​ນີ້” 29 ເມື່ອ​ພວກ​ເຂົາ​ສືບ​ຖາມ​ກໍ​ພົບ​ວ່າ​ແມ່ນ​ກິເດ​ໂອນ​ບຸດ​ຊາຍ​ຂອງ​ໂຢ​ອັ​ສ​ໄດ້​ເປັນ​ຜູ້​ທຳ​ສິ່ງ​ນັ້ນ 30 ພວ​ກ​ເຂົາ​ຈຶ່ງ​ເວົ້າ​ຕໍ່​ໂຢ​ອັ​ສວ່າ, “ເອົາ​ບຸດ​ຂອງ​ເຈົ້າ​ອອກ​ມາ​ນອກ​ພີ້ ພວກ​ເຮົາ​ຈະ​ຂ້າ​ເຂົາ​ຖິ້ມ ເພາະ​ເຂົາ​ເປັນ​ຄົນ​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ພຣະ​ບາ​ອານ ແລະ​ຕັດ​ຫລັກ​ໄມ້​ສັກ​ສິດ​ຢູ່​ທີ່​ທາງ​ຂ້າງ​ນັ້ນ​ອອກ” 31 ແຕ່ໂຢ​ອັ​ສ​ໄດ້​ຕອບ​ທຸກ​ຄົນ​ທີ່​ພາ​ກັນ​ມາ​ຟ້ອງ​ນັ້ນ​ວ່າ, “ພວກ​ເຈົ້າ​ມາ​ຕໍ່​ວ່າ​ຂ້າ​ພະ​ເຈົ້າ​ແທນ​ພຣະ​ບາ​ອານ​ບໍ ພວກ​ເຈົ້າ​ປ້ອງ​ກັນ​ພຣະ​ບາ​ອານບໍ ຖ້າ​ວ່າ​ຜູ້​ໃດ​ຕໍ່​ວ່າ​ແທນ​ມັນ ຜູ້​ນັ້ນ​ຈະ​ຖືກ​ຂ້າ​ຖິ້ມ​ກ່ອນ​ຮຸ່ງ​ເຊົ້າ ຄັນ​ວ່າ​ພຣະ​ບາ​ອານ​ເປັນ​ພຣະ​ເຈົ້າ​ ຈົ່ງ​ໃຫ້​ມັນ​ປ້ອງ​ກັນ​ຕົວ​ມັນ​ເອງ ເພາະ​ເປັນ​ແທ່ນ​ບູ​ຊາ​ຂອງ​ມັນ​ທີ່​ຖືກ​ທຳ​ລາຍ​ລົງ” 32 ຈາກ​ນັ້ນ​ມາ​ຄົນ​ທັງ​ຫລາຍ​ກໍ​ເອີ້ນ​ກິເດ​ໂອນ​ວ່າ ເຢ​ຣຸບ​ບາ​ອານ ເພາະ​ທ່ານ​ໄດ້​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ພຣະ​ບາ​ອານ​ແລະ​ເວົ້າ​ວ່າ, “ຈົ່ງ​ໃຫ້​ພຣະ​ບາ​ອານ​ປ້ອງ​ກັນ​ຕົວ​ມັນ​ເອງ” 33 ແລ້ວ​ພວກ​ມີ​ດີ​ອານ​ທຸກໆ​ຄົນ ພ້ອມ​ທັງ​ຊາວ​ອາ​ມາ​ເລກ ແລະ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ກັນ​ດານ ກໍ​ພາ​ກັນ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ມາ​ພ້ອມ​ພຽງ​ກັນ​ແລ້ວ​ຕັ້ງ​ຄ້າຍ​ພັກ​ຢູ່​ຮ່ອມ​ພູ ຢິ​ສ​ເຣ​ເອນ 34 ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖິດ​ຢູ່​ນຳ​ກິເດ​ໂອນ ກິ​ເດ​ໂອນ​ກໍ​ເປົ່າ​ແກ​ເອີ້ນ​ເອົາ​ຝູງ​ຊົນ​ອາ​ບີ​ເອ​ເຊີ​ໃຫ້​ຕິດ​ຕາມ​ຕົນ​ໄປ 35 ຕໍ່​ມາ ທ່ານ​ໄດ້​ສົ່ງ​ຄົນ​ນຳ​ຂ່າວ​ໄປ​ບອກ​ທົ່ວ​ທັງ​ເຂດ​ແດນ​ຕະ​ກູ​ນມາ​ນັ​ສ​ເຊ ເຊ​ບູ​ລູນ ແລະ​ເນັຟທາ​ລີ ເພື່ອ​ໃຫ້​ພວກ​ເຫລົ່າ​ນີ້​ຕິດ​ຕາມ​ທ່ານ​ໄປ ພວກ​ເຂົາ​ກໍ​ຕິດ​ຕາມ​ທ່ານ​ໄປ 36 ຈາກ​ນັ້ນ ກິເດ​ໂອນ​ໄດ້​ທູນ​ພຣະ​ເຈົ້າ​ວ່າ, “ພຣະ​ອົງ​ຊົງ​ກ່າວ​ວ່າ ພຣະ​ອົງ​ຕ້ອງ​ການ​ໃຫ້​ຂ້າ​ພຣະ​ອົງ​ຊ່ອຍ​ຊີ​ວິດ​ພວກ​ອິສ​ຣາ​ເອນ 37 ສະ​ນັ້ນ ຂ້າ​ພຣະ​ອົງ​ຈະ​ເອົາ​ຂົນ​ແກະ​ວາງ​ໄວ້​ເທິງ​ດິນ ບ່ອນ​ທີ່​ພວກ​ຂ້າ​ພຣະ​ອົງ​ຟາດ​ເຂົ້າ ຖ້າ​ວ່າ​ມື້​ເຊົ້າ​ມາ​ນ້ຳ​ຫມອກ​ຕົກ​ຖືກ​ແຕ່​ຂົນ​ແກະ​ເທົ່າ​ນັ້ນ ແຕ່​ດິນ​ຍັງ​ແຫ້ງ​ຢູ່​ຄືເກົ່າ ຂ້າ​ພຣະ​ອົງ​ຈຶ່ງ​ຈະ​ຮູ້​ວ່າ ພຣະ​ອົງ​ຊົງ​ຕ້ອງ​ການ​ໃຫ້​ຂ້າ​ພຣະ​ອົງ​ຊ່ອຍ​ຊີ​ວິດ​ພວກ​ອິສ​ຣາເອນ​ແທ້” 38 ແລ້ວ​ເຫດ​ການ​ກໍ​ເປັນ​ຢ່າງ​ນັ້ນ​ແທ້ ເມື່ອ​ກິເດ​ໂອນ​ລຸກ​ມາ​ແຕ່​ເດິກ ໃນເຊົ້າ​ວັນ​ໃຫມ່​ທ່ານ​ກໍ​ເອົາ​ຂົນ​ແກະ​ນັ້ນ​ມາ​ປັ້ນ ນ້ຳ​ໄດ້​ໄຫລ​ອອກ​ມາ​ຈົນ​ເຕັມ​ຊາມ 39 ທ່ານ​ຈຶ່ງ​ທູນ​ພຣະ​ເຈົ້າ​ອີກວ່າ, “ຂໍ​ຢ່າ​ຊົງ​ພຣະ​ພິ​ໂຣດ​ຂ້າ​ພຣະ​ອົງ​ຖ້ອນ ຂໍ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ເວົ້າ​ຕື່ມອີກເປັນ​ເທື່ອ​ສຸດ​ທ້າຍ ຄື​ຂ້າ​ພຣະ​ອົງ​ຈະ​ທົດ​ລອງ​ເບິ່ງ​ຂົນ​ແກະ​ອີກ​ເທື່ອນຶ່ງ ໃນ​ຄັ້ງ​ນີ້​ໃຫ້​ຂົນ​ແກະ​ນັ້ນ​ແຫ້ງ​ຢູ່ ແຕ່​ໃຫ້​ນ້ຳ​ຫມອກ​ຕົກ​ລົງ​ໃສ່​ແດ່​ດິນ​ເທົ່າ​ນັ້ນ” 40 ໃນ​ຄືນ​ນັ້ນ ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ການ​ນັ້ນ ໂດຍ​ຊົງ​ໃຫ້​ຂົນ​ແກະ​ແຫ້ງ ແຕ່​ໃຫ້​ດິນ​ເຕັມ​ໄປ​ດ້ວຍ​ນ້ຳ​ຫມອກ

ພວກຜູ້ປົກຄອງ 7

ກິເດ​ໂອນ​ຊະ​ນະ​ພວກ​ມີ​ດີ​ອານ

1 ເຢຣຸບ​ບາ​ອານ (ຄື​ກິເດ​ໂອນ) ພ້ອມ​ດ້ວຍ​ທະ​ຫານ​ທັງ​ຫມົດ​ຂອງ​ທ່ານ​ໄດ້​ລຸກ​ແຕ່​ເຊົ້າ ໄປ​ຕັ້ງ​ຄ້າຍ​ພັກ​ອາ​ໄສ​ຢູ່​ທາງ​ບໍ່​ນ້ຳ​ຮາ​ໂຣດ ສ່ວນ​ຄ້າຍ​ພັກ​ຂອງ​ພວກ​ມີ​ດີ​ອານ​ກໍຕັ້ງ​ຢູ່​ຮ່ອມ​ພູ​ທາງ​ທິດ​ເຫນືອ​ໃກ້ໆ​ພູ​ໂມ​ເຣ​ 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ກິເດ​ໂອນ​ວ່າ, “ປະ​ຊາ​ຊົນ​ທີ່ມາ​ນຳ​ເຈົ້າ​ມີ​ຫລາຍ​ໂພດ ເຮົາ​ບໍ່​ຕ້ອງ​ການ​ຫລານ​ປານ​ນັ້ນ ເພື່ອ​ເອົາ​ຊະນະ​ພວກ​ມີ​ດີ​ອານ ເພາະ​ເມື່ອ​ໄຊ​ຊະ​ນະ​ແລ້ວ​ຢ້ານ​ເຂົາ​ອວດ​ວ່າ ເຂົາ​ຊະ​ນະ​ດ້ວຍກຳ​ລັງ​ຂອງ​ຕົນ​ເອງ ໂດຍ​ບໍ່​ຄິດ​ເຖິງ​ການ​ຊ່ອຍ​ເຫລືອ​ຂອງ​ເຮົາ 3 ສະ​ນັ້ນ ເຈົ້າ​ຈົ່ງ​ບອກ​ປະ​ຊາ​ຊົນ​ວ່າ ຖ້າ​ຜູ້​ໃດ​ຢ້ານ ຈົ່ງ​ກັບ​ຄືນ​ເມືອ​ສາ ແລະ​ໄປ​ຈາກ​ພູ​ກິເລ​ອາດ” ດັ່ງ​ນັ້ນ​ຈຶ່ງ​ມີ​ຄົນ​ກັບ​ຄືນ​ເມືອງ​ສອງ​ຫມື່ນ​ສອງ​ພັນ​ຄົນ ແລະ​ຍັງ​ເຫ​ລືອ​ພຽງ​ແຕ່​ນຶ່ງ​ຫມື່ນ​ຄົນ​ເທົ່າ​ນັ້ນ 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ກິເດ​ໂອນ​ວ່າ, “ພວກ​ນີ້​ຍັງ​ມີ​ຢູ່​ຫລາຍ​ໂພດ ຈົ່ງ​ພາເຂົາ​ລົງ​ໄປ​ແຄມ​ນ້ຳ ແລ້ວ​ເຣົາ​ຈະ​ຄັດ​ເລືອກ​ເຂົາ​ໃຫ້​ເຈົ້າ​ຢູ່​ທີ່​ນັ້ນ ຖ້າ​ເຮົາ​ບອກຜູ້​ໃດ​ໄປ​ກັບ​ເຈົ້າ ເຂົາ​ຈະ​ໄປ​ທັນ​ທີ ຖ້າ​ວ່າ​ເຮົາ​ບອກ​ບໍ່​ໃຫ້​ຜູ້​ໃດ​ໄປ​ກັບ​ເຈົ້າ ເຂົາ​ກໍຈະ​ບໍ່​ໄປ​ເດັດ​ຂາດ” 5 ດັ່ງ​ນັ້ນ​ ກິເດ​ໂອນ​ຈຶ່ງ​ນຳ​ຊາວ​ອິສ​ຣາເອນ​ໄປ​ແຄມ​ນ້ຳ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ກິເດໂອນ​ວ່າ, “ຈົ່ງ​ແຍກ​ພວກ​ທີ່​ດື່ມ​ນ້ຳ​ດ້ວຍ​ລີ້ນ​ຄື​ກັນ​ກັບຫມາ​ອອກ​ຈາກ​ພວກ​ທີ່​ຄຸ​ເຂົ່າ​ລົງ​ດື່ມ” 6 ດັ່ງ​ນັ້ນ ຈຳ​ນວນຜູ້​ທີ່​ເອົາ​ມື​ກອບ​ນ້ຳ​ຂຶ້ນ​ມາ​ເລັຽກິນ​ມີ​ຢູ່​ສາມ​ຮ້ອຍ​ຄົນ ສ່ວນ​ພວກ​ທີ່​ເຫລືອ​ນັ້ນ​ແມ່ນ​ພວກ​ທີ່​ຄຸ​ເຂົ່າ​ລົງ​ດື່ມ 7 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ຕໍ່​ກິເດ​ໂອນ​ວ່າ, “ເຮົາ​ຈະ​ຊ່ອຍ​ຊີ​ວິດ​ເຈົ້າ​ໄວ້ ແລະ​ໃຫ້​ເຈົ້າ​ຊະນະ​ພວກ​ມີ​ດີ​ອານ​ດ້ວຍ​ຄົນ​ຈຳ​ນວນ​ສາມ​ຮ້ອຍ​ຄົນ​ທີ່ກອບ​ນ້ຳ​ເລັຽກິນນັ້ນ ແ​ລ້ວ​ໃຫ້​ພວກ​ທີ່​ຍັງ​ເຫລືອ​ກັບ​ຄືນ​ເມືອ​ຫມົດ” 8 ກິເດ​ໂອນ​ກໍ​ສັ່ງ​ພວກ​ອິສ​ຣາ​ເອນ​ກັບ​ຄື​ນ​ເມືອ​ຫມົດ ເວັ້ນ​ໄວ້​ແຕ່​ພວກ​ສາມ​ຮ້ອຍ​ຄົນ​ເທົ່າ​ນັ້ນ​ທີ່​ຍັງ​ເຫລືອ​ຢູ່ ພວກ​ນີ້​ໄດ້​ຈັດ​ເອົາ​ສະ​ບ່ຽງ​ອາ​ຫານ​ແລະ​ແກ​ຂອງຕົນ ສ່ວນ​ພວກ​ມີ​ດີ​ອານ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ຮ່ອມ​ພູ​ທາງ​ເບື້ອງ​ລຸ່ມ​ອິສ​ຣາ​ເອນ 9 ໃນ​ຄືນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ກິເດ​ໂອນ​ວ່າ, “ຈົ່ງ​ບຸກ​ໂຈມ​ຕີ​ຄ້າຍ​ພວກ​ເຂົາ​ເທີນ ເຣົາ​ຈະ​ໃຫ້​ເຈົ້າ​ຊະນະ​ພວກ​ເຂົາ 10 ແຕ່​ຖ້າ​ເຈົ້າ​ບໍ່​ກ້າ​ລົງ​ໄປ​ຕໍ່​ສູ້ ໃຫ້​ເຈົ້າ​ແລະ​ຄົນ​ໃຊ້​ຂອງ​ເຈົ້າ​ຜູ້​ຊື່​ວ່າປຸຣາ ລົງ​ໄປ​ສືບ​ເບິ່ງ​ເສັຽກ່ອນ ເຈົ້າ​ຈະ​ໄດ້​ຍິນ​ວ່າ​ເຂົາ​ເວົ້າ​ກັນ​ຫຍັງ​ແດ່ 11 ແລ້ວ​ເຈົ້າ​ຈະ​ກ້າ​ຫານ​ບຸກ​ໂຈ​ມ​ຕີ​ຄ້າຍ​ນັ້ນ” ດັ່ງ​ນັ້ນ ກິເດ​ໂອນ ແລະ​ຄົນ​ໃຊ້​ປຸ​ຣາ​ຈຶ່ງ​ພາ​ກັນລົງ​ໄປ​ຍັງ​ເຂດ​ແດນ​ຄ້າຍ​ພັກ​ຂອງ​ສັດ​ຕຣູ 12 ຝ່າຍ​ພວກ​ມີ​ດີ​ອານ ພວກ​ອາ​ມາ​ເລກ ແລະ​ຊາວ​ເຜົ່າ​ຕ່າງໆ​ທີ່​ຢູ່​ຕາມ​ຖິ່ນ​ກັນ​ດານ ໄດ້​ຂະ​ຫຍາຍ​ອອກ​ໄປ​ທາງ​ຮ່ອມ​ພູ​ເຫມືອນ​ດັ່ງ​ຝູງ​ຕັກ​ແຕນ ພວກ​ເຂົາ​ມີ​ຝູງ​ອູດ​ຫລາຍ​ຄ້າຍ​ກັບ​ເມັດ​ດິນ​ຊາຍ​ເທິງ​ແຄມ​ທະ​ເລ 13 ເມື່ອ​ກິ​ເດ​ໂອນ​ມາ​ເຖິງ​ກໍ​ໄດ້​ຍິນ​ຊາຍຜູ້​ນຶ່ງ​ເລົ່າ​ຄວາມ​ຝັນ​ຂອງ​ຕົນ​ສູ່​ຫມູ່​ຟັງ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຝັນ​ວ່າ​ມີ​ເຂົ້າ​ຈີ່​ກ້ອນ​ນຶ່ງ​ທີ່​ເຮັດ​ດ້ວຍ​ເຂົ້າ​ເດື່​ອຍ​ກັ້ງ​ເຂົ້າ​ມາ​ໃນ​ຄ້າຍ​ພັກ​ຂອງ​ເຮົາ ເຂົາ​ຈີ່​ກ້ອນ​ນີ້​ຕຳ​ຜ້າ​ເຕັ​ນ​ຂວ້ຳ​ເພພັງ​ລົງ​ຫມົດ” 14 ຫມູ່​ຂອງ​ເຂົາ​ຈຶ່ງ​ຕອບ​ວ່າ, “ອັນ​ນີ້​ຕ້ອງ​ຫມາຍ​ເຖິງ​ດາບ​ຂອງ​ກິເດ​ໂອນ​ຊາວ​ອິສ​ຣາ​ເອນ ຊຶ່ງ​ເປັນ​ບຸດ​ຂອງ​ໂຢ​ອັ​ສ ຄົງ​ບໍ່​ຫມາຍ​ເຖິງ​ສິ່ງ​ອື່ນໄປ​ໄດ້ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ທ່າ​ນຊະນະ​ກອງ​ທັບ​ທັງ​ຫມົດ​ຂອງ​ພ​ວກ​ເຣົາ​ແລ້ວ” 15 ສ່ວນ​ກິເດ​ໂອນ​ເມື່ອ​ໄດ້​ຍິນ​ເຣື່ອງ​ຄວາມ​ຝັນ​ພ້ອມ​ທັງ​ຄວາມ​ຫມາຍ ທ່ານ​ກໍ​ຄຸ​ເຂົ່າ​ລົງ​ຂາບ​ໄຫວ້​ພຣະ​ເຈົ້າ ແລ້ວ​ທ່ານ​ກໍ​ກັບ​ຄືນ​ເມືອ​ຫາ​ຄ້າຍ​ພັກ​ຊາວ​ອິສ​ຣາ​ເອນ​ແລະ​ເວົ້າ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ພວກ​ເຈົ້າ​ຊະ​ນະ​ກອງ​ທັບ​ພວກ​ມີ​ດີ​ອານ​ແລ້ວ” 16 ຄັນ​ແລ້ວ ທ່ານ​ກໍ​ແບ່ງ​ພວກ​ສາມ​ຮ້ອຍ​ຄົນ​ນັ້ນ​ອອກ​ເປັນ​ສາມ​ຫມວດ ໂດຍ​ເອົາ​ແກ​ແຈກ​ໃຫ້​ຄົນ​ລະ​ອັນ​ພ້ອມ​ທັງ​ໄຫ​ໃສ່​ກະ​ບອງ​ຜູ້​ລະ​ຫນ່ວຍ 17 ທ່ານ​ໄດ້​ບອກ​ເຂົາ​ວ່າ, “ຈົ່ງ​ຄອຍ​ເບິ່ງ​ຂ້າ​ພະ​ເຈົ້າ​ແລ້ວ​ໃຫ້​ເຮັດ​ເຫມືອນ​ກັນ ແລະ​ເມື່ອ​ຂ້າ​ພະ​ເຈົ້າໄປ​ເຖິງ​ຄ້າຍ​ດ່ານນອກ​ແລ້ວ ຂ້າ​ພະ​ເຈົ້າ​​ເຮັດ​ຢ່າງ​ໃດກໍ​ໃຫ້​ເຮັດ​ຢ່າງ​ນັ້ນ 18 ຖ້າ​ວ່າ​ຂ້າ​ພະ​ເຈົ້າ ແລະ​ຄ​ນະ​ຂອງ​ຂ້າ​ພະ​ເຈົ້າ​ພາ​ກັນ​ເປົ່າ​ແກ​ຂຶ້ນ ໃຫ້​ພວກ​ເຈົ້າ​ເປົ່າ​ແກ​ຂອງ​ພວກ​ເຈົ້າ​ຕອບ​ໂລດ ແລ້ວ​ໃຫ້​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຄ້າຍ​ທັງ​ຫມົດ ​ຮ້ອງ​ຂຶ້ນ​ວ່າ “ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເພື່ອ​ກິເດ​ໂອນ” 19 ຝ່າຍ​ກິເດ​ໂອນ ພ້ອມ​ທັງ​ພວກ​ຂອງ​ທ່ານ​ຮ້ອຍ​ຄົນ ກໍ​ຮອດ​ແຄມ​ຄ້າຍ​ໃນ​ເວ​ລາ​ກ່ອນ​ທ່ຽງ​ຄືນ ຊຶ່ງ​ເປັນ​ເວ​ລາ​ປ່ຽນ​ຄົນ​ຍາມ​ໃຫມ່ ພວກ​ເຂົາ​ເປົ່າ​ແກ​ຂຶ້ນ ແລະ​ທັບ​ໄຫ​ທີ່​ພວກ​ເຂົາ​ຖື​ໄປ​ນັ້ນ 20 ຫມົດ​ທັງ​ສາມ​ຫມວດ​ກໍ​ເປົ່າ​ແກ​ຂຶ້ນ ແລະ​ທັບ​ໄຫ​ຂອງ​ຕົນ ມືຊ້າຍ​ຂອງ​ພວກ​ເຂົາ​ຖື​ກະ​ບອງ​ແລະ​ມື​ຂວາ​ຖື​ແກ ພ້ອມ​ທັງ​ຮ້ອງວ່າ, “ດາບ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ ແລະ​ເພື່ອ​ກິເດ​ໂອນ” 21 ທະ​ຫານ​ອິສ​ຣາ​ເອນ​ທຸກໆ​ຄົນ​ກໍ​ຢືນ​ຢັນ​ປະ​ຈຳ​ຢູ່​ບ່ອນ​ຂອງ​ຕົນ​ອ້ອມ​ຮອບ​ຄ້າຍພັກ​ນັ້ນ ສ່ວນ​ທະ​ຫານ​ມີ​ດີ​ອານ​ທັງ​ຫມົດ​ໄດ້​ແລ່ນ​ຫນີ​ໄປ​ພ້ອມ​ທັງ​ຮ້ອງ​ສຽງ​ດັງ​ສະ​ຫນັ່ນ 22 ເມື່ອ​ພວກ​ສາມ​ຮ້ອຍ​ເປົ່າ​ແກ​ຂອງ​ເຂົາ​ຂຶ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ບັນ​ດານ​ໃຫ້​ຄົນ​ຢູ່​ໃນ​ຄ້າຍ​ພັກ​ນັ້ນ​ຈັບ​ດາບ​ຕໍ່​ສູ້​ກັນ​ແລະ​ກັນ ພວກ​ເຂົາ​ພາ​ກັນ​ແລ່ນ​ໄປ​ທາງ​ເມືອງ​ເຊ​ເຣ​ຣາ ໄປ​ເມືອງ​ເບັດຊີດ​ຕາ ແລະ​ເມືອງ​ອາ​ເບນ​ເມ​ໂຮ​ລາ​ໃກ້​ບ້ານ​ຕັບ​ບັ​ທ 23 ພວກ​ອິສ​ຣາ​ເອນ​ທີ່​ມາ​ຈາ​ກຕະ​ກູນ​ເນັຟທາ​ລີ ຕະ​ກູນ​ອາ​ເຊີ ແລະ​ທຸກໆ​ຄົນ​ທີ່​ມາ​ຈາກ​ມາ​ນັ​ສ​ເຊ​ໄດ້​ອອກ​ມາ​ໄລ່​ຕິດ​ຕາມ​ພວກ​ມີ​ດີ​ອານ​ໄປ 24 ກິເດ​ໂອນ​ກໍ​ສົ່ງ​ຄົນ​ນຳ​ຂ່າວ​ໄປ​ບອກ​ທົ່ວ​ທັງ​ເຂດ​ພູ​ເອ​ຟ​ຣາ​ອິມ​ວ່າ, “ຈົ່ງ​ພາ​ກັນ​ມາ​ຕໍ່​ສູ້​ພວກ​ມີ​ດີ​ອານ ໃຫ້​ພາ​ກັນ​ໄປ​ປະ​ຈຳ​ຢູ່​ຕາມ​ແຄມ​ແມ່​ນ້ຳ​ຈໍ​ແດນ ແລະ​ຕາມ​ທາງ​ສາຍ​ນ້ຳ​ຕ່າງໆ​ຈົນ​ເຖິງ​ເບັດ​ບາ​ຣາ 25 ພວກ​ເຂົາ​ຈັບ​ຫົວ​ຫນ້າ​ພວກ​ມີ​ດີ​ອານ​ໄດ້​ສອງ​ຄົນ ຄື​ໂອ​ເຣັບ​ ແລະ​ເຊ​ເອັບ ແລ້ວ​ຂ້າ​ໂອ​ເຣັບ​ຢູ່​ເທິງ​ຫີນດ່ານ​ໂອ​ເຣັບ ແລະ​ຂ້າ​ເຊເອັບ​ຢູ່​ບ່ອນ​ບີບ​ນ້ຳ​ອະ​ງຸ່ນ ຊື່​ເຊ​ເອັບ ແລ້ວ​ພວກ​ເຂົາ​ກໍ​ຂັບ​ໄລ່​ກວາດ​ລ້າງ​ພວກ​ມີ​ດີ​ອານ​ຕໍ່​ໄປ ພ້ອມ​ທັງ​ຖື​ເອົາ​ຫົວ​ຂອງ​ໂອ​ເຣັບ ແລະ​ເຊ​ເອັບ​ໄປ​ໃຫ້​ກິເດ​ໂອນ​ຊຶ່ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ເບື້ອງ​ນັ້ນ

ພວກຜູ້ປົກຄອງ 8

ການ​ເສັຽ​ໄຊ​ຄັ້ງ​ສຸດ​ທ້າຍ​ຂອງພວກ​ມີ​ດີ​ອານ

1 ຄັນ​ຕໍ່​ມາ ພວກ​ເອ​ຟ​ຣາ​ອີມ​ໄດ້​ເວົ້າ​ຕໍ່​ກິເດ​ໂອນ​ວ່າ, “ເວ​ລາ​ໄປ​ສູ້​ຮົບ​ພວກ​ມີ​ດີ​ອານ​ນັ້ນ ເປັນ​ຫຍັງ​ບໍ່​ເອີ້ນ​ເອົາ​ພວກ​ເຮົາ​ແດ່ ເປັນ​ຫຍັງ​ຈຶ່ງ​ທຳ​ກັບ​ພວກ​ເຮົາ​ແບບ​ນີ້” ພວກ​ເຂົາ​ຕໍ່​ວ່າ​ຕໍ່​ຂານ​ເຣື່ອງ​ນີ້​ຢ່າງ​ແຂງ​ແຮງ 2 ແຕ່​ກິເດ​ໂອນບອກ​ເຂົາ​ວ່າ, “ການ​ໄຊ​ຊະນະ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ ເມື່ອ​ປຽບ​ທຽບ​ກັບ​ສິ່ງ​ທີ່​ເຈົ້າ​ທຳ​ກໍ​ບໍ່​ມີ​ຫຍັງ​ຫມົດ ແມ່ນ​ແຕ່​ການ​ເລັກ​ນ້ອຍ​ທີ່​ຊາວ​ເອ​ຟ​ຣາ​ອິມ​ໄດ້​ທຳ ກໍ​ມີ​ຄຸນ​ຄ່າກວ່າ​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ທຳ​ມາ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໂອ​ເຣັບ ແລະ​ເຊ​ເອັບ ຜູ້​ເປັນ​ເຈົ້າ​ນາຍ​ຂອງ​ຊາວ​ມີ​ດີ​ອານ​ໄວ້​ໃນ​ກຳ​ມື​ຂອງ​ພວກ​ເຈົ້າ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ທຳ​ນັ້ນ​ຈະ​ປຽບ​ທຽບ​ກັບ​ສິ່ງ​ທີ່​ພວກ​ເຈົ້າ​ທຳ​ໄດ້​ຢ່າງ​ໃດ” ເມື່ອ​ທ່ານ​ເວົ້າ​ດັ່ງ​ນັ້ນ​ແລ້ວ​ພວກ​ເຂົາ​ກໍ​ເຊົາ​ຄຽດ 4 ກິ​ເດ​ໂອນ​ກັບ​ສາມ​ຮ້ອຍ​ຄົນ​ໄດ້​ພາ​ກັນ​ໄປ​ເຖິງ​ແມ່​ນ້ຳ​ຈໍ​ແດນ ແລ້ວ​ກໍ​ຂ້າມ​ແມ່​ນ້ຳ​ນັ້ນ​ໄປ ພວກ​ເຂົາ​ມີ​ຄວາມ​ອິດ​ເມື່ອຍ​ອ່ອນ​ແຮງ​ລົງ ແຕ່​ກໍ​ຍັງ​ຂັບ​ໄລ່​ພວກ​ສັດ​ຕຣູ​ນັ້ນ​ຫນີ​ໄປ​ໄດ້ 5 ກິ​ເດ​ໂອນ​ໄດ້​ຮ້ອງ​ຂໍ​ຕໍ່​ຊາວ​ເມືອງ​ຊຸກ​ໂກດ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ເຂົ້າ​ໃຫ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກິນ​ແດ່ ເພາະ​ເຂົາ​ອິດ​ເມື່ອຍ​ຫລາຍ ຂ້າ​ພະ​ເຈົ້າ​ກຳ​ລັງ​ໄ​ລ່​ຕິດ​ຕາມ​ເຊ​ບາ​ແລະ​ຊັນ​ມູນ​ນາ ເຈົ້າ​ຊີ​ວິດ​ຂອງ​ພວກມີ​ດີ​ອານ​ຢູ່” 6 ແຕ່​ພວກ​ຜູ້​ນຳ​ຂອງ​ພວກ​ຊຸກ​ໂກດ​ເວົ້າ​ວ່າ, “ເຫດໃດ​ພວກ​ເຣົາ​ຈຶ່ງ​ຈະ​ຕ້ອງ​ເອົາ​ອາ​ຫານ​ໃຫ້​ທະ​ຫານ​ຂອງ​ທ່ານ​ກິນ ໃນ​ເມື່ອທ່ານ​ຍັງ​ບໍ່​ທັນ​ຈັບ​ເຊ​ບາ​ແລະ​ຊັນ​ມູນ​ນາ​ໄດ້​ເທື່ອ” 7 ດັ່ງ​ນັ້ນ ກິເດ​ໂອນ​ຈຶ່ງ​ເວົ້າ​ວ່າ, “ດີ​ແລ້ວ ເມື່ອ​ໃດ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເຊ​ບາ ​ແລະ​ຊັນ​ມູນ​ນາ​ໄວ້​ໃນ​ກຳ​ມື​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ເອົາ​ຫວາຍ​ທີ່​ຍັງ​ມີ​ຫນາມ​ແລະ​ໄມ້​ຫນາມ​ມາ​ຂ້ຽນ​ພວກ​ເຈົ້າ” 8 ຈາກ​ນັ້ນ ກິເດ​ໂອນກໍ​ໄປ​ຍັງ​ເມືອງ​ເປ​ນູ​ເອນ ແລ້ວ​ຮ້ອງ​ຂໍ​ຕໍ່​ຊາວ​ເມືອງ​ນັ້ນ​ຢ່າງ​ດຽວ​ກັນ ຊາວ​ເມືອງ​ເປ​ນູ​ເອນ​ກໍ​ຕອບ​ຢ່າງ​ດຽວ​ກັນ​ກັບ​ຊາວ​ເມືອງ​ຊຸກ​ໂກດ 9 ກິເດ​ໂອນ​ຈຶ່ງ​ເວົ້າ​ວ່າ, “ເວ​ລາ​ຂ້າ​ພະ​ເຈົ້າ​ກັບ​ຄືນ​ມາ​ຢ່າງປອດ​ພັຍ​ແລ້ວ ຂ້າ​ພະ​ເຈົ້າ​ຈະ​ທຳ​ລາຍ​ຫໍ​ຄອຍ​ນີ້​ລົງ” 10 ຝ່າຍ​ເຊ​ບາ ແລະ​ຊັນ​ມູນ​ນາ ພ້ອມ​ທັງ​ກອງ​ທັບ​ໄດ້​ຢູ່​ທີ່​ກາ​ຣ໌​ໂກ​ຣ໌ ກອງ​ທັ​ບ​ຂອງ​ເຜົ່າ​ຕ່າງໆ​ທີ່​ມາ​ຈາກ​ຖິ່ນ​ກັນ​ດານມີ​ທະ​ຫານ​ນຶ່ງ​ຫມື່ນ​ຫ້າ​ພັນ​ຄົນ ເປັນ​ກອງ​ທັບ​ຊາວ​ຕາ​ເວັນ​ອອກ​ທີ່​ເຫລື​ອຢູ່​ທັງ​ຫມົດ ແລະ​ມີນຶ່ງ​ແສນ​ສອງ​ຫມື່ນ​ຄົນທີ່​ຖືກ​ຂ້າ​ຕາຍ 11 ກິເດ​ໂອນ​ໄດ້​ໄປ​ຕາມ​ເສັ້ນ​ທາງ​ແຄມ​ຖິ່ນ​ກັນ​ດານ ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ໂນ​ບາ ແລະ​ໂຢກ​ເບ​ຮາ ແລ້ວ​ບຸກ​ໂຈມ​ຕີ​ທະ​ຫານ​ເຫລົ່າ​ນັ້ນ​ຢ່າງ​ບໍ່​ທັນ​ຮູ້​ຕົວ 12 ຝ່າຍກະ​ສັດ​ທັງ​ສອງ​ຂອງ​ຊາວ​ມີ​ດີ​ອານ ຄື​ເຊ​ບາ​ແລະ​ຊັນ​ມູນ​ນາ​ກໍ​ແລ່ນ​ປົບ​ຫນີ ແຕ່​ກິເດ​ໂອນ​ໄລ່​ຕິດ​ຕາມ​ແລະ​ຈັບ​ທັງ​ສອງ​ຄົນ​ມາ​ໄດ້ ສ່ວນກອງ​ທະ​ຫານ​ຂອງ​ເຂົາ​ກໍ​ຕື່ນ​ຕົກ​ໃຈ​ແລະ​ແຕກ​ກະ​ຈັດກະ​ຈາຍ​ໄປ 13 ແລ້ວ​ກິເດ​ໂອນບຸດ​ຂອງ​ໂຢ​ອັ​ສ​ກໍ​ກັບ​ມາ​ຈາກ​ເລວ​ເສິກ ໄດ້​ຜ່ານ​ມາ​ທາງ​ເຮ​ເຣ​ສ 14 ທ່ານ​ໄດ້​ຈັບ​ເອົາ​ຊາຍ​ຫນຸ່ມ​ຜູ້​ນຶ່ງ​ຈາກ​ເມືອງ​ຊຸກ​ໂກດ ແລະ​ໄດ້​ສອບ​ຖາມ​ເອົາ​ເຣື່ອງ​ຕ່າງໆ​ນຳ​ເຂົາ ຊາຍ​ຫນຸ່ມ​ຜູ້​ນັ້ນ​ໄດ້​ຈົດ​ຊື່ພວກ​ເຈົ້າ​ນາຍ ແລະ​ພວກ​ເຖົ້າ​ແກ່​ເຈັດ​ສິບ​ຄົນ​ຂອງ​ເມືອງ​ຊຸກ​ໂກດ​ໃຫ້​ກິເດ​ໂອນ 15 ແລ້ວ​ກິເດ​ໂອນ​ໄດ້​ໄປ​ຫາ​ພວກ​ຊຸກ​ໂກດ​ແລະ​ເວົ້າ​ວ່າ, “ພວກ​ເຈົ້າ​ຈື່​ເວ​ລາ​ທີ່​ພວກ​ເຈົ້າ​ດູ​ຫມິ່ນ​ປ​ມາດ​ຂ້າ​ພະ​ເຈົ້າ​ຫລື​ບໍ ພວກ​ເຈົ້າ​ໄດ້​ເວົ້າ​ວ່າ​ພວກ​ເຈົ້າ​ບໍ່​ສາ​ມາດ​ເອົາ​ອາ​ຫານ​ໃຫ້​ພວກ​ທະ​ຫານ​ທີ່​ອ່ອນ​ແຮງ​ຂອງ​ຂ້າ​ພະ​ເຈົ້າ​ກິນ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຈັບ​ເຊບາ ​ແລະ​ຊັນ​ມູນ​ນາ​ບໍ່​ທັນ​ໄດ້ ແຕ່​ດຽວ​ນີ້ ພວກ​ເຂົາ​ຢູ່​ນີ້​ແລ້ວ” 16 ກິເດ​ໂອນ​ຈຶ່ງ​ເອົາ​ຫວາຍ​ທີ່​ມີ​ຫນາມ ແລະ​ໄມ້​ຫນາມ​ຈາກ​ຖິ່ນ​ກັນ​ດານ​ມາ​ລົງ​ໂທດ​ຜູ້​ນຳ​ເມືອງ​ຊຸກ​ໂກດ 17 ແລ້ວ​ທຳ​ລາຍ​ຫໍ​ຄອຍ​ທີ່​ເປ​ນູ​ເອນ​ແລະ​ຂ້າ​ຊາວ​ເມືອງ​ນັ້ນ​ຖິ້ມ 18 ແລ້ວ​ທ່ານ​ໄດ້​ຖາມ​ເຊ​ບາ ແລະ​ຊັນ​ມູນ​ນາ​ວ່າ, “ຄົນ​ທີ່​ພວກ​ເຈົ້າ​ຂ້າ​ນັ້ນ​ມີ​ຮູບ​ຮ່າງ​ຢ່າງ​ໃດ” ພວ​ກ​ເຂົາ​ໄດ້​ຕອບ​ວ່າ, “ຄື​ກັນ​ກັບ​ທ່ານ ພວກ​ເຂົາ​ທຸກໆ​ຄົນ​ຄື​ກັນ​ກັບ​ພຣະ​ຣາ​ຊກຸມ​ມານ” 19 ກິເດ​ໂອນ​ຈຶ່ງ​ຕອບວ່າ, “ພວກ​ເຂົາ​ເປັນ​ອ້າຍ​ນ້ອງ​ລູກ​ແມ່​ດຽວ​ກັບ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຂໍ​ສາ​ບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ຂ້າ​ເຂົາ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຂ້າ​ພວກ​ເຈົ້າ” 20 ທ່ານ​ຈຶ່ງ​ບອກ​ເຢ​ເທີ​ບຸດ​ຊາຍ​ກົກ​ຂອງ​ທ່ານ​ວ່າ, “ຈົ່ງ​ໄປ​ຂ້າ​ພວກ​ເຂົາ​ເສັຽ” ແຕ່​ວ່າ​ເດັກ​ຊາຍ​ຄົນ​ນັ້ນ​ບໍ່​ກ້າ​ຖອດ​ດາບ​ອອກ ເຂົາ​ຢ້ານ ເພາະ​ວ່າ​ເຂົາ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ 21 ແຕ່​ເຊ​ບາ ແລະ​ຊັນ​ມູນ​ນາ​ເວົ້າ​ວ່າ, “ຈົ່ງ​ມາ​ຂ້າ​ພວກ​ເຮົາ​ດ້ວຍ​ຕົນ​ເອງ​ເທີນ ເພາະ​ວ່າ​ທ່ານ​ເອງ​ເປັນ​ຜູ້​ຊາຍ​ເຕັມ​ໂຕ​ຢູ່​ແລ້ວ” ດັ່ງ​ນັ້ນ ກິເດ​ໂອນ​ຈຶ່ງ​ຂ້າ​ເຊ​ບາ ແລະ​ຊັນ​ມູນ​ນາ ແລະ​ເອົາ​ຫລຽນ​ຮູບ​ເດືອນ​ທີ່​ເອ້​ຄໍ​ອູດ​ໄປ​ພ້ອມ

ກິ​ເດ​ໂອນ​ໄດ້​ສ້າງ​ຮູບ​ພຣະ

22 ຫລັງ​ຈາກ​ນັ້ນ ພວກ​ອິສ​ຣາ​ເອນ​ໄດ້​ເວົ້າ​ຕໍ່​ກິເດ​ໂອນ​ວ່າ, “ຂໍ​ທ່ານ​ພ້ອມ​ທັງ​ບຸ​ດ​ຊາຍ​ແ​ລະ​ຫລານ​ຂອງ​ທ່ານ ຈົ່ງ​ເປັນ​ຜູ້​ຄຸ້ມ​ຄອງ​ພວກ​ເຮົາ​ເທີນ ເພາະ​ວ່າ​ທ່ານ​ໄດ້​ຊ່ອຍ​ເຫລືອ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ພວກ​ມີ​ດີ​ອານ” 23 ກyເດ​ໂອນ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ແລະ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ເປັນ​ຜູ້​ຄຸ້ມ​ຄອງ​ຂອງ​ພວກ​ເຈົ້າ ແຕ່​ວ່າ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຄຸ້ມ​ຄອງ​ພວກ​ເຈົ້າ” 24 ກິເດ​ໂອນ​ເວົ້າ​ຕໍ່​ໄປ​ວ່າ, “ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຂໍ​ສິ່ງ​ນຶ່ງ​ຈາກ​ພວກ​ເຈົ້າ ຄື​ຈົ່ງ​ເອົາ​ຕຸ້ມ​ຫູ​ທີ່​ພວກ​ເຈົ້າ​ຍຶດ​ມາ​ໄດ້​ນັ້ນ​ໃຫ້​ຂ້າ​ພະ​ເຈົ້າ” (ພວກ​ມີ​ດີ​ອານ​ຖື​ຕຸ້ມ​ຫູ​ຄຳ​ເພາະ​ວ່າ​ເຂົາ​ເປັນ​ຄົນ​ທີ່​ຢູ່​ຕາມ​ຖິ່ນ​ກັນ​ດານ) 25 ພວກ​ເຂົາ​ຕອບ​ວ່າ, “ພວກ​ເຮົາ​ຍິນ​ດີ​ທີ່​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ໃຫ້​ທ່ານ” ແລ້ວ​ພວກ​ເຂົາ​ກໍ​ເອົາ​ຜ້າ​ມາ​ປູ​ລົງ ແລະ​ເອົາ​ຕຸ້ມ​ຫູ​ທີ່​ທ້ອນ​ໂຮມ​ໄດ້​ມາ​ວາງ​ໄວ້​ໃນ​ຜ້າ​ນັ້ນ 26 ຕຸ້ມຫູ​ທີ່​ກິເດ​ໂອນ​ຂໍ​ມາ​ນັ້ນ​ຊັ່ງ​ໄດ້​ນຶ່ງ​ພັນ​ເຈັດ​ຮ້ອຍ​ເຊເກ​ລ ໂດຍ​ບໍ່​ໄດ້​ໄລ່​ສິ່ງ​ອື່ນໆ​ເຂົ້າ​ນຳ​ເຊັ່ນ ເຄື່ອງ​ເອ້ ສ້ອຍ​ຄໍ ເຄື່ອງ​ນຸ່ງ​ສີ​ມ່ວງ​ທີ່​ເຈົ້າ​ຊີ​ວິດ​ມີ​ດີ​ອານນຸ່ງ​ຖື ແລະ​ເຄື່ອງ​ທີ່​ຜູກ​ເອ້​ຄໍ​ອູດ​ດ້ວຍ 27 ແລ້ວ​ກິ​ເດ​ໂອນ​ໄດ້​ສ້າງ​ຮູບ​ພຣະ​ດ້ວຍເຄື່ອງ​ເຫລົ່າ​ນີ້ ແລະ​ເອົາ​ໄວ້​ໃນ​ເມືອງ​ຂອງ​ທ່ານ​ທີ່​ຊື່​ວ່າ ໂອຟ​ຣາ ພວກ​ອິສ​ຣາ​ເອນ​ທຸກ​ຄົນ​ກໍ​ພາ​ກັນ​ປະ​ຖິ້ມ​ພຣະ​ເຈົ້າ ພວກ​ເຂົາ​ພາ​ກັນ​ນະ​ມັ​ສ​ການ​ຮູບ​ພຣະ​ນັ້ນ​ທີ່​ເມືອງ​ໂອ​ຟ​ຣາ ການ​ກະ​ທຳ​ເຊັ່ນ​ນີ້​ເປັນ​ບ້ວງ​ແຮ້ວ​ສຳ​ລັບ​ກິເດ​ໂອນ​ແລະ​ຄອບ​ຄົວ 28 ພວກ​ມີ​ດີ​ອານ​ໄດ້​ຜ່າຍ​ແພ້​ພວກ​ອິສ​ຣາ​ເອນ ໂດຍ​ສູນ​ເສັຽ​ທຸກ​ຢ່າງ​ໃນ​ເວ​ລາ​ທີ່​ກິເດ​ໂອນ​ຍັງມີຊີ​ວິດ​ຢູ່​ນັ້ນ ຜືນ​ແຜ່ນ​ດິນ​ກໍ​ໄດ້​ຮັບ​ຄວາມ​ສ​ງົບ​ສຸກ​ຕລອດ​ສີ່​ສິບ​ປີ

ມໍ​ຣະ​ນະ​ກັມ​ຂອງ​ກິ​ເດ​ໂອນ

29 ຕໍ່​ຈາກ​ນັ້ນ​ມາ ກິເດ​ໂອນ​ (ເຢຣຸບ​ບາ​ອານ) ບຸດ​ຂອງ​ໂຢ​ອັ​ສກໍ​ກັບ​ຄືນ​ເມືອ​ຢູ່​ເຮືອນ​ຂອງ​ຕົນ 30 ກິເດ​ໂອນ​ມີ​ບຸດ​ຊາຍເກີດ​ຈາກ​ສາຍ​ໂລ​ຫິດ​ຂອງ​ທ່ານ​ເຈັດ​ສິບ​ຄົນ ເພາະ​ທ່ານ​ມີ​ເມັຽຫລາຍ​ຄົນ 31 ທ່ານ​ຍັງ​ມີ​ເມັຽນ້ອຍ​ອີກ​ທີ່​ເມືອງ​ເຊ​ເຄມ ເມັຽຜູ້​ນີ້​ມີ​ບຸດ​ຊາຍຄົນ​ນຶ່ງ​ຊື່ ອາ​ບີ​ເມ​ເລກ 32 ກິເດໂອນ​ບຸດ​ຊາຍ​ຂອງ​ໂຢ​ອັ​ສ​ໄດ້ເສັຽ​ຊີ​ວິດ​ໄປ​ໃນ​ວັຍ​ຊະ​ຣາ ສ່ວນ​ສົບ​ຂອງ​ທ່ານ​ໄດ້​ຝັງ​ໄວ້​ໃນ​ອຸບ​ໂມງ​ຂອງ​ໂຢ​ອັ​ສ​ບິ​ດາ​ຂອງ​ທ່ານ​ທີ່​ເມືອງ​ໂອ​ຟ​ຣາ ຊຶ່ງ​ເປັນ​ເມືອງ​ຂອງ​ຊາວ​ອາບີ​ເອ​ເຊີ 33 ຫລັງ​ຈາກ​ກິເດ​ໂອນ​ໄດ້​ເສັຽ​ຊີ​ວິດ​ແລ້ວ ພວກ​ອິສ​ຣາ​ເອນ​ກໍຫັນ​ຫນີອີກ ແລະ​ຫລີ້ນ​ຊູ້​ກັບ​ບັນ​ດາ​ພຣະ​ບາ​ອານ ຖື​ເອົາ​ພຣະ​ບາ​ອານ​ເບ​ຣິດ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ 34 ພວກ​ເຂົາ​ຫລົງ​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ ຜູ້​ຊົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ສັດ​ຕຣູ​ທີ່​ຢູ່​ອ້ອມ​ຮອບ​ເຂົາ​ນັ້ນ 35 ພວກ​ເຂົາ​ບໍ່​ໄດ້​ສະ​ແດງ​ຄວາມ​ເມດ​ຕາ​ຕໍ່​ຄອບ​ຄົວກິ​ເດ​ໂອນ ທີ່​ເຄີຍ​ສ້າງ​ຄຸນ​ງາມ​ຄວາມ​ດີ​ໄວ້​ກັບ​ພວກ​ອິສ​ຣາ​ເອນ

ພວກຜູ້ປົກຄອງ 9

ອາ​ບີ​ເມ​ເລກ

1 ຢູ່​ມາ ອາ​ບີ​ເມ​ເລກ​ບຸດ​ຂອງ​ເຢ​ຣຸບ​ບາ​ອານ ໄດ້​ໄປ​ຫາ​ພວກ​ຍາດ​ພີ່​ນ້ອງ​ຂອງ​ແມ່​ທີ່​ເມືອງ​ເຊເຄມ ແລ້ວ​ເວົ້າ​ກັບ​ເຂົາ ແລະ​ກັບ​ຄອບ​ຄົວ​ທີ່ບ້ານ​ຂອງ​ຕົນ​ວ່າ, 2 “ພວກ​ເຈົ້າ​ຕ້ອງ​ການ​ຜູ້​ໃດ​ເປັນ​ຜູ້​ປົກ​ຄອງ​ພວກ​ເຈົ້າ ຕ້ອງ​ການ​ລູກ​ຊາຍ​ທັງ​ເຈັດ​ສິບ​ຄົນ​ຂອງ​ເຢ​ຣຸບ​ບາ​ອານ ຫລື​ວ່າ​ຄົນ​ດຽວ ຈົ່ງ​ເຂົ້າ​ໃຈ​ວ່າ​ຂ້າ​ພະ​ເຈົ້າກໍ​ເປັນ​ເນື້ອ​ຫນັງ ແລະ​ກ້ອນ​ເລືອດ​ຂອງ​ພວກ​ເຈົ້າ” 3 ແລ້ວ​ພ​ວກ​ພີ່​ນ້ອງ​ທາງ​ແມ່​ຂອງ​ອາບີ​ເມ​ເລກ​ໄດ້​ໄປ​ເວົ້າ​ເຣື່ອງ​ນີ້​ຕໍ່​ຊາວ​ເຊ​ເຄມ​ແທນ​ເຂົາ ດັ່ງ​ນັ້ນ​ຊາ​ວຊີ​ເຄມ​ຈຶ່ງ​ຕັດ​ສິນ​ໃຈ​ຮັບ​ເອົາ​ອາ​ບີ​ເມ​ເລກ​ເປັນ​ຜູ້​ປົກ​ຄອງ ເພາະ​ວ່າ​ອາ​ບິ​ເມ​ເລກ​ເປັນ​ເຊື້ອ​ສາຍ​ຂອງ​ເຂົາ 4 ພວກ​ເຂົາ​ໄດ້​ເອົາ​ເງິນ​ເຈັດ​ສິບ​ແຜ່ນ​ອອກຈາກວິ​ຫານ​ຂອງ​ພຣະ​ບາ​ອານ​ເບ​ຣິດ​ໃຫ້​ແກ່​ອາ​ບີ​ເມ​ເລກ ສ່ວນ​ເອ​ບີ​ເມ​ເລກ​ກໍ​ເອົາ​ເງິນ​ນັ້ນ​ຈ້າງ​ພວກ​ອັນ​ຕະ​ພານ​ໄປ​ນຳ 5 ເຂົາ​ມຸ່ງ​ຫນ້າ​ໄປ​ເຮືອນ​ບິ​ດາ​ຂອງ​ເຂົາ​ທີ່​ເມືອງ​ໂອຟ​ຣາ ແລະ​ຂ້າ​ລູກ​ຊາຍ​ເຈັດ​ສິບ​ຄົນ​ຂອງ​ເຢ​ຣຸບ​ບາ​ອານຢູ່​ເທິງກ້ອນ​ຫີນດຽວ​ກັນ ໂຢ​ທາມ​ບຸ​ດຊາຍ​ຫລ້າ​ຂອງ​ເຢຣຸບ​ບາ​ອານ​ໄດ້​ລີ້​ຢູ່ ສະ​ນັ້ນ​ຈຶ່ງ​ບໍ່​ໄດ້​ຖືກ​ຂ້າ 6 ແລ້ວ​ເຊ​ເຄມ​ທຸກ​ຄົນ​ພ້ອມ​ທັງ​ຊາວ​ເບັດ​ມິນ​ໂລ ກໍ​ພາ​ກັນ​ໄປ​ທີ່​ຕົ້ນ​ໄມ້​ໃຫຍ່​ອັນ​ສັກ​ສິດ​ທີ່​ເມືອງ​ເຊ​ເຄມ ເພື່ອ​ແຕ່ງ​ຕັ້ງ​ອາ​ບີ​ເມ​ເລກເປັນ​ເຈົ້າ​ຊີ​ວິດ 7 ເມື່ອ​ໂຢ​ທາມ​ໄດ້​ຍິນ​ເຣື່ອງ​ນີ້ ເຂົາ​ກໍ​ໄປ​ຢືນ​ຢູ່​ເທິງ​ພູ​ເກ​ຣີ​ຊີມ ແລະ​ຮ້ອງ​ໃສ່​ເຂົາ​ດ້ວຍ​ສຽງ​ດັ່ງ​ວ່າ, “ຊາວ​ເຊ​ເຄມ​ທັງ​ຫລາຍ​ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ ແລະ​ພຣະ​ເຈົ້າ​ອາດ​ຈະ​ຟັງ​ພວກ​ເຈົ້າ ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ປຽບ​ທຽບ​ວ່າ 8 ຄັ້ງ​ນຶ່ງ​ ເມື່ອ​ຕົ້ນ​ໄມ້​ທັງ​ຫລາຍ​ອອກ​ໄປ​ເລືອກ​ເອົາ​ເຈົ້າ​ຊີ​ວິດ​ຂອງ​ພວກ​ມັນ ພວກ​ມັນ​ໄດ້​ເວົ້າ​ກັບ​ຕົ້ນ​ຫມາກກອກວ່າ ຈົ່ງ​ມາ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ພວ​ກ​ເຮົາ​ເທີນ 9 ຕົ້ນ​ຫມາກກອກ​ກໍ​ຕອບ​ວ່າ ຖ້າ​ເຮົາ​ປົກ​ຄອງ​ພວກ​ເຈົ້າ ເຮົາ​ຈະ​ຕ້ອງ​ເສັຽນ້ຳ​ມັນ​ຂອງ​ເຮົາ​ທີ່​ເຂົາ​ໃຊ້​ຖວາຍ​ກຽດ​ແກ່​ພຣະ​ທັງ​ຫລາຍ​ແລະ​ແກ່​ມະ​ນຸດ 10 ຕົ້ນ​ໄມ້​ທັງ​ຫລາຍ​ຈຶ່ງ​ເວົ້າ​ຕໍ່​ຕົ້ນ​ຫມາກ​ເດື່ອ​ວ່າ ຂໍ​ໃຫ້​ເຈົ້າ​ມາ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ພວກ​ເຮົາ​ເທີນ 11 ແຕ່​ຕົ້ນ​ຫມາກ​ເດື່ອ​ຕອບ​ວ່າ ຖ້າ​ເຮົາ​ປົກ​ຄອງ​ພວກ​ເຈົ້າ​ເຮົາ​ຈະ​ເສັຽ​ຫມາກ​ໄມ້​ອັນ​ຫອມ​ຫວານ​ຂອງ​ເຣົາ 12 ດັ່ງ​ນັ້ນ ຕົ້ນ​ໄມ້​ທັງ​ຫລາຍ​ຈຶ່ງ​ເວົ້າ​ຕໍ່​ຕົ້ນ​ອະ​ງຸ່ນ​ວ່າ ຂໍ​ໃຫ້​ເຈົ້າ​ມາ​ເປັນ​ເຈົ້າ​ຊີ​ວິດຂອງ​ເຮົາ​ເທີນ 13 ແຕ່​ຕົ້ນ​ອະ​ງຸ່ນ​ຕອບ​ວ່າ ຖ້າ​ເຮົາ​ປົກ​ຄອງ​ພວກ​ເຈົ້າ ເຮົາ​ຈະ​ຕ້ອງ​ເສັຽ​ເຫລົ້າ​ອະ​ງຸ່ນ​ທີ່​ທຳ​ໃຫ້​ພຣະ​ທັງ​ຫລາຍ ແລະ​ມວນ​ມະ​ນຸດ​ມີ​ຄວາມ​ສຸກ 14 ແລ້ວ​ຕົ້ນ​ໄມ້​ທຸກ​ຕົ້ນ​ໄດ້​ເວົ້າ​ຕໍ່​ກົກ​ຫນາມ​ວ່າ ຂໍ​ໃຫ້​ເຈົ້າ​ມາ​ເປັນ​ເຈົ້າ​ຊີ​ວິດ​ຂອງພວກ​ເຮົາ​ເທີນ 15 ກົກ​ຫນາມ​ໄດ້​ຕອບ​ວ່າ ຖ້າ​ພວກ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ພວກ​ເຈົ້າ​ແທ້ ເຊີນ​ມາ​ຊົ້ນ​ຮົ່ມ​ຂອງ​ເຮົາ ຖ້າ​ວ່າ​ພວກ​ເຈົ້າ​ບໍ່​ມາ​ໄຟ​ຈະ​ອອກ​ມາ​ຈາກ​ຕົ້ນ​ຫນາມ ແລ້ວ​ໄຫມ້​ຕົ້ນ​ສົນ​ທັງ​ຫລາຍ​ທີ່​ຢູ່​ເທິງ​ພູ​ປະ​ເທດ​ເລ​ບາ​ນອນ​ນີ້” 16 ໂຢ​ທາມ​ຈຶ່ງ​ເວົ້າ​ຕໍ່​ໄປ​ອີກວ່າ, “ດຽວ​ນີ້​ພວກ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ອາ​ບີ​ເມເລກ​ເປັນ​ເຈົ້າ​ຊີ​ວິດ​ດ້ວຍ​ຄວາມ​ຈິງ​ໃຈ​ບໍ ພວກ​ເຈົ້າ​ຕອບ​ສນອງ​ຄວາມ​ດີ​ຂອງ​ເຢຣຸບ​ບາ​ອານ ແລະ​ຄອບ​ຄົວ​ຂອງ​ທ່ານ​ແບບ​ນີ້​ບໍ 17 ຈົ່ງ​ຈຳ​ໄວ້​ວ່າ​ພໍ່ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຕໍ່​ສູ້​ເພື່ອ​ພວກ​ເຈົ້າ ທ່ານ​ໄດ້​ສ່ຽງຊີ​ວິດ​ເພື່ອ​ຊ່ອຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ພວກ​ມີ​ດີ​ອານ 18 ແຕ່​ວັນ​ນີ້​ພວກ​ເຈົ້າ​ກັບ​ມາ​ຕໍ່​ສູ້​ຄອບ​ຄົວ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ພວກ​ເຈົ້າ​ຂ້າ​ລູກ​ຊາຍ​ເຈັດ​ສິບ​ຄົນ​ຂອງ​ທ່ານ​ຢູ່​ເທິງ​ຫີນ​ກ້ອນ​ດຽວ ແລະ​ແຕ່ງ​ຕັ້ງ​ອາ​ບີ​ເມ​ເລກ ລູກ​ທີ່​ເກີດ​ຈາກ​ຍິງ​ຮັບ​ໃຊ້​ຂອງ​ທ່ານ​ເປັນ​ເຈົ້າ​ຊີ​ວິດ​ເມືອງ​ເຊ​ເຄມ ເພາະ​ວ່າ​ເຂົາ​ເປັນ​ເຊື້ອ​ສາຍ​ຂອງ​ພວກ​ເຈົ້າ 19 ຖ້າ​ວ່າ​ສິ່ງ​ທີ່​ພວກ​ເຈົ້າ​ກະ​ທຳ​ຕໍ່​ເຢຣຸບບາ​ອານ​ເປັນ​ຄວາມ​ຈິງ​ແລະ​ສັດ​ຊື່​ແທ້ ຂໍ​ໃຫ້​ອາ​ບີ​ເມ​ເລກ​ຈົ່ງ​ມີ​ຄວາມ​ສຸກ​ຢູ່​ກັບ​ພວກ​ເຈົ້າ​ເທີນ 20 ຖ້າ​ບໍ່​ເປັນ​ດັ່ງ​ນັ້ນ ຂໍ​ໃຫ້​ຄວາມ​ໂຫດ​ຮ້າຍ​ດັ່ງ​ໄຟ​ທີ່​ມາ​ຈາກ​ອາ​ບີ​ເມ​ເລກ​ທຳ​ລາຍ​ຊາວ​ເຊ​ເຄມ​ກັບ​ຊາວ​ເບັດ​ມິນ​ໂລ ທຳ​ລາຍ​ອາ​ບີ​ເມ​ເລກເຊັ່ນ​ດຽວ​ກັນ 21 ແລ້ວ​ໂຢ​ທາມ​ກໍ​ປົບ​ຫນີ​ໄປ ເຂົາ​ໄປ​ອາ​ໄສຢູ່​ໃນ​ເມືອງ​ເບ​ເອີ ເພາະ​ວ່າ​ເຂົາ​ຢ້ານ​ອາບີເມ​ເລກ​ອ້າຍ​ຂອງ​ເຂົາ 22 ອາ​ບີ​ເມ​ເລກ​ໄດ້​ປົກ​ຄອງ​ອິສ​ຣາ​ເອນ​ສາມ​ປີ 23 ພຣະ​ເຈົ້າ​ຊົງ​ໃຊ້​ປີ​ສາດ​ຮ້າຍ​ເຂົ້າ​ສິງ​ລະ​ຫວ່າງ​ອາ​ບີ​ເມ​ເລກ​ກັບ​ຊາວ​ເມືອງ​ເຊ​ເຄມ ຊາວ​ເມືອງ​ເຊ​ເຄມ​ກໍ​ກະ​ບົດ​ຕໍ່​ອາ​ບີ​ເມ​ເລກ 24 ເພື່ອ​ທາ​ຣຸນ​ກັມ​ທີ່​ເຂົາ​ໄດ້​ກະ​ທຳ​ຕໍ່​ບຸດ​ເຈັດ​ສິບ​ຄົນ​ຂອງ​ເຢ​ຣຸບ​ບາ​ອານຈະ​ສນອງ ແລະ​ໂທດ​ອັນ​ເກີດ​ຈາກ​ການ​ຂ້າ​ຄົນ​ເຫລົ່າ​ນັ້ນ​ຈະ​ໄດ້​ຕົກ​ແກ່​ອາ​ບີ​ເມ​ເລກ ພີ່​ນ້ອງ​ຜູ້​ໄດ້​ປະ​ຫານ​ເຂົາ​ແລະ​ຕົກ​ແກ່​ຊາວ​ເມືອງ​ເຊ​ເຄມ​ ຜູ້​ເສີມ​ກຳ​ລັງ​ມື​ອາ​ບີ​ເມ​ເລກ​ໃຫ້​ຂ້າ​ພີ່​ນ້ອງ​ຂອງ​ຕົນ 25 ຊາວ​ເມືອງ​ເຊ​ເຄມ​ໄດ້​ວາງ​ຄົນ​ຄອຍ​ຊຸ່ມ​ດັກ​ໂຈມ​ຕີ​ອາ​ບີ​ເມ​ເລກ​ທີ່​ເທິງຍອດ​ພູ​ ເຂົາ​ກໍ​ປຸ້ນ​ຄົນ​ທັງ​ປວງ​ທີ່​ຜ່ານໄປ​ມາ​ທາງ​ນັ້ນ ແລະ​ມີ​ຄົນ​ບອກ​ອາ​ບີ​ເມ​ເລກ​ໃຫ້​ຮູ້ 26 ຝ່າຍ​ກາ​ອັນ​ບຸດ​ເອ​ເບດ​ກັບ​ຍາດ​ຂອງ​ເຂົາ​ເຂົ້າ​ໄປ​ໃນ​ເມືອງ​ເຊ​ເຄມ ຊາວ​ເຊ​ເຄມ​ໄວ້​ເນື້​ອ​ເຊື່ອ​ໃຈ​ກາ​ອັນ 27 ຈຶ່ງ​ພາ​ກັນ​ອອກ​ໄປ​ໃນ​ສວນ​ອະ​ງຸ່ນ​ເກັບ​ຫມາກ​ມາ​ຢ່ຳ ທຳ​ການ​ລ້ຽງ​ຂຶ້ນ​ໃນ​ວັດ​ພຣະ​ຂອງ​ເຂົາ ເຂົາ​ຮັບ​ປະ​ທານ​ແລະ​ດື່ມ ແລະ​ແຊ່ງ​ດ່າ​ອາ​ບີ​ເມ​ເລກ 28 ກາ​ອັນ​ບຸດ​ເອ​ເບດ​ຈຶ່ງ​ກ່າວ​ວ່າ, “ອາ​ບີ​ເມ​ເລກ​ຄື​ໃຜ ແລະ​ເຮົາ​ຊາວ​ເຊ​ເຄມ​ເປັນ​ໃຜ​ກັນ​ຈຶ່ງ​ຕ້ອງ​ມາ​ບົວ​ລະ​ບັດ​ເຂົາ ບຸດ​ຂອງ​ເຢ​ຣຸບ​ບາ​ອານ ແລະ​ເຊ​ບູນ​ເຈົ້າ​ຫນ້າ​ທີ່​ຜູ້​ຊ່ອຍ​ກໍ​ເຄີຍ​ບົວ​ລະ​ບັດ​ຄົນ​ຮາ​ໂມ​ຣ໌​ບິ​ດາ​ຂອງ​ເຊ​ເຄມ​ບໍ່​ແມ່ນ​ຫລື ເຮົາ​ຈະ​ບົວ​ລະ​ບັດ​ຜູ້​ນັ້ນ​ເຮັດ​ຫຍັງ 29 ຖ້າ​ຄົນ​ເມືອງ​ນີ້​ຢູ່​ໃຕ້​ການ​ປົກ​ຄອງ​ຂອງ​ເຮົາ ເຮົາ​ຈະ​ຖອດ​ອາ​ບີ​ເມ​ເລກ​ເສັຽ ເຮົາ​ຈະ​ທ້າ​ອາ​ບີ​ເມ​ເລກວ່າ “ຈົ່ງ​ເພີ້ມກອງ​ທັບ​ຂອງ​ທ່ານ​ຂຶ້ນ​ແລ້ວ​ອອກ​ມາ​ເຖີດ” 30 ພໍ​ເຊ​ບູນເຈົ້າ​ເມືອງ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ກາ​ອັນ​ບຸດ​ເອ​ເບດ​ກໍ​ໃຈ​ຮ້າຍ 31 ຈຶ່ງ​ສົ່ງ​ຜູ້​ນຳ​ຂ່າວ​ໄປ​ຫາ​ອາ​ບີ​ເມ​ເລກ​ທີ່​ເມືອງ​ອາ​ຣູ​ມາ ວ່າ, “ກາ​ອັນ​ບຸດ​ເອ​ເບດ​ແລະ​ຍາດ​ຂອງ​ເຂົາ​ມາ​ທີ່​ເມືອງ​ເຊ​ເຄມ ໄດ້​ຍຸ​ແຫຍ່​ຊາວ​ເມືອງ​ນັ້ນ​ໃຫ້​ຕໍ່​ສູ້​ກັບ​ທ່ານ 32 ບັດ​ນີ້​ຂໍ​ທ່ານ​ຈົ່ງ​ລຸກ​ຂຶ້ນ​ໃນ​ເວ​ລາ​ກາງ​ຄືນ ທັງ​ທ່ານ​ແລະ​ຄົນ​ທີ່​ຢູ່​ກັບ​ທ່ານ ໄປ​ຊຸ່ມ​ຄອຍ​ຢູ່​ໃນ​ທົ່ງ​ນາ 33 ຮຸ່ງ​ເຊົ້າ​ພໍ​ດວງ​ອາ​ທິດ​ຂຶ້ນ ທ່ານ​ຈົ່ງ​ລຸກ​ຂຶ້ນ​ແຕ່​ເດິກ ບຸກ​ຮຸກ​ເຂົ້າ​ເມືອງ ເມື່ອ​ກາ​ອັນ​ກັບ​ກອງ​ທັບ​ອອກ​ມາ​ຕໍ່​ສູ້​ກັບ​ທ່ານ ທ່ານ​ຈົ່ງ​ກະ​ທຳ​ແກ່​ເຂົາ​ຕາມ​ແຕ່​ໂອ​ກາດ​ຈະ​ອຳ​ນວຍ” 34 ຝ່າຍ​ອາ​ບີ​ເມ​ເລກ ແລະ​ກ​ອງ​ທັບ​ທີ່​ຢູ່​ກັບ​ທ່ານ​ກໍ​ລຸກ​ຂຶ້ນ​ໃນ​ເວ​ລາ​ກາງ​ຄືນ ແບ່ງ​ອອກ​ເປັນ​ສີ່​ກອງ​ໄປ​ຊຸ່ມ​ຄອຍ​ຕໍ່​ສູ້​ເມືອງ​ເຊ​ເຄມ 35 ກາ​ອັນ​ບຸດ​ເອ​ເບດ​ກໍ​ອອກ​ໄປ​ຜືນ​ຢູ່​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ ອາ​ບີ​ເມ​ເລກ​ກໍ​ລຸກ​ຂຶ້ນ​ພ້ອມ​ກັບກອງ​ທັບ​ທີ່​ຢູ່​ກັບ​ເຂົາ​ອອກ​ມາ​ຈາກ​ບ່ອນ​ລີ້​ທັນ​ທີ 36 ເມື່ອ​ກາ​ອັນ​ເຫັນ​ກອງ​ທັບ ຈຶ່ງ​ເວົ້າ​ກັບ​ເຊ​ບູນ​ວ່າ, “ເບິ່ງ​ແມ໋, ກອງ​ທັບ​ກຳ​ລັງ​ເຄື່ອນ​ລົງ​ມາ​ຈາກຍອດ​ພູ​” ເຊ​ບູນ​ຕອບ​ວ່າ, “ທ່ານ​ເຫັນ​ເງົາ​ພູ​​ເປັນ​ຄົນ​ໄປ​ຕີ້” 37 ກາ​ອັນ​ເວົ້າ​ຂຶ້ນ​ອີກວ່າ, “ເບິ່ງ​ແມ໋, ກອງ​ທັບ​ກຳ​ລັງ​ອອກ​ມາ​ຈາກ​ທາງ​ຕົ້ນ​ໂອກ​ຂອງ​ຫມໍ​ຜີ” 38 ເຊ​ບູນ​ກໍ​ກ່າວ​ແກ່​ກາ​ອັນ​ວ່າ​, “ປາກ​ຂອງ​ທ່ານ​ຢູ່​ໃສ​ດຽວ​ນີ້ ທ່ານ​ຜູ້​ທີ່​ກ່າວວ່າ “ອາ​ບີ​ເມ​ເລກ​ຄື​ໃຜ ທີ່​ເຮົາ​ຕ້ອງ​ບົວ​ລະ​ບັດ” ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ທີ່​ທ່ານ​ຫມິ່ນ​ປ​ມາດ​ບໍ່​ແມ່ນ​ຫລື ຈົ່ງ​ຍົກ​ອອກ​ໄປ​ຕໍ່​ສູ້​ກັບ​ເຂົາ​ເຖີດ” 39 ກາອັນ​ກໍ​ຍ່າງ​ນໍາ​ຫນ້າ​ກອງ​ທັບ​ຂອງ​ເຊ​ເຄມ​ອອກ​ໄປ​ຕໍ່​ສູ້​ກັບ​ອາບີ​ເມ​ເລກ 40 ອາ​ບີ​ເມ​ເລກ​ກໍ​ຂັບ​ໄລ່​ກາ​ອັນ​ຫນີ​ໄປ ມີ​ຄົນ​ຖືກ​ບາດ​ເຈັບ​ລົ້ມ​ຕາຍ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຈົນ​ເຖິງ​ທາງ​ເຂົ້າ​ປະ​ຕູ​ເມືອງ 41 ຝ່າຍ​ອາ​ບີ​ເມເລກ​ກໍ​ອາ​ໄສ​ຢູ່​ທີ່​ອາ​ຣູ​ມາ ແລະ​ເຊ​ບູນ​ກໍ​ຂັບ​ໄລ່​ກາ​ອັນ​ກັບຍາດ​ຂອງ​ເຂົາ​ອອກ​ໄປ ບໍ່​ໃຫ້​ຢູ່​ໃນ​ເຊ​ເຄມ​ຕໍ່​ໄປ 42 ຮຸ່ງ​ຂຶ້ນ ມີ​ຊາວ​ເມືອງ​ອອກ​ໄປ​ໃນ​ທົ່ງ​ນາ ອາ​ບີ​ເມ​ເລກ​ກໍ​ຮູ້​ເຣື່ອງ 43 ທ່ານ​ຈຶ່ງ​ແບ່ງ​ຄົນ​ຂອງ​ທ່ານ​ອອກ​ເປັນ​ສາມກອງ ຊຸ່ມ​ຄອຍ​ຢູ່​ທີ່​ທົ່ງ​ນາ ທ່ານມອງ​ເບີ່ງ ຄົນ​ອອກ​ມາ​ຈາກ​ເມືອງ ທ່ານ​ຈຶ່ງ​ລຸກ​ຂຶ້ນ​ປະ​ຫານ​ເຂົາ 44 ສ່ວນ​ອາ​ບີ​ເມ​ເລກ​ກັບ​ທະ​ຫານ​ທີ່​ຢູ່​ນຳ​ກໍ​ບຸກຣຸກ​ໄປ​ຢືນ​ຢູ່​ທາງ​ເຂົ້າ​ປະ​ຕູ​ເມືອງ ຝ່າຍ​ທະ​ຫານ​ອີກ​ສອງກອງ​ກໍ​ບຸກ​ເຂົ້າ​ໂຈມ​ຕີ​ຄົນ​ທັງ​ຫມົດ​ທີ່​ຢູ່​ໃນ​ທົ່ງ​ນາ​ປະ​ຫານ​ເສັຽ 45 ອາ​ບີ​ເມ​ເລກ​ໂຈມ​ຕີ​ເມືອງ​ນັ້ນ​ຕລອດ​ວັນ​ຮອດ​ຄ່ຳ ຍຶດ​ເມືອງ​ນັ້ນ​ໄດ້ ແລະ​ຂ້າ​ຟັນ​ປະ​ຊາ​ຊົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ ທັງ​ທຳ​ລາຍ​ເມືອງ​ນັ້ນ​ເສັຽ ແລ້ວ​ກໍ​ຫວ່ານ​ເກືອ​ລົງ​ໄປ 46 ເມື່ອ​ຊາວ​ບ້ານ​ຫໍ​ເຊ​ເຄມ​ໄດ້​ຍິນ​ເຊັ່ນ​ນັ້ນ ກໍ​ຫນີ​ເຂົ້າ​ໄປ​ຢູ່​ໃນ​ປ້ອມ ໃນ​ວັດ​ຂອງ​ພຣະ​ເອນ​ເບ​ຣິດ 47 ມີ​ຄົນ​ໄປ​ບອກ​ອາ​ບີ​ເມ​ເລກວ່າ ຊາວ​ບ້ານ​ຫໍ​ເຊ​ເຄມ​ໄດ້​ໄປ​ໂຮມ​ກັນ​ຢູ່ 48 ອາ​ບີ​ເມ​ເລກ​ກໍ​ຂຶ້ນ​ໄປ​ເທິງ​ພູ​ຊັນ​ໂມນ ທັງ​ທ່ານ​ກັບ​ຄົນ​ທີ່ຢູ່ນຳ​ອາ​ບີ​ເມ​ເລກ​ຖື​ຂວານ​ຕັດ​ກິ່ງ​ໄມ້​ບ່າ​ແບກ​ມາ ທ່ານ​ຈຶ່ງບອກ​ຄົນ​ທີ່​ຢູ່​ນຳ​ວ່າ, “ເຈົ້າ​ເຫັນ​ຂ້າ​ພະ​ເຈົ້າ​ເຮັດ​ຫຍັງ ຈົ່ງ​ໄປ​ເຮັດ​ຢ່າງ​ຂ້າ​ພະ​ເຈົ້າ​ເຖີດ” 49 ດັ່ງ​ນັ້ນ​ຄົນ​ທັງ​ປວງ​ກໍ​ຕັດ​ກິ່ງ​ໄມ້​ແບກ​ຕາມ​ອາ​ບີ​ເມ​ເລກ​ໄປ​ສຸມ​ໄວ້​ໃນ​ທີ່​ປ້ອມ ແລ້ວ​ກໍ​ຈູດ​ໄຟ​ເຜົາ​ປ້ອມ​ນັ້ນ ຊາວ​ບ້ານ​ຫໍ​ຄອຍ​ກໍ​ຕາຍ​ຫມົດ​ ທັງ​ຊາຍ​ແລະ​ຍິງ​ປະ​ມານ​ນຶ່ງ​ພັນ​ຄົນ 50 ອາ​ບີ​ເມ​ເລກ​ໄປ​ຍັງ​ເມືອງ​ເທ​ເບສ ຕັ້ງ​ຄ້າຍ​ລ້ອມ​ເມືອງ​ເທ​ເບ​ສ​ໄວ້ ແລະ​ຍຶດ​ເມືອງ​ນັ້ນ​ໄດ້ 51 ແຕ່​ໃນ​ເມືອງມີ​ຫໍ​ຮົບ​ແຫ່ງ​ນຶ່ງ ປະ​ຊາ​ຊົນ​ເມືອງ​ນັ້ນ​ກໍ​ຫນີ​ໄປ​ຢູ່​ໃນ​ຫໍ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ ປິດ​ປະ​ຕູ​ຂັງ​ຕົນ​ເອງ​ເສັຽ ເຂົາ​ກໍ​ຂຶ້ນ​ໄປ​ເທິງ​ຫລັງ​ຄາ​ຫໍ​ຮົບ 52 ອາ​ບີ​ເມ​ເລກ​ມາ​ໂຈມ​ຕີ​ຫໍ​ຮົບ​ນີ້ ໄດ້​ຕໍ່​ສູ້​ກັນ ຈົນ​ເຂົ້າ​ມາ​ໃກ້​ປະ​ຕູ​ຫໍ​ຮົບ​ໄດ້ ຈະ​ເອົາ​ໄຟ​ເຜົາ 53 ມີຍິງ​ຄົນ​ນຶ່ງ​ທີ່​ຢູ່​ເທິງ​ຫລັງ​ຄາ​ໄດ້​ໂຍນຫີນ​ໂມ່ລົງ​ໃສ່​ຫົວ​ອາບີ​ເມ​ເລກ ກະ​ໂ​ຫລກຫົວ​ຂອງ​ທ່ານ​ແຕກ 54 ທ່ານ​ຈຶ່ງ​ຟ້າ​ວຮ້ອງບອກ​ຄົນ​ຫນຸ່ມ​ທີ່​ຖື​ອາ​ວຸດ​ຂອງ​ທ່ານ​ວ່າ, “ເອົາ​ດາບ​ຟັນ​ເຮົາ​ເສັຽ ເພື່ອ​ຄົນ​ຈະ​ບໍ່​ກ່າວ​ວ່າ “ຜູ້​ຍິງ​ຄົນ​ນຶ່ງ​ຂ້າ​ເຂົາ​ຕາຍ” ຊາຍ​ຫນຸ່ມ​ຂອງ​ທ່ານ​ຄົນ​ນັ້ນ​ແທງ​ທ່ານ​ທະ​ລຸ​ຈົນເຖິງ​ແກ່​ຄວາມ​ຕາຍ 55 ເມື່ອ​ຄົນ​ອິສ​ຣາ​ເອນ​ເຫັນ​ວ່າ​ອາ​ບີ​ເມ​ເລກ​ເສັຽຊີ​ວິດ​ແລ້ວ ຄົນ​ຕ່າງ​ກໍ​ກັບ​ໄປ​ບ່ອນ​ຢູ່​ຂອງ​ຕົນ 56 ດັ່ງ​ນີ້​ແຫລະ ພຣະ​ເຈົ້າ​ຊົງ​ສນອງ​ຄວາມ​ຊົ່ວ​ທີ່​ອາບີ​ເມ​ເລກ​ໄດ້​ກະ​ທຳ​ຕໍ່​ບິດາ​ຂອງ​ຕົນ​ທີ່​ໄດ້​ຂ້າພີ່​ນ້ອງ​ເຈັດ​ສິບ​ຄົນ​ຂອງ​ຕົນ​ 57 ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ຄວາມ​ຊົ່ວ​ຮ້າຍ​ຂອງ​ຊາວ​ເຊ​ເຄມ​ກັບ​ຕົກ​ໃສ່​ເທິງ​ຫົວຂອງ​ເຂົາ​ທັງ​ຫລາຍ​ເອງ ຄຳ​ສາບ​ແຊ່ງ​ຂອງ​ໂຢ​ທາມ​ບຸດ​ເຢ​ຣຸບ​ບາ​ອານ​ກໍ​ຕົ​ກ​ຢູ່​ເທິງ​ເຂົາ​ທັງ​ຫລາຍ

ພວກຜູ້ປົກຄອງ 10

ໂທ​ລາ ແລະ​ຢາ​ອີ

1 ຕໍ່​ຈາກ​ອາ​ບີ​ເມ​ເລກ​ມີ​ຄົນ​ຂຶ້ນ​ມາ​ຊ່ອຍ​ກູ້​ອິສ​ຣາເອນ​ຊື່ ໂທ​ລາບຸດ​ຊາຍ​ຂອງ​ປູ​ວາ​ຜູ້​ເປັນ​ບຸດ​ຂອງ​ໂດ​ໂດ ຊາວ​ເຜົ່າ​ອິສ​ຊາ​ຄາ ແລະ​ເຂົາ​ຢູ່​ທີ່​ເມືອງ​ຊາ​ມີ​ຣ໌ ໃນ​ພູ​ດອຍ​ເອ​ຟ​ຣາ​ອິມ 2 ທ່ານ​ປົກ​ຄອງ​ອິສ​ຣາ​ເອນ​ຢູ່​ເປັນ​ເວ​ລາຊາວ​ສາມ​ປີ ແລະ​ທ່ານ​ກໍ​ເສັຽ​ຊີ​ວິດ ເຂົາ​ຝັງ​ສົບ​ທ່ານ​ໄວ້​ທີ່​ເມືອງ​ຊາ​ມີ​ຣ໌ 3 ຕໍ່​ມາ​ຢາ​ອີ​ຣ໌​ຄົນ​ກິ​ເລ​ອາດ​ໄດ້​ຂຶ້ນ​ມາ ແະ​ທ່ານ​ປົກ​ຄອງ​ອິສ​ຣາ​ເອນຢູ່​ເປັນ​ເວ​ລາຊາວ​ສອງ​ປີ 4 ທ່ານ​ມີ​ບຸດ​ສາມ​ສິບ​ຄົນ ຂີ່​ລູກ​ລໍ​ສາມ​ສິບ​ໂຕ ແລະມີ​ເມືອງ​ຢູ່​ສາມ​ສິບ​ຫົວ​ເມືອງ ເອີ້ນ​ວ່າ​ເມືອງ ຮາວ​ໂວດ​ຢາ​ອີ ຈົນ​ເຖິງ​ທຸກວັນ​ນີ້​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ກິເລ​ອາດ 5 ຢາ​ອີ​ຣ໌​ກໍ​ເສັຽ​ຊີ​ວິດ​ຖືກ​ຝັງ​ໄວ້​ທີ່​ເມືອງ ກາ​ໂມນ

ຄົນ​ອັມ​ໂມນ​ບີບ​ບັງ​ຄັບ​ຄົນ​ອິສ​ຣາ​ເອນ

6 ຄົນ​ອິສ​ຣາ​ເອນ​ກໍ​ກະ​ທຳ​ຊົ່ວ​ໃນ​ສາຍ​ພຣະ​ເນດພຣະ​ເຈົ້າ​ອີກ ໄປ​ບົວ​ລະ​ບັດ​ພຣະ​ບາ​ອານ​ທັງ​ຫລາຍ​ແລະ​ພວກ​ພຣະ​ອັ​ຊ​ຕາ​ຣ໌ເຕ​ສພຣະ​ຂອງ​ເມືອງ​ຊີ​ເຣັຽ (ອາ​ຣາມ) ພຣະ​ຂອງ​ເມືອງ​ຊີ​ໂດນ ພຣະ​ຂອງ​ເມືອງ​ໂມ​ອາບ ພຣະ​ຂອງ​ຄົນ​ອັມ​ໂມນ ພຣະ​ຂອງ​ຄົນ​ຟິ​ລິ​ສ​ຕິນ ແລະ​ເຂົາ​ທັງ​ຫລາຍ​ປະ​ຖິ້ມ​ພຣະ​ເຈົ້າ​ບໍ່​ໄດ້​ບົວ​ລະ​ບັດ​ພຣະ​ອົງ 7 ແລະ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ກໍ​ພຸ່ງ​ຂຶ້ນ​ຕໍ່​ຄົນ​ອິສ​ຣາ​ເອນ ຈຶ່ງ​ຊົງ​ຂາຍ​ເຂົາ​ໄວ້​ໃນ​ມື​ຂອງ​ຄົນ​ຟິ​ລິ​ສ​ຕິນ ແລະ​ໃນ​ມື​ຂອງ​ຄົນ​ອັມ​ໂມນ 8 ເຂົາ​ໄດ້​ຂົ່ມ​ເຫັງ​ແລະ​ບີບ​ບັງ​ຄັບ​ຄົນ​ອິສ​ຣາ​ເອນ​ໃນ​ປີ​ນັ້ນ ເຂົາ​ໄດ້​ບີບ​ບັງ​ຄັບ​ຊາວ​ອິສ​ຣາ​ເອນ​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ອາ​ໂມ​ຣິດ ຊຶ່ງ​ຢູ່​ໃນ​ກິເລ​ອາດ​ສິບ​ແປ​ດ​ປີ 9 ທັງ​ຄົນ​ອັມ​ໂມນ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຕໍ່​ສູ້​ກັບຢູ​ດາ​ແລະ​ຕໍ່​ສູ້​ກັບ​ເບັນ​ຢາ​ມິນ ແລະ​ຕໍ່​ສູ້​ກັບ​ເຊື້ອ​ສາຍ​ຂອງ​ເອ​ຟ​ຣາ​ອິມ ດັ່ງ​ນັ້ນ​ອິສ​ຣາ​ເອນ​ຈຶ່ງ​ເດືອດ​ຮ້ອນ​ຢ່າງ​ຍິ່ງ 10 ​ຄົນ​ອິສ​ຣາ​ເອນ​ຮ້ອງ​ທຸກ​ຕໍ່​ພຣະ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ອົງ ເພາະ​ວ່າ​ຂ້າ​ພຣະ​ອົງ​ໄດ້​ປະ​ຖິ້ມ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ແລະ​ບົວ​ລະ​ບັດ​ບັນ​ດາ​ພຣະ​ບາ​ອານ” 11 ​ພຣະ​ເຈົ້າ​ສັ່ງ​ກັບ​ຄົນ​ອິສ​ຣາ​ເອນ​ວ່າ, “ເຮົາ​ບໍ່​ໄດ້​ຊ່ອຍ​ປົດ​ປ່ອຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອ​ຢິບ​ຈາກ​ຄົນ​ອາ​ໂມ​ຣິດ​ຈາກ​ຄົນ​ອັມ​ໂມນ ແລະ​ຈາກ​ຄົນ​ຟີ​ລິ​ສ​ຕິນ​ຫລື 12 ທັງ​ຄົນ​ຊີ​ໂດນ ຄົນ​ອາ​ມາ​ເລກ ແລະ​ຊາວ​ມາ​ໂອນ​ໄດ້​ບີບ​ບັງ​ຄັບ​ເຈົ້າ ເຈົ້າ​ໄດ້​ຮ້ອງ​ທຸກ​ເຖິງ​ເຮົາ ແລະ​ເຣົາ​ໄດ້​ຊ່ອຍ​ເຈົ້າ​ໃຫ້​ພົ້ນ​ມື​ຂອງ​ເຂົາ​ທັງ​ຫລາຍ 13 ເຖິງປານ​ນັ້ນ​ເຈົ້າ​ທັງ​ຫລາຍ​ຍັງ​ໄດ້​ປະ​ຖິ້ມ​ເຣົາ ແລະ​ບົວ​ລະ​ບັດ​ພຣະ​ອື່ນ ສະ​ນັ້ນ​ເຮົາ​ຈຶ່ງ​ຈະ​ບໍ່​ຊ່ອຍ​ກູ້​ເຈົ້າ​ທັງ​ຫລາຍ​ອີກ​ຕໍ່​ໄປ 14 ຈົ່ງ​ໄປ​ຮ້ອງ​ທຸກ​ຕໍ່​ພຣະ​ຊຶ່ງ​ເຈົ້າ​ທັງ​ຫລາຍ​ໄດ້​ເລືອກ​ບົວ​ລະ​ບັດ​ນັ້ນ​ເຖີດ ໃຫ້​ພຣະ​ເຫລົ່າ​ນັ້ນ​ຊ່ອຍ​ປົດ​ປ່ອຍ​ເຈົ້າ​ໃນ​ຍາມ​ທຸກເດືອດ​ຮ້ອນ​ນີ້” 15 ແລະ​ຄົນ​ອິສ​ຣາ​ເອນ​ກາບ​ທູນ​ພຣະ​ເຈົ້າ​ວ່າ, “ຂ້າພຣະ​ອົງ​ທັງ​ຫລາຍ​ໄດ້​ກະ​ທຳ​ບາບ​ແລ້ວ ຂໍ​ພຣະ​ອົງ​ຊົງ​ກະ​ທຳ​ແກ່​ຂ້າ​ພຣະ​ອົງ​ຕາມ​ທີ່​ພຣະ​ອົງ​ຊົງ​ເຫັນ​ຊອບ ຂ້າ​ພຣະ​ອົງ​ຂໍ​ອ້ອນວອນ​ພຽງ​ວ່າ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ໃນ​ວັນ​ນີ້​ເຖີດ” 16 ດັ່ງ​ນັ້ນ​ເຂົາ​ທັງ​ຫລາຍ​ຈຶ່ງ​ເລີກ​ຖື​ພຣະ​ອື່ນ ແລະ​ບົວ​ລະ​ບັດ​ພຣະ​ເຈົ້າ ຝ່າຍ​ພຣະ​ອົງ​ຊົງ​ເດືອດ​ຮ້ອນ​ພຣະ​ທັຍ​ດ້ວຍ​ຄວາມ​ທຸກ​ເຂັນ​ຂອງ​ອິສ​ຣາ​ເອນ 17 ຝ່າຍ​ຄົນ​ອັມ​ໂມນ​ກໍ​ຖືກ​ເອີ້ນ​ໃຫ້​ຈັບ​ອາ​ວຸດ ເຂົາ​ໄດ້​ຕັ້ງ​ຄ້າຍ​ໃນ​ກິ​ເລ​ອາດ ແລະ​ຄົນ​ອິສ​ຣາ​ເອນ​ກໍ​ມາ​ພ້ອມ​ກັນ​ຕັ້ງ​ຄ້າຍ​ຢູ່​ທີ່​ມິ​ສ​ປາ 18 ແລະ​ປະ​ຊາ​ຊົນ ຄື​ບັນ​ດາ​ຫົວ​ຫນ້າ​ຂອງ​ຄົນ​ກິ​ເລ​ອາດ​ເວົ້າ​ກັນ​ວ່າ, “ຜູ້​ໃດ​ທີ່​ຈະ​ເປັນ​ຄົນ​ແຣກ​ທີ່​ຈະ​ເຂົ້າ​ຕໍ່​ສູ້​ກັບ​ຄົນ​ອັມ​ໂມນ ຜູ້​ນັ້ນ​ຈະ​ເປັນ​ຫົວ​ຫນ້າ​​ຂອງ​ຊາວກິເລ​ອາດ​ທັງ​ຫມົດ”

ພວກຜູ້ປົກຄອງ 11

ເຢັ​ຟ​ທາ​ຊ່ອຍ​ປົດ​ປ່ອຍ​ອິສ​ຣາ​ເອນ ຈາກ​ຄົນ​ອັມ​ໂມນ

1 ເຢັ​ຟ​ທາ​ຄົນ​ກິເລ​ອາດ​ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ ແຕ່​ເປັນ​ບຸດ​ຂອງ​ຍິງ​ໂສ​ເພ​ນີ ກິເລ​ອາດ​ເປັນ​ບິ​ດາ​ຂອງ​ເຢັ​ຟ​ທາ 2 ເມັຽ​ແທ້​ຂອງ​ກິ​ເລ​ອາດ​ມີ​ບຸດ​ຊາຍ​ຫລາຍ​ຄົນ ແລະ​ເມື່ອ​ພວກ​ບຸດ​ເຫລົ່າ​ນັ້ນ​ໃຫຍ່​ຂຶ້ນ​ແລ້ວ ຈຶ່ງ​ໄລ່​ເຢັ​ຟ​ທາ​ອອກ​ໄປ​ເສັຽ​ໂດຍ​ກ່າວ​ວ່າ, “ເຈົ້າ​ຈະ​ມີ​ສ່ວນ​ໃນ​ມໍ​ຣະ​ດົກ​ຂອງ​ພໍ່​ເຮົາ​ບໍ່​ໄດ້ ເພາະ​ເຈົ້າ​ເປັນ​ລູກ​ຂອງ​ຍິງ​ຄົນ​ອື່ນ” 3 ເຢັ​ຟ​ທາ​ຈຶ່ງ​ຫນີ​ຈາກ​ພີ່​ນ້ອງ​ຂອງ​ຕົນ​ໄປ​ອາໄສ​ຢູ່​ໃນ​ແຜ່ນ​ດິນ​ໂຕບ ພວກ​ນັກ​ເລງ​ກໍ​ມົວ​ສຸ່ມ​ກັບ​ເຢັ​ຟ​ທາ ແລະ​ຕິດ​ຕາມ​ເຂົາ​ໄປ​ທ່ຽວກໍ່​ກວນ 4 ຕໍ່​ມາ​ພາຍ​ຫລັງ​ຄົນ​ອັມ​ໂມນ​ໄດ້​ທຳ​ສົງ​ຄາມ​ກັບ​ຄົນ​ອິສ​ຣາ​ເອນ 5 ແລະ​ເມື່ອ​ຄົນ​ອັມ​ໂມນ​ທຳ​ສົງ​ຄາມ​ກັບ​ອິສ​ຣາ​ເອນ​ນັ້ນ ພວກ​ຜູ້​ໃຫຍ່​ຂອ​ງ​ເມືອງ​ກິເລ​ອາດ​ໄດ້​ໄປ​ເພື່ອ​ຈະ​ພາ​ເຢັ​ຟ​ທາ​ມາ​ຈາກ​ແຜ່ນ​ດິນ​ໂຕບ 6 ເຂົາ​ກ່າວ​ແກ່​ເຢັ​ຟ​ທາ​ວ່າ, “ຈົ່ງ​ມາ​ເປັນ​ຫົວ​ຫ​ນ້າ​ຂອງ​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ຕໍ່​ສູ້​ກັບ​ຄົນ​ອັມ​ໂມນ” 7 ແຕ່​ເຢັ​ຟ​ທາ​ກ່າວ​ແກ່​ພວກ​ຜູ້​ໃຫຍ່​ຂອງ​ກິເລ​ອາດ​ວ່າ, “ທ່ານ​ບໍ່​ໄດ້​ກຽດ​ຊັງ​ຂ້າ​ພະ​ເຈົ້າ ແລະຂັບ​ໄລ່​ຂ້າ​ພະ​ເຈົ້າ​ເສັຽ​ຈາກ​ເຊື້​ອ​ສາຍ​ພໍ່ຂອງ​ຂ້າ​ພະ​ເຈົ້າ​ດອກ​ຫລື ເມື່ອ​ຍາມ​ທຸກ​ຍາກ​ທ່ານ​ຈະ​ມາ​ຫາ​ຂ້າ​ພະ​ເຈົ້າ​ເຮັດ​ຫຍັງ​ 8 ພວກ​ຜູ້​ໃຫຍ່​ຂອງ​ກິເລ​ອາດ​ຈຶ່ງ​ກ່າວ​ແກ່​ເຢັ​ຟ​ທາ​ວ່າ, “ເຫດ​ທີ່​ເຣົາ​ກັບ​ມາ​ຫາ​ທ່ານ​ໃນ​ເທື່ອ​ນີ້ ກໍ​ດ້ວຍ​ຕ້ອງ​ການ​ໃຫ້​ທ່ານ​ໄປ​ກັບ​ເຮົາ​ສູ້​ຮົບ​ກັບ​ຄົນ​ອັມ​ໂມນ ແລ້ວ​ມາ​ເປັນ​ຫົວ​ຫນ້າ​ຂອງ​ເຮົາ​ທີ່​ຈະ​ປົກ​ຄອງ​ຊາວ​ກິເລ​ອາດ​ທັງ​ປວງ” 9 ເຢັ​ຟ​ທາ​ຈຶ່ງ​ກ່າວ​ແກ່​ພວກ​ຜູ້​ໃຫຍ່​ຂອງ​ກິເລ​ອາດ​ວ່າ, “ຖ້າ​ທ່ານ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ຄືນ​ບ້ານ​ເພື່ອ​ທຳ​ເສິກ​ກັບ​ຄົນ​ອັມ​ໂມນ ແລະ​ຖ້າ​ພຣະ​ຜູ້​ເປັນເຈົ້າ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ເປັນ​ຫົວ​ຫນ້າ​ຂອງ​ທ່ານ” 10 ພວກ​ຜູ້​ໃຫຍ່​ຂອງ​ກິເລ​ອາດ​ຈຶ່ງ​ຕອບ​ເຢັ​ຟ​ທາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພ​ຍານ​ລະ​ຫວ່າງ​ເຮົາ ເຮົາ​ຈະ​ກະ​ທຳ​ຕາມ​ທີ່​ທ່ານ​ສັ່ງ​ທຸກ​ປະ​ການ” 11 ເຢັ​ຟ​ທາ​ຈຶ່ງ​ໄປ​ກັບ​ພວກ​ຜູ້​ໃຫຍ່​ຂອງ​ກິເລ​ອາດ ແລະ​ປະ​ຊາ​ຊົນ​ກໍຕັ້ງ​ທ່ານ​ໃຫ້​ເປັນ​ຫົວ​ຫນ້າ ແລະ​ເປັນ​ປະ​ມຸກ​ຂອງ​ເຂົາ ແລ້ວ​ເຢັ​ຟ​ທາ​ກໍ​ກ່າວ​ຄຳ​ທີ່​ຕົກ​ລົງ​ກັນ​ທັງ​ສິ້ນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເມືອງ​ມິ​ສ​ປາ 12 ເຢັ​ຟ​ທາ​ຈຶ່ງ​ສົ່ງ​ຜູ້​ນໍາ​ຂ່າວໄປ​ຍັງ​ກະ​ສັດ​ຄົນ​ອັມ​ໂມນ​ຖາມ​ວ່າ, “ທ່ານ​ມີ​ເຣື່ອງ​ຫຍັງ​ກັບ​ຂ້າ​ພະ​ເຈົ້າ ທ່ານ​ຈຶ່ງ​ຍົກ​ມາ​ຕໍ່​ສູ້​ກັບ​ແຜ່ນ​ດິນ​ຂອງ​ຂ້າ​ພະ​ເຈົ້າ” 13 ກະ​ສັດ​ຄົນ​ອັມ​ໂມນ​ຕອບ​ຜູ້​ນຳ​ຂ່າວ​ຂອງ​ເຢັ​ຟ​ທາ​ວ່າ, “ເພາະ​ວ່າ​ເມື່ອ​ອິສ​ຣາ​ເອນ​ອອກ​ມາ​ຈາກ​ເອ​ຢິບ​ໄດ້​ຍຶດ​ແຜ່ນ​ດິນ​ຂອງ​ເຮົາ​ໄປ ຕັ້ງ​ແຕ່​ແມ່​ນ້ຳ​ອາ​ຣ໌ໂນນ​ເຖິງ​ແມ່​ນ້ຳ​ຢັບ​ໂບກ ແລະ​ເຖິງ​ແມ່ນ້ຳ​ຈໍ​ແດນ ບັດ​ນີ້​ຂໍ​ຄືນ​ເມືອງ​ເຫລົ່າ​ນັ້ນ​ເສັຽ​ໂດຍ​ດີ” 14 ​ເຢັ​ຟ​ທາ​ກໍ​ສົ່ງ​ຜູ້​ນຳ​ຂ່າວໄປ​ຫາ​ຄົນ​ອັມ​ໂມນ​ອີກ 15 ໃຫ້​ກ່າວ​ວ່າ, “ເຢັ​ຟ​ທາ​ກ່າວ​ດັ່ງ​ນີ້​ວ່າ ອິສ​ຣາ​ເອນ​ບໍ່​ໄດ້​ຍຶດ​ແຜ່ນ​ດິນ​ຂອງ​ໂມ​ອາບ ຫລື​ແຜ່ນ​ດິນ​ຂອງ​ຄົນ​ອັມ​ໂມນ 16 ແຕ່​ເມື່ອ​ອິສ​ຣາ​ເອນ​ອອກ​ຈາກ​ເອ​ຢິບ ເຂົາ​ໄດ້​ເດີນ​ໄປ​ທາງ​ຖິ່ນ​ກັນ​ດານ​ເຖິງ​ທະ​ເລ​ແດງ ແລະ​ມາ​ເຖິງ​ກາ​ເດ​ສ 17 ອິສ​ຣາ​ເອນ​ຈຶ່ງ​ສົ່ງ​ຜູ້​ນຳ​ຂ່າວ​ໄປ​ຍັງ​ກະ​ສັດ​ເອ​ໂດມ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ອະ​ນຸ​ຍາດ​ຍົກ​ຜ່ານ​ເມືອງ​ຂອງ​ທ່ານ​ໄປ” ແຕ່​ກະ​ສັດ​ເອ​ໂດມ​ບໍ່​ຟັງ ແລະ​ກໍ​ໄດ້​ສົ່ງ​ຄຳ​ຂໍ​ເຊັ່ນ​ດຽວ​ກັນ​ໄປ​ຍັງ​ກະ​ສັດ​ເມືອງ​ໂມ​ອາບ​ເຫມືອນ​ກັນ ແຕ່​ທ່ານ​ກໍ​ບໍ່​ໄດ້​ຕົກ​ລົງ ດັ່ງ​ນັ້ນ​ອິສ​ຣາ​ເອນ​ຈຶ່ງ​ຄ້າງ​ຢູ່ທີ່​ກາ​ເດ​ສ 18 ແລ້ວ​ເຂົາ​ກໍ​ເດີນ​ໄປ​ໃນ​ຖິ່ນ​ກັນ​ດານ​ອ້ອມ​ແຜ່ນ​ດິນ​ໂມ​ອາບ ແລະ​ມາ​ທາງ​ດ້ານ​ຕາ​ເວັນ​ອອກ​ຂອງ​ແຜ່ນ​ດິນ​ໂມ​ອາບ ແລະ​ຕັ້ງ​ຄ້າຍ​ຢູ່​ທີ່​ຟາກ​ເຫນືອ​ຂອງ​ແມ່​ນ້ຳ​ອາ​ຣ໌​ໂນນ ແຕ່​ເຂົາ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ເຂດ​ແດນ​ຂອງ​ໂມ​ອາບ ເພາະ​ວ່າ​ແມ່​ນ້ຳ​ອາ​ຣ໌​ໂນນ​ເປັນ​ເຂດ​ແດນ​ຂອງ​ໂມ​ອາບ 19 ອິສ​ຣາ​ເອນ​ຈຶ່ງ​ສົ່ງ​ຜູ້​ນຳ​ຂ່າວ​ໄປ​ຫາ​ຊີ​ໂຮນ​ກະ​ສັດ​ຄົນ​ອາ​ໂມ​ຣິດ ກະ​ສັດ​ກຸງ​ເຮສ​ໂບນ ອິສຣາ​ເອນ​ຮຽນ​ທ່ານ​ວ່າ “ຂໍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຜ່ານ​ແຜ່ນ​ດິນ​ຂອງ​ທ່ານ​ໄປ​ຍັງ​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ” 20 ແຕ່​ຊີ​ໂຮນ​ບໍ່​ວາງ​ທີ່​ຈະ​ໃຫ້​ອິສ​ຣາ​ເອນ​ໄດ້​ຜ່ານ​ເຂດ​ແດນ​ຂອງ​ຕົນ ສະ​ນັ້ນຊີ​ໂຮນ​ຈຶ່ງ​ໄດ້​ຮວບ​ຮວມ​ປະ​ຊາ​ຊົນ​ຂອງ​ທ່ານ ຕັ້ງ​ຄ້າຍ​ຢູ່​ທີ່​ຢາ​ຮັ​ສ ແລະ​ສູ້​ຮົບ​ກັບ​ອິສ​ຣາ​ເອນ 21 ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຊົງ​ມອບ​ຊີ​ໂຮນ ແລະ​ປະ​ຊາ​ຊົນ​ທັງ​ຫມົດ​ຂອງ​ທ່ານ​ໄວ້​ໃນ​ມື​ອິສ​ຣາ​ເອນ ເຂົາ​ກໍ​ຜ່າຍ​ແພ້​ໄປ ອິສ​ຣາ​ເອນ​ຈຶ່ງ​ຍຶດ​ຄອງ​ແຜ່ນ​ດິນ​ຂອງ​ຄົນ​ອາ​ໂມ​ຣິດ​ຊຶ່ງ​ເປັນ​ຊາວ​ເມືອງ​ນັ້ນ 22 ເຂົາ​ຍຶດ​ເຂດ​ແດນ​ຂອງ​ຄົນ​ອາ​ໂມ​ຣິດ​ຕັ້ງ​ແຕ່​ແມ່​ນ້ຳອາ​ຣ໌​ໂນນ​ເຖິງ​ແມ່ນ້ຳ​ຢັບ​ໂບກ ແລະ​ຕັ້ງ​ແຕ່​ຖິ່ນ​ກັນ​ດານ​ເຖິງ​ແມ່​ນ້ຳ​ຈໍ​ແດນ 23 ດັ່ງ​ນັ້ນ​ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຈຶ່ງ​ຂັບ​ໄລ່​ຄົນ​ອາ​ໂມ​ຣິດ​ອອກ​ເສັຽ ໃຫ້​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ເຂົ້າ​ຍຶດ​ຄອງ ຝ່າຍ​ທ່ານ​ຈະ​ມາ​ຖື​ເອົາ​ເປັນ​ກຳ​ມະ​ສິດ​ເຊັ່ນ​ນັ້ນ​ຫລື 24 ທ່ານ​ບໍ່​ຖື​ກຳ​ມະ​ສິດ​ສິ່ງ​ຊຶ່ງ​ພຣະ​ເຄ​ໂມສ​ພຣະ​ເຈົ້າ​ຂອງ​ທ່ານມອບ​ໃຫ້​ທ່ານ​ຍຶດ​ຄອງດອກ​ຫລື ພຣະ​ຜູ້​ເປັນເຈົ້າ​ພຣະ​ເຈົ້າ​ຂອງເຮົາ​ຂັບໄລ່​ຜູ້​ໃດ​ໄປ​ໃຫ້​ພົ້ນ​ຫນ້າ​ເຮົາ ເຮົາ​ກໍ​ຍຶດ​ຄອງ​ທີ່​ຂອງ​ຜູ້​ນັ້ນ 25 ຝ່າຍ​ທ່ານ​ຈະ​ດີກວ່າ​ບາ​ລາກ​ບຸດ​ຂອງ​ຊີບ​ໂປ​ຣ໌​ກະ​ສັດ​ເມືອງ​ໂມ​ອາບ​ຫລື ທ່ານ​ເຄີຍ​ແຂ່ງ​ຂັນ​ກັບ​ອິສ​ຣາ​ເອນ​ຫລື ທ່ານ​ເຄີຍ​ຕໍ່​ສູ້​ກັບ​ເຂົາ​ທັງ​ຫລາຍ​ຫລື 26 ເມື່ອ​ອິສ​ຣາ​ເອນ​ອາ​ໄສ​ຢູ່​ໃນ​ກຸງ​ເຮສໂບ​ນ​ແລະ​ຊົນ​ນະ​ບົດ​ຂອງ​ກຸງນັ້ນ ແລະ​ໃນ​ເມືອງ​ອາ​ໂຣ​ເອີ ​ແລະ​ຊົນ​ນະ​ບົດ​ໃນ​ເມືອງ​ນັ້ນ ແລະ​ຢູ່​ໃນ​ບັນ​ດາ​ຫົວ​ເມືອງ​ທີ່​ຕັ້ງ​ຢູ່​ຕາມ​ຝັ່ງ​ແມ່​ນ້ຳ​ອາ​ຣ໌​ໂນນ​ເຖິງ​ສາມ​ຮ້ອຍ​ປີ ເປັນ​ຫຍັງ​ທ່ານ​ບໍ່​ເອີ້ນ​ຄືນ​ເສັຽ​ພາຍ​ໃນ​ເວ​ລາ​ນັ້ນ 27 ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ກະ​ທຳ​ຄວາມ​ຜິດ​ຕໍ່​ທ່ານ ແຕ່​ທ່ານ​ໄດ້​ກະ​ທຳ​ຄວາມ​ຜິດ​ຕໍ່​ຂ້າ​ພະ​ເຈົ້າ​ໃນ​ການ​ທີ່​ທຳ​ສົງ​ຄາມ​ກັບ​ຂ້າ​ພະ​ເຈົ້າ ຂໍ​ພຣະ​ຜູ້ເປັນ​ເຈົ້າ​ຊົງເປັນ​ຜູ້ພິ​ພາກ​ສາລະ​ຫວ່າງ​ຄົນ​ອິສ​ຣາ​ເອນ​ແລະ​ຄົນ​ອັມ​ໂມນ​ໃນ​ວັນ​ນີ້” 28 ແຕ່​ກະ​ສັດ​ຂອງ​ຄົນ​ອັມ​ໂມນ​ບໍ່​ໄດ້​ເຊື່ອ​ຟັງ​ໃນ​ຄຳ​ຂອງ​ເຢັ​ຟ​ທາ​ຊຶ່ງ​ທ່ານ​ສົ່ງ​ໄປ​ໃຫ້ 29 ພຣະ​ວິນ​ຍາ​ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າກໍ​ມາ​ສະ​ຖິດ​ຢູ່​ກັບ​ເຢັ​ຟ​ທາ ທ່ານ​ຈຶ່ງ​ຍົກ​ຜ່ານ​ກິເລ​ອາດ​ ແລະ​ມາ​ນັ​ສ​ເຊ ແລະ​ຜ່ານ​ມິ​ສ​ປາ​ແຫ່ງ​ກິເລ​ອາດ ແລະ​ຈາກ​ມິ​ສ​ປາ​ແຫ່ງ​ກີ​ເລ​ອາດ ທ່ານ​ຍົກ​ຜ່ານ​ຕໍ່​ໄປ​ເຖິງ​ທີ່​ຄົນ​ອັມໂມນ 30 ແລະ​ເຢັ​ຟ​ທາ​ບົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຖ້າ​ພຣະ​ອົງ​ຊົງ​ມອບ​ຄົນ​ອັມ​ໂມນ​ໄວ້​ໃນ​ມື​ຂອງ​ຂ້າ​ພຣະ​ອົງ​ແລ້ວ 31 ຜູ້​ໃດ​ທີ່​ອອກ​ມາ​ຈາກ​ປະ​ຕູ​ເຮືອນ​ຂອງ​ຂ້າ​ພຣະ​ອົງ​ເພື່ອ​ຕ້ອນ​ຮັບ​ຂ້າ​ພຣະ​ອົງເມື່ອ​ຂ້າ​ພຣະ​ອົງ​ມີ​ໄຊ​ກັບ​ມາ​ຈາກ​ຄົນ​ອັມ​ໂມນ​ນັ້ນ ຜູ້​ນັ້ນ​ຈະ​ຕ້ອງ​ເປັນ​ຂອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ແລະ​ຂ້າ​ພຣະ​ອົງ​ຈະ​ຖວາຍ​ຜູ້​ນັ້ນ​ເປັນ​ເຄື່ອງ​ເຜົາ​ບູ​ຊາ” 32 ແລ້ວ​ເຢັ​ຟທາ​ຈຶ່ງ​ຍົກ​ຂ້າມ​ໄປ​ສູ້​ຮົບ​ກັບ​ຄົນ​ອັມ​ໂມນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ທ່ານ 33 ​ທ່ານ​ໄດ້​ປະ​ຫານ​ເຂົາ​ຈາກ​ອາ​ໂຣ​ເອີ​ຈົນ​ເຖິງ​ທີ່​ໃກ້ໆ​ເມືອງ​ມິນ​ນິທຮ່ວມ​ຊາວ​ຫົວ​ເມືອງ ແລະ​ໄກ​ໄປ​ຈົນ​ເຖິງ​ອາ​ເບນ​ເກ​ຣາ​ມີມ ຜູ້​ຄົນ​ລົ້ມ​ຕາຍ​ຫລາຍ ຄົນ​ອັມ​ໂມນ​ຈຶ່ງ​ຫ​ມົດ​ອຳ​ນາດ​ຢູ່​ໃຕ້​ຄົນ​ອິສ​ຣາ​ເອນ

ບຸດ​ສາວ​ຂອງ​ເຢັ​ຟ​ທາ

34 ແລ້ວ​ເຢັ​ຟ​ທາກໍ​ກັບ​ມາ​ບ້ານ​ທີ່​ມິ​ສ​ປາ ເບິ່ງ​ແມ໋, ບຸດ​ຕ​ຣີ​ຂອງ​ທ່ານ​ຟ້ອນ​ລຳ​ອອກ​ມາ​ຕ້ອນ​ຮັບ​ທ່ານ ນາງ​ເປັນ​ບຸດ​ຕ​ຣີ​ຄົນ​ດຽວ ນອກ​ຈາກ​ບຸດ​ຕຣີ​ຄົນ​ນີ້​ທ່ານ​ບໍ່​ມີ​ບຸດ​ຊາຍ​ແລະ​ບຸດ​ຍິງ​ເລີຍ 35 ເມື່ອ​ທ່ານ​ເຫັນ​ນາງ​ອອກ​ມາ​ແລ້ວ ທ່ານ​ຈຶ່ງ​ຈີກ​ເສື້ອ​ຜ້າ​ຂອງ​ທ່ານ​ກ່າວ​ວ່າ, “ໂອ ລູກ​ເອີຍ​ ຫົວ​ໃຈ​ພໍ່​ແທບ​ຈະ​ແຕກ​ຕາຍ​ແລ້ວ ເປັນ​ຫຍັງ​ຈຶ່ງ​ແມ່ນ​ລູກ​ທີ່​ເຮັດ​ໃຫ້​ພໍ່​ໄດ້​ຮັບ​ຄວາມ​ເຈັບ​ປວດ​ເຊັ່ນ​ນີ້ ເພາະ​ພໍ່​ໄດ້​ອ້າ​ປາກ​ບົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໄວ້ ຈະ​ຄືນ​ຄຳ​ກໍ​ບໍ່​ໄດ້” 36 ນາງ​ຈຶ່ງ​ເວົ້າ​ກັບ​ພໍ່​ວ່າ, “ພໍ່​ເອີຍ ເມື່ອ​ພໍ່​ອອກ​ປາກ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ຢ່າງ​ໃດ ຂໍ​ພໍ່​ກະ​ທຳ​ກັບ​ຂ້າ​ນ້ອຍ​ຢ່າງ​ນັ້ນ​ເຖີດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ແກ້​ແຄ້ນ​ຄົນ​ອັມ​ໂມນ​ສັດ​ຕຣູ​ເພື່ອ​ພໍ່ແລ້ວ” 37 ນາງ​ເວົ້າ​ກັບ​ບິ​ດາ​ຂອງ​ນາງວ່າ, “ຂໍ​ໃຫ້​ຂ້າ​ນ້ອຍ​ຢ່າງ​ນີ້​ເຖີດ ຂໍ​ປ່ອຍ​ຂ້າ​ນ້ອຍ​ໄວ້​ສອງ​ເດືອນ ຂ້າ​ນ້ອຍ​ຈະ​ໄດ້​ອອກ​ຈາກ​ບ້ານ​ແລະ​ລົງ​ໄປ​ເທິງ​ພູ​ ຮ້ອງ​ໄຫ້​ຄ່ຳ​ຄວນ​ເຖິງ​ຄວາມ​ເປັນ​ພົມ​ມະ​ຈາ​ຣີ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ກັບ​ຫມູ່​ເພື່ອນ​ຂອງ​ຂ້າ​ນ້ອຍ” 38 ທ່ານ​ຈຶ່ງ​ຕອບ​ວ່າ, “ໄປ​ເຖີດ” ແລະ​ທ່ານ​ກໍ​ປ່ອຍ​ນາງ​ໄປ​ສອງ​ເດືອນ ນາງ​ກໍ​ອອກ​ໄປ ນາງ​ແລະ​ພວກ​ຫມູ່​ເພື່ອນ​ຂອງ​ນາງ ແລ້ວ​ຮ້ອງ​ໄຫ້​ຄ່ຳ​ຄວນ​ເຖິງ​ຄວາມ​ເປັນ​ພົມ​ມະ​ຈາ​ຣີ​ຂອງ​ນາງ​ສອງ​ເດືອນ 39 ຢູ່​ມາເມື່ອ​ຄົບ​ສອງ​ເດືອນ ນາງ​ກໍ​ກັບ​ມາ​ຫາ​ບິ​ດາ​ຂອງ​ນາງ ແລະ​ທ່ານ​ກໍ​ກະ​ທຳ​ກັບ​ນາງ​ຕາມ​ທີ່​ໄດ້​ບົນ​ໄວ້ ນາງ​ຍັງ​ບໍ່​ເຄີຍ​ສົມ​ສູ່​ກັບ​ຊາຍ​ໃດ​ເລີຍ 40 ແລະ​ກໍ​ເປັນ​ທັມ​ນຽມ​ໃນ​ອິສ​ຣາ​ເອນ​ທີ່​ບຸດ​ສາວ​ຊາວ​ອິສ​ຣາ​ເອນ​ໄປ​ຮ້ອງ​ໄຫ້​ໄວ້​ທຸກ​ໃຫ້​ບຸດ​ຕຣີ​ຂອງ​ເຢັ​ຟ​ທາ​ຄົນ​ກິ​ເລ​ອາດ​ປີ​ລະ​ສີ່​ວັນ

ພວກຜູ້ປົກຄອງ 12

ເຢັ​ຟ​ທາ​ແລະ​ຄົນ​ເອ​ຟ​ຣາ​ອິມ

1 ຝ່າຍ​ຄົນ​ເອ​ຟ​ຣາ​ອິມ​ຖືກ​ເອີ້ນ​ໃຫ້​ຈັບ​ອາ​ວຸດ​ຂ້າມ​ໄປ​ເຖິງ​ຊາ​ໂຟນ ເວົ້າ​ກັບ​ເຢັ​ຟ​ທາ​ວ່າ, “ເຫດ​ໃດ​ທ່ານ​ຍົກ​ຂ້າມ​ໄປ​ຮົບ​ຄົນ​ອັມ​ໂມນ ແຕ່​ບໍ່​ເອີ້ນ​ເຮົາ​ໄປ​ນຳ ເຮົາ​ຈະ​ຈູດ​ໄຟ​ເຜົາ​ເຮືອນ​ທັບ​ທ່ານ​ເສັຽ” 2 ເຢັ​ຟ​ທາ​ຈຶ່ງ​ຕອບ​ເຂົາ​ວ່າ, “ຂ້າ​ພະ​ເຈົ້າ​ກັບ​ປະ​ຊາ​ຊົນ​ເຣັດ​ການ​ເສິກ​ໃຫຍ່ກັບ​ພວກ​ອັມ​ໂມນ ເມື່ອ​ຂ້າ​ພະ​ເຈົ້າ​ເອີ້ນ​ທ່ານ​ໃຫ້​ຊ່ອຍ​ທ່ານ​ບໍ່​ໄດ້​ຊ່ອຍ​ເຮົາ​ໃຫ້​ພົ້ນ​ມື​ເຂົາ 3 ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ທ່ານ​ຈະ​ບໍ່​ຊ່ອຍ​ຂ້າ​ພະ​ເຈົ້າ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ສ່ຽງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ຂ້າມ​ໄປ​ຮົບ​ກັບ​ຄົນ​ອັມ​ໂມນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ຂ້າ​ພະ​ເຈົ້າ ວັນ​ນີ້​ທ່ານ​ຈະຂື້​ນ​ມາ​ທຳ​ເສິກ​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ​ເຫດ​ອັນ​ໃດ” 4 ເຢັ​ຟ​ທາ​ຈຶ່ງ​ຮວບ​ຮວມ​ຊາວ​ກິເລ​ອາດ​ສູ້​ຮົບ​ກັບ​ຄົນ​ເອ​ຟ​ຣາ​ອິມ ຄົນ​ກິເລ​ອາດ​ກໍ​ປະ​ຫານ​ຄົນ​ເອ​ຟ​ຣາ​ອິມ ເພາະ​ເຂົາ​ກ່າວ​ວ່າ, “ເຈົ້າ​ຊາວ​ກິເລ​ອາດ ເຈົ້າ​ເປັນ​ຄົນ​ຫລົບ​ຫນີ​ຂອງ​ຊາວ​ເອ​ຟ​ຣາ​ອິມຖ້າມ​ກາງ​ຄົນ​ເອ​ຟ​ຣາ​ອິມ​ແລະ​ມາ​ນັ​ສ​ເຊ” 5 ຊາວ​ກິເລ​ອາດ​ກໍ​ເຂົ້າ​ຍຶດ​ທ່າ​ຂ້າ​ມ​ແມ່​ນ້ຳ​ຈໍ​ແດນ​ໄວ້​ບໍ່​ໃຫ້​ຄົນ​ເອ​ຟ​ຣາ​ອິມ​ຂ້າມ ເມື່ອ​ຄົນ​ເອ​ຟ​ຣາ​ອິມ​ທີ່​ຫລົບ​ຫນີ​ຄົນໃດ​ມາ​ບອກວ່າ, “ຂໍ​ໃຫ້​ຂ້າມ​ໄປ​ແດ່” ຄົນ​ກິ​ເລ​ອາດ​ຈະ​ຖາມເຂົາ​ວ່າ, “ເຈົ້າ​ເປັນ​ຄົນ​ເອຟ​ຣາ​ອິມ​ບໍ” ເມື່ອ​ເຂົາ​ຕອບ​ວ່າ, “ບໍ່” 6 ເຂົາ​ຈະ​ບອກວ່າ, “ຈົ່ງ​ເວົ້າ​ຄຳ​ວ່າ ຊີບ​ໂບ​ເລທ” ຄົນ​ນັ້ນ​ຈະວ່າ “ຊີບ​ໂບ​ເລທ” ເພາະ​ຄົນ​ເອ​ຟ​ຣາ​ອິມຜັນ​ສຽງ​ບໍ່​ຖືກ​ຕ້ອງ ເຂົາ​ຈຶ່ງ​ຈັບ​ຄົນ​ນັ້ນ​ແລະ​ຂ້າ​ເສັຽ​ທີ່​ທ່າຂ້າມ ເມື່ອ​ນັ້ນ​ມີ​ຄົນ​ເອ​ຟ​ຣາ​ອິມ​ຕາຍ​ສີ່​ຫມື່ນ​ສອງ​ພັນ​ຄົນ 7 ເຢັ​ຟ​ທາ​ປົກ​ຄອງ​ອິສ​ຣາ​ເອນ​ຢູ່​ຫົກ​ປີ​ແລ້ວ ເຢັ​ຟ​ທາ​ຊາວ​ກິເລ​ອາດ​ກໍ​ເສັຽ​ຊີ​ວິດ ແລະ​ຖືກ​ຝັງ​ໄວ້​ໃນ​ຫົວ​ເມືອງ​ນຶ່ງ​ໃນ​ກິເລ​ອາດ

ອີບ​ຊາ​ນາ ເອ​ໂລນ ແ​ລະ​ອັບ​ໂດນ

8 ຕໍ່​ຈາກເຢັຟ​ທາ​ມາ​ຄື ອີບ​ຊານແຫ່ງ​ເບັດ​ເລ​ເຮັມ​ໄດ້​ປົກ​ຄອງ​ອິສ​ຣາ​ເອນ 9 ທ່ານ​ມີ​ບຸດ​ຊາຍ​ສາມ​ສິບ​ຄົນ ແລະ​ບຸດ​ສາວ​ສາມ​ສິບ​ຄົນ​ທ່ານໃຫ້​ແຕ່ງ​ງານ​ກັບ​ຄົນ​ນອກ​ເຜົ່າ​ຂອງ​ທ່ານ ແລະ​ທ່ານ​ນຳ​ບຸດ​ສາວ​ສາມ​ສິບ​ຄົນ​ຂອງ​ຄົນ​ນອກ​ເຜົ່າ​ມາ​ໃຫ້​ແກ່​ບຸດ​ຊາຍ​ຂອງ​ທ່ານ ທ່ານ​ປົກ​ຄອງ​ອິສ​ຣາ​ເອນ​ຢູ່​ເຈັດ​ປີ 10 ແລ້ວ​ອີ​ບຊານ​ກໍ​ເສັຽ​ຊີ​ວິດ ຖືກ​ຝັງ​ໄວ້​ທີ່​ເບັດ​ເລ​ເຮັມ 11 ຕໍ່​ຈາກ​ທ່ານ​ມາ ເອ​ໂລນ​ຄົນ​ເຊ​ບູ​ລູນ​ປົກ​ຄອງ​ອິສ​ຣາ​ເອນ ແລະ​ທ່ານ​ປົກ​ຄອງ​ອິສ​ຣາ​ເອນສິບ​ປີ 12 ແລ້ວ​ເອ​ໂລນ​ຄົນ​ເຊ​ບູ​ລູນ​ກໍ​ເສັຽ​ຊີ​ວິດ ແລະ​ຖືກ​ຝັງ​ໄວ້​ທີ່​ອັຍ​ຢາ​ໂລນ​ໃນ​ເຂດ​ແດນ​ຂອງ​ເຜົ່າ​ເຊ​ບູ​ລູນ 13 ຕໍ່​ຈາກ​ທ່ານ​ມາ ອັບ​ໂດນບຸດ​ຮີນ​ເລນ​ຊາວ​ປີ​ຣາ​ໂທ​ນ​ປົກ​ຄອງ​ອິສ​ຣາ​ເອນ 14 ທ່ານ​ມີ​ບຸດ​ຊາຍ​ສີ່​ສິບ​ຄົນ ແລະ​ຫລານ​ຊາຍ​ສາມ​ສິບ​ຄົນ ຂີ່ລໍ​ເຈັດ​ສິບ​ໂຕ ທ່ານ​ປົກ​ຄ​ອງ​ອິສ​ຣາ​ເອນ​ຢູ່​ແປດ​ປີ 15 ແລ້ວ​ອັບ​ໂດນ​ບຸດ​ຮີນ​ເລນ​ຊາວ​ປີ​ຣາ​ໂທ​ນກໍ​ເສັຽ​ຊີ​ວິດ​ຖືກ​ຝັງ​ໄວ້​ທີ່​ປີ​ຣາ​ໂທນ​ໃນ​ເຂດ​ແດນ​ຂອງ​ເອ​ຟ​ຣາ​ອິມ​ໃນ​ພູ​ດອຍ​ຂອງ​ຄົນ​ອາ​ມາ​ເລກ

ພວກຜູ້ປົກຄອງ 13

ກຳ​ເນີດ​ຂອງ​ແຊມ​ຊັນ

1 ພວກ​ອິສ​ຣາ​ເອນ​ໄດ້​ທຳ​ບາບ​ຕໍ່​ສູ້ພຣະ​ຜູ້​ເປັນ​ເຈົ້າ​ອີກ ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ພວກ​ເຂົາ​ຢູ່ໃຕ້​ອຳ​ນາດ​ຂອງ​ພວກ​ຟີ​ລິ​ສ​ຕິນ​ເປັນ​ເວ​ລາ​ສີ່​ສິບ​ປີ 2 ມີ​ຊາຍ​ຄົນ​ນຶ່ງ​ຊື່ ມາ​ໂນ​ອາ ເຂົາ​ມາ​ຈາກ​ເມືອງ​ໂຊ​ຣາ ເປັນ​ຄົນ​ໃນ​ຕະ​ກູນດານ ສ່ວນ​ເມັຽ​ຂອງ​ເຂົາ​ນັ້ນ​ເປັນ​ຄົນ​ບໍ່​ມີ​ບຸດ 3 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປາ​ກົດ​ຕໍ່​ນາງ ແລະ​ເວົ້າ​ວ່າ, “ເຈົ້າ​ເປັນ​ຄົນ​ບໍ່​ມີ​ບຸດ ແຕ່​ວ່າ​ດຽວ​ນີ້​ເຈົ້າ​ຈະ​ຖືພາ ຈະ​ໄດ້​ບຸດ​ຊາຍ 4 ຈົ່ງ​ລະ​ວັງ​ຢ່າ​ດື່ມ​ນ້ຳ​ອະ​ງຸ່ນ ຫລື​ເຫລົ້າ ແລະ​ຢ່າ​ກິນ​ອາ​ຫານ​ທີ່​ຫວງຫ້າມ​ 5 ເພາະ​ວ່າ​ເຈົ້າ​ຈະ​ຖື​ພາ ແລະ​ຈະ​ໄດ້​ບຸດ​ຊາຍ ນັບ​ແຕ່​ມື້​ບຸດ​ຊາຍ​ເຈົ້າ​ເກີດ​ມາ ເຂົາ​ຈະ​ເປັນ​ນາ​ຊີ​ຣີທີ່​ອຸທິດ​ຕົວ​ແດ່​ພຣະ​ເຈົ້າ ສະ​ນັ້ນ ເຈົ້າ​ຢ່າ​ໄດ້​ຕັດ​ຜົມ​ໃຫ້​ເຂົາ​ຈັກ​ເທື່ອ ເຂົາ​ຈະ​ເປັນ​ຄົນເລີ້ມ​ຊ່ອຍ​ກູ້ພວກ​ອິສ​ຣາ​ເອນ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ພວກ​ຟິ​ລິ​ສ​ຕິນ” 6 ຄັນ​ແລ້ວ ຍິງ​ຄົນ​ນັ້ນ​ກໍ​ໄປບອກ​ຜົວ​ຂອງ​ຕົນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ໄດ້​ມາ​ຫາ​ຂ້ອຍ ທ່ານ​ເປັນ​ຫນ້າ​ຢ້ານ​ດັ່ງ​ທູດ​ຂອງ​ພຣະ​ເຈົ້າ ຂ້ອຍ​ເອງ​ກໍ​ບໍ່​ໄດ້​ຖາມ​ເລີຍ​ວ່າ​ທ່ານ​ມາ​ຈາກ​ໃສ ແລະ​ທ່ານ​ກໍ​ບໍ່​ໄດ້​ບອກ​ຊື່​ຂອງ​ທ່ານ​ໃຫ້​ຂ້ອຍ​ຮູ້​ຈັກ 7 ແຕ່​ທ່ານ​ໄດ້​ບອກ​ຂ້ອຍ​ວ່າ ຂ້ອຍ​ຈະ​ຕ້ອງ​ຖື​ພາ​ແລະ​ຈະ​ໄດ້​ບຸດ​ຊາຍ ທ່ານ​ຍັງ​ໄດ້​ບອກ​ຂ້ອຍ​ບໍ່​ໃຫ້​ດື່ມ​ນ້ຳ​ອະ​ງຸ່ນ ຫລື​ເຫລົ້າ ແລະ​ຢ່າ​ກິນ​ອາ​ຫານ​ທີ່​ຫວງ​ຫ້າມ ເພາະ​ເດັກ​ນ້ອຍ​ນັ້ນ​ຈະ​ເປັນ​ຄົນ​ນາ​ຊີ​ຣີ​ທີ່​ອຸ​ທິດ​ຕົວ​ແດ່​ພຣະ​ເຈົ້າ​ຕລອດ​ຊົ່ວ​ຊີ​ວິດ​ຂອງ​ເຂົາ” 8 ແລ້ວ​ມາ​ໂນ​ອາ​ກໍ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໂຜດ​ສົ່ງ​ຄົນ​ຂອງ​ພຣະ​ອົງ​ກັບ​ຄືນ​ມາ​ຫາ​ພວກ​ຂ້າ​ພຣະ​ອົງ​ອີກແລະ​ຂໍ​ຊົງ​ບອກ​ພວກ​ຂ້າ​ພຣະ​ອົງ​ວ່າ​ຈະ​ທຳ​ຢ່າງ​ໃດ​ກັບ​ເດັກ​ທີ່​ຈະ​ເກີດ​ມາ​ນັ້ນ” 9 ສ່ວນ​ພຣະ​ເຈົ້າ​ກໍ​ຊົງ​ກະ​ທຳ​ຕາມ​ຄຳ​ທີ່​ມາ​ໂນ​ອາ​ຂໍ​ຮ້ອງ ຄື​ທູດ​ຂອງ​ພຣະ​ອົງ​ໄດ້​ກັບ​ຄືນ​ມາ​ຫາ​ຍິງ​ນັ້ນ​ໃນ​ຂ​ນະ​ທີ່​ນາງ​ກຳ​ລັງ​ນັ່ງ​ຢູ່​ໃນ​ທົ່ງ​ນາ ແຕ່​ໃນ​ເວ​ລາ​ນັ້ນ ມາ​ໂນ​ອາ​ຜູ້​ເປັນ​ຜົວ​ບໍ່​ໄດ້​ຢູ່​ຫັ້ນ​ນຳ​ນາງ 10 ດັ່ງ​ນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ບອກ​ຜົວ​ຂອງ​ນາງ​ວ່າ, “ນີ້​ແຫລະ ຜູ້​ທີ່​ມາ​ຫາ​ຂ້ອຍ​ມື້​ກ່ອນ​ນັ້ນ​ໄດ້​ປາ​ກົດ​ຕໍ່​ຂ້ອຍ​ອີກ​ແລ້ວ” 11 ມາ​ໂນ​ອາ​ຈຶ່ງ​ລຸກ​ຂຶ້ນ​ຕາມ​ເມັຽ​ໄປ ເຂົາ​ໄດ້​ໄປ​ຫາ​ຊາຍ​ຄົນ​ນັ້ນ ແລະ​ຖາມ​ວ່າ, “ແມ່ນ​ທ່ານ​ນີ້​ບໍ ທີ່​ເປັນ​ຜູ້​ເວົ້າ​ກັບ​ຍິງ​ຄົນ​ນີ້​ຫລື” ຊາຍ​ຄົນ​ນັ້ນ​ກໍ​ຕອບ​ວ່າ, “ແມ່ນ​ແລ້ວ” 12 ມາ​ໂນ​ອາ​ຈຶ່ງເວົ້າ​ວ່າ, “ເມື່ອ​ຄຳ​ທີ່​ທ່ານ​ໄດ້​ເວົ້າ​ນັ້ນ​ກາຍ​ເປັນ​ຄວາມ​ຈິງ​ແລ້ວ ເດັກ​ນັ້ນ​ຈະ​ຕ້ອງ​ປະ​ພຶດ​ຢ່າງ​ໃດ ແລະ​ຈະ​ເຮັດ​ຫຍັງ” 13 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ມາ​ໂນ​ອາ​ວ່າ, “ເມັຽ​ຂອງ​ເຈົ້າ​ຕ້ອງ​ທຳ​ທຸກ​ຢ່າງຕາມ​ທີ່​ເຮົາ​ໄດ້​ບອກ​ນາງ​ນັ້ນ​ຢ່າງ​ແນ່ນອນ 14 ນາງ​ບໍ່​ຕ້ອງ​ດື່ມ​ນ້ຳ​ອະ​ງຸ່ນ ຫລື​ເຫລົ້າ ແລະ​ຢ່າ​ກິນ​ອາ​ຫານ​ທີ່​ຫວງ​ຫ້າມ ນາງ​ຕ້ອງທຳ​ທຸກ​ສິ່ງ​ຕາມ​ທີ່​ເຮົາ​ໄດ້​ບອກ​ນາງ​ແລ້ວ” 15 ເນື່ອງ​ຈາກມາ​ໂນ​ອາ​ບໍ່​ຮູ້​ຈັກ​ວ່າ​ແມ່ນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ຈຶ່ງ​ເວົ້າ​ກັບ​ພຣະ​ອົງ​ວ່າ, “ກະ​ຣຸ​ນາ​ຢູ່​ນີ້​ກ່ອນ ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ທັງ​ສອງ​ເອົາ​ແບ້​ນ້ອຍ​ມາ​ຈັດ​ແຈ່ງ​ອາ​ຫານໃຫ້​ທ່ານ​ຮັບ​ປະ​ທານເສັຽກ່ອນ” 16 ແຕ່​ທູດ​ອົງ​ນັ້ນ​ເວົ້າ​ຕໍ່​ເຂົາ​ວ່າ, “ຖ້າ​ວ່າ​ເຣົາ​ຢູ່​ນີ້ ເຮົາ​ກໍ​ຈະ​ບໍ່​ກິນ​ອາ​ຫານ​ຂອງ​ເຈົ້າ ແຕ່​ຖ້າ​ເຈົ້າ​ຢາກ​ຈັດ​ແຈ່ງ​ອາ​ຫານ ຈົ່ງ​ເອົາ​ແບ້​ນັ້ນ​ເຜົາ​ຖວາຍ​ບູ​ຊາ​ແດ່ພຣະ​ຜູ້​ເປັນ​ເຈົ້າ” 17 ມາ​ໂນ​ອາ​ຈຶ່ງເວົ້າ​ຕໍ່​ທູດ​ອົງ​ນັ້ນ​ວ່າ, “ກະ​ຣຸ​ນາ​ບອກ​ຊື່ຂອງ​ທ່ານ​ໃຫ້​ເຮົາ​ຮູ້ດ້ວຍ ຫາກ​ເມື່ອ​ໃດ​ຄຳ​ທີ່​ທ່ານບອກ​ນີ້​ກາຍ​ເປັນ​ຈິງ ເຮົາຈະ​ໄດ້​ຖວາຍ​ກຽດ​ແດ່​ທ່ານ” 18 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖາມ​ເຂົາ​ວ່າ, “ຊື່​ຂອງ​ເຮົາ​ເປັນ​ເຣື່ອງ​ອັດ​ສະ​ຈັນ ເຈົ້າ​ຢາກ​ຮູ້​ຈັກ​ເຣັດ​ຫຍັງ” 19 ແລ້ວ​ມາ​ໂນ​ອາ​ໄດ້​ເອົາ​ແບ້​ຫນຸ່ມ​ກັບ​ເມັດ​ເຂົ້າ​ໃສ່​ເທິງ​ແທ່ນ​ບູ​ຊາ​ຫີນ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ກະ​ທຳ​ການ​ອັດ​ສະ​ຈັນ 20 ໃນ​ຂ​ນະ​ທີ່​ແປວ​ໄຟ​ກຳ​ລັງ​ລຸກ​ຂຶ້ນ​ຈາກ​ແທ່ນ​ບູ​ຊາ ມາ​ໂນ​ອາ​ແລະ​ເມັຽກໍ​ເຫັນ​ທູດ​ຂ​ອງ​ພຣະ​ຜູ້​ເປັນ​ເຈົ້າຂຶ້ນ​ໄປ​ສູ່ສວັນ​ໃນ​ແປວ​ໄຟ​ນັ້ນ ພວກ​ເຂົາ​ຈຶ່ງ​ພາ​ກັນ​ຫມູ​ບລົງ​ດິນ 21 ມາ​ໂນ​ອາ​ຮູ້​ວ່າ​ຊາຍ​ນັ້ນ​ແມ່ນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ ຫລັງ​ຈາກ​ນັ້ນ ມາ​ໂນ​ອາ​ກັບ​ເມັຽ​ຂອງ​ເຂົາ​ກໍ​ບໍ່​ເຫັນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ຕໍ່​ໄປ 22 ແລ້ວ​ມາ​ໂນ​ອາ​ໄດ້​ເວົ້າ​ຕໍ່​ເມັຽ​ຂອງ​ເຂົາ​ວ່າ, “ພວກ​ເຮົາ​ຈະ​ຕ້ອງ​ຕາຍ ເພາະ​ພວກ​ເຮົາ​ໄດ້​ເຫັນ​ພຣະ​ເຈົ້າ” 23 ແຕ່​ເມັຽ​ຂອງ​ເຂົາ​ຕອບ​ວ່າ, “ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕ້ອງ​ການ​ຂ້າ​ພວກ​ເຣົາ ພຣະ​ອົງ​ຄົງ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູ​ຊາ​ຂອງ​ພ​ວກ​ເຮົາ ແລະ​ຄົງ​ບໍ່​ໃຫ້​ພວກ​ເຮົາ​ເຫັນ​ສິ່ງ​ທັງ​ຫລາຍ​ນີ້ ພຣະ​ອົງ​ຄົງ​ບໍ່​ບອກ​ເຣື່ອງ​ຢ່າງ​ນີ້​ໃຫ້​ພວກ​ເຮົາ​ຮູ້ຈັກ​ດອກ” 24 ຕໍ່​ມາ ຍິງ​ຜູ້​ນີ້​ກໍ​ໄດ້​ບຸດ​ຊາຍ​ແລະ​ໃສ່​ຊື່​ວ່າ ແຊມ​ຊັນ ເດັກ​ນີ້​ກໍ​ຈະ​ເຣີນ​ເຕີບ​ໂຕ​ຂຶ້ນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ອວຍ​ພອນ​ເຂົາ 25 ໃນ​ຂ​ນະ​ທີ່​ເຂົາ​ຢູ່​ໃນ​ຄ້າຍ​ພັກ​ຊາວ​ດານ ລະ​ຫວ່າງ​ເມືອງ​ໂຊ​ຣາ​ກັບ​ເມືອງ​ເອສ​ຕາ​ໂອນ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳ​ໃຫ້​ເຂົາ​ມີ​ຈິດ​ໃຈ​ກະ​ວົນ​ກະ​ວາຍ

ພວກຜູ້ປົກຄອງ 14

ແຊມ​ຊັ​ນ​ແລະ​ຍິງ​ສາວ​ຊາວ​ຕິມ​ນາ

1 ແຊມ​ຊັນ​ໄດ້​ລົງ​ໄປ​ໃນ​ເມືອງ​ຕິມ​ນາ ໃນ​ເມືອງ​ນີ້​ເຂົາ​ສັງ​ເກດ​ເຫັນ​ຍິງ​ສາວ​ຟີ​ລິ​ສ​ຕິນ​ຄົນ​ນຶ່ງ 2 ເຂົາ​ຈຶ່ງ​ກັບ​ຄືນ​ມາ​ເຮືອນ​ແລະ​ເວົ້າ​ສູ່​ພໍ່​ແມ່​ຟັງ “ຂ້າ​ນ້ອຍ​ໄດ້​ສັງ​ເກດ​ເຫັນ​ຍິງ​ສາວ​ຊາວ​ຟີລິ​ສ​ຕີນ​ຄົນ​ນຶ່ງ​ຢູ່​ໃນ​ເມືອງ​ຕິມ​ນາ ຂ້າ​ນ້ອຍ​ຢາກ​ແຕ່ງ​ງານ​ກັບ​ນາງ ໄປ​ສູ່​ຂໍ​ນາງ​ໃຫ້​ຂ້າ​ນ້ອຍ​ແດ່” 3 ແຕ່​ພໍ່​ແມ່​ໄດ້​ຕອ​ບວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງຢາກ​ໄປ​ເອົາເມັຽຊາວ​ຟີ​ລິ​ສ​ຕີນ ຊຶ່ງ​ພວກ​ທີ່​ບໍ່​ໄດ້​ຮັບ​ພິ​ທີ​ຕັດ ເຈົ້າ​ຊອກ​ຫາ​ຜູ້​ສາວ​ໃນ​ເຊື້ອ​ສາຍຂອງ​ເຈົ້າ​ເອງ ແລະ​ໃນ​ພວກ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ນີ້​ບໍ່​ມີ​ຊັ້ນ​ບໍ” ແຕ່​ແຊມ​ຊັນ​ບອກ​ພໍ່​ແມ່​ຂອງ​ເຂົາ​ວ່າ, “ຂ້າ​ນ້ອຍ​ພໍ​ໃຈ​ນຳ​ນາງ​ຜູ້​ດຽວ​ເທົ່າ​ນັ້ນ ໄປ​ສູ່​ຂໍ​ນາງ​ມາ​ໃຫ້​ຂ້າ​ນ້ອຍ​ແດ່” 4 ສ່ວນ​ພໍ່​ແມ່​ຂອງ​ແຊມ​ຊັນ​ກໍ​ບໍ່​ໄດ້​ຮູ້​ຈັກ​ວ່າ ແມ່ນ​ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ພາ​ແຊມ​ຊັນ​ທຳ​ດັ່ງ​ນີ້ ເພາະ​ພຣະ​ອົງ​ຊົງ​ຊ​ອກ​ຫາ​ໂອ​ກາດ​ຕໍ່​ສູ້​ກັບ​ພວກ​ຟີ​ລິ​ສ​ຕິນ​ຢູ່ ແລະ​ໃນ​ເວ​ລາ​ນີ້​ພວກ​ອິສ​ຣາ​ເອນ​ກໍ​ຢູ່ໃຕ້​ອຳ​ນາດ​ຂອງ​ພວກ​ຟີ​ລິ​ສ​ຕິນ 5 ຕໍ່​ມາ ແຊມ​ຊັນ​ໄດ້​ລົງ​ໄປ​ເມືອງ​ຕິມ​ນາ​ພ້ອມ​ກັບ​ພໍ່​ແມ່ ເມື່ອ​ພວກ​ເຂົາ​ໄປ​ຮອດ​ສວນ​ອະ​ງຸ່ນ​ຂອງ​ເມືອງ​ນັ້ນ ມີ​ສິງ​ຫນຸ່ມ​ໂຕ​ນຶ່ງ​ຮ້ອ​ງກຳ​ຮາບ​ເຂົ້າ​ໃສ່​ແຊມ​ຊັນ 6 ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ແຊມ​ຊັນ​ມີ​ກຳ​ລັງ​ຈີກ​ສິງ​ໂຕ​ນັ້ນ​ດ້ວຍ​ມື​ເປົ່າ ເຫມືອນ​ດັ່ງ​ຈີກ​ແບ້​ໂຕ​ນ້ອຍໆ ແຕ່​ທ່ານບໍ່​ໄດ້​ບອກ​ໃຫ້​ພໍ່​ແມ່​ຮູ້​ຈັກ​ສິ່ງ​ທີ່​ທ່ານທຳ​ນັ້ນ​ 7 ຄັນ​ແລ້ວ ທ່ານກໍ​ໄປ​ລົມ​ສາວ​ຜູ້​ນັ້ນ ແລະ​ພໍ​ໃຈ​ໃນ​ນາງ​ຫລາຍ 8 ບໍ່​ພໍ​ເທົ່າ​ໃດ​ວັນ​ຕໍ່​ມາ ແຊມ​ຊັນ​ກໍ​ກັບ​ມາ​ແຕ່ງ​ງານ​ກັບ​ນາງ ໃນ​ເວ​ລາ​ມາ​ນັ້ນ​ທ່ານ​ໄດ້​ແວ່​ອອກ​ຈາກ​ທາງ​ໄປ​ເບິ່ງ​ຊາກ​ສິງ​ທີ່​ທ່ານໄດ້​ຂ້າ​ນັ້ນ ທ່ານກໍ​ປະ​ຫລາດ​ໃຈ ເມື່ອ​ໄດ້​ເຫັນ​ຮັງ​ເຜິ້ງ​ຢູ່​ໃນ​ຊາກ​ສິງ​ນັ້ນ 9 ທ່ານຈຶ່ງ​ບີບ​ເອົາ​ນ້ຳ​ເຜິ້ງ​ໃສ່​ມື​ແລະ​ກິນ​ໄປ​ຕາມ​ທາງ ເມື່ອ​ໄປ​ຮອດ​ພໍ່​ແມ່​ ທ່ານໄດ້​ແບ່ງ​ນ້ຳ​ເຜິ້ງ​ນັ້ນ​ໃຫ້​ທ່ານ​ກິນ​ນຳ ພໍ່​ແມ່​ຂອງ​ທ່ານກໍ​ກິນ ແຕ່​ແຊມ​ຊັນ​ບໍ່​ໄດ້​ບອກ​ພວກເຂົາເລີຍ​ວ່າ ທ່ານໄດ້​ເອົາ​ນ້ຳ​ເຜິ້ງນັ້ນ​ມາ​ຈາກ​ຊາກ​ສິງ 10 ແລ້ວ​ພໍ່​ຂອງ​ແຊ​ມ​ຊັນ​ໄດ້​ໄປ​ບ້ານ​ຂອງ​ຍິງ​ສາວ​ນັ້ນ ແລະ​ແຊມ​ຊັນ​ກໍ​ຈັດ​ການ​ກິນ​ລ້ຽງ​ຂຶ້ນ​ໃນ​ທີ່​ນັ້ນ​ຕາ​ມ​ທຳ​ນຽມ​ຂອງ​ພວກ​ຊາຍຫນຸ່ມ 11 ເມື່ອ​ພວກ​ຟີ​ລິ​ສ​ຕິນ​ເຫັນ​ທ່ານ ພວ​ກ​ເຂົາ​ກໍ​ເອົາ​ຊາຍ​ຫນຸ່ມ​ສາມ​ສິບ​ຄົນ​ໄປ​ຮ່ວມ​ກັບ​ທ່ານ 12 ແຊມ​ຊັນໄດ້​ເວົ້າ​ຕໍ່​ພວກ​ເຂົາ​ວ່າ, “ຂໍ​ໃຫ້​ພວກ​ເຈົ້າ​ທວາຍ​ຈັກ​ຂໍ້​ນຶ່ງ ຖ້າ​ພວກ​ເຈົ້າ​ທວາຍ​ຄວາມ​ຫມາຍ​ໄດ້​ພາຍ​ໃນ​ເຈັດ​ວັນ ກ່ອນ​ພິ​ທີ​ແຕ່ງ​ງານ​ນີ້​ສິ້ນ​ສຸດ​ລົງ ຂ້າ​ພະ​ເຈົ້າ​ຈະ​ເອົາ​ຜ້າ​ປູ​ນອນ ແລະ​ເສື້ອ​ຕົວ​ຈົບ​ງາມ​ແນວ​ລະ​ສາມ​ສິບ​ຕົວ​ໃຫ້​ແກ່​ພວກ​ເຈົ້າ 13 ຄັນ​ຖ້າ​ພວກ​ເຈົ້າ​ບອກ​ບໍ່​ໄດ້ ຂໍ​ໃຫ້​ພວກ​ເຈົ້າ​ນຳ​ເອົາ​ສິ່ງ​ຂອງ​ຢ່າງ​ດຽວກັນ​ນີ້​ມາ​ໃຫ້​ຂ້າ​ພະ​ເຈົ້າ” ພວກ​ເຂົາ​ຈຶ່ງ​ເວົ້າ​ຕໍ່​ແຊມ​ຊັນ​ວ່າ, “ຈົ່ງ​ບອກ​ຄຳ​ທວາຍ​ນັ້ນ​ມາ” 14 ແຊມ​ຊັນ​ຈຶ່ງເວົ້າ​ວ່າ, “ມີ​ອາ​ຫານກໍ​ເນື່ອງ​ມາ​ຈາກ​ຜູ້​ກິນ ມີ​ຂອງ​ອັນ​ຫວານ​ກໍ​ເນື່ອງ​ມາ​ຈາກ​ຜູ້​ມີ​ແຮງ​“ສາມ​ວັນ​ຕໍ່​ມາ ພວກ​ເຂົາ​ກໍ​ຍັງ​ຕີ​ຄວາມ​ຫມາຍ​ຂອງ​ຄຳ​ທວາຍ​ນັ້ນ​ບໍ່​ໄດ້ 15 ໃນ​ວັນ​ທີ່​ສີ່ ພວກ​ເຂົາ​ໄດ້​ເວົ້າ​ຕໍ່​ເມັຽ​ຂອງ​ແຊມ​ຊັນ​ວ່າ, “ຈົ່ງ​ທຳ​ກົນ​ອຸ​ບາຍ​ໃຫ້​ຜົວ​ຂອ​ງ​ເຈົ້າ​ບອກ​ຄວາມ​ຫມາຍ​ຂອງ​ຄຳ​ທວາຍ​ນັ້ນ​ແກ່​ພວກ​ເຮົາ​ແດ່ ຖ້າ​ວ່າ​ເຈົ້າ​ບໍ່​ຍອມ​ປະ​ຕິບັດ ພວກ​ເຮົາ​ຈະ​ເຜົາ​ເຮືອນ​ຂອງ​ພໍ່ເຈົ້າ​ພ້ອມ​ກັບ​ເຈົ້າ​ດ້ວຍ ເຈົ້າ​ທັງ​ສອງ​ໄດ້​ເຊີນ​ພວກ​ເຮົາ​ມາ​ເພື່ອ​ຈະ​ທຳ​ໃຫ້​ພວກ​ເຮົາ​ກາຍ​ເປັນ​ຄົນ​ຈົນ​ແມ່ນ​ບໍ” 16 ເມັຽ​ຂອງ​ແຊມ​ຊັນ​ຈຶ່ງ​ໄປ​ຫາ​ຜົວ​ພ້ອມ​ທັງ​ຮ້ອງ​ໄຫ້​ແລະ​ເວົ້າ​ວ່າ, “ເຈົ້າ​ບໍ່​ໄດ້​ຮັກ​ຂ້ອຍ ເຈົ້າ​ມີ​ແຕ່​ຊັງ​ຂ້ອຍ​ເທົ່າ​ນັ້ນ ເຈົ້າ​ຕັ້ງຄຳ​ທວາຍ​ໃຫ້​ຫມູ່​ຂອງ​ຂ້ອຍ ແລະ​ບໍ່​ໄດ້​ບອກ​ຄວາມ​ຫມາຍ​ຂອງ​ຄຳ​ທວາຍ​ນັ້ນ​ໃຫ້​ແກ່​ຂ້ອຍ” ແຊມ​ຊັນ​ໄດ້​ເວົ້າ​ຕໍ່​ເມັຽ​ວ່າ, “ແມ່ນ​ແຕ່​ພໍ່​ແມ່​ຂອງ​ຂ້ອຍ​ກໍ​ຍັງ​ບໍ່​ໄດ້​ບອກ​ທ່ານ ເຫດ​ໃດ​ຂ້ອຍ​ຈຶ່ງຈະ​ບອກ​ເຈົ້າ​ໄດ້” 17 ເມັ​ຽຂອງ​ແຊມ​ຊັນ​ຈຶ່ງ​ຮ້ອງ​ໄຫ້​ຍ້ອນ​ເຣື່ອງ​ນີ້​ຢູ່​ຕລອດ​ເຈັດ​ວັນ​ຂອງ​ການ​ກິນ​ລ້ຽງ​ນັ້ນ ແຕ່​ພໍ​ຮອດວັນ​ທີ່​ເຈັດ ແຊມ​ຊັນ​ກໍ​ບອກ​ຄຳ​ຕອບ​ແກ່​ນາງ ເພາະ​ວ່າ​ນາງ​ເປັນ​ຄົນ​ຊູ​ຊີ​ຫລາຍ ແລ້ວ​ນາງ​ກໍ​ນຳ​ເອົາ​ຄຳ​ຕອບ​ນັ້ນ​ໄປ​ບອກ​ຫມູ່​ຂອງ​ຕົນ 18 ດັ່ງ​ນັ້ນ ໃນ​ວັນ​ທີ່​ເຈັດ​ກ່ອນ​ແຊມ​ຊັນ​ເຂົ້າ​ໄປ​ນອນ ຊາວ​ເມືອງ​ນັ້ນ​ຈຶ່ງ​ເວົ້າ​ຕໍ່​ທ່ານ​ວ່າ, “ບໍ່​ມີ​ສິ່ງ​ໃດ​ຈະ​ຫວານ​ເຫມືອນ​ນ້ຳ​ເຜິ້ງ ແລະ​ບໍ່​ມີ​ສີ່ງ​ໃດ​ຈະ​ແຮງກວ່າ​ສິງ” ແຊມ​ຊັນ​ຈຶ່ງ​ຕອບ​ວ່າ, “ຖ້າ​ວ່າ​ພວກ​ເຈົ້າ​ບໍ່​ເອົາ​ງົວ​ແມ່​ຂອງ​ຂ້ອຍ​ໄປ​ໄຖ​ນາ ພວກ​ເຈົ້າ​ກໍ​ຈະ​ບໍ່​ສາ​ມາດ​ຕອບ​ບັນ​ຫາ​ນີ້​ໄດ້” 19 ແລ້ວ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ແຊມ​ຊັນ​ມີ​ກຳ​ລັງວັງ​ຊາ ແລະ​ເຂົາ​ໄດ້​ລົງ​ໄປ​ໃນ​ເມືອງ ອັ​ສ​ເກ​ໂລນ ແລ້ວ​ທ່ານ​ໄດ້​ຊາຍ​ສາມ​ສິບ​ຄົນ​ຢູ່​ທີ່​ນັ້ນ ພ້ອມ​ທັງ​ໄດ້​ຍຶດ​ເອົາ​ເສື້ອ​ຜ້າ​ອັນ​ຈົບ​ງາມ​ຂອງພວກ​ເຂົາ ທ່ານ​ໄດ້​ແຈກ​ເສື້ອ​ຜ້າ​ນັ້ນ​ໃຫ້​ແກ່​ຜູ້​ທີ່​ທວາຍ​ໄດ້ ແລ້ວ​ແຊມ​ຊັນ​ກໍ​ກັບ​ຄືນ​ເມືອ​ບ້ານ ແລະ​ມີ​ໃຈ​ຮ້າຍ​ໃນ​ເຫດ​ການທີ່​ເກີດ​ຂຶ້ນ​ນັ້ນ 20 ສ່ວນ​ເມັຽຂອງ​ທ່ານ​ກໍ​ໄດ້​ຖືກ​ຍົກ​ໃຫ້​ແກ່​ເຈົ້າ​ບ່າວ​ປອມ

ພວກຜູ້ປົກຄອງ 15

ແຊມ​ຊັນ​ຊະນະ​ພວກ​ຟິ​ລິ​ສ​ຕິນ

1 ຕໍ່​ມາ​ຄັ້ງ​ນຶ່ງ ຊຶ່ງ​ເປັນ​ຍາມ​ກ່ຽວ​ເຂົ້າ​ເບ​ລ ແຊມ​ຊັນ​ໄດ້​ໄປ​ຢາມ​ເມັຽ ແລະ​ໄດ້​ເອົາ​ແບ້​ນ້ອຍ​ໂຕ​ນຶ່ງ​ໄປ​ໃຫ້​ນາງ​ດ້ວຍ ແຊມ​ຊັນ​ໄດ້​ເວົ້າ​ຕໍ່​ພໍ່​ເຖົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຊີ​ໄປ​ຫ້ອງ​ເມັຽຂ້າ​ພະ​ເຈົ້າ” ແຕ່​ພໍ່​ເຖົ້າ​ບໍ່​ອະ​ນຸ​ຍາດ​ໃຫ້​ທ່ານ​ໄປ 2 ພໍ່​ເຖົ້າ​ໄດ້​ເວົ້າ​ຕໍ່​ແຊມ​ຊັນ​ວ່າ, “ເຮົາ​ຄິດ​ວ່າ​ເຈົ້າ​ຊັງ​ນາງ​ແລ້ວ ເຮົາ​ຈຶ່ງ​ຍົກ​ນາງ​ໃຫ້​ແກ່​ຫມູ່​ຂອງ​ເຈົ້າ ເຈົ້າ​ເອົາ​ນ້ອງ​ສາວ​ນາງ​ແທນ​ສາ ເພາະ​ນ້ອງ​ຂອງ​ນາງ​ກໍ​ງາມກວ່າ​ນາງ​ອີກ” 3 ແຊມ​ຊັນ​ໄດ້​ເວົ້າ​ວ່າ, “ໃນ​ເທື່ອ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ຜິດ ຖ້າ​ຂ້າ​ພະ​ເຈົ້າ​ທຳ​ຮ້າຍໃຫ້​ພວກ​ຟີ​ລິ​ສ​ຕິນ” 4 ດັ່ງ​ນັ້ນ ທ່ານ​ຈຶ່ງ​ໄປ​ຈັບ​ເອົາ​ຫມາ​ຈອກ​ມາ​ສາມ​ຮ້ອຍ​ໂຕ ແລ້ວ​ມັດ​ຫາງ​ຂອງ​ມັນ​ຜູກ​ຕິດ​ກັນ​ເປັນ​ຄູ່ ແລະ​ມັດ​ກະ​ບອງ​ໃສ່​ນຳ​ດ້ວຍ 5 ແລ້ວ​ທ່ານ​ໄດ້​ໄຕ້​ກະ​ບອງ ແລະ​ປ່ອຍ​ຝູງ​ຫມາ​ຈອກ​ນັ້ນ​ເຂົ້າ​ໄປ​ໃນ​ນາ​ເຂົ້າ​ເບ​ລ​ຂອງ​ພວກ​ຟີ​ລິ​ສ​ຕິນ ໄຟ​ໄດ້​ໄຫມ້​ບໍ່​ມີ​ພຽງ​ແຕ່​ເຂົ້າ​ເບ​ລ​ທີ່​ເກັບ​ກ່ຽວ​ແລ້ວ​ເທົ່າ​ນັ້ນ ແຕ່​ໄດ້​ໄຫມ້​ເຂົ້າ​ເບ​ລ​ທີ່​ຍັງ​ຢູ່​ໃນ​ທົ່ງ​ນາ​ພ້ອມ​ທັງ​ສວນ​ຫມາກກອກ ແລະ​ສວນອະ​ງຸ່ນອີກ 6 ພວກ​ຟີ​ລິ​ສ​ຕິນ​ຈຶ່ງ​ຖາມ​ກັນ​ວ່າ, “ແມ່ນ​ໃຜ​ເປັນ​ຜູ້​ເຮັດດັ່ງ​ນີ້” ແລ້ວ​ພວກ​ເຂົາ​ກໍ​ຮູ້ວ່າ​ແມ່ນ​ແຊມ​ຊັນ​ເປັນ​ຜູ້​ທຳ ເພາະ​ພໍ່ເຖົ້າ​ຂອງ​ທ່ານ​ທີ່​ເມືອງ​ຕິມ​ນາ​ໄດ້​ຍົກ​ເມັຽ​ຂອງ​ແຊມ​ຊັນ​ໃຫ້​ແກ່​ຫມູ່ຂອງ​ທ່ານ ພວກ​ເຂົາ​ຈຶ່ງ​ໄປ​ເຜົາ​ຍິງຄົນ​ນີ້​ພ້ອ​ມ​ທັງ​ເຮືອນ​ພໍ່​ຂອງ​ນາງ 7 ແຊມ​ຊັນ​ໄດ້​ເວົ້າ​ຕໍ່​ພວກ​ເຂົາ​ວ່າ, “ເມື່ອ​ພວກ​ເຈົ້າ​ທຳ​ຢ່າງ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ສາ​ບານ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຍອມ​ຈົນ​ກວ່າ​ຂ້າ​ພະ​ເຈົ້າ​ໄດ້​ທຳ​ຕອບ​ຄືນ” 8 ແຊມ​ຊັນ​ໄດ້​ຕໍ່​ສູ້​ເຂົາ​ຢ່າງ​ແຂງ​ແຮງ ແລະ​ໄດ້​ຂ້າ​ພວກ​ເຂົາ​ຫລາຍ​ຄົນ ແລ້ວ​ທ່ານ​ກໍ​ຫນີ​ໄປ​ລີ້​ຢູ່​ໃນຖ້ຳ​ທີ່​ຫນ້າ​ຜາ​ເອ​ຕາມ 9 ຕໍ່​ມາ ພວກ​ຟີ​ລິ​ສ​ຕິນ​ໄດ້​ມາ​ຕັ້ງ​ຄ້າຍ​ພັກ​ຢູ່​ໃນ​ເຂດ​ແຂວງ​ຢູ​ດາ ເພື່ອ​ໂຈມ​ຕີ​ເມືອງ ເລ​ຮີ 10 ພວກ​ຢູ​ດາ​ຈຶ່ງ​ຖາມ​ເຂົາ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ມາ​ຣົບ​ເລວ​ກັ​ບ​ພວກ​ເຣົາ” ພວກ​ເຂົາ​ຕອບ​ວ່າ, “ພວກ​ເຮົາ​ມາ​ຈັບ​ແຊມ​ຊັນ​ໄປ​ຂັງ​ຄຸກ ພວກ​ເຮົາ​ຈະ​ທຳ​ຕໍ່​ທ່ານ​ເຫມືອນ​ທ່ານ​ໄດ້​ທຳຕໍ່​ພວກ​ເຮົາ” 11 ແລ້ວ​ຊາວ​ຢູ​ດາ​ສາມ​ພັນ​ຄົນ​ກໍ​ພາ​ກັນ​ໄປ​ຍັງ​ຖ້ຳ​ທີ່​ຫນ້າ​ຜາ​ເອ​ຕາມ​ນັ້ນ ແລະ​ເວົ້າ​ຕໍ່​ແຊມ​ຊັນ​ວ່າ, “ທ່ານ​ຮູ້​ບໍ​ວ່າ​ພວກ​ເຣົາ​ຢູ່ໃຕ້​ອຳ​ນາດ​ຂອງ​ພວກ ຟີ​ລິ​ສ​ຕິນ ເປັນ​ຫຍັງ​ທ່ານ​ຈຶ່ງ​ທຳ​ຕໍ່​ພວກ​ເຮົາ​ແບບ​ນີ້” ແຊມ​ຊັນກໍ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ທຳ​ຕໍ່​ພວກ​ ຟີ​ລິ​ສ​ຕິນກໍ​ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ທຳ​ຕໍ່​ຂ້າ​ພະ​ເຈົ້າ​ກ່ອນ” 12 ພວ​ກ​ເຂົາ​ຈຶ່ງບອກ​ແຊມ​ຊັນ​ວ່າ, “ພວກ​ເຮົາ​ມາ​ນີ້​ເພື່ອ​ຈັບ​ມັດ​ເອົາ​ທ່ານ​ສົ່ງ​ໄປ​ໃຫ້​ພວກ​ຟີ​ລິ​ສ​ຕິນ” ແຊມ​ຊັນ​ກໍ​ເວົ້າ​ຂຶ້ນ​ວ່າ, “ພວກ​ເຈົ້າ​ສາ​ບານ​ກັ​ບ​ຂ້ອຍ​ກ່ອນ​ວ່າ​ ພວກ​ເຈົ້າ​ຈະ​ບໍ່​ທຳ​ຮ້າຍຂ້າ​ພະເຈົ້າ” 13 ພວກ​ເຂົາ​ໄດ້​ຕອບ​ວ່າ, “ພວກ​ເຮົາ​ຂໍ​ສາ​ບານ​ວ່າ​ຈະ​ບໍ່​ທຳ​ຮ້າຍທ່ານ ພຽງ​ແຕ່​ມາ​ມັດ​ທ່ານ​ສົ່ງ​ໄປ​ໃຫ້​ພວກ​ເຂົາ​ເທົ່າ​ນັ້ນ” ແລ້ວ​ພວກ​ເຂົາ​ກໍ​ມັດ​ແຊມ​ຊັນ​ດ້ວຍເຊືອກໃຫມ່​ສອງ​ເສັ້ນ ແລະ​ພາ​ທ່ານ​ໄປ​ຈາກ​ຫນ້າ​ຜາ​ນັ້ນ 14 ເມື່ອ​ມາ​ເຖິງ​ເມືອງ​ເລ​ຮີ ພວກ​ຟີ​ລິ​ສ​ຕິນ​ກໍ​ແລ່ນ​ມາ​ພ້ອມ​ທັງ​ຮ້ອງ​ສຽງ​ດັງ​ໃສ່​ທ່ານ ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ທ່ານ​ມີ​ແຮງ​ຂຶ້ນ ແຊມ​ຊັນ​ຈຶ່ງ​ທຸດ​ເຊືອກ​ທີ່​ມັດ​ແຂນ​ແລະມື​ຂອງ​ທ່ານນັ້ນ​ຂາດ​ອອກ​ເຫມືອນ​ກັບ​ວ່າ​ໄຟ​ໄດ້​ໄຫມ້​ເສັ້ນ​ດ້າຍ 15 ແລ້ວ​ແຊມ​ຊັນ​ໄດ້​ເຫັນ​ກະ​ດູກ​ຄາງ​ລໍ​ທີ່​ຍັງ​ໃຫມ່​ຢູ່ ທ່ານ​ຈຶ່ງ​ຢື້​ມື​ລົງ​ຈັບ​ເອົາ ແລະ​ໄດ້​ໃຊ້​ກະ​ດູກ​ຄາງ​ລໍ​ນັ້ນ​ຂ້າ​ພວກ​ຟີ​ລິ​ສ​ຕິນ​ຕາຍ​ໄປ​ນຶ່ງພັນ​ຄົນ 16 ດັ່ງ​ນັ້ນ ແຊມ​ຊັນ​ຈຶ່ງ​ຮ້ອງ​ເພງວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຂ້າ​ນຶ່ງ​ພັນ​ຄົນ​ດ້ວຍ​ກະ​ດູກ​ຄາງ​ລໍ​ອັນ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ກອງ​ເຂົາ​ໄວ້​ເປັນ​ກອງໆ ຍ້ອນ​ກະ​ດູກ​ຄາງ​ລໍ​ອັນ​ນີ້” 17 ຫລັງ​ຈາກ​ນັ້ນ ແຊມ​ຊັນ​ກໍ​ແກວ່ງ​ກະ​ດູກ​ລໍ​ຖິ້ມ ບ່ອນ​ນັ້ນ​ຈຶ່ງ​ມີ​ຊື່​ເອີ້ນ​ວ່າ ພູ​ກະ​ດູກ​ຄາງ​ລໍ (ຣາ​ມັ​ທ​ເລ​ຮີ 18 ຕໍ່​ມາ ແຊມ​ຊັນ​ໄດ້​ຫິວ​ນ້ຳ​ຫລາຍ ທ່ານ​ຈຶ່ງ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ພຣະ​ອົງ​ຊົງ​ປະ​ທານ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ຂ້າ​ພຣະ​ອົງ ດຽວ​ນີ້​ ຂ້າ​ພຣະ​ອົງ​ຫິວ​ນ້ຳ​ຈະ​ຕາຍ​ຢູ່​ແລ້ວ ແລະ​ຈະ​ໃຫ້​ຂ້າ​ພຣະ​ອົງ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ຟີ​ລິ​ສ​ຕິນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ພິ​ທີ​ຕັດ​ຢ່າງ​ນັ້ນ​ບໍ” 19 ຄັນ​ແລ້ວ​ພຣະ​ເຈົ້າ​ກໍ​ຊົງ​ບັນ​ດານ​ໃຫ້​ມີ​ນ້ຳ​ອອກ​ບໍ່​ໃນ​ຂຸມ​ນຶ່ງທີ່​ເມືອງ​ເລ​ຮີ ແຊມ​ຊັນ​ຈຶ່ງ​ດື່ມ​ແລະ​ຮູ້​ສຶກ​ສະ​ບາຍ​ໃຈ​ຫລາຍກວ່າ​ເກົ່າ ດັ່ງ​ນັ້ນ​ທ່ານ​ຈຶ່ງ​ເອີ້ນ​ບໍ່​ນ້ຳ​ນັ້ນ​ວ່າ ເອນ​ຮັກ​ໂກ​ເຣ ຊຶ່ງ​ຍັງ​ມີ​ຢູ່​ໃນ​ເມືອງ ​ເລ​ຮີ​ ຈົນ​ເທົ່າ​ທຸກວັນ​ນີ້ 20 ໃນ​ລະ​ຫວ່າງ​ພວກ​ອິສ​ຣາ​ເອນ ຢູ່​ໃຕ້​ອຳ​ນາດ​ຂອງ​ພວກ​ຟີ​ລິ​ສ​ຕິນ​ນັ້ນ ແຊມ​ຊັນ​ໄດ້​ປົກ​ຄອງ​ພວກ​ອິສ​ຣາ​ເອນຢູ່​ເປັນ​ເວ​ລາ​ຊາວ​ປີ

ພວກຜູ້ປົກຄອງ 16

ແຊມ​ຊັນ ແລະ​ເດ​ລີ​ລາ

1 ຕໍ່​ມາ​ ແຊມ​ຊັນ​ໄດ້​ຈາກ​ເມືອງ ເລ​ຮີ​ໄປ​ຍັງ​ເມືອງ​ກາ​ຊາ ຢູ່​ໃນ​ເມືອງ​ນີ້​ທ່ານ​ໄດ້​ພົບ​ກັບ​ຍິງ​ໂສ​ເພ​ນີ​ຄົນ​ນຶ່ງ ທ່ານ​ຈຶ່ງ​ເຂົ້າ​ໄປ​ນອນ​ນຳ​ຍິງ​ນັ້ນ 2 ເມື່ອ​ຊາວ​ກາ​ຊາ​ຮູ້​ວ່າ​ແຊມ​ຊັນ​ຢູ່​ໃນ​ທີ່​ນັ້ນ ພວກ​ເຂົາ​ກໍ​ພາ​ກັນ​ມາ​ອ້ອມ​ແລະ​ຄອຍ​ຖ້າ​ທ່ານ​ຢູ່​ປະ​ຕູ​ເມືອງ​ຕລອດ​ຄືນ ພວກ​ເຂົາ​ພາ​ກັນ​ງຽ​ບ​ຢູ່​ຕລອດ​ທັງ​ຄືນ​ແລະ​ຄິດ​ວ່າ “ພວກ​ເຮົາ​ຈົ່ງ​ຄອຍ​ຖ້າ​ຈົນ​ເຖິງ​ມື້​ອື່ນ​ເຊົ້າ ແລະ​ຕ້ອງ​ຂ້າ​ເຂົາ​ຖິ້ມ” 3 ແຕ່​ແຊມ​ຊັນ​ໄດ້​ນອນ​ຢູ່​ບ່ອນ​ນັ້ນ​ຮອດ​ຕອນ​ທ່ຽງ​ຄືນ​ເທົ່າ​ນັ້ນ ທ່ານ​ກໍ​ລຸກ​ດຶງ​ປະ​ຕູ​ເມືອງ​ພ້ອມ​ທັງ​ບານ ວົງ ແລະ​ໄລ​ປະ​ຕູ​ອອກ ແລ້ວ​ແບກ​ໄປ​ທີ່​ຍອດ​ພູ​ຢູ່​ໃກ້​ເມືອງ ເຮ​ໂບ​ຣນ 4 ຫລັງ​ຈາກ​ນັ້ນ ແຊມ​ຊັນ​ກໍ​ມີ​ຄວາມ​ຮັກ​ໄຄ່​ກັບ​ຍິງ​ຄົນ​ນຶ່ງ​ທີ່​ຮ່ອມ​ພູ​ໂຊ​ເຣກ ຊື່ ນາງ​ເດ​ລີ​ລາ 5 ພວກ​ຜູ້​ນຳ​ຟີ​ລິ​ສ​ຕິນ​ຈຶ່ງ​ໄປ​ຫາ​ຍິງ​ຄົນ​ນັ້ນ​ເວົ້າ​ວ່າ, “ໃຫ້​ເຈົ້າ​ທຳ​ກົນ​ອຸ​ບາຍ​ຖາມ​ແຊມ​ຊັນ​ວ່າ ເປັນ​ຫຍັງເຂົາ​ຈຶ່ງ​ມີ​ແຮງ​ແທ້ ພວກ​ເຮົາ​ຈະ​ຊະນະ​ແລະ​ຈັບ​ເຂົາ​ໄດ້​ດ້ວຍ​ວິ​ທີ​ໃດ ແລ້ວ​ພວກ​ເຮົາ​ທຸກ​ຄົນ​ຈະ​ເອົາ​ເງິນ​ໃຫ້​ເຈົ້າ​ຜູ້​ລະ​ພັນນຶ່ງ​ຮ້ອຍ​ແຜ່ນ” 6 ດັ່ງ​ນັ້ນ ນາງ​ເດ​ລີ​ລາ​ຈຶ່ງ​ເວົ້າ​ຕໍ່​ແຊມ​ຊັນ​ວ່າ, “ກະ​ຣຸ​ນາ​ບອກ​ໃຫ້​ຂ້ອຍ​ຮູ້​ແດ່​ວ່າ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມີ​ກຳ​ລັງ​ວັງ​ຊາ​ຫລາຍ​ແທ້ ຖ້າ​ວ່າ​ມີ​ຄົນ​ໃດ​ຄົນ​ນຶ່ງ​ຕ້ອງ​ການ​ມັດ​ເຈົ້າ​ແລະເຮັດ​ໃຫ້​ເຈົ້າ​ເສັຽ​ທ່າ ເຂົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ 7 ແຊມ​ຊັນ​ກໍ​ຕອບ​ວ່າ, “ຖ້າ​ວ່າ​ພວກ​ເຂົາ​ມັດ​ຂ້ອຍ​ດ້ວຍ​ເຊືອກ​ຫນ້າ​ທະ​ນູ​ໃຫມ່ໆ​ເຈັດ​ເສັ້ນ​ທີ່​ຍັງ​ບໍ່​ທັນ​ແຫ້ງ ຂ້ອຍ​ຈະ​ກາຍ​ເປັນ​ຄົນ​ອ່ອນ​ແອ​ເຫມືອນ​ດັ່ງ​ຄົນ​ອື່ນໆ” 8 ເມື່ອ​ຮູ້​ດັ່ງ​ນັ້ນ​ພວກ​ຜູ້​ນຳ​ຟີ​ລິ​ສ​ຕິນກໍ​ນຳ​ເອົາ​ເຊືອກ​ຫນ້າ​ທະ​ນູ​ທີ່​ຍັງ​ໃຫ​ມ່​ແລະ​ຍັງ​ບໍ່​ທັນ​ແຫ້ງ​ເຈັດ​ເສັ້ນ​ມາ​ໃຫ້​ເດ​ລີ​ລາ 9 ນາງ​ຈຶ່ງ​ໃຫ້​ຄົນ​ພວກ​ນຶ່ງ​ຄອຍ​ຖ້າ​ຢູ່​ໃນ​ຫ້ອງ​ອື່ນ ສ່ວນ​ນາງ​ເອງ​ໄດ້​ເອົາ​ເຊືອກ​ນັ້ນ​ຜູກ​ແຊມ​ຊັນ ແລ້ວ​ນາງ​ກໍ​ຮ້ອງ​ບອກ​ແຊມ​ຊັນ​ວ່າ, “ແຊມ​ຊັນ​ພວກ​ ຟີລິ​ສ​ຕິນ​ມາ” ແຕ່​ແຊມ​ຊັນ​ໄດ້​ທຸດ​ເຊືອດ​ນັ້ນ​ຂາດ​ເຫມືອນ​ດັ່ງ​ໄຟ​ໄຫມ້​ເສັ້ນ​ດ້າຍ ດ້ວຍ​ເຫດ​ນີ້​ພວກ​​ຟີລິ​ສ​ຕິນ​ຈຶ່ງ​ຍັງ​ບໍ່​ຮູ້​ຂໍ້​ເລິກ​ລັບ​ກ່ຽວ​ກັບ​ກຳ​ລັງ​ພາຍ​ໃນ​ຂອງ​ທ່ານ 10 ຕໍ່​ມາ ນາງ​ເດ​ລີ​ລາ​ໄດ້​ເວົ້າ​ຕໍ່​ແຊມ​ຊັນອີກວ່າ, “ເຈົ້າ​ໄດ້​ລໍ້​ລວງ​ຂ້ອຍ​ແລະ​ເວົ້າ​ຕົວະ​ຂ້ອຍ ສະ​ນັ້ນ​ ຂໍ​ໃຫ້​ເຈົ້າ​ບອກ​ຂ້ອຍ​ແດ່​ວ່າເຂົາ​ຈະ​ຕ້ອງ​ມັດ​ເຈົ້າ​ດ້ວຍ​ວິ​ທີ​ໃດ” 11 ແຊມ​ຊັນ​ຈຶ່ງ​ບອກ​ນາງວ່າ, “ຖ້າ​ເຂົາ​ມັດ​ຂ້ອຍ​ດ້ວຍເຊືອກ​ໃຫມ່​ທີ່​ຍັງ​ບໍ່​ທັນ​ໃຊ້ ຂ້ອຍ​ຈະ​ເປັນ​ຄົນ​ອ່ອນ​ແອ​ເຫມືອນ​ຄົນ​ອື່ນໆ” 12 ນາງ​ເດ​ລີ​ລາ​ຈຶ່ງ​ເອົາ​ເຊືອກ​ໃຫມ່​ນັ້ນ​ມາ​ມັດ​ທ່ານ​ແລະ​ຮ້ອງ​ຂຶ້ນ​ວ່າ, “ແຊມ​ຊັນ ພວກ​ຟີ​ລິ​ສ​ຕີນ​ມາ” ແຊມ​ຊັນ​ກໍ​ທຸດ​ເຊືອກ​ນັ້ນ​ຂາດ​ອອກ​ເຫມືອນ​ທຸ​ດ​ເສັ້ນ​ດ້າຍ ສ່ວນ​ພວກ​ທີ່​ຄອຍ​ຖ້າ​ນັ້ນ​ໄດ້​ຢູ່​ໃນ​ຫ້ອງ​ອື່ນ 13 ແລ້ວ​ນາງ​ເດ​ລີ​ລາ​ໄດ້​ເວົ້າ​ຕໍ່​ແຊມ​ຊັນ​ວ່າ, “ເຈົ້າ​ຍັງ​ລໍ້​ລວງ​ຂ້ອຍ​ແລະ​ຕົວະ​ຂ້ອຍ​ອີກ​ຢູ່ ຂໍ​ເຈົ້າ​ຈົ່ງ​ບອກ​ຂ້ອຍ​ວ່າ ເຂົາ​ຈະ​ມັດ​ເຈົ້າ​ດ້ວຍ​ສິ່ງ​ໃດ” ແຊມ​ຊັນ​ຈຶ່ງບອກ​ນາງວ່າ, “ຖ້າ​ວ່າ​ເຈົ້າ​ເອົາ​ຜົມ​ຂອງ​ຂ້ອຍ​ເຈັດ​ປອຍ​ໄປ​ຕ່ຳ​ໃນ​ຫູກ​ແລະ​ຖົກ​ຟືມ​ໃຫ້​ແຫນ້ນ ແລ້ວ​ຂ້ອຍ​ຈະ​ກາຍເປັນ​ຄົນ​ອ່ອນ​ແອ​ເຫມືອນ​ດັ່ງ​ຄົນ​ອື່ນ” 14 ນາງ​ເດ​ລີ​ລາ​ຈຶ່ງ​ກ່ອມ​ແຊມ​ຊັນ​ນອນ ແລ້ວ​ເອົາ​ຜົມ​ຂອງ​ແຊມ​ຊັນ​ເຈັດ​ປອຍ​ໄປ​ຕ່ຳ​ໃນຫູກ​ແລະ​ຖົກ​ຟືມໃຫ້​ແຫນ້ນ ນາງ​ຮ້ອງ​ຂຶ້ນ​ວ່າ, “ແຊມ​ຊັນ ພວກ​ຟີ​ ລິ​ສ​ຕິນ​ມາ” ແຊມ​ຊັນ​ກໍ​ລຸກ​ຂຶ້ນ​ຖອດ​ຟືມ​ແລະ​ດືງ​ເຄືອ​ຫູກ​ອອກ​ຫມົດ 15 ດັ່ງ​ນັ້ນ ນາງ​ເດ​ລີ​ລາ​ຈຶ່ງ​ເວົ້າ​ຕໍ່​ແຊມ​ຊັນ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ເຈົ້າ​ຮັກ​ຂ້ອຍ ໃນ​ເມື່ອ​ຈິດ​ໃຈ​ຂອງ​ເຈົ້າ​ບໍ່​ໄດ້​ຜູກ​ພັນ​ຢູ່​ກັບ​ຂ້ອຍ ເຈົ້າ​ໄດ້​ລໍ້​ລວງ​ຂ້ອຍ​ສາມ​ເທື່ອ​ແລ້ວ ແລະ​ເຈົ້າ​ຍັງ​ບໍ່​ທັນ​ບອກ​ຂ້ອຍ​ເລີຍ​ວ່າ ດ້​ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ມີ​ແຮງ​ຫລາຍ​ແທ້” 16 ນາງ​ເດ​ລີ​ລາ​ໄດ້​ຖາມ​ຢູ່​ທຸກ​ມື້ ຈົນ​ແຊມ​ຊັນ​ເບື່ອ​ຫນ່າຍ ແລະ​ຢາກ​ຈະ​ຕາຍ​ເສັຽຍ້ອນ​ການ​ຣົບ​ກວນ​ຂອງ​ນາງ 17 ຜົນ​ສຸດ​ທ້າຍ​ແຊມ​ຊັນ​ກໍ​ບອກ​ນາງ​ຕາມ​ຄວາມ​ຈິງວ່າ, “ຂ້ອຍ​ບໍ່​ເຄີຍ​ຕັດ​ຜົມ​ຈັກ​ເທື່ອ ຖ້າ​ຂ້ອຍ​ຕັດ​ຜົມ ຂ້ອຍ​ຈະ​ຕ້ອງ​ສູນ​ເສັຽກຳ​ລັງ​ວັງ​ຊາ ແລະ​ຈະ​ກາຍ​ເປັນ​ຄົນ​ອ່ອນ​ແອ​ເຫມືອນ​ດັ່ງ​ຄົນ​ອື່ນໆ 18 ເມື່ອ​ນາງ​ເດ​ລີ​ລາ​ແນ່​ໃຈ​ວ່າ​ແຊມ​ຊັນ​ໄດ້​ບອກ​ຄວາມ​ຈິງ ນາງ​ກໍ​ສົ່ງ່​ຂ່າວ​ໄປ​ບອກ​ພວກ​ຜູ້​ນຳ​ຟີ​ລິ​ສ​ຕິນ​ວ່າ, “ເຊີນ​ກັບ​ມາ​ອີກ​ເທື່ອ​ນຶ່ງ ເພາະ​ແຊມ​ຊັນ​ໄດ້​ບອກ​ຄວາມ​ຈິງໃຫ້​ແກ່​ຂ້ອຍ​ແລ້ວ” ພວກ​ເຂົາ​ຈຶ່ງ​ພາ​ກັນ​ມາ​ພ້ອມ​ທັງ​ຖື​ເງິນ​ມາ​ນຳ​ດ້ວຍ 19 ນາງ​ເດ​ລີ​ລາ​ໄດ້​ກ່ອມ​ແຊມ​ຊັນ​ນ​ອນ​ເທິງ​ຕັກ​ຂອງ​ນາງ​ແລະ​ເອີ້ນ​ໃຫ້​ຜູ້​ນຶ່ງ​ມາ​ຕັດ​ຜົມ​ຂອງ​ທ່ານ​ອອກ​ເຈັດ​ປອຍ ແລ້ວ​ນາງ​ໄດ​ຊຸກ​ໃຫ້​ແຊມ​ຊັນ​ຕື່ນ ແຕ່​ທ່ານ​ບໍ່​ມີ​ເຫື່ອ​ແຮງ​ເສັຽ​ແລ້ວ 20 ນາງ​ເດ​ລີ​ລາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ແຊມ​ຊັນ ພວກ​ຟີ​ລິ​ສ​ຕິນ​ມາ” ແຊມ​ຊັນ​ໄດ້​ລຸກ​ຂຶ້ນ​ແລະ​ຄິດ​ວ່າ “ຂ້ອຍ​ຈະ​ຕ້ອງ​ໄປ​ໄດ້​ສະ​ບາຍ​ເຫມືອນ​ດັ່ງ​ແຕ່​ກ່ອນ” ທ່ານ​ບໍ່​ຮູ້​ເລີຍ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ສະ​ຖິ​ດຢູ່ກັບ​ທ່ານ 21 ຕໍ່​ມາ ພວກ​ຟີ​ລິ​ສ​ຕິນ​ໄດ້​ຈັບ​ແຊມ​ຊັນ ແລະ​ເຈາະ​ຫນ່ວຍ​ຕາ​ທັງ​ສອງ​ຂອງ​ທ່ານ​ອອກ ພວກ​ເຂົາ​ໄດ້​ນຳ​ທ່ານ​ໄປ​ເມືອງ​ກາ​ຊາ ແລະ​ເອົາ​ໂສ້​ທອງ​ຜູກ​ທ່ານ​ໄວ້ ທ່ານ​ຖືກ​ບັງ​ຄັບ​ໃຫ້​ໂມ້​ແປ້ງ​ຢູ່​ໃນ​ຄຸກ 22 ສ່ວນ​ຜົມ​ຂອງ​ທ່ານ​ໄດ້​ເລີ້ມ​ປົ່ງ​ຂື້ນ​ຄື​ນອີກ

ມໍ​ຣະ​ນະ​ກັມ​ຂອງ​ແຊມ​ຊັນ

23 ພວກ​ຟີ​ລິ​ສ​ຕິນ​ໄດ້​ພາ​ການ​ສເລີມ​ສ​ລອງ​ງານ​ຖວາຍ​ບູ​ຊາ​ແກ່​ພຣະ​ດາ​ໂກນ​ຂອງ​ພວກ​ເຂົາ​ຄັ້ງ​ຍິ່ງ​ໃຫຍ່ ພວກ​ເຂົາ​ຮ້ອງ​ເພງ​ສັຣ​ເສີນ​ວ່າ, “ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ໄດ້​ໃຫ້​ພວກ​ເຮົາ​ຊະນະ​ແຊມ​ຊັນ ຜູ້​ເປັນ​ສັດ​ຕຣູ​ຂອງ​ພວກ​ເຮົາ” 24 ເມື່ອ​ປະ​ຊາ​ຊົນ​ຫລຽວ​ເຫັນ​ແຊມ​ຊັນ ພວກ​ເຂົາ​ກໍ​ຮ້ອງ​ເພງ​ສັຣເສີນ​ພຣະ​ເຈົ້າ​ຂອງ​ເຂົາ​ວ່າ, “ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ໄດ້​ໃຫ້​ພວກ​ເຮົາ​ຊະ​ນະ​ສັດ​ຕຣູ​ຂອງ​ພວກ​ເຮົາ ຊຶ່ງ​ເປັນ​ຜູ້​ທຳ​ລາຍ​ຜືນ​ແຜ່ນ​ດິນ​ແລະ​ຂ້າ​ພວກ​ເຮົາ​ຫລາຍ​ຄົນ” 25 ພວກ​ເຂົາ​ພາ​ກັນ​ຊົມ​ຊື່ນ​ຍິນດີ​ດ້ວຍ​ກັນ ແລະ​ເວົ້າ​ວ່າ, “ຈົ່ງ​ເອີ້ນ​ແຊມ​ຊັນ​ມາ ແລ້ວ​ບັງ​ຄັບ​ໃຫ້​ເຂົາ​ເຮັດ​ຕະ​ລົກ​ໃຫ້​ເຮົາ​ເບິ່ງ” ເມື່ອ​ພວກ​ເຂົາ​ໄດ້​ພາ​ແຊມ​ຊັນ​ອອກ​ມາ​ຈາກ​ຄຸກ ແຊມ​ຊັນ​ກໍ​ທຳ​ໃຫ້​ເຂົາ​ເບິ່ງ ແລະ​ພວກ​ເຂົາ​ໄດ້​ໃຫ້​ແຊມ​ຊັນ​ຢືນ​ຢູ່​ລະ​ຫວ່າງ​ກາງ​ເສົາ​ເຮືອນ 26 ແຊມ​ຊັນ​ໄດ້​ເວົ້າ​ຕໍ່​ເດັກ​ນ້ອຍ​ຜູ້​ຈູງ​ມື​ທ່ານ​ມານັ້ນ​ວ່າ, “ຈົ່ງ​ພາຂ້ອຍ​ໄປ​ຢືນ​ຢູ່​ແປະ​ເສົາ​ຄ້ຳ​ຫໍ​ໂຮງ​ນີ້​ແດ່ ເພາະ​ຂ້ອຍ​ຢາກ​ອິງ​ເສົາ” 27 ໃນ​ເວ​ລາ​ນັ້ນ ຫໍ​ໂຮງ​ໄດ້​ເຕັມ​ໄປ​ດ້ວຍ​ປະ​ຊາ​ຊົນ​ທັງ​ຊາຍແລະ​ຍິງ ພວກ​ຜູ້​ນຳ​ຟີ​ລິ​ສ​ຕິນ​ທຸກໆ​ຄົນ​ກໍ​ຢູ່​ໃນ​ທີ່​ນັ້ນ ຢູ່​ເທິງ​ຫລັງ​ຄາ​ພຽງ​ກໍ​ມີ​ປະ​ຊາ​ຊົນ​ທັງ​ຊາຍ​ແລະ​ຍິງ​ປະ​ມານ​ສາມ​ພັນ​ຄົນ ຊຶ່ງ​ພວກ​ເຂົາ​ກຳ​ລັງ​ຈ້ອງ​ເບິ່ງ​ແຊມ​ຊັນ​ເຮັດ​ຕະ​ລົກ​ຢູ່ 28 ແຊມ​ຊັນ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໂຜດ​ຈື່​ຈຳ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຈົ່ງ​ຊົງ​ປະ​ທານ​ກຳ​ລັງ​ວັງ​ຊາ​ໃຫ້​ຂ້າ​ພຣະ​ອົງ​ອີກ​ແດ​ພຽງ​ເທື່ອ​ນຶ່ງ​ເທື່ອ​ດຽວ​ເທົ່າ​ນັ້ນ ເພາະ​ຂ້າ​ພຣະ​ອົງ​ຄຽດ​ຍ້ອນ​ເຂົາ​ເຈາະ​ຕາ​ສອງ​ເບື້ອງ​ຂອງ​ຂ້າ​ພຣະ​ອົງ​ອອກ ຂ້າ​ພຣະ​ອົງ​ຈະ​ລ້າງ​ແຄ້ນ​ພວກ​ຟີ​ລິ​ສ​ຕິນ” 29 ແຊມ​ຊັນ​ກໍ​ເອົາ​ມື​ສອງ​ເບື້ອງ​ຄ້ຳ​ເສົາ​ກາງ​ສອງ​ເສົາ​ທີ່​ຄ້ຳຫໍ​ໂຮງ​ນັ້ນ 30 ແລ້ວ​ທ່ານ​ໄດ້​ທຸ້ມ​ເທ​ກຳ​ລັງ​ຂອງ​ທ່ານ​ຊຸກ​ເສົາ​ທັງ​ສອງ​ນັ້ນ ພ້ອມ​ກັບ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ຂ້າ​ພຣະ​ອົງ​ຕາຍ​ພ້ອມ​ກັບ​ຊາວ​ເມືອງ​ຟີ​ລິ​ສ​ຕິນ​ນີ້​ເທີນ” ທ່ານ​ຊຸກ​ເສົາ​ນັ້ນ​ຫມົດ​ແຮງ​ຂອງ​ທ່ານ ຈົນ​ຫໍ​ໂຮງ​ໄດ້​ເຈື່ອນ​ລົງ​ທັບ​ພວກ​ຜູ້​ນຳ​ແລະ​ຄົນ​ອື່ນທຸກໆ​ຄົນ ແຊມ​ຊັນ​ໄດ້​ຂ້າ​ຄົນ​ໃນ​ເວ​ລາ​ທ່ານ​ເສັຽ​ຊີ​ວິດ​ນີ້​ຫລາຍກວ່າ​ຄາວ​ທ່ານ​ຍັງ​ມີ​ຊີ​ວິດ​ຢູ່ 31 ພວກ​ຍາດ​ພີ່​ນ້ອງ​ແລະ​ຄອບ​ຄົວ​ຂອງ​ແຊມ​ຊັນ ໄດ້​ພາ​ກັນ​ມາ​ເອົາ​ສົບ​ທ່ານ​ກັບ​ຄືນ​ເມືອ ແລ້ວ​ເອົາ​ໄປ​ຝັງ​ໄວ້​ໃນ​ບ່ອນ​ຝັງ​ສົບ​ຂອງ​ມາ​ໂນ​ອາ​ບິ​ດາ​ຂອງ​ທ່ານ ຢູ່​ລະ​ຫວ່າງ​ເມືອງ​ໂຊ​ຣາ ແລະ​ເມືອງ​ເອສ​ຕາ​ໂອນ ແຊມ​ຊັນ​ໄດ້​ປົກ​ຄອງ​ອິສ​ຣາ​ເອນ​ຢູ່​ເປັນ​ເວ​ລາ​ຊາວ​ປີ

ພວກຜູ້ປົກຄອງ 17

ມີ​ກາ​ໄຫວ້​ຮູບ​ເຄົາ​ຣົບ

1 ມີ​ຊາຍ​ຄົນ​ນຶ່ງ​ເປັນ​ຊາວ​ພູ​ດອຍ​ເອ​ຟ​ຣາ​ອິມ ຊື່ ມີ​ກາ 2 ເຂົາ​ເວົ້າ​ກັບ​ມານ​ດາ​ຂອງ​ເຂົາ​ວ່າ, “ເງິນ​ນຶ່ງ​ພັນ​ນຶ່ງ​ຮ້ອຍ​ແຜ່ນ ຊຶ່ງ​ມີ​ຄົນ​ລັກ​ໄປ​ຈາກ​ແມ່ ແລະ​ແມ່​ກໍ​ໄດ້​ສາບ​ແຊ່ງ ແລະ​ເວົ້າ​ເຂົ້າ​ຫູ​ຂ້ອຍ​ນັ້ນ ເບິ່ງ​ແມ໋, ເງິນ​ນັ້ນ​ຢູ່​ທີ່​ຂ້ອຍ ຂ້ອຍ​ເອົາ​ໄປ​ເອງ” ມານ​ດາ​ຈຶ່ງເວົ້າ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນໃຫ້​ລູກ​ຂອງ​ແມ່​ເທີນ” 3 ເຂົາ​ຈຶ່ງ​ນຳ​ເງິນ​ພັນ​ນຶ່ງ​ຮ້ອຍ​ແຜ່ນ​ນັ້ນ​ມາ​ຄື​ນ​ໃຫ້​ແກ່​ມານ​ດາ ແລະ​ມານ​ດາ​ຂອງ​ເຂົາ​ເວົ້າ​ວ່າ, “ເງິນ​ຣາຍ​ນີ້​ແມ່​ຂໍ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ລູກ​ໃຫ້​ທຳ​ເປັນ​ຮູບ​ແກະ​ສ​ລັກ ແລະ​ຮູບ​ຫລໍ່ ແມ່​ຈຶ່ງ​ຄືນ​ໃຫ້​ແກ່​ເຈົ້າ” 4 ເມື່ອ​ມີ​ກາ​ຄືນ​ເງິນ​ໃຫ້​ແກ່​ມານ​ດາ​ແລ້ວ ມານ​ດາ​ກໍ​ນຳ​ເງິນ​ສອງ​ຮ້ອຍ​ແຜ່ນ​ມອບ​ໃຫ້​ກັບ​ຊ່າງ​ເງິນ ທຳ​ເປັນ​ຮູບ​ແກະ​ສ​ລັກ ແລະ​ຮູບ​ຫລໍ່ ຮູບ​ນັ້ນ​ຢູ່​ໃນ​ບ້ານ​ຂອງ​ມີ​ກາ 5 ມີ​ກາ​ຄົນ​ນີ້​ມີ​ເຮືອນ​ພຣະ​ຫລັງ​ນຶ່ງ ເຂົາ​ທຳ​ຮູບ​ເອ​ໂຟດ ແລະ​ຮູບ​ພຣະ ແລະ​ແຕ່ງ​ຕັ້ງ​ໃຫ້​ບຸດ​ຄົນ​ນຶ່ງ​ຂອງ​ເຂົາ​ເປັນ​ປະ​ໂຣ​ຫິດ 6 ໃນ​ສະ​ໄຫມ​ນັ້ນ​ຍັງ​ບໍ່​ມີ​ກະ​ສັດ​ໃນ​ອິສ​ຣາ​ເອນ ທຸກ​ຄົນ​ກໍ​ກະ​ທຳ​ຕາມ​ໃຈ​ມັກ​ຂອງ​ຕົນ 7 ມີ​ຊາຍ​ຫນຸ່ມຄົນ​ນຶ່ງຊາວ​ບ້ານ​ເບັດ​ເລ​ເຮັມ​ໃນ​ຢູ​ດາ ຕະ​ກູນ​ຢູ​ດາ ເປັນ​ພວກ​ເລ​ວີ ອາ​ໄສ​ຢູ່​ທີ່ນັ້ນ 8 ຊາຍ​ນັ້ນ​ຍ່າງ​ອອກ​ຈາກ​ບ້ານ​ເບັດ​ເລ​ເຣັມ​ໃນ​ຢູ​ດາ ທ່ຽວ​ຊອກ​ຫາ​ບ່ອນ​ເພື່​ອພັກ​ອາ​ໄສ ເມື່ອ​ເຂົາ​ເດີນ​ທາງ​ໄປ​ນັ້ນ​ກໍມາ​ເຖິງ​ພູ​ດອຍ​ເອ​ຟ​ຣາ​ອິມ​ເຖິງ​ບ້ານ​ຂອງ​ມີ​ກາ 9 ມີ​ກາ​ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ, “ທ່ານ​ມາ​ຈາກ​ໃສ” ເຂົາ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ພວກ​ເລ​ວີ​ຊາວ​ບ້ານ​ເບັດ​ເລ​ເຮັມ​ໃນ​ຢູ​ດາ ຂ້າ​ພະ​ເຈົ້າ​ເດີນ​ທາງ​ທ່ຽວ​ຊອກ​ຫາ​ທີ່​ພັກ​ອາ​ໄສ 10 ມີ​ກາ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ເຖີດ ເປັນ​ຢ່າງ​ບິ​ດາ​ແລະ​ປະ​ໂຣ​ຫິດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ແລ້ວ​ກັນ ຂ້າ​ພະ​ເຈົ້າ​ຈະ​ຈ່າຍ​ເງິນ​ໃຫ້​ປີ​ລະ​ສິບ​ແຜ່ນ ພ້ອມ​ທັງ​ເຄື່ອງ​ນຸ່ງ​ແລະ​ອາ​ຫານ​ການ​ກິນ” ເລ​ວີ​ຄົນ​ນັ້ນ​ຈຶ່ງ​ເຂົ້າ​ໄປ 11 ເລ​ວີ​ຄົນ​ນັ້ນ​ກໍ​ພໍ​ໃຈ​ທີ່​ຈະ​ຢູ່​ກັບ​ຊາຍ​ຄົນ​ນັ້ນ ແລະ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ກໍ​ເປັນ​ເຫມືອນ​ລູກ​ຂອງ​ເຂົາ 12 ມີ​ກາກໍ​ແຕ່ງ​ຕັ້ງ​ເລ​ວີ​ຄົນ​ນັ້ນ​ໃຫ້ ແລະ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ກໍ​ເປັນ​ປະ​ໂຣ​ຫິດ​ຂອງ​ເຂົາ ແລະ​ຢູ່​ໃນ​ບ້ານ​ຂອງ​ມີ​ກາ 13 ມີ​ກາ​ກ່າວ​ວ່າ, “ບັດ​ນີ້ ຂ້າ​ພະ​ເຈົ້າ​ຮູ້​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ຮັ່ງ​ມີ​ເປັນ​ດີ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ມີ​ເລ​ວີ​ຄົນ​ນຶ່ງ​ເປັນ​ປະ​ໂຣ​ຫິດ”

ພວກຜູ້ປົກຄອງ 18

ມີ​ກາ​ແລະ​ຄົນ​ເຜົ່າ​ດານ

1 ໃນ​ສະ​ໄຫມ​ນັ້ນ​ບໍ່​ມີ​ກະ​ສັດ​ໃນ​ອິສ​ຣາ​ເອນ ແລະ​ໃນ​ສະ​ໄຫມ​ນັ້ນ​ຄົນ​ເຜົ່າ​ດານ​ຍັງ​ທ່ຽວ​ຊອກ​ຫາ​ທີ່​ດິນ​ອັນ​ຈະ​ເປັນ​ມໍ​ຣະ​ດົກ​ຂອງ​ຕົນ​ເພື່ອ​ຈະ​ໄດ້​ພັກ​ອາ​ໄສ ເພາະ​ຈົນ​ບັດ​ນັ້ນແລ້ວ​ມໍ​ຣະ​ດົກ​ໃນ​ຫມູ່​ຄົນ​ເຜົ່າ​ອິສ​ຣາ​ເອນ​ຍັງ​ບໍ່​ຕົກ​ແກ່​ເຂົາ 2 ດັ່ງ​ນັ້ນ​ຄົນ​ເຜົ່າ​ດານ​ຈຶ່ງ​ສົ່ງ​ຄົນ​ຫ້າ​ຄົນ ຈາກ​ຈຳ​ນວນ​ທັງ​ຫມົດ​ເປັນ​ຊາຍ​ສະ​ກັນ​ໃນ​ຕະ​ກູນ​ຂອງ​ຕົນ​ມາ​ຈາກ​ໂຊ​ຣາ ແລະ​ຈາກ​ເອສ​ຕາ​ໂອນ ໄປ​ສອດ​ແນມ​ເບິ່ງ​ແຜ່ນ​ດິນ ແລະ​ສຳ​ລວດ​ເບິ່ງ​ແຜ່ນ​ດິນ​ນັ້ນ ແລະ​ເຂົາ​ທັງ​ຫລາຍ​ເວົ້າ​ແກ່​ເຂົາ​ວ່າ, “ຈົ່ງ​ໄປ ກວດ​ເບິ່ງ​ແຜ່ນ​ດິນ​ນັ້ນ” ເຂົາ​ກໍ​ມາ​ເຖິງ​ພູ​ດອຍເອ​ຟ​ຣາ​ອິມ ເຖິງ​ບ້ານ​ຂອງ​ມີ​ກາ​ແລະ​ອາ​ໄສ​ຢູ່​ທີ່​ນັ້ນ 3 ເມື່ອ​ເຂົາ​ຢູ່​ໃກ້​ບ້ານ​ຂອງ​ມີ​ກາ ເຂົາ​ກໍ​ຈຳ​ສຽງ​ເວ​ລີ​ຫນຸ່ມ​ຄົນ​ນັ້ນ​ໄດ້ ຈຶ່ງ​ແວະ​ເຂົ້າ​ໄປ​ຖາມ​ວ່າ, “ໃຜ​ພາທ່ານ​ມາ​ທີ່​ນີ້” 4 ເຂົາ​ຕອບ​ຄົນ​ເຫລົ່າ​ນັ້ນ​ວ່າ, “ມີ​ກາ​ທຳ​ແກ່​ຂ້າ​ພະ​ເຈົ້າ ຢ່າງ​ນີ້ ຢ່າງ​ນີ້ ເຂົາ​ຈ້າງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈຶ່ງ​ເປັນ​ປະ​ໂຣ​ຫິດ​ຂອງ​ເຂົາ” 5 ຄົນ​ເຫລົ່າ​ນັ້ນ​ກໍ​ເວົ້າ​ກັບ​ເຂົາ​ວ່າ, “ໄດ້​ໂຜດ​ທູນ​ຖາມ​ພຣະ​ເຈົ້າ​ໃຫ້​ແດ່ ເພື່ອ​ເຮົາ​ຈະ​ຮູ້​ວ່າ​ທາງທີ່​ເຮົາ​ຈະ​ອອກ​ເດີນ​ໄປ​ນີ້​ຈະ​ສຳ​ເຣັດ​ຫລື​ບໍ” ປະ​ໂຣ​ຫິດ​ນັ້ນ​ຈຶ່ງ​ຕອບ​ເຂົາ​ທັງ​ຫລາຍ​ວ່າ, 6 “ຈົ່ງ​ໄປ​ເປັນ​ສຸກ​ເຖີດ ຫົນ​ທາງ​ທີ່​ທ່ານ​ໄປ​ຈະ​ຢູ່​ພາຍ​ໃນ​ສາຍ​ພຣະ​ເນດຂອງ​ພຣະ​ຜູ້​ເປັນ​ເຈົ້າ” 7 ຊາຍ​ທັງ​ຫ້າ​ຄົນ​ກໍ​ຈາກ​ໄປ​ເຖິງ​ເມືອງລາ​ອິສ ເຫັນ​ປະ​ຊາ​ຊົນ​ທີ່​ຢູ່​ທີ່​ເມືອງ​ນັ້ນ​ເຫັນ​ຊາວ​ເມືອງ​ຢູ່​ຢ່າງ​ສະ​ບາຍ​ຕາມ​ນິ​ສັຍ​ຄົນ​ຊີ​ໂດນ ຢ່າງ​ສ​ງົບ ບໍ່​ຫວາດ​ລະ​ແວງ​ສິ່ງ​ໃດ ບໍ່​ຂາດ​ຫຍັງ​ຊຶ່ງຢູ່ໃນ​ໂລກ​ນີ້ ເປັນ​ຄົນ​ມີ​ຊັບ​ສິນ ເຂົາ​ຢູ່​ຫ່າງ​ໄກ​ຈາກ​ຄົນ​ຊີ​ໂດນ ບໍ່​ມີ​ເຣື່ອງ​ກ່ຽວ​ຂ້ອງ​ກັບ​ຄົນ​ອື່ນ​ເລີຍ 8 ເມື່ອ​ຄົນ​ທັງ​ຫ້າ​ກັບ​ມາ​ເຖິງ​ຍາດ​ພີ່​ນ້ອງ​ທີ່​ໂຊຣາ ແລະ​ເອສ​ຕາ​ໂອນ​ຍາດ​ພີ່​ນ້ອງ​ຈຶ່ງ​ຖາມ​ເຂົາ​ວ່າ, “ເຈົ້າ​ເວົ້າ​ຫຍັງ” 9 ເຂົາ​ຕອບ​ວ່າ, “ຈົ່ງ​ລຸກ​ຂຶ້ນ ໃຫ້​ເຣົາ​ໄປ​ຮົບ​ກັບ​ເຂົາ​ເຖີດ​ເພາະ​ເຮົາ​ໄດ້​ເຫັນ​ແຜ່ນດິນນັ້ນ​ແລ້ວ ແລະ​ເບິ່ງ​ແມ໋​, ເປັນ​ແຜ່ນ​ດິນ​ດີ​ແທ້ໆ ທ່ານ​ທັງ​ຫລາຍ​ຈະ​ບໍ່​ເຮັດ​ຫຍັງ​ເລີຍ​ຫລື ຢ່າ​ຊັກ​ຊ້າ​ທີ່​ຈະ​ໄປ​ກັນ​ແລະ​ເຂົ້າ​ຍຶດ​ຄອງ​ແຜ່ນ​ດິນ​ນັ້ນ 10 ເມື່ອ​ທ່ານ​ທັງ​ຫລາຍ​ໄປ​ແລ້ວ​ຈະ​ພົບ​ປະ​ຊາ​ຊົນ​ທີ່​ບໍ່​ຫວາດ​ລະ​ແວງ​ສິ່ງ​ໃດ ແຜ່ນ​ດິນ​ກໍ​ກວ້າງ​ຂວາງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໄວ້​ໃນ​ມື​ຂອງ​ທ່ານ​ທັງ​ຫລາຍ​ແລ້ວເປັນ​ສະ​ຖານ​ທີ່​ຊຶ່ງ​ບໍ່​ຂາດ​ສິ່ງໃດ​ທີ່​ມີ​ໃນ​ໂລກ” 11 ຄົນ​ເຜົ່າ​ດານ​ຫົກ​ຮ້ອຍ​ຄົນ​ພ້ອມ​ດ້ວຍເຄື່ອງ​ອາ​ວຸດ​ທຳ​ສົງ​ຄາມ​ຍົກ​ທັບ​ອອກ​ຈາກ ​ໂຊ​ຣາ​ ແລະ​ເອສ​ຕາ​ໂອນ 12 ເຂົາ​ທັງ​ຫລາຍ​ຍົກ​ຂຶ້ນ​ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ກິຣີ​ອາດ​ເຢ​ອາ​ຣີມ​ໃນ​ຢຸ​ດາ​ເພາະ​ເຫດ​ນີ້​ເຂົາ​ຈຶ່ງ​ເອີ້ນ​ທີ່​ນັ້ນ​ວ່າ “ມາ​ຮາ​ເນ​ດານ” ຈົນ​ເທົ່າ​ທຸກວັນ​ນີ້ ເບິ່ງ​ແມ໋, ເມືອງ​ນີ້​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ກິຣີ​ອາດ​ເຢ​ອາ​ຣີມ 13 ເຂົາ​ກໍ​ຜ່ານ​ຈາກ​ທີ່​ນັ້ນ​ໄປ​ເຖິງ​ພູ​ດອຍ​ເອ​ຟ​ຣາ​ອິມ​ມາ​ເຖິງ​ບ້ານ​ຂອງ​ມີ​ກາ 14 ແລ້ວ​ຊາຍ​ທັງ​ຫ້າ​ຄົນ​ທີ່​ໄປ​ສອດ​ແນມ​ເບິ່ງ​ເມືອງ​ ລາ​ອິສ​ ກໍ​ບອກ​ແກ່​ພີ່​ນ້ອງ​ຂອງ​ຕົນ​ວ່າ, “ທ່ານ​ຮູ້​ບໍ່​ວ່າ​ໃນ​ບ້ານ​ເຫລົ່າ​ນີ້​ມີ​ຮູບ​ເອ​ໂຟດ ຮູບ​ພຣະ ຮູບ​ແກະ​ສ​ລັກ ແລະ​ຮູ​ບ​ຫລໍ່ ສະ​ນັ້ນ​ຂໍ​ໄຄ່​ຄວນເບິ່ງ​ວ່າ ທ່ານ​ທັງ​ຫລາຍ​ຈະ​ທຳ​ປະ​ການ​ໃດ” 15 ເຂົາ​ທັງ​ຫລາຍ​ກໍ​ແວະ​ເຂົ້າ​ບ້ານ​ຂອງ​ເລ​ວີ​ຫນຸ່ມ​ຄົນ​ນັ້ນ ຄື​ທີ່​ບ້ານ​ຂອງ​ມີ​ກາ​ຖາມ​ເບິ່ງ​ທຸກ​ສຸກ​ຂອງ​ເຂົາ 16 ຝ່າຍ​ຄົນ​ເຜົ່າ​ດານ​ທັງ​ຫົກ​ຮ້ອຍ​ຄົນ​ຖືກ​ອາ​ວຸດ​ທຳ​ສົງ​ຄາມ​ຢືນ​ຢູ່​ທີ່​ທາງ​ເຂົ້າ​ປະ​ຕູ​ຮົ້ວ 17 ຊາຍ​ທັງ​ຫ້າ​ຄົນ​ທີ່​ອອກ​ໄປ​ສອດ​ແນມ​ເບິ່ງ​ບ້າ​ນ​ເມືອງ​ກໍ​ເດີນ​ເຂົ້າ​ໄປ​ນຳ​ເອົາ​ຮູບ​ແກະ​ສ​ລັກ ຮູບ​ເອ​ໂຟດ ຮູບ​ພຣະ ແລະ​ຮູບ​ຫລໍ່​ໄປ ຝ່າຍ​ປະ​ໂຣ​ຫິດ​ກໍ​ຢືນ​ຢູ່​ທີ່​ທາງ​ເຂົ້າ​ປະ​ຕູ​ຮົ້ວ​ກັບ​ທະ​ຫານ​ຖືອາ​ວຸດ​ທຳ​ສົງ​ຄາມ​ຫົກ​ຮ້ອຍ​ຄົນ​ນັ້ນ​ 18 ເມື່ອ​ຄົນ​ເຫລົ່າ​ນີ້​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ມີ​ກາ ນຳ​ເອົາ​ຮູບ​ແກະ​ສ​ລັກ ຮູບ​ເອ​ໂຟດ ຮູບ​ພຣະ ແລະ​ຮູບ​ຫລໍ່​ນັ້ນ ປະ​ໂຣ​ຫິດ​ຖາມ​ເຂົາ​ວ່າ, “ນັ້ນ​ທ່ານ​ເຣັດ​ຫຍັງ” 19 ຄົນ​ເຫລົ່າ​ນັ້ນຈຶ່ງ​ຕອບ​ເຂົາ​ວ່າ, “ຢ່າ​ປາກ ຈົ່ງ​ມາ​ກັບ​ພວກ​ເຮົາ​ເຖີດ ມາ​ເປັນ​ບິ​ດາ​ແລະ​ປະ​ໂຣ​ຫິດ​ຂອງ​ເຮົາ ຈະ​ເປັນ​ປະ​ໂຣ​ຫິດ​ໃນ​ບ້ານ​ຂອງ​ຊາຍ​ຄົນ​ດຽວ​ດີ ຫລື​ວ່າ​ຈະ​ເປັນ​ປະ​ໂຣ​ຫິດ​ຂອງ​ເຜົ່າ​ນຶ່ງ ແລະ​ຕະ​ກູນ​ນຶ່ງ​ໃນ​ອິສ​ຣາ​ເອນ​ດີ” 20 ໃຈ​ຂອງ​ປະ​ໂຣ​ຫິດ​ກໍ​ຍິນ​ດີ ເຂົາ​ຈຶ່ງ​ເອົາ​ຮູບ​ເອ​ໂຟດ ຮູບ​ພຣະ ແລະ​ຮູບ​ແກະ​ສ​ລັກ ຍ່າງ​ໄປ​ໃນ​ຫມູ່​ປະ​ຊາ​ຊົນ 21 ແລ້ວ​ເຂົາ​ກໍ​ກັບ​ອອກ​ເດີນ​ທາງໄປ​ ໃຫ້​ເດັກ​ ທັງ​ຝູງ​ສັດ ແລະ​ສິ່ງ​ຂອງ​ເດີນ​ໄປ​ຂ້າງ​ຫນ້າ 22 ເມື່ອ​ໄປ​ຫ່າງ​ຈາກ​ບ້ານ​ມີ​ກາ​ແລ້ວ ຄົນ​ທີ່​ຢູ່​ໃນ​ບ້ານ​ໃກ້​ຄຽງ​ກັບ​ບ້ານ​ຂອງ​ມີ​ກາ​ກໍ​ຮ່ວມ​ຕິດ​ຕາມ ໄປ​ທັນ​ຄົນ​ເຜົ່າ​ດານ​ 23 ຈຶ່ງ​ຮ້ອງ​ເອີ້ນ​ຄົນ​ເຜົ່າ​ດານ ເຂົາ​ກໍ​ຫັນ​ກັບ​ມາ​ເວົ້າ​ກັບມີ​ກາ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຍົກ​ຄົນ​ມາ​ຫລາຍ​ປານ​ນີ້” 24 ເຂົາ​ຕອບ​ວ່າ, “ທ່ານ​ທັງ​ຫລາຍ​ນຳ​ພຣະ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ຂ້າ​ພະ​ເຈົ້າ​ສ້າງ​ຂຶ້ນ ແລະ​ນຳ​ປະ​ໂຣ​ຫິດ​ອອກ​ມາ​ເສັຽ ຂ້າ​ພະ​ເຈົ້າ​ຈະ​ມີ​ສິ່ງໃດເຫລືອ​ຢູ່ ທ່ານ​ທັງ​ຫລາຍ​ຍັງ​ຈະ​ມາ​ຖາມ​ຂ້າ​ພະ​ເຈົ້າ​ອີກວ່າ ມີ​ເຣື່ອງ​ຫຍັງ” 25 ຄົນ​ເຜົ່າ​ດານ​ຈຶ່ງ​ຕອບ​ເຂົາ​ວ່າ, “ຢ່າ​ໃຫ້​ເຮົາ​ໄດ້​ຍິນ​ສຽງ​ຂອງ​ເຈົ້າ​ເລີຍ ຢ້ານ​ວ່າ​ຄົນ​ມັກ​ໃຈ​ຮ້າຍ​ຈະ​ທຳ​ລາຍ​ເຈົ້າ ເຈົ້າ​ແລະ​ຄອບ​ຄົວ​ຂອງ​ເຈົ້າ​ກໍ​ຈະ​ເສັຽ​ຊີ​ວິດ​ຫມົດ 26 ຝ່າຍ​ຄົນ​ເຜົ່າ​ດານ​ກໍ​ຍ່າງ​ຕໍ່​ໄປ ເມື່ອ​ມີ​ກາ​ເຫັນ​ວ່າ​ເຂົາ​ເຫລົ່າ​ນັ້ນ​ມີ​ກຳ​ລັງ​ຫລາຍກວ່າ​ຈຶ່ງ​ຫັນ​ກັບ​ຄືນ​ເດີນ​ທາງ​ໄປ​ບ້ານ​ຂອງ​ຕົນ 27 ຄົນ​ເຜົ່າ​ດານ​ນຳ​ເອົາ​ສິ່ງ​ທີ່​ມີ​ກາ​ສ້າງ​ຂຶ້ນ ແລະ​ນຳ​ປະ​ໂຣ​ຫິດ​ຊຶ່ງ​ເປັນ​ຂອງ​ເຂົາ​ມາ​ນຳ ກໍ​ເດີນ​ທາງ​ມາ​ເຖິງ​ ລາ​ອິສ ມາ​ເຖິງ​ປະ​ຊາ​ຊົນ​ທີ່​ຢູ່​ຢ່າງ​ສງົບ ແລະ​ບໍ່​ຫວາດ​ລະ​ແວງ​ສິ່ງ​ໃດ ຈຶ່ງ​ປະ​ຫານ​ຄົນ​ເຫລົ່າ​ນັ້ນ​ດ້ວຍ​ຄົມ​ດາບ​ແລະ​ເອົາ​ໄຟ​ເຜົາ​ເມືອງ​ເສັຽ 28 ບໍ່​ມີ​ຜູ້​ໃດ​ມາ​ຊ່ອຍ​ເຫລືອ ເພາະ​ເຂົາ​ຢູ່​ໄກ​ຈາກ​ເມືອງ​ຊີ​ໂດນ ແລະ​ບໍ່​ໄດ້​ທຳ​ການ​ກ່ຽວ​ຂ້ອງ​ກັບ​ຄົນ​ອື່ນ ຢູ່​ໃນ​ຮ່ອມ​ພູ​ຊຶ່ງ​ຢູ່ໃກ້​ກັບ​ເມືອງ​ເບັດ​ເຣ​ໂຮບ ຄົນ​ເຫລົ່າ​ນັ້ນ​ກໍ​ສ້າງ​ເມືອງ​ໃຫມ່ ແລະ​ອາ​ໄສ​ຢູ່​ທີ່​ນັ້ນ 29 ເຂົາ​ຕັ້ງ​ຊື່​ເມືອງ​ນັ້ນ​ວ່າ ດານ ຕາມ​ຊື່​ດານ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ຜູ້​ຊຶ່ງ​ເກີດ​ກັບ​ອິສ​ຣາ​ເອນ ແຕ່​ຕອນ​ແຣກ​ເມືອງ​ນັ້ນ​ຊື່​ວ່າ ລາ​ອິສ 30 ຄົນ​ເຜົ່າ​ດານ​ກໍ​ຕັ້ງ​ຮູບ​ແກະ​ສ​ລັກ​ໄວ້​ສຳ​ລັບ​ຕົນ ສ່ວນໂຢ​ນາ​ທານ​ບຸດ​ເກີໂຊມ ບຸດ​ຂອງ​ໂມ​ເຊ ທັງ​ທ່ານ​ແລະ​ບັນ​ດາ​ບຸດ​ຊາຍ​ຂອງ​ເຂົາ​ກໍ​ເປັນ​ປະ​ໂຣ​ຫິດ​ໃຫ້​ແກ່​ຄົນ​ເຜົ່າ​ດານ​ຈົນ​ເຖິງ​ສະ​ໄຫມ​ທີ່​ແຜ່ນ​ດິນ​ຕົກ​ໄປ​ເປັນ​ຊະ​ເລີຍ 31 ເຂົາ​ໄດ້​ຕັ້ງ​ຮູບ​ແກະ​ສ​ລັກ​ຊຶ່ງ​ມີ​ກາ​ໄດ້​ທຳໄວ້​ນັ້ນ​ຂຶ້ນ​ດົນ​ນານ​ຕລອດ​ເວ​ລາ​ທີ່​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຢູ່​ທີ່​ ຊີ​ໂລ

ພວກຜູ້ປົກຄອງ 19

ຄົນ​ເລ​ວີ​ແລະ​ເມັຽນ້ອຍ​ຂອງ​ຕົນ

1 ຢູ່​ມາ​ໃນ​ສະ​ໄຫມ​ນັ້ນ ເມື່ອ​ບໍ່​ມີ​ກະ​ສັດ​ໃນ​ອິສ​ຣາ​ເອນ ມີ​ຄົນ​ເລ​ວີ​ຄົນ​ນຶ່ງອາ​ໄສ​ຢູ່​ທີ່​ພູ​ດອຍ​ເອ​ຟ​ຣາ​ອິມ​ຢູ່​ບ່ອນ​ໄກ​ທີ່​ສຸດ ເຂົາ​ໄດ້​ຍິງ​ຄົນ​ນຶ່ງ​ຈາກ​ເບັດ​ເລ​ເຮັມ​ໃນ​ຢູ​ດາ​ມາ​ເປັນ​ເມັຽນ້ອຍ 2 ເມັຽ​ນ້ອຍ​ນັ້ນ​ຫລິ້ນ​ຊູ້​ຈຶ່ງ​ຖິ້ມ​ຜົວ​ເສັຽກັບ​ໄປ​ຢູ່​ບ້ານ​ບິ​ດາ​ຂອງ​ນາງ​ທີ່​ເບັດ​ເລ​ເຮັມ​ໃນ​ຢູ​ດາ ຢູ່​ທີ່​ນັ້ນ​ເຖິງ​ສີ່​ເດືອນ 3 ຜົວ​ຂອງ​ນາງ​ກໍ​ລຸກ​ຂຶ້ນ​ໄປ​ຕາມ​ນາງ ເພື່ອ​ໄປ​ເວົ້າ​ກັບ​ນາງ​ດ້ວຍ​ຈິດ​ເມດ​ຕາ​ແລະ​ຈະ​ພາ​ນາງ​ກັບ​ມາ ເຂົາ​ພາຄົນ​ໃຊ້​ຄົນ​ນຶ່ງ ແລະ​ລໍ​ຄູ່ນຶ່ງ​ໄປ​ນຳ ນາງ​ພາກ​ເຂົາ​ເຂົ້າ​ໄປ​ໃນ​ບ້ານ​ບິ​ດາ​ຂອງ​ນາງ ເມື່ອບິ​ດາ​ຂອງຜູ້​ຍິງ​ເຫັນ​ເຂົ້າ​ກໍ​ມີ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ເຂົາ 4 ພໍ່​ເຖົ້າ​ຂອງ​ເຂົາ​ຄື​ບິ​ດາ​ຂອງ​ຜູ້​ຍິງ​ຫນ່ວງ​ຫນ່ຽວ​ເຂົາ ແລະ​ເຂົາ​ພັກ​ຢູ່​ນຳ​ສາມ​ວັນ ເຂົາ​ກໍ​ກິນ​ແລະ​ດື່ມ ແລະ​ພັກ​ນອນ​ຢູ່​ທີ່​ນັ້ນ 5 ຢູ່​ມາ​ເຖິງວັນ​ທີ່​ສີ່​ເຂົາ​ທັງ​ຫລາຍ​ກໍ​ຕື່ນ​ຂຶ້ນ​ແຕ່​ເດິກ ແລະ​ຄົນນັ້ນ​ລຸກ​ຂຶ້ນ​ຈະ​ອອກ​ເດີນ​ທາງ ແຕ່​ພໍ່​ຂອງ​ຜູ້​ຍິງ​ເວົ້າ​ກັບ​ບຸດ​ເຂີຍ​ຂອງ​ເຂົາ​ວ່າ, “ຈົ່ງ​ຮັບ​ປະ​ທານ​ອາ​ຫານ​ອີກ​ຈັກ​ຫນ້ອຍ​ນຶ່ງ​ໃຫ້​ຊື່ນ​ໃຈ​ແລ້ວ​ພາຍ​ຫລັງ​ຈຶ່ງ​ຄ່ອຍອ​ອກ​ເດີນ​ທາງ” 6 ຊາຍ​ສອງ​ຄົນ​ນັ້ນ​ກໍ​ນັ່ງ​ລົງ​ຮັບ​ປະ​ທານ​ແລະ​ດື່ມ​ດ້ວຍ​ກັນ ແລະ​ບິ​ດາ​ຂອງ​ຜູ້​ຍິງ​ກໍ​ບອກ​ຊາຍ​ນັ້ນ​ວ່າ, “ຈົ່ງ​ຄ້າງ​ອີ​ກຄືນ​ນຶ່ງ​ເຖີດ ກະ​ທຳ​ຈິດ​ໃຈ​ໃຫ້​ເບີກ​ບານ” 7 ເມື່ອ​ຊາຍ​ຄົນ​ນັ້ນ​ລຸກ​ຂຶ້ນ​ຈະ​ອອກ​ເດີນ​ທາງ ພໍ່​ເຖົ້າ​ກໍ​ຊັກ​ຊວນ​ໄວ້ ຈົນ​ເຂົາ​ຕ້ອງ​ພັກ​ຢູ່​ທີ່​ນັ້ນ​ອີກ 8 ໃນ​ວັນ​ທີ່​ຫ້າ​ເຂົາ​ກໍ​ຕື່ນ​ແຕ່​ເດິກ​ເພື່ອ​ຈະ​ອອກ​ເດີນ​ທາງ​ໄປ ບິ​ດາ​ຂອງ​ຍິງ​ນັ້ນ​ເວົ້າ​ວ່າ, “ຂໍຢູ່​ໃຫ້​ຊື່ນ​ໃຈ​ຈົນ​ເຖີງ​ບ່າຍ​ເຖີດ” ເຂົາ​ທັງ​ສອງ​ກໍ​ຮັບ​ປະ​ທານ​ຢູ່​ດ້ວຍ​ກັນ​ອີກ 9 ເມື່ອ​ຊາຍ​ຄົນ​ນັ້ນ​ແລະ​ເມັຽກັບຄົນ​ໃຊ້​ລຸກ​ຂຶ້ນ​ຈະ​ອອກ​ເດີນ​ທາງ ພໍ່​ເຖົ້າ​ຂອງ​ເຂົາ​ຄື​ບິ​ດາ​ຂອງ​ຜູ້​ຍິງ​ກໍ​ບອກ​ເຂົາ​ວ່າ, “ເບິ່ງ​ແມ໋, ນີ້​ກໍ​ບ່າຍ​ໃກ້​ຄ່ຳ​ແລ້ວ ຂໍ​ຄ້າງ​ຢູ່​ອີກ​ຄືນ​ນຶ່ງ​ເທີນ ມັນ​ຈະຫມົດ​ວັນ​ຢູ່​ແລ້ວ ພັກ​ນອນ​ທີ່​ນີ້​ເຖີດ ເພື່ອ​ໃຈ​ຂອງ​ເຈົ້າ​ຈະ​ເບີກ​ບານ ມື້​ອື່ນ​ເຊົ້າ​ຂໍ​ເຈົ້າ​ຕື່ນ​ແຕ່​ເດິກ​ເພື່ອ​ອອກ​ເດີນ​ທາງ​ເຈົ້າ​ຈະ​ໄດ້​ໄປ​ບ້ານ” 10 ແຕ່​ຊາຍ​ຄົນ​ນັ້ນ​ບໍ່​ຍອມ​ຄ້າງ​ອີກ​ຄືນ​ນຶ່ງ ເຂົາ​ຈຶ່ງ​ລຸກ​ຂຶ້ນ​ອອກ​ເດີນ​ທາງ​ໄປ​ຈົນ​ເຖິງ​ກົງ​ກັນ​ຂ້າມ​ກັບ​ເມືອງ​ເຢບຸສ (ຄື​ເຢ​ຣູ​ຊາ​ເລັມ) ເຂົາ​ມີ​ລໍ​ສອງ​ໂຕ​ທີ່​ມີ​ອານ ແລະ​ເມັຽນ້ອຍ​ກໍ​ໄປ​ນຳ 11 ເມື່ອ​ເຂົາ​ມາ​ໃກ້​ເມືອງ​ເຢບຸ​ສ​ກໍ​ໃກ້​ຄ່ຳ​ແລ້ວ ຄົນ​ໃຊ້​ຈຶ່ງ​ບອກ​ນາຍ​ຂອງ​ເຂົາ​ວ່າ, “ໃຫ້​ເຣົາ​ແວະ​ເຂົ້າ​ໄປ​ພັກ​ໃນ​ເມືອງ​ຂອງ​ຄົນ​ເຢ​ບຸ​ສ​ເຖີດ ຄ້າງ​ຄືນ​ຢູ່​ໃນ​ເມືອງ​ນີ້​ແຫລະ” 12 ນາຍ​ຂອງ​ເຂົາ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ແວະ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ຄົນ​ຕ່າງ​ດ້າວ ຜູ້​ທີ່ບໍ່​ແມ່ນ​ຄົນ​ອິສ​ຣາ​ເອນ ເຮົາ​ຈະ​ຜ່ານ​ໄປ​ເຖິງ​ເມືອງ​ກິເບ​ອາ” 13 ເຂົາ​ຈຶ່ງບອກ​ຄົນ​ໃຊ້​ວ່າ, “ມາ​ເຖີດ ໃຫ້​ເຮົາ​ເ​ລັ່ງ​ເຂົ້າ​ໄປ​ໃກ້​ບ່ອນ​ເຫລົ່າ​ນີ້​ແຫ່ງ​ນຶ່ງ ແລະ​ຄ້າງ​ທີ່​ກິເບ​ອາ ຫລື​ທີ່​ຣາ​ມາ” 14 ເຂົາ​ຈຶ່ງ​ເດີນ​ທາງ​ຜ່ານ​ໄປ ເມື່ອ​ເຂົາ​ມາໃກ້​ກິເບອາ ຊຶ່ງ​ເປັນ​ຂອງ​ຄົນ​ເບັນ​ຢາ​ມິນດວງ​ອາ​ທິດ​ກໍ​ຕົກ​ແລ້ວ 15 ເຂົາ​ຈຶ່ງ​ແວະ​ເຂົ້າ​ໄປ​ຈະ​ຄ້າງ​ຄືນ​ທີ່​ເມືອງ​ກິເບ​ອາ ເຂົາ​ກໍ​ແວະ​ເຂົ້າ​ໄປ​ນັ່ງ​ຢູ່​ທີ່​ລານ​ເມືອງ​ເພາະ​ບໍ່​ມີ​ໃຜ​ເຊີນ​ໃຫ້​ເຂົາ​ເຂົ້າ​ໄປ​ຄ້າງ​ໃນ​ບ້ານ 16 ເບິ່ງ​ແມ໋, ມີ​ຊາຍ​ແກ່​ຄົນ​ນຶ່ງ​ເຂົ້າ​ມາ ເມື່ອ​ເລີກ​ຈາກ​ງານ​ນາ​ເປັນ​ເວ​ລາ​ຄ່ຳ​ແລ້ວ ເຂົາ​ເປັນ​ຊາວ​ພູ​ດອຍ​ເອ​ຟ​ຣາ​ອິມ​ມາ​ອາ​ໄສ​ຢູ່​ໃນ​ເມືອ​ງ​ກິເບອາ​ຊາວ​ເມືອງ​ເປັນ​ຄົນ​ເບັນ​ຢາ​ມິນ 17 ເມື່ອ​ເຂົາ​ເງີຍ​ຫນ້າ​ຂຶ້ນ​ເຫັນ​ຜູ້​ເດີນ​ທາງ​ຄົນ​ນັ້ນ​ນັ່ງ​ຢູ່​ທີ່​ລານ​ເມືອງ ຊາຍ​ແກ່​ຄົນ​ນັ້ນ​ກໍ​ຖາມ​ວ່າ, “ທ່ານ​ຈະ​ໄປ​ໃສ ແລະ​ມາ​ຈາກ​ໃສ” 18 ຊາຍ​ຄົນ​ນັ້ນ​ຈຶ່ງ​ຕອບ​ເຂົາ​ວ່າ, “ຂ້າ​ພະ​ເຈົ້າ​ເດີນ​ທາງ​ຈາກ​ເບັດ​ເລ​ເຣັມ​ໃນ​ຢູ​ດາ ຈະ​ໄປ​ທີ່​ພູ​ດອຍ​ເອ​ຟ​ຣາ​ອິມ​ບ່ອນ​ທີ່​ໄກ​ອອກ​ໄປ​ທາງ​ພຸ້ນ ຊຶ່ງ​ຂ້າ​ພະ​ເຈົ້າ​ມາ​ຈາກ​ທີ່​ນັ້ນ ​ຂ້າ​ພະ​ເຈົ້າ​ໄປ​ເບັດ​ເລ​ເຣັມ​ໃນ​ຢູ​ດາ​ມາ ແລະ​ຂ້າ​ພະ​ເຈົ້າ​ຈະ​ກັບ​ໄປ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ ບໍ່​ມີ​ໃຜ​ເຊີນ​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ພັກ​ໃນ​ບ້ານ 19 ຟາງ​ແລະ​ອາ​ຫານ​ທີ່​ຈະ​ລ້ຽງ​ລໍ ພວກ​ເຮົາ​ກໍ​ມີ​ພ້ອມ​ແລ້ວ ທັງ​ອາ​ຫານ​ແລະ​ເຫລົ້າ​ອະງຸ່ນ​ທີ່​ລ້ຽງ​ຕົນ ທັງ​ລ້ຽງ​ຍິງ​ຄົນ​ນີ້ ແລະ​ຊາຍ​ຫນຸ່ມ​ຄົນ​ທີ່​ຢູ່​ນຳ​ກໍ​ມີ​ຢູ່​ແລ້ວ​ບໍ່​ຂາດ​ສິ່ງ​ໃດ​ເລີຍ” 20 ຊາຍ​ແກ່​ຄົນ​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ຂໍ​ທ່ານ​ເປັນ​ສຸກ​ສະ​ບາຍ​ເຖີດ ຖ້າ​ທ່ານ​ຂາດ​ສິ່ງ​ໃດ ຂ້າ​ພະ​ເຈົ້າ​ຂໍ​ເປັນ​ທຸ​ຣະ​ທັງ​ຫມົດ ຂໍ​ແຕ່​ຢ່າ​ນອນ​ທີ່​ລານ​ເມືອງ​ນີ້​ເລີຍ” 21 ເຂົາ​ຈຶ່ງ​ພາຊາຍ​ຄົນ​ນັ້ນ​ເຂົ້າ​ໄປ​ໃນ​ບ້ານ ເອົາ​ອາ​ຫານ​ໃຫ້​ລໍ ຕ່າງ​ກໍ​ລ້າງ​ຕີນ​ຂອງ​ຕົນ ແລະ​ຮັບ​ປະ​ທານ​ອາ​ຫານ​ແລະ​ດື່ມ 22 ເມື່ອ​ເຂົາ​ກຳ​ລັງ​ທຳ​ໃຫ້​ຈິດ​ໃຈ​ເບີກ​ບານ ເບິ່ງ​ແມ໋, ຊາວ​ເມືອງ​ນັ້ນ​ທີ່​ເປັນ​ຄົນ​ອັນ​ທະ​ພານ​ມາ​ລ້ອມ​ເຮືອນ​ໄວ້ ທຸບ​ປະ​ຕູ ຮ້ອງບອກ​ຊາຍ​ແກ່​ຜູ້​ເປັນ​ເຈົ້າ​ຂອງ​ບ້ານ​ວ່າ, “ສົ່ງ​ຊາຍ​ທີ່​ເຂົ້າ​ມາ​ຢູ່​ໃນ​ບ້ານ​ຂອງ​ເຈົ້າ​ມາ​ໃຫ້​ເຮົາ​ຮ່ວມ​ເພດ​ກັບ​ເຂົາ” 23 ຊາຍ​ຜູ້​ເປັນ​ເຈົ້າ​ຂ​ອງ​ບ້ານ​ກໍ​ອອກ​ໄປ​ເວົ້າ​ກັບ​ເຂົາ​ວ່າ, “ຢ່າ​ເລີຍ ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ຂໍ​ຢ່າ​ກະ​ທຳ​ການ​ຮ້າຍ​ເຊັ່ນ​ນີ້​ເລີຍ ເມື່ອ​ຊາຍ​ຄົນ​ນີ້​ມາ​ອາ​ໄສ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ຂໍ​ຢ່າ​ທຳ​ຮ້າຍ​ເຂົາ​ເລີຍ 24 ເບິ່ງ​ແມ໋, ນີ້​ມີ​ລູກ​ສາວ​ພົມ​ມະ​ຈາ​ຣີ​ຄົນ​ນຶ່ງ ແລະ​ເມັຽ​ນ້ອຍ​ຂອງ​ເຂົາ​ຂ້າ​ພະ​ເຈົ້າ​ຈະ​ພາ​ອອກ​ມາ​ໃຫ້​ທ່ານ​ດຽວ​ນີ້ ຈົ່ງ​ຂົ່ມ​ຂືນ​ ຫລື​ທຳ​ສິ່ງ​ໃດ​ແກ່​ເຂົາ​ຕາມ​ໃຈມັກ​ຂອງ​ເຈົ້າ​ເຖີດ ແຕ່​ຂໍ​ຢ່າ​ທຳ​ສິ່ງ​ທີ່​ຫນ້າ​ລັງ​ກຽດກັບຊາຍ​ຄົນ​ນີ້​ເລີຍ” 25 ແຕ່​ຄົນ​ເຫລົ່າ​ນັ້ນ​ບໍ່​ຍອມ​ຟັງ​ສຽງ ຊາຍຄົນ​ນັ້ນ​ຈຶ່ງ​ຈັບ​ເມັຽ​ນ້ອຍ​ຂອງ​ຕົນຊຸກ​ນາງ​ອອກໄປ​ໃຫ້​ເຂົາ ເຂົາ​ກໍ​ສົມ​ສູ່ທຳ​ທາ​ຣຸນ​ຕລອດ​ຄືນ​ຈົນ​ຮຸ່ງ​ເຊົ້າ ພໍ​ຮຸ່ງ​ສາງ​ເຂົາ​ກໍ​ປ່ອຍ​ນາງ​ໄປ 26 ພໍ​ແຈ້ງ​ຜູ້​ຍິງ​ນັ້ນ​ກໍ​ກັບ​ມາ​ລົ້ມ​ລົງ​ທີ່​ປະ​ຕູ​ບ້ານ​ຊຶ່ງ​ນາຍ​ຂອງ​ຕົນ​ພັກ​ຢູ່ ຈົນ​ສວ່າງ​ດີ 27 ຮຸ່ງ​ເຊົ້າ​ນາຍ​ຂອງ​ນາງ​ກໍ​ລຸກ​ຂຶ້ນ​ເມື່ອ​ເປີດ​ປະ​ຕູ​ບ້ານ ຈະ​ອອກ​ເດີນ​ທາງ ເມັຽ​ນ້ອຍ​ຂອງ​ເຂົາ​ກໍ​ນອນ​ຢູ່​ທີ່​ປະ​ຕູບ້ານ​ມື​ຢຽດ​ອອກ​ໄປ​ຈຸ​ປະ​ຕູ​ 28 ເຂົາ​ຈຶ່ງບອກ​ນາງວ່າ, “ລຸກ​ຂຶ້ນ​ໄປ​ກັນ​ເຖີດ” ແຕ່​ກໍ​ບໍ່​ມີ​ຄຳ​ຕອບ ເຂົາ​ຈຶ່ງ​ເອົາ​ນາງ​ຂຶ້ນ​ຫລັງ​ລໍ ຊາຍ​ນັ້ນ​ກໍ​ລຸກ​ຂຶ້ນ​ເດີນ​ທາງ​ໄປ​ບ້ານ​ຂອງ​ຕົນ 29 ເມື່ອ​ເຖິງ​ບ້ານ​ແລ້ວ ກໍ​ເອົາ​ມີດ​ຟັນ​ສົບ​ນາງ​ເປັນ​ທ່ອນໆ​ສິບ​ສອງ​ທ່ອນ​ດ້ວຍກັນ​ສົ່ງ​ໄປ​ທົ່ວ​ເຂດ​ແດນ​ອິສ​ຣາ​ເອນ 30 ທຸ​ກ​ຄົນ​ທີ່​ເຫັນ​ກໍ​ເວົ້າ​ວ່າ, “ເຣື່ອງ​ຢ່າງ​ນີ້​ບໍ່​ມີ​ໃຜ​ເຄີຍ​ເຫັນ​ຕັ້ງ​ແຕ່​ສະ​ໄຫມ​ຄົນ​ອິສ​ຣາ​ເອນ​ອອກ​ຈາກ​ແຜ່ນ​ດິນ​ເອຢິບ​ຈົນ​ເຖິງວັນ​ນີ້ ຈົ່ງ​ຕຶກ​ຕອງ​ປຶກ​ສາ​ກັນ​ເບິ່ງ ແລ້ວ​ກໍ​ວ່າ​ກັນ​ໄປ​ເຖີດ”

ພວກຜູ້ປົກຄອງ 20

ການ​ສົງ​ຄາມ​ຕໍ່​ສູ້​ຄົນ​ເບັນ​ຢາ​ມິນ

1 ຄົນ​ອິສ​ຣາ​ເອນ​ທັງ​ຫມົດ​ຕັ້ງ​ແຕ່​ ດານ​ເຖິງ​ເບ​ເອີເຊ​ບາ ທັງ​ແຜ່ນ​ດິນ​ກິເລ​ອາດ​ກໍ​ອອກ​ມາ ຊຸມ​ນຸມ​ຊົນ​ນັ້ນ​ໄດ້​ປະ​ຊຸມ​ກັນ​ເປັນ​ໃຈ​ດຽວ​ກັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເມືອງ​ມິ​ສ​ປາ 2 ຫົວ​ຫນ້າ​ປະ​ຊາ​ຊົນ​ທັງ​ປວງຄື​ຂອງ​ເຜົ່າ​ຄົນ​ອິສ​ຣາ​ເອນ​ທັງ​ຫ​ມົດ ເຂົາ​ມາ​ປາ​ກົດ​ຕົວ​ໃນ​ທີ່​ປະ​ຊຸມ​ແຫ່ງ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ທະ​ຫານ​ຣາບ​ຖື​ດາບ​ສີ່​ແສນ​ຄົນ 3 (ຄັ້ງ​ນັ້ນ​ຄົນ​ເບັນ​ຢາ​ມິນ​ໄດ້​ຍິນ​ວ່າ​ຄົນ​ອິສ​ຣາ​ເອນ​ໄດ້​ຂຶ້ນ​ໄປ​ຍັງ​ມີ​ສ​ປາ) ປະ​ຊາ​ຊົນ​ອິສ​ຣາ​ເອນ​ກ່າວ​ວ່າ, “ຂໍ​ບອກ​ເຮົາມາ​ວ່າ ເຣື່ອງ​ຊົ່ວ​ຮ້າຍ​ນີ້​ເກີດຂຶ້ນ​ມາ​ຢ່າງໃດ​ກັນ” 4 ຄົນ​ເລ​ວີ​ຊຶ່ງ​ເປັນ​ຜົວ​ຂອງ​ຍິງ​ທີ່​ຖືກ​ຂ້າ​ນັ້ນ​ກ່າວ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ແລະ​ເມັຽ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ເມືອງ​ກິເບ​ອາ​ຊຶ່ງ​ເປັນ​ເມືອງ​ຂອງ​ເບັນ​ຢາ​ມິນ ເພື່ອ​ຈະ​ຄ້າງ​ຄືນ​ທີ່​ນັ້ນ​ 5 ເວ​ລາ​ກາງ​ຄືນ​ຜູ້​ຊາຍ​ໃນ​ເມືອງ​ກິເບ​ອາ​ກໍ​ລຸກ​ຂຶ້ນ​ລ້ອມຮອບ​ບ້ານ​ທີ່​ຂ້າ​ພະ​ເຈົ້າ​ພັກ​ຢູ່ ເຂົາ​ຫມາຍ​ຈະ​ຂ້າ​ຂ້າ​ພະ​ເຈົ້າ​ເສັຽ ເຂົາ​ຂົ່ມ​ຂືນ​ເມັຽ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ​ຈົນ​ຕາຍ 6 ຂ້າ​ພະ​ເຈົ້າ​ຈຶ່ງ​ນຳ​ສົບ​ນາງ​ມາ​ຟັນ​ອອກ​ເປັນ​ທ​ອ່ນໆ​ສົ່ງ​ໄປ​ທົ່ວ​ປະ​ເທດ​ທີ່​ເປັນ​ມໍ​ຣະ​ດົກ​ຂອ​ງອິສ​ຣາ​ເອນ ເພາະ​ເກີ​ດການ​ອາ​ນາ​ຈານ​ແລະ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ຂຶ້ນໃນ​ອິສຣາເອນ​​ແລ້ວ 7 ເບິ່ງ​ແມ໋, ທ່ານ​ຜູ້​ເປັນ​ຄົນ​ອິສ​ຣາ​ເອນທັງ​ຫລາຍ ຈົ່ງ​ໃຫ້​ຄຳ​ປຶກ​ສາ​ແລະ​ຄວາມ​ເຫັນ​ໃນ​ທີ່​ນີ້​ເຖີດ” 8 ປະ​ຊາ​ຊົນ​ທຸກ​ຄົນ​ກໍ​ລຸກ​ຂຶ້ນ​ກ່າວ​ເປັນ​ໃຈ​ດຽວ​ກັນ​ວ່າ, “ພວກ​ເຮົາ​ຈະ​ບໍ່​ກັບ​ໄປ​ເຕັນ​ຂອງ​ເຣົາ ເຣົາ​ຈະ​ບໍ່​ກັບ​ໄປ​ເຮືອນ​ຂອງ​ເຣົາ 9 ແຕ່​ເຮົາ​ຈະ​ກະ​ທຳ​ກັບ​ກິເບ​ອາ​ດັ່ງ​ນີ້ ເຮົາ​ຈະ​ຈັບ​ສ​ລາກ​ຍົກ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ເຂົາ 10 ເຮົາ​ຈະ​ເລືອກ​ຄົນ​ອິສ​ຣາ​ເອນ​ທຸກ​ເຜົ່າ​ຄັດ​ເອົາ​ຮ້ອຍ​ລະ​ສິບ​ຄົນ ພັນ​ລະ​ຮ້ອຍ ຫມື່ນ​ລະ​ພັນ​ໃຫ້​ໄປ​ຫາ​ສະ​ບ່ຽງ​ອາ​ຫານ ມາ​ໃຫ້​ປະ​ຊາ​ຊົນ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ຕອບ​ສນອງ​ຄວາມ​ຊົ່ວທີ່​ຫນ້າ​ລັງ​ກຽດ​ຊຶ່ງ​ພວກ​ກິເບ​ອາ​ກະ​ທຳ​ຂຶ້ນ​ໃນ​ອິສ​ຣາ​ເອນ​ເມື່ອ​ເຂົາ​ທັງ​ຫລາຍ​ມາ​ເຖິງ​ເມືອງ​ກິເບ​ອາ​ຂອງ​ເຜົ່າ​ເບັນ​ຢາ​ມິນ” 11 ຄົນ​ອິສ​ຣາ​ເອນທັງ​ປວງ​ກໍ​ຮ່ວມ​ຍົກ​ໄປ​ສູ້​ເມືອງ​ນັ້ນ​ເປັນ​ພັກ​ພວກ​ໃຈ​ດຽວ​ກັນ​ 12 ​ເຜົ່າ​ຄົນ​ອິສ​ຣາ​ເອນ​ກໍ​ສົ່ງ​ຄົນ​ໄປ​ທົ່ວ​ເຜົ່າ​ຄົນ​ເບັນ​ຢາ​ມິນບອກວ່າ, “ເປັນ​ຫຍັງ​ການ​ຊົ່ວ​ຊ້າ​ນີ້​ຈຶ່ງ​ເກີດ​ຂຶ້ນ​ມາ​ໄດ້​ໃນ​ຫມູ່​ພວກ​ທ່ານ 13 ເຫດ​ສະ​ນັ້ນ​ຈົ່ງ​ມອບ​ຊາຍ​ອັນ​ທະ​ພານ​ໃນ​ເມືອງກິເບ​ອາ​ມາ​ໃຫ້​ເຮົາ​ປະ​ຫານ​ຊີ​ວິດ​ເສັຽ ຈະ​ໄດ້​ກຳ​ຈັດ​ຄວາມ​ຊົ່ວ​ເສັຽ​ຈາກ​ຄົນ​ອິສ​ຣາ​ເອນ” ແຕ່​ຄົນ​ເບັນ​ຢາ​ມິນ​ບໍ່​ຍອມ​ຟັງ​ສຽງ​ຄົນ​ອິສ​ຣາ​ເອນ​ພີ່​ນ້ອງ​ຂອງ​ຕົນ 14 ຄົນ​ເບັນ​ຢາ​ມິນ​ກໍ​ອອກ​ມາ​ຈາກ​ບັນ​ດາ​ຫົວ​ເມືອງ​ເຂົ້າ​ໄປ​ສູ່ກິ​ເບ​ອາ​ພ້ອມ​ກັນ​ເພື່ອ​ຍົກ​ອອກ​ໄປ​ກະ​ທຳ​ສົງ​ຄາມ​ກັບ​ຄົນ​ອິສ​ຣາ​ເອນ 15 ເມື່ອ​ນັ້ນ​ຄົນ​ເບັນ​ຢາ​ມິນ​ຮວມ​ຈຳ​ນວນ​ທະ​ຫານ​ຖື​ດາບ​ອອກ​ຈາກ​ບັນ​ດາ​ຫົວ​ເມືອງ​ໄດ້​ສອງ​ຫມື່ນ​ຫົກ​ພັນ​ຄົນ ນອກ​ຈາກ​ຊາວ​ເມືອງ​ກິເບ​ອາ ຊຶ່ງ​ນັບ​ທະ​ຫານ​ທີ່​ຄັດ​ເລືອກ​ແລ້ວ​ໄດ້​ເຈັດ​ຮ້ອຍ​ຄົນ 16 ໃນ​ຈຳ​ນວນ​ທັງ​ຫມົດ​ນີ້​ມີ​ຄົນ​ທີ່​ຄັດ​ເລືອກ​ແລ້ວ​ເຈັດ​ຮ້ອຍ​ຄົນ​ຖະ​ນັດ​ມື​ຊ້າຍ​ທຸ​ກ​ຄົນ​ເອົາ​ສະ​ລີງແກວ່ງ​ກ້ອນ​ຫີນ​ໃຫ້​ຖືກ​ເສັ້ນ​ຜົມ​ໄດ້​ບໍ່​ມີ​ຜິດ​ເລີຍ 17 ຈຳ​ນວນ​ຄົນ​ອິສ​ຣາ​ເອນ​ທີ່​ຖື​ດາບ ບໍ່​ນັບ​ຄົນ​ເບັນ​ຢາ​ມິນ​ໄດ້​ສີ່​ແສ​ນ​ຄົນ​ເຫລົ່າ​ນີ້​ເປັນ​ທະ​ຫານ​ທຸກ​ຄົນ 18 ຄົນ​ອິສ​ຣາ​ເອນ​ກໍ​ລຸກ​ຂຶ້ ນ​ໄປ​ຍັງ​ເມືອງ​ເບັດ​ເອນ ແລະ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຜູ້​ໃດ​ໃນ​ພວກ​ຂ້າ​ພຣະ​ອົງ​ທີ່​ຈະ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ຄົນ​ເບັນ​ຢາ​ມິນ​ກ່ອນ” ພຣະ​ຜູ້ເປັນ​ເຈົ້າ​ສັ່ງ​ວ່າ, “ໃຫ້​ຢູ​ດາ​ຂຶ້ນ​ໄປ​ກ່ອນ” 19 ຮຸ່ງ​ເຊົ້າ​ ຄົນ​ອິສ​ຣາ​ເອນ​ກໍ​ລຸກຂຶ້ນ​ຕັ້ງ​ຄ້າຍ​ຕໍ່​ສູ້​ເມືອງກິເບ​ອາ 20 ຄົນ​ອິສ​ຣາ​ເອນ​ອອກ​ໄປ​ສູ້​ຮົບ​ກັບ​ຄົນ​ເບັນ​ຢາ​ມິນ ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ວາງ​ພົນ​ຣຽງ​ຣາຍ​ຕໍ່​ສູ້​ເຂົາ​ທີ່​ເມືອງ​ກິ​ເບ​ອາ 21 ໃນ​ວັນ​ນັ້ນ​ຄົນ​ເບັນ​ຢາ​ມິນ​ອອກ​ມາ​ຈາກ​ເມືອງ​ກິເບ​ອາ ຂ້າ​ຟັນ​ຄົນ​ອິສ​ຣາ​ເອນ​ລົ້ມ​ຕາຍ​ສອງ​ຫມື່ນ​ສອງ​ພັນ​ຄົນ 22 ແຕ່​ຄົນ​ອິສ​ຣາ​ເອນ​ຍັງ​ຫນຸນ​ໃຈ​ກັນ​ແລະ​ວາງ​ພົນ​ຣຽງ​ຣາຍໃນ​ທີ່​ຊຶ່ງ​ເຂົາ​ວາງ​ພົນ​ໃນ​ວັນ​ແຣກ 23 ແລະ​ຄົນ​ອິສ​ຣາ​ເອນ​ກໍຂຶ້ນ​ໄປ​ຮ້ອງ​ໄຫ້​ຄ່ຳ​ຄວນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຈົນ​ເຖິງ​ເວລາ​ຄ່ຳ ເຂົາ​ທັງ​ຫລາ​ຍ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ສົມ​ຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ເຂົ້າ​ໄປ​ປະ​ຊິດ​ຮົບ​ກັບ​ຄົນ​ເບັນຢາ​ມິນ​ພີ່​ນ້ອງ​ຂອງ​ຂ້າ​ພຣະ​ອົງ​ຫລື​ບໍ” ພຣະ​ເຈົ້າ​ສັ່ງ​ວ່າ, “ໄປ​ສູ້​ເຂົາ​ເຖີດ” 24 ຄົນ​ອິສ​ຣາ​ເອນ​ຈຶ່ງ​ຍົກ​ເຂົ້າ​ປະ​ຊິດ​ຄົນ​ເບັນ​ຢາ​ມິນ​ໃນ​ວັນ​ທີ່​ສອງ 25 ແລະ​ໃນ​ວັນ​ທີ່​ສອງ​ນັ້ນ​ເບັນ​ຢາ​ມິນ​ກໍ​ຍົກ​ອອກ​ໄປ​ຈາກ​ກິເບ​ອາ ຂ້າ​ຟັນ​ຄົນ​ອິສ​ຣາ​ເອນ​ຕາຍ​ອີກ​ນຶ່ງ​ຫມື່ນ​ແປດ​ພັນ​ຄົນ ທຸກ​ຄົນເປັນ​ທະ​ຫານ​ຖື​ດາບ 26 ແລ້ວ​ບັນ​ດາ​ອິສ​ຣາ​ເອນ​ຄື​ກອງ​ທັບ​ທັງ​ຫມົດ ໄດ້​ຂຶ້ນ​ໄປ​ທີ່​ເບັດ​ເອນ ແລະ​ຮ້ອງ​ໄຫ້​ຄ່ຳ​ຄວນ ເຂົາ​ນັ່ງ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ອົດ​ອາ​ຫານ​ຈົນ​ຮອດ​ຄ່ຳ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ສານ​ຕິ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 27 ຄົນ​ອິສ​ຣາ​ເອນ​ຈຶ່ງ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ (ເພາະ​ໃນ​ສະ​ໄຫມ​ນັ້ນ ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຍັງ​ຢູ່​ທີ່​ນັ້ນ 28 ແ​ລະ​ຟີ​ເນ​ຮັ​ສ​ບຸດ​ເອ​ເລ​ອາ​ຊາ ຜູ້​ເປັນ​ບຸດ​ອາ​ໂຣນ​ກໍ​ບົວ​ລະ​ບັດ​ຢູ່​ຫນ້າ​ຫີບ​ນັ້ນ​ໃນ​ສະ​ໄຫມ​ນັ້ນ) ເຂົາ​ທູນ​ຖາມ​ວ່າ, “ສົມ​ຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ຍັງ​ຍົກ​ໄປ​ສູ້​ຮົບ​ກັບ​ເບັນ​ຢາ​ມິນ​ພີ່​ນ້ອງ​ຂອງ​ຂ້າ​ພຣະ​ອົງ​ອີກ​ຄັ້ງ​ນຶ່ງ ຫລື​ຄວນ​ຈະ​ຢຸດ​ເສັຽ” ແ​ລະ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ສັ່ງ​ວ່າ, “ຈົ່ງ​ຍົກ​ຂຶ້ນ​ໄປ​ເຖີດ ເພາະ​ວ່າ​ມື້​ອື່ນ​ເຣົາ​ຈະ​ມອບ​ເຂົາ​ໄວ້​ໃນ​ມືຂອງ​ເຈົ້າ” 29 ດັ່ງ​ນັ້ນ ອິສ​ຣາ​ເອນ​ຈຶ່ງ​ຊຸ່ມ​ຄົນ​ໄວ້​ຮອບ​ເມືອງ​ກິເບ​ອາ 30 ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ກໍ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ຄົນ​ເບັນ​ຢາ​ມິນ​ໃນ​ວັນ​ທີ່​ສາມ ແລະ​ວາງ​ພົນ​ໄວ້​ຕໍ່​ສູ້​ເມືອງ​ກິເບ​ອາ​ຢ່າງ​ຄາວ​ກ່ອນ 31 ຄົນ​ເບັນ​ຢາ​ມິນ​ກໍ​ຍົກ​ອອກ​ມາສູ້​ຮົບ​ກັບ​ປະ​ຊາ​ຊົນ ຖືກ​ລວງ​ໃຫ້​ຫ່າງ​ອອກ​ໄປ​ຈາກ​ຕົວ​ເມືອງ ເຂົາ​ກໍ​ເລີ້ມ​ຂ້າ​ຟັນ​ປະ​ຊາ​ຊົນ​ຢ່າງ​ຄາວ​ກ່ອນ​ຄື ຕາມ​ຖ​ນົນຊຶ່ງ​ສາຍ​ນຶ່ງ​ໄປ​ເບັດ​ເອນ ອີກ​ສາຍ​ນຶ່ງ​ໄປ​ກິເບ​ອາ​ແລະ​ທີ່​ກາງ​ທົ່ງ​ແຈ້ງ​ອິສ​ຣາ​ເອນ​ລົ້ມ​ຕາຍ​ປະ​ມານ​ສາມ​ສິ​ບຄົນ 32 ຄົນ​ເບັນ​ຢາ​ມິນ​ກ່າ​ວກັ​ນ​ວ່າ, “ເຂົາ​ຜ່າຍ​ແພ້​ເຮົາ​ຢ່າງ​ຄາວ​ກ່ອນ” ແຕ່​ຄົນ​ອິສ​ຣາ​ເອນ​ວ່າ, “ໃຫ້​ເຮົາ​ຖອຍ ນຳ​ເຂົາ​ອອກ​ຫ່າງ​ຈາກ​ເມືອງ​ໄປ​ເຖິງ​ຖນົນ​ຫລວງ” 33 ຄົນ​ອິສ​ຣາ​ເອນ​ທັງ​ຫມົດ​ກໍ​ລຸກ​ອອກ​ຈາກ​ບ່ອນຂອງ​ຕົນ​ຣຽງ​ຣາຍ​ເຂົ້າ​ໄປ​ທີ່​ບາ​ອັນ​ຕາ​ມາ ສ່ວນ​ຄົນ​ອິສ​ຣາ​ເອນ​ທີ່​ຄອຍ​ຊຸ່ມ​ຢູ່​ກໍ​ອອກ​ຈາກ​ທີ່​ຂອງ​ຕົນ​ໃກ້​ເມືອງ​ເກ​ບາ 34 ມີ​ທະ​ຫານ​ອິສ​ຣາ​ເອນ​ທີ່​ຄັດ​ເລືອກ​ແລ້ວ​ນຶ່ງ​ຫມື່ນ​ຄົນ​ບຸກ​ຣຸກ​ເຂົ້າ​ເມືອງ​ກິເບ​ອາ ການ​ສົງ​ຄາມ​ກຳ​ລັງ​ໂຫດ​ຮ້າຍ ຄົນ​ເບັນ​ຢາ​ມິນ​ບໍ່ຮູ້​ວ່າ​ເຫດ​ຮ້າຍ​ກຳ​ລັງ​ມາ​ໃກ້​ຕົນ​ແລ້ວ 35 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ຄົນ​ເບັນ​ຢາ​ມິນ​ຜ່າຍ​ແພ້​ຄົນ​ອິສ​ຣາ​ເອນ ໃນ​ວັນ​ນັ້ນ​ຄົນ​ອິສ​ຣາ​ເອນ​ທຳ​ລາຍ​ຄົນ​ເບັນ​ຢາ​ມິນ​ເສັຽ​ສອງ​ຫມື່ນ​ຫ້າ​ພັນ​ນຶ່ງ​ຮ້ອຍ​ຄົນ ທຸກ​ຄົນ​ເຫລົ່າ​ນີ້​ເປັນ​ທະ​ຫານ​ຖືດາບ 36 ດັ່ງ​ນັ້ນ ເບັນ​ຢາ​ມິນ​ຈຶ່ງ​ເຫັນ​ວ່າ​ເຂົາ​ແພ້​ແລ້ວ ຄົນ​ອິສ​ຣາ​ເອນ​ທຳ​ເປັນ​ລ່າ​ຖອຍ​ໃຫ້​ຕໍ່ເບັນ​ຢາ​ມິນ ເພາະ​ເຂົາ​ວາງ​ໃຈ​ຄົນ​ທີ່​ເຂົາ​ໃຫ້​ຊຸ່ມ​ຢູ່​ຮອບ​ເມືອງ​ກິເບ​ອາ 37 ຄົນ​ທີ່ຊຸ່ມ​ຢູ່​ກໍ​ຮີບ​ບຸກ​ຣຸກ​ເຂົ້າ​ໄປ​ໃນ​ເມືອງ​ກິເບ​ອາ ທະ​ຫານ​ທີ່​ຊຸ່ມຢູ່ນັ້ນ​ກໍ​ບຸກ​ອອກ​ມາ​ປະ​ຫານ​ເມືອງ​ນັ້ນ​ເສັຽດ້ວຍ​ຄົມ​ດາບ 38 ຄົນ​ອິສ​ຣາ​ເອນ​ແລະ​ຄົນ​ທີ່​ຊຸ່ມ​ລີ້​ຢູ່​ນັດ​ໃຫ້​ສັນ​ຍານ​ວ່າ ຖ້າ​ເຫັນ​ຄວັນ​ກຸ່ມ​ໃຫຍ່​ພຸ່ງ​ຂຶ້ນ​ມາ​ຈາກ​ໃນ​ເມືອງ 39 ກໍ​ໃຫ້​ຄົນ​ອິສ​ຣາ​ເອນ​ຫັນ​ກັບ​ຄືນ​ເຂົ້າມາ​ຮົບ ຝ່າຍ​ເບັນ​ຢາມິນ​ໄດ້​ເລີ້ມ​ຂ້າ​ຄົນ​ອິສ​ຣາ​ເອນ​ໄດ້​ປະ​ມານ​ສາ​ມສິບ​ຄົນ​ກໍ​ເວົ້າ​ວ່າ, “ເຂົາ​ຕ້ອງ​ລົ້ມ​ຕາຍຕໍ່​ຫນ້າ​ເຮົາ​ຢ່າງ​ຄາວ​ກ່ອນ​ແນ່​ແລ້ວ” 40 ແຕ່​ສັນ​ຍານ​ເປັນ​ຄວັນ​ໄຟ​ລຸກ​ພຸ່ງ​ຂຶ້ນ​ມາ​ຈາກ​ໃນ​ເມືອງ ຄົນ​ເບັນ​ຢາ​ມິນ​ກໍ​ຫລຽວ​ຫລັງ​ມາ​ເບິ່ງ ເບິ່ງ​ແມ໋, ທັງ​ເມືອງກໍ​ມີ​ຄວັນ​ພຸ່ງ​ຂຶ້ນ​ເຖິງ​ທ້ອງ​ຟ້າ 41 ຄົນ​ອິສ​ຣາ​ເອນ​ກໍ​ຫັນ​ກັບ​ຄືນ ຄົນ​ເບັນ​ຢາ​ມິນ​ກໍ​ທໍ້​ຖອຍ ເພາະ​ເຂົາ​ເຫັນ​ວ່າ​ເຫດ​ຮ້າຍ​ມາ​ໃກ້​ເຂົາ​ແລ້ວ 42 ເຂົາ​ຈຶ່ງ​ຫັນ​ຫລັງ​ໃຫ້​ຄົນ​ອິສ​ຣາ​ເອນ​ຫນີ​ເຂົ້າ​ໄປ​ທາງ​ຖິ່ນ​ກັນ​ດານ ແຕ່​ສົງ​ຄາມ​ຕິດ​ຕາມ​ເຂົາ​ໄປ​ຢ່າງ​ຫນັກ ຄົນ​ທີ່​ອອກ​ມາ​ຈາກ​ເມືອງ​ກໍ​ທຳ​ລາຍ​ເຂົາ​ທີ່​ຢູ່​ຖ້າມ​ກາງ 43 ເຂົາ​ທັງ​ຫລາຍ​ລ້ອມ​ຄົນ​ເບັນ​ຢາ​ມິນ ແລະ​ຂັບ​ໄລ່​ເຂົາ​ໄປ​ແລະ​ທັນ​ເຂົາ​ບ່ອນ​ທີ່​ເຂົາ​ຢຸດ​ພັກ ຈົນ​ໄປ​ເຖິງ​ທີ່​ກົງ​ຂ້າມເມືອງ​ກິເບ​ອາ​ທາງ​ຕາ​ເວັນ​ອອກ 44 ຄົນ​ເບັນ​ຢາ​ມິນ​ລົ້ມ​ຕາຍ​ນຶ່ງ​ຫມື່ນ​ແປດ​ພັນ​ຄົນ ທຸກ​ຄົນ​ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ 45 ເຂົາ​ກໍ​ຫັນ​ກັບ​ຫນີ​ເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ​ເຖິງສີລາ​ຣີມ​ໂມນ ຄົນ​ອິສ​ຣາ​ເອນ​ຂ້າ​ເຂົາ​ຕາຍ​ຕາມ​ຖ​ນົນ​ຫ້າ​ພັນ​ຄົນ ແລະ​ຕິດ​ຕາມ​ຢ່າງ​ກະ​ຊັ້ນ​ຊິດ​ໄປ​ເຖິງກິໂດມ ແລະ​ຂ້າ​ເຂົາ​ຕາຍ​ສອ​ງພັນ​ຄົນ 46 ຄົນ​ເບັນ​ຢາ​ມິນ​ທີ່​ລົ້ມ​ຕາຍ​ໃນ​ວັນ​ນັ້ນ ເປັນ​ທະ​ຫານ​ຖືດາບ​ສອງ​ຫມື່ນ​ຫ້າ​ພັນ​ຄົນ ທຸກ​ຄົນ​ເປັນ​ທະ​ຫານ​ເກັ່ງ​ກ້າ 47 ແຕ່​ມີ​ທະ​ຫານ​ຫົກ​ຮ້ອຍ​ຄົນ​ຫັນ​ກັບ​ຫນີ​ເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ​ເຖິງ​ສີ​ລາ​ຣີມ​ໂມນ ແລະ​ໄປ​ອາໄສ​ຢູ່​ທີ່​ສີ​ລາ​ຣີມ​ໂມນ​ສີ່​ເດືອນ 48 ຄົນ​ອິສ​ຣາ​ເອນ​ກໍ​ຫັນ​ກັບຄືນ​ໄປ​ສູ້​ຄົນ​ເບັນ​ຢາ​ມິນ​ອີກ ແລະ​ໄດ້​ປະ​ຫານ​ເຂົາ​ເສັຽດ້ວຍ​ຄົມ​ດາບ ທັງ​ຊາວ​ເມືອງ​ແລະ​ຝູງ​ສັດ​ແລະ​ບັນ​ດາ​ສິ່ງ​ທີ່​ເຂົາ​ເຫັນ ເຖິງ​ປານ​ນັ້ນ​ບັນ​ດາ​ເມືອງ​ທີ່​ເຂົາ​ເຫັນ​ເຂົາ​ກໍ​ເອົາ​ໄຟ​ເຜົາ​ເສັຽ​ທັງ​ຫມົດ

ພວກຜູ້ປົກຄອງ 21

ການ​ຊອ​ກ​ຫາ​ເມັຽ​ໃຫ້​ຄົນ​ເບັນ​ຢາ​ມິນ

1 ຝ່າຍ​ຄົນ​ອິສ​ຣາ​ເອນ​ໄດ້​ປະ​ຕິ​ຍານ​ໄວ້​ທີ່​ມີ​ສ​ປາ​ວ່າ, “ພວກ​ເຮົາ​ບໍ່​ມີ​ຜູ້​ໃດ​ທີ່​ຈະ​ໃຫ້​ບຸດ​ຕ​ຣີ​ຂອງ​ຕົນ​ແຕ່ງ​ງານ​ກັບ​ຄົນ​ເບັນ​ຢາ​ມິນ” 2 ​ປະ​ຊາ​ຊົນ​ກໍ​ມາ​ທີ່​ເບັດ​ເອນ ນັ່ງ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ຈົນ​ຮອດ​ຄ່ຳ ເຂົາ​ທັງ​ຫລາຍ​ກໍ​ຮ້ອງ​ໄຫ້​ຄວນ​ຄາງ 3 ເຂົາ​ກ່າວ​ວ່າ, “ໂອ​ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ເປັນ​ຫຍັງ​ເຫດ​ການ​ຢ່າງ​ນີ້​ຈຶ່ງ​ເກີດ​ຂຶ້ນ​ໃນ​ອິສ​ຣາ​ເອນ ຊຶ່ງວັນ​ນີ້​ຈະ​ມີ​ຄົນ​ອິສ​ຣາເອນ​ຂາດ​ໄປ​ເຜົ່າ​ນຶ່ງ” 4 ຢູ່​ມາ​ຮຸ່ງ​ຂຶ້ນ​ປະ​ຊາ​ຊົນ​ກໍ​ລຸກ​ແຕ່​ເດິກ ແລະ​ສ້າງ​ແທ່ນ​ບູ​ຊາ​ແທ່ນ​ນຶ່ງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ສານ​ຕິ​ບູ​ຊາ 5 ຄົນ​ອິສ​ຣາ​ເອນ​ກ່າວ​ວ່າ, “ຄົນ​ອິສ​ຣາ​ເອນ​ຜູ້​ໃດ​ທີ່ບໍ່​ໄດ້​ຂຶ້ນ​ມາ​ປະ​ຊຸມ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ” ເພາະ​ເຂົາ​ໄດ້​ສາ​ບານ​ໄວ້​ແຂງ​ແຮງ​ເຖິງ​ຜູ້​ທີ່ບໍ່​ໄດ້​ມາ​ປະ​ຊຸມ​ຕໍ່​ພຣະຜູ້​ເປັນ​ເຈົ້າ​ທີ່​ມີ​ສ​ປາ​ວ່າ “ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ” 6 ​ປະ​ຊາ​ຊົນ​ສົງ​ສານ​ເບັນ​ຢາ​ມິນ​ນ້ອງ​ຂອງ​ຕົນ ກ່າວ​ວ່າ, “ວັນ​ນີ້​ເຜົ່າ​ນຶ່ງ​ຖືກ​ຕັດ​ອອກ​ຈາກ​ອິສ​ຣາ​ເອນ​ແລ້ວ 7 ເຮົາ​ຈະ​ທຳ​ຢ່າງ​ໃດ​ເຣື່ອງ​ຫາ​ເມັຽໃຫ້​ຄົນ​ທີ່​ຍັງ​ເຫລືອ​ຢູ່ ຝ່າຍ​ເຮົາ​ກໍ​ໄດ້​ສາ​ບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ວ່າ​ເຮົາ​ຈະ​ບໍ່​ຍອມ​ຍົກ​ບຸດ​ຕ​ຣີ​ຂອງ​ເຮົາ​ໃຫ້​ເປັນ​ເມັຽ​ຂອງ​ເຂົາ​“ 8 ເຂົາ​ທັງ​ຫລາຍ​ຖາມ​ຂຶ້ນ​ວ່າ, “ມີ​ເຜົ່າ​ໃດ​ໃນ​ອິສ​ຣາ​ເອນ​ທີ່​ບໍ່​ໄດ້​ຂຶ້ນ​ມາ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ສ​ປາ”

ບໍ່​ມີ​ຄົນ​ໃດ​ຈາກ​ຢາ​ເບສ​ກິ​ເລ​ອາດ​ມາ​ປະ​ຊຸມ​ທີ່​ຄ້າຍ​ເລີຍຈັກ​ຄົນ​ດຽວ

9 ເພາະ​ວ່າເມື່ອ​ປະ​ຊາ​ຊົນ​ຮ່ວມ​ກັນ​ຢູ່​ນັ້ນ ບໍ່​ມີ​ຊາວ​ເມືອງ​ຢາ​ເບ​ສ​ກິເລ​ອາດ​ຢູ່​ທີ່​ນັ້ນ​ເລີ​ຍ 10 ດັ່ງ​ນັ້ນ​ຊຸມ​ນຸມ​ຊົນ​ຈຶ່ງ​ສົ່ງ​ທະ​ຫານ​ຜູ້​ກ້າ​ຫານ​ທີ່​ສຸດ​ນຶ່ງ​ຫ​ມື່ນ​ສອງ​ພັນ​ຄົນ​ແລ້ວ​ບັນ​ຊາ​ເຂົາ​ວ່າ, “ຈົ່ງ​ໄປ​ຂ້າ​ຊາວ​ຢາ​ເບ​ສ​ກິເລ​ອາດ​ເສັຽດ້ວຍ​ຄົມ​ດາບ ທັງ​ຜູ້​ຍິງ​ແລະ​ເດັກ​ນ້ອຍ 11 ເຈົ້າ​ທັງ​ຫລາຍ​ຈົ່ງ​ກະ​ທຳ​ຢ່າງ​ນີ້ ຄື​ຜູ້​ຊາຍ ແລະ​ຜູ້​ຍິງ​ທຸກ​ຄົນ​ທີ່​ໄດ້​ຫລັບ​ນອນ​ກັບ​ຜູ້​ຊາຍ​ແລ້ວ ຈົ່ງ​ຂ້າ​ເສັຽ​ໃຫ້​ຫມົດ” 12 ໃນ​ຫມູ່​ຊາວ​ຢາ​ເບ​ສ​ກິເລ​ອາດ​ນັ້ນ​ເຂົາ​ພົບ​ຍິງ​ພົມ​ມະ​ຈາ​ຣີ​ສີ່​ຮ້ອຍ​ຄົນ​ຜູ້​ທີ່​ຍັງບໍ່​ໄດ້​ສົມ​ສູ່​ກັບ​ຜູ້​ຊາຍ​ເລີຍ ເຂົາ​ຈຶ່ງ​ພາຍິງ​ເຫລົ່າ​ນັ້ນ​ມາ​ທີ່​ຄ້າຍຊີ​ໂລ ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ກາ​ນາ​ອານ 13 ຊຸມ​ນຸມ​ຊົນ​ທັງ​ຫມົດ​ກໍ​ສົ່ງ​ຂ່າວ​ໄປ​ທີ່​ຄົນ​ເບັນ​ຢາ​ມິນ​ຊຶ່ງ​ຢູ່​ທີ່​ສີ​ລາ​ຣີມ​ໂມນ ປະ​ກາດ​ຂ່າວ​ສ​ງົບ​ສຸກ 14 ຄົນ​ເບັນ​ຢາ​ມິນ​ກໍ​ກັບ​ມາ​ໃນ​ຄາວ​ນັ້ນ ແລ້ວ​ເຂົາ​ກໍ​ມອບ​ຜູ້​ຍິງ​ທີ່​ເຂົາ​ໄວ້​ຊີ​ວິດ​ໃນ​ຫມູ່​ຜູ້​ຍິງ​ແຫ່ງ​ຢາ​ເບ​ສ​ກິ​ເລ​ອາດ ແຕ່​ກໍ​ບໍ່​ພໍ​ແກ່​ກັນ 15 ປະ​ຊາ​ຊົນ​ກໍ​ສົງ​ສານ​ເບັນ​ຢາ​ມິນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ເຂົາ​ຈະ​ຂາດ​ໄປເຜົ່າ​ນຶ່ງ​ຈາກ​ເຜົ່າ​ອິສ​ຣາ​ເອນ 16 ພວກ​ຜູ້​ໃຫຍ່​ຂອງ​ຊຸມ​ນຸມ​ຊົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, “ເມື່ອ​ພວກ​ຜູ້​ຍິງ​ໃນ​ເບັນ​ຢາ​ມິນ​ຖືກ​ທຳ​ລາຍ​ເສັຽ​ຫມົດ​ເຊັ່ນ​ນີ້​ແລ້ວ ເຮົາ​ຈະ​ທຳ​ຢ່າງ​ໃດ​ເຣື່ອງ​ຫາ​ເມັຽ​ໃຫ້​ຄົນ​ທີ່ຍັງ​ເຫລືອ​ຢູ່” 17 ເຂົາ​ທັງ​ຫລາຍ​ກ່າວ​ວ່າ, “ຕ້ອງ​ມີ​ມໍ​ຣະ​ດົກ​ໃຫ້​ແກ່​ຄົນ​ເບັນ​ຢາ​ມິນ​ທີ່​ລອດ​ຕາຍ ເພື່ອ​ວ່າ​ຄົນ​ເຜົ່າ​ນຶ່ງ​ຈະ​ບໍ່​ໄດ້​ລົ​ບ​ລ້າງ​ເສັຽ​ຈາກ​ອິສ​ຣາ​ເອນ 18 ແຕ່​ເຮົາ​ຈະ​ຍົກ​ບຸດ​ຕ​ຣີ​ຂອງ​ເຮົາ​ໃຫ້​ເປັນ​ເມັຽເຂົາກໍ​ບໍ່​ໄດ້” ເພາະ​ຄົນ​ອິສ​ຣາ​ເອນ​ໄດ້​ສາ​ບານ​ໄວ້​ວ່າ, “ຜູ້​ໃດ​ໃຫ້​ຍິງ​ແກ່​ເບັນຢາ​ມິນ​ເປັນ​ເມັຽ ຂໍ​ໃຫ້​ຖືກ​ສາບ​ແຊ່ງ​ເຖີດ” 19 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ໋, ທຸກ​ປີ​ມີ​ເທ​ສ​ການ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊີໂລ ຊຶ່ງ​ຢູ່​ເຫນືອ​ເບັດ​ເອນ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ຖ​ນົນ​ຂຶ້ນ​ຈາກ​ເບັດ​ເອນ​ເຖິງ​ເຊ​ເຄມ ແລະ​ຢູ່​ໃຕ້​ເລ​ໂບ​ນາ 20 ເຂົາ​ຈຶ່ງ​ບັນຊາ​ສັ່ງ​ຄົນ​ເບັນ​ຢາ​ມິນ​ວ່າ, “ຈົ່ງ​ໄປ​ຊຸ່ມ​ຢູ່​ໃນ​ສວນ​ອະ​ງຸ່ນ 21 ຄອຍ​ເຝົ້າ​ເບິ່ງ​ຢູ່ ຖ້າ​ບຸດ​ຕ​ຣີ​ຊາວ​ຊີ​ໂລ​ອອກ​ມາ​ເຕັ້ນ​ຣຳ​ໃນ​ພິ​ທີ​ເຕັ້ນ​ຣຳ​ຈົ່ງ​ອອກ​ມາ​ຈາກ​ສວນ​ອະ​ງຸ່ນ​ແລະ​ສຸດດຶງ​ເອົາ​ບຸດ​ຕ​ຣີ​ຊາວ​ຊີ​ໂລ ຄົນ​ລະ​ຄົນ​ໄປ​ເປັນ​ເມັຽ​ຂອງ​ຕົນ ແລ້ວ​ໃຫ້​ກັບ​ໄປ​ແຜ່ນ​ດິນເບັນ​ຢາ​ມິນ​ເສັຽ 22 ຖ້າ​ບິ​ດາ​ຫລື​ພີ່​ນ້ອງ​ຂອງ​ຍິງ​ເຫລົ່າ​ນັ້ນ​ມາ​ຮ້ອງ​ທຸກ​ຕໍ່​ເຮົາ ເຮົາ​ຈະ​ບອກ​ເຂົາ​ວ່າ “ຂໍ​ໂຜດ​ຍິນຍອມ​ເພາະ​ເຫັນ​ແກ່​ເຮົາ​ເຖີດ ໃນ​ເວ​ລາ​ສົງ​ຄາມ​ເຣົາ​ບໍ່​ໄດ້​ຜູ້​ຍິງ​ໃຫ້​ພໍ​ແກ່​ທຸກ​ຄົນ ທ່ານ​ທັງ​ຫລາຍເອງ​ກໍ​ບໍ່​ໄດ້​ໃຫ້​ແກ່​ເຂົາ ຖ້າ​ບໍ່​ດັ່ງ​ນັ້ນ​ບັດ​ນີ້​ພວກ​ທ່ານ​ກໍ​ຈະມີ​ໂທດ” 23 ຄົນ​ເບັນ​ຢາ​ມິນ​ກໍ​ກະ​ທຳ​ຕາມ​ຕ່າງ​ກໍ​ໄດ້​ເມັຽໄປ​ຕາມ​ຈຳ​ນວນ​ຄື​ໄດ້​ຍິງ​ເຕັ້ນ​ຣຳ​ທີ່​ເຂົາ​ໄປ​ສຸດດຶງ​ມາ ເຂົາ​ກໍ​ກັບ​ໄປ​ຢູ່​ໃນ​ທີ່​ດິນ​ມໍ​ຣະ​ດົກ​ຂອງ​ເຂົາ ສ້າງ​ເມືອງ​ຂຶ້ນ​ໃຫມ່​ແລະ​ອາ​ໄສ​ຢູ່​ໃນ​ນັ້ນ 24 ຄັ້ງ​ນັ້ນ​ອິສ​ຣາ​ເອນ​ກໍ​ກັບ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເຜົ່າ ແລະ​ຕະ​ກູນ​ຂອງ​ຕົນ ຕ່າງ​ກໍ​ຍົກ​ກັບ​ໄປ​ສູ່​ດິນ​ແດນ​ມໍ​ຣະ​ດົກ​ຂອງ​ຕົນ 25 ໃນ​ສະ​ໄຫມ​ນັ້ນ​ບໍ່​ມີ​ກະ​ສັດ​ໃນ​ອິສ​ຣາ​ເອນ ຕ່າງ​ກໍ​ກະ​ທຳ​ຕາມ​ໃຈ​ມັກ​ຂອງ​ຕົນ

ນາງຣູດ 1

ເອ​ລີ​ເມ​ເລກ​ກັບ​ຄອບ​ຄົວ​ໄປ​ອາ​ໄສ​ຢູ່​ປະ​ເທດ​ໂມ​ອາບ

1 ໃນ​ຄາວ​ພວກ​ຜູ້​ຕັດ​ສິນ​ປົກ​ຄອງພວກ​ອິ​ສ​ຣາ​ເອນຢູ່​ນັ້ນ ໄດ້​ມີ​ການ​ອຶດ​ຢາກ​ເກີດ​ຂຶ້ນ​ໃນ​ປະ​ເທດ 2 ຈົນ​ເປັນ​ເຫດ​ໃຫ້​ຊາຍ​ຄົນ​ນຶ່ງ​ຊື່​ວ່າ ເອ​ລີ​ເມ​ເລກ ພ້ອມ​ກັບ​ນາງ​ນາ​ໂອ​ມີ​ຜູ້​ເປັນ​ພັ​ຣ​ຍາ ແລະ​ລູກ​ຊາ​ຍ​ສອງ​ຄົນ​ຄື ມາ​ໂລນ ແລະກີ​ລີ​ໂອນ ຫນີ​ຈາກ​ເມືອງ​ເບັດ​ເລ​ເຮັມ​ຣາ​ຊ​ອາ​ນາ​ຈັກ​ຢູດາ ໄປ​ອາ​ໄສຢູ່​ໃນ​ປະ​ເທດ​ໂມ​ອາບ ພວກ​ເຂົາ​ເປັນ​ຄົນ​ເອ​ຟ​ຣາ​ທາ 3 ຢູ່​ຕໍ່​ມາ ເອ​ລີ​ເມ​ເລກ​ກໍ​ຕາຍ​ໄປ ນາງ​ນາ​ໂອ​ມີ​ຜູ້​ເປັນ​ເມັຽ​ຈຶ່ງໃຊ້​ຊີ​ວິດ​ຢູ່​ກັບ​ລູກຊາຍ​ທັງ​ສອງ 4 ຕໍ່​ມາ​ອີກ​ບໍ່​ດົນ ລູກຊາຍ​ທັງ​ສອງ​ກໍ​ໄດ້​ແຕ່ງງານ​ກັບ​ຍິງສາວ​ຊາວ​ໂມ​ອາບ ຄື​ນາງ​ໂອ​ປາ ແລະ​ນາງ​ຣູດ ພວກ​ເຂົາ​ໄດ້​ພາ​ກັນ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນັ້ນ​ປະ​ມານ​ສິບ​ປີ ແລ້ວ​ມາ​ໂລນ​ແລະ​ກີ​ລີ​ໂອນກໍ​ຕາຍ​ໄປ​ອີກ 5 ນາງ​ນາ​ໂອ​ມີ​ຈຶ່ງ​ໃຊ້​ຊີ​ວິດ​ຢູ່​ກັບ​ລູກສະໃພ້​ທັງ​ສອງ

ນາ​ໂອ​ມີ​ແລະ​ນາງ​ຣູດ​ກັບ​ຄືນ​ເມືອ

6 ຄັນ​ຕໍ່​ມາ ນາງ​ນາ​ໂອ​ມີ​ກໍ​ໄດ້​ຍິນ​ຂ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ເຂົ້າ​ປາ​ອາ​ຫານ​ແກ່​ຊາວ​ເມືອງ​ເບັດ​ເລ​ເຮັມ​ແລ້ວ 7 ນາງ​ພ້ອມ​ດ້ວຍ​ລູກ​ສະ​ໃພ້​ທັງ​ສອງ​ຈຶ່ງ​ຕຽມ​ຕົວ​ອອກ​ເດີນ​ທາງ​ມຸ່ງ​ຫນ້າ​ຄືນ​ສູ່​ເມືອງ​ເບັດ​ເລ​ເຮັມ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ 8 ໃນ​ລະ​ຫວ່າງເດີນ​ທາງ​ໄປ​ນັ້ນ ນາງ​ນາ​ໂອ​ມີ​ໄດ້ເວົ້າ​ກັບ​ລູກ​ສະໃພ້​ທັງ​ສອງວ່າ, “ຈົ່ງ​ພາ​ກັນ​ກັບ​ຄືນ​ເມືອ​ຢູ່​ບ້ານ​ພໍ່​ແມ່ຂອງ​ພວກ​ເຈົ້າ​ສາ ແລະ​ຂໍ​ໃຫ້ພຣະຜູ້​ເປັ​ນ​ເຈົ້າ​ຊົງ​ໂຜດ​ປະ​ທານ​ຄວາມ​ຜາ​ສຸກ​ໃຫ້​ແກ່​ພວກ​ເຈົ້າເຫມືອນ​ດັ່ງ​ທີ່​ພວກ​ເຈົ້າ​ເຄີຍ​ເຮັດ​ແກ່​ແມ່​ ແລະ​ແກ່​ຜູ້​ທີ່​ຕາຍ​ໄປ​ແລ້ວ​ນັ້ນ 9 ນອກ​ນີ້ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ປະ​ທານ​ຄວາມ​ສງົບ​ສຸກ ເມື່ອ​ເວ​ລາພວກ​ເຈົ້າ​ມີ​ຄອບ​ຄົວ​ໃຫມ່” ຫລັງ​ຈາກ​ນັ້ນ ນາງ​ນາໂອ​ມີ​ກໍ​ກອດ​ຈູບ​ສັ່ງ​ລາ​ລູກ​ສະໃພ້​ທັງ​ສອງ​ດ້ວຍ​ຄວາ​ມສົງ​ສານ ເຂົາ​ທັງ​ສອງ​ຈຶ່ງ​ຮ້ອງ​ໄຫ້​ດ້ວຍ​ຄວາມ​ອາ​ລັຍ​ອາ​ວອນ 10 ພ້ອມ​ທັງ​ໄດ້​ເວົ້າ​ກັບ​ແມ່​ຍ່າ​ວ່າ, “ພວກ​ລູກ​ຈະ​ບໍ່​ເມືອ ຈະ​ໄປ​ຢູ່​ນຳ​ແມ່​ ແລະ​ພີ່​ນ້ອງ​ຂອງ​ແມ່” 11 ນາງ​ນາ​ໂອ​ມີ​ຂໍ​ຮ້ອງ​ຕື່ມ​ອີກວ່າ, “ຈົ່ງ​ກັບ​ຄືນເມືອບ້ານ​ຂອງ​ພວກ​ລູກ​ສາ ຢາກ​ໄປ​ນຳ​ແມ່​ເຮັດ​ຫຍັງ ຫລື​ພວກ​ລູກ​ຄິດ​ວ່າ​ແມ່​ຍັງ​ມີ​ລູກຊາຍ​ທີ່​ພໍ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ແຕ່ງ​ງານ​ນຳ​ອີກ​ບໍ່? 12 ຈົ່ງ​ກັບ​ຄືນ​ເມືອ​ເສັຽ​ເທີນ ແມ່​ນີ້​ກໍ​ເຖົ້າກາຍ​ຍາມ​ຈະ​ແຕ່ງ​ງານ​ໃຫມ່​ອີກ​ແລ້ວ ສົມ​ມຸດ​ວ່າ ແມ່​ຈະ​ແຕ່ງ​ງານໃນ​ຄືນ​ນີ້​ແລ້​ວມີ​ລູກຊາຍ​ໃຫມ່​ອີກ 13 ພວກ​ລູກ​ກໍ​ຈະ​ພາ​ກັນ​ຢູ່​ຖ້າ​ຈົນ​ເຂົາ​ໃຫຍ່ ແລ້ວ​ແຕ່ງ​ງານ​ກັບ​ເຂົາ​ອີກ​ຫລື ລູກ​ຈະບໍ່​ແຕ່ງ​ງານ​ກັບ​ຄົນ​ອື່ນ​ອີກ​ຫລື ເປັນ​ໄປ​ບໍ່​ໄດ້​ດອກ​ລູກ​ເອີຍ, ແມ່​ມີ​ຄວາມ​ສົງ​ສານ​ພວກ​ເຈົ້າ​ຫລາຍ ຍ້ອນວ່າ​ການ​ກະ​ທຳ​ຂອງ​ແມ່​ອາດ​ເປັນ​ທີ່​ບໍ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ” 14 ເມື່ອ​ໄດ້​ຍິນ​ແມ່​ຍ່າເວົ້າ​ດັ່ງ​ນັ້ນ ພວກ​ເຂົາ​ກໍ​ພາ​ກັນ​ຮ້ອງ​ໄຫ້​ອີກ ແລ້ວ​ນາງ​ໂອ​ປາ​ໄດ້​ກອດ​ຈູບ​ຍ່າ ແລະ​ອຳ​ລາ​ກັບ​ຄືນ​ໄປ​ຫາ​ພີ່​ນ້ອງ​ຂອງ​ຕົນ ສ່ວນ​ນາງ​ຣູດ​ບໍ່​ຍອມ​ຫນີ​ຈາກ​ຍ່າ​ເດັດ​ຂາດ 15 ນາງ​ນາ​ໂອ​ມີ​ຈຶ່ງ​ເວົ້າ​ຕໍ່​ນາງ​ຣູດ​ວ່າ, “ເບິ່ງ​ດູ ນາງ​ໂອ​ປາ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ພີ່​ນ້ອງ ແລະ​ພຣະ​ເຈົ້າ​ຂອງ​ເຂົາ​ທີ່ບ້ານ​ເກົ່າ​ແລ້ວ” 16 ແຕ່​ນາງ​ຣູດ​ໄດ້​ຕອບ​ຍ່າ​ວ່າ, “ຢ່າ​ຮ້ອງ​ຂໍ​ໃຫ້​ຂ້າ​ນ້ອຍ​ເຊົາ​ຕິດ​ຕາມ​ແລະ​ຈາກ​ແມ່​ຍ່າ​ໄປ​ທ້ອນ ແມ່​ໄປ​ທີ່ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ ແມ່​ຢູ່​ບ່ອນ​ໃດ​ລູກ​ກໍ​ຂໍ​ຢູ່​ບ່ອນ​ນັ້ນ​ດ້ວຍ ຍາດ​ພີ່​ນ້ອງ​ຂອງ​ແມ່ກໍ​ແມ່ນ​ຍາດ​ພີ່​ນ້ອງ​ຂອງ​ລູກ ພຣະ​ເຈົ້າ​ຂອງ​ແມ່​ກໍ​ແມ່ນ​ພຣະ​ເຈົ້າ​ຂອງ​ລູກ 17 ແມ່ຕາຍ​ຢູ່ບ່ອນ​ໃດ ລູກ​ກໍ​ຂໍ​ຕາຍ​ຢູ່​ບ່ອນ​ນັ້ນ ແລະ​ສົ​ບ​ຂອງ​ລູກ​ຈະ​ຝັງ​ຢູ່​ທີ່​ນັ້ນ​ດ້ວຍ ຖ້າ​ຂ້າ​ນ້ອຍ​ປະ​ແມ່​ໄປ​ກ່ອນ​ຕາຍ ກໍ​ຂໍ​ໃຫ້​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ຢ່າງ​ຫນັກ” 18 ເມື່ອ​ນາງ​ນາ​ໂອ​ມີ​ເຫັນ​ນາງ​ຣູດ​ມີ​ຄວາມ​ຕັ້ງ​ໃຈ​ໄປ​ກັບ​ຕົນ​ແທ້ ນາງ​ກໍ​ບໍ່​ເວົ້າ​ຫຍັງ​ອີກ 19 ທັງ​ສອງໄດ້​ພາ​ກັນ​ເດີນ​ທາງ​ໄປ​ຈົນ​ເຖິງ​ເມືອງ​ເບັດ​ເລ​ເຮັມ ເມື່ອ​ເຂົາ​ເຂົ້າ​ໄປ​ເຖິງ​ເມືອງ​ນັ້ນ ຊາວ​ເມືອງ​ກໍ​ພາ​ກັນ​ຕື່ນ​ເຕັ້ນ​ທີ່​ເຫັນ​ນາງ​ກັບ​ມາ 20 ພວກ​ຜູ້​ຍິງ​ຈຶ່ງ​ຖາມ​ກັນ​ວ່າ, “ນີ້​ບໍ່​ແມ່ນ​ນາງ​ນາ​ໂອ​ມີ​ບໍ່?” ນາງ​ນາ​ໂອ​ມີ​ຈຶ່ງ​ຕອບ​ເຂົາ​ວ່າ, “ຢ່າ​ເອີ້ນ​ຂ້ອຍ​ວ່າ​ນາງ​ນາ​ໂອ​ມີ​ອີກ ຈົ່ງ​ເອີ້ນ​ວ່າ​ມາ​ຣາ ເພາະ​ວ່າ​ພຣະ​ເຈົ້າ​ຜູ້​ມີ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ຊົງ​ໃຫ້​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ຂົມ​ຂື່ນ 21 ຂ້ອຍ​ຈາກ​ທີ່​ນີ້​ໄປ​ດ້ວຍ​ຄວາມ​ພ້ອມ​ພຽງ ແຕ່​ພຣະ​ເຈົ້າ​ໄດ້​ໃຫ້​ຂ້ອຍ​ກັບ​ມາ​ມື​ເປົ່າ ຍ້ອນ​ວ່າ​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ຂ້ອຍ ແລະ​ປະ​ທານ​ຄວາມ​ທຸກ​ຍາກ​ລຳ​ບາກ​ໃຫ້​ແກ່​ຂ້ອຍ ສະ​ນັ້ນ ເປັນ​ຫຍັງ​ຈຶ່ງ​ເອີ້ນຂ້ອຍວ່າ ນາ​ໂອ​ມີ ຜູ້​ຊົມ​ຊື່ນ​ຍິນ​ດີ 22 ນາງ​ນາ​ໂອ​ມີ​ກັບ​ນາງ​ຣູດ​ຊາວ​ເມືອງ​ໂມ​ອາບ​ລູກ​ສະໃພ້​ຂອງ​ນາງ ໄດ້​ກັບ​ມາ​ເຖິງ​ເມືອງ​ເບັດ​ເລ​ເຮັມ ພໍ​ດີ​ກັບ​ເວ​ລາ​ຕົ້ນ​ຣະ​ດູ​ກ່ຽວ​ເຂົ້າ

ນາງຣູດ 2

ນາງ​ຣູດ​ເກັບ​ຮວງ​ເຂົ້າ​ເຮັ່ຽ​ທີ່​ທົ່ງ​ນາ​ຂອງ​ໂບ​ອັ​ສ

1 ທີ່​ເມືອງ​ເບັດ​ເລ​ເຮັມ ນາງ​ນາ​ໂອ​ມີ​ໄດ້​ມີ​ພີ່​ນ້ອງ​ທາງ​ຜົວ​ຢູ່​ຜູ້​ນຶ່ງ​ຊື່ ໂບ​ອັ​ສ ທ່ານ​ຜູ້​ນີ້​ເປັນ​ຄົນ​ຣັ່ງ​ມີ ແລະ​ມີ​ອິດ​ທິ​ພົນ 2 ຢູ່​ຕໍ່​ມາ ນາງ​ຣູດ​ໄດ້​ເວົ້າ​ກັບ​ຍ່າ​ວ່າ, “ແມ່ ຂ້າ​ນ້ອຍ​ຂໍ​ໄປ​ເກັບ​ຮວງ​ເຂົ້າ​ຕົກ​ເຮັ່ຽຢູ່​ຕາມ​ທົ່ງ​ນາ ຂ້າ​ນ້ອຍ​ຈະ​ເກັບ​ເອົາ​ຕາມ​ຫລັງ​ຜູ້​ທີ່​ອະ​ນຸ​ຍາດ​ໃຫ້​ເກັບ” ນາງ​ນາ​ໂອ​ມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ສາ​ລູກ​ເອີຍ” 3 ແລ້ວ​ນາງ​ກໍ​ອອກ​ໄປ​ໃນ​ທົ່ງ​ນາ​ຫາ​ເກັບ​ເອົາ​ຮວງ​ເຂົ້າ​ເຮັ່ຽ​ຕາມ​ຫລັງ​ພວກ​ກ່ຽວ​ເຂົ້າ ໂດຍ​ບັງ​ເອີນ​ນາ​ທີ່ບ່ອນ​ນາງ​ເກັບ​ຮວງ​ເຂົ້າ​ນັ້ນ ແມ່ນ​ນາ​ຂອງ​ໂບອັ​ສພີ່​ນ້ອງ​ຂອງ​ເອ​ລີ​ເມ​ເລກ 4 ໃນ​ຂ​ນະ​ນັ້ນ ໂບ​ອັ​ສ​ໄດ້​ອອກ​ມາ​ແຕ່​ເມືອງ​ເບັດ​ເລ​ເຮັມ ເພື່ອ​ເບິ່ງ​ຄົນ​ເຮັດ​ວຽກ​ໃນ​ນາ ທ່ານ​ໄດ້​ກ່າວອວຍ​ພອນ​ໃຫ້​ພວກ​ເຂົາ​ວ່າ, “ຂໍ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ​ພວກ​ເຈົ້າ​ເທີນ” ແລ້ວ​ພວກ​ລູກ​ຈ້າງ​ກໍ​ຕອບ​ວ່າ, “ຂໍ​ພຣະ​ເຈົ້າ​ຊົງ​ອວຍ​ພອນ​ໃຫ້​ທ່ານ​ເຫມືອນ​ກັນ​ເທີນ” 5 ແລະ​ໂບ​ອັ​ສ​ໄດ້​ຖາມ​ຫົວ​ຫນ້າ​ລູກ​ຈ້າງວ່າ, “ຍິງ​ຜູ້​ນັ້ນ​ແມ່ນ​ໃຜ?” 6 ຫົວ​ຫນ້າ​ຈີ່ງ​ຕອບ​ວ່າ, “ແມ່ນ​ຍິງ​ທີ່​ມາ​ຈາກ​ປະ​ເທດ​ໂມ​ອາບ​ນຳ​ນາງ​ນາ​ໂອ​ມີ 7 ນາງ​ໄດ້​ມາ​ຂໍ​ອະ​ນຸ​ຍາດ​ນຳ​ຂ້າ​ນ້ອຍ ເພື່ອເກັບ​ຮວງ​ເຂົ້າ​ທີ່​ເຮັ່ຽ​ຈາກ​ພວກ​ກ່ຽວ​ເຂົ້າ ດັ່ງ​ນັ້ນ ນາງ​ຈຶ່ງ​ໄດ້​ເກັບ​ຕັ້ງ​ແຕ່​ເຊົ້າ​ຈົນ​ເຖິງ​ດຽວ​ນີ້ ແລະ​ໄດ້​ພັກ​ຜ່ອນ​ແຕ່​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ” 8 ເມື່ອ​ໄດ້​ຍິນ​ເຊັ່ນ​ນັ້ນ ໂບ​ອັ​ສ​ກໍ​ເວົ້າ​ກັບ​ນາງ​ຣູດ​ວ່າ, “ນາງ​ເອີຍ ເຈົ້າ​ຢ່າ​ໄປ​ເກັບ​ຮວງ​ເຂົ້າ​ບ່ອນ​ອື່ນ​ເດີ ຈົ່ງ​ມາ​ເກັບ​ແຕ່​ໃນ​ທົ່ງ​ນາ​ນີ້ ແລະ​ເຮັດ​ວຽກ​ຢູ່​ນຳ​ຄົນ​ງານ​ຍິງ​ຂອງ​ຂ້ອຍ 9 ຈົ່ງ​ເບິ່ງ ຖ້າ​ພວກ​ເຂົາ​ກ່ຽວ​ເຂົ້າ​ຢູ່ບ່ອນ​ໃດ ເຈົ້າ​ຈົ່ງ​ໄປ​ເກັບ​ຢູ່​ບ່ອນ​ນັ້ນ ຂ້ອຍ​ໄດ້​ສັ່ງ​ຫ້າມ​ບໍ່​ໃຫ້​ພວກ​ຜູ້​ຊາຍ​ຮົບ​ກວນ​ເຈົ້າ ຖ້າ​ເຈົ້າ​ຫິວ​ນ້ຳ ຈົ່ງ​ໄປ​ດື່ມ​ໃນ​ໄຫ​ທີ່​ພວກ​ລູກ​ຈ້າງ​ໄດ້​ຕັກ​ມາ​ໄວ້​ແລ້ວ​ນັ້ນ” 10 ເມື່ອ​ໄດ້​ຍິນ​ເຊັ່ນ​ນັ້ນ ນາງ​ກໍ​ກົ້ມ​ຂາບ​ລົງ ແລະເວົ້າກັບ​ໂບ​ອັ​ສ​ວ່າ, “ຂ້າ​ນ້ອຍ​ເປັນ​ພຽງ​ຄົນ​ຕ່າງ​ປະ​ເທດ ເປັນ​ຫຍັງ​ທ່ານ​ຈຶ່ງ​ມີ​ຄວາມ​ເມດ​ຕາ​ກະ​ຣຸ​ນາ​ຕໍ່​ຂ້າ​ນ້ອຍ​ເຊັ່ນ​ນີ້?” 11 ໂບ​ອັ​ສ​ຈຶ່ງ​ຕອບ​ວ່າ, “ຂ້ອຍ​ໄດ້​ຍິນ​ເຣື່ອງ​ທີ່​ເຈົ້າ​ປະ​ຕິ​ບັດ​ຕໍ່​ຍ່າ​ຕັ້ງ​ແຕ່​ຜົວ​ຂອງ​ເຈົ້າ​ໄດ້​ຕາຍ​ໄປ ຂ້ອຍ​ໄດ້​ຮູ້​ວ່າ​ເຈົ້າ​ຈາກ​ພໍ່​ແມ່ ແລະ​ບ້ານ​ເກີດ​ເມືອງນອນ ມາ​ຢູ່​ໃນ​ປະ​ເທດ​ທີ່​ເຈົ້າ​ບໍ່ຮູ້​ຈັກ​ມາ​ກ່ອນ 12 ຂໍ​ໃຫ້​ພຣະ​ເຈົ້າ​ຊົງ​ຕອ​ບ​ແທນ​ຄຸນ​ຄວາມ​ດີ​ທີ່​ເຈົ້າ​ໄດ້​ປະ​ຕິ​ບັດ​ມາ ຂໍ​ໃຫ້​ພຣະ​ເຈົ້າຂອງ​ພວກ​ອິ​ສ​ຣາ​ເອນ ຜູ້ຊຶ່ງ​ເຈົ້າ​ໄດ້​ເພິ່ງ​ພາ​ອາ​ໄສ ຈົ່ງ​ປະ​ທານ​ບຳ​ເຫນັດ​ອັນ​ປະ​ເສີດ​ໃຫ້​ແກ່​ເຈົ້າ​ດ້ວຍ” 13 ນາງ​ຣູດ​ກໍ​ຕອບ​ວ່າ, “ທ່ານ​ດີ​ຕໍ່​ຂ້າ​ນ້ອຍ​ຫລາຍ ນອກ​ນີ້​ທ່ານ​ຍັງ​ໄດ້​ເລົ້າ​ໂລມ​ໃຫ້​ກຳ​ລັງ​ໃຈ​ແກ່​ຂ້າ​ນ້ອຍ ທັງໆ​ທີ່​ຂ້າ​ນ້ອຍ​ບໍ່​ມີ​ຄຸນ​ຄ່າເທົ່າ​ທຽມ​ກັບ​ຄົນ​ໃຊ້​ຍິງ​ຄົນ​ນຶ່ງ​ຂອງ​ທ່ານ​ຊ້ຳ” 14 ເມື່ອ​ເວ​ລາ​ຮັບ​ປະ​ທານ​ອາ​ຫານ ໂບ​ອັ​ສ ບອກ​ນາງຣູດ​ວ່າ, “ຈົ່ງ​ຫ​ຍັບ​ເຂົ້າ​ມາ​ເອົາ​ເຂົ້າ​ຈີ່ ແລ້ວ​ເອົາ​ອາ​ຫານ​ມາຈ້ຳ​ນ້ຳສົ້ມ” ນາງ​ຣູດ​ຈຶ່ງ​ຫຍັບມາ​ນັ່ງ​ນຳ​ພວກ​ລູກ​ຈ້າງ ໂບ​ອັ​ສ​ໄດ້​ເອົາ​ອາ​ຫານ​ໃຫ້​ນາງ ຈົນ​ນາງຮັບ​ປະ​ທານ​ອີ່ມ ແລ້ວ​ຍັງ​ມອບ​ອາ​ຫານ​ທີ່​ເຫລືອ​ນັ້ນ​ໃຫ້​ອີກ​ດ້ວຍ 15 ຫລັງ​ຈາກ​ຮັບປະ​ທານ​ອາ​ຫານ​ອີ່ມ​ແລ້ວ ກ່ອນ​ນາງຈະ​ໄປ​ເກັບ​ຮວງ​ເຂົ້າ​ຕໍ່​ອີກ ໂບ​ອັ​ສໄດ້​ສັ່ງ​ລູກ​ຈ້າງວ່າ, “ຈົ່ງ​ອະ​ນຸ​ຍາດ​ໃຫ້​ນາງ​ເກັບ​ຮວງ​ເຂົ້າ​ໃນ​ບ່ອນ​ທີ່​ຍັງ​ມີ​ຝ່ອນ​ເຂົ້າ 16 ຢ່າ​ຮົບ​ກວນ​ນາງ ໃຫ້​ພວກ​ເຈົ້າ​ດືງ​ເອົາ​ເຂົ້າ​ບາງ​ຮວງ​ອອກ​ຈາກ​ມັດ​ປະ​ໄວ້​ໃຫ້​ນາງເກັບ​ຕາມ​ສະ​ບາຍ ແລະ​ຢ່າ​ເວົ້າ​ຫຍໍ້​ຫຍັນ​ຫຍັງ​ໃຫ້​ນາງ​ເດີ 17 ນາງ​ຣູດ​ໄດ້​ເກັບ​ຮວງ​ເຂົ້າ​ໃນ​ນາ​ຈົນ​ຮອດ​ຄ່ຳ ແລ້ວ​ຟາດ​ເອົາ​ເຂົ້າ​ທີ່​ເກັບ​ມາ​ນັ້ນ​ໄດ້​ປະ​ມານ​ເອ​ຟາ​ນຶ່ງ 18 ຫລັງ​ຈາກ​ນັ້ນ ນາງກໍ​ຖື​ເອົາ​ເຂົ້າ​ກັບ​ຄືນ​ເມືອ​ບ້ານ​ຫາ​ຍ່າ​ໃນ​ເມືອງ ພ້ອມ​ທັງ​ອາ​ຫານ​ທີ່​ໂບ​ອັ​ສ​ໃຫ້​ມາ​ນັ້ນ​ໃຫ້​ຍ່າ​ເບິ່ງ 19 ນາງ​ນາ​ໂອ​ມີ​ຈຶ່ງ​ຖາມ​ວ່າ, “ມື້​ນີ້​ລູກ​ໄດ້​ໄປ​ເກັບ​ເຂົ້າ​ຢູ່​ບ່ອນ​ໃດ ແມ່ນ​ນາ​ຂອງ​ໃຜ​ທີ່​ລູກ​ໄປ​ເຮັດ​ວຽກ​ນຳ ຂໍ​ໃຫ້​ພຣະ​ເຈົ້າ​ຊົງ​ອວຍ​ພອນ​ທ່ານ​ຜູ້​ມີ​ເມດ​ຕາ​ຈິດ​ເທີນ” ແລ້ວ​ນາງ​ຣູດ​ໄດ້​ເວົ້າ​ໃຫ້​ຍ່າ​ຟັງ​ວ່າ ນາງ​ໄດ້​ໄປ​ເຮັດ​ວຽກ​ໃນ​ນາຂອງ​ທ່ານ​ຜູ້​ນຶ່ງຊື່ ໂບ​ອັ​ສ 20 ນາງ​ນາ​ໂອ​ມີ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ຂໍ​ທ່ານ​ຜູ້​ນັ້ນ​ຈົ່ງ​ໄດ້ຮັບ​ພອນ​ຈາກ​ອົງ​ພຣະ​ເຈົ້າ​ຜູ້​ຊົງ​ປະ​ຕິ​ບັດ​ສັນ​ຍາ​ທີ່​ຊົງ​ໃຫ້​ໄວ້​ກັບ​ຜູ້​ຍັງ​ມີ​ຊີ​ວິດ ແລະ​ຜູ້​ຕາຍ​ໄປ​ແລ້ວ” ນາງ​ເວົ້າ​ຕໍ່​ໄປ​ອີກວ່າ, “ທ່ານ​ຜູ້​ນັ້ນ​ແມ່ນ​ຍາດ​ພີ່​ນ້ອງ​ໃກ້​ຊິດ​ຂອງ​ເຮົາຊຶ່ງ​ເປັນ​ຜູ້​ນຶ່ງ​ທີ່​ມີ​ສິດ​ໄຖ່ ແລະ​ອຸ​ປ​ຖັມ​ຄ້ຳ​ຊູ​ພວກ​ເຮົາ” 21 ນາງ​ຣູດ​ຍັງ​ໄດ້​ເວົ້າ​ກັບ​ຍ່າ​ອີກວ່າ, “ທ່ານ​ຍັງ​ບອກ​ໃຫ້​ຂ້າ​ນ້ອຍ​ຢູ່​ກັບ​ລູກ​ຈ້າງ​ຂອງ​ທ່ານຈົນ​ກ່ຽວ​ເຂົ້າ​ແລ້ວ” 22 ນາງ​ນາ​ໂອ​ມີ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ​ລູກ​ເອີຍ, ເປັນ​ການ​ດີ​ຖ້າ​ລູກ​ຢູ່​ນຳ​ລູກ​ຈ້າງ​ຂອງ​ທ່ານ ແຕ່​ຖ້າ​ລູກ​ໄປ​ນາ​ຂອງ​ຜູ້​ອື່ນ​ອາດ​ຈະ​ຖືກ​ຣົບ​ກວນ” 23 ດັ່ງ​ນັ້ນ ນາງ​ຣູດ​ຈຶ່ງ​ທຽວ​ໄປ​ເຮັດ​ວຽກ​ນຳ​ລູກ​ຈ້າງ​ຂອງ​ໂບ​ອັ​ສ​ຈົນ​ກ່ຽວ​ເຂົ້າ​ແລ້ວ ແຕ່​ນາງ​ຍັງ​ຢູ່​ກັບ​ແມ່​ຍ່າ​ຂອງ​ນາງ

ນາງຣູດ 3

ໂບ​ອັ​ສເມດ​ຕາ​ນາງ​ຣູດ

1 ຄັນ​ຕໍ່​ມາ ນາງ​ນາ​ໂອ​ມີ​ໄດ້​ກ່າວ​ຕໍ່​ນາງ​ຣູດ​ລູກ​ສະໃພ້​ຂອ​ງຕົນ​ວ່າ, “ລູກ​ເອີຍ, ແມ່​ຄວນ​ຈະ​ຊອກ​ຫາ​ຜົວ​ໃຫ້​ເຈົ້າ ເພື່ອ​ຈະ​ມີ​ຄອບ​ຄົວ​ໃຫມ່​ອີກ​ໄດ້​ແລ້ວ 2 ເຈົ້າ​ຈົ່ງ​ຮູ້​ໄວ້​ວ່າ ໂບ​ອັ​ສນາຍ​ຂອງ​ພວກ​ສາວ​ໃຊ້​ທີ່​ເຈົ້າ​ໄດ້​ໄປ​ເຮັດ​ວຽກ​ນຳ​ນັ້ນ ເປັນ​ພີ່​ນ້ອງ​ຜູ້​ນຶ່ງ​ຂອງ​ພວກ​ເຮົາ ລູກ​ຈົ່ງ​ຟັງ​ໃຫ້​ດີ ໃນ​ມື້​ແລງ​ນີ້​ທ່ານ​ຈະ​ໄປ​ຟາດ​ເຂົ້າ​ໃນ​ລານ 3 ດັ່ງ​ນັ້ນ ເຈົ້າ​ຈົ່ງ​ອາບ​ນ້ຳ ທາ​ນ້ຳ​ມັນ ແຕ່ງ​ເນື້ອ​ແຕ່ງ​ຕົວ ແລະ​ນຸ່ງ​ເຄື່ອງ​ອັນ​ງາມ​ທີ່​ສຸດ ແລ້ວ​ລົງ​ໄປ​ໃນ​ລານ​ບ່ອນ​ທີ່​ທ່ານ​ຟາດ​ເຂົ້າ​ນັ້ນ ແຕ່​ຢ່າ​ໃຫ້​ທ່ານ​ຮູ້​ຈັກ​ວ່າ​ເຈົ້າ​ຢູ່​ຫັ້ນ ຈົນ​ກວ່າ​ທ່ານ​ຮັບ​ປະ​ທານ ແລະ​ດື່ມ​ອີ່ມ​ແລ້ວ 4 ເມື່ອ​ທ່ານໄປ​ນອນ ໃຫ້​ເຈົ້າ​ຈື່ບ່ອນ​ທ່ານນອນ​ໄວ້ ແລ້ວ​ໃຫ້​ເຈົ້າ​ຄ່ອຍໆ​ເຂົ້າ​ໄປ​ເປີດ​ຜ້າ​ຫົ່ມ​ທີ່​ຕີ​ນ​ທ່ານ​ອອກ​ແລ້ວນອນ​ລົງ ໃນ​ເວ​ລາ​ນັ້ນ​ທ່ານຈະ​ເວົ້າ​ກັບ​ເຈົ້າ​ໃນ​ສິ່ງ​ທີ່​ເຈົ້າ​ຄວນ​ຈະ​ເຮັດ” 5 ນາງ​ຣູດ​ໄດ້​ຕອບ​ຍ່າ​ວ່າ, “ຂ້າ​ນ້ອຍ​ຈະ​ເຮັດ​ຕາມ​ທີ່​ຍ່າ​ບອກ” 6 ແລ້ວ​ນາງ​ຣູດ​ກໍ​ລົງ​ໄປ​ໃນ​ລານເຂົ້າ ແລະ​ເຮັດ​ຕາມ​ທີ່​ຍ່າໄດ້​ບອກ​ໄວ້​ທຸກ​ປະ​ການ 7 ຫລັງ​ຈາກໂບ​ອາດ​ໄດ້​ກິນ​ແລະ​ດື່ມ​ອີ່ມ​ຫນຳ​ສຳ​ຣານ​ໃຈ​ແລ້ວ ທ່ານ​ກໍ​ໄປ​ນອນ​ພັກ​ຜ່ອນ​ຢູ່​ໃກ້ໆ​ກອງ​ຟ່ອນ​ເຂົ້າ ນາງ​ຣູດ​ຈຶ່ງ​ຄ່ອຍໆ​ຫຍັບ​ເຂົ້າ​ໄປ​ເປີດ​ຜ້າ​ຫົ່ມ​ທີ່​ຕົນ​ທ່ານ​ອອກ ແລ້ວ​ຄ່ອຍໆ​ນອນ​ລົງ 8 ເມື່ອ​ໂບ​ອັ​ສ​ຮູ້​ເມື່ອຂຶ້ນ​ໃນເວ​ລາ​ກາງ​ຄືນ ກໍ​ຮູ້​ສຶກ​ປະ​ຫລາດ​ໃຈ​ທີ່​ເຫັນ​ຜູ້ຍິງ​ມາ​ນອນ​ຢູ່​ໃຕ້​ຕີນ​ຂອງ​ຕົນ 9 ທ່ານຈຶ່ງ​ຖາມ​ຂຶ້ນ​ວ່າ, “ເຈົ້າ​ແມ່ນ​ໃຜ?” ນາງ​ຣູດ​ກໍ​ຕອບ​ວ່າ, “ຂ້າ​ນ້ອຍ​ແມ່ນ​ຣູດ​ສາວ​ໃຊ້​ຂອງ​ທ່ານ ຂໍ​ໃຫ້​ທ່ານ​ປົກ​ປັກ​ຮັກ​ສາ​ເບິ່ງ​ແຍງ​ຂ້າ​ນ້ອຍ​ແດ່​ທ້ອນ ເພາະ​ທ່ານ​ເປັນ​ພີ່​ນ້ອງໃກ້​ຊິດ​ມີ​ສິ​ດໄຖ່ ແລະ​ອຸ​ປ​ຖັມ​ຄ້ຳ​ຊູ​ຂ້າ​ນ້ອຍ” 10 ໂບ​ອັ​ສ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພຣະ​ເຈົ້າ​ອວຍ​ພອນ​ເຈົ້າ ການ​ກະ​ທຳ​ຂອງ​ເຈົ້າ ຄັ້ງ​ນີ້​ເປັນ​ທີ່​ຫນ້າ​ສົງສານກວ່າ​ຄາວ​ກ່ອນ ຊຶ່ງ​ຊີ້​ໃຫ້​ເຫັນ​ຄວາມ​ສຸ​ດຈະ​ຣິດ​ທີ່​ເຈົ້າ​ມີ​ຕໍ່​ຄອບ​ຄົວ ແລະ​ຕໍ່​ຍ່າ​ຂອງ​ເຈົ້າ ໂດຍ​ບໍ່​ໄດ້​ໄປ​ຫຍຸ້ງ​ກ່ຽວ​ກັບ​ຜູ້​ບ່າວ​ຄົນ​ອື່​ນ​ທີ່​ຮັ່ງ​ມີ ຫລື​ຍາກ​ຈົນ 11 ບັດ​ນີ້ ເຈົ້າ​ບໍ່​ຕ້ອງ​ຢ້ານ ຂ້ອຍ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ເວົ້າ​ນັ້ນ​ທຸກ​ຢ່າງ ເພາະ​ທຸກ​ໆ​ຄົນ​ໃນ​ເມືອງ​ນີ້​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ເປັນ​ຍິງ​ດີ 12 ເປັນ​ຄວາມຈີງ​ທີ່​ວ່າ​ຂ້ອຍ​ເປັນ​ພີ່​ນ້ອງ​ໃກ້​ຊິດ​ແລະ​ມີ​ສິດ​ໄຖ່​ເຈົ້າ ແຕ່​ວ່າ​ຍັງ​ມີ​ພີ່​ນ້ອງ​ທີ່​ໃກ້​ຊິດກວ່າ​ຂ້ອຍ​ອີກ​ຜູ້​ນຶ່ງ​ທີ່​ມີ​ສິດ​ໄຖ່​ເຈົ້າ​ກ່ອນ 13 ເຈົ້າ​ຈົ່ງ​ນອນ​ຢູ່​ທີ່​ນີ້​ກ່ອນ ແລ້ວ​ມື້​ອື່ນເຊົ້າ​ຖ້າ​ຜູ້​ນັ້ນ​ຫາກ​ຮັບໄຖ່​ເຈົ້າ ກໍ​ຈົ່ງ​ໃຫ້​ທ່ານ​ກະ​ທຳ​ໄດ້​ ແຕ່​ຖ້າ​ທ່ານປະ​ຕິ​ເສດ ຂ້ອຍ​ຂໍ​ສາ​ບານ​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່​ວ່າ ຂ້ອຍ​ຈະ​ຮັບ​ຜິດ​ຊອບ​ໃນ​ເຣື່ອງ​ນີ້​ເອງ ເຈົ້າ​ຈົ່ງ​ຫລັບ​ນອນ​ໃຫ້​ສະ​ບາຍ​ໃຈ​ເທີນ” 14 ຄືນ​ນັ້ນ ນາງ​ໄດ້​ນອນ​ໃຕ້​ຕີນ​ຂອງ​ໂບ​ອັ​ສ​ຈົນ​ຂ້ອນ​ແຈ້ງ ແຕ່​ນາງ​ໄດ້​ລຸກ​ກ່ອນ​ຄົນ​ຈະ​ເຫັນ​ຫນ້າ ໂບ​ອັ​ສ​ຈຶ່ງ​ເວົ້າ​ວ່າ, “ຄົງ​ບໍ່​ມີ​ຜູ້​ໃດ​ຮູ້​ວ່າ​ນາງ​ມາ​ທີ່​ນີ້​ດອກ” 15 ຄັນ​ແລ້ວ ໂບ​ອັ​ສໄດ້​ເວົ້າ​ຕໍ່​ນາງວ່າ, “ຈົ່ງ​ເອົາ​ເສື້ອ​ຊັ້ນ​ນອກ​ທີ່​ເຈົ້າ​ນຸ່ງ​ນັ້ນ​ພື​ອອກ” ນາງ​ຣູດ​ກໍ​ເຮັດ​ຕາມ ໂບ​ອັ​ສຈຶ່ງ​ຜອງ​ເຂົ້າ​ໃຫ້​ນາງ​ຫົກ​ຫົວ​ຫນ່ວຍ​ຊັ່ງ​ຂອງເຂົ້າ​ບ​ເລ ນາງ​ໄດ້​ແບກ​ເອົາ​ເຂົ້າ​ແລ້ວ​ກັບ​ຄືນ​ເມືອ​ເມືອງ 16 ເມື່ອ​ນາງ​ກັບ​ມາ​ເຖິງ​ບ້ານ ຍ່າ​ກໍ​ຖາມ​ວ່າ, “ເປັນ​ແນວ​ໃດ​ລູກ?” ນາງ​ຣູດ​ກໍ​ເລົ່າ​ເຣື່ອງ​ທຸກ​ຢ່າງ​ທີ່​ໂບ​ອັ​ສໄດ້​ເວົ້າ ແລະ​ໄດ້​ເຣັດຕໍ່​ນາງ​ສູ່​ຍ່າ​ຟັງ 17 ນາງໄດ້​ເວົ້າ​ວ່າ, “ທ່ານ​ຍັງ​ໄດ້​ເອົາ​ເຂົ້າ​ຫົກ​ຫົວ​ຫນ່ວຍ​ຊັ່ງຂອງ​ເຂົ້າ​ບ​ເລນີ້​ໃຫ້ ເພາະ​ທ່ານ​ບໍ່​ຢາກ​ໃຫ້​ຂ້າ​ນ້ອຍ​ກັບ​ມາ​ມື​ເປົ່າ” 18 ນາງ​ນາ​ໂອ​ມີ​ຈຶ່ງ​ເວົ້າ​ວ່າ, “ລູກ​ຈົ່ງ​ສະ​ບາຍໃຈ​ເທີນ ຕົກ​ມາ​ຮອດ​ນີ້​ລູກ​ກໍ​ຄົງ​ຈະ​ຮູ້​ແລ້ວ​ວ່າ ເຣື່ອງ​ມັນ​ຈະ​ຈົບ​ລົງ​ແນວ​ໃດ ເພາະ​ໂບ​ອັ​ສ​ຄົງ​ຈະ​ບໍ່​ສະ​ບາຍ​ໃຈ ຖ້າ​ບໍ່​ໄດ້​ຈັດ​ການ​ກັບ​ເຣື່ອງ​ນີ້​ໃຫ້​ຮຽບ​ຮ້ອຍ​ໃນ​ມື້​ນີ້”

ນາງຣູດ 4

ໂບ​ອັ​ສ​ເອົາ​ຣູດ​ເປັນ​ພັ​ຣ​ຍາ

1 ໂບ​ອັ​ສ​ໄດ້​ໄປ​ນັ່ງ​ຢູ່​ໃນ​ຫໍ​ປະ​ຊຸມ​ທີ່​ປະ​ຕູ​ເຂົ້າ​ເມືອງ ໃນ​ຂ​ນະ​ນັ້ນ​ພໍ​ດີ​ກັບ​ພີ່​ນ້ອງ​ຜູ້​ໃກ້​ຊິດ​ກັບ​ເອ​ລີ​ເມ​ເລກ ຜູ້​ມີ​ສິດ​ໄຖ່​ແລະ​ອຸ​ປ​ຖັມຄ້ຳ​ຊູ​ທີ່​ທ່ານ​ເວົ້າ​ນັ້ນ​ຍ່າງ​ຜ່ານ​ມາ ໂບ​ອັ​ສ​ຈຶ່ງ​ຖືໂອ​ກາດ​ເຊື້ອ​ເຊີນ​ເຂົາ​ນັ່ງ​ລົງ 2 ນອກ​ນີ້​ທ່ານ​ຍັງ​ໄດ້​ເຊື້ອ​ເຊີນພວກ​ເຖົ້າ​ແກ່​ໃນ​ເມືອງ​ສິບ​ຄົນ​ມາ​ຮ່ວມ​ດ້ວຍ ເມື່ອ​ມາ​ພ້ອມ​ພຽງ​ກັນ​ແລ້ວ 3 ໂບ​ອັ​ສ​ກໍ​ເວົ້າ​ກັບ​ພີ່​ນ້ອງ​ຂອງ​ເອ​ລີ​ເມ​ເລກວ່າ, “ບັດ​ນີ້ ນາງ​ນາ​ໂອ​ມີ​ໄດ້​ກັບ​ມາ​ແຕ່​ປະ​ເທດ​ໂມ​ອາບ ມາ​ຮອດ​ບ້ານ​ເກີດ​ເມືອງນອນ​ແລ້ວ ນາງ​ຕ້ອງ​ການ​ຂາຍ​ດິນ​ຂອງ​ເອ​ລີ​ເມ​ເລກ ຜູ້​ເປັນ​ຍາດ​ພີ່​ນ້ອງ​ຂອງ​ພວກ​ເຮົາ 4 ຂ້ອຍ​ໄດ້​ຕັດ​ສິນ​ໃຈ​ຄັກ​ແນ່​ແລ້ວ​ທີ່​ຈະ​ເວົ້າ​ເຣື່ອງ​ນີ້​ກັບ​ເຈົ້າ ຄື​ວ່າ​ຖ້າ​ເຈົ້າ​ຕ້ອງ​ການ​ຢາກ​ຊົດ​ຊ່ອຍ​ຍົກ​ຊື່​ສຽງ​ຂອງ​ຜູ້​ທີ່​ຕາຍ​ໄປ​ແລ້ວ ຈົ່ງ​ຕັດ​ສິນ​ໃຈ​ຊື້​ດິນ​ນີ້​ເສັຽ​ຕໍ່​ຫນ້າ​ພວກ​ເຖົ້າ​ແກ່​ທີ່​ນັ່ງ​ຢູ່​ນີ້ ເພື່ອ​ເປັນພ​ຍານ ຫລັກ​ຖານ​ໃຫ້ ແຕ່​ຖ້າ​ເຈົ້າ​ບໍ່​ຕ້ອງ​ການ​ຈົ່ງ​ໄດ້​ບອກ​ໃຫ້​ຂ້ອຍ​ຮູ້ ເພາະ​ວ່າ​ສິດ​ທິ​ໃນ​ການ​ຊື້​ນັ້ນເປັນ​ຂອງ​ເຈົ້າ​ກ່ອນ ແລ້ວ​ຈຶ່ງ​ເປັນ​ຂ​ອງ​ຂ້ອຍ​ຕາມ​ພາຍ​ຫລັງ” ຊາຍ​ຜູ້​ນັ້ນ​ໄດ້​ເວົ້າ​ຂຶ້ນ​ວ່າ, “ຂ້ອຍ​ຍິນ​ດີ​ຈະ​ຊື້​ດິນ​ນັ້ນ” 5 ໂບ​ອັ​ສຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ຖ້າ​ເຈົ້າ​ຊື້​ດິນ​ຈາກ​ນາງ​ນາ​ໂອ​ມີ ນາງ​ຣູດ​ຊຶ່ງ​ເປັນ​ແມ່​ຫມ້າຍ​ຕ້ອງ​ເປັນ​ເມັຽຂອງ​ເຈົ້າ ແລະ​ດິນ​ທີ່​ເຈົ້າ​ຈະ​ຊື້​ຕ້ອງ​ຕົກ​ເປັນ​ຂອງ​ຄອບ​ຄົວ​ຂອງ​ຜູ້​ທີ່​ຕາຍ​ແລ້ວ​ນັ້ນ” 6 ຊາຍ​ຜູ້​ນັ້ນ​ກໍ​ຕອບ​ວ່າ, “ຖ້າ​ເປັນ​ຢ່າງ​ນີ້ ຂ້ອຍ​ກໍ​ບໍ່​ສາ​ມາດ​ຈະຊື້​ໄດ້ ເພາະ​ການ​ຊື້​ອາດຈະ​ເຮັດ​ໃຫ້​ມໍ​ຣະ​ດົກ​ຂອງ​ຂ້ອຍ​ເອງ​ສູນ​ເສັຽ​ໄປ ເຈົ້າ​ຈົ່ງ​ໃຊ້​ສິດ​ທິ​ຂອງ​ຂ້ອຍ​ຊື້​ດິນ​ນັ້ນ​ເສັຽ​ເທີນ ຂ້ອຍ​ບໍ່​ຕ້ອງ​ການ​ອີກແລ້ວ” 7 ໃນ​ສະ​ໄຫມ​ກ່ອນ ຣາ​ຊ​ອາ​ນາ​ຈັກ​ອິ​ສ​ຣາ​ເອນ​ມີ​ທຳ​ນຽມ​ຢູ່​ວ່າ ເມື່ອ​ຜູ້​ນຶ່ງມອ​ບ​ສິດ​ທິ​ໃຫ້​ຜູ້​ນຶ່ງ​ອີກ ຫລື​ແລກ​ປ່ຽນ​ຊື້​ຂາຍ​ກັນ ຜູ້​ຂາຍ​ຕ້ອງ​ປົດ​ເກີບ​ສົ່ງ​ໃຫ້​ຜູ້​ຊື້ ການ​ກະ​ທຳ​ເຊັ່ນ​ນີ້ ໃຊ້​ເປັນ​ພຍານ​ຫລັກ​ຖານ​ທີ່​ນິ​ຍົມ​ກັນ​ໃນ​ຣາ​ຊ​ອາ​ນາ​ຈັກ​ອິ​ສ​ຣາ​ເອນ 8 ດັ່ງ​ນັ້ນ ຍາດ​ຂອງ​ເອ​ລີ​ເມ​ເລກ​ຜູ້​ມີ​ສິດ​ທິ​ໃນ​ກາ​ນ​ໄຖ່​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ຈົ່ງ​ຊື້​ສິ່ງ​ເຫລົ່າ​ນີ້​ເສັຽ​ເທີນ” ແລ້ວ​ເຂົາ​ກໍ​ໄດ້​ປົດ​ເກີບ​ໃຫ້​ແກ່​ໂບ​ອັ​ສ 9 ໂບອັ​ສ​ຈຶ່ງ​ກ່າວ​ກັບ​ພວກ​ເຖົ້າ​ແກ່ ແລະ​ພວກ​ທີ່​ມາ​ຮ່ວມ​ໃນ​ພິ​ທີ​ນັ້ນ​ວ່າ, “ມື້​ນີ້​ທ່ານ​ທັງ​ຫລາຍ​ຈົ່ງ​ເປັນ​ພຍານໃຫ້​ຂ້າ​ພະ​ເຈົ້າ​ດ້ວຍ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຊື້​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ເອ​ລີ​ເມ​ເລກ​ຂອງ​ກີ​ລີ​ໂອນ ແລະ​ຂອງ​ມາ​ໂລນ​ຈາກນາງ​ນາ​ໂອ​ມີ​ແລ້ວ 10 ນອກ​ຈາກ​ນີ້ ນາງ​ຣູດ​ຊາວ​ໂມ​ອາບ​ພັ​ຣ​ຍາ​ຂອງ​ມາ​ໂລນ​ຜູ້ ທີ່​ຕາຍ​ໄປ​ແລ້ວ ກໍ​ຕົກ​ເປັນ​ພັ​ຣຍຂອງ​ຂ້າພະ​ເຈົ້າ​ນຳ​ດ້ວຍ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ມໍ​ຣະ​ດົກມີຢູ່​ໃນ​ຄອບ​ຄົວ​ຂອງ​ຜູ້​ທີ່​ຕາຍ ເພື່ອ​ໃຫ້​ຊື່​ຂອງ​ເຂົາຍັງ​ມີ​ຢູ່​ໃນ​ຖ້າມ​ກາງ​ຍາດ​ພີ່​ນ້ອງ​ແລະ​ບ້ານ​ເມືອງ ຂໍ​ໃຫ້​ທ່ານ​ຈົ່ງ​ເປັນ​ພ​ຍານ​ຕໍ່​ເຫດ​ການ​ໃນ​ມື້​ນີ້​ດ້ວຍ” 11 ພວກ​ປະ​ຊາ​ຊົນ​ທີ່​ຢູ່​ໃນ​ທີ່​ນັ້ນ​ກໍ​ພ້ອມ​ກັນ​ຕອບວ່າ, “ພວກ​ເຣົາ​ຍິນ​ດີ​ເປັນ​ພ​ຍານ​ໃຫ້” ຝ່າຍ​ພວກ​ເຖົ້າ​ແກ່​ກໍ​ເວົ້າ​ວ່າ, “ຂໍ​ພຣະ​ຜູ້​ເປັນເຈົ້າ​ຊົງ​ໂຜດ​ຊ່ອຍ​ໃຫ້​ຍິງ​ທີ່​ຈະ​ໄປ​ຢູ່​ບ້ານ​ຂອງ​ເຈົ້າ​ນັ້ນ ເປັນ​ເຫມືອນ​ນາງ​ຣາ​ເຊັນ​ແລະ​ນາງ​ເລ​ອາ ຜູ້​ຊຶ່ງ​ມີ​ລູກ​ຫລານ​ຫລາຍ​ສືບ​ເຊື້ອ​ສາຍໃຫ້​ແກ່​ຣາ​ຊ​ອາ​ນາ​ຈັກ​ອິ​ສ​ຣາ​ເອນ ຂໍ​ໃຫ້​ເຈົ້າ​ເປັນ​ຜູ້​ຮັ່ງ​ມີໃນ​ ເອ​ຟ​ຣາ​ທາ ແລະ​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນ​ເມືອງ​ເບັດ​ເລ​ເຮັມ​ເທີນ 12 ຂໍ​ໃຫ້​ເດັກ​ນ້ອຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໂຜດ​ປະ​ທານ​ໃຫ້​ເຈົ້າ​ຈາກຍິງ​ສາວ​ຄົນ​ນີ້ ຈົ່ງ​ເປັນ​ເຫມືອນ​ຄອບ​ຄົວ​ຂອງ​ເປ​ເຣດ​ບຸດຊາ​ຍ​ຂອງຢູດາ​ແລະ​ນາງ​ທາ​ມາ​ເທີນ 13 ແລ້ວ​ໂບ​ອັ​ສກໍ​ເອົາ​ນາງ​ຣູດ​ມາ​ເປັນ​ເມັຽ ແລະ​ສົມ​ສູ່​ຢູ່​ກິນ​ດ້ວຍ​ກັນ 14 ຕໍ່​ມາ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ນາງ​ຕັ້ງ​ທ້ອງ ແລະ​ໄດ້​ບຸດ​ຊາຍ​ຜູ້​ນຶ່ງ 15 ຜູ້​ຍິງ​ທັງ​ຫລາຍ​ໃນ​ເມືອງ​ເບັດ​ເລ​ເຮັມ​ຈຶ່ງ​ເວົ້າກັບ​ນາງ​ນາ​ໂອ​ມີ​ວ່າ, “ຈົ່ງ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ ເພາະ​ພຣະ​ອົງ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ຫລານ​ຊາຍ ຜູ້​ຈະ​ບົວ​ລະ​ບັດ​ຮັກ​ສາ​ເຈົ້າ ຂໍ​ໃຫ້​ເດັກ​ນ້ອຍ​ຜູ້​ນີ້​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນ​ຣາ​ຊ​ອາ​ນາ​ຈັກ​ອິ​ສ​ຣາ​ເອນ ເປັນ​ກຳ​ລັງ​ໃຈ ແລະ​ເປັນ​ຜູ້​ຄຸ້ມ​ຄອງ​ຮັກ​ສາ​ເຈົ້າ​ໃນ​ເວ​ລາ​ເຖົ້າ​ແກ່ ລູກສະ​ໃພ້​ຜູ້​ເປັນ​ແມ່ຂອງ​ເດັກ​ນ້ອຍ​ນີ້​ຮັກ​ເຈົ້າ​ຫລາຍ ນາງ​ສາ​ມາດ​ບົວ​ລະ​ບັດ​ຮັກ​ສາ​ເຈົ້າ​ໄດ້​ດີກວ່າ​ບຸດ​ຊາຍ​ເຈັດ​ຄົນ​ຂອງ​ເຈົ້າ” 16 ນາງ​ນາ​ໂອ​ມີ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ ແລະ​ລ້ຽງ​ເກືອ​ຫລານ​ຊາຍ​ຜູ້​ນີ້​ເປັນ​ຢ່າງດີ 17 ພວກ​ຜູ້​ຍິງບ້ານ​ໃກ້​ເຮືອນ​ຄຽງ​ໄດ້​ຕັ້ງ​ຊື່​ໃຫ້​ເດັກ​ນ້ອຍ​ຜູ້​ນັ້ນ​ວ່າ ໂອ​ເບດ ພວກ​ເຂົາ​ພາກັນ​ເວົ້າ​ວ່າ, “ເດັກ​ນ້ອຍ​ນີ້​ແມ່​ນບຸດ​ນາງ​ນາ​ໂອ​ມີ” ຕໍ່​ມາ ໂອ​ເບດ​ໄດ້ເປັນ​ບິ​ດາຂອງເຈ​ສ​ຊີ ແລະ​ເຈ​ສ​ຊີໄດ້​ເປັນ​ບິ​ດາຂອງ​ດາ​ວິດ 18 ເຊື້ອ​ສາຍ​ຂອງ​ດາ​ວິດ ນັບ​ຕັ້ງ​ແຕ່​ເປ​ເຣສ​ມາ​ມີ​ດັ່ງ​ນີ້, ເປ​ເຣສເປັນ​ບິ​ດາ​ເຮສໂຣນ 19 ເຮສ​ໂຣນ​ເປັນບິ​ດາ​​ຮາມ ຮາມ​ເປັນ​ບິ​ດາອັມ​ມີ​ນາ​ດາບ 20 ອັມ​ມີ​ນາ​ດາບ​ເປັນ​ບິ​ດານາ​ໂຊນ ນາ​ໂຊນ​ເປັນ​ບິ​ດາຊັນ​ໂມນ 21 ຊັນ​ໂມນ​ເປັນ​ບິ​ດາ​ຂອງ​ໂບ​ອັ​ສ ໂບ​ອັ​ສ​ ໂບ​ອັ​ສ​ເປັນ​ບິດາ​ຂອງ​ໂອ​ເບດ 22 ໂອ​ເບດ​ເປັ​ນ​ບິ​ດາ​ຂອງ​ເຈ​ສ​ຊີ ເຈ​ສ​ຊີເປັນ​ບິ​ດາ​ດາ​ວິດ

1 ຊາມູເອນ 1

ຊາ​ມູ​ເອນ ສະ​ບັບ​ຕົ້ນ

ເອນ​ກາ​ນາ ແລະ​ຄອບ​ຄົວ​ທີ່​ຊີ​ໂລ

1 ມີ​ຊາຍ​ຄົນ​ນຶ່ງ​ຊື່​ວ່າເອນ​ກາ​ນາ ເປັນ​ຄົນ​ຕະ​ກູນເອ​ຟ​ຣາ​ອິມ ທ່ານ​ຢູ່​ເມືອງ​ຮາ​ມາທາ​ອິມ​ ເທິງ​ພູ​ດອຍເອ​ຟ​ຣາ​ອິມ ທ່ານ​ເປັນ​ບຸດຊາຍ​ຂອງ​ເຢ​ໂຣ​ຮາມ 2 ເຢ​ໂຣ​ຮາມ​ເປັນບຸດເອ​ລີ​ຮູ ຫລານ​ຂອງ​ໂຕ​ຮູ ແລະ​ເຫລັນ​ຂອງຊູ​ຟ ຊາວ​ເຜົ່າ​ເອ​ຟ​ຣາ​ອິມ ເອນ​ກາ​ນາ ​ມີ​ເມັຽ​ສອງ​ຄົນ​ຄື ນາງ​ຮັນ​ນາ ແລະ​ນາງ​ເປ​ນິນ​ນາ ເປ​ນິນ​ນາ​ມີ​ບຸດ ແຕ່​ຮັນ​ນາ​ບໍ່​ມີ​ບຸດ 3 ທຸກໆ​ປີ​ເອນ​ກາ​ນາໄດ້​ອອກ​ຈາກ​ເຮືອນ​ຂອງ​ຕົນ​ຂຶ້ນ​ໄປ​ນະ​ມັ​ສ​ການ​ຖວາຍ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ທີ່​ເມືອງ​ຊີ​ໂລ ຢູ່​ບ່ອນ​ນີ້​ແມ່ນ​ໂຮບ ແລະ​ຟີ​ເນ​ຣາ ບຸດຊາຍ​ທັງ​ສອງຂອງ​ເອ​ລີ​ເປັນ​ປະ​ໂຣຫິດ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ 4 ທຸກໆ​ເທື່ອ​ທີ່​ເອນ​ກາ​ນາ​ຖວາຍ​ເຄື່ອງ​ບູ​ຊາ ທ່ານ​ຈະ​ຕ້ອງ​ແບ່ງ​ຂອງ​ຖວາຍ​ນີ້​ໃຫ້​ເປ​ນິນ​ນາ ແລະ​ບຸດຂອງ​ທ່ານ​ແຕ່​ລະ​ຄົນ 5 ສໍາ​ລັບ​ຮັນ​ນາ​ນັ້ນ ທ່ານ​ໄດ້​ແບ່ງ​ສ່ວນ​ທີ່​ດີໆ​ກວ່າ​ຫມູ່​ໃຫ້​ແກ່​ນາງ ເຖິງ​ແມ່ນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ອະ​ນຸ​ຍາດ​ໃຫ້​ນາງ​ມີ​ລູກກໍ​ຕາມ ແຕ່​ເອນ​ກາ​ນາ​ກໍ​ຮັກ​ນາງ​ຫລາຍ​ທີ່​ສຸດ 6 ຍ້ອນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ໃຫ້​ນາງ​ມີ​ບຸດ ຄູ່​ແຂ່ງ​ຂອງ​ນາງ​ຄື​ເປ​ນິນ​ນາ​ໄດ້​ເຮັດ​ໃຫ້​ນາງທົນ​ທຸກ​ທໍ​ຣະ​ມານອັບ​ອາຍ​ຂາຍ​ຫນ້າ ແລະ​ຂຸ້ນ​ເຄືອງ​ໃຈ​ເລື້ອຍໆ 7 ເຫດ​ການ​ຢ່າງ​ນີ້​ເກີດ​ຂຶ້ນ​ທຸກໆ​ປີ ຍາມ​ເມື່ອ​ເຂົາ​ພາ​ກັນ​ຂຶ້ນ​ໄປ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປ​ນິນນາ ກໍເຣັດ​ໃຫ້​ຮັນ​ນາ​ເສົ້າ​ໂສກ​ເສັຽ​ໃຈ ນາງ​ຈຶ່ງຮ້ອງໄຫ້​ແລະ​ບໍ່​ຍອມ​ກິນ​ຫຍັງ​ຫມົດ 8 ເອນ​ກາ​ນາ​ຜູ້​ເປັນ​ຜົວ​ຈຶ່ງ​ຖາມ​ວ່າ, “ຮັນ​ນາ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້ ແລະ​ບໍ່​ຍອມ​ກິນ​ເຂົ້າ​ກີນໍ້າເປັນ​ຫຍັງ​ເຈົ້າ​ຈຶ່ງ​ໂສກ​ເສົ້າ​ຢູ່​ເລື້ອຍໆ ຂ້ອຍ​ບໍ່​ມີ​ຄວາມ​ຫມາຍ​ທໍ່​ມີ​ບຸດ​ສິບ​ຄົນ​ຊັ້ນ​ບໍ່”

ຮັນ​ນາ ແລະ​ເອ​ລີ

9 ຄັ້ງ​ນຶ່ງ​ທີ່​ຊີ​ໂລ ຫລັງ​ຈາກ​ເຂົາ​ຮັບ​ປະ​ທານ​ອາຫານ​ແລ້ວ ນາງ​ຮັນ​ນາ​ກໍ​ລຸກ​ຂຶ້ນ​ໃກ້​ປະ​ຕູ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ປະ​ໂຣ​ຫິດ​ເອ​ລີ​ກໍ​ນັ່ງ​ຢູ່​ເທິງ​ຕັ່ງ​ອີ້ 10 ຮັນ​ນາ​ຮູ້​ສຶກ​ຂົ່ມ​ຂື່ນ​ໃນ​ໃຈ​ຫລາຍ​ໃນ​ຂ​ນະ​ທີ່​ນາງ​ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ 11 ນາງ​ໄດ້​ຮ້ອງ​ໄຫ້​ດ້ວຍ​ຄວາມ​ທຸກ​ໃຈ ນາງ​ໄດ້​ສາ​ບານ​ຢ່າງ​ຫນັກ​ແຫນ້ນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຂໍ​ພຣະ​ອົງ​ຊົງ​ຫລິງ​ເບິ່ງ​ຂ້າພຣະ​ອົງຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເທີນ ຂໍ​ຊົງ​ຫລິງ​ເບິ່ງ​ຄວາມ​ໂສກ​ເສົ້າ​ຂອງ​ຂ້າ​ພຣະ​ອົງ ແລະ​ຂໍ​ຊົງ​ຈົດ​ຈໍາ​ຢ່າ​ຫລົງ​ລືມ​ຂ້າ​ພຣະ​ອົງ ຖ້າ​ວ່າ ພຣະ​ອົງ​ຊົງ​ປະ​ທານ​ບຸດຊາຍ​ໃຫ້​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງຂໍ​ສັນ​ຍາ​ວ່າ ຈະ​ອຸ​ທິດ​ຖວາຍ​ເດັກ​ນັ້ນ​ໃຫ້​ແກ່​ພຣະ​ອົງ​ຕລອດ​ຊົ່ວ​ຊີ​ວິ​ດ​ຂອງ​ເຂົາ ແລະ​ຜົມ​ຂອ​ງເຂົາ​ຈະ​ບໍ່​ຖືກ​ຕັດ​ຈັກ​ເທື່ອ 12 ນາງ​ຮັນ​ນາ​ໄດ້​ອ້ອນວອນ​ພຣະ​ຜູ້​ເປັ​ນ​ເຈົ້າ​ເປັນ​ເວ​ລາ​ດົນ​ນານ​ ເອ​ລີ​ກໍ​ສັງ​ເກດ​ເບິ່ງ​ປາກ​ຂອງ​ນາງ 13 ຝ່າຍ​ຮັນ​ນາ​ອ້ອນວອນ​ຢູ່​ໃນ​ໃຈ ແຕ່​ສົບ​ຂອງ​ນາງເຫນັງ​ຕີງ​ ບໍ່​ໄດ້​ຍິນ​ສຽງ​ຂອງ​ນາງ ເຫດ​ສະ​ນັ້ນ​ເອ​ລີ​ຈຶ່ງ​ຄິດ​ວ່າ​ນາງ​ເມົາ​ເຫລົ້າ 14 ທ່ານ​ເວົ້າ​ຕໍ່​ນາງວ່າ, “ຈົ່ງ​ຍຸດ​ຕິ​ການ​ເມົາ​ເຫລົ້າ ແລະ​ຢັບ​ຢັ້ງ​ສະ​ຕິ​ໄວ້​ເທີນ” 15 ນາງ​ຕອບຂຶ້ນວ່າ, “ບໍ່​ແມ່ນດອກ ຂ້າ​ນ້ອຍ​ບໍ່​ໄດ້​ເມົາ​ເຫລົ້າ ແລະ​ບໍ່​ໄດ້​ດື່ມ​ເຫລົ້າ ແຕ່​ຂ້າ​ນ້ອຍ​ຫມົດ​ຄວາມ​ຫວັງ ຂ້າ​ນ້ອຍ​ຈຶ່ງ​ມາ​ອ້ອນວອນລະ​ບາຍ​ຄວາມ​ໂສກ​ເສົ້າ​ຂອງ​ຂ້າ​ນ້ອຍ​ອອກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຟັງ 16 ຂໍ​ທ່ານ​ຢ່າ​ຄິດ​ວ່າ ຂ້າ​ນ້ອຍ​ເປັນ​ຍິງ​ທີ່​ບໍ່​ມີ​ຄຸນ​ຄ່າ​ເລີຍ ຂ້າ​ນ້ອຍ​ອ້ອນວອນ​ຢູ່​ຢ່າງ​ນີ້​ກໍ​ເພາະ​ວ່າ ຂ້າ​ນ້ອຍ​ຕົກ​ຢູ່​ໃນ​ຄວາມ​ຍາກ​ລໍາ​ບາກ ແລະ​ຄວາມ​ທຸກ​ເສົ້າ​ໂສກ​ຫມອງ​ໃຈ” 17 ເອ​ລີ​ເວົ້າ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ​ເທີນ ຂໍ​ພຣະ​ເຈົ້າຂອງອິສ​ຣາ​ເອນ​ປະ​ທານ​ພອນ​ຕາມ​ທີ່​ເຈົ້າ​ໄດ້​ຮ້ອງ​ຂໍ​ຕໍ່​ພຣະ​ອົງ” 18 ນາງ​ຕອບ​ວ່າ, “ຂໍ​ທ່ານ​ຈົ່ງ​ຄິດ​ເມດ​ຕາ​ປາ​ນີ​ຂ້າ​ນ້ອຍ​ເລື້ອຍໆ​ເທີນ” ແລ້ວ​ນາງ​ກໍ​ຈາກ​ໄປ ຕໍ່​ຈາກນັ້ນ​ມາ ນາງ​ຈຶ່ງ​ກິນ​ເຂົ້າ ແລະ​ຄວາມ​ໂສກ​ເສົ້າ​ກໍ​ທຸ​ເລົາ​ລົງ

ຊາມູເອນ​ເກີດ ແລະ​ຖືກ​ອຸ​ທິດ​ຖວາຍ​ຕົວ

19 ເຊົ້າ​ວັນ​ໃຫມ່​ມາ ເອນ​ກາ​ນາ​ພ້ອມ​ທັງ​ຄອບ​ຄົວ​ກໍ​ພາ​ກັນ​ໄປ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ແຕ່​ເຊົ້າໆ ແລ້ວ​ກໍ​ພາ​ກັນ​ກັບ​ຄືນ​ມາ​ຍັງ​ເມືອງ​ຮາ​ມາ ເມື່ອເອນ​ກາ​ນາ​ໄດ້​ສົມ​ສູ່​ຢູ່​ກັບ​ນາງ​ຮັນ​ນາ​ຜູ້​ເປັນ​ເມັຽ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຕອບ​ສນອງ​ຄໍາ​ອ້ອນວອນ​ຂອງ​ນາງ 20 ດັ່ງ​ນັ້ນ ນາງ​ຈຶ່ງ​ຖືພາ ແລະ​ເກີດ​ບຸດ​ຊາຍ​ຜູ້​ນຶ່ງ ນາງ​ຕັ້ງ​ຊື່​ບຸດ​ນັ້ນ​ວ່າ ຊາ​ມູ​ເອນ ເພາະ​ວ່າ​ນາງ​ໄດ້​ຂໍ​ເດັກ​ຄົນ​ນີ້​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 21 ຕໍ່ມາ ເອນ​ກາ​ນາ​ແລະ​ຄອບ​ຄົວ​ກໍ​ພາ​ກັນ​ໄປ​ເມືອງ​ຊີ​ໂລ ເພື່ອ​ຂຶ້ນ​ໄປ​ຖວາຍ​ເຄື່ອງ​ບູ​ຊາ​ປະ​ຈໍາ​ປີ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ພິ​ເສດ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຕາ​ມທີ່​ໄດ້​ສັນ​ຍາ​ໄວ້ 22 ແຕ່​ຮັນ​ນາ​ບໍ່​ໄດ້​ໄປ​ນໍາ ນາງ​ຈຶ່ງ​ໄດ້​ເວົ້າ​ຕໍ່​ຜົວ​ຂອງ​ຕົນ​ວ່າ, “ຖ້າ​ເດັກ​ນ້ອຍ​ນີ້​ຢ່າ​ນົມ​ຍາມ​ໃດ ຂ້ອຍ​ຈະ​ເອົາ​ເຂົາ​ໄປ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ຊຶ່ງ​ເປັນ​ບ່ອນ​ທີ່​ເຂົາຈະ​ຢູ່​ຕລອດ​ຊົ່ວ​ຊີ​ວິ​ດຂອງ​ເຂົາ” 23 ເອນ​ກາ​ນາ​ກໍ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ເຈົ້າ​ຄິດ​ວ່າ​ດີ ແລະ​ຢູ່​ໃນ​ເຮືອນ​ຫລັງ​ນີ້​ຈົນ​ກວ່າ​ລູກ​ຢ່າ​ນົມ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ຄໍາ​ສັນ​ຍາ​ຂອງ​ເຈົ້າ​ນີ້​ກາຍ​ເປັນ​ຈິງ” ດັ່ງ​ນັ້ນ ນາງ​ຮັນ​ນາ​ຈຶ່ງ​ຢູ່​ເຮືອນ​ລ້ຽງ​ລູກ​ຂອງ​ນາງ​ຕໍ່​ໄປ 24 ຕໍ່​ມາ ຫລັງ​ຈາກ​ເດັກ​ນ້ອຍ​ຢ່າ​ນົມ​ແລ້ວ ນາງ​ຈຶ່ງ​ຕຽມ​ເອົາ​ງົວ​ເຖິກ​ອາ​ຍຸ​ສາມ​ຂວບ ແປ້ງ​ນຶ່ງ​ກະ​ປ່ອງ ແລະ​ເຫລົ້າ​ອະ​ງຸ່ນ​ນຶ່ງ​ຖົງ​ຫນັງແລ້ວ​ນາງ​ພາບຸດ​ທີ່​ຍັງ​ນ້ອຍໆ​ຢູ່​ມາ​ຍັງ​ພຣະ​ວິ​ຫານ​ຂອງພຣະ​ຜູ້​ເປັນ​ເຈົ້າ​ທີ່​ເມືອງ​ຊີ​ໂລ 25 ແລ້ວ​ເຂົາ​ກໍ​ຂ້າ​ງົວ​ເຖິກ​ຕົວ​ນັ້ນ ແລະ​ນໍາ​ເອົາ​ເດັກ​ນ້ອຍ​ນັ້ນ​ມາ​ຫາ​ເອ​ລີ 26 ຮັນ​ນາເວົ້າ​ຕໍ່​ອາ​ລີ​ວ່າ, “ຂໍ​ໂທດ​ທ່ານ ທ່ານ​ຈື່​ຂ້າ​ນ້ອຍ​ໄດ້​ບໍ່ ຂ້າ​ນ້ອຍ​ຄື​ຜູ້​ຍິງ​ທີ່​ທ່ານ​ເຄີຍ​ເຫັນ ຢືນ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນີ້ 27 ຂ້າ​ນ້ອຍ​ໄດ້​ທູນ​ຂໍ​ລູກ​ຈາກ​ພຣະ​ອົງ ແລະ​ພຣະ​ອົງ​ກໍ​ຊົງ​ປະ​ທານ​ໃຫ້​ຕາມ​ທີ່​ຂ້າ​ນ້ອຍ​ໄດ້​ທູນ​ຂໍ 28 ດັ່ງ​ນັ້ນ​ ຂ້າ​ນ້ອຍ​ຈຶ່ງ​ຂໍ​ອຸ​ທິດ​ຖວາຍ​ເດັກ​ນີ້​ໃຫ້​ແກ່ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຂົາ​ເປັນ​ຂອງ​ພຣະ​ອົງ​ຕລອດ​ຊົ່ວ​ຊີ​ວິດ​ຂອງ​ເຂົາ​ເທີນ” ແລ້ວ​ເຂົາ​ກໍ​ພາ​ກັນຂາບ​ໄຫວ້​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ

1 ຊາມູເອນ 2

ຄໍາ​ອ້ອນວອນ​ຂອງ​ນາງ​ຮັນ​ນາ

1 ນາງ​ຮັນ​ນາ​ໄດ້​ອ້ອນວອນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທໍາ​ໃຫ້​ຈິດ​ໃຈ​ຂ້າ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ ຂ້າ​ພຣະ​ອົງ​ມີ​ຄວາມ​ສຸກ​ໃຈ​ຍ້ອນ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທໍາ ຂ້າ​ພຣະ​ອົງ​ຫົວ​ທ້າ​ທາຍໃສ່​ສັດ​ຕຣູ​ຂອງ​ຂ້າພຣະ​ອົງ ຂ້າ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ ເພາະ​ພຣະ​ເຈົ້າ​ຊົງ​ຊ່ອຍ​ເຫລືອ​ຂ້າພຣະ​ອົງ 2 ບໍ່​ມີ​ຜູ້​ໃດ​ບໍ​ຣິ​ສຸດ​ດັ່ງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ມີ​ພຣະ​ຜູ້​ຄຸ້​ມ​ຄອງ​ອົງ​ໃດ​ເຫມືອນ​ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ 3 ສຽງ​ໂອ້ອວດ​ຂອງ​ເຈົ້າ​ນັ້ນ​ ຈົ່ງ​ມິດ ຄໍາ​ເວົ້າ​ທີ່​ຈອງ​ຫອງ​ຈົ່ງ​ມິດ​ເສັຽ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ​ທີ່​ຮູ້​ແຈ້ງ​ເຫັນ​ຈິງ ພຣະ​ອົງ​ຊົງ​ຕັດ​ສິນ​ການ​ກະ​ທໍາ​ທຸກ​ຢ່າງ​ຂອງ​ມະ​ນຸດ 4 ຄັນ​ທະ​ນູ​ຂອງ​ທະ​ຫານ​ຜູ້​ເກັ່ງ​ກ້າ​ໄດ້​ຫັກ ແຕ່​ຜູ້​ທີ່​ອ່ອນ​ແອ​ກໍ​ມີ​ແຮງ​ຂຶ້ນ 5 ຜູ້​ທີ່​ເຄີຍ​ຮັ່ງ​ມີ​ເປັນ​ດີ​ກໍ​ອອກ​ທ່ຽວ​ຮັບ​ຈ້າງ​ຫາ​ກິນ ແຕ່​ຜູ້​ທີ່​ຫິວ​ກໍ​ບໍ່​ຫິວ​ອີກ​ຕໍ່​ໄປ ເມັຽ​ທີ່​ບໍ່​ເຄີຍ​ມີ​ບຸດກໍ​ຈະ​ມີ​ບຸດໄດ້​ເຈັດ​ຄົນ ແຕ່ແມ່​ທີ່​ມີ​ບຸດຫລາຍ​ກໍ​ບໍ່​ມີ​ບຸດ​ຕໍ່​ໄປ 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອົາ​ຊີ​ວິດ ແລະ​ໃຫ້​ມີ​ຊີ​ວິດ​ໃຫມ່ ພຣະ​ອົງ​ຊົງ​ສົ່ງ​ມະ​ນຸດ​ໄປ​ສູ່​ພິ​ພົບ​ຄົນ​ຕາຍ ແລະ​ນໍາ​ເຂົາ​ກັບ​ຄືນ​ມາ​ອີກ 7 ພຣະ​ອົງ​ຊົງ​ທໍາ​ໃຫ້​ມະ​ນຸດ​ທຸກ​ຍາກ ຫລື​ຮັ່ງ​ມີ​ຂຶ້ນ​ ພຣະ​ອົງຊົງ​ກະ​ທໍາ​ໃຫ້​ພວກ​ເຂົາ​ຕົກ​ຕໍ່າ ຫລື​ມີ​ກຽດ 8 ພຣະ​ອົງ​ຊົງ​ຊຸກ​ຍູ້​ຄົນ​ຈົນ​ອອກ​ຈາກ​ຄວາມ​ທຸກ ແລະ​ຄວາມ​ຂັດ​ສົນ ພຣະ​ອົງ​ຊົງ​ທໍາ​ໃຫ້​ເຂົາ​ເປັນ​ເພື່ອນ​ກັບ​ເຈົ້າ​ນາຍ ແລະ​ໃຫ້​ເຂົາ​ນັ່ງ​ຢູ່​ບ່ອນ​ທີ່​ມີ​ກຽດ ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ​ຂຶ້ນ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ສ້າງ​ໂລກ​ເທິງ​ຮາກ​ຖານ​ນັ້ນ 9 ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ການ​ເປັນ​ຢູ່​ຂອງ​ໄພ່​ພົນ​ທີ່​ສັດ​ຊື່​ຂອງ​ພຣະ​ອົງ ແຕ່​ວ່າ​ຄົນ​ຊົ່ວ​ຮ້າຍ​ກໍ​ດັບ​ສາບ​ສູນ​ໄປ ເພາະ​ວ່າ​ມະ​ນຸດ​ບໍ່​ມີ​ຜົນ​ສໍາ​ເຣັດ​ໃນ​ຊີ​ວິດ​ຍ້ອນ​ກໍາ​ລັງ​ຂອງ​ຕົນ​ເອງ 10 ສັດ​ຕຣູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ທໍາ​ລາຍ ພຣະ​ອົງ​ຈະ​ຊົງ​ແຜດ​ສຽງ​ຈາກ​ຟ້າ​ສວັນ​ຕໍ່​ສູ້​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕັດ​ສິນ​ຄົນ​ທົ່ວ​ທັງ​ໂລກ ພຣະ​ອົງ​ຈະ​ປະ​ທານ​ອໍາ​ນາດ​ໃຫ້​ກະ​ສັດ​ນັ້ນ​ໄດ້​ຮັບ​ໄຊ​ຊະ​ນະ

ລູກຊາຍ​ຂອງ​ເອ​ລີ

11 ແລ້ວ​ເອນ​ກາ​ນາ​ກໍ​ກັບ​ຄືນ​ເມືອ​ເຮືອນ​ທີ່​ເມືອງ​ຮາ​ມາ​ທາ​ອິມ ແຕ່​ວ່າ​ບຸດ​ຊາຍນ້ອຍ​ນັ້ນ​ໄດ້​ຢູ່​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ນໍາ​ປະ​ໂຣ​ຫິດ​ເອ​ລີ​ທີ່​ເມືອງ​ຊີ​ໂລ 12 ຝ່າຍບຸດ​ຊາຍທັງ​ສອງ​ຂອງ​ເອ​ລີ​ເປັນ​ຄົນ​ຂີ້​ໂກງ ເພາະ​​ເຂົາ​ບໍ່​ນັບ​ຖື​ພຣະ​ຜູ້​ເປັນ​ເຈົ້າ 13 ແລະ​ທໍາ​ຜິດ​ຕໍ່​ລະ​ບຽບ​ທີ່​ໃຫ້​ປະ​ໂຣ​ຫິດ​ມີ​ສິດ​ຂໍ​ສ່ວນ​ນຶ່ງ​ຂອງ​ເຄື່ອງ​ຖ​ວາຍ ເຂົາ​ໄດ້​ເຮັດ​ດັ່ງ​ນີ້​ຄື ເມື່ອ​ຜູ້​ໃດ​ຜູ້​ນຶ່ງ​ຂ້າ​ສັດ​ຖວາຍ​ບູ​ຊາ ໃນ​ຂ​ນະ​ທີ່​ເຂົາ​ກໍາ​ລັງ​ຕົ້ມ​ຊີ້ນ​ຖວາຍ​ຢູ່​ນັ້ນ 14 ຄົນ​ໃຊ້​ຂອງ​ປະ​ໂຣ​ຫິດ​ກໍ​ຖື​ເຫລັກ​ສາມ​ງ່າມ​ເຂົ້າ​ມາ ເອົາ​ເຫລັກ​ນັ້ນ​ສັກ​ລົງ​ໄປ​ໃນ​ກະ​ທະ ຫລື​ຫມໍ້​ຫູ ຫລື​ຫມໍ້​ທະ​ນົນ ຫລື​ຫມໍ້​ທໍາ​ມະ​ດາ ຖ້າ​ວ່າ​ເຫລັກ​ນັ້ນ​ສຽບ​ໄດ້​ຫຍັງ​ຂຶ້ນ​ມາ ສິ່ງ​ນັ້ນ​ຕ້ອງ​ເປັນ​ຂອງ​ປະ​ໂຣ​ຫິດ ເຂົາ​ທໍາ​ຢ່າງ​ນັ້ນ​ກັບ​ອິສ​ຣາ​ເອນ​ທຸກ​ຄົນ​ທີ່​ມາ​ຖວາຍ​ເຄື່ອງ​ບູ​ຊາ​ທີ່​ເມືອງ​ຊີ​ໂລ 15 ນອກ​ຈາກ​ນັ້ນ ກ່ອນ​ທີ່​ຈະ​ເອົາ​ໄຂ​ມັນ​ຂຶ້ນ​ມາ​ເຜົາ​ຄົນ​ໃຊ້​ຂອງ​ປະ​ໂຣ​ຫິດ​ຕ້ອງ​ມາ​ເວົ້າ​ຕໍ່​ຜູ້​ທີ່​ຖວາຍ​ນັ້ນ​ວ່າ, “ເອົາ​ຊີ້ນ​ດິບ​ຕ່ອນ​ນຶ່ງ​ມາ​ໃຫ້​ປະ​ໂຣ​ຫິດ​ແດ່ ເພາະ​ທ່ານ​ຢາກ​ເອົາ​ໄປ​ປີ້ງ ທ່ານ​ບໍ່​ຢາກ​ກິນ​ຊີ້ນ​ຕົ້ມ” 16 ຖ້າ​ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ຂໍ​ໃຫ້​ເອົາ​ໄຂ​ມັນ​ນີ້​ເຜົາ​ສາ​ກ່ອນ ແລ້ວ​ຈຶ່ງ​ເອົາ​ຕາມ​ທີ່​ເຈົ້າ​ຕ້ອງ​ການ” ຄົນ​ໃຊ້​ຂອງ​ປະ​ໂຣ​ຫິດກໍ​ເວົ້າ​ວ່າ, “ບໍ່ ເອົາ​ໃຫ້​ຂ້ອຍ​ດຽວ​ນີ້​ສາ ຖ້າ​ວ່າ​ເຈົ້າ​ບໍ່​ໃຫ້​ໂດຍ​ດີ ຂ້ອຍກໍ​ຈະ​ໃຊ້​ກໍາ​ລັງ” 17 ດັ່ງ​ນັ້ນ​ແຫລະ ຄວາມ​ບາບ​ຂອງ​ຄົນ​ຫນຸ່ມ​ທັງ​ສອງ​ຈຶ່ງ​ໃຫຍ່​ຫລວງທີ່​ສຸດ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​​ເຂົາ​ສະ​ແດງ​ການ​ຫມິ່ນ​ປມາດ​ເຄື່ອງ​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

ຊາ​ມູ​ເອນ​ທີ່​ເມືອງ​ຊີ​ໂລ

18 ເດັກ​ຊາຍ​ຊາ​ມູ​ເອນ​ໄດ້​ຮັບ​ໃຊ້​ພຣະ​ຜູ້​ເປັ​ນ​ເຈົ້າ ຕໍ່​ມາ​ເຫມືອນ​ດັ່ງ​ປະ​ໂຣ​ຫິດ ເຂົາ​ໄດ້​ນຸ່ງ​ເຄື່ອງ​ສະ​ງ່າ​ງາມ 19 ທຸກໆ​ປີ​ໃດ ແມ່​ຂອງ​ຊາ​ມູ​ເອນ​ຕ້ອງ​ຫຍິບ​ເສື້ອ​ຍ່າມ​ຕົວ​ນ້ອຍໆ​ມາ​ໃຫ້​ເຂົາ ໃນ​ເວ​ລາ​ທີ່​ນາງ​ແລະ​ຜົວ​ໄປ​ຖວາຍ​ເຄື່ອງ​ບູ​ຊາ​ປະ​ຈໍາ​ປີ 20 ແລ້ວ​ເອ​ລີ​ກໍ​ອວຍ​ພອນ​ໃຫ້​ແກ່​ເອນ​ກາ​ນາ​ກັບ​ເມັຽ​ຂອງ​ເຂົາ ພ້ອມ​ກັບ​ເວົ້າ​ຕໍ່​ເອນ​ກາ​ນາ​ວ່າ, “ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ຊົງ​ປະ​ທານ​ລູກ​ໃຫ້​ແກ່​ເຈົ້າ​ກັບ​ເມັຽຜູ້​ນີ້​ອີກ ເພື່ອ​ທົດ​ແທນ​ຜູ້​ທີ່​ເຈົ້າ​ໄດ້​ຖວາຍ​ໃຫ້​ເປັນ​ຂອງ​ພຣະ​ອົງ​ໄປ​ແລ້ວ” ແລ້ວ​ເຂົາ​ກໍ​ພາ​ກັນ​ກັບ​ບ້ານ 21 ຕໍ່​ມາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ໃຫ້​ນາງ​ຮັນ​ນາ ນາງ​ມີ​ບຸດຊາຍ​ຕື່ມ​ອີກ​ສາມ​ຄົນ ແລະ​ບຸດ​ສາວ​ສອງ​ຄົນ ສ່ວນ​ເດັກ​ຊາຍ​ຊາ​ມູ​ເອນ​ນັ້ນ​ກໍ​ເຕີບ​ໃຫຍ່​ຂຶ້​ນ​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ 22 ດຽວ​ນີ້ ເອ​ລີ​ໄດ້​ເຖົ້າ​ແກ່​ຫລາຍ​ແລ້ວ ທ່ານ​ໄດ້​ຍິນ​ຫລາຍ​ເຣື່ອງ​ທີ່​ບຸດຊາຍ​ຂອງ​ທ່ານ​ເຮັດ​ຕໍ່​ອິສ​ຣາ​ເອນ ເປັນ​ຕົ້ນ​ເຂົາ​ໄດ້​ເປັນ​ຊູ້​ກັບ​ຍິງ​ທີ່​ມາ​ບົວ​ລະ​ບັດ​ຮັບ​ໃຊ້​ຢູ່​ຕໍ່​ຫນ້າ​ຫໍ​ເຕັນ​ສັກ​ສິດ 23 ດັ່ງ​ນັ້ນ​ ທ່ານ​ຈຶ່ງ​ເວົ້າ​ຕໍ່​ເຂົາ​ວ່າ, “ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ສິ່ງ​ເຫລົ່າ​ນີ້ ຫລາຍ​ຄົນ​ໄດ້​ບອກ​ຂ້ອຍ​ກ່ຽວ​ກັບ​ພຶດ​ຕິ​ການ​ອັນ​ຊົ່ວ​ຊາມ​ຂອງ​ພວ​ກ​ເຈົ້າ 24 ລູກ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ນີ້​ສາ​ຖ້ອນ ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເວົ້າ​ກ່ຽວ​ກັບ​ເຣື່ອງ​ບໍ່​ດີ​ນີ້​ເລື້ອຍໆ 25 ຖ້າ​ວ່າ​ຜູ້​ນຶ່ງ​ທໍາ​ຜິດ​ຕໍ່​ຄົນ​ອື່ນ ພຣະ​ເຈົ້າ​ຊົງ​ປ້ອງ​ກັນ​ເຂົາ​ໄວ້ ແຕ່​ວ່າ ເມື່ອຜູ້​ນຶ່ງ​ທໍາ​ຜິດ​ຕໍ່​ສູ້​ພຣະ​ເຈົ້າ ແມ່ນ​ໃຜ​ຈະ​ສາ​ມາດ​ປ້ອງ​ກັນ​ເຂົາ​ໄວ້​ໄດ້” ແຕ່​ເຂົາທັງ​ສອງ​ບໍ່​ໄດ້ຟັງຄວາມບິ​ດາ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕັດ​ສິນ​ພຣະ​ທັຍ​ແລ້ວ​ວ່າຈະ​ປະ​ຫານ​ຊີ​ວິດ​ຂອງ​ພວກ​ເຂົາ 26 ເດັກ​ຊາຍ​ຊາ​ມູ​ເອນ​ໄດ້​ໃຫຍ່​ເຕີບ​ໂຕ​ຂຶ້ນ ພຣະ​ຜູ້​ເປັນ​ເຈົ້າ ແລະມະ​ນຸດ​ກໍ​ພໍ​ໃຈ​ນໍາ​ເຂົາ​ເລື້ອຍໆ​ມາ 27 ມີ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງໄດ້​ມາ​ຫາ​ອາ​ລີ ແລະ​ບອກວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້, “ຄາວ​ເມື່ອ​ອາ​ໂຣນ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ພ້ອມ​ທັງ​ຄອບ​ຄົວ​ໄດ້​ເປັນ​ທາດ​ຂອງ​ຟາ​ຣາ​ໂອ ກະ​ສັດ​ແຫ່ງ​ປະ​ເທດ​ເອ​ຢິບ​ນັ້ນ​ເຮົາ​ໄດ້​ປາ​ກົດ​ໃຫ້ທ່ານ​ເຫັນ​ຖ້າມ​ກາງ​ຕະ​ກູ​ນອິສ​ຣາ​ເອນ 28 ເຮົາ​ໄດ້​ເລືອກ​ເອົາ​ແຕ່​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເປັນ​ປະ​ໂຣຫິດ​ບົວ​ຣະ​ບັດ​ເຮົາ ເພື່ອ​ເຮັດ​ວຽກ​ກ່ຽວ​ກັບ​ການ​ຖວາຍ​ບູ​ຊາ​ຄື ການ​ເຜົາ​ເຄື່ອງ​ຫອມ ແລະ​ນໍາ​ເອົາ​ຫີບ​ສັກ​ສິດ​ມາ​ຕໍ່​ຫນ້າ ຝ່າຍ​ເຮົາ​ກໍ​ໃຫ້​ເຂົາ​ມີ​ສິດ​ເອົາ​ສ່ວນ​ນຶ່ງ​ຂອງ​ເຄື່ອງ​ບູ​ຊາ​ທີ່​ເຜົາ​ຢູ່​ເທິງ​ແທ່ນ​ບູ​ຊາ​ນັ້ນ 29 ແລ້ວ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໂລບ​ມາກ​ໃນ​ເຄື່ອງ​ບູ​ຊາ ແລະ​ເຄື່ອງ​ຖວາຍ​ຕາມ​ຄໍາ​ສັ່ງ​ຂອງ​ເຮົາ ແລະ​ໃຫ້​ກຽດ​ແກ່​ບຸດ​ຊາຍ​ທັງ​ສ​ອງ​ຂອງ​ເຈົ້າ​ເຫນືອ​ເຮົາ ແລະ​ກະ​ທໍາ​ໃຫ້​ຕົວ​ຂອງ​ເຈົ້າ​ທັງ​ຫລາຍ​ອ້ວນ​ພີ ດ້ວຍ​ສ່ວນ​ທີ່​ດີ​ທີ່​ສຸດ​ຈາກ​ຂອງ​ຖວາຍ​ທຸກ​ຣາຍ​ຈາ​ກອິສ​ຣາ​ເອນ​ຊົນ​ຊາດ​ຂອງ​ເຣົາ” 30 ເຮົາ​ ພຣະຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອ​ງອິສ​ຣາເອນ​ເຄີຍ​ສັນ​ຍາມາ​ກ່ອນ​ແລ້ວ​ວ່າ ຄອບ​ຄົວ​ຂອງ​ເຈົ້າ ແລະ​ຜູ້​ທີ່​ຢູ່​ໃນ​ເຊື້ອ​ສາຍ​ດຽວ​ກັນ​ກັບ​ເຈົ້າ​ຕ້ອງ​ເປັນ​ປະ​ໂຣຫິດ​ຮັບ​ໃຊ້​ເຮົາ​ຕລອດ​ເວ​ລາ ແຕ່​ດຽວ​ນີ້ ເຮົາ​ຂໍ​ເວົ້າ​ວ່າ ຂໍ​ໃຫ້​ການ​ນັ້ນ​ຫ່າງ​ໄກ​ຈາກ​ເຮົາ ເພາະ​ວ່າ​ເຮົາ​ຈະ​ໃຫ້​ກຽດ​ແກ່​ຜູ້​ທີ່​ໃຫ້​ກຽດ​ເຮົາ ເຮົາ​ຈະ​ຫມິ່ນ​ປມາດ​ຕໍ່​ຜູ້​ທີ່​ຫມິ່ນ​ປມາດ​ເຣົາ 31 ເບິ່ງ​ແມ໋, ວາ​ຣະ​ນັ້ນ​ຈະ​ມາ​ເຖິງຢູ່​ແລ້ວ ເມື່ອ​ເຮົາ​ຈະ​ຕັດ​ແຂນ​ຂອງ​ເຈົ້າ​ອອກ ແລະ​ຕັດ​ແຂນ​ຂອງ​ເຊື້ອ​ສາຍ​ບິ​ດາ​ຂອງ​ເຈົ້າ​ອອກ ເພື່ອ​ວ່າ​ບໍ່​ໃຫ້​ມີ​ຜູ້​ໃດ​ໃນ​ຄອບ​ຄົວ​ນັ້ນ​ມີ​ອາ​ຍຸ​ຢູ່​ຕໍ່​ໄປ​ຈົນ​ເຖິງ​ເຖົ້າ​ແກ່ 32 ເຈົ້າ​ຈະ​ຕົກ​ທຸກ​ຍາກ​ລໍາ​ບາກ ແລະ​ຈະ​ອິດ​ສາ​ອິສ​ຣາ​ເອນ ທີ່​ໄດ້​ຮັບ​ຄວາມ​ພອນ​ທຸກ​ຢ່າງ ແຕ່​ວ່າ​ບໍ່​ມີ​ຜູ້​ໃດ​ໃນ​ຄອບ​ຄົວ​ຂອງ​ເຈົ້າ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ຈົນ​ເຖິງ​ເຖົ້າ​ແກ່ 33 ແຕ່​ເຮົາ​ຍັງ​ຈະ​ໃຫ້​ຜູ້ນຶ່ງ​ໃນ​ເຊື້ອ​ສາຍ​ຂອງ​ເຈົ້າ​ມີ​ຊີ​ວິດ​ຢູ່​ອີກ ທ່ານ​ຈະ​ເປັນ​ປະ​ໂຣ​ຫິດ​ຮັບ​ໃຊ້​ເຮົາ ແຕ່​ທ່ານ​ຈະ​ກາຍ​ເປັນ​ຄົນ​ຕາບ​ອດ ແລະ​ສູນ​ເສັຽ​ຄວາມ​ຫວັງ​ທຸກ​ຢ່າງ ຝ່າຍ​ເຊື້ອ​ສາຍ​ຄົນ​ອື່ນໆ​ຂອງ​ເຈົ້າ​ຈະ​ຕາຍ​ຢ່າງ​ທາ​ຣຸນ 34 ໃນ​ເມື່ອ​ບຸດຊາຍ​ທັງ​ສອງຂອງ​ເຈົ້າ​ຄື ໂຮ​ບ​ນີ ແລະ​ຟີ​ເນ​ຮັ​ສ ຕາຍ​ໄປ​ໃນ​ມື້​ດຽ​ວ​ກັນ​ນັ້ນ​ແຫລະ ດ້ວຍ​ເຫດ​ນີ້ ຈະ​ສະ​ແດງ​ໃຫ້​ເຈົ້າ​ເຫັນ​ວ່າ ສິ່ງ​ທີ່​ເຮົາ​ໄດ້​ເວົ້າ​ນີ້​ເປັນ​ຄວາມ​ຈິງ 35 ເຣົາ​ຈະ​ເລືອກ​ເອົາ​ປະ​ໂຣ​ຫິດ​ທີ່​ຊື່​ສັດ​ຕໍ່​ເຮົາ ແລະ​ຈະ​ໃຫ້​ທ່ານ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ຕ້ອງ​ການ ເຮົາ​ຈະ​ໃຫ້​ທ່ານມີ​ເຊື້ອ​ສາຍ​ເປັນ​ຜູ້​ຮັບ​ໃຊ້​ຕລອດ​ໄປ​ ຕໍ່​ຫນ້າ​ຜູ້​ທີ່​ເຮົາໄດ້​ເລືອກ​ໄວ້​ນັ້ນ 36 ບໍ່​ວ່າ​ໃຜ​ກໍ​ຕາມ​ໃນ​ເຊື້ອ​ສາຍ​ຂອງ​ເຈົ້າ​ທີ່​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ຈະ​ມາ​ຂາບ​ໄຫວ້​ເຂົາຂໍ​ເງິນ ແລະ​ເຂົ້າ​ຈີ່ກ້ອນ​ນຶ່ງ ແລະ​ຈະ​ກ່າວ​ວ່າ, “ຂໍ​ທ່ານ​ກະ​ຣຸ​ນາ​ຕັ້ງ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ຕໍາ​ແຫນ່ງ​ປະ​ໂຣ​ຫິດ​ອີກ​ເທື່ອ​ນຶ່ງ​ເຖີດ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ປະ​ທານ​ອາ​ຫານ​ຕື່ມ​ອີກຫນ້ອຍ​ນຶ່ງ”

1 ຊາມູເອນ 3

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປາ​ກົດ​ຕໍ່​ຊາ​ມູ​ເອນ

1 ເດັກ​ຊາຍ​ຊາ​ມູເອນ​ໄດ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ເອ​ລີ ໃນ​ເວ​ລາ​ທີ່​ຮັບ​ໃຊ້​ຢູ່​ນັ້ນ ກໍ​ບໍ່​ຄ່ອຍ​ມີ​ຖ້ອຍ​ຄໍາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ປານ​ໃດ ແລະ​ດົນໆ​ກໍ​ຄ່ອຍ​ມີ​ການ​ນິ​ມິດ​ຄັ້ງ​ນຶ່ງ 2 ໃນ​ຄືນ​ນຶ່ງ ເອ​ລີ​ຊຶ່ງ​ເປັນ​ຄົນ​ຕາ​ບໍ່​ດີ​ຍ້ອນ​ຄວາມ​ຊະຣາ ໄດ້​ນອນ​ຢູ່​ທີ່​ຫ້ອງ​ສ່ວນ​ຕົວ​ຂອງ​ທ່ານ 3 ສ່ວນຊາ​ມູ​ເອນໄດ້ນອນ​ຢູ່​ໃນ​ພຣະ​ວິ​ຫານ​ບ່ອນ​ທີ່​ມີ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ​ຕະ​ກຽງ​ກໍ​ໄຕ້​ຢູ່ 4 ໃນ​ຂ​ນະ​ທີ່​ນອນ​ຢູ່​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຊາ​ມູ​ເອນ ແລະ​ທ່ານ​ກໍ​ຂາ​ນ​ຕອບ​ວ່າ, “ໂດຍ ຂ້າ​ນ້ອຍ” 5 ແລ້ວ​ທ່ານ​ກໍ​ແລ່ນ​ໄປ​ເວົ້າ​ຕໍ່​ເອ​ລີ​ວ່າ, “ທ່ານ​ເອີ້ນ​ຂ້າ​ນ້ອຍ​ບໍ ຂ້າ​ນ້ອຍ​ຢູ່​ນີ້​ແລ້ວ” ແຕ່​ເອ​ລີ​ຕອບ​ວ່າ, “ຂ້ອຍ​ບໍ່​ໄດ້​ເອີ້ນ​ເຈົ້າ ຈົ່ງ​ກັບ​ຄືນ​ໄປ​ນອນ​ສາ” ຊາມູ​ເອນ​ກໍ​ກັບ​ຄືນ​ໄປ​ນອນ 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອີ້ນ​ຊາ​ມູ​ເອນ​ຄັ້ງ​ທີ່​ສອງ ເດັກ​ຊາຍ​ຄົນ​ນີ້​ກໍ​ລຸກຂຶ້ນ​ອີກ ແລະ​ໄປ​ເວົ້າ​ຕໍ່​ເອ​ລີ​ວ່າ, “ທ່ານ​ເອີ້ນ​ຂ້າ​ນ້ອຍ​ບໍ ຂ້າ​ນ້ອຍຢູ່​ນີ້​ແລ້ວ” ແຕ່​ເອ​ລີ​ຕອບ​ວ່າ, “ລູກ​ເອີຍ ພໍ່​ບໍ່​ໄດ້​ເອີ້ນ​ເຈົ້າ​ດອກ​ຈົ່ງ​ກັບ​ຄືນ​ໄປ​ນອນ​ສາ” 7 ຊາມູ​ເອນ​ກໍ​ຍັງ​ບໍ່​ທັນ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ຍັງ​ບໍ່​ເຄີຍ​ເວົ້າ​ກັບ​ເຂົາມາ​ກ່ອນ 8 ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ຊາ​ມູ​ເອນ​ອີກ​ເປັນ​ຄັ້ງ​ທີ່​ສາມ ເຂົາ​ກໍ​ລຸກ​ຂຶ້ນ​ອີກ ແລະ​ໄປ​ຖາມ​ເອ​ລີ​ວ່າ, “ທ່ານ​ເອີ້ນ​ຂ້າ​ນ້ອຍ​ບໍ ຂ້າ​ນ້ອຍ​ຢູ່​ນີ້​ແລ້ວ” ແລ້ວ​ເອ​ລີ​ກໍ​ເຂົ້າ​ໃຈ​ວ່າ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຊົງ​ເອີ້ນ​ເດັກ​ຊາຍ​ນີ້ 9 ດັ່ງ​ນັ້ນ ທ່ານ​ຈຶ່ງ​ເວົ້າ​ຕໍ່​ຊາ​ມູ​ເອນ​ວ່າ, “ຈົ່ງ​ກັບ​ຄືນ​ໄປ​ນອນ​ສາ ແລະ​ຖ້າ​ວ່າ​ທ່ານ​ເອີ້ນ​ເຈົ້າ​ອີກ​ໃຫ້​ເຈົ້າ​ເວົ້າ​ວ່າ “ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກໍາ​ລັງ​ຟັງ​ຢູ່ ຂໍ​ພຣະ​ອົງ​ຊົງ​ຮັບ​ສັ່ງ​ເທີນ” ແລ້ວ​ຊາ​ມູ​ເອນ​ກໍ​ກັບ​ຄືນ​ໄປ​ນອນ 10 ຕໍ່​ມາ​ອີກ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເອີ້ນ​ຢູ່​ບ່ອນ​ນັ້ນ​ຄື​ແຕ່​ກ່ອນວ່າ, “ຊາ​ມູ​ເອນ ຊາ​ມູ​ເອນ” ຊາ​ມູ​ເອນ​ກໍ​ຕອບ​ຂຶ້ນ​ວ່າ, “ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກໍາ​ລັງ​ຟັງ​ຢູ່ ຂໍ​ພຣະ​ອົງ​ຊົງ​ຮັບ​ສັ່ງ​ເທີ​ນ” 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ເຂົາວ່າ, “ເຮົາ​ຈະ​ທໍາສິ່ງ​ທີ່​ຫນ້າ​ຢ້ານ​ຫລາຍ​ຕໍ່​ອິສ​ຣາ​ເອນ ຖ້າ​ທຸກ​ຄົນ​ໄດ້​ຍິນ​ເຣື່ອງ​ນີ້​ແລ້ວ ຈະ​ຕ້ອງ​ຢ້ານ​ກົວ​ທີ່​ສຸດ 12 ໃນ​ວັນນັ້ນ ເຮົາ​ຈະ​ທໍາ​ຕາມ​ຄໍາ​ເວົ້າ​ທັງ​ຫມົດ​ຂອງ​ເຮົາ​ທີ່​ໄດ້​ກ່າ​ວໄວ້​ຕໍ່​ຄອບ​ຄົວ​ເອ​ລີ 13 ເຣົາ​ໄດ້​ບອກ​ເຂົາ​ແລ້ວ​ວ່າ ເຮົາ​ຈະ​ລົງ​ໂທດ​ຄອບ​ຄົວ​ຂອງ​ເຂົາ​ຕລອດ​ໄປ ເພາະ​ວ່າ​ບຸດ​ຊາຍທັງ​ສອງ​​ຂອງ​ເຂົາ​ໄດ້​ຢຽດ​ຫຍາມ​ພຣະ​ເຈົ້າ​ ເຂົາ​ບໍ່​ໄດ້​ຫ້າມ​ປາມ 14 ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ເວົ້າ​ຢ່າງ​ຫນັກ​ແຫນ້ນ​ຕໍ່​ຄອບ​ຄົວ​ຂອງ​ເອ​ລີ​ວ່າ ບໍ່​ມີ​ການ​ບູ​ຊາ​ ຫລື​ການ​ຖວາຍ​ໃດໆ​ທີ່​ຈະ​ສາ​ມາດ​ທໍາໃຫ້​ເຂົາ​ພົ້ນ​ຈາກ​ຄວາມ​ຜິດ​ອັນ​ຮ້າຍແຮງ​ນີ້​ໄດ້” 15 ຊາ​ມູ​ເອນນອນ​ຫລັບ​ໄປ​ຈົນ​ເຖິງ​ມື້​ເຊົ້າ ແລ້ວເຂົາ​ໄດ້​ລຸກ​ຂຶ້​ນ​ໄປ​ໄຂ​ປະ​ຕູ​ວິ​ຫານ ແຕ່​ຊາ​ມູເອນ​ບໍ່​ກ້າ​ບອກ​ນິ​ມິດ​ນີ້​ແກ່​ເອ​ລີ 16 ເອ​ລີ​ໄດ້​ເອີ້ນ​ຊາ​ມູ​ເອນ​ແລະ​ກ່າວ​ວ່າ, “ລູກ​ເອີຍ” ຊາ​ມູ​ເອນ​ຕອບ​ວ່າ, “ໂດຍ​ ຂ້າ​ນ້ອຍ” 17 ແລ້ວ​ເອ​ລີ​ຈຶ່ງ​ຖາມ​ຂຶ້ນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຈົ້າ​ວ່າ​ຢ່າງ​ໃດ ຢ່າປິດ​ບັງ​ພໍ່​ເລີຍ ຖ້າ​ເຈົ້າ​ບໍ່​ບອກ​ພໍ່​ໃນ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກ່າວ​ແກ່​ເຈົ້າ​ນັ້ນ ພຣະ​ເຈົ້າ​ຈະ​ລົງ​ໂທດ​ເຈົ້າ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ” 18 ດັ່ງ​ນັ້ນ ຊາ​ມູ​ເອນ​ຈຶ່ງບອກ​ທ່ານ​ທຸກ​ຢ່າງ​ໂດຍ​ບໍ່​ໄດ້​ປິດ​ບັງ​ຫຍັງ​ຫມົດ ແລ້ວ​ເອ​ລີ​ຈຶ່ງ​ເວົ້າ​ວ່າ, “ພຣະ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ພຣະ​ອົງ​ກະ​ທໍາ​ທຸກ​ຢ່າງ​ຕາມ​ນໍ້າ​ພຣະ​ທັຍ​ຂອງ​ພຣະ​ອົງ​ເທີນ” 19 ໃນ​ຂ​ນະ​ທີ່ຊາ​ມູ​ເອນ​ໃຫຍ່​ເຕີບ​ໂຕ​ຂຶ້ນນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ສະ​ຖິດ​ຢູ່​ນໍາ​ເຂົາ ແລະ​ຊົງ​ທໍາ​ໃຫ້​ທຸກ​ສິ່ງ​ທີ່​ຊາ​ມູ​ເອນ​ໄດ້​ເວົ້າ​ອອກ​ມາ​ນັ້ນ​ໃຫ້​ເປັນ​ຄວາມ​ຈິງ 20 ດັ່ງ​ນັ້ນ ອິສ​ຣາ​ເອນ​ທຸກ​ຄົນ​ແຕ່​ເຫນືອ​ຕລອດ​ໃຕ້ ຈຶ່ງ​ຮູ້​ຈັກ​ວ່າ ຊາ​ມູ​ເອນ​ແມ່ນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ 21 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປາ​ກົດ​ອີກ​ທີ່​ເມືອງຊີ​ໂລ ເພາະ​ພຣະ​ຜູ້​ເປັນເຈົ້າ​ຊົງ​ສໍາ​ແດງ​ພຣະ​ອົງແກ່​ຊາ​ມູ​ເອນທີ່​ເມືອງຊີ​ໂລ ໂດຍ​ພຣະ​ດໍາ​ຣັ​ດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖ້ອຍ​ຄໍາ​ຂອງຊາ​ມູ​ເອນ​ມາ​ເຖິງ​ຄົນອິສ​ຣາ​ເອນ​ທັງ​ປວງ

1 ຊາມູເອນ 4

ສັດ​ຕຣູ​ຍຶດ​ເອົາ​ຫີບ​ຄໍາ​ສັນ​ຍາ

1 ໃນ​ເວ​ລາ​ນັ້ນ ຊາວ​ອິສ​ຣາ​ເອນ​ໄດ້​ອອກ​ຮົບ​ເສິກ​ກັບ​ຊາວຟີ​ລິ​ສ​ຕິນ ຊາວອິສ​ຣາ​ເອນ​ໄດ້​ຕັ້ງ​ຄ້າຍ​ຢູ່​ໃນ​ເມືອງ ເອ​ເບນ​ເອ​ເຊີ ສ່ວນຊາວ​ຟີ​ລິ​ສ​ຕິນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ອາ​ເຟັກ 2 ຊາວ​ຟີ​ລິ​ສ​ຕິນ​ໄດ້​ຕຽມ​ສູ້ຮົບ ​ເຂົາ​ໄດ້​ຕໍ່​ສູ້​ຢ່າງ​ດຸ​ເດືອດ​ຈົນ​ຕີ​ຊະນະ​ຊາວອິສ​ຣາ​ເອນ​ໄດ້ ໂດຍ​ໄດ້​ຂ້າ​​ເຂົາ​ຕາຍ​ໃນ​ສະ​ຫນາມ​ຮົບ​ປະ​ມານ​ສີ່​ພັນ​ຄົນ 3 ເມື່ອ​ພວກ​ທີ່​ເຫລືອ​ຕາຍ​ໄດ້​ກັບ​ຄືນ​ຄ້າຍ​ພັກ ຜູ້​ນໍາ​ຊາວ​ອິສ​ຣາ​ເອນຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ວັນນີ້ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໃຫ້​ຊາວ​ຟີ​ລິ​ສຕິນ​ຊະ​ນະ​ພວກ​ເຮົາ ຈົ່ງ​ໄປ​ເອົາ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຈາກ​ເມືອງ​ຊີ​ໂລ ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ຢູ່​ກັບ​ພວກ​ເຮົາ ແລະ​ຊ່ອຍ​ພວກ​ເຣົາ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ສັດ​ຕຣູ 4 ດັ່ງ​ນັ້ນ ເຂົາ​ຈຶ່ງ​ສົ່ງ​ໄປ​ເມືອງ​ຊີ​ໂລ ເພື່ອ​ນໍາ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຜູ້​ຊົງ​ປະ​ທັບ​ຢູ່​ເທິງ​ພຣະ​ທີ່​ນັ່ງ​ລະ​ຫວ່າງ​ກາງ​​ເຊ​ຣູບິມນັ້ນ​ມາ ຝ່າຍ​ໂຮບນີ ແລະ​ຟີ​ເນ​ຮັ​ສ​ບຸດຊາຍ​ທັງ​ສອງ​ຂອງ​ເອ​ລີ​ກໍ​ມາ​ພ້ອມ​ຫີບຄໍາ​ສັນ​ຍາ​ຂອງ​ພຣະ​ເຈົ້ານັ້ນ 5 ເມື່ອ​ຫີບ​ຄໍາ​ສັນ​ຍາ​ຂອງພຣະ​ຜູ້​ເປັນ​ເຈົ້າມາ​ຮອດ ​ອິສ​ຣາ​ເອນ​ກໍ​ຮ້ອງ​ສຽງ​ດັງ​ສະ​ຫນັ່ນ​ຂຶ້ນ​ຈົນ​ແຜ່ນ​ດິນ​ສັ່ນ​ສະ​ເທືອນ 6 ເມື່ອຊາວ​ຟີ​ລິ​ສ​ຕິນ​ໄດ້​ຍິນສຽງ​ດັງ​ສະ​ຫນັ່ນ​ຫວັ່ນ​ໄຫວນັ້ນ ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ຈົ່ງ​ຟັງສຽງ​ຮ້ອງ​ໃນ​ຄ້າຍ​ຂອງ​ຊາວ​ເຮັບ​ເຣີ​ແມ໋ ມັນ​ແມ່ນ​ຫຍັງ​ແທ້ ແຕ່​ເມື່ອ​​ເຂົາ​ໄດ້​ຮູ້​ວ່າ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຮອດ​ຄ້າຍ​ພັກ​ຊາວ​ເຮັບ​ເຣີ​ແລ້ວ 7 ເຂົາ​ກໍ​ພາກັນ​ຢ້ານ ແລະ​ເວົ້າ​ວ່າ, “ພຣະ​ເຈົ້າ​ໄດ້​ມາ​ຊ່ອຍ​ໃນ​ຄ້າຍ​ພັກ​ຂອງ​ພວກ​ເຂົາ​ແລ້ວ ບັດ​ນີ້​ພວກ​ເຮົາ​ຈະ​ຕ້ອງ​ເສັຽ​ໄຊ​ແຫລະ ເພາະ​ພວກ​ເຮົາ​ບໍ່​ເຄີຍ​ພົບ​ເຫັນ​ແບບ​ນີ້​ມາ​ກ່ອນ​ເລີຍ 8 ແມ່ນ​ໃຜ​ຈະ​ສາ​ມາດ​ຊ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ອໍາ​ນາດ​ຂອງ​ພຣະ​ເຈົ້າ​ອົງ​ນີ້​ໄດ້ ແມ່ນ​ພຣະ​ເຈົ້າ​ອົງ​ນີ້​ແຫລະ ທີ່​ໄດ້​ຂ້າຊາວ​ເອ​ຢິບ​ດ້ວ​ຍໄພ​ວິ​ບັດ​ນາໆ​ຊະນິດ​ຢູ່​ໃນ​ຖິ່ນ​ກັນ​ດານ 9 ຊາວ​ຟີ​ລິ​ສ​ຕິນ​ທັງ​ຫລາຍ​ເອີຍ ຈົ່ງ​ເຂັ້ມ​ແຂງ​ເທີນ ຈົ່ງ​ຕໍ່​ສູ້​ຢ່າງ​ລູກ​ຜູ້​ຊາຍ ຫລື​ວ່າ​ພ​ວກ​ເຮົາ​ຈະ​ເປັນ​ທາດ​ຂອງ​ຊາວ​ເຮັບ​ເຣີ ດັ່ງ​ທີ່​ພວກ​ເຂົາ​ເຄີຍ​ເປັນ​ທາດຂອງ​ພວກ​ເຮົາ ດັ່ງ​ນັ້ນ​ຈົ່ງ​ຕໍ່​ສູ້​ຢ່າງ​ຜູ້​ຊາຍ​ເທີນ” 10 ຝ່າຍ​ຊາວ​ຟີ​​ລິ​ສ​ຕິນ​ກໍ​ຕໍ່​ສູ້​ຢ່າງ​ພິ​ລາດ​ອາດ​ຫານ ອິສ​ຣາ​ເອນ​ຈຶ່ງ​ຜ່າຍ​ແພ້ ແລະ​ແຕກ​ຫນີ​ເມືອ​ບ້ານ​ເມືອງ​ຂອງ​ຕົນ ທະ​ຫານ​ອິສ​ຣາ​ເອນ​ໄດ້​ຖືກ​ຂ້າ​ຕາຍ​ສາມ​ສິບ​ພັນ​ຄົນ ຊຶ່ງ​ເປັນ​ການ​ເສັຽ​ໄຊ​ຄັ້ງ​ຍິ່ງ​ໃຫຍ່ 11 ສ່ວນ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຖືກ​ຍຶດ​ເອົາ​ໄປ​ ໂຮບ​ນີ ແລະ​ຟີ​ເນ​ຮັສ​ ບຸດຊາຍ​ທັງ​ສອງ​ຂອງ​ເອ​ລີ​ກໍ​ຖືກ​ຂ້າ​ຕາຍ

ເອ​ລີ​ເສັຽ​ຊີ​ວິດ

12 ໃນ​ວັນດຽວ​ກັນ​ນັ້ນ ມີ​ຊາຍ​ຕະ​ກູນ​ເບັນ​ຢາ​ມີນ​ຄົນ​ນຶ່ງ​ໄດ້​ແລ່ນ​ມາ​ແຕ່​ສະ​ຫນາມ​ຮົບ​ ມາ​ເມືອງ​ຊີ​ໂລ​ດ້ວຍ​ຄວາມ​ໂສກ​ເສົ້າ​ ເຂົາ​ໄດ້​ຈີກ​ເສື້ອ ແລະ​ເອົາ​ຂີ້​ດິນ​ໂຮຍ​ໃສ່​ຫົວ 13 ຊາຍ​ຄົນ​ນັ້ນ​ມາ​ໃນ​ເມືອງ​ເພື່ອບອກ​ຂ່າວ ເມື່ອທຸກ​ຄົນ​ໄດ້​ຍິນ​ກໍ​ຮ້ອງ​ໄຫ້​ດ້ວຍ​ຄວາມ​ເສັຽ​ໃຈ ສ່ວນ ​ເອ​ລີ​ທີ່​ກໍາ​ລັງ​ນັ່ງ​ຄອຍ​ຖ້າຢູ່​ໃກ້​ຫົນ​ທາງ​ພ້ອມ​ທັງ​ຄິດ​ເປັນ​ຫ່ວງນໍາ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ເຈົ້າ 14 ເມື່ອ​ທ່ານໄດ້​ຍິນ​ສຽງ​ອຶກ​ກະ​ທຶກ​ນຶກນອງ​ຈຶ່ງ​ຖາມ​ຂຶ້ນ​ວ່າ, “ແມ່ນ​ສຽງ​ຫຍັງ​” ຊາຍ​ຄົນ​ນັ້ນ​ກໍ​ຟ້າວ​ແລ່ນ​ມາ​ບອກ​ຂ່າວ​ແກ່ເອລີ 15 ໃນ​ຂ​ນະ​ນີ້​ເອ​ລີ​ມີ​ອາ​ຍຸ​ໄດ້​ເກົ້າ​ສິບ​ແປດ​ປີ ແລະ​ຕາ​ກໍ​ບອດ​ຫມົດ 16 ຊາຍ​ຄົນ​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ວັນ​ນີ້​ຂ້າພະ​ເຈົ້າ​ຫນີ​ມາ​ຈາກ​ສະ​ຫນາມ​ຮົບ ແລະ​ໄດ້​ແລ່ນ​ມາ​ບ່ອນ​ນີ້” ເອ​ລີ​ຈຶ່ງ​ຖາມ​ເຂົາວ່າ, “ລູກ​ເອີຍ ມີ​ເຣື່ອງ​ຫຍັງ​ເກີດ​ຂຶ້ນ” 17 ຄົນ​ນໍາ​ຂ່າວ​ຜູ້​ນັ້ນ​ຈຶ່ງ​ຕອບ​ວ່າ, “ຊາວຟີ​ລິ​ສ​ຕິນ​ໄດ້​ໄລ່​ຊາວ​ອິສ​ຣາ​ເອນ​ແຕກ​ພ່າຍ​ຫນີ​ໄປ ມັນ​ເປັນ​ການ​ຜ່າຍ​ແພ້​ຢ່າງ​ຫນ້າ​ຢ້ານ​ທີ່​ສຸດ​ສໍາ​ລັບ​ພວກ​ເຮົາ ຢູ່​ໃນ​ເຫດ​ການ​ນັ້ນ ໂຮບ​ນີ ແລະ​ຟີ​ເນ​ຮັ​ສ ລູກ​ທັງ​ສອງ​ຂອງ​ທ່ານ​ກໍ​ຖືກ​ຂ້າ​ດ້ວຍ ແລະ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກໍ​ຖືກ​ຍຶດ​ໄປ” 18 ສ່ວນ​ເອ​ລີ​ຊຶ່ງ​ນັ່ງ​ຢູ່​ໃກ້​ປະ​ຕູ​ວິ​ຫານ ພໍ​ຊາຍ​ຄົນ​ນັ້ນ​ເວົ້າ​ເຖິງຫີບ​ຄໍາ​ສັນ​ຍາ ທ່ານກໍ​ຫງາຍ​ຫລັງ​ລົງ​ຈົນ​ຄໍ​ຫັກ​ຕາຍ ເພາະ​ວ່າ​ທ່ານ​ເປັນ​ຄົນ​ເຖົ້າ ແລະ​ຕຸ້ຍ ເອ​ລີ​ເປັນ​ຜູ້​ປົກ​ຄອງ​ພວກ​ອິສ​ຣາ​ເອນ​ເປັນ​ເວ​ລາ​ສີ່​ສິບ​ປີ

ເມັຽຟີ​ເນ​ຮັ​ສ​ເສັຽ​ຊີ​ວິດ

19 ລູກ​ໄພ້​ຂອງ​ເອ​ລີ ຜູ້​ເປັນ​ເມັຽ​ຂອງ​ຟີ​ເນ​ຮັ​ສ ຊຶ່ງ​ກໍາ​ລັງ​ຖື​ພາ ແລະ​ໃກ້​ຈະ​ຄອດ ເມື່ອ​ນາງ​ໄດ້​ຍິນ​ຂ່າວວ່າ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຖືກຍຶດ ແລະ​ພໍ່​ປູ່​ກັບ​ຜົວ​ຂອງ​ຕົນ​ກໍ​ເສັຽ​ຊີ​ວິດ​ແລ້ວ ໃນ​ທັນ​ໃດ​ນັ້ນ ດ້ວຍ​ຄວາມ​ເສັຽ​ໃຈ​ນາງ​ກໍ​ເຈັບ​ທ້ອງ​ ແລະ​ຄອດ​ບຸດ​ອອກ​ມາ 20 ນາງ​ກໍາ​ລັງ​ຈະ​ສິ້ນ​ໃຈ​ຕາຍ ແຕ່​ພວກ​ຜູ້​ຍິງທີ່​ພວມ​ຊົດ​ຊ່ອຍ​ນາງ​ນັ້ນ​ໄດ້​ເວົ້າ​ວ່າ, “ເຈົ້າ​ໄດ້​ລູກຊາຍ​ໃດ ຈົ່ງ​ເຮັດ​ໃຈ​ໃຫ້​ເຂັ້ມ​ແຂງ​ເອົາ​ໄວ້” ແຕ່​ນາງ​ບໍ່​ໄດ້​ຟັງ​ ຫລື​ຕອບ​ຢ່າງ​ໃດ​ຫມົດ 21 ນາງ​ໄດ້​ໃສ່​ຊື່​ເດັກ​ນັ້ນ​ວ່າ ອິສອາ​ໂບດ ຊຶ່ງ​ແປ​ວ່າ “ຣັ​ສ​ມີ​ຂອງ​ພຣະ​ເຈົ້າ​ໄດ້​ຈາກ​​ອິສ​ຣາ​ເອນ​ໄປ​ແລ້ວ” ຊຶ່ງ​ຫມາຍ​ເຖິງ​ຫີບ​ຄໍາ​ສັນ​ຍາ​ຖືກ​ຍຶດ​ໄປ ແລະ​ພໍ່​ປູ່ກັບ​ຜົວ​ຂອງ​ນາງ​ກໍ​ເສັຽ​ຊີ​ວິດ ນາງ​ໄດ້​ກ່າວ​ວ່າ, “ຣັ​ສມີ​ຂອງ​ພຣະ​ເຈົ້າ​ໄດ້​ຈາກ​ພວກ​ອິສ​ຣາ​ເອນ​ໄປ​ແລ້ວ ເພາະ​ວ່າ ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກໍ​ໄດ້​ຖືກ​ຍຶດ​ໄປ”

1 ຊາມູເອນ 5

ຫີບ​ຄໍາ​ສັນ​ຍາ​ໃນ​ແຜ່ນ​ດິນ​ຂອງ​ຟີ​ລິ​ສ​ຕິນ

1 ເມື່ອ​ຊາວຟີ​ລິ​ສ​ຕິນ​ໄດ້​ຍຶດ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປນັ້ນ ພວກ​ເຂົາ​ນໍາ​ໄປ​ຈາກ​ເອ​ເບນ​ເອ​ເຊີເຖິງ​ເມືອງ​ອັ​ສ​ໂດດ 2 ຊາວ​ຟີ​ລີ​ສ​ຕິນກໍ​ນໍາ​ເອົາ​ຫີ​ບຄໍາ​ສັນ​ຍາ​ຂອງພຣະ​ເຈົ້າ​ເຂົ້າ​ໄປ​ໄວ້​ໃນ​ໂບດ​ຂອງ​ພຣະ​ດາ​ໂກນ ແລະ​ວາງ​ໄວ້​ຂ້າງ​ພຣະ​ດາ​ໂກນ 3 ເມື່ອ​ປະ​ຊາ​ຊົນ​ຊາວ​ອັ​ສ​ໂດດ​ຕື່ນ​ເຊົ້າ​ໃນ​ວັນ​ຮຸ່ງ​ຂຶ້ນ ເບິ່ງ​ແມ໋, ພຣະ​ດາ​ໂກນ​ໄດ້​ລົ້ມ​ຫນ້າ​ຄວ່ໍາ​ລົງ​ມາ​ຍັງ​ພື້ນ​ດິນ​ຕໍ່​​ຫນ້າຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ທັງ​ຫລາຍ​ຈຶ່ງ​ຍົກ​ພຣະ​ດາ​ໂກນ​ຂຶ້ນ​ຕັ້ງ​ໄວ້​ໃນ​ທີ່​ເດີມ 4 ແຕ່​ເມື່ອ​ເຂົາ​ທັງ​ຫລາຍ​ຕື່ນ​ເຊົ້າ​ໃນ​ວັນ​ຮຸ່ງ​ຂຶ້ນ ເບິ່ງ​ແມ໋, ພຣະ​ດາ​ໂກນ​ກໍ​ລົ້ມ​ຫນ້າ​ຄວໍ່າລົງ​ມາ​ຍັງ​ພື້ນ​ດິນ​ຕໍ່​ຫນ້າ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ສຽນຂອງ​ພຣະ​ດາ​ໂກນ ແລະ​ມື​ທັງ​ສອງ​ກໍ​ຫັກ​ອອກ​ຢູ່​ທີ່​ປະ​ຕູ ເຫລືອ​ຢູ່​ແຕ່​ລໍາ​ຕົວ​ພຣະ​ດາ​ໂກນ 5 ເພາະ​ເຫດ​ນີ້​ປະ​ໂຣ​ຫິດ​ຂອງ​ພຣະ​ດາ​ໂກນ ແລະ​ຜູ້​ທີ່​ເຂົ້າ​ໄປ​ໃນ​ໂບດ​ຂອງ​ພຣະ​ດາ​ໂກນ​ຈຶ່ງ​ບໍ່​ຢຽບ​ປະ​ຕູ​ໂບດ​ພຣະ​ດາ​ໂກນ​ທີ່​ເມືອງ​ອັ​ສ​ໂດດ​ຈົນ​ເຖິງ​ທຸກວັນ​ນີ້ 6 ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເຫນືອ​ປະ​ຊາ​ຊົນ​ອັ​ສ​ໂດດ​ຢ່າງ​ຫນັກ ພຣະ​ອົງ​ຊົງ​ກະ​ທໍາ​ໃຫ້​ເຂົາ​ຢ້ານ​ກົວ ແລະ​ຊົງ​ລົງ​ໂທດ​ເຂົາ​ດ້ວຍ​ຕຸ່ມ​ຝີ ທັງ​ຊາວ​ອັ​ສໂດດ​ ແລະ​ເຂດ​ແດນ​ຂອງຊາວ​ເມືອງ​ນັ້ນ 7 ແລະ​ເມື່ອ​ຊາວ​ເມືອງ​ອັ​ສ​ໂດດ​ເຫັນ​ດັ່ງ​ນັ້ນ ເຂົາ​ທັງ​ຫລາ​ຍກ່າວ​ວ່າ, “ຢ່າ​ໃຫ້​ຫີບຄໍາ​ສັນ​ຍາ​ຂອງພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຢູ່​ກັບ​ເຮົາ​ເລີຍ ເພາະ​ວ່າ​ພຣະ​ຫັດ​ຂອງ​ພຣະ​ຢູ່​ເຫນືອ​ເຮົາ ແລະ​ເຫນືອ​ພຣະ​ດາ​ໂກນ​ພຣະ​ຂອງ​ເຮົາ​ຢ່າງ​ຫນັກ” 8 ເຂົາ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ປະ​ຊຸມ​ເຈົ້າ​ນາຍ​ທັງ​ຫມົດ​ຂອງ​ຟີ​ລິ​ສ​ຕີນ ແລະ​ກ່າວ​ວ່າ, “ເຮົາ​ຈະ​ທໍາ​ຢ່າງ​ໃດ​ກັບ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ” ເຂົາ​ທັງ​ຫລາຍ​ຕອບ​ວ່າ, “ໃຫ້​ເຮົາ​ນໍາ​ຫີບຄໍາ​ສັນ​ຍາ​ຂອງພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ອ້ອມ​ໄປ​ທາງ​ເມືອງ​ກາດ” ເພາະ​ສະ​ນັ້ນ​ເຂົາ​ຈຶ່ງ​ນໍາ​ຫີບ​ແຫ່ງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ໄປ​ທີ່​ນັ້ນ 9 ແຕ່​ເມື່ອ​ເຂົາ​ທັງ​ຫລາຍ​ນໍາ​ຫີບອ້ອມ​ໄປ​ເມືອງກາດ​ນັ້ນ​ແລ້ວ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ຕໍ່​ສູ້​ເມືອງ​ນັ້ນ​ທໍາ​ໃຫ້​ເກີດ​ຄວາມ​ວຸ້ນວາຍຢ່າງ​ຫນັກ ແລະ​ຊົງ​ຕໍ່​ສູ້​ຊາວ​ເມືອງ​ນັ້ນ​ທັງ​ເດັກ​ແລະ​ຜູ້​ໃຫຍ່ ຄື​ໃຫ້​ເກີດຕຸ່ມ​ຝີ​ຂຶ້ນ​ທີ່​ຕົວ​ເຂົາ​ທັງ​ຫລາຍ 10 ເຂົາ​ຈຶ່ງ​ສົ່ງ​ຫີບ​ແຫ່ງ​ພຣະ​ເຈົ້າ​ໄປ​ຍັງ​ເມືອງ​ເອ​ກ​ໂຣນ ແລະ​ຢູ່​ມາ​ເມື່ອ​ຫີບ​ແຫ່ງ​ພຣະ​ເຈົ້າ​ມາ​ເຖິງ​ເມືອງ​ເອກ​ໂຣນ ຊາວ​ເມືອງ​ເອກ​ໂຣນ​ຮ້ອງວ່າ, “ເຂົາ​ໄດ້​ນໍາ​ຫີບ​ແຫ່ງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ມາ​ໃຫ້​ເຮົາ ເພື່ອ​ຈະ​ຂ້າ​ເຮົາ​ແລະ​ປະ​ຊາ​ຊົນ​ຂອງ​ເຣົາ​ເສັຽ” 11 ເພາະ​ສະ​ນັ້ນ ເຂົາ​ຈຶ່ງ​ສົ່ງ​ຄົນ​ໄປ​ເອີ້ນ​ປະ​ຊຸມ​ເຈົ້າ​ນາຍ​ທັງ​ຫມົດ​ຂອງ​ຄົນ​ຟີ​ລິ​ສ​ຕິນ ແລະ​ກ່າວ​ວ່າ, “ຈົ່ງ​ສົ່ງ​ຫີບ​ແຫ່ງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ໄປ​ເສັຽ​ໃຫ້​ຫີບ​ນັ້ນ​ກັບ​ໄປ​ຍັງ​ທີ່​ເດີມ ເພື່ອ​ຫີບ​ນັ້ນ​ຈະ​ບໍ່​ໄດ້​ຂ້າ​ເຮົາ ຫລື​ປະ​ຊາ​ຊົນ​ຂອງ​ເຮົາ​ເສັຽ” ເພາະ​ວ່າ​ມີ​ຄວາມ​ວຸ້ນ​ວາຍ​ຢ່າງ​ຫນ້າ​ກົວ​ຕາຍ​ແຜ່​ໄປ​ທົ່ວ​ປະ​ເທດ​ນັ້ນ ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ກໍ​ຢູ່​ທີ່​ນັ້ນ​ຢ່າງ​ຫນັກ 12 ຄົນ​ທີ່​ບໍ່​ຕາຍ​ກໍ​ເປັນ​ຕຸ່ມ​ຝີ ແລະ​ສຽງ​ຣ້ອງ​ຂອງ​ຊາວ​ເມືອງ​ນັ້ນກໍ​ຂຶ້ນ​ໄປ​ຍັງ​ຟ້າ​ສວັນ

1 ຊາມູເອນ 6

​ຫີບ​ຄໍາ​ສັນ​ຍາຖືກ​ສົ່ງ​ກັບ​ຄືນ

1 ຫີບ​ແຫ່ງ​ພຣະ​ເຈົ້າຢູ່​ໃນ​ຖີ່ນ​ຄົນ​ຟີ​ລິ​ສ​ຕິນ​ເຈັດ​ເດືອນ 2 ພວກ​ຟີ​ລິ​ສ​ຕິນ​ກໍ​ເຊີນ​ພວກ​ປະ​ໂຣ​ຫິດ ແລະ​ພວກ​ໂຫນ​ມາ​ກ່າວ​ວ່າ, “ເຮົາ​ຈະເຮັດ​ຢ່າງ​ໃດ​ກັບ​ຫີ​ບ​ແຫ່ງ​ພຣະ​ເຈົ້າ​ດີ ຂໍ​ບອກ​ເຮົາ​ວ່າ​ຈະ​ສົ່ງ​ຫີບ​ໄປ​ຍັງ​ທີ່​ເດີມ ພວກ​ເຮົາ​ຄວນ​ສົ່ງ​ຫຍັງ​ໄປພ້ອມແດ່” 3 ເຂົາ​ທັງ​ຫລາຍ​ຕອບ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ຈະ​ສົ່ງ​ຫີບ​ແຫ່ງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ໄປ ກໍ​ຢ່າ​ສົ່ງ​ໄປ​ລ້າໆ ເຖິງ​ຢ່າງ​ໃດ​ກໍ​ຂໍ​ສົ່ງ​ເຄື່ອງ​ບູ​ຊາ​ໄຖ່​ຄວາມຜິດ​ໄປ​ດ້ວຍ ແລ້ວ​ທ່ານ​ທັງ​ຫລາຍ​ຈະ​ຫາຍ​ໂຣກ ແລະ​ທ່ານ​ທັງ​ຫລາຍ​ຈະ​ຮູ້​ດ້ວຍ​ວ່າ​ເຫດ​ໃດພຣະ​ຫັດ​ນີ້​ຈຶ່ງ​ບໍ່​ຫັນ​ໄປ​ເສັຽ​ຈາກ​ທ່ານ” 4 ແລະ​ເຂົາ​ກ່າວວ່າ, “ພວກ​ເຮົາ​ຈະສົ່ງ​ຂອງ​ຖວາຍ​ຢ່າງ​ໃດ​ໄປ​ໃຫ້​ພຣະ​ອົງ” ເຂົາ​ທັງ​ຫລາຍ​ຕອບ​ວ່າ, “ຈົ່ງ​ເຣັດຕຸ່ມຝີ​ເປັນ​ຄໍາ​ຫ້າ​ກ້ອນ ແລະ​ຫນູ​ເປັນຄໍາ​ຫ້າ​ໂຕ ຕາມ​ຈໍາ​ນວນ​ເຈົ້າ​ນາຍ​ແຫ່ງ​ຊາວ​ຟີ​ລິ​ສ​ຕິນ ເພາະ​ວ່າ​ໂຣກ​ຢ່າງ​ດຽວ​ກັນ​ນັ້ນ​ຕິດ​ຕໍ່​ທ່ານ​ທັງ​ຫລາຍ​ແລະ​ເຈົ້າ​ນາຍ​ດ້ວຍ 5 ເພາະ​ສະ​ນັ້ນ ທ່ານ​ຕ້ອງ​ທໍາ​ຮູບ​ຝີ​ຂອງ​ທ່ານ ແລະ​ຮູບ​ຫນູ​ຂອງ​ທ່ານ​ຊຶ່ງ​ທໍາ​ລາຍ​ແຜ່ນ​ດິນ ແລະ​ທ່ານ​ທັງ​ຫລາຍ​ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ບາງ​ທີ​ພຣະ​ອົງ​ຈະ​ຊົງ​ເບົາ​ພຣະ​ຫັດຂອງ​ພຣະ​ອົງ​ຈາກ​ທ່ານ​ທັງ​ຫລາຍ ທັງ​ຈາກ​ພຣະ​ຂອງ​ທ່ານ ແລະ​ແຜ່ນ​ດິນ​ຂອງ​ທ່ານ 6 ເປັນ​ຫຍັງ​ທ່ານ​ຈຶ່ງ​ທໍາ​ໃຫ້​ຈິດ​ໃຈ​ຂອງ​ທ່ານ​ແຂງ​ກະ​ດ້າງ​ໄປ ຢ່າງ​ທີ່​ຊາວ​ເອ​ຢິບ ແລະ​ຟາຣາ​ໂອ​ໄດ້​ກະ​ທໍາຈິດ​ໃຈ​ຂອງ​ເຂົາ​ໃຫ້​ແຂງ​ກະ​ດ້າງ​ນັ້ນ ເມື່ອ​ພຣະ​ອົງ​ຊົງ​ກະ​ທໍາ​ເຫດ​ການ​ສູ້​ເຂົາ​ທັງ​ຫລາຍ​ແລ້ວ ເຂົາ​ທັງ​ຫລາຍ​ກໍ​ຕ້ອງ​ປ່ອຍ​ໃຫ້​ປະ​ຊາ​ຊົນ​ໄປ​ບໍ່​ແມ່ນ​ຫລື ແລ້ວ​ເຂົາ​ທັງ​ຫລາຍ​ກໍ​ຈາກ​ໄປ 7 ບັດ​ນີ້​ ຈົ່ງ​ຕຽມ​ກວຽນ​ໃຫມ່​ຄັນ​ນຶ່ງ​ມາ​ທຽມ​ເຂົ້າ​ກັນ​ກັບ​ແມ່​ງົວ​ຄູ່​ນຶ່ງ​ຊຶ່ງ​ຍັງ​ບໍ່​ເຄີຍ​ເຂົ້າ​ທຽມ​ແອກ​ເລີຍ ຈົ່ງ​ເອົາ​ແມ່​ງົວ​ມາ​ທຽມ​ກວຽນ​ແລ້ວ​ພາກ​ລູກໆ​ຂອງ​ມັນ​ກັບ​ເມືອ​ບ້ານ​ເສັຽໃຫ້​ພົ້ນ​ຈາກ​ມັນ 8 ຈົ່ງ​ເອົາ​ຫີບ​ແຫ່ງ​ພຣະ​ເຈົ້າ​ມາ​ວາງ​ໄວ້​ເທິງກວຽນ ແລະ​ວາງ​ເຄື່ອງ​ທອງ​ຄໍາ ຊຶ່ງ​ທ່ານ​ທັງ​ຫລາຍ​ຖວາຍ​ໃຫ້​ພຣະ​ອົງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ຄວາມ​ຜິດ​ໄວ້​ໃນ​ຫີບ​ຂ້າງໆ​ແລ້ວ​ກໍ​ປ່ອຍ​ໃຫ້​ມັນ​ໄປ 9 ແລະ​ຊອມ​ເບິ່ງ ຖ້າ​ໄປ​ຕາມ​ທາງ​ເຖິງ​ແຜ່ນ​ດິນ​ຂອງ​ມັນເອງ ຄື​ທາງ​ໄປ​ເມືອງ​ເບັດ​ເຊ​ເມສ ພຣະ​ອົງກໍ​ເປັນ​ຜູ້​ຊົງ​ໃຫ້​ເກີດ​ອັນ​ຕະ​ຣາຍ​ຢ່າງ​ໃຫຍ່​ຫລວງ​ນີ້​ແກ່​ເຮົາ ຖ້າ​ບໍ່​ເຊັ່ນ​ນັ້ນ ເຮົາ​ຈະ​ໄດ້​ຮູ້​ວ່າ​ບໍ່​ແມ່ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ທີ່​ກະ​ທໍາ​ຕໍ່​ເຮົາ ເປັນ​ເຄາະ​ກັມ​ທີ່​ບັງ​ເອີນ​ເກີດ​ຂຶ້ນ​ແກ່​ເຮົາ​ເອງ” 10 ຄົນ​ເຫລົ່າ​ນັ້ນ​ກໍ​ກະ​ທໍາ​ຕາມ​ນໍາ​ເອົາ​ແມ່​ງົວ​ຄູ່ນຶ່ງ​ທຽມ​ເຂົ້າ​ກັບ​ກວຽນ ແລ້ວ​ຂັງ​ລູກໆ​ຂອງ​ມັນລູກໆ​ຂອງ​ມັນ​ໄວ້​ທີ່​ບ້ານ 11 ແລະ​ເຂົາ​ກໍ​ວາງ​ຫີບ​ແຫ່ງ​ພຣະ​ເຈົ້າ​ໄວ້​ເທິງກວຽນ​ພ້ອມ​ກັບ​ຫີບ​ຫນູ​ຄໍາ ແລະ​ຮູບ​ຝີ​ຂອງ​ເຂົາ 12 ແມ່​ງົວ​ກໍ​ເດີນ​​ໄປ​ຕາ​ມທາງ​ທີ່​ໄປເມືອງ​ເບັດ​ເຊ​ເມ​ສ ໄປ​ຕາ​ມ​ທາງ​ຫລວງ ທັງເດີນທັງ​ຮ້ອງ​ບໍ່​ລ້ຽວ​ຂວາ​ຫລື​ລ້ຽວ​ຊ້າຍ ແລະ​ບັນ​ດາ​ເຈົ້າ​ນາຍ​ແຫ່ງ​ຊາວ​ຟີ​ລິ​ສ​ຕິນ​ກໍ​ຕາມ​ມັນໄປ​ຈົນ​ເຖິ​ງ​ຊາຍ​ແດນ​ເມືອງ​ເບັດ​ເຊ​ເມ​ສ 13 ເມື່ອ​ຊາວ​ເມືອງ​ເບັດ​ເຊ​ເມ​ສ​ກໍາ​ລັງ​ກ່ຽວ​ເຂົ້າ​ສາ​ລີ​ຢູ່​ທີ່​ຫຸບ​ເຂົາ ແລະ​ເມື່ອເຂົາ​ເງີຍ​ຫນ້າ​ຂຶ້ນແລະ​ເຫັນ​ຫີບ ເຂົາ​ກໍ​ຊື່ນ​ຊົມ​ຍິນ​ດີ​ທີ່​ໄດ້​ເຫັນ 14 ກວຽນ​ນັ້ນ​ໄດ້​ເຂົ້າ​ມາ​ໃນ​ນາ​ຂອງ​ໂຢ​ຊວຍ​ຊາວ​ເບັດ​ເຊ​ເມ​ສ ແລະ​ຢຸດຢູ່​ທີ່​ນັ້ນ ມີ​ຫີນ​ໃຫຍ່​ກ້ອນ​ນຶ່ງ​ຢູ່​ທີ່​ນັ້ນ ເຂົາ​ຈຶ່ງ​ຜ່າໄມ້​ກວຽນ​ເປັນ​ຟືນ ແລະ​ເອົາ​ແມ່​ງົວ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 15 ຊາວ​ເລ​ວີກໍ​ເຊີນ​ຫີບ​ຄໍາ​ສັນ​ຍາ​ແຫ່ງ​ພຣະ​ຜູ້​ເປັນເຈົ້າ​ລົງ ແລະ​ຫີບ​ທີ່​ຢູ່​ຂ້າງໆ​ຊຶ່ງ​ມີ​ເຄື່ອງທອ​ງຄໍາ ວາງ​ໄວ້​ເທິງ​ກ້ອນ​ຫີນ​ໃຫຍ່​ນັ້ນ ແລະ​ຊາວ​ເບັດ​ເຊ​ເມ​ສກໍ​ຖວາຍ​ເຄື່ງ​ສັຕ​ບູ​ຊາ​ແດ່ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ນັ້ນ 16 ​ເມື່ອ​ເຈົ້າ​ນາຍ​ທັງ​ຫ້າ​ຂອງ​ຊາວ​ຟີ​ລິ​ສ​ຕິນ​ໄດ້​ເຫັນ​ແລ້ວ​ເຂົາ​ກໍ​ກັບ​ໄປ​ຍັງ​ເມືອງ​ເອັກ​ໂຣນ​ໃນ​ວັນ​ນັ້ນ 17 ຕໍ່​ໄປ​ນີ້​ເປັນ​ຮູບ​ຝີ​ທອງ​ຄໍາ​ຊຶ່ງ​ຊາວ​ຟີ​ລິ​ສ​ຕິນ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ຄວາມ​ຜິດ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຮູບ​ນຶ່ງ​ສໍາ​ລັ​ບ​ເມືອງ​ອັ​ສໂດດ ເມືອງ​ກາ​ຊາ​ຮູບ​ນຶ່ງ ເມືອງ​ອັ​ສເກ​ໂລນ​ຮູບ​ນຶ່ງ ເມືອງ​ກາດ​ຮູບ​ນຶ່ງ ເມືອງ​ເອກ​ໂຣນ​ຮູບ​ນຶ່ງ 18 ຮູບ​ຫນູ​ທອງ​ຄໍາ​ກໍ​ເຊັ່ນ​ດຽວ​ກັນ ຕາມ​ຈໍາ​ນວນ​ເມືອງ​ຂອງ​ຟີ​ລິ​ສ​ຕິນ​ທີ່​ເປັນ​ເມືອງ​ຂອງ​ເຈົ້າ​ນາຍ​ທັງ​ຫ້າ ທັງ​ເມືອງ​ທີ່​ມີ​ປ້ອມ​ປ້ອງ​ກັນ ແລະ​ຊົນ​ນະ​ບົດ​ທີ່​ບໍ່​ມີ​ກໍາ​ແພງ​ເມືອງ ຫີນ​ກ້ອນ​ໃຫຍ່​ຊຶ່ງ​ເຂົາ​ວາງ​ຫີບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ໄວ້​ນັ້ນ​ກໍ​ຍັງ​ເປັນ​ພຍານຢູ່ຈົນ​ເຖິງ​ທຸກວັນ​ນີ້​ທີ່​ໃນ​ທົ່ງ​ນາ​ຂອງ​ໂຢ​ຊວ​ຍ​ຊາວ​ເບັດ​ເຊ​ເມ​ສ 19 ພຣະ​ອົງ​ຈຶ່ງຊົງ​ປະ​ຫານ​ຊາວ​ເບັດ​ເຊ​ເມ​ສ ເພາະ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ສ່ອງ​ເບິ່ງ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ປະ​ຫານເຈັດ​ສິບຄົນ ແລະ​ປະ​ຊາ​ຊົນ​ກໍ​ໄວ້​ທຸກ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຫານ​ປະ​ຊາ​ຊົນ​ເສັຽ​ເປັນຈໍາ​ນວນ​ມາກ​ໃນ​ຖ້າມ​ກາງ​ພວ​ກ​ເຂົາ 20 ແລ້ວ​ຊາວ​ເບັດ​ເຊເມ​ສ​ຈຶ່ງ​ກ່າວ​ວ່າ, “ຜູ້​ໃດ​ສາ​ມາດ​ຢືນ​ຢູ່​ຕໍ່ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ບໍ​ຣິ​ສຸດ​ອົງ​ນີ້​ໄດ້ ພຣະ​ອົງຈະ​ສະ​ເດັດໄປ​ຈາກ​ເຮົາ​ໄປ​ຫາ​ຜູ້​ໃດ​ດີ” 21 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ສົ່ງ​ສານ​ໄປ​ຍັງ​ຊາວ​ເມືອງ​ກິຣິ​ອາດ​ເຢ​ອາ​ຣິມ​ກ່າວ​ວ່າ, “ຄົນ​ຟີ​ລິ​ສ​ຕິນ​ໄດ້​ຄືນ​ຫີ​ບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ແລ້ວ ຂໍໍ​ລົງ​ມາ​ເຊີນ​ຫີບ​ຂຶ້ນ​ໄປ​ຢູ່​ກັບ​ທ່ານ​ເຖີດ”

1 ຊາມູເອນ 7

1 ຊາວ​ເມືອງເກ​ຣິ​ອາດ​ເຢ​ອາ​ຣິ​ມ​ໄດ້​ມາ​ເຊີນ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ຂຶ້ນໄປເຖິງ​​ເຮືອ​ນ​ຂອງ​ອາ​ບິນາ​ດາບຢູ່​ເທິງ​ເນີນ​ພູ ແລະ​ເຂົາ​ທັງ​ຫລາຍ​ກໍ​ຊໍາ​ຮະ​ເອ​ເລ​ອາ​ຊາ​ບຸດ​ຊາຍ​ຂອງ​ເຂົາ​ໃຫ້​ເປັນ​ຜູ້​ຮັບ​ຫນ້າ​ທີ່​ເບິ່ງ​ແຍງ​ຫີບ​ຄໍາ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້ 2 ນັບ​ຕັ້ງ​ແຕ່​ວັນ​ທີ່​ຫີບຄໍາ​ສັນ​ຍາຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກ​ຣັກ​ສາ​ໄວ້​ຢູ່​ທີ່​ເມືອງ​ກິ​ຣິ​ອາດ​ເຢ​ອາ​ຣິມ ເປັນ​ເວ​ລາ​ດົນ​ນານ​ເຖິງ​ຊາວ​ປີ ຊາວອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ຮ້ອງ​ຄ່ໍາ​ຄວນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ

ຊາ​ມູ​ເອນ​ປົກ​ຄອງ​ປະ​ເທດ​ອິສ​ຣາ​ເອນ

3 ຊາມູ​ເອນ​ຈຶ່ງ​ເວົ້າ​ຕໍ່​ອິສ​ຣາ​ເອນ​ວ່າ, “ຖ້າ​ພວກ​ເຈົ້າ​ຈະ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ເຕັມ​ໃຈ ພວກ​ເຈົ້າ​ຕ້ອງ​ກໍາ​ຈັດ​ພຣະ​ຕ່າງໆ​ຂອງ​ຊາວ​ຕ່າງ​ດ້າວ ແລະ​ຮູບພຣະ​ອັ​ຊຕາ​ຣ໌​ເຕ​ສນັ້ນ​ເສັຽ ແລ້ວ​ຈົ່ງ​ອຸ​ທິດ​ຕົນ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ນະ​ມັ​ສການ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ ພຣະ​ອົງ​ຈະ​ຊ່ອຍ​ຊີ​ວິດ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ອໍາ​ນາດ​ຂອງ​ຊາວຟີ​ລິ​ສ​ຕິນ” 4 ດັ່ງ​ນັ້ນ ອິສ​ຣາ​ເອນ​ຈຶ່ງ​ທໍາ​ລາຍ​ຮູບ​ພຣະ​ບາ​ອານ ແລະ​ພຣະ​ອັ​ຊ​ຕາ​ຣ໌​ເຕ​ສ​ຂອງ​ເຂົາ ແລ້ວ​ໄດ້​ນະ​ມັ​ສ​ການ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ 5 ແລ້ວ​ຊາ​ມູ​ເອນ​ກໍ​ບອກ​ຊາວ​ອິສ​ຣາເອນ​ທຸກ​ຄົນ​ວ່າ, “ຂໍ​ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ໄປ​ໂຮມ​ກັນ​ຢູ່​ທີ່​ເມືອງ​ມີ​ສ​ປາ ແລະ​ຢູ່​ບ່ອນ​ນັ້ນ ​ຂ້າ​ພະ​ເຈົ້າ​ຈະ​ອ້ອນວອນ​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ສໍາ​ລັບ​ພວກ​ເຈົ້າ” 6 ດັ່ງ​ນັ້ນ ພວກ​ເຂົາ​ທຸກ​ຄົນ​ຈຶ່ງ​ໄປ​ໂຮມ​ກັນ​ຢູ່​ທີ່​ເມືອງ​ມິສ​ປາ ເຂົາ​ໄດ້​ຕັກ​ເອົາ​ນໍ້າ ແລະ​ຖ​ອກ​ຖວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖື​ສິນ​ອົດ​ອາ​ຫານ​ຕລອດ​ມື້ ເຂົາເວົ້າ​ວ່າ, “ພວກ​ຂ້າ​ພຣະ​ອົງ​ໄດ້​ທໍາ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ” ສ່ວນ​ຊາ​ມູ​ເອນ​ກໍ​ຢູ່​ທີ່​ເມືອງ​ມິສ​ປາ ແລະປົກ​ຄອງ​ຊາວ​ອິສ​ຣາ​ເອນ 7 ເມື່ອ​ຊາວ​ຟີ​ລິ​ສ​ຕິນ​ໄດ້​ຍິນ​ຂ່າວ​ວ່າ​ຊາວ​ອິສ​ຣາ​ເອນ​ທ້ອນ​ໂຮມ​ກັນ​ຢູ່​ທີ່​ເມືອງ​ມິ​ສປາ ຫົວ​ຫນ້າ​ຊາວ​ຟີ​ລິ​ສ​ຕິນ​ຫ້າ​ຄົນ​ພ້ອມ​ທັງ​ທະ​ຫານ​ຈໍານວນ​ນຶ່ງ​ກໍຕ​ຽມ​ອອກ​ໄປ​ໂຈມ​ຕີ​ກັບ​ເຂົາ ເມື່ອ​ຊາວ​ອິສ​ຣາເອນ​ໄດ້​ຍິນ​ຂ່າວ​ເຣື່ອງ​ນີ້​ກໍ​ພາ​ກັນ​ຢ້ານ​ກົວ 8 ແລະ​ເວົ້າ​ຕໍ່​ຊາ​ມູ​ເອນ​ວ່າ, “ຈົ່ງ​ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ ເພື່ອ​ພຣະ​ອົງ​ຈະ​ຊ່ອຍ​ພວກ​ເຣົາ​ໃຫ້​ພົ້ນ​ຈາ​ກການ​ໂຈມ​ຕີ​ຂອງ​ຊາວ​ຟີ​ລິ​ສ​ຕິນ” 9 ຊາ​ມູ​ເອນ​ໄດ້​ຂ້າ​ແກະ​ນ້ອຍ ແລະ​ເຜົາ​ຫມົດ​ທັງ​ໂຕ​ຖວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ໄດ້​ອ້ອນວອນ​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຊ່ອຍ​ເຫລືອ​ຊາວອິສ​ຣາ​ເອນ ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ຊົງ​ຕອບ​ຄໍາ​ອ້ອນວອນ​ຂອງ​ທ່ານ 10 ໃນ​ຂ​ນະ​ທີ່ ຊາ​ມູ​ເອນ​ກໍາ​ລັງ​ຖວາຍ​ເຄື່ອງບູ​ຊາ​ນັ້ນ ຊາວ​ຟີ​ລິ​ສ​ຕິນ​ກໍ​ເຄື່ອນ​ທັບ​ເຂົ້າ​ມາ​ໂຈມຕີ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທໍາໃຫ້​ເຂົາ​ໄດ້​ຍິນ​ສຽງ​ຟ້າ​ຮ້ອງ​ອັນ​ຫນ້າ​ຢ້ານ ເຂົາ​ຈຶ່ງ​ສັບ​ສົນ​ອົນ​ລະ​ວົນ ​ແລະ​ຜ່າຍ​ຫນີ​ໄປ 11 ຝ່າຍ​ຊາວ​ອິສ​ຣາ​ເອນກໍ​ຍົກ​ຂະ​ບວນ​ອອກ​ມາ​ຈາກ​ເມືອງ​ມິ​ສ​ປາ​ໄລ່​ຕິດ​ຕາມ​ຊາວ​ຟີ​ລິ​ສ​ຕິນ ແລະ​ຂ້າຟັນ​ເຂົາ​ໄປ​ຈົນ​ຮອດ​ເມືອງ​ເບັດ​ກາຣ໌ 12 ແລ້ວ​ຊາ​ມູ​ເອນ​ຈຶ່ງ​ເອົາ​ກ້ອນ​ສີ​ລາ​ກ້ອນ​ນຶ່ງ​ຕັ້ງ​ຂຶ້ນ​ຢູ່​ລະ​ຫວ່າງ​ເມືອງ​ມິສ​ປາ ແລະ​ເມືອງ​ເຢ​ຊາ​ນາ ແລ້ວ​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ເຫລືອ​ພວກ​ຂ້າ​ພຣະ​ອົງ​ມາ​ຈົນ​ເຖິງ​ບ່ອນ​ນີ້” ດັ່ງ​ນັ້ນ​ທ່ານຈຶ່ງ​ໃສ່​ຊື່​ກ່ອນ​ສີ​ລາ​ນັ້ນ​ວ່າ “ເອ​ເບ​ນເອ​ເຊີ “(ກ້ອນ​ຫີນ​ຊ່ອຍ​ເຫລືອ) 13 ຊາວ​ຟີ​ລິ​ສ​ຕິນ​ໄດ້​ຜ່າຍ​ແພ້ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ບໍ່​ໃຫ້​ເຂົາ​ບຸກ​ຣຸກ​ເຂດ​ແດນ​ຂອງ​ຊາວ​ອິສ​ຣາ​ເອນ​ອີກ ໃນ​ເວ​ລາ​ທີ່​ຊາ​ມູ​ເອນ​ຍັງ​ມີ​ຊີ​ວິດ​ຢູ່ 14 ທຸກໆ​ຫົວ​ເມືອງ​ຕັ້ງ​ແຕ່​ເມືອງ​ເອກ​ໂຣນ​ຈົນ​ຮອດ​ເມືອງ​ກາດ ບ່ອນ​ທີ່​ຟີ​ລິ​ສ​ຕິນ​ຍຶດ​ເອົາໄປ​ນັ້ນ ກໍ​ໄດ້​ກັບ​ຄືນ​ມາ​ເປັນ​ຂອງ​ຊາ​ວອິສ​ຣາ​ເອນ ແລະ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ກໍ​ໄດ້​ເຂດ​ແດນ​ຂອງ​ເຂົາ​ຄືນ​ຫມົດ ແລ້ວ​ຄວາມ​ສ​ງົບ​ສຸກ​ຈຶ່ງ​ເກີດ​ມີ​ຂຶ້ນ​ລະ​ຫວ່າງ​ຊາວ​ອິສ​ຣາ​ເອນ ແລະ​ຊາວ​ກາ​ນາ​ອານ 15 ຊາ​ມູ​ເອນ​ໄດ້​ປົກ​ຄອງ​ຊາວ​ອິສ​ຣາ​ເອນ​ຕລອດ​ຊົ່ວ​ຊີ​ວິດ​ຂອງ​ທ່ານ 16 ທຸກໆ​ປີ​ທ່ານ​ຕ້ອງ​ໄປ​ເມືອງ​ເບັດ​ເອນ ເມືອງ​ກິນ​ການ ແລະ​ເມືອງ​ມິສ​ປາ ແລະ​ທ່ານ​ມີ​ຫນ້າ​ທີ່​ປົກ​ຄອງ​ໃນ​ເມືອງ​ເຫລົ່າ​ນີ້ 17 ແລ້ວ​ທ່ານ​ກໍ​ໄດ້​ກັບ​ຄືນ​ເມືອ​ເຮືອນ​ຂອງ​ທ່ານ​ທີ່​ເມືອງ​ຣາ​ມາ ໃນ​ເມືອງ​ນີ້ ທ່ານ​ເປັນ​ຜູ້​ປົກ​ຄອງ​ເຊັ່ນ​ດຽວ​ກັນ ຢູ່​ໃນ​ເມືອງຣາ​ມາ​ນີ້ ທ່ານ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ

1 ຊາມູເອນ 8

ປະ​ຊາ​ຊົນ​ຮ້ອງ​ຂໍ​ເອົາ​ເຈົ້າ​ຊີ​ວິດ

1 ເມື່ອ​ຊາ​ມູ​ເອນ​ເຖົ້າ​ແກ່​ແລ້ວ ທ່ານ​ໃຫ້​ບຸດ​ຊາຍ​ຂອງ​ທ່ານ​ປົກ​ຄອງ​ປະ​ເທດ​ອິສ​ຣາ​ເອນ​ແທນ 2 ຜູ້​ອ້າຍ​ຊື່​ວ່າ ໂຢ​ເອນ ແລະ​ຜູ້​ນ້ອງ​ຊື່​ວ່າ ອາ​ບິຢາ ເຂົາ​ທັງ​ສອງ​ປົກ​ຄອງ​ທີ່​ເມືອງ​ເບ​ເອີ​ເຊ​ບາ 3 ແຕ່​ວ່າ​ເຂົາ​ບໍ່​ປະ​ພຶດ​ຕາມ​ແບບ​ຢ່າງ​ຂອງ​ບິ​ດາ ເຂົາ​ສົນ​ໃຈ​ແຕ່​ນໍາ​ເຣື່ອງ​ເງິນ​ຄໍາ​ເທົ່າ​ນັ້ນ ເຂົາ​ຮັບ​ເອົາ​ສິນ​ບົນ ແລະ​ບໍ່​ໄດ້​ຕັດ​ສິນ​ຄວາມ​ຢ່າງ​ສັດ​ຊື່ 4 ແລ້ວ​ພວກ​ເຈົ້າ​ນາຍ​ອິສ​ຣາ​ເອນ​ທຸກ​ຄົນ​ກໍ​ປະ​ຊຸມ​ກັນ ແລ້ວ​ພາ​ກັນ​ໄປ​ຫາ​ຊາ​ມູ​ເອນ​ທີ່​ເມືອງ​ຣາ​ມາ 5 ແລະ​ເວົ້າ​ຕໍ່​ທ່ານ​ວ່າ, “ທ່ານ​ເອີຍ ທ່ານກໍ​ເຖົ້າ​ແກ່​ຫລາຍ​ແລ້ວ ລູກ​ຊາຍ​ຂອງ​ທ່ານ​ບໍ່​ໄດ້​ປະ​ພຶດ​ຕາມ​ແບບ​ຢ່າງ​ຂອງ​ທ່ານ​ເລີຍ ສະ​ນັ້ນ​ຂໍ​ທ່ານ​ຈົ່ງ​ແຕ່ງ​ຕັ້ງ​ເຈົ້າ​ຊີ​ວິດ​ໃຫ້​ເປັນ​ຜູ້​ປົກ​ຄອງ​ພວກ​ຂ້າ​ພະ​ເຈົ້າ​ເຫມືອນ​ດັ່ງ​ປະ​ເທດ​ອື່ນໆ​ທີ່​ເຂົາ​ປົກ​ຄອງ​ກັນ 6 ຊາ​ມູ​ເອນ​ໄດ້​ເສັຽ​ໃຈ​ໃນ​ເຣື່ອງ​ທີ່​ພວກ​ເຂົາ​ໄດ້​ຮ້ອງ​ຂໍ​ເອົາ​ເຈົ້າ​ຊີ​ວິດ ດັ່ງ​ນັ້ນ​ທ່ານ​ຈຶ່ງ​ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ 7 ແລະ​ພຣະ​ຜູ້​ເປັນ​ເຈົ້າກໍ​ຊົງ​ກ່າວ​ວ່າ, “ຈົ່ງ​ຟັງ​ທຸກ​ສິ່ງ​ທີ່​ປະ​ຊາ​ຊົນ​ເວົ້າ​ຕໍ່​ເຈົ້າ ເຂົາ​ບໍ່​ໄດ້​ປະ​ຖິ້ມ​ເຈົ້າ ແຕ່​ໄດ້​ປະ​ຖິ້ມ​ເຮົາ​ຕ່າງ​ຫາກ ໂດຍ​ບໍ່​ຍອມ​ໃຫ້​ເຮົາ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ເຂົາ​ຕໍ່​ໄປ 8 ນັບ​ຕັ້ງ​ແຕ່​ເຮົາ​ໄດ້​ນໍາ​ເຂົາ​ອອກ​ມາ​ຈາກ​ເອຢິບ ເຂົາ​ໄດ້​ຫ່າງ​ເຫີນ​ຈາກ​ເຮົາ ແລະ​ໄປ​ນະ​ມັ​ສ​ການ​ພຣະ​ອື່ນ ດຽ​ວ​ນີ້​ເຂົາ​ກໍາ​ລັງ​ປະ​ພຶດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຂົາ​ເຄີຍ​ໄດ້​ປະ​ພຶດ​ຢູ່​ເລື້ອຍໆ​ຕໍ່​ເຮົາ 9 ສະ​ນັ້ນ ​ຈົ່ງ​ທໍາ​ຕາມ​ທີ່​ເຂົາ​ຂໍ ແຕ່​ຈົ່ງ​ຕັກ​ເຕືອນ​ເຂົາ​ຢ່າງ​ຫນັກ​ແຫນ້ນ ແລະ​ອະ​ທິ​ບາຍ​ໃຫ້​ເຂົາ​ຮູ້​ວ່າ ເຈົ້າ​ຊີ​ວິດ​ເຫລົ່າ​ນັ້ນ​ຈະ​ປົກ​ຄອງ​ເຂົາ​ຢ່າງ​ໃດ” 10 ຊາ​ມູ​ເອນ​ຈຶ່ງບອກ​ທຸກໆ​ສິ່ງ​ແກ່​ປະ​ຊາ​ຊົນ​ທີ່​ຢາກ​ມີ​ເຈົ້າ​ຊີ​ວິດ​ນັ້ນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໄວ້​ກັບ​ທ່ານ 11 ຊາ​ມູ​ເອນ​ເວົ້າ​ວ່າ, “ເຈົ້າ​ຊີວິດ​ຂອງ​ພວກ​ເຈົ້າ​ຈະ​ປົກ​ຄອງ​ພວກ​ເຈົ້າ​ດັ່ງ​ນີ້ ພຣະ​ອົງ​ຈະ​ເອົາ​ລູກ​ຊາຍ​ຂອງ​ພວກ​ເຈົ້າ​ໄປ​ເປັນ​ທະ​ຫານ ບາງ​ຄົນ​ຈະ​ຂັບ​ຣົດ​ຮົບ ບາງ​ຄົນ​ຈະ​ເປັນ​ທະ​ຫານ​ມ້າ ແລະ​ເປັນ​ທະ​ຫານ​ຫນ່ວຍ​ກ້າ​ຕາຍ 12 ພຣະ​ອົງ​ຈະ​ແຕ່ງ​ຕັ້ງ​ເອົາ​ບາງ​ຄົນ​ໃຫ້​ເປັນ​ນາຍ​ພັນ ບາງ​ຄົນ​ເປັນ​ນາຍ​ຮ້ອຍ ລູກ​ຊາຍ​ຂອງ​ພວກ​ເຈົ້າ​ຈະ​ຕ້ອງ​ໄຖ່​ນາໃຫ້​ພຣະ​ອົງ ກ່ຽວ​ເຂົ້າ​ ແລະ​ເຮັດ​ອາ​ວຸດ ແລະ​ເຄື່ອງ​ຮົບ​ປະ​ຈໍາ​ຣົດ​ຮົບ​ຂອງ​ພຣະ​ອົງ​ດ້ວຍ 13 ສ່ວນ​ລູກ​ສາວ​ຂອງ​ພວກ​ເຈົ້າ​ຈະ​ຕ້ອງ​ແຕ່ງ​ນໍ້າ​ຫອມ ເຮັດ​ວຽກ​ເປັນ​ແມ່​ຄົວ ແລະ​ເປັນ​ຜູ້​ເຮັດ​ຂະ​ຫນົມ 14 ພຣະ​ອົງ​ຈະ​ເອົາ​ທົ່ງ​ນາ​ທີ່​ດີ​ທີ່​ສຸດ ເອົາ​ສວນ​ອະ​ງຸ່ນ​ພ້ອ​ມທັງ​ສວນ​ຫມາກກອກ​ເທດ​ຂອງ​ພວກ​ເຈົ້າ​ໃຫ້​ແກ່​ພວກ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ 15 ພຣະ​ອົງ​ຈະ​ຫັກ​ເອົາ​ນຶ່ງ​ສ່ວນ​ສິບ​ຂອງ​ເຂົ້າ ແລະ​ຫມາກອະ​ງຸ່ນ​ຂອງ​ເຈົ້າ​ໃຫ້​ແກ່​ນາຍ​ທະ​ຫານ ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ອື່ນໆ​ຂອງ​ພຣະ​ອົງ 16 ພຣະ​ອົງ​ຈະ​ເອົາ​ພວກ​ຄົນ​ໃຊ້​ກັບ​ຝູງ​ງົວ​ທີ່​ງາມ ແລະ​ຝູງ​ລໍ​ຂອງ​ພວກ​ເຈົ້າ​ມາ​ໃຊ້​ເຮັດ​ວຽກ​ສໍາ​ລັບ​ພຣະ​ອົງ 17 ພຣະ​ອົງ​ຈະ​ຫັກ​ເອົາ​ນຶ່ງ​ສ່ວນ​ສິບ​ຂອງ​ຝູງ​ສັດ​ຂອງ​ພວກ​ເຈົ້າ ພ​ວກ​ເຈົ້າ​ຈະ​ເປັນ​ທາດ​ຂອງ​ພຣະ​ອົງ 18 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ພວກ​ເຈົ້າ​ຈະ​ຄວນ​ຄາງ​ຢ່າງ​ແສນ​ສາ​ຫັດ​ຍ້ອນ​ເຈົ້າ​ຊີ​ວິດ​ທີ່​ພວກ​ເຈົ້າ​ເລືອກ​ເອົາ​ເອງ​ນັ້ນ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຟັງ​ຄໍາ​ຮ້ອງ​ຄາງ​ຂອງ​ພວກ​ເຈົ້າ” 19 ຝ່າຍ​ປະ​ຊາ​ຊົນ​ບໍ່​ໄດ້​ຟັງ​ຄວາມ​ຊາ​ມູ​ເອນ ພວກ​ເຂົາ​ກັບ​ຕອບ​ວ່າ, “ບໍ່ ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ເຈົ້າ​ຊີ​ວິດ 20 ເພື່ອ​ວ່າ​ພວກ​ຂ້າ​ພະ​ເຈົ້າ​ຈະ​ເປັນ​ເຫມືອນ​ຊົນ​ຊາດ​ອື່ນ ແລະ​ເພື່ອ​ວ່າ​ເຈົ້າ​ຊີ​ວິດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຈະ​ປົກ​ຄອງ​ພວກ​ຂ້າ​ພະ​ເຈົ້າ​ເອງ 21 ແລະ​ຈະ​ຊົງ​ນໍາ​ຫນ້າ​ພວກ​ຂ້າ​ພະ​ເຈົ້າ​ອອກ​ໄປ​ຕີ​ເສິກ” ຊາ​ມູ​ເອນ​ໄດ້​ຟັງ​ເຣື່ອງ​ຕ່າງ​ໆ​ທີ່​ເຂົາ​ເວົ້າ​ມາ​ແລ້ວ​ກໍ​ນໍາ​ເອົາ​ເຣື່ອງ​ນີ້​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 22 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ທໍາ​ໃນ​ສິ່ງ​ທີ່​ເຂົາ​ຕ້ອງ​ການ ແລະ​ແຕ່ງ​ຕັ້ງ​ເຈົ້າ​ຊີ​ວິດ​ໃຫ້​ພວກ​ເຂົາ” ແລ້ວ​ຊາ​ມູ​ເອນ​ຈຶ່ງບອກ​ໃຫ້​ຊາ​ວອິສ​ຣາ​ເອນ​ທຸກ​ຄົນ​ກັບ​ຄືນ​ເມືອ​ບ້ານ

1 ຊາມູເອນ 9

ຊາ​ອູນ​ໄປ​ພົບ​ຊາ​ມູ​ເອນ

1 ຍັງ​ມີ​ຊາຍ​ຄົນ​ນຶ່ງ​ຈາກ​ຕະ​ກູນ​ເບັນ​ຢາ​ມີນ​ຊື່​ວ່າ ກີ​ເຊ ເປັນ​ບຸດ​ຂອງ​ອາ​ບີ​ເອນ ອາ​ບີ​ເອນ​ເປັນ​ບຸດ​ຂອງ ເຊ​ໂຣຣ໌ ຫລານ​ຂ​ອງ​ເບ​ໂກ​ຣາດ ແລະ​ເຫລັນ​ຂອງ​ອາ​ຟີ​ອາ ຊາວ​ເຜົ່າ​ເບັນ​ຢາ​ມີນ ຄິສເປັນ​ຄົນ​ຮັ່ງ​ມີ ແລະ​ມີ​ຊື່​ສຽງ 2 ທ່ານມີ​ບຸດຊາຍ​ຊື່​ວ່າ ຊາ​ອູນ ຊາ​ອູນ​ເປັນ​ຊາຍ​ຫນຸ່ມ​ທີ່​ສະ​ງ່າ​ງາມ ໃນ​ອິສ​ຣາ​ເອນ​ບໍ່​ມີ​ໃຜ​ສູງ ແລະ​ງາມ​ເຫນືອກວ່າ​ທ່ານ 3 ຄັ້ງ​ນຶ່ງ ລໍ​ຂອງ​ຄິສໄດ້​ເສັຽ ທ່ານ​ຈຶ່ງ​ເວົ້າ​ຕໍ່​ຊາ​ອູນ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ລໍ ແລະ​ນໍາ​ເອົາ​ຄົນ​ໃຊ້ຜູ້​ນຶ່ງ​ໄປ​ນໍາ” 4 ເຂົາ​ໄດ້​ຜ່ານ​ພູ​ດອຍ​ເອ​ຟ​ຣາ​ອິມ ແລະ​ເຂດ​ແດນ​ຊາ​ລີ​ຊາແຕ່​ກໍ​ບໍ່​ພົບ ດັ່ງ​ນັ້ນ ​ເຂົາ​ຈຶ່ງ​ຜ່ານ​ໄປ​ທີ່ທາງ​ເຂດ​ແດນ​ຊາ​ອາ​ລິມ​ແຕ່​ກໍ​ບໍ່​ພົບ​ອີກ ແລ້ວ​ພວກ​ເຂົາ​ຈຶ່ງ​ຜ່ານ​ໄປ​ທາງ​ເຂດ​ແດນ​ເບັນ​ຢາ​ມີນ​ແຕ່​ກໍ​ບໍ່​ພົບ​ອີກ​ເຫມືອນ​ກັນ 5 ເມື່ອ​ເຂົາ​ເຂົ້າ​ມາ​ເຖິງ​ເຂດ​ແດນ​ຊູ​ຟ ຊາ​ອູນ​ຈຶ່ງ​ເວົ້າ​ຕໍ່​ຄົນ​ໃຊ້​ວ່າ, “ເຮົາ​ພາ​ກັນ​ກັບ​ບ້ານ​ເທາະ ບາງ​ທີ​ພໍ່​ຂ້ອຍ​ອາດ​ເຊົາ​ຄິດ​ເປັນ​ຫ່ວງ​ນໍາ​ລໍ​ແລ້ວ ແຕ່​ທ່ານ​ອາດ​ເປັນ​ຫ່ວງ​ນໍາ​ພວກ​ເຮົາ​ຫລາຍກວ່າ” 6 ຄົນ​ໃຊ້​ຕອບ​ວ່າ, “ຖ້າ​ກ່ອນ ໃນ​ເມືອງ​ນີ້ຍັງ​ມີ​ຄົນ​ຂອງ​ພຣະ​ເຈົ້າ​ຢູ່​ຄົນ​ນຶ່ງ ຊຶ່ງ​ເປັນ​ຄົນ​ທີ່​ຫນ້າ​ເຄົາ​ຣົບ ແລະ​ນັບ​ຖື​ທີ່​ສຸດ ເພາະ​ວ່າ​ທຸກ​ສິ່ງ​ທີ່​ທ່ານ​ເວົ້າ​ນັ້ນ​ເປັນ​ຄວາມຈິງ ໃຫ້​ພວກ​ເຮົາ​ພາກ​ກັນ​ໄປ​ຫາ​ທ່ານ​ເທີນ ບາງ​ທີ​ທ່ານ​ອາດບອກ​ບ່ອນ​ລໍ​ຢູ່ ແລະ​ພວກ​ເຮົາ​ກໍ​ຈະ​ພົບ​ມັນ​ໄດ້” 7 ຊາ​ອູນ​ຖາມ​ຂຶ້ນ​ວ່າ, “ຖ້າ​ພວກ​ເຮົາ​ໄປ​ຫາ​ທ່ານ ເຮົາ​ຈະ​ມີ​ຫຍັງ​ໃຫ້​ທ່ານ ເຂົ້າ​ກໍ​ບໍ່​ມີ​ເຫລືອ​ຢູ່​ໃນ​ຫໍ່​ເລີຍ ແລະ​ພວກ​ເຮົາ​ກໍ​ບໍ່​ມີ​ຫຍັງ​ຈັກ​ແນວ​ເລີຍ​ທີ່​ຈະ​ເອົາ​ໃຫ້​ທ່ານ ພວກ​ເຮົາ​ຈະ​ເຮັດ​ຢ່າງ​ໃດ” 8 ຄົນ​ໃຊ້​ຕອບ​ວ່າ, “ຂ້າ​ນ້ອຍ​ມີ​ເງິນ​ຫລຽນ​ນຶ່ງ​ພໍ​ທີ່​ຈະ​ໃຫ້​ທ່ານ​ໄດ້​ຢູ່ ແລະ​ທ່ານ​ກໍ​ຈະ​ບອກ​ບ່ອນ​ທີ່​ພວກ​ເຮົາ​ຈະ​ພົບ​ລໍ​ນັ້ນ​ວ່າ​ຢູ່​ໃສ” 9 (ໃນ​ອິສ​ຣາ​ເອນ​ສະ​ໄຫມ​ເດີມ ເມື່ອ​ຄົນ​ໃດ​ຈະ​ໄປ​ທູນ​ຖາມ​ພຣະ​ເຈົ້າ ເຂົາ​ກ່າວ​ວ່າ, “ມາ​ເຖີດ ໃຫ້​ເຮົາ​ໄປ​ຫາ​ຜູ້​ທໍາ​ນ​ວາຍ​ກັນ” ເພາະ​ຜູ້​ທີ່​ໃນ​ສະ​ໄຫມ​ນີ້​ເຮົາ​ເອີ້ນ​ວ່າ ຜູ້​ປະ​ກາດ​ພຣະ​ທັມ ໃນ​ສະ​ໄຫມ​ເດີມ​ເຂົາ​ເອີ້ນ​ວ່າ​ຜູ້​ທໍາ​ນ​ວາຍ) 10 ຊາ​ອູນ​ເວົ້າ​ອີກວ່າ, “ເປັນ​ຄວາມ​ຄິດ​ທີ່​ດີ ພວກ​ເຮົາ​ພາ​ກັນ​ໄປ​ເທາະ” ດັ່ງ​ນັ້ນ​ ເຂົາ​ຈຶ່ງ​ໄປ​ຍັງ​ເມືອງ​ບ່ອນ​ທີ່​ຄົນ​ຂອງ​ພຣະ​ເຈົ້າ​ຢູ່ 11 ຂນະ​ທີ່​ເຂົາ​ກໍາ​ລັງ​ຂຶ້ນ​ເທິງ​ພູ​ດອຍ​ເພື່ອ​ເຂົ້າ​ໄປ​ໃນ​ເມືອງ ເຂົາ​ໄດ້​ພົບ​ຍິງ​ສາວ​ບາງ​ຄົນ​ອອກ​ມາ​ຕັກ​ນໍ້າ ເຂົາ​ຈຶ່ງ​ຖາມ​ຍິງ​ສາວ​ນັ້ນ​ວ່າ, “ຫມໍ​ທໍາ​ນ​ວາຍ​ຢູ່​ບໍ່” 12 ຍິງ​ສາວ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ​ທ່ານ​ຢູ່​ນີ້ ທ່ານ​ຫາ​ກໍ​ອອກ​ໄປ​ກ່ອນ​ທີ່​ພວກ​ທ່ານ​ຈະ​ມາ​ເຖິງ​ນີ້ ຈົ່ງ​ພາກັນ​ຟ້າວ​ຕາມ​ໄປ ດຽວ​ນີ້​ທ່ານ​ກໍາ​ລັງເຂົ້າ​ໄປ​ໃນ​ເມືອງ ເພາະ​ວ່າ​ມວັນນີ້​ປະ​ຊາ​ຊົນ​ກໍາ​ລັງ​ໄປ​ຖວາຍ​ເຄື່ອງ​ບູ​ຊາ​ທີ່​ແທ່ນ​ບູ​ຊາ​ເທິງ​ພູ 13 ພໍ​ທ່ານ​ທັງ​ສອງ​ເຂົ້າ​ໄປ​ເຖິງ​ໃນ​ເມືອງ ທ່ານ​ທັງ​ສອງ​ຈະ​ພົບ ກ່ອນ​ທີ່​ຜູ້​ທໍາ​ນວາຍຈະ​ຂຶ້ນ​ໄປ​ກິນ​ເຂົ້າ​ຢູ່​ເທິງ​ພູ ເພາະ​ວ່າ​ປະ​ຊາ​ຊົນ​ຈະ​ບໍ່​ກິນ​ຈົນ​ກວ່າ​ທ່ານ​ຈະ​ມາ​ເຖິງ ເພາະ​ທ່ານ​ຈະ​ຕ້ອງ​ມາ​ອວຍ​ພອນ​ແກ່​ເຄື່ອງ​ສັຕ​ບູ​ຊາ ພາຍ​ຫລັງ​ຜູ້​ທີ່​ໄດ້​ຮັບ​ເຊີນມາ​ຈຶ່ງ​ຈະກິນໄດ້ ດຽວ​ນີ້​ຈົ່ງ​ຂຶ້ນ​ໄປ​ບ່ອນ​ນັ້ນ ແລະ​ພວກ​ທ່ານ​ຈະ​ໄດ້​ພົບ​ທັນ​ທີ 14 ດັ່ງ​ນັ້ນ ເຂົາ​ກໍ​ພາ​ກັນ​ໄປ​ໃນ​ເມືອງ ເມື່ອ​ກໍາ​ລັງ​ຍ່າງ​ໄປ​ນັ້ນ ເຂົາ​ໄດ້​ເຫັນ​ຊາ​ມູ​ເອນ​ກໍາ​ລັງ​ຍ່າງ​ອອກ​ມາ ເພື່ອ​ໄປ​ບ່ອນ​ນະ​ມັ​ສ​ການ 15 ກ່ອນ​ວັນທີ່​ຊາ​ອູນ​ໄດ້​ມາ​ຮອດ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຊາ​ມູ​ເອນ​ໄວ້​ແລ້ວ​ວ່າ 16 ມື້​ອື່ນ​ປະ​ມານ​ເວ​ລາ​ດຽວ​ກັນ​ນີ້ ເຮົາ​ຈະ​ສົ່ງ​ຄົນ​ຜູ້​ນຶ່ງ​ຈາກ​ຕະ​ກູນ​ເບັນ​ຢາ​ມີນ​ມາ​ຫາ​ເຈົ້າ ຈົ່ງ​ເອົານໍ້າ​ມັນ​ຊະ​ໂລມ​ຫົດ​ສົງ​ເຂົາໃຫ້​ເປັນ​ເຈົ້າ​ຊີ​ວິດ​ໄພ່​ພົນ ອິສ​ຣາ​ເອນ​ຂອງ​ເຮົາ ແລະ​ເຂົາ​ຈະ​ຊ່ອຍ​ໄພ່​ພົນ​ຂອງ​ເຣົາ​ໃຫ້​ພົ້ນ​ຈາກ​ຊາວ​ຟີ​ລິ​ສ​ຕິນ ເພາະ​ເຣົາ​ໄດ້​ເຫັນ​ຄວາມ​ທຸກ​ທໍ​ຣະ​ມານ​ຂອ​ງໄພ່​ພົນ​ຂອງ​ເຣົາ ແລະ​ໄດ້​ຍິນສຽງ​ຮ້ອງ​ໄຫ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ເຂົາ” 17 ເມື່ອ​ຊາ​ມູ​ເອນ​ເຫັນ​ຊາ​ອູນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ທ່ານ​ວ່າ, “ຄົນ​ນີ້​ແລ້ວ​ທີ່​ເຮົາ​ໄດ້​ບອກ​ໄວ້​ກັບ​ເຈົ້າ ເຂົາ​ຈະ​ປົກ​ຄອງ​ໄພ່​ພົນ​ຂອງ​ເຮົາ” 18 ແລ້ວ​ຊາ​ອູນກໍ​ເຂົ້າ​ໄປ​ຫາ​ຊາ​ມູ​ເອນ​ຢູ່​ໃກ້​ປະ​ຕູ​ເມືອງ ແລະ​ຖາມ​ວ່າ, “ຂໍ​ບອກ​ຂ້າ​ພະ​ເຈົ້າ​ແດ່​ວ່າ​ ບ້ານຫມໍ​ທໍາ​ນ​ວາຍ​ຢູ່​ໃສ” 19 ຊາ​ມູ​ເອນ​ກໍ​ຕອບ​ວ່າ, “ຂ້າ​ພະ​ເຈົ້ານີ້​ແຫລະ​ ເປັນ​ຫມໍ​ທໍາ​ນ​ວາຍ ຈົ່ງ​ອອກ​ໄປ​ບ່ອນ​ນະ​ມັ​ສ​ການ​ກ່ອນ​ຂ້າ​ພະ​ເຈົ້າ​ເດີ ວັນນີ້ ​ທ່ານຕ້ອງ​ກິນ​ເຂົ້າ​ກັບ​ຂ້າ​ພະ​ເຈົ້າ ມື້​ອື່ນ​ເຊົ້າ ຂ້າ​ພະ​ເຈົ້າ​ຈະ​ຕອບ​ຄໍາ​ຖາມ​ທຸກ​ຢ່າງ​ຂອງ​ທ່ານ ແລ້ວ​ຈະ​ສົ່ງ​ທ່ານ​ກັບ​ຄືນ​ເມືອ 20 ສໍາ​ລັບ​ລໍ​ທີ່​ໄດ້​ເສັຽ​ໄປ​ໃນ​ສາມວັນ​ແລ້ວ​ນັ້ນ ຢ່າ​ຄິດ​ເສັຽ​ໃຈ​ນໍາ​ມັນ ເພາະ​ວ່າ​​ເຂົາ​ໄດ້​ພົບ​ມັນ​ແລ້ວ ແຕ່​ວ່າ​ຜູ້​ທີ່​ຊາວ​ອິສ​ຣາ​ເອນ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ນັ້ນ​ແມ່ນ​ທ່ານ​ເອງ ແລະ​ຄອບ​ຄົວ​ພໍ່​ແມ່​ຂອງ​ທ່ານ” 21 ຊາ​ອູນ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ຢູ່​ໃນ​ຕະ​ກູນ​ເບັນ​ຢາ​ມີນ ຊຶ່ງ​ເປັນ​ຕະ​ກູນ​ນ້ອຍ​ທີ່​ສຸດ​ໃນ​ອິສ​ຣາ​ເອນ ແລະ​ໃນ​ຕະ​ກູນ​ນັ້ນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າກໍ​ມີ​ຄວາມ​ສໍາ​ຄັນ​ນ້ອຍກວ່າ​ຫມູ່ ແຕ່​ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ແບບ​ນີ້​ກັບ​ຂ້າ​ພະ​ເຈົ້າ” 22 ແລ້ວ​ຊາ​ມູ​ເອນ​ກໍ​ພາ​ຊາ​ອູນ​ພ້ອ​ມທັງ​ຄົນ​ໃຊ້​ຂອງ​ເຂົາ​ເຂົ້າ​ໄປ​ໃນ​ຫ້ອງ​ໃຫຍ່​ຫ້ອງ​ນຶ່ງ ແລະ​ໃຫ້​ເຂົາ​ນັ່ງ​ຢູ່​ທາງ​ສົ້ນ​ໂຕະ​ບ່ອນ​ທີ່​ມີ​ແຂກ​ຖືກ​ເຊີນ​ມາ​ນັ່ງ​ຢູ່​ກ່ອນ​ແລ້ວ​ປະ​ມານ​ສາມ​ສິບ​ຄົນ 23 ຊາ​ມູ​ເອນ​ເວົ້າ​ຕໍ່​ຄົນ​ຄົວ​ກິນ​ວ່າ, “ຈົ່ງ​ເອົາ​ຕ່ອນ​ຊີ້ນ​ທີ່​ຂ້ອຍ​ບອກ​ໃຫ້​ເອົາ​ໄວ້​ຕ່າງ​ຫາກ​ນັ້ນ​ມາ” 24 ຜູ້​ຄົວ​ກິນກໍ​ເອົາ​ຕ່ອນ​ຂາ ແລະ​ຕ່ອນ​ຊີ້ນ​ທີ່​ດີ​ທີ່​ສຸດ​ໄປ​ວາງ​ໄວ້​ຕໍ່​ຫນ້າ​ຊາ​ມູ​ເອນ ແລ້ວ​ຊາ​ມູ​ເອນ​ໄດ້​ເວົ້າ​ວ່າ, “ນີ້​ແມ່ນ​ສ່ວນ​ທີ່​ເອົາ​ໄວ້​ໃຫ້​ທ່ານ ເຊີນ​ກິນ​ເທີນ ມັນ​ເປັນ​ສ່ວນ​ທີ່​ເອົາ​ໄວ້​ໃຫ້​ທ່ານກິນ​ໃນ​ເວ​ລາ​ນີ້ ພ້ອມ​ກັບ​ທຸກ​ຄົນ​ທີ່​ຖືກ​ເຊີນ​ມາ” 25 ໃນ​ວັນນັ້ນ ຊາ​ອູນ​ໄດ້​ກິນ​ເຂົ້າ​ຮ່ວມ​ກັບ​ຊາ​ມູ​ເອນ ເມື່ອ​ເຂົາ​ລົງ​ຈາກ​ບ່ອນ​ນະ​ມັ​ສ​ການ​ມາ ແລະ​ກັບ​ເຂົ້າ​ໄປ​ໃນ​ເມືອງ​ກໍ​ມີ​ຄົນ​ຈັດ​ບ່ອນ​ໃຫ້​ຊາ​ອູນ​ຢູ່​ເທິງ​ຫລັງ​ຄາ​ພຽງ ແລະ​ເຂົາ​ກໍ​ນອນ​ຢູ່​ທີ່​ນັ້ນ 26 ຕື່ນ​ເຊົ້າ​ມາ ຊາ​ມູ​ເອນ​ກໍ​ຮ້ອງ​ໃສ່​ຊາ​ມູ​ເອນ​ຢູ່​ເທິງ​ຫລັງ​ຄາ​ນັ້ນ​ວ່າ, “ຕື່ນ​ແມ໋, ຂ້າ​ພະ​ເຈົ້າ​ຈະ​ສົ່ງ​ທ່ານ​ກັບ​ຄືນ​ເມືອ” ຊາ​ອູນ​ລຸກ​ຂຶ້ນ ແລະ​ມຸ່ງ​ຫນ້າ​ອອກ​ໄປ​ສູ່​ຖ​ຫນົນ​ໃຫຍ່​ພ້ອມ​ກັບ​ຊາ​ມູ​ເອນ ຊາ​ມູ​ເອນ​ເອົາ​ນໍ້າ​ມັນ​ຊະ​ໂລ​ມ​ຫົດ​ສົງ​ຊາ​ອູນ​ໃຫ້​ເປັນ​ກະ​ສັດ 27 ເມື່ອ​ເຂົາ​ມາ​ຮອດ​ເຂດ​ແດນ​ເມືອງ ຊາ​ມູ​ເອນ​ຈຶ່ງ​ເວົ້າ​ຕໍ່​ຊາ​ອູນ​ວ່າ, “ຈົ່ງ​ບອກ​ໃຫ້​ຄົນ​ຂ​ອງ​ເຈົ້າ​ໄປ​ກ່ອນ” ຄົນ​ໃຊ້​ກໍ​ເດີນ​ທາງ​ໄປ​ກ່ອນ ຊາ​ມູ​ເອນ​ຈຶ່ງ​ເວົ້າ​ຕໍ່​ໄປ​ວ່າ, “ຢຸດ​ຢູ່​ນີ້​ຈັກ​ຫນ່ອຍ​ກ່ອນ​ເທາະ ແລ້ວ​ຂ້າ​ພະ​ເຈົ້າຈະ​ບອກວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ຢ່າງ​ໃດ”

1 ຊາມູເອນ 10

1 ແລ້ວ​ຊາ​ມູ​ເອນ​ກໍ​ເອົາ​ເຕົ້າ​ນໍ້າ​ມັນ​ຫມາກກອກ​ອອກ​ມາ​ຖອກ​ລົງ​ໃສ່​ຫົວ​ຂອງ​ຊາ​ອູນ ແລະ​ຈູບ​ຊາ​ອູນ​ແລ້ວເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອົາ​ນໍ້າ​ມັນ​ຊະ​ໂລມ​ຫົດ​ສົງທ່ານ​ໄວ້​​ໃຫ້​ເປັນ​ເຈົ້າ​ນາຍ​ເຫນືອໄພ່​ພົນ​ຂອງ​ພຣະ​ອົງ ທ່ານຈະ​ປົກ​ຄອງ​ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ຊ່ອຍ​ເຂົາ​ໃຫ້​ພົ້ນຈາກ​ສັດ​ຕຣູ​ຂອງ​​ເຂົາ ການ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ເອົາ​ເຈົ້າ​ເປັນ​ເຈົ້າຊີ​ວິດ​ໄພ່​ພົນ​ຂອງ​ພຣະ​ອົງ ຈະ​ພິ​ສູດ​ໃຫ້​ເຫັນໄດ້​ດັ່ງ​ນີ້ 2 ວັນນີ້ ເມື່ອ​ທ່ານ​ຈາກ​ຂ້າ​ພະ​ເຈົ້າ​ໄປ​ແລ້ວ ທ່ານຈະ​ພົບ​ຊາຍ​ສອງ​ຄົນ​ໃກ້​ຂຸມ​ຝັງ​ສົບ​ຂອງ​ຣາ​ເຊັນ​ເມືອງເຊນ​ຊາ​ໃນ​ເຂດ​ແດນ​ເບັນ​ຢາ​ມີນ ເຂົາ​ຈະ​ບອກ​ທ່ານວ່າ ລໍ​ທີ່​ເຈົ້າ​ກໍາ​ລັງ​ຊອກ​ຫາ​ນັ້ນ​ເຫັນ​ແລ້ວ ແລະ​ພໍ່​ຂອງ​ທ່ານ​ບໍ່​ໄດ້​ເປັນ​ທຸກ​ກັງ​ວົນ​ຢ່າງ​ໃດ​ກ່ຽວ​ກັບລໍ ແຕ່​ວ່າ​ຄິດ​ເປັນ​ຫ່ວງ​ນໍາ​ທ່ານ​ ແລະ​ຖາມ​ສ​ເມີ​ວ່າ “ຂ້ອຍ​ຈະ​ເຮັດ​ຢ່າງ​ໃດ​ກ່ຽວ​ເຣື່ອງ​ລູກ​ຊາຍ​ຂອງ​ຂ້ອຍ?” 3 ແລ້ວ​ທ່ານຈະ​ໄປ​ຈາກທີ່​ນັ້ນຈົນ​ຮອດ​ຕົ້ນ​ໄມ້​ສັກ​ສິດ​ທີ່​ຕາ​ໂບຣ໌ ຢູ່​ທີ່​ນັ້ນ ເຈົ້າ​ຈະ​ພົບຊາຍ​ສາມ​ຄົນ​ຊື່ງ​ກໍາ​ລັງ​ໄປ​ຖວາຍ​ເຄື່ອງ​ບູ​ຊາ​ແກ່​ພຣະ​ເຈົ້າ​ທີ່​ເມືອງ​ເບັດ​ເອນ ຜູ້​ນຶ່ງ​ໃນ​ຈໍາ​ນວນ​ພວກ​ເຂົາ​ນັ້ນ​ຈູງ​ແບ້​ນ້ອຍ​ສາມ​ຕົວ ແລະ​ອີກ​ຜູ້​ນຶ່ງ​ມີ​ເຂົ້າ​ຈີ່​ສາມ​ກ້ອນ ສ່ວນ​ຜູ້​ທີ່​ສາມ​ມີ​ຖົງ​ນໍ້າ​ອະ​ງຸ່ນ 4 ເຂົາທັງ​ຫລາຍ​ຈະ​ຄໍາ​ນັບ​ທ່ານ ແລະ​ເອົາ​ເຂົ້າ​ຈີ່​ສອງ​ກ້ອນ​ໃຫ້​ທ່ານ​ ແລ້ວ​ທ່ານ​ກໍຈະ​ຍອມ​ຮັບ​ເອົາ 5 ຕໍ່​ຈາກ​ນັ້ນ ທ່ານ​ກໍ​ຈະ​ໄປ​ເຖິງ​ພູ​ຂອງ​ພຣະ​ເຈົ້າ​ທີ່​ເມືອງ​ກິເບ​ອາດ​ເອ​ໂລ​ຮິມ ໃນ​ເມືອງ​ນີ້​ມີ​ຄ້າຍ​ພັກ​ຂອງ​ຊາວ​ຟີ​ລິ​ສ​ຕິນ ທີ່​ປາກ​ປະ​ຕູ​ເຂົ້າ​ເມືອງ ທ່ານ​ຈະ​ພົບ​ກຸ່ມ​ຜູ້​ປະ​ກາດ​ພຣະ​ທັມຫມູ່​ນຶ່ງ​ກໍາ​ລັງລົງ​ມາ​ຈາກ​ແທ່ນ​ບູ​ຊາເທິງ​ພູ ​ຖື​ພີນໃຫຍ່ ຕີ​ກອງ ແລະ​ເປົ່າ​ຂຸ່ຍ​ ເຂົາ​ຈະ​ຟ້ອນ ແລະ​ໂຮ່ຮ້ອງ​ດ້ວຍ​ສຽງ​ອັນ​ດັງ 6 ແລ້ວ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຈະເຂົ້າ​ສະ​ຖິດ​ຢູ່​ໃນ​ຕົວ​ທ່ານ ທ່ານ​ຈະ​ເຂົ້າ​ຮ່ວມ​ໃນ​ການ​ທໍາ​ນ​ວາຍ ແລະ​ປ່ຽນ​ເປັນ​ຄົນ​ຜູ້​ໃຫມ່ 7 ເມື່ອ​ມີ​ເຣື່ອງ​ຢ່າງ​ນີ້​ຈົ່ງ​ທໍາຕາມ​ທີ່​ພຣະເຈົ້າ​ຊົງ​ນໍາ​ພາ​ໃຫ້​ທໍາ 8 ທ່ານຈະ​ໄປ​ເມືອງ​ກິນ​ການ​ກ່ອນ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ຈະ​ໄປ​ພົບ​ທ່ານ​ຢູ່​ທີ່​ນັ້ນ ເພື່ອ​ຈະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ຖວາຍ​ເພື່ອ​ຄວາມ​ສາ​ມັກ​ຄີ ຈົ່ງ​ຄອຍ​ຖ້າ​ຢູ່​ຫັ້ນ​ເຈັດ​ວັນຈົນ​ກວ່າ​ຂ້າ​ພະ​ເຈົ້າ​ຈະ​ມາ​ບອກ​ທ່ານ​ວ່າ​ຈະ​ທໍາຢ່າງ​ໃດ” 9 ເມື່ອ​ຊາ​ອູນ​ຫນີ​ຈາກ​ຊາ​ມູ​ເອນ​ໄປ ພຣະ​ເຈົ້າ​ກໍ​ຊົງ​ປະ​ທານ​ຈິດ​ໃຈ​ອີກ​ຢ່າງ​ນຶ່ງ​ແກ່​ທ່ານ​ ແລະ​ທຸກ​ສິ່ງ​ທີ່​ຊາ​ມູ​ເອນ​ໄດ້​ບອກ​ໄວ້​ກັບ​ທ່ານ​ກໍ​ໄດ້​ບັງ​ເກີດ​ຂຶ້ນ 10 ໃນ​ວັນ​ນັ້ນ​ ເມື່ອ​ຊາອູນ​ແລະ​ຄົນ​ໃຊ້​ມາ​ຮອດ​ເມືອງ​ກິເບ​ອາ ກໍ​ມີ​ກຸ່ມ​ຜູ້​ປະ​ກາດ​ພຣະ​ທັມ​ມາ​ພົບ​ກັບ​ທ່ານ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ກໍ​ຊົງ​ເຂົ້າ​ສະ​ຖິດ​ຢູ່​ກັບ​ທ່ານ ແລະ​ນໍາ​ທ່ານ​ໄປ​ຮ່ວມ​ໃນ​ການ​ທໍາ​ນ​ວາຍ​ຂອງ​ພວກ​ເຂົາ 11 ຜູ້​ທີ່​ເຄີຍ​ເຫັນ​ທ່ານ​ມາ​ກ່ອນ ເມື່ອ​ໄດ້​ເຫັນ​ທ່ານ​ກໍາ​ລັງ​ທໍາຢ່າງ​ນັ້ນ​ຈຶ່ງ​ຖາມ​ກັນ​ວ່າ, “ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ລູກ​ຊາຍ​ຂອງ​ກີ​ເຊ ຊາ​ອູນ​ໄດ້​ກາຍ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ແລ້ວ​ບໍ່” 12 ຊາຍ​ຜູ້​ນຶ່ງ​ທີ່​ຢູ່​ທີ່​ນັ້ນ​ກໍ​ຖາມ​ຂຶ້ນ​ວ່າ, “ຄົນ​ອື່ນ​ເດ​ເປັນ​ຢ່າງ​ໃດ ແລະ​ພໍ່ຂອງ​ເຂົາ​ແມ່ນ​ໃຜ” ດັ່ງ​ນັ້ນ ຄໍາ​ເວົ້າ​ຈຶ່ງ​ກ່າວ​ກັນ​ມາ​ວ່າ “ຊາ​ອູນ​ໄດ້​ກາຍ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ໄປ​ແລ້ວ​ບໍ່” 13 ເມື່ອ​ຊາ​ອູນ​ໄດ້​ທໍາ​ນ​ວາຍ​ສິ້ນ​ສຸດ​ແລ້ວ ທ່ານ​ກໍ​ໄປ​ທີ່​ແທ່ນ​ບູ​ຊາ​ຢູ່​ເທິງ​ພູ​ນ້ອຍ 14 ລຸງຂອງ​ຊາ​ອູນ​ໄດ້​ຖາມ​ທ່ານກັບ​ຄົນ​ໃຊ້​ວ່າ, “ພວກ​ເຈົ້າ​ໄປ​ຢູ່​ໃສ” ຊາ​ອູນ​ຕອບ​ວ່າ, “ໄປ​ຊອກ​ຫາ​ລໍ ເມື່ອ​ເຮົາ​ບໍ່​ພົບ​ມັນ ເຣົາ​ກໍ​ໄດ້​ພາ​ກັນ​ໄປ​ຫາ​ຊາ​ມູ​ເອນ” 15 ລຸງ​ຂອງ​ຊາ​ອູນ​ໄດ້​ຖາມອີກວ່າ, “ທ່ານບອກ​ຫຍັງ​ແດ່​ແກ່​ພວກ​ເຈົ້າ​?” 16 ຊາ​ອູນ​ຕອບ​ວ່າ, “ທ່ານບອກ​ເຮົາ​ວ່າ ສັດ​ນັ້ນ​ໄດ້​ພົບ​ແລ້ວ” ແຕ່​ເຣື່ອງ​ທີ່​ຊາມູ​ເອນບອກວ່າ​ທ່ານ​ຈະ​ໄດ້​ເປັນ​ເຈົ້າ​ຊີ​ວິດ​ນັ້ນ ທ່ານ​ບໍ່​ໄດ້​ບອກ​ລຸງ​ຂອງ​ທ່ານ​ເລີຍ

ຊາ​ອູນ​ຖືກ​ປະ​ກາດ​ເປັນ​ເຈົ້າ​ຊີ​ວິດ

17 ຊາ​ມູ​ເອນ​ໄດ້​ເອີ້ນ​ປະ​ຊາ​ຊົນ​ໄປ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເມືອງ​ມິສ​ປາ 18 ທ່ານ​ເວົ້າ​ຕໍ່​ພວກ​ເຂົາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຊົງ​ກ່າວ​ວ່າ “ເຮົາ​ໄດ້​ພາ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ ແລະ​ຊ່ອຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອ​ຢິບ ແລະ​ຊົນ​ຊາດ​ອື່ນໆ​ທີ່​ຂົ່ມ​ເຫັງ​ພວກ​ເຈົ້າ 19 ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ເປັນ​ຜູ້​ທີ່​ຊ່ອຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ລໍາ​ບາກ ແລະ​ຄວາມ​ຫຍຸ້ງ​ຍາກ​ທຸກໆ​ຢ່າງ ແຕ່​ວ່າ ວັນນີ້​ພວກ​ເຈົ້າ​ໄດ້​ປະ​ຖິ້ມ​ເຮົາ ແລະ​ຮ້ອງ​ຂໍ​ໃຫ້​ເຮົາ​ແຕ່ງ​ຕັ້ງ​ເຈົ້າ​ຊີ​ວິດ​ໃຫ້​ແກ່​ພວກ​ເຈົ້າ ເອົາ​ລະ​ໃຫ້​ພວກ​ເຈົ້າ​ທ້ອນ​ໂຮມ​ກັນ​ເປັນ​ຕະ​ກູນ ແລະ​ເປັນ​ພວກ​ຕໍ່​ຫນ້າ​ເຮົາ” 20 ແລ້ວ​ຊາ​ມູ​ເອນ​ກໍ​ນໍາເອົາ​ຕົວ​ແທນ​ແຕ່​ລະ​ຕະ​ກູນ​ເຂົ້າ​ມາ​ຈົກ​ສລາກ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ເລືອກ​ເອົາ​ຕະ​ກູນ​ເບັນ​ຢາ​ມີນ 21 ຕໍ່​ມາ ຊາ​ມູ​ເອນ​ໄດ້​ເອົາ​ຄອບ​ຄົວ​ໃນ​ຕະ​ກູນ​ເບັນ​ຢາ​ມີນ​ເຂົ້າ​ມາ ຈີ່ງ​ໄດ້​ເລືອກ​ຖືກ​ຄອບ​ຄົວ​ຂອງ​ ມາ​ຕ​ຣີ ຕໍ່​ໄປ​ກໍ​ນໍາ​ເອົາ​ພວກ​ຜູ້​ຊາຍ​ໃນ​ຄອບ​ຄົວ ​ມາ​ຕ​ຣີ​ເຂົ້າ​ມາ ຈຶ່ງ​ໄດ້​ເລືອກ​ຖືກ​ ຊາ​ອູນ​ລູກ​ຊາຍ​ຂອງ​ກີ​ເຊ ເຂົາ​ຈຶ່ງ​ຊອກ​ຫາຊາ​ອູນແຕ່ກໍ​ບໍ່​ພົບ 22 ເຂົາ​ຈຶ່ງ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຊາຍ​ຄົນ​ນັ້ນ​ມາ​ນີ້​ແລ້ວ​ບໍ່” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ມາ​ແລ້ວ ເຂົາ​ກໍາ​ລັງ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ” 23 ດັ່ງ​ນັ້ນ ເຂົາ​ທັງ​ຫລາຍຈຶ່ງ​ແລ່ນ​ໄປ​ນໍາ​ເອົາ​ຊາ​ອູນ​ມາ​ຈາກ​ທີ່​ນັ້ນ ໃນ​ເວ​ລາ​ທີ່​ເຂົາ​ຢູ່​ຖ້າມ​ກາງ​ປະ​ຊາ​ຊົນ​ນັ້ນ ເຂົາ​ກໍສູງກວ່າປະ​ຊາ​ຊົນ​ທຸກ​ຄົນ​ຈາກ​ບ່າ​ຂຶ້ນ​ໄປ 24 ຊາ​ມູ​ເອນ​ຈຶ່ງ​ກ່າວ​ແກ່​ປະ​ຊາ​ຊົນ​ທັງ​ປວງວ່າ, “ນີ້​ຄື​ຊາຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້ ໃນ​ຖ້າມ​ກາງ​ເຮົາ​ບໍ່​ມີ​ຜູ້​ໃດ​ຄື​ທ່ານ” ປະ​ຊາ​ຊົນ​ທຸກ​ຄົນ​ກໍ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຂໍ​ພຣະ​ຣາ​ຊາ ​ຈົ່ງ​ຊົງ​ພຣະ​ຈະ​ເຣີນ” 25 ຕໍ່​ມາ ຊາ​ມູ​ເອນ​ກໍ​ໄດ້​ອະ​ທິ​ບາຍ​ເຖິງ​ຄວາມ​ຈິງ ແລະ​ຫນ້າ​ທີ່​ຂອງ​ເຈົ້າ​ຊີ​ວິດ​ໃຫ້​ປະ​ຊາ​ຊົນ​ຟັງ ແລະ​ຂຽນ​ໄວ້​ໃນ​ສະ​ຫມຸດ​ທີ່​ກອງ​ໄວ້​ໃນ​ບ່ອນ​ສັກ​ສິດ ແລ້ວ​ທ່ານ​ກໍ​ໃຫ້​ທຸກ​ຄົນ​ກັບ​ເມືອ​ເຮືອນ 26 ສ່ວນ​ຊາ​ອູນ​ກໍ​ກັບ​ຄືນ​ເມືອ​ເຮືອນ​ທີ່​ເມືອງ​ກິເບ​ອາ​ເຫມືອນ​ກັນ ມີ​ບາງ​ຄົນ​ທີ່​ເປັນ​ນັກ​ຮົບ​ຊຶ່ງ​ໄດ້​ຮັບ​ການ​ບັນ​ດົນ​ໃຈ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄປ​ນໍາ​ຊາ​ອູນ 27 ແຕ່​ກໍ​ມີ​ຄົນ​ທີ່​ຂາດ​ຄວາມ​ນຶກ​ຄິດ​ໄດ້​ເວົ້າ​ວ່າ, “ຄົນ​ນີ້​ຈະ​ຊ່ອຍ​ພວກ​ເຣົາ​ໄດ້​ແນວ​ໃດ​ກັນ” ເຂົາ​ໄດ້​ຫມິ່ນ​ປມາດ​ຊາ​ອູນ ແລະ​ບໍ່​ຍອມ​ຖວາຍ​ຂອງ​ຂວັນ​ແກ່​ທ່ານ

1 ຊາມູເອນ 11

ຊາ​ອູນ​ຜາບ​ແພ້​ຊາວ​ອັມ​ໂມນ

1 ເດືອນ​ຕໍ່​ມາ​ ນາ​ຮັ​ສ ​ຊາວ​ອັມ​ໂມນ​ໄດ້​ໄປ​ໂຈ​ມ​ຕີ​ເມືອ​ງຢາ​ເບສກິເລ​ອາດ ທະ​ຫານ​ຂອງ​ທ່ານ​ໄດ້​ອ້ອມ​ເມືອງ​ໄວ້ ຊາວ​ເມືອງ​ຢາ​ເບສ​ຈຶ່ງ​ເວົ້າ​ຕໍ່ ​ນາ​ ຮັ​ສ​ວ່າ, “ຂໍ​ພຣະ​ອົງ​ຊົງ​ສັນ​ຍາ​ກັບ​ພວກ​ຂ້າ​ພະ​ເຈົ້າ​ເສັຽກ່ອນ​ວ່າ ຈະ​ບໍ່​ຍຶດ​ເອົາ​ເມືອງ​ນີ້ ແລ້ວ​ພວກ​ຂ້າ​ພະ​ເຈົ້າຈຶ່ງ​ຈະ​ຍອມ​ຮັບ​ໃຊ້​ພຣະ​ອົງ” 2 ແຕ່​ນາ​ຮັ​ສໄດ້​ຕອບ​ວ່າ, “ເຮົາ​ຂໍ​ສັນ​ຍາ​ແບບ​ນີ້​ກັບ​ພວກ​ເຈົ້າ ຄື​ເຮົາ​ຈະ​ເຈາະ​ຫນ່ວຍ​ຕາ​ເບື້ອງ​ຂວາ​ຂອງ​ທຸກ​ຄົນ​ອອກ ເພື່ອ​ໃຫ້ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ເສັຽກຽດ 3 ພວກ​ຜູ້​ນໍາ​ຂອງ​ຢາ​ເບສ​ກໍ​ເວົ້າ​ວ່າ,” ຂໍ​ອະ​ນຸ​ຍາດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ສົ່ງ​ຄົນ​ນໍາ​ຂ່າວ​ອອກ​ໄປ​ທົ່ວ​ທັງ​ເຂດ​ແດນ​ອິສ​ຣາ​ເອນ ພາຍ​ໃນ​ເຈັດ​ວັນເສັຽກ່ອນ ຖ້າ​ວ່າ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ເຫລືອ​ພວກ​ຂ້າ​ພະ​ເຈົ້າ​ແລ້ວ ພວກ​ຂ້າ​ພະ​ເຈົ້າຈຶ່ງ​ຈະ​ຍອມ​ຈໍາ​ນົນ​ຕໍ່​ພວກ​ທ່ານ” 4 ຝ່າຍ​ຄົນ​ນໍາ​ຂ່າວ​ກໍ​ໄດ້​ມາ​ຮອດ​ເມືອງ​ກິເບ​ອາ​ບ່ອນ​ທີ່​ຊາ​ອູນ​ຢູ່ ພໍ​ເມື່ອ​ເຂົາ​ບອກ​ຂ່າວ​ນັ້ນ ປະ​ຊາ​ຊົນ​ກໍ​ຮ້ອງ​ໄຫ້​ດ້ວຍ​ຄວາມ​ຂົ່ມ​ຂື່ນ 5 ສ່ວນ​ຊາ​ອູນກໍ​ກໍາ​ລັງ​ຈູງ​ງົວ​ມາ​ແຕ່​ນາ ທ່ານຈຶ່ງ​ຖາມ​ວ່າ, “ມີ​ຫຍັງ​ເກີດ​ຂຶ້ນ ເປັນ​ຫຍັງ​ທຸກໆ​ຄົນ​ຈຶ່ງ​ພາ​ກັນຮ້ອງ​ໄຫ້” ພວກ​ເຂົາ​ກໍ​ໄດ້​ບອກ​ເຣື່ອງ​ທີ່​ຜູ້​ນໍາ​ຂ່າວ​ຈາກ​ຢາ​ເບສ​ໄດ້​ຣາຍ​ງານ​ມາ​ນັ້ນ​ສູ່​ທ່ານ​ຟັງ 6 ເມື່ອ​ຊາ​ອູນ​ໄດ້​ຍິນ​ດັ່ງ​ນັ້ນ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ກໍ​ໄດ້​ເຂົ້າສະ​ຖິດ​ຢູ່​ກັບ​ຊາ​ອູນ ແລ້ວ​ທ່ານ​ກໍ​ເກີດ​ໃຈ​ຮ້າຍ​ຂຶ້ນ 7 ທ່ານ​ໄດ້​ເອົາ​ງົວ​ມາ​ຂ້າ​ສອງ​ຕົວ ​ແລະ​ປາດ​ເປັນ​ຕ່ອນ ແລ້ວ​ເອົາ​ໃຫ້​ຜູ້ນໍາ​ຂ່າວ​ມາ​ນັ້ນ​ຖືກ​ໄປ​ທົ່ວ​ທັງ​ເຂດ​ແດນ​ອິສ​ຣາ​ເອນ ພ້ອມ​ທັງ​ບອກວ່າ, “ຖ້າ​ຜູ້​ໃດ​ບໍ່​ຕິດ​ຕາມ​ຊາ​ອູນ ແລະ​ຊາ​ມູ​ເອນ​ເຂົ້າ​ສູ່​ສະ​ຫນາມ​ຮົບ ງົວ​ຂອງ​ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ​ຢ່າງນີ້” ຊາວອິສ​ຣາ​ເອນ​ໄດ້​ຢ້ານ​ກົວ​ຕໍ່​ການທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທໍາ​​ເຂົາ​ທັງ​ຫລາຍຈຶ່ງ​ມາດ້ວຍຄວາມ​ນຶກ​ຄິດ​ແບບ​ດຽວ​ກັນ 8 ຊາ​ອູນ​ກໍ​ພາ​ພວກ​ເຂົາ​ໂຮມ​ກັນ​ຢູ່​ທີ່​ເບ​ເຊກ ຊຶ່ງ​ມີ​ຊາວ​ອິສ​ຣາ​ເອນ​ສາມ​ແສນ​ຄົນ ແລະ​ຊາວ​ຢູ​ດາ​ອິກ​ສາມສິບ​ພັນ​ຄົນ 9 ເຂົາ​ບອກ​ຜູ້​ນໍາ​ຂ່າວ​ມາ​ຈາກ​ຢາ​ເບສ​ກິ​ເລອາດວ່າ, “ຈົ່ງ​ບອກ​ປະ​ຊາ​ຊົນ​ຂອງ​ພວກ​ເຈົ້າ​ວ່າ, “ມື້​ອື່ນ​ຕອນ​ທ່ຽງ​ພວກ​ຂ້າ​ພະ​ເຈົ້າ​ຈະ​ໄປ​ຊ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ໄພ” ເມື່ອ​ພວກ​ຢາ​ເບສໄດ້​ຮັບ​ຂ່າວ ເຂົາ​ຈຶ່ງ​ພາ​ກັນຊົມ​ຊື່ນ​ຍິນ​ດີ 10 ດັ່ງ​ນັ້ນ​ຊາວ​ຢາເບສ​ຈຶ່ງວ່າ, “ມື້​ອື່ນ​ພວກ​ຂ້າພະ​ເຈົ້າຈະ​ຍອມ​ຈໍາ​ນົນ​ຕົວຕໍ່​ທ່ານ ທ່ານ​ຈົ່ງ​ກະ​ທໍາກັບພ​ວກ​ຂ້າ​ພະ​ເຈົ້າ​ໄດ້​ຕາມ​ຄວາມ​ຕ້ອງ​ການ​“ 11 ເຊົ້າ​ວັນໃຫມ່​ມາ​ແຕ່​ເດິກໆ ຊາ​ອູນ​ກໍ​ແບ່ງ​ທະ​ຫານ​ຂອງ​ຕົນ​ອອກ​ເປັນ​ສາມ​ຫມວດ ແລ້ວ​ພວກ​ເຂົາ​ໄດ້​ມຸ່ງ​ຫນ້າ​ໄປ​ໂຈມ​ຕີ​ຊາວ​ອັມ​ໂມນ​ທີ່​ຄ້າຍ​ພັກ ເຂົາ​ສູ້​ຮົບ​ກັນ​ຈົນ​ຮອດ​ເວ​ລາ​ທ່ຽງ ແລ້ວ​ທະ​ຫານ​ຂອງ​ຊາ​ອູນ​ໄດ້​ຂ້າ​ສັດ​ຕຣູ​ຕາຍ​ຢ່າງ​ຫລວງ​ຫລາຍ ຝ່າຍ​ພວກ​ທີ່​ຍັງ​ເຫລືອ​ກໍ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ ແລະ​ແລ່ນ​ປົບ​ຫນີ​ເອົາ​ຕົວ​ລອດ 12 ແລ້ວ​ຊາວ​ອິສ​ຣາ​ເອນ​ຈຶ່ງ​ເວົ້າ​ຕໍ່​ຊາ​ອູນ​ວ່າ, “ໃຜ​ເວົ້າ​ວ່າ​ຊາ​ອູນ​ບໍ່​ແມ່ນ​ເຈົ້າ​ຊີ​ວິດ​ຂອງ​ພວກ​ເຮົາ​ນັ້ນ ຈົ່ງ​ຈັບ​ຕົວ​ອອກ​ມາ​ຫາ​ພວກ​ເຮົາ​ແລ້ວ ພວກ​ເຮົາ​ຈະ​ຂ້າ​ພວກ​ເຂົາ​ຖິ້ມ” 13 ແຕ່​ຊາ​ອູນ​ເວົ້າ​ວ່າ, “ວັນນີ້ ຈະ​ບໍ່​ມີ​ຜູ້​ໃດ​ຖືກ​ປະ​ຫານ​ຊີ​ວິດ ເພາະ​ວ່າ​ແມ່ນ​ວັນທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ອຍ​ຊາວ​ອິສ​ຣາ​ເອນ​ໃຫ້​ພົ້ນ​ໄພ” 14 ແລ້ວ​ຊາ​ມູ​ເອນກໍ​ເວົ້າ​ກັບ​ປະ​ຊາ​ຊົນ​ວ່າ, “ໃຫ້​ພວກ​ເຮົາ​ທຸກ​ຄົນ​ໄປ​ເມືອງ​ກິນ​ການ ແລະ​ປະ​ກາດ​ແຕ່ງ​ຕັ້ງ​ຊາ​ອູນ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ພວກ​ເຮົາ​ຢູ່​ທີ່​ນັ້ນ​ອີກ” 15 ດັ່ງ​ນັ້ນ ພວກ​ເຂົາ​ທັງ​ຫມົດ​ຈຶ່ງ​ໄປ​ເມືອງ​ກິນ​ການ ແລະ​ປະ​ກາດ​ແຕ່ງ​ຕັ້ງ​ໃຫ້ ຊາ​ອູນ​ເປັນ​ເຈົ້າ​ຊີ​ວິດ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ ເພື່ອ​ຄວາມ​ສາ​ມັກ​ຄີ ຊາ​ອູນ​ພ້ອມ​ທັງ​ປະ​ຊາ​ຊົນ​ທຸກ​ຄົນ​ກໍ​ພາ​ກັນ​ສະ​ເຫລີມ​ສະ​ຫລອງ​ກັນ​ຢ່າງມ່ວນ​ຊື່ນ

1 ຊາມູເອນ 12

ຄໍາ​ປາ​ໄສ​ຂອງ​ຊາ​ມູ​ເອນ

1 ຊາ​ມູ​ເອນ​ເວົ້າ​ຕໍ່​ຊາວ​ອິສ​ຣາ​ເອນ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ພວກ​ທ່ານ​ຮ້ອງ​ຂໍ ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ຊີ​ວິດ​ປົກ​ຄອງ​ພວກ​ທ່ານ​ແລ້ວ 2 ດຽວ​ນີ້ ພວກ​ທ່ານ​ກໍ​ມີ​ຊາ​ອູນ​ເປັນ​ຜູ້​ນໍາ ສໍາ​ລັບ​ຂ້າ​ພະ​ເຈົ້າ​ເອງ​ກໍ​ເປັນ​ຄົນ​ເຖົ້າ​ແກ່ ແລະ​ຜົມ​ຫງອກ​ແລ້ວ ລູກ​ຊາຍ​ທັງ​ຫມົດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຢູ່​ກັບ​ພວກ​ທ່ານ ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຜູ້​ນໍາ​ພວກ​ທ່ານ​ມາ​ຕັ້ງ​ແຕ່​ຫນຸ່ມ​ນ້ອຍ​ຈົນ​ເຖິງ​ດຽວ​ນີ້ 3 ຂ້າ​ພະ​ເຈົ້າ​ກໍຢູ່​ທີ່​ນີ້ແລ້ວ ຖ້າ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ກະ​ທໍາ​ຜິດ​ສິ່ງ​ໃດ ພວກ​ທ່ານ​ຈົ່ງ​ຟ້ອງ​ຮ້ອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕໍ່​ເຈົ້າ​ຊີ​ວິດ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້​ນັ້ນ​ໄດ້ ຂ້າ​ພະ​ເຈົ້າ​ໄດ້​ເອົາ​ງົວ ແລະ​ລໍ​ທ່ານ​ບໍ ຂ້າ​ພະ​ເຈົ້າ​ໄດ້​ສໍ້​ໂກງ​ກົດ​ຂີ່​ຂົ່ມ​ເຫັງ​ໃຜ​ແດ່ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິນ​ຈ້າງຣາງວັນ​ຈາ​ກຜູ້​ໃດ​ບໍ ຖ້າ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຮັ​ດ​ສິ່ງ​ນຶ່ງ​ສິ່ງ​ໃດ​ໃນ​ສິ່ງ​ທີ່​ກ່າວ​ມາ​ນີ້ ຂ້າ​ພະ​ເຈົ້າ​ຍິນ​ດີ​ສົ່ງ​ຄືນ​ທຸກ​ຢ່າງ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກະ​ທໍາ​ມາ​ນັ້ນ” 4 ປະ​ຊາ​ຊົນ​ໄດ້​ຕອບ​ວ່າ, “ທ່ານ​ບໍ່​ໄດ້​ສໍ້​ໂກງ ຫລື​ຂົ່ມ​ເຫັງ​ພວກ​ຂ້າ​ພະ​ເຈົ້າ​ແຕ່​ຢ່າງ​ໃດ​ດອກ ແລະ​ທ່ານ​ກໍ​ບໍ່​ໄດ້​ຮັບ​ເອົາ​ສິ່ງ​ນຶ່ງ​ສິ່ງ​ໃດ​ຈາກ​ໃຜ​ຫມົດ” 5 ຊາ​ມູ​ເອນ​ໄດ້​ເວົ້າ​ຕໍ່​ໄປ​ວ່າ, “ວັນນີ້ ພຣະ​ຜູ້​ເປັນ​ເຈົ້າ​ພ້ອມ​ເຈົ້າ​ຊີ​ວິດ​ທີ່​ພຣະ​ອົງ​ຊົງ​ເລືອກ​ເອົາ​ນັ້ນ​ກໍ​ເປັນ​ພຍານ​ຫລັກ​ຖານ​ຕໍ່​ຫນ້າ​ພວກ​ທ່ານ​ວ່າ ພວ​ກ​ທ່ານ​ບໍ່​ໄດ້​ພົບ​ຄວາມ​ຜິດ​ສິ່ງ​ໃດ​ຫມົດ​ໃນ​ຕົວ​ຂ້າ​ພະ​ເຈົ້າ” ພວກ​ເຂົາ​ໄດ້​ພາ​ກັນ​ຕອ​ບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຍານ​ຂອງ​ພວກ​ຂ້າ​ພະ​ເຈົ້າ” 6 ຊາມູ​ເອນ​ເວົ້າ​ຕໍ່​ໄປ​ອີກວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ເປັນ​ຜູ້​ທີ່​ໄດ້​ເລືອກ​ເອົາ​ໂມ​ເຊ ແລະ​ອາ​ໂຣນ ແລະ​ຊົງ​ພາພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ທ່ານ​ອອກ​ມາ​ຈາກ​ເອ​ຢິບ 7 ແລະ​ດຽວ​ນີ້ ຈົ່ງ​ຢືນ​ຢູ່​ໃນ​ບ່ອນ​ທີ່​ພວກ​ທ່ານ​ຢືນ​ຢູ່​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ຟ້ອງ​ຮ້ອງ​ພວກ​ທ່ານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເຕືອນ​ພວກ​ທ່ານ​ເຖິງ​ການ​ຍິ່ງ​ໃຫຍ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທໍາ​ເພື່ອ​ຊ່ອຍ​ເຫລືອ​ພວກ​ທ່ານ ແລະ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ທ່ານ​ໃຫ້​ພົ້ນ​ໄພ 8 ເມື່ອ​ຢາ​ໂຄບ ແລະ​ຄອບ​ຄົວ​ຂອງ​ທ່ານ​ໄປ​ໃນ​ເອ​ຢິບ ຊາວ​ເອ​ຢິບ​ກໍ​ໄດ້​ຂົ່ມ​ເຫັງ​ພວກ​ເຂົາ ຝ່າຍ​ປູ່​ຍ່າຕາ​ຍາຍ​ຂອງ​ພວກ​ທ່ານ​ໄດ້​ຣ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ກໍ​ຊົງ​ໃຊ້​ໂມ​ເຊ ແລະ​ອາ​ໂຣນ​ນໍາ​ພວ​ກ​ເຂົາ​ອອກ​ຫນີ​ຈາກ​ເອ​ຢິບ ແລະ​ໃຫ້​ພວກ​ເຂົາ​ມາ​ຕັ້ງ​ຫລັກ​ຖານ​ຢູ່​ໃນ​ທີ່​ນີ້ 9 ແຕ່​ວ່າ ພວກ​ເຂົາ​ໄດ້​ລືມ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ຊີ​ເຊ​ຣາ​ແມ່​ທັບຂອງ​ຢາ​ບີນ​ແຫ່ງ​ເມືອງ​ຮາ​ໂຊຣ໌ມາ​ສູ້​ຮົບ​ກັບ​ພວກ​ເຂົາ ແລະ​ໄດ້​ໄຊ​ຊະ​ນະ ຕໍ່​ມາ​ຊາວ​ຟີ​ລິ​ສ​ຕິນ​ກໍ​ໄດ້​ມາ​ສູ້​ຮົບ​ກັບ​ພວກ​ເຂົາ ແລະ​ຕໍ່​ມາ​ອີກ​ເຈົ້າ​ຊີ​ວິດ​ໂມ​ອາບ​ກໍ​ມາ​ສູ້​ຮົບ ແລະ​ຊະນະ​ພວກ​ເຂົາ 10 ພວກ​ເຂົາ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ “ພວກ​ຂ້າ​ພຣະ​ອົງ​ໄດ້​ເຮັດ​ບາບ ເພາະ​ວ່າ​ພວກ​ຂ້າ​ພຣະ​ອົງ​ໄດ້​ຫັນ​ຫນີ​ຈາກ​ພຣະ​ອົງ​ຊຶ່ງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ຂ້າ​ພຣະ​ອົງໄດ້​ນະ​ມັ​ສ​ການ​ພຣະ​ບາ​ອານ ແລະ​ພຣະ​ອັ​ຊ​ຕາ​ຣ໌ເຕ​ສ ຂໍ​ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດພວກ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ສັດ​ຕຣູ ແລະ​ພວກ​ຂ້າ​ພຣະ​ອົງ​ຈະ​ກັບ​ມາ​ນະ​ມັ​ສ​ການ​ພຣະ​ອົງ 11 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ສົ່ງ​ເຢ​ຣູບ​ບາອານ ບາ​ຣາກ ເຢັບ​ທາ ແລະ​ຊາ​ມູ​ເອນ ໃຫ້​ເປັນ​ຜູ້​ຊ່​ອຍ​ຊີ​ວິດ​ຂອງ​ພວກ​ທ່ານ​ໃຫ້​ພົ້ນ​ຈາກ​ສັດ​ຕຣູ ພວກ​ທ່ານ​ຈຶ່ງ​ໄດ້​ຢູ່​ຢ່າງ​ປອດ​ພັຍ 12 ແຕ່​ພວກ​ທ່ານ​ເຫັນ​ວ່າ​ເຈົ້າ​ຊີ​ວິດ​ນາ​ຮັສ​ຂອງ​ຊາວ​ອັມ​ໂມນ​ໄດ້​ມາ​ຕໍ່​ສູ້​ພວກ​ທ່ານ ພວກ​ທ່ານ​ກໍ​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເປັນ​ເຈົ້າ​ຊີ​ວິດ​ຂອງ​ພວກ​ທ່ານ ແລະ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ພວກ​ຂ້າ​ພະ​ເຈົ້າ​ຢາກ​ໄດ້​ເຈົ້າ​ຊີ​ວິດ​ມາ​ປົກ​ຄອງ​ພວກ​ຂ້າ​ພະ​ເຈົ້າ” 13 ນີ້​ເດ່ ເຈົ້າ​ຊີວິດ​ທີ່​ພວກ​ທ່ານ​ຢາກ​ໄດ້​ໂດຍ​ຮ້ອ​ງຂໍ​ນໍາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ກໍ​ຊົງ​ປະ​ທານ​ໃຫ້​ແກ່​ພວກ​ທ່ານ​ແລ້ວ 14 ຖ້າ​ພວກ​ທ່າ​ນຢ້ານຢໍາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ ຈົ່ງ​ຮັບ​ໃຊ້​ພຣະ​ອົງ​ ເຊື່ອ​ຟັງ​ຄໍາ​ສັ່ງ​ຂອງ​ພຣະ​ອົງ ຖ້າ​ພວກ​ທ່ານ ​ແລະ​ເຈົ້າ​ຊີ​ວິດ​ຂອງ​ພວກ​ທ່ານ​ຕິດ​ຕາມ​ພຣະ​ອົງ​ໄປ ພວກ​ທ່ານ​ກໍ​ຈະ​ຈະເຣີນ​ຮຸ່ງ​ເຮືອງ 15 ຖ້າ​ພວກ​ທ່ານ​ບໍ່​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່​ເຊື່ອ​ ພຣະ​ດໍາ​ຣັດ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ຕໍ່​ສູ້​ພວກ​ທ່ານ ແລະ​ເຈົ້າ​ຊີ​ວິດ​ຂອງ​ພວກ​ທ່ານ​ດ້ວຍ 16 ດັ່ງ​ນັ້ນ ຈົ່ງ​ພາ​ກັນ​ຢືນ​ຢູ່​ໃນ​ບ່ອນ​ທີ່​ພວກ​ທ່ານ​ຢູ່​ນັ້ນ ແລະ​ພວກ​ທ່ານ​ຈະ​ເຫັນ​ການ​ຍິ່ງ​ໃຫຍ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະ​ທໍາ 17 ດຽວ​ນີ້​ເປັນ​ຣະ​ດູ​ແລ້ງ ຂ້າ​ພະ​ເຈົ້າ​ຈະ​ອ້ອນວອນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ສຽງ​ຟ້າ​ຮ້ອງ ແລະ​ຝົນ​ຕົກ​ລົງ​ມາ ເມື່ອ​ພວກ​ທ່ານ​ເຫັນ​ເປັນ​ຢ່າງ​ນັ້ນ ທ່ານ​ຈະ​ຮູ້​ໄດ້​ວ່າ ເວ​ລາ​ທີ່​ພວກ​ທ່ານ​ໄດ້​ຮ້ອງ​ຂໍ​ເອົາ​ເຈົ້າ​ຊີ​ວິດ​ຈາກ​ພຣະ​ອົງ ພວກ​ທ່ານ​ໄດ້​ກະ​ທໍາ​ຄວາມ​ຜິດ​ອັນ​ຍິ່ງ​ໃຫຍ່​ຕໍ່​ພຣະ​ຜູ້ເປັນ​ເຈົ້າ 18 ແລ້ວ​ຊາ​ມູ​ເອນ​ໄດ້​ອ້ອນວອນ ໃນ​ວັນ​ດຽວ​ກັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ສົ່ງ​ສຽງ​ຟ້າ​ຮ້ອງ ແລະ​ຝົນ​ຕົກ​ລົງ​ມາ ປະ​ຊາ​ຊົນ​ທຸກ​ຄົນ​ຈິ່ງ​ຢ້ານ​ກົວ​ຊາ​ມູ​ເອນ ແລະ​ພຣະ​ຜູ້​ເປັນ​ເຈົ້າ 19 ພວກ​ເຂົາ​ໄດ້​ເວົ້າ​ຕໍ່​ຊາ​ມູ​ເອນ​ວ່າ, “ທ່ານ​ເອີຍ ຂໍ​ໄດ້​ໂຜດ​ກະ​ຣຸ​ນາ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ສໍາ​ລັບ​ພວກ​ຂ້າ​ພະ​ເຈົ້າແດ່ ເພື່ອ​ວ່າ​ພວກ​ຂ້າພະ​ເຈົ້າ​ຈະ​ບໍ່​ຕາຍ ນອກ​ຈາກ​ຄວາມ​ຜິດ​ຢ່າງ​ອື່ນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແລ້ວ ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ເຮັດ​ຜິດ​ໂດຍ​ການ​ຮ້ອງ​ຂໍ​ເອົາ​ເຈົ້າ​ຊີ​ວິດ” 20 ຊາ​ມູ​ເອນ​ຕອບ​ວ່າ, “ຢ່າ​ຢ້ານ​ກົວ​ເລີຍ ພວກ​ທ່ານ​ໄດ້​ເຮັດ​ການ​ຊົ່ວ​ມາ​ແລ້ວ​ກໍ​ຈິງ​ຢູ່ ແຕ່​ຈົ່ງ​ຢ່າ​ຫັນ​ຫນີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ອີກ ຈົ່ງ​ຮັບ​ໃຊ້​ພຣະ​ອົງ​ໃຫ້​ສຸດ​ອົກ​ສຸດ​ໃຈ​ຂອງ​ທ່ານ 21 ຢ່າ​ຫັນ​ຫນີໄປ​ຕິດ​ຕາມ​ສິ່ງ​ອະ​ນິຈັງ​ຊຶ່ງ​ບໍ່​ເປັນ​ປ​ໂຍດ ເພາະ​ວ່າ​ພວກ​ມັນ​ຊ່ອຍ​ເຫລືອ​ໃຫ້​ພວກ​ທ່ານ​ພົ້ນ​ພັຍ​ບໍ່​ໄດ້ ເພາະ​ເປັນ​ສິ່ງ​ອະ​ນິຈັງ 22 ພຣະ​ອົງ​ຈະ​ບໍ່​ຊົງ​ປະ​ປ່ອຍ​ພວກ​ທ່ານ​ໄປ ດ້ວຍ​ພຣະ​ນາມ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ ພຣະ​ອົງ​ຈະ​ຊົງ​ຕັດ​ສິນ​ພຣະ​ທັຍ​ເອົາ​ພວກ​ທ່ານ​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ 23 ສ່ວນ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຊົາ​ອ້ອນວອນສໍາ​ລັບ​ພວກ​ທ່ານ ເພາະ​ການ​ເຊົາ​ອ້ອນວອນ​ເປັນ​ການ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ຂ້າ​ພະ​ເຈົ້າ​ຈະ​ສັ່ງ​ສອນ​ໃຫ້​ພວກ​ທ່ານ​ເຮັດ​ໃນ​ສິ່ງ​ທີ່​ດີ ແລະ​ສິ່ງ​ທີ່​ຖືກ​ຕ້ອງ 24 ຈົ່ງ​ຢ້ານ​ຢໍາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ສັດ​ຊື່ ແລະ​ສຸດ​ອົກ​ສຸດ​ໃຈ ຈົ່ງ​ລະ​ນຶກ​ເຖິງ​ການ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ຊົງ​ກະ​ທໍາສໍາ​ລັບ​ພວ​ກທ່ານ 25 ແຕ່​ວ່າ​ຖ້າ​ພວກ​ທ່ານ​ຍັງ​ດໍາ​ເນີນ​ການ​ທໍາ​ຜິດ​ຢູ່​ອີກ ພວກ​ທ່ານ ແລະ​ເຈົ້າ​ຊີ​ວິດ​ຂອງ​ພວກ​ທ່ານ​ຈະ​ຖືກ​ທໍາ​ລາຍ

1 ຊາມູເອນ 13

ເສິກ​ສົງ​ຄາມ​ຕໍ່​ສູ້​ຟີ​ລິ​ສ​ຕິນ

1 ເມື່ອ​ຊາ​ອູນ​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ນັ້ນ​ມີ ອາ​ຍຸ ປີ ແລະ​ເມື່ອ​ພຣະ​ອົງ​ຊົງ​ປົກ​ຄອງ ອິສ​ຣາເອນ ສອງ​ປີ 2 ຊາອູນ​ໄດ້​ເລືອກ​ເອົາ​ຊາວ​ອິສ​ຣາ​ເອນ​ສາມ​ພັນ​ຄົນ​ໄປ​ຢູ່​ກັບ​ຕົນ ແລະ​ສົ່ງ​ພວກອື່ນ​ກັບ​ຄືນ​ເມືອ​ບ້ານ ທ່ານ​ແບ່ງ​ເອົາ​ສອງ​ພັນ​ຄົນ​ໄປ​ບ້ານ​ມິກ​ມັ​ສ ແລະ​ໄປ​ເທິງ​ພູ​ດອຍ​ທີ່​ເມືອງ​ເບັດ​ເອນ​ກັບ​ທ່ານ ສ່ວນ​ພັນ​ຄົນ​ກໍ​ໃຫ້​ໄປ​ກັບ​ໂຢ​ນາ​ທານ ບຸດ​ຊາຍ​ຂອງ​ຕົນ​ທີ່​ເມືອງ​ກິເບ​ອາ ໃນ​ເຂດ​ແດນ​ຂອງ​ຕະ​ກູນ​ເບັນ​ຢາ​ມີນ 3 ໂຢ​ນາ​ທານ ໄດ້​ຂ້າ​ຜູ້​ບັນ​ຊາການ​ຟີ​ລິ​ສ​ຕິນ​ໃນ​ເມືອງ​ເກ​ບາ ແລະ​ຊາວ​ຟີ​ລິ​ສ​ຕິນກໍ​ໄດ້​ຍິນ​ຂ່າວ​ນີ້ ແລະ​ເວົ້າ​ວ່າ, “ຊາວ​ເຮັບ​ເຣີ​ໄດ້​ຕຽມ​ທໍາ​ເສິກ ສ່ວນ​ຊາ​ອູນ​ກໍ​ສົ່ງ​ຜູ້​ນໍາ​ຂ່າວ​ເປົ່າ​ແກ​ຜ່ານ​ໄປ​ທົ່ວ​ທັງ​ປະ​ເທດ 4 ເມື່ອ​ອິສ​ຣາ​ເອນ​ໄດ້​ຍິນ​ຂ່າວ​ວ່າ​ຊາ​ອູນ​ໄດ້​ຂ້າ​ນາຍ​ທະ​ຫານ​ຟີ​ລີ​ສ​ຕິນ ແລະ​ຮູ້​ວ່າ​ຊາວ​ຟີ​ລິ​ສ​ຕິນ​ກໍ​ກຽດ​ຊັງ​ພວກ​ຕົນ ເຂົາ​ຈຶ່ງ​ຕອບ​ຄໍາ​ຮຽກ​ຮ້ອງ ແລະ​ເຂົ້າ​ໄປ​ສົມ​ທົບ​ກັບ​ຊາ​ອູນ​ທີ່​ເມືອງ​ກິນ​ການ 5 ຊາວ​ຟີ​ລິ​ສ​ຕິນ​ໄດ້​ທ້ອນ​ໂຮມ​ກໍາ​ລັງ​ມາ​ສູ້​ຮົບ​ກັບ​ຊາວ​ອິສ​ຣາ​ເອນ ພວກ​ເຂົາ​ມີ​ຣົດ​ຮົບ​ສາມ​ສິບ​ພັນ​ຄັນ ແລະ​ທະ​ຫານ​ມ້າ​ຫົກ​ພັນ​ຄົນ ແລະ​ມີ​ທະ​ຫານ​ຫລວງ​ຫລາຍ​ເຫມືອນ​ດັ່ງ​ເມັດ​ດິນ​ຊາຍ​ຢູ່​ຝັ່ງ​ທະ​ເລ ພວກ​ເຂົາ​ພາ​ກັນ​ໄປ​ທີ່​ມິກ​ມັ​ສ ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເບັດ​ອາ​ເວນ ແລະ​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ນັ້ນ 6 ຝ່າຍ​ອິສ​ຣາ​ເອນ​ກໍ​ຖືກ​ບຸກ​ຣຸກ​ໂຈມ​ຕີ​ຢ່າງ​ດຸ​ເດືອດ ແລະ​ຢູ່​ໃນ​ທ່າຈົນ​ຕາ​ແຈ ພວກ​ເຂົາ​ຈຶ່ງ​ໄປ​ລີ້​ຢູ່​ໃນ​ຖ້ໍາ​ ໃນ​ໂກນ ໃນ​ລະ​ຫວ່າງ​ໂງ່ນ​ຫີນ ໃນ​ຂຸມ ແລະ​ໃນ​ສ້າງ 7 ຄົນ​ອື່ນໆ​ອີກ​ກໍ​ຂ້າມ​ແມ່​ນໍ້າ​ຈໍ​ແດນ​ໄປ​ໃນ​ເຂດ​ແດນ​ເມືອງ​ກາດ ແລະ​ເມືອງ​ກິເລ​ອາດ ສ່ວນ​ຊາ​ອູນກໍ​ຍັງ​ຢູ່​ໃນ​ເມືອງ​ກິນ​ການ ແລະ​ປະ​ຊາ​ຊົນ​ທີ່​ຢູ່​ນໍາ​ທ່ານ​ກໍ​ຕົກ​ສະ​ທ້ານ​ຢ້ານ​ກົວ 8 ຊາ​ອູນ​ໄດ້​ຄອຍ​ຖ້າ​ຢູ່​ເຈັດ​ວັນຕາມ​ຄໍາ​ແນະ​ນໍາ​ຂອງ​ຊາ​ມູ​ເອນ ແຕ່​ວ່າ​ຊາ​ມູ​ເອນ​ບໍ່​ໄດ້​ມາ​ເມືອງ​ກິນ​ການ​ປະ​ຊາ​ຊົນ​ກໍ​ຄ່ອຍຫນີ​ຈາກ​ຊາ​ອູນ 9 ຊາ​ອູນ​ຈຶ່ງ​ເວົ້າ​ຕໍ່​ພວກ​ເຂົາ​ວ່າ, “ຈົ່ງ​ນໍາ​ເອົາ​ເຄື່ອງ​ເຜົາ​ຖວາຍ​ບູ​ຊາ ແລະ​ເຄື່ອງ​ຖວາຍ​ບູ​ຊາ​ເພື່ອ​ຄວາມ​ສາ​ມັກ​ຄີ​ໃຫ້​ເຮົາ” ແລ້ວ​ພຣະ​ອົງ​ກໍ​ຖວາຍ​ເຄື່ອງ​ບູ​ຊາ​ນັ້ນ 10 ພໍ​ເມື່ອ​ພຣະ​ອົງ​ເສັດ​ພິ​ທີ​ແລ້ວ ຊາ​ມູ​ເອນ​ກໍ​ມາ​ຮອດ ຊາ​ອູນ​ຈຶ່ງ​ອອກ​ໄປ​ຕ້ອນ​ຮັບ​ທ່ານ 11 ຊາ​ມູ​ເອນ​ໄດ້​ເວົ້າ​ຂຶ້ນ​ວ່າ, “ພຣະ​ອົງ​ກໍາ​ລັງ​ເຮັດ​ຫຍັງ” ຊາ​ອູນຕອບ​ວ່າ, “ເຮົາ​ເຫັນ​ວ່າ ປະ​ຊາ​ຊົນ​ກໍາ​ລັງ​ຈະ​ຈາກ​ເຮົາ​ໄປ​ທ່ານ​ເອງ​ກໍ​ບໍ່​ມາ​ຕາມ​ທີ່​ໄດ້​ເວົ້າ​ໄວ້ ແລະ​ພວກຟີ​ລິ​ສ​ຕິນ​ກໍ​ກໍາ​ລັງ​ທ້ອນ​ໂຮມ​ກັນ​ທີ່​ບ້ານ​ມິກ​ມັ​ສ 12 ເຣົາ​ຈຶ່ງ​ຄິດ​ວ່າ ຊາວ​ຟີ​ລິ​ສ​ຕິນ​ຈະ​ມາ​ໂຈມ​ຕີ​ເຮົາ​ໃນ​ເມືອງ​ກິນ​ການ​ນີ້ ເຮົາ​ຈຶ່ງ​ຈໍາ​ເປັນ​ຕ້ອງ​ຖວາຍ​ບູ​ຊາ​ເພື່ອ​ຄວາມ​ກະ​ຣຸ​ນາ​ຈາກ​ພຣະ​ເຈົ້າ” 13 ຊາ​ມູ​ເອນ​ຕອບ​ຂຶ້ນ​ວ່າ, “ເປັນ​ການ​ໂງ່​ງ່າວ​ທີ່​ສຸດ​ທີ່​ເຮັດ​ຢ່າງ​ນີ້ ພຣະ​ອົງ​ບໍ່​ໄດ້​ຮັ​ກ​ສາ​ພຣະ​ບັນ​ຊາ​ແຫ່ງພຣະ​ຜູ້​ເປັນ​ເຈົ້າພຣະ​​ເຈົ້າຂອງ​ທ່ານ ​ຊຶ່ງ​ພຣະ​ອົງ​ຊົງ​ບັນ​ຊາ​ທ່ານ​ໄວ້ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຊົງ​ສະ​ຖາ​ປະ​ນາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ທ່ານ​ເຫນືອ​ອິສ​ຣາ​ເອນ​ເປັນ​ນິດ​ແລ້ວ 14 ແຕ່​ບັດ​ນີ້​ຣາ​ຊ​ອາ​ນາ​ຈັກ​ຂອງ​ທ່ານ​ຈະ​ບໍ່​ຢັ້ງ​ຍືນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງຊາຍ​ຜູ້​ນຶ່ງ​ທີ່​ພຣະ​ອົງ​ຊົງ​ພໍພຣະ​ທັຍ ແລະ​ຈະ​ຊົງ​ແຕ່ງ​ຕັ້ງ​ໃຫ້​ເຂົາ​ປົກ​ຄອງ​ໄພ່​ພົນ​ຂອງ​ພຣະ​ອົງ ເພາະ​ທ່ານ​ບໍ່​ໄດ້​ຮັກ​ສາ​ສິ່ງ​ຊຶ່ງພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໄວ້” 15 ສ່ວນ​ຊາມູ​ເອນ​ໄດ້​ຈາກ​ເມືອງ​ກິນ​ການ​ໄປ ປະ​ຊາ​ຊົນ​ທີ່​ຍັງ​ເຫລືອ​ຢູ່​ກໍ​ຕິດ​ຕາມ​ຊາ​ອູນ​ໄປ​ພົບ​ທະ​ຫານ​ຂອງ​ທ່ານ ພວກ​ເຂົາ​ໄປ​ຈາກເມືອງ​ກິນ​ການ​ຈົນ​ຮອດ​ເມືອງ​ກິ​ເບ​ອາ ​ເຂດ​ແດນ​ເບັນ​ຢາ​ມິນ ຊາ​ອູນ​ກໍ​ໄດ້​ກວາດ​ກາ​ເບິ່ງ​ທະ​ຫານ​ຂອງ​ພຣະ​ອົງ​ຊຶ່ງ​ມີ​ປະ​ມານ​ຢູ່​ຫົກ​ຮ້ອຍ​ຄົນ 16 ແລ້ວ​ຊາ​ອູນ ກັບ​ໂຢ​ນາ​ທານ​ບຸດ​ຊາຍ​ຂອງ​ພຣະ​ອົງ​ ແລະ​ພ​ວກທະ​ຫານ​ກໍ​ພັກຢູ່​ທີ່​ເມືອງ​ເກ​ບາ​ໃນ​ເຂດ​ແດນ​ເບັນ​ຢາ​ມີນ ສ່ວນ​ຊາວ​ຟີ​ລິ​ສ​ຕິນກໍ​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ມິກມັ​ສ 17 ຝ່າຍ​ທະ​ຫານ​ຟີ​ລິ​ສ​ຕິນ​ໄດ້​ມຸ່ງ​ຫນ້າ​ອອກ​ຈາກ​ຄ້າຍ​ພັກ​ຂອງ​ພວກ​ເຂົາ​ຈັດ​ເປັນ​ສາມ​ຫມວດ ເພື່ອ​ໄປ​ຫລອນ​ໂຈມ​ຕີ ຫມວດທີ່​ນຶ່ງ​ໄປ​ທາງ​ໂອ​ຟ​ຣາ​ໃນ​ເຂດ​ແດນ​ຊູ​ອານ 18 ຫມວດ​ທີ່​ສອງ​ກໍ​ໄປ​ທາງ​ເມືອງ​ເບັດ​ໂຮ​ໂຣນ ແລະ​ຫ​ມວດ​ທີ່​ສາມ​ໄປ​ທາງ​ເຂດ​ແດນ​ກົງ​ກັນ​ຂ້າມ​ກັບ​ຮ່ອມ​ພູ​ເຊ​ໂບ​ອິມ ແລະ​ໄປ​ຕາມ​ຖິ່ນ​​ກັນ​ດານ 19 ໃນ​ເວ​ລາ​ນັ້ນ​ປະ​ເທດ​ອິສ​ຣາ​ເອນ​ບໍ່​ມີ​ຊ່າງ​ຕີ​ເຫລັກ ເພາະ​ວ່າ​ຊາວ​ຟີ​ລິ​ສ​ຕິນ​ຫ້າ​ມ​ບໍ່​ໃຫ້​ຊາວ​ເຮັບ​ເຣີ​ຕີ​ດາບ ຫລື​ຫອກ 20 ດັ່ງ​ນັ້ນ ຊາວ​ອິສ​ຣາ​ເອນ​ຈຶ່ງ​ຕ້ອງ​ເອົາ​ໄຖ ສຽມ ຂວານ ແລະ​ກ່ຽວ​ຂອງ​ພວກ​ເຂົາ​ໄປ​ໃຫ້​ພວກ​ຟີ​ລິ​ສ​ຕິນ​ຝົນ​ໃຫ້ 21 ສໍາ​ລັບ​ຄ່າ​ຝົນ​ຂວານ​ ແລະ​ເຫລັກ​ປະ​ຕັກ​ຕົກ​ເປັນ​ເງິນ​ນຶ່ງ​ຫລຽນ ແລະ​ສອງ​ຫລຽນ​ເປັນ​ຄ່າ​ຝົນ​ໄຖ ແລະ​ສຽມ 22 ສະ​ນັ້ນ ໃນ​ວັນ​ສູ້​ຮົບ​ມີ​ແຕ່ຊາ​ອູນ ແລະ​ໂຢ​ນາທານ​ບຸດຊາຍ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ມີ​ດາບ ແລະ​ຫອກ ສ່ວນ​ພວກ​ທະ​ຫານ​ອິສ​ຣາ​ເອນ​ບໍ່​ມີ​ຫຍັງ​ເລີຍ 23 ຊາວ​ຟີ​ລິ​ສ​ຕິນ​ກໍ​ສົ່ງ​ຫມວດ​ທະ​ຫານ​ຂອງ​ພວກ​ເຂົາ​ອອກ​ໄປ​ປ້ອງ​ກັນ​ຢູ່​ທາງ​ຜ່ານ​ໄປ​ທີ່​ມິ​ກ​ມັ​ສ

1 ຊາມູເອນ 14

ຄວາມ​ກ້າ​ຫານ​ຂອງໂຢ​ນາ​ທານ

1 ໃນ​ວັນນຶ່ງ ໂຢ​ນາ​ທານ​ໄດ້​ເວົ້າ​ກັບ​ຊາຍ​ຫນຸ່ມ​ຜູ້​ທີ່​ຖືອາ​ວຸດ​ໃຫ້​ຕົນ​ວ່າ, “ພວກ​ເຣົາ​ຂ້າມ​ໄປ​ຫາ​ຄ້າຍ​ພັກ​ຂອງ​ພວກ​ຟິ​ລິ​ສ​ຕິນ​ເທາະ” ການ​ໄປ​ເທື່ອ​ນີ້​ໂຢ​ນາ​ທານ​ບໍ່​ໄດ້​ບອກ​ບິ​ດາ​ຂອງ​ຕົນ 2 ກະ​ສັດ​ຊາ​ອູນ​ກໍ​ຕັ້ງ​ຄ້າຍ​ພັກ​ຢູ່​ເຂ​ດ​ເມືອງ​ກິເບ​ອາໃຕ້​ຕົ້ນ​ຫມາກ​ພິ​ລາ​ ຊຶ່ງ​ຢູ່​ທີ່​ບ້ານ​ມິກໂຮນ ພຣະ​ອົງ​ມີ​ທະ​ຫານ​ປະ​ມານ​ຫົກ​ຮ້ອຍ​ຄົນ 3 ກັບ​ອາ​ຮິ​ຢາ ບຸດ​ຊາຍຂອງ​ອາ​ຮິ​ຕູບ ​ອ້າຍ​ຂອງ​ອີ​​ຄາ​ໂບດ​ ບຸດ​ຊາຍ​ຂອງ​ຟີ​ເນ​ຮັສ​ ຜູ້​ເປັນ​ບຸດຊາຍ​ຂອງ​ເອ​ລີ​ ປະ​ໂຣ​ຫິດຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເມືອງ​ຊີ​ໂລ ພວກ​ເຂົາ​ຖື​ເອ​ໂຟ​ຣດ​ໄປ ຄົນ​ເຫລົ່າ​ນີ້​ບໍ່​ຮູ້​ວ່າ​ໂຢ​ນາ​ທານ​ໄດ້​ໄປ​ກ່ອນ​ແລ້ວ 4 ທາງ​ທີ່​ໂຢ​ນາ​ທານ​ຜ່ານ​ຂ້າມ​ໄປ​ຫາ​ຄ້າຍ​ພັກ​ຂອງ​ພວກ​ຟີ​ລິ​ສ​ຕິນ​ນັ້ນ​ໄດ້​ມີ​ໂງ່ນ​ຫີນ​ໃຫຍ່ ແລະ​ແຫລມ​ຄົມ​ຢູ່​ສອງ​ໂງ່ນ ແຕ່​ລະ​ໂງ່ນ​ໄດ້​ຢູ່​ແຕ່​ລະ​ຂ້າງ​ຂອງ​ທາງ​ທີ່​ຜ່ານ​ໄປ​ນັ້ນ ກ້ອນ​ນຶ່ງ​ຊື່​ວ່າ​ໂບ​ເຊສ ແລະ​ກ້ອນ​ນຶ່ງ​ຊື່​ວ່າ ເຊ​ເນ 5 ກ້ອນ​ນຶ່ງ​ຢູ່​ທາງ​ຂ້າງ​ເບື້ອງ​ເຫນືອ​ຂອງ​ທາງ​ຜ່ານ​ໄປ​ຕໍ່​ຫນ້າເມືອງ​ມິກ​ມັ​ສ​ອິກ ກ້ອນ​ນຶ່ງ​ຢູ່​ທາງ​ຂ້າງ​ເບື້ອງ​ໃຕ້​ຕໍ່​ຫນ້າເມືອງ​​ເກ​ບາ 6 ໂຢ​ນາ​ທານ​ເວົ້າ​ຕໍ່​ຊາຍ​ຫນຸ່ມ​ນັ້ນ​ວ່າ, “ໃຫ້​ພວກ​ເຮົາ​ຂ້າມ​ໄປ​ຄ້າຍ​ພັກ​ຂອງ​ຊາວ​ຟີ​ລິ​ສ​ຕິນ​ທີ່​ບໍ່​ນັບ​ຖື​ພຣະ​​ເຈົ້າ ບາງ​ທີ່​ພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ຊ່ອຍ​ເຫລືອ​ພວກ​ເຮົາ ຖ້າ​ພຣະ​ອົງ​ຊົງ​ຊ່ອຍ​ເຫລືອ​ກໍ​ບໍ່​ມີ​ສິ່ງ​ໃດ​ຈະ​ສາ​ມາດ​ຕ້ານ​ທານ​ໄດ້ ເຖິງ​ພວ​ກ​ເຮົາ​ມີ​ຄົນ​ຫນ້ອຍ​ກໍ​ຕາມ ພວກ​ເຮົາ​ກໍ​ຈະ​ມີ​ໄຊ​ຊະນະ” 7 ຊາຍ​ຫນຸ່ມ​ຈຶ່ງ​ຕອບ​ວ່າ, “ທ່ານ​ຈະ​ເຮັດ​ຫຍັງ ຂ້າ​ພະ​ເຈົ້າ​ກໍ​ຍິນ​ດີ​ເຮັດ​ນໍາ” 8 ໂຢ​ນາ​ທານ​ເວົ້າ​ວ່າ, “ດີ​ລະ ພວກ​ເຮົາ​ຈະ​ຂ້າມ​ໄປ​ໃຫ້​ພວກ​ມັນ​ເຫັນ​ພວກ​ເຮົາ 9 ຖ້າ​ພວກ​ເຂົາ​ເວົ້າ​ວ່າ​ຈະ​ມາ​ຕີພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ຢູ່​ທີ່​ນີ້ 10 ແຕ່​ຖ້າ​ພວກ​ເຂົາ​ເວົ້າ​ທ້າ​ທາຍ​ໃຫ້​ພວກເຮົາ​ໄປ​ຫາ ພວກ​ເຮົາ​ຈຶ່ງ​ໄປ​ເພາະ​ວ່າ​ຄໍາ​ເວົ້າ​ຢ່າງ​ນັ້ນ ຖືກ​ເປັນ​ເຄື່ອງ​ຫມາຍ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໃຫ້​ພວກ​ເຮົາ​ຊະນະ” 11 ດັ່ງ​ນັ້ນ ໂຢ​ນາ​ທານ ແລະ​ຊາຍ​ຫນຸ່ມ​ນັ້ນ ຈຶ່ງ​ເຮັດ​ໃຫ້​ພວກ​ຟີ​ລິ​ສ​ຕິນ​ເຫັນ ແລະ​ພວກ​ເຂົາ​ກໍ​ໄດ້​ເວົ້າ​ວ່າ, “ເບິ່ງ​ພຸ້ນ ມີ​ຊາວ​ເຮັບ​ເຣີ​ບາງ​ຄົນ​ໄດ້​ອອກ​ມາ​ຈາກ​ບ່ອນ​ລີ້​ຊ່ອນ 12 ພວກ​ທະ​ຫານ​ຟີ​ລິ​ສ​ຕິນ​ກໍ​ຮ້ອງ​ໃສ່​ໂຢ​ນາ​ທານ ແລະ​ຊາຍ​ຫນຸ່ມ​ນັ້ນ​ວ່າ,” ຈົ່ງ​ຂຶ້ນ​ມາ​ພີ້ ພວກ​ຂ້າ​ພະ​ເຈົ້າ​ມີ​ເຣື່ອງ​ຈະ​ບອກ​ເຈົ້າ” ໂຢ​ນາ​ທານ​ຈຶ່ງ​ເວົ້າ​ຕໍ່​ຊາຍ​ທີ່ມາ​ນໍາ​ວ່າ, “ຕາມ​ຂ້າ​ພະ​ເຈົ້າມາ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້​​ອິສ​ຣາ​ເອນ​ຊະນະ​ພວກ​ເຂົາ​ແລ້ວ” 13 ໂຢ​ນາ​ທານ​ໄດ້​ປີນ​ຂຶ້ນ​ໄປ ຊາຍ​ຫນຸ່ມ​ນັ້ນ​ກໍ​ຕິດ​ຕາມ​ທ່ານ​ໄປ ໂຢ​ນາ​ທານ​ໄດ້​ຕໍ່​ສູ້​ຊາວ​ຟີ​ລິສ​ຕິນ ແລະ​ຕ່ອຍ​ຕີ​ພວກ​ເຂົາ​ຕົກ​ລົງ ແລ້ວ​ຊາຍ​ຫນຸ່ມ​ນັ້ນ​ກໍ​ຂ້າ​ພວກ​ເຂົາ​ຖິ້ມ 14 ໃນ​ການ​ຕໍ່​ສູ້​ຄັ້ງ​ທໍາ​ອິດ ໂຢ​ນາ​ທານ ແລະ​ຊາຍ​ຫນຸ່ມ​ນັ້ນ​ໄດ້​ຂ້າ​ສັດ​ຕຣູ​ຕາຍ​ໄປ​ປະ​ມານ​ຊາວ​ຄົນ​ຢູ່​ທີ່​ນັ້ນ 15 ຊາວ​ຟີ​ລິ​ສ​ຕິນທຸກ​ຄົນ​ທີ່​ຢູ່​ໃນ​ທົ່ງ​ກໍ​ຢ້ານ​ກົວ ພວກກອງ​ໂຈນ ແລະ​ພວກ​ທະ​ຫານ​ຕົກ​ສະ​ທ້ານ​ຢ້ານ​ກົວແຜ່ນ​ດິນ​ກໍ​ຫວັ່ນ​ໄຫວ ແລະ​ໄດ້​ມີ​ການ​ຕົກ​ໃຈ​ຢ່າງ​ຍິ່ງ​ໃຫ​ຍ່​ເກີດ​ຂຶ້ນ

ພວກ​ຟີ​ລິ​ສ​ຕິນ​ເສັຽ​ໄຊ

16 ທະ​ຫານ​ຂອງ​ຊາ​ອູນ​ທີ່​ເຝົ້າ​ຍາມ​ຢູ່​ທີ່​ເມືອງ​ກິເບ​ອາ ໃນ​ເຂດ​ແດນ​ເບັນ​ຢາ​ມີນ​ໄດ້​ເຫັນ​ພວກ​ຟີ​ລິ​ສ​ຕິນ​ແລ່ນ​ສັບ​ສົນ​ໄປ​ມາ 17 ຊາ​ອູນ​ຈຶ່ງ​ເວົ້າ​ກັບ​ທະ​ຫານ​ຂອງ​ທ່ານ​ວ່າ, “ນັບ​ເບິ່ງ​ດູ​ວ່າ ມີ​ທະ​ຫານ​ຄົນ​ໃດ​ຫາຍ​ໄປ​ແດ່” ເມື່ອ​ພວກ​ເຂົາ​ນັບ​ເບິ່ງ​ແລ້ວ​ກໍ​ເຫັນ​ວ່າ ໂຢ​ນາ​ທານ ແລະ​ຊາຍ​ຫນຸ່ມ​ທີ່​ຖືອາ​ວຸດ​ໃຫ້​ນັ້ນ​ໄດ້​ຫາຍ​ໄປ 18 ເມື່ອ​ເປັນ​ເຊັ່ນ​ນີ້ ຊາ​ອູນ​ຈຶ່ງ​ເວົ້າ​ຕໍ່​ປະ​ໂຣ​ຫິດ​ອາ​ຮີ​ຢາ​ວ່າ, “ຈົ່ງ​ນໍາ​ເອົາ​ຫີບ​ຄໍາ​ສັນ​ຍາ​ອັນ​ສັ​ກ​ສິດ​ມາ​ນີ້ ເພື່ອ​ທໍາ​ພິ​ທີ​ຈົກ​ສະ​ຫລາກ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ຈ​ເຈົ້າ ເພາະ​ວ່າໃນ​ຄາວ​ນັ້ນ​ຫີບຄໍາ​ສັນ​ຍາ​ນີ້​ໄດ້​ນໍາ​ຫນ້າ​ພວກ​ອິສ​ຣາ​ເອນໄປ 19 ເມື່ອ​ຊາ​ອູນ​ກໍາ​ລັງ​ເວົ້າ​ກັບ​ປະ​ໂຣ​ຫິດ​ຢູ່​ນັ້ນ ການ​ສັບ​ສົນ​ອົນ​ລະວົນ​ຢູ່​ໃນ​ຄ້າຍ​ພັກ​ຂອງ​ພວກ​ຟີ​ລິ​ສ​ຕິນ​ກໍ​ຍິ່ງ​ຮ້າຍ​ແຮງ​ຂຶ້ນ ຊາ​ອູນ​ຈຶ່ງ​ເວົ້າ​ຕໍ່​ປະ​ໂຣ​ຫິດ​ວ່າ, “ບໍ່​ຕ້​ອງຈົກ​ສະ​ຫລາກ” 20 ແລ້ວ​ພຣະ​ອົງ​ກັບ​ພວກ​ທະ​ຫານ​ກໍ​ມຸ່ງ​ຫນ້າ​ເຂົ້າ​ໄປ​ໃນ​ສະ​ຫນາມ​ຮົບ ເພື່ອ​ໂຈ​ມ​ຕີ​ພວກ​ຟີ​ລິ​ສ​ຕິນ​ທີ່​ກໍາ​ລັງ​ຕົ​ກ​ຢູ່​ໃນ​ຄວາມສັບ​ສົນ​ອົນ​ລະ​ຫົນ ແລະ​ຕໍ່​ສູ້​ຊຶ່ງ​ກັນ​ແລະ​ກັນ 21 ພວກ​ເຮັບ​ເຣີ​ທີ່​ເຂົ້າ​ຂ້າງ​ຊາວ​ຟີ​ລິ​ສ​ຕິນ​ມາ​ແຕ່ກ່ອນ ແລະ​ໄດ້​ອາ​ໄສ​ຢູ່​ໃນ​ຄ້າຍ​ພັກ​ດຽວ​ກັນ​ກັບ​ພວກ​ເຂົາ​ກໍ​ປ່ຽນ​ໃຈ​ມາ​ຮ່ວມ​ນໍາ​ຊາ​ອູນ ແລະ​ໂຢ​ນາ​ທານ 22 ເມື່ອ​ອິສ​ຣາ​ເອນ​ທີ່​ໄດ້​ລີ້​ຢູ່​ເທິງ​ພູ​ດອຍ​ເອ​ຟ​ຣາ​ອິມ​ໄດ້​ຍິນ​ຂ່າວ​ວ່າ ຊາວ​ຟີ​ລິ​ສ​ຕິນ​ກໍາ​ລັງ​ແລ່ນ​ປົບ​ຫນີ ພວກ​ເຂົາ​ກໍ​ເຂົ້າ​ມາ​ຮ່ວມ​ສົມ​ທົບ​ຕໍ່​ສູ້​ຊາວ​ຟີ​ລິ​ສ​ຕິນ​ເຫມືອນ​ກັນ 23 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ຊາວ​ອິສ​ຣາ​ເອນ​ໃຫ້​ພົ້ນ​ພັຍ ແລະ​ພວກ​ເຂົາ​ໄດ້​ໄລ່​ຕີ​ສັດ​ຕຣູ​ໄປ​ເຖິງ​ເມືອງ​ເບັດ​ອາ​ເວນ

ໂຢ​ນາ​ທານ​ລະ​ເມິດ​ຄໍາ​ສັນ​ຍາ

24 ໃນ​ວັນ​ນັ້ນ ຊາວອິສ​ຣາ​ເອນ​ໄດ້​ອ່ອນ​ແຮງ​ຍ້ອນ​ບໍ່​ໄດ້​ກິນ​ເຂົ້າ ເພາະຊາ​ອູນ​ໄດ້​ອອກ​ຄໍາ​ສັ່ງ​ເດັດ​ຂາດ​ວ່າ, “ໃນ​ວັນ​ນີ້​ຖ້າ​ຜູ້​ໃດ​ກິນ​ເຂົ້າ​ກ່ອນ​ຕາ​ເວັນ​ຕົກ ແລະ​ກ່ອນ​ຂ້າ​ພະ​ເຈົ້າໄດ້​ແກ້​ແຄ້ນ​ສັດ​ຕຣູ​ຂອງ​ຂ້າ​ພະ​ເຈົ້າ ຂໍ​ໃຫ້​ຄໍາ​ສາບ​ແຊ່ງ​ຈົ່ງ​ຕົກ​ຖືກ​ຜູ້​ນັ້ນ” ດັ່ງ​ນັ້ນ ຈຶ່ງ​ບໍ່​ມີ​ຜູ້​ໃດ​ໄດ້​ກິນ​ຫຍັງ​ຕລອດ​ວັນ 25 ພວກ​ເຂົາ​ທັງ​ຫມົດ​ໄດ້​ເຂົ້າ​ໄປ​ໃນ​ປ່າ ແລະ​ໄດ້​ພົບ​ຮັງ​ເຜິ້ງ​ຢູ່​ທຸກໆ​ບ່ອນ 26 ແຕ່​ບໍ່​ມີ​ໃຜ​ກ້າ​ເອົາ​ມາ​ກິນ ເພາະ​ພວກ​ເຂົາ​ທຸກ​ຄົນ​ຢ້ານ​ກົວ​ຄໍາ​ສາບ​ແຊ່ງ​ຂອງ​ຊາ​ອູນ 27 ແຕ່​ໂຢ​ນາ​ທານ​ບໍ່​ໄດ້​ຍິນ​ບິ​ດາ​ຂອງ​ຕົນ​ສາບ​ແຊ່ງ ທ່ານ​ຈຶ່ງ​ເອົາ​ໄມ້​ເທົ້າ​ແທງ​ຮັງ​ເຜິ້ງ ແລະ​ເອົາ​ນໍ້າ​ເຜິ້ງ​ມາ​ກິນ ໃນ​ທັນ​ໃດ​ນັ້ນ ທ່ານ​ກໍ​ຮູ້​ສຶກ​ມີ​ແຮງ​ຂຶ້ນກວ່າ​ເກົ່າ 28 ແລ້ວ​ທະ​ຫານ​ຄົນ​ນຶ່ງກໍ​ເວົ້າ​ຂຶ້ນ​ວ່າ, “ທຸກ​ໆ​ຄົນ​ໄດ້​ອ່ອນ​ເພັຽຍ້ອນ​ຫິວ​ເຂົ້າ ເພາະ​ສະ​ເດັດ​ພໍ່​ຂອງ​ທ່ານ​ໄດ້​ຂູ່​ເຂັນ​ພວກ​ພົນວ່າ ຖ້າ​ຜູ້​ໃດ​ກິນ​ເຂົ້າ​ໃນ​ວັນນີ້​ຈະ​ຖືກ​ສາບ​ແຊ່ງ” 29 ໂຢ​ນາທານ​ຕອບ​ວ່າ, “ພໍ່​ຂອງ​ຂ້ອຍ​ໄດ້​ສ້າງ​ຄວາມ​ລໍາ​ບາກ​ໃຫ້​ແກ່​ປະ​ຊາ​ຊົນ ແຕ່​ເບິ່ງ​ດູ​ວ່າ ຂ້ອຍ​ຮູ້​ສຶກ​ມີ​ແຮງ​ຂຶ້ນກວ່າ​ເກົ່າ​ເມື່ອ​ຂ້ອຍ​ໄດ້​ກິນ​ນໍ້າ​ເຜິ້ງ 30 ຖ້າ​ວ່າ​ວັນ​ນີ້ ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ໄດ້​ກິນ​ອາ​ຫານ​ທີ່ພວກ​ເຮົາ​ໄດ້​ມາ​ຈາກ​ສັດ​ຕຣູ ພວກ​ເຂົາ​ຄົງ​ຈະ​ມີ​ແຮງ​ຂ້າ​ຊາວ​ຟີ​ລິ​ສ​ຕິນ​ໄດ້​ຫລາຍ​ຂຶ້ນ” 31 ໃນ​ວັນນັ້ນ ພວກອິສ​ຣາ​ເອນ​ໄດ້​ຜາບ​ແພ້​ພວກຟີລິ​ສ​ຕິນຕັ້ງ​ແຕ່​ມິກ​ມັ​ສໄປ​ເຖິງ​ອັຍ​ຢາ​ໂລນ ພວກ​ອິສ​ຣາ​ເອນ​ໄດ້​ອ່ອນ​ແຮງ​ຍ້ອນ​ບໍ່​ໄດ້​ກິນ​ເຂົ້າ 32 ພວກ​ເຂົາ​ຈຶ່ງ​ແລ່ນ​ໄປ​ເອົາ​ສິ່ງ​ທີ່​ພວກ​ເຂົາ​ຍຶດ​ມາ​ໄດ້​ຈາກ​ສັດ​ຕຣູ ຄື​ແກະ ແລະ​ງົວ​ມາ​ຂ້າ​ໃນ​ບ່ອນ​ນັ້ນ ແລ້ວ​ກິນ​ຊີ້ນ​ທີ່​ຂ້າ​ບໍ່​ໄດ້​ເອົາ​ເລືອດ​ອອກ 33 ຕໍ່​ມາ ມີ​ຄົນ​ມາ​ບອກ​ຊາ​ອູນ​ວ່າ, “ຈົ່ງ​ເບິ່ງ​ແມ໋, ພວກ​ພົນ​ໄດ້​ກະ​ທໍາ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ໂດຍກິນ​ຊີ້ນ​ທີ່​ຂ້າ​ບໍ່​ໄດ້​ເອົາ​ເລືອດ​ອອກ” ຊາ​ອູນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພວກ​ເຈົ້າ​ເປັນ​ຄົນ​ທໍ​ຣະ​ຍົດ ຈົ່ງ​ກິ້ງ​ກ້ອນ​ຫີນ​ໃຫຍ່​ນັ້ນ​ມາ​ໃຫ້​ເຣົາ​ທີ່​ນີ້ “ 34 ແລ້ວ​ພຣະ​ອົງ​ກໍ​ອອກ​ຄໍາ​ສັ່ງ​ວ່າ, “ຈົ່ງ​ໄປ​ຫາ​ພວກ​ພົນ ແລະ​ບອ​ກ​ໃຫ້​ພວກ​ເຂົາ​ທຸກ​ຄົນ​ນໍາ​ເອົາ​ງົວ ແລະ​ແກະ​ຂອງ​ພວກ​ເຂົາ​ມາ​ນີ້ ແລ້ວ​ຂ້າ​ສັດ​ເຫລົ່າ​ນັ້ນ​ກິນ​ຢູ່​ທີ່​ນີ້ ແຕ່​ຢ່າ​ທໍາ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ກິນ​ຊີ້ນ​ທີ່​ຂ້າ​ບໍ່​ໄດ້​ເອົາ​ເລືອດ​ອອກ” ໃນ​ຄືນ​ນັ້ນ​ພວກ​ເຂົາ​ທຸກ​ຄົນ​ກໍ​ນໍາ​ງົວ​ຂອງ​ເຂົາ​ມາ​ຂ້າ​ຢູ່​ທີ່​ນັ້ນ 35 ຊາ​ອູນ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ເປັນ​ການ​ສ້າງ​ຄັ້ງ​ທໍາ​ອິດ​ຂອງ​ພຣະ​ອົງ 36 ຊາ​ອູນ​ໄດ້​ເວົ້າ​ຕໍ່​ທະ​ຫານ​ຂອງ​ພຣະ​ອົງ​ວ່າ, “ໃຫ້​ພວກ​ເຮົາ​ລົງ​ໄປ​ຕີ ໄປ​ປຸ້ນ ແລະ​ຂ້າ​ພວກ​ຟີ​ລິ​ສ​ຕິນ​ຕລອດ​ຄືນ​ເທົ່າ​ແຈ້ງ” ພວກ​ເຂົາ​ຕອບ​ວ່າ, “ຈົ່ງ​ທໍາຕາມ​ທີ່​ພຣະ​ອົງ​ຄິດ​ວ່າ​ດີ” ແຕ່​ປະ​ໂຣ​ຫິດ​ເວົ້າ​ຂຶ້ນ​ວ່າ, “ຂໍ​ໃຫ້​ພວກ​ເຮົາ​ທູນ​ຖາມ​ພຣະ​ເຈົ້າ​ເສັຽກ່ອນ” 37 ດັ່ງ​ນັ້ນ ຊາ​ອູນ​ຈຶ່ງ​ທູນ​ຖາມ​ພຣະ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ຕ້ອງ​ໄປ​ສູ້​ຮົບ​ກັບ​ພວກ​ຟີ​ລິ​ສ​ຕິນ​ອີກ​ບໍ ແລະ​ພຣະ​ອົງ​ຈະ​ຊົງ​ປະ​ທານ​ໄຊ​ຊະ​ນະ​ໃຫ້​ແກ່​ຂ້າພຣະ​ອົງ​ບໍ ແຕ່ວ່າ​ໃນ​ວັນ​ນັ້ນ ພຣະ​ເຈົ້າ​ບໍ່​ໄດ້​ຕອບ​ພຣະ​ອົງ 38 ຊາ​ອູນ​ຈຶ່ງ​ເວົ້າ​ຕໍ່​ຜູ້​ນໍາ​ປະ​ຊາ​ຊົນ​ວ່າ, “ຈົ່ງ​ພາ​ກັນ​ມາ​ນີ້ ແລະ​ຊອກ​ຖາມ​ເບິ່ງວ່າ ວັນນີ້​ມີ​ການ​ເຮັດ​ຜິດ​ຫຍັງ​ແດ່ 39 ເພາະ​ວ່າພຣະ​ເຈົ້າ​ອົງ​ຊົງ​ມີ​ຊີ​ວິດ​ຢູ່ ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ຂອງ​ອິສ​ຣາ​ເອນ​ ຖ້າ​ໂຢ​ນາ​ທານລູ​ກຊາຍ​ຂອງ​ເຮົາ​ເປັນ​ຜູ້​ນຶ່ງ​ທີ່​ເຮັດ ເຂົາຈະ​ຕ້ອງຖຶກ​ຂ້າ” ແຕ່​ວ່າ​ບໍ່​ມີ​ຜູ້​ໃດ​ເວົ້າ​ຫຍັງ​ຫມົດ 40 ແລ້ວ​ຊາ​ອູນ​ເວົ້າ​ຕໍ່​ພວກ​ເຂົາ​ວ່າ, “ພວກ​ເຈົ້າ​ທຸກ​ຄົນ​ຢືນ​ຢູ່​ທີ່​ນັ້ນ ສ່​ວນ​ເຣົາ ແລະ​ໂຢ​ນາ​ທານ​ຈະ​ຢືນ​ຢູ່​ທີ່​ນີ້” ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ທໍາ​ຕາມ​ທີ່​ພຣະ​ອົງ​ຊົງ​ຄິດ​ວ່າ​ດີ” 41 ຊາ​ອູນ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວ​ອິສຣາ​ເອນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ຊົງ​ຕອບ​ຂ້າ​ພຣະ​ອົງ​ໃນ​ວັນນີ້ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວ​ອິສ​ຣາ​ເອນ ຂໍ​ພຣະ​ອົງ​ຊົງ​ຕອບ​ຂ້າ​ພຣະ​ອົງ​ໂດຍ​ທາງ​ສະ​ຫລາກ​ນີ້​ຄື ຖ້າ​ວ່າ​ຄວາມ​ຜິດ​ເປັນ​ຂອງ​ໂຢ​ນາ​ທານ ລູກ​ຊາຍ​ຂອງ​ຂ້າ​ພຣະ​ອົງ ຫລື​ຂອງ​ຂ້າ​ພຣະ​ອົງ​ເອງ ຂໍ​ພຣະ​ອົງ​ຊົງ​ຕອບ​ໂດຍ​ອູຣິມ ແຕ່​ຖ້າ​ມັນ​ຕົກ​ຖືກ​ພວກ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ຕອບ​ດ້ວຍ​ທຸມ​ມິມ ແລ້ວ​ສະ​ຫລາກ​ກໍ​ຕົກ​ຖືກ​ໂຢ​ນາ​ທານ ແລະ​ຊາ​ອູນ ແຕ່​ຝ່າຍ​ປະ​ຊາ​ຊົນ​ລອດ​ໄປ 42 ຊາ​ອູນ​ຈຶ່ງ​ເວົ້າ​ວ່າ, “ຂໍ​ພຣະ​ອົງ​ຊົງ​ຕັດ​ສິນ​ພຣະ​ທັຍ​ລະ​ຫວ່າງ​ຂ້າ​ພຣະ​ອົງ ແລະ​ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ຂ້າ​ພຣະ​ອົງເທີນ” 43 ແລ້ວ​ສະ​ຫລາກກໍ​ຕົກ​ຖືກ​ໂຢ​ນາ​ທານ ແລ້ວ​ຊາ​ອູນ​ຈຶ່ງ​ຖາມ​ໂຢ​ນາ​ທານ​ວ່າ, “ເຈົ້າ​ເຮັດ​ຫຍັງ​ຜິດ” ໂຢ​ນາ​ທານ​ຕອບ​ວ່າ, “ຂ້າ​ນ້ອຍໄດ້​ກິນ​ນໍ້າເຜິ້ງ​ພຽງ​ຫນ້ອຍ​ດຽວ​ເທົ່າ​ນັ້ນ ຂ້າ​ນ້ອຍ​ຢູ່​ນີ້​ແລ້ວ ແລະ​ກໍ​ພ້ອມ​ທີ່​ຈະ​ຕາຍ” 44 ຊາ​ອູນ​ເວົ້າ​ຕໍ່​ເຂົາ​ວ່າ, “ຖ້າ​ຂ້ອຍບໍ່​ຂ້າ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ປະ​ຫານ​ຊີ​ວິດ​ຂ້ອຍ​ເທີນ” 45 ແຕ່​ປະ​ຊາ​ຊົນ​ເວົ້າ​ຕໍ່​ຊາ​ອູນ​ວ່າ, “ຈະ​ໃຫ້ໂຢ​ນາທານ​ຜູ້​ທີ່​ຕີ​ເອົາ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ສໍາ​ລັບ​ພວກ​ອິສ​ຣາ​ເອນ​ຖືກ​ຂ້າ​ຕາຍ​ຊັ້ນ​ບໍ ບໍ່​ໄດ້​ດອກ​ພວກ​ຂ້າ​ພະ​ເຈົ້າ​ຂໍ​ສັນ​ຍາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່​ວ່າ ແມ່ນ​ແຕ່​ຜົມ​ຂອງ​ທ່ານກໍຈະ​ບໍ່​ສູນ​ເສັຽ​ໄປ​ຈາກ​ຫົວ​ຂອງ​ທ່ານ ສິ່ງ​ທ່ານ​ໄດ້​ເຮັດ​ໃນ​ວັນນີ້​ເປັນ​ການ​ເຮັດ​ດ້ວຍ​ຄວາມ​ຊົດ​ຊ່ອຍ​ຂອງ​ພຣະ​ເຈົ້າ” ດັ່ງ​ນັ້ນ​ປະ​ຊາ​ຊົນ​ຈຶ່ງ​ຊ່ອຍ​ໂຢ​ນາທານ​ບໍ່​ໃຫ້​ຖືກ​ຂ້າ 46 ຝ່າຍ​ຊາ​ອູນກໍເຊົາ​ໄລ່​ຕິດ​ຕາມ​ພວກ​ຟີ​ລິ​ສ​ຕິນ ພວກ​ຟີ​ລິ​ສ​ຕິນ​ກໍ​ກັບ​ຄືນ​ເມືອ​ເຂດ​ແດນ​ຂອງ​ພວກ​ເຂົາ

ຣາ​ຊ​ການ ແລະ​ຄອບ​ຄົວ​ຂອງ​ຊາ​ອູນ

47 ໃນ​ລະ​ຍະ​ທີ່​ຊາ​ອູນ​ໄດ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວອິສ​ຣາ​ເອນ ພຣະ​ອົງ​ໄດ້​ສູ້​ຮົບ​ຕົບ​ຕີ​ກັບ​ສັດ​ຕຣູ​ຂອງພຣະ​ອົງ​ທຸກໆ​ຄົນ​ຄື ຊາວ​ໂມ​ອາບ ຊາວ​ອັມ​ໂມນ ຊາວ​ເອ​ໂດມ ເຈົ້າ​ຊີ​ວິດ​ຂອງ​ໂຊ​ບາ ແລະ​ພວກຟີລິ​ສ​ຕິນ ທຸກໆ​ບ່ອນ​ທີ​ທ່ານ​ຕໍ່​ສູ້​ກໍ​ໄດ້​ຮັບ​ໄຊ​ຊະ​ນະ 48 ພຣະ​ອົງ​ຕໍ່​ສູ້​ຢ່າງ​ກ້າ​ຫານ ແລະ​ໄດ້​ໂຈມ​ຕີ​ພວກ​ອາ​ມາ​ເລກ ພຣະ​ອົງ​ໄດ້​ຊ່ອຍ​ພວກ​ອິສ​ຣາ​ເອນ​ໃຫ້​ພົ້ນ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ສັດ​ຕຣູ​ທຸກ​ຢ່າງ 49 ບັນ​ດາ​ບຸດ​ຊາຍ​ຂອງ​ຊາ​ອູນ​ມີ​ຄື ໂຢ​ນາທານ ອິສ​ວີ ແລະ​ມັນ​ຄີຊູ​ອາ ສ່ວນ​ບຸດ​ສາວ​ທັງ​ສອງ​ຂອງ​ພຣະ​ອົງ​ຄື ຄົນ​ຫົວ​ປີ​ຊື່ ເມ​ຣັບ ແລະ​ຜູ້​ນ້ອຍ​ຊື່ ມີ​ຄານ 50 ມະ​ເຫ​ສີ​ຂອງ​ພຣະ​ອົງ​ຊື່ ອາ​ຣິ​ໂນ​ອາມ ບຸດ​ສາວ​ຂອງ​ອາ​ຮິມາ​ອັ​ສ ສ່ວນ​ຜູ້​ບັງ​ຄັບ​ບັນ​ຊາ​ໃນ​ກອງ​ທັບ​ຂອງ​ພຣະ​ອົງ​ຊື່​ວ່າ ອັບ​ເນີ ບຸດ​​ເນີລຸງ​ຂອງ​ຊາ​ອູນ 51 ຄິສ ເປັນ​ບິ​ດາຂອງ​ຊາ​ອູນ ແລະ​ເນີຜູ້​ເປັນ​ບິ​ດາຂອງ​ອັບ​ເນີເປັນ​ບຸດ​ຂອງ​ອາ​ບີ​ເອນ 52 ຕ​ລອ​ດເວ​ລາ​ທີ່​ຊາ​ອູນ​ດໍາ​ຣົງ​ຊີ​ວິ​ດຢູ່​ນັ້ນ ພຣະ​ອົງ​ໄດ້​ສູ້​ຮົບ​ກັບ​ພວກ​ຟີ​ລິ​ສ​ຕິນ​ຢ່າງ​ດຸ​ເດືອດ ເມື່ອ​ພຣະ​ອົງ​ພົບ​ຊາຍ​ຄົນ​ໃດ​ທີ່​ແຂງ​ແຮງ ແລະ​ເຂັ້ມ​ແຂງ ພຣະ​ອົງ​ກໍ​ເອົາ​ເຂົ້າ​ມາ​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ​ຂອງ​ພຣະ​ອົງ

1 ຊາມູເອນ 15

ເສິກ​ສົງ​ຄາມ​ຕໍ່​ສູ້​ກັບ​ຊາວ​ອາ​ມາ​ເລກ

1 ຕໍ່ມາ​ ຊາມູເອນ​ໄດ້​ເວົ້າ​ຕໍ່​ຊາ​ອູນ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ມາ​ເອົາ​ນໍ້າ​ມັນ​ຊະ​ໂລມ​ຫົດ​ສົງ​ທ່ານ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ພວກ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ດຽວ​ນີ້ ຈົ່ງ​ຟັງ​ເບິ່ງວ່າພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ມີ​ອໍາ​ນາດ​ຍິ່ງ​ໃຫຍ່​ກ່າວ​ຢ່າງ​ໃດ 2 ພຣະ​ອົງ​ຈະ​ຊົງ​ລົງ​ໂທດ​ຊາວ​ອາ​ມາ​ເລກ ເພາະ​ວ່າ​ພວກ​ເຂົາ​ຕໍ່​ຕ້ານ​ຊາວ​ອິສ​ຣາ​ເອນ ໃນ​ເວ​ລາ​ທີ່​ພວກ​ເຂົາ​ມາ​ຈາກ​ເອຢິບ 3 ຈົ່ງ​ໄປ​ຕໍ່​ສູ້​ຊາວ​ອາ​ມາ​ເລກ ແລະ​ທໍາ​ລາຍ​ທຸກໆ​ຢ່າງ​ທີ່​ເຂົາ ຢ່າ​ເມດ​ຕາ​ປາ​ນີ​ເຂົາ​ເລີຍ ຈົ່ງ​ຂ້າ​ຜູ້​ຊາຍ ຜູ້​ຍິງ ເດັກ​ນ້ອຍ ແລະ​ເດັກ​ອ່ອນ​ທຸກໆ​ຄົນ ພ້ອມ​ງົວ ແກະ ອູດ​ ແລະ​ລໍ” 4 ຊາ​ອູນ​ຈຶ່ງ​ໄດ້​ສັ່ງ​ກອງ​ທະ​ຫານຂອງ​ພຣະ​ອົງ​ເຂົ້າ​ມາ​ໂຮມ​ກັນ ແລ້ວ​ໄດ້​ກວດ​ກາ​ເບິ່ງ​ທີ່​ເມືອງ ເຕ​ລາ​ອິມ ຊຶ່ງ​ມີ​ທະ​ຫານ​ອິສ​ຣາເອນ​ຢູ່​ສອງ​ແສນ​ຄົນ ແລະ​ທະ​ຫານ​ຢູ​ດາ​ສິບ​ພັນ​ຄົນ 5 ຊາ​ອູນ​ພ້ອມທັງ​ກອງ​ທະ​ຫານກໍໄປ​ຍັງ​ເມືອງ​ອາ​ມາ​ເລກ ແລະ​ຄອຍ​ຖ້າ​ດັກ​ໂຈມ​ຕີ​ຢູ່​ໃນ​ຮ່ອມ​ຫ້ວຍ 6 ພຣະ​ອົງ​ໄດ້​ເຕືອນ​ຊາວ​ເກ​ນິດ​ວ່າ, “ຈົ່ງ​ພາກັນ​ຫນີ​ຈາກ​ຊາວ​ອາ​ມາ​ເລກ ເພື່ອ​ວ່າ​ເຣົາ​ຈະ​ບໍ່​ໄດ້​ຂ້າ​ພວກ​ເຈົ້າ​ພ້ອມ​ກັບ​ພວກ​ເຂົາ ເພາະ​ວ່າ​ພວກ​ເຈົ້າ​ໄດ້​ເມດ​ຕາ​ຕໍ່​ຊາວ​ອິສ​ຣາ​ເອນ​ເມື່ອ​ພວກ​ເຂົາ​ມາ​ຈາກ​ເອ​ຢິບ” ແລ້ວ​ພວກ​ເກ​ນິດ​ກໍ​ຫນີ​ໄປ 7 ຊາ​ອູນ​ໄດ້​ເຮັດ​ໃຫ້​ຊາວ​ອາ​ມາ​ເລກ​ເສັຽ​ໄຊ ຕັ້ງ​ແຕ່​ຮາ​ວີ​ລາ​ຈົນ​ເຖິງ​​ຊູ​ຣ໌ ຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ເອ​ຢິບ 8 ພຣະ​ອົງ​ໄດ້​ຂ້າ​ປະ​ຊາ​ຊົນ​ທັງ​ຫມົດ ແຕ່​ໄດ້​ຈັບ​ເອົາ​ເຈົ້າ​ຊີ​ວິດ​ອາ​ກາກ​ມາ 9 ຊາ​ອູນ ແລະ​ທະ​ຫານ​ຂອງ​ພຣະ​ອົງ​ໄດ້​ປ່ອຍ​ໃຫ້ອາ​ກາກ​ມີ​ຊີ​ວິດ​ຢູ່ ແລະ​ບໍ່​ໄດ້​ຂ້າ​ແກະ ງົ​ວ​ໂຕ​ທີ່​ງາມ​ທີ່​ສຸດ ພ້ອມ​ທັງ​ລູກ​ຂອງ​ມັນ ຫລື​ທໍາ​ລາຍ​ສິ່ງ​ຂອງ​ທີ່​ມີ​ຄຸນ​ຄ່າ​ເລີຍ ແຕ່​ວ່າ​ພ​ວກ​ເຂົາ​ໄດ້​ທໍາ​ລາຍ​ທຸກໆ​ສິ່ງ​ທີ່​ອັບ​ປ​ໂຍດ ແລະ​ບໍ່​ມີ​ຄຸ​ນຄ່າ 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຊາ​ມູ​ເອນ​ວ່າ, 11 “ເຮົາ​ເສັຽ​ໃຈ​ຫລາຍ​ທີ່​ໄດ້​ແຕ່ງ​ຕັ້ງ​ໃຫ້​ຊາ​ອູນ​ເປັນ​ເຈົ້າ​ຊີ​ວິດ ເຂົາ​ໄດ້​ຫັນ​ຫນີ​ຈາກ​ເຮົາ ແລະ​ບໍ່​ໄດ້​ເຊື່ອ​ຟັງ​ຄໍາ​ສັ່ງ​ຂອງ​ເຣົາ” ຊາ​ມູ​ເອນ​ກໍ​ໃຈ​ຮ້າຍ ທ່ານ​ໄດ້ອ້ອນວອນຮ້ອງ​ຂໍ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ທັງ​ຄືນ ແລ້ວ​ທ່ານ​ໄດ້​ອອ​ກ​ໄປ​ພົບ​ຊາ​ອູນ​ແຕ່​ເຊົ້າໆ 12 ແຕ່​ໄດ້​ຍິນ​ຂ່າວ​ວ່າ​ຊາ​ອູນ​ໄດ້​ໄປ​ເມືອງ​ກາ​ຣ໌ເມນ ບ່ອນ​ທີ່​ພຣະ​ອົງກໍ່​ສ້າງ​ອະ​ນຸ​ສາ​ວະ​ລີ​ໄວ້​ສໍາ​ລັບ​ພຣະ​ອົງ​ເອງ ແລ້ວ​ໄດ້​ໄປ​ເມືອງ​ກິນ​ການ 13 ຊາ​ມູ​ເອນ​ໄດ້​ໄປ​ຫາ​ຊາ​ອູນ ເມື່ອ​ຊາ​ອູນ​ເຫັນ​ທ່ານກໍ​ທໍາ​ຄວາມ​ຄໍາ​ນັບ ແລະ​ເວົ້າ​ວ່າ, “ທ່ານ​ຊາ​ມູ​ເອນ​ເອີຍ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພອນ​ທ່ານ​ເທີນ ເຮົາ​ໄດ້​ເຊື່ອ​ຟັງ​ຄໍາ​ສັ່ງ​ພຣະຜູ້​ເປັນ​ເຈົ້າ​ແລ້ວ” 14 ຊາ​ມູ​ເອນ​ຈຶ່ງ​ຖາມ​ວ່າ, “ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ຝູງ​ງົວ ແລະ​ຂອງ​ຝູງ​ແກະ” 15 ຊາ​ອູນ​ຕອບ​ວ່າ, “ທະ​ຫານ​ຂອງເຣົາ​ໄດ້​ເອົາ​ສັດ​ເຫລົ່າ​ນັ້ນ​ມາ​ຈາກ​ຊາວ​ອາ​ມາ​ເລກ ພວກ​ເຂົາ​ໄດ້​ເອົາ​ຝູງ​ແກະ ຝູງງົວ​ທີ່​ດີ​ໄວ້ ເພື່ອ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ແລະ​ສ່ວນ​ທີ່​ເຫລືອ​ນັ້ນ​ພວກ​ເຮົາ​ໄດ້​ທໍາ​ລາຍ​ຖິ້ມ​ຫມົດ​ແລ້ວ” 16 ຊາມູ​ເອນ​ເວົ້າ​ວ່າ, “ຢຸດ​ກ່ອນ ຂ້າ​ພະ​ເຈົ້າ​ຈະ​ບອກພຣະ​ອົງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ​ຢ່າງ​ໃດ​ກັບ​ຂ້າ​ພະ​ເຈົ້າ​ໃນ​ຄືນ​ນີ້” ຊາ​ອູນ​ຈຶ່ງ​ເວົ້າ​ວ່າ, “ຂໍ​ຈົ່ງ​ບອກ​ເຮົາ​ດ້ວຍ” 17 ຊາມູ​ເອນ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ ພຣະ​ອົງ​ໄດ້​ພິ​ຈາ​ຣະ​ນາ​ຕົວ​ເອງວ່າ​ບໍ່ມີ​ຄວາມ​ສໍາ​ຄັນ ແຕ່​ພຣະ​ອົງ​ກໍ​ເປັນ​ຜູ້​ນໍາ​ຕະ​ກູ​ນອິສ​ຣາ​ເອນ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ເອົາ​ນໍ້າ​ມັນ​ຊະ​ໂລມ​ຫົດສົງ​ພຣະ​ອົງ ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ອິສ​ຣາ​ເອນ 18 ພຣະ​ເຈົ້າ​ໄດ້​ຊົງ​ສັ່ງ​ພຣະ​ອົງ​ອອກ​ໄປ​ທໍາ​ລາຍ​ພວກ​ຄົນ​ຊົ່ວ​ຮ້າຍ​ເຫລົ່າ​ນີ້​ໃນ​ເມືອງ​ອາ​ມາ​ເລກ ພຣະ​ອົງ​ຊົງ​ບອກ​ໃຫ້​ຕໍ່​ສູ້​ຈົນ​ເຖິງ​ໄດ້​ຂ້າ​ພ​ວກ​ເຂົາ​ຖິ້ມ​ຫມົດ 19 ແລ້ວ​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຫຍັງ​ຈຶ່ງ​ຍຶດ​ເອົາ​ສິ່ງ​ຂອງ​ເຫລົ່າ​ນີ້ ແລະ​ໄດ້​ທໍາ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ພໍ​ພຣະ​ທັຍ” 20 ຊາ​ອູນ​ໄດ້​ເວົ້າ​ວ່າ, “ເຮົາ​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ອອກ​ໄປ​ທໍາຕາມ​ຄໍາ​ທີ່​ພຣະ​ອົງ​ບອກ​ຄື ເຣົາ​ໄດ້​ນໍາ​ເອົາ​ເຈົ້າ​ຊີ​ວິດ​ອາ​ກາກ​ມາ​ແລ້ວ ຂ້າ​ຊາວ​ອາ​ມາ​ເລ​ກ​ທຸກ​ຄົນ​ 21 ແຕ່​ວ່າ ທະ​ຫານ​ຂອງ​ເຮົາ​ບໍ່​ໄດ້​ຂ້າ​ແກະ ງົວ​ຕົວ​ງາມ​ທີ່​ສຸດ​ຊຶ່ງ​ພວກ​ເຂົາ​ຍຶດ​ເອົາ​ມາ​ໄດ້ ພວກ​ເຂົາ​ກັບ​ນໍາ​ສັດ​ເຫລົ່າ​ນັ້ນ​ມາເມືອງ​ກິນ​ການ ເພື່ອ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ” 22 ຊາ​ມູ​ເອນ​ໄດ້​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕ້ອງ​ການ​ຢາກ​ໃຫ້​ມະ​ນຸດ​ເຊື່ອຟັງ ຫລື​ຖວາຍ​ບູ​ຊາ​ແດ່​ພຣະ​ອົງ ສິ່ງ​ທີ່​ຖືກ​ຄື ການ​ເຊື່ອ​ຟັງ​ພຣະ​ອົງ​ດີກວ່າ ເອົາ​ແກະ​ຕົວ​ງາມ​ທີ່​ສຸດ​ມາ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ອົງ 23 ການ​ກະ​ບົດ​ຕໍ່​ສູ້​ພຣະ​ອົງ​ເປັນ​ການ​ຊົ່ວ​ຮ້າຍ​ເທົ່າ​ກັບ​ການ​ໃຊ້​ເວດ​ມົນ​ຄາ​ຖາ ແລະ​ຄວາມ​ຈອງ​ຫອງກໍແມ່ນ​ບາບ​ເທົ່າ​ກັບ​ການ​ຂາບ​ໄຫວ້​ຮູບ​ພຣະ ຍ້ອນ​ວ່າ​ພຣະ​ອົງ​ໄດ້​ປະ​ຖິ້ມ​ຄໍາ​ສັ່ງ​ຂອງ​ພຣະ​ເຈົ້າ ພຣະ​ເຈົ້າ​ຈຶ່ງ​ຊົງ​ປົດ​ພຣະ​ອົງ​ອອກ​ຈາກ​ຕໍາ​ແຫນ່ງ​ເຈົ້າ​ຊີ​ວິດ” 24 ຊາ​ອູນ​ຈຶ່ງ​ເວົ້າ​ວ່າ, “ເຮົາ​ໄດ້​ເຮັດ​ຜິດ​ຄື ບໍ່​ໄດ້​ເຊື່ອ​ຟັງ​ຄໍາ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຄໍາ​ແນະ​ນໍາ​ຂອງ​ທ່ານ ກໍ​ເພາະ​ວ່າ​ເຮົາ​ຢ້ານ​ທະ​ຫານ​ຂອງ​ເຮົາ ເຮົາ​ຈຶ່ງ​ທໍາ​ຕາມ​ທີ່​ເຂົາ​ຕ້ອງ​ການ 25 ແລະ​ດຽວ​ນີ້​ເຮົາ​ຂໍ​ຮ້ອງ​ທ່ານ​ໃຫ້​ອະ​ພັຍ​ຄວາມ​ຜິດ​ຂອງ​ເຮົາ ແລະ​ກັບ​ຄືນ​ໄປ​ກັບ​ເຣົາ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ” 26 ຊາ​ມູ​ເອນ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ບໍ່​ກັບ​ຄືນ​ໄປ​ກັບ​ພຣະ​ອົງ ເພາະ​ພຣະ​ອົງ​ໄດ້​ປະ​ຖິ້ມ​ຄໍາ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ແລະ​ພຣະ​ເຈົ້າ​ໄດ້​ຊົງ​ປົດ​ພຣະ​ອົງ​ອອກ​ຈາກ​ຕໍາ​ແຫນ່ງ​ເຈົ້າ​ຊີ​ວິດ​ຂອງ​ພວກ​ອິສ​ຣາ​ເອນ” 27 ເມື່ອ​ຊາ​ມູ​ເອນ​ຈະ​ກັບ​ຫລັງ​ອອກ​ຫນີ​ໄປ 28 ຊາ​ມູ​ເອນ​ເວົ້າ​ຕໍ່​ພຣະ​ອົງ​ວ່າ, “ວັນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍົກ​ຣາ​ຊ​ອາ​ນາ​ຈັກ​ອິສ​ຣາ​ເອນ​ຫນີ​ຈາກພຣະ​ອົງ ແລະ​ຈະ​ເອົາ​ໃຫ້​ຜູ້​ອື່ນ​ທີ່​ດີກວ່າ​ພຣະ​ອົງ 29 ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ຂອງ​ຊາວ​ອິສ​ຣາ​ເອນ​ບໍ່​ຕົວະ ຫລື​ບໍ່​ຊົງ​ປ່ຽນ​ພຣະ​ທັຍ​ເຫມືອນ​ມະ​ນຸດ” 30 ຊາ​ອູນ​ຕອບ​ວ່າ, “ເຮົາ​ໄດ້​ທໍາຜິດ ແຕ່​ຂໍ​ທ່ານຈົ່ງ​ໃຫ້​ຄວາມ​ນັບ​ຖື​ແກ່​ເຣົາ​ຕໍ່​ຫນ້າ​ພວກ​ຜູ້​ນໍາ​ປະ​ຊາ​ຊົນ​ຂອງ​ເຣົາ ແລະ​ຕໍ່​ຫນ້າ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ ຂໍ​ທ່ານ​ຈົ່ງ​ກັບ​ຄືນ​ໄປ​ກັບ​ເຣົາ ເພື່ອ​ເຮົາ​ຈະ​ໄດ້​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ” 31 ດັ່ງ​ນັ້ນ ຊາ​ມູ​ເອນ​ຈຶ່ງ​ໄດ້​ກັບ​ຄືນ​ເມືອ​ກັບ​ຊາ​ອູນ ແລະ​ຊາ​ອູນ​ກໍ​ໄດ້​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ 32 ຕໍ່​ມາ ຊາ​ມູ​ເອນ​ໄດ້​ສັ່ງ​ວ່າ, “ຈົ່ງ​ພາເຈົ້າ​ຊີ​ວິດ​ອາ​ກາກມາ​ຫາ​ຂ້າ​ພະ​ເຈົ້າ​ຢູ່​ທີ່​ນີ້” ອາ​ກາກ​ກໍ​ເຂົ້າມາ​ຫາ​ທ່ານ​ດ້ວຍ​ຄວາມ​ຢ້ານ​ສັ່ນ ແລະ​ທັງ​ຄິດໃນ​ໃຈ​ວ່າ “ການ​ຕາຍ​ນີ້​ຊ່າງ​ເປັນ​ການ​ຂົມ​ຂື່ນ​ແທ້” 33 ຊາ​ມູເອນ​ໄດ້​ເວົ້າ​ວ່າ ດາບ​ຂອງ​ເຈົ້າ​ໄດ້ເຮັດ​ໃຫ້​ແມ່​ຫລາຍ​ຄົນ​ສູນ​ເສັຽ​ລູກ ດັ່ງ​ນັ້ນ ແມ່​ຂອງ​ເຈົ້າ​ຈະ​ສູນ​ເສັຽ​ລູ​ກ​ເຊັ່ນ​ດຽວ​ກັນ” ແລ້ວ​ຊາ​ມູ​ເອນ​ໄດ້​ຂ້າ​ອາ​ກາກ ແລະ​ຕັດ​ເປັນ​ທ່ອນໆ​ຕໍ່​ຫນ້າ​ແທ່ນ​ບູ​ຊາ​ທີ່​ເມືອງ​ກິນ​ການ 34 ແລ້ວ​ຊາ​ມູ​ເອນກໍ​ໄປ​ເມືອງ​ຣາ​ມາ ສ່ວນ​ເຈົ້າ​ຊີ​ວິດ​ຊາ​ອູນ​ກໍ​ໄປ​ຍັງ​ວັງ​ຂອງ​ພຣະ​ອົງ​ທີ່​ເມືອງ​ກິເບ​ອາ 35 ຕໍ່​ມາ​ຕລອດ​ທີ່​ຊາ​ມູ​ເອນ​ມີ​ຊີ​ວິດ​ຢູ່ ທ່ານ​ບໍ່​ໄດ້​ເຫັນ​ເຈົ້າ​ຊີ​ວິດ​ຊາ​ອູນ​ອີກ​ຈັກ​ເທື່ອ ແຕ່​ທ່ານກໍ​ເສົ້າ​ສລົດ​ໃຈ​ນໍາ​ພຣະ​ອົງ​ຫ​ລາຍ ສ່ວນ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ເສັຽ​ພຣະ​ທັຍ​ທີ່​ໄດ້​ຊົງ​ແຕ່ງ​ຕັ້ງ​ໃຫ້​ຊາ​ອູນ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ

1 ຊາມູເອນ 16

​ດາ​ວິດ​ຮັບ​ການ​ຫົດ​ສົງໃຫ້​ເປັນ​ກະ​ສັດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຊາ​ມູ​ເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກ​ເສົ້າ​ສລົດ​ໃຈ​ນໍາ​ຊາ​ອູນ​ນັ້ນ​ອີກ​ດົນ​ປານ​ໃດ ເຮົາ​ໄດ້​ປົດ​ເຂົາ​ອອກ​ຈາກ​ຕໍາ​ແຫນ່ງ​ເຈົ້າ​ຊີ​ວິດ​ຂອງ​ອິສ​ຣາ​ເອນ​ແລ້ວ ຈົ່ງ​ຖືເອົາ​ນໍ້າ​ມັນ​ຊະ​ໂລມ​ໄປ​ທີ່​ເມືອງ​ເບັດ​ເລ​ເຮັມ ເຮົາ​ຈະສົ່ງ​ເຈົ້າ​ໄປ​ພົບ​ຊາຍ​ຄົນ​ນຶ່ງ​ທີ່​ມີ​ຊື່​ວ່າ ເຈ​ສ​ຊີ ເພາະ​ວ່າເຮົາ​ໄດ້​ເລືອກ​ເອົາ​ຜູ້​ນຶ່ງ​ໃນ​ຈໍາ​ນວນ​ບຸດຊາຍ​ຂອງ​ເຂົາ​ໃຫ້​ເປັນ​ເຈົ້າຊີ​ວິດ” 2 ຊາ​ມູ​ເອນ​ຈຶ່ງ​ທູນ​ຖາມ​ວ່າ, “ຂ້າ​ພຣະ​ອົງ​ຈະ​ເຮັດ​ການ​ນີ້​ໄດ້​ຢ່າງ​ໃດ ຖ້າ​ຊາ​ອູນ​ໄດ້​ຍິນ​ເຣື່ອງ​ນີ້ ເຂົາ​ກໍຈະ​ມາ​ຂ້າ​ຂ້າ​ພຣະ​ອົງ” 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ໃຫ້​ເຈົ້າ​ເອົາ​ງົວ​ນ້ອຍ​ໄປ​ນໍາ ແລະ​ໃຫ້​ເຈົ້າ​ເວົ້າ​ວ່າ​ເຈົ້າ​ມາ​ຖວາຍ​ເຄື່ອງ​ບູ​ຊາ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ເຊີນ​ເຈ​ສ​ຊີ​ມາ​ໃນ​ການ​ຖວາຍ​ນັ້ນ ແລ້ວ​ເຮົາ​ຈະ​ບອກ​ເຈົ້າວ່າ​ຄວນ​ທໍາຢ່າງ​ໃດ​ຕໍ່​ໄປ ແລະ​ເຈົ້າ​ຈະ​ເອົາ​ນໍ້າ​ມັນ​ຊະ​ໂລມ​ຫົດ​ສົງ​ຊາຍ​ທີ່​ເຮົາ​ຈະ​ໃຫ້​ເປັນ​ເຈົ້າ​ຊີ​ວິດ” 4 ຊາ​ມູ​ເອນກໍ​ຊົງ​ທໍາຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ ແລະ​ໄດ້​ເດີ​ນທາງ​ໄປ​ເມືອງ​ເບັດ​ເລ​ເຮັມ ພວກ​ເຖົ້າ​ແກ່​ໃນ​ເມືອງ​ນີ້ກໍ​ອອກ​ມາ​ພົບ​ທ່ານ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ​ຖາມ​ວ່າ, “ທ່ານ​ເອີຍ ກາ​ນມາ​ຢາມ​ນີ້​ເປັນ​ການ​ຢ່າງ​ສັນ​ຕິ​ບໍ” 5 ຊາ​ມູ​ເອນ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ມາ​ຖວາຍ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ບໍາ​ເພັນ​ຕົນ​ໃຫ້​ບໍ​ຣິ​ສຸດ​ແລ້ວມາ​ນໍາ​ຂ້າ​ພະ​ເຈົ້າ” ແລ້ວ​ທ່ານ​ໄດ້​ບອກ​ເຈ​ສ​ຊີ​ພ້ອມ​ທັງ​ບຸດຊາຍ​ບໍາ​ເພັນ​ຕົນ​ໃຫ້​ບໍ​ຣິ​ສຸດ ແລະ​ກໍ​ເຊື້ອ​ເຊີນ​ພວກ​ເຂົາ​ມາ​ຮ່ວມ​ໃນ​ການ​ຖວາຍ​ເຄື່ອງ​ບູ​ຊາ​ດ້ວຍ 6 ເມື່ອ​ພວກ​ເຂົາ​ມາ​ຮອດ ຊາ​ມູ​ເອນກໍ​ເຫັນ​ເອ​ລີ​ອາບ​ບຸດຊາຍ​ຂອງ​ເຈ​ສຊີ ຈຶ່ງ​ຄິດ​ໃນ​ໃຈ​ວ່າ “ຊາຍ​ທີ່​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ນັ້ນ​ຕ້ອງ​ແມ່ນ​ຜູ້​ທີ່​ພຣະ​ອົງ​ໄດ້​ຊົງ​ເລືອກ​ໄວ້​ນັ້ນ​ແນ່ນອນ” 7 ແຕ່​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ທ່ານ​ວ່າ, “ຢ່າ​ສົນ​ໃຈ​ນໍາ​ຮູບ​ຮ່າງ​ອັນ​ຈົບ​ງາມ​ຂອງ​ເຂົາ ເຮົາ​ບໍ່​ຍອມ​ເອົາ​ເຂົາ ເພາະ​ວ່າ​ການ​ຕັດ​ສິນ​ໃຈ​ຂອງ​ເຮົາ​ບໍ່​ຄື​ຂອງ​ມະ​ນຸດ ມະ​ນຸດ​ເບິ່ງ​ແຕ່​ສິ່ງ​ທີ່ຢູ່​ຂ້າງນອກ​ເທົ່າ​ນັ້ນ​ ແຕ່​ວ່າ​ເຮົາ​ເບິ່ງ​ພາຍ​ໃນ​ຈິດ​ໃຈ” 8 ແລ້ວ​ເຈ​ສຊີ​ກໍ​ເອີ້ນ​ອາ​ບິນາ​ດາບ​ບຸດ​ຂອງ​ທ່ານ​ມາ ແລ້ວ​ພາ​ໄປ​ຫາ​ຊາ​ມູ​ເອນ ແຕ່ຊາ​ມູ​ເອນ​ເວົ້າ​ວ່າ, “ບໍ່​ແມ່ນ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ເລືອກ​ເອົາ​ເຂົາ” 9 ເຈ​ສ​ຊີ​ພາຊັມ​ມາ​ເຂົ້າ​ມາ​ອີກ ຊາ​ມູ​ເອນກໍ​ບອກວ່າ, “ບໍ່​ແມ່ນ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ເລືອກ​ເອົາ​ເຂົາ” 10 ແຕ່​ແລ້ວ ເຈ​ສ​ຊີກໍ​ພາບຸດຊາຍ​ທັງ​ເຈັດ​ຄົນ​ຂອງ​ທ່າ​ນ​ມາ​ຫາ​ຊາ​ມູ​ເອນ ຊາ​ມູ​ເອນ​ຈຶ່ງ​ເວົ້າ​ຕໍ່​ທ່ານ​ວ່າ, “ບໍ່​ແມ່ນ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ເລືອກ​ເອົາ​ໃຜ​ຈັກ​ຄົນ​ໃນ​ຈໍາ​ນວນ​ພວກ​ນີ້” 11 ແລ້ວ​ຖາມ​ທ່ານ​ຕໍ່​ໄປ​ວ່າ, “ທ່ານ​ຍັງ​ມີ​ລູກຊາຍ​ອີກ​ຢູ່ບໍ” ເຈ​ສ​ຊີ​ຕອບ​ວ່າ, “ຍັງ​ມີ​ລູກ​ຊາຍ​ຫລ້າ​ຢູ່ ແຕ່​ດຽວ​ນີ້​ເຂົາ​ໄດ້​ໄປ​ລ້ຽງ​ແກະ” ຊາ​ມູ​ເອນ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ໄປ​ນໍາ​ເຂົາ​ມາ​ນີ້​ພວກ​ເຣົາ​ຈະ​ບໍ່​ຖວາຍ​ເຄື່ອງ​ບູ​ຊາ​ຈົນ​ກວ່າ​ເຂົາ​ຈະ​ມາ” 12 ເຈ​ສ​ຊີກໍ​ສົ່ງ​ຄົນ​ໄປ​ນໍາ​ເອົາ​ເຂົາ​ມາ ເຂົາ​ເປັນ​ຄົນ​ງາມ ເປັນ​ຊາຍ​ຫນຸ່ມທີ່​ມີ​ສຸ​ຂະ​ພາບສົ​ມ​ບູນ​ດີ ແລະ​ຕາ​ຂອງ​ເຂົາ​ກໍ​ມີ​ແວວ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ຕໍ່​ຊາ​ມູ​ເອນ​ວ່າ, “ແມ່ນ​ຄົນ​ນີ້​ແຫລະ ຈົ່ງ​ເອົາ​ນໍ້າ​ມັນ​ຊະ​ໂລມ​ຫົດ​ສົງ​ເຂົາ​ເສັຽ” 13 ຊາ​ມູ​ເອນ​ຈຶ່ງ​ເອົາ​ນໍາ​ມັນ​ຊະ​ໂລມ​ມາ​ຫົດ​ສົງ​ດາ​ວິດ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຕໍ່​ຫນ້າ​ພວກ​ອ້າຍ​ນ້ອງ​ຂອງ​ທ່ານ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ສະ​ຖິດ​ຢູ່​ກັບ​ດາ​ວິດ ແລະ​ຊົງ​ຢູ່​ກັບ​ທ່ານ​ຕັ້ງ​ແຕ່​ວັນນັ້ນ​ມາ ແລ້ວ​ຊາ​ມູ​ເອນກໍ​ກັບ​ຄືນ​ເມືອ​ບ້ານ​ຣາ​ມາ

ດາ​ວິດ​ທີ່​ພຣະ​ຣາ​ຊວັງ

14 ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຫນີ​ຈາກ​ຊາ​ອູນ​ໄປ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າກໍ​ຊົງ​ສົ່ງ​ວິນ​ຍານ​ຊົ່ວ​ເຂົ້າ​ມາ​ທໍ​ຣະ​ມານ​ພຣະ​ອົງ 15 ພວກ​ຄົນ​ຮັບ​ໃຊ້​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພວກ​ຂ້າ​ນ້ອຍ​ໄດ້​ຮູ້​ວ່າ ວິນ​ຍານ​ຊົ່ວ​ທີ່​ສົ່ງ​ມາ​ຈາກ​ພຣະ​ເຈົ້າ​ໄດ້​ທໍ​ຣະ​ມານ​ພຣະ​ອົງ 16 ຂ້າ​ແດ່​ພຣະ​ອົງ ຂໍ​ຊົງ​ອອກ​ຄໍາ​ສັ່ງ​ມາ ແລ້ວ​ພວກ​ຂ້າ​ນ້ອຍ​ຈະ​ຊອກ​ຫາ​ຄົນ​ທີ່​ຮູ້​ຈັກ​ດີດ​ພິນ​ມາ​ໃຫ້ ເວ​ລາ​ພຣະ​ອົງ​ມີ​ວິນ​ຍານ​ຊົ່ວ​ສິງ​ຢູ່​ໃນ​ພຣະ​ອົງ ຊາຍ​ຄົນ​ນັ້ນ​ກໍ​ຈະ​ດີດ​ພິນ​ຂອງ​ເຂົາ ແລະ​ພຣະ​ອົງ​ກໍຈະ​ດີ​ຄື​ເກົ່າ​ອີກ” 17 ຊາ​ອູນ​ຈຶ່ງ​ອອກ​ຄໍາ​ສັ່ງ​ໃຫ້​ພວກ​ເຂົາ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ຜູ້​ນັ້​ນ​ແລ້ວ​ພາ​ມາ​ຫາ​ເຮົາ” 18 ມີ​ຄົນ​ນຶ່ງ​ໃນ​ພວກ​ຂ້າ​ໃຊ້​ຂອງ​ທ່ານ​ເວົ້າ​ວ່າ, “ມີ​ທ່ານ​ເຈ​ສຊີ​ຄົນ​ເມືອງ​ເບັດ​ເລ​ເຮັມ ທ່ານ​ມີ​ລູກ​ຊາຍ​ຜູ້​ນຶ່ງ​ທີ່​ຫລິ້ນ​ດົນ​ຕ​ຣີ​ເກັ່ງ ນອກ​ນີ້​ເຂົາຍັງ​ເປັນ​ນັກ​ຮົບ​ທີ່​ກ້າ​ຫານ​ອີກ​ດ້ວຍ ເປັນ​ຄົນ​ກ້າ​ປາກ​ກ້າ​ເວົ້າ ແລະ​ທັງ​ງາມ​ອີກ​ດ້ວຍ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ໄດ້​ສະ​ຖິດ​ຢູ່​ກັບ​ເຂົາ” 19 ດັ່ງ​ນັ້ນ ຊາ​ອູນ​ຈຶ່ງ​ສົ່ງ​ຄົນ​ນໍາ​ຂ່າວ​ໄປ​ຫາ​ເຈ​ສຊີ ໂດຍ​ມີ​ເນື້ອ​ຄວາມ​ວ່າ, “ຂໍ​ໃຫ້​ສົ່ງ​ດາ​ວິດ​ບຸດ​ຊາຍ​ຜູ້​ລ້ຽງ​ຝູງ​ແກະ​ນັ້ນ​ມາ​ຫາ​ເຮົາ” 20 ເຈ​ສ​ຊີ​ກໍ​ສົ່ງ​ດາ​ວິດ​ໄປ​ຫາ​ຊາ​ອູນ ພ້ອມ​ທັງ​ຖົງ​ຫນັງ​ເຫລົ້າ​ອະ​ງຸ່ນ ແບ້​ນ້ອຍ ແລະ​ລໍ​ທີ່​ບັນ​ທຸກ​ເຂົ້າ​ຈີ່ 21 ດາ​ວິດໄດ້​ເຂົ້າ​ເຝົ້າ​ຊາ​ອູນ ແລະ​ໄດ້​ເຂົ້າ​ຮັບ​ຣາ​ຊ​ການ​ນໍາ​ພຣະ​ອົງ ຊາ​ອູນ​ກໍ​ພໍ​ໃຈ​ໃນ​ເຂົາ​ຫລາຍ ແລະ​ໃຫ້​ເຂົາ​ເປັນ​ຄົນ​ຖື​ອາ​ວຸດ​ຂອງ​ພຣະ​ອົງ 22 ແລ້ວ​ຊາ​ອູນກໍ​ສົ່ງ​ຂ່າວ​ຫາ​ເຈ​ສຊີ​ວ່າ, “ເຣົາ​ພໍ​ໃຈ​ກັບ​ດາ​ວິດ ຂໍ​ໃຫ້​ເຂົາ​ຢູ່​ໃນວົງ​ຣາ​ຊ​ການ​ຂອງ​ເຣົາ​ພີ້” 23 ເມື່ອ​ເວ​ລາ​ໃດ​ວິນ​ຍານ​ຊົ່ວ​ທີ່​ສົ່ງ​ມາ​ຈາກ​ພຣະ​ເຈົ້າ​ເຂົ້າ​ສິງ​ຊາ​ອູນ ດາ​ວິດ​ກໍ​ຈັບ​ເອົາ​ພິນ​ຂອງ​ເຂົາ​ອອກ​ມາ​ດີດ ແລ້ວ​ວິນ​ຍານ​ຊົ່ວ​ກໍ​ຫ​ນີ​ຈາກ​ໄປ ແລະ​ຊາ​ອູນກໍ​ຮູ້​ສຶກ​ສະ​ບາຍ​ຂຶ້ນ ແລະ​ເປັນ​ປົກ​ກະ​ຕິ​ເຫມືອນ​ເດີມ

1 ຊາມູເອນ 17

ເດ​ວິດ ແລະໂກ​ລີ​ອາດ​

1 ພວກ​ຟີ​ລິ​ສ​ຕິນ​ໄດ້​ທ້ອນ​ໂຮມ​ກໍາ​ລັງ​ເຂົ້າ​ສູ່​ສົງ​ຄາມ​ໃນ​ເມືອງ​ໂຊ​ໂກ​ທີ່​ແຂວງ​ຢູ​ດາ ພວກ​ເຂົາ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ບ່ອນ​ນຶ່ງ​ຊຶ່ງ​ເອີ້ນ​ວ່າ ເຂດ​ແດນ​ເລືອດ ຢູ່​ລະ​ຫວ່າງ​ກາງ​ເມືອງ​ໂຊ​ໂກ ແລະ​ເມືອງ​ອາ​ເຊ​ກາທີ່ເອ​ເຟ​ສ​ດາມ​ມິມ 2 ສ່ວນ​ຊາ​ອູນ ແລະ​ຊາວ​ອິສ​ຣາ​ເອນກໍ​ພາກັນ​ມາ​ຕັ້ງ​ຄ້າຍ​ພັກ​ຢູ່​ຮ່ອມ​ພູ​ຕົ້ນ​ກໍ່ ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ເຂົາ​ຕຽມ​ຕໍ່​ສູ້​ກັບ​ພວກ​ຟີ​ລີ​ສ​ຕິນ 3 ພວກ​ຟີ​ລິ​ສ​ຕິນ​ໄດ້​ໄປ​ຕັ້ງ​ຄ້າຍ​ພັກ​ຢູ່​ເທິງ​ພູ​ນ້ອຍ​ຫນ່ວຍ​ນຶ່ງ​ກ່ອນ​ແລ້ວ ແລະ​ພວກ​ອິສ​ຣາ​ເອນ​ກໍ​ມາ​ຟາກ​ຮ່ອມ​ພູ​ຫນ່ວຍ​ນຶ່ງ​ອີກ 4 ແລ້ວກໍ​ມີ​ຊາຍ​ຄົນ​​ນຶ່ງຊື່​ວ່າ ໂກ​ລີ​ອາດ ເປັນ​ຊາວ​ເມືອງ​ກາດ​ໄດ້​ອອກ​ຈາກ​ຄ້າຍ​ພັກ​ຂອງ​ພວກ​ຟີ​ລິ​ສ​ຕິນ​ມາ​ທ້າ​ທາຍ​ພວກ​ອິສ​ຣາ​ເອນ ເຂົາ​ເປັນ​ຄົນ​ສູງ​ປະ​ມານ​ຫົກ​ສອກ​ຄືບ 5 ເຂົາ​ໃສ່​ຫມວກ​ທອງ​ສໍາ​ຣິດ ແລະ​ນຸ່ງ​ເສື້ອ​ທອງ​ສໍາ​ຣິດ​ຫນັກ​ປະ​ມານ​ຫ້າສິບ​ເຈັດກິ​ໂລກ​ຣາມ 6 ສ່ວນຂາ​ຂອງ​ເຂົາ​ກໍ​ສວມ​ທອງ​ສໍາ​ຣິດ​ດ້ວຍ ເຂົາ​ພາຍ​ຫລາວ​ທີ່​ເຮັດ​ດ້ວຍ​ທອງ​ສໍາ​ຣິດ 7 ຄັນ​ຫອກ​ຂອງ​ເຂົາ​ຫນາ​ເທົ່າ​ກັບ​ໄມ້​ກໍາ​ຝັ້ນ​ຫູກ ແລະ​ໃນ​ປາຍ​ຫອກ​ນັ້ນ​ຫນັກ​ປະ​ມານ​ຫົກ​ຮ້ອຍ​ເຊ​ເກ​ລ​ເປັນ​ເຫລັກ (ສິບ​ກິ​ໂລກ​ຣາມ) ທະ​ຫານ​ຜູ້​ທີ່​ຖື​ແຜ່ນ​ເຫລັກ​ຕ້ານ​ທານ​ຂອງ​ເຂົາ​ກໍ​ຍ່າງ​ອອກ​ຫນ້າ 8 ໂກ​ລີ​ອາດ​ໄດ້​ຢືນ​ຮ້ອງ​ແຜດ​ສຽງ​ໃສ່​ພວກ​ອິສ​ຣາ​ເອນ​ວ່າ, “ພວກ​ສູ​ກໍາ​ລັງ​ເຣັດ​ຫຍັງ​ຢູ່​ນີ້ ມາ​ຕີ​ເສິກ​ບໍ ກູ​ເປັນ​ຄົນ​ຟີ​ລິ​ສ​ຕິນ ພວກ​ສູ​ເປັນ​ທາດ​ຂອງ​ຊາ​ອູນ ຈົ່ງ​ເລືອກ​ເອົາ​ທະ​ຫານ​ຜູ້​ນຶ່ງ​ໃນ​ພວກ​ສູ​ອອກ​ມາ​ຕໍ່​ສູ້​ກັບ​ກູ​ດູ 9 ຖ້າ​ມັນ​ຊະ​ນະ ແລະ​ຂ້າ​ກູ​ໄດ້ ພວກ​ກູ​ຈະ​ຍອມ​ເປັນ​ທາດ​ຂອງ​ພວກ​ສູ 10 ດຽວ​ນີ້​ ກູ​ຂໍ​ທ້າ​ທາຍກອງ​ທັບ​ອິສ​ຣາ​ເອນ​ຢູ່​ບ່ອນ​ນີ້ ກູ​ຂໍ​ໃຫ້​ພວກ​ສູ​ເລືອກ​ເອົາ​ໃຜ​ກໍ​ໄດ້​ອອກ​ມາ​ຕໍ່​ສູ້​ກັບ​ກູ” 11 ເມື່ອ​ຊາ​ອູນ ແລະ​ທະ​ຫານ​ໄດ້​ຍິນ​ດັ່ງ​ນັ້ນ ພວກ​ທ່ານ​ກໍ​ມີ​ຄວາ​ມຢ້ານ​ກົວ​ຫລາຍ 12 ດາ​ວິດ​ເປັນ​ບຸດຊາຍ​ຂອງ​ເຈ​ສຊີ ຊາວ​ເອ​ຟ​ຣາ​ອິມ ຊຶ່ງ​ມາ​ຈາກ​ເມືອງ​ເບັດ​ເລ​ເຮັມ​ໃນ​ຢູ​ດາ ເຈ​ສຊີ​ມີ​ບຸດ​ຊາຍ​ແປດ​ຄົນ ໃນ​ຄາວ​ທີ່​ຊາ​ອູນ​ເປັນ​ເຈົ້າ​ຊີ​ວິດ​ຢູ່​ນັ້ນ​ເຈ​ສ​ຊີ​ກໍ​ເຖົ້າ​ແກ່​ແລ້ວ 13 ສ່ວ​ນບຸດ​ຊາຍ​ໃຫຍ່​ສາມ​ຄົນ​ຂອງ​ທ່ານ​ໄດ້​ໄປ​ຕີ​ເສິກ​ກັບ​ຊາ​ອູນ ຜູ້​ກົກ​ຊື່​ວ່າ ເອ​ລີ​ອາບ ຜູ້​ຕໍ່​ມາ​ຊື່​ວ່າ ອາ​ບິນາ​ດາບ ແລະ​ຜູ້​ທີ່​ສາມ​ຊື່​ວ່າ ຊັມ​ມາ 14 ສ່ວນ​ດາ​ວິດ​ເປັນ​ບຸດ​ຊາຍ​ຫລ້າ ເວ​ລາ​ທີ່​ອ້າຍ​ທັງ​ສາມຂ​ອງ​ເຂົາ​ຢູ່​ນໍາ​ຊາ​ອູນ​ນັ້ນ 15 ບາງ​ເທື່ອ​ດາ​ວິດ​ກໍ​ລາ​ຊາ​ອູນ​ກັບ​ຄືນ​ເມືອ​ເບິ່ງ​ຝູງ​ແກະ​ຂອງ​ບິ​ດາທີ່​ເມືອງ​ເບັດ​ເລ​ເຮັມ​ຢູ່​ເລື້​ອຍໆ 16 ສ່ວນ​ໂກ​ລີ​ອາດກໍທ້າ​ທາຍ​ຊາວ​ອິສ​ຣາ​ເອນ​ຢູ່​ທຸກໆ​ເຊົ້າ​ທຸກ​ແລງ ເປັນ​ເວ​ລາ​ຢູ່​ສີ່​ສິບ​ວັນ 17 ວັນນຶ່ງ ເຈ​ສຊີ​ໄດ້​ເວົ້າ​ຕໍ່​ດາ​ວິດ​ວ່າ, “ຈົ່ງ​ເອົາ​ເຂົ້າຂົ້ວ​ເອຟາ​ນຶ່ງ​ ແລະ​ເຂົ້າ​ຈີ່​ສິບ​ກ້ອນ​ນີ້ ໄປ​ໃຫ້​ພວກ​ອ້າຍ​ຂອງ​ເຈົ້າ​ຢູ່​ໃນ​ຄ້າຍ 18 ແລະ​ຈົ່ງ​ເອົາ​ເນີຍ​ສິບ​ກ້ອນ​ນີ້​ໃຫ້​ແກ່​ທ່ານ​ນາຍ​ພັນ ຈົ່ງ​ເບິ່ງວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ພາ​ກັນ​ຢູ່​ຢ່າງ​ໃດ ແລະ​ໃຫ້​ເຈົ້າ​ເອົາ​ຂອງ​ບາງ​ສິ່ງ​ບາງ​ຢ່າງ​ຈາກ​ພວກ​ເຂົາ​ມາ​ເພື່ອ​ສະ​ແດງວ່າ​ເຈົ້າ​ໄດ້​ເຫັນ​ເຂົາ ແລະ​ຮູ້​ວ່າ​ພວກ​ເຂົາ​ສະ​ບາຍ​ດີ 19 ດຽວ​ນີ້​ ເຈົ້າ​ຊີ​ວິດ​ຊາ​ອູນ ພວກ​ອ້າຍ​ຂອງ​ເຈົ້າ ແລະ​ພວກ​ອິສ​ຣາ​ເອນ​ຄົນ​ອື່ນໆ​ກໍ​ຢູ່​ໃນ​ຮ່ອມ​ພູ​ຕົ້ນ​ກໍ່​ຊຶ່ງ​ກໍາ​ລັງ​ສູ້​ຮົບ​ກັ​ບ​ພວກ​ຟີ​ລິ​ສ​ຕິນ​ຢູ່” 20 ເຊົ້າ​ວັນໃຫມ່​ມາ ດາ​ວິດ​ໄດ້​ລຸກ​ແຕ່​ເດິກໆ ເຂົາ​ຝາກ​ຝູງ​ແກະ​ໄວ້​ນໍາ​ຄົນ​ອື່ນ ແລະ​ຖື​ເອົາ​ອາ​ຫານ​ໄປ​ຕາມ​ບ່ອນ​ທີ່​ເຈ​ສຊີ​ໄດ້​ບອກ ເຂົາ​ໄປ​ຮອດ​ຄ້າຍ​ພັກ​ພໍ​ດີ​ກັບ​ເວ​ລາ​ທີ່​ພວກ​ອິສ​ຣາ​ເອນ​ກໍາ​ລັງ​ອອກ​ໄປ​ສູ່​ສະ​ຫນາມ​ຮົບ ແລະ​ມີ​ສຽງ​ດັງ​ກຶກ​ກ້ອງ​ດັງ​ຂຶ້ນ 21 ທະຫານ​ຂອງ​ພວກ​ຟີ​ລິ​ສ​ຕິນ ແລະ​ຂອງ​ພວກ​ອິສ​ຣາ​ເອນ​ກໍ​ຕັ້ງ​ທີ່​ຫມັ້ນ​ຢູ່​ຕໍ່​ຫນ້າ​ກັນ ​ແລະ​ກັນ​ເພື່ອ​ຕຽມ​ສູ້​ຮົບ 22 ດາ​ວິດ​ກໍ​ປະ​ອາ​ຫານ​ໄວ້​ກັບ​ເຈົ້າ​ຫນ້າ​ທີ່​ຝ່າຍ​ສະ​ບຽງ​ອາ​ຫານ ແລະ​ໄດ້​ແລ່ນ​ໄປ​ຫາ​ພວ​ກອ້າຍ​ຂອງ​ເຂົາ​ທີ່​ສະ​ຫນາມ​ຮົບ​ເພື່ອ​ຖາມ​ຂ່າວ​ຄາວ​ວ່າ​ພວກ​ເຂົາ​ຢູ່​ຢ່າງ​ໃດ​ 23 ໃນ​ຂ​ນະ​ທີ່​ພວກ​ເຂົາ​ສົນ​ທະ​ນາ​ກັນ​ຢູ່ ໂກ​ລີ​ອາດ​ກໍ​ເຂົ້າ​ມາ​ທ້າ​ທາຍ​ພວກ​ອິສ​ຣາ​ເອນ​ຕາມ​ທີ່ເຂົາ​ໄດ້​ເຄີຍ​ເຣັດ​ມາ​ແຕ່​ຄັ້ງ​ກ່ອນ ດາ​ວິດ​ກໍ​ໄດ້​ຍິນ​ຄໍາ​ທ້າ​ທາຍ​ນັ້ນ 24 ເມື່ອ​ພວກ​ອິສ​ຣາ​ເອນ​ຫລຽວ​ເຫັນ​ໂກ​ລີ​ອາດ ພວກ​ເຂົາ​ກໍ​ໄດ້​ແລ່ນ​ປົບ​ຫນີ​ດ້ວຍ​ຄວາມ​ຢ້ານ​ທີ່​ສຸດ 25 ພວກ​ເຂົາ​ເວົ້າ​ກັນວ່າ, “ຈົ່ງ​ຟັງ​ມັນ​ເວົ້າ​ຫັ້ນ​ດູ ຖ້າ​ໃຜ​ຂ້າ​ມັນ​ໄດ້​ເຈົ້າ​ຊີ​ວິດ​ຈະ​ປະ​ທານ​ຊັບ​ສົມ​ບັດ​ໃຫ້ຜູ້​ນັ້ນ ແລະ​ໃຫ້​ແຕ່ງ​ງານ​ກັບ​ພຣະ​ຣາ​ຊ​ທິ​ດາ​ຂອງພຣະ​ອົງ ຄອບ​ຄົວ​ພໍ່​ຂອງ​ຜູ້​ນັ້ນ​ຈະ​ຖືກ​ຍົກ​ເວັ້ນ​ຈາກ​ການ​ເສັຽ​ສ່ວຍ​ທຸກ​ຢ່າງ” 26 ດາ​ວິດ​ຈຶ່ງ​ຖາມ​ພວກ​ທີ່​ຢູ່​ໃກ້ໆ​ກັບ​ເຂົາ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຄົນ​ຟີ​ລິ​ສ​ຕິນ​ນີ້​ໄດ້ ແລະ​ຊ່ອຍ​ພວກ​ອິສ​ຣາ​ເອນ​ໃຫ້​ພົ້ນ​ຈາກ​ການ​ຫມິ່ນ​ປມາດ​ນີ້​ຈະ​ໄດ້​ຫຍັງ ຄົນ​ປ່າ​ເຖື່ອນ​ຊາວ​ຟີ​ລິ​ສ​ຕິນ​ທີ່​ເວົ້າ​ທ້າ​ທາຍກອງ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ມີ​ຊີ​ວິດ​ຢູ່​ນີ້ ແມ່ນ​ໃຜ” 27 ປະ​ຊາ​ຊົນ​ຕອບ​ເຂົາ​ວ່າ, “ຜູ້​ໃດ​ທີ່​ຂ້າ​ໂກ​ລີ​ອາດ​ຕາຍ ຈະ​ຕ້ອງ​ໄດ້​ຮັບ​ຕາມ​ທີ່​ໄດ້​ເວົ້າ​ມາ​ແລ້ວ​ນັ້ນ” 28 ເອ​ລີ​ອາບ ອ້າຍ​ກົກ​ຂອງ​ດາ​ວິດ​ໄດ້​ຍິນ​ເຂົາ​ເວົ້າ​ກັບ​ທະ​ຫານ​ເຫລົ່າ​ນັ້ນ ເຂົາ​ກໍ​ຮ້າຍ​ດາ​ວິດ ແລະ​ເວົ້າ​ວ່າ, “ເຈົ້າ​ກໍາ​ລັງ​ເຮັດ​ຫຍັງ​ຢູ່​ນີ້ ແມ່ນ​ໃຜ​ເບິ່ງ​ແຍງ​ແກະ​ຂອງ​ເຈົ້າ​ຢູ່​ໃນ​ຖິ່ນ​ກັນ​ດານ ມາ​ເບິ່ງ​ການ​ສູ້​ຮົບ​ກັນ​ເຮັດ​ຫຍັງ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ດື້​ດ້ານ ແລະ​ທະ​ເຍີ​ທະ​ຍານ​ແທ້” 29 ດາ​ວິດ​ຖາມ​ອ້າຍ​ຄືນ​ວ່າ, “ຂ້ອຍ​ໄດ້​ເຮັດ​ຫຍັງ​ຜິດ ພຽງ​ແຕ່ຖາມ​ເທົ່າ​ນັ້ນ​ບໍ່​ແມ່ນບໍ” 30 ແລ້ວ​ເຂົາ​ກໍ​ຫັນ​ໄປ​ຖາມ​ຊາຍ​ຄົນ​ອື່ນ​ແບບ​ດຽວ​ກັນ ແລະ​ທຸກ​ຄົນ​ທີ່​ເຂົາ​ຖາມ ເຂົາ​ກໍ​ຕອບ​ຢ່າງ​ດຽວ​ກັນ​ຫມົດ 31 ເມື່ອ​ບາງ​ຄົນ​ໄດ້​ຍິນ​ຄໍາ​ຂອງ​ດາ​ວິດ ເຂົາ​ກໍ​ນໍາ​ໄປ​ທູນ​ຕໍ່​ຊາ​ອູນ ແລະ​ພຣະອົງ​ກໍ​ບອກ​ໃຫ້​ເຂົາ​ນໍາ​ດາ​ວິດ​ເຂົ້າ​ເຝົ້າ 32 ດາ​ວິດ​ໄດ້​ທູນ​ຕໍ່​ຊາ​ອູນ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂໍ​ຢ່າ​ໃຫ້​ຜູ້​ໃດ​ຢ້ານ​ຊາຍ​ຟີ​ລິ​ສ​ຕິນ​ຄົນ​ນີ້​ເລີຍ ຂ້າ​ນ້ອຍ​ຂັນ​ອາ​ສາ​ຈະ​ອອກ​ໄປ​ຕໍ່​ສູ້​ກັບ​ເຂົາເອງ” 33 ຊາ​ອູນ​ກ່າວ​ວ່າ, “ບໍ່​ໄດ້​ດອກ ເຈົ້າ​ຈະ​ຕໍ່​ສູ້​ກັບ​ເຂົາ​ໄດ້​ຢ່າງ​ໃດ ເຈົ້າ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ສ່ວນ​ໂກ​ລີ​ອາດ​ນັ້ນ​ເຄີຍ​ເປັນ​ທະ​ຫານ​ມາ​ແລ້ວ” 34 ດາ​ວິດ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂ້າ​ນ້ອຍ​ກໍ​ເຄີຍ​ເບິ່ງ​ແຍງ​ຝູງ​ແກະ​ຂອງ​ພໍ່​ຂ້າ​ນ້ອຍ ມີ​ບາ​ງເທື່ອ​ສິງ ຫລື​ຫມີ​ໄດ້​ມາ​ຄຸບ​ເອົາ​ລູກ​ແກະ​ໄປ 35 ຂ້າ​ນ້ອຍ​ໄດ້​ໄລ່​ຕິດ​ຕາມ​ໄປ​ຕໍ່​ສູ້​ກັບ​ມັນ ແລະ​ໄດ້​ຊ່ອຍ​ຊີ​ວິດ​ຂອງ​ແກະ​ນ້ອຍ​ນັ້ນ​ໄວ້ ແລະ​ຖ້າ​ວ່າ​ສິງ ຫລື​ຫມີ​ກັບ​ຄືນ​ມາ​ຫາ​ຂ້າ​ນ້ອຍ ຂ້າ​ນ້ອຍ​ກໍ​ຈັບ​ຄໍ​ມັນ ແລະ​ຕີ​ມັນ​ຈົນ​ຕາຍ 36 ຂ້າ​ນ້ອຍ​ໄດ້​ຂ້າ​ສິງ ແລະ​ຫມີ​ມາ​ແລ້ວ ຂ້າ​ນ້ອນ​ຈະ​ເຮັດ​ກັບ​ຊາຍ​ຟີ​ລິ​ສ​ຕິນ​ປ່າ​ເຖື່ອນ​ຄົນ​ນີ້​ຢ່າງ​ດຽວ​ກັນ ເພາະ​ວ່າ​ເຂົາ​ໄດ້​ຫມິ່ນ​ປມາດກອງ​ທັບ​ຂອງ​ພຣະ​ເຈົ້າ​ອົງ​ມີ​ຊີ​ວິດ​ຢູ່ 37 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຊ່ອຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ສິງ ແລະ​ຫມີ ພຣະ​ອົງ​ກໍ​ຊົງ​ຊ່ອຍ​ຂ້າ​ນ້ອ​ຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີ​ລິ​ສ​ຕິນ​ຄົນ​ນີ້​ໄດ້” ຊາ​ອູນ​ຕອບ​ວ່າ, “ດີ​ແລ້ວ ຈົ່ງ​ໄປ​ເທີນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ” 38 ຊາ​ອູນ​ກໍ​ເອົາ​ເຄື່ອງ​ຮົບ​ຂອງ​ພຣະ​ອົງ​ເອງ​ໃຫ້​ດາ​ວິດ​ໃສ່ ພຣະ​ອົງ​ໄດ້​ເອົາ​ຫມວກ​ທອງ​ສໍາ​ຣິດ​ໃສ່​ໃຫ້​ດາ​ວິດ ແລະ​ເອົາ​ເສື້ອ​ຮົບ​ໃຫ້​ເຂົາ​ນຸ່ງ 39 ດາ​ວິດ​ໄດ້​ເອົາ​ດາບ​ຂອງ​ຊາ​ອູນ​ຂັດ​ໃສ່​ສາຍ​ແອວ ແລະ​ລອງ​ຍ່າງ​ເບິ່ງ ແຕ່​ຍ່າງ​ໄປ​ບໍ່​ໄດ້ ເພາະ​ວ່າ​ບໍ່​ເຄີຍ​ໃຊ້​ເຄື່ອງ​ເຫລົ່າ​ນີ້​ຈັກ​ເທື່ອ ດາ​ວິດ​ຈຶ່ງ​ທູນ​ຕໍ່​ຊາ​ອູນ​ວ່າ, “ຂ້າ​ນ້ອຍ​ໄປ​ສູ້​ຮົບ​ກັບ​ເຄື່ອງ​ແບບ​ນີ້​ບໍ່​ໄດ້​ດອກ ຂ້າ​ນ້ອຍ​ບໍ່​ເຄີຍ​ໃສ່​ມັນ” 40 ດັ່ງ​ນັ້ນ ດາ​ວິດ​ຈຶ່ງ​ແກ້​ມັນ​ອອກ​ຫມົດ ເຂົາ​ຈັບ​ເອົາ​ໄມ້​ຄ້ອນ​ສໍາ​ລັບ​ຖື​ລ້ຽງ​ແກະ​ຂອງ​ເຂົາ ແລ້ວ​ກໍ​ເກັບ​ເອົາ​ຫີນ​ແຫ່​ຫ້າ​ກ້ອນ​ໃນ​ແຄມ​ຫ້ວຍ​ໃສ່​ຖົງ ແລ້ວ​ຖື​ກະ​ຖຸນ​ຕຽມ​ຕົວ​ອອກ​ໄປ​ສູ້​ຮົບ​ກັບ​ໂກ​ລີ​ອາດ 41 ຊາຍ​ຟີ​ລິ​ສ​ຕິນກໍ​ຍ່າງ​ມຸ່ງ​ຫນ້າ​ມາ​ຫາ​ດາ​ວິດ ພ້ອມ​ທັງ​ຖື​ແຜ່ນ​ເຫລັກ​ຕ້າ​ນທານ​ຍ່າງ​ອອກ​ນໍາ​ຫນ້າ​ເຂົາ ເຂົາ​ຍ່າງ​ເຂົ້າ​ມາ​ໃກ້ໆ 42 ເມື່ອ​ໄດ້​ເບິ່ງ​ດາ​ວິດ​ຄັກໆ​ແລ້ວ ເຂົາ​ກໍ​ຄິດ​ດູ​ຖູກ​ໃນ​ໃຈ​ວ່າເພາະ​ວ່າ​ດາ​ວິດ​ຍັງ​ເປັນ​ເດັກ​ນ້ອຍ​ທີ່​ງາມ​ແລະ​ຫນ້າ​ຮັກ 43 ເຂົາ​ເວົ້າ​ຕໍ່​ດາ​ວິດ​ວ່າ, “ເຮີຍ ໄມ້​ຄ້ອນ​ນັ້ນ​ສໍາ​ລັ​ບ​ໄວ້​ເຣັດ​ຫຍັງ ມຶງ​ຄິດ​ວ່າ​ກູ​ເປັນ​ຫມາ​ຊັ້ນ​ບໍ” ແລ້ວ​ເຂົາ​ກໍ​ເອີ້ນ​ດ່າ​ສາບ​ແຊ່ງ​ດາ​ວິດ​ໃນ​ນາມ​ພຣະ​ຂອງ​ເຂົາ 44 ເຂົາ​ເວົ້າ​ທ້າ​ທາຍ​ດາ​ວິດ​ວ່າ, “ມາ​ນີ້ ກູ​ຈະ​ເອົາ​ຊາກ​ສົບ​ຂອງ​ມຶງ​ໃຫ້​ນົກ ແລະ​ສັດ​ກິນ” 45 ດາ​ວິດ​ເວົ້າ​ຕອບວ່າ, “ເຈົ້າ​ມາ​ຕໍ່​ສູ້​ກັບ​ຂ້ອຍ​ດ້ວຍ​ດາບ ຫອກ​ແລະ​ຫລາວ ແຕ່​ວ່າ ຂ້ອຍ​ມາ​ຕໍ່​ສູ້​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຊຶ່ງ​ເປັນ​ພຣະ​ເຈົ້າ​ຂອງກອງ​ທັບ​ອິສ​ຣາ​ເອນທີ່​ເຈົ້າ​ໄດ້​ເວົ້າ​ທ້າ​ທາຍ​ນັ້ນ 46 ໃນ​ວັນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ມອບ​ເຈົ້າ​ໄວ້​ໃນ​ອໍາ​ນາດ​ຂອງ​ຂ້ອຍ ເຈົ້າ​ຈະ​ຜ່າຍ​ແພ້​ຂ້ອຍ ແລະ​ຂ້ອຍ​ຈະ​ຕັດ​ຫົວ​ເຈົ້າ​ອອກ ສ່ວນ​ສົບ​ຂອງ​ທະ​ຫານ​ ຟີ​ລິ​ສ​ຕິນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ​ແລະ​ສັດ​ກິນ ແລ້ວ​ທົ່ວ​ທັງ​ໂລກ​ຈະ​ຮູ້​ຈັກ​ວ່າ​ອິສ​ຣາ​ເອນ​ມີ​ພຣະ​ເຈົ້າ 47 ແລະ​ທຸກ​ໆ​ຄົນ​ທີ່​ຢູ່​ໃນ​ທີ່​ນີ້​ຈະ​ເຫັນ​ວ່າ ພຣະ​ອົງ​ບໍ່​ຊົງ​ຕ້ອງ​ການ​ດາບ ຫລື​ຫອກ ເພື່ອ​ຊ່ອຍ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ພົ້ນ​ພັຍ​ ພຣະ​ອົງ​ຊົງ​ເປັນ​ຜູ້​ຊະ​ນະ​ໃນ​ສະ​ຫນາມ​ຮົບ ແລະ​ພຣະ​ອົງ​ຈະ​ຊົງ​ມອບ​ພວກ​ເຈົ້າ​ທຸກ​ຄົນ​ໄວ້​ໃນ​ອໍາ​ນາດ​ຂອງ​ພວກ​ຂ້ອຍ” 48 ສ່ວນ​ໂກ​ລີ​ອາດກໍ​ຍ່າງ​ມຸ່ງ​ຫນ້າ​ເຂົ້າ​ມາ​ຫາ​ດາ​ວິດ​ອີກ ດາ​ວິດກໍ​ແລ່ນ​ເຂົ້າ​ໄປ​ໃນ​ເສັ້ນທາງ​ສະ​ຫນາມ​ຮົບ​ຂອງ​ຊາວຟີ​ລິ​ສ​ຕິນ​ເພື່ອ​ຕໍ່​ສູ້​ກັບ​ເຂົາ​ຢ່າງວ່ອງ​ໄວ 49 ດາ​ວິດ​ຈັບເອົາ​ຫີນ​ໃນ​ຖົງ​ອ​ອກ​ມາ ແລ້ວ​ຍິງ​ໃສ່ໂກ​ລີ​ອາດ ກ້ອນ​ຫີນ​ນັ້ນ​ໄດ້​ຖືກ​ຫນ້າ​ຜາກ​ຂອງ​ເຂົາ ເຮັດ​ໃຫ້​ກະ​ໂຫລກ​ຫົວ​ຂອງ​ເຂົາ​ແຕກ​ລົ້ມ​ຄວ່ໍາ​ຫນ້າ​ລົງ​ດິນ 50 ດາ​ວິດ​ໄດ້​ຊະນະ ແລະ​ຂ້າ​ໂກ​ລີ​ອາດ​ດ້ວຍ​ກະ​ຖຸນ ແລະ​ກ້ອນ​ຫີນ​ພຽງ​ກ້ອນ​ດຽວ​ໂດຍ​ບໍ່​ໄດ້​ໃຊ້​ດາບ 51 ແລ້ວ​ດາ​ວິດ​ກໍ​ແລ່ນ​ເຂົ້າ​ໄປ​ຢືນ​ຢຽບ​ເທິງ​ໂຕ​ເຂົາ ຖອດ​ເອົາ​ດາບ​ຂອງ​ໂກລີ​ອາດ​ອອກ​ຈາກ​ຟັກ ແລະ​ຕັດ​ຫົວ​ເຂົາ ເມື່ອ​ຟີ​ລິ​ສ​ຕິນ​ເຫັນ​ພວກ​ເກັ່ງ​ກ້າ​ຂອງ​ຕົນ​ຕາຍ ພວກ​ເຂົາ​ກໍ​ພາ​ກັນ​ແລ່ນ​ປົບ​ຫນີ 52 ຝ່າຍ​ທະ​ຫາ​ນອິສ​ຣາ​ເອນ ແລະ​ທະ​ຫານ​ຢູ​ດາ​ກໍ​ຮ້ອງ​ໂຮ່ ແລ່ນ​ຕິດ​ຕາມ​ພວກ​ເຂົາ​ໄປ ຈົນ​ຮອດ​ເມືອງ​ກາດ ແລະ​ຮອດ​ປະ​ຕູ​ເມືອງ​ເອກ​ໂຣນ ພວກ​ຟີ​ລິ​ສ​ຕິນ​ທີ່​ບາດ​ເຈັບ​ໄດ້​ລົ້ມ​ຕາຍ​ຕາມ​ຫົນ​ທາງ​ຊາ​ອາ​ຣາ​ອິມ ທີ່​ໄປ​ເຖິງ​ເມືອງ​ກາດ ແລະ​ເມືອງ​ເອກ​ໂຣນ 53 ເມື່ອ​ພວກ​ອິສ​ຣາ​ເອນ​ກັບ​ຄືນ​ມາ​ຈາກ​ການ​ໄລ່​ຕິດ​ຕາມ​ຊາວ​ຟີ​ລິ​ສ​ຕິນ ພວກ​ເຂົາ​ກໍ​ມາ​ຍຶດ​ເອົາ​ເຄື່ອງ​ຂອງ​ໃນ​ຄ້າຍ​ພັກ​ຊາວ​ຟີ​ລິ​ສ​ຕິນ​ໄປ 54 ສ່ວນ​ດາ​ວິດກໍ​ຖືເອົາ​ຫົວ​ໂກ​ລີ​ອາດ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແຕ່​ວ່າອາ​ວຸດ​ຂອງ​ໂກ​ລີ​ອາດ​ເຂົາ​ໄດ້​ເອົາ​ໄວ້​ໃນ​ຕູບ​ຜ້າ​ເຕັນ​ຂອງ​ເຂົາ​ເອງ 55 ເມື່ອ​ຊາ​ອູນ​ເຫັນ​ດາ​ວິດ​ອອກ​ໄປ​ຕໍ່​ສູ້​ໂກ​ລີ​ອາດ ພຣະ​ອົງ​ຈຶ່ງ​ຖາມ​ອັບ​ເນີ ຜູ້​ບັນ​ຊາ​ການ​ທະ​ຫານ​ຂອງ​ພຣະ​ອົງ​ວ່າ, “ອັບ​ເນີ ເດັກ​ຫນຸ່ມ​ຄົນ​ນີ້​ແມ່ນ​ໃຜ” ອັບ​ເນີ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂ້າ​ນ້ອຍ​ບໍ່​ຮູ້​ຈັກ” 56 ຊາ​ອູນ​ຈຶ່ງ​ເວົ້າ​ວ່າ, “ອອກ​ໄປ​ເບິ່ງ​ດູ ເດັກ​ຫນຸ່ມ​ຄົນ​ນັ້ນ​ເປັນ​ລູກ​ຂອງ​ໃຜ” 57 ເມື່ອ​ດາ​ວິດ​ກັບ​ມາ​ຄ້າຍ​ພັກ ຫລັງ​ຈາກ​ໄດ້​ຂ້າ​ໂກລີ​ອາດ​ແລ້ວ ອັບ​ເນີ​ກໍ​ນໍາ​ເຂົາ​ໄປ​ເຝົ້າ​ຊາ​ອູນ ແລະ​ດາວິດ​ໄດ້​ຖື​ຫົວ​ຂອ​ງໂກ​ລີ​ອາດ​ໄປ​ນໍາ​ດ້ວຍ 58 ຊາ​ອູນ​ຖາມເຂົາ​ວ່າ, “ລູກ​ເອີຍ ເຈົ້າ​ລູກ​ໃຜ” ດາ​ວິດ​ທູນ​ຕອບ​ວ່າ, “ຂ້າ​ນ້ອຍ​ເປັນ​ລູກ​ຊາຍ​ຂອງ​ເຈ​ສ​ຊີ ຂ້າ​ໃຊ້​ຂອງ​ພຣະ​ອົງ​ທີ່​ເມືອງ​ເບັດ​ເລ​ເຮັມ”

1 ຊາມູເອນ 18

1 ເມື່ອ​ຊາ​ອູນ ແລະ​ດາ​ວິດ​ໄດ້​ສົນ​ທະ​ນາ​ປາ​ໄສ​ກັນ​ແລ້ວໆ ໂຢ​ນາ​ທານ​ບຸດ​ຊາຍ​ຂອງ​ຊາ​ອູນ ກໍ​ເກີດ​ມີ​ຄວາມ​ນິ​ຍົມ​ຊົມ​ຊອບ​ດາ​ວິດ​ຫລາຍ ແລະ​ກໍ​ມີ​ຄວາມ​ຮັກ​ແພງ​ເຂົາ​ຫລາຍ​ອີກ 2 ຕັ້ງ​ແຕ່​ວັນນັ້ນ​ມາ ຊາ​ອູນ​ກໍ​ເອົາ​ດາ​ວິດ​ໄປ​ຢູ່​ນໍາ ແລະ​ບໍ່​ໄດ້​ໃຫ້​ກັບ​ຄືນ​ເມືອບ້ານ​ເລີຍ 3 ຍ້ອນ​ໂຢ​ນາທານ​ຮັກ​ແພງ​ດາ​ວິດ​ຫລາຍ ເຂົາ​ຈຶ່ງ​ສາ​ບານ​ເປັນ​ເພື່ອນ​ທີ່​ດີ​ກັບ​ດາ​ວິດ​ຕລອດ​ໄປ 4 ໂຢ​ນາ​ທານ​ໄດ້​ແກ້​ເສື້ອ​ຊັ້ນ​ນອກ​ຂອງ​ຕົນ​ເອງໃຫ້​ດາ​ວິດ​ພ້ອມ​ທັງ​ເຄື່ອງ​ຮົບ ດາບ ຄັນ​ທະ​ນູ ແລະ​ສາຍ​ຮັດ 5 ຍ້ອນ​ດາ​ວິດ​ໄດ້​ເຮັດ​ຫລ້ອນ​ຫນ້າ​ທີ່​ທຸກຢ່າງ​ທີ່​ຊາ​ອູນ​ໄດ້​ສັ່ງ​ເຂົາ​ອອກ​ໄປ​ປະ​ຕິ​ບັດ​ນັ້ນ ຊາ​ອູນ​ຈຶ່ງ​ແຕ່ງ​ຕັ້ງ​ໃຫ້​ເຂົາ​ເປັນ​ນາຍ​ທະ​ຫານ​ໃນ​ກອງ​ທັບ​ຂອງ​ພຣະ​ອົງ ນາຍ​ແລະ​ພົນ​ທະ​ຫານ​ທຸກ​ຄົນ​ຂອງ​ຊາ​ອູນ​ກໍ​ເຫັນ​ດີ​ນໍາ

ຊາ​ອູນ​ຄິດ​ອິ​ດ​ສາ​ດາ​ວິດ

6 ເມື່ອ​ພວກ​ທະ​ຫານ​ກັບ​ຄືນ​ມາ ແລະ​ຫ​ລັງ​ຈາກ​ດາ​ວິດ​ກັບ​ມາ​ແຕ່​ຂ້າ​ໂກ​ລີອາດ​ແລ້ວ ພວກ​ຜູ້​ຍິງ​ຈາກ​ຫລາຍ​ຫົວ​ເມືອງ​ໃນ​ອິສ​ຣາ​ເອນກໍ​ພາ​ກັນ​ຮ້ອງ​ເພງ​ອັນ​ມ່ວນ​ຊື່ນ ພ້ອມ​ທັງ​ຟ້ອນ ຕີ​ກອງ ແລະ​ດີດ​ພິນ 7 ໃນ​ໂອກາດ​ສະ​ເຫລີມ​ສະ​ຫລອງ​ຄັ້ງ​ນີ້ ພວກ​ຜູ້​ຍິງໄດ້​ຮ້ອງ​ເພງວ່າ, “ຊາ​ອູນ​ໄດ້​ຂ້າ​ຫລາຍ​ພັນ​ຄົນ ແຕ່​ດາ​ວິດ​ໄດ້​ຂ້າ​ຫລາຍ​ຫມື່ນ​ຄົນ” 8 ສ່ວນ​ຊາ​ອູນກໍ​ບໍ່​ພໍ​ໃຈ​ທີ່​ໄດ້​ຍິນ​ດັ່ງ​ນີ້ ພຣະ​ອົງ​ຈຶ່ງ​ຊົງ​ພຣະ​ພິ​ໂຣດ ແລະ​ເວົ້າ​ວ່າ, “ເຮົາ​ເສັຽ​ໃຈ​ຫລາຍ​ທີ່​ມີ​ຄົນ​ເວົ້າ​ວ່າ ດາ​ວິດ​ໄດ້​ຂ້າ​ຫລາຍ​ຫມື່ນ​ຄົນ ແຕ່​ເຮົາ​ໄດ້​ຂ້າ​ຫລາຍ​ພັນ​ຄົນ​ເທົ່າ​ນັ້ນ ດາ​ວິດເຫລືອ​ພຽງ​ສິ່ງ​ດຽວ​ຄື​ຍັງ​ບໍ່​ທັນ​ໄດ້​ເປັນ​ກະ​ສັດ​ເທົ່າ​ນັ້ນ” 9 ນັບ​ແຕ່​ນັ້ນ​ມາ ຊາ​ອູນກໍອິດ​ສາ​ດາ​ວິດ 10 ວັນຕໍ່​ມາ ວິນ​ຍານ​ຊົ່ວທີ່​ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ມາ​ກໍ​ເຂົ້າ​ສິງ​ຊາ​ອູນ​ຢູ່​ໃນ​ພຣະ​ຣາ​ຊວັງ ທ່ານ​ໄດ້​ເວົ້າ​ລະ​ເມີ​ເຫມືອນ​ຄົນ​ເປັນ​ບ້າ ສ່ວນ​ດາ​ວິດ​ກໍ​ດີດ​ພິນ​ດັ່ງ​ທີ່​ເຄີຍ​ໄດ້​ປະ​ຕິ​ບັດ​ມາ​ທຸກ​ວັນ 11 ເວ​ລາ​ນັ້ນ ຊາ​ອູນ​ຖື​ຫ​ອກ​ຢູ່ ຊາ​ອູນ​ເວົ້າ​ກັບ​ຕົວ​ເອງວ່າ, “ກູ​ຈະ​ແທງ​ມັນ​ໃຫ້​ຕາຍ​ຕິດ​ກັບ​ຝາ” ແລ້ວ​ພຣະ​ອົງກໍ​ຊັດ​ຫ​ອກ​ໃສ່​ດາ​ວິດ​ສອງ​ເທື່ອ ແຕ່​ດາ​ວິດ​ຫລົບ​ຫລີກ​ທັນ​ທຸກ​ເທື່ອ 12 ຊາ​ອູນ​ເອງກໍ​ຢ້ານ​ດາ​ວິດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ສະ​ຖິດ​ຢູ່​ກັບ​ທ່ານ ແຕ່​ບໍ່​ໄດ້​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ອົງ 13 ຊາ​ອູນ​ໄດ້​ສົ່ງ​ດາ​ວິດ​ຫນີ​ໂດຍ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ທະ​ຫານ​ພັນ​ຄົນ ດາ​ວິດ​ໄດ້​ນໍາ​ຫນ້າ​ທະ​ຫາ​ນຂອງ​ທ່ານ​ອອກ​ສູ່​ສະ​ຫນາມ​ຮົບ 14 ທ່ານ​ໄດ້​ເຮັດ​ຫລ້ອນ​ຫນ້າ​ທີ່​ທຸກ​ຢ່າງ ກໍ​ເພາະ​ວ່າພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ທ່ານ 15 ຊາ​ອູນ​ໄດ້​ສັງ​ເກດ​ເຫັນ​ດາ​ວິດເຮັດ​ວຽກ​ຫລ້ອນ​ຫນ້າ​ທີ່​ທຸກ​ຢ່າງ ພຣະ​ອົງ​ຈຶ່ງ​ເກີດ​ມີ​ຄວາມ​ຢ້ານ​ກົວ​ທ່ານ​ຫລາຍ​ຂຶ້ນ 16 ແຕ່​ວ່າ ທຸກໆ​ຄົນ​ໃນ​ອິສ​ຣາ​ເອນ ແລະ​ຢູ​ດາ​ຮັກ​ດາ​ວິດ ເພາະ​ວ່າ​ທ່ານ​ເປັນ​ຜູ້​ນໍາ​ທີ່​ສາ​ມາດ ແລະ​ເຮັດ​ວຽກ​ຫລ້ອນ​ຫນ້າ​ທີ່​ທຸກ​ຢ່າງ

ດາ​ວິດ​ແຕ່ງ​ງານ​ກັບ​ພຣະ​ຣາ​ຊ​ທິ​ດາ​ຂອງ​ຊາ​ອູນ

17 ຕໍ່​ມາ ຊາ​ອູນ​ໄດ້​ເວົ້າ​ຕໍ່​ດາ​ວິດ​ວ່າ, “ນີ້​ເດ ເມ​ຣາບ​ລູກ​ສາວ​ກົກ​ຂອງ​ເຮົາ ເຮົາ​ຈະ​ໃຫ້​ເຈົ້າ​ແຕ່ງ​ງານ​ກັບ​ນາງ ແຕ່​ເຈົ້າ​ຕ້ອງ​ຮັບ​ໃຊ້​ເຮົາ​ຢ່າງທະ​ຫານ​ທີ່​ເກັ່ງ​ກ້າ ແລະ​ສັດ​ຊື່​ໃນ​ການ​ສູ້​ຮົບ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ” ຊາ​ອູນ​ຄິດ​ວ່າ​ດ້ວຍ​ວິ​ທີ​ນີ້ ພຣະ​ອົງ​ຈຶ່ງ​ຈະ​ບໍ່​ເປັນ​ຜູ້​ຂ້າ​ດາ​ວິດ​ດ້ວຍ​ຕົນ​ເອງ ແຕ່​ຈະ​ຕ້ອງ​ແມ່ນ​ພວກ​ຟີ​ລິ​ສ​ຕິນ​ເປັນ​ຜູ້​ຂ້າ 18 ດາ​ວິດ​ທູນ​ຕອບ​ວ່າ, “ຂ້າ​ນ້ອຍ ແລະ​ຄອບ​ຄົວ​ພໍ່ຂອງ​ຂ້າ​ນ້ອຍ​ບໍ່​ມີ​ຄວາມ​ສໍາ​ຄັນ​ຫຍັງ​ພໍ​ທີ່​ຈະ​ກາຍ​ມາ​ເປັນ​ລູກ​ເຂີຍ​ຂອງ​ພຣະ​ອົງ” 19 ຕໍ່​ມາ​ເມື່ອ​ເຖິງ​ເວ​ລາ​ທີ່​ຈະ​ຍົກ​ເມ​ຣາບ​ໃຫ້​ດາ​ວິດ ພຣະ​ອົງກໍ​ຊົງ​ປ່ຽນ​ພຣະ​ທັຍ​ເສັຽ​ໂດຍ​ໄດ້​ຍົກ​ເມ​ຣາບ​ໃຫ້​ຊາຍ​ຄົນ​ນຶ່ງ​ຊື່ ອາດ​ຣີ​ເອນ ຊາວ​ບ້ານ​ເມໂຮ​ລາ 20 ແຕ່​ວ່າ ນາງ​ມີ​ຄານບຸດ​ສາວ​ອີກ​ຄົນ​ນຶ່ງ​ຂອງ​ຊາ​ອູນ​ເກີດ​ມີ​ຄວາມ​ຮັກ​ຕໍ່​ດາ​ວິດ ມີ​ຄົນ​ເອົາ​ເຣື່ອງ​ໄປ​ທູນ​ຊາ​ອູນ ເມື່ອ​ຊາ​ອູນ​ຮູ້​ເຣື່ອງ​ກໍ​ດີ​ໃຈ 21 ພຣະ​ອົງ​ຈຶ່ງ​ເວົ້າ​ກັບ​ຕົນ​ເອງວ່າ, “ເຮົາ​ຈະ​ຕ້ອງ​ຍົກ​ມີ​ຄານ​ນີ້​ໃຫ້​ດາ​ວິດ ເພື່ອ​ຈະ​ໃຊ້​ນາງ​ດັກ​ຈັບ​ດາ​ວິດໃຫ້​ພວກ​ຟີ​ລິ​ສ​ຕິນ​ຂ້າ” ດັ່ງ​ນັ້ນ ຊາ​ອູນ​ຈຶ່ງ​ເວົ້າ​ກັບ​ດາ​ວິດ​ເປັນ​ຄັ້ງ​ທີ່​ສອງວ່າ, “ເຈົ້າ​ຈະ​ເປັນ​ລູກ​ເຂີຍ​ຂອງ​ເຮົາ” 22 ພຣະ​ອົງ​ໄດ້​ສັ່ງ​ໃຫ້​ນາຍ​ທະ​ຫານ​ຂອງ​ພຣະ​ອົງ​ບອກ​ກັບ​ດາ​ວິດ​ເປັນ​ທາງ​ສ່ວນ​ຕົວ​ວ່າ, “ເຈົ້າ​ຊີ​ວິດ​ພໍ​ພຣະ​ທັຍ​ໃນ​ຕົວ​ເຈົ້າ ແລະ​ນາຍ​ທະ​ຫານ​ທຸກ​ຄົນ​ກໍ​ນີ​ຍົມ​ຊົມ​ຊອບ​ເຈົ້າ ດຽວ​ນີ້ ເປັນ​ໂອ​ກາດ​ດີ​ສໍາ​ລັບ​ເຈົ້າ ເຈົ້າ​ຈະ​ຕ້ອງ​ແຕ່ງ​ງານ​ກັບ​ພຣະ​ຣາ​ຊ​ທິ​ດາ​ຂອງ​ພຣະ​ອົງ” 23 ດັ່ງ​ນັ້ນ ພວກ​ນາຍທະ​ຫານ​ຈຶ່ງ​ເວົ້າ​ກັບ​ດາ​ວິດ ແລະ​ທ່ານ​ກໍ​ຕອ​ບ​ວ່າ, “ມັນ​ເປັນ​ກຽດ​ອັນ​ສູງ​ສົ່ງ​ສໍາ​ລັບ​ຄົນ​ທຸກ​ຄົນ​ຍາກ​ທີ່​ບໍ່​ມີ​ຄວາມ​ສໍາ​ຄັນ​ຫຍັງ ຊຶ່ງ​ຈະ​ຕ້ອງ​ກາຍ​ມາ​ເປັນ​ລູກ​ເຂີຍ​ຂອງ​ເຈົ້າ​ຊີ​ວິດ” 24 ແລ້ວນາຍ​ທະ​ຫານ​ໄດ້​ເລົ່າຄໍາ​ທີ່​ດາ​ວິດ​ເວົ້າ​ນັ້ນ​ໃຫ້​ຊາ​ອູນ​ຟັງ 25 ຊາ​ອູນ​ຈຶ່ງ​ອອກ​ຄໍາ​ສັ່ງ​ໃຫ້​ເຂົາ​ໄປ​ບອກ​ດາ​ວິດ​ວ່າ, “ເຈົ້າ​ຊີ​ວິດ​ບໍ່​ຕ້ອງ​ການ​ຄ່າ​ແກ່ວ​ສິນດອງ​ຫຍັງ​ຫມົດ​ຈາກ​ເຈົ້າ ພຣະ​ອົງ​ຕ້ອງ​ການ​ແຕ່​ຫນັງ​ຫຸ້ມ​ປາຍ​ອະ​ວັຍະ​ວະ​ລັບ​ຂອງ​ຄົນ​ຟີ​ລິ​ສ​ຕິນ​ຮ້ອຍ​ຄົນ ເພື່ອ​ເປັນ​ການ​ແກ້​ແຄ້ນ​ສັດ​ຕຣູ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ” ນີ້​ຄື​ແຜນ​ການ​ທີ່​ຊາ​ອູນ​ຢາກ​ໃຫ້​ພວກ​ຟີ​ລິ​ສ​ຕິນ​ຂ້າ​ດາ​ວິດ 26 ຝ່າຍ​ທະ​ຫານ​ຂອງ​ຊາ​ອູນ​ກໍ​ຣາຍ​ງານ​ຕໍ່​ດາ​ວິດ​ຕາມ​ທີ່​ຊາ​ອູນ​ໄດ້​ເວົ້າ ແລະ​ດາ​ວິດ​ກໍ​ມີຄວາມ​ປິ​ຕິຍິນ​ດີ​ທີ່​ມີ​ຊ່ອງ​ທາງ​ຈະ​ໄດ້​ມາ​ເປັນ​ລູກ​ເຂີຍ​ເຈົ້າຊີ​ວິດ ກ່ອນ​ເວ​ລາທີ່​ກໍາ​ນົດ​ໄວ້​ຈະ​ຫມົດ​ໄປ 27 ດາ​ວິດ ແລະ​ທະ​ຫານ​ຂອງ​ທ່ານ​ກໍ​ຂ້າ​ພວກ​ຟີ​ລິສ​ຕິນ​ຕາຍ​ນຶ່ງຮ້ອຍ​ຄົນ ທ່ານໄດ້​ເອົາຫນັງ​ຫຸ້ມ​ປາຍ​ອະ​ວັຍະ​ວະ​ລັບ​ຂອງ​ພວກ​ເຂົາ​ໃຫ້​ແກ່​ເຈົ້າ​ຊີ​ວິດ ແລະ​ເອົາ​ອອກ​ມາ​ນັບ​ໃຫ້​ຊາ​ອູນ​ເບິ່ງ​ຈົນ​ຫມົດ ເພື່ອ​ວ່າ​ທ່ານ​ຈະ​ໄດ້​ກາຍ​ເປັນ​ລູກ​ເຂີຍ​ຂອງ​ພຣະ​ອົງ ດັ່ງ​ນັ້ນ​ຊາ​ອູນ​ຈຶ່ງມອບ​ນາງ​ມີ​ຄານ​ພຣະ​ຣາ​ຊ​ທິ​ດາ​ຂອງ​ພຣະ​ອົງ​ໃຫ້​ແຕ່ງ​ງາ​ກັບ​ດາ​ວິດ 28 ເມື່ອ​ຊາ​ອູນ​ໄດ້​ເຫັນ​ຢ່າງ​ຄັກ​ແນ່​ແລ້ວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ດາ​ວິດ ແລະ​ມີ​ຄານ​ພຣະ​ຣາ​ຊ​ທິ​ດາຂອງ​ພຣະ​ອົງກໍ​ຮັກ​ເຂົາ 29 ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ຢ້ານ​ດາ​ວິດ​ຫລາຍ​ຂຶ້ນ ແລະ​ຕັ້ງ​ເປັນ​ສັດ​ຕຣູ​ຂອງ​ທ່ານ​ຈົນ​ຕ​ລ​ອດ​ຊົ່ວ​ຊີ​ວິດ​ຂອງ​ພຣະ​ອົງ 30 ແຕ່​ລະ​ເທື່ອ​ທີ່​ກອງ​ທັບ​ຂອງ​ພວກ​ຟີ​ລິ​ສ​ຕິນ​ໄດ້​ມາ​ຕໍ່​ສູ້ດາ​ວິດ​ກໍ​ຕີ​ຊະ​ນະ​ຫລາຍກວ່າ​ນາຍ​ທະ​ຫານ​ຄົນ​ອື່ນໆ​ຂອງ​ຊາ​ອູນ ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ມີ​ຊື່​ສຽງ​ໂດ່ງ​ດັງ​ຫລາຍ

1 ຊາມູເອນ 19

ຊາ​ອູນ​ຕາມ​ຮົບ​ກວນ​ດາ​ວິດ

1 ຊາ​ອູນ​ໄດ້​ບອກ​ໂຢ​ນາ​ທານ​ບຸດ​ຊາຍ​ຂອງ​ພຣະ​ອົງ ແລະ​ພວກ​ຂ້າ​ຣາ​ຊ​ການ​ເຖິງ​ແຜນ​ການ​ຂ້າ​ດາ​ວິດ ແຕ່​ໂຢ​ນາທານ​ຮັກ​ດາ​ວິດ​ຫລາຍ 2 ທ່ານ​ຈຶ່ງ​ມາ​ບອກ​ດາ​ວິດ​ວ່າ, “ພໍ່​ຂ້ອຍ​ພຍາ​ຍາມ​ຈະ​ຂ້າ​ເຈົ້າ​ຢູ່ ໃນ​ມື້​ອື່ນເຊົ້າ​ຈົ່ງ​ລະ​ວັງ​ຕົວ​ໃຫ້​ດີ ໃຫ້​ເຈົ້າ​ໄປ​ລີ້​ຕົວ​ຢູ່​ໃນ​ບ່ອນ​ເລິກ​ລັບ 3 ສ່ວນ​ຂ້ອຍ​ຈະ​ໄປ​ຢືນ​ຄຽງ​ຂ້າງ​ພໍ່​ຂອງ​ຂ້ອຍ​ໃນ​ທົ່ງ​ນາ​ບ່ອນ​ທີ່​ລີ້​ຕົວ​ຢູ່​ນັ້ນ ຂ້ອຍ​ຈະ​ກາບ​ທູນ​ເຣື່ອງ​ຂອງ​ເຈົ້າ​ຕໍ່​ພໍ່​ຂອງ​ຂ້ອຍ ຖ້າ​ວ່າ ຂ້ອຍ​ຮູ້​ເຣື່ອງ​ໃດ​ແລ້ວ ຂ້ອຍ​ຈະ​ມາ​ບອກ​ໃຫ້​ເຈົ້າ​ຮູ້​ຈັກ​ໂລດ” 4 ໂຢ​ນາ​ທານ​ໄດ້​ກ່າວ​ສັຣ​ເສີນ​ດາ​ວິດ​ຕໍ່​ຊາ​ອູນ​ວ່າ, “ສະ​ເດັດ​ພໍ່ຂ້າ​ນ້ອຍ ຂໍ​ຢ່າ​ທໍາ​ຮ້າຍ​ດາ​ວິດ​ຂ້າ​ໃຊ້​ຂອງ​ພໍ່​ເລີຍ ເພາະ​ດາ​ວິດ​ບໍ່​ໄດ້​ເຣັດ​ສິ່ງ​ໃດ​ຜິດ​ຈັກ​ເທື່ອ ແຕ່​ກົງ​ກັນ​ຂ້າມ​ທຸ​ກ​ສິ່ງ​ທີ່​ເຂົາ​ເຮັດ​ນັ້ນ​ເປັນ​ຜົນ​ດີ​ອັນ​ຍິ່ງ​ໃຫຍ່​ແກ່​ສະ​ເດັດ​ພໍ່ 5 ເຂົາ​ໄດ້​ສ່ຽງ​ຊີ​ວິດ​ຕົນ​ເອງ​ຂ້າ​ໂກ​ລີ​ອາດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ນໍາ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ມາ​ໃຫ້​ພວກ​ອິສ​ຣາ​ເອນ ພໍ່​ໄດ້​ເຫັນ​ການ​ນີ້ ແລະ​ພໍ່​ກໍ​ດີ​ໃຈ ແລ້ວ​ເປັນ​ຫຍັງ​ສະ​ເດັດ​ພໍ່ຈຶ່ງ​ເຣັດຜິດ​ຕໍ່​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ​ໂດຍ​ຢາກ​ຂ້າ​ເຂົາ ໂດຍ​ບໍ່​ມີ​ເຫດ​ຜົນ​ຫຍັງ​ຫມົດ” 6 ເມື່ອ​ຊາ​ອູນ​ໄດ້​ຍິນ​ໂຢ​ນາ​ທານ​ເວົ້າ ທ່ານ​ກໍ​ສາບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ດາ​ວິດ​ຈະ​ບໍ່​ຖືກ​ຂ້າ 7 ໂຢ​ນາທານ​ຈຶ່ງ​ເອີ້ນ​ດາ​ວິດ​ມາ ແລະ​ບອກ​ທຸກ​ສິ່ງ​ແກ່​ເຂົາ ແລ້ວ​ກໍ​ນໍາ​ດາ​ວິດ​ເຂົ້າ​ເຝົ້າ​ຊາ​ອູນ ແລ້ວ​ດາ​ວິດ​ກໍ​ຢູ່​ຮັບ​ໃຊ້​ຊາ​ອູນ​ເຫມືອນ​ດັ່ງ​ແຕ່​ກ່ອນ​ມາ 8 ຕໍ່​ມາ ສົງ​ຄາມ​ກັບ​ພວກ​ຟີ​ລິ​ສ​ຕິນ​ໄດ້​ລະ​ເບີດ​ຂຶ້​ນ ດາ​ວິດ​ໄດ້​ຕໍ່​ສູ້​ກັບ​ພວກ​ສັດ​ຕຣູ​ຈົນ​ພວກ​ເຂົາ​ໄດ້​ຜ່າຍ​ແພ້​ໄປ​ຢ່າງ​ສິ້ນ​ເຊີງ ແລ້ວ​ພວກ​ເຂົາ​ກໍ​ແຕກ​ຫນີ​ໄປ 9 ຕໍ່​ມາ ວິນ​ຍານ​ຊົ່ວ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ມາ​ໄດ້​ເຂົ້າ​ສິງ​ຊາ​ອູນ​ອີກ ເມື່ອ​ຊາ​ອູນ​ກໍາ​ລັງ​ນັ່ງ​ຢູ່​ໃນ​ພຣະ​ຣາຊວັງ​ພ້ອມ​ທັງ​ຖືຫອ​ກ​ຢູ່​ໃນ​ມື ສ່ວນ​ດາ​ວິດ​ກໍ​ນັ່ງ​ດີດ​ພິນ​ຢູ່​ທີ່​ນັ້ນ 10 ຊາ​ອູນ​ພ​ຍາ​ຍາມ​ເອົາ​ຫອກ​ແທງ​ດາ​ວິດ​ເຂົ້າ​ຕິດ​ກັບ​ຝາ ແຕ່​ດາ​ວິດ​ຫລົບ​ຫລີກ​ທັນ ຫອກ​ຈຶ່ງ​ເຂົ້າ​ສຽບ​ກັບ​ຝາ ແລ້ວ​ດາ​ວິດ​ກໍ​ແລ່ນ​ປົບ​ຫນີ​ເອົາ​ຕົວ​ລອດ 11 ໃນ​ຕອນ​ກາງ​ຄືນ​ຂອງວັນ​ດຽວ​ກັນ​ນັ້ນ ຊາ​ອູນ​ໄດ້​ສົ່ງ​ທະ​ຫານ​ຂອງ​ພຣະ​ອົງ​ບາງ​ຄົນ​ໄປ​ຜົກ​ຈອບ ນອກ​ເຮືອນ​ຂອງ​ດາ​ວິດ ເພື່ອ​ຂ້າ​ທ່ານ​ໃນ​ມື້​ອື່ນ​ເຊົ້າ ນາງ​ມີ​ຄານ​ເມັຽຂອງດາ​ວິດ​ຈຶ່ງ​ເຕືອນ​ວ່າ, “ຖ້າ​ເຈົ້າ​ບໍ່​ຫນີ​ໄປ​ໃນ​ຕອນ​ກາງ​ຄືນ​ນີ້ ມື້​ອື່ນ​ເຊົ້າ​ເຈົ້າ​ຈະ​ຕ້ອງ​ຖືກ​ຂ້າ 12 ນາງ​ໄດ້​ຢ່ອນ​ດາ​ວິດ​ລົງທາງ​ປ່ອງ​ຢ້​ຽມ ແລະ​ທ່ານ​ກໍ​ແລ່ນ​ຫນີ​ເອົາ​ຕົວ​ລອດ 13 ແລ້ວ​ນາງ​ໄດ້​ເອົາ​ຮູບ​ເຄົາ​ຣົບ​ປະ​ຈໍາ​ເຮືອນ​ວາງ​ລົງ​ໄວ້​ເທິງ​ຕຽງ ເອົາ​ຫມອນ​ທີ່​ເຮັດ​ດ້ວຍ​ຂົນ​ແກະ​ຫມູນ​ເທິງ​ຫົວ ແລ້ວ​ເອົາ​ຜ້າ​ຫົ່ມ​ປົກ​ມັນ​ໄວ້ 14 ເມື່ອ​ທະ​ຫານ​ຂອງ​ຊາ​ອູນ​ເຂົ້າ​ໄປ​ຈັບ​ດາ​ວິດ ມີ​ຄານ​ຈຶ່ງບອກ​ພວກ​ເຂົາ​ວ່າ​ດາ​ວິດ​ໄຂ້ 15 ແຕ່​ຊາ​ອູນບອກ​ພວກ​ເຂົາ​ກັບ​ຄືນ​ໄປ​ຫາ​ດາ​ວິດ​ອີກ​ພ້ອມ​ທັງ​ສັ່ງ​ວ່າ, “ຈົ່ງ​ຫາມ​ດາ​ວິດ​ໃສ່​ຕຽງ​ມາ​ນີ້ ຂ້ອຍ​ຈະ​ຂ້າ​ເຂົາ​ເສັຽ” 16 ພ​ວກ​ເຂົາ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ ແລະ​ໄດ້​ພົບ​ຮູບ​ເຄົາ​ຣົບ​ປະ​ຈໍາ​ເຮືອນ​ຢູ່​ເທິງ​ຕຽງ ແລະ​ມີ​ຫມອນ​ທີ່​ເຮັດ​ດ້ວຍ​ຂົນ​ແກະ​ຫມູນ​ຫົວ​ຂອງ​ມັນ​ຢູ່ 17 ຊາ​ອູນ​ຖາມ​ມີ​ຄານ​ວ່າ, “ເປັນ​ຫຍັງ​ລູກ​ຈຶ່ງ​ຫລອ​ກ​ລວງ​ພໍ່​ຢ່າງ​ນີ້ ແລະ​ປ່ອຍ​ໃຫ້​ສັດ​ຕຣູ​ຂອງ​ພໍ່​ຫນີ​ໄປ?” ນາງ​ຕ​ອບ​ວ່າ, “ເຂົາ​ເວົ້າ​ວ່າ ຖ້າ​ຂ້າ​ນ້ອຍ​ບໍ່​ຊ່ອຍ​ເຫລືອ​ເຂົາ​ໃຫ້​ຫນີ​ໄປ ເຂົາ​ຈະ​ຂ້າ​ຂ້າ​ນ້ອຍ” 18 ດາ​ວິດ​ໄດ້​ຫນີ​ໄປ​ຫາ​ຊາມູ​ເອນ​ທີ່​ເມືອງ​ຣາ​ມາ ແລະ​ໄດ້​ບອກທຸກ​ສິ່ງ​ທີ່​ຊາ​ອູນ​ໄດ້​ເຮັດ​ກັບ​ເຂົາ​ໃຫ້​ທ່ານ​ຟັງ ແລ້ວ​ຊາ​ມູ​ເອນ​ກັບ​ດາ​ວິດ​ກໍ​ພາ​ກັນ​ໄປ​ພັກ​ຢູ່​ບ້ານ​ນາ​ໂຢດ 19 ຕໍ່​ມາ​ມີ​ຄົນ​ໄປ​ບອກ​ຊາ​ອູນ​ວ່າ ດາ​ວິດ​ຢູ່​ທີ່​ບ້ານ​ນາ​ໂຢດ​ໃນ​ເມືອງ​ຣາມາ ຊາ​ອູນ​ຈຶ່ງ​ສົ່ງ​ຄົນ​ອອກ​ໄປ​ຈັບ​ເຂົາ 20 ເມື່ອ​ໄປ​ຮອດ​ພວກ​ເຂົາ​ໄດ້​ເຫັນ​ກຸ່ມ​ຜູ້​ປະ​ກາດ​ພຣະ​ທັມ​ກໍາ​ລັງ​ທໍາ​ນ​ວາຍ​ຢູ່ ຊຶ່ງ​ມີ​ຊາມູ​ເອນ​ເປັນ​ຜູ້​ນໍາ​ຫນ້າ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ກໍ​ເຂົ້າ​ຢູ່​ໃນ​ທະ​ຫານ​ຂອງ​ຊາ​ອູນ ແລ້ວ​ພວກ​ເຂົາ​ກໍທໍາ​ນ​ວາຍ​ຄື​ກັນ 21 ເມື່ອ​ຊາ​ອູນ​ໄດ້​ຍິນ​ຂ່າວ​ດັ່ງ​ນັ້ນ ພຣະ​ອົງ​ກໍ​ສົ່ງ​ຜູ້​ນໍາ​ຂ່າວ​ອອກ​ໄປ​ຕື່ມ​ອີກ ພວກ​ເຂົາ​ເຫລົ່າ​ນັ້ນ​ກໍ​ເຂົ້າ​ຮ່​ວມ​ທໍາ​ນ​ວາຍ​ຄື​ກັນ ພຣະ​ອົງ​ໄດ້​ສົ່ງ​ຜູ້​ນໍາ​ຂ່າວ​ອອກ​ໄປ​ອີກ​ເປັນ​ຄັ້ງ​ທີ່​ສາມ ແລະ​ເຫດ​ການ​ກໍ​ເກີດ​ຂຶ້​ນ​ກັບ​ພວກ​ເຂົາ​ເຊັ່ນ​ເດີມ ແລ້ວ​ພຣະ​ອົງ​ຈຶ່ງ​ອອກ​ໄປ​ເມືອງ​ຣາ​ມາ 22 ເມື່ອ​ໄປ​ຮອດ​ນໍ້າ​ສ້າງ​ໃຫຍ່​ທີ່​ເຊ​ກູ ພຣະ​ອົງ​ກໍ​ຖາມ​ຫາ​ຊາ​ມູ​ເອນ​ກັບ​ດາ​ວິດ ແລະ​ພຣະ​ອົງ​ກໍ​ໄດ້​ຄໍາ​ຕອບ​ວ່າ ພວກ​ເຂົາ​ຢູ່​ທີ່​ບ້ານ​ນາ​ໂຢດ 23 ພຣະ​ອົງ​ຈຶ່ງເດີ​ນທາງ​ໄປ​ທີ່​ນັ້ນຍັງ​ນາໂຢດ​ໃນ​ເມືອງຣາ​ມາ ແລະພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າໄດ້​ສະ​ຖິດຢູ່​ກັບ​ພຣະ​ອົງ​ຄື​ກັນ ພຣະ​ອົງ​ໄດ້​ທໍາ​ນ​ວາຍ​ໄປ​ສຸດ​ທາງ​ຈົນ​ເຖິງ​ນາ​ໂຢດ​ໃນ​ເມືອງ​ຣາ​ມາ 24 ພຣະ​ອົງ​ແກ້​ເຄື່ອງ​ນຸ່ງ​ອອກ ແລະ​ທໍາ​ນ​ວາຍ​ຕໍ່​ຫນ້າ​ຊາ​ມູ​ເອນ ແລ້ວນອນ​ເປືອຍ​ກາຍ​ຢູ່​ຕລອດ​ວັນຕລອດ​ຄືນ ຄໍາ​ເວົ້າ​ໄດ້​ຊ່າລື​ໄປ​ວ່າ​ຊາ​ອູນ​ໄດ້​ກາຍ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ໄປ​ແລ້ວ

1 ຊາມູເອນ 20

ໂຢ​ນາ​ທານ​ຊ່ອຍ​ເຫລືອ​ດາ​ວິດ

1 ຕໍ່​ມາ​ ດາ​ວິດ​ໄດ້​ຫນີ​ຈາກ​ນາ​ໂຢດ ເມືອງ​ຣາ​ມາ​ໄປ​ຫາ​ໂຢ​ນາ​ທານ​ແລະ​ເວົ້າ​ກັບ​ເຂົາ​ວ່າ, “ເປັນ​ຫຍັງ​ສະ​ເດັດ​ພໍ່​ຂອງ​ເຈົ້າ​ຈຶ່ງ​ຢາ​ກ​ຂ້າ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ບໍ” 2 ໂຢ​ນາ​ທານ​ຈຶ່ງ​ຕອບ​ວ່າ, “ບໍ່​ດອກ ສະ​ເດັດ​ພໍ່​ຂອງ​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ ສະ​ເດັດ​ພໍ່​ຂອງ​ເຮົາ​ໄດ້​ບອກ​ໃຫ້​ເຮົາ​ຮູ້​ທຸກໆ​ສິ່ງ​ທີ່​ທ່ານ​ຈະ​ທໍາ ຈະ​ເປັນ​ສິ່ງ​ສໍາ​ຄັນ​ຫລື​ບໍ່​ກໍ​ຕາມ ທ່ານ​ບໍ່​ໄດ້​ປິດ​ບັງ​ຫຍັງ​ເຮົາ​ເລີຍ” 3 ແຕ່​ດາ​ວິດ​ຕອບ​ວ່າ, “ສະ​ເດັດ​ພໍ່​ຂອງ​ທ່ານ​ຮູ້​ດີ​ວ່າ​ ທ່ານ​ນິ​ຍົມ​ຊົມ​ຊອບ​ເຮົາ​ຫລາຍ ພຣະ​ອົງ​ຈະ​ບໍ່​ບອກ​ເຖິງ​ແຜນ​ການ​ທີ່​ພຣະ​ອົງ​ຈະ​ທໍາ​ໃຫ້​ທ່ານ​ຮູ້​ນໍາ​ດອກ ເພື່ອ​ຈະ​ບໍ່​ໃຫ້​ທ່ານ​ເສົ້າ​ເສັຽ​ໃຈ ເຣົາ​ຂໍ​ສາ​ບານ​ໃນ​ນາມ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະ​ຕໍ່​ຫນ້າ​ທ່ານ​ວ່າ ຄວາມ​ຕາຍ​ຢູ່​ໃກ້​ເຮົາ​ທີ່​ສຸດ” 4 ໂຢ​ນາ​ທານ​ຕອບ​ວ່າ, “ເຮົາ​ຈະ​ທໍາ​ທຸກ​ສິ່ງ​ທີ່​ທ່ານ​ຕ້ອງ​ການ” 5 ດາ​ວິດ​ຕອບ​ວ່າ, “ມື້​ອື່ນ​ເປັນ​ວັນ​ສະ​ຫ​ລອງ​​ເດືອນ​ອອກ​ໃຫມ່ ເຮົາ​ຈໍາ​ເປັນ​ຈະ​ຕ້ອງ​ຮັບ​ປະ​ທານຮ່ວ​ມໂຕະ​ກັບ​ສະ​ເດັດ​ພໍ່ຂອງ​ທ່ານ ແຕ່​ວ່າ ຂໍ​ໃຫ້​ທ່ານ​ອະ​ນຸ​ຍາດ​ໃຫ້​ເຮົາ​ໄປ​ລີ້​ຢູ່​ໃນ​ທົ່ງ​ນາ​ຈົນ​ເຖິງ​ຕອນ​ຄ່ໍາ​ຂອງ​ມື້​ຮື 6 ຖ້າ​ສະ​ເດັດ​ພໍ່​ຂອງ​ທ່ານ​ເຫັນ​ວ່າ​ເຮົາ​ບໍ່​ຢູ່​ທີ່​ນັ້ນ ຂໍ​ໃຫ້​ທ່ານບອກ​ພຣະ​ອົງ​ວ່າ ເຮົາ​ໄດ້​ຂໍ​ອະ​ນຸຍາດ​ນໍາທ່ານ​ເມືອ​ເຮືອນ​ທີ່​ເມືອງ​ເບັດ​ເລ​ເຮັມ ເພາະ​ວ່າ​ເປັນ​ຍາມ​ທີ່​ຄອບ​ຄົວ​ຂອງ​ເຮົາ​ທັງ​ຫມົດ​ຖວາຍ​ເຄື່ອງ​ບູ​ຊາ​ປະ​ຈໍາ​ປີ 7 ຖ້າ​ພຣະ​ອົງ​ເວົ້າ​ວ່າ “ໄດ້​ແລ້ວ ຂ້ອຍ​ກໍ​ຈະ​ປອດ​ພັຍ ແຕ່​ຖ້າ​ພຣະ​ອົງ​ຮ້າຍ ທ່ານ​ກໍ​ຈະ​ເຫັນ​ວ່າ​ພຣະ​ອົງ​ຍັງ​ຄິດ​ອາ​ຄາດ​ບາດ​ຫມາງ​ເຮົາ​ຢູ່ 8 ຈົ່ງ​ກະ​ຣຸ​ນາ​ທໍາ​ກັບ​ເຮົາ​ດ້ວຍ​ໄມ​ຕ​ຣີ​ຈິດ​ອັນ​ດີ​ເທີນ ແລະ​ຈົ່ງ​ຮັກ​ສາ​ຄໍາ​ຫມັ້ນ​ສັນ​ຍາ​ອັນ​ສັກ​ສິດ​ທີ່​ເຈົ້າ​ໄດ້​ມີ​ຕໍ່​ເຮົາ ແຕ່​ຖ້າ​ເຮົາ​ເປັນ​ຄົນ​ຜິດ ທ່ານ​ຈົ່ງ​ຂ້າ​ເຮົາ​ເສັຽ ບໍ່​ຕ້ອງ​ໃຫ້​ສະ​ເດັດ​ພໍ່​ຂອງ​ທ່ານ​ລົງ​ມື​ດອກ” 9 ໂຢ​ນາ​ທານ​ຕອບ​ວ່າ, “ຢ່າ​ຄິດ​ເຖິງ​ເຣື່ອງ​ຢ່າງ​ນັ້ນ ຖ້າ​ເຮົາ​ຮູ້​ແນ່​ວ່າ ສະ​ເດັດ​ພໍ່​ຂອງ​ເຮົາ​ຍັງ​ບໍ່​ສິ້ນ​ສຸດ​ທີ່​ຈະ​ທໍາ​ອັນ​ຕະ​ຣາຍ​ຕໍ່​ເຈົ້າ ເຮົາ​ຈະ​ຕ້ອງບອກ​ໃຫ້​ທ່ານ​ຮູ້​ຈັກ” 10 ແລ້ວ​ດາ​ວິດ​ຈຶ່ງ​ຖາມ​ຂຶ້ນ​ວ່າ, “ຖ້າ​ສະ​ເດັດ​ພໍ່​ຂອງ​ທ່ານ​ຮ້າຍ ໃຜ​ຈະ​ມາ​ບອກ​ເຣົາ” 11 ໂຢ​ນາ​ທານ​ຕອບ​ວ່າ, “ໃຫ້​ພວກ​ເຮົາ​ອອກ​ໄປ​ທີ່​ທົ່ງ​ນາ​” ດັ່ງ​ນັ້ນຈຶ່ງ​ພາກັນ​ອອກ​ໄປ​ທີ່​ທົ່ງ​ນາ 12 ໂຢ​ນາ​ທານ​ໄດ້​ເວົ້າ​ກັບ​ດາ​ວິດ​ວ່າ, “ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ອິສ​ຣາ​ເອນ ຈົ່ງ​ເປັນ​ພ​ຍານ​ແກ່​ພວກ​ເຮົາ​ດ້ວຍ ມື້​ອື່ນ​ແລະ​ໃນ​ມື້ຕໍ່​ໄປ​ໃນ​ເວ​ລາ​ດຽວ​ກັນ​ນີ້ ເຮົາ​ຈະ​ຖາມ​ສະ​ເດັດ​ພໍ່​ຂອງ​ເຮົາ ຖ້າ​ທ່ານ​ເຈ​ຕ​ນາດີ​ຕໍ່​ເຈົ້າ​ເຮົາ​ຈະບໍ່​ສົ່ງ​ຂ່າວ​ມາ​ຫາ​ເຈົ້າ 13 ຖ້າ​ຫາກວ່າ​ທ່ານ​ມີ​ເຈ​ຕ​ນາ​ຮ້າຍ ​ແຕ່ເຮົາ​​ບໍ່​ສົ່ງ​ຂ່າວ​ມາ​ຫາ​ເຈົ້າ ​ເພື່ອ​ໃຫ້​ເຈົ້າ​ຫນີ​ໄປ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂ້ຽນ​ຕີ​ເຮົາ​ໃຫ້​ຕາຍ ຂໍ​ໃຫ້​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ​ ດັ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ສະ​ຖິດ​ຢູ່​ກັບ​ສະ​ເດັດ​ພໍ່​ຂອງ​ເຮົາ 14 ແລະ​ດຽວ​ນີ້ ຖ້າ​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່ ຂໍ​ໃຫ້​ທ່ານ​ຮັກ​ສາ​ຄໍາ​ຫມັ້ນ​ສັນ​ຍາ​ອັນ​ສັກ​ສິດ​ນີ້​ໄວ້ ແລະ​ໃຫ້​ຊື່​ສັດ​ຕໍ່​ເຮົາ 15 ແຕ່​ວ່າ​ຖ້າ​ເຮົາ​ຕາຍ​ໄປ ຈົ່ງ​ສະ​ແດງ​ເຖິງ​ຄວາມ​ເມດ​ຕາ​ກະ​ຣຸ​ນາ​ຢ່າງ​ດຽວ​ກັນ​ນີ້​ຕໍ່​ຄອບ​ຄົວ​ຂອງ​ເຮົາ​ຕລອດ​ໄປ ເມື່ອ​ໃດ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ທໍາ​ລາຍ​ສັດ​ຕຣູ​ທັງ​ຫມົດ​ຂອງ​ເຈົ້າ​ແລ້ວ 16 ຂໍ​ໃຫ້​ຄໍາ​ສັນ​ຍາ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ກັນ​ຍັງ​ຄົງ​ຢູ່ ຖ້າ​ວ່າ​ເຈົ້າ​ຜິດ​ຄໍາ​ສັນ​ຍາ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ລົງ​ໂທດ​ເຈົ້າ” 17 ຕໍ່​ມາ​ອີກ ໂຢ​ນາ​ທານ​ໄດ້​ຂໍ​ຮ້ອງ​ໃຫ້​ດາ​ວິດ​ສັນ​ຍາ​ວ່າ ໃຫ້​ຮັກ​ຕົນ​ເພາະ​ວ່າ​ໂຢ​ນາ​ທານ​ໄດ້​ຣັກ​ດາ​ວິດ​ຫລາຍ ເທົ່າ​ກັບ​ຊີ​ວິດ​ຂອງ​ຕົນ​ເອງ 18 ແລ້ວ​ໂຢ​ນາ​ທານ​ຈຶ່ງ​ເວົ້າ​ຕໍ່​ດາ​ວິດ​ວ່າ, “ມື້​ອື່ນ​ເປັນ​ວັນ​ສະ​ຫ​ລອງ​ເດືອນ​ອອກ​ໃຫມ່ ຖ້າ​ວ່າ​ເຈົ້າ​ບໍ່​ຢູ່​ຫັ້ນ ສະ​ເດັດ​ພໍ່​ທ່ານ​ກໍ​ຈະ​ເຫັນ 19 ໃນ​ວັນ​ຕໍ່​ໄປ ທ່ານ​ກໍ​ຈະ​ເຫັນ​ເຈົ້າ​ຂາດ​ອີກ ດັ່ງ​ນັ້ນ ຈົ່ງ​ໄປ​ລີ້​ຢູ່​ບ່ອນ​ທີ່​ເຈົ້າ​ໄດ້​ລີ້​ຢູ່​ຫວ່າງ​ແຕ່​ກ່ອນ​ນັ້ນ ແລະ​ໃຫ້​ລີ້​ຢູ່​ທາງຫລັງ​ກອງ​ຫີນ 20 ແລ້ວ​ເຮົາ​ຈະ​ຍິງ​ລູກ​ທະ​ນູ​ສາມ​ລູກ​ໄປ​ໃສ່​ບ່ອນ​ນັ້ນ​ເຫມືອນຍິງ​ໃສ່​ຈຸດ​ໃດ​ຈຸດ​ນຶ່ງ 21 ຕໍ່​ໄປ​ເຮົາ​ຈະ​ບ​ອກ​ຊາຍ​ຫນຸ່ມຄົນ​ໃຊ້​ຂອງ​ເຮົາ​ໄປ​ຊອກ​ຫາ​ລູກ​ຫນ້າ​ທະ​ນູ​ນັ້ນ​ມາ ແລະ​ຖ້າ​ເຮົາ​ບອກ​ເຂົາ​ວ່າ, “ຫັ້ນ​ເດ ລູກ​ທະ​ນູ​ຢູ່​ທາງ​ນີ້ ເກັບ​ເອົາ​ແມ໋ ກໍ​ຫມາຍ​ຄວາມ​ວ່າ​ທ່ານ​ປອດ​ພັຍ ແລະ​ອອກ​ມາ​ໄດ້ ເຮົາ​ຂໍ​ສາ​ບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ທ່ານຈະ​ບໍ່​ເປັນ​ອັນ​ຕະ​ຣາຍ​ຢ່າງ​ໃດ 22 ແຕ່​ຖ້າ​ເຮົາ​ບອກ​ເຂົາ​ວ່າ “ລູກ​ຫນ້າ​ທະ​ນູຢູ່​ພຸ້ນ” ທ່ານ​ຈົ່ງ​ຫນີ​ໄປ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ໃຊ້​ທ່ານ​ໄປ 23 ສ່ວນ​ຄໍາ​ຫມັ້ນ​ສັນ​ຍາ​ທີ່​ພວກ​ເຮົາ​ໄດ້​ມີ​ຕໍ່​ກັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພ​ຍານ ​ແລະ​ທໍາ​ໃຫ້​ພວກ​ເຮົາ​ຮັກ​ສາ​ມັນ​ໄວ້​ຕລອດ​ໄປ” 24 ດັ່ງ​ນັ້ນ ​ດາ​ວິດ​ຈຶ່ງ​ໄປ​ລີ້​ຢູ່​ໃນ​ທົ່ງ​ນາ ຝ່າຍ​ເຈົ້າ​ຊີ​ວິດ​ຊາ​ອູນກໍ​ສະ​ເດັດ​ມາ​ຮັບ​ປະ​ທານ​ອາ​ຫານ​ໃນ​ວັນ​ສະ​ຫລອງ​ເດືອນ​ອອກ​ໃຫມ່ 25 ແລະ​ກໍ​ນັ່ງ​ຢູ່​ແປະ​ກັບ​ຝາ​ຕາມ​ທີ່​ເຄີຍ​ນັ່ງ ອັບ​ເນີ​ກໍ​ນັ່ງ​ຖັດ​ຕໍ່ທ່ານ​ໄປ ໂຢ​ນາ​ທານ​ນັ່ງ​ກົງ​ກັນ​ຂ້າມ​ກັບ​ທ່ານ ສ່ວນ​ບ່ອນ​ນັ່ງ​ຂອງ​ດາວິດ​ນັ້ນຫວ່າງ​ເປົ່າ​ 26 ໃນ​ວັນ​ນັ້ນ ຊາ​ອູນ​ບໍ່​ໄດ້​ເວົ້າ​ຫຍັງ​ຫມົດ ເພາະ​ທ່ານ​ຄິດ​ວ່າ​ອາດ​ມີ​ບາງ​ສິ່ງ​ບາງ​ຢ່າງ​ເກີດ​ຂຶ້ນ​ໂດຍ​ບໍ່​ໄດ້​ຄາດ​ຝັນ​ທີ່​ທໍາ​ໃຫ້​ດາ​ວິດ​ມີ​ມົນ​ທິນ 27 ວັນຕໍ່​ມາ ເປັນ​ວັນ​ຫລັງ​ຈາກ​ເດືອນ​ອອກ​ໃຫມ່ ບ່ອນ​ຂອງ​ດາ​ວິດ​ກໍ​ຍັງຫ​​ວ່າງເປົ່າ​ຢູ່ ຊາ​ອູນ​ຈຶ່ງ​ຖາມ​ໂຢ​ນາ​ທານ​ວ່າ, “ເປັນ​ຫຍັງ​ມື້​ວານ​ນີ້ ແລະ​ມື້​ນີ້​ດາ​ວິດ​ຈຶ່ງ​ບໍ່​ມາ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ” 28 ໂຢ​ນາ​ທານ​ຕອບ​ວ່າ, “ເຂົາ​ຂໍ​ອະ​ນຸ​ຍາດ​ນໍາ​ລູກ​ໄປ​ເມືອງ​ເບັດ​ເລ​ເຮັມ” 29 ເຂົາ​ໄດ້​ເວົ້າ​ວ່າ “ອະ​ນຸ​ຍາດ​ໃຫ້​ເຮົາ​ເທາະ ເພາະ​ວ່າ​ຄອບ​ຄົວ​ຂອງ​ເຮົາ​ໄດ້​ສະ​ຫ​ລອງ​ງານ​ຖວາຍ​ບູ​ຊາ​ຢູ່​ໃນ​ເມືອງ ແລະ​ພວກ​ອ້າຍ​ນ້ອງ​ຂອງ​ເຮົາກໍ​ສັ່ງ​ໃຫ້​ເຮົາ​ໄປ​ທີ່​ນັ້ນ ດັ່ງ​ນັ້ນ ຖ້າ​ເຈົ້າ​ເປັນ​ຫມູ່​ຂອງ​ເຮົາ​ຈົ່ງ​ອະ​ນຸ​ຍາດ​ໃຫ້​ເຮົາ​ໄປ​ຫາ​ພີ່​ນ້ອງ​ຂອງ​ເຮົາ​ສາ ດ້ວຍ​ເຫດ​ນີ້​ແຫລະ​ ດາ​ວິດ​ຈຶ່ງ​ບໍ່​ໄດ້​ມາ​ຮ່ວມ​ໂຕະ​ນໍາ​ສະ​ເດັດ​ພໍ່” 30 ຊາ​ອູນ​ຈຶ່ງ​ຮ້າຍ​ໃຫ້​ໂຢ​ນາ​ທານ ແລະ​ເວົ້າ​ຕໍ່​ເຂົາ​ວ່າ, “ລູກ​ທໍ​ຣະ​ຍົດ ດຽວ​ນີ້​ເຣົາ​ຮູ້​ວ່າ​ເຈົ້າ​ເຂົ້າ​ຂ້າງ​ດາ​ວິດ ແລະ​ເຈົ້າ​ກໍາ​ລັງທໍາ​ໃຫ້​ເຈົ້າ​ເອງ​ກັບແມ່​ເຈົ້າ​ເສື່ອມ​ເສັຽກຽດ 31 ຕລອດ​ເວ​ລາ​ທີ່​ດາ​ວິດ​ຍັງ​ມີ​ຊີ​ວິດ​ຢູ່​ນີ້ ເຈົ້າ​ຈະ​ບໍ່​ໄດ້​ເປັນ​ເຈົ້າ​ຊີວິດ​ຂອງ​ປະ​ເທດ​ນີ້​ຈັກ​ເທື່ອ ດຽ​ວ​ນີ້ ຈົ່ງ​ໄປ​ນໍາ​ຕົວ​ເຂົາ​ມາ​ນີ້ ເຂົາ​ຄວນ​ຈະ​ຕາຍ” 32 ໂຢ​ນານ​ທານ​ເວົ້າ​ຂຶ້ນ​ວ່າ, “ເປັນ​ຫຍັງ​ເຂົາ​ຈຶ່ງ​ຄວນ​ຈະ​ຕາຍ ເຂົາ​ໄດ້​ທໍາ​ສິ່ງ​ໃດ​ຜິດ” 33 ໃນ​ຂ​ນະ​ນັ້ນ ຊາ​ອູນ​ໄດ້​ຖອດ​ຫອກ​ຂອງ​ຕົນ​ອອກ​ເພື່ອ​ຈະ​ຂ້າ​ໂຢ​ນາ​ທານ ໂຢ​ນາທານ​ຈຶ່ງ​ຄິດ​ພິ​ຈາ​ຣະ​ນາ​ໄດ້​ວ່າ ບິ​ດາ​ຂອງ​ຕົນ​ຍັງ​ບໍ່​ຍຸດ​ຕິທັມ​ທີ່​ຈະ​ຂ້າ​ດາ​ວິດ 34 ດັ່ງ​ນັ້ນ ເຂົາ​ຈຶ່ງ​ລຸກ​ອອກ​ຈາກ​ໂຕະ​ດ້ວຍຄວາມ​ຮ້າຍ ແລະ​ບໍ່​ຍອມ​ກິນ​ຫຍັງ​ເລີຍ ໃນ​ວັນ​ນັ້ນ ເປັນ​ວັນ​ທີສອງ​ຂອງວັນ​ສະ​ຫ​ລອງ​ເດືອນ​ອອກໃຫມ່ ເຂົາ​ເສົ້າ​ໂສກ​ເສັຽ​ໃຈ​ຢ່າງ​ຫນັກ​ໃນ​ເຣື່ອງ​ນີ້ ເພາະ​ບິ​ດາ​ຂອງ​ເຂົາ​ໄດ້​ດູ​ຖູກ​ດາ​ວິດ 35 ເຊົ້າ​ວັນ​ຕໍ່​ມາ ໂຢ​ນານ​ທານ​ກໍ​ໄປ​ພົບ​ດາ​ວິດ​ຢູ່​ທົ່ງ​ນາ ຕາມ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້ ເຂົາ​ໄດ້​ເອົາ​ຊາຍ​ຫນຸ່ມ​ຜູ້​ນຶ່ງ​ໄປ​ນໍາ 36 ເຂົາ​ເວົ້າ​ກັບ​ຊາຍ​ຫນຸ່ມ​ນັ້ນ​ວ່າ, “ຈົ່ງ​ໄປ​ເກັບ​ເອົາ​ລູກ​ຫນ້າ​ທະ​ນູ​ທີ່​ຂ້ອຍ​ຈະ​ຍິງ​ໄປ​ນີ້ ເດັກ​ນັ້ນ​ກໍ​ແລ່ນ​ໄປ ໂຢ​ນາ​ທານ​ຈຶ່ງ​ຍິງ​ທະ​ນູ​ໄປ​ຕົກ​ຂ້າງ​ເຂົາ 37 ເມື່ອ​ຊາຍ​ຫນຸ່ມຜູ້​ນັ້ນ​ໄປ​ຮອດ​ບ່ອນ​ລູກ​ຫນ້າ​ທະ​ນູ​ຕົກ ໂຢ​ນາທານ​ຈຶ່ງ​​ຮ້ອງ​ໃສ່​ເຂົາ​ວ່າ, “ລູກ​ທະ​ນູ​ຢູ່​ພຸ້ນ ຢ່າ​ຢືນ​ຢູ່​ທີ່​ນັ້ນ​ຈົ່ງ​ຟ້າວ​ໄປ​ແມ໋” 38 ຊາຍ​ຫນຸ່ມ​ຄົນ​ນັ້ນ​ກໍ​ໄປ​ເກັບ​ເອົາ​ລູກ​ທະ​ນູ​ແລ້ວ​ກັບ​ຄືນມາ​ຫາ​ນາຍ​ຂອງ​ຕົນ ໂດຍ​ບໍ່​ຮູ້​ຈັກ​ຄວາມ​ຫມາຍ​ຫຍັງ​ຫມົດ 39 ມີ​ແຕ່​ໂຢ​ນາທານ​ແລະ​ດາ​ວິດ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ 40 ໂຢ​ນາ​ທານ​ໄດ້​ເອົາ​ອາ​ວຸດ​ຂອງ​ເຂົາ​ໃຫ້​ຊາຍ​ຫນຸ່ມ​ນັ້ນ ແລະ​ບອກ​ໃຫ້​ເຂົາ​ເອົາ​ກັບ​ຄືນ​ເມືອ​ໄວ້​ໃນ​ເມືອງ 41 ຫລັງ​ຈາກຊາຍ​ຫນຸ່ມ​ຈາກ​ໄປ​ແລ້ວ ດາ​ວິດ​ກໍ​ອອກ​ມາ​ຈາກ​ບ່ອນ​ລີ້ ກົ້ມ​ຂາບ​ລົງ​ຕໍ່​ຫນ້າ​ໂຢ​ນາ​ທານ​ສາມ​ເທື່ອ ດາ​ວິດ​ກັບ​ໂຢ​ນາ​ທານກອດ​ກັນ​ທັງ​ຮ້ອງ​ທັງ​ໄຫ້ ດາ​ວິດ​ມີ​ຄວາມ​ໂສກ​ເສົ້າ​ເສັຽ​ໃຈ​ຫລາຍ 42 ແລ້ວ​ໂຢ​ນາ​ທານ​ຈຶ່ງ​ເວົ້າ​ຕໍ່​ດາ​ວິດ​ວ່າ, “ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ທ່ານ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົ​ງ​ເປັນ​ພ​ຍານ​ລະ​ຫວ່າງ​ເຈົ້າກັບ​ຂ້ອຍ ແລະ​ລະ​ຫວ່າງ​ເຊື້ອ​ສາຍ​ຂອງ​ເຈົ້າ​ກັບ​ເຊື້​ອສາຍ​ຂອງ​ຂ້ອຍ ວ່າ​ຈະ​ຮັກ​ສາ​ຄໍາ​ຫມັ້ນ​ສັນ​ຍາ​ອັນ​ສັກ​ສິດ​ທີ່​ເຮົາ​ມີ​ຕໍ່​ກັນ​ແລະ​ກັນ​ນີ້​ໄວ້​ຕລອດ​ໄປ” ແລ້ວ​ດາ​ວິດກໍ​ຈາກ​ໄປ ສ່ວນ​ໂຢ​ນາ​ທານກໍ​ກັບ​ຄືນ​ເມືອ​ໃນ​ເມືອງ

1 ຊາມູເອນ 21

ດາ​ວິດ​ຫນີ​ໄປ​ຈາກ​ຊາ​ອູນ

1 ແລ້ວ​ດາ​ວິດກໍ​ມາ​ຫາປະ​ໂຣ​ຫິດອາ​ຮິ​ເມ​ເລກ ທີ່ເມືອງໂນບ ອາ​ຮີ​ເມ​ເລກ​ອອກ​ມາ​ຫາ​ດາ​ວິດ​ຕົວ​ສັ່ນ​ຢູ່​ເວົ້າ​ກັບ​ທ່ານ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ມາ​ຄົນ​ດຽວ ແລະ​ບໍ່​ມີ​ຜູ້​ໃດ​ມາ​ກັບ​ທ່ານ” 2 ດາ​ວິດ​ຈຶ່ງ​ເວົ້າ​ກັບປະ​ໂຣ​ຫິດ​ອາ​ຮີ​ເມ​ເລກວ່າ, “ເຈົ້າ​ຊີ​ວິດ​ຊົງ​ບັນ​ຊາ​ຂ້າ​ພະ​ເຈົ້າ​ໃຫ້​ທໍາ​ເຣື່ອງ​ນຶ່ງ ຮັບ​ສັ່ງ​ແກ່​ຂ້າ​ພະ​ເຈົ້າ​​ວ່າ “ຢ່າ​ບອກ​ເຣື່ອງ​ຊຶ່ງ​ເຣົາ​ໃຊ້​ເຈົ້າ​ໄປ​ກະ​ທໍາ​ນັ້ນ​ແກ່​ຜູ້ໃດ​ໃຫ້​ຮູ້​ເລີຍ ແລະ​ດ້ວຍ​ເຣື່ອງ​ຊຶ່ງ​ເຣົາ​ມອບ​ຫມາຍ​ແກ່​ເຈົ້າ​ນັ້ນ” ຂ້າ​ພະ​ເຈົ້າ​ໄດ້​ນັດ​ຫມາຍ​ໄວ້​ກັບ​ພວກ​ຄົນ​ຫນຸ່ມ​ໃນ​ທີ່​ແຫ່ງ​ນຶ່ງ 3 ທ່ານ​ມີ​ຫຍັງ​ຕິດ​ມື​ຢູ່ແດ່ ຂໍ​ເຂົ້າ​ຈີ່​ໃຫ້​ແກ່ຂ້າ​ພະ​ເຈົ້າ​ຈັກ​ຫ້າກ້ອນ ຫລື​ສີ່ງ​ໃດ​ທີ່​ມີ​ຢູ່​ທີ່​ນີ້​ກໍ​ໄດ້” 4 ປະ​ໂຣ​ຫິດ​ນັ້ນ​ກໍ​ຕອບ​ດາ​ວິດ​ວ່າ, “ຂ້າ​ພ​ເຈົ້າ​ບໍ່​ມີ​ເຂົ້າ​ຈີ່​ທໍາ​ມະ​ດາ​ເລີຍ ແຕ່​ມີ​ເຂົ້າ​ຈີ່​ບໍ​ຣິ​ສຸດ ຂໍ​ແຕ່​ຄົນ​ຫນຸ່ມ​ໄດ້​ຢູ່ຫ່າງ​ໄກ​ຈາກ​ຜູ້​ຍິງ​ມາ​ແລ້ວ​ກໍ​ແລ້ວ​ກັນ” 5 ແລ້​ວ​ດາ​ວິດ​ກໍ​ຕອບ​ທ່ານ​ປະ​ໂຣ​ຫິດ​ວ່າ, “ທີ່​ຈິງ ເມື່ອ​ເຣົາ​ທັ​ງ​ຫລາຍ​ອອ​ກໄປ​ປະ​ຕິ​ບັດ​ງານ ຜູ້​ຍິງ​ກໍ​ຖືກ​ກັນ​ໄວ້​ໃຫ້​ຫ່າງ​ໄກ​ຈາກ​ເຣົາ​ຢ່າງ​ທຸກ​ຄັ້ງ ການ​ເດີນ​ທາງ​ທໍາ​ມະ​ດາ​ກາຍ​ຂອງ​ຄົນ​ຫນຸ່ມ​ກໍ​ບໍ​ຣິ​ສຸດ​ຢູ່​ແລ້ວ ຍິ່ງວັນ​ນີ້​ກາຍ​ຂອງ​ເຣົາ​ກໍ​ຍິ່ງບໍ​ຣິ​ສຸດກວ່າ” 6 ດັ່ງ​ນັ້ນ​ປະ​ໂຣ​ຫິດ​ຈຶ່ງມອບ​ເຂົ້າ​ຈີ່​ໃຫ້​ແກ່​ດາ​ວິດ ເພາະ​ທີ່​ນັ້ນ​ບໍ່​ມີ​ເຂົ້າ​ຈີ່ອື່ນນອກ​ຈາກ​ເຂົ້າ​ຈີ່ທີ່​ຕັ້ງ​ຖວາຍ ຊຶ່ງ​ເກັບ​ມາ​ຈາກ​ຫນ້າ​ພຣະ​ພັກ​ພຣະ​ເຈົ້າ​ເພື່ອ​ວາງ​ເຂົ້າ​ຈີ່​ໃຫມ່​ ໃນ​ວັນ​ທີ່​ເກັບ​ເຂົ້າ​ຈີ່​ເກົ່າ​ນັ້ນ​ອອກ​ໄປ 7 ໃນ​ວັນ​ນັ້ນ​ມີ​ຊາຍ​ຄົນ​ນຶ່ງ​ຢູ່​ທີ່​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ຊາ​ອູນ ມີ​ທຸ​ຣະ​ຕ້ອງ​ເຝົ້າ​ພຣະ​ຜູ້​ເປັນເຈົ້າ​ຢູ່ ເຂົາ​ຊື່​ວ່າ​ໂດ​ເອກ ຊາວ​ເອ​ໂດມ​ເປັນ​ຫົວ​ຫນ້າ​ຄົນ​ລ້ຽງ​ສັດ​ຂອງ​ຊາ​ອູນ 8 ແລະ​ດາ​ວິດ​ກ່າວ​ແກ່​ອາ​ຮີ​ເມ​ເລກວ່າ, “ທ່ານ​ບໍ່​ມີ​ຫອກ ​ຫລື​ດາບ​ຕິດ​ມື​ຢູ່​ຈັກ​ເຫລັ້ມ​ນຶ່ງ​ບໍ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເອົາ​ດາບ​ມາ​ນໍາ ຫລື​ເຄື່ອງ​ອາ​ວຸດ​ຕິດ​ມາ​ນໍາ​ເລີຍ ເພາະ​ກະ​ສັດ​ໄດ້​ສັ່ງ​ໃຫ້​ຂ້າ​ພະ​ເຈົ້າ​ອອກ​ມາ​ຢ່າງ​ຟ້າວ​ຟັ່ງ” 9 ປະ​ໂຣ​ຫິດ​ນັ້ນ​ຈຶ່ງກ່າວ​ວ່າ, “ດາບ​ຂອງ​ໂກລີ​ອາດ​ຄົນ​ຟີ​ລິ​ສ​ຕິນ ຊຶ່ງ​ທ່ານ​ຂ້າ​ເສັຽໃນ​ພູ​ດອຍ​ເອ​ລາ​ນັ້ນ ເບິ່ງ​ແມ໋, ຍັງ​ຫໍ່​ຜ້າ​ຢູ່​ທີ່​ຂ້າງ​ຫລັງ​ເອ​ໂຟດ ຖ້າ​ທ່ານ​ຕ້ອງ​ການດາບ​ນັ້ນ​ຈົ່ງ​ເອົາ​ໄປ​ເຖີດ ນອກ​ຈາ​ກ​ເຫລັ້ມ​ນັ້ນ​ແລ້ວ​ກໍ​ບໍ່​ມີ​ດາບ​ອື່ນອີກ” ແລະ​ດາ​ວິດ​ກ່າວ​ວ່າ, “ບໍ່​ມີ​ດາບ​ອື່ນ​ເຫມືອນ​ດາບ​ເຫລັ້ມ​ນັ້ນ​ແລ້ວ ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ເຖີດ”

ດາ​ວິດ​ຫນີ​ໄປ​ເມືອງ​ກາດ

10 ແລະ​ດາ​ວິດ​ກໍ​ລຸກ​ຂຶ້ນ​ໃນ​ວັນ​ນັ້ນ ຫນີ​ຈາກ​ຊາ​ອູນ​ໄປ​ຫາ​ອາ​ຄິສ​ກະ​ສັດ​ເມືອງກາດ 11 ແລະ​ມະ​ຫາດ​ເລັກ​ຂອງ​ອາ​ຄິສ​ທູນ​ວ່າ, “ດາ​ວິດ​ຄົນ​ນີ້​ບໍ່​ແມ່ນ​ຫລື​ທີ່​ເປັນ​ກະ​ສັດ​ຂອງ​ແຜ່ນ​ດິນ​ນັ້ນ ເຂົາ​ບໍ່​ໄດ້​ເຕັ້ນ​ຣໍາ​ແລະ​ຮ້ອງ​ເພງ​ກັນ​ຫລື​ວ່າ “ຊາ​ອູນ​ຂ້າ​ຄົນ​ເປັນ​ພັນ ແລະ​ດາ​ວິດ​ຂ້າ​ຄົນ​ເປັນ​ຫມື່ນ” 12 ​ດາ​ວິດ​ກໍ​ຈໍາ​ຖ້ອຍ​ຄໍາ​ເຫລົ່າ​ນີ້​ໄວ້​ໃນ​ໃຈ ແລະ​ຢ້ານ​ອາ​ຄິ​ສ​ກະ​ສັດ​ເມືອງ​ກາດ 13 ທ່ານ​ຈຶ່ງທໍາ​ທ່າເປັນ​ຄົນ​ເສັຽ​ຈິດ​ຕໍ່​ຫນ້າ​ເຂົາ​ທັງ​ຫລາຍ ແລະ​ກະ​ທໍາ​ຕົນ​ເປັນ​ຄົນ​ບ້າ​ ໂດຍ​ຂີດ​ຂຽນ​ຕາມ​ປະ​ຕູ ແລະ​ປ່ອຍ​ໃຫ້​ນໍ້າ​ລາຍ​ໄຫລ​ລົງ​ໃສ່​ຫນວດ 14 ອາ​ຄິສ​ຈຶ່ງ​ສັ່ງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ວ່າ, “ເຈົ້າ​ເຫັນ​ວ່າ​ຄົນ​ນັ້ນ​ບ້າ ແລ້ວ​ເຈົ້າ​ພາ​ເຂົາ​ມາ​ຫາ​ເຮົາ​ເຮັດ​ຫຍັງ 15 ເຣົາ​ມີ​ຄົນ​ບ້າ​ບໍ່​ພຽງ​ພໍ​ຊັ້ນ​ບໍ ເຈົ້າ​ຈຶ່ງ​ພາ​ຄົນ​ນີ້​ມາ​ທໍາ​ບ້າໃຫ້​ເຣົາ​ເບິ່ງ ຄົນ​ຢ່າງ​ນີ້​ຄວນ​ເຂົາ​ມາ​ໃນ​ພຣະ​ຣາ​ຊວັງ​ຂອງ​ເຮົາ​ບໍ”

1 ຊາມູເອນ 22

1 ດາ​ວິດ​ກໍ​ຈາກ​ທີ່​ນັ້ນ​ຫນີໄປ​ຢູ່​ຖໍ້າ ອາ​ດູນ​ລາມ ເມື່ອ​ອ້າຍ​ຂອງ​ທ່ານ​ແລະ​ເຊື້ອ​ສາຍ​ບິ​ດາ​ຂອງ​ທ່ານ​ທັງ​ຫມົດ​ໄດ້​ຍິນ​ເຣື່ອງ​ເຂົາ​ກໍ​ລົງ​ໄປ​ຫາ​ທ່ານ​ທີ່​ນັ້ນ 2 ນອກ​ນັ້ນ​ທຸກ​ຄົນ​ທີ່​ມີ​ຄວາມ​ທຸກ​ຍາກ ແລະ​ທຸກ​ຄົນ​ທີ່​ມີ​ຫນີ້​ສິນ ແລະ​ທຸກ​ຄົນ​ທີ່​ບໍ່​ມີ​ຄວາມ​ພໍ​ໃຈ​ກໍ​ພາ​ກັນ​ມາ​ຫາ​ທ່ານ ແລະ​ທ່ານ​ກໍ​ເປັນ​ຫົວ​ຫນ້າ​ຂອງ​ເຂົາ​ທັງ​ຫລາຍ ມີ​ຄົນ​ມາ​ຮ່ວມ​ຢູ່ກັບ​ທ່ານ​ປະ​ມານ​ສີ່ຮ້ອຍ​ຄົນ 3 ດາ​ວິດ​ກໍ​ອອກ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ມິສ​ປາ​ໃນ​ແຜ່ນ​ດິນ​ໂມ​ອາບ ແລະ​ທ່ານ​ທູນ​ເຈົ້າ​ຊີ​ວິດ​ເມືອງ​ໂມ​ອາບ​ວ່າ, “ຂໍ​ໂຜດ​ໃຫ້​ບິ​ດາ​ມານ​ດາ​ຂອງ​ຂ້າ​ພະ​ເຈົ້າ​ມາ​ຢູ່​ກັບ​ພຣະ​ອົງ​ເຖີດ ຈົນ​ກວ່າ​ຂ້າ​ພະ​ເຈົ້າ​ຈະ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທໍາ​ປະ​ການ​ໃດ​ເພື່ອ​ຂ້າ​ພະ​ເຈົ້າ” 4 ແລະ​ທ່ານ​ກໍ​ນໍາ​ບິ​ດາ​ມານ​ດາ​ມາ​ຝາກ​ໄວ້​ກັບ​ກະ​ສັດ​ເມືອງ​ໂມ​ອາບ ແລະ​ທ່ານ​ທັງ​ສອງ​ກໍ​ອາ​ໄສ​ຢູ່​ກັບ​ເຈົ້າ​ຊີ​ວິດ​ຕລອດ​ເວ​ລາ​ທີ່​ດາ​ວິດ​ຢູ່​ໃນ​ບ່ອນ​ກໍາ​ບັງ​ເຂັ້ມ​ແຂງ 5 ແລ້ວ​ຜູ້​ປະ​ກາດ​ພຣະ​ທັມ​ກາດ​ກ່າວ​ແກ່​ດາ​ວິດ​ວ່າ, “ທ່ານ​ຢ່າຢູ່​ໃນ​ທີ່​ກໍາ​ບັງ​ເຂັ້ມ​ແຂງ​ນີ້​ເລີຍ ຈົ່ງ​ໄປ​ເຂົ້າ​ໃນ​ແຜ່ນ​ດິນ​ຢູດາ​ເຖີດ” ດາ​ວິດ​ກໍ​ໄປ​ ແລະ​ມາ​ຢູ່​ໃນ​ປ່າ​ເຣ​ເຣທ

ຊາ​ອູນ​ຊົງ​ປະ​ຫານ​ຊີ​ວິດ​ປະ​ໂຣ​ຫິດ​ເມືອງ​ໂນບ

6 ຝ່າຍ​ຊາ​ອູນຊົງ​ຮູ້​ວ່າ​ມີ​ຜູ້​ພົບ​ດາ​ວິດ​ແລະ​ຄົນ​ທີ່​ຢູ່​ກັບ​ທ່ານ ເວ​ລາ​ນັ້ນ​ຊາ​ອູນ​ປະ​ທັບ​ທີ່​ເມືອງ​ກິເບ​ອາ​ໃຕ້​ຕົ້ນ​ສົນ​ຫມອກ​ໃນ​ທີ່​ເນີນ​ພູ​ ຊົງ​ຖື​ຫອກ​ຢູ່ ແລະ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກໍ​ຢືນ​ຢູ່​ຮອບ​ພຣະ​ອົງ 7 ແລະ​ຊາ​ອູນ​ສັ່ງ​ກັບ​ຜູ້​ຮັ​ບໃຊ້​ທີ່​ຢືນ​ຢູ່​ຮອບ​ພຣະ​ອົງ​ວ່າ, “ເຈົ້າ​ທັງ​ຫລາຍ​ພວກ​ຄົນ​ເບັນ​ຢາ​ມີນ ຈົ່ງ​ຟັງ​ເຖີດ ບຸດ​ຂອງ​ເຈສ​ຊີ​ຈະ​ໃຫ້​ນາ​ ແລະ​ສວນ​ອະ​ງຸ່ນ​ແກ່​ເຈົ້າ​ຫລື ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ບັງ​ຄັບ​ການກອງ​ພັນ​ກອງ​ຮ້ອຍ​ຫລື 8 ເຈົ້າ​ທັງ​ຫລາຍ​ຈຶ່ງ​ໄດ້​ຄິດ​ກະ​ບົດ​ຕໍ່​ເຣົາ​ບໍ່​ມີ​ຜູ້​ໃດ​ແຈ້ງ​ແກ່​ເຣົາ​ເລີຍ ເມື່ອ​ລູກ​ຂອງ​ເຮົາ​ທໍາ​ພັນ​ທະ​ໄມ​ຕ​ຣີ​ກັບ​ບຸດ​ເຈ​ສ​ຊີ​ນັ້ນ ບໍ່​ມີ​ຜູ້​ໃດ​ຮ່ວມ​ທຸກ​ກັບ​ເຮົາ​ ຫລື​ແຈ້ງ​ແກ່​ເຮົາ​ວ່າ ລູກ​ຂອງ​ເຮົາ​ປຸກ​ປັ່ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໃຫ້​ຕໍ່​ສູ້​ເຮົາ ຄອຍ​ຊຸ່ມ​ດັກ​ຈັບ​ເຮົາ​ຢູ່​ຢ່າງ​ທຸກວັນ​ນີ້” 9 ໂດ​ເອກ ຊາວ​ເອ​ໂດມ​ຊຶ່ງ​ຢືນ​ຢູ່​ໃກ້​ຜູ້​ຮັບ​ໃຊ້​ຂອງ​ຊາ​ອູນ​ຈຶ່ງ​ທູນ​ຕອບ​ວ່າ, “ຂ້າ​ນ້ອຍ​ເຫັນ​ບຸດ​ເຈ​ສ​ຊີ​ມາ​ທີ່​ເມືອງ​ໂນບ​ມາ​ຫາ​ອາ​ຮີ​ເມ​ເລກບຸດ​ຂອງ​ອາ​ຮີ​ຕູບ 10 ແລ້ວ​ເຂົາ​ກໍ​ທູນຖາມ​ພຣະ​ຜູ້​ເປັນເຈົ້າ​ໃຫ້​ທ່ານ ແລະ​ໃຫ້​ສະ​ບຽງ​ອາ​ຫານ​ແກ່​ທ່ານ​ໄປ” 11 ແລ້ວ​ເຈົ້າ​ຊີ​ວິດ​ກໍ​ໃຊ້​ໃຫ້​ໄປ​ເອີ້ນ​ປະ​ໂຣ​ຫິດອາ​ຮີ​ເມ​ເລກ ບຸດ​ອາ​ຮີ​ຕູບ ແລະ​ເຊື້ອ​ສາຍ​ຂອງ​ທ່ານ​ທັງ​ຫມົດ ຜູ້​ເປັນ​ປະ​ໂຣ​ຫິດ​ເມືອງ​ໂນບ ທຸກ​ຄົນ​ກໍ​ມາ​ຫາ​ກະ​ສັດ 12 ຊາ​ອູນກ່າວ​ວ່າ, “ບຸດ​ອາ​ຮີ​ຕູບ​ເອີຍ ຈົ່ງ​ຟັງ​ເຖີດ” ເຂົາ​ທູນ​ຕອບ​ວ່າ, “ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງຢູ່​ທີ່​ນີ້” 13 ​ຊາ​ອູນ​ສັ່ງ​ແກ່​ເຂົາ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ່ວມ​ກັນ​ກະ​ບົດ​ຕໍ່​ເຮົາ​ທັງ​ເຈົ້າ​ແລະ​ບຸດ​ຂອງ​ເຈ​ສ​ຊີ ໃນ​ການ​ທີ່​ເຈົ້າ​ໄດ້​ໃຫ້​ເຂົ້າ​ຈີ່​ ແລະ​ດາບ​ແກ່​ເຂົາ ແລະ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ເຂົາ ເຂົາ​ຈຶ່ງ​ລຸກ​ຂຶ້ນ​ຕໍ່​ສູ້ ແລະ​ຄອຍ​ຊຸ່ມ​ດັກ​ຈັບ​ເຣົາ​ຢູ່​ຢ່າງ​ທຸກວັນ​ນີ້” 14 ແ​ລະ​ອາ​ຮີ​ເມ​ເລກ​ຕອບ​ເຈົ້າ​ຊີ​ວິດ​ວ່າ, “ໃນ​ບັນ​ດາ​ຂ້າ​ຣາ​ຊ​ການ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ມີ​ຜູ້​ໃດ​ແດ່​ທີ່​ຈະ​ຊື່​ສັດ​ເຫມືອນ​ດາ​ວິດ ພຣະ​ຣາ​ຊ​ບຸດ​ເຂີຍ​ຂອງ​ເຈົ້າ​ຊີ​ວິດ ຜູ້​ບັງ​ຄັບ​ບັນ​ຊາ​ທະ​ຫານ ແລະ​ເປັນ​ຜູ້​ມີ​ກຽດ​ໃນ​ພຣະ​ຣາ​ຊ​ສໍາ​ນັກ​ຂອງ​ພຣະ​ອົງ 15 ໃນ​ວັນ​ນີ້​ຂ້າ​ພຣະ​ອົງ​ໄດ້​ທູນ​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ເຂົາ​ຈິງ​ຫລື ບໍ່​ເລີຍ ຂໍ​ກະ​ສັດ​ຢ່າ​ຊົງ​ກ່າວ​ໂທດ​ສິ່ງ​ໃດ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຫລື​ເຊື້ອ​ສາຍ​ຂອງ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ເພາະ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ບໍ່​ຣູ້​ເຣື່ອງ​ນີ້​ເລີຍ​ວ່າ​ຫລາຍ​ຫລືຫນ້ອຍ” 16 ກະ​ສັດ​ສັ່ງ​ວ່າ, “ອາ​ຮີ​ເມ​ເລກ ເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ ທັງ​ເຈົ້າ​ແລະ​ເຊື້ອ​ສາຍ​ຂອງ​ບິ​ດາຂອງ​ເຈົ້າ​ນໍາ” 17 ແລະ​ກະ​ສັດ​ກໍ​ຮັບ​ສັ່ງ​ແກ່​ຣາ​ຊ​ອົງ​ຄະ​ຣັກ​ຜູ້​ຢືນ​ເຝົ້າ​ຢູ່​ວ່າ, “ຈົ່ງ​ຫັນ​ມາ​ປະ​ຫານ​ປະ​ໂຣ​ຫິດ​ເຫລົ່າ​ນີ້ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເສັຽ ເພາະ​ວ່າ​ມືຂອງ​ເຂົາ​ຢູ່​ກັບ​ດາ​ວິດ ເຂົາ​ຮູ້ແ​ລ້ວ​ວ່າ​ມັນ​ຫນີ​ໄປ ແຕ່​ບໍ່​ແຈ້ງ​ໃຫ້​ເຮົາ​ຮູ້” ແຕ່​ຂ້າ​ຣາ​ຊ​ການ​ຜູ້​ຮັ​ບ​ໃຊ້​ຂອງ​ກະສັດ​ບໍ່​ຍອມ​ລົງ​ມື​ທໍາ​ກັບ​ປະ​ໂຣ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 18 ແລ້ວ​ກະ​ສັດ​ຈຶ່ງສັ່ງ​ໂດ​ເອກວ່າ, “ເຈົ້າ​ຈົ່ງ​ໄປ​ຂ້າ​ປະ​ໂຣ​ຫິດ​ເຫລົ່າ​ນັ້ນ” ໂດ​ເອກ​ ຊາວ​ເອ​ໂດມ​ກໍ​ໄດ້​ຂ້າ​ປະ​ໂຣ​ຫິດ​ ໃ​ນ​ວັນ​ນັ້ນ​ເຂົາ​ຂ້າບຸກ​ຄົນ​ທີ່​ສວມ​ເອໂຟດຜ້າ​ປ່ານ​ແປດ​ສິບ​ຫ້າ​ຄົນ 19 ແລະເຂົາ​ປະ​ຫານ​ໂນບ​ເມືອງຂອງ​ປະ​ໂຣ​ຫິດ​ເສັຽດ້ວຍ​ຄົມ​ດາບ ຂ້າ​ເສັຽດ້ວຍ​ຄົມ​ດາບມີ ທັງ​ຜູ້​ຊາຍ​ ຜູ້​ຍິງ ເດັກ​ນ້ອຍ ງົວ ລໍ​ແລະ​ແກະ 20 ແຕ່​ບຸດ​ຊາຍຍ​ຄົນ​ນຶ່ງ​ຂອງ​ອາ​ຮີ​ເມ​ເລກບຸດ​ອາ​ຮີ​ຕູບ ຊື່​ອາບີ​ອາ​ທາ​ໄດ້​ລອດ​ພົ້ນ ແລະຫນີ​ຕາມ​ດາ​ວິດ​ໄປ 21 ອາ​ບິອາ​ທາ​ກໍ​ບອກ​ດາ​ວິດ​ວ່າ​ຊາ​ອູນ​ໄດ້​ປະ​ຫານ​ປະ​ໂຣ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເສັຽ 22 ດາ​ວິດ​ຈຶ່ງ​ເວົ້າກັບ​ອາ​ບິອາ​ທາ​ວ່າ, “ໃນ​ວັນ​ນັ້ນ​ເມື່ອ​ໂດ​ເອກ​ຢູ່​ທີ່​ນັ້ນ ເຮົາ​ຮູ້​ແລ້ວ​ວ່າ ເຂົາ​ຈະ​ຕ້ອງ​ທູນ​ຊາ​ອູນ​ແນ່ນອນ ເຮົາ​ເປັນ​ຕົ້ນ​ເຫດ​ແຫ່ງ​ການ​ຕາຍ​ຂອງ​ບຸກ​ຄົນ​ໃນ​ຄອບ​ຄົວ​ບິ​ດາ​ຂອງ​ທ່ານ 23 ຈົ່ງ​ຢູ່​ກັບ​ເຣົາ​ເຖີດ ຢ່າ​ຢ້ານ​ເລີຍ ເພາະ​ຖ້າ​ເຂົາ​ສ​ແວງ​ຫາ​ຊີ​ວິດ​ຂອງ​ທ່ານ ກໍ​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຣົາ​ດ້ວຍ ທ່ານ​ຢູ່​ກັບ​ເຣົາ​ກໍ​ຈະ​ພົ້ນ​ພັຍ”

1 ຊາມູເອນ 23

ດາ​ວິດ​ໃນ​ເມືອງ​ເກ​ອີ​ລາ

1 ເຂົາ​ບອກ​ດາ​ວິດ​ວ່າ, “ເບິ່ງ​ແມ໋, ຄົນ​ຟີ​ລິ​ສ​ຕິນ​ກໍາ​ລັງ​ຮົບ​ເມືອງ​ເກ​ອີ​ລາ​ຢູ່ ແລະ​ປຸ້ນ​ເອົາ​ເຂົ້າ​ທີ່​ຫາ​ກໍ​ເກັບ​ກ່ຽວ​ໃຫມ່” 2 ດາ​ວິດ​ຈຶ່ງ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ໄປ​ຕໍ່​ສູ້​ກັບ​ຄົນ​ຟີ​ລິ​ສ​ຕິນ​ເຫລົ່າ​ນີ້​ຫລື​ບໍ່” ແລະ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ກັບ​ດາ​ວິດ​ວ່າ, “ຈົ່ງ​ໄປ​ຕໍ່​ສູ້​ຄົນ​ຟີ​ລິ​ສ​ຕິນ​ ແລະ​ຊ່ອ​ຍເມືອງ​ເກ​ອີ​ລາ​ໄວ້” 3 ແຕ່​ຄົນ​ຂອງ​ດາ​ວິດ​ບອກ​ທ່ານ​ວ່າ, “ເບິ່ງ​ແມ໋, ເຮົາ​ຢູ່​ໃນ​ຢູ​ດາ​ນີ້​ກໍ​ຍັງ​ຢ້ານ​ຢູ່​ແລ້ວ ຖ້າ​ເຮົາ​ຂຶ້ນ​ໄປ​ຍັງ​ເກ​ອີ​ລາ​ສູ້​ຮົບ​ກັບ​ກອງ​ທັບ​ຂອງ​ຟີ​ລິ​ສ​ຕິນ​ເຣົາ​ຍິ່ງ​ຢ້ານ​ຫລາຍ​ຂຶ້ນ​ເທົ່າ​ໃດ” 4 ແ​ລ້​ວ​ດາ​ວິດ​ກໍ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າອີກ ແລະ​ພຣະ​ເຈົ້າ​ສັ່ງ​ຕອບທ່ານວ່າ, “ຈົ່ງ​ລຸກ​ຂຶ້ນ​ລົງ​ໄປ​ຍັງ​ເກ​ອີ​ລາ​ເຖີດ ເພາະ​ເຮົາ​ຈະ​ມອບ​ຄົນ​ຟີ​ລິ​ສ​ຕິນ​ໄວ້​ໃນ​ມື​ຂອງ​ເຈົ້າ” 5 ​ດາ​ວິດກັບ​ຄົນ​ຂອງ​ທ່ານ​ກໍ​ໄປ​ຍັງ​ເກ​ອີ​ລາ​ຕໍ່​ສູ້​ກັບ​ຄົນ​ຟີ​ລິ​ສ​ຕິນ ນໍາ​ເອົາ​ສັດ​ລ້ຽງ​ຂອງ​ເຂົາ​ໄປ ແລະ​ຂ້າ​ຟັນ​ເຂົາ​ທັງ​ຫລາຍ​ເສັຽ​ເປັນ​ຈໍາ​ນວນຫລວງ​ຫລາຍ ດັ່ງ​ນັ້ນ​ແຫລະ ດາ​ວິດ​ກໍ​ໄດ້​ຊ່ອຍ​ຊາວ​ເມືອງ​ເກ​ອີ​ລາ​ໄວ້ 6 ຢູ່​ມາ​ເມື່ອ​ອາ​ບິອາ​ທາ​ບຸດ​ຂອງ​ອາ​ຮີ​ເມ​ເລກ ຫນີ​ໄປ​ຫາ​ດາ​ວິດ​ທີ່​ເມືອງ​ເກ​ອີ​ລາ​ນັ້ນ ເຂົາ​ຖື​ເອ​ໂຟດ​ລົງ​ມາ​ນໍາ 7 ມີ​ຄົນ​ໄປ​ທູນ​ຊາ​ອູນ​ວ່າ ດາ​ວິດ​ມາ​ທີ່​ເກ​ອີ​ລາ​ແລ້ວ ຊາ​ອູນ​ຈຶ່ງ​ສັ່ງ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ເຣົາ​ແລ້ວ ເພາະ​ທີ່​ເຂົາ​ເຂົ້າ​ໄປ​ໃນ​ເມືອງ​ທີ່​ມີ​ປະ​ຕູ​ແລະ​ດານ ເຂົາ​ກໍ​ຂັງ​ຕົວ​ເອງ​ໄວ້” 8 ແລະ​ຊາ​ອູນ​ຊົງ​ໃຫ້​ເອີ້ນ​ພົນ​ທັງ​ປວງ​ເຂົ້າສົງ​ຄາມ ໃຫ້​ລົງ​ໄປ​ຍັງ​ເກ​ອີ​ລາ​ເພື່ອ​ລ້ອມດາ​ວິດ​ກັບ​ຄົນ​ຂອງ​ທ່ານ​ໄວ້ 9 ດາ​ວິດ​ຮູ້​ວ່າ​ຊາ​ອູນ​ຊົງ​ຄິດ​ຮ້າຍ​ຕໍ່​ທ່ານ ທ່ານ​ຈຶ່ງ​ເວົ້າ​ກັບປະ​ໂຣ​ຫິດ​ອາ​ບິອາ​ທາວ່າ, “ຈົ່ງ​ນໍາ​ເອົາ​ເອ​ໂຟດ​ມາ​ທີ່​ນີ້​ເຖີດ” 10 ດາ​ວິດ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​​ອິສ​ຣາ​ເອນ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ຍິນ​ແລ້ວ​ວ່າ ຊາ​ອູນ​ຫາ​ຊ່ອງ​ທາງ​ທີ່​ຈະ​ມາ​ຍັງ​ເກ​ອີ​ລາ​ເພື່ອ​ທໍາ​ລາຍ​ເມືອງ​ນີ້​ເພາະ​ຂ້າ​ພຣະ​ອົງ​ເປັນ​ເຫດ 11 ປະ​ຊາ​ຊົນ​ຊາວ​ເກ​ອີ​ລາ​ຈະ​ມອບ​ຂ້າ​ພຣະ​ອົງ​ໄວ້​ໃນ​ມື​ທ່ານ​ຫລື ຊາ​ອູນ​ຈະ​ສະ​ເດັດ​ມາ​ດັ່ງ​ທີ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ຍິນ​ນັ້ນ​ຫລື ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ຂໍ​ພຣະ​ອົງ​ຊົງ​ບອກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເຖີດ” ແລະ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ວ່າ, “ເຂົາ​ຈະ​ລົງ​ມາ” 12 ແລ້ວ​ດາ​ວິດ​ຈຶ່ງ​ກາບ​ທູນ​ວ່າ, “ປະ​ຊາ​ຊົນ​ຊາວ​ເກ​ອີ​ລາ​ຈະ​ມອບ​ຂ້າ​ພຣະ​ອົງ​ກັບ​ຄົນ​ຂອງ​ຂ້າ​ພຣະ​ອົງ​ໄວ້​ໃນ​ມື​ຂອງ​ຊາ​ອູນ​ຫລື” ແ​ລະ​ພຣະຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເຂົາ​ທັງ​ຫລາຍ​ຈະ​ມອບ​ເຈົ້າ​ໄວ້” 13 ແລ້ວ​ດາ​ວິດ​ກັບ​ຄົນ​ຂອງ​ທ່ານ​ຊຶ່ງ​ມີ​ປະ​ມານ​ຫົກ​ຮ້ອຍ​ຄົນ ກໍ​ລຸກ​ຂຶ້ນ​ໄປ​ເສັຽ​ຈາກ​ເກ​ອີ​ລາ ແລະ​ເຂົາ​ທັງ​ຫລາຍ​ກໍ​ໄປ​ຕາມ​ແຕ່​ເຂົາ​ຈະ​ໄປ​ໄດ້ ເມື່ອ​ມີ​ຄົນ​ໄປ​ທູນ​ຊາ​ອູນ​ວ່າ ດາ​ວິດ​ຫນີ​ໄປ​ຈາກເກ​ອີ​ລາ​ແລ້ວ​ຊາ​ອູນ​ຊົງ​ເລີກ​ການ​ຕິດ​ຕາມ​ 14 ດາ​ວິດ​ກໍ​ໄດ້​ລີ້ຢູ່​ໃນ​ຖິ່ນ​ກັນ​ດານ​ ແລະ​ຢູ່​ໃນ​ພູ​ດອຍ​ແຫ່ງ​ຖິ່ນ​ກັນ​ດານ ແລະ​ຊາ​ອູນ​ກໍ​ຊົງ​ຊອກ​ຫາ​ທ່ານ​ທຸກວັນ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ມອບ​ທ່ານ​ໄວ້​ໃນ​ມື​ຂອງ​ຊາ​ອູນ 15 ດາ​ວິດ​ເຫັນ​ວ່າ​ຊາ​ອູນ​ໄດ້​ຊົງ​ອອກ​ຕາມ​ຫາເພື່ອ​ຂ້າ​ຕົນ ດາ​ວິດ​ຢູ່​ປ່າ ຊີ​ຟ ທີ່​ໂຮ​ເຣສ 16 ໂຢ​ນາ​ທານ ບຸດ​ຊາຍຂອງ​ຊາ​ອູນ​ໄດ້​ລຸກ​ຂຶ້ນ​ໄປ​ຫາ​ດາ​ວິດ​ທີ່ ໂຮ​ເຣ​ສ ແລະ​ສນັບ​ສນຸນ​ມື​ຂອງ​ທ່ານ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ 17 ໂຢ​ນາ​ທານ​ເວົ້າ​ກັບ​ທ່ານ​ວ່າ, “ຢ່າ​ຢ້ານ​ເລີຍ​ ຊາ​ອູນ​ພໍ່​ຂອງ​ຂ້ອຍຈະ​ເຣັດ​ຫຍັງ​ເຈົ້າ​ບໍ່​ໄດ້​ເລີຍ ເຈົ້າ​ຈະ​ໄດ້​ເປັນ​ກະ​ສັດ​ເຫນືອ​ອິສ​ຣາ​ເອນ ແລະ​ເຈົ້າ​ຈະ​ເປັນ​ອຸ​ປ​ຣາ​ຊ ຊາ​ອູນ​ພໍ່​ຂອງ​ຂ້ອຍ​ກໍ​ຮູ້​ເຣື່ອງ​ນີ້​ດີ” 18 ແລ້ວທັງ​ສອງ​ກໍ​ກະ​ທໍາ​ຄໍາ​ສັນ​ຍາຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ດາ​ວິດ​ຍັງ​ຄ້າງ​ຢູ່​ທີ່ໂຮເຣ​ສ ແລະ​ໂຢ​ນາ​ທານ​ກໍ​ກັບ​ຄືນ​ໄປ​ວັງ 19 ຝ່າຍ​ຊາວ​ຊີ​ຟ ໄດ້​ຂຶ້ນ​ໄປ​ຫາ​ຊາ​ອູນ​ທີ່ເມືອງກິເບ​ອາ​ທູນ​ວ່າ, “ດາ​ວິດ​ໄດ້​ລີ້​ຢູ່​ຖ້າມ​ກາງພວກ​ຂ້າ​ພຣະ​ອົງ ໃນ​ທີ່​ກໍາ​ບັງ​ເຂັ້ມ​ແຂງ​ທີ່​ໂຮ​ເຣ​ສ ເທິງ​ເນີນ​ພູ ຮາ​ຄີ​ລາ​ຊຶ່ງ​ຢູ່​ໃຕ້​ເຢ​ຊີ​ໂມນ​ບໍ່​ແມ່ນ​ຫລື 20 ຂ້າ​ແດ່​ພຣະ​ຣາ​ຊາ ເພາະ​ສະ​ນັ້ນ​ຂໍ​ສະ​ເດັດ​ລົງ​ໄປ​ຕາມ​ພຣະ​ທັຍ​ປາ​ຖ​ນາ​ທີ່​ຈະ​ລົງ​ໄປ ຝ່າຍ​ພວກ​ຂ້າ​ພຣະ​ອົງ​ຈະ​ມອບ​ເຂົາ​ໄວ້​ໃນ​ຫັດ​ຂອງ​ພຣະ​ອົງ” 21 ແລະ​ຊາ​ອູນ​ສັ່ງ​ວ່າ, “ຂໍ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ແກ່​ພວກ​ທ່ານ ເພາະ​ພວກ​ທ່ານ​ປາ​ນີ​ເຣົາ 22 ຈົ່ງ​ໄປ​ຫາ​ເບິ່ງ​ໃຫ້​ແນ່​ນ່ອນ ເບິ່ງ​ໃຫ້​ຮູ້​ຄັກ​ວ່າ​ເຂົາ​ຢູ່​ໃສ ໃຜ​ເຫັນ​ເຂົາ​ທີ່​ນັ້ນ​ແດ່ ເພາະ​ມີ​ຄົນ​ບອກ​ເຮົາ​ວ່າ ເຂົາ​ສ​ລາດ​ຫລາຍ 23 ເພາະ​ສະ​ນັ້ນ​ຈົ່ງ​ໄປ​ສັງ​ເກດ​ເບິ່ງ​ທີ່​ຊຸ່ມ​ວ່າ​ເຂົາ​ລີ້​ຢູ່​ໃສ ແລະ​ກັບ​ມາ ເອົາ​ເນື້ອ​ຄວາມ​ແນ່ນອນ​ມາ​ບອກ​ເຣົາ ແລ້ວ​ເຮົາ​ຈະ​ໄປ​ກັບ​ທ່ານ ຖ້າ​ເຂົາ​ຢູ່​ໃນ​ເຂດ​ແຜ່ນດິນ ເຮົາ​ຈະ​ຄົ້ນ​ຫາ​ເຂົາ​ໃນ​ຫມູ່​ຄົນ​ຕະ​ກູນຢູ​ດາ” 24 ເຂົາ​ທັງ​ຫລາຍ​ກໍ​ລຸກ​ຂຶ້ນ​ໄປ​ເມືອງ ຊີ​ຟ ​ກ່ອນ​ຊາ​ອູນ ຝ່າຍ​ດາ​ວິດ​ກັບ​ຄົນ​ຂອງທ່ານ​ຢູ່​ໃນ​ຖິ່ນ​ກັນ​ດານ​ມາ​ໂອນ​ໃນ​ອາ​ຣາ​ບາທາງ​ທິດໃຕ້​ເຢ​ຊີ​ໂມນ 25 ຊາ​ອູນ​ກັບ​ຄົນ​ຂອງ​ພຣະ​ອົງ​ກໍ​ຊອກ​ຫາ ມີ​ຄົນ​ບອກ​ດາ​ວິດ ທ່ານ​ຈຶ່ງ​ລົງ​ໄປ​ຍັງ​ສີ​ລາ ແລະ​ຢູ່​ໃນ​ຖິ່ນ​ກັນ​ດານ​ມາ​ໂອນ ເມື່ອ​ຊາ​ອູນ​ຊົງ​ຮູ້​ດັ່ງ​ນັ້ນກໍ​ຊົງ​ຕິດ​ຕາມ​ດາວິ​ດ​ໄປ​ໃນ​ຖິ່ນ​ກັນ​ດານ​ມາ​ໂອນ 26 ຊາ​ອູນ​ສະ​ເດັດ​ໄປ​ຟາ​ກພູ​ຂ້າງ​ນຶ່ງ ດາ​ວິດ​ກັບ​ຄົນ​ຂອງ​ທ່ານ​ຢູ່​ທີ່​ພູ​ອີກ​ຟາກ​ນຶ່ງ ດາ​ວິດ​ກໍ​ຟ້າວ​ຫນີ​ຈາກ​ຊາ​ອູນ ເພາະ​ຊາ​ອູນ​ກັບ​ຄົນ​ຂອງ​ພຣະ​ອົງ​ເຂົ້າ​ມາ​ໃກ້ດາ​ວິດ​ກັບ​ຄົນ​ຂອງ​ທ່ານ​ເພື່ອ​ຈະ​ຈັບ 27 ແຕ່​ມີຜູ້​ນໍາ​ຂ່າວ​ຄົນ​ນຶ່ງ​ມາ​ທູນ​ຊາ​ອູນ​ວ່າ, “ຂໍ​ຈົ່ງ​ສະ​ເດັດ​ກັບ​ຄືນ ເພາະ​ພວກ​ຟີ​ລິ​ສ​ຕິນ​ຍົກ​ກອງ​ທັບ​ມາ​ປຸ້ນ​ແຜ່ນ​ດິນ” 28 ຊາ​ອູນ​ຈຶ່ງ​ສະ​ເດັດ​ກັບ​ຈາກ​ການ​ໄລ່​ຕາມ​ດາ​ວິດ​ໄປ​ຮົບ​ກັບ​ຟີ​ລິ​ສ​ຕິນ ເຂົາ​ຈຶ່ງ​ເອີ້ນ​ທີ່​ນັ້ນ​ວ່າ​ສີ​ລາ​ພົ້ນ​ພັຍ 29 ດາ​ວິດ​ກໍ​ຂຶ້ນ​ໄປ​ຈາກ​ທີ່​ນັ້ນ​ໄປ​ອາ​ໄສ​ຢູ່​ໃນ​ທີ່​ກໍາ​ບັງ​ເຂັ້ມ​ແຂງ​ເມືອງເອນ​ເກ​ດີ

1 ຊາມູເອນ 24

ດາ​ວິດ​ໄວ້​ຊີ​ວິດ​ຊາ​ອູນ

1 ເມື່ອ​ຊາ​ອູນ​ກັບ​ມາ​ຈາ​ກການ​ຕໍ່​ສູ້​ກັບ​ພວກ​ຟີ​ລິ​ສ​ຕິນ​ກໍ​ມີ​ຄົນ​ມາ​ບອກວ່າ ດາ​ວິດ​ຢູ່​ໃນ​ຖິ່ນ​ກັນ​ດານ​ໃກ້ໆ​ເມືອງ​ເອນເກ​ດີ 2 ຊາ​ອູນ​ຈຶ່ງ​ເອົາ​ທະ​ຫານ​ຜູ້​ເກັ່ງ​ກ້າ​ທີ່​ສຸດ​ໃນ​ອິສ​ຣາ​ເອນ​ສາມ​ພັນຄົນ​ອອກ​ຊອກ​ຫາ​ດາ​ວິດ ແລະ​ທະ​ຫານ​ຂອງ​ເຂົາ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ຫີນດານ​ແບ້​ປ່າ 3 ຊາ​ອູນ​ໄດ້​ເຂົ້າ​ໄປ​ຖ່າຍ​ໃນ​ຖ້ໍາ​ແຫ່ງ​ນຶ່ງ​ໃກ້ໆ​ກັບ​ຄອກ​ແກະ​ຢູ່​ແປະ​ແຄມ​ທາງ ສ່ວນ​ດາ​ວິດ​ແລະ​ທະ​ຫານ​ຂອງ​ທ່ານ​ກໍ​ລີ້ຢູ່​ໃນ​ຖ້ໍາ​ນັ້ນ 4 ພວກ​ທະ​ຫານ​ຈຶ່ງ​ເວົ້າ​ຕໍ່​ດາ​ວິດ​ວ່າ, “ນີ້​ແມ່ນ​ໂຊກ​ຂອງ​ທ່ານ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ສັດ​ຕຣູ​ຂອງ​ທ່ານ​ໄວ້​ໃນ​ອໍາ​ນາດ​ຂອງ​ທ່ານ​ຕາມ​ທີ່​ຊົງ​ບອກ​ໄວ້​ນັ້ນ​ແລ້ວ ແລະ​ບັດ​ນີ້ ທ່ານ​ຈົ່ງ​ທໍາ​ກັບ​ສັດ​ຕຣູ​ຂອງ​ທ່ານ​ຕາມ​ທີ່​ຕ້ອງ​ການ” ດາ​ວິດ​ໄດ້​ຄານ​ອອກ​ມາ​ແລ້ວ​ຕັດ​ເອົາ​ເສື້ອ​ຍາວ​ຂອງ​ຊາ​ອູນ​ໂດຍ​ທີ່​ພຣະ​ອົງ​ບໍ່​ຮູ້​ເມື່ອ​ຫຍັງ​ຫມົດ 5 ແຕ່ດາ​ວິດ​ກໍ​ມີ​ຄວາມຮູ້ສຶກ​ເສັຽ​ໃຈ ທີ່​ທ່ານ​ໄດ້​ຕັດ​ເຄື່ອງ​ສລອງ​ພຣະ​ອົງ​ຂອງ​ຊາ​ອູນ 6 ທ່ານ​ຈຶ່ງ​ເວົ້າ​ກັບ​ທະ​ຫານ​ຂອງ​ຕົນ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າ​ອະ​ນຸ​ຍາດ​ໃຫ້​ຂ້ອຍ​ທໍາ​ອັນ​ຕະ​ຣາຍ​ຢ່າງ​ໃດ​ຫມົດ​ແກ່​ເຈົ້າ​ນາຍ​ຂອງ​ຂ້ອຍ ຊຶ່ງ​ເປັນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ເອົາ​ເປັນ​ເຈົ້າ​ຊີ​ວິດ ຂ້ອຍ​ບໍ່​ຄວນ​ທໍາ​ອັນ​ຕະ​ຣາຍ​ແກ່​ພຣະ​ອົງ​ເລີຍ ເພາະ​ພຣະ​ອົງ​ເປັນ​ເຈົ້າ​ຊີ​ວິດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເລືອກ​ໄວ້” 7 ດັ່ງ​ນັ້ນ ດາ​ວິດ​ຈຶ່ງບອກ​ໃຫ້​ທະ​ຫານ​ຂອງ​ຕົນ​ຢ່າ​ຕໍ່​ສູ້ ຊາ​ອູນ 8 ຊາ​ອູນ​ໄດ້​ອອກ​ຈາກ​ຖ້ໍາ​ນັ້ນ ແລະ​ໄດ້​ເດີ​ນ​ທາງ​ຕໍ່​ໄປ ແລ້ວ​ດາ​ວິດ​ກໍ​ອອກ​ໄປ​ຕາມ​ຫລັງ​ພຣະ​ອົງ ແລະ​ເອີ້ນ​ໃສ່​ພຣະ​ອົງ​ວ່າ, “ພຣະ​ອົງ​ເອີຍ ຊາ​ອູນ​ກໍ​ຫລຽວຫ​ລັງ​ເບິ່ງ​ອ້ອມໆ ດາ​ວິດ​ກໍ​ກົ້ມ​ຂາບ​ລົງ​ດ້ວຍ​ຄວາມ​ນັບ​ຖື 9 ແລ້ວ​ທູນ​ຖາມ​ວ່າ, “ເປັນ​ຫ​ຍັງ​ພຣະ​ອົງ​ຈຶ່ງ​ຟັງ​ສຽງ​ປະ​ຊາ​ຊົນ ທີ່​ເວົ້າ​ວ່າ​ຂ້າ​ນ້ອຍກໍາ​ລັງ​ພ​​ຍາ​ຍາມ​ຈະ​ທໍາ​ຮ້າຍ​ພຣະ​ອົງ ພຣະ​ອົງ​ຊົງ​ເຫັນ​ດ້ວຍ​ຕົນ​ເອງ​ແລ້ວ​ວ່າ 10 ວັນ​ນີ້ ທີ່​ຖ້ໍາ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ມອບ​ພຣະ​ອົງ​ໄວ້​ໃນ​ມືຂອງ​ຂ້າ​ນ້ອຍ ບາງ​ຄົນ​ໄດ້​ບອກ​ຂ້າ​ນ້ອຍໃຫ້​ຂ້າ​ພຣະ​ອົງເສັຽ ແຕ່​ວ່າ​ຂ້າ​ນ້ອຍ​ຮູ້​ສຶກອີ​ດູ​ຕົນ​ພຣະ​ອົງ ຂ້າ​ນ້ອຍ​ຈຶ່ງບອກວ່າ ຂ້າ​ນ້ອຍ​ບໍ່​ຄວນ​ທໍາ​ອັ​ນ​ຕະ​ຣາຍ​ແກ່​ພຣະ​ອົງ​ເລີຍ ເພາະ​ວ່າ​ພຣະ​ອົງ​ເປັນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອ​ກ​ໃຫ້​ເປັນ​ເຈົ້າ​ຊີ​ວິດ 11 ສະ​ເດັດ​ພໍ່​ເອີຍ ຂໍ​ຊົງ​ທອດ​ພຣະ​ເນດ​ເບິ່ງ​ສົ້ນ​ເສື້ອ​ລ່າມ​ຂອງ​ພຣະ​ອົງ​ທີ່​ຂ້າ​ນ້ອຍ​ກໍາ​ລັງ​ຖື​ຢູ່​ນີ້ ຂ້າ​ນ້ອຍ​ໄດ້​ຕັດ​ມັນ​ອອກ ແຕ່​ວ່າ​ຂ້າ​ນ້ອຍ​ບໍ່​ໄດ້​ຂ້າ​ພຣະ​ອົງ​ນັ້ນ​ເປັນ​ສິ່ງ​ທີ່​ພຣະ​ອົງ​ຄວນ​ຫມັ້ນ​ໃຈ​ວ່າ​ຂ້າ​ນ້ອຍ​ບໍ່​ໄດ້​ຄິດ​ກະ​ບົດ ຫລື​ຄິດ​ທໍາ​ຮ້າຍ​ພຣະ​ອົງ​ແຕ່​ຢ່າງ​ໃດ ແຕ່​ເຖິງ​ປານ​ນັ້ນ ພຣະ​ອົງ​ກໍ​ຍັງ​ຕາມ​ຂ້າ​ຂ້າ​ນ້ອຍ ໂດຍ​ທີ່​ຂ້າ​ນ້ອຍ​ບໍ່​ໄດ້​ທໍາ​ຜິດ​ຫຍັງ​ຕໍ່​ພຣະ​ອົງ 12 ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຕັດ​ສິນ​ລະ​ຫວ່າງ​ພວກ​ເຮົາທັງ​ສອງ​ຄົນນີ້​ໃຜ​ເປັນ​ຜູ້​ຜິດ ຂໍ​ໃຫ້​ພຣະ​ຜູ້​ເປັນເຈົ້າ​ຊົງ​ລົງ​ໂທດ​ພຣະ​ອົງ​ໃນ​ກິ​ຈ​ການ​ທີ່​ພຣະ​ອົງ​ໄດ້​ກະ​ທໍາ​ຕໍ່​ສູ້​ຂ້ານ້ອຍ ເພາະ​ວ່າ​ຂ້າ​ນ້ອຍ​ບໍ່​ໄດ້​ທໍາ​ອັນ​ຕະ​ຣາຍ​ຕໍ່​ສູ້​ພຣະ​ອົງ​ແມ່ນ​ແຕ່​ນ້ອຍດຽວ 13 ພຣະ​ອົງ​ກໍ​ຮູ້​ໃນ​ຄໍາ​ໂບ​ຮານ​ທີ່​ວ່າ “ຄວາມ​ຊົ່ວ​ກໍ​ຕ້ອງ​ແກ້​ແຄ້ນ​ດ້ວຍ​ຄວາມ​ຊົ່ວ” ແຕ່​ຂ້າ​ນ້ອຍ​ບໍ່​ໄດ້​ທໍາ​ຮ້າຍ​ພຣະ​ອົງ​ຈົ່ງ​ເບິ່ງວ່າ​ ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ​ກໍາ​ລັງ​ຈະ​ຂ້າ​ຜູ້​ໃດ 14 ພຣະ​ອົງ​ຊົງ​ໄລ່​ຕິດ​ຕາມ​ຫຍັງ ໄລ່​ຕິດ​ຕາມ​ຫມາ​ຕາຍ ຫລື​ຕົວ​ມັນ 15 ພຣະ​ຜູ້​ເປັ​ນ​ເຈົ້າ​ຈະ​ຊົງ​ຕັ​ດ​ສິນ​ວ່າ ໃຜ​ໃນ​ພວກ​ເຮົາ​ເປັນ​ຄົນ​ຜິດ ຂໍ​ໃຫ້​ພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ເບິ່ງ​ໃນ​ເຣື່ອງ​ນີ້ ຂໍ​ຊົງ​ປ້ອງ​ກັນ​ໃຫ້​ຂ້ານ້ອຍ​ພົ້ົ້ນ​ຈາກ​ສະ​ເດັດ​ພໍ່​ເທີນ” 16 ເມື່ອ​ດາ​ວິດ​ເວົ້າ​ສຸດ​ແລ້ວ ຊາ​ອູນ​ກໍ​ກ່າວ​ວ່າ, “ດາ​ວິດ​ລູກ​ຂອງ​ພໍ່​ເອີຍ ແມ່ນ​ເຈົ້າ​ແທ້​ບໍ​ທີ່​ເວົ້າ​ນັ້ນ” 17 ແລ້ວ​ພຣະ​ອົງ​ກໍ​ຮ້ອງ​ໄຫ້ ແລະ​ເວົ້າ​ຕໍ່​ດາ​ວິດ​ວ່າ, “ເຈົ້າ​ເປັນ​ຄົນ​ຖືກ ແຕ່​ຂ້ອຍ​ເປັນ​ຄົນ​ຜິດ ເຈົ້າ​ໄດ້​ເຮັດ​ດີ​ຕໍ່​ຂ້ອຍ​ໃນ​ຂນະ​ທີ່​ຂ້ອຍ​ໄດ້​ເຮັດ​ຊົ່ວ​ຕໍ່​ເຈົ້າ 18 ວັນ​ນີ້ ເຈົ້າ​ໄດ້​ສະ​ແດງ​ຄວາມ​ເມດ​ຕາກະ​ຣຸ​ນາ​ຕໍ່​ຂ້ອຍ ເພາະ​ເຈົ້າ​ບໍ່​ໄດ້​ຂ້າ​ຂ້ອຍ ທັງໆ​ທີ່​ພຣະ​ຜູ້​ເປັນເຈົ້າ​ຊົງ​ໄດ້​ມອບ​ຂ້ອຍ​ໄວ້​ໃນ​ມື​ຂອງ​ເຈົ້າ​ແລ້ວ 19 ຄົນ​ທີ່​ຈັບ​ສັດ​ຕຣູ​ຂອງ​ຕົນ​ໄດ້​ແລ້ວ​ປ່ອຍ​ໃຫ້​ໄປ​ຢ່າງ​ປອດ​ພັຍ​ຈະ​ມີບໍ ຂໍ​ໃຫ້​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ທໍາ​ກັບ​ຂ້ອຍ​ໃນ​ວັນ​ນີ້ 20 ດຽວ​ນີ້ ຂ້ອຍ​ຮູ້​ຢ່າງ​ຄັກ​ແນ່​ແລ້ວ​ວ່າ ເຈົ້າ​ຈະ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ອິສ​ຣາ​ເອນ ແລະ​ພຣະ​ຣາ​ຊ​ອາ​ນາ​ຈັກ​ຈະ​ຢູ່​ໃຕ້​ການ​ປົກ​ຄອງ​ຂອງ​ເຈົ້າ​ຕໍ່​ໄປ 21 ແຕ່​ວ່າ ຂໍ​ໃຫ້​ສັນ​ຍາ​ກັບ​ຂ້ອຍໃນ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ເຈົ້າ​ຈະ​ສະ​ຫງວນ​ເຊື້​ອສາຍ​ຂອງ​ຂ້ອຍ​ໄວ້ ເພື່ອ​ວ່າ​ຊື່​ຂ້ອຍ​ແລະ​ຊື່​ຄອບ​ຄົວ​ຂອງ​ຂ້ອຍ​ຈະ​ບໍ່​ຖືກຫລົງ​ລືມ​ໄປ​ຈົນ​ຫມົດ​ສິ້ນ 22 ດາ​ວິດ​ກໍ​ສັນ​ຍາ​ວ່າ ທ່ານ​ຈະ​ປະ​ຕິ​ບັດ​ຕາມ ແລ້ວ​ຊາ​ອູນ​ກໍ​ກັບ​ຄືນ​ເມືອ ສ່ວນ​ດາ​ວິດ​ແລະ​ທະ​ຫານ​ຂອງ​ທ່ານ​ກໍ​ກັບ​ຄືນ​ເມືອ​ບ່ອນ​ລີ້​ຂອງ​ພວກ​ເຂົາ

1 ຊາມູເອນ 25

ການ​ຕາຍ​ຂອງ​ຊາ​ມູ​ເອນ

1 ຝ່າຍ​ຊາ​ມູ​ເອນ​ກໍ​ເສັຽ​ຊີ​ວິດ ແລະ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ປະ​ຊຸມ​ກັນ​ໄວ້​ທຸກ​ໃຫ້​ແກ່​ທ່ານ ແລະ​ເຂົາ​ທັງ​ຫລາຍ​ກໍ​ຝັງ​ສົບ​ທ່ານ​ໄວ້​ໃນ​ບ້ານ​ຂອງ​ທ່ານ​ທີ່ເມືອງຣາມາ ແ​ລະ​ດາ​ວິດ​ກໍ​ລຸກ​ຂຶ້ນ​ໄປ​ຍັງ​ຖິ່ນ​ກັນ​ດານປາຣານ

ດາ​ວິດ​ແລະ​ເມັຽ​ຂອງ​ນາ​ບານ

2 ມີ​ຊາຍ​ຄົນ​ນຶ່ງ​ໃນ​ເມືອງມາ​ໂອນ ມີ​ການ​ງານ​ຢູ່​ໃນ​ເມືອງ​ກາ​ຣ໌​ເມນ ຊາຍ​ຜູ້​ນັ້ນ​ຮັ່ງ​ມີ​ຫລາຍ ມີ​ແກະ​ສາມ​ພັນ​ໂຕ ແລະ​ແບ້​ນຶ່ງ​ພັນ ເຂົາ​ຕັດ​ຂົນ​ແກະ​ຂອງ​ເຂົາ​ຢູ່​ທີ່​ກາ​ຣ໌​ເມນ 3 ຊາຍ​ຄົນ​ນັ້ນ​ຊື່ ນາ​ບານ ແລະ​ເມັຽ​ຂອງ​ທ່ານ​ຊື່ ອາ​ບິກາ​ອີນ ຍິງ​ຄົນ​ນັ້ນ​ມີ​ຄວາມ​ຮອບ​ຄອບ ແລະ​ຫນ້າ​ຕາ​ສວຍ​ງາມ ແຕ່​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ສາ​ມັນ ແລະ​ປະ​ພຶດ​ຕົວ​ບໍ່​ດີ ເປັນ​ວົງ​ວານ​ຂອງ​ກາ​ເລັບ 4 ດາ​ວິດ​ຢູ່​ໃນ​ຖິ່ນ​ກັນ​ດານ​ຮູ້​ວ່າ ນາ​ບານ​ກໍາ​ລັງ​ຕັດ​ຂົນ​ແກະ​ຂອງ​ເຂົາ​ຢູ່ 5 ດາ​ວິດ​ຈຶ່ງ​ໃຊ້​ຊາຍ​ຫນຸ່ມ​ສິບ​ຄົນ ແລະ​ດາ​ວິດ​ສັ່ງຊາຍ​ຫນຸ່ມ​ເຫລົ່າ​ນັ້ນ​ວ່າ, “ຈົ່ງ​ຂຶ້ນ​ໄປ​ທີ່​ກາ​ຣ໌​ເມນ​ໄປ​ຫາ​ນາ​ບານ ແລະ​ຄໍາ​ນັບ​ເຂົາ​ໃນ​ນາມ​ຂອງ​ເຮົາ 6 ທ່ານ​ທັງ​ຫລາຍ​ຈົ່ງ​ກ່າວ​ຄໍາ​ຄໍາ​ນັບ​ເຂົາ​ເຊັ່ນ​ນີ້​ວ່າ “ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ທ່ານ ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ຄອບ​ຄົວ​ຂອງ​ທ່ານ ແລະ​ສັນ​ຕິ​ສຸກ​ຈົ່ງ​ແກ່​ບັນ​ດາ​ສິ່ງ​ທີ່​ທ່ານ​ມີ 7 ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ​ທ່ານ​ມີ​ຄົນ​ຕັດ​ຂົນ​ແກະ ຝ່າຍ​ຜູ້​ລ້ຽງ​ແກະ​ຂອງ​ທ່ານ​ນັ້ນ​ຢູ່​ກັບ​ເຮົາ​ ເຮົາ​ບໍ່​ໄດ້​ກະ​ທໍາ​ອັນ​ຕະ​ຣາຍ​ເຂົາ​ເລີຍ​ແລະ​ເຂົາ​ກໍບໍ່​ໄດ້​ຂາດ​ສິ່ງ​ໃດ​ໄປ​ຕລອດ​ເວ​ລາ​ທີ່​ເຂົາ​ຢູ່​ໃນ​ກາ​ຣ໌​ເມນ 8 ຂໍ​ຖາມ​ຄົນ​ຫນຸ່ມ​ຂອງ​ທ່ານ​ເບິ່ງວ່າ ເຂົາ​ທັງ​ຫລາຍຄົງ​ຈະ​ບອກ​ແກ່​ທ່ານ ເພາະ​ສະ​ນັ້ນ​ຂໍ​ໃຫ້​ຄົນ​ຫນຸ່ມ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ກະ​ຣຸ​ນາ​ໃນ​ສາຍ​ຕາ​ຂອງ​ທ່ານ ເພາະ​ເຮົາ​ມາ​ໃນ​ວັນ​ມີ​ກາ​ນ​ລ້ຽງ ຂໍ​ທ່ານ​ໄດ້​ໃຫ້​ສິ່ງ​ທີ່​ມີ​ຕິດ​ມື​ຂອງ​ທ່ານ​ແກ່​ພວກຜູ້​ຮັບ​ໃຊ້​ຂອງ​ທ່ານ ແລະ​ແກ່​ດາ​ວິດ​ບຸດ​ຂອງ​ທ່ານ” 9 ເມື່ອ​ພວກ​ຄົນ​ຫນຸ່ມ​ຂອງ​ດາ​ວິດ​ມາ​ເຖິງ​ກໍ​ກ່າວ​ຄໍາ​ເຫລົ່າ​ນັ້ນ​ແກ່​ນາ​ບານ​ໃນ​ນາມ​ຂອງ​ດາ​ວິດ ແລະ​ເຂົາ​ທັງ​ຫລາຍ​ກໍ​ຄອຍ​ຢູ່ 10 ແລະ​ນາ​ບານ​ຕອບ​ຄົນ​ຮັບ​ໃຊ້​ຂອງ​ດາ​ວິດ​ວ່າ, “ດາ​ວິດ​ແມ່ນ​ໃຜ ບຸດ​ຂອງ​ເຈ​ສ​ຊີ​ແມ່ນ​ໃຜ ສະ​ໄຫມ​ນີ້​ມີ​ຄົນ​ໃຊ້​ເປັນ​ຈໍາ​ນວນ​ຫລາຍ​ທີ່​ຫນີ​ໄປ​ຈາກ​ນາຍ​ຂອງ​ຕົນ 11 ຄວນ​ຫລື​ທີ່​ເຮົາ​ຈະ​ນໍາເຂົ້າ​ຈີ່​ຂອງ​ເຮົາ ແລະ​ນໍ້າ​ຂອງ​ເຮົາ ແລະ​ຊີ້ນ​ຂອງ​ເຣົາ ຊຶ່ງເຮົາ​ໄດ້​ຂ້າ​ເສັຽ​ສໍາ​ລັບ​ຄົນ​ຕັດ​ຂົນ​ແກະ​ຂອງ​ເຮົາ​ມອບ​ໃຫ້​ແກ່​ຄົນ​ຊຶ່ງ​ມາ​ຈາກ​ໃສກໍ​ບໍ່​ຮູ້​“ 12 ພ​ວກ​ຄົນ​ຫນຸ່ມ​ຂອງ​ດາ​ວິດ​ກໍ​ກັບ​ຄືນ ແລະ​ມາ​ບອກ​ເຣື່ອງ​ຣາວ​ທັງ​ສິ້ນ​ນີ້​ແກ່​ດາ​ວິດ 13 ແລະ​ດາ​ວິດ​ສັ່ງ​ຄົນ​ຂອງ​ທ່ານ​ວ່າ, “ທຸກ​ຄົນ​ຈົ່ງ​ເອົາ​ດາບ​ຄາດ​ແອວ​ໄວ້” ແລະ​ທຸກ​ຄົນ​ກໍ​ເອົາ​ດາບ​ຄາດ​ແອວ​ຂອງ​ຕົນ ແລະ​ດາ​ວິດ​ກໍ​ເອົາ​ດາບ​ຄາດ​ແອວ ແລະ​ມີ​ຄົນ​ຕິດ​ຕາມ​ດາ​ວິດ​ໄປ​ປະ​ມານ​ສີ່​ຮ້ອຍ​ຄົນ ສ່ວນ​ອີກ​ສອງ​ຮ້ອຍ​ຄົນ​ຢູ່​ເຝົ້າກອງ​ສັມ​ພາ​ຣະ 14 ແຕ່​ມີ​ຄົນ​ຫນຸ່ມ​ຄົນ​ນຶ່ງ​ໄປ​ບອກ​ນາ​ງອາບິກາ​ອີນເມັຽ​ຂອງນາ​ບານ​ວ່າ, “ເບິ່ງ​ແມ໋, ດາ​ວິດ​ສົ່ງ​ຜູ້​ນໍາ​ຂ່າວ​ມາ​ຈາກ​ຖິ່ນ​ກັນ​ດານ​ເພື່ອ​ຈະ​ຄໍາ​ນັບ​ນາຍ​ຂອງ​ເຮົາ ແລະ​ນາຍ​ກັບ​ເວົ້າ​ຮ້າຍໃຫ້​ກັບ​ຄົນ​ເຫລົ່າ​ນັ້ນ 15 ແຕ່​ຄົນ​ເຫລົ່າ​ນັ້ນ​ເຄີຍ​ຕໍ່​ເຮົາ​ຫລາຍ ແລະ​ເຣົາ​ບໍ່​ຕ້ອງ​ຖືກ​ທໍາ​ຮ້າຍ​ຢ່າງ​ໃດ​ເລີຍ ແລະ​ບໍ່​ຂາດ​ສິ່ງ​ໃດ​ຕາບ​ໃດ​ທີ່​ເຮົາ​ໄປ​ກັບ​ເຂົາ​ ເມື່ອ​ເຮົາ​ຢູ່​ໃນ​ທົ່ງ​ນາ 16 ເຂົາ​ເປັນ​ເຫມືອນ​ກໍາ​ແພງຂອງ​ເຮົາ​ທັງ​ກາງ​ຄືນແລະ​ກາງ​ເວັນ 17 ບັດ​ນີ້ ຂໍ​ທ່ານ​ຮູ້​ເຣື່ອງ​ນີ້​ແລະ​ພິ​ຈາ​ຣະ​ນາ​ວ່າ ທ່ານ​ຄວນ​ຈະ​ທໍາ​ປະ​ການ​ໃດ ເພາະ​ເຂົາ​ຄົງ​ມຸ່ງ​ຮ້າຍ​ຕໍ່​ນາຍ​ຂອງ​ເຮົາ ແລະ​ຕໍ່​ຄອບ​ຄົວ​ທັງ​ສິ້ນ​ຂອງ​ນາຍ ນາຍ​ນັ້ນ​ເປັນ​ຄົນ​ສາມ​ຫາວ ໃຜ​ຈະ​ເວົ້າ​ນໍາ​ກໍ​ບໍ່​ໄດ້” 18 ແລ້ວ​ນາງ​ອາ​ບິກາ​ອີນ​ກໍ​ຟ້າວຈັດ​ຂະ​ຫນົມ​ສອງ​ຮ້ອຍ​ກ້ອນ ແລະ​ເຫລົ້າ​ອະ​ງຸ່ນ​ສອງ​ຖົງ​ຫນັງ ແລະ​ແກະ​ທີ່​ທໍາ​ຮຽບ​ຮ້ອຍ​ແລ້ວ​ຫ້າ​ໂຕ ແລະ​ເຂົ້າ​ຂົ້ວ​ຫ້າ​ຖັງ ແລະ​ອະ​ງຸ່ນ​ແຫ້ງ​ຮ້ອຍ​ຊໍ່ ແລະ​ຂະ​ຫນົມ​ຫມາກ​ເດື່ອ​ສອງ​ຮ້ອຍ​ແຜ່ນ​ບັນ​ທຸກ​ຫລັງ​ລໍ 19 ນາງ​ກໍ​ສັ່ງ​ຊາຍຫນຸ່ມ​ຂອງ​ນາງວ່າ, “ຈົ່ງ​ຟ້າວ​ໄປ​ກ່ອນ​ເຮົາ ເຮົາ​ຈະ​ຕາມເຈົ້າ​ໄປ” ແຕ່​ນາງ​ບໍ່​ໄດ້​ບອກ​ນາ​ບານ​ຜົວຂອງ​ນາງ 20 ເມື່ອ​ນາງ​ຂີ່​ລໍ​ລົງ​ມາ​ມີ​ສັນ​ພູ​ບັງ​ຝ່າຍ​ນາງ​ຢູ່ ດາ​ວິດ​ກັບ​ທະ​ຫານ​ຂອງ​ທ່ານ​ກໍ​ລົງ​ມາ​ທາງ​ນາງ ແລະ​ນາງ​ກໍ​ພົບ​ເຂົາ​ທັງ​ຫລາຍ​ເຂົ້າ 21 ດາ​ວິດ​ກ່າວ​ໄວ້​ແລ້ວ​ວ່າ, “ເຮົາ​ໄດ້​ເຝົ້າ​ທຸກ​ສິ່ງ​ທີ່​ຄົນ​ນີ້​ຢູ່​ໃນ​ຖິ່ນ​ກັນ​ດານ​ເສັຽ​ເປົ່າ ບໍ່​ມີ​ສິ່ງ​ໃດ​ຂອງ​ເຂົາ​ຂາດ​ໄປ​ເລີຍ ແ​ລະ​ເຂົາ​ຍັງ​ກະ​ທໍາ​ຄວາມ​ຊົ່ວ​ຕໍ່​ເຣົາ​ຕອບ​ແທນ​ຄວາມ​ດີ 22 ຖ້າ​ເຖິງ​ມື້​ອື່ນ​ເຊົ້າ​ເຣົາ​ຍັງ​ປ່ອຍ​ໃຫ້​ຊາຍ​ຈັກ​ຄົນ​ນຶ່ງ​ໃນ​ບັນ​ດາ​ທີ່​ເຂົາ​ມີ​ຢູ່​ນັ້ນ​ເຫ​ລືອຢູ່ ກໍ​ຂໍ​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ດາ​ວິດ ແລະ​ຍິ່ງ​ຫນັກ​ກວ່າ” 23 ເມື່ອ​ນາງ​ອາ​ບິກາ​ອີນ​ເຫັນ​ດາ​ວິດ ນາງ​ກໍ​ຟ້າວ​ລົງ​ຈາກ​ຫລັງ​ລໍ ຊົບ​ຫນ້າ​ລົງ​ຕໍ່​ດາ​ວິດ​ກາບ​ລົງ​ເຖິງ​ດິນ 24 ນາງ​ກາບລົງ​ທີ່​ຕີນຂອງ​ດາ​ວິດກ່າວ​ວ່າ, “ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ຄວາມ​ຜິດ​ນັ້ນ​ຢູ່​ທີ່​ຂ້າ​ນ້ອຍ​ແຕ່​ຜູ້​ດຽວ ຂໍ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ໄດ້​ເວົ້າ​ໃຫ້​ທ່ານ​ຟັງ ຂໍ​ທ່ານ​ໄດ້​ໂຜດ​ຟັງ​ສຽງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ 25 ຂໍ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຢ່າ​ໄດ້​ເອົາ​ຄວາມ​ກັບ​ນາ​ບັນ ຊາຍ​ສາມ​ຫາວ​ຄົນ​ນີ້​ເລີຍ ຄື​ນາ​ບານ ເພາະ​ເຂົາ​ເປັນ​ຢ່າງ​ທີ່​ຊື່​ຂອງ​ເຂົາ​ບອກ ນາ​ບານ​ເປັນ​ຊື່​ຂອງ​ເຂົາ ແລະ​ຄວາມໂງ່​ຈ້າ​ກໍ​ຢູ່​ກັບ​ເຂົາ ແຕ່​ຂ້າ​ນ້ອຍ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ບໍ່​ໄດ້​ເຫັນ​ພວກຄົນ​ຫນຸ່ມ​ຂອງ​ເຈົ້າ​ນາຍ​ຊຶ່ງ​ທ່ານໄດ້​ໃຊ້ໄປ​ນັ້ນ 26 ເຫດ​ສະ​ນັ້ນ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ພຣະ​ຜູ້​ເປັນ​ເຈົ້າຊົງ​ພຣະ​ຊົນ​ຢູ່​ສັນ​ໃດ ແລະ​ທ່ານ​ມີ​ຊີ​ວິດ​ຢູ່​ສັນ​ໃດ ດ້ວຍ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທໍາ​ໃຫ້​ທ່ານ​ຣະ​ງັບ​ເສັຽ​ໄປ​ຈາກ​ຄວາມ​ຜິດ​ທີ່​ທໍາ​ໃຫ້​ໂລ​ຫິດ​ຕົກ ແລະ​ຈາກ​ການ​ແກ້​ແຄ້ນ​ດ້ວຍ​ມື​ຂອງ​ທ່ານ​ເອງ ເພາະ​ສະ​ນັ້ນ​ຂໍ​ໃຫ້​ສັດ​ຕຣູ​ຂອງ​ທ່ານ ແລະ​ບັນ​ດາຜູ້​ທີ່​ກະ​ທໍາ​ຮ້າຍ​ຕໍ່​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຈົ່ງ​ເປັນ​ຢ່າງ​ລາ​ບາ​ນ 27 ສິ່ງ​ເຫລົ່າ​ນີ້​ຊຶ່ງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ໄດ້​ນໍາ​ມາ​ໃຫ້​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ຂໍ​ມອບ​ໃຫ້​ແກ່​ບັນ​ດາ​ຄົນ​ຫນຸ່ມ ຊຶ່ງ​ຕິດ​ຕາມ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ 28 ໄດ້​ໂຜດ​ອະ​ພັຍ​ຄວາມ​ຜິດ​ຂອງ​ຜູ້​ຣັບ​ໃຊ້​ຂອງ​ທ່ານ​ເຖີດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຄົງ​ຊົງ​ກະ​ທໍາ​ໃຫ້​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ເປັນ​ເຊື້ອ​ສາຍ​ທີ່​ຫມັ້ນ​ຄົງ ດ້ວຍ​ວ່າ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ທໍາ​ສົງ​ຄາມ​ຢູ່​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ ຕາບ​ໃດ​ທີ່​ທ່ານ​ມີ​ຊີ​ວິດ​ຢູ່​ຈະ​ຫາ​ຄວາມ​ຊົ່ວ​ທີ່​ຕົວ​ທ່ານ​ບໍ່​ໄດ້​ເລີຍ 29 ເຖິງ​ແມ່ນ​ມີ​ຄົນ​ລຸກ​ຂຶ້ນ​ໄລ່​ຕິດ​ຕາມ​ທ່ານ ແລະ​ປອງຈະ​ຂ້າ​ທ່ານ ຊີ​ວິດ​ຂອງ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຈະ​ຜູກ​ມັດ​ຢູ່​ກັບ​ກຸ່ມ​ຊີ​ວິດ​ຊຶ່ງ​ຢູ່​ໃນ​ຄວາມ​ພິ​ທັກ​ຮັ​ກສາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າ​ຂອງ​ທ່ານ ແຕ່​ຊີ​ວິດ​ຂອງ​ສັດ​ຕຣູ​ຂອງ​ທ່ານ​ຈະ​ຖືກ​ແກວ່ງ​ອອກ​ໄປ​ດັ່ງ​ອອກ​ໄປ​ຈາກ​ກະ​ຖຸນ 30 ແລະ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທໍາ​ແກ່​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ແລ້ວ ຕາມ​ບັນ​ດາ​ຄວາມ​ດີ​ຊຶ່ງ​ພຣະ​ອົງ​ຊົງ​ລັ່ນ​ວາ​ຈາ​ກ່ຽວ​ກັບ​ທ່ານ ແລະ​ຊົງ​ຕັ້ງ​ທ່ານ​ໄວ້​ເປັນ​ເຈົ້າ​ນາຍ​ເຫນືອ​ອິສ​ຣາ​ເອນ 31 ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່​ມີ​ເຫດ​ທີ່​ຕ້ອງ​ເສົ້າ​ໃຈ​ຫລື​ຣະ​ກໍາ​ໃຈ ເພາະ​ໄດ້​ກະ​ທໍາ​ໃຫ້​ໂລ​ຫິດ​ເຂົາ​ຕົກ​ດ້ວຍ​ບໍ່​ມີ​ສາ​ເຫດ​ຫລື ເພາະ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ທໍາ​ການ​ແກ້​ແຄ້ນ​ເສັຽ​ເອງ ແລະ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທໍາ​ຄວາມ​ດີ​ແກ່​ເຈົ້າ​ນາຍຂອງ​ຂ້າ​ນ້ອຍ​ແລ້ວ​ກໍ​ຂໍ​ລະ​ນຶກ​ເຖິງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ດ້ວຍ” 32 ດາ​ວິດ​ຈຶ່ງ​ກ່າວ​ແກ່​ອາ​ບິກາ​ອີນ​ວ່າ, “ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຜູ້​ຊົງ​ໃຊ້​ເຈົ້າ​ໃຫ້​ມາ​ພົບ​ເຮົາ​ໃນ​ວັນ​ນີ້ 33 ຂໍ​ໃຫ້​ຄວາມ​ສຸ​ຂຸມ​ຂອງ​ເຈົ້າ​ຮັບ​ພຣະ​ພອນ ແລະ​ຂໍ​ໃຫ້​ຕົວ​ເຈົ້າ​ໄດ້​ຮັບ​ພຣະ​ພອນ ເພາະ​ເຈົ້າ​ໄດ້​ປ້ອງ​ກັນ​ເຣົາ​ໃນ​ວັນ​ນີ້​ໃຫ້​ພົ້ນ​ຈາກ​ຄວາມ​ຜິດ​ທີ່​ທໍາ​ໃຫ້​ໂລ​ຫິດ​ຕົກ ແລະ​ຈາ​ກການ​ແກ້​ແຄ້ນ​ດ້ວຍ​ມື​ຂອງ​ເຮົາ​ເອງ 34 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າ​ຂອງອິສ​ຣາ​ເອນ​ຜູ້​ຊົງ​ຣະ​ງັບ​ເຣົາ​ເສັຽ​ຈາກ​ການ​ກະ​ທໍາ​ຮ້າຍ​ເຈົ້າ ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ ຖ້າ​ເຈົ້າ​ບໍ່​ໄດ້​ຟ້າວ​ມາ​ພົບ​ເຮົາ​ເສັຽ​ເຖິງ​ມື້​ອື່ນ​ເຊົ້າ​ຄົງ​ບໍ່​ມີ​ເຫລືອ​ຈັກ​ຄົນ​ນຶ່ງ​ເປັນ​ແນ່” 35 ແລ້ວ​ດາ​ວິດ​ກໍ​ຮັບ​ບັນ​ດາ​ສິ່ງ​ທີ່​ນາງ​ນໍາ​ມາ​ຈາກ​ມື​ຂອງ​ນາງ ແລະ​ດາ​ວິດ​ກ່າວ​ແກ່​ນາງວ່າ, “ຈົ່ງ​ກັບ​ຄືນ​ໄປ​ຍັງ​ບ້ານ​ເຮືອນ​ຂອງ​ເຈົ້າ​ດ້ວຍ​ສັນ​ຕິ​ສຸກ​ເຖີດ ເຮົາ​ໄດ້​ຟັງ​ສຽງ​ຂອງ​ເຈົ້າ​ແລ້ວ ແລະ​ເຣົາ​ກໍ​ໄດ້​ອະ​ນຸ​ໂລມ​ຕາມ​ຄໍາ​ຂໍ​ຮ້ອງ​ຂອງ​ເຈົ້າ” 36 ແລ້ວ​ອາ​ບິກາ​ອີນ​ກໍ​ກັບ​ຄືນ​ໄປ​ຫາ​ນາ​ບານ ແລະ​ເຂົາ​ກໍາ​ລັງ​ມີ​ການ​ລ້ຽງ​ໃນ​ບ້ານ​ຂອງ​ເຂົາ​ຢ່າງ​ການ​ລ້ຽງ​ຂອງ​ກະ​ສັດ ແລະ​ຈິດ​ໃຈ​ຂອງ​ນາ​ບານ​ກໍ​ເບີກ​ບານ​ມ່ວນ​ຊື່ນ​ຢູ່ ເພາະ​ເຂົາ​ມືນ​ເມົາ​ຫລາຍ ນາງ​ຈຶ່ງ​ບໍ່​ໄດ້​ບອກ​ຫຍັງ​ໃຫ້​ເຂົາ​ຮູ້​ຈົນ​ເວລາ​ຮຸ່ງ​ເຊົ້າ 37 ໃນ​ເວ​ລາ​ເຊົ້າ ເມື່ອ​ເຫລົ້າ​ອະ​ງຸ່ນ​ສ່າງ​ຈາກ​ນາ​ບານ​ໄປ​ແລ້ວ ເມັຽ​ຂອງ​ເຂົາ​ກໍ​ເລົ່າ​ເຫດ​ການ​ເຫລົ່າ​ນີ້​ໃຫ້​ຟັງ ແລະ​ຈິດ​ໃຈ​​ຂອງ​ເຂົາ​ກໍ​ຕາຍ​ເສັຽ​ພາຍ​ໃນ ແລະ​ເຂົາ​ກາຍ​ເປັນ​ດັ່ງ​ກ້ອນ​ຫີນ 38 ຢູ່​ມາ​ອີກ​ປະ​ມານ​ສິບ​ວັນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຫານ​ນາ​ບານ​ ແລະ​ທ່ານ​ກໍ​ສິ້ນ​ຊີ​ວິດ 39 ເມື່ອ​ດາ​ວິດ​ໄດ້​ຍິນ​ວ່າ​ນາ​ບານ​ເສັຽ​ຊີ​ວິດ​ແລ້ວ ທ່ານ​ຈຶ່ງວ່າ, “ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ແກ້​ແຄ້ນ​ການ​ຢຽບ​ຫຍາມ​ທີ່​ຂ້າ​ພຣະ​ອົງ​ໄດ້​ຮັບ​ຈາກ​ມື​ຂອງ​ນາ​ບານ ແລະ​ຊົງ​ປ້ອງ​ກັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ບໍ່​ໃຫ້​ທໍາ​ຄວາມ​ຊົ່ວ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ແທນ​ການ​ກະ​ທໍາ​ຊົ່ວ​ຂອງ​ນາ​ບານ​ໃຫ້​ຕົກ​ເທິງ​ຫົວ​ຂອງ​ເຂົາ​ເອງ ແລ້ວ​ດາ​ວິດ​ກໍ​ສົ່ງ​ຄົນ​ໄປ​ສູ່​ຂໍ​ອາ​ບິກາ​ອີນ​ໃຫ້​ມາ​ເປັນ​ເມັຽ​ຂອງ​ທ່ານ 40 ເມື່ອ​ຜູ້​ຮັບ​ໃຊ້​ຂອງ​ດາ​ວິດ​ມາ​ເຖິງ​ອາ​ບິກາ​ອີນ​ທີ່​ກາ​ຣ໌​ເມນ ເຂົາ​ທັງ​ຫລາຍ​ກໍ​ເວົ້າ​ກັບ​ນາງວ່າ, “ດາ​ວິດ​ໄດ້​ໃຫ້​ເຮົາ​ທັງ​ຫລາຍ​ມາ​ນໍາ​ເຈົ້າ​ໄປ​ໃຫ້​ເປັນ​ເມັຽຂອງ​ທ່ານ” 41 ແລະ​ນາງ​ກໍ​ລຸກ​ຂຶ້ນ​ຊົບ​ຫນ້າລົງ​ເຖິງ​ດິນ​ກ່າວ​ວ່າ, “ເບິ່ງ​ແມ໋, ຜູ້​ຮັບ​ໃຊ້​ຂອງ​ທ່ານ​ເປັນ​ຜູ້​ຮັບ​ໃຊ້​ທີ່​ຈະ​ລ້າງ​ຕີນໃຫ້​ແກ່​ຜູ້​ຮັບ​ໃຊ້​ແຫ່ງ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ” 42 ອາ​ບິ​ກາ​ອີນ​ກໍ​ຟ້າວ​ລຸກ​ຂຶ້ນ​ຂີ່​ລໍ​ໂຕ​ນຶ່ງ​ພ້ອມ​ກັບ​ສາວ​ໃຊ້​ບົວ​ລະ​ບັດ​ນາງ​ອີກຫ້າ​ຄົນ ນາງ​ຕາມ​ຜູ້​ນໍາ​ຂ່າວ​ຂອງ​ດາ​ວິດ​ໄປ ແລະ​ໄດ້​ເປັນ​ເມັຽ​ຂອງ​ດາ​ວິດ 43 ດາ​ວິດ​ຍັງໄດ້​ຮັບ​ນາງ​ອາ​ຮີໂນ​ອາມ ຊາວ​ເຢ​ສ​ເຣ​ເອນ​ມາດ້ວຍ ແລະ​ທັງ​ສອງ​ກໍ​ເປັນ​ເມັຽ​ຂອງ​ດາ​ວິດ 44 ຊາ​ອູນ​ໄດ້​ຊົງ​ຍົກ​ມີ​ຄານ ບຸດ​ສາວ​ຂອງ​ພຣະ​ອົງ ຜູ້​ເປັນ​ເມັຽຂອງ​ດາ​ວິດ ໃຫ້​ແກ່​ປັ​ນ​ຕີບຸດ​ລາ​ອິສ ຊາວ​ກັ​ນ​ລິມ

1 ຊາມູເອນ 26

ດາ​ວິດ​ໄວ້​ຊີ​ວິດ​ຊາ​ອູນ​ທີ່​ຊິຟ

1 ຊາວ​ຊີ​ຟ​ມາ​ຫາ​ຊາ​ອູນ​ທີ່​ເມືອງ​ກິເບ​ອາ​ທູນ​ວ່າ, “ດາ​ວິດ​ລີ້​ຢູ່​ເທິງ​ພູ ຮາ​ຄີ​ລາ ຊຶ່ງ​ຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ເຢ​ຊີ​ໂມນ​ບໍ່​ແມ່ນ​ຫລື” 2 ຊາ​ອູນ​ຈຶ່ງ​ຊົງ​ລຸກ​ຂຶ້ນ​ລົງ​ໄປ​ທີ່​ຖິ່ນ​ກັນ​ດານ​ຊີ​ຟ ພ້ອມ​ກັບ​ຊາຍ​ອີ​ສ​ຣາ​ເອນ​ທີ່​ຄັດ​ເລືອກ​ໄວ້​ແລ້ວ​ສາມ​ພັນ​ຄົນ ເພື່ອຊອກ​ຫາ​ດາ​ວິດ​ໃນ​ຖິ່ນ​ກັນ​ດານຊີ​ຟ 3 ຊາ​ອູນ​ຊົງ​ຕັ້ງ​ຄ້າຍ​ຢູ່​ທີ່​ພູ​ຮາ​ຄີ​ລາ ຊຶ່ງ​ຢູ່​ຂ້າງ​ຖນົນ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ເຢ​ຊີ​ໂມນ ແຕ່ດາ​ວິດ​ຍັງ​ຄົງຢູ່​ໃນ​ຖິ່ນ​ກັນ​ດານ ແລະ​ເມື່ອ​ທ່ານ​ເຫັນ​ວ່າ​ຊາ​ອູນ​ສະ​ເດັດ​ມາ​ຫາ​ທ່ານທີ່​ໃນ​ຖິ່ນ​ກັນ​ດານ 4 ດາ​ວິດ​ກໍ​ສົ່ງ​ຜູ້​ສອດ​ແນມ​ອອກ​ໄປ ຈຶ່ງ​ຮູ້​ວ່າ​ຊາ​ອູນ​ຊົງ​ຍົກ​ມາ​ແນ່​ແລ້ວ 5 ແລ້ວ​ດາ​ວິດ​ກໍ​ລຸກ​ຂຶ້ນ​ມາ​ຍັງ​ທີ່​ຊຶ່ງ​ຊາ​ອູນ​ຊົງ​ຕັ້ງ​ຄ້າຍ​ຢູ່ ແລະ​ດາ​ວິດ​ກໍ​ເຫັນ​ບ່ອນ​ທີ່​ຊາ​ອູນ​ບັນ​ທົມ​ພ້ອມ​ກັບ​ອັບ​ເນີ​ບຸດ​ເນີ​ແມ່​ທັບ ຊາ​ອູນ​ບັນ​ທົມ​ຢູ່​ກາງ​ເຂດ​ຄ້າຍ ຝ່າຍກອງ​ທັບ​ກໍ​ຕັ້ງ​ຄ້າຍ​ຢູ່​ຮອບ​ພຣະ​ອົງ 6 ແລ້ວ​ດາ​ວິດ​ກໍ​ເວົ້າ​ກັບ​ອາ​ຮີ​ເມ​ເລກ​ ຊາວ​ຮິດ​ຕີ​ ແລະ​ອາ​ບີ​ຊັຍ​ບຸດ​ຂອງ​ນາງເຊ​ຣູ​ຢາ ນ້ອງ​ຊາຍ​ຂອງ​ໂຢ​ອາບ​ວ່າ, “ຜູ້​ໃດ​ຈະ​ລົງ​ໄປ​ໃນ​ຄ້າຍ​ຂອງ​ຊາ​ອູນ​ກັບ​ເຣົາ​ແດ່” ອາ​ບີ​ຊັຍ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ລົງ​ໄປ​ກັບ​ທ່ານ” 7 ດາ​ວິດ​ແລະ​ອາ​ບີ​ຊັຍ​ຈຶ່ງ​ລົງ​ໄປ​ທີ່​ກອງ​ທັບ​ໃນ​ເວ​ລາ​ກາງ​ຄືນ ແລະ​ເບິ່ງ​ແມ໋, ຊາ​ອູນ​ບັນ​ທົມ​ຢູ່​ກາງ​ເຂ​ດ​ຄ້າຍ ມີ​ຫອກ​ປັກ​ຢູ່​ບ່ອນ​ທີ່​ດິນ​ຊື່​ຫົວ ອັບ​ເນີ​ກັ​ບ​ພວກ​ພົນ​ກໍ​ນອນ​ລ້ອມ​ພຣະ​ອົງ​ຢູ່ 8 ອາ​ບີ​ຊັຍ​ເວົ້າກັບ​ດາ​ວິດ​ວ່າ, “ໃນ​ວັນ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ສັດ​ຕຣູ​ຂອງ​ທ່ານ​ໄວ້​ໃນ​ມື​ຂອງ​ທ່ານ​ແລ້ວ ບັດ​ນີ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ແທງ​ເຂົາ​ດ້ວຍ​ຫອກ​ໃຫ້​ຕິດ​ດິນ ຄັ້ງ​ດຽວ​ກໍ​ພໍ ແລະ​ຂ້າ​ພະ​ເຈົ້າ​ບໍ່​ຕ້ອງແທງ​ເຂົາ​ຄັ້ງ​ທີ່​ສອງ” 9 ແຕ່​ດາ​ວິດບອກ​ອາ​ບີ​ຊັຍ​ວ່າ, “ຂໍ​ຢ່າ​ທໍາ​ລາຍ​ພຣະ​ອົງ​ເລີຍ ເພາະ​ຜູ້​ໃດ​ຈະ​ຢຽດ​ມື​ອອກ​ຕໍ່​ສູ້​ຜູ້​ຊຶ່ງພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊະ​ໂລມ​ຫົດ​ສົງ​ໄວ້ ແລະ​ຈະ​ບໍ່​ມີ​ຄວາມ​ຜິດ” 10 ແລະ​ດາ​ວິດ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່​ ພຣະຜູ້​ເປັນ​ເຈົ້າ​ຈະ​ຊົງ​ຂ້າ​ພຣະ​ອົງ​ທ່ານ​ເອງ ຫລື​ຈະ​ເຖິງວັນ​ກໍາ​ນົດ​ທີ່​ພຣະ​ອົງ​ຕ້ອງ​ສິ້ນ​ພຣະ​ຊົນ ຫລື​ພຣະ​ອົງ​ຈະ​ສະ​ເດັດ​ເຂົ້າ​ສົງ​ຄາມ​ແລະ​ພິ​ນາດ​ເສັຽ 11 ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຫ້າມ​ປາມ​ຂ້າ​ພະ​ເຈົ້າ​ບໍ່​ໃຫ້ຢຽດ​ມື​ອອກ​ຕໍ່​ສູ້​ຜູ້​ທີ່​ພຣະ​ອົງ​ຊົງ​ຊະ​ໂລມ​ຫົດ​ສົງໄວ້ ບັດ​ນີ້​ຈົ່ງ​ເອົາ​ຫອກ​ທີ່​ຢູ່​ຊື່​ພຣະ​ສຽນ​ກັບ​ເຢືອກ​ນໍ້າ ແລະ​ໃຫ້​ເຮົາ​ໄປ​ກັນ​ເຖີດ” 12 ດາ​ວິດ​ຈຶ່ງ​ເອົາ​ຫອກ​ແລະ​ເຢືອກ​ນໍ້າ​ຈາກ​ທີ່​ພຣະ​ສຽນ​ຂອງ​ຊາ​ອູນ ແລະ​ເຂົາ​ທັງ​ສອງ​ກໍ​ອອກ​ໄປ ບໍ່​ມີ​ໃຜ​ເຫັນ​ບໍ່​ມີ​ໃຜ​ຮູ້ ແລະບໍ່ມີ​ໃຜ​ຕື່ນ​ເພາະ​ເຂົາ​ຫລັບ​ສ​ນິດ​ທຸກ​ຄົນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ເຂົາ​ຫລັບ​ສ​ນິດ 13 ​ດາວິດ​ກໍ​ຂ້າມ​ໄປ​ອີກ​ຟາກ​ນຶ່ງ​ໄປ​ຢືນ​ຢູ່​ເທິງຍອດ​ພູ​ໄກ​ອອກ​ໄປ ມີ​ທີ່​ຫວ່າງກວ້າງ​ໃຫຍ່​ລະ​ຫວ່າງ​ທັງ​ສອງຝ່າຍ 14 ດາ​ວິດ​ກໍ​ຮ້ອງ​ເອີ້ນ​ພວກ​ພົນ​ແລະ​ເອີ້ນ​ອັບ​ເນີ​ບຸດ​ເນີ​ວ່າ, “ອັບ​ເນີ​ເອີຍ ທ່ານ​ບໍ່​ຕອບ​ຫລື” ແລ້ວ​ອັບ​ເນີ​ຕອບ​ວ່າ, “ໃຜ​ຫັ້ນ​ທີ່​ມາ​ຮ້ອ​ງເອີ້ນ​ພຣະ​ຣາ​ຊາ” 15 ດາ​ວິດ​ຕອ​ບ​ອັບ​ເນີ​ວ່າ, “ທ່ານ​ບໍ່​ແມ່ນ​ຜູ້​ຊາຍ​ດອກ​ຫລື ໃນ​ອິສ​ຣາ​ເອນ​ມີ​ໃຜ​ເຫມືອນ​ທ່ານ​ແດ່ ເປັນ​ຫຍັງ​ທ່ານ​ບໍ່​ເຝົ້າ​ກະ​ສັດ​ເຈົ້າ​ນາຍ​ຂອງ​ທ່ານ​ໄວ້​ໃຫ້​ດີ ເພາະ​ມີ​ຄົນ​ນຶ່ງ​ເຂົ້າ​ໄປ​ຈະ​ທໍາ​ລາຍ​ກະ​ສັດ​ເຈົ້າ​ນາຍ​ຂອງ​ທ່ານ 16 ທີ່ທ່ານ​ກະ​ທໍາ​ເຊັ່ນ​ນີ້​ບໍ່​ດີ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ ທ່ານ​ຄວນ​ຕາຍ​ເພາະ​ທ່ານ​ບໍ່​ໄດ້​ເຝົ້າ​ເຈົ້າ​ນາຍ​ຂອງ​ທ່ານ​ໄວ້​ໃຫ້​ດີ ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊະ​ໂລມ​ຫົດ​ສົງໄວ້ ບັດ​ນີ້​ກວດ​ເບິ່ງ​ດູ​ວ່າ ຫອກ​ຂອງ​ກະ​ສັດ​ຢູ່​ໃສ ແລະ​ເຢືອກ​ນໍ້າ​ທີ່​ຊື່​ພຣະ​ສຽນ​ນັ້ນ​ຢູ່​ໃສ” 17 ຊາ​ອູນ​ຊົງ​ຈໍາ​ສໍາ​ນຽງ​ດາ​ວິດ​ໄດ້​ຈຶ່ງ​ກ່າວ​ວ່າ, “ດາ​ວິດ​ບຸດ​ຂອງ​ຂ້າ​ເອີຍ ນີ້​ເປັນ​ສຽງ​ຂອງ​ເຈົ້າ​ຫລື” ແລະ​ດາວິດ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ເປັນ​ສຽງ​ຂອງ​ຂ້າ​ພຣະ​ອົງ” 18 ​ທ່ານ​ທູນ​ຕໍ່​ໄປ​ວ່າ, “ເຫດ​ໃດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຈຶ່ງ​ໄລ່​ຕິດ​ຕາມຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຂ້າ​ນ້ອຍ​ໄດ້​ກະ​ທໍາ​ສິ່ງ​ໃດ​ໄປ ມື​ຂ້າ​ນ້ອຍຜິດ​ໄປຢ່າງ​ໃດ​ 19 ເພາະ​ສະ​ນັ້ນ​ບັດ​ນີ້​ຂໍ​ພຣະ​ຣາ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍຊົງ​ຟັງ​ສຽງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງປຸກ​ປັ່ນ​ຂ້າ​ນ້ອຍຕໍ່​ສູ້​ພຣະ​ອົງ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ໄດ້​ຮັບ​ເຄື່ອງ​ຖວາຍ ຖ້າ​ເປັນ​ຄົນ​ຍຸ ກໍ​ຂໍ​ຄົນ​ນັ້ນ​ເປັນ​ທີ່​ສາບ​ແຊ່ງ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເຂົາ​ໄດ້​ຂັບ​ໄລ່​ຂ້ານ້ອຍ​ອອກ​ໄປ​ໃນ​ວັນ​ນີ້​ບໍ່ ໃຫ້​ໄດ້​ສ່ວນ​ມໍ​ຣະ​ດົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ກ່າວ​ວ່າ, “ຈົ່ງ​ໄປ​ບົວ​ລະ​ບັດ​ພຣະ​ອື່ນ” 20 ເຫ​ດ​ສັນນັ້ນ​ບັດ​ນີ້ ຂໍ​ຢ່າ​ໃຫ້​ໂລ​ຫິດ​ຂອງ​ຂ້າ​ນ້ອຍ​ຕົກ​ເຖິງ​ດິນ​ໄກ​ຈາກ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເຈົ້າ​ຊີ​ວິດ​ຂອງ​ອິສ​ຣາ​ເອນ​ໄດ້​ອອກ​ມາ​ຫາ​ຊີ​ວິດຫມັດ​ໂຕ​ດຽວ ດັ່ງ​ຜູ້​ນຶ່ງ​ໄລ່​ຕິດ​ຕາມ​ນົກ​ກະ​ທາ​ຢູ່​ເທິງ​ພູ​” 21 ແລ້ວ​ຊາ​ອູນ​ຕອບ​ວ່າ, “ເຮົາໄດ້​ກະ​ທໍາ​ຜິດ​ແລ້ວ ດາ​ວິດ​ບຸດ​ຂອງ​ເຣົາ​ເອີຍ ຈົ່ງ​ກັບ​ຄືນ​ເຖີດ ເຮົາ​ຈະ​ບໍ່​ທໍາ​ຮ້າຍ​ເຈົ້າ​ອີກ​ຕໍ່​ໄປ ເພາະ​ໃນ​ວັນ​ນີ້​ຊີ​ວິດ​ຂອງ​ເຮົາ​ກໍ​ປະ​ເສີດ​ໃນ​ສາຍ​ຕາ​ຂ​ອງ​ເຈົ້າ ເບິ່ງ​ແມ໋, ເຮົາ​ສໍາ​ແດງ​ຕົວ​ເປັນ​ຄົນ​ໂງ່​ຈ້າ​ແລະ​ໄດ້​ກະ​ທໍາ​ຜິດ​ຫລາຍ” 22 ແລະ​ດາ​ວິດ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ຫອກ​ນັ້ນ​ຢູ່​ທີ່​ນີ້ ຂໍ​ຮັ​ບ​ສັ່ງ​ໃຫ້​ຄົນ​ຫນຸ່ມ​ຄົນ​ນຶ່ງ​ມາ​ຮັບ​ໄປ​ຈາກ​ທີ່​ນີ້ 23 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ຮາງວັນ​ແກ່​ທຸກ​ຄົນ​ຕາມ​ຄວາມ​ຊອບ​ທັມ​ ແລະ​ຄວາມ​ສັດ​ຊື່​ຂອງ​ເຂົາ ເພາະ​ໃນ​ວັນ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ພຣະ​ອົງ​ໄວ້​ໃນ​ມື​ຂອງ​ຂ້າ​ພຣະ​ອົງ​ແລ້ວ ແຕ່​ຂ້າ​ພຣະ​ອົງບໍ່ໄດ້​ຢຽດ​ມື​ອອກ​ຕໍ່​ສູ້​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊະ​ໂລມ​ຫົດ​ສົງ​ໄວ້​ 24 ເບິ່ງ​ແມ໋, ໃນ​ສາຍ​ຕາ​ຂອງ​ຂ້າ​ນ້ອຍ ຊີ​ວິດ​ຂອງ​ພຣະອົງ​ນັ້ນ​ປະ​ເສີດ ຈຶ່ງຂໍ​ໃຫ້​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ປະ​ເສີດ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຂໍ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ບັນ​ດາຄວາມ​ທຸກ​ຍາກ​ລໍາ​ບາກ” 25 ແລ້ວ​ຊາ​ອູນ​ຈຶ່ງ​ກ່າວ​ກັບ​ດາ​ວິດ​ວ່າ, “ດາ​ວິດ​ບຸດ​ຂອງ​ເຮົາ​ເອີຍ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພອນ​ເຈົ້າ ເຈົ້າ​ຈະ​ກະ​ທໍາ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ແລະ​ຈະ​ສໍາ​ເຣັດ​“ດາ​ວິດ​ຈຶ່ງ​ໄປ​ຕາມ​ທາງ​ຂອງ​ທ່ານ ແລະ​ຊາ​ອູນ​ກໍ​ສະ​ເດັດ​ກັບ​ສູ່​ຣາ​ຊ​ສໍາ​ນັກ​ຂອງ​ພຣະ​ອົງ

1 ຊາມູເອນ 27

ດາ​ວິດ​ຢູ່​ໃນ​ຫມູ່​ຄົນ​ຟີ​ລິ​ສ​ຕິນ

1 ດາ​ວິດ​ຄິດໃນ​ໃຈ​ວ່າ, “ເຮົາ​ຄົງ​ຈະ​ພິ​ນາດ​ຈັກ​ວັນ​ນຶ່ງ​ດ້ວຍ​ມື​ຂອງ​ຊາ​ອູນ ບໍ່​ມີ​ສິ່ງ​ໃດ​ດີກວ່າ​ທີ່​ເຮົາ​ຈະ​ຫນີ​ໄປ​ຢູ່​ທີ່​ແຜ່ນ​ດິນ​ຄົນ​ຟີ​ລິ​ສ​ຕິນ ແລ້ວ​ຊາ​ອູນກໍ​ຈະ​ຊົງ​ເລີກ​ບໍ່​ຕິດ​ຕາມ​ເຣົາ​ອີກ​ພາຍ​ໃນ​ເຂດ​ແດນ​ອິສ​ຣາ​ເອນ ແລະ​ເຮົາ​ຈະ​ລອດ​ພົ້ນ​ຈາກ​ມື​ຂອງ​ທ່ານ​ໄດ້” 2 ດາ​ວິດ​ຈຶ່ງ​ລຸກ​ຂຶ້ນ​ຍົກ​ຂ້າມ​ໄປ ທັງ​ຕົວ​ທ່ານ ແລະທະຫານ​ທີ່​ຢູ່​ກັບ​ທ່ານ​ຫົກ​ຮ້ອຍ​ຄົນ​ດ້ວຍ​ກັນ ໄປ​ຫາ​ອາ​ຄິ​ສ ບຸດ​ມາ​ໂອກ ກະ​ສັດ​ເມືອງ​ກາດ 3 ​ດາ​ວິດ​ກໍ​ອາ​ໄສ​ຢູ່​ກັບ​ອາ​ຄິສ​ທີ່​ເມືອງ​ກາດ ຄື​ຕົ​ວທ່ານ​ແລະ​ທະ​ຫານ​ຂອງ​ທ່ານ ທຸກ​ຄົນ​ມີ​ຄອບ​ຄົວ​ໄປ​ດ້ວຍ ທັງ​ດາ​ວິດ​ພ້ອມ​ກັບ​ເມັຽ​ສອງ​ຄົນ ຄື​ອາ​ຮີ​ໂນ​ອາມ​ຊາວ​ເຢສ​ເຣ​ເອນ ແລະ​ອາ​ບິກາ​ອີນ​ຊາ​ວ​ກາ​ຣ໌​ເມນ​ແມ່​ຫມ້າຍ​ຂອງ​ນາ​ບານ 4 ເມື່ອມີ​ຄົນ​ໄປ​ທູນ​ຊາ​ອູນ​ວ່າ ດາ​ວິດ​ໄດ້​ຫນີ​ໄປ​ເມືອງ​ກາດ​ແລ້ວ ພຣະ​ອົງ​ກໍບໍ່ໍ​ໄດ້​ຊອກ​ຫາ​ທ່ານ​ອີກ​ຕໍ່​ໄປ 5 ແລ້ວ​ດາ​ວິດ​ຈຶ່ງ​ທູນ​ອາ​ຄິສວ່າ, “ຖ້າ​ຂ້າ​ພຣະ​ອົງເປັນ​ທີ່ໂຜດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ຂໍ​ຊົງ​ໃຫ້​ເຂົາ​ມອບ​ທີ່​ຢູ່ໃນ​ຫົວ​ເມືອງ​ແກ່​ຂ້າ​ພຣະ​ອົງ​ຈັກ​ແຫ່ງ​ນຶ່ງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ ເຫດ​ໃດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ຢູ່​ໃນ​ກຸງ​ກັບ​ພຣະ​ອົງ” 6 ໃນ​ວັນ​ນັ້ນ​ອາ​ຄິສ​ຊົງ​ມອບ​ເມືອງ​ຊິກ​ລາກ​ໃຫ້ ຊິກລາກ​ຈຶ່ງ​ເປັນ​ຫົວ​ເມືອງ​ຂຶ້ນ​ແກ່​ກະ​ສັດ​ຢູດາ​ຈົນ​ເຖິງ​ທຸກວັນ​ນີ້ 7 ລະ​ຍະ​ເວ​ລາ​ທີ່​ດາ​ວິດ​ເຂົ້າ​ໄປ​ຢູ່​ໃນ​ແຜ່ນ​ດິນ​ຟີ​ລິ​ສ​ຕິນ​ນັ້ນ​ເປັນ​ນຶ່ງ​ປີ​ກັບ​ສີ່​ເດືອນ 8 ຝ່າຍ​ດາ​ວິດ​ກັບ​ທະ​ຫານ​ຂອງ​ທ່ານ​ກໍ​ຂຶ້ນ​ໄປປຸ້ນ​ຊາວ​ເກ​ຊູ​ຣ໌ ຄົນ​ກີ​ຣ໌​ຊິດ ແລະ​ຄົນ​ອາ​ມາ​ເລກ ເພາະ​ປະ​ຊາ​ຊາດ​ເຫລົ່າ​ນີ້​ເປັນ​ຊາວ​ແຜ່ນ​ດິນ​ນັ້ນ​ຕັ້ງ​ແຕ່​ສະ​ໄຫມ​ໂບ​ຮານ ໄກ​ໄປ​ຈົນ​ເຖິງ​ເມືອງ​ຊູ​ຣ໌​ ເຖິງ​ແຜ່ນ​ດິນ​ເອ​ຢິບ 9 ດາ​ວິດ​ກໍ​ໂຈມ​ຕີ​ແຜ່ນ​ດິນ​ນັ້ນ ບໍ່​ໄວ້​ຊີ​ວິດ​ຜູ້​ຊາຍ ຫລືຜູ້​ຍິງ ແຕ່​ຍຶດ​ແກະ ງົວ ລໍ ອູດ ແລະ​ເຄື່ອງ​ນຸ່ງ ແລ້ວກັບ​ຄືນ​ມາ​ຫາ​ອາຄິສ 10 ເມື່ອ​ໃດ​ອາ​ຄິ​ສ​ຖາມ​ວ່າ, “ວັນ​ນີ້​ທ່ານ​ໄປ​ປຸ້ນ​ຜູ້​ໃດ​ມາ” ດາ​ວິດກໍ​ທູນ​ຕອບ​ວ່າ, “ປຸ້ນ​ຖິ່ນ​ໃຕ້​ທີ່​ແຜ່ນ​ດິນ​ຢູ​ດາ” ຫລື “ປຸ້ນ​ເນ​ເກັບ​ທີ່​ຕະ​ກູນ​ເຢ​ຣາ​ເມ​ເອນ” ຫລື “ປຸ້ນ​ຖິ່ນໃຕ້​ເກ​ນິດ” 11 ດາວິດ​ບໍ່​ໄດ້ໄວ້​ຊີ​ວິດຜູ້​ຊາຍ​ຫລື​ຜູ້​ຍິງ ທີ່​ຈະ​ນໍາ​ມາ​ທີ່​ເມືອງ​ກາດ ໂດ​ຍຄິດ​ວ່າ “ຢ້ານ​ວ່າເຂົາ​ຈະ​ບອກ​ເຣື່ອງ​ຂອງ​ເຮົາແລະ​ກ່າວ​ວ່າ, “ດາ​ວິດ​ໄດ້​ທໍາ​ຢ່າງ​ນັ້ນ” ນີ້​ເປັນ​ວິ​ທີ​ການ​ຂ​ນະ​ທີ່​ທ່ານ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຟີ​ລິ​ສ​ຕິນ 12 ອາ​ຄິສ​ຊົງ​ວາງ​ພຣະ​ທັຍ​ໃນ​ດາ​ວິດ​ດ້ວຍ​ຊົງ​ດໍາ​ຣິ​ວ່າ, “ເຂົາ​ໄດ້​ກະ​ທໍາ​ໃຫ້​ອິສ​ຣາ​ເອນ​ຊົນ​ຊາດ​ຂອງ​ພຣະ​ອົງ​ກຽດ​ຊັງ​ຢ່າງ​ທີ່​ສຸດ ເຫດ​ສັນນັ້ນ​ເຂົາ​ຈຶ່ງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ຕລອດ​ໄປ”

1 ຊາມູເອນ 28

1 ຢູ່​ມາ​ໃນຄັ້ງ​ນັ້ນ​ຄົນ​ຟີ​ລິ​ສ​ຕິນ​ໄດ້​ຮວບ​ຮວມ​ກໍາ​ລັງ ເພື່ອ​ທໍາ​ສົງ​ຄາມ​ສູ້ຮົບ​ກັບ​ອິສ​ຣາ​ເອນ ແ​ລະ​ອາ​ຄິສ​ສັ່ງ​ກັບ​ດາ​ວິດ​ວ່າ, “ຈົ່ງ​ເຂົ້າ​ໃຈ​ເຖີດ​ວ່າ ທ່ານ​ກັບ​ຄົນ​ຂອງ​ທ່ານ​ຈະ​ອອກ​ທັບ​ໄປ​ກັບ​ເຮົາ” 2 ດາ​ວິດ​ທູນ​ອາ​ຄິສວ່າ, “ດີ ຂ້າ​ພຣະ​ອົງ​ຈະ​ໄດ້​ຮູ້​ວ່າ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ກະ​ທໍາ​ສິ່ງ​ໃດ​ໄດ້​ແດ່” ແລະ​ອາ​ຄິສ​ຮັບ​ສັ່ງ​ກັບ​ດາວິດ​ວ່າ, “ດີ​ແລ້ວ ເຮົາ​ຈະ​ໃຫ້​ທ່ານ​ເປັນ​ອົງ​ຄະ​ຣັກ​ຂອງ​ເຮົາ​ຕລອດ​ຊີ​ພ”

ຊາ​ອູນ​ແລະ​ຄົນ​ຊົງ​ທີ່​ເມືອງ​ເອນ​ໂດ​ຣ໌

3 ຝ່າຍ​ຊາ​ມູ​ເອນ​ໄດ້​ເສັຽ​ຊີ​ວິດ​ແລ້ວ ແລະ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ໄວ້ທຸກ​ໃຫ້​ທ່ານ ແລະ​ຝັງ​ສົບ​ທ່ານ​ໄວ້​ໃນ​ເມືອງ​ຣາ​ມາ ຊຶ່ງ​ເປັນ​ເມືອງ​ຂອງ​ທ່ານ​ເອງ ແລະ​ຊາ​ອູນ​ຊົງ​ກໍາ​ຈັດ​ຄົນ​ຊົງ​ແລະ​ພໍ່​ມົດ​ແມ່​ມົດ​ເສັຽ​ຈາກ​ແຜ່ນ​ດິນ 4 ຄົນ​ຟີ​ລິ​ສ​ຕິນ​ກໍ​ຊຸມ​ນຸມ​ກັນ​ແລະ​ມາ​ຕັ້ງ​ຄ້າຍ​ຢູ່​ທີ່ ຊູ​ເນມ ແລະ​ຊາ​ອູນ​ຊົງ​ຮວ​ບ​ຮວມ​ອິສ​ຣາ​ເອນ​ທັງ​ສິ້ນ ແລະ​ເຂົາ​ທັງ​ຫລາຍ​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງກີນ​ໂບ​ອາ 5 ເມື່ອ​ຊາ​ອູນ​ທອດ​ພຣະ​ເນດກອງ​ທັບ​ຂອງ​ຄົນ​ຟີ​ລິ​ສ​ຕິນ​ກໍ​ຢ້ານ ແລະ​ພຣະ​ທັຍ​ຂອງ​ພຣະ​ອົງ​ກໍ​ຫວັ່ນ​ໄຫວ​ຫລາຍ 6 ​ເມື່ອ​ຊາ​ອູນ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ຕອບ​ພຣະ​ອົງ ບໍ່​ວ່າ​ດ້ວຍ​ຄວາມ​ຝັນ ຫລື​ດ້ວຍ​ອູ​ຣີມ ຫລື​ດ້ວຍ​ຜູ້​ປະ​ກາດ​ພຣະ​ທັມ 7 ຊາ​ອູນ​ຈຶ່ງ​ຮັບ​ສັ່ງ​ກັບ​ມະ​ຫາດ​ເລັກ​ຂອງ​ພຣະ​ອົງ​ວ່າ, “ຈົ່ງ​ອອກ​ໄປ​ຫາ​ຍິງ​ທີ່​ເປັນ​ຄົນ​ຊົງ ເພື່ອ​ເຣົາ​ຈະ​ໄດ້​ໄປ​ຫາ​ແລະ​ຖາມ​ເຂົາ​ເບິ່ງ” ແລະ​ມະ​ຫາດ​ເລັກ​ກໍ​ກາບ​ທູນ​ວ່າ, “ເບິ່ງ​ແມ໋, ມີ​ຍິງ​ຄົນ​ຊົງ​ຄົນ​ນຶ່ງ​ຢູ່​ທີ່​ບ້ານເອນ​ໂດ​ຣ໌ 8 ຊາ​ອູນ​ຈຶ່ງ​ປອມ​ພຣະ​ອົງ ແລະ​ຊົງ​ສ​ລອງ​ພຣະ​ອົງ​ຢ່າງ​ອື່ນ​ສະ​ເດັດ​ອອກ​ໄປ​ພ້ອມ​ກັບ​ຊາຍສອງ​ຄົນ ໄປ​ຫາ​ຍິງ​ຄົນ​ຊົງ​ໃນ​ເວ​ລາ​ກາງ​ຄືນ ພຣະ​ອົງ​ສັ່ງ​ວ່າ, “ຂໍ​ທໍາ​ນ​ວາຍ​ໃຫ້​ເຮົາ​ໂດຍ​ວິນ​ຍານ​ຂອງ​ຄົນ​ຕາຍ ເຮົາ​ຈະ​ຊື່​ຜູ້​ໃດ​ກໍ​ໃຫ້​ເອີ້ນ​ຜູ້​ນັ້ນ​ຂຶ້ນ​ມາ” 9 ຍິງ​ຄົນ​ນັ້ນ​ຈຶ່ງ​ທູນຕອບ​ພຣະ​ອົງ​ວ່າ, “ທ່ານ​ຄົງ​ຮູ້​ແນ່​ແລ້ວ​ວ່າ​ຊົງ​ກະ​ທໍາ​ສິ່ງ​ໃດ ທີ່​ໄດ້​ກໍາ​ຈັດ​ຄົນ​ຊົງ ແລະ​ພໍ່​ມົດ​ແມ່​ມົດ​ເສັຽ​ຈາກ​ແຜ່ນ​ດິນ ເປັນ​ຫຍັງ​ທ່ານ​ຈຶ່ງ​ມາ​ວາງ​ກັບ​ດັກ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​“ 10 ແຕ່ຊາ​ອູນ​ຊົງ​ສາ​ບານ​ກັບ​ຍິງ​ນັ້ນ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ “ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ສັນ​ໃດ ເຈົ້າ​ຈະ​ບໍ່​ຖືກ​ໂທດ​ເພາະ​ເຣື່ອງ​ນີ້​​ສັນ​ນັ້ນ” 11 ຍິງ​ນັ້ນ​ຈຶ່ງ​ທູນ​ຖາມ​ວ່າ, “ທ່ານ​ຈະ​ໃຫ້​ຂ້າ​ພະ​ເຈົ້າ​ເອີ້ນ​ໃຜ​ຂຶ້ນ​ມາ” ຊາ​ອູນ​ກ່າວ​ວ່າ, “ເອີ້ນ​ຊາ​ມູ​ເອນ​ຂຶ້ນ​ມາ​ໃຫ້​ເຮົາ” 12 ແລະ​ເມື່ອ​ຍິງ​ນັ້ນ​ເຫັນ​ຊາ​ມູ​ເອນ​ ຈຶ່ງ​ຮ້ອ​ງ​ສຽງ​ດັງ ແລະ​ຍິງ​ນັ້ນ​ກໍ​ກາບ​ທູນ​ຊາ​ອູນ​ວ່າ, “ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ລໍ້​ລວງ​ຂ້າ​ນ້ອຍ ພຣະ​ອົງ​ຄື​ຊາ​ອູນ” 13 ກະ​ສັດ​ສັ່ງ​ແກ່​ນາງວ່າ, “ຢ່າ​ຢ້ານ​ເລີຍ ເຈົ້າ​ໄດ້​ເຫັນ​ຫຍັງ” ແລະ​ຍິງ​ນັ້ນ​ກາບ​ທູນ​ຊາ​ອູນ​ວ່າ, “ຂ້າ​ນ້ອຍ​ເຫັນ​ເທບ​ພຣະ​ເຈົ້າ​ອົງ​ນຶ່ງ​ສະ​ເດັດ​ຂຶ້ນ​ມາຈາກ​ແຜ່ນ​ດິນ” 14 ພຣະ​ອົງ​ຖາມ​ວ່າ, “ຮູບ​ຮ່າງ​ຂອງ​ເຂົາ​ເປັນ​ຢ່າງ​ໃດ” ແລະ​ນາງ​ຕອບ​ວ່າ, “ເປັນ​ຜູ້​ຊາຍ​ແກ່​ຂຶ້ນ​ມາມີ​ເສື້ອ​ຄຸມກາຍ​ຢູ່” ຊາ​ອູນ​ກໍ​ຊົງ​ຮູ້​ວ່າ​ເປັນ​ຊາ​ມູ​ເອນ ພຣະ​ອົງ​ຊົງ​ໂນ້ມ​ພຣະ​ກາຍ​ລົງ​ເຖິງ​ດິນ​ຂາບ​ໄຫວ້ 15 ແລ້ວ​ຊາ​ມູ​ເອນ​ເວົ້າ​ກັບ​ຊາ​ອູນ​ວ່າ, “ທ່ານ​ຮົບ​ກວນ​ເຮົາ​ດ້ວຍ​ເອີ້ນ​ເຮົາ​ຂຶ້ນ​ມາ​ເຮັດ​ຫຍັງ” ຊາ​ອູນ​ຊົງ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ມີ​ຄວາມ​ທຸກ​ຫນັກ ເພາະ​ຄົນ​ຟີ​ລິ​ສ​ຕິນ​ກໍາ​ລັງ​ມາ​ທໍາ​ສົງ​ຄາມ​ກັບ​ຂ້າ​ພະ​ເຈົ້າ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຫັນ​ຫນີ​ຈາກ​ຂ້າ​ພະ​ເຈົ້າ​ເສັຽແລ້ວ ບໍ່​ໄດ້​ຊົງ​ຕອບ​ຂ້າ​ພະ​ເຈົ້າ​ອີກ​ເລີຍ ບໍ່​ວ່າ​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ ຫລື​ໂດຍ​ຄວາມ​ຝັນ ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ເອີ້ນ​ທ່ານ​ຂຶ້ນ​ມາ​ເພື່ອ​ທ່ານ​ຈະ​ໄດ້​ແຈ້ງວ່າ ຂ້າ​ພະ​ເຈົ້າ​ຈະ​ກະ​ທໍາ​ປະ​ການ​ໃດ​ດີ” 16 ​ຊາ​ມູ​ເອນ​ຕອບ​ວ່າ, “ໃນ​ເມື່ອພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຫັນ​ຫນີ​ຈາກ​ທ່ານ​ເສັຽ​ແລ້ວ ແລະ​ເປັນ​ສັດ​ຕຣູ​ຂອງ​ທ່ານ ທ່າ​ນ​ຈະ​ມາ​ຖາມ​ຂ້າ​ພະ​ເຈົ້າ​ເຮັດ​ຫຍັງ 17 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທໍາ​ແກ່​ທ່ານ​ຢ່າງ​ທີ່​ພຣະ​ອົງ​ສັ່ງ​ບອກ​ທາງ​ຂ້າ​ພະ​ເຈົ້າ​ແລ້ວ​ນັ້ນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຈີກ​ຣາ​ຊ​ອານາ​ຈັກ​ນັ້ນ​ອອກ​ເສັຽ​ຈາກ​ມື​ຂອງ​ທ່ານ ແລະ​ຊົງ​ມອບ​ໃຫ້​ແກ່​ຄົນ​ອື່ນ ຄື​ດາ​ວິດ 18 ເພາະ​ທ່ານ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນເຈົ້າ ບໍ່​ໄດ້​ກະ​ທໍາ​ຕາມ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ທີ່​ຊົງ​ມີ​ຕໍ່​ອາ​ມາ​ເລກ ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກະ​ທໍາ​ສິ່ງ​ນີ້​ແກ່​ທ່ານ​ໃນ​ວັນ​ນີ້ 19 ນອກ​ຈາກ​ນີ້​ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ມອບ​ອິສ​ຣາ​ເອນ​ພ້ອມ​ກັບ​ຕົວ​ທ່ານໄວ້​ໃນ​ມື​ຂອງ​ຄົນ​ຟີ​ລິ​ສ​ຕິນ ມື້​ອື່ນ​ຕົວ​ທ່ານ​ພ້ອມ​ກັບ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ທ່ານ​ຈະ​ຢູ່​ກັບ​ເຮົາ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ມອບກອງ​ທັບ​ອິສ​ຣາ​ເອນ​ໄວ້​ໃນ​ມື​ຂອງ​ຄົນ​ຟີ​ລິ​ສ​ຕິນ​ດ້ວຍ” 20 ແລ້ວ​ຊາ​ອູນກໍ​ຊົງ​ລົ້ມ​ລົງ​ຢຽດ​ຍາ​ວເທິງພື້ນ​ດິນ​ໃນ​ທັນ​ທີ ຢ້ານ​ກົວ​ຈົນ​ຕົວ​ສັ່ນ​ເພາະ​ຖ້ອຍ​ຄໍາ​ຂອງ​ຊາ​ມູ​ເອນ ແລະ​ບໍ່​ມີ​ກໍາ​ລັງ​ເຫລືອ​ຢູ່​ໃນ​ພຣະ​ອົງ ເພາະ​ບໍ່​ໄດ້​ສະ​ເຫວີຍ​ມາ​ຕລອດ​ວັນ​ນຶ່ງ​ກັບ​ຄືນ​ນຶ່ງ​ແລ້ວ 21 ຍິງ​ນັ້ນ​ກໍ​ເຂົ້າ​ມາ​ຫາ​ຊາ​ອູນ ແລະ​ເມື່ອ​ນາງ​ເຫັນ​ວ່າ​ພຣະ​ອົງ​ຕົກ​ພຣະ​ທັຍ​ຫລາຍ ຈຶ່ງ​ທູນ​ວ່າ, “ເບິ່ງ​ແມ໋, ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກໍ​ຍອມ​ຟັງ​ຮັບ​ສັ່ງ​ຂອງ​ພຣະ​ອົງ ຍອມ​ສ່ຽງ​ຊີ​ວິດ ແລະ​ຍອມ​ຟັງ​ພຣະ​ດໍາ​ຣັດ​ທີ່​ພຣະ​ອົງ​ຊົງ​ສັ່ງ​ທຸກ​ປະ​ການ 22 ເພາະ​ສະ​ນັ້ນ​ຂໍ​ພຣະ​ອົງ​ຈົ່ງ​ຟັງ​ສຽງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ ຂໍ​ຂ້າ​ນ້ອຍ​ໄດ້​ຖວາຍ​ພຣະ​ກະ​ຍາ​ຫານ​ແກ່​ພຣະ​ອົງ​ຈັກ​ຫນ້ອຍ​ນຶ່ງ ຂໍ​ພຣະ​ອົງ​ສະ​ເຫວີຍ​ເພື່ອ​ພຣະ​ອົງ​ຈະ​ຊົງ​ມີ​ກໍາ​ລັງ​ເມື່ອ​ກັບ​ຕາມ​ທາງ​ຂອງ​ພຣະ​ອົງ” 23 ພຣະ​ອົງ​ກໍ​ຊົງ​ປະ​ຕິ​ເສດ ຮັບ​ສັ່ງ​ວ່າ, “ບໍ່​ກິນ” ແຕ່​ມະ​ຫາດ​ເລັກ​ກັບ​ຍິງ​ນັ້ນ​ອ້ອນວອນ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ຟັງ​ສຽງ​ຂອງ​ເຂົາ ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ປະ​ທັບ​ເທິງ​ຕຽງ 24 ຍິງ​ນັ້ນ​ມີ​ລູກ​ງົວ​ອ້ວນ​ຢູ່​ໃນ​ບ້ານ​ໂຕ​ນຶ່ງ ກໍ​ຟ້າວ​ຂ້າ ເອົາ​ແປ້ງ​ມາ​ນວດ​ປີ້ງ​ທໍາເຂົ້າ​ຈີ່​ບໍ່​ມີເຊື້ອແປ້ງ 25 ນາງ​ກໍ​ນໍາ​ມາ​ຖວາຍ​ແກ່​ຊາ​ອູນ ແລະ​ຊົງ​ສະ​ເຫວີຍ​ກັບ​ໃຫ້​ມະ​ຫາດ​ເລັກ ເຂົາ​ຮັບ​ປະ​ທານ ແລ້ວ​ກໍ​ຊົງ​ລຸກ​ຂຶ້ນ​ສະ​ເດັດ​ກັບ​ຄືນ​ໄປ​ໃນ​ຄືນ​ນັ້ນ

1 ຊາມູເອນ 29

ຄົນ​ຟີ​ລິສ​ຕີນ​ບໍ່​ວາງ​ໃຈ​ໃນ​ດາ​ວິດ

1 ຝ່າຍ​ຄົນ​ຟີ​ລິ​ສ​ຕິນຊຸມ​ນຸມ​ກໍາ​ລັງ​ທັງ​ຫມົດ​ຢູ່​ທີ່​ອາ​ເຟກ ແລະ​ຄົນ​ອິສ​ຣາ​ເອນ​ກໍ​ຕັ້ງ​ຄ້າຍ​ຢູ່​ທີ່​ນໍ້າ​ພຸ​ຊຶ່ງ​ຢູ່​ໃນ​ເມືອງ​ເຢ​ສ​ຣາ​ເອນ 2 ເມື່ອ​ເຈົ້າ​ນາຍ​ຟີ​ລິ​ສ​ຕິນ​ເດີນ​ຜ່ານ​ໄປ​ຕາມກອງ​ຮ້ອຍ​ແລະ​ກອງ​ພັນ ແລະ​ດາ​ວິດ​ກັບ​ຄົນ​ຂອງ​ທ່ານ​ກໍ​ຜ່ານ​ໄປ​ເປັນ​ກອງຫລັງ​ກັບ​ອາ​ຄິສ 3 ແມ່​ທັບ​ຂອງ​ຄົນ​ຟີ​ລິ​ສ​ຕິນ​ກ່າວ​ວ່າ, “ພວກ​ເຣັບ​ເຣີ​ເຫລົ່າ​ນີ້​ມາ​ເຮັດ​ຫຍັງ​ຢູ່​ທີ່​ນີ້” ແລະ​ອາ​ຄິສ​ກໍ​ຮັບ​ສັ່ງ​ແກ່ແມ່​ທັບ​ຄົນ​ຟີ​ລິ​ສ​ຕິນ​ວ່າ, “ນີ້​ຄື​ດາ​ວິດ​ມະ​ຫາດ​ເລັກ​ຂອງ​ຊາ​ອູນ​ກະ​ສັດ​ອິສ​ຣາ​ເອນ​ບໍ່​ແມ່ນ​ຫລື ເຂົາ​ຢູ່​ກັບ​ເຣົາ​ມາ​ເປັນ​ວັນ​ເປັນ​ປີ​ແລ້ວ ຕັ້ງ​ແຕ່​ວັນ​ທີ່​ເຂົາ​ຫນີ​ມາ​ຫາ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຍັງ​ບໍ່​ພົ​ບ​ຄວາມ​ຜິດ​ໃນ​ຕົວ​ເຂົາ​ເລີຍ” 4 ແຕ່​ເຈົ້າ​ນາຍ​ຟີ​ລິ​ສ​ຕິນ​ໃຈ​ຮ້າຍ​ໃຫ້​ທ່ານ​ແລະ​ເຈົ້າ​ນາຍ​ຟີ​ລິ​ສ​ຕິນ​ທູນ​ທ່ານ​ວ່າ, “ຂໍ​ສົ່ງ​ຊາຍ​ຄົນ​ນັ້ນ​ກັບ​ຄືນ​ໄປ ເພື່ອ​ໃຫ້​ເຂົາ​ກັບ​ໄປ​ຍັງ​ບ່ອນ​ທີ່​ທ່ານ​ກໍາ​ນົດ​ໃຫ້​ເຂົາ​ຢູ່ ແ​ລະ​ຢ່າ​ໃຫ້​ເຂົາ​ລົງ​ໄປ​ຣົບ​ພ້ອມ​ກັບ​ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ຮົບ​ກັນ ເຂົາ​ຈະ​ເປັນ​ສັດ​ຕຣູ​ຂອງ​ເຣົາ ເພາະ​ວ່າ​ຊາຍ​ຄົນ​ນີ້​ຈະ​ຄືນ​ດີ​ກັບ​ເຈົ້າ​ນາຍ​ຂອງ​ເຂົາ​ໄດ້​ຢ່າງ​ໃດ ບໍ່​ແມ່ນ​ດ້ວຍ​ຫົວຂອງ​ຄົນ​ທີ່​ນີ້​ດອກ​ຫລື” 5 ຄົນ​ນີ້​ດາ​ວິດ​ບໍ່​ແມ່ນ​ຫລື ຊຶ່ງ​ເຂົາ​ຮ້ອງ​ເພງ​ຂັບ​ລໍາ​ຮັບ​ກັນ​ວ່າ “ຊາ​ອູນ​ຂ້າ​ຄົນ​ເປັນ​ພັນ ແລະ​ດາ​ວິດ​ຂ້າ​ຄົນ​ເປັນ​ຫມື່ນ” 6 ອາ​ຄິສ​ຈຶ່ງ​ເອີ້ນ​ດາ​ວິດ​ເຂົ້າ​ມາ​ຮັບ​ສັ່ງ​ແກ່​ທ່ານ​ວ່າ, “ພຣະຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ ທ່ານໄ​ດ້​ປະ​ຕິ​ບັດ​ຕົນ​ເປັນ​ຄົນ​ຊື່​ສັດ​ມາ​ແລ້ວ ສໍາ​ລັບ​ເຮົາ ເຮົາ​ກໍ​ເຫັນ​ຊອບ​ທີ່​ທ່ານອ​ອກ​ທັບ​ໄປ​ກັບ​ເຮົາ ເພາະ​ເຮົາ​ບໍ່​ເຫັນ​ມີ​ຄວາມ​ຜິດ​ອັນ​ໃດ​ໃນ​ທ່ານ​ຕັ້ງ​ແຕ່​ວັນ​ທີ່ທ່ານມາ​ຢູ່​ກັບ​ເຮົາ​ຈົນ​ເຖິງ​ວັນ​ນີ້ ແຕ່​ຢ່າງ​ກໍ​ຕາມ​ບັນ​ດາ​ເຈົ້າ​ນາຍ​ບໍ່​ເຫັນ​ດ້ວຍ​ໃນ​ເຣື່ອງ​ທ່ານ 7 ສະ​ນັ້ນ​ຂໍ​ທ່ານ​ກັບ​ຄືນ​ໄປ​ເສັຽ​ຈົ່ງ​ໄປ​ຢ່າງ​ສັນ​ຕິ​ເຖີດ ເພື່ອ​ບໍ່​ໃຫ້​ເປັນ​ທີ່​ຂັດ​ໃຈ​ເຈົ້າ​ນາຍ​ຟີ​ລິ​ສ​ຕິນ​ທັງ​ຫລາຍ” 8 ດາ​ວິດກໍ​ທູນ​ອາ​ຄິສວ່າ, “ແຕ່​ຂ້າ​ພຣະ​ອົງ​ໄດ້​ກະ​ທໍາ​ສິ່ງ​ໃດ ຫລື​ ພຣະ​ອົງ​ໄດ້​ພົບ​ສິ່ງ​ໃດ​ໃນ​ຕົວ​ຂອງ​ຂ້າ​ພຣະ​ອົງ ຕັ້ງ​ແຕ່​ວັນ​ທີ່​ຂ້າ​ພຣະ​ອົງ​ເຂົ້າ​ມາ​ຮັບ​ຣາ​ຊ​ການ​ຈົນ​ບັດ​ນີ້​ວ່າ ຂ້າ​ພຣະ​ອົງ​ບໍ່​ຄວນ​ຈະ​ໄປ​ຮົບ​ກັບ​ສັດ​ຕຣູ​ຂອງ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ” 9 ອາ​ຄິສກໍ​ຮັບ​ສັ່ງ​ຕອບ​ດາ​ວິດ​ວ່າ, “ເຮົາ​ຮູ້​ແລ້ວວ່າ​ໃນ​ສາຍ​ຕາ​ຂອງ​ເຮົາ​ທ່ານ​ດີ​ແລ້ວ​ຢ່າງ​ທູດ​ສວັນ​ຂອງ​ພຣະ​ເຈົ້າ ແຕ່​ບັນ​ດາ​ແມ່​ທັບ​ແຫ່ງ​ຟີ​ລິ​ສ​ຕິນ​ກ່າວ​ວ່າ “ຢ່າ​ໃຫ້​ເຂົາ​ຂຶ້ນ​ໄປ​ໃນ​ການ​ຮົບ​ກັບ​ເຮົາ​ເລີຍ” 10 ເມື່ອ​ເປັນ​ດັ່ງ​ນີ້ ຂໍ​ທ່ານ​ລຸກ​ຂຶ້ນ​ແຕ່​ເຊົ້າ​ພ້ອມ​ກັບ​ພວກ​ພົນ​ແຫ່ງ​ນາຍ​ຂອງ​ທ່ານ​ຄື​ຄົນ​ທີ່​ມາ​ກັບ​ທ່ານ ເມື່ອ​ພວກ​ທ່ານ​ລຸກ​ຂຶ້ນ​ໃນ​ເວ​ລາ​ເຊົ້າ​ມືດ ພໍ​ມີ​ແສງ​ກໍ​ຈົ່ງ​ອອກ​ເດີນ” 11 ດາ​ວິດ​ຈຶ່ງ​ລຸກ​ຂຶ້ນຕັ້ງ​ແຕ່​ມືດ ຄື​ຕົວ​ທ່ານ​ພ້ອມ​ກັບ​ຄົນ​ຂອງ​ທ່ານ​ເພື່ອ​ອອກ​ເດີນ​ໃນ​ຕອນ​ເຊົ້າ ກັບ​ຄືນ​ໄປ​ຍັງ​ແຜ່ນ​ດິນ​ຟີ​ລິ​ສ​ຕິນ ແຕ່​ຄົນ​ຟີ​ລິ​ສ​ຕິນ​ຂຶ້ນ​ໄປ​ຍັງ​ເຢ​ສ​ຣາ​ເອນ

1 ຊາມູເອນ 30

ດາ​ວິດ​ຮົບ​ຊະນະ​ຄົນ​ອາ​ມາ​ເລກ

1 ຢູ່​ມາ​ໃນ​ວັນ​ທີ່​ສາມ​ເມື່ອ​ດາ​ວິດ​ກັບ​ຄົນ​ຂອງ​ທ່ານ​ມາ​ເຖິງ​ເມືອງ​ຊິກ​ລາກ ປາກົດ​ວ່າ​ຄົນ​ອາ​ມາ​ເລກ​ໄດ້​ມາ​ປຸ້ນ​ເນ​ເກັບ​ກັບ​ປຸ້ນ​ຊິກ​ລາກ​ແລ້ວ ເຂົາ​ຊະນະ​ຊິກ​ລາກ ແລະ​ເຜົາ​ເສັຽດ້ວຍ​ໄຟ 2 ແລະ​ຈັບ​ຜູ້​ຍິງ​ກັ​ບ​ທຸກ​ຄົນ​ທີ່​ຢູ່​ໃນ​ນັ້ນ​ໄປ​ເປັນ​ຊະ​ເລີຍ​ທັງ​ເດັກ​ແລະ​ຜູ້​ໃຫຍ່ ບໍ່​ໄດ້​ຂ້າ​ຜູ້ໃດ​ເລີຍ ແຕ່ກວາດ​ຕ້ອນ​ໄປ​ຕາມ​ທາງ​ຂອງ​ເຂົາ 3 ເມື່ອ​ດາ​ວິດ​ກັບ​ຄົນ​ຂອງ​ທ່ານ​ມາ​ທີ່​ໃນ​ເມືອງ ກໍ​ເຫັນ​ວ່າ​ເມືອງ​ນັ້ນ​ຖືກ​ເຜົາ​ດ້ວຍ​ໄຟ ແລະ​ເມັຽ​ກັບ​ບຸດ​ຊາຍ​ບຸດ​ຍິງ​ຂອງ​ເຂົາ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ 4 ແລ້ວ​ດາ​ວິດ​ກັບ​ປະ​ຊາ​ຊົນ​ທີ່​ຢູ່​ກັບ​ທ່ານ​ກໍ​ຮ້ອງ​ໄຫ້​ສຽງ​ດັງ ຈົນ​ເຂົາ​ບໍ່​ມີ​ກໍາ​ລັງ​ຈະ​ຮ້ອງ​ໄຫ້​ອີກ 5 ອາ​ຮີ​ໂນອາມ ຊາວ​ເຢ​ສ​ເຣ​ເອນ ແລະ​ອາ​ບິກາ​ອີນ​ແມ່​ຫມ້າຍ​ຂອງ​ນາ​ບານ​ຊາວ​ກາ​ເມນ ເມັຽ​ທັງ​ສອງ​ຂອງ​ດາ​ວິດ​ກໍ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ 6 ​ດາ​ວິດ​ກໍ​ເປັນ​ທຸກ​ຫນັກ​ເພາະ​ປະ​ຊາ​ຊົນ​ເວົ້າ​ກັນ​ວ່າ​ຈະ​ຂວ້າງ​ກ້ອນ​ຫີນ​ໃສ່​ທ່ານ​ ດ້ວຍ​ຈິ​ດ​ໃຈ​ຂອງ​ປະ​ຊາ​ຊົນ​ກໍ​ຂົ່ມ​ຂື່ນ​ຫລາຍ ເພາະ​ບຸດ​ຊາຍ ແລະ​ບຸດ​ຍິງ​ຂອງ​ເຂົາ ແຕ່​ດາ​ວິດ​ກໍ​ມີ​ກໍາ​ລັງ​ຂຶ້ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ 7 ດາ​ວິດ​ຈຶ່ງ​ເວົ້າ​ກັບ​ປະ​ໂຣ​ຫິດອາ​ບິອາ​ທາ ບຸດ​ຂອງ​ອາ​ຮີ​ເມ​ເລກວ່າ, “ຂໍ​ນໍາ​ເອ​ໂຟດ​ມາ​ໃຫ້​ຂ້າ​ພະ​ເຈົ້າ” ອາ​ບິອາ​ທາ​ກໍ​ນໍາ​ເອ​ໂຟດ​ມາ​ໃຫ້​ດາ​ວິດ 8 ດາ​ວິດ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ສົມຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ຕິດ​ຕາມກອງ​ປຸ້ນ​ນີ້​ຫລື ຂ້າ​ພຣະ​ອົງ​ຈະ​ໄລ່​ທັນ​ເຂົາ​ຫລື” ພຣະ​ອົງ​ຕອບ​ທ່ານ​ວ່າ, “ຈົ່ງ​ຕິດ​ຕາມ​ເຖີດ ເຈົ້າ​ຈະ​ໄປ​ທັນ​ເຂົາ​ແນ່ນອນ ແລະ​ຈະ​ຊ່ອຍ​ໄດ້​ແນ່ນອນ” 9 ດາ​ວິດ​ກໍ​ຍົກ​ອອກ​ຕິດ​ຕາມ​ພ້ອມ​ກັບ​ຄົນທີ່​ຢູ່ກັບ​ທ່ານ​ຫົກ​ຮ້ອຍ​ນັ້ນ ແລະ​ເຂົາ​ມາ​ເຖິງ​ລໍາ​ທານ ​ເບ​ໂຊ​ຣ໌ ຄົນ​ທີ່​ຫລ້າ​ຫລັງ​ກໍ​ພັກ​ຢູ່​ທີ່​ນັ້ນ 10 ແຕ່​ດາ​ວິດ​ຕິດ​ຕາມ​ຕໍ່​ໄປ ທັງ​ຕົວ​ທ່ານ​ແລະ​ຄົນ​ສີ່​ຮ້ອຍ ສອງ​ຮ້ອຍ​ທີ່​ອ່ອນ​ເພັຽເກີນ​ທີ່​ຈະ​ຂ້າມ​ລໍາ​ທານ​ເບ​ໂຊ​ຣ໌​ກໍ​ຢຸດ​ພັກ​ຢູ່ 11 ເຂົາ​ທັງ​ຫລາຍ​ພົບ​ຊາວ​ເອ​ຢິບ​ຄົນ​ນຶ່ງ​ຢູ່​ທີ່​ກາງ​ແຈ້ງ ຈຶ່ງ​ນໍາ​ເຂົາ​ມາ​ຫາ​ດາ​ວິດ ໃຫ້​ເຂົ້າ​ຈີ່​ແລະ​ເຂົາ​ກໍ​ຮັບ​ປະ​ທານ​ແລະ​ໃຫ້​ນໍ້າ​ເຂົາ​ດື່ມ 12 ແລະ​ໃຫ້​ຂະ​ຫນົມ​ຫມາກເດື່ອ​ແຜ່ນ​ນຶ່ງ​ກັບ​ຊໍ່​ຫມາກ​ອະ​ງຸ່ນ​ແຫ້ງ​ສອງ​ຊໍ່ ເມື່ອ​ເຂົາ​ຮັບ​ປະ​ທານ​ແລ້ວ ຈິດ​ໃຈ​ຂອງ​ເຂົາ​ກໍ​ຟື້ນ​ຂຶ້ນ ເພາະ​ເຂົາ​ບໍ່​ໄດ້​ຮັບ​ປະ​ທານ​ເຂົ້າ​ຈີ່​ຫລືດື່ມ​ນໍ້າ​ມາ​ສາມ​ວັນ​ສາມ​ຄືນ​ແລ້ວ 13 ດາ​ວິດ​ຖາມ​ເຂົາ​ວ່າ, “ເຈົ້າ​ເປັນ​ຄົນ​ພວກ​ໃດ ແລະ​ເຈົ້າ​ມາ​ຈາກ​ໃສ” ເຂົາ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຫນຸ່ມ​ຊາວ​ເອ​ຢິບ ເປັນ​ຄົນ​ໃຊຂອງ​ຄົນ​ອາ​ມາ​ເລກ​ຄົນ​ນຶ່ງ ເມື່ອ​ສາມ​ວັນ​ກ່ອນ​ຂ້າ​ພະ​ເຈົ້າ​ປ່ວຍ ນາຍ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖິ້ມ​ຂ້າ​ພະ​ເຈົ້າ​ໄວ້ 14 ເຮົາ​ມາ​ປຸ້ນ​ທີ່​ຖິ່ນ​ໃຕ້​ຂອງ​ຄົນ​ເຄ​ເຣທ ແລະ​ປຸ້ນ​ທີ່​ສ່ວນ​ຂອງ​ຢູ​ດາ ແລະ​ທີ່​ຖິ່ນ​ໃຕ້​ຂອງ​ກາ​ເລັບ ແລະ​ເຣົາ​ເຜົາ​ເມືອງ​ຊິກ​ລາກ​ເສັຽດ້ວຍ​ໄຟ” 15 ດາ​ວິດ​ຖາມ​ເຂົາ​ວ່າ, “ເຈົ້າ​ຈະ​ພາ​ເຮົາລົງ​ໄປ​ເຖິງກອງ​ປຸ້ນ​ນີ້​ຫລື​ບໍ” ເຂົາ​ຕອບ​ວ່າ, “ຂໍ​ສາ​ບານ​ແກ່​ຂ້າ​ພະ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ວ່າ​ຈະ​ບໍ່​ຂ້າ​ຂ້າ​ພະ​ເຈົ້າ ແລະ​ທ່ານ​ຈະ​ບໍ່​ມອບ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ມື​ນາຍ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈຶ່ງ​ຈະ​ພາ​ທ່ານ​ໄປ​ທີ່​ກອງ​ປຸ້ນ​ນັ້ນ” 16 ເມື່ອ​ເຂົາ​ພາ​ທ່ານ​ລົງ​ໄປ​ແລ້ວ ເບິ່ງ​ແມ໋​, ກໍ​ພົບ​ເຂົາ​ທັງ​ຫລາຍ​ແຜ່​ກັນ​ຢູ່​ເຕັມ​ດິນ​ໄປ​ຫມົດ ຕ່າງ​ກິນ​ແລະ​ດື່ມ ແລະ​ເຕັ້ນ​ລໍາ​ເພາະ​ເຂົາ​ຍຶດ​ໄດ້​ເຂົ້າ​ຂອງ​ຫລວງ​ຫລາຍ​ມາ​ຈາກ​ແຜ່ນ​ດິນ​ຟີ​ລິ​ສ​ຕິນ​ແລະ​ຈາກ​ແຜ່ນ​ດິນ​ຢູ​ດາ 17 ​ດາ​ວິດ​ກໍ​ຂ້າ​ຟັນ​ເຂົາ​ຕັ້ງ​ແຕ່​ຮຸ່ງ​ເຊົ້າ​ຈົນ​ເຖິງ​ຄ່ໍາ​ຂອງວັນ​ຮຸ່ງ​ຂຶ້ນ ບໍ່​ມີ​ຊາຍ​ຄົນ​ໃດ​ຫນີ​ລອດ​ໄປ​ໄດ້​ຈັກ​ຄົນ​ດຽວ ເວັ້ນ​ແຕ່​ຊາຍ​ສີ່​ຮ້ອຍ​ຄົນ​ຊຶ່ງ​ຂີ່​ອູດ​ຫນີ​ໄປ 18 ດາ​ວິດ​ໄດ້​ສິ່ງ​ຂອງ​ຕ່າງໆ​ທີ່​ຄົນ​ອາ​ມາ​ເລກ​ຍຶດ ແລະ​ຄືນ​ມາ​ທັງ​ຫມົດ ແລະ​ດາ​ວິດ​ຊ່ອຍ​ເມັຽ​ທັງ​ສອງ​ຂອງ​ທ່ານ​ມາ​ໄດ້ 19 ບໍ່​ມີ​ສິ່ງ​ໃດ​ຂາດ​ຈາກ​ທ່ານ​ໄປ​ເລີຍ ບໍ່​ວ່າ​ນ້ອຍ​ຫລື​ໃຫຍ່ ບຸດ​ຊາຍ​ຫລື​ບຸດ​ຍິງ ໃນ​ສິ່ງ​ທີ່​ຍຶດ​ໄປ ຫລື​ສິ່ງ​ທີ່​ເຂົາ​ເຫລົ່າ​ນັ້ນ​ເອົາ ດາ​ວິດ​ໄດ້​ຄືນ​ມາ​ຫມົດ 20 ດາ​ວິດ​ຍັງ​ຈັບ​ໄດ້​ບັນ​ດາ​ຝູງແບ້ ແລະ​ຝູງ​ງົວ ແລະ​ເຂົາ​ໄລ່​ຕ້ອນ​ຝູງ​ສັດ​ໄປ​ຂ້າງ​ຫນ້າ​ທ່າ​ນ​ກ່າວ​ວ່າ, “ນີ້​ເປັນ​ສ່ວນ​ນຶ່ງຂອງ​ດາ​ວິດ​ຍຶດ​ມາ” 21 ແລ້ວ​ດາ​ວິດ​ກັບ​ມາ​ຍັງ​ຄົນ​ສອ​ງຮ້ອຍ​ຜູ້​ທີ່​ອ່ອນ​ເພັຽ​ເກີນ​ທີ່​ຈະ​ຕາມ​ດາ​ວິດ​ໄປ ຊຶ່ງ​ໃຫ້​ພັກ​ເຊົາ​ຢູ່​ທີ່​ລໍາ​ທານເບ​ໂຊ​ຣ໌ ແລະ​ເຂົາ​ກໍ​ອອກ​ໄປ​ຕ້ອນ​ຮັບ​ດາ​ວິດ ແລະ​ຕ້ອນ​ຮັບ​ປະ​ຊາ​ຊົນ​ທີ່​ຢູ່​ກັບ​ທ່ານ ເມື່ອ​ດາ​ວິດ​ເຂົ້າ​ມາ​ໃກ້​ປະ​ຊາ​ຊົນ ທ່ານ​ກໍ​ຄໍາ​ນັບ​ເຂົາ​ທັງ​ຫລາຍ 22 ຄົນ​ອະ​ທັມ​ແລະ​ຄົນ​ຖ່ອຍ​ທັງ​ຫມົດ​ໃນ​ພວກ​ພົນ​ທີ່​ຕິດ​ຕາມ​ດາ​ວິດ​ໄປ​ຈຶ່ງ​ກ່າວ​ວ່າ, “ເພາະ​ເຂົາ​ບໍ່​ໄປ​ກັບ​ເຮົາ ເຮົາ​ຈະ​ບໍ່​ໃຫ້ສິ່ງ​ໃດ​ທີ່​ເຮົາ​ຍຶດ​ມາ​ໄດ້​ແກ່​ເຂົາ​ເລີຍ ນອກ​ຈາກ​ໃຫ້​ຕ່າງ​ຄົນ​ມາ​ເອົາ​ເມັຽແລະ​ບຸດ​ຂ​ອງ​ເຂົາ​ໄປ​ກໍ​ແລ້ວ​ກັນ” 23 ແຕ່​ດາ​ວິດ​ກ່າວ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ທ່ານ​ຢ່າ​ທໍາ​ຢ່າງ​ນັ້ນ​ກັບ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ແກ່​ເຮົາ ຜູ້​ໄດ້​ຊົງ​ພິ​ທັກ​ຮັກ​ສາ​ເຮົາ​ໄວ້ ແລະ​ຊົງ​ມອບກອງ​ປຸ້ນ​ຊຶ່ງ​ມາ​ຕໍ່​ສູ້​ກັບ​ເຮົາ​ໄວ້​ໃນ​ມື​ຂອງ​ເຮົາ 24 ໃນ​ເຣື່ອງ​ນີ້​ໃຜ​ຈະ​ຟັງ​ສຽງ​ຂອງ​ທ່ານ ເພາະ​ຄົນ​ທີ່​ລົງ​ໄປ​ຣົບ​ໄດ້​ສ່ວນ​ແບ່ງ​ຂອງ​ເຂົາ​ຢ່າງ​ໃດ ຄົນ​ທີ່​ເຝົ້າ​ກ​ອງສັມ​ພາ​ຣະ​ຢູ່​ກໍ​ຄວນ​ໄດ້​ສ່ວນ​ແບ່ງ​ຢ່າງ​ນັ້ນ ໃຫ້​ເຂົາ​ທັງ​ຫລາຍ​ຮັບ​ສ່ວນ​ແບ່ງ​ເຫມືອນ​ກັນ” 25 ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ໄປ ດາ​ວິດ​ກໍ​ຕັ້ງ​ຂໍ້​ນີ້​ໃຫ້​ເປັນ​ກົດ​ເກນ​ແລະ​ກົດ​ຫມາຍ​ແກ່​ອິສ​ຣາ​ເອນ​ຈົນ​ທຸກວັນ​ນີ້ 26 ເມື່ອ​ດາ​ວິດ​ມາ​ເຖິງ​ເມືອງ​ຊິກ​ລາກ​ແລ້ວ ກໍ​ສົ່ງ​ຂອງ​ທີ່​ຍຶດ​ໄດ້​ນັ້ນ​ສ່ວນ​ນຶ່ງ​ໄປ​ໃຫ້​ຫມູ່ ຊຶ່ງ​ເປັນ​ພວກ​ຜູ້​ໃຫຍ່​ໃນ​ຢູ​ດາ​ກ່າວ​ວ່າ, “ນີ້​ເປັນ​ຂອງ​ຂວັນ​ຝາກ​ມາ​ໃຫ້​ທ່ານ​ຊຶ່ງ​ເປັນ​ສ່ວນ​ຂອງ​ທີ່​ຍຶດ​ຈາກ​ສັດ​ຕຣູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 27 ຄື​ແກ່​ຄົນ​ທີ່​ຢູ່​ໃນ​ເບັດ​ເອນ ໃນ​ຣາ​ໂມທທີ່​ເນ​ເກັບ ໃນ​ຢັດ​ຕີ​ຣ໌ 28 ໃນ​ອາ​ໂຣ​ເອີ ໃນ​ຊີຟ​ໂມທ ໃນ​ເອສ​ເຕ​ໂມ​ອາ 29 ໃນ​ຣາ​ການ ໃນ​ຫົວ​ເມືອງ​ຂອງ​ເຢ​ຣາ​ເມ​ເອນ ໃນ​ຫົວ​ເມືອງ​ຂອງ​ຄົນ​ເກ​ນິດ 30 ໃນ​ໂຮ​ຣ໌​ມາ ໃນ​ໂບ​ຣາ​ຊານ ໃນ​ອາ​ທາກ 31 ໃນ​ເຮ​ໂບ​ຣນ ຄື​ໃຫ້​ທົ່ວ​ທຸກ​ໆ​ບ່ອນ ທີ່​ດາວິດ​ແລະ​ຄົນ​ຂອງ​ທ່ານ​ໄດ້​ເຄີຍ​ໄປໆ​ມາໆ

1 ຊາມູເອນ 31

ມໍ​ຣະ​ນາ​ພາບ​ຂອງ​ຊາ​ອູນ ແລະ​ຂອງ​ຣາ​ຊ​ໂອ​ຣົດ

1 ຝ່າຍ​ຄົນ​ຟີ​ລິ​ສ​ຕິນ​ກໍ​ຕໍ່​ສູ້ກັບ​ຄົນ​ອິສ​ຣາ​ເອນ ແລະ​ຄົນ​ອິສ​ຣາ​ເອນ​ກໍ​ຫນີ​ຄົນ​ຟີ​ລິ​ສ​ຕິນ ລົ້ມ​ຕາຍ​ຢູ່​ທີ່​ເທິງ​ພູ​ກິນ​ໂບ​ອາ 2 ​ຄົນ​ຟີ​ລິ​ສ​ຕິນ​ກໍ​ໄລ່​ທັນຊາ​ອູນ​ກັບ​ພວກ​ບຸດ​ຊາຍ ແລະ​ຄົນ​ຟີ​ລິ​ສ​ຕິນ​ກໍ​ຂ້າ​ໂຢ​ນາ​ທານ ອາ​ບິ​ນາ​ດາບ ແລະ​ມັນຄີ​ຊູ​ວາ ບຸດຊາຍ​ຂອງ​ຊາ​ອູນ​ເສັຽ 3 ກາ​ນສູ້​ຮົບ​ຫນັກກໍ​ປະ​ຊິດ​ຊາ​ອູນ​ເຂົ້າ​ໄປ ນັກ​ທະ​ນູ​ມາ​ພົບ​ພຣະ​ອົງ​ເຂົ້າ ພຣະ​ອົງ​ກໍ​ບາດ​ເຈັບ​ສາ​ຫັດ ດ້ວຍ​ຝີ​ມື​ຂອງ​ນັກ​ທະ​ນູ 4 ແລ້ວ​ຊາ​ອູນ​ຮັບ​ສັ່ງ​ຄົນ​ຖື​ອາ​ວຸດ​ຂອງ​ພຣະ​ອົງວ່າ, “ຈົ່ງ​ຊັກ​ດາບ​ອອກ ແທງ​ເຣົາ​ເສັຽ​ໃຫ້​ທະ​ລຸ​ເຖີດ ຢ້ານ​ວ່າ​ຄົນ​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ​ເຫລົ່າ​ນີ້​ຈະ​ເຂົ້າ​ມາ​ແທງ​ເຣົາ​ທະ​ລຸ ເປັນ​ການ​ລົບ​ຫລູ່​ເຣົາ” ແຕ່​ຜູ້​ຖື​ອາ​ວຸດ​ບໍ່​ຍອມ​ກະ​ທໍາ ເພາະ​ເຂົາ​ຢ້ານ​ຫລາຍ ຊາ​ອູນ​ຈຶ່ງ​ຊົງ​ຊັກດາບ​ຂອງ​ພຣະ​ອົງ​ອອກ​ຊົງ​ລົ້ມ​ທັບ​ດາບ​ນັ້ນ 5 ແລະ​ເມື່ອ​ຜູ້​ຖື​ອາ​ວຸດ​ເຫັນ​ວ່າ​ຊາ​ອູນ​ສິ້ນ​ພຣະ​ຊົນ​ແລ້ວ ເຂົາ​ກໍ​ລົ້ມ​ທັບ​ດາບ​ຂອງ​ເຂົາ​ເອງ​ຕາຍ​ດ້ວຍ 6 ດັ່ງ​ນັ້ນ ຊາ​ອູນ​ກໍ​ເສັຽ​ຊີ​ວິດ ບຸດ​ຊາຍ​ທັງ​ສາມ ແລະ​ຜູ້​ຖື​ອາ​ວຸດ​ຂອງ​ພຣະ​ອົງ​ກໍ​ເສັຽ​ຊີ​ວິດ ຕລອດ​ຈົນ​ຄົນ​ຂອງ​ພຣະ​ອົງ​ທັງ​ຫມົດ​ກໍ​ຕາຍ​ເສັຽ​ໃນ​ວັນ​ດຽວ​ກັນ 7 ເມື່ອ​ຄົນ​ອິສ​ຣາ​ເອນ​ຊຶ່ງ​ຢູ່​ຟາກ​ພູ​ຂ້າງນັ້ນ ແລະ​ຜູ້​ທີ່​ຢູ່​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນໍ້າ​ຈໍ​ແດນ ເຫັນ​ຄົນອິສ​ຣາ​ເອນ​ຫນີ​ໄປ ແລະ​ເຫັນ​ວ່າ​ຊາ​ອູນ​ກັບ​ບຸດ​ຊາຍ​ຂອງ​ພຣະ​ອົງ​ເສັຽ​ຊີ​ວິດ​ແລ້ວ ເຂົາ​ກໍ​ຖິ້ມບ້ານ​ເມືອງ​ຂອງ​ເຂົາ​ເສັຽ​ຫລົບ​ຫນີ​ໄປ ຄົນ​ຟີ​ລິ​ສ​ຕິນກໍເຂົ້າ​ມາ​ອາ​ໄສ​ຢູ່​ໃນ​ນັ້ນ 8 ຢູ່​ມາ​ໃນ​ວັນ​ຮຸ່ງ​ເຊົ້າ ເມື່ອ​ຄົນ​ຟີ​ລິ​ສ​ຕິນ​ມາ​ຖອດ​ເຄື່ອງ​ນຸ່ງ​ຈາກ​ຄົນ​ທີ່​ຖືກ​ຂ້າ ພໍ​ພົບ​ສົບ​ຂອງ​ຊາ​ອູນ ແລະ​ບຸດ​ຊາຍ​ທັງ​ສາມ​ຢູ່​ເທິງ​ພູ​ເຂົາ​ກິນ​ໂບ​ອາ 9 ເຂົາ​ຈຶ່ງ​ຕັດ​ພຣະ​ສຽນ​ຂອງ​ຊາ​ອູນ ແລະ​ຖອດ​ເອົາ​ເຄື່ອງ​ອາ​ວຸດ​ຂອງ​ພຣະ​ອົງ​ອອກ ສົ່ງ​ຜູ້​ນໍາຂ່າວອອກໄປ​ທົ່ວ​ແຜ່ນ​ດິນ​ຟີ​ລິ​ສຕິນ ນໍາ​ເອົາ​ຂ່າວ​ດີ​ໄປ​ຍັງ​ເຮືອນ​ຮູບ​ເຄົາ​ຣົບ ແລະ​ຍັງ​ປະ​ຊາ​ຊົນ​ຂອງ​ເຂົາ 10 ເຂົາ​ເອົາ​ເຄື່ອງ​ອາ​ວຸດ​ຂອງ​ພຣະ​ອົງ​ບັນ​ຈຸ​ໄວ້​ໃນ​ວັດ​ຂອງ​ພຣະ​ອັ​ຊ​ຕາ​ຣ໌​ເຕ​ສ ແລະ​ມັດ​ພຣະ​ສົບ​ຂອງ​ພຣະ​ອົງ​ໄວ້​ກັບ​ກໍາ​ແພງ​ເມືອງ​ເບັດ​ຊານ 11 ແຕ່​ເມື່ອ​ຊາວ​ເຢ​ເບ​ສ​ກິເລ​ອາດ​ໄດ້​ຍິນ​ວ່າ​ຄົນ​ຟີ​ລິ​ສ​ຕິນ​ກະ​ທໍາ​ຢ່າງ​ນັ້ນ​ກັບ​ຊາ​ອູນ 12 ຊາຍ​ທີ່​ກ້າ​ຫານ​ທຸກ​ຄົນ​ກໍ​ລຸກ​ຂຶ້ນ​ເດີນຄືນ​ໄປ​ເຖິງ​ຮຸ່ງ​ເພື່ອ​ໄປ​ປົດ​ພຣະ​ສົບ​ຂອງ​ຊາ​ອູນ ແລະ​ສົບ​ບຸດຊາຍ​ທັງ​ສາມ​ລົງ​ເສັຽ​ຈາກ​ກໍາ​ແພງ​ເມືອງ​ເບັດ​ຊານ ແລະ​ມາ​ທີ່​ເມືອງ​ຢາ​ເບ​ສ ເພື່ອ​ເຜົາ​ໃນ​ທີ່​ນັ້ນ 13 ເຂົາ​ກໍ​ເກັບ​ກະ​ດູກໄປ​ຝັງ​ໄວ້​ທີ່​ໃຕ້​ຕົ້ນ​ສົນ​ຫມອກ​ໃນ​ຢາ​ເບສ ແລະ​ອົດ​ອາ​ຫານ​ເຈັດ​ວັນ

2 ຊາມູເອນ 1

ດາ​ວິດ​ຮູ້​ຂ່າວ​ການ​ຕາຍ​ຂອງ​ຊາ​ອູນ

1 ໃນ​ເວລາ​ທີ່​ຊາ​ອູນ​ເສັຽ​ຊີ​ວິດ​ນັ້ນ ພໍ​ດີ​ດາ​ວິດ​ຜູ້​ຮົບ​ຊະ​ນະ​ພວກ​ອາ​ມາ​ເລກ​ໄດ້​ກັບ​ມາ​ເມືອງ​ຊິກ​ລາກ ແລະ​ພັກຢູ່​ທີ່​ນນີ້​ສອງ​ວັນ 2 ເຂົາ​ໄດ້​ຈີກ​ເສື້ອ​ຜ້າ​ຂອງ​ຕົນ ແລະ​ເອົາ​ດິນ​ໃສ່​ຫົວ ເພາະ​ຄວາມ​ເສັຽ​ໃຈ ເມື່ອ​ມາ​ຮອດ​ເຂົາ​ຈຶ່ງ​ພົບ​ດາ​ວິດ ແລະ​ກົ້ມ​ຂາບ​ລົງ​ດ້ວຍ​ຄວາມ​ນັບ​ຖື 3 ດາ​ວິດ​ຈຶ່ງ​ຖາມ​ເຂົາ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ເຂົາ​ຕອ​ບ​ວ່າ, “ຂ້າ​ພະ​ເຈົ້າ​ຫນີ​ມາ​ຈາກ​ຄ້າຍ​ທະ​ຫານອິສ​ຣາ​ເອນ” 4 ດາ​ວິດ​ຈຶ່ງ​ເວົ້າ​ວ່າ, “ບອກ​ຂ້ອຍ​ເບິ່ງ​ດູ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ?” ເຂົາ​ເວົ້າ​ຂຶ້ນວ່າ, “ທະ​ຫານ​ຂອງ​ພວກ​ເຮົາ​ໄດ້​ປົບ​ຫນີ​ຈາກ​ສະ​ຫນາມ​ຮົບ ເພາະ​ເຫັນ​ວ່າ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ ຮວມ​ທັງ​ຊາ​ອູນ​ແລະ​ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ພຣະ​ອົງ​ດ້ວຍ” 5 ດາ​ວິດ​ຖາມ​ເຂົາ​ອີກວ່າ, “ເຫດ​ໃດ​ເຈົ້າ​ຈຶ່ງ​ຮູ້​ວ່າ​ກະ​ສັດ​ຊາ​ອູນ ແລະ​ໂຢ​ນາ​ທານ​ຕາຍ​ແລ້ວ?” 6 ຊາຍ​ຫນຸ່ມ​ຄົນ​ນັ້ນ​ກໍ​ຕອບ​ວ່າ, “ພໍ​ດີ​ໃນ​ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ເທິງ​ພູ​ກິນ​ໂບ​ອາ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກະ​ສັດ​ຊາ​ອູນ​ກຳ​ລັງ​ຢືນ​ຄ້ຳ​ຫອກ​ຂອງ​ພຣະ​ອົງ​ຢູ່ ໃນ​ເວ​ລາ​ນັ້ນ​ທະ​ຫານ​ຣົດ​ຮົບ ແລະ​ທະ​ຫານ​ມ້າ​ຂອງ​ສັດ​ຕ​ຣູ​ກຳ​ລັງ​ແລ່ນ​ເຂົ້າ​ມາ​ໃກ້​ພຣະ​ອົງ 7 ແລ້ວ​ພຣະ​ອົງ​ໄດ້​ຫັນ​ມາ​ເຫັນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງໃສ່​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ກໍ​ທູນ​ຕອບ​ວ່າ “ໂດຍ ຂ້າ​ນ້ອຍ” 8 ພຣະ​ອົງ​ຖາມ​ວ່າ, “ເຈົ້າ​ແມ່ນ​ໃຜ?” ຂ້າ​ພະ​ເຈົ້າ​ບອກ​ພຣະ​ອົງ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ອາ​ມາ​ເລກ 9 ພຣະ​ອົງ​ກໍ​ກ່າວ​ຕໍ່​ໄປ​ວ່າ ເຮົາ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ສາ​ຫັດ ເຮົາ​ໃກ້​ຈະ​ຕາຍ​ແລ້ວ ເຈົ້າ​ມາ​ພີ້​ແດ່ ແລະ​ຂ້າ​ເຮົາ​ຖິ້ມ​ເສັຽ 10 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຂຶ້ນ​ໄປ​ຫາ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ໃນ​ຂ​ນະ​ທີ່​ພຣະ​ອົງ​ລົ້ມ​ລົງ​ນັ້ນ ພຣະ​ອົງ​ກໍ​ຈະ​ຕ້ອງ​ຕາຍ ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ປົດ​ເອົາ​ກະ​ໂຈມ​ອອກ​ຈາກ​ຫົວຂອງ​ພຣະ​ອົງ ແລະ​ຖອດ​ເອົາ​ສາຍ​ແຂນ​ຂອງ​ພຣະ​ອົງ ນຳ​ມາ​ມອບ​ໃຫ້​ທ່ານ​ນີ້​ແຫລະ” 11 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ ດາ​ວິດ​ຈຶ່ງ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ດ້ວຍ​ຄວາມ​ເສັຽ​ໃຈ ແລະ​ທະ​ຫານ​ຂອງ​ທ່ານ​ທຸກ​ຄົນ​ກໍ​ກະ​ທຳ​ເຊັ່ນ​ດຽວ​ກັນ 12 ພວກ​ເຂົາ​ໄດ້​ອົດ​ອາ​ຫານ​ເພື່ອ​ໄວ້​ທຸກ​ໃຫ້​ແກ່​ຊາ​ອູນ ແລະ​ໂຢ​ນາ​ທານ​ຈົນ​ເຖິງ​ຄ່ຳ ແລະ​ເພື່ອ​ຊາວ​ອິສ​ຣາ​ເອນ​ຊຶ່ງ​ເປັນ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ມີ​ຫລາຍ​ຄົນ​ໄດ້​ຖືກ​ຂ້າ​ຢູ່​ໃນ​ສະ​ຫນາມ​ຮົບ 13 ດາ​ວິດ​ໄດ້​ຖາມ​ຊາຍ​ຫນຸ່ມ​ທີ່​ນຳ​ຂ່າວ​ມາ​ບອກ​ທ່ານນັ້ນ​ວ່າ, “ເຈົ້າ​ເປັນ​ຄົນ​ຊາດ​ໃດ” ເຂົາ​ຈຶ່ງ​ຕອບວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ອາ​ມາ​ເລກ ແຕ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ” 14 ດາ​ວິດ​ໄດ້​ຖາມ​ອີກວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ກ້າ​ຂ້າ​ກະ​ສັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້?” 15 ແລ້ວ​ດາວິດ​ກໍ​ເອີ້ນ​ເອົາ​ທະ​ຫານ​ຂອງ​ທ່ານ​ຜູ້​ນຶ່ງ​ອອກ​ມາ​ ແລະ​ບອກວ່າ, “ຈົ່ງ​ຂ້າ​ມັນ​ຖິ້ມ​ເສັຽ” ທະ​ຫານ​ຄົນ​ນັ້ນ​ກໍ​ໃຊ້​ດາບ​ຟັນ​ຊາຍ​ຫນຸ່ມ​ອາ​ມາ​ເລ​ກ​ຄົນ​ນັ້ນ​ໃຫ້​ຕາຍ 16 ແລ້ວ​ດາ​ວິດ​ໄດ້​ເວົ້າ​ວ່າ, “ຊາຍ​ຫນຸ່ມ​ເອີຍ ໂທດ​ນີ້​ເຈົ້າ​ໄດ້​ນຳ​ມາ​ສູ່​ໂຕ​ເຈົ້າ​ເອງ ເມື່ອ​ເຈົ້າ​ຍອມ​ວ່າ​ເຈົ້າ​ໄດ້​ຂ້າ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້​ເປັນ​ກະ​ສັດ​ນັ້ນ ເຈົ້າ​ກໍ​ຈະ​ມີ​ໂທດ​ແລ້ວ”

ດາ​ວິດ​ໂສກ​ເສົ້າ​ເສັຽ​ໃຈ ຍ້ອນ​ຊາ​ອູນ​ແລະ​ໂຢ​ນາ​ທານ

17 ດາ​ວິດ​ໄດ້​ຮ້ອງ​ເພງ​ໂສກ​ເສົ້າ​ນີ້​ເພື່ອ​ໄວ້​ອາ​ລັຍ​ ຊາ​ອູນ​ແລະ​ໂຢ​ນາ​ທານ 18 (ທ່ານ​ໄດ້​ສັ່ງ​ໃຫ້​ສອນ​ເພງ​ນີ້​ແກ່​ຊາວ​ຢູ​ດາ ເພາະ​ນີ້​ໄດ້​ບັນ​ທຶກ​ໄວ້​ໃນ​ປື້ມ​ຂອງ ຢາ​ຊາ) ວ່າ, 19 “ຜູ້​ນຳ​ທີ່​ຍອດ​ຢ້ຽມ​ຂອງ​ພວກ​ເຮົາ​ໄດ້​ຕາຍ​ຢູ່​ເທິງ​ພູ​ນ້ອຍ ອິສ​ຣາ​ເອນ ທະ​ຫານ​ຜູ້​ເກັ່ງ​ກ້າ​ຂອງພວກ​ເຮົາ​ໄດ້​ລົ້ມ​ລົງ 20 ຢ່າ​ບອກ​ເຣື່ອງ​ນີ້​ແກ່​ຊາວ​ເມືອງ​ກາດ ຫລື​ຕາມຖ​ນົນ​ຫົນ​ທາງ​ໃນ​ເມືອງອັສ​ເກ​ໂລນ ຢ່າ​ທຳ​ໃຫ້​ຜູ້​ຍິງ​ເມືອງ​ຟີ​ລິສ​ຕິນ​ດີ​ໃຈ ຢ່າ​ໃຫ້​ພວກ​ລູກ​ສາວ​ຂອງ​ຄົນ​ຊົ່ວ​ຮ້າຍ​ຊົມ​ຊື່ນ​ຍິນ​ດີ 21 ຂໍ​ຢ່າ​ໃຫ້​ຝົນ ຫລື​ນ້ຳ​ຫມອກ​ຕົກ​ລົງ​ໃສ່​ພູ​ນ້ອຍ​ກິນ​ໂບ​ອາ ຂໍ​ໃຫ້​ທົ່ງ​ນາ​ທີ່​ນັ້ນ​ແຫ້ງແລ້ງ​ຢູ່​ເລື້ອຍໆ ຜູ້​ກ້າ​ຫານ​ໄດ້​ປະ​ຖິ້ມ​ແຜ່ນ​ເຫລັກ​ຕ້ານ​ທາຍ​ຂອງ​ຕົນ​ໄວ້ ໃນ​ບ່ອນ​ນັ້ນ​ຢ່າງ​ຫນ້າ​ລະ​ອາຍ ແຜ່ນ​ເຫລັກ​ຕ້ານ​ທານ​ຂອງ​ຊາ​ອູນ​ກໍ​ເຂົ້າ​ຂີ້​ຫມ້ຽງ 22 ຄັນ​ທະ​ນູ​ຂອງ​ໂຢ​ນາ​ທານ​ເປັນ​ຫນ້າ​ຢ້ານ​ຫລາຍ ດາບ​ຂອງ​ຊາ​ອູນ​ບໍ່​ມີ​ຄວາມ​ເມດ​ຕາ​ປາ​ນີ ໄດ້ຂ້າ​ສັດ​ຕ​ຣູ​ຜູ້ເກັ່ງ​ກ້າ 23 ຊາ​ອູນ ແລະ​ໂຢ​ນາ​ທານ​ເປັນ​ຄົນ​ປະ​ເສີດ ແລະ​ຫນ້າ​ຮັກ​ຫລາຍ ພຣະ​ອົງ​ຊົງ​ຢູ່​ດ້ວຍ​ກັນ​ແລະ​ຕາຍ​ດ້ວຍ​ກັນ ເປັນ​ຄົນ​ວ່ອງ​ໄວ​ເຫມືອນ​ນົກ​ອີ​ນຊີ ແລະ​ແຂງ​ແຮງ​ເຫມືອນ​ສິງ 24 ຍິງ​ຊາວ​ອິສ​ຣາ​ເອນ​ເອີຍ ຈົ່ງ​ພາ​ກັນ​ໄວ້​ທຸກ​ໃຫ້​ຊາ​ອູນ ພຣະ​ອົງ​ໄດ້​ໃຫ້​ພວກ​ເຈົ້າ​ນຸ່ງ​ຫົ່ມ​ເສື້ອ​ຍາວ​ສີ​ແດງ​ເຂັ້ມ ທັງ​ໃຫ້​ປະ​ດັບ​ເພັດ​ພອຍ​ແລະ​ຄຳ​ໃສ່​ຕົວ​ຂອງ​ເຈົ້າ 25 ທະ​ຫານ​ຜູ້​ເກັ່ງ​ກ້າ​ກໍ​ເສັຽ​ໄຊ ພວກ​ເຂົາ​ໄດ້​ຖືກ​ຂ້າ​ໃນ​ສະ​ຫນາມ​ຮົບ ສ່ວນ​ໂຢ​ນາ​ທານ​ກໍ​ນອນ​ຕາຍ​ຢູ່​ເທິງ​ພູ​ນ້ອຍ 26 ໂຢ​ນາ​ທານ​ອ້າຍ​ຂອງ​ເຣົາ​ເອີຍ ຂ້າ​ພະ​ເຈົ້າ​ໄວ້​ທຸກ​ແກ່​ທ່ານ ຄວາມ​ຮັກ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕໍ່​ທ່ານ​ນັ້ນ​ຫລວງ​ຫລາຍ ຄວາມ​ຮັກ​ທີ່​ທ່ານ​ມີ​ຕໍ່​ຂ້າ​ພະ​ເຈົ້າ​ກໍ​ປະ​ເສີດ​ຫລາຍ​ເຫນືອກວ່າ​ຄວາມ​ຮັກ​ຂອງ​ພວກ​ຜູ້​ຍິງ​ 27 ທະ​ຫານ​ຜູ້​ເກັ່ງ​ກ້າ​ໄດ້​ເສັຽ​ໄຊ ອາ​ວຸດ​ຂອງ​ພວກ​ເຂົາ​ໃຊ້​ການ​ຫຍັງ​ບໍ່​ໄດ້

2 ຊາມູເອນ 2

ຕັ້ງ​ດາ​ວິດ​ເປັນ​ກະ​ສັດ​ເຫນືອ​ຢູ​ດາ

1 ຄັນ​ເຣື່ອງ​ນີ້​ສິ້ນ​ສຸດ​ລົງ​ໄປ​ແລ້ວ ດາ​ວິດ​ຈຶ່ງ​ທູນ​ຖາມ​ພຣະ​ເຈົ້າ​ວ່າ, “ສົມ​ຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ຂຶ້ນ​ໄປ​ຍັງ​ຫົວ​ເມືອງ​ນຶ່ງ​ເມືອງ​ໃດ​ໃນ​ຢູ​ດາ​ຫລືບໍ?” ແລະພຣະ​ຜູ້​ເເປັນນ​ເຈົ້າ​ຊົງ​ຕອບ​ທ່ານ​ວ່າ, “ຈົ່ງ​ຂຶ້ນ​ໄປ​ເຖີດ” ດາ​ວິດ​ທູນ​ຖາມ​ວ່າ, “ຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ຂຶ້ນ​ໄປ​ທີ່​ໃດ?” ພຣະ​ອົງ​ຊົງ​ກ່າວ​ວ່າ, “ເມືອງ​ເຮໂບ​ຣນ” 2 ດາ​ວິດ​ຈຶ່ງ​ຂຶ້ນ​ໄປ​ທີ່​ນັ້ນ​ພ້ອມກັບ​ພັ​ຣ​ຍາ​ທັງ​ສອງ​ຂອງ​ທ່ານ​ດ້ວຍ​ຄື ອາ​ຮິໂນອາມ ຊາວ​ຢິສ​ເຣ​ເອນ ແລະ​ອາ​ບິ​ກາ​ອີນ​ແມ່​ຫມ້າຍ​ຂອງ​ນາ​ບານ ຊາວກາ​ຣ໌​ເມ 3 ດາ​ວິດ​ກໍ​ນຳ​ຄົນ​ທີ່​ຢູ່​ກັບ​ທ່ານ​ຂຶ້ນ​ໄປ​ທຸກ​ຄົນ​ພາຄອບ​ຄົວ​ໄປ​ນຳ ແລະ​ເຂົາ​ທັງ​ຫລາຍ​ກໍ​ຢູ່​ໃນ​ຫົວ​ເມືອງ​ຂອງ​ເຮ​ໂບ​ຣນ 4 ຄົນ​ຢູ​ດາ​ກໍ​ພາ​ກັນ​ມາ​ເຈີມ​ຕັ້ງ​ດາ​ວິດ​ໄວ້​ເປັນພຣະຣາຊາ​ເຫນືອເຊື້ອ​ສາຍ​ຢູ​ດາ ເມື່ອ​ມີ​ຄົນ​ມາ​ທູນ​ດາ​ວິດ​ວ່າ, “ຊາວ​ຢາ​ເບ​ສ​ກິເລ​ອາດ​ເປັນ​ຜູ້​ທີ່ຝັງ​ພຣະ​ສົບ​ຊາ​ອູນ​ໄວ້” 5 ດາ​ວິດ​ກໍ​ມີ​ຮັບ​ສັ່ງ​ໃຫ້​ຜູ້​ນຳ​ຂ່າວ​ໄປ​ຫາ​ຊາວ​ຢາ​ເບ​ສ​ກິ​ເລ​ອາດ​ນັ້ນ ເວົ້າ​ກັບ​ເຂົາ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ແກ່​ທ່ານ​ທັງ​ຫລາຍ​ໃນ​ການ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ສຳ​ແດງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຢ່າງ​ນີ້​ຕໍ່​ຊາ​ອູນ​ເຈົ້າ​ນາຍ​ຂອງ​ທ່ານ ແລະ​ໄດ້​ຝັງ​ສົບ​ພຣະ​ອົງ​ໄວ້ 6 ບັດ​ນີ້​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ຄວາມ​ທ່ຽງ​ທັມ​ແກ່​ທ່ານ ແລະ​ຂ້າ​ພະ​ເຈົ້າ​ຈະ​ກະ​ທຳ​ຄວາມ​ດີ​ຕໍ່​ທ່ານ​ທັງ​ຫລາຍ​ເພາະ​ທ່ານ​ໄດ້​ກະ​ທຳ​ການ​ນີ້ 7 ເພາະ​ສະ​ນັ້ນ ຂໍ​ໃຫ້​ມື​ຂອ​ງທ່ານ​ທັງ​ຫລາຍ​ເຂັ້ມ​ແຂງ ແລະ​ຂໍ​ໃຫ້​ທ່ານ​ກ້າ​ຫານ​ເຖີດ ເພາະ​ວ່າ​ຊາ​ອູນ​ເຈົ້າ​ນາຍ​ຂອງ​ທ່ານ​ສິ້ນ​ພຣະ​ຊົນ​ເສັຽ​ແລ້ວ ແລະ​ເຊື້ອ​ສາຍ​ຢູ​ດາ​ໄດ້​ເຈີມ​ຕັ້ງ​ຂ້າ​ພະ​ເຈົ້າ​ໄວ້​ເປັນ​ກະ​ສັດ​ເຫນືອ​ເຂົາ​ທັງ​ຫລາຍ

ອິສ​ໂບ​ເຊ​ທ​ຂຶ້ນ​ເປັນ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ

8 ຝ່າຍ​ອັບ​ເນີບຸດ​ເນີ​ແມ່​ທັບ​ຂອງກອງ​ທັບ​ຊາ​ອູນ​ໄດ້​ພາ​ອິສ​ໂບ​ເຊ​ທ ບຸດ​ຊາຍ​ຂອງ​ຊາ​ອູນ​ຂ້າມ​ໄປ​ທີ່​ເມືອງ​ມາ​ຮາ​ນາ​ອິມ 9 ແລະ​ໄດ້​ສະ​ຖາ​ປະ​ນາ​ທ່ານ​ໃຫ້​ເປັນ​ກະ​ສັດ​ເຫນືອ​ເມືອງ​ກິ​ເລ​ອາດ ແລະ​ຄົນ​ອາ​ຊູ​ຣ໌ ແລະ​ຄົນ​ຢິສ​ເຣ​ເອນ ແລະ​ຄົນ​ເອຟ​ຣາ​ອິມ ແລະ​ຄົນ​ເບັນ​ຢາ​ມິນ ແລະ​ຄົນ​ອິສ​ຣາ​ເອນ​ທັງ​ຫມົດ 10 ເມື່ອ​ອິສ​ໂບ​ເຊ​ທ​ບຸດ​ຊາຍ​ຂອງ​ຊາ​ອູນ​ເລີ້ມ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ນັ້ນ​ມີ​ພຣະ​ຊົນ​ຢູ່​ສີ່​ສິບ​ປີ ຊົງ​ປົກ​ຄອງ​ຢູ່​ສອງ​ປີ ແຕ່​ເຊື້ອ​ສາຍ​ຂອງ​ຢູ​ດາ​ກໍ​ຕິດ​ຕາມດາ​ວິດ 11 ເວ​ລາ​ທີ່​ດາ​ວິດ​ຊົງ​ເປັນ​ກະ​ສັດ​ເຫນືອ​ເຊື້ອ​ສາຍ​ຢູ​ດາ​ໃນ​ເຮ​ໂບ​ຣນ​ນັ້ນ​ເປັນ​ຈຳ​ນວນ​ເຈັດ​ປີ​ກັບ​ຫົກ​ເດືອນ

ເສິກ​ລະ​ຫວ່າງ​ອິສ​ຣາ​ເອນ​ແລະ​ຢູ​ດາ

12 ອັບ​ເນີ ບຸດ​ເນີ ແລະ​ພວກ​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ອິສ​ໂບ​ເຊ​ທ ບຸດ​ຊາ​ຍ​ຂອງ​ຊາ​ອູນ​ໄດ້​ອອກ​ຈາກ​ມາ​ຮາ​ນາ​ອິມ​ໄປ​ຍັງ​ເມືອງ​ກິ​ເບ​ໂອນ 13 ແລະ​ໂຢ​ອາບ ບຸດ​ນາງເຊ​ຣູຢາກັບ​ພວກ​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ​ກໍ​ອອກ​ໄປ​ພົບ​ກັບ​ເຂົາ​ທີ່​ສະນ້ຳ​ເມືອງກິເບ​ໂອນ ແລະ​ເຂົາ​ທັ​ງ​ຫລາຍ​ກໍ​ນັ່ງ​ຢູ່​ທີ່​ຂອບ​ສະ ພວກ​ນຶ່ງ​ຢູ່​ທີ່​ຂອບ​ສະ​ຂ້າງ​ນີ້ ອີກ​ພວກ​ນຶ່ງ​ຢູ່​ຂອບ​ສະ​ຂ້າງ​ນັ້ນ 14 ອັບ​ເນີ ຈຶ່ງ​ເວົ້າ​ກັບໂຢ​ອາບ​ວ່າ, “ຂໍ​ໃຫ້​ພວກ​ຄົນ​ຫນຸ່ມ​ລຸກ​ຂຶ້ນ​ຮົບ​ຫລີ້ນ​ກັນ​ໃຫ້​ເຮົາ​ເບິ່ງ​ເຖີດ” ແລະ​ໂຢ​ອາບ​ຕອບ​ວ່າ, “ໃຫ້​ເຂົາ​ລຸກ​ຂຶ້ນ​ຫລິ້ນ​ໂລດ” 15 ເຂົາ​ກໍ​ລຸກ​ຂຶ້ນ​ໄປ​ຕາມ​ທີ່​ນັບ​ໄວ້ ຝ່າຍ​ເບັນ​ຢາ​ມິນ ແລະ​ຝ່າຍ​ອິສ​ໂບ​ເຊທ ບຸດ​ຊາຍ​ຂອງ​ຊາ​ອູນ​ມີ​ສິບ​ສອງ​ຄົນ ແລະ​ຂ້າ​ຣາຊ​ການ​ທະ​ຫານ​ຂອງດາ​ວິດ​ກໍ​ມີ​ສິບ​ສອງ​ຄົນ 16 ຕ່າງ​ກໍ​ຈັບ​ຫົວ​ຄູ່​ຕໍ່​ສູ້ ແລະ​ປັກ​ດາບ​ເຂົ້າ​ທີ່​ສີ່​ຂ້າງ​ຂອງ​ຄູ່​ຕໍ່​ສູ້ ລົ້ມ​ຕາຍ​ດ້ວຍ​ກັນ​ຫມົດ ເຂົາ​ຈຶ່ງ​ເອີ້ນທີ່​ນັ້ນ​ວ່າ “ເຮນ​ກາດ​ຮັ​ສ​ຊູ​ຣິມ” ຊຶ່ງ​ຢູ່​ໃນ​ກິເບ​ໂອນ 17 ການ​ສູ້​ຮົບ​ໃນ​ວັນ​ນັ້ນ​ດຸເດືອດ ອັບ​ເນີ​ແລະ​ພວກ​ຄົນ​ອິສ​ຣາ​ເອນ​ກໍ​ຜ່າຍ​ແພ້​ຕໍ່​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ 18 ບຸດ​ທັງ​ສາມ​ຂອງ​ນາງ​ເຊ​ຣູ​ຢາ​ກໍ​ຢູ່​ທີ່​ນັ້ນຄື ໂຢ​ອາບ ອາ​ບິ​ຊັຍ ແລະ​ອາ​ຊາເຮນ ຝ່າຍ​ອາ​ຊາ​ເຮນ​ນັ້ນ​ມີ​ຕີນໄວຢ່າງ​ກັບ​ເຍືອງ 19 ແລະ​ອາ​ຊາ​ເຮນກໍ​ໄລ່​ຕິດ​ຕາມ​ອັ​ບ​ເນີ​ໄປ ເມື່ອ​ຕາມ​ໄປ​ນັ້ນ​ກໍ​ບໍ່​ໄດ້​ລ້ຽວ​ທາງ​ຂວາ​ມື ຫລື​ທາງ​ຊ້າຍ​ມື​ຈາກ​ການ​ໄລ່​ຕາມ​ອັບ​ເນີ 20 ອັບ​ເນີ​ຫລຽວ​ມາ​ເບິ່ງ​ຈຶ່ງ​ເວົ້າ​ວ່າ, “ນັ້ນ​ອາ​ຊາ​ເຮນແມ່ນ​ບໍ?” ເຂົາ​ຕອບ​ວ່າ, “ຂ້າ​ເອງ” 21 ອັບ​ເນີ​ຈຶ່ງບອກ​ເຂົາ​ວ່າ, “ຈົ່ງ​ລ້ຽວ​ໄປ​ທາງ​ຂວາ ຫລື​ທາງ​ຊ້າຍ ແລະ​ຈັບ​ເອົາ​ຄົນ​ຫນຸ່ມ​ຄົນ​ໃດ​ຄົນ​ນຶ່ງ ແລ້ວ​ກໍ​ຍຶດ​ເອົາ​ສິ່ງ​ຂອງ​ຂອງ​ເຂົາ​ໄປ” ແຕ່​ອາ​ຊາ​ເຮນ​ບໍ່​ລ້ຽວ​ຈາກ​ໄລ່​ຕາມ​ອັບ​ເນີ 22 ອັບ​ເນີ​ຈຶ່ງບອກ​ອາ​ຊາ​ເຮນ​ອີກ​ຄັ້ງ​ນຶ່ງວ່າ, “ຈົ່ງ​ຫັນ​ກັບຈາກ​ການ​ຕາມ​ຂ້າ​ເສັຽ​ເຖີດ ເປັນ​ຫຍັງ​ຈຶ່ງ​ຢາ​ກ​ໃຫ້​ຂ້າ​ຟາດ​ເຈົ້າ​ລົງ​ດິນ ແລ້ວ​ຂ້າ​ຈະ​ເງີຍ​ຫນ້າ​ຂຶ້ນ​ເບິ່ງ​ໂຢອາບ​ອ້າຍ​ຂອງ​ເຈົ້າ​ໄດ້​ຢ່າງ​ໃດ?” 23 ແຕ່​ເຂົາ​ກໍ​ປະ​ຕິ​ເສດ​ບໍ່​ຍອມ​ຫັນ​ກັບ ເພາະ​ສະ​ນັ້ນ ອັບ​ເນີ​ກໍ​ເອົາ​ໂຄນ​ຫອກ​ແທງ​ທ້ອງ​ອາ​ຊາ​ເຮນ ຫອກ​ກໍ​ທະ​ລຸ​ອອກ​ຂ້າງ​ຫລັງ​ຂອງ​ເຂົາ ເຂົາ​ກໍ​ລົ້ມ​ລົງ​ຕາຍ​ຢູ່​ທີ່​ນັ້ນ ແລະ​ທຸກ​ຄົນ​ຊຶ່ງ​ມາ​ເຫັນ​ບ່ອນ​ທີ່​ອາ​ຊາ​ເຮນ​ລົ້ມ​ຕາຍ​ຢູ່​ກໍ​ຢືນ​ນິ່ງ 24 ແຕ່ໂຢ​ອາບ​ກັບ​ອາ​ບິ​ຊັຍ​ໄລ່​ຕາມ​ອັບ​ເນີ​ໄປ ດວງ​ຕາ​ເວັນ​ກໍ​ຕົກ​ເມື່ອ​ເຂົາ​ມາ​ເຖິງ​ເນີນ​ເຂົາ​ອັມມາ ຊຶ່ງ​ຢູ່​ຊື່ກິຢາ ຕາມ​ທາງ​ທີ່​ຈະ​ໄປ​ຖິ່ນ​ກັນ​ດານ​ເມືອງ​ກິ​ເບ​ໂອນ 25 ແລະ​ຄົນ​ເບັນ​ຢາ​ມິນ​ກໍ​ຮວມກັນ​ຕາມ​ອັບ​ເນີ​ໄປ​ເປັນ​ກຸ່ມ​ດຽວ​ກັນ​ຕັ້ງ​ຢູ່​ທີ່​ຍອດ​ພູແຫ່ງ​ນຶ່ງ 26 ແລ້ວ​ອັບ​ເນີ​ຮ້ອງ​ຖາມ​ໂຢ​ອາບ​ວ່າ, “ຈະ​ໃຫ້​ດາບ​ກິນ​ເລື້ອຍ​ໄປ​ຫລື ທ່ານ​ບໍ່​ຮູ້​ຫລື​ວ່າ​ຕອນ​ປາຍ​ມື​ກໍ​ຂົມ ອີກ​ເຫິງ​ປານ​ໃດ​ທ່ານ​ຈຶ່ງ​ຈະ​ສັ່ງ​ຄົນ​ຂອງ​ທ່ານ​ໃຫ້​ຢຸດ​ໄລ່​ຕາມ​ພີ່​ນ້ອງ​ຂອງ​ເຂົາ 27 ແລະ​ໂຢ​ອາບ​ຈຶ່ງ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ ຖ້າ​ທ່ານ​ບໍ່​ເວົ້າ​ຂຶ້ນ​ພວກ​ທະ​ຫານ​ກໍ​ຈະ​ເລິກ​ໄລ່​ຕາມ​ພວກ​ພີ່​ນ້ອງ​ຂອງ​ເຂົາ​ມື້​ອື່ນ​ເຊົ້າ​“ 28 ໂຢອາບ​ຈຶ່ງ​ເປົ່າ​ເຂົາ​ສັດ​ຂຶ້ນ ຄົນ​ທັງ​ປວງ​ກໍ​ຢຸດ ບໍ່​ໄລ່​ຕາມ​ອິສ​ຣາ​ເອນ​ອີກ ແລະ​ບໍ່​ສູ້​ຮົບ​ກັນ​ອີກ 29 ອັບ​ເນີ​ກັບ​ຄົນ​ຂອງ​ທ່ານ​ກໍ​ເດີ​ນທາງ​ຕລອດ​ຄືນ​ນັ້ນ​ໃນ​ອາ​ຣາ​ບາ ເຂົາ​ຂ້າມ​ແມ່​ນ້ຳ​ຈໍ​ແດນ ແລະ​ເດີນ​ໄປ​ຕາມ​ຫຸບ​ເຂົາ​ກໍ​ມາ​ເຖິງ​ມາ​ຮາ​ນາ​ອິມ 30 ໂຢ​ອາບ​ກໍ​ກັບ​ຈາກ​ໄລ່​ຕາມ​ອັບ​ເນີ ແລະ​ເມື່ອ​ທ່ານ​ຮວບ​ຮວມ​ພົນ​ເຂົ້າ​ດ້ວຍ​ກັນ​ແລ້ວ ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ​ກໍ​ຂາດ​ໄປ​ສິບ​ເກົ້າ​ຄົນ​ບໍ່​ນັບ​ອາ​ຊາ​ເຮນ 31 ແຕ່​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ​ໄດ້​ຂ້າ​ຄົນ​ເບັນ​ຢາ​ມິນ ແລະ​ຄົນ​ຂອງ​ອັບ​ເນີ​ຕາຍ​ໄປ​ສາມ​ຮ້ອຍ​ຫົກ​ສິບ​ຄົນ 32 ​ເຂົາ​ກໍ​ຍົກ​ສົບ​ອາ​ຊາ​ເຮນ​ໄປ​ຝັງ​ໄວ້​ໃນ​ອຸບ​ໂມງ​ບິ​ດາ​ຂອງ​ເຂົາ​ຊຶ່ງ​ຢູ່​ທີ່​ເມືອງ​ເບັດ​ເລ​ເຮັມ ໂຢ​ອາບ​ແລະ​ຄົນ​ຂອງ​ທ່ານ​ກໍ​ເດີນ​ທາງ​ຕລອດ​ຄືນ​ໄປ​ສວ່າງ​ທີ່​ເມືອງ​ເຮ​ໂບ​ຣນ

2 ຊາມູເອນ 3

1 ມີ​ສົງ​ຄາມ​ລະ​ຫວ່າງ​ເຊື້ອ​ສາຍ​ຂອງ​ຊາ​ອູນ​ກັບເຊື້​ອ​ສາຍ​ຂອງ​ດາ​ວິດ​ຢູ່​ນານ ແລະ​ດາ​ວິດ​ກໍ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ ຝ່າຍ​ເຊື້ອ​ສາຍ​ຂອງ​ຊາ​ອູນ​ກໍ​ເສື່ອມ​ກຳ​ລັງ​ລົງ​ທຸກ​ຂ​ນະ

ບຸດ​ຊາຍ​ຂອງ​ດາ​ວິດຜູ້ເກີດ​ທີ່​ເມືອງ​ເຮ​ໂບ​ຣນ

2 ດາ​ວິດ​ຊົງ​ມີ​ບຸດ​ຊາຍ​ເກີດ​ຫລາຍ​ຄົນ​ທີ່​ເມືອງ​ເຮໂບ​ຣນ ບຸດ​ຫົວ​ປີຊື່ ອັມ​ໂນນ ບຸດ​ອາ​ຮີ​ໂນ​ອາມ ຊາວ​ຢິ​ສ​ເຣ​ເອນ 3 ຄົນ​ທີ່​ສອງ​ຊື່ ຄີ​ເລ​ອາບ ບຸດ​ນາງ​ອາ​ບິ​ກາ​ອິນ​ແມ່​ຫມ້າຍ​ຂອງ​ນາບານ​ຊາວ​ກາ​ຣ໌​ເມນ ແລະ​ຄົນ​ທີ່​ສາມ​ຊື່ ອັບ​ຊາ​ໂລມ ບຸດ​ນາງ​ມາ​ອາ​ກາ ຣາຊ​ທິ​ດາ​ຂອງ​ຕັນ​ມັຍ​ກະ​ສັດ​ເມືອງ​ເກ​ຊູ​ຣ໌ 4 ຄົນ​ທີ່​ສີ່​ຊື່ ອາ​ໂດ​ນີ​ຢາ ບຸດ​ຂອງ​ຮັກ​ກິດ ຄົນ​ທີ່​ຫ້າ​ຊື່ ເຊຟາ​ຕິ​ຢາບຸດ​ນາງ​ອາ​ບິ​ຕັນ 5 ​ຄົນ​ທີ່​ຫົກ​ຊື່ ອິ​ທ​ເຣ​ອາມ ບຸດ​ນາງ​ເອກ​ລາ ເມັຽຂອງ​ດາ​ວິດ ບຸດ​ຊາຍ​ເຫລົ່າ​ນີ້​ເກີດ​ແກ່​ດາ​ວິດທີ່​ເມືອງ​ເຮ​ໂບ​ຣນ

ອັບ​ເນີ​ປອງ​ທຳ​ຄຳ​ສັນ​ຍາ​ກັບ​ດາ​ວິດ

6 ຢູ່າ​ເມື່ອ​ມີ​ການ​ຕໍ່​ສູ້​ລະ​ຫວ່າງ​ເຊື້ອ​ສາຍ​ຂອງ​ຊາ​ອູນ​ກັບ​ເຊື້ອ​ສາ​ຍຂອງ​ດາ​ວິດ​ນັ້ນ ອັບ​ເນີ​ໄດ້​ກະ​ທຳ​ຕົວ​ໃຫ້​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ ໃນ​ເຊື້ອ​ສາຍ​ຂອງ​ຊາອູນ 7 ຝ່າຍ​ຊາ​ອູນ​ນັ້ນ​ມີ​ນາງ​ສ​ນົມ​ຄົນ​ນຶ່ງ​ຊື່ ຣິ​ສ​ປາ ບຸດ​ຕ​ຣີ​ຂອງ​ອັຍ​ຢາ ແລະ​ອິສ​ໂບ​ເຊ​ທ​ຈຶ່ງ​ກ່າວ​ກັບ​ອັບ​ເນີ​ວ່າ, “ເຫດ​ໃດ​ທ່ານ​ຈຶ່ງ​ເຂົ້າ​ຫາ​ນາງ​ສ​ນົມ​ຂອງ​ສະ​ເດັດ​ພໍ່​ຂອງ​ເຮົາ” 8 ຝ່າຍ​ອັບ​ເນີ​ກໍ​ຄຽດ​ອິສ​ໂບ​ເຊ​ທ​ເພາະ​ຖ້ອຍ​ຄຳ​ນີ້​ຫລາຍ ຈຶ່ງ​ທູນ​ວ່າ, “ຂ້າ​ພຣະ​ອົງ​ເປັນ​ຫົວ​ຫມາ​ຂອງ​ຢູ​ດາ​ຫລື ທຸກ​ມື້​ນີ້​ຂ້າ​ພຣະ​ອົງ​ໄດ້​ສຳ​ແດງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ເຊື້ອ​ສາຍ​ຂອງ​ຊາ​ອູນ​ສະ​ເດັດ​ພໍ່​ຂອງ​ພຣະ​ອົງ ແລະ​ຕໍ່​ພີ່​ນ້ອງ​ແລະ​ຕໍ່​ມິດ​ສະ​ຫາຍ​ຂອງ​ສະ​ເດັດ​ພໍ່​ທ່ານ ບໍ່​ໄດ້​ມອບ​ຂ້າ​ພຣະ​ອົງ​ໄວ້​ໃນ​ມື​ຂອງ​ດາ​ວິດ ວັນ​ນີ້​ພຣະ​ອົງ​ຍັງ​ຫາ​ຄວາມ​ຕໍ່​ຂ້າ​ພຣະ​ອົງ​ດ້ວຍ​ເຣື່ອງ​ຜູ້​ຍິງ​ຄົນ​ນີ້ 9 ຖ້າ​ຂ້າ​ພຣະ​ອົງ​ຈະບໍ່​ໄດ້​ກະ​ທຳ​ເພື່ອ​ດາ​ວິດ​ໃຫ້​ສຳ​ເຣັດ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຕິ​ຍານ​ໄວ້​ຕໍ່​ທ່ານ​ແລ້ວ ກໍ​ຂໍ​ພຣະຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ອັບ​ເນີ​ແລະ​ຍິ່ງ​ຫນັກ​ກວ່າ 10 ຄື​ຂ້າ​ພຣະ​ອົງ​ຈະ​ຍ້າຍ​ຣາຊ​ອາ​ນາ​ຈັກ​ຈາກ​ເຊື້ອ​ສາຍ​ຂອງ​ຊາ​ອູນ ແລະ​ສະ​ຖາ​ປະ​ນາ​ບັນ​ລັງ​ຂອງດາ​ວິດ​ເຫນືອ​ອິສ​ຣາ​ເອນ ແລະ​ເຫນືອ​ຢູ​ດາ ຕັ້ງ​ແຕ່​ດານ​ເຖິງ​ເບ​ເອີ​ເຊ​ບາ” 11 ແລະ​ອິສ​ໂບ​ເຊທ​ກໍ​ບໍ່​ຊົງ​ສາ​ມາດ​ຕອບ​ອັບ​ເນີ​ຈັກ​ຄຳດຽວ ເພາະ​ພຣະ​ອົງ​ຊົງ​ຢ້ານ​ກົວອັບ​ເນີ 12 ອັບ​ເນີ​ກໍ​ສົ່ງ​ຜູ້​ນຳ​ຂ່າວແທນ​ຕົນ​ໄປ​ຍັງ​ດາ​ວິດ​ທີ່​ເຮ​ໂບ​ຣນ​ທູນ​ວ່າ, “ແຜ່ນ​ດິນ​ນີ້​ເປັນ​ຂອງ​ຜູ້​ໃດ?” ແລະ​ທູນ​ອີກວ່າ, “ຂໍ​ຊົງ​ທຳ​ຄຳ​ສັນ​ຍາ​ກັບ​ຂ້າ​ພຣະ​ອົງ ແລະ​ເບິ່ງ​ແມ໋, ມື​ຂອງ​ຂ້າ​ພຣະ​ອົງ​ຈະ​ຢູ່​ຝ່າຍ​ພຣະ​ອົງ ແລະ​ນຳ​ອິສ​ຣາ​ເອນ​ທັງສິ້ນ​ມາ​ມອບ​ແດ່​ພຣະ​ອົງ” 13 ດາ​ວິດ​ກ່າວວ່າ, “ດີ​ແລ້ວ ເຮົາ​ຈະ​ກະ​ທຳ​ຄຳ​ສັນ​ຍາ​ກັບ​ທ່ານ ແຕ່​ເຮົາ​ຂໍ​ຈາກ​ທ່ານ​ຈັກ​ຢ່າງ​ນຶ່ງ​ຄື​ວ່າ ເມື່ອ​ທ່ານ​ຈະ​ມາ​ເຫັນ​ຫນ້າ​ເຮົາ​ອີກ​ຂໍ​ທ່ານ​ນຳ​ມີ​ຄານ ບຸດ​ຕ​ຣີ​ຂອງ​ຊາ​ອູນ​ມາ​ໃຫ້​ເຮົາ​ກ່ອນ ບໍ່​ດັ່ງ​ນັ້ນ​ທ່ານ​ຈະ​ບໍ່​ໄດ້​ເຫັນ​ຫນ້າ​ເຮົາ” 14 ແລ້ວ​ດາ​ວິດ​ກໍ​ສົ່ງ​ຜູ້​ນຳ​ຂ່າວໄປ​ຍັງອິສ​ໂບ​ເຊ​ທ​ບຸດ​ຊາຍ​ຂອງ​ຊາ​ອູນ​ວ່າ, “ຂໍ​ມອບ​ມີ​ຄານ​ເມັຽ​ຂອງ​ຂ້າ​ພະ​ເຈົ້າ​ແກ່​ຂ້າ​ພະ​ເຈົ້າ​ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຫມັ້ນ​ໄວ້​ດ້ວຍ​ຫນັງ​ປາຍ​ອະ​ວັຍ​ວະ​ຂອງ​ຄົນ​ຟີ​ລິສ​ຕິນ​ນຶ່ງ​ຮ້ອຍ​ອັນ” 15 ອິສ​ໂບ​ເຊ​ທ​ຈຶ່ງ​ຊົງ​ໃຫ້​ຄົນ​ໄປ​ພາ​ມີ​ຄານ​ມາ​ຈາກ​ຜົວ​ຂອງ​ນາງ ຄື​ປັນ​ຕິ​ເອນ​ບຸດ​ຊາຍ​ຂອງ​ລາ​ອິສ 16 ແຕ່​ຜົວ​ຂອງ​ນາງ​ກໍ​ຍ່າງ​ທັງ​ຮ້ອງ​ໄຫ້​ໄປ​ກັບ​ນາງ​ຈົນ​ເຖິງ​ບາ​ຮູ​ຣິມ ແລ້ວ​ອັບ​ເນີ​ຈຶ່ງບອກ​ເຂົາ​ວ່າ, “ກັບ​ໄປ​ເສັຽ​ເຖີດ” ແລະ​ເຂົາ​ກໍ​ກັບ​ໄປ 17 ອັບ​ເນີ​ຈຶ່ງ​ປຶກ​ສາ​ກັບ​ພວ​ກ​ຜູ້​ໃຫຍ່​ຂອງ​ອິສ​ຣາ​ເອນ​ວ່າ, “ເມື່ອ​ກ່ອນ​ນີ້​ທ່ານ​ທັງ​ຫລາຍ​ຢາກ​ໃຫ້​ດາ​ວິດ​ເປັນ​ກະ​ສັດ​ເຫນືອ​ທ່ານ 18 ບັດ​ນີ້​ຈົ່ງ​ໃຫ້​ເປັນ​ຈິງ​ເຖີດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ໄວ້​ກັບ​ດາ​ວິດ​ວ່າ “ເຮົາ​ຈະ​ຊ່ອຍ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ດ້ວຍ​ມື​ຂອງ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ຟີ​ລິສ​ຕິນ ແລະ​ໃຫ້​ພົ້ນ​ຈາກ​ມືສັດ​ຕ​ຣູ​ທັງ​ສິ້ນ​ຂອງ​ເຂົາ” 19 ອັບ​ເນີ​ກໍ​ເວົ້າ​ກັບ​ຄົນ​ເບັນ​ຢາ​ມິນ​ນຳ ແລະ​ອັບ​ເນີ​ກໍ​ໄປ​ທູນ​ດາ​ວິດ​ທີ່​ເມືອງ​ເຮ​ໂບ​ຣນ​ເຖິງ​ບັນ​ດາ​ສິ່ງ​ຕ່າງໆ ທີ່​ອິສ​ຣາ​ເອນ​ແລະ​ເຊື້ອ​ສາຍ​ທັງ​ສິ້ນ​ຂອງ​ເບັນ​ຢາ​ມິນ​ເຫັນ​ສົມ​ຄວນ​ທີ່​ຈະ​ກະ​ທຳ 20 ອັບ​ເນີ​ຈຶ່ງ​ມາ​ເຝົ້າ​ດາ​ວິດ​ທີ່ເມືອງ​ເຮ​ໂບ​ຣນ​ພ້ອມ​ກັບ​ຄົນ​ອີກ​ຊາວ​ຄົນ ດາ​ວິດ​ຊົງ​ຈັດ​ການ​ລ້ຽງ​ອັບ​ເນີ​ກັບ​ຄົນ​ທີ່​ຢູ່​ກັບ​ທ່ານ 21 ແລະ​ອັບ​ເນີ​ທູນ​ດາ​ວິດ​ວ່າ, “ຂ້າ​ພຣະ​ອົງ​ຈະ​ລຸກ​ຂຶ້ນ​ກັບ​ໄປ ແລະ​ຈະ​ຮວບ​ຮວມ​ຄົນ​ອິສ​ຣ​ເອນ​ທັງ​ສິ້ນ​ມາ​ຍັງ​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ກະ​ທຳ​ຄຳ​ສັນ​ຍາ​ກັບ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ຊົງ​ປົກ​ຄອງ​ໃຫ້​ກວ້າງ​ຂວາງ​ຕາມ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ” ດາ​ວິດ​ກໍ​ຊົງ​ສົ່ງ​ອັບ​ເນີ​ກັບ​ໄປ ແລະ​ເຂົາ​ກໍ​ໄປ​ໂດຍ​ສະ​ວັດ​ດີ​ພາບ

ໂຢ​ອາບ​ຂ້າ​ອັບ​ເນີ

22 ຂ​ນະ​ນັ້ນ​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ດາ​ວິດ​ກັບ​ໂຢ​ອາບ​ກັບ​ມາ​ຈາກ​ການ​ໄປ​ປຸ້ນ​ແລະ​ນຳ​ສິ່ງ​ຂອງ​ທີ່​ຍຶດ​ໄດ້​ຫລວງ​ຫລາຍ​ນັ້ນ​ມາ​ດ້ວຍ ແຕ່​ອັບ​ເນີ​ບໍ່​ໄດ້​ຢູ່​ກັບ​ດາ​ວິດ​ທີ່​ເຮ​ໂບ​ຣນ​ແລ້ວ ເພາະ​ພຣະອົງ​ຊົງ​ສົ່ງ​ທ່ານ​ກັບ​ໄປ ແລະ​ທ່ານ​ກໍ​ໄປ​ໂດຍ​ສະ​ວັດ​ດີ​ພາບ 23 ເມື່ອ​ໂຢ​ອາບ​ກັບ​ກອງ​ທັບ​ທັງ​ສິ້ນ​ທີ່​ຢູ່​ກັບ​ທ່ານ​ມາ​ເຖິງ ກໍ​ມີ​ຄົນ​ບອກ​ໂຢອາບ​ວ່າ, “ອັບ​ເນີ​ບຸດ​ເນີ​ມາ​ເຝົ້າ​ພຣະ​ຣາຊາ ແລະ​ພຣະ​ອົງ​ຊົງ​ໃຫ້​ເຂົາ​ກັບ​ໄປ ເຂົາ​ກໍ​ກັບ​ໄປ​ໂດຍ​ສະ​ວັດ​ດີ​ພາບ” 24 ແລ້ວ​ໂຢ​ອາບ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ທູນ​ວ່າ, “ເປັນ​ຫຍັງ​ພຣະ​ອົງ​ຊົງ​ກະ​ທຳ​ເຊັ່ນ​ນີ້ ເບິ່ງ​ແມ໋, ອັບ​ເນີ​ມາ​ເຝົ້າ​ພຣະ​ອົງ ເຫດ​ໃດ​ພຣະ​ອົງ​ຈຶ່ງ​ປ່ອຍ​ເຂົາ​ໄປ ເຂົາ​ກໍ​ຫລຸດ​ມື​ໄປ​ແລ້ວ 25 ພຣະ​ອົງ​ຊົງ​ຊາບ​ແລ້ວ​ວ່າ​ອັບ​ເນີ ບຸດ​ເນີ​ມາ​ເພື່ອ​ລໍ້​ລວງ​ພຣະ​ອົງ ແລະ​ເພື່ອ​ຊາບ​ເຖິງ​ການ​ສະ​ເດັດ​ເຂົ້າ​ອອກ​ຂອງ​ພຣະ​ອົງ ແລະ​ເພື່ອ​ຊາບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ 26 ເມື່ອ​ໂຢ​ອາບ​ອອກ​ມາ​ຈາກ​ການ​ເຂົ້າ​ເຝົ້າ​ດາ​ວິດ ຈຶ່ງ​ສົ່ງ​ຜູ້​ນຳ​ຂ່າວ​ໄປ​ຕາມ​ອັບ​ເນີ ເຂົາ​ທັງ​ຫລາຍ​ກໍ​ນຳ​ທ່ານ​ກັບ​ມາ​ຈາກ​ທີ່​ຍັງ​ນ້ຳ​ຊື່​ຊີ​ຣາ ແຕ່​ດາ​ວິດ​ບໍ່​ໄດ້​ຊົງ​ຊາ​ບ​ໃນ​ເຣື່ອງ​ນີ້ 27 ເມື່ອ​ອັບ​ເນີ​ກັບ​ມາ​ເຖິງ​ເຮ​ໂບ​ຣນ​ແລ້ວ ໂຢ​ອາບ​ກໍ​ພາ​ທ່ານ​ຫລົບ​ເຂົ້າ​ໄປ​ທີ່​ກາງ​ປະ​ຕູ​ເມືອງ​ເພື່ອ​ຈະ​ເວົ້າ​ກັບ​ທ່ານ​ເປັນ​ການ​ລັບ ແລະ​ໂຢ​ອາບ​ແທງ​ທ້ອງ​ຂອງ​ທ່ານ​ເສັຽ​ທີ່​ນັ້ນ ທ່ານ​ກໍ​ສິ້ນ​ຊິ​ວິດ ໂຢ​ອາບ​ແກ້​ແຄ້ນ​ໂລ​ຫິດ​ຂອງ​ອາ​ຊາ​ເຮ​ນ​ນ້ອງ​ຊາຍ​ຂອງ​ຕົນ 28 ພາຍ​ຫລັງ​ເມື່ອ​ດາ​ວິດ​ຊົງ​ຊາບ​ເຣື່ອງ​ນີ້ ພຣະ​ອົງ​ຊົງ​ກ່າວ​ວ່າ, “ຕົວ​ເຮົາ​ແລະ​ຣາຊ​ອາ​ນາ​ຈັກ​ຂອງ​ເຮົາ​ປາ​ສ​ຈາກ​ຄວາມ​ຜິດ​ສືບ​ໄປ​ເປັນ​ນິດ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ເຣື່ອງ​ໂລ​ຫິດ​ຂອງ​ອັບ​ເນີ​ບຸດ​ເນີ 29 ຂໍ​ໃຫ້​ໂທດ​ນັ້ນ​ຕົກ​ເຫ​ນືອ​ຫົວ​ຂອງ​ໂຢ​ອາບ ແລະ​ເຫນືອ​ເຊື້ອ​ສາຍ​ບິ​ດາ​ຂອງ​ເຂົາ​ທັງ​ສິ້ນ ຂໍ​ຢ່າ​ໃຫ້​ຄົນ​ທີ່​ມີ​ສິ່ງ​ໄຫລ​ອອກ ຄົນ​ທີ່​ເປັນ​ໂຣກ​ເຮື້ອນ ຄົນ​ທີ່​ຖື​ໄມ້​ເທົ້າ ຄົນ​ທີ່​ຖືກ​ປະ​ຫານ​ດ້ວຍ​ດາບ ຫລື​ຄົນ​ຂາດ​ເຂົ້າ​ຈີ່ ຂາດ​ຈາກ​ເຊື້ອ​ສາຍ​ຂອງ​ໂຢ​ອາບ” 30 ນີ້​ແຫລະ​ ໂຢ​ອາບ​ແລະ​ອາ​ບິ​ຊັຍ​ນ້ອງ​ຊາຍ​ຂອງ​ເຂົາ​ໄດ້​ຂ້າ​ອັບ​ເນີ ເພາະ​ອັບ​ເນີ​ໄດ້​ຂ້າ​ອາ​ຊາ​ເຮນ​ນ້ອງ​ຊາຍ​ເຂົາ​ເມື່ອ​ຮົບ​ກັນ​ທີ່​ກິ​ເບ​ໂອນ 31 ແລ້ວ​ດາ​ວິດ​ກໍ​ກ່າວ​ກັບ​ໂຢ​ອາບ ແລະ​ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ຢູ່ກັບ​ພຣະ​ອົງ​ວ່າ, “ຈົ່ງ​ຈີກ​ເສື້ອ​ຜ້າ​ຂອງ​ທ່ານ​ທັງ​ຫລາຍ ແລະ​ເອົາ​ຜ້າ​ກະ​ສອບ​ຄາດ​ແອວ​ໄວ້ ແລະ​ຈົ່ງ​ໄວ້​ທຸກ​ໃຫ້​ອັບ​ເນີ” ແລະ​ກະ​ສັດ​ດາ​ວິດ​ສະ​ເດັດ​ຕາມ​ສົບ​ອັບ​ເນີ​ໄປ 32 ເຂົາ​ກໍ​ຝັງ​ສົບ​ອັບ​ເນີ​ໄວ້​ທີ່​ເຮ​ໂບ​ຣນ ແລະ​ກະ​ສັດ​ກໍ​ສົ່ງ​ພຣະ​ສຸ​ຣະ​ສຽງ​ກັນ​ແສງ​ໃນ​ທີ່​ຝັງ​ສົບ​ຂອງອັບ​ເນີ ແລະ​ປະ​ຊາ​ຊົນ​ທັງ​ປວງກໍ​ຮ້ອງ​ໄຫ້ 33 ແລະ​ກະ​ສັດ​ຊົງ​ຄ່ຳ​ຄວນ​ດ້ວຍ​ເຣື່ອງ​ອັບ​ເນີ​ວ່າ, “ຄວນ​ຫລື​ທີ່​ອັບ​ເນີ​ຈະ​ຕາຍ ຢ່າງ​ຄົນ​ໂງ່​ຕາຍ” 34 ມື​ຂອງ​ທ່ານ​ກໍ​ບໍ່​ໄດ້​ຖືກ​ມັດ ຕີນ​ຂອງ​ທ່ານ​ກໍ​ບໍ່​ໄດ້​ຕິດ​ໂຊ່ ທ່ານ​ໄດ້​ລົ້ມ​ລົງ​ເຫມືອນ​ຢ່າງ​ຄົນ​ລົ້​ມ​ລົງ​ຕໍ່​ຫນ້າ​ຄົນ​ຊົ່ວ​ຮ້າຍ ແລະ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ຮ້ອງ​ໄຫ້​ເຖິງ​ອັບ​ເນີ​ອີກ 35 ແລ້ວ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ມາ​ທູນ​ຊວນ​ເຊີນ​ໃຫ້​ດາ​ວິດ​ສະ​ເຫວີຍ​ພຣະ​ກະ​ຍາ​ຫານ​ເມື່ອ​ເວ​ລາ​ຍັງ​ເວັນ​ຢູ່ ແຕ່​ດາ​ວິດ​ຊົງ​ປະ​ຕິ​ຍານ​ວ່າ, “ຖ້າ​ເຮົາ​ຊິມ​ຣົດ​ເຂົ້າ​ຈິ່ ຫລື​ສິ່ງ​ໃດໆ​ກ່ອນ​ຕາ​ເວັນ​ຕົກ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ໂທດ​ເຮົາ​ແລະ​ຍິ່ງ​ຫນັກ​ກວ່າ” 36 ປະ​ຊາ​ຊົນ​ທັງ​ປ​ວງສັງ​ເກດ​ເຫັນ​ເຊັ່ນ​ນັ້ນ​ກໍ​ພໍ​ໃຈ​ ດັ່ງ​ທີ່​ປະ​ຊາ​ຊົນ​ພໍ​ໃຈ​ທຸກ​ສິ່ງ​ທີ່​ກະ​ສັດ​ຊົງ​ກະ​ທຳ 37 ປະ​ຊາ​ຊົນ​ທັງ​ສິ້ນ​ແລະ​ຊົນ​ອິສ​ຣາ​ເອນ​ທັງ​ປວງ​ຈຶ່ງ​ເຂົ້າ​ໃຈ​ໃນ​ວັນ​ນັ້ນ​ວ່າ ບໍ່​ແມ່ນ​ພຣະ​ປະ​ສົງ​ຂອງ​ກະ​ສັດ​ທີ່​ຈະ​ໃຫ້​ຂ້າ​ອັບ​ເນີ​ບຸດ​ເນີ​ເສັຽ 38 ກະ​ສັດ​ກ່າວ​ກັບ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ວ່າ, “ທ່ານ​ບໍ່​ຊາບ​ຫລື​ວ່າ ວັນ​ນີ້​ເຈົ້າ​ນາຍ​ແລະ​ຄົນ​ສຳ​ຄັນ​ຍິ່ງ​ຄົນ​ນຶ່ງ​ສິ້ນ​ຊີ​ວິດ​ໃນ​ອິສ​ຣາ​ເອນ 39 ເຖິງ​ແມ່ນ​ເຮົາ​ໄດ້​ຮັບ​ການ​ເຈີມ​ເປັນ​ກະ​ສັດ ແລ້ວ​ເຮົາ​ກໍ​ອ່ອນ​ກຳ​ລັງ​ໃນ​ວັນ​ນີ້ ຊາຍ​ເຫລົ່າ​ນີ້​ຊຶ່ງ​ເປັນ​ບຸດ​ຂອງ​ນາງ​ເຊ​ຣູ​ຢາ​ຫນັກ​ແກ່​ເຮົາ​ເກີນ​ໄປ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສນອງ​ຜູ້​ກະ​ທຳ​ຜິດ​ຕາມ​ຄວາມ​ຜິດ​ຂອງ​ເຂົາ​ເຖີດ”

2 ຊາມູເອນ 4

ການ​ຄາ​ຕະ​ກຳ​ອິສ​ໂບ​ເຊ​ທ

1 ເມື່​ອອິສ​ໂບ​ເຊ​ທ​ບຸດ​ຊາຍ​ຂອງ​ຊາ​ອູນ​ໄດ້​ຊົງ​ຊາບ​ຂ່າວ​ວ່າ​ອັບ​ເນີ​ສິ້ນ​ຊີ​ວິດ​ເສັຽ​ທີ່​ເຮ​ໂບ​ຣນແລ້ວ ພຣະ​ຫັດ​ຂອງ​ພຣະ​ອົງ​ກໍ່​ອ່ອນ​ລົງ ແລະ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ທໍ້​ໃຈ 2 ຝ່າຍ​ບຸດ​ຊາຍ​ຂອງ​ຊາ​ອູນ​ຍັງ​ມີ​ອີກ​ສອງ​ຄົນ​ເປັນ​ຫົວ​ຫນ້າ​ຂອງກອງ​ປຸ້ນ ຄົນ​ນຶ່ງ​ຊື່​ບາອາ​ນາ ອີກ​ຄົນ​ນຶ່ງ​ຊື່​ເຣ​ຄັບ​ບຸດ​ຂອງ​ຣິມ​ໂມນ ຄົນ​ເບັນ​ຢາ​ມິນ ຊາວ​ເມືອງ​ເບ​ເອີ​ໂຢດ (ເພາະ​ວ່າ​ເບ​ເອີ​ໂຢດກໍ​ນັບ​ເຂົ້າ​ເປັນ​ຂອງ​ເບັນ​ຢາ​ມິນ​ດ້ວຍ 3 ຊາວ​ເບ​ເອີ​ໂຢດ​ຫນີ​ໄປ​ຍັງ​ເມືອງ​ກິດ​ຕາ​ອິມ ແລະ​ອາ​ໄສ​ຢູ່​ທີ່​ນັ້ນ​ຈົນ​ເຖິງ​ທຸກວັນ​ນີ້) 4 ໂຢ​ນາ​ທານ​ບຸ​ດ​ຊາ​ຍ​ຂອງ​ຊາ​ອູນ ມີ​ບຸດ​ຊາຍ​ຄົນ​ນຶ່ງ​ເປັນ​ງ່ອຍ ເມື່ອ​ມີ​ຂ່າວ​ເຣື່ອງ​ຊາ​ອູນ​ກັບ​ໂຢ​ນາ​ທານ​ມາ​ຈາກ​ຢິ​ສ​ເຣ​ເອນ​ນັ້ນ ເດັກ​ຄົນ​ນີ້​ມີ​ອາ​ຍຸ​ຫ້າ​ປີ ເອື້ອຍ​ລ້ຽງ​ກໍ​ອຸ້ມ​ລຸກ​ຫນີ​ໄປ ເມື່ອນາງ​ຟ້າວຫນີ​ນັ້ນ ເດັກ​ນັ້ນ​ກໍ​ຫລົ່ນ​ລົງ ແລະ​ເປັນ​ງ່ອຍ ທ່ານ​ຊື່​ເມ​ຟີ​ໂບ​ເຊ​ທ 5 ຝ່າຍ​ບຸດ​ທັງ​ສອງ​ຂອງ​ຣິມ​ໂມນ ຊາວ​ເບ​ເອີ​ໂຢດ ທີ່​ຊື່​ເຣ​ຄັບ ແລະ​ບາອາ​ນາ​ນັ້ນ ໄດ້​ອອກ​ເດີນ​ທາງ ພໍ​ແດດ​ອອກຮ້ອນ​ກໍ​ມາ​ເຖິງ​ຕຳ​ນັກ​ຂອງ​ອິສ​ໂບ​ເຊ​ທ ຂ​ນະ​ເມື່ອ​ພຣະ​ອົງ​ກຳ​ລັງ​ບັນ​ທົມ​ພັກ​ທ່ຽງ ​ 6 ແລະ​ເຂົາ​ເຂົ້າ​ໄປ​ກາງ​ຕຳ​ນັກ ເຮັດ​ເຫມືອນ​ຈະ​ຂົນ​ເຂົ້າ​ສາ​ລີ​ແລະ​ເຂົາ​ກໍ​ແທງ​ພຣະ​ອົງ ເຣ​ຄັບ​ແລະບາ​ອາ​ນາ​ອ້າຍ​ແຫ່ງ​ຕົນກໍ​ຫນີ​ໄປ 7 ເມື່ອ​ເຂົາ​ທັງ​ສອງ​ເຂົ້າ​ໄປ​ໃນ​ຕຳ​ນັກ​ນັ້ນ ພຣະ​ອົງ​ບັນ​ທົມ​ຫລັບ​ຢູ່​ເທິງ​ບ່ອນ ເຂົາ​ກໍ​ທຸບ​ຕີ​ພຣະ​ອົງ​ແລະ​ປະ​ຫານ​ພຣະ​ອົງ​ເສັຽ ນຳ​ພຣະ​ສຽນ​ນັ້ນ​ເດີນ​ທາງ​ໄປ​ທາງ​ອາ​ຣາ​ບາ​ທັງ​ກາງ​ຄືນ 8 ​ເຂົາ​ນຳ​ພຣະ​ສຽນ​ຂອງ​ອິສ​ໂບ​ເຊ​ທ​ໄປ​ຖ​ວາຍ​ດາ​ວິດ​ທີ່​ເມືອ​ງເຮ​ໂບ​ຣນ ເຂົາ​ທັງ​ສອງ​ກາບ​ທູນ​ພຣະ​ຣາຊາ​ວ່າ, “ນີ້​ຫົວ​ຂອງ​ອິສ​ໂບ​ເຊ​ທ​ບຸດ​ຂອງ​ຊາ​ອູນ​ສັດ​ຕ​ຣູ​ຂອງ​ພຣະ​ອົງ ຜູ້​ສ​ແວງ​ຫາ​ຊີ​ວິດ​ຂອງ​ພຣະ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ແກ້​ແຄ້ນ​ແທນ​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ​ໃນ​ວັນ​ນີ້​ເຫນືອ​ຊາ​ອູນ ແລະ​ພືດ​ພັນ​ຂອງ​ຊາ​ອູນ” 9 ແຕ່ດາ​ວິດ​ກ່າວ​ຕອບ​ເຣ​ຄັບ​ແລະ​ບາ​ອາ​ນາ​ອ້າຍແຫ່ງ​ຕົນ​ ບຸດ​ຂອງ​ຣີມ​ໂມນ​ຊາວ​ເບ​ເອໂຢດ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ ຄື​ພຣະ​ອົງ​ຜູ້​ຊົງ​ໄຖ່​ຊີ​ວິດ​ຂອງ​ເຮົາ​ຈາກ​ບັນ​ດາ​ຄວາມ​ທຸກ​ຍາກ 10 ເມື່ອ​ຜູ້​ນຶ່ງ​ຜູ້​ໃດ​ບອກ​ເຮົາ​ວ່າ, “ເບິ່ງ​ແມ໋, ຊາ​ອູນ​ສິ້ນ​ຊີ​ວິດ​ແລ້ວ” ແລະ​ຄິດ​ວ່າ​ຕົນ​ນຳ​ຂ່າວ​ດີ​ມາ ເຮົາ​ກໍ​ຈັບ​ຄົນ​ນັ້ນ​ຂ້າ​ເສັຽ​ທີ່​ຊິກ​ລາກ ຊຶ່ງ​ເປັນ​ຣາງວັນ​ທີ່​ເຮົາ​ໃຫ້​ແກ່​ເຂົາ​ສຳ​ລັບ​ຂ່າວ​ນັ້ນ 11 ນອກ​ຈາກ​ນີ້​ເທົ່າ​ໃດ​ເມື່ອ​ຄົນ​ອະ​ທັມ​ໄດ້​ຂ້າ​ຄົນ​ຊອບ​ທັມ​ທີ່​ໃນ​ບ້ານ ແລະ​ເທິງ​ບ່ອນນອນ​ຂອງ​ຄົນ​ຊອບ​ທັມ​ນັ້ນ ເຮົາ​ຈະ​ບໍ່​ລົງ​ໂທດ​ເຈົ້າ​ທັງ​ສອງ​ເພາະ​ຄວາມ​ຕາຍ​ຂອງ​ເຂົາ​ຫລື ແລະ​ທຳ​ລາຍ​ເຈົ້າ​ເສັຽ​ຈາກ​ພິ​ພົບ” 12 ດາ​ວິດກໍ​ຊົງ​ສັ່ງ​ຄົນ​ຫນຸ່ມ​ຂອງ​ພຣະ​ອົງ ແລະ​ເຂົາ​ທັງ​ຫລາຍ​ກໍ​ພາກ​ເຂົາ​ທັງ​ສອງ​ໄປ​ຂ້າ​ເສັຽ ຕັດ​ມື​ຕັດ​ຕີນ​ອອກ ແຂວນ​ສົບ​ນັ້ນ​ໄວ້​ທີ່​ຂ້າງ​ສະ​ທີ່ເມືອງ​ເຮ​ໂບຣນ ແຕ່​ເຂົາ​ນຳ​ພຣະ​ສຽນ​ຂອງ​ອິສ​ໂບ​ເຊ​ທ​ໄປ​ຝັງ​ໄວ້​ໃນ​ທີ່​ຝັງ​ສົບ​ຂອງ​ອັບ​ເນີ​ໃນ​ເມືອງ​ເຮ​ໂບ​ຣນ

2 ຊາມູເອນ 5

ດາ​ວິດ​ເປັນ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ

1 ຕໍ່​ມາ​ອີກ ພວກ​ຕະ​ກູນ​ອິສ​ຣາ​ເອນ ໄດ້​ມາ​ຫາ​ດາ​ວິດ​ທີ່​ເມືອງ​ເຮໂບ​ຣນ ແລະ​ທູນ​ຕໍ່​ພຣະ​ອົງ​ວ່າ, “ພວກ​ຂ້າ​ພຣະ​ອົງ​ເປັນ​ເພື່ອນ​ຮ່ວມ​ຊາດ​ດຽວ​ກັນ​ກັບ​ພຣະ​ອົງ 2 ໃນ​ຄາວ​ກ່ອນ​ເມື່ອ​ຊາ​ອູນ​ເປັນ​ເຈົ້າ​ຊີ​ວິດ ແມ່ນ​ພຣະ​ອົງ​ນີ້​ແຫລະ​ໄດ້​ນຳ​ຫນ້າ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຢູ່​ໃນ​ສະ​ຫນາມ​ຮົບ ຕັ້ງ​ແຕ່​ເວ​ລາ​ນັ້ນ​ມາ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ບອກ​ໃຫ້​ພຣະ​ອົງ​ເປັນ​ຜູ້​ນຳ​ຫນ້າ ແລະ​ປົກຄອງ​ໄພ່​ພົນ​ຂອງ​ພຣະ​ອົງ 3 ດ້ວຍ​ເຫດ​ນີ້ ພວກ​ຂ້າ​ພຣະ​ອົງ​ຜູ້​ນຳ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ ຈຶ່ງ​ເຂົ້າ​ເຝົ້າ​ພຣະ​ອົງ​ທີ່​ເມືອງ​ເຮ​ໂບ​ຣນ​ນີ້” ຝ່າຍ​ດາ​ວິດ​ກໍ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ກັບ​ພວກ​ເຂົາ ແລະ​ພວກ​ເຂົາ​ກໍ​ເອົາ​ນ້ຳ​ມັນ​ຊະ​ໂລມ​ຫົດ​ສົງ​ພຣະ​ອົງ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຣາຊ​ອາ​ນາ​ຈັກ​ອິສ​ຣາ​ເອນ 4 ເວ​ລາ​ທີ່​ດາ​ວິດ​ໄດ້​ຂຶ້ນ​ສະ​ເຫວີຍ​ຣາຊ​ນັ້ນ ພຣະ​ອົງ​ມີ​ອາ​ຍຸ​ສາ​ມສິບ​ປີ ແ​ລະ​ພຣະອົງປົກ​ຄອງ​ເປັນ​ເວ​ລາ​ສີ່​ສິບ​ປີ 5 ຄື​ປົກ​ຄອງ​ຊາວ​ຢູ​ດາ​ທີ່​ເຮ​ໂບ​ຣນ​ເປັນ​ເວ​ລາ​ເຈັດ​ປີກັ​ບ​ຫົກ​ເດືອນ ແລະ​ໄດ້​ປົກ​ຄອງ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ທົ່ວ​ທັງ​ອິສ​ຣາ​ເອນ​ແ​ລະ​ຢູ​ດາ ເປັນ​ເວ​ລາ​ສາມ​ສິບ​ປີ 6 ຕໍ່​ມາ​ກະ​ສັດ​ດາ​ວິດ​ ແລະ​ທະ​ຫານ​ຂອງ​ພຣະ​ອົງ ໄດ້​ໄປ​ສູ້​ຮົບ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຊາວ​ເຢ​ບຸສທີ່​ຢູ່​ໃນ​ທີ່​ນັ້ນ ຄິດ​ວ່າດາ​ວິດ​ບໍ່​ສາ​ມາດ​ຈະ​ຕີ​ເອົາ​ເມືອງ​ນີ້​ໄດ້ ພວກ​ເຂົາ​ຈຶ່ງ​ເວົ້າ​ຕໍ່​ພຣະ​ອົງ​ວ່າ, “ພຣະອົງ​ຈະ​ເຂົ້າ​ມາ​ໃນ​ບ່ອນ​ນີ້​ບໍ່​ໄດ້​ດອກ ແມ່ນ​ແຕ່​ຄົນ​ຕາ​ບອດ ແລະ​ຄົນ​ເສັຽອົງ​ຄະ​ກໍ​ຈະ​ສາ​ມາດ​ປ້ອງ​ກັນ​ເມືອງ​ນີ້​ໄວ້​ໄດ້” 7 ແຕ່​ດາ​ວິດ​ກໍ​ໄດ້​ຍຶດ​ເອົາ​ປ້ອມ​ຍາມ​ເມືອງ​ຊີ​ໂອນ ແ​ລະ​ບ່ອນ​ນີ້​ກໍ​ກາຍ​ເປັນ​ເມືອງ​ຂອງດາ​ວິດ 8 ໃນ​ວັນ​ນັ້ນ ດາ​ວິດເວົ້າ​ກັບ​ທະ​ຫານ​ຂອງ​ພຣະ​ອົງ​ວ່າ, “ຜູ້​ໃດ​ຈະ​ໂຈມ​ຕີ​ຄົນ​ເຢ​ບຸ​ສ ກໍ​ໃຫ້​ຜູ້​ນັ້ນ​ຂຶ້ນ​ໄປ​ຕາມ​ທາງ​ນ້ຳ​ໄຫລ​ໄປ​ສູ້​ຄົນ​ຫງ່ອຍ ແລະ​ຄົນ​ຕາ​ບອ​ດຜູ້​ຊຶ່ງ​ຈິດ​ໃຈ​ຂອງ​ດາ​ວິດ​ກຽດ​ຊັງ” ດ້ວຍ​ເຫດ​ນີ້ ​ເຂົາ​ຈຶ່ງວ່າ​ກັນ​ວ່າ, “ຢ່າ​ໃຫ້​ຄົນ​ຕາ​ບອດ ແລະ​ຄົນ​ຫງ່ອຍ​ເຂົ້າ​ມາ​ໃນ​ພຣະ​ວິ​ຫານ” 9 ສ່ວນ​ດາ​ວິດ​ກໍ​ຢູ່​ໃນ​ເມືອ​ງທີ່​ມີ​ປ້ອມ​ຍາມ​ນັ້ນ ທີ່​ພຣະ​ອົງ​ໄດ້​ໃສ່​ຊື່​ວ່າ “ເມືອງ​ຂອງ​ດາ​ວິດ” ພຣະ​ອົງ​ໄດ້​ສ້າງ​ກຳ​ແພງ​ປ້ອງ​ກັນ​ອ້ອມ​ໄວ້ ຕັ້ງ​ແຕ່​​ມິນໂລ​ຈົນ​ເຖິງ​ພຣະ​ຣາຊວັງ 10 ດາ​ວິດ​ເຂັ້ມ​ແຂງ ແລະ​ຈະ​ເຣີນ​ຂຶ້ນ​ຕລອດ​ມາ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ໄດ້​ຊົງ​ສະ​ຖິດ​ຢູ່ກັບ​ພຣະ​ອົງ

ຮີ​ຣາມ​ຮັບ​ຣອງ​ຖາ​ນະ​ດາ​ວິດ

11 ຢູ່​ມາ ກະ​ສັດ​ຮີ​ຣາມ​ທີ່​ເມືອງ​ຕີ​ເຣ ໄດ້​ສົ່ງ​ພວກ​ຣາຊ​ທູດ​ມາ​ຫາ​ດາ​ວິດ ພ້ອມ​ທັງ​ໄມ້​ສົນ​ຊ່າງ​ໄມ້​ຊ່າງ​ກໍ່​ມາ​ສ້າງ​ພຣະ​ຣາຊວັງ​ຂອງ​ດາ​ວິດ 12 ດາ​ວິດ​ຈຶ່ງ​ພິ​ຈາຣະ​ນາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖາ​ປະ​ນາ​ຕົນ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ ແລະ​ຊົງ​ແຕ່ງ​ຕັ້ງ​ຣາຊ​ອາ​ນາ​ຈັກ​ຂອງ​ຕົນ​ໃຫ້​ມັ່ງ​ຄັ່ງ​ຮຸ່ງ​ເຮືອງ ເພື່ອ​ເຫັນ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ

ບຸດ​ຊາຍ​ຂອງ​ດາ​ວິດ​ຊຶ່ງ​ເກີດ​ທີ່​ເຢ​ຣູ​ຊາ​ເລັມ

13 ຫລັງ​ຈາກຍ້າຍ​ຫນີ​ຈາກ​ເມືອງ​ເຮ​ໂບ​ຣນ​ແລ້ວ ດາ​ວິດ​ກໍ​ເອົາ​ເມັຽ​ນ້ອຍ​ຫລາຍ​ຄົນ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ຈຶ່ງ​ມີ​ບຸດ​ຊາຍ ບຸດ​ສາວ​ຕື່ມ​ອີກ​ຫລາຍ​ຂຶ້ນ 14 ບຸດ​ທີ່​ເກີດ​ຢູ່​ນະ​ຄອນ​ເຢຣູ​ຊາ​ເລັມ​ມີ​ຄື ຊັມ​ມູ​ອາ ໂຊ​ບັບ ນາ​ທານ ໂຊ​ໂລ​ໂມນ 15 ອິບ​ຮາ​ຣ໌ ເອ​ລີ​ຊູ​ອາ ເນ​ເຟກ ຢາ​ຟີ​ອາ 16 ເອ​ລີ​ຊາ​ມາ ເອ​ລີ​ອາ​ດາ ແລະ​ເອ​ລີ​ເຟ​ເລທ

ດາ​ວິດ​ຊົງ​ຮົບ​ຊະ​ນະ​ຄົນ​ຟີ​ລິສ​ຕິນ

17 ເມື່ອ​ພວກ​ຟີ​ລິສ​ຕິນ​ໄດ້​ຍິນ​ຂ່າວ ດາ​ວິດ​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ ພວກ​ເຂົາ​ກໍ​ແຫ່​ກັນ​ມາ​ເພື່ອ​ຈັບ​ເອົາ​ຕົວ​ດາ​ວິດ ເມື່ອ​ດາ​ວິດ​ໄດ້​ຍິນ​ຂ່າວ​ນັ້ນ​ ພຣະ​ອົງ​ໄດ້​ລົ​ງ​ໄປ​ຢູ່​ໃນ​ປ້ອມ 18 ເມື່ອ​ພວກ​ຟີ​ລິສ​ຕິນ​ເຄື່ອນ​ກຳ​ລັງ​ມາ​ເຖິງ​ຮ່ອມ​ພູ​ເຣ​ຟາ​ອິມ ກໍ​ໄດ້ຍຶດ​ເອົາ​ບ່ອນ​ນັ້ນ​ໄວ້ 19 ດາ​ວິດ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ຈະ​ຕ້ອງ​ໄປ​ສູ້​ຮົບ​ກັບ​ພວກ​ຟີ​ລິສ​ຕິນ​ຫລື​ບໍ ພຣະ​ອົງ​ຈະ​ຊົງ​ປະ​ທານ​ໄຊ​ຊະນະ​ໃຫ້​ຂ້າ​ພຣະ​ອົງ​ບໍ” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ໄປ​ເທີນ ເຮົາ​ຈະ​ໃຫ້​ເຈົ້າ​ຊະ​ນະ” 20 ດັ່ງ​ນັ້ນ ດາ​ວິດ​ຈຶ່ງ​ມຸ່ງ​ຫນ້າ​ໄປ​ເມືອງ​ບາ​ອານ​ເປ​ຣາ​ຊິມ ແລະ​ກໍ​ຊະນະ​ພວກ​ຟີ​ລິສ​ຕິນ​ຢູ່​ທີ່​ນັ້ນ ພຣະ​ອົງ​ໄດ້​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ສັດ​ຕ​ຣູ​ຂອງ​ຂ້າ​ພະ​ເຈົ້າ​ແຕກ​ແຍກ​ກັນ ເຫມືອນ​ດັ່ງ​ນ້ຳ​ໄຫລເຊາະ​ຄູ​ກັ້ນ​ນັ້ນ” ແລະ​ບ່ອນ​ນັ້ນ​ກໍ​ເອີ້ນ​ວ່າ ບາ​ອານ​ເປ​ຣາ​ຊິມ 21 ພວກ​ຟີ​ລິສ​ຕິນ​ໄດ້​ປະ​ຮູບ​ພຣະ​ຂອງ​ພວກ​ເຂົາ​ໄວ້​ໃນ​ບ່ອນ​ນັ້ນ ດາ​ວິດ ແລະ​ທະ​ຫານ​ຂອງ​ພຣະ​ອົງ​ກໍ​ເອົາ​ຮູບ​ພຣະ​ນັ້ນ​ອອກ​ຫນີ​ໄປ 22 ແລ້ວ​ພວກ​ຟີ​ລິສ​ຕິນ​ໄດ້​ກັບ​ຄືນ​ສູ່​ຮ່ອມ​ພູ​ເຣ​ຟາ​ອິມ ແລະ​ຍຶດ​ເອົາ​ບ​ອ່ນ​ນັ້ນ​ໄວ້​ອີກ 23 ດາ​ວິດ​ກໍ​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ເທື່ອ​ນຶ່ງ ຈຶ່ງ​ໄດ້​ຮັບ​ຄຳ​ຕອບ​ວ່າ,”ຢ່າ​ຕໍ່​ສູ້​ພວກ​ເຂົາ​ຢູ່​ບ່ອນ​ນີ້ ແຕ່​ໃຫ້​ອ້ອມ​ໄປ​ຕໍ່​ສູ້​ທາງ​ດ້ານ​ຫລັງ ຊຶ່ງ​ຢູ່​ໃກ້ໆ​ກັບ​ຕົ້ນ​ມອນ​ນັ້ນ 24 ເມື່ອ​ພ​ວກ​ເຈົ້າ​ໄດ້​ຍິນ​ສຽງ​ຄື​ຄົນ​ຍ່າງ​ຢູ່​ເທິງ​ປາຍ​ໄມ້ ຈົ່ງ​ຟ້າວ​ອອກ​ໄປ​ຕໍ່​ສູ້​ໂລດ ເພາະ​ການ​ນັ້ນ​ຫມາຍ​ເຖິງວ່າ ເຮົາ​ໄດ້​ອອກ​ໄປ​ກ່ອນ​ຫນ້າ​ພວກ​ເຈົ້າ​ແລ້ວ ເພື່ອ​ທຳ​ໃຫ້​ກອງ​ທັບ​ພວກ​ຟີ​ລິສ​ຕິນ​ເສັຽ​ໄຊ” 25 ດາ​ວິດກໍ​ໄດ້​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໄວ້ ພຣະ​ອົງ​ໄດ້​ໄລ່​ພວກ​ຟີ​ລິສ​ຕິນ​ໄປ​ຕລອດ​ທາງ ແຕ່​ເມືອງ​ເກ​ລາ​ຈົນ​ເຖິງ​ເມືອງ​ເກ​ເຊີ

2 ຊາມູເອນ 6

ຫີ​ບຄຳ​ສັນ​ຍາ​ຖືກ​ນຳ​ໄປ​ນະ​ຄອນ​ເຢຣູ​ຊາ​ເລັມ

1 ດາ​ວິດ​ໄດ້​ເອີ້ນ​ເອົາ​ທະ​ຫານ​ຜູ້​ເກັ່ງ​ກ້າ​ທີ່​ສຸດ​ໃນ​ອິສ​ຣາ​ເອນ​ມາ​ໂຮມ​ກັນ​ອີກ​ເທື່ອ​ນຶ່ງ ຊຶ່ງ​ມີ​ຈຳ​ນວນ​ຢູ່​ສາມ​ສິບ​ພັນ​ຄົນ 2 ພຣະ​ອົງ​ໄດ້​ພາພວກ​ເຂົາ​ໄປ​ເມືອງ​ບາ​ອາ​ເລ​ຢູ​ດາ​ ເພື່ອໄປ​ນຳ​ເອົາ​ຫີບ​ຄຳ​ສັນ​ຍາ​ຊຶ່ງ​ມີ​ຊື່​ຕາມ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຈອມ​ໂຍ​ທາ ຜູ້​ຊົງ​ນັ່ງ​ຢູ່ເທິງ​ພຣະ​ທີ່​ນັ່ງ​ລະ​ຫວ່າງ​ກາງ​ເຊ​ຣູ​ບິມ 3 ພວກ​ເຂົາ​ໄດ້ເອົາ​ຫີບ​ຄຳ​ສັນ​ຍາ​ນັ້ນ​ໃສ່​ຣົດລໍ້​ໃຫມ່​ໄປ​ຈາກ​ເຮືອນ​ຂອງ​ອາ​ບິ​ນາ​ດາບ​ຢູ່​ເທິງ​ພູ​ນ້ອຍ ສ່ວນ​ອູ​ສ​ຊາ ແລະ​ອາ​ຮີ​ໂອ ບຸ​ດຊາຍ​ຂອງ​ອາບີນາ​ດາບ​ເປັນ​ຄົນ​ຈູງ​ຣົດ​ລໍ້ 4 ເວ​ລາ​ທີ່​ແກ່​ຫີບ​ຄຳ​ສັນ​ຍາ​ນັ້ນ ອາຮີ​ໂອ​ເປັນ​ຜູ້​ຍ່າງ​ອອກ​ຫນ້າ 5 ດາ​ວິດ​ແລະ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ພາ​ກັນ​ຟ້ອນ​ແລະ​ຮ້ອງ​ເພງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ສຸດ​ອົກ​ສຸດ​ໃຈ ພວ​ກເຂົາ​ໄດ້​ດີດ​ພີນ ຕີ​ກອງ ຕົບ​ແຊ່ງ ແລະ​ຫລິ້ນ​ເຄື່ອງ​ດົນ​ຕ​ຣີ​ອື່ນໆ​ອີກ​ປະ​ກອບ 6 ເມື່ອ​ພວກ​ເຂົາ​ມາຮອດ​ລານ​ຟາດ​ເຂົ້າ​ຂອງ​ນາ​ໂກນ ງົວ​ກໍ​ຕຳ​ສະ​ດຸດ ອູ​ສ​ຊາ​ຢ້ານ​ວ່າ​ຫີບ​ຄຳ​ສັນ​ຍາ​ນັ້ນ​ຈະ​ຕົກ​ຈາກກວຽນ ຈຶ່ງ​ເດ່​ມື​ໄປ​ຈັບ​ໄວ້ 7 ໃນ​ທັນ​ໃດ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ພຣະ​ພິ​ໂຣດ​ອູ​ສ​ຊາ ເພາະ​ເຂົາ​ຂາດ​ຄວາມ​ເຄົາ​ຣົບ ອູ​ສ​ຊາ​ຈຶ່ງ​ຕາຍ​ຢູ່​ຂ້າງ​ຫີບ​ຄຳ​ສັນ​ຍາໃນ​ບ່ອນ​ນັ້ນ 8 ສ່ວນ​ດາ​ວິດ​ກໍ​ໃຈ​ຮ້າຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ອູ​ສ​ຊາ​ດ້ວຍ​ຄວາມ​ພິ​ໂຣດ ດັ່ງ​ນັ້ນ ທ່ານ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ “ເປ​ເຣສ​ອູ​ສ​ຊາ” ຈົນ​ເຖິງ​ທຸກວັນ​ນີ້ 9 ດາ​ວິດ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, “ບັດ​ນີ້ ຂ້ອຍ​ຈະ​ຫາມ​ຫີບ​ຄຳ​ສັນ​ຍາ​ໄປ​ໄດ້​ຢ່າງ​ໃດ?” 10 ດັ່ງ​ນັ້ນ ພຣະ​ອົງຈຶ່ງບໍ່​ຍອມ​ທີ່​ຈະ​ນຳ​ຫີບ​ຂອງ​ພຣະ​ເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ດາ​ວິດ​ໃຫ້​ຢູ່​ກັບ​ຕົນ ແຕ່​ດາ​ວິດໄດ້​ນຳ​ເອົາ​ໄປ​ເຮືອນ​ຂອງ ໂອ​ເບດ​ເອໂດ​ມ ຊາວ​ກິດຕີ 11 ຫີບ​ຄຳ​ສັນ​ຍາ​ຈຶ່ງ​ຢູ່​ທີ່​ນັ້ນ​ເປັນ​ເວ​ລາ​ສາມ​ເດືອນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ອວຍ​ພອນ​ໂອ​ເບດ​ເອ​ໂດມ ແລະ​ຄົວ​ເຮືອນ​ຂອງ​ເຂົາ​ທັງ​ສິ້ນ

ຊົງ​ນຳ​ຫີບ​ຄຳ​ສັນ​ຍາ​ມາ​ສູ່​ເຢ​ຣູ​ຊາ​ເລັມ

12 ມີ​ຄົນ​ໄປ​ກາບ​ທູນ​ກະ​ສັດ​ດາ​ວິດ​ວ່າ, “ພຣະຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ແກ່​ຄົວ​ເຮືອນ​ຂອງ​ໂອ​ເບດ​ເອ​ໂດ​ມ ແລະ​ທຸກ​ສິ່ງ​ທີ່​ເຂົາ​ມີ​ຍ້ອນ​ຫີບ​ຄຳ​ສັນ​ຍາ​ຢູ່​ໃນ​ເຮືອນ​ຂອງ​ເຂົາ ດາ​ວິດ​ຈຶ່ງ​ເອົາ​ຫີບ​ນັ້ນ​ອອກ​ຈາກ​ເຮືອນ​ຂອງ​ໂອ​ເບດ​ເອ​ໂດມ ແລະ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພ້ອມ​ທັງ​ທຳ​ພິ​ທີ​ສ​ລອງ​ກັນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ 13 ເມື່ອ​ພວກ​ທີ່​ມາ​ຫາມ​ຫີບ​ຄຳ​ສັນ​ຍາ​ຍ່າງ​ອອກ​ໄປ​ໄດ້​ຫົກ​ກ້າວ​ແລ້ວ ດາ​ວິດ​ກໍ​ເອົາ​ງົວ​ເຖິກ ແລະ​ແບ້​ໂຕຕຸ້ຍ​ພີ ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ແກ່​ພຣະ​ຜູ້​ເປັນ​ເຈົ້າ 14 ດາ​ວິດ​ນຸ່ງ​ແຕ່​ຜ້າ​ຟ້ອນ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ສຸດ​ອົກ​ສຸດ​ໃຈ 15 ແລ້ວ​ພຣະ​ອົງ​ກັບ​ຊາວ​ອິສ​ຣາເອນ​ທຸກ​ຄົນ ກໍ​ນຳ​ຫີບ​ຄຳ​ສັນ​ຍາ​ຂຶ້ນ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ດ້ວຍ​ສຽງ​ໂຮ່ຮ້ອງ​ຍິນ​ດີ ແລະ​ທັງ​ສຽງ​ເປົ່າ​ແກ​ດ້ວຍ 16 ເມື່ອ​ຫີບ​ຄຳ​ສັນ​ຍາ​ເຂົ້າ​ມາ​ຮອດ​ເມືອງ ມີຄານ​ຣາຊ​ທິ​ດາ​ຂອງຊາ​ອູນ ຜູ້​ເປັນ​ມະ​ເຫ​ສີ​ໄດ້​ຫລຽວ​ອອກ​ໄປ​ທາງ​ປ່ອງ​ຢ້ຽມ ກໍ​ເຫັນ​ກະ​ສັດ​ດາ​ວິດ​ກຳ​ລັງ​ຟ້ອນ ແລະ​ກະ​ໂດດ​ເຕັ້ນ​ຊ້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ນາງ​ກໍ​ຄິດ​ດູ​ຖູກ​ດາ​ວິດ​ໃນ​ໃຈ 17 ພວກ​ເຂົາ​ໄດ້​ນຳ​ເອົາ​ຫີບ​ຄຳ​ສັນ​ຍາ​ມາ​ວາງ​ໄວ້​ໃນ​ຕູບ​ຜ້າ​ເຕັນ​ບ່ອນ​ທີ່​ດາ​ວິດ​ປຸກ​ຕຽມ​ໄວ້ ແລ້ວ​ດາ​ວິດ​ກໍ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ບູ​ຊາ​ເພື່ອ​ຄວາມ​ສາ​ມັກ​ຄີ​ແກ່​ພຣະ​ຜູ້​ເປັນ​ເຈົ້າ 18 ເມື່ອ​ການ​ຖວາຍ​ເຄື່ອງ​ບູ​ຊາ​ຜ່ານ​ໄປ​ແລ້ວ ພຣະ​ອົງ​ກໍ​ອວຍ​ພອນ​ແກ່​ປະ​ຊາ​ຊົນ ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ 19 ແລ້ວ​ພຣະ​ອົງ​ກໍ​ເອົາ​ເຂົ້າ​ຈີ່ ຊີ້ນ​ປີ້ງ ແລະ​ຫມາກ​ອະ​ງຸ່ນ ຢ່າຍ​ໃຫ້​ພວກ​ຜູ້​ຊາຍ ແລະ​ພວກ​ຜູ້​ຍິງ​ຊາວ​ອິສ​ຣາ​ເອນ​ກິນ​ຫມົດ​ທຸກ​ຄົນ ແລ້ວ​ຈຶ່ງ​ໄດ້​ກັບ​ເມືອ​ເຮືອນ 20 ສ່ວນ​ດາ​ວິດ​ກໍ​ກັບ​ເມືອ​ເຮືອນ ເພື່ອ​ອວຍໄຊ​ໃຫ້​ພອນ​ແກ່​ຄອບ​ຄົວ​ຂອງ​ຕົນ ມີ​ຄານ​ບຸດ​ສາວ​ຂອງ​ຊາ​ອູນ​ກໍ​ອອກ​ມາ​ພົບ​ພຣະ​ອົງ ນາງ​ເວົ້າຂຶ້ນ​ວ່າ, “ວັນ​ນີ້ ກະ​ສັດ​ອິສ​ຣາ​ເອນ​ໄດ້​ສ້າງ​ຊື່​ສຽງ​ອັນ​ຍິ່ງ​ໃຫຍ່​ສຳ​ລັບ​ຕົນ​ເອງ ພຣະ​ອົງ​ໄດ້​ທຳ​ດັ່ງ​ຄົນ​ຜີ​ບ້າ​ຕໍ່​ສາຍ​ຕາ​ພວກ​ສາວ​ໃຊ້ ຂອ​ງບັນ​ດາ​ຂ້າ​ຣາຊ​ການ​ຂອງ​ຕົນ” 21 ດາ​ວິດ​ກໍ​ຕອບ​ວ່າ, “ເຮົາ​ຟ້ອນ​ຖວາຍກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເລືອກ​ເອົາ​ເຮົາ​ໃຫ້​ເປັນ​ຜູ້ເຫນືອກວ່າ​ພໍ່ຂອງ​ເຈົ້າ ແລະ​ຄອບ​ຄົວ​ຂອງ​ທ່ານ ເພື່ອ​ແຕ່ງ​ຕັ້ງ​ໃຫ້​ເຮົາ​ເປັນ​ຜູ້​ນຳ​ອິສ​ຣາເອນ​ໄພ່​ພົນ​ຂອງ​ພຣະ​ອົງ ແລະເຮົາ​ຈະ​ຟ້ອນ​ຖວາຍ​ກຽດ​ແກ່​ພຣະ​ຜູ້​ເປັນ​ເຈົ້າ 22 ແລ້ວ​ຈະ​ພຍາ​ຍາມ​ຖ່ອມ​ຕົວ​ລົງ​ຫລາຍກວ່າ​ນີ້​ອີກ ເຈົ້າ​ອາດ​ຄິດ​ວ່າ​ເຮົາ​ບໍ່​ມີ​ຄວາມ​ຫມາຍ​ຫຍັງ​ຫມົດ ແຕ່​ສາວ​ໃຊ້​ເຫລົ່າ​ນັ້ນ​ອາດ​ຈະ​ຄິດ​ໃຫ້ກຽດ​ແກ່​ເຮົາ​ກໍ​ໄດ້” 23 ນາງ​ມີ​ຄານ​ບຸດ​ສາວ​ຂອງ​ຊາ​ອູນ ກໍ​ບໍ່​ມີ​ບຸດ​ຈົນ​ເຖິງວັນ​ສິ້​ນ​ຊີ​ວິດ

2 ຊາມູເອນ 7

ນາ​ທານ​ນຳ​ຂ່າວ​ມາ​ໃຫ້​ດາ​ວິດ

1 ເມື່ອ​ກະ​ສັດ​ດາ​ວິດ​ປະ​ທັບ​ຢູ່​ໃນ​ພຣະ​ຣາຊວັງ​ຂອງ​ພຣະ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ອວຍ​ພອນ​ໃຫ້​ດາ​ວິດ ໄດ້​ຮັບ​ຄວາມ​ປອດ​ພັຍ​ຈາກ​ສັດ​ຕ​ຣູ​ທັງ​ຫລາຍ​ 2 ແລ້ວ​ກະ​ສັດ​ດາ​ວິດ​ເວົ້າ​ຕໍ່​ນາ​ທານ​ຜູ້ປະ​ກາດ​ພຣະ​ທັມ​ວ່າ, “ເບິ່ງ​ແມ໋, ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄດ້​ເອົາ​ໄວ້​ໃນ​ຕູ​ບ​ຜ້າ​ເຕັນ” 3 ນາ​ທານ​ຈຶ່ງ​ຕອບ​ວ່າ, “ຂໍ​ພຣະ​ອົງ​ຈົ່ງ​ທຳ​ຕາມສິ່ງ​ທີ່​ພຣະ​ອົງ​ພໍ​ພຣະ​ທັຍ​ເທີນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ​ພຣະ​ອົງ” 4 ແຕ່​ໃນ​ຄືນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ນາ​ທານ​ວ່າ, 5 “ຈົ່ງ​ໄປ​ບອກ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ວ່າ “ພຣະ​ເຈົ້າ​ກ່າວ​ດັ່ງ​ນີ້ວ່າ ເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ຈະ​ສ້າງວິ​ຫານ​ໃຫ້​ເຮົາ​ຢູ່ 6 ນັບ​ຕັ້ງ​ແຕ່​ເຮົາ​ໄດ້​ນຳ​ເອົາ​ຊາວ​ອິສ​ຣາ​ເອນ​ອອກ​ມາ​ຈາກ​ເອ​ຢິບ​ຈົນ​ເທົ່າ​ເຖິງ​ທຸກວັນ​ນີ້ ເຮົາບໍ່​ໄດ້​ຢູ່​ໃນ​ວິ​ຫານ​ເລີຍ 7 ເຮົາ​ໄດ້​ຍົກ​ຍ້າຍ​ໄປ​ມາ​ນຳ​ພວກ​ເຈົ້າ​ຕລອດ​ທີ່​ເຮົາ​ເດີນ​ທາງ​ໄປ​ມາ​ນຳ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ ເຮົາ​ບໍ່​ໄດ້​ຖາມ​ພ​ວກ​ຜູ້​ປົກ​ຄອງ ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້ດູ​ແລ​ໄພ່​ພົນ​ຂອງ​ເຮົາ​ເລີຍ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງບໍ່​ສ້າງວິ​ຫານ​ດ້ວຍ​ໄມ້​ສົນ​ໃຫ້​ເຮົາ​ຢູ່ 8 ດັ່ງ​ນັ້ນ ຈົ່ງ​ບອກແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຣົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ກ່າ​ວດັ່ງ​ນີ້​ ເຈົ້າ​ເປັນ​ຄົນ​ລ້ຽງ​ແກະ​ຢູ່​ຕາມ​ທົ່ງ​ນາ​ 9 ເຮົາ​ໄດ້​ນຳ​ເຈົ້າ​ໃນ​ທຸກ​ທີ່​ທຸກ​ບ່ອນ​ທີ່​ເຈົ້າ​ໄປ ແລະ​ໄດ້​ທຳ​ໃຫ້​ສັ​ດ​ຕ​ຣູ​ທັງ​ຫລາຍ​ຂອງ​ເຈົ້າ​ຜ່າຍ​ແພ້ ເຮົາ​ໄດ້​ສ້າງເຈົ້າ​ໃຫ້​ຍິ່ງ​ໃຫຍ່​ເທົ່າ​ກັບຜູ້ນຳ​ທີ່​ຍິ່ງ​ໃຫຍ່​ໃນ​ໂລກ​ນີ້ 10 ເຮົາ​ຈະ​ເລືອກ​ບ່ອນ​ສຳ​ລັບ​ຊາວ​ອິສ​ຣາເອນ​ໄພ່​ພົນ​ຂອງ​ເຮົາ ແລະ​ຈະ​ໃຫ້​ພວກເຂົາ​ຢູ່​ໃນ​ບ່ອນ​ນັ້ນ ໂດຍ​ປາ​ສ​ຈາກ​ການ​ຮົບ​ກວນ​ທຸກໆ​ຢ່າງ 11 ນັບ​ຕັ້ງ​ແຕ່​ພວກ​ເຂົາ​ເຂົ້າ​ມາ​ຢູ່​ໃນ​ແຜ່ນ​ດິນ​ນີ້ ພວກ​ເຂົາ​ຖືກ​ພວກ​ທະ​ຫານ​ຜູ້​ເກັ່ງ​ກ້າ​ມາ​ສູ້​ຮົບ ແຕ່​ວ່າ​ດຽວ​ນີ້​ຈະ​ບໍ່​ມີ​ເຫດ​ການ​ຢ່າງ​ໃດ​ເກີດ​ຂຶ້ນ​ອີກ ເຮົາ​ຂໍ​ສັນ​ຍາ​ວ່າເຮົາ​ຈະ​ຮັກ​ສາ​ເຈົ້າ​ໃຫ້​ພົ້ນ​ຈາກ​ສັດ​ຕ​ຣູ​ທັງ​ຫລາຍ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອ​ສາຍ​ສືບ​ຕໍ່​ກັນ​ໄປ 12 ເມື່ອ​ເຈົ້າຕາຍ​ໄປ ແລະ​ຖືກ​ຝັງ​ໄວ້​ກັບ​ພວກ​ບັນ​ພະບຸ​ຣຸດ​ຂອງ​ເຈົ້າ ເຮົາ​ຈະ​ແຕ່ງ​ຕັ້ງ​ຜູ້​ນຶ່ງ​ຈາກ​ເຊື້ອ​ສາຍ​ຂອງເຈົ້າ​ໃຫ້​ເປັນ​ກະ​ສັດ ແລະ​ຈະ​ໃຫ້​ຣາຊ​ອາ​ນາ​ຈັກ​ຂອງ​ຜູ້​ນັ້ນ​ເຂັ້ມ​ແຂງ​ຂຶ້ນ 13 ເຮົາ​ຂໍ​ບອກ​ຢ່າງ​ແນ່ນອນ​ວ່າ ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ປົກ​ຄອງ​ຕລອດ​ໄປ ແລະ​ເຂົາ​ກໍ​ຈະ​ສ້າງວິ​ຫານ​ໃຫ້​ແກ່​ເຮົາ 14 ເຮົາ​ຈະ​ເປັນ​ພໍ່​ຂອງ​ເຂົາ ແລະ​ເຂົາ​ຈະ​ເປັນ​ລູກຊາຍ​ຂອງ​ເຮົາ ເມື່ອ​ເຂົາ​ທຳ​ຜິດ ເຮົາ​ຈະ​ລົງ​ໂທດ​ເຫມືອນ​ດັ່ງ​ພໍ່​ລົງ​ໂທດ​ລູກ 15 ແຕ່​ວ່າ ເຮົາ​ຈະ​ບໍ່​ເຊົາ​ຮັກ​ເຂົາ​ ເຫມືອນ​ດັ່ງ​ເຮົາ​ເຊົາ​ຮັກ​ຊາ​ອູນ ຜູ້​ທີ່​ເຮົາ​ໄດ້​ປົດ​ຕຳ​ແຫນ່ງ​ນັ້ນ ເພື່ອ​ວ່າ​ເຈົ້າ​ຈະ​ເປັນ​ກະ​ສັດ 16 ເຈົ້າ​ຈະ​ມີ​ເຊື້ອ​ສາຍ​ຢູ່​ຕລອດ​ໄປ ແລະ​ເຮົາ​ຈະ​ໃຫ້​ຣາຊ​ອາ​ນາ​ຈັກ​ຂອງ​ເຈົ້າ​ຄົງ​ຢູ່​ຊົ່ວ​ນິ​ຣັນ​ດອນ ຕຳ​ແຫນ່ງ​ຂອງ​ເຈົ້າ​ຈະ​ບໍ່​ມີ​ທີ່​ສິ້ນ​ສຸດ” 17 ນາ​ທານ​ໄດ້​ບອກ​ດາ​ວິດ​ທຸກ​ສິ່ງ ຕາມ​ທີ່​ພຣະ​ເຈົ້າ​ຊົງ​ບອກ

ດາ​ວິດ​ອ້ອນວອນ​ຂອບ​ພຣະ​ຄຸນ

18 ຕໍ່​ມາກະ​ສັດ​ດາ​ວິດ​ໄດ້​ເຂົ້າ​ໄປ​ອ້ອນວອນ​ຢູ່​ໃນ​ຫໍ​ເຕັນ​ສັກ​ສິດ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ ແລະ​ຄອບ​ຄົວ​ບໍ່​ມີ​ຄຸນ​ຄ່າ​ຢ່າງ​ໃດ​ຕໍ່​ທຸກ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຕໍ່ຂ້າ​ພຣະ​ອົງ​ນັ້ນ 19 ເຖິງ​ປານ​ນັ້ນ​ພຣະ​ອົງ​ກໍ​ຍັງ​ຊົງ​ກະ​ທຳ​ຕໍ່​ຂ້າ​ພຣະ​ອົງ​ຕື່ມ​ອີກ ຄື​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ໄດ້​ສືບ​ບັນ​ລັງ​ຢູ່​ຕໍ່ໆ​ໄປ ໂອ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ອະ​ນຸ​ຍາດ​ໃຫ້​ຂ້າ​ພຣະ​ອົງ​ຜູ້​ເປັນ​ມະ​ນຸດ​ຮູ້​ຈັກ​ເຣື່ອງ​ນີ້​ໄດ້ 20 ຂ້າ​ພຣະ​ອົງ​ຈະ​ເວົ້າ​ຢ່າງ​ໃດ​ຕໍ່​ພຣະ​ອົງອີກ ເພາະ​ພຣະ​ອົງ​ຊົງ​ຮູ້​ຈັກ​ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ແລ້ວ 21 ມັນ​ເປັນ​ນ້ຳ​ພຣະ​ທັຍ ແລະ​ພຣະ​ຣາຊ​ປະ​ສົງ​ຂອງ​ພຣະ​ອົງ​ທີ່​ເຮັດ​ການ​ນີ້ ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ຈັກ​ສິ່ງ​ຍິ່ງ​ໃຫຍ່​ເຫລົ່າ​ນີ້​ທັງ​ຫມົດ 22 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະອົງ​ຊົງ​ຍິ່ງ​ໃຫຍ່ທີ່​ສຸດ ຕາມ​ທີ່​ພວກ​ຂ້າ​ພຣະ​ອົງ​ເອົງ​ໄດ້​ຍິນ ບໍ່​ມີ​ຜູ້​ໃດ​ເຫມືອນ​ດັ່ງ​ພຣະ​ອົງ ແລະ​ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນນອກ​ຈາກ​ພຣະ​ອົງ 23 ໃນ​ໂລກ​ນີ້ ບໍ່​ມີ​ຊົນ​ຊາ​ດອື່ນ​ໃດ​ເຫມືອນ​ດັ່ງ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ຊຶ່ງ​ເປັນ​ພວກ​ທີ່​ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ໄວ້ ແລະ​ຊົງ​ໃຫ້​ເປັນ​ພວກ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ທຳ​ໃຫ້​ຄົນ​ທັງ​ຫລາຍ​ເຫັນ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ​ໃຫ້​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່ ແລະ​ອັດ​ສະ​ຈັນ​ໃຫ້​ແກ່​ພວກ​ເຂົາ ພຣະ​ອົງ​ຊົງ​ຂັບ​ໄລ່​ຊົນ​ຊາດ​ຕ່າງໆ ແລະ​ພຣະ​ຂອງ​ເຂົາ​ອອກ​ໄປ​ຕໍ່​ຫນ້າ​ໄພ່​ພົນ​ຂອງ​ພຣະ​ອົງ ຊຶ່ງ​ເປັນ​ພວກ​ທີ່​ພຣະ​ອົງ​ຊົງ​ໄຖ່​ເຂົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ ແລະ​ຊົງ​ໃຫ້​ເປັນ​ພວກ​ຂອງ​ພຣະ​ອົງ 24 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ທຳ​ໃຫ້​ໄພ່​ພົນອິສ​ຣາ​ເອນ​ເປັນ​ພວກ​ຂອງ​ພຣະ​ອົງ​ຕລອດ​ໄປ ແລະ​ພຣະ​ອົງ​ກໍ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ 25 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດຽວ​ນີ້ ຂໍ​ພຣະ​ອົງ​ຊົງ​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ມີ​ໄວ້​ກັບ​ຂ້າ​ພຣະ​ອົງ ພ້ອມດ້ວຍ​ຄອບ​ຄົວ​ຂອງ​ຂ້າ​ພຣະ​ອົງ​ຕລອດ​ໄປ ແລະ​ຂໍ​ຊົງ​ກະ​ທຳ​ຕາມ​ທີ່​ພຣະ​ອົງ​ຊົງ​ກ່າວ​ໄວ້ 26 ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ຊົງ​ຍິ່ງ​ໃຫ​ຍ່​ຕລອດ​ໄປ ແລະ​ປະ​ຊາ​ຊົນ​ກໍ​ຈະ​ເວົ້າ​ວ່າ “ພຣະຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ເປັນ​ພຣະ​ເຈົ້າ​ປົກ​ຄອງ​ພວກ​ອິສ​ຣາ​ເອນ ແລະ​ພຣະ​ອົງ​ຈະ​ໃຫ້​ຄຳ​ຫມັ້ນ​ໃຈ​ວ່າ ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ຈະ​ເປັນ​ເຈົ້າ​ຊີ​ວິດ​ຕລອດ​ໄປ 27 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ພຣະ​ເຈົ້າ​​ຂອງ​ພວກ​ອິສ​ຣາ​ເອນ ດ້ວຍ​ວ່າ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຮູ້​ຈັກການ​ນີ້ ໂດຍ​ໄດ້​ບອກ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ຈັກ​ກ່ອນ​ວ່າ ພຣະ​ອົງ​ຈະ​ຊົງ​ໃຫ້​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ເປັນ​ເຈົ້າ​ຊີ​ວິດ ຂ້າ​ພຣະ​ອົງ​ຈຶ່ງ​ກ້າ​ອ້ອນວອນ​ຕໍ່​ພຣະ​ອົງ 28 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະອົງ​ຊົງ​ເປັນ​ພຣະ​ເຈົ້າ ຄຳ​ເວົ້າ​ຂອງ​ພຣະ​ອົງ​ຊົງ​ເປັນ​ຈິງ ແລະ​ພຣະ​ອົງ​ຊົງ​ໃຫ້​ຄຳ​ສັນ​ຍາ​ຢ່າງ​ອັດ​ສະ​ຈັນ​ນີ້​ແກ່​ຂ້າ​ພຣະ​ອົງ 29 ດຽວ​ນີ້ ຂໍ​ພຣະ​ອົງ​ຊົງ​ອວຍ​ພອນ​ໃຫ້​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ເທີນ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ດຳ​ຣົງ​ຫມັ້ນ​ຄົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ຢູ່​ບໍ່​ຂາດ ພຣະອົງຜູ້​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້​ຢ່າງ​ນີ້ ຂໍ​ໃຫ້​ພຣະ​ພອນ​ຂອງ​ພຣະ​ອົງ​ເຫລືອ​ຢູ່​ໃນ​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ຕລອດ​ໄປ​ເທີນ”

2 ຊາມູເອນ 8

ດາ​ວິດ​ຊົງ​ຂະ​ຫຍາຍ​ຣາຊ​ອາ​ນາ​ຈັກຂອງ​ພຣະ​ອົງ

1 ຢູ່​ມາ​ພາຍ​ຫລັງ ດາ​ວິດ​ຊົງ​ໂຈມ​ຕີພວກ​ຟີ​ລິສ​ຕິນ ແລະ​ປາ​ບ​ປາມ​ໄດ້ ແລະ​ດາ​ວິດ​ຊົງ​ຍຶດ​ເມືອງ​ເມ​ເທກ​ອາມ​ມາ ໄດ້​ຈາກ​ມື​ຄົນ​ຟີ​ລິສ​ຕິນ 2 ພຣະ​ອົງ​ຊົງ​ຊະ​ນະ​ໂມ​ອາບ ຊົງ​ວັດ​ເຂົາ​ດ້ວຍ​ເຊືອກວັດ ຄື​ບັງ​ຄັບ​ໃຫ້ຣຽງ​ຕົວ​ເຂົ້າ​ແຖວນອນ​ລົງ​ທີ່​ພື້ນ​ດິນຊົງ​ວັດ​ເບິ່ງ​ແລ້ວ​ໃຫ້​ປະ​ຫານ​ເສັຽ​ສອງ​ແຖວ ແລະ​ໄວ້​ຊີ​ວິດ​ເຕັມ​ນຶ່ງ​ແຖວ ຄົນ​ໂມ​ອາບ​ກໍ​ຕົກ​ຢູ່​ໃຕ້​ອຳ​ນາດ​ຂອງ​ດາ​ວິດ ແລະ​ໄດ້​ນຳ​ເຄື່ອງ​ບັນ​ນາ​ການ​ມາຖວາຍ 3 ດາ​ວິດ​ຊົງ​ຮົບ​ຊະ​ນະ​ຮາ​ດາເດ​ເຊີ ບຸດ​ເຣ​ໂຮບ ກະ​ສັດ​ເມືອງ​ໂຊ​ບາ ເມື່ອ​ສະ​ເດັດ​ໄປ​ຟື້ນ​ອຳ​ນາດ​ຂອງ​ພຣະ​ອົງ​ທີ່​ແມ່​ນ້ຳ​ເອີຟ​ຣາດ 4 ​ດາ​ວິ​ດຊົງ​ຍຶດ​ພົນ​ມ້າ​ນຶ່ງ​ພັນ​ເຈັດ​ຮ້ອຍ​ຄົນ ທະ​ຫານ​ຣາບ​ສອງ​ຫມື່ອຄົນ ແລະ​ດາ​ວິດ​ຮັບ​ສັ່ງ​ໃຫ້​ຕັດ​ເອັນ​ຂາ​ມ້າ​ຣົດ​ຮົບເສັຽ​ໃຫ້​ຫມົດ ເຫລືອ​ໄວ້​ໃຫ້​ພໍ​ແກ່​ຣົດ​ຮົບ​ນຶ່ງ​ຮ້ອຍ​ຄັນ 5 ແລະ​ເມື່ອ​ຄົນ​ຊີ​ເຣັຽ (ອາ​ຣາມ) ຊາວ​ເມືອງ​ດາ​ມັ​ສ​ກັ​ສ​ມາ​ຊ່ອຍ​ຮາ​ດາ​ເດ​ເຊີກະ​ສັດ​ເມືອງ​ໂຊ​ບາດາ​ວິດ​ຊົງ​ປະ​ຫານ​ຄົນຊີ​ເຣັຽ​ເສັຽ​ສອງ​ຫມື່ນສອງ​ພັນ​ຄົນ 6 ແລ້ວ​ດາ​ວິດ​ຊົງ​ຕັ້ງ​ທະ​ຫານ​ປະ​ຈຳ​ປ້ອມ​ໄວ້​ເຫນືອ​ຄົນ​ຊີ​ເຣັຽ​ຊາວ​ເມືອງ​ດາ​ມັ​ສກັ​ສ​ຫລາຍກອງ ແລະ​ຄົນ​ຊີ​ເຣັຽກໍ​ຕົກ​ຢູ່ໃຕ້​ອຳ​ນາດຂອງ​ດາ​ວິດ ແລະ​ນຳ​ເຄື່ອງບັນ​ນາ​ການ​ໄປ​ຖວາຍ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໄຊ​ຊະ​ນະ​ແກ່​ດາ​ວິດ​ບໍ່​ວ່າ​ຈະ​ໄປ​ຮົບ​ທີ່​ໃດໆ 7 ແລະ​ດາ​ວິດ​ຊົງ​ນຳ​ໂລ່​ທອງ​ຄຳ​ທີ່​ຂ້າ​ຣາຊ​ການ​ຂອງ​ຮາ​ດາ​ເດ​ເຊີ​ຖື​ນັ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 8 ​ກະ​ສັດ​ດາ​ວິດ​ຊົງ​ຍຶດ​ທອງ​ສຳ​ຣິດ​ເປັນ​ຈຳ​ນວນ​ຫລາຍ​ໄປ​ຈາກ​ເມືອງ​ເບ​ຕາ ແລະ​ເມືອງ​ເບ​ໂຣ​ທັຍ​ຫົວ​ເມືອງ​ຂອງ​ຮາ​ດາ​ເດ​ເຊີ 9 ເມື່ອ​ໂຕ​ອີ​ກະ​ສັດ​ເມືອງ​ຮາ​ມັ​ທ​ຊາບ​ວ່າ​ດາ​ວິດ​ຮົບ​ຊະ​ນະ​ກອງ​ທັບ​ທັງ​ສິ້ນ​ຂອງ​ຮາ​ດາ​ເດ​ເຊີ 10 ໂຕ​ອີ​ກໍ​ສົ່ງ​ໂຢ​ຣາມ​ບຸດ​ຊາຍ​ຂອງ​ຕົນ​ໄປ​ເຝົ້າ​ກະ​ສັດ​ດາ​ວິດ ຖວາຍ​ພຣະ​ພອນ​ແລະ​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ດາ​ວິດ​ຊົງ​ຮົບ​ຊະ​ນະ​ຮາ​ດາ​ເດ​ເຊີ ເພາະ​ວ່າ​ຮາ​ດາ​ເດ​ເຊີ​ເຄີຍ​ທຳ​ສົງ​ຄາມ​ກັບ​ໂຕ​ອີ ແລະ​ໂຢ​ຣາມ​ໄດ້​ນຳ​ເຄື່ອງ​ເງິນ ເຄື່ອງ​ທອງ​ຄຳ ແລະ​ເຄື່ອງ​ທອງ​ສຳ​ຣິດ​ໄປ​ຖວາຍ 11 ສິ່ງ​ເຫລົ່າ​ນີ້ ກະ​ສັດ​ດາ​ວິດ​ຊົງ​ນຳ​ມອບ​ຖວາຍ​ແດ່​ພຣະ​ຜູ້ເປັນ​ເຈົ້າ ພ້ອມ​ກັບ​ບັນ​ດາ​ເງິນ​ແລະທອງ​ຄຳ ຊຶ່ງ​ພຣະ​ອົງ​ຊົງ​ໄດ້​ມາ​ຈາກ​ບັນ​ດາ​ປະ​ຊາ​ຊາດ​ທີ່​ພຣະ​ອົງ​ຊົງ​ຮົບ​ຊະ​ນະ​ແລະ​ຍຶດ​ຄອງ ແລະ​ຊົງ​ນຳ​ມາ​ມອບ​ຖວາຍຄື​ໄດ້​ມາ​ຈາກ​ເອ​ໂດມ ໂມ​ອາບ ຄົນ​ອັມ​ໂມນ ຄົນ​ຟີ​ລິສ​ຕິນ ອາ​ມາ​ເລກ ແລະ​ຈາກ​ຂອງ​ທີ່​ຍຶດ​ມາ​ຈາກ​ຮາ​ດາ​ເດ​ເຊີ​ບຸດ​ຊາຍຂອງ​ເຣ​ໂຮບ ກະ​ສັດ​ເມືອງ​ໂຊ​ບາ 12 ເມື່ອ​ດາ​ວິດ​ສະ​ເດັດ​ກັບ​ຈາກ​ການ​ປະ​ຫານ ຄົນ​ເອ​ໂດມ​ເສັຽ​ໃນ​ຫຸບ​ເຂົາ​ເກືອ​ນຶ່ງ​ຫມື່ນ​ແປດ​ພັນ​ຄົນ 13 ​ພຣະ​ອົງ​ຊົງ​ຕັ້ງ​ທະ​ຫານ​ປະ​ຈຳ​ປ້ອມ​ຂຶ້ນ​ເຫນືອ​ເມືອງ​ເອ​ໂດມ ພຣະ​ອົງ​ຊົງ​ຕັ້ງທະ​ຫານ​ປະ​ຈຳ​ປ້ອມ​ໃນ​ເອ​ໂດມ​ທົ່ວ​ໄປ​ຫມົດ ແລະ​ຄົນ​ເອ​ໂດມ​ທັງ​ສິ້ນ​ຈຶ່ງ​ຕົກ​ຢູ່ໃຕ້​ອຳ​ນາດ​ຂອງ​ດາ​ວິດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໄຊ​ຊະ​ນະ​ແກ່​ດາ​ວິດ ບໍ່ວ່າ​ຈະ​ສະ​ເດັດ​ໄປ​ຮົບ​ໃນ​ທີ່​ໃດ 14 ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ຊົງ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ທັງ​ສິ້ນ ແລະ​ດາ​ວິດ​ຊົງ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແລະ​ຄວາມ​ທ່ຽງທັມ​ແກ່​ຊົນ​ຊາດ​ຂ​ອງ​ພຣະ​ອົງ​ທັງ​ສິ້ນ 15 ໂຢ​ອາບ​ບຸ​ດ​ນາງ​ເຊ​ຣູ​ຢາ​ເປັນ​ແມ່​ທັບ​ແລະ​ເຢ​ໂຮ​ຊາຟັດ ບຸດ​ອາ​ຮີ​ລຸດ​ເປັນ​ຜູ້​ກຳ​ກັບ​ເອ​ກກະ​ສານ 16 ຊາ​ໂດກ ບຸດ​ອາ​ຮີ​ຕຸບ ແລະ​ອາ​ຮີ​ເມ​ເລກ ບຸດ​ອາ​ບີ​ອາ​ທາ​ເປັນ​ປະ​ໂຣ​ຫິດ ແລະ​ເຊ​ຣັຍ​ຢາ​ເປັນ​ຣາຊ​ເລ​ຂາ 17 ​ເບ​ນັຍ​ຢາ​ ບຸດ​ເຢຮົວ​ອາ​ດາ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຄົນ​ເຄ​ເຣ​ທີ ແລະຄົນ​ເປ​ເລ​ທ ແລະບັນ​ດາ​ບຸດ​ຊາຍ​ຂອງ​ດາ​ວິດ​ເປັນ​ປະ​ໂຣ​ຫິດ

2 ຊາມູເອນ 9

ດາ​ວິດ ແລະ​ເມ​ຟີ​ໂບ​ເຊ​ທ

1 ດາ​ວິດ​ຖາມ​ຂຶ້ນ​ວ່າ, “ໃນ​ຄອບ​ຄົວ​ຂອງ​ຊາ​ອູນ​ຍັງ​ມີ​ຄົນ​ເຫລືອ​ຢູ່​ອີກ​ບໍ ຖ້າ​ວ່າ​ມີ​ຂ້າ​ພະ​ເຈົ້າ​ຢາກ​ຊ່ອ​ຍ​ເຫລືອ​ເກີ້ອ​ກູນ​ເຂົາ​ເພື່ອ​ເຫັນ​ແກ່​ໂຢ​ນາ​ທານ” 2 ແລ້ວ​ຊີ​ບາ ຄົນ​ໃຊ້​ໃນ​ຄອບ​ຄົວ​ຂອງ​ຊາ​ອູນ ກໍ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ມາ​ເຝົ້າ​ດາ​ວິດ ເຈົ້າ​ຊີ​ວິດ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ແມ່ນ​ຊີ​ບາ​ບໍ?” ເຂົາ​ກໍ​ທູນ​ຕອບ​ວ່າ, “ໂດຍ, ຂ້າ​ນ້ອຍ” 3 ເຈົ້າ​ຊີ​ວິດ​ຖາມ​ເຂົາ​ອີກວ່າ, “ຍັງ​ມີບາງ​ຄົນ​ເຫລືອ​ຢູ່​ໃນ​ຄອບ​ຄົວ​ຊາ​ອູນ​ບໍ? ເພາະ​ວ່າ​ເຮົາ​ຢາ​ກສະ​ແດງ​ຄວາມ​ເມດ​ຕາ ແລະ​ຊ່ອຍ​ເຫລື​ອ​ເກື້ອ​ກູນ​ເຂົາ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ” ຊີ​ບາ​ທູນ​ຕອບ​ວ່າ, “ຍັງ​ມີ​ລູກ​ຊາຍ​ຂອງ​ໂຢ​ນາ​ທານ​ຄົນ​ນຶ່ງ ແຕ່​ເຂົາ​ເປັນ​ຄົນ​ເສັຽອົງ​ຄະ” 4 ຝ່າຍ​ເຈົ້າ​ຊີ​ວິດ​ກໍ​ຖາມ​ວ່າ, “ດຽວ​ນີ້ ເຂົາ​ຢູ່​ໃສ” ຊີ​ບາ​ຈຶ່ງ​ທູນ​ຕອບ​ວ່າ, “ເຂົາ​ຢູ່​ໃນ​ເຮືອນ​ຂອງ​ມາ​ຄີ ບຸດ​ອັມ​ມີ​ເອນ ຢູ່​ທີ່​​ໂລ​ເດ​ບາ​ຣ໌ 5 ແລ້ວ​ເຈົ້າ​ຊີ​ວິດ​ກໍ​ສົ່ງ​ຄົນ​ໄປ​ນຳ​ເອົາ​ເຂົາ​ມາ​ຈາກ​ເຮືອນ​ຂອງ​ມາ​ຄີ ບຸດ​ອັມ​ມີ​ເອນ​ທີ່​ໂລ​ເດ​ບາ​ຣ໌ 6 ເມື່ອ​ເມ​ຟີ​ໂບ​ເຊ​ທ ບຸດ​ຊາຍ​ຂອງ​ໂຢ​ນາ​ທານ​ຜູ້​ເປັນ​ຫລານ​ຊາຍ​ຂອງ​ຊາ​ອູນ​ມາ​ຮອດ ເຂົາ​ກໍ​ກົ້ມ​ຂາບ​ລົງ​ສະ​ແດງ​ຄວາມ​ເຄົາ​ຣົບ​ຕໍ່​ດາ​ວິດ ດາ​ວິດ​ໄດ້​ກ່າວ​ວ່າ, “ເມ​ຟີ​ໂບ​ເຊ​ທ” ເມ​ຟີ​ໂບ​ເຊ​ທ​ຈຶ່ງ​ທູນ​ຕອບ​ວ່າ, “ໂດຍ, ຂ້າ​ນ້ອຍ” 7 ດາ​ວິດ​ເວົ້າ​ຕໍ່​ໄປ​ວ່າ, “ບໍ່​ຕ້ອງ​ຢ້ານ ເພື່ອ​ເຫັນ​ແກ່​ໂຢ​ນາ​ທານ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ເມດ​ຕາ​ເຈົ້າ ເຮົາ​ຈະ​ເອົາ​ທີ່​ດິນ​ທັງ​ຫມົດທີ່​ເປັນ​ຂອງ​ຊາ​ອູນ​ພໍ່​ປູ່​ຂອງ​ເຈົ້າ​ມອບ​ຄືນ​ໃຫ້​ແກ່​ເຈົ້າ ແລະ​ເຮົາ​ຍິນ​ດີ​ໃຫ້​ເຈົ້າ​ມາ​ຮ່ວ​ມ​ຮັບ​ປະ​ທານ​ອາ​ຫານ​ກັບ​ເຣົາ​ເລື້ອຍໆ” 8 ເມ​ຟີ​ໂບ​ເຊ​ທ​ກໍ​ກົ້ມ​ຂາບ​ລົງ​ອີກ​ເທື່ອ​ນຶ່ງ ແລະ​ທູນ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂ້າ​ພຣະ​ອົງ​ບໍ່​ມີ​ຄຸນ​ຄ່າ​ຊ່ຳ​ຊາກ​ຫມາ​ຕາຍ​ຊ້ຳ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ດີ​ກັບ​ຂ້າ​ພຣະ​ອົງ​ຢ່າງ​ນີ້” 9 ແລ້ວ​ເຈົ້າ​ຊີ​ວິດກໍ​ເອີ້​ນ​ຊີ​ບາ​ຄົນ​ໃຊ້​ຂອງ​ຊາ​ອູນ​ມາ ແລະ​ເວົ້າ​ວ່າ, “ເຮົາ​ໄດ້​ມອບ​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ຊາ​ອູນ ແລະ​ຂອງ​ຄອບ​ຄົວ​ທ່ານ​ຄືນ​ໃຫ້ແກ່​ເມ​ຟີ​ໂບ​ເຊ​ທ​ຫລາຍ​ຊາຍ​ນາຍ​ຂອງ​ເຈົ້າ​ແລ້ວ 10 ສ່ວນ​ເຈົ້າ ລູ​ກ​ຊາຍ​ເຈົ້າ​ພ້ອມ​ທັງ​ຄົນ​ໃຊ້​ເຈົ້າ ຈົ່ງ​ເຮັດ​ໄຮ່​ໄຖ່​ນາ​ໃສ່​ຜືນ​ແຜ່ນ​ດິນ​ນີ້ ໃຫ້​ຄອບ​ຄົວ​ຂອງ​ຊາ​ອູນ​ນາຍ​ຂອງ​ເຈົ້າ ແລະ​ເກັບ​ເອົາ​ຜົນ​ລະ​ປູກ​ມາ​ໃຫ້​ພວກ​ເຂົາ ເພື່ອ​ໃຫ້​ມີ​ອາ​ຫານ​ການ​ກິນ ສ່ວນ​ເມ​ຟີ​ໂບ​ເຊ​ທ​ນັ້ນ ຈະ​ຕ້ອງ​ເປັນ​ແຂກ​ປະ​ຈຳ​ໂຕະ​ອາ​ຫານ​ຂອງ​ເຮົາ​ສ​ເມີ” ຊີ​ບາ​ມີ​ບຸດ​ຊາຍ​ສິບ​ຫ້າ​ຄົນ ແ​ລະ​ຄົນ​ໃຊ້​ຊາວ​ຄົນ 11 ຊີ​ບາ​ທູນ​ຕອບ​ວ່າ, “ຂ້າ​ພຣະອົງ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພຣະ​ອົງ​ຊົງ​ສັ່ງ” ດັ່ງ​ນັ້ນ​ເມ​ຟີ​ໂບ​ເຊ​ທ​ຈຶ່ງ​ໄດ້​ຮັບ​ປະ​ທານ​ອາ​ຫານ​ຮ່ວມ​ໂຕະ​ກັບ​ເຈົ້າ​ຊີ​ວິດ​ເຫມືອນ​ດັ່ງ​ເປັນ​ຣາຊ​ໂອ​ຣົດ​ອົງ​ນຶ່ງ​ຂອງ​ພຣະ​ອົງ 12 ເມ​ຟີ​ໂບ​ເຊ​ທ ມີ​ບຸ​ດ​ຊາຍ​ຊື່ວ່າ ມີ​ກາ ທຸກ​ຄົນ​ໃນ​ຄອບ​ຄົວ​ຊີ​ບາ​ກໍ​ມາ​ເປັນ​ຄົນ​ໃຊ້​ຂອ​ງ​ເມ​ຟີ​ໂບ​ເຊ​ທ​ຫມົດ 13 ເມ​ຟີ​ໂບ​ເຊ​ທ​ຜູ້​ທີ່​ມີ​ຕີນ​ລ່ອຍ​ທັງ​ສອງ​ເບື້ອງ​ກໍ​ຢູ່​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ກິນ​ເຂົ້າ​ຮ່ວມ​ໂຕະ​ກັບ​ເຈົ້າ​ຊີ​ວິດ​ທຸກໆ​ຄາບ

2 ຊາມູເອນ 10

ຄົນ​ອັມ​ໂມນ ແລະ​ຊີ​ເຣັຽ​ຜ່າຍ​ແພ້

1 ຢູ່​ມາ​ພາຍ​ຫລັງ​ກະ​ສັດ​ແຫ່ງ​ຄົນ​ອັມ​ໂມນ​ກໍ​ສິ້ນ​ພຣະ​ຊົນ ແລະ​ຮາ​ນູນ​ບຸດ​ຊາຍ​ໄດ້​ສະ​ເວີຍ​ຣາຊ​ສົມ​ບັດ​ແທນ 2 ດາວິດ​ຈຶ່ງ​ກ່າ​ວ​ວ່າ, “ເຮົາ​ຈະ​ຊື່​ສັດ​ຕໍ່​ຮາ​ນູນ​ບຸດ​ຊາຍ​ຂອງ​ນາ​ຮັ​ສ ດັ່ງ​ທີ່​ບິ​ດາ​ຂອງ​ເຂົາ​ຊື່​ສັດ​ຕໍ່​ເຮົາ” ດາ​ວິດ​ຈຶ່ງ​ສົ່ງ​ພວກ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ໄປ​ເລົ້າ​ໂລມ​ທ່ານ​ກ່ຽວ​ດ້ວຍ​ເຣື່ອງ​ຣາຊ​ບິ​ດາ​ຂອງ​ທ່ານ ແລະ​ຂ້າ​ຣາຊ​ການ​ຂອງ​ດາ​ວິດ​ກໍ​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ອັມ​ໂມນ 3 ແຕ່​ບັນ​ດາ​ເຈົ້າ​ນາຍ​ຂອງ​ຄົນ​ອັມ​ໂມນ​ທູນ​ຮາ​ນູນ​ເຈົ້າ​ນາຍ​ຂອງ​ຕົນ​ວ່າ, “ພຣະ​ອົງ​ຊົງ​ດຳ​ຣິ​ວ່າ ດາ​ວິດ​ສົ່ງ​ຜູ້​ເລົ້າ​ໂລມ​ມາ​ຫາ​ພຣະ​ອົງ ເພາະ​ນັບຖື​ພຣະ​ຣາຊ​ບິ​ດາ​ຂອງ​ພຣະ​ອົງ​ເຊັ່ນ​ນັ້ນ​ຫລື ດາ​ວິດ​ບໍ່​ໄດ້​ສົ່ງ​ຂ້າ​ຣາຊ​ການ​ມາ​ເພື່ອກວດ​ເມືອງ​ແລະ​ສອດ​ແນມ​ເບິ່ງ ແລະ​ເພື່ອ​ຈະ​ຄວ່ຳ​ເມືອງ​ນີ້​ເສັຽດ​ອກ​ຫລື” 4 ຮາ​ນູນ​ຈຶ່ງ​ຈັບ​ຂ້າ​ຣາຊ​ການ​ຂອງ​ດາ​ວິດ​ມາ​ໂກນ​ຫນວດ​ເສັຽ​ເຄິ່ງ​ນຶ່ງ ແລະ​ຕັດ​ເຄື່ອງ​ແຕ່ງ​ກາຍ​ເສັຽ​ທີ່​ຊື່​ຕອນ​ກາງ​ພຽງ​ກະ​ໂພກ ແລ້ວ​ປ່ອຍ​ໃຫ້​ໄປ 5 ເມື່ອ​ມີ​ຄົນ​ໄປ​ກາບ​ທູນ​ດາ​ວິດ​ໃຫ້​ຊົງ​ຊາບ ພຣະ​ອົງ​ກໍ​ຮັບ​ສັ່ງ​ໃຫ້​ຄົນ​ໄປ​ຮັບ​ຂ້າ​ຣາຊ​ການ​ເຫລົ່າ​ນັ້ນ ເພາະ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຫລາຍ ແລະ​ພຣະ​ຣາຊາ​ກ່າວ​ວ່າ, “ຈົ່ງ​ພັກ​ຢູ່​ທີ່​ເມືອງ​ເຢ​ຣີ​ໂກ​ຈົນ​ກວ່າ​ຫນວດ​ຂອງ​ທ່ານ​ທັງ​ຫລາຍ​ຈະ​ຂຶ້ນ​ແລ້ວ​ຈຶ່ງ​ຄ່ອຍ​ກັບ​ມາ” 6 ເມື່ອ​ຄົນ​ອັມ​ໂມນ​ເຫັນ​ວ່າ ເຂົາ​ທັງ​ຫລາຍ​ເປັນ​ທີ່​ຫນ້າ​ກຽດຊັງ​ແກ່​ດາ​ວິດ ຄົນ​ອັມ​ໂມນ​ຈຶ່ງ​ສົ່ງ​ຄົນ​ໄປ​ຈ້າງ​ຄົນ​ຊີ​ເຣັຽ​ຊາວ​ເມືອງ​ເບັດ​ເຣ​ໂຮບ ແລະ​ຄົນ​ຊີ​ເຣັຽ​ຊາວ​ເມືອງ​ໂຊ​ບາ​ເປັນ​ທະ​ຫານ​ຮາບ​ຈຳ​ນວນ​ສອງ​ຫມື່ນ​ຄົນ​ກັບ​ກະ​ສັດ​ເມືອງ​ມາ​ອາ​ກາ​ພ້ອມກັບ​ທະ​ຫານ​ນຶ່ງ​ພັນ​ຄົນ ແລະ​ຊາວ​ເມືອງ​ໂຕບ​ນຶ່ງ​ຫ​ມື່ນ​ສອງ​ພັນ​ຄົນ 7 ເມື່ອ​ດາ​ວິດ​ຊົງ​ຊາບ​ເຊັ່ນ​ນັ້ນ​ຈຶ່ງ​ຮັບ​ສັ່ງ​ໂຢ​ອາບ​ແລະ​ພົນ​ໂຍ​ທາ​ທັງ​ສິ້ນໃຫ້​ໄປ 8 ຝ່າຍ​ຄົນ​ອັມ​ໂມນ​ກໍ​ຍົກ​ອອກ​ມາ ແລະ​ຈັດ​ທັບ​ໄວ້​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ ຝ່າຍ​ຄົນ​ຊີ​ເຣັຽ​ຊາວ​ເມືອງ​ໂຊ​ບາ ແລະ​ຊາວ​ເມືອງ​ເຣ​ໂຮບ​ກັບ​ຄົນ​ເມືອງ​ໂຕບ ແລະ​ເມືອງ​ມາອາ​ກາ​ຢູ່​ທີ່​ຊົນ​ນະ​ບົດ​ກາງ​ແຈ້ງ​ຕ່າງ​ຫາກ 9 ເມື່ອ​ໂຢອາບ​ເຫັນ​ວ່າ​ການ​ເສິກ​ນັ້ນ​ຂະ​ຫນາບ​ຢູ່​ທັງ​ຂ້າງ​ຫ​ນ້າ​ແລະ​ຂ້າງ​ຫລັງ​ທ່ານ ຈຶ່ງ​ຄັດ​ເອົາ​ຄົນ​ອິສ​ຣາ​ເອນ​ທີ່​ເລືອກ​ໄວ້​ແລ້ວ​ຈັດ​ທັບ​ເຂົ້າ​ຕໍ່ສູ້​ຄົນ​ຊີ​ເຣັຽ 10 ທ່ານມອບ​ຄົນ​ທີ່​ເຫລືອ​ຢູ່​ໄວ້​ໃນ​ບັງ​ຄັບ​ບັນ​ຊາ​ຂອງ​ອາ​ບິ​ຊັຍ​ນ້ອງ​ຊາຍ​ຂອງ​ທ່ານ ແລະ​ເຂົາ​ກໍ​ຈັດ​ຄົນ​ເຫລົ່າ​ນັ້ນ​ເຂົ້າ​ຕໍ່​ສູ້​ກັບ​ຄົນ​ອັມ​ໂມນ 11 ທ່ານ​ກ່າວ​ວ່າ, “ຖ້າ​ກຳ​ລັງ​ຄົນ​ຊີ​ເຣັຽ​ແຂງ​ເຫລືອ​ກຳ​ລັງ​ຂອງ​ເຮົາ ເຈົ້າ​ຈົ່ງ​ຍົກ​ໄປ​ຊ່ອຍ​ເຮົາ ແຕ່​ຖ້າ​ກຳ​ລັງ​ຄົນ​ອັມ​ໂມນ​ແຂງ​ເກີນ​ກຳ​ລັງ​ຂອງ​ເຈົ້າ ເຮົາ​ຈະ​ຍົກ​ມາ​ຊ່ອຍ​ເຈົ້າ 12 ຈົ່ງ​ມີ​ຄວາມ​ກ້າ​ຫານ​ເຖີດ ໃຫ້​ເຮົາ​ເປັນ​ລູກ​ຜູ້​ຊາຍ​ເພື່ອ​ຊົນ​ຊາດ​ຂອງ​ເຮົາ ແລະ​ເພື່ອ​ຫົວ​ເມືອງ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ຕາມ​ທີ່​ພ​ຣ​ອົງ​ຊົງ​ເຫັນ​ຊອບ​ເຖີດ” 13 ດັ່ງ​ນັ້ນ ໂຢ​ອາບ​ກັບ​ປະ​ຊາ​ຊົນ​ທີ່​ຢູ່​ກັບ​ທ່ານ​ກໍ​ຍົກ​ເຂົ້າ​ໃກ້​ຕໍ່​ສູ້​ກັບ​ຄົນ​ຊີ​ເຣັຽ ຂ້າ​ເສິກ​ກໍ​ແຕກ​ຫນີ​ໄປ​ຕໍ່​ຫນ້າ​ເຂົາ 14 ເມື່ອ​ຄົນ​ອັມ​ໂມນ​ເຫັນ​ວ່າ​ຄົນ​ຊີ​ເຣັຽ​ຫນີ​ໄປ​ແລ້ວ ເຂົາ​ທັ​ງ​ຫລາຍ​ກໍ​ຫນີ​ອາ​ບິ​ຊັຍ​ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ໂຢ​ອາບ​ກໍ​ກັບ​ຈາ​ກການ​ສູ້​ຮົບ​ກັບ​ຄົນ​ອັມ​ໂມນ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 15 ເມື່ອ​ຄົນ​ຊີ​ເຣັຽເຫັນ​ວ່າ​ຕົນ​ຜ່າຍ​ແພ້​ຕໍ່​ອິສ​ຣາ​ເອນ​ແລ້ວ ຈຶ່ງ​ຮວບ​ຮວມເຂົ້າ​ດ້ວຍ​ກັນ 16 ຝ່າຍ​ຮາ​ດາ​ເດ​ເຊີ​ຊົງ​ໃຊ້​ຄົນ​ໄປ​ນຳ​ຄົນ​ຊີ​ເຣັຽຢູ່​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ​ອອກ​ມາ ເຂົາ​ມາ​ຍັງ​ເຮ​ລາມ ມີ​ໂຊ​ບາກ​ແມ່​ທັບ​ຂອງ​ທ່ານ​ເປັນ​ຜູ້​ນຳ​ຫນ້າ 17 ເມື່ອ​ມີ​ຜູ້​ກາບ​ທູນ​ດາ​ວິດ ພຣະ​ອົງ​ຊົງ​ຮວບ​ຮວມ​ອິສ​ຣາ​ເອນ​ທັງ​ຫມົດ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ມາ​ເຖິງເຮລາມ ແລະ​ຄົນ​ຊີ​ເຣັຽກໍ​ຈັດ​ທັບ​ເຂົ້າ​ຕໍ່​ສູ້​ດາ​ວິດ ແລະ​ໄດ້​ຮົບ​ກັບ​ພຣະ​ອົງ 18 ຄົນ​ຊີ​ເຣັຽກໍ​ຫນີ​ຈາ​ກອິສ​ຣາ​ເອນ ແລະ​ດາ​ວິດ​ຊົງ​ປະ​ຫານ​ຄົນ​ຊີ​ເຣັຽ​ຊຶ່ງ​ເປັນ​ປະ​ຫານ​ຮົບ​ເຈັດ​ຮ້ອຍ​ຄົນ​ກັບ​ທະ​ຫານ​ມ້າ​ສີ່​ຫມື່ນ​ຄົນ​ ແລະ​ປະ​ຫານ​ໂຊ​ບາກ​ແມ່​ທັບ​ຂອງ​ເຂົາ​ທັງ​ຫລາຍ​ໃຫ້​ສິ້ນ​ຊີ​ວິດ​ເສັຽ​ທີ່​ນັ້ນ 19 ​ເມື່ອ​ບັນ​ດາ​ກະ​ສັດ​ຊຶ່ງ​ຂຶ້ນ​ກັບ​ຮາ​ດາ​ເດ​ເຊີ​ ເຫັນ​ວ່າ​ຕົນ​ຜ່າຍ​ແພ້​ຕໍ່​ອິສ​ຣາ​ເອນ​ແລ້ວ ເຂົາ​ກໍ​ຍອມສ​ງົບ​ສຸກ​ກັບອິສ​ຣາ​ເອນ ແລະ​ຍອມ​ເປັນ​ເມືອງ​ຂຶ້ນ ດັ່ງ​ນັ້ນ ຄົນ​ຊີ​ເຣັຽ​ຈຶ່ງ​ຢ້ານ​ບໍ່​ກ້າ​ຊ່ອຍ​ຄົນ​ອັມ​ໂມນ​ອີກ ຕໍ່​ໄປ

2 ຊາມູເອນ 11

ດາ​ວິດ ແລະ​ນາງ​ບັທເຊ​ບາ

1 ໃນ​ປີ​ຕໍ່​ມາ ພໍ​ຕົກ​ຣະ​ດູ​ແລ້ງ​ເປັນ​ຣະ​ດູ​ທີ່​ບັນ​ດາ​ເຈົ້າ​ຊີ​ວິດ​ໄດ້​ເຄີຍ​ອອກ​ໄປ​ຮົບ​ເສິກ ດາ​ວິດກໍ​ສັ່ງ​ໂຢ​ອາບ ພ້ອມ​ທັງ​ພວກ​ນາຍ​ທະ​ຫານ​ຂອງ​ພຣະ​ອົງ ແລະ​ທັງ​ກອງ​ທັບ​ອິສ​ຣາ​ເອນ​ອອກ​ໄປ ພວ​ກ​ເຂົາ​ໄດ້​ຊະນະ​ຊາວ​ອັມ​ໂມນ ແລະ​ອ້ອມ​ເມືອງ​ຮັບ​ບາ​ໄວ້ ແຕ່​ດາ​ວິດ​ໄດ້​ຢູ່​ໃນ​ນະ​ຄອນ​ເຢຣູ​ຊາ​ເລັມ 2 ໃນ​ຕອນ​ແລງ​ຂອງວັນ​ນຶ່ງ ດາ​ວິດ​ໄດ້​ຕື່ນ​ແຕ່ນອນ​ຂຶ້ນ​ໄປ​ເທິງ​ຫລັງ​ຄາ​ພຽງ​ຂອງ​ພຣະ​ຣາຊວັງ ພຣະ​ອົງ​ໄດ້​ຍ່າງ​ໄປ​ມາ​ເທິງ​ຫລັງ​ຄາ​ນັ້ນ ພຣະ​ອົງ​ຈຶ່ງ​ເຫັນ​ຍິງ​ຄົນ​ນຶ່ງ​ກຳ​ລັງ​ອາບ​ນ້ຳ​ຢູ່ ນາງ​ເປັນ​ຄົນ​ງາມຫລາຍ 3 ດັ່ງ​ນັ້ນ ດາ​ວິດ​ກໍ​ສົ່ງ​ຄົນ​ອອກ​ໄປ​ສືບ​ຖາມ​ເບິ່ງວ່າ​ນາງ​ແມ່ນ​ໃຜ ແລ້ວ​ໄດ້​ຮູ້​ວ່າ​ນາງ​ຊື່ ບັ​ທ​ເຊ​ບາ ບຸດ​ສາວ​ຂອງ​ເອ​ລີ​ອາມ ແລະ​ເປັນ​ເມັຽ​ຂອງ​ອູ​ຣີ​ຢາ​ຊາວ​ຮິດ​ຕີ 4 ດາ​ວິດ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ນາງ​ມາ ພວກ​ເຂົາ​ກໍ​ພາ​ນາງ​ມາ​ຫາ​ພຣະ​ອົງ ແ​ລ້ວ​ດາ​ວິດ​ກໍ​ສົມ​ສູ່​ຢູ່​ຮ່ວມ​ກັບ​ນາງ ຫລັງ​ຈາກ​ນັ້ນ​ນາງ​ກໍ​ກັບ​ເມືອ​ເຮືອນ (ໃນ​ລະ​ຫ​ວ່າງ​ນີ້​ເປັນ​ເວ​ລາ​ທີ່​ນາງ​ເຊົາ​ເປັນ​ລະ​ດູ ແລະ​ທຳ​ພິ​ທີ​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ​ແລ້ວ) 5 ເມື່ອ​ນາງ​ຮູ້​ວ່າ​ນາງ​ມີ​ທ້ອງ ນາງ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ດາ​ວິດ 6 ສ່ວນ​ດາ​ວິດ​ກໍ​ສົ່ງ​ຂ່າວ​ໄປ​ຫາ​ໂຢ​ອາບ​ວ່າ, “ໃຫ້​ທ່ານ​ສົ່ງ​ອູ​ຣີ​ຢາ ຄົນ​ຮິດ​ຕີ​ມາ​ຫາ​ເຮົາ​ແດ່” ໂຢອາບ​ກໍ​ສົ່ງ​ອູ​ຣີ​ຢາ​ໄປ​ຫາ​ດາ​ວິດ 7 ເມື່ອ​ອູ​ຣີ​ຢາ​ມາ​ຮອດ ດາ​ວິດ​ກໍ​ຖາມ​ເຂົາ​ວ່າ, “ໂຢ​ອາບ ແລະ​ກອງ​ທະ​ຫານ​ຍັງ​ສະ​ບາຍ​ດີ​ຢູ່​ບໍ ແລະ​ການ​ຕໍ່​ສູ້​ເດ​ເປັນ່​ຢາງ​ໃດ 8 ແລ້ວ​ດາ​ວິດ​ກໍ​ບອກ​ອູ​ຣີ​ຢາ​ວ່າ, “ຈົ່ງ​ກັບ​ຄືນ​ເມືອ​ພັກ​ຜ່ອນ​ຈັກ​ຄາວ​ຢູ່​ເຮືອນ​ເຈົ້າ​ສາ” ອູ​ຣີ​ຢາ​ກໍ​ຈາກ​ໄປ ດາ​ວິດ​ໄດ້​ຈັດ​ຂອງ​ຂວັນ​ນຳ​ສົ່ງ​ໃຫ້​ເຂົາ​ໄປ​ເຖິງ​ເຮືອນ​ 9 ແຕ່​ວ່າ​ແທນ​ທີ່​ອູ​ຣີ​ຢາ​ຈະ​ເມືອ​ເຮືອນ ເຂົາ​ກັບ​ໄປ​ນອນ​ທີ່​ປະ​ຕູ​ກຳ​ແພງ​ພຣະ​ຣາຊວັງ​ນຳ​ທະ​ຫານ​ຍາມ​ຂອງ​ເຈົ້າ​ຊີ​ວິດ 10 ເມື່ອ​ດາ​ວິດ​ຮູ້​ວ່າ ອູ​ຣີ​ຢາບໍ່​ໄດ້​ເມືອ​ເຮືອນ ພຣະ​ອົງ​ຈີ່ງ​ຖາມ​ເຂົາ​ວ່າ, “ເຈົ້າ​ບໍ່​ໄດ້​ກັບ​ຄືນ​ເມືອ​ເຮືອນ​ແຕ່​ດົນ​ແລ້ວ​ບໍ ເປັນ​ຫຍັງ​ຈີງ​ບໍ່​ເມືອ​ຣອດ​ເຮືອນ​ປານ​ນີ້” 11 ອູ​ຣີ​ຢາ​ທູນ​ຕອບ​ວ່າ, “ທະ​ຫານ​ອິສ​ຣາ​ເອນ ແລະ​ຢູ​ດາ​ກໍ​ກຳ​ລັງ​ຢູ່​ໃນ​ສະ​ຫນາມ​ຮົບ ສ່ວນ​ຫີບ​ຄຳ​ສັນ​ຍາ​ກໍ​ຢູ່​ກັບ​ພວກ​ເຂົາ ແລະ​ໂຢ​ອາບ​ຜູ້​ບັງ​ຄັ​ບ​ບັນ​ຊາຂອງ​ຂ້າ​ພຣະ​ອົງ ພ້ອມ​ທັງ​ພວກ​ນາຍ​ທະ​ຫານ​ຂອງ​ທ່ານ​ກໍ​ຕັ້ງ​ຄ້າຍ​ພັກ​ຢູ່​ທາງ​ອອກ​ນັ້ນ ເຫດ​ໃດ​ຂ້າ​ພຣະ​ອົງ​ຈຶ່ງ​ຈະ​ກັບ​ເມືອ​ກິນ​ເຂົ້າ ດື່ມ​ນ້ຳ ແລະ​ນອນ​ນຳ​ເມັຽຢູ່​ເຮືອນ​ໄດ້ ຂ້າ​ພຣະ​ອົງ​ຂໍ​ສາ​ບານ​ຕໍ່​ພຣະ​ເຈົ້າ​ອົງ​ມີ​ຊີ​ວິດ​ຢູ່​ວ່າ ຂ້າ​ພຣະ​ອົງ​ຈະບໍ່​ເຮັດ​ດັ່ງ​ນີ້​ເດັດ​ຂາດ” 12 ດາ​ວິດ​ກໍ​ເວົ້າ​ວ່າ, “ສຳ​ລັບ​ມື້ນີ້​ໃຫ້​ເຈົ້າ​ພັກ​ຢູ່​ນີ້​ເສັຽກ່ອນ ມື້​ອື່ນເຮົາ​ຈະ​ສົ່ງ​ເຈົ້າ​ກັບ​ຄືນ​ເມືອ” ດັ່ງ​ນັ້ນ ໃນ​ວັນ​ນັ້ນ ແລະ​ວັນ​ຕໍ່​ມາ ອູ​ຣີ​ຢາ​ຈຶ່ງ​ພັກ​ຢູ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ 13 ດາ​ວິດ​ໄດ້​ເຊີນ​ໃຫ້​ເຂົາ​ມາ​ກິນ​ເຂົ້າ​ນຳ ແລະ​ເກືອ​ເຫລົ້າ​ເຂົາ​ໃຫ້​ເມົາ ແຕ່​ວ່າ​ໃນ​ຄືນ​ນັ້ນ ອູ​ຣີ​ຢາ​ກໍ​ຍັງ​ບໍ່​ກັບ​ຄືນ​ເມືອ​ເຮືອນ ເຂົາ​ນອນ​ຮົ່ມ​ຜ້າ​ຢູ່​ໃນ​ຫ້ອງ​ຍາມ​ພຣະ​ຣາຊວັງ 14 ເຊົ້າ​ວັນ​ໃຫມ່​ມາ ດາ​ວິດ​ໄດ້​ຂຽນ​ຈົດ​ຫມາຍ​ສົ່ງ​ນຳ​ອູ​ຣີ​ຢາ​ໄປ​ຫາໂຢ​ອາບ 15 ພຣະ​ອົງ​ຂຽນ​ວ່າ, “ໃຫ້​ເຈົ້າ​ສົ່ງ​ອູ​ຣີ​ຢາ​ໄປ​ແນວ​ຫນ້າ​ບ່ອນ​ທີ່​ເຂົາ​ສູ້​ຮົບ​ກັນ​ຢ່າງ​ຫນັກ ແລ້ວ​ໃຫ້​ພວກເຈົ້າ​ເອງ​ຖອຍ​ຄືນ​ຫລັງ ເພື່ອ​ປ່ອຍ​ໃຫ້​ອູ​ຣີ​ຢາ​ຖືກ​ຂ້າ​ຕາຍ​ຢູ່​ທີ່​ນັ້ນ” 16 ດັ່ງ​ນັ້ນ ໃນ​ຂ​ນະ​ທີ່​ໂຢ​ອາບ​ກຳ​ລັງ​ອ້ອມ​ເມືອງ​ຢູ່​ນັ້ນ ໂຢ​ອາບ​ໄດ້​ສົ່ງ​ອູ​ຣີ​ຢາ​ອອກ​ໄປ​ໃນ​ບ່ອນ​ທີ່​ເຂົາ​ຮູ້​ວ່າ ມີ​ພວກ​ສັດ​ຕ​ຣູ​ເຂັ້ມ​ແຂງ​ຫລາຍ 17 ເມື່ອ​ກອງ​ທັບ​ສັດ​ຕ​ຣູ​ອອກ​ມາ​ຈາກ​ເມືອງ​ກໍ​ໄດ້​ພົບ​ກັບ​ກຳ​ລັງ​ຂອງ​ໂຢ​ອາບ ແລະ​ໄດ້​ເກີດ​ການ​ສູ້​ຮົບ​ກັນ​ຂຶ້ນ​ທັນ​ທີ ພວກ​ນາຍ​ທະ​ຫານ​ຂອງ​ດາ​ວິດ​ບາງ​ຄົນ​ຮວມ​ທັງ​ອູ​ຣີ​ຢາ​ກໍ​ຖືກ​ສັດ​ຕຣູ​ສັງ​ຫານ 18 ຕໍ່​ມາ ໂຢ​ອາບ​ກໍ​ສົ່ງ​ຣາຍ​ງານ​ການ​ຮົບ​ເລວ​ໄປ​ບອກ​ດາ​ວິດ 19 ເຂົາ​ໄດ້​ແນະ​ນຳ​ຜູ້​ນຳ​ຂ່າວ​ນັ້ນ​ວ່າ “ຫລັງ​ຈາກ​ທີ່​ເຈົ້າ​ໄດ້​ຣາຍ​ງານ​ທຸກ​ສິ່ງ​ກ່ຽວ​ກັບ​ການ​ສູ້​ຮົບ​ແກ່​ເຈົ້າ​ຊີ​ວິດ​ແລ້ວ 20 ບາງ​ທີ​ພຣະ​ອົງ​ຈະ​ໃຈ​ຮ້າຍ ແລະ​ອາດ​ຖາມ​ເຈົ້າ​ວ່າ “ເປັນ​ຫຍັງພວກ​ເຈົ້າ​ຈຶ່ງ​ເຂົ້າ​ໄປ​ສູ້​ຮົບ​ກັບ​ເຂົາ​ຢູ່​ໃກ້​ເມືອງ​ແທ້ ພວ​ກ​ເຈົ້າ​ບໍ່​ຄິດ​ບໍ​ວ່າ ພວກ​ເຂົາ​ຈະ​ຕ້ອງ​ຍິງ​ລູກ​ທະ​ນູ​ອອກ​ຈາກ​ກຳ​ແພງ​ເມືອງ​ໃສ່​ພວກ​ເຈົ້າ 21 ພວກ​ເຈົ້າ​ບໍ່​ຈື່​ບໍ ເວ​ລາ​ທີ່​ອາ​ບີ​ເມ​ເລກ ບຸດ​ເຢ​ຣຸ​ບ​ບາ​ເອນ​ຖຶກ​ຂ້າ​ນັ້ນ​ວ່າ​ເປັນຢ່າງ​ໃດ ຄື​ພວກ​ຜູ້​ຍິງ​ໃນ​ເມືອງ​ເທ​ເບ​ສ​ໄດ້​ແກ່ວງຫີນ​ໂມ້​ແປ້ງ​ລົງ​ຈາກ​ກຳ​ແພງ​ເມືອງ​ຖືກ​ອາ​ບີ​ເມ​ເລກ​ຕາຍ ແລ້ວ​ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃກ້​ກຳ​ແພງ​ເມືອງ​ແທ້ ຖ້າ​ເຈົ້າ​ຊີ​ວິດ​ຖາມ​ເຈົ້າ​ດັ່ງ​ນີ້ ຈົ່ງ​ບອກ​ທ່ານ​ວ່າ ອູ​ຣີ​ຢາ​ນາຍ​ທະ​ຫານ​ຂອ​ງ​ພຣະ​ອົງ​ກໍ​ຖືກ​ຂ້າ​ເຫ​ມືອນ​ກັນ” 22 ດັ່ງ​ນັ້ນ​ ຜູ້​ນຳ​ຂ່າວ​ຈຶ່ງ​ກາບ​ທູນ​ດາ​ວິດ​ຕາມ​ທີ່​ໂຢ​ອາບ​ໄດ້​ສັ່ງ 23 ເຂົາ​ເວົ້າ​ວ່າ, “ພວກ​ສັດ​ຕ​ຣູ​ມີ​ກຳ​ລັງ​ຫລາຍກວ່າ​ພວກ​ຂ້າ​ພຣະ​ອົງ ພວກ​ເຂົາ​ໄດ້​ອອກ​ມາ​ຕໍ່​ສູ້​ກັບ​ພວກ​ຂ້າ​ພຣະ​ອົງ​ຢູ່ນອກ​ເມືອງ ແຕ່​ພວກ​ຂ້າ​ພຣະ​ອົງ​ໄລ່​ພວກ​ເຂົາ​ກັບ​ຄືນ​ໄປ​ທາ​ງ​ປະ​ຕູ​ກຳ​ແພງ​ເມືອງ 24 ແລ້ວ​ພວກ​ເຂົາ​ໄດ້​ຍິງ​ລູກ​ທະ​ນູ​ລົງ​ຈາກ​ກໍາ​ແພງ​ເມືອງ​ໃສ່​ພວກ​ຂ້າ​ພຣະ​ອົງ ພວກ​ນາຍ​ທະ​ຫານ​ບາງ​ຄົນ​ຂອງ​ພຣະ​ອົງ​ຈຶ່ງ​ຕາຍ ອູ​ຣີ​ຢາ​ນາຍ​ທະ​ຫານ​ຂອງ​ພຣະ​ອົງ​ກໍ​ຕາຍ​ເຫມືອນ​ກັນ” 25 ດາ​ວິດ​ຈຶ່ງ​ເວົ້າ​ຕໍ່​ຜູ້​ນຳ​ຂ່າວ​ນັ້ນ​ວ່າ, “ຈົ່ງ​ໃຫ້​ກຳ​ລັງ​ໃຈ​ແກ່​ໂຢ​ອາບ ແລະ​ບອກ​ທ່ານ ຢ່າ​ໃຫ້​ທ່ານ​ເສັຽ​ໃຈ​ເພາະ​ໃຜ​ກໍ​ບໍ່​ສາ​ມາດບອກ​ໄດ້​ວ່າ ແມ່ນ​ໃຜ​ແດ່​ຈະ​ຖືກ​ຂ້າ​ໃນ​ສະ​ຫນາມ​ຮົບ ຈົ່ງ​ບອກ​ໃຫ້​ທ່ານ​ປະ​ກາດ​ການ​ສູ້​ຮົບ​ຄັ້ງ​ຍິ່ງ​ໃຫຍ່​ກັບ​ເມືອງ​ນັ້ນ ແລະ​ຍຶດ​ເອົາ​ເມືອງ​ນັ້ນ​ສາ” 26 ເມື່ອ​ບັ​ທ​ເຊ​ບາ​ໄດ້​ຍິນ​ຂ່າວ​ວ່າ​ຜົວ​ຂອງ​ຕົນ​ຖືກ​ຂ້າ ນາງ​ກໍ​ໄດ້​ໄວ້​ທຸກ​ໃຫ້​ເຂົາ 27 ຄັນ​ການ​ໄວ້​ທຸກ​ນັ້ນ​ຜ່ານ​ໄປ​ແລ້ວ ດາ​ວິດ​ກໍ​ເອົາ​ບັ​ທ​ເຊ​ບາ​ມາ​ຢູ່​ໃນ​ພຣະ​ຣາຊວັງ ນາງ​ກາຍ​ເປັນ​ເມັຽ​ຂອງ​ພຣະ​ອົງ ແລະ​ໄດ້​ບຸດ​ຊາຍ​ກັບ​ພຣະ​ອົງ​ນຶ່ງ​ຄົນ ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ພໍ​ພຣະ​ທັຍ​ກັບ​ສິ່ງ​ທີ່ດາ​ວິດ​ໄດ້​ທຳ​ນັ້ນ

2 ຊາມູເອນ 12

ນາ​ທານ​ເຕືອນ​ດາ​ວິດ ແລະ​ດາ​ວິດ​ໄດ້​ກັບ​ໃຈ

1 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ​ໄປ​ຫາ​ດາ​ວິດ ນາ​ທານ​ໄດ້​ເລົ່າ​ເຣື່ອງ​ນຶ່ງ​ສູ່​ດາ​ວິດ​ຟັງ​ວ່າ, “ຍັງ​ມີ​ຊາຍສອງ​ຄົນ​ຢູ່​ໃນ​ເມືອງ​ດຽວ​ກັນ ຜູ້ນຶ່ງ​ເປັນ​ຄົນ​ຮັ່ງ​ມີ ແລະ​ຜູ້​ນຶ່ງ​ເປັນ​ຄົນ​ທຸກຍາກ 2 ຊາຍ​ຮັ່ງ​ມີ​ນັ້ນ​ມີ​ງົວ ແລະ​ແກະ​ຫລາຍ​ໂຕ 3 ແຕ່​ວ່າ​ຊາຍ​ຜູ້​ທີ່​ທຸກ​ຍາກ​ມີ​ພຽງ​ແຕ່ແກະ​ນ້ອ​ຍໂຕ​ດຽວ​ທີ່​ເຂົາ​ຊື້​ໄວ້ ເຂົາ​ໄດ້​ລ້ຽງ​ຮັກ​ສາ​ແກະ​ນ້ອຍ​ນັ້ນ​ໄວ້ ໄດ້​ເອົາ​ອາ​ຫານ​ເກືອ​ມັນ ແລະ​ໃຫ້​ມັນ​ກິນ​ນ້ຳ​ໃນ​ຈອກ​ຂອງ​ເຂົາ​ທັງ​ໃຫ້​ນອນ​ຢູ່​ເທິງ​ຕັກ ແກະ​ນ້ອຍ​ນັ້ນ​ເປັນ​ເຫມືອນ​ລູກ​ສາວ​ຂອງ​ເຂົາ 4 ມັນ​ໄດ້​ໃຫຍ່​ຂຶ້ນ​ພ້ອມໆ​ກັນ​ກັບ​ລູກ​ຂອງ​ເຂົາ ວັນ​ນຶ່ງ​ມີ​ແຂກ​ມາ​ຢ້ຽມ​ຢາມ​ເຮືອນ​ຂອງ​ຄົນ​ຮັ່ງ​ມີ ຄົນ​ຮັ່ງ​ມີ​ບໍ່​ຢາກ​ຂ້າ​ສັດ​ຂອງ​ຕົນ​ໃຫ້​ແຂກ​ກິນ ເຂົາ​ຊ້ຳ​ໄປ​ເອົາ​ແກະ​ນ້ອຍ​ຂອງ​ຄົນ​ທຸກ​ຍາກ​ນັ້ນ​ມາ​ຂ້າ​ແທນ” 5 ເມື່ອ​ດາ​ວິດ​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ໃຈ​ຮ້າຍ​ຊາຍ​ທີ່​ຮັ່ງ​ມີ​ນັ້ນ​ຢ່າງ​ຮຸນ​ແຮງ ແລະ​ເວົ້າ​ຂຶ້ນ​ວ່າ, “ເຮົາ​ຂໍ​ສາ​ບານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ມີ​ພຣະ​ຊົນ​ວ່າ ຊາຍ​ທີ່​ກະ​ທຳ​ຢ່າງ​ນັ້ນ​ຈະ​ຕ້ອງ​ຕາຍ 6 ເຂົາ​ຕ້ອງ​ໃຊ້​ຄືນ​ສີ່​ເທົ່າ​ທີ່​ເຂົາ​ໄດ້​ເອົາ​ໄປ​ນັ້ນ ເພາະ​ເຂົາ​ໄດ້​ທຳ​ໃນ​ສິ່ງ​ທີ່​ໂຫດ​ຮ້າຍ​ທີ່​ສຸດ” 7 ນາ​ທານ​ຈຶ່ງ​ເວົ້າ​ຕໍ່​ດາ​ວິດ​ວ່າ, “ພຣະ​ອົງ​ນັ້ນ​ແຫລະ​ເປັນ​ຊາຍ​ຄົນ​ນັ້ນ ຕໍ່​ໄປ​ນີ້​ແມ່ນ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຊາວ​ອິສ​ຣາ​ເອນ​ໄດ້​ຊົງ​ກ່າວ​ໄວ້​ຄື ເຮົາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເຈົ້າ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ ແລະ​ຊ່ອຍ​ຊີ​ວິດ​ເຈົ້າ​ໃຫ້​ພົ້ນ​ຈາກ​ເງື້ອມ​ມືຂອງ​ຊາ​ອູນ 8 ເຮົາ​ໄດ້​ມອບ​ຣາຊ​ອາ​ນາ​ຈັກ​ຂອງ​ຊາ​ອູນ ແລະ​ພວກ​ເມັຽ​ຂອງ​ເຂົາ​ໃຫ້​ແກ່​ເຈົ້າ ເຮົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ເປັນ​ເຈົ້າ​ຊີ​ວິດ​ປົກ​ຄອງ​ຣາຊ​ອາ​ນາ​ຈັກ​ອິສ​ຣ​ເອນ ແລະ​ຢູ​ດາ ຖ້າ​ວ່າ​ສິ່ງ​ເຫລົ່າ​ນີ້​ຍັງ​ບໍ່​ທັນ​ພຽງ​ພໍ​ເທື່ອ ເຮົາ​ອາດ​ຈະ​ໃຫ້​ເຈົ້າ​ຫລາຍກວ່າ​ນີ້​ສອງ​ເທົ່າ 9 ເປັນ​ຫຍັງ​ເຈົ້າ​ຈຶ່ງ​ປ​ມາດ​ຄຳ​ສັ່ງ​ຂອງ​ເຮົາ ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ທຳ​ສິ່ງ​ຊົ່ວ​ຊ້າ​ແບບ​ນີ້ ເຈົ້າ​ໄດ້​ທຳ​ໃຫ້ ອູ​ຣີ​ຢາ​ຖືກ​ຂ້າ​ຢູ່​ໃນ​ສະ​ຫນາມ​ຮົບ ເຈົ້າ​ປ່ອຍ​ໃຫ້​ພວກ​ອັມ​ໂມນ​ຂ້າ​ເຂົາ ແລ້ວ​ເຈົ້າ​ກໍ​ເອົາ​ເມັຽ​ຂອງ​ເຂົາ 10 ບັດ​ນີ້ ໃນ​ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ມີ​ຜູ້​ຖືກ​ຂ້າ​ຢ່າງ​ໂຫດ​ຮ້າຍ​ທາ​ລຸນ​ຕລອດ​ໄປ ເພາະ​ວ່າ​ເຈົ້າ​ບໍ່​ຟັງ​ຄວາມ​ເຮົາ ແລະ​ໄດ້​ເອົາ​ເມັຽ​ຂອງ​ອູ​ຣີ​ຢາ 11 ເຮົາ​ຂໍ​ເວົ້າ​ຢ່າງ​ເດັດ​ຂາດ​ຕໍ່​ເຈົ້າ​ວ່າ ເຮົາ​ຈະ​ໃຫ້​ຜູ້​ນຶ່ງ​ໃນ​ຄອບ​ຄົວ​ຂອງ​ເຈົ້າ​ເປັນ​ຜູ້​ນຳ​ເອົາ​ຄວາມ​ທຸກ​ຍາກ​ລຳ​ບາກ​ມາ​ສູ່​ເຈົ້າ ເຈົ້າ​ຈະ​ໄດ້​ເຫັນ​ເຫດ​ການ​ດັ່ງ​ນີ້​ຄື ເມື່ອ​ເຮົາ​ຈະ​ເອົາ​ພວກ​ເມັຽ​ຂອງ​ເຈົ້າ​ຍົກ​ໃຫ້​ແກ່​ຊາຍ​ຄົນ​ອື່ນ ແລະ​ຊາຍ​ຄົນ​ນັ້ນ​ຈະ​ສົມ​ສູ່​ຢູ່​ຮ່ວມ​ກັບ​ພວກ​ນາງ​ຢ່າງ​ເປີດ​ເຜີຍ 12 ເຈົ້າ​ໄດ້​ທຳ​ຜິດ​ຢ່າງ​ລັບ​ລີ້ ແຕ່​ເຮົາ​ຈະ​ສະ​ແດງ​ໃຫ້​ພວກ​ອິສ​ຣາ​ເອນ​ເຫັນ​ໃນ​ສິ່ງ​ທີ່​ຊາຍ​ຄົນ​ນັ້ນ​ທຳ​ຢ່າງ​ເປີດ​ເຜີຍ” 13 ຝ່າຍ​ດາ​ວິດ​ກໍ​ເວົ້າ​ຂຶ້ນ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ທຳ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ” ນາ​ທານ​ຈຶ່ງ​ເວົ້າ​ວ່າ, “ພຣະ​ອົງ​ຈະ​ບໍ່​ຕາຍ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຍົກ​ໂທດ​ໃຫ້​ພຣະ​ອົງ 14 ແຕ່​ວ່າ ລູກ​ຂອງ​ພຣະ​ອົງ​ຈະ​ຕາຍ ເພາະ​ວ່າ​ພຣະ​ອົງ​ທຳ​ຢ່າງ​ນີ້​ເປັນ​ການ​ດູ​ຖູກ​ພຣະ​ຜູ້​ເປັນ​ເຈົ້າ” 15 ແລ້ວ​ນາ​ທານ​ກໍ​ກັບ​ຄືນ​ເມືອ​ເຮືອນ

ບຸດ​ຊາຍ​ດາ​ວິດ​ຕາຍ​ແລະ​ໂຊໂລ​ໂມນ​ເກີດ

ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ໃຫ້​ບຸດ​ຊາຍ​ທີ່​ດາ​ວິດ​ໄດ້​ນຳ​ເມັຽ​ຂອງ​ອູ​ຣີ​ຢາ​ໄຂ້​ຫນັກ 16 ດາ​ວິດ​ໄດ້​ອ້ອນວອນ​ຂໍ​ໃຫ້​ພຣະ​ເຈົ້າ​ໂຜດ​ຊ່ອຍ​ໃຫ້​ລູກ​ຊາຍ​ດີ ແລະ​ທຸກໆ​ຄື​ນດາ​ວິດ​ໄດ້​ໄປ​ນອນ​ຢຽດ​ ຢູ່​ໃນ​ພື້ນ​ຫ້ອງນອນ​ຂອງ​ພຣະ​ອົງ ໂດຍ​ບໍ່​ຍອມ​ກິນ​ເຂົ້າ 17 ພວກ​ຂ້າ​ຣາຊ​ການ​ໃນ​ພຣະ​ຣາຊວັງ​ຂອງ​ພຣະ​ອົງ​ໄດ້​ຖືກ​ຊວນ​ໃຫ້​ພຣະ​ອົງ​ລຸກ​ຂຶ້ນ ແຕ່​ພຣະ​ອົງ​ກັບ​ປະ​ຕິ​ເສດ​ແລະ​ບໍ່​ຍອມ​ກິນຫຍັງ​ຫມົດ 18 ພໍ​ວັນ​ທີ່​ເຈັດ ບຸດ​ຊາຍ​ຂອງ​ດາວິດ​ກໍ​ຕາຍ ພວກ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ບໍ່​ກ້າ​ນຳ​ຂ່າວ​ນັ້ນ​ມາ​ບອກ​ພຣະ​ອົງ ພວກ​ເຂົາ​ໄດ້​ເວົ້າ​ກັນ​ວ່າ, “ເມື່ອ​ເດັກ​ນ້ອຍ​ຍັງ​ມີ​ຊີ​ວິດ​ຢູ່ ພວກ​ເຮົາ​ໄດ້​ຖາມ​ພຣະ​ອົງ ແຕ່​ພຣະ​ອົງ​ບໍ່​ຕອບ​ພວກ​ເຮົາ​ເລີຍ ເຫດ​ໃດ​ພ​ວກ​ເຮົາ​ຈຶ່ງ​ຈະ​ບອກ​ພຣະ​ອົງ​ໄດ້​ວ່າ ລູກ​ຂອງ​ພຣະ​ອົງ​ເສັຽ​ຊີ​ວິດ​ແລ້ວ ພຣະ​ອົງ​ອາດ​ທຳ​ໃນ​ສິ່ງ​ທີ່​ບໍ່​ດີ​ບໍ່​ງາມ​ກໍ​ເປັນ​ໄດ້” 19 ເມື່ອ​ພວກ​ເຂົາ​ກຳ​ລັງ​ຊັບ​ກັນ​ຢູ່ ດາ​ວິດ​ກໍ​ເຂົ້າ​ໃຈ​ວ່າ​ລູກ​ຊາຍ​ຂອງ​ພຣະ​ອົງ​ໄດ້​ຕາຍ​ແລ້ວ ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ຖາມ​ພວກ​ເຂົາ​ວ່າ, “ລູກ​ເຮົາ​ຕາຍ​ແລ້ວ​ແມ່ນ​ບໍ” ພວກ​ເຂົາ​ກໍ​ຕອບ​ວ່າ, “ຕາຍ​ແລ້ວ” 20 ດາ​ວິດ​ກໍ​ລຸກ​ຂຶ້ນ​ໄປອາບ​ນ້ຳ​ຫວີ​ຜົມ ແລະ​ປ່ຽນ​ເຄື່ອງ​ນຸ່ງ ແລ້ວ​ພຣະ​ອົງກໍ​ໄປ​ນະ​ມັ​ສ​ການ​ທີ່​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ກັບ​ຄືນ​ມາ​ສູ່​ພຣະ​ຣາຊວັງ ພຣະ​ອົງ​ກໍ​ໄດ້​ຖາມ​ຫາ​ອາ​ຫານ ແລະ​ເຂົາ​ໄດ້​ຈັດ​ແຈ່ງ​ອາ​ຫານ​ໃຫ້​ພຣະ​ອົງ​ສະ​ເຫວີຍ​ໃນ​ທັນ​ທີ​ທັນ​ໃດ​ນັ້ນ​ເອງ 21 ພວກ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ຈຶ່ງ​ຖາມ​ພຣະ​ອົງ​ວ່າ, “ເມື່ອ​ເດັກ​ນ້ອຍ​ຍັງ​ມີ​ຊີ​ວິດ​ຢູ່ ພຣະ​ອົງ​ຊົງ​ໂສກ​ເສົ້າ​ຮ້ອງ​ໄຫ້ ແລະ​ບໍ່​ຍອມ​ສະ​ເຫວີຍ​ອາ​ຫານ ແຕ່​ພໍ​ເດັກ​ນ້ອຍ​ໄດ້​ຕາຍ​ໄປ​ແລ້ວ ພຣະ​ອົງ​ກໍ​ຊົງ​ລຸກ​ຂຶ້ນ ແລະ​ສະ​ເຫວີຍ​ອາ​ຫານ​ໄດ້ ພວກ​ຂ້າ​ນ້ອຍ​ບໍ່​ເຂົ້າ​ໃຈ​ເຫດ​ການ​ຢ່າງ​ນີ້​ເລີຍ” 22 ດາ​ວິດ​ຕອບ​ວ່າ, “ເມື່ອ​ລູກ​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່ ເຮົາ​ໄດ້​ອົດ​ອາ​ຫານ​ໂສກ​ເສົ້າ​ຮ້ອງ​ໄຫ້ ເພາະ​ເຮົາ​ຄິດ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ຈະ​ຊົງ​ເມດ​ຕາ​ປະ​ທານ​ຊີ​ວິດ​ໃຫ້​ແກ່ເດັກ​ນ້ອຍ​ນັ້ນ ແຕ່​ວ່າ ດຽວ​ນີ້​ລູກ​ໄດ້​ຕາຍ​ແລ້ວ 23 ເຮົາຈະ​ອົດ​ອາ​ຫານ​ໄປ​ເຮັດ​ຫຍັງ ຖ້າເຣົາ​ອົດ​ອາ​ຫານ​ຊີ​ວິດ​ເດັກ​ນ້ອຍ​ນັ້ນ​ຈະ​ກັບ​ຄືນ​ມາ​ໄດ້​ອີກ​ບໍ ວັນ​ນຶ່ງ ເຮົາ​ອາດ​ຈະ​ໄປ​ບ່ອນ​ດຽວ​ກັນ​ກັບ​ລູກ​ຢູ່ ແຕ່​ລູກ​ນັ້ນ​ຈະ​ມາ​ຫາ​ເຮົາບໍ່​ໄດ້”

ໂຊ​ໂລ​ໂມນ​ເກີດ

24 ຕໍ່​ມາ ດາ​ວິດ​ກໍ​ອອຍ​ໃຈ​ບັ​ທ​ເຊ​ບາ​ຜູ້​ເປັນ​ເມັຽ ພຣະ​ອົງ​ໄດ້​ສົມ​ສູ່​ຢູ່​ຮ່ວມ​ກັບ​ນາງ ແລະ​ນາງ​ກໍ​ອອກ​ລູກ​ເປັນ​ຊາຍ​ອີກ ດາ​ວິດ​ໄດ້​ໃສ່​ຊື່​ໃຫ້​ວ່າ ໂຊ​ໂລ​ໂມນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ເດັກ​ນ້ອຍ​ນີ້ 25 ພຣະ​ອົງ​ຈຶ່ງ​ຊົງໃຊ້​ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ​ສັ່ງ​ໃຫ້​ດາ​ວິດ​ໃສ່​ຊື່​ເດັກ​ນີ້​ວ່າ ເຢ​ດີ​ດີ​ຢາ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ເຂົາ 26 ສ່ວນ​ໂຢ​ອາບ​ກຳ​ລັງ​ໂຈມ​ຕີ​ເມືອງ​ຣັບ​ບາ​ຢູ່ ຊຶ່ງເປັນ​ເມືອງ​ຫລວງ​ຂອງ​ຊາວ​ອັມ​ໂມນ ແລະ​ກໍ​ໃກ້​ຈະ​ຍຶດ​ເອົາ​ໄດ້​ແລ້ວ 27 ເຂົາ​ຈຶ່ງ​ສັ່ງ​ຜູ້​ນຳຂ່າວ​ໄປ​ຣາ​ຍ​ງານ​ຕໍ່​ດາ​ວິດ​ວ່າ, “ຂ້າ​ພຣະ​ອົງ​ໄດ້​ໂຈມ​ຕີ​ເມືອງ​ຣັບ​ບາ​ແລະ​ຍຶດ​ເອົາ​ບໍ່​ນ້ຳ​ໄດ້​ແລ້ວ 28 ດຽວ​ນີ້​ໃຫ້​ພຣະ​ອົງ​ຮວບ​ຮວມ​ເອົາ​ກຳ​ລັງ​ຂອງ​ພຣະ​ອົງ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ​ມາ​ຕໍ່​ສູ້ ແລະ​ຍຶດ​ເອົາ​ຕົວ​ເມືອງ​ດ້ວຍ​ພຣະ​ອົງ​ເອງ​ເທີນ ເພາະ​ວ່າ​ຂ້າ​ພຣະ​ອົງ​ບໍ່​ຢາກ​ໄດ້​ຊື່​ສຽງ​ຍ້ອນ​ຍຶດ​ເອົາ​ເມືອງ​ນີ້” 29 ດັ່ງ​ນັ້ນ ດາ​ວິດ​ຈຶ່ງ​ຮີບ​ໂຮມ​ເອົາ​ກຳ​ລັງ​ຂອງ​ພຣະ​ອົງ​ອອກ​ໄປ​ເມືອງ​ຣັບ​ບາ ແລ້ວ​ກໍ​ສັ່ງ​ບຸກ​ຍຶດ​ເອົາ​ເມືອງ​ນັ້ນ 30 ດາ​ວິດ​ໄດ້​ເອົາ​ກະ​ໂຈມ​ຮູບ​ເຄົາ​ຣົບ​ຂອງ​ພວກ​ເຂົາ​ມາ​ສຸ​ບ​ໃສ່​ຫົວພຣະ​ອົງ ກະ​ໂຈມ​ນີ້​ເປັນ​ຄຳ​ຫນັກ​ນຶ່ງ​ຕະ​ລັນ​ (ປະ​ມານ​ສາມ​ສິບ​ຫ້າກິ​ໂລ​ກາມ) ແລະ​ມີ​ເພັດ​ປະ​ດັບ​ຢູ່​ເທິງ​ກະ​ໂຈມ​ນີ້ ແລ້ວ​ພຣະ​ອົງ​ຍັງ​ໄດ້​ເອົາ​ຊັບ​ສົມ​ບັດ​ຈາກ​ເມືອງ​ນີ້​ໄປ​ຢ່າງ​ຫລວງ​ຫລາຍ 31 ສ່ວນ​ປະ​ຊາ​ຊົນ​ໃນ​ເມືອງ​ນັ້ນ ດາ​ວິດ​ໄດ້​ເອົາ​ເລື່ອຍ ຈົກ ຂວານ​ໃຫ້​ເຂົາ ແລະ​ໃຊ້​ໃຫ້​ເຂົາ​ເຮັດ​ວຽກ​ໃນ​ເຕົາ​ເຜົາ​ດິນ​ຈີ່​ອີກ ພຣະ​ອົງ​ກໍ​ໄດ້​ເຮັດ​ຢ່າງ​ດຽວ​ກັນ​ກັບ​ປະ​ຊາ​ຊົນ​ຊາວ​ອັມ​ໂມນ​ໃນ​ທຸກໆ​ເມືອງ ແລ້ວ​ພຣະ​ອົງ​ໄດ້​ກັບ​ຄືນ​ສູ່ນະ​ຄອນ​ເຢ​ຣູ​ຊາ​ເລັມ

2 ຊາມູເອນ 13

ອັມ​ໂນນ ແລະ​ຕາ​ມາ​ຣ໌

1 ຝ່າຍ​ອັບ​ຊາ​ໂລມ​ບຸດ​ຊາຍ​ຂອງ​ດາ​ວິດ ມີ​ນ້ອງ​ສາວຄົນນຶ່ງ​ຮູບ​ຮ່າງ​ງາມ​ຊື່ ຕາ​ມາ​ຣ໌ ​ຢູ່​ຕໍ່ມາ​ອັມ​ໂນນບຸດ​ຊາຍ​ຂອງ​ດາວິດ​ກໍ​ຮັກ​ນາງ 2 ດ້ວຍ​ເຫດ​ຕາ​ມາ​ຣ໌​ນ້ອງ​ສາວ​ຄົນ​ນີ້ ຈິດ​ໃຈ​ຂອງ​ອັມ​ໂນນ​ກໍ​ຖືກ​ທໍ​ຣະ​ມານ​ຈົນ​ເຖິງ​ກັບ​ລົ້ມ​ປ່ວຍ ດ້ວຍ​ເຫດ​ວ່າ​ນາງ​ເປັນ​ສາວ​ພົມ​ມະ​ຈາ​ຣີ ອັມ​ໂນນ​ຈຶ່ງ​ຮູ້ສຶກວ່າຈະເຣັດ​ຫຍັງ​ໃຫ້​ນາງ​ບໍ່​ໄດ້​ເລີຍ 3 ແຕ່​ອັມ​ໂນນ​ມີ​ສະ​ຫາຍ​ຄົນ​ນຶ່ງ​ຊື່​ໂຢ​ນາ​ດາບ​ບຸດ​ຂອງ​ຊີ​ເມ​ອາ​ນ້ອງ​ຊາຍ​ຂອງ​ດາ​ວິດ ໂຢ​ນາດາບ​ນັ້ນ​ເປັນ​ຄົນ​ເຈົ້າ​ປັນ​ຍາ 4 ຈຶ່ງ​ທູນ​ຖາມ​ວ່າ, “ຂ້າ​ແດ່​ຣາຊ​ໂອ​ຣົດ​ຂອງພຣະ​ຣາຊາ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊືມ​ເຊົາ​ຢູ່​ທຸກໆ​ເຊົ້າ ຈະ​ບໍ່​ບອກ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ຈັກ​ນຳ​ຫລື” ອັມ​ໂນນຕອບ​ເຂົາ​ວ່າ, “ເຮົາ​ຮັກ​ຕາ​ມາ​ຣ໌​ນ້ອງ​ຍິງ​ຂອງ​ອັບ​ຊາ​ໂລມ​ ນ້ອງ​ຊາຍຂອງ​ເຮົາ” 5 ໂຢ​ນາດາບ​ຈຶ່ງ​ທູນ​ທ່ານ​ວ່າ, “ຂໍ​ເຊີນ​ບັນ​ທົມ​ເທິງ​ພຣະ​ແທ່ນ​ແກ້ງ​ກະ​ທຳ​ເປັນ​ປ່ວຍ ແລະ​ເມື່ອ​ສະ​ເດັດ​ພໍ່​ມາ​ຢ້ຽມ​ພຣະ​ອົງ ຂໍ​ກາບ​ທູນ​ວ່າ “ຂໍ​ໂຜດ​ຮັບ​ສັ່ງ​ຕາ​ມາ​ຮ໌​ນ້ອງ​ຍິງ​ມາ​ໃຫ້​ອາ​ຫານ​ແກ່​ຂ້າ​ພຣະ​ອົງ ໃຫ້​ມາ​ຕຽມ​ອາ​ຫານ​ຕໍ່​ຫນ້າ​ຂ້າ​ພຣະ​ອົງ​ເພື່ອ​ຂ້າພຣະ​ອົງ​ຈະ​ໄດ້​ເຫັນ ແລະ​ໄດ້​ຮັບ​ປະ​ທານ​ຈາກ​ມື​ຂອງ​ນາງ” 6 ອັມ​ໂນນ​ຈຶ່ງ​ບັນ​ທົມ​ແກ້ງ​ທຳ​ເປັນ​ປ່ວຍ ເມື່ອ​ພຣະ​ຣາຊາ​ສະ​ເດັດ​ມາ​ຢ້ຽມ ອັມ​ໂນນ​ກໍ​ທູນ​ພຣະ​ຣາຊາ​ວ່າ, “ຂໍ​ໂຜດ​ໃຫ້​ຕາ​ມາ​ຣ໌​ນ້ອງ​ຍິງ​ມາ​ທຳ​ຂະ​ຫນົມຈັກ​ສອງ​ອັນ​ຕໍ່​ຫນ້າ​ຂ້າ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ໄດ້​ຮັບ​ປະ​ທານ​ຈາກ​ມື​ຂອງ​ນາງ” 7 ດາ​ວິດ​ຊົງ​ໃຊ້​ຄົນ​ໄປ​ຫາ​ຕາ​ມາ​ຣ໌​ທີ່​ວັງ ຮັບ​ສັ່ງ​ວ່າ, “ຂໍ​ຈົ່ງ​ໄປ​ທີ່​ບ້ານ​ຂອງ​ອັມ​ໂນນ​ອ້າຍ​ຂອງ​ເຈົ້າ ແລະ​ຕຽມ​ອາ​ຫານ​ໃຫ້​ເຂົາ​ຮັບ​ປະ​ທານ” 8 ຕາ​ມາ​ຣ໌​ກໍ​ໄປ​ຍັງ​ວັງ​ຂອງ​ອັມ​ໂນນ​ອ້າຍຂອງ​ນາງ​ບ່ອນ​ທີ່​ເຂົາ​ບັນ​ທົມ​ຢູ່ ນາງ​ກໍ​ຫຍິບ​ແປ້ງ​ມາ​ນວດ​ທຳ​ຂະ​ຫນົມ​ຕໍ່​ຫນ້າ​ອ້າຍ​ແລ້ວ​ປີ້ງ 9 ນາງ​ກໍ​ຍົກ​ກະ​ທະ​ມາ​ເທ​ອອກ​ຕໍ່​ຫນ້າ​ອ້າຍ ແຕ່​ອັມ​ໂນນ​ກໍ​ບໍ່​ຊົງ​ສະ​ເຫວີຍ ກ່າວວ່າ, “ໃຫ້​ທຸກ​ຄົນ​ອອກ​ໄປ​ເສັຽ​ໃຫ້​ພົ້ນ​ເຮົາ” ທຸກ​ຄົນ​ກໍ​ອອກ​ໄປ 10 ອັມ​ໂນນ​ກໍ​ຮັບ​ສັ່ງ​ກັບ​ຕາ​ມາ​ຣ໌​ວ່າ, “ຈົ່ງ​ເອົາ​ອາ​ຫານ​ເຂົ້າ​ມາ​ໃນ​ຫ້ອງ​ໃນ ເພື່ອ​ອ້າຍ​ຈະ​ໄດ້​ຮັບ​ປະ​ທານ​ຈາກ​ມື​ຂອງ​ເຈົ້າ” ຕາ​ມາ​ຣ໌​ກໍ​ນຳ​ຂະ​ຫນົມ​ທີ່​ນາງ​ທຳ​ນັ້ນ​ເຂົ້າ​ໄປ​ໃນ​ຫ້ອງ​ເພື່ອ​ໃຫ້​ແກ່​ອັມ​ໂນນ 11 ແຕ່​ເມື່ອ​ນາງ​ນຳ​ຂະ​ຫນົມ​ມາ​ໃກ້​ເພື່ອ​ໃຫ້​ທ່ານ​ຮັບ​ປະ​ທານ ທ່ານ​ກໍ​ຈັບ​ມື​ນາງ​ໄວ້​ຮັບ​ສັ່ງ​ວ່າ, “ນ້ອງ​ຂອງ​ອ້າຍ​ເຂົ້າ​ມາ​ນອນ​ກັບ​ອ້າຍ​ເຖີດ” 12 ນາງ​ຈຶ່ງ​ຕອບ​ທ່ານ​ວ່າ, “ບໍ່​ໄດ້​ດອກ​ ຂໍ​ຢ່າ​ບັງ​ຄັບ​ຂ້ອຍເລີຍ ສິ່ງ​ຢ່າງ​ນີ້​ເຂົາ​ບໍ່​ກະ​ທຳ​ກັນ​ໃນ​ອິສ​ຣາ​ເອນ ຂໍ​ຢ່າ​ກະ​ທໍາ​ການ​ອັບ​ອາຍ​ຢ່າງ​ນີ້​ເລີຍ 13 ຝ່າຍຂ້ອຍ ຂ້ອຍຈະ​ເອົາ​ຄວາມ​ອັບ​ອາຍ​ໄປ​ເຊື່ອງ​ໄວ້​ທີ່​ໃດ ຝ່າຍ​ທ່ານ​ເດ່ ທ່ານ​ຈະ​ເປັນ​ຄົນ​ເສັຽ​ຫນ້າ​ໃນ​ອິສ​ຣາ​ເອນ ເພາະ​ສະ​ນັ້ນ​ຂໍ​ທູນ​ພຣະ​ຣາຊາ ພຣະ​ອົງ​ຄົງ​ຈະ​ຫວງ​ຂ້ອຍໄວ້​ບໍ່​ໃຫ້​ທ່ານ” 14 ແຕ່​ທ່ານ​ກໍ​ບໍ່​ຟັງ​ສຽງ​ນາງ ດ້ວຍ​ທ່ານ​ມີ​ກຳ​ລັງ​ຫລາຍກວ່າ​ຈຶ່ງ​ຂົມ​ຂືນ ແລະ​ນອນ​ຮ່ວມ​ກັບ​ນາງ 15 ຕໍ່​ມາ​ອັມ​ໂນນ​ກໍ​ເບື່ອ​ຫນ່າຍ ແລະ​ກຽດ​ຊັງ​ນາງ ຄວາມ​ກຽດ​ຊັງ​ຄັ້ງ​ນີ້​ກໍ​ຫລາຍ​ຍິ່ງກ​ວ່າ​ຄວາມ​ຮັກ​ຊຶ່ງ​ທ່ານ​ໄດ້​ຮັກ​ນາງ​ມາ​ກ່ອນ ແລະ​ອັມ​ໂນນ​ຮັບ​ສັ່ງ​ກັບ​ນາງວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ” 16 ແຕ່​ນາງ​ຕອບ​ວ່າ, “ຢ່າ​ເລີຍ ທີ່​ຈະ​ຂັບ​ໄລ່​ຂ້ອຍ​ໄປ​ຄັ້ງ​ນີ້​ນັ້ນ​ກໍ​ເປັນ​ຄວາມ​ຜິດ​ໃຫຍ່​ຍິ່ງກວ່າ​ທີ່​ທ່ານ​ໄດ້​ທຳ​ກັບ​ຂ້ອຍ​ມາ​ແລ້ວ” ແຕ່​ທ່ານ​ບໍ່​ໄດ້​ເຊື່ອ​ຟັງ​ນາງ 17 ທ່ານ​ຈຶ່ງ​ເອີ້ນ​ຄົນ​ໃຊ້​ທີ່​ປົນ​ນິ​ບັດ​ຢູ່​ສັ່ງ​ວ່າ, “ຈົ່ງ​ໄລ່​ຜູ້​ຍິງ​ຄົນ​ນີ້​ໃຫ້​ອອກ​ໄປ​ພົ້ນ​ຫນ້າ​ຂອງ​ເຮົາ​ແລ້ວ​ປິດ​ປະ​ຕູ​ໃສ່​ກອນ​ເສັຽ” 18 ນາງ​ສວມ​ເສື້ອ​ຄຸມ​ຍາວ​ມີ​ແຂນ​ດັ່ງທີ່​ຣາຊ​ທິດາ​ພົມ​ມະ​ຈາ​ຣີ​ຂອງ​ພຣະ​ຣາຊາ​ສວມ​ກັນ ຄົນ​ໃຊ້​ຂອງ​ທ່ານ​ຈຶ່ງໄລ່​ນາງ​ອອກ​ໄປ​ແລະ​ໃສ່​ກອນ​ປະ​ຕູ​ເສັຽ 19 ຕາ​ມາ​ຣ໌ກໍ​ເອົາ​ຂີ້​ເຖົ່າ​ໃສ່​ທີ່​ຫົວຂອງ​ນາງ ແລະ​ຈີກ​ເສື້ອ​ຄຸມ​ຍາວ​ມີ​ແຂນ​ທີ່​ນາງ​ສ​ວມ​ຢູ່​ນັ້ນ​ເສັຽ ເອົາ​ມື​ກຸມ​ຫົ​ວ​ເດີນ​ໄປ​ຮ້ອງ​ໄຫ້​ໄປ 20 ອັບ​ຊາ​ໂລມ​ອ້າຍ​ຂອງ​ນາງ​ກໍ​ກ່າວ​ກັບ​ນາງວ່າ, “ອັມ​ໂນນ​ໄດ້​ຢູ່​ກັບ​ເຈົ້າ​ບໍ ນ້ອງ​ເອີຍ ຢ່າ​ເປັນ​ທຸກ​ໃຈ​ໃນ​ເຣື່ອງນີ້​ເລີຍ” ຝ່າຍ​ຕາ​ມາ​ຣ໌​ກໍ​ຢູ່​ເປົ່າ​ປ່ຽວ​ໃນ​ວັງ​ຂອງ​ອັບ​ຊາ​ໂລມ 21 ເມື່ອ​ກະ​ສັດດາ​ວິດ​ຊົງ​ຊາບ​ເຣື່ອງ​ເຫລົ່າ​ນີ້​ທັງ​ສີ້​ນ ພຣະ​ອົງ​ກໍ​ຊົງ​ກີ້ວ​ 22 ແຕ່​ອັບ​ຊາ​ໂລມ​ບໍ່​ໄດ້​ກ່າວ​ປະ​ການ​ໃດ​ກັບ​ອັມ​ໂນນ​ເລີຍ​ບໍ່​ວ່າ​ດີ​ຫລື​ຮ້າຍ ເພາະ​ອັບ​ຊາ​ໂລມ​ກຽດ​ຊັງ​

ອັມ​ໂນນ​ຫລາຍ ເຫດ​ທີ່​ທ່ານ​ໄດ້​ຂົ່ມ​ຂືນ​ຕາ​ມາ​ຣ໌​ນ້ອງ​ສາວ​ຂອງ​ທ່ານ

23 ຕໍ່​ມາ​ອີກ​ສອງ​ປີ​ເຕັມ ອັບ​ຊາ​ໂລມ​ມີ​ງານ​ຕັດ​ຂົນແກະ​ທີ່​ບ້ານ​ບາ​ອານ​ຮາ​ໂຊ​ຣ໌ ຊຶ່ງ​ຢູ່​ໃກ້​ເອ​ຟ​ຣາ​ອີມ ແລະ​ອັບ​ຊາ​ໂລມ​ໄດ້​ເຊີນ​ໂອ​ຣົດ​ທັງ​ສິ້ນ​ຂອງ​ພຣະ​ຣາຊາ​ໄປ​ໃນ​ງານ​ນັ້ນ 24 ອັບ​ຊາ​ໂລມ​ໄປ​ເຝົ້າ​ພຣະ​ຣາຊາ​ທູນ​ວ່າ, “ເບິ່ງ​ແມ໋, ຂ້າ​ພຣະ​ອົງ​ມີ​ງານ​ຕັດ​ຂົນ​ແກະ​ຂໍ​ເຊີນ​ພຣະ​ຣາຊາ​ແລະ​ຄົນ​ໃຊ້​ຂອງ​ພຣະ​ອົງ​ໄປ​ໃນ​ງານ​ນັ້ນ​ກັບ​ຂ້າພຣະ​ອົງ” 25 ແຕ່​ພຣະ​ຣາຊ​ກ່າວ​ກັບ​ອັບ​ຊາ​ໂລມ​ວ່າ, “ລູກ​ເອີຍ ຢ່າ​ເລີຍ ຢ່າ​ໃຫ້​ພວກ​ເຮົາໄປ​ກັນ​ຫມົດ​ເລີຍ ຈະ​ເປັນ​ພາ​ຣະ​ແກ່​ເຈົ້າ” ອັບ​ຊາ​ໂລມ​ຄະ​ຍັ້ນ​ຄະ​ຍໍ​ພຣະ​ອົງ ແຕ່​ປານ​ນັ້ນ​ພຣະ​ອົງ​ບໍ່​ໄດ້ຍອມ​ສະ​ເດັດ ແຕ່​ຊົງ​ອວຍ​ພຣະ​ພອນ​ໃຫ້ 26 ອັບ​ຊາ​ໂລມ​ຈຶ່ງ​ກາບ​ທູນ​ວ່າ, “ຖ້າ​ບໍ່​ໂຜດ​ສະ​ເດັດ​ກໍ​ຂໍ​ໃຫ້​ອະ​ນຸ​ຍາດ​ອັມ​ໂນນ​ໄປ​ດ້ວຍ​ກັນ​ເຖີດ” ແລະພຣະ​ຣາຊາ​ກ່າວ​ຖາມ​ວ່າ, “ເປັນ​ຫຍັງ​ເຂົາ​ຕ້ອງ​ໄປ​ກັບ​ເຈົ້າ​ດ້ວຍ 27 ແຕ່​ອັບ​ຊາ​ໂລມ​ທູນ​ຄະ​ຍັ້ນ​ຄະ​ຍໍ​ຈົນ​ພຣະ​ອົງ​ຊົງ​ຍອມ​ໃຫ້​ອັມ​ໂນນ ແລະ​ຣາຊ​ໂອ​ຣົດ​ຂອງ​ພຣະ​ຣາຊາ​ທັງ​ສິ້ນ​ໄປ​ດ້ວຍ 28 ແລ້ວ​ອັບ​ຊາ​ໂລມ​ສັ່ງ​ຄົນ​ໃຊ້​ຂອງ​ທ່ານ​ວ່າ, “ຈົ່ງ​ຄອຍ​ດູ​ວ່າ​ຈິດ​ໃຈ​ຂອງ​ອັມ​ໂນນ​ເພີດ​ເພີນ​ດ້ວຍ​ເຫລົ້າ​ອະ​ງຸ່ນ​ເມື່ອ​ໃດ ເມື່ອ​ເຮົາ​ສັ່ງ​ເຈົ້າ​ວ່າ “ຈົ່ງ​ຕີ​ອັມ​ໂນນ” ເຈົ້າ​ທັງ​ຫລາຍ​ຈົ່ງ​ຂ້າ​ເຂົາ​ເສັຽ ຢ່າ​ຢ້ານ​ເລີຍ​ເຮົາ​ສັ່ງ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ ຈົ່ງ​ກ້າ​ຫານ​ແລະ​ເປັນ​ຄົນ​ເກັ່ງ​ກ້າ​ເຖີດ” 29 ແລະ​ຄົນ​ໃຊ້​ຂອງ​ອັ​ບ​ຊາ​ໂລມ​ກໍ​ກະ​ທຳ​ກັບ​ອັມ​ໂນນ​ຕາມ​ທີ່​ອັບ​ຊາ​ໂລມ​ໄດ້​ສັ່ງ​ໄວ້ ແລ້ວ​ບັນ​ດາ​ຣາຊ​ໂອ​ຣົດ​ຂອງ​ພຣະ​ຣາຊ​ກໍ​ພາ​ກັນ​ລຸກ​ຂຶ້ນ​ຊົງ​ລໍ້​ຂອງ​ແຕ່​ລະ​ອົງ​ຫນີ​ໄປ 30 ຂ​ນະ​ເມື່ອ​ຣາຊ​ໂອ​ຣົດ​ໄດ້​ດຳ​ເນີນ​ຢູ່​ຕາ​ມທາງ ມີ​ຂ່າວ​ໄປ​ເຖິງ​ດາ​ວິດ​ວ່າ, “ອັບ​ຊາ​ໂລມ​ໄດ້​ປະ​ຫານ​ຣາຊ​ໂອ​ຣົດ​ຂອງ​ພຣະ​ຣາຊາ​ຫມົດ​ແລ້ວ ບໍ່​ເຫລືອ​ຢູ່​ຈັກ​ອົງ​ດຽວ” 31 ພຣະ​ຣາຊາ​ຊົງ​ລຸກ​ຂຶ້ນ​ຈີກ​ສ​ລອງພຣະ​ອົງ ແລະ​ຊົງ​ບັນ​ທົມ​ເທິງ​ພື້ນ​ດິນ ບັນ​ດາ​ຂ້າ​ຣາຊ​ການ​ທັງ​ສິ້ນ​ສວມ​ເສື້ອ​ຜ້າ​ຈີກ​ຂາດ​ຢືນ​ເຝົ້າ​ຢູ່ 32 ແຕ່​ໂຢ​ນາ​ດາບ​ບຸດ​ຊີ​ເມ​ອາ​ນ້ອງ​ຊາຍ​ຂອງ​ດາ​ວິດ​ກາບ​ທູນ​ວ່າ, “ຂໍ​ຢ່າ​ໃຫ້​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ບາດ​ສຳ​ຄັນ​ຜິດ​ໄປ​ວ່າ ເຂົາ​ໄດ້​ປະ​ຫານ​ຣາຊ​ໂອ​ຣົດ​ຫນຸ່ມ​ແຫນ້ນ​ເຫລົ່າ​ນັ້ນ​ຫມົດ​ແລ້ວ ເພາະ​ວ່າ​ອັມ​ໂນນ​ສິ້ນ​ຊີ​ວິດ​ແຕ່​ຜູ້​ດຽວ ເພາະ​ຕາມ​ຄຳ​ສັ່ງ​ຂອງ​ອັບ​ຊາ​ໂລມ​ເຣື່ອງ​ນີ້​ທ່ານ​ຕັ້ງ​ໃຈ​ໄວ້​ແຕ່​ຄັ້ງ​ທີ່​ຕາ​ມາ​ຣ໌​ນ້ອງ​ສາວ​ຂອງ​ທ່ານ​ແລ້ວ 33 ສະ​ນັ້ນ ຂໍ​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ​ຢ່າ​ໄດ້​ຮ້ອນ​ພຣະ​ທັຍ ດ້ວຍ​ສຳ​ຄັນ​ວ່າ​ຣາຊ​ໂອ​ຣົດ​ທັງ​ຫມົດ​ຂອງ​ພຣະ​ອົງ​ສິ້ນ​ຊີ​ວິດ ເພາະ​ອັມ​ໂນນ​ສິ້ນ​ຊີບ​ແຕ່​ຜູ້​ດຽວ” 34 ແຕ່​ອັບ​ຊາ​ໂລມ​ໄດ້​ຫນີ​ໄປ ຝ່າຍ​ທະ​ຫານ​ຍາມ​ຫນຸ່ມ​ເງີຍ​ຫນ້າ​ຂຶ້ນ​ເບິ່ງ ເບິ່ງ​ແມ໋​, ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລາຍ​ກຳ​ລັງ​ມາ​ຈາກ​ຖ​ນົນ​ໂຮ​ໂຣ​ນາ​ອີມ​ຂ້າງໆ​ພູ​ 35 ໂຢ​ນາ​ດາບ​ຈຶ່ງ​ກາບ​ທູນ​ພຣະ​ຣາຊາ​ວ່າ, “ເບິ່ງ​ແມ໋, ຣາຊ​ໂອ​ຣົດ​ກຳ​ລັງ​ດຳ​ເນີນ​ມາ​ແລ້ວ ຕາມ​ທີ່​ຂ້າ​ພຣະ​ອົງກາບ​ທູນກໍ​ເປັນ​ຈິງ​ດັ່ງ​ນັ້ນ” 36 ຢູ່​ມາ​ເມື່ອ​ເຂົາ​ເວົ້າ​ຈົບ​ລົງ ເບິ່ງ​ແມ໋, ຣາຊ​ໂອ​ຣົດ​ຂອງ​ພຣະ​ຣາຊາ​ກໍ​ມາ​ເຖິງ​ແລະ​ໄດ້​ຮ້ອງ​ໄຫ້ ຝ່າຍ​ພຣະ​ຣາຊາ​ກໍ​ຮ້ອງ​ໄຫ້ ແລະ​ບັນ​ດາ​ຂ້າ​ຣາຊ​ການ​ກໍ​ຮ້ອງ​ໄຫ້​ສະ​ອຶກ​ສະ​ອື້ນ​ເຫມືອນ​ກັນ 37 ອັບ​ຊາ​ໂລມ​ໄດ້​ຫນີ​ໄປ​ເຂົ້າ​ເຝົ້າ​ຕັນ​ມັຍ ໂອ​ຣົດ​ຂອງ​ອັມ​ມີ​ຮູດ ພຣະ​ຣາຊາ​ເມືອງ​ເກ​ຊູ​ຣ໌ ແຕ່​ດາ​ວິດ​ຊົງ​ໄວ້​ທຸກ​ໃຫ້​ຣາຊ​ໂອ​ຣົດ​ຂອງ​ພຣະ​ອົງ​ເປັນ​ເວ​ລາ​ດົນ​ນານ 38 ດາ​ວິດ​ພຣະ​ຣາຊາກໍ​ຊົງ​ຕອມ​ພຣະ​ທັຍ​ອາ​ລັຍ​ເຖິງ​ອັບ​ຊາ​ໂລ​ມ ເພາະ​ການ​ທີ່​ຊົງ​ຄິດ​ເຖິງ​ອັມ​ໂນນ​ນັ້ນ​ຄ່ອຍ​ຄາຍ​ລົງ ດ້ວຍ​ເຂົາ​ສິ້ນ​ຊີ​ວິດ​ແລ້ວ

2 ຊາມູເອນ 14

ໂຢອາບ​ມີ​ແຜ​ນການ​ໃຫ້​ອັບ​ຊາ​ໂລມ​ກັບ​ຄືນ

1 ຝ່າຍ​ໂຢ​ອາບ​ບຸດ​ນາງ​ເຊ​ຣູ​ຢາຊາບ​ວ່າ ພຣະ​ຣາຊາ​ອາ​ລັຍ​ເຖິງ​ອັບ​ຊາ​ໂລມ 2 ໂຢ​ອາບ​ຈຶ່ງ​ໃຊ້​ຄົນ​ໄປ​ຍັງ​ເມືອງ​ເຕ​ໂກ​ອາ​ພາ​ຍິງທີ່​ສ​ລາດ​ມາ​ຈາກ​ທີ່​ນັ້ນ​ຄົນ​ນຶ່ງ ບອກ​ນາງວ່າ, “ຂໍ​ຈົ່ງ​ແກ້ງ​ທຳ​ເປັນ​ຄົນ​ໄວ້​ທຸກ ສວມ​ເສື້ອ​ຂອງ​ຄົນ​ໄວ້​ທຸກ​ຢ່າ​ຊະ​ໂລມ​ນ້ຳ​ມັນ ແຕ່​ແກ້ງ​ເຮັດ​ເຫມືອນ​ຜູ້​ຍິງ​ທີ່​ໄວ້​ທຸກ​ໃຫ້​ຜູ້​ຕາຍ​ມາ​ຫລາຍ​ວັນ​ແລ້ວ 3 ຈົ່ງ​ເຂົ້າ​ເຝົ້າ​ພຣະ​ຣາຊາ ກາບ​ທູນ​ຂໍ້​ຄວາມ​ນີ້​ແກ່​ພຣະ​ອົງ” ແລະ​ໂຢ​ອາບ​ກໍ​ສອນ​ຄຳ​ກາບ​ທູນ​ໃຫ້​ຍິງ​ນັ້ນ 4 ເມື່ອ​ຍິງ​ຊາວ​ເຕ​ໂກ​ອາ​ມາ​ເຝົ້າ​ພຣະ​ຣາຊາ ນາງ​ກໍ​ຊົບ​ຫນ້າ​ລົງ​ເຖິງ​ດິນ​ຖວາຍ​ບັງ​ຄົມ​ແລ້ວ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາຊາ ຂໍ​ພຣະ​ກະ​ຣຸ​ນາ​ຄຸນ​ເປັນ​ທີ່​ເພິ່ງ” 5 ພ​ຣາຊາ​ກ່າວ​ຖາມ​ຍິງ​ນັ້ນ​ວ່າ, “ເຈົ້າ​ມີ​ເຣື່ອງ​ຫຍັງ” ນາງ​ກາ​ບທູນ​ວ່າ, “ອະ​ນິຈາ ຂ້າ​ນ້ອຍ​ເປັນ​ຍິງ​ຫມ້າຍຜົວ​ຕາຍ​ເສັຽ​ແລ້ວ 6 ສາວ​ໃຊ້​ຂອງ​ພຣະ​ອົງ​ມີ​ບຸດ​ສອງ​ຄົນ ວິ​ວາດ​ກັນ​ຢູ່​ໃນ​ທົ່ງ​ນາ ບໍ່​ມີ​ໃຜ​ຊ່ອຍ​ຫ້າມ​ປາມ​ບຸດ​ຄົນ​ນຶ່ງ​ຈຶ່ງ​ຕີ​ອີກ​ຄົນ​ນຶ່ງ​ຕາຍ 7 ເບິ່ງ​ແມ໋, ຫມູ່​ຍາດ​ພາກັນ​ມາ​ຫາ​ສາວ​ໃຊ້​ຂອງ​ຂ້າ​ນ້ອຍບອກວ່າ “ຈົ່ງ​ມອບ​ຜູ້​ທີ່​ຂ້າ​ອ້າຍ​ຂອງ​ຕົນ​ມາ​ໃຫ້​ເຮົາ ເພື່ອ​ເຮົາ​ຈະ​ຂ້າ​ເຂົາ​ເສັຽ ເພື່ອ​ແກ້​ແຄ້ນ​ແທນ​ອ້າຍ​ທີ່​ເຂົາ​ໄດ້​ຂ້າ​ເສັຽນັ້ນ ຈະ​ໄດ້​ຂ້າ​ຜູ້​ທີ່​ຮັບ​ມໍ​ຣະ​ດົກ​ເສັຽດ້ວຍ” ດັ່ງ​ວ່າ​ຈະ​ດັບ​ຖ່ານ​ໄຟ​ຂອງ​ຂ້າ​ນ້ອຍ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ​ເສັຽ ບໍ່​ໃຫ້​ຜົວ​ຂອງ​ຂ້າ​ນ້ອຍ​ມີ​ຊື່​ຫລື​ມີ​ເຊື້ອ​ສາຍຫລືອ​ຢູ່​ເທິງ​ນື້ນ​ໂລກ​ເລີຍ” 8 ພຣະ​ຣາຊາ​ຈຶ່ງ​ຮັບ​ສັ່ງ​ແກ່​ຍິງ​ຄົນ​ນັ້ນ​ວ່າ, “ໄປ​ບ້ານ​ຂອງ​ເຈົ້າ​ເຖີດ ເຮົາ​ຈະ​ສັ່ງ​ການ​ເຣື່ອງ​ເຈົ້າ” 9 ຍິງ​ຊາວ​ເຕ​ໂກ​ອາ​ໄດ້​ກາບ​ທູນ​ພຣະ​ຣາຊາ​ວ່າ, “ຂ້າ​ແດ່​ພຣະ​ຣາຊາ ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ຂໍ​ໃຫ້​ໂທດ​ຕົກ​ຢູ່​ກັບ​ຂ້າ​ນ້ອຍ ແລະ​ກັບ​ເຊື້ອ​ສາຍ​ບິ​ດາ​ຂອງ​ຂ້າ​ນ້ອຍ ແຕ່ພຣະ​ຣາຊາ​ແລະ​ຣາຊ​ບັນ​ລັງ​ຂອງ​ພຣະ​ອົງ​ຢ່າ​ໃຫ້​ມີ​ໂທດ​ເລີຍ” 10 ພຣະ​ຣາຊາ​ກ່າວ​ວ່າ, “ຖ້​ມີ​ຜູ້​ໃດ​ກ່າວ​ສິ່ງ​ໃດ​ແກ່​ເຈົ້າ ຈົ່ງ​ພາເຂົາ​ມາ​ຫາ​ເຮົາ ຄົນ​ນັ້ນ​ຈະ​ບໍ່​ແຕະ​ຕ້ອງ​ເຈົ້າ​ອີກ​ເລີຍ” 11 ນາງ​ກໍ​ກາບທູນວ່າ, “ຂ້າ​ແດ່​ພຣະ​ອົງ ຂໍ​ພຣະ​ຣາຊາ​ຊົງ​ກະ​ທຳ​ສາ​ບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ເພື່ອ​ຜູ້​ອາ​ຄາດ​ຈະ​ບໍ່​ກະ​ທຳ​ການ​ຂ້າ​ອີກ​ຕໍ​ໄປ ແລະ​ບຸດ​ຂອງ​ຂ້າ​ນ້ອຍ​ຈະ​ບໍ່​ຕ້ອງ​ຖືກ​ທຳ​ລາຍ” ພຣະ​ອົງ​ກ່າວ​ວ່າ, “ພຣະ​ເຈົ້າຊົງ​ພຣະ​ຊົນ​ຢູ່​ ເສັ້ນ​ຜົມ​ຂອງ​ບຸດ​ຂອງ​ເຈົ້າ​ຈັກ​ເສັ້ນ​ດຽວ​ຈະ​ບໍ່​ຕົວ​ລົງ​ເຖິງ​ດິນ” 12 ແລ້ວ​ຍິງ​ນັ້ນ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂໍ​ສາວ​ໃຊ້​ຂອງ​ພຣະ​ອົງ​ກາບ​ທູນ​ອີກ​ຈັກ​ຄຳ​ນຶ່ງ​ແກ່​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ” ພຣະ​ອົງ​ກ່າວ​ວ່າ, “ເວົ້າ​ໄປ” 13 ຍິງ​ນັ້ນ​ຈຶ່ງ​ກາບ​ທູນ​ວ່າ, “ເຫດ​ໃດ​ພຣະ​ອົງ​ຊົງ​ດຳ​ຣິ​ຈະ​ກະ​ທຳ​ຢ່າງ​ແກ່​ປະ​ຊາ​ກອນ​ຂອງ​ພຣະ​ເຈົ້າ ໃນ​ການ​ທີ່​ກ່າວ​ເຊັ່ນ​ນີ້​ພຣະ​ຣາຊາ​ຊົງ​ກ່າວ​ໂທດ​ພຣະ​ອົງ​ເອງ ໃນ​ປະ​ການ​ທີ່​ພຣະ​ຣາຊາ​ບໍ່​ໄດ້​ຊົງ​ນຳ​ຜູ້ຖືກ​ເນ​ຣະ​ເທດ​ກັບ​ສູ່​ພຣະ​ຣາຊວັງ 14 ຄົນ​ເຮົາ​ຈະ​ຕ້ອງ​ຕາຍ​ຫມົດ​ດ້ວຍ​ກັນ​ທຸກ​ຄົນ ເປັນ​ເຫມືອນ​ນ້ຳ​ທີ່​ຫົດ​ເທິງ​ແຜ່ນ​ດິນ ຈະ​ເກັບ​ຮວມ​ກັບ​ຄືນ​ມາ​ອີກ​ບໍ່​ໄດ້ ພຣະ​ເຈົ້າ​ບໍ່​ຊົງ​ທຳ​ລາຍ​ຊີ​ວິດ ແຕ່​ຊົງ​ດຳ​ຣິ​ຫາ​ຫົນ​ທາງ​ບໍ່​ໃຫ້​ຜູ້​ທີ່​ຖືກ​ເນ​ຣະ​ເທດ​ຕ້ອງ​ຖືກ​ຊົງ​ປະ​ຖິ້ມ 15 ທີ່​ຂ້າ​ນ້ອຍ​ມາ​ກາບ​ທູນ​ເຣື່ອງ​ນີ້​ຕໍ່​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ເພາະ​ປະ​ຊາ​ຊົນ​ຂູ່​ຂ້າ​ນ້ອຍ​ໃຫ້​ຢ້ານ ແລະ​ສາວ​ໃຊ້​ຂອງ​ພຣະ​ອົງ​ຄິດ​ວ່າ “ເຮົາ​ຈະ​ກາບ​ທູນ​ພຣະ​ຣາຊາ ຫວັງ​ວ່າ​ພຣະ​ຣາຊາ​ຈະ​ໂຜດ​ຕາມ​ຄຳ​ຂໍ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 16 ດ້ວຍ​ພຣະ​ຣາຊາ​ຈະ​ຊົງ​ສະ​ດັບ​ຟັງ ແລະ​ຊົງ​ຊ່ອຍ​ກູ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຜູ້​ທີ່​ຕັ້ງ​ໃຈ​ທຳ​ລາຍ​ເຮົາ ແລະ​ລູກ​ຂອງ​ເຮົາ​ເສັຽ​ຈາກ​ມໍ​ຣະ​ດົກ​ຂອງ​ພຣະ​ເຈົ້າ” 17 ແລະ​ສາວ​ໃຊ້​ຂອງ​ພຣະ​ອົງ​ຄິດ​ວ່າ “ຂໍ​ໃຫ້​ພຣະ​ດຳ​ຣັດ​ຂອງ​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ເຮົາ​ເປັນ​ທີ່​ເພິ່ງ” ເພາະ​ພຣະ​ຣາຊາ​ເຈົ້າ​ຂອງ​ເຣົາ​ປຽບ​ເຫມືອນ​ທູດ​ຂອງ​ພຣະ​ເຈົ້າ​ໃນ​ການ​ທີ່​ຈະ​ປະ​ຈັກ​ຄວາມ​ດີ​ແລະ​ຄວາມ​ຊົ່ວ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ອົງ​ເຖີດ” 18 ແລ້ວ​ພຣະ​ຣາຊາ​ຊົງ​ຕອບ​ຍິງ​ນັ້ນ​ວ່າ, “ສິ່ງ​ໃດ​ທີ່​ເຮົາ​ຈະ​ຖາມ​ເຈົ້າ ເຈົ້າ​ຢ່າ​ປິດ​ບັງ” ຜູ້​ຍິງ​ນັ້ນ​ກາບ​ທູນ​ວ່າ, “ຂໍ​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຈົ່ງ​ກ່າວ​ເຖີດ” 19 ພຣະ​ຣາຊາ​ຈຶ່ງ​ກ່າວ​ຖາມ​ວ່າ, “ໃນ​ເຣື່ອງ​ທັງ​ສິ້ນ​ນີ້​ມື​ຂອງ​ໂຢ​ອາບກ່ຽວ​ຂ້ອງ​ກັບ​ເຈົ້າ​ນຳ​ຫລື​ບໍ” ຍິງ​ນັ້ນ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ຣາຊາເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່​​ ບໍ່​ມີ​ໃຜ​ຫລົບ​ຫລີກ​ພຣະ​ດຳ​ຣັດ​ຂອງ​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ໄປ​ທາງ​ຂວາ​ຫລື​ທາງ​ຊ້າຍ​ໄດ້ ໂຢ​ອາບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ນັ້ນ​ແຫລະ ​ໃຫ້​ຂ້າ​ນ້ອຍ​ກາບ​ທູນ ເຂົາ​ເປັນ​ຜູ້​ສອນ​ຄຳ​ກາບ​ທູນ​ແກ່​ຂ້າ​ນ້ອຍ​ສາວ​

ໃຊ້​ຂອງ​ພຣະ​ອົງ

20 ໂຢ​ອາບ​ໄດ້​ກະ​ທຳ​ເຊັ່ນ​ນີ້​ກໍ​ເພື່ອ​ຈະ​ປ່ຽນ​ໂສມ​ຫນ້າ​ຂອງ​ເຫດ​ການ ແຕ່​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຊົງ​ມີ​ພຣະ​ສະ​ຕິ​ປັນ​ຍາ ດັ່ງ​ສະ​ຕິ​ປັນ​ຍາ​ແຫ່ງ​ທູດ​ຂອງ​ພຣະ​ເຈົ້າ ຊົງ​ຊາບ​ທຸກ​ສິ່ງທຸກ​ຢ່າງ​ທີ່​ຢູ່​ເທິງ​ພິ​ພົບ” 21 ເຈົ້າ​ຊີ​ວິດ​ຊົງ​ສັ່ງ​ໂຢ​ອາບ​ວ່າ, “ເບິ່ງ​ແມ໋, ເຮົາ​ອະ​ນຸ​ມັດ​ຕາມ​ຄຳ​ຂໍ​ນີ້​ແລ້ວ ຈົ່ງ​ໄປ​ພາ​ອັບ​ຊາ​ໂລມ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ກັບ​ມາ” 22 ໂຢ​ອາບ​ກໍ​ຊົບ​ຫນ້າ​ລົງ​ເຖິງ​ດິນ​ຖວາຍ​ບັງ​ຄົມ ແລ້ວ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ຣາຊາ ໂຢ​ອາບ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາຊາ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ວັນ​ນີ້​ຂ້າ​ນ້ອຍ​ຊາບ​ວ່າ ຂ້າ​ນ້ອຍ​ໄດ້​ຮັບ​ພຣະ​ກະ​ຣຸ​ນາ​ໃນ​ປະ​ການ​ທີ່​ພຣະ​ຣາຊາ​ຊົງ​ອະ​ນຸ​ມັດ​ຕາມ​ຄຳ​ທູນ​ຂໍ​ຂອງ​ຂ້າ​ນ້ອຍຍ” 23 ໂຢ​ອາບ​ຈຶ່ງ​ລຸກ​ຂຶ້ນ​ໄປ​ຍັງ​ເກ​ຊູ​ຣ໌ ແລະ​ພາ​ອັບ​ຊາ​ໂລມ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 24 ພຣະ​ຣາຊາ​ຮັບ​ສັ່ງ​ວ່າ, “ໃຫ້​ເຂົາ​ໄປ​ຢູ່​ວັງ​ຂອງ​ເຂົາ​ເຖີດ ຢ່າ​ໃຫ້​ເຂົ້າ​ເຝົ້າ​ເຮົາ” ອັບ​ຊາ​ໂລມ​ກໍ​ໄປຢູ່​ວັງ​ຂອງ​ທ່ານ​ບໍ່​ໄດ້​ເຂົ້າ​ເຝົ້າ​ຕໍ່​ພຣະ​ພັກ​ພຣະ​ຣາຊາ

ດາ​ວິດ​ໃຫ້​ອະ​ພັຍ​ອັບ​ຊາ​ໂລມ

25 ໃນ​ບັນ​ດາ​ອິສ​ຣາ​ເອນ​ບໍ່​ມີ​ຜູ້​ໃດ​ຮູບຮ່າງງາມ​ເຫມືອນ​ອັ​ບ​ຊາ​ໂລມ ໃນ​ຕົວ​ທ່ານ​ຕັ້ງ​ແຕ່​ຝ່າ​ຕີນຈົນ​ເຖິງ​ກະ​ຫມ່ອມ​ບໍ່​ມີ​ບ່ອນ​ຕຳ​ຫນິ​ເລີຍ 26 ເມື່ອ​ທ່ານ​ຕັດ​ຜົມ (ທ່ານ​ເຄີຍ​ຕັດ​ຜົມ​ປີ​ລະ​ເທື່ອ​ເພາະ​ຜົມ​ຫນັກ​ແລ້ວ​ທ່ານ​ກໍ​ຕັດ​ເສັຽ) ທ່ານ​ກໍ​ຊັ່ງ​ຜົມ​ຂອງ​ທ່ານ​ໄດ້​ຫນັກ​ສອງ​ຮ້ອຍ​ເຊ​ເກ​ລ​ຕາມ​ການ​ຊັ່ງ​ຕວງ​ເບິ່ງທາງ​ຣາຊ​ການ 27 ມີ​ບຸດ​ຊາຍ​ສາມ​ຄົນ​ເກີດ​ແກ່​ອັບ​ຊາ​ໂລມ ແລະ​ບຸດ​ຕ​ຣີ​ຄົນ​ນຶ່ງ​ຊື່ ຕາ​ມາ​ຣ໌ ນາງ​ເປັນ​ຍິງ​ທີ່​ສວຍ​ງາມ 28 ອັບ​ຊາ​ໂລມ​ປະ​ທັບ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ສອງ​ປີ​ເຕັມ ໂດຍບໍ່​ໄດ້​ເຂົ້າ​ເຝົ້າ​ຕໍ່​ພຣະ​ພັກ​ພຣະ​ຣາຊາ 29 ແລ້ວ​ອັບ​ຊາ​ໂລມ​ກໍ​ໃຫ້​ໄປ​ຕາມ​ໂຢ​ອາບ ຈະ​ໃຊ້​ໃຫ້​ເຂົ້າ​ໄປ​ເຝົ້າ​ພຣະ​ຣາຊາ​ແຕ່​ໂຢ​ອາບ​ບໍ່ຍອມ​ມາ​ຫາ​ທ່ານ ທ່ານ​ກໍ​ໃຊ້​ຄົນ​ໄປ​ຄັ້ງ​ທີ່​ສອງ​ແຕ່​ໂຢ​ອາບກໍ​ບໍ່​ຍອມ​ມາ​ເຫມືອນ​ກັນ 30 ທ່ານ​ຈຶ່ງ​ສັ່ງ​ຄົນ​ໃຊ້ຂອງ​ທ່ານ​ວ່າ, “ເບິ່ງ​ແມ໋, ນາ​ຂອງ​ໂຢ​ອາບ​ຢູ່​ຖັດ​ນາຂ​ອງ​ເຮົາ ເຂົາ​ມີ​ເຂົ້າ​ບ​ເລ​ທີ່​ນັ້ນ ຈົ່ງ​ເອົາ​ໄຟ​ເຜົາ​ເສັຽ” ຄົນ​ໃຊ້​ຂອງ​ອັບ​ຊາ​ໂລມ​ກໍ​ໄປ​ເອົາ​ໄຟ​ເຜົາ​ນາ 31 ໂຢ​ອາບ​ກໍ​ລຸກ​ຂຶ້ນ​ໄປ​ຫາ​ອັບ​ຊາ​ໂລມ​ທີ່​ວັງ​ຂອງ​ທ່ານ​ຖາມ​ທ່ານວ່າ, “ເປັນ​ຫຍັງ​ຄົນ​ໃຊ້​ຂອງ​ທ່ານ​ຈຶ່ງ​ເອົາ​ໄຟ​ເຜົາ​ນາ​ຂອງ​ຂ້າ​ນ້ອຍ” 32 ອັ​ບ​ຊາ​ໂລມ​ຕອບ​ໂຢ​ອາບ​ວ່າ, “ເບິ່ງ​ແມ໋, ເຣົາ​ສົ່ງ​ຄົນ​ໄປ​ບອກ​ທ່ານ​ທ່ານ​ວ່າ “ມາ​ນີ້​ເຖີດ ເຮົາ​ຈະ​ສົ່ງ​ທ່ານ​ໄປ​ຫາ​ເຈົ້າ​ຊີ​ວິດ​ທູນ​ວ່າ “ເປັນ​ຫຍັງ​ຈຶ່ງ​ໃຫ້​ຂ້າ​ພຣະ​ອົງ​ມາ​ຈາກ​ກຸງ​ເກ​ຊູ​ຣ໌​ ຂ້າ​ພຣະ​ອົງ​ຢູ່​ທີ່​ນັ້ນ​ກໍ​ດີກວ່າ” ບັດ​ນີ້​ຂໍ​ໃຫ້​ເຮົາ​ໄດ້​ເຂົ້າ​ເຝົ້າ​ຕໍ່​ພຣະ​ພັກ​ເຈົ້າ​ຊີ​ວິດ ຖ້າ​ເຮົາ​ມີ​ຄວາມ​ຜິດ​ກໍ​ຂໍ​ພຣະ​ອົງ​ຊົງ​ປະ​ຫານ​ເຮົາ​ເສັຽ” 33 ໂຢອາບ​ຈຶ່ງ​ເຂົ້າ​ໄປ​ເຝົ້າ​ເຈົ້າ​ຊີ​ວິດ​ກາບ​ທູນ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ເອີ້ນ​ອັບ​ຊາ​ໂລມ​ທ່ານ​ຈຶ່ງ​ເຂົ້າ​ໄປ​ເຝົ້າ​ເຈົ້າ​ຊີ​ວິດ​ໂນ້ມ​ກາຍ​ລົງ​ຊົບ​ຫນ້າ​ລົງ​ດິນ​ຕໍ່​ພຣະ​ພັກ​ເຈົ້າ​ຊີ​ວິດ ເຈົ້າ​ຊີ​ວິດ​ກໍ​ຊົງ​ຈູບ​ອັບ​ຊາ​ໂລມ

2 ຊາມູເອນ 15

ການ​ກະ​ບົດ​ຂອງ​ອັບ​ຊາ​ໂລມ

1 ຕໍ່​ມາ ອັບ​ຊາ​ໂລມ​ໄດ້​ຈ້າງ​ເອົາ​ຣົດ​ຮົບ ແລະ​ຝູງ​ມ້າ​ພ້ອມ​ທັງ​ທະ​ຫານ​ຫ້າ​ສິບ​ຄົນ​ແຫ່​ຕົນ​ອອກ​ໄປ 2 ອັບ​ຊາ​ໂລມ​ເຄີຍ​ລຸກ​ແຕ່​ເດິກ ແລະ​ອອກ​ໄປ​ຢືນ​ຢູ່​ປະ​ຕູ​ກຳ​ແພງ​ເມືອງ​ໃກ້​ຫົນ​ທາງ ເວ​ລາ​ໃດ ເຫັນ​ຄົນ​ມີ​ເຣື່ອງ​ຜິດ​ຖຽງ​ກັນ​ຜ່ານ​ມາ​ທາງ​ນັ້ນ​ເພື່ອ​ຈະ​ໄປ​ຫາ​ເຈົ້າ​ຊີ​ວິດ​ຕັດ​ສິນ​ຄວາມ​ໃຫ້ ອັບ​ຊາ​ໂລມກໍ​ເອີ້ນ​ມາ ແລະ​ຖາມ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ຖ້າ​ຜູ້​ນັ້ນ​ຕອບ​ວ່າ ມາ​ຈາກ​ຕະ​ກູນ​ນີ້ ຫລື​ຕະ​ກູນ​ນັ້ນ​ໃນ​ອິສ​ຣາ​ເອນ 3 ​ອັບ​ຊາ​ໂລມ​ກໍ​ເວົ້າ​ໂລດ​ວ່າ, “ເຈົ້າ​ເປັນ​ຝ່າຍ​ຖືກ​ຕ້ອງ​ຕາມ​ກົດ​ຫມາຍ​ແລ້ວ ແຕ່​ວ່າ​ບໍ່​ມີ​ໃຜ​ຈະ​ເປັນ​ຜູ້​ຕາງ​ຫນ້າ​ເຈົ້າ​ຊີ​ວິດ​ຟັງ​ເຣື່ອງ​ຄະ​ດີ​ຂອງ​ເຈົ້າ​ນີ້​ດອກ” 4 ອັບ​ຊາ​ໂລມ​ເວົ້າ​ຕໍ່​ໄປ​ວ່າ, “ຖ້າ​ວ່າ ເຮົາ​ໄດ້​ເປັນ​ຜູ້​ຕັດ​ສິນ​ຄວາມ ຄັນ​ມີ​ຜູ້​ໃດ​ຜູ້​ນຶ່ງ​ມີ​ເຣື່ອງ​ຜິດ​ຖຽງ​ກັນ ຫລື​ມີ​ຄຳ​ຮ້ອງ​ທຸກ​ມາ​ຫາ​ເຮົາ ເຮົາ​ກໍ​ຈະ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແກ່​ເຂົາ” 5 ພໍ​ເມື່ອ​ມີ​ຄົນ​ເຂົ້າ​ມາ​ຫາ​ກົ້ມ​ຂາບ​ໃສ່​ອັບ​ຊາ​ໂລມ ອັບ​ຊາ​ໂລມ​ກໍ​ອອກ​ໄປ​ຈັບ​ມື ແລະ​ກອ​ດດ້ວຍ​ຄວາມ​ດີ​ໃຈ 6 ທ່ານເຮັດ​ດັ່ງ​ນີ້ກັບ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ ທີ່​ມາ​ຫາເຈົ້າ​ຊີ​ວິດ​ຕັດ​ສິນ​ຄວາມ​ໃຫ້ ແລະ​ທ່ານກໍ​ເອົາ​ອົກ​ເອົາ​ໃຈ​ຂອງ​ພວກ​ເຂົາ 7 ຈາກ​ນັ້ນ​ມາ​ໄດ້​ສີ່​ປີ ອັບ​ຊາ​ໂລມ​ໄດ້​ກາບ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ຂ້າ​ແດ່​ສະ​ເດັດ​ພໍ່ ຂໍ​ຊົງ​ອະ​ນຸ​ຍາດ​ໃຫ້​ຂ້າ​ນ້ອຍ​ໄປ​ເມືອງ​ເຮ​ໂບ​ຣນ​ແດ່​ທ້ອນ ເພາະ​ຂ້າ​ນ້ອຍ​ຢາກ​ໄປ​ແກ້​ບະ​ທີ່​ໄດ້​ສັນ​ຍາ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ 8 ຄື​ຕອນ​ທີ່​ຂ້າ​ນ້ອຍ​ຢູ່​ໃນ​ເມືອງ​ກູ​ເຊ​ຣ໌​ທີ່​ເຂດ​ອາ​ຣາມ ຂ້າ​ນ້ອຍ​ໄດ້​ສັນ​ຍາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຄັນ​ຖ້າ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ນ້ອຍ​ກັບ​ຄືນ​ເມືອ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຂ້າ​ນ້ອຍ​ຈະ​ນະ​ມັ​ສ​ການ​ພຣະ​ອົງ​ທີ່​ເມືອງ​ເຮ​ໂບ​ຣນ 9 ແລ້ວ​ເຈົ້າ​ຊີ​ວິດ​ກໍ​ບອກວ່າ, “ຈົ່ງ​ໄປ​ດີ​ເຖີດ” ດັ່ງ​ນັ້ນ ອັບ​ຊາ​ໂລ​ມ​ກໍ​ມຸ່ງ​ຫນ້າ​ໄປ​ເມືອງ​ເຮ​ໂບ​ຣນ 10 ແຕ່​ທ່ານ​ໄດ້​ໃຊ້​ຜູ້​ສົ່ງ​ຂ່າວ​ໄປ​ບອກ​ທຸກໆ​ຕະ​ກູນ​ອິສ​ຣາ​ເອນ​ວ່າ ຄັນ​ຖ້າ​ພວກ​ເຂົາ​ໄດ້​ຍິນ​ສຽງ​ແກ​ໃຫ້​ພາກັນ​ເວົ້າ​ວ່າ, “ອັບ​ຊາ​ໂລມ​ໄດ້​ເປັນ​ເຈົ້າ​ຊີ​ວິດ​ທີ່​ເມືອງ​ເຮ​ໂບ​ຣນ​ແລ້ວ” 11 ອັບ​ຊາ​ໂລມ​ໄດ້​ເຊີນ​ເອົາ​ຊາຍ​ສອງ​ຮ້ອຍ​ຄົນ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເດີນ​ທາງ​ຮ່ວມ​ໄປ​ນຳ ພວກ​ເຫລົ່າ​ນີ້​ໄປ​ດ້ວຍ​ຄວາມ​ຊື່​ສັດ ໂດຍທີ່​ບໍ່​ຮູ້ຈັກ​ກົນ​ອຸ​ບາຍ​ແຕ່​ຢ່າງ​ໃດ​ຫມົດ 12 ໃນ​ເວ​ລາ​ທີ່​ອັບຊາ​ໂລມ​ກຳ​ລັງ​ຖວາຍ​ເຄື່ອງ​ບູ​ຊາ​ຢູ່​ນັ້ນ ເຂົາ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ອາ​ຮີ​ທ​ໂອ​ເຟນຊາວ​ກິໂລ ທີ່​ປຶກ​ສາ​ຂອງ​ກະ​ສັດ​ດາ​ວິດ​ທີ່​ເມືອງ​ກິໂລ ແຜນ​ການ​ກະ​ບົດ​ຕໍ່​ຕ້ານ​ເຈົ້າ​ຊີ​ວິດ​ກໍ​ເພີ້ມ​ທະ​ວີ​ຂຶ້ນ ພວກ​ທີ່​ຕິດ​ຕາ​ມອັບ​ຊາ​ໂລມ​ກໍ​ເພີ້ມ​ຈຳ​ນວນ​ຂຶ້ນ​ເລື້ອຍໆ

ກະ​ສັດ​ດາ​ວິດ​ປົບ​ຫນີ​ຈາກ​ນະ​ຄອນ​ເຢ​ຣູ​ຊາເລັມ

13 ຜູ້​ນຳ​ຂ່າວ​ໄດ້​ມາ​ຣາຍ​ງານ​ຕໍ່​ດາ​ວິດ​ວ່າ, “ພວກ​ອິສ​ຣາ​ເອນ​ໄດ້​ຕິດ​ຕາມ​ອັບຊາ​ໂລມ ແລະ​ໄດ້​ສະ​ແດງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ເຂົາ​ແລ້ວ” 14 ດາ​ວິດ​ຈຶ່ງ​ເຕົ້າ​ໂຮມ​ພວກ​ຂ້າ​ຣາຊ​ການ​ທີ່​ຢູ່​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ຮັບ​ສັ່ງ​ວ່າ, “ຖ້າ​ພວກ​ເຮົາ​ຢາກ​ລອດ​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ອັບຊາ​ໂລມ ພວກ​ເຮົາ​ຕ້ອງ​ພາກັນ​ຫນີ​ໄປ​ດຽວ​ນີ້ ອີກບໍ່​ດົນ​ເຂົາກໍ​ຈະ​ມາ​ບ່ອນ​ນີ້ ພວກ​ເຮົາ​ຈະ​ເສັຽ​ໄຊ​ໃຫ້​ເຂົາ ແລະ​ເຂົາ​ຈະ​ຂ້າ​ທຸກໆ​ຄົນ​ໃນ​ເມືອງ​ນີ້” 15 ພວ​ກ​ເຂົາ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ອົງ ພວກ​ຂ້າ​ນ້ອຍ​ພ້ອມ​ທີ່​ຈະ​ທຳ​ທຸກ​ຢ່າງ​ຕາມ​ທີ່​ພຣະ​ອົງ​ຊົງ​ຮັບ​ສັ່ງ” 16 ແລ້ວ​ກະ​ສັດ​ພ້ອມ​ທັງ​ທຸກ​ຄົນ​ໃນ​ຄອບ​ຄົວ ແລະ​ພວກ​ຂ້າ​ຣາຊການ​ກໍ​ພາກ​ກັນ​ຫນີ​ໄປ ເວັ້ນ​ໄວ້​ແຕ່​ພວກ​ເມັຽນ້ອຍ​ສິບ​ຄົນ​ທີ່​ພຣະ​ອົງ​ໄດ້​ປະ​ໄວ້​ໃຫ້​ເປັນ​ຜູ້​ເຝົ້າ​ພຣະ​ຣາຊວັງ 17 ໃນ​ເວ​ລາ​ຫນີ​ອອກ​ຈາກ​ເມືອງ​ນັ້ນ ເຈົ້າ​ຊີ​ວິດ​ແລະ​ພວກ​ຂ້າ​ຣາຊ​ການ​ຢຸດ​ຢູ່​ທີ່​ເຮືອນ​ຫລັງ​ສຸດ​ທ້າຍ 18 ບັນ​ດາ​ຂ້າ​ຣາຊ​ການ​ທັງ​ຫມົດ​ເດີນ​ຜ່ານ​ພຣະ​ອົງ​ໄປ ບັນ​ດາ​ຄົນ​ເຄ​ເຣ​ທ ​ພວກ​ເປ​ເຣທ ແລະຄົນ​ກາດ​ຫົກ​ຮ້ອຍ​ຄົນທີ່ຕິດ​ຕາມ​ພຣະ​ອົງ​ມາ​ຈາກ​ເມືອງ​ກາດ ໄດ້​ເດີນ​ຜ່ານ​ພຣະ​ອົງ​ໄປ 19 ເຈົ້າ​ຊີ​ວິດ​ຈຶ່ງ​ເວົ້າ​ຕໍ່​ອີທ​ຕັຍ​ ຜູ້​ນຳ​ຫນ້າ​ທະ​ຫານ​ນັ້ນ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມາ​ກັບ​ພວກ​ເຮົາ ເຈົ້າ​ກັບ​ເມືອ​ຢູ່​ກັບ​ກະ​ສັດ​ອົງ​ໃຫມ່​ສາ ເຈົ້າ​ເປັນ​ຄົນ​ຕ່າງ​ປະ​ເທດ ແລະ​ເປັນ​ຄົນ​ອົບ​ພະ​ຍົບ​ຈາກ​ບ້ານ​ເກີດ​ເມືອງນອນ​ມາ 20 ເຈົ້າ​ໄດ້​ອາ​ໄສ​ຢູ່​ນີ້​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ ເປັນ​ການ​ສົມ​ຄວນ​ບໍ ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ໄປ​ມາ​ກັບ​ເຮົາ ເຮົາ​ເອງ​ກໍ​ບໍ່​ຮູ້​ຈັກ​ວ່າ​ຈະ​ໄປ​ທາງ​ໃດ ຈົ່ງ​ກັບ​ຄືນ​ເມືອ​ສາ ແລະ​ພາ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຈົ້າ​ໄປ​ນຳ​ດ້ວຍ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ຣຸ​ນາ ແລະ​ເປັນ​ທີ່​ເພິ່ງ​ຂອງ​ພວກ​ເຈົ້າ​ເທີນ” 21 ແຕ່​ອີ​ທ​ຕັຍ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂ້າ​ນ້ອຍ​ຂໍ​ສາ​ບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນເຈົ້າ​ວ່າ ຂ້າ​ນ້ອຍ​ຈະ​ໄປ​ກັບ​ພຣະ​ອົງ​ຕລອດ​ທຸກ​ທີ່​ທຸກ​ບ່ອນ​ເຖິງ​ແມ່ນ​ວ່າ​ຈະ​ຕາຍ​ກໍ​ຕາມ” 22 ດາ​ວິດ​ຈຶ່ງ​ຕອບ​ວ່າ, “ດີ​ແລ້ວ ຈົ່ງ​ເດີນ​ທາງ​ຕໍ່​ໄປ” ແລ້ວ​ອິ​ທ​ຕັຍ​ພ້ອ​ມ​ທັງ​ທະ​ຫານ​ແລະ​ລູກ​ເມັຽ​ຂອງ​ພວ​ກ​ເຂົາ​ກໍ​ພາ​ກັນ​ອອກ​ເດີນ​ທາງ 23 ໃນ​ຂ​ນະ​ທີ່​ພວກ​ຕິດ​ຕາມ​ດາ​ວິດ​ກຳ​ລັງ​ຍ່າງ​ອອກ​ນັ້ນ ພວກ​ປະ​ຊາ​ຊົນ​ໄດ້​ຮ້ອງ​ໄຫ້​ດ້ວຍ​ສຽງ​ດັງ ດາ​ວິດ​ພ້ອມ​ທັງ​ທະ​ຫານ​ກໍ​ຂ້າມ​ຫ້ວຍ​ກີດ​ໂຣນ​ໄປ ພວກ​ເຂົາ​ໄດ້​ມຸ່ງ​ຫນ້າ​ໄປ​ສູ່​ຖິ່ນ​ກັນ​ດານ 24 ສ່ວນ​ປະ​ໂຣ​ຫິດ​ຊາ​ໂດກ ພ້ອມ​ທັງ​ຄົນ​ເລ​ວີ​ທີ່​ຫາມ​ຫີບ​ຄຳ​ສັນ​ຍາ​ອັນ​ສັກ​ສິດ​ກໍ​ຢູ່​ນຳ​ເຈົ້າ​ຊີ​ວິດ ພວກ​ເຂົາ​ປົງ​ຫີບ​ນັ້ນ​ໄວ້​ ຝາຍ​ອາບີ​ອາ​ທາ​ກໍ​ຂຶ້ນ​ມາຈົນ​ເທົ່າ​ປະ​ຊາ​ຊົນ​ໄດ້​ຫນີ​ຈາກ​ເມືອງ​ໄປ​ຫມົດ 25 ແລ້ວເຈົ້າ​ຊີ​ວິດ​ໄດ້​ເວົ້າ​ກັບ​ຊາ​ໂດກວ່າ, “ຈົ່ງ​ຫາມ​ຫີບຄຳ​ສັນ​ຍາ​ກັບ​ຄືນ​ເມືອ​ເມືອງ ຖ້າ​ວ່າ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ພໍ​ພຣະ​ທັຍ​ກັບ​ຂ້າ​ພະ​ເຈົ້າ ວັນ​ນຶ່ງ​ຂ້າງ​ຫນ້າ ພຣະ​ອົງ​ຈະ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ຄືນ​ມາ​ຫາ​ບ່ອນ​ຫີບ​ນີ້​ຢູ່ອີກ 26 ແຕ່​ຖ້າ​ວ່າ​ພຣະ​ອົງ​ບໍ່​ຊົງ​ພໍ​ພຣະ​ທັຍ​ກັບ​ຂ້າ​ພະ​ເຈົ້າ ຂໍ​ໃຫ້​ພຣະ​ອົງ​ກະ​ທຳ​ຕໍ່​ຂ້າ​ພະ​ເຈົ້າ​ຕາມ​ພຣະ​ຣາຊ​ປະ​ສົງ” 27 ແລ້ວ​ດາ​ວິດ​ກໍ​ເວົ້າ​ກັບ​ຊາ​ໂດກ​ຕໍ່​ໄປ​ວ່າ, “ຈົ່ງ​ພາ​ອາ​ຮີ​ມາ​ອັ​ສ​ບຸດ​ຊາຍ​ຂອງ​ທ່ານ ແລະ​ໂຢ​ນາ​ທານ​ບຸດ​ຊາຍ​ຂອງ​ອາ​ບິອາ​ທາ​ກັບ​ຄືນ​ເມືອ​ເມືອງ​ດ້ວຍ​ຄວາມ​ເປັນ​ສຸກ​ເທີນ” 28 ໃນ​ລະ​ຫວ່າງ​ນີ້ ຂ້າ​ພະ​ເຈົ້າ​ຈະ​ຄອຍ​ຖ້າ​ຢູ່​ຖິ່ນ​ກັນ​ດານ​ໃກ້​ບ່ອນ​ຂ້າມ​ແມ່​ນ້ຳ​ ຈົນ​ກວ່າ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ຂ່າວ​ຈາກ​ທ່ານ” 29 ຊາ​ໂດກ ແລະ​ອາ​ບິອາ​ທາ​ກໍ​ນຳ​ຫີບຄຳ​ສັນ​ຍາ​ກັບ​ຄືນ​ເມືອ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ພັກ​ຢູ່​ທີ່​ນັ້ນ 30 ແລ້ວ​ດາ​ວິດ​ກໍ​ຂຶ້ນ​ໄປ​ຮ້ອງ​ໄຫ້​ຢູ່​ເທິງ​ພູ​ກົກ​ຫມາກກອກ ພຣະ​ອົງ​ເອົາ​ຜ້າ​ຄຸມ​ຫົວ ແລະ​ປະ​ຕີນ​ເປົ່າ ທຸກ​ຄົນ​ທີ່​ຕິດ​ຕາມ​ພຣະ​ອົງ​ໄປ​ກໍ​ເອົາ​ຜ້າ​ຄຸມ​ຫົວ ແລະ​ຮ້ອງ​ໄຫ້​ຄື​ກັນ 31 ຕໍ່​ມາ ມີ​ຄົນ​ມາ​ບອກ​ດາ​ວິດ​ວ່າ, “ອາ​ຮີ​ໂທ​ເຟນ​ໄດ້​ເຂົ້າ​ຮ່ວມ​ເປັນ​ກະ​ບົດ​ກັບ​ອັບ​ຊາ​ໂລມ​ແລ້ວ ດາ​ວິດ​ຈຶ່ງ​ອ້​ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງຊົງ​ເຮັດ​ໃຫ້​ຄຳ​ປຶກ​ສາ​ຂອງ​ອາ​ຮີ​ໂທ​ເຟນ​ເປັນ​ໂມ​ຄະ

ຮູ​ຊັຍ​ກາຍ​ເປັນ​ນັກ​ສືບ​ຂອງ​ດາ​ວິດ

32 ແລ້ວ​ດາ​ວິດ​ໄດ້​ຂຶ້ນ​ໄປ​ເທິງຍອດ​ພູ​ນ້ອຍ ຢູ່​ທີ່​ນັ້ນ​ມີ​ບ່ອນ​ນະ​ມັ​ສ​ການ ພຣະ​ອົງ​ໄດ້​ພົບ​ກັບ​ຮູ​ຊັຍ​ຊາວ​ເມືອງ​ອາ​ຣ໌​ຄີ ຊຶ່ງ​ເປັນ​ເພື່ອນ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ ເຂົາ​ໄດ້​ຈີກ​ເສື້ອ​ຜ້າ​ແລະ​ເອົາ​ຂີ້​ດິນ​ໃສ່​ຫົວ 33 ດາ​ວິດ​ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ, “ຖ້າ​ວ່າ​ເຈົ້າ​ມາ​ກັບ​ເຮົາ ເຈົ້າ​ກໍຈະ​ຊ່ອຍ​ຫຍັງ​ເຮົາ​ບໍ່​ໄດ້​ດອກ 34 ແຕ່​ວ່າ​ເຈົ້າ​ຈະ​ຊ່ອຍ​ເຣົາ​ໄດ້​ແຕ່​ຢ່າງ​ດຽວ ໂດຍ​ເຣັດ​ໃຫ້​ຄຳ​ສ​ເນີ​ຂອງ​ອາ​ຮີ​ໂທ​ເຟນ​ຫລົ້ມ​ເຫລວ​ໄປ ຄື​ໃຫ້​ເຈົ້າ​ກັບ​ຄືນ​ເມືອ​ເມືອງ​ແລະ​ເວົ້າ​ກັບ​ອັບ​ຊາ​ໂລ​ມ​ດັ່ງ​ນີ້​ວ່າ “ຂ້າ​ແດ່​ພຣະ​ອົງ ບັດ​ນີ້​ຂ້າ​ນ້ອຍ​ຈະ​ຮັບ​ໃຊ້​ພຣະ​ອົງ​ດັ່ງ​ທີ່​ໄດ້​ຮັບ​ໃຊ້​ສະ​ເດັດ​ພໍ່ຂອງ​ພຣະ​ອົງ​ມາ​ແລ້ວ” 35 ດາ​ວິດ​ໄດ້​ບອກ​ອີກວ່າ ປະ​ໂຣ​ຫິດ​ຊາ​ໂດກ​ແລະ​ອາ​ບິ​ອາ​ທາ​ກໍຢູ່​ບ່ອນ​ນັ້ນ ຖ້າ​ວ່າ​ເຈົ້າ​ໄດ້​ຍິນ​ເຣື່ອງ​ພາຍ​ໃນ​ພຣະ​ຣາຊວັງ​ຂອງ​ເຈົ້າ​ຊີ​ວິດ​ຈົ່ງ​ບອກ​ພວກ​ເຂົາ​ໂລດ​ 36 ພວກ​ເຂົາ​ມີ​ລູກ​ຊາຍ​ຢູ່​ນຳ ຄື​ອາ​ຮີ​ມາ​ອັ​ສ ແລະ​ໂຢ​ນາ​ທານ ໃຫ້​ເຈົ້າ​ບອກ​ເຂົາ​ທັງ​ສອງ​ນຳ​ຂ່າວ​ທັງ​ຫມົດ​ທີ່​ເຈົ້າ​ຮິບ​ໂຮມ​ໄດ້​ມາ​ໃຫ້​ເຮົາ” 37 ດັ່ງ​ນັ້ນ ຮູ​ຊັຍ​ເພື່ອນ​ຂອງ​ດາ​ວິດກໍ​ກັບ​ຄືນ​ເມືອ​ເມືອງ ພໍ​ດີ​ກັບ​ເວ​ລາ​ທີ່​ອັ​ບ​ຊາ​ໂລມ​ມາ​ຮອດ

2 ຊາມູເອນ 16

ດາ​ວິດ ແລະ​ຊີ​ບາ

1 ເມື່ອ​ດາ​ວິດ​ຍ່າງ​ກາຍຍອດ​ພູ​ໄປ​ຫນ້ອຍ​ນຶ່ງ ໃນ​ທັນ​ໃດ​ນັ້ນ​ ພຣະ​ອົງ​ກໍ​ພົບ​ກັບ​ຊີ​ບາ​ຄົນ​ໃຊ້​ຂອງ​ເມ​ຟີ​ໂບ​ເຊ​ທ ຊີ​ບາ​ມີ​ລໍ​ຄູ່​ນຶ່ງທີ່​ບັນ​ທຸກ​ເຂົ້າ​ຈີ່​ສອງ​ຮ້ອຍ​ກ້ອນ ຫມາກ​ອະ​ງຸ່ນ​ແຫ້ງ​ຮ້ອຍ​ມັດ ຫມາກ​ໄມ້​ສົດ​ຮ້ອຍ​ມັດ ແລະ​ຖົງ​ນ້ຳ​ອະ​ງຸ່ນ 2 ກະ​ສັດ​ດາ​ວິດ​ຈຶ່ງ​ຖາມ​ເຂົາ​ວ່າ, “ເຈົ້າ​ຈະ​ເອົາ​ຂອງ​ເຫລົ່າ​ນີ້​ໄປ​ເຮັດ​ຫຍັງ” ຊີ​ບາ​ກໍ​ຕອບ​ວ່າ, “ລໍ​ຄູ່​ນີ້​ສຳ​ລັບ​ໃຫ້​ຄົນ​ໃນ​ຄອບ​ຄົວ​ຂອງ​ພຣະ​ອົງ​ຂີ່ ສ່ວນ​ເຂົ້າ​ຈີ່​ແລະ​ຫມາກ​ໄມ້​ເອົາ​ໃຫ້​ທະ​ຫານ​ຂອງ​ພຣະ​ອົງ​ກິນ ແລະ​ນ້ຳ​ອະ​ງຸ່ນ​ນີ້​ກໍ​ໃຫ້​ພວກ​ທະ​ຫານ​ເຫມືອນ​ກັນ ເວ​ລາ​ທີ່​ພວກ​ເຂົາ​ອິດ​ເມື່ອຍ​ຢູ່​ໃນ​ຖິ່ນ​ກັນ​ດານ” 3 ເຈົ້າ​ຊີ​ວິດ​ໄດ້​ຖາມ​ອີກວ່າ, “ເມ​ຟີ​ໂບ​ເຊ​ທ​ຫລານ​ຊາຍ​ຂອງ ຊາ​ອູນ​ນາຍ​ຂອງ​ເຈົ້າ​ຢູ່​ໃສ” ຊີ​ບາ​ທູນ​ຕອບ​ວ່າ, “ເມ​ຟີ​ໂບ​ເຊ​ທ​ຍັງ​ຢູ່​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເພາະ​ທ່ານ​ເຊື່ອ​ວ່າ ດຽວ​ນີ້​ພວກ​ອິສ​ຣາ​ເອນ​ຈະ​ມອບ​ຣາຊ​ອາ​ນາ​ຈັກ​ຂອງ​ຊາ​ອູນ​ໃຫ້​ທ່ານ ເພາະ​ທ່ານ​ເປັນ​ຫລານ​ຊາຍ​ຂອງ​ຊາ​ອູນ” 4 ເຈົ້າ​ຊີ​ວິດ​ຈຶ່ງ​ເວົ້າ​ຕໍ່​ຊີບາ​ວ່າ, “ທຸກໆ​ສິ່ງ​ທີ່​ໄດ້​ເປັນ​ຂອງ​ເມ​ຟີ​ໂບ​ເຊ​ທ​ນັ້ນ​ກໍ​ເປັນ​ຂອງ​ເຈົ້າ” ຊີບາ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂ້າ​ນ້ອຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຂໍ​ພຣະ​ອົງ​ຈົ່ງ​ປາ​ນີ​ຂ້າ​ນ້ອຍ​ຕລອດ​ໄປ​ເທີນ”

ດາ​ວິດ ແລະ​ຊີ​ເມ​ອີ

5 ເມື່ອ​ກະ​ສັດ​ໄປ​ຮອດ​ເມືອງ​ບາ​ຮູ​ຣິມ ຊີ​ເມ​ອີບຸດ​ຊາຍ​ຂອງ​ເກ​ຣາ​ຫລານ​ຊາຍ​ຂອງ​ຊາ​ອູນ​ໄດ້​ມາ​ດ່າ​ດາ​ວິດ 6 ໃນ​ຂ​ນະ​ທີ່​ດາ​ວິດ​ຢູ່​ຖ້າມ​ກາ​ງພວກ​ທະ​ຫານ​ແລະ​ພວກ​ອົງ​ຄະ​ຣັກ​ຂອງ​ພຣະ​ອົງ ຊີ​ເມ​ອີ​ໄດ້​ແກວ່ງ​ກ້ອນ​ຫີນ​ໄປ​ໃສ່​ພຣະ​ອົງ ແລະ​ໃສ່​ບັນ​ດາ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ 7 ຊີ​ເມ​ອີ​ໄດ້​ດ່າ​ພຣະ​ອົງວ່າ, “ຜູ້​ຮ້າຍ​ຂ້າ​ຄົນ ອາ​ຊ​ຍາ​ກອນ​ຮ້າຍ ຈົ່ງ​ຫ​ນີ​ອອກ​ໄປ 8 ເຈົ້າ​ໄດ້​ຍຶດ​ເອົາ​ຣາຊ​ອາ​ນາ​ຈັກ​ຂອງ​ຊາ​ອູນ ເຈົ້າ​ໄດ້​ຂ້າ​ຫລາຍ​ຄົນ​ໃນ​ຄອບ​ຄົວ​ຊາ​ອູນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃສ່​ໂທດ​ເຈົ້າ ດຽວ​ນີ້​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຍົກ​ຣາຊ​ອາ​ນາ​ຈັກ​ໃຫ້​ແກ່​ອັບ​ຊາ​ໂລມ​ລູກ​ຊາຍ​ຂອງ​ເຈົ້າ​ແລ້ວ ສ່ວນ​ເຈົ້າ​ເອງ​ກໍ​ຈະ​ໄດ້​ຮັບ​ແຕ່​ຄວາມ​ຈິບ​ຫາຍ ເພາະ​ວ່າ​ເຈົ້າ​ເປັນ​ຜູ້​ຂ້າ​ຄົນ” 9 ແລ້ວ​ອາ​ບິ​ຊັຍ ບຸດ​ຂອງ​ເຊ​ຣູ​ຢາກໍທູນ​ຕໍ່​ດາ​ວິດ​ວ່າ, “ຂ້າ​ແດ່​ພຣະ​ອົງ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ປ່ອຍ​ໃຫ້​ຫມາ​ຕົວ​ນີ້​ດ່າ​ພຣະ​ອົງ? ຂໍ​ໂຜດ​ອະ​ນຸ​ຍາດ​ໃຫ້​ຂ້າ​ນ້ອຍ​ອອກ​ໄປ​ຕັດ​ຫົວ​ຂອງ​ມັນ​ຢູ່​ບ່ອນ​ນັ້ນ​ເທີນ” 10 ເຈົ້າ​ຊີ​ວິດ​ເວົ້າ​ຕໍ່​ອາ​ບິ​ຊັຍ ແລະ​ໂຢ​ອາບ​ອ້າຍ​ຂອງ​ເຂົາ​ວ່າ, “ເຣື່ອງ​ນີ້​ບໍ່​ແມ່ນ​ເຣື່ອງ​ຂອງ​ເຈົ້າ ຖ້າ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອະ​ນຸ​ຍາດ​ໃຫ້​ເຂົາ​ດ່າ​ເຮົາ ໃຜ​ຈະ​ກ້າ​ໄປ​ຖາມ​ເຂົາ​ວ່າ “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ດ່າ” 11 ແລ້ວ​ດາ​ວິດ​ກໍ​ເວົ້າ​ຕໍ່​ອາ​ບິ​ຊັຍ​ແລະ​ພວກ​ຂ້າ​ຣາຊ​ການ​ທຸກຄົນ​ວ່າ ລູກ​ຊາຍ​ຂອງ​ເຮົາ​ເອງ​ພ​ຍາ​ຍາມ​ຈະ​ຂ້າ​ເຮົາ​ຢູ່ ສະ​ນັ້ນ​ຈະ​ປລາດ​ໃຈ​ຫຍັງ​ກັບ​ຄົນ​ເບັນ​ຢາ​ມິນ​ຜູ້​ນີ້​ປ່ອຍ​ໃຫ້​ເຂົາ​ດ່າ​ເຮົາ​ຢູ່​ຢ່າງ​ນີ້​ແຫລະ ຢ່າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ເຂົາ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເຂົາ​ທຳ​ດັ່ງ​ນັ້ນ 12 ບາງ​ທີ່​ພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ທອດ​ພຣະ​ເນດ​ເຫັນ​ຄວາມ​ທຸກ​ໃຈ​ຂອງ​ເຮົາ ແລະ​ຈະ​ຊົງ​ປະ​ທານ​ພອນ​ແກ່​ເຮົາ​ແທນ​ຄວາມ​ດ່າ​ຂອງ​ເຂົາ” 13 ແລ້ວ​ດາ​ວິດ​ແລະ​ທະ​ຫານ​ຂອງ​ພຣະ​ອົງ​ກໍ​ອອກ​ເດີນ​ທາງ​ຕໍ່​ໄປ ສ່ວນ​ຊີ​ເມ​ອີ​ກໍ​ຍ່າງ​ຕິດ​ຕາມ​ໄປ​ທາງ​ເບື້ອງ​ຂ້າງ​ພູ​ນ້ອຍ ເຂົາ​ຍ່າງ​ທັງ​ດ່າ ທັງ​ແກວ່ງ​ກ້ອນ​ຫີນ​ແລະ​ຫວ່ານ​ດິນ​ໃສ່ 14 ເມື່ອ​ມາ​ເຖິງແມ່​ນ້ຳ​ຈໍ​ແດນ ເຈົ້າ​ຊີ​ວິດ​ແລະ​ພວກ​ທະ​ຫານ​ຂອງ​ພຣະ​ອົງ​ກໍ​ອ່ອນ​ເພັຽ​ຫລາຍ ຈຶ່ງ​ໄດ້​ພາ​ກັນ​ຢຸດ​ພັກ​ຢູ່​ບ່ອນ​ນັ້ນ

ອັບ​ຊາ​ໂລມຢູ່​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ

15 ຕໍ່​ມາ ອັບ​ຊາ​ໂລມ​ກັບ​ຊາ​ວອິສ​ຣາ​ເອນ​ພັກ​ພວກ​ຂອງ​ເຂົາ​ກໍ​ເຂົ້າ​ມາ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ສ່ວ​ນອາ​ຮີ​ໂທ​ເຟນ​ກໍ​ຢູ່​ກັບ​ພວກ​ເຂົາ​ 16 ເມື່ອຮູ​ຊັຍ​ເພື່ອນ​ທີ່​ຊື່​ສັດ​ຂອງ​ດາ​ວິດ​ພົບ​ອັບ​ຊາ​ໂລມ ເຂົາກໍ​ເວົ້າ​ຂຶ້ນ​ວ່າ, “ຂໍ​ໃຫ້​ພຣະ​ຣາຊາ​ຈົ່ງ​ຊົງ​ພຣະ​ຈະ​ເຣີນ ຂໍ​ໃຫ້​ພຣະ​ຣາຊາ​ຈົ່ງ​ຊົງພຣະ​ຈະ​ເຣີນ” 17 ອັບ​ຊາ​ໂລມ​ກໍ​ຖາມ​ເຂົາ​ວ່າ, “ເປັນ​ຫຍັງ​ທ່າ​ນຈຶ່ງ​ບໍ່​ໄປ​ກັບ​ເພື່ອນ​ຂອງ​ທ່ານ ທ່ານ​ສະ​ແດງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ສະ​ຫາຍ​ຂອງ​ທ່ານ​ດ້ວຍ​ຢ່າງ​ນີ້​ບໍ” 18 ຮູ​ຊັຍ​ໄດ້​ຕອບ​ວ່າ, “ຂ້າ​ນ້ອຍ​ຈະ​ໄປ​ໄດ້​ຢ່າງ​ໃດ ຂ້າ​ນ້ອຍ​ເປັນ​ຝ່າຍ​ຂອງ​ຜູ້​ທີ່​ພຣະ​ຜູ້​ເປັນເຈົ້າ​ຊົງ​ເລືອກ​ໄວ້ ເປັນ​ຝ່າຍ​ຂອງ​ຜູ້​ທີ່​ປະ​ຊາ​ຊົນ​ພວກ​ອິສ​ຣ​ເອນ​ທຸກ​ຄົນ​ໄດ້​ເລືອກ​ໄວ້​ ຂ້າ​ນ້ອຍ​ຈະ​ຢູ່​ກັບ​ພຣະ​ອົງ 19 ອີ​ກ​ຢ່າງ​ນຶ່ງ ຖ້າ​ຂ້າ​ນ້ອຍບໍ່​ຮັບ​ໃຊ້​ລູກ​ຊາຍ​ນາ​ຍ​ຂອງ​ຕົນ​ແລ້ວ ຂ້າ​ນ້ອຍ​ຈະ​ໄປ​ຮັບ​ໃຊ້​ຜູ້​ໃດ ຂ້າ​ນ້ອຍ​ໄດ້​ຮັບ​ໃຊ້​ສະ​ເດັດ​ພໍ່​ຂອງ​ພຣະ​ອົງ​ຢ່າງ​ໃດ ຂ້າ​ນ້ອຍ​ກໍ​ຈະ​ຮັບ​ໃຊ້​ພຣະ​ອົງ​ຢ່າງ​ນັ້ນ” 20 ແລ້ວ​ອັບຊາ​ໂລມ​ກໍ​ຫັນ​ຫນ້າ​ໄປ​ເວົ້າ​ກັບ​ອາ​ຮີ​ໂທ​ເຟນວ່າ, “ຈົ່ງ​ໃຫ້​ຄຳ​ແນະ​ນຳ​ແກ່​ພວກ​ເຮົາ​ແດ່​ວ່າ ພວກ​ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ” 21 ອາ​ຮີ​ໂທ​ເຟນ​ຈຶ່ງ​ຕອບ​ວ່າ, “ໃຫ້​ພຣະ​ອົງ​ໄປ​ສົມ​ສູ່​ຢູ່​ກັບ​ພວກ​ເມັຽນ້ອຍ​ສະ​ເດັດ​ພໍ່​ຂອງ​ພຣະ​ອົງ ຊຶ່ງ​ທ່ານ​ໄດ້​ປະ​ໄວ້​ໃຫ້​ເປັນ​ຜູ້​ເຝົ້າ​ພຣະ​ຣາຊວັງ​ນັ້ນ​ແລ້ວ​ທຸກ​ຄົນ​ໃນອິສ​ຣາ​ເອນ​ກໍ​ຈະ​ຮູ້​ວ່າ ພຣະ​ອົງ​ກັບ​ສະ​ເດັດ​ພໍ່​ຂອງ​ພຣະ​ອົງ​ເປັນ​ສັດ​ຕ​ຣູ​ກັນ ແລະ​ພວກ​ທີ່​ຕິດ​ຕາມ​ພຣະ​ອົງ​ກໍ​ຈະ​ມີ​ກຳ​ລັງ​ໃຈ​ຫລາຍ​ຂຶ້ນ” 22 ດັ່ງ​ພວກ​ເຂົາ​ຈຶ່ງ​ກາງ​ຜ້າ​ເຕັນ​ຢູ່​ເທິງ​ຫລັງ​ຄາ​ພຽງ​ພຣະ​ຣາຊວັງ ໃຫ້​ອັບ​ຊາ​ໂລມ​ເຂົ້າ​ໄປ​ສົມ​ສູ່​ຢູ່​ຮ່ວມກັບເມັຽນ້ອຍ​ຂອງ​ບິ​ດາ 23 ໃນ​ເວ​ລາ​ນັ້ນ ທຸ​ກໆ​ຄົນ​ທຳ​ຕາມ​ຄຳ​ແນະ​ນຳ​ຂອງ​ອາ​ຮີ​ໂທ​ເຟນ​ເຫມືອນ​ເປັນ​ຄຳ​ເວົ້າ​ຂອງ​ພຣະ​ເຈົ້າ ດາ​ວິດ​ແລະ​ອັບ​ຊາ​ໂລມ​ກໍ​ທຳ​ຕາມ​ຄຳ​ແນະ​ນຳ​ນີ້​ເຫມືອນ​ກັນ

2 ຊາມູເອນ 17

ຄຳ​ປຶກ​ສາ​ຂອງ​ອາ​ຮີ​ໂທ​ເຟນ​ແພ້​ຂອງ​ຮູ​ຊັຍ

1 ຕໍ່​ມາ ອາ​ຮີ​ໂທ​ເຟນ​ໄດ້​ເວົ້າ​ກັບ​ອັບຊາ​ໂລມ​ວ່າ, “ຂໍ​ໂຜດ​ໃຫ້​ຂ້າ​ນ້ອຍ​ເລືອກ​ເອົາ​ທະ​ຫານ​ສິບສອງ​ພັນ​ຄົນ ແລ້ວ​ໃນ​ແລງ​ມື້​ນີ້​ຂ້າ​ນ້ອຍ​ຈະ​ອອກ​ໄປ​ຕິດ​ຕາມ​ຫາ​ກະ​ສັດ​ດາ​ວິດ 2 ຂ້າ​ນ້ອຍ​ຈະ​ໄປ​ຕໍ່​ສູ້​ໃນ​ຂ​ນະ​ທີ່​ດາ​ວິດ​ກຳ​ລັງ​ເມື່ອຍ ແລະ​ທໍ້​ຖອຍ​ກຳ​ລັງ​ໃຈ ພຣະ​ອົງ​ຈະ​ຕື່ນ​ຕົກ​ໃຈ ແລະ​ພວກ​ທະ​ຫານ​ຂອງ​ພຣະ​ອົງ​ກໍ​ຈະ​ພາ​ກັນ​ປົບ​ຫນີ​ໄປ ແລ້ວ​ຂ້າ​ນ້ອຍ​ກໍ​ຈະ​ຂ້າ​ແຕ່ດາ​ວິດ​ເທົ່າ​ນັ້ນ 3 ຂ້າ​ນ້ອຍ​ຈະ​ນຳ​ເອົາ​ປະ​ຊາ​ຊົນ​ທັງ​ຫມົດຂອງ​ກະ​ສັດ​ດາ​ວິດ​ມາ​ຫາ​ພຣະ​ອົງ​ເຫມືອນ​ດັ່ງ​ເມັຽກັບ​ຄືນ​ມາຫາ​ຜົວ​ຂອງ​ຕົນ ເພາະ​ວ່າ​ພຣະ​ອົງ​ຕ້ອງ​ການ​ຂ້າ​ພຽງ​ແຕ່​ຄົນ​ດຽວ​ເທົ່າ​ນັ້ນ ແຕ່​ປະ​ຊາ​ຊົນ​ທີ່​ຍັງ​ເຫລືອ​ຈະ​ໄດ້​ປອດ​ພັຍ” 4 ຄຳ​ສ​ເນີ​ນີ້​ເປັນ​ທີ່​ພໍ​ໃຈ​ແກ່​ອັບ​ຊາ​ໂລມ ແລະ​ພວກ​ເຈົ້າ​ນາ​ຍອິສ​ຣາ​ເອນ​ທຸກ​ຄົນ 5 ອັບຊາ​ໂລມ​ຈຶ່ງ​ເວົ້າ​ວ່າ, “ບັດ​ນີ້​ຈົ່ງ​ໄປ​ເອີ້ນ​ຮູ​ຊັຍ​ມາ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮູ້​ວ່າ​ເຂົາ​ມີ​ຄວາມ​ເຫັນຢ່າງ​ໃດ” 6 ເມື່ອ​ຮູ​ຊັຍ​ມາ​ຮອດ ອັບ​ຊາ​ໂລມ​ກໍ​ເວົ້າ​ຕໍ່​ເຂົາ​ວ່າ, “ນີ້​ເປັນ​ຄຳ​ເຫັນ​ຂອງ​ອາ​ຮີ​ໂທເຟນທີ່​ສ​ເນີ​ຕໍ່​ພວກ​ເຣົາ ພວກ​ເຮົາ​ຈະ​ເຫັນ​ດີ​ກັບ​ຄຳ​ສ​ເນີ​ນີ້​ບໍ ຖ້າ​ວ່າ​ບໍ່​ເຫັນ​ດີ ຂໍ​ໃຫ້​ເຈົ້າ​ບອກ​ກັບ​ພວກ​ເຮົາ​ແດ່ ວ່າ​ຈະ​ເຮັດ​ຢ່າງ​ໃດ” 7 ຮູ​ຊັ​ຍ​ຈຶ່ງ​ຕອບ​ວ່າ, “ຄຳ​ແນະ​ນຳ​ທີ່​ອາ​ຮີ​ໂທ​ເຟນ​ເວົ້າ​ກັບ​ພຣະ​ອົງ​ໃນ​ເວ​ລາ​ນີ້​ບໍ່​ຖືກ​ຕ້ອງ 8 ພຣະ​ອົງ​ກໍ​ຊົງ​ຮູ້​ຢູ່​ແລ້ວ​ວ່າ ກະ​ສັດ​ດາ​ວິດ​ສະ​ເດັດ​ພໍ່​ຂອງ​ພຣະ​ອົງກັບ​ພວກ​ຂອງ​ພຣະ​ອົງ​ນັ້ນ​ເປັນ​ນັກ​ຮົບ​ທີ່​ເກັ່ງ​ກ້າ ແລະ​ໂຫດ​ຮ້າຍ​ເຫມືອນ​ຫມີ​ຢູ່​ໃນ​ປ່າ​ທີ່​ຖືກ​ຄົນ​ລັກ​ເອົາ​ລູກ​ຂອງ​ມັນ​ໄປ ສະ​ເດັດ​ພໍ່​ຂອງ​ພຣະ​ອົງ​ເປັນ​ນັກ​ຮົບ​ທີ່​ມີ​ຄວາມ​ຊຳ​ນິ​ຊຳ​ນານ ເວລາ​ກາງ​ຄືນ​ພຣະ​ອົງ​ຄົງ​ຈະ​ບໍ່​ນອນ​ຢູ່​ບ່ອນດຽວກັບ​ພວກ​ທະ​ຫານ​ຂອ​ງ​ພຣະ​ອົງ​ດອກ 9 ເຊື່ອ​ແນ່​ວ່າ ດຽວ​ນີ້​ກະ​ສັດ​ດາ​ວິດ​ຄົງ​ຈະໄປ​ລີ້​ຢູ່​ໃນ​ຖ້ຳ​ຫລື​ວ່າ​ຢູ່ບ່ອນ​ອື່ນ​ແລ້ວ ຖ້າ​ຫາກວ່າ​ກະ​ສັດ​ດາ​ວິດ​ມາ​ຕໍ່​ສູ້​ໄດ້​ມີ​ຄົນ​ຝ່າຍ​ພຣະ​ອົງ​ລົ້ມ​ຕາຍ​ໃນ​ສະ​ຫນາມ​ຮົບ ຜູ້​ໃດ​ໄດ້​ຍິນ​ເຣື່ອງ​ນີ້​ກໍ​ຈະ​ເວົ້າ​ວ່າ “ທະ​ຫານ​ຂອງ​ເຈົ້າ​ອັບ​ຊາ​ໂລມ​ເສັຽ​ໄຊ” 10 ແລ້ວ​ຕໍ່​ໄປ​ເຖິງ​ແມ່ນ​ວ່າ​ພວກ​ທະ​ຫານ​ທີ່​ເກັ່ງ​ກ້າ​ເຫມືອນ​ດັ່ງ​ສິງ​ກໍ​ຈະ​ຢ້ານ​ກົວ ເພາະ​ທຸກ​ຄົນ​ໃນ​ອິສ​ຣາ​ເອນ​ຮູ້​ແລ້ວ​ວ່າ ສະ​ເດັດ​ພໍ່​ຂອງ​ພຣະ​ອົງ​ເປັນ​ທະ​ຫານ​ທີ່​ຍິ່ງ​ໃຫຍ່​ແລະ​ພວກ​ທະ​ຫານ​ຂອງ​ພຣະ​ອົງ​ກໍ​ເປັນ​ນັກ​ຮົບ​ທີ່​ເກັ່ງ​ກ້າ 11 ຕາມ​ຄຳ​ເຫັນ​ຂອງ​ຂ້າ​ນ້ອຍ​ຢາກ​ໃຫ້​ພຣະ​ອົງ​ນຳ​ເອົາ​ພວ​ກອິສ​ຣາ​ເອນ​ທຸກ​ຄົນ​ທົ່ວ​ທັງ​ປະ​ເທດ ເຂົ້າ​ມາ​ໂຮມ​ກັນ​ໃຫ້​ຫລາຍ​ເຫມືອນ​ເມັດ​ດິນ​ຊາຍ​ແຄມ​ທະ​ເລ ແລ້ວ​ໃຫ້​ພຣະ​ອົງ​ເປັນ​ຜູ້​ນຳ​ພວກ​ເຂົາ​ອອກ​ສູ່​ສະ​ຫນາມ​ຮົບ 12 ຖ້າ​ເຮັດ​ດັ່ງ​ນີ້ ພວກ​ເຮົາ​ກໍ​ຈະ​ພົບ​ກະ​ສັດ​ດາ​ວິດ​ໄດ້ ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່​ອນ​ໃດ ແລະ​ເຂົ້າ​ໂຈມ​ຕີ​ກ່ອນ​ທີ່​ ພຣະ​ອົງ​ຈະ​ຮູ້​ຕົວ ກະ​ສັດ​ດາ​ວິດ​ກັບ​ພວກ​ຂອງ​ພຣະ​ອົງ​ຈະ​ບໍ່​ມີ​ໃຜ​ລອດ​ຊີ​ວິດ​ຢູ່​ໄດ້ 13 ຖ້າ​ວ່າ​ກະ​ສັດ​ດາ​ວິດ​ຖອຍ​ເຂົ້າ​ມາ​ໃນ​ເມືອງ​ໃດ ທະ​ຫານ​ຂອງ​ພວກ​ເຮົາ​ກໍ​ຈະ​ໃຊ້​ເຊືອກ​ທຳ​ລາຍ​ເມືອງ​ນັ້ນ​ລົງ​ ໂດຍ​ບໍ່​ໃຫ້​ເຫລືອ​ແມ່ນ​ແຕ່​ຫີນ​ກ້ອນ​ດຽວ” 14 ອັບ​ຊາ​ໂລມ ແລະ​ພວກ​ອິສ​ຣາ​ເອນ​ທຸກ​ຄົນ​ຈຶ່ງ​ເຫັນ​ວ່າ, “ຄຳ​ເຫັນ​ຂອງ​ຮູ​ຊັຍ​ຄົນ​ອາ​ຣ໌​ຄິ ນີ້​ດີກວ່າ​ຄຳ​ເຫັນ​ຂອງ​ອາ​ຮີ​ໂທ​ເຟນ” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ຄຳ​ເຫັນ​ຂອງ​ອາ​ຮີ​ໂທ​ເຟນ​ເປັນ​ໂມ​ຄະ ເພື່ອ​ວ່າ​ໂຊກ​ຮ້າຍ​ຈະ​ຕົກ​ຖືກ​ອັບ​ຊາ​ໂລມ

ດາ​ວິດ​ໄດ້​ຮັບ​ຄຳ​ເຕືອນ​ແລະ​ຫນີ​ໄປ

15 ຕໍ່​ມາ ຮູ​ຊັ​ຍ​ໄດ້​ນຳ​ເອົາ​ຄຳ​ເຫັນ​ທີ່​ຕົນ​ສ​ເນີ​ອັບ​ຊາ​ໂລມ ແລະ​ພວກ​ຜູ້​ນຳ​ອິສ​ຣາ​ເອນ ພ້ອມ​ທັງ​ຄຳ​ເຫັນ​ຂອງ​ອາ​ຮີ​ໂທ​ເຟນ​ມາ​ຣາຍ​ງານ​ຕໍ່​ປະ​ໂຣ​ຫິດ​ຊາ​ໂດກ​ກັບ​ອາ​ບິ​ອາ​ທາ 16 ຮູ​ຊັຍ​ໄດ້​ບອກ​ຕື່ມອີກວ່າ, “ໃຫ້​ສົ່ງ​ຂ່າວ​ໄປ​ບອກ​ກະ​ສັດ​ດາ​ວິດ​ໄວໆ ວ່າ​ຢ່າ​ໃຫ້​ພຣະ​ອົງ​ພັກ​ຄ້າງ​ຄືນ​ຢູ່​ຖິ່ນ​ກັນ​ການ​ນັ້ນ ແຕ່​ໃຫ້​ພຣະ​ອົງ​ຂ້າ​ມ​ແມ່​ນ້ຳ​ຈໍ​ແດນ​ໄປ​ໂລດ ເພື່ອ​ວ່າ​ພຣະ​ອົງ​ແລະ​ພວກ​ຂອງ​ພຣະ​ອົງ​ທຸກ​ຄົນ​ຈະ​ບໍ່​ຖືກ​ຈັບ​ແລະ​ຖືກ​ຂ້າ 17 ຝ່າຍ​ໂຢ​ນາ​ທານ ແລະ​ອາ​ຮີ​ມາ​ອັ​ສ​ກໍ​ກຳ​ລັງ​ນັ່ງ​ຄອຍ​ຖ້າ​ຢູ່​ທີ່​ເອນ​ໂຣ​ເກນ ເພາະ​ພວກ​ເຂົາ​ບໍ່​ກ້າ​ສ່ຽງ​ເຂົ້າ​ໄປ​ໃນ​ເມືອງ ແຕ່​ໄດ້​ມີ​ສາວ​ໃຊ້​ຜູ້​ນຶ່ງ​ອອກ​ມາ​ຣາຍ​ງານເຫດ​ການ​ທີ່​ເກີດ​ຂຶ້ນ​ໃຫ້​ແກ່​ພວກ​ເຂົາ​ເປັນ​ປະ​ຈຳ ແລ້ວ​ພວກ​ເຂົາ​ກໍ​ນຳ​ເອົາ​ຂ່າວ​ນັ້ນ​ໄປ​ບອກ​ແກ່​ກະ​ສັດ​ດາ​ວິດ 18 ແຕ່​ໃນ​ຄັ້ງ​ນີ້​ມີ​ເດັກ​ນ້ອຍ​ຜູ້​ນຶ່ງ​ໄດ້​ເຫັນ​ພວກ​ເຂົາ ແລະ​ໄປ​ບອກ​ໃຫ້​ອັບ​ຊາ​ໂລມ ດັ່ງ​ນັ້ນ​ໂຢ​ນາ​ທານ ແລະ​ອາ​ຮີ​ມາ​ອັ​ສ ຈຶ່ງ​ຟ້າວ​ໄປ​ເຮືອນ​ຊາຍ​ຜູ້​ນຶ່ງ​ທີ່​ບ້ານບາ​ຮູ​ຣິມ ເຮືອນ​ຂອງ​ເຂົາ​ຢູ່​ໃກ້​ນ້ຳ​ສ້າງ​ພວກ​ເຂົາ​ທັງ​ສອງ​ຈຶ່​ງລົງ​ໄປ​ໃນ​ນ້ຳ​ສ້າງ​ນັ້ນ 19 ເມັຽ​ເຈົ້າ​ຂອງ​ເຮືອນ​ໄດ້​ເອົາ​ຜ້າ​ມາ​ປູ​ອັດ​ປາກ​ສ້າງ​ໄວ້ ແລະ​ເອົາ​ເມັດ​ເຂົ້າ​ຢາຍ​ກະ​ຈັດ​ກະ​ຈາຍ​ໄວ້​ເທິງ​ນັ້ນ ເພື່ອ​ບໍ່​ໃຫ້​ໃຜ​ຈັບ​ພິ​ລຸດ​ໄດ້ 20 ພວກ​ຂ້າ​ຣາຊ​ການ​ຂອງ​ອັບ​ຊາ​ໂລມ ໄດ້​ມາ​ຖາມ​ຍິງ​ໃນ​ເຮືອນ​ນັ້ນ​ວ່າ, “ອາ​ຮີ​ມາ​ອັ​ສ​ແລະ​ໂຢ​ນາ​ທານ​ຢູ່​ໃສ” ນາງ​ຈຶ່ງ​ຕອບ​ວ່າ, “ພວກ​ເຂົາ​ຂ້າມ​ແມ່າ​ນ້ຳ​ໄປ​ແລ້ວ” ເມື່ອ​ພວກ​ເຫລົ່າ​ນີ້​ຊອກ​ຫາ​ເຂົາ​ທັງ​ສອງ​ບໍ່​ພົບ​ກໍ​ພາ​ກັນ​ກັບ​ຄືນ​ເມືອ​ກຸງ​ເຢຣູ​ຊາ​ເລັມ 21 ຫລັງຈາກທີ່​ພວກ​ເຂົາ​ກັບ​ຄືນ​ເມືອ​ແລ້ວ ອາ​ຮີ​ມາອັ​ສ ແລະ​ໂຢ​ນາ​ທານ​ກໍ​ຂຶ້ນ​ມາ​ຈາກ​ສ້າງ ແລະ​ໄປ​ຣາຍ​ງານ​ຕົວ​ຕໍ່​ກະ​ສັດ​ດາ​ວິດ ພວກ​ເຂົາ​ໄດ້​ຣາຍ​ງານ​ແຜນ​ການ​ທຸກ​ຢ່າງ​ທີ່​ອາ​ຮີ​ໂທ​ເຟນ​ຈະ​ຕໍ່​ສູ້​ພຣະ​ອົງ ແລະ​ໄດ້​ບອກວ່າ, “ຂໍ​ໃຫ້​ຟ້າວ​ຂ້າມ​ແມ່​ນ້ຳ​ໄປ” 22 ດັ່ງ​ນັ້ນ ດາ​ວິດ​ແລະ​ພວກ​ຂອງ​ພຣະ​ອົງ​ຈຶ່ງ​ພາ​ກັນ​ຂ້າມ​ແມ່​ນ້ຳ​ຈໍ​ແດນ ພໍ​ເຖິງ​ມື້​ເຊົ້າ​ມາ ທຸກ​ຄົນ​ກໍ​ຂ້າມ​ໄປ​ຫມົດ 23 ເມື່ອ​ອາ​ຮີ​ໂທ​ເຟນ​ເຫັນ​ວ່າ ຄຳ​ສ​ເນີ​ຂອງ​ຕົນ​ບໍ່​ເປັນ​ຜົນ​ສຳ​ເຣັດ ເຂົາ​ກໍ​ຂຶ້ນ​ຂີ່​ລໍ​ກັບ​ຄືນ​ເມືອ​ບ້ານ​ເມືອງ​ຂອງ​ຕົນ ເມື່ອ​ຈັດ​ແຈງ​ຫນັງ​ສື​ພິ​ນັຍ​ກຳ​ໄວ້​ຮຽບ​ຮ້ອຍ​ແລ້ວ ເຂົາ​ກໍ​ຜູກ​ຄໍ​ຕາຍ ສົບ​ຂອງ​ເຂົາ​ໄດ້​ເອົາ​ໄປ​ໄວ້​ໃນ​ອຸບ​ໂມງ​ປະ​ຈຳ​ຄອບ​ຄົວ 24 ພໍ​ເມື່ອ​ອັບຊາ​ໂລມ​ແລະ​ທະ​ຫານ​ຂອງ​ທ່ານ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ມາ ດາ​ວິ​ດກໍ​ໄປ​ຮອດ​ເມືອງ​ມາ​ຮາ​ນາ​ອິມ​ແລ້ວ 25 ອັບ​ຊາ​ໂລມ​ໄດ້​ໃຫ້​ອາ​ມາ​ຊາ​ເປັນ​ຜູ້​ບັນ​ຊາ​ການ​ທະ​ຫານ​ແທນ​ໂຢ​ອາບ ອາ​ມາ​ຊາ​ເປັນ​ບຸດ​ຂອງ​ອິ​ທ​ຣາ ຊາວ​ອິ​ຊ​ມາ​ເອນ ແມ່​ຂອງ​ເຂົາ​ຊື່ ອາ​ບິການ ລູກ​ສາ​ວ​ຂອງ​ນາ​ຮັ​ສ ແລະ​ເປັນ​ເອື້ອຍ​ຂອງ​ນາງ​ເຊ​ຣູ​ຢາ​ແມ່​ຂອງ​ໂຢ​ອາບ 26 ອັບ​ຊາ​ໂລມ​ແລະ​ພວ​ກອິສ​ຣາອນ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ໃນ​ແຂວງ​ກິ​ເລ​ອາດ 27 ເມື່ອ​ດາ​ວິດ​ມາ​ຮອດ​ເມືອງ​ມາ​ຮາ​ນາ​ອິມ ພຣະ​ອົງ​ກໍ​ພົບ​ກັບ​ໂຊ​ບີ ບຸດ​ຊາຍ​ຂອງ​ນາ​ຮັສ ທີ່​ມາ​ຈາກ​ເມືອງ​ຣັບ​ບາເຂດ​ອັມ​ໂມນ ແລະ​ໄດ້​ພົບ​ກັບ​ມາ​ຄີຣ໌​ບຸດ​ຂອງ​ອັມ​ມີ​ເອນ​ທີ່​ມາ​ຈາກ​ໂລ​ເດ​ບາ​ຣ໌ ທັງ​ໄດ້​ພົບ​ກັບ​ບາຣ໌​ຊີນ​ລັຍທີ່​ມາ​ຈາກ​ໂຣ​ເກ​ລິມ​ເຂດ​ກິ​ເລ​ອາດ 28 ພວກ​ເຂົາ​ເຫລົ່າ​ນີ້​ໄດ້​ຖື​ເອົາ​ບ່ອນນອນ ອ່າງ​ນ້ຳ​ແລະ​ເຄື່ອງ​ພາ​ຊ​ນະ​ດິນ ເຂົ້າ​ສາລີ ເຂົ້າ​ບ​ເລ ແລະ​ແປ້ງ ເຂົ້າ​ຂົ້ວ ຖົ່ວ ຖົ່ວ​ຢາງ ແລະ​ຖົ່ວ​ແດງ 29 ນ້ຳ​ເຜິ້ງ ເນີຍ ແກະ ແລະ​ເນີຍ​ແຂງ​ທີ່​ໄດ້​ມາ​ຈາກ​ຝູງ​ສັດ​ຖວາຍ​ແກ່​ດາ​ວິດ ແລະ​ໃຫ້​ພວກ​ພົນ​ທີ່​ຢູ່ກັບ​ພຣະ​ອົງ​ຮັບ​ປະ​ທານ ເພາະ​ເຂົາ​ທັງ​ຫລາຍ​ກ່າວ​ວ່າ, “ດາ​ວິດ​ແລະ​ພວກ​ຂອງ​ພຣະ​ອົງ​ຈະ​ຕ້ອງ​ຫິວ​ເຂົ້າ​ຫິວ​ນ້ຳ ແລະ​ອິດ​ເມື່ອຍ​ໃນ​ຖິ່ນ​ກັນ​ດານ”

2 ຊາມູເອນ 18

ອັບ​ຊາ​ໂລມ​ເສັຽ​ໄຊ ແລະ​ຖືກ​ຂ້າ

1 ຢູ່​ຕໍ່​ມາ ກະ​ສັດ​ດາ​ວິດ​ໄດ້​ທ້​ອນໂຮມ​ເອົາ​ທະ​ຫານ​ທັງ​ຫມົດ​ຂອງ​ພຣະ​ອົງ ແລະ​ໄດ້​ມີ​ຜູ້ບັງ​ຄັບ​ບັນ​ຊາ​ກອງ​ພັນ​ແລະ​ກອງ​ຮ້ອຍ 2 ແລ້ວ​ພຣະ​ອົງ​ກໍ​ສົ່ງ​ພວກ​ເຂົາ​ອອກ​ໄປ​ສາມກອ​ງ​ພົນ ຊຶ່ງແມ່ນ​ໂຢ​ອາບ ອາບິ​ຊັຍ​ອ້າຍ​ຂອງ​ໂຢ​ອາບ ແລະ​ອິທ​ຕັຍ​ທີ່​ມາ​ຈາກ​ເມືອງ​ກາດ​ເປັນ​ຜູ້​ບັງ​ຄັບ​ບັນຊາດ ແລະ​ເຈົ້າ​ຊີ​ວິດ​ໄດ້​ເວົ້າ​ກັບ​ທະ​ຫານ​ຂອງ​ພຣະ​ອົງ​ວ່າ, “ເຣົາ​ເອງ​ກໍ​ຈະ​ໄປ​ກັບ​ພວກ​ເຈົ້າ” 3 ພວກ​ເຂົາ​ຈຶ່ງ​ຕອບ​ວ່າ, “ຂໍ​ພຣະ​ອົງ​ຢ່າ​ໄປ​ກັບ​ພວກ​ຂ້າ​ນ້ອຍ​ເລີຍ ຖ້າ​ວ່າ​ພວກ​ຂ້າ​ນ້ອຍ​ທຸກ​ຄົນ​ຖອຍ​ຫນີ​ຫລື​ວ່າ​ຖືກ​ຂ້າ​ເສັຽ​ເຄິ່ງ​ນຶ່ງ ມັນ​ກໍ​ບໍ່​ສຳ​ຄັນ​ເທົ່າ​ກັບ​ເສັຽ​ພຣະ​ອົງ ເພາະ​ພຣະ​ອົງ​ມີ​ຄ່າ​ເຫນືອກວ່າ​ພວກ​ຂ້າ​ນ້ອຍ​ຕັ້ງ​ສິບ​ພັນ​ຄົນ ສະ​ນັ້ນ ຂໍ​ພຣະ​ອົງ​ຈົ່ງ​ປະ​ທັບ​ຢູ່​ໃນ​ເມືອງ​ນີ້ ເພື່ອ​ສົ່ງ​ກອງ​ຫນຸນ​ອອກ​ໄປ​ຊ່ອຍ​ພວກ​ຂ້າ​ນ້ອຍ” 4 ເຈົ້າ​​ຊີ​ວິດ​ຈຶ່ງ​ຕອບ​ວ່າ, “ເຣົາ​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ດີ” ໃນ​ຂ​ນະ​ທີ່​ພວກ​ທະ​ຫານຂອງ​ພຣະ​ອົງ​ຍ່າງອອກ​ໄປ​ເປັນ​ຫມວດ​ລະ​ພັນ ຫມວດ​ລະ​ຮ້ອຍ​ຄົນ​ນັ້ນ ກະ​ສັດ​ດາ​ວິດ​ກໍ​ໄປ​ຢືນ​ຢູ່​ຂ້າງ​ປະ​ຕູ​ກຳ​ແພງ​ເມືອງ 5 ພຣະ​ອົງ​ໄດ້​ຮ້ອງບອກ​ໂຢ​ອາບ ອາ​ບິ​ຊັຍ​ແລະ​ອິທ​ຕັຍ​ວ່າ, “ເພື່ອ​ເຫັນ​ແກ່​ເຮົາ ຂໍ​ຢ່າ​ທຳ​ຮ້າຍ​ຊາຍ​ຫນຸ່ມ​ອັບ​ຊາ​ໂລມ​ເດີ” ກະ​ສັດ​ດາ​ວິດ​ໄດ້​ໃຫ້​ຄຳ​ສັ່ງ​ນີ້​ແກ່​ນາຍ​ທະ​ຫານ​ທຸກ​ຄົນ ພວກ​ທະ​ຫານ​ທຸກ​ກົມ​ກອງ​ກໍ​ໄດ້​ຍິນ​ຫມົດ 6 ກອ​ງ​ທັບ​ດາ​ວິດ​ໄດ້​ອອກ​ໄປ​ໂຈມ​ຕີ​ພວກ​ອິສ​ຣາ​ເອນ ທີ່​ນອກ​ເມືອງ​ແລະ​ໄດ້​ຕໍ່​ສູ້​ພວກ​ເຂົາ​ຢູ່​ໃນ​ປ່າ​ເອ​ຟ​ຣາ​ອິມ 7 ຝ່າຍ​ພວກ​ອິສ​ຣາ​ເອນ​ກໍ​ເສັຽ​ໄຊ​ໃຫ້​ແກ່​ພວກ​ທະ​ຫານ​ຂອງ​ດາ​ວິດ ມີ​ທະ​ຫານ​ຊາວ​ພັນ​ຖືກ​ຂ້າ​ໃນ​ມື້​ນັ້ນ ມັນ​ເປັນ​ການ​ຜ່າຍ​ແພ້​ທີ່​ເຈັບ​ແສບ​ທີ່​ສຸດ 8 ການ​ສູ້​ຮົບ​ໄດ້​ກະ​ຈາຍ​ໄປ​ທົ່ວ​ທຸກ​ບ່ອນ​ມີ​ທະ​ຫານ​ຕາຍ​ຢູ່​ໃນ​ກາງ​ປ່າ​ຫລາຍກວ່າ​ຖືກ​ຂ້າ​ຢູ່​ໃນ​ສະ​ຫນາມ​ຮົບ 9 ອັ​ບ​ຊາ​ໂລມ ໄດ້​ພົບ​ກັບ​ທະ​ຫານ​ບາງ​ຄົນ​ຂອງ​ດາ​ວິດ​ໂດຍ​ບັງ​ເອີນ ເມື່ອ​ອັບ​ຊາ​ໂລມ​ຂີ່​ລໍ​ຢູ່ ລໍ​ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ໃຕ້​ຕົ້ນ​ກໍ່​ໃຫຍ່ ຫົວ​ຂອງ​ອັບ​ຊາ​ໂລມ​ໄດ້​ຄາ​ຢູ່​ໃນ​ງ່າໄມ້ ສ່ວ​ນລໍ​ກໍ​ແລ່ນ​ຫນີ​ໄປ ອັບ​ຊາ​ໂລມ​ຈຶ່ງ​ແຂວນ​ຢູ່​ຕົ້ນ​ໄມ້ 10 ທະ​ຫານ​ຄົນ​ນຶ່ງ​ຂອງ​ດາ​ວິດ​ໄດ້​ມາ​ເຫັນ​ພຣະ​ອົງ ຈຶ່ງ​ໄດ້​ໄປ​ຣາຍ​ງານ​ຕໍ່​ໂຢ​ອາບ​ວ່າ, “ທ່ານ​ຂ້າ​ນ້ອຍ ໄດ້​ເຫັນ​ອັບ​ຊາ​ໂລມ​ກຳ​ລັງ​ຄາ​ຢູ່​ຕົ້ນ​ກໍ່” 11 ໂຢ​ອາບ​ຕອບ​ວ່າ, “ເຈົ້າ​ໄດ້​ເຫັນ​ເຂົາ​ແທ້​ບໍ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ຂ້າ​ເຂົາ​ຢູ່​ໃນ​ບ່ອນ​ນັ້ນ​ໂລດ ແລ້ວ​ຂ້ອຍ​ເອງ​ຈະ​ເອົາ​ເງິນ​ສິບ​ຫລຽນ ແລະ​ສາຍ​ແອວ​ໃຫ້​ເຈົ້າ” 12 ແຕ່​ທະ​ຫານ​ຜູ້​ນັ້ນ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ເອົາ​ເງິນ​ໃຫ້​ຂ້າ​ນ້ອຍ​ພັນ​ຫລຽນ ຂ້າ​ນ້ອຍ​ກໍ​ບໍ່​ຍອມ​ຍົກ​ນິ້ວ​ມື​ໄປ​ຖືກ​ຕົວ​ພຣະ​ຣາຊ​ກຸມ​ມານ​ເລີຍ ພວກ​ຂ້ານ້ອຍ​ທຸກ​ຄົນ​ໄດ້​ຍິນ​ເຈົ້າ​ຊີ​ວິດ​ສັ່ງ​ທ່ານ ສັ່ງ​ອາ​ບິ​ຊັຍ ແລະ​ອິ​ທຕັຍ ວ່າ 13 “ເພື່ອ​ເຫັນ​ແກ່​ເຮົາ ຂໍ​ຢ່າ​ທຳ​ຮ້າຍ​ຊາຍ​ຫນຸ່ມ​ອັບ​ຊາ​ໂລມ​ເດີ” ແຕ່​ວ່າ​ຖ້າ​ຂ້າ​ນ້ອຍ​ບໍ່​ຟັງ​ຄວາມ​ແລະ​ຂ້າ​ອັບ​ຊາ​ໂລມ ແນ່ນອນ​ທີ່​ສຸດ​ທີ່​ເຈົ້າ​ຊີ​ວິດ​ຕ້ອງ​ຮູ້ ເພາະ​ວ່າ​ພຣະ​ອົງ​ຊົງ​ຮູ້​ທຸກ​ຢ່າງ ແລ້ວ​ທ່ານ​ຈະ​ບໍ່​ອາດ​ປ້ອງ​ກັນ​ຂ້າ​ນ້ອຍ​ໄວ້​ໄດ້” 14 ໂຢ​ອາບ​ເວົ້າ​ຂຶ້ນ​ວ່າ, “ຂ້ອຍ​ຈະ​ບໍ່​ຍອມ​ເສັຽ​ເວ​ລາ​ເວົ້າ​ກັບ​ເຈົ້າ​ດອກ” ໃນ​ຂ​ນະ​ທີ່​ອັບ​ຊາ​ໂລມ​ຍັງ​ມີ​ຊີ​ວິດ ແລະ​ແຂວນ​ຢູ່​ຕົ້ນ​ກໍ່​ນັ້ນ ໂຢ​ອາບ​ກໍ​ຖອດ​ຫອກ​ຂອງ​ຕົນ​ສາມດວງ​ແທງ​ຫນ້າ​ເອິກ​ຂອງ​ທ່ານ 15 ແລະ​ທະ​ຫານ​ຂອງ​ໂຢອາບ​ສິບ​ຄົນ​ກໍ​ເຂົ້າ​ໄປ​ຂ້າ​ອັບຊາ​ໂລມ 16 ຕໍ່​ມາ ໂຢ​ອາບ​ກໍ​ເປົ່າ​ແກ​ໃຫ້​ຢຸດ​ຮົບ ຝ່າຍກອງ​ທັບ​ທີ່​ໄລ່​ຕິດ​ຕາມ​ພວກ​ອິສ​ຣາ​ເອນ​ໄດ້​ກັບ​ຄືນ​ມາ 17 ພວກ​ເຂົາ​ໄດ້​ຫາມ​ເອົາ​ສົບ​ອັບຊາ​ໂລມ​ໂຍນ​ຖິ້ມ​ລົງ​ຂຸມ​ເລິກ​ຢູ່​ໃນ​ປ່າ ແລະ​ກອງ​ກ້ອນ​ຫີນ​ອັດທັ​ບ​ປາກ​ຂຸມ​ໄວ້​ເປັ​ນກອງ​ໃຫຍ່ໆ ພວກ​ອິສ​ຣາເອນ​ທັງ​ຫມົດ​ຕ່າງຄົນ​ກໍ​ຫນີ​ເມືອ​ເຮືອນ​ຂອງ​ຕົນ 18 ໃນ​ເວ​ລາ​ທີ່​ອັບ​ຊາ​ໂລມ​ຍັງ​ມີຊີ​ວິດ​ຢູ່​ນັ້ນ ທ່ານ​ໄດ້​ສ້າງ​ອະ​ນຸ​ສາ​ວະ​ລີສ່ວນ​ຕົວ​ໄວ້​ທີ່​ຮ່ອມ​ພູ​ພຣະ​ຣາຊາ ເພາະ​ທ່ານ​ບໍ່​ມີ​ບຸດ​ຊາຍ​ສືບ​ຫນໍ່​ແທນ​ແນວ ດັ່ງ​ນັ້ນ ອັບ​ຊາ​ໂລມ​ຈຶ່ງ​ເອີ້ນ​ຊື່​ອະ​ນຸ​ສາ​ວະ​ລີ​ນັ້ນ​ຕາມ​ຊື່​ຂອງ​ຕົນ​ວ່າ “ອະ​ນຸ​ສາ​ວະ​ລີ​ອັບ​ຊາ​ໂລມ” ສືບ​ຕໍ່​ກັນ​ມາ​ຈົນ​ເທົ່າ​ທຸກ​ມື້​ນີ້

ດາ​ວິດ​ຍິນ​ຂ່າວ​ການ​ຕາຍ​ຂອງ​ອັບ​ຊາ​ໂລມ

19 ຢູ່​ຕໍ່​ມາ ອາ​ຮີ​ມາ​ອັ​ສ ບຸດ​ຊາຍ​ຂອງ​ຊາ​ໂດກ​ໄດ້​ເວົ້າ​ກັບ​ໂຢ​ອາບ​ວ່າ, “ຂໍ​ອະ​ນຸ​ຍາດ​ໃຫ້​ຂ້າ​ນ້ອຍ​ນຳ​ຂ່າວ​ດີ​ນີ້​ໄປ​ທູນ​ຕໍ່​ເຈົ້າ​ຊີ​ວິດ​ເດີ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ໃຫ້​ພຣະ​ອົງ​ພົ້ນ​ຈາກ​ສັດ​ຕ​ຣູ​ຂອງ​ພຣະ​ອົງ​ແລ້ວ” 20 ໂຢ​ອາບ​ຕອບ​ວ່າ, “ບໍ່​ໄດ້​ດອກ ໃນ​ມື້​ນີ້​ເຈົ້າ​ບໍ່​ຕ້ອງ​ນຳ​ຂ່າວ​ດີ​ໃດໆ​ໄປ​ບອກ​ພຣະ​ອົງ ມື້​ໃຫມ່​ຈຶ່ງ​ຄ່ອຍ​ໄປ ສຳ​ລັບ​ມື້​ນີ້​ບໍ່​ຕ້ອງ​ໄປ​ດອກ ເພາະ​ເປັນ​ມື້​ທີ່​ຣາຊ​ກຸມ​ມານ​ໄດ້​ສິ້ນພຣະ​ຊົນ” 21 ແ​ລະ​ໂຢ​ອາບ​ໄດ້​ເວົ້າ​ກັບ​ຄົນ​ກູ​ຊຜູ້​ເປັນ​ທາດ​ຂອງ​ຕົນ​ວ່າ, “ຈົ່ງ​ໄປ​ກາບ​ທູນ​ພຣະ​ຣາຊາ​ຕາມ​ທີ່​ເຈົ້າ​ໄດ້​ເຫັນ” ທາດ​ຄົນ​ນັ້ນ​ກໍ​ກາບ​ລົງ​ຄຳ​ນັບ​ແລ້ວ​ແລ່ນ​ໄປ 22 ສ່ວນ​ອາ​ຮີ​ມາ​ອັ​ສ​ກໍ​ຢືນ​ຢັນ​ຢູ່​ຢ່າງ​ເກົ່າ​ວ່າ, “ຂ້າ​ນ້ອຍ​ບໍ່​ຢ້ານດອກ ຂໍ​ອະ​ນຸຍາດ​ໃຫ້​ຂ້າ​ນ້ອຍ​ນຳ​ຂ່າວ​ນີ້​ໄປ​ກາບ​ທູນ​ເຫມືອນ​ກັນ​ເທີນ” ໂຢ​ອາບ​ຈຶ່ງ​ຖາມ​ຂຶ້ນ​ວ່າ, “ລູກ​ເອີຍ ເປັນ​ຫຍັງ​ຈຶ່ງ​ຢາກ​ໄປ ເພາະ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​ຮາງວັນ​ຫຍັງ​ຫມົດ​ໃນ​ການ​ໄປ​ນີ້” 23 ອາ​ຮີ​ມາ​ອັ​ສ​ເວົ້າ​ຂຶ້ນ​ວ່າ, “ມັນ​ຈະ​ເປັນ​ຫຍັງ​ກໍ​ຢ່າ ຂ້າ​ນ້ອຍ​ຢາກ​ໄປ” ໂຢ​ອາບ​ກໍ​ເວົ້າ​ວ່າ, “ຈົ່ງ​ໄປ​ສາ” ແລ້ວ​ອາ​ຮີ​ມາ​ອັສ​ກໍ​ແລ່ນ​ໄປ ທາງ​ຮ່ອມ​ພູ​ຈໍ​ແດນ ແລະ​ຜ່ານ​ກາຍ​ຄົນ​ກູ​ຊ 24 ສ່ວນ​ດາ​ວິດ​ກໍ​ນັ່ງ​ຢູ່​ລະ​ຫວ່າງ​ປະ​ຕູ​ທັງ​ສອງ​ຂອງ​ກຳ​ແພງ​ເມືອງ ເມື່ອ​ທະ​ຫານ​ຍາມ​ຫລຽວ​ອອກ​ໄປ​ເຫັນ​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ແລ່ນ​ມາ ເຂົາ​ກໍ​ເອີ້ນ​ລົງ​ມາ​ບອກ​ເຈົ້າ​ຊີ​ວິດ 25 ພຣະ​ອົງ​ກໍ​​ຊົງ​ກ່າວ​ວ່າ, “ຖ້າ​ແມ່ນ​ເຂົາ​ມາ​ຄົນ​ດຽວ ແມ່ນ​ເຂົາ​ກຳ​ລັງ​ນຳ​ຂ່າວ​ດີ​ມາ​ໃຫ້” ຊາຍ​ຜູ້​ແລ່ນ​ມາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ທຸກ​ລະ​ຍະ 26 ແລ້ວ​ຄົນ​ຍາມ​ຜູ້​ນັ້ນ​ໄດ້​ເຫັນ​ຊາຍ​ຄົນ​ນຶ່ງ​ອີກ ກຳ​ລັງ​ແລ່ນ​ມາ​ຜູ້​ດຽວ ເຂົາ​ຈຶ່ງ​ເອີ້ນ​ລົງ​ໄປ​ໃສ່​ຄົນ​ເຝົ້າ​ປະ​ຕູ​ວ່າ, “ເບິ່ງ​ແມ໋​ຫັ້ນ ມີ​ຄົນ​ອື່ນ​ກຳ​ລັງ​ແລ່ນ​ມາ​ອີກ” ເຈົ້າ​ຊີ​ວິດ​ຕອບ​ຂຶ້ນ​ວ່າ, “ຜູ້​ນີ້​ກໍ​ນຳ​ຂ່າວ​ດີ​ມາ​ໃຫ້​ຄື​ກັນ” 27 ຄົນ​ຍາມ​ເວົ້າ​ຂຶ້ນ​ວ່າ ເຂົາ​ເປັນ​ຄົນ​ດີ ເຂົາ​ກຳ​ລັງ​ນຳ​ຂ່າວ​ດີ​ມາ​ໃຫ້​ເຮົາ 28 ອາ​ຮີ​ມາ​ອັ​ສ​ຮ້ອງ​ກາບ​ທູນ​ເຈົ້າ​ຊີ​ວິດ ພ້ອມ​ທັງ​ກົ້ມ​ຂາບ​ລົງ​ຕໍ່​ຫນ້າ​ພຣະ​ອົງ​ແລະ​ເວົ້າ​ວ່າ, “ຂໍ​ສັຣ​ເສີນ​ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ອົງ ຜູ້​ຊົງ​ໂຜດ​ໃຫ້​ພຣະ​ອົງ​ຊະ​ນະ​ພວກ​ກະ​ບົດ” 29 ເຈົ້າ​ຊີ​ວິດ​ຈຶ່ງ​ຖາມ​ວ່າ, “ຊາຍ​ຫນຸ່ມ​ອັບ​ຊາ​ໂລມ​ສະ​ບາຍ​ດີ​ບໍ” ອາ​ຮີ​ມາ​ອັ​ສ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ອົງ ເມື່ອ​ໂຢ​ອາບ​ນາຍ​ທະ​ຫານ​ຂອງ​ພຣະ​ອົງ​ສົ່ງ​ຂ້າ​ນ້ອຍ​ອອ​ກໄປ ຂ້າ​ນ້ອຍ​ໄດ້​ເຫັນ​ການ​ແຕກ​ຕື່ນ​ຕົກ​ໃຈ​ຢ່າງ​ຍິ່ງ​ໃຫຍ່ ແຕ່​ວ່າ​ຂ້າ​ນ້ອຍ​ບໍ່​ສາມາດບອກ​ສາ​ເຫດ​ນີ້​ໄດ້” 30 ເຈົ້າ​ຊີ​ວິດ​ບອກ​ເຂົາ​ວ່າ, “ຫຍັບ​ໄປ​ຢືນ​ຢູ່​ຫັ້ນ” ເຂົາ​ກໍ​ຍ່າງ​ກ້າວອອກ​ໄປ​ຢືນ​ຢູ່​ບ່ອນ​ນັ້ນ 31 ຕໍ່​ມາ ຄົນ​ກູ​ຊກໍ​ມາ​ຮອດ​ແລະ​ທູນ​ຕໍ່​ເຈົ້າ​ຊີ​ວິດ​ວ່າ, “ຂ້າ​ນ້ອຍ​ມີ​ຂ່າວ​ດີ​ມາ​ກາບ​ທູນ​ພຣະ​ອົງ ມື້​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ພຣະ​ອົງ​ພົ້ນ​ຈາກ​ພວກ​ກະ​ບົດ​ທັງ​ຫລາຍ” 32 ເຈົ້າ​ຊີວິດ​ຖາມ​ຂຶ້ນ​ວ່າ, “ຊາຍ​ຫນຸ່ມ​ອັບຊາ​ໂລມ​ສະ​ບາຍ​ດີ​ບໍ” ຄົນ​ກູ​ຊ​ກໍ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂໍ​ໃຫ້​ເຫດ​ການ​ທີ່​ເກີ​ດ​ຂຶ້ນ​ກັບ​ອັບ​ຊາ​ໂລມ ຈົ່ງ​ເກີດ​ຂຶ້ນ​ກັບ​ສັດ​ຕ​ຣູ​ທຸກ​ຄົນ​ຂອງ​ພຣະ​ອົງ ແລະ​ກັບ​ທຸກໆ​ຄົນ​ທີ່​ກະ​ບົດ​ຕໍ່​ສູ້​ພຣະ​ອົງ​ເທີນ”

ດາ​ວິດ​ໂສກ​ເສົ້າໃຫ້​ແກ່​ອັ​ບຊາ​ໂລມ

33 ເມື່ອ​ໄດ້​ຍິນ​ດັ່ງນັ້ນ ເຈົ້າ​ຊີ​ວິດ​ກໍ​ໂສກ​ເສົ້າ​ເສັຽ​ໃຈ ພຣະອົງ​ຂຶ້ນ​ໄປ​ຮ້ອງ​ໄຫ້​ຢູ່​ຫ້ອງ​ເທິງ​ປະ​ຕູ​ກຳ​ແພງ​ເມືອງ ໃນ​ເວ​ລາ​ຍ່າງ​ຂຶ້ນ​ໄປ​ນັ້ນ ພຣະ​ອົງ​ກໍ​ຮ້ອງ​ໄຫ້​ຈົ່ມ​ວ່າ, “ໂທ ອັບ​ຊາ​ໂລມ​ລູກ​ຊາຍຂອງ​ພໍ່ ຖ້າ​ເປັນ​ໄປ​ໄດ້​ພໍ່​ຢາກ​ຕາຍ​ແທນ​ລູກ ອັບ​ຊາ​ໂລມ​ລູກ​ຊາຍ​ຂອງ​ພໍ່​ເອີຍ”

2 ຊາມູເອນ 19

ໂຢ​ອາບ​ຕິ​ຕຽນ​ດາ​ວິດ

1 ມີ​ຄົນ​ມາ​ບອກ​ໂຢ​ອາບ​ວ່າ, “ກະ​ສັດ​ດາ​ວິດ​ກໍາ​ລັງ​ຮ້ອງ​ໄຫ້​ແລະ​ໄວ້​ທຸກ​ນຳ​ອັບ​ຊາ​ໂລມ” 2 ເມື່ອ​ພວກ​ທະ​ຫານ​ໄດ້​ຍິນ​ວ່າ​ເຈົ້າ​ຊີ​ວິດ​ໄວ້​ທຸກນໍາ​ບຸດ​ຊາຍ​ຂອງ​ພຣະ​ອົງ ໄຊ​ຊະ​ນະ​ໃນ​ມື້​ນັ້ນ​ກໍ​ກາຍ​ເປັນ​ຄວາມ​ທຸກ​ຂອງກອງ​ທັບ​ກະ​ສັດ​ດາ​ວິດ​ທັງ​ຫມົດ 3 ພວກ​ເຂົາ​ຈຶ່ງ​ພາ​ກັນ​ກັບ​ຄືນ​ເມືອ​ເມືອງ​ດ້ວຍ​ຄວາມ​ງຽບ​ເຫງົາ​ເຫມືອນ​ພວກ​ທະ​ຫານ​ທີ່​ເສັຽ​ໄຊ​ຫນີ​ເສິກ​ມາ 4 ສ່ວນ​ເຈົ້າ​ຊີ​ວິດກໍ​ເອົາ​ຜ້າ​ປົກ​ຫນ້າຮ້ອງ​ໄຫ້​ສຽງ​ດັງ​ວ່າ, “ໂທ ລູກ​ຊາຍ​ຂອງ​ພໍ່​ເອີຍ ອັບ​ຊາ​ໂລມ ລູກ​ຊາຍ​ຂອງ​ພໍ່” 5 ໂຢ​ອາບ​ໄດ້​ເຂົ້າ​ໄປ​ໃນ​ພຣະ​ຣາຊວັງ ແລະ​ທູນ​ຕໍ່​ເຈົ້າ​ຊີ​ວິດ​ວ່າ, “ພວກ​ທະ​ຫານ​ໄດ້​ຊ່ອຍ​ຊີ​ວິດ​ພຣະ​ອົງ ພ້ອມ​ທັງ​ລູກ​ເມັຽ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ພັຍ ແຕ່​ມື້​ນີ້ ພຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ຄວາມ​ລະ​ອາຍ​ໃຈ​ 6 ພຣະ​ອົງ​ຊັງ​ຜູ້​ທີ່​ຮັກ​ພຣະ​ອົງ ແລະ​ຮັກ​ຜູ້​ທີ່​ກຽດ​ຊັງ​ພຣະ​ອົງ ພຣະ​ອົງ​ເຮັດ​ຢ່າງ​ນີ້​ເປັນ​ການ​ປະ​ຈັກ​ແຈ້ງວ່າ ພວກ​ນາຍ ແລະ​ພົນ​ທະ​ຫານ​ຂອງ​ພຣະ​ອົງ​ບໍ່​ມີ​ຄວາມ​ສຳ​ຄັນ​ຢ່າງ​ໃດ​ຫມົດ​ຕໍ່​ພຣະ​ອົງ ຂ້າ​ນ້ອຍ​ຮູ້​ວ່າ​ໃນ​ມື້​ນີ້ ຖ້າ​ອັບ​ຊາ​ໂລມ​ຍັງ​ມີ​ຊີ​ວິດ​ຢູ່ ແລະ​ພວກ​ຂ້າ​ນ້ອຍ​ທຸກ​ຄົນ​ຕາຍ​ໄປ ພຣະ​ອົງ​ຄົງ​ຈະ​ດີ​ໃຈ​ບໍ່​ຫນ້ອຍ 7 ດຽວ​ນີ້ ຂໍ​ເຊີນ​ພຣະ​ອົງ​ສະ​ເດັດ​ໄປ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ທະ​ຫານ​ຂອງ​ພຣະ​ອົງ​ເທີນ ຖ້າ​ວ່າ​ພຣະ​ອົງ​ບໍ່​ໄປ ຂ້າ​ນ້ອຍ​ຂໍ​ສາ​ບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ໃນ​ມື້​ອື່ນ​ເຊົ້າ​ຈະ​ບໍ່​ມີ​ທະ​ຫານ​ຈັກ​ຄົນ​ຢູ່​ນຳ ພຣະ​ອົງ ມັນ​ຈະ​ເປັນ​ໂຊກ​ຮ້າຍ​ທີ່​ສຸດ​ໃນ​ຊົ່ວຊີວິດ​ທີ່​ພຣະ​ອົງ​ເຄີຍ​ປະ​ສົບ​ມາ ແລ້ວ​ເຈົ້າ​ຊີ​ວິດ​ກໍ​ໄປ​ນັ່ງ​ຢູ່​ໃກ້​ປະ​ຕູ​ເມືອງ 8 ເມື່ອ​ທະ​ຫານ​ຂອງ​ພຣະ​ອົງ​ຮູ້​ວ່າ​ ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ນັ້ນ ພວກ​ເຂົາ​ກໍ​ພາ​ກັນ​ມາ​ຫຸ້ມ​ຮອບ​ພຣະ​ ອົງ

ດາ​ວິດ​ກັບ​ຄືນ​ເມືອນະ​ຄອນ​ເຢ​ຣູ​ຊາ​ເລັມ

ໃນ​ລະ​ຫວ່າງ​ນັ້ນ ພວກ​ອິສ​ຣາ​ເອນ​ໄດ້​ແຕກ​ຫນີ​ກັບ​ເມືອ​ເຮືອນ​ຂອງ​ຕົນ 5 ທຸກໆ​ຕະ​ກູນ​ໃນ​ອິສ​ຣາ​ເອນ​ໄດ້​ຜິດ​ຖຽງ​ກັນ ແລະ​ເວົ້າ​ໃສ່​ກັນ​ແລະ​ກັນ​ວ່າ, “ກະ​ສັດ​ດາ​ວິດ​ໄດ້​ຊ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ສັດ​ຕ​ຣູ ແລະ​ພົ້ນ​ຈາກ​ພວກຟີ​ລິສ​ຕິນ ແຕ່​ດຽວ​ນີ້ ພຣະ​ອົງ​ຊົງ​ປົບ​ຫນີ​ອອກ​ຈາກ​ປະ​ເທດ​ຍ້ອນ​ອັບຊາ​ໂລມ 6 ພວກ​ເຮົາ​ໄດ້​ເອົາ​ນ້ຳ​ມັນ​ຊະ​ໂລມ​ຫົດ​ສົງ​ອັບ​ຊາ​ໂລມໃຫ້​ເປັນ​ກະ​ສັດ ແຕ່ດຽວ​ນີ້​ອັບ​ຊາ​ໂລມ​ກໍ​ຖືກ​ຂ້າ​ໃນ​ສະ​ຫນາມ​ຮົບ​ແລ້ວ ດັ່ງ​ນັ້ນ ບໍ່​ມີ​ໃຜ​ກ້າ​ລອງ​ໄປ​ກາບ​ທູນ​ເຊີນ​ເອົາ​ກະ​ສັດ​ດາ​ວິດ​ກັບ​ຄືນ​ມາ​ບໍ” 7 ຕໍ່​ມາ​ເຣື່ອງ​ທີ່​ພວ​ກອິສ​ຣາ​ເອນ​ໄດ້​ເວົ້າ​ກັນ​ນັ້ນ​ກໍ​ເຖິງ​ຫູ​ດາ​ວິດ ພຣະ​ອົງ​ຈຶ່ງ​ສັ່ງ​ໃຫ້​ປະ​ໂຣ​ຫິດ​ຊາ​ໂດກ ກັບ​ອາ​ບິ​ອາ​ທາ​ໄປ​ຖາມ​ພວກ​ຜູ້​ນຳ​ຊາວ​ຢູ​ດາ​ວ່າ, “ດ້ວຍ​ເຫດ​ໃດ​ພວກ​ທ່ານ​ຈຶ່ງ​ມາ​ນຳ​ເອົາ​ເຈົ້າ​ຊີ​ວິດ​ກັບ​ເມືອ​ນຳ​ຫລັງ​ຫມູ່ 8 ພວກ​ທ່ານ​ເປັນ​ຍາດ​ພີ່​ນ້ອງ​ຂອງ​ເຮົາ ເປັນ​ເນື້ອ​ຫນັງ​ແລະ​ສາຍ​ເລືອດ​ຂອງ​ເຮົາ ສະ​ນັ້ນ​ເປັນ​ຫຍັງ​ພວກທ່ານ​ຈຶ່ງ​ມາ​ນຳ​ເອົາ​ເຈົ້າ​ຊີ​ວິດ​ກັບ​ເມືອ​ນຳ​ຫລັງ​ຫມູ່” 9 ດາ​ວິດ​ຍັງ​ສັ່ງ​ຄົນ​ໄປ​ບອກ​ອາ​ມາ​ຊາ​ຄື​ກັນ​ວ່າ, “ເຈົ້າ​ເປັນ​ຍາດ​ພີ່​ນ້ອງ​ຂອງ​ເຮົາ ນັບ​ແຕ່​ນີ້​ຕໍ່​ໄປ ເຮົາ​ຈະ​ແຕ່ງ​ຕັ້ງ​ເຈົ້າ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ແທນ​ໂຢ​ອາບ ຖ້າ​ວ່າ​ເຮົາ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ເວົ້າ ຂໍ​ພຣະ​ເຈົ້າ​ລົງ​ໂທດ​ເຮົາ​ເຖິງ​ຕາຍ​ໂລດ” 10 ຄຳ​ເວົ້າ​ຂອງ​ດາ​ວິດ​ໄດ້​ຊະ​ນະ​ຈິດ​ໃຈ​ຊາວ​ຢູ​ດາ​ທັງ​ຫມົດ ພວກ​ເຂົາ​ກໍສົ່ງ​ຄົນໄປ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ຂໍ​ ພຣະ​ອົງ​ຊົງ​ສະ​ເດັດ​ກັບ​ຄືນພ້ອມ​ກັບ​ບັນ​ດາ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ເທີນ” 11 ຕາມ​ເສັ້ນ​ທາງ​ທີ່​ດາ​ວິດ​ກັບ​ຄືນ​ເມືອ​ນັ້ນ ພຣະ​ອົງ​ໄດ້​ພົບ​ທະ​ຫານ​ຊາວ​ຢູ​ດາ​ທີ່​ແມ່​ນ້ຳ​ຈໍ​ແດນ ພວກ​ທະ​ຫານ​ນີ້​ໄດ້​ມາ​ເມືອງ​ກິນ​ການ ເພື່ອ​ຊ່ອຍ​ເຫລືອ​ເວ​ລາ​ພຣະ​ອົງ​ຂ້າມ​ແມ່​ນ້ຳ 12 ໃນ​ເວ​ລາ​ດຽວ​ກັນ​ນັ້ນ ຊີ​ເມ​ອີ​ຄົນ​ເບັນ​ຢາ​ມິນ​ລູກ​ຊາຍ​ຂອງ​ເກ​ຣາ​ທີ່​ມາ​ຈາກ​ບາ​ຮູ​ຣິມ ກໍ​ຟ້າວ​ເຂົ້າ​ມາ​ພົບ​ກະ​ສັດ​ດາ​ວິດ​ທີ່​ແມ່​ນ້ຳ​ຈໍ​ແດນມີ​ທະ​ຫານ​ພັນ​ຄົນ​ຈາກ​ຕະ​ກູນ​ເບັນ​ຢາ​ມິນ​ມາ​ນຳ​ເຂົາ 13 ຊີ​ບາ​ຄົນ​ໃຊ້​ຊັ້ນ​ຈຳ​ຂອງ​ຊາ​ອູນ​ພ້ອມ​ທັງ​ລູກ​ຊາຍ​ສິບ​ຫ້າ​ຄົນ ແລະ​ຄົນ​ໃຊ້​ຂອງ​ຊາ​ອູນ​ອີກ​ຊາວ​ຄົນ​ກໍ​ໄດ້​ມາ​ເຫມືອນ​ກັນ ພວກ​ເຫລົ່າ​ນີ້​ມາ​ຮອດ​ແມ່​ນ້ຳ​ຈໍ​ແດນ​ກ່ອນ​ກະ​ສັດ​ດາ​ວິດ 14 ພວກ​ເຂົາ​ໄດ້​ຂ້າມ​ແມ່​ນ້ຳ​ໄປ​ຝັ່ງ​ນັ້ນ​ກ່ອນ ເພື່ອ​ລໍ​ຮັບ​ຊ່ອຍ​ຄອບ​ຄົວ​ທັງ​ຫມົດ​ຂອງ​ກະ​ສັດ​ຂ້າມ​ແມ່​ນ້ຳ ແລະ​ເຮັດ​ທຸກ​ສິ່ງ​ຕາມ​ຄຳ​ປະ​ສົງ​ຂອງ​ພຣະ​ອົງ

ຄວາມ​ເມດ​ຕາຂອງ​ດາ​ວິດ​ຕໍ່​ຊີ​ເມ​ອີ

ເມື່ອ​ເຈົ້າ​ຊີ​ວິດ​ກຳ​ລັງ​ຂ້າມ​ແມ່ນ້ຳ​ໄປ ຊີ​ເມ​ອີ​ ບຸດ​ເກ​ຣາກໍ​ຂາບ​ລົງ​ຕໍ່​ຫນ້າ​ພຣະ​ອົງ 15 ແລະ​ເວົ້າ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂໍ​ຊົງ​ລືມ​ຄວາມ​ຜິດ​ທີ່​ຂ້າ​ນ້ອຍ​ໄດ້​ເຮັດ​ໃນ​ມື້ທີ່​ພຣະ​ອົງ​ອອກ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຂໍ​ຢ່າ​ໄດ້​ຖື​ເອົາ​ເຣື່ອງ​ນັ້ນ​ຕໍ່​ສູ້​ຂ້າ​ນ້ອຍ ແລະ​ຢ່າ​ໄດ້​ຄິດ​ກ່ຽວ​ກັບ​ເຣື່ອງ​ນັ້ນ​ອີກ​ເລີຍ​ 16 ຂ້າ​ແດ່​ພຣະ​ອົງ ຂ້າ​ນ້ອຍ​ຮູ້​ດີ​ວ່າ​ຂ້າ​ນ້ອຍ​ເປັນ​ຄົນ​ຜິດ ດ້ວຍ​ຢ່າງ​ນີ້​ແຫລະ ຂ້າ​ນ້ອຍ​ຈຶ່ງ​ເປັນ​ຄົນ​ແຣກ​ຈາກ​ຕະ​ກູນ​ໂຢ​ເຊັບມາ​ຮັບ​ສະ​ເດັດ​ໃນ​ມື້​ນີ້” 17 ອາ​ບິ​ຊັຍ ບຸດ​ຊາຍ​ຂອງ​ເຊ​ຣູ​ຢາ​ກໍ​ເວົ້າ​ຂຶ້ນ​ວ່າ, “ຊີ​ເມ​ອີ​ສົມ​ຄວນ​ຕາຍ ເພາະ​ວ່າ​ເຂົາ​ໄດ້​ດ່າ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ເຈົ້າ​ຊີ​ວິດ” 18 ແຕ່​ດາ​ວິດ​ໄດ້​ເວົ້າ​ກັບ​ອາ​ບິ​ຊັຍ ແລະ​ໂຢ​ອາບ​ອ້າຍ​ຂອງ​ອາ​ບິ​ຊັ​ຍ​ວ່າ, “ແມ່ນ​ໃຜ​ຖາມ​ຄວາມ​ຄິດ​ຄວາມ​ເຫັນ​ຈາກ​ພວກ​ເຈົ້າ ເຈົ້າ​ກຳ​ລັງ​ຈະ​ເຮັດ​ໃຫ້​ຂ້ອຍ​ຫຍຸ້ງ​ຍາກ​ອີກ​ບໍ ດຽ​ວ​ນີ້ ເຮົາ​ເປັນ​ເຈົ້າ​ຊີ​ວິດ​ໃນ​ຣາຊ​ອານາ​ຈັກ​ອິສ​ຣາ​ເອນ ແລະ​ມື້​ນີ້​ຈະ​ບໍ່​ມີ​ຄົນ​ອິສ​ຣາ​ເອນ​ຜູ້​ໃດ​ຖືກ​ຂ້າ” 19 ແລ້ວ​ດາ​ວິດ​ກໍ​ເວົ້າ​ກັບ​ຊີ​ເມ​ອີ​ວ່າ, “ເຮົາ​ຂໍ​ສັນ​ຍາ​ກັບ​ເຈົ້າ​ວ່າ ເຈົ້າ​ຈະ​ບໍ່​ຖືກ​ຂ້າ”

ດາ​ວິດ​ແລະ​ເມ​ຟີ​ໂບ​ເຊທພົບ​ກັນ

20 ຕໍ່​ມາ ເມ​ຟີ​ໂບ​ເຊ​ທ ຫລານ​ຊາຍ​ຊາ​ອູນ​ກໍ​ລົງ​ມາ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເພື່ອ​ມາ​ຮັບ​ເຈົ້າ​ຊີ​ວິດນັບ​ຕັ້ງ​ແຕ່​ເຈົ້າ​ຊີ​ວິດ​ຫນີ​ອອກ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເມ​ຟີ​ໂບ​ເຊ​ທ​ບໍ່​ໄດ້​ລ້າງ​ຕີນ ບໍ່​ໄດ້​ແຖ​ຫນວດ ບໍ່​ໄດ້​ຊັກ​ເຄື່ອງ​ນຸ່ງ ຈົນ​ເຖິງ​ມື້​ພຣະ​ອົງ​ກັບ​ຄືນ​ມາ​ເຢ​ຣູ​ຊາ​ເລັມ​ດ້ວຍ​ຄວາມ​ມີ​ໄຊ 21 ເຈົ້າ​ຊີ​ວິດ ຈຶ່ງ​ຖາມ​ເຂົາ​ວ່າ, “ເມ​ຟີ​ໂບ​ເຊ​ທ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ໄປ​ກັບ​ເຮົາ?” 22 ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂ້າ​ນ້ອຍ​ເປັນ​ຄົນ​ພິ​ການ ຂ້ານ້ອຍ​ໄດ້​ບອກ​ຄົນ​ໃຊ້​ໃສ່​ອານ​ລໍ​ໃຫ້ ເພື່ອ​ວ່າ​ຂ້າ​ນ້ອຍ​ຈະ​ໄດ້​ຂີ່​ໄປ​ກັບ​ພຣະ​ອົງ ແຕ່​ຄົນ​ໃຊ້​ທໍ​ຣະ​ຍົດ​ຕໍ່​ຂ້າ​ນ້ອຍ 23 ມັນ​ນຳ​ເອົາ​ເຣື່ອງ​ຂອງ​ຂ້າ​ນ້ອຍ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ມາ​ກາບ​ທູນ​ພຣະ​ອົງ ແຕ່​ພຣະ​ອົງ​ເປັນ​ເຫມືອນ​ທູດ​ຂອງ​ພຣະ​ເຈົ້າ ສະ​ນັ້ນ ຈົ່ງ​ເຮັດ​ຕາມ​ທີ່​ພຣະ​ອົງ​ເຫັນ​ວ່າ​ຖືກ​ຕ້ອງ​ເທີນ 24 ທຸກ​ຄົນ​ໃນ​ຄອບ​ຄົວ​ພໍ່​ຂອງ​ຂ້າ​ນ້ອຍ ສົມ​ຄວນ​ແລ້ວ​ທີ່​ພຣະ​ອົງ​ຈະ​ຂ້າ​ຖິ້ມ​ຫມົດ ແຕ່​ພຣະ​ອົງ​ພັດ​ຊົງ​ອະ​ນຸ​ຍາດ​ໃຫ້​ຂ້າ​ນ້ອຍ​ກິນ​ເຂົ້າ​ຮ່ວມ​ໂຕະ​ກັບ​ພຣະ​ອົງ ຂ້າ​ນ້ອຍ​ບໍ່​ມີ​ສິດ​ທີ່​ຈະ​ຂໍ​ຄວາມ​ກະ​ຣຸ​ນາ​ຢ່າງ​ໃດ​ຈາກພຣະ​ອົງ​ເລີຍ” 25 ເຈົ້າ​ຊີ​ວິດ​ຈຶ່ງ​ຕອບ​ວ່າ, “ເຈົ້າ​ບໍ່​ຕ້ອງ​ເວົ້າ​ຫຍັງ​ອີກ​ເລີຍ ເຣົາ​ໄດ້​ຕັດ​ສິນ​ໃຈ​ໃຫ້​ເຈົ້າ​ກັບ​ຊີ​ບາ​ແບ່ງ​ມໍ​ຣະ​ດົກ​ຂອງ​ຊາ​ອູນ​ປັນ​ກັນ” 26 ເມ​ຟີ​ໂບ​ເຊ​ທ​ທູນ​ຕອບ​ວ່າ, “ຂໍ​ໃຫ້​ຕົກ​ເປັນ​ຂອງ​ຊີ​ບາ​ຫມົດ​ສາ ການ​ທີ່​ພຣະ​ອົງ​ກັບ​ຄືນ​ມາ​ຢ່າງ​ປອດ​ພັຍ ກໍ​ພຽງ​ພໍ​ແລ້ວ​ສຳ​ລັບ​ຂ້າ​ນ້ອຍ” 27 ບາ​ຣ໌ຊິນລັຍ ຄົນ​ກິ​ເລ​ອາດ ກໍໄດ້​ເດີນ​ທາງ​ມາ​ຈາກ​ໂຣ​ເກລິມ​ເພື່ອ​ສົ່ງ​ເຈົ້າ​ຊີ​ວິດ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ເຫມືອນ​ກັນ 28 ບາ​ຣ໌​ຊິນ​ລັຍ​ເປັນ​ຄົນ​ເຖົ້າ​ຫລາຍ ອາ​ຍຸໄດ້​ແປດ​ສິບ​ປີ ທ່ານ​ເປັນ​ຄົນ​ຮ່ັ່ງ​ມີ ເມື່ອ​ຄາວ​ພຣະ​ອົງ​ພັກ​ຢູ່​ ມາ​ຮາ​ນາ​ອິມ ທ່ານ​ກໍ​ເປັນ​ຜູ້​ສົ່ງ​ສະ​ບ່ຽງ​ອາ​ຫານ​ໃຫ້​ເຈົ້າ​ຊີ​ວິດ 29 ເຈົ້າ​ຊີ​ວິດ​ໄດ້​ບອກ​ກັບ​ທ່ານວ່າ, “ເຈົ້າ​ຈົ່ງ​ມາ​ຢູ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ກັບ​ເຮົາ ເຮົາ​ຈະ​ລ້ຽງ​ດູ​ເຈົ້າ” 30 ແຕ່​ບາ​ຣ໌​ຊິນ​ລັຍ​ທູນ​ຕອບ​ວ່າ, “ຂ້າ​ນ້ອຍ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ອີກ​ຈັກ​ປີ ຂ້າ​ນ້ອຍ​ຈະ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ກັບ​ພຣະ​ອົງ​ໄດ້​ຢ່າງ​ໃດ 31 ອາ​ຍຸ​ຂອງ​ຂ້າ​ນ້ອຍ​ກໍ​ແປດ​ສິບ​ປີ​ແລ້ວ ຄົງ​ບໍ່​ມີ​ສິ່ງ​ໃດ​ຈະ​ເຮັດ​ໃຫ້​ຂ້າ​ນ້ອຍ​ມີ​ຄວາມ​ສຸກ​ໄດ້​ອີກດອກ ເວ​ລາ​ຂ້າ​ນ້ອຍ​ກິນ​ເຂົ້າ​ຫລື​ດື່ມ​ນ້ຳ ຂ້າ​ນ້ອຍ​ກໍບໍ່​ຮູ້​ຈັກ​ຣົດ​ຊາດ​ຂອງ​ມັນ​ຊ້ຳ ຂ້າ​ນ້ອຍ​ຟັງ​ສຽງ​ຄົນ​ຮ້ອງ​ເພງ​ກໍ​ບໍ່​ໄດ້​ຍິນ ພຣະ​ອົງ​ຈະ​ລຳ​ບາກ​ຍ້ອນ​ຂ້າ​ນ້ອຍ​ລ້າໆ ຂ້າ​ນ້ອຍ​ບໍ່​ສົມ​ຄວນ​ຮັບ​ຮາງວັນ​ອັນ​ຍິ່ງ​ໃຫຍ່​ນີ້ 32 ສະ​ນັ້ນ ຂ້າ​ນ້ອຍ​ຈະ​ໄປ​ກັບ​ພຣະ​ອົງ​ຮອດ​ແຕ່​ຟາກ​ພຸ້ນ​ເທົ່າ​ນັ້ນ 33 ຂໍ​ໃຫ້​ຂ້າ​ນ້ອຍ​ກັບ​ເມືອ​ຕາຍ​ໃກ້​ອຸບ​ໂມງ​ຄອບ​ຄົວ​ຂ້າ​ນ້ອຍ​ພຸ້ນ​ເທີນ ຜູ້​ນີ້​ຄື ຄິມ​ຮາມ​ຂ້າໃຊ້​ຂອງ​ພຣະ​ອົງ ຂໍ​ພຣະ​ອົງ​ຮັບ​ເອົາ​ເຂົາ​ໄປ​ນຳ ແລະ​ໃຊ້​ເຂົາ​ຕາມ​ທີ່​ພຣະ​ອົງ​ຊົງ​ເຫັນ​ດີ” 34 ເຈົ້າ​ຊີ​ວິດ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ເຂົາ​ໄປ​ນຳ ແລະ​ປະ​ຕິບັດ​ຕໍ່​ເຂົາ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຈົ້າ ເຮົາ​ຈະ​ປະ​ຕິບັດ​ທຸກ​ສິ່ງ​ຕາມ​ທີ່​ເຈົ້າ​ຮ້ອງ​ຂໍ​ມາ” 35 ແລ້ວ​ດາ​ວິດ​ພ້ອມ​ທັງ​ພວກຂອງ​ພຣະ​ອົງ​ທຸກ​ຄົນ​ກໍ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ ພຣະ​ອົງ​ໄດ້​ຈູ​ບ​ບາ​ຣ໌​ຊິນ​ລັຍ ທັງ​ອວ​ຍ​ພອນ​ໃຫ້​ເຂົາ ແລ້ວ​ບາ​ຣ໌​ຊິນ​ລັຍ​ກໍ​ກັບ​ຄືນ​ເມືອ 36 ຫລັງ​ຈາກ​ດາ​ວິດ​ຂ້າມ​ແມ່​ນ້ຳ​ແລ້ວ ພຣະ​ອົງ​ກໍ​ໄປ​ເມືອງ​ກິນ​ການ ຊຶ່ງ​ມີ​ທະ​ຫານ​ຢູ​ດາ​ທຸກ​ຄົນ ແລະ​ທະ​ຫານ​ອິສ​ຣາ​ເອນ​ເຄິ່ງ​ນຶ່ງ​ຕິດ​ຕາມ​ພຣະ​ອົງ​ໄປ ສ່ວນ​ຄິມ​ຮາມ​ກໍ​ໄປ​ກັບ​ພຣະ​ອົງ​ດ້ວຍ 37 ຕໍ່​ມາ ທະ​ຫານ​ອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ເຂົ້າ​ກາບ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ຂ້າ​ແດ່ພຣະ​ອົງ ເປັນ​ຫຍັງ​ພີ່​ນ້ອງ​ຊາວ​ຢູ​ດາ​ຈຶ່ງ​ອອກ​ມາ​ຮັບ​ເອົາ​ພຣະ​ອົງ ຄອບ​ຄົວ​ຂອງ​ພຣະ​ອົງ ແລະ​ທະ​ຫານ​ຂອງ​ພຣະ​ອົງ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ມາ​ກ່ອນ” 38 ທະ​ຫານ​ຢູ​ດາ​ຈຶ່ງ​ຕອບ​ວ່າ, “ພວກ​ເຮົາ​ທຳ​ຢ່າງ​ນີ້ ເພາະ​ວ່າ​ພຣະ​ອົງ​ເປັນ​ຕະ​ກູນ​ດຽວ​ກັບ​ເຮົາ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ບໍ່​ດີ​ໃຈ ຫລື​ພວກ​ເຈົ້າ​ເຂົ້າ​ໃຈ​ວ່າ ພຣະ​ອົງ​ໄດ້​ຈ່າຍ​ຄ່າ​ອາ​ຫານ​ການ​ກິນ ແລະ​ເອົາ​ສິ່ງ​ນຶ່ງ​ສິ່ງ​ໃດ​ໃຫ້​ພວກ​ເຣົາ​ຊັ້ນ​ບໍ? 39 ພວກ​ອິສ​ຣາເອນ​ເວົ້າ​ອີກວ່າ, “ເຖິງ​ແມ່ນ​ວ່າ ກະ​ສັດ​ດາ​ວິດ​ເປັນ​ຄົນ​ຕະ​ກູນ​ດຽວ​ກັນກັບ​ພວກ​ເຈົ້າ ພວກ​ເຮົາ​ກໍມີ​ສ່ວນ​ໃນ​ພຣະ​ອົງ​ຫລາຍກວ່າ​ພວກ​ເຈົ້າ​ເຖິງ​ສິບ​ເທົ່າ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ດູ​ຖູກ​ພວກ​ເຮົາ ແມ່ນ​ພວກ​ເຮົາ​ເປັນ​ພວກ​ທຳ​ອິດ​ທີ່ອອກ​ປາກ​ຢາກ​ເອົາ​ເຈົ້າ​ຊິວິດ​ກັບ​ຄືນ​ມາ” ຄຳ​ເວົ້າ​ຂອງ​ພວກ​ຢູ​ດາ​ຮຸນ​ແຮງກວ່າ​ຄຳ​ເວົ້າ​ຂອງ​ພວກ​ອິສ​ຣາເອນ

2 ຊາມູເອນ 20

ເຊ​ບາ​ກະ​ບົດ

1 ບັງ​ເອີນ​ທີ່​ນັ້ນ​ມີ​ຄົນ​ອັນ​ທະ​ພານ​ຢູ່​ຄົນ​ນຶ່ງ​ຊື່ ເຊ​ບາ ບຸດ​ຂອງ​ບິກ​ຣີ ຄົນ​ເບັນ​ຢາ​ມິນ ເຂົາ​ໄດ້​ເປົ່າ​ເຂົາ​ສັດ​ຂຶ້ນ​ກ່າວ​ວ່າ, “ເຮົາ​ບໍ່​ມີ​ສ່ວນ​ໃດ​ດາ​ວິດ ເຮົາ​ບໍ່​ມີ​ມໍ​ຣະ​ດົກ​ໃນ​ບຸດ​ຂອງ​ເຈ​ສ​ຊີ ໂອ ອິສ​ຣາ​ເອນ​ເອີຍ ໃຫ້​ຕ່າງຄົນ​ຕ່າງ​ກັບ​ໄປ​ເຮືອນ​ຂອງ​ຕົນ​ເຖີດ” 2 ດັ່ງ​ນັ້ນ​ພວກ​ຄົນ​ອິສ​ຣາ​ເອນ​ທັງ​ຫມົດ​ຈຶ່ງ​ຖອຍ​ຕົວ​ຈາກ​ດາ​ວິດ ແລະ​ໄປ​ຕາມ​ເຊ​ບາ ບຸດ​ບິກ​ຣີ ແຕ່​ພວກ​ຄົນ​ຢູ​ດາ​ໄດ້​ຕິດ​ຕາມ​ເຈົ້າ​ຊີ​ວິດ​ຂອງ​ເຂົາ​ຢ່າງ​ຫມັ້ນ​ຄົງ​ຈາກ​ແມ່ນ້ຳ​ຈໍ​ແດນ​ໄປ​ເຖິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ 3 ດາ​ວິດ​ສະ​ເດັດ​ກັບ​ພຣະ​ຣາຊວັງ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເຈົ້າ​ຊີ​ວິດ​ກໍ​ຮັບ​ສັ່ງ​ໃຫ້​ນຳ​ນາງ​ສ​ນົມ​ທັງ​ສິບ​ຄົນ​ທີ່​ພຣະ​ອົງ​ຊົງ​ປະໄວ້​ໃຫ້​ເຝົ້າ​ພຣະ​ຣາຊວັງ​ນັ້ນ​ໄປ​ຮວມ​ກັນ​ຢູ່​ໃນ​ບ້ານ​ຫລັງ​ນຶ່ງ ຊົງ​ລ້ຽງ​ດູ​ໄວ້​ແຕ່​ບໍ່​ໄດ້​ຊົງ​ສົມ​ສູ່ຢູ່​ດ້ວຍ ນາງ​ເຫລົ່າ​ນັ້ນ​ກໍ​ຕ້ອງ​ຖືກ​ກັກ​ໃຫ້​ມີ​ຊີ​ວິດ​ຢູ່ຢ່າງ​ແມ່ຫມ້າຍ​ຈົນ​ເຖິງວັນ​ຕາຍ 4 ເຈົ້າ​ຊີ​ວິດ​ໄດ້​ສັ່ງ​ອາ​ມາ​ຊາ​ວ່າ, “ຈົ່ງ​ຮວບ​ຮວມ​ພົນ​ຢູ​ດາ​ໃຫ້​ມາ​ພ້ອມ​ກັນ​ທີ່​ນີ້​ພາຍ​ໃນ​ສາມ​ວັນ ຕົວ​ທ່ານ​ຈົ່ງ​ມາ​ດ້ວຍ” 5 ອາ​ມາ​ຊາ​ກໍ​ອອກ​ໄປ​ຮວບ​ຮວມ​ຄົນ​ຢູ​ດາ ແຕ່​ເຂົາ​ກໍ​ທຳ​ງານ​ຊ້າ​ເກີນ​ກຳ​ນົດ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໄວ້ 6 ດາ​ວິດ​ເວົ້າ​ກັບ​ອາ​ບິ​ຊັຍ​ວ່າ, “ບັດ​ນີ້​ເຊບາ ບຸດ​ຂອງ​ບິ​ກຣີ​ຄົງ​ທຳ​ອັນ​ຕະ​ຣາຍ​ແກ່​ເຮົາ​ຍິ່ງກວ່າ​ອັບ​ຊາ​ໂລມ ຈົ່ງ​ນຳ​ຂ້າ​ຣາຊ​ການ​ທະ​ຫານ​ຂອງ​ເຈົ້າ​ນາຍ​ຂອງ​ທ່ານ​ໄປ​ຕິດ​ຕາມ ຢ້ານ​ວ່າ​ເຂົາ​ຈະ​ຫາ​ເມືອງ​ທີ່​ມີ​ປ້ອມ​ໄດ້ ແລະ​ຫນີ​ພົ້ນ​ສາຍ​ຕາ​ຂອງ​ເຮົາ” 7 ມີ​ຄົນ​ຂອງ​ໂຢ​ອາບ​ຕາມ​ເຂົາ​ໄປ ແລະ​ຄົນ​ເຄ​ເຣ​ທ ກັບ​ຄົນ​ເປ​ເລທ ກັ​ບ​ທະ​ຫານ​ທີ່​ແຂງ​ແຮງ​ທັງ​ຫມົດ ແລະ​ເຂົາ​ທັງ​ຫລາຍ​ຍົກ​ອອກ​ໄປ​ຈາ​ກກຸງ​ເຢ​ຣູ​ຊາ​ເລັມ​ເພື່ອ​ໄລ່​ຕາມ​ເຊ​ບາ ບຸດ​ບິກ​ຣີ 8 ເມື່ອ​ເຂົາ​ທັງ​ຫລາຍ​ມາ​ເຖິງ​ສີ​ລາ​ໃຫຍ່​ທີ່​ຢູ່​ໃນ​ເມືອງ​ກິ​ເບ​ໂອນ ອາ​ມາ​ຊາ​ກໍ​ມາ​ພົບ​ກັບ​ເຂົາ​ທັ​ງ​ຫລາຍ ຝ່າຍ​ໂຢອາບ​ສວມ​ເຄື່ອງ​ແຕ່ງ​ກາຍ​ທະ​ຫານ​ມີ​ເຂັມ​ຂັດ​ຕິດ​ດາບທີ່​ຢູ່​ໃນ​ຝັກ​ຄາດ​ຢູ່​ທີ່​ບັ້ນ​ແອວ ເມື່ອ​ທ່ານ​ເດີນ​ໄປ​ດາບ​ກໍ​ຕົກ​ລົງ 9 ໂຢ​ອາບ​ຈຶ່ງ​ຖາມ​ອາ​ມາ​ຊາ​ວ່າ, “ອ້າຍ​ເອີຍ ສະ​ບາຍ​ດີ​ຫລື?” ແລະ​ໂຢ​ອາບ​ກໍ​ເອົາ​ມື​ຂວາ​ຈັບ​ຫນວດ​ອາ​ມາ​ຊາ​ຈະ​ຈູບ​ເຂົາ 10 ແຕ່​ອາ​ມາ​ຊາ​ບໍ່​ໄດ້​ສັງ​ເກດ​ເຫັນ​ດາບ​ຊຶ່ງ​ຢູ່​ໃນ​ມື​ຂອງ​ໂຢ​ອາບ ໂຢ​ອາບ​ຈຶ່ງ​ເອົາ​ດາບ​ແທງ​ທ້ອງ​ອາ​ມາ​ຊາ​ໃສ້​ທະ​ລຸ​ເຖິງ​ດິນ ບໍ່​ຕ້ອງ​ແທງ​ຄັ້ງ​ທີ່​ສອງ ເຂົາ​ກໍ​ຕາຍ​ເສັຽ​ແລ້ວ ແລ້ວ​ໂຢ​ອາບ​ກັບ​ອາ​ບິ​ຊັຍ​ນ້ອງ​ຊາຍ​ກໍ​ໄລ່​ຕິດ​ຕາມ​ເຊ​ບາ ບຸດ​ບິກ​ຣີ​ໄປ 11 ທະ​ຫານ​ຫນຸ່ມ​ຄົນ​ນຶ່ງ​ຂອງໂຢ​ອາບ​ມາ​ຢືນ​ຢູ່​ໃກ້​ອາ​ມາ​ຊາເວົ້າ​ວ່າ, “ຜູ້​ໃດ​ເຫັນ​ຊອບ​ຝ່າຍ​ໂຢ​ອາບ ແລະ​ຜູ້ໃດ​ຢູ່​ຝ່າຍ​ດາ​ວິດ​ໃຫ້​ຜູ້​ນັ້ນ​ຕິດ​ຕາມ​ໂຢ​ອາບ​ໄປ” 12 ອາ​ມາ​ຊາ​ກໍ​ນອນ​ເກືອກ​ໂລ​ຫິດ​ຂອງ​ຕົນ​ຢູ່​ທີ່​ໃນ​ທາງ​ຫລວງ ເມື່ອຊາຍ​ຄົນ​ນັ້ນ​ເຫັນ​ປະ​ຊາ​ຊົນ​ທັງ​ສິ້ນ​ມາ​ຢຸດ​ຢູ່ ເຂົາ​ກໍ​ນຳ​ສົບ​ອາ​ມາ​ຊາ​ໄປ​ຖິ້ມ​ໃນ​ທົ່ງ​ນາ ແລະ​ເອົາ​ເສື້ອ​ຜ້າ​ປົກ​ໄວ້ ເພາະ​ເມື່ອ​ໃຜ​ມາ​ກໍ​ເຂົ້າ​ໄປ​ເບິ່ງ​ແລະ​ຢຸດ​ຢູ່ 13 ເມື່ອ​ເອົາ​ສົບ​ອາ​ມາ​ຊາ​ອອກ​ຈາກ​ທາງ​ຫລວງ​ແລ້ວ ປະ​ຊາ​ຊົນ​ທັງ​ປວງ​ກໍ​ຕາມ​ໂຢ​ອາບ​ເພື່ອ​ຕິດ​ຕາມ​ເຊ​ບາ​ບຸດ​ບິກ​ຣີ 14 ເຊ​ບາ​ກໍ​ຜ່ານ​ຄົນ​ອິສ​ຣາ​ເອນ​ທຸກ​ເຜົ່າ​ໄປ​ຈົນ​ເຖິງ​ອາ​ເບນ ແລະ​ເມືອງ​ເບັດ​ມາ​ອາ​ກາ ແລະ​ຄົນ​ຕະ​ກູນ​ບິກ​ຣີ​ຄົນເຫລົ່າ​ນັ້ນ​ກໍ​ມາ​ຮວມ​ກັນແລະ​ຕິດ​ຕາມ​ເຂົາ​ໄປ 15 ປະ​ຊາ​ຊົນ​ທີ່​ຢູ່​ກັບ​ໂຢ​ອາບ​ກໍ​ມາ​ເຖິງ ແລະ​ລ້ອມ​ເຂົາ​ໄວ້​ໃນ​ອາ​ເບນ​ແຂວງ​ເມືອງ​ເບັດ​ມາ​ອາ​ກາ ເຂົາ​ເຣັດ​ຍອດ​ເຊີງ​ຂຶ້ນ​ທີ່​ຮິມ​ກຳ​ແພງ​ເມືອງ ເຂົາ​ທະ​ລວງ​ກຳ​ແພງ​ເພື່ອ​ຈະ​ໃຫ້​ພັງ 16 ມີ​ຍິງ​ສ​ລາດ​ຄົນ​ນຶ່ງ​ຮ້ອງ​ອອກ​ມາ​ຈາກ​ໃນ​ເມືອງວ່າ, “ຈົ່ງ​ຟັງ​ເດີ ຈົ່ງ​ຟັງ​ເດີ ຂໍ​ບອກ​ໂຢ​ອາບ​ໃຫ້​ມາ​ທີ່​ນີ້ ຂ້ອຍ​ຢາກ​ຈະ​ເວົ້າ​ນຳ” 17 ໂຢອາບ​ກໍ​ເຂົ້າ​ມາ​ໃກ້​ຍິງ​ນັ້ນ ນາງ​ນັ້ນ​ກໍ​ເວົ້າ​ວ່າ, “ທ່ານ​ຄື​ໂຢ​ອາບ​ຫລື?” ເຂົາ​ຕອບ​ວ່າ, “ແມ່ນ​ແລ້ວ” ນາງ​ຈຶ່ງ​ເອີ້ນ​ທ່ານ​ວ່າ, “ຂໍ​ທ່ານຟັງ​ຖ້ອຍ​ຄຳ​ຂອງ​ສາວ​ໃຊ້​ຂອງ​ທ່ານແດ່” ທ່ານ​ກໍ​ຕອບ​ວ່າ, “ຂ້ອຍ​ກຳ​ລັງ​ຟັງ​ຢູ່​ແລ້ວ” 18 ນາງ​ກໍ​ເວົ້າ​ວ່າ, “ໃນ​ສະ​ໄຫມ​ບູ​ຮານເຂົາ​ເວົ້າ​ກັນ​ວ່າ “ໃຫ້​ເຂົາ​ຂໍ​ຄຳ​ປຶ​ກສາ​ທີ່​ອາ​ເບນ​ເຖີດ” ແລ້ວ​ເຂົາ​ກໍ​ຕົກ​ລົງ​ກັນ​ໄດ້ 19 ຂ້ອຍ​ເປັນ​ຄົນ​ນຶ່ງ​ທີ່​ຮັກ​ສ​ງົບ ແລະ​ສັດ​ຊື່​ໃນ​ອິສ​ຣາ​ເອນ ທ່ານ​ຫາ​ຊ່ອງ​ທີ່​ຈະ​ທຳ​ລາຍ​ເມືອງ​ອັນ​ເປັນ​ເມືອງ​ແມ່​ໃນ​ອິສ​ຣາ​ເອນ ເປັນ​ຫຍັງ​ທ່ານ​ຈຶ່ງ​ຈະ​ກືນມໍ​ຣະ​ດົກ​ຂອງ​ພຣະ​ເຈົ້າ​ເສັຽ” 20 ໂຢ​ອາບ​ຈຶ່ງ​ຕອບ​ວ່າ, “ຊຶ່ງ​ຂ້ອຍ​ຈະ​ກືນ​ຫລື​ທຳ​ລາຍ​ນັ້ນ ຂໍ​ໃຫ້​ຫ່າງ​ໄກ​ຈາກ​ຂ້ອຍ 21 ເຣື່ອງ​ນີ້​ບໍ່​ເປັນ​ຄວາມຈິງ ແຕ່​ມີ​ຊາຍ​ຄົນ​ນຶ່ງ​ຈາກ​ແດນ​ພູ​ເອ​ຟ​ຣາ​ອິມ​ຊື່ ເຊ​ບາ​ບຸດ​ບິກ​ຣີ ໄດ້​ຍົກ​ມື​ຂອງ​ເຂົາ​ຂຶ້ນ​ຕໍ່​ສູ້​ກະ​ສັດ ຄື​ຕໍ່​ສູ້​ດາ​ວິດ ຈົ່ງ​ມອບ​ເຂົາ​ມາ​ແຕ່​ຄົນ​ດຽວ ຂ້ອຍ​ຈະ​ຖອຍ​ທັບ​ກັບ​ຈາກ​ເມືອງ​ນີ້” ຍິງ​ນັ້ນ​ຈຶ່ງ​ຕອບ​ໂຢ​ອາບ​ວ່າ, “ເບິ່ງ​ແມ໋, ເຮົາ​ຈະໂຍ​ນ​ຫົວ​ຂອງ​ເຂົາ​ຂ້າມ​ກຳ​ແພງ​ມາ​ໃຫ້​ທ່ານ” 22 ແລ້ວ​ຍິງ​ນັ້ນ​ກໍ​ໄປ​ຫາ​ປະ​ຊາ​ຊົນ​ດ້ວຍ​ປັນ​ຍາ​ຂອງ​ນາງ ເຂົາ​ທັງ​ຫລາຍ​ໄດ້​ຕັດ​ຫົວ​ຂອງ​ເຊ​ບາ​ບຸດ​ບິກ​ຣີ​ໂຍນ​ອອກ​ມາ​ໃຫ້​ໂຢ​ອາບ ໂຢ​ອາບ​ກໍ​ເປົ່າ​ເຂົາ​ສັຕ ຕ່າງ​ກໍ​ແຍກ​ກັນ​ໄປ​ຈາກ​ເມືອງ​ນັ້ນ​ກັບ​ໄປ​ຍັງ​ບ້ານ​ເຮືອນ​ຂອງ​ຕົນ ໂຢ​ອາບ​ກໍ​ກັບ​ໄປ​ເຝົ້າ​ພຣະ​ຣາຊາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ

ເຈົ້າ​ຫນ້າ​ທີ່​ຂອງ​ດາ​ວິດ

23 ໂຢ​ອາບ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບທັງ​ຫມົດ​ໃນອິສ​ຣາ​ເອນ ແລະ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ຄົນ​ເຄ​ເຣ​ທ ແລະ​ຄົນ​ເປ​ເລ​ທ 24 ແລະ​ອາ​ໂດ​ຣາມ​ດູ​ແລ​ຄົນ​ງານ​ໂຍທາ ເຢ​ໂຮ​ຊາ​ຟັດ​ບຸດ​ອາ​ຮີ​ລຸດ​ດູ​ແລ​ດ້ານເອກ​ກະ​ສານ​ຕ່າງໆ 25 ເຊວາ​ເປັນຣາຊ​ເລ​ຂາ ຊາໂດກ ແລະ​ອາ​ບິ​ອາ​ທາ​ເປັນ​ປະ​ໂຣ​ຫິດ​ຂອງ​ດາ​ວິດ​ຄື​ກັນ

2 ຊາມູເອນ 21

ການ​ແກ້​ແຄ້ນ​ໃຫ້​ແກ່​ຄົນ​ກິເບ​ໂອນ

1 ໃນ​ສະ​ໄຫມ​ຂອງ​ດາ​ວິດ​ມີ​ການ​ອຶດ​ຢາກ​ອາ​ຫານ​ຢູ່​ສາມ​ປີ​ຕໍ່​ຕໍ່​ໄປ ແລະ​ດາ​ວິດກໍ​ເຂົ້າ​ເຝົ້າ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເພາະ​ເຂົາ​ຂ້າ​ຄົນ​ກິ​ເບ​ໂອນ ຄວາມ​ຜິ​ດ​ທີ່​ເຂົາ​ທັງ​ຫລາຍ​ຕ້ອງ​ຕາຍ​ຈຶ່ງ​ຕົກ​ຢູ່​ກັບ​ຊາ​ອູນ ແລະ​ເຊື້ອ​ສາຍ​ຂອງ​ເຂົາ” 2 ເຈົ້າ​ຊີ​ວິດ​ຈຶ່ງ​ຊົງ​ເອີ້ນ​ຄົນ​ກິ​ເບ​ໂອນມາ​ເວົ້າ​ກັບ​ເຂົາ​ວ່າ (ຝ່າຍ​ຄົນ​ກິ​ເບ​ໂອນ​ນັ້ນ​ບໍ່​ແມ່ນປະ​ຊາ​ຊົນອິສ​ຣາ​ເອນ ແຕ່​ເປັນ​ຄົນ​ອາ​ໂມ​ຣິດ​ທີ່​ຍັງ​ເຫລືອ​ຢູ່ ເຖິງ​ແມ່ນ​ວ່າ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຈະ​ໄດ້​ປະ​ຕິຍານໄວ້​ວ່າ​ຈະ​ໄວ້​ຊີ​ວິດ​ເຂົາ​ທັງ​ຫລາຍ ແຕ່​ຊາ​ອູນ​ກໍ​ຊົງ​ຫາ​ຊ່ອງ​ທາງ​ທີ່​ຈະ​ຂ້າ​ເຂົາ​ທັງ​ຫລາຍ​ເສັຽ ເພາະ​ຄວາມ​ຮ້ອນ​ໃຈ​ທີ່​ເຫັນ​ແກ່​ຄົນ​ອິສ​ຣາ​ເອນ​ແລະ​ຄົນ​ຢູ​ດາ) 3 ດາ​ວິດ​ໄດ້​ຖາມ​ຄົນ​ກິ​ເບ​ໂອນ​ວ່າ, “ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ແກ່​ພວກ​ທ່ານ​ໄດ້ ເຮົາ​ຈະ​ທຳ​ຢ່າງ​ໃດ​ຈຶ່ງ​ຈະ​ລົບ​ມົນ​ທິນ​ບາບ​ເສັຽ​ໄດ້ ເພື່ອ​ພວກ​ທ່ານ​ຈະ​ໄດ້​ອວຍ​ພອນ​ແກ່​ມໍ​ຣະ​ດົກ​ຂອງ​ພຣະ​ເຈົ້າ​ໄດ້” 4 ຄົນ​ກິ​ເບ​ໂອນ​ທູນ​ຕອບ​ພຣະ​ອົງ​ວ່າ, “ລະ​ຫວ່າງ​ພວກ​ຂ້າ​ນ້ອຍ​ກັບ​ຊາ​ອູນ ແລະ​ເຊື້ອ​ສາຍ​ຂອງ​ທ່ານ​ນັ້ນ​ບໍ່​ແມ່ນ​ເຣື່ອງ​ເງິນ​ຫລືທອງ​ຄຳ ທັງ​ບໍ່​ແມ່ນ​ເຣື່ອງ​ຂອງ​ຂ້າ​ນ້ອຍ​ທີ່​ຈະ​ປະ​ຫານ​ຊີ​ວິດ​ອິສ​ຣາ​ເອນ​ຄົນ​ນຶ່ງ​ຄົນ​ໃດ” ພຣະ​ອົງ​ຈຶ່ງ​ເວົ້າ​ວ່າ, “ແລ້ວ​ພວກ​ທ່ານ​ຈະ​ໃຫ້​ເຣົາ​ເຮັດ​ແນວ​ໃດ​ແກ່​ທ່ານ” 5 ເຂົາ​ກາບ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ຊາຍ​ຜູ້​ທີ່​ເຜົາ​ຜານ​ພວກ​ຂ້າ​ນ້ອຍ ແລະ​ວາງ​ແຜນ​ການ​ທຳ​ລາຍ​ພວກ​ຂ້າ​ນ້ອຍ ເພື່ອ​ບໍ່​ໃຫ້​ພວກ​ຂ້າ​ນ້ອຍ​ມີ​ທີ່​ຢູ່​ໃນ​ເຂດ​ແດນ​ອິສ​ຣາ​ເອນ 6 ຂໍ​ຊົງ​ມອບ​ບຸດ​ເຈັດ​ຄົນ​ຂອງ​ເຂົາ​ໃຫ້​ແກ່​ພວກ​ຂ້າ​ນ້ອຍ ເພື່ອ​ພວກ​ຂ້າ​ນ້ອຍ​ຈະ​ໄດ້​ແຂວນ​ເຂົາ​ເສັຽ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ກິ​ເບ​ໂອນ​ແຫ່ງ​ຊາ​ອູນ​ຜູ້​​ຖືກເລືອກ​ຂອງພຣະ​ຜູ້​ເປັນ​ເຈົ້າ” ແລະ​ເຈົ້າ​ຊີ​ວິດ​ເວົ້າ​ວ່າ, “ເຣົາ​ຈະ​ຈັດ​ເຂົາ​ມາ​ໃຫ້” 7 ແຕ່​ເຈົ້າ​ຊີ​ວິດ​ຊົງ​ໄວ້​ຊີ​ວິດ​ເມ​ຟີ​ໂບ​ເຊ​ທ ບຸດ​ຂອງ​ໂຢ​ນາ​ທານ​ບຸດ​ຊາຍ​ຂອງ​ຊາ​ອູນ ດ້ວຍ​ເຫດ​ຄຳ​ປະ​ຕິ​ຍານ​ລະ​ຫວ່າງ​ທັງ​ສອງ​ທີ່​ກະ​ທຳ​ໃນ​ພຣະ​ນາມພຣະ​ຜູ້​ເປັນເຈົ້າ ຄື​ລະ​ຫວ່າງ​ດາ​ວິດ​ກັບ​ໂຢ​ນາ​ທານ​ຣາຊ​ໂອ​ຣົດ​ຂອງ​ຊາ​ອູນ 8 ແຕ່​ເຈົ້າ​ຊີ​ວິດ​ນຳ​ເອົາ​ບຸດ​ສອງ​ຄົນ​ຂອງ​ນາງ​ຣິ​ສປາ​ບຸດ​ຕ​ຣີ​ຂອງ​ອັຍ​ຢາ​ຊຶ່ງ​ບັງ​ເກີດ​ກັບ​ຊາ​ອູນ ຊື່​ອາ​ຣ໌​ໂມ​ນີ ແລະ​ເມ​ຟີ​ໂບ​ເຊ​ທ ກັບ​ບຸດ​ຫ້າ​ຄົນ​ຂອງ​ມີ​ຄານ​ຣາຊ​ທິ​ດາ​ຂອງ​ຊາ​ອູນ ຊຶ່ງ​ພຣະ​ນາງ​ມີ​ກັບ​ອາ​ດຣີ​ເອນ​ບຸດ​ບາ​ຣ໌ຊິນ​ລັຍ ຊາວ​ເມ​ໂຮ​ຣາ 9 ພຣະ​ອົງ​ຊົງ​ມອບ​ຄົນ​ເຫລົ່າ​ນີ້​ໄວ້​ໃນ​ມື​ຂອງ​ຄົນ​ກິ​ເບ​ໂອນ ເຂົາ​ທັງ​ຫລາຍ​ຈຶ່ງ​ແຂວນ​ຄົນ​ທັງ​ເຈັດ​ໄວ້​ເທິງ​ພູ​ເຂົາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນເຈົ້າ ແລະ​ທັງ​ເຈັດ​ຄົນ​ກໍ​ພິ​ນາດ​ໄປ​ນຳ​ກັນ ເຂົາ​ຖືກ​ຂ້າ​ຕາຍ​ໃນ​ແຣກ​ຂອງ​ຣະ​ດູ​ກ່ຽວ​ເຂົ້າ​ໃນ​ວັນ​ຕົ້ນ​ການ​ກ່ຽວ​ເຂົ້າ​ບາ​ຣ໌​ລີ 10 ແລ້ວນາງ​ຣິສ​ປາ​ບຸດ​ຕ​ຣີ​ຂອງ​ອັຍ​ຢາ​ກໍ​ເອົາ​ຜ້າ​ກະ​ສອບ​ປູ​ໄວ້​ເທິງ​ກ້ອນ​ຫີນ​ສຳ​ລັບ​ຕົນ​ເອງ ຕັ້ງ​ແຕ່​ຕົ້ນ​ຣະ​ດູ​ກ່ຽວ​ຈົນ​ຝົນ​ຈາກ​ທ້ອງ​ຟ້າ​ຕົກ​ເທິງ​ເຂົາ​ທັງ​ຫລາຍ ກາງ​ເວັນ​ນາງ​ກໍ​ບໍ່​ຍອມ​ໃຫ້​ນົກ​ມາ​ເກາະ ຫລື​ກາງ​ຄືນ​ບໍ່​ໃຫ້​ສັດ​ປ່າ​ເຂົ້າ​ມາ​ໃກ້ 11 ເມື່ອ​ເຂົາ​ກາບ​ທູນ​ດາ​ວິດ​ວ່າ​ນາງ​ຣິ​ສ​ປາບຸດ​ຕ​ຣີ​ຂອງ​ອັຍ​ຢາ​ນາງ​ສ​ນົມ​ຂອງ​ຊາ​ອູນ​ໄດ້​ເຮັດ​ດັ່ງ​ນັ້ນ 12 ດາ​ວິດ​ສະ​ເດັດ​ໄປ​ນຳ​ກະ​ດູກ​ຂອງ​ຊາ​ອູນ​ແລະ​ຂອງ​ໂຢ​ນາ​ທານ​ຣາຊ​ໂອ​ຣົດ​ຂຶ້ນ​ມາ​ຈາກເມືອງ​ຢາ​ເບັດ​ກິ​ເລ​ອາດ ຜູ້​ທີ່​ລັກ​ລອບ​ເອົາ​ໄປ​ຈາກ​ລານ​ເມືອງ​ເບັດ​ຊານ​ທີ່​ຄົນ​ຟີ​ລິສ​ຕິນ​ປະ​ຫານ​ຊາ​ອູນ​ເທິງ​ພູ​ກິນ​ໂບ​ອາ 13 ພຣະ​ອົງ​ຊົງ​ນຳ​ເອົາ​ກະ​ດູກ​ຂອງ​ຊາ​ອູນ​ທີ່​ນັ້ນ ແລະ​ຮວບ​ຮວມ​ກະ​ດູກ​ຂອງ​ຜູ້​ທີ່​ຖືກ​ແຂວນ​ໄວ້​ໃຫ້​ຕາຍ​ນັ້ນ 14 ແລະ​ເຂົາ​ກໍ​ຝັງ​ກະ​ດູກ​ຂອງ​ຊາ​ອູນ​ແລະ​ຂອງ​ໂຢ​ນາ​ທານ​ຣາຊ​ໂອ​ຣົດ​ໄວ້​ໃນ​ແຜ່ນ​ດິນ​ຂອງ​ເບັນ​ຢາ​ມິນ​ໃນ​ເມືອງ​ເຊ​ລາ​ໃນ​ອຸບ​ໂມງ​ຂອງ​ຄົນ​ຄິ​ສບິ​ດາ​ຂອງ​ພຣະ​ອົງ ເຂົາ​ທັງ​ຫລາຍ​ກໍ​ກະ​ທຳ​ຕາມ​ທຸກ​ຢ່າງ​ທີ່​ພຣະ​ຣາຊາ​ຊົງ​ສັ່ງ​ໄວ້ ຄັນ​ຕໍ່​ມາ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ສະ​ດັບ​ຟັງ​ຄຳ​ອະ​ທິ​ຖານ​ເພື່ອ​ແຜ່ນ​ດິນ​ນັ້ນ

ອາ​ບິ​ຊັຍ​ຊ່ອຍ​ດາ​ວິດ​ໃຫ້​ພົ້ນ​ຈາກ​ຄົນ​ຍັກ

15 ຄົນ​ຟີ​ລິສ​ຕິນ​ໄດ້​ທຳ​ສົງ​ຄາມ​ກັບ​ຄົນ​ອິສ​ຣາເອນ​ອີກ ດາ​ວິດ​ກໍ​ລົງ​ໄປ​ພ້ອມ​ກັ​ບ​ບັນ​ດາ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ແລະ​ໄດ້​ສູ້​ຮົບ​ກັບ​ຄົນ​ຟີ​ລິສ​ຕິນ ແລະ​ດາ​ວິດ​ກໍ​ຊົງ​ອ່ອນ​ເພັຽ 16 ອິສ​ບີ​ເບ​ໂນບ ຄົນ​ນຶ່ງ​ໃນ​ເຊື້ອ​ສາຍ​ຂອງ​ຄົນ​ຍັກ​ຖື​ຫອກ​ທອງ​ສຳ​ຣິດ​ຫນັກ​ສາມ​ຮ້ອຍ​ເຊ​ເກ​ລ ມີ​ດາບ​ໃຫມ່ຄາດ​ແອວ ຄິດ​ຈະ​ສັງ​ຫານ​ດາ​ວິດ​ເສັຽ 17 ແຕ່​ອາບິ​ຊັຍ​ບຸດນາງ​ເຊ​ຣູ​ຢາ​ເຂົ້າ​ມາ​ຊ່ອຍ​ພຣະ​ອົງ​ໄວ້ ແລະ​ສູ້​ຮົບ​ກັບ​ຄົນ​ຟີ​ລິສ​ຕິນ​ຄົນ​ນັ້ນ​ຂ້າ​ເຂົາ​ເສັຽ ແລ້​ວບັນ​ດາ​ປະ​ຊາ​ຊົນ​ຂອງດາ​ວິດ​ກໍ​ທູນ​ວິງວອນ ພຣະ​ອົງ​ດ້ວຍ​ການ​ສາ​ບານ​ວ່າ, “ຂໍ​ພຣະ​ອົງ​ຢ່າ​ສະ​ເດັດ​ໄປ​ທຳ​ເສິກ​ພ້ອມ​ກັບ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ອີກ​ຕໍ່​ໄປ​ເລີຍ ຢ້ານ​ວ່າ​ພຣະ​ອົງ​ຈະ​ດັບ​ຄວາມ​ຫວັງ​ຂອງ​ອິສ​ຣາ​ເອນ​ເສັຽ”

ບັນ​ດາ​ຄົນ​ຍັກ​ທີ່​ຖືກ​ຄົນ​ຂອງ​ດາ​ວິດ​ຂ້າ

18 ຢູ່​ມາ​ພາຍ​ຫ​ລັງ​ນີ້ ມີ​ການ​ຮົບ​ກັບ​ຄົນ​ຟີ​ລິສ​ຕິນ​ທີ່​ເມືອງ​ໂກບ​ ຄາວ​ນັ້ນ​ຊິບ​ເບ​ກັຍ​ຕະ​ກູນ​ຮູ​ຊາ​ໄດ້​ຂ້າ​ຊັ​ຟ​ຄົນ​ນຶ່ງ​ໃນ​ເຊື້ອ​ສາຍ​ຂອງ​ຄົນ​ຍັກ 19 ແລະ​ມີ​ການ​ຮົບ​ກັບ​ຄົນ​ຟີ​ລິສ​ຕິນ​ທີ່​ເມືອງ​ໂກບ​ອີກ ເອນ​ຮາ​ນານບຸດ​ຢາ​ອາ​ເຣ​ໂອ​ເຣ​ກິມ ຊາວ​ເບັດ​ເລ​ເຮັມ​ໄດ້​ຂ້າ​ໂກ​ລິ​ອາ​ດ ຊາວ​ກິດ​ຕີ ຜູ້​ມີ​ຫອກທີ່​ມີ​ດ້າມ​ໃຫຍ່​ເທົ່າ​ກັບ​ໄມ້​ກຳ​ພັ້ນ​ຫູກ 20 ມີ​ການ​ຮົບ​ກັນ​ອີກ​ທີ່​ເມືອງ​ກາດ ອັນ​ເປັນ​ເມືອງ​ທີ່​ມີ​ຊາຍ​ຄົນ​ນຶ່ງ​ຮູບ​ຮ່າງໃຫຍ່ ມີ​ນິ້ວ​ມື​ຂ້າງ​ລະ​ຫົກ​ນິ້ວ ແລະ​ນິ້ວ​ຕີ​ນ​ຂອງ​ລະ​ຫົກ​ນິ້ວ ຮວມ​ກັນ​ຊາວ​ສີ່​ນິ້ວ ເຂົາ​ກໍ​ສືບ​ເນື່ອງ​ມາ​ຈາກ​ພວກ​ຄົນ​ຍັກ​ເຫມືອນ​ກັນ 21 ເມື່​ອເຂົາ​ທ້າ​ທາຍ​ອິສ​ຣາ​ເອນ ໂຢ​ນາ​ທານ​ບຸດ​ຂອງ​ຊີ​ເມ​ອີ​ຫລານ​ຊາຍ​ຂອງ​ດາ​ວິດ ກໍ​ສັງ​ຫານ​ເຂົາ​ເສັຽ 22 ຄົນ​ທັງ​ສີ່​ນີ້​ສືບ​ເນື່ອງ​ມາ​ຈາກ​ຄົນ​ຍັກ​ໃນ​ເມືອງ​ກາດ ເຂົາ​ທັງ​ຫລາຍ​ລົ້ມ​ຕາຍ​ດ້ວຍ​ພຣະ​ຫັດ​ຂອງ​ດາ​ວິດ ແລະ​ດ້ວຍ​ມື​ຂອງ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ

2 ຊາມູເອນ 22

ເພງ​ໄຊ​ຊະ​ນະ​ຂອງ​ດາ​ວິດ

1 ຕໍ່​ໄປ​ນີ້ ແມ່ນ​ບົດ​ເພງ​ທີ່​ດາ​ວິດ​ໄດ້​ຮ້ອ​ງສັ​ຣ​ເສີນພຣະ​ຜູ້​ເປັນ​ເຈົ້າ ຄາວ​ເມື່ອ​ພຣະ​ອົງ​ຊົງ​ຊ່ອຍ​ດາ​ວິດ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ຊາ​ອູນ ແລະ​ສັດ​ຕ​ຣູ​ຄົນ​ອື່ນໆ​ຂອງ​ພຣະ​ອົງ 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ປ້ອມ​ປ້ອງ​ກັນ​ອັນແຫນ້ນ ຫນາ​ຂອງ​ຂ້າ​ພຣະ​ອົງ 3 ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ຊົງ​ເປັນຜູ້​ຄຸ້ມ​ຄອງ​ຂອງ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ກໍ​ຢູ່​ນຳ​ພຣະ​ອົງ​ຢ່າງ​ປອດ​ພັຍ ພຣະ​ອົງ​ຊົງ​ເປັນ​ເຫມືອນ​ແຜ່ນ​ເຫລັກ​ຕ້ານ​ທານ​ປ້ອງ​ກັນ​ຂ້າ​ພຣະ​ອົງ​ໄວ້ ພຣະ​ອົງ​ປ້ອງ​ກັນ​ຂ້າ​ພຣະ​ອົງ​ໃຫ້​ປອດ​ພັຍ ພຣະ​ອົງ​ຊົງ​ເປັນພຣະ​ຜູ້​ຊ່ອຍ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ປ້ອງ​ກັນ​ແລະ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາ​ກການ​ທຳ​ລາຍ​ອັນ​ຮ້າຍ​ແຮງ 4 ຂ້າ​ພຣະ​ອົງ​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ກໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ສັດ​ຕ​ຣູ ຈົ່ງ​ສັ​ຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ 5 ຄື້ນ​ແຫ່ງ​ຄວາມ​ຕາຍ​ໄດ້​ອ້ອມ​ຮອບ​ຂ້າ​ພຣະ​ອົງ​ຢູ່ ຄື້ນ​ແຫ່ງ​ການ​ທຳ​ລາຍ​ໄດ້​ໄຫລ​ຖ້ວມ​ຂ້າ​ພຣະ​ອົງ 6 ເຊືອກ​ແຫ່ງ​ຄວາມ​ຕາຍ​ໄດ້​ມັດ​ອ້ອມ​ຂ້າ​ພຣະ​ອົງ​ໄວ້ ຄວາມ​ຕາຍ​ຫ້າງ​ແຮ້ວ​ໃສ່​ຂ້າພຣະ​ອົງ 7 ເມື່ອ​ຢູ່​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ ຂ້າ​ພຣະ​ອົງ​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ໄດ້​ຮ້ອງ​ຂໍ​ຄວາ​ມ​ຊ່ອຍ​ເຫລືອ​ຈາກ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ໄດ້​ຍິນ​ສຽງ​ຂ້າ​ພຣະ​ອົງ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ພຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຂ້າ​ພຣະ​ອົງ 8 ແລະ​ໂລກ​ທັງ​ໂລກ​ກໍ​ສັ່ນ​ສະ​ທ້ານ​ຫວັ່ນ​ໄຫວ ຮາກ​ເຫງົ້າ​ທ້ອງ​ຟ້າ​ສັ່ນ​ຄອນ​ແລະ​ສະ​ທ້ານ​ສະ​ເທືອນ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ພຣະ​ພິ​ໂຣດ 9 ຄວັນ​ໄຟ​ໄດ້​ພຸ່ງອອກ​ຈາກ​ຮູ​ດັງ​​ພຣະ​ອົງ ແປວ​ໄຟ​ອັນ​ຮ້ອນ​ແຮງ​ໄດ້​ອອກ​ມາ​ຈາກ​ປາກ​ພຣະ​ອົງເຫມືອນ​ຖ່ານ​ໄຟ​ 10 ພຣະ​ອົງ​ຊົງ​ທຳ​ໃຫ້​ທ້ອງ​ຟ້າ​ຕ່ຳ​ລົງ ແລະ​ສະ​ເດັດ​ລົງ​ມາ​ພ້ອມດ້ວຍ​ກ້ອນ​ເມກ​ອັນ​ຫນາ​ຕຶບ​ຢູ່​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ 11 ພຣະ​ອົງ​ສະ​ເດັດ​ລົງ​ມາ​ເທິງ​ຫລັງ​ເຊ​ຣູ​ບິມ ພຣະ​ອົງ​ສະ​ເດັດ​ລົງ​ມາ​ຕາມ​ລົມ​ຢ່າງວ່ອງ​ໄວ 12 ພຣະ​ອົງ​ຫຸ້ມ​ຫໍ່​ພຣະ​ອົງ​ເອງ​ດ້ວຍ​ຄວາມ​ມືດ ກ້ອນ​ເມກ​ອັນ​ຫນາ​ຕຶບ​ທີ່​ເຕັມ​ດ້ວຍ​ນ້ຳ​ໄດ້​ອ້ອມ​ຮອບ​ພຣະ​ອົງ 13 ແສງ​ຖ່ານ​ໄຟ​ເຫມືອນ​ຟ້າແມບ​ເຫລື້ອມ​ຕໍ່​ພຣະ​ພັກ​ພຣະ​ອົງ 14 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮ້ອງ​ສຽງ​ດັງ​ຈາກ​ທ້ອງ​ຟ້າ ແລະ​ສຽງ​ຂອງ​ພຣະ​ເຈົ້າ​ອົງ​ສູງ​ສຸດ​ກໍ​ໄດ້​ຍິນ​ທົ່ວ​ໄປ 15 ພຣະ​ອົ​ງ​ຊົງ​ຍິງ​ທະ​ນູ​ແລະ​ຂັບໄລ່​ສັດ​ຕ​ຣູ​ທັງ​ຫລາຍ​ຂອງ​ພຣະ​ອົງ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ ພຣະ​ອົງ​ຊົງ​ສັ່ງ​ຟ້າ​ແມບ​ເຫລື້ອມ​ໄລ່​ໃຫ້​ເຂົາ​ປົບ​ຫນີ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນາບ​ຂູ່​ພວກສັດ​ຕ​ຣູ​ຂອງ​ພຣະ​ອົງ​ແລະ​ຮ້ອງ​ໃສ່​ເຂົາ​ດ້ວຍ​ຄວາມ​ຄຽດ​ຮ້າຍ 16 ພື້ນ​ມະ​ຫາ​ສະ​ຫມຸດ​ກໍ​ປາ​ກົດ​ອອກ​ມາ ຮາກ​ຖານ​ຂອງ​ໂລກ​ກໍ​ບໍ່​ມີ​ຫຍັງ​ຫຸ້ມ​ຫໍ່ 17 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢື້​ລົງ​ມາ​ຈາກ​ສວັນ​ແລະ​ຊົງອຸ້ມ​ຊູ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ເອົາ​ຂ້າ​ພຣະ​ອົງ​ຂຶ້ນ​ມາ​ຈາກ​ນ້ຳ​ເລິກ 18 ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ກຽດ​ຊັງ​ຂ້າ​ພຣະ​ອົງ ແລະ​ໃຫ້​ພົ້ນ​ຈາກ​ສັດ​ຕ​ຣູ​ຂອງ​ຂ້າ​ພຣະ​ອົງ​ທີ່​ມີ​ອຳ​ນາດ​ເຫນືອ​ຂ້າ​ພຣະ​ອົງ 19 ເວ​ລາ​ຂ້າ​ພຣະ​ອົງ​ຢູ່​ໃນ​ຄວາມ​ທຸກ​ລຳ​ບາກ ສັດ​ຕ​ຣູ​ໄດ້​ມາ​ຕໍ່​ສູ້​ຂ້າ​ພຣະ​ອົງ​ ແຕ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ປ້ອງ​ກັນ​ຂ້າ​ພຣະ​ອົງ​ໄວ້ 20 ພຣະ​ອົງ​ຊົງ​ຊ່ອຍ​ເຫລືອ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ອັນ​ຕະ​ຣາຍ ພ​ຣ​ອົງ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ ເພາະ​ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ​ຂ້າ​ພຣະ​ອົງ 21 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ຮາງວັນ​ແກ່​ຂ້າ​ພຣະ​ອົງ ເພາະ​ວ່າ​ຂ້າ​ພຣະ​ອົງ​ເປັນ​ຄົນ​ຊອບ​ທັມ ພຣະ​ອົງ​ຊົງ​ອວຍ​ພອນ​ຂ້າ​ພຣະ​ອົງ ເພາະ​ວ່າ​ມື​ຂອງ​ຂ້າ​ພຣະ​ອົງ​ສະ​ອາດ​ບໍ​ຣິ​ສຸດ 22 ຂ້າ​ພຣະ​ອົງ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ພຣະ​ອົງ ແລະ​ຂ້າ​ຣ​ພຣະ​ອົງ​ບໍ່​ໄດ້​ເຫີນ​ຫ່າງ​ຈາກ​ພຣະ​ອົງ​ເລີຍ 23 ຂ້າ​ຣ​ພະ​ອົງ​ໄດ້​ທຳ​ຕາມ​ກົດ​ຂໍ້​ບັນ​ຍັດ​ທຸກ​ຢ່າງ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ບໍ່​ໄດ້​ລະ​ເມີດ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 24 ພຣະ​ອົງ​ຊົງ​ຮູ້​ວ່າ ຂ້າ​ພຣະ​ອົງ​ເປັນ​ຄົນ​ບໍ່​ມີ​ຄວາມ​ຜິດ ແລະ​ຮູ້​ວ່າ​ຂ້າ​ພຣະ​ອົງ​ໄດ້​ລະ​ວັງ​ຕົວບໍ່​ເຮັດ​ການ​ຊົ່ວ​ຮ້າຍ 25 ແລະ​ພຣະ​ອົງ​ຊົງ​ໃຫ້​ຮາງວັນ​ຂ້າ​ພຣະ​ອົງ ເພາະ​ວ່າ​ຂ້າ​ພຣະ​ອົງ​ເປັນ​ຄົນ​ຊອບ​ທັມ ເພາະ​ພຣະ​ອົງ​ຮູ້​ວ່າ​ຂ້າ​ພຣະ​ອົງ​ເປັນ​ຄົນ​ບໍ​ຣິ​ສຸດ 26 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ສະ​ແດງ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຕໍ່​ຜູ້​ທີ່​ສັດ​ຊື່ 27 ພຣະ​ອົງ​ຊົງ​ບໍ​ຣິ​ສຸ​ດ​ໃຈ​ຕໍ່​ຜູ້​ທີ່​ບໍ​ຣິ​ສຸດ​ໃຈ ແຕ່​ວ່າພຣະ​ອົງ​ຊົງ​ເປັນ​ສັດ​ຕ​ຣູ​ກັບ​ພວກ​ຄົນ​ຊົ່ວ​ຮ້າຍ 28 ພຣະ​ອົງ​ຊົງ​ຊ່ອຍ​ພວກ​ທີ່​ຖ່ອມ​ຕົວ​ໃຫ້​ພົ້ນ​ພັຍ ແຕ່​ວ່າ​ພຣະ​ອົງ​ຊົງ​ໃຫ້​ຄົນ​ຈອງ​ຫອງ​ຖ່ອມ​ຕົວ​ລົງ 29 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ແສງ​ສວ່າງ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ທຳ​ໃຫ້​ຄວາມ​ມືດ​ມົວ​ຂອງ​ຂ້າ​ພຣະ​ອົງ​ສູນ​ສ​ລາຍ​ໄປ 30 ພຣະ​ອົງ​ຊົງ​ປະ​ທານ​ກຳ​ລັງ​ໃຫ້​ຂ້າ​ພຣະ​ອົງ​ຕໍ່​ສູ້​ພວກ​ສັດ​ຕ​ຣູ ແລະ​ຊົງ​ປະ​ທານ​ເຫື່ອ​ແຮງ​ໃຫ້​ຂ້າພຣະ​ອົງ​ໂດດ​ຂ້າມ​ກຳ​ແພງ​ປ້ອງ​ກັນ​ຂອງ​ພວກ​ເຂົາ 31 ສ່ວນ​ການ​ກະ​ທຳ​ຂອງ​ພຣະ​ເຈົ້າ​ຖືກ​ຕ້ອງ​ສົມ​ບູນ​ທີ່​ສຸດ ຄຳ​ເວົ້າ​ຂອງ​ພຣະ​ອົງ​ຊົງ​ເປັນ​ທີ່​ໄວ້​ວາງ​ໃຈ​ໄດ້​ຢ່າງ​ຍິ່ງ ພຣະ​ອົງ​ຊົງ​ເຫມືອນ​ແຜ່ນ​ເຫ​ລັກ​ຕ້ານ​ທານ ສຳ​ລັບ​ທຸກ​ຄົນ​ທີ່​ຊອກ​ຫາ​ຄວາມ​ປ້ອງ​ກັນ​ຈາກ​ພຣະ​ອົງ 32 ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ​ທີ່​ຊົງ​ເປັນ​ພຣະ​ເຈົ້າ ບໍ່​ມີ​ໃຜ​ເປັນ​ຜູ້​ປົກ​ປ້ອງ​ຮັກ​ສາ​ພວກ​ຂ້າ​ພຣະ​ອົງ​ໄດ້​ນອກ​ຈາກ​ພຣະ​ອົງ 33 ພຣະ​ເຈົ້າ​ເປັນ​ເຫມືອນ​ປ້ອມ​ຍາມ​ແຂງ​ແຮງ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງຊົງ​ໃຫ້​ຫົນ​ທາງ​ຂອງ​ຂ້າ​ພຣະ​ອົງ​ປອດ​ພັຍ 34 ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຍ່າງ​ທ່ຽວເຫມືອນກວາງ ພຣະ​ອົງ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງ​ໃຫ້​ປອດ​ພັຍ​ຢູ່​ເທິງ​ພູ 35 ພຣະ​ອົງ​ຊົງ​ຝຶກ​ແອບ​ຂ້າ​ພຣະ​ອົງ ເພື່ອ​ຕຽມ​ເຂົ້າ​ສະ​ຫນາມ​ຮົບ ເພື່ອ​ວ່າ​ຂ້າ​ພຣະ​ອົງ​ຈະ​ກົ່ງ​ທະ​ນູ​ອັນ​ແຂງ​ໄດ້ 36 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ປ້ອງກັນ​ຂ້າ​ພຣະ​ອົງ ແລະ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ໄພ ການ​ຊ່ອຍ​ເຫລືອ​ຂອງ​ພຣະ​ອົງ​ທຳ​ໃຫ້​ຂ້າ​ພຣະ​ອົງ​ມີ​ອຳ​ນາດ 37 ພຣະ​ອົງ​ຊົງ​ຊ່ອຍ​ໃຫ້​ຂ້າ​ພຣະ​ອົງ​ໄປ​ໃນ​ທາງ​ກວ້າງ ແລະ​ບໍ່​ໃຫ້​ຂ້າ​ພຣະ​ອົງ​ເຕະ​ສະ​ດຸດ​ຈັກ​ເທື່ອ​ເລີຍ 38 ຂ້າ​ພຣະ​ອົງ​ໄດ້​ໄລ່​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ ແລະ​ໄດ້​ທຳ​ລາຍ​ພວກ​ມັນ ຂ້າ​ພຣະ​ອົງ​ບໍ່​ຍອມ​ຢຸດ​ຈົນ​ກວ່າ​ໄດ້​ຊະ​ນະ​ມັນ 39 ຂ້າ​ພຣະ​ອົງ​ຕີ​ພວກ​ມັນ​ລົ້ມ​ລົງ ຈົນ​ພວກ​ມັນ​ລຸກ​ຂຶ້ນ​ບໍ່​ໄດ້ ພວກ​ມັນ​ເສັຽ​ໄຊ​ລົ້ມ​ລົງ​ໃຕ້​ຕີນ​ຂ້າ​ພຣະ​ອົງ 40 ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ຂ້າ​ພຣະ​ອົງ​ມີ​ກຳ​ລັງ​ແຂງ​ແຮງ​ອອກ​ໄປ​ສູ່ສະ​ຫນາມ​ຮົບ ແລະ​ຊົງ​ປະ​ທານ​ໃຫ້​ຂ້າ​ພຣະ​ອົງ​ຊະ​ນະ​ສັດ​ຕ​ຣູ​ທັງ​ຫລາຍ 41 ພຣະ​ອົງ​ຊົງ​ທຳ​ໃຫ້​ສັດ​ຕ​ຣູ​ຂອງ​ຂ້າ​ພຣະ​ອົງ​ປົບ​ຫນີ ຂ້າ​ພຣະ​ອົງ​ໄດ້​ທຳ​ລາຍ​ພວກ​ທີ່​ກຽດ​ຊັງ​ຂ້າ​ພຣະ​ອົງ 42 ພວກ​ເຂົາ​ຊອກ​ຫາ​ຄວາມ​ຊ່ອຍ​ເຫລືອ ແຕ່​ບໍ່​ມີ​ໃຜ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ໄດ້ ພວກ​ເຂົາ​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ວ່າ​ພຣະ​ອົງ​ບໍ່​ຊົງ​ຕອບ​ເຂົາ 43 ຂ້າ​ພຣະ​ອົງ​ໄດ້​ທຳ​ລາຍ​ເຂົາ​ໃຫ້​ຫມຸ່ນ ເຫມືອນ​ຂີ້​ຝຸ່ນ​ດິນ ຂ້າ​ພຣະ​ອົງ​ໄດ້​ຢຽບ​ເຂົາ​ເຫມືອນ​ຢຽບ​ຂີ້​ຕົມ​ໃນ​ຫົນ​ທາງ 44 ພຣະ​ອົງ​ຊົງ​ຊ່ອຍຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ປະ​ຊາ​ຊົນ​ຂອ​ງ​ຂ້າ​ພຣະ​ອົງ​ຜູ້​ເປັນ​ກະ​ບົດ ແລະ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ເປັນ​ຜູ້​ປົກ​ຄອງ​ຊົນ​ຊາດ​ທັງ​ຫລາຍ ຊົນ​ຊາດ​ທີ່​ຂ້າ​ພຣະ​ອົງ​ບໍ່​ເຄີຍ​ຮູ້​ຈັກ​ກໍ​ຮັບ​ໃຊ້​ຂ້າ​ພຣະ​ອົງ 45 ຄົນ​ຕ່າງ​ປະ​ເທດ​ໄດ້​ກົ້ມ​ຂາບ​ລົງ​ຕໍ່​ຫນ້າ​ຂ້າ​ພຣະ​ອົງ ເມື່ອ​ພວກ​ເຂົາ​ໄດ້​ຍິນ​ສຽງ​ຂ້າ​ພຣະ​ອົງ ພວກ​ເຂົາ​ກໍ​ເຊື່ອຟັງ 46 ພວກ​ເຂົາ​ສູນ​ເສັຽ​ຄວາມ​ກ້າ​ຫານ ແລະ​ຕົວ​ສັ່ນ​ສາຍ​ອອກ​ມາ​ຈາກ​ປ້ອມ​ປ້ອງ​ກັນ​ຂອງ​ພວກ​ເຂົາ 47 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ຂ້າ​ພຣະ​ອົງສັ​ຣ​ເສີນ​ຜູ້​ປົກ​ຄອງຮັກ​ສາ​ຂອງ​ຂ້າ​ພຣະ​ອົງ ພຣະ​ເຈົ້າ​ຊົງ​ເປັນ​ພຣະ​ຜູ້​ຊ່ອຍ​ທີ່​ແຂງ​ແຮງ​ຂອງ​ຂ້າ​ພຣະ​ອົງ ຈົ່ງ​ປະ​ກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະ​ອົງ 48 ພຣະ​ອົງ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ຊະ​ນະ​ສັດ​ຕ​ຣູ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ປາບ​ປາມ​ຊົນ​ຊາດ​ຕ່າງໆ​ໃຫ້​ຢູ່​ໃຕ້​ອຳ​ນາດ​ຂອງ​ຂ້າ​ພຣະ​ອົງ 49 ແລະ​ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ສັດ​ຕ​ຣູ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຍົກ​ຍໍ​ຂ້າ​ພຣະ​ອົງ​ໃຫ້​ຢູ່​ເຫນືອກວ່າ​ສັດ​ຕ​ຣູ ແ​ລະ​ປ້ອງ​ກັນ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຄົນ​ໂຫດ​ຮ້າຍ​ທາ​ລຸນ 50 ດັ່ງ​ນີ້​ແຫລະ ຂ້າ​ພຣະ​ອົງ​ຈະ​ສັ​ຣ​ເສີນ​ພຣະ​ອົງ​ຖ້າມ​ກາງ​ຊົນ​ຊາດ​ຕ່າງໆ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັ​ຣ​ເສີນ​ແດ່​ພຣະ​ອົງ 51 ພຣະ​ເຈົ້າ​ຊົງ​ປະ​ທານ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ແກ່​ກະ​ສັດ​ທີ່​ພຣະ​ອົງ​ຊົງ​ເລືອກ ພຣະ​ອົງ​ຊົງ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ແກ່​ຜູ້​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້​ແລ້ວ​ຄື ແກ່​ດາ​ວິດ​ ແລະ​ເຊື້ອ​ສາຍ​ຂອງ​ດາ​ວິດ​ຕລອດ​ໄປ

2 ຊາມູເອນ 23

ຄຳ​ເວົ້າ​ສຸດ​ທ້າຍ​ຂອງ​ດາ​ວິດ

1 ຕໍ່​ໄປ​ນີ້ ເປັນ​ຄຳ​ເວົ້າ​ເທື່ອ​ສຸດ​ທ້າຍ​ຂອງ​ດາ​ວິດ ດາ​ວິດ​ເປັນ​ບຸດ​ຊາຍ​ຂອງ​ເຈ​ສ​ຊີ ເປັນ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ສ້າງ​ໃຫ້​ເປັນ​ຜູ້​ຍິ່ງ​ໃຫຍ່ ຜູ້​ທີ່​ພຣະ​ເຈົ້າ​ຂອງ​ຢາ​ໂຄ​ບ ຊົງ​ເລືອກ​ເອົາ​ເປັນ​ເຈົ້າ​ຊີ​ວິດ ແລະ​ເປັນ​ຜູ້ທີ່​ແຕ່ງ​ບົດ​ເພງ​ຂອງ​ຊາວ​ອິສ​ຣາ​ເອນ ດາ​ວິດ​ໄດ້​ເວົ້າ​ວ່າ, 2 “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຜ່ານ​ຂ້າ​ພະ​ເຈົ້າ ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ຊົງ​ຢູ່​ໃນ​ສົບ​ປາກ​ຂອງ​ຂ້າ​ພະ​ເຈົ້າ 3 ພຣະ​ເຈົ້າຂອງຊາວ​ອິສ​ຣາ​ເອນໄດ້​ຊົງ​ກ່າວ​ໄວ້ ຜູ້​ຄຸ້ມ​ຄອງ​ຊາ​ວອິສ​ຣາ​ເອນ​ໄດ້​ເວົ້າ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ “ເຈົ້າ​ຊີ​ວິດ​ທີ່​ປົກ​ຄອງ​ໂດຍ​ຊອບ​ທັມ ແລະ​ດ້ວຍຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ 4 ເປັນເຫມືອນ​ຕາ​ເວັນ​ສ່ອງ​ແສງ​ໃນ​ເວ​ລາ​ເຊົ້າ​ທີ່​ບໍ່​ມີ​ເມກ ຕາ​ເວັນ​ນັ້ນ​ທຳ​ໃຫ້​ຫຍ້າ​ປົ່ງ​ຣາກ​ຂຶ້ນ​ມາ​ພາຍ​ຫລັງ​ຝົນ​ຕົກ 5 ພຣະ​ເຈົ້າ​ຈະ​ຊົງ​ອວຍ​ພອນ​ແກ່​ເຊື້ອ​ສາຍ​ຂອງ​ຂ້າ​ພະ​ເຈົ້າ ດັ່ງ​ນີ້​ແຫລະ ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ໄວ້​ຕລອດ​ໄປ​ກັບ​ຂ້າ​ພະ​ເຈົ້າ ທຸກ​ສິ່ງ​ກໍ​ໄດ້​ຈັດ​ໄວ້​ຢ່າງ​ແນ່ນອນ ທຸກ​ສິ່ງ​ເຫລົ່າ​ນີ້​ແຫລະ​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ແລະ​ຈະ​ເປັນ​ຄວາມ​ພົ້ນ​ຂອງ​ຂ້າ​ພະ​ເຈົ້າ​ຊຶ່ງ​ພຣະ​ເຈົ້າ​ເປັນ​ຜູ້​ຊົງ​ກະ​ທຳ 6 ມະ​ນຸດ​ທີ່​ອະ​ທັມ​ປຽບ​ເຫມືອນ​ຫນາມ​ທີ່​ເຂົາ​ຕັ​ດ​ຖິ້ມ ຈະ​ບໍ່​ມີ​ໃຜ​ເດ່​ມື​ອອກ​ໄປ​ຫຍິບ​ເອົາ​ມັນ​ໄດ້ 7 ນອກ​ຈາກ​ເຄື່ອງ​ມື​ທີ່​ທຳ​ດ້ວຍ​ເຫລັກ​ຫລື​ດ້າມ​ຫອກ ແລະ​ພວກ​ມັນ​ຈະ​ຖືກ​ເຜົາ​ເສັຽ​ໃຫ້​ຫມົດ​ສິ້ນ

ວີ​ຣະ​ບຸ​ຣຸດ​ຂອງ​ດາ​ວິດ

8 ຕໍ່​ໄປ​ນີ້​ເປັນ​ຊື່​ວີ​ຣະ​ບຸ​ຣຸດ​ທີ່​ດາ​ວິດ​ຊົງ​ມີ​ຢູ່ ຄື ໂຢ​ເຊັບ​ບັ​ສ​ເຊ​ເບ​ທ ຕະ​ກູນ​ຕາ​ເຄ​ໂມນ ເປັນ​ຈອມ​ໃນ​ຄົນ​ທັງ​ສາມ​ນັ້ນ ເຂົາ​ແກວ່ງ​ຫອກ​ເຂົ້າ​ແທງ​ຄົນ​ແປ​ດ​ຮ້ອຍ​ຄົນ ຊຶ່ງ​ເຂົາ​ໄດ້​ວຂ້າ​ເສັຽ​ໃນ​ຄັ້ງ​ດຽວ 9 ໃນ​ຈຳ​ນວນ​ວີ​ຣະ​ບຸ​ຣຸດ​ສາມ​ຄົນ ຄົນ​ທີ່​ຮອງ​ຄົນ​ນັ້ນ​ມາ ຄື ເອ​ເລ​ອາ​ຊາ ບຸດ​ໂດ​ໂດ ຜູ້​ເປັນ​ບຸດ​ຂອງ​ອາ​ໂຮ​ຣີ ທ່ານ​ຢູ່​ກັບ​ດາ​ວິດ​ຕັ້ງ​ແຕ່​ຄັ້ງ​ທີ່​ເຂົາ​ທັງ​ຫລາຍ​ໄດ້​ເວົ້າ​ຫຍາມ​ຄົນ​ຟີ​ລິສ​ຕິນ​ຊຶ່ງ​ຊຸມ​ນຸມ​ກັນ​ທີ່​ນັ້ນ​ເພື່ອ​ສູ້​ຮົບ ແລະ​ຄົນ​ອິສ​ຣາ​ເອນ​ກໍ​ຖອຍ​ທັບ 10 ທ່ານ​ໄດ້​ລຸກ​ຂຶ້ນ​ຂ້າ​ຟັນ​ພວກ​ຟີ​ລິສ​ຕິນ​ຈົນ​ມື​ຂອງ​ທ່ານ​ເປັນ​ເຫນັບ​ແຂງຕິດ​ດາບ ໃນ​ວັນ​ນັ້ນ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ໄດ້​ໄຊ​ຊະ​ນະ​ຢ່າງ​ໃຫຍ່​ຫລວງ ທະ​ຫານ​ກໍ​ກັບ​ຕາມ​ທ່ານ​ມາ ເພື່ອ​ປົດ​ເຂົ້າ​ຂອງ​ຈາກ​ຜູ້​ທີ່​ຖືກ​ຂ້າ​ຕາຍ​ເທົ່າ​ນັ້ນ 11 ຮອງ​ເຂົາ​ມາ ຄື ຊັມ​ມາ ບຸດ ອາ​ເກ​ ຊາວ​ຮາ​ຣາ ຄົນ​ຟີ​ລິສ​ຕິນມາ​ຊຸມ​ນຸມ​ກັນ​ຢູ່​ທີ່​ເລ​ຮີ ເປັນ​ບ່ອນ​ທີ່​ມີ​ພື້ນ​ດິນ​ຜືນ​ນຶ່ງ​ມີ​ຫມາກຖົ່ວ​ແດງເຕັມ​ໄປ​ຫມົດ ພວກ​ພົນ​ກໍ​ຫນີ​ພວກ​ຟີ​ລິສ​ຕິນ​ໄປ 12 ແຕ່​ທ່ານ​ຢືນ​ຫມັ້ນ​ຢູ່​ຖ້າມ​ກາງ​ພື້ນ​ດິນ​ຜືນ​ນັ້ນ ແລະ​ປ້ອງ​ກັນ​ທີ່​ດິນ​ນັ້ນ​ໄວ້ ແລະ​ຂ້າ​ຟັນ​ຄົນ​ຟີ​ລິສ​ຕິນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ໄຊ​ຊະ​ນະ​ຢ່າງ​ໃຫຍ່​ຫລວງ 13 ໃນ​ພວກ​ທະ​ຫານ​ເອກ​ສາມ​ສິບ​ຄົນ​ນັ້ນ ມີ​ສາມຄົນ​ທີ່​ລົງ​ມາ ແລະ​ໄດ້​ມາ​ຫາ​ດາ​ວິດ​ທີ່​ຖ້ຳ​ອາ​ດຸນ​ລາມ​ໃນ​ຣະ​ດູ​ກ່ຽວ​ເຂົ້າ ມີ​ຄົນ​ຟີ​ລິສ​ຕິນກອງ​ນຶ່ງ​ຕັ້ງ​ຄ້າຍ​ຢູ່​ໃນ​ຮ່ອມ​ພູ​ເຂົາ​ເຣ​ຟາ​ອິມ 14 ຄາວ​ນັ້ນ​ດາ​ວິດ​ປະ​ທັບ​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂງ ແລະ​ທະ​ຫານ​ປະ​ຈຳ​ປ້ອມ​ຂອງ​ຟີ​ລິສ​ຕິນ​ກໍ​ຢູ່​ທີ່​ເບັດ​ເລ​ເຮັມ 15 ດາ​ວິດ​ເວົ້າ​ດ້ວຍ​ຄວາມ​ອາ​ລັຍ​ວ່າ, “ໃຜ​ຫນໍ​ຈະ​ສົ່ງ​ນ້ຳ​ຈາກ​ບໍ່​ທີ່​ເບັດ​ເລ​ເຣັມ​ຊຶ່ງ​ຢູ່​ຂ້າງ​ປະ​ຕູ​ເມືອງ​ມາ​ໃຫ້​ເຮົາ​ດື່ມ​ໄດ້” 16 ທະ​ຫານ​ເອກ​ທະ​ຫານ​ສາມ​ຄົນ​ນັ້ນ​ກໍ​ແຫກ​ຄ້າຍ​ຄົນ​ຟີ​ລິສ​ຕິນ​ເຂົ້າ​ໄປ ຕັກ​ນ້ຳ​ທີ່​ບໍ່​ເບັດ​ເລ​ເຮັມ​ຊຶ່ງ​ຢູ່​ຂ້າງ​ປະ​ເມືອງ ນຳ​ມາ​ຖວາຍ​ແກ່​ດາ​ວິດ ແຕ່​ດາ​ວິດໄດ້​ຊົງ​ດື່ມ​ນ້ຳ​ນັ້ນ​ເລີຍ ພຣະ​ອົງ​ຊົງ​ເທ​ອອກ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 17 ແລະ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຂ້າ​ພຣະ​ອົງ​ຈະ​ດື່ມ​ໂລ​ຫິດ​ຂອງ​ຜູ້​ທີ່​ຕັກ​ມາ​ດ້ວຍ​ການ​ສ່ຽງ​ຊີ​ວິດ​ຂອງ​ເຂົາ​ຫລື” ເພາະ​ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ບໍ່​ໄດ້​ດື່ມ ທະ​ຫານ​ເອກທະ​ຫານ​ທັງ​ສາມ​ໄດ້​ກະ​ທຳ​ສິ່ງ​ເຫລົ່າ​ນີ້ 18 ຝ່າຍ​ອາ​ບິ​ຊັຍ​ນ້ອງ​ຊາຍ​ຂອງ​ໂຢ​ອາບ​ບຸດ​ນາງ​ເຊ​ຣູ​ຢາ ເປັນ​ຫົວ​ຫນ້າ​ຂອງ​ທັງ​ສາມ​ສິບ​ຄົນ​ນັ້ນ ທ່ານ​ໄດ້​ຍົກ​ຫອກ​ຕໍ່​ສູ້​ທະ​ຫານ​ສາມ​ຮ້ອຍ​ຄົນ ແລະ​ຂ້າ​ຕາຍ​ສິ້ນ ແລະ​ໄດ້​ຮັບ​ຊື່​ສຽງ​ດັງ​ວິ​ຣະ​ບຸ​ຣຸດ​ທັງ​ສາມ​ຄົນ​ນັ້ນ 19 ທ່ານ​ຜູ້​ທີ່​ມີ​ຊື່​ສຽງໂດ່ງ​ດັງ​ທີ່​ສຸດ​ໃນ​ສາມ​ສິບ​ຄົນ​ນັ້ນ ສະ​ນັ້ນ​ໄດ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ເຂົາ ແຕ່​ທ່ານ​ບໍ່​ມີ​ຍົດ​ເທົ່າ​ກັບ​ສາມ​ຄົນ​ນັ້ນ 20 ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ເປັນ​ຄົນ​ແຂງ​ແຮງ​ແຫ່ງ​ເມືອງ​ຄັບ​ເຊເອນ ເປັນ​ຄົນ​ປະ​ກອບ​ດ້ວຍ​ວີຣະ​ກຳ ທ່ານ​ໄດ້​ຂ້າ​ບຸດ​ອາ​ຣີ​ເອນຂອງ​ໂມ​ອາບ​ສອງ​ຄົນ ທ່ານ​ໄດ້​ລົງ​ໄປ​ຂ້າ​ສິງ​ທີ່​ໃນບໍ່​ນ້ຳໃນ​ວັນ​ທີ່​ຫິມ​ມະ​ຕົກ 21 ທ່ານ​ໄດ້​ຂ້າຄົນ​ເອ​ຢິບ​ຄົນ​ນຶ່ງ​ເປັນ​ຊາຍ​ຮູບ​ຮ່າງ​ງາມ ຄົນ​ເອ​ຢິບ​ນັ້ນ​ຖື​ຫອກ​ຢູ່ ແຕ່​ເບ​ນັຍ​ຢາ​ຖື​ໄມ້​ເທົ້າ​ລົງ​ໄປ​ຫາ​ເຂົາ​ແລະ​ຍາດ​ເອົາ​ຫອກ​ມາ​ຈາກ​ມື​ຂອງ​ຄົນ​ເອ​ຢິບຄົນ​ນັ້ນ ແລະ​ຂ້າ​ເຂົາ​ຕາຍ​ດ້ວຍ​ຫອກ​ຂອງ​ເຂົາ​ເອງ 22 ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ໄດ້​ກະ​ທຳ​ກິດ​ເຫລົ່າ​ນີ້​ແລະ​ໄດ້​ຊື່​ສຽງ​ດັ່ງ​ວີ​ຣະ​ບຸ​ຣຸດສາມ​ຄົນ​ນັ້ນ 23 ທ່ານ​ມີ​ຊື່​ສຽງ​ໂດ່ງ​ດັງ​ກວ່າ​ສາມ​ສິບ​ຄົນ​ນັ້ນ ແຕ່​ທ່ານ​ບໍ່​ມີ​ຍົດ​ເທົ່າ​ກັບ​ສາມ​ຄົນ​ນັ້ນ ແລະ​ດາ​ວິດ​ກໍ​ຊົງ​ແຕ່ງ​ທ່ານ​ໃຫ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ທະ​ຫານ​ຮັກ​ສາ​ພຣະ​ອົງ 24 ອາ​ຊາ​ເຮນ​ນ້ອງ​ຊາຍ​ຂອງ​ໂຢ​ອາບ ເປັນ​ຄົນ​ນຶ່ງ​ໃນ​ສາມ​ສິບ​ຄົນ​ນັ້ນ ເອນ​ຮາ​ນານ​ບຸດ​ຊາຍ​ຂອງ​ໂດ​ໂດ​ຊາວເບັດ​ເລ​ເຮັມ 25 ຊັມ​ມາ​ຊາວ​ເມືອງ​ຮາ​ໂຣດ ເອ​ລີ​ກາ​ຊາວ​ເມືອງ​ຮາ​ໂຣດ 26 ເຮ​ເລ​ສ ຕະ​ກູນປັນ​ຕີ ອີ​ຣາ​ບຸດ​​ອິກ​ເກ​ສຊາວ​ເມືອງເຕ​ໂກ​ອາ 27 ອາ​ບິ​ເອ​ເຊີ ຊາ​ເມືອງ​ອາ​ນາ​ໂທດ ເມ​ບຸນ​ນັຍ ຊາວ​​ຮູ​ຊາ 28 ຊັນ​ໂມນ ຊາ​ເມືອງ​ອາ​ໂຮ​ ມາ​ຮາ​ຣັຍ ຊາວ​​ເນ​ໂທ​ຟາ 29 ເຮ​ເລບ ບຸດ​ບາ​ອາ​ນາ ຊາວ​ເນ​ໂທ​ຟາ ອິ​ທ​ຕັຍ​ບຸດ​ຣີ​ບັຍ ຊາວ​ກິ​ເບ​ອາ ແຫ່ງ​ຄົນ​ເບັນ​ຢາ​ມິນ 30 ເບ​ນັຍ​ຢາ ຊາວ​ປີ​ຣາ​ໂທນ ຮິດ​ດັຍ​ຊາວ​ລຳ​ທານ​ກາອັ​ສ 31 ອາ​ບີ​ອັນ​ໂບນ ຕະ​ກູນ​ອາ​ຣ໌​ບັ​ທ ອັ​ສ​ມາ​ເວ​ທ​ຊາວ​ບາ​ຮູ​ຣິມ 32 ເອ​ລີ​ຢາ​ບາ​ຊາວ​ຊາ​ອັນ​ໂບນ ບັນ​ພະ​ບຸ​ຣຸດ​​ຂອງ​ຢາ​ເຊນ ໂຢ​ນາ​ທານ 33 ຊັມ​ມາ​ຊາວ​ຮາ​ຣາ ອາ​ຮີ​ອາມ​ບຸດ​ຊາ​ຣາ​ຣ໌​ ຄົນ​ຮາ​ຣາ 34 ເອ​ລີ​ເຟ​ເລ​ທ​ບຸດ​ອາ​ຮັ​ສ​ບັຍ ຊາວ​ມາ​ອາ​ກາ ເອ​ລີ​ອາມ​ບຸດ​ອາ​ຮິ​ໂທ​ເຟນ ຊາວ​ກີ​ໂລນ 35 ເຮ​ສ​ໂຣ ຊາວກາ​ຣ໌​ເມນ ປາ​ອາ​ຣັຍ ຊາວ​ອາ​ຣ໌​ບິ​ທ 36 ອີ​ການ​ບຸດ​ນາ​ທານ ຊາວໂຊ​ບາ ບານີຄົນ​ເຜົ່າ​ກາດ 37 ເຊ​ເລກ​ຄົນ​ອັມ​ໂມນ ນາ​ຮາ​ຣັຍ​ຊາວ​ເບ​ເອໂຣທ ຄົນ​ຖື​ເຄື່ອງ​ອາ​ວຸດ​ຂອງ​ໂຢ​ອາບ ບຸດ​ນາງ​ເຊ​ຣູ​ຢາຊາວ​ອາຣໂມ​ຣ໌ 38 ອີ​ຣາ ຊາວ​ຮິດ​ຕີ ກາ​ເຣັບ ຊາວ​ອິ​ທ​ຣີ 39 ອູ​ຣີ​ຢາຄົນ​ຮິດ​ຕີ ຮວບ​ຮວມ​ສາມ​ສິບ​ເຈັດ​ຄົນ​ດ້ວຍ​ກັນ

2 ຊາມູເອນ 24

ດາ​ວິດ​ນັບ​ຈຳ​ນວນ​ປະ​ຊາ​ຊົນ

1 ຢູ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ຊາວ​ອິສ​ຣາ​ເອນ ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ດາ​ວິດ​ນຳ​ເອົາ​ຄວາມ​ຍາກ​ລຳ​ບາກ​ມາ​ໃຫ້​ພວກເຂົາ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ຕໍ່​ດາ​ວິດ​ວ່າ, “ໄປ​ນັບ​ຄົນ​ອິສ​ຣ​ເອນ ແລະ​ຄົນ​ຢູ​ດາ​ເບິ່ງ​ດູ”​ 2 ດັ່ງ​ນັ້ນ ດາ​ວິດ​ຈຶ່ງ​ເວົ້າ​ຕໍ່​ໂຢ​ອາບ​ຜູ້​ບັງ​ຄັບ​ບັນ​ຊາ​ທະ​ຫານ​ຂອ​ງ​ພຣະ​ອົງວ່າ, “ທ່ານ​ເອງ​ກັບ​ນາຍທະ​ຫານ​ຂອງ​ທ່ານ ຈົ່ງ​ພາກັນ​ອອກ​ໄປ​ໃນ​ທົ່ວ​ທຸກ​ຕະ​ກູນ​ທົ່ວ​ທັງ​ປະ​ເທດ ແລ້​ວນັບ​ເບິ່ງ​ປະ​ຊາ​ຊົນ ເພາະ​ເຮົາ​ຢາກ​ຮູ້​ວ່າ​ພວກ​ເຂົາ​ມີ​ຫລາຍ​ເທົ່າ​ໃດ” 3 ແຕ່​ໂຢ​ອາບ​ກາບ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ອົງ​ທຳ​​ໃຫ້​ປະ​ຊາ​ຊົນ​ອິສ​ຣາ​ເອນ​ເພີ້ມ​ຫລາຍ​ຂຶ້ນ​ກວ່າ​ດຽວ​ນີ້​ຮ້ອຍ​ເທົ່າ ແລະ​ຂໍ​ໃຫ້​ພຣະ​ຣາຊາ​ຊົງ​ພຣະ​ຈະ​ເຣີນ​ຢູ່​ຈົນ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ນີ້ ແຕ່​ວ່າ​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຢາກ​ຮູ້​ເຣື່ອງ​ນີ້” 4 ແຕ່​ເຈົ້າ​ຊີ​ວິດ​ໄດ້​ບັງ​ຄັບ​ໃຫ້​ໂຢ​ອາບ​ແລະ​ພວ​ກ​ນາຍ​ທະ​ຫານ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ອົງ ພວກ​ເຂົາ​ຈຶ່ງພາ​ກັນ​ກາບ​ທູນລາ​ພຣະ​ອົງ​ໄປ ເພື່ອ​ໄປ​ນັບ​ເບິ່ງ​ປະ​ຊາ​ຊົນອິສ​ຣາ​ເອນ 5 ພວກ​ເຂົາ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ຕັ້ງຄ້າຍ​ພັກ​ຢູ່​ທາງ​ທິດ​ໃຕ້​ເມືອງ​ອາ​ໂຣ​ເອີ ຊຶ່ງ​ເປັນ​ເມືອງ​ນຶ່ງຢູ່​ໃນ​ຮ່ອມ​ພູ​ໃນ​ເຂດ​ເມືອງ​ກາດ ແລ້ວ​ພວກ​ເຂົາ​ກໍ​ອອກ​ຈາກ​ທີ່​ນັ້ນ​ໄປ​ທາງ​ທິດ​ເຫນືອ​ຈົນ​ເຖິງ​ເມືອງ​ຢາ​ເຊີ 6 ແລ້ວ​ກໍ​ອອກ​ໄປ​ຍັງ​ເມືອງ​ກິ​ເລ​ອາດ​ ເມືອງ​ກາ​ເດສ ເຂດ​ຊາວ​ຮິດ​ຕີ ຕໍ່​ມາ​ພວກ​ເຂົາ​ກໍ​ພາກັນ​ໄປ​ເມືອງ​ດານ ເມື່ອ​ອອກ​ຈາກ​ເມືອງ​ດານ​ກໍ​ອ້ອມ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ເຖິງ​ເມືອງ​ຊີ​ໂດນ 7 ແ​ລ້ວ​ພວກ​ເຂົາ​ໄດ້​ໄປ​ທາງ​ທິດ​ໃຕ້​ຈົນ​ເຖິງ​ເມືອງ​ຕີ​ເຣ​ທີ່​ມີ​ປ້ອມ​ຍາມ​ອັນ​ແຫນ້ນ​ຫນາ ແລະ​ທົ່ວ​ທຸກ​ເມືອງ​ຂອງ​ຊາວ​ຮີ​ວີ ຊາວ​ກາ​ນາ​ອານ ແລະ​ໃນ​ທີ່​ສຸດ​ກໍ​ເຖິງ​ເມືອງ​ເບ​ເອີ​ເຊ​ບາ ທາງ​ພາກ​ໃຕ້​ຂອງ​ຢູ​ດາ​ 8 ຫລັງ​ຈາກ​ໄດ້​ເດີນ​ທາງ​ຜ່ານ​ໄປ​ທົ່ວ​ທຸກ​ຫົວ​ເມືອງ​ເປັນ​ເວ​ລາ​ເກົ້າ​ເດືອນ​ກັບ​ຊາວ​ມື້​ແລ້ວ ພວກ​ເຂົາ​ກໍ​ກັບ​ຄືນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ 9 ພວກ​ເຂົາ​ໄດ້​ຣາຍ​ງານ​ຈຳ​ນວນ​ປະ​ຊາ​ຊົນ​ຕໍ່​ເຈົ້າ​ຊີ​ວິດ​ວ່າ ໃນ​ອິສ​ຣາ​ເອນ​ມີ​ທະ​ຫານ​ທີ່​ເກັ່ງ​ກ້າ ແປດ​ແສນ​ຄົນ ແລະ​ຢູ່​ໃນ​ຢູ​ດາ​ມີ​ຫ້າ​ແສ​ນ​ຄົນ

ຊົງ​ຕັດ​ສິນ​ຄວາມ​ຜິດ​ບາບຂອງ​ດາ​ວິດ

10 ແຕ່​ວ່າ ພາຍ​ຫລັງ​ດາ​ວິດ​ສຳ​ລວດ​ສຳ​ມະ​ໂນ​ຄົວ​ປະ​ຊາ​ຊົນ​ແລ້ວ ພຣະ​ອົງ​ກໍ​ທຸກ​ພຣະ​ທັຍ​ຈຶ່ງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ໄດ້​ທຳ​ຜິດ​ຢ່າງ​ຮ້າຍ​ແຮງ​ໃນ​ການ​ນີ້ ຂໍ​ພຣະ​ອົງ​ຊົງ​ອະ​ພັຍ​ໂທດ​ໃຫ້​ຂ້າ​ພຣະ​ອົງ​ດ້ວຍ ເພາະ​ຂ້າ​ພຣະ​ອົງ​ໄດ້​ເຮັດ​ເສື່ອມ​ເສັຽທີ່​ສຸດ” 11 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວຕໍ່​ ກາດ ຜູ້​ປະ​ກາດ​ພຣະ​ທັມ​ ຊຶ່ງ​ເປັນ​ຜູ້​ທຳ​ນ​ວາຍ​ປະ​ຈຳ​ດາ​ວິດ​ວ່າ, 12 “ຈົ່ງ​ໄປ​ບອກ​ດາ​ວິດ​ວ່າ ເຮົາ​ຈະ​ສ​ເນີ​ໃຫ້​ເຂົາ​ເລືອກ​ເອົາ​ຢ່າງນຶ່ງ​ໃນ​ສາ​ມ່​ຢາງ ຖ້າ​ເຂົາ​ເລືອກ​ເອົາ​ສິ່ງ​ໃດ​ແມ່ນ​ສິ່ງ​ນັ້ນ​ທີ່​ເຮົາ​ຈະ​ກະ​ທຳ” 13 ກາດ​ຈຶ່ງ​ເຂົ້າ​ເຝົ້າ​ດາ​ວິດ​ແລະ​ກາບ​ທູນ​ພຣະ​ອົງ​ວ່າ, “ຈະ​ໃຫ້​ມີ​ກາ​ນອຶດ​ອາ​ຫານ​ເກີດ​ຂຶ້ນ​ໃນ​ແຜ່ນດິນ​ຂອງ​ພຣະ​ອົງ​ເປັນ​ເວ​ລາ​ສາມ​ປີ​ບໍ ຫລື​ຈະ​ໃຫ້​ພຣະ​ອົງ​ປົບ​ຫນີ​ສັດ​ຕ​ຣູ​ຂອງ​ພຣະ​ອົງ​ເປັນ​ເວ​ລາ​ສາມ​ເດືອນ​ບໍ ຫລື​ຈະ​ໃຫ້​ໂຣກ​ລະ​ບາດ​ເກີດ​ຂຶ້ນ​ໃນ​ປະ​ເທດ​ຂອງ​ພຣະ​ອົງ​ເປັນ​ເວ​ລາ​ສາມ​ມື້​ບໍ ບັດ​ນີ້​ຂໍ​ໃຫ້ພຣະ​ອົງ​ຄິດ​ເບິ່ງ ແລ້ວ​ໃຫ້​ຕອບ​ແກ່​ຂ້າ​ນ້ອຍ ເພື່ອ​ຈະ​ໄດ້​ກັບ​ຄືນ​ໄປ​ທູນ​ພຣະ​ຜູ້​ເປັນ​ເຈົ້າ” 14 ດາ​ວິດ​ໄດ້​ຕອບ​ວ່າ, “ເຮົາ​ຍາກ​ໃຈ​ທີ່​ສຸດ ແຕ່​ເຮົາ​ກໍ​ບໍ່​ຕ້ອງ​ການ​ໃຫ້​ມະ​ນຸດ​ລົງ​ໂທດ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ພວກ​ເຮົາ​ເທີນ ເພາະ​ພຣະ​ອົງ​ຊົງ​ພຣະ​ມີກະ​ຣຸ​ນາ” 15 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ທຳ​ໃຫ້​ໂຣກ​ລະ​ບາດ​ເກີດ​ຂຶ້ນ​ໃນອິສ​ຣາ​ເອນ ຕັ້ງ​ແຕ່​ເຊົ້າ​ຈົນ​ເຖິງ​ເວ​ລາ​ຕາມ​ທີ່​ພຣະ​ອົງ​ຊົງ​ກຳ​ນົດ​ໄວ້ ຊາວ​ອິສ​ຣາ​ເອນ​ທົ່ວ​ປະ​ເທດ​ໄດ້​ຕາຍ​ເຈັດ​ຫມື່ນ​ຄົນ 16 ໃນ​ຂ​ນະ​ທີ່​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ທຳ​ລາຍ​ນະ​ຄອນ​ເຢຣູ​ຊາ​ເລັມ​ຢູ່​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ປ່ຽນ​ພຣະ​ທັຍ ບໍ່​ລົງ​ໂທດ​ປະ​ຊາ​ຊົນ ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ແກ່​ທູນ​ສວັນ​ທີ່​ກຳ​ລັງ​ຂ້າ​ພວກ​ເຂົາ​ຢູ່​ນັ້ນ​ວ່າ “ພໍ​ແລ້ວ ເຊົາ​ສາ” ທູດ​ສວັນ​ໄດ້​ຢູ່​ໃກ້​ບ່ອນ​ລານ​ຟາດ​ເຂົ້າ​ຂອງ​ອາ​ຣູນ​ນາ ຄົນ​ເຢ​ບຸ​ສ 17 ເມື່ອ​ດາ​ວິດ​ເຫັນ​ທູດ​ສວັນ​ອົງ​ທີ່​ກຳ​ລັງ​ຂ້າ​ປະ​ຊາ​ຊົນ​ຢູ່​ນັ້ນ ພຣະ​ອົງ​ກໍ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າພຣະ​ອົງ​ເປັນ​ຄົນ​ອະ​ທັມ ແມ່ນ​ຂ້າ​ພຣະ​ອົງ​ເອງ​ເປັນ​ຄົນ​ຜິດ ຄົນ​ທຸກ​ຈົນ​ເຫລົ່າ​ນີ້ບໍ່​ໄດ້​ເຮັດ​ຜິດ​ຫຍັງ​ຫມົດ ຂໍ​ພຣະ​ອົງ​ຊົງ​ລົງ​ໂທດ​ຂ້າ​ພຣະ​ອົງ ແລະ​ຄອບ​ຄົວ​ຂອງ​ຂ້າ​ພຣະ​ອົງ​ເທີນ”

ດາ​ວິດໄດ້​ສ້າງ​ແທ່ນ​ບູ​ຊາ

18 ໃນ​ວັນ​ດຽວ​ກັນ​ນັ້ນ ກາດ​ໄດ້​ໄປ​ຫາ​ດາ​ວິດ ແລະ​ທູນ​ຕໍ່​ພຣະ​ອົງ​ວ່າ, “ຂໍ​ພຣະ​ອົງ​ຂຶ້ນ​ໄປ​ລານ​ຟາດ​ເຂົ້າ​ຂອງ​ອາ​ຣູນ​ນາ ແລ້ວ​ສ້າງແທ່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ​ທີ່​ນັ້ນ” 19 ດາ​ວິດ​ກໍ​ເຊື່ອ​ຟັງ​ຄຳ​ສັ່ງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈຶ່ງ​ເດີນ​ທາງ​ໄປ​ຕາມ​ທີ່​ກາດ​ໄດ້​ທູນ 20 ເມື່ອ​ອາ​ຣູນ​ນາ​ຫລຽວ​ລົງ​ມາ​ເຫັນ​ເຈົ້າ​ຊີ​ວິດ ແລະ​ພວກ​ຂ້າ​ຣາຊ​ການ​ຂອງ​ພຣະ​ອົງ​ຂຶ້ນ​ມາ​ຫາ​ເຂົາ ເຂົາ​ກໍ​ກົ້ມ​ຂາບ​ລົງ​ຕໍ່​ຫນ້າ​ກະ​ສັດ​ດາ​ວິດ 21 ແລະ​ທູນ​ຖາມ​ວ່າ, “ຂ້າ​ແດ່​ພຣະ​ອົງ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ມາ​ຢູ່​ນີ້” ດາ​ວິດ​ຕອບ​ວ່າ, “ເຮົາ​ມາ​ຂໍ​ຊື້​ລານ​ຟາດ​ເຂົ້າ​ຂອງ​ເຈົ້າ ສ້າງ​ແທ່ນ​ບູ​ຊາ​ຖວາຍ​ໃຫ້​ແກພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ໂຣກ​ລະ​ບາດ​ນີ້​​ຫມົດ​ສິ້ນໄປ 22 ອາ​ຣູນ​ນາ​ຈຶ່ງ​ທູນ​ວ່າ, “ຂ້າ​ແດ່​ພຣະ​ອົງ ເຊີນ​ພຣະ​ອົງ​ເອົາ​ໂລດ ແລະ​ຖວາຍ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ທີ່​ພຣະ​ອົງ​ຊົງ​ຕ້ອງ​ການ ນີ້​ເດ່ ງົວ​ສຳ​ລັບ​ເຜົາ​ຖວາຍ​ບູ​ຊາ​ເທິງ​ແທ່ນ​ບູ​ຊາ ແລະ​ນີ້​ແມ່ນ​ແອກ ແລະ​ໄມ້​ຟາດ​ເຂົ້າ​ສຳ​ລັບ​ໃຊ້​ເຮັດ​ຟືນ” 23 ອາ​ຣູນ​ນາ​ໄດ້​ມອບ​ສິ່ງ​ທັງ​ຫມົດ​ນີ້​ໃຫ້​ແກ່​ກະ​ສັດ​ດາ​ວິດ ແລະ​ເວົ້າ​ຕໍ່​ພຣະ​ອົງ​ວ່າ, “ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ອົງ​ຊົງ​ຮັບ​ເອົາ​ເຄື່ອງ​ຖວາຍຂອງ​ພຣະ​ອົງ​ນີ້” 24 ແຕ່​ເຈົ້າ​ຊີ​ວິດ​ກ່າວ​ຕອບ​ວ່າ, “ບໍ່ ເຮົາ​ຈະ​ຈ່າຍ​ເງິນ​ໃຫ້​ເຈົ້າ ເຮົາ​ຈະ​ເອົາ​ສິ່ງ​ທີ່​ບໍ່​ໄດ້​ຊື້​ມາ​ຖວາຍ​ບູ​ຊາ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ບໍ່​ໄດ້ ແລ້ວ​ດາ​ວິດ​ກໍ​ຊຶ້​ລານ​ຟາດ​ເຂົ້າ​ແລະ​ງົວ​ເຖິກ​ເປັນ​ເງິນ​ຢູ່​ຫ້າສິບ​ເຊ​ເກ​ລ 25 ພຣະ​ອົງ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ ແລະ​ໄດ້​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ການ​ບູ​ຊາ​ເພື່ອ​ຄວາມ​ສາ​ມັກ​ຄີ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຕອບ​ຄຳ​ອ້ອນວອນ​ຂອງ​ດາ​ວິດ ໂຣກ​ລະ​ບາດ​ໃນ​ຣາຊ​ອາ​ນາ​ຈັກ​ອິສ​ຣາ​ເອນ​ຈຶ່ງ​ຫມົດ​ສິ້ນໄປ

1 ກະສັດ 1

ນາງ​ອາ​ບີ​ຊາກ​ບົວ​ລະ​ບັດ​ຮັບ​ໃຊ້​ກະ​ສັດ​ດາ​ວິດ

1 ກະ​ສັດ​ດາ​ວິດ​ໄດ້​ເຖົ້າ​ແກ່​ຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ​ຈະ​ຫົ່ມ​ຜ້າ​ໃຫ້​ພຣະ​ອົງ​ຫລາຍ​ຜືນກໍ​ຍັງ​ບໍ່​ອົບ​ອຸ່ນ 2 ດັ່ງ​ນັ້ນ ບັນ​ດາ​ຂ້າ​ຣາ​ຊ​ການ​ຈຶ່ງ​ກາບ​ທູນ​ພຣະ​ອົງ​ວ່າ, “ຂ້າ​ແດ່​ພຣະ​ອົງ ຂໍ​ຈົ່ງ​ຊົງ​ອະ​ນຸ​ຍາດ​ໃຫ້​ພວກ​ຂ້າ​ພຣະ​ອົງ​ໄປ​ຊອກຫາ​ຍິງ​ສາວ​ມາ​ຢູ່ກັບ​ພຣະ​ອົງ ເພື່ອ​ນາງ​ຈະ​ຄອຍ​ຮັບ​ໃຊ້​ແລະ​ບົວ​ລະ​ບັດ​ພຣະ​ອົງ ນາງ​ຈະ​ນອບ​ແນບ​ອົກ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ໄດ້​ຮັບ​ຄວາ​ມອົບ​ອຸ່ນ​ຈາກ​ນາງ” 3 ຄັນ​ຊອກ​ຍິງ​ສາວ​ທີ່​ສວຍ​ງາມ​ທົ່ວ​ທັງ​ດີນ​ແດນ​ອິສ​ຣາ​ເອນ​ແລ້ວ ພວກ​ເຂົາ​ຈຶ່ງ​ໄດ້​ພົບ​ນາງ​ອາ​ບີ​ຊາກ​ທີ່​ເມືອງ​ຊູ​ນາມ ແລ້ວ​ຈຶ່ງ​ນຳ​ເອົາ​ນາງ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ 4 ເຖິງ​ແມ່ນ​ວ່າ​ຍິງ​ສາວ​ຜູ້​ນີ້​ເປັນ​ຄົນ​ງາມ​ທີ່​ສຸດ ແລະ​ໄດ້ບົວ​ລະ​ບັດ​ຮັບ​ໃຊ້​ພຣະ​ຣາ​ຊາ​ເປັນຢ່າງ​ດີ​ກໍ​ຕາມ ແຕ່​ພຣະ​ອົງ​ກໍ​ບໍ່​ໄດ້​ສົມ​ສູ່​ຢູ່​ຮ່ວມ​ກັບ​ນາງ​ເລີຍ 5 ຝ່າຍ​ອາ​ໂດ​ນີ​ຢາ ຣາ​ຊ​ໂອ​ຣົດຂອງ​ນາງ​ຮັກ​ກິດ ໄດ້​ຍົກ​ຕົວ​ເອງ​ຂຶ້ນ​ກ່າວ​ວ່າ, “ເຮົາ​ເອງ​ຈະ​ເປັນ​ພຣະ​ຣາ​ຊາ” ແລະ​ທ່ານ​ໄດ້​ຕຽມ​ຣົດ​ຮົບ​ແລະ​ພົນ​ມ້າກັບ​ພົນ​ແລ່ນ​ນຳ​ຫ້າ​ສິບ​ຄົນ​ໄວ້​ເພື່ອ​ຕົນ​ເອງ 6 ແລະ​ກະ​ສັດ​ດາ​ວິດ​ກໍ​ບໍ່​ເຄີຍ​ໄດ້​ຕຳ​ຫນິ​ຕິ​ຕຽນ​ທ່ານໃນ​ເຣື່ອງ​ໃດ​ທັງ​ຫມົດວ່າ “ເປັນ​ຫຍັງເຈົ້າ​ກະ​ທຳ​ເຊັ່ນ​ນີ້​ເຊັ່ນ​ນັ້ນ” ທ່ານເປັນ​ຄົນ​ເຈົ້າ​ຊູ້ ແລະ​ທະ​ເຍີ​ທະ​ຍານ​ຢາກ​ເປັນ​ເຈົ້າ​ຊີ​ວິດ ເຂົາ​ເກີດ​ນຳ​ຫລັງ​ອັບຊາ​ໂລມ 7 ທ່ານ​ໄດ້​ປຶກ​ສາ​ກັບ​ໂຢ​ອາບ​ບຸດ​ນາງ​ເຊ​ຣູ​ຢາ ແລະ​ກັບ​​ປະ​ໂຣ​ຫິດອາ​ບີ​ອາ​ທາ ເຂົາ​ທັງ​ສອງ​ຄົນ​ນີ້​ໄດ້​ຕົກ​ລົງ​ສ​ນັບ​ສນຸນ ອາ​ໂດ​ມີ​ຢາ 8 ແຕ່​ປະ​ໂຣ​ຫິດຊາ​ໂດກ​ ເບ​ນັຍ​ຢາບຸດ​ເຢ​ຮົວ​ອາ​ດາ ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ຊີ​ເມ​ອີ ແລະ​ເຣ​ອີ ພ້ອມ​ທັງ​ທະ​ຫານ​ອາ​ຣັກ​ຂາ​ກະ​ສັດ​ດາ​ວິດ​ບໍ່​ໄດ້​ສ​ນັບ​ສ​ນຸນ​ອາ​ໂດ​ນີ​ຢາ​ເລີຍ 9 ຢູ່​ມາ​ວັນ​ນຶ່ງ ເມື່ອ​ອາ​ໂດ​ນີ​ຢາ​ຖວາຍ ແກະ ງົວ ແລະ​ງົວ​ນ້ອຍ​ໂຕ​ອ້ວນ​ພີ​ເປັນ​ເຄື່ອງ​ບູ​ຊາ​ທີ່​ກ້ອນ​ຫີນ​ໂຊ​ເຮ​ເລ​ທ ຊຶ່ງ​ຢູ່​ຂ້າງໆ​ເອນ​ໂຣເກ​ນ ທ່ານ​ໄດ້​ເຊີນ​ພ​ວກນ້ອງທຸກ​ຄົນ​ແລະ​ພວກ​ຂ້າ​ຣາ​ຊ​ການ​ຂອງ​ກະ​ສັດ​ດາ​ວິດ​ທີ່ມາ​ຈາກ​ຢູ​ດາ​ມາ​ຮ່ວມ​ສະ​ເຫລີມ​ສະ​ຫລອງນຳ 10 ແຕ່​ທ່ານ​ບໍ່​ໄດ້​ເຊີນ​ໂຊ​ໂລ​ໂມນ​ນ້ອງ​ຊາ​ຍ​ຂອງ​ທ່ານ ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ເບ​ນັຍ​ຢາທະ​ຫານ​ອາ​ຣັກ​ຂາ​ຂອງ​ກະ​ສັດ​ດາ​ວິດ​ມາ​ຮ່ວມ​ນຳ

ນາ​ທານ​ ແລະ​ນາງ​ບັທເຊ​ບາ​ເຂົ້າ​ກາບ​ທູນ​ພຣະ​ຣາ​ຊາ

11 ແລ້ວ​ນາ​ທານ​ໄດ້​ທູນ​ພຣະ​ນາງ​ບັ​ທ​ເຊ​ບາ ພຣະ​ມານ​ດາ​ຂອງ​ໂຊໂລ​ໂມນ​ວ່າ, “ພຣະ​ນາງ​ບໍ່​ຮູ້​ບໍ​ວ່າ​ອາ​ໂດ​ນີ​ຢາ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ນາງ​ຮັກ​ກິດ​ໄດ້​ປະ​ກາດ​ຕົວ​ເອງ​ຂຶ້ນ​ເປັນ​ເຈົ້າ​ຊີ​ວິດ ແລະ​ກະ​ສັດ​ດາ​ວິດກໍ​ບໍ່​ຮູ້​ຈັກ​ໃນ​ເຣື່ອງ​ນີ້​ເລີຍ 12 ຖ້າ​ວ່າ ພຣະ​ນາງ​ຢາກ​ຊ່ອຍ​ຊີ​ວິດ​ຂອງ​ຕົນ​ເອງ ແລະ​ຊີ​ວິດ​ຂອງ​ເຈົ້າ​ໂຊ​ໂລ​ໂມນ​ຣາ​ຊ​ໂອ​ຣົດ​ຂອງພຣະ​ນາງ​ແລ້ວ ຂ້າ​ພຣະ​ອົງ​ຂໍ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ໃຫ້​ພຣະ​ນາງ​ປະ​ຕິ​ບັດ​ດັ່ງ​ນີ້ 13 ຂໍ​ພຣະ​ນາງສະ​ເດັດ​ໄປ​ທູນ​ກະ​ສັດ​ດາ​ວິດ​ວ່າ “ຂ້າ​ແດ່​ພຣະ​ຣາ​ຊາ ບໍ່​ແມ່ນ​ພຣະ​ອົງ​ເອງ​ບໍ ທີ່​ສັນ​ຍາ​ຢ່າງ​ເດັດ​ດ່ຽວ​ກັບ​ຂ້າ​ນ້ອຍ​ວ່າ ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ຂ້າ​ນ້ອຍ​ຈະ​ເປັນ​ເຈົ້າ​ຊີ​ວິດ​ແທນ​ພຣະ​ອົງ ແລະ​ເປັນ​ຫຍັງ​ອາ​ໂດ​ນີ​ຢາ​ຈຶ່ງ​ຂຶ້ນ​ເປັນ​ເຈົ້າ​ຊີ​ວິດ” 14 ແລະ​ນາ​ທານ​ເວົ້າ​ຕໍ່​ໄປ​ອີກວ່າ, “ໃນ​ຂ​ນະ​ທີ່​ພຣະ​ນາງ​ກຳ​ລັງ​ເວົ້າ​ກັບ​ເຈົ້າ​ຊີ​ວິດ​ຢູ່​ນັ້ນ ຂ້າ​ພຣະ​ອົງ​ຈະ​ຕາມ​ພຣະ​ນາງ​ເຂົ້າ​ໄປ ແລະ​ຈະ​ຢືນ​ຢັນ​ຄຳ​ທີ່​ພຣະ​ນາງ​ເວົ້າ” 15 ດັ່ງ​ນັ້ນ ບັທເຊ​ບາ​ຈຶ່ງ​ເຂົ້າ​ໄປ​ເຝົ້າ​ພຣະ​ຣາ​ຊາ​ຢູ່​ໃນ​ຫ້ອງ​ບັນ​ທົມ ພຣະ​ອົງ​ຊົງ​ເຖົ້າຊະ​ຣາ​ຫລາຍ​ແລ້ວ ແລະ​ນາງ​ອາ​ບີ​ຊາກ​ຄົນ​ຊູ​ນາມ​ກໍ​ຄອຍ​ຮັບ​ໃຊ້​ພຣະ​ອົງ​ຢູ່​ທີ່​ນັ້ນ 16 ນາງ​ບັທ​ເຊ​ບາ​ຄຸ​ເຂົ່າ​ລົງ​ສະ​ແດງ​ຄວາມ​ຈົ່ງ​ຮັກ​ພັກ​ດີ ແລ້ວ​ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ເຈົ້າ​ຕ້ອງ​ການ​ສິ່ງ​ໃດ” 17 ພຣະ​ນາງ​ຈຶ່ງ​ທູນ​ຕອບ​ວ່າ, “ພຣະ​ຣາ​ຊາ​ຂອງ​ຂ້າ​ນ້ອຍ ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ຢ່າງ​ເດັດ​ດ່ຽວ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ຂ້າ​ນ້ອຍ​ຈະ​ເປັນ​ເຈົ້າ​ຊີ​ວິດ​ແທນ​ພຣະ​ອົງ 18 ແຕ່​ດຽວ​ນີ້ ອາ​ໂດ​ນີ​ຢາ​ເປັນ​ເຈົ້າ​ຊີ​ວິດ​ແລ້ວ ສ່ວນ​ພຣະ​ອົງ​ບໍ່​ຮູ້​ຈັກ​ເຣື່ອງ​ນີ້​ເລີຍ 19 ເຂົາ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ງົວ​ຫລາຍ​ໂຕ ແກະ ແລະ​ງົວ​ນ້ອຍ​ໂຕ​ອ້ວນ​ພີ ເຂົາ​ເຊີນ​ຣາ​ຊ​ໂອ​ຣົດ​ທຸກ​ຄົນ​ຂອງ​ພຣະ​ອົງ ປະ​ໂຣຫິດອາ​ບີ​ອາ​ທາແລະ​ໂຢ​ອາບ​ຜູ້​ບັນຊາ​ການກອງ​ທັບ​ມາ​ຮ່ວມ ແຕ່​ເຂົາ​ບໍ່​ໄດ້​ເຊີນ​ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ພຣະ​ອົງ​ເລີຍ 20 ຂ້າ​ແດ່​ພຣະ​ຣາ​ຊາ​ຂອງ​ຂ້າ​ນ້ອຍ ດຽວ​ນີ້​ ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ຊີງ​ຊອມ​ເບີ່ງ​ພຣະ​ອົງ ເພື່ອ​ຢາກ​ຮູ້​ວ່າ​ພຣະ​ອົງ​ຈະ​ໃຫ້​ຜູ້​ໃດ​ຂຶ້ນ​ນັ່ງ​ພຣະ​ຣາ​ຊ​ບັນ​ລັງ​ແທນ​ພຣະ​ອົງ ຖ້າ​ພຣະ​ອົງ​ບໍ່​ປະ​ຕິ​ບັດ​ໃນ​ເຣື່ອງ​ນີ້ 21 ເມື່ອ​ພຣະ​ອົງ​ສວັນ​ນະ​ຄົດ​ໄປ​ຢູ່​ນຳ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພຣະ​ອົງ​ແລ້ວ ຂ້າ​ນ້ອຍ ​ແລະ​ບຸດ​ຊາຍ​ໂຊ​ໂລ​ໂມນ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ” 22 ໃນ​ເວ​ລາ​ທີ່​ພຣະ​ນາງ​ບັທ​ເຊ​ບາ​ກຳ​ລັງ​ເວົ້າ​ຢູ່​ນັ້ນ ນາ​ທານ​ກໍ​ເຂົ້າ​ມາ 23 ເຂົາ​ທັງ​ຫລາຍ​ຈຶ່ງ​ກາບທູນ​ພຣະ​ຣາ​ຊາ​ວ່າ, “ເບິ່ງ​ແມ໋, ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ” ເມື່ອ​ນາ​ທາ​ນເຂົ້າ​ມາ​ຕໍ່​ພຣະ​ພັກ​ເຈົ້າ​ຊີ​ວິດ​ເຂົາ​ກົ້ມ​ຂາບ​ລົງ​ພື້ນ​ຖວາຍ​ຄຳ​ນັບ​ພຣະ​ຣາ​ຊາ 24 ແລ້ວ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ໄດ້ຊົງ​ບັນ​ຊາວ່າ ອາ​ໂດ​ນີ​ຢາ​ຈະ​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ແທນ​ພຣະ​ອົງ​ແມ່ນ​ບໍ” 25 ເພາະ​ວ່າ ໃນ​ວັນ​ນີ້​ເຂົາ​ໄດ້​ລົງ​ໄປ​ຖ​ວາຍ​ບູ​ຊາງົວ ແລະ​ແກະ ງົວນ້ອຍ​ໂຕ​ອ້ວນ​ພີ​ຈຳ​ນວນ​ຫລາຍ​ໂຕ ເຂົາ​ໄດ້​ເຊີນ​ພວກຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ ໂຢ​ອາບ​ຜູ້​ບັນ​ຊາ​ການ​ທະ​ຫານ​ຂອງ​ພຣະ​ອົງ ແລະປະ​ໂຣ​ຫິດ​ອາ​ບີ​ອາ​ທາ​ໄປຮ່ວ​ມ​ນຳ ດຽວ​ນີ້ ພວກ​ເຫລົ່າ​ນັ້ນ​ກຳ​ລັງ​ຮັບ​ປະ​ທານ​ແລະ​ດື່ມ​ຢູ່​ກັບ​ເຂົາ ທັງ​ພາ​ກັນ​ຮ້ອງ​ຂຶ້ນ​ວ່າ “ຂໍ​ໃຫ້​ເຈົ້າ​ຊີ​ວິດ​ອາ​ໂດ​ນີ​ຢາ​ ຈົ່ງຊົງ​ພຣະ​ຈະ​ເຣີນ” 26 ແຕ່​ເຂົາ​ບໍ່​ໄດ້​ເຊີນ​ຂ້າ​ພຣະ​ອົງ ປະ​ໂຣ​ຫິດຊາ​ໂດກ ​ເບ​ນັຍ​ຢາ ແລະ​ໂຊ​ໂລ​ໂມນ​ເລີຍ ເຣື່ອງ​ນີ້​ແມ່ນ​ພຣະ​ອົງ​ໄດ້​ເຫັນ​ດີ​ນຳ​ບໍ? 27 ພຣະ​ອົງ​ບໍ່​ໄດ້ບອກ​ພວກ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ຮູ້​ນຳ​ບໍ​ວ່າ ໃຜ​ຈະ​ຂຶ້ນ​ຄອງ​ພຣະ​ຣາ​ຊ​ບັນ​ລັງ​ແທນ​ພຣະ​ອົງ

ກະ​ສັດ​ດາ​ວິດ​ແຕ່ງ​ຕັ້ງ​ໂຊ​ໂລ​ໂມນ ເປັນ​ຜູ້​ຄອບ​ຄອງ​ຣາ​ຊ​ສົມ​ບັດ

28 ແລ້​ວ​ກະ​ສັດ​ດາ​ວິດ ບອກ​ໃຫ້​ເຂົາ​ເອີ້ນ​ພຣະ​ນາງ​ບັທ​ເຊ​ບາ​ເຂົ້າ​ມາ ພຣະ​ນາງ​ຈຶ່ງ​ເຂົ້າ​ເຝົ້າ​ແລະ​ຢືນ​ຢູ່​ຊ້ອງ​ພຣະ​ພັກ​ພຣະ​ອົງ 29 ເຈົ້າ​ຊີ​ວິດ​ຈຶ່ງ​ຊົງ​ກ່າວ​ຕໍ່​ນາງວ່າ, “ເຮົາ​ຂໍ​ສັນ​ຍາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຜູ້​ຊົງ​ໄຖ່​ເຮົາ​ອອກ​ຈາກ​ຄວາມ​ທຸກ​ລຳ​ບາກ​ທັງ​ປວງ 30 ວ່າ​ວັນ​ນີ້ ເຮົາ​ຂໍ​ທຳ​ຕາມ​ຄຳ​ສັນ​ຍາທີ່​ເຮົາ​ໄດ້​ມີ​ຕໍ່​ເຈົ້າ ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າຂອງ​ຊາວ​ອິສ​ຣາ​ເອນ​ວ່າ ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ເຈົ້າ​ຈະ​ຕ້ອງ​ໄດ້​ເປັນ​ເຈົ້າ​ຊີ​ວິດ” 31 ພຣະ​ນາງ​ບັທ​ເຊ​ບາ​ຄຸ​ເຂົ່າ​ກົ້ມ​ຂາບ​ລົງ ຖວາຍ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ເຈົ້າ​ຊີ​ວິດ ແລະ​ກ່າວ​ວ່າ, “ຂໍ​ໃຫ້​ກະ​ສັດ​ດາ​ວິດ​ຂອງ​ຂ້າ​ນ້ອຍ​ຈົ່ງ​ຊົງ​ພຣະຈະ​ເຣີນ” 32 ແລ້ວ​ກະ​ສັດ​ດາ​ວິດ​ຊົງ​ອອກ​ຄຳ​ສັ່ງ​ວ່າ, “ຈົ່ງ​ເອີ້ນ​ປະ​ໂຣ​ຫິດຊາ​ໂດກ ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ເບ​ນັຍ​ຢາ​ມາ​ຫາ​ເຮົາ” ດັ່ງ​ນັ້ນ ພວກ​ເຂົາ​ເຫລົ່າ​ນີ້​ກໍ​ເຂົ້າ​ເຝົ້າ​ເຈົ້າ​ຊີ​ວິດ 33 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ເອົາ​ບັນ​ດາ​ນາຍ​ທະ​ຫານ​ປະ​ຈຳ​ພຣະ​ຣາ​ຊວັງ​ໄປ​ນຳ​ພວກ​ເຈົ້າ ແລ້ວ​ໃຫ້​ບຸດ​ຊາຍ​ໂຊ​ໂລ​ໂມນ​ຂີ່​ລໍ​ຂອງ​ເຮົາ ພວກ​ທ່ານ​ຈົ່ງ​ແຫ່​ແຫນ​ຕາມ​ເຂົາ​ລົງ​ໄປ​ຫາ​ແມ່​ນ້ຳກີ​ໂຮນ 34 ໃນ​ທີ່​ນັ້ນ​​ປະ​ໂຣ​ຫິດຊາ​ໂດກ ແລະ​ນາ​ທານຜູ້​ປະ​ກາດ​ພຣະ​ທັມ​​ເອົາ​ນ້ຳ​ມັນຊະ​ໂລມ​ຫົດ​ສົງ ແລະ​ແຕ່ງ​ຕັ້ງ​ເຂົາ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ແລ້ວ​ຈົ່ງ​ເປົ່າ​ແກ​ແລະ​ຮ້ອງ​ຂຶ້ນ​ວ່າ, “ກະ​ສັດ​ໂຊ​ໂລ​ໂມນ​ຈົ່ງ​ຊົງ​ພຣະ​ຈະ​ເຣີນ” 35 ເມື່ອ​ແລ້ວໆ​ພວກ​ເຈົ້າ​ຈົ່ງ​ນຳ​ເຂົາ​ຂຶ້ນ​ມາ​ນັ່ງ​ເທິງ​ບັນ​ລັງ ໃຫ້​ເປັນ​ເຈົ້າ​ຊີ​ວິດ​ແທນ​ເຮົາ ເພາະ​ວ່າ​ເຂົາ​ເປັນ​ຜູ້​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປົກ​ຄອງ​ອິສ​ຣາ​ເອນ ແລະ​ຢູ​ດາ 36 ເບ​ນັຍ​ຢາ​ຈຶ່ງ​ກ່າວ​ທູນ​ວ່າ, “ຂໍ​ໃຫ້​ເປັນ​ໄປ​ດັ່ງ​ນີ້​ເຖີດ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ​ດີ​ນຳ​ໃນ​ເຣື່ອງ​ນີ້ 37 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ຣາ​ຊາ​ຂອງ​ຂ້າ​ພຣະ​ອົງ​ຢ່າງ​ໃດ ຂໍ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ໂຊ​ໂລ​ໂມນ​ສັນ​ນັ້ນ ແລະ​ຂໍ​ໃຫ້​ບັນ​ລັງ​ຂອງ​ໂຊ​ໂລ​ໂມນຍິ່ງ​ໃຫຍ່ກວ່າ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ​ເທີນ” 38 ຕໍ່​ມາ ປະ​ໂຣ​ຫິດຊາ​ໂດກ​ ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ພ້ອມ​ທັງ​ທະ​ຫານ​ອາ​ຣັກ​ຂາ​ຂອງ​ກະ​ສັດ​ດາ​ວິດ​ກໍ​ຈັດ​ໃຫ້​ໂຊ​ໂລ​ໂມນ​ຂຶ້ນ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະ​ສັດ​ດາ​ວິດ​ແລ້ວ​ພາ​ກັນ​ແຫ່​ຕິດ​ຕາມ​ທ່ານ​ລົງ​ໄປ​ໃນ​ບໍ່​ນ້ຳກີ​ໂຮນ 39 ປະ​ໂຣ​ຫິດຊາ​ໂດກ​​ເອົາ​ນ້ຳ​ມັນເຈີມ​ມາ​ຈາກ​ຜ້າ​ເຕັ​ນ​ສັກ​ສິດ​ແລ້ວຊະ​ໂລມຫົດ​ສົງ​ໂຊ​ໂລ​ໂມນ ເມື່ອ​ສຽງ​ແກ​ດັງ​ປະ​ຊາ​ຊົນ​ທຸກ​ຄົນ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະ​ສັດ​ໂຊ​ໂລ​ໂມນ​ຈົ່ງ​ຊົງ​ພຣະ​ຈະ​ເຣີນ” 40 ແລ້ວ​ປະ​ຊາ​ຊົນ​ກໍ​ແຫ່​ພຣະ​ອົງ​ຂຶ້ນ​ມາ​ພ້ອມ​ທັງ​ເປົ່າ​ປີ່​ຢ່າງ​ມ່ວນ​ຊື່ນ ແລະ​ຮ້ອງ​ໂຮ່ດັງ​ກ້ອງ​ກັງ​ວານ​ຈົນ​ແຜ່ນ​ດີນ​ສັ່ນ​ສະ​ເທືອນ 41 ໃນ​ຂ​ນະ​ທີ່​ອາ​ໂດ​ນີ​ຢາ​ພ້ອມ​ທັງ​ແຂກ​ທີ່​ຖືກ​ເຊີນ​ມາ​ກຳ​ລັງ​ຮັບ​ປະ​ທານອາ​ຫານ​ແລ້ວ​ທຸກ​ຄົນກໍ​ໄດ້​ຍິນ​ສຽງ​ດັງ ພໍ​ເມື່ອ​ໂຢ​ອາບ​ໄດ້​ຍິນ​ສຽງ​ເປົ່າ​ແກ ເຂົາ​ຈຶ່ງ​ຖາມ​ຂຶ້ນ​ວ່າ, “ສຽງ​ທີ່​ອຶກ​ກະ​ທຶກ​ຄຶກ​ໂຄມ​ຢູ່​ໃນ​ເມືອງ​ນັ້ນ​ແມ່ນ​ສຽງ​ຫຍັງ​ກັນ?” 42 ເວ​ລາ​ທີ່​ເຂົາ​ກຳ​ລັງ​ເວົ້າ​ຢູ່​ນັ້ນ ໂຢ​ນາ​ທານ​ບຸດປະ​ໂຣ​ຫິດ​ອາ​ບີ​ອາ​ທາ​ກໍ​ມາ​ຮອດ ອາ​ໂດ​ນີ​ຢາ​ຈຶ່ງ​ເວົ້າ​ວ່າ, “ເຂົ້າ​ມາ​ເຖີດ ເພາະເຈົ້າ​ເປັນ​ຄົນ​ດີ ເຈົ້າ​ຄົງ​ນຳ​ຂ່າວ​ດີ​ມາ​“ 43 ໂຢ​ນາ​ທານ​ທູນ​ຕອບ​ວ່າ, “ມັນ​ບໍ່​ເປັນດັ່ງ​ນັ້ນ ກະ​ສັດ​ດາ​ວິດ​ໄດ້​ແຕ່ງ​ຕັ້ງ​ໂຊ​ໂລ​ໂມນ​ເປັນ​ເຈົ້າ​ຊີ​ວິດ​ແລ້ວ 44 ພຣະ​ອົງ​ສັ່ງ​ປະ​ໂຣ​ຫິດຊາ​ໂດກ​ ນາ​ທານຜູ້​ປະ​ກາດ​ພຣະ​ທັມ ເບ​ນັຍ​ຢາບຸດ​ເຢ​ຮົວ​ອາ​ດາ ແລະ​ຄົນ​ເຄ​ເຣ ແລະ​ຄົນ​ເປ​ເຣັດ​ ແຫ່​ແຫນໂຊ​ໂລ​ໂມນ ແລະ​ພວກ​ນີ້​ໄດ້​ໃຫ້​ໂຊ​ໂລ​ໂມນ​ຂຶ້ນ​ນັ່ງ​ເທິງ​ຫລັງ​ລໍ​ຂອງ​ກະ​ສັດ​ດາ​ວິດ 45 ປະ​ໂຣ​ຫິດຊາ​ໂດກ ແລະນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ເອົາ​ນ້ຳ​ມັນ​ຊະ​ໂລມ​ຫົດ​ສົງ​ທ່ານ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ຢູ່​ທີ່​ບໍ່​ນ້ຳ​ກີ​ໂຮນ ແລ້ວ​ທຸກ​ຄົນ​ໄດ້​ຄືນ​ສູ່​ພຣະ​ຣາ​ຊວັງ​ດ້ວຍ​ສຽງ​ຮ້ອງ​ໂຮຢ່າງ​ມ່ວນ​ຊື່ນ ດຽວ​ນີ້​ຢູ່​ໃນ​ເມືອງ​ກຳ​ລັງ​ອຶກ​ກະ​ທຶກ​ຄຶກ​ໂຄມ​ຊຶ່ງ​ແມ່ນ​ສຽງ​ທີ່​ພຣະ​ອົງ​ຊົງ​ໄດ້​ຍິນ​ນັ້ນ​ແຫລະ 46 ດຽວ​ນີ້​ ໂຊ​ໂລ​ໂມນ​ຊົງ​ນັ່ງ​ເທິງ​ພຣະ​ຣາ​ຊ​ບັນ​ລັງ​ແລ້ວ 47 ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ກະ​ສັດ​ດາ​ວິດ ຍັງ​ໄດ້​ຖວາຍ​ພຣະ​ພອນ​ແດ່​ກະ​ສັດ​ດາ​ວິດ​ວ່າ, “ຂໍ​ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ນາມ​ຂອງ​ໂຊ​ໂລ​ໂມນ​ມີ​ສະງ່າ​ຣາ​ສີຫລາຍກວ່າ​ພຣະ​ນາມ​ຂອງ​ເຈົ້າ​ຊີ​ວິດ ແລະ​ຂໍ​ໃຫ້​ບັນ​ລັງ​ຂອງ​ໂຊ​ໂລ​ໂມນ​ສູງ​ສົ່ງ​ເຫນືອກວ່າ​ບັນ​ລັງ​ຂອງ​ພຣະ​ອົງ” ແລ້ວ​ກະ​ສັດ​ດາ​ວິດກໍ​ກົ້ມ​ຂາບ​ລົງ​ເທິງ​ຕຽງ​ນອນ​ຂອງ​ພຣະ​ອົງ 48 ແລະ​ຊົງ​ອ້ອນວອນ​ວ່າ, “ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ເພາະ​ໃນ​ວັນ​ນີ້ ພຣະ​ອົງ​ຊົງ​ໂຜດ​ໃຫ້​ຜູ້​ນຶ່ງ​ໃນ​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ຂຶ້ນ​ນັ່ງ​ເທິງ​ບັນ​ລັງ ແລະ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ມີ​ຊີ​ວິດ​ຢູ່​ຈົນ​ໄດ້​ເຫັນ​ກັບ​ຕາ 49 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ ແຂກ​ທີ່​ຮັບ​ເຊີນ​ທຸກ​ຄົນ​ຂອງອາ​ໂດ​ນີ​ຢາ​ກໍ​ຢ້ານ​ສັ່ນ ຕ່າງ​ຄົນ​ໄດ້​ລຸກ​ຂຶ້ນ​ແລະ​ແຕກ​ຫນີ​ໄປ​ຕາມ​ທາງ​ຂອງ​ຕົນ 50 ສ່ວນ​ອາ​ໂດ​ນີ​ຢາ​ກໍ​ຢ້ານ​ໂຊ​ໂລ​ໂມນ​ເຊັ່ນ​ດຽວ​ກັນ 51 ເຂົາ​ໄດ້​ແລ່ນ​ໄປ​ຈັບແຈ​ແທ່ນ​ບູ​ຊາ ແລ້ວ​ມີ​ຄົນ​ມາ​ກາບ​ທູນ​ໂຊ​ໂລ​ໂມນ​ວ່າ, “ດຽ​ວ​ນີ້ ອາ​ໂດ​ນີ​ຢາ​ຢ້ານ​ກົວ​ພຣະ​ອົງ ແລະ​ເຂົາ​ກຳ​ລັງ​ຈັບ​ແຈ​ແທ່ນ​ບູ​ຊາ​ທັງ​ເວົ້າ​ວ່າ “ກ່ອນອື່ນໃດ ຂໍ​ໃຫ້​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ຊົງ​ສາ​ບານ​ກັບ​ຂ້າ​ພະ​ເຈົ້າ​ວ່າ ທ່ານ​ຈະ​ບໍ່​ປະ​ຫານ​ຜູ້​ຮັບ​ໃຊ້​ຂອງ​ທ່ານດ້ວຍ​ດາບ” 52 ແລ້ວ​ໂຊ​ໂລ​ໂມນ​ຈຶ່ງ​ຕອບ​ວ່າ, “ຖ້າ​ວ່າ​ເຂົາ​ສະ​ແດງ​ຕົວ​ໄດ້​ວ່າ​ເຂົາ​ເປັນ​ຄົນ​ສັດ​ຊື່​ແທ້ ແມ່ນ​ແຕ່​​ຜົມເສັ້ນ​ນຶ່ງ​ຂອງ​ເຂົາ​ກໍ​ຈະ​ບໍ່​ຖືກ​ແຕະ​ຕ້ອງ ແຕ່​ຖ້າ​ເຂົາ​ຍັງ​ຄິດ​ຜູກ​ພຍາ​ບາດຢູ່ ເຂົາ​ຈະ​ຕ້ອງ​ຕາຍ” 53 ແລ້ວ​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ກໍ​ສົ່ງ​ຄົນ​ໄປ​ນຳ​ເຂົາ​ມາ​ຈາກ​ແທ່ນ​ບູ​ຊາ ເມື່ອ​ອາ​ໂດ​ນີ​ຢາ​ມາ​ຮອດ​ເຂົາ​ກໍ​ກົ້ມ​ຂາບ​ໂຊ​ໂລ​ໂມນ ໂຊ​ໂລ​ໂມນ​ຈຶ່ງ​ກ່າວ​ຕໍ່ເຂົາ​ວ່າ, “ເຈົ້າ​ຈົ່ງ​ກັບ​ຄືນ​ເມືອ​ຫໍ​ໂຮງ​ຂອງ​ເຈົ້າ​ເທີນ”

1 ກະສັດ 2

ກະ​ສັດ​ດາ​ວິດ​ຊົງ​ມອບ​ຫນ້າ​ທີ່​ໃຫ້​ໂຊ​ໂລ​ໂມນ

1 ເມື່ອ​ກະ​ສັດ​ດາ​ວິດ​ໃກ້​ຈະ​ສິ້ນ​ພຣະ​ຊົນ​ແລ້ວ ພຣະ​ອົງ​ຊົງ​ຮັບ​ສັ່ງ​ໃຫ້​ໂຊ​ໂລ​ໂມນ​ເຂົ້າ​ເຝົ້າ ແລະ​ສັ່ງ​ສອນ​ວ່າ, 2 “ຄວາມ​ຕາຍ​ຂອງ​ພໍ່​ໄດ້​ມາ​ຮອດ​ແລ້ວ ລູກ​ຈົ່ງ​ເຂັ້ມ​ແຂງ​ແລະ​ຫມັ້ນ​ໃຈ​ໃນ​ຕົວ​ເອງ ຈົ່ງ​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ລູກ​ຊົງ​ສັ່ງ​ໃຫ້​ກະ​ທຳ 3 ຈົ່ງ​ເຊື່ອ​ຟັງ​ພຣະ​ບັນ​ຍັດ ແລະ​ພຣະ​ຄຳ​ສັ່ງ​ຂອງ​ພຣະ​ອົງ ຕາມ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ​ພຣະ​ທັມ​ຂອງ​ໂມ​ເຊ ເພື່ອ​ວ່າ​ເຈົ້າ​ຈະ​ສຳ​ເຣັດ​ຜົນ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ທຳ ແລະ​ໃນ​ທຸກ​ບ່ອນ​ທີ່​ເຈົ້າ​ໄປ 4 ຖ້າ​ວ່າ​ລູກ​ປະ​ຕິ​ບັດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຮັກ​ສາ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ຊົງ​ໃຫ້​ໄວ້​ກັບ​ພໍ່​ວ່າ “ຖ້າ​ລູກ​ຊາຍ​ທັງ​ຫລາຍ​ຂອງ​ເຈົ້າ​ປະ​ພຶດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ເຮົາ ແລະ​ດຳ​ເນີນ​ຊີ​ວິດ​ຢ່າງ​ສັດ​ຊື່​ຕໍ່​ຫນ້າ​ເຮົາ​ດ້ວຍ​ຄວາມ​ສຸດ​ອົກ​ສຸດ​ໃຈ ເຂົາ​ຈະ​ໄດ້ປົກ​ຄອງ​ອິສ​ຣາ​ເອນ​ເປັນ​ເວ​ລາ​ຍາວ​ນານ” 5 ເຈົ້າ​ກໍ​ຮູ້​ເຫມືອນ​ກັນ​ວ່າ ໂຢອາບ​ບຸດນາງ​ເຊ​ຣູ​ຢາປະ​ຕິ​ບັດ​ຕໍ່​ພໍ່ຢ່າງ​ໃດ ເຂົາ​ໄດ້​ຂ້າຜູ້​ບັນ​ຊາ​ການ​ຂອງ​ອິສ​ຣາ​ເອນ​ສອງ​ຄົນ ຄື​ອັບ​ເນີ​ບຸດ​ຂອງ​ເນີ ອາ​ມາ​ຊາ​ບຸດ​ຂອງ​ເຢ​ເທີ ໂດຍ​ໄດ້​ແກ້​ແຄ້ນ​ພວກ​ເຂົາ​ໃນ​ເວ​ລາ​ທີ່​ບໍ່​ມີ​ການ​ເສິກ​ເສືອ ເພື່ອ​ແກ້​ແຄ້ນ​ຕ່າງ​ຍາດ​ພີ່​ນ້ອງ​ທີ່​ຕາຍ​ໃນ​ສະ​ຫນາມ​ຮົບ ເຂົາ​ໄດ້​ຂ້າ​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດ ພໍ່​ຕ້ອງ​ຮັບ​ຜິດ​ຊອບ​ຢ່າງ​ຫນັກ​ຕໍ່​ການ​ກະ​ທຳ​ຂອງ​ເຂົາ ພໍ່​ຕ້ອງ​ທໍ​ຣະ​ມານ​ຕໍ່​ເຫດ​

ການ​ຢ່າງ​ນີ້

6 ເພາະ​ສະ​ນັ້ນເຈົ້າຈົ່ງ​ກະ​ທຳ​ໃຫ້​ເຫມາະ​ສົມ​ຕາມ​ປັ​ນ​ຍາ​ຂອງ​ເຈົ້າ ຢ່າ​ປ່ອຍ​ໃຫ້​ຫົວ​ຫງອກ​ຂອງ​ເຂົາ​ລົງ​ໄປ​ສູ່​ແດນ​ຄົນ​ຕາຍ​​ຢ່າງ​ສ​ງົບ​ສຸກ 7 ຝ່າຍ​ພວກ​ບຸດ​ຊາຍ​ຂອງ​ບາກ​ຊີນ​ລັຍ ຊາວ​ກິ​ເລ​ອາດ ຈົ່ງ​ລ້ຽງ​ດູ​ເຂົາດ້ວຍ​ຄວາມ​ເມດ​ຕາ​ປາ​ນີ ຈົ່ງ​ອະ​ນຸ​ຍາ​ດ​ໃຫ້​ເຂົາ​ຮັບ​ປະ​ທານ​ຮ່ວມ​ໂຕະກັບ​ເຈົ້າ ເພາະ​ພວກ​ເຂົາ​ທຳ​ດີ​ຕໍ່​ພໍ່ ຕອນພໍ່​ປົບ​ຫນີ​ຈາກ​ອັບ​ຊາ​ໂລມ 8 ແລະ​ຊີ​ເມ​ອີ​ບຸດ​ຊາຍ​ຂອງ​ເກ​ຣາ ຊາວ​ເບັນ​ຢາ​ມິນ​ທີ່​ມາ​ຈາກ​ບາ​ຮູ​ລິມ ເຂົາ​ໄດ້​ຮ້ອງ​ດ່າ​ສາບ​ແຊ່ງ​ພໍ່​ຢ່າງ​ໃຫຍ່ ເມື່​ອພໍ່​ໄດ້​ໄປ​ເມືອງ​ມາ​ຮາ​ນາ​ອິມ ແຕ່​ຕອນ​ພໍ່​ກັບ​ມາ​ເຂົາ​ໄດ້​ລົງ​ມາ​ຕ້ອນ​ຮັບ​ພໍ່​ທີ່​ແມ່​ນ້ຳ​ຈໍ​ແດນ ພໍ່​ຈຶ່ງ​ໄດ້ສາ​ບານໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າພໍ່ຈະ​ບໍ່​ຂ້າ​ເຂົາ 9 ແຕ່​ເຈົ້າ​ຄົງ​ຮູ້​ຈັກ​ວ່າ ເຈົ້າ​ຈະ​ຕ້ອງ​ທຳ​ຢ່າງ​ໃດ ເຈົ້າ​ຈົ່ງ​ຂ້າ​ເຂົາ​ເສັຽ”

ກະ​ສັດດາ​ວິດ​ສີ້ນ​ພຣະ​ຊົນ

10 ແລ້ວ​ກະ​ສັດ​ດາ​ວິດ​ກໍ​ສິ້ນ​ລົມ​ຫາຍ​ໃຈ ເຂົາ​ຝັງ​ສົບ​ຂອງ​ພຣະ​ອົງ​ໄວ້​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ 11 ກະ​ສັດ​ດາ​ວິດ​ໄດ້​ປົກ​ຄອງ​ຣາ​ຊ​ອາ​ນາ​ຈົກ​ອິສ​ຣາ​ເອນ​ເປັນ​ເວ​ລາ​ສີ່​ສິບ​ປິ ຄື​ພຣະ​ອົງ​ປະ​ທັບ​ທີ່​ເມືອງ​ເຮໂບ​ຣນ​ເຈັດ​ປີ ແລະ​ປະ​ທັບ​ທີ່​ເຢ​ຣູ​ຊາ​ເລັມ​ສາ​ມ​ສິບ​ສາມ​ປີ 12 ໂຊ​ໂລ​ໂມນ​ໄດ້​ປະ​ທັບ​ເທີ​ງ​ພຣະ​ຣາ​ຊ​ບັນ​ລັງ​ຂອງກະ​ສັດ​ດາ​ວິດ ແລະ​ພຣະ​ຣາ​ຊ​ອຳ​ນາດ​ຂອງພຣະອົງ​ກໍ​ດຳ​ຣົງ​ຢູ່​ຢ່າງ​ຫມັ້ນ​ຄົງ​ຖາ​ວອນ

ໂຊ​ໂລ​ໂມນ​ສະ​ຖາ​ປະ​ນາ​ຣາຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ

13 ແລ້ວ​ອາ​ໂດນີ​ຢາ​ຣາ​ຊ​ໂອ​ຣົດ​ຂອງ​ພຣະນາງ​ຮັກ​ກິດ​ໄດ້​ເຂົ້າ​ເຝົ້າພຣະ​ນາງ​ບັທ​ເຊ​ມາພຣະ​ຊົນ​ນີ​ຂອງ​ໂຊ​ໂລ​ໂມນ ​ພຣະນາງ​ໄດ້​ຖາມ​ວ່າ, “ເຈົ້າ​ມາ​ຢ່າງ​ສັນ​ຕິ​ຫລື” ທ່ານ​ທູນ​ວ່າ, “ຢ່າງ​ສັນ​ຕິ” 14 ແລ້ວ​ທ່ານ​ທູນ​ວ່າ, “ຂ້າ​ພຣະ​ອົງ​ມີ​ເຣື່ອງ​ທີ່​ຈະ​ທູນ​ຖາມ​“​ພຣະນາງ​ໄດ້​ຖາມ​ວ່າ, “ຈົ່ງ​ເວົ້າ​ໄປ​ເຖີດ” 15 ທ່ານຈຶ່ງ​ທູນ​ວ່າ, “ຝ່າ​ພຣະ​ບາດຊົງ​ຊາບ​ແລ້ວ​ວ່າ​ຣາ​ຊ​ອາ​ນາ​ຈັກ​ນັ້ນ​ເປັນ​ຂອງ​ຂ້າ​ພຣະ​ອົງ ແລະ​ວ່າ​ບັນ​ດາ​ຊົນ​ອິສ​ຣາ​ເອນ​ທັງ​ສິ້ນ​ກໍ​ຫມາຍ​ໃຈ​ວ່າ ຂ້າ​ພຣະ​ອົງ​ຈະ​ໄດ້​ຄອບ​ຄອງ ຢ່າງ​ໃດ​ກໍ​ດີ​ຣາ​ຊອາ​ນາ​ຈັກ​ກໍກັບ​ກາຍ​ມາ​ເປັນ​ຂອງນ້ອງ​ຊາຍ​ຂອງ​ຂ້າ​ພຣະ​ອົງ ເພາະ​ເປັນ​ຄວາມ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 16 ບັດ​ນີ້​ ຂ້າ​ພຣະ​ອົງ​ທູນ​ຂໍ​ແຕ່​ປະ​ການ​ດຽວ ຂໍ​ຢ່າ​ໄດ້​ປະ​ຕິ​ເສດ​ເລີຍ” ພຣະນາງ​ຈຶ່ງ​ຖາມ​ຕໍ່​ທ່ານ​ວ່າ, “ຈົ່ງ​ເວົ້າ​ໄປ​ເຖີດ” 17 ແລະ​ທ່ານ​ທູນ​ວ່າ, “ກະ​ຣຸ​ນາ​ຂໍ​ນຳ​ກະ​ສັດ​ໂຊ​ໂລ​ໂມນ​ໃຫ້​ຂ້າ​ພຣະ​ອົງ​ເອົາ​ນາງ​ອາ​ບີ​ຊາກ​ຍິງ​ສາວ​ຊາວ​ເມືອງ​ຊູນາມ​ມາ​ເປັນ​ພັ​ຣ​ຍາ” 18 ນາງ​ບັ​ທ​ເຊ​ມາໄດ້​ຕອບ​ວ່າ, “ດີ​ແລ້ວ ເຮົາ​ຈະ​ທູນພຣະ​ຣາ​ຊາ​ແທນ​ເຈົ້າ” 19 ພຣະນາງ​ບັ​ທ​ເຊ​ບາ​ຈຶ່ງ​ເຂົ້າ​ເຝົ້າ​ກະ​ສັດ​ໂຊ​ໂລ​ໂມນ ເພື່ອ​ທູນ​ພຣະອົງ​ໃຫ້​ອາ​ໂດ​ນີ​ຢາ ແລະ​ກະ​ສັດ​ຊົງ​ລຸກ​ຂຶ້ນ​ຕ້ອນ​ຮັບ​ພຣະ​ນາງ ແລະ​ຊົງ​ຄຳ​ນັບ​ພຣະ​ນາງ ແລ້ວກໍ​ສະ​ເດັດ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ ຮັບ​ສັ່ງ​ໃຫ້​ນຳ​ພຣະ​ເກົ້າ​ອີ້​ມາ​ຖວາຍ​ພຣະ​ມານດາ ພຣະ​ນາງ​ກໍ​ສະ​ເດັດ​ປະ​ທັບ​ທີ່​ເບື້ອງ​ຂວາ​ຂອງ​ພຣະ​ອົງ 20 ແລ້ວ​ພຣະ​ນາງ​ທູນ​ວ່າ, “ແມ່​ຈະ​ຂໍ​ຈາກ​ເຈົ້າ​ຈັກ​ປະ​ການ​ນຶ່ງ ຂໍ​ຢ່າ​ປະ​ຕິ​ເສດ​ແມ່​ເລີຍ” ແລະ​ກະ​ສັດ​ທູນ​ພຣະ​ນາງວ່າ, “ຂໍ​ມາ​ເຖີດ ລູກ​ຈະ​ບໍ່​ປະ​ຕິ​ເສດ​ແມ່​ເລີຍ” 21 ພຣະ​ນາງ​ທູນ​ວ່າ, “ຂໍ​ຍົກ​ອາ​ບີ​ຊາກຊາວ​ຊູ​ນາມ​ໃຫ້​ກັບ​ອາ​ໂດ​ນີ​ຢາ​ອ້າຍ​ຂອງ​ເຈົ້າ​ໃຫ້​ເປັນ​ພັ​ຣ​ຍາ​ເຖີດ” 22 ກະ​ສັດໂຊ​ໂລ​ໂມນ​ຊົງ​ຕອບ​ພຣະ​ມານ​ດາ​ຂອງພຣະ​ອົງ​ວ່າ, “ເປັນ​ຫຍັງ​ແມ່​ຈຶ່ງ​ຂໍ​ອາ​ບີ​ຊາກ ຊາວຊູ​ນາມ​ໃຫ້​ແກ່​ອາ​ໂດ​ນີ​ຢາ ຫນ້າ​ຈະ​ຂໍ​ອາ​ນາ​ຈັກ​ໃຫ້​ເຂົາ​ນຳ ເພາະ​ເຂົາ​ເປັນ​ອ້າຍ​ຂອງ​ລູກ ແລະ​ຝ່າຍ​ເຂົາ​ມີ​ປະ​ໂຣ​ຫິດ​ອາ​ບີ​ອາ​ທາ ແລະ​ໂຢ​ອາບ​ບຸດ​ນາງ​ເຊ​ຣູ​ຢາ” 23 ແລ້ວ​ກະ​ສັດ​ໂຊ​ໂລ​ໂມນ​ໄດ້​ສາ​ບານ​ໃນ​ພຣະ​ນາມຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຖ້າ​ຖ້ອຍ​ຄຳ​ນີ້​ບໍ່​ເປັນ​ເຫດ​ໃຫ້ອາ​ໂດ​ນີ​ຢາ​ເສັຽ​ຊີ​ວິດ​ຂອງ​ເຂົາ​ແລ້ວ ກໍຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ໂທດ​ຂ້າ​ພຣະ​ອົງ ແລະ​ຍິ່ງ​ຫນັກ​ກວ່າ 24 ເພາະ​ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ​ພຣະ​ອົງ​ຜູ້​ຊົງ​ສະ​ຖາ​ປະ​ນາ​ຂ້າ​ພຣະ​ອົງ​ໄວ້ ແລະ​ຕັ້ງ​ຂ້າ​ພຣະ​ອົງ​ໄວ້​ເທິງ​ບັນ​ລັງ​ຂອງ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ແລະ​ຊົງ​ຕັ້ງ​ໄວ້​ເປັນ​ຣາ​ຊວົງດັ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ ອາ​ໂດ​ນີ​ຢາ​ຈະ​ຕ້ອງ​ຕາຍ​ໃນ​ວັນ​ນີ້​ສັນ​ນັ້ນ” 25 ດັ່ງ​ນັ້ນ ກະ​ສັດ​ໂຊ​ໂລ​ໂມນ​ຈຶ່ງ​ຮັບ​ສັ່ງ​ໃຊ້​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ ເຂົາ​ກໍ​ໄປ​ປະ​ຫານ​ຊີ​ວິດ​ອາ​ໂດ​ນີ​ຢາ​ເສັຽ ແລະ​ທ່ານ​ກໍ​ຕາຍ 26 ສ່ວນ​ປະ​ໂຣ​ຫິດອາບີ​ອາ​ທານັ້ນ ພຣະ​ຣາ​ຊາ​ຮັບ​ສັ່ງ​ວ່າ, “ຈົ່ງ​ໄປ​ຢູ່​ທີ່​ອາ​ນາ​ໂທດ ໄປ​ສູ່​ໄຮ່​ນາ​ຂອງ​ເຈົ້າ​ເພາະ​ເຈົ້າ​ຄວນ​ທີ່​ຈະ​ຕາຍ ແຕ່​ໃນ​ເວ​ລາ​ນີ້​ເຮົາ​ຈະບໍ່​ປະ​ຫານ​ຊີວິດ​ເຈົ້າ ເພາະ​ວ່າ​ເຈົ້າ​ຫາມ​ຫີບຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ໄປ​ຂ້າງ​ຫນ້າ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ເຣົາ ແລະ​ເພາະ​ເຈົ້າ​ໄດ້​ເຂົ້າ​ສ່ວນ​ໃນ​ບັນ​ດາ​ຄວາມ​ທຸກ​ໃຈ​ຂອງ​ຣາ​ຊ​ບິ​ດາ​ຂອງ​ເຮົາ” 27 ໂຊ​ໂລ​ໂມນ​ຈຶ່ງ​ຊົງ​ຂັ​ບ​ໄລ່​ອາ​ບີ​ອາ​ທາ​ເສັຽ​ຈາກ​ຫນ້າ​ທີ່​ປະ​ໂຣ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກະ​ທຳ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ອົງ​ສັ່ງ​ກ່ຽວ​ກັບ​ເຊື້ອ​ສາຍ​ຂອງ​ເອ​ລີ​ທີ່​ເມືອງຊີ​ໂລ 28 ເມື່ອ​ຂ່າວ​ນີ້​ຊາບ​ໄປ​ເຖິງ​ໂຢ​ອາບ ເພາະ​ເຖິງວ່າ​ໂຢ​ອາບ​ບໍ່​ໄດ້​ສ​ນັບ​ສ​ນຸນ​ອັບ​ຊາ​ໂລມ ທ່ານ​ໄດ້​ສ​ນັບ​ສນຸນ​ອາ​ໂດ​ນີ​ຢາ ໂຢອາບ​ກໍ​ຫນີ​ໄປ​ທີ່​ເຕັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈັບເຊີງຍອດ​ແທ່ນ​ບູ​ຊາ​ໄວ້ 29 ເມື່ອ​ມີ​ຄົນ​ໄປ​ກາບ​ທູນ​ກະ​ສັດ​ໂຊ​ໂລ​ໂມນ​ວ່າ,“ໂຢ​ອາບ​ໄດ້​ຫນີ​ໄປ​ທີ່​ເຕັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເບີ່ງ​ແມ໋, ເຂົາ​ຢູ່​ຂ້າງ​ແທ່ນບູ​ຊາ​ນັ້ນ” ໂຊ​ໂລ​ໂມນ​ຮັບ​ສັ່ງ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ສັ່ງ​ວ່າ, “ຈົ່ງ​ໄປ ປະ​ຫານ​ຊີ​ວິດ​ເຂົາ​ເສັຽ” 30 ເບ​ນັຍ​ຢາ​ກໍ​ກັບ​ມາ​ຍັງ​ເຕັນ​ຂ​ອງ​ພຣະ​ຜູ້​ເປັນ​ເຈົ້າ​ເວົ້າກັບ​ທ່ານ​ວ່າ, “ພຣະ​ຣາ​ຊາ​ມີ​ຮັບ​ສັ່ງ​ວ່າ ຈົ່ງ​ອອກ​ມາ​ເຖີດ” ທ່ານ​ຕອບ​ວ່າ, “ບໍ່​ອອກ​ໄປ ຂ້າ​ຈະ​ຕາຍ​ທີ່​ນີ້” 31 ເຈົ້າ​ຊີ​ວິດ​ສັ່ງ​ຕອບ​ເຂົາ​ວ່າ, “ຈົ່ງ​ກະ​ທຳ​ຕາມ​ທີ່​ເຂົາ​ບອກ ຈົ່ງ​ປະ​ຫານ​ເຂົາ​ເສັຽ ແລະ​ຝັງ​ເຂົາ​ໄວ້ ທັງ​ນີ້​ຈະ​ໄດ້​ເອົາ​ໂທດ​ຂອງ​ຄວາມ​ຜິດ​ຊຶ່ງໂຢ​ອາບ​ໄດ້​ກະ​ທຳ​ໃຫ້​ເຂົາ​ຕາຍ​ໂດຍ​ບໍ່​ມີ​ເຫດ​ຜົນ​ສົມ​ຄວນ​ນັ້ນ​ໄປ​ເສັຽ​ຈາກ​ເຣົາ ແລະ​ຈາກ​ເຊື້ອ​ສາຍ​ບິ​ດາ​ຂອງ​ເຮົາ 32 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ການ​ກະ​ທຳ​ອັນ​ນອງ​ເລືອດ​ຂອງ​ເຂົາ​ກັບ​ມາ​ຕົກ​ເທິງ​ຫົວ​ຂອງ​ເຂົາ​ເອງ ເພາະ​ວ່າ​ເຂົາ​ໄດ້​ໂຈມ​ຕີ ແລະ​ຂ້າ​ຊາຍ​ສອງ​ຄົນ​ທີ່​ຊອບ​ທັມ ແລະ​ດີກວ່າ​ຕົວ​ເຂົາ​ດ້ວຍ​ດາບ​ໂດຍ​ທີ່​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ເຮົາ​ຫາ​ບໍ່​ໄດ້ຊົງ​ຊາບ ຄື​ອັບ​ເນີ​ບຸດ​ເນີ ຜູ້​ບັນ​ຊາ​ການກອງ​ທັບ​ຂອງ​ອິສ​ຣາ​ເອນ ແລະ​ອາ​ມາ​ຊາ​ບູດ​ເຢ​ເທີ​ຜູ້​ບັນ​ຊາ​ການກອງ​ທັບ​ຂອງ​ຢູ​ດາ 33 ດັ່ງ​ນັ້ນ​ທີ່​ເຂົາ​ທັງ​ຫລາຍ​ຕ້ອງ​ຕາຍ​ນັ້ນ ໂຢ​ອາບ​ແລະ​ເຊື້ອ​ສາຍ​ຂອງ​ເຂົາ​ຕ້ອງ​ຮັບ​ຜິດ​ຊອບ​ເປັນ​ນິດ ແຕ່​ສ່ວນ​ດາ​ວິດ​ແລະ​ເຊື້ອ​ສາຍ​ຂອງ​ພຣະ​ອົງ ແລະ​ຣາ​ຊວົງ​ຂອງ​ພຣະ​ອົງ ແລະ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ​ຈະ​ມີ​ສວັດ​ດີ​ພາບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເປັນ​ນິດ” 34 ແລ້ວ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ກໍ​ຂຶ້ນ​ໄປ​ປະ​ຫານ​ຊີ​ວິດ​ເຂົາ​ເສັຽ ແລະ​ຝັງ​ເຂົາ​ໄວ້​ໃນ​ບ້ານ​ຂອ​ງ​ເຂົາ​ເອງ​ຊຶ່ງ​ຢູ່​ໃນ​ຖິ່ນ​ກັນ​ດານ 35 ກະ​ສັດ​ໄດ້​ຊົງ​ແຕ່ງ​ຕັ້ງ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ເຫນືອກອງ​ທັບ​ແທນ​ໂຢ​ອາບ ແລະ​ກະ​ສັດກໍ​ຊົງ​ແຕ່ງ​ຕັ້ງປະ​ໂຣ​ຫິດ​ຊາ​ໂດກ​ໄວ້​ໃນ​ຕຳ​ແຫນ່ງ​ຂອງ​ອາ​ບີ​ອາ​ທາ 36 ແລ້ວ​ກະ​ສັດ​ຊົງ​ໃຊ້​ຄົນ​ໄປ​ເອີ້ນ​ຊີ​ເມ​ອີ​ໃຫ້​ເຂົ້າ​ມາ​ເຝົ້າ ແລະ​ສັ່ງ​ກັບ​ເຂົາ​ວ່າ, “ທ່ານ​ຈົ່ງ​ສ້າງ​ບ້ານ​ທີ່ໃນ​ກູງ​ເຢ​ຣູ​ຊາ​ເລັມ ແລະ​ອາ​ໄສ​ຢູ່​ທີ່​ນັ້ນ ຢ່າ​ອອກຈາກ​ທີ່​ນັ້ນ​ໄປ​ທີ່​ໃດ​ເລີຍ 37 ເພາະ​ໃນ​ວັນ​ທີ່​ທ່ານ​ອອກ​ໄປ ແລະ​ຂ້າມ​ລຳ​ທານກິດ​ໂຣນ​ນັ້ນ ທ່ານ​ຈົ່ງ​ຮູ້​ເປັນ​ແນ່​ເຖີດ​ວ່າ ທ່ານ​ຈະ​ຕ້ອງ​ຕາຍ ທີ່​ທ່ານ​ຕ້ອງ​ຕາຍ​ນັ້ນ​ທ່ານ​ເອງ​ກໍ​ຮັບ​ຜິດ​ຊອບ” 38 ແລະຊີ​ເມ​ອີ​ທູນ​ພຣະ​ຣາ​ຊາ​ວ່າ, “ທີ່​ພຣະ​ອົງ​ຊົງ​ສັ່ງ​ນັ້ນ​ກໍ​ດີ​ແລ້ວ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ກະ​ທຳ​ຕາມ​ທີ່​ພຣະ​ຣາ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ​ສັ່ງ​ນັ້ນ” ແລ້ວ​ຊີ​ເມ​ອີ​ຈຶ່ງ​ໄດ້​ອາ​ໄສ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເປັນ​ເວ​ລາ​ນານ 39 ເມື່ອ​ລ່ວງ​ໄປ​ສາມ​ປີ​ກໍ​ເກີດ​ເຣື່ອງ​ຂຶ້ນ ຄື​ທາດ​ສອງ​ຄົນ​ຂອງ​ຊີ​ເມ​ອີ​ໄດ້​ຫລົບ​ຫນີ​ໄປ​ຍັງ​ອາ​ຄີ​ສ ໂອ​ຣົດ​ຂອງ​ມາ​ອາ​ກາ​ກະ​ສັດ​ເມືອງ​ກາດ ແລະ​ເມື່ອ​ເຂົາ​ມາ​ບອກ​ຊີ​ເມ​ອີ​ວ່າ, “ເບີ່ງ​ແມ໋, ທາດ​ຂອງ​ທ່ານ​ຢູ່​ໃນ​ເມືອງ​ກາດ” 40 ຊີ​ເມ​ອີ​ກໍ​ລຸກ​ຂຶ້ນ​ຜູກ​ອານ​ຂີ່​ລໍ​ໄປ​ເຝົ້າ​ອາ​ຄິ​ສ​ທີ່​ເມືອງ​ກາດ ເພື່ອ​ຊອກ​ຫາ​ທາດ​ຂອງ​ຕົນ ຊີ​ເມ​ອີ​ໄດ້​ໄປ​ນຳ​ທາດ​ຂອງ​ຕົນ​ມາ​ຈາກ​ເມືອງ​ກາດ 41 ແລະ​ເມື່ອ​ມີ​ຜູ້​ກາບ​ທູນ​ໂຊ​ໂລ​ໂມນ​ວ່າ​ຊີ​ເມ​ອີ​ໄດ້​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ເຖິງ​ເມືອງ​ກາດ ແລະ​ກັບ​ມາ​ແລ້ວ 42 ພຣະ​ຣາ​ຊາກໍ​ຊົງ​ໃຊ້​ໃຫ້​ເອີ້ນ​ຊີ​ເມ​ອີ​ມາ​ເຝົ້າ ແລະ​ສັ່ງ​ກັບ​ເຂົາ​ວ່າ, “ເຮົາ​ໄດ້​ໃຫ້​ທ່ານ​ສາ​ບານ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ແມ່ນ​ຫລື ແລະ​ໄດ້​ຕັກ​ເຕືອນ​ທ່ານ​ແລ້ວ​ວ່າ “ທ່ານ​ຈົ່ງ​ຮູ້​ເປັນ​ແນ່​ວ່າ ໃນ​ວັນ​ທີ່​ທ່ານ​ອອກ​ໄປ ບໍ່​ວ່າ​ໄປ​ທີ່​ໃດໆ​ທ່ານ​ຈະ​ຕ້ອງ​ຕາຍ” ແລະ​ທ່ານ​ກໍ​ໄດ້​ຕອບ​ເຮົາ​ວ່າ “ທີ່​ພຣະ​ອົງ​ສັ່ງ​ນັ້ນ​ກໍ​ດີ​ແລ້ວ ຂ້າ​ພຣະ​ອົງ​ຈະ​ເຊື່ອ​ຟັງ” 43 ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ຮັກ​ສາ​ຄຳ​ສາ​ບານ​ໄວ້​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຮັກ​ສາ​ຄຳ​ບັນຊາ​ຊຶ່ງ​ເຮົາ​ໄດ້​ກຳ​ຊັບ​ທ່ານ​ນັ້ນ” 44 ພຣະ​ຣາ​ຊາສັ່ງ​ກັ​ບ​ຊີ​ເມ​ອີ​ວ່າ, “ທ່ານ​ເອງ​ຮູ້​ເຣື່ອງ​ເຫດ​ຮ້າຍ​ທັງ​ສິ້ນ ຊຶ່ງ​ທ່ານ​ໄດ້​ກະ​ທຳ​ຕໍ່​ດາ​ວິດ​ຣາ​ຊບິ​ດາ​ຂອງ​ເຮົາ ເພາະ​ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນຳ​ເຫດ​ຮ້າຍ​ມາ​ສ​ນອງ​ເຫນືອ​ຫົວຂອງ​ທ່ານ​ເອງ 45 ແຕ່​ກະ​ສັດ​ໂຊ​ໂລ​ໂມນ​ຈະ​ໄດ້​ຮັບ​ພຣະ​ພອນ ແລະ​ພຣະ​ທີ່​ນັ່ງ​ຂອງ​ດາ​ວິ​ດ​ຈະ​ຕັ້ງ​ຫມັ້ນ​ຄົງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນິດ 46 ແລ້ວ​ພຣະ​ຣາ​ຊາ​ຊົງ​ບັນ​ຊາ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ ແລະ​ເຂົາ​ກໍ​ອອກ​ໄປ​ປະ​ຫານ​ຊີ​ວິດ​ຊີ​ເມ​ອີ​ເສັຽ ດັ່ງ​ນັ້ນ​ຣາ​ຊ​ອາ​ນາ​ຈັກ​ກໍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ຫັດ​ຂອງ​ໂຊ​ໂລ​ໂມນ

1 ກະສັດ 3

ໂຊ​ໂລ​ໂມນ​ຊົງ​ອະ​ພິ​ເສກ​ສົມ​ຣົດ ກັບ​ທິ​ດາ​ກະ​ສັດ​ຟາ​ຣາ​ໂອ

1 ໂຊ​ໂລ​ໂມນ​ໄດ້​ຜູກ​ສຳ​ພັນ​ທະ​ໄມ​ຕ​ຣີ​ກັນ​ກັບ​ເຈົ້າ​ຊີ​ວິດ​ຟາ​ຣາ​ໂອ​ແຫ່ງ​ເອ​ຢິບ ໂດຍ​ໄດ້​ແຕ່ງ​ງານ​ກັບ​ຣາ​ຊ​ທິ​ດາ​ຂອງ​ພຣະ​ອົງ​ແລະ​ພາ​ນາງ​ໄປ​ຢູ່​ທີ່​ເມືອງ​ຂອງ​ດາ​ວິດ ຈົນ​ເທົ່າ​ພຣະ​ອົງ​ສ້າງ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ເອງ ສ້າງ​ພຣະ​ວິ​ຫານ​ຂອງ​ພຣະຜູ້​ເປັນ​​ເຈົ້າ ແລະ​ກຳ​ແພງ​ອ້ອມ​ເມືອງ​ເຢ​ຣູ​ຊາ​ເລັມ​ສຳ​ເຣັດ 2 ໃນ​ເວ​ລາ​ນັ້ນບ່ອນ​ນະ​ມັ​ສ​ການ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ສ້າງ​ຂຶ້ນ​ເທື່ອ ປະ​ຊາ​ຊົນ​ຈຶ່ງ​ຍັງ​ຖວາຍ​ບູ​ຊາ​ຢູ່​ຕາມ​ແທ່ນ​ບູ​ຊາ​ຕ່າງໆ​ຢູ່ 3 ໂຊ​ໂລ​ໂມນ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕິດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ກະ​ສັດ​ດາ​ວິດ​ຜູ້​ເປັນ​ບິ​ດາ ແຕ່​ວ່າ​ທ່ານ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ ແລະ​ເຄື່ອງ​ຫອມ​ຢູ່​ຕາມ​ແທ່ນ​ບູ​ຊາ​ຕ່າງໆ​ເຊັ່ນ​ດຽວ 4 ວັນ​ນຶ່ງ ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ໄດ້​ສະ​ເດັດ​ໄປ​ເມືອງ​ກີ​ເບ​ໂອນ ເພື່ອ​ຖ​ວາຍ​ເຄື່ອງ​ສັ​ຕບູ​ຊາ​ຢູ່​ທີ່​ນັ້ນ ເພາະ​ເປັນ​ສະ​ຖານ​ທີ່​ສູງ​ສຸດ​ທີ່​ສຳ​ຄັນ​ທີ່​ໂຊ​ໂລ​ໂມນ​ໄດ້​ຖວາຍ​ເຄື່ອງເຜົາ​ບູ​ຊາ​ພັນ​ໂຕ​ຖວາຍ​ຢູ່​ເທິງ​ແທ່ນ​​ນັ້ນ 5 ຢູ່​ທີ່​ເມືອງ​ກີ​ເບ​ໂອນ​ໃນ​ຕອນ​ກາງ​ຄືນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປາ​ກົດ​ທາງ​ຄວາມ​ຝັນ​ໃຫ້​ໂຊ​ໂລ​ໂມນ​ເຫັນ ແລະ​ຊົງ​ກ່າວ​ວ່າ, “ເຈົ້າ​ຕ້ອງ​ການ​ຫຍັງ​ຈາກ​ເຮົາ” 6 ໂຊ​ໂລ​ໂມນ​ທູນ​ຕອບ​ວ່າ, “ພຣະ​ອົງ​ຊົງ​ສະ​ແດງ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່​ແກ່​ກະ​ສັດ​ດາ​ວິດ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເມື່ອຄາວ​ທ່ານ​ດຳ​ເນີນ​ຊີ​ວິດ​ດ້ວຍ​ຄວາມ​ສັດ​ຊື່ ຍຸດ​ຕິ​ທັມ ແລະ​ມີ​ຈິດ​ໃຈ​ຊື່​ຕົງ​ຕໍ່​ພຣະ​ອົງ ພຣະ​ອົງ​ຊົງ​ມີ​ຄວາມ​ກະ​ຣຸ​ນາ​ອັນ​ຍິ່ງ​ໃຫຍ່​ຕໍ່​ທ່ານ ໂດຍ​ຍິນຍອມ​ໃຫ້​ບຸດ​ຊາຍ​ຂອງ​ທ່ານ​ຂຶ້ນ​ນັ່ງ​ບັນ​ລັງ​ໃນ​ວັນ​ນີ້ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ຂ້າ​ພຣະ​ອົງ ດຽວ​ນີ້ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ເຈົ້າ​ຊີ​ວິດ​ແທນ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ທັງໆ​ທີ່​ຂ້າ​ພຣະ​ອົງ​ຍັງ​ຫນຸ່ມ​ຢູ່ ແລະ​ບໍ່​ມີ​ຄວາມ​ຊຳ​ນິ​ຊຳ​ນານດ້ານ​ການ​ປົກ​ຄອງ 8 ຂ້າ​ໃຊ້​ຂອງ​ພຣະ​ອົງ​ໄດ້​ໃຊ້​ຊີ​ວິດ​ໃນ​ຖ້າມ​ກາງ​ໄພ່​ພົນ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ ເປັນ​ຊົນ​ຊາດ​ໃຫຍ່​ມີ​ຈຳ​ນວນ​ຄົນ​ຫລວງ​ຫລາຍ​ຈົນ​ບໍ່​ອາດ​ນັບ​ໄດ້ 9 ຂ້າ​ພຣະ​ອົງ​ຢາກ​ປົກ​ຄອງ​ໄພ່​ພົນ​ຂອງ​ພຣະ​ອົງ​ຢ່າງ​ຍຸດ​ຕິ​ທັມ ແລະ​ຖືກ​ຕ້ອງ ສະ​ນັ້ນ​ຂໍ​ພຣະ​ອົງ​ຊົງ​ປະ​ທານ​ຄວາມ​​ສ​ລຽວສ​ລາດ​ໃຫ້​ຂ້າ​ພຣະ​ອົງ​ແດ່​ທ້ອນ ບໍ່​ດັ່ງ​ນັ້ນ​ຂ້າ​ພຣະ​ອົງ​ຈະ​ບໍ່​ອາດ​ສາ​ມາດ​ປົກ​ຄອງ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ຈຳ​ນວນ​ຫລວງຫ​ລາຍ​ຢ່າງ​ນີ້​ໄດ້ 10 ຄຳ​ຮ້ອງ​ຂໍ​ຂອງ​ໂຊ​ໂລ​ໂມນ​ພໍ​ພຣະ​ທັຍ​ພຣະ​ຜູ້​ເປັນ​ເຈົ້າ 11 ພຣະ​ເຈົ້າຈຶ່ງ​ຊົງ​ກ່າວ​ວ່າ, “ຍ້ອນ​ເຈົ້າ​ບໍ່​ໄດ້​ຂໍ​ຊີ​ວິດ​ຍືນ​ຍາວ ບໍ່​ໄດ້​ຂໍ​ຄວາມ​ຮັ່ງ​ມີ ຫລື​ຂໍ​ຊີ​ວິດ​ຂອງ​ສັດ​ຕ​ຣູ​ແຕ່​ວ່າ​ເຈົ້າ​ໄດ້​ທູນ​ຂໍ​ຄວາມ​ສ​ລຽວ​ສ​ລາດ​ໃນ​ການ​ປົກ​ຄອງ 12 ເຮົາ​ຈະ​ໃຫ້​ຕາມ​ທີ່​ເຈົ້າ​ທູນ​ຂໍ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ຄິດ​ສ​ລຽວ​ສ​ລາດ​ຢ່າງທີ່​ບໍ່​ມີ​ໃຜ​ເຄີຍ​ມີ​ມາ​ກ່ອນ ແລະ​ຈະ​ບໍ່​ມີ​ໃຜ​ມີ​ຄື​ເຈົ້າ​ອີກ 13 ສິ່ງ​ທີ່​ເຈົ້າ​ບໍ່​ໄດ້​ຂໍ ເຮົາ​ກໍ​ຈະ​ເພີ້ມ​ຕື່ມ​ໃຫ້​ແກ່​ເຈົ້າ ເຊັ່ນ​ຄວາມ​ຮັ່ງ​ມີ ແລະ​ສະ​ງ່າ​ຣາ​ສີ​ຕ​ລອ​ດຊົ່ວ​ຊີ​ວິດ​ຂອງ​ເຈົ້າ ຊຶ່ງ​ບໍ່ມີ​ເຈົ້າ​ຊີ​ວິດ​ອົງ​ໃດ​ມີ​ເຫມືອນ​ເຈົ້າ 14 ຖ້າ​ວ່າ​ເຈົ້າ​ເຊື່ອ​ຟັງ​ເຮົາ ແລະ​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ແລະ​ຄຳ​ສັ່ງ​ຂອງ​ເຮົາ ເຫມືອນ​ດັ່ງ​ດາ​ວິດ​ຜູ້​ເປັນ​ບິ​ດາ​ຂອງ​ເຈົ້າ​ໄດ້​ປະ​ຕິ​ບັດ​ມາ ເຣົາ​ຈະ​ໃຫ້​ເຈົ້າ​ມີ​ຊີ​ວິດ​ຍືນ​ຍາວ​ຢູ່​ຕໍ່​ໄປ” 15 ແລ້ວ​ໂຊ​ໂລ​ໂມນ​ກໍ​ຮູ້​ເມືອ ຈຶ່ງ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ທ່ານ​ທາງ​ຄວາມ​ຝັນ ຈາກ​ນັ້ນ ພຣະ​ອົງ​ໄດ້​ກັບ​ຄືນ​ເມືອ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແ​ລ້ວ​ຢື​ນຢູ່​ຕໍ່​ຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ເຜົາ​ຖວາຍ​ເຄື່ອງ​ບູ​ຊາ ແລະ​ການ​ບູ​ຊາ​ເພື່ອ​ຄວາມ​ສາ​ມັກ​ຄີ ​ທັງ​ໄດ້​ຈັດ​ງານ​ກິນ​ລ້ຽງ​ຢ່າງ​ໃຫຍ່​ໂຕ​ສຳ​ລັບ​ຂ້າ​ຣາ​ຊ​ການ​ທຸກ​ຄົນ​ຂອງ​ພຣະ​ອົງ

ໂຊ​ໂລ​ໂມນ​ຕັດ​ສີນ​ຄວາມ​ຢ່າງ​ຍຸດ​ຕິທັມ

16 ຢູ່​ມາ ມີ​ຍິງ​ໂສ​ເພ​ນີ​ສອງ​ຄົນ​ເຂົ້າ​ມາ​ເຝົ້າ​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ 17 ຍິງ​ຄົນ​ນຶ່ງ​ຈຶ່ງ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ຍິງ​ຄົນ​ນີ້ແລະ​ຂ້າ​ພຣະ​ອົງ​ຢູ່​ເຮືອນ​ຫລັງ​ດຽວກັນ ໃນ​ຂ​ນະ​ທີ່​ຂ້າ​ນ້ອຍ​ຄອດ​ລູກ​ເຂົາ​ກໍ​ຢູ່​ທີ່​ນັ້ນ 18 ຫລັງ​ຈາກ​ຂ້າ​ນ້ອຍ​ຄອດ​ລູກ​ໄດ້​ສາມ​ວັນ​ແລ້ວ ຍິງ​ຄົນ​ນີ້ກໍ​ຄອດ​ລູກເຫມືອນ​ກັນ ພວກ​ຂ້າ​ນ້ອຍ​ຢູ່​ນຳ​ກັນ​ພຽງ​ສອງ​ຄົນ​ເທົ່າ​ນີ້ ແລະ​ບໍ່​ມີ​ໃຜ​ຢູ່​ໃນ​ເຮືອນ​ນຳ​ພວກ​ຂ້າ​ນ້ອຍ​ເລີຍ 19 ຢູ່​ມາ​ຄືນ​ນຶ່ງ ຍິງ​ຜູ້​ນີ້​ໄດ້​ນອນ​ເຕັງ​ລູກ​ຈົນ​ລູກ​ຕາຍ 20 ແລ້ວ​ໃນ​ຕອນ​ທ່ຽງ​ຄືນ ຂ​ນະ​ທີ່​ຂ້າ​ນ້ອຍ​ຍັງ​ນອນ​ຫລັບ​ຢູ່ ເຂົາ​ໄດ້​ລຸກ​ຂຶ້ນ​ໄປ​ອູ້ມ​ເອົາ​ລູກ​ຊາຍ​ຂອງ​ຂ້າ​ນ້ອຍ​ຫນີ​ຈາກ​ຂ້າ​ນ້ອຍ ແລະ​ເອົາ​ໄປ​ໄວ້​ໃນ​ຕຽງ​ນອນ​ຂອງ​ເຂົາ ແລ້ວ​ເອົາ​ລູກ​ຊາຍ​ຂອງ​ເຂົາ​ທີ່​ຕາຍ​ແລ້ວ​ນັ້ນ​ມາ​ໃສ່​ຕຽງ​ໃຫ້​ຂ້າ​ນ້ອຍ 21 ພໍ​ຕື່ນ​ເຊົ້າ​ມາ ເວ​ລາ​ຂ້າ​ນ້ອຍ​ລຸກ​ຂຶ້ນ​ເອົາ​ນົມ​ໃຫ້​ລູກ​ນ້ອຍກິນ ຂ້າ​ນ້ອຍກໍເຫັນ​ວ່າລູກ​ຂ້າ​ນ້ອຍ​ໄດ້​ຕາຍ​ເສັຽແລ້ວ ຂ້າ​ນ້ອຍ​ຈຶ່ງ​ສັງ​ເກດ​ເບິ່ງ​ຄັກໆ​ຈຶ່ງ​ຮູ້​ວ່າ​ເດັກ​ນ້ອຍ​ທີ່​ຕາຍ​ນັ້ນ​ບໍ່​ແມ່ນ​ລູກ​ຂອງ​ຂ້າ​ນ້ອຍ​ເລີຍ 22 ແລ້ວ​ຍິງ​ຜູ້​ສອງເວົ້າ​ຂຶ້ນ​ວ່າ, “ບໍ່​ແມ່ນ​ຜູ້​ຍັງ​ແມ່ນ​ລູກ​ຂ້ອຍ ແລະ​ຜູ້​ຕາຍ​ແມ່ນ​ລູກ​ເຈົ້າ” ຍິງ​ຜູ້​ທຳ​ອິດ​ກໍ​ເວົ້າ​ຕອບ​ວ່າ, “ບໍ່​ແມ່ນດອກ ຜູ້​ຕາຍ​ແມ່ນ​ລູກ​ເຈົ້າ ຜູ້​ຍັງ​ແມ່ນ​ລູກ​ຂ້ອຍ” ທັງ​ສອງ​ໄດ້​ຖົກ​ຖຽງ​ກັນ​ຊ້ອງ​ພຣະ​ພັກ​ເຈົ້າ​ຊີ​ວິດ 23 ສ່ວນ​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ຈຶ່ງ​ເວົ້າ​ວ່າ, “ແຕ່​ລະ​ຄົນ​ໃນ​ພວກ​ເຈົ້າ​ຕ່າງ​ກໍ​ພາ​ກັນ​ທ້ວງວ່າ ຜູ້​ຍັງ​ເປັນ​ລູກ​ຂອງ​ຕົນ​ເອງ ແລະ​ຜູ້​ຕາຍ​ເປັນ​ລູກ​ຂອງ​ຄົນ​ອື່ນ 24 ເຈົ້າ​ຊີ​ວິດ​ຊົງ​ກ່າວ​ຕໍ່​ໄປ​ອີກວ່າ, “ດັ່ງ​ນັ້ນ​ ຈົ່ງ​ໄປ​ເອົາ​ດາ​ບມາ​ໃຫ້​ເຮົາ ແລ້ວ​ເຂົາ​ກໍ​ນຳ​ເອົາ​ດາບ​ນັ້ນ​ມາ​ວາງ​ໄວ້​ຕໍ່​ພຣະ​ພັກ​ພຣະ​ອົງ 25 ເຈົ້າ​ຊີ​ວິດ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ຕັດ​ເດັກ​ນ້ອຍ​ທີ່​ຍັງ​ນັ້ນ​ອອກ​ເປັນ​ສອງ​ທ່ອນ ແລະ​ເອົາ​ແບ່ງ​ໃຫ້​ຍິງ​ສອງ​ຄົນ​ນີ້​ຜູ້​ລະ​ທ່ອນ” 26 ຍິງ​ຜູ້​ເປັນ​ແມ່​ແທ້​ຂ​ອງ​ເດັກ​ນ້ອຍ​ນັ້ນ ໄດ້​ມີ​ຄວາມ​ສົງ​ສານ​ລູກ​ຂອງ​ຕົນ​ເຫລືອ​ຫລາຍ ຈຶ່ງ​ໄດ້​ກາບ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ​ຂອງ​ຂ້າ​ນ້ອຍ ຖ້າ​ພຣະ​ອົງ​ຊົງ​ກະ​ຣຸ​ນາ ຈົ່ງ​ເອົາ​ເດັກ​ນ້ອຍ​ນັ້ນ​ໃຫ້​ເຂົາ​ເສັຽ​ເທີນ ຂ້າ​ນ້ອຍ​ຂໍ​ພຽງ​ສິ່ງ​ດຽວ​ຄື​ຢ່າ​ຂ້າ​ມັນ ແຕ່​ຜູ້​ທີ່​ສອງ​ເວົ້າ​ວ່າ, “ຈົ່ງ​ຕັດ​ມັນ​ສາເພື່ອ​ມັນ​ຈະ​ບໍ່​ໄດ້​ເປັນ​ລູກ​ຂອງ​ຜູ້​ໃດ” 27 ແລ້ວ​ເຈົ້າ​ຊີ​ວິດ​ຈຶ່ງ​ຕັດ​ສີນ​ວ່າ, “ຢ່າ​ຂ້າ​ເດັກ​ນ້ອຍ​ນັ້ນ ຈົ່​ງ​ເອົາ​ມັນ​ໃຫ້​ຍິງ​ຜູ້​ທີ່​ນຶ່ງ​ສາ ເພາະ​ເຂົາ​ເປັນ​ແມ່​ທີ່​ແທ້​ຈີງ​ຂອງ​ມັນ” 28 ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ຍິນ​ຄຳ​ຕັດ​ສີນ​ຂອງ​ເຈົ້າ​ໂຊ​ໂລ​ໂມນ ພວກ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເຄົາ​ຣົບ​ນັບ​ຖື​ພຣະ​ອົງ​ຢ່າງ​ເລິກ​ຊື້ງ ເພາະ​ພວກ​ເຂົາ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ສິດ​ປັນ​ຍາ​ໃຫ້​ແກ່​ພຣະ​ອົງ ເພື່ອ​ພິ​ຈາ​ຣະ​ນາ​ຕັດ​ສິນ​ຢ່າງ​ຍຸດ​ຕິທັມ

1 ກະສັດ 4

ຂ້າ​ຣາ​ຊ​ການ​ແລະ​ເຈົ້າ​ຫນ້າ​ທີ່​ຂອງ​ໂຊ​ໂລ​ໂມນ

1 ເຈົ້າ​ໂຊ​ໂລ​ໂມນ​ເປັນ​ກະ​ສັດ​ເຫນືອ​ອິສຣາ​ເອນ​ທັງ​ສິ້ນ 2 ແລະ​ຄົນ​ຕໍ່​ໄປ​ນີ້​ເປັນ​ຂ້າ​ຣາ​ຊ​ການ​ຜູ້​ໃຫຍ່​ຂອງ​ພຣະ​ອົງ ຄື​ ອາ​ຊາ​ຣິ​ຢາບຸດ​ຊາ​ໂດກ​ເປັນ​ປະ​ໂຣ​ຫິດ 3 ເອ​ລີ​ໂຣ​ເຣັ​ຟ ແລະ​ອາ​ຮີ​ຢາ​ບຸດ​ຊີ​ຊາ​ເປັນ​ຣາ​ຊ​ເລ​ຂາ ເຢ​ໂຮ​ຊາ​ຟັ​ສ​ບຸດ​ອາ​ຮີ​ລູດ​ເປັນ​ເຈົ້າ​ກົມ​ສາ​ຣະ​ບັນ 4 ເບ​ນັຍ​ຢາ​ບຸດ​ເຢຮົວ​ອາ​ດາ ເປັນ​ຜູ້​ບັນ​ຊາ​ການກອງ​ທັບ ຊາ​ໂດກ​ ແລະ​ອາ​ບີ​ອາ​ທາ​ເປັນ​ປະ​ໂຣ​ຫິດ 5 ອາ​ຊາ​ຣີ​ຢາ​ບຸດ​ນາ​ທານ​ເປນ​ຫົວ​ຫນ້າ​ຂ້າ​ຫລວງ ຊາ​ບຸດ​ບຸດ​ນາ​ທານ​ເປັນ​ປະ​ໂຣ​ຫິດ ແລະ​ເປັນ​ພຣະ​ສະ​ຫາຍ​ຂອງ​ພຣະ​ຣາ​ຊາ 6 ອາ​ຮີ​ຊາຣ໌​ເປັນ​ເຈົ້າ​ກົມ​ວັງ ແລະ​ອາ​ໂດ​ນີ​ຣາມ​ບຸດ​ອັບ​ດາ​ເປັນ​ຜູ້​ຄວບ​ຄຸມ​ຄົນ​ທີ່​ທຳ​ງານ​ໂຍ​ທາ (ຜູ້​ຄວບ​ຄຸມ​ແຮງ​ງານ) 7 ໂຊ​ໂລ​ໂມນ​ຊົງ​ມີ​ຂ້າ​ຫລວງ​ສິບ​ສອງ​ຄົນ​ຢູ່​ເຫນືອອິສ​ຣາ​ເອນ​ທັງ​ປວງ ເປັນ​ຜູ້​ຈັດ​ຫາ​ສະ​ບ່ຽງ​ອາ​ຫານ​ສຳ​ລັບ​ພຣະ​ຣາ​ຊາ​ ແລະ​ສຳ​ລັບ​ພຣະ​ຣາ​ຊ​ສຳ​ນັກ ຂ້າ​ຫລວງ​ຄົນ​ນຶ່ງ​ຈັດ​ຫາ​ສະ​ບ່ຽງ​ອາ​ຫານ​ສຳ​ລັບ​ເດືອນ​ນື່ງ​ໃນ​ນຶ່ງ​ປີ 8 ຕໍ່​ໄປ​ນີ້​ເປັນ​ຊື່​ຂອງ​ເຂົາ​ຄື ເບນ​ເຮີ ປະ​ຈຳ​ແດນ​ເທືອກ​ເຂົາ​ເອ​ຟ​ຣາ​ອິມ 9 ເບນ​ເດ​ເຄີ ປະ​ຈຳ​ໃນ​ມາ​ກັ​ສ ແລະ​ໃນ​ຊາ​ອັນ​ບີມ ເບັດ​ເຊ​ມັ​ສ ແລະ​ເອ​ໂລນ​ເບັດ​ຮາ​ນານ 10 ເບນ​ເຮ​ເສດ​ ປະ​ຈຳ​ໃນ​ອາ​ຣຸບ​ໂບດ (ໂຊ​ໂກ ແລະ​ແຜ່ນ​ດີນ​ເຮ​ເຟີ​ຂຶ້ນ​ຢູ່​ກັບ​ເຂົາ) 11 ເບນ​ອາ​ບີ​ນາ​ດາບ ປະ​ຈຳ​ໃນ​ນາ​ຟາ​ທ​ໂດ​ຮ໌ທັງ​ຫມົດ (ເຂົາ​ມີຕາ​ຟັທ​ທິ​ດາ​ຂອງໂຊ​ໂລ​ໂມນ​ເປັນ​ພັ​ຣ​ຍາ) 12 ບາ​ອາ​ນາ​ບຸດ​ອາ​ຮິ​ລູດ ປະ​ຈຳ​ໃນ​ຕາ​ອາ​ນັກ ເມ​ກິດ​ໂດ ແລະ​ເບັດ​ເຊ​ອານ​ທັງ​ຫມົດ​ຊຶ່ງ​ຢູ່​ຂ້າງເຊ​ເຣ​ທານ​ທາງ​ທິດໃຕ້​ເມືອງ​ເຢສ​ເຣ​ເອນ ແລະ​ຕັ້ງ​ແຕ່​ເບັດ​ເຊ​ອານ​ເຖິງອາ​ເບນ​ເມ​ໂຮ​ລາໄປ​ຈົນ​ເຖິງ​ທິດ​ເຫນືອ​ຂອງໂຢກ​ເມ​ອາມ 13 ເບນ​ເກີ​ເບີ ປະ​ຈຳ​ໃນ​ຣາ​ໂມທ​ກິ​ເລ​ອາດ (ເຂົາ​ມີ​ຊົນ​ນະ​ບົດ​ທັງ​ຫລາຍ​ຂອງຢາ​ອີ​ຣ໌ບຸດ​ມາ​ນັ​ສ​ເຊ ຊຶ່ງ​ຢູ່​ໃນກິ​ເລ​ອາດ ແລະ​ເຂົາ​ມີ​ທ້ອງ​ຖິ່ນອາ​ຣ໌​ໂກ​ບ ຊຶ່ງ​ຢູ່​ໃນບາ​ຊານ ຫົວ​ເມືອງ​ໃຫຍ່​ຫົກ​ສິບ​ຫົວ​ເມືອງ​ຊຶ່ງ​ມີ​ກຳ​ແພງ​ເມືອງ ແລະ​ດານ ທອງ​ສຳ​ຣິດ​ຂຶ້ນ​ຢູ່​ກັບ​ເຂົາ) 14 ອາ​ຮີ​ນາ​ດາບ​ບຸດ​ອິດ​ໂດ ປະ​ຈຳ​ໃນ​ມາ​ຮາ​ນາ​ອິມ 15 ອາ​ຮີ​ມາ​ອັ​ສ ປະ​ຈຳ​ໃນ​ເນັຟ​ທາ​ລີ (ທ່ານ​ກໍ​ເຫມືອນ​ກັນ​ໄດ້​ບາ​ເຊ​ມັ​ທທິ​ດາ​ຂອງ​ໂຊໂລ​ໂມນ​ເປັນ​ພັ​ຣ​ຍາ) 16 ບາ​ອາ​ນາ​ບຸດ​ຮູ​ຊັຍ ປະ​ຈຳ​ໃນ​ອາ​ເຊີ ແລະ​ເບ​ອາ​ໂລທ 17 ເຢ​ໂຮ​ຊາ​ຟັ​ດບຸດ​ປາ​ຣູ​ອາ ປະ​ຈຳ​ໃນ​ອິສ​ຊາ​ຄາ 18 ຊີ​ເມ​ອີ​ບຸດ​ເອລາ ປະ​ຈຳ​ໃນ​ເບັນ​ຢາ​ມິນ 19 ເກ​ເບີ​ບຸດ​ອູ​ຣີ ປະ​ຈຳ​ໃນ​ແຜ່ນ​ດີນ​ກິ​ເລ​ອາດ ແຜ່ນ​ດີນ​ໃນ​ຊີ​ໂຮນ​ກະ​ສັດ​ຂອງ​ຄົນ​ອາ​ໂມ​ຣິດ ແລະ​ຂອງ​ໂອກ​ກະ​ສັດ​ແຫ່ງ​ເມືອງ​ບາ​ຊານ ມີ​ຂ້າ​ຫລວງ​ຄົນ​ດຽວ​ທີ່​ປະ​ຈຳ​ໃນ​ແຜ່ນ​ດີນ​ນັ້ນ

ພຣະ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ມັ່ງ​ຄັ່ງ​ຂອງ​ໂຊ​ໂລ​ໂມນ

20 ຄົນ​ຢູ​ດາ​ແລະ​ຄົນ​ອິສ​ຣາ​ເອນ​ນັ້ນ​ມີ​ຈຳ​ນວນຫລວງ​ຫລາຍ​ດັ່ງ​ເມັດ​ຊາຍ​ຕາມ​ຊາຍ​ທະ​ເລ ເຂົາ​ທັງ​ຫລາຍ​ກິນ​ແລະ​ດື່ມ​ແລະ​ມີ​ຈິດ​ໃຈ​ມ່ວນ​ຊື່ນ 21 ແລະ​ໂຊ​ໂລ​ໂມນ​ຊົງ​ປົກ​ຄອງ​ເຫນືອ​ຣາ​ຊ​ອາ​ນາ​ຈັກ​ທັງ​ສີ້ນ ຕັ້ງ​ແຕ່​ແມ່​ນ້ຳ​ຢູ​ຟຣາດ​ໄປ​ຈົນ​ເຖິງ​ແຜ່ນ​ດີນ​ຟີ​ລິ​ສ​ຕີນ ແລະ​ເຖິງ​ເຂດ​ແດນເອ​ຢິບ ເຂົາ​ທັງ​ຫລາຍ​ຖວາຍ​ສ່ວຍ​ອາ​ກອນ ແລະ​ບົວ​ລະ​ບັດ​ໂຊ​ໂລ​ໂມນ​ຕລອດ​ວັນ​ເວ​ລາ​ແຫ່ງ​ພຣະ​ຊົນ​ຊີ​ພ​ຂອງ​ພຣະ​ອົງ 22 ສະ​ບ່ຽງ​ອາ​ຫານ​ສຳ​ລັບ​ໂຊ​ໂລ​ໂມນ​ໃນ​ວັນ​ນຶ່ງ​ນັ້ນ ຄື​ຍອດ​ແປ້ງ​ສາມ​ສິບ​ໂກ​ຣ໌ ແລະ​ແປ້ງ​ຫົກ​ສິບ​ໂກ​ຣ໌ 23 ງົວ​ອ້ວນ​ສິບ​ໂຕ ງົວ​ຈາກ​ທົ່ງ​ຫຍ້າ​ຊາວ​ໂຕ ແກະ​ນຶ່ງ​ຮ້ອຍ​ໂຕ ນອກ​ຈາກ​ນີ້​ມີກວາງ​ໂຕ​ເຖິກ ຊີ້ນ​ມັ່ງ ໂອງ ແລະ​ໄກ່​ 24 ເພາະ​ພຣະ​ອົງ​ຊົງ​ຄອບຄອງ​ເຫນືອ​ທ້ອງ​ຖິ່ນ​ທັງ​ສີ້ນ​ຟາກ​ຕາ​ເວັນຕົກ​ຂອງ​ເແມ່​ນ້ຳ​ເອີ​ຟ​ຣາດ ຕັ້ງ​ ແຕ່​ຕິ​ຟ​ຊາ​ຈົນ​ເຖິງ​ກາ​ຊາ ແລະ​ຊົງ​ຄອບ​ຄອງ​ເຫນືອ​ບັນ​ດາ​ກະ​ສັດ​ທີ່​ຢູ່​ຟາກ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ​ນັ້ນ ແລະ​ພຣະ​ອົງ​ຊົງ​ມີ​ສັນ​ຕິ​ພາບຢູ່​ທຸກ​ດ້ານ​ຮອບ​ພຣະ​ອົງ 25 ຢູດາ ແລະ​ອິສຣາເອນ​ກໍ​ຢູ່​ຢ່າງ​ປອດ​ພັຍ ທຸກ​ຄົນ​ກໍ​ນັ່ງ​ຢູ່​ໃຕ້​ຮົ່ມ​ຊຸ່ມ​ອະ​ງຸ່ນ ແລະ​ໃຕ້​ຕົ້ນ​ຫມາກ​ເດື່ອ​ຂອງ​ຕົນ ຕັ້ງ​ແຕ່​ເມືອງ​ດານ​ຈົນ​ເຖິງ​ເມືອງ​ເບ​ເອີ​ເຊ​ບາ​ຕລອດ​ວັນ​ເວ​ລາ​ຂອງ​ໂຊ​ໂລ​ໂມນ 26 ໂຊ​ໂລ​ໂມນ​ຍັງ​ມີ​ຄອກ​ຂັງ​ມ້າ​ດ່ຽ​ວ​ອີກ​ສີ່​ຫມື່ນ​ສຳ​ລັບ​ຣົດ​ຮົບ​ຂອງ​ພຣະ​ອົງ ແລະ​ພົນ​ມ້າ​ນຶ່ງ​ຫມື່ນ​ສອງ​ພັນ​ຄົນ 27 ແລະ​ບັນ​ດາ​ຂ້າ​ຫລວງ​ເຫລົ່າ​ນັ້ນ​ກໍ​ຈັດ​ສະ​ບ່ຽງ​ອາ​ຫານ​ສົ່ງ​ກະ​ສັດໂຊ​ໂລ​ໂມນ ແລະ​ເພື່ອ​ທຸ​ກຄົນ​ທີ່​ມາ​ຍັງ​ໂຕະ​ສະ​ເວີຍ​ຂອງ​ກະ​ສັດ​ໂຊ​ໂລ​ໂມນ ຕ່າງ​ກໍ​ສົ່ງ​ຂອງ​ຕາມ​ເດືອນ​ຂອງ​ຕົນ ເຂົາ​ທັງ​ຫລາຍ​ບໍ່​ໃຫ້​ສີ່ງ​ນຶ່ງ​ສິ່ງ​ໃດ​ຂາດ​ໄປ​ເລີຍ 28 ທັງ​ເຂົ້າ​ບ​ເລ ແລະ​ຟາງ​ເຂົ້າ​ສຳ​ລັບ​ມ້າປະ​ຈຳ​ຣົດ ແລະ​ສຳ​ລັບ​ໃຫ້​ສັດ​ໃຊ້​ໃນ​ບ່ອນ​ຕ່າງໆ ຕາມ​ທີ່​ໄດ້​ມີ​ຣັບ​ສັ່ງ​ແກ່​ທຸກ​ຄົນ 29 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ເຂົ້າ​ໃຈ​ແກ່​ໂຊ​ໂລ​ໂມນ​ຢ່າງ​ເຫລືອ​ປະ​ມານ ທັງ​ພຣະ​ທັຍ​ອັນ​ກວ້າງ​ຂວາງ​ດຸດ​ດັ່ງ​ທະ​ເລ​ຊາຍ​ທີ່​ຊາຍ​ທະ​ເລ 30 ແລະ​ສະ​ຕິ​ປັນ​ຍາ​ຂອງ​ໂຊ​ໂລ​ໂມນ​ລ້ຳ​ກວ່າ​ສະ​ຕິ​ປັນ​ຍາ​ທັງ​ສີ້ນ​ຂອງ​ຊາວ​ຕາ​ເວັນ​ອອກ ແລະ​ກວ່າ​ບັນ​ດາ​ສະ​ຕິ​ປັນ​ຍາ​ຂອງ​ເອ​ຢິບ 31 ເພາະ​ພຣະ​ອົງ​ຊົງ​ມີ​ສະ​ຕິ​ປັນ​ຍາ​ສ​ລາດກວ່າ​ຄົນອື່ນ​ທຸກ​ຄົນ ຊົງ​ສ​ລາດກວ່າ ເອ​ທານ​ຕະ​ກູນ​ເອັ​ສ​ຣາ ແລະ​ເຮ​ມານ ກັນ​ໂກນ ແລະດາ​ຣ໌ດາ ບັນ​ດາ​ບຸດ​ຂອງ​ມາ​ໂຮນ ແລະ​ພຣະ​ນາມ​ຂອງ​ກໍ​ເລື່ອງ​ລື​ໄປ​ໃນ​ທຸກ​ປະ​ຊາ​ຊາດ​ທີ່​ຢູ່​ອ້ອມ​ຮອບ 32 ພຣະ​ອົງ​ກ່າວ​ສຸ​ພາ​ສິດ ສາມ​ພັນ​ຂໍ້​ດ້ວຍ ແລະ​ບົດ​ເພງ​ຂອງ​ພຣະ​ອົງ​ມີ​ນຶ່ງ​ພັນ​ຫ້າ​ບົດ 33 ພຣະ​ອົງ​ກ່າວ​ເຖິງ​ຕົ້ນ​ໄມ້​ຕັ້ງ​ແຕ່​ຕົ້ນ​ສົນ​ສີ​ດາ ຊຶ່ງ​ຢູ່​ໃນ​ເລ​ບາ​ນອນ ຈົນ​ເຖິງ​ຕົ້ນ​ຫູ​ສົບ​ຊຶ່ງງອກ​ອອກ​ມາ​ຈາກ​ກຳ​ແພງ ພຣະ​ອົງ​ກ່າວ​ເຖິງ​ສັດ​ປ່າ​ດ້ວຍ ທັງ​ບັນ​ດາ​ນົກ​ແລະ​ສັດ​ເລື້ອຍ​ຄານ​ແລະ​ປາ 34 ແລະ​ຄົນ​ມາ​ຈາກ​ຊົນ​ຊາດ​ທັງ​ຫລາຍ ເພື່ອ​ຟັງ​ສະ​ຕິ​ປັນ​ຍາ​ຂອງ​ໂຊ​ໂລ​ໂມນ ແລະ​ມາ​ຈາກ​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ແຜ່ນດີນ​ໂລກ ຜູ້​ໄດ້​ຍິນ​ເຖິງ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ

1 ກະສັດ 5

ການ​ຕຽມ​ສ້າງ​ພຣະ​ວິ​ຫານ

1 ເມື່ອ​ຮີ​ຣາມ​ກະ​ສັດ​ເມືອງ​ຕີ​ເຣ​ໄດ້​ຍິນ​ຂ່າວ ໂຊ​ໂລ​ໂມນ​ຖືກ​ຫົດ​ສົງ​ດ້ວຍ​ນ້ຳ​ມັນ​ຊະ​ໂລມ ແລະ​ແຕ່ງ​ຕັ້ງ​ໃຫ້​ເປັນ​ເຈົ້າ​ຊີ​ວິດ​ແທນ​ບິ​ດາ​ແລ້ວ ທ່ານ​ກໍ​ສົ່ງ​ທູດ​ໄປ​ຫາ​ພຣະ​ອົງ ເພາະ​ວ່າ​ຮີ​ຣາມ ແລະ​ດາ​ວິດ​ເຄີຍ​ເປັນ​ເພື່ອນ​ດີ​ຕໍ່​ກັນ​ຕລອດ​ມາ 2 ສ່ວນ​ໂຊ​ໂລ​ໂມນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ບອກ​ເຈົ້າ​ຮີ​ຣາມ​ດັ່ງ​ນີ້​ວ່າ​ດັ່ງ​ນີ້​ວ່າ, 3 “ພຣະ​ອົງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ກະ​ສັດ​ດາ​ວິດ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ໄດ້ ເພາະ​ວ່າ​ມີ​ສັດ​ຕຣູ​ກໍ່ກຳ​ທຳ​ເສິກ​ຕໍ່​ທ່ານ​ຢູ່​ຮອບ​ດ້ານ ຈົນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ທ່ານ​ຊະນະ​ສັດ​ຕຣູ​ທັງ​ຫມົດ​ຂອງ​ທ່ານ 4 ແຕ່​ວ່າ​ດຽວ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສ​ງົບ​ສຸກ​ທົ່ວ​ປະ​ເທດ ບໍ່​ມີ​ສັດ​ຕຣູ ບໍ່​ມີ​ການ​ທຳ​ລາຍ 5 ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ແຜນ​ການ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ກັບ​ກະ​ສັດ​ດາ​ວິດ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ “ລູກ​ຊາຍ​ຂອງ​ເຈົ້າ​ຜູ້​ທີ່​ເຮົາ​ຈະ​ໃຫ້​ຂຶ້ນ​ນັ່ງບັນລັງ​ແທນ​ເຈົ້າ​ນັ້ນ ຈະ​ເປັນ​ຜູ້​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ນະ​ມັ​ສ​ການ​ເຮົາ” 6 ດັ່ງ​ນັ້ນ ຂໍ​ພຣະ​ອົງ​ຈົ່ງ​ຊົງ​ພຣະ​ກະ​ຣຸ​ນາ​ສົ່ງ​ຄົນ​ຂອງ​ພຣະ​ອົງ​ມາ​ຍັງ​ພູ​ເລ​ບາ​ນອນ ເພື່ອ​ຕັດ​ໄມ້​ສົນ​ໃຫ້​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ຄົນ​ຂອງ​ພຣະ​ອົງ​ຕາມ​ທີ່​ພຣະ​ອົງ​ຊົງ​ເຫັນ​ດີ ພຣະ​ອົງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ໃຜ​ຊ່າງ​ຕັດ​ຕົ້ນ​ໄມ້​ເຫມືອນ​ຄົນຂອງ​ພຣະ​ອົງ” 7 ເມື່ອ​ຮີຣາມ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ໂຊ​ໂລ​ໂມນ ພຣະ​ອົງ​ກໍ​ຊົມ​ຊື່ນ​ຍິນ​ດີ ແລະ​ກ່າວ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນ​ລະ​ເສີນ ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ເຈົ້າ​ຊີ​ວິດ​ດາ​ວິດ ມີ​ຣາ​ຊ​ໂອ​ຣົດ​ສ​ລາດ​ຫລັກ​ແຫລມ​ໃນ​ການ​ປົກ​ຄອງ​ປະ​ຊາຊົນ​ອັນ​ຫລວງ​ຫລາຍ​ນີ້” 8 ແ​ລະ​ເຈົ້າ​ຮີ​ຣາມ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ເຈົ້າ​ໂຊ​ໂລ​ໂມນ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ຂອງ​ພຣະ​ອົງ​ແລ້ວ ສ່ວນ​ຂ້າ​ພະ​ເຈົ້າ​ຈະ​ໃຫ້​ທຸກ​ສິ່ງ​ຕາມ​ທີ່​ຕ້ອງ​ການ ຂ້າ​ພະ​ເຈົ້າ​ຈະ​ຈັດ​ຫາ​ໄມ້​ສົນ ແລະ​ໄມ້​ແປກ​ນັ້ນ 9 ຄົນ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ຈະ​ນຳ​ໄມ້​ເຫລົ່າ​ນີ້ ມາ​ຈາກ​ພູ​ເລບາ​ນອນ​ລົງ​ສູ່​ທະ​ເລ ເຂົາ​ຈະ​ມັດ​ມັນ​ເປັນ​ແພ​ລ່ອງ​ຕາມ​ທະ​ເລ ໄປ​ຍັງ​ບ່ອນ​ທີ່​ພຣະ​ອົງ​ຄາດ​ຄະ​ເນ​ໄວ້ ​ເມື່ອ​ຮອດ​ບ່ອນ​ດັ່ງ​ກ່າວຂ້າ​ພະ​ເຈົ້າ​ຈະ​ໃຫ້​ເຂົາ​ແກ້​ມັດ​ອອກ ແລະ​ພຣະ​ອົງ​ກໍ​ຈະ​ເອົາ​ໄມ້​ເຫລົ່າ​ນີ້​ໄປ ສ່ວນ​ພາ​ຣະ​ຂອງ​ພຣະ​ອົງ​ຂໍ​ໃຫ້​ຈັດ​ຫາ​ອາ​ຫານ​ການ​ກິນ​ສຳ​ລັບ​ຄົນ​ຂອງ​ຂ້າ​ພະ​ເຈົ້າ” 10 ຮີ​ຣາມ​ຈຶ່ງ​ຈັດ​ສົ່ງ​ໄມ້​ສົນ​ແລະ​ໄມ້​ແປກ​ທັງ​ຫມົດ​ຕາມ​ທີ່​ໂຊ​ໂລ​ໂມນ​ຕ້ອງ​ການ 11 ຝ່າຍ​ໂຊ​ໂລ​ໂມນກໍ​ສົ່ງ​ເຂົ້າ​ບ​ເລ​ສອງ​ຫມື່ນ​ໂກ​ຣ໌ (ເຈັດ​ພັນ​ໂຕ​ນ) ພ້ອມ​ທັງ​ນ້ຳ​ມັນ​ສົດ​ຊາວ​ໂກ​ຣ໌ (ສີ່​ຮ້ອຍ​ໂຕນ) ເພື່ອ​ໄປ​ລ້ຽງ​ພວກ​ໃນ​ວັງ​ຂອງ​ຮີ​ຣາມ ໂຊ​ໂລ​ໂມນ​ຈັດ​ສົ່ງ​ໃຫ້​ຮີ​ຣາມ​ທຸກໆ​ປີ 12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ສະ​ຕິ​ປັນ​ຍາ​ແກ່​ໂຊ​ໂລ​ໂມນ ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ກັບ​ທ່ານ ໂຊ​ໂລ​ໂມນ​ກັບ​ຮີ​ຣາມກໍ​ຜູ​ກສຳ​ພັນ​ທະ​ໄມ​ຕຣີ ແລະ​ທຳ​ຄຳ​ສັນ​ຍາ​ໄວ້​ຕໍ່​ກັນ​ເປັນຢ່າງ​ດີ 13 ກະ​ສັດ​ໂຊ​ໂລ​ໂມນ​ໄດ້​ຮວບ​ຮວມ​ຄົນ​ງານ​ທົ່ວ​ທັງອິສ​ຣາ​ເອນ ເພື່ອ​ເປັນ​ກຳ​ລັງ​ໃນ​ການ​ເຮັ​ດວ​ຽກ ຈຳ​ນວນ​ແຮງ​ງານ​ທີ່​ເກນ​ມາ​ມີ​ສາມ​ຫມື່ນ​ຄົນ 14 ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ອາ​ໂດ​ນີ​ຣາມ​ເປັນ​ຜູ້​ກຳ​ກັບ​ພວກ​ເຂົາ ພຣະ​ອົງ​ໄດ້​ຜັດ​ປ່ຽນ​ຄົນ​ເຫລົ່າ​ນີ້​ໄປ​ມາທີ່​ພູ​ເລ​ບາ​ນອນ​ເດືອນ​ນຶ່ງ​ມີ​ນຶ່ງ​ຫມື່ນ​ຄົນ ພວກ​ເຂົາ​ຢູ່​ພູເລບາ​ນອນ​ນຶ່ງ​ເດືອນ ແລະ​ກັບ​ຄືນ​ມາ​ຢູ່​ບ້ານ​ສອງ​ເດືອນ 15 ກະ​ສັດ​ໂຊ​ໂລ​ໂມນ​ຍັງ​ມີ​ພວກ​ຕັດ​ຫີນ​ຢູ່​ເທິງ​ພູ​ແປດ​ສິບ​ພັນ​ຄົນ ແລະ​ພວກ​ຂົນ​ຫີນເຈັດສິບ​ພັນ​ຄົນ 16 ນອກ​ຈາກ​ນີ້​ຍັງ​ມີ​ພວກ​ຂ້າ​ຣາ​ຊ​ການ​ປົກ​ຄອງ​ເປັນ​ຜູ້​ດູ​ແລ​ວຽກ​ການ​ສາມ​ພັນ​ສາມ​ຮ້ອຍ​ຄົນ ເພື່ອ​ກຳ​ກັບ​ຄົນ​ງານ​ເຮັດ​ວຽກ 17 ຕາ​ມ​ຄຳ​ຮັບ​ສັ່ງ​ຂອງ​ເຈົ້າ​ຊີ​ວິດ ພວກ​ເຂົາ​ໄດ້​ຂຸດ​ເອົາ​ຫີນ​ກ້ອນ​ໃຫຍ່ໆ ເພື່ອ​ເອົາ​ໄປ​ວາງ​ເປັນ​ຮາກ​ຖານ​ຂອງ​ພຣະ​ວິ​ຫານ 18 ຄົນ​ງານ​ຂອງ​ກະ​ສັດ​ໂຊ​ໂລ​ໂມນ ແລະ​ຄົນ​ງານ​ຂອງ​ກະ​ສັດ​ຮີ​ຣາມ ແລະ​ຊາວ​ເກ​ບານ​ໄດ້​ຕັດ​ໄມ້ ແລະ​ກ້ອນ​ຫີນ​ໂຮມ​ກັນ​ໄວ້ ເພື່ອກໍ່​ສ້າງ​ພຣະ​ວິ​ຫານ

1 ກະສັດ 6

ກະ​ສັດ​ໂຊ​ໂລ​ໂມນ​ສ້າງ​ພຣະ​ວິ​ຫານ

1 ໃນ​ປີ​ທີ່​ສີ່​ຣ້ອຍ​ແປດ​ສິບ ຫລັງ​ຈາກ​ພວກ​ອິສ​ຣາ​ເອນ​ອອກ​ຈາກ​ປະ​ເທດ​ເອ​ຢິບ ຊຶ່ງ​ເປັນ​ປີ​ທີ່​ສີ່​ທີ່​ໂຊ​ໂລ​ໂມນ​ຂຶ້ນ​ປົກ​ຄອງ​ອິສ​ຣາ​ເອນ ໃນເດືອນ​ຊີ​ຟ ຊຶ່ງ​ເປັນ​ເດືອນ​ທີ່​ສອງ ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ໄດ້​ຕັ້ງ​ຕົ້ນ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 2 ຂ້າງ​ພຣະ​ວິ​ຫານ​ມີ​ລວງ​ຍາວ​ຫົກ​ສິບ​ສອກ ລວງ​ກວ້າງ​ຊາວ​ສອກ ແລະສູງ​ສາມ​ສິບ​ສອກ 3 ຫ້ອງ​ທາງ​ເຂົ້າ​ກວ້າງ​ຊາວ​ສອກ ແລະ​ເລິກ​ເຂົ້າ​ໄປ​ຮອດ​ຫ້ອງກາງ​ສິບ​ສອກ 4 ພຣະ​ອົງ​ໄດ້​ທຳ​ຂອບ​ໃສ່​ປ່ອງ​ຢ້ຽມ ແລະ​ທຳ​ລີກ​ໄມ້​ໃສ່ 5 ພຣະ​ອົງ​ສ້າງ​ຫ້ອງ​ແຖວ​ຕິດ​ຝາ​ພຣະ​ວິ​ຫານ ອ້ອມ​ຫ້ອງ​ກາງ​ແລະ​ຫ້ອງ​ສັກ​ສິດ​ທີ່​ສຸດ ພຣະ​ອົງ​ໄດ້​ສ້າງ​ຫ້ອງ​ລ່ວງ​ຫາ​ກັນ​ອ້ອມ​ຮອບ​ທີ່​ນັ້ນ 6 ຫ້ອງ​ລຸ່ມ​ກວ້າງ​ຫ້າ​ສອກ ຫ້ອງ​ຊັ້ນ​ກາງກວ້າງ​ຫົກ​ສອກ ແລະ​ຊັ້ນ​ທີ່​ສາມກວ້າງ​ເຈັດ​ສອກ ທາງ​ດ້ານອ້ອ​ມ​ຮອບ​ຝາ​ພຣະ​ວິ​ຫານ​ຂ້າງນອກ ທ່ານ​ໄດ້​ສ້າງ​ເປັນ​ພັກ​ເພື່ອ​ບໍ່​ໃຫ້​ໄມ້​ຂາງ​ຂອງ​ຫ້ອງ​ແຖວ​ສອດ​ເຂົ້າ​ໃນ​ຝາ 7 ຫີນ​ທີ່​ນຳ​ມາ​ສ້າງ​ພຣະ​ວິ​ຫານ​ນີ້ ໄດ້​ຈັດ​ຕຽມ​ຮຽບ​ຮ້ອຍ​ມາ​ແຕ່​ບ່ອນ​ຂຸດ​ດີ​ນພຸ້ນ ດັ່ງ​ນັ້ນ​ໃນ​ຂ​ນະ​ທີ່​ກຳ​ລັງ​ກໍ່​ສ້າງ​ຢູ່​ຈີ່ງ​ບໍ່​ໄດ້​ຍິນ​ສຽງ​ຄ້ອນ​ຕີ ສຽງ​ເຫລັກ​ແກະ​ຈີ້ມ ຫລື​ເຫລັກ​ຫລາຍ​ຢ່າງ​ໃດ​ຫມົດ 8 ສ່ວນ​ທາງ​ເຂົ້າ​ເບື້ອງ​ຂວາ​ພຣະ​ວິ​ຫານ ມີ​ຂັ້ນ​ໄດ​ວຽນ​ຂຶ້ນ​ໄປ​ຫາ​ຫ້ອງ​ຊັ້ນ​ກາງ ແລະ​ຂຶ້ນ​ຕໍ່​ໄປ​ຫາ​ຫ້ອງ​ຊັ້ນ​ສາມກໍເຊັ່ນ​ດຽ​ວ​ກັນ 9 ພຣະ​ອົງ​ໄດ້​ໃຊ້ໄມ້​ສົນ​ທຳ​ເພ​ດານ ແລ້ວ​ພຣະ​ອົງ​ໄດ້​ສ້າງ​ພຣະ​ວິ​ຫານ​ສຳ​ເຣັດ​ລົງ 10 ຫ້ອງ​ແຖວ​ອ້ອມ​ພຣະ​ວິ​ຫານ​ຊຶ່ງ​ມີ​ຮາວ​ສູງ​ຊັ້ນ​ລະ​ຫ້າ​ສອກ ໄດ້​ມີ​ທ່ອນ​ໄມ້​ສົນ​ແນບ​ຕິດ​ໃສ່​ຝາ​ພຣະ​ວິ​ຫານ 11 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂຊ​ໂລ​ໂມນ​ວ່າ, 12 “ກ່ຽວ​ກັບ​ຫໍ​ໂຮງ​ທີ່​ເຈົ້າ​ກຳ​ລັງ​ສ້າງ​ຢູ່​ນີ້ ຖ້າ​ເຈົ້າ​ທຳ​ຕາມ​ຂໍ້ຄໍາ​ສັ່ງ​ຂອງ​ເຮົາ ເຊື່ອ​ຟັງ​ກົດ​ລະ​ບຽບ​ຂອງ​ເຮົາ ແລະ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ເຮົາ​ຢ່າງ​ສັດ​ຊື່ ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຮັບ​ຕາມ​ຄຳ​ສັນ​ຍາ​ທີ່​ເຮົາ​ໄດ້​ທຳ​ໄວ້​ກັບ​ບິ​ດາ​ຂອ​ງ​ເຈົ້າ 13 ຄື ເຮົາ​ຈະ​ຢູ່​ນຳ​ພວ​ກໄພ່​ພົນ​ອິສ​ຣາ​ເອນ​ຂອງ​ເຮົາ ໃນ​ພຣະ​ວິ​ຫານ​ທີ່​ເຈົ້າ​ກໍາ​ລັງ​ສ້າງ​ຢູ່​ນີ້ ແລະ​ເຮົາ​ຈະ​ບໍ່​ປະ​ຖີ້ມ​ພວກ​ເຂົາ​ຈັກ​ເທື່ອ 14 ເຈົ້າ​ໂຊ​ໂລ​ໂມນ​ໄດ້​ສ້າງ​ພຣະ​ວິ​ຫານ​ຕໍ່​ໄປ​ຈົນ​ສຳ​ເຣັດ 15 ພຣະ​ອົງ​ໄດ້​ເອົາ​ໄມ້​ສົ​ນ​ແອ້ມ​ຝາ​ທາງ​ໃນ ຕັ້ງ​ແຕ່​ພື້ນ​ພຣະ​ວິ​ຫານ​ຈົນ​ຈຸ​ເພ​ດານ ແລະ​ພື້ນ​ພຣະ​ວິ​ຫານກໍ​ປູ​ດ້ວຍ​ໄມ້​ແປກ 16 ທາງ​ດ້ານ​ໃນ​ສຸດ ພຣະ​ອົງ​ເອົາ​ໄມ້​ສົນ​ແອ້ມ​ແຕ່​ພື້ນ​ຈົນ​ຈຸ​ເພ​ດານ ຫ້ອງ​ນີ້​ແທກ​ໄດ້​ຊາວ​ສອກ ພຣະ​ອົງ​ໄດ້​ກະ​ຫ້ອງ​ນີ້​ໄວ້​ເປັນ​ບ່ອນ​ສັກ​ສິດ​ທີ່​ສຸດ 17 ຕົວ​ພຣະ​ວິ​ຫານ​ຄື​ຫ້ອງ​ໂຖງ​ຊຶ່ງ​ຢູ່ສ່ວນ​ຫນ້າ ຫ້ອງ​ຫລັງ​ນັ້ນຍາວ​ໄດ້​ສີ່​ສິບ​ສອກ 18 ຫ້ອງ​ນີ້ແອ້ມ​ດ້ວຍ​ໄມ້​ສົນ​ທີ່​ແກະ​ສ​ລັກ​ເອ້​ຄວັດ​ລາຍ​ເປັນ​ຮູບ​ນ້ຳ​ເຕົ້າ ແລະ​ຮູບດອກ​ໄມ້ ດັ່ງ​ນັ້ນ​ຝານັ້ນ​ຈຶ່ງ​ມີ​ແຕ່​ໄມ້​ສົນ​ໂດຍ​ບໍ່​ເຫັນ​ກ້ອນ​ຫີນ​ເລີຍ 19 ພຣະ​ອົງ​ສ້າງ​ຫ້ອງ​ສັກ​ສິດ​ທີ່​ສຸດ​ໃນ​ພຣະ​ວິ​ຫານ​ເປັນ​ບ່ອນບັນ​ຈຸ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 20 ຫ້ອງ​ນີ້​ຍາວ​ຊາວ​ສອກ ກວ້າງ​ຊາວ​ສອກ ແລະ​ສູງ​ຊາວ​ສອກ ພຣະ​ອົງ​ໄດ້​ໂອບ​ທອງ​ຄຳບໍ​ຣິ​ສຸດ​ໃສ່​ທົ່ວ​ທັງ​ຫ້ອງ​ນີ້ ພຣະ​ອົງ​ໄດ້​ສ້າງ​ແທ່ນ​ບູ​ຊາ​ດ້ວຍ​ໄມ້​ສົນ 21 ແລະໂຊ​ໂລ​ໂມນ​ຊົງໂອບຂ້າງ​ໃນ​ພຣະ​ວິ​ຫານ​ໂອບ​ດ້ວຍ​ທອງ​ຄຳ ແລະ​ມີ​ໂສ້​ຄຳ​ຜູກ​ຜ່ານ​ທາງ​ຫນ້າ​ຫ້ອງ​ສັກ​ສິດ​ທີ່​ສຸດ 22 ພຣະ​ອົງ​ໄດ້​ເອົາ​ທອງ​ຄຳ​ໂອບ​ທົ່ວ​ທັງ​ຫມົດ​ວິ​ຫານ ຈົນ​ພຣະ​ວິ​ຫານ​ນັ້ນ​ສຳ​ເຣັດ​ທັງ​ສີ້ນ ແທ່ນ​ບູ​ຊາ​ທັງ​ແທ່ນ​ທີ່​ເປັນ​ຂອງ​ຫ້ອງ​ຄັງ ພຣະ​ອົງ​ກໍ​ຊົງ​ເຄືອບດ້ວຍ​ທອງ​ຄຳ 23 ທາງ​ໃນ​ຫ້ອງ​ສັກ​ສິດ​ທີ່​ສຸດ ພຣະ​ອົງ​ໄດ້​ສ້າງ​ຮູບ​​ເຊ​ຣູ​ບິມ ດ້ວຍ​ໄມ້​ຫມາກກອກ​ຊຶ່ງ​ສູງ​ສິບ​ສອກ 24 ປີກ​ແຕ່​ລະ​ຂ້າງ​ຂອງ​ຮູບ​​ເຊ​ຣູ​ບິມ​ຍາວ​ຫ້າ​ສອກ ນັບ​ແຕ່​ສົ້ນ​ປີກ​ຊ້າຍ​ຫາ​ສົ້ນ​ປີກ​ຂວາ​ຍາວ​ສິບ​ສອກ 25 ຮູບ​​ເຊ​ຣູ​ບິມ​ອົງ​ນຶ່ງ​ອີກ​ກໍ​ແທກ​ໄດ້​ສິບ​ສອກ​ຄື​ກັນ ຮູບ​​ທັງ​ສອງ​ອົງ​ແຕ່​ລະ​ຮູບ​ໄດ້ເທົ່າ​ກັນ 26 ແລະ​ມີ​ຮູບ​ຮ່າງ​ລັກ​ສ​ນະ​ຢ່າງ​ດຽວ​ກັນ ລວງ​ສູງ​ຂອງ​ແຕ່​ລະ​ຮູບ​ກໍ​ເທົ່າ​ກັນ 27 ພຣະ​ອົງ​ເອົາ​ຮູບ​​ເຊ​ຣູ​ບິມ​ໄວ້​ໃຈ​ກາງ​ຫ້ອງ​ສັກ​ສິດ​ທີ່​ສຸດ ປີກ​ເບື້ອງ​ນຶ່ງ​ຂອງ​ເຊ​ຣູ​ບິມ​ແຕ່​ລະ​ອົງ​ໄດ້​ເດ່​ອອກ​ຈຸ​ຝາ ແລະ​ປີກ​ເບື້ອງ​ນຶ່ງ​ກໍ​ເດ່​ຈຸ​ກັນ 28 ຮູບ​ເຊ​ຣູ​ບິມ​ນີ້​ໂອບ​ດ້ວຍທອງ​ຄຳ 29 ພຣະ​ອົງ​ຊົງ​ສ​ລັກ​ຝາ​ຂອງ​ພຣະ​ວິ​ຫານ​ໂດຍ​ຮອບ ດ້ວຍ​ຮູບ​ແກະ​ສ​ລັກ​ເປັນ​ຮູບເຊ​ຣູ​ບິມ ແລະ​ຕົ້ນ​ຕານ ແລະ​ດອກ​ໄມ້​ບານ​ທັງ​ຂ້າງ​ໃນ ​ແລະ​ຂ້າງນອກ 30 ພື້ນ​ຂອງ​ພຣະ​ວິ​ຫານ​ນັ້ນ ພຣະ​ອົງ​ຊົງ​ໂອບດ້ວຍ​ທອງ​ຄຳ​ທັງ​ຂ້າງ​ໃນ ແລະ​ຂ້າງນອກ 31 ສຳ​ລັບ​ທາງ​ເຂົ້າ​ສູ່​ຫ້ອງ​ຫລັງ ພຣະ​ອົງ​ຊົງ​ສ້າງ​ປະ​ຕູ​ດ້ວຍ​ໄມ້ຫມາກກອກ​ຂອບ​ປະ​ຕູ​ເບື້​ອງ​ເທິງ ແລະ​ວົງ​ກົບ​ປະ​ຕູ​ຮວມ​ເຂົ້າ​ເປັນ​ຮູບ​ຫ້າ​ຫລ່ຽມ 32 ພຣະ​ອົງ​ຊົງ​ສ້າງບານ​ປະ​ຕູ​ທັງ​ສອງ​ດ້ວຍ​ໄມ້​ຫມາກກອກ​ແກະ​ຮູບ​​ເຊ​ຣູ​ບິມ​ຕົ້ນ​ອິ​ນ​ພ​ລັມ ແລະ​ດອກ​ໄມ້​ບານ​ຊົງ​ໂອບດ້ວຍ​ທອງ​ຄຳ ພຣະ​ອົງຊົງ​ແຜ່​ທອງ​ຄຳ​ຫຸ້ມ​ເຊ​ຣູ​ບິມ ແລະ​ຫຸ້ມ​ຕົ້ນ​ຕານ 33 ພຣະ​ອົງ​ຊົງ​ສ້າງວົງ​ກົບ​ປະ​ຕູ​​ທາງ​ເຂົ້າ​ຫ້ອງ​ໂຖງ​ດ້ວຍ​ໄມ້​ຫມາກກອກ​ເປັນຮູບ​ສີ່​ຫລ່ຽມ 34 ແລະ​ປະ​ຕູ​ສອງ​ບານ​ດ້ວຍ​ໄມ້​ແປກ ບານສອງ​ບານ​ຂອງບານ​ປະ​ຕູ​ນຶ່ງ​ກໍ​ຫມຸນ​ໄດ້ 35 ພຣະ​ອົງ​ຊົງ​ແກະ​ເຊ​ຣູ​ບິມ​ຕົ້ນ​ຕານ ແລະ​ດອກ​ໄມ້​ບານ​ບົນ​ບານ​ປະ​ຕູ​ນັ້ນ ແລະ​ພຣະ​ອົງ​ຊົງ​ໂອບດ້ວຍ​ທອງ​ຄຳ​ສ​ມ່ຳ​ສ​ເມີ​ກັບ​ທັງ​ງານ​ແກະ​ສ​ລັກ​ນັ້ນ 36 ພຣະ​ອົງ​ຊົງ​ສ້າງ​ລານ​ພາຍ​ໃນ​ດ້ວຍ​ກໍາ​ແພງ​ຫີນ​ສະກັດ​ສາມ​ຊັ້ນ ແລະ​ດ້ວຍ​ໄມ້​ສົນ​ຊັ້ນ​ນຶ່ງ 37 ໃນ​ປີ​ທີ່​ສີ່​ກໍ​ໄດ້​ວາງ​ຮາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ເດືອນ​ຊິ​ຟ 38 ແລະ​ໃນ​ປີ​ທີ່​ສິບ​ເອັດ​ໃນ​ເດືອນ​ບູນ ຊຶ່ງ​ເປັນ​ເດືອນ​ທີ່​ແປດ ພຣະ​ວິ​ຫານ​ນັ້ນ​ກໍ​ສຳ​ເຣັດ​ຫມົດ​ທຸກໆ​ສ່ວນ ແລະ​ສຳ​ເຣັດ​ຕາມ​ຣາຍ​ການ​ທັງ​ສີ້ນ ພຣະ​ອົງ​ຊົງ​ສ້າງ​ພຣະ​ວິ​ຫານ​ນັ້ນ​ເຈັດ​ປີ

1 ກະສັດ 7

ສີ່ງ​ກໍ່​ສ້າງ​ອື່ນໆ​ຂອງ​ໂຊ​ໂລ​ໂມນ

1 ໂຊ​ໂລ​ໂມນ​ຊົງ​ສ້າງ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ສິບ​ສາມປີ ແລະ​ພຣະ​ອົງ​ຊົງ​ໃຫ້​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ສຳ​ເຣັດ​ທັງ​ສີ້ນ 2 ພຣະ​ອົງ​ຊົງ​ສ້າງ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລ​ບາ​ນອນ ຍາວ​ນຶ່ງ​ຮ້ອຍ​ສອກ​ແລະ​ກວ້າງ​ຫ້າ​ສິບ​ສອກ ແລະ​ສູງ​ສາມ​ສິບ​ສອກ​ຢູ່​ເທິງ​ເສົາ​ໄມ້​ສົນ​ສີ​ດາ​ສີ່​ແຖວ ມີ​ຄານ​ໄມ້​ສົນ​ສີ​ດາ​ຢູ່​ເທິງ​ເສົາ 3 ຊັ້ນ​ເທິງ​ມຸງ​ດ້ວຍ​ໄມ້​ສົນ​ສີ​ດາ ເທິງ​ຫ້ອງ​ຊຶ່ງ​ຢູ​ເທິງ​ເສົາ​ສີ່​ສິບ​ຫ້າ​ຫ້ອງ​ແຖງ​ລະ​ສິບ​ຫ້າ​ຫ້ອງ 4 ມີ​ຂອບ​ຫ​ນ້າ​ຕ່າງ​ສາມແຖບ ຫນ້າ​ຕ່າງ​ຢູ່​ກົງ​ຂ້າມ​ຫນ້າ​ຕ່າງ​ທັງ​ສາມ​ແຖວ 5 ປະ​ຕູ​ແລະ​ຫນ້າ​ຕ່າງ​ທັງ​ຫມົດ​ມີ​ຂອບ​ສີ່​ຫລ່ຽມ ແລະ​ຫນ້າ​ຕ່າງກໍ​ຢູ່​ກົງ​ຂ້າມ​ຫນ້າ​ຕ່າງ​ທັງ​ສາມ​ແຖວ 6 ແລະ​ພຣະ​ອົງ​ຊົງ​ສ້າງ​ຫ້ອງ​ໂຖງ​ເສົາ​ຫານ ຍາວ​ຫ້າ​ສິບ​ສອກ ແລະ​ກວ້າງ​ສາມ​ສິບ​ສອກ ມີ​ມຸກ​ດ້ານ​ຫນ້າ​ປະ​ກອບ​ດ້ວຍ​ເສົາ​ຫານ ແລະ​ມີ​ຫ​ລັງ​ຄາ​ຂ້າງ​ຫນ້າ 7 ແລະ​ພຣະ​ອົງ​ຊົງ​ສ້າງ​ຫ້ອງ​ໂຖງ​ພຣະ​ທີ່​ນັ່ງ ເປັນ​ທີ່​ຊຶ່ງ​ພຣະ​ອົງ​ຊົງ​ໃຫ້​ຄຳ​ພິ​ພາກ​ສາ ຄື​ຫ້ອງ​ໂຖງ ຄື​ຫ້ອງ​ໂຖງ​ພິ​ນິດ​ຈັຍ ກໍ​ທຳ​ສຳ​ເຣັດ​ດ້ວຍ​ໄມ້​ສົນ​ສີ​ດາ ຕັ້ງ​ແຕ່​ພື້ນ​ຈົນ​ເຖິງ​ເພ​ດານ 8 ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຈະ​ຊົງ​ປະ​ທັບ​ຢູ່​ທີ່​ລານ​ອີກ​ແຫ່ງ​ນຶ່ງ​ຫລັງ​ຫ້ອງ​ໂຖງ ກໍ​ກະ​ທຳ​ດ້ວຍ​ຝີ​ມື​ຊ່າງ​ຢ່າງ​ດຽວ​ກັນ ໂຊ​ໂລ​ໂມນ​ໄດ້​ຊົງ​ສ້າງວັງ​ເຫມືອນ​ຫ້ອ​ງໂຖງ​ນີ້​ສຳ​ລັບ​ຣາ​ຊ​ທິ​ດາ​ຂອງ​ຟາ​ຣາ​ໂອ ຊຶ່ງ​ພຣະ​ອົງ​ໄດ້​ມາ​ເປັນ​ມະ​ເຫ​ສີ 9 ທັງສີ້ນ​ເຫລົ່າ​ນີ້​ສ້າງ​ດ້ວຍ​ຫີນ​ອັນ​ມີ​ຄ່າ​ສະ​ກັດ​ອອກ​ມາ​ຕາມ​ຂ​ນາດ ໃຊ້​​ເລື່ອຍ​ເລື່ອຍ​ທັງ​ດ້ານ​ຫລັງ​ແລະ​ດ້ານ​ຫນ້າ​ຕັ້ງ​ແຕ່​ຖານ​ເຖິງຍອ​ດຝາ ແລະ​ມີ​ຕັ້ງ​ແຕ່​ຂ້າງນອກ​ເຖິງ​ລານ​ໃຫຍ່ 10 ຖານ​ນັ້ນ​ທຳ​ດ້ວຍ​ຫີນ​ມີ​ຄ່າ ຫີນ​ກ້ອນ​ໃຫຍ່​ຂະ​ຫນາດ​ແປດ​ ແລະ​ສິບ​ສອກ 11 ຂ້າງ​ເທິງ​ກໍ​ເປັນ​ຫີນ​ມີ​ຄ່າ ສະ​ກັດ​ອອກ​ມາ​ຕາມ​ຂະ​ຫນາດ​ແລະ​ໄມ້​ສົນ​ສີ​ດາ 12 ກຳ​ແພງ​ລານ​ໃຫຍ່​ມີ​ຫີນ​ສະ​ກັດ​ສາມ​ຊັ້ນ​ໂດຍ​ຮອບ ແລະ​ໄມ້​ສົນ​ສີ​ດາ​ຊັ້ນ​ນຶ່ງ ລານ​ຊັ້ນ​ໃນ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ມີ​ເຫມືອນ​ກັນ​ທັງ​ມຸກພຣະ​ວິ​ຫານ​ດ້ວຍ

ງານ​ທີ່​ຮີ​ຣາມ​ສ້າງ​ໃນ​ພຣະ​ວິ​ຫານ

13 ພຣະ​ຣາ​ຊາ​ໂຊ​ໂລ​ໂມນ​ຊົງ​ໃຊ້​ຄົນ​ໃຫ້​ນຳ​ຮີ​ຣາມ​ມາ​ຈາກ​ເມືອງ​ຕີ​ເຣ 14 ທ່ານ​ເປັນ​ບຸດ​ຊາຍ​ຂອງ​ຍິງ​ຫມ້າຍ​ເຜົ່າ​ເນັຟ​ທາ​ລີ ແລະ​ບິ​ດາ​ຂອງ​ທ່ານ​ເປັນ​ຊາຍ​ຊາວ​ເມືອງ​ຕີ​ເຣ ເປັນ​ຊ່າງ​ທອ​ງ​ສຳ​ຣິດ ແລະ​ທ່ານ​ປະ​ກອບ​ດ້ວຍ​ສະ​ຕິ​ປັນ​ຍາ ຄວາມ​ເຂົ້າ​ໃຈ ແລະ​ຝີ​ມື​ທີ່​ຈະ​ທຳ​ງານ​ທຸກ​ຢ່າງ​ດ້ວຍ​ທອງ​ສໍາ​ຣິດ ທ່ານ​ມາ​ເຝົ້າ​ພຣະ​ຣາ​ຊາ​ໂຊ​ໂລ​ໂມນ ແລະ​ທຳ​ງານ​ທັງ​ສີ້ນ​ຂອງ​ພຣະ​ອົງ 15 ທ່ານ​ໄດ້​ທຳ​ເສົາ​ຫານ​ທອງ​ສຳ​ຣິດ​ສອງ​ເສົາ ເສົາ​ຫານ​ຕົນ​ນຶ່ງ​ສູງ​ສິບ​ແປດ​ສອກ ວັດ​ຂະ​ຫນາດ​ເສັ້ນ​ຮອບ​ຕົ້ນ​ທີ່​ສອງ​ໄດ້​ສິບ​ສອງ​ສອກ 16 ທ່ານ​ທຳ​ບົວ​ຄວ່ຳ​ຫົວ​ເສົາ​ສອງ​ອັນ​ດ້ວ​ຍທອງ​ສຳ​ຣິດ​ຫລໍ່ ເພື່ອ​ຈະ​ວາງ​ໄວ້​ເທິງຍອດ​ເສົາ ບົວ​ຄວ່ຳ​ຫົວ​ເສົາ​ອັນ​ນຶ່ງ​ສູງ​ຫ້າ​ສອກ ແລະ​ຄວາມ​ສູງ​ຂອງ​ບົວ​ຄວ່ຳ​ຫົວ​ເສົາ​ອີກ​ອັນ​ນຶ່ງກໍ​ຫ້າ​ສອກ 17 ແລ້ວ​ມີ​ຕາ​ຂ່າຍ​ເປັນ​ຕາ​ຫມາກ​ຣຸກ​ດ້ວຍ​ມາ​ລັຍ​ໂສ້​ສຳ​ລັບ​ບົວ​ຄວ່ຳ​ທີ່​ຢູ່​ເທິງ​ຫົວ​ເສົາ ເຈັດ​ອັນ​ສຳ​ລັບ​ບົວ​ຄວ່ຳ​ອັນ​ນຶ່ງ ແລະ​ເຈັດ​ອັນ​ສຳ​ລັບບົວ​ຄວ່ຳ​ອີກ​ອັນ​ນຶ່ງ 18 ທ່ານທຳ​ຮູບ​ຫມາກ​ພິ​ລາ​ທຳ​ນອງ​ດຽວ​ກັນ ມີ​ສອງ​ແຖງ​ລ້ອມ​ທັບ​ຕາ​ຂ່າຍ​ຜືນ​ນຶ່ງ ເພື່ອ​ຄຸມ​ບົວຄວ່ຳ​ທີ່​ຢູ່ຍອດ​ເສົາ​ຫານ ແລະ​ທ່ານ​ກໍ​ທຳ​ເຊັ່ນ​ດຽວ​ກັນ ສຳ​ລັບບົວ​ຄວ່ຳ​ອີກ​ອັນ​ນຶ່ງ 19 ຝ່າຍ​ບົວ​ຄວ່ຳ​ຊຶ່ງ​ເທິງຍອດ​ເສົາ​ຫານ​ທີ່​ຢູ່​ໃນ​ມຸກ​ນັ້ນ​ເປັນ​ດອກ​ບົວ​ຂະ​ຫນາດ​ສີ່​ສອກ 20 ບົວ​ຄວ່ຳ​ຂອງ​ຢູ່​ບົນ​ເສົາ​ຫານ​ສອງ​ຕົ້ນ​ນັ້ນ ແລະ​ຢູ່​ເຫນືອ​ຄີ້ວ​ຊຶ່ງ​ຢູ່​ຖັດ​ຕໍ່​ຕາ​ຂ່າຍ​ດ້ວຍ ມີ​ຫມາກ​ພິ​ລາ​ສອງ​ຮ້ອຍ​ຫມາກຢູ່​ລ້ອມ​ຮອບ​ເປັນ​ສອງ​ແຖວ ບົວ​ຄວ່ຳ​ອີກ​ອັນ​ນຶ່ງກໍມີ​ເຫມືອນ​ກັນ 21 ທ່ານ​ຕັ້ງ​ເສົາ​ໄວ້​ທີ່​ມຸກ​ພຣະ​ວິ​ຫານ ທ່ານ​ຕັ້ງ​ເສົາ​ຂ້າງ​ຂວາ​ໄວ້ ແລະ​ເອີ້ນ​ຊື່​ວ່າ ຢາ​ຄີນ ແລະ​ທ່ານ​ຕັ້ງ​ເສົາ​ຂ້າງ​ຊ້າຍໄວ້​ເອີ້ນຊື່​ວ່າ ໂບ​ອັ​ສ 22 ແລະ​ເທິງຍອດ​ເສົາ​ນັນ​ເປັນ​ລາຍດ​ອກ​ບົວ​ ງານ​ຂອງ​ເສົາ​ກໍສຳ​ເຣັດ​ດັ່ງ​ນີ້​ແຫລະ 23 ແລ້ວ​ທ່ານ​ໄດ້​ຫລໍ່​ຂັນ ເປັນ​ຂັນ​ກົມ ວັດ​ຈາກ​ຂອບ​ນຶ່ງ​ໄປ​ເຖິງ​ອີກ​ຂອບ​ນຶ່ງ​ໄດ້​ສິບ​ສອກ ສູງ​ຫ້າ​ສ​ອກ ແລະ​ວັດ​ໂດຍ​ຮອບ​ໄດ້​ສາມ​ສິບ​ສອກ 24 ໃຕ້​ຂອບ​ເປັນຮູບ​ຫມາກ​ນ້ຳ​ເຕົ້າລະ​ຍະ​ສິບ​ສອກ ຢູ່​ຮອບ​ຂັນ​ຫມາກ​ນ້ຳ​ເຕົ້າ​ຢູ່​ສອງ​ແຖວ ​ຫລໍ່​ພ້ອມ​ກັບ​ເມື່ອ​ຫລໍ່​ຂັນ 25 ຂັ​ນ​ນັ້ນ​ວາງ​ຢູ່​ເທິງ​ງົວ​ສິບ​ສອງ​ໂຕ ຫັນ​ຫນ້າ​ໄປ​ທິດ​ເຫນືອ​ສາມ​ໂຕ ຫັນຫນ້າ​ໄປ​ທິດ​ຕາ​ເວັນ​ຕົກ​ສາມ​ໂຕ ຫັນ​ຫນ້າ​ໄປ​ທິດໃຕ້​ສາມ​ໂຕ ຫັນ​ຫນ້າ​ໄປ​ທິດ​ຕາ​ເວັນ​ອອກ​ສາມ​ໂຕ ເຂົາ​ວາງ​ຂັນ​ຢູ່​ເທິງງົວ ສ່ວນ​ຫລັງ​ທັງ​ຫມົດ​ຂອງງົວ​ຢູ່​ດ້ານ​ໃນ​ 26 ຂັນ​ຫນາ​ນຶ່ງ​ຄືບ ທີ່​ຂອບ​ຂອງ​ຂັນ​ທຳ​ເຫມືອນ​ຂອບ​ຖ້ວຍ​ເຫມືອນ​ຢ່າງດອກ​ບົວ​ບັນ​ຈຸ​ໄດ້​ສອງ​ພັນ​ບັ​ທ 27 ທ່ານ​ທຳ​ແທ່ນ​ທອງ​ສຳ​ຣິດ​ສິບ​ອັນ ແທ່ນ​ອັນ​ນຶ່ງ​ຍາວ​ສີ່​ສອກ ກວ້າງ​ສີ່​ສ​ອກ ສູງ​ສາມ​ສ​ອກ 28 ທ່ານ​ສ້າງ​ແທ່ນ​ຢ່າງ​ນີ້ ແທ່ນ​ນີ້​ມີແຜງ ແຜງ​ນີ້ຝັງ​ຢູ່​ໃນ​ຂອບ 29 ເທິງ​ແຜງ​ທີ່​ຝັງຢູ່​ໃນ​ຂອບ​ນັ້ນ​ມີ​ຮູບ​ສີງ ງົວ ແລະເຊ​ຣູ​ບິມ ຂ້າງ​ເທິງ​ຂອ​ບ​ທີ່​ຢູ່​ເຫນືອ ແລະ​ໃຕ້​ສີງ​ແລະ​ງົວ ມີ​ລວດ​ລາຍ​ເປັນ​ມາ​ລັຍ​ຝີ​ຄ້ອນ​ 30 ນອກ​ຈາກ​ນີ້ ແທ່ນ​ນຶ່ງໆ​ມີ​ລໍ້​ທອງ​ສຳ​ຣິດ​ສີ່​ລໍ້ ແລະ​ມີ​ເພົາ​ທອງ​ສຳ​ຣິດ ທີ່​ແຈ​ທັງ​ສີ່​ມີ​ທີ່​ຄ້ຳ ຂັນ​ທີ່​ຄ້ຳ​ອັນ​ນຶ່ງ​ຫລໍ່​ມີ​ມາ​ລັຍ​ຫ້ອຍ​ຂ້າງໆ​ທຸກ​ຂ້າງ 31 ຊ່ອງ​ເປີດ​ຢູ່​ໃນ​ບົວ​ຫງາຍ ຊຶ່ງສູງ​ຂື້​ນ​ໄປ​ນຶ່ງ​ສອກ ຊ່ອງ​ເປີດ​ນັ້ນ​ກົມ​ຢ່າງ​ທີ່​ເຂົາ​ທຳ​ເຊີງ​ຮອງ ເລິກ​ນຶ່ງ​ສອກ​ຄືບ ຕົງ​ຊ່ອງ​ເປີດ​ມີ​ລາຍ​ສ​ລັກ ແລະ​ແຜງ​ນັ້ນ​ກໍ​ສີ່​ຫລ່ຽມ​ບໍ່​ກົມ 32 ລໍ້​ທັງ​ສີ່​ຢູ່ໃຕ້​ແຜງ ເພົາ​ລໍ້​ນັ້ນ​ເປັນ​ສິ້ນ​ດຽວ​ກັບ​ແທ່ນ ລໍ້​ອັນ​ນຶ່ງ​ສູງ​ນຶ່ງ​ສອກ​ຄືບ 33 ລໍ້​ນັ້ນ​ເຂົາ​ທຳ​ເຫມືອນ​ລໍ້​ຣົດ​ຮົບ ທັງ​ເພົາ ຂອ​ບລໍ້ ກຳ ແລະ​ດຸມ​ກໍ​ຫລໍ່ 34 ແທ່ນນຶ່ງໆ​ມີ​ທີ່​ຄ້ຳ​ຢູ່​ທີ່​ແຈ​ທັງ​ສີ່ ທີ່​ຄ້ຳ​ນີ້​ຫລໍ່ເປັນ​ສິ້ນ​ດຽວ​ກັບ​ແທ່ນ 35 ທີ່​ເທິງຍອດ​ແທ່ນ​ມີ​ແຖບຍອດ​ສູງ​ຄືບ​ນຶ່ງ ແລະ​ເທິງຍອດ​ແທ່ນ​ນັ້ນ​ມີ​ຂອບ ແລະ​ແຜງ​ຕິດ​ເປັນ​ອັນ​ດຽວ​ກັນ​ແທ່ນ 36 ທີ່ພຶ້​ນ​ຂອບ ແລະ​ພື້ນ​ແຜງ ທ່ານ​ສ​ລັກ​ເປັນ​ຮູ​ບ​ເຊ​ຣູ​ບິມ ສີງ ແລະ​ຕົ້ນ​ຕານ ຕາມ​ທີ່​ວ່າງ​ຂອງ​ແຕ່​ລະ​ສິ່ງ​ມີ​ລາຍ​ມາລັຍ​ຮອບ 37 ທ່ານ​ໄດ້​ທຳ​ແທ່ນ​ສິບ​ແທ່ນ​ຕາມ​ຢ່າງນີ້ຫລໍ່ເຫມືອນກັນ​ຫມົດ​ທຸກ​ອັນ ຂະ​ຫນາດ​ດຽວ​ກັນ​ແລະ​ຮູບ​ດຽວ​ກັນ 38 ທ່ານ​ທຳ​ຂັນ​ທອງ​ສຳ​ຣິດສິບ​ຫນ່ວຍ ຂັນ​ຫນ່ວຍ​ນຶ່ງ​ບັນ​ຈຸ​ສີ່​ສິບ​ບັ​ທ ຂະ​ຫນາດ​ຂັນ​ຫນ່ວຍ​ນຶ່ງ​ສີ່​ສອກ ມີ​ຂັນ​ແທ່ນ​ລະ​ຫນ່ວຍ​ທັງ​ສິບ​ແທ່ນ 39 ທ່ານ​ວາງ​ແທ່ນ​ຂັນ​ນັ້ນ​ໄວ້ ທາງ​ດ້ານ​ຂວາ​ຂອງພຣະ​ວິ​ຫານ​ຫ້າ​ແທ່ນ ແລະ​ທາງ​ດ້ານ​ຊ້າຍ​ຂອງ​ ພຣະ​ວິ​ຫານ​ຫ້າ​ແທ່ນ ແລະ​ທ່ານ​ວາງ​ຂັນໄວ້​ທີ່​ດ້າຍ​ຂວາ​ພຣະ​ວິ​ຫານ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້ 40 ຮີ​ຣາມ​ໄດ້​ທຳ​ຫມໍ້ ຊວ້ານ ແລະ​ຖ້ວຍ ດັ່ງ​ນັ້ນຮີ​ຣາມກໍສຳ​ເຣັດ​ງານ​ທັງ​ສີ້ນ​ຊຶ່ງ​ເຂົາ​ຕ້ອງ​ກະ​ທຳ​ຖວາຍ​ກະ​ສັດໂຊ​ໂລ​ໂມນ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 41 ເສົາ​ຫານ​ສອງ​ຕົ້ນ ຄີ້ວ​ທັງ​ສອງ​ຂອງ​ບົວ​ຄວ່ຳ​ທີ່ຢູ່​ເທິງ​ຍອດ​ເສົາ​ຫານ ແລະ​ຕາ​ຂ່າຍ​ສອງ​ຜືນ ຊຶ່ງ​ຄຸມ​ຄີ້ວ​ທັງ​ສອງ​ຂອງບົວ​ຄວ່ຳ​ຊຶ່ງ​ຢູ່​ເທິງຍອດ​ເສົາ​ຫານ 42 ແລະ​ຫມາກ​ພິ​ລາ​ສີ່​ຮ້ອຍ​ສຳ​ລັບ​ຕາ​ຂ່າຍ​ສອງ​ຜືນ ຕາ​ຂ່າຍ​ຜືນ​ນຶ່ງ​ມີ​ຫມາກ​ພິ​ລາ​ສອງ​ແຖວ ເພື່ອ​ຄຸມ​ຄີ້ວ​ທັງ​ສອງ​ຂອງ​ບົວ​ຄວ່ຳ​ຊຶ່ງ​ຢູ່​ເທິງ​ເສົາ​ຫານ 43 ແທ່ນ​ສິບ​ແທ່ນ ແລະ​ຂັນ​ສິບ​ຫນ່ວຍ​ຊຶ່ງ​ຢູ່​ເທິງ​ແທ່ນ 44 ແລະ​ຂັນ​ຫນ່ວຍ​ນຶ່ງ ແລະ​ງົວ​ສິບ​ສອງ​ໂຕ​ທີ່​ຢູ່ໃຕ້​ຂັນ​ 45 ຫມໍ້ ຊວ້ານ ແລະ​ຖ້ວຍ ພາ​ຊ​ນະ​ທັງ​ສີ້ນ​ເຫ​ລົ່າ​ນີ້​ໃນ​ພຣະ​ວິ​ຫານ​ຂອງ​ຜູ້​ເປັນ​ເຈົ້າ ຊຶ່ງ​ຮີ​ຣາມ​ໄດ້​ທຳ​ຖວາຍ​ກະ​ສັດ​ໂຊ​ໂລ​ໂມນ​ເປັນ​ຂອງ​ທີ່​ທຳ​ດ້ວຍ​ທອງ​ສຳ​ຣິດ​ຂັດ​ມັນ 46 ພຣະ​ຣາ​ຊາ​ຊົງ​ຫລໍ່​ສີ່ງ​ເຫລົ່າ​ນີ້​ໃນ​ລຸ່ມ​ແມ່​ນ້ຳ​ຈໍ​ແດນ ແລະ​ໃນ​ທີ່​ໂຮງ​ຫລອມລະ​ຫວ່າງ​ເມືອງຊຸກ​ໂກດ ແລະ​ຊາ​ເຣ​ທານ 47 ໂຊ​ໂລ​ໂມນ​ບໍ່​ໄດ້​ຊັ່ງ​ເຄື່ອງ​ໃຊ້​ທັງ​ຫມົດ​ນີ້ ເພາະ​ວ່າ​ມີ​ຈຳ​ນວນ​ຫລວງ​ຫລາຍ ຈຶ່ງ​ບໍ່​ໄດ້​ນ້ຳ​ຫນັກ​ຂອງ​ທອງ​ສຳ​ຣິດ 48 ໂຊ​ໂລໂມນ​ໄດ້​ຊົງ​ກະ​ທຳ​ເຄື່ອງ​ໃຊ້​ທັງ​ສີ້​ນ​ຊື່ງຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ແທ່ນ​ບູ​ຊາ​ທອງ​ຄຳ ແລະ​ຊົງ​ທຳ​ໂຕະ​ເຂົ້າ​ຈີ່ຫນ້າ​ພຣະ​ພັກ​ດ້ວຍ​ທອງ​ຄຳ​ 49 ໂຕະ​ຮອງ​ຕີນ​ໂຄມ​ທອງ​ຄຳ​ບໍ​ຣິ​ສຸດ ຢູ່​ທາງ​ດ້ານ​ຂວາ​ຫ້າອັນ ຢູ່​ທາງ​ດ້ານ​ຊ້າຍ​ຫ້າ​ອັນ ຂ້າງ​ຫນ້າ​ຫ້ອງ​ຫລັງ ດອກໄມ້ ຕະ​ກຽງ ແລະ​ຄີມ ທຳ​ດ້ວຍ​ທອງ​ຄຳ 50 ຖ້ວຍ ມີດ​ຕັດ​​ຕັດ​ໃສ້​ຕະ​ກຽງ ຊາມ ຖ້ວຍ​ສຳ​ລັບ​ເຄື່ອງ​ຫອມ ບ່ວງ ແລະ​ກະ​ຖາງ​ໄຟ ທຳ​ດ້ວຍ​ທອງ​ຄຳ ແລະ​ບານ​ພັບ​ສຳ​ລັບ​ປະ​ຕູ​ຂອງ​ສ່ວນ​ຊັ້ນ​ໃນ​ພຣະ​ວິ​ຫານ​ຄືບ່ອນ​ສັກ​ສິດ​ທີ່​ສຸດ ແລະ​ສຳ​ລັບ​ປະ​ຕູ​ຫ້ອງ​ໂຖງຂອງ​ພຣະ​ວິ​ຫານ ກໍ​ທຳ​ດ້ວຍ​ທອງ​ຄຳ 51 ບັນ​ດາ​ກິ​ຈ​ການ​ຊຶ່ງ​ພຣະ​ຣາ​ຊາ​ໂຊ​ໂລ​ໂມນ​ກະ​ທຳ​ກ່ຽວ​ດ້ວຍ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ສຳ​ເຣັດ​ດັ່ງ​ນີ້ ແລະ​ໂຊ​ໂລ​ໂມນ​ຊົງ​ນຳ​ບັນ​ດາ​ສິ່ງ​ຊຶ່ງ​ດາ​ວິດ​ຣາ​ຊ​ບີ​ດາ​ຊົງ​ຖວາຍ​ໄວ້​ເຂົ້າ​ມາ ຄື​ເຄື່ອງ​ເງິນ ເຄື່ອງ​ທອງ​ຄຳ ແລະ​ເຄື່ອງ​ໃຊ້​ຕ່າງໆ ແລະ​ເກັບ​ໄວ້ໃນ​ຄັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

1 ກະສັດ 8

ໂຊ​ໂລ​ໂມນ​ນຳ​ຫີບ​ຄຳ​ສັນ​ຍາ​ມາ​ໄວ້​ໃນ​ພຣະ​ວິ​ຫານ

1 ແລ້ວ​ກະ​ສັດ​ໂຊ​ໂລ​ໂມນ​ໄດ້​ເຊີນ​ຫົວ​ຫນ້າ​ເຜົ່າ​ແລະ​ຫົວ​ຫນ້າ​ຕະ​ກູນ​ອິສ​ຣາ​ເອນ​ມາ​ຍັງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເພື່ອ​ນຳ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ເມືອງຊີ​ໂອນ ເມືອງ​ຂອງ​ດາ​ວິດ​ໄປ​ຍັງ​ພຣະ​ວິ​ຫານ 2 ເມື່ອ​ວັນ​ສ​ລອງ​ໃນ​ເດືອນ​ເຈັດ ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ໄດ້​ມາ​ຊ້ອງ​ພຣະ​ພັກ​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ 3 ເມື່ອ​ພວກ​ຜູ້​ນຳ​ທຸກ​ຄົນ​ມາ​ໂຮມ​ກັນ​ແລ້ວ ພວກ​ປະ​ໂຣ​ຫິດ​ໄດ້​ນຳ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ມາ​ 4 ຊຶ່ງ​ແມ່ນ​ພວກ​ເລ​ວີ​ເປັນ​ຜູ້​ຫາມ ພ້ອມ​ທັງ​ຜ້າ​ເຕັນ​ສັກ​ສິດ ແລະ​ພາ​ຊ​ນະ​ສັກ​ສິດ​ມາຍັງ​ພຣະ​ວິ​ຫານ 5 ແລ້ວ​ກະ​ສັດ​ໂຊ​ໂລ​ໂມນ​ພ້ອ​ມທັງ​ພວກ​ອິສ​ຣາ​ເອນ​ທຸກ​ຄົນ ກໍ​ເອົາ​ແກະ ​ແລະ​ງົວ​ຢ່າງ​ມາກ​ມາຍ​ມາ​ຖວາຍ​ບູ​ຊາ​ຕໍ່​ຫນ້າ​ຫີບ​ຄຳ​ສັນ​ຍາ​ນັ້ນ 6 ຕໍ່​ມາ ພວກ​ປະ​ໂຣ​ຫິດ​ຈຶ່ງ​ນຳ​ເອົາ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຂົ້າ​ໄປ​ບັນ​ຈຸ​ໄວ້ ໃນ​ຫ້ອງ​ຫລັງ​ສຸດ​ຂອງ​ພຣະ​ວິ​ຫານ ຊຶ່ງ​ເປັນ​ຫ້ອງ​ສັກ​ສິດ​ທີ່​ສຸດ ຫີບ​ຄຳ​ສັນ​ຍາ​ນັ້ນ​ຢູ່​ພາຍໃຕ້​ປີກ​ຂອງ​ເຊ​ຣູ​ບິມ 7 ປີກ​​ເຊ​ຣູ​ບິມ​ໄດ້​ປົກ​ກວມ​ໄມ້​ຄານ​ຫາມ​ຫີບ​ຄຳ​ສັນ​ຍາ​ນັ້ນ​ດ້ວຍ 8 ໄມ້​ຄານ​ຫາມ​ຫີບ​ນີ້​ຍາວ​ຫລາຍ ຖ້າ​ເບິ່ງ​ແຕ່ນອກ​ຫ້ອງ​ສັກ​ສິດ​ກໍ​ເຫັນ​ໄດ້ ແຕ່​ຖ້າ​ເບິ່ງ​ທາງນອກ​ພຣະ​ວິ​ຫານ​ກໍ​ຈະ​ບໍ່​ເຫັນ ໄມ້​ຄານ​ຫາມກໍ​ຢູ່​ໃນ​ບ່ອນ​ນັ້ນ​ເທົ່າ​ເຖິງ​ທຸກວັນ​ນີ້ 9 ຢູ່​ໃນ​ຫີບ​ຄຳ​ສັນ​ຍາ​ນັ້ນ ມີ​ແຕ່​ຫີນ​ສອງ​ແຜ່ນ​ທີ່​ໂມ​ເຊ​ບັນ​ຈຸ​ໄວ້​ທີ່​ພູ​ຊີ​ນາ​ອີ ຊຶ່ງ​ເປັນ​ແຜ່ນຫີນ​ແຫ່ງຄຳ​ສັນ​ຍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ໄວ້​ກັບ​ພວກ​ອິສ​ຣາ​ເອນ ຄາວ​ເມື່ອ​ພວກ​ເຂົາ​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ເອ​ຢິບ 10 ເມື່ອ​ປະ​ໂຣ​ຫິດ​ອອກ​ມາ​ຈາກ​ບ່ອນ​ສັກ​ສິດ ກ້ອນ​ເມກ​ໄດ້​ປົກ​ຫຸ້ມ​ພ​ວ​ກ​ປະ​ໂຣ​ຫິດ​ບໍ່​ອາດ​ກັບ​ຄືນ​ໄປ​ປະ​ຕິ​ບັດ​ວຽກ​ການ​ໄດ້ 11 ເພາະ​ວ່າ​ຣັ​ສ​ມີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕັມ​ໃນ​ພຣະ​ວິ​ຫານ​ນັ້ນ 12 ແລ້ວ​ກະ​ສັດ​ໂຊ​ໂລໂມນ​ກໍ​ອ້ອນວອນ​ວ່າ, “ຂ້າ​ແດ່ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ໃຫ້​ຕາ​ເວັນ​ຢູ່​ເທິງ​ທ້ອງ​ຟ້າ ແຕ່​ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ໃນ​ກ້ອນ​ເມກ​ແລະ​ຄວາມ​ມືດ​ມົວ 13 ດຽວ​ນີ້ ຂ້າ​ພຣະ​ອົງ​ໄດ້​ສ້າງ​ບ່ອນ​ຢູ່​ອາ​ໄສ​ໃຫ້​ພຣະ​ອົງ ຊຶ່ງ​ເປັນ​ບ່ອນ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ຕລອດ​ໄປ” 14 ແລ້ວ​ກະ​ສັດ​ໂຊ​ໂລ​ໂມນກໍ​ຫັນ​ມາ​ອວຍ​ພອນ​ແກ່​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທຸກ​ຄົນ ໃນ​ຂ​ນະ​ທີ່​ທຸກ​ຄົນ​ກຳ​ລັງ​ຢືນ​ຢູ່ 15 ພຣະ​ອົງ​ຊົງ​ກ່າວ​ວ່າ, “ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ ຜູ້​ຊົງ​ຖື​ຮັກ​ສາ​ຄຳ​ສັນ​ຍາ​ທີ່​ມີ​ຕໍ່​ກະ​ສັດ​ດາ​ວິດ​ພຣະ​ບິດ​ຂອງ​ຂ້າ​ພຣະ​ອົງ ດັ່ງ​ຄຳ​ທີ່​ວ່າ 16 ນັບ​ຕັ້ງ​ແຕ່​ວັນ​ທີ່​ເຮົາ​ໄດ້​ນຳ​ເອົາ​ໄພ່​ພົນ​ອິສ​ຣາ​ເອນ​ຂອງ​ເຮົາ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ ເຮົາ​ບໍ່ໄດ້​ເລືອກ​ເອົາຫົວ​ເມືອງ​ໃນ​ຕະ​ກູນ​ນຶ່ງ​ຕະ​ກູນ​ໃດ​ຂອງ​ອິສ​ຣາ​ເອນ ເພື່ອ​ໃຫ້​ເຂົາ​ສ້າງ​ສະ​ຖານ​ທີ່​ຢູ່​ສຳ​ລັ​ບ​ເຮົາ ແຕ່​ເຣົາ​ໄດ້​ເລືອກ​ເອົາ​ດາ​ວິດ ເປັນ​ຜູ້​ປົກ​ຄອງ​ໄພ່​ພົນ​ອິສ​ຣາ​ເອນ​ຂອງ​ເຣົາ 17 ກະ​ສັດ​ດາ​ວິດ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ພຣະ​ທັຍ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ 18 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ສະ​ເດັດ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ວ່າ “ເຈົ້າ​ໄດ້​ຕັ້ງ​ໃຈ​ສ້າງວິ​ຫານ​ສຳ​ລັບ​ເຮົາ ອັນ​ນັ້ນ​ກໍ​ເປັນ​ການ​ດີ​ຢູ່ 19 ແຕ່​ວ່າ ບໍ່​ແມ່ນ​ເຈົ້າ​ຈະ​ເປັນ​ຜູ້​ສ້າງວິ​ຫານ​ນີ້ ແມ່ນ​ລູກ​ຊາຍ​ຂອງ​ເຈົ້າ​ຈະ​ສ້າງວິ​ຫານ​ສຳ​ລັບ​ເຮົາ” 20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຂຶ້ນ​ຄອງຣາ​ຊ​ສົມ​ບັດ​ແທນ​ສະ​ເດັດ​ພໍ່​ຂອງ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ນັ່ງ​ຢູ່​ເທິງ​ຣາ​ຊ​ບັນ​ລັງ​ຂອງ​ອິສ​ຣາ​ເອນ​ຕາມ​ທີ່​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ສັນ​ຍາ​ໄວ້ ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ເປັນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ 21 ແລະ​ໄດ້​ສ້າງ​ບ່ອນ​ບັນ​ຈຸ​ຫີບ​ຄຳ​ສັນ​ຍາ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ໄວ້​ກັບປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຮົາ ເວ​ລາ​ທີ່​ພຣະ​ອົງ​ຊົງ​ນຳ​ພວກ​ທ່ານ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ

ກະ​ສັດ​ໂຊ​ໂລ​ໂມນ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ

22 ແລ້ວ​ກະ​ສັດ​ໂຊ​ໂລ​ໂມນ ກໍໄດ້​ຢືນ​ຢູ່​ຕໍ່​ຫນ້າ​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ຕໍ່​ຫນ້າ​ຊຸມ​ນຸມ​ຊົນ​ອິສ​ຣາ​ເອນ​ທຸກ​ຄົນ 23 ພຣະ​ອົງ​ຍົກ​ພຣະ​ຫັດ​ຂຶ້ນ​ຟ້າ ແລ້ວ​ກ່າວ​ຂຶ້ນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ບໍ່​ວ່າ​ໃນ​ຟ້າ​ສວັນ​ ຫລື​ແຜ່ນ​ດີນ​ໂລກ​ນີ້ ບໍ່​ມີ​ໃຜ​ເຫມືອນ​ພຣະ​ອົງ ພຣະ​ອົງ​ຊົງ​ຊື່ສັດ​ຕໍ່​ຄຳ​ຫມັ້ນ​ສັນ​ຍາ ແລະ​ຊົງ​ມີ​ຄວາມ​ຮັກ​ຫມັ້ນ​ຄົງ​ຕໍ່​ພວກ​ຂ້າໃ​ຊ້​ຂອງ​ພຣະ​ອົງ ເວ​ລາ​ພວກ​ເຂົາ​ດຳ​ເນີນ​ຕາມ​ທາງ​ຂອງ​ພຣະ​ອົງ​ຢ່າງ​ສຸດ​ອົກ​ສຸດ​ໃຈ 24 ພຣະ​ອົງ​ຊົງ​ຮັກ​ສາ​ຄຳ​ສັນ​ຍາ​ທີ່​ມີໄວ້​ກັບ​ກະ​ສັດ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ໃນ​ວັນ​ນີ້​ພຣະ​ອົງ​ຊົງ​ທຳ​ຕາມ​ສັນ​ຍາ​ຂອງ​ພຣະ​ອົງ 25 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ດຽວ​ນີ້​ຂໍ​ພຣະ​ອົງ​ຊົງ​ໂຜດ​ຕາມ​ທີ່​ສັນ​ຍາ​ໄວ້​ກັບ​ກະ​ສັດ​ດາ​ວິດ ຂ້າ​ໃຊ້​ຂອງ​ພຣະ​ອົງ​ວ່າ ໃນ​ພຣະ​ທີ່​ນັ່ງ​ຂອງ​ອິສ​ຣາ​ເອນ ເຈົ້າ​ຈະ​ບໍ່​ຂາດ​ຜູ້​ທີ່​ນັ່ງ​ຢູ່​ຕໍ່​ຫນ້າ​ເຮົາ​ຈັກ​ເທື່ອ ພຽງ​ແຕ່​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ປະ​ຕິບັດ​ຕົນ​ຢ່າງ​ລະ​ມັດ​ລະ​ວັງ ແລະ​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ທີ່​ເຈົ້າ​ໄດ້​ເຄີຍ​ປະ​ຕິບັດ​ມາ​ຕໍ່​ຫນ້າ​ເຮົາ 26 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ຂໍ​ໃຫ້​ພຣະ​ວາ​ຈາ​ຂອງ​ພຣະ​ອົງ​ເປັນ​ຈີງ​ດັ່ງ​ທີ່​ພຣະ​ອົງຊົງ​ກ່າ​ວ​ໄວ້​ຕໍ່​ກະ​ສັດ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເທີນ 27 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ຈະ​ຢູ່​ນຳ​ມະ​ນຸດ​ໃນ​ໂລກ​ນີ້​ຫລື​ບໍ ແມ່ນ​ແຕ່​ຟ້າ​ສວັນ​ອັນ​ສູງ​ສຸດກໍ​ຍັງ​ບໍ່​ເຫມາະ​ສົມ​ສຳ​ລັບ​ພຣະ​ອົງ ເຫດ​ໃດ​ພຣະ​ວິ​ຫານ​ທີ່​ຂ້າ​ພຣະ​ອົງ​ໄດ້​ສ້າງຂຶ້ນ​ນີ້​ຈຶ່ງ​ຈະ​ເຫມາະ​ສົມ​ກັບ​ພຣະ​ອົງ 28 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ເຖິງ​ແມ່ນ​ວ່າ​ວິ​ຫານ​ນີ້​ນ້ອຍ​ກໍ​ຈີງ ຂໍ​ຈົ່ງ​ຟັງ​ຄຳ​ອ້ອນວອນ​ທູນ​ຂໍ​ຈາກ​ຂ້າ​ໃຊ້​ຂອງ​ພຣະ​ອົງ ໃນ​ວັນ​ນີ້​ຂໍ​ພຣະ​ອົງ​ຊົງ​ຟັງ​ຄຳ​ຮ້ອງ​ແລະ​ຄຳ​ອ້ອນວອນ​ທີ່​ຂ້າ​ໃຊ້​ຂອງ​ພຣະ​ອົງ​ທູນ​ຕໍ່​ພຣະ​ອົງ​ 29 ຂໍ​ພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ເຝົ້າ​ເບິ່ງ​ແຍງວິ​ຫານ​ນີ້​ຕລອດ​ວັນ​ແລະ​ຄືນ ບ່ອນ​ນີ້​ເປັນ​ບ່ອນ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ບ່ອນ​ນະ​ມັ​ສ​ການ ໃນ​ຂ​ນະ​ທີ່​ຂ້າ​ພຣະ​ອົງ​ໄດ້​ອ້ອນວອນ​ຢູ່​ນີ້ ຂໍ​ຊົງ​ຮັບ​ຟັງ​ຂ້າ​ພຣະ​ອົງ​ດ້ວຍ 30 ເມື່ອ​ຂ້າ​ພຣະ​ອົງ​ ແລະ​ໄພ່​ພົນ​ຂອງ​ພຣະ​ອົງ​ອ້ອນວອນ​ຢູ່​ບ່​ອນ​ນີ້ ພຣະ​ອົງ​ຜູ້​ຊົງ​ສະ​ຖິດ​ຢູ່​ເທິງ​ຟ້າ​ສວັນ ຂໍ​ຊົງ​ຟັງ​ສຽງ​ພວກ​ຂ້າ​ພຣະ​ອົງ ​ແລະ​ຍົກ​ໂທດ​ໃຫ້​ພວກ​ຂ້າ​ພຣະ​ອົງ​ດ້ວຍ 31 ຖ້າ​ຜູ້​ນຶ່ງ​ຖືກ​ຟ້ອງວ່າ​ເຂົາ​ເປັນ​ຄົນ​ທຳ​ຜິດ​ຕໍ່​ຜູ້​ອື່ນ ແລະ​ຖືກ​ບັງ​ຄັບ​ໃຫ້​ທຳ​ສັ​ຕ​ສາ​ບານ ແລະ​ເຂົາ​ມາ​ໃຫ້​ຄຳ​ສາ​ບານ​ຕໍ່​ຫນ້າ​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ​ໃນ​ພຣະ​ວິ​ຫານ​ນີ້ ເພື່ອ​ສະ​ແດງວ່າ​ເຂົາ​ເປັນ​ຄົນ​ບໍ​ຣິ​ສຸດ 32 ພຣະ​ອົງ​ຜູ້​ຊົງ​ສະ​ຖິດ​ໃນ​ຟ້າ​ສວັນ ຂໍ​ຊົງ​ຮັບ​ຟັງ​ພວກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ​ຊົງ​ລົງ​ໂທດ​ຄົນ​ຜິດ​ຕາມ​ຄວາມ​ປະ​ພຶດ​ຂອງ​ເຂົາ ແລະ​ຂໍ​ຊົງ​ປ່ອຍ​ຕົວ​ຜູ້​ທີ່ຍຸດ​ຕິ​ທັມ​ນັ້ນ 33 ເມື່ອ​ພວກ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ຜ່າຍ​ແພ້​ສັດ​ຕຣູ​ຍ້ອນ​ເຂົາ​ໄດ້​ທຳ​ຜິດ​ຕໍ່​ພຣະ​ອົງ ຖ້າ​ວ່າ​ພວກ​ເຂົາ​ກັບ​ຄືນ​ມາ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ​ອ້ອນວອນ​ທູ​ນ​ຂໍ​ອະພັຍໂທດ​ຈາກ​ພຣະ​ອົງ​ຢູ່​ໃນພຣະ​ວິ​ຫານ​ນີ້ 34 ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ໃນ​ຟ້າ​ສວັນ ຂໍ​ຈົ່ງ​ຊົງ​ຮັບ​ຟັງ ແລະ​ໃຫ້​ອະ​ພັຍບາບ​ຊາວ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ຊົງ​ນຳ​ພວກ​ເຂົາ​ກັບ​ຄືນ​ມາ​ສູ່​ແຜ່ນ​ດີນ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ແກ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຂົາ 35 ເມື່ອ​ໄພ່​ພົນ​ຂອງ​ພຣະ​ອົງ​ທຳ​ຜິດ ພຣະ​ອົງ​ກໍ​ລົງ​ໂທດ​ໂດຍ​ບໍ່​ໃຫ້​ຝົນ​ຕົກ ແລະ​ພວກ​ເຂົາ​ກໍ​ອ​ວ່າຍ​ຫນ້າ​ຄືນ​ມາສູ່ພຣະ​ວິ​ຫານ ເພື່ອ​ອ້ອນວອນ ​ແລະ​ສັຣ​ເສີນ​ພຣະ​ອົງ 36 ພຣະ​ອົງ​ຜູ້​ຊົງ​ປະ​ທັບ​ເທິງ​ຟ້າ​ສວັນ ຂໍ​ຈົ່ງ​ຮັບ​ຟັງ​ສຽງ​ຂອງ​ພ​ວກ​ເຂົາ ຂໍ​ພຣະ​ອົງ​ຊົງ​ໃຫ້​ອະ​ພັຍ​ຄວາມ​ຜິດ​ຂອງ​ເຈົ້າ​ຊີ​ວິດ ແລະ​ໄພ່​ພົນ​ອິສ​ຣາ​ເອນ​ດ້ວຍ ຂໍ​ຊົງ​ສອນ​ພວກ​ເຂົາ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ ຂໍ​ຊົງ​ຖອກ​ເທ​ຝົນ​ລົງ​ມາ​ເທິງ​ແຜ່ນ​ດີນ ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ເປັນ​ສ່ວນ​ໄພ່​ພົນ​ຂອງ​ພຣະ​ອົງ​ຕລອດ​ໄປ 37 ໃນ​ແຜ່ນ​ດີນ​ນີ້ ຖ້າ​ມີ​ການ​ອຶດ​ຢາກ ໂຣກ​ລະ​ບາດ ການ​ທຳ​ລາຍ ຫລືຕົ້ນ​ໄມ້​ເກີດ​ພຍາດ ມີຝູງ​ຕັກ​ແຕນ ​ແລະ​ດ້ວງ​ມາ​ທຳ​ຮ້າຍ​ຕົ້ນ​ໄມ້​ໃຫ້​ເສັຽ​ຫາຍ ຫລື​ວ່າ​ຖ້າ​ມີ​ສັດ​ຕຣູ​ມາ​ອ້ອມ​ເມືອງ​ນີ້​ທຸກ​ດ້ານ ຫລື​ມີ​ໄພ​ວິບັດ ແລະ​ການ​ເຈັບ​ໄຂ້​ໄດ້​ພ​ຍາດ ຂໍ​ພຣະ​ອົງ​ຊົງ​ຟັງ​ຄຳ​ອ້ອນວອນ​ຂອງ​ພວກ​ເຂົາ​ດ້ວຍ 38 ຖ້າ​ຜູ້​ໃດ​ຜູ້​ນຶ່ງ​ມີ​ຄວາມ​ທຸ​ກ​ໃຈ ເຂົາ​ກໍ​ຍົກ​ມື​ອ້ອນວອນ​ຂໍ​ຮ້ອງ​ໄປ​ທາງ​ພຣະ​ວິ​ຫານ​ນີ້ 39 ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ເທິງ​ຟ້າ​ສວັນ ຂໍ​ຈົ່ງ​ຊົງ​ຮັບ​ຟັງ ຊົງ​ອະ​ພັຍ​ແລະ​ປະ​ຕິ​ບັດ​ຕໍ່​ທຸກ​ຄົນ​ຕາມ​ຄວາມ​ປະ​ພຶດ​ຂອງ​ເຂົາ ເພາະ​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ​ຄວາມ​ນຶກ​ຄິດ​ຂອງ​ມະ​ນຸດ​ທຸກ​ຄົນ ຂໍ​ພຣະ​ອົງ​ຊົງ​ປະ​ຕິ​ບັດ​ກັບ​ແຕ່​ລະ​ຄົນ ຕາມ​ຄວາມ​ປະ​ພຶດ​ຂອງ​ພວກ​ເຂົາ 40 ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຄົາ​ຣົບ​ຢຳ​ເກງ​ພຣະ​ອົງຕລອດ​ເວ​ລາ​ທີ່​ພວກ​ເຂົາ​ອາ​ໄສ​ຢູ່​ໃນ​ແຜ່ນ​ດີນ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພຣະ​ອົງ 41 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ຄົນ​ຕ່າງ​ປະ​ເທດ​ທີ່​ຢູ່​ຫ່າງ​ໄກ​ມາ​ນະ​ມັ​ສ​ການ ແລະ​ອ້ອນວອນ​ພຣະ​ອົງ​ໃນ​ພຣະ​ວິ​ຫານ​ນີ້ 42 ຍ້ອນ​ໄດ້​ຍິນ​ຊື່​ສຽງ ແລະ​ກິ​ຈ​ການ​ອັນ​ຍິ່ງ​ໃຫຍ່​ທີ່ພຣະ​ອົງ​ຊົງ​ກະ​ທຳ​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ 43 ພຣະ​ອົງ​ຜູ້​ຊົງ​ປະ​ທັບ​ຢູ່ເທິງ​ຟ້າ​ສວັນ ຂໍ​ຊົງ​ຮັບ​ຟັງ​ແລະ​ຊົງ​ຕອບ​ຕາມ​ຄຳ​ອ້ອນວອນ​ຂອງ​ເຂົາ ເພື່ອ​ວ່າ​ຊົນ​ຊາດ​ທັງ​ຫມົດ​ໃນ​ໂລກ​ນີ້​ຈະ​ຮູ້​ຈັກ​ແລະ​ເຄົາ​ຣົບ​ຢຳ​ເກງ​ພຣະ​ອົງ​ເຫມືອນ​ໄພ່​ພົນ​ຂອງ​ພຣະ​ອົງ​ເອງ ແລະ​ໃຫ້​ເຂົາ​ຮູ້ຈັກ​ວ່າ​ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ຂ້າ​ພຣະ​ອົງ​ໄດ້​ສ້າງ​ຂຶ້ນ​ນີ້ 44 ຖ້າ​ໄພ່​ພົນ​ຂອງ​ພຣະ​ອົງ​ອອກ​ໄປ​ຕໍ່​ສູ້​ສັດ​ຕຣູ​ຂອງ​ເຂົາ ທີ່​ສ​ນາມ​ຮົບ ຖ້າ​ວ່າ​ເຂົາ​ເຈົ້າ​ປິ່ນ​ຫນ້າ​ອ້ອນວອນ​ໃສ່​ເມືອງ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ ແລະ​ໃສ່​ພຣະ​ວິ​ຫານບ່ອນ​ທີ່​ຂ້າ​ພຣະ​ອົງ​ສ້າງ​ສຳ​ລັບພຣະ​ອົງ​ນີ້ 45 ພຣະ​ອົງ​ຜູ້​ຊົງ​ສະ​ຖິດ​ຢູ່​ເທິງຟ້າ​ສວັນ ຂໍ​ຊົງ​ຮັບ​ຟັງ​ຄຳ​ອ້ອນວອນ​ຂອງ​ພວກ​ເຂົາ ແລະ​ຊົງ​ໂຜດ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ໄຊ​ຊະນະ 46 ຖ້າ​ວ່າ​ໄພ່​ພົນ​ຂອງ​ພຣະ​ອົງ​ທຳ​ຜິດ​ຕໍ່​ພຣະ​ອົງ ເພາະ​ວ່າ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ທີ່​ບໍ່​ກະ​ທຳ​ຜິດ ແລະ​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ເຂົາ ໂດຍມອບ​ເຂົາ​ໄວ້​ໃຕ້​ອຳ​ນາດ​ຂອງ​ສັດ​ຕຣູ ດັ່ງ​ນັ້ນ​ຜູ້​ທີ່​ເປັນ​ຝ່າຍ​ຊະນະ​ໄດ້​ນຳ​ເຂົາ​ໄປ​ເປັນ​ຊະ​ເລີຍ​ໃນ​ປະ​ເທດ​ອື່ນ​ບໍ່​ວ່າໃກ້​ຫລື​ໄກ 47 ຢູ່​ໃນ​ປະ​ເທດ​ທີ່​ເຂົາ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ ເມື່ອ​ພວກ​ເຂົາ​ສຳ​ນຶກ​ຜິດ​ແລະ​ກັບ​ໃຈ​ໂດຍ​ໄຫວ້ວອນ​ຕໍ່ພຣະ​ອົງ​ວ່າ “ພວກ​ຂ້າ​ພຣະ​ອົງ​ເປັນ​ຄົນ​ບາບ ແລະ​ໄດ້​ທຳໃນ​ທາງ​ຜິດ ແລະ​ທາງ​ຊົ່ວ​ຊ້າ” 48 ຖ້າ​ວ່າ​ເຂົາ​ກັບ​ໃຈ​ມາ​ຫາ​ພຣະ​ອົງ​ອີກ​ດ້ວຍ​ຄວາມ​ສຸດ​ອົກ​ສຸດ​ໃຈ ແລະ​ປິ່ນ​ຫນ້າອ້ອນວອນ​ຫາ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ບ່ອນ​ທີ່​ຂ້າ​ພຣະ​ອົງ​ໄດ້​ສ້າງ​ສຳ​ລັບ​ພຣະ​ອົງ​ໃນ​ແຜ່ນ​ດີນ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່ປູ່​ຍ່າ​ຕາ​ຍາຍ​ຂອງ​ເຂົາ ແລະ​ເມືອງ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ ເຖິງ​ແມ່ນ​ວ່າ​ເຂົາ​ອາ​ໄສ​ຢູ່​ໃນ​ແຜ່ນ​ດີນ​ຂອງ​ສັດ​ຕຣູ​ທີ່​ຈັບ​ເຂົາ​ໄປ​ນັ້ນ​ກໍ​ຕາມ 49 ພຣະອົງ​ຜູ້​ຊົງ​ປະ​ທັບ​ຢູ່​ເທິງ​ຟ້າສວັນ ຂໍ​ພຣະ​ອົງ​ຊົງ​ຮັບ​ຟັງ​ເທີນ 50 ຂໍ​ຊົງ​ອະ​ພັຍ​ບາບ​ແລະ​ການ​ກະ​ບົດ​ທຸກ​ຢ່າງ​ທີ່​ໄພ່​ພົນ​ຂອງ​ພຣະ​ອົງ​ກະ​ທຳ​ຕໍ່​ພຣະ​ອົງ ຂໍ​ໂຜດ​ໃຫ້​ສັດ​ຕຣູ​ຂອງ​ພວກ​ເຂົາ​ລ້ຽງ​ເກືອ​ພວກ​ເຂົາ​ດ້ວຍ​ຄວາມ​ເມດ​ຕາ 51 ເພາະ​ວ່າ​ເຂົາ​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ຊຶ່ງພຣະ​ອົງ​ໄດ້​ນຳ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ຊຶ່ງ​ເປັນ​ເຫມືອນ​ເຕົາ​ເຜົາ​ໂລ​ຫະ​ນັ້ນ 52 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ໃດ​ຂ້າ​ໃຊ້​ຂອງ​ພຣະ​ອົງ​ພ້ອມ​ທັງ​ຊາວ​ອິສ​ຣາ​ເອນ​ທີ່​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ຮ້ອງ​ຫາ​ພຣະ​ອົງ ຂໍ​ຈົ່ງ​ສະ​ດັບ​ຮັບ​ຟັງ​ຄຳ​ໄຫວ້ວອນ​ຂອງ​ພວກ​ເຂົາ​ດ້ວຍ 53 ເພາະ​ພຣະ​ອົງ​ຊົງ​ໄດ້​ແຍກ​ເຂົາ​ອອກ​ມາ​ຈາກ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ​ໃນ​ໂລກ​ນີ້ ເພື່ອ​ໃຫ້​ພວກ​ເຂົາ​ເປັນ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ ຕາມ​ທີ່​ພຣະ​ອົງ​ໄດ້​ແຈ້ງໃຫ້​ຮູ້​ໂດຍ​ຜ່ານ​ທາງໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ໃນ​ເວ​ລາ​ທີ່​ພຣະ​ອົງ​ໄດ້​ຊົງ​ນຳ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ຂ້າ​ພຣະ​ອົງ​ອ​ອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ນັ້ນ”

ໂຊ​ໂລ​ໂມນອວຍ​ພອນ​ປະ​ຊາ​ຊົນ

54 ເວ​ລາ​ໂຊ​ໂລ​ໂມນ​ອ້ອນວອນ ພຣະ​ອົງ​ໄດ້​ຄຸ​ເຂົ່າ​ແລະ​ຍົກ​ມື​ຂຶ້ນ​ສູ່​ສວັນ​ຕໍ່​ຫນ້າ​ແທ່ນ​ບູ​ຊາຂອງ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ອ້ອນວອນ​ຂໍ​ສີ້ນ​ສຸດ​ລົງ​ແລ້ວ ພຣະ​ອົງ​ຊົງ​ລຸກ​ຂຶ້ນ 55 ພຣະ​ອົງ​ຊົງ​ຢືນ​ຂຶ້ນ​ຂໍ​ພຣະ​ພອນ​ຈາກ​ພຣະ​ເຈົ້າ​ແກ່​ຊຸມ​ນຸມ​ຊົນ​ອິສ​ຣາເອນ​ທັງ​ຫມົດ​ດ້ວຍ​ສຽງ​ດັງໆ​ວ່າ 56 “ສາ​ທຸ​ການແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ອະ​ນຸ​ຍາດ​ໃຫ້​ໄພ່​ພົນ​ອິສ​ຣາ​ເອນຂອງ​ພຣະ​ອົງ​ມີ​ຄວາມ​ສ​ງົບ​ສຸກ ຊຶ່ງ​ເປັນ​ໄປ​ຕາມ​ຄຳ​ສັນຍາ​ທຸກ​ຢ່າງ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຮັກ​ສາ​ຄຳ​ສັນ​ຍາ​ທຸກ​ຢ່າງທີ່​ມີ​ແກ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 57 ຂໍ​ພຣະ​ຜູ້​ເປັນເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ ດັ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ຂ້າ​ພຣະ​ອົງ 58 ຂໍ​ພຣະ​ອົງ​ຢ່າ​ໄດ້​ປະ​ລະ​ຖີ້ມ​ພວກ​ຂ້າ​ພຣະ​ອົງ​ເລີຍ ຂໍ​ພຣະ​ອົງ​ຊົງ​ດັດ​ແປ​ງຈິດ​ໃຈ​ຂອງ​ພວກ​ຂ້າ​ພຣະ​ອົງ​ໃຫ້​ມາ​ຫາ​ພຣະ​ອົງ ເພື່ອ​ວ່າ​ພ​ວກ​ຂ້າ​ພຣະ​ອົງ​ເດີນ​ຕາມ​ວິ​ທີ​ທາງ​ທຸກ​ຢ່າງ​ຂອງ​ພຣະ​ອົງ ແລະ​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ກັບ​ກົດ​ລະ​ບຽບ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ຂ້າ​ພຣະ​ອົງ 59 ຂໍ​ໃຫ້​ຄຳ​ເວົ້າ​ເຫລົ່າ​ນີ້​ຂອງ​ຂ້າ​ພຣະ​ອົງ ທີ່​ໄຫວ້ວອນ​ຂໍ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຝັງ​ຢູ່​ກັບ​ພຣະ​ອົງ​ຕລອດ​ວັນ​ເວ​ລາ ຂໍ​ໃຫ້​ພຣະ​ອົງ​ຊົງ​ເມດ​ຕາ​ແກ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ພ້ອມ​ທັງ​ບັນ​ດາ​ເຈົ້າ​ຊີ​ວິດ​ຂອງ​ພວກ​ເຂົາ​ຕາມ​ຄວາມ​ຕ້ອງ​ການ​ປະ​ຈຳ​ວັນ​ຂອງ​ພວກ​ເຂົາ 60 ເພື່ອ​ວ່າ​ຊົນ​ຊາດ​ຕ່າງໆ​ໃນ​ໂລກ​ນີ້​ຈະ​ໄດ້​ມາ​ຮູ້​ຈັກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ​ທີ່​ຊົງ​ເປັນ​ພຣະ​ເຈົ້າ ແລະ​ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນ​ເລີຍ 61 ເພາະ​ສະ​ນັ້ນຂໍ​ໃຫ້​ຈິດ​ໃຈ​ຂອງ​ທ່ານ​ທັງ​ຫລາຍບໍ​ຣິ​ສຸດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ເຮົາ ຄື​ທີ່​ຈະ​ດຳ​ເນີນ​ຢູ່​ໃນ​ກົດ​ເກນຂອງ​ພຣະ​ອົງ ແລະ​ຮັ​ສາ​​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ດັ່ງ​ໃນ​ເວ​ລາ​ນີ້

ການ​ອຸ​ທິດ​ຖວາຍ​ພຣະ​ວິ​ຫານ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

62 ແລ້ວ​ເຈົ້າ​ຊີວິດ​ພ້ອມ​ທັງ​ພວກ​ອິສ​ຣາ​ເອນ​ທຸກ​ຄົນ​ກໍ​ຖວາຍ​ເຄື່ອງ​ບູ​ຊາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 63 ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ໄດ້​ຖວາຍ​ງົວ​​ສອງ​ຫມື່ນ​ສອງ​ພັນ​ໂຕ ແລະ​ແກະ​ນຶ່ງ​ແສ​ນສອງ​ຫມື່ນ​ໂຕ ຊຶ່ງ​ເປັນ​ການ​ຖວາຍ​ເພື່ອ​ຄວາມ​ສາ​ມັກ​ຄີ​ດ້ວຍ​ຢ່າງ​ນີ້ ພຣະ​ອົງ​ແລະ​ພວກ​ອິສ​ຣາ​ເອນ​ທຸກ​ຄົນ​ກໍ​ອຸ​ທິດ​ຖວາຍພຣະ​ວິ​ຫານ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 64 ໃນ​ວັນ​ນັ້ນ​ ເຈົ້າ​ຊີ​ວິດ​ໄດ້​ອຸ​ທິດ​ຖວາຍ​ໃຈ​ກາງ​ເດີ່ນ​ຊຶ່ງ​ຢູ່​ຫນ້າ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ທີ່​ນັ້ນ​ພຣະ​ອົງ​ໄດ້​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ທັນ​ຍາ​ບູ​ຊາ​ແລະ​ສ່ວນ​ໄຂ​ມັນ​ຂອງ​ສານ​ຕິ​ບູ​ຊາ ເພາະ​ວ່າ​ແທ່ນ​ທອງ​ສຳ​ຣິດ​ຊຶ່ງ​ຢູ່​ຕໍ່​ພຣະ​ພັກ​ພຣະຜູ້​ເປັນ​ເຈົ້າ​ນັ້ນ​ນ້ອຍ​ເກິນ​ໄປ​ບໍ່​ພໍ​ຮັບ​ເຄື່ອງ​ເຜົາ​ບູ​ຊາ ແລະ​ທັນ​ຍາ​ບູ​ຊາ ແລະ​ສ່ວນ​ໄຂ​ມັນ​ຂອງ​ສານ​ຕິ​ບູ​ຊາ 65 ດັ່ງ​ນັ້ນ ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ພ້ອມ​ດ້ວຍ​ອິສ​ຣາ​ເອນກໍຈັດ​ງານ​ສ​ລອງ​ທີ່​ຕູບ​ຂຶ້ນ ໄດ້​ມີ​ຝູງ​ຊົນ​ຈຳ​ນວນ​ຫລວງ​ຫລາຍ​ມາ​ຈາກ​ທົ່ວ​ທັງ​ປະ​ເທດ ຕັ້ງ​ແຕ່​ເມືອງ​ເລ​ໂບ​ຮາ​ມັ​ທ​ຈົນ​ເຖິງ​ເຂດ​ປະ​ເທດ​ເອ​ຢິບ ພວກ​ເຂົາ​ໄດ້​ພາ​ກັນ​ມາ​ຢູ່​ຊ້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເວ​ລາ​ເຈັດ​ວັນ​ເຈັດ​ຄືນ 66 ແລ້ວ​ໃນ​ວັນ​ທີ່​ແປດ ພຣະ​ອົງ​ກໍ​ບອກ​ໃຫ້​ປະ​ຊາ​ຊົນ​ກັບ​ຄືນ​ເມືອ ຍ້ອນ​ຄວາມ​ດີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຕໍ່​ກະ​ສັດ​ດາ​ວິດ ແລະ​ຕໍ່​ໄພ່​ພົນ​ອິສ​ຣາ​ເອນ ພວກ​ເຂົາ​ຈຶ່ງ​ຖວາຍ​ພອນ​ແດ່​ເຈົ້າ​ຊີ​ວິດ ແລ້ວ​ກັບ​ຄືນ​ເມືອ​ເມືອງ​ດ້ວຍ​ຄວາມ​ມ່ວນ​ຊື່ນ

1 ກະສັດ 9

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປາ​ກົດ​ຄັ້ງ​ທີ່​ສອງ​ຕໍ່​ໂຊ​ໂລ​ໂມນ

1 ເມື່ອ​ກະ​ສັດໂຊ​ໂລ​ໂມນ​ໄດ້​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ພຣະ​ຣາ​ຊວັງ ພ້ອມ​ດ້ວຍ​ທຸກ​ສິ່ງ​ທີ່​ພຣະ​ອົງ​ຕ້ອງ​ການ​ຈະ​ສ້າງ​ນັ້ນ​ສຳ​ເຣັດ​ແລ້ວ 2 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ປາ​ກົດ​ຕໍ່​ພຣະ​ອົງ​ເປັນ​ຄັ້ງ​ທີ່​ສອງ ດັ່ງ​ທີ່​ໄດ້​ປາ​ກົດ​ຕໍ່​ພຣະ​ອົງ​ທີ່​ເມືອງກີ​ເບ​ໂອນ 3 ພຣະ​ອົງ​ໄດ້​ຊົງ​ກ່າວ​ຕໍ່​ທ່ານ​ວ່າ, “ເຮົາ​ໄດ້​ຍິນ​ຄຳ​ອ້ອນວອນ​ຂອງ​ເຈົ້າ​ແລ້ວ​ ເຮົາ​ຂໍ​ຮັບ​ເອົາ​ພຣະ​ວິ​ຫານ​ທີ່​ເຈົ້າ​ໄດ້​ສ້າງ​ໄວ້​ນີ້​ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ ແລະ​ໄດ້​ປະ​ດີດ​ສະ​ຖານ​ຊື່​ຂອ​ງ​ເຮົາ​ໄວ້​ທີ່​ນັ້ນ​ເປັນ​ນິດ ຕາ​ຂອງ​ເຣົາ​ແລະ​ໃຈ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ຕລອດ​ໄປ 4 ຖ້າ​ເຈົ້າ​ຮັບ​ໃຊ້​ເຮົາ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ ແລະ​ຄວາມ​ຊື່​ສັດດັ່ງ​ດາ​ວິດ​ບິ​ດາ​ຂອງ​ເຈົ້າ ໂດຍ​ປະ​ຕິ​ບັດ​ທຸກ​ສິ່ງ​ທີ່​ເຮົາ​ສັ່ງ ແລະ​ຖື​ຮັ​ກສາ​ພຣະ​ບັນ​ຍັດ​ກັບ​ຄຳ​ສັ່ງ​ຂອງ​ເຮົາ 5 ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ໄດ້​ປົກ​ຄອງ​ອິສ​ຣາ​ເອນ​ຕລອດ​ໄປ ຕາມ​ທີ່​ເຮົາ​ໄດ້​ສັນ​ຍາ​ກັບ​ດາ​ວິດ​ບິ​ດາ​ຂອງ​ເຈົ້າ​ວ່າ “ເຈົ້າ​ຈະ​ບໍ່​ຂາດ​ແຄນ​ຜູ້​ທີ່​ນັ່ງ​ເທິງ​ບັນ​ລັງ​ອິສ​ຣາ​ເອນ​ນີ້​ຈັກ​ເທື່ອ” 6 ຖ້າ​ວ່າ​ເຈົ້າ​ແລະ​ພວກ​ລູກ​ຫລານ​ຂອງ​ເຈົ້າ​ຫັນ​ຫລັງ​ໃສ່​ເຣົາ ແລະ​ໄປ​ຮັບ​ໃຊ້​ພຣະ​ອື່ນ ແລະ​ນະ​ມັ​ສ​ການ​ພຣະ​ເຫລົ່າ​ນັ້ນ ຊຶ່ງ​ເປັນ​ການ​ບໍ່​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ແລະ​ພຣະ​ຄຳ​ສັ່ງ​ທີ່​ເຮົາ​ຕັ້ງ​ໄວ້ 7 ເຣົາ​ຈະ​ຕັດ​ພວກ​ອິສ​ຣາ​ເອນ​ອອກ​ຈາກ​ແຜ່ນ​ດີນ​ທີ່​ເຣົາ​ໄດ້​ມອບ​ໃຫ້​ເຂົາ ເຣົາ​ຈະ​ຖີ້ມ​ພຣະ​ວິ​ຫານ​ຊຶ່ງ​ເຮົາ​ຖື​ເປັນ​ສະ​ຖານ​ທີ່​ສັກ​ສິດ​ສຳ​ລັບ​ເຮົາ ຊົນ​ຊາດ​ຕ່າງໆ​ຈະ​ລັງ​ກຽດ​ແລະ​ເຍາະ​ເຍີ້ຍພວກ​ອິສ​ຣາ​ເອນ 8 ວິ​ຫານ​ນີ້​ຈະ​ກາຍ​ເປັນ​ເປັນ​ກອງ​ຫີນ​ທີ່​ເພ​ພັງ ທຸກ​ຄົນ​ທີ່​ຜ່ານ​ກາຍ​ມາ​ກໍ​ຈະ​ງົງ ພວກ​ເຂົາ​ຈະ​ຖິວ​ປາກ​ແລະ​ເວົ້າ​ວ່າ “ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ທຳ​ໃຫ້​ເມືອງ​ແລະ​ພຣະ​ວິ​ຫານ​ເປັນ​ດັ່ງ​ນີ້” 9 ແລະ​ພວກ​ອື່ນກໍ​ຈະ​ຕອບ​ວ່າ “ຍ້ອນ​ວ່າ ພວກ​ອິສ​ຣາ​ເອນ​ໄດ້​ປະ​ຖີ້ມ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ ຜູ້​ຊົງ​ນຳ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຂົາ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ ພວກ​ເຂົາ​ໄດ້​ຂາບ​ໄຫວ້​ແລະ​ຣັບ​ໃຊ້​ພຣະ​ອື່ນ ຢ່າງ​ນີ້​ແຫລະ ພຣະ​ຜູ້​ເປັນ​ເຈົ້າ​ຈີ່ງ​ໄດ້​ນຳ​ເອົາ​ເຫດ​ຮ້າຍ​ເຫລົ່າ​ນີ້​ມາ​ຕົກ​ຖືກ​ພວກ​ເຂົາ” 10 ຢູ່​ມາ​ເມື່ອຄົບ​ຊາວ​ປີ ຊຶ່ງ​ໂຊ​ໂລ​ໂມນ​ໄດ້ຊົງ​ສ້າງ​ອາ​ຄານ​ສອງ​ຫລັງ ຄື​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ຣາ​ຊວັງ​ຂອງ​ກະ​ສັດ 11 ​ເມື່ອ​​ຮີ​ຣາມ​ກະ​ສັດ​ເມືອງ​ ຕີ​ເຣ ໄດ້​ສົ່ງໄມ້​ສົນ​ສີ​ດາ ແລະ​ໄມ້​ແປກ ແລະ​ທອງ​ຄຳ​ໃຫ້​ແກ່​ໂຊ​ໂລ​ໂມນ​ຕາມ​ທີ່​ພຣະ​ອົງ​ມີ​ພຣະ​ປະ​ສົງ ແລ້​ພຣະ​ຣາ​ຊາ​ໂຊ​ໂລ​ໂມນ​ກໍ​ຊົງ​ປະ​ທານ​ຫົວ​ເມືອງ​ໃນ​ແຜ່ນ​ດີນ​ຄາ​ລີ​ເລໃຫ້​ແກ່​ ຮີ​ຣາມ ຊາວ​ຫົວ​ເມືອງ 12 ແຕ່​ເມື່ອ​ຮີ​ຣາມ​ສະ​ເດັດ​ຈາກເມືອງ​ຕີ​ເຣ ເພື່ອ​ຊົມ​ຫົວ​ເມືອງ​ຊຶ່ງ​ໂຊ​ໂລ​ໂມນ​ປະ​ທານ​ແກ່​ທ່ານ ຫົວ​ເມືອງ​ເຫລົ່າ​ນັ້ນ​ບໍ່​ເປັນ​ທີ່​ພໍ​ພຣະ​ທັຍ​ທ່ານ 13 ເພາະ​ສະ​ນັ້ນ​ທ່ານ​ຈຶ່ງວ່າ, “ອ້າຍເອີຍ ເມືອງ​ຊຶ່ງ​ທ່ານ​ປະ​ທານ​ແກ່​ຂ້າ​ພະ​ເຈົ້າ​ນັ້ນ​ເປັນ​ເມືອງ​ແບບ​ນີ້​ບໍ” ເຂົາ​ຈຶ່ງ​ເອີ້ນ​ເມືອງ​ເຫລົ່າ​ນັ້ນ​ວ່າແຜ່ນ​ດີນກາ​ບູນເທົ່າ​ທຸກວັນ​ນີ້ 14 ຮີ​ຣາມ​ໄດ້​ສົ່ງ​ທອງ​ຄຳ​ນຶ່ງ​ຣ້ອຍ​ຊາວ​ຕະ​ລັນ​ໃຫ້​ແກ່​ພຣະ​ຣາ​ຊາ

ພຣະ​ຣາ​ຊ​ກິດ​ກົມ​ອື່ນໆ​ຂອງ​ໂຊ​ໂລ​ໂມນ

15 ນີ້​ເປັນ​ເຣື່ອງ​ແຮງ​ງານ​ເກນ ຊຶ່ງ​ເຈົ້າ​ຊີ​ວິດໂຊ​ໂລ​ໂມນ​ໄດ້​ເກນ​ເພື່ອ​ສ້າງ​ພຣະ​ວິ​ຫາ​ນ​ຂອງ​ພຣະ​ຜູ້ເປັນ​ເຈົ້າ ແລະ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ ແລະ​ປ້ອມ​ ມີ​ນໂລ ແລະ​ກຳ​ແພງ​ເຢ​ຣູ​ຊາ​ເລັມ ແລະ​ຮາ​ໂຊ​ຣ໌ ແລະ​ເມ​ກິດ​ໂດ ແລະ​ເກ​ເຊີ 16 ຟາ​ຣາ​ໂອ​ກະ​ສັດ​ເອ​ຢິບ​ໄດ້​ຍົກ​ທັບ​ຂຶ້ນ​ມາ​ຍຶດ​ເມືອງ​ເກ​ເຊີ ແລະ​ເອົາ​ໄຟ​ເຜົາ​ເສັຽ ແລະ​ໄດ້​ຂ້າ​ຄົນ​ກາ​ນາ​ອານ​ຊຶ່ງ​ຢູ່​ໃນ​ເມືອງ​ນັ້ນ ແລະ​ໄດ້​ຍົກ​ເມືອງ​ໃຫ້​ແກ່​ທິ​ດາ​ຂອງ​ທ່ານ​ເປັນ​ສີນ​ສົມ​ຣົດ ຄື​ມະ​ເຫ​ສີ​ຂອງ​ໂຊ​ໂລ​ໂມ 17 ໂຊ​ໂລ​ໂມນ​ຈຶ່ງ​ສ້າງ​ເກ​ເຊີ​ຂຶ້ນ​ໃຫມ່ ແລະ​ສ້າງ​ເມືອງ​ເບັດ​ໂຮ​ໂຣນ​ຢູ່​ລຸ່ມ 18 ທັງ​ເມືອງ​ບາ​ອາ​ລັ​ທ ແລະ​ເມືອງ​ທາ​ມາ​ຣ໌​ໃນ​ຖິ່ນ​ກັນ​ດານ​ໃນ​ແຜ່ນ​ດີນ​ຢູ​ດາ 19 ທັງບັນ​ດາ​ຫົວ​ເມືອງ​ຄັງ​ຫລວງ​ທີ່​ໂຊ​ໂລໂມນ​ມີ​ຢູ່ ແລະ​ຫົວ​ເມືອງ​ສຳ​ລັບ​ຣົດ​ຮົບ​ຂອງ​ພຣະ​ອົງ ແລະ​ຫົວ​ເມືອງ​ສຳ​ລັບ​ພົນ​ມ້າ​ຂອງ​ພຣະ​ອົງ ແລະ​ສີ່ງ​ໃດໆ​ຊຶ່ງ​ໂຊ​ໂລໂມນ​ມີ​ພຣະ​ປະ​ສົງ​ຈະ​ສ້າງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ໃນ​ເລ​ບາ​ນອນ ແລະ​ທົ່ວ​ແຜ່ນ​ດີນ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະອົງ 20 ປະຊາ​ຊົນ​ທັງ​ປວງ​ຊຶ່ງ​ເຫລືອ​ຢູ່​ຈາກ​ຄົນ​ອາ​ໂມຣິດ ຄົນ​ຮິດ​ຕີ ຄົນ​ເປ​ຣີ​ສ ຄົນ​ຮີ​ວີ ແລະ​ຄົນ​ເຢ​ບຸ​ສ ຜູ້​ຊຶ່ງ​ບໍ່​ແມ່ນ​ຄົນ​ອິສ​ຣາ​ເອນ 15 ເຊື້ອ​ສາຍຂອງ​ເຂົາ​ທີ່​ເຫລືອ​ຢູ່​ໃນ​ແຜ່ນ​ດີນຊຶ່ງ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ບໍ່​ສາ​ມາດ​ຈະ​ທຳ​ລາຍ​ໃຫ້​ສີ້​ນ​ໄດ້ ບຸກ​ຄົນ​ເຫລົ່າ​ນີ້​ໂຊ​ໂລ​ໂມນ​ຊົງ​ເກນ​ໃຫ້​ເປັນ​ທາດ​ຢູ່​ຈົນ​ທຸກວັນ​ນີ້ 22 ແຕ່ປະ​ຊາ​ຊົນ​ອິສຣາ​ເອນ​ນັ້ນ ໂຊ​ໂລ​ໂມນ​ບໍ່​ໄດ້​ຊົງ​ກະ​ທຳ​ໃຫ້​ເປັນ​ທາດ ເຂົາ​ທັງ​ຫລາຍ​ເປັນ​ທະ​ຫານ​ ເປັນ​ຂ້າ​ຣາ​ຊ​ການ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ພຣະ​ອົງ ເປັນ​ນາຍ​ທະ​ຫານ​ຂອງ​ພຣະ​ອົງ ເປັນ​ຜູ້​ບັງ​ຄັບ​ການ​ຣົດ​ຮົບ​ຂອງ​ພຣະ​ອົງ ແລະ​ເປັນພົນ​ມ້າ​ຂອງ​ພຣະ​ອົງ 23 ເຫລົ່າ​ນີ້​ເປັນ​ເຈົ້າ​ຫນ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ເຫນືອ​ພຣະ​ຣາ​ຊ​ກິດ​ຂອງ​ໂຊ​ໂລ​ໂມນ​ຈຳ​ນວນ​ຫ້າ​ຮ້ອຍ​ຫ້າ​ສິບ​ຄົນ ເປັນ​ຜູ້​ດູ​ແລ​ປະ​ຊາ​ຊົນ​ທີ່​ທຳ​ງານ 24 ແຕ່ທິ​ດາ​ຂອງ​ຟາ​ຣາ​ໂອ​ໄດ້​ຂື້​ນ​ໄປ​ຈາກ​ນະ​ຄອນດາ​ວິດ ເຖິງ​ພຣະ​ຣາ​ຊວັງ​ຂອງ​ນາງ​ເ​ອງ ຊຶ່ງ​ໂຊ​ໂລ​ໂມນ​ໄດ້​ສ້າງ​ໃຫ້​ນາງ ແລ້ວ​ພຣະ​ອົງ​ຈຶ່ງສ້າ​ງ​ປ້ອມມີນ​ໂລ 25 ປີລະ​ສາມ​ຄັ້ງ ໂຊ​ໂລ​ໂມນ​ໄດ້​ຊົງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ສານ​ຕິ​ບູ​ຊາ​ເທິງ​ແທ່ນ​ບູ​ຊາ ຊຶ່ງ​ພຣະ​ອົງ​ຊົງ​ສ້າງ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ຊົງ​ເຜົາ​ເຄື່ອງ​ຫອມ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ສ້າງ​ພຣະ​ວິ​ຫານ​ຈົນ​ສຳ​ເຣັດ 26 ກະ​ສັດ​ໂຊ​ໂລ​ໂມນຊົງ​ສ້າງກອງ​ເຮືອ​ກຳ​ປັ່ນ​ທີ່ ເອ​ຊີ​ໂອນ​ເກ​ເບີ ຊຶ່ງ​ຢູ່ໃກ້ ເອ​ໂລ​ທ​ເທິງ​ຝັ່ງ​ທະ​ເລ​ແດງ​ໃນ​ແຜ່ນ​ດີນ​ເອ​ໂດມ 27 ແລະຮີ​ຣາມ​ໄດ້​ສົ່ງ​ຂ້າ​ຣາ​ຊ​ການ ແລະ​ພົນ​ເຮືອ​ຜູ້​ຊຶ່ງ​ຄຸ້ນ​ເຄີຍ​ກັບ​ທະ​ເລ​ໄປ​ກັບ​ກອງ​ກຳ​ປັ່ນ​ພ້ອມ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ໂຊ​ໂລ​ໂມນ 28 ເຂົາ​ທັງ​ຫລາຍ​ໄປ​ເຖິງ​ເມືອງ ໂອ​ຟີ​ຣ໌ ແລະ​ນຳ​ທອງ​ຄຳ​ມາ​ຈາກ​ທີ່​ນັ້ນ ຈຳ​ນວນ​ສີ່​ຮ້ອຍ​ຊາວ​ຕະ​ລັນ ແລະ​ນຳ​ມາ​ຖວາຍ​ກະ​ສັດ​ໂຊ​ໂລ​ໂມນ

1 ກະສັດ 10

ພຣະ​ຣາ​ຊີ​ນີ​ປະ​ເທດ​ເຊ​ບາ​ສະ​ເດັດ​ມາ​ຢ້​ຽມ​ຢາມ​ໂຊ​ໂລ​ໂມນ

1 ຊື່​ສຽງ​ຂອງ​ເຈົ້າໂຊ​ໂລ​ໂມນໄດ້​ຊ່າ​ລື​ໄປ​ເຖິງ​ພຣະ​ຣາ​ຊີ​ນີ​ແຫ່ງ​ປະ​ເທດ​ເຊ​ບາ ພຣະ​ນາງ​ຈຶ່ງ​ສະ​ເດັດ​ມາ​ຖາມ​ບັນ​ເລິກ​ແລບ​ຫລາຍ​ຢ່າງ​ກັບ​ພຣະ​ອົງ 2 ພຣະ​ນາງ​ໄດ້​ສະ​ເດັດ​ໄປ​ກຸງ​ເຢ​ຣູ​ຊາ​ເລັມ ຊຶ່ງ​ຕິດຕາມ​ດ້ວຍ​ຂ້າ​ໃຊ້​ຈຳ​ນວນ​ຫລວງ​ຫລາຍ ພ້ອມ​ທັງ​ຝູງ​ອູດ​ບັນ​ທຸກ​ຊັບ​ສົມ​ບັດ​ອັນ​ມະ​ຫາ​ສານ ເຊັ່ນ​ວ່າ ເຄື່ອງ​ເທດ ທອງ​ຄຳ​ຢ່າງ​ຫລວງ​ຫລາຍ​ແລະ​ເພັດ ເມື່ອ​ທັງ​ສອງ​ພົບ​ກັນ ພຣະ​ນາງ​ກໍ​ທູນ​ຖາມ​ບັນ​ຫາ​ຫລາຍ​ຢ່າງ​ທີ່​ຄິດໄວ້​ກັບ​ພຣະ​ອົງ 3 ເຈົ້າ​ໂຊ​ໂລ​ໂມນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ພຣະ​ນາງ​ທຸກ​ຂໍ້ ໂດຍ​ບໍ່​ມີ​ຂໍ້​ໃດ​ຂ້ອງ​ຄາ​ເລີຍ 4 ພໍ​ພຣະ​ພຣະ​ຣາ​ຊີ​ນີ​ແຫ່ງ​ເຊ​ບາ​ຮູ້​ເຫັນ​ຄວາມ​ສ​ລຽວ​ສ​ລາດ​ຂອງ​ເຈົ້າ​ໂຊ​ໂລໂມນ​ພ້ອມ​ທັງ​ພຣະ​ຣາ​ຊວັງ​ທີ່​ພຣະ​ອົງ​ຊົງ​ສ້າງ 5 ອາ​ຫານ​ການ​ກິນຢູ່​ເທິງ​ໂຕະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ພວກ​ຂ້າ​ຣາ​ຊ​ການ ຫນ້າ​ທີ່​ຂອງ​ພວກ​ຂ້າ​ໃຊ້​ຕລອດ​ທັງ​ເຄື່ອງ​ແຕ່ງ​ກາຍ​ຂອງ​ພວກ​ເຂົາ ພວກ​ພະ​ນັກ​ງານ​ເຄື່ອງ​ດື່ມ ແລະ​ເຄື່ອງ​ເຜົາ​ບູ​ຊາ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ນາງ​ກໍ​ຕົກ​ຂະ​ມະ​ພຣະ​ທັຍ​ໃນ​ທັນ​ທີ 6 ແລະ​ທູນ​ຕໍ່​ເຈົ້າ​ຊີ​ວິດ​ວ່າ, “ທຸກ​ສິ່ງ​ກ່ຽວ​ກັບ​ເຣື່ອງ​ຂອງ​ພຣະ​ອົງ ທັງ​ຄວາມ​ສ​ລຽວ​ສ​ລາດ​ຂອງ​ພຣະ​ອົງ​ທີ່​ຂ້ານ້ອຍໄດ້​ຍິນ​ເວ​ລາ​ທີ່​ຂ້າ​ນ້ອຍ​ຍັງ​ຢູ່​ໃນ​ເມືອງ​ຂອງ​ຂ້າ​ນ້ອຍກໍ​ເປັນ​ຄວາມ​ຈີງ​ຫມົດ 7 ແຕ່​ຂ້າ​ພະ​ເຈົ້າບໍ່​ໄດ້​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ເຂົາ ຈົນ​ຂ້າ​ນ້ອຍໄດ້​ມາ​ເຫັນ​ດ້ວຍ​ຕົນ​ເອງ ສະ​ຕິ​ປັນ​ຍາ​ແລະ​ຄວາມ​ມັ່ງ​ຄັ່ງ​ສົມ​ບູ​ນ​ຂອງ​ພຣະ​ອົງ​ທີ່​ຂ້າ​ນ້ອຍ​ໄດ້​ຍິນ​ມາ​ມີ​ພຽງ​ເຄິ່ງ​ນຶ່ງ​ໃນ​ສິ່ງ​ທີ່​ຂ້າ​ນ້ອຍໄດ້​ຮູ້ ແລະ​ໄດ້​ເຫັນ​ໃນ​ເວ​ລາ​ນີ້ 8 ບັນ​ດາ​ຄົນ​ຂອງ​ພຣະ​ອົງ​ກໍ​ເປັນ​ສຸກ ບັນ​ດາ​ຂ້າ​ຣາ​ຊ​ການ​ເຫລົ່າ​ນີ້​ຂອງ​ພຣະ​ອົງ​ກໍ​ເປັນ​ສຸກ ຜູ້​ທີ່​ຢູ່​ງານ​ປະ​ຈຳ​ຕໍ່​ພຣະ​ພັກ​ພຣະ​ອົງ​ແລະ​ຟັງ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ​ກໍ​ເປັນ​ສຸກ 9 ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ອົງ​ ຜູ້​ຊົງ​ມອບ​ຄວາມ​ສະງ່າ​ຣາ​ສີ ແລະ​ໃຫ້​ພຣະ​ອົງ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ອິສ​ຣາ​ເອນ ຍ້ອນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຄວາມ​ຮັກ​ຕໍ່​ອິສ​ຣາ​ເອນ​ຕລອດ​ໄປ ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ພຣະ​ອົງ​ໃຫ້​ເປັນ​ເຈົ້າ​ຊີ​ວິດ ເພື່ອ​ປົກ​ຄອງ​ຢ່າງ​ຍຸດ​ຕິ​ທັມ ແລະ​ຖືກ​ຕ້ອງ 10 ແລ້ວ​ພຣະ​ຣາ​ຊີ​ນີ​ກໍ​ຖວາຍ​ທອງ​ຄຳ​ຫນັກ​ນຶ່ງ​ຮ້ອຍ​ຊາວ​ຕະ​ລັນ​ແດ່​ພຣະ​ຣາ​ຊາ ພ້ອມ​ທັງ​ເຄື່ອງ​ຫອ​ມ ແລະ​ເພັດ​ຢ່າງ​ຫລວງ​ຫລາຍ ເຄື່ອງ​ຫອມ​ອັນ​ຫລວງ​ຫລາຍ​ທີ່​ພຣະ​ຣາ​ຊີ​ນີ​ແຫ່ງ​ເຊ​ບາ​ເອົາ​ມາ​ຖວາຍ​ໃຫ້​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ນີ້ ບໍ່​ເຄີຍ​ມີ​ໃຜ​ມາ​ຖວາຍ​ໃຫ້​ຫລວງ​ຫລາຍ​ຢ່າງ​ນີ້​ຈັກ​ເທື່ອ​ເລີຍ 11 ນອກ​ຈາກ​ນີ້​ຍັງ​ມີ​ຂະ​ບວນ​ກຳ​ປັ່ນ​ເຈົ້າ​ເຈົ້າ​ຮີ​ຣາມ​ໄດ້​ບັນ​ທຸກ​ທອງ​ຄຳ​ມາ​ຈາກ​ໂອ​ຟີ​ຣ໌ ທັງ​ໄດ້​ນຳ​ເອົາ​ໄມ້​ຈັນ​ຢ່າງ​ຫລ​ວງ​ຫລາຍ ແລະ​ເພັດ​ອີກ​ດ້ວຍ 12 ເຈົ້າ​ຊີ​ວິດ​ໄດ້​ເອົາ​ໄມ້​ຈັນ​ນີ້​ທຳເສົາ​ຄ້ຳ​ພຣະ​ວິ​ຫານ ເສົາ​ຄ້ຳ​ພຣະ​ຣາ​ຊວັງ ແລະ​ທຳ​ພິນ​ໃຫ້​ນັກ​ດົນ​ຕ​ຣີ​ຕລອດ​ທຸກວັນ​ນີ້ ບໍ່​ເຄີຍ​ເຫັນ​ໄມ້​ຈັນ​ຢ່າງ​ນີ້​ຈັກ​ເທື່ອ 13 ເຈົ້າຊີ​ວິດ​ໂຊ​ໂລ​ໂມນ​ໄດ້​ພຣະ​ຣາ​ຊ​ທານ​ຫລາຍ​ສິ່ງ​ໃຫ້​ພຣະ​ຣາ​ຊີ​ນີ​ແຫ່ງ​ເຊ​ບາ ຕາມ​ເຄື່ອງ​ອັນ​ອຸ​ດົມ​ສົມ​ບູນ​ທີ່​ພຣະ​ອົງ​ມີ​ຢູ່ ແລະ​ພຣະ​ອົງ​ຍັງ​ໄດ້​ພຣະ​ຣາ​ຊ​ທານ​ຕື່ມ​ອີກ​ຕາມ​ທີ່​ພຣະ​ນາງ​ຕ້ອງ​ການ ແລ້ວ​ພຣະ​ນາງ​ພ້ອມ​ທັງ​ບັນ​ດາ​ເສ​ນາ​ອາ​ມາດ​ກໍ​ກັບ​ຄືນ​ເມືອ​ສູ່​ປະ​ເທດ​ຂອງ​ຕົນ

ຄວາມ​ມັ່ງ​ຄັ່ງ​ກັ​ບ​ພຣະ​ກຽດ​ເລື​ອງ​ລື​ຂອງ​ໂຊ​ໂລໂມນ

14 ນ້ຳ​ຫນັກ​ຂອງ​ທອງ​ຄຳທີ່​ນຳ​ມາ​ສົ່ງ​ໂຊ​ໂລ​ໂມນ​ໃນປີ​ທີ່​ນຶ່ງ​ນັ້​ນ​ເປັນ​ທອງ​ຄຳ​ຫົກ​ຮ້ອຍ​ຫົກ​ສິບ​ຕະ​ລັນ 15 ນອກ​ເຫນືອ​ຈາກ​ທອງ​ຄຳ​ຊຶ່ງ​ມາ​ຈາກ​ພໍ່​ຄ້າ ແລະ​ຈາ​ກການ​ຄ້າ​ຂອງ​ພວກ​ພໍ່​ຄ້າ ແລະ​ຈາກ​ກະ​ສັດ​ທັງ​ປວງ​ຂອງ​ປະ​ເທດ​ອາ​ຣະ​ເບັຽ ແລະ​ຈາກ​ບັນ​ດາ​ເຈົ້າເມືອງ​ແຫ່ງ​ແຜ່ນ​ດີນ 16 ກະ​ສັດ​ໂຊ​ໂລ​ໂມນ​ຊົງ​ສ້າງ​ໂລ່​ສອງ​ຮ້ອຍ​ອັນ​ດ້ວຍ​ທອ​ງ​ຄຳ​ທຸບ ໂລ່ອັນ​ນຶ່ງ​ໃຊ້​ທອງ​ຄຳ​ຫົກ​ຮ້ອຍ​ເຊ​ເກ​ລ 17 ແລະ​ພຣະ​ອົງ​ຊົງ​ສ້າງ​ໂລ່​ສາມ​ອັນ​ດ້ວຍ​ທອງ​ຄຳ​ທຸບ ໂລ່​ອັນ​ນຶ່ງ​ໃຊ້​ທອງ​ຄຳ​ສາມ​ມີ​ນັ​ສ ແລະ​ພຣະ​ຣາ​ຊາ​ຊົງ​ເກັບ​ໂລ່​ໄວ້​ໃນ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບາ​ນອນ 18 ພຣະຣາ​ຊາ​ຊົງ​ກະ​ທຳ​ພຣະ​ທີ່​ນັ່ງ​ງາ​ຊ້າງ​ຂ​ນາດ​ໃຫຍ່​ດ້ວຍ ແລະ​ຊົງ​ໂອບດ້ວຍ​ທອງ​ຄຳ​ຢ່າງ​ງາມ​ທີ່​ສຸດ 19 ພຣະ​ທີ່ນັ່ງ​ນັ້ນ​ມີ​ບັນ​ໄດ​ຫົກ​ຂັ້ນ ພະ​ນັກ​ຫລັງ​ຂ​ອງພຣະ​ທີ່ນັ່ງ​ນັ້ນ​ກົມ​ຂ້າງ​ເທິງ ແລະ​ສອງ​ຂ້າງ​ພຣະທີ່​ນັ່ງ​ນັ້ນ​ມີ​ທີ່​ວາງ​ພຣະ​ຫັດ ມີ​ສີງ​ສອງ​ໂຕ​ຢືນ​ຢູ່​ຂ້າງໆ​ທີ່​ວາງ​ພຣະ​ຫັດ 20 ມີ​ສີງ​ອີກ​ສິບ​ສອງ​ໂຕ​ຢືນ​ຢູ່​ທີ່​ນັ້ນ​ເທິງ​ຫົກ​ຂັ້ນ​ບັນ​ໄດ​ທັງ​ສອງ​ຂ້າງ ເຂົາ​ບໍ່​ເຄີຍ​ທຳ​ໃນ​ຣາ​ຊ​ອາ​ນາ​ຈັກ​ໃດໆ​ເຫມືອນ​ຢ່າງ​ນີ້ 21 ພາ​ຊນະ​ທັງ​ສີ້ນ​ສຳ​ລັບ​ເຄື່ອງ​ດື່ມ​ຂອງ​ກະ​ສັດ​ໂຊ​ໂລ​ໂມນທຳ​ດ້ວຍ​ທອງ​ຄຳ ແລະ​ພາ​ຊ​ນະ​ທັງ​ສີ້ນທີ່​ຢູ່​ຫ້ອງ​ໂຖງ​ແຫ່ງ​ດົງເລ​ບາ​ນອນ ທຳ​ດ້ວຍ​ທອງ​ຄຳບໍ​ຣິ​ສຸດ​ບໍ່​ມີ​ສິ່ງ​ໃດ​ທີ່​ທຳ​ດ້ວຍ​ເງິນ​ເລີຍ ເງິນ​ນັ້ນ​ຖື​ວ່າ​ເປັນ​ຂອງ​ບໍ່​ມີ​ຄ່າ​ໃນ​ສະ​ໄຫມ​ຂອງ​ໂຊ​ໂລ​ໂມນ 22 ເພາະ​ວ່າ​ກະ​ສັດ​ມີ​ກອງ​ກຳ​ປັ່ນ​ເມືອງ​ທາ​ຣ໌​ຊິສ ເດີນ​ທະ​ເລ​ພ້ອມ​ກັບ​ກອງ​ກຳ​ປັ່ນ​ເມືອງ​ຮີ​ຣາມກອງ​ກຳ​ປັ່ນ​ເມືອງ​ທາ​ຣ໌​ຊິ​ສນຳ​ທອງ​ຄຳ ເງິນ ງ່າ​ຊ້າງ ລີງ ແລະ​ນົກ​ຍູງ​ມາ​ສາມ​ປີ​ຕໍ່​ຄັ້ງ 23 ດັ່ງ​ນີ້​ແຫລະ ກະ​ສັດ​ໂຊ​ໂລ​ໂມນ​ຈຶ່ງ​ໄດ້​ປຽບ​ກວ່າ​ກະ​ສັດ​ອື່ນໆ​ແຫ່ງ​ແຜ່ນ​ດີນ​ໂລກ​ໃນ​ເຣື່ອງ​ສົມ​ບັດ ແລະ​ສະ​ຕິ​ປັນ​ຍາ 24 ແລະ​ທົ່ວ​ທັງ​ໂລກ​ກໍ​ສ​ແວງ​ຫາ​ທີ່​ຈະ​ເຂົ້າ​ເຝົ້າ​ໂຊ​ໂລ​ໂມນ ເພື່ອ​ຈະ​ຟັງ​ພຣະ​ສະ​ຕິ​ປັນ​ຍາ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ຣາ​ຊ​ທານ​ໄວ້​ໃນ​ໃຈ​ຂອງ​ທ່ານ 25 ທຸກ​ຄົນກໍ​ນຳ​ເຄື່ອງ​ບັນ​ນາ​ການ​ຂອງ​ເຂົາ​ມາ ເປັນ​ເຄື່ອງ​ທຳ​ດ້ວຍ​ເງິນ ແລະ​ທອງ​ຄຳ ເຄື່ອງ​ແຕ່ງ​ກາຍ ເຄື່ອງ​ອາ​ວຸດ ເຄື່ອງ​ເທດ ມ້າ ແລະ​ລໍ ຕາມ​ຈຳ​ນວນ​ກຳ​ຫນົດ​ທຸກໆ​ປີ 26 ໂຊ​ໂລ​ໂມນ​ຊົງ​ສະ​ສົມ​ຣົດ​ຮົບ ແລະ​ພົນ​ມ້າ ພຣະ​ອົງ​ຊົງ​ມີ​ຣົດ​ຮົບ​ນຶ່ງ​ພັນ​ສີ່​ຮ້ອຍ​ຄັນ ແລະ​ພົນ​ມ້າ​ນຶ່ງ​ຫມື່ນ​ສອງ​ພັນ​ຄົນ ຊຶ່ງ​ພຣະ​ອົງ​ຊົງ​ໃຫ້​ປະ​ຈຳ​ຢູ່​ທີ່​ຫົວ​ເມືອງ​ຣົດ​ຮົບ​ ແລະ​ຢູ່​ກັບ​ພຣະ​ຣາ​ຊາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 27 ແລະ​ພຣະ​ຣາ​ຊາ​ຊົງ​ກະ​ທຳ​ໃຫ້​ເງິນ​ນັ້ນ​ເປັນ​ຂອງ​ສາ​ມັນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເຫມືອນ​ກ້ອນ​ຫີນ ແລະ​ຊົງ​ກະ​ທຳ​ໃຫ້​ມີ​ໄມ້​ສົນ​ມາກ​ມາຍ​ເຫມືອນ​ຕົ້ນ​ໄມ້​ເດື່ອ​ແຫ່ງ​ເນີນ​ເຊ​ເຟ​ລາ 28 ມ້າ​ອັນ​ດີ​ເປັນ​ສີນ​ຄ້າ​ເຂົ້າ​ຂອງ​ໂຊ​ໂລ​ໂມນ​ມາ​ຈາກ​ເອ​ຢິບ ແລະ​ເມືອງ​ກູ​ເອ ແລະ​ບັນ​ດາ​ພໍ່​ຄ້າ​ຂອງ​ພຣະ​ຣາ​ຊາກໍ​ໄດ້​ມາ​ຈາກ ​ກູ​ເອ​ຕາມ​ຣາ​ຄາ 29 ຈະ​ນຳ​ຣົດ​ຮົບ​ຄັນ​ນຶ່ງ​ເຂົ້າ​ມາ​ຈາກ​ເອ​ຢິບ​ໄດ້​ໃນ​ຣາ​ຄາ​ຫົກ​ຮ້ອຍ​ເຊ​ເກ​ລ​ ເງິນ ແລະ​ມ້າ​ໂຕ​ນຶ່ງ​ ນຶ່ງ​ຮ້ອຍ​ຫນ້າ​ສິບ ດັ່ງ​ນັ້ນ​ໂດຍ​ທາງ​ພວກ​ພໍ່​ຄ້າ​ເຂົາ​ກໍ​ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ກະ​ສັດ​ທັງ​ປວງ​ຂອງ​ຄົນ​ຮິດ​ຕີ ແລະ​ບັນ​ດາ​ກະ​ສັດ​ຂອງຊີ​ເຣັຽ(ອາ​ຣາມ)

1 ກະສັດ 11

ເຣື່ອງ​ໂຊ​ໂລ​ໂມນ​​ຫັນ​ຫນີ​ຈາກ​ພຣະ​ເຈົ້າ

1 ກະ​ສັດ​ໂຊ​ໂລ​ໂມນ​ຊົງ​ຮັກ​ຍິງ​ຕ່າງ​ດ້າວຫລາຍ​ຄົນ ນອກ​ຈາກ​ທິ​ດາ​ຂອງ​ຟາຣາ​ໂອ ມີ​ຍິງ​ຄົນ​ໂມ​ອາບ ຄົນ​ອັມ​ໂມນ ຄົນ​ເອ​ໂດມ ຄົນ​ຊີ​ໂດ​ນີ​ອານ ແລະ​ຄົນ​ຮິດ​ຕີ 2 ເປັນ​ຂອງ​ປະ​ຊາ​ຊາດ​ຊຶ່ງພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຄົນ​ອິສ​ຣາ​ເອນ​ວ່າ, “ເຈົ້າ​ທັງ​ຫລາຍ​ຢ່າ​ເຂົ້າ​ໄປ​ແຕ່ງ​ງານ​ກັບ​ເຂົາ​ທັງ​ຫລາຍ ຫລື​ຢ່າ​ໃຫ້​ເຂົາ​ມາ​ແຕ່ງ​ງານ​ກັບ​ເຈົ້າ ເພາະ​ເຂົາ​ຈະ​ຫັນ​ຈິດ​ໃຈ​ຂອງ​ເຈົ້າ​ໄປ​ຕາມ​ພຣະ​ຂອງ​ເຂົາ​ເປັນ​ແນ່” ໂຊ​ໂລ​ໂມນ​ຊົງ​ຕິດ​ພັນ​ກັບ​ຄົນ​ເຫລົ່າ​ນີ້​ດ້ວຍ​ຄວາມ​ຮັກ 3 ພຣະ​ອົງ​ມີ​ມະ​ເຫ​ສີ​ເຈັດ​ຮ້ອຍ ແລະ​ນາງ​ຫ້າມ​ສາມ​ຮ້ອຍ​ແລະ​ບັນ​ດາ​ມະ​ເຫສີ​ຂອງ​ພຣະ​ອົງ​ກໍ​ຊົງ​ຫັນ​ພຣະ​ທັຍ​ຂອງ​ພຣະ​ອົງ​ໄປ​ເສັຽ 4 ເພາະຢູ່​ມາ​ເມື່ອ​ໂຊ​ໂລ​ໂມນຊົງເຖົ້າ​ຊະ​ຣາ​ແລ້ວ ມະ​ເຫ​ສີ​ຂອງ​ພຣະ​ອົງ​ໄດ້​ຫັນ​ພຣະ​ທັຍ​ຂອງ​ພຣະ​ອົງ​ໃຫ້​ໄປ​ຕາມ​ພຣະ​ອື່ນ ແລະ​ພຣະ​ທັຍ​ຂອງ​ພຣະ​ອົງ​ບໍ່​ໄດ້​ສັດ​ຊື່ຕໍ່​ພຣະ​ຜູ້ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ດັ່ງ​ພຣະ​ທັຍ​ຂອງ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ 5 ເພາະ​ໂຊ​ໂລ​ໂມນ​ຊົງ​ດຳ​ເນີນ​ຕາມ​ພຣະ​ອັ​ຊ​ຕາ​ຣ໌​ເຕ ພຣະ​ແມ່​ເຈົ້າ​ຂອງ​ຄົນ​ຊີ​ໂດ​ນ​ ແລະ​ຕາມ​ພຣະ​ມີນ​ໂຄມ ສິ່ງ​ທີ່​ຫນ້າ​ກຽດ​ຊັງຂອງ​ຄົນ​ອັມ​ໂມນ 6 ໂຊ​ໂລ​ໂມນ​ຈຶ່ງ​ຊົງ​ກະ​ທໍາ​ສິ່ງ​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່​ໄດ້​ຊົງ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ເຕັມ​ພຣະ​ທັຍ​ດັ່ງ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ມາ​ແລ້ວ​ນັ້ນ 7 ແລ້ວ​ໂຊ​ໂລ​ໂມນ​ໄດ້​ຊົງ​ສ້າງ​ສະ​ຖານ​​ທີ່​ສູງສຸດ ​ສຳ​ລັບ​ພຣະ ເຄ​ໂມ​ສ ສິ່ງ​ທີ່​ຫນ້າ​ກຽດຊັງ​ຂອງ​ໂມ​ອາບ ໃນ​ພູ​ເຂົາ​ທີ່​ຢູ່​ກັບ​ຂ້າມ​ເຢ​ຣູ​ຊາ​ເລັມ ແລະ​ສຳ​ລັບ​ພຣະ​ໂມ​ເລກ ສິ່ງ​ທີ່​ຫນ້າ​ກຽດ​ຊັງຂອງ​ຄົນ​ອັມ​ໂມນ 8 ແລະ​ພຣະ​ອົງ​ຈຶ່ງ​ຊົງ​ກະ​ທຳ​ດັ່ງ​ນັ້ນ​ເພື່ອ​ມະ​ເຫ​ສີ​ຕ່າງ​ດ້າ​ວຂອງ​ພຣະ​ອົງທັງສິ້ນ ຜູ້​ທີ່​ໄດ້​ເຜົາ​ເຄື່ອງ​ຫອມ ແລະ​ຖວາຍ​ເຄື່ອງ​ສັຕ​ບູ​ຊາ​ແກ່​ບັນ​ດາ​ພຣະ​ຂອງ​ເຂົາ 9 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກີ້ວ​ຕໍ່​ໂຊ​ໂລ​ໂມນ ເພາະ​ພຣະ​ທັຍ​ຂອງ​ທ່ານ​ໄດ້​ຫັນ​ໄປ​ເສັຽ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ຜູ້​ໄດ້​ຊົງ​ປາ​ກົດ​ແກ່​ທ່ານ​ສອງ​ຄັ້ງ​ແລ້ວ 10 ແລະ​ໄດ້​ຊົງ​ສັ່ງ​ທ່ານ​ກ່ຽວ​ກັບ​ເຣື່ອງ​ນີ້​ວ່າ​ທ່ານ​ບໍ່​ຄວນ​ໄປ​ຕິດ​ຕາມ​ພຣະ​ອື່ນ ແຕ່​ທ່ານ​ບໍ່​ໄດ້​ຮັກ​ສາ​ພຣະ​ຄຳ​ສັ່ງຂອງ​ພຣະ​ຜູ້​ເປັນ​ເຈົ້າ 11 ເພາະ​ສະ​ນັ້ນ​ພຣະ​ເຈົ້າ​ສັ່ງ​ກັບ​ໂຊ​ໂລ​ໂມນ​ວ່າ, “ເນື່ອງ​ດ້ວຍ​ຄວາມ​ຄິດ​ຂອງ​ເຈົ້າ​ເປັນ​ຢ່າງ​ນີ້ ແລະ​ເຈົ້າ​ບໍ່​ໄດ້​ຮັກ​ສາ​ຄຳຫມັ້ນ​ສັນ​ຍາ​ຂອງ​ເຣົາ ແລະ​ກົດ​ເກນ​ຂອງ​ເຮົາ ຊື່ງ​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້ ເຮົາ​ຈະ​ຈີກ​ອາ​ນາ​ຈັກ​ເສັຽ​ຈາກ​ເຈົ້າ​ ແລະ​ໃຫ້​ແກ່​ຂ້າ​ຣາ​ຊ​ການ​ຂອງ​ເຈົ້າ 12 ສັນ​ນັ້ນ​ກໍ​ດີ​ເພາະ​ເຫັນ​ແກ່​ດາ​ວິດ​ບິ​ດາ​ຂອງ​ເຈົ້າ ເຮົາ​ຈະ​ບໍ່​ກະ​ທຳ​ໃນ​ວັນ​ເວ​ລາ​ຂອງ​ເຈົ້າ ແຕ່​ເຮົາ​ຈະ​ຈີກ​ອອກ​ຈາກ​ມື​ບຸດ​ຂອງ​ເຈົ້າ 13 ຢ່າງ​ໃດ​ກໍ​ດີ ເຮົາ​ຈະ​ບໍ່​ຈີກ​ເສັຽ​ຫມົດ​ອາ​ນາ​ຈັກ ແຕ່​ເຮົາ​ຈະ​ໃຫ້​ເຜົ່າ​ນຶ່ງ​ແກ່​ບຸດ​ຊາຍ​ຂອງ​ເຈົ້າ ເພື່ອ​ເຫັນ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຣົາ ແລະ​ເພື່ອ​ເຫັນ​ແກ່​ເຢ​ຣູ​ຊາ​ເລັມ​ຊຶ່ງ​ເຮົາ​ໄດ້​ເລືອກ​ໄວ້” 14 ພຣະ​ເຈົ້າ​ຊົງ​ໃຫ້​ສັດ​ຕຣູ​ເກີດ​ຂຶ້ນ​ຕໍ່​ສູ້​ໂຊ​ໂລ​ໂມນ ຄື​ຮາ​ດາດ ຄົນ​ເອ​ໂດມ ທ່ານ​ເປັນ​ເຊື້ອ​ສາຍ​ຣາ​ຊວົງ​ແຫ່ງ​ເອ​ໂດມ 15 ເພາະ​ເມື່ອ​ດາ​ວິດ​ຢູ່​ໃນ​ເອ​ໂດມ ແລະ​ໂຢ​ອາບ​ຜູ້​ບັນ​ຊາ​ການກອງ​ທັບ​ໄດ້​ຂຶ້ນ​ໄປ​ຝັງ​ຜູ້​ທີ່​ຖືກ​ຂ້າ ເຂົາ​ໄດ້​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເອ​ໂດມ​ເສັຽ 16 (ເພາະ​ໂຢ​ອາບ ແລະ​ຄົນ​ອິສ​ຣາ​ເອນ​ທັງສີ້ນ​ຍັງ​ຢູ່​ທີ່​ນັ້ນ​ຫົກ​ເດືອນ ຈົນ​ກວ່າ​ເຂົາ​ຈະ​ໄດ້​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເອ​ໂດມ) 17 ແຕ່​ຮາ​ດາດ​ໄດ້​ຫນີ​ໄປ​ເອ​ຢິບ ພ້ອມ​ກັບ​ຄົນ​ເອ​ໂດມ​ບາງ​ຄົນຜູ້​ເປັນ​ຂ້າ​ຣາ​ຊ​ການ​ຂອງ​ບິ​ດາ​ຂອງ​ທ່ານ ຄັ້ງ​ນັ້ນ​ຮາ​ດາດ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ 18 ເຂົາ​ທັງ​ຫລາຍ​ຍົກ​ອອກ​ຈາກ​ມີ​ດີ​ອານ​ມາ​ຍັງ​ປາ​ຣານ ແລະ​ພາ​ຄົນ​ຈາກ​ປາ​ຣານ​ມາ​ກັບ​ເຂົາ ແລະ​ມາ​ເຖິງ​ເອ​ຢິບ ເຝົ້າ​ກະ​ສັດ​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອຢິບ ຜູ້​ປະ​ທານ​ເຮືອນ​ຫລັງ​ນຶ່ງ​ແກ່​ເຂົາ ແລະ​ກຳ​ນົດ​ໃຫ້​ໄດ້​ຮັບ​ປັນ​ສະ​ບ່ຽງ​ອາ​ຫານ ແລະ​ປະ​ທານ​ທີ່​ດີນ​ໃຫ້​ເຂົາ​ດ້ວຍ 19 ແລະ​ຮາ​ດາດ​ເປັນ​ທີ່​ຊອບ​ຫລາຍ​ໃນ​ສາຍ​ຕາ​ຂອງ​ຟາ​ຣາ​ໂອ ຟາ​ຣາ​ໂອ​ຈຶ່ງ​ປະ​ທານ​ນ້ອງ​ສາວ​ຂອງ​ມະ​ເຫ​ສີ​ຂອງ​ທ່ານ​ເອງ ຄື​(ຂະ​ນິດ​ຖາ​) ນ້ອງ​ສາວຂອງ​ພຣະ​ຣາ​ຊີ​ນີ​ທາ​ເປ​ເນ​ສ​ໃຫ້​ແຕ່ງ​ງານ​ກັບ​ເຂົາ 20 ແລະ​ນ້ອງ​ສາວ​ຂອງ​ທາ​ເປ​ເນ​ສ​ປະ​ສູດ​ເກ​ນູ​ບັ​ທ​ໃຫ້​ທ່ານ​ເປັນ​ບຸດ​ຊາຍ ຜູ້​ຊຶ່ງ​ຖືກ​ລ້ຽງ​ດູ​ໄວ້​ໃນ​ວັງ​ຂອງ​ຟາ​ຣາ​ໂອ ແລະ​ເກ​ນູ​ບັ​ທ​ຢູ່​ໃນ​ວັງ​ຂອງ​ຟາ​ຣາ​ໂອ​ໃນ​ຫ​ມູ່​ຣາ​ຊ​ໂອ​ຣົດ​ຂອງ​ຟາ​ຣາ​ໂອ 21 ແຕ່​ເມື່ອ​ຮາ​ດາດ​ຢູ່​ໃນ​ເອ​ຢິ​ບ​ໄດ້​ຍິນ​ວ່າ ດາ​ວິດ​ໄດ້​ລ່ວງ​ລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ແລ້ວ ແລະ​ໂຢ​ອາບ​ຜູ້​ບັນ​ຊາ​ການກອງ​ທັບ​ກໍ​ສີ້ນ​ພຣະ​ຊົນ​ແລ້ວ ຮາ​ດາດ​ຈຶ່ງ​ທູນ​ຟາ​ຣາ​ໂອ​ວ່າ, “ຂໍ​ຂ້າ​ພຣະ​ອົງ​ທູນ​ລາ ເພື່ອ​ຂ້າ​ພຣະ​ອົງ​ຈະ​ກັບ​ໄປ​ຍັງ​ປະ​ເທດ​ຂອງ​ຂ້າ​ພຣະ​ອົງ​ເອງ” 22 ແຕ່​ຟາ​ຣາ​ໂອ​ສັ່ງ​ກັບ​ທ່ານ​ວ່າ, “ທ່ານ​ຢູ່​ກັບ​ເຮົາ​ຂາດ​ສິ່ງ​ໃດ​ຫລື ບັດ​ນີ້​ທ່ານ​ຈຶ່ງ​ເສາະ​ຫາ​ທີ່​ຈະ​ກັບ​ໄປ​ຍັງ​ປະ​ເທດ​ຂອງ​ທ່ານ” ແລະ​ທ່ານ​ກໍ​ທູນ​ພຣະ​ອົງ​ວ່າ, “ບໍ່​ຂາດ​ສິ່ງ​ໃດ​ເລີຍ ແຕ່​ຂໍ​ໃຫ້​ຂ້າ​ພຣະ​ອົງ​ໄປ​ເຖີດ” 23 ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ສັດ​ຕຣູ​ເກີດ​ຂຶ້ນ​ຕໍ່​ສູ້​ທ່ານ​ອີກ​ຄົນ​ນຶ່ງ ຄື​ເຣ​ໂຊນ​ບຸດຂອງ​ເອ​ລີ​ອາ​ດາ ຜູ້​ທີ່​ຫນີ​ໄປ​ຈາກ​ຮາ​ດາເດ​ເຊີ​ກະ​ສັດ​ແຫ່ງ​ໂຊ​ບາ​ເຈົ້າ​ນາຍ​ຂອງ​ຕົນ 24 ເມື່ອ​ດາ​ວິດ​ເຂັ່ນ​ຂ້າ​ຊາວ​ໂຊ​ບາ​ເຂົາ​ກໍ​ຮວບ​ຮວມ​ຜູ້​ຄົນ​ໃຫ້​ຢູ່​ກັບ​ເຂົາ ກາຍ​ເປັນ​ຫົວ​ຫນ້າ​ຂອງກອງ​ປຸ້ນ ແລະ​ເຂົາ​ທັງ​ຫລາຍ​ກໍ​ໄປ​ຍັງ​ເມືອງ​ດາ​ມັ​ສ​ກັ​ສ​ອາ​ໄສ​ຢູ່​ທີ່​ນັ້ນ ແລະ​ຄອບ​ຄອງ​ເມືອງ​ດາ​ມັ​ສກັ​ສ 25 ທ່ານ​ເປັນສັດ​ຕຣູ​ຂອງ​ອິສ​ຣາ​ເອນ​ຕລອດ​ວັນ​ເວ​ລາ​ຂອງ​ໂຊ​ໂລ​ໂມນ ກໍ່​ເຫດ​ຮ້າຍ​ດັ່ງ​ທີ່​ຮາ​ດາດ​ໄດ້​ກະ​ທຳ ແລະ​ທ່ານ​ກຽດ​ຊັງ​ອິສ​ຣາ​ເອນ ແລະ​ໄດ້​ປົກ​ຄອງ​ຢູ່​ເຫນືອ​ຊີ​ເຣັຽ (ອາ​ຣາມ) 26 ເຢ​ໂຣ​ໂບ​ອາມ​ບຸດ​ຊາຍ​ຂອງ​ເນ​ບັດ ເປັນ​ຄົນ​ຕະ​ກູນ​ເອ​ຟ​ຣາ​ອິມ​ທີ່ມາ​ຈາກ​ເຊ​ເຣ​ດາ ແມ່​ຂອງ​ເຂົາ​ຊື່​ວ່າ ເຊ​ຣູ​ອາ ນາງ​ເປັນ​ແມ່​ຫມ້າຍ ເຢ​ໂຣ​ໂບ​ອາມ​ເປັນ​ຄົນ​ໃນ​ວົງ​ຣາ​ຊ​ການ​ຂອງ​ເຈົ້າ​ໂຊ​ໂລ​ໂມນ ແຕ່​ເຂົາ​ໄດ້​ກະ​ບົດ​ຕໍ່​ພຣະ​ອົງ 27 ເຣື່ອງ​ຣາວ​ການ​ກະ​ບົດ​ຂອງ​ເຢ​ໂຣ​ໂລ​ອາມ​ເປັນ​ດັ່ງ​ນີ້ ເຈົ້າ​ໂຊ​ໂລ​ໂມນ​ໄດ້​ສ້າງ​ປ້ອມ​ມິນ​ໂລ ຢູ່​ທາງ​ເບື້ອງ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ອັດ​ປ່ອງ​ແຕກ​ຂອງ​ກຳ​ແພງ​ເມືອງ​ຂອງ​ດາ​ວິດ​ບິ​ດາ​ຂອງ​ພຣະ​ອົງ ເຢ​ໂຣ​ໂບອາມ​ເປັນ​ຊາຍ​ຫນຸ່ມ​ທີ່​ເກັ່ງ​ກ້າ 28 ເມື່ອເຈົ້າ​ໂຊ​ໂລ​ໂມນ​ສັງ​ເກດ​ເຫັນ​ເຢ​ໂຣ​ໂບ​ອາມ​ເປັນ​ຊາຍ​ຫນຸ່ມ​ທີ່​ເກັ່ງ​ກ້າ ແລະ​ເອົາ​ໃຈ​ໃສ່​ໃນ​ວຽກ​ງານ ພຣະ​ອົງ​ຈຶ່ງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ກຳ​ກັບ​ຄົນ​ງານ​ທັງ​ຫມົດ​ຂອງ​ຕະ​ກູນ​ມານັ​ສ​ເຊ ແລະ​ເອ​ຟ​ຣາ​ອິມ 29 ວັນ​ນຶ່ງ ເມື່ອ​ເຢ​ໂຣ​ໂບອາມ​ອອກ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຜູ້​ປະ​ກາດ​ພຣະ​ທັມ​ອາ​ຮີ​ຢາ​ຊາວ​ຊີ​ໂລ ໄດ້​ພົບ​ທ່ານ​ທີ່​ກາງ​ທາງ ອາ​ຮີ​ຢານຸ່ງ​ເຄື່ອງ​ເສື້ອ ຄຸມ​ໃຫມ່ ແລະ​ທັງ​ສອ​ງຢູ່ນອກ​ເມືອງ​ຕາມ​ລຳ​ພັງໃນ​ທົ່ງ​ນາ 30 ແລ້ວອາ​ຮີ​ຢາ​ແກ້​ເສື້ອ​ຄຸມໃຫມ່​ອອກ​ມາ​ຈີກ​ເປັນ​ສິບ​ສອງສິ້ນ 31 ແລະ​ທ່ານເວົ້າ​ຕໍ່​ເຢ​ໂຣ​ໂບ​ອາມ​ວ່າ, “ທ່ານ​ຈົ່ງ​ເອົາ​ໄປ​ສິບ​ສິ້ນ​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ສັ່ງ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ເຮົາ​ກຳ​ລັງ​ຈະ​ຈີກ​ອາ​ນາ​ຈັກ​ຈາກ​ມື​ໂຊ​ໂລ​ໂມນ ແລະ​ຈະ​ໃຫ້​ເຈົ້າ​ສິບ​ຕະ​ກູນ 32 (ແຕ່​ເຂົາ​ຈະ​ມີ​ຕະ​ກູນ​ນຶ່ງ​ເພື່ອ​ເຫັນ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຣົາ ແລະ​ເພື່ອ​ເຫັນ​ແກ່​ເຢ​ຣູ​ຊາ​ເລັມ​ເມືອງ​ຊຶ່ງ​ເຮົາ​ເລືອກ​ຈາກ​ຖ້າມ​ກາງ​ເຜົ່າ​ທັງ​ປວງ​ຂອງອິສ​ຣາ​ເອນ) 33 ເພາະ​ວ່າ​ໂຊ​ໂລ​ໂມນ​ໄດ້​ລືມ​ເຮົາ ແລະ​ໄປ​ນະ​ມັ​ສ​ການ​ຮູບ​ພຣະອັ​ຊ​ຕາ​ເຕ ຄື​ເທບ​ທິ​ດາ​ຂອງ​ຊາວ​ຊີ​ໂດມ​ ເຄ​ໂມ​ສ​ພຣະ​ເຈົ້າ​ຂອງ​ຊາວ​ໂມ​ອາບ ມີນ​ໂກມ​ພຣະ​ເຈົ້າ​ຂອງ​ຊາວ​ອັມ​ໂມນ ເຂົາ​ບໍ່​ໄດ້​ຟັງ​ຄວາມ​ເຮົາ ເຂົາ​ທຳ​ໃນ​ສິ່ງ​ທີ່​ຜິດ ແລະ​ບໍ່​ໄດ້​ຖື​ຮັກ​ສາ​ພຣະ​ບັນ​ຍັດ ແລະ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ ຕາມ​ທີ່​ດາ​ວິດ​ບິ​ດາ​ຂອງ​ເຂົາ​ໄດ້​ປະ​ຕິ​ບັດ​ມາ 34 ແຕ່​ວ່າ​ເຣົາ​ຈະ​ບໍ່​ເອົາ​ຣາ​ຊ​ອາ​ນາ​ຈັກ​ອອກ​ຫນີ​ຫມົດ​ຈາກ​ກຳ​ມື​ຂອງ​ເຂົາ ເພາະ​ເຮົາ​ຍັງ​ຈະ​ໃຫ້​ເຂົາ​ເປັນ​ເຈົ້າ​ຊີ​ວິດ​ປົ​ກ​ຄອງ​ໄປ​ຕລອດ​ຊົ່ວ​ຊີ​ວິດ ເພາະ​ເຫັນ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຜູ້​ທີ່​ຖື​ຮັກສາ​ພຣະ​ບັນ​ຍັດ ແລະ​ພຣະ​ຄຳ​ສັ່ງ​ຂອງ​ເຮົາ​ໄວ້ 35 ເຮົາ​ຈະ​ຍຶດ​ເອົາ​ຣາ​ຊ​ອາ​ນາ​ຈັກ​ອອກ​ຈາກ​ກຳ​ມື​ບຸດ​ຊາຍ​ຂອງ​ເຂົາ ແລະ​ມອບ​ໃຫ້​ເຈົ້າ​ປົກ​ຄອງ​ສິບ​ຕະ​ກູນ 36 ເຮົາ​ຈະ​ໃຫ້​ບຸດ​ຊາຍ​ຂອງ​ເຂົາ​ປົກ​ຄອງ​ນຶ່ງ​ຕະ​ກູນ ເພື່ອ​ວ່າ​ຈະ​ມີ​ເຊື້ອ​ສາຍ​ຂອງ​ກະ​ສັດ​ດາ​ວິດ​ປົກ​ຄອງ​ຢູ່​ຕລອດ​ໄປ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຊຶ່ງ​ເປັນ​ເມືອງ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ໃຫ້​ເປັນ​ບ່ອນ​ປະ​ທັບ​ຂອງ​ເຮົາ 37 ສະ​ນັ້ນ ເຮົາ​ຈະ​ໃຫ້​ເຈົ້າ​ປົກ​ຄອງ​ຕາມ​ທີ່​ເຈົ້າ​ຕ້ອງ​ການ ແລະ​ເຈົ້າ​ຈະ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ 38 ຖ້າ​ວ່າ​ເຈົ້າ​ຟັງ​ຄຳ​ສັ່ງ​ທຸກ​ຢ່າງ ແລະ​ຂັບ​ຕາມ​ວິ​ຖີ​ທາງ​ຂອງ​ເຮົາ​ໂດຍ​ປະ​ຕິບັດ​ໃນ​ທຸກໆ​ສິ່ງ ທີ່​ຖືກ​ຕ້ອງ​ແລະ​ຮັກ​ສາ​ພຣະ​ບັນ​ຍັດ​ທັງ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ ຕາ​ມ​ທີ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ປະ​ຕິ​ບັດ​ມາ ເຮົາ​ຈະ​ສະ​ຖິດ​ຢູ່​ກັບ​ເຈົ້າ ແລະ​ຈະ​ໃຫ້​ເຈົ້າ​ເປັນ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ແລະ​ຈະ​ໃຫ້​ມີ​ເຊື້ອ​ສາຍ​ຂອງ​ເຈົ້າ​ປົກ​ຄອງ​ສືບ​ແທນ​ເຈົ້າ ຊຶ່ງ​ເປັນ​ເຫມືອນ​ດັ່ງ​ກະ​ສັດ​ດາ​ວິດ​ຍ້ອນ​ໂຊ​ໂລ​ໂມນ​ທຳ​ຜິດ 39 ເຮົາ​ຈະ​ລົງ​ໂທດ​ເຊື້ອ​ສາຍ​ຂອງ​ດາ​ວິດ ແຕ່​ຈະ​ບໍ່​ລົງ​ໂທດ​ເຊື້ອ​ສາຍ​ນັ້ນ​ຕລອດ​ໄປ 40 ໂຊ​ໂລ​ໂມນ​ໄດ້​ພຍາ​ຍາມ​ຂ້າ​ເຢ​ໂຣ​ໂບອາມ ແຕ່​ເຂົາ​ໄດ້​ປົບ​ຫນີ​ໄປ​ຫາ​ຊີ​ຊາກ​ເຈົ້າ​ຊີ​ວິດປະ​ເທດ​ເອ​ຢິບ ແລະ​ກໍ​ຄ້າງ​ຢູ່​ໃນ​ປະ​ເທດ​ນີ້​ຈົນ​ໂຊ​ໂລ​ໂມນ​ເຖິງ​ສວັນ​ນະ​ຄົດ

ໂຊ​ໂລ​ໂມນ​ສິ້ນ​ພຣະ​ຊົນ

41 ເຣື່ອງ​ຣາວ​ຂອງ​ເຈົ້າ​ໂຊ​ໂລ​ໂມນ ເຊັ່ນ​ວຽກ​ການ​ຕ່າງໆ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ ຕລອດ​ທັງ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ ບໍ່ໄດ້​ບັນ​ທຶກ​ໄວ້​ໃນ​ປື້ມ​ປະ​ຫວັດ​ຂອງ​ເຈົ້າ​ໂຊ​ໂລ​ໂມນຫລື 42 ເຈົ້າ​ໂຊ​ໂລ​ໂມນ​ເປັນ​ເຈົ້າ​ຊີ​ວິດ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ປົກ​ຄອງ​ທົ່ວ​ທັງ​ອິສ​ຣາ​ເອນ​ໄດ້​ສີ່​ສິບ​ປີ 43 ແລ້ວ​ພຣະ​ອົງກໍ​ສວັນ​ນະ​ຄົດ​ໄປ​ຢູ່​ນຳ​ພວກ​ປູ່​ຍ່າ​ຕາ​ຍາຍ ເຂົາ​ໄດ້​ຝັງ​ສົບ​ພຣະ​ອົງໄວ້​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຕໍ່​ມາ ເຣ​ໂຣ​ໂບອາມ ບຸດ​ຊາຍ​ຂອງ​ພຣະ​ອົງກໍ​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ແທນ

1 ກະສັດ 12

ປະ​ຊາ​ຊົນ​ອິສ​ຣາ​ເອນ​ກະ​ບົດ​ຕໍ່​ຕ້ານ ເຣ​ໂຮ​ໂບ​ອາມ

1 ເຮ​ໂຮ​ໂບ​ອາມ​ໄດ້​ໄປ​ເມືອງ​ຊີ​ເຄມ ບ່ອນ​ທີ່​ພວກ​ອິສ​ຣາ​ເອນ​ພາ​ກັນ​ເຕົ້າ​ໂຮມ​ກັນ​ເພື່ອ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ເປັນ​ເຈົ້າ​ຊີ​ວິດ 2 ຂ່າວ​ເຣື່ອງ​ນີ້​ໄດ້​ຊ່າ​ລື​ໄປ​ເຖິງ​ຫູ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ຊາຍ​ຂອງ​ເນ​ບັດ ຜູ່ທີ່​ຍັງ​ຢູ່​ໃນ​ປະ​ເທດ​ເອ​ຢິບ ບ່ອນ​ທີ່​ເຂົາ​ປົບ​ໄປ​ລີ້​ເຈົ້າ​ໂຊ​ໂລ​ໂມນ ດັ່ງ​ນັ້ນ ເຂົາ​ຈຶ່ງ​ກັບ​ຄືນ​ເມືອ​ປະ​ເທດ​ຂອງ​ຕົນ​ເອງ 3 ຊາວ​ອິສ​ຣາ​ເອນ​ໄດ້​ໃຊ້​ຄົນ​ໄປ​ເຊີນ​ເຂົາ​ມາ ແລ້ວ​ເຢ​ໂຣ​ໂບອາມ​ພ້ອມ​ທັງ​ພວກ​ອິສ​ຣາ​ເອນ​ທຸກ​ຄົນ​ຈຶ່ງ​ພາ​ກັນ​ໄປ​ທູນ​ຕໍ່​ເຈົ້າ​ເຣ​ໂຣ​ໂບ​ອາມ​ວ່າ, 4 “ເຈົ້າ​ໂຊ​ໂລ​ໂມນ​ສະ​ເດັດ​ພໍ່​ຂອງ​ພຣະ​ອົງ ປະ​ຕິ​ບັດ​ຕໍ່​ພວກ​ຂ້າ​ພຣະ​ອົງ​ຮຸນ​ແຮງ​ຫລາຍ ໂດຍ​ໄດ້​ສັ່ງ​ໃຫ້​ເຮັດ​ວຽກ​ອັນ​ຫນັກ​ຫນ່ວງ ດຽວ​ນີ້​ຂໍ​ພຣະ​ອົງ​ຜ່ອນ​ຜັນ​ວຽກ​ອັນ​ຫນັກ​ຫນ່ວງ​ນີ້ ແລະ​ໂຜດ​ໃຫ້​ຊີ​ວິດ​ຂອງ​ພວກ​ຂ້າ​ພຣະ​ອົງ​ຢູ່​ຢ່າງ​ສະ​ບາຍ ພວກ​ຂ້າ​ພຣະ​ອົງ​ຈະ​ຂໍ​ເປັນ​ຜູ້​ຮັບ​ໃຊ້​ທີ່​ຊື່​ສັດ​ຂອງ​ພຣະ​ອົງ” 5 ພຣະ​ອົງ​ສັ່ງ​ກັບ​ເຂົາ​ວ່າ, “ຈົ່ງ​ກັບ​ໄປ​ເສັຽ​ຈັກ​ສາມ​ວັນ ແລ້ວ​ຈຶ່ງ​ມາ​ຫາ​ເຮົາ​ອີກ” ປະ​ຊາ​ຊົນ​ຈຶ່ງ​ກັບ​ໄປ 6 ເຈົ້າ​ເຣ​ໂຮ​ໂບ​ອາມ ຈຶ່ງ​ປຶກ​ສາ​ກັບ​ພວກ​ອະ​ວຸ​ໂສ​ທີ່​ເຄີຍ​ເປັນ​ທີ່​ປຶກ​ສາ​ຂອງ​ກະ​ສັດ​ໂຊ​ໂລ​ໂມນ ທ່ານ​ຖາມ​ພວກ​ນີ້​ວ່າ, “ພວກ​ທ່ານ​ຈະ​ແນະ​ນຳ​ໃຫ້​ເຮົາ​ຕອບ​ປະ​ຊາ​ຊົນ​ເຫລົ່າ​ນີ້​ຢ່າງ​ໃດ” 7 ພວກ​ນີ້​ຈຶ່ງ​ຕອບ​ວ່າ, “ຖ້າ​ພຣະ​ອົງ​ຢາກ​ເຮັດ​ວຽກ​ຮ່ວມ​ກັບ​ປະ​ຊາ​ຊົນ​ເປັນ​ຢ່າງ​ດີ ຈົ່ງ​ຕອບ​ໃຫ້​ຖືກ​ໃຈ​ພວກ​ເຂົາ ແລ້ວ​ພວກ​ເຂົາ​ຈະ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ສັດ​ຊື່” 8 ແຕ່​ວ່າ ເຈົ້າ​ເຣ​ໂຮ​ໂບ​ອາມ​ປະ​ຕິ​ເສດ​ຄຳ​ແນະ​ນຳ​ຂອງ​ພວກ​ອະ​ວຸ​ໂສ​ນີ້ ໂດຍ​ໄປ​ປຶກ​ສາ​ກັບ​ພວກ​ທີ່​ເກີດ​ລຸ້ນ​ຣາວ​ຄາວ​ດຽວ​ກັນ​ກັບ​ຕົນ 9 ພຣະ​ອົງ​ຖາມ​ວ່າ, “ພວກ​ປະ​ຊາ​ຊົນ​ໄດ້​ມາ​ຂໍ​ຮ້ອງ​ເຮົາ​ໃຫ້​ຜ່ອນ​ຜັນ​ວຽກ​ອັນ​ຫນັກ​ຫນ່ວງຂອງ​ພວກ​ເຂົາ ພວກ​ທ່ານ​ຈະ​ເຫັນສົມ​ຄວນ​ໃຫ້​ເຮົາ​ເຮັດ​ຢ່າງ​ໃດ​ດີ” 10 ພວກ​ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ພຣະ​ອົງ​ຈະຕ້ອງບອກ​ພວກ​ເຂົາ​ດັ່ງ​ນີ້​ຄື ນີ້ວ​ກ້ອຍ​ຂອງ​ເຮົາ​ກໍ​ໃຫຍ່ກວ່າ​ແອວ​ຂອງ​ສະ​ເດັດ​ພໍ່ 11 ຖ້າ​ວ່າ​ວຽກ​ທີ່​ສະ​ເດັດ​ພໍ່​ຂອງ​ເຮົາ​ມອບ​ຫມາຍ​ໃຫ້​ພວກ​ເຈົ້າ​ເຮັດ​ນັ້ນ​ຫນັກ​ໂພດ ວຽກ​ຂອງ​ເຣົາ​ທີ່​ຈະ​ມອບ​ໃຫ້​ນັ້ນ​ກໍ​ຍັງ​ຈະ​ຫນັກ​ກວ່າ ທ່ານ​ຂ້ຽນ​ຕີ​ພວກ​ເຈົ້າ​ດ້ວຍ​ເຊືອກ​ທຳ​ມະ​ດາ ແຕ່​ເຮົາ​ຈະ​ຂ້ຽນ​ຕີ​ພວກ​ເຈົ້າ​ດ້ວຍ​ເຊືອກ​ຫນັງ” 12 ສາມວັນ​ຕໍ່​ມາ ເຢ​ໂຣ​ໂບ​ອາມ ພ້ອມ​ທັງ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ກໍ​ກັບ​ຄືນມາ​ຫາ​ເຈົ້າ​ເຣ​ໂຮ​ໂບ​ອາມ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ອົງ 13 ເຈົ້າ​ເຣ​ໂຮ​ໂບ​ອາມ​ປະ​ຕິ​ເສດ​ຄຳ​ແນະ​ນຳ​ຈາກ​ທີ່​ປຶກ​ສາ​ອະ​ວຸ​ໂສ ແຕ່​ພຣະ​ອົງ​ໄດ້​ເວົ້າ​ຕໍ່​ປະ​ຊາ​ຊົນ​ຕາມ​ຄຳ​ແນະ​ນຳ​ຂອງ​ພວກ​ທີ່​ປຶກ​ສາ​ຫນຸ່ມ 14 ພຣະ​ອົງ​ກ່າວ​ດ້ວຍ​ໃຈ​ຮ້າຍ​ວ່າ, “ຖ້າ​ວາ​ວຽກ​ການ​ທີ່​ສະ​ເດັດ​ພໍ່​ຂອງ​ເຮົາ​ສັ່ງ​ໃຫ້​ພວກ​ເຈົ້າ​ເຮັດ​ນັ້ນ​ຫນັກ​ໂພດ ວຽກ​ຂອງ​ເຣົາ​ທີ່​ຈະ​ສັ່ງ​ໃຫ້​ທຳ​ນັ້ນ​ກໍ​ແຮງຈະ​ຫນັກ​ກວ່າທ່ານ​ຂ້ຽນ​ຕີ​ພວກ​ເຈົ້າ​ດ້ວຍ​ເຊືອກ​ທຳ​ມະ​ດາ ແຕ່​ເຮົາ​ຈະ​ຂ້ຽນ​ພວກ​ເຈົ້າ​ດ້ວຍ​ເຊືອກ​ຫນັງ” 15 ການ​ທີ່​ເຈົ້າ​ເຣ​ໂຮ​ໂບອາມ​ປະ​ຕິ​ເສດ​ບໍ່​ຟັງ​ປະ​ຊາ​ຊົນ​ແມ່ນ​ການ​ກະ​ທຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ທຳ​ໃຫ້​ຄຳ​ສັ​ນ​ຍາ​ຂອງ​ພຣະ​ອົງ​ສຳ​ເຣັດ​ລົງ ຊຶ່ງ​ພຣະ​ອົງ​ຊົງ​ມອບ​ໃຫ້​ເຢ​ໂຣ​ໂບ​ອາມ​ຜ່ານ​ທາງ​ຜູ້ປະ​ກາດພຣະ​ທັມ​ອາ​ຮີ​ຢາ 16 ເມື່ອ​ຊາວ​ອິສ​ຣາ​ເອນ​ເຫັນ​ວ່າ ເຈົ້າ​ຊີ​ວິດ​ບໍ່ຍອມ​ຟັງ​ສຽງ​ຂອງ​ພວກ​ຕົນ ພວກ​ເຂົາ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ພວກ​ຂ້າ​ພຣະ​ອົງ​ມີ​ສ່ວນ​ກ່ຽວ​ພັນ​ແນວ​ໃດ​ກັບ​ກະ​ສັດ​ດາ​ວິດ ພວກ​ເຂົາ​ເຄີຍ​ເຣັດ​ຫຍັງ​ສຳ​ລັບ​ພວກ​ເຮົາ​ແດ່ ຊາວ​ອິສ​ຣາ​ເອນ​ເອີຍ ຂໍ​ໃຫ້​ພວກ​ເຮົາ​ກັບ​ຄືນ​ເມືອ​ບ້ານ​ເຖີດ ຂໍ​ໃຫ້​ເຈົ້າ​ເຣ​ໂຮ​ໂບ​ອາມ​ຮັບ​ພາ​ຣະ​ເບິ່ງ​ແຍງ​ພວກ​ຂອງ​ພຣະ​ອົງ​ເອງ” 17 ດັ່ງ​ນັ້ນ ພວກ​ອີ​ສ​ຣາ​ເອນ​ຈຶ່ງ​ໄດ້​ພາ​ກັນ​ກະ​ບົດ ໂດຍ​ປ່ອຍ​ໃຫ້​ເຈົ້າ​ເຣ​ໂຮ​ໂບ​ອາມ​ປົກ​ຄອງ​ປະ​ຊາ​ຊົນ​ທີ່​ຢູ່​ຕາມ​ເຂດ​ແດນ​ຂອງ​ຕະ​ກູນ​ຢູ​ດາ 18 ເຈົ້າ​ເຣ​ໂຮ​ໂບ​ອາມ​ໄດ້​ແຕ່ງ​ຕັ້ງ​ໃຫ້​ອາ​ໂດ​ຣາມ ຊຶ່ງ​ເປັນ​ຜູ້​ຄວບ​ຄຸມ​ແຮງ​ງານ​ອອກ​ໄປ​ຫາ​ພວກ​ອິສ​ຣາ​ເອນ ແຕ່​ພວກ​ເຂົາ​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ທ່ານ​ຈົນ​ຕາຍ ໃນ​ຕອນ​ນີ້ ເຈົ້າ​ເຣ​ໂຮ​ໂບ​ອາມ​ກໍ​ຟ້າວ​ຂື້​ນ​ຣົດ​ມ້າ​ຫນີ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ 19 ນັບ​ຕັ້ງ​ແຕ່​ນັ້ນ​ມາ ພວກ​ອິສ​ຣາເອນ​ຢູ່​ທາງ​ຣາ​ຊ​ອາ​ນາ​ຈັກ​ໄດ້​ກະ​ບົດ​ຕໍ່​ສູ້ເຊື້ອ​ສາຍ​ຣາ​ຊວົງ​ຂອງ​ກະ​ສັດ​ດາ​ວິດ 20 ຄື​ເມື່ອ​ພວກ​ອິສ​ຣາ​ເອນ​ຮູ້​ວ່າ ເຢ​ໂຣ​ໂບອາມ​ກັບ​ຄືນ​ມາ​ແຕ່​ປະ​ເທດ​ເອ​ຢິບ​ແລ້ວ ພວກ​ເຂົາ​ກໍ​ເຊີນ​ທ່ານ​ເຂົ້າ​ມາ​ຮ່ວມ​ປະ​ຊຸມ​ກັບ​ປະ​ຊາ​ຊົນ ແລະ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ເປັນ​ເຈົ້າ​ຊີ​ວິດຂອງ​ຊາວ​ອິສ​ຣາ​ເອນ ດັ່ງ​ນັ້ນ ຈຶ່ງບໍ່ມີ​ຜູ້​ໃດ​ຕິດ​ຕາມ​ພຣະ​ຣາ​ຊວົງ​ຂອງ​ກະ​ສັດ​ດາ​ວິດ ນອກ​ຈາກ​ຕະ​ກູນ​ຢູ​ດາ​ເທົ່າ​ນັ້ນ 21 ພໍ​ເຈົ້າ​ເຣ​ໂຮ​ໂບ​ອາມ​ມາ​ຮອດ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ກໍ​ທ້ອນ​ໂຮມ​ນັກ​ຮົບ​ໃນ​ຕະ​ກູນ​ຢູ​ດາ ແລະ​ຕະ​ກູນ​ເບັນ​ຢາ​ມິນ ມີ​ຈຳ​ນວນ​ທັງ​ຫມົດ​ແສນ​ແປດ​ຫມື່ນ​ຄົນ ເພື່ອ​ໄປ​ຕໍ່​ສູ້​ກັບ​ພວກ​ອິສ​ຣາເອນ ແລະ​ຍາດ​ເອົາ​ຣາ​ຊ​ບັນ​ລັງ​ກັບ​ຄືນ​ມາ 22 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຜູ້​ປະ​ກາດ​ພຣະ​ທັມເຊ​ມັຍ​ຢາ​ວ່າ, 23 “ຈົ່ງ​ບອກ​ເຣ​ໂຮ​ໂບ​ອາມ ບຸດ​ຊາ​ຍຂອງ​ໂຊ​ໂລ​ໂມນ ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ພ້ອມ​ທັງ​ຊາວ​ຢູ​ດາ ແລະ​ຊາວ​ເບັນ​ຢາ​ມິນ​ທັງ​ຫມົດ​ວ່າ 24 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້ ຢ່າ​ໄປ​ຕໍ່​ສູ້​ກັບ​ຊາວ​ອິສ​ຣາ​ເອນ​ພີ່​ນ້ອງ​ຂອງ​ເຈົ້າ​ເລີຍ ຈົ່ງ​ໃຫ້​ທຸກ​ຄົນ​ກັບ​ບ້ານ ເພາະ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນີ້​ມາ​ຈາກ​ເຮົາ” ທຸກ​ຄົນກໍ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພາ​ກັນ​ກັບ​ຄືນ​ເມືອ 25 ຕໍ່​ມາ ເຢ​ໂຮ​ໂບອາມ​ໄດ້​ສ້າງ​ແປງ​ເມືອງ​ຊີ​ເຄມ ຢູ່​ເຂດ​ພູ​ເອ​ຟ​ຣາ​ອີມ ແລະ​ອາ​ໄສ​ຢູ່​ພຽງ​ຊົ່ວ​ຄາວ ແລ້ວກໍ​ຈາກ​ບ່ອນ​ນີ້​ໄປ​ສ້າງ​ແປງ​ເມືອງ​ເປ​ນູ​ເອນ​ອີກ 26 ເຢ​ໂຮ​ໂບ​ອາມ​ຄິດ​ໃນ​ໃຈ​ວ່າ, “ຕໍ່​ໄປຣາ​ຊ​ອາ​ນາຈັກນີ້​ຈະ​ກັບ​ຄືນ​ເປັນ​ເຊື້ອ​ສາຍ​​ດາ​ວິດອີກ 27 ຖ້າປະ​ຊາ​ຊົນ​ຂືນ​ຍັງ​ໄປ​ຖວາຍ​ເຄື່ອງ​ບູ​ຊາ​ທີ່​ພຣະວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຢູ່ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຫລົ່າ​ນີ້ ກໍ​ຕ້ອງ​ປ່ຽນ​ເປັນ​ພວກ​ຂອງ​ເຈົ້າ​ເຣ​ໂຮ​ໂບ​ອາມ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ ແລ້ວ​ພວກ​ເຂົາ​ກໍ​ຈະ​ຂ້າ​ເຮົາ ແລະ​ກັບ​ຄືນ​ຫາ​ເຈົ້າເຣ​ໂຮ​ໂບ​ອາມ​ກະ​ສັດ​ແຫ່ງ​ຢູ​ດາ” 28 ເມື່ອ​ຄິດ​ດັ່ງ​ນັ້ນ​ແລ້ວ ພຣະ​ອົງ​ຈຶ່ງ​ເອົາ​ຄຳ​ມາ​ສ້າງ​ຮູບງົວ​ເປັນ​ສອງ​ໂຕ ແລະ​ເວົ້າ​ຕໍ່​ປະ​ຊາ​ຊົນ​ວ່າ, “ຊາວ​ອິສ​ຣາ​ເອນ​ເອີຍ ພວກ​ເຈົ້າ​ໄປ​ຂາບ​ໄຫວ້​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ດົນ​ນານ​ພໍສົມ​ຄວນ​ແລ້ວ ນີ້​ເດ່ ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ ທີ່​ໄດ້​ນຳ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ” 29 ແລ້ວ​ພຣະ​ອົງ​ໄດ້​ປະ​ດິດ​ສະ​ຖານ​ຮູບ​ງົວ​ໂຕ​ນຶ່ງ​ໄວ້​ທີ່​ເມືອງ​ເບັດ​ເອນ ແລະ​ອີກ​ໂຕ​ນຶ່ງ​ໄວ້​ທີ່​ເມືອງ​ດານ 30 ດັ່ງ​ນັ້ນ ຊາວ​ອິສ​ຣາ​ເອນ​ຈີ່ງ​ທຳ​ຜິດ​ທີ່​ໄປ​ຂາບ​ໄຫວ້​ຢູ່​ເມືອງ​ເບັດ​ເອນ ແລະ​ເມືອງ​ດານ 31 ເຢ​ໂຮ​ໂບອາມ​ຍັງ​ໄດ້​ສ້າງວິ​ຫານ​ສະ​ຖານ​ທີ່​ສູງ ຊົງ​ກຳ​ນົດ​ຕັ້ງ​ປະ​ໂຣ​ຫິດ​ຈາກ​ຫມູ່​ປະ​ຊາ​ຊົນ​ທັງ​ປວງ ​ທີ່​ບໍ່​ແມ່ນ​ຄົນ​ເລ​ວີ 32 ເຢ​ໂຮ​ໂບ​ອາມ​ໄດ້​ຈັດ​ງານ​ເທ​ສ​ການ​ກິນ​ລ້ຽງ​ຂຶ້ນ​ໃນ​ວັນ​ທີ່​ສິບ​ຫ້າ​ຂອງ​ເດືອນ​ແປດ ເຫມືອນ​ດັ່ງ​ເທ​ສ​ການ​ທີ່​ປະ​ເທດ​ຢູ​ດາ ແລະ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ເທິງ​ແທ່ນ​ບູ​ຊາ​ທີ່​ເມືອງ​ເບັດ​ເອນ ຄື​ໄດ້​ຖວາຍ​ບູ​ຊາ​ຮູບ​ງົວ​ທີ່​ພຣະ​ອົງ​ໄດ້​ຫລໍ່​ຂຶ້ນ​ນັ້ນ ແລະ​ພຣະ​ອົງ​ສະ​ຖາ​ປະ​ນາປະ​ໂຣ​ຫິດ​ທີ່​ເມືອງ​ເບັດ​ເອນ​ໃຫ້​ຮັບ​ໃຊ້​ຢູ່​ໃນ​ບ່ອນ​ຂາບ​ໄຫວ້​​ທີ່​ພຣະ​ອົງ​ໄດ້​ສ້າງໄວ້ 33 ໃນ​ວັນ​ທີ່​ສິບ​ຫ້າ​ຂອງ​ເດືອນ​ແປດ ຊຶ່ງ​ເປັນ​ວັນ​ເວ​ລາ​ທີ່​ພຣະ​ອົງ​ຊົງ​ແຕ່​ງຕັ້ງ​ເອົາ​ເອງ ພຣະ​ອົງ​ໄດ້​ຂຶ້ນ​ໄປ​ເທິງ​ແທ່​ນ​ບູ​ຊາ ແລະ​ໄດ້​ຈັດ​ງານ​ເທ​ສ​ການ​ຂຶ້ນ​ສຳ​ລັບ​ພວກ​ອິສ​ຣາ​ເອນ ແລ້ວກໍ​ຖວາຍ​ບູ​ຊາ​ເຄື່ອງ​ຫອມ

1 ກະສັດ 13

ຜູ້​ປະ​ກາດ​ພຣະ​ທັມ​ແຫ່ງ​ຢູ​ດາ​ເຕືອນ​ເຢ​ໂຮ​ໂບ​ອາມ

1 ແລະ​ເບິ່ງ​ແມ໋, ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄົນ​ນຶ່ງ​ໄດ້​ອອກ​ມາ​ຈາກ​ຢູ​ດາ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ຍັງ​ທີ່​ເບັດ​ເອນ ເຢ​ໂຮ​ໂບ​ອາມ​ຊົງ​ຢືນ​ຢູ່​ທີ່​ແທ່ນ​ເພື່ອ​ຈະ​ເຜົາ​ເຄື່ອງ​ຫອມ 2 ແລະ​ຊາຍ​ຄົນ​ນັ້ນ​ໄດ້​ຮ້ອງ​ກ່າວ​ໂທດ​ແທ່ນ​ນັ້ນ​ໂດຍ​ພຣະ​ທັມ​ຂອງ​ຜູ້​ເປັນ​ເຈົ້າ​ວ່າ, “ໂອ ແທ່ນ​ບູ​ຊາ ແທ່ນ​ບູ​ຊາ ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ໂອ​ຣົດ​ອົງ​ນຶ່ງ​ຈະ​ປະ​ສູດ​ມາ​ໃນ​ຣາ​ຊວົງ​ຂອງ​ດາ​ວິດ​ຊື່ ໂຢ​ຊີ​ຢາ ແລະ​ເທິງ​ເຈົ້າ ແທ່ນ​ນີ້​ຈະ​ຂ້າ​ປະ​ໂຣ​ຫິດ​ແຫ່ງ​ສະຖານ​ທີ່​ສູງ ​ຜູ້​ຊຶ່ງ​ເຜົາ​ເຄື່ອງ​ຫອມ​ເທິງ​ເຈົ້າ ແລະ​ເຂົາ​ຈະ​ເຜົາ​ກະ​ດູກ​ຄົນ​ເທິງ​ເຈົ້າ” 3 ແລະ​ທ່ານ​ກໍ​ໃຫ້​ຫມາຍ​ສຳ​ຄັນ​ໃນ​ວັນ​ດຽວ​ກັນ​ນັ້ນ ກ່າວ​ວ່າ, “ນີ້​ເປັນ​ຫມາຍ​ສຳ​ຄັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ວ່າ, “ເບິ່ງ​ແມ໋, ເຂົາ​ຈະ​ພັງ​ແທ່ນ​ບູ​ຊາ​ລົງ​ມາ ແລະ​ມູນ​ຂີ້​ເ​ທົ່າ​ຊຶ່ງ​ຢູ່​ເທິງ​ນັ້ນ​ຈະ​ຖືກ​ເທ​ອອກ” 4 ແລະ​ຢູ່​ມາ​ເມື່ອ​ພຣະ​ຣາ​ຊາ​ຊົງ​ສະ​ດັບ​ຄຳ​ກ່າວ​ຂອງ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ຮ້ອງ​ກ່າວ​ໂທດ​ແທ່ນ​ນັ້ນ​ທີ່​ເບັດ​ເອນ ເຢ​ໂຮ​ໂບ​ອາມ​ກໍຢຽດ​ພຣະ​ຫັດ​ອອກ​ຈາກ​ແທ່ນນັ້ນ ກ່າວ​ວ່າ, “ຈົ່ງ​ຈັບ​ເຂົາ​ໄວ້” ແລະ​ ພຣະ​ຫັດ​ຂອງ​ພຣະ​ອົງ​ຊຶ່ງ​ຢຽດ​ອອກຕໍ່​ເຂົາ​ນັ້ນ​ກໍ​ຫ່ຽວ​ແຫ້ງ​ໄປ ພຣະ​ອົງ​ຈະ​ພັບ​ກັບ​ເຂົ້າ​ຫາ​ຕົວ​ອີກ​ກໍ​ບໍ່​ໄດ້ 5 ແທ່ນ​ບູ​ຊາ​ກໍ​ພັງ​ລົງ​ດ້ວຍ ແລະ​ມູນ​ຂີ້​ເທົ່າ​ກໍ​ຣ່ວງລົງ​ມາ​ຈາກ​ແທ່ນ ຕາມ​ຫມາຍ​ສຳ​ຄັນຊຶ່ງ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ໄວ້​ໂດຍ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ 6 ແລະ​ພຣະ​ຣາ​ຊາ​ສັ່ງ​ກັບ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຈົ່ງ​ໄຫວ້ວອນ​ຂໍ​ພຣະ​ກະ​ຣຸ​ນາ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ຂໍ​ຈົ່ງອ້ອນວອນ​ເພື່ອ​ຂ້າ​ພະ​ເຈົ້າ ຂ້າ​ພຣະ​ເຈົ້າ​ຈະ​ພັບ​ມື​ກັບ​ເຂົ້າ​ຫາ​ຕົວ​ໄດ້​ອີກ” ແລະ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ຣາ​ຊາ​ກໍ​ຊົງ​ພັບ​ພຣະ​ຫັດ​ກັບ​ເຂົ້າ​ຫາ​ພຣະ​ອົງ​ໄດ້​ອີກ ແລະ​ເປັນ​ເຫມືອນ​ເດີມ 7 ແລະ​ພຣະ​ຣາ​ຊາ​ສັ່ງ​ກັບ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ເຊີນ​ມາ​ບ້ານ​ກັບ​ຂ້າ​ພະ​ເຈົ້າ​ເຖີດ ແລະ​ຮັບ​ປະ​ທານ​ດ້ວຍ​ກັນ ຂ້າ​ພະ​ເຈົ້າ​ຈະ​ໃຫ້​ຮາງວັນ​ແກ່​ທ່ານ” 8 ແລະ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທູນ​ພຣະ​ຣາ​ຊາ​ວ່າ, “ຖ້າ​ທ່ານ​ຈະ​ໃຫ້​ຈັກ​ເຄິ່ງ​ຣາ​ຊ​ສົມ​ບັດ​ຂອງ​ທ່ານ ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄປ​ກັບ​ທ່ານ ແລະ​ຂ້າ​ພະ​ເຈົ້າ​ຈະບໍ່​ຮັບ​ປະ​ທານ​ອາ​ຫານ ຫລື​ດື່ມ​ນ້ຳ​ໃນ​ທີ່​ນີ້ 9 ເພາະ​ວ່າ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ຂ້າ​ພະ​ເຈົ້າ​ໄວ້​ຢ່າງ​ນັ້ນ​ວ່າ “ເຈົ້າ​ຢ່າ​ກິນອາ​ຫານ​ຫລື​ດື່ມ​ນ້ຳ ຫລື​ກັບ​ໄປ​ຕາມ​ທາງ​ທີ່​ເຈົ້າ​ມາ​ນັ້ນ” 10 ດັ່ງ​ນັ້ນ​ທ່ານ​ຈຶ່ງ​ໄປ​ເສັຽອີກ​ທາງ​ນຶ່ງ ແລະ​ບໍ່​ກັບ​ໄປ​ຕາ​ມ​ທາງ​ທີ່​ທ່ານ​ມາ​ຍັງ​ເບັດ​ເອນ 11 ມີ​ຜູ້​ປະ​ກາດ​ພຣະ​ທັມ​ໃຫ້​ແກ່​ຄົນ​ນຶ່ງ​ທີ່​ອາ​ໄສ​ຢູ່​ໃນ​ເບັດ​ເອນ ແລະ​ບຸດ​ຊາຍ​ຂອງ​ທ່ານກໍ​ໄດ້​ມາ​ບອກ​ທ່ານ​ເຖິງ​ເຣື່ອງ​ຣາວ​ທັງ​ສີ້ນ ຊຶ່ງ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ໃນ​ວັນ​ນັ້ນ​ທີ່​ເບັດ​ເອນ ຖ້ອຍ​ຄຳ​ຊຶ່ງ​ທ່ານ​ໄດ້​ກ່າ​ວແກ່​ພຣະ​ຣາ​ຊາ ເຂົາ​ທັງ​ຫລາຍ​ກໍ​ໄດ້​ເລົ່າ​ໃຫ້​ບິ​ດາ​ຂອງ​ເຂົາ​ຟັງ​ດ້ວຍ 12 ແລະ​ບິ​ດາຂອງ​ເຂົາ​ໄດ້​ຖາມ​ເຂົາ​ວ່າ, “ທ່ານ​ໄປ​ທາງ​ໃດ” ແລະ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ຊີ້​ທາງ​ຊຶ່ງ​ຂອງ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຈາກ​ຢູ​ດາ​ໄດ້​ເດີນ​ໄປ 13 ເຂົາ​ຈຶ່ງ​ເວົ້າ​ກັບ​ບຸດ​ຊາຍ​ຂອງ​ເຂົາ​ວ່າ, “ຈົ່ງ​ຜູກ​ອານ​ລໍ​ໃຫ້​ພໍ່” ເຂົາ​ທັງ​ຫລາຍ​ຈຶ່ງ​ຜູກ​ອານ​ລໍ​ໃຫ້​ເຂົາ ແລ້ວ​ເຂົາ​ກໍ​ຂຶ້ນ​ຂີ່ 14 ເຂົາ​ໄດ້​ໄປ​ຕາມ​ຄົນ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ໄດ້​ພົບ​ທ່ານ​ນັ່ງ​ຢູ່​ໃຕ້​ຕົ້ນ​ໂອກ​ຕົ້ນ​ນຶ່ງ ເຂົາ​ຈຶ່ງ​ເວົ້າ​ກັບ​ທ່ານ​ວ່າ, “ທ່ານ​ເປັນ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ມາ​ຈາກ​ຢູ​ດາ​ຫລື” ທ່ານ​ກໍ​ຕອບ​ວ່າ, “ແມ່ນ​ແລ້ວ” 15 ເຂົາ​ຈຶ່ງ​ຕອບ​ທ່ານ​ວ່າ, “ເຊີນ​ມາ​ບ້ານ​ກັບ​ຂ້າ​ພະ​ເຈົ້າ​ເຖີດ ແລະ​ມາ​ຮັບ​ປະ​ທານ​ອາ​ຫານ” 16 ທ່ານເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ກັບ​ໄປ​ກັບ​ທ່ານ ຫລື​ເຂົ້າ​ໄປ​ພັກ​ກັບ​ທ່ານ​ບໍ່​ໄດ້ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຮັບ​ປະ​ທານ​ອາ​ຫານ​ຫລືດື່ມ​ນ້ຳ​ກັບ​ທ່ານ​ໃນ​ທີ່​ນີ້ 17 ເພາະ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ເຈົ້າ​ຢ່າ​ຮັບ​ປະ​ທານອາ​ຫານ​ຫລືດື່ມ​ນ້ຳ​ທີ່​ນັ້ນ ຫລື​ກັບ​ໂດຍ​ທາງ​ທີ່​ເຈົ້າ​ໄດ້​ມາ” 18 ແລະ​ເຂົາ​ຈຶ່ງ​ເວົ້າ​ກັບ​ທ່ານ​ວ່າ, “ຂ້າ​ພະ​ເຈົ້າ​ກໍ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ເຫມືອນ​ຢ່າງທີ່ທ່ານເປັນນັ້ນດ້ວຍ ມີ​ທູດ​ສວັນອົງ​ນຶ່ງ​ມາ​ບອກ​ຂ້າ​ພະ​ເຈົ້າ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າວ່າ “ຈົ່ງ​ນຳ​ເຂົາ​ກັບ​ມາ​ກັບ​ເຈົ້າຍັງ​ເຮືອນ​ຂອງ​ເຈົ້າ​ເພື່ອ​ເຂົາ​ຈະ​ໄດ້​ຮັບ​ປະ​ທານ​ອາ​ຫານ ແລະ​ດື່ມ​ນ້ຳ” ແຕ່​ເຂົາ​ມຸ​ສາ​ຕໍ່​ທ່ານ 19 ດັ່ງ​ນັ້ນ​ທ່ານ​ຈຶ່ງ​ໄປ​ກັບ​ເຂົາ ແລະ​ໄດ້​ຮັບ​ປະ​ທານ​ອາ​ຫານ​ໃນ​ເຮືອນ​ຂອງ​ເຂົາ ແລະ​ໄດ້​ດື່ມ​ນ້ຳ 20 ແລະ​ຂ​ນະ​ທີ່​ທ່ານນັ່ງ​ຢູ່​ທີ່​ໂຕະ ພຣະຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ທີ່​ໄດ້​ນຳ​ທ່ານ​ກັບມາ 21 ແລະ​ເຂົາ​ຮ້ອງ​ຕໍ່​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ມາ​ຈາກ​ຢູ​ດາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ດັ່ງ​ນີ້​ວ່າ “ເພາະ​ເຈົ້າ​ບໍ່​ເຊື່ອ​ຟັງ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່​ໄດ້​ຮັ​ກສາ​ພຣະ​ບັນ​ຍັດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ສັ່ງ​ເຈົ້າ 22 ແຕ່​ເຈົ້າ​ໄດ້​ກັບ​ມາ ແລະ​ຮັບ​ປະ​ທານ​ອາ​ຫານ​ແລະ​ດື່ມ​ນ້ຳ​ໃນ​ທີ່​ຊຶ່ງ​ພຣະ​ອົງ​ສັ່ງ​ກັບ​ເຈົ້າ​ວ່າ “ຢ່າ​ຮັບ​ປະ​ທານ​ອາ​ຫານ​ຫລື​ດື່​ມ​ນ້ຳ” ສົບ​ຂອງ​ເຈົ້າ​ຈະ​ບໍ່​ໄດ້​ໄປ​ເຖິງ​ອຸ​ບໂມງ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ” 23 ແລະ​ຢູ່​ມາ​ຫລັງ​ຈາກ​ທີ່​ທ່ານ​ໄດ້​ຮັບ​ປະ​ທານ​ອາ​ຫານ​ແລະ​ດື່ມ​ນ້ຳ​ແລ້ວ ເຂົາ​ກໍ​ຜູກ​ອານ​ລໍ​ໃຫ້​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ຊຶ່ງ​ເຂົາ​ໄດ້​ພາ​ກັບ​ມາ 24 ແລະ​ເມື່ອ​ທ່ານ​ໄປ ສີງ​ກໍ​ອອກ​ມາ​ພົບ​ທ່ານ​ທີ່​ຖນົນ​ແລະ​ຂ້າ​ທ່ານ​ເສັຽ ແລະ​ສົບ​ຂອງ​ທ່ານ​ກໍ​ຖືກ​ຖີ້ມ​ໄວ້​ໃນ​ຖ​ນົນ ແລະ​ລໍ​ໂຕ​ນັ້ນ​ກໍ​ຢືນ​ຢູ່​ຂ້າງໆ​ທ່ານ ສີງ​ກໍ​ຢືນ​ຢູ່​ຂ້າງໆ​ທ່າ​ນ​ດ້ວຍ 25 ແລະ​ເບີ່ງ​ແມ໋​, ມີ​ຄົນ​ຜ່ານ​ໄປ ແລະ​ໄດ້​ເຫັນ​ສົບ​ຖີ້ມ​ຢູ່​ໃນ​ຖນົນ ແລະ​ສີງ​ຢືນ​ຢູ່​ຂ້າງ​ສົບ​ນັ້ນ​ ເຂົາ​ກໍ​ມາ​ບອກ​ກັນ​ໃນ​ເມືອງ​ບ່ອນ​ທີ່​ຜູ້​ປະ​ກາດ​ພຣະ​ທັມເຖົ້າ​ຢູ່​ນັ້ນ 26 ແລະ​ເມື່ອ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ທີ່​ນຳ​ທ່ານ​ກັບ​ມາ​ຈາກ​ທາງ​ຊາ​ບ​ເຣື່ອງ ເຂົາ​ເວົ້າ​ວ່າ, “ນັ້ນ​ເປັນ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ບໍ່​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ມອບ​ທ່ານ​ໄວ້​ກັບ​ສີງ ຊຶ່ງ​ໄດ້​ຈີກ​ທ່ານ​ແລະ​ຂ້າ​ທ່ານ​ເສັຽ ຕາມ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ກັບ​ທ່ານ” 27 ເຂົາ​ຈຶ່ງ​ເວົ້າ​ກັບ​ບຸດ​ຊາຍ​ຂອງ​ເຂົາ​ວ່າ, “ຈົ່ງ​ຜູກ​ອານ​ລໍ​ໃຫ້​ພໍ່” ແລ້ວ​ເຂົາ​ກໍ​ຜູກ​ອານ​ລໍ​ໃຫ້ 28 ເຂົາ​ຈຶ່ງໄປ ແລະ​ພົບ​ສົບ​ນັ້ນ​ຖີ້ມ​ຢູ່​ໃນ​ຖ​ນົນ ແລະ​ລໍ​ກັບ​ສີງກໍ​ຢືນ​ຢູ່​ຂ້າງໆ​ສົບ​ນັ້ນ ສີງ​ບໍ່​ໄດ້​ກິນ​ສົບ​ນັ້ນ ຫລື​ຈີກ​ລໍ​ນັ້ນ 29 ແລະ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຍົກ​ສົບ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລ​ວາງ​ໄວ້​ເທິງ​ລໍ ນຳ​ກັບ​ມາ​ຍັງ​ເມືອງ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ເຖົ້າ ເພື່ອ​ໄວ້​ທຸກ​ໃຫ້ ແລະ​ຝັງ​ທ່ານ​ເສັຽ 30 ແລະ​ເຂົາ​ວາງ​ສົບ​ນັ້ນ​ໃນທີ່​ວາງ​ສົບ​ຂອງ​ຕົນ​ເອງ ແລະ​ເຂົາ​ທັງ​ຫລາຍ​ກໍ​ໄວ້​ທຸກ​ໃຫ້​ກ່າວ​ວ່າ, “ອະ​ນິດ​ຈາ ພີ່​ນ້ອງ​ເອີຍ” 31 ເມື່ອ​ໄດ້​ຝັງ​ທ່ານ​ໄວ້​ແລ້ວ ເຂົາ​ຈຶ່ງ​ເວົ້າ​ກັບ​ບຸດ​ຊາ​ຍ​ຂອງ​ຕົນ​ວ່າ, “ເມື່ອ​ເຮົາ​ຕາຍ ຈົ່ງ​ຝັງ​ເຮົາ​ໄວ້​ໃນ​ທີ່​ຝັງ​ສົບ​ຊຶ່ງ​ຝັງ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ນັ້ນ ຈົ່ງ​ວາງ​ກະ​ດູກ​ຂອງ​ເຮົາ​ໄວ້​ຂ້າງ​ກະ​ດູກ​ຂອງ​ທ່ານ 32 ເພາະ​ວ່າ​ຄຳ​ເວົ້າ​ຊຶ່ງ​ທ່ານ​ໄດ້​ຮ້ອງ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໂທດ​ແທ່ນ​ບູ​ຊາ​ໃນ​ເບັດ​ເອນ ແລະ​ຕໍ່​ບັນ​ດາ​ບ່ອນ​ຂາບ​ໄຫວ້​ຕ່າງໆ​ຢູ່ໃນ​ຫົວ​ເມືອງ​ຊາ​ມາ​ເຣັຽ ຈະ​ສຳ​ເຣັດ​ເປັນ​ແນ່ 33 ພາຍ​ຫລັງ​ຈາກ​ສິ່ງ​ເຫລົ່າ​ນີ້ ເຢ​ໂຣ​ໂບ​ອາມ​ບໍ່​ໄດ້​ຫັນ​ກັບ​ຈາກ​ທາງ​ຊົ່ວ​ຂອງ​ພຣະ​ອົງ ແຕ່​ຈາກ​ຖ້າ​ມ​ກາງ​ປະ​ຊາ​ຊົນ​ໄດ້​ຊຳ​ຮະ​ບາງ​ຄົນ​ໃຫ້​ບໍ​ຣິ​ສຸດ​ເປັນ​ປະ​ໂຣ​ຫິດ​ໃຫ້​ຮັບ​ໃຊ້​ທີ່​ແທ່ນ​ບູ​ຊານັ້ນ​ອີກ ຜູ້​ໃດ​ທີ່​ພໍ​ໃຈ​ເປັນ ທ່ານ​ກໍ​ແຕ່ງ​ຕັ້ງ​ເຂົາ​ໃຫ້​ເປັນ​ປະ​ໂຣ​ຫິດ​ຮັບ​ໃຊ້​ປະ​ຈຳທີ່​ແທ່ນ​ບູ​ຊາ 34 ແລະ​ສິ່ງ​ນີ້​ໄດ້​ເປັນ​ບາບ​ແກ່​ຣາ​ຊວົງ​ເຢ​ໂຮ​ໂບ​ອາມ ເພື່ອ​ຈະ​ຕັດ​ແລະ​ທຳ​ລາຍ​ຣາ​ຊວົງ​ນັ້ນ​ເສັຽ​ຈາ​ກ​ພື້ນ​ແຜ່ນ​ດີນ​ໂລກ

1 ກະສັດ 14

ຄຳ​ພະ​ຍາ​ກອນຂອງ​ອາ​ຮິ​ຢາ​ກ່າວ​ໂທດ ເຢ​ໂຣໂບ​ອາມ

1 ຄັ້ງ​ນັ້ນ​ອາ​ບີ​ຢາ​ໂອ​ຣົດ​ຂອງ​ເຢ​ໂຮ​ໂບ​ອາ​ມ​ປະຊວນ 2 ແລະ​ເຢ​ໂຮ​ໂບ​ອາມ ຮັບ​ສັ່ງ​ກັບ​ມະ​ເຫ​ສີ​ຂອງ​ພຣະ​ອົງ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ປອມ​ຕົວ​ຂອງ​ເຈົ້າ ຢ່າ​ໃຫ້​ຮູ້​ວ່າ​ເຈົ້າ​ເປັນ​ມະ​ເຫ​ສີ​ຂອງ​ເຢ​ໂຮ​ໂບ​ອາມ ແລະ​ຈົ່ງ​ໄປ​ຍັງ ຊີ​ໂລ ເບິ່ງ​ແມ໋, ອາ​ຮີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຢູ່​ທີ່​ນັ້ນ ຜູ້​ໄດ້​ກ່າວ​ເຣື່ອງ​ເຮົາ​ວ່າ ເຮົາ​ຈະ​ໄດ້​ເປັນ​ກະ​ສັດ​ເຫນືອ​ຊົນ​ຊາດ​ນີ້ 3 ເຈົ້າ​ຈົ່ງ​ເອົາ​ເຂົ້າ​ຈີ່​ສິບ​ກ້ອນ ແລະ​ຂະ​ຫນົມ​ຫວານ ແລະ​ນ້ຳ​ເຜິ້ງ​ໄຫ​ນຶ່ງ ໄປ​ຫາ​ທ່ານ ທ່ານ​ຈະ​ບອກ​ເຈົ້າ​ວ່າ​ແມ່ນຫຍັງ​ຈະ​ເກີດ​ຂຶ້ນ​ກັບ​ເດັກ​ນັ້ນ” 4 ມະ​ເຫ​ສີ​ຂອງ​ເຢ​ໂຮ​ໂບ​ອາມກໍກະ​ທຳ​ດັ່ງ​ນັ້ນ ພຣະ​ນາງ​ລຸກ​ຂຶ້​ນ ສະ​ເດັດ​ໄປ​ຍັງ​ຊີ​ໂລ ສະ​ເດັດ​ມາ​ເຖິງ​ບ້ານ​ຂອງ​ອາ​ຮີ​ຢາ ຝ່າຍ​ອາ​ຮີ​ຢາ​ມອງ​ບໍ່​ເຫັນ ເພາະ​ວ່າ​ຕາ​ຂອງ​ທ່ານ​ແຂງ​ດ້ວຍ​ອາ​ຍຸຂອງ​ທ່ານ 5 ພຣະ​ຜູ້ເປັນ​ເຈົ້າ​ກ່າວ​ກັບ​ອາ​ຮີ​ຢາ​ວ່າ, “ເບິ່ງ​ແມ໋, ມະ​ເຫ​ສີ​ຂອ​ງ​ເຢ​ໂຮ​ໂບ​ອາມ​ກຳ​ລັງ​ມາ​ເພື່ອ​ຈະ​ຖາມ​ເຈົ້າ​ເຖິງ​ເຣື່ອງ​ໂອ​ຣົດ​ຂອງ​ເຂົາ​ເພາະ​ເດັກ​ນັ້ນ​ປ່ວຍ ເຈົ້າ​ຈົ່ງ​ບອກ​ນາງ​ຢ່າງ​ນີ້” ເມື່ອ​ພຣະ​ນາງ​ສະ​ເດັດ​ໄປ​ເຖິງ ພຣະ​ນາງກໍແກ້ງ​ກະ​ທຳ​ເປັນ​ສະ​ຕຣີ​ຄົນ​ອື່ນ 6 ແຕ່​ເມື່ອ​ອາ​ຮີ​ຢາ​ໄດ້​ຍິນ​ສຽງ​ບາດ​ຕີນຂອງ​ພຣະ​ນາງ ເມື່ອ​ພຣະ​ນາງ​ສະ​ເດັດ​ມາ​ເຖິງ​ປະ​ຕູ​ທ່ານ​ຈຶ່ງ​ເວົ້າ​ວ່າ, “ຂໍ​ເຊີນ​ພຣະ​ມະ​ເຫ​ສີ​ຂອງ​ເຢ​ໂຮ​ໂບ​ອາມ​ສະ​ເດັດ​ເຂົ້າ​ມາ​ຂ້າງ​ໃນ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊົງ​ແກ້ງ​ກະ​ທຳ​ເປັນ​ຄົນ​ອື່ນ​ ເພາະ​ຂ້າ​ພຣະ​ອົງ​ໄດ້​ຮັບ​ພຣະ​ບັນ​ຊາ​ໃຫ້​ທູນ​ຂ່າວ​ອັນ​ຫນ້າ​ສລົດ​ໃຈ​ແກ່​ພຣະ​ນາງ 7 ຂໍ​ສະ​ເດັດ​ກັບ​ໄປ​ທູນ​ເຢ​ໂຮ​ໂບອາມ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ “ເພາະ​ເຮົາ​ໄດ້​ເຊີດ​ຊູ​ເຈົ້າ​ຂຶ້ນ​ຈາກ​ປະ​ຊາຊົນ ແລະ​ໄດ້​ກະ​ທຳ​ໃຫ້​ເຈົ້າ​ເປັນ​ປະ​ມຸກ​ເຫນືອ​ອິສ​ຣາ​ເອນ​ປະ​ຊາຊົນ​ຂອງ​ເຮົາ 8 ແລະ​ໄດ້​ຈີກ​ຣາ​ຊ​ອາ​ນາ​ຈັກ​ຈາກ​ຣາ​ຊວົງ​ຂອງ​ດາ​ວິດ​ມາ​ໃຫ້​ແກ່​ເຈົ້າ ແລະ​ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ເປັນ​ເຫມືອນ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຜູ້​ໄດ້​ຮັກ​ສາ​ບັນ​ຍັດ​ທັງ​ຫລາຍ​ຂອງ​ເຮົາ ແລະ​ຕິດ​ຕາມ​ເຮົາ​ດ້ວຍ​ສຸດ​ຈິດ​ໃຈ​ຂອງ​ເຂົາ ກະ​ທຳ​ສິ່ງ​ຊຶ່ງ​ເປັນ​ທີ່​ຖືກ​ຕ້ອງ​ພໍ​ຕາ​ຂອງ​ເຮົາ​ 9 ແຕ່​ເຈົ້າ​ໄດ້​ກະ​ທຳ​ຊົ່ວ​ຍິ່ງກວ່າ​ຄົນ​ທັງ​ປວງ​ທີ່​ຢູ່​ກ່ອນ​ເຈົ້າ ແລະ​ໄດ້​ໄປ​ສ້າງ​ພຣະ​ອື່ນ​ແລະ​ຮູບ​ຫລໍ່ ແລະ​ໄດ້​ກະ​ທໍາ​ໃຫ້​ເຣົາໂກດ ແລະ​ໄດ້​ປະ​ຕິ​ເສດ​ເຮົາ​ໄວ້​ເສັຽ​ເບື້ອງ​ຫລັງ​ຂອງ​ເຈົ້າ 10 ເພາະ​ສະ​ນັ້ນ ເບິ່ງ​ແມ໋, ເຮົາ​ຈະ​ນຳ​ເຫດ​ຮ້າຍ​ມາ​ເຫນືອ​ຣາ​ຊວົງ​ຂອງ​ເຢ​ໂຣ​ໂບອາມ ແລະ​ຈະ​ຕັດ​ຊາຍ​ທຸກ​ຄົນ​ເສັຽ​ຈາກ​ເຢ​ໂຣ​ໂບ​ອາມ ທັງ​ທາດ ​ແລະ​ເສ​ຣີ​ຊົນ​ໃນ​ອິສ​ຣາ​ເອນ ແລະ​ຈະ​ຜານ​ຣາ​ຊວົງ​ເຢ​ໂຣ​ໂບ​ອາມ​ເສັຽຢ່າງ​ສີ້​ນ​ເຊີງ ຢ່າງ​ທີ່​ຄົນ​ເຜົາ​ມູນ​ສັດ​ໃຫ້ໄຫມ້​ຈົນ​ສີ້ນ 11 ຜູ້​ໃດ​ໃນ​ຣາ​ຊວົງ​ເຢ​ໂຣ​ໂບ​ອາມ​ທີ່​ຕາຍ​ໃນ​ເມືອງ ຫມາ​ຈະ​ກິນ ແລະ​ຜູ້​ໃດ​ທີ່​ຕາຍ​ໃນ​ທົ່ງ ນົກ​ໃນ​ອາ​ກາດ​ຈະ​ກິນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລັ່ນ​ພຣະ​ວາ​ຈາ​ໄວ້” 12 ເພາະ​ສະ​ນັ້ນ ຂໍ​ເຊີນ​ສະ​ເດັດ​ກັບ​ໄປ​ຍັງ​ພຣະຣາ​ຊວັງ​ຂອງ​ພຣະ​ນາງ ເມື່ອ​ຕີນຂອງ​ພຣະ​ນາງ​ຢຽບ​ເມືອງ ກຸມ​ມານ​ນັ້ນ​ກໍ​ຈະ​ເຖິງ​ແກ່ມໍ​ຣະ​ນາ 13 ແລະ​ອິສ​ຣາ​ເອນ​ທັງ​ປວງ​ຈະ​ໄວ້​ທຸກ​ໃຫ້​ເຂົາ ແລະ​ຈະ​ຝັງ​ສົບ​ເຂົາ​ໄວ້ ເພາະ​ເຂົາ​ຜູ້​ດຽວ​ເທົ່າ​ນັ້ນ​ໃນ​ວົງ​ເຢ​ໂຮ​ໂບ​ອາມ​ທີ່​ຈະ​ໄປ​ເຖິງ​ຫລຸມ​ສົບ ເພາະ​ໃນ​ຕົວ​ເຂົາ​ນັ້ນ​ຍັງ​ເຫັນ​ບາງ​ສິ່ງ​ທີ່​ພໍ​ພຣະ​ທັຍ​ພຣະ​ຜູ້​ເປັນເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ໃນ​ຣາ​ຊວົງ​ຂອງເຢ​ໂຣ​ໂບ​ອາມ 14 ນອກ​ຈາກ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຕັ້ງ​ກະ​ສັດ​ອີກ​ອົງ​ນຶ່ງ​ເຫນືອ​ອິສ​ຣາ​ເອນ ເພື່ອ​ພຣະ​ອົງ​ຜູ້​ຊຶ່ງຈະ​ກຳ​ຈັດ​ຣາ​ຊວົງ​ຂອງ​ເຢ​ໂຣ​ໂບ​ອາມ​ເສັຽ​ໃນ​ວັນ​ນີ້ 15 ແລະ​ແຕ່​ນີ້​ຕໍ່​ໄປ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຕີ​ອິສ​ຣາ​ເອນ​ເຫມືອນ​ໄມ້​ອໍ້ສັ່ນ​ຢູ່​ໃນ​ນ້ຳ ແລະ​ຈະ​ຊົງ​ຖອນ​ຮາກ​ອິສ​ຣາ​ເອນ​ອອກ​ເສັຽ​ຈາກ​ແຜ່ນ​ດີນ​ອັນ​ດີ​ນີ້ ຊຶ່ງ​ພຣະ​ອົງ​ຊົງ​ຍົກ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ແລະ​ກະ​ຈາຍ​ເຂົາ​ໄປ​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ສ້າງ​ອາ​ເຊ​ຣິມ​ ຂອງ​ເຂົາ ເປັນ​ເຫດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ 16 ແລະ​ພຣະ​ອົງ​ຈະ​ຊົງ​ມອບ​ອິສ​ຣາເອນ​ໄວ້ເພາະ​ບາບ​ຂອງ​ເຢ​ໂຣ​ໂບ​ອາມ ຊຶ່ງ​ເຂົາ​ໄດ້​ກະ​ທຳ​ບາບ​ແລະ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ບາບ​ດ້ວຍ” 17 ແລ້ວ​ມະ​ເຫ​ສີ​ຂອງ​ເຢ​ໂຣ​ໂບ​ອາ​ມຊົງ​ລຸກ​ຂື້​ນ​ສະ​ເດັດ​ອອກ​ໄປ ແລະ​ມາ​ເຖິງ​ເມືອງ​ຕີຣ໌​ຊາ ແລະ​ເມື່ອ​ພຣະ​ນາງ​ສະ​ເດັດ​ເຖິງ​ວັງ ກຸມ​ມານ​ເຖິງ​ແກ່​ມໍ​ຣະ​ນາ 18 ແລະ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ຝັງ​ສົບ​ເຂົາ ແລະ​ໄວ້​ທຸກ​ໃຫ້​ເຂົາ ຕາມ​ພຣະຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ອົງ​ສັ່ງ​ໂດຍ​ອາ​ຮີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 19 ຝ່າຍ​ຣາ​ຊ​ກິດ​ນອກ​ນັ້ນ​ຂອງ​ເຢ​ໂຣ​ໂບ​ອາມ​ກ່າວ​ເຖິງວ່າ​ພຣະ​ອົງ​ຊົງ​ທຳ​ເສິກ ແລະ​ຊົງ​ຄອບ​ຄອງ​ຢ່າງ​ໃດ​ນັ້ນ ເບິ່ງ​ແມ໋, ກໍ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ 20 ເວ​ລາ​ທີ່​ເຢ​ໂຣ​ໂບ​ອາມ​ປົກ​ຄອງ​ນັ້ນ​ເປັນ​ເວ​ລາ​ຊາວ​ສອງ​ປີ ແລະ​ພຣະ​ອົງ​ກໍ​ລ່ວງ​ຫລັບ​ໄປ​ຢູ່ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ນາ​ດາບ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງກໍ​ຂຶ້ນ​ຄອງ​ແທນ

ເຣ​ໂຮ​ໂບ​ອາມ​ປົກ​ຄອງ​ຢູ​ດາ

21 ຝ່າຍ​ເຣ​ໂຮ​ໂບ​ອາມ​ຣາ​ຊ​ໂອ​ຣົດ​ຂອງ​ໂຊ​ໂລ​ໂມນ​ຊົງ​ປົກ​ຄອງ​ຢູ່​ໃນ​ຢູ​ດາ ເມື່ອ​ເຣ​ໂຮ​ໂບ​ອາມ​ຂຶ້ນ​ຄອງ​ນັ້ນ ມີ​ພຣະ​ຊົນ​ມາ​ຍຸ​ຊາວ​ເອັດ​ພັນ​ສາ ແລະ​ຊົງ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສິບ​ເຈັດ​ປີ ເປັນ​ນະ​ຄອນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເລືອກ​ຈາກ​ເຜົ່າ​ອິສ​ຣາ​ເອນ ເພື່ອ​ຈະ​ສະ​ຖາ​ປະ​ນາ​ພຣະ​ນາມ​ຂອງ​ພຣະ​ອົງ​ທີ່​ນັ້ນ ພຣະ​ມານ​ດາ​ຂອງ​ພຣະ​ຣາ​ຊາ​ມີ​ພຣະ​ນາມ​ວ່າ ນາ​ອາ​ມາຄົນ​ອັມ​ໂມນ 22 ແລະ​ຢູ​ດາ​ໄດ້​ກະ​ທຳ​ຊົ່ວ​ໃນ​ສາຍພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຂົາ​ທັງ​ຫລາຍ​ກະ​ທຳ​ໃຫ້ພຣະ​ອົງ​ຫວງ​ແຫນ ເພາະ​ບາບ​ທັງ​ຫລາຍ​ຊຶ່ງ​ເຂົາ​ໄດ້ກະ​ທຳ​ນັ້ນ​ຫລາຍ​ເສັຽກວ່າບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ໄດ້​ກະ​ທຳ 23 ເພາະ​ເຂົາ​ໄດ້​ສ້າງບ່ອນຂາບ​ໄຫວ້​ຮູບ​ເຄົາ​ຣົບດ້ວຍ ແລະ​ເສົາ​ສັກ​ສິດ ແລະ​ອາ​ເຊ​ຣິມ​ສຳ​ລັບ​ຕົວ​ເຂົາ​ໄວ້​ເທິງ​ເນີນ​ເຂົາ​ສູງ​ທຸກໆ​ເນີນ ແລະ​ໃຕ້​ຕົ້ນ​ໄມ້​ຂຽວ​ທຸກ​ຕົ້ນ 24 ແລະ​ມີ​ຊາຍ​ແລະ​ຍິງ​ເປັນ​ໂສ​ເພ​ນີໃນ​ແຜ່ນ​ດີນ​ນັ້ນ​ດ້ວຍ ແລະ​ເຂົາ​ໄດ້​ກະ​ທຳ​ຕາມ​ບັນ​ດາ​ສິ່ງ​ຫນ້າ​ກຽດຊັງ​ແຫ່ງ​ປະ​ຊາ​ຊາດ​ທັງ​ຫລາຍ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂັບ​ໄລ່​ອອກ​ໄປ​ໃຫ້​ພົ້ນ​ຫນ້າ​ປະ​ຊາ​ຊົນ​ອິສ​ຣາ​ເອນ 25 ໃນ​ປີ​ທີ່​ຫ້າ​ແຫ່ງ​ກະ​ສັດ​ເຣໂຮ​ໂບ​ອາມ ຊີ​ຊັກກະ​ສັດ​ເອ​ຢິບ​ໄດ້​ຂຶ້ນ​ມາ​ຮົບ​ກຸງ​ເຢ​ຣູ​ຊາ​ເລັມ 26 ທ່ານ​ໄດ້​ເກັບ​ຊັບ​ສົມ​ບັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊັບ​ສົມ​ບັດ​ໃນ​ພຣະ​ຣາ​ຊວັ​ງ​ຂອງ​ກະ​ສັດ ທ່ານ​ໄດ້​ເກັບ​ໄປ​ເສັຽ​ທຸ​ກຢ່າງ ແລະ​ທ່ານ​ໄດ້​ເກັບໂລ່​ທອງ​ຄຳ​ຊຶ່ງ​ໂຊ​ໂລ​ໂມນ​ໄດ້​ສ້າງ​ນັ້ນ​ໄປ​ຫມົດ​ດ້ວຍ 27 ແລະ​ກະ​ສັດ​ເຣ​ໂຮ​ໂບ​ອາມ​ໄດ້​ກະ​ທຳ​ໂລ່​ທອງ​ສຳ​ຣິດ​ແທນ​ໄວ້ ແລະ​ມອບ​ໄວ້​ໃນ​ມື​ຂອງ​ພວກ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ຜູ້​ເຝົ້າປະ​ຈຳ​ພຣະ​ຣາ​ຊວັງ 28 ເມື່ອ​ພຣະ​ຣາ​ຊາ​ສະ​ເດັດ​ເຂົ້າ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທະ​ຫານ​ຮັກ​ສາ​ພຣະ​ອົງ​ກໍ​ຖື​ໂລ່​ອອກ​ແລ້ວ​ນຳ​ກັບ​ໄປ​ເກັບ​ໄວ້​ໃນ​ຫ້ອງ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ຕາມ​ເດີມ 29 ຝ່າຍ​ພຣະ​ຣາ​ຊ​ກິດນອກ​ນັ້ນ​ຂອງ​ເຣ​ໂຮ​ໂບອາມ ແລະ​ສັ​ບ​ພະ​ສິ່ງ​ທີ່​ຊົງ​ກະ​ທຳ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື? 30 ມີ​ສົງ​ຄາມ​ລະ​ຫວ່າງ​ເຣ​ໂຮ​ໂບ​ອາມ ແລະ​ເຢ​ໂຣ​ໂບ​ອາມ​ສ​ເມີ​ໄປ 31 ແລະ​ເຣ​ໂຮ​ໂບອາມກໍ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາກໍ​ຝັງ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໃນ​ນະ​ຄອນ​ດາ​ວິດ ພຣະ​ນາມ​ຂອງ​ຊົນ​ນີ​ຂອງ​ພຣະ​ອົງ​ຄື ນາ​ອາ​ມາ ​ຄົນອັມ​ໂມນ​ແລະ​ອາ​ບີ​ຢາມ​ຣາ​ຊ​ໂອ​ຣົດ​ຂຶ້ນ​ຄອງ​ແທນ

1 ກະສັດ 15

ຣັ​ຊ​ການ​ອາ​ບີ​ຢາມ

1 ໃນ​ປີ​ທີ່​ສິບ​ແປດ​ແຫ່ງ​ຣັ​ຊ​ການ​ເຢ​ໂຮ​ໂບ​ອາມບຸດເນ​ບັທ ອາ​ບີ​ຢາມ​ໄດ້​ຂຶ້ນ​ຄອງ​ເຫນືອ​ປະ​ເທດ​ຢູ​ດາ 2 ພຣະ​ອົງ​ຊົງ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສາມ​ປີ ພຣະ​ນາມ​ພຣະ​ຊົນ​ນີ​ຄື ມາ​ອາ​ກາ ທິ​ດາ​ຂອງ​ອາ​ບີ​ຊາ​ໂລມ 3 ພຣະ​ອົງ​ດຳ​ເນີນ​ຕາມ​ການ​ບາບ​ທຸກ​ຢ່າງ ຊຶ່ງ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ກະ​ທຳ​ຕໍ່​ພຣະ​ພັກ​ພຣະ​ອົງ ແລະ​ພຣະ​ທັຍ​ຂອງ​ພຣະ​ອົງ​ກໍ​ບໍ່​ບໍ​ຣິ​ສຸດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ດັ່ງ​ພຣະ​ທັຍ​ຂອງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ 4 ຢ່າງ​ໃດ​ກໍ​ດີ​ເພື່ອ​ຊົງ​ເຫັນ​ແກ່​ດາ​ວິດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ຊົງ​ປະ​ທານ​ບຸດ​ຊາຍ​ແກ່​ພຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ ຄື​ຊົງ​ຕັ້ງ​ຣາ​ຊ​ໂອ​ຣົດ​​ແທນ ແລະ​ເພື່ອ​ຊົງ​ສະ​ຖາ​ປະ​ນາ​ເຢ​ຣູ​ຊາ​ເລັມ 5 ເພາະ​ວ່າ​ດາ​ວິດ​ຊົງ​ກະ​ທຳ​ສິ່ງ​ທີ່​ຖືກ​ຕ້ອງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່​ໄດ້​ຊົງ​ຫັນ​ໄປ​ຈາກ​ສິ່ງ​ໃດ ຊື່ງ​ພຣະ​ຜູ້​ເປັນເຈົ້າ​ຊົງ​ສັ່ງຕລອດ​ພຣະ​ຊົນ​ຊີພ​ຂອງ​ພຣະ​ອົງ ນອກ​ຈາກ​ເຣື່ອງ ອູ​ຣີ​ຢາ ຄົນ​ຮິດ​ຕີ 6 ມີ​ເສິກ​ລະ​ຫວ່າງເຣ​ໂຮ​ໂບ​ອາມກັບ​ເຢ​ໂຮ​ໂບ​ອາມ​ຕລອດ​ພຣະ​ຊົນ​ຊີ​ພ​ຂອງ​ພຣະ​ອົງ 7 ຣາ​ຊ​ກິດນອກ​ນັ້ນ​ຂອງ​ອາ​ບີ​ຢາມ ແລະ​ສັ​ບ​ພະ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື? ແລະ​ມີ​ການ​ເສິ​ກ​ລະ​ຫວ່າງ​ອາ​ບີ​ຢາມ ​ແລະ​ເຢ​ໂຮ​ໂບ​ອາມ 8 ແລະ​ອາ​ບີ​ຢາມ​ກໍ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ ແລະ​ເຂົາ​ທັງ​ຫລາຍ​ກໍ​ຝັງ​ພຣະ​ສົບ​ພຣະ​ອົງ​ໄວ້​ໃນ​ນະ​ຄອນ​ດາ​ວິດ ແລະ​ອາ​ຊາ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ​ກໍ​ຂຶ້ນ​ຄອງ​ແທນ

ຣັຊ​ການ​ອາ​ຊາ

9 ໃນ​ປີ​ທີ່​ຊາວ​ແຫ່ງ​ຣັ​ຊການ​ເຢ​ໂຮ​ໂບ​ອາມ ເຈົ້າ​ຊີ​ວິດຂອງ​ອິສ​ຣາເອນ ອາ​ຊາ​ໄດ້​ຂຶ້ນ​ຄອງ​ເຫນືອ​ປະ​ເທດ​ຢູ​ດາ 10 ​ພຣະ​ອົງ​ຊົງ​ຄອງ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສີ່​ສິບ​ເອັດ​ປີ ພຣະ​ອັຍ​ກີ (ແມ່​ເຖົ້າ) ​ຂອງ​ພຣະ​ອົງ ຄືມາ​ອາ​ກາທິ​ດາ​ຂອງ​ອາ​ບີ​ຊາ​ໂລມ 11 ​ອາ​ຊາ​ຊົງ​ກະ​ທຳ​ສິ່ງ​ທີ່​ຖືກ​ຕ້ອງ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະອົງ​ໄດ້​ຊົງ​ກະ​ທຳ​ນັ້ນ 12 ພຣະ​ອົງ​ໄດ້​ຊົງ​ກວາດ​ລ້າງ​ໂສ​ເພ​ນີ​ທັງ​ຊາຍ​ແລະ​ຍິງເສັຽ​ຈາກ​ແຜ່ນ​ດີນ ແລະ​ຮື້​ຖອນ​ຮູບ​ເຄົາ​ຣົບ​ທັງ​ສີ້ນ ຊຶ່ງ​ບັນ​ພະ​ບຸ​ຣຸດ​ໄດ້​ກະ​ທຳ​ໄວ້​ນັ້ນ​ເສັຽ 13 ແລະ​ພຣະ​ອົງ​ຊົງ​ຖອດ​ມາອາ​ກາ ພຣະ​ອັຍ​ກີ​ເສັຽ​ຈາກຕໍາ​ແຫນ່ງ ເພາະ​ພຣະ​ນາງ​ມີ​ຮູບ​ເຄົາ​ຣົບ​ຫນ້າ​ກຽດ​ຊັງ​ສ້າງ​ໄວ້​ເພື່ອ​ອາ​ເຊ​ຣາ ແລະ​ອາ​ຊາ​ຊົງ​ຟັນ​ຮູບ​ເຄົາ​ຣົບ​ຂອງ​ພຣະ​ນາ​ງລົງ ແລະ​ຊົງ​ເຜົາ​ເສັຽ​ທີ່​ລຳ​ທານ​ກິດ​ໂຣນ 14 ແຕ່​ບໍ່​ໄດ້​ຊົງ​ຮື້​ບ່ອນ​ຂາບ​ໄຫວ້​ຂອງ​ຊາວ​ຕ່າງ​ຊາດ​ເຫລົ່າ​ນັ້ນ ເຖິງ​ຢ່າງນັ້ນ​ພຣະ​ທັຍ​ຂອງ​ອາ​ຊາ​ກໍ​ບໍ​ຣິ​ສຸດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ຣັ​ຊ​ສະ​ໄຫມ​ຂອງ​ພຣະ​ອົງ 15 ພຣະ​ອົງ​ຊົງ​ນຳ ເງິນ ທອງ​ຄຳ ແລະ​ເຄື່ອງ​ໃຊ້​ຕ່າງໆ​ອັນ​ເປັນ​ສັນ​ຍາ​ຖວາຍ​ຂອງ​ຣາ​ຊ​ບິ​ດາ​ຂອ​ງພຣະ​ອົງ ແລະ​ຂອງ​ສັນ​ຍາ​ຖວາຍ​ຂອງ​ພຣະ​ອົງ​ເອງ​ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ອາ​ຊາ​ຊົງ​ກະ​ທຳ​ພັນ​ທະ​ມິດ​ກັບ​ເບນ​ຮາ​ດາດ

16 ມີ​ການ​ເສິກ​ລະ​ຫວ່າງ​ອາ​ຊາ ແລະ​ບາ​ອາ​ຊາ ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ​ຕລອດ​ສະ​ໄຫມ​ຂອງ​ພຣະ​ອົງ​ທັງ​ສອງ 17 ບາ​ອາ​ຊາ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາເອນ​ໄດ້​ຊົງ​ຍົກ​ໄປ​ຕໍ່​ສູ້​ກັບ​ຢູ​ດາ ແລະ​ໄດ້​ສ້າງ​ເມືອງ​ຣາ​ມາ ເພື່ອ​ບໍ່​ໃຫ້​ຜູ້​ໃດ​ເຂົ້າ​ໄປ​ເຝົ້າ​ ຫລື​ອອກ​ມາ​ຈາກອາ​ຊາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ 18 ແລ້ວ​ອາ​ຊາ ຊົງ​ນຳ​ເງິນ ແລະ​ທອງ​ຄຳ ຊຶ່ງ​ເຫລືອ​ຢູ່​ໃນ​ຊັບ​ສິນ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊັບ​ສີນ​ຂອງ​ພຣະ​ຣາ​ຊວັງ​ມອບ​ໄວ້​ໃນ​ມື​ຂອງ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ແລະ​ກະ​ສັດ​ອາ​ຊາ​ຊົງ​ໃຊ້​ເຂົາ​ໄປ​ເຝົ້າ​ເບນຮາ​ດາດ​ໂອ​ຣົດ​ຂອງ​ຕັບ​ຣີມ​ໂມນ​ຜູ້​ເປັນ​ໂອ​ຣົດ​ຂອງ​ເຮ​ຊີ​ໂອນ​ກະ​ສັດ​ແຫ່ງ​ຊີ​ເຣັຽ (ອາ​ຣາມ) ຜູ້​ຢູ່​ໃນ​ເມືອງ​ດາ​ມັ​ສ​ກັ​ສວ່າ, 19 “ມີ​ພັນ​ທະ​ມິດ​ລະ​ຫວ່າງ​ຂ້າ​ພຣະ​ອົງ ແລະ​ພຣະ​ອົງ ລະ​ຫວ່າງ​ພຣະ​ຊະນົກ (ບິ​ດາ) ຂອງ​ຂ້າ​ພຣະ​ອົງ ແລະ​ຂອງ​ພຣະ​ອົງ ເບິ່ງ​ແມ໋, ຂ້າ​ພຣະ​ອົງ​ໄດ້​ສົ່ງ​ບັນ​ນາ​ການ​ເປັນ​ເງິນ​ແລະ​ທອງ​ຄຳ​ມາ​ຍັງ​ພຣະ​ອົງ ຂໍ​ພຣະ​ອົງ​ສະ​ເດັດ​ໄປ​ເລີກ​ພັນ​ທະ​ມິດ​ກັບ​ບາ​ອາ​ຊາ ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ​ເສັຽ ເພື່ອ​ເຂົາ​ຈະ​ໄດ້​ຍົກ​ທັບ​ກັບ​ໄປ​ເສັຽ​ຈາກ​ຂ້າ​ພຣະ​ອົງ” 20 ແລ້ວເບນ​ຮາ​ດາດ​ກໍ​ຊົງ​ເຊື່ອ​ຟັງ​ກະ​ສັດ​ອາ​ຊາ ແລະ​ສົ່ງ​ຜູ້​ບັງ​ຄັບ​ບັນ​ຊາ​ທະ​ຫານ​ຂອງ​ພຣະ​ອົງ​ໄປ​ຮົບ​ຫົວ​ເມືອງ​ອິສ​ຣາ​ເອນ ແລະ​ໄດ້​ໂຈມ​ຕີ​ເມືອງ ອີ​ໂຢນ ​ດານ ​ອາ​ເບນ​ເບັດ​ມາ​ອາ​ກາ ແລະຫມົດ​ທ້ອງ​ຖິ່ນ​ ຄີນ​ເນ​ໂຣດ ແລະ​ຫມົດ​ດີນ​ແດນ​ເນັ​ຟ​ທາ​ລີ 21 ແລະ​ຢູ່​ມາ​ເມື່ອ​ບາ​ອາ​ຊາ​ຊົງ​ຊາບ ພຣະ​ອົງ​ກໍ​ຊົງ​ຢຸດ​ສ້າງ​ເມືອງ​ຣາ​ມາ ແລະ​ພຣະ​ອົງ​ປະ​ທັບ​ທີ່​ເມືອງ ຕີ​ຣ໌​ຊາ 22 ແລ້ວ​ກະ​ສັດ​ອາ​ຊາ​ຊົງ​ປະ​ກາດ​ໄປ​ທົ່ວ​ຢູ​ດາ​ບໍ່​ເວັ້ນ​ຜູ້​ໃດ​ເລີຍ ເຂົາ​ທັງ​ຫລາຍ​ກໍ​ມາ​ຮື້ເອົາ​ຫີນ​ຂອງ​ເມືອງ​ຣາ​ມາ ແລະ​​ໄມ້ຂອງ​ເມືອງ​ນັ້ນ​ຊຶ່ງ​ບາ​ອາ​ຊາ​ຊົງ​ສ້າງ​ຄ້າງ​ຢູ່​ ກະ​ສັດ​ອາ​ຊາ​ກໍ​ຊົງ​ເອົາ​ມາ​ສ້າງ​ເມືອງ ເກ​ບາ​ແຫ່ງ​ເບັນ​ຢາ​ມີນ ແລະ​ເມືອງ​ມີ​ສ​ປາ 23 ພຣະ​ຣາ​ຊ​ກີດ​ນອກ​ນັ້ນ​ຂອງ​ກະ​ສັດ​ອາ​ຊາ ທັງ​ຍຸ​ທພະ​ລັງ​ທັງ​ສີ້ນ​ຂອງ​ພຣະ​ອົງ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ແລະ​ຫົວ​ເມືອງ​ຊຶ່ງ​ພຣະ​ອົງ​ຊົງ​ສ້າງ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ຂອງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື? ແຕ່​ເມື່ອ​ຊົງ​ເຖົ້າ​ຊະ​ຣາແລ້ວ​ກໍ​ເກີດ​ໂຣກ​ຂຶ້ນ​ທີ່​ພຣະ​ບາດ 24 ແລະ​ອາ​ຊາ​ກໍ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ທີ່​ໃນ​ນະ​ຄອນ​ດາ​ວິດ​ຣາ​ຊ​ບີ​ດາ​ຂອງ​ພຣະ​ອົງ​ແລະ​ເຢ​ໂຮ​ຊາ​ຟັ​ດ​ຣາ​ຊ​ໂອ​ຣົດ​ກໍ​ຂຶ້ນ​ຄອງ​ແທນ

ຣັ​ຊ​ການ​ນາ​ດາບ

25 ນາ​ດາບ​ຣາ​ຊ​ໂອ​ຣົດ​ຂອງ​ເຢ​ໂຣ​ໂບ​ອາມ​ໄດ້​ເລີ້ມ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ປີ​ທີ່​ສອງ​ແຫ່ງ​ຣັ​ຊ​ການ​ອາ​ຊາ​ພຣະ​ຣາ​ຊ​ແຫ່ງ​ຢູ​ດາ ແລະ​ພຣະ​ອົງ​ຊົງ​ຄອງ​ເຫນືອ​ອິສ​ຣາ​ເອນ​ສອງ​ປີ 26 ພຣະ​ອົງ​ຊົງ​ກະ​ທຳ​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊົງ​ດຳ​ເນີນ​ໃນ​ທາງ​ແຫ່ງ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ ແລະ​ໃນ​ບາບ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ບາບ​ດ້ວຍ 27 ບາ​ອາ​ຊາ​ບຸດ​ອາ​ຮີ​ຢາ ເຊື້ອ​ສາຍ​ຂອງ​ອິສ​ຊາ​ຄາ​ຄິດ​ກະ​ບົດ​ຕໍ່​ພຣະ​ອົງ ແລະ​ບາ​ອາ​ຊາ​ຊົງ​ປະ​ຫານ​ພຣະ​ອົງ​ເສັຽ​ທີ່ ກິບ​ເບ​ໂທນ ຊຶ່ງ​ເປັນແດນ​ເມືອງ​ຂອງຟີ​ລິ​ສ​ຕີນ ເພາະ​ນາ​ດາບ​ແລະ​ຄົນ​ອິສ​ຣາ​ເອນ​ທັງ​ສີ້ນ​ກຳ​ລັງ​ລ້ອມ​ເມືອງກີບ​ເບ​ໂທນ​ຢູ່ 28 ດັ່ງ​ນັ້ນ ບາ​ອາ​ຊາ​ຈຶ່ງ​ສຳ​ເຣັດ​ໂທດ​ພຣະ​ອົງ​ເສັຽ​ໃນ​ປີ​ທີ່​ສາມ​ແຫ່ງ​ຣັ​ຊ​ການ​ອາ​ຊາ​ກະ​ສັດ​ແຫ່ງ​ຢູ​ດາ ແລະ​ຂຶ້ນ​ຄອງ​ແທນ 29 ພໍ​ພຣະ​ອົງ​ຊົງ​ເປັນ​ກະ​ສັດ​ຊົງ​ປະ​ຫານ​ຣາ​ຊວົງ​ຂອງ​ເຢ​ໂຮ​ໂບ​ອາມ​ເສັຽ​ສີ້ນ​ບໍ່​ມີ​ຜູ້​ໃດ​ລອດ​ມາ​ຈັກ​ຄົນ​ດຽວ​ເລີຍ ພຣະ​ອົງ​ທຳ​ລາຍ​ເສັຽ​ສີ້​ນ ຕາມ​ພຣະ​ດຳ​ຣັດ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ອົງ​ກ່າວ​ໂດຍ​ ອາ​ຮີ​ຢາ ຊາວ​ຊີ​ໂລ​ຜູ້​ຣັບ​ໃຊ້​ຂອງ​ພຣະ​ອົງ 30 ເປັນ​ເພາະ​ບາບ​ຊຶ່ງ​ເຢ​ໂຮ​ໂບ​ອາມ​ໄດ້​ຊົງ​ກະ​ທຳ ແລະ​ຊຶ່ງ​ພຣະ​ອົງ​ໄດ້ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ບາ​ບດ້ວຍ​ ແລະ​ເພາະ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຊົງ​ພຣະ​ພິໂຣດ 31 ສ່ວນ​ພຣະ​ຣາ​ຊ​ກິດນອກ​ນັ້ນ​ຂອງ​ນາ​ດາບ ແລະ​ບັນ​ດາ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ຂອງ​ພຣະ​ຣາ​ຊາ​ແຫ່ງອິສ​ຣາ​ເອນ​ຫລື? 32 ມີ​ເສິກ​ລະ​ຫວ່າງ​ອາ​ຊາ ແລະ​ບາ​ອາ​ຊາ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ​ຕລອດ​ສະ​ໄຫມ​ຂອງ​ພຣະ​ອົງ​ທັງ​ສອງ

ຣັ​ຊ​ການ​ບາ​ອາ​ຊາ

33 ໃນ​ປີ​ທີ່​ສາມ​ແຫ່ງ​ຣັ​ຊ​ການ​ອາ​ຊາ ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ບາ​ອາ​ຊາ​ບຸດ​ອາ​ຮີ​ຢາໄດ້​ຊົງ​ເລີ້ມ​ຄອບ​ຄອງ​ເຫນືອ​ອິສ​ຣາ​ເອນ​ທັງ​ສີ້ນ​ທີ່​ເມືອງ​ຕີ​ຣ໌​ຊາ ແລະ​ໄດ້​ຊົງ​ຄອບ​ຄອງ​ຢູ່​ຊາວ​ສີ່​ປີ 34 ພຣະ​ອົງ​ຊົງ​ກະ​ທຳ​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ດຳ​ເນີນ​ໃນ​ມັນ​ຄາ​ຂອງ​ເຢ​ໂຮ​ໂບ​ອາມ ແລະ​ໃນ​ບາບ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ບາບ​ດ້ວຍ

1 ກະສັດ 16

1 ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ເຢ​ຮູບຸດ​ຮານາ​ນີກ່າວ​ໂທດ​ບາ​ອາ​ຊາ​ວ່າ, 2 “ໃນ​ເມື່ອ​ເຮົາ​ໄດ້​ເຊີດ​ຊູ​ເຈົ້າ​ຂຶ້ນ​ມາ​ຈາກ​ຝຸ່ນ​ຂີ້​ດີນ ແລະ​ກະ​ທຳ​ໃຫ້​ເຈົ້າ​ເປັນ​ປະ​ມຸກ​ເຫນືອ​ອິສ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຣົາ ແລະ​ເຈົ້າ​ໄດ້​ດຳ​ເນີນ​ຕາມ​ມັນ​ຄາ​ຂອງ​ເຢ​ໂຮ​ໂບ​ອາມ ແລະ​ໄດ້​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ເຮົາ​ທຳ​ບາບ​ດ້ວຍ ກະ​ທຳ​ໃຫ້​ເຮົາ​ໂກດ​ດ້ວຍ​ບາບ​ຂອງ​ເຂົາ​ທັງ​ຫລາຍ 3 ເບິ່ງ​ແມ໋, ເຮົາ​ຈະ​ກວາດ​ລ້າງ​ບາ​ອາ​ຊາ ແລະ​ຣາ​ຊວົງ​ຂອງ​ເຂົາເສັຽຢ່າງ​ສີ້ນ​ເຊີງ ແລະ​ກະ​ທຳ​ໃຫ້​ຣາ​ຊວົງ​ຂອງ​ເຈົ້າ​ເຫມືອນ​ກັບ​ຣາ​ຊວົງ​ຂອງ​ເຢ​ໂຮ​ໂບ​ອາມ​ບຸດ​ເນ​ບັ​ດ 4 ຜູ້​ໃດ​ໃນ​ວົງ​ບາ​ອາ​ຊາ​ທີ່​ຕາຍ​ໃນ​ເມືອງ​ຫມາ​ຈະ​ກິນ ແລະ​ຜູ້​ໃດ​ທີ່​ຕາຍ​ໃນ​ທົ່ງ​ນາ​ນົກ​ໃນ​ອາ​ກາດ​ຈະ​ກິນ” 5 ສ່ວນ​ພຣະ​ຣາ​ຊ​ກິດນອກ​ນັ້ນ​ຂອງ​ບາ​ອາ​ຊາ ແລະ​ບັນ​ດາ​ສິ່ງ​ທີ່​ທ່ານ​ໄດ້​ກະ​ທຳ ແລະ​ຍຸ​ທ​ພະ​ລັງ​ຂອງ​ທ່ານ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື? 6 ແລະ​ບາ​ອາ​ຊາ​ກໍ​ລ່ວງຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ກໍຝັງ​ໄວ້​ທີ່​ເມືອງ​ຕີ​ຣ໌​ຊາ ແລະ​ເອ​ລາ​ຣາ​ຊ​ໂອ​ຣົດ​ກໍ​ຂຶ້ນ​ຄອງ​ແທນ​ພຣະ​ອົງ 7 ນອ​ຈາກ​ນີ້​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ເຢ​ຮູ ​ບຸດ​ຮາ​ນາ​ນີ​ກ່າວ​ໂທດ​ບາ​ອາ​ຊາ​ແລະ​ເຊື້ອ​ວົງ​ຂອງ​ທ່ານ ທັງ​ເຣື່ອງ​ຄວາມຊົ່ວ​ທັງ​ສີ້ນ​ຊຶ່ງ​ທ່ານ​ກະ​ທຳ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ໃຫ້​ພຣະ​ອົງ​ໂກດ​ດ້ວຍ​ພຣະ​ຣາ​ຊ​ກິດ​ແຫ່ງ​ພຣະ​ຫັດ​ຂອງ​ທ່ານ​ໃນ​ການ​ທີ່ເຫມືອນ​ກັບ​ຣາ​ຊວົງ​ຂອງ​ເຢ​ໂຮ​ໂບ​ອາມ ແລະ​ເຣື່ອງ​ທີ່​ທ່ານ​ຊົງ​ທຳ​ລາຍ​ຣາ​ຊວົງ​ນັ້ນ​ດ້ວຍ

ຣັ​ຊ​ການ​ເອ​ລາ

8 ໃນ​ປີ​ທີ່​ຊາວ​ຫົກ​ແຫ່ງ​ຣັ​ຊ​ການ ​ອາ​ຊາກະ​ສັດ​ຂອງ​ຢູ​ດາ ເອ​ລາ​ໂອ​ຣົດ​ບາ​ອາ​ຊາ​ຊົງ​ເລີ້ມ​ຂຶ້ນ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ເມືອງ​ຕີ​ຣ໌​ຊາ ແລະ​ຊົງ​ຄອບ​ຄອງ​ຢູ່​ສອງ​ປີ 9 ແຕ່​ຊີມ​ຣີ​ຂ້າ​ຣາ​ຊ​ການກອງ​ຣົດ​ຮົບ​ຂອງ​ພຣະ​ອົງ​ເຄີ່ງ​ນຶ່ງ​ໄດ້​ຄິດ​ກະ​ບົດ​ຕໍ່​ພຣະ​ອົງ ເມື່ອ​ພຣະ​ອົງ​ປະ​ທັບ​ທີ່​ເມືອງ​ຕີ​ຣ໌​ຊາ ພຣະ​ອົງ​ຊົງ​ດື່ມ​ຈົນ​ເມົາ​ໃນ​ເຮືອນ​ຂອງ​ອາ​ຣ໌​ຊາ ຜູ້​ຄອບ​ຄອງ​ຣາ​ຊ​ສຳ​ນັກ​ໃນ​ຕີ​ຣ໌​ຊາ 10 ຊີມຣີໄດ້​ເຂົ້າ​ມາ​ຟັນ​ພຣະ​ອົງ​ລົ້ມ​ລົງ ແລະ​ປະ​ຫານ​ພຣະ​ອົງ​ເສັຽ ໃນ​ປີ​ທີ່​ຊາວ​ເຈັດ​ແຫ່ງ​ຣັ​ຊ​ການ​ອາ​ຊາພຣະ​ຣາ​ຊາ​ຂອງ​ຢູ​ດາ​ແລ້ວ​ກໍ​ຂຶ້ນ​ຄອງ​ແທນ​ພຣະ​ອົງ 11 ແລະ​ຢູ່​ມາ​ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ຄອບ​ຄອງ ພໍ​ພຣະ​ອົງ​ສະ​ເດັດ​ປະ​ທັບ​ເຫນືອ​ຣາ​ຊ​ບັນ​ລັງ ພຣະ​ອົງ​ຊົງ​ປະ​ຫານ​ຣາ​ຊວົງ​ຂອງ​ບາ​ອາ​ຊາ​ເສັຽ​ສີ້​ນ ພຣະ​ອົງ​ບໍ່​ໄດ້​ຊົງ​ເຫລືອ​ຊາຍ​ຈັກ​ຄົນ​ນຶ່ງ​ທີ່​ເປັນ​ຍາດ​ຫລື​ມິດ​ສະ​ຫາຍ​ຂອງ​ບາ​ອາ​ຊາ​ໄວ້​ເລີຍ 12 ຊີມ​ຣີ​ຊົງ​ທຳ​ລາຍ​ຣາ​ຊວົງ​ຂອງ​ບາ​ອາ​ຊາ​ດັ່ງ​ນີ້​ແຫລະ ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ພຣະ​ອົງ​ກ່າວ​ໂດຍ​ເຢ​ຮູ​ຜູ້​ປະ​ກາດ​ພຣະ​ທັມ​ກ່າວ​ໂທດ​ບາ​ອາ​ຊາ 13 ເຫດ​ດ້ວຍ​ບາບ​ທັງ​ສີ້ນ​ຂອງ​ບາ​ອາ​ຊາ ແລະ​ບາບ​ຂອງ​ເອ​ລາ​ຣາຊ​ໂອ​ຣົດ​ຂອງ​ພຣະ​ອົງ​ຊຶ່ງ​ໄດ້​ກະ​ທຳ​ບາບ ແລະ​ຊຶ່ງ​ພຣະ​ອົງ​ທັງ​ສອງ​ໄດ້​ກະ​ທຳ​ໃຫ້​ຊົນ​ອິສ​ຣາ​ເອນ​ທຳ​ບາບ​ດ້ວຍ ກະ​ທຳ​ໃຫ້​ພຣະ​ຜູ້​ເປັນເຈົ້າ​ພຣະ​ເຈົ້າ​ແຫ່​ງອິສ​ຣາ​ເອນ​ຊົງ​ກີ້ວ​ດ້ວຍ​ເຣື່ອງ​ຮູບ​ເຄົາ​ຣົບ​ຂອງ​ພຣະ​ອົງ​ນັ້ນ 14 ສ່ວນ​ພຣະ​ຣາ​ຊ​ກິດນອກ​ນັ້ນ​ຂອງ​ເອ​ລາ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທໍາ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດອິສ​ຣາ​ເອນ​ຫລື?

ຣັ​ຊ​ການ​ຊີມ​ຣີ

15 ໃນ​ປີ​ທີ່​ຊາວ​ເຈັດ​ແຫ່ງ​ຣັ​ຊ​ການ​ອາ​ຊາ​ກະ​ສັດ​ປະ​ເທດ​ຢູ​ດາ ຊີມ​ຣີ​ຊົງ​ຄອບ​ຄອງ​ເຈັດ​ວັນ​ໃນ​ເມືອງ​ຕີ​ຣ໌​ຊາ ຝ່າຍ​ພວກ​ພົນ​ໄດ້​ຕັ້ງ​ຄ້າຍ​ຮົບ​ເມືອງ ກີບ​ເບ​ໂທນ ຊຶ່ງ​ເປັນ​ຂອງ​ຄົນ​ຟີ​ລິ​ສ​ຕີນ 16 ແລະ​ພ​ວກ​ພົນຊຶ່ງ​ຕັ້ງ​ຄ້າຍ​ຢູ່​ນັ້ນ​ຊາບ ເຂົາ​ກ່າວ​ກັນ​ວ່າ, “ຊີມ​ຣີ​ໄດ້​ກະ​ບົດ ແລະ​ທ່ານ​ໄດ້​ປົງ​ພຣະ​ຊົນ​ພຣະ​ຣາ​ຊາ​ເສັຽ​ແລ້ວ” ເພາະ​ສະ​ນັ້ນ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ສະ​ຖາ​ປະ​ນາ​ ໂອມ​ຣີ ຜູ້​ບັນ​ຊາ​ກາ​ນກອງ​ທັບ​ໃຫ້​ເປັນ​ພຣະ​ຣາ​ຊາ​ເຫນືອ​ອິສ​ຣາ​ເອນ​ໃນ​ວັນ​ນັ້ນ​ທີ່​ໃນ​ຄ້າຍ 17 ໂອມ​ຣີ​ຈຶ່ງ​ສະ​ເດັດ​ຂື້​ນ​ໄປ​ຈາກ ກິບ​ເບ​ໂທນ ແລະ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ຂຶ້ນ​ໄປ​ດ້ວຍ ເຂົາ​ທັງ​ຫລາຍ​ເຂົ້າ​ລ້ອມ​ເມືອງ​ຕີ​ຣ໌​ຊາ 18 ແລະ​ຢູ່​ມາ​ເມື່ອ​ຊີມ​ຣີ​ຊົງ​ເຫັນ​ວ່າ​ເມືອງ​ນັ້ນ​ແຕກ​ແລ້ວ​ກໍ​ສະ​ເດັດ​ເຂົ້າ​ໄປ​ໃນ​ປ້ອມ​ຂອງ​ພຣະ​ຣາ​ຊວັງ​ແລະ​ຊົງ​ເຜົາ​ພຣະ​ຣາ​ຊວັງ​ເສັຽ ແລະ​ຊົງ​ສີ້ນ​ພຣະ​ຊົນ​ໃນ​ກອງ​ໄຟ​ດ້ວຍ 19 ເຫດ​ດ້ວຍບາບ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໄວ້ ຄື​ຊົງ​ກະ​ທຳ​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ດຳ​ເນີນ​ຢູ່​ໃນ​ມັນ​ຄາ​ຂອງ​ເຢ​ໂຣ​ໂບ​ອາມ ແລະ​ດ້ວຍ​ເຫດ​ບາບ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ບາບ​ດ້ວຍ 20 ສ່ວນ​ພຣະ​ຣາ​ຊ​ກິດ​ນອກ​ນັ້ນ​ຂອງ​ຊີມ​ຣີ ແລະ​ການ​ກະ​ບົດ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທໍາ ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ອິສ​ຣ​ເອນ​ຫລື?

ຣັຊການ​ໂອມ​ຣີ

21 ແລ້ວ​ຊົນຊາດ​ອິສ​ຣາເອນ​ກໍ​ແບ່ງ​ອອກ​ເປັນ​ສອງ​ສ່ວນ ເຄິ່ງ​ນຶ່ງ​ຂອງ​ປະ​ຊາ​ຊົນ​ຕິດຕາມ ຕິບ​ນີ​ບຸດ​ກີ​ນັ​ທ ເຊີນ​ທ່ານ​ໃຫ້​ເປັນ​ກະ​ສັດ ແລະ​ອີກ​ເຄິ່ງ​ນຶ່ງ​ຕີດ​ຕາມ​ໂອມ​ຣີ 22 ແຕ່​ປະ​ຊາ​ຊົນ​ຜູ້​ຕິດ​ຕາມ​ໂອມ​ຣີ​ໄດ້​ຮົບ​ຊະ​ນະ​ປະ​ຊາ​ຊົນ​ຜູ້​ຕິດ​ຕາມ​ທິບ​ນີບຸດ​ກີ​ນັ​ທ ທີບ​ນີ​ຈຶ່ງ​ສີ້ນ​ຊີ​ວິດ ແລະ​ໂອມ​ຣີ​ກໍ​ຂຶ້ນ​ເປັນ​ກະ​ສັດ 23 ໃນ​ປີ​ທີ່​ສາມ​ສິບ​ເອັດ​ແຫ່ງ​ຣັ​ຊ​ການ​ອາ​ຊາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ໂອມ​ຣີ​ໄດ້​ເລີ້ມ​ຕົ້ນ​ຄອບ​ຄອງ​ຢູ່​ເຫນືອ​ອິສ​ຣາ​ເອນ ແລະ​ຊົງ​ຄອບ​ຄອງ​ຢູ່​ເຫນືອ​ອິສ​ຣາ​ເອນ ແລະ​ຊົງ​ຄອບ​ຄອງ​ໃນ​ເມືອງ​ຕີ​ຣ໌​ຊາ​ຫົກ​ປີ 24 ພຣະ​ອົງ​ຊົງ​ຊື້​ພູ​ເຂົາ​ຊາ​ມາ​ເຣັຽ​ຈາກ​ເຊ​ເມີ ເງິນ​ສອງ​ຕະ​ລັນ ແລະ​ພຣະ​ອົງ​ຊົງ​ເສີມ​ພູ​ນັ້ນ​ໃຫ້​ເປັນ​ປ້ອມ ແລະ​ຊົງ​ໃຫ້​ນາມ​ເມືອງ​ທີ່​ພຣະ​ອົງ​ຊົງ​ສ້າງ​ນັ້ນ​ວ່າ​ຊາ​ມາ​ເຣັຽ ຕາມ​ຊື່​ຂອງ​ເຊ​ເມີ​ຜູ້​ເປັນ​ເຈົ້າ​ຂອງ​ພູ​ເຂົາ​ນັ້ນ 25 ໂອມ​ຣີ​ໄດ້​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊົງ​ກະ​ທຳ​ຊົ່ວ​ຫລາຍ​ຍິ່ງກວ່າ​ບັນ​ດາ​ກະ​ສັດ​ຜູ້​ຢູ່​ກ່ອນ​ພຣະ​ອົງ 26 ເພາະ​ວ່າ​ພຣະ​ອົງ​ຊົງ​ດຳ​ເນີນ​ຕາມ​ມັນ​ຄາ​ທັງ​ສີ້ນ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ແລະ​ຕາມ​ບາບຊຶ່ງພຣະ​ອົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ບາບດ້ວຍ ກະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ພິ​ໂຣດ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງ​ເຂົາ​ທັງ​ຫລາຍ 27 ສ່ວນ​ພຣະ​ຣາ​ຊ​ກິດນອກ​ນັ້ນ​ຂອງ​ໂອມ​ຣີ​ຊຶ່ງ​ພຣະ​ອົງ​ຊົງ​ສຳ​ແດງ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື? 28 ແລະ​ໂອມ​ຣີກໍ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ໄວ້​ໃນ​ຊາ​ມາ​ເຣັຽ ແລະ​ອາ​ຮາບ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ​ກໍ​ຂຶ້ນ​ຄອງ​ແທນ​ພຣະ​ອົງ

ຣັ​ຊ​ການ​ອາ​ຮາບ

29 ໃນ​ປີ​ທີ່​ສາມ​ສິບ​ແປດ​ແຫ່ງ​ຣັ​ຊ​ການ​ອາ​ຊາ​ພຣະຣາ​ຊາ​ຂອງ​ຢູ​ດາ ອາ​ຮາບ​ຣາ​ຊ​ໂອ​ຣົດ​ຂອງ​ໂອມ​ຣີໄດ້​ເລີ້ມ​ຄອບ​ຄອງ​ເຫນືອ​ອິສ​ຣາ​ເອນ ແລະ​ອາ​ຮາບ​ຣາ​ຊ​ໂອ​ຣົດ​ຂອງ​ໂອມ​ຣີ​ໄດ້​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ເມືອງ​ຊາ​ມາ​ເຣັຽ​ຊາວ​ສອງ​ປີ 30 ແລະ​ອາ​ຮາບ​ໂອ​ຣົດ​ຂອງ​ໂອມ​ຣີ​ໄດ້​ກະ​ທຳ​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັ​ນ​ເຈົ້າ​ຫລາຍ​ຍິ່ງ​ເສັຽກ​ວ່າ​ບັນ​ດາ​ພຣະ​ຣາ​ຊາທີ່​ຢູ່​ກ່ອນ​ພຣະ​ອົງ 31 ແລະ​ຢູ່​ມາ​ເຫມືອນ​ກັບ​ວ່າ​ການ​ທີ່​ພຣະ​ອົງ​ດຳ​ເນີນ​ໃນ​ບາບ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ​ນັ້ນ​ເປັນ​ສິ່ງ​ເລັກ​ນ້ອຍ ພຣະ​ອົງ​ຊົງ​ຮັບ​ເຢ​ເຊ​ເບ​ລ​ ພຣະ​ຣາ​ຊ​ທິ​ດາ​ຂອງ​ເອັທ​ບາ​ອານພຣະ​ຣາ​ຊາ​ຂອງ​ຊາວ​ຊີ​ໂດນ​ມາ​ເປັນ​ມະ​ເຫ​ສີ ແລະ​ໄປ​ບົວ​ລະ​ບັດ​ພຣະ​ບາ​ອານ ແລະ​ນະ​ມັ​ສ​ການ​ພຣະ​ນັ້ນ 32 ພຣະ​ອົງ​ຊົງ​ສ້າງ​ແທ່ນ​ບູ​ຊາ​ພຣະ​ບາ​ອານ ໃນ​​ວິ​ຫານ​ພຣະ​ບາ​ອານ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ສ້າງ​ໄວ້​ໃນ​ເມືອງ​ຊາ​ມາ​ເຣັຽ 33 ແລະ​ອາ​ຮາບ​ຊົງ​ສ້າງ​ອາ​ເຊ​ຣາ ອາ​ຮາບ​ຊົງ​ກະ​ທຳ​ການ​ທີ່​ກະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຊົງ​ພຣະ​ພິ​ໂຣດ ຫລາຍ​ຍິ່ງກວ່າ​ນັ້ນ​ໃນບັນ​ດາ​ພຣະ​ຣາ​ຊາ​ຊຶ່ງ​ຢູ່​ມາ​ກ່ອນ​ພຣະ​ອົງ​ 34 ໃນ​ຣັ​ຊ​ການ​ຂອງ​ພຣະ​ອົງ ຮີ​ເອນ ຊາວ​ເບັດ​ເອນ​ໄດ້​ສ້າງ​ເມືອງ​ເຢ​ຣີ​ໂກ ທ່ານ​ໄດ້​ວາງ​ຮາກ​ເມືອງ​ນັ້ນ​ໂດຍ​ຕ້ອງ​ເສັຽ ອາບີ​ຣາມ​ບຸດ​ຫົວ​ປີຂອງ​ທ່ານ ແລະ​ຕັ້ງ​ປະ​ຕູ​ເມືອງ​ໂດຍ​ຕ້ອງ​ເສັຽ ເຊ​ກຸບ​ບຸດ​ສຸດ​ທ້ອງ​ຂອ​ງ​ທ່ານ​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຊຶ່ງ​ພຣະ​ອົງ​ກ່າວ​ໂດຍ​ໂຢ​ຊວຍ​ບຸດ​ນູນ

1 ກະສັດ 17

ເອ​ລີ​ຢາ​ທຳ​ນ​ວາຍ​ເຖິງ​ການ​ແຫ້ງ​ແລ້ງ

1 ຍັງ​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ​ຊື່​ວ່າ ເອ​ລີ​ຢາ ທ່ານ​ເປັນ​ຄົນ​ເມືອງຕີ​ຊເບ​ໃນ​ເຂດ​ກີ​ເລ​ອາດ ໄດ້​ທູນ​ຕໍ່​ເຈົ້າ​ອາ​ຮາບ, “ດ້ວຍ​ພຣະ​ນາ​ມ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ທີ່​ຂ້າ​ພຣະ​ອົງ​ຮັບ​ໃຊ້​ຢູ່​ນີ້ ໃນ​ສອງ​ສາມ​ປີ​ຂ້າງ​ຫນ້າ​ນີ້ ຈະ​ບໍ່​ມີ​ນ້ຳ​ຫມອກ​ຫລື​ນ້ຳ​ຝົນ ຈົນ​ກວ່າ​ຈະ​ໄດ້​ຣັບ​ຄຳ​ສັ່ງ​ຈາກ​ຂ້າ​ພຣະ​ອົງ​ເສັຽກ່ອນ” 2 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ເອ​ລີ​ຢາ​ວ່າ, 3 “ຈົ່ງ​ອອກ​ຈາກ​ບ່ອນ​ນີ້​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ແລະ​ໄປ​ລີ້​ຢູ່​ໃນ​ຫ້ວຍ​ເຄຣິທ ຊຶ່ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງແມ່​ນ້ຳ​ຈໍ​ແດນ 4 ເຈົ້າ​ຈົ່ງ​ດື່ມ​ນ້ຳ​ໃນ​ຫ້ວຍ ແລະ​ເຮົາ​ຈະ​ສົ່ງ​ໃຫ້​ກາ​ນຳ​ເອົາ​ອາ​ຫານ​ໄປ​ລ້ຽງ​ເຈົ້າ​ຢູ່ບ່ອນ​ນັ້ນ 5 ເອ​ລີ​ຢາ​ຈຶ່ງ​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ ທ່ານ​ໄດ້​ໄປ​ພັກ​ຢູ່​ໃກ້​ຫ້ວຍ​ເຄ​ຣິທ 6 ພວກ​ກາກໍ​ນຳ​ເອົາ​ເຂົ້າ​ຈີ່ ແລະ​ຊີ້ນ​ມາ​ໃຫ້​ທ່ານ​ທັງ​ຕອນ​ເຊົ້າ​ແລະ​ຕອນ​ແລງ ສ່ວນ​ນ້ຳ​ນັ້ນ​ທ່ານ​ໄດ້​ດື່ມ​ໃນ​ຫ້ວຍ 7 ແຕ່​ຫລັງ​ຈາກ​ນັ້ນ​ບໍ່​ເຫີງ ນ້ຳ​ໃນ​ຫ້ວຍກໍ​ບົກ​ລົງ​ເພາະ​ຝົນ​ບໍ່​ຕົກ

ເອ​ລີ​ຢາ​ຢູ່​ເຮືອນ​ແມ່​ຫມ້າຍ​ຊາວ​ຊາ​ເຣ​ຟັ​ທ

8 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ເອ​ລີ​ຢາ​ວ່າ, 9 “ຈົ່ງ​ໄປ​ຍັງ​ເມືອງ​ຊາ​ເຣ​ຟັ​ທ​ ໃກ້ໆ​ເມືອງ​ຊີ​ໂດນ ແລະ​ພັກ​ຢູ່​ທີ່​ນັ້ນ ເພາະ​ເຮົາ​ໄດ້​ສັ່ງໃຫ້​ແມ່​ຫມ້າຍ​ຜູ້​ນຶ່ງ​ຢູ່​ໃນ​ເມືອງ​ນັ້ນ​ເປັນ​ຜູ້​ຮັບ​ລ້ຽງ​ເຈົ້າ” 10 ແລ້ວ​ເອ​ລີ​ຢາ​ຈຶ່ງ​ເດີນ​ທາງ​ໄປ​ເມືອງ​ຊາ​ເຣ​ຟັ​ທ ເມື່ອ​ໄປ​ເຖິງ​ປະ​ຕູ​ເມືອງ​ທ່ານ​ໄດ້​ເຫັນ​ແມ່​ຫມ້າຍ​ຜູ້​ນຶ່ງ​ກຳ​ລັງ​ຫາ​ຟືນ​ຢູ່ ທ່ານ​ຈຶ່ງ​ເວົ້າ​ກັບ​ນາງວ່າ, “ຂ້າ​ພະ​ເຈົ້າ​ຂໍ​ດື່ມ​ນ້ຳ​ແດ່​” 11 ແຕ່​ໃນ​ຂ​ນະ​ທີ່​ນາງ​ກຳ​ລັງ​ໄປ​ເອົາ​ນ້ຳ ທ່ານກໍ​ສັ່ງ​ນາງ​ອີກວ່າ, “ເອົາ​ເຂົ້າ​ຈີ່​ຈັກ​ປ່ຽງ​ມາ​ນຳ​ແດ່​” 12 ນາງ​ຈຶ່ງ​ຕອບ​ວ່າ, “ດ້ວຍ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຂ້າ​ນ້ອຍ​ຂໍ​ເວົ້າ​ຕາມ​ຄວາມ​ຈິງວ່າ ຂ້າ​ນ້ອຍ​ບໍ່​ມີ​ເຂົ້າ​ຈີ່ ມີ​ແຕ່​ແປ້ງ​ກຳ​ດຽວ​ນີ້​ຢູ່​ໃນ​ຖ້ວຍ ແລະ​ນ້ຳ​ມັນ​ຫນ້ອຍ​ນຶ່ງ​ຢູ່​ໃນ​ໄຫ ຂ້າ​ນ້ອຍ​ມາ​ນີ້​ເພື່ອ​ເກັບ​ເອົາ​ຟືນ​ຈັກ​ດົ້ນ​ສອງ​ດົ້ນ​ໄປ​ດັງ​ໄຟ​ຄົວ​ກິນ​ສຳ​ລັບ​ຂ້າ​ນ້ອຍ​ແລະ​ລູກ​ຊາຍ ອາ​ຫານ​ຄາບ​ນີ້​ເປັນ​ອາ​ຫານ​ຄາບ​ສຸດທ້າຍ​ຂອງ​ພວກ​ຂ້າ​ນ້ອຍ ແລະ​ຕໍ່​ໄປ​ພວກ​ຂ້າ​ນ້ອຍ​ກໍ​ຕ້ອງ​ຫີວຕາຍ” 13 ແຕ່​ເອ​ລີ​ຢາ​ເວົ້າ​ຕໍ່​ນາງວ່າ, “ບໍ່​ຕ້ອງ​ກັງ​ວົນ​ດອກ ຈົ່ງ​ໄປ​ທຳ​ຕາມ​ທີ່​ເຈົ້າ​ໄດ້​ເວົ້າ ແຕ່​ໃຫ້​ເຮັດຈັກ​ຫນ້ອຍນຶ່ງ​ມາ​ໃຫ້​ຂ້ອຍ​ກິນ​ກ່ອນ ແລ້ວ​ຈຶ່ງ​ເຮັດໃຫ້​ເຈົ້າ​ກັບ​ລູກ​ຊາຍ​ກິນ​ນຳ​ຫລັງ 14 ເພາະ​ວ່າ​ເຣື່ອງ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຊົງ​ກ່າວໄວ້​ວ່າ, “ແປ້ງ​ໃນ​ຖ້ວຍ​ຈະ​ບໍ່​ຫມົດ ນ້ຳ​ມັນ​ໃນ​ໄຫ​ກໍ​ຈະ​ບໍ່​ຂາດ​ແຄນ ເພາະ​ເຮົາ​ຈະ​ໃຫ້​ມີ​ສິ່ງ​ເຫລົ່າ​ນີ້​ຈົນ​ຮອດ​ວັນຝົນ​ຕົກ​ລົງ​ມາ” 15 ແລ້ວ​ຍິງຄົນ​ນັ້ນ​ກໍ​ໄດ້​ໄປ​ທຳຕາມ​ທີ່​ເອ​ລີ​ຢາ​ໄດ້​ບອກ ນາງ​ເອງ​ພ້ອມ​ດ້ວຍ​ລູກ​ຊາຍ 16 ແລະ​ເອ​ລີ​ຢາ​ຈຶ່ງ​ໄດ້​ມີ​ເຂົ້າ​ຈີ່​ໄວ້​ກິນ​ເປັນ​ເວ​ລາ​ຫລາຍ​ວັນ ແປ້ງ​ໃນ​ຖ້ວຍກໍ​ບໍ່​ຫມົດ ແລະ​ນ້ຳ​ມັນ​ໃນ​ໄຫ​ກໍ​ບໍ່​ຂາດ​ແຄນ ຊຶ່ງ​ເປັນ​ໄປ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວໄວ້​ດັ່ງ​ທີ່​ເອ​ລີ​ຢາ​ໄດ້​ບອກ​ແລ້ວ

ລູກຊາຍ​ຂອງ​ແມ່​ຫມ້າຍ​ຄືນ​ຊີ​ວິດ

17 ຢູ່​ມາ​ ລູກ​ຊາຍ​ຂອງ​ຍິງ​ເຈົ້າ​ຂອງ​ເຮືອນ​ກໍ​ໄຂ້ ອາ​ການ​ປ່ວຍ​ຂອງ​ເດັກ​ນີ້​ຮ້າຍ​ແຮງ​ຫລາຍ​ຈົນ​ເສັຽ​ຊີ​ວິດ 18 ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອ​ລີ​ຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຫຍັງ​ທ່ານ​ຈຶ່ງ​ທຳກັບ​ຂ້າ​ນ້ອຍ​ແບບ​ນີ້ ທ່ານມາ​ນີ້ ເພື່ອ​ທຳ​ໃຫ້​ພຣະ​ເຈົ້າ​ຫວນ​ລະ​ນຶກ​ເຖິງ​ຄວາມ​ຜິດ​ຂອງ​ຂ້າ​ນ້ອຍ​ແຕ່​ເກົ່າ​ກ່ອນ ແລະ​ເພື່ອ​ໃຫ້​ພຣະ​ອົງ​ຂ້າ​ລູກ​ຊາຍ​ຂອງ​ຂ້າ​ນ້ອຍ​ຊັ້ນ​ບໍ? 19 ເອ​ລີ​ຢາ​ຈຶ່ງ​ເວົ້າ​ກັບ​ແມ່​ຂອງ​ເດັກ​ວ່າ, “ເອົາ​ລູກ​ເຈົ້າ​ມາ​ໃຫ້​ເຣົາ” ແລ້ວ​ນາງ​ກໍ​ເອົາ​ລູກ​ມາ​ໃຫ້​ທ່ານ​ອູ້ມ ເອ​ລີ​ຢາ​ໄດ້​ອູ້ມ​ຂຶ້ນ​ໄປ​ເທິງ​ຫ້ອງນອນ​ຊັ້ນ​ເທິງ ແລ້ວ​ວາງ​ເດັກ​ຊາຍ​ຜູ້​ນີ້​ນອນ​ລົງ​ເທິງ​ຕຽງ 20 ແລ້ວ​ທ່ານ​ກໍ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊົງ​ທຳ​ໃຫ້​ແມ່​ຫມ້າຍ​ຄົນ​ນີ້ ໄດ້​ຮັບ​ຄວາມ​ລຳ​ບາກ​ຍາກ​ໃຈ​ຫລາຍ​ເຊັ່ນ​ນີ້ ນາງ​ເປັນ​ຜູ້​ໃຫ້​ອາ​ຫານ​ການ​ກິນ​ແກ່​ຂ້າ​ນ້ອຍ ແຕ່​ດຽວ​ນີ້ ພຣະ​ອົງ​ໄດ້​ຂ້າ​ລູກ​ຊາຍ​ຂອງ​ນາງ” 21 ເອ​ລີ​ຢາ​ໄດ້​ນອນ​ເຕັງ​ຮ່າງ​ຂອງ​ເດັກ​ນ້ອຍ​ນີ້​ສາມ​ເທື່ອ ແລະ​ອ້​ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ທູນ​ຂໍ​ຕໍ່​ພຣະ​ອົງ ຂໍ​ຊົງ​ປະ​ທານ​ວິນ​ຍານ​ຄືນ​ໃຫ້​ແກ່​ເດັກ​ນ້ອຍ​ນີ້​ເທີນ” 22 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ຍິນ​ຄຳ​ອ້ອນວອນ​ຂອງ​ ເອ​ລີ​ຢາ ພຣະ​ອົງ​ກໍ​ຊົງ​ປະ​ທານ​ວິນ​ຍານ​ຄືນ​ສູ່​ຣ່າງ​ກາຍ​ຂອງ​ເດັກ​ນ້ອຍ​ນີ້ ແລະ​ເຂົາ​ກໍ​ຟື້ນ​ຄືນ​ມາ 23 ເອ​ລີ​ຢາ​ນຳ​ເດັກ​ນ້ອຍ​ນັ້ນ​ລົງ​ມາ​ໃຫ້​ແມ່​ຂອງ​ເຂົາ​ຢູ່​ຊັ້ນ​ລຸ່ມ ແລະ​ເວົ້າ​ວ່າ, “ເບິ່ງ​ແມ໋, ລູກ​ຂອງ​ເຈົ້າ​ຍັງ​ມີ​ຊີ​ວິດ​ຢູ່” 24 ຍິງ​ຫມ້າຍກໍ​ເວົ້າ​ວ່າ, “ດຽວ​ນີ້ ຂ້າ​ນ້ອຍ​ຮູ້​ແລ້ວ​ວ່າ ທ່ານ​ເປັນ​ຄົນ​ຂອງ​ພຣະ​ເຈົ້າ ແລະ​ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຜ່ານ​ທາງ​ທ່ານ​ຢ່າງ​ແທ້​ຈີງ”

1 ກະສັດ 18

ເອ​ລີ​ຢາ​ກັບ​ຄືນ​ໄປ​ເຝົ້າ​ກະ​ສັດ​ອາ​ຮາບ

1 ຢູ່​ມາ​ຫລາຍ​ວັນ ໃນ​ປີ​ທີ່​ສາມ​ຂອງ​ການ​ແຫ້ງ​ແລ້ງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ເອ​ລີ​ຢາ​ວ່າ, “ຈົ່ງ​ໄປ​ເຝົ້າ​ເຈົ້າ​ອາ​ຮາບ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ຝົນ​ຕົກເຫນືອ​ພື້ນ​ດີນ” 2 ດັ່ງ​ນັ້ນ​ ເອ​ລີ​ຢາ​ຈຶ່ງ​ຟ້າວ​ເດີນ​ທາງ​ໄປ​ເຝົ້າ​ເຈົ້າ​ອາ​ຮາບ ໃນ​ເມືອງ​ຊາ​ມາ​ເຣັຽມີ​ການ​ອຶດ​ຢາກ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ 3 ເຈົ້າ​ອາ​ຮາບ​ຈຶ່ງ​ຮັບ​ສັ່ງ​ໃຫ້​ໂອ​ບາ​ດີ​ຢາ​ເຂົ້າ​ເຝົ້າ (ໂອ​ບາ​ດີ​ຢາ​ເປັນ​ຜູ້​ກຳ​ກັບ​ເບິ່ງ​ແຍງ​ພຣະ​ຣາ​ຊວັງ ທ່ານ​ເປັນ​ຜູ້​ເຄົາ​ຣົບ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ສຸດ 4 ຄື​ຄາວ​ເມື່ອພຣະ​ນາງ​ເຢ​ເຊ​ເບນຂ້າ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ໂຫດ​ຮ້າຍ​ທາ​ຣຸນ ໂອ​ບາ​ດີ​ຢາ​ໄດ້​ເອົາ​ພວກຜູ້​ປະ​ກາດ​ພຣະ​ທັມ​ຮ້ອຍ​ຄົນ​ໄປ​ເຊື່ອງ​ໄວ້​ຢູ່​ໃນ​ຖ້ຳ​ບ່ອນ​ລະ​ຫ້າ​ສິບ​ຄົນ​ແລ້ວ​ໄດ້​ນຳ​ເອົາ​ອາ​ຫານ​ກັບ​ນ້ຳ​ໄປ​ລ້ຽງ​ພວກ​ເຫລົ່າ​ນີ້) 5 ອາ​ຮາບ​ຮັບ​ສັ່ງ​ໂອ​ບາ​ດີ​ຢາ​ວ່າ, “ຈົ່ງ​ພາ​ກັນ​ອອກ​ໄປ​ຊອກ​ຫາ​ບໍ່​ນ້ຳ ແລະ​ໄປ​ທຸກ​ຮ່ອມ​ພູ​ທົ່ວ​ທັງ​ປະ​ເທດ ເພື່ອ​ວ່າ​ບາງ​ທີ​ເຮົາ​ອາດ​ພົບ​ຫ​ຍ້າ​ສຳ​ລັບ​ລ້ຽງ​ຝູງ​ມ້າ ແລະ​ລໍ​ຂອງ​ພວກ​ເຮົາ ແລະ​ເພື່ອ​ພວກ​ເຮົາ​ຈະ​ບໍ່​ຕ້ອງ​ໄດ້​ຂ້າ​ຝູງ​ສັດ​ເຫລົ່າ​ນີ້” 6 ແລ້ວ​ພວກ​ເຂົາ​ກໍ​ແບ່ງ​ປັນ​ເຂດ​ແດນ​ກັນ​ເພື່ອ​ທ່ຽວ​ຊອກ​ຫາ ອາ​ຮາບ​ໄດ້​ສະ​ເດັດ​ໄປ​ທາງ​ນຶ່ງ ແລະ​ໂອ​ບາ​ດີ​ຢາ​ກໍ​ໄປ​ອີກ​ທາງ​ນຶ່ງ 7 ໃນ​ຂ​ນະ​ທີ່​ໂອ​ບາ​ດີ​ຢາ​ເດີນ​ທາງ​ໄປ ທ່ານກໍ​ພົບ​ເອ​ລີ​ຢາ ເອ​ລີ​ຢາ​ໄດ້​ພົບ​ທ່ານ​ ແລະ​ໂອ​ບາ​ດີ​ຢາ​ຈໍາ​ທ່ານ​ໄດ້ ​ຈຶ່ງ​ຊົບ​ຫນ້າລົງ​ແລະ​ເວົ້າ​ວ່າ, “ທ່ານ​ເອ​ລີ​ຢາ​ນາຍ​ຂອງ​ຂ້າ​ນ້ອຍ ແມ່ນ​ທ່ານ​ແທ້ບໍ” 8 ເອ​ລີ​ຢາ​ຕອບ​ວ່າ, “ແມ່ນ​ແລ້ວ” ແລະ​ເວົ້າ​ຕໍ່​ໄປ​ອີກວ່າ, “ຈົ່ງ​ໄປ​ບອກ​ເຈົ້າ​ຊີ​ວິດ​ຂອງ​ເຈົ້າ​ວ່າ ເຣົາ​ຢູ່​ບ່ອນ​ນີ້” 9 ແຕ່​ໂອ​ບາ​ດີ​ຢາ​ຕອບ​ວ່າ, “ຂ້າ​ນ້ອຍ​ໄດ້​ທຳຜິດສິ່ງ​ໃດທ່ານ​ຈຶ່ງມອບ​ຂ້າ​ນ້ອຍ ຂ້າ​ໃຊ້​ຂອງ​ທ່ານ​ໄວ້​ໃນ​ກຳ​ມື​ຂອງ​ເຈົ້າ​ອາ​ຮາບ ແລະ​ໃຫ້​ພຣະ​ອົງ​ສັງ​ຫານ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ເສັຽ 10 ໃນ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຂ້າ​ນ້ອຍ​ຂໍ​ສາ​ບານ​ວ່າ ບໍ່​ມີ​ປະ​ຊາ​ຊາດ ແລະ​ຣາ​ຊ​ອາ​ນາ​ຈັກ​ໃດ ທີ່​ເຈົ້າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ສົ່ງ​ຄົນ​ໄປ​ຊອກ​ຫາ​ທ່ານ ຄັນ​ຖ້າ​ຄົນ​ໃນ​ຊາດ​ນັ້ນ​ບອກວ່າ “ທ່ານ​ຢູ່​ບ່ອນ​ນີ້” ເຈົ້າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ກໍ​ໃຫ້​ຜູ້​ປົກ​ຄອງ ຫລື​ປະ​ຊາ​ຊົນ​ຄົນ​ນັ້ນ​ສາ​ບານ​ຮັບ​ວ່າ ທ່ານ​ຢູ່​ບ່ອນ​ນັ້ນ​ແທ້ 11 ແລະ​ດຽວ​ນີ້ ທ່ານບອກ​ຂ້າ​ນ້ອຍ​ໄປ​ບອກ​ເຈົ້າ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ວ່າ “ທ່ານ​ຢູ່​ບ່ອນ​ນີ້” 12 ແຕ່​ພໍ​ຂ້າ​ນ້ອຍ​ຈາກ​ທ່ານ​ໄປ ພຣະ​ວິນ​ຍານ​ຂອງພຣະ​ຜູ້​ເປັນ​ເຈົ້າ​ກໍ​ຕ້ອງ​ພາ​ທ່ານ​ຫນີ​ໄປ​ບ່ອນ​ໃຫມ່ ແລະ​ຂ້າ​ນ້ອຍ​ກໍ​ຈະ​ບໍ່​ຮູ້​ຈັກ​ວ່າ​ທ່ານ​ໄປ​ບ່ອນ​ໃດ ເມື່ອ​ຂ້າ​ນ້ອຍ​ໄປ​ບ​ອກ​ເຈົ້າ​ອາ​ຮາບ​ມາ ເມື່ອ​ພຣະ​ອົງ​ມາ​ບໍ່​ພົບ​ທ່ານ ພຣະອົງ​ຈະ​ຕ້ອງ​ສັງ​ຫານ​ຂ້າ​ນ້ອຍ ທ່ານ​ຮູ້​ດີ​ແລ້​ວວ່າ ຂ້າ​ນ້ອຍ​ເປັນ​ຜູ້​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຕັ້ງ​ແຕ່​ຍັງ​ຫນຸ່ມ 13 ​ທ່ານຮູ້​ບໍ່​ວ່າ ຄາວ​ເມື່ອ​ເຢ​ເຊເບ​ນໄດ້​ຂ້າ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ໂຫດ​ຮ້າຍ​ທາ​ຣຸນ ຂ້າ​ນ້ອຍ​ໄດ້​ເອົາ​ຄົນ​ໄປ​ເຊື່ອງ​ໄວ້​ໃນ​ຖ້ຳ​ຮ້ອຍ​ຄົນ ບ່ອນ​ລະ​ຫ້າ​ສິບ​ຄົນ ແລະ​ໄດ້​ນຳ​ເອົາ​ອາ​ຫານ​ແລະ​ນ້ຳ​ໄປ​ລ້ຽງ​ພວກ​ເຫລົ່າ​ນີ້ 14 ດຽ​ວ​ນີ້ ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຊ້​ຂ້າ​ນ້ອຍ​ໄປ​ບອກ​ພຣະ​ຣາ​ຊາ​ວ່າ ທ່ານ​ຢູ່​ບ່ອນ​ນີ້ ພຣະ​ອົງ​ຕ້ອງ​ຂ້າ​ຂ້າ​ນ້ອຍ​ເປັນ​ແນ່” 15 ເອ​ລີ​ຢາ​ຈຶ່ງ​ເວົ້າ​ວ່າ, “ໃນ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊຶ່ງ​ຂ້ອຍ​ຮັບ​ໃຊ້​ຢູ່​ນີ້ ຂ້ອຍ​ຈະ​ຕ້ອງ​ໄປ​ສະ​ແດງ​ຕົວ​ຕໍ່​ພຣະ​ພັກ​ຂອງ​ກະ​ສັດ​ອາ​ຮາບ​ໃຫ້​ໄດ້​ໃນວັນ​ນີ້” 16 ດັ່ງ​ນັ້ນ ໂອ​ບາ​ດີ​ຢາ​ຈຶ່ງ​ໄປ​ເຝົ້າ​ອາ​ຮາບ ແລະ​ທູນ​ເຣື່ອງ​ໃຫ້​ທ່ານ​ຊາບ ແລະ​ອາ​ຮາບ​ກໍ​ສະ​ເດັດ​ໄປ​ພົບ​ເອ​ລີ​ຢາ 17 ພໍ​ເມື່ອ​ພຣະ​ອົງ​ເຫັນ​ເອ​ລີ​ຢາ​ພຣະ​ອົງກໍ​ໄດ້​ກ່າວ​ວ່າ, “ເຈົ້າ​ນີ້​ແຫລະ ເປັນ​ຜູ້​ສ້າງ​ຄວາມ​ລຳ​ບາກ​ໃຫ້​ແກ່ອິສ​ຣາ​ເອນ” 18 ເອ​ລີ​ຢາ​ທູນ​ຕອບ​ວ່າ, “ບໍ່​ແມ່ນ​ຂ້າ​ພຣະ​ອົງ​ເປັນ​ຜູ້​ສ້າງ​ຄວາມລຳ​ບາກ​ໃຫ້​ແກ່​ອິສ​ຣາ​ເອນ​ເລີຍ ພຣະ​ອົງ​ແລະ​ຄອບ​ຄົວ​ຂອງ​ພຣະ​ອົງ​ຕ່າງ​ຫາກ​ເປັນ​ຜູ້​ສ້າງ ເພາະ​ວ່າ​ພຣະ​ອົງ​ໄດ້​ປະ​ລະຖິ້ມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໄປ​ຕິດ​ຕາມ​ພຣະ​ບາ​ອານ 19 ດຽວ​ນີ້ ຂໍ​ພຣະ​ອົງ​ຊົງ​ອອກ​ຄຳ​ສັ່ງ​ໃຫ້​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ​ໄປ​ປະ​ຊຸມ​ກັນ​ກັ​ບ​ຂ້າ​ພຣະ​ອົງ​ຢູ່​ເທິງ​ພູ​ກາ​ຣ໌​ເມນ ພ້ອມ​ທັງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຝ່າຍ​ພຣະ​ອາ​ບານ​ສີ່​ຮ້ອຍ​ຫ້າ​ສິບ​ຄົນ ແລະ​ຝ່າຍ​ອາ​ເຊ​ຣາ​ສີ່​ຣ້ອຍ​ຄົນ​ທີ່​ເຄີຍ​ຮ່ວມ​ໂຕະ​ກັບ​ພຣະ​ນາງ​ເຢ​ເຊ​ເບນ​ນັ້ນ​ດ້ວຍ

ການ​ຖວາຍ​ເຄື່ອງ​ບູ​ຊາ​ທີ່​ພູ​ກາ​ຣ໌​ເມນ

20 ເຈົ້າ​ອາ​ຮາບໄດ້​ຊົງ​ເອີ້ນ​ພວກ​ອິສ​ຣາ​ເອນ​ທຸກ​ຄົນ​ມາ​ໂຮມ​ກັນ ແລະ​ຮວບ​ຮວມ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຝ່າຍ​ພຣະ​ບາ​ອານ​ທັງ​ຫມົດ​ຂຶ້ນ​ໄປ​ເທິງ​ພູກາ​ຣ໌​ເມນ 21 ເອ​ລີ​ຢາ​ກ້າວ​ອອກ​ໄປ​ຢືນ​ຢູ່​ຕໍ່​ຫນ້າ​ປະ​ຊາ​ຊົນ​ແລະ​ເວົ້າ​ວ່າ, “ພວກ​ທ່ານ​ຍັງ​ຈະ​ເປັນ​ຄົນ​ສອງ​ໃຈ​ຢູ່​ຢ່າງ​ນີ້​ອີກ​ດົນ​ປານ​ໃດ ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ເຈົ້າ​ຈົ່ງ​ຕິດ​ຕາມ​ພຣະ​ອົງ ຖ້າ​ວ່າ​ບາ​ອານ​ເປັນ​ພຣະ​ເຈົ້າ​ກໍ​ຈົ່ງ​ຕິດຕາມ​ບາ​ອານ” 22 ແຕ່​ປະ​ຊາ​ຊົນ​ບໍ່​ຕອບ​ທ່ານ​ຢ່າງ​ໃດ​ຫມົດ ແລ້ວ​ເອ​ລີ​ຢາ​ຈຶ່ງ​ເວົ້າ​ຕໍ່​ໄປ​ວ່າ, “ຂ້າ​ພະ​ເຈົ້າ​ຜູ້​ດຽວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຍັງ​ເຫລືອ​ຢູ່ 23 ແຕ່​ຝ່າຍ​ພວກ​ຜູ້​ປະ​ກາດ​ຂອງ​ພຣະ​ບາ​ອານ​ມີ​ຕັ້ງ​ສີ່​ຮ້ອຍ​ຫ້າ​ສິບ​ຄົນ ຈົ່ງ​ເອົາ​ງົວ​ເຖິກ​ມາ​ສອງ​ຕົວ​ໃຫ້​ພວກ​ເຮົາ ແລະ​ໃຫ້​ພວກ​ເຂົາ​ເລືອກ​ເອົາ​ນຶ່ງ​ຕັດ​ເປັນ​ຕ່ອນ ແລ້ວ​ເອົາ​ໄປ​ວາງ​ໄວ້​ເທິງກອງ​ຟືນ ແຕ່​ບໍ່​ໃຫ້​ດັງ​ໄຟ​ໃສ່​ສຳ​ລັບ​ຝ່າຍ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ກໍ​ຈະ​ຈັດ​ແຈ່ງງົວ​ໂຕ​ນຶ່ງ​ອີກ ແລະ​ຈະ​ບໍ່​ດັງ​ໄຟ​ອີກ​ຄື​ກັນ 24 ໃຫ້​ເຂົາ​ເອີ້ນຫາ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ສ່ວນ​ຂ້າ​ພະ​ເຈົ້າ​ກໍ​ຈະ​ເອີ້ນ​ຫາພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ພຣະ​ເຈົ້າ​ອົງ​ໃດ​ທີ່​ຈະ​ຕອບ ແລະ​ຈະ​ສົ່ງ​ໄຟ​ມາ​ໃຫ້ ແມ່ນ​ອົງ​ນັ້ນ​ແຫລະ​ເປັນ​ພຣະ​ເຈົ້າ​ແທ້ ປະ​ຊາ​ຊົນ​ທຸກ​ຄົນ​ຈຶ່ງ​ຕອບ​ວ່າ “ພວກ​ຂ້າ​ພະ​ເຈົ້າ​ເຫັນ​ດີ​ນຳ” 25 ແລ້ວ​ເອ​ລີ​ຢາ​ຈຶ່ງ​ເວົ້າ​ຕໍ່​ພວກ​ຜູ້​ປະ​ກາດ​ຝ່າຍ​ພຣະ​ບາ​ອານ​ວ່າ, “ຈົ່ງ​ເລືອກ​ເອົາ​ງົວ​ເຖິກ ແລະ​ເລິ້​ມ​ລົງ​ມື​ກ່ອນ ເພາະ​ພວກ​ທ່ານກໍ​ມີ​ຫລາຍ​ຄົນ​ດ້ວຍ​ກັນ ພວກ​ທ່ານ​ຢ່າ​ດັງ​ໄຟ​ໃສ່​ແຕ່​ໃຫ້​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ 26 ພວກ​ເຂົາ​ຈຶ່ງ​ເອົາ​ງົວ​ໄປ​ຄົວ ແລະ​ວາງ​ໄວ້​ເທິງ​ແທ່ນ​ບູ​ຊາ ແລ້ວພາ​ກັນ​ເອີ້ນ​ຫາ​ພຣະ​ບາ​ອານ​ແຕ່​ເຊົ້າ​ຈົນ​ເຖິງ​ທ່ຽງ​ວ່າ, “ໂອ ພຣະ​ບາ​ອານ​ເອີຍ ຂໍ​ຈົ່ງ​ຕອບ​ພວກ​ຂ້າ​ນ້ອຍ​ດ້ວຍ” ພວກ​ເຂົາ​ຮ້ອງ ແລະ​ຟ້ອນ​ເຕັ້ນ​ອ້ອມ​ໄປ​ມາຕໍ່​ຫນ້າ​ແທ່ນ​ບູ​ຊາ​ທີ່​ເຂົາ​ທຳ​ຂຶ້ນ​ນັ້ນ ແຕ່​ກໍ​ບໍ່​ໄດ້​ຍິນ​ສຽງ​ຕອບ​ຫລື​ສຽງ​ໃດໆ​ຫມົດ 27 ພໍ​ເຖິງ​ຕອນ​ທ່ຽງ ເອລີ​ຢາ​ກໍ​ເວົ້າ​ເຍາະ​ເຍີ້ຍ​ເຂົາ​ວ່າ, “ຮ້ອງ​ຂຶ້ນ​ດັງໆ​ແດ່​ແມ໋ ທ່ານ​ເປັນ​ພຣະ​ເຈົ້າ ທ່ານ​ອາດ​ກຳ​ລັງ​ລະ​ເມີ​ເພີ້​ຝັນ ອາດ​ມີ​ທຸ​ຣະ​ຫລື​ອອກ​ໄປ​ທ່ຽວ ແລະ​ບາງ​ທີ່​ທ່ານ​ອາດ​ຍັງ​ນອນ​ຫລັບ​ຢູ່ ພວກ​ທ່ານ​ກໍ​ຕ້ອງ​ປຸກ​ທ່ານ​ລຸກ” 28 ແຕ່​ພວກ​ເຂົາ​ຍັງ​ຮ້ອງ​ດັງ​ຂຶ້ນກວ່າ​ເກົ່າ ແລະ​ເອົາ​ດາບ​ເອົາ​ມີດ​ຟັນ​ຕົວ​ເອງ​ຈົນ​ເລືອດ​ໄຫລ​ອອກ​ຕາມ​ປະ​ເພ​ນີ​ທີ່​ເຂົາ​ເຄີຍ​ທຳ​ມາ 29 ພວກ​ເຂົາ​ກໍ​ໄດ້​ທຳ​ດັ່ງ​ນີ້​ໄປ​ຈົນ​ເຖິງ​ເວ​ລາ​ຖວາຍ​ບູ​ຊາ​ຕອນ​ແລງ ແຕ່​ບໍ່​ມີ​ຄຳ​ຕອບ ແລະ​ບໍ່​ມີ​ສຽງ​ໃດໆ​ເລີຍ 30 ແລ້ວ​ເອລີ​ຢາ​ຈຶ່ງບອກ​ປະ​ຊາ​ຊົນ​ວ່າ, “ຈົ່ງ​ພາ​ກັນ​ຫຍັບ​ເຂົ້າ​ມາ​ໃກ້ໆ​ຂ້າ​ພະ​ເຈົ້າ ປະ​ຊາ​ຊົນ​ທຸກ​ຄົນ​ກໍ​ຫຍັບເຂົ້າ​ມາ​ໃກ້ ແລ້ວ​ທ່ານ​ໄດ້​ສ້ອມ​ແຊມ​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຖືກ​ທຳ​ລາຍ​ລົງ​ນັ້ນ​ຄືນ​ໃຫ​ມ່ 31 ພ້ອມ​ດຽວ​ກັນ​ນັ້ນ ທ່ານ​ໄດ້​ເອົາ​ຫີນ​ສິບ​ສອງ​ກ້ອນ ຊຶ່ງ​ຄົບ​ຕາມ​ຈຳ​ນວນ​ສິບ​ສອງ​ຕະ​ກູນ​ໃນ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ (ຢາ​ໂຄບ​ຍັງ​ມີ​ອີກ​ຊື່​ນຶ່ງວ່າ ອິສ​ຣາ​ເອນ” ຊຶ່ງ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕັ້ງ​ໃຫ້) 32 ດ້ວຍ​ຫີນ​ສິບສອງ​ກ້ອນ​ນີ້ ທ່ານ​ໄດ້​ສ້າງ​ແທ່ນ​ບູ​ຊາ ເພື່ອ​ຂາບ​ໄຫວ້ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ຂຸດ​ຮ່ອງ​ອ້ອມ​ແທ່ນບູ​ຊາ​ຊຶ່ງ​ບັນ​ຈຸ​ພໍ​ດີ​ກັບ​ນ້ຳ​ສອງ​ກະ​ລຸມ 33 ແລ້ວ​ທ່ານ​ກໍ​ລຽນ​ຟືນ ແລະ​ຕັດ​ຕ່ອນ​ຊີ້ນ​ງົວ​ຢອງ​ໄວ້​ເທິງກອງ​ຟືນ​ນັ້ນ 34 ທ່ານ​ສັ່ງ​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ໄຫ​ໃຫ້​ເຕັມ​ທັງ​ສີ່​ຫນ່ວຍ ແລະ​ຖອກ​ລົງ​ເທິງ​ເຄື່ອງ​ບູ​ຊາ ແລະ​ເທິງກອງຟືນ ພວກ​ເຂົາ​ຈຶ່ງ​ປະ​ຕິ​ບັດ​ຕາມ ແລ້ວ​ທ່ານ​ໄດ້​ສັ່ງ​ໃຫ້​ເຂົາ​ທຳ​ຄື​ເກົ່າ​ອີກ​ໃນ​ເທື່ອ​ທີ່​ສອງ​ພວກ​ເຂົາ​ກໍ​ທຳ​ຕາມ ແລະ​ສັ່ງ​ໃຫ້​ທຳ​ອີກ​ຄື​ເກົ່າ​ອີກ​ໃນ​ເທື່ອ​ທີ່​ສາມ​ພວກ​ເຂົາ​ກໍ​ໄດ້​ປະ​ຕິ​ບັດ​ຕາມ​ອີກ 35 ນ້ຳ​ໄດ້​ໄຫລ​ລົງ​ຕາມ​ແທ່ນ​ບູ​ຊາ​ຈົນ​ເຕັມ​ຮ່ອງ​ທີ່​ຂຸດ​ໄວ້ 36 ເມື່ອ​ເຖິງ​ຍາມ​ຖວາຍ​ບູ​ຊາ​ຕອນ​ແລງ ຜູ້​ປະ​ກາດ​ພຣະ​ທັມ​ເອ​ລີ​ຢາກໍ​ຍ່າງ​ເຂົ້າ​ມາ​ຕໍ່​ຫນ້າ​ແທ່ນ​ແລ້ວ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ຂອງ​ອີ​ຊາກ ແລະ​ຂອງ​ຢາ​ໂຄບ ໃນ​ວັນ​ນີ້ ຂໍ​ພຣະ​ອົງ​ຊົງ​ສະ​ແດງ​ໃຫ້​ທຸກ​ຄົນ​ຮູ້​ວ່າ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ແລະ​ໃຫ້​ຮູ້​ວ່າ​ຂ້າ​ພຣະ​ອົງ​ທຳ​ນີ້​ແມ່ນ​ທຳ​ດ້ວຍ​ຄຳ​ສັ່ງ​ຂອງ​ພຣະ​ອົງ 37 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ຕອບ​ຂ້າ​ພຣະ​ອົງ​ດ້ວຍ ເພື່ອ​ປະ​ຊາ​ຊົນ​ເຫລົ່າ​ນີ້​ຈະ​ຮູ້​ວ່າ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້ ຜູ້​ຊົງ​ປ່ຽນ​ແປງ​ຈິດ​ໃຈ​ເຂົາ​ໃຫ້​ກັບ​ຄືນ​ມາ” 38 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ໄຟ​ລົງ​ມາ​ໄຫມ້​ເຄື່ອງ​ເຜົາ​ບູ​ຊາ ໄຫມ້​ຟືນ ໄຫມ້​ກ້​ອນ​ຫີນ ແລະ​ດູດ​ນ້ຳ​ໃນ​ຮ່ອງ​ອອກ​ຫມົດ 39 ເມື່ອ​ປະ​ຊາ​ຊົນທຸກ​ຄົນ​ເຫັນ​ດັ່ງ​ນັ້ນ ກໍ​ພາ​ກັນ​ຂາບລົງ​ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ​ທ່ຽງ​ແທ້ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ເທົ່າ​ນັ້ນ​ທີ່​ຊົງ​ເປັນ​ພຣະ​ເຈົ້າ” 40 ຫລັງ​ຈາກ​ນັ້ນ ເອ​ລີ​ຢາ​ຈຶ່ງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ຈັບ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຝ່າຍ​ພຣະ​ບາ​ອານ ໂດຍ​ບໍ່​ໃຫ້ຜູ້​ໃດ​ຫນີ​ພົ້ນ​ໄປ​ໄດ້ ດັ່ງ​ນັ້ນ​ປະ​ຊາ​ຊົນ​ຈຶ່ງ​ຈັບ​ພວກ​ເຂົາ ແລ້ວ​ເອ​ລີ​ຢາກໍນໍາ​ພວກ​ເຂົາ​ໄປ​ຂ້າ​ຢູ່​ໃກ້​ຫ້ວຍ​ກີ​ໂຊນ 41 ເອ​ລີ​ຢາ​ໄດ້​ເວົ້າຕໍ່​ອາ​ຮາບ​ວ່າ, “ຂໍ​ພຣະ​ອົງ​ສະ​ເດັດ​ຂຶ້ນ​ໄປສະ​ເຫວີຍ ແລະ​ດື່ມເຖີດ ເພາະ​ຂ້າ​ພຣະ​ອົງ​ຮູ້​ວ່າ​ຝົນ​ຈະ​ຕົກ​ແລ້ວ 42 ໃນ​ຂ​ນະ​ທີ່​ອາ​ຮາບ​ຂື້​ນ​ໄປ​ສະ​ເຫວີຍ​ແລະ​ດື່ມ ເອ​ລີ​ຢາກໍ​ໄດ້​ຂຶ້ນ​ໄປ​ເທິງຍອດ​ພູ​ກາ​ຣ໌​ເມນ ແລະ​ກົ້ມ​ຂາບ​ລົງ 43 ແລ້ວ​ທ່ານ​ໄດ້​ເວົ້າ​ຕໍ່ຄົນ​ໃຊ້​ວ່າ, “ຈົ່ງ​ແລ່ນ​ໄປ​ເບິ່ງທາງ​ທະ​ເລ” ຄົນ​ໃຊ້​ຈຶ່ງ​ແລ່ນ​ໄປ​ເບິ່ງ​ແຕ່ກໍ​ບໍ່​ມີ​ຫຍັງ​ຫມົດ ເອ​ລີ​ຢາ​ໄດ້​ສັ່ງ​ໃຫ້​ເຂົາ​ໄປ​ເບິ່ງ​ຈົນ​ເຖິງ​ເຈັດ​ເທື່ອ 44 ໃນ​ຄັ້ງ​ທີ່​ເຈັດ​ຄົ​ນ​ໃຊ້​ໄດ້​ບອກ​ທ່ານ​ວ່າ, “ດຽວ​ນີ້​ມີ​ກ້ອນ​ເມກ​ນ້ອຍໆ​ກ້ອນ​ສ່ຳ​ຝາ​ມື​ໄດ້​ຂຶ້ນ​ມາ​ທາງ​ທະ​ເລ” ເອ​ລີ​ຢາ​ຈຶ່ງບອກ​ເຂົາ​ວ່າ, “ຈັ່ງ​ໄປ​ບອກ​ກະ​ສັດ​ກາ​ຮາບ​ໃຫ້​ຕຽມ​ຣົດ​ມ້າ​ລົງ​ໄປ​ກ່ອນ​ຝົນ​ຈະ​ຕົກ​ຮຳ” 45 ຢູ່​ມາ​ຄາວ​ນຶ່ງ ຟ້າກໍ​ມືດ​ແລະ​ມີ​ເມກ​ເຕັມ​ທົ່ວ​ທ້ອງ​ຟ້າ ແລະ​ມີ​ລົມ​ພະ​ຍຸ ຝົນ​ຫ່າ​ໃຫຍ່​ໄດ້​ຕົກ​ລົງ ອາ​ຮາບ​ຈຶ່ງ​ຂຶ້ນ​ຣົດ​ມ້າ​ສະ​ເດັດ​ໄປ​ເມືອງ​ເຢ​ເຣ​ເອນ 46 ອຳ​ນາດ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ສວມ​ທັບ​ເອ​ລີ​ຢາ ທ່ານ​ໄດ້​ຈ້ອນ​ເສື້ອ​ຂຶ້ນ​ຮອດ​ແອວ ແລ້ວ​ແລ່ນ​ຂຶ້ນ​ຫນ້າ​ອາ​ຮາບ​ຈົນ​ເຖິງ​ທາງ​ເຂົ້າ​ເມືອງ​ເຢ​ເຣ​ເອນ

1 ກະສັດ 19

ເອ​ລີ​ຢາ​ຫນີ​ຈາກ​ເຢ​ເຊ​ເບນ

1 ເມື່ອ​ເຈົ້າ​ອາ​ຮາບ​ເລົ່າ​ເຣື່ອງ​ເອ​ລີ​ຢາ​ເອົາ​ດາບ​ຂ້າ​ຜູ້​ປະ​ກາດ​ພຣະ​ທັມ​ຂ​ອງ​ພຣະ​ບາ​ອານ​ສູ່ເຢ​ເຊເບ​ນ​ຜູ້​ເປັນ​ພັ​ຣ​ຍາ​ຟັງ 2 ເຢ​ເຊ​ເບນ​ກໍ​ສັ່ງ​ຄົນ​ໄປ​ບອກ​ເອ​ລີຢາ​ວ່າ, “ມື້​ອື່ນ​ໃນ​ເວ​ລາ​ດຽວ​ນີ້ ຖ້າ​ວ່າ​ຂ້ອ​ຍບໍ່​ໄດ້​ຂ້າ​ເຈົ້າ​ດັ່ງ​ທີ່​ເຈົ້າ​ໄດ້​ຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ບາ​ອານ​ນັ້ນ ຂໍ​ໃຫ້​ພຣະ​ທັງ​ຫລາຍ​ທຳ​ໃຫ້​ຂ້ອຍ​ຕາຍ ເອ​ລີ​ຢາ​ຢ້ານ​ຈຶ່ງ​ຫນີ​ເອົາ​ຕົວ​ລອດ​ໄປ 3 ເບ​ເອີ​ເຊ​ບາ​ຊຶ່ງ​ເປັນ​ເມືອງນຶ່ງ​ໃນ​ປະ​ເທດ​ຢູ​ດາ ແລະ​ປະ​ຄົນ​ໃຊ້​ຂອງ​ທ່ານ​ໄວ້​ຢູ່​ໃນ​ເມືອງ​ນີ້ 4 ສ່ວນ​ທ່ານ​ເອງ​ໄດ້​ຫນີ​ໄປ​ຖີ່ນ​ກັນ​ດານ​ຊຶ່ງ​ໃຊ້​ເວ​ລາ​ເດີນ​ທາງ​​​ນຶ່ງວັນ ແລ້ວກໍມາ​ນັ່ງ​ເຊົາ​ເມື່ອຍ​ຢູ່ ແລະ​ຄິດ​ຢາກ​ຕາຍ​ຢູ່​ໃຕ້​ຮົ່ມ​ຕົ້ນ​ໄມ້​ນີ້​ເສັຽ ທ່ານ​ຈຶ່ງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າພຣະ​ອົງ​ອີ່ມ​ແລ້ວ​ຊີ​ວິດ​ນີ້ ຈົ່ງ​ເອົາ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໄປ​ເທີນ ຂ້າ​ພຣະ​ອົງ​ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ເລີຍ” 5 ແລ້ວ​ທ່ານ​ກໍ​ນອນ​ຫລັບ​ໄປ ແຕ່​ຍັງ​ມີ​ເທວະ​ດາ​ອົງ​ນຶ່ງ​ມາ​ຊຸກ​ທ່ານ ແລະ​ກ່າວ​ວ່າ, 6 “ລຸກ​ຂຶ້ນ​ກິນ​ເຂົ້າ​ແມ໋” ເມື່ອ​ທ່ານ​ຫລຽວ​ໄປ​ຮອບໆ​ກໍ​ແລ​ເຫັນ​ເຂົ້າ​ຈີ່​ກ້ອນ​ນຶ່ງ ແລະ​ເຕົ້າ​ນ້ຳ​ຊຶ່ງ​ຕັ້ງ​ຢູ່​ທາງ​ເບື້ອງ​ຫົວ​ຂອງ​ທ່ານ ທ່ານ​ໄດ້​ກິນ​ແລະ​ດື່ມ​ແລ້ວ​ຈຶ່ງນອນ​ລົງ​ອີກ 7 ແຕ່​ວ່າ​ເທວະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຄືນ​ມາ​ຫາ​ທ່ານ​ອີກ​ໃນ​ຄັ້ງ​ທີ່​ສອງ ແລະ​ກ່າວ​ຕໍ່​ທ່ານ​ວ່າ, “ລຸກ​ຂຶ້ນ​ກິນ​ເຂົ້າ​ແມ໋ ເພາະ​ທ່ານ​ຍັງ​ຈະ​ຕ້ອງ​ເດີນ​ທາງ​ໄປ​ໄກ​ອີກ” ທ່ານກໍ​ລຸກ​ຂຶ້​ນ​ກິນ​ແລະ​ດື່ມ 8 ສະ​ນັ້ນຍ້ອນ​ອາ​ຫານ​ນີ້ ທ່ານ​ຈຶ່ງ​ໄດ້​ມີ​ເຫື່ອ​ແຮງ​ເດີນ​ທາງ​ຕໍ່​ໄປ​ສີ່​ສິບມື້​ສີ່​ສິບ​ຄືນ​ຈົນ​ໄປ​ເຖິງ​ພູ​ຂອງ​ພຣະ​ເຈົ້າ​ທີ່​ຊື່​ວ່າ ຊີ​ນາ​ອີ 9 ຕໍ່​ມາ ເອ​ລີ​ຢາ​ໄດ້​ເຂົ້າ​ໄປ​ນອນ​ຄ້າງ​ຄືນ​ຢູ່​ໃນ​ຖ້ຳ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ທ່ານ​ວ່າ, 10 “ເອ​ລີ​ຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່​ນີ້” ທ່ານ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຂ້າ​ພຣະ​ອົງ​ເຄີຍ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ໃຈ​ຮ້ອນ​ຮົນ​ຢູ່​ຕລອດ​ມາ ເພາະ​ວ່າ​ໄພ່​ພົນ​ອິສ​ຣາ​ເອນ​ໄດ້​ລະ​ເມີດ​ຄຳ​ຫມັ້ນສັນ​ຍາ​ຂອງ​ພຣະ​ອົງ ພວກ​ເຂົາ​ໄດ້​ທຳ​ລາຍ​ແທ່ນ​ບູ​ຊາ ແລະ​ຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ ພຣະ​ອົງ ມີ​ແຕ່​ຂ້າ​ພຣະ​ອົງ​ຄົນ​ດຽວ​ທີ່​ຍັງ​ເຫລືອ​ຢູ່ ແຕ່​ປານ​ນັ້ນ​ພວກ​ເຂົາ​ກໍ​ຍັງ​ບໍ່​ລົດ​ລະ​ທີ່​ຈະ​ຂ້າ​ຂ້າ​ພຣະ​ອົງ​ເສັຽ”

ເອ​ລີ​ຢາ​ໄດ້​ພົບ​ພໍ້​ກັບ​ພຣະ​ເຈົ້າ

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ,” ຈົ່ງ​ອອກ​ໄປ​ຢືນ​ຢູ່​ເທິງ​ພູ​ຕໍ່​ຫນ້າ​ເຮົາ” ແລ້ວ​ພຣະ​ອົງ​ກໍ​ກາຍ​ຜ່ານ​ໄປ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ມີ​ລົມ​ແຮງ​ພັດ​ພູເຂົາ​ຈົນ​ຫີນ​ແຕກ​ໄປ​ເປັນ​ກ້ອນ​ນ້ອຍໆ ແຕ່​ພຣະ​ອົງ​ບໍ່​ໄດ້​ສະ​ຖິດ​ຢູ່​ໃນ​ລົມ​ນັ້ນ ຫລັງ​ຈາກ​ນັ້ນ​ແຜ່ນ​ດີນ​ກໍ​ຫວັ່ນ​ໄຫວ ແຕ່​ພຣະ​ອົງ​ບໍ່​ໄດ້​ສະ​ຖິດ​ຢູ່​ໃນ​ແຜ່ນ​ດີນ​ຫວັ່ນ​ໄຫວ​ນີ້ 12 ຫລັງ​ຈາກ​ແຜ່ນ​ດີນ​ຫວັ່ນ​ໄຫວ​ແລ້ວກໍ​ແມ່ນ​ໄຟ ແຕ່​ພຣະ​ອົງ​ບໍ່​ໄດ້​ສະ​ຖິດ​ຢູ່​ໃນ​ໄຟ ຫລັງ​ຈາກ​ໄຟ​ກໍ​ມີ​ສຽງ​ລົມ​ພັດ​ເບົາໆ 13 ເມື່ອ​ເອ​ລີ​ຢາ​ໄດ້​ຍິນ​ສຽງ​ດັ່ງ​ນີ້ ທ່ານ​ຈຶ່ງ​ເອົາ​ເສື້ອ​ປົກ​ຫນ້າ​ໄວ້ ແລະ​ອອກ​ໄປ​ຢືນ​ຢູ່​ປາກ​ຖ້ຳ ແລ້ວ​ກໍ​ມີ​ສຽງ​ດັງ​ມາ​ຫາ​ທ່ານ​ວ່າ, “ເອ​ລີ​ຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ນີ້?” 14 ທ່ານຈຶ່ງ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຂ້າ​ພຣະ​ອົງ​ເຄີຍ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ໃຈ​ຮ້ອນ​ຮົນ​ຕລອດ​ມາ ເພາະ​ວ່າ​ໄພ່​ພົນ​ອິສ​ຣາ​ເອນ​ລະ​ເມີດ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ ພວກ​ເຂົາ​ໄດ້​ທຳ​ລາຍ​ແທ່ນ​ບູ​ຊາ ແລະ​ຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ມີ​ແຕ່​ຂ້າ​ພຣະ​ອົງ​ຄົນ​ດຽວ​ທີ່​ຍັງ​ເຫລືອ​ຢູ່ ແຕ່ປານ​ນັ້ນ​ພວກ​ເຂົາ​ກໍ​ຍັງ​ບໍ່​ລົດ​ລະ​ທີ່​ຈະ​ປອງ​ຂ້າ​ຂ້າ​ພຣະ​ອົງ” 15 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ໄປ​ສາ ຈົ່ງ​ໄປ​ຕາມ​ທາງ​ເສັ້ນ​ເກົ່າ ແລະ​ມຸ່ງ​ຫນ້າ​ສູ່​ຖິ່ນກັນ​ດານໃກ້​ເມືອ​ງດາ​ມັ​ສ​ກັ​ສ ໃຫ້​ເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ​ເອົາ​ນ້ຳ​ມັນ​ຊະ​ໂລມ​ຫົດ​ສົງ ຮາ​ຊາ​ເອນ​ເປັນກະ​ສັດ​ແຫ່ງ​ປະ​ເທດ​ຊີ​ເຣັຽ (ອາ​ຣາມ) 16 ໃຫ້​ເອົາ​ນ້ຳ​ມັນ​ຊະ​ໂລມ​ຫົດ​ສົງເຢ​ຮູ​ ບຸດ​ນີມ​ຊີ ເປັນ​ກະ​ສັດ​ອິສ​ຣາ​ເອນ ແລະ​ເອົາ​ນ້ຳ​ມັນຊະ​ໂລມ​ຫົດ​ສົງ ເອ​ລີ​ຊາ​ບຸດ​ຊາ​ຟັດ ຊາວ​ອາ​ເບນ​ເມ​ໂຮ​ລາ ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ສືບ​ແທນ​ເຈົ້າ 17 ຜູ້​ໃດ​ທີ່​ຫນີ​ຈາກ​ດາບ​ຂອງ​ຮາ​ຊາ​ເອນ ຈະ​ຖືກ​ເຢ​ຮູ​ຂ້າ ຜູ້​ໃດ​ຫນີ​ຈາກ​ດາບ​ເຢ​ຮູ ຈະ​ຖືກ​ເອ​ລີ​ຊາ​ຂ້າ 18 ແຕ່​ວ່າ ເຮົາ​ຈະ​ໃຫ້​ມີ​ຄົນ​ເຫລືອ​ຢູ່​ໃນ​ອິສ​ຣາ​ເອນ​ເຖິງ​ເຈັດ​ພັນ​ຄົນ ຄື​ພວກ​ທີ່​ບໍ່​ຄຸ​ເຂົ່າ​ລົງ​ຕໍ່​ຫນ້າ​ພຣະ​ບາ​ອານ​ແລະບໍ່​ຈູບ​ຮູບ​ພຣະ​ນັ້ນ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອີ້ນ​ເອລີ​ຊາ

19 ຈາກ​ນັ້ນ ເອ​ລີ​ຢາ​ຈຶ່ງ​ມາ​ຫາ​ເອ​ລີ​ຊາ​ກຳ​ລັງ​ໄຖ​ນາ​ຢູ່ ເຂົາ​ມີ​ງົວ​ທີ່​ກຳ​ລັງ​ໄຖ​ນາ​ຢູ່​ສິບ​ສອງ​ຄູ່ ແຕ່​ເຂົາ​ເອງ​ໄດ້​ໃຊ້​ງົວ​ຄູ່​ນຶ່ງ​ໄຖ ໂດຍ​ມີ​ງົວ​ສິບ​ເອັດ​ຄູ່​ໄຖ​ອອກ​ໄປ​ກ່ອນ ເອ​ລີ​ຢາ​ໄດ້​ຍ່າງ​ກາຍ​ເຂົາ​ໄປ ແລະ​ຖີ້ມ​ເສື້ອ​ຄຸມ​ຂອງ​ທ່ານ​ໃສ່​ເຂົາ 20 ເອ​ລີ​ຊາ​ກໍ​ປະ​ງົວ​ຂອງ​ຕົນ ແລະ​ແລ່ນ​ຕາມ​ຫລັງເອ​ລີ​ຢາ​ໄປ​ທັງ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ຈູບ​ສັ່ງ​ລາ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ເສັຽກ່ອນ ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ຕິດ​ຕາມ​ທ່ານ​ໄປ” 21 ເອ​ລີ​ຢາ​ຈຶ່ງ​ຕອບ​ວ່າ,”ກັບ​ຄືນ​ໄປ​ສາ ຂ້ອຍ​ບໍ່​ຫ້າມ​ເຈົ້າ​ດອກ ແລ້ວເອ​ລີ​ຊາ​ກໍ​ໄປ​ຂ້າ​ງົວ​ສອງ​ໂຕ ຈັດ​ແຈ່ງ​ເປັນ​ອາ​ຫານ​ໂດຍ​ໃຊ້​ໄຖ​ເປັນ​ຟືນ ເຂົາ​ໄດ້​ແບ່ງ​ຊີ້ນ​ໃຫ້​ຄົນ​ຂອງ​ເຂົາ​ຮັບ​ປະ​ທານ ສ່ວນ​ເຂົາ​ເອງ​ກໍ​ອອກ​ຕິດ​ຕາມ​ໄປ​ເພື່ອ​ເປັນ​ຜູ້​ຊ່ອຍ​ເອ​ລີ​ຢາ

1 ກະສັດ 20

ອາ​ຮາບ​ຊົງ​ຣົບ​ຊະນະ​ຄົນ​ຊີ​ເຣັຽ

1 ເບນ​ຮາ​ດາດ​ກະ​ສັດ​ຊີ​ເຣັຽ​ໄດ້ປະ​ຊຸມກອງ​ທັບ​ທັງ​ປວງ​ຂອງ​ທ່ານ​ມີ​ກະ​ສັດ​ສາມ​ສິບ​ອົງ​ຂຶ້ນ​ກັບ​ທ່ານ ທັງ​ມ້າ​ແລະ​ຣົດ​ຮົບ ແລະ​ທ່ານ​ກໍ​ຂຶ້ນ​ໄປ​ລ້ອມ​ຊາ​ມາ​ເຣັຽ ສູ້​ຮົບ​ກັບ​ເມືອງ​ນັ້ນ 2 ທ່ານ​ໄດ້​ສົ່ງ​ທູດເຂົ້າ​ໄປ​ໃນ​ເມືອງ​ຫາ​ອາ​ຮາບກະ​ສັດ​ອິສ​ຣາ​ເອນ ກ່າວ​ແກ່​ທ່ານ​ວ່າ, “ເບນ​ຮາ​ດາດ​ວ່າ​ດັ່ງ​ນີ້​ວ່າ 3 “ເງິນ​ແລະ​ທອງ​ຄຳ​ຂອງ​ທ່ານ​ເປັນ​ຂອງ​ເຮົາ ບັນ​ດາ​ພັ​ຣ​ຍາ​ແລະ​ເດັກ​ນ້ອຍ​ທີ່​ດີ​ທີ່​ສຸດ​ຂອງ​ທ່ານ​ກໍ​ເປັນ​ຂອງ​ເຮົາ​ດ້ວຍ” 4 ແລະ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ຊົງ​ຕອບ​ໄປ​ວ່າ, “ຂ້າ​ແຕ່​ພຣະ​ຣາ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ ດັ່ງ​ທີ່​ທ່ານ​ວ່າ​ມາ​ນັ້ນ​ແຫລະ​ຂ້າ​ພະ​ເຈົ້າ​ເປັນ​ຂອງ​ທ່ານ ທັງ​ທີ່​ຂ້າ​ພະ​ເຈົ້າ​ມີ​ຢູ່​ນັ້ນ​ດ້ວຍ” 5 ບັນ​ດາ​ພວກ​ທູດໄດ້​ກັບ​ມາ​ອີກກ່າວ​ວ່າ, “ເບນ​ຮາ​ດາດ​ກ່າວ​ດັ່ງ​ນີ້​ວ່າ “ຂ້າ​ພະ​ເຈົ້າ​ສົ່ງ​ຂ່າວ​ມາ​ຍັງ​ທ່ານ​ວ່າ ຈົ່ງ​ສົ່ງ​ເງິນ​ແລະ​ທອງ​ຄຳ​ຂອງ​ທ່ານ​ພັ​ຣ​ຍາ​ແລະ​ເດັກ​ຂອງ​ທ່ານ​ໄປ​ໃຫ້​ຂ້າ​ພະ​ເຈົ້າ” 6 ແຕ່​ຂ້າ​ພະ​ເຈົ້າ​ຈະ​ສົ່ງ​ຂ້າ​ຣາ​ຊ​ການ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ຫາ​ທ່ານ​ມື້​ອື່ນ​ປະ​ມານ​ເວລາ​ນີ້ ເຂົາ​ທັງ​ຫລາຍ​ຈະ​ຄົ້ນ​ວັງ​ຂອງ​ທ່ານ ທັງ​ບ້ານ​ເຮືອນ​ຂ້າ​ຣາ​ຊ​ການ​ຂອງ​ທ່ານ ສິ່ງ​ໃດ​ທີ່​ເປັນ​ທີ່​ຊອບ​ຕາ​ຂອງ​ທ່ານ​ເຂົາ​ຈະ​ຍຶດ​ເອົາ​ໄປ” 7 ແລ້ວ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນກໍ​ເອີ້ນ​ປະ​ຊຸມ​ພວກ​ຜູ້​ໃຫຍ່​ຂອງ​ແຜ່​ນດິນ​ກ່າວ​ວ່າ, “ຂໍ​ກວ​ດເບິ່ງ​ເຖີດ ວ່າ​ຊາຍ​ຜູ້​ນີ້​ຫາ​ຊ່ອງ​ກໍ່​ຄວາມ​ລຳ​ບາກ ​ເພາະ​ເຂົາ​ໃຫ້​ຄົນ​ມາ​ຮັບ​ເມັຽ​ແລະ​ລູກ​ຂອງ​ເຮົາ ທັງ​ເງິນ​ແລະ​ທອງ​ຄຳ​ຂອງ​ເຮົາ ແລະ​ເຣົາ​ກໍ​ບໍ່​ໄດ້​ປະ​ຕິ​ເສດ​ເຂົາ” 8 ບັນ​ດາ​ຜູ້​ໃຫຍ່​ແລະ​ປະ​ຊາ​ຊົນ​ທັງ​ສິ້ນ​ກໍ​ທູນ​ພຣະ​ອົງ​ວ່າ, “ຂໍ​ຢ່າ​ຊົງ​ຟັງ ຫລື​ຊົງຍິນຍອມເຂົາ” 9 ພຣະ​ອົງຈຶ່ງ​ຊົງ​ຮັບ​ສັ່ງ​ແກ່​ພວກ​ທູດ​ຂອງ​ເບ​ນ​ຮາ​ດາດ​ວ່າ, “ຈົ່ງ​ໄປ​ທູນ​ພຣະ​ຣາ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ວ່າ “ບັນ​ດາ​ສິ່ງ​ທີ່​ທ່ານ​ບັງ​ອາດ​ເອົາ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ໃນ​ຄັ້ງ​ແຣກ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ກະ​ທຳ​ຕາມ ແຕ່​ສິ່ງ​ນີ້​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ຕາມບໍ່​ໄດ້” ແລ້ວ​ພວກ​ທູດກໍ​ຈາກ​ໄປ​ແລະ​ກັບ​ມາ​ຣາຍ​ງານ 10 ເບນ​ຮາ​ດາດ​ສົ່ງ​ຂ່າວ​ກັບ​ມາ​ເຖິງ​ອີກວ່າ, “ຖ້າ​ຝຸ່ນ​ຂີ້ດິນ​ແຫ່ງ​ຊາ​ມາ​ເຣັຽ​ຈະ​ພໍ​ແກ່​ຄົນ​ທີ່​ຕິດ​ຕາມ​ຂ້າ​ພະ​ເຈົ້າ​ມາ​ຈັກ​ລະ​ຫຍິບ​ມື​ນຶ່ງ ກໍ​ຂໍ​ໃຫ້​ພຣະ​ທັງ​ຫລາຍ​ລົງ​ໂທດ​ຂ້າ​ພະ​ເຈົ້າ​ແລະ​ຍິ່ງ​ຫນັກ​ກວ່າ” 11 ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ຊົງ​ຕອບ​ໄປ​ວ່າ, “ຂໍ​ທູນ​ທ່ານ​ວ່າ ຂໍ​ທ່ານ​ຜູ້​ທີ່​ສວມ​ເກາະ​ຢ່າ​ອວດ​ອ້າງ​ຢ່າງ​ຜູ້​ທີ່​ຖອດ​ເກາະ​ແລ້ວ​ເລີຍ” 12 ເມື່ອ​ເບນ​ຮາ​ດາດ​ຊາບ​ຂ່າວ​ນີ້​ຂ​ນະ​ທີ່​ດື່ມ​ຢູ່​ກັບ​ບັນ​ດາ​ກະ​ສັດ​ທັງ​ຫລາຍ​ທີ່​ໃນ​ທັບ​ອາ​ໄສ ທ່ານ​ກໍ​ສັ່ງ​ຂ້າ​ຣາ​ຊ​ການ​ຂອງ​ທ່ານ​ວ່າ “ຈົ່ງ​ເຂົ້າ​ປະ​ຈຳ​ທີ່ ແລະ​ເຂົາ​ທັງ​ຫລາຍ​ກໍ​ເຂົ້າ​ປະ​ຈຳ​ທີ່​ເພື່ອ​ຕໍ່​ສູ້​ກັບ​ເມືອງ​ນັ້ນ 13 ເບິ່ງ​ແມ໋, ຜູ້​ປະ​ກາດ​ພຣະ​ຄຳ​ຄົນ​ນຶ່ງ​ເຂົາ​ມາ​ໃກ້​ອາ​ຮາ​ບ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ເຫັນ​ກອງ​ທັບ​ໃຫຍ່​ນີ້​ຫລື ເບິ່ງ​ແມ໋, ເຮົາ​ຈະ​ມອບ​ໄວ້​ໃນ​ມື​ຂອງ​ເຈົ້າ​ໃນ​ວັນ​ນີ້ ເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 14 ອາ​ຮາບ​ກ່າວ​ວ່າ, “ໃຜ​ຈະ​ເປັນ​ຜູ້​ນຳ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້” ເຂົາ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ດ້ວຍ​ມື​ຂອງ​ມະ​ຫາດ​ເລັກ​ຂອງ​ເຈົ້າ​ນາຍ​ປະ​ຈຳ​ທ້ອງ​ຖິ່ນ​ທັງ​ຫລາຍ” ແລ້ວ​ພຣະ​ອົງ​ກ່າວ​ວ່າ, “ໃຜ​ຈະ​ເລີ້ມ​ຮົບ” ເຂົາ​ຕອບ​ວ່າ, “ຝ່າ​ພຣະ​ບາດ” 15 ພຣະ​ອົງ​ຈຶ່ງ​ຊົງ​ຈັດ​ມະ​ຫາດ​ເລັກ​ຂອງ​ເຈົ້າ​ນາຍ​ປະ​ຈຳ​ທ້ອ​ງຖິ່ນ​ເຫລົ່າ​ນັ້ນ​ຊຶ່ງ​ມີ​ສອງ​ຮ້ອຍ​ສາມ​ສິບ​ສອງ​ຄົນ​ດ້ວຍ​ກັນ ແລະ​ພາຍ​ຫລັງ​ຊົງ​ຈັດ​ພົນ​ທັງ​ຫມົດ​ຄື​ຄົນ​ອິສ​ຣາ​ເອນ​ຮວມ​ພົນ​ເຈັດ​ພັນ​ຄົນ 16 ເຂົາ​ທັງ​ຫລາຍ​ຍົກ​ອອກ​ໄປ​ໃນ​ເວ​ລາ​ທ່ຽງ​ວັນ ຝ່າຍ​ເບນ​ຮາ​ດາດ​ກຳ​ລັງ​ດື່ມ​ເມົາ​ຢູ່​ໃນ​ທັບ​ອາ​ໄສ ທັງ​ທ່ານ​ແລະ​ກະ​ສັດ​ອີກ​ສາມ​ສິບ​ສອງ​ອົງ​ທີ່​ຊ່ອຍ​ທ່ານ 17 ພວກ​ມະ​ຫາດ​ເລັກ​ຂອງ​ເຈົ້າ​ນາຍ​ປະ​ຈຳ​ທ້ອງ​ຖິ່ນ​ໄດ້​ຍົກ​ອອກ​ໄປ​ກ່ອນ ເບນ​ຮາ​ດາດ​ກໍ​ສົ່ງອ​ອກ​ໄປ ເຂົາ​ທັງ​ຫລາຍ​ຣາຍ​ງານ​ທ່ານ​ວ່າ, “ມີ​ຄົນ​ຍົກ​ອອກ​ມາ​ຈາກ​ຊາ​ມາ​ເຣັຽ” 18 ທ່ານ​ຈຶ່ງວ່າ, “ຖ້າ​ເຂົາ​ອອກ​ມາ​ດ້ວຍ​ສັນ​ຕິ​ຈົ່ງ​ຈັບ​ເຂົາ​ມາ​ເປັນໆ ຫ​ລື​ຖ້າເຂົາອອກ​ມາ​ທຳ​ເສິກ​ຈົ່ງ​ຈັບ​ເຂົາ​ມາ​ເປັນໆ” 19 ຄົນ​ເຫລົ່າ​ນີ້​ຈຶ່ງ​ອອກ​ໄປ​ຈາ​ກ​ເມືອງ​ຄື​ພວກ​ມະ​ຫາດ​ເລັກ​ຂອງ​ເຈົ້າ​ນາຍ​ປະ​ຈຳ​ທ້ອງ​ຖິ່ນ ແລະ​ກອງ​ທັບ​ຊຶ່ງ​ຕິດ​ຕາມ​ຄົນ​ເຫລົ່າ​ນີ້ 20 ແລະ​ຕ່າງ​ກໍ​ຂ້າ​ຄູ່​ຣົບ​ຂອງ​ຕົນ ຄົນ​ຊີ​ເຣັຽ​ຫນີ​ແລະ​ຄົນ​ອິສ​ຣາ​ເອນ​ໄລ່ຕິດ​ຕາມ​ເຂົາ​ໄປ ແຕ່​ເບນ​ຮາ​ດາດ​ກະ​ສັດ​ແຫ່ງ​ຊີ​ເຣັຽ​ຊົງ​ຂີ່​ມ້າ​ຫນີ​ໄປ​ກັບ​ທະ​ຫານ​ມ້າ 21 ກະ​ສັດ​ແຫ່ງ​ອິສ​ຣາ​ເອນ​ກໍ​ອອກ​ໄປ​ໂຈມ​ຕີ​ມ້າ​ແລະ​ຣົດ​ຮົບ ແລະ​ປະ​ຫານຊົນ​ຊີ​ເຣັຽເສັຽຢ່າງ​ໃຫຍ່​ໂຕ 22 ແລ້ວ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນັ້ນ​ໄດ້​ເຂົ້າ​ມາ​ໃກ້​ເຈົ້າຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ທູນ​ພຣະ​ອົງ​ວ່າ, “ມາ​ເຖີດ ຂໍ​ເສີມ​ກຳ​ລັງ​ຂອງ​ພຣະ​ອົງ ແລະ​ຕຶກ​ຕອງເບິ່ງວ່າ ພຣະ​ອົງ​ຈະ​ຊົງ​ກະ​ທຳ​ປະ​ການ​ໃດ ເພາະ​ແລ້ງ​ທີ່​ຈະ​ເຖິງ​ນີ້​ກະ​ສັດ​ແຫ່ງ​ຊີ​ເຣັຽ​ຈະ​ຍົກ​ກອງ​ທັບ​ມາ​ສູ້​ກັບ​ພຣະ​ອົງ​ອີກ” 23 ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ຊີ​ເຣັຽ​ທູນ​ພຣະ​ອົງ​ວ່າ “ພຣະ​ເຈົ້າ​ທັງ​ຫລາຍ​ຂອງ​ເຂົາ​ເປັນ​ພຣະ​ເຈົ້າ​ແຫ່ງ​ພູ ເຂົາ​ທັງ​ຫລາຍ​ຈຶ່ງ​ແຂງ​ກວ່າ​ເຮົາ ແຕ່​ຂໍ​ໃຫ້​ເຮົາ​ສູ້​ຮົບ​ກັບ​ເຂົາ​ໃນ​ທົ່ງ​ພຽງ ແລ້ວ​ເຮົາ​ຈະ​ຕ້ອງ​ແຂງກວ່າ​ເຂົາ​ແນ່ນອນ​ທີ່​ດຽວ 24 ຂໍ​ກະ​ທຳ​ຢ່າງ​ນີ້ ຂໍ​ປົດ​ກະ​ສັດ​ເສັຽ​ທຸກ​ອົງ​ຈາກ​ຕຳ​ແຫນ່ງ​ແລະ​ຕັ້ງ​ນາຍທະ​ຫານ​ຂຶ້ນ​ແທນ 25 ແລະ​ເກນກອງ​ທັບ​ເຂົ້າ​ແທນ​ສ່ວນ​ທີ່​ລົ້ມ​ຕາຍ​ໄປ​ໃນ​ຄາວ​ກ່ອນ ມ້າ​ແທນ​ມ້າ ຣົດ​ຮົບ​ແທນ​ຣົດ​ຮົບ ແລ້ວ​ເຮົາ​ທັງ​ຫລາຍ​ຈະ​ສູ້​ຮົບ​ກັບ​ເຂົາ​ໃນ​ທົ່ງ​ພຽງ ເຮົາ​ຈະ​ຕ້ອງ​ແຂງກວ່າ​ເຂົາ​ແນ່ນອນ​ທີ່​ດຽວ” ແລະ​ທ່ານ​ກໍ​ເຊື່ອ​ຟັງ​ສຽງ​ຂອງ​ເຂົາ​ທັງ​ຫລາຍ​ແລະ​ກະ​ທຳ​ຕາມ 26 ຢູ່​ມາ​ພໍ​ຂຶ້ນ​ແລ້ງ​ເບນ​ຮາ​ດາດ​ກໍ​ເກນ​ຊົນ​ຊີ​ເຣັຽ ຍົກ​ຂຶ້ນ​ໄປ​ເຖິງ​ເມືອງ​ອາ​ເຟກ​ເພື່ອ​ສູ້​ຮົບ​ກັບ​ອິສ​ຣາ​ເອນ 27 ປະ​ຊາ​ຊົນ​ອິສ​ຣາ​ເອນ​ກໍ​ຖືກ​ເກນ ຣັບ​ສະ​ບ່ຽງ​ອາ​ຫານ ແລະ​ຍົກ​ອອກ​ໄປ​ຕໍ່​ສູ້​ກັບ​ເຂົາ ປະ​ຊາ​ຊົນ​ອິສ​ຣາ​ເອນ​ຕັ້ງ​ຄ້າຍ​ຕໍ່​ຫນ້າ​ເຂົາ​ເຫມືອນ​ຢ່າງ​ແບ້​ສອງ​ຝູງ​ນ້ອຍໆ ແຕ່​ຄົນ​ຊີ​ເຣັຽ​ເຕັມທົ່ວ​ທ້ອງ​ທົ່ງ​ໄປ​ຫມົດ 28 ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄົນ​ນຶ່ງ​ໄດ້​ເຂົ້າ​ໄປ​ໃກ້​ແລະ​ທູນເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ວ່າ, “ພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ຄົນ​ຊີ​ເຣັຽ​ໄດ້​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ພູ ພຣະ​ອົງ​ບໍ່​ໄດ້​ເປັນ​ພຣະ​ເຈົ້າ​ແຫ່ງ​ທີ່​ລຸ່ມ” ເພາະ​ສະ​ນັ້ນ​ເຮົາ​ຈະ​ມອບ​ປະ​ຊາ​ຊົ​ນ​ຫມູ່​ໃຫຍ່​ນີ້​ໄວ້​ໃນ​ມື​ຂອງ​ເຈົ້າ ແລະ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 29 ແລ້ວ​ເຂົາ​ກໍ​ຕັ້ງ​ຄ້າຍ​ກົງ​ຂ້າມ​ກັນ​ຢູ່​ເຈັດ​ວັນ​ແລ້ວ​ໃນ​ວັນ​ທີ່​ເຈັດ​ກໍ​ປະ​ທະ​ກັນ ປະ​ຊາ​ຊົນ​ອິສ​ຣາ​ເອນ​ກໍ​ຂ້າ​ຄົນ​ຊີ​ເຣັຽ​ຊຶ່ງ​ເປັນ​ທະ​ຫານ​ຮາບ​ເສັຽນຶ່ງ​ແສນ​ຄົນໃນ​ວັນ​ດຽວ 30 ​ທີ່​ເຫລືອນອກ​ນັ້ນ​ກໍ​ຫນີ​ເຂົ້າ​ເມືອງອາ​ເຟກ​ແລະ​ກຳ​ແພງ​ເມືອງ​ລົ້ມ​ທັບ​ຄົນ​ທີ່​ເຫລືອນອກ​ນັ້ນເສັຽ​ສອງ​ຫມື່ນ​ເຈັດ​ພັນ​ຄົນ ເບນ​ຮາ​ດາດ​ກໍ​ຫນີ​ໄປ​ດ້ວຍ ແລະ​ເຂົ້າ​ໄປ​ໃນ​ຫ້ອງ​ຊັ້ນ​ໃນ​ທີ່​ໃນ​ເມືອງ 31 ຂ້າຣາ​ຊ​ການ​ຂອງ​ທ່ານ​ມາ​ທູນ​ວ່າ, “ເບິ່ງ​ແມ໋, ເຮົາ​ຊາບ​ວ່າ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ ເປັນ​ພຣະ​ຣາ​ຊາ​ທີ່​ຊົງ​ເມດ​ຕາ ຂໍ​ໃຫ້​ເຮົາ​ເອົາ​ຜ້າ​ກະ​ສອບ​ຄາດ​ແອວ ແລະ​ເອົາ​ເຊືອກ​ພັນ​ຫົວ​ຂອງ​ເຮົາ ແລະ​ອອກ​ໄປ​ຫາ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ ບາງ​ທີ່​ທ່ານ​ຈະ​ໄວ້​ຊີ​ວິດ​ຂອງ​ຝ່າ​ພຣະ​ບາດ” 32 ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ເອົາ​ຜ້າ​ກະ​ສອບ​ຄາດແອວ​ແລະ​ເອົາ​ເຊືອກ​ພັນ​ຫົວ ແລະ​ເຂົາ​ໄປ​ເຝົ້າ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ​ທູນ​ວ່າ, “ເບນ​ຮາ​ດາດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ສັ່ງ​ມາ​ວ່າ “ໄດ້​ໂຜດ​ເຖີດ​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ລອດ​ຊີ​ວິດ​ຢູ່” ແລະ​ພຣະອົງ​ກ່າວ​ວ່າ, “ທ່ານຍັງ​ມີ​ຊີ​ວິດ​ຫລື ທ່ານ​ເປັນ​ນ້ອງ​ຂອງ​ເຮົາ” 33 ຝ່າຍ​ຄົນ​ເຫລົ່າ​ນັ້ນ​ກຳ​ລັງ​ຫາ​ຊ່ອງ​ຢູ່​ແລ້ວ ເຂົາ​ທັງ​ຫລາຍ​ກໍ​ຮີບ​ຕອບ​ທັນ​ທີ​ວ່າ, “ພຣະ​ເຈົ້າ​ຂ້າ ເບ​ນ​ຮາ​ດາດ​ອະ​ນຸ​ຊາ​ຂອງ​ພຣະ​ອົງ” ແລ້ວ​ພຣະ​ອົງ​ກ່າວ​ວ່າ, “ໄປ​ເຖີດ​ແລະ​ນຳ​ທ່ານ​ມາ” ແລ້ວ​ເບ​ນ​ຮາດາດ​ກໍ​ອອກ​ມາ​ຫາ​ພຣະ​ອົງ ແລ້ວ​ພຣະ​ອົງ​ກໍ​ໃຫ້​ທ່ານ​ຂຶ້ນ​ໄປ​ເທິງ​ຣົບ​ຮົບ 34 ແລະ​ເບນ​ຮາ​ດາດ​ທູນ​ວ່າ, “ຫົວ​ເມືອງ​ຊຶ່ງ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ຍຶດ​ເອົາ​ໄປ​ຈາກ​ຣາ​ຊ​ບິ​ດາ​ຂອງ​ທ່ານ​ນັ້ນ ຂ້າ​ພະ​ເຈົ້າ​ຂໍ​ຄືນ​ໃຫ້​ພຣະ​ອົງ ພຣະ​ອົງ​ຈະ​ສ້າງ​ຖ​ນົນ​ຫົນ​ທາງ​ຂອງ​ພຣະ​ອົງ​ໃນ​ເມືອງ​ດາ​ມັ​ສ​ກັ​ສ​ກໍ​ໄດ້ ຢ່າງ​ທີ່​ບິ​ດາຂ້າ​ພະ​ເຈົ້າ​ທຳ​ໄວ້​ໃນ​ຊາ​ມາ​ເຣັຽ” ແລ້ວ​ອາ​ຮາບ​ກ່າວ​ວ່າ, “ເຮົາ​ຈະ​ຍອມ​ໃຫ້​ທ່ານ​ໄປ​ຕາມ​ຂໍ້​ຕົກ​ລົງ​ນີ້” ພຣະ​ອົງ​ຈຶ່ງ​ທຳ​ພັນ​ທະ​ສັນ​ຍາ​ກັບ​ທ່ານ​ແລະ​ປ່ອຍ​ທ່ານ​ໄປ 35 ມີ​ຊາຍ​ຄົນ​ນຶ່ງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ເວົ້າ​ກັບ​ເພື່ອນ​ຂອງ​ຕົນ​ຕາມ​ພຣະ​ບັນ​ຊາອ​ຂງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ໂຜດ​ຕີ​ຂ້ອຍ​ເຖີດ” ແຕ່​ຊາຍ​ຄົນ​ນັ້ນ​ກໍ​ປະ​ຕິ​ເສດ​ບໍ່​ຍອມ​ຕີ​ທ່ານ 36 ແລ້ວ​ທ່ານ​ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ, “ເພາະ​ທ່ານ​ບໍ່​ຟັງ​ພຣະ​ສຸ​ຣະ​ສຽງ​ຂ​ອງ​ພຣະ​ຜູ້​ເປັນ​ເຈົ້າ ເບິ່ງ​ແມ໋, ພໍ​ທ່ານ​ອອກ​ໄປ​ຈາກ​ຂ້າ​ພະ​ເຈົ້າ ສິງ​ໂຕ​ນຶ່ງ​ຈະ​ສັງ​ຫານ​ທ່ານ” ພໍ​ເຂົາ​ຈາກ​ທ່ານ​ໄປ ສິງ​ໂຕ​ນຶ່ງ​ກໍ​ມາ​ພົບ​ເຂົາ​ແລະ​ສັງ​ຫານ​ທ່ານ​ເສັຽ 37 ແລ້ວ​ທ່ານ​ໄປ​ພົບ​ຊາຍ​ອີກ​ຄົນ​ນຶ່ງ ແລະ​ທ່ານ​ວ່າ, “ໂຜດ​ຕີ​ຂ້ອຍ​ເຖີດ” ຊາຍ​ຄົນ​ນັ້ນ​ໄດ້​ຕີ​ທ່ານ​ແລະ​ທຳ​ໃຫ້​ທ່ານ​​ເຈັບປວດ 38 ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນັ້ນ​ຈຶ່ງ​ຈາກ​ໄປ ແລະ​ໄປ​ຄອຍ​ພົບ​ເຈົ້າ​ຊີ​ວິດ​ຢູ່​ທີ່​ຫົນ​ທາງ ເອົາ​ຜ້າ​ພັນ​ຕາ​ປອມ​ຕົວ​ເສັຽ 39 ພໍ​ເຈົ້າ​ຊີ​ວິດ​ຊົງ​ຜ່ານ​ໄປ ທ່ານ​ກໍ​ຮ້ອງ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ຜູ້​ຮັບ​ໃຊ້​ຂອງ​ຝ່າພຣະ​ບາດ​ເຂົາ​ໄປ​ໃນ​ກາງ​ເສິກ ແລະ​ເບິ່ງ​ແມ໋​ທະ​ຫານ​ຄົນ​ນຶ່ງ​ຫັນ​ມາ​ແລະ​ນຳ​ຊາຍ​ຄົນນຶ່ງ​ມາ​ໃຫ້​ຂ້າ​ນ້ອຍ ບອກວ່າ “ຈົ່ງ​ລະ​ວັງ​ຊາຍ​ຄົນ​ນີ້​ໄວ້ ຖ້າ​ເຂົາ​ຫລຸດ​ໄປ​ໄດ້​ໂດຍ​ເຫດ​ໃດໆ​ຊີ​ວິດ​ຂອງ​ທ່ານ​ຈະ​ຕ້ອງ​ແທນ​ຊີ​ວິດຂອງ​ເຂົາ ຫລື​ບໍ່​ດັ່ງ​ນັ້ນ​ທ່ານ​ຈະ​ຕ້ອງ​ເສັຽ​ເງິນ​ຕະ​ລັນ​ນຶ່ງ 40 ເມື່ອ​ຂ້າ​ນ້ອຍ​ຕິດ​ທຸ​ຣະ​ຢູ່​ບ່ອນ​ນີ້​ບ່ອນ​ຫັ້ນ ເຂົາ​ກໍ​ຫາຍ​ໄປ” ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ກັບ​ເຂົາ​ວ່າ, “ໂທດ​ຂອງ​ເຈົ້າ​ຕ້ອງ​ເປັນ​ຢ່າງ​ນັ້ນ​ແຫລະ ເພາະ​ເຈົ້າ​ເອງ​ໄດ້​ຕັດ​ສິນ​ແລ້ວ” 41 ແລ້ວ​ທ່ານ​ກໍ​ຮີບ​ແກ້​ຜ້າ​ພັນ​ອອກ​ເສັຽ​ຈາກ​ຕາ​ຂອງ​ຕົນ ແລະ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ກໍ​ຈຳ​ທ່ານ​ໄດ້​ວ່າ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ຄົນນຶ່ງ 42 ແລະ​ທ່ານ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເພາະ​ເຈົ້າ​ໄດ້​ປ່ອຍ​ຊາຍ​ຄົນ​ທີ່​ຢູ່​ໃນ​ມື​ຂອງ​ເຈົ້າ​ຜູ້​ຊຶ່ງ​ເຣົາ​ໄດ້​ກຳ​ນົດ​ໃຫ້​ທຳ​ລາຍ​ນັ້ນ ຊີ​ວິດ​ຂອງ​ເຈົ້າ​ຈະ​ຕ້ອງ​ແທນ​ຊີ​ວິດ​ຂອງ​ເຂົາ ແລະ​ຊົນ​ຊາດ​ຂອງ​ເຈົ້າ​ແທນ​ຊົນ​ຊາດຂອງ​ເຂົາ” 43 ແລະ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ​ກໍ​ສະ​ເດັດ​ເຂົ້າ​ໄປ​ໃນ​ພຣະ​ຣາ​ຊວັງ​ດ້ວຍ​ອາ​ຣົມ​ຂຸ່ນ​ມົວ​ແຫລະ​ກັດ​ກຸ້ມ​ຍິ່ງ​ນັກ ແລະ​ສະ​ເດັດ​ມາ​ຊາ​ມາ​ເຣັຽ

1 ກະສັດ 21

ນາ​ໂບທຖືກ​ຂ້າ​ຍ້ອນ​ສວນ​ອະ​ງຸ່ນ

1 ນາ​ໂບທ​ຊາວ​ເຢສ​ເຣ​ເອນ​ມີ​ສວນ​ອະ​ງຸ່ນ​ຢູ່​ຕອນ​ນຶ່ງ ໃກ້​ກັບ​ພຣະ​ຣາ​ຊວັງຂອງ​ເຈົ້າ​ອາ​ຮາບ 2 ວັນ​ນຶ່ງ​ເຈົ້າ​ອາ​ຮາບ​ເວົ້າ​ຕໍ່​ນາ​ໂບ​ທວ່າ, “ສວນ​ອະ​ງຸ່ນ​ຂອງ​ເຈົ້າ​ນີ້​ໃຫ້​ຂ້ອຍ​ເຮັດ​ສວນ​ຜັກ​ເສັຽ ເພາະ​ມັນ​ຕິດກັບເຮືອນ​ຂອງ​ຂ້ອຍ ຂ້ອຍ​ຈະ​ເອົາ​ສວນ​ອະ​ງຸ່ນ​ດີກວ່າ​ນີ້​ໃຫ້​ແກ່​ເຈົ້າ​ດອກ ຫລື​ຖ້າ​ເຈົ້າ​ບໍ່​ມັກ​ແບບ​ນີ້​ໃຫ້​ຂ້ອຍ​ຊື້ເອົາ​ກໍ​ໄດ້” 3 ນາ​ໂບ​ທ​ຈຶ່ງ​ທູນ​ຕອບ​ວ່າ, “ສວນ​ນີ້​ເປັນ​ມູນ​ມໍ​ຣະ​ດົກ​ມາ​ຈາກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ຂ້າ​ພະ​ເຈົ້າ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ຢ່າ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ທຳ​ຜິດ​ໂດຍ​ຂາຍ​ສວນ​ນີ້​ເລີຍ” 4 ອາ​ຮາບ​ສະ​ເດັດ​ຄືນ​ເມືອ​ພຣະ​ຣາ​ຊວັງ ດ້ວຍ​ຫມົດ​ຄວາມ​ຫວັງ ແລະ​ອາ​ລົມ​ເສັຽຍ້ອນ​ຄຳ​ເວົ້າ​ຂອງ​ນາ​ໂບ​ທ ພຣະ​ອົງ​ຊົງ​ບັນ​ທົມ​ປິ່ນ​ຫນ້າ​ເຂົ້າ​ຝາ ແລະ​ບໍ່​ຍອມ​ສະ​ເຫວີຍ​ອາ​ຫານ 5 ພຣະ​ນາງ​ເຢ​ເຊເບ​ນ​ມະ​ເຫ​ສີ​ຂອງ​ພຣະ​ອົງ​ຈຶ່ງ​ມາ​ຖາມ​ວ່າ, “ເປັນ​ຫຍັງ​ສະ​ເດັດ​ອ້າຍ​ຈຶ່ງ​ຫງ່ວມ​ເຫງົາ​ຈົນ​ບໍ່​ສະ​ເຫວີຍ​ພຣະ​ກາ​ຍາ​ຫານ” 6 ພຣະ​ອົງ​ຈຶ່ງ​ຕອບ​ວ່າ, “ອ້າຍ​ໄດ້​ເວົ້າ​ນຳ​ນາ​ໂບ​ທ ຊາວ​ອິສ​ຣາເອນ​ໃຫ້​ຍົກ​ສວນ​ອະ​ງຸ່ນ​ຂອງ​ເຂົາ​ໃຫ້​ແກ່​ອ້າຍ ໂດຍ​ທີ່​ອ້າຍ​ຈະ​ເອົາ​ເງິນ​ຫລື​ສວນ​ອະ​ງຸ່ນ​ໃຫມ່​ປ່ຽນ​ກັບ​ເຂົາ ຕາມທີ່​ເຂົາ​ພໍ​ໃຈ​ແຕ່​ເຂົາ​ບໍ່​ຍອມ​ໃຫ້​ເລີຍ” 7 ເຢ​ເຊ​ເບນ​ຈຶ່ງ​ເວົ້າ​ຕໍ່​ພຣະ​ຣາ​ຊາ​ວ່າ, “ສະ​ເດັດ​ອ້າຍ​ຊົງ​ເປັນ​ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ​ແມ່ນ​ບໍ ຈົ່ງ​ລຸກ​ຂຶ້ນ​ສາ ຈົ່ງ​ທຳ​ໃຈ​ໃຫ້​ສະ​ບາຍ ແລະ​ສະ​ເຫວີຍ​ອາ​ຫານ​ເສັຽ ນ້ອງ​ຈະ​ເອົາ​ສວນ​ອະ​ງຸ່ນ​ຂອງ​ນາ​ໂບ​ທ ຊາວ​ເຢ​ສ​ເຣ​ເອນ​ມາໃຫ້​ເປັນ​ຂອງ​ອ້າຍ​ເອງ” 8 ດັ່ງ​ນັ້ນ ນາງ​ຈຶ່ງ​ຂຽນ​ຫນັງ​ສື​ປະ​ທັບ​ຕ​ຣາ​ໃນ​ນາມ​ພຣະ​ຣາ​ຊສາ​ມີ​ແລ້ວ​ສົ່ງ​ຫນັງ​ສື​ນີ້​ໄປ​ຫາ​ພວກ​ເຈົ້າ​ນາຍ ພ້ອ​ມ​ທັງ​ເຖົ້າ​ແກ່​ໃນ​ເມືອງ​ເຢ​ສ​ເຣ​ເອນ 9 ໃນ​ຈົດ​ຫມາຍ​ນັ້ນ​ພຣະ​ນາງ​ຂຽນ​ວ່າ “ຈົ່ງ​ປະ​ກາດ​ໃຫ້​ທຸກ​ຄົນ​ຊຸມ​ນຸມ ແລະ​ຖື​ສີນ​ອົດ​ອາ​ຫານ ແ​ລ້ວ​ໃຫ້​ນາ​ໂບ​ທ​ນັ່ງ​ຢູ່​ບ່ອນ​ມີ​ກຽດ 10 ແລະ​ເອົາ​ນັກ​ເລງ​ສອງ​ຄົນ​ມາ​ຢືນ​ຢູ່​ຕໍ່​ຫນ້າ​ເຂົາ ແລະ​ໃຫ້​ເຂົາ​ກ່າວ​ໂທດ​ໃສ່​ເຂົາ​ວ່າ ເຂົາ​ໄດ້​ປ້ອຍ​ດ່າ​ພຣະ​ເຈົ້າ ແລະ​ເຈົ້າ​ຊີ​ວິດ ແລ້ວ​ໃຫ້​ເອົາ​ເຂົາ​ອອກ​ມາ​ນອກ​ເມືອງ ແລະ​ແກວ່ງ​ກ້ອນ​ຫີນ​ໃສ່​ໃຫ້​ຕາຍ” 11 ບັນ​ດາ​ພວກ​ເຈົ້າ​ນາຍ​ພ້ອມ​ທັງ​ເຖົ້າ​ແກ່​ທີ່​ຢູ່​ໃນ​ເມືອງ​ດຽວ​ກັນ​ກັບ​ນາ​ໂບ​ທ ກໍ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ນາງ​ເຢ​ເຊ​ເບນ ຕາມ​ທີ່​ນາງ​ໄດ້​ຂຽນ​ລົງ​ໃນ​ຈົດ​ຫມາຍ​ທີ່​ສົ່ງ​ໄປ​ໃຫ້​ເຂົາ​ນັ້ນ 12 ພວກ​ເຂົາ​ກໍ​ປະ​ກາດ​ໃຫ້​ຖື​ສີນ​ອົດ​ອາ​ຫານ ແລະ​ເອີ້ນ​ປະ​ຊາ​ຊົນ​ມາ​ເຕົ້າ​ໂຮມ​ກັນ ແລະ​ໃຫ້​ນາ​ໂບ​ທ​ໄປ​ນັ່ງຢູ່​ບ່ອນ​ທີ່​ມີ​ກຽດ ແລ້ວ​ນັກ​ເລງ​ສອງ​ຄົນ​ກໍ​ມາ​ຢືນ​ຢູ່​ຕໍ່​ຫນ້າ​ທ່ານ 13 ແລ້ວ​ກ່າວ​ໂທດ​ວ່າ​ທ່ານ​ປ້ອຍ​ດ່າ​ພຣະ​ເຈົ້າ ແລະ​ເຈົ້າ​ຊີ​ວິດ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ນຳ​ທ່ານ​ອອກ​ໄປ​ນອກ​ເມືອງ ແລະ​ແກວ່ງ​ກ້ອນ​ຫີນໃສ່​ຈົນ​ຕາຍ 14 ຕໍ່​ມາ ພວກ​ເຂົາ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ພຣະ​ນາງ​ເຢ​ເຊ​ເບນ​ວ່າ “ນາ​ໂບທ​ໄດ້​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່​ຈົນ​ຕາຍ​ແລ້ວ” 15 ເມື່ອ​ເຢ​ເຊ​ເບນ​ໄດ້ຮູ້​ວ່າ ນາ​ໂບ​ທ​ຕາຍ​ແລ້ວ ພຣະ​ນາງ​ຈຶ່ງ​ທູນ​ອາ​ຮາບ​ວ່າ, “ນາ​ໂບ​ທ​ໄດ້​ຕາຍ​ແລ້ວ ຂໍ​ສະ​ເດັດ​ອ້າຍ​ຈົ່ງ​ໄປ​ຍຶດ​ເອົາ​ສວນ​ອະ​ງຸ່ນ​ທີ່​ ນາ​ໂບ​ທບໍ່​ຍອມ​ຂາຍ​ໃຫ້​ນັ້ນ​ມາ​ເປັນ​ກຳ​ມະ​ສິດ​ສາ 16 ເມື່ອ​ອາ​ຮາບ​ຊາບຂ່າວ​ດັ່ງ​ນັ້ນ ພຣະ​ອົງກໍສະ​ເດັດ​ລົງ​ໄປ​ຍຶດ​ເອົາ​ສວນ​ອະ​ງຸ່ນ​ມາ​ເປັນ​ກຳ​ມະ​ສິດ​ຂອງ​ຕົນ 17 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ຕໍ່​ເອ​ລີ​ຢາ ຊາວ​ຕີ​ສ​ບີ​ວ່າ, 18 “ຈົ່ງ​ຟ້າວ​ໄປ​ພົບ​ອາ​ຮາບ ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ​ທີ່​ກຸງ​ຊາ​ມາ​ເຣັຽ ເຈົ້າ​ຈະ​ພົບ​ເຂົາ​ໃນ​ສວນ​ອະ​ງຸ່ນ​ຂອງ​ນາ​ໂບ​ທ ເພາະ​ເຂົາ​ໄດ້​ລົງ​ໄປ​ຍຶດ​ເອົາ​ສວນ​ນັ້ນ​ມາ​ເປັນ​ກຳ​ມະ​ສິດ​ແລ້ວ 19 ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ​ດັ່ງ​ນີ້​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ ເຈົ້າ​ໄດ້​ຂ້າ​ເຈົ້າ​ຂອງ​ສວນ​ນີ້ ແລະ​ຍຶດ​ເອົາ​ສວນ​ມາ​ເປັນ​ກຳ​ມະ​ສິດ​ຂອງ​ເຈົ້າ ສະ​ນັ້ນ ໃນ​ບ່ອນ​ທີ່​ຫມາ​ໄດ້​ເລັຽ​ເລືອດ​ຂອງ​ນາ​ໂບ​ທ ຫມາ​ກໍ​ຈະ​ເລັຽ​ເລືອດ​ເຈົ້າ​ເຫມືອນ​ກັນ” 20 ເມື່ອ​ອາ​ຮາບ​ເຫັນ​ເອ​ລີ​ຢາ ພຣະ​ອົງ​ຈຶ່ງ​ກ່າວຂຶ້ນ​ວ່າ, “ເອ​ລີ​ຢາ​ຜູ້​ເປັນ​ສັດ​ຕຣູ​ຂອງ​ຂ້ອຍ ບັດ​ນີ້​ເຈົ້າ​ໄດ້​ພົບ​ຂ້ອຍ​ແ​ລ້ວ​“ເອ​ລີ​ຢາ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ ພຣະ​ອົງ​ໄດ້​ຍອມ​ຂາຍ​ຕົວ​ທຳ​ໃນ​ສິ່ງ​ທີ່​ຜິດ​ຕໍ່​ສາຍພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 21 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້​ວ່າ “ເຮົາ​ຈະ​ນຳ​ໂຊກ​ຮ້າຍ​ມາ​ສູ່​ເຈົ້າ ແລະ​ຈະ​ກວາດ​ເຊື້ອ​ສາຍ​ຂອງ​ເຈົ້າ​ໃຫ້​ຫມົດ​ໄປ ຄື​ກຳ​ຈັດ​ຜູ້​ຊາຍ​ທຸກ​ຄົນ​ທີ່​ຢູ່​ໃນ​ເຊື້ອ​ສາຍ​ຂອງ​ເຈົ້າ ທັງ​ຜູ້​ຫນຸ່ມ​ແລະ​ຜູ້​ເຖົ້າ 22 ເຮົາ​ຈະ​ທຳ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ເປັນ​ເຫມືອນ​ເຊື້​ອ​ສາຍ​ຂອງ​ກະ​ສັດ​ເຢ​ໂຣ​ໂບອາມ​ບຸດ​ຂອງ​ເນ​ບັ​ດ ແລະ​ເຫມືອນ​ເຊື້ອ​ສາຍ​ຂອງ​ເຈົ້າ​ບາ​ອາ​ຊາ​ບຸດ​ຂອງ​ອາ​ຮີ​ຢາ ເພາະ​ເຈົ້າ​ໄດ້​ທຳ​ໃຫ້​ເຮົາ​ໃຈ​ຮ້າຍ ແລະ​ໄດ້​ພາ​ໃຫ້​ພວກ​ອິສ​ຣາ​ເອນ​ທຳ​ຜິດ 23 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຊົງ​ກ່າວ​ກ່ຽວ​ກັບ​ພຣະ​ນາງ​ເຢ​ເຊ​ເບນ​ວ່າ ຝູງ​ຫມາ​ຈະ​ກັດ​ກິນ​ພຣະ​ນາງ​ເຢ​ເຊ​ເບນ​ຢູ່​ໃນ​ເມືອງ​ເຢ​ສ​ເຣ​ເອນ 24 ຝູງ​ຫມາ​ຈະ​ກັດ​ກິນ​ຍາດ​ພີ່​ນ້ອງ​ຂອງ​ອາ​ຮາບ​ທີ່​ຕາຍຢູ່​ໃນ​ເມືອງ ແລະ​ຝູງ​ແຮ້ງ​ຈະ​ສັບ​ຕອດ​ກິນ​ຜູ້​ທີ່​ຕາຍ​ໃນ​ທົ່ງ​ນາ” 25 ບໍ່​ເຄີຍ​ມີ​ຜູ້​ໃດ​ຂາຍ​ຕົວ​ເອງ ເພື່ອ​ສ້າງ​ຄວາມ​ຜິດ​ຕໍ່​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ອາ​ຮາບ​ທີ່​ຖືກ​ຍຸ​ແຫຍ່​ຈາກ​ພຣະ​ນາງ​ເຢ​ເຊ​ເບນ​ຜູ້​ເປັນ​ມະ​ເຫ​ສີ 26 ພຣະ​ອົງ​ໄດ້​ທຳ​ໃນ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ທີ່​ສຸດ ໄດ້​ຂາບ​ໄຫວ້​ຮູບ​ພຣະ​ດັ່ງ​ຊາວ​ອາ​ໂມ​ຣິດ ຊຶ່ງ​ເປັນ​ພວກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໄລ່​ອອກ​ຈາກ​ພວກ​ອິສຣາເອນ 27 ເມື່ອ​ອາ​ຮາບ​ໄດ້​ຍິນ​ຖ້ອຍ​ຄຳ​ຈາກ ເອ​ລີ​ຢາ ພຣະ​ອົງ​ໄດ້​ຈີ​ກ​ເສື້ອ​ຜ້າ​ສະ​ແດງ​ຄວາມ​ໂສກ​ເສົ້າ ແລະ​ຖື​ສີນ​ອົດ​ອາ​ຫານ ພຣະ​ອົງ​ນອນ​ໃນ​ຊຸດ​ເຄື່ອງ​ໄວ້​ທຸກ ແລະ​ໄປ​ມາ​ດ້ວຍອາ​ການ​ເປັນທຸກ​ໃນ​ພຣະ​ທັຍ​ທີ່​ສຸດ 28 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່ເອ​ລີ​ຢາ​ ຊາວ​ຕີ​ສ​ບີວ່າ, 29 “ເຈົ້າ​ເຫັນ​ບໍ່ວ່າ ອາ​ຮາບ​ໄດ້​ຖ່ອມ​ຕົວລົງ​ຕໍ່​ຫນ້າ​ເຮົາ​ຢ່າງ​ໃດ ຍ້ອນ​ວ່າ​ເຂົາ​ໄດ້​ຖ່ອມ​ຕົວ​ລົງ​ດັ່ງ​ນີ້​ແຫລະ ເຮົາ​ຈະ​ບໍ່​ນຳ​ເອົາ​ໂຊກ​ຮ້າຍ​ມາ​ຣັ​ຊ​ການ​ຂອງ​ເຂົາ ແຕ່​ເຮົາ​ຈະ​ນຳ​ໂຊກ​ຮ້າຍ​ມາ​ສູ່ເຊື້ອ​ສາຍ​ຂອງ​ເຂົາ​ໃນ​ເວ​ລາ​ບຸດ​ຊາຍ​ໄດ້​ປົກ​ຄອງ​“

1 ກະສັດ 22

ມີ​ກາ​ຢາ​ທຳ​ນ​ວາຍ​ເຖິງ​ການ​ເສັຽ​ໄຊ​ຂອງ​ອາ​ຮາບ

1 ຊີ​ເຣັ​ຽ​ (ອາ​ຣາມ) ແລະ​ອິສ​ຣາເອນ​ບໍ່​ໄດ້​ກໍ່​ສົງ​ຄາມ​ຕໍ່​ກັນ​ເປັນ​ເວ​ລາ​ສາມ​ປີ 2 ພໍ​ເຖິງ​ປີ​ທີ່​ສາມ ເຢ​ໂຮ​ຊາ​ຟັດກະ​ສັດ​ແຫ່ງ​ປະ​ເທດ​ຢູ​ດາ​ກໍ​ສະ​ເດັດ​ມາ​ຢ້ຽມ​ຢາມ​ອາ​ຮາບ ກະ​ສັດ​ແຫ່ງ​ອິສ​ຣາ​ເອນ 3 ເຈົ້າ​ອາ​ຮາບ​ຈຶ່ງ​ຖາມ​ພວກ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ວ່າ, “ພວກ​ທ່ານ​ຮູ້​ບໍ​ວ່າເມືອງ​ຣາ​ໂມທກີ​ເລອາດເປັນ​ຂອງ​ພວກ​ເຮົາ ແຕ່​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຢູ່​ຊື່ໆ​ບໍ່​ໄປ​ເອົາ​ອອກ​ຈາກ​ກະ​ສັດ​ຊີ​ເຣັຽ” 4 ພຣະ​ອົງ​ກ່າວ​ຕໍ່​ເຢ​ໂຮ​ຊາ​ຟັດ​ວ່າ, “ທ່ານ​ຈະ​ໄປ​ຕີ​ເອົາ​ເມືອງຮາ​ໂມທ​ກີ​ເລ​ອາດ​ຮ່ວມ​ນຳ​ຂ້າ​ພະ​ເຈົ້າ​ບໍ” 5 ເຢ​ໂຮ​ຊາ​ຟັດ​ຈຶ່ງ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ຕຽມ​ພ້ອມ​ຢູ່​ແລ້ວ ດັ່ງ​ດຽວ​ກັບ​ທ່ານ ທະ​ຫານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື​ທະ​ຫານ​ຂອງ​ທ່ານ ມ້າ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື​ມ້າ​ຂອງ​ທ່ານ ແຕ່​ຂໍ​ໃຫ້​ປຶກ​ສາ​ເຣື່ອງ​ນີ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ເສັຽກ່ອນ” 6 ດັ່ງ​ນັ້ນ ເຈົ້າ​ອາ​ຮາບ​ຈຶ່ງ​ເອີ້ນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ມາ​ປະ​ຊຸມ ຊຶ່ງ​ມີ​ປະ​ມານ​ສີ່​ຮ້ອຍ​ຄົນ ພຣະ​ອົງ​ຖາມ​ວ່າ, “ຂ້າ​ພະ​ເຈົ້າ​ຄວນ​ຈະ​ອອກ​ໄປ​ຕໍ່​ສູ້​ກັບ​ຊາວ​ເມືອງ​ຮາ​ໂມທ​ກີ​ເລ​ອາດ​ບໍ ຫລື​ບໍ່​ຄວນ​ໄປ” ພວກ​ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ຂໍ​ພຣະ​ອົງ​ຊົງ​ສະ​ເດັດ​ໄປ​ເທີນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເມືອງ​ນີ້​ໄວ້​ໃນ​ອຳ​ນາດ​ຂອງ​ພຣະ​ອົງ​ແລ້ວ” 7 ແຕ່​ເຢ​ໂຮ​ຊາ​ຟັດ​ຖາມ​ວ່າ, “ຢູ່​ບ່ອນ​ນີ້​ບໍ່​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄົນ​ອື່ນ​ອີກ​ບໍ ທີ່​ພວກ​ເຮົາ​ຄວນ​ປຶກ​ສາ​ຫາ​ລື​ນຳ 8 ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ຈຶ່ງ​ຕອບ​ເຢ​ໂຮ​ຊາ​ຟັດ​ວ່າ, “ຍັງ​ມີ​ຢູ່ ເຂົາ​ຊື່​ວ່າ ມີ​ກັຍ​ຢາ ບຸດ​ຂອງ​ອີມ​ລາ ແຕ່​ຂ້າ​ພະ​ເຈົ້າ​ຊັງ​ເຂົາ ເພາະ​ເຂົາ​​ທຳ​ນ​ວາຍແຕ່​ເຣື່ອງ​ຮ້າຍ​ບໍ່​ເຄີຍ​ທຳ​ນວາຍ​ຄວາມ​ດີ​ກັບ​ຂ້າ​ພະເຈົ້າ​ເລີຍ” ແຕ່​ເຢ​ໂຮ​ຊາ​ຟັດ​ເວົ້າ​ວ່າ, “ພຣະ​ຣາ​ຊາ​ບໍ່​ຄວນ​ເວົ້າ​ດັ່ງ​ນີ້” 9 ດັ່ງ​ນັ້ນ ເຈົ້າ​ອາ​ຮາບ​ຈຶ່ງ​ຊົງຮັບ​ສັ່ງ​ຂ້າ​ຣາ​ຊ​ການ​ຄົນ​ນຶ່ງວ່າ, “ຈົ່ງ​ໄປ​ນຳ​ຕົວ ມີ​ກັຍ​ຢາ​ມາ​ໄວໆ” 10 ເຈົ້າ​ອາ​ຮາບ ແລະ​ເຢ​ໂຮ​ຊາ​ຟັດ ກະ​ສັດ​ແຫ່ງ​ປະ​ເທດ​ຢູ​ດາ​ໄດ້​ທົງ​ເຄື່ອງ​ພຣະ​ຣາ​ຊາ​ແລ້ວ​ປະ​ທັບຢູ່​ທີ່​ລານ​ຟາດ​ເຂົ້າ ຢູ່​ທາງນອກ​ປະ​ຕູ​ເມືອງ​ຊາ​ມາ​ເຣັຽ ຊຶ່ງ​ມີ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫມົດ​ຖວາຍ​ຄຳ​ທຳ​ນ​ວາຍ​ຢູ່ 11 ແຕ່​ແລ້ວ​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ​ຊື່ ເຊ​ເດ​ກີ​ຢາ ບຸດ​ຂອງ​ເຄ​ນາ​ອາ​ນາ ໄດ້​ເອົາ​ເຫລັກ​ມາ​ທຳ​ເປັນ​ເຂົາ​ສຸບ​ໃສ່​ຫົວ ແລະ​ທູນ​ຕໍ່​ເຈົ້າ​ອາ​ຮາບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ ພຣະ​ອົງ​ຈະ​ໄລ່​ຄົນ​ຊີ​ເຣັຽ​ໄປ​ຈົນ​ເຂົາ​ຖື​ກ​ທຳ​ລາຍ​ຫມົດ” 12 ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ທຸກ​ຄົນ​ກໍ​ທຳ​ນ​ວາຍ​ຢ່າງ​ດຽວ​ກັນ​ວ່າ, “ຂໍ​ພຣະ​ອົງ​ຊົງ​ສະ​ເດັດ​ໄປ​ຕໍ່​ສູ້​ທີ່​ເມືອງ ຮາ​ໂມ​ທກີ​ເລ​ອາດ ແລ້ວ​ພຣະ​ອົງ​ຈະ​ຊະ​ນະ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເມືອງ​ນີ້​ໄວ້​ໃນ​ອຳ​ນາດ​ຂອງ​ພຣະ​ອົງ​ແລ້ວ” 13 ແຕ່​ໃນ​ຂ​ນະ​ນັ້ນ ຜູ້​ທີ່​ໄປ​ນຳ​ຕົວ ມີ​ກັຍ​ຢາ​ມາ​ນັ້ນ ໄດ້​ເວົ້າ​ຕໍ່​ມີ​ກັຍ​ຢາ​ວ່າ, “ພວກ​ຜູ້​ປະ​ກາດ​ພຣະ​ທັມ​ທຸກ​ຄົນ​ຕ່າງ​ກະ​ທຳ​ນ​ວາຍ​ແຕ່​ເຣື່ອງ​ດີ​ແກ່​ພຣະ​ຣາ​ຊາ ດັ່ງ​ນັ້ນ ຂໍ​ທ່ານ​ຈົ່ງ​ເວົ້າ​ດັ່ງ​ດຽວ​ກັບ​ພວກ​ເຂົາ ແລະ​ທຳ​ນວາຍ​ແຕ່​ເຣື່ອງ​ດີ​ແກ່​ພຣະ​ອົງ” 14 ແຕ່​ມີ​ກັຍ​ຢາ​ຕອບ​ວ່າ, “ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່ ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ແຕ່​ຕາມ​ທີ່​ພຣະ​ອົງ​ຊົງ​ກ່າວ​ໄວ້​ກັບ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ” 15 ເມື່ອ​ມີ​ກັຍ​ຢາ​ເຂົ້າ​ເຝົ້າ​ເຈົ້າ​ຊີ​ວິດ ພຣະ​ອົງ​ຈຶ່ງ​ຖາມ​ວ່າ, “ມີກັຍ​ຢາ ພວກ​ເຮົາ​ຄວນ​ຈະ​ອອກ​ໄປ​ຕໍ່​ສູ້​ກັບ​ຊາວ​ເມືອງ​ຮາ​ໂມທ​ກີ​ເລ​ອາດ​ຫລື​ບໍ່” ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ຄວນ​ສະ​ເດັດ​ອອກ​ໄປ​ແລ້ວ​ພຣະ​ອົງ​ຈະ​ຊະນະ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເມືອງ​ນີ້​ໄວ້​ໃຕ້​ອຳ​ນາດ​ຂອງ​ພຣະ​ອົງ​ແລ້ວ” 16 ແຕ່​ພຣະ​ຣາ​ຊາ​ກ່າວ​ວ່າ, “ຂ້ອຍ​ໄດ້​ບອກ​ເຈົ້າ​ຫລາຍ​ເທື່ອ​ແລ້ວ​ວ່າ ໃຫ້​ເວົ້າ​ແຕ່​ຄວາມ​ຈີງ​ເທົ່າ​ນັ້ນ ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 17 ແລ້ວ​ມີ​ກັຍ​ຢາ​ກໍ​ທູນ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ແຕກ​ກະ​ຈັດ​ກະ​ຈາຍ​ຢູ່​ຕາມ​ພູ​ນ້ອຍ​ເຫມືອນ​ດັ່ງ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ວ່າ “ປະ​ຊາ​ຊົນ​ເຫລົ່າ​ນີ້​ບໍ່​ມີ​ຜູ້​ນຳ ຂໍ​ໃຫ້​ພວກ​ເຮົາ​ກັບ​ຄືນ​ເມືອ​ເຮືອນ​ຂອງ​ເຂົາ​ດ້ວຍ​ຄວາມ​ສ​ງົບ​ສຸກ​ເທີນ” 18 ເຈົ້າ​ອາ​ຮາບ​ຈຶ່ງ​ເວົ້າ​ກັບ​ເຢ​ໂຮ​ຊາ​ຟັດ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ເຂົາ​ບໍ່​ເຄີຍ​ທຳ​ນ​ວາຍ​ເຣື່ອງ​ດີ​ກ່ຽວ​ກັບ​ຂ້າ​ພະ​ເຈົ້າ​ຈັກ​ເທື່ອ​ເລີຍ ເຂົາ​ມີ​ແຕ່​ທຳ​ນ​ວາຍ​ເຣື່ອງ​ຮ້າຍ​ເທົ່າ​ນັ້ນ” 19 ມີ​ກັຍ​ຢາ​ທູນ​ຕໍ່​ໄປ​ວ່າ, “ຂໍ​ພຣະ​ອົງ​ຊົງ​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ຢູ່​ເທິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ໃນ​ຟ້າ​ສວັນ ແລະ​ພວກ​ບໍ​ຣິ​ວານ​ແຫ່ງ​ເມືອງ​ສວັນ​ໄດ້​ຢືນ​ຢູ່​ທາງ​ຂ້າງ​ຂວາ ແລະ​ທາງ​ຂ້າງ​ຊ້າຍ​ຂອງ​ພຣະ​ອົງ 20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ, “ແມ່ນ​ໃຜ​ຈະ​ໄປ​ລໍ້​ລວງ​ອາ​ຮາບ​ໃຫ້​ອອກ​ໄປ​ຕາຍ​ທີ່​ເມືອງ​ຮາ​ໂມທ​ກີ​ເລ​ອາດ” 21 ພວກ​ເທວະ​ດາ​ລາງ​ພວກ​ກໍ​ທູນ​ຢ່າງ​ນັ້ນ ລາງ​ພວກ​ກໍ​ທູນ​ຢ່າງ​ນີ້ ແລ້ວ​ກໍ​ມີ​ວິນ​ຍານດວງ​ນຶ່ງ​ມາ​ຢູ່​ຕໍ່​ ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ທູນ​ວ່າ, “ຂ້າ​ພຣະ​ອົງ​ຈະ​ເປັນຜູ້​ລໍ້​ລວງ​ເຂົາ” 22 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ຈະເຮັດ​ຢ່າງ​ໃດ?” ວິນ​ຍານດວງ​ນັ້ນ​ຈຶ່ງ​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ຈະ​ໄປ​ທຳ​ໃຫ້​ພວ​ກ​ຜູ້​ປະ​ກາດ​ພຣະ​ທັມ​ທຸກ​ຄົນ​ຂອງ​ອາ​ຮາບ​ເວົ້າ​ຕົວະ” ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ລໍ້​ເຂົາ ແລ້ວ​ເຈົ້າ​ຈະ​ສຳ​ເຣັດ​ຜົນ” 23 ແລ້ວ​ມີ​ກັຍ​ຢາກໍ​ເວົ້າ​ສລຸບ​ວ່າ, “ເຫດ​ການ​ກໍ​ເປັນ​ມາ​ດັ່ງ​ນີ້​ແຫລະ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ທຸກ​ຄົນ​ຂອງ​ພຣະ​ອົງ​ເວົ້າ​ຕົວະ​ພຣະ​ອົງ ແຕ່​ຄວາມ​ຈີງ​ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຮ້າຍ​ໃສ່​ພຣະ​ອົງ” 24 ແລະ​ເຊ​ເດ​ກີ​ຢາ​ກໍ​ລຸກ​ຂຶ້ນ​ມາ​ຕົບ​ຫນ້າ​ມີ​ກັຍ​ຢາ ແລະ​ຖາມ​ວ່າ, “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຈະ​ອອກ​ໄປ​ເວົ້າ​ກັບ​ເຈົ້າ​ໄດ້​ຢ່າງ​ໃດ?” 25 ມີ​ກັຍ​ຢາ​ຈຶ່ງ​ຕອບ​ວ່າ, “ໃນ​ເວ​ລາ​ທີ່​ເຈົ້າ​ຫນີ​ໄປ​ລີ້​ຢູ່​ບ່ອນ​ລັບ​ລີ້​ພຸ້ນ​ແຫລະ ເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ​ມັນ​ເປັນ​ຢ່າງ​ໃດ” 26 ເຈົ້າ​ອາ​ຮາບ​ຈຶ່ງ​ສັ່ງ​ໃຫ້​ນາຍ​ທະ​ຫານ​ຜູ້​ນຶ່ງ​ຈັບ​ມີ​ກັຍ​ຢາ​ໄປ​ມອບ​ໃຫ້​ອັມ​ໂມນ ຜູ້​ປົກຄອງ​ເມືອງ​ແລະ​ເຈົ້າ​ຊາຍ​ໂຢ​ອັສ 27 ແລະ​ບອ​ກພວກ​ທ່ານ​ວ່າ, “ນີ້​ເປັນ​ຄຳ​ສັ່ງ​ຂອງ​ພຣະ​ຣາ​ຊາ ຈົ່ງ​ເອົາ​ຊາຍ​ຄົນ​ນີ້​ໄປ​ຂັງ​ຄຸກ​ໄວ້​ຈົນ​ກວ່າ​ຂ້ອຍ​ກັບ​ມາ​ຢ່າງ​ປອດ​ພັຍ ​ໃຫ້​ເອົາ​ແຕ່​ເຂົ້າ​ຈີ່​ກັບ​ນ້ຳ​ໃຫ້​ເຂົາ​ຮັບ​ປະ​ທານ” 28 ມີ​ກັຍ​ຢາ​ຈຶ່ງ​ທູນ​ວ່າ, “ຖ້າ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ຄືນ​ມາ​ຢ່າງ​ປອດພັຍ ກໍ​ຫມາຍ​ຄວາມ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ” ແລະ​ທ່ານ​ໄດ້​ເວົ້າ​ຢ້ຳອີກວ່າ, “ຂໍ​ໃຫ້​ທຸກ​ຄົນ​ຈົ່ງ​ຮັບ​ຟັງ​ໃນ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ນີ້”

ອາ​ຮາບ​ເສັຽ​ຊີ​ວິດ

29 ອາ​ຮາບ​ເຈົ້າ​ຊີ​ວິດ​ແຫ່ງ​ປະ​ເທດ​ອິສ​ຣາ​ເອນ ແລະ​ເຢ​ໂຮ​ຊາ​ຟັດ​ເຈົ້າ​ຊີ​ວິດ​ແຫ່ງ​ປະ​ເທດ​ຢູ​ດາ ໄດ້​ຍົກ​ທັບ​ໄປ​ຕໍ່​ສູ້​ຊາວ​ເມືອງ​ຮາ​ໂມທ​ກີ​ເລ​ອາດ 30 ເຈົ້າ​ອາ​ຮາບ​ໄດ້​ເວົ້າ​ຕໍ່​ເຢ​ໂຮ​ຊາ​ຟັດ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ປອມ​ຕົວ​ໄປ​ໃນ​ສະ​ຫນາມ​ຮົ​ບ ແຕ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ໃຫ້​ທ່ານ​ນຸ່ງ​ເຄື່ອງ​ແບບ​ຂ​ອງ​ກະ​ສັດ​ເຂົ້າ​ໄປ ແລ້ວ​ເຈົ້າ​ອາ​ຮາບ​ກໍ​ປອມ​ຕົວ​ເຂົ້າ​ສູ່​ສະ​ຫນາມ​ຮົບ 31 ຝ່າຍ​ກະ​ສັດ​ແຫ່ງ​ປະ​ເທດ​ຊີ​ເຣັຽ ກໍ​ອອກ​ຄຳ​ສັ່ງ​ແກ່​ຜູ້​ບັນ​ຊາ​ການ​ຝ່າຍ​ຣົດ​ຮົບ​ສາມ​ສິບ​ສອງ​ຄົນ​ວ່າ, “ບໍ່​ຕ້ອງ​ຕໍ່​ສູ້​ໃຜ​ຫມົດ ບໍ່​ວ່າ​ພົນ​ທະ​ຫານ​ຫລືນາຍ​ທະ​ຫານ ແຕ່​ໃຫ້​ຕໍ່​ສູ້​ກັບ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ເທົ່າ​ນັ້ນ 32 ດັ່ງ​ນັ້ນ ເມື່ອ​ຜູ້​ບັນ​ຊາ​ການ​ທະ​ຫານ​ຣົດ​ຮົບ​ຫລຽວ​ເຫັນ​ເຢ​ໂຮ​ຊາ​ຟັດ ພວກ​ເຂົາ​ຈຶ່ງ​ຄິດ​ວ່າ​ທ່ານ​ແມ່ນ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ຢ່າງ​ແນ່ນອນ 33 ພວກ​ເຂົາ​ຈຶ່ງ​ເລັ່ງ​ຣົດ​ຮົບ​ເຂົ້າ​ຕໍ່​ສູ້ ແຕ່​ເຢ​ໂຮ​ຊາ​ຟັດ​ໄດ້​ຮ້ອງ​ຂື້​ນ ພວກ​ຜູ້​ບັນ​ຊາ​ການ​ຣົດ​ຮົບ​ຈຶ່ງ​ສັງ​ເກດ​ເຫັນ​ວ່າ ບໍ່​ແມ່ນກະ​ສັດ​ແຫ່ງ​ອິສ​ຣາ​ເອນ​ພວກ​ເຂົາ​ຈຶ່ງ​ກັບ​ຄືນ​ ແລະ​ບໍ່​ຕິດ​ຕາມ​ພຣະ​ອົງ​ໄປ 34 ແຕ່​ມີ​ທະ​ຫານ​ຜູ້ນຶ່ງ​ກົ່ງ​ທະ​ນູ​ຍິງ​ໄປ​ຕາມ​ວາດ ພໍ​ດີ​ໄປ​ສຽບ​ເຂົ້າ​ຊ່ອງວ່າງ​ບ່ອນ​ເສື້ອ​ເຫລັກ​ຕໍ່​ກັນ​ຂອງ​ອາ​ຮາບ ພຣະ​ອົງ​ຈຶ່ງ​ກ່າວ​ແກ່​ຜູ້​ຂັບ​ຣົດ​ມ້າ​ວ່າ, “ຈົ່ງ​ອ​ວ່າຍ​ຣົດ​ກັບ​ຄືນ ແລະ​ພາ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ສະ​ຫນາມ​ຮົບ​ນີ້ ຂ້າ​ພະ​ເຈົ້າ​ຖືກ​ຍິງ​ແລ້ວ” 35 ແຕ່​ໃນ​ວັນ​ນີ້ ການ​ສູ້​ຮົບ​ໄດ້​ດຸ​ເດືອດ​ທີ່​ສຸດ ເຂົາ​ໄດ້​ຊູ​ພຣະ​ອົງ​ໃຫ້​ຢືນ​ຂຶ້ນ​ໃນ​ຣົດ​ມ້າ​ຕໍ່​ຫນ້າ​ຊາວ​ຊີ​ເຣັຽ ເລືອດ​ຈາກ​ບາດ​ແຜ​ຂອງ​ພຣະ​ອົງ​ໄດ້​ໄຫລ​ອອກ​ເຕັມຖັງ​ຣົດ​ຮົບ 36 ພໍ​ຍາມ​ແລງ​ມາ​ພຣະ​ອົງ​ກໍ​ສີ້ນ​ໃຈ​ຕາຍ ເມື່ອ​ຕາເວັນ​ຕົກ​ດີນ​ໄດ້​ມີ​ສຽງ​ຮ້ອງ​ຂື້​ນ​ວ່າ, “ທຸກ​ຄົນ​ຈົ່ງ​ກັບ​ຄືນ​ເມືອ​ບ້ານ​ເມືອງ​ຂອງຕົນ” ແລ້ວ​ທຸກ​ຄົນ​ກໍ​ໄດ້​ກັບ​ຄືນ​ເມືອ 37 ແລ້ວ​ເຂົາ​ໄດ້​ເອົາ​ສົບ​ຂອງ​ເຈົ້າ​ຊີ​ວິດ​ໄປ​ຝັງ​ໄວ້​ໃນ​ກຸງ​ຊາ​ມາ​ເຣັຽ ພວກ​ເຂົາ​ລ້າງ​ຣົດ​ມ້າ​ທີ່​ສະ​ນ້ຳ​ຊາ​ມາ​ເຣັຽ 38 ຝູງ​ຫມາກໍ​ມາ​ເລັຽ​ເລືອດ ແລະ​ມີ​ຍິງ​ໂສ​ເພ​ນີ​ໄດ້​ມາ​ອາບ​ນ້ຳ​ຢູ່​ທີ່ນັ້ນ ຊື່ງ​ເປັນ​ໄປ​ຕາມ​ພຣະ​ຄຳ​ທີ່​ພຣະ​ຜູ້​ເປັ​ນເຈົ້າ​ໄດ້​ຊົງ​ກ່າ​ວ​ໄວ້​ທຸກ​ປະ​ການ 39 ສ່ວນ​ເຣື່ອງ​ຕ່າງໆ​ຂອງ​ອາ​ຮາບ​ທີ່​ຍັງ​ເຫລືອ​ຢູ່ ຄື​ການ​ກະ​ທຳ​ຕ່າງໆ​ຂອງ​ພຣະ​ອົງ ເຊັ່ນ​ການ​ສ້າງພຣະ​ຣາ​ຊວັງ​ງ່າ​ຊ້າງຊຶ່ງ​ພຣະ​ອົງ​ຊົງ​ສ້າງ​ໄວ້ ແລະ ​ຫົວ​ເມືອງ​ທັງ​ປວງ​ທີ່​ພຣະ​ອົງ​ຊົງ​ສ້າງ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື? 40 ອາ​ຮາບ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງພຣະ​ອົງ ແລະ​ອາ​ຮາ​ຊີ​ຢາ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ​ກໍ​ຂຶ້ນ​ຄອງ​ແທນ

ຣັ​ຊ​ການ​ເຢ​ໂຮ​ຊາ​ຟັດ

41 ເຢ​ໂຮ​ຊາ​ຟັດ​ຣາ​ຊ​ໂອ​ຣົດ​ຂອງ​ອາ​ຊາ​ເລີ້ມ​ຂຶ້ນ​ຄອງ​ເຫນືອ​ຢູ​ດາ​ໃນ​ປີ​ທີ່​ສີ່​ແຫ່ງ​ຣັ​ຊ​ການ​ອາ​ຮາບ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ 42 ເຢ​ໂຮ​ຊາ​ຟັດ​ມີ​ພຣະ​ຊົນ​ສາມ​ສິບ​ຫ້າ​ພັນ​ສາ​ເມື່ອ​ຊົງ​ເລີ້ມ​ຂຶ້ນ​ຄອງ ແລະ​ພຣະ​ອົງຊົງ​ຄອງ​ໃນເຢ​ຣູ​ຊາ​ເລັມ​ຊາວ​ຫ້າ​ປີ ພຣະ​ຊົນ​ນີ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າ ອາ​ຊູ​ບາ​ທິ​ດາ​ຂອງ​ຊີນ​ຮີ 43 ພຣະ​ອົງ​ຊົງ​ດຳ​ເນີນ​ຕາມ​ມັນ​ຄາ​ຂອງ​ອາ​ຊາ​ຣາ​ຊ​ບິ​ດາ​ທຸກ​ປະ​ການ​ບໍ່​ໄດ້​ຫັນ​ເຫ​ອອກນອກ​ໄປ ຊົງ​ກະ​ທຳ​ສີ່ງ​ທີ່​ຖືກ​ຕ້ອງ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນເຈົ້າ ແຕ່​ບ່ອນ​ຂາບ​ໄຫວ້​ພຣະ​ຂອງ​ຄົນ​ຕ່າງ​ຊາດນັ້ນ​ຍັງ​ບໍ່​ໄດ້​ຮື້​ລົງ ປະ​ຊາ​ຊົນ​ຍັງ​ສືບ​ຕໍ່ຖວາຍ​ເຄື່ອງ​ສັຕບູ​ຊາ ແລະ​ເຜົາ​ເຄືອງ​ຫອມ​ຢູ່​ທີ່​ນັ້ນ 44 ເຢ​ໂຮ​ຊາ​ຟັດ​ຊົງ​ກະ​ທຳ​ໄມ​ຕ​ຣີ​ກັບ​ພຣະ​ຣາ​ຊາ​ອິສ​ຣາ​ເອນ​ດ້ວຍ 45 ສ່ວນ​ພຣະ​ຣາ​ຊ​ກິດນອກ​ນັ້ນ​ຂອງ​ເຢ​ໂຮ​ຊາ​ຟັດ ແລະ​ຍຸ​ທພະ​ລັງ​ທີ່​ພຣະ​ອົງ​ຊົງ​ສຳ​ແດງ ແລະ​ສົງ​ຄາມ​ທີ່​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດຢູ​ດາ​ຫລື? 46 ແລະ​ໂສ​ເພ​ນີ​ທັງ​ຊາຍ​ແລະ​ຍິງທີ່​ຮັບ​ໃຊ້​ໃນ​ແທ່ນ​ບູ​ຊາ​ຂອງ​ຄົນ​ຕ່າງ​ຊາດ​ທີ່​ຍັງ​ເຫລືອ​ຢູ່​ຄື ຜູ້​ທີ່​ຍັງເຫລືອ​ໃນ​ສະ​ໄຫມ​ຂອງ​ອາ​ຊາ​ຣາ​ຊ​ບິ​ດາ​ນັ້ນ​ພຣະ​ອົງ​ກໍ​ຊົງ​ກຳ​ຈັດ​ເສັຽ​ຈາກ​ແຜ່ນ​ດີນ 47 ​ບໍ່​ມີ​ພຣະ​ຣາ​ຊາ​ໃນ​ປະ​ເທດ​ເອ​ໂດມ ແຕ່​ມີ​ຜູ້​ວ່າ​ຣາ​ຊ​ການ​ປົກ​ຄອງ​ແທນ 48 ເຢ​ໂຮ​ຊາ​ຟັດ​ຊົງຕໍ່​ກໍາ​ປັ່ນ​ຕາ​ຣ໌​ຊິ​ສ ເພື່ອ​ຈະ​ໄປ​ຂົນ​ທອງ​ຄຳ​ຈາກ​ໂອ​ຟີ​ຣ໌ ແຕ່​ກຳ​ປັ່ນ​ນັ້ນ​ໄປ​ບໍ່​ເຖິງ ເພາະ​ໄປ​ແຕກ​ເສັຽ​ທີ່​ເອ​ຊີ​ໂອນ​ເກ​ເບີ 49 ແລ້ວ​ອາ​ຮາ​ຊີ​ຢາ​ຣາ​ຊ​ໂອ​ຣົດ​ຂອງ​ອາ​ຮາບ​ກ່າວ​ກັບ​ເຢ​ໂຮ​ຊາ​ຟັດ​ວ່າ, “ຂໍ​ໃຫ້​ຂ້າ​ຣາ​ຊ​ການ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ໃນ​ເຮືອກຳ​ປັ່ນ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ທ່ານ” ແຕ່​ເຢ​ໂຮ​ຊາ​ຟັດບໍ່​ພໍ​ພຣະ​ທັຍ 50 ແລະ​ເຢ​ໂຮ​ຊາ​ຟັດ​ຊົງ​ລ່ວງ​ຫລັບໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຢ​ໂຮ​ຣາມ​ຣາ​ຊ​ໂອ​ຣົດ​ຂຶ້ນ​ຄອງ​ແທນ​ພຣະ​ອົງ

ຣັ​ຊ​ການ​ອາ​ຮາ​ຊີ​ຢາ​ແຫ່ງ​ອິສ​ຣາ​ເອນ

51 ອາ​ຮາ​ຊີ​ຢາຣາ​ຊ​ໂອ​ຣົດ​ຂອງ​ອາ​ຮາບ​ຊົງ​ເລີ້ມ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ຊາ​ມາ​ເຣັຽ​ໃນ​ປີ​ທີ່​ເຈັດ​ແຫ່ງ​ ຣັ​ຊ​ການ​ເຢ​ໂຮ​ຊາ​ຟັດ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ແລະ​ພຣະ​ອົງ​ຊົງ​ຄອບ​ຄອງ​ເຫນືອ​ອິສ​ຣາ​ເອນ​ສອງ​ປີ 52 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊົງ​ດຳ​ເນີນ​ໃນ​ມັນ​ຄາ​ແຫ່ງ​ຣາ​ຊບິ​ດາ​ຂອງ​ພຣະ​ອົງ ແລະ​ໃນ​ມັນ​ຄາ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ​ຜູ້​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ບາບ​ດ້ວຍ 53 ພຣະ​ອົງ​ຊົງ​ບົວ​ລະ​ບັດ​ພຣະ​ບາ​ອານ​ແລະ​ນະ​ມັ​ສ​ການ​ພຣະ​ນັ້ນ ແລະ​ຊົງ​ກະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະເຈົ້າ​ແຫ່ງ​ອິສ​ຣາ​ເອນ​ພິ​ໂຣດ​ດ້ວຍ​ທຸກວິ​ທີ​ທີ່​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ຊົງ​ກະ​ທຳ​ແລ້ວ​ນັ້ນ

2 ກະສັດ 1

ມໍ​ຣະ​ນະ​ກັມ​ຂອງ​ອາ​ຮາ​ຊີ​ຢາ

1 ເມື່ອອາ​ຮາບ​ສິ້ນ​ພຣະ​ຊົນແລ້ວ ເມືອງໂມອາບກໍ​ກະ​ບົດ​ຕໍ່​ຄົນ​ອິສ​ຣາ​ເອນ 2 ຝ່າຍ​ອາ​ຮາ​ຊີ​ຢາ​ຊົງ​ຕົກ​ລົງ​ມາ​ຈາກ​ຊ່ອງ​ພຣະ​ແກ​ຕາ​ຂ່າຍ​ທີ່​ຫ້ອງ​ຊັ້ນ​ເທິງ​ຂອງ​ພຣະ​ອົງ​ໃນ​ກຸງ​ຊາມາ​ເຣັຽ ແລະ​ຊົງ​ປະ​ຊວນ​ຈຶ່ງ​ຊົງ​ໃຊ້​ບັນ​ດາ​ຜູ້​ສົ່ງ​ຂ່າວໄປ ຮັບ​ສັ່ງ​ວ່າ, “ຈົ່ງ​ໄປ​ຖາມ​ບາ​ອານ​ເຊ​ບູບ ພຣະເຈົ້າ​ແຫ່ງ​ເອກ​ໂຣນ​ວ່າ​ເຮົາ​ຈະ​ຫາຍ​ຈາກ​ຄວາມ​ເຈັບ​ປ່ວຍ​ນີ້​ໄດ້​ຫລື​ບໍ່?” 3 ແຕ່​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເວົ້າ​ກັບ​ເອ​ລີ​ຢາ ຊາວ​ຕິ​ສ​ບີ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ​ພົບ​ບັນ​ດາ​ຜູ້​ສົ່ງ​ຂ່າວ​ຂອງ​ເຈົ້າ​ຊີ​ວິດ​ແຫ່ງ​ຊາມາ​ເຣັຽ ແລະ​ຈົ່ງ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ “ເພາະ​ບໍ່​ມີ​ພຣະ​ເຈົ້າ​ໃນ​ອິສ​ຣາ​ເອນ​ແລ້ວ​ຫລື ທ່ານ​ຈຶ່ງ​ໄປ​ຖາມ​ພຣະ​ບາ​ອານ​ເຊ​ບູບ ພຣະ​ເຈົ້າ​ຂອງ​ເອກ​ໂຣນ” 4 ເພາະ​ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນິ້​ວ່າ “ເຈົ້າ​ຈະ​ບໍ່​ໄດ້​ລົງ​ມາ​ຈາກ​ບ່ອນນອນ​ຊຶ່ງ​ເຈົ້າ​ຂຶ້ນ​ໄປ​ນັ້ນ ແຕ່​ເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ” ແລ້ວ​ເອ​ລີ​ຢາ​ກໍ​ໄປ 5 ຜູ້​ສົ່ງ​ຂ່າວ​ນັ້ນ​ກໍ​ກັບ​ມາ​ເຝົ້າ​ເຈົ້າ​ຊີ​ວິດ ພຣະ​ອົງ​ໄດ້​ຖາມ​ເຂົາ​ທັງ​ຫລາຍ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ພາ​ກັນ​ກັບ​ມາ?” 6 ແລະ​ເຂົາ​ທັງ​ຫລາຍ​ທູນ​ພຣະ​ອົງ​ວ່າ, “ມີ​ຊາຍ​ຄົນ​ນຶ່ງ​ມາ​ພົບ​ກັບ​ພວກ​ຂ້າ​ນ້ອຍ ແລະ​ເວົ້າ​ກັບ​ພວກ​ຂ້າ​ນ້ອຍ​ວ່າ “ຈົ່ງ​ກັບ​ໄປ​ຫາ​ພຣະ​ຣາ​ຊາ​ຜູ້​ໃຊ້​ທ່ານ​ມາ ແລະ​ທູນ​ພຣະ​ອົງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ບໍ່​ມີ​ພຣະ​ເຈົ້າ​ໃນ​ອິສ​ຣາ​ເອນ​ແລ້ວ​ຫລື​ ເຈົ້າ​ຈຶ່ງ​ໃຊ້​ຄົນ​ໄປ​ຖາມ​ພຣະ​ບາ​ອານ​ເຊ​ບູ​ບ​ພຣະ​ເຈົ້າ​ແຫ່ງ​ເອກ​ໂຣນ ເພາະ​ສະ​ນັ້ນ​ເຈົ້າ​ຈະ​ບໍ່​ໄດ້​ລົງ​ມາ​ຈາກ​ບ່ອນ​ນອນ​ຊຶ່ງ​ເຈົ້າ​ໄດ້​ຂຶ້ນ​ໄປ​ນັ້ນ ແຕ່​ເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ” 7 ພຣະ​ອົງ​ໄດ້​ຖາມ​ເຂົາ​ທັງ​ຫລາຍ​ວ່າ, “ຄົນ​ທີ່​ໄດ້​ມາ​ພົບ​ເຈົ້າ ແລະ​ບອກ​ສິ່ງ​ເຫລົ່າ​ນີ້​ແກ່​ເຈົ້າ​ນັ້ນ​ເປັນ​ຄົນ​ລັ​ກສ​ນະ​ແບບ​ໃດ?” 8 ເຂົາທັງ​ຫລາຍ​ທູນ​ຕອບ​ພຣະ​ອົງ​ວ່າ, “ທ່ານ​ສວມ​ເສື້ອ​ຂົນ ແລະ​ມີ​ຫນັງ​ຄາດ​ແອວ​ຂອງ​ທ່ານ​ໄວ້” ແລະ​ພຣະ​ອົງ​ເວົ້າ​ວ່າ, “ເປັນ​ເອ​ລີ​ຢາ ຊາວ​ຕິ​ສບີ” 9 ແລ້ວເຈົ້າ​ຊີ​ວິດກໍ​ຮັບ​ສັ່ງ​ໃຫ້​ນາຍ​ຫ້າສິບ​ກັບ​ທະ​ຫານ​ຫ້າ​ສິບ​ຄົນ​ໄປ​ຫາ​ເອ​ລີ​ຢາ ເຂົາ​ໄດ້​ຂຶ້ນ​ໄປ​ຫາ​ທ່ານ ເບິ່ງ​ແມ໋, ທ່ານ​ນັ່ງ​ຢູ່​ເທິງ​ຍອດ​ພູ​ເຂົາ ແລະ​ນາຍ​ຫ້າ​ສິບກ່າວ​ແກ່​ທ່ານ​ວ່າ, “ຂ້າ​ແດ່​ຄົນ​ແຫ່ງ​ພຣະ​ເຈົ້າ ພຣະ​ຣາ​ຊາ​ໄດ້​ສັ່ງ​ດັ່ງ​ນີ້​ວ່າ “ລົງ​ມາ” 10 ແຕ່​ເອ​ລີ​ຢາ​ຕອບ​ນາຍ​ຫ້າ​ສິບ​ວ່າ, “ຖ້າ​ຂ້ອຍ​ເປັນ​ຄົນ​ແຫ່ງ​ພຣະ​ເຈົ້າ ກໍ​ຂໍ​ໃຫ້​ໄຟ​ລົງ​ມາ​ຈາກ​ຟ້າ​ສວັນ​ເຜົາ​ຜານ​ເຈົ້າ​ແລະ​ຄົນ​ທັງ​ຫ້າ​ສິບ​ຄົນ​ຂອງ​ເຈົ້າ​ເຖີດ” ແລ້ວ​ໄຟ​ກໍ​ລົງ​ມາ​ຈາກ​ຟ້າ​ສວັນ ແລະ​ເຜົາ​ຜານ​ເຂົາ​ກັບ​ຄົນ​ທັງ​ຫ້າ​ສິ​ບ​ຂອງ​ເຂົາ​ເສັຽ 11 ເຈົ້າ​ຊີ​ວິດກໍ​ຮັບ​ສັ່ງ​ໃຫ້​ນາຍ​ຫ້າ​ສິບ​ກັບ​ທະ​ຫານ​ຫ້າ​ສິບ​ຄົນ​ອີກ​ພວກ​ນຶ່ງ​ໄປ ແລະ​ເຂົາ​ກໍ​ກ່າວ​ແກ່​ທ່ານ​ວ່າ, “ຂ້າ​ແດ່​ຄົນ​ແຫ່ງ​ພຣະ​ເຈົ້າ ພຣະ​ຣາ​ຊາ​ສັ່ງ​ດັ່ງ​ນີ້​ວ່າ “ລົງ​ມາ ໄວໆ” 12 ແຕ່​ເອ​ລີ​ຢາ​ຕອບ​ວ່າ, “ຖ້າ​ຂ້ອຍ​ເປັນ​ຄົນ​ແຫ່ງ​ພຣະ​ເຈົ້າ ກໍ​ຂໍ​ໃຫ້​ໄຟ​ລົງ​ມາ​ຈາກ​ຟ້າ​ສວັນ​ເຜົາ​ຜານ​ເຈົ້າ ແລະ​ຄົນ​ທັງ​ຫ້າ​ສິບ​ຂອງ​ເຈົ້າ​ເຖີດ” ແລະ​ໄຟ​ຂອງ​ພຣະ​ເຈົ້າ​ລົງ​ມາ​ຈາກ​ຟ້າ​ສວັນ​ແລະ​ເຜົາ​ຜານ​ເຂົາ​ກັບ​ຄົນ​ທັງ​ຫ້າ​ສິບ​ຂອງ​ເຂົາ​ເສັຽ 13 ເຈົ້າ​ຊີ​ວິດຮັບ​ສັ່ງ​ໃຫ້​ນາຍ​ຫ້າ​ສິບ​ຄົນ​ທີ​ສາມ​ໄປ​ພ້ອມ​ກັບ​ທະ​ຫານ​ຫ້າ​ສິບ​ຄົນ​ຂອງ​ເຂົາ ແລະ​ນາຍ​ຫ້າ​ສິບ​ຄົນ​ທີ​ສາມ​ກໍ​ຂຶ້ນ​ໄປ ແລະ​ຄຸ​ເຂົ່າ​ລົງ​ຕໍ່​ຫນ້າ​ເອ​ລີ​ຢາ ແລະ​ວິງວອນ​ທ່ານ​ວ່າ, “ຂ້າ​ແດ່​ຄົນ​ແຫ່ງ​ພຣະ​ເຈົ້າ ຂໍ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຊີ​ວິດ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ອີກ​ຫ້າ​ສິບ​ຄົນ​ນີ້​ໃຫ້​ເປັນ​ສິ່ງທີ່​ປະ​ເສີດ​ໃນສາຍ​ຕາ​ຂອງ​ທ່ານ 14 ເບິ່​ງ​ແມ໋​, ໄຟ​ລົງ​ມາ​ຈາກ​ຟ້າ​ສວັນ​ແລະ​ໄດ້​ເຜົາ​ຜານ​ນາຍ​ຫ້າ​ສິບ​ທັງ​ສອງ​ຄົນ​ກ່ອນ​ນັ້ນ​ເສັຽ​ພ້ອມ​ທັງ​ທະ​ຫານ​ຫ້າ​ສິບ​ຄົນ​ຂອງ​ເຂົາ​ດ້ວຍ ແຕ່​ບັດ​ນີ້​ຂໍ​ໃຫ້​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ 15 ເປັນ​ສິ່ງ​ທີ່​ປະ​ເສີດ​ໃນ​ສາຍ​ຕາ​ຂອງ​ທ່ານ” ແລ້ວ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ເອ​ລີ​ຢາ​ວ່າ, “ຈົ່ງ​ລົງ​ໄປ​ກັບ​ເຂົາ​ເຖີດ ຢ່າ​ຢ້ານ​ເຂົາ​ເລີຍ” ທ່ານ​ກໍລຸກ​ຂຶ້ນ​ລົງ​ໄປ​ກັບ​ເຂົາ​ເຂົ້າ​ເຝົ້າ​ເຈົ້າ​ຊີ​ວິດ 16 ແລະ​ທູນ​ພຣະ​ອົງ​ວ່າ, “ພຣະ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ, “ເພາະ​ເຈົ້າ​ໄດ້​ສົ່ງ​ຜູ້​ສົ່ງ​ຂ່າວໄປ​ຍັງ​ບາ​ອານ​ເຊ​ບູ​ບ​ພຣະ​ເຈົ້າ​ແຫ່ງ​ເອກ​ໂຣນ (ເພາະ​ບໍ່​ມີ​ພຣະ​ເຈົ້າ​ໃນ​ອິສ​ຣາ​ເອນ​ທີ່​ຈະ​ທູນ​ຖາມ​ພຣະ​ຄຳ​ຂອງ​ພຣະ​ອົງ​ຢ່າງ​ນັ້ນ​ຫລື) ເພາະ​ສະ​ນັ້ນ​ເຈົ້າ​ຈະ​ບໍ່​ໄດ້​ລົງ​ມາ​ຈາກ​ບ່ອນນອນ​ຊຶ່ງ​ເຈົ້າ​ໄດ້​ຂຶ້ນ​ໄປ​ນັ້ນ ແຕ່​ເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ”

ມໍ​ຣະ​ນະ​ກັມ​ຂອງ​ອາ​ຮາຊີ​ຢາ

17 ທ່ານກໍ​ສິ້ນ​ຊີ​ວິດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ເອ​ລີ​ຢາ​ກ່າວ​ນັ້ນ ແລະ​ເຢ​ໂຮ​ຣາມ​ກໍ​ຂຶ້ນ​ຄອງ​ແທນ ໃນ​ປີ​ທີ່​ສອງ​ແຫ່ງ​ຣັ​ຊ​ການ​ເຢ​ໂຮ​ຊາຟັດກະ​ສັດ​ແຫ່ງ​ຢູ​ດາ ເພາະ​ອາ​ຮາ​ຊີ​ຢາ​ບໍ່​ມີ​ໂອ​ຣົດ 18 ສ່ວນ​ພຣະ​ຣາ​ຊ​ກິຈນອກ​ນັ້ນ​ຂອງ​ອາ​ຮາ​ຊີຢາ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ

2 ກະສັດ 2

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັບ​ເອົາ​ເອ​ລີ​ຢາ​ຂຶ້ນ​ສູ່​ຟ້າສວັນ

1 ໃນ​ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ລົມ​ພະ​ຍຸ​ພັດ ເອ​ລີ​ຢາ​ຂຶ້ນ​ສູ່​ຟ້າສວັນ​ນັ້ນ ເຫດ​ການ​ໄດ້​ເປັນ​ມາ​ດັ່ງ​ນີ້ ເອ​ລີ​ຢາ​ກັບ​ເອ​ລີ​ຊາ​ພາ​ກັນ​ເດີນ​ທາງ​ອອກ​ຈາກ​ເມືອງກິນ​ການ 2 ເອ​ລີ​ຢາ​ໄດ້​ບອກ​ເອ​ລີ​ຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ສ່ວນ​ຂ້ອຍ​ຈະ​ໄປ​ເມືອງ​ເບັດ​ເອນ​ຕາມ​ທີ່​ພຣະ​ເຈົ້າ​ຊົງ​ສັ່ງ” ແຕ່​ເອ​ລີ​ຊາ​ຕອບ​ວ່າ, “ຂ້າ​ນ້ອຍ​ຂໍ​ສາ​ບານ​ດ້ວຍ​ຄວາມ​ສັດ​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະ​ຕໍ່​ທ່ານ​ເອງວ່າ ຂ້າ​ນ້ອຍ​ຈະ​ບໍ່​ພາກ​ຈາກ​ທ່ານ​ໄປ​ເລີຍ” ດັ່ງ​ນັ້ນ​ທັງ​ສອງ​ຈຶ່ງ​ພາ​ກັນ​ເດີນ​ທາງ​ໄປ​ຍັງ​ເມືອງ​ເບັດ​ເອນ 3 ເມື່ອ​ທັງ​ສອງ​ໄປ​ຮອດ​ແລ້ວ ພວກ​ຄ​ນະ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ຢູ່​ໃນ​ເມືອງ​ເບັດ​ເອນ​ໄດ້​ມາ​ຫາ​ເອ​ລີ​ຊາ ແລະ​ເວົ້າ​ຕໍ່​ເຂົາ​ວ່າ, “ເຈົ້າ​ບໍ່​ຮູ້​ບໍ​ວ່າ ມື້​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຮັບ​ເອົາ​ນາຍ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ?” ເອ​ລີ​ຊາ​ຕອບ​ວ່າ, “ຢ່າ​ສູ່​ປາກ ຂ້ອຍ​ຮູ້​ແລ້ວ” 4 ເອ​ລີ​ຢາ​ເວົ້າ​ຕໍ່​ເອ​ລີ​ຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ຂ້ອຍ​ໄປ​ເມືອງ​ເຢ​ຣີ​ໂກ” ແຕ່​ເອ​ລີ​ຊາ​ຕອບ​ວ່າ, “ຂ້າ​ນ້ອຍ​ຂໍ​ສາ​ບານ​ດ້ວຍ​ຄວາມ​ສັດ​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະ​ຕໍ່​ທ່ານ​ເອງວ່າ ຂ້າ​ນ້ອຍ​ຈະ​ບໍ່​ພາກ​ຈາກ​ທ່ານ​ໄປ​ເລີຍ” ແລ້ວ​ທັງ​ສອງ​ກໍ​ພາ​ກັນ​ເດີນ​ທາງ​ໄປ​ຍັງ​ເມືອງ​ເຢ​ຣີ​ໂກ 5 ພວກ​ຄນະ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ຢູ່​ໃນ​ເມືອງ​ເຢ​ຣີ​ໂກ​ໄດ້​ອອກ​ມາ​ພົບ​ເອ​ລີ​ຊາ ແລະ​ເວົ້າ​ຕໍ່​ເຂົາ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ ມື້​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຮັບ​ເອົາ​ນາຍ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ?” ເອ​ລີ​ຊາ​ຕອບ​ວ່າ, “ຢ່າ​ສູ່ປາກ ຂ້ອຍ​ຮູ້​ແລ້ວ” 6 ເອ​ລີ​ຢາ​ຈຶ່ງ​ເວົ້າ​ຕໍ່​ເອ​ລີ​ຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ຂ້ອຍ​ໄປ​ແມ່​ນ້ຳ​ຈໍ​ແດນ” ແຕ່​ເອ​ລີ​ຊາ​ຕອບ​ຄື​ເກົ່າ​ວ່າ, “ຂ້າ​ນ້ອຍ​ຂໍ​ສາ​ບານ​ດ້ວຍ​ຄວາມ​ສັດ​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະ​ຕໍ່​ທ່ານ​ເອ​ງວ່າ ຂ້າ​ນ້ອຍ​ຈະ​ບໍ່​ພາກ​ຈາກ​ທ່ານ​ໄປ​ເລີຍ” ແລ້ວ​ທັງ​ສອງ​ກໍ​ພາ​ກັນ​ເດີນ​ທາງ​ຕໍ່​ໄປ​ນຳ​ກັນ 7 ມີ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຫ້າ​ສິບ​ຄົນ​ຕິດ​ຕາມ​ພວກ​ທ່ານ​ໄປ​ຈົນ​ຮອດ​ແມ່​ນ້ຳຈໍ​ແດນ ແລ້ວພວ​ກ​ຜູ້​ປະ​ກາດ​ພຣະ​ທັມ​ກຳ​ພາ​ກັນ​ຢືນ​ຢູ່​ຫ່າງໆ​ 8 ເອ​ລີ​ຢາ​ໄດ້​ແກ້​ເສື້ອ​ຄຸມ​ອອກ​ແລ້ວ​ບິດ​ເຂົ້າ​ກັນ ແລະ​ຕີ​ລົງ​ເທິງ​ຫນ້າ​ນ້ຳ ນ້ຳ​ນັ້ນ​ກໍ​ແຍກ​ອອກ ທັງ​ສອງ​ຈຶ່ງ​ຍ່າງ​ຂ້າມ​ໄປ​ສູ່​ຝັ່ງ​ນັ້ນ 9 ເມື່ອ​ຂ້າມ​ໄປ​ແລ້ວ ເອ​ລີ​ຢາ​ຈຶ່ງ​ເວົ້າ​ຕໍ່​ເອ​ລີ​ຊາ​ວ່າ, “ກ່ອນ​ທີ່​ຂ້ອຍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ນີ້ ເຈົ້າ​ຢາກ​ໄດ້​ຫຍັງ ຈົ່ງ​ຂໍ​ມາ​ເບິ່ງ​ດູ” ເອ​ລີ​ຊາ​ຕອບ​ວ່າ, “ຂໍ​ໃຫ້​ຂ້າ​ນ້ອຍ​ໄດ້​ເປັນ​ຜູ້​ສືບ​ແທນ​ຮັບ​ເອົາ​ຣິດ​ເດດ​ສ່ວນ​ໃຫຍ່​ຈາກ​ທ່ານ​ເທີນ” 10 ເອ​ລີ​ຢາ​ຈຶ່ງ​ຕອບ​ວ່າ, “ເຈົ້າ​ຮ້ອງ​ຂໍ​ເອົາ​ໃນ​ຂໍ້​ທີ່​ເປັນ​ໄປ​ໄດ້​ຍາກ​ທີ່​ສຸດ ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າວ່າ​ເຈົ້າ​ເຫັນ​ຂ້ອຍ​ໃນ​ຂ​ນະ​ທີ່​ຖືກ​ຮັບ​ຂຶ້​ນໄປ​ນັ້ນ ເຈົ້າ​ຈະ​ໄດ້​ຮັບ​ຕາມ​ຄຳ​ຮ້ອງ​ຂໍ ຄັນ​ຖ້າ​ເຈົ້າ​ບໍ່​ເຫັນ​ເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ຫຍັງ​ເລີຍ” 11 ແຕ່​ແລ້ວ ໃນ​ຂ​ນະ​ທີ່​ພວກ​ທ່ານ​ຍ່າງ​ສົນ​ທະ​ນາ​ກັນ​ໄປ​ນັ້ນ ຣົດ​ມ້າ​ທີ່​ມີ​ແປວ​ໄຟ​ຫຸ້ມຫໍ່ແລ່ນ​ຜ່ານ​ທ່ານ​ທັງ​ສອງ​ໄປ ແລ້ວ​ລົມ​ພະ​ຍຸ​ກໍ​ພັດ​ເອົາ​ເອ​ລີຢາ​ຂຶ້ນ​ໄປ​ສູ່​ຟ້າ​ສວັນ 12 ເອ​ລີ​ຊາຫລຽວ​ເຫັນ​ຈຶ່ງ​ຣ້ອງ​ຫາ​ເອ​ລີ​ຢາ “ພໍ່ເອີຍ ພໍ່​ເອີຍ ຜູ້​ປ້ອງ​ກັນ​ຜູ້​ຍິ່ງ​ໃຫຍ່​ແຫ່ງ​ອິສ​ຣາ​ເອນ​ເອີຍ ທ່ານ​ຈາກ​ໄປ​ແລ້ວ​ຫນໍ” ເມື່ອ​ເອ​ລີ​ຊາ​ບໍ່​ເຫັນ​ເອ​ລີ​ຢາ ເຂົາ​ກໍ​ຈີກ​ເສື້ອ​ຂອງ​ຕົນ​ຈົນ​ຂາດ​ເຄິ່ງ 13 ແລ້ວ​ຈັບ​ເອົາ​ເສື້ອ​ຄຸມ​ຂອງ​ເອ​ລີ​ຢາ​ທີ່​ຕົກ​ລົງ​ມາ​ນັ້ນ ກັບ​ຄືນ​ໄປ​ຢືນ​ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ຈໍ​ແດນ 14 ເຂົາ​ເອົາ​ເສື້ອ​ຟາດ​ລົງ​ນ້ຳ ແຕ່​ນ້ຳ​ກໍ​ບໍ່​ແຍກ​ອອກ​ຈາກ​ກັນ ເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເອ​ລີ​ຢາ​ຢູ່​ໃສ?” ແລ້ວ​ໄດ້​ຟາດ​ນ້ຳ​ອີກ​ເທື່ອ​ນຶ່ງ ນ້ຳ​ຈຶ່ງ​ແຍກ​ອອກ ເອ​ລີ​ຊາ​ກໍ​ຍ່າງ​ຂ້າມ​ໄປ​ຝັ່ງນັ້ນ 15 ເມື່ອ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຫ້າ​ສິບ​ຄົນ​ຈາກ​ເມືອງ​ເຢ​ຣີ​ໂກ​ຫລຽວ​ເຫັນ​ດັ່ງ​ນັ້ນ ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ຣິດ​ເດດ​ຂອງ​ເອ​ລີ​ຢາ​ໄດ້​ຢູ່​ນຳ​ເອ​ລີ​ຊາ​ແລ້ວ” ພວກ​ເຂົາ​ກໍ​ພາ​ກັນ​ໄປ​ຫາ​ເອ​ລີ​ຊາ ກົ້ມ​ຂາບ​ລົງ​ຕໍ່​ຫນ້າ​ທ່ານ 16 ທັງ​ເວົ້າ​ວ່າ, “ພວກ​ຂ້າ​ນ້ອຍທັງ​ຫ້າ​ສິບ​ຄົນ​ຍັງ​ຢູ່​ທີ່​ນີ້ ທຸກ​ຄົນ​ລ້ວນ​ແຕ່​ເປັນ​ຜູ້​ແຂງ​ແຮງ ຂໍ​ໃຫ້​ພວກ​ຂ້ານ້ອຍ​ອອກ​ໄປ​ຊອກ​ຫາ​ນາຍ​ຂອງ​ທ່ານ​ເທີ​ນ ບາງ​ທີ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອົາ​ທ່ານ​ໄປ​ປະ​ໄວ້​ເທິງ​ຈອມ​ພູ ຫລື​ຕາມ​ຮ່ອມ​ພູ​ບ່ອນ​ໃດ​ບ່ອນ​ນຶ່ງ​ກໍ​ອາດ​ເປັນ​ໄປ​ໄດ້ ເອ​ລີ​ຊາ​ຕອບ​ວ່າ, “ບໍ່ ພວກ​ເຈົ້າ​ບໍ່​ຕ້ອງ​ໄປ​ດອກ” 17 ແຕ່​ພວກ​ເຂົາໄດ້ຫນ່ຽວວອນ​ຂໍ​ຈົນ​ທ່ານ​ໄດ້​ຍອມ ໃຫ້​ພວກ​ເຂົາ​ໄປ ດັ່ງ​ນັ້ນ​ທັງ​ຫ້າ​ສິບ​ຄົນ​ຈຶ່ງ​ອອກ​ທ່ຽວ​ຊອກ​ຫາ​ເປັນ​ເວ​ລາ​ສາມ​ວັນ ແຕ່​ກໍ​ບໍ່​ພົບ​ເລີຍ 18 ແລ້ວ​ພວກ​ເຂົາ​ໄດ້​ພາ​ກັນ​ຄືນ​ມາ​ຫາ​ເອ​ລີ​ຊາ​ທີ່​ຄອຍ​ຖ້າ​ຢູ່​ເມືອງ​ເຢ​ຣີ​ໂກ ເອ​ລີ​ຊາ​ຈຶ່ງ​ເວົ້າ​ຕໍ່​ພວກ​ເຂົາ​ວ່າ, “ຂ້ອຍ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ບໍ່​ຕ້ອງ​ໄປ” ເອ​ລີ​ຊາ​ເຮັດ​ການ​ອັດ​ສະ​ຈັນ 19 ຊາວ​ເມືອງ​ເຢ​ຣີ​ໂກ​ບາງ​ຄົນ​ໄດ້​ເວົ້າ​ຕໍ່​ເອ​ລີ​ຊາ​ວ່າ, “ເມືອງ​ນີ້​ເປັນ​ຫນ້າ​ຢູ່​ຕາມ​ທີ່​ເຈົ້າ​ນາຍ​ເຫັນ​ນີ້​ແຫລະ ຫາ​ກ​ແຕ່​ວ່າ​ນ້ຳ​ໄດ້​ເກີດ​ເປັນ​ພິດ​ອັນ​ເປັນ​ເຫດ​ໃຫ້​ຍິງ​ຫລາຍ​ຄົນ​ຫລຸ​ລູກ” 20 ເອ​ລີ​ຊາຈຶ່ງບອກ​ກັບ​ພວກ​ເຂົາ​ວ່າ, “ຈົ່ງ​ໄປ​ເອົາ​ເກືອ​ໃສ່​ຊາມ​ຫນ່ວຍ​ໃຫມ່​ໆ​ມາ” ພວກ​ເຂົາ​ກໍ​ປະ​ຕິ​ບັດ​ຕາມ 21 ທ່ານ​ໄດ້​ໄປ​ທີ່​ບໍ່​ນ້ຳ​ຫວ່ານ​ເກືອ​ລົງ​ນ້ຳ ແລະ​ເວົ້າ​ວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ໄວ້​ວ່າ “ເຮົາທໍາ​ໃຫ້​ນ້ຳ​ນີ້​ສະ​ອາດ​ຕໍ່​ໄປ ຄວາມ​ຕາຍ​ແລະ​ການ​ຫລຸ​ລູກ​ຈະ​ບໍ່​ມີ​ອີກ” 22 ຕັ້ງ​ແຕ່​ນັ້ນ​ມາ​ຈົນ​ເຖິງ​ທຸກວັນ​ນີ້ ນ້ຳ​ກໍ​ໄດ້​ສະ​ອາດ​ດີ​ເປັນ​ຈິງ​ຕາມ​ເອລີ​ຊາ​ໄດ້​ບອກ​ໄວ້ 23 ຈາກ​ນັ້ນ​ເອ​ລີ​ຊາ​ກໍ​ຈາກ​ເມືອ​ງເຢ​ຣິ​ໂກ​ໄປ​ສູ່ເມືອງ​ເບັດ​ເອນ ໃນ​ຂ​ນະ​ທີ່​ທ່ານ​ກຳ​ລັງ​ຍ່າງ​ຕາມ​ທາງ​ນັ້ນ​ໄດ້​ມີ​ພວກ​ເດັກ​ນ້ອຍ​ຜູ້​ຊາຍ​ຈຳ​ນວນ​ນຶ່ງ​ທີ່​ອອກ​ມາ​ຈາກ​ໃນ​ເມືອງ​ຮ້ອງ​ເຍີ້ຍ​ໃສ່​ທ່ານວ່າ, “ຂຶ້ນ​ໄປ ຂຶ້ນ​ໄປໂລດ​ເຖົ້າ​ຫົວ​ລ້ານ” 24 ເອ​ລີ​ຊາງວາກ​ຫນ້າ​ມາ​ຈ້ອງ​ເບິ່ງ​ເຂົາ ແລະ​ສາບ​ແຊ່ງ​ພວກ​ເຂົາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ໄດ້​ມີ​ຫມີ​ແມ່​ສອງ​ໂຕ​ອອກ​ມາ​ຈາກ​ປ່າ ຫ​ມີ​ນັ້ນ​ໄດ້​ຈີກ​ເດັກ​ນ້ອຍ​ຈຳ​ນວນ​ສີ່​ສິບ​ຄົນ​ຢູ່ທີ່​ນັ້ນ​ຕາຍ​ຫມົດ 25 ສ່ວນ​ເອ​ລີ​ຊາ​ກໍ​ເດີນ​ທາງ​ໄປ​ຍັງ​ພູ​ກາ​ຣ໌​ເມນ ແລະ​ພາຍ​ລຸນ​ມາ​ກໍ​ກັບ​ຄືນ​ມາ​ກຸງ​ຊາ​ມາ​ເຣັຽ

2 ກະສັດ 3

ຣັ​ຊ​ການ​ເຢ​ໂຮ​ຣາມ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ

1 ໃນ​ປີ​ທີ່​ສິບ​ແປດ​ຂອງ​ຣັ​ຊ​ການ​ເຢ​ໂຮ​ຊາ​ຟັດກະ​ສັດ​ແຫ່ງ​ຢູ​ດາ ເຢ​ໂຮ​ຣາມ​ໂອ​ຣົດ​ຂອງ​ອາ​ຮາບ​ໄດ້​ເລີ້ມ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ກຸງ​ຊາ​ມາ​ເຣັຽ ແລະ​ຊົງ​ປົກ​ຄອງ​ສິບ​ສອງ​ປີ 2 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ບໍ່​ເຫມືອນ​ບິ​ດາ​ແລະ​ມານ​ດາຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ທຳ​ລາຍ​ເສົາ​ສັກ​ສິດ​ແຫ່ງ​ພຣະ​ບາ​ອານ​ຊຶ່ງ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ຊົງ​ກະ​ທໍາ​ໄວ້​ເສັຽ 3 ແຕ່​ພຣະ​ອົງ​ຍັງ​ຊົງ​ເກາະ​ຕິດ​ຢູ່​ກັບ​ບາບ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ຊຶ່ງ​ພຣະ​ອົງຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ ດ້ວຍ​ພຣະ​ອົງ​ບໍ່​ໄດ້​ຊົງ​ພາກ​ຈາກ​ບາບ​ນັ້ນ​

ເອ​ລີ​ຊາ​ທຳ​ນ​ວາຍ​ວ່າ ຈະ​ຊະ​ນະ​ໂມ​ອາບ

4 ຝ່າຍ​ເມ​ຊາ​ກະ​ສັດ​ແຫ່ງ​ໂມ​ອາບ​ຊົງ​ເປັນ​ຜູ້​ເສັຽ​ສ່ວຍ ແລະ​ພຣະ​ອົງ​ຕ້ອງ​ຖວາຍ​ລູກ​ແກະ​ນຶ່ງ​ແສນ​ໂຕ ແລະ​ຂົນ​ແກະ​ເຖິກ​ແສນ​ໂຕ​ໃຫ້​ແກ່ກະ​ສັດ​ອິສ​ຣາ​ເອນ​ 5 ແຕ່​ມາ​ເມື່ອ​ອາ​ຮາບ​ສິ້​ນ​ພຣະ​ຊົນ​ແລ້ວ ກະ​ສັດ​ແຫ່ງ​ໂມ​ອາບ​ກໍ​ກະ​ບົດ​ຕໍ່​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ 6 ກະ​ສັດ​ເຢ​ໂຮ​ຣາມ​ຈຶ່ງອອກ​ຈາກ​​ຊາມາ​ເຣັຽໃນ​ຄັ້ງ​ນັ້ນ ແລະ​ຊົງ​ເກນ​ຄົນ​ອິສ​ຣາ​ເອນ​ທັງ​ສິ້ນ 7 ພຣະ​ອົງຊົງ​ສົ່ງ​ສານ​ໄປ​ຍັງ​ເຢ​ຮົວ​ຊາ​ຟັ​ດ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ວ່າ, “ພຣະ​ຣາ​ຊາ​ແຫ່ງ​ໂມ​ອາບ​ໄດ້​ກະ​ບົດຕໍ່​ຂ້າ​ພະ​ເຈົ້າ ທ່ານ​ຈະ​ໄປ​ຮົບ​ກັບ​ໂມ​ອາບ​ພ້ອມ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ຫລື​ບໍ?” ແລະ​ທ່ານ​ວ່າ, “ເຮົາ​ຈະ​ໄປ ເຮົາ​ກໍ​ເປັນ​ດັ່ງ​ທີ່​ທ່ານ​ເປັນ ແລະ​ປະ​ຊາ​ຊົນ​ຂອງ​ເຮົາ​ກໍ​ເປັນ​ດັ່ງ​ປະ​ຊາ​ຊົນ​ຂອ​ງທ່ານ ບັນ​ດາ​ມ້າ​ຂອງ​ເຮົາ​ກໍ​ເປັນ​ດັ່ງ​ມ້າ​ຂອງ​ທ່ານ” 8 ແລ້ວ​ທ່ານ​ວ່າ, “ເຮົາ​ຈະ​ຂຶ້ນ​ໄປ​ທາງ​ໃດ?” ເຢ​ໂຮ​ຣາມ​ຊົງ​ຕອບ​ໄປ​ວ່າ, “ໄປ​ທາງ​ຖິ່ນ​ກັນ​ດານ​ເມືອງ​ເອ​ໂດມ” 9 ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ​ຈຶ່ງ​ສະ​ເດັດ​ໄປ​ພ້ອມ​ກັບ​ພຣະ​ຣາ​ຊາ​ແຫ່ງ​ຢູດາ ແລະ​ພຣະ​ຣາ​ຊ​ແຫ່ງ​ເອ​ໂດມ ແລະ​ເມື່ອ​ທັງ​ສາມ​ກະ​ສັດ​ສະ​ເດັດ​ອ້ອມ​ໄປ​ໄດ້​ເຈັດ​ວັນ​ແລ້ວ​ກໍ​ຫາ​ນ້ຳ​ໃຫ້ກອງ​ທັບ​ແລະ​ໃຫ້​ສັດ​ທີ່​ຕິດ​ຕາມ​ມາ​ນັ້ນ​ບໍ່​ໄດ້ 10 ແລ້ວ​ເຈົ້າ​ຊີ​ວິດແຫ່ງ​ອິສ​ຣາ​ເອນ​ຈຶ່ງ​ເວົ້າ​ວ່າ, “ອະ​ນິດ​ຈາ​ເອີຍ, ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອີ້ນ​ສາມ​ກະ​ສັດ​ນີ້​ມາ​ເພື່ອ​ຈະ​ມອບ​ໄວ້​ໃນ​ມື​ຂອງ​ໂມ​ອາບ” 11 ແລະ​ເຢ​ໂຮ​ຊາ​ຟັດ​ເວົ້າ​ວ່າ, “ບ່ອນ​ນີ້​ບໍ່​ມີ​ຜູ້​ປະ​ກາດພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເຮົາ​ຈະ​ໃຫ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ຫລື” ແລ້ວ​ຂ້າ​ຣາ​ຊ​ການ​ຄົນ​ນຶ່ງ​ຂອງ​ກະ​ສັດ​ອິສ​ຣາ​ເອນ​ຈຶ່ງ​ທູນ​ວ່າ, “ເອ​ລີ​ຊາ​ບຸດ​ຊາ​ຟັ​ດ​ຢູ່​ທີ່​ນີ້​ ເປັນ​ຜູ້​ເທ​ນ້ຳ​ໃສ່​ມື​ເອລີ​ຢາ” 12 ແລ້ວ​ເຢ​ໂຮ​ຊາ​ຟັ​ດ​ເວົ້າ​ວ່າ, “ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ກັບ​ທ່ານ” ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ແລະ​ເຢ​ໂຮ​ຊາ​ຟັ​ດ​ແລະ​ເຈົ້າ​ຊີ​ວິດແຫ່ງເອ​ໂດມ​ຈຶ່ງ​ສະ​ເດັດ​ລົງ​ໄປ​ຫາ​ທ່ານ 13 ແລະ​ເອ​ລີ​ຊາ​ທູນ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ວ່າ, “ພຣະ​ອົງ​ມີ​ເຣື່ອງໃດກ່ຽວ​ຂ້ອງ​ກັບ​ຂ້າ​ນ້ອຍ ສະ​ເດັດ​ໄປ​ຫາ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ສະ​ເດັດ​ພໍ່ ແລະ​ສະ​ເດັດ​ແມ່​ຂອງ​ພຣະ​ອົງ​ເຖີດ” ແຕ່​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ເວົ້າ​ກັບ​ທ່ານ​ວ່າ, “ບໍ່​ໄດ້​ດອກ ດ້ວຍ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ເອີ້ນ​ກະ​ສັດ​ທັງ​ສາມ​ນີ້​ມາ​ເພື່ອມອບ​ໄວ້​ໃນ​ມື​ຂອງ​ໂມ​ອາບ” 14 ແລະ​ເອ​ລີ​ຊາ​ທູນ​ວ່າ, “ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ຊຶ່ງ​ຂ້າ​ນ້ອຍ​ບົວ​ຣະ​ບັດ​ຊົງ​ພຣະ​ຊົນ​ຢູ່​ ຖ້າຂ້າ​ນ້ອຍ​ບໍ່​ໄດ້​ເຄົາ​ຣົບ​ນັບ​ຖື​ຕໍ່​ເຢ​ໂຮ​ຊາ​ຟັ​ດ ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ແລ້ວ ຂ້າ​ນ້ອຍ​ຈະ​ບໍ່​ເບິ່ງ​ພຣະ​ພັກ​ພຣະ​ອົງ​ຫລື​ດູ​ແລ​ພຣະ​ອົງ​ເລີຍ 15 ຂໍ​ຊົງ​ນຳ​ຜູ້​ຫລີ້ນ​ເຄື່ອງ​ສາຍ​ມາ​ໃຫ້​ຂ້າ​ນ້ອຍ​ຈັກ​ຄົນ​ນຶ່ງ” ແລະ​ເມື່ອ​ຜູ້​ຫລີ້ນ​ສາຍ​ບັນ​ເລງ​ແລ້ວ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ມາ​ເຫນືອ​ທ່ານ 16 ແລະ​ທ່ານ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວດັ່ງ​ນີ້​ວ່າ, “ເຮັດ​ຮ່ອມ​ພູ​ນີ້​ໃຫ້​ເປັນ​ສະ​ທົ່ວ​ໄປ​ຫມົດ” 17 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ເຫັນ​ລົມ​ຫລື​ຝົນ ເຖິງ​ຢ່າງ​ໃດ​ກໍ​ດີ​ຫຸບ​ເຂົາ​ນັ້ນ​ຈະ​ມີ​ນ້ຳ​ເຕັມ​ໄປ​ຫມົດ ເພື່ອ​ເຈົ້າ​ຈະ​ໄດ້​ດື່ມ ທັງ​ເຈົ້າ ຝູງ​ສັດ​ລ້ຽງ​ແລະ​ສັດ​ໃຊ້​ຂອງ​ເຈົ້າ” 18 ເຣື່ອງ​ຢ່າງ​ນີ້​ເປັນ​ເຣື່ອງ​ນ້ອຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​ຊົງ​ມອບ​ຄົນ​ໂມ​ອາບ​ໄວ້​ໃນ​ມື​ຂອງ​ເຈົ້າ​ດ້ວຍ 19 ເຈົ້າ​ຈະ​ໂຈມ​ຕີ​ເມືອງ​ທີ່​ມີ​ປ້ອມ​ທຸກ​ເມືອງ ແລະ​ເມືອງ​ເອກ​ທຸກ​ເມືອງ ແລະ​ຈະ​ໂຄ່ນ​ລົ້ມ​ຕົ້ນ​ໄມ້​ທຸກ​ຕົ້ນ ແລະ​ຈະ​ຖົມ​ນ້ຳ​ພຸ​ທຸກ​ແຫ່ງ​ເສັຽ ແລະ​ທຳ​ໄຮ່​ນາ​ທີ່​ດີ​ທຸກ​ຕອນ​ໃຫ້​ເສັຽດ້ວຍ​ຫີນ 20 ແລະ​ຢູ່​ມາ​ພໍ​ຮຸ່ງ​ເຊົ້າ​ປະ​ມານ​ເວ​ລາ​ຖວາຍ​ເຄື່ອງ​ບູ​ຊາ ເບິ່ງ​ແມ໋,ມີ​ນ້ຳ​ມາ​ຈາກ​ທາງ​ເມືອງ​ເອ​ໂດມ ຈົນ​ແຜ່ນ​ດິນ​ມີ​ນ້ຳ​ເຕັມ​ຫມົດ 21 ແລະ​ເມື່ອ​ຄົນ​ໂມ​ອາບ​ທັງ​ຫລາຍ​ໄດ້​ຍິນ​ວ່າ​ບັນ​ດາ​ພຣະ​ຣາ​ຊາ​ຍົກ​ໄປ​ສູ້​ຮົບ​ກັບ​ຕົນ ຄົນ​ທີ່​ມີ​ອາ​ຍຸ​ສວມ​ເກາະ​ແລະ​ສູງ​ຂຶ້ນ​ໄປ​ກໍ​ໄດ້​ຮວບ​ຮວມ​ກັນ​ເຂົ້າ ແລະ​ຍົກ​ໄປ​ຕັ້ງ​ທີ່​ເຂດ​ແດນ 22 ເມື່ອ​ເຂົາ​ຕື່ນ​ຂຶ້ນ​ໃນ​ຕອນ​ເຊົ້າ ແລະ​ດວງ​ອາທິດ​ສ່ອງ​ແສ​ງຢູ່​ເທິງ​ນ້ຳ ຄົນ​ໂມ​ອາບ​ເຫັນ​ນ້ຳ​ທີ່​ຢູ່​ກົງ​ຂ້າມ​ກັບ​ຕົນ​ແດງ​ເຫມືອນ​ເລືອດ 23 ເຂົາ​ທັງ​ຫລາຍ​ກ່າວ​ວ່າ, “ນີ້​ແມ່ນເລືອດ ບັນ​ດາເຈົ້າ​ຊີ​ວິດ​ທີ່​ໄດ້​ສູ້​ຮົບ​ກັນ​ເອງ ແລະ​ຂ້າ​ກັນ​ເອງ ໂມ​ອາບ​ເອີຍ, ມາ​ເຖີດ ມາ​ຍຶດ​ເອົາເຄື່ອງ​ຂອງ​ຂອງ​ເຂົາ” 24 ແຕ່ເມື່ອ​ເຂົາ​ມາ​ເຖິງ​ຄ້າຍ​ອິສ​ຣາ​ເອນ ຄົນ​ອິສ​ຣາ​ເອນ​ກໍ​ລຸກ​ຂຶ້ນ​ຕໍ່​ສູ້​ກັບ​ຄົນ​ໂມ​ອາບ​ຈົນ​ເຂົາ​ທັງ​ຫລາຍ​ຫນີ​ໄປ ແລະ​ເຂົາ​ກໍ​ບຸກ​ຫນ້າ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຂ້າ​ຟັນ​ຄົນ​ໂມ​ອາບ 25 ເຂົາ​ທັງ​ຫລາຍ​ໄດ້​ຫລາຍ​ຫົວ​ເມືອງ ແລະ​ຕ່າງ​ຄົນ​ກໍ​ຕ່າງ​ໂຍນ​ຫີນ​ເຂົ້າ​ໄປ​ໃນ​ໄຮ່​ນາ​ທີ່​ດີ​ທຸກ​ຕອນ ເຂົາ​ຖົມ​ນ້ຳ​ພຸ​ເສັຽ​ທຸກ​ແຫ່ງ ແລະ​ໂຄ່ນ​ລົ້ມ​ຕົນ​ໄມ້​ດີໆ​ເສັຽ​ຫມົດ ຈົນ​ໃນ​ກີ​ຣ໌​ຮາ​ເຣ​ເຊ​ທ​ ມີ​ແຕ່​ຫີນ​ຂອງ​ເມືອງ​ເຫລືອ​ຢູ່ ບັນ​ດາ​ນັກ​ສະ​ລິງ​ໄດ້​ລ້ອມ​ເມືອງ​ໄວ້​ແລະ​ໂຈມ​ຕີ​ໄດ້ 26 ເມື່ອ​ພຣະ​ຣາ​ຊາ​ແຫ່ງ​ໂມ​ອາບ​ຊົງ​ເຫັນ​ວ່າ​ຈະ​ສູ້ບໍ່​ໄດ້ ພຣະ​ອົງ​ກໍ​ຊົງ​ພາພົນ​ດາບ​ເຈັດ​ຮ້ອຍ​ຄົນ​ຈະ​ຕີ​ຝ່າ​ອອກ​ມາ​ທາງ​ດ້ານ​ພຣະ​ຣາ​ຊາ​ເມືອງ​ເອ​ໂດມ ແຕ່​ອອກ​ມາ​ບໍ່​ໄດ້ 27 ແລ້ວ​ພຣະ​ອົງ​ຊົງ​ນຳ​ໂອ​ຣົດ​ຫົວ​ປີ ຜູ້​ຊຶ່ງ​ຄວນ​ຈະ​ຂຶ້ນ​ຄອງ​ແທນ​ນັ້ນ ຖວາຍ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ເສັຽ​ທີ່​ເທິງ​ກຳ​ແພງ ແລະ​ມີ​ພຣະ​ພິ​ໂຣດ​ອັນ​ໃຫຍ່​ຍິ່ງ​ຕໍ່​ພວກ​ອິສ​ຣາ​ເອນ ເຂົາ​ທັງ​ຫລາຍ​ກໍ​ຍົກ​ຖອຍ​ໄປ​ຈາກ​ພຣະ​ອົງ​ແລະ​ກັບ​ບ້ານ​ເມືອງ​ຂອງ​ຕົນ

2 ກະສັດ 4

ເອ​ລີ​ຊາ ແລະ​ນ້ຳ​ມັນ​ຂອງ​ຍິງ​ຫມ້າຍ

1 ພັ​ຣ​ຍາ​ຂອງ​ຄົນ​ນຶ່ງ​ໃນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຣ້ອງ​ຕໍ່​ເອ​ລີ​ຊາ​ວ່າ, “ຜູ້​ຮັບ​ໃຊ້​ຂອງ​ທ່ານ ຄື ຜົວຂອງ​ຂ້າ​ນ້ອຍ​ສິ້ນ​ຊີ​ວິດ​ເສັຽ​ແລ້ວ ແລະ​ທ່ານ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຜູ້​ຮັບ​ໃຊ້​ຂອງ​ທ່ານຢຳ​ເກງພຣະ​ຜູ້​ເປັນ​ເຈົ້າ ແຕ່​ເຈົ້າ​ຫນີ້​ໄດ້​ມາ ເພື່ອ​ນຳ​ເອົາ​ບຸດ​ສອງ​ຄົນ​ຂອງ​ຂ້າ​ນ້ອຍ​ໄປ​ເປັນ​ທາດ​ຂອງ​ເຂົາ” 2 ແລະ​ເອ​ລີ​ຊາ​ຕອບ​ວ່າ, “ບອກ​ຂ້ອຍ​ມາ​ດູ​ວ່າ ຈະ​ໃຫ້​ຂ້ອຍ​ຊ່ອຍ​ຫຍັງ ເຈົ້າ​ມີ​ຫຍັງ​ຢູ່​ໃນ​ບ້ານ​ແດ່? ແລະ​ນາງ​ຕອບ​ວ່າ, “ສາວ​ໃຊ້​ຂອງ​ທ່ານ​ບໍ່​ມີ​ຫຍັງ​ໃນ​ບ້ານນອກ​ຈາກ​ນ້ຳ​ມັນ​ນຶ່ງ​ໄຫ” 3 ແລະ​ທ່ານ​ກ່າວວ່າ, “ຈົ່ງ​ອອກ​ໄປ​ນອກ​ບ້ານ ຂໍ​ຢືມ​ພາ​ຊ​ນະ​ຈາກ​ເພື່ອນ​ບ້ານ​ທຸກ​ຄົນ​ຂອງ​ເຈົ້າ​ມາ ເປັນ​ພາ​ຊ​ນະ​ເປົ່າ ຢ່າ​ໃຫ້​ນ້ອຍ 4 ແລ້ວຈົ່ງ​ເຂົ້າ​ໄປ​ໃນ​ເຮືອນ ປິດ​ປະ​ຕູ​ຂັງ​ຕົວ​ເຈົ້າ​ແລະ​ລູກ​ຊາ​ຍ​ຂອງ​ເຈົ້າ​ໄວ້ ແລະ​ຈົ່ງ​ເທ​ນ້ຳ​ມັນ​ໃສ່​ພາ​ຊ​ນະ​ທັງ​ຫມົດ ເມື່ອ​ອັນ​ນຶ່ງ​ໆເຕັມ​ແລ້ວ​ກໍ​ຕັ້ງ​ໄວ້​ຕ່າງ​ຫາກ” 5 ນາງ​ກໍ​ລາ​ໄປ ແລະ​ປິດ​ປະ​ຕູ​ຂັງ​ນາງ​ແລະ​ບຸດ​​ຂອງ​ນາງ​ໄວ້ ລູກ​ຊາຍ​ສົ່ງ​ພາ​ຊ​ນະ​ມາ​ໃຫ້​ແລະ​ນາງ​ກໍ​​ເທ​ນ້ຳ​ມັນ 6 ແລະ​ຢູ່ມາ​ເມື່ອ​ພາ​ຊ​ນະ​ເຕັມ​ຫມົດ​ແລ້ວ ນາງ​ຈຶ່ງບອກ​ບຸດ​ວ່າ, “ເອົາ​ພາຊ​ນະ​ໃຫ້​ແມ່​ອີກ​ໃບ​ນຶ່ງ” ແລະ​ເຂົາ​ຕອບ​ນາງວ່າ, “ບໍ່​ມີ​ອີກ​ແລ້ວ” ແລ້ວ​ນ້ຳ​ມັນ​ກໍ​ຢຸດ​ໄຫລ 7 ນາງ​ກໍ​ໄປ​ເຮືອນ​ໃຫ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຮູ້ ແລະ​ທ່ານບອກວ່າ, “ໄປ​ໂລດ ຂາຍ​ນ້ຳ​ມັນ​ເສັຽ​ເອົາ​ເງິນ​ຊຳ​ຮະ​ຫນີ້​ຂອງ​ເຈົ້າ ທີ່​ເຫລືອນອກ​ນັ້ນ​ເຈົ້າ​ແລະ​ລູກ​ຂອງ​ເຈົ້າ​ຈົ່ງ​ໃຊ້​ລ້ຽງ​ຊີ​ວິດ”

ເອ​ລີ​ຊາ ແລະ​ຍິງ​ຊູ​ເນມ

8 ວັນ​ນຶ່ງເອ​ລີ​ຊາໄດ້​ເດີນ​ທາງ​ໄປ​ຍັງເມືອງ​ຊູ​ເນມ ມີ​ຍິງຖາ​ນະ​ດີຄົນ​ນຶ່ງ​ອາ​ໄສ​ຢູ່ ແລະ​ນາງ​ໄດ້​ຫນ່ຽວ​ເຊີນ​ທ່ານ​ໃຫ້​ຮັບ​ປະ​ທານ​ອາ​ຫານ ດັ່ງ​ນັ້ນ​ເມື່ອ​ທ່ານ​ຜ່ານ​ທາງ​ນັ້ນ​ໄປ​ເມື່ອ​ໃດ ທ່ານ​ກໍ​ແວະ​ເຂົ້າ​ໄປ​ຮັບ​ປະ​ທານ​ອາ​ຫານ 9 ຍິງ​ຄົນ​ນີ້​ໄດ້​ເວົ້າ​ກັບ​ຜົວ​ຕົນ​ວ່າ, “ຂ້ອຍ​ເຊື່ອ​ແນ່ວ່າ​ຊາຍ​ຜູ້​ນີ້ມາ​ເຮືອນ​ເຮົາ​ເລື້ອຍໆ ຈະ​ຕ້ອງ​​ເປັນ​ຄົນ​ບໍ​ຣິ​ສຸດ​ຂອງ​ພຣະ​​ເຈົ້າ 10 ຂໍ​ໃຫ້ພວກ​ເຮົາ​ຈັດ​ແຈ່ງ​ຫ້ອງ​ນອນໆ​ໄວ້​ເທິງ​ຫລັງ​ຄາ​ພຽງ ແລ້ວ​ຈັດ​ເອົາຕຽງ ໂຕະ ຕັ່ງ ແລະ​ຕະ​ກຽງ​ໄວ້​ໃຫ້​ທ່ານ ເພື່ອ​ວ່າ​ເມື່ອໃດທ່ານ​ມາ​ຫາ​ເຮົາ ກໍ​ໃຫ້​ທ່ານ​ພັກ​ຢູ່​ບ່ອນນັ້ນ” 11 ວັນ​ນຶ່ງ​ເອ​ລີ​ຊາ​ມາ​ເມືອງ​ຊູ​ເນມ​ອີກ ທ່ານ​ໄດ້​ແວ່​ຂຶ້ນ​ໄປພັກເຊົາ​ຢູ່​ຫ້ອງ​ນັ້ນ​ຄື​ເກົ່າ​ 12 ທ່ານ​ຈຶ່ງບອກ​ເກ​ຮາ​ຊີ​ຄົນ​ໃຊ້​ຂອງ​ທ່ານ​ວ່າ, “ໄປ​ເອີ້ນ​ຍິງ​ຊາວ​ຊູ​ເນມ​ຄົນ​ນີ້​ມາ” ເມື່ອ​ເຂົາ​ເອີ້ນ​ນາງ ນາງ​ກໍ​ມາ​ຢືນ​ຢູ່​ຕໍ່​ຫນ້າ​ທ່ານ 13 ເອ​ລີ​ຊາ​ກໍ​ບອກ​ໃຫ້​ຄົນ​ໃຊ້​ຖາມ​ນາງວ່າ, “ເຈົ້າ​ໄດ້​ຫຍຸ້ງ​ຍາກ​ລຳ​ບາກ​ຍ້ອນ​ພວກ​ເຮົາ​ຫລາຍ ເຣົາ​ຂໍ​ຖາມ​ເຈົ້າ​ວ່າ ເຈົ້າ​ຢາກ​ໃຫ້​ເຣົາ​ຊ່ອຍ​ຫຍັງ​ແດ່? ບາງ​ທີ​ເຈົ້າອາດ​ຢາກ​ໃຫ້​ເຣົາ​ໄປ​ທູນ​ຄຸນ​ງາມ​ຄວາມ​ດີ​ຂອງ​ເຈົ້າ​ຕໍ່​ກະ​ສັດ ຫລື​ຣາຍ​ງານ​ຕໍ່​ຜູ້​ບັນ​ຊາ​ການກອງ​ທັບ​ອາດ​ເປັນ​ໄປ​ໄດ້” ນາງ​ຈຶ່ງ​ຕອບ​ວ່າ, “ຂ້າ​ນ້ອຍ​ຢູ່​ນຳ​ຍາດ​ພີ່​ນ້ອງ ກໍ​ພໍ​ຢູ່​ພໍ​ກິນ​ແລ້ວ” 14 ແລະ​ທ່ານ​ກ່າວ​ວ່າ, “ຖ້າ​ຢ່າງ​ນັ້ນ​ຈະ​ໃຫ້​ເຮົາ​ຊ່ອຍ​ຫຍັງ​ນາງ” ເກ​ຮາ​ຊີ​ຕອບ​ວ່າ, “ແທ້​ຈິງເພາະ​ນາງ​ບໍ່​ມີ​ບຸດ ແລະ​ຜົວ​ຂອງ​ນາງ​ກໍ​ເຖົ້າ​ແລ້ວ” 15 ທ່ານ​ຈຶ່ງບອກວ່າ, “ໄປ​ເອີ້ນ​ນາງ​ມາ” ແລະ​ເມື່ອ​ເຂົາ​ໄປ​ເອີ້ນ​ນາງ ນາງ​ກໍ​ມາ​ຢືນ​ຢູ່​ທີ່​ປະ​ຕູ 16 ທ່ານກ່າວ​ວ່າ, “ປີ​ຫນ້າ​ໃນ​ເວ​ລາ​ດຽວ​ກັນ​ນີ້ ເຈົ້າ​ຈະ​ໄດ້​ອຸ້ມ​ລູກ​ຊາຍ” ແລະ​ນາງອຸ​ທານ​ວ່າ, “ໂອຍ, ທ່ານ​ເອີຍ ທ່ານ​ເປັນ​ຄົນຂອງ​ພຣະ​​ເຈົ້າ ກະ​ຣຸ​ນາຢ່າ​ຕວົະຂ້າ​ນ້ອຍເລີຍ” 17 ແລ້ວ​ຕໍ່​ມາ ​ຍິງຄົນ​ນັ້ນ​ກໍ​ຖື​ພາ ພໍ​ເຖິງ​ເວ​ລາ​ກຳ​ນົດ​ນາງ​ກໍ​ເກີດ​ບຸດ​ຊາຍຕາມ​ທີ່​ເອ​ລີ​ຊາ​ໄດ້​ບອກໄວ້ 18 ​ເມື່ອ​ເດັກ​ນ້ອຍ​ນີ້​ໃຫຍ່ເຕີບ​ໂຕ​ຂຶ້ນ ເຊົ້າ​ມື້​ນຶ່ງ​ເຂົາ​ກໍ​ອອກ​ໄປ​ຫາ​ພໍ່​ຢູ່​ທົ່ງ​ນາ ໃນ​ບ່ອນ​ທີ່​ພວກ​ກ່ຽວ​ເຂົ້າ​ຢູ່ 19 ໃນ​ເວ​ລາ​ນັ້ນເຂົາ​ຮ້ອງ​ຂຶ້ນ​ວ່າ, “ໂອຍ, ຂ້າ​ນ້ອຍ​ເຈັບ​ຫົວ ຂ້າ​ນ້ອຍ​ເຈັບ​ຫົວ” ຜູ້​ເປັນພໍ່​ຈຶ່ງບອກ​ຄົ​ນ​ໃຊ້​ຂອງ​ເຂົາ​ວ່າ, “ອຸ້ມ​ເຂົາ​ໄປ​ຫາ​ແມ່​ໄປ໋” 20 ແລະ​ເມື່ອ​ເຂົາ​ອຸ້ມ​ມາ​ໃຫ້​ແມ່​ຂອງ​ເດັກ ເດັກ​ນັ້ນ​ກໍ​ນັ່ງ​ຢູ່​ເທິງ​ຕັກ​ແມ່​ຈົນ​ທ່ຽງ​ວັນ ແລ້ວລູກ​ນັ້ນ​ກໍ​ສິ້ນ​ໃຈ​ຕາຍ 21 ຜູ້​ເປັນ​ແມ່​ຈຶ່ງ​ນຳ​ລູກ​ໄປ​ປົງ​ໄວ້​ເທິງ​ຕຽງນອນ​ຂອງ​ເອ​ລີ​ຊາຄົນ​ຂອງ​ພຣະ​ເຈົ້າ ແລ້ວ​ນາງ​ກໍ​ອອກ​ມາ​ແລ້ວ​ປິດ​ປະ​ຕູ​ໄວ້ 22 ນາງ​ກໍ​ໄປ​ເອີ້ນ​ຜົວ​ຂອງ​ນາງ​ກ່າວ​ວ່າ, “ບອກ​ຄົນ​ໃຊ້​ເອົາ​ລໍ​ໂຕ​ນຶ່ງ​ມາ​ໃຫ້​ຂ້ອຍແດ່ ເພື່ອ​ຂ້ອຍ​ຈະ​ໄດ້​ຟ້າວ​ໄປ​ຫາ​ຄົນຂອງ​ພຣະ​​ເຈົ້າ ແລະ​ຈະກັບ​ຄືນມາ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້” 23 ແລະ​ເຂົາ​ຖາມ​ວ່າ, “ເປັນ​ຫຍັງ​ຈຶ່ງ​ໄປ​ຫາ​ທ່ານ​ມື້​ນີ້ ມັນບໍ່​ແມ່ນ​ຍາມ​ເດືອນອອ​ກ​ໃຫມ່​ ​ຫລື​ວັນ​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້າ” 24 ນາງ​ຕອບ​ວ່າ, “ບໍ່​ເປັນ​ຫຍັງ​ດອກ” ແ​ລ້ວ​ນາງ​ໄດ້​ບອກ​ໃຫ້​ຄົນ​ໃຊ້​ເອົາ​ອ່ານ​ໃສ່​ຫລັງ​ລໍ ແລະ​ເວົ້າວ່າ, “ພາ​ຂ້ອຍ​ໄປ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ຢ່າ​ຢຸດ​ກາງ​ທາງ​ຈົນ​ກວ່າ​ຈະ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຂ້ອຍ​ກ່ອນ” 25 ແລ້ວນາງ​ກໍ​ອອກ​ເດີນ​ທາງ ແລະ​ມາ​ເຖິງ​ຄົນຂອງ​ພຣະ​​ເຈົ້າ​ທີ່​ພູ​​ກາ​ຣ໌​ເມນ ເມື່ອ​ຄົນ​ຂອງ​ພຣະ​​ເຈົ້າ​ເຫັນ​ນາງ​ມາ ທ່ານ​ກໍ​ເວົ້າ​ກັບ​ເກ​ຮາ​ຊີ​ຄົນ​ໃຊ້​ຂອງ​ທ່ານ​ວ່າ, “ເບິ່ງ​ດູ​ຫັ້ນ ຍິງ​ຊາວ​ຊູ​ເນມ​ມາ​ແມ່ນ​ບໍ 26 ຮີບ​ຟ້າວ​ອອກ​ຕ້ອນ​ຮັບ​ນາງ ແລະ​ຖາມນາງເບິ່ງວ່າ ນາງ​ທັງຜົວ​ແລະລູກ​ຍັງ​ຄ່ອຍ​ສະ​ບາຍ​ດີ​ຢູ່​ບໍ?” ແລະ​ນາງ​ກໍ​ຕອບ​ວ່າ, “ສະ​ບາຍ​ດີ” 27 ແລະ​ເມື່ອ​ນາງ​ມາ​ຍັງ​ພູ​ ​ເຖິງ​ຄົນຂ​ອງ​ພຣະ​​ເຈົ້າ​ນາງ​ກໍ​ກົ້ມ​ຂາ​ບລົງ​ກອດ​ຕີນ​ຂອງ​ເອ​ລີ​ຊາ ເກ​ຮາ​ຊີ​ຈຶ່ງ​ຍ່າງ​ເຂົ້າ​ມາ​ຫາ​ທ່ານ​ຈະ​ດຶງ​ເອົາ​ນາງ​ອອກ​ໄປ ແຕ່​ເອ​ລີ​ຊາບອກວ່າ, “ປ່ອຍ​ນາງ​ເທີນ ເຈົ້າ​ບໍ່​ເຫັນ​ບໍ​ວ່າ​ນາງ​ມີ​ຄວາມ​ທຸກ​ໃຈ​ອັນ​ໃຫຍ່​ຫລວງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອຳ​ເຣື່ອງ​ນີ້​ໄວ້ ໂດຍ​ບໍ່​ໄດ້​ບອກ​ໃຫ້​ເຣົາ​ຮູ້” 28 ແລ້ວ​ນາງ​ຈຶ່ງ​ເວົ້າ​ວ່າ, “ຂ້າ​ນ້ອຍ​ເຄີຍຂໍ​ຈາກ​ທ່ານກ່ຽວ​ກັບ​ເຣື່ອງ​ລູກ​ຊາຍ​ນັ້ນ ແມ່ນ​ບໍ? ຂ້າ​ນ້ອຍໄດ້​ເວົ້າ​ບໍ່​ແມ່ນ​ບໍ​ວ່າ ​ຢ່າຕົວະ​ຢ່າ​ຫລອກ​ລວງ​ຂ້າ​ນ້ອຍ​ເລີຍ? 29 ເມື່ອ​ເປັນ​ດັ່ງ​ນັ້ນທ່ານ​ຈຶ່ງ​ເວົ້າ​ຕໍ່​ເກ​ຮາ​ຊີ​ວ່າ, “ຈົ່ງ​ຟ້າວ​ຖື​ໄມ້​ເທົ້າ​ຂອງ​ເຮົານີ້​​ລ່ວງ​ຫນ້າ​ໄປ​ກ່ອ​ນ​ ຖ້າ​ວ່າເຈົ້າ​ພົບ​ໃຜກໍຢ່າ​ຖາມສະ​ບາຍ​ດີ​ກັບ​ເຂົາ ແລະ​ຖ້າ​ໃຜ​ສະ​ບາຍ​ດີ​ກັບ​ເຈົ້າ​ກໍ​ຢ່າ​ຕອບເຂົາ​ເດີ ໃຫ້​ເອົາໄມ້​ເທົ້າ​ຂອງ​ເຮົານີ້​ຢຽດ​ໃສ່​ເທິງ​ຫນ້າ​ຂອງ​ເດັກ​ນັ້ນ” 30 ແລ້ວ​ມານ​ດາ​ຂອງ​ເດັກ​ນັ້ນ​ເວົ້າ​ວ່າ, “ຂ້າ​ນ້ອຍ​ຂໍ​ສາ​ບານ​ຢ່າງ​ສັດ​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ພຣະ​ຊົນ​ຢູ່​ແລະ​ຕໍ່​ທ່ານ​ເອງວ່າ ຂ້າ​ນ້ອຍ​ຈະ​ບໍ່​ຈາກ​ທ່ານ​ໄປ” ດັ່ງ​ນັ້ນ​ເອ​ລີ​ຊາ​ແລະ​ແມ່​ຂອງ​ເດັກ​ຈຶ່ງ​ພາ​ກັນ​ອອກ​ເດີນ​ທາງ​ໄປ​ຕາມ​ຫລັງ 31 ເກ​ຮາ​ຊີ​ໄດ້​ມຸ່ງ​ຫນ້າ​ໄປ​ກ່ອນ​ແລະເອົາ​ໄມ້​ເທົ້າຢຽ​ດ​ໃສ່​​ເດັກນ້ອຍ​ນັ້ນ ແຕ່​ບໍ່​ມີ​ສຽງ​ຫລື​ຄຳ​ຕອບ​ຢ່າງ​ໃດ​ເລີຍ ເຂົາ​ຈຶ່ງ​ກັບ​ຄືນ​ມາ​ພົບ​ທ່ານ ແລະ​ບອກ​ເອ​ລີ​ຊາ​ວ່າ, “ເດັກນ້ອຍຍັງ​ບໍ່​ທັນ​ຟື້ນ​ຕົວ​ເທື່ອ” 32 ເມື່ອ​ເອ​ລີ​ຊາ​ເຂົ້າ​ມາ​ໃນ​ເຮືອນ ທ່ານ​ເຫັນ​ເດັກ​ນ້ອຍນອນ​ຕາຍ​ຢູ່​ເທິງ​ຕຽງ​ຂອງ​ທ່ານ 33 ທ່ານ​ຈຶ່ງ​ເຂົ້າ​ໄປ​ຂ້າງ​ໃນ​ອັດ​ປະ​ຕູໄວ້ ແລ້ວ​ໄດ້​ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ 34 ແລ້ວ​ທ່ານ​ຂຶ້ນເທິງ​ຕຽງ ແລະ​ນອນ​ຢຽດ​ຕົວ​ລົງ​ເຕັງ​​ເດັກນ້ອຍ ໂດຍ​ເອົາ​ປາກ​ເຕັງປາກ ຕາ​ເຕັງ​ຕາ ແລະ​ມື​ເຕັງ​ມື ແລະ​ເມື່ອ​ທ່ານ​ຢຽດເຕັງ​ເດັກ​ນ້ອຍ​ຢູ່​ນັ້ນ ເນື້ອ​ຫນັງ​ຂອງ​ເດັກ​ກໍ​ຮູ້​ສຶກ​ອຸ່ນ​ຂຶ້ນ​ມາ 35 ແລ້ວ​ທ່ານ​ກໍ​ລຸກ​ຍ່າງ​ໄປ​ມາ​ຢູ່​ໃນ​ຫ້ອງ ແລ້ວ​ໄປ​ນອນ​​ຢ​ຽດ​ຕົວ​ເຕັງ​ເດັກ​ນ້ອຍ​ອີກ​ເທື່ອ​ນຶ່ງ ຄັ້ງ​ນີ້ເດັກ​ນ້ອຍກໍຈາມ​ເຖິງເຈັດ​ເທື່ອ ແລະ​ມືນ​ຕາຂຶ້ນ 36 ແລ້ວ​ທ່ານ​ກໍ​ເອີ້ນ​ເກ​ຮາ​ຊີ​ມາບອກ​ວ່າ, “ໄປ​ເອີ້ນ​ຍິງ​ຊູ​ເນມ​ຄົນ​ນີ້​ມາ” ເຂົາ​ຈຶ່ງ​ໄປ​ເອີ້ນ​ນາງ ແລະ​ເມື່ອ​ນາງ​ມາ​ຮອດ​ທ່ານ​ແລ້ວ ທ່ານຈຶ່ງ​ເວົ້າ​ກັບ​ນາງ​ວ່າ, “ຈົ່ງ​ອຸ້ມ​ລູກ​ຂອງ​ເຈົ້າ​ໄປ​ເຖີດ” 37 ນາງ​ເຂົ້າ​ໄປ​ທາງ​ໃນ ກົ້ມ​ຂາບ​ຕີນ​ເອ​ລີ​ຊາ ແລະ​ພາ​ລູກ​ຊາຍ​ຂອງ​ນາງ​ອອກ​ໄປ 38 ເອ​ລີ​ຊາ​ມາ​ເຖິງ​ກິ​ນ​ການ​ອີກ ເມື່ອ​ແຜ່ນ​ດິນ​ເກີດ​ກັນ​ດານ​ອາ​ຫານ ແລະ​ເມື່ອ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ນັ່ງ​ຢູ່​ຕໍ່​ຫນ້າ​ທ່ານ ທ່​ນາ​ກໍ​ບອກ​ຄົນ​ໃຊ້​ຂອງ​ທ່ານ​ວ່າ, “ຈົ່ງ​ຕັ້ງ​ຫມໍ້​ຫນ່ວຍ​ໃຫຍ່​ແລະ​ຕົ້ມ​ເຂົ້າ​ໃຫ້​ແກ່​ພວກ​ຜູ້​ປະ​ກາດ​ພຣະ​ທັມ” 39 ຄົນ​ນຶ່ງ​ໃນ​ພ​ວກ​ອອກ​ໄປ​ເກັບ​ຜັກ​ທີ່​ໃນ​ທົ່ງ​ນາ ແລະ​ພົບ​ໄມ້​ເຄືອ​ປ່າ​ເຄືອ​ນຶ່ງ ເຂົາ​ເກັບ​ໄດ້​ຫມາກນ້ຳ​ເຕົ້າ​ປ່າ​ຈົນເຕັມ​ຕັກ ກັບ​ມາ​ຜ່າ​ໃສ່​ໃນ​ຫມໍ້​ເຂົ້າ​ຕົ້ມ​ໂດຍ​ບໍ່​ຣູ້​ວ່າ​ເປັນ​ຫມາກ​ຫຍັງ 40 ເຂົາ​ກໍ​ເທອອ​ກ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຮັບ​ປະ​ທານ ຂ​ນະ​ທີ່​ເຂົາ​ກຳ​ລັງ​ຮັບ​ປະ​ທານ​ເຂົ້າ​ຕົ້ມຢູ່​ນັ້ນ ເຂົາ​ຮ້ອງ​ຂຶ້ນ​ວ່າ, “ຂ້າ​ແດ່ຄົນ​ແຫ່ງ​ພຣະ​​ເຈົ້າ ມີ​ຄວາມ​ຕາຍ​ຢູ່​ໃນ​ຫມໍ້​ນີ້” ແລະ​ເຂົາ​ກໍ​ຮັບ​ປະ​ທານ​ກັນ​ບໍ່​ໄດ້ 41 ທ່ານ​ກໍ​ວ່າ, “ຈົ່ງ​ເອົາ​ແປ້ງ​ມາ” ທ່ານ​ກໍ​ໃສ່​ແປ້ງ​ລົງ​ໃນ​ຫມໍ້ ແລະ​ບອກວ່າ, “ຈົ່ງ​ເທ​ອອກ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຮັບ​ປະ​ທານ” ແລະ​ບໍ່​ມີ​ອັນ​ຕະ​ຣາຍ​ຢູ່​ໃນ​ຫມໍ້​ນັ້ນ 42 ມີ​ຊາຍ​ຄົນ​ນຶ່ງ​ມາ​ຈາກ​ບ້ານ​ບາ​ອັນ​ຊາ​ລີ​ຊາ ນຳ​ຂອງ​ມາ​ໃຫ້​ຄົນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ເຂົ້າ​ຈີ່​ເປັນ​ຜົນ​ທຳ​ອິດ​ຄື ເຂົ້າ​ຫນົມ​ບ​ເລ​ຊາວ​ກ້ອນ ແລະ​ຮວງ​ເຂົ້າ​ໃຫມ່​ໃສ່​ກະ​ສອບ​ຂອງ​ເຂົາ​ມາ​ແລະ​ເອ​ລີ​ຊາ​ເວົ້າ​ວ່າ, “ຈົ່ງ​ໃຫ້​ແກ່​ຄົນ​ເຫ​ລົ່າ​ນັ້ນ​ຮັບ​ປະ​ທານ” 43 ແຕ່​ຄົນ​ໃຊ້​ຄົນ​ນີ້​ຕອບວ່າ, “ຂ້າ​ພະ​ເຈົ້າ​ຈະ​ຕັ້ງ​ອາ​ຫານ​ເທົ່າ​ນີ້ ໃຫ້​ຄົນ​ນຶ່ງ​ຮ້ອຍ​ຮັບ​ປະ​ທານ​ໄດ້​ຢ່າງ​ໃດ?” ທ່ານ​ຈຶ່ງ​ສັ່ງ​ຊ້ຳ​ວ່າ, “ຈົ່ງ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຣັບ​ປະ​ທານ​ເຖີດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ສັ່ງ​ດັ່ງ​ນີ້​ວ່າ “ເຂົາ​ທັງ​ຫລາຍ​ຈະ​ໄດ້ຮັບ​ປະ​ທານ​ແລະ​ຍັງ​ເຫ​ລືອ​ອີກ” 44 ເຂົາ​ຈຶ່ງ​ຕັ້ງ​ອາ​ຫານ​ໄວ້​ຕໍ່​ຫນ້າ​ເຂົາ​ທັງ​ຫລາຍ ເຂົາ​ທັງ​ຫລາຍ​ກໍ​ຮັບ​ປະ​ທານ ແລະ​ຍັງ​ເຫລືອ​ຢູ່​ຈິງ​ຕາມພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

2 ກະສັດ 5

ນາ​ອາ​ມານ​ຜູ້​ບັນ​ຊາ​ການ​ທະ​ຫານ​ເດີນ​ທາງ​ໄປ​ຫາ​ເອ​ລີ​ຊາ

1 ນາ​ອາ​ມານ​ຜູ້​ບັນ​ຊາ​ການ​ທະ​ຫານ​ຊີ​ເຣັຽ (ອາ​ຣາມ) ເປັນ​ບຸກ​ຄົນ​ສຳ​ຄັນ ແລະ​ໄດ້​ຮັບ​ກຽດ​ອັນ​ສູງ​ສົ່ງ​ຈາກ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ທ່ານ​ເປັນ​ຜູ້​ນຳ​ໄຊ​ຊະ​ນະ​ມາສູ່ກອງ​ທັບ​ຊີ​ເຣັຽ ທ່ານ​ເປັນນາຍ​ທະ​ຫານ​ທີ່​ເກັ່ງ​ກ້າ ແຕ່​ທ່ານ​ເປັນ​ພຍາດ​ຂີ້​ທູດ 2 ມີ​ຄັ້ງ​ນຶ່ງ ເມື່ອ​ພວກ​ຊີ​ເຣັຽ​ໄປ​ຕໍ່ສູ້​ກັບ​ພວກ​ອິສ​ຣາ​ເອນ ເຂົາ​ໄດ້​ຈັບ​ເອົາ​ຍິງ​ສາວ​ຄົນ​ນຶ່ງ​ມາ​ເປັນ​ຄົນ​ໃຊ້​ຂອງ​ເມັຽ​ຂອງ​ທ່ານ​ນາ​ອາມານ 3 ຄົນ​ໃຊ້​ຜູ້​ນີ້​ເວົ້າ​ຕໍ່​ນາຍ​ຍິງ​ຂອງ​ນາງວ່າ, “ຂ້າ​ນ້ອຍ​ຢາກ​ໃຫ້​ນາຍ​ຜູ້​ຊາຍ​ໄປ​ຫາ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ຊາ​ມາ​ເຣັຽ ຄົນ​ຜູ້​ນັ້ນ​ສາ​ມາດ​ປົວ​ພຍາດ​ຂີ້​ທູດ​ຂອງ​ເຈົ້າ​ນາຍ​ໃຫ້​ດີ​ໄດ້” 4 ເມື່ອ​ນາ​ອາ​ມານ​ໄດ້​ຍິນ​ດັ່ງ​ນັ້ນ ທ່ານ​ກໍ​ໄປ​ທູນ​ເຈົ້າ​ຊີ​ວິດ​ຕາມ​ທີ່​ຄົນ​ໃຊ້​ໄດ້​ຣາຍ​ງານ​ໃຫ້​ຟັງ 5 ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ​ຈຶ່ງບອກ​ນາ​ອາ​ມານ​ວ່າ, “ຈົ່ງ​ໄປ​ຫາ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ແລະ​ຍື່ນ​ຈົດ​ຫມາຍ​ນີ້​ໃຫ້​ພຣະ​ອົງ” ນາ​ອາ​ມານ​ໄດ້​ນຳ​ເອົາ​ເງິນ​ສາມ​ສິບ​ພັນ​ຫລຽນ ພ້ອມ​ທັງ​ເຄື່ອງ​ນຸ່ງ​ທີ່​ສວຍ​ງາມ​ສິບ​ຊຸດ​ອອກ​ເດີນ​ທາງ​ໄປ 6 ທ່ານ​ໄດ້​ຖວາຍ​ສານໃຫ້​ແກ່​ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ ໃນ​ຣາ​ຊ​ສານ​ນັ້ນ​ມີ​ເນື້ອ​ຄວາມ​ດັ່ງ​ນີ້​ “ນີ້​ຄື​ນາ​ອາ​ມານ ນາ​ທະ​ຫານ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພຣະ​ອົງ​ປົວ​ພ​ຍາດ​ຂີ້​ທູດ​ໃຫ້​ເຂົາ” 7 ເມື່ອ​ເຈົ້າ​ຊີວິດ​ອິສ​ຣາ​ເອນ​ໄດ້​ອ່ານ​ພຣະ​ຣາ​ຊ​ສານ​ແລ້ວ ພຣະ​ອົງ​ກໍ​ຈີກ​ເຄື່ອງ​ສະ​ຫລອງ​ພຣະ​ອົງ​ອອກ ແລະ​ເວົ້າ​ຂຶ້ນ​ດ້ວຍ​ຄວາມ​ເສັຽ​ພຣະ​ທັຍ​ວ່າ, “ເຣົາ​ແມ່ນ​ພຣະ​ເຈົ້າ​ຜູ້ມີ​ອຳ​ນາດ​ທີ່​ບອກ​ໃຫ້​ຕາຍ ຫລື​ໃຫ້​ເປັນ​ໄດ້​ຊັ້ນ​ບໍ ຈຶ່ງ​ຢາ​ກ​ໃຫ້​ເຮົາ​ປົວ​ພ​ຍາດ​ຂີ້​ທູດ​ໃຫ້? ເຂົາ​ຢາກ​ຊອກ​ເຣື່ອງ​ຜິດ​ກັນ​ກັບ​ເຮົາ​ບໍ? 8 ເມື່ອ​ຜູ້​ປະ​ກາດ​ພຣະ​ທັມ​ເອ​ລີ​ຊາ ຮູ້​ຂ່າວ​ເຫດ​ການ​ທີ່​ເກີດ​ຂຶ້ນ ທ່ານ​ກໍ​ສົ່ງ​ຄວາມ​ໄປ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊົງ​ທຸກ​ພຣະ​ທັຍ​ຫນັກ ຂໍ​ຊົງ​ສົ່ງ​ຊາຍ​ຄົນ​ນັ້ນ​ມາ​ຫາ​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ແນະ​ນຳ​ໃຫ້​ເຂົາ​ຮູ້​ຈັກ​ວ່າ ຢູ່​ທີ່​ອິສ​ຣາ​ເອນ​ນີ້​ມີ​ຜູ້​ປະ​ກາດ​ພຣະ​ທັມ” 9 ດັ່ງ​ນັ້ນ ນາອາ​ມານ​ພ້ອມ​ທັງ​ຄ​ນະ ແລະ​ຣົດ​ມ້າ​ກໍ​ມາ​ຮອດ​ເຮືອນ​ຂອງ​ເອ​ລີ​ຊາ 10 ຝ່າຍ​ເອ​ລີ​ຊາ​ໄດ້​ສົ່ງ​ຄົນ​ມາ​ບອກ​ອາ​ນາ​ມາ​ນ​ວ່າ, “ຈົ່ງ​ໄປ​ອາບ​ນ້ຳ​ທີ່​ແມ່​ນ້ຳ​ຈໍ​ແດນ​ເຈັດ​ຄັ້ງ ແລະ​ເນື້ອ​ຫນັງ​ຂອງ​ທ່ານ​ຈະ​ສະ​ອາດ​ເປັນ​ປົ​ກ​ກະ​ຕິ 11 ແຕ່​ອາ​ນາ​ມານ​ໃຈ​ຮ້າຍ​ແລະ​ຍ່າງ​ອອກ​ໄປ​ພ້ອມ​ທັງ​ຈົ່ມ​ວ່າ, “ເຮົາຄິດ​ວ່າ ​ຢ່າງ​ນ້ອຍ​ທ່ານ​ຕ້ອງ​ອອກ​ມາ​ພົບ​ເຮົາ ແລ້ວ​ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ໂດຍ​ວາງ​ມື​ໃສ່​ເທິງ​ບ່ອນ​ທີ່​ເປັນພ​ຍາດ​ໃຫ້​ເຮົາ​ດີ​ຊັ້ນ​ດອກ 12 ຕາມ​ຈິງ​ແລ້ວ​ແມ່​ນ້ຳ​ອາ​ບາ​ນາ ​ແລະ​ແມ່​ນ້ຳ​ຟາຣ໌​ປາທີ່​ເມືອງ​ດາ​ມັ​ສ​ກັ​ສ​ຍັງ​ດີກວ່າ​ແມ່​ນ້ຳ​ໃນ​ອິສ​ຣາ​ເອ​ນ​ນີ້ ເຮົາ​ໄປ​ອາບ​ໃນ​ແມ່​ນ້ຳ​ເຫລົ່າ​ນັ້ນ​ກໍ​ຄົງ​ຈະ​ຫາຍ​ດີ​ຢູ່​ຕິ” ແລ້ວ​ທ່ານ​ກໍ​ຫັນ​ຫລັງ​ຄືນ​ໄປ​ດ້ວຍ​ຄວາມ​ໂກດ​ຮ້າຍ 13 ແຕ່​ພວກ​ຂ້າ​ໃຊ້​ຂອງ​ທ່ານ​ເຂົ້າ​ມາ​ເວົ້າ​ກັບ​ທ່ານ​ວ່າ, “ຍາ​ພໍ່​ເອີຍ, ຖ້າ​ຫາກວ່າ​ຜູ້​ປະ​ກາດ​ພຣະ​ທັມ​ສັ່ງ​ໃຫ້​ທ່ານ​ເຮັດ​ສິ່ງ​ທີ່​ຍາກ​ທ່ານ​ຈະ​ບໍ່​​ເຮັດຫລື ແຕ່​ດຽວ​ນີ້ ທ່ານ​ຜູ້​ປະ​ກາດ​ພຣະ​ທັມ​ບອກ​ໃຫ້​ທ່ານ​ພຽງ​ແຕ່​ໄປ​ອາບ​ນ້ຳ ແລ້ວ​ທ່ານ​ກໍ​ຈະ​ສະ​ອາດ​ແລະ​ດີ​ພ​ຍາດ​ ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ເຮັດ” 14 ດັ່ງ​ນັ້ນ​ນາ​ອາ​ມານ​ຈຶ່ງ​ລົງ​ໄປ​ແຊ່​ໃນ​ແມ່​ນ້ຳ​ຈໍ​ແດນ​ເຈັດ​ຄັ້ງ​ຕາມ​ທີ່​ເອ​ລີ​ຊາ​ໄດ້​ບອກ ແລ້ວ​ເນື້ອ​ຫນັງ​ຂອງ​ທ່ານ​ຈຶ່ງ​ສະ​ອາດ​ເປັນ​ປົກ​ກະ​ຕິ​ເຫມືອນ​ເນື້ອ​ຫນັງ​ຂອງ​ເດັກ​ນ້ອຍ 15 ແລ້ວ​ນາ​ອາ​ມານ​ພ້ອມ​ທັງ​ພວກ​ຕິດ​ຕາມ​ທຸກ​ຄົນ​ກໍ​ກັບ​ຄືນ​ໄປ​ຫາ​ເອ​ລີ​ຊາ​ແລ້ວ​ເວົ້າ​ວ່າ, “ດຽວ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ແລ້ວ​ວ່າ ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນນອກ​ຈາກ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ບັດ​ນີ້​ຂໍ​ທ່ານ​ຈົ່ງ​ຮັບ​ເອົາ​ຂອງ​ຂວັນ​ຈາກ​ຂ້າ​ນ້ອຍ​ເທີນ” 16 ແຕ່​ເອ​ລີ​ຊາ​ຕອບ​ວ່າ, “ດ້ວຍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ຮັບ​ໃຊ້​ຢູ່ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຍອມ​ຮັບ​ເອົາ​ຂອງ​ຂວັນ​ສິ່ງ​ໃດ​ຫມົດ” ສ່ວນ​ນາ​ອາ​ມານ​ກໍ​ຂ້ຽວ​ເຂັນ​ໃຫ້​ທ່ານຍອມ​ຮັບ​ເອົາ ແຕ່​ທ່ານ​ກໍ​ປະ​ຕິ​ເສດ 17 ແລ້ວ​ນາ​ອາ​ມານ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ທ່ານ​ບໍ່​ຍອມ​ຮັບ​ເອົາ​ຂອງ​ຂວັນ​ຈາກ​ຂ້າ​ພະ​ເຈົ້າ ຂໍ​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ເອົາ​ດິນ​ຈາກ​ທີ່​ນີ້​ເມືອ​ບ້ານ​ນຳ​ໃຫ້​ພໍ​ດີ​ກັບ​ລໍ​ສອງ​ໂຕ​ບັນ​ທຸກ​ໄດ້ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ຫລື​ການ​ບູ​ຊາ​ໃດ​ແກ່​ພຣະ​ອົງ​ອື່ນ ນອກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ 18 ແລະ​ຂ້າ​ພະ​ເຈົ້າ​ຂໍ​ພຽງ​ຢ່າງ​ດຽວ​ຄື ເວ​ລາທີ່​ຂ້າ​ພະ​ເຈົ້າ​ໄປ​ນຳ​ກະ​ສັດ​ເພື່ອ​ນະ​ມັ​ສ​ການ​ພຣະ​ຣິມ​ໂມນ​ຂອງ​ຊາວ​ຊີ​ເຣັຽນັ້ນ ຂ້າ​ພະ​ເຈົ້າ​ຂໍ​ຂາບ​ລົງ​ນຳ​ກະ​ສັດ ສະ​ນັ້ນ​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ອະ​ພັຍ​ຂ້າ​ນ້ອຍ​ດ້ວຍ” 19 ເອ​ລີ​ຊາ​ຕອບ​ວ່າ, “ຂໍ​ທ່ານ​ຈົ່ງ​ໄປ​ເປັນ​ສຸກ​ເທີນ” ແລ້ວ​ນາ​ອາ​ມານກໍ​ຈາກ​ໄປ

ຄົ​ນ​ໃຊ້​ຂອງ​ເອ​ລີ​ຊາ​ທຳ​ຜິດ

ພໍ​ເມື່ອ​ນາ​ອາ​ມານ​ໄປ​ບໍ່​ໄດ້​ໄກ​ເທົ່າ​ໃດ 20 ເກ​ຮາ​ຊີ​ຄົນ​ໃຊ້​ຂອງ​ເອ​ລີ​ຊາ​ກໍ​ຄິດ​ໃນ​ໃຈ​ວ່າ, “ເອີ ນາຍ​ຂອງ​ເຮົາ​ບໍ່​ຍອມຮັບ​ເອົາ​ສິ່ງ​ໃດ​ທີ່​ນາ​ອາ​ມານ​ຊາວ​ຊີ​ເຣັຽ​ຄົນ​ນີ້​ມອບ​ໃຫ້ ແລະ​ປ່ອຍ​ໃຫ້​ເຂົາ​ໄປ​ລ້າໆ ທ່ານ​ຄວນຍອມ​ຮັບ​ເອົາ​ສິ່ງ​ເຫລົ່າ​ນີ້​ດ້ວຍພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ເຮົາ​ຈະ​ຕ້ອງ​ແລ່ນ​ໄປ​ເອົາ​ບາງ​ສິ່ງ​ບາງ​ຢ່າງ​ນຳ​ທ່ານ​ໃຫ້​ໄດ້” 21 ດັ່ງ​ນັ້ນ​ເກ​ຮາ​ຊີ​ຈຶ່ງ​ແລ່ນ​ຕິດ​ຕາ​ມນາ​ອາ​ມານ​ໄປ ເມື່ອ​ນາ​ອາ​ມານ​ເຫັນ​ເຂົາ​ແລ່ນ​ຕາມ​ຫລັງ​ມາ ທ່ານ​ຈຶ່ງ​ລົງ​ຈາກ​ຣົດ​ມ້າ​ມາ​ພົບ​ເຂົາ​ແລະ​ຖາມ​ວ່າ, “ເຈົ້າ​ຕາມ​ມາ​ຫຍັງ​ນໍ?” 22 ເກ​ຮາ​ຊີ​ຕອບ​ວ່າ, “ທຸ​ກ​ສິ່ງ​ຮຽບ​ຮ້ອຍ​ດີ ແຕ່​ນາຍ​ຂອງ​ຂ້າ​ນ້ອຍ​ໄດ້​ສັ່ງ​ຂ້າ​ນ້ອຍ​ມາ​ບອກ​ທ່ານ​ວ່າ ຫວ່າງ​ກີ້​ນີ້​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຫນຸ່ມ​ສອງ​ຄົນ​ເດີນ​ທາງ​ມາ​ຈາກ​ພູ​ເອ​ຟ​ຣາ​ອິມ ຂໍ​ທ່ານ​ໂຜດ​ໃຫ້​ເງິນ​ແກ່​ເຂົາ​ທັງ​ຫລາຍ​ຈັກ​ນຶ່ງ​ຕາ​ລັນ​ກັບ​ເຄື່ອງ​ນຸ່ງ​ສອງ​ຊຸດ​ໃຫ້​ພວກ​ນັ້ນ” 23 ນາ​ອາ​ມານ​ຕອບ​ວ່າ, “ຂໍ​ໂຜດ​ຮຮັບ​ໄປ​ສອງ​ຕາ​ລັນ​ເຖີດ” ທ່ານ​ບອກ​ໃຫ້​ເຂົາ​ຟ້າວ​ມັດ​ເງິນ​ໃສ່​ຖົງ​ສອງ​ຖົງ​ໄວ້​ແລະ​ເອົາ​ເສື້ອ​ສອງ​ຊຸດ​ໃຫ້ ທ່ານ​ສັ່ງ​ໃຫ້​ຄົນ​ໃຊ້​ສອງ​ຄົນ​ຫາມ​ໄປ​ກ່ອນ​ເກ​ຮາ​ຊີ 24 ເມື່ອ​ມາ​ຮອດ​ພູ​ນ້ອຍ​ບ່ອນ​ທີ່​ເອ​ລີ​ຊາ​ຢູ່ ເຂົາ​ກໍ​ເອົາ​ຖົງ​ໄປ​ປະ​ໄວ້​ໃນ​ເຮືອນ ແລະ​ບອກ​ໃຫ້​ຄົນ​ໃຊ້​ຂອງ​ນາ​ອາ​ມານ​ກັບ​ຄືນ​ເມືອ 25 ເມື່ອ​ເກ​ຮາ​ຊີ​ເຂົ້າ​ໄປ​ໃນ​ເຮືອນ ເອ​ລີ​ຊາ​ໄດ້​ຖາມ​ວ່າ, “ເກ​ຮາ​ຊີ ມື້​ກີ້​ນີ້​ເຈົ້າ​ໄປ​ໃສ​ມາ?” ເກ​ຮາ​ຊີ​ຕອບ​ວ່າ, “ບໍ່​ໄດ້​ໄປ​ໃສ” 26 ແຕ່​ເອ​ລີ​ຊາ​ເວົ້າ​ກັບ​ເຂົາ​ວ່າ, “ເວ​ລາ​ຊາຍ​ນັ້ນລົງ​ຈາກ​ຣົດ​ມ້າ​ມາ​ຫາ​ເຈົ້າ ຈິດ​ວິນ​ຍານ​ຂອງ​ຂ້ອຍ​ກໍ​ຢູ່​ທີ່​ນັ້ນ ດຽວ​ນີ້​ເຈົ້າ​ໄດ້​ເອົາ​ເງິນ​ນຳ​ຜູ້​ນັ້ນ ເຈົ້າ​ອາດ​ຊື້​ສວນ​ຫມາກກອກ​ເທດ ຊື້​ແກະ ຊື້​ງົວ ແລະ​ທາດ​ຍິງ​ຊາຍ 27 ແຕ່​ວ່າ​ພ​ຍາດ​ຂີ້​ທູດ​ຂອງ​ນາ​ອາ​ມານ​ຈະ​ຕິດ​ແປດ​ເຈົ້າ ແລະ​ຕິດ​ແປດ​ເຊື້ອ​ສາຍ​ຂອງ​ເຈົ້າ​ຕ​ລອດ​ໄປ” ເກ​ຮາ​ຊີ​ໄດ້​ຫນີ​ຈາກ​ເອ​ລີ​ຊາ​ໄປ​ດ້ວຍ​ມີ​ພ​ຍາດ​ຂີ້​ທູດ​ຂາວ​ດັ່ງ​ນວນ​ຝ້າຍ​ເຕັມ​ຮ່າງ​ກາຍ

2 ກະສັດ 6

ເອ​ລີ​ຊາ​ເຮັດ​ໃຫ້​ຂວານ​ຕົກ​ນ້ຳ​ຟູ​ຂຶ້ນ

1 ພວກ​ຜູ້​ປະ​ກາດ​ພຣະ​ທັມ​ໃນ​ຄະ​ນະ​ຂອງ​ເອ​ລີ​ຊາ​ໄດ້​ຈົ່ມ​ຕໍ່​ທ່ານ​ວ່າ, 2 “ບ່ອນຂອງ​ພວກ​ເຂົາ​ນີ້​ຄັບ​ແຄບ​ເກີນ​ໄປ ສະ​ນັ້ນ​ຂໍອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ຕັດ​ໄມ້​ທີ່​ແມ່​ນ້ຳ​ຈໍ​ແດນ ເພື່ອ​ສ້າງ​ທີ່​ຢູ່​ອາ​ໄສ​ຢູ່​ບ່ອນ​ນັ້ນ” ເອ​ລີ​ຊາ​ຕອບ​ວ່າ, “ໄປ​ແມ໋” 3 ຜູ້​ນຶ່ງໃນ​ຈຳ​ນວນ​ພວກ​ເຂົາ​ໄດ້​ຂ້ຽວ​ຂອດ​ໃຫ້​ເອ​ລີ​ຊາ​ໄປ​ນຳ ທ່ານ​ກໍ​ຕົກ​ລົງ​ໄປ​ນຳ​ພວກ​ເຂົາ 4 ເມື່ອໄປ​ຮອດ​ແມ່​ນ້ຳ​ຈໍ​ແດນ ພວກ​ເຂົາ​ໄດ້​ເລີ້ມ​ຕົ້ນ​ລົງ​ມື​ເຮັດ​ວຽກ ຄົນ​ນຶ່ງ​ໃນ​ຫມູ່​ພວກ​ເຂົາໄດ້​ເປັນ​ຜູ້​ຕັດ​ໄມ້ 5 ທັນ​ໃດ​ນັ້ນຂວານ​ເຫລັກ​ຂອງ​ເຂົາ​ໄດ້​ຫລ່ອນ​ຕົກ​ລົງ​ນ້ຳ ເຂົາ​ຈຶ່ງ​ຮ້ອງ​ຫາ​ເອ​ລີ​ຊາ​ວ່າ, “ນາຍ​ເອີຍ, ຂວານ​ຕົກ​ນ້ຳ​ແລ້ວ ຈະ​ໃຫ້​ຂ້າ​ນ້ອຍ​ເຮັດ​ແນວ​ໃດ ເພາະ​ຂວານ​ນັ້ນ​ຂ້າ​ນ້ອຍ​ໄດ້​ຢືມ​ເຂົາ​ມາ​ຊ້ຳ” 6 ເອ​ລີ​ຊາ​ຈຶ່ງ​ຖາມ​ເຂົາ​ວ່າ, “ຂວານ​ນັ້ນ​ຕົກ​ຢູ່​ໃສ?” ເຂົາ​ໄດ້​ຊີ້​ບອກ​ບ່ອນ​ຂວານ​ຕົກ​ໃຫ້​ທ່ານ​ເບິ່​ງ ແລ້ວ​ເອ​ລີ​ຊາ​ໄດ້​ຕັດ​ໄມ້​ທ່ອນ​ນຶ່ງ​ຖິ້ມ​ລົງ​ໃນ​ບ່ອນ​ນັ້ນ ແລ້ວ​ຂວານດວງ​ນັ້ນ​ກໍ​ຟູ​ຂຶ້ນ​ມາ 7 ທ່ານ​ໄດ້​ບອກ​ເຂົາ​ວ່າ, “ໄປ​ເອົາ​ແມ໋” ຊາຍ​ຄົນ​ນັ້ນ​ຈຶ່ງ​ຍື້​ມື​ໄປ​ຈັບ​ເອົາ​ມາ 8 ເມື່ອ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ​ອອກ​ໄປ​ສູ້​ຮົບ​ພວກ​ອິສ​ຣາ​ເອນ​ ພຣະ​ອົງ​ໄດ້​ປະ​ຊຸມກັບ​ພວກ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ແລະ​ໄດ້​ເລືອກ​ເອົາ​ບ່ອນ​ນຶ່ງ​ເປັນ​ບ່ອນ​ຕັ້ງ​ຄ້າຍ​ໄວ້ 9 ແຕ່​ເອ​ລີ​ຊາ​ໄດ້​ສົ່ງ​ຂ່າວ​ໄປ​ບອກ​ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ​ໃຫ້​ລະ​ວັງ​ຕົວ ບໍ່​ໃຫ້​ພຣະ​ອົງ​ຜ່ານ​ໄປ​ໃຫ້​ທາງ​ນັ້ນ ເພາະ​ວ່າ​ພວກ​ຊີ​ເຣັຽ​ໄດ້​ຕັ້ງ​ກອງ​ຫລອນ​ດັກ​ສະ​ກັດ​ຢູ່​ທີ່​ນັ້ນ 10 ດັ່ງ​ນັ້ນ​ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ​ຈຶ່ງ​ເຕືອນ​ທະ​ຫານ​ໃຫ້​ລະ​ມັດ​ລະ​ວັງ​ຕົວ​ຢູ່​ສ​ເມີ ໃນ​ການ​ລະ​ວັງ​ຕົວ​ຢ່າງ​ນີ້​ໄດ້​ມີ​ມາ​ສອງ​ສາມ​ຄັ້ງ​ແລ້ວ 11 ຝ່າຍ​ເຈົ້າ​ຊີ​ວິດ​ຊີ​ເຣັຽມີ​ຈິດ​ໃຈ​ກະ​ວົນ​ກະ​ວາຍ​ໃນ​ເຣື່ອງ​ນີ້ ພຣະ​ອົງ​ຈຶ່ງ​ເອີ້ນ​ເອົາ​ບັນ​ດາ​ນາຍ​ທະ​ຫານ​ມາ​ຖາມ​ວ່າ, “ຈົ່ງ​ບອກ​ເຮົາ​ມາ​ເບິ່ງວ່າ ໃນ​ພວກ​ເຈົ້າ​ແມ່ນ​ໃຜ​ເຂົ້າ​ຂ້າງ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ແດ່?” 12 ນາ​ຍທະ​ຫານ​ຜູ້​ນຶ່ງ​ຈຶ່ງ​ຕອບ​ຂຶ້ນ​ວ່າ, “ຂ້າ​ແດ່​ພຣະ​ອົງ ບໍ່​ມີ​ໃຜ​ດອກ ເຣື່ອງ​ນີ້​ເປັນ​ເພາະ​ຜູ້​ປະ​ກາດ​ພຣະ​ທັມ​ເອ​ລີ​ຊາ​ໄດ້​ຣາຍ​ງານ​ຄວາມ​ລັບ​ທີ່​ພຣະ​ອົງ​ເວົ້າ​ໃນ​ຫ້ອງນອນ​ທັງ​ຫມົດ​ຕໍ່​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ” 13 ເຈົ້າ​ຊີ​ວິດ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ໄປ​ຊອກ​ຫາ​ບ່ອນ​ເຂົາ​ຢູ່ ແລະ​ເຮົາ​ຈະ​ສົ່ງ​ຄົນ​ໄປ​ຈັບ​ເຂົາ​ມາ” ຕໍ່​ມາ​ມີ​ຄົນ​ມາ​ບອກ​ທ່ານ​ວ່າ ເອ​ລີ​ຊາ​ຢູ່​ເມືອງ​ໂດ​ທານ 14 ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ຈັດ​ເອົາ​ມ້າ ຣົດ​ຮົບ​ພ້ອມ​ທັງ​ກຳ​ລັງ​ພົນ​ອອກ​ໄປ ພວກ​ເຂົາ​ໄດ້​ໄປ​ຮອດ​ທີ່​ນັ້ນ​ໃນ​ເວ​ລາ​ກາງ​ຄືນ ແລະ​ໄດ້​ລ້ອມ​ເມືອງ​ໄວ້ 15 ວັນ​ຕໍ່​ມາ​ຄົນ​ໃຊ້​ຂອງ​ເອ​ລີ​ຊາ​ກໍ​ໄດ້​ລຸກ​ຂຶ້ນ​ແຕ່​ເຊົ້າ ແລະ​ຍ່າງ​ອອກ​ໄປ​ຂ້າງນອກ ເຂົາ​ໄດ້​ເຫັນ​ກຳ​ລັງ​ທະ​ຫານ​ຊີ​ເຣັຽ​ພ້ອມ​ດ້ວຍ​ຝູງ​ມ້າ​ແລະ​ຣົດ​ຮົບ​ລ້ອມ​ເມືອງ​ຢູ່ ເຂົາ​ຈຶ່ງ​ຟ້າວ​ມາ​ຫາ​ເອ​ລີ​ຊາ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຕາຍ​ແລ້ວ ເຈົ້າ​ນາຍ! ພວກ​ເຮົາ​ຖືກ​ອ້ອມ​ແລ້ວ ພວກ​ເຮົາ​ຊິ​ເຮັດ​ຈັ່ງ​ໃດ?” 16 ເອ​ລີ​ຊາ​ຕອບ​ວ່າ, “ບໍ່​ຕ້ອງ​ຢ້ານດອກ ເພາະ​ຝ່າຍ​ເຮົາ​ມີ​ຫລາຍກວ່າ​ຝ່າຍ​ເຂົາ” 17 ແລ້ວ​ເອ​ລີ​ຊາ​ກໍ​ອ້ອນວອນຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ເປີດ​ຕາ​ຂ້າ​ໃຊ້​ຂອງ​ຂ້າ​ນ້ອຍ​ຜູ້​ນີ້​ໃຫ້​ເຫັນ​ກຳ​ລັງ​ຂອງ​ຝ່າຍ​ເຮົາ​ແດ່​ທ້ອນ” ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ບັນ​ດານ​ໃຫ້​ຄົນ​ໃຊ້​ເຫັນ ເຂົາ​ໄດ້​ເຫັນ​ຝູງ​ມ້າ​ແລະ​ຣົດ​ຮົບ​ໄຟ​ເຕັມ​ຢູ່​ເທິງ​ພູ​ກຳ​ລັງ​ອ້ອມ​ເອ​ລີ​ຊາ​ຢູ່ 18 ໃນ​ຂ​ນະ​ທີ່​ພວກ​ຊີ​ເຣັຽ​ໂຈມ​ຕີ​ເມືອງ​ຢູ່​ນັ້ນ ເອ​ລີ​ຊາ​ໄດ້​ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ນ້ອຍ​ຂໍ​ຮ້ອງ​ໃຫ້​ພຣະ​ອົງ​ຊົງ​ບັງ​ຕາ​ພວກ​ເຫລົ່າ​ນີ້​ແດ່​ທ້ອນ” 19 ພຣະ​ອົງ​ຈຶ່ງ​ຊົງ​ບັງ​ຕາ​ພວກ​ເຂົາ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ເອ​ລີ​ຊາ ແລະ​ເອ​ລີ​ຊາ​ໄດ້​ໄປ​ຫາ​ພວກ​ເຂົາ​ແລະ​ເວົ້າ​ວ່າ, “ພວກ​ເຈົ້າ​ມາ​ຜິດ​ທາງ​ແລ້ວ ອັນ​ນີ້​ບໍ່​ແມ່ນ​ເມືອງ​ທີ່​ພວກ​ເຈົ້າ​ຊອກ​ຫາ ຈົ່ງ​ຕາມ​ເຮົາ​ມາ ເຮົາ​ຈະ​ພາ​ພວກ​ເຈົ້າໄປ​ຊອກ​ຫາ​ຊາຍ​ທີ່​ພວກ​ເຈົ້າ​ຊອກ​ຫາ​ນັ້ນ ແລ້ວ​ເອ​ລີ​ຊາ​ໄດ້​ພາພວກ​ເຂົາ​ໄປ​ເມືອງ​ສະ​ມາ​ເຣັຽ 20 ເມື່ອ​ເຂົ້າ​ໄປ​ໃນ​ເມືອງ​​ມາ​ເຣັຽ ເອ​ລີ​ຊາ​ກໍ​ອ້ອນວອນ​ຕໍ່​ພຣະ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ເປີດ​ຕາ​ພວກ​ເຂົາ​ໃຫ້​ເຫັນ​ເທີນ” ພຣະຜູ້​ເປັນ​ເຈົ້າ​ຊົງ​ເປີດ​ຕາ​ໃຫ້​ພວກ​ເຂົາ​ເຫັນ​ຮຸ່ງ ແລະ​ພວກ​ເຂົາ​ຈຶ່ງ​ເຫັນ​ວ່າ​ພວກ​ເຂົາ​ໄດ້​ຢູ່​ໃນ​ກຸງ​ຊາ​ມາ​ເຣັຽ​ເສັຽ​ແລ້ວ 21 ເມື່ອ​ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ​ເຫັນ​ພວກ​ເຂົາ ພຣະ​ອົງ​ຈຶ່ງ​ຖາມ​ເອ​ລີ​ຊາ​ວ່າ, “ຍາ​ພໍ່​ເອີຍ, ໃຫ້​ຂ້າ​ພະ​ເຈົ້າ​ຂ້າ​ພວກ​ເຂົາ​ບໍ?” 22 ທ່ານ​ຕອບ​ວ່າ, “ຂໍ​ພຣະ​ອົງ​ຢ່າ​ຊົງ​ຂ້າ​ພວກ​ເຂົາ​ເລີຍ ແມ່ນ​ແຕ່​ພວກ​ຊະ​ເລີຍ​ທີ່​ພຣະ​ອົງ​ຈັບ​ມາ​ດ້ວຍ​ຕົນ​ເອງ ພຣະ​ອົງ​ກໍ​ບໍ່​ຕ້ອງ​ຂ້າ​ພວກ​ເຂົາ ຂໍ​ພຣະ​ອົງ​ເອົາ​ເຂົ້າ​ຈີ່ ແລະ​ນ້ຳ​ໃຫ້​ພວກ​ເຂົາ​ກິນ ແລ້ວ​ປ່ອຍ​ໃຫ້​ເຂົາ​ກັບ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ພວກ​ເຂົາ​ສາ” 23 ດັ່ງ​ນັ້ນ​ເຈົ້າ​ຊີ​ວິດ​ຈຶ່ງ​ຈັດ​ງານ​ກິນ​ລ້ຽງ​ອັນ​ຍີ່ງ​ໃຫຍ່​ຂຶ້ນ ເມື່ອ​ພວ​ກ​ເຂົາ​ກິນ​ແລະ​ດື່ມ​ສິ້ນ​ສຸດ​ລົງ​ແລ້ວ ພຣະ​ອົງ​ກໍ​ສົ່ງ​ພວ​ກ​ເຂົາ​ຫລົບ​ຄືນ​ເມືອ ຫລັງ​ຈາກ​ທີ່​ພວ​ກ​ເຂົາ​ກັບ​ຄືນ​ເມືອ​ຫາ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ​ແລ້ວ ນັບ​ຕັ້ງ​ແຕ່​ນັ້ນ​ມາ​ພວກ​ຊີ​ເຣັຽກໍ​ບໍ່​ໄດ້​ທຳ​ການ​ປຸ້ນ​ຍາດ​ຊິງ​ເອົາ​ເຂດ​ແດນ​ອິສ​ຣາ​ເອນ​ອີກ​ເລີຍ 24 ແລະ​ຢູ່​ມາ​ພາຍຫລັງ​ເບນ​ຮາ​ດາດ ພຣະ​ຣາ​ຊາ​ແຫ່ງ​ຊີ​ເຣັຽ​ຊົງ​ຈັດ​ກອງ​ທັບ​ທັງ​ສິ້ນ​ຂອງ​ພຣະ​ອົງ ແລ້ວ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ລ້ອມ​ກຸງ​ຊາ​ມາ​ເຣັຽ 25 ມີ​ການ​ອຶດ​ຢາກ​ອາ​ຫານ​ຢ່າງຫນັກ​ໃນ​ຊາມາ​ເຣັຽ ຂ​ນະ​ເມື່ອ​ເຂົາ​ລ້ອມ​ຢູ່​ຈົນ​ຫົວ​ລໍ​ໂຕ​ນຶ່ງ​ເຂົາ​ຂາຍ​ກັນ​ເປັນ​ເງິນ​ແປດ​ສິບ​ເຊ​ເກ​ລ ແລະ​ຂີ້​ນົກ​ກາງ​ແກ​ 200 ກ​ຣາມ​ເປັ​ນ​ເງິນ​ຫ້າ​ເຊ​ເກ​ລ 26 ຂ​ນະ​ທີ່​ພຣະ​ຣາ​ຊາ​ແຫງ​ອິສ​ຣາ​ເອນ​ຊົງ​ຜ່ານ​ໄປ​ເທິງ​ກຳ​ແພງ ມີ​ຜູ້​ຍິງ​ຄົນ​ນຶ່ງ​ຮ້ອງ​ທູນ​ພຣະ​ອົງ​ວ່າ, “ຂ້າ​ແດ່​ພຣະ​ອົງ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ຂໍ​ຊົງ​ຊ່ອຍ” 27 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຖ້າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ຊ່ອຍ​ເຈົ້າ​ເຮົາ​ຈະ​ຊ່ອຍ​ເຈົ້າ​ໄດ້​ຈາກ​ໃສ ຈາກ​ລານ​ນວດ​ເຂົ້າ ຫລື​ຈາກ​ບໍ່​ຢ່ຳ​ຫມາກ​ອະງຸ່ນ​ຫລື” 28 ແລະ​ເຈົ້າ​ຊີ​ວິດ​ຊົງ​ຖາມ​ນາງວ່າ, “ເຈົ້າ​ມີ​ຄວາມ​ເດືອດ​ຮ້ອນ​ຫຍັງ?” ນາງ​ທູນ​ຕອບ​ວ່າ, “ຍິງ​ຄົນ​ນີ້​ບອກ​ຂ້າ​ນ້ອຍ​ວ່າ ເອົາ​ລູ​ກ​ຂອງ​ເຈົ້າມາ ໃຫ້​ພວກເຣົາ​ກິນ​ເສັຽວັນ​ນີ້​ເຖີດ ແລະພວກ​ເຣົາ​ຈຶ່ງ​ກິນ​ລູກ​ຂອງ​ຂ້ອຍ​ມື້​ອື່ນ” 29 ດັ່ງ​ນັ້ນພວກ​ເຮົາຈຶ່ງ​ຕົ້ມ​ລູກ​ຂອງຂ້າ​ນ້ອຍ​ແລະ​ກິນ ແລະ​ຮຸ່ງ​ຂຶ້ນ​ຂ້າ​ນ້ອຍ​ກໍ​ເວົ້າ​ກັບ​ນາງວ່າ, “ເອົາ​ລູກ​ຂອງ​ເຈົ້າ​ມາ ເພື່ອ​ພວກ​ເຮົາ​ຈະ​ໄດ້​ກິນ​ເສັຽ ແລະ​ນາງ​ກໍ​ເຊື່ອງ​ລູກ​ຂອງ​ນາງ​ເສັຽ” 30 ແລະ​ເມື່ອ​ເຈົ້າ​ຊີ​ວິດ​ຊົງ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ຍິງ​ນັ້ນ ພຣະ​ອົງ​ກໍ​ຈີກ​ເຄື່ອງ​ສລອງ​ພຣະ​ອົງ (ພຣະ​ອົງ​ກຳ​ລັງ​ຍ່າງ​ຢູ່​ເທິງ​ກຳ​ແພງ) ປະ​ຊາ​ຊົນ​ກໍ​ໄດ້​ເຫັນ ເບິ່ງ​ແມ໋​, ພຣະ​ອົງ​ຊົງສ​ລອງ​ພຣະ​ອົງທີ່​ທຳ​ດ້ວຍ​ຜ້າກະ​ສອບ​ຢູ່​ແນບ​ກາຍ 31 ແລະ​ພຣະ​ອົງ​ກ່າວ​ວ່າ, “ຖ້າ​ຫົວ​ຂອງ​ເອ​ລີ​ຊາ​ບຸດ​ຊາຟັດ​ຍັງ​ຢູ່​ເທິງ​ບ່າ​ຂອງ​ເຂົາ​ໃນ​ວັນ​ນີ້ ກໍ​ຂໍ​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ແກ່​ເຮົາ​ແລະ​ຍິ່ງຫນັກ​ກວ່າ” 32 ແຕ່​ເອລີ​ຊາ​ນັ່ງ​ຢູ່​ໃນ​ບ້ານ​ຂອງ​ທ່ານ ແລະ​ພວກ​ຜູ້​ໃຫຍ່​ກໍ​ນັ່ງ​ຢູ່​ດ້ວຍ ພຣະ​ຣາ​ຊາ​ຊົງ​ໃຊ້​ຄົນ​ມາ​ຈາກ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ ແຕ່​ກ່ອນ​ທີ່​ຜູ້​ສົ່ງ​ຂ່າວ​ຈະ​ມາ​ເຖິງ ເອ​ລີ​ຊາ​ກໍ​ເວົ້າ​ກັ​ບ​ພວກ​ຜູ້​ໃຫຍ່​ວ່າ, “ທ່ານ​ທັງ​ຫລາຍ​ເຫັນ​ຫລື​ບໍ ທີ່​ຜູ້​ກະ​ທຳ​ຄາ​ຕ​ກັມ​ຄົນ​ນີ້​ໃຊ້​ຄົນ​ມາ​ເອົາ​ຫົວ​ຂອງ​ຂ້າ​ພະ​ເຈົ້າ ເບິ່ງ​ດູ​ເມື່ອ​ຜູ້​ສົ່ງ​ຂ່າວ​ມາ ຈົ່ງ​ອັດ​ປະ​ຕູ ແລະ​ຍຶດ​ປະ​ຕູ​ໃຫ້​ແຫນ້ນ ກັນ​ເຂົາ​ໄວ້ ສຽງ​ບາດ​ຕີນ​ຂອງ​ນາຍ​ຂອງ​ເຂົາ​ຕາມເຂົາ​ມາ​ບໍ່​ແມ່ນ​ບໍ?” 33 ຂ​ນະ​ທີ່​ທ່ານ​ກຳ​ລັງ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ຢູ່ ເບິ່ງ​ແມ໋ ຜູ້​ສົ່ງ​ຂ່າວ​ລົງ​ມາ​ຫາ​ທ່ານ ແລະ​ເຈົ້າ​ຊີ​ວິດກ່າວ​ວ່າ, “ເຫດ​ຮ້າຍ​ນີ້​ມາ​ຈາກ​ພຣະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ລໍ​ຖ້າພຣະ​ເຈົ້າ​ອີກ​ເຮັດ​ຫຍັງ?”

2 ກະສັດ 7

1 ແຕ່​ເອ​ລີ​ຊາ​ທູນ​ວ່າ, “ຂໍ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ “ມື້​ອື່ນ​ນີ້​ປະ​ມານ​ເວ​ລາ​ນີ້ ຍອດ​ແປ້ງ​ຖັງ​ນຶ່ງ​ເຂົາ​ຈະ​ຂາຍ​ກັນ​ນຶ່ງ​ເຊເກ​ລ ແລະ​ເຂົ້າ​ບ​ເລ​ສອງ​ຖັງ​ເຊ​ເກ​ລ ທີ່​ປະ​ຕູ​ເມືອງ​ສະມາ​ເຣັຽ” 2 ແລ້ວ​ນາຍ​ທະ​ຫານ​ຄົນ​ສ​ນິດ​ຂອງ​ພຣະ​ຣາ​ຊາ​ຕອບ​ຄົນ​ຂອງ​ພຣະ​ເຈົ້າ​ວ່າ, “ຖ້າ​ວ່າ​ພຣະ​ເຈົ້າ​ສ້າງ​ປະ​ຕູ​ໃນ​ຟ້າ​ສວັນ ສິ່ງ​ນີ້​ຈະ​ເປັນ​ຂຶ້ນ​ໄດ້​ຫລື” ແຕ່​ທ່ານ​ບອກວ່າ “ທ່ານ​ຈະ​ເຫັນ​ກັບ​ຕາ​ຂອງ​ທ່ານ​ເອງ ແຕ່​ຈະ​ບໍ່​ໄດ້​ກິນ” 3 ມີ​ຄົນ​ໂຣກ​ເຮື້ອນ​ສີ່​ຄົນ​ຢູ່​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ ເຂົາ​ເວົ້າ​ກັນ​ວ່າ, “ເປັນ​ຫຍັງເຮົາ​ຈະ​ນັ່ງຢູ່​ບ່ອນ​ນີ້​ຈົນ​ຕາຍ 4 ຖ້າ​ເຮົາ​ວ່າ “ໃຫ້​ເຮົາ​ເຂົ້າ​ໄປ​ໃນ​ເມືອງ ການ​ອຶດ​ຢາກ​​ກໍ​ຢູ່​ໃນ​ເມືອງ ແລະ​ເຣົາ​ກໍ​ຈະ​ຕາຍ​ທີ່​ນັ້ນ ແລະ​ຖ້າ​ເຮົາ​ນັ່ງ​ທີ່​ນີ້​ເຮົາ​ກໍ​ຕາຍ​ເຫມືອນ​ກັນ ສັນ​ນັ້ນ​ຈົ່ງ​ມາ​ເຖີດ ໃຫ້​ເຮົາ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ຄົນ​ຊີ​ເຣັຽ ຖ້າກ​ເຂົາ​ໄວ້​ຊີວິດ​ຂອງ​ເຮົາ ເຮົາ​ກໍ​ຈະ​ລອດ​ຕາຍ ຖ້າ​ເຂົາ​ຂ້າ​ເຮົາ ກໍ​ໄດ້​ແຕ່​ຕາຍ​ເທົ່າ​ນັ້ນ​ເອງ” 5 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ລຸກ​ຂຶ້ນ​ໃນ​ເວ​ລາ​ໃກ້​ຈະ​ຄ່ຳ​ເພື່ອ​ຈະ​ໄປ​ຍັງ​ຄ້າຍ​ຂອງ​ຄົນ​ຊີ​ເຣັຽ ແຕ່​ເມື່ອ​ເຂົາ​ໄປ​ເຖິງ​ຄ້າຍ​ຂອງ​ຄົນ​ຊີ​ເຣັຽ ເບິ່​ງ​ແມ໋ ບໍ່​ມີ​ໃຜ​ຈັກ​ຄົນ​ຢູ່​ທີ່​ນັ້ນ 6 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທໍາ​ໃຫ້​ກອງ​ທັບ​ຂອງ​ຄົນ​ຊີ​ເຣັຽ​ໄດ້​ຍິນ​ສຽງ​ຣົດ​ຮົບ ສຽງ​ມ້າ ແລະ​ສຽງ​ກອງ​ທັບ​ໃຫຍ່ ເຂົາ​ຈຶ່ງ​ເວົ້າ​ກັນ​ແລະ​ກັນ​ວ່າ, “ເບິ່ງ​ແມ໋, ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ໄດ້​ຈ້າງ​ບັນ​ດາ​ເຈົ້າ​ຊີ​ວິດແຫ່ງ​ຄົນ​ຮິດ​ຕີ ແລະ​ບັນ​ດາ​ເຈົ້າ​ຊີວິດ​ແຫ່ງ​ເອ​ຢິບ​ມາ​ຮົບ​ເຮົາ​ແລ້ວ” 7 ເຂົາ​ຈຶ່ງ​ລຸກ​ຂຶ້ນ​ຫນີ​ໄປ​ໃນ​ເວ​ລາ​ຄ່ຳ ແລະ​ປະ​ເຕັນ ມ້າ​ແລະ​ລໍ​ຂອງ​ເຂົາ ປະ​ເຕັນ​ໄວ້​ຢ່າງ​ນັ້ນ​ເອງ ແລະ​ຫນີ​ໄປ​ເອົາ​ຊີ​ວິດ​ລອດ 8 ແລະ​ເມື່ອ​ຄົນ​ໂຣກ​ເຮື້ອນ​ເຫລົ່າ​ນີ້​ມາ​ເຖິງ​ຄ້າຍ ເຂົາ​ກໍ​ເຂົ້າ​ໄປ​ໃນ​ເຕັນ ທັງ​ກິນ​ແລະ​ດື່ມ ແລະ​ຂົນ​ເງິນ ທອງ​ຄຳ​ແລະ​ເຄື່ອງ​ນຸ່ງ​ເອົາ​ໄປ​ເຊື່ອງ​ໄວ້ ແລ້ວ​ເຂົາ​ກໍ​ກັບມາ​ເຂົ້າ​ໄປ​ໃນ​ເຕັນ​ອື່ນອີກ ຂົນ​ເອົາ​ເຄື່ອງ​ຂອງ​ອອກ​ໄປ​ຈາກ​ທີ່​ນັ້ນ​ດ້ວຍ​ເອົາ​ໄປ​ເຊື່ອງ​ໄວ້ 9 ແລະ​ເຂົາ​ເວົ້າ​ກັນ​ແລະ​ກັນ​ວ່າ, “ເຮົາ​ເຮັດ​ບໍ່​ຖືກ​ເສັຽ​ແລ້ວ ວັນ​ນີ້​ເປັນ​ວັນ​ຂ່າວ​ດີ ຖ້າເຮົາ​ງຽບ​ຢູ່ ແລະ​ຄອຍ​ຈົນ​ເຖິງ​ມື້​ເຊົ້າ​ໂທດ​ຈະ​ຕົກ​ຢູ່​ກັບ​ເຮົາ ເຫດ​ສັນ​ນັ້ນ​ມາ​ເຖີດ ໃຫ້​ເຮົາ​ໄປ​ບອກ​ຍັງ​ສຳ​ນັກ​ພຣະ​ຣາ​ຊວັງ” 10 ເຂົາ​ຈຶ່ງ​ເອີ້ນ​ນາຍ​ປະ​ຕູ​ເມືອງ ແລະ​ບອກ​ເຣື່ອງ​ຣາວ​ແກ່​ເຂົາ​ວ່າ, “ເຮົາ​ມາ​ຍັງ​ຄ້າຍ​ຂອງ​ຄົນ​ຊີ​ເຣັຽ ແລະ​ເບິ່ງ​ແມ໋ ເຮົາ​ບໍ່​ເຫັນ​ໃຜ ແລະ​ບໍ່​ໄດ້​ຍິນ​ສຽງ​ຜູ້​ໃດ​ຢູ່​ທີ່​ນັ້ນ ມີ​ແຕ່​ມ້າ​ຜູກ​ຢູ່​ແລະ​ລໍ​ຜູກ​ຢູ່ ແລະ​ເຕັນ​ຕັ້ງ​ຢູ່​ຢ່າງ​ນັ້ນ​ເອງ” 11 ແລ້ວ​ນາຍ​ປະ​ຕູ​ກໍ​ເອີ້ນບອກ​ໄປ ແລະ​ເຂົາ​ກໍ​ບອກ​ກັນ​ໄປ​ເຖິງ​ສຳ​ນັກ​ພຣະ​ຣາ​ຊວັງ 12 ພຣະ​ຣາ​ຊາ​ກໍ​ຊົງ​ຕື່​ນບັນ​ທົມ​ໃນ​ກາງ​ຄືນ ແລະ​ກ່າວ​ກັບ​ຂ້າ​ຣາ​ຊ​ການ​ວ່າ, “ເຮົາ​ຈະ​ບອກ​ໃຫ້​ວ່າ​ຄົນ​ຊີ​ເຣັຽ​ຕຽມ​ສູ້​ຮົບ​ເຮົາ​ຢ່າງ​ໃດ ເຂົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ເຮົາ​ຫິວ ເຂົາ​ຈຶ່ງ​ອອກ​ໄປ​ລີ້​ຊ່ອນ​ຕົວ​ຢູ່ນອກ​ຄ້າຍ​ທີ່​ກາງ​ທົ່ງ​ຄິດ​ວ່າ “ເມື່ອ​ເຂົາ​ອອກ​ມາ​ຈາກ​ໃນ​ເມືອງ​ເຮົາ​ຈະ​ຈັ​ບ​ເຂົາ​ທັງ​ເປັນ ແລ້ວ​ຈະ​ເຂົ້າ​ໄປ​ໃນ​ເມືອງ” 13 ແລະ​ຂ້າ​ຣາ​ຊ​ການ​ຄົນນຶ່ງ​ທູນ​ວ່າ, “ຂໍ​ຮັບ​ສັ່ງ​ໃຫ້​ຄົນ​ເອົາ​ມ້າ​ທີ່​ເຫລືອ​ຢູ່​ໃນ​ເມືອງ​ຈັກ​ຫ້າ​ໂຕ (ບາງ​ທີ່​ມ້າ​ເຫລົ່າ​ນັ້ນ​ຈະ​ຍັງ​ເປັນ​ຢູ່ ຢ່າງ​ຄົນ​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່​ໃນ​ເມືອງ ຫລື​ຈະ​ເປັນ​ຢ່າງ​ຄົນ​ອິສ​ຣາ​ເອນ​ທີ່​ໄດ້​​ພິ​ນາດ​ແລ້ວ​ກໍ​ຊ່າງ​ເຖີດ) ຂໍ​ໃຫ້​ເຮົາ​ສົ່ງ​ຄົນ​ໄປ​ເບິ່ງ” 14 ເຂົາ​ຈຶ່ງ​ເອົາ​ຣົດ​ຮົບ​ສອງ​ຄັນ​ພ້ອມ​ກັບ​ມ້າ ແລະເຈົ້າ​ຊີ​ວິດ​ຊົງ​ສົ່ງ​ໃຫ້​ໄປ​ຕິດ​ຕາມກອງ​ທັບ​ຂອງ​ຄົນ​ຊີ​ເຣັຽ ກ່າວ​ວ່າ, “ຈົ່ງ​ໄປ​ເບິ່ງ” 15 ເຂົາ​ທັງ​ຫລາຍ​ຈຶ່ງ​ຕິດ​ຕາມ​ໄປ​ຈົນ​ເຖິງ​ແມ່​ນ້ຳ​ຈໍ​ແດນ ຕ​ລອ​ດ​ທາງ​ມີ​ເຄື່ອງ​ນຸ່ງ​ແລະ​ເຄື່ອງ​ໃຊ້ ຊຶ່ງ​ຄົນ​ຊີ​ເຣັຽ​ປະ​ເມື່ອ​ເຂົາ​ຟ້າວ​ຫນີ​ໄປ ຜູ້​ສົ່ງ​ຂ່າວ​ກໍ​ກັບ​ມາ​ທູນ​ກະ​ສັດ 16 ແລ້ວ​ປະ​ຊາ​ຊົນ​ກໍ​ຍົກ​ອອກ​ໄປ​ປຸ້ນ​ຄ້າຍ​ຂອງ​ຄົນ​ຊີ​ເຣັຽ ຍອດ​ແປ້​ງ​ຈຶ່ງ​ຂາຍ​ກັນ​ຖັງ​ລະ​ເຊ​ເກ​ລ ແລະ​ເຂົ້າ​ບ​ເລ​ສອງ​ຖັງ​ຕໍ່ເຊ​ເກ​ລ ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 17 ຝ່າຍ​ພຣະ​ຣາ​ຊາ​ຊົງ​ແຕ່ງ​ຕັ້ງ​ນາຍ​ທະ​ຫານ​ຄົນ​ສ​ນິດ​ໃຫ້​ເປັນ​ນາຍ​ປະ​ຕູ ແລະ​ປະ​ຊາ​ຊົນ​ກໍ​ຢຽບ​ເທິງເຂົາໄປ​ທີ່​ປະ​ຕູ​ເມືອງ ເຂົາ​ຈຶ່ງ​ສິ້ນ​ຊີ​ວິດ​ຕາມ​ຊຶ່ງ​ຄົນ​ຂອງ​ພຣະ​ເຈົ້າ​ໄດ້​ກ່າວ​ໄວ້​ໃນ​ວັນ​ເມື່ອ​ເຈົ້າຊີ​ວິດ​ສະ​ເດັດ​ລົງ​ມາ​ຫາ​ທ່ານ 18 ແລະ​ເປັນ​ໄປ​ຕາມ​ທີ່​ຄົນ​ແຫ່ງ​ພຣະ​ເຈົ້າ​ໄດ້​ທູນ​ເຈົ້າ​ຊີ​ວິດ​ວ່າ, “ເຂົ້າ​ບ​ເລ​ສອງ​ຖັງ​ຂາຍ​ນຶ່ງ​ເຊ​ເກ​ລ ແລະ​ຍອດ​ແປ້ງ​ນຶ່ງ​ຖັງ​ນື່ງ​ເຊ​ເກ​ລ​ປະ​ມານ​ເວ​ລາ​ນີ້​ໃນ​ມື້ອື່ນ​ທີ່​ປະ​ຕູ​ເມືອງ​​ມາ​ເຣັຽ” 19 ແລະ​ນາຍ​ທະ​ຫານ​ຄົນ​ສ​ນິດ​ກໍ​ໄດ້​ຕອບ​ຄົນແຫ່ງພຣະ​ເຈົ້າ​ວ່າ, “ຖ້າ​ວ່າ​ພຣະ​ເຈົ້າ​ຊົງ​ສ້າງ​ຫນ້າ​ຕ່າງ​ໃນ​ຟ້າ​ສວັນ ສິ່ງ​ນີ້​ຈະ​ເປັນ​ຂຶ້ນ​ໄດ້​ຫລື” ແລະ​ທ່ານ​ໄດ້​ຕອບ​ວ່າ, “ທ່ານ​ຈະ​ເຫັນ​ກັບ​ຕາ​ຂອງ​ທ່ານ​ເອງ ແຕ່​ຈະ​ບໍ່​ໄດ້​ກິນ” 20 ແລະ​ຢູ່​ມາກໍ​ບັງ​ເກີດ​ເປັນ​ດັ່ງ​ນັ້ນ​ແກ່​ເຂົາ ເພາະ​ປະ​ຊາ​ຊົນ​ຢຽບ​ເທິງ​ເຂົາ​ໄປທີ່​ປະ​ຕູ​ເມືອງ​ແລະ​ເຂົາ​ກໍ​ໄດ້​ສິ້ນ​ຊີ​ວິດ

2 ກະສັດ 8

ຍິງ​ຊາວ​ຊູ​ເນມ​ໄດ້​ທີ່​ດິນ​ກັບ​ຄືນ

1 ຝ່າຍ​ເອ​ລີ​ຊາ​ໄດ້​ບອກ​ຍິງ​ຄົນ​ທີ່​ທ່ານ​ໄດ້​ໃຫ້​ບຸດ​ຂອງ​ນາງ​ກັບ​ຄືນ​ຊີ​ວິດ​ມາ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ແລະ​ອອກ​ໄປ​ທັງ​ຄົວ​ເຮືອນ​ຂອງ​ເຈົ້າ ໄປ​ອາ​ໄສ​ຢູ່​ທີ່​ໃດ​ຊຶ່ງ​ເຈົ້າ​ຈະ​ອາ​ໄສ​ຢູ່​ໄດ້ ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ເອີ້ນ​ໃຫ້​ເກີດ​ການອຶດຢາກອາ​ຫານ ແລະ​ຈະ​ເປັນ​ແກ່ແຜ່ນ​ດິນ​ນີ້​ເຈັດ​ປີ” 2 ຍິງ​ຄົນ​ນັ້ນ​ກໍ​ລຸກ​ຂຶ້ນ​ກະ​ທຳ​ຕາມ​ຖ້ອຍ​ຄຳ​ຂອງ​ຄົນ​ຂອງ​ພຣະ​ເຈົ້າ ນາງ​ຍົກ​ອອກ​ໄປ​ທັງ​ຄົວ​ເຮືອນ​ຂອງ​ນາງ​ໄປ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນຟີ​ລິ​ສ​ຕີນ​ເຈັດ​ປີ 3 ແລະ​ຢູ່ມາ​ເມື່ອ​ຮອດ​ເຈັດ​ປີ​ແລ້ວ​ຍິງ​ຄົນ​ນັ້ນ​ກໍ​ກັບ​ມາ​ຈາກ​ແຜ່ນ​ດິນ​ຟີ​ລິ​ສ​ຕີນ ແລະ​ໄດ້​ອອກ​ໄປ​ທູນ​ອຸ​ທອນ​ຕໍ່​ເຈົ້າ​ຊີ​ວິດ​ເພື່ອ​ຂໍ​ບ້ານ​ແລະ​ທີ່​ດິນ​ຂອງ​ນາງ​ຄືນ 4 ຝ່າຍ​ເຈົ້າ​ຊີ​ວິດ​ກຳ​ລັງ​ກ່າວ​ກັບ​ເກ​ຮາ​ຊີ​ຄົນ​ໃຊ້​ຂອງ​ຄົນ​ແຫ່ງ​ພຣະ​ເຈົ້າຢູ່​ວ່າ, “ຈົ່ງ​ບອກ​ເຮົາ​ເຖິງ​ບັນ​ດາ​ການ​ອັດ​ສະ​ຈັນ​ທີ່​ເອ​ລີ​ຊາ​ໄດ້​ກະ​ທຳ” 5 ແລະ​ຢູ່​ມາ ເມື່ອ​ເຂົາ​ກຳ​ລັງ​ທູນ​ກະ​ສັດ​ເຖິງ​ເຣື່ອງ​ທີ່​ເອ​ລີ​ຊາ​ໄດ້​ເອີ້ນ​ຊີ​ວິດ​ຂອງ​ເດັກ​ນັ້ນ​ກັບ​ຄືນ​ມາ ເບິ່ງ​ແມ໋, ຜູ້ຍິງ​ຄົນ​ທີ່​ທ່ານ​ໄດ້​ໃຫ້​ບຸດ​ກັບ​ຄືນ​ຊີ​ວິດ​ມາ​ໄດ້​ອຸ​ທອນ​ຕໍ່​ເຈົ້າ​ຊີວິດ ເພື່ອ​ຂໍ​ບ້ານ​ແລະ​ທີ່​ດິນ​ຂອງ​ນາງ​ຄືນ ແລະ​ເກ​ຮາ​ຊີ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ນີ້​ເປັນ​ນາງ​ຄົນ​ນັ້ນ ແລະ​ຄົນ​ນີ້​ແຫລະ​ເປັນ​ບຸດ​ຂອງ​ນາງ​ຊຶ່ງ​ເອ​ລີ​ຊາ​ໄດ້​ໃຫ້​ກັບ​ຄືນ​ຊີ​ວິດ​ມາ” 6 ແລະ​ເມື່ອ​ເຈົ້າ​ຊີ​ວິດ​ກ່າວ​ຖາມ​ຍິງ​ຄົນ​ນັ້ນ​ນາງ​ກໍ​ທູນ​ເຣື່ອງ​ຖວາຍ​ພຣະ​ອົງ ເຈົ້າ​ຊີ​ວິດ​ຈຶ່ງ​ຊົງ​ຕັ້ງ​ເຈົ້າ​ຫນ້າທີ່​ຄົນ​ນຶ່ງ​ໃຫ້​ແກ່​ນາງ​ຮັບ​ສັ່ງ​ວ່າ, “ຈົ່ງ​ຈັດ​ການ​ຄືນ​ທຸກ​ສິ່ງທີ່​ເປັນ​ຂອງ​ນາງ ພ້ອມ​ທັງ​ພືດ​ຜົນ​ຂອງ​ນາ​ນັ້ນ ຕັ້ງ​ແຕ່​ວັນ​ທີ່​ນາງ​ອອກ​ຈາກ​ແຜ່ນ​ດິນ​ມາ​ຈົນ​ເຖິງ​ບັດ​ນີ້” 7 ຝ່າຍ​ເອ​ລີ​ຊາ​ມາ​ຍັງ​ດາ​ມັ​ສ​ກັ​ສ ເບນ​ຮາ​ດາດເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ​ຊົງ​ປະ​ຊວນ ແລະ​ເມື່ອ​ມີ​ຄົນ​ທູນ​ວ່າ, “ຄົນ​ແຫ່ງ​ພຣະ​ເຈົ້າ​ມາ​ທີ່​ນີ້” 8 ເຈົ້າ​ຊີ​ວິດ​ກ່າວ​ກັບ​ຮາຊາ​ເອນວ່າ, “ຈົ່ງ​ນຳ​ຂອງ​ຂວັນ​ໄປ​ພົບ​ຄົນ​ແຫ່ງ​ພຣະ​ເຈົ້າ ໃຫ້​ທູນ​ຖາມ​ພຣະ​ເຈົ້າ​ໂດຍ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ຈະ​ຫາຍ​ປ່ວຍ​ຫລືບໍ?” 9 ຮາ​ຊາ​ເອນ​ຈຶ່ງ​ໄປ​ພົບ​ທ່ານ​ນຳ​ຂອງ​ຂວັນ​ໄປ​ນຳ ຄື​ສີນ​ຄ້າ​ທຸກ​ຢ່າງ​ຂອງ​ເມືອງ​ດາ​ມັ​ສ​ກັ​ສ​ບັນ​ທຸກ​ໃສ່​ຫລັງ​ອູດ​ສີ່​ສິບ​ໂຕ ເມື່ອ​ເຂົາ​ມາ​ຢືນ​ຕໍ່​ຫນ້າ​ທ່ານ​ເຂົາ​ກ່າວ​ວ່າ, “ບຸດ​ຂອງ​ທ່ານ​ຄື ເບນ​ຮາ​ດາດ​ເຈົ້າ​ຊີ​ວິດ​ແຫ່ງ​ຊີເຣັຽ​ໄດ້​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ມາ​ຫາ​ທ່ານ​ກ່າວວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ຫາຍ​ປ່ວຍ​ຫລື​ບໍ?” 10 ແລະ​ເອ​ລີ​ຊາ​ຕອບ​ເຂົາ​ວ່າ, “ຈົ່ງ​ໄປ​ທູນ​ເຈົ້າ​ຊີ​ວິດ​ວ່າ “ພຣະ​ອົງ​ຈະ​ຊົງ​ຫາຍ​ປະ​ຊວນ​ແນ່ນອນ” ແຕ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ສຳ​ແດງ​ແກ່​ຂ້າ​ພະ​ເຈົ້າ​ວ່າ ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ​“ 11 ແລະ​ທ່ານ​ກໍ​ຈ້ອງ​ເບິ່ງ​ຕົວ​ເຂົາ​ຈົນ​ອາຍ ແລະ​ຄົນ​ແຫ່ງ​ພຣະ​ເຈົ້າ​ກໍ​ຮ້ອງ​ໄຫ້ 12 ແລະ​ຮາ​ຊາ​ເອນ​ຖາມ​ວ່າ, “ເຫດ​ໃດ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້” ທ່ານ​ຕອບ​ວ່າ, “ເພາະ​ຂ້າ​ພະ​ເຈົ້າ​ຊາບ​ເຖິງ​ເຫດ​ຮ້າຍ ຊຶ່ງ​ທ່ານ​ຈະ​ກະ​ທຳ​ຕໍ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ທ່ານ​ຈະ​ເອົາ​ໄຟ​ເຜົາ​ປ້ອ​ມ​ປ້ອງ​ກັນ​ເມືອງ​ຂອງ​ເຂົາ​ເສັຽ ແລະ​ທ່ານ​ຈະ​ຂ້າ​ຄົນ​ຫນຸ່ມໆ​ເສັຽດ້ວຍ​ດາບ ແລະ​ຕີ​ເດັກ​ນ້ອຍໆໃຫ້​ເຖິງ​ຕາຍ ແລະ​ຜ່າ​ທ້ອງ​ພວກ​ແມ່​ມານ” 13 ແລະ​ຮາ​ຊາ​ເອນຕອບ​ວ່າ, “ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຜູ້​ເປັນ​ແຕ່​ພຽງ​ຫມາ​ເປັນ​ໃຜ ຈຶ່ງ​ຈະ​ກະ​ທຳ​ສິ່ງ​ໃຫຍ່​ໂຕ​ນີ້” ເອ​ລີ​ຊາ​ຕອບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ສຳ​ແດງ​ແກ່​ຂ້າ​ພະ​ເຈົ້າ​ວ່າ ທ່ນ​ຈະ​ເປັນ​ກະ​ສັດ​ປົກ​ຄອງ​ປະ​ເທດ​ຊີ​ເຣັຽ” 14 ແລະ​ເຂົາ​ກໍ​ໄປ​ຈາກ​ເອ​ລີ​ຊາ​ມາ​ຍັງ​ນາຍ​ຂອງ​ຕົນ ຜູ້​ຊຶ່ງ​ຖາມ​ເຂົາ​ວ່າ, “ເອ​ລີ​ຊາ​ວ່າ​ຢ່າງ​ໃດ​ກັບ​ເຈົ້າ​ແດ່?” ແລະ​ເຂົາ​ທູນ​ຕອບ​ວ່າ, “ເຂົາ​ບອກ​ຂ້າ​ນ້ອຍ​ວ່າ​ພຣະ​ອົງ​ຈະ​ຫາຍ​ປະ​ຊວນ​ແນ່ນອນ” 15 ແລະ​ຢູ່​ມາ​ວັນ​ຮຸ່ງ​ເຊົ້າ​ເຂົາ​ກໍ​ເອົາ​ຜ້າ​ປູ​ນອນ​ຈຸ່ມ​ນ້ຳ​ຄຸມ​ພຣະ​ພັກ​ພຣະ​ອົງ​ໄວ້ ຈົນ​ພຣະ​ອົງ​ສິ້ນ​ພຣະ​ຊົນ ແລະ​ຮາ​ຊາ​ເອນ​ກໍ​ຂຶ້ນ​ປົກ​ຄອງ

ຣັ​ຊ​ການ​ເຢ​ໂຮ​ຣາມ​ກະ​ສັດ​ແຫ່ງ​ຢູ​ດາ

16 ໃນ​ປີ​ທີ່​ຫ້າ​ແຫ່ງ​ເຢ​ໂຮ​ຣາມ ໂອ​ຣົດ​ອາ​ຮາບເຈົ້າ​ຊີ​ວິດ​ຂອງ​ອິສ​ຣາ​ເອນ ເຢ​ໂຮ​ຣາມ​ໂອ​ຣົດ​ເຢ​ໂຮ​ຊາ​ຟັ​ດ​ເຈົ້າ​ຊີ​ວິດ​ຂອງ​ຢູ​ດາ​ໄດ້​ຊົງ​ເລີ້ມ​ປົກ​ຄອງ 17 ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ​ມີ​ອາ​ຍຸ​ສາມ​ສິບ​ສອງ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ແປດ​ປີ 18 ແລະ​ພຣະ​ອົງ​ຊົງ​ດຳ​ເນີນ​ຕາມ​ມັນ​ຄາ​ຂອງ​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ​ຕາມ​ຢ່າງ​ທີ່​ຣາ​ຊວົງ​ອາ​ຮາບ​ກະ​ທຳ ເພາະ​ວ່າ​ທິ​ດາ​ຂອງ​ອາ​ຮາບ​ເປັນ​ມະ​ເຫ​ສີ​ຂອງ​ພຣະ​ອົງ ແລະ​ພຣະ​​ອົງ​ຊົງ​ກະ​ທຳສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ 19 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​ທຳ​ລາຍ​ຢູ​ດາ ເພາະ​ຊົງ​ເຫັນ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເຫດ​ທີ່​ ພຣະ​ອົງ​ໄດ້​ກ່າວ​ສັນ​ຍາ​ວ່າ ຈະ​ຊົງ​ປະ​ທານ​ປະ​ທີບ​ແກ່​ດາ​ວິດ ແລະ​ແກ່​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ​ສືບ​ຕໍ່​ໄປ 20 ໃນ​ຣັ​ຊ​ການ​ຂອງ​ພຣະ​ອົງ​ເອ​ໂດມ​ໄດ້​ກະ​ບົດ​ອອກ​ຈາກ​ການ​ປົກ​ຄອງ​ຂອງ​ຢູ​ດາ ແລະ​ຕັ້ງ​ກະ​ສັດ​ຂຶ້ນ​ເຫ​ນືອ​ຕົນ 21 ແລ້ວ​ເຢ​ໂຮ​ຣາມ​ກໍ​ສະ​ເດັດ​ພ້ອມກັບ​ຣົດຮົບ​ຂອງ​ພຣະ​ອົງຜ່ານ​ໄປ​ເຖິງ​ຊາ​ອີ​ຣ໌ ພໍ​ກາງ​ຄືນ​ກໍ​ລຸກ​ຂຶ້ນ ພຣະ​ອົງ​ແລະ​ຜູ້​ບັນ​ຊາ​ການ​ຣົດ​ຮົບ​ຂອງ​ພຣະ​ອົງ​ກໍ​ໂຈມ​ຕີ​ຄົນ​ເອ​ໂດມ​ຊຶ່ງ​ມາລ້ອມ​ພຣະ​ອົງ​ນັ້ນ ແຕ່ກອງ​ທັບ​ຂອງ​ພຣະ​ອົງ​ໄດ້​ຫນີ​ກັບ​ບ້ານ​ເສັຽ 22 ເອ​ໂດມ​ຈຶ່ງ​ໄດ້​ກະ​ບົດ​ອອກ​ຈາກ​ຢູ​ດາ​ຈົນ​ທຸກວັນ​ນີ້ ແລ້ວ​ລິບ​ນາ​ກໍ​ໄດ້​ກະ​ບົດ​ໃນ​ຄາວ​ດຽວ​ກັນ 23 ສ່ວນ​ພຣະ​ຣາ​ຊກິ​ຈນອກ​ນັ້ນ​ຂອງ​ເຢ​ໂຮ​ຣາມ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື 24 ເຢ​ໂຮ​ຣາມ​ຈຶ່ງ​ຊົງ​ລ່​ວງ​ຫລັບ​ໄປຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໃນ​ນະ​ຄອນ​ດາ​ວິດ ແລະ​ອາ​ຮາ​ຊີ​ຢາ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ຂຶ້ນ​ຄອງ​ແທນ

ຣັ​ຊ​ການ​ອາ​ຮາ​ຊີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ

25 ໃນ​ປີ​ທີ່​ສິບສອງ​ແຫ່ງ​ຣັ​ຊ​ການ​ໂຢ​​ຣາມ​ໂອ​ຣົດ​ຂອງ​ອາ​ຮາບ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ອາ​ຮາ​ຊີ​ຢາ​ໂອ​ຣົດ​ເຢ​ໂຮຣາມ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ໄດ້​ຊົງ​ເລີ້ມ​ປົກ​ຄອງ 26 ເມື່ອ​ອາ​ຮາ​ຊີ​ຢາຊົງ​ເລີ້ມ​ປົກ​ຄອງ​ນັ້ນ​ມີ​ອາ​ຍຸ​ສິບ​ສອງ​ປີ ແລະ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ນຶ່ງ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ຊົງ​ພຣະ​ນາມ​ອາ​ທາ​ລິ​ຢາ ພຣະ​ນາງ​ເປັນ​ພຣະ​ນັດ​ດາ(ຫລານ​ສາວ)ຂອງ​ອົມ​ຣີພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ 27 ພຣະ​ອົງ​ຊົງ​ດຳ​ເນີນ​ຕາມ​ຣາ​ຊວົງ​ຂອງອາ​ຮາບ​ດ້ວຍ ແລະ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ຣາ​ຊວົງ​ຂອງ​ອາ​ຮາບ​ໄດ້​ກະ​ທຳ​ເພາະ​ຊົງ​ເປັນ​ຣາ​ຊ​ໂອ​ຣົດ​ເຂີຍ​ໃນ​ຣາ​ຊວົງ​ຂອງ​ອາ​ຮາບ 28 ພຣະ​ອົງ​ສະ​ເດັດ​ກັບ​ໂຢ​ຣາມ​ໂອ​ຣົດ​ຂອງ​ອາ​ຮາບ​ເພື່ອ​ທຳ​ສົງ​ຄາມ​ກັບ​ຮາ​ຊາ​ເອນ​ເຈົ້າ​ຊີ​ວິດແຫ່ງ​ຊີ​ເຣັຽ​ທີ່​ຣາ​ໂມ​ທ​ກິ​ເລ​ອາດ ແລະ​ຄົນ​ຊີ​ເຣັຽກະ​ທຳ​ໃຫ້ໂຢ​ຣາມ​ບາດ​ເຈັບ 29 ແລະ​ເຈົ້າ​ຊີ​ວິດ​ໂຢຣາມ​ໄດ້​ກັບ​ມາ​ຮັກ​ສາ​ພຣະ​ອົງ​ທີ່​ຍິ​ສ​ມາ​ເອນໃຫ້​ຫາຍ​ບາດ​ເຈັບຈາກ​ທີ່​ຄົນ​ຊີ​ເຣັຽ​ໄດ້​ກະ​ທຳ​ແກ່​ພຣະ​ອົງ​ທີ່​ຣາ​ມາ ເມື່ອ​ພຣະ​ອົງ​ຊົງ​ສູ້ກັບ​ຮາ​ຊາ​ເອນ​ເຈົ້າ​ຊີ​ວິດແຫ່ງ​ຊີ​ເຣັຽ ແລະ​ອາ​ຮາ​ຊີ​ຢາ​ໂອ​ຣົດ​ຂອງ​ເຢ​ໂຮ​ຣາມເຈົ້າ​ຊີ​ວິດແຫ່ງ​ຢູ​ດາ​ໄດ້​ສະ​ເດັດ​ລົງ​ໄປ​ຫາ​ໂຢ​ຣາມ​ໂອ​ຣົດ​ຂອງ​ອາ​ຮັບ​ໃນ​ຍິ​ສ​ມາ​ເອນ​ເພາະ​ວ່າ​ພຣະ​ອົງ​ຊົງ​ປະ​ຊວນ

2 ກະສັດ 9

ເຢ​ຣູ​ຮັບ​ການເຈີມເປັນ​ກະ​ສັດ​ຂອງ​ອິສ​ຣາ​ເອນ

1 ແລ້ວ​ເອ​ລີ​ຊາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ເອີ້ນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ມາ​ຄົນ​ນຶ່ງ​ແລະ​ເວົ້າ​ກັບ​ເຂົາ​ວ່າ, “ຈົ່ງ​ຄາດແອວ​ຂອງ​ເຈົ້າ​ໄວ້ ຖື​ນ້ຳ​ມັນ​ຂວດ​ນີ້​ໄປ​ທີ່​ຣາ​ໂມ​ທ​ກິ​ເລ​ອາດ 2 ແລະ​ເມື່ອ​ເຈົ້າ​ໄປ​ເຖິງ​ແລ້ວ ຈົ່ງ​ມອງ​ເບິ່ງ​ເຢ​ຮູ​ ບຸດ​ເຢ​ໂຮ​ຊາຟັດບຸດ​ນິມ​ຊີ ຈົ່ງ​ເຂົ້າ​ໄປ​ຫາ​ເຂົາ ໃຫ້​ລຸກ​ຂຶ້ນ​ຈາກ​ຫມູ່​ພວກ​ເພື່ອນໆ ແລະ​ນຳ​ເຂົາ​ເຂົ້າ​ໄປ​ໃນ​ຫ້ອງ​ຂ້າງ​ໃນ 3 ແລ້ວ​ຈົ່ງ​ເອົາ​ນ້ຳ​ມັນ​ໃນ​ຂວດ​ເທ​ລົງ​ເທິງ​ຫົວ​ຂອງ​ເຂົາ ແລະ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົ່ງ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຊະ​ໂລມ​ຫົດ​ສົງ​ໃຫ້​ເຈົ້າ​ເປັນ​ກະ​ສັດ​ເຫນືອ​ອິສ​ຣາ​ເອນ” ແລ້ວ​ຈົ່ງ​ເປີດ​ປະ​ຕູ​ອອກ​ຫນີ​ໄປ​ຢ່າ​ລໍ​ຊ້າ​ຢູ່” 4 ຄົນ​ຫນຸ່ມ​ນັ້ນ​ຄື​ຄົນ​ຫນຸ່ມ​ທີ່​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ຈຶ່ງ​ໄປ​ຍັງ​ຣາ​ໂມ​ທ​ກິ​ເລ​ອາດ 5 ແລະ​ເມື່ອ​ເຂົາ​ມາ​ເຖິງ ບັນ​ດາ​ຜູ້​ບັງ​ຄັບ​ບັນ​ຊາ​ທະ​ຫານ​ກຳ​ລັງ​ປະ​ຊຸມ​ກັນ​ຢູ່ ແລະ​ເຂົາ​ກ່າວ​ວ່າ, “ຂ້າ​ແຕ່​ທ່ານ​ຜູ້​ບັນຊາ​ການ ຂ້າ​ພະ​ເຈົ້າ​ມີ​ວຽກ​ດ່ວນ​ມາ​ເຖິງ​ທ່ານ” ແລະ​ເຢ​ຮູ​ເວົ້າ​ວ່າ, “ມາ​ຫາ​ຄົນ​ໃດ​ໃນ​ພວກ​ເຣົາ” ແລະ​ເຂົາ​ເວົ້າ​ວ່າ, “ຂ້າ​ນ້ອຍ​ ມາ​ຫາ​ທ່ານ” 6 ທ່ານ​ກໍ​ລຸກ​ຂຶ້ນ​ເຂົ້າ​ໄປ​ໃນ​ເຮືອນ ແລະ​ຄົນ​ຫນຸ່ມ​ນັ້ນ​ກໍ​ເທ​ນ້ຳ​ມັນ​ເທິງ​ຫົວ​ຂອງ​ທ່ານ ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວດັ່ງ​ນີ້​ວ່າ ເຮົາ​ຫົດ​ສົງ​ຕັ້ງ​ເຈົ້າ​ໄວ້​ເປັນ​ກະ​ສັດ​ເຫນືອ​ປະ​ຊາ​ກອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ເຫນືອ​ອິສ​ຣາ​ເອນ 7 ແລະ​ເຈົ້າ​ຈົ່ງ​ໂຄ່ນ​ລົ້ມ​ຣາ​ຊວົງ​ຂອງ​ອາ​ຮາບ​ນາຍ​ຂອງ​ເຈົ້າ ເພື່ອ​ເຮົາ​ຈະ​ໄດ້​ຈັດ​ການ​ສນອງ​ເຢ​ເຊ​ເບນ ເພາະ​ໂລ​ຫິດຂອງ​ບັນ​ດາຜູ້ປະ​ກາດ​ພຣະ​ທັມ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ​ເພາະ​ໂລ​ຫິດ​ຂອງ​ບັນ​ດາ​ຜູ້​ຮັບ​ໃຊ້​ທັງສິ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 8 ເພາະ​ວ່າ​ຣາ​ຊວົງ​ອາ​ຮາບ​ທັງ​ຫມົດ​ຈະ​ຕ້ອງ​ພິ​ນາດ ແລະ​ເຮົາ​ຈະ​ຕັດ​ຜູ້​ຊາຍ​ທຸກ​ຄົນ​ບໍ່​ວ່າ​ທາດ​ຫລື​ອິສ​ຣະ​ທົ່ວ​ໄປ​ໃນ​ອິສ​ຣາ​ເອນ​ອອກ​ເສັຽ​ຈາກ​ອາ​ຮາບ 9 ແລະ​ເຮົາ​ຈະ​ກະ​ທຳ​ຣາ​ຊວົງ​ຂອງ​ອາ​ຮາບ​ໃຫ້​ເຫມືອນ​ຣາ​ຊວົງ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ແລະ​ເຫມືອນ​ຣາ​ຊວົງ​ຂອງບາ​ອາ​ຊາ​ບຸດ​ອາ​ຮິ​ຢາ 10 ແລະ​ຫມາ​ຈະ​ກິນ​ເຢ​ເຊ​ເບນ​ໃນ​ທີ່​ດິນ​ສ່ວນ​ພຣະ​ອົງ​ໃນ​ຍິ​ສ​ມາ​ເອນ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ຝັງ​ສົບ​ພຣະ​ນາງ”​ແລ້ວເຂົາ​ກໍ​ເປີດ​ປະ​ຕູ​ຫນີ​ໄປ 11 ເມື່ອ​ເຢ​ຮູ​ອອກ​ມາ​ສູ່ພວກ​ຂ້າ​ຣາ​ຊ​ການ​ຂອງ​ເຈົ້າ​ນາຍ​ຂອງ​ທ່ານ ເຂົາ​ທັງ​ຫລາຍ​ເວົ້າ​ກັບ​ທ່າ​ນ​ວ່າ, “ທຸກ​ຢ່າງ​ຮຽບ​ຮ້ອຍ​ດີ​ຫລື ເປັນ​ຫຍັງ​ຄົນ​ບ້າ​ຄົນ​ນີ້​ຈຶ່ງ​ມາ​ຫາ​ທ່ານ” ທ່ານ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ທ່ານ​ທັງ​ຫລາຍ​ຮູ້ຈັກ​ຊາຍ​ຄົນ​ນັ້ນ​ແລະ​ພວກ​ທ່ານ​ຮູ້​ດີ​ວ່າ​ເຂົາ​ຢາ​ກໄດ້​ຫຍັງ?” 12 ແລະ​ເຂົາ​ທັງ​ຫລາຍ​ວ່າ, “ນັ້ນ​ບໍ່​ເປັນ​ຄວາມ​ຈິງ ຂໍ​ບອກ​ເຮົາ​ມາ​ເຖີດ” ແລະ​ທ່ານ​ວ່າ, “ເຂົາ​ເວົ້າ​ຢ່າງ​ນີ້​ກັບ​ຂ້າ​ພະ​ເຈົ້າ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ​ເຮົາ​ຫົດ​ສົງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ກະ​ສັດ​ເຫນືອ​ອິສ​ຣາ​ເອນ” 13 ແລ້ວ​ທຸກ​ຄົນ​ກໍ​ຟ້າວ​ແກ້​ເສື້ອ​ຜ້າ​ຂອງ​ຕົນ​ອອກ ວາງ​ໄວ້​ຮອງ​ທ່ານ​ທີ່​ຂັ້ນ​ບັນ​ໄດ​ຊຶ່ງ​ແປນ​ຢູ່ ແລະ​ເຂົາ​ທັງ​ຫລາຍ​ເປົ່າ​ເຂົາ​ສັດ ແລະ​ປ່າວ​ຮ້ອງວ່າ, “ເຢ​ຮູ​ເປັນ​ກະ​ສັດ”

ເຢ​ຮູ​ຊົງ​ປະ​ຫານ​ໂຢ​ຣາມ

14 ດັ່ງ​ນີ້​ແຫລະ, ເຢ​ຮູ​ບຸດ​ເຢ​ໂຮ​ຊາ​ຟັດ ບຸດ​ນິມ​ຊີ​ໄດ້​ຮ່ວມ​ກັນ​ຄິດ​ກະ​ບົດ​ຕໍ່​ໂຢ​ຣາມ (ຝ່າຍ​ໂຢ​ຣາມ​ພ້ອມ​ກັບ​ອິສ​ຣ​ເອນ​ທັງ​ປວງ​ຍັງ​ລະ​ວັງ​ປ້ອງກັນ​ຮາ​ຊາ​ເອນ​ກະ​ສັດ​ແຫ່ງ​ຊີ​ເຣັຽຢູ່​ທີ່​ຮາ​ໂມ​ທ​ກິ​ເລ​ອາດ 15 ແຕ່​ເຈົ້າ​ຊີ​ວິດ​ໂຢ​ຣາມ​ຊົງ​ກັບ​ໄປ​ຣັ​ກ​ສາ​ພຣະ​ອົງ​ທີ່​ຍິ​ສ​ມາ​ເອນ ເພາະ​ບາດ​ແຜ​ຊຶ່ງ​ຄົນ​ຊີ​ເຣັຽ​ໄດ້​ກະ​ທຳ​ແກ່​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ສູ້​ຮົບ​ກັບ​ຮາ​ຊາ​ເອນ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ) ເຢ​ຮູ​ຈຶ່ງ​ກ່າວ​ວ່າ, “ຖ້າ​ນີ້​ເປັນ​ຄວາມ​ປະ​ສົງ​ຂອງ​ທ່ານ​ທັງ​ຫລາຍ ກໍ​ຂໍ​ຢ່າ​ໃຫ້​ຄົນ​ນຶ່ງ​ຄົນ​ໃດ​ລັກ​ລອບ​ຫນີ​ອອກ​ຈາກ​ເມືອງ​ເພື່ອບອກ​ຂ່າວ​ທີ່​ຍິສ​ມາ​ເອນ” 16 ແລ້ວ​ເຢ​ຣູ​ກໍ​ສະ​ເດັດ​ຊົງ​ຣົດ​ຮົບ ແລະ​ສະ​ເດັດ​ໄປ​ຍັງ​ຍິ​ສ​ມາ​ເອນ ເພາະ​ໂຢ​ຣາມ​ບັນ​ທົມ​ທີ່​ນັ້ນ ແລະ​ອາ​ຮາ​ຊີ​ຢາ​ເຈົ້າ​ຊີ​ວິດ​ຢູ​ດາ​ໄດ້​ສະ​ເດັດ​ລົງ​ມາ​ຢ້ຽມ​ໂຢ​ຣາມ 17 ຝ່າຍ​ທະ​ຫານ​ຍາມ​ຢືນ​ຢູ່​ເທິງ​ຫໍ​ຄອຍ​ທີ່ຍິສ​ມາ​ເອນ ເຂົາ​ຫລຽວ​ເຫັນ​ພວກ​ຂອງ​ເຢ​ຮູ​ມາ​ຈຶ່ງ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ເຫັນ​ຄົນ​ພວກ​ນຶ່ງ” ໂຢ​ຣາມ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ໃຊ້​ໃຫ້​ພົນ​ມ້າ​ໄປ​ພົບ​ທ່ານ ແລະ​ເວົ້າ​ວ່າ “ມາ​ຢ່າງ​ສັນຕິ​ຫລື” 18 ຄົນ​ນັ້ນ​ຈຶ່ງ​ຂຶ້ນ​ມ້າ​ໄປ​ພົບ​ທ່ານ ແລະ​ເວົ້າ​ວ່າ, “ພຣະ​ຣາ​ຊາ​ກ່າວ​ດັ່ງ​ນີ້​ວ່າ ມາ​ຢ່າງ​ສັນ​ຕິ​ຫລື” ແລະ​ເຢ​ຮູ​ຕອບ​ວ່າ, “ທ່ານ​ກ່ຽວ​ຂ້ອງ​ຫຍັງ​ກັບ​ສັນ​ຕິ ຈົ່ງ​ລ້ຽວ​ກັບ​ຕາມ​ເຮົາ​ມາ” ແລະ​ທະ​ຫານ​ຍາມ​ກໍ​ຣາຍ​ງານ​ວ່າ, “ຜູ້​ສົ່ງ​ຂ່າວ​ໄປ​ເຖິງ​ເຂົາ​ແລ້ວ ແຕ່​ເຂົາ​ບໍ່​ກັບມາ” 19 ພຣະ​ອົງ​ຈຶ່ງ​ຮັບ​ສັ່ງ​ໃຊ້​ພົນ​ມ້າ​ຄົນ​ທີ່​ສອງ​ອອກ​ໄປ ຜູ້​ນັ້ນ​ມາ​ເຖິງ​ເຂົາ​ແລ້ວກໍ​ເວົ້າ​ວ່າ, “ພຣະ​ຣາ​ຊາ​ກ່າວ​ດັ່ງ​ນີ້​ວ່າ “ຢ່າງ​ສັນ​ຕິ​ຫລື” ແລະ​ເຢ​ຮູ​ຕອບ​ວ່າ, “ທ່ານ​ກ່ຽວ​ຂ້ອງ​ຫຍັງ​ກັບ​ສັນ​ຕິ ຈົ່ງ​ລ້ຽວ​ກັບ​ຕາມ​ເຮົາ​ມາ” 20 ທະ​ຫານຍາມ​ກໍ​ຣາຍ​ງານ​ອີກວ່າ, “ເຂົາ​ໄປ​ເຖິງ​ແລ້ວ​ແຕ່​ເຂົາ​ກໍ​ບໍ່​ກັບ​ມາ ແລະ​ການ​ຂັບ​ຣົດ​ນັ້ນ​ກໍ​ເຫມືອນ​ກັບ​ການ​ຂັບ​ຣົດ​ຂອງ​ເຢ​ຮູ​ບຸດ​ນິມ​ຊີ ເພາະ​ເຂົາ​ຂັບ​ໄວທີ່​ສຸດ” 21 ໂຢ​ຣາມ​ເວົ້າ​ວ່າ, “ຈົ່ງ​ຕຽມ​ພ້ອມ” ແລະ​ເຂົາ​ກໍ​ຈັດ​ຣົດ​ຮົບ​ຂອງ​ພຣະ​ອົງ​ໃຫ້​ພ້ອມ​ໄວ້ ແລ້ວ​ໂຢ​ຣາມ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ແລະ​ອາ​ຮາ​ຊີ​ຢາ​ເຈົ້າ ຊີ​ວິດ​ແຫ່ງ​ຢູ​ດາກໍ​ສະ​ເດັດ​ອອກ​ໄປ ຕ່າງ​ກໍ​ຊົງ​ຣົດ​ຮົບ​ຂອງ​ພຣະ​ອົງ​ເອງ ຊົງ​ອອກ​ໄປ​ປະ​ທະ​ກັບ​ເຢ​ຮູ ມາ​ພົບ​ກັນ​ເຂົ້າ​ໃນ​ທີ່​ດິນ​ຕອນ​ນຶ່ງ​ຂອງ​ນາ​ໂບ​ທ​ຊາວຍິ​ສ​ມາ​ເອນ 22 ເມື່ອ​ໂຢ​ຣາມ​ເຫັນ​ເຢ​ຮູ​ແລ້ວ​ຈຶ່ງເວົ້າ​ວ່າ, “ເຢ​ຮູ ຢ່າງ​ສັນ​ຕິ​ຫລື” ເຢ​ຮູ​ຕອບ​ວ່າ, “ຈະ​ສັນ​ຕິ​ໄດ້​ຢ່າງ​ໃດ ເມື່ອ​ການ​ຫລີ້ນ​ຊູ້​ແລະ​ວິທະ​ຍາ​ຄົມ​ຂອງ​ເຢ​ເຊ​ເບນ​ມານ​ດາ​ຂອງ​ທ່ານ​ຍັງ​ມີ​ຢູ່​ຫລາຍ​ເຊັ່ນ​ນີ້” 23 ແລ້ວ​ໂຢ​ຣາມ​ຊົງລ້ຽວ​ຣົດ​ຮົບ​ຫັນ​ກັບ​ໄປ​ ທັງ​ຮັບ​ສັ່ງ​ກັບ​ອາ​ຮາ​ຊີ​ຢາ​ວ່າ, “ຂ້າ​ແຕ່​ອາ​ຮາ​ຊີ​ຢາ ເຂົາ​ຮ່ວມ​ກັນຄິດ​ກະ​ບົດ” 24 ແລະ​ເຢ​ຮູ​ໂກ່ງ​ທະ​ນູ​ດ້ວຍ​ສຸດ​ກຳ​ລັງ ແລະລູກ​ທະ​ນູຖືກ​ກາງ​ຫລັງ​ຂອງໂຢຣາມ​ແທງ​ຊອດຫົວ​ໃຈ​ຂອງ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ລົ້ມ​ລົງ​ໃນ​ຣົດ​ຮົບ​ຂອງ​ພຣະ​ອົງ 25 ເຢ​ຮູ​ເວົ້າ​ກັບ​ບິດ​ກາ​ຣ໌ ນາຍ​ທະ​ຫານ​ຄົນ​ສ​ນິດ​ຂອງ​ພຣະ​ອົງວ່າ, “ຈົ່ງ​ຍົກ​ສົບ​ເຂົາ​ຂຶ້ນ​ແລະ​ໂຍນ​ຖິ້ມ​ລົງ​ໄປ​ໃນ​ທີ່​ດິນ​ຂອງ​ນາ​ໂບ​ທ ຊາວ​ຍິ​ສ​ມາ​ເອນ ຈື່​ໄວ້​ວ່າ ເມື່ອ​ເຣົາ​ແລະ​ທ່ານ​ຂີ່​ມ້າ​ຄຽ​ງ​ກັນ​ມາ​ຕາມ​ອາ​ຮັບ​ບິ​ດາ​ຂອງ​ເຂົາ​ໄປ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໂທດ​ເຂົາດັ່ງ​ນີ້​ວ່າ 26 “ເຮົາ​ໄດ້​ເຫັນ​ໂລຫິດ​ຂອງ​ນາ​ໂບ​ທ​ແລະ​ໂລ​ຫິດ​ຂອງ​ລູກ​ຫລານ​ຂອງ​ເຂົາ​ມື້​ວານ​ນີ້ ເຮົາ​ຈຶ່ງ​ສັນ​ຍາ​ວາ​ຈະ​ລົງ​ໂທດ​ເຈົ້າ​ໃນ​ທົ່ງ​ນາ​ບ່ອນ​ດຽວ​ກັນ​ນີ້ ສະ​ນັ້ນ​ຈົ່ງ​ຍົກ​ເຂົາ​ຂຶ້ນ​ຖິ້ມ​ໄວ້​ເທິງ​ທີ່​ດິນ​ຕອນ​ນີ້​ແຫລະ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

ເຢຮູ​ປະ​ຫານ​ອາ​ຮາ​ຊີ​ຢາ

27 ເມື່ອ​ອາ​ຮາ​ຊີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ເຫັນ​ດັ່ງ​ນັ້ນ ພຣະ​ອົງ​ຊົງ​ຫນີ​ໄປ​ໃນ​ທິດ​ເມືອງ​ເບທຮັກ​ການ ແລະ​ເຢ​ຮູ​ກໍ​ຕິດ​ຕາມ​ພຣະ​ອົງ​ໄປ​ກ່າວ​ວ່າ, “ຈົ່ງ​ຍິງ​ທ່ານ​ໃນ​ຣົດ​ຮົບ​ດ້ວຍ” ແລະ​ເຂົາ​ທັງ​ຫລາຍ​ໄດ້​ຍິງ​ພຣະ​ອົງ​ທາງ​ຂ້າມ​ພູ​ເມືອງ​ກູ​ຣ໌​ຊຶ່ງ​ຢູ່​ໃກ້​ອິບ​ເລ​ອາມ ແລະ​ພຣະ​ອົງ​ຊົງ​ຫນີ​ໄປ​ເຖິງ​ເມືອງ​ເມ​ກິດ​ໂດ ແລະ​ສິ້ນ​ພຣະ​ຊົນ​ທີ່​ນັ້ນ 28 ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ກໍ​ບັນ​ທຸກ​ພຣະ​ສົບ​ໃສ່​ຣົດ​ຮົບ​ໄປ​ຍັງ​ເຢ​ຣູ​ຊາ​ເລັມ ແລະ​ຝັງ​ໄວ້​ໃນ​ອຸບ​ໂມງ​ຂອງ​ພຣະ​ອົງ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໃນ​ນະ​ຄອນດາ​ວິດ 29 ໃນ​ປີ​ທີ່​ສິບ​ເອັດ​ແຫ່ງ​ຣັ​ຊການ​ໂຢ​ຣາມ​ບຸດ​ອາ​ຮາບ ອາ​ຮາ​ຊີ​ຢາ​ເລີ້ມ​ປົກ​ຄອງ​ເຫນືອ​ຢູ​ດາ

ຣາຊີ​ນີ​ເຢ​ເຊເບນ​ຖືກ​ຂ້າ

30 ເມື່ອ​ເຢ​ຮູ​ມາ​ເຖິງ​ເມືອງ​ຍິ​ສ​ມາ​ເອນ ເຢ​ເຊ​ເບ​ນ​ຊົງ​ຊາບ​ເຣື່ອງ ພຣະ​ນາງ​ກໍ​ຊົງ​ຂຽນ​ຕາ​ແລະ​ແຕ່ງ​ພຣະ​ສຽນ ແລະ​ຊົງ​ມອງ​ອອກ​ໄປ​ທາງ​ປ່ອງ​ຢ້ຽມ​ວັງ 31 ແລະ​ເມື່ອ​ເຢ​ຮູ​ຜ່ານ​ເຂົ້າ​ປະ​ຕູ​ວັງ​ມາ​ພຣະ​ນາງ​ກໍ​ຮ້ອງ​ໃສ່​ວ່າ, “ເຈົ້າ​ຜູ້​ຂ້າ​ນາຍ​ຂອງ​ເຈົ້າ ຢ່າງ​ເຈົ້າຊິມຣີ ມາ​ຢ່າງ​ສັນ​ຕິ​ຫລື” 32 ແລ້ວ​ເຢ​ຮູ​ແຫງນ​ພຣະ​ພັກ​ທອດ​ພຣະ​ເນດແ​ລະ​ຮ້ອງ​ໃສ່​ວ່າ, “ໃຜ​ຢູ່​ຝ່າຍ​ເຮົາ ແມ່ນ​ໃຜ​ແດ່?” ມີ​ທະ​ຫານ​ວັງ​ສອງ​ສາມ​ຄົນ​ຊະ​ໂງກ​ຫນ້າ​ອອກ​ມາ​ເບິ່ງ​ພຣະ​ອົງ 33 ພຣະ​ອົງ​ເວົ້າ​ວ່າ, “ໂຍນ​ນາງ​ລົງ​ມາ” ເຂົາ​ຈຶ່ງ​ໂຍນ​ພຣະ​ນາງ​ລົງ​ມາ ແລະ​ໂລ​ຫິດ​ຂອງ​ພຣະ​ນາງ​ກໍຟົ້ງຕິດ​ຝາ​ກຳ​ແພງ​ແລະ​ຕິດ​ມ້າ​ແລະ​ພຣະ​ອົງຊົງ​ຂັບ​ຣົດ​ມ້າ​ຢຽບ​ຊາກ​ສົບ​ຂອງ​ນາງ 34 ແລ້ວ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ ສະ​ເວີຍ​ແລະ​ຊົງ​ດື່ມ ແລະ​ພຣະ​ອົງ​ເວົ້າ​ວ່າ, “ຈັດ​ການ​ກັບ​ຍິງ​ທີ່​ຖືກ​ສາບ​ຄົນ​ນີ້ ເອົາ​ໄປ​ຝັງ​ເສັຽ ເພາະ​ນາງ​ເປັນ​ທິ​ດາ​ຂອງພຣະ​ຣາ​ຊາ” 35 ແຕ່​ເມື່ອ​ເຂົາ​ຈະ​ໄປ​ຝັງ​ສົບ​ພຣະ​ນາງ ເຂົາ​ກໍ​ພົບ​ແຕ່​ກະ​ໂລກ​ຫົວ ຕີນ​ແລະ​ມື​ຂອງ​ພຣະ​ນາງ 36 ເມື່ອ​ເຂົາ​ກັບ​ມາ​ທູນ​ພຣະ​ອົງ ພຣະ​ອົງ​ເວົ້າ​ວ່າ, “ນີ້​ເປັນ​ໄປ​ຕາມ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ອົງ​ກ່າວ​ທາງ​ເອ​ລີ​ຢາ​ຊາວ​ຕິ​ສ​ຊີ​ຜູ້​ຣັບ​ໃຊ້​ຂອງ​ພຣະ​ອົງ​ວ່າ​ຫມາ​ຈະ​ກິນ​ເນື້ອ​ຂອງ​ເຢ​ເຊ​ເບນ​ໃນ​ເຂດ​ແດນ​ຍິ​ສ​ມາ​ເອນ 37 ແລະ​ສົບ​ຂອງ​ເຢ​ເຊ​ເບນ​ຈະ​ເປັນ​ເຫມືອນ​ອາ​ຈົມສັດ​ເທິງ​ພື້ນ​ທົ່ງ​ໃນ​ເຂດ​ແດນ​ຍິ​ສ​ມາ​ເອນ ເພື່ອ​ວ່າ​ຈະ​ບໍ່​ມີ​ໃຜ​ກ່າວ​ວ່າ “ນີ້​ຄື ເຢ​ເຊ​ເບນ”

2 ກະສັດ 10

ເຢ​ຮູ​ທຳ​ລາຍ​ຣາ​ຊວົງ​ຂອງ​ອາ​ຮາບ

1 ຝ່າຍ​ອາ​ຮັບ​ມີ​ໂອ​ຣົດ​ເຈັດ​ສິບ​ອົງ​ໃນ​ຊາ​ມາ​ເຣັຽ ເຢ​ຮູ​ຈຶ່ງ​ຊົງພຣະ​ອັກ​ສອນ​ສົ່ງ​ໄປ​ຍັງ​ຊາມາ​ເຣັຽ​ເຖິງ​ບັນ​ດາ​ຜູ້​ປົກ​ຄອງ​ເມືອງ​ຍິ​ສ​ມາ​ເອນ​ນັ້ນ​ເຖິງ​ພວກ​ຜູ້​ໃຫຍ່ ແລະ​ເຖິງ​ບັນ​ດາ​ພີ່​ລ້ຽງ​ແຫ່ງ​ໂອ​ຣົດ​ຂອງ​ອາ​ຮາບ​ວ່າ, ​ 2 “ເພາະ​ບັນ​ດາ​ໂອ​ຣົດ​ຂອງ​ນາຍ​ຂອງ​ທ່ານ​ຢູ່ກັບ​ທ່ານ ແລະ​ທ່ານ​ມີ​ຣົດ​ຮົບ​ແລະ​ມ້າ ແລະ​ເມືອງ​ທີ່​ມີ​ປ້ອມ​ດ້ວຍ​ແລະ​ອາ​ວຸດ​ພໍ​ຈົດ​ນີ້​ມາ​ເຖິງ​ທ່ານ 3 ຈົ່ງ​ຄັດ​ເລືອກ​ໂອ​ຣົດ​ນາຍ​ຂອງ​ທ່ານ​ອົງ​ທີ່​ດີ​ທີ່​ສຸດ ແລະ​ເຫມາະ​ສົມ​ທີ່​ສຸດ ຈົ່ງ​ຕັ້ງ​ຜູ້​ນັ້ນ​ໄວ້​ເທິງ​ພຣະ​ທີ່​ນັ່ງ​​ຣາ​ຊ​ບິ​ດາ​ຂອງ​ຕົນ ແລະ​ຈົ່ງ​ສູ້​ຮົບ​ເພື່ອ​ຣາ​ຊວົງ​ນາຍ​ຂອງ​ທ່ານ” 4 ແຕ່​ເຂົາ​ທັງ​ຫລາຍ​ຢ້ານ​ຢ່າງ​ທີ່​ສຸດ ແລະ​ເວົ້າ​ວ່າ, “ເບິ່ງ​ແມ໋, ເຈົ້າ​ຊີ​ວິດ​ສອງ​ພຣະ​ອົງ​ຍັງ​ຕ້ານ​ທານ​ພຣະ​ອົງບໍ່​ໄດ້​ແລ້ວ ເຮົາ​ຈະ​ຕໍ່​ສູ້​ພຣະ​ອົງ​ໄດ້​ຢ່າງ​ໃດ” 5 ສະ​ນັ້ນ​ຜູ້​ທີ່​ບັງ​ຄັບ​ບັນ​ຊາ​ພຣະ​ຣາ​ຊວັງ ແລະ​ຜູ້​ທີ່​ບັງ​ຄັບ​ບັນ​ຊາ​ບ້ານເມືອງ​ພ້ອມ​ພວກ​ຜູ້​ໃຫຍ່​ແລະ​ພວກ​ພີ່​ລ້ຽງ ໃຊ້​ໃຫ້​ໄປ​ທູນ​ເຢ​ຮູວ່າ, “ຂ້າ​ນ້ອຍ​ທັງ​ຫລາຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ​ຂ້າ​ນ້ອຍ​ຈະ​ກະ​ທຳ​ທຸກ​ຢ່າງ​ທີ່​ພຣະ​ອົງ​ສັ່ງ​ແກ່​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈະ​ບໍ່​ຕັ້ງ​ຜູ້​ນຶ່ງ​ຜູ້​ໃດ​ໄວ້​ເປັນ​ກະ​ສັດ ຂໍ​ຊົງ​ກະ​ທຳ​ຕາມ​ທີ່​ພໍ​ແກ່​ພຣະ​ເນດ​ພຣະ​ກັນ​ຂອງ​ພຣະ​ອົງ​ເຖີດ” 6 ແລ້ວ​ພຣະ​ອົງ​ຊົງ​ມີ​ລາຍ​ພຣະ​ຫັດ​ໄປ​ເຖິງ​ເຂົາ​ສະ​ບັບ​ທີ່​ສອງວ່າ, “ຖ້າ​ທ່ານ​ພ້ອມ​ທີ່​ຈະ​ເຊື່ອ​ຟັງ​ເຮົາ ຈົ່ງ​ນຳ​ຫົວ​ຂອງ​ບັນ​ດາ​ໂອ​ຣົດ​ນາຍ​ຂອງ​ທ່ານ​ມາ​ຫາ​ເຮົາ​ທີ່​ຍິ​ສ​ມາ​ເອນ​ມື້​ອື່ນ​ເວ​ລາ​ນີ້” ຝ່າຍ​ໂອ​ຣົດ​ຂອງ​ພຣະ​ຣາ​ຊາ​ເຈັດ​ສິບ​ພຣະ​ອົງ​ດ້ວຍ​ກັນ ຢູ່​ກັບ​ຄົນ​ໃຫຍ່​ຄົນ​ໂຕ​ໃນ​ເມືອງ ຜູ້​ຊຶ່ງ​ໄດ້​ຊຸບ​ລ້ຽງ​ທ່ານ​ທັງ​ຫລາຍ​ມາ​ 7 ແລະ​ຢູ່​ມາ​ເມື່ອ​ລາຍ​ພຣະ​ຫັດ​ມາ​ເຖິງ​ເຂົາ​ທັງ​ຫລາຍ ເຂົາ​ກໍ​ຈັບ​ໂອ​ຣົດ​ຂອງ​ພຣະ​ຣາ​ຊາ​ຂ້າ​ເສັຽ​ເຈັດ​ສິບ​ອົງ​ດ້ວຍ​ກັນ ເອົາ​ຫົວ​ໃສ່​ກະ​ບຸງ​ສົ່ງ​ໄປ​ຍັງ​ພຣະ​ອົງ​ທີ່​ຍິ​ສ​ມາ​ເອນ 8 ເມື່ອ​ຜູ້​ສົ່ງ​ຂ່າວ​ມາ​ທູນ​ພຣະ​ອົງ​ວ່າ, “ເຂົາ​ນຳ​ຫົວ​ໂອ​ຣົດ​ຂອງ​ກະ​ສັດ​ມາ​ແລ້ວ” ພຣະ​ອົງ​ກ່າວ​ວ່າ, “ຈົ່ງ​ກອງ​ໄວ້​ເປັນ​ສອງກອງ​ທາງ​ເຂົ້າ​ປະ​ຕູ​ເມືອງ​ຈົນ​ເຖິງ​ຮຸ່ງ​ເຊົ້າ” 9 ພໍ​ຮຸ່ງ​ເຊົ້າ​ພຣະ​ອົງ​ສະ​ເດັດ​ອອກ​ໄປ​ປະ​ທັບ​ຢືນ ກ່າວ​ກັບ​ປະ​ຊາ​ຊົນ​ທັງ​ປວງວ່າ, “ທ່ານ​ທັງ​ຫລາຍ​ເປັນ​ຜູ້​ບໍ່​ມີຄວາມ​ຜິດ ສ່ວນ​ເຮົາ​ໄດ້​ກະ​ບົດ​ຕໍ່​ນາຍ​ຂອງ​ເຮົາ​ແລະ​ປະ​ຫານ​ພຣະ​ອົງ​ເສັຽ ແຕ່​ຜູ້​ໃດ​ທີ່​ຂ້າ​ຄົນ​ເຫລົ່າ​ນີ້ 10 ຈົ່ງ​ຊາບ​ເຖິດ​ວ່າ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກ່ຽວ​ກັບ​ຣາ​ຊວົງ​ຂອງ​ອາ​ຮາບ ຈະ​ບໍ່​ຕົກ​ດິນ​ແຕ່​ຢ່າງ​ໃດ​ເລີຍ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ຕາມ​ທີ່​ພຣະ​ອົງ​ກ່າວ​ໂດຍ​ເອ​ລີ​ຢາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ” 11 ເຢ​ຣູ​ຊົງ​ປະ​ຫານ​ຣາ​ຊວົງ​ຂອງ​ອາ​ຮາບ​ທີ່​ເຫລືອ​ຢູ່​ໃນ​ຍິ​ສ​ມາ​ເອນ ຄົນ​ໃຫຍ່​ຄົນ​ໂຕ​ທຸກ​ຄົນ​ຂອງ​ພຣະ​ອົງ ແລະ​ສະ​ຫາຍ​ສ​ນິດ​ຂອງ​ພຣະ​ອົງ ແລະ​ປະ​ໂຣ​ຫິດ​ຂອງ​ພຣະ​ອົງ​ດັ່ງ​ນີ້​ແຫລະ​ບໍ່​ເຫລືອ​ໄວ້​ຈັກ​ຄົນ​ດຽວ​ເລີຍ 12 ແລ້ວ​ພຣະ​ອົງ​ກໍ​ຊົງ​ລຸກ​ຂຶ້ນ​ສະ​ເດັດ​ອອກ​ໄປ​ຍັງ​ຊາ​ມາ​ເຣັຽ ເມື່ອ​ພຣະ​ອົງ​ປະ​ທັບ​ທີ່​ເບັດ​ເອເກດ ຫ​ມູ່​ບ້ານ​ຂອງ​ຜູ້ລ້ຽງ​ແກະ​ຕາມ​ທາງ​ທີ່​ສະ​ເດັດ 13 ເຢ​ຮູ​ຊົງ​ພົບ​ຍາດ​ຂອງ​ອາ​ຮາ​ຊີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ແລະ​ພຣະ​ອົງ​ຖາມ​ວ່າ, “ທ່ານ​ທັງ​ຫລາຍ​ແມ່ນ​ໃຜ?” ແລະ​ເຂົາ​ທັງ​ຫລາຍ​ທູນ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຄື​ຍາດ​ຂອງ​ອາ​ຮາ​ຊີ​ຢາ ແລະ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ລົງ​ມາ​ຢ້ຽມ​ບັ​ນ​ດາ​ຣາ​ຊ​ໂອ​ຣົດ​ແລະ​ໂອ​ຣົດ​ຂອງ​ຣາ​ຊ​ມານ​ດາ” 14 ພຣະ​ອົງ​ຮັບ​ສັ່ງ​ວ່າ, “ຈັບ​ເຂົາ​ທັງ​ເປັນ” ເຂົາ​ທັງ​ຫລາຍ​ກໍ​ຈັບ​ເຂົາ​ທັງ​ເປັນ​ແລະ​ປະ​ຫານ​ເຂົາ​ເສັຽ​ທີ່​ບໍ່​ເບັດເອ​ເກດ​ສີ່​ສິບ​ສອງ​ຄົນ​ດ້ວຍ​ກັນ​ບໍ່​ເຫລືອ​ໄວ້​ຈັກ​ຄົນ​ດ​ຽວ 15 ເມື່ອ​ພຣະ​ອົງ​ສະ​ເດັດ​ຈາກ​ທີ່​ນັ້ນ​ກໍ​ຊົງ​ພົບ​ເຢ​ໂຮ​ນາ​ດາບ​ບຸດ​ເຣ​ຄັບ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ຊົງ​ຕ້ອນ​ຮັບ​ເຂົາ​ແລະ​ເວົ້າ​ກັບ​ເຂົາ​ວ່າ, “ໃຈ​ຂອງ​ທ່ານ​ສັດຊື່​​ຕໍ່​ໃຈ​ຂອງ​ເຣົາ ຢ່າງ​​ໃຈ​ຂອງ​ເຮົາ​ສັດ​ຊື່​ຕໍ່ຂອງ​ທ່ານ​ຫລື” ແລະ​ເຢ​ໂຮ​ນາ​ດາບ​ທູນ​ວ່າ, “ສັດ​ຊື່ ຂ້າ​ນ້ອຍ” ເຢ​ຮູ​ກ່າວ​ວ່າ, “ຖ້າ​ສັດ​ຊື່​ກໍ​ຍື່ນ​ມື​ມາ​ໃຫ້​ເຣົາ” ເຂົາ​ຈຶ່ງ​ຍື່ນ​ມື​ຂອງ​ເຂົາ ແລະ​ເຢ​ຣູ​ກໍ​ຈັບ​ເຂົາ​ຂຶ້ນ​ມາ​ເທິງ​ຣົດ​ຮົບ 16 ພຣະ​ອົງ​ກ່າວ​ວ່າ, “ມາ​ກັບ​ເຮົາ​ເຖີດ ແລະ​ເບິ່ງ​ຄວາມ​ຮ້ອນ​ຮົນ​ຂອງ​ເຮົາ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ” ພຣະ​ອົງ​ຈຶ່ງ​ໃຫ້​ເຂົາ​ນັ່ງ​ຣົດ​ຮົບ​ຂອງ​ພຣະ​ອົງ​ໄປ 17 ເມື່ອ​ພຣະ​ອົງ​ມາ​ເຖິງ​ຊາ​ມາ​ເຣັຽ ພຣະ​ອົງ​ຊົງ​ປະ​ຫານ​ຄົນ​ທັງ​ປ​ວງ​ທີ່​ເປັນ​ຣາ​ຊວົງ​ຂອງ​ອາ​ຮາບ​ທີ່​ເຫລືອ​ຢູ່​ໃນຊາ​ມາ​ເຣັຽ​ເສັຽ ຈົນ​ພຣະ​ອົງ​ຊົງ​ທຳ​ລາຍ​ອາ​ຮາບ​ເສັຽ​ສິ້ນ ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ເອ​ລີ​ຢາ 18 ແລ້ວ​ເຢ​ຮູ​ຊົງ​ປະ​ຊຸມ​ບັນ​ດາ​ປະ​ຊາ​ຊົນ​ທັງ​ສິ້ນແລະ​ກ່າວ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ອາ​ຮາບ​ບົວ​ຣະ​ບັດພຣະ​ບາ​ອານ​ແຕ່​ນ້ອຍດຽວ ແຕ່​ເຢ​ຣູ​ຈະ​ບົວ​ຣະ​ບັດ​ພຣະ​ອົງ​ຫລາຍກວ່າ​ທ່ານ​ອີກ 19 ສະ​ນັ້ນ​ຈົ່ງ​ເອີ້ນ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ບາ​ອານ​ມາ​ໃຫ້​ຫມົດ ທັງ​ບັນ​ດາ​ຜູ້​ນະ​ມັ​ສ​ການ​ແລະ​ປະ​ໂຣ​ຫິດ​ຂອງ​ທ່ານ​ຢ່າ​ໃຫ້​ຜູ້​ຂາດ​ໄປ​ເລີຍ ເພາະ​ເຮົາ​ຈະ​ມີ​ສັຕ​ບູ​ຊາ​ຢ່າງ​ໃຫຍ່​ໂຕ​ທີ່​ຈະ​ຖວາຍ​ແກ່ພຣະ​ບາ​ອານ ຜູ້​ໃດ​ຂາດ​ຈະ​ມີຊີ​ວິດ​ຢູ່​ບໍ່​ໄດ້” ແຕ່​ເຢ​ຮູ​ຊົງ​ກະ​ທຳ​ເປັນ​ອຸ​ບາຍ​ເພື່ອ​ຈະ​ທຳ​ລາຍ​ຜູ້​ເຄົາ​ຣົບ​ນະ​ມັ​ສ​ການ​ພຣະ​ບາ​ອານ 20 ​ເຢ​ຮູສັ່ງ​ວ່າ, “ຈົ່ງ​ຈັດ​ພິ​ທີ​ປະຊຸມ​ນະ​ມັ​ສ​ການ​ພຣະ​ບາ​ອານ” ເຂົາ​ກໍ​ປ່າ​ວ​ຮ້ອງ​ເອີ້ນ​ປະ​ຊຸມ​ເຊັ່ນ​ກັນ 21 ເຢ​ຣູ​ຊົງ​ໃຊ້​ໃຫ້​ໄປ​ທົ່​ວ​ອິສ​ຣາ​ເອນ ແລະ​ຜູ້​ນະ​ມັ​ສ​ການ​ພຣະ​ບາ​ອານ​ກໍ​ມາ​ທັງ​ຫມົດ ຈຶ່ງ​ບໍ່​ມີ​ເຫລືອ​ຈັກ​ຄົນ​ນຶ່ງ​ທີ່​ບໍ່​ໄດ້​ມາ ແລະ​ເຂົາ​ທັງ​ຫ​ລາຍ​ກໍ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານຂອງ​ພຣະ​ບາ​ອານ ແລະ​ພຣະ​ວິ​ຫານ​ຂອງ​ພຣະ​ບາ​ອານ​ກໍ​ເຕັມ​ແຫນ້ນ 22 ພຣະ​ອົງ​ສັ່ງ​ຜູ້​ທີ່​ດູ​ແລ​ຕູ້​ເສື້ອ​ວ່າ, “ຈົ່ງ​ເອົາ​ເສື້ອ​ອອກ​ມາ​ໃຫ້​ເຂົາ​ທັງ​ຫລາຍ 23 ແລ້ວ​ເຢ​ຮູ​ສະ​ເດັດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ບາ​ອານ ພ້ອມ​ກັບ​ເຢ​ໂຮ​ນາ​ດາບ​ບຸດ​ເນ​ຄັບ ພຣະ​ອົງ​ກ່າວ​ກັບ​ຜູ້​ນະ​ມັ​ສ​ການ​ພຣະ​ບາ​ອານ​ວ່າ, “ຈົ່ງ​ຄົ້ນ​ເບິ່ງ ເບິ່ງ​ໃຫ້​ດີ​ວ່າ​ບໍ່​ມີ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ຫມູ່​ພວກ​ທ່ານ ໃຫ້​ມີ​ແຕ່​ຜູ້​ນະ​ມັ​ສ​ການ​ພຣະ​ບາ​ອານ​ເທົ່າ​ນັ້ນ” 24 ແລ້ວ​ເຂົາ​ທັງ​ຫລາຍ​ເຂົ້າ​ໄປ​ຖວາຍ​ເຄື່ອງ​ສັ​ຕ​ບູ​ຊາ​ແລະ​ເຄື່ອງ​ເຜົາ​ບູ​ຊາ ເຢ​ຮູ​ຊົງ​ວາງ​ຄົນ​ແປດ​ສິບ​ຄົນ​ໄວ້​ພາຍນອກ​ແລະ​ກ່າ​ວວ່າ, “ຊາຍ​ຄົນ​ໃດ​ທີ່​ປ່ອຍ​ໃຫ້​ຄົນ​ນຶ່ງ​ຄົນ​ໃດ​ຊຶ່ງ​ເຮົາ​ມອບ​ໄວ້​ໃນ​ມື​ເຈົ້າ​ຫນີ​ລອດ​ໄປ​ໄດ້ ເຂົາ​ຕ້ອງ​ເສັຽ​ຊີ​ວິດ​ຂອງ​ເຂົາ​ແທນ” 25 ເມື່ອ​ພຣະ​ອົງ​ເສັດ​ຈາກ​ການ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ເຢ​ຮູ​ຮັບ​ສັ່ງ​ແກ່​ທະ​ຫານ​ຮັ​ກ​ສາ​ພຣະ​ອົງ​ແລະ​ພວກ​ນາຍ​ທະ​ຫານ​ວ່າ, “ຈົ່ງ​ເຂົ້າ​ໄປ​ຂ້າ​ເຂົາ​ເສັຽ ຢ່າ​ໃຫ້​ລອດ​ຈັກ​ຄົນ​ດຽວ” ເມື່ອ​ເຂົາ​ຂ້າ​ເຂົາ​ທັງ​ຫລາຍ​ເສັຽດ້ວຍ​ຄົມ​ດາບ​ແລ້ວ ທະ​ຫານ​ຮັກ​ສາ​ພຣະ​ອົງ​ແລະ​ພວກ​ນາຍ​ທະ​ຫານ​ກໍ​ໂຍນ​ສົບ​ເຂົາ​ທັງ​ຫລາຍ​ອອກ​ໄປ​ຂ້າງນອກ ແລ້ວ​ກໍ​ເຂົ້າ​ໄປ​ທີ່​ແທ່ນ​ບູ​ຊາ​ໃນ​ພຣະ​ວິ​ຫານ​ພຣະ​ບາ​ອານ 26 ເຂົາ​ນຳ​ເອົາ​ເສົາ​ສັກ​ສິດ​ຊຶ່ງ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ບາ​ອານ​ອອກ​ມາ​ເຜົາ​ເສັຽ 27 ເຂົາ​ທັງ​ຫລາຍ​ທະ​ລາຍ​ເສົາ​ສັກ​ສິດ​ແຫ່ງ​ພຣະ​ບາ​ອານ ແລະ​ທະ​ລາຍ​ພຣະ​ວິ​ຫານ​ຂອງ​ພຣະ​ບາ​ອານ​ແລະ​ກະ​ທຳ​ໃຫ້​ເປັນ​ສ້ວມ​ຈົ​ນ​ເຖິງ​ທຸກວັນ​ນີ້ 28 ເຢ​ຣູ​ຊົງ​ກວາດ​ລ້າງ​ພຣະ​ບາອານ​ຈາກ​ອິສ​ຣາ​ເອນ​ດັ່ງ​ນີ້​ແຫລະ 29 ແຕ່​ເຢ​ຮູ​ບໍ່​ໄດ້​ຊົງ​ຫັນ​ຈາກ​ບາບ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ດ້ວຍ ຄື​ງົວ​ທອງ​ຄຳ​ຊຶ່ງ​ຢູ່​ໃນ​ເມືອງ​ເບັດ​ເອນ ແລະ​ໃນ​ເມືອງ​ດານ 30 ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວກັບ​ເຢ​ຮູ​ວ່າ, “ເພາະ​ເຈົ້າ​ໄດ້​ທຳ​ດີ​ໃນ​ການ​ທີ່​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ຕາ​ຂອງ​ເຮົາ ແລະ​ໄດ້​ກະ​ທຳ​ຕໍ່​ຣາ​ຊວົງ​ອາ​ຮາບ​ຕາມ​ທຸກ​ຢ່າງ​ທີ່​ຢູ່​ໃນ​ໃຈ​ຂອງ​ເຮົາ ເຊື້ອ​ສາຍ​ຂອງ​ເຈົ້າ​ຈົນ​ຊົ່ວ​ຊີ​ວິດ​ທີ່​ສີ່​ຈະ​ໄດ້​ນັ່ງ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ອິສ​ຣາ​ເອນ 31 ແຕ່​ເຢ​ຮູ​ບໍ່​ໄດ້​ຊົງ​ລະ​ມັດ​ລະ​ວັງ​ທີ່​ຈະ​ດຳ​ເນີນ​ຕາມ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ດ້ວຍ​ສິ້ນ​ສຸດ​ພຣະ​ທັຍ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ຊົງ​ຫັນ​ຫນີ​ຈາກ​ບາບ​ຂອງ​ເຢ​ໂຣ​ໂບ​ອາມ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ດ້ວຍ

ມໍ​ຣະ​ນະ​ກັມ​ຂອງ​ເຢ​ຮູ

32 ໃນ​ສະ​ໄຫມ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລີ້ມ​ຕັດ​ສ່ວນ​ຂອງ​ອິສ​ຣາ​ເອນ​ອອກ ຮາ​ຊາ​ເອນ​ໄດ້​ຣົບ​ຊະ​ນະ​ຕາມ​ເຂດ​ແດນ​ອິສ​ຣາ​ເອນ 33 ຕັ້ງ​ແຕ່​ແມ່​ນ້ຳ​ຈໍ​ແດນ​ຟາກ​ຕາ​ເວັນ​ອອກ​ທົ່ວ​ແຜ່ນ​ດິນ​ກິ​ເ​ລ​ອາດ ຄົນ​ກາດ ຄົນ​ຣູ​ເບນ ແລະ​ຄົນ​ມາ​ນັ​ສ​ເຊ ຕັ້ງ​ແຕ່​ອາ​ໂຣ​ເອີ ຊຶ່ງ​ຢູ່​ຂ້າງ​ບ່ອນ​ລຸ່ມ​ແມ່​ນ້ຳ​ອາ​ຣ໌​ໂນນ ຄື​ກິ​ເລ​ອາດ ແລະ​ບາ​ຊານ 34 ສ່ວນພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເຢ​ຣູ ແລະ​ບັນ​ດາ​ສິ່​ງຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ແລະ​ຍຸດ​ພະ​ລັງ​ທັງ​ສິ້ນ​ຂອງ​ພຣະ​ອົງ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື 35 ເຢ​ຣູ​ຈຶ່ງ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ກໍ​ຝັງ​ໄວ້​ໃນ​ກຸງ​ຊາມາ​ເຣັຽ ແລະ​ເຢ​ໂຮ​ອາ​ຮັ​ສ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ສະ​ເວີຍ​ຣາ​ຊ​ແທນ​ພຣະ​ອົງ 36 ເວ​ລາ​ທີ່​ເຢ​ຮູ​ຊົງ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ຊາ​ມາ​ເຣັຽນັ້ນ​ເປັນ​ເວ​ລາ​ຊາວ​ແປດ​ປີ

2 ກະສັດ 11

ພຣະ​ນາງ​ອາ​ທາ​ລິ​ຢາ​ແຍ່ງ​ຣາ​ຊ​ບັນ​ລັງ​ໄດ້

1 ເມື່ອ​ອາ​ທາ​ລີ​ຢາ​ພຣະ​ມານ​ດາ​ຂອງ​ອາ​ຮາ​ຊີ​ຢາ​ຊົງ​ເຫັນ​ວ່າ​ໂອ​ຣົດ​ຂອງ​ພຣະ​ນາງ​ສິ້ນ​ພຣະ​ຊົນ ພຣະ​ນາງ​ກໍ​ລຸກ​ຂຶ້ນ​ຊົງ​ທຳ​ລາຍ​ເຊື້ອ​ພຣະ​ວົງ​ເສັຽ​ສິ້ນ​ 2 ແຕ່​ເຢ​ໂຮ​ເຊ​ບາ​ທິ​ດາ​ຂອງ​ກະ​ສັດ​ໂຢ​ຣາມພຣະ​ນ້ອງ​ນາງ​ຂອງ​ອາ​ຮາ​ຊີ​ຢາ​ໄດ້​ນຳ​ໂຢ​ອັ​ສ​ໂອ​ຣົດ​ຂອງ​ອາ​ຮາ​ຊີ​ຢາ​ແລະ​ລອບລັກ​ໂອ​ຣົດ​ໄປ​ຈາກ​ຖ້າມ​ກາງໂອ​ຣົດ​ຂອງ​ພຣະ​ຣາ​ຊາ ຜູ້​ຊຶ່ງ​ຈະ​ຖືກ​ປະ​ຫານ​ຊີ​ວິດ ແລະ​ພຣະ​ນາງ​ເກັບ​ໂອ​ຣົດ​ແລະ​ພີ່ລ້ຽງ​ໄວ້​ໃນ​ຫ້ອງ​ເກັບ​ບ່ອນນອນ ພຣະ​ນາງ​ເຊື່ອງ​ໂອ​ຣົດ​ເສັຽ​ຈາກ​ອາ​ທາ​ລິ​ຢາ​ດັ່ງ​ນີ້​ແຫລະ ໂອ​ຣົດ​ຈຶ່ງບໍ່​ໄດ້​ຖືກ​ປະ​ຫານ​ຊີ​ວິດ 3 ໂອ​ຣົດ​ຢູ່​ກັບ​ພຣະ​ນາງ​ຫົກ​ປີ​ລີ້​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ອາ​ທາ​ລິ​ຢາ​ກໍ​ປົກ​ຄອງ​ແຜ່ນ​ດິນ 4 ແຕ່​ໃນ​ປີ​ທີ່​ເຈັດ​ເຢ​ຮົວ​ອາ​ດາ​ໄດ້​ໃຊ້​ໃຫ້​ບັນ​ດາ​ນາຍ​ທັບ​ນາຍກອງ​ຂອງ​ຄົນ​ກາ​ຣີ ແລະ​ຂອງ​ພວກ​ທະ​ຫານ​ຮັກ​ສາ​ພຣະ​ອົງ ໃຫ້​ເຂົາ​ທັງ​ຫລາຍ​ມາ​ຫາ​ທ່ານ​ທີ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ທ່ານ​ໄດ້​ທຳ​ຄຳ​ຫມັ້ນ​ສັນ​ຍາ​ກັບ​ເຂົາ​ທັງ​ຫລາຍ ແລະ​ໃຫ້​ເຂົາ​ສາ​ບານ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ທ່ານ​ໄດ້​ນຳ​ໂອ​ຣົດ​ຂອງ​ພຣະ​ຣາ​ຊາ​ມາ​ໃຫ້​ເຂົາ​ເຫັນ 5 ແລະ​ທ່ານ​ບັນ​ຊາ​ເຂົາ​ທັງ​ຫລາຍ​ວ່າ​ນີ້​ເປັນ​ສິ່ງ​ທີ່​ທ່ານ​ທັງ​ຫລາຍ​ຄວນ​ກະ​ທຳ​ຄື​ນຶ່ງ​ໃນ​ສາມ​ຂອງ​ພວກ​ທ່ານ ຜູ້​ເຂົ້າ​ເວນ​ວັນ​ສະ​ບາ​ໂຕ​ເຝົ້າ​ພຣະ​ຣາ​ຊວັງ 6 (ຝ່າຍ​ອີກ​ນຶ່ງ​ໃນ​ສາມ​ປະ​ຈຳ​ຢູ່​ທີ່​ປະ​ຕູເມືອງ​ຊູ​ຣ໌ ແລະ​ອີ​ກນຶ່ງ​ໃນ​ສາມ​ປະ​ຈຳ​ຢູ່​ທີ່​ປະ​ຕູ​ດ້ານ​ຫລັງ​ທະ​ຫານ​ຮັ​ກ​ສາ​ພຣະ​ອົງ) ໃຫ້​ເຝົ້າ​ພຣະ​ຣາ​ຊວັງ​ທະ​ການ​ຂັດ​ຂວາງ​ໄວ້ 7 ສ່ວນ​ທ່ານ​ທັງ​ຫລາຍ​ອີກ​ສອງ​ພວກ ຄື​ຜູ້ທີ່​ອອກ​ເວນ​ວັນ​ສະ​ບາ​ໂຕ​ໃຫ້​ເຝົ້າ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ເພື່ອ​ປ້ອງ​ກັນ​ກະ​ສັດ 8 ທ່ານ​ທັງ​ຫລາຍ​ຈົ່ງ​ລ້ອມ​ເຈົ້າ​ຊີ​ວິດ​ໄວ້ ທຸກ​ຄົນ​ຖື​ອາ​ວຸດ​ຂອງ​ຕົນ​ໄວ້ ຜູ້​ທີ່​ເຂົ້າ​ມາ​ໃກ້​ແຖວ​ໃຫ້​ປະ​ຫານ​ເສັຽ ຈົ່ງ​ຢູ່ກັບ​ເຈົ້າ​ຊີ​ວິດ​ເມື່ອ​ພຣະ​ອົງສະ​ເດັດ​ອອກ​ແລະ​ສະ​ເດັດ​ເຂົ້າ” 9 ນາຍ​ທັບ​ນາຍກອງ​ກໍ​ໄດ້​ກະ​ທຳ​ຕາມ​ທີ່​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດ​ສັ່ງ​ທຸກ​ປະ​ການ ແຕ່ງ​ກໍ​ນຳ​ຄົນ​ຂອງ​ຕົນ​ທີ່​ຈະ​ເຂົ້າ​ເວນ​ວັນ​ສະ​ບາ​ໂຕ ພ້ອມກັ​ບ​ຄົນ​ທີ່​ຈະ​ອອກ​ເວນ​ວັນ​ສະ​ບາ​ໂຕ​ນັ້ນ​ມາ​ຫາ​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດ 10 ປະ​ໂຣ​ຫິດ​ກໍ​ມອບ​ຫອກ​ແລະ​ໂລ່​ຊຶ່ງ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ອັນ​ເປັນ​ຂອງ​ເຈົ້າ​ຊີ​ວິດ​ດາ​ວິດ​ແກ່​ນາຍ​ທັບ​ນາຍກອງ 11 ທະ​ຫານ​ຮັກ​ສາ​ພຣະ​ອົງ​ຖື​ອາ​ວຸດ​ທຸກ​ຄົນ ຢືນ​ປະ​ຈຳ​ຢູ່ຕັ້ງ​ແຕ່​ພຣະ​ວິ​ຫານ​ດ້ານ​ຂວາ​ໄປ​ເຖິງ​ພຣະ​ວິ​ຫານ​ດ້ານ​ຊ້າຍ ຮອບ​ແທ່ນ​ບູ​ຊາ ແລະ​ພຣະ​ວິ​ຫານ​ຢູ່​ຮອບ​ເຈົ້າ​ຊີ​ວິດ 12 ແລ້ວ​ທ່ານ​ກໍ​ນຳ​ໂອ​ຣົດ​ຂອງ​ເຈົ້າ​ຊີ​ວິດ​ອອກ​ມາ​ສວມ​ມົງ​ກຸດ​ໃຫ້ ແລະ​ມອບ​ພຣະ​ໂອ​ວາດ​ໃຫ້ ແລະ​ເຂົາ​ທັງ​ຫລາຍ​ຕັ້ງ​ທ່ານ​ໄວ້​ເປັນ​ກະ​ສັດ ແລະ​ໄດ້​ຫົດ​ສົງ​ທ່ານ ແລະ​ເຂົາ​ທັງ​ຫລາຍ​ກໍ​ຕົບ​ມື ເວົ້າ​ວ່າ, “ຂໍ​ພຣະ​ຣາ​ຊາ​ຊົງ​ພຣະ​ຈະ​ເຣີນ”

ມໍ​ຣະ​ນະ​ກັ​ມ​ຂອງອາ​ທາ​ລິ​ຢາ

13 ເມື່ອ​ອາ​ທາ​ລິ​ຢາ​ຊົງ​ສະ​ດັບ​ຟັງ​ສຽງ​ຂອງ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ແລະ​ສຽງ​ປະ​ຊາ​ຊົນ ພຣະ​ນາງ​ກໍ​ສະ​ເດັດ​ເຂົ້າ​ໄປ​ຫາ​ປະ​ຊາ​ຊົນ​ທີ່​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 14 ເມື່ອພຣະ​ນາງ​ທອດ​ພຣະ​ເນດ ກໍ​ແລ​ເຫັນ​ເຈົ້າ​ຊີ​ວິດ​ປະ​ທັບ​ຢືນ​ຢູ່​ທີ່​ຂ້າງ​ເສົາ ຕາມ​ທັມ​ນຽມ​ປະ​ເພ​ນີ​ມີ​ນາຍ​ທັບ​ນາຍກອງ​ແລະ​ພົນ​ແກຢູ່​ຂ້າງ​ເຈົ້າ​ຊີ​ວິດ ແລະ​ປະ​ຊາ​ຊົນ​ທັງ​ສິ້ນ​ກໍ​ລື້ນ​ເຣີງ​ແລະ​ເປົ່າ​ເຂົາ​ສັດ ພຣະ​ນາງ​ອາ​ທາ​ລິ​ຢາ​ກໍ​ຈີກ​ສລອງ​ພຣະ​ອົງ​ຊົງ​ຮ້ອງວ່າ, “ກະ​ບົດ ກະ​ບົດ” 15 ແລ້ວ​ປະ​ໂຣ​ຫິດເຢ​ຮົວ​ອາ​ດາ​ກໍ​ບັນຊາ​ນາຍ​ທັບ​ນາຍກອງ​ທັງ​ປວງ​ຜູ້​ທີ່​ໄດ້​ຕັ້ງ​ໃຫ້​ຄວບ​ຄຸມກອງ​ທັບ​ວ່າ, “ຈົ່ງຄຸມ​ພຣະ​ນາງ​ອອກ​ມາ​ລະ​ຫວ່າງ​ແຖວ​ທະ​ຫານ ຜູ້​ໃດ​ຕິດ​ຕາມ​ພຣະ​ນາງ​ໄປ​ກໍ​ຈົ່ງ​ປະ​ຫານ​ຊີ​ວິດ​ເສັຽດ້ວຍ​ດາບ” ເພາະ​ປະ​ໂຣ​ຫິດ​ກ່າວ​ວ່າ, “ຢ່າ​ໃຫ້​ພຣະ​ນາງ​ຖືກ​ປະ​ຫານ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 16 ເຂົາ​ທັງ​ຫລາຍ​ຈຶ່ງ​ຈັບ​ພຣະ​ນາງ ແລະ​ພຣະ​ນາງ​ກໍ​ໄປ​ຕາ​ມ​ທາງ​ທີ່​ມ້າ​ເຂົ້າ​ພຣະ​ຣາ​ຊວັງ ແລະ​ຖືກ​ປະ​ຫານ​ຊີ​ວິດ​ເສັຽ​ທີ່​ນັ້ນ 17 ເຢ​ຮົວ​ອາ​ດາ​ໄດ້​ກະ​ທຳ​ຄໍາ​ຫມັ້ນ​ສັນ​ຍາ​ລະ​ຫວ່າງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ເຈົ້າ​ຊີ​ວິດ​ແລະ​ປະ​ຊາຊົນວ່າ​ໃຫ້​ເຂົາ​ເປັນ​ປະ​ຊາຊົນຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ລະ​ຫວ່າງ​ເຈົ້າ​ຊີ​ວິດ​ກັບ​ປະ​ຊາ​ຊົນ​ດ້ວຍ 18 ແລ້ວ​ປະ​ຊາ​ຊົນ​ທັງ​ສິ້ນ​ແຫ່ງ​ແຜ່ນ​ດິນ​ກໍ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ບາ​ອານ ແລະ​ພັງ​ວິ​ຫານ​ເສັຽ ເຂົາ​ທຳ​ລາຍ​ແທ່ນ​ບູ​ຊາ ແລະ​ຮູບ​ເຄົາ​ຣົບ​ຂອງ​ພຣະ​ບາ​ອານ​ເສັຽ​ເປັນ​ຊິ້ນໆ ແລະ​ໄດ້​ປະ​ຫານ​ຊີ​ວິດ​ປະ​ໂຣ​ຫິດມັ​ທ​ຕານຂອງ​ພຣະ​ບາ​ອານ​ເສັຽ​ທີ່​ຫນ້າ​ແທ່ນ​ບູ​ຊາ ແລະ​ປະ​ໂຣ​ຫິດ​ກໍ​ວາງ​ຍາມ​ໄວ້​ດູ​ແລ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ 19 ທ່ານ​ໄດ້​ນຳ​ນາຍ​ທັບ​ນາຍກອງ​ຄົນ​ກາ​ຣີ ທະ​ຫານ​ຮັກ​ສາ​ພຣະ​ອົງ ແລະ​ຣາ​ສດອນ​ທັງ​ສິ້ນ ແລະ​ເຂົາ​ທັງ​ຫລາຍ​ໄດ້​ນຳ​ເຈົ້າ​ຊີ​ວິດ​ລົງ​ມາ​ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄປ​ຕາມ​ທາງ​ປະ​ຕູ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ໄປ​ເຖິງ​ພຣະ​ຣາ​ຊວັງ ແລະ​ພຣະ​ອົງ​ກໍ​ສະ​ເດັດ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ເຈົ້າ​ຊີ​ວິດ 20 ປະ​ຊາ​ຊົນ​ທຸກ​ຄົນ​ຈຶ່ງ​ຣ່າ​ເຣີງ ແລະ​ບ້ານ​ເມືອງ​ກໍ​ສ​ງົບ​ງຽບ ແລະ​ອາ​ທາ​ລິ​ຢາ​ຊົງຖືກ​ປະ​ຫານ​ດ້ວຍ​ດາບ​ແລ້ວ​ທີ່​ພຣະ​ຣາ​ຊວັງ

ຣັ​ຊ​ການ​ເຢ​ໂຮອັ​ສ​ກະ​ສັດ​ແຫ່ງ​ຢູ​ດາ

21 ເມື່ອ​ເຢ​ໂຮອັ​ສ​ໄດ້​ເລີ້ມ​ປົກ​ຄອງ​ນັ້ນ​ມີ​ອາ​ຍຸເຈັດ​ປີ

2 ກະສັດ 12

1 ໃນປີ​ທີ່​ເຈັດ​ແຫ່ງ​ຣັ​ຊ​ການ​ເຢ​ຮູ ເຢ​ໂຮ​ອັ​ສ​ໄດ້​ເລີ້ມ​ປົກ​ຄອງ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສີ່ສິບ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ​ສິ​ບິຢາຊາວ​ເບ​ເອີ​ເຊ​ບາ 2 ເຢ​ໂຮ​ອັ​ສ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດພຣະຜູ້​ເປັນ​ເຈົ້າ ຕ​ລອດ​ເວ​ລາ​ຂອງ​ພຣະ​ອົງ​ທີ່ປະ​ໂຣ​ຫິດ​ເຢ​ຮົວ​ອາ​ດາ​ໄດ້​ສັ່ງ​ສອນ​ແນະ​ນຳ​ພຣະ​ອົງ 3 ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ​ສະ​ຖານ​ທີ່​ຂາບ​ໄຫວ້​ຂອງ​ຄົນ​ຕ່າ​ງຊາດ​ຍັງ​ບໍ່​ໄດ້​ຖືກ​ທຳ​ລາຍ​ເທື່ອ ປະ​ຊາ​ຊົນ​ຍັງ​ຄົງ​ຖວາຍ​ສັ​ຕ​ບູ​ຊາ ແລະ​ເຜົາ​ເຄື່ອງ​ຫອມ​ໃນ​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງ​ເຫລົ່າ​ນັ້ນ 4 ເຢ​ໂຮ​ອັ​ສ​ກ່າວ​ກັບ​ພ​ວ​ກ​ປະ​ໂຣ​ຫິດ​ວ່າ, “ເງິນ​ອັນ​ເປັນ​ຂອງ​ຖວາຍ​ທີ່​ບໍ​ຣິ​ສຸດ​ທັງ​ສິ້ນ ຊຶ່ງ​ເຂົາ​ນຳ​ມາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເງິນ​ທີ່​ເອີ້ນ​ຈາກ​ຣາຍ​ບຸກ​ຄົນ ແລະ​ເງິ​ນ​ຊຶ່ງ​ປະ​ຊາ​ຊົນ​ຖວາຍ​ດ້ວຍ​ຄວາມ​ສມັກ​ໃຈ​ທີ່​ຈະ​ນຳ​ມາ​ໄວ້​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 5 ໃຫ້​ປະ​ໂຣ​ຫິດ​ຮັບ​ເງິນ​ນັ້ນ​ຈາກ​ຫມູ່​ຄົນ​ທີ່​ຮູ້​ຈັກ​ກັນ ໃຫ້​ເຂົາ​ສ້ອມ​ແຊມ​ພຣະ​ວິ​ຫານ​ບ່ອນ​ທີ່​ເຂົາ​ເຫັນ​ວ່າ​ຕ້ອງ​ການ​ສ້ອມ​ແຊມ” 6 ແຕ່​ເມື່ອ​ເຖິງ​ປີ​ທີ່​ຊາວ​ສາມ​ແຫ່ງ​ຣັ​ຊການ​ເຈົ້າ​ຊີ​ວິດ​ເຢ​ໂຮ​ອັ​ສ ປາ​ກົດ​ວ່າ​ປະ​ໂຣ​ຫິດ​ບໍ່​ໄດ້​ທຳ​ການ​ສ້ອມ​ແຊມ​ພຣະ​ວິ​ຫານ​ 7 ເພາະ​ສະ​ນັ້ນ​ເຈົ້າ​ຊີ​ວິດ​ເຢ​ໂຮ​ອັ​ສ​ຈຶ່ງ​ໄດ້​ເອີ້ນ​ເຢ​ຮົວ​ອາ​ດາ ແລະ​ປະ​ໂຣ​ຫິດ​ອື່ນໆ​ແລະ​ກ່າວ​ກັບ​ເຂົາ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງບໍ່​ໄດ້​ສ້ອມ​ແຊມ​ພຣະ​ວິ​ຫານ ເພາະ​ສະ​ນັ້ນ​ຢ່າ​ເກັບ​ເງິນ​ຈາກ​ຄົນ​ທີ່​ທ່ານ​ຮູ້​ຈັກ​ອີກ​ຕໍ່​ໄປ​ເລີຍ ແຕ່​ໃຫ້​ສົ່ງ​ໄປ​ເພື່ອ​ການສ້ອມ​ແຊມ​ພຣະ​ວິ​ຫານ” 8 ປະ​ໂຣ​ຫິດ​ຈຶ່ງ​ຕົກ​ລົງ​ວ່າ​ຈະ​ບໍ່​ຮັບ​ເງິນ​ຈາກ​ປະ​ຊາ​ຊົນ​ອີກ ແລະ​ເຂົາ​ບໍ່​ຕ້ອງ​ທຳ​ການ​ສ້ອມ​ແຊມ​ພຣະ​ວິ​ຫານ 9 ປະ​ໂຣ​ຫິດ​ເຢ​ຣົວ​ອາ​ດາ​ນຳ​ຫີບ​ມາ​ອັນ​ນຶ່ງ ເຈາະ​ຮູ​ນຶ່ງ​ທີ່​ຝາ​ຫີບ​ນັ້ນ ແລະ​ຕັ້ງ​ໄວ້​ທີ່​ຂ້າງໆ​ແທ່ນ​ບູ​ຊາ​ດ້ານ​ຂວາ ເມື່ອ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ປະ​ໂຣ​ຫິດ​ຜູ້​ທີ່​ເຝົ້າ​ຢູ່​ທີ່​ປະ​ຕູ​ກໍ​ນຳ​ເງິນ​ຊຶ່ງ​ເຂົາ​ນຳ​ມາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ຜູ້​ເປັນ​ເຈົ້າ​ນັ້ນ​ໃສ່​ໄວ້​ໃນ​ຫີບ​ນັ້ນ 10 ເມື່ອ​ເຂົາ​ເຫັນ​ວ່າ​ມີ​ເງິນ​ໃນ​ຫີບ​ນັ້ນ​ຫລາຍ​ແລ້ວ ຣາ​ຊ​ເລ​ຂາ ແລະ​ມະ​ຫາ​ປະ​ໂຣ​ຫິດ​ຈະ​ມາ​ນັບ​ເງິນແລະ​ເອົາ​ເງິນ​ທີ່​ເຂົາ​ພົບ​ໃນ​ພຣະວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ໃສ່​ຖົງ​ມັດ​ໄວ້ 11 ແລ້ວ​ເຂົາ​ຈະ​ມອບ​ເງິນ​ທີ່​ຊັ່ງ​ອອກ​ແ​ລ້ວ​ນັ້ນ​ໃສ່​ມື​ຂອງງ​ຄົນ​ງານ​ຜູ້​ດູ​ແລ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ເຂົາ​ຈະ​ຈ່າຍ​ຕໍ່​ໃຫ້​ແກ່​ຊ່າ​ງໄມ້​ແລະ​ຊ່າງ​ກໍ່​ສ້າງ ຜູ້​ທຳ​ງານ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 12 ແລະ​ໃຫ້​ແກ່​ຊ່າງ​ກໍ່ ແລະ​ຊ່າງ​ສະກັດ​ຫີນ ທັງ​ຈ່າຍ​ຊື້​ໄມ້ ແລະ​ຫີນ​ສະ​ກັດ ທີ່​ໃຊ້​ໃນ​ການສ້ອມ​ແຊມ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເພື່ອ​ຄ່າ​ໃຊ້​ຈ່າຍ​ໃດໆ​ໃນ​ງານ​ສ້ອມ​ແຊມ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 13 ແຕ່​ວ່າ​ເງິນ​ທີ່​ນຳ​ມາ​ຖວາຍ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ນຳ​ໄປ​ໃຊ້​ໃນ​ການ​ທຳ​ຖ້ວຍ​ເງິນ ມີດ​ຕັດ ໃສ້​ຕະ​ກຽງ ຊາມ ແກ ຫລື​ພາ​ຊ​ນະ​ທອ​ງ​ຄຳ​ໃດໆ ຫລື​ພາ​ຊ​ນະ​ເງິນ 14 ເພາະ​ເງິນ​ນັ້ນ​ເຂົາໃຫ້​ແກ່​ຄົນ​ງານ​ຊຶ່ງ​ທຳ​ງານ​ສ້ອງ​ແຊມ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 15 ແລະ​ເຂົາ​ບໍ່​ໄດ້​ຂໍ​ບັນ​ຊີ​ຈາກ​ຄົນ​ທີ່​ເຂົາ​ມອບ​ເງີນ​ໃສ່​ໃນ​ມື​ໃຫ້​ເອົາ​ໄປ​ຈ່າຍ​ແກ່​ຄົນ​ງານ ເພາະ​ວ່າ​ເຂົາ​ປະ​ຕິ​ບັດ​ງານ​ດ້ວຍ​ຄວາມ​ຊື່​ສັດ 16 ເງີນ​ທີ່​ໄດ້​ຈາກ​ການ​ໄຖ່​ຄວາມຜິດ ແລະ​ເງິນ​ທີ່​ໄດ້​ຈາກ​ການ​ໄຖ່​ບາບ ບໍ່​ໄດ້​ນຳ​ມາ​ໄວ້​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເງິນ​ນັ້ນ​ເປັນ​ຂອງ​ປະ​ໂຣ​ຫິດ 17 ແລ້ວ​ຄາວ​ນັ້ນ​ຮາ​ຊາ​ເອນ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ​ໄດ້​ຍົກ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ເມືອງ​ກາດ​ແລະ​ຍຶດ​ເມືອງ​ນັ້ ນ​ໄດ້ ແຕ່​ເມື່ອ​ຮາ​ຊາ​ເອນ​ມຸ່ງ​ຫນ້າ​ຈະ​ໄປຕີ​ກຸງ​ເຢ​ຣູ​ຊາ​ເລັມ 18 ເຢ​ໂຣ​ອັ​ສ​ເຈົ້າ​ຊີ​ວິດແຫ່ງ​ຢູ​ດາ ຊົງ​ນຳ​ເອົາ​ຂອງ​ສິ່ງ​ບູ​ຊາ​ທັງ​ຫມົດ​ທີ່​ເຢ​ຮົວ​ຊາ​ຟັດ ແລະ​ເຢ​ໂຮ​ຣາມ ແລະ​ອາ​ຊາ​ກີ​ຢາ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ຖວາຍ​ໄວ້​ນັ້ນ ແລະ​ຂອງ​ສິ່ງ​ບູ​ຊາ​ຂອງ​ພຣະ​ອົງ​ເອງ ແລະ​ທັງ​ຄຳ​ທັງ​ຫມົດ​ທີ່​ພົບ​ໃນ​ຄັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຂອງ​ສຳ​ນັກ​ພຣະ​ຣາ​ຊວັງ ແລະ​ສົ່ງ​ສິ່ງ​ເຫລົ່າ​ນີ້​ເປັນ​ຂອງ​ຂວັນ​ຮາ​ຊາ​ເອນ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ ແລ້ວ​ຮາ​ຊາ​ເອນ​ກໍ​ຖອຍ​ທັບຈາກ​ກຸງ​ເຢ​ຣູ​ຊາ​ເລັມ

ມໍ​ຣະ​ນະ​ກັມ​ຂອງ​ໂຢ​ອັ​ສ

19 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ໂຢອັ​ສ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື 20 ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ລຸກ​ຂຶ້ນ​ກະ​ທຳ​ການ​ທໍ​ຣະ​ຍົດ​ແລະ​ປະ​ຫານ​ໂຢ​ອັ​ສ​ເສັຽ​ໃນ​ວັງ​ມິນ​ໂລ ຕາມ​ທາງ​ທີ່​ລົງ​ໄປ​ຍັງຊິນ​ລາ 21 ຄື​ໂຢ​ຊາ​ກາ​ບຸດ​ຊີ​ເມ​ອາ​ທ ແລະ​ເຢ​ໂຮ​ຊາ​ບັດ ​ບຸດ​ໂຊ​ເມີ ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ໄດ້​ປະ​ຫານ​ພຣະ​ອົງ ພຣະ​ອົງ​ຈຶ່ງ​ສິ້ນ​ພຣະ​ຊົນ ແລະ​ເຂົາ​ຝັງໄວ້​ກັບ​ບັນ​ພະ​ບຸ​ຣຸດຂອງ​ພຣະ​ອົງ​ໃນ​ນະ​ຄອນ​ດາ​ວິດ ແລະ​ອາ​ມາ​ຊີ​ຢາ​ໂອ​ຣົ​ດຂອງ​ພຣະ​ອົງ​ໄດ້​ຂຶ້ນ​ຄອງ​ແທນ

2 ກະສັດ 13

ຣັ​ຊ​ການ​ເຢ​ໂຮ​ອາ​ຣັສ

1 ໃນ​ປີ​ທີ່​ຊາວ​ສາມ​ແຫ່ງ​ຣັ​ຊ​ການ​ໂຢ​ອັ​ສ​ຣາ​ຊ​ໂອ​ຣົດ​ຂອງ​ອາ​ຮັ​ສ​ຊີ​ຢາ​ເຈົ້າ​ຊີ​ວິດແຫ່ງ​ຢູ​ດາ ເຢ​ໂຮ​ອາ​ຮັ​ສ​ໂອ​ຣົດ​ຂອງ​ເຢ​ຮູ ໄດ້​ເລີ້ມ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ຊາມາ​ເຣັຽ ແລະ​ຊົງ​ປົກ​ຄອງຢູ່​ສິບ​ເຈັດ​ປີ 2 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຊ້າ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ກະ​ທຳ​ຕາມ​ບາ​ບ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້ອິສ​ຣາ​ເອນ​ເຮັດ​ທຳ​ດ້ວຍ ພຣະ​ອົງ​ບໍ່​ໄດ້​ພາກ​ຈາກ​ສິ່ງ​ເຫລົ່າ​ນັ້ນ 3 ແລະ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ພຸ່ງ​ຂຶ້ນ​ຕໍ່ອິສ​ຣາ​ເອນ ແລະ​ພຣະ​ອົງ​ຊົງ​ມອບ​ເຂົາ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ຮາ​ຊາ​ເອນ ແລະ​ໃນ​ມື​ຂອງ​ເບນ​ຮາ​ດາດ​ໂອ​ຣົດ​ຂອງ​ຮາ​ຊາ​ເອນ​ເລື້ອຍໆ 4 ແລ້ວ​ເຢ​ໂຮ​ອາ​ຮັ​ສ​ໄດ້​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຟັງ​ທ່ານ ເພາະ​ພຣະ​ອົງ​ຊົງ​ເຫັນ​ການ​ບີບ​ບັງ​ຄັບ​ອິສ​ຣາ​ເອນ ຄື​ທີ່​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽບີບ​ບັງ​ຄັບ​ເຂົາ​ຢ່າງ​ໃດ 5 (ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ຜູ້​ຊ່ອຍ​ຜູ້​ນຶ່ງ​ແກ່​ອິສ​ຣາ​ເອນ ເຂົາ​ຈຶ່ງ​ລອດ​ພົ້ນ​ຈາກ​ມື​ຂອງ​ຄົນ​ຊີ​ເຣັຽ ແລະ​ປະ​ຊາ​ຊົນ​ອິສ​ຣາເອນ​ກໍ​ອາ​ໄສ​ຢູ່​ໃນ​ບ້ານ​ເຂົາ​ຢ່າງ​ເດີມ 6 ແຕ່​​ເຂົາ​ກໍ​ບໍ່​ໄດ້​ພາກ​ຈາກ​ບາບ​ຂອງ​ຣາ​ຊວົງ​ເຢ​ໂຣ​ໂບ​ອາມ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ເຮັດ​ເຫມືອນ​ກັນ ແຕ່​ຊົງ​ດຳ​ເນີນ​ໃນ​ບາບ​ນັ້ນ ແລະ​ອາ​ເຊ​ຣາ​ກໍ​ຍັງ​ຄົງ​ຢູ່​ໃນ​ຊາມາ​ເຣັຽດ້ວຍ) 7 ເພາະ​ບໍ່​ໄດ້​ເຫລືອກອງ​ທັບ​ໄວ້​ໃຫ້​ເຢ​ໂຮ​ອາ​ຮັ​ສ​ເກີນກວ່າ​ທະ​ຫານ​ມ້າ​ຫ້າ​ສິບ​ຄົນ​ແລະ​ຣົດ​ຮົບ​ສິບ​ຄັນ​ແລະ​ທະ​ຫານ​ຮາບ​ນຶ່ງ​ຫມື່ນ​ຄົນ​ເພາະ​ພຣະ​ຣາ​ຊາ​ແຫ່ງ​ຊີ​ເຣັຽ​ໄດ້​ທຳ​ລາຍ​ເຂົາ​ທັງ​ຫລາຍ​ຖິ້ມ​ດັ່ງ​ຢຽບ​ຂີ້​ຝຸ່ນ​ດິນ 8 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເຢ​ໂຮ​ອາ​ຮັ​ສ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ແລະ​ຍຸທ​ພະ​ລັງ​ຂອງ​ພຣະ​ອົງ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື 9 ແລະ​ເຢ​ໂຮ​ອາ​ຮັ​ສຊົງ​ລ່າງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ໄວ້​ໃນ​ຊາມາ​ເຣັຽ ແລະ​ໂຢ​ອັ​ສ​ໂອ​ຣົດ​ຂອງ​ພຣະ​ອົງ​ຂຶ້ນ​ຄອງ​ແທນພຣະ​ອົງ

ຣັ​ຊ​ການເຢໂຮ​ອັ​ສ​

10 ໃນ​ປີ​ທີ່​ສາມ​ສິບ​ເຈັດ​ແຫ່ງ​ຣັ​ຊ​ການ​ໂຢ​ອັ​ສ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ເຢໂຮ​ອັ​ສ​ໂອ​ຣົດ​ເຢ​ໂຮ​ອາ​ຮັ​ສ​ໄດ້​ເລີ້ມ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ຊາມາ​ເຣັຽ ແລະພຣະ​ອົງ​ຊົງ​ປົກ​ຄອງ​ສິບ​ຫົກ​ປີ 11 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ບໍ່​ໄດ້​ພາກ​ຈາກ​ບັ​ນ​ດາ​ບາບ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທໍາ​ດ້ວຍ ແຕ່​ພຣະ​ອົງ​ຊົງ​ດຳ​ເນີນ​ໃນ​ບາບ​ນັ້ນ 12 ສ່ວນ​ພຣະ​ຣາ​ຊ​ກິຈນອກ​ນັ້ນ​ຂອງ​ໂຢ​ອັ​ສ​ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ແລະ​ຍຸດ​ພະ​ລັງ​ຊຶ່ງ​ພຣະ​ອົງ​ຊົງ​ສູ້​ຮົບ​ກັບ​ອາ​ມາ​ຊິ​ຢາ​ເຈົ້າ​ຊີ​ວິດແຫ່ງ​ຢູ​ດາ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື 13 ໂຢ​ອັ​ສ​ຈຶ່ງ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຢ​ໂຣ​ໂບ​ອາມ​ຊົງ​ປະ​ທັບ​ເທີງ​ທີ່​ນັ່ງ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ພຣະ​ສົບ​ໂຢ​ອັ​ສ​ໄວ້​ໃນ​ຊາ​ມາ​ເຣັຽກັບ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ

ເອ​ລີ​ຊາ​ສິ້ນ​ຊີ​ວິດ

14 ເມື່ອ​ເອ​ລີ​ຊາ​ໄດ້​ລົ້ມ​ເຈັບ​ລົງ​ດ້ວຍພຍາດ​ຮ້າຍ​ແຮງ ແລະ​ໃກ້​ຈະ​ສິ້ນ​ລົມ​ຫາຍ​ໃຈ​ນັ້ນ ໂຢ​ອັ​ສ​ເຈົ້າ​ຊີ​ວິດອິສ​ຣາ​ເອນ​ໄດ້​ສະ​ເດັດ​ມາ​ຢ້ຽມ​ຢາມ​ທ່ານ​ພຣະ​ອົງ​ຊົງ​ຮ້ອງ​ໄຫ້​ທັງ​ເວົ້າວ່າ, “ພໍ່​ເອີຍ, ພໍ່​ຂອງ​ຂ້ອຍ​ເອີຍ ທ່ານ​ເປັນ​ຜູ້​ປ້ອງ​ກັນ​ຜູ້​ຍິ່ງ​ໃຫຍ່​ແຫ່ງ​ອິສ​ຣາ​ເອນ” 15 ເອ​ລີ​ຊາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຂໍ​ຊົງ​ເອົາ​ຄັນ​ທະ​ນູ​ແລະ​ລູກ​ທະ​ນູ​ມາ” ພຣະ​ອົງ​ຈຶ່ງ​ຊົງ​ເອົາ​ຄັນ​ທະ​ນູ​ແລະ​ລູກ​ທະ​ນູ​ມາ 16 ແ​ລ້ວ​ທ່ານ​ທູນ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ວ່າ, “ຂໍ​ຊົງ​ຈັບ​ທະ​ນູ” ແລະ​ພຣະ​ອົງ​ຊົງ​ຈັບ​ມາແລະ​ເອ​ລີ​ຊາ​ເອົາ​ມື​ຂອງ​ຕົນ​ວາງ​ເທິງ​ພຣະ​ຫັດ​ຂອງ​ເຈົ້າ​ຊີ​ວິດ 17 ແລະ​ທ່ານ​ທູນ​ວ່າ, “ຂໍ​ຊົງ​ເປີດ​ປ່ອງ​ຢ້ຽມ​ດ້ານ​ຕາ​ເວັນ​ອອກ” ແລະ​ພຣະ​ອົງ​ຊົງ​ເປີດ​ແລ້​ວ​ເອ​ລີ​ຊາ​ທູນ​ວ່າ, “ຈົ່ງ​ຍິງ​ຫນ້າ​ທະ​ນູ” ແລະ​ພຣະ​ອົງ​ກໍ​ຊົງ​ຍິງ ແລະ​ທ່ານ​ທູນ​ວ່າ, “ລູກ​ທະ​ນູ​ໄຊ​ຊະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ລູກ​ທະ​ນູ​ໄຊ​ຊະ​ນະ​ເຫນືອ​ຊີ​ເຣັຽ ເພາະ​ພຣະ​ອົງ​ຈະ​ຊົງ​ຕໍ່​ສູ້​ກັບ​ຄົນ​ຊີ​ເຣັຽ​ທີ່​ເມືອງອາ​ເຟກ ຈົນ​ກ​ວ່າ​ພຣະ​ອົງ​ຈະ​ຊົງ​ກະ​ທໍາ​ໃຫ້​ເຂົາ​ສິ້ນ​ໄປ” 18 ແລະ​ທ່ານ​ທູນ​ວ່າ, “ຂໍ​ຊົງ​ຈັບ​ລູກ​ທະ​ນູ” ແລະ​ພຣະ​ອົງ​ຊົງ​ຈັບ​ມັນ ແລະ​ທ່ານ​ທູນ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ​ວ່າ, “ເອົາ​ລູກ​ທະ​ນູ​ຟາດ​ລົງ​ດິນ” ແລະພຣະ​ອົງ​ຊົງ​ຕີ​ສາມ​ຄັ້ງ​ແລ້ວ​ຊົງ​ຢຸດ​ເສັຽ 19 ແລ້ວ​ຄົນ​ແຫ່ງ​ພຣະ​ເຈົ້າ​ກໍ​ໃຈ​ຮ້າຍ​ພຣະ​ອົງ ແລະ​ທູນ​ວ່າ, “ພຣະ​ອົງ​ຄວນ​ຟາດ​ມັນ​ລົງ​ຈັກ​ຫ້າ​ຫລື​ຫົກ​ຄັ້ງ ເພື່ອ​ວ່າ​ຈະ​ຕີ​ຊະ​ນະ​ພວກ​ຊີ​ເຣັຽຢ່າງ​ສິ້ນ​ເຊີງ ສະ​ນັ້ນພຣະ​ອົງ​ຈະ​ຕີ​ຊະ​ນະ​ພວກ​ຊີ​ເຣັຽ​ພຽງ​ສາມ​ເທື່ອ​ເທົ່າ​ນັ້ນ” 20 ເອ​ລີ​ຊາ​ໄດ້​ສິ້ນ​ຊີ​ວິດ​ໄປ ເຂົາ​ກໍ​ທຳ​ພິ​ທີ​ປົງ​ສົບ​ທ່ານ​ຢ່າງ​ສົມ​ກຽດ ໃນ​ຄາວ​ນັ້ນ​ພວກ​ໂມ​ອາບ​ໄດ້​ເຂົ້າ​ປຸ້ນ​ສະ​ດົມ​ແຜ່ນ​ດິນ​ນັ້ນ​ທຸກໆ​ປີ 21 ມີ​ຄັ້ງ​ນຶ່ງ ຄົນ​ກຸ່ມ​ນຶ່ງ​ໄດ້​ຫາມ​ສົບ​ຄົນ​ຕາຍ​ໄປ​ຝັງ ກໍ​ຫລຽວ​ເຫັນ​​ໂຈນ​ຫມູ່​ນຶ່ງ ເຂົາ​ຈຶ່ງ​ໂຍ​ນ​ສົບ​ຊາຍ​ຄົນ​ນັ້ນ​ລົງ​ໄປ​ໃນ​ອຸບ​ໂມງ​ຂອງ​ເອ​ລີ​ຊາ ແລ້ວ​ກໍ​ພາ​ກັນ​ແລ່ນ​ຫນີ​ເອົາ​ຕົວ​ລອດ ເມື່ອ​ຊາກ​ສົບ​ຊາຍ​ຄົນ​ນັ້ນ​ໄດ້​ຖືກ​ກັບ​ກະ​ດູກ​ຂອງ​ເອ​ລີ​ຊາ ເຂົາ​ກໍ​ຄືນ​ຊີ​ວິດ​ລຸກ​​ຢືນຂຶ້ນ 22 ຝ່າຍ​ຮາ​ຊາ​ເອນເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ​ໄດ້​ບີບ​ບັງ​ຄັບ​ຄົນ​ອິສ​ຣາ​ເອນ​ຢູ່​ຕ​ລອດ​ຣັຊ​ການ​ຂອງ​ເຢ​ໂຮ​ອາ​ຮັ​ສ 23 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ກະ​ຣຸ​ນາ​ຕໍ່​ເຂົາ ແລະ​ຊົງເມດ​ຕາ​ເຂົາ ແລະ​ພຣະ​ອົງ​ຊົງ​ຫັນ​ມາ​ທາງ​ເຂົາ ເພາະ​ຄຳ​ຫມັ້ນສັນ​ຍາ​ຂອງ​ພຣະ​ອົງ​ກັບ​ອັບ​ຣາ​ຮາມ ອີ​ຊາກ ແລະ​ຢາ​ໂຄບ ແລະ​ຈະ​ບໍ່​ຊົງ​ທຳ​ລາຍ​ເຂົາ ຫລື​ປະລະ​ຖິ້ມ​ເຂົາ​ເສັຽ​ໃຫ້​ພົ້ນ​ພຣະ​ພັກ​ຈົນ​ບັດ​ນີ້ 24 ເມື່ອ​ຮາ​ຊາ​ເອນເຈົ້າ​ຊີ​ວິດແຫ່ງ​ຊີ​ເຣັຽ​ສິ້ນ​ພຣະ​ຊົນ ເບນ​ຮາ​ດາດ ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ຂຶ້ນ​ຄອງ​ແທນ​ພຣະ​ອົງ 25 ແລ້ວ​ໂຢອັ​ສ​ໂອ​ຣົດ​ຂອງ​ເຢ​ໂຮ​ອາ​ຮັ​ສ​ໄດ້​ຍຶດ​ບັນ​ດາ​ຫົວ​ເມືອງ​ຈາກ​ເບນ​ຮາ​ດາດ​ບຸດ​ຮາ​ຊາ​ເອນ​ກັບ​ຄືນ​ມາ ເປັນ​ຫົວ​ເມືອງທີ່​ພຣະ​ອົງ​ຕີ​ໄປ​ໄດ້ ຈົນ​ເຢ​ໂຮ​ອາ​ຮັ​ສບິ​ດາຂອງ​ໂຢ​ອັ​ສ​ໄດ້​ຮົບ​ຊະ​ນະ​ພຣະ​ອົງ​ສາມ​ຄັ້ງ​ແລະ​ໄດ້​ຫົວ​ເມືອງ​ອິສ​ຣາ​ເອນ​ກັບ​ຄືນ​ມາ

2 ກະສັດ 14

ຣັຊ​ການ​ອາ​ມາ​ຊີ​ຢາ

1 ໃນ​ປີ​ທີ່​ສອງ​ແຫ່ງ​ຣັ​ຊ​ການ​ໂຢ​ອັ​ສ ໂອ​ຣົດ​ຂອງ​ໂຢ​ອາ​ຮັ​ສ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ ອາ​ມາ​ຊີ​ຢາ​ໂອ​ຣົດ​ຂອງ​ໂຢ​ອັ​ສ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ ໄດ້​ເລີ້ມ​ປົກ​ຄອງ 2 ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ ພຣະ​ອົງ​ມີ​ອາ​ຍຸ​ຊາວ​ຫ້າ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ຊາວ​ເກົ້າ​ປີ ພຣະ​ມານ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າ ເຢ​ໂຮ​ອັດ​ດິນຊາວ​ເຢ​ຣູ​ຊາ​ເລັມ 3 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດພຣະ​ຜູ້​ເປັ​ນ​ເຈົ້າ ແຕ່​ຍັງ​ບໍ່​ເຫມືອນ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກະ​ທຳ​ຕາມ​ທຸກ​ສິ່ງ​ຊຶ່ງ​ໂຢ​ອັ​ສບິ​ດາ​ຂອງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ 4 ແຕ່​ວ່າ​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງ​ນັ້ນ​ຍັງ​ບໍ່​ໄດ້​ຊົງ​ຮື້​ເສັຽ ປະ​ຊາ​ຊົນ​ຍັງ​ຄົງ​ຖວາຍ​ສັ​ຕ​ບູ​ຊາ​ແລະ​ເຜົາ​ເຄື່ອງ​ຫອມ​ເທິງ​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງ​ເຫລົ່າ​ນັ້ນ 5 ແລະ​ຕໍ່​ມາ​ເມື່ອ​ຣາ​ຊ​ອານາ​ຈັກ​ລໍ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງຢ່າງ​ຫມັ້ນ​ຄົງ​ແລ້ວ ພຣະ​ອົງ​ກໍ​ຊົງ​ປະ​ຫານ​ຊີ​ວິດ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ຜູ້​ທີ່ຂ້າ​ບິ​ດາ​ຂອງ​ພຣະ​ອົງ​ເສັຽ 6 ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ປະ​ຫານ​ຊີ​ວິດ​ລູກ​ຫລານ​ຂອງ​ຜູ້​ທີ່​ຂ້າ​ນັ້ນ ຕາມ​ຊຶ່ງ​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ທັມ​ບັນ​ຍັດ​ຂອງ​ໂມ​ເຊ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ວ່າ, “ຢ່າ​ປະ​ຫານ​ຊີ​ວິດ​ບິ​ດາ​ເພາະ​ການ​ກະທຳ​ຂອງ​ລູກ​ຫລານ ຫລື​ຢ່າ​ປະ​ຫານ​ລູກ​ຫລານ​ເພາະ​ການ​ກະ​ທຳ​ຂອງ​ບິ​ດາ ແຕ່​ທຸກ​ຄົນ​ຕ້ອງ​ຕາຍ​ເພາະ​ບາບ​ຂອງ​ຕົນ​ເອງ” 7 ພຣະ​ອົງ​ຊົງ​ປະ​ຫານ​ຊີ​ວິດ​ຄົນ​ເອ​ໂດມ​ນຶ່ງ​ຫມື່ນ​ຄົນ​ໃນ​ພູ​ເຂົາ​ເກືອ ແລະ​ຍຶດ​ເມືອງ​ເຊ​ລາ​ດ້ວຍ​ການ​ສົງ​ຄາມ ແລະ​ເອີ້ນ​ເມືອງ​ນັ້ນ​ວ່າ ໂຢກ​ເທ​ເອນ ຊຶ່ງ​ເປັນ​ຊື່​ມາ​ເຖິງ​ທຸກວັນ​ນີ້ 8 ແລະ​ອາ​ມາ​ຊີ​ຢາ​ຊົງ​ໃຊ້​ຜູ້​ສົ່ງຂ່າວ​ໄປ​ຫາ ເຢ​ໂຮ​ອັ​ສ​ໂອ​ຣົດຂອງ​ເຢ​ໂຮ​ອາ​ຮັ​ສ ໂອ​ຣົດ​ເຢ​ຮູ ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ທູນ​ວ່າ, “ມາ​ເຖີດ ຂໍ​ໃຫ້​ເຮົາ​ມາຜະ​ເຊີນ​ຫນ້າ​ກັນ” 9 ແລະ​ເຢ​ໂຮ​ອັ​ສເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ຊົງ​ສົ່ງ​ຂ່າວ​ໄປ​ຍັງ​ອາ​ມາ​ຊີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ວ່າ, “ຍັງ​ມີ​ຄັ້ງ​ນຶ່ງ​ພຸ່ມ​ຫນາມ​ທີ່​ເລ​ບາ​ນອນ​ສົ່ງ​ຂ່າວ​ໄປ​ຫາ​ຕົ້ນ​ສົນ​ເທິງ​ພູ​ເຂົາ​ເລ​ບາ​ນອນ​ວ່າ “ຈົ່ງ​ຍົກ​ບຸດ​ຍິງ​ຂອງ​ເຈົ້າ​ໃຫ້​ເປັນ​ພັ​ຣ​ຍາ​ບຸດ​ຊາຍ​ຂອງ​ເຮົາ” ແລະ​ສັດ​ປ່າ​ທົ່ງ​ໂຕ​ນຶ່ງ​ແຫ່ງ​ເລບາ​ນອນ​ຜ່ານ​ມາ ແລະ​ຢຽບ​ພຸ່ມ​ຫນາມ​ນັ້ນ​ເສັຽ 10 ຈິງ​ຢູ່ ທ່ານ​ໄດ້​ໂຈມ​ຕີເອ​ໂດມ ແລະ​ພຣະ​ທັຍ​ຂອງ​ທ່ານ​ກໍ​ທຳ​ໃຫ້​ທ່ານ​ຜະ​ຍອງ​ຂຶ້ນ ຈົ່ງ​ພໍ​ໃຈ​ໃນ​ສັກ​ສີ​ຂອງ​ທ່ານ​ເຖີດ ແລະ​ຢູ່​ກັບ​ບ້ານ​ເພາະ​ເຫດ​ໃດ​ທ່ານ​ຈຶ່ງ​ເຣົ້າ​ໃຈ​ຕົນ​ເອງ​ໃຫ້​ຕໍ່​ສູ້​ແລະ​ຣັບ​ອັນ​ຕະ​ຣາຍ ອັນ​ຈະ​ໃຫ້​ທ່ານ​ລົ້ມ​ລົງ ທັງ​ທ່ານ​ແລະ​ຢູ​ດາ​ດ້ວຍ” 11 ແຕ່​ອາ​ມາ​ຊີ​ຢາ​ບໍ່​ໄດ້​ຊົງ​ຟັງ​ ເຢ​ໂຮ​ອັ​ສ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນຈຶ່ງ​ຂຶ້ນ​ໄປ ແລະ​ພຣະ​ອົງ​ກັບ​ອາ​ມາ​ຊີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ກໍ​ຜະ​ເຊີນ​ຫນ້າ​ກັນ​ທີ່​ເບັດ​ເຊ​ເມ​ສຊຶ່ງ​ເປັນ​ຂອງ​ຢູ​ດາ 12 ຢູ​ດາ​ກໍ​ຜ່າຍ​ແພ້​ອິສ​ຣາ​ເອນ ແລະ​ທຸກ​ຄົນ​ກໍ​ຫນີ​ກັບ​ໄປ​ບ້ານ​ຂອງ​ຕົນ 13 ແລະ​ເຢ​ໂຮ​ອັ​ສ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ກໍ​ຈັບ​ອາ​ມາ​ຊີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ໂອ​ຣົດ​ຂອງ​ເຢ​ໂຮ​ອັ​ສ ໂອ​ຣົດ​ຂອງ​ອາ​ຮາ​ຊີ​ຢາ​ທີ່​ເມືອງ​ເບັດ​ເຊ​ເມ​ສ​ແລະ​ໄດ້​ສະ​ເດັດ​ມາ​ຍັງ​ເຢ​ຣູ​ຊາ​ເລັມ ແ​ລະ​ໄດ້​ທະ​ລາຍ​ກຳ​ແພງ​ເຢ​ຣູ​ຊາ​ເລັມ​ລົງ​ເສັຽ​ສີ່​ຮ້ອຍ​ສອກ ຕັ້ງ​ແຕ່​ປະ​ຕູ​ເອ​ຟ​ຣາ​ອິມ​ຈົນ​ເຖິງ​ປະ​ຕູ​ແຈ​ຂອງ​ກຳ​ແພງ 14 ພຣະ​ອົງ​ຊົງ​ຍຶດ​ທອງ​ຄຳ ແລະ​ເງິນ​ທັງ​ຫມົດ ແລະ​ເຄື່ອງ​ໃຊ້​ທັງ​ຫມົດ​ທີ່​ພົບ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃນ​ຄັງ​ຂອງ​ສຳ​ນັກ​ພຣະ​ຣາ​ຊວັງ​ພ້ອມ​ກັບ​ຄົນ​ປະ​ກັນ ແລະ​ພຣະ​ອົງ​ກັບ​ໄປ​ຍັງ​ຊາ​ມາ​ເຣັຽ 15 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເຢ​ໂຮ​ອັ​ສ​ຊຶ່ງພຣະ​ອົງ​ໄດ້​ຊົງ​ກະ​ທໍາ ທັງ​ຍຸດພະ​ລັງ​ຂອງ​ພຣະ​ອົງ ແລະ​ທີ່​ພຣະ​ອົງ​ຊົງ​ສູ້​ຮົບ​ກັບ​ອາມາ​ຊີ​ຢາ ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ຢ່າງ​ໃດ​ນັ້ນ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື 16 ແລະ​ເຢ​ໂຮ​ອັ​ສ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ໄວ້​ໃນ​ຊາມາ​ເຣັຽກັບ​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ ແລະ​ເຢ​ໂຣ​ໂບ​ອາມ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ປົກ​ຄອງ​ແທນ​ພຣະ​ອົງ 17 ອາ​ມາ​ຊີ​ຢາ​ໂອ​ຣົດ​ຂອງ​ເຢ​ໂຮ​ອັ​ສ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ຊົງ​ພຣະ​ຊົນ​ຢູ່​ສິບ​ຫ້າ​ປີ ຫລັງ​ຈາກ​ມໍ​ຣະ​ນະ​ກັມ​ຂອງ​ເຢ​ໂຮ​ອັ​ສ​ໂອ​ຣົດ​ຂອງ​ເຢ​ໂຮ​ອາ​ຮັ​ສ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ 18 ສ່ວນ​ພຣະ​ຣາ​ຊ​ກິ​ຈ​ນອກ​ນັ້ນ​ຂອງ​ອາ​ມາ​ຊີ​ຢາ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື? 19 ແລະ​ເຂົາ​ໄດ້​ຮ່ວມ​ກັນ​ກະ​ບົດ​ຕໍ່​ພຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ພຣະ​ອົງ​ຊົງ​ຫນີ​ໄປ​ຍັງ​ລາ​ຄິ​ສ ແຕ່​ເຂົາ​ໃຊ້​ຄົນ​ໄປ​ຕາມ​ພຣະ​ອົງ​ທີ່​ລາ​ຄິ​ສ ແລະ​ປະ​ຫາ​ນຊີ​ວິດພຣະ​ອົງ​ເສັຽ​ທີ່​ນັ້ນ 20 ແລະ​ເຂົາ​ນໍາ​ພຣະ​ສົບ​ບັນ​ທຸກ​ມ້າ​ກັບ​ມາ​ແລະ​ຝັງ​ໄວ້​ໃນ​ເຢ​ຣູ​ຊາ​ເລັມ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໃນ​ນະ​ຄອນ​ດາ​ວິດ 21 ແລະ​ປະ​ຊາ​ຊົນ​ທັງ​ສິ້ນ​ແຫ່ງ​ຢູ​ດາ​ກໍ​ຕັ້ງ​ອາ​ຊາ​ຣີ​ຢາ ຜູ້​ຊຶ່ງ​ມີ​ອາ​ຍຸ​ສິບ​ຫົກ​ປີ ໃຫ້​ເປັນ​ກະ​ສັດ​ແທນ​ອາ​ມາ​ຊີ​ຢາພຣະ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ 22 ພຣະ​ອົງ​ຊົງ​ສ້າງ​ເມືອງ​ເອ​ລັ​ທ ແລະ​ໃຫ້​ກັບ​ຂຶ້ນ​ແກ່​ຢູ​ດາ ຫລັງ​ຈາກ​ທີ່​ເຈົ້າ​ຊີ​ວິດ​ຊົງ​ລ່ວງ​ຫລັບ​ໄປ​ຢູ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ

ຣັ​ຊ​ການ​ເຢ​ໂຣ​ໂບ​ອາມ 2

23 ໃນ​ປີ​ທີ່​ສິບຫ້າ​ແຫ່ງ​ຣັ​ຊ​ການ​ອາ​ມາ​ຊີ​ຢາ​ໂອ​ຣົດ​ຂອງ​ເຢ​ໂຮ​ອັ​ສ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ໄດ້​ເລີ້ມ​ປົກ​ຄອງ​ໃນ​ຊາມາ​ເຣັຽ ແລະ​ຊົງ​ປົກ​ຄອງ​ຢູ່​ສີ່​ສິບ​ເອັດ​ປີ 24 ແລະ​ພຣະ​ອົງ​ຊົງກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ບໍ່​ໄດ້​ຊົງ​ພາກ​ຈາກ​ບາບ​ທັງ​ສິ້ນ​ຂອງ​ເຢ​ໂຣ​ໂບ​ອາມບຸດ​ເນ​ບັ​ດ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ດ້ວຍ 25 ພຣະ​ອົງ​ຊົງ​ຕີ​ເອົາ​ດິນ​ແດນ​ອິສ​ຣາ​ເອນ​ຄືນ​ມາ​ຕັ້ງ​ແຕ່​ທາງ​ເຂົ້າ​ເມືອ​ງຮາ​ມັ​ທ ໄກ​ໄປ​ຈົນ​ເຖິງ​ທະ​ເລ​ແຫ່ງ​ອາ​ຣາ​ບາ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ຊຶ່ງ​ພຣະ​ອົງ​ກ່າວ​ໂດຍ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຄື​ ໂຢ​ນາ ຜູ້​ເປັນ​ບຸດ​ອາ​ມິດ​ຕັຍ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ມາ​ຈາກ​ກັ​ທ​ເຮ​ເຟີ 26 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ທອດ​ພຣະ​ເນດ​ເຫັນ​ວ່າ ຄວາມ​ທຸກ​ໃຈ​ຂອງ​ອິສ​ຣາ​ເອນ​ນັ້ນ​ຂົມ​ຂື່ນ​ ເພາະ​ບໍ່​ມີ​ຜູ້​ໃດ​ເຫລືອ​ບໍ່​ວ່າ​ທາດ​ຫລື​ອິສ​ຣະ ແລະ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ອິສ​ຣາ​ເອນ 27 ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ກ່າວ​ວ່າ ຈະ​ຊົງ​ລົ​ບ​ນາມ​ອິສ​ຣາ​ເອນ​ເສັຽ​ຈາກໃຕ້ຟ້າສວັນ ແຕ່​ພຣະ​ອົງ​ຊົງ​ຊ່ອຍ​ເຂົາ​ໂດຍ​ພຣະ​ຫັດ​ຂອງ​ເຢ​ໂຣ​ໂບ​ອາມ​ໂອ​ຣົດ​ຂອງ​ເຢ​ໂຮ​ອັ​ສ 28 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເຢ​ໂຣ​ໂບ​ອາມ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ແລະ​ຍຸດ​ພະ​ລັງ​ຂອງ​ພຣະ​ອົງ ພຣະ​ອົງ​ສູ້​ຮົບ​ຢ່າງ​ໃດ​ແລະ​ເຣື່ອງ​ທີ່​ພຣະ​ອົງຊົງ​ຕີ​ເອົາ​ດາ​ມັ​ສ​ກັ​ສ ແລະ​ຮາ​ບັ​ທ​ຄື​ແກ່​ອິສ​ຣາ​ເອນ ຊຶ່ງ​ໄດ້​ເຄີຍ​ເປັນ​ຂອງ​ຢູ​ດາ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື 29 ແລະ​ເຢ​ໂຣ​ໂບ​ອາມ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ຄື​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ ແລະ​ເຊ​ຄາ​ຣິ​ຢາ​ໂອ​ຣົດ​ຂອງ​ພຣະ​ອົງ​ຂຶ້ນ​ຄອງ​ແທນ​ພຣະ​ອົງ

2 ກະສັດ 15

ຣັ​ຊ​ການ​ອາ​ຊາ​ຣິ​ຢາ

1 ໃນ​ປີ​ທີ່​ຊາວ​ເຈັດ​ແຫ່ງ​ຣັ​ຊການ​ເຢ​ໂຣ​ໂບ​ອາມ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ອາ​ຊາ​ຣິ​ຢາ​ໂອ​ຣົດ​ຂອງ​ອາ​ມາ​ຊີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ໄດ້​ເລີ້ມ​ປົກ​ຄອງ 2 ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ ພຣະ​ອົງ​ຊົງ​ມີ​ອາ​ຍຸ​ສິບ​ຫົກ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງຢູ່ໃນ​ກຸງ​ເຢ​ຣູ​ຊາເລັມ​ຫ້າ​ສິບ​ສອງ​ປີ ພຣະ​ມານ​ດາມີ​ພຣະ​ນາມ​ວ່າ​ເຢ​ໂກ​ລີ​ຢາຊາວ​ເຢ​ຣູ​ຊາ​ເລັມ 3 ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ທຸກ​ຢ່າງ​ທີ່​ອາ​ມາ​ຊີ​ຢາ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ຊົງ​ກະ​ທຳ 4 ແຕ່​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງກໍ​ຍັງ​ບໍ່​ໄດ້​ຖືກ​ກຳ​ຈັດ​ເສັຽ ປະ​ຊາ​ຊົນ​ຍັງ​ຖວາຍ​ສັ​ຕ​ບູ​ຊາ ແລະ​ເຜົາ​ເຄື່ອງ​ຫອມ​ເທິງ​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງ​ເຫລົ່າ​ນັ້ນ 5 ແລະ​ພຣະ​ອົງ​ຊົງ​ລົງ​ໂທດ​ເຈົ້າ​ຊີ​ວິດ ເຈົ້າ​ຊີ​ວິດ​ຈຶ່ງ​ຊົງ​ເປັນ​ໂຣກ​ເຮື້ອນ​ຈົນ​ເຖິງວັນ​ສິ້ນ​ພຣະ​ຊົນ ແລະ​ຊົງ​ປະ​ທັບ​ໃນ​ວັງ​ຕ່າງ​ຫາກ ແລະ​ໂຢ​ທາມ​ໂອ​ຣົດ​ຂອງ​ເຈົ້າ​ຊີ​ວິດ​ຄວບ​ຄຸມ​ສຳ​ນັກ​ພຣະ​ຣາ​ຊວັງ ແລະ​ຊົງ​ປົກ​ຄອງ​ຣາ​ສດອນ​ແຫ່ງ​ແຜ່ນ​ດິນ 6 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ອາ​ຊາ​ຣີ​ຢາ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື 7 ແລະ​ອາ​ຊາ​ຣີ​ຢາ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງໃນ​ນະ​ຄອນ​ດາ​ວິດ ແລະ​ໂຢ​ທາມ​ໂອ​ຣົດ​ຂອງ​ພຣະ​ອົງ​ຂຶ້ນ​ຄອງ​ແທນ​ພຣະ​ອົງ

ຣັ​ຊ​ການ​ເຊ​ຄາ​ຣີ​ຢາ

8 ໃນ​ປີ​ທີ່​ສາມ​ສິບ​ແປດ​ແຫ່ງ​ຣັ​ຊ​ການ​ອາ​ຊາ​ຣີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ ເຊ​ຄາ​ຣີ​ຢາ​ໂອ​ຣົດ​ຂອງ​ເຢ​ໂຣ​ໂບ​ອາມ​ຂຶ້ນ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ຊາ​ມາ​ເຣັຽ​ຫົກ​ເດືອນ 9 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວຮ້າຍໃນສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ຊົງ​ກະ​ທຳ​ພຣະ​ອົງ​ບໍ່​ໄດ້​ຊົງພາກ​ຈາກ​ບາບ​ຂອງເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ດ້ວຍ 10 ຊັນ​ລູມ​ບຸດ​ຢາ​ເບ​ສ​ຮ່ວມ​ກັນ​ກະ​ບົດ​ຕໍ່​ພຣະ​ອົງ ແລະ​ລົ້ມ​ພຣະ​ອົງ​ເສັຽ​ຕໍ່​ຫນ້າ​ປະ​ຊາ​ຊົນ​ແລະ​ປະ​ຫານ​ພຣະ​ອົງ​ເສັຽ ແລະ​ຂຶ້ນ​ຄອງ​ແທນ​ພຣະ​ອົງ 11 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເຊ​ຄາ​ຣີ​ຢາ ໄດ້​ບັນທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ 12 (ເຫດ​ການ​ນີ້​ເປັນ​ໄປ​ຕາມ​ພຣະ​ດຳ​ຣັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ເຢ​ຮູ​ວ່າ, “ບຸດ​ຊາຍ​ຂອງ​ເຈົ້າ​ຈະ​ນັ່ງ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ອິສ​ຣາ​ເອນ​ເຖິ​ງຊົ່ວ​ຊີ​ວິດ​ທີ່​ສີ່” ແລະ​ເປັນ​ໄປ​ຢ່າງ​ນັ້ນ​ແຫລະ)

ຣັ​ຊ​ການ​ຊັນ​ລູມ

13 ຊັນ​ລູມບຸດ​ຢາ​ເບ​ສ​ໄດ້​ເລີ້ມ​ປົກ​ຄອງ​ໃນ​ປີ​ທີ່​ສາມ​ສິບ​ເກົ້າ​ແຫ່ງ​ຣັ​ຊ​ການ​ອຸ​ສ​ຊີ​ຢາ​ເຈົ້າ​ຊີ​ວິດຂອງ​ຢູ​ດາ ແລະ​ທ່ານ​ຄອງໃນ​ຊາມາ​ເຣັຽ​ລະ​ຫວ່າງ​ເວ​ລາ​ນຶ່ງ​ເດືອນ 14 ແລ້ວ​ເມ​ນາ​ເຮມ​ບຸດ​ກາ​ດີ​ໄດ້​ຂຶ້ນ​ມາ​ຈາກ​ເມືອງ​ຕີ​ຣ໌​ຊາ ແລະ​ມາ​ຍັງ​ຊາມາ​ເຣັຽ ແລະ​ທ່ານ​ກໍ​ລົ້ມ​ຊັນ​ລູມ​ບຸດ​ຢາ​ເບ​ສ​ເສັຽ​ທີ່​ໃນຊາ​ມາ​ເຣັຽ​ແລະ​ປະ​ຫານ​ຊີ​ວິດ​ທ່ານ​ເສັຽ ແລະ​ໄດ້​ຂຶ້ນ​ປົກ​ຄອງ​ແທນ​ທ່ານ 15 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ຊັນ​ລູມ​ແລະ​ການ​ຮ່ວມ​ກັນ​ຄິດ​ກະ​ບົດ​ທີ່​ທ່ານ​ໄດ້​ກະ​ທຳ ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ 16 ໃນ​ຄາວ​ນັ້ນ​ເມ​ນາ​ເຮມ​ປຸ້ນ​ຕິ​ຟ​ສາ ແລະ​ບັນ​ດາ​ຜູ້​ທີ່​ຢູ່​ໃນ​ເມືອງ​ນັ້ນ​ ແລະ​ດິນ​ແດນ​ຂອງ​ເມືອງ​ນັ້ນ​ຕັ້ງ​ແຕ່​ຕີ​ຣ໌​ຊາ​ໄປ ເພາະ​ເຂົາ​ບໍ່​ໄດ້​ເປີດ​ໃຫ້​ແກ່​ທ່ານ ທ່ານ​ຈຶ່ງ​ປຸ້ນ​ເມືອງ​ນັ້ນ ແລະ​ທ່ານ​ໄດ້​ຜ່າ​ທ້ອງ​ຍິງ​ຖື​ພາ​ໃນ​ເມືອງ​ນັ້ນ​ເສັຽ​ທຸກ​ຄົນ

ຣັຊ​ການ​ເມ​ນາ​ເຮມ

17 ໃນ​ປີ​ທີ່​ສາມ​ສິບ​ເກົ້າແຫ່ງ​ຣັ​ຊ​ການ​ອາ​ຊາ​ຣີ​ຢາ​ເຈົ້າ​ຊີ​ວິ​ດ​ແຫ່ງ​ຢູ​ດາ ເມ​ນາ​ເຮມ​ບຸດ​ກາ​ດີ​ໄດ້​ເລີ້ມ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ຊາມາ​ເຣັຽ​ສິບ​ປີ 18 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ບໍ່​ໄດ້​ພາກ​ຈາກ​ບາບ​ຂອງ​ເຢ​ໂຣໂບ​ອາມ​ບຸດ​ເນ​ບັ​ດຕລອດ​ຣັ​ຊ​ການ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ດ້ວຍ 19 ປູນ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ໄດ້​ຍົກ​ຂຶ້ນ​ມາ​ຕໍ່​ສູ້​ແຜ່ນ​ດິນ​ນັ້ນ ແລະ​ເມ​ນາ​ເຮມ​ໄດ້​ຖວາຍ​ເງິນ​ນຶ່ງ​ພັນ​ຕະລັນ​ແກ່​ປູນ​ ເພື່ອ​ຈະ​ໃຫ້​ພຣະ​ອົງ​ນັ້ນ​ຊ່ອຍ​ໃຫ້​ທ່ານ​ຍຶດ​ພຣະ​ຣາ​ຊ​ອາ​ນາ​ຈັກ​ໄວ້​ໄດ້ 20 ເມ​ນາ​ເຮມ​ໄດ້​ເລັ່ງ​ເອົາ​ເງິນ​ນັ້ນ​ມາ​ຈາກ​ອິສ​ຣາ​ເອນ​ຄື​ຈາກ​ຄົນ​ຮັ່ງ​ມີ​ທຸກ​ຄົນ ເງິນ​ຄົນ​ລະ​ຫ້າ​ສິບ​ເຊ​ເກ​ລ ເພື່ອ​ຖວາຍ​ແກ່​ເຈົ້າ​ຊີ​ວິດ​ແຫ່ງ​ອັສ​ຊີ​ເຣັຽ ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ຈຶ່ງ​ຍົກ​ທັບ​ກັບ ແລະ​ບໍ່​ໄດ້​ຊົງ​ຢັງ​ຢັ້ງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ 21 ສ່ວນ​ພຣະ​ຣາ​ຊ​ກິ​ຈ​ຂອງ​ເມ​ນາ​ເຮມ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ອິສ​ຣາ​ເອນ​ຫລື? 22 ແລະ​ເມ​ນາ​ເຮມ​ກໍ​ລ່ວງ​ຫລັບ​ໄປ​ຢູ່ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເປ​ກາ​ຮີ​ຢາ​ໂອ​ຣົດ​ກໍ​ຂຶ້ນ​ຄອງ​ແທນ​ພຣະ​ອົງ

ຣັ​ຊ​ການ​ເປ​ກາ​ຮີ​ຢາ

23 ໃນ​ປີ​ທີ່​ຫ້າ​ສິບ​ແຫ່ງ​ຣັ​ຊ​ການ​ອາ​ຊາ​ຣີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ ເປ​ກາ​ຮີ​ຢາ​ໂອ​ຣົດ​ຂອງ​ເມ​ນາ​ເຮມ​ໄດ້​ເລີ້ມ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ຊາມາ​ເຣັຽ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ສອງ​ປີ 24 ແລະ​ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ບໍ່​ໄດ້​ຊົງ​ພາກ​ຈາກ​ບາບ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ດ້ວຍ 25 ແລະ​ເປ​ກາບຸດ​ເຣ​ມາ​ລິ​ຢາ ແມ່​ທັບ​ຂອງ​ພຣະ​ອົງ​ໄດ້​ຮ່ວມກັນ​ຄິດ​ກະ​ບົດ​ຕໍ່​ພຣະ​ອົງ ແລະ​ໄດ້​ປະຫານ​ພຣະ​ອົງ​ເສັຽ​ໃນ​ຊາມາ​ເຣັຽ​ໃນ​ປ້ອມ​ຂອງ​ສຳ​ນັກ​ພຣະ​ຣາ​ຊວັງ ກັບ​ອາ​ຣ໌​ໂກບແລະ​ອາ​ຣີ​ເອ ແລະ​ມີ​ຄົນ​ກິ​ເລ​ອາດ​ຫ້າ​ສິບ​ຄົນ​ຮ່ວມ​ກັນ​ຄິດ​ກະ​ບົດ​ກັບ​ທ່ານ ທ່ານ​ໄດ້​ປະ​ຫານ​ພຣະ​ອົງ​ແລະ​ໄດ້​ຂຶ້ນ​ປົກ​ຄອງ​ແທນ​ພຣະ​ອົງ 26 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເປ​ກາ​ຮີ​ຢາ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ມີ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດອິສ​ຣາ​ເອນ

ຣັ​ຊ​ການ​ເປ​ກາ

27 ໃນ​ປີ​ທີ່​ຫ້າ​ສິບ​ສອງ​ແຫ່ງ​ຣັ​ຊ​ການ​ອາ​ຊາ​ຣີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ ເປ​ກາບຸດ​ເຣ​ມາ​ລີຢາ ໄດ້​ເລີ້ມ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ໃນ​ຊາ​ມາ​ເຣັຽ ແລະ​ຊົງ​ປົກ​ຄອງ​ຊາວ​ປີ 28 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ບໍ່​ໄດ້​ພາກ​ຈາກ​ບາບ​ຂອງ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ທຳ​ດ້ວຍ 29 ໃນ​ຣັ​ຊ​ການ​ຂອງ​ເປ​ກາ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ຕິກ​ລັທ​ປີ​ເລ​ເຊີ​ເຈົ້າ​ຊີ​ວິດ​ແຫ່ງອັ​ສ​ຊີ​ເຣັຽ​ໄດ້​ຍົກ​ມາ ແລະ​ຍຶດ​ເມືອງ​ອີ​ໂຢນ ອາ​ເບນ​ເບັດມາ​ອາ​ກາ ຢາ​ໂນ​ອາ ເກ​ເດ​ສ ຮາ​ໂຊ​ຣ໌ ກິເລ​ອາດ ແລະ​ຄາ​ລີ​ເລ​ແຜ່ນ​ດິນ​ເນັ​ຟ​ທາ​ລີ​ທັງ​ຫມົດ ແລະ​ກວາດ​ຕ້ອນ​ປະ​ຊາ​ຊົນ​ເປັນ​ຊະ​ເລີຍ​ໄປ​ຍັງ​ອັ​ສ​ຊີ​ເຣັຽ 30 ແລ້ວ​ໂຮເຊ​ຢາ ບຸດ​ເອ​ລາ​ໄດ້​ຮ່ວມ​ຄິດ​ກະ​ບົດຕໍ່​ເປ​ກາບຸດ​ເຣ​ມາ​ລິ​ຢາ ແລະ​ລົ້ມ​ພຣະ​ອົງ​ລົງ ແລະ​ປະ​ຫານ​ພຣະ​ອົງ​ເສັຽ ແລະ​ຂຶ້ນ​ຄອງ​ແທນ​ພຣະ​ອົງ​ໃນ​ປີ​ທີ່​ຊາວ​ແຫ່ງ​ຣັ​ຊ​ການ​ໂຢທາມ​ໂອ​ຣົດ​ຂອງ​ອຸ​ສ​ຊີ​ຢາ 31 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເປ​ກາ​ແລະ​ບັນ​ດາ​ສິ່ງ​ຊຶ່​ງພຣະ​ອົງ​ຊົງ​ກະ​ທຳ ມີ​ບັນ​ທຶກໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ພຣະ​ຣາ​ຊາປະ​ເທດ​ອິສ​ຣາ​ເອນ

ຣັ​ຊ​ການ​ໂຢ​ທາມ

32 ໃນ​ປີ​ທີ່​ສອງ​ແຫ່ງ​ຣັຊ​ການ​ເປ​ກາບຸດ​ເຣມາ​ລິ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ໂຢ​ທາມ​ໂອ​ຣົດ​ຂອງ​ອຸ​ສ​ຊີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ໄດ້​ເລີ້ມ​ປົກ​ຄອງ 33 ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ​ມີ​ອາ​ຍຸ​ສິບ​ຫ້າ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສິບ​ຫົກ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າ ເຢ​ຣູ​ຊາ​ບຸດ​ຍິງ​ຂອງ​ຊາ​ໂດກ 34 ແລະ​ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ທຸກ​ຢ່າງ​ທີ່​ອຸ​ສ​ຊີ​ຢາ​ພຣະ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ຊົງ​ກະ​ທຳ 35 ແຕ່​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງກໍ​ຍັງ​ບໍ່​ໄດ້​ຖືກ​ກຳ​ຈັດ​ເສັຽ ປະ​ຊາ​ຊົນ​ຍັງ​ຖວາຍ​ສັ​ຕ​ບູ​ຊາ​ແລະ​ເຜົາ​ເຄື່ອງ​ຫອມ​ເທິງ​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງ​ນັ້ນ ພຣະ​ອົງ​ຊົງ​ສ້າງ​ປະ​ຕູ​ເທິງ​ຂອງ​ພຣະ​ວິ​ຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ 36 ສ່ວນ​ພຣະ​ຣາ​ຊ​ກິ​ຈ​ນອກ​ນັ້ນ​ຂອງ​ໂຢ​ທາມ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື? 37 ໃນ​ການ​ຄັ້ງ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໃຊ້​ເຣ​ຊີນ​ເຈົ້າ​ຊີ​ວິດ​ຊີ​ເຣັຽ ແລະ​ເປ​ກາ​ບຸດ​ເຣ​ມາ​ລິ​ຢາ​ໃຫ້​ມາ​ສູ້ກັບ​ຢູ​ດາ 38 ໂຢ​ທາມ​ໄດ້​ຊົງ​ລ່ວງ​ຫລັບ​ໄປ​ຢູ່ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ໄດ້​ຝັງ​ໄວ້​ກັບ​ບັນ​ພະ​ບຸຣຸດ​ຂອງ​ພຣະ​ອົງ ແລະ​ອາ​ຮັ​ສ​ໂອຣົດ​ຂອງ​ພຣະ​ອົງ​ຂຶ້ນ​ຄອງ​ແທນ​

2 ກະສັດ 16

ຣັ​ຊ​ການ​ອາ​ຮັ​ສ

1 ໃນ​ປີ​ທີ່​ສິບ​ເຈັດ​ແຫ່ງ​ຣັຊ​ການ​ເປ​ກາ​ບຸດ​ເຣ​ມາ​ລິ​ຢາ ອາ​ຮັ​ສ​ໂອ​ຣົດ​ຂອງ​ໂຢ​ທາມ​ເຈົ້າ​ຊີ​ວິດ​ແຫ່ງ​ຢູດາ​ໄດ້​ເລີ້ມ​ປົກ​ຄອງ 2 ອາ​ຮັ​ສ​ມີ​ອາ​ຍຸ​ຊາວ​ປີ ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສິບ​ຫົກ​ປີ ແລະ​ພຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພຣະ​ອົງ​ດັ່ງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ 3 ແຕ່​ພຣະ​ອົງ​ຊົງ​ດຳ​ເນີນ​ຕາມ​ທາງ​ຂອງ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ພຣະ​ອົງ​ເຖິງ​ກັບ​ຊົງ​ຖວາຍ​ໂອ​ຣົດ​ຂອງ​ພຣະ​ອົງ​ໃຫ້​ລຸຍ​ໄຟ​ເປັນ​ເຄື່ອງ​ບູ​ຊາ ຕາມ​ການ​ກະ​ທຳ​ອັນ​ຫນ້າ​ລັງ​ກຽດ​ຂອງ​ປະ​ຊາ​ຊາດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂັບ​ໄລ່​ເສັຽ​ໃຫ້​ພົ້ນ​ຫນ້າ​ປະ​ຊາ​ຊົນ​ອິສ​ຣາ​ເອນ 4 ແລະ​ພຣະ​ອົງ​ຊົງ​ຖວາຍ​ສັ​ຕບູ​ຊາ ແລະ​ເຜົາ​ເຄື່ອງ​ຫອມ​ເທິງ​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງ ແລະ​ໃນ​ເນີນ​ສູງ​ແລະ​ໃຕ້​ຕົ້ນ​ໄມ້​ທຸກ​ຕົ້ນ 5 ແລ້​ເຣ​ຊີນ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ ແລະ​ເປ​ກາ​ບຸດ​ເຣ​ມາ​ລິ​ຢາເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ຊົງ​ຍົກ​ຂຶ້ນ​ມາ​ທຳ​ສົງ​ຄາມ​ກັບ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ເຈົ້າ​ຊີ​ວິດ​ທັງ​ສອງ​ໄດ້​ລ້ອມ​ອາ​ຮັ​ສ​ໄວ້ ແຕ່​ຊົງ​ເອົາ​ໄຊ​ຊະ​ນະ​ຍັງ​ບໍ່​ໄດ້ 6 ຄາວ​ນັ້ນ​ເຣ​ຊີນ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ​ໄດ້​ເຂົ້າ​ຍຶດ​ເມືອງ​ເອ​ລັ​ທ​ຄືນ​ໃຫ້​ຊີ​ເຣັຽ ແລະ​ຊົງ​ຂັບ​ໄລ່​ພວກ​ຢິວ​ເສັຽ​ຈາກ​ເອ​ລັ​ທ​ແລະ​ຄົນ​ຊີ​ເຣັຽມາ​ທີ່​ເອ​ລັ​ທ ແລະ​ຢູ່​ທີ່​ນັ້ນ​ຈົນ​ທຸກວັນ​ນີ້ 7 ອາ​ຮັ​ສ​ຈຶ່ງ​ຊົງ​ສົ່ງ​ຜູ້​ສົ່ງ​ຂ່າວ​ໄປ​ຍັງ​ຕິກ​ລັ​ທ​ປີ​ເລ​ເຊີ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ໃຊ້​ຂອງ​ທ່ານ ແລະ​ເປັນ​ບຸດ​ຂອງ​ທ່ານ ຂໍ​ເຊີນ​ຂຶ້ນ​ມາ​ຊ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ ແລະ​ຈາກ​ມື​ຂອງ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ຜູ້​ຊຶ່ງ​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ພະ​ເຈົ້າ” 8 ອາ​ຮັ​ສ​ຊົງ​ນຳ​ເອົາ​ເງິນ​ແລະ​ທອງ​ຄຳ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ວິ​ຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃນ​ຄັງ​ສຳ​ນັກ​ພຣະ​ຣາ​ຊວັງ ແລະ​ສົ່ງ​ເປັນ​ຂອງ​ຂວັນ​ຖວາຍ​ແກ່​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ 9 ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽກໍ​ຊົງ​ຍົກ​ທັບ​ຂຶ້ນໄປ​ຍັງ​ດາ​ມັ​ສກັ​ສ​ແລະ​ຍຶດ​ໄດ້ ຈັບ​ປະ​ຊາ​ຊົນ​ເມືອງ​ນັ້ນ​ໄປ​ເປັນ​ຊະ​ເລີຍ​ຍັງ​ເມືອງ​ຄີ​ຣ໌ ແລະ​ຊົງ​ປະ​ຫານ​ເຣ​ຊີນ​ເສັຽ 10 ເມື່ອ​ເຈົ້າ​ຊີ​ວິດ​ອາ​ຮັ​ສ​ສະ​ເດັດ​ໄປ​ດາ​ມັ​ສກັ​ສ ເພື່ອ​ພົບ​ກັບ​ຕິກ​ລັ​ທ​ປີ​ເລ​ເຊີ​ກໍ​ຊົງ​ເຫັນ​ແທ່ນ​ທີ່​ບູ​ຊາ​ດາມັ​ສກັ​ສ ແລະ​ກະ​ສັດ​ອາ​ຮັ​ສ​ຊົງ​ສົ່ງ​ຫຸ່ນ​ແທ່ນ​ບູ​ຊາ​ໄປ​ຍັງ​ປະ​ໂຣ​ຫິດ​ອຸ​ຣີ​ຢາ​ພ້ອມ​ທັງ​ແບບ​ແຜນ​ຕາມ​ລັກ​ສ​ນະ​ການ​ສ້າງ 11 ແລະ​ປະ​ໂຣ​ຫິດ​ອຸ​ຣີ​ຢາ​ໄດ້​ສ້າງ​ແທ່ນ​ນັ້ນ ຕາມ​ແບບ​ທຸກ​ປະ​ການ​ຊຶ່ງ​ກະ​ສັດ​ອາ​ຮັ​ສ​ໄດ້​ສົ່ງ​ມາ​ຈາກ​ດາ​ມັ​ສ​ກັ​ສ ປະ​ໂຣ​ຫິດ​ອຸ​ຣີ​ຢາ​ຈຶ່ງ​ໄດ້​ສ້າງ​ແທ່ນ​ບູ​ຊາ​ນັ້ນ​ກ່ອນ​ທີ່​ກະ​ສັດ​ອາ​ຮັ​ສ​ສະ​ເດັດ​ຈາກ​ດາ​ມັ​ສກັ​ສ​ມາ​ເຖິງ​​ 12 ເມື່ອເຈົ້າ​ຊີ​ວິດ​ສະ​ເດັດ​ຈາກ​ດາ​ມັ​ສ​ກັ​ສ​ເຖິງ​ແລ້ວ ເຈົ້າ​ຊີ​ວິດ​ກໍ​ຊົງ​ເຫັນ​ແທ່ນ​ບູ​ຊາ ແລ້ວ​ພຣະ​ອົງ​ຊົງ​ເຂົ້າ​ມາ​ໃກ້​ແທ່ນ​ບູ​ຊາ​ສະ​ເດັດ​ຂຶ້ນ​ເທິງ​ນັ້ນ 13 ແລະ​ຊົງ​ເຜົາ​ເຄື່ອງບູ​ຊາ​ຂອງ​ພຣະ​ອົງ ແລະ​ທັນ​ຍາ​ບູ​ຊາ​ຂອງ​ພຣະ​ອົງ ແລະ​ຊົງ​ເທ​ເຄື່ອງ​ດື່ມ​ບູ​ຊາ​ຂ​ອງ​ພຣະ​ອົງ ແລະ​ຊົງ​ພົມ​ເລືອດ​ເຄື່ອງ​ສານ​ຕິ​ບູ​ຊາ​ຂອງ​ພຣະ​ອົງລົງ​ເທິງ​ແທ່ນນັ້ນ 14 ພຣະ​ອົງ​ຊົງ​ຍ້າຍ​ແທ່ນ​ບູ​ຊາ​ທອງ​ສຳຣິດ ຊຶ່ງ​ຢູ່​ຕໍ່​ຫນ້າ​ພຣະພັກ​ພຣະ​ຜູ້​ເປັນ​ເຈົ້າ​ອອກ​ເສັຽ​ຈາກ​ຂ້າງ​ຫນ້າ​ພຣະ​ວິ​ຫານ​ຈາກ​ສະ​ຖານ​ທີ່​ລະ​ຫວ່າງ​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ ແລະ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕັ້ງ​ໄວ້​ທາງ​ດ້ານ​ເຫນືອ​ແຫ່ງ​ແທ່ນ​ບູ​ຊາ​ຂອ​ງພຣະ​ອົງ 15 ກະ​ສັດ​ອາ​ຣັສ​ຊົງ​ສັ່ງ​ກັບ​ປະ​ໂຣ​ຫິດ​ອຸ​ຣີ​ຢາ​ວ່າ, “ເທິງ​ແທ່ນ​ໃຫຍ່​ນີ້ ທ່ານ​ຈົ່ງ​ເຜົາ​ເຄື່ອງ​ເຜົາ​ບູ​ຊາ​ຕອນ​ເຊົ້າ​ແລະ​ທັນ​ຍາ​ບູ​ຊາ​ຕອນ​ແລງ ແລະ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ເຈົ້າ​ຊີ​ວິດ ແລະ​ເຄື່ອງ​ທັນ​ຍາ​ບູ​ຊາ​ຂອງ​ພຣະ​ອົງ​ພ້ອມກັບ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ບັນ​ດາ​ຣາ​ສດອນ​ ແລະ​ທັນ​ຍາ​ບູ​ຊາ​ຂອງ​ເຂົາ​ທັງ​ຫລາຍ ແລະ​ເຄື່ອງ​ດື່ມ​ບູ​ຊາ​ຂອງ​ເຂົາ​ທັງ​ຫລາຍ​ແລະ​ຈົ່ງ​ຊິດເລືອດ​ທັງ​ຫມົດ​ຂອງ​ເຄື່ອງ​ເຜົາ​ບູ​ຊາ​ເທິງນັ້ນ ແລະ​ເລືອດ​ທັງ​ຫມົດ​ຂອງ​ເຄື່ອງ​ສັ​ຕ​ບູ​ຊາ ແຕ່​ແທ່ນ​ບູ​ຊາ​ທອງ​ສຳ​ຣິດໃຫ້​ເປັນ​ບ່ອນ​ທີ່​ເຮົາ​ຈະ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ” 16 ອຸ​ຣີ​ຢາ​ໄດ້​ກະ​ທຳ​ການ​ເຫລົ່າ​ນີ້​ທັງ​ສິ້ນ​ຕາມ​ພຣະ​ບັນ​ຊາ​ຂອງ​ກະ​ສັດ​ອາ​ຮັ​ສ 17 ເຈົ້າ​ຊີ​ວິດ​ອາ​ຮັ​ສ​ຊົງ​ຕັດ​ແຜງ​ແທ່ນ​ນັ້ນ​ອອກ ແລະ​ຊົງ​ຍົກ​ຂັນ​ອອກ​ໄປ​ຈາກ​ແທ່ນ​ເສັຽ ແລະ​ພຣະ​ອົງ​ຊົງ​ເອົາ​ຂັນໃຫຍ່​ລົງ​ມາ​ເສັຽ​ຈາກ​ງົວ​ທອງ​ສຳ​ຣິດ​ທີ່​ຮອງ​ຢູ່​ນັ້ນ ຊົງ​ວາງ​ໄວ້​ເທິງ​ພື້ນ​ດິນ 18 ແລະ​ສາ​ລາ​ວັນ​ສະ​ບາ​ໂຕ​ຊຶ່ງ​ເຂົາ​ໄດ້​ສ້າງ​ໄວ້​ໃນ​ພຣະ​ວິ​ຫານ ແລະ​ທາງ​ເຂົ້າ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊັ້ນ​ນອກ​ສຳ​ລັບ​ເຈົ້າ​ຊີ​ວິດ​ນັ້ນ ພຣະ​ອົງ​ຊົງປ່ຽນ​ເສັຽ ເພາະ​ເຫັນ​ແກ່​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ 19 ​ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ອາ​ຮັ​ສ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື? 20 ແລະ​ອາ​ຮັ​ສ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ໄວ້ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໃນ​ນະ​ຄອນ​ດາ​ວິດ ແລະ​ເຮເຊ​ຄີ​ຢາ​ໂອ​ຣົດ​ຂອງ​ພຣະ​ອົງ​ຂຶ້ນ​ປົກ​ຄອງ​ແທນ​ພຣະ​ອົງ

2 ກະສັດ 17

ຣັ​ຊ​ການ​ໂຮ​ເຊ​ອາ

1 ໃນ​ຣັ​ຊ​ການ​ປີ​ທີ່​ສິບ​ສອງ​ຂອງ​ເຈົ້າອາ​ຮັ​ສ ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ ໂຮ​ເຊ​ອາ​ບຸດ​ເອ​ລາ ໄດ້​ຂຶ້ນ​ເປັນ​ເຈົ້າ​ຊີ​ວິດ​ປະ​ເທດ​ອິສ​ຣາ​ເອນ ແລະ​ປົກ​ຄອງ​ກຸງ​ຊາ​ມາ​ເຣັຽຢູ່​ເກົ້າ​ປີ 2 ພຣະ​ອົງ​ໄດ້​ທຳ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແຕ່​ກໍ​ຍັງ​ບໍ່​ສ່ຳ​ບັນ​ດາ​ເຈົ້າ​ຊີ​ວິດ​ທີ່​ປົກ​ຄອງ​ອິສ​ຣາ​ເອນ​ອົງ​ກ່ອນໆ 3 ເຈົ້າ​ຊີ​ວິ​ດຊັນ​ມາ​ເນ​ເຊີ​ແຫ່ງ​ອັ​ສ​ຊີ​ເຣັຽ​ໄດ້​ທຳ​ເສິກ​ຕໍ່​ສູ້​ພຣະ​ອົງ ຝ່າຍ​ໂຮ​ເຊ​ອາ​ຈຶ່ງຍອມ​ຢູ່​ໃຕ້​ອຳ​ນາດ​ແລະ​ເສັຽ​ສ່ວຍ​ປະ​ຈຳ​ປີ​ໃຫ້​ທຸກໆ​ປີ 4 ແຕ່​ຢູ່​ມາ​ໂຮ​ເຊ​ອາ​ໄດ້​ທໍ​ຣະ​ຍົດ​ຕໍ່​ອັ​ສ​ຊີ​ເຣັຽ ຄື​ພຣະ​ອົງ​ໄດ້​ສົ່ງ​ທູດ​ໄປ​ຫາ​ໂສ​ເຈົ້າ​ຊີ​ວິດ​ແຫ່ງ​ເອ​ຢິບ ແລະ​ບໍ່​ຍອມ​ເສັຽ​ສ່ວຍ​ປະ​ຈຳ​ປີ​ໃຫ້​ອັ​ສ​ຊີ​ເຣັຽ ເມື່ອ​ຊັນ​ມາ​ເນ​ເຊີ​ຮູ້​ຂ່າວ​ພຣະ​ອົງ​ກໍ​ຈັບ​ໂຮ​ເຊ​ອາ​ໄປ​ຂັງ​ຄຸກ​ໄວ້

ກຸງ​ຊາ​ມາ​ເຣັຽ​ແຕກ

5 ແລ້ວ​ຊັນ​ມາ​ເນ​ເຊີ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ ໄດ້​ບຸກ​ເຂົ້າ​ໂຈມ​ຕີ​ປະ​ເທດ​ອິສ​ຣາ​ເອນ ແລະ​ໄດ້​ອ້ອມ​ເມືອງ​ຊາມາ​ເຣັຽ​ເປັນ​ເວ​ລາ​ສາມ​ປີ 6 ໃນ​ປີ​ທີ່​ເກົ້າ​ຂອງ​ຣັ​ຊ​ການ​ເຈົ້າ​ໂຮ​ເຊ​ອາ ເຈົ້າ​ຊີ​ວິດອັ​ສ​ຊີ​ເຣັຽ​ໄດ້​ຍຶດ​ເອົາ​ກຸງ​ຊາມາ​ເຣັຽ ແລະ​ນຳ​ເອົາ​ຊາວ​ອິສ​ຣາ​ເອນ​ໄປ​ເປັນ​ຊະ​ເລີຍ​ທີ່​ອັ​ສ​ຊີ​ເຣັຽ ພຣະ​ອົງ​ໄດ້​ໃຫ້​ບາງ​ຄົນ​ໃນ​ພວກ​ເຂົາ​ອາ​ໄສ​ຢູ່​ທີ່​ເມືອງ ຮາລາ ຢູ່​ໃກ້​ແມ່​ນ້ຳ​ຮາ​ໂບ​ຣ໌ ໃນ​ເຂດ​ໂກ​ຊານ​ແລະ​ຢູ່​ໃນ​ເມືອງ​ຂອງ​ຊາວ​ເມ​ເດ​ສ 7 ກຸງ​ຊາ​ມາ​ເຣັຽ​ຫລົ້ມ​ຈົມ​ກໍ​ຍ້ອນ​ຊາວ​ອິສ​ຣາ​ເອນ​ທຳ​ຜິດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ ຜູ້​ຊົງ​ນຳ​ເຂົາ​ອອກ​ຈາກ​ປະ​ເທດ​ເອ​ຢິບ ຈາກ​ກຳ​ມື​ຂອງ​ຟາ​ຣາ​ໂອ ເຈົ້າ​ຊີ​ວິດ​ແຫ່ງ​ເອ​ຢິບ ຄື​ພວກ​ເຂົາ​ໄປ​ຂາບ​ໄຫວ້ພຣະ​ອື່ນ 8 ແລະ​ເຮັດ​ຕາມ​ປະ​ເພ​ນີ​ຂອງ​ຊົນ​ຊາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂັບ​ໄລ່​ຫນີ​ໄປ​ຈາກ​ພວກ​ເຂົາ ແລະ​ຖື​ເອົາ​ທັມ​ນຽມ​ທີ່​ປະ​ດິດ​ຄິດ​ຂຶ້ນ​ໂດຍ​ບັນ​ດາ​ກະ​ສັດ​ອິສ​ຣາ​ເອນ 9 ພວກ​ອິສ​ຣາ​ເອນ​ໄດ້ພາ​ກັນ​ກະ​ທຳ​ໃນ​ສິ່ງ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພຶ່ງປາ​ຖ​ນາ ພວກ​ເຂົາ​ໄດ້​ສ້າງ​ບ່ອນ​ນະ​ມັ​ສ​ການ​ໄວ້​ເທິງ​ບ່ອນ​ສູງ​ທົ່ວເມືອງ​ຂອງ​ພວກ​ເຂົາ ຕັ້ງ​ແຕ່​ຫ​ມູ່​ບ້ານ​ນ້ອຍໆ​ເຖິງ​ເມືອງໃຫ່​ຍໆ 10 ພວກ​ເຂົາ​ໄດ້​ຕັ້ງ​ເສົາ​ສັກ​ສິດ ແລະ​ຮູບ​ພຣະ​ອາ​ເຊ​ຣິມ​ໄວ້​ເທິງ​ພູ​ສູງ​ທຸກໆ​ຫນ່ວຍ ແລະ​ຢູ່​ໃຕ້​ຕົ້ນ​ໄມ້​ໃຫຍ່​ທຸກ​ແຫ່ງ 11 ພວກ​ເຂົາ​ຖວາຍ​ບູ​ຊາ​ຢູ່​ຕາມ​ບ່ອນ​ເຫລົ່າ​ນີ້ ຕາມ​ແບບ​ຂອງ​ຊົນ​ຊາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂັບ​ໄລ່​ຫນີ​ໄປ​ຈາກ​ພວກ​ເຂົາ​ນັ້ນ ແລະ​ພວກ​ເຂົາ​ໄດ້​ທຳ​ໃນ​ສິ່ງ​ທີ່​ຊົ່ວ​ຮ້າຍ ຊຶ່ງ​ເປັນ​ການ​ກະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ 12 ພວ​ກ​ເຂົາ​ຂາບ​ໄຫວ້​ຮູບ​ເຄົາ​ຣົບ​ຊຶ່ງ​ເປັນ​ການ​ຂືນ​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ພວກ​ຜູ້​ສົ່ງ​ຂ່າວ ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ໄປ​ເຕືອນ​ອິສ​ຣາ​ເອນ ແລະ​ຢູ​ດາ​ວ່າ, “ຈົ່ງ​ຫັນ​ຫນີ​ຈາກ​ທາງ​ຊົ່ວ​ແລະ​ຖືຮັກ​ສາ​ຄຳ​ສັ່ງ​ຂອງ​ເຮົາ ຕາມ​ບົດ​ບັນ​ຍັດ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຈົ້າ ເຮົາ​ໄດ້​ໃຫ້​ບົດ​ບັນ​ຍັດ​ນີ້​ແກ່​ພວກ​ເຈົ້າ ໂດຍ​ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຄື ຜູ້​ປະ​ກາດ​ພຣະ​ທັມ” 14 ແຕ່​ພວກ​ເຂົາ​ບໍ່​ຟັງ ພວກ​ເຂົາ​ດື້​ດ້ານ​ເຫມືອ​ນດັ່ງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຂົາ ທີ່​ບໍ່​ມີ​ຄວາມ​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວ​ກ​ເຂົາ 15 ພວກ​ເຂົາ​ໄດ້​ປະ​ຖິ້ມ​ຄຳ​ສັ່ງ​ສອນ ແລະ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ພຣະ​ອົງ​ຊົງ​ມີ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຂົາ ແລະ​ທັງ​ຄຳ​ເຕືອນ​ທີ່​ພຣະ​ອົງ​ຊົງ​ເຕືອນ​ພວກ​ເຂົາ ພວກ​ເຂົາ​ຂາບ​ໄຫວ້​ຮູບ​ເຄົາ​ຣົບ​ທີ່​ໄຮ້​ສາ​ຣະ​ຈົນ​ກາຍ​ເປັນ​ຜູ້​ທີ່​ອັບ​ປໂຍດ ເຂົາ​ຕິດ​ຕາມ​ແບບ​ຢ່າງ​ຂອງ​ຊົ​ນ​ຊາດ​ທີ່​ຢູ່ອ້ອມ​ຮອບ​ເຂົາ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ເຂົາ​ແລ້ວ​ວ່າ​ບໍ່​ໃຫ້​ເຂົາ​ກະ​ທຳ​ຄື​ຊົນ​ຊາດ​ເຫລົ່າ​ນັ້ນ 16 ພວກ​ເຂົາ​ປະ​ຖິ້ມ​ຂໍ້​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ໄດ້​ໃຊ້​ໂລ​ຫະ​ຫລໍ່​ເປັນ​ຮູບງົວ​ສອງ​ໂຕ​ຂຶ້ນ​ເປັນ​ທີ່​ສັກ​ກາ​ຣະ​ບູ​ຊາ ໄດ້​ທຳ​ຫລັກ​ສັກ​ສິດ​ ໄດ້​ນະ​ມັ​ສ​ການດວງ​ດາວ ຕ​ລອດ​ທັງ​ຮັບ​ໃຊ້​ພຣະ​ບາ​ອານ 17 ພວກ​ເຂົາ​ເອົາ​ບຸດ​ຊາຍ​ແລະ​ບຸດ​ຍິງ​ມາ​ຖວາຍ​ບູ​ຊາ ພວ​ກ​ເຂົາ​ດູ​ໂຫນ ດູ​ມໍ​ ແລະ​ຕັ້ງ​ຫນ້າ​ຕັ້ງ​ຕາ​ທຳ​ໃນ​ສິ່ງ​ທີ່​ຊົ່ວ​ຊ້າ​ຕໍ່​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ເປັນ​ການ​ຍົວະ​ເຍົ້າ​ໃຫ້​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ 18 ດ້ວຍ​ເຫດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພິ​ໂຣດ​ພວກ​ອິສ​ຣາ​ເອນ ແລະ​ຊົງ​ຂັບ​ໄລ່​ເຂົາ​ຫນີ​ຈາກ​ພຣະ​ພັກ​ຂອງພຣະ​ອົງ​ ໂດຍ​ຈົ່ງ​ໄວ້​ແຕ່​ສ​ຄົນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ​ເທົ່າ​ນັ້ນ 19 ຊາວ​ຢູ​ດາ​ບໍ່​ຖື​ຮັກ​ສາ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຊັ່ນ​ດຽວ​ກັນ ເຂົາ​ປະ​ຕິ​ບັດ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ພວກ​ອິສ​ຣາ​ເອນ 20 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ປະ​ຖິ້ມ​ຊາວ​ອິສ​ຣາ​ເອນ​ທຸກ​ຄົນ ພຣະ​ອົງ​ຊົງ​ທຳ​ໃຫ້​ພວກ​ເຂົາ​ຫລົ້ມ​ຈົມ ແລະ​ຊົງ​ມອບ​ເຂົາ​ໄວ້​ໃນ​ກຳ​ມື​ຂອງ​ພວກ​ສັດ​ຕຣູ​ຜູ້​ໂຫດ​ຮ້າຍ ຈົນ​ໃນ​ທີ່​ສຸດ​ພຣະ​ອົງ​ກໍ​ໄດ້​ຊົງ​ຂັບ​ໄລ່​ເຂົາ​ຫນີ​ໃຫ້​ໄກ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ 21 ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ແຍກ​ອິສ​ຣາ​ເອນ​ອອກ​ຈາກ​ຢູ​ດາ​ແລ້ວ ພວກ​ອິສ​ຣາ​ເອນ​ກໍ​ໄດ້​ແຕ່ງ​ຕັ້ງ​ເຢ​ໂຮ​ໂບ​ອາມບຸດ​ເນ​ບັ​ດ​ໃຫ້​ເປັນ​ເຈົ້າ​ຊີ​ວິດ ເຢໂຮ​ໂບ​ອາມ​ໄດ້​ຊັກ​ຊວນ​ຊາວ​ອິສ​ຣາ​ເອນ​ໃຫ້​ປະ​ລະ​ພຣະ​ຜູ້​ເປັນ​ເຈົ້າ ແລ​ເນຳ​ພາ​ພວກ​ເຂົາ​ກະ​ທຳ​ຄວາມ​ຜິດ​ຢ່າງ​ຮ້າຍ​ແຮງ 22 ພວກ​ອິສ​ຣາ​ເອນ​ໄດ້​ທຳ​ບາບ​ເຫມືອນ​ດັ່ງ ເຢ​ໂຮ​ໂບ​ອາມ ແລະ​ໄດ້​ກະ​ທຳ​ຄວາມ​ຜິດ​ຄວາມ​ບາບ​ນັ້ນ​ຕໍ່​ໄປ 23 ຈົນ​ຜົນ​ສຸດ​ທ້າຍ ພຣະ​ຜູ້​ເປັນ​ເຈົ້າຊົງ​ຂັບ​ໄລ່​ພວກ​ເຂົາ​ຫນີ​ໃຫ້​ໄກ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ ຕາມທີ່​ພຣະ​ອົງ​ຊົງ​ບອກ​ຜ່ານ​ມາ​ທາງ​ພວກ​ຜູ້​ປະ​ກາດພຣະ​ທັມ ຊຶ່ງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກວາດ​ເອົາ​ພວກ​ອິສ​ຣາ​ເອນ​ຈາກ​ບ້ານ​ເກີດ​ເມືອງນອນ​ຂອງ​ເຂົາ ໄປ​ເປັນ​ຊະ​ເລີຍ​ທີ່​ປະ​ເທດ​ອັ​ສຊີ​ເຣັຽ​ຈົນ​ເຖິງ​ເທົ່າ​ທຸກວັນ​ນີ້

ຊາວ​ອັ​ສ​ຊີ​ເຣັຽ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ອິສ​ຣາ​ເອນ

24 ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້​ນຳ​ປະ​ຊາ​ຊົນ​ຈາກ​ຫົວ​ເມືອງ​ຕ່າງໆ ໃນ​ປະ​ເທດ​ບາ​ບິໂລນ ຄືກຸ​ທາ ອາວ​ວາ ຮາ​ມັ​ທ ເຊ​ຟາ​ຣ໌​ວາ​ອິມ ມາ​ຢູ່​ໃນ​ປະ​ເທດຊາມາ​ເຣັຽ​ແທນ​ພວກ​ອິສ​ຣາ​ເອນ ພວກ​ເຂົາ​ໄດ້​ເຂົ້າ​ມາ​ຄອບ​ຄອງ ແລະ​ອາ​ໄສ​ຢູ່​ຕາມ​ຫົວ​ເມືອງ​ຕ່າງໆ​ 25 ຕອນ​ທີ່​ພວກ​ເຂົາ​ມາ​ຢູ່​ໃຫມ່ ພວ​ກ​ເຂົາ​ບໍ່​ໄດ້​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງຊົງ​ສັ່ງ​ຝູງ​ສິງ​ມາ​ກັດ​ກິນ​ພວກ​ເຂົາ​ເປັນ​ຈຳ​ນວນ​ຫລາຍ 26 ພວກ​ເຂົາ​ຈຶ່ງ​ໄດ້ທູນ​ຕໍ່​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽວ່າ ຊົນ​ຊາດ​ທີ່​ພຣະ​ອົງ​ໃຫ້​ມາ​ອາ​ໄສ​ຢູ່ໃນ​ເມືອງຊາມາ​ເຣັຽບໍ່​ຮູ້ຈັກ​ພິ​ທີ​ນະ​ມັ​ສ​ການ​ພຣະ​ປະ​ຈຳ​ປະ​ເທດ ພຣະ​ນັ້ນ​ຈຶ່ງ​ສົ່ງ​ສີງ​ມາ​ກັດ​ກິນ​ພວກ​ເຂົາ 27 ແລ້ວ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ຈຶ່ງ​ໄດ້​ຊົງ​ອອກ​ຄຳ​ສັ່ງ​ວ່າ, “ຈົ່ງ​ສັ່ງ​ປະ​ໂຣ​ຫິດ​ຜູ້​ນຶ່ງ ທີ່​ຕົກ​ເປັນ​ຊະ​ເລີຍ​ຂອງ​ເຮົາ​ນັ້ນ ໃຫ້​ໄປ​ສອນ​ພິ​ທີ​ນະ​ມັ​ສ​ການ​ພຣະ​ປະ​ຈຳ​ປະ​ເທດ​ໃຫ້​ແກ່​ພວກ​ເຂົາ” 28 ສະ​ນັ້ນ​ປະ​ໂຣ​ຫິດ​ຜູ້​ນຶ່ງ​ໃນ​ຈຳ​ນວນ​ພວກ​ທີ່​ຖືກກວາດ​ມາ​ແຕ່​ຊາມາ​ເຣັຽກໍ​ໄປ​ຢູ່​ໃນ​ເມືອງ​ເບັດ​ເອນ ແລະ​ໄດ້​ສອນ​ພິ​ທີ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ແກ່​ພວກ​ເຂົາ 29 ແຕ່​ວ່າ​ພວກ​ເຂົາ​ຍັງ​ຄົງ​ສ້າງ​ຮູບ​ເຄົາ​ຣົບ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາແຕ່​ລະ​ຊົນ​ຊາດ​ຢູ່ ພວກ​ເຂົາ​ໄດ້​ເອົາ​ຮູບ​ເຄົາ​ຣົບ​ໄວ້​ໃນ​ບ່ອນ​ສັກ​ສິດທີ່​ຊາວ​ຊາມາ​ເຣັຽ​ໄດ້​ກໍ່​ສ້າງ​ໄວ້ ພວກ​ເຂົາ​ໄດ້​ທຳ​ເຊັ່ນ​ນີ້​ໃນ​ທຸກໆ​ຫົວ​ເມືອງ​ທີ່​ເຂົາ​ອາ​ໄສ​ຢູ່ 30 ຊາວ​ເມືອງ​ບາ​ບິ​ໂລນ​ໄດ້​ສ້າງ​ຮູບ​ພຣະ​ຊຸກ​ໂກທ​ເບ​ໂນ​ທ ຊາວ​ເມືອງ​ກຸ​ທາ​ໄດ້​ສ້າງ​ຮູບ​ພຣະ​ເນ​ຣ໌​ການ ຊາວ​ເມືອງ​ຮາ​ມັ​ທ​ໄດ້​ສ້າງ​ຮູບ​ພຣະ​ອາ​ຊີ​ມາ 31 ຊາວ​ເມືອງອາວ​ວາ​ໄດ້​ສ້າງ​ຮູບ​ພຣະ​ນິບ​ຮັ​ສ ແລະ​ພຣະ​ຕາ​ຣ໌​ຕັກ ສ່ວນ​ຊາວ​ເຊ​ຟາ​ຣ໌ວາ​ອິມ​ໄດ້​ເຜົາ​ລູກ​ຂອງ​ຕົນ​ຖວາຍ​ບູ​ຊາ​ຮູບ​ພຣະອັດ​ຣາມ​ເມ​ເລກ ແລະ​ຮູບ​ພຣະອາ​ນາມ​ເມ​ເລກ ຊຶ່ງ​ເປັນ​ພຣະ​ເຈົ້າ​ຂອງ​ຊາວ​ເຊ​ຟາ​ຣ໌​ວາ​ອິມ 32 ແຕ່​ພວກ​ເຂົາ​ເຫລົ່າ​ນີ້​ກໍ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ເ​ຫມືອນ​ກັນ ແລະ​ພວກ​ເຂົາ​ໄດ້​ແຕ່ງ​ຕັ້ງ​ກັນ​ໃນ​ພວກ​ເຂົາ​ເອງ​ໃຫ້​ເປັນ​ປະ​ໂຣ​ຫິດ​ປະ​ຈຳ​ບ່ອນ​ສັກ​ສິດ​ເພື່ອ​ຖວາຍ​ເຄື່ອງ​ບູ​ຊາ​ຢູ່​ທີ່​ນັ້ນ 33 ພວກ​ເຂົາ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ທັງ​ໄດ້​ຮັບ​ໃຊ້​ພຣະ​ຂອງ​ພວກ​ເຂົາ ຕາມ​ຮີດ​ຄອງ​ຂອງ​ປະ​ເທດ​ທີ່​ເຂົາ​ເຄີຍ​ຢູ່​ມາ​ກ່ອນ​ນັ້ນ 34 ທຸກວັນ​ນີ້​ພວກ​ເຂົາ​ຍັງ​ຄົງ​ປະ​ຕິ​ບັດ​ຕາມ​ຮີດ​ຄອງ​ເກົ່າ​ຢູ່​ໂດຍ​ບໍ່​ໄດ້​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ທັມ ຫລື​ກົດ​ຂໍ້​ຄຳ​ສັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ໄວ້​ແກ່​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ຜູ້​ຊຶ່ງ​ພຣະ​ອົງ​ຊົງ​ໃຫ້​ຊື່​ວ່າອິສ​ຣາ​ເອນ 35 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ຄຳ​ຫມັ້ນ​ສັນ​ຍາ​ກັບ​ເຂົາ ແລະ​ສັ່ງ​ເຂົາ​ວ່າ, “ພວກ​ເຈົ້າ​ບໍ່​ຕ້ອງ​ຮັບ​ໃຊ້ ບໍ່​ຕ້ອງ​ຂາບ​ໄຫວ້ ຫ​ລື​ຖວາຍ​ບູ​ຊາ​ແກ່​ພຣະ​ອື່ນ 36 ແຕ່​ພວກ​ເຈົ້າ​ຕ້ອງ​ຢຳ​ເກງ​ເຣົ່າ ຜູ້​ເປັນ​ພຣະ​ຜູ້​ເປັນ​ເຈົ້າທີ່​ໄດ້​ນຳ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ​ດ້ວຍ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ເຮົາ 37 ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ພຣະ​ທັມ ແລະ​ກົດ​ຂໍ້​ຄຳ​ສັ່ງ​ທີ່​ເຮົາ​ໄດ້​ຈາ​ຣຶກ​ໄວ້​ໃຫ້​ແກ່​ພວກ​ເຈົ້າ 38 ພວກ​ເຈົ້າ​ບໍ່​ຕ້ອງ​ນະ​ມັ​ສ​ການ​ພຣະ​ອື່ນ ຢ່າ​ລືມ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ມີ​ໄວ້​ກັບ​ພວກ​ເຈົ້າ 39 ຈົ່ງ​ເຄົາ​ຣົບ​ຢຳ​ເກງ​ເຮົາ​ຜູ້​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ຈະ​ໄຖ່​ພວກ​ເຈົ້າ​ອອກ​ຈາກ​ອຳ​ນາດ​ຂອງ​ພວກ​ສັດ​ຕ​ຣູ” 40 ແຕ່​ປະ​ຊາ​ຊົນ​ເຫລົ່າ​ນີ້​ບໍ່​ຍອມ​ຟັງ ແລະ​ຍັງ​ຄົງ​ປະ​ຕິ​ບັດ​ຕາມ​ຮີດ​ຄອງ​ເກົ່າ​ຢູ່ 41 ສະ​ນັ້ນ​ພວກ​ຊົນ​ຊາດ​ເຫລົ່າ​ນີ້ ຈຶ່ງ​ນະ​ມັ​ສ​ການ​ພຣະ​ເຈົ້າ​ພ້ອມ​ທັງ​ຮັບ​ໃຊ້​ຮູບ​ເຄົາ​ຣົບ​ຂອງ​ພວກ​ເຂົາ​ອີກ​ດ້ວຍ ທຸກວັນ​ນີ້​ພວກ​ລູກ​ຫລານ​ເຫລັນ​ຂອງ​ພວກ​ເຂົາ​ຍັງ​ສືບ​ຕໍ່​ປະ​ຕິ​ບັດ​ເຫມືອນ​ພໍ່​ແມ່​ຂອງ​ເຂົາ​ຢູ່

2 ກະສັດ 18

ຣັ​ຊ​ການ​ຂອງ​ເຈົ້າ​ເຮ​ເຊ​ກີ​ຢາ

1 ໃນ​ຣັ​ຊ​ການ​ປີ​ທີ່​ສາມ​ຂອງ ໂຮ​ເຊ​ອາ​ ໂອ​ຣົດ​ຂອງ​ເອ​ລາ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ ເຮ​ເຊ​ກີ​ຢາ ໂອ​ຣົດ​ຂອງ​ອາ​ຮັ​ສ​ໄດ້​ເປັນ​ເຈົ້າ​ຊີ​ວິດ​ຢູດາ 2 ເມື່ອ​ພຣະ​ອົງ​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ ຊົງ​ມີ​ອາ​ຍຸ​ຢູ່​ຊາວ​ຫ້າ​ປີ ແລະ​ຊົງ​ປົກ​ຄອງ​ຢູ່​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ເປັນ​ເວ​ລາ​ຊາວ​ເກົ້າ​ປີ ມານ​ດາ​ຂອງ​ພຣະ​ອົງ​ຊື່​ວ່າ ອາ​ບີ​ ເປັນ​ບຸດ​ສາວ​ຂອງ​ເຊ​ຄາ​ຣີ​ຢາ 3 ພຣະ​ອົງ​ປະ​ພຶດ​ທຸກ​ສິ່ງ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະຜູ້​ເປັນ​ເຈົ້າ ດັ່ງ​ດຽວ​ກັນ​ກັບ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ທີ່​ໄດ້​ປະ​ຕິ​ບັດ​ມາ 4 ພຣະ​ອົງ​ໄດ້​ທຳ​ລາຍ​ບ່ອນ​ສັກ​ສິດ​ໃນ​ສະ​ຖານ​ທີ່​ສູງ​ສຸດ ໄດ້​ທັບ​ເສົາ​ສັກ​ສິດ ໄດ້​ຕັດ​ຫລັກ​ໄມ້​ສັກ​ສິດ ແລະ​ໄດ້​ຕີ​ຮູບ​ງູ​ທອງ​ທີ່ໂມ​ເຊ​ໄດ້​ຫລໍ່ຂຶ້ນ ງູ​ທອງ​ນີ້​ມີ​ຊື່​ວ່າ ເນ​ຮູ​ສ​ຕານ 5 ໃນ​ສະ​ໄຫມ​ນັ້ນ​ພວກ​ອິສ​ຣາ​ເອນ​ໄດ້​ບູ​ຊາ​ຮູບ​ນັ້ນ ເຈົ້າ​ເຮ​ເຊ​ກີ​ຢາ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ ບັນ​ດາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ທີ່​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ກ່ອນ​ພຣະ​ອົງ ຫລື​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ຫລັງ​ພຣະ​ອົງ ບໍ່ມີ​ອົງ​ໃດ​ເທົ່າ​ທຽມ​ກັບ​ພຣະ​ອົງ​ໄດ້ 6 ພຣະ​ອົງ​ມີ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ບໍ່ລົດ​ລະ ຊົງ​ຖື​ຮັ​ກ​ສາ​ຂໍ້​ຄຳ​ສັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ໄວ້​ກັບ​ໂມ​ເຊ 7 ດັ່ງ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ອົງ ແລະ​ທຸ​ກສິ່ງ​ທີ່​ພຣະ​ອົງ​ອາ​ສາ​ທຳ​ກໍ​ສຳ​ເຣັດ​ຜົນ ພຣະ​ອົງ​ໄດ້​ກະ​ບົດ​ຕໍ່​ສູ້​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ ແລະ​ບໍ່​ຍອມ​ເສັຽ​ສ່ວຍ​ໃຫ້ 8 ຊົງ​ປາບ​ປາມ​ພວກ​ຟີ​ລິ​ສ​ຕີນ​ຕັ້ງ​ແຕ່​ຫມູ່​ບ້ານ​ນ້ອຍໆ​ຈົນ​ເຖິງ​ຫົວ​ເມືອງ​ໃຫຍ່ໆ ຮ່ວມ​ທັງ​ເມືອງ​ກາ​ຊາ​ ແລະ​ທົ່ວ​ທັງ​ເຂດ​ແດນ​ນັ້ນ 9 ໃນ​ຣັ​ຊ​ການປີ​ທີ່​ສີ່​ຂອງ​ເຈົ້າ​ເຮ​ເຊ​ກີ​ຢາ ຊຶ່ງ​ເປັນ​ຣັ​ຊ​ການ​ປີ​ທີ່​ເຈັດ​ຂອງ​ເຈົ້າ​ໂຮ​ເຊ​ອາ​ບຸດ​ຂອງ​ເອ​ລາ​ ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ ຊັນມາ​ເນ​ເຊີ ເຈົ້າ​ຊີວິດ​ອັ​ສ​ຊີ​ເຣັຽ​ໄດ້​ບຸກ​ຣຸກ​ກຸງຊາ​ມາ​ເຣັຽ​ໂດຍ​ໄດ້​ປິດ​ລ້ອມ​ເມືອງ​ໄວ້ 10 ພາຍ​ໃນ​ສາມ​ປີ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽກໍ​ຍຶດ​ເມືອງ​ນີ້​ໄດ້ ຊຶ່ງ​ເປັນ​ປີ​ທີ່​ຫົກ​ຂອງ​ຣັ​ຊ​ການ​ເຈົ້າ​ຊີ​ວິດ​ເຮ​ເຊ​ກີ​ຢາ ແລະ​ເປັນ​ປີ​ທີ່​ເກົ້າ​ຂອງ​ຣັ​ຊ​ການ​ເຈົ້າ​ຊີ​ວິດ​ໂຮ​ເຊ​ອາ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ 11 ເຈົ້າ​ຊີວິດ​ອັ​ສ​ຊີ​ເຣັຽ​ໄດ້​ກວາດ​ຕ້ອນ​ເອົາ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄປ​ເປັນ​ຊະ​ເລີຍ​ທີ່​ເມືອງ​ອັ​ສ​ຊີ​ເຣັຽ ພຣະ​ອົງ​ໄດ້​ໃຫ້​ບາງ​ຄົນ​ໃນ​ພວກ​ເຂົາ​ອາ​ໄສ​ຢູ່​ທີ່​ເມືອງ​ຮາ​ລາ​ແລະ​ອີກ​ພວກ​ນຶ່ງ​ໃຫ້​ຢູ່​ໃກ້​ແມ່​ນ້ຳ​ຮາ​ໂບ​ຣ໌ ໃນ​ເຂດ​ໂກ​ຊານ​ແລະ​ຢູ່​ໃນ​ເມືອງ​ຂອງ​ຊາວ​ເມ​ເດ​ສ 12 ກຸງ​ຊາ​ມາ​ເຣັຽ​ຫລົ້ມ​ຈົມ​ກໍ​ເພາະ​ວ່າ ພວກ​ອິສ​ຣາ​ເອນ​ບໍ່​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຕົນ ພວກ​ເຂົາ​ລະ​ເມີດ​ຄຳ​ສັນ​ຍາ​ຄື ບໍ່​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ໂມ​ເຊ ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບົ່ງ​ໄວ້

ອັ​ສ​ຊີ​ເຣັຽ​ຂົ່ມ​ຂູ່​ກຸງ​ເຢ​ຣູ​ຊາ​ເລັມ

13 ໃນ​ຣັ​ຊ​ການປີ​ທີ່​ສິບ​ສີ່​ຂອງ​ເຈົ້າ​ເຮເຊ​ກີ​ຢາ ເຊນ​ນາ​ເກ​ຣິບ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ ໄດ້​ໂຈມ​ຕີ​ປ້ອມ​ປ້ອງ​ກັນ​ເມືອງ​ຕ່າງໆ​ໃນ​ປະ​ເທດ​ຢູ​ດາ ແລະ​ຍຶດ​ເອົາ​ໄວ້​ໄດ້​ສຳ​ເຣັດ 14 ແລ້ວ​ເຮ​ເຊ​ກີ​ຢາ ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ໄດ້​ມີ​ພຣະ​ຣາ​ຊ​ສານ​ໄປ​ຍັງ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ທີ່​ເມືອງ​ລາ​ຄິ​ສວ່າ, “ຂ້າ​ພະ​ເຈົ້າ​ໄດ້​ທຳ​ຜິດ​ແລ້ວ ຂໍ​ໃຫ້​ເອີ້ນກອງ​ທັບ​ຖອນ​ຄືນ​ເສັຽ ຂ້າ​ພະ​ເຈົ້າ​ຍອມ​ທຳ​ຕາມ​ທຸກ​ສິ່ງ​ທີ່​ທ່ານ​ຕ້ອງ​ການ” ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້​ຮຽກ​ຮ້ອງ​ເອົາ​ເງິນ​ສາມ​ຮ້ອຍ​ຕະລັນ​ແລະ​ທອງ​ຄຳ​ສາມ​ສິບ​ຕະລັນຈາກ​ເຮ​ເຊ​ກີ​ຢາ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ 15 ດັ່ງ​ນັ້ນ​ເຈົ້າ​ເຮ​ເຊ​ກີ​ຢາ ຈຶ່ງ​ໄດ້​ເອົາ​ເງິນ​ທັງ​ຫມົດ​ຈາກ​ພຣະ​ວິ​ຫານ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈາກ​ຄັງ​ພຣະ​ຣາ​ຊວັງ​ມອບ​ໃຫ້ 16 ພຣະ​ອົງ​ໄດ້​ລອກ​ເອົາ​ຄຳ​ຈາກ​ປະ​ຕູ​ພຣະ​ວິ​ຫານ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈາກ​ຂອບ​ປ່ອງ​ຢ້ຽມ​ທີ່​ພຣະ​ອົງ​ໄດ້​ໂອບ​ໄວ້ ແລ້ວ​ສົ່ງ​ໄປ​ໃຫ້​ເຈົ້າ​ຊີ​ວິດອັ​ສ​ຊີ​ເຣັຽ 17 ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້​ຮັບ​ສັ່ງ​ໃຫ້ ທາຣ໌​ຕານ ຣັບ​ຊາ​ຣິ​ສ ຣັບ​ຊາ​ເກ ໄປ​ພ້ອມ​ກັບ​ກອງ​ທັບ​ໃຫຍ່​ຈາກ​ເມືອງ​ລາ​ຄິ​ສ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ ເຂົາ​ເຝົ້າ​ເຈົ້າ​ຊີ​ວິດ​ເຮເຊ​ກີ​ຢາ ເມື່ອ​ມາ​ຮອດ​ກຸງ​ເຢ​ຣູ​ຊາ​ເລັມ ພວກ​ເຂົາ​ກໍ​ຕັ້ງທີ່​ຫມັ້ນ​ຢູ່​ໃກ້​ຮ່ອງ​ນ້ຳ​ເບື້ອງ​ເຫນືອຢູ່​ຕິດ​ຖນົນ​ໄປ​ຫາ​ບ່ອນ​ຊັກ​ຜ້າ 18 ແລ້ວ​ພວກ​ເຂົາ​ກໍ​ຖືກ​ສົ່ງ​ໄປ​ຫາ​ເຈົ້າ​ເຮ​ເຊ​ກີ​ຢາ ແລະ​ໄດ້​ມີ​ຂ້າ​ຣາ​ຊ​ການ​ຊັ້ນ​ຜູ້​ໃຫຍ່​ສາມ​ທ່ານ​ອອກ​ມາ​ພົບ​ພວກ​ເຂົາ ຄື ເອ​ລີ​ອາ​ກິມ ບຸດ​ຮີນ​ກີ​ຢາ ຜູ້​ຮັບ​ຜິດ​ຊອບ​ໃນ​ພຣະ​ຣາ​ຊວັງ ເຊັບ​ນາ ພຣະ​ຣາ​ຊ​ເລ​ຂາ​ນຸ​ການ ແລະ​ໂຢ​ອາ ບຸດ​ອາ​ສາ​ຟ​ຜູ້​ຊຶ່ງ​ບັນ​ທຶກ​ຣາຍ​ງານ​ວຽກ​ທົ່ວ​ໄປ 19 ຜູ້​ນຶ່ງ​ໃນ​ບັນ​ດາ​ນາຍ​ທະ​ຫານ​ອັ​ສ​ຊີ​ເຣັຽ​ເວົ້າ​ຕໍ່​ບຸກ​ຄົນ​ທັງ​ສາມ​ວ່າ, “ເຈົ້າ​ຊີ​ວິດ​ຍິ່ງ​ໃຫຍ່​ແຫ່ງ​ອັ​ສ​ຊີ​ເຣັຽມີ​ພຣະ​ປະ​ສົງ​ຢາກ​ຈະ​ຮູ້​ວ່າ ດ້ວຍ​ເຫດ​ໃດ​ເຈົ້າ​ເຮ​ເຊ​ກີ​ຢາ​ຈຶ່ງ​ມີ​ຄວາມ​ເຊື່ອ​ຫມັ້ນ​ໃນ​ພຣະ​ທັຍ​ແທ້ 20 ທ່ານ​ຄິດ​ວ່າ​ຄຳ​ເວົ້າ​ນັ້ນ​ເປັນ​ຍຸດ​ທະ​ພັນ ແລະ​ກຳ​ລັງ​ທະ​ຫານ​ໄດ້​ຊັ້ນ​ບໍ? ພວກ​ເຈົ້າ​ຄິດ​ວ່າ ໃຜ​ຈະ​ເປັນ​ຜູ້​ຊ່ອຍ​ໃນ​ການ​ກະ​ບົດ​ຕໍ່​ຕ້ານ​ເຮົາ 21 ຂ້າ​ພະ​ເຈົ້າ​ຮູ້​ວ່າ ພວກ​ທ່ານ​ກຳ​ລັງ​ອາ​ໄສ​ປະ​ເທດ​ເອ​ຢິບ​ຊຶ່ງ​ເປັນ​ປະ​ເທດ​ທີ່​ປຽບ​ເຫມືອນ​ໄມ້​ອໍ້​ທີ່​ໃຊ້​ເຮັດ​ໄມ້​ເທົ້າ ມີ​ແຕ່​ມັນ​ຈະ​ຫັກ​ແລະ​ສຽບ​ແທງ​ມື​ຜູ້​ທີ່​ໃຊ້ ເຈົ້າ​ຊີ​ວິດ​ແຫ່ງ​ເອ​ຢິບ​ກໍ​ປຽບ​ເຫມືອນ​ດັ່ງ​ທີ່​ກ່າວ​ມາ​ນີ້​ແຫລະ”” 22 ນາຍ​ທະ​ຫານ​ຜູ້​ນັ້ນ​ເວົ້າ​ຕໍ່​ໄປ​ວ່າ, “ບາງ​ທີ​ທ່ານ​ອາດ​ຈະ​ບອກ​ຂ້າ​ພະ​ເຈົ້າ​ວ່າ ພວກ​ທ່ານ​ເພິ່ງ​ພາ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ ແຕ່​ເຈົ້າ​ເຮ​ເຊ​ກີ​ຢາ​ເປັນ​ຜູ້​ທຳ​ລາຍ​ບ່ອນ​ສັກ​ສິດ​ແລະ​ແທ່ນ​ບູ​ຊາ​ທັງ​ຫມົດ ທັງ​ໄດ້​ເວົ້າ​ຕໍ່​ປະ​ຊາ​ຊົນ​ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ​ໃຫ້​ນະ​ມັ​ສ​ການ​ແທ່ນ​ບູ​ຊາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເທົ່າ​ນັ້ນ 23 ຂ້າ​ພະ​ເຈົ້າ​ຂໍ​ທ້າ​ທາຍ​ຕໍ່​ທ່ານ​ດ້ວຍ​ພຣະ​ນາມ​ຂອງ​ເຈົ້າ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຄັນ​ຂ້າ​ພະ​ເຈົ້າ​ຈະ​ເອົາ​ມ້າ​ໃຫ້​ສອງ​ພັນ​ໂຕ ພວກ​ທ່ານ​ຈະ​ຊອກ​ຄົນ​ມາ​ຂີ່​ໄດ້​ບໍ? 24 ພວກ​ທ່ານ​ນັ້ນ ແມ່​ນ​ແຕ່​ຈະ​ຕີ​ກັບ​ທະ​ຫານ​ຜູ້ນ້ອຍ​ຂອງ​ອັ​ສ​ຊີ​ເຣັຽກໍ​ຍັງ​ບໍ່​ໄຫວ​ແລ້ວ ປານ​ນັ້ນ​ຍັງ​ຈະ​ໃຫ້​ພວກ​ເອ​ຢິບ​ສົ່ງ​ຣົດ​ຮົບ ແລະ​ທະ​ຫານ​ມ້າ​ມາ​ຊ່ອຍ​ຢູ່​ບໍ? 25 ພວກ​ທ່ານ​ຄົງ​ຄິດ​ວ່າ ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ມາ​ໂຈມ​ຕີ​ແລະ​ທຳ​ລາຍ​ປະ​ເທດ​ຂອງ​ທ່ານ ໂດຍ​ປາ​ສ​ຈາກ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊັ້ນ​ບໍ? ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ເອງ​ທີ່​ໄດ້​ຊົງ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ໂຈມ​ຕີ ແລະ​ທຳ​ລາຍ​ປະ​ເທດ​ຂອງ​ພວກ​ທ່ານ” 26 ຕໍ່​ມາ ເອ​ລີ​ອາ​ກິນ ເຊັບ​ບາ ແລະ​ໂຢ​ອາ ໄດ້​ເວົ້າ​ຕໍ່​ນາຍ​ທະ​ຫານ​ຜູ້​ນັ້ນ​ວ່າ, “ຢ່າ​ເວົ້າ​ເປັນ​ພາ​ສາ​ເຮັບ​ເຣີ​ເລີຍ ກະ​ຣຸ​ນາ​ເວົ້າ​ເປັນ​ພາ​ສາ​ອາ​ຣາມ ເພາະ​ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ຢູ່ ແລະ​ເພື່ອ​ບໍ່​ໃຫ້​ປະ​ຊາ​ຊົນ​ຢູ່​ເທິງ​ກຳ​ແພງ​ຮູ້​ເຣື່ອງ​ນຳ 27 ແຕ່​ນາຍ​ທະ​ຫານ​ເວົ້າ​ຕອບ​ວ່າ, “ພວກ​ທ່ານ​ຄິດ​ວ່າ ເຈົ້າ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ສົ່ງ​ຂ້າ​ພະ​ເຈົ້າ​ມາ​ນີ້ ເພື່ອບອກ​ເຣື່ອງ​ນີ້​ແກ່​ເຈົ້າ​ຊີ​ວິດ​ຫລື​ຕົວ​ພວກ​ທ່ານ​ເອງ​ເທົ່າ​ນັ້ນ​ບໍ? ຂ້າ​ພະ​ເຈົ້າ​ຢາກເວົ້າ​ໃຫ້​ປະ​ຊາ​ຊົນ​ທີ່​ນັ່ງ​ເທິງ​ກຳ​ແພງ​ນັ້ນ​ໄດ້​ຍິນ​ນຳ ເພາະ​ວ່າ​ພວກ​ເຂົາ​ຈະ​ກິນ​ຂີ້ ແລະ​ດື່ມ​ນ້ຳ​ງ່ຽວ​ຂອງ​ຕົນ​ເອງ​ດັ່ງ​ດຽວ​ກັນ​ກັບ​ພວກ​ທ່ານ” 28 ແລ້ວນາຍ​ທະ​ຫານ​ຜູ້​ນັ້ນ​ກໍ​ຢືນ​ຂຶ້ນ​ຮ້ອງ​ສຽງ​ດັງ ເປັນ​ພາ​ສາ​ເຮັບ​ເຣີ​ວ່າ, 29 “ຈົ່ງ​ຟັງ​ຄຳ​ບອກ​ເລົ່າ​ຂອງ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽອົງ​ຍິ່ງ​ໃຫຍ່​ວ່າ ຢ່າ​ໃຫ້​ເຈົ້າ​ເຮ​ເຊ​ກີ​ຢາ​ຕົບ​ຕາ​ພວກ​ທ່ານ​ເລີຍ ທ່ານ​ຈະ​ບໍ່​ມີອຳ​ນາດ​ໃດໆ​ຊ່ອຍ​ເຫລືອ​ພວກ​ທ່ານ​ໃຫ້​ພົ້ນ​ໄດ້​ດອກ 30 ຢ່າ​ຍອມ​ໃຫ້​ເຈົ້າ​ເຮ​ເຊ​ກີ​ຢາ​ຈູງ​ດັງ​ພວກ​ທ່ານ​ເຂົ້າ​ເພິ່ງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ ຢ່າ​ຄິດ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ອຍ​ພວກ​ທ່ານ​ໃຫ້​ພົ້ນ​ໄພ​ໄດ້ ແລະ​ຈະ​ບໍ່​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ອຳ​ນາດ​ຂອງ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້ 31 ຢ່າ​ເຊື່ອ​ຟັງ​ເຈົ້າ​ເຮ​ເຊ​ກີ​ຢາ​ເລີຍ ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້​ອອ​ກຄຳ​ສັ່ງ​ໃຫ້​ພວກ​ທ່ານ​ອອກ​ມາ​ຍອມ​ຈຳ​ນົນ ແລ້ວ​ພວກ​ທ່ານ​ກໍ​ຈະ​ມີ​ສ່ວນ​ໄດ້​ກິນ​ຫມາກ​ອະ​ງຸ່ນ ແລະ​ຫມາກເດື່ອ ແລະ​ກໍ​ຈະ​ໄດ້​ດື່ມ​ນ້ຳ​ໃນ​ສ້າງ​ຂອງ​ຕົນ​ເອງ 32 ຈົນ​ກວ່າ​ພຣະ​ອົງ​ຈະ​ໄດ້​ນຳ​ພວກ​ທ່ານ​ໄປ​ສູ່​ປະ​ເທດ​ທີ່​ເປັນ​ເຫມືອນ​ປະ​ເທດ​ຂອງ​ພວກ​ທ່ານ​ເອງ ຄື​ປະ​ເທດ​ທີ່​ມີ​ເຂົ້າ​ບ​ເລ ແລະ​ນ້ຳ​ອະ​ງຸ່ນຢ່າງ​ດີ ມີ​ເຂົ້າ​ຈີ່ ມີ​ນ້ຳ​ອະ​ງຸ່ນ ມີ​ນ້ຳມັນ​ແລະ​ນ້ຳ​ເຜິ້ງ ເພື່ອ​ວ່າ​ພວກ​ທ່ານ​ຈະ​ມີ​ຊີ​ວິດ​ແລະ​ຈະ​ບໍ່​ຕາຍ ຂໍ​ຢ່າ​ຟັງ​ຄຳຫລອກລວງ​ຂອງ​ເຈົ້າເຮ​ເຊ​ກີ​ຢາ​ທີ່​ບອກ​ວ່າ ພຣະຜູ້​ເປັນ​ເຈົ້າ​ຈະ​ຊົງ​ຊ່ອຍ​ຊີ​ວິດ​ຂອງ​ພວກ​ທ່ານ​ໄວ້ 33 ມີ​ພຣະ​ເຈົ້າ​ຂອງ​ຊົນ​ຊາດ​ໃດ​ທີ່​ຈະ​ຊ່ອຍ​ເຫລືອ​ປະ​ເທດ​ໃຫ້​ພົ້ນ​ຈາກ​ອຳ​ນາດ​ຂອງ​ເຈົ້າ​ຊີ​ວິດອັ​ສ​ຊີ​ເຣັຽ​ໄດ້? 34 ພຣະ​ເຈົ້າ​ຂອງ​ເມືອງ​ຮາ​ມັ​ທ ເມືອງ​ອາ​ຣ໌​ປັດ ເມືອງ​ເຊຟາ​ຣ໌​ວາ​ອິມ ເມືອງ​ເຮ​ນາ ແລະ​ເມືອງ​ອີວ​ວາ​ນັ້ນ​ຢູ່​ໃສ​ແລ້ວ​ດຽວ​ນີ້? ບໍ່​ເຫັນ​ວ່າ​ມີ​ອົງ​ໃດ​ຊ່ອຍ​ເມືອງ​ຊາມາ​ເຣັຽ​ໄດ້​ແມ່ນ​ບໍ? 35 ຈົ່ງບອກ​ຂ້າ​ພະ​ເຈົ້າ​ແດ່​ວ່າ ມີ​ພຣະ​ເຈົ້າ​ຂອງ​ປະ​ເທດ​ໃດ​ໃນ​ຈຳ​ນວນ​ພຣະ​ເຈົ້າ​ເຫລົ່າ​ນີ້​ທີ່​ໄດ້​ຊ່ອຍ​ປະ​ເທດ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້ ແລ້ວ​ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ຄິດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ສາ​ມາດ​ຊ່ອຍ​ກຸງ​ເຢ​ຣູ​ຊາ​ເລັມ​ໃຫ້​ພົ້ນ​ໄພ​ໄດ້?” 36 ປະ​ຊາ​ຊົນ​ໄດ້​ພາ​ກັນ​ມິດ​ຢູ່ ເພາະ​ວ່າ​ເຈົ້າ​ເຮ​ເຊ​ກີ​ຢາ​ໄດ້​ສັ່ງ​ບໍ່​ໃຫ້​ພວກ​ເຂົາ​ຕອບ​ຫຍັງ​ຫມົດ 37 ເອ​ລີ​ອາ​ກິມ ເຊັບ​ນາ ແລະ​ໂຢ​ອາ ຕ່າງ​ກໍ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ເອງ​ດ້ວຍ​ຄວາມ​ເສັຽ​ໃຈ ແລະ​ພາກັນ​ເຂົ້າ​ໄປ​ຂາບ​ທູນ​ຖ້ອຍ​ຄຳ​ຂອງ​ຣັບ​ຊາ​ເກ

2 ກະສັດ 19

ເຮ​ເຊ​ກີ​ຢາ​ຂໍ​ຄຳ​ປຶກ​ສາ​ຈ​ກາ​ເອ​ຊາ​ຢາ

1 ເມື່ອ​ເຈົ້າ​ເຮ​ເຊ​ກີ​ຢາ​ໄດ້​ຍິນ​ຄຳ​ຣາຍ​ງານ ພຣະ​ອົງ​ກໍ​ຊົງ​ຈີກ​ເຄື່ອງ​ນຸ່ງ​ແລະ​ຊົງ​ໃສ່​ເຄື່ອງ​ໄວ້​ທຸກ ແລ້ວ​ສະ​ເດັດ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 2 ພຣະ​ອົງ​ໄດ້​ສົ່ງ​ເອ​ລີ​ອາ​ກິມ​ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ທົ່ວ​ໄປ​ໃນ​ພຣະ​ຣາ​ຊວັງ ເຊັບ​ນາ​ຣາ​ຊ​ເລຂາ​ນຸ​ການ ພ້ອມ​ທັງ​ພວກ​ມະ​ຫາ​ປະ​ໂຣ​ຫິດ ໄປ​ຫາ​ຜູ້​ປະ​ກາດ​ພຣະ​ທັມ​ເອຊາ​ຢາ​ ບຸດ​ອາ​ໂມ​ສ ທຸກ​ຄົນ​ທີ່​ພຣະ​ອົງ​ສົ່ງ​ໄປ​ນີ້​ນຸ່ງ​ເຄື່ອງ​ໄວ້​ທຸກ 3 ພວກ​ນີ້​ໄດ້​ເວົ້າ​ຕໍ່​ເອ​ຊາຢາ​ວ່າ, “ເຮ​ເຊ​ກີ​ຢາໄດ້​ບອກ​ດັ່ງ​ນີ້​ ວັນ​ນີ້​ເປັນ​ວັນ​ທີ່​ທົນ​ທຸກ​ທໍ​ຣະ​ມານ ເປັນ​ວັນ​ແຫ່ງ​ການ​ລົງ​ໂທດ​ແລະ​ເປັນ​ວັນ​ອັບ​ອາຍ​ຂາຍຫນ້າ ພວກ​ຂ້າ​ພະ​ເຈົ້າ​ເປັນເຫມືອນ​ຍິງທີ່​ກຳ​ລັງ​ຈະ​ອອກ​ລູກ​ຊຶ່ງ​ບໍ່​ມີ​ແຮງ​ພໍ​ຈະ​ເບັ່ງ​ລູກ​ອອກ 4 ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້​ສົ່ງ​ທະ​ຫານ​ຂອງ​ພຣະ​ອົງ​ມາ ເພື່ອ​ເວົ້າ​ຫມິ່ນ​ປມາດ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ຊົງ​ຮັບ​ຟັງ​ຄຳ​ນີ້ ແລະ​ລົງ​ໂທດ​ແກ່​ຜູ້ທີ່​ກ່າວ​ນັ້ນ ຂໍ​ໃຫ້​ທ່ານ​ຈົ່ງ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ບ່າວ​ໄພ່​ຂອງ​ເຮົາ​ຈະ​ໄດ້​ມີ​ຊີ​ວິດ​ສືບ​ຕໍ່​ໄປ” 5 ເມື່ອ​ເອ​ຊາ​ຢາ​ຮັບ​ຂ່າວ​ຈາກ​ເຈົ້າ​ຊີ​ວິດ​ເຮ​ເຊ​ກີ​ຢາ​ແລ້ວ ທ່ານ​ກໍ​ຝາກ​ຄຳ​ຂາບ​ທູນ​ກັບ​ເມືອ​ວ່າ, 6 “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບໍ່​ໃຫ້​ພຣະ​ອົງ​ຫວັ່ນ​ໄຫວ​ຕໍ່​ຄ່ຳ​ກ່າວ​ຫາ​ທີ່​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ສາ​ມາດ​ຊ່ອຍ​ໃຫ້​ພວກ​ເຮົາ​ພົ້ນ​ໄພ​ໄດ້ 7 ເຮົາ​ຈະ​ບັນ​ຈຸ​ຈິດ​ໃຈ​ຢ່າງ​ນຶ່ງ​ໃນ​ເຂົາ ເພື່ອ​ເຂົາ​ຈະ​ໄດ້​ຍິນ​ເລົ່າ​ລື​ ແລ້ວ​ພຣະ​ອົງ​ກໍ​ຈະ​ກັບ​ຄືນ​ເມືອ​ປະ​ເທດ​ຂອງ​ພຣະ​ອົງ​ເອງ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ພຣະ​ອົງ​ຖືກ​ຂ້າ​ໃນ​ປະ​ເທດ​ນັ້ນ”

ອັ​ສ​ຊີ​ເຣັຽ​ສົ່ງ​ຄົນ​ມາ​ຂົ່ມ​ຂູ່​ອີກ

8 ຣັບ​ຊາ​ເກ​ໄດ້​ກັບ​ໄປ ແລະ​ໄດ້​ພົບເຈົ້າ​ຊີ​ວິດແຫ່ງອັ​ສ​ຊີ​ເຣັຽສູ້​​ຮົບ​ຢູ່​ທີ່​ເມືອງລິບ​ມາ ເພາະ​ເຂົາ​ໄດ້​ຍິນ​ວ່າ​ເຈົ້າ​ຊີ​ວິດ​ອອກ​ຈາກ​ລາ​ຄິ​ສ​ແລ້ວ 9 ແລະ​ເມື່ອ​ກະ​ສັດ​ຊົງ​ຊາບ​ກ່ຽວ​ກັບ​ຕີ​ຣ໌​ຮາ ຊາວ​ເອ​ທິ​ໂອ​ເປັຽກຳ​ລັງ​ມຸ່ງ​ຫນ້າ​ມາ​ໂຈມ​ຕີ​ພວກ​ຕົນ ພຣະ​ອົງ​ຈຶ່ງ​ສົ່ງ​ພວກ​ຜູ້​ສົ່ງ​ຂ່າວ​ໄປ​ເຝົ້າ​ເຈົ້າ​ເຮ​ເຊ​ກີ​ຢາ​ທູນ​ວ່າ, 10 “ຢ່າ​ໃຫ້​ພຣະ​ເຈົ້າ​ຜູ້​ທີ່​ທ່ານ​ເພິ່ງ​ພາ​ອາ​ໄສ​ນັ້ນ​ຫລອກ​ລວງ​ທ່ານ​ເລີຍ ​ວ່າ​ກຸງ​ເຢ​ຣູ​ຊາ​ເລັມ​ຈະ​ບໍ່​ຕົກ​ຢູ່​ໃນ​ອຳ​ນາດ​ຂອງ​ເຮົາ 11 ດຽວ​ນີ້​ທ່ານ​ກໍ​ໄດ້​ຍິນ​ແລ້ວ​ວ່າ ບັນ​ດາ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້​ປະ​ຕິ​ບັດ​ຢ່າງ​ໃດ​ຕໍ່​ປະ​ເທດ​ທັງ​ຫລາຍ ທີ່​ພຣະ​ອົງ​ມຸ່ງຫວັງ​ທຳ​ລາຍ ທ່ານ​ຄິດ​ວ່າ​ຈະ​ຫນີ​ພົ້ນ​ໄປ​ໄດ້​ຊັ້ນ​ບໍ? 12 ພວກ​ບັນ​ດາ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພະ​ເຈົ້າໄດ້​ທຳ​ລາຍ​ຫົວ​ເມືອງ​ຕ່າງໆ ເຊັ່ນ ເມືອງ​ໂກ​ຊານ ເມືອງ​ຮາ​ຣານ ເມືອງ​ເຣເຊຟ ແລະ​ໄດ້​ຂ້າ​ຊາວ​ເເອ​ເດນ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ເຕລັ​ສ​ຊາ​ຣ໌ ແຕ່​ບໍ່​ເຫັນ​ມີ​ພຣະ​ເຈົ້າ​ອົງ​ໃດ​ຊ່ອຍ​ຊົນ​ຊາດ​ຕ່າງໆ​ນັ້ນ​ໃຫ້​ພົ້ນ​ໄດ້ 13 ສ່ວນ​ເຈົ້າ​ຊີ​ວິດ​ເມືອງ​ຮາ​ມັ​ທ ເມືອງ​ອາ​ຣ໌​ປັດ ເມືອງ​ເຊ​ຟາ​ຣ໌ວາ​ອິມ ເມືອງ​ເຮ​ນາ ແລະ​ມືອງ​ອີວ​ວາ​ໄປ​ໃສ​ຫມົດ?”

ເຮ​ເຊ​ກີ​ຢາ​ອ້ອນວອນ

14 ເຈົ້າ​ເຮ​ເຊ​ກີ​ຢາ​ຊົງ​ຮັບ​ເອົາ​ພຣະ​ຣາ​ຊສານ​ຈາກ​ມື​ຂອງ​ຜູ້​ຖືສານ​ມາ​ອ່ານ ພຣະ​ອົງ​ໄດ້​ຂຶ້ນ​ໄປ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ແຜ່​ແບ​ຣາ​ຊ​ສານ​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 15 ເຈົ້າ​ເຮ​ເຊ​ກີ​ຢາ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ນີ້​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ຜູ້​ຊົງ​ປະ​ທັບ​ຢູ່​ພຣະ​ທີ່​ນັ່ງ​ໃນ​ພຣະ​ວິ​ຫານ​ອັນ​ສິກ​ສິດ​ນີ້ ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຊົງ​ພຣະ​ເຈົ້າ​ຂອງ​ຣາ​ຊ​ອາ​ນາ​ຈັກ​ທັງ​ປວງ​ໃນ​ໂລກ​ນີ້ 16 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຫລິງ​ແລ​ເບິ່ງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ຂ້າ​ພຣະ​ອົງ​ໃນ​ເວ​ລາ​ນີ້ ຂໍ​ຊົງ​ຟັງ​ຖ້ອຍ​ຄຳ​ຂອງ​ເຊນ​ເນ​ເກ​ຣິບທີ່​ເວົ້າ​ຫມິ່ນ​ປ​ມາດ​ພຣະ​ອົງ ຜູ້​ເປັນ​ພຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່ 17 ພວກ​ຂ້າ​ພຣະ​ອົງ​ຮູ້​ດີ​ວ່າ ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽໄດ້​ທຳ​ລາຍ​ລ້າງ​ຊົນ​ຊາດ​ຕ່າງໆ​ໃຫ້​ຫມົດ​ສິ້ນ​ໄປ ໄດ້​ເຮັດ​ໃຫ້​ຜືນ​ແຜ່ນ​ດິນ​ຮ້າງ​ເປົ່າ 18 ແລະ​ໂຍ​ນ​ພຣະ​ຂອງ​ພ​ວກ​ເຂົາ​ເຂົ້າ​ໃນ​ກອງ​ໄຟ ພຣະ​ເຫລົ່າ​ນັ້ນ​ບໍ່​ແມ່ນ​ພຣະ​ແທ້ ແຕ່​ມະ​ນຸດ​ໄດ້​ສ້າງ​ຂຶ້ນ​ມາ​ດ້ວຍ​ໄມ້​ແລະ​ຫີນ 19 ແຕ່ວ່າ​ດຽວ​ນີ້ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ພວກ​ຂ້າ​ພຣະ​ອົງ​ໃຫ້​​ພົ້ນ​ຈາກ​ພວກ​ອັ​ສ​ຊີ​ເຣັຽ ເພື່ອ​ວ່າ​ທຸກ​ຊົນ​ຊາດ​ໃນ​ໂລກ​ນີ້​ຈະ​ຮູ້​ຈັກ​ວ່າ ພຣະ​ອົງ​ເທົ່າ​ນັ້ນ​ທີ່​ເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​“ 20 ແລ້ວ​ເອ​ຊາ​ຢາບຸດ​ອາ​ໂມ​ສ​ກໍ​ສົ່ງ​ຄວາມ​ໄປ​ທູນ​ເຈົ້າ​ເຮເຊ​ກີ​ຢາ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າແຫ່ງ​ອິສ​ຣາ​ເອນ​ຊົງ​ກ່າວ​ດັ່ງ​ນີ້​ວ່າ “ເຮົາ​ໄດ້​ຍິນ​ຄຳ​ອ້ອນວອນ​ຂອງ​ເຈົ້າ​ເຣື່ອງ​ເຊນ​ນາ​ເກ​ຣິບ ເຈົ້າ​ຊີ​ວິດ​ແຫ່ງອັ​ສ​ຊີ​ເຣັຽແລ້ວ 21 ຕໍ່​ໄປ​ນີ້​ເປັນ​ຖ້ອຍ​ຄຳ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກ່ຽວ​ກັບ​ທ່ານ​ນັ້ນວ່າ, “ທິ​ດາ​ພົມ​ມະ​ຈາ​ຣິ​ແຫ່ງ​ຊີ​ໂອນ ຫມິ່ນ​ປ​ມາດ​ເຈົ້າ ແລະ​ເຍິ້ຍ​ເຈົ້າ ທິ​ດາ​ແຫ່ງ​ເຢ​ຣູ​ຊາ​ເລັມ​ສັ່ນ​ຫົວ​ຕາມ​ຫລັງ​ໃສ່​ເຈົ້າ 22 ເຈົ້າ​ເຍີ້ຍ​ແລະ​ກ່າວ​ຄຳ​ຫຍາບ​ຊ້າ​ຕໍ່​ຜູ້​ໃດ ເຈົ້າ​ຂຶ້ນ​ສຽງ​ຂອງ​ເຈົ້າ​ຕໍ່​ຜູ້​ໃດ ແລ້ວ​ເບິ່​ງ​ຕາ​ຂອງ​ເຈົ້າ​ຢ່າງອວດ​ໂອ​ຫັງ​ຕໍ່​ຜູ້​ໃດ ຕໍ່ອົງ​ບໍ​ຣິສຸດ​ແຫ່ງ​ອິສ​ຣາ​ເອນ​ຊັ້ນ​ບໍ? 23 ເຈົ້າ​ໄດ້​ເຍີ້ຍ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ຜູ້​ສົ່ງ​ຂ່າວ​ຂອງ​ເຈົ້າ ແລະ​ເຈົ້າ​ໄດ້​ວ່າ “ດ້ວຍ​ຣົດຮົບ​ທີ່​ຫລວງ​ຫລາຍ​ຂອງ​ຂ້າ ຂ້າ​ໄດ້​ຂຶ້ນ​ໄປພູ​ທີ່​ສູງ​ ເຖິງ​ທີ່​ໄກ​ສຸດ​ຂອງເລ​ບາ​ນອນ ຂ້າໄດ້​ຕັດຕົ້ນ​ສົນ​ທີ່​ສູງ​ທີ່​ສຸດ​ຂອງ​ມັນ​ລົງ ແລະ​ຕົ້ນ​ແປກ​ຕົ້ນ​ທີ່​ງາມ​ທີ່​ສຸດ​ນັ້ນ​ລົງ ຂ້າ​ເຂົ້າ​ໄປ​ໃນ​ເຖິງ​ປ່າ​ບ່ອນ​ໄກ​ແສ​ນໄກ 24 ຂ້າ​ໄດ້​ຂຸດ​ນ້ຳ​ສ້າງ ແລະ​ໄດ້​ດື່ມ​ນ້ຳ​ຢູ່​ຕ່າງ​ແດນ ຂ້າ​ເອົາ​ຕີນ​ຂອງ​ຂ້າກວາດ​ທານ​ນ້ຳ​ທັງ​ສິ້ນ​ຂອງ​ເອ​ຢິບ​ໃຫ້​ແຫ້ງ​ໄປ” 25 ເຈົ້າ​ບໍ່​ໄດ້​ຍິນ​ບໍ​ວ່າ ເຮົາ​ໄດ້​ຕຽມ​ແຜນ​ການ​ໄວ້​ແຕ່​ດົນ​ແລ້ວ​ແລະ​ດຽວ​ນີ້ ເຮົາ​ໄດ້​ປະ​ຕິ​ບັດ​ຕາມ​ແຜນ​ການ​ນັ້ນ​ຄື ເຮົາ​ໃຫ້​ເຈົ້າ​ມີ​ອຳ​ນາດ​ເພື່ອທຳ​ລາຍ​ກຳ​ແພງ​ອັນ​ແຫນ້ນ​ຫນາ​ໃຫ້​ຫັກ​ເພ​ພັງ​ລົງ 26 ຊາວ​ເມືອງ​ນັ້ນ​ບໍ່​ມີ​ກຳ​ແພງ​ຕໍ່​ສູ້ ມີ​ແຕ່​ຢ້ານ​ກົວ​ຕົວ​ສັ່ນ ພວກ​ເຂົາ​ປຽບ​ເຫມືອນ​ຫຍ້າ​ທີ່​ຢູ່​ໃນ​ທົ່ງ​ນາ ຫລື​ຫຍ້າ​ອ່ອນ​ທີ່​ປົ່ງ​ຂຶ້ນ​ຢູ່​ເທິງ​ຫລັງ​ຄາ​ເຮືອນ ທີ່​ຖືກ​ກະ​ແສ​ລົມ​ຮ້ອນ​ຈາກ​ທິດ​ຕາ​ເວັນ​ອອກ​ພັດປິວ​ໄປ 27 ແຕ່​ເຮົາ​ຮູ້​ທຸກ​ຢ່າງ​ກ່ຽວ​ກັບ​ເຈົ້າ ບໍ່​ວ່າ​ເຈົ້າ​ເຮັດ​ຫຍັງ​ຫລື​ໄປ​ໃສ ເຮົາ​ຮູ້​ວ່າ​ເຈົ້າ​ຄຽດ​ຊັງ​ເຮົາ​ຫລາຍ 28 ເພາະ​ເຈົ້າ​ໄດ້​ຄຽດ​ຊັງ​ແລະ​ອວດ​ຈອງ​ຫອງ ດັ່ງ​ນັ້ນ​ເຮົາ​ຈະ​ເອົາ​ຂອງ​ເກາະ​ດັງ​ເຈົ້າ​ແລະ​ເອົາ​ໄຍ​ໃສ່​ປາກ​ເຈົ້າ ແລະ​ຈະ​ໃຫ້​ເຈົ້າ​ກັບ​ຄືນ​ເມືອ​ທາງ​ເສັ້ນ​ເກົ່າ” 29 ແລ້ວ​ເອ​ຊາ​ຢາ​ກໍ​ເວົ້າ​ຕໍ່​ເຈົ້າ​ເຮ​ເຊ​ກີ​ຢາ​ວ່າ, “ເຫດ​ການ​ສຳ​ຄັນ​ທີ່​ຈະ​ເກີດ​ຂຶ້ນ​ມີ​ດັ່ງ​ນີ້​ຄື ໃນ​ປີ​ນີ້​ແລະ​ປີ​ຫນ້າ ພຣະ​ອົງ​ແລະ​ປະ​ຊາ​ຊົນ​ຈະ​ໄດ້​ກິນ​ແຕ່​ພືດ​ຜົນ​ທີ່​ເກີດ​ຂຶ້ນ​ຕາມ​ປ່າ​ໄມ້​ເທົ່າ​ນັ້ນ ແຕ່​ໃນ​ປີ​ຕໍ່​ໄປ​ຈະ​ໄດ້​ຫວ່ານ​ພືດ​ແລະ​ເກັບ​ກ່ຽວ ຈະ​ໄດ້​ປູກ​ສວນ​ອະ​ງຸ່ນ ແລະ​ໄດ້​ກິນ​ຫມາກ​ຂອງ​ມັນ 30 ຊາວ​ຢູ​ດາ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ ຈະ​ເປັນ​ເຫມືອນ​ຕົ້ນ​ໄມ້​ທີ່​ຢັ່ງ​ຮາກ​ເຖິງ​ເລິກ​ລົງ​ພື້ນ​ດິນ ແລະ​ຈະ​ເກີດດອກ​ອອກ​ຜົນ 31 ທີ່ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ເທິງ​ພູ​ຊີ​ໂອນ​ຈະ​ມີ​ຄົນເຫລືອຢູ່ ຍ້ອນ​ຄວາມ​ກະ​ຕື​ຣື​ລົ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະ​ທຳ​ການ​ນີ້ 32 “ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກ່ຽວ​ກັບ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽວ່າ, “ທ່ານ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນີ້ ຫລື​ຈະ​ຍິງ​ລູກ​ຫນ້າ​ທະ​ນູ​ໃສ່​ກໍ​ບໍ່​ໄດ້ ທະ​ຫານ​ທີ່​ມີ​ແຜ່ນ​ເຫລັກ​ຕ້ານ​ທານ​ຈະ​ເຂົ້າ​ໃກ້​ເມືອງ​ນີ້​ບໍ່​ໄດ້ ແລະ​ຈະ​ກອງ​ດິນ​ປີນ​ຂຶ້ນ​ເມືອງ​ນີ້​ກໍ​ບໍ່​ໄດ້ 33 ເຂົາ​ຈະ​ກັບ​ຄືນ​ເມືອ​ຕາມ​ທາງ​ເສັ້​ນ​ເກົ່າ​ທີ່​ເຂົາ​ມາ ແລະ​ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ນີ້ ເພື່ອ​ກຽດ​ແລະ​ສັກ​ສີ​ຂອງ​ເຮົາ 34 ແລະ​ເພື່ອ​ເຫັນ​ແກ່​ດາ​ວິດຜູ້​ຮັບ​ໃຊ້​ຂ​ອງ​ເຮົາ ເຮົາ​ຈະ​ປ້ອງ​ກັນ​ແລະ​ປົກ​ປັກ​ຮັ​ກສາ​ໄວ້” ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ກ່າວ​ໄວ້​ດັ່ງ​ນີ້ 35 ໃນ​ຄືນ​ດຽວກັນ​ນັ້ນ ທູດຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລົງ​ມາ​ປະ​ຫານ​ຊີ​ວິດ​ພວກ​ທະ​ຫານ ນຶ່ງ​ແສນ​ແປດ​ຫມື່ນ​ຫ້າ​ພັນ​ຄົນ​ທີ່​ຄ້າຍທະ​ຫານ​ອັ​ສ​ຊີ​ເຣັຽ ຕື່ນ​ເຊົ້າ​ມື້​ໃຫມ່​ມາ​ໄດ້​ມີ​ຊາກ​ສົບ​ນອນ​ເດັຽ​ຣະ​ດາດ 36 ແລ້ວ​ເຊນ​ນາ​ເກ​ຣິບ ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ​ໄດ້​ຖອຍ​ທັບ​ກັບ​ຄືນ​ສູ່​ນະ​ຄອນ​ນີ​ເນ​ເວ 37 ວັນ​ນຶ່ງ​ ເມື່ອ​ພຣະ​ອົງ​ກຳ​ລັງ​ຂາບ​ໄຫວ້​ທີ່​ວິ​ຫານຂອງ ພຣະ​ນິ​ສ​ຣົກພຣະ​ເຈົ້າ​ຂອງ​ທ່ານ ອັດ​ຣາມ​ເມ​ເລກ​ແລະ​ຊາ​ເຣ​ເຊີ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ໃຊ້​ດາບ​ປົງ​ພຣະ​ຊົນ​ພຣະ​ອົງ​ເສັຽ ແລ້ວ​ປົບ​ຫນີ​ໄປ​ປະ​ເທດ​ອາ​ຣາ​ຣັດ ຕໍ່​ມາ​ໂອ​ຣົດ​ອີກ​ອົງ​ນຶ່ງ​ຂອງ​ພຣະ​ອົງ​ທີ່​ຊົງ​ພຣະ​ນາມ​ວ່າ ເອ​ຊາຣ໌​ຮັດ​ໂດນກໍ​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ແທນ

2 ກະສັດ 20

ເອ​ເຊ​ກີ​ຢາ​ຊົງ​ປະ​ຊວນ

1 ຄັ້ງ​ນັ້ນເຮ​ເຊ​ກີ​ຢາ​ຊົງ​ປະ​ຊວນ​ໃກ້​ຈະ​ສິ້ນ​ພຣະ​ຊົນ ແລະ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມບຸດ​ອາ​ໂມ​ສ​ເຂົ້າ​ມາ​ເຝົ້າ​ພຣະ​ອົງ ແລະ​ທູນ​ພຣະ​ອົງ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ຈົ່ງ​ຈັດ​ການ​ບ້ານ​ການ​ເມືອງ​ຂອງ​ເຈົ້າ​ໃຫ້​ຮຽບ​ຮ້ອຍ ເຈົ້າ​ຈະ​ຕ້ອງ​ຕາຍ ເຈົ້າ​ຈະ​ບໍ່​ຟື້ນ” 2 ແລ້ວ​ເຮ​ເຊ​ກີ​ຢາ​ຊົງ​ຫັນ​ພຣະ​ພັກ​ເຂົ້າ​ຂ້າງ​ຝາ ແລະ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, 3 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຣະ​ລຶກ​ເຖິງວ່າ ຂ້າ​ພຣະ​ອົງ​ດຳ​ເນີນ​ຢູ່​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ​ດ້ວຍຄວາມ​ຊື່​ສັດ ແລະ​ດ້ວຍ​ສິ້ນ​ສຸດ​ໃຈ ແລະ​ໄດ້​ກະ​ທຳ​ສິ່ງ​ທີ່​ດີ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ” ແລະ​ເຮເຊ​ກີ​ຢາ​ກໍ​ຮ້ອງ​ໄຫ້ 4 ຕໍ່​ມາ​ກ່ອນ​ທີ່​ເອ​ຊາ​ຢາຈະ​ອອກ​ໄປ​ເຖິງ​ລານ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ທ່ານ​ວ່າ, 5 “ຈົ່ງ​ກັບ​ໄປ​ບອກ​ເຣ​ເຊກີ​ຢາ​ເຈົ້າ​ນາຍ​ແຫ່ງ​ປະ​ຊາ​ກອນ​ຂອງ​ເຮົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ດາ​ວິດ​ບັ​ນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ກ່າວ​ດັ່ງ​ນີ້​ວ່າ ເຮົາ​ໄດ້​ຍິນ​ຄຳ​ອ້ອນວອນ​ຂອງ​ເຈົ້າ​ແລ້ວ ເຮົາ​ໄດ້​ເຫັນ​ນ້ຳ​ຕາ​ຂອງ​ເຈົ້າ​ແລ້ວ ເຮົາ​ຈະ​ຮັກ​ສາ​ເຈົ້າ​ໃນ​ວັນ​ທີ່​ສາມ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 6 ເຮົາ​ຈະ​ເພີ້ມ​ຊີ​ວິດ​ຂອງ​ເຈົ້າ​ອີກ​ສິບ​ຫ້າ​ປີ​ ເຮົາ​ຈະ​ຊ່ອຍ​ເຈົ້າ​ໃຫ້​ພົ້ນ ແລະ​ເມືອງ​ນີ້​ຈາກ​ມື​ຂອງ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ ແລະ​ປ້ອງ​ກັນ​ເມືອງ​ນີ້​ໄວ້ ເພື່ອ​ເຫັນ​ແກ່​ເຣົາ​ເອງ ແລະ​ເພື່ອ​ເຫັນ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ” 7 ແລະ​ເອຊາຢາ​ບອກວ່າ, “ເອົາ​ຂະ​ຫນົມ​ຫມາກ​ເດື່ອ​ມາ​ອັນ​ນຶ່ງ ໃຫ້​ເຂົາ​ເອົາ​ມາ​ວາງ​ໄວ້​ເທິງ​ພຣະ​ຍອດ​ນັ້ນ​ເພື່ອ​ພຣະ​ອົງ​ຈະ​ຊົງ​ຫາຍ​ເປັນ​ປົກ​ກະ​ຕິ” 8 ເຮ​ເຊ​ກີ​ຢາ​ກ່າວ​ກັບ​ເອ​ເຊ​ຢາ​ວ່າ, “ອັນ​ໃດ​ຈະ​ເປັນ​ຫມາຍ​ສຳ​ຄັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຮັກ​ສາຂ້າ​ພະ​ເຈົ້າ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ ຄື​ວ່າ​ຈະ​ໃຫ້​ເງົາ​ຄືບ​ຫນ້າ​ໄປ​ສິບ​ຂັ້ນ ຫລື​ກັບ​ຄືນ​ມາ​ສິບ​ຂັ້ນ” 9 ເຮ​ເຊ​ກີ​ຢາ​ກ່າວ​ຕອບ​ວ່າ, “ເປັນ​ການ​ງ່າຍ​ທີ່​ເງົາ​ຈະ​ຍາວ​ອອກ​ໄປ​ອີກ​ສິບ​ຂັ້ນ ແຕ່​ໃຫ້​ເງົາ​ກັບ​ຄືນ​ມາ​ສິບ​ຂັ້ນ​ຕ່າງ​ຫາກ 10 ແລະ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຊົງ​ນຳ​ເງົາ​ກັບ​ຄືນ​ມາ​ສິບ​ຂັ້ນ ຊຶ່ງ​ເງົາ​ນັ້ນ​ໄດ້​ເລີຍ​ໄປ​ໃນ​ໂມງ​ແດດ​ຂອງ​ອາ​ຮັ​ສ 11 ຄາວ​ນັ້ນ ເມ​ໂຣ​ດັກ​ບາລາ​ດານ ໂອ​ຣົດ​ຂອງ​ບາ​ລາ​ດານ​ເຈົ້າ​ຊີ​ວິດ​ແຫ່​ງບາ​ບິ​ໂລນ​ຊົງ​ສົ່ງ​ຣາ​ຊ​ສານ​ແລະ​ເຄື່ອງ​ບັນ​ນາ​ການ​ມາ​ຍັງ​ເຮ​ເຊ​ກີ​ຢາ ເພາະ​ພຣະ​ອົງ​ຊົງ​ຊາບ​ວ່າ​ເຮເຊ​ກີ​ຢາ​ຊົງ​ປະ​ຊວນ

ເອ​ເຊ​ກີ​ຢາ​ຊົງ​ຮັບ​ຄ​ນະ​ທູດ​ຈາກ​ກຸງ​ບາ​ບິ​ໂລນ

12 ແລະ​ເຮ​ເຊ​ກີ​ຢາ​ໄດ້​ຊົງ​ຕ້ອນ​ຮັບ​ເຂົາ​ແລະ​ພຣະ​ອົງ​ຊົງ​ພາ​ເຂົາ​ຊົມ​ຄັງ​ຊັບ​ທັງ​ຫມົດ​ຂອງ​ພຣະ​ອົງ ໃຫ້​ຊົມ​ເງິນ ທອງ​ຄຳ ແລະ​ເຄື່ອງ​ເທດ ແລະ​ນ້ຳ​ມັນ​ປະ​ເສີດ​ແລະ​ຄັງ​ພຣະ​ແສງ​ຂອງ​ພຣະ​ອົງ​ທຸກ​ຢ່າງ​ຊຶ່ງ​ມີ​ໃນ​ທ້ອງ​ພຣະ​ຄັງ ບໍ່​ມີສິ່ງ​ໃດ​ທີ່​ໃນ​ພຣະ​ຣາ​ຊວັງ​ຫລື​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ທັງ​ສິ້​ນ​ຊຶ່ງພຣະ​ອົງ​ບໍ່​ໄດ້​ສຳ​ແດງ​ແກ່​ພຣະ​ອົງ 13 ແລະ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ເຂົ້າ​ເຝົ້າ​ກະ​ສັດ​ເຮເຊ​ກີ​ຢາ ແລະ​ທູ​ນ​ພຣະ​ອົງ​ວ່າ, “ຄົນເຫລົ່າ​ນີ້​ທູນ​ສິ່ງ​ໃດ​ແດ່ ແລະ​ເຂົາ​ມາ​ເຝົ້າ​ພຣະ​ອົງ​ແຕ່​ໃສ? ແລະ​ເຮ​ເຊ​ກີ​ຢາ​ກ່າວ​ວ່າ, “ເຂົາ​ໄດ້​ມາ​ຈາກ​ເມືອງ​ໄກ ຈາກ​ບາ​ບິ​ໂລນ” 14 ທ່ານ​ທູນ​ວ່າ, “ເຂົາ​ເຫັນ​ຫຍັງ​ແດ່​ໃນ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ? ແລະ​ເຮ​ເຊ​ກີ​ຢາ​ກ່າວ​ຕອບ​ວ່າ, “ເຂົາ​ເຫັນ​ທຸກ​ຢ່າງ​ໃນ​ວັງ​ຂອງ​ເຮົາ ບໍ່​ມີ​ສິ່ງ​ໃດ​ໃນ​ພຣະ​ຄັງ​ຂອງ​ເຮົາ​ຊຶ່ງ​ເຮົາ​ບໍ່​ໄດ້​ສຳ​ແດງ​ແກ່​ເຂົາ” 15 ແລ້ວ​ເອ​ເຊ​ຢາ​ທູນ​ເຮ​ເຊ​ກີ​ຢາ​ວ່າ, “ຂໍ​ຊົງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 16 ວັນ​ເວ​ລາ​ກຳ​ລັງ​ຍ່າງ​ເຂົ້າ​ມາ​ເມື່ອ​ສັ​ພ​ສິ່ງ​ທັງ​ສິ້ນ​ໃນ​ວັງ​ຂອງ​ເຈົ້າ ແລະ​ສິ່ງ​ຊຶ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໄດ້​ສະ​ສົມ​ຈົນ​ເຖິງ​ທຸກວັນ​ນີ້​ຈະ​ຕ້ອງ​ຖືກ​ເອົາ​ໄປ​ຍັງ​ບາ​ບິ​ໂລນ ບໍ່​ມີ​ສິ່ງ​ໃດ​ເຫລືອ​ເລີຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 17 ແ​ລະ​ລູກ​ບາງ​ຄົນ​ຊຶ່ງ​ຖື​ກຳເນີດ​ຈາກ​ເຈົ້າ ຜູ້ຊຶ່ງ​ເກີດ​ແກ່​ເຈົ້າ​ຈະ​ຖືກ​ນຳ​ເອົາ​ໄປ ແລະ​ເຂົາ​ຈະ​ໄປ​ເປັນ​ຂັນ​ທີ​ໃນ​ພຣະ​ຣາ​ຊວັງ​ຂອງ​ເຈົ້າ​ຊີ​ວິດ​ບາ​ບິໂລ​ນ” 18 ແລ້ວ​ເຮ​ເຊ​ກີ​ຢາ​ກ່າວ​ກັບ​ເອ​ຊາ​ຢາ​ວ່າ, “ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ທ່ານ​ກ່າວ​ນັ້ນ​ກໍດີ​ຢູ່” ເພາະ​ພຣະ​ອົງ​ດຳ​ຣິ​ວ່າ, “ກໍ​ດີ​ແລ້ວ​ບໍ່​ແມ່ນ​ຫລື” ໃນ​ເມື່ອ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ແລະ​ຄວາມ​ປອດ​ພັຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ” 19 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເຮ​ເຊ​ກີ​ຢາ ແລະ​ຍຸດ​ພະ​ລັງ​ທັງ​ສິ້ນ​ຂອງ​ພຣະ​ອົງ ແລະ​ທີ່​ພຣະ​ອົງ​ຊົງ​ສ້າງ​ສະ ແລະ​ຮາງ​ລະ​ບາຍ​ນ້ຳ​ນຳ​ນ້ຳ​ເຂົ້າ​ມາ​ໃນ​ກຸງ​ຢ່າງ​ໃດ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື

ມໍ​ຣະ​ກັມ​ຂອງ​ເຮ​ເຊ​ກີ​ຢາ

20 ແລະ​ເຣ​ເຊ​ກີ​ຢາ​ຊົງ​ລ່​ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ມາ​ນັ​ສ​ເຊ​ໂອ​ຣົດ​ຂອງ​ພຣະ​ອົງ​ຂຶ້ນ​ປົກ​ຄອງ​ແທນ​ພຣະ​ອົງ

2 ກະສັດ 21

ຣັ​ຊ​ການ​ມາ​ນັສເຊ

1 ມາ​ນັ​ສ​ເຊ​ມີ​ອາ​ຍຸ​ສິບ​ສອງ​ປີ ເມື່ອ​ພຣະ​ອົງ​ຂຶ້ນ​ປົກ​ຄອງ ແລະ​ພຣະ​ອົງ​ຊົງ​ຄອບ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຫ້າ​ສິບ​ຫ້າ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າເຮ​ຟ​ຊີ​ບາ 2 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ການ​ກະ​ທຳ​ອັນ​ຫນ້າ​ກຽດ​ຊັງ​ແຫ່ງ​ປະ​ຊາ​ຊາດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂັບ​ໄລ່​ໃຫ້​ອອກ​ໄປ​ໃຫ້​ພົ້ນ​ຫນ້າ​ປະ​ຊາ​ຊົນ​ອິສ​ຣາ​ເອນ 3 ເພາະ​ພຣະ​ອົງ​ຊົງ​ສ້າງ​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງ ຊຶ່ງ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊ​ບິ​ດາ​ຂອງ​ພຣະອົງ​ຊົງ​ທຳ​ລາຍ​ເສັຽນັ້ນ​ຂຶ້ນ​ໃຫມ່ ແລະ​ພຣະ​ອົງ​ຊົງ​ສ້າງ​ແທ່ນ​ບູ​ຊາ​ສຳ​ລັບ​ພຣະ​ບາ​ອານ ແລະ​ຊົງ​ສ້າງ​ອາ​ເຊ​ຣາ ດັ່ງ​ທີ່​ອາ​ຮັບ​ເຈົ້າ​ຊີ​ວິດ​ແຫ່ງ​ອິສ​ຣາ​ເອນ​ຊົງ​ກະ​ທຳ ແລະ​ຊົງ​ນະ​ມັ​ສ​ການ​ບໍ​ຣິ​ວານ​ທັງ​ສິ້ນ​ຂອງ​ຟ້າ​ສວັນ ແລະ​ບົວ​ຣະ​ບັດ​ພຣະ​ເຫລົ່າ​ນັ້ນ 4 ພຣະ​ອົງ​ຊົງ​ສ້າງ​ແທ່ນ​ບູ​ຊາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ບັນ​ຈຸ​ຊຶ່​ຂອງ​ເຮົາ​ໄວ້​ໃນ​ເຢ​ຣູ​ຊາ​ເລັມ” 5 ພຣະ​ອົງ​ໄດ້​ສ້າງ​ແທ່ນ​ບູ​ຊາ​ສຳ​ລັບ​ບໍ​ຣິ​ວານ​ແຫ່ງ​ຟ້າສວັນ​ໃນ​ເດີ່ນ​ທັງ​ສອງ​ຂອງ​ພຣະ​ວິ​ຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ 6 ພຣະ​ອົງ​ໄດ້​ຊົງ​ເຜົາ​ໂອ​ຣົດ​ຂອງ​ພຣະ​ອົງ​ເປັນ​ເຄື່ອງ​ບູ​ຊາ ຖື​ຣຶກ​ຖື​ຍາມ​ເວ​ດ​ມົນ ຄົນ​ຝຶກ​ເວດ​ມົນ​ກົນ​ຄາ​ຖາ ແລະ​ແມ່​ມົດ ພຣະ​ອົງ​ຊົງ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ໃຫຍ່​ຫລວງ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ກະ​ທຳ​ໃຫ້​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ 7 ສ່ວນ​ອາ​ເຊ​ຣາ​ອັນ​ເປັນ​ຮູບ​ເຄົາ​ຣົບ​ສ​ລັກ​ນັ້ນ ພຣະ​ອົງ​ຊົງ​ຕັ້ງ​ໄວ້​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊຶ່ງ​ກ່າວ​ກັບ​ດາ​ວິດ​ແລະ​ໂຊ​ໂລ​ໂມນ​ໂອ​ຣົດ​ຂອງ​ພຣະ​ອົງ​ວ່າ, “ໃນ​ພຣະ​ວິ​ຫານ​ນີ້​ແລະ​ໃນ​ເຢ​ຣູ​ຊາ​ເລັມ ຊຶ່ງ​ເຮົາ​ໄດ້​ເລືອກ​ອອກ​ຈາກ​ເຜົ່າ​ທັງສິ້ນ​ຂອງ​ອິສ​ຣາ​ເອນ ເຣົາ​ຈະ​ບັນ​ຈຸ​ນາມ​ຂອງ​ເຮົາ​ໄວ້​ເປັນ​ນິດ 8 ເຮົາ​ຈະບໍ່​ໃຫ້​ເປັນ​ເຫດ​ໃຫ້​ຕີ​ນ​ຂອງ​ອິສ​ຣາ​ເອນ​ພະ​ເນ​ຈອນ​ອອກ​ໄປ​ຈາກ​ແຜ່ນ​ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ອີກ ຖ້າ​ເຂົາ​ພຽງ​ແຕ່​ລະ​ມັດ​ລະ​ວັງ​ທີ່​ຈະ​ກະ​ທຳ​ຕາມ​ທຸກ​ຢ່າງ ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ເຂົາ​ແລະ​ຕາມ​ທັມ​ບັນ​ຍັດ​ທັງ​ສິ້ນ ຊຶ່ງ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ບັນ​ຊາ​ເຂົາ 9 ແຕ່​ເຂົາ​ບໍ່​ໄດ້​ຟັງ ແລະ​ມາ​ນັ​ສ​ເຊ​ໄດ້​ຊັກ​ຈູງ​ເຂົາ​ໃຫ້​ທຳ​ຊົ່ວ​ຫລາຍ​ຍິ່ງ​ໄປ​ກວ່າ​ບັນ​ດາ​ປະ​ຊາ​ຊາດ​ຊຶ່ງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ທຳ​ລາຍ​ເສັຽ​ຕໍ່​ຫນ້າ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ເຄີຍ​ກະ​ທຳ​ແລ້ວ​ເສັຽອີກ 10 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງວ່າ, 11 “ເພາະ​ມາ​ນັ​ສ​ເຊ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ໄດ້​ກະ​ທຳ​ການ​ຫນ້າ​ກຽດ​ຊັງ​ເຫລົ່າ​ນີ້ ແລະ​ໄດ້​ກະ​ທຳ​ສິ່ງ​ຊົ່ວ​ຮ້າຍ​ຫລາຍ​ຍິ່ງກວ່າ​ຄົນ​ອາ​ໂມ​ຣິດ​ໄດ້​ກະ​ທຳທັງ​ສິ້ນ ຜູ້​ຊຶ່ງ​ຢູ່​ກ່ອນ​ພຣະ​ອົງ ແລະ​ໄດ້​ຊົງ​ກະ​ທຳ​ໃຫ້ຢູ​ດາ​ທຳ​ບາບ​ຫລາຍ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງ​ພຣະ​ອົງ 12 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນກ່າວ​ດັ່ງ​ນີ້​ວ່າ ເຣົາ​ກຳ​ລັງ​ນຳ​ເຫ​ດ​ຮ້າຍ​ມາ​ເຖິງ​ເຢ​ຣູ​ຊາ​ເລັມ​ແລະ​ຢູ​ດາ ຢ່າງ​ທີ່​ທຸກ​ຄົນ​ຊຶ່ງ​ໄດ້​ຍິນ​ແລ້ວ​ຫູ​ທັງ​ສອງ​ຂອງ​ເຂົາ​ຈະ​ອື້​ໄປ 13 ແລະ​ເຮົາ​ຈະ​ເອົາ​ເຊືອກ​ຢ່າງ​ທີ່​ວັດ​ກຸງ​ຊາ​ມາ​ເຣັຽ​ຄຶງ​ເຫນືອ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໃຊ້​ລູກ​ກະ​ດິ່ງ​ຢ່າງ​ທີ່​ວັດ​ຣາ​ຊວົງ​ອາ​ຮາບ ແລະ​ເຣົາ​ຈະ​ລ້າງ​ເຢ​ຣູ​ຊາ​ເລັມ​ຢ່າງ​ເຂົາ​ລ້າງ​ຊາມ​ແລະ​ພິກ​ຄວ່ຳ 14 ແລະ​ເຮົາ​ຈະ​ແກວ່ງ​ມໍ​ຣະ​ດົກ​ສ່ວນ​ທີ່​ເຫລືອ​ຂອງ​ເຮົາ​ອອກ​ໄປ​ເສັຽ ແລະ​ມອບ​ເຂົາ​ໄວ້​ໃນ​ມື​ສັດ​ຕຣູ​ຂອງ​ເຂົາ ແລະ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ເຫຍື່ອ​ແລະ​ເປັນ​ຂອງ​ຍຶດ​ຂອງ​ສັດ​ຕຣູ​ທັງ​ສິ້ນ​ຂອງ​ເຂົາ 15 ເພາະ​ເຂົາ​ໄດ້​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ຕາ​ຂອ​ງ​ເຮົາ ແລະ​ໄດ້​ກະ​ທຳ​ໃຫ້​ເຮົາ​ໂກດ ຕັ້ງ​ແຕ່​ວັນ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ອອກ​ຈາ​ກ​ເອ​ຢິບ ຈົນ​ເຖິງ​ທຸ​ກວັນ​ນີ້” 16 ນອກ​ຈາກ​ນີ້ມາ​ນັ​ສ​ເຊ​ໄດ້​ຊົງ​ກະ​ທຳ​ໃຫ້​ໂລ​ຫິດ​ບໍ່​ມີຄວາມ​ຜິດ​ຕົກ​ຫລາຍ​ຈົນ​ເຕັມ​ເຢ​ຣູ​ຊາ​ເລັມ​ຈາກ​ຂ້າງ​ນຶ່ງ​ເຖິງ​ອີກ​ຂ້າງ​ນຶ່ງ ນອກ​ເຫນືອ​ຈາກ​ບາບ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຢູ​ດາ​ທຳ​ດ້ວຍ ໂດຍ​ປະ​ພືດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັ​ນ​ເຈົ້າ 17 ສ່ວນ​ພຣະ​ຣາ​ຊ​ກິ​ຈ​ນອກ​ນັ້ນ​ຂອງ​ມາ​ນັ​ສ​ເຊ ​ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ແລະ​ບາບ​ຊຶ່ງພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື 18 ແລະ​ມາ​ນັ​ສ​ເຊ​ຊົງ​ລ່ວ​ງຫລັ​ບ​ໄປ​ຢູ່ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ໄວ້​ໃນ​ພຣະ​ອຸ​ທ​ຍານ​ແຄມ​ວັງ​ຂອງ​ພຣະ​ອົງ​ໃນ​ສວນ​ຂອງ​ອຸ​ສ​ຊາ ແລະ​ອາ​ໂມນ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ຂຶ້ນ​ປົກ​ຄອງ​ແທນ​ພຣະ​ອົງ

ຮັ​ຊ​ການ​ອາ​ໂມນ

19 ອາ​ໂມນ​ມີ​ອາ​ຍຸ​ຊາວ​ສອງ​ປີ ເມື່ອ​ພຣະ​ອົງ​ເລີ້ມ​ປົກ​ຄອງ​ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສອງ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າ​ເມ​ຊຸນ​ເລ​ເມ​ທ ບຸດ​ຕ​ຣີ​ຂອງ​ຮາ​ຣຸ​ສຊາວ​ໂຢດ​ບາ 20 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ຢ່າງມາ​ນັ​ສເຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ 21 ພຣະ​ອົງ​ຊົງ​ດຳ​ເນີນ​ໃນ​ທາງ​ທັງ​ສິ້​ນ​ຊຶ່ງ​ບິ​ດາ​ຂອງ​ພຣະ​ອົງ​ຊົງ​ດຳ​ເນີນ ແລະ​ບົວ​ລະ​ບັດ​ຮູບ​ເຄົາ​ຣົບ​ຊຶ່ງ​ບິ​ດາ​ຂອງ​ພຣະ​ອົງ​ຊົງ​ບົວ​ລະ​ບັດ ແລະ​ນະ​ມັ​ສ​ການ​ຮູບ​ເຫລົ່າ​ນັ້ນ 22 ພຣະ​ອົງ​ຊົງ​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຂອງ​ພຣະ​ອົງ​ແລະ​ບໍ່​ໄດ້​ຊົງ​ດຳ​ເນີນ​ໃນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 23 ແລະ​ຂ້າ​ຣາ​ຊ​ການ​ຂອງ​ອາໂມນ​ໄດ້​ຮ່ວມກັນຄິດ​ກະ​ບົດ​ຕໍ່​ພຣະ​ອົງ ແລະ​ປະ​ຫານ​ເຈົ້າ​ຊີວິດ​ໃນ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ເສັຽ 24 ແຕ່​ປະ​ຊາ​ຊົນ​ໄດ້​ປະ​ຫານ​ທຸກ​ຄົນ​ທີ່​ຮ່ວມກັນ​ຄິດ​ກະ​ບົດ​ຕໍ່​ກະ​ສັດ​ອາ​ໂມນ ແລະ​ປະ​ຊາ​ຊົນ​ໄດ້​ຕັ້ງ​ໂຢ​ຊີ​ຢາ​ໂອ​ຣົດ​ຂອງ​ພຣະ​ອົງໃຫ້​ເປັນ​ເຈົ້າ​ຊີ​ວິດ​ແທນພຣະ​ອົງ 25 ສ່ວນ​ພຣະ​ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ອາ​ໂມນ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື? 26 ແລະ​ເຂົາ​ຝັງ​ໄວ້​ໃນ​ອຸບ​ໂມງ​ຂອງ​ພຣະ​ອົງ​ໃນ​ສວນ​ຂອງ​ອຸ​ສ​ຊາ ແລະ​ໂຢ​ຊີ​ຢາ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ປົກ​ຄອງ​ແທນ​ພຣະ​ອົງ

2 ກະສັດ 22

ຣັຊ​ການ​ຂອ​ງໂຢ​ຊີ​ຢາ

1 ໂຢ​ຊີ​ຢາ​ຂຶ້ນ​ເປັນ​ກະ​ສັດ​ຢູ​ດາ ເມື່ອ​ພຣະ​ອົງ​ມີ​ອາ​ຍຸໄດ້​ແປດປີ ພຣະ​ອົງ​ຊົງ​ປົກ​ຄອງ​ພຣະ​ຣາ​ຊ​ບັນ​ລັງ​ເຢ​ຣູ​ຊາ​ເລັມ​ສາມ​ສິບ​ເອັດ​ປີ ມານ​ດາ​ຂອງ​ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ ເຢ​ດີ​ດາ ເປັນ​ຣາ​ຊ​ທິ​ດາ​ຂອງ​ອາ​ດັຍ​ຢາ ແລະ​ເປັນ​ຊາວ​ເມືອງ​ໂບ​ສ​ກັ​ທ 2 ພຣະ​ອົງ​ປະ​ຕິ​ບັດ​ຕົນ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ຊົງ​ນັບ​ຖື​ແລະ​ດຳ​ເນີນ​ຕາມ​ແບບ​ຢ່າງ ດາ​ວິດ ຜູ້​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ທຸກ​ຢ່າງ

ປະ​ໂຣ​ຫິດ​ຮີນ​ກີ​ຢາ​ພົບ​ປື້ມ​ພຣະ​ທັມ

3 ໃນ​ຣັ​ຊ​ການ​ປີທີ່​ສິບ​ແປດ​ຂອງ​ເຈົ້າ​ຊີ​ວິດ​ໂຢ​ຊີ​ຢາ ພຣະ​ອົງ​ໄດ້​ສົ່ງ​ຣາ​ຊ​ເລຂາ ຊາ​ຟານ ຜູ້​ເປັນບຸດ​ອາ​ຊາ​ລີ​ຢາບຸດ​ເມ​ຊຸນ​ລາມໄປ​ຍັງພຣະ​ວິ​ຫານ​ຂອງພຣະ​ຜູ້​ເປັນ​ເຈົ້າ ຮັບ​ສັ່ງ​ວ່າ, 4 “ເຈົ້າ​ຈົ່ງ​ໄປ​ຫາ​ຮີນ​ກີ​ຢາມະ​ຫາ​ປະ​ໂຣ​ຫິດ ແລະ​ບອກ​ໃຫ້​ທ່ານ​ຣາຍ​ງານ​ເງິນ​ທີ່​ພວກ​ປະ​ໂຣ​ຫິດ​ໄດ້​ເກັບ​ຈາກ​ປະ​ຊາ​ຊົນ​ໃນ​ທາງ​ເຂົ້າ​ວິ​ຫານ 5 ບອກ​ໃຫ້​ທ່ານ​ເອົາ​ເງິນ​ໃຫ້​ພວກ​ຫົວ​ຫນ້າ​ຄົນ​ງານ​ປະ​ຈຳ​ພຣະ​ວິ​ຫານ ເພື່ອ​ໃຫ້​ພວກ​ຄົນ​ງານ​ສ້ອມ​ແຊມ​ພຣະ​ວິ​ຫານ 6 ເຊັ່ນ​ພວກ​ຊ່າງ​ໄມ້ ຊ່າງ​ກໍ່ ແລະ​ຊ່າງ​ປູນ ໄປ​ຊື້​ໄມ້ ແລະ​ກ້ອນ​ຫີນ​ສຳ​ລັບສ້ອມ​ແຊມ​ພຣະ​ວິ​ຫານ​ໃຫມ່ 7 ບໍ່​ຕ້ອງ​ໃຫ້​ເຂົາ​ເຮັດ​ບັນ​ຊີ​ຣາຍ​ຈ່າຍ​ເງິນ​ນີ້ ເພາະ​ພວກ​ເຂົາ​ທີ່​ເຮັດ​ວຽກ​ຢູ່​ບ່ອນ​ນັ້ນ​ເປັນ​ຄົນ​ສັດ​ຊື່” 8 ຊາ​ຟານ​ໄດ້​ນຳ​ເອົາ​ຄຳ​ສັ່ງ​ຂອງ​ເຈົ້າ​ຊີ​ວິດ​ໄປ​ບອກ​ປະ​ໂຣ​ຫິດ​ຮີນ​ກີ​ຢາ ແລ້ວ​ຮີນ​ກີ​ຢາ​ເລີຍບອກ​ຊາ​ຟານ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ພົບ​ປື້ມ​ພຣະ​ທັມ​ຢູ່​ໃນພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ແລ້ວ​ຮີນ​ກີ​ຢາ​ກໍ​ໄດ້​ເອົາ​ປື້ມ​ຫົວ​ນັ້ນ​ໃຫ້​ຊາ​ຟານ​ອ່ານ 9 ຊາ​ຟານ​ໄດ້​ກັບ​ຄືນ​ເມືອ​ຣາຍ​ງານ​ຕໍ່​ເຈົ້າ​ຊີ​ວິດ​ວ່າ, “ຂ້າ​ໃຊ້​ຂອງ​ພຣະ​ອົງ​ໄດ້​ເອົາ​ເງິນ​ທີ່​ຢູ່​ໃນ​ພຣະ​ ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ແກ່​ຫົວ​ຫນ້າ​ຄົນ​ງານ​ທີ່​ປະ​ຈຳ​ການ​ຢູ່​ທີ່​ນັ້ນ​ແລ້ວ” 10 ແລ້ວ​ຊາ​ຟານ​ຂາບ​ທູນ​ຕໍ່​ໄປ​ອີກວ່າ, “ປະ​ໂຣ​ຫິດ​ຮີນ​ກີ​ຢາ​ໄດ້​ເອົາ​ປື້ມ​ນີ້​ໃຫ້​ຂ້າ​ນ້ອຍ” ແລ້ວ​ທ່ານ​ກໍ​ອ່ານ​ໃຫ້​ເຈົ້າ​ຊີ​ວິດ​ຟັງ 11 ເມື່ອ​ເຈົ້າ​ຊີ​ວິດ​ໄດ້​ຍິນ​ເນື້ອ​ຄວາມ​ໃນ​ພຣະ​ທັມ ພຣະ​ອົງ​ກໍ​ຊົງ​ຈີກ​ເຄື່ອງ​ສລອງຂອງ​ພຣະ​ອົງຍ້ອນ​ເສັຽ​ພຣະ​ທັຍ 12 ແລ້ວ​ຊົງ​ຮັບ​ສັ່ງ​ປະ​ໂຣ​ຫິດ​ຮີນ​ກີ​ຢາ ອາ​ຮີ​ກາມ​ບຸດ​ຊາ​ຟານ ອັກ​ໂບຣ໌ ບຸດ​ມີ​ກັຍ​ຢາ ຊາ​ຟານ​ຣາ​ຊ​ເລ​ຂາ ແລະ​ອາ​ຊັຍ​ຢາ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ​ຊີ​ວິດ ຮັບ​ສັ່ງ​ວ່າ, 13 “ຈົ່ງ​ພາ​ກັນ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແທນ​ເຮົາ ແລະ​ປະ​ຊາ​ຊົນ​ຢູ​ດາ​ທຸກ​ຄົນ​ກ່ຽວ​ກັບ​ຄຳ​ສອນ​ທີ່​ມີ​ຢູ່​ໃນ​ປື້ມ​ນັ້ນ ເຣື່ອງ​ໃຫຍ່​ແທ້​ແມ່ນ​ພຣະ​ເຈົ້າ​ຊົງ​ພຣະ​ພິໂຣດ​ພວກ​ເຮົາ ຍ້ອນ​ວ່າ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ບໍ່​ປະ​ຕິ​ບັດ​ຕາມ​ຖ້ອຍ​ຄຳ​ທີ່​ຂຽນ​ໄວ້​ໃນ​ປື້ມ​ນີ້” 14 ປະ​ໂຣ​ຫິດ​ຮີນ​ກີ​ຢາ ອາ​ຮີກາມ ອັກ​ໂບ​ຣ໌ ຊາ​ຟານ​ ແລະ​ອາ​ຊັຍ​ຢາ​ກໍ​ພາ​ກັນ​ໄປ​ຫາ​ຜູ້​ປະ​ກາດ​ພຣະ​ທັມ​ຍິງ​ທີ່​ຊື່​ວ່າ ຮຸນ​ດາ​ພັ​ຣ​ຍາ​ຂອງ​ຊັນ​ລູມ ບຸດຂອງຕິກວາ ບຸດ​ຮາ​ຣ໌​ຮັສ ເປັນ​ຜູ້​ຣັກ​ສາ​ເຄື່ອງ​ນຸ່ງ​ຖື​ປະ​ຈຳ​ພຣະ​ວິ​ຫານ ເວ​ລາ​ນັ້ນ​ນາງ​ຢູ່​ໃນ​ກຸງ​ເຢຣູ​ຊາ​ເລັມ​ເຂດ​ເມືອງ​ໃຫມ່ ແລະ​ເຂົາ​ທັງ​ຫລາຍ​ໄດ້​ສົນ​ທະ​ນາ​ກັບ​ນາງ 15 ແລະ​ນາງ​ຕອບ​ເຂົາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ “ຈົ່ງ​ໄປ​ບອກ​ຊາຍ​ຄົນ​ທີ່​ໃຊ້​ເຈົ້າ​ມາ​ຫາ​ເຮົາ​ນັ້ນ​ວ່າ 16 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເຮົາ​ຈະ​ລົງ​ໂທດ​ກຸງ​ເຢ​ຣູ​ຊາ​ເລັມ​ຕ​ລອດ​ທັງ​ປະ​ຊາ​ຊົນ​ທຸກ​ຄົນ ຕາມ​ເນື້ອ​ຄວາມ​ຢູ່​ໃນ​ປື້ມ​ທີ່​ເຈົ້າ​ຊີ​ວິດ​ຢູ​ດາ​ໄດ້​ອ່ານ​ນັ້ນ 17 ພວກ​ເຂົາ​ໄດ້​ເຫີນ​ຫ່າງ​ເຮົາ​ໄປ​ຖວາຍ​ບູ​ຊາ​ພຣະ​ອື່ນ ຊຶ່ງ​ເປັນ​ການຍົວະ​ເຍົ້າ​ໃຫ້​ເຮົາຄຽດ​ຮ້າຍ​ເຂົາ ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ໄດ້​ຕົກ​ໃສ່​ກຸງ​ເຢ​ຣູ​ຊາ​ເລັມໂດຍ​ຈະ​ບໍ່​ເຊົາ​ງ່າຍ 18 ສ່ວນ​ເຈົ້າ​ຊີ​ວິດ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຂໍ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ເຈົ້າ​ໄດ້​ຟັງ​ຖ້ອຍ​ຄຳ​ທຸກ​ຂໍ້​ທີ່​ຂຽນ​ໄວ້​ໃນ​ປື້ມ​ນີ້​ແລ້ວ 19 ເຈົ້າ​ມີ​ຄວາມ​ແຫນງ​ໃຈ ແລະ​ຖ່ອມ​ຕົວ​ລົງ​ຕໍ່​ຫນ້າ​ເຣົາ ທັງ​ໄດ້ຈີກ​ເສື້ອ​ຜ້າ​ແລະ​ຮ້ອງ​ໄຫ້ ໃນ​ເມື່ອ​ເຈົ້າ​ໄດ້​ຍິນ​ວ່າ ເຮົາ​ຈະ​ລົງ​ໂທດກຸງ​ເຢ​ຣູ​ຊາ​ເລັມ​ຕ​ລອດ​ທັງ​ປະ​ຊາ​ຊົນ ເຮົາ​ຈະ​ທໍາໃຫ້​ສະ​ຖານ​ທີ່​ນີ້​ເປັນ​ຫນ້າ​ລັງ​ກຽດ​ແລະ​ຖືກ​ສາບ​ແຊ່ງ 20 ຍ້ອນ​ວ່າ ເຮົາ​ໄດ້​ຍິນ​ຄຳ​ອ້ອນວອນ​ຂອງ​ເຈົ້າ​ແລ້ວ ເຣົາ​ຈະ​ບໍ່​ໃຫ້​ມີ​ການລົງ​ໂທດ​ແບບ​ນີ້​ຕ​ລອດ​ຊົ່ວ​ຊີ​ວິດ​ຂ​ອງ​ເຈົ້າ ເຈົ້າ​ຈະ​ຕາຍ​ໄປ​ຢ່າງ​ສ​ງົບ​ສຸກ” ພວກ​ເຂົາ​ໄດ້​ນຳ​ເອົາ​ຄຳ​ຕອບ​ນີ້​ເມືອ​ກາບ​ບັງ​ຄົມ​ທູນ​ເຈົ້າ​ຊີວິດ

2 ກະສັດ 23

ການ​ປະ​ຕິຍານ​ຕົວ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ

1 ເຈົ້າ​ຊີວິດ​​ຊົງ​ປ່າວ​ປະ​ກາດ​ເອີ້ນ​ເອົາ​ພວກ​ເຖົ້າ​ແກ່​ຊາວ​ຢູ​ດາ​ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ມາ 2 ແລ້ວ​ພຣະ​ອົງ​ພ້ອມ​ທັງ​ພວກ​ເຖົ້າ​ແກ່ ພວກ​ປະ​ໂຣ​ຫິດ​ພ້ອມ​ພ​ວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ປະ​ຊາ​ຊົນ​ທຸກ​ຄົນທັງ​ຜູ້​ທຸກ​ຍາກ​ແລະ​ຮັ່ງ​ມີ ກໍ​ຂຶ້ນ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ອ່ານ​ຖ້ອຍ​ຄຳ​ທຸກ​ຂໍ້​ທີ່​ກ່າວ​ໄວ້​ໃນ​ປື້ມ ຄຳ​ຫມັ້ນ​ສັນ​ຍາ​ທີ່​ຄົ້ນ​ພົບ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສູ່​ທຸກ​ຄົນ​ຟັງ​ 3 ເຈົ້າ​ຊີວິດຊົງ​ຢືນ​ຢູ່​ຂ້າງ​ເສົາ​ແລະ​ໄດ້​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຈະ​ຖື​ຮັກ​ສາ​ຄຳ​ສັ່ງ​ແລະ​ພຣະ​ທັມ​ຂອງ​ພຣະ​ອົງ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ ເພື່ອ​ເຮັດ​ຕາມ​ຂໍ້​ຄວາມ​ໃນ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ຂຽນ​ໄວ້​ໃນ​ປື້ມ​ຫົວ​ນັ້ນ ປະ​ຊາ​ຊົນ​ທຸກ​ຄົນ​ກໍ​ພາ​ກັນ​ໃຫ້​ຄຳ​ປະ​ຕິຍານ​ວ່າ ຈະ​ຖື​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ນັ້ນ 4 ຕໍ່​ມາ​ເຈົ້າ​ຊີ​ວິດ​ໄດ້​ຊົງ​ຮັບ​ສັ່ງ ຮີນ​ກີ​ຢາ​ມະ​ຫາ​ປະ​ໂຣ​ຫິດ ພວກ​ປະ​ໂຣ​ຫິດ​ຜູ້​ຣອງ​ແລະ​ພວກ​ຜູ້​ເຝົ້າ​ປະ​ຕູ ໃຫ້​ຍົກ​ຍ້າຍ​ສິ່ງ​ຂອງ​ທຸ​ກ​ຢ່າງ​ທີ່​ໃຊ້​ສຳ​ລັບ​ຂາບ​ໄຫວ້​ພຣະ​ບາ​ອານ ພຣະ​ອາ​ເຊ​ຣາ ແລະ​ດວງ​ດາວ​ຕ່າງໆອອກ​ຈາກ​ພຣະ​ວິ​ຫານ​ໄປ ພຣະ​ອົງ​ໄດ້​ເຜົາ​ສິ່ງ​ຂອງ​ເຫລົ່າ​ນີ້​ຢູ່​ໃກ້​ຮ່ອມ​ພູກິດ​ໂຣນນອກກຸງ​ເຢ​ຣູ​ຊາ​ເລັມ ແລ້ວ​ຊົງ​ໃຫ້​ເຂົາ​ຫຸບ​ເອົາ​ຂີ້​ຝຸ່ນ​ຂອງ​ມັນ​ໄປເມືອງ​ເບັດ​ເອນ 5 ພຣະ​ອົງ​ໄດ້​ຂັບ​ໄລ່​ພວກ​ປະ​ໂຣ​ຫິດ​ຈອມ​ປອມ ທີ່​ເຈົ້າ​ຊີ​ວິດ​ຢູ​ດາ​ໄດ້​ແຕ່ງ​ຕັ້ງ​ໃຫ້​ຖວາຍ​ເຄື່ອງ​ບູ​ຊາ ຢູ່​ໃນ​ບ່ອນ​ສັກ​ສິດ​ຕ່າງໆ​ຢູ່​ໃນ​ເມືອງ​ຢຸ​ດາ ແລະ​ຢູ່​ໃນ​ບ້ານ​ໃກ້​ຄຽງ​ກຸງ​ເຢ​ຣູ​ຊາ​ເລັມ ຄື​ພວກ​ທີ່​ຖວາຍ​ເຄື່ອງ​ບູ​ຊາ​ແກ່​ພຣະ​ບາ​ອານ ພຣະ​ອາ​ທິດ ພຣະ​ຈັນ ແລະ​ດວງ​ດາວ​ຕ່າງໆ 6 ທ່ານ​ໄດ້​ຍ້າຍ​ເສົາ​ຫີນ​ສັກ​ສິດ​ໃນ​ພຣະ​ວິ​ຫານຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອອກ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ແລ້ວ​ເອົາ​ໄປ​ໄວ້​ໃນ​ຮ່ອມ​ພູກິດ​ໂຣນ ແລະ​ໄດ້​ເຜົາ​ມັນ​ຢູ່​ທີ່​ນັ້ນ​ແລ້ວ​ໄດ້​ຕີ​ໃຫ້​ມັນ​ມຸ່ນ​ເປັນ​ຂີ້​ເທົ່າ​ໂຮຍ​ໃສ່​ຂຸມ​ຝັງ​ສົບ​ຄົນ​ທຳ​ມະ​ດາ 7 ພຣະ​ອົງ​ໄດ້ທຳ​ລາຍ​ບ່ອນ​ຢູ່​ຂອງ​ພວ​ກໂສ​ເພ​ນີ ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ຜູ້​ຍິງ​ຕ່ຳ​ເສື້ອ​ໃຫ້​ອາ​ເຊ​ຣາ) 8 ພຣະ​ອົງ​ນຳ​ເອົາ​ພວກ​ປະ​ໂຣ​ຫິດ​ທຸກ​ຄົນ​ໃນ​ເມືອງ​ຢູ​ດາ​ແລະ​ທົ່ວ​ປະ​ເທດ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລ້ວ​ທຳ​ລາຍ​ສະ​ຖານ​ທີ່​ສັກ​ສິດ​ໃຫ້​ເສັຽ​ຄວາມ​ສັກ​ສິດ ຄື​ບ່ອນ​ທີ່​ພວກ​ປະ​ໂຣ​ຫິດ​ເຫລົ່າ​ນັ້ນ​ຖວາຍ​ເຄື່ອງ​ບູ​ຊາຕັ້ງ​ແຕ່​ເມືອງ​ເກ​ບາ​ເຖິງ​ເບເອີ​ເຊ​ບາ ພຣະ​ອົງ​ຍັງ​ໄດ້​ທຳ​ລາຍ​ຫໍ​ຜີ​ຮ້າຍ​ຢູ່​ໃກ້​ປະ​ຕູ​ເມືອງ​ທີ່​ໂຢ​ຊວຍ ຜູ້​ປົກ​ຄອງ​ເມືອງ​ໄດ້​ສ້າງ​ໄວ້ ຫໍ​ຜີ​ນັ້ນ​ຢູ່​ທາງ​ເບື້ອງ​ຊ້າຍ​ຂອງ​ປະຕູໃຫຍ່​ທາງ​ເຂົ້າ​ເມືອງ 9 ພວກ​ປະ​ໂຣ​ຫິດ​ເຫລົ່າ​ນີ້​ໄປ​ຣັບ​ໃຊ້​ທີ່​ພຣະ​ວິ​ຫານ​ບໍ່​ໄດ້ ແຕ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ກິນ​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ເຫມືອນ​ດັ່ງ​ປະ​ໂຣ​ຫິດ​ອື່ນໆ​ໄດ້ 10 ພຣະ​ອົງ​ໄດ້​ທຳ​ລາຍ​ເຕົາ​ເຜົາ​ບູ​ຊາ​ໃນ​ຮ່ອມ​ພູ ເບນ​ຮິນ​ໂນມ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້​ໃດ​ເອົາ​ລູກ​ຫລານ ຫລື​ບຸດ​ສາວ​ຂອງ​ຕົນ​ໄປ​ເຜົາ​ຖວາຍ​ບູ​ຊາ ພຣະ​ໂມ​ເລກ 11 ພຣະ​ອົງ​ໄດ້​ເອົາ​ມ້າ​ທີ່​ເຈົ້າ​ຊີ​ວິດ​ຢູ​ດາ​ໄດ້​ອຸ​ທິດ​ຖວາຍ​ແກ່​ພຣະ​ອາ​ທິດ​ນັ້ນ​ຫນີ ພ້ອມ​ທັງ​ເຜົາ​ຣົດ​ທີ່​ໃຊ້​ໃນ​ເວລາ​ຂາບ​ໄຫວ້​ພຣະ​ອາ​ທິດ ມ້າ​ກັບ​ຣົດ​ນີ້​ໄດ້​ຢູ່​ໃນ​ເດີ່ນ​ພຣະ​ວິ​ຫານ​ໃກ້ໆ​ປະ​ຕູ ແລະ​ໃກ້​ບ່​ອ່ນ​ຢູ່​ຂອງ​ກົມ​ມະ​ວັງນາ​ທານ​ເມ​ເລກ 12 ພຣະ​ອົງ​ໄດ້​ທຳ​ລາຍ​ແທ່ນ​ບູ​ຊາ​ທີ່​ເຈົ້າ​ຊີ​ວິດ​ຢູ​ດາ ໄດ້​ສ້າງ​ໄວ້​ເທິງ​ຫລັງ​ຄາ​ພຽງ​ພຣະ​ຣາ​ຊວັງ ຢູ່​ເຫນືອ​ພຣະ​ຣາ​ຊ​ສຳ​ນັກ​ຂອງ​ເຈົ້າ​ຊີ​ວິດ ອາ​ຮັ​ສ​ພ້ອມ​ທັງ​ແທ່ນ​ບູ​ຊາ​ສອງ​ບ່ອນ​ທີ່ ມານັ​ສ​ເຊ​ໄດ້​ສ້າງ​ໄວ້​ໃນ​ເດີ່ນ​ພຣະ​ວິ​ຫານ ພຣະ​ອົງ​ໄດ້​ທຳ​ລາຍ​ມັນ​ເສັຽ​ຫາຍ​ຫມົດ ແລ້ວ​ເອົາ​ໄປ​ຖິ້ມ​ລົງ​ໃນ​ຮ່ອມ​ພູ​ກິດ​ໂຣນ 13 ແລະ​ເຈົ້າ​ຊີ​ວິດ​ໄດ້​ທຳ​ລາຍ​ແທ່ນ​ບູ​ຊາ​ທີ່​ໂຊ​ໂລ​ໂມນ​ໄດ້​ສ້າງ​ຂຶ້ນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ກຸງ​ເຢ​ຣູ​ຊາ​ເລັມ​ ຢູ່​ທາງ​ທິດ​ໃຕ້​ຂອງ​ພູ​ຫມາກກ​ອກ​ເທດ ແທ່ນ​ນີ້​ເຂົາ​ໄດ້​ສ້າງ​ໄວ້​ສຳ​ລັບ​ຂາບ​ໄຫວ້​ ຮູບ​ເຄົາ​ຣົບ​ທີ່​ຫນ້າ​ກຽດ​ຊັງ ຄື​ພຣະ​ອັ​ສ​ຕາ​ຣ໌​ເຕ​ຂອງ​ຊາວ​ຊີ​ໂດນ ພຣະ​ເກ​ໂມ​ສ​ຂອງ​ຊາວ​ໂມ​ອາບ ແລະ​ພຣະ​ໂມ​ເລກ​ຂອງ​ຊາວ​ອັມ​ໂມນ 14 ພຣະ​ອົງ​ຍັງ​ໄດ້​ທຳ​ລາຍ​ເສົາ​ຫີນ​ສັກ​ສິດ​ລົງ ແລະ​ຕັດ​ຫລັກ​ໄມ້​ສັກ​ສິດ​ອີກ ແລ້ວ​ເອົາ​ກະ​ດູກ​ຄົນ​ຖິ້ມ​ໄວ້​ໃນ​ບ່ອນ​ນັ້ນ​ທັງ​ຫມົດ 15 ນອກ​ຈາກ​ນີ້ພຣະ​ອົງ​ຍັງ​ໄດ້​ທຳ​ລາຍ​ບ່ອນ​ນະ​ມັ​ສ​ການ​ທີ່​ເບັດ​ເອນ ຊຶ່ງ​ເປັນ​ສະ​ຖານ​ທີ່​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ດໄດ້​ສ້າງ​ໄວ້ ແລະ​ພາຊາວ​ອິສ​ຣາ​ເອນທໍຢູ່ທີ່​ນັ້ນ ພຣະ​ອົງ​ໄດ້​ທຳ​ລາຍ​ແທ່ນ​ບູ​ຊາ​ຈົນ​ມຸ່ນ​ແລະ​ຈູດ​ຫລັກ​ສັກ​ສິດ​ທີ່​ສ້າງ​ບູ​ຊາພຣະ​ອາ​ເຊ​ຣາ 16 ເມື່ອ​ໂຢ​ຊີ​ຢາ​ຫລຽວ​ອ້ອມ​ໄປ​ມາ​ກໍ​ຊົງ​ເຫັນ​ຂຸມ​ຝັງ​ສົບ​ຢູ່​ຂ້າງ​ພູ​ນ້ອຍ ພຣະ​ອົງ​ຈຶ່ງ​ຊົງ​ເອົາ​ກະ​ດູກ​ຄົນ​ຈາກ​ຂຸມ​ຝັງ​ສົບ​ນັ້ນ​ມາ​ເຜົາ​ເທິງ​ແທ່ນ​ບູ​ຊາ ເພື່ອ​ໃຫ້​ແທ່ນ​ບູ​ຊາ​ນັ້ນ​ເສັຽ​ຄວາມ​ສັກ​ສິດ ຊຶ່ງ​ເປັນ​ໄປ​ຕາມພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ຄົນແຫ່ງພຣະ​​ເຈົ້າ​ໄດ້​ປະ​ກາດ​ໄວ້​ໃນ​ສະ​ໄຫມ​ກ່ອນໆ ຜູ້​ຊຶ່ງ​ປ່າວ​ຮ້ອງ​ທຳ​ນ​ວາຍ​ເຖິງສິ່ງ​ເຫລົ່າ​ນີ້ 17 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ບ່ອນ​ນີ້​ແມ່ນ​ຂຸມ​ຝັງ​ສົບ​ຂອງ​ໃຜ?” ຊາວ​ເມືອງ​ເບັດ​ເອນ​ຈຶ່ງ​ທູນ​ຕອບວ່າ, “ແມ່ນ​ຂຸມ​ຝັງ​ສົບ​ຜູ້​ປະ​ກາດ​ພຣະ​ທັມ​ຊາວ​ຢູ​ດາ ຊຶ່ງ​ເປັນ​ຜູ້​ທຳ​ນ​ວາຍ​ສິ່ງ​ທີ່​ພຣະ​ອົງ​ກຳ​ລັງ​ທຳ​ຢູ່​ນີ້” 18 ເຈົ້າ​ຊີ​ວິດ​ຈຶ່ງ​ສັ່ງ​ວ່າ, “ຖ້າ​ເຊັ່ນ​ນັ້ນ ປະ​ໄວ້​ຫັ້ນ​ແຫລະ, ຢ່າ​ໃຫ້​ໃຜ​ໄປ​ລົບ​ກວນ​ກະ​ດູກ​ຂອງ​ທ່ານ​ເດີ” ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ແຕະ​ຕ້ອງ​ກະ​ດູກ​ນັ້ນ ພ້ອມ​ທັງ​ກະ​ດູກ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ຊາວ​ຊາ​ມາ​ເຣັຽ 19 ໂຢ​ຊີ​ຢາ​ຍັງ​ໄດ້​ທຳ​ລາຍ​ບ່ອນ​ສັກ​ກາ​ຣະ​ບູ​ຊາ​ທັງ​ຫມົດ​ຢູ່​ເທິງ​ບ່ອນ​ສັກ​ສິດ​ທີ່​ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ​ໄດ້​ສ້າງໄວ້​ໃນ​ທຸກໆ​ຫົວ​ເມືອງ ເພາະ​ການ​ນີ້​ເປັນ​ເຫດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ ພຣະ​ອົງ​ໄດ້​ທຳ​ລາຍ​ບ່ອນ​ເຫລົ່າ​ນີ້​ເຫມືອນ​ດັ່ງ​ໄດ້​ທຳ​ລາຍ​ທີ່​ເບັດ​ເອນ 20 ພຣະ​ອົງ​ໄດ້​ຂ້າ​ພວກ​ປະ​ໂຣ​ຫິດ​ຈອມ​ປອມ​ທຸກ​ຄົນ ທີ່​ຢູ່​ຕາມ​ບ່ອນ​ສັກ​ສິດ​ເທິງ​ແທ່ນ​ບູ​ຊາ​ນັ້ນ ແລະ​ໄດ້​ເຜົາ​ກະ​ດູກ​ຄົນ​ໃສ່​ເທິງ​ແທ່ນ​ບູ​ຊາ​ທຸກວັນ ແລ້ວ​ໄດ້​ກັບ​ຄືນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ

ຖື​ເທ​ສ​ການ​ປັ​ສ​ຄາ

21 ແລະ​ເຈົ້າ​ຊີ​ວິດ​ຊົງ​ອອກ​ຄຳ​ສັ່ງ​ແກ່​ບ່າວ​ໄພ່​ຣາ​ສດອນ​ທຸກ​ຄົນ​ວ່າ, “ຈົ່ງ​ສະ​ເຫລີມ​ສະ​ຫລອງວັນ​ປັ​ສ​ຄາ ເພື່ອ​ເປັ​ນ​ການ​ຖວາຍ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ຄຳ​ແນະ​ນຳ​ທີ່​ມີ​ໄວ້​ໃນ​ປື້ມ​ຄຳ​ຫມັ້ນສັນ​ຍາ​ນັ້ນ 22 ນັບ​ຕັ້ງ​ແຕ່​ວັນ​ທີ່​ພວກ​ຜູ້​ປົກ​ຄອງ​ໄດ້​ປົກ​ຄອງ​ອິສ​ຣາ​ເອນ ເຖິງ​ສະ​ໄຫມ​ຂອງ​ເຈົ້າ​ຊີ​ວິດ​ອິສ​ຣາ​ເອນ ແລະ​ເຈົ້າ​ຊີ​ວິດ​ຢູ​ດາ​ບໍ່​ເຄີຍ​ມີ​ການ​ສະ​ຫລອງ​ປັ​ສ​ຄາ​ດັ່ງ​ນີ້​ເລີຍ 23 ຕົກ​ມາ​ໃນ​ຣັ​ຊ​ການ​ປີ​ທີ່ສິບ​ແປດ​ຂອງ​ເຈົ້າ​ຊີ​ວິດໂຢ​ຊີ​ຢາ ຈຶ່ງ​ມີ​ການ​ສະເຫລີມ​ສະ​ຫລອງ​ປັ​ສ​ຄາ​ອີກ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ

ການ​ປ່ຽນ​ແປງ​ອື່ນໆ​ໂດຍ​ເຈົ້າ​ໂຢ​ຊີ​ຢາ

24 ນອກ​ຈາກ​ນີ້ ເພື່ອ​ໃຫ້​ເປັນ​ໄປ​ຕາມ​ພຣະ​ຄຳ​ທີ່​ຂຽນ​ໄວ້​ໃນ​ປື້ມ​ທີ່​ປະ​ໂຣ​ຫິດ ຮີນ​ກີ​ຢາ​ໄດ້​ພົບ​ຢູ່​ໃນ​ພຣະ​ວິ​ຫານ ໂຢ​ຊີ​ຢາ​ໄດ້​ກຳ​ຈັດ​ຂັບ​ໄລ່​ຫມໍ​ຜີ ຫມໍ​ດູ​ໂຊກ​ຊະ​ຕາ ຫມໍ​ເວດ​ມົນ​ກົນ​ຄາ​ຖາ ຮ້ານ​ພຣະ​ແລະ​ຮູບ​ເຄົາ​ຣົບ​ອື່​ນໆ​ຕ​ລອດ​ທັງ​ສິ່ງ​ຂອງ​ທີ່​ໃຊ້​ນະ​ມັ​ສ​ການ​ພຣະ​ຕ່າງໆ​ໃນ​ປະ​ເທດ​ຢູ​ດາ ແລະ​ກຸງ​ເຢ​ຣູ​ຊາ​ເລັມ 25 ບໍ່​ເຄີຍ​ມີ​ເຈົ້າ​ຊີ​ວິດ​ອົງ​ໃດ​ທີ່​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ກ່ອນ​ພຣະ​ອົງ​ໄດ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ເຫມືອນ​ດັ່ງ​ພຣະ​ອົງ ຄື​ພຣະ​ອົງ​ໄດ້​ຮັບ​ໃຊ້​ຢ່າງ​ສຸດ​ອົກ​ສຸດ​ໃຈ ສຸດ​ກຳ​ລັງ​ວັງ​ຊາ ຍ້ອນ​ວ່າ​ພຣະ​ອົງ​ໄດ້​ເຊື່ອ​ຟັງ​ພຣະ​ທັມ​ທີ່​ໂມ​ເຊ​ໄດ້​ຂຽນ​ໄວ້ ເຈົ້າ​ຊີ​ວິດ​ອົງ​ຕໍ່​ມາບໍ່​ເຫມືອນ​ພຣະ​ອົງ​ເລີຍ 26 ເຖິງ​ປານ​ນີ້​ກໍ​ຕາມ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ບໍ່​ເຊົາ​ພຣະ​ພິ​ໂຣດ​ປະ​ເທດ​ຢູ​ດາ ຍ້ອນ​ການ​ກະ​ທຳ​ບາບ​ຂອງ​ມາ​ນັ​ສ​ເຊ 27 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ວ່າ, “ເຮົາ​ຈະ​ກຳ​ຈັດ​ພວກ​ຢູ​ດາ​ໃຫ້​ຫນີ​ຈາກ​ເຮົາ​ດັ່ງ​ທີ່​ເຮົາ​ໄດ້​ທຳ​ຕໍ່​ອິສ​ຣາ​ເອນ ເຮົາ​ຈະ​ປະ​ຖິ້ມ​ກຸງ​ເຢ​ຣູ​ຊາ​ເລັມ ເມືອງ​ທີ່​ເຮົາ​ເລືອກ​ໄວ້​ນີ້​ພ້ອມ​ທັງ​ພຣະ​ວິ​ຫານ​ທີ່​ເຮົາ​ໄດ້​ບອກວ່າ ເປັນ​ບ່ອນ​ຢູ່​ຂອງ​ເຣົາ”

ມໍ​ຣະ​ນະ​ກັມ​ຂອງ​ໂຢ​ຊີ​ຢາ

28 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ໂຢ​ຊີ​ຢາ​ແລະ​ບັນ​ດາ​ສິ່ງ​ທີ່​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ພຣະ​ຣາ​ຊາ​ແຫ່ງ​ປະ​ເທດ​ຢູ​ດາ​ຫລື? 29 ໃນ​ສະ​ໄຫມ​ຂອງ​ພຣະ​ອົງ​ຟາ​ຣາ​ໂອ​ເນ​ໂກ​ເຈົ້າ​ຊີ​ວິດ​ແຫ່ງ​ເອ​ຢິບ ໄດ້​ນຳ​ກອງ​ທັບ​ໄປ​ຊ່ອຍ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ທີ່​ແມ່​ນ້ຳ​ເອີ​ຟ​ຣາດ ໂຢ​ຊີ​ຢາ​ພ​ຍາ​ຍາມ​ຢັບ​ຢັ້ງ​ກອງ​ທັບ​ເອ​ຢິບ​ໄວ້​ທີ່ເມ​ກິດ​ໂດ ຈົນພຣະ​ອົງ​ຖືກ​ຂ້າ​ໃນ​ສະ​ຫນາມ​ຮົບ 30 ພວກ​ຂ້າ​ຣາ​ຊ​ການ​ໄດ້​ນຳ​ເອົາ​ສົບ​ຂອງ​ພຣະ​ອົງ​ໃສ່​ຣົດ​ມ້າ​ອອກ​ມາ​ຈາກ​ເມກິດ​ໂດ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຝັງ​ໄວ້​ໃນ​ອຸບ​ໂມງ​ຂອງ​ພຣະ​ອົງ ແລະ​ຣາ​ສດອນ​ນັ້ນ​ກໍ​ຮັບ​ເຢ​ໂຮ​ອາ​ຮັ​ສ​ໂອ​ຣົດ​ໂຢ​ຊີ​ຢາ​ຫົດ​ສົງ​ທ່ານ​ໄວ້ ແລະ​ຕັ້ງ​ທ່ານ​ໃຫ້​ເປັນເຈົ້າ​ຊີ​ວິດ​ແທນ​ຣາ​ຊ​ບິ​ດາ​ຂອງ​ທ່ານ

ຣັ​ຊ​ການ​ເຢ​ໂຮ​ອາ​ຮັ​ສ​ແລະ​ການ​ຖືກ​ປົດ

31 ເຢ​ໂຣ​ອາ​ຮັ​ສມີ​ອາ​ຍຸ​ຊາວ​ສາມ​ປີ ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ ແລະ​ພຣະ​ອົງ​ຊົງ​ປົກ​ຄອງໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສາມ​ເດືອນ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າຮາ​ມຸ​ຕານບຸດ​ຕ​ຣີ​ຂອງ​ເຢ​ເຣ​ມີ​ຢາ ຊາວ​ລິບນາ 32 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ທຸກ​ຢ່າງ​ຊຶ່​ງ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງໄດ້​ກະ​ທຳ 33 ຟາ​ຣາ​ໂອ​ເນ​ໂກ​ກໍ​ຈັບ​ພຣະ​ອົງ​ຂັງ​ໄວ້​ທີ່ ຣິບ​ນາ​ໃນ​ແຜ່ນ​ດິນ​ຮາ​ມັ​ທ ເພື່ອ​ບໍ່​ໃຫ້​ພຣະ​ອົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ກຳ​ນົດ​ລ​ບັນ​ນາ​ການ​ຈາກ​ແຜ່ນ​ດິນ​ນັ້ນ​ເປັນ​ເງິນ​ນຶ່ງ​ຮ້ອຍ​ຕະລັນ ແລະ​ທອງ​ຄຳ​ນຶ່ງ​ຕະ​ລັນ 34 ແລະ​ຟາ​ຣາ​ໂອ​ເນ​ໂກ​ຊົງ​ຕັ້ງ​ເອ​ລິ​ຢາ​ກິມ ບຸດ​ໂຢ​ຊີ​ຢາ​ເປັນ​ເຈົ້າ​ຊີ​ວິດ​ແທນ​ໂຢ​ຊີ​ຢາ​ບິ​ດາ​ຂອງ​ທ່ານ ແລະ​ປ່ຽນ​ຊື່​ຂອງ​ທ່ານ​ເປັນ​ເຢ​ຮົວ​ອາ​ກິມ ແຕ່​ໄດ້​ພາ​ເຢ​ໂຮ​ອາ​ຮັ​ສ​ໄປ​ເສັຽ ແລະ​ທ່ານ​ມາ​ເຖິງ​ເອ​ຢິບ​ແລະ​ສິ້ນ​ຊີ​ວິດ​ເສັຽ​ທີ່​ນັ້ນ 35 ແລະ​ເຢ​ຮົວ​ອາ​ກິມ​ກໍ​ມອບ​ເງິນ ແລະ​ທອງ​ຄຳ​ແກ່​ຟາ​ຣາ​ໂອ​ແຕ່ພຣະ​ອົງ​ຊົງ​ເກັບ​ພາ​ສີ​ຈາກ​ຊາວ​ແຜ່ນ​ດິນ ເພື່ອມອບ​ເງິນ​ຕາມ​ບັນ​ຊາ​ຂອງ​ຟາ​ຣາ​ໂອ​ພຣະ​ອົງ​ຊົງ​ເລັ່ງ​ເອົາ​ເງິນ​ແລະ​ທອງ​ຄຳ​ຂອງ​ຣາ​ສດອນ​ນັ້ນ​ຈາກ​ທຸກ​ຄົນ​ຕາມ​ການ​ປະ​ເມີນ​ເພື່ອມອບ​ແກ່​ຟາ​ຣາ​ໂອ​ເນ​ໂກ

ຣັ​ຊ​ການ​ເຢ​ຮົວ​ອາ​ກິມ

36 ເຢ​ຣົວ​ອາ​ກິມ​ມີ​ອາ​ຍຸ​ຊາວ​ຫ້າ​ປີ ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສິບ​ເອັດ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າເຊ​ບີ​ດາ​ບຸດ​ຕຣີ​ເປ​ດັຍຢາຊາວ​ຣູ​ມາ 37 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ທຸກ​ຢ່າງ​ຊຶ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ

2 ກະສັດ 24

1 ໃນ​ຣັ​ຊ​ການ​ຂອງ​ພຣະ​ອົງ ເນ​ບຸ​ກາດ​ເນ​ສ​ຊາຣ໌​ເຈົ້າ​ຊີວິດ​ແຫ່ງ​ບາ​ບິ​ໂລນ​ຍົກ​ຂຶ້ນ​ມາ ແລະ​ເຢ​ຮົວ​ອາ​ກິມ​ເປັນ​ຄົນ​ໃຊ້​ຂອງ​ພຣະ​ອົງ​ສາມ​ປີ ແລ້ວ​ທ່ານ​ກໍ​ກັບ​ກະ​ບົດ​ຕໍ່​ພຣະ​ອົງ 2 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຊ້​ພວກ​ຄົນ​ຄັນ​ເດ​ອານ ແລະ​ພວກ​ຄົນ​ຊີ​ເຣັຽ ແລະຄົນ​ໂມ​ອາບ ແລະ​ພວກ​ຄົນ​ອັມ​ໂມນ​ມາ​ຕໍ່​ສູ້​ກັບ​ທ່ານ ແລະ​ຊົງ​ໃຊ້​ເຂົາ​ທັງ​ຫລາຍ​ໄປຕໍ່​ສູ້​ຢູ​ດາ​ເພື່ອ​ຈະ​ທຳ​ລາຍ​ເສັຽ ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ພຣະ​ອົງ​ກ່າວ​ໂດຍ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 3 ແທ້​ຈິງ​ເຫດ​ການ​ນີ້​ເກີດ​ຂຶ້ນ​ກັບ​ຢູ​ດາ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຈະ​ໃຫ້​ເຂົາ​ອອກ​ໄປ​ເສັຽ​ຈາກ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ເພາະ​ບັນ​ດາ​ບາບ​ຂອງ​ມາ​ນັ​ສ​ເຊ​ຕາມ​ທຸກ​ຢ່າງ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ 4 ແລະ​ເພາະ​ໂລ​ຫິດ​ທີ່​ບໍ່​ມີຄວາມ​ຜິດ​ຊຶ່ງ​ທ່ານ​ໄດ້​ທຳ​ໃຫ້​ຫລັ່ງນັ້ນ​ດ້ວຍ ເພາະ​ທ່ານ​ໄດ້​ກະ​ທຳ​ໃຫ້​ໂລ​ຫິດ​ທີ່​ບໍ່​ມີ​ຄວາມ​ຜິດ​ຕົກ​ເຕັມ​ເຢ​ຣູ​ຊາ​ເລັມ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ອະ​ພັຍ​ 5 ສ່ວນ​ພຣະ​ຣາ​ຊ​ກິ​ຈນອກ​ນັ້ນ​ຂອງ​ເຢ​ຮົວ​ອາ​ກິມ ແລະ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ແຫ່ງ​ພຣະ​ຣາ​ຊາ​ປະ​ເທດ​ຢູ​ດາ​ຫລື? 6 ເຢ​ຣົວ​ອາ​ກິມ​ຈຶ່ງ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຢ​ຮົວ​ອາ​ຄິນ​ໂອ​ຣົດ​ຂອງ​ພຣະ​ອົງ​ຂຶ້ນ​ປົກ​ຄອງ​ເທນ​ພຣະ​ອົງ 7 ແລະ​ເຈົ້າ​ຊີ​ວິດ​ແຫ່ງ​ເອ​ຢິບ​ບໍ່​ໄດ້​ຊົງ​ຍົກ​ອອກ​ມາ​ຈາກ​ແຜ່ນ​ດິນ​ຂອງ​ພຣະ​ອົງ​ອີກ ເພາະ​ເຈົ້າ​ຊີ​ວິດ​ແຫ່ງ​ບາ​ບິ​ໂລນ​ໄດ້​ຍຶດ​ແດນ​ທັງ​ສິ້ນ​ຊຶ່ງ​ເປັນ​ຂອງ​ເຈົ້າ​ຊີ​ວິດ​ເອ​ຢິບ​ຕັ້ງ​ແຕ່​ລຳ​ທານ​ເອ​ຢິບ​ເຖິງ​ແມ່​ນ້ຳ​ເອີ​ຟ​ຣາດ

ເຢ​ຮົວ​ອາ​ຄິນ​ແລະ​ເຈົ້າ​ນາຍ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ຍັງ​ບາ​ບິ​ໂລນ

8 ເຢ​ຮົວ​ອາ​ຄິນ​ມີ​ອາ​ຍຸ​ສິບ​ແປດ​ປີ ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສາມ​ເດືອນ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າ​ເນຮູ​ສ​ຕາບຸດ​ຕ​ຣີ​ຂອງ​ເອນ​ນາ​ທານ ຊາວ​ເຢ​ຣູ​ຊາ​ເລັມ 9 ເຢ​ຮົວ​ອາ​ຄິນ​ໄດ້​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດພຣະ​ຜູ້​ເປັນ​ເຈົ້າ ຕາມ​ທຸກ​ຢ່າງ​ຊຶ່ງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ຊົງ​ກະ​ທຳ 10 ຄາວ​ນັ້ນ​ຂ້າ​ຣາ​ຊ​ການ​ຂອງ​ເນ​ບຸ​ກາດ​ເນ​ສ​ຊາ​ເຈົ້າ​ຊີ​ວິດ​ແຫ່ງ​ບາ​ບິ​ໂລນ​ຍົກ​ຂຶ້ນ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ລ້ອມ​ກຸງ​ໄວ້ 11 ເນ​ບຸ​ກາ​ດເນ​ສ​ຊາເຈົ້າ​ຊີ​ວິດ​ແຫ່ງ​ບາ​ບິ​ໂລນ​ສະ​ເດັດ​ມາ​ທີ່​ເມືອງ​ນັ້ນ​ຂ​ນະເມື່ອ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ຍັງ​ອ້ອມ​ເມືອງ​ຢູ່ 12 ແລ້ວ​ເຢ​ຮົວ​ອາ​ຄິນ​ເຈົ້າ​ຊີ​ວິດ​ຢູ​ດາ​ພ້ອມ​ທັງ​ພຣະ​ມານ​ດາ ແລະ​ພຣະ​ຣາ​ຊວົງ​ ພວກ​ນາຍ​ທະ​ຫານ​ແລະ​ພວກ​ເຈົ້າ​ນາຍ​ກໍ​ຍອມ​ຈຳ​ນົນ​ຕໍ່​ເຈົ້າ​ຊີ​ວິດ​ກຸງ​ບາ​ບິ​ໂລນ ທຸກ​ຄົນ​ຈຶ່ງ​ຖືກ​ເນ​ບຸ​ກາດ​ເນ​ສ​ຊາ​ຈັບ​ໄປ​ເປັນ​ຊະ​ເລີຍ ຊຶ່ງ​ເປັນ​ປີ​ທີ​ແປດ​ແຫ່ງ​ຣັ​ຊ​ການ​ຂອງ​ພຣະ​ອົງ

ຢູ​ດາ​ເປັນ​ຊະ​ເລີຍ

13 ເນ​ບຸ​ກາດ​ເນ​ສ​ຊາ​ຣ໌ໄດ້​ກວາດ​ເອົາ​ຊັບ​ສິນ​ເງິນ​ຄຳ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃນ​ພຣະ​ຣາ​ຊວັງ​ໄປ​ຫມົດ ພຣະ​ອົງ​ໄດ້​ທັບ​ເອົາ​ເຄື່ອງ​ໃຊ້​ທີ່​ໂຊ​ໂລ​ໂມນ​ໄດ້​ທຳ​ດ້ວຍ​ຄຳ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ການ​ນີ້​ເປັນ​ໄປ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ບອກ​ລ່ວງ​ຫນ້າ​ແລ້ວ 14 ພຣະ​ອົງ​ໄດ້​ກວາດ​ເອົາ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ ບັນ​ດາ​ພວກ​ເຈົ້າ​ນາຍ​ທີ່​ມີ​ຊື່​ສຽງ​ທຸກ​ຄົນ​ໄປ​ເປັນ​ຊະ​ເລີຍ ທັງ​ຫມົດ​ນີ້​ມີ​ຢູ່​ນຶ່ງ​ຫມື່ນ​ຄົນ ນອກ​ຈາກ​ນີ້​ພຣະ​ອົງ​ຍັງໄດ້​ເອົາ​ຊ່າງ​ຝີ​ມື​ດີ ແລະ​ຊ່າງ​ໂລ​ຫະ​ໄປ​ນຳ​ດ້ວຍ ແລະ​ໄດ້​ປະ​ໄວ້​ແຕ່​ຄົນ​ທຸກ​ຍາກ​ເຫລືອ​ໄວ້​ໃນ​ປະ​ເທດ 15 ພຣະ​ອົງ​ໄດ້​ຈັບ​ເຢ​ຮົວ​ອາ​ຄິນ ພ້ອມ​ທັງ​ພຣະ​ມານ​ດາ​ແລະ​ຣາ​ຊວົງ​ ພວກ​ມະ​ເຫສີ ແລະ​ພວກ​ເຈົ້າ​ນາຍ​ທຸກ​ຄົນ​ຢູ່​ໃນ​ປະ​ເທດ​ໄປ​ສູ່​ກຸງ​ບາ​ບິ​ໂລນ 16 ຜູ້​ທີ່​ມີ​ຫນ້າ​ທີ່​ສຳ​ຄັນ​ມີ​ເຈັດ​ພັນ​ຄົນ ຊ່າງ​ຝີ​ມື​ດີ ແລະ​ຊ່າງ​ໂລ​ຫະ​ນຶ່ງ​ພັນ​ຄົນ ບຸກ​ຄົນ​ເຫລົ່າ​ນີ້​ມີ​ຄວາມ​ແຂງ​ແຮງ ແລະ​ສາ​ມາດ​ເປັນ​ທະ​ຫານ​ໄດ້ 17 ເຈົ້າ​ຊີ​ວິດ​ບາ​ບິ​ໂລນ​ໄດ້​ແຕ່ງ​ຕັ້ງ​ມັ​ດ​ຕາ​ນິ​ຢາ ລຸງ​ຂອງ​ເຢ​ຮົວ​ອາ​ກິນ​ຂຶ້ນ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຢູ​ດາ ໂດຍ​ປ່ຽນ​ຊື່​ໃຫ້​ໃຫມ່​ວ່າ ເຊ​ເດ​ກີ​ຢາ

ຣັ​ຊ​ການ​ເຊ​ເດ​ກີ​ຢາ

18 ເຊ​ເດ​ກີ​ຢາ​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ເມື່ອ​ອາ​ຍຸ​ຊາວ​ເອັດ​ປີ ແລະ​ເປັນ​ເຈົ້າ​ຊີ​ວິດ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ​ເປັນ​ເວ​ລາ​ສິບ​ເອັດ​ປີ ພຣະ​ມານ​ດາ​ຂອງພຣະ​ອົງ​ມີພຣະ​ນາມ​ວ່າຮາ​ມູ​ຕານເປັນ​ຣາ​ຊ​ທິ​ດາ​ຂອງ​ເຢ​ເຣ​ມີ​ຢາຊາວ​ລິບ​ນາ 19 ພຣະ​ອົງ​ຊົງ​ກະ​ທໍາ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ທຸກ​ຢ່າງ​ຊຶ່ງ​ເຢ​ຮົວ​ອາ​ກິມ​ຊົງ​ກະ​ທຳ 20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ໂກດ​ເຄືອງ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ຊາວ​ຢູ​ດາ​ຫລາຍ ພຣະ​ອົງ​ຊົງ​ຂັບ​ໄລ່​ໃຫ້​ພວກ​ເຂົາ​ຫນີ​ພົ້ນ​ຈາກ​ສາຍ​ພຣະ​ເນດ​ພຣະ​ອົງ

ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ທີ່​ກຸງ​ບາ​ບິ​ໂລນ

ເຊ​ເດ​ກີ​ຢາ​ໄດ້​ກະ​ບົດ​ຕໍ່​ສູ້​ເຈົ້າ​ຊີ​ວິດ​ບາ​ບິ​ໂລນ

2 ກະສັດ 25

1 ເມື່ອ​ວັນ​ທີ່​ສິບ​ເດືອນ​ສິບ​ປີ​ທີ່​ເກົ້າ​ແຫ່ງ​ຣັ​ຊ​ການ​ຂອງພຣະ​ອົງ ແລະ​ຢູ່​ມາ​ເນ​ບຸ​ກາດ​ເນ​ສ​ຊາຣ໌​ເຈົ້າ​ຊີ​ວິດ​ບາ​ບິ​ໂລນ​ໄດ້​ຍົກ​ທັບ​ມາ​ພ້ອມ​ກັບ​ກອງ​ທັບ​ທັງ​ສິ້ນ​ຂອງ​ພຣະ​ອົງ​ເຂົ້າ​ສູ້​ຮົບ​ກຸງເຢ​ຣູ​ຊາ​ເລັມ ພຣະ​ອົງ​ໄດ້​ມາ​ຕັ້ງ​ຄ້າຍ​ຢູ່ນອກ​ເມືອງ ແລະ​ໄດ້​ກອງດິນ​ຂຶ້ນ​ຕາມ​ກຳ​ແພງ​ເພື່ອ​ບຸກ​ໂຈມ​ຕີ 2 ກຸງ​ນີ້​ໄດ້​ຖືກ​ອ້ອມ​ໄວ້​ມາ​ຈົນ​ຮອດ​ປີ​ທີ່​ສິບ​ເອັດ​ແຫ່ງ​ຣັ​ຊ​ການ​ຂອງ​ເຊ​ເດ​ກີ​ຢາ 3 ຕໍ່​ມາ​ໃນ​ວັນ​ທີ່​ເກົ້າ​ຂອງ​ເດືອນ​ສີ່​ປີ​ດຽວ​ກັນ​ນັ້ນ ໄດ້​ມີ​ການ​ອຶດ​ຢາກ​ຢ່າງ​ຮ້າຍ​ແຮງ ຈົນ​ປະ​ຊາ​ຊົນ​ບໍ່​ມີ​ອາ​ຫານ​ການ​ກິນ ແລະ​ກຳ​ແພງ​ເມືອງ​ບາງ​ບ່ອນ​ກໍ​ຖືກ​ສັດ​ຕຣູ​ທຳ​ລາຍ​ລົງ 4 ສະ​ນັ້ນ​ເຈົ້າ​ຊີ​ວິດ​ແລະ​ພວກ​ທະ​ຫານ​ຈຶ່ງ​ໄດ້​ຫລົບ​ຫນີ​ອອກ​ໄປ​ໃນ​ຕອນ​ກາງ​ຄືນ​ທັງໆ​ທີ່​ພວກບາ​ບິ​ໂລນກຳ​ລັງ​ອ້ອມ​ເມືອງ​ຢູ່ ພວກ​ເຂົາ​ໄດ້​ອອກ​ໄປ​ທາງ​ປະ​ຕູ​ເມືອງ​ລະ​ຫວ່າງ​ກຳ​ແພງ​ທັງ​ສອງ​ຂ້າງ ຊຶ່ງ​ເປັນ​ບ່ອນ​ທີ່ໃກ້​ກັບ​ສວນ​ຂອງ​ເຈົ້າ​ຊີ​ວິດ ແລ້ວ​ມຸ່ງ​ຫນ້າ​ໄປ​ທາງ​ຮ່ອມ​ພູ​ຈໍ​ແດນ 5 ພວກ​ທະ​ຫານ​ບາ​ບິ​ໂລນ​ໄດ້​ໄລ່​ຕິດ​ຕາມ​ເຈົ້າ​ຊີ​ວິດ​ເຊເດ​ກີ​ຢາ​ໄປ ແລະ​ທັນ​ພຣະ​ອົງ​ໄດ້​ທີ່​ທົ່ງ​ນາ​ໃກ້​ເມືອງ​ເຢ​ຣິ​ໂກ ສ່ວນ​ພວກ​ທະ​ຫານ​ຂອງ​ພຣະ​ອົງ​ໄດ້​ປະ​ພຣະ​ອົງ​ຫນີ​ໄປ 6 ພວກ​ບາ​ບິ​ໂລນ​ຈັບ​ເຊ​ເດ​ກີ​ຢາ​ໄປ​ໃຫ້​ເນ​ບຸ​ກາດ​ເນ​ສ​ຊາ​ຣ໌ຢູ່​ເມືອງ​ຣິ​ບ​ລາ ແລະ​ພຣະ​ອົງ​ກໍ​ຖືກ​ຕັດ​ສິນ​ຄະ​ດີ​ຢູ່​ທີ່​ນັ້ນ 7 ເຈົ້າ​ຊີ​ວິດບາ​ບິ​ໂລນ​ໄດ້​ຂ້າ​ຣາ​ຊ​ໂອ​ຣົດ​ຂອງ​ເຊ​ເດ​ກີ​ຢາ ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ພຣະ​ອົງ​ເອງ ແລ້ວ​ເຈາະ​ຫນ່ວຍ​ຕາ​ເຊ​ເດ​ກີ​ຢາ​ອອກ ລ່າ​ມໂສ້​ພຣະ​ອົງ​ໄວ້​ແລະ​ນຳ​ພຣະ​ອົງ​ໄປ​ຍັງ​ກຸງ​ບາ​ບິ​ໂລນ 8 ໃນ​ຣັ​ຊ​ການ​ປີ​ທີ່​ສິບ​ເກົ້າວັນ​ທີ​ສິບ​ເຈັດ​ເດືອນ​ຫ້າ​ຂອງເນ​ບຸ​ກາດ​ເນ​ສ​ຊາ ເຈົ້າ​ຊີ​ວິດ​ບາ​ບິ​ໂລນ ເນ​ບູຊາ​ຣາ​ດານ ທີ່​ປຶກ​ສາ​ແລະ​ຜູ້​ບັນ​ຊາ​ການ​ຄົນ​ນຶ່ງ​ຂອງ​ພຣະ​ອົງ ໄດ້​ເຂົ້າ​ໄປ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 9 ແລະ​ຈູດ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຈູດ​ພຣະ​ຣາ​ຊວັງ ແລະ​ເຮືອນ​ຊານ​ທຸກໆ​ຫລັງ​ຂອງ​ເຈົ້າ​ນາຍ​ຜູ້​ສຳ​ຄັນ 10 ພວກ​ທະ​ຫານ​ຂອງ​ພຣະ​ອົງ​ໄດ້​ທຳ​ລາຍ​ກຳ​ເມືອງ 11 ເນ​ບຸ​ກາດ​ເນ​ສ​ຊາ​ໄດ້​ຈັບ​ປະ​ຊາ​ຊົນ​ທີ່​ຍັງ​ຄ້າງ​ເຫລືອ​ຢູ່​ໃນ​ເມືອງ​ພ້ອມ​ທັງ​ພວກ​ຊ່າງ​ຝີ​ມື​ດີ ຕ​ລອດ​ທັງ​ພວກ​ທີ່​ອອກ​ມາ​ສະ​ຫວາ​ມີ​ພັກ​ຕໍ່​ຊາວ​ບາ​ບິ​ໂລນ​ໄປ​ເປັນ​ຊະ​ເລີຍ​ທີ່​ກຸງ​ບາ​ບິ​ໂລນ 12 ແຕ່​ເຂົາ​ໄດ້​ປະ​ໃຫ້​ຄົນ​ທຸກ​ຍາ​ກ​ທີ່​ສຸດ​ທີ່​ບໍ່​ມີ​ໄຮ່​ນາ​ໄວ້​ໃນ​ປະ​ເທດ ເພື່ອ​ເປັນ​ຄົນ​ເຮັດ​ສວນ​ອະ​ງຸ່ນ ແລະ​ເຮັດ​ໄຮ່​ໄຖ​ນາ 13 ຊາວ​ບາ​ບິ​ໂລນ​ໄດ້​ທັບ​ເສົາ​ທອງ ທັບ​ດິນ​ເສົາ​ແລະ​ຂັນ​ນ້ຳ​ທອງ​ສຳ​ຣິດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ເອົາ​ທອງ​ເຫລົ່າ​ນັ້ນ​ໄປ​ຍັງ​ກຸງ​ບາ​ບິ​ໂລນ 14 ພວກ​ເຂົາຍັງ​ໄດ້​ຂົນ​ເອົາ​ເຄື່ອງ​ໃຊ້​ສຳ​ລັບ​ທຳ​ຄວາມ​ສະ​ອາດ​ແທ່ນ​ບູ​ຊາ ຄື ສຽມ ຊວ້ານ ຄຸ​ໃສ່​ຂີ້​ເທົ່າ​ໄຟ ຖາດ​ແລະ​ມີດ​ຕັດ ໃສ້​ຕະ​ກຽງ ໂອ​ໃສ່​ເລືອດ​ເວ​ລາ​ຂ້າ​ສັ​ຕ​ຖວາຍ​ບູ​ຊາ ຫ​ມໍ້​ສຳ​ລັບ​ເຄື່ອງ​ຫອມ​ເຜົາ​ບູ​ຊາ ແລະ​ເຄື່ອງ​ທອງ​ສຳ​ຣິດ​ທັງ​ຫມົດ​ທີ່​ໃຊ້​ໃນ​ພິ​ທີ​ການ​ຂອງວິ​ຫານ 15 ພວກ​ເຂົາ​ໄດ້​ຂົນ​ເອົາ​ທຸກ​ສິ່ງ​ທີ່​ເຮັດ​ດ້ວຍ​ຄຳ ຫລື​ເງິນ​ໄປ ຄື ຫມໍ້​ນ້ອຍ ແລະ​ອ່າງ​ໃສ່​ຖ່ານ​ຫີນ 16 ເຄື່ອງ​ທອງ​ສຳ​ຣິດ​ທີ່​ກະ​ສັດ​ໂຊ​ໂລ​ໂມນ​ເຮັດ​ໄວ້​ໃນ​ວິ​ຫານ​ຄື ເສົາ​ສອງ​ເສົາ ຕີນ​ເສົາ ອ່າງ​ໃຫຍ່​ໃສ່​ນ້ຳ 17 ເຄື່ອງ​ເຫລົ່າ​ນີ້ຫ​ນັກ​ຫລາຍ​ຈົນ​ຊັ່ງ​ບໍ່​ໄດ້ ເສົາ​ສອງ​ເສົາ​ນັ້ນ ແຕ່​ລະ​ເສົາ​ສູງ​ສິ​ບ​ແປດ​ສອກ ຢູ່​ເທິງ​ເສົາ​ມີ​ບົວ​ທອງ​ສຳ​ຣິດ ບົວ​ແຕ່​ລະ​ດອກ​ສູງ​ສາມ​ສອກ ມີ​ຮູບ​ພວງ​ມາລາ​ແລະ​ຣູບ​ຫມາກ​ພິ​ລາ​ອ້ອມ​ຮອບ​ບົວ​ນັ້ນ 18 ເນ​ບຸ​ກາດ​ເນ​ສ​ຊາຣ໌ຜູ້​ບັນ​ຊາ​ການ​ທະ​ຫານ​ໄດ້​ຈັບ​ມະ​ຫາ​ປະ​ໂຣ​ຫິດ​ເຊ​ຣັຍ​ຢາ​ແລະ​ປະ​ໂຣ​ຫິດ​ເຊ​ຟັນ​ຢາ​ຜູ້​ຮອງ ພ້ອມ​ທັງ​ຜູ້​ມີ​ຫນ້າ​ທີ່​ດູ​ແລ​ພຣະ​ວິ​ຫານ​ສາມ​ຄົນ​ໄປ​ນຳ 19 ພາຍ​ໃນ​ເມືອງ​ທ່ານ​ໄດ້​ຈັບ​ຜູ້​ບັນ​ຊາ​ການ​ທະ​ຫານ ທີ່​ປຶກ​ສາ​ພຣະ​ມະ​ຫາ​ກະ​ສັດ​ຫ້າ​ຄົ​ນ ຮອງ​ຜູ້​ບັນ​ຊາ​ການ​ທະ​ຫານ ຜູ້​ຮັບ​ຜິດ​ຊອບ​ທະ​ບຽນ​ພົນ ແລະ​ຄົນ​ສຳ​ຄັນ​ອື່ນໆ​ອີກ​ຫົກ​ສິບ​ຄົນ​ທີ່​ຍັງ​ຢູ່​ໃນ​ເມືອງ 20 ເນ​ບູຊາ​ຣາ​ດານ​ໄດ້​ຈັບ​ເອົາ​ພວກ​ເຫລົ່າ​ນີ້​ໄປ​ຫາ​ເຈົ້າ​ຊີ​ວິດ​ບາ​ບິ​ໂລນ​ທີ່ຣິບ​ລາ 21 ໃນ​ເຂດ​ແດນ​ຮາ​ມັ​ທ​ຢູ່​ທີ່​ນັ້ນ​ເຈົ້າ​ຊີ​ວິດ​ໄດ້​ທໍ​ຣະ​ມານ ແລະ​ໄດ້​ຂ້າ​ພວກ​ເຂົາ​ເສັຽ ດັ່ງ​ນັ້ນ​ແຫລະ ຊາວ​ຢູ​ດາ​ຈຶ່ງ​ຖືກ​ເນ​ລະ​ເທດ​ອອກ​ຈາກ​ປະ​ເທດ​ຂອງ​ຕົນ

ເກ​ດາ​ລິ​ຢາ​ຮັບ​ຕຳ​ແຫນ່ງ​ເປັນ​ຜູ້​ປົກ​ຄອງ​ຢູ​ດາ

22 ເຈົ້າ​ເນ​ບຸ​ກາດ​ເນ​ສ​ຊາຣ໌ເຈົ້າ​ຊີ​ວິດ​ບາ​ບິ​ໂລນ​ໄດ້​ແຕ່ງ​ຕັ້ງ​ເກ​ດາ​ລີ​ຢາ ບຸດ​ອາ​ຮີ​ກາມ ບຸດ​ຊາ​ຟານ ເປັນ​ຜູ້​ປົກ​ຄອງ​ປະ​ເທດ​ຢູ​ດາ ແລະ​ໃຫ້​ເປັນ​ຜູ້​ຮັບ​ຜິດ​ຊອບ​ທຸກ​ຄົນ​ທີ່​ບໍ່​ໄດ້​ຖືກ​ຈັບ​ໄປກຸງ​ບາ​ບິ​ໂລນ 23 ເມື່ອ​ພວກ​ນາຍ​ແລະ​ພົນ​ທະ​ຫານທີ່​ຢູ່ນອກ​ເມືອງ​ໄດ້​ຍິນ​ວ່າ ເຈົ້າ​ຊີ​ວິດ​ບາ​ບິ​ໂລນ​ໄດ້​ແຕ່ງ​ຕັ້ງ​ເກ​ດາ​ລິ​ຢາ​ເປັ​ນ​ຜູ້​ປົກ​ຄອງ ພວກ​ເຂົາ​ກໍ​ພາ​ກັນ​ໄປຫາ​ເກ​ດາ​ລິ​ຢາ​ທີ່​ເມືອງ​ມິ​ສປາ ຄື​ອິ​ຊ​ມາ​ເອນບຸດ​ເນ​ທາ​ນິ​ຢາ ໂຢຮາ​ນານ ບຸດ​ກາ​ເຣ​ອາ ເຊ​ຣັຍ​ຢາ​ບຸດ​ຕັນ​ຮູ​ເມ​ທ ຊາວ​ເນ​ໂທ​ຟາ ແລະ​ຢາ​ອາ​ຊາ​ນິ​ຢາ​ບຸດຄົນ​ຕະ​ກູນ​ມາ​ອາ​ກາ 24 ສ່ວນ​ກາ​ດາ​ລິ​ຢາ​ກໍ​ເວົ້າ​ຕໍ່​ພວກ​ເຫລົ່າ​ນີ້​ວ່າ, “ພວກ​ທ່ານ​ບໍ່​ຕ້ອງ​ຢ້ານ​ຊາວ​ບາ​ບິ​ໂລນດອກ ຈົ່ງ​ຢູ່​ໃນ​ປະ​ເທດ​ນີ້ ແລະ​ຮັບ​ໃຊ້​ເຈົ້າ​ຊີ​ວິດ​ບາ​ບິ​ໂລນ ແລ້ວ​ພວກ​ທ່ານ​ຈະ​ມີ​ຄວາມ​ສຸກ” 25 ແຕ່​ວ່າ​ໃນ​ເດືອນ​ທີ່​ເຈັດ​ຂອງ​ປີ​ນັ້ນ ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາບຸດ​ເອ​ລີ​ຊາ​ມາ ຜູ້​ເປັນ​ເຊື້ອ​ກະ​ສັດ​ພ້ອມ​ທັງ​ທະ​ຫານ​ສິບ​ຄົນ ໄດ້​ເຂົ້າ​ມາ​ຂ້າ​ເກ​ດາ​ລິ​ຢາ​ພ້ອມ​ທັງ​ຊາວ​ອິສ​ຣາ​ເອນ ແລະ​ຊາວ​ບາ​ບິ​ໂລນ​ທີ່​ຢູ່​ນຳ​ທ່ານ​ໃນ​ເມືອງ​ມິ​ສ​ປາ​ນັ້ນ 26 ແລ້ວ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ ທັງ​ຄົນ​ຮັ່ງ​ມີ​ແລະ​ຄົນ​ຈົນ ພ້ອ​ມ​ທັງ​ພວກ​ນາຍ​ທະ​ຫານ​ກໍ​ພາ​ກັນ​ປົບ​ຫນີ​ໄປ​ຍັງ​ປະ​ເທດ​ເອ​ຢິບ​ເພາະ​ຢ້ານ​ຊາ​ວບາ​ບິ​ໂລນ

ເຢ​ຮົວ​ອາ​ຄິນ​ໄດ້​ຮັບ​ອະ​ພັຍ​ໂທດ

27 ໃນ​ປີ​ທີ່​ສາມ​ສິບ​ເຈັດ​ທີ່​ເຢ​ຮົວ​ອາ​ຄິນ​ ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ຕົກ​ເປັນ​ຊະ​ເລີຍ ເປັນ​ປີ​ທີ່​ເອ​ວິນ​ເມ​ໂຣດັກ​ຂຶ້ນ​ເປັນ​ເຈົ້າ​ຊີ​ວິດ ພຣະ​ອົງ​ໄດ້​ໃຫ້​ອະ​ພັຍ​ໂທດ​ແກ່​ເຢ​ຮົວ​ອາ​ຄິນ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ ແລະ​ໄດ້​ປ່ອຍ​ພຣະ​ອົງ​ອອກ​ຈາກ​ຄຸກ 28 ໃນ​ວັນ​ທີ​ຊາວ​ເຈັດ​ຂອ​ງ​ເດືອນ​ສິບ​ສອງ ເອ​ວິນ​ເມ​ໂຣ​ດັກ​ໄດ້​ລ້ຽງ​ດູ​ພຣະ​ອົງ​ຢ່າງ​ມີ​ເມດ​ຕາ​ຈິດ ທັງ​ໄດ້​ອະ​ນຸ​ຍາດ​ໃຫ້​ມີ​ກຽດ​ກວ່າ​ເຈົ້າ​ຊີ​ວິດ​ອົງ​ອື່ນໆ​ທີ່​ຖືກ​ຈັບ​ມາ​ຢູ່​ກຸງ​ບາ​ບິ​ໂລນ 29 ດັ່ງ​ນັ້ນ​ເຢ​ຮົວ​ອາ​ຄິນຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຖອດ​ເຄື່ອງ​ນຸ່ງ​ນັກ​ໂທດ​ອອກ ແລະ​ໄດ້​ຮັບ​ປະ​ທານ​ອາ​ຫານ​ຮ່ວມ​ໂຕະ​ກັບ​ເຈົ້າ​ຊີ​ວິດ​ຕ​ລອດ​ມາ 30 ເຈົ້າ​ຊີ​ວິດ​ເປັນ​ຜູ້​ອຸ​ປ​ຖັມ ແລະ​ຮັບຜິດ​ຊອບ​ຈົນ​ຊົ່ວ​ຊີ​ວິດ​ຂອງ​ທ່ານ

1 ຂ່າວຄາວ 1

1 ຂ່າວ​ຄາວ

ເຊື້ອ​ສາຍ​ຂອງ​ອາ​ດາມ

1 ອາ​ດາມ ເຊດ ເອ​ໂນ​ສ 2 ເກ​ນານ ມາ​ຫາ​ລາ​ເລ​ນ ຢາ​ເຣດ 3 ເອ​ໂນກ ເມທູ​ເຊ​ລາ ລາ​ເມ​ກ 4 ໂນ​ອາ ເຊມ ຮາມ ແລະ​ຢາ​ເຟດ

ເຊື້​ອ​ສາຍ​ຂອງ​ລູກ​ຊາຍ​ໂນ​ອາ

5 ຢາ​ເຟດມີ​ບຸດ​ຊາຍ​ຊື່ ໂກ​ເມີ​ ມາ​ກົກ ມາ​ດັຍ ຢາ​ວານ ຕູບານ ເມ​ເຊກ ແລະ​ຕີ​ຣັ​ສ 6 ໂກ​ເມີມີ​ບຸ​ດ​ຊາຍ​ຊື່ ອັສເກ​ນັ​ຊ ດີຟາດ ແລະ​ໂຕ​ກາ​ມາ 7 ​ຢາ​ວານມີ​ບຸດ​ຊາຍ​ຊື່ ເອ​ລີ​ຊາ ຕາ​ຣ໌ຊິດ ກິດ​ຕີມ ແລະ​ໂຣ​ດາ​ນີມ 8 ​ຮາມ​ມີ​ບຸດ​ຊາຍຊື່ ກູ​ຊ ເອ​ຢິບ ປູ​ທ ກາ​ນາ​ອານ 9 ​ກູ​ຊມີ​ບຸດ​ຊາຍຊື່ ເຊ​ບາ ຮາ​ວິ​ລາ ຊັບ​ຕາ ຣາ​ອາ​ມາ ແລະ​ຊັບ​ເຕກາ ຣາອາ​ມາມີ​ບຸດ​ຊາຍ​ຊື່ ເຊ​ບາ ແລະ​ເດ​ດານ 10 ກູຊ​ເປັນ​ບິ​ດາ​ຂອງ​ນິມ​ໂຣດ​ເປັນ​ຄົນ​ທຳ​ອິດ​ທີ່​ເກັ່ງ​ກ້າ​ໃນ​ແຜ່ນ​ດິນ​ໂລກ 11 ເອ​ຢິບ​ເປັນ​ບິ​ດາ​ຂອງ​ ລູ​ດິມ ອາ​ນາ​ມິມ ເລ​ຣາບິມ ເນັ​ຟ​ຕູ​ຮິມ 12 ປັທຣູ​ຊິມ ກັສ​ລູ​ຮິມ ເກັຟໂຕ​ຮິມ ຊຶ່ງ​ສືບ​ເຊື້ອ​ສາຍ​ໃຫ້​ຊາວ​ຟີ​ລິ​ສ​ຕີນ 13 ກາ​ນາ​ອານ​ເປັນ​ບິ​ດາ​ຂອງ ຊີ​ໂດນ​ຜູ້​ເປັນ​ບຸດ​ຫົວ​ປີ ແລະ​ເຮທ 14 ແລະ​ຊາວ​ເຢ​ບຸສ ຊາວ​ອາ​ໂມ​ຣິດ ຊາວ​ກີ​ຣ໌ກາ​ຊິດ 15 ຊາວ​ຮີ​ວີ ຊາວ​ອາຣ໌ກິດ ແລະ​ຊາວ​ຊີ​ນິດ 16 ຊາວອາກວາ​ດິດ ຊາວ​ເຊ​ມາ​ຣິດ ແລະ​ຊາວ​ຮາ​ມາດ 17 ​ເຊມມີ​ບຸດ​ຊາຍ​ຊື່ ເອ​ລາມ ອັສ​ຊູ​ຣ໌​ ອາກ​ປັກສາດ ລູດ ອາ​ຣາມ ອູ​ຊ ຮູນ ເກ​ເທີ ແລະ​ເມ​ເຊກ 18 ອາກ​ປັກ​ສາດ​ເປັນ​ບິ​ດາ​ຂອງ​ເຊ​ລາ​ ແລະ​ເຊ​ລາ​ເປັນ​ບິດາຂອງ​ເອ​ເບີ 19 ບຸດ​ຊາຍ​ສອງ​ຄົນ​ເກີດໃຫ້​ແກ່​ເອ​ເບີ ຄົນ​ນຶ່ງ​ຊື່ ເປ​ເລກ (ມີ​ການ​ແບ່ງ​ແຜ່ນ​ດິນ​ໃນ​ສະ​ໄຫມ​ຂອງ​ເຂົາ) ແລະ​ນ້ອງ​ຊາຍ​ຂອງ​ເຂົາ​ຊື່ ໂຢກ​ທານ 20 ໂຢກ​ທານ​ເປັນ​ບິ​ດາ​ຂອງ​ອັນ​ໂມ​ດາດ ເຊ​ເລັຟ ຮາ​ຊາ​ມາ​ເວດ ແລະ​ເຢ​ຣາ 21 ຮາ​ໂດຣາມ ອູ​ຊານ ແລະ​ດິກ​ລາ 22 ເອ​ບານ ອາ​ບິ​ມາ​ເອນ​ ເຊ​ບາ 23 ໂອ​ຟີ ຮາ​ວິ​ລາ ແລະ​ໂຢ​ບັບ ຄົນ​ເຫລົ່າ​ນີ້​ເປັນ​ບຸດ​ຊາຍ​ຂອງ​ໂຢກ​ທານ

ເຊື້ອ​ສາຍ​ຂອງ​ເຊມ

24 ເຊ​ມ ອາກປັກສາດ ເຊ​ລາ 25 ເອ​ເບີ ເປ​ເລກ ເຣ​ອູ 26 ເຊ​ຣຸກ ນາ​ໂຮ ເຕ​ຣາ 27 ອັບ​ຣາມ ຄື​ອັບ​ຣາ​ຮາມ

ເຊື້ອ​ສາຍ​ຂອງ​ອິ​ຊ​ມາ​ເອນ ແລະ ເຄ​ທູ​ຣາ

28 ອັບ​ຣາ​ຮາມມີ​ບຸດ​ຊາຍ​ຊື່ ອີ​ຊາກ ແລະ​ອິ​ຊ​ມາ​ເອນ 29 ຕໍ່​ໄປ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ພວກ​ເຂົາ ບຸດຊາຍ​ຜູ້​ກົກ​ຂອງ​ອິ​ຊ​ມາ​ເອນຄື ເນ​ບາ​ໂຢດ ຕໍ່​ມາ​​ ເກ​ດາ ອາດ​ເບເອນ ມິບ​ຊາມ 30 ມິ​ສມາ ດູ​ມາ ມັສ​ຊາ ຮາ​ດາດ ເຕ​ມາ 31 ເຢ​ຕູ​ຣ໌ ນາ​ຟິສ ແລະ​ເກເດ​ມາ ພວກ​ເຫລົ່າ​ນີ້​ເປັນ​ບຸດ​ຂອງ​ອິ​ຊ​ມາ​ເອນ 32 ບຸດຊາຍ​ຂອງ​​ເກ​ຕຸ​ຣາ​ພັ​ຣ​ຍານ້ອຍ​ຂອງ​ອັບ​ຣາ​ຮາມ​ຄື ຊິມ​ຣານ ໂຢກ​ຊານ ເມ​ດານ ມີ​ດີ​ອານ ອິສ​ບາກ ແລະຊູ​ອາ ແລະ​​ໂຢກ​ຊານມີ​ບຸດ​ຊາຍ​ຊື່ ເຊ​ບາ ແລະ​ເດ​ດານ 33 ​ມີ​ດີ​ອານ​ມີ​ບຸດ​ຊາຍຊື່ ເອ​ຟາ ເອ​ເຟີ ຮາໂນກ ອາ​ບີ​ດາ ເອນ​ດາ​ອາ ທັງ​ຫມົດ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ເກ​ຕຸ​ຣາ

ເຊື້ອ​ສາຍ​ຂອງເອ​ຊາວ

34 ອັບ​ຣາ​ຮາມ​ເປັນ​ບິດາ​ຂອງ​ອິ​ຊາກ ອິ​ຊາກມີ​ບຸດ​ຊາຍ​ຊື່ ເອ​ຊາວ ແລະ​ອິສ​ຣາ​ເອນ 35 ​ເອ​ຊາວມີ​ບຸດ​ຊາຍ​ຊື່ ເອລີ​ຟັ​ສ ຣູ​ເອນ ເຢ​ອູສ ຢາ​ລາມ ແລະ​ໂກ​ຣາ 36 ​ເອ​ລີ​ຟັ​ສ​ມີ​ບຸດ​ຊາຍຊື່ ເຕມານ ໂອມາກ ເຊ​ຟີ ກາ​ຕາມ ເກ​ນັ​ສ ຕິ​ມ​ນາ ແລະ​ອາ​ມາ​ເລກ 37 ຣູ​ເອນມີ​ບຸດ​ຊາຍ​ຊື່ ນາ​ຮາດ ເຊ​ຣາ ຊາມ​ມາ ແລະ​ມິສ​ຊາ 38 ເຊ​ອີ​ຣ໌​ມີ​ບຸ​ດ​ຊາຍຊື່ ໂລ​ຕານ ໂຊ​ບານ ຊີ​ເບ​ໂອນ ອາ​ນາ ​ດີ​ໂຊນ ເອ​ເຊີ ແລະ​ດີ​ຊານ 39 ໂລ​ຕານ​ມີ​ບຸດ​ຊາຍຊື່ ໂຮ​ຣິ ໂຮ​ມາມ ແລະ​ນ້ອງ​ສາວ​ຂອງ​ໂລ​ຕານ​ຄື ຕິມ​ນາ 40 ​ໂຊບານ​ມີ​ບຸດ​ຊາຍຊື່ ເອ​ລີ​ອານ ມາ​ນາ​ຮາດ ເອ​ບານ ເຊ​ຟີ ແລະ​ໂອ​ນາມ ຊີ​ເບໂອນມີ​ບຸດ​​​ຊື່ ອັຍຢາ ແລະ​ອາ​ນາ 41 ​ອາ​ນາມີ​ບຸດ​ຊາຍ​ຊື່ ດີ​ໂຊນ ​ດີ​ໂຊນມີ​ບຸດ​ຊາຍ​ຊື່ ຮາມ​ຣານ ເອສ​ບານ ອິທ​ຣານ ເຄ​ຣານ 42 ​ເອ​ເຊີມີ​ບຸດ​ຊາຍຊື່ ບີນ​ຮານ ຊາ​ອາ​ວານ ຢາ​ອາ​ການ ​ດີ​ຊານມີ​ບຸດ​ຊາຍ ອູ​ຊ ແລະ​ອາ​ຣານ 43 ຕໍ່​ໄປ​ນີ້​ເປັນ​ກະ​ສັດ​ຜູ້ຊົງ​ປົກຄອງ​ຢູ່​ໃນ​ແຜ່ນ​ດິນເອ​ໂດມ ກ່ອນ​ທີ່​ມີ​ກະ​ສັດ​ປົກ​ຄອງ​ຢູ່​ເຫນືອ​ຊາວ​ອິສ​ຣາ​ເອນ​ຄື ເບ​ລາ​ບຸດ​ຊາຍ​ຂອງ​ເບ​ໂອຣ໌ ເມືອງຂອງ​ທ່ານ​ຊື່ ດິນ​ຮາ​ບາ 44 ເມື່ອ​ເບ​ລາ​ສິ້ນ​ພຣະ​ຊົນ ໂຢ​ບັບ​ບຸດ​ຊາ​ຍ​ຂອງ​ເຊ​ຣາ ແຫ່ງ​ເມືອງ​ໂບ​ສຣາ​ໄດ້​ຂື້ນ​ປົກ​ຄອງ​ແທນ​ທ່ານ 45 ເມື່ອ​ໂຢ​ບັບ​ສິ້ນ​ພຣະ​ຊົນ ຮູ​ຊາມ​ແຫ່ງ​ແຜ່ນ​ດິນ​ຂອງ​ຊາວ​ເຕ​ມານກໍ​ຂື້​ນ​ປົກ​ຄອງ​ແທນ​ທ່ານ 46 ເມື່ອ​ຮູ​ຊາມ​ສິ້ນ​ພຣະ​ຊົນ ຮາ​ດາດ​ບຸດ​ຊາຍ​ຂ​ອງ​ເບ​ດາດ​ຜູ້​ຮົບ​ຊະ​ນະ​ມີ​ດີ​ອານ​ໃນ​ດິນ​ແດນ​ໂມ​ອາບ​ໄດ້​ຂື້ນ​ປົກຄອງ​ແທນ​ທ່ານ ແລະ​ເມືອງ​ຂອງ​ທ່ານ​ຊື່ ອາວິ​ທ 47 ເມື່ອ​ຮາ​ດາດ​ສິ້ນ​ພຣະ​ຊົນ ຊາມ​ລາ​ແຫ່ງ​ເມືອງ​ມັສ​ເຣ​ກາ​ກໍ​ຂື້​ນ​ປົກ​ຄອງ​ແທນ​ທ່ານ 48 ເມື່ອ​ຊາມ​ລາ​ສິ້ນ​ພຣະ​ຊົນ ຊາ​ອູນ​ແຫ່ງ​ເມືອງ​ເຣ​ໂຮໂບທ​ທີ່​ແມ່​ນ້ຳ​ເອີ​ຟ​ຣາດ​ໄດ້​ຂື້​ນ​ປົກ​ຄອງແທນ​ທ່ານ 49 ເມື່ອ​ຊາ​ອູນ​ສິ້ນ​ພຣະ​ຊົນ ບາ​ອານ​ຣາ​ນານ​ບຸດ​ຊາຍ​ຂອງ​ອັກ​ໂບຣ໌​ໄດ້​ຂື້ນ​ປົກ​ຄອງ​ແທນ​ທ່ານ 50 ເມື່ອ​ບາ​ອານ​ຮານານ​ສິ້ນ​ພຣະ​ຊົນ ຮາ​ດາດ​ໄດ້ຂື້ນ​ປົກ​ຄອງ​ແທນ​ທ່ານ ແລະ​ເມືອງ​ຂອງ​ທ່ານ​ຊື່​ປາ​ອີ ແລະ​ມະ​ເຫ​ສີ​ມີ​ພຣະ​ນາມ​ວ່າ ເມ​ເຮ​ຕາ​ເບນ ທິ​ດາ ​ຂອງ​ມາ​ເຕ​ຣ​ດ ທິ​ດາຂອງ​ເມ​ຊາ​ຮັບ 51 ແລະ​ຣາ​ດາດ​ສິ້ນ​ພຣະ​ຊົນ ເຈົ້າ​ນາຍ​ຂອງ​ເອ​ໂດມ​ຄື ຕິມ​ນາ ອາ​ລີ​ຢາ ເຢ​ເທດ 52 ໂອ​ໂຮ​ລີບາ​ມາ ເອ​ລາ ປີ​ໂນນ 53 ເກ​ນັ​ສ ເຕ​ມານ ມີບ​ຊາ 54 ມັກ​ດີ​ເອນ ອີ​ຣາມ ພວກ​ເຫລົ່າ​ນີ້​ເປັນ​ເຈົ້າ​ນາຍ​ຂອງ​ເອ​ໂດມ

1 ຂ່າວຄາວ 2

ບຸດ​ຂອງ​ອິສ​ຣາ​ເອນ

1 ຕໍ່​ໄປ​ນີ້​ເປັນ​ບຸດ​ຊາຍ​ຂອງ​ອິສ​ຣາ​ເອນ​ຄື ຣູ​ເບນ ຊີ​ເມ​ໂອນ ເລ​ວີ ຢູ​ດາ ອິສ​ຊາ​ຄາ ເຊ​ບູ​ລຸນ 2 ດານ ໂຢ​ເຊັບ ເບັນ​ຢາ​ມິນ ເນັຟ​ທາ​ລີ ກາດ ແລະ ອາ​ເຊີ

ເຊື້ອ​ສາຍ​ຂອງ​ຢູ​ດາ

3 ຢູ​ດາ​ມີ​ບຸດ​ຊາຍຊື່ ເອ​ຣ໌ ໂອ​ນານ ແລະ​ເຊ​ລາ ທັງ​ສາມ​ຄົນ​ນີ້​ ເກີດ​ຈາກນາງ​ບັທ​ຊູ​ອາ​ຊາວ​ກາ​ນາ​ອານ​ມີ​ໃຫ້​ແກ່​ທ່ານ ເອ​ຣ໌​ບຸດ​ຊາຍ​ກົກ​ຂອງ​ຢູ​ດາ​ນັ້ນ​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ ແລະ​ພຣະ​ອົງ​ຊົງ​ປະ​ຫານ​ເສັຽ 4 ທາ​ມາ​ບຸດ​ສະ​ໃພ້​ຂອງ​ທ່ານ​ກໍ​ເກີດ​ບຸດ​ຊາຍ​ຊື່ ເປ​ເຣສ ແລະ​ເຊ​ຣາ​ໃຫ້​ແກ່​ທ່ານ​ດ້ວຍ ຢູ​ດາ​ມີ​ບຸດ​ຊາຍ​ທັງ​ຫມົດ​ຫ້າ​ຄົນ​ດ້ວຍ​ກັນ 5 ​ເປ​ເຣສ​ມີ​ບຸດ​ຊາຍຊື່ ເຮສ​ໂຣນ ແລະ​ຮາ​ມູນ 6 ​ເຊ​ຣາ​ມີ​ບຸດ​ຊາຍຄື ຊິມ​ຣີ ເອ​ທານ ເຮ​ມານ ກັນ​ໂກນ ດາ​ຣາ​ ທັງ​ຫມົດ​ຫ້າ​ຄົນ​ດ້ວຍ​ກັນ 7 ກາຣ໌ມີ​ມີ​ບຸດ​ຊາຍຊື່ ອາ​ຄາ​ ຜູ້​ນຳ​ຄວາມ​ເດືອດ​ຮ້ອນ​ໃຫ້​ແກ່​ອິສ​ຣາ​ເອນ ຜູ້ລະ​ເມິດ​ໃນ​ເຣື່ອງ​ຂອງ​ທີ່​ຕ້ອງ​ຫ້າມ​ນັ້ນ 8 ແລະ​​ເອ​ທານ​ມີ​ບຸດ​ຊາຍຊື່ ອາ​ຊາ​ຣິ​ຢາ 9 ບຸດ​​ເຮັສ​ໂຣນ​ຊຶ່ງ​ເກີດ​ແກ່​ທ່ານ​ນັ້ນ​ຄື ເຢ​ຣາ​ເມ​ເອນ ຣາມ ແລະເຄລູ​ບັຍ 10 ຣາມ​ເປັນ​ບິ​ດາ​ຂອງອັມ​ມີນາ​ດາບ ແລະ​ອັມ​ມີນາ​ດາບ​ເປັນ​ບິ​ດາ​ຂອງ​ນາ​ໂຊນ ເຈົ້າ​ນາຍໃນ​ບຸດ​ຂອງ​ຢູ​ດາ 11 ນາ​ໂຊນ​ເປັນ​ບິ​ດາ​ຂອງ​ຊັນ​ມາ ຊັນ​ມາ​ເປັນ​ບິ​ດາ​ຂອງ​ໂບ​ອັ​ສ 12 ໂບ​ອັ​ສເປັນ​ບິ​ດາ​ຂອງ​ໂອ​ເບດ ໂອ​ເບດ​ເປັນ​ບິ​ດາ​ຂອງ​ເຈ​ສ​ຊີ 13 ເຈ​ສ​ຊີ​ເປັນ​ບິ​ດາ​ຂອງ​ເອລີ​ອາບ​ບຸດ​ຊາຍ​ກົກ​ຂອງ​ທ່ານ ອາ​ບີ​ນາ​ດາບ​ທີ່​ສອງ ຊີ​ເມ​ອາ​ທີ່​ສາມ 14 ນາ​ທານ​ເອນ​ທີ່​ສີ່ ຣັດ​ດັຍ​ທີ່​ຫ້າ 15 ໂອ​ເຊມ​ທີ່​ຫົກ ເດ​ວິດ​ທີ່​ເຈັດ 16 ແລະ​ເອື້ອຍ​ຂອງ​ເຂົາ​ຄື​ ເຊ​ຣູ​ຢາ ແລະ​ອາ​ບີ​ກາ​ອີນ ​ນາງ​ເຊ​ຣູ​ຢາມີ​ບຸດ​ຊາຍ​ຊື່ ອາ​ບີ​ຊັຍ ໂຢ​ອາບ ແລະ​ອາ​ຊາ​ເຮນ ມີສາມ​ຄົນດ້ວຍ​ກັນ 17 ອາ​ບີ​ກາ​ອີນ​ໄດ້​ເກີດ ອາ​ມາ​ສາ ແລະ​ບີ​ດາ​ຂອງ​ອາ​ມາ​ສາ​ຊື່ ເຢ​ເທີ ເປັນ​ຊາວ​ອິສ​ຣາ​ເອນ 18 ກາ​ເລັບ​ບຸດ​ຊາຍ​ຂອງ​ເຮສ​ໂຣນ​ມີ​ບຸດ​ກັບ​ນາງ​ອາ​ຊູ​ບາ​ພັ​ຣ​ຍາ​ຂອງ​ຕົນ ແລະ​ນາງ​ເຢ​ຣີ​ໂອດ ຕໍ່​ໄປ​ນີ້​ເປັນ​ບຸດ​ຂອງ​ນາງ​ຄື ເຢ​ເຊີ ໂຊ​ບັບ ແລະ​ອາຣ໌​ໂດນ 19 ເມື່ອ​ອາ​ຊຸ​ບາ​ສິ້ນ​ຊີ​ວິດ ກາ​ເລັບ​ກໍ​ແຕ່ງ​ງານ​ກັບ​ເອ​ຟ​ຣາດ​ມີ​ບຸດ​ຊາຍ​ຊື່ ຮູຣ໌​ ໃຫ້​ແກ່​ທ່ານ 20 ຮູ​ຣ໌​ເປັນ​ບິ​ດາ​ຂອງ​ອູ​ຣີ ແລະ​ອູ​ຣີ​ເປັນ​ບິ​ດາ​ຂອງ​ເບ​ຊາ​ເລັນ 21 ພາຍ​ຫລັງ​ເຮັ​ສ​ໂຣນ​ໄດ້​ເຂົ້າ​ຫາ​ທິ​ດາ​ຂອງ​ມາ​ຄີຣ໌ບິ​ດາ​ຂອງ​ກີ​ເລ​ອາດ ແລະ​ໄດ້​ແຕ່ງ​ງານ​ນຳ ​ເມື່ອ​ທ່ານ​ມີ​ອາ​ຍຸ​ຫົກ​ສິບ​ປີ ແລະ​ນາງ​ກໍ​ມີ​ບຸດຊາຍ​ໃຫ້​ທ່ານ​ຊື່ ເຊ​ກຸບ 22 ແລະ​ເຊກຸບ​ເປັນ​ບິ​ດາ​ຂອງ​ຢາ​ອີ​ຣ໌ ຜູ້​ມີ​ຫົວ​ເມືອງ​ຊາວ​ສາມ​ຫົວ​ເມືອງ​ໃນ​ແຜ່ນ​ດິນ​ກີ​ເລ​ອາດ 23 ແຕ່​ຈາກ​ຫົວ​ເມືອງ​ເຫລົ່າ​ນັ້ນ ເກ​ຊູຣ໌ ແລະ​ອາ​ຣາມ​ໄດ້​ຍຶດ​ຫົວ​ເມືອງຮາວ​ໂວດ​ຢາ​ອີ​ຣ໌ ແລະ​ຫົວ​ເມືອງ​ເກ​ນາດ ​ແລະ​ບັນ​ດາ​ຊົນ​ນະ​ບົດ​ຂອງ​ຫົວ​ເມືອງ​ຫົກ​ສິບ​ຊົນ​ນະ​ບົດ​ດ້ວຍກັນ ທັງ​ຫມົດ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ມາ​ຄີ​ຣ໌ບິ​ດາ​ຂອງ​ກີ​ເລ​ອາດ 24 ພາຍ​ຫລັງ​ເຮັສ​ໂຣນ​ສິ້ນ​ຊີ​ວິດ​ໃນ​ກາ​ເລັບ​ເອ​ຟ​ຣາ​ທາ ແລ້ວ​ອາ​ບີ​ຢາ​ພັ​ຣ​ຍາ​ຂອງ​ເຮສ​ໂຣນກໍ​ມີ​ ອັ​ສຮູ​ຣ໌ໃຫ້​ແກ່​ເຂົາ ເປັນ​ບິ​ດາ​ຂອງ​ເຕ​ໂກ​ອາ 25 ບຸດ​​ເຢ​ຣາ​ເມ​ເອນ​ ບຸດ​ຊາຍ​ກົກ​ຂອງ​ເຮສ​ໂຣນ​ຄື ຣາມ ​ບຸດ​ຊາຍ​ກົກ​ຂອງ​ທ່ານ ບູນາ ໂອ​ເຣນ ໂອ​ເຊມ ແລະອາ​ຮິ​ຢາ 26 ເຢ​ຣາ​ເມເອນ​ມີ​ພັ​ຣ​ຍາ​ອີກ​ຄົນ​ນຶ່ງ​ຊື່ ອາ​ຕາ​ຣາ ນາງເປັນ​ມານດາ​ຂອງ​ໂອ​ນາມ 27 ບຸດຊາຍ​ຂອງ​ຣາມ​ ບຸດ​ຊາຍກົກຂອງ​ເຢ​ຣາ​ເມເອນ​ຊື່ ມາ​ອັ​ສ ຢາ​ມິນ ແລະ​ເອ​ເກີ 28 ບຸດ​ຊາຍ​ຂອງ​ໂອ​ນາມ​ຊື່ ຊາມ​ມັຍ ແລະ​ຢາ​ດາ ບຸດ​ຊາຍ​ຂອງ​ຊັມ​ມັຍ​ຊື່ ນາ​ດາບ ແລະ​ອາ​ບີ​ຊູຣ໌ 29 ພັ​ຣ​ຍາຂອງ​ອາ​ບີ​ຊູ​ຣ໌ຊື່ ອາ​ບີ​ຮາ​ອີນ ແລະ​ນາງມີ ​ອາ​ບານ ແລະ​ໂມ​ລິດ​ໃຫ້​ທ່ານ 30 ​ນາ​ດາບມີ​ບຸດ​ຊາຍ​ຊື່ ເຊ​ເລດ ແລະ​ອັ​ປ​ປາ​ອິມ ແລະ​ເຊ​ເລດ​ໄດ້​ສິ້ນ​ຊີ​ວິດ ບໍ່​ມີ​ບຸດ 31 ​ອັ​ປ​ປາ​ອິມ​ມີ​ບຸດ​ຊາຍຊື່ ອິສ​ອີ ​ອິສ​ອີ​ມີ​ບຸດ​ຊາຍຊື່ ເຊ​ຊານ ​ເຊ​ຊານມີ​ບຸດ​ຊາຍ​ຊື່ ອາ​ລັຍ​ 32 ບຸດ​ຊາຍ​ຂອງ​ຢາ​ດາ ນ້ອງ​ຊາຍ​ຂອງ​ຊັມ​ມັຍ​ຊື່ ເຢ​ເທີ ແລະ​ໂຢ​ນາ​ທານ ແລະ​ເຢ​ເທີ​ໄດ້​ສິ້ນ​ຊີ​ວິດ ບໍ່​ມີ​ບຸດ 33 ​ໂຢ​ນາ​ທານມີ​ບຸດ​ຊາຍ​ຊື່ ເປ​ເລທ ແລະ​ຊາ​ຊາ ຄົນ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ເຢ​ຣາ​ເມ​ເອນ 34 ຝ່າຍ​ເຊ​ຊານ​ບໍ່​ມີ​ບຸດ​ຊາຍ​ມີ​ແຕ່​ບຸດ​ຍິງ ແຕ່​ເຊ​ຊານ​ມີ​ທາດ​ຊາວ​ເອ​ຢິບ​ຢູ່​ຄົນ​ນຶ່ງ​ຊື່ ຢາ​ຮາ 35 ເຊ​ຊານ​ຈຶ່ງ​ຍົກ​ບຸດ​ຍິງ​ຂອງ​ຕົນ​ໃຫ້​ເປັນ​ພັຣຍາ​ຂອງ​ຂອງ​ຢາ​ຮາ ທາດ​ຂອງ​ຕົນ ແລະ​ນາງ​ກໍ​ມີ​ບຸດ​ໃຫ້​ເຂົາ​ຊື່ ອັດ​ຕັຍ 36 ອັດ​ຕັຍ​ເປັນ​ບິ​ດາ​ຂອງນາ​ທານ ແລະ​ນາ​ທານ​ເປັນ​ຂອງບິ​ດາ​​ຊາ​ບັດ 37 ຊາ​ບັດ​ເປັນ​ບິ​ດາຂອງ​​ເອັ​ຟ​ລານ ແລະ​ເອັຟ​ລານ​ເປັນບິ​ດາ​ຂອງໂອ​ເບດ 38 ໂອ​ເບດ​ເປັນ​ບິ​ດາຂອງ​ເຢ​ຮູ ແລະ​ເຢ​ຮູ​ເປັນ​ບິ​ດາຂອງ​​ອາ​ຊາ​ຣິ​ຢາ 39 ອາ​ຊາຣິ​ຢາ​ເປັນ​ບິ​ດາ​ຂອງ​ເຮເລສ ແລະ​ເຮ​ເລ​ສ​ເປັນ​ບິ​ດາ​ຂອງ​ເອເລ​ອາ​ຊາ 40 ເອ​ເລ​ອາ​ຊາ​ເປັນ​ບິ​ດາຂອງ​ຊິສມັຍ ແລະ​ຊິ​ສ​ມັຍ​ເປັນ​ບິ​ດາ​ຂອງ ຊານ​ລູມ 41 ຊານ​ລູມ​ເປັນ​ບິ​ດາ​ຂອງ​ເຢ​ກາ​ມີ​ຢາ ແລະ​ເຢ​ກາ​ມີ​ຢາ​ເປັນ​ບິ​ດາ​ຂອງເອ​ລີ​ຊາ​ມາ 42 ບຸດ​ຂອງ​ກາ​ເລັບນ້ອງ​ຊາຍ​ຂອງ​ເຢ​ຣາ​ເມ​ເອນຊື່ ເມ​ຊາ​ ບຸດ​ຊາຍ​ກົກ​ຂອງ​ທ່ານ​ເປັນ​ບິ​ດາ​ຂອງ​ຊິ​ຟ ​ເມ​ເຣ​ຊາມີ​ບຸດ​ຊາຍ​ຄື ເຮ​ໂບ​ຣນ 43 ​ເຮ​ໂບ​ຣນມີ​ບຸດ​ຊາຍ​ຊື່ ໂກ​ຣາ ຕັບ​ປູ​ອາ ເຣ​ເກມ ແລະ​ເຊ​ມາ 44 ເຊ​ມາ​ເປັນ​ບິ​ດາ​ຂອງ​ຣາ​ຮາມ ຜູ້​ເປັນ​ບິ​ດາຂອງ​​ໂຢຣ໌ເກ​ອາມ ແລະ​ເຣ​ເຄມ ເປັນ​ບິ​ດາ​ຂອງ​ຊັມ​ມັຍ 45 ​ຊັມມັຍ​ມີ​ບຸດ​ຊາຍຄື ມາໂອນ ແລະ​ມາ​ໂອນ​ເປັນ​ບິ​ດາ​ຂອງ​ເບັທຊູຣ໌ 46 ເອ​ຟາ ພັ​ຣ​ຍາ​ນ້ອຍ​ຂອງ​ກາ​ເລັບ​ມີ​ຮາ​ຣານ ໂມ​ຊາ ກາ​ເຊສ ແ​ລະ​ຮາ​ຣານ​ເປັນ​ບິ​ດາ​ຂອງ​ກາ​ເຊ​ສ 47 ຢາ​ດັຍ​ມີ​ບຸດ​ຊາຍຊື່ ເຣ​ເກມ ໂຢ​ທາມ ເກ​ຊານ ເປ​ເລດ ເອ​ຟາ ແລະ​ຊາ​ອາ​ຟ 48 ມາ​ອາ​ກາ​ ພັ​ຣ​ຍານ້ອຍ​ຂອງ​ກາ​ເລັບ​ມີ ເຊ​ເບີ ແລະ​ຕີ​ຣ໌​ຮາ​ນາ 49 ນາງໄດ້​ມີ​ ຊາ​ອາຟບິ​ດາ​ຂອງ​ມັດ​ມານ​ນາ ເຊວາ​ບິ​ດາ​ຂອງ​ມັກ​ເບ​ນາ ແລະ​ບິ​ດາ​ຂອງ​ກິ​ເບ​ອາ​ດ້ວຍ ບຸດ​ຍິງ​ຂອງ​ກາ​ເລັບ​ຊື່ ອັກ​ສາ 50 ຄົນ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ກາ​ເລັບ ບຸດ​ຂອງຮູ​ຣ໌ ບຸດ​ຊາຍ​ຫົວ​ປີ​ຂອງ​ເອ​ຟ​ຣາ​ທາ​ຊື່ ໂຊ​ບານ ບິ​ດາ​ຂອງ​ກິ​ຣີ​ອາດ​ເຢ​ອາ​ຣິມ 51 ຊັນ​ມາບິ​ດາ​ຂອງ​ ເບັດ​ເລ​ເຮັມ ແລະ​ຮາ​ເຣັ​ຟບິ​ດາ​ຂອງ​ເບັດ​ກາ​ເດີ 52 ໂຊ​ບານ​ບິ​ດາ​ຂອງ​ກິ​ຣີ​ອາດ​ເຢ​ອາ​ຣິມ​ມີ​ບຸດ​ອິ​ກຊື່ ຮາ​ໂຣ​ເອ ເຄິ່ງ​ນຶ່ງ​ຂອງ​ຕະ​ກູນ​ເມ​ນູ​ໂຮທ 53 ແ​ລະ​ຕະ​ກູນ​ຂອງ​ກິ​ຣິ​ອາດ​ເຢ​ອາຣິ​ມ​ຄື ຕະ​ກູນອິທ​ຣິດ​ ຕະ​ກູນ​ປູ​ທິດ ຕະ​ກູນ​ຊູ​ມາ​ທິດ ແລະ​ຕະ​ກູນມິ​ສ​ຣາທິດ​ ຈາກ​ຄົນ​ເຫລົ່າ​ນີ້​ບັງ​ເກີດ​ຊາວ​ໂຊ​ຣາ ແລະ​ເອັ​ສ​ຕາ​ໂອລິດ 54 ​ຊັນ​ມາມີ​ບຸດ​ຊາຍ​ຄື ເບັດ​ເລ​ເຮັມ ຊາວ​ເນ​ໂຕ​ຟ ອັດ​ໂຣດ​ເບັດ​ໂຢ​ອາບ ແລະ​ເຄິ່ງ​ນຶ່ງ​ຂອງ​ຕະ​ກູນມາ​ນາຮາ​ທິດ​ ຜູ້​ເປັນ​ຊາວ​ໂຊ​ຣິດ 55 ທັງ​ຕະ​ກູນ​ຕ່າງໆ​ຂອງ​ຜູ້​ຊ່ຽວ​ຊານ​ທາງການ​ຂຽ​ນ ແລະ​ລອກ​ເອກ​ກະ​ສານ ທີ່​ອາ​ໄສ​ຢູ່​ຕາມ​ເມືອງ​ຢາ​ເບສຄື ຕະ​ກູນ​ຕິ​ຣາ​ທິດ ຊິ​ເມ​ອາ​ທິດ ແລະ​ຕະ​ກູນ​ຊູ​ກາທິດ ເຫລົ່າ​ນີ້​ເປັນ​ຄົນ​ເກ​ນິດ​ຜູ້​ມາ​ຈາກ​ຮາມ​ມັດ ບິ​ດາ​ຂອງ​ເຊື້ອ​ສາຍ​ເຣ​ຄັບ​

1 ຂ່າວຄາວ 3

ເຊື້​ອສາຍ​ຂອງ​ດາ​ວິດ ແລະ​ຊາ​ໂລ​ໂມນ

1 ຕໍ່​ໄປ​ນີ້​ແມ່ນ​ບຸ​ດ​ຊາຍຂອງ​ດາ​ວິດ​ທີ່​ເກີດໃຫ້​ແກ່​ພຣະ​ອົງ​ໃນ​ກຸງ​ເຮ​ໂບ​ຣນ ອັມ​ໂນນ​ ບຸດ​ຊາຍ​ກົກ ເກີດ​ຈາກ​ນາງ​ອາ​ຮິ​ໂນ​ອາມ​ ຊາວ​ເຢສ​ເຣ​ເອລິດ​ ​ທີ່​ສອງ​ຄື ດານີ​ເອນ ເກີດ​ຈາກນາງ​ອາ​ບີ​ກາ​ອີນ ຊາວ​ກາ​ເມລິດ 2 ທີ່​ສາມ​ຄື ອັບ​ຊາ​ໂລມ ບຸດ​ຊາຍ​ຂອງ​ນາງມາ​ອາ​ກາ ຣາ​ຊ​ທິ​ດາ​ຂອງຕັນ​ມັຍ ພຣະ​ຣາ​ຊາ​ຂອງ​ເມືອງ​ເກ​ຊູ​ຣ໌ ທີ່​ສີ່ຄື ອາ​ໂດ​ນີ​ຢາ ບຸດ​ຊາຍ​ຂອງ​ນາງຮັກ​ກິທ 3 ​ທີ່​ຫ້າຄື ເຊ​ຟາ​ຕີ​ຢາ ເກີດ​ຈາກນາງອາ​ບີ​ຕັນ ​ທີ່​ຫົກ​ຄື ອິທ​ເຣ​ອາມ ເກີດ​ຈາກ​ນາງເອກ​ລາ​ 4 ທັງ​ຫົກ​ເກີດ​ໃຫ້​ແກ່ພຣະ​ອົງໃນ​ກຸງ​ເຮໂບ​ຣນ ທີ່​ນັ້ນ​ພຣະ​ອົງ​ຊົງ​ປົກ​ຄອງ​ເຈັດ​ປີ​ກັບ​ຫົກ​ເດືອນ ແລະພຣະ​ອົງຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສາມ​ສິ​ບສາມ​ປີ 5 ຕໍ່​ໄປ​ນີ້​ແມ່ນ​ບຸ​ດ​ຊາຍທີ່ເກີດໃຫ້​ແກ່​ພຣະ​ອົງໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຄື ຊີ​ເມ​ອາ ໂຊ​ບັບ ນາ​ທານ ແລະ​ໂຊ​ໂລໂມນ ທັງສີ່​​ເກີດ​ຈາກນາງ​ບັທຊູ​ອາ ບຸດ​ຕ​ຣີ​ຂອງ​ອັມ​ມີ​ເອນ​ 6 ແລ້ວ​ກໍ​ມີ ອິບ​ຮັກ ເອ​ລີ​ຊາ​ມາ ເອ​ລີ​ເຟ​ເລ​ທ 7 ໂນ​ກາ ເນ​ເຟກ ຢາ​ຟີ​ອາ 8 ເອ​ລີຊາ​ມາ ເອ​ລີ​ອາ​ດາ ແລະ​ເອ​ລີເຟ​ເລ​ທ ເກົ້າ​ອົງ​ດ້ວຍ​ກັນ 9 ທັງ​ຫມົດນີ້​ເປັນ​ບຸດ​ຊາຍຂອງ​ດາ​ວິດ ນອກ​ເຫນືອ​ຈາກ​ບຸດ​ຊາຍ​ຂອງ​ນາງ​ສນົມ ແລະຕາ​ມາ​ເປັນນ້ອງ​ສາວ​ຂອງ​ພວກ​ເຂົາ

ເຊື້ອ​ສາຍ​ຂອງ​ໂຊ​ໂລ​ໂມນ

10 ​ໂຊ​ໂລ​ໂມນມີ​ບຸດ​ຊາຍ​ຄື ເຣ​ໂຮ​ໂບ​ອາມ ເຣ​ໂຮ​ໂບ​ອາມມີ​ບຸດ​ຊາຍ​ຄື ອາ​ບີ​ຢາ ອາ​ບີ​ຢາ​ມີ​ບຸດ​ຊາຍ​ຄື ອາ​ຊາ ອາ​ຊາ​ມີ​ບຸດ​ຊາຍ​ຄື ເຢ​ໂຮ​ຊາ​ຟັດ 11 ເຢໂ​ຮາຊາ​ຟັດ​ມີ​ບຸດ​ຊາຍ​ຄື ໂຢ​ຮາມ ໂຢ​ຮາມ​ມີ​ບຸດ​ຊາຍ​ຄື ອາ​ຮາ​ຊີ​ຢາ​ມີ​ບຸດ​ຊາຍ​ຄື​ໂຢ​ອັ​ສ 12 ໂຢ​ອັ​ສ​ມີ​ບຸ​ດ​ຊາຍ​ຄື ອາ​ມາ​ຊີ​ຢາ ອາ​ມາ​ຊີ​ຢາ​ມີບຸດ​ຊາຍ​ຄື​ໂຢ​ທາມ 13 ໂຢ​ທາມ​ມີ​ບຸດ​ຊາຍ​ຄື ອາ​ຮັ​ສ ອາ​ຮັ​ສ​ມີ​ບຸດ​ຊາຍ​ຄື​ ເຮ​ເຊ​ກີ​ຢາ ເຮ​ເຊ​ກີ​ຢາ​ມີ​ບຸ​ດ​ຊາຍ​ຄື​ ມາ​ນັ​ສ​ເຊ 14 ມາ​ນັສ​ເຊ​ມີ​ບຸດ​ຊາຍ​ຄື ອາ​ໂມນ ອາ​ໂມນ​ມີ​ບຸດ​ຊາຍ​ຄື ໂຢຊິ​ຢາ 15 ໂຢ​ຊິ​ຢາ​ມີ​ບຸດ​ຊາຍ​ຄື ໂຢ​ຮາ​ນານ ບຸດ​ຊາຍ​ກົກ ​ທີ່​ສອງ​ຄື ເຢ​ຮົວ​ອາ​ກິມ ທີ່​ສາມ​ຄື​ ເຊ​ເດ​ກີ​ຢາ ທີ່​ສີ່​ຄື​ ຊັນ​ລູມ 16 ເຢ​ຮົວ​ອາ​ກິມ​ມີ​ບຸດ​ຊາຍ​ຄື ເຢ​ໂກ​ນິ​ຢາ ເຢ​ໂກ​ນິ​ຢາ​ມີ​ບຸດ​ຊາຍ​ຄື ເຊ​ເດ​ກີ​ຢາ 17 ແລະ​ບຸດ​ຊາຍ​ຂອງ​ເຢ​ໂກ​ນິ​ຢາ​ ຊະ​ເລີຍ​ນັ້ນ​ຊື່ ເຊ​ອັນ​ຕີ​ເອນບຸດ​ຊາຍ​ຂອງ​ພຣະ​ອົງ 18 ມັນ​ຄີ​ຣາມ ເປ​ດັຍຢາ ເຊ​ນັ​ສ​ຊາ ເຢ​ກາ​ມີ​ຢາ ໂຮ​ຊາ​ມາ ເນ​ດາ​ບີ​ຢາ 19 ແລະ​ເປ​ດັຍ​ຢາ​ມີ​ບຸດ​ຊາຍ​ຄື ເຊ​ຣຸບ​ບາ​ເບນ ແລະ​ຊີ​ເມ​ອີ ແລະ​ເຊ​ຣຸບ​ບາ​ເບນ​ມີ​ບຸດ​ຊາຍ​ຄື ເມ​ຊຸນ​ລາມ ຮາ​ນາ​ນີ​ຢາ ແລະ​ນ້ອງ​ສາວ​ຂອງ​ເຂົາ​ຊື່​ ເຊ​ໂລ​ມິ​ທ 20 ຮາ​ຊຸ​ບາ ໂອ​ເຮນ ເບ​ເຣ​ຄີ​ຢາ ຮາຊາ​ດີ​ຢາ ແລະ​ຢູສັບ​ເຮ​ເສດ ທັງ​ຫມົດ​ຫ້າ​ຄົນ​ດ້ວຍ​ກັນ 21 ຮາ​ນາ​ນິ​ຢາມີ​ບຸດ​ຊາຍ​ຄື ປາ​ລາ​ຕີ​ຢາ ເຢ​ຊັຍຢາ ລູກ​ຫ​ລານ​ຂອງ​ເຣ​ຟັຍຢາ ລູກຫລານ​ຂອງ​ອາກ​ນານ ລູກ​ຫລານ​ຂອງ​ໂອ​ບາ​ດີ​ຢາ ລູກ​ຫລານ​ຂອງ​ເຊ​ກາ​ນີ​ຢາ 22 ເຊ​ກາ​ນີ​ຢາ​ມີ​ບຸດ​ຊາຍ​ຄື ເຊ​ມັຍຢາ ແລະ​ເຊ​ມັຍ​ຢາ​ມີ​ບຸດ​ຊາຍຄື ຮັດ​ຕູສ ອີ​ການ ບາຣີ​ຢາ ເນ​ອາ​ຣີ​ຢາ ຊາຟາດ ທັງ​ຫມົດ​ຫົກ​ຄົນ​ດ້ວຍ​ກັນ 23 ເນ​ອາ​ຣີ​ຢາ​ມີ​ບຸດ​ຊາຍ​ຊື່ ເອ​ລີ​ໂອ​ເອນັຍ ຮີ​ສ​ກີ​ຢາ ແລະອັ​ສ​ຣີ​ຄາມ ທັງ​ຫມົດ​ສາມ​ຄົນ​ດ້ວຍກັນ 24 ເອ​ລີ​ໂອ​ເອ​ນັຍ​ມີ​ບຸດ​ຊາຍ​ຄື ໂຮ​ດາ​ວີ​ຢາ ເອ​ລີ​ອາ​ຊີບ ເປ​ລັຍ​ຢາ ອັກ​ຄຸບ ໂຢ​ຮາ​ນານ ເດລັຍຢາ ແລະ​ອາ​ນາ​ນີ ທັງ​ຫມົດ​ມີ​ເຈັດ​ຄົນ​ດ້ວຍ​ກັນ

1 ຂ່າວຄາວ 4

ເຊື້ອ​ສາຍ​ຂ​ອງ​ຢູ​ດາ

1 ຢູ​ດາ​ມີ​ບຸດ​ຊາຍ​ຄື ເປ​ເຣສ ເຮັ​ສ​ໂຣນ ກາ​ຣ໌ມີ ຮູ​ຣ໌ ແລະ​ໂຊ​ບັນ 2 ເຣ​ອັຍ​ຢາ​ບຸດ​ຂອງ​ໂຊ​ບັນເປັນ​ບິ​ດາ​ຂອງ ຢາ​ຮາດ ແລະ​ຢາ​ຮາດ​ເປັນ​ບິ​ດາ​ຂອງ​ອາ​ຮູ​ມັຍ ແລະ​ລາ​ຮາດ ເຫ​ລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ຊາວ​ໂຊ​ຣາດ 3 ຕໍ່​ໄປ​ນີ້​ເປັນ​ບິ​ດາ​ບຸດ​ຂອງ​ເອ​ທາມ​ຄື ເຢສ ເຣ​ເອນ ອິສ​ມາ ແລະ​ອິດ​ບັສ ແລະ​ນ້ອງ​ສາວ​ຂອງ​ເຂົາ​ຊື່ ຮັ​ສ​ເຊ​ເລນ​ໂປ​ນີ 4 ແລະ​ເປ​ນູ​ເອນ​ຜູ້​ເປັນ​ບິ​ດາ​ຂອງ ເກ​ໂດຣ໌ ແລະ​ເອ​ເຊີ ​ຜູ້​ເປັນ​ບິ​ດາ​ຂອງຮູ​ຊາ ເຫລົ່າ​ນີ້​ເປັນ​ບຸດ​ຂອງ​ຮູ​ຣ໌ ບຸດ​ຊາຍ​ກົກ​ຂອງ​ເອ​ຟຣາ​ທາ​ຜູ້​ເປັນ​ບິ​ດາ​ຂອງ​ເບັດ​ເລ​ເຮັມ 5 ອັ​ສຣູ​ຣ໌ບິ​ດາ​ຂອງເຕ​ໂກ​ອາ ມີ​ພັ​ຣ​ຍາ​ສອງ​ຄົນ​ຄື ນາງ​ເຮ​ລາ ແລະ​ນາງນາ​ອາ​ຣາ 6 ນາງ​ນາ​ອາ​ຣາເກີດ ອາ​ຮູ​ສ​ຊາມ ເຮ​ເຟີ ເຕ​ເມນີ ແລະ​ຮາ​ອາ​ຮັ​ສຕາ​ຣີ​ໃຫ້​ແກ່​ເຂົາ ເຫລົ່າ​ນີ້​ເປັນ​ບຸດ​ຂອງ​ນາງ​ນາ​ອາ​ຣາ 7 ບຸດ​ຂອງ​ນາງ​ເຮລາ​ຄື ເຊ​ເຣທ ອິສ​ຮາ ເອດ​ນານ 8 ໂກ​ສ​ເປັນ​ບິ​ດາ​ຂອງ ອາ​ນູບ ໂຊ​ເບ​ບາ ແລະ​ບັນ​ດາ​ຕະ​ກູນ​ຂອງ​ອາ​ຮາຣ໌​ເຮນ​ບຸດ​ຊາຍ​ຂອງ​ຮາ​ຣູມ 9 ຝ່າຍ​ຢາ​ເບສ​ເປັນ​ຜູ້​ມີ​ກຽດ​ກວ່າ​ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຂົາ ມານ​ດາ​ຂອງ​ເຂົາ​ເອີ້ນ​ຊື່​ເຂົາ​ວ່າ ຢາ​ເບ​ສ ກ່າວ​ວ່າ, “ເພາະ​ເຮົາ​ຄອດ​ເຂົາ​ດ້ວຍ​ຄວາມ​ເຈັບ​ປວດ” 10 ຢາ​ເບ​ສ​ທູນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ວ່າ, “ຂໍ​ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ແກ່​ຂ້າ​ພຣະ​ອົງ ແລະ​ຂະ​ຫຍາຍ​ເຂດ​ແດນ​ຂອງ​ຂ້າ​ພຣະ​ອົງ ແລະ​ຂໍ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ກັບ​ຂ້າ​ພຣະ​ອົງ ແລະ​ຂໍ​ພຣະ​ອົງ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງໃຫ້​ພົ້ນ​ຈາກ​ເຫດ​ຮ້າຍ ເພື່ອ​ບໍ່​ໃຫ້​ຂ້າ​ພຣະ​ອົງ​ເຈັບ​ໃຈ​ປວດ​ກາຍ” ແລະ​ພຣະ​ເຈົ້າ​ຊົງ​ໃຫ້​ສີ່ງ​​ທີ່​ເຂົາ​ທູນ​ຂໍ 11 ເຄລູບ ອ້າຍ​ຂອງ​ຊູ​ຮາ ເປັນ​ບິ​ດາ​ຂອງ​ເມ​ຮີ​ຣ໌ຜູ້​ເປັນ​ບິ​ດາ​ຂອງ​ເອັ​ສ​ໂຕນ 12 ເອັ​ສ​ໂຕນ​ເປັນ​ບິ​ດາ​ຂອງ​ເບັດ​ຣາ​ຟາ ປາ​ເຊ​ອາ ເຕ​ຮີນ​ນາ​ຜູ້​ເປັນ​ບິ​ດາ​ຂອງ​ອິ​ຣ໌ນາ​ຮັ​ສ ເຫລົ່າ​ນີ້​ເປັນ​ຄົນ​ຂອງ​ເຣ​ກາ 13 ເກ​ນັ​ສ​ມີ​ບຸດ​ຊາຍ​ຄື ໂອດ​ທາ​ນີ ເສຣັຍ​ຢາ ແລະ​ໂອດ​ນີ​ເອນມີ​ບຸດ​ຊາຍ​ຄື ຮາ​ທັດ ແລະ​ເມ​ໂອ​ໂນ​ທັຍ 14 ເມ​ໂອ​ໂນ​ທັຍ​ເປັນ​ບິ​ດາ​ຂອງ​ໂອ​ຟ​ຣາ ແລະ​ເຊຣັຍຢາເປັນ​ບິ​ດາ​ຂອງ​ໂຢ​ອັບ ​ຜູ້​ເປັນ​ບິ​ດາ​ຂອງ​ເກ​ຮາ​ຣາຊິມ ເພາະ​ເຂົາ​ເປັນ​ຊ່າງ​ຝີ​ມື 15 ບຸດ​ກາ​ເລັບ​ຜູ້​ເປັນ​ບຸດຊາຍ​ຂອງ​ເຢ​ຟຸນ​ເນຄື ອີ​ຣູ ເອ​ລາ ແລະນາ​ອາມ ແລະ​ເອ​ລາ​ມີ​ບຸດ​ຊາຍ​ຄື​ ເກ​ນັ​ສ 16 ເຢ​ຮັນ​ເລ​ເລນ​ມີ​ບຸດ​ຊາຍ​ຄື ຊິ​ຟ ຊີ​ຟາ ຕີ​ຣີ​ອາ ແລະອາ​ຊາ​ເຣນ 17 ເອັສ​ຣາ​ມີ​ບຸດ​ຊາຍ​ຄື ເຢ​ເທີ ເມ​ເຣດ ເອ​ເຟີ ແລະ​ຢາ​ໂລ​ນ ເຫລົ່າ​ນີ້​ເປັນ​ບຸດ​ຊາຍ​ຂອງ​ນາງ​ບິທິຢາ ທິ​ດາ​ຂອງ​ຟາ​ຣາ​ໂອ​ຜູ້​ຊຶ່ງ​ເມ​ເຣັດ​ໄດ້​ແຕ່ງ​ງານດ້ວຍ ແລະ​ນາງ​ໄດ້​ມີ​ບຸດ​​ຄື ມີ​ຣີ​ອາມ ຊັມ​ມັຍ ແລະ​ອິສ​ບາ ບິ​ດາ​ຂອງ​ເອັສ​ເຕ​ໂມ​ອາ 18 ແລະ​ພັ​ຣ​ຍາ​ຊາວ​ຢູ​ດາຂອງ​ທ່ານ​ເກີດ ເຢ​ເຣດ​ບິ​ດາ​ຂອງ​ເກ​ໂດຣ໌ ເຮ​ເບີບິ​ດາ​ຂອງ​ໂຊ​ໂກ ແລະ​ເຢ​ກູທີ​ເອນ​ບິ​ດາ​ຂອ​ງຊາ​ໂນ​ອາ 19 ບຸດ​ຊາຍ​ພັ​ຣ​ຍາຂອງ​ໂຮ​ດີ​ຢາ ນ້ອງ​ສາວ​ຂອງ​ນາ​ຮາມ​ເປັນ​ບິ​ດາ​ຂອງ​ເກ​ອີ​ລາ ຜູ້​ເປັນ​ຕະ​ກູນ​ກາຣ໌​ມີດ ແລະເອັສ​ເຕ​ໂມ​ອາຜູ້ເປັນ​ຕະ​ກູນ​ມາ​ອາ​ກາທິດ​ 20 ຊີ​ໂມນ​ມີ​ບຸດ​ຊາຍ​ຄື ອັມ​ໂນນ ຣີນ​ນາ ເບ​ນ​ຮາ​ນານ ແລະ​ຕີ​ໂລນ ອິສ​ອີ​ມີ​ບຸດ​ຊາຍ​ຄື ໂຊ​ເຮທ ແລະ​ເບນ​ໂຊ​ເຮທ 21 ບຸດຂອງ​ເຊ​ລາ​ຜູ້​ເປັນ​ບຸດ​ຂອງ​ຢູ​ດາ​ຄື ເອ​ຣ໌ ບີ​ດາ​ຂອງເລ​ກາ ລາ​ອາ​ດາ​ບິ​ດາ​ຂອງ​ມາ​ເຣ​ຊາ ແລະ​ບັນ​ດາ​ຕະ​ກູນ​ຂອງ​ຜູ້​ທຳ​ຜ້າ​ປ່ານ​ແຫ່ງເບັດອັ​ສ​ເບ​ອາ 22 ແລະ​ໂຢ​ກິມ ແລະ​ຄົນ​ເມືອງ​ໂກ​ເຊ​ບາ ແລະ​ໂຢ​ອັ​ສ ແລະ​ຊາ​ຣັ​ຟ​ຜູ້​ປົກ​ຄອງ​ໃນເມືອງ​ໂມ​ອາບ ແລະ​ກັບ​ມາ​ຍັງ​ເມືອງ​ເລ​ເຮັມ (ເປັນ​ເຣື່ອງ​ແຕ່​ໂບ​ຮານ​ນະ​ການ) 23 ຄົນ​ເຫລົ່າ​ນີ້​ເປັນ​ຊ່າງ​ຫມໍ້ ເປັນ​ຊາວ​ເມືອງ​ເນ​ຕາ​ອິມ ແລະ​ເກ​ເດ​ຣາ ທີ່​ນັ້ນ​ເຂົາ​ອາ​ໄສ​ຢູ່​ກັບ​ພຣະ​ຣາ​ຊາ​ຮັບ​ຣາ​ຊ​ການ

ເຊື້ອ​ສາຍ​ຂອງ​ຊີ​ເມ​ໂອນ

24 ຊີ​ເມ​ໂອນ​ມີ​ບຸດ​ຊາຍ​ຊື່ ເນ​ມູ​ເອນ ຢາ​ມິນ ຢາ​ຣິບ ເຊ​ຣາ ແລະຊາ​ອູນ 25 ຊາ​ອູນມີບຸດ​ຊາຍ​ຊື່ ຊາ​ນລູມ ຊາ​ນລູມ​ມີ​ບຸດ​ຊາຍ​ຄື ມິບ​ຊາມ ມິບ​ຊາມ​ມີ​ບຸດ​ຊາຍ​ຊື່ ມິ​ສ​ມາ 26 ມິ​ສ​ມາ​ມີ​ບຸດ​ຊາຍ​ຄື ຮາມ​ມູ​ເອນ ຮາມ​ມູ​ເອນ​ມີ​ບຸດ​ຊາຍ​ຄື ຊັກ​ກູ​ຣ໌ ຊັກ​ກູ​ຣ໌​ມີ​ບຸດ​ຊາຍ​ຊື່ ຊີ​ເມ​ອີ 27 ຊີ​ເມ​ອີ​ມີ​ບຸດ​ຊາຍ​ສິບຫົກ​ຄົນ ແລະ​ບຸດ​ຍິງ​ຫົກ​ຄົນ ແຕ່​ພີ່​ນ້ອງ​ຂອງ​ຊິ​ເມ​ອີ​ບໍ່​ມີ​ລູກ​ຫລາຍ ຕະ​ກູນ​ຂອງ​ເຂົາກໍ​ບໍ່​ທະ​ວີ​ຫລາຍ​ຂື້​ນ​ຢ່າງ​ກັບ​ຊາວ​ເຜົ່າ​ຢູ​ດາ 28 ເຂົາທັງ​ຫລາຍ​ອາ​ໄສ​ຢູ່​ໃນ​ເມືອງເບ​ເອີ​ເຊ​ບາ ໂມ​ລາດາ ຮາ​ຊາກ​ຊູ​ອັນ 29 ແລະ​ທີ່​ບີນ​ຮາ ເອ​ເຊມ ໂຕ​ລາດ 30 ເບ​ທູ​ເອນ ໂຮ​ມາ ຊິກ​ລັກ 31 ເບັທ​ມາຣ໌​ກາ​ໂບດ ຮາ​ຊາຣ໌ຊູຊິມ ເບັດ​ບີ​ຣີ ແລະ​ຊາ​ອາ​ຣາ​ອິມ ເຫລົ່າ​ນີ້​ເປັນ​ຫົວ​ເມືອງ​ຂອງ​ເຂົາ ຈົນ​ເຖິງ​ດາ​ວິດ​ຂື້ນ​ປົກ​ຄອງ 32 ແລະ​ຊົນ​ນະ​ບົດ​ຂອງ​ເຂົາ​ທັງ​ຫລາຍ​ຄື​ເອ​ທາມ ອາ​ອິນ ຣິມ​ໂມນ ໂຕ​ເຄນ ແລະອາ​ຊານ ຫ້າ​ຫົວ​ເມືອງ 33 ຮວມ​ຢູ່​ກັບ​ຊົນ​ນະ​ບົດ​ຂອງ​ເຂົາ​ຊຶ່ງ​ຢູ່​ຮອບ​ຫົວ​ເມືອງ​ເຫລົ່າ​ນີ້​ໄກ​ໄປຈົນ​ເຖິງເມືອງບາ​ອານ ເຫລົ່າ​ນີ້​ເປັນ​ພູມ​ລຳ​ເນົາ​ຂອງ​ເຂົາ ແລະ​ເຂົາ​ມີ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ 34 ເມ​ໂຊ​ບັບ ຢາມ​ເລກ ໂຢ​ຊາ ອາ​ມາ​ຊີ​ຢາ 35 ໂຢ​ເອນ ເຢ​ຮູ​ບຸດ​ຊາຍໂຢ​ຊີ​ບີ​ຢາ ຜູ້ເປັນ​ບຸດ​ຂອງ​ເຊຣັຍຢາ ຜູ້​ເປັນ​ບຸດ​ຂອງ​ອາ​ຊີ​ເອນ 36 ເອລີ​ໂອ​ເອ​ນັຍ ຢາ​ອາ​ໂກ​ບາ ເຢ​ໂຊ​ຮັຍ​ຢາ ອາ​ຊັຍຢາ ອາ​ດີ​ເອນ ເຢ​ຊີ​ມີ​ເອນ ເບ​ນັຍ​ຢາ 37 ຊີ​ຊາ​ບຸດ​ຊາຍ​ຂອງຊີ​ຟີ ຜູ້​ເປັ​ນບຸດຂອງອັນ​ໂລນ ຜູ້​ເປັນ​ບຸດ​ຂອງ​ເຢ​ດັຍຢາ ຜູ້ເປັນ​ບຸດ​ຂອງ​ຊິມ​ຣີ ຜູ້​ເປັນ​ບຸດເຊ​ມັຍ​ຢາ 38 ທ່ານ​ທີ່​ກ່າວ​ຊື່ມາ​ນີ້​ເປັນ​ເຈົ້າ​ນາຍ​ໃນ​ຕະ​ກູນ​ຂອງ​ທ່ານ ແລະ​ຄອບ​ຄົວຂອງ​ເຂົາ​ທັງ​ຫລາຍ​ກໍ​ເພີ້ມ​ຂື້ນ​ມາກ​ມາຍ 39 ເຂົາ​ທັງ​ຫລາຍ​ໄດ້​ເດິນ​ທາງ​ໄປ​ເຖິງ​ທາງ​ເຂົ້າ​ເມືອງ​ທີ່​ເກ​ໂດຣ໌ ເຖິງ​ຂ້າງ​ທິດ​ຕາ​ເວັນ​ອອກ​ຂອງ​ທີ່​ລຸ່ມ​ເພື່ອ​ຫາ​ທົ່ງ​ຫຍ້າ​ໃຫ້​ຝູງ​ແບ້ແກະ​ຂອງ​ເຂົາ 40 ເຂົາ​ທັງ​ຫລາຍ​ກໍ​ພົບ​ທົ່ງ​ຫຍ້າ​ອັນ​ອຸ​ດົມ​ດີ ແລະ​ແຜ່ນ​ດິນ​ນັ້ນ​ກໍ​ກວ້າງ​ຂວາງ​ງຽບ​ແລະ​ສ​ງົບ​ສັນ​ຕິ ເພາະ​ຊາວ​ເມືອງ​ທີ່​ຢູ່ກ່ອນ​ນັ້ນ​ເປັນ​ເຜົ່າເຊື້ອ​ສາຍ​ຂອງ​ຮາມ 41 ແລ້ວ​ຄົນ​ເຫລົ່າ​ນີ້​ຊຶ່ງ​ມີ​ຊື່​ໃນ​ສຳ​ມະ​ໂນ​ຄົວ​ໄດ້​ເຂົ້າ​ມາ​ໃນ​ສະ​ໄຫມ​ຂອງ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ແລະ​ໂຈມ​ຕີ​ເຕັນ​ຂອງ​ເຂົາ ແລະ​ພວກ​ເມ​ອູ​ນິມ​ທີ່​ພົບ​ຢູ່​ທີ່​ນັ້ນ ແລະ​ກວາດ​ລ້າງ​ເຂົາ​ເສັຽ​ຈົນ​ເຖິງ​ທຸກວັນ​ນີ້ ແລ້ວ​ກໍ​ຕັ້ງ​ພູມ​ລຳ​ເນົາ​ຢູ່​ໃນ​ທີ່​ຂອງ​ເຂົາ ເພາະ​ທີ່​ນັ້ນ​ມີ​ທົ່ງ​ຫຍ້າ​ໃຫ້​ຝູງ​ແບ້ແກະ​ຂອງ​ເຂົາ 42 ສ່ວນ​ນຶ່ງ​ຂອງ​ເຂົາ​ເຫລົ່າ​ນັ້ນ​ຄື​ສ່ວນ​ຄົນ​ຊິ​ເມ​ໂອນິດ​ຫ້າ​ຮ້ອຍ​ຄົນ​ພາ​ກັນ​ໄປ​ທີ່​ເຂົາ​ເຊ​ອີ​ຣ໌ ມີ​ຫົວ​ຫນ້າ​ຊື່​ເປ​ລາ​ຕິ​ຢາ ເນ​ອາ​ຣີ​ຢາ ເຣ​ຟັຍ​ຢາ ແລະ​ອຸ​ສ​ຊີ​ເອນ ບຸດ​ຊາຍ​ທັງ​ຫລາຍ​ຂອງ​ອິສ​ອີ 43 ແລະ​ເຂົາ​ໄດ້​ໂຈມ​ຕີ​ຄົນ​ອາ​ມາ​ເລກ​ສ່ວນ​ທີ່​ເຫລືອ​ຢູ່​ຊຶ່ງ​ຫນີ​ລອດ​ໄປ ແລ້ວ​ເຂົາ​ທັງ​ຫລາຍ​ກໍ​ອາ​ໄສ​ຢູ່​ທີ່​ນັ້ນ​ຈົນ​ທຸກວັນ​ນີ້

1 ຂ່າວຄາວ 5

ເຊື້ອ​ສາຍ​ຂອງ​ຣູ​ເບນ

1 ບຸດ​ຣູ​ເບນ​ ບຸດ​ຊາຍ​ກົກ​ຂອງ​ອິສ​ຣາ​ເອນ(ເຂົາ​ເປັນ​ບຸດ​ຊາຍ​ກົກ​ກໍ​ຈີງ ແຕ່​ເພາະ​ເຂົາ​ໄດ້​ກະ​ທຳ​ໃຫ້​ທີ່​ນອນ​ຂອງ​ບິ​ດາ​ຂອງ​ເຂົາ​ມີ​ມົນ​ທິນ ສິດ​ທິ​ບຸດ​ຫົວ​ປີ​ຂອງ​ເຂົາ​ຈຶ່ງ​ຕົກ​ຢູ່​ກັບ​ບຸດ​ໂຢ​ເຊັບ​ຜູ້​ເປັນ​ບຸດ​ອິສ​ຣາ​ເອນ ແຕ່​ໂຢ​ເຊັບບໍ່​ໄດ້​ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ຕາມ​ສິດ​ທີ​ບຸດ​ຫົວ​ປີ 2 ເຖິງ​ແມ່ນວ່າ​ຢູ​ດາ​ມີ​ກຳ​ລັງ​ຫລາຍ​ໃນ​ພວກ​ພີ່​ນ້ອງ​ຂອງ​ຕົນ ແລະ​ເຈົ້າ​ນາຍ​ອົງ​ນຶ່ງ​ກໍ​ມາ​ຈາກ​ເຂົາ ແຕ່​ສິດ​ທິ​ບຸດ​ຫົວ​ປີກໍ​ຍັງ​ເປັນ​ຂອງ​ໂຢ​ເຊັບ) 3 ບຸດ​ຣູ​ເບນ ບຸດ​ຊາຍ​ກົກ​ຂອງ​ອິສ​ຣາ​ເອນ​ຄື ຮາ​ໂນກ ປັນ​ລູ ເຮສໂຣນ ແລະ​ກາຣ໌​ມີ 4 ໂຢ​ເອນ​ມີ​ບຸດ​ຊາຍ​ຄື ເຊ​ມັຍ​ຢາ ເຊ​ມັຍ​ຢາ​ມີ​ບຸດ​ຊາຍ​ຄື ໂກກ ໂກກ​ມີ​ບຸດ​ຊາຍ​ຄື ຊີ​ເມ​ອີ 5 ຊີ​ເມ​ອີມີ​ບຸດ​ຊາຍ​ຄື ມີ​ກາ ມີ​ກາ​ມີ​ບຸດ​ຊາຍ​ຄື ເຣ​ອັຍ​ຢາ ເຣ​ອັຍ​ຢາ​ມີ​ບຸດ​ຊາຍ​ຄື ບາ​ອານ 6 ບາ​ອານ​ມີ​ບຸດ​ຊາຍ​ຄື ເບ​ເອີຣາ ຜູ້​ຊຶ່ງ​ທີນກາດປີ​ນ ເນເຊີ ກະ​ສັດ​ເມືອງ​ອັສ​ຊີ​ເຣັຽ​ໄດ້​ກວາດ​ໄປ​ເປັນ​ຊະ​ເລີຍ ທ່ານ​ເປັນ​ເຈົ້າ​ນາຍ​ຂອງ​ຄົນ​ຣູ​ເບນ 7 ແລະ​ຍາດ​ຂອງ​ທ່ານ​ຕາມ​ຕະ​ກູນ​ເມື່ອ​ຂື້​ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ໄວ້​ນັ້ນ​ຄື ເຢ​ອີ​ເອນ ແລະ​ເຊ​ຄາ​ຣີ​ຢາ 8 ແລະ​ເບ​ລາ​ບຸດ​ຂອງ​ອາ​ຊັ​ສ​ ບຸດ​ເຊ​ມາ ບຸດ​ໂຢ​ເອນ ຜູ້​ອາ​ໄສ​ຢູ່​ໃນ​ອາ​ໂຣ​ເອີ ໄກ​ໄປເຖິງ​ເມືອງ​ເນ​ໂບ ແລະ​ບາ​ອານ​ເມ​ໂອນ 9 ທ່ານ​ອາ​ໄສຢູ່​ທາງ​ທິດ​ຕາ​ເວັນ​ອອກ​ໄກ​ອອກ​ໄປ​ເຖິງ​ທາງ​ເຂົ້າ​ຖິ່ນ​ກັນ​ດານ ຊຶ່ງ​ຢູ່​ຟາກ​ຂ້າງ​ນີ້​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ​ດ້ວຍ ເພາະ​ສັດ​ລ້ຽງ​ຂອງ​ເຂົາ​ທະ​ວີ​ຫລາຍ​ຂື້​ນ​ໃນ​ແຜ່ນ​ດິນ​ກີ​ເລ​ອາດ 10 ໃນ​ຣັ​ຊ​ການ​ຂອງ​ຊາ​ອູນ​ເຂົາ​ທັງ​ຫລາຍ​ທຳ​ສົງ​ຄາມ​ກັບ​ຄົນ​ຮັ​ກຣິດ​ຜູ້​ຕ້ອງ​ລົ້ມ​ຕາຍ​ດ້ວຍ​ມື​ຂອງ​ເຂົາ ເຂົາ​ທັງ​ຫລາຍ​ອາ​ໄສ​ຢູ່​ໃນ​ເຕັນ​ຂອ​ງ​ເຂົາ​ຕລອດ​ແຖບ​ຕະ​ເວັນ​ອອກ​ຂອງ​ກີ​ເລ​ອາດ

ເຊື້ອ​ສາຍ​ຂອງ​ກາດ

11 ລູກ​ຫລານຂອງກາດ ອາ​ໄສ​ຢູ່ທາງ​ພາກ​ເຫນືອ​ຂອງ​ເຜົ່າ​ຣູ​ເບນ​ໃນ​ແຜ່ນ​ດິນ​ຂອງ​ບາ​ຊານ​ໄປ​ຈົນ​ເຖິງ​ເມືອງ​ຊາ​ເລ​ກາ 12 ໂຢ​ເອນ​ເປັນ​ຫົວຫນ້າ ຊາ​ຟາມ​ເປັນ​ທີ່​ສອງ ຢາ​ນັຍ ແລະ​ຊາຟັ​ດ​ໃນ​ບາ​ຊານ 13 ແລະ​ວົງ​ຍາດ​ຂອງ​ເຂົາ​ຕາມ​ຕະ​ກູນ​ຂອງ​ເຂົາ​ຄື ມີ​ຄາ​ເອນ ເມ​ຊູນ​ລາມ ເຊ​ບາ ໂຢ​ຣັຍ ຢາ​ການ ຊີ​ອາ ແລະ​ເອ​ເບີ ທັງ​ຫມົດເຈັດ​ຄົນ​ດ້ວຍ​ກັ​ນ 14 ຄົນ​ເຫລົ່າ​ນີ້​ເປັນ​ບຸດຂອງ​ອາ​ບິ​ຮາ​ອີນ ຜູ້​ເປັນ​ບຸດ​ຮູ​ຣີ ຜູ້​ເປັນ​ບຸດ​​ຢາ​ໂຣ​ອາ ຜູ້​ເປັນ​ບຸດ​​ກິ​ເລ​ອາດ ຜູ້​ເປັນ​ບຸດ​​ມີ​ຄາ​ເອນ ຜູ້​ເປັນ​ບຸດ​ເຢ​ຊິ​ຊັຍ ຜູ້​ເປັນ​ບຸດ​ຢາ​ໂດ ຜູ້​ເປັນ​ບຸດ​​ບູສ 15 ອາ​ຮິ​ເປັນ​ບຸດ​ອັບ​ດີ​ເອນ ​ຜູ້​ເປັນ​ບຸດ​ກູນີ ເປັນ​ຫົວ​ຫນ້າໃນ​ຕະ​ກູນ​ຂອງ​ເຂົາ 16 ແລະ​ເຂົາ​ທັງ​ຫລາຍ​ອາ​ໄສ​ຢູ່​ໃນ​ກິ​ເລ​ອາດ ໃນ​ບາ​ຊານ ແລະ​ຕາມ​ຫົວ​ເມືອງ ແລະ​ໃນ​ເຂດ​ທົ່ງ​ຫຍ້າ​ທັງ​ຫມົດ​ຂອງ​ຊາ​ໂຣນ​ຈົນ​ສຸດ​ເຂດ 17 ຄົນ​ເຫລົ່າ​ນີ້​ທັງ​ຫມົດ​ຂື້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ໄວ້​ໃນ​ຣັ​ຊ​ການ​ຂອງ​ໂຢ​ທາມ​ກະ​ສັດ​ແຫ່ງ​ຢູ​ດາ ແລະ​ໃນ​ຣັ​ຊ​ການ​ຂອງ​ເຢ​ໂຣ​ໂບ​ອາມກະ​ສັດ​ແຫ່ງ​ອິສ​ຣາ​ເອນ 18 ຄົນຣູ​ເບນ ຄົນ​ກາດ ແລະ​ຄົນ​ເຜົ່າ​ມາ​ນັ​ສ​ເຊເຄິ່ງ​ນຶ່ງ​ມີ​ຄົນ​ເກັ່ງ​ກ້າ ຜູ້​ຖື​ໂລ້ ແລະ​ດາບ ແລະ​ໂກ່ງ​ທະ​ນູ ຊຳ​ນານ​ໃນ​ການ​ເສິກ​ສີ່​ຫມື່​ນ​ສີ່​ພັນ​ເຈັດ​ຮ້ອຍຫົກ​ສິບ​ຄົນ ພ້ອມ​ທີ່​ຈະ​ເຂົ້າ​ຮົບ 19 ເຂົາ​ທຳ​ເສິກ​ກັບ​ຊາວ​ຮັກຣິດ ເຢ​ຕູ​ຣ໌ ນາ​ຟິ​ສ ແລະໂນ​ດາບ 20 ແລະ​ເມື່ອ​ເຂົາ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ ຄົນຮັກຣິດ ແລະພວກ​ທີ່​ຢູ່​ດ້ວຍ​ກໍຖືກມອບ​ໄວ້​ໃນ​ມື​ຂອງ​ເຂົາ ເພາະ​ເຂົາ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ໃນ​ການ​ສົງ​ຄາມ ແລະ​ພຣະ​ອົງ​ຊົງ​ໄດ້​ຕອບ​ຕາມ​ຄຳ​ທູນ​ຂອງ​ເຂົາ ເພາະ​ເຂົາ​ທັງ​ຫລາຍ​ວາງ​ໃຈ​ໃນ​ພຣະ​ອົງ 21 ເຂົາ​ໄດ້​ກວາດ​ເອົາ​ຝູງ​ສັດ​ຂອງ​ຂ້າ​ເສິກ​ໄປ ຄື​ອູດ​ຫ້າຫມື່ນ​ໂຕ ແກະ​ສອງ​ແສນ​ຫ້າ​ຫມື່ນ​ໂຕ ລາ​ສອງ​ພັນ ແລະ​ຄົນ​ນື່ງ​ແສນ 22 ເພາະ​ເຂົາ​ໄດ້​ຕາຍ​ຢ່າງ​ຫລວງ​ຫລາຍ ດ້ວ​ຍ​ການ​ເສິກ​ຄັ້ງ​ນັ້ນ​ເປັນ​ມາ​ຈາກ​ພຣະ​ເຈົ້າ ແລະ​ເຂົາ​ທັງ​ຫລາຍ​ອາ​ໄສ​ຢູ່​ໃນ​ທີ່​ຂອງ​ເຂົາ​ຈົນ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ

ຄົນ​ສອງ​ເຜົ່າ​ເຄິ່ງ​ຂອງ​ມາ​ນັ​ສ​ເຊ

23 ຄົນ​ເຜົ່າ​ມາ​ນັ​ສ​ເຊ​ເຄິ່ງ​ນຶ່ງ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ ເຂົາ​ມີ​ຫລາຍ​ດ້ວຍ​ກັນ​ຕັ້ງ​ແຕ່​ເມືອງ​ບາ​ຊານ​ເຖິງ​ເມືອງ​ບາ​ອານ​ເຮີ​ໂມນ ເຊ​ນີຣ໌ ແລະ​ພູເຂົາ​ເຮີ​ໂມນ 24 ຕໍ່​ໄປ​ນີ້​ແມ່ນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຂອງ​ເຂົາ​ຄື ເອ​ເຟີ ອິສ​ອີ ເອ​ລີເອນ ອັ​ສ​ຣີ​ເອນ ເຢເຣ​ມີ​ຢາ ໂຮ​ດາ​ວີ​ຢາ ແລະ​ຢາ​ດີ​ເອນ ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ ຄົນ​ມີ​ຊື່​ສຽງ​ເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ 25 ແຕ່​ເຂົາ​ທັງ​ຫລາຍ​ລະ​ເມີດ​ຕໍ່​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ແລະ​ໄດ້​ໄປ​ຂາບ​ໄຫວ້​ກັບ​ບັນ​ດາພຣະ​ຂອງ​ຊົນ​ຊາດ​ທັ​ງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ນັ້ນ ຜູ້​ຊຶ່ງ​ພຣະ​ເຈົ້າ​ຊົງ​ທຳ​ລາຍ​ເສັຽ​ຕໍ່​ຫນ້າ​ເຂົາ​ທັງ​ຫລາຍ 26 ເພາະ​ສະ​ນັ້ນ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຈຶ່ງ​ຊົງ​ບັນດານ​ຈິດ​ໃຈຂອງ​ ປູນ ກະ​ສັດ​ແຫ່ງ​ອັສຊີ​ເຣັຽ ແລະ​ຈິດ​ໃຈ​ຂອງ​ທີນ​ກາດ​ປີນ​ເນ​ເຊີ ກະ​ສັດ​ແຫ່ງ​ອັສ​ຊີ​ເຣັຽ ແລະ​ພຣະ​ອົງ​ຊົງ​ກວາດ​ເຂົາ​ໄປ​ເສັຽ​ຄື ຄົນ​ຣູ​ເບນ ຄົນ​ກາດ ແລະ​ຄົນ​ເຜົ່າ​ມາ​ນັ​ສ​ເຊ​ເຄິ່ງ​ນຶ່ງ ແລະ​ພາ​ເຂົາ​ທັງ​ຫລາຍ​ມາ​ຍັງ​ຮາ​ລາ ຮາ​ໂບຣ໌ ຮາ​ຣາ ແລະ​ແມ່​ນ້ຳ​ເມືອງ​ໂກຊານ​ຈົນ​ເຖິງທຸກວັນ​ນີ້

1 ຂ່າວຄາວ 6

ເຊຶ້​ອສາຍ​ຂອງ​ເລ​ວີ

1 ເລ​ວີ​ມີ​ບຸດ​ຊາຍ​ຄື ເກີໂຊມ ໂກ​ຮາດ ແລະ​ມາ​ຣາ​ຣີ 2 ໂກ​ຮາດ​ມີບຸດ​ຊາຍ​ຊື່ ອັມ​ຣາມ ອິສ​ຮາ ເຮ​ໂບ​ຣນ ແລະ​ອຸ​ສ​ຊີ​ເອນ 3 ອັມ​ຣາມ​ມີ​ບຸດ​ຊາຍ​ຄື ອາ​ໂຣນ ໂມ​ເຊ ແລະ​ນາງ​ມີ​ຣີ​ອາມ ອາ​ໂຣນ​ມີ​ບຸດ​ຊາຍ​ຄື ນາ​ດາບ ອາ​ບີ​ຮູ ເອ​ເລ​ອາ​ຊາ ແລະ​ອິທາ​ມາ 4 ເອ​ເລ​ອາ​ຊາ​ເປັນ​ບິ​ດາ​ຂອງ​ຟີ​ເນ​ຮັ​ສ ຟີ​ເນ​ຮັ​ສ​ເປັນບິ​ດາ​ຂອງ​ອາ​ບີ​ຊູ​ອາ 5 ອາ​ບີ​ຊູ​ອາ​ເປັນ​ບິ​ດາ​ຂອງ​ບຸກ​ຄີ ບຸກ​ຄີ​ເປັນ​ບິ​ດາ​ຂອງ​ອຸ​ສ​ຊີ 6 ອຸ​ສ​ຊີ​ເປັນ​ບິ​ດາ​ຂອງ​ເຊ​ຣາ​ຮີ​ຢາ ເຊ​ຣາ​ຮີ​ຢາ​ເປັນ​ບິ​ດາ​ຂອງ​ເມຣາໂຢດ 7 ເມ​ຣາໂຢດ​ເປັນ​ບິ​ດາ​ຂອງ​ອາ​ມາ​ຣີ​ຢາ ອາ​ມາ​ຣິ​ຢາ​ເປັນ​ບິ​ດາ​ຂອງ​ອາ​ຮີ​ທູບ 8 ອາ​ຮີ​ທູບ​ເປັນ​ບິ​ດາ​ຂອງ​ຊາ​ໂດກ ຊາ​ໂດກ​ເປັນ​ບິ​ດາ​ຂອງ​ອາ​ຮີ​ມາ​ອັ​ສ 9 ອາ​ຮີ​ມາ​ອັ​ສ​ເປັນ​ບິ​ດາ​ຂອງ​ອາ​ຊາ​ຣີ​ຢາ ອາ​ຊາ​ຣິ​ຢາ​ເປັນ​ບິ​ດາ​ຂອງ​ໂຢ​ຮາ​ນານ 10 ແລະ​ໂຢ​ຮາ​ນານ​ເປັນ​ບິ​ດາ​ຂອງ​ອາ​ຊາ​ຣິ​ຢາ (ທ່ານ​ນີ້​ແຫລະ​ທີ່​ທຳ​ຫນ້າ​ທີ່​ປະ​ໂຣ​ຫິດ​ຢູ່​ໃນ​ພຣະ​ວິ​ຫານ ຊື່ງ​ໂຊ​ໂລ​ໂມນ​ຊົງ​ສ້າງ​ໃນ​ເຢ​ຣູ​ຊາ​ເລັມ) 11 ອາ​ຊາ​ຣິ​ຢາ​ເປັນ​ບິ​ດາ​ຂອງ​ອາ​ມາ​ຣີ​ຢາ ອາ​ມາ​ຣີ​ຢາ​ເປັນ​ບິ​ດາ​ຂອງ​ອາ​ຮີ​ທູບ 12 ອາ​ຮີ​ທູບ​ເປັນ​ບິ​ດາ​ຂອງ​ຊາ​ໂດກ ຊາ​ໂດກ​ເປັນ​ບິ​ດາ​ຂອງ​ຊັນ​ລູ​ມ 13 ຊັນ​ລູມ​ເປັນ​ບິ​ດາ​ຂອງ​ຮີນ​ຄີ​ຢາ ຮີນ​ຄີຢາ​ເປັນບິ​ດາ​ຂອງ​ອາ​ຊາ​ຣິ​ຢາ 14 ອາ​ຊາ​ຣິ​ຢາ​ເປັນ​ບິ​ດາ​ຂອງ ເຊ​ຣັຍ​ຢາ ເຊ​ຣັຍຢາ​ເປັນ​ບິ​ດາ​ຂອງເຢ​ໂຮ​ຊາ​ດັກ 15 ແລະ​ເຢ​ໂຮ​ຊາ​ດັກ​ເປັນ​ບິ​ດາ​ຂອງ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ເມື່ອ​ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ​ເຂົ້າ​ສູ່​ການ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ດ້ວຍ​ຫັດ​ຂອງ​ເນ​ບູ​ຄາດ​ເນສ​ຊາກ 16 ເລ​ວີມີ​ບຸດ​ຊາຍ​ຄື ເກີ​ໂຊມ ໂກ​ຮາດ ແລະ​ເມ​ຣາ​ຣີ 17 ຕໍ່​ໄປ​ນີ້​ເປັນ​ຊື່​ບຸດ​ຂອງ​ເກີໂຊມ ​ຄື ລິບ​ນີ​ ແລະ​ຊີເມ​ອີ 18 ໂກ​ຮາດ​ມີ​ບຸດຊາຍ​ຊື່ ອັມ​ຣາມ ອິສ​ຮາ ເຮ​ໂບ​ຣນ ແລະ​ອຸ​ສ​ຊີ​ເອນ 19 ເມ​ຣາ​ຣີມີ​ບຸດ​ຊາຍ​ຄື ມາ​ລີ ແລະ​ມູ​ຊີ ເຫລົ່າ​ນີ້​ເປັນ​ຕະ​ກູນ​ຂອງ​ຄົນ​ເລ​ວີ​ຕາມ​ເຊື້ອ​ສາຍ​ບິ​ດາ​ຂອງ​ເຂົາ 20 ບຸດ​ຂອງ​ເກີໂຊມ ຄື​ ລິບ​ນີ ລິບ​ນີ​ມີ​ບຸດ​ຊາຍ​ຄື ຢາ​ຮາດ ຢາ​ຮາດມີ​ບຸດ​ຊາຍ​ຄື ຊິ​ມ​ມາ 21 ຊິມ​ມາ​ມີ​ບຸດ​ຊາຍ​ຄື ໂຢ​ອາ ໂຢ​ອາ​ມີ​ບຸດ​ຊາຍ​ຄື ອິດ​ໂດ ອິດ​ໂດ​ມີ​ບຸດ​ຊາຍ​ຄື ເຊ​ຣາ ເຊ​ຣາ​ມີ​ບຸ​ດ​ຊາຍ​ຄື ເຢ​ອາເທ​ຣັຍ 22 ໂກ​ຮາດ​ມີ​ບຸດ​ຊາຍ​ຄື ອັມ​ມີ​ນາ​ດາບ ອັມ​ມີ​ນາ​ດາບ​ມີ​ບຸດ​ຊາຍ​ຄື ໂກ​ຣາ ໂກ​ຣາ​ມີ​ບຸດ​ຊາຍ​ຄື ອັ​ສ​ຊີຣ໌ 23 ອັສ​ຊີ​ຣ໌ມີ​ບຸດ​ຊາຍ​ຄື ເອນ​ກາ​ນາ ເອນ​ກາ​ນາ​ມີ​ບຸດ​ຊາຍ​ຄື ເອ​ບີ​ຢາ​ສາຟ ເອ​ບີ​ຢາ​ສາ​ຟ​ມີ​ບຸດ​ຊາຍ​ຄື ອັ​ສ​ຊີຣ໌ 24 ອັ​ສ​ຊີຣ໌ມີ​ບຸດ​ຊາຍ​ຄື ຕາ​ຮາດ ຕາ​ຮາດ​ມີ​ບຸດ​ຊາຍ​ຄື ອູ​ຣີ​ເອນ ອູ​​ຣີ​ເອນ​ມີ​ບຸດ​ຊາຍ​ຄື ອຸ​ສ​ຊີ​ຢາ ອຸ​ສ​ຊີ​ຢາ​ມີ​ບຸດ​ຊາຍ​ຄື ຊາ​ອູນ 25 ເອນ​ກາ​ນາ​ມີ​ບຸດ​ຊາຍ​ຄື ອາ​ມາ​ຊັຍ ແລະ​ອາ​ຮີ​ໂມທ 26 ​ເອນ​ກາ​ນາມີ​ບຸດ​ຊາຍຄື ໂຊ​ຟັຍ ໂຊຟັຍ​ມີ​ບຸດ​ຊາຍ​ຄື ນາ​ຮາດ 27 ນາ​ຮາດມີ​ບຸດ​ຊາຍ​ຄື ເອ​ລີ​ອາບ ເອ​ລີ​ອາບ​ມີ​ບຸດ​ຊາຍ​ຄື ເຢ​ໂຣ​ຮາມ ເຢ​ໂຣ​ຮາມ​ມີ​ບຸ​ດ​ຊາຍ​ຄື ເອນ​ກາ​ນາ​ 28 ຊາ​ມູ​ເອນ​ມີ​ບຸດ​ຊາຍ​ຄື ໂຢເອນ​ບຸດ​ຊາຍ​ຫົວ​ປີ ຄົນ​ທີ່​ສອງ​ຄື ອາ​ບີ​ຢາ 29 ເມ​ຣາ​ຣີ​ມີ​ບຸດ​ຊາຍ​ຄື ມາ​ລີ ມາ​ລີ​ມີ​ບຸດ​ຊາຍ​ຄື ລິບ​ນີ ລິບ​ນີ​ມີ​ບຸດ​ຊາຍ​ຄື ຊີ​ເມ​ອາ ຊີ​ເມ​ອາ​ມີ​ບຸດ​ຊາຍ ອຸ​ສ​ຊາ 30 ອຸ​ສ​ຊາ​ມີ​ບຸດ​ຊາຍ​ຄື ຊີ​ເມ​ອາ ຊີ​ເມ​ອາ​ມີ​ບຸດ​ຊາຍ​ຄື ຮັກ​ກີ​ຢາ ຮັກ​ກີ​ຢາ​ມີ​ບຸດ​ຊາຍ​ຄື ອາ​ຊັຍຢາ

ດາ​ວິດ​ຊົງ​ແຕ່ງ​ຕັ້ງ​ນັກ​ຮ້ອງ​ປະ​ຈຳ​ພຣະ​ວິ​ຫານ

31 ເຫລົ່າ​ນີ້​ເປັນ​ບຸກ​ຄົນ​ທີ່​ດາ​ວິດ​ຊົງ​ແຕ່ງ​ຕັ້ງ​ໃຫ້​ດູ​ແລ​ການ​ຮ້ອງ​ເພງ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ຫລັງ​ຈາກ​ທີ່​ຫີບ​ຄຳ​ສັນ​ຍາ​ມາ​ຕັ້ງ​ຢູ່​ທີ່​ນັ້ນ​ແລ້ວ 32 ເຂົາ​ທັງ​ຫລາຍ​ທຳ​ການ​ບົວ​ລະບັດ​ດ້ວຍ​ເພງ ຂ້າງ​ຫນ້າຫໍ​ເຕັນ​ນັດ​ພົບ ຈົນ​ໂຊ​ໂລໂມນ​ໄດ້​ຊົງ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ໄດ້​ປະ​ຕິ​ບັດ​ຫນ້າ​ທີ່​ຂອງ​ເຂົາ​ຕາມ​ຕຳ​ແຫນ່ງ 33 ຕໍ່​ໄປ​ນີ້​ເປັນ​ບຸກ​ຄົນ​ທີ່​ປະ​ຕີ​ບັດ​ງານ​ຢູ່​ພ້ອມ​ກັບ​ບຸດ​ຂອງ​ເຂົາ ພວກ​ບຸດ​ຄົນ​ໂກ​ຮາດ​ຄື ເຮ​ມານນັກ​ຮ້ອງ​ຜູ້​ເປັນ​ບຸດ​ໂຢ​ເອນ ຜູ້​ເປັນ​ບຸດ​ຂອງ​ຊາ​ມູ​ເອນ 34 ຜູ້​ເປັນ​ບຸດ​ເອນ​ກາ​ນາ ຜູ້​ເປັນ​ບຸດ​ເຢ​ໂຣ​ຮາມ ຜູ້​ເປັນ​ບຸດ​ເອ​ລີ​ເອນ ຜູ້​ເປັນ​ບຸດ​ໂຕ​ອາ 35 ຜູ້​ເປັນ​ບຸດ​ຊູ​ຟ ຜູ້​ເປັນ​ບຸດ​ເອນ​ກາ​ນາ ຜູ້​ເປັນ​ບຸ​ດມາ​ຮັ​ທ ຜູ້​ເປັນ​ບຸດ​ອາ​ມາ​ຊັຍ 36 ຜູ້ເປັນ​ບຸດ​ເອນ​ກາ​ນາ ຜູ້​ເປັນ​ບຸ​ດໂຢ​ເອ​ນ ຜູ້​ເປັນ​ບຸດ​ອາ​ຊາ​ຣີ​ຢາ ຜູ້​ເປັນ​ບຸດ​ເຊຟັນ​ຢາ 37 ຜູ້​ເປັນ​ບຸດ​ຕາ​ຮາດ ຜູ້​ເປັນ​ບຸດ​ອັ​ສ​ຊີ​ຣ໌ ຜູ້​ເປັນ​ບຸດ​ເອ​ບີ​ອາ​ສາ​ຟ​ ຜູ້​ເປັນ​ບຸດ​ໂກ​ຣາ 38 ຜູ້​ເປັນ​ບຸດ​ອີ​ສ​ຮາ ຜູ້​ເປັນ​ບຸດ​ໂກ​ຮາດ ຜູ້​ເປັນ​ບຸດ​ເລ​ວີ ຜູ້​ເປັ​ນ​ບຸດ​ອິສ​ຣາ​ເອນ 39 ກັບ​ອາ​ສາ​ຟພີ່​ນ້ອງ​ຂອງ​ເຂົາ ຜູ້​ຊຶ່ງ​ຢືນ​ຢູ່​ຂ້າງ​ຂວາ​ມື​ຂອ​ງ​ເຂົາຄື ອາ​ສາ​ຟ​ບຸດ​ເບ​ເຣ​ຄີ​ຢາ ຜູ້​ເປັນ​ບຸດ​ຊີ​ເມ​ອີ 40 ຜູ້​ເປັນ​ບຸດ​​ມີ​ກາເອນ ຜູ້​ເປັນ​ບຸດ​ບາ​ອາ​ເຊ​​ຢາ ຜູ້​ເປັນ​ບຸດ​ມັ​ນ​ຄີ​ຢາ 41 ຜູ້​ເປັນ​ບຸດ​ເອທນີ ຜູ້​ເປັນ​ບຸດເຊ​ຣາ ຜູ້​ເປັນ​ບຸດ​ອາ​ດັຍ​ຢາ 42 ຜູ້​ເປັນ​ບຸດ​ເອ​ທານ ຜູ້​ເປັນ​ບຸດ​ຊີມ​ມາ ຜູ້​ເປັນ​ບຸດ​ຊີເມ​ອີ 43 ຜູ້​ເປັນ​ບຸດ​ຢາ​ຮາດ ຜູ້​ເປັນ​ບຸດເກີໂຊມ ຜູ້​ເປັນບຸດ​ເລ​ວີ 44 ທີ່​ຂ້າງ​ຊ້າຍ​ມື​ມີ​ບຸດ​ຂອງ​ເມ​ຣາ​ຣີ ພີ່​ນ້ອງ​ຂອງ​ເຂົາ​ຄື ເອ​ທານ​ຜູ້​ເປັນ​ບຸດ​ກີ​ຊີ ຜູ້​ເປັນ​ບຸດ​ອັບ​ດີ ຜູ້​ເປັນ​ບຸດ​ມັນ​ລຸກ 45 ຜູ້​ເປັນ​ບຸດຮາ​ຊາບີ​ຢາ ຜູ້​ເປັນ​ບຸດ​ອາ​ມາ​ຊີ​ຢາ ຜູ້​ເປັນ​ບຸດ​ຮີນ​ກີ​ຢາ 46 ຜູ້​ເປັນ​ບຸດ​ອັມ​ຊີ ຜູ້​ເປັນ​ບຸດບາ​ນີ ຜູ້​ເປັນ​ບຸດ​ເຊ​ເມີ 47 ຜູ້​ເປັນ​ບຸດ​ມາ​ລີ ຜູ້​ເປັນ​ບຸດ​ມູ​ຊີ ຜູ້​ເປັນ​ບຸດ​ເມ​ຣາ​ຣີ ຜູ້​ເປັນ​ບຸດ​ເລ​ວີ 48 ແລະ​ຄົນ​ເລ​ວີ​ພີ່​ນ້ອງ​ຂອງ​ເຂົາ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ປະ​ຕິ​ບັດ​ງານ​ທຸກ​ຢ່າງ​ທີ່ຫໍ​ເຕັນ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ

ເຊື້ອ​ສາຍ​ຂອງ​ອາ​ໂຣນ

49 ແຕ່​ອາ​ໂຣນ​ກັບ​ບຸດ​ຊາຍ​ຂອງ​ທ່ານ​ຖວາຍ​ເຄື່ອງ​ບູ​ຊາ​ເທິງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເທິງ​ແທ່ນ​ເຄື່ອງ​ຫ​ອມ ແລະ​ປະ​ຕິ​ບັດ​ງານ​ໃນບ່ອນ​ສັກ​ສິດ​ທີ່​ສຸດ ແລະ​ກະ​ທຳ​ການ​ລ້າງມົນ​ທິນ​ບາບ​ຂອງ​ອິສ​ຣາ​ເອນ​ຕາມ​ຢ່າງ​ທີ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ໄດ້​ບັນ​ຊາ​ໄວ້ 50 ຕໍ່​ໄປ​ນີ້​ເປັນ​ບຸດ​ອາ​ໂຣນ​ຄື ເອ​ເລ​ອາ​ຊາ ເອ​ເລ​ອາ​ຊາ​ມີ​ບຸດ​ຊາຍ​ຄື ຟີ​ເນ​ຮັ​ສ ຟີ​ເລ​ຮັ​ສມີ​ບຸດ​ຊາຍ​ຄື ອາ​ບີ​ຊູ​ອາ 51 ອາ​ບີ​ຊູ​ອາ​ມີ​ບຸດ​ຊາຍ​ຄື ບຸກ​ຄີ ບຸກ​ຄີມີ​ບຸດ​ຊາ​ຍຄື ອຸ​ສ​ຊີ ອຸສ​ຊີ​ມີ​ບຸ​ດ​ຊາຍ​ຄື ເຊ​ຣາ​ຮີ​ຢາ 52 ເຊຮາ​ຣີ​ຢາ​ມີ​ບຸດ​ຊາຍ​ຄື ເມ​ຣາໂຢດ ເມ​ຣາໂຢດ​ມີ​ບຸດ​ຊາຍ​ຄື ອາ​ມາ​ຣີ​ຢາ ອາ​ມາ​ຣີ​ຢາ​ມີ​ບຸດ​ຊາຍ​ຄື ອາ​ຮີ​ທູບ 53 ອາ​ຮີ​ທູບ​ມີ​ບຸດ​ຊາຍ​ຄື ຊາ​ໂດກ ຊາ​ໂດກ​ມີ​ບຸດ​ຊາຍ​ຄື ອາ​ຮີ​ມາ​ອັ​ສ

ຫົວ​ເມືອງ​ຂອງ​ຄົນ​ເລ​ວີ

54 ຕໍ່​ໄປ​ນີ້​ເປັນ​ທີ່​ອາ​ໄສ​ຂອງ​ເຂົາ​ຕາມ​ພູມ​ລຳ​ເນົາ​ໃນ​ເຂດ​ແດນ​ຂອງ​ເຂົາ​ຄື ເຊື້ອ​ສາຍ​ຂອງ​ອາ​ໂຣນ​ຕະ​ກູນ​ຄົນ​ໂກ​ຮາດ (ເພາະ​ສະ​ຫລາກ​ຕົກ​ເປັນ​ຂ​ອງ​ເຂົາ​ກ່ອນ) 55 ເຂົາ​ໄດ້​ຮັບ​ເມືອງ​ເຮ​ໂບ​ຣນ​ໃນ​ແຜ່ນ​ດິນ​ຢູ​ດາ ແລະ​ທົ່ງ​ຫຍ້າ​ຊຶ່ງ​ຢູ່​ລ້ອມ​ຮອບ​ນັ້ນ 56 ແຕ່​ທົ່ງ​ນາ ແລະ​ຕາມ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ເຂົາ​ຍົກ​ໃຫ້​ແກ່​ກາ​ເລັບ​ບຸດ​ເຢ​ຟຸນ​ເນ 57 ເຂົາ​ໃຫ້​ເມືອງ​ລີ້​ພັຍ​ແກ່​ເຊື້ອ​ສາຍ​ຂອງ​ອາ​ໂຣນ​ຄື ເມືອງ​ເຮ​ໂບຣນ ເມືອງ​ລິບ​ນາ​ກັບ​ທົ່ງ​ຫຍ້າ ເມືອງຢັດ​ທີ​ຣ໌ ເມືອງ​ເອສ​ເຕ​ໂມ​ອາກັບ​ທົ່ງ​ຫຍ້າ 58 ຮີ​ເລນ​ພ້ອມ​ກັບ​ທົ່ງ​ຫຍ້າ ເດ​ບີ​ຣ໌​ພ້ອມ​ກັບ​ທົ່ງ​ຫຍ້າ 59 ອາ​ຊານ​ພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ເບັດ​ເຊ​ເມສ​ພ້ອມ​ກັບ​ທົ່ງ​ຫຍ້າ 60 ແລະ​ຈາກ​ດິນ​ແດນ​ເຜົ່າ​ເບັນ​ຢາ​ມິນ​ກໍ​ມອບ​ເມືອງເກ​ບາ​ພ້ອມ​ກັບ​ທົ່ງ​ຫຍ້າ ອາເລ​ເມ​ທ​ພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ອາ​ນາ​ໂທດ​ພ້ອມກັບ​ທົ່ງ​ຫຍ້າ​ພ້ອມ​ກັບ​ທົ່ງ​ຫຍ້າ ຫົວ​ເມືອງ​ທັງ​ຫມົດ​ຂອງ​ເຂົາ​ທຸກ​ຕະ​ກູນ​ເປັນ​ສິ​ບສາມ​ຫົວ​ເມືອງ​ດ້ວຍ​ກັນ 61 ສ່ວນ​ຄົນ​ໂກ​ຮາດ​ທີ່​ເຫລືອ​ຢູ່​ນັ້ນ​ໄດ້​ຮັບ​ສ່ວນມອບ​ໂດຍ​ສະ​ຫ​ລາກ​ທີ່​ໄດ້​ຈາກ​ຕະ​ກູນ​ຂອງ​ເຜົ່າ ຈາກ​ເຜົ່າ​ມານັ​ສ​ເຊ​ເຄິ່ງ​ນຶ່ງ​ມີ​ສິບ​ຫົວ​ເມືອງ 62 ຕະ​ກູນ​ເກີໂຊມ​ແຕ່​ລະ​ຄອບ​ຄົວ​ໄດ້​ຮັບ​​ມອບ​ສິບ​ສາມ​ຫົວ​ເມືອງ​ຈາກ​ເຜົ່າ​ອິສ​ຊາ​ຄາ ເຜົ່າ​ອາ​ເຊີ ເຜົ່າເນັຟ​ທາ​ລີ ແລະ​ຈາກ​ເຜົ່າ​ມາ​ນັ​ສ​ເຊໃນ​ບາ​ຊານ 63 ຕະ​ກູນ​ເມ​ຣາ​ຣີ​ໄດ້​ຮັບ​ມອບ​ສິບ​ສອງ​ຫົວ​ເມືອງ​ຈາກເຜົ່າ​ຣູເບນ ເຜົ່າ​ກາດ ແລະ​ເຜົ່າ​ເຊ​ບູ​ລູນ 64 ດັ່ງ​ນີ້​ແຫລະ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ມອບ​ຫົວ​ເມືອງ​ພ້ອມ​ກັບ​ທົ່ງ​ຫຍ້າ​ໃຫ້​ແກ່​ຄົນ​ເລ​ວີ 65 ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ຈັບ​ສະ​ຫລາກ​ໃຫ້​ຫົວ​ເມືອງ​ຈາກ​ເຜົ່າ​ຢູ​ດາ ເຜົ່າ​ຊີ​ເມ​ໂອນ ແລະ​ເຜົ່າ​ເບັນ​ຢາ​ມິນ ຕາມ​ທີ່​ກ່າວຊື່​ໄວ້​ນັ້ນ​ດ້ວຍ 66 ແລະ​ຕະ​ກູນ​ຄົນ​ໂກ​ຮາດ​ບາງ​ຕະ​ກູນ​ມີ​ຫົວ​ເມືອງ​ອັນ​ເປັນ​ດິນ​ແດນ​ຂອງ​ເຂົາ​ຈາກ​ເຜົ່າ​ເອ​ຟ​ຣາ​ອິມ 67 ຄົນ​ອິສ​ຣາ​ເອນ​ໄດ້​ໃຫ້​ຫົວ​ເມືອງ​ລີ້​ພັຍຄື ເມືອງເຊ​ເຄມ​ພ້ອ​ມ​ກັບ​ທົ່ງ​ຫຍ້າ​ໃນ​ຖີ່ນ​ພູ​ເຂົາ​ເອ​ຟ​ຣາ​ອິມ ເມືອງ​ເກ​ເຊີ​ພ້ອມ​ກັບ​ທົ່ງ​ຫຍ້າ 68 ເມືອງ​ໂຢກ​ເມ​ອາມ​ພ້ອມ​ກັບ​ທົ່ງ​ຫຍ້າ ເມືອງ​ເບັດ​ໂຮ​ໂຣນ​ພ້ອມ​ກັບ​ທົ່ງ​ຫຍ້າ 69 ເມືອງ​ອັຍ​ຢາ​ໂລນ​ພ້ອມ​ກັບ​ທົ່ງ​ຫຍ້າ ເມືອງ​ກາດ​ຣີມ​ໂມນ​ພ້ອມ​ກັບ​ທົ່ງ​ຫຍ້າ 70 ແລະ​ມອບ​ເມືອງ​ຈາກ​ເຜົ່າ​ມາ​ນັ​ສ​ເຊ​ເຄິ່ງ​ນຶ່ງ​ຄື ເມືອງ​ອາ​ເນີ​ພ້ອມ​ກັບ​ທົ່ງ​ຫຍ້າ ເມືອງ​ບີ​ເລ​ອາມ​ພ້ອມ​ກັບ​ທົ່ງ​ຫຍ້າ​ໃຫ້​ແກ່​ຕະ​ກູນ​ຄົນ​ໂກ​ຮາດ​ທີ່​ເຫລືອ​ຢູ່ 71 ດິນ​ແດນ​ຂອງ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ​ທີ່​ມອບ​ໃຫ້​ແກ່​ຄົນເກີໂຊມ​ຄື ໂກ​ລານ​ໃນ​ເມືອງ​ບາ​ຊານ​ພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ອັ​ສຕາ​ໂຣທ​ພ້ອມ​ກັບ​ທົ່ງ​ຫຍ້າ 72 ແລະ​ຈາກ​ເຜົ່າ​ອິສ​ຊາ​ຄາຄື ເມືອງ​ເກ​ເດສພ້ອມ​ກັບ​ທົ່ງ​ຫຍ້າ ເມືອ​ງດາ​ເບ​ຣາດ​ພ້ອມກັບ​ທົ່ງ​ຫຍ້າ 73 ແລະ​ຣາ​ໂມທ​ພ້ອມກັບ​ທົ່ງ​ຫ​ຍ້າ ແລະ​ອາ​ເນມ​ພ້ອມ​ກັບ​ທົ່ງ​ຫຍ້າ 74 ຈາກ​ເຜົ່າ​ອາ​ເຊີຄື ມາ​ຊັນ​ພ້ອມ​ກັບ​ທົ່ງ​ຫຍ້າ ອັບ​ໂດນ​ພ້ອມ​ກັບທົ່ງ​ຫຍ້າ 75 ຮູ​ໂກກ​ພ້ອມ​ກັບ​ທົ່ງ​ຫ​ຍ້າ ແລະ​ເຣ​ໂຮບ​ພ້ອມ​ທັງ​ທົ່ງ​ຫຍ້າ 76 ແລະ​ຈາກ​ເຜົ່າ​ເນັຟ​ທາ​ລີ​ຄື ເກ​ເດສ​ໃນ​ຄາ​ລິ​ເລ​ພ້ອມ​ກັບ​ທົ່ງ​ຫຍ້າ ຮັມ​ໂມນ​ພ້ອມ​ກັບ​ທົ່ງ​ຫ​ຍ້າ ກີ​ຣີ​ອາ​ທາ​ອິມ​ພ້ອມ​ກັບ​ທົ່ງ​ຫຍ້າ 77 ສ່ວນ​ຄົນ​ເມ​ຣາ​ຣີ​ທີ່​ເຫລືອ​ຢູ່​ນັ້ນ​ໄດ້​ຮັບ​ຈາກ​ເຜົ່າ​ເຊ​ບູ​ລູນ​ຄື ຣິມ​ໂມ​ໂນ​ພ້ອມ​ກັບ​ທົ່ງ​ຫຍ້າ ຕາ​ໂບຣ໌​ພ້ອມ​ກັບ​ທົ່ງ​ຫຍ້າ 78 ແລະ​ຟາກ​ແມ່​ນ້ຳ​ຈໍ​ແດນ​ຂ້າງ​ຂອງ​ເຢ​ຣີໂກ ຄື​ຟາກ​ຕະ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ນັ້ນ ຈາກ​ເຜົ່າ​ຣູ​ເບນ ຄື​ເບ​ເຊີ​ໃນ​ຖິ່ນ​​ກັນ​ດານ​ພ້ອມ​ກັບ​ທົ່ງ​ຫຍ້າ ຢາ​ຊາ​ພ້ອມ​ກັບ​ທົ່ງ​ຫຍ້າ 79 ເກ​ເດ​ໂມທພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ເມ​ຟາ​ອາດ​ພ້ອມ​ກັບ​ທົ່ງ​ຫຍ້າ 80 ແລະ​ຈາກ​ເຜົ່າ​ກາດ​ຄື ຣາ​ໂມທ​ໃນ​ກິ​ເລ​ອາດ​ພ້ອມ​ກັບ​ທົ່ງ​ຫຍ້າ ມາ​ຮາ​ນາ​ອິມ​ພ້ອມ​ກັບ​ທົ່ງ​ຫຍ້າ 81 ເຮສໂບນ​ພ້ອມ​ກັບ​ທົ່ງ​ຫຍ້າ ແລະ​ຢາ​ເຊີ​ພ້ອມ​ກັບ​ທົ່ງ​ຫຍ້າ

1 ຂ່າວຄາວ 7

ເຊື້ອ​ສາຍ​ຂອງ​ອິສ​ຊາ​ຄາ

1 ອິສ​ຊາ​ຄາ​ມີ​ບຸດ​​ຄື ໂຕ​ລາ ປູ​ອາ ເຢ​ຊັບ ແລະຊີມ​ໂຣນ ທັງ​ຫມົດ​ສີ່ຄົນ​ດ້ວຍ​ກັນ 2 ໂຕ​ລາ​ມີ​ບຸດ​​ຄື ອູ​ສ​ຊີ ເຣ​ຟັຍ​ຢາ ເຢ​ຣີ​ເອນ ຢາມັຍ ອິບ​ຊາມ ແລະ​ເຊ​ມູ​ເອນ ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ​ ຄື​ຂອງ​ໂຕ​ລາ ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ​ຂອງ​ຊາດ​ເຊື້ອ​ຂອງ​ເຂົາ ແລະ​ຈໍາ​ນວນ​ຂອງ​ຄົນ​ເຫລົ່າ​ນີ້​ໃນ​ຣັ​ຊ​ສະ​ໄຫມ​ຂອງ​ດາ​ວິດ​ເປັນ​ສອງ​ຫມື່ນ​ສອງ​ພັນ​ຫົກ​ຮ້ອຍ​ຄົນ 3 ອຸ​ສ​ຊີມີ​ບຸດຄື ອິສ​ຣາ​ຮິ​ຢາ ແລະ​ຊີ​ສ​ຣາ​ຮີ​ຢາ​ມີ​ບຸດ​ຊາຍ​ຄື​ ມີ​ຄາ​ເອນ ໂອ​ບາ​ດີ​ຢາ ໂຢ​ເອນ ແລະ​ອິສ​ຊີ​ຢາ ຫ້າ​ຄົນ​ດ້ວຍ​ກັນ ທັງ​ຫມົດ​ເປັນ​ຫົວ​ຫນ້າ 4 ແລະ​ພ້ອມ​ກັບ​ຄົນ​ເຫລົ່າ​ນີ້​ເຊື້ອ​ສາຍ​ຂອງ​ເຂົາ​ ຕາມ​ຕະ​ກູນ​ຂອງ​ເຂົາ ມີ​ຫນ່ວຍ​ທະ​ຫານ​ເສິກ​ສາມ​ຫມື່ນ​ຫົກ​ພັນ​ຄົນ ເພາະ​ເຂົາ​ມີ​ພັ​ຣ​ຍາແລະ​ບຸດ​ຫລາຍ 5 ຍາດ​ພີ່ນ້ອງ​ຂອງ​ເຂົາ​ຊຶ່ງ​ເປັນ​ຄົນ​ໃນ​ບັນ​ດາ​ຕະ​ກູນ​ຂອງ​ອິສ​ຊາ​ຄາ ມີ​ທັງ​ຫມົດ​ດ້ວຍ​ກັນ​ທີ່​ເປັນທະຫານ​ເກັ່ງ​ກ້າ​ແປດ​ຫມື່ນ​ເຈັດ​ພັນ​ຄົນ ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ

ເຊື້ອ​ສາຍ​ຂອງ​ເບັນ​ຢາ​ມິນ

6 ​ເບັນ​ຢາ​ມິນມີ​ບຸດ​ຄື ເບລາ ເບ​ເຄີ ແລະເຢ​ດີ​ອາ​ເອນ ທັງ​ຫມົດ​ສາມ​ຄົນ​ດ້ວຍ​ກັນ 7 ເບ​ລາ​ມີ​ບຸດ​ຄື ເອສໂບນ ອຸ​ສ​ຊີ ອຸ​ສ​ຊີ​ເອນ ເຢ​ຣີ​ໂມທ ແລະ​ອີ​ຣີ ທັງ​ຫມົດ​ຫ້າ​ຄົນ​ດ້ວຍ​ກັນ ເປັນ​ຫົວ​ຫນ້າ​ຂອງ​ຕະ​ກູນ ເປັນທະ​ຫານທີ່ເກັ່ງ​ກ້າທີ່​ມີ​ຊື່​ສຽງ ແລະ​ຈຳ​ນວນ​ທີ່​ຂື້ນ​ທະ​ບ​ຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ຂອງ​ເຂົາ ສອງ​ຫມື່ນ​ສອງ​ພັນ​ສາມສິບ​ສີ່​ຄົນ 8 ເບ​ເຄີ​ມີ​ບຸດ​ຄື ເຊ​ມີ​ຣາ ໂຢ​ອັ​ສ ເອ​ລີ​ເອ​ເຊີ ເອ​ລີໂອ​ເອ​ນັຍ ໂອມ​ຣີ ເຢ​ຣີ​ໂມທ ອາ​ບີ​ຢາ ອາ​ນາ​ໂທດ ແລະ ອາ​ເລ​ເມທ ທັງ​ຫມົດ​ນີ້​ເປັນ​ບຸດ​ເບ​ເຄີ 9 ແລະ​ຈຳ​ນວນ​ທີ່​ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ ຕາມ​ຊາດ​ພັນເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ເປັນ​ທະ​ຫານ​ທີ່ເກັ່ງ​ກ້າ ​ສອງ​ຫມື່ນ​ສອງ​ຮ້ອຍ​ຄົນ 10 ເຢ​ດີ​ອາ​ເອນ​ມີ​ບຸດ​ຄື ບີນ​ຮານ ແລະ​ບີນ​ຮານ​ມີ​ບຸດ​ຄື ເຢ​ອູ​ສ ເບັນ​ຢາ​ມິນ ເອ​ຮູດ ​ເຄ​ນາ​ອາ​ນາ ເຊ​ທານ ຕາ​ຣ໌ຊິດ ແລະ​ອາ​ຣິ​ຊາ​ຮາກ 11 ທັງຫມົດ​ນີ້​ເປັນ​ບຸດ​ເຢ​ດີອາ​ເອນ​ຕາມ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ເປັນ​ທະ​ຫານ​ເກັ່ງກ້າ​ທີ່​ມີ​ຊື່​ສຽງ ​​ນຶ່ງ​ຫມື່ນ​ເຈັດ​ພັນ​ສອງ​ຮ້ອຍ​ຄົນ ພ້ອມ​ທີ່​ຈະຮັບ​ຣາ​ຊ​ການ​ສົງ​ຄາມ 12 ແລະ​ຊຸປ​ປິມ ແລະ​ຮຸປ​ປິມ​ເປັນ​ບຸດຂອງ​ອິ​ຣ໌ ຮູ​ຊິມ​ບຸດ​ຂອງ​ອາ​ເຮີ

ເຊື້ອ​ສາຍ​ຂອງ​ເນັຟ​ທາ​ລີ

13 ເນັຟທາ​ລີ​ມີ​ບຸດ​ຊາຍ​ຄື ຢາ​ຊີ​ເອນ ກູ​ນີ ເຢ​ເຊີ ແລະ​ຊັນ​ລູມ ເຊື້ອ​ສາຍ​ຂອງ​ນາງບີນ​ຮາ

ເຊື້ອ​ສາຍ​ຂອງ​ມາ​ນັ​ສ​ເຊ

14 ມາ​ນັ​ສ​ເຊ​ມີ​ບຸດ​ຊາຍ​ຄື ອັ​ສຣີ​ເອນ ຊຶ່ງ​​ພັ​ຣ​ຍານ້ອຍ​ຊາວ​ອາ​ຣາ​ເມ​ອານ ນາງ​ໄດ້​ມີ ມາ​ຄີ​ບິ​ດາ​ຂອງ​ກິ​ເລ​ອາດ 15 ມາ​ຄີ​ກໍ​ຮັບ​ພັ​ຣ​ຍາຈາກ​ຮຸປ​ປິມ ແລະ​ຊຸປ​ປິມ ເອື້ອຍ​ຂອງ​ເຂົາ​ຊື່ ນາງ​ມາ​ອາ​ກາ ແລະ​ຄົນ​ທີ່​ສອງ​ຊື່ ເຊ​ໂລ​ເຟ​ຮັດ ແລະ​ເຊ​ໂລ​ເຟ​ຮັດ​ມີ​ບຸດ​ຍິງ 16 ແລະ​ມາ​ອາ​ກາ​ພັ​ຣ​ຍາມາ​ຄີ​ມີ​ບຸດ​ຊາຍ​ຄົນ​ນຶ່ງ ນາງເອີ້ນ​ເຂົາ​ວ່າ ເປ​ເຣ​ສ ແລະ​ນ້ອງ​ຊາຍ​ຂອງ​ເຂົາ​ຊື່ ເຊ​ເຣ​ສ ແລະ​ບຸດ​ຂອງ​ເຂົາ​ຄື ອູລາມ ແລະ​ເຣ​ເຄມ 17 ອູ​ລາມ​ມີບຸດ​ຊາຍ​ຄື ເບ​ດານ ເຫລົ່າ​ນີ້​ເປັນ​ບຸດ​ກິ​ເລ​ອາດ ຜູ້​ເປັນ​ບຸດ​ມາ​ຄີ ຜູ້​ເປັນ​ບຸດ​ມາ​ນັ​ສ​ເຊ 18 ແລະຮັມໂມ​ເລ​ເຄທ​ນ້ອງ​ສາວ​ຂອງ​ເຂົາ​ມີ ອິສ​ໂຮດ ອາ​ບີ​ເອ​ເຊີ ແລະ​ມາ​ລາ 19 ເຊ​ມິ​ດາ​ມີ​ບຸດ​ຊາຍ​ຄື ອາ​ຮິ​ອາ​ນ ເຊ​ເຄມ ລິກຮີ ແລະ​ອາ​ນີ​ອາມ

ເຊື້ອ​ສາຍ​ຂອງ​ເອ​ຟ​ຣາ​ອິມ

20 ເອ​ຟ​ຣາ​ອິມ​ມີ​ບຸດ​ຊາຍ​ຄື ຊູ​ເທ​ລາ ແລະຊູ​ເທ​ລາ​ມີ​ບຸດ​ຊາຍ​ຄື ​ເບ​ເຣດ ເບ​ເຣດ​ມີ​ບຸດ​ຊາຍ​ຄື ຕາ​ຮາດ ຕາ​ຮາດ​ມີ​ບຸດ​ຊາຍ​ຄື ເອ​ເລ​ອາ​ດາ ເອເລ​ອາ​ດາ​ມີ​ບຸດ​ຊາຍ​ຄື ຕາ​ຮາດ 21 ຕາ​ຮາດ​ມີ​ບຸດ​ຊາຍ​ຄື ຊາ​ບັດ ຊາ​ບັດ​ມີ​ບຸດ​ຊາຍ​ຄື ຊູ​ເທ​ລາ ເອ​ເຊີ ແລະ​ເອ​ເລອັດ ຊຶ່ງ​ຄົນ​ຂອງ​ກາດຜູ້​ທີ່​ເກີດ​ໃນ​ເມືອງ​ນັ້ນໄດ້​ຂ້າ​ເສັຽ ເພາະ​ເຂົາ​ທັງ​ຫລາຍ​ລົງ​ມາ​ປຸ້ນ​ສັດ​ລ້ຽງ​ຂອງ​ເຂົາ 22 ແລະ​ເອ​ຟ​ຣາ​ອິມບິດາ​ຂອງ​ເຂົາ​ໄວ້​ທຸ​ກໂສກ​ເສົ້າ​ເປັນ​ຫລາຍ​ວັນ ແລະ​ພີ່​ນ້ອງ​ຂອງ​ເຂົາ​ກໍ​ມາ​ເລົ້າ​ໂລມ​ເຂົາ 23 ແລະ​ເອ​ຟ​ຣາ​ອິມ​ກໍ​ເຂົ້າ​ໄປ​ຫາ​ພັ​ຣ​ຍາ ແລະ​ນາງ​ກໍ​ຕັ້ງ​ທ້ອງມີ​ບຸ​ດຊາຍ​ຄົນ​ນຶ່ງ ນາງ​ເອີ້ນ​ເຂົາ​ວ່າ ເບ​ຣີ​ຢາ ເພາະ​ເຫ​ດ​ການ​ຊົ່ວ​ຮ້າຍ​ຕົກ​ຢູ່​ກັບ​ເຮືອນ​ຂອງ​ເຂົາ 24 ບຸດ​ຍິງ​ຂອງ​ເຂົາ​ຊື່ ນາງ​ເຊ​ເອ​ຣາ ຜູ້​ຊຶ່ງ​ສ້າງ​ເມືອງ​ເບັດ​ໂຮ​ໂຣນ ທັງ​ລຸ່ມ​ແລະ​ເທິງ ແລະ​ເມືອງອຸສເຊນເຊ​ເອ​ຣາ 25 ເອ​ຟຣາ​ອິມ​ມີ​ບຸດຊາຍ​ຊື່​ ເຣ​ຟາ ເຣ​ຟາ​ມີ​ບຸດຄື ເຣເຊ​ຟ ເຣ​ເຊ​ຟ​ມີ​ບຸດ​ຊາຍ​ຄື ເຕ​ລາ ເຕ​ລາ​ມີ​ບຸດ​ຊາຍ​ຄື ຕາ​ຮານ 26 ຕາ​ຮານ​ມີ​ບຸດ​ຊາຍ​ຄື ລາ​ດານ ລາ​ດານ​ມີ​ບຸດ​ຊາຍ​ຄື​ອາມ​ມີ​ຮູດ ອັມ​ມີ​ຮູດ​ມີ​ບຸດ​ຊາຍ​ຄື ເອ​ລີ​ຊາ​ມາ 27 ເອ​ລີ​ຊາ​ມາ​ມີ​ບຸດ​ຊາຍ​ຄື ນູນ ນູນ​ມີ​ບຸດ​ຊາຍ​ຄື ໂຢ​ຊວຍ 28 ທີ່ດິນ​ກຳ​ມະ​ສິດ ແລະ​ພູມ​ລຳ​ເນົາ​ຂອງ​ເຂົາ​ຄື ເບັດ​ເອນ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ແລະ​ນາ​ອາຣານດ້ານຕາ​ເວັນ​ອອກ ແ​ລະ​ເກ​ເຊີ​ດ້ານ​ຕາ​ເວັນ​ຕົກ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງເຊເຄມ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ແລະ​ອັຍ​ຢາ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ 29 ແລະ​ຕາມ​ພົມ​ແດນ​ຂອງ​ຄົນ​ມາ​ນັ​ສ​ເຊ ມີ​ເມືອງ​ເບັດ​ເຊ​ອານພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ຕາ​ອາ​ນັກ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ເມ​ກິດ​ໂດ​ພ້ອມ​ກັບ​ບັນ​ດາ​ຫົວ​ເມືອງ ໂດ​ຣ໌​ພ້ອມ​ກັບ​ຫົວ​ເມືອງ ເຊື້ອ​ສາຍ​ໂຢ​ເຊັບ​ບຸດ​ອິສ​ຣາ​ເອນ​ໄດ້​ອາ​ໄສ​ຢູ່​ໃນ​ທີ່​ເຫລົ່າ​ນີ້

ເຊື້ອ​ສາຍ​ຂອງ​ເອ​ເຊີ

30 ອາ​ເຊີ​ມີ​ບຸດ​ຊາຍ​ຄື ອິມ​ນາ ອິສວາ ອິສວີ ເບ​ຣີ​ຢາ ແລະ​ນ້ອງ​ສາວ​ຂອງ​ເຂົາ​ຄື ເຊ​ຣາ 31 ເບ​ຣີ​ອາ​ມີ​ບຸດ​ຊາຍ​ຄື ເຮ​ເບີ ແລະ ມັນ​ຄີ​ເອນ ຜູ້ເປັນ​ບິ​ດາ​ຂອງ​ບີ​ຊາ​ອິທ 32 ເຮ​ເບີ​ເປັນ​ບິ​ດາ​ຂອງ​ຢັຟເ​ລທ ໂຊ​ເມີ ໂຮ​ທາມ ແລະ​ນ້ອງ​ສາວ​ຂອງ​ເຂົາ​ຄື ຊູ​ອາ 33 ຢັຟ​ເລທມີ​ບຸດ​ຊາຍ​ຄື ປາ​ສັກ ບິມ​ຮັນ ແລະ​ອັ​ສວັ​ທ ເຫລົ່າ​ນີ້​ເປັນ​ບຸດ​ຢັ​ຟ​ເລທ 34 ບຸດ​ເຊ​ເມີ​ນ້ອງ​ຊາຍ​ຂອງ​ເຂົາ​ຄື ອາ​ຮິ ໂຣ​ກາ ຮຸບ​ບາ ແລະ​ອາ​ຣາມ 35 ບຸດ​ເຮ​ເລມ​ນ້ອງ​ຊາຍ​ຂອງ​ເຂົາ​ຄື ໂຊ​ຟາ ອິມ​ນາ ເຊ​ເລ​ສ ແລະ ອາ​ມັນ 36 ໂຊ​ຟາ​ມີ​ບຸດ​ຊາຍ​ຄື ຊູ​ອາ ຮາ​ເນ​ເຟີ ຊູ​ອັນ ເບ​ຣີ ອິມ​ຣາ 37 ເບ​ເຊີ ໂຮດ ຊັມ​ມາ ຊີລຊາ ອິ​ທ​ຣານ ແລະ​ເບ​ເອ​ຣາ 38 ບຸດ​​ເຢ​ເທີຄື ເຢ​ຟູນ​ເນ ປິ​ສ​ປາ ແລະ ອາ​ຣາ 39 ບຸດ​ອູນ​ລາ​ຄື ອາ​ຣາ ຮາ​ນນີ​ເອນ ແລະຣີ​ຊີ​ອາ 40 ທັງ​ຫມົດ​ເຫລົ່າ​ນີ້​ເປັນ​ຄົນ​ຂອງ​ອາ​ເຊີ ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ເປັນທະ​ຫານ​ທີ່​ຄັ​ດ​ເລືອກ​ໄວ້ ເປັນ​ເຈົ້າ​ນາຍ​ໃຫຍ່​ຈຳ​ນວນ​ທີ່​ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ ເພື່​ອ​ເຂົ້າ​ຮັບ​ຣາ​ຊ​ການ​ສົງ​ຄາມ​ເປັນ​ສອງ​ຫມື່ນ​ຫົກ​ພັນ​ຄົນ

1 ຂ່າວຄາວ 8

ເຊື້ອ​ສາຍ​ຂອງ​ເບັນ​ຢາ​ມິນ

1 ເບັນ​ຢາ​ມິນ​ເປັນ​ບິ​ດາ​ຂອງ​ເບ​ລາ​ບຸດ​ຫົວ​ປີ​ຂອງ​ເຂົາ ອັ​ສ​ເບນ​ທີ່​ສອງ ອາ​ຮາ​ຣາ​ທີ່​ສາມ 2 ໂນ​ຮາ​ທີ່​ສີ່ ແລະ​ຣາ​ຟາ​ທີ່​ຫ້າ 3 ແລະ​ເບ​ລາ​ມີ​ບຸດ​ຄື ອັດ​ດາ ເກ​ຣາ ອາ​ບີ​ຮູດ 4 ອາ​ບີ​ຊູ​ອາ ນາ​ອາ​ມານ ອາ​ໂຮ​ອາ 5 ເກ​ຣາ ເຊ​ຟູ​ຟານ ແລະ​ຮູ​ຣາມ 6 ຕໍ່​ໄປ​ນີ້​ເປັນ​ບຸດ​ເອ​ຮູດ (ເຂົາ​ທັງ​ຫລາຍ​ເປັນ​ຫົວ​ຫນ້າ​ບັນ​ດາ​ຕະ​ກູນ​ທີ່​ເປັນ​ຊາວ​ເມືອງ​ເກ​ບາ ແລະ​ເຂົາ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ຍັງ​ເມືອງ​ມາ​ນາ​ຮາດ) 7 ຄື​ນາ​ອາ​ມານ ອາ​ຮີ​ຢາ ແລະ​ເກ​ຣາ ເຂົາ​ທັງ​ຫລາຍ​ຖືກກວາດ​ເປັນ​ເປັນ​ຊະ​ເລີຍ ແລະເຮັກ​ລາມ​ທ່ານ​ເປັນ​ບິ​ດາ​ຂອງອຸ​ສ​ຊາ​ ແລະ​ອາ​ຮີ​ຮູດ 8 ແລະ​ຊາ​ຮາຣາ​ອິມ​ມີ​ບຸດ​ຊາຍ​ໃນ​ດິນ​ແດນ​ໂມ​ອາບ ພາຍ​ຫລັງ​ຈາກ​ທີ່​ເຂົາ​ໄດ້​ໄລ່​ຮູ​ຊີມ ແລະ​ບາ​ອາ​ຣາພັ​ຣ​ຍາ​ຂອງ​ເຂົາ​ໄປ​ແລ້ວ 9 ເຂົາ​ມີ​ບຸດ​ກັບ​ໂຮ​ເດສ​ພັ​ຣ​ຍາ​ຂອງ​ເຂົາ ຄື​ໂຢ​ບັບ ຊີ​ບີ​ອາ ເມ​ຊາ ມັນ​ເກມ 10 ເຢ​ອູ​ສ ຊາ​ຄີ​ອາ ແລະ​ມີ​ຣ໌​ມາ ເຫລົ່າ​ນີ້​ເປັນ​ບຸດ​ຂອງ​ເຂົາ ເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ 11 ເຂົາ​ມີ​ບຸດ​ກັບ​ຮູ​ຊີມ​ດ້ວຍ ຄື​ອາ​ບີ​ຕູບ ແລະ​ເອນ​ປາ​ອັນ 12 ບຸດ​ເອັນ​ປາ​ອັນ ຄື​ເອ​ເບີ ມີ​ຊາມ ແລະ​ເຊ​ເມດ ຜູ້​ສ້າງ​ເມືອງ​ໂອ​ໂນ ແລະ​ເມືອງ​ໂລດ​ພ້ອມ​ກັບ​ຫົວ​ເມືອງ 13 ແລະ​ເບ​ຣີ​ຢາ ແລະ​ເຊ​ມາ (ເຂົາ​ທັງ​ຫລາຍ​ເປັນ​ຫົວ​ຫນ້າ​ບັນ​ດາ​ຕະ​ກູນ​ທີ່​ເປັນ​ຊາວ​ເມືອງ​ອັຍ​ຢາ​ໂລນ ຜູ້​ຊຶ່ງ​ຂັບ​ໄລ່​ຊາວ​ເມືອງ​ກາດ​ໄປ​ເສັຽນັ້ນ) 14 ແລະ​ອາ​ຮີ​ໂອ ຊາ​ຊັກ ແລະ​ເຢ​ເຣ​ໂມທ 15 ເຊ​ບາ​ດີ​ຢາ ອາ​ຣາດ ເອ​ເດີ 16 ມີ​ຄາ​ເອນ ອິສ​ປາ ແລະ​ໂຢ​ຮາ ເປັນ​ບຸດ​ເບ​ຣີ​ຢາ 17 ເຊ​ບາ​ດີ​ຢາ ເມ​ຊູນ​ລາມ ຮີ​ສ​ຄີ ເຮ​ເບີ 18 ອິສ​ເມ​ຣັຍ ອິສລີ​ຢາ ແລະ​ໂຢ​ບັບ ເປັນ​ບຸດ​ເອນ​ປາ​ອັນ 19 ເຢ​ກີມ ຊິກ​ຣີ ຊັບ​ດີ 20 ເອ​ລີ​ເອ​ນັຍ ຊີນ​ເລ​ທັຍ ເອ​ລີ​ເອນ 21 ອາ​ດັຍ​ຢາ ເບ​ຣາ​ຢາ ແລະ​ຊິ​ມ​ຣັ​ທ ເປັນ​ບຸດ​ຊີ​ເມ​ອີ 22 ອີສ​ປານ ເອ​ເບີ ເອ​ລີ​ເອນ 23 ອັບ​ໂດນ ຊີກ​ຣີ ຮາ​ນານ 24 ຮາ​ນາ​ນີ​ຢາ ເອ​ລາມ ອານ​ໂທ​ທີ​ຢາ 25 ອີ​ຟເດ​ຢາ ແລະເປ​ນູ​ເອນ ເປັນ​ບຸດ​ຊາ​ຊັກ 26 ຊັມ​ເຊ​ຣັຍ ເຊ​ຮາ​ຣີ​ຢາ ອາ​ທາ​ລີ​ຢາ 27 ຢາ​ອາ​ເຣ ຊີ​ຢາ ເອ​ລີ​ຢາ ແລະ​ຊີກ​ຣີ ເປັນ​ບຸດ​ເຢ​ໂຣ​ຮາມ 28 ຄົນ​ເຫລົ່າ​ນີ້​ເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ຕາມ​ຊາດ​ເຊື້ອ​ສາຍ​ເປັນ​ຊັ້ນ​ຫົວ​ຫນ້າ ຄົນ​ເຫ​ລົ່າ​ນີ້​ຢູ່​ໃນ​ເຢ​ຣູ​ຊາ​ເລັມ

ວົງ​ວານ​ຂອງ​ຊາ​ອູນ

29 ແລະ​ໃນ​ກີ​ເບ​ໂອນກໍມີ​ບິ​ດາ​ຂອງ​ກິ​ເບ​ໂອນ​ອາ​ໄສ​ຢູ່ ແລະ​ພັ​ຣ​ຍາ​ຂອງ​ທ່ານ​ຊື່ ມາ​ອາ​ກາ 30 ບຸດ​ຫົວ​ປີ​ຂອງ​ທ່ານ​ຊື່ ອັບ​ໂດ​ນ ຊູ​ຣ໌ ກີ​ສ ບາ​ອັນ ນາ​ດາບ 31 ເກ​ໂດ​ຣ໌ ອາ​ຮີ​ໂອ ເຊ​ເຄີ 32 ແລະ​ມີກ​ໂລທ (ເຂົາ​ເປັນ​ບິ​ດາ​ຂອງ​ຊີ​ເມ​ອາ) ຄົນ​ເຫລົ່າ​ນີ້​ອາ​ໄສ​ຢູ່​ກົງ​ຂ້າມ​ກັບ​ຍາດ​ຂອງ​ເຂົາ​ໃນ​ເຢ​ຣູ​ຊາ​ເລັມ​ ເຂົາ​ຢູ່​ກັບ​ຍາດຂອງ​ເຂົາ 33 ເນີ ເປັນ​ບິ​ດາ​ຂອງ​ຄີສ ຄີສ​ເປັນ​ບິ​ດາ​ຂອງ​ຊາ​ອູນ ຊາ​ອູນ​ເປັນ​ບິ​ດາ​ໂຢ​ນາ​ທານ ມັນຄີ​ຊູ​ວາ ອາ​ບີ​ນາ​ດາບ ແລະ ເອສ​ບາ​ອັ​ນ 34 ແລະ​ບຸດ​ໂຢ​ນາ​ທານ ຄື​ເມ​ຣິບ​ບາ​ອັ​ນ ແລະ​ເມ​ຣີບ​ບາ​ອັ​ນ​ເປັນ​ບິ​ດາ​ຂອງ​ມີ​ຄາ 35 ບຸດ​ມີ​ກາ ຄື​ປີ​ໂທນ ເມ​ເລກ ຕາ​ເຣ​ອາ ແລະ ອາ​ຮັ​ສ 36 ແລະ​ອາ​ຮັ​ສ​ເປັນ​ບີ​ດາ​ຂອງ​ເຢ​ໂຮ​ອາດ​ດາ ແລະ​ເຢ​ໂຮ​ອາດ​ດາ​ເປັນ​ບິ​ດາ​ຂອງ​ອາ​ເລ​ເມທ ອັ​ສ​ມາ​ເວ​ທ ແລະ​ຊີມ​ຣີ ຊີມ​ຣີ​ເປັນ​ບິ​ດາ​ຂອງ​ໂມ​ຊາ 37 ໂມ​ຊາ​ເປັນ​ບິ​ດາ​ບີ​ເນ​ອາ ບຸດ​ບີ​ເນ​ອາ​ຄືຣາ​ຟາ ບຸດ​ຣາ​ຟາ​ ຄື​ເອ​ເລ​ອາ​ຊາ ບຸດ​ເອ​ເລ​ອາ​ຊາ ຄື​ອາ​ເຊ​ນ 38 ອາ​ເຊ​ນ​ມີ​ບຸດ​ຫົກ​ຄົນ ແລະ​ຕໍ່​ໄປ​ນີ້​ເປັນ​ຊື່​ຂອງ​ເຂົາ ອັ​ສ​ຣີ​ກາມ ໂບ​ເຄີ​ຣູ ອິສ​ມາ​ເອນ ເຊ​ອາ​ຣີ​ຢາ ໂອ​ບາ​ດີ​ຢາ ແລະຮາ​ນານ ທັງ​ຫມົດ​ນີ້​ເປັນ​ບຸດ​ຂອງ​ອາ​ເຊ​ນ 39 ບຸດ​ຂອງເອເຊກ​ນ້ອງ​ຊາຍ​ຂອງ​ເຂົາ ຄື ອູ​ລາມບຸດ​ຫົວ​ປີ ເຢ​ອູ​ສຄົນ​ທີ່​ສອງ ແລະ​ເອ​ລີ​ເຟ​ເ​ລ​ທຄົນ​ທີ່​ສາມ 40 ບຸດ​ຊາຍ​ຂອງ​ອູ​ລາມ​ເປັນ​ຄົນ​ທີ່​ເປັນ​ທະ​ຫານ​ເອກ ນັກ​ທະ​ນູ ມີ​ລູກ​ຫລານ​ຫລາຍ​ນຶ່ງ​ຮ້ອຍ​ຫ້າ​ສິບ​ຄົນ ຄົນ​ເຫລົ່າ​ນີ້​ທັງ​ຫມົດ​ເປັນ​ເຊື້ອ​ສາຍ​ເບັນ​ຢາ​ມີນ

1 ຂ່າວຄາວ 9

1 ດັ່ງ​ນັ້ນ​ອິສ​ຣາ​ເອນ​ທັງ​ປວງ​ໄດ້ຂື້ນ​ທະ​ບຽນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ ແລະ​ທະ​ບຽນ​ນີ້​ກໍ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ ແລະ​ຢູ​ດາກໍ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ ເພາະ​ຄວາມ​ບໍ່​ຊື່​ສັດ​ຂອງ​ເຂົາ 2 ຝ່າຍ​ພວກ​ທຳ​ອິດ​ທີ່​ເຂົ້າ​ມາ​ອາ​ໄສ​ໃນ​ທີ່​ກໍາ​ມະ​ສິດ​ຂອງ​ເຂົາ​ອີກ​ໃນ​ບັນ​ດາ​ຫົວ​ເມືອງ​ຂອງ​ເຂົາ​ນັ້ນ ຄື​ອິສ​ຣາ​ເອນ ພວກ​ປະ​ໂຣ​ຫິດ ພວກ​ເລ​ວີ ແລະ​ພວກ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ

ຜູ້​ທີ່​ກັບ​ມາ​ຈາກ​ກຸງ​ບາ​ບີ​ໂລນ

3 ແລະ​ໃນ​ເຢ​ຣູ​ຊາ​ເລັມ​ມີ​ປະ​ຊາ​ຊົນ​ບາງ​ຄົນ​ໃນ​ພວກ​ຢູ​ດາ ພວກ​ເບັນ​ຢາ​ມິນ ພວກ​ເອ​ຟ​ຣາ​ອິມ ແລະ​ພວກ​ມາ​ນັ​ສ​ເຊ ໄດ້​ອາ​ໄສ​ຢູ່ 4 ຄື​ອູ​ທັຍ​ບຸດ​ອັມ​ມີ​ຮູດ ຜູ້​ເປັນ​ບຸດ​ໂ​ອມ​ຣີ ຜູ້​ເປັນ​ບຸດ​ອິມ​ຣີ ຜູ້​ເປັນ​ບຸດບາ​ນີ ໃນ​ພວກ​ບຸດ​ເປ​ເຣສ ຜູ້​ເປັນ​ບຸດ​ຢູ​ດາ 5 ແລະ​ຈາກ​ຄົນ​ຊີ​ໂຣ ຄື​ອາ​ຊັຍ​ຢາ​ບຸດ​ຫົວປີ ແລະ​ບຸດຂອງ​ເຂົາ 6 ຈາກ​ບຸດ​ເຊ​ຣາ ຄື​ເຢ​ອູ​ເອນ ແລະ​ຍາດ​ຂອງ​ເຂົາ​ເປັນຫົກ​ຮ້ອຍ​ເກົ້າ​ສິບ​ຄົນ 7 ຈາກ​ເຊື້ອ​ສາຍ​ເບັນ​ຢາ​ມິນ ຄື ຊັນ​ລູ ​ຜູ້​ເປັນ​ບຸດ​ເມ​ຊຸນ​ລາມ ຜູ້​ເປັນ​ບຸດ​ໂຮ​ດາ​ວີ​ຢາ ຜູ້​ເປັນ​ບຸດ​ຮັ​ສ​ເຊ​ນູ​ອາ 8 ອິ​ບ​ເນ​ຢາ ຜູ້​ເປັນ​ບຸດ​ເຢ​ໂຣ​ຮາມ ເອ​ລາ​ບຸດ​ອູ​ສ​ຊີ​ ຜູ້​ເປັນ​ບຸດ​ມິກ​ຣີ ແລະ​ເມ​ຊຸນ​ລາມ ຜູ້​ເປັນ​ບຸດ​ເຊ​ຟາ​ຕີ​ຢາ ຜູ້​ເປັນ​ບຸດ​ຣູ​ເອນ ຜູ້​ເປັນ​ບຸດ​ອິບ​ນີ​ຢາ 9 ແລະ​ຍາດ​ຂອງ​ເຂົາ​ຕາມ​ຊາ​ດ​ເຊື້ອ​ສາຍ​ຂອງ​ເຂົາ​ເປັນ​ເກົ້າ​ຮ້ອຍ​ຫ້າ​ສິ​ບ​ຫົກ​ຄົນທັງ​ຫມົດ​ນີ້​ເປັນ​ຫົວ​ຫນ້າ​ຕະ​ກູນ​ຕາມ​ຕະ​ກູນ​ຂອງ​ເຂົາ 10 ຈາກ​ພ​ວ​ກ​ປະ​ໂຣ​ຫິດ ຄື​ເຢ​ດັຍ​ຢາ ເຢ​ໂຮ​ຢາ​ຣິບ ຢາ​ຄີນ 11 ແລະ​ອາ​ຊາ​ຣີ​ຢາ ຜູ້​ເປັນ​ບຸດ​ຮີນ​ກີ​ຢາ ຜູ້​ເປັນ​ບຸດ​ເມ​ຊູນ​ລາມ ຜູ້​ເປັນ​ບຸດ​ຊາ​ໂດກ ຜູ້​ເປັນ​ບຸດ​ເມ​ຣາ​ໂຢ​ດ ຜູ້​ເປັນ​ບຸດ​ອາ​ຮີ​ທຸບ ເຈົ້າ​ຫນ້າ​ທີ່​ປົກ​ຄອງ​ຂອງ​ພຣະ​ວິຫານ​ແຫ່ງ​ພຣະ​ເຈົ້າ 12 ແລະ​ອາ​ດັຍ​ຢາ ຜູ້​ເປັນ​ບຸດ​ເຢ​ໂຣ​ຮາມ ຜູ້​ເປັນ​ບຸດປັ​ສເຮີ ຜູ້​ເປັນ​ບຸດ​ມັນ​ຄີ​ຢາ ແລະ​ມາ​ອາ​ຊັຍ ຜູ້​ເປັນ​ບຸດ​ອາດີ​ເອນ ຜູ້​ເປັນ​ບຸດ ຢາ​ເຊ​ຣາ ຜູ້​ເປັນ​ບຸດ ເມ​ຊູນ​ລາມ ຜູ້​ເປັນ​ບຸດ​ເມ​ຊີນ​ເລ​ມີ​ທ ຜູ້​ເປັນ​ບຸດ​ອິມ​ເມີ 13 ແລະ​ຍາດ​ຂອງ​ເຂົາ ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ ຮວມ​ເປັນ​ນຶ່ງ​ພັນ​ເຈັດ​ຮ້ອຍ​ຫົກ​ສິບ​ຄົນ ເປັນ​ຄົນ​ສາ​ມາດທີ່​ຈະ​ທຳ​ງານ​ປົນ​ນິ​ບັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ

ຄອບ​ຄົວ​ຄົນ​ເລ​ວີ

14 ຈາກ​ຄົນ​ເລ​ວີ ຄື​ເຊ​ມັຍ​ຢາ ຜູ້​ເປັນ​ບຸດ ຮັ​ສ​ຊູບ ຜູ້​ເປັນ​ບຸດ​ອັ​ສ​ຣີກາມ ຜູ້​ເປັນ​ບຸດ​ຮາຊາ​ບີ​ຢາ ເຊື້ອ​ສາຍ​ຂອງ​ເມ​ຣາ​ຣີ 15 ແລະ​ບັກ​ບັກ​ກາກ ເຮ​ເຣ​ສ ເກ​ລານ ແລະ​ມັດ​ຕາ​ນີ​ຢາ ຜູ້​ເປັນ​ບຸດ​ມີ​ກາ ຜູ້​ເປັນ​ບຸດ​ຊິກ​ຣີ ຜູ້​ເປັນ​ບຸດ​ອາ​ສາ​ຟ 16 ແລະ​ໂອ​ບາ​ດີ​ຢາ ຜູ້​ເປັນບຸດ ເຊ​ມັຍ​ຢາ ຜູ້​ເປັນ​ບຸດ ກາ​ລານ ຜູ້​ເປັນ​ບຸດ​ເຢ​ດູ​ທູນ ແລະ​ເບ​ເຣ​ຄີ​ຢາ ຜູ້​ເປັນບຸດ​ອາ​ຊາ ຜູ້​ເປັນ​ບຸດເອນ​ກາ​ນາ ຜູ້​ອາ​ໄສ​ຢູ່​ໃນ​ຊົນ​ນະ​ບົດ​ຂອງ​ຊາວ​ເນ​ໂຕ​ຟາ 17 ຜູ້​ເຝົ້າ​ປະ​ຕູ ຄື​ຊັນ​ລູມ ອັກ​ກຸບ ຕັນ​ໂມນ ອາ​ຮີ​ມານ ແລະ​ຍາດ​ຂອງ​ເຂົາ (ຊັນ​ລູມ​ເປັນ​ຫົວ​ຫນ້າ) 18 ປະ​ຈຳ​ຢູ່​ຈົນ​ບັດ​ນີ້​ທີ່​ປະ​ຈຳ​ການ​ຂອງ​ກະ​ສັດ​ດ້ານ​ຕາ​ເວັນ​ອອກ ຄົນ​ເຫລົ່າ​ນີ້​ເປັນ​ຜູ້​ເຝົ້າ​ປະ​ຕູ​ຄ້າຍ​ຂອງ​ຄົນ​ເລ​ວີ 19 ຊັນລູມ ເປັນ​ບຸດ​ຂອງ​ໂກ​ເຣ ຜູ້​ເປັນ​ບຸດ​ເອ​ບີ​ອາ​ສາຟ ຜູ້​ເປັນ​ບຸດ​ຂອງ​ໂກ​ຣາ ແລະ​ຍາດ​ໃນ​ຕູ​ກູນ​ຂອງ​ເຂົາ ຄື​ຄົນ​ໂກ​ຣາ ເປັນ​ຜູ້​ດູ​ແລ​ການ​ງານບົວ​ລະ​ບັດ​ເປັນ​ຜູ້​ເຝົ້າທໍ​ຣະ​ນີ​ປະ​ຕູ​ຂອງ​ເຕັນ ດັ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ເປັນ​ຜູ້​ດູ​ແລ​ຄ້າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຜູ້​ດູ​ແລ​ທາງ​ເຂົ້າ 20 ແລະ​ຟີ​ເນ​ຮັ​ສ​ບຸດ​ຂອງ​ເອ​ເລ​ອາ​ຊາ ເປັນ​ຜູ້​ຄອງ​ຄອງ​ເຫນືອ​ເຂົາ​ໃນ​ການ​ກ່ອນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ເຂົາ 21 ເຊ​ຄາ​ຣີ​ຢາ​ບຸດເມ​ເຊ​ເລມີ​ຢາ​ເປັນ​ຜູ້​ເຝົ້າ​ທາງ​ເຂົ້າ​ປະ​ຕູ​ເຕັນ​ນັດ​ພົບ 22 ຜູ້​ຖືກ​ເລືອກ​ເປັນ​ຜູ້​ເຝົ້າ​ປະ​ຕູ​ທີ່​ທໍ​ຣະ​ນີ​ນັ້ນ​ມີ​ສອງ​ຮ້ອຍ​ສິບ​ສອງ​ຄົນ ເຂົາ​ຂື້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ໄວ້​ໃນ​ຊົນ​ນະ​ບົດ​ຂອງ​ເຂົາ ດາ​ວິດ​ແລະ​ຊາ​ມູ​ເອນ​ຜູ້​ທຳ​ນ​ວາຍ​ໄດ້​ສະ​ຖາ​ປະ​ນາ​ໄວ້​ໃນ​ຕຳ​ແຫນ່ງ​ຫນ້າ​ທີ່ 23 ດັ່ງ​ນັ້ນ​ເຂົາ​ແລະ​ເຊື້ອ​ສາຍ​ຂອງ​ເຂົາ​ຈີ່ງ​ເປັນ​ຜູ້ດູ​ແລ​ປະ​ຕູ​ຮົ້ວ​ພຣະ​ວິ​ຫານ​ຄື​ເຕັນ 24 ຜູ້​ດູ​ແລ​ປະ​ຕູ​ຮົ້ວ​ຢູ່​ທັງ​ສີ່​ດ້ານ ຄື​ດ້ານ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ ເຫນືອ ແລະ​ໃຕ້ 25 ແລະ​ຍາດ​ຂອງ​ເຂົາ​ຊຶ່ງ​ຢູ່​ໃນ​ຊົນ​ນະ​ບົດ​ຂອງ​ເຂົາ​ຕ້ອງ​ເຂົ້າ​ມາ​ທຸກໆ​ເຈັດ​ວັນ ຕາມ​ເວ​ລາ​ກຳ​ຫນົດ ເພື່ອ​ຈະ​ຢູ່​ກັບ​ຄົນ​ເຫລົ່າ​ນີ້ 26 ເພາະ​ນາຍ​ປະ​ຕູ​ຮົ້ວ​ທັງ​ສີ່​ຄົນ ຜູ້​ເປັນ​ພວກ​ເລ​ວີ​ນັ້ນ ມີ​ຕຳ​ແຫນ່ງ​ທີ່​ເປັນ​ຜູ້​ດູ​ແລ​ຫ້ອງ ​ແລະ​ຄັງ​ຂອງ​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ 27 ແລະ​ເຂົາ​ພັກ​ອາ​ໄສ​ຢູ່​ຮອບ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ເພາະ​ຫນ້າ​ທີ່​ເຝົ້າ​ຕົກ​ຢູ່​ກັບ​ເຂົາ ແລະ​ເຂົາ​ມີ​ຫນ້າ​ເປີດ​ທຸກ​ເຊົ້າ 28 ບາງ​ຄົນ​ເປັນ​ຄົນ​ດູ​ແ​ລ​ເຄື່ອງ​ໃຊ້​ໃນ​ການ​ບົວ​ລະ​ບັດ ເພາະ​ວ່າ​ຈະ​ເບີ​ກ​ອອກ​ໄປ ຫ​ລື​ສົ່ງ​ເຂົ້າ​ມາ​ຕ້ອງ​ນັບ​ທຸກ​ຄັ້ງ 29 ແລະ​ບາງ​ຄົນ​ຖືກ​ແຕ່ງ​ຕັ້ງ​ໃຫ້​ດູ​ແລ​ເຄື່ອງ​ໃຊ້ ແລະ​ດູ​ແລ​ເຄື່ອງ​ໃຊ້​ບໍ​ຣິ​ສຸດ​ທັງ​ຫມົດ ຄື​ດູ​ແລຍອດ​ແປ້ງ ເຫລົ້າ​ອະ​ງຸ່ນ ນ້ຳ​ມັນ ກຳ​ຍານ ແລະ​ເຄື່ອງ​ເທດ 30 ແລະ​ບາງ​ຄົນ​ຊຶ່ງ​ເປັນ​ເຊື້ອ​ສາຍ​ຂອງ​ປະ​ໂຣ​ຫິດ​ກໍ​ຕຽມ​ເຄື່ອງ​ເທດ​ປະ​ສົມ 31 ແລະ​ມັດ​ຕີ​ທີ​ຢາ​ຄົນ​ເລ​ວີ​ຄົນ​ນຶ່ງ ຜູ້​ເປັນ​ບຸດ​ຫົວ​ປີ​ຂອງ​ຊັ​ນ​ລູມ ຄົນ​ໂກ​ຣາ ມີ​ຕຳ​ແຫນ່ງ​ຫນ້າທີ່​ເປັນ​ຜູ້​ດູ​ແລ​ສິ່ງ​ທີ່​ປິ້ງ​ໃນ​ຖາດ 32 ແລະ​ຍາດ​ຂອງ​ເຂົາ​ບາງ​ຄົນຊຶ່ງ​ເປັນ​ຄົນ​ໂກ​ຮາດ​ເປັນ​ຜູ້​ດູ​ແລ​ຂະ​ຫນົມ​ຕັ້ງ​ຖວາຍ ມີ​ຫນ້າ​ທີ່​ຈັດ​ຕຽມ​ທຸກວັນ​ສະ​ບາ​ໂຕ 33 ຕໍ່​ໄປ​ນີ້​ເປັນ​ນັກ​ຮ້ອງ ຄື​ຫົວ​ຫນ້າ​ຕະ​ກູນ​ເລ​ວີ ຜູ້​ອາ​ໄສ​ຢູ່​ໃນ​ຫ້ອງ​ໃນ​ພຣະ​ວິ​ຫານ​ບໍ່​ຕ້ອງ​ທຳ​ການ​ບົວ​ລະ​ບັດຢ່າງ​ອື່ນ ເພາະ​ເຂົາ​ຢູ່​ເວນ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ 34 ຄົນ​ເຫລົ່າ​ນີ້​ເປັນ​ຫົວ​ຫນ້າ​ຕະ​ກູນ​ແຫ່ງ​ຄົນ​ເລ​ວີ ຕາມ​ຊາດ​ເຊື້ອ​ສາຍ​ຂອງ​ເຂົາ​ເປັນ​ຊັ້ນ​ຫົວ​ຫນ້າ ຄົນ​ເຫລົ່າ​ນີ້​ອາ​ໄສ​ຢູ່​ທີ່​ເຢ​ຣູ​ຊາເລັມ

ວົງ​ວານ​ຂອງ​ຊາ​ອູນ

35 ໃນ​ກີ​ເບ​ໂອນ​ນັ້ນ ເຢ​ອີ​ເອນ​ອາ​ໄສ​ຢູ່ ແລະ​ພັ​ຣ​ຍາ​ຂອງ​ທ່ານ​ຊື່​ມາ​ອາ​ກາ 36 ແລະ​ບຸດ​ຊາຍ​ຫົວ​ປີ​ຂອງ​ທ່ານ​ຊື່ ອັບ​ໂດນ ແລ້ວກໍ​ມີ​ຊູ​ຣ໌ ຄີສ ບາ​ອັ​ນ ເນີ ນາ​ດາບ 37 ເກ​ໂດ​ຣ໌ ອາ​ຮີ​ໂອ ເຊ​ຄາ​ຣີ​ຢາ ແລະ​ມິກ​ໂລທ 38 ແລະ​ມິກ​ໂລທ​ເປັນ​ບິດາ​ຂອງ​ຊີ​ເມອາມ ແລະ​ຄົນ​ເຫລົ່າ​ນີ້​ອາ​ໄສ​ຢູ່​ກົງ​ຂ້າມ​ກັບ​ຍາດ​ຂອງ​ເຂົາ​ໃນ​ເຢຣູ​ຊາ​ເລັມ​ດ້ວຍ ຢູ່​ກັບ​ຍາດ​ຂອງ​ເຂົາ 39 ເນີ​ເປັນ​ບິ​ດາຂອງຄິ​ສ ຄີສ​ເປັນ​ບິ​ດາ​ຂອງ​ຊາ​ອູນ ຊາ​ອູນ​ເປັນ​ບິ​ດາ​ຂອງ​ໂຢ​ນາ​ທານ ມັ​ນ​ຄີ​ຊູ​ວາ ອາ​ບີ​ນາ​ດາບ ແລະ​ເອສ​ບາ​ອັ​ນ 40 ບຸດ​ໂຢ​ນາ​ທານ​ຊື່ ເມ​ຣິບ​ບາ​ອັ​ນ ແລະ​ເບ​ຣິບ​ບາ​ອັ​ນ​ເປັນ​ບິ​ດາ​ຂອງມີ​ກາ 41 ບຸດ​ມີ​ກາ ຄື​ປີ​ໂທນ ເມ​ເລກ ຕາ​ເຣ​ອາ ແລະ​ອາ​ຮັ​ສ 42 ແລະ​ອາ​ຮັ​ສ​ເປັນ​ບີ​ດາ​ຂອງ​ຢາ​ຣາ ແລະ​ຢາ​ຣາ​ເປັນ​ບິ​ດາ​ຂອງ​ອາ​ເລ​ເມ​ທ ອັ​ສ​ມາ​ເວ​ທ ແລະ​ຊີມ​ຣີ ແລະ​ຊີມ​ຣີ​ເປັນ​ບິ​ດາ​ຂອງ​ໂມ​ຊາ 43 ໂມ​ຊາ​ເປັນ​ບິ​ດາ​ຂອງ​ບີ​ເນ​ອາ ແລະບຸດ​ບີ​ເນ​ອາ​ຄື ​ເຣ​ຟັຍ​ຢາ ບຸດ​ເຣ​ຟັຍ​ຢາຄື​ເອ​ເລ​ອາ​ຊາ ບຸດ​ອາ​ເລ​ອາ​ຊາ​ຄື​ອາ​ເຊ​ນ 44 ອາ​ເຊນ​ມີ​ບຸດ​ຊາຍ​ຫົກ​ຄົນ ແລະ​ຕໍ່​ໄປ​ນີ້​ເປັນ​ຊື່​ຂອງ​ເຂົາ​ທັງ​ຫລາຍ ຄືອັ​ສ​ຣີ​ກາມ ໂບ​ເຄ​ຣູ ອິສ​ມາ​ເອນ ເຊ​ອາ​ຣີ​ຢາ ໂອ​ບາ​ດີ​ຢາ ແລະ​ຮາ​ນານ ເຫລົ່າ​ນີ້​ເປັນ​ບຸດ​ອາ​ເຊ​ນ

1 ຂ່າວຄາວ 10

ມໍ​ຣະ​ນະ​ກັມ​ຂອງ​ຊາ​ອູນ ແລະ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ

1 ຄົນ​ຟີ​ລິ​ສ​ຕີນໄດ້​ສູ້​ກັບ​ຄົນ​ອິສ​ຣາ​ເອນ ແລະ​ຄົນ​ອິສ​ຣາ​ເອນ​ກໍ​ຫນີ​ຄົນ​ຟີ​ລິ​ສ​ຕີນ​ລົ້ມ​ຕາຍ​ຢູ່​ທີ່​ເທິງ​ພູ​ເຂົາກີນ​ໂບ​ອາ 2 ແລະ​ຄົນ​ຟີ​ລິ​ສ​ຕີນ​ກໍ​ໄລ່​ທັນ​ຊາ​ອູນ​ກັບ​ພວກ​ບຸດ​ຊາຍ ແລະ​ຄົນ​ຟີ​ລິ​ສ​ຕີນກໍ​ຂ້າ​ໂຢ​ນາ​ທານ ອາ​ບີນາ​ດາບ ແລະ​ມັນ​ຄີ​ຊູ​ອາ ບຸ​ດຊາຍ​ຂອງ​ຊາ​ອູນ​ເສັຽ 3 ກາ​ນຮົບ​ຫນັກ​ກໍ​ປະ​ຊິດ​ຊາ​ອູນ​ເຂົ້າ​ໄປ ແລະ​ນັກ​ທະ​ນູ​ມາ​ພົບ​ພຣະ​ອົງ​ເຂົ້າ ພຣະ​ອົງ​ກໍ​ຊົງ​ບາດ​ເຈັບ​ສາ​ຫັດ​ດ້ວຍ​ຝີ​ມື​ຂອງ​ນັກ​ທະ​ນູ 4 ແລ້ວ​ຊາ​ອູນ​ຮັບ​ສັ່ງ​ຄົນ​ຖື​ອາ​ວຸດ​ຂອງ​ພຣະ​ອົງ​ວ່າ, “ຈົ່ງ​ຊັກ​ດາບ​ອອກ​ແທງ​ເຮົາ​ເສັຽ​ໃຫ້​ທະ​ລຸເຖີດ ຢ້ານ​ວ່າ​ຄົນ​ທີ່​ບໍ່​ໄດ້​ຮັບ​ພິ​ທີ​ຕັດ​ເຫລົ່າ​ນີ້​ຈະ​ເຂົ້າ​ມາ​ທຳ​ລົບ​ລູ່​ແກ່​ເຣົາ” ແຕ່​ຜູ້​ຖື​ອາ​ວຸດ​ບໍ່​ຍອມ​ກະ​ທຳ​ຕາມ ເພາະ​ເຂົາ​ຢ້ານ​ກົວ ຊາ​ອູນ​ຈຶ່ງ​ຊັກ​ດາບ​ຂອງ​ພຣະ​ອົງ​ອອກ ຊົງ​ລົ້ມ​ທັບ​ດາບ​ນັ້ນ 5 ແລະ​ເມື່ອ​ຜູ້​ຖື​ອາ​ວຸດ​ເຫັນ​ວ່າ​ຊາ​ອູນ​ສິ້ນ​ພຣະ​ຊົນ​ແລ້ວ ເຂົາ​ກໍລົ້ມ​ທັ​ບ​ດາບ​ຂອງ​ເຂົາ​ຕາຍ​ດ້ວຍ 6 ດັ່ງ​ນັ້ນ​ຊາ​ອູນກໍສິ້ນ​ພຣະ​ຊົນ​ພ້ອມ​ກັບ​ບຸດ​ຊາຍ​ທັງ​ສາມ​ຂອງ​ພຣະ​ອົງ ແລະ​ຣາ​ຊວົງ​ທັງ​ຫ​ມົດ​ຂອງ​ພຣະ​ອົງ​ກໍ​ຕາຍ​ດ້ວຍ​ກັນ 7 ເມື່ອ​ຄົນ​ອິສ​ຣາ​ເອນ​ຜູ້​ຢູ່​ໃນ​ຫຸບ​ເຂົາ​ເຫັນ​ວ່າ​ກອງ​ທັບ​ຫນີ​ໄປ ແລະ​ຊາ​ອູນ​ກັບ​ບຸດ​ຊາຍ​ຂອງ​ພຣະ​ອົງກໍສິ້ນ​ພຣະ​ຊົນ​ແລ້ວ​ ເຂົາ​ກໍ​ຖີ້ມ​ບ້ານ​ເມືອງ​ຂອງ​ເຂົາ​ແລະ​ຫລົບ​ຫນີ​ໄປ ຄົນ​ຟີ​ລິ​ສ​ຕີນກໍເຂົ້າ​ມາ​ອາ​ໄສ​ຢູ່​ໃນ​ນັ້ນ 8 ຢູ່ມາ​ວັນ​ຮຸ່ງ​ຂື້ນ ເມື່ອ​ຄົນ​ຟິ​ລິ​ສ​ຕີນ​ມາ​ປົດ​ເສື້ອ​ຜ້າ​ຈາກ​ຄົນ​ທີ່​ຖືກ​ຂ້າ ເຂົາ​ພົບ​ພຣະ​ສົບ​ຊາ​ອູນ ແລະ​ບຸດ​ຊາຍ​ທັງ​ສາມ​ຢູ່​ເທິງ​ພູ​ເຂົາ​ກີນ​ໂບ​ອາ 9 ເຂົາ​ກໍ​ຖ​ອດ​ເຄື່ອງ​ຊົງ​ຂອງ​ພຣະ​ອົງ​ເອົາ​ພຣະ​ສຽນ​ແລະ​ອາ​ວຸດ​ຂອງ​ພຣະ​ອົງ​ໄປ ແລະ​ສົ່ງ​ຜູ້​ສົ່ງ​ຂ່າວ​ໄປ​ທົ່ວ​ດິນ​ແດນ​ຟີ​ລິ​ສ​ຕີນ​ໃຫ້​ນຳ​ຂ່າວ​ດີ​ໄປ​ຍັງ​ຮູບ​ເຄົາ​ຣົບ​ແລະ​ປະ​ຊາ​ຊົນ​ຂອງ​ເຂົາ 10 ເຂົາ​ເອົາ​ເຄື່ອງ​ອາ​ວຸດ​ຂອງ​ພຣະ​ອົງ​ໄປ​ໄວ້​ໃນ​ວິ​ຫານ​ພຣະ​ຂອງ​ເຂົາ ແລະ​ເອົາ​ພຣະ​ສຽນ​ຂອງ​ພຣະ​ອົງ​ມັດ​ໄວ້​ໃນ​ວິ​ຫານ​ຂອງ​ພຣະ​ດາ​ໂກ​ນ 11 ແຕ່​ເມື່ອ​ຊາວ​ຢາ​ເບ​ສກີເລ​ອາດ​ທັງ​ສີ້​ນໄດ້​ບິນ​ເຣື່ອງທັງ​ຫມົດ​ທີ່​ຄົນ​ຟີ​ລິ​ສ​ຕີນ​ໄດ້​ກະ​ທຳ​ແກ່​ຊາ​ອູນ 12 ​ທະຫານ​ເກັ່ງ​ກ້າ​ທັງ​ສິ້ນ​ກໍ​ລຸກ​ຂື້ນ​ໄປ​ເຊີນ​ພຣະ​ສົບ​ຂອງ​ຊາ​ອູນ​ແລະ​ສົບ​ບຸດ​ຊາຍ​ຂອງ​ພຣະ​ອົງ ນຳ​ມາ​ທີ່​ຢາ​ເບ​ສ ແລະ​ໄດ້​ອົດ​ອາ​ຫານ​ເຈັດ​ວັນ 13 ຊາ​ອູນ​ຈຶ່ງ​ສິ້ນ​ພຣະ​ຊົນ​ດ້ວຍ​ຄວາມ​ບໍ່​ຊື່​ສັດ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ຊື່​ສັດ​ຕໍ່​ພຣະ​ເຈົ້າ​ໃນ​ເຣື່ອງທີ່​ພຣະ​ອົງ​ບໍ່​ໄດ້​ຮັກ​ສາ​ພຣະ​ບັນ​ຊາ​ຂອງ​ພຣະ​ເຈົ້າ ແລະ​ໄດ້​ຊົງ​ສ​ແວງ​ການ​ນຳ​ໂດຍ​ຊົງ​ປຶກ​ສາ​ນຳ​ວິນ​ຍານ​ຂອງ​ຄົນ​ຕາຍ 14 ແລະ​ບໍ່​ໄດ້​ຊົງ​ສ​ແວງ​ການ​ນຳ​ຈາກ​ພຣະ​ເຈົ້າ ພຣະ​ເຈົ້າ​ຈຶ່ງ​ຊົງ​ສັງ​ຫານ​ພຣະ​ອົງ​ເສັຽ ແລະ​ຊົງ​ຍົກ​ຣາ​ຊ​ອາ​ນາ​ຈັກ​ໃຫ້​ແກ່​ດາ​ວິດ​ບຸດ​ເຈ​ສ​ຊີ

1 ຂ່າວຄາວ 11

ຕັ້ງ​ດາ​ວິດ​ເປັນ​ກະ​ສັດ​ເຫນື​ອອິສ​ຣາ​ເອນ

1 ແລ້ວ​ຄົນ​ອິສ​ຣາ​ເອນ​ທັງ​ຫມົດ​ກໍ​ຊຸມ​ນຸມ​ຢູ່ດ້ວຍກັນ​ເຝົ້າ​ດາ​ວິດ​ທີ່​ເມື​ອງ​ເຮ​ໂບ​ຣນ​ທູນ​ວ່າ, “ເບິ່ງ​ແມ໋, ຂ້າ​ພຣະ​ອົງ​ທັງ​ຫລາຍ​ເປັນ​ກະ​ດູກ ແລະ​ເນື້ອ​ຂອງ​ພຣະ​ອົງ 2 ໃນ​ການ​ກ່ອນເຖິງ​​ເມື່ອ​ຊາ​ອູນ​ຊົງ​ເປັນ​ກະ​ສັດ ຂ້າພຣະ​ອົງກໍ​ຊົງ​ນຳ​ອິສ​ຣາ​ເອນ​ອອກ​ໄປ​ແລະ​ເຂົ້າ​ມາ ແລະ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ວ່າ ເຈົ້າ​ຈະ​ເປັນ​ຜູ້​ປົກ​ຄອງ​ອິສ​ຣາ​ເອນ​ປະ​ຊາ​ກອນ​ຂອງ​ເຣົາ​ຢ່າງ​ຜູ້​ລ້ຽງ​ແກະ ແລະ​ເຈົ້າ​ຈະ​ເປັນ​ເຈົ້າ​ເຫນືອ​ອິສ​ຣາ​ເອນ​ປະ​ຊາ​ກອນ​ເຣົາ” 3 ດັ່ງ​ນັ້ນ​ພວກ​ຜູ້​ໃຫຍ່​ຂອງ​ຄົນ​ອິສ​ຣາ​ເອນກໍ​ມາ​ເຝົ້າ​ກະ​ສັດ​ທີ່​ເມືອງ​ເຮ​ໂບ​ຣນ ແລະ​ດາ​ວິດ​ຊົງ​ກະ​ທຳ​ພັນ​ທະ​ສັນ​ຍາ​ກັບ​ເຂົາ​ທັງ​ຫລາຍ​ທີ່​ເມືອງ​ເຮ​ໂບ​ຣນ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແລະ​ເຂົາ​ທັງ​ຫລາຍກໍ​ຫົດສົງ​ຕັ້ງດາ​ວິດ​ໃຫ້​ເປັນ​ພຣະ​ຣາ​ຊາ​ເຫນືອ​ອິສ​ຣາ​ເອນ ຕາມ​ພຣະ​ຄຳຂອງ​ພຣະ​ເຈົ້າ​ໂດຍ​ຊາ​ມູ​ເອນ

ດາ​ວິດ​ຍຶດ​ເມືອງ​ຊີ​ໂອນ

4 ​ດາ​ວິດ ແລະ​ຄົນ​ອິສ​ຣາ​ເອນ​ທັງ​ສິ້ນ​ໄປຍັງ​ເຢ​ຣູ​ຊາ​ເລັມ ຄື​ເຢ​ບຸ​ສ ທີ່​ນັ້ນ​ຄົນ​ເຢ​ບຸ​ສ​ຢູ່ ຊຶ່ງ​ເປັນ​ຊາວ​ແຜ່ນ​ດິນ​ນັ້ນ 5 ຊາວ​ເມືອງ​ເຢ​ບຸ​ສ​ທູນ​ດາ​ວິດ​ວ່າ, “ພຣະ​ອົງ​ຈະ​ສະ​ເດັດ​ເຂົ້າ​ມາ​ທີ່​ນີ້​ບໍ່​ໄດ້” ຢ່າງ​ໃດ​ກໍ​ດີ ດາ​ວິດ​ຊົງ​ຍຶດ​ທີ່​ກຳ​ບັງ​ເຂັ້ມ​ແຂງ ຄື​ຊີ​ໂອນ​ໄວ້ຄື​ນະ​ຄອນ​ຂອງ​ດາ​ວິດ 6 ດາ​ວິດ​ຮັບ​ສັ່ງ​ວ່າ, “ຜູ້​ທີ່​ໂຈມ​ຕີ​ຄົນ​ເຢ​ບຸ​ສ​ໄດ້​ກ່ອນ​ຈະ​ໄດ້​ເປັນ​ຫົວ​ຫນ້າ ແ​ລະ​ຜູ້ບັງ​ຄັບ​ບັນ​ຊາ” ແລະ​ໂຢ​ອາບ ບຸດຂອງ​ເຊ​ຣູ​ຢາໄດ້​ຍົກ​ຂື້​ນ​ໄປ​ກ່ອນ​ທ່ານ​ຈຶ່ງ​ໄດ້​ເປັນ​ຫົວ​ຫນ້າ 7 ແລະ​ດາ​ວິດ​ຊົງ​ປະ​ທັບ​ຢູ່​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂງ ເພາະ​ສະ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ວ່າ ນະ​ຄອນ​ຂອງ​ດາ​ວິດ 8 ແລະ​ພຣະ​ອົງ​ຊົງ​ສ້າງ​ເມືອງ​ອ້ອມ​ຮອບ​ຕັ້ງ​ແຕ່​ມີນ​ໂລ​ໂດຍ​ຮອບ ແລະ​ໂຢ​ອາບ​ກໍ​ສ້່ອມ​ແປງສ່ວນ​ທີ່​ເຫລືອ​ຂອງ​ເມືອງ​ນັ້ນ 9 ດາ​ວິດ​ຊົງ​ຈະ​ເຣີນ​ຍິ່ງໆ​ຂື້ນ ເພາະ​ວ່າ​ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ສະ​ຖິດກັບ​ພຣະ​ອົງ

ບັ​ນ​ດາ​ທະ​ຫານ​ທີ່​ມີ​ຊື່​ສຽງ​ຂອງ​ດາ​ວິດ

10 ຕໍ່​ໄປ​ນີ້​ເປັນ​ຄົນ​ທີ່ເດັ່ນ​ໃນ​ພວກວິ​ຣະ​ບຸຣຸດ​ຂອງ​ດາ​ວິດ ຜູ້​ສນັບ​ສ​ນຸນພຣະ​ອົງ​ຢ່າງ​ເຂັ້ມ​ແຂງ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ດ້ວຍກັນ​ກັບ​​ອິສ​ຣາ​ເອນທັງ​ຫມົດ ເຊີນ​ພຣະ​ອົງ​ໃຫ້​ເປັນ​ກະ​ສັດ​ຕາມພຣະ​ຄຳຂອງ​ພຣະ​ເຈົ້າ​ກ່ຽວ​ດ້ວຍ​ເຣື່ອງ​ອິສ​ຣາ​ເອນ 11 ຕໍ່​ໄປ​ນີ້​ເປັນ​ຈຳ​ນວນ​ວິ​ຣະ​ບຸ​ຣຸດ​ຂອງ​ດາ​ວິດ ຄື ຢາ​ໂຊ​ເບ​ອາມບຸດຮັກ​ໂມ​ນີ ເປັນ​ຫົວ​ຫນ້າ​ຂອງ​ຄົນ​ທັງ​ສາມ ເຂົາ​ຍົກ​ຫອກ​ຂອງ​ເຂົາ​ສູ້​ຄົນ​ສາມ​ຮ້ອຍ ແລະ​ຂ້າ​ເສັຽ​ໃນ​ຄາວ​ດຽ​ວ​ກັນ 12 ແລະ​ໃນ​ຄົນ​ທັງ​ສາມ ຄົນ​ທີ່​ຕໍ່​ເຂົາ​ໄປ​ຄື ເອ​ເລ​ອາ​ຊາ ບຸດ​ໂດ​ໂດ​ຕະ​ກູນ​ອາ​ໂຮ​ອາ 13 ເຂົາ​ຢູ່​ກັບ​ດາ​ວິດ​ທີ່​ປັ​ສ​ດາມ​ມີມ ເມື່ອ​ຄົນ​ຟີ​ລິ​ສ​ຕີນ​ຊຸມ​ນຸມ​ກັນ​ທຳ​ສົງ​ຄາມ ບ່ອນ​ນັ້ນ​ມີ​ດິນ​ແປງນຶ່ງ​ມີ​ເຂົ້າ​ບ​ເລ​ເຕັມ​ໄປ​ຫມົດ ແລະ​ຄົນ​ທັງ​ຫລາຍ​ກໍ​ຫນີ​ຈາກ​ຄົນ​ຟີລິສ​ຕີນ 14 ແຕ່​ເຂົາ​ຢືນ​ຕໍ່​ສູ້​ຖ້າມ​ກາງ​ທີ່​ດິນ​ແປງ​ນັ້ນ ແລະ​ປ້ອງ​ກັນ​ມັນ​ໄວ້ ໄດ້​ຂ້າ​ຄົນ​ຟີ​ລິ​ສ​ຕີ​ນ​ເສັຽ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ເຂົາ​ທັງ​ຫລາຍ​ໃຫ້​ພົ້ນ​ດ້ວຍ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່ 15 ສາມ​ຄົນ​ໃນ​ພວກ​ທະ​ຫານ​ເອກ​ທັງ​ສາມ​ສິບ​ຄົນ​ນັ້ນ​ໄດ້​ລົງ​ໄປ​ເຖິງ​ສີ​ລາ​ຫາ​ດາ​ວິດ​ທີ່​ຖ້ຳ​ອາ​ດຸນ​ລາມ ເມື່ອກອງ​ທັບ​ຂອງ​ຄົນ​ຟີ​ລິ​ສ​ຕີນ​ຕັ້ງ​ຄ້າຍ​ຢູ່​ທີ່​ຫຸບ​ເຂົາ​ເຣ​ຟາ​ອິມ 16 ໃນ​ເວ​ລາ​ນັ້ນ ດາ​ວິດ​ຢູ່​ໃນ​ທີ່​ກຳ​ບັງ​ທີ່​ເຂັ້ມ​ແຂງ ແລະ​ທະ​ຫານ​ປະ​ຈຳ​ປ້ອມ​ຂອງ​ຄົນ​ຟີ​ລິ​ສ​ຕີນ​ຢູ່​ທີ່​ເບັດ​ເລ​ເຮັມ 17 ດາ​ວິດ​ສັ່ງ​ດ້ວຍ​ຄວາມ​ອາ​ລັຍ​ວ່າ, “ໃຜ​ຫນໍ​ຈະ​ສົ່ງ​ນ້ຳ​ຈາກ​ບໍ່​ທີ່​ເບັດ​ເລ​ເຮັມ​ທີ່​ຢູ່​ຂ້າງ​ປະ​ຕູ​ເມືອງ​ມາ​ໃຫ້​ເຮົາ​ດື່ມ​ໄດ້” 18 ແລ້ວ​ຄົນ​ທັງ​ສາມໄດ້ຕີ​ຝ່າ​ຄ້າຍ​ຂອງ​ຄົນ​ຟີ​ລິ​ສ​ຕີນ​ເຂົ້າ​ໄປ ແລະ​ຕັກ​ນ້ຳ​ມາ​ຈາກ​ບໍ່​ເບັດ​ເລ​ເຮັມ​ທີ່​ຂ້າງ​ປະ​ຕູ​ເມືອງ ນຳ​ເອົາ​ມາ​ຖວາຍ​ດາ​ວິດ ແຕ່ດາ​ວິດ​ບໍ່​ໄດ້​ຊົງ​ດື່ມ​ນ້ຳ​ນັ້ນ ພຣະ​ອົງ​ຊົງ​ເທ​ອອກ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 19 ກ່າວ​ວ່າ, “ຂໍ​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ຂ້າ​ຊົງ​ຫ້າມ​ເຂົາ ບໍ່​ໃຫ້​ກະ​ທຳ​ຢ່າງ​ນີ້ ຄວນ​ຫລື​ທີ່​ຂ້າ​ຈະ​ດື່ມ​ໂລ​ຫິດ​ຂອງ​ຄົນ​ເຫລົ່າ​ນີ້ ຜູ້​ທີ່​ສ່ຽງ​ຊີ​ວິດ​ຂອງ​ເຂົາ​ເອົາ​ນ້ຳ​ນີ້​ມາ” ເພາະ​ສະ​ນັ້ນ ພຣະ​ອົງ​ຈຶ່ງ​ບໍ່​ຊົງ​ດື່ມ ອັນ​ນີ້​ແມ່ນ​ວິ​ລະ​ກຳ​ຂອງຈອມ​ສາມ​ທະ​ຫານ​ເອ​ກ 20 ຝ່າຍ​ອາ​ບີ​ຊັຍ​ນ້ອງ​ຊາຍ​ຂອງ​ໂຢ​ອາບ ເປັນ​ຫົວ​ຫນ້າ​ຂອງ​ທັງ​ສາມ​ສິບ​ຄົນ​ນັ້ນ ທ່ານ​ໄດ້​ຍົກ​ຫອກ​ຂອງ​ທ່ານ​ສູ້​ຄົນ​ສາມ​ຮ້ອຍ ແລະ​ຂ້າ​ເສັຽ ແລະ​ໄດ້​ຮັບ​ຊື່ສຽງ​ດັ່ງ​ວິ​ລະ​ບຸ​ຣຸດ​ສາມ​ຄົນ​ນັ້ນ 21 ໃນ​ສາມ​ສິບຄົນ​ນັ້ນ​ທ່ານ​ມີ​ຊື່​ສຽງ​ທີ່​ສຸດ ແລະ​ໄດ້​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ເຂົາ ແຕ່​ທ່ານ​ບໍ່​ມີ​ຍົດ​ເທົ່າ​ກັບ​ສາມ​ຄົນ​ນັ້ນ 22 ແລະ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ເປັນ​ຄົນ​ເກັ່ງ​ກ້າ​ແຫ່ງ​ເມືອງ​ກັບ​ເຊ​ເອນເປັນ​ທະ​ຫານ​ທີ່​ມີ​ຊື່​ສຽງຜູ້​ນື່ງ ເຂົາ​ໄດ້​ສ້າງວິ​ລະ​ກຳ​ໄວ້​ຫລາຍ​ຢ່າງ​ຮວມ​ທັງ​ໄດ້​ຂ້າ​ບຸດ​ອາ​ຣີ​ເອນ​ແຫ່ງ​ໂມ​ອາບ​ເສັຽ​ສອງ​ຄົນ ເຂົາ​ລົງ​ໄປ​ຂ້າ​ສີງ​ທີ່​ໃນ​ບໍ່​ໃນ​ວັນ​ທີ່​ຫິ​ມະ​ຕົກ​ 23 ເຂົາ​ໄດ້ຂ້າ​ຄົນ​ເອ​ຢິບ​ຄົນ​ນື່ງ ຮູບ​ຮ່າງ​ໃຫຍ່​ໂຕ ສູງ​ຫ້າ​ສອກ ຄົນ​ເອ​ຢິບ​ນັ້ນ​ຖືຫອກ​ເຫມືອນ​ໄມ້​ກະ​ພັ່ນ ແຕ່ເບ​ນັຍ​ຢາ​ຖື​ໄມ້​ເທົ້າ​ລົງ​ໄປ​ຫາ​ເຂົາ ແລະ​ຍາດ​ເອົາ​ຫອກ​ມາ​ຈາກ​ມື​ຂອງ​ຄົນ​ເອ​ຢິບ ແລະ​ຂ້າ​ເຂົາ​ເສັຽດ້ວຍ​ຫອກ​ຂອງ​ເຂົາ​ເອງ 24 ສິ່ງ​ເຫລົ່າ​ນີ້​ເບ​ນັຍ​ຢາ​ບຸດ​ຊາຍ​ເຢ​ຮົວ​ອາ​ດາ​ໄດ້​ກະ​ທຳ ແລະ​ໄດ້​ຊື່​ສຽງ​ໃນ​ຫມູ່​ພວກ​ທະ​ຫານ​ເອກ​ສາມ​ຄົນ​ນັ້ນ 25 ເບີ່ງ​ແມ໋, ເຂົາ​ເປັນ​ຄົນ​ມີ​ຊື່​ສຽງ​ຫລາຍກວ່າ​ສາມ​ສິບ​ຄົນ​ນັ້ນ ແຕ່​ເຂົາ​ໄດ້​ບໍ່​ເທົ່າ​ກັບ​ສາມ​ຄົນ​ນັ້ນ ແລະ​ດາ​ວິດ​ບໍ່​ໄດ້​ຊົງ​ຕັ້ງ​ເຂົາ​ໃຫ້​ຢູ່​ເຫນືອ​ອົງ​ຄາ​ຣັກ​ຂອງ​ພຣະ​ອົງ 26 ນອກ​ນັ້ນ​ມີ​ພວກ​ທະ​ຫານ​ເອກ​ທະ​ຫານ​ຂອງກອງ​ທັບ​ຄື​ອາ​ຊາ​ເຮນ​ນ້ອງ​ຊາຍ​ຂອງໂຢ​ອາບ ເອນ​ຮາ​ນັນ​ບຸດ​ ໂດ​ໂດ​ຊາວ​ເບັດ​ເລ​ເຮັມ 27 ຊັມ​ໂມທ ຊາວ​ຮາ​ໂຣດ ເຮ​ເລສ ​ຊາວ​ເປ​ໂລນ 28 ອີ​ຣາ​ບຸດ​ອີກ​ເກ​ສ ຊາວ​ເຕ​ໂກ​ອາ ອາ​ບີ​ເອ​ເຊີ ຊາວ​ອາ​ນາ​ໂທດ 29 ຊີບ​ເບ​ກັຍ ຊາວ​ຮູ​ຊາ​ ອີລັຍ ຊາວ​ອາ​ໂຮ 30 ມາ​ຮາ​ຣັຍ ຊາວ​ເນ​ໂຣ​ຟາ ເຮ​ເລດບຸດ​ບາ​ອາ​ນາ ຊາວ​ເນ​ໂຕ​ຟາ 31 ອີ​ທັຍ​ ບຸດ​ຣີ​ບັຍ ແຫ່ງ​ເມືອງກີ​ເບ​ອາຂອງ​ຄົນ​ເບັນ​ຢາ​ມິນ ເບ​ນັຍ​ຢາ​ຊາວ​ປີ​ຣາ​ໂທນ 32 ຮູ​ຣັຍ ຊາວ​ລຳ​ທານ​ກາ​ອັ​ສ ອາ​ບີ​ເອນ​ຕະ​ກູນ​ອາ​ຣ໌​ບາ 33 ຊາວອັ​ສມາ​ເວທ ຕະ​ກູນ​ບາ​ຮາ​ຣັມ ເອ​ລີຢາ​ບາ ຊາວ​ຊາ​ອານ​ໂບນ 34 ບຸດ​ຫລານ​ຮາ​ເຊມ ຕະ​ກູນ​ກີ​ໂຊນ ໂຢ​ນາ​ທານ​ບຸດ ຊາ​ເກ ຊາວ​ຮາ​ຣາ​ 35 ອາ​ຮີ​ອາມ ບຸດ​ຊາ​ຄາ ຊາວ​ຮາ​ຣາ ເອ​ລີຟານ​ບຸດ​ອູ​ຣ໌ 36 ເຮ​ເຟີ ຊາວ​ເມ​ເຄ​ຣາ ອາ​ຮີ​ຢາ ຊາວ​ເປ​ໂລນ 37 ເຮັ​ສ​ໂຣ ຊາວ​ກາ​ຣ໌​ເມນ ນາ​ອາ​ຣັຍ​ບຸດ​ເອັ​ສ​ບັຍ 38 ໂຢ​ເອນ​ນ້ອງ​ຊາຍ​ຂອງ​ນາ​ທານ ມິບ​ຮາ​ບຸດ​ຮັກ​ຣີ 39 ເຊ​ເລກ ຊາວ​ອັມ​ໂມນ ນາ​ຮາ​ຣັຍ ຊາວ​ເບເອໂຣ​ທຜູ້​ຖື​ອາ​ວຸດ​ຂອງ​ໂຢອາບ ບຸດ​ນາງ​ເຊ​ຣູ​ຢາ 40 ອີ​ຣາ ຕະ​ກູນ​ອີ​ທ ກາ​ເຣບ ຕະ​ກູນ​ອີ​ທ 41 ອູ​ຣີ​ຢາ ຄົນ​ຮິດ​ຕີ ຊາ​ບາດ ບຸດ​ອາລັຍ 42 ອາ​ດີ​ນາ​ ບຸດ​ຊີ​ຊາ ຄົນ​ຣູ​ເບນ ຫົວ​ຫນ້າ​ຄົນ​ນຶ່ງ​ຂອງ​ຄົນ​ຣູ​ເບນ ແລະ​ສາມ​ສິບ​ຄົນ​ດ້ວຍ​ກັນ​ກັບ​ເຂົາ 43 ຮານານ ບຸດ​ມາ​ອາ​ກາ ແລະ​ໂຢ​ຊາ​ຟັດ ຊາວ​ມິ​ທ​ນິດ 44 ອຸ​ສ​ຊີ​ອາ ຊາວ​ອັ​ສ​ເຕ​ຣາ ເຊ​ມາ ແລະ​ເຢ​ອີ​ເອນ​ບຸດໂຮ​ທາມ ຊາວ​ອາ​ໂຣ​ເອີ 45 ເຢ​ດີ​ອາ​ເອນ ບຸດ​ຊີມ​ຣີ ແລະ​ໂຢ​ຮານ້ອງ​ຊາຍ​ຂອງ​ເຂົາ ຊາວ​ຕີ​ສ​ 46 ເອ​ລີ​ເອນ ຊາວ​ມາ​ຮາ​ວ ແລະ​ເຢ​ຣີ​ບັຍ ແລະ​ໂຢ​ຊາ​ວີ​ຢາ ບຸດ​ເອນນາ​ອາມ ແລະ​ອີ​ທ​ມາ ຊາວ​ໂມ​ອາບ 47 ເອ​ລີ​ເອນ ແລະ​ໂອ​ເບດ ແລະ​ຢາ​ອາ​ຊີ​ເອນ ຕະ​ກູນ​ເມ​ໂຊ​ບາ

1 ຂ່າວຄາວ 12

ຜູ້​ຊ່ອຍ​ຂອງ​ດາ​ວິດ​ທີ່​ຊິກ​ລາກ

1 ຕໍ່​ໄປ​ນີ້​ເປັນ​ຄົນ​ທີ່​ມາ​ຫາ​ດາ​ວິດ​ທີ່​ຊິກ​ລາກ ຂ​ນະ​ເມື່ອ​ທ່ານ​ໄປ​ໃສ​ມາ​ໃສ​ບໍ່​ສະ​ດວກ ເພາະ​ເຫດ​ຊາ​ອູນ ບຸດ​ຄີສ ເຂົາ​ທັງ​ຫລາຍ​ເປັນ​ຄົນ​ໃນ​ພວກ​ທະ​ຫານ​ທີ່​ມີ​ຊື່​ສຽງ ຜູ້​ຊ່ອຍ​ທ່ານ​ໃນ​ການ​ຮົບ 2 ເຂົາ​ເປັນ​ນັກ​ທະ​ນູ ເຂົາແກ່ວງ​ກ້ອນ​ຫີນ​ດ້ວຍ​ສະ​ລີ່ງ ແລະ​ຍິງ​ທະ​ນູ​ໄດ້​ດ້ວຍ​ມື​ຂວາ ຫລື​ມື​ຊ້າຍ ເຂົາ​ເປັ​ນ​ຄົນ​ເບັນ​ຢາ​ມິນ​ຍາດ​ຂອງ​ຊາ​ອູນ 3 ອາ​ຮີ​ເອ​ເຊີເປັນ​ຫົວ​ຫນ້າ ຖັດ​ໄປ​ຄື​ໂຢ​ອັ​ສ​ ບຸດ​ເຊ​ມາ​ອາ​ ຊາວ​ເມືອງ​ກີ​ເບ​ອາ ແ​ລະ​ເຢ​ຊີ​ເອນ ແລະ​ເປ​ເຣທ ບຸດ​ອັ​ສ​ມາ​ເວ​ທ ເບ​ຣາ​ກາ ເຢ​ຮູຊາວ​ອາ​ນາ​ໂທດ 4 ອິສ​ມັຍ​ຢາ​ແຫ່ງ​ກີ​ເບ​ໂອນ ທະ​ຫານ​ເອກ​ທະ​ຫານ​ໃນ​ພວກ​ສາມ​ສິບ​ຄົນ​ນັ້ນ ແລະ​ເປັນ​ຫົວ​ຫນ້າ​ເຫນືອ​ສາມ​ສິບ​ຄົນ​ນັ້ນ ເຢ​ເຣ​ມີ​ຢາ ຢາ​ຮາ​ຊີ​ເອນ ໂຢ​ຮາ​ນານ ໂຢ​ຊາ​ບາດຊາວ​ເມືອງ​ເກ​ເດ​ຣາ 5 ເອ​ລູ​ຊັຍ ເຢ​ຣີ​ໂມ​ທ ເບ​ອາ​ລີ​ຢາ ເຊ​ມາ​ຣີ​ຢາ ເຊ​ຟາ​ຕີ​ຢາ ຕະ​ກູນ​ຮາ​ຣູ​ຟ 6 ເອນ​ກາ​ນາ ອິສ​ຊີ​ຢາ ອ​ຊາ​ເຣນ ໂຢ​ເອ​ເຊີ ແລະ​ຢາ​ໂຊ​ເບ​ອາມ ຄົນ​ຕະ​ກູນ​ໂກ​ຣາ 7 ແລະ​ໂຢ​ເອ​ລາ ແລະ​ເຊ​ບາ​ດີ​ຢາ ບຸດ​ຂອງ​ເຢ​ໂຣ​ຮາມ ຊາວ​ເກ​ໂດ​ຣ໌ 8 ມີ​ທະ​ຫານ​ເອກ​ທະ​ຫານ​ແລະ​ຜູ້​ຊຳ​ນານ​ເສິ​ກ​ຈາກ​ຄົນ​ກາດ​ຫນີ​ເຂົ້າ​ໄປ​ຫາ​ດາ​ວິດ​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ໃນ​ຖີ່ນ​ກັນ​ດານ ເຂົາ​ຊຳ​ນານ​ໂລ່​ແລະ​ຫອກ ຜູ້​ຊຶ່ງ​ຫນ້າ​ຂອງ​ເຂົາ​ເຫມືອນ​ສິງ ແລະ​ຜູ້​ຊຶ່ງ​ໄວ​ເຫມືອນ​ມັ່ງ​ເທິງ​ພູ​ເຂົາ 9 ເອ​ເຊີ​ເປັນ​ຫົວ​ຫນ້າ ໂອ​ບາ​ດີ​ຢາ​ທີ່​ສອງ ເອ​ລີ​ອາບ​ທີ່​ສາມ 10 ມິ​ສ​ມານນາ​ທີ່​ສີ່ ເຢ​ເຣ​ມີ​ຢາ​ທີ່​ຫ້າ 11 ອັ​ທ​ຕັຍ​ທີ່​ຫົກ ເອ​ລີ​ເອນ​ທີ່​ເຈັດ 12 ໂຢ​ຣາ​ນານ​ທີ່​ແປດ ເອນ​ຊາ​ບາດ​ທີ່ເກົ້າ 13 ເຢ​ເຣ​ມີ​ຢາ​ທີ່​ສິບ ມັກ​ບານ​ນັຍ​ທີ່​ສິບ​ເອັດ 14 ຄົນ​ກາດ​ເຫລົ່າ​ນີ້​ເປັນ​ນາຍ​ທະ​ຫານ​ໃນ​ກອງ​ທັບ ຜູ້ນ້ອຍກໍ​ເປັນ​ນາຍ​ຮ້ອຍ ຜູ້​ໃຫຍ່​ກໍ​ເປັນ​ນາຍ​ພັນ 15 ເຫລົ່າ​ນີ້​ເປັນ​ຄົນ​ທີ່​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໃນ​ເດືອນ​ແຣກ ເມື່ອ​ນ້ຳ​ຖ້ວມ​ຝັ່ງ​ທັງ​ສິ້ນ ແລະ​ໃຫ້​ຄົນ​ທີ່​ຢູ່​ໃນ​ລຸ່ມ​ແມ່​ນ້ຳ​ແຕກ​ຫນີ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ແລະ​ທິດ​ຕາ​ເວັນ​ຕົກ 16 ມີ​ຄົນ​ໃນ​ເຜົ່າ​ເບັນ​ຢາ​ມີນ ແລະ​ຢູ​ດາ​ມາ​ເຝົ້າ​ດາ​ວິດ​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂງ 17 ດາ​ວິດ​ຊົງ​ອອກ​ໄປ​ຕ້ອນ​ຮັບ​ເຂົາ ແລະ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ມາ​ເຫມືອນ​ມິດ​ເພື່ອ​ຊ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ແກ່​ສັດ​ຕຣູ​ຂອງ​ຂ້າ​ພະ​ເຈົ້າ ເຖິງ​ແມ່ນ​ວ່າ​ໃນ​ມື​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ຜິດ​ໃດໆ​ກໍ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ທັງ​ຫລາຍທອດ​ພຣະ​ເນດ ແລະ​ຊົງ​ກ່າວ​ໂທດ​ທ່ານ​ທັງ​ຫລາຍ​ເຖີດ” 18 ແລ້ວ​ພຣະ​ວິນ​ຍານ​ໄດ້​ມາ​ເຫນືອ​ ອາ​ມາ​ຊັຍຫົ​ວ​ຫນ້າ​ຂອງ​ຄົນ​ສາມ​ສິບ​ນັ້ນ ແລະ​ເຂົາ​ທູນ​ວ່າ, “ຂ້າ​ແດ່ດາ​ວິດ ຂ້າ​ພຣະ​ອົງ​ທັງ​ຫລາຍ​ເປັນ​ຂອງ​ພຣະ​ອົງ ແລະ​ຢູ່​ກັບ​ພຣະ​ອົງ ຂ້າ​ແດ່​ບຸດ​ເຈ​ສ​ຊີ ສັນ​ຕິ​ສຸກ ສັນ​ຕິ​ສຸກ​ຈົ່ງມີແກ່​ພຣະອົງ ແລະ​ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ຜູ້​ຊ່ອຍ​ຂອງ​ພຣະ​ອົງ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ອຸ​ປ​ຖັມ​ພຣະ​ອົງ” ແລ້ວ​ດາ​ວິດ​ຊົງ​ຮັບ​ເຂົາ​ທັງ​ຫລາຍ​ໄວ້ ແລະ​ຊົງ​ຕັ້ງ​ໃຫ້​ເປັນ​ນາຍ​ທະ​ຫານ​ໃນ​

ກອງ​ທັບ​ຂອງ​ພຣະ​ອົງ

19 ຄົນ​ເຜົ່າ​ມາ​ນັ​ສ​ເຊ​ເຫມືອນ​ກັນ​ໄດ້​ຫລົບ​ຫນີໄປ​ເຂົ້າ​ຝ່າຍ​ດາ​ວິດ ເມື່ອ​ພຣະ​ອົງ​ຍົກ​ມາ​ກັບ​ຄົນ​ຟີ​ລິ​ສ​ຕີນ ເພື່ອ​ທຳ​ສົງ​ຄາ​ມກັບ​ຊາ​ອູນ (ແຕ່​ພວກ​ຝ່າຍ​ດາ​ວິດ​ບໍ່​ໄດ້​ຊ່ອຍ​ຄົນ​ຟີ​ລິ​ສ​ຕີ​ນ ເພາະ​ຜູ້​ຄອບ​ຄອງ​ຂອງ​ຄົນ​ຟີ​ລິ​ສ​ຕີ​ນ​ໄດ້​ຫາ​ລື​ກັນ​ແລະ​ສົ່ງ​ພຣະ​ອົງ​ກັບ​ໄປ​ເສັຽ ບອກວ່າ “ເຂົາ​ຈະ​ຫລົບ​ຫນີ​ໄປ​ຄືນ​ດີ​ກັບ​ຊາ​ອູນ​ນາຍ​ຂອງ​ເຂົາ​ໂດຍ​ເອົາ​ຫົວ​ຂອງ​ເຮົາ​ໄປ​ດ້ວຍ”) 20 ຂ​ນະ​ເມື່ອ​ພຣະ​ອົງ​ໄປ​ຍັງຊີກ​ລາກ ຄົນ​ມາ​ນັ​ສ​ເຊ​ເຫລົ່າ​ນີ້​ຫລົບ​ຫນີ​ໄປ​ສົມ​ທົບ​ພຣະ​ອົງ ຄື​ອັດ​ນາ ໂຢ​ດີ​ອາ​ເອນ ມີ​ຄາ​ເອນ ໂຢ​ຊາ​ບັດ ເຢ​ດີ​ອາ​ເອນ ມີ​ຄາ​ເອນ ໂຢຊາ​ບັດ ເອ​ລີ​ຮູ ແລະ​ຊີ​ນເລ​ທັຍ​ຫົ​ວ​ຫນ້າ​ບັນ​ດາ​ກອງ​ພັນ​ໃນ​ເຜົ່າ​ມາ​ນັສ​ເຊ 21 ເຂົາ​ທັງ​ຫລາຍ​ຊ່ອຍ​ເຫລືອ​ດາ​ວິດ​ຕໍ່​ສູ້​ພວກ​ປຸ້ນ ເພາະ​ເຂົາ​ທັງ​ຫລາຍ​ເປັນ​ທະ​ຫານ​ເອກ​ທະ​ຫານ​ທັງ​ສິ້ນ ແລະ​ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ໃນ​ກອງ​ທັບ 22 ທຸກໆ​ວັນ​ມີ​ຄົນ​ມາ​ເຂົ້າ​ຝ່າຍ​ດາ​ວິດ ເພື່ອ​ຈະ​ຊ່ອຍ​ເຫລືອ​ພຣະ​ອົງ ຈົນ​ເປັນ​ກອງ​ທັບ​ໃຫຍ່​ຢ່າງກອງ​ທັບ​ຂອງ​ພຣະ​ເຈົ້າ

ກອງ​ທັບ​ຂອງ​ດາ​ວິດ​ທີ່​ເຮ​ໂບ​ຣນ

23 ຕໍ່​ໄປ​ນີ້​ເປັນ​ຈຳ​ນວນ​ທະ​ຫານ​ຕິດ​ອາ​ວຸດ ຜູ້​ມາ​ຫາ​ດາ​ວິດ​ໃນ​ເມືອງ​ເຮ​ໂບ​ຣນ ເພື່ອ​ຈະ​ມອບ​ຣາ​ຊ​ອາ​ນາ​ຈັກ​ຂອງ​ຊາ​ອູນ​ໃຫ້​ກັບ​ພຣະ​ອົງ ຕາມ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ 24 ຄົນ​ຢູ​ດາ​ທີ່​ຖື​ໂລ່​ແລະ​ຫອກ​ມີ​ຫົກ​ພັນ​ແປດ​ຮ້ອຍຄົນ ເປັນ​ທະ​ຫານ​ຕິ​ດ​ອາ​ວຸ​ດ 25 ຈາກ​ຄົນ​ຊີ​ເມ​ໂອນ ມີ​ທະ​ຫານ​ເອກ​ທະ​ຫານ​ຊຳ​ນານ​ເສິ​ກ​ເຈັດ​ພັນ​ນຶ່ງ​ຮ້ອຍຄົນ 26 ຈາກ​ຄົນ​ເລວີສີ່​ພັນ​ຫົກ​ຮ້ອຍ​ຄົນ 27 ເຢ​ຮົວ​ອາ​ດາ​ເປັນ​ຫົວ​ຫນ້າ​ເຊື້ອ​ສາຍ​ຂອງ​ອາ​ໂຣນ ມີ​ຄົນ​ມາ​ກັບ​ທ່ານ​ສາມ​ພັນ​ເຈັດ​ຮ້ອຍຄົ​ນ 28 ຊາ​ໂດກ​ທະ​ຫານ​ເອກ​ທະ​ຫານ​ຫນຸ່ມ ແລະ​ຄົນ​ຈາກ​ຕະ​ກູນ​ຂອງ​ເຂົາ​ເອງເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຊາວ​ສອງ​ຄົນ 29 ຈາກ​ຄົນ​ເບັນ​ຢາ​ມິນ​ຍາດ​ຂອງ​ຊາ​ອູນ​ສາມ​ພັນຄົນ ຊຶ່ງ​ແຕ່​ກ່ອນ​ນີ້​ຈຳ​ນວນ​ຫລາຍ ຈົ່ງ​ຮັກ​ພັກ​ດີຕໍ່​ຣາ​ຊວົງ​ຊາ​ອູນ 30 ຈາກ​ຄົນ​ເອ​ຟ​ຣາ​ອິມ ທະ​ຫານ​ເອກ​ທະ​ຫານ​ກ້າ​ສອງ​ຫມື່ນ​ແປດ​ຮ້ອຍ​ຄົນ ເປັນ​ຄົນ​ມີ​ຊື່​ສຽງ​ໃນ​ຕະ​ກູນ​ຂອງ​ເຂົາ 31 ຈາກ​ຄົນ​ມາ​ນັ​ສ​ເຊ​ເຄີ່ງ​ເຜົ່າ ນຶ່ງ​ຫມື່ນ​ແປດ​ພັນ​ຄົນ ຜູ້​ຊຶ່ງ​ເຂົາ​ບົ່ງ​ຊື່​ໄວ້​ໃຫ້​ມາ​ເຊີນ​ດາ​ວິດ​ໄປ​ເປັນ​ກະ​ສັດ 32 ຈາກ​ເຜົ່າ​ອິສ​ຊາ​ຄາ ມີ​ຜູ້​ຮູ້​ກາ​ລະ ຊາບວ່າ​ອິສ​ຣາ​ເອນ​ຄວນ​ທຳ​ປະ​ການໃດ ມີ​ຫົວ​ຫນ້າ​ສອງ​ຣ້ອຍ​ຄົນ ແລະ​ຍາດ​ຂອງ​ທັງ​ສິ້ນ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ເຂົາ 33 ຈາກ​ຄົນ​ເຊ​ບູ​ລູນ ມີ​ຫ້າຫມື່ນ​ຄົນ​ທີ່​ຝຶ​ກ​ແລ້ວ​ຕຽມ​ພ້ອມ​ເຂົ້າ​ສູ້​ຮົບ ພ້ອມ​ດ້ວຍ​ອາ​ວຸດ​ທຸກ​ຢ່າງ​ເພື່ອ​ທຳ​ສົງ​ຄາມ​ເພື່ອ​ຊ່ອຍ​ເຫລືອ ບໍ່​ແມ່ນ​ດ້ວຍສອງ​ຈິດ​ສອງ​ໃຈ 34 ຈາກ​ຄົນ​ເຜົ່າ​ເນັຟ​ທາ​ລີ ຜູ້​ບັງ​ຄັບ​ບັນ​ຊາ​ນື່ງ​ພັນ ຊຶ່ງ​ມີ​ຄົນ​ຕິດ​ໂລ່​ ແລະ​ຫອກ​ມາ​ດ້ວຍ​ສາມ​ຫມື່ນ​ເຈັດ​ພັນ​ຄົນ 35 ຈາກ​ຄົນ​ເຜົ່າ​ດານ ມີ​ຄົນ​ຕຽມ​ພ້ອມ​ທຳ​ສົງ​ຄາມ​ສອງ​ຫມື່ນ​ແປດ​ພັນ​ຫົກ​ຮ້ອຍ​ຄົນ 36 ຈາກ​ຄົນ​ເຜົ່າ​ອາ​ເຊີ ສີ່​ຫມື່ນ​ຄົນ​ຝຶກ​ພ້ອມ​ທີ່​ຈະ​ທຳ​ສົງ​ຄາມ 37 ແລະ​ຈາກ​ຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຈາກ​ຄົນ​ເຜົ່າ​ຣູ​ເບນ ແລະ​ຄົນ​ກາດ ແລະ​ຄົນ​ມາ​ນັ​ສ​ເຊ​ເຄີ່ງ​ເຜົ່າ ມີ​ນຶ່ງ​ແສນ​ສອງ​ຫ​ມື່ນ​ຄົນ ຕິດ​ອາ​ວຸດ​ທຸກ​ຢ່າງ​ເພື່​ອທຳ​ສົງ​ຄາມ 38 ທະ​ຫານທັງ​ສິ້ນ​ເຫລົ່າ​ນີ້ ພ້ອມ​ທີ່​ຈະ​ທຳ​ເສິ​ກ ໄດ້​ມາ​ຍັງ​ເຮ​ໂບ​ຣນ ດ້ວຍ​ເຈ​ຕ​ນາ​ເຕັມ​ປ່ຽມ​ທີ່​ຈະ​ເຊີນ​ດາ​ວິດ​ເປັນ​ກະ​ສັດ​ເຫນືອ​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່ ກໍ​ເປັນ​ໃຈ​ດຽວ​ກັນ​ທີ່​ຈະ​ເຊີນ​ດາ​ວິດ​ເປັນ​ກະ​ສັດ 39 ເຂົາ​ທັງ​ຫລາຍ​ຢູ່​ທີ່​ນັ້ນ​ກັບ​ດາ​ວິດ​ສາມ​ວັນ​ກີນ​ແລະ​ດື່ມ ເພາະ​ວ່າ​ພີ່​ນ້ອງ​ຂອງ​ເຂົາ​ໄດ້​ຕຽມ​ໄວ້​ໃຫ້​ເຂົາ 40 ແລະ​ຜູ້​ທີ່​ຢູ່​ໃກ້​ເຂົາ​ທັງ​ຫລາຍ​ດ້ວຍ​ຄື​ໄກ​ອອກ​ໄປ​ເຖິງ​ອິສ​ຊາ​ຄາ ແລະ​ເຊ​ບູ​ລູ​ນ ແລະ​ເນັ​ຟ​ທາ​ລີ​ໄດ້​ຈັດ​ອາ​ຫານ​ບັນ​ທຸກ​ລໍ ອູດ ລາ ແລະ​ງົວ​ກັບ​ສະ​ບ່ຽງ​ອາ​ຫານ​ຫລວງ​ຫລາຍ​ເປັນ​ແປ້ງ ເຂົ້າ​ຈີ່ ຫມາກ​ເດື່ອ ຊໍ່​ອະ​ງຸ່ນ​ແຫ້ງ ເຫລົ້າ​ອະ​ງຸ່ນ ນ້ຳ​ມັນ ງົວ ​ແລະ​ແກະ ເພາະ​ວ່າ​ມີ​ຄວາມ​ຊື່ນ​ບານ​ໃນ​ອິສ​ຣາ​ເອນ

1 ຂ່າວຄາວ 13

ດາ​ວິດ​ຊົງ​ປະ​ສົງ​ທີ່​ຈະ​ນຳ​ຫີບ​ພັນ​ທະ​ສັນ​ຍາ​ມາ​ສູ່ກຸງ​ເຢ​ຣູ​ຊາ​ເລັມ

1 ດາ​ວິດ​ໄດ້​ຊົງ​ຫາ​ລື​ກັບ​ນາຍ​ພັນ​ແລະ​ນາຍ​ຮ້ອຍ ກັບ​ຫົວ​ຫນ້າ​ທຸກໆ​ຄົນ 2 ແລະ​ດາ​ວິດ​ກ່າວ​ກັບ​ຊຸມ​ນຸມຊົນ​ອິສ​ຣາ​ເອນ​ທັງ​ປວງວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ເຫັນ​ດ້ວຍ ແລະ​ຖ້າ​ເປັນ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ ກໍ​ໃຫ້​ເຮົາ​ທັງ​ຫລາຍ​ສົ່ງ​ຄົນ​ໄປ​ຫາ​ພີ່​ນ້ອງ​ຂອງ​ເຮົາ ຜູ້​ທີ່​ເຫລືອ​ຢູ່​ໃນ​ແຜ່ນດິນ​ອິສ​ຣາ​ເອນ​ທັງ​ສິ້ນ ໃຫ້​ໄປ​ຍັງ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ດ້ວຍ ຜູ້​ຊຶ່ງ​ຢູ່​ໃນ​ຫົວເມືອງ​ຂອງ​ເຂົາ​ທີ່​ມີ​ທົ່ງ​ຫຍ້າ ເພື່ອ​ໃຫ້​ເຂົາ​ທັງ​ຫລາຍ​ມາ​ຫາ​ເຮົາ​ພ້ອມ​ກັນ 3 ແລະ​ໃຫ້​ເຮົາ​ທັງ​ຫລາຍ​ນຳ​ຫີ​ບ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຣົາ​ມາ​ຍັງ​ເຮົາ​ອີກ ເພາະ​ເຮົາ​ທັງ​ຫລາຍ​ບໍ່​ໄດ້​ໄຕ່​ຖາມ​ເຖິງ​ໃນ​ສະ​ໄຫມ​ຂອງ​ຊາ​ອູນ” 4 ຊຸມ​ນຸມ​ຊົນ​ທັງ​ຫມົດ​ນັ້ນ​ກໍ​ຕົກ​ລົງ​ທີ່​ຈະ​ກະ​ທຳຕາມເພາະ​ສິ່ງ​ນັ້ນ​ເປັນ​ສິ່ງ​ທີ່​ຊອບ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ

ດາ​ວິດ​ສະ​ເດັດ​ໄປ​ຮັບ​ຫີບ​ພຣະ​ສັນ​ຍາ

5 ເພາະ​ສະ​ນັ້ນ​ດາ​ວິດ​ຈຶ່ງ​ປະ​ຊຸມ​ອິສ​ຣາ​ເອນ​ທັງ​ຫ​ມົດ​ຕັ້ງ​ແຕ່​ຊີ​ໂຮຣ໌​ລຳ​ທານ​ແຫ່ງ​ເອ​ຢິບ​ເຖິງ​ທາງ​ເຂົ້າ​ເມືອງ​ເລ​ໂບ​ຮາ​ມາດ ເພື່ອ​ຈະ​ເຊີນ​ຫີບ​ແຫ່ງ​ພຣະ​ເຈົ້າ​ມາ​ຈາກ​ກີ​ຣີ​ອາດ​ເຢ​ອາ​ຣິມ 6 ດາ​ວິດ​ກັບ​ອິສ​ຣາ​ເອນ​ທັງ​ປວງ​ຂື້ນ​ໄປ​ຍັງ​ບາ​ອາ​ລາ ຄື​ກີ​ຣີ​ອາດ​ເຢ​ອາ​ຣີມ​ຊຶ່ງ​ເປັນ​ຂອງ​ຢູ​ດາ ເພື່ອ​ຈາກ​ທີ່​ນັ້ນ​ຈະ​ໄດ້​ເຊີນຫີບ​ຂອງ​ພຣະ​ເຈົ້າ ຄື​ພຣະ​ຜູ້​ເປັນ​ເຈົ້າ​ຜູ້ປະ​ທັບ​ເຫນືອ​ເຊ​ຣູ​ບິມອັນ​ເປັນ​ຫີບ​ທີ່​ເອີ້ນ​ກັນຕາມ​ພຣະ​ນາມ 7 ແລະ​ເຂົາ​ທັງ​ຫລາຍກໍບັນ​ທຸກ​ຫີບ​ຂອງ​ພຣະ​ເຈົ້າ​ໄປ​ໃນ​ກວຽນ​ຄັນ​ໃຫມ່ ຈາກ​ເຮືອນ​ຂອງ​ອາ​ບີ​ນາ​ດາບ ແລະ​ອູ​ສ​ຊາ​ກັບ​ອາ​ຮີ​ໂອ​ເປັນ​ຄົນ​ຂັບ​ກວຽນ 8 ແລະ​ດາ​ວິດ​ກັບ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ລ່າ​ເລີງ​ກັນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ດ້ວຍ​ເຕັມ​ກຳ​ລັງ​ຂອງ​ເຂົາ​ທັງ​ຫລາຍ ດ້ວຍ​ເພງ ພີນ​ເຂົາ​ຄູ່ ພີນ​ໃຫຍ່ ຣຳ​ມະ​ນາ ແສ່ງ ​ແລະ​ແກ 9 ແລະ​ເມື່ອ​ເຂົາ​ທັງ​ຫລາຍ​ມາ​ເຖິງ​ລານນວດ​ເຂົ້າ​ຂອງ​ຄີ​ໂດນ ອູ​ສ​ຊາກໍ​ຢຽດ​ມື​ອອກ​ກຸມ​ຫີບ​ໄວ້​ເພາະ​ງົວ​ສະ​ດຸດ 10 ແລະ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ໄດ້​ພຸ່ງ​ຂື້ນ​ຕໍ່​ອູ​ສ​ຊາ ແລະ​ພຣະ​ອົງ​ຊົງ​ປະ​ຫານ​ເຂົາ ເພາະ​ເຂົາ​ຢຽດ​ມື​ອອກ​ຍັງ​ຫີບ​ນັ້ນ ແລະ​ເຂົາ​ກໍ​ສິ້ນ​ຊີ​ວິດ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 11 ແລະ​ດາ​ວິດ​ບໍ່​ພໍ​ພຣະ​ທັຍ​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຫັັດ​ປະ​ຫານ​ອູ​ສ​ຊາ ເຂົາ​ຈຶ່ງ​ເອີ້ນ​ທີ່​ນັ້ນ​ວ່າ​ ເປເຣ​ສ​ອູ​ສ​ຊາ ຈົນ​ເຖິງ​ທຸກວັນ​ນີ້ 12 ແລະ​ດາ​ວິດ​ຊົງ​ຢ້ານ​ກົວ​ພຣະ​ເຈົ້າ​ໃນ​ວັນ​ນັ້ນ ແລະ​ພຣະ​ອົງ​ກ່າວ​ວ່າ, “ເຣົາ​ຈະ​ນຳ​ຫີບ​ຂອງ​ພຣະ​ເຈົ້າ​ໄປ​ບ້ານ​ໄປ​ເມືອງ​ຢ່າງ​ໃດ​ໄດ້” 13 ດາ​ວິດ​ຈຶ່ງ​ບໍ່​ໄດ້​ຊົງ​ຍ້າຍ​ຫີບ​ໄປ​ໄວ້​ໃນ​ນະ​ຄອນ​ຂອງ​ດາ​ວິດ ແຕ່​ຊົງ​ນຳ​ຫີບ​ແວະ​ໄປ​ໄວ້​ທີ່​ບ້ານ​ໂອ​ເບດ​ເອ​ໂດມ ຄົນ​ກິດ​ຕີ 14 ແລະ​ຫີບ​ຂອງ​ພຣະ​ເຈົ້າ​ໄດ້​ຄ້າງ​ຢູ່​ກັບ​ຄົວ​ຂອງ​ໂອ​ເບດ​ເອ​ໂດມ​ທີ່​ເຮືອນ​ຂອງ​ເຂົາ​ສາມ​ເດືອນ ແລະ​ພຣະຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ແກ່​ຄົວ​ເຮືອນ​ຂອງ​ໂອ​ເບດ​ເອ​ໂດມ ກັບ​ທັງ​ສິ້ນ​ຊຶ່ງ​ເຂົາ​ມີ​ຢູ່

1 ຂ່າວຄາວ 14

ຮີ​ຣາມ​ຮັບ​ຮອງ​ຖາ​ນະ​ຂອງ​ດາ​ວິດ

1 ຮີ​ຣາມ​ກະ​ສັດ​ເມືອງ​ຕີ​ເຣ​ໄດ້​ຊົງ​ສົ່ງ​ຜູ້​ສົ່ງ​ຂ່າວ​ມາ​ເຝົ້າ​ດາ​ວິດ ແລະ​ຊົງ​ສົ່ງ​ໄມ້​ສົນ​ສີ​ດາ ທັງ​ຊ່າງ​ກໍ່​ແລະ​ຊ່າງ​ໄມ້​ເພື່ອ​ຈະ​ສ້າງວັງ​ຖວາຍ​ພຣະ​ອົງ 2 ແລະ​ດາ​ວິດ​ຊົງ​ຊາບ​ວ່າ​ພຣະ​ເຈົ້າ​ຊົງ​ສະ​ຖາ​ປະ​ນາ​ພຣະ​ອົງ​ເປັນ​ກະ​ສັດ​ເຫນືອ​ອິສ​ຣາ​ເອນ ເພາະພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ກໍເປັນ​ທີ່​ຍົກ​ຍ້ອງ​ຢ່າງ​ຍີ່ງ ເພື່​ອ​ເຫັນ​ແກ່​ອິສ​ຣາ​ເອນ​ປະ​ຊາ​ກອນ​ຂອງ​ພຣະ​ອົງ

ຣາ​ຊບຸດ​ຂອງ​ດາ​ວິດ ຊຶ່ງ​ເກີດ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ

3 ແລະ​ດາ​ວິດ​ຊົງຮັບ​ມະ​ເຫ​ສີ​ເພີ້ມ​ຂື້ນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ດາ​ວິດ​ຊົງ​ມີ​ໂອ​ຣົດ​ແລະ​ທິ​ດາ​ອີກ 4 ຕໍ່​ໄປ​ນີ້​ເປັນ​ຊື່​ຣາ​ຊ​ບຸດ​ຊຶ່ງ​ພຣະ​ອົງ​ຊົງ​ມີໃນ​ເຢ​ຣູ​ຊາ​ເລັມ ຄືຊາມ​ມູ​ອາ ໂຊ​ບັບ ແລະ​ນາ​ທານ ໂຊ​ໂລ​ໂມນ 5 ອິບ​ຮາກ ເອ​ລີ​ຊູ​ອາ ແລະ ເອນ​ເປ​ເລ​ທ 6 ໂນ​ກາ ເນ​ເຟກ ແລະ​ຢາ​ຟີ​ອາ 7 ເອ​ລີ​ຊາ​ມາ ເບ​ເອ​ລີ​ອາ​ດາ ແລະ​ເອ​ລີ​ເຟ​ເລ​ທ

ດາວິດ​ຮົບ​ຊະນະ​ຄົນ​ຟີ​ລິ​ສ​ຕີນ

8 ເມື່ອ​ຄົນ​ຟີ​ລິ​ສ​ຕີນ​ໄດ້​ບິນ​ວ່າ​ດາ​ວິດ​ຊົງ​ຮັບ​ການ​ຫົດ​ສົງ​ເປັນ​ກະ​ສັດ​ເຫນືອ​ອິສ​ຣາ​ເອນ​ທັງ​ປວງ​ແລ້ວ ຄົນ​ຟີ​ລິ​ສ​ຕີນ​ທັງ​ປວງກໍ​ຂື້ນ​ໄປ​ສ​ແວງ​ຫາ​ດາ​ວິດ ດາ​ວິດ​ຊົງ​ຊາບກໍສະ​ເດັດ​ອອກ​ໄປ​ສູ້​ຮົບ​ກັບ​ເຂົາ​ທັງ​ຫລາຍ 9 ຝ່າຍ​ຄົນ​ຟີ​ລິ​ສ​ຕີນ​ໄດ້​ມາ​ປຸ້ນ​ໃນ​ຫຸບ​ເຂົາ​ເຣ​ຟາ​ອິມ 10 ແລະ​ດາ​ວິດ​ໄດ້​ຊົງ​ທູນ​ຖາມ​ພຣະ​ເຈົ້າ​ວ່າ, “ຄວນ​ທີ່​ຂ້າ​ພຣະ​ອົງ​ຈະ​ຂື້​ນ​ໄປ​ຕໍ່​ສູ້​ຟີ​ລິ​ສ​ຕີນ​ຫລື ພຣະ​ອົງ​ຈະ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ຂ້າ​ພຣະ​ອົງ​ຫລື” ແລະ​ພຣະ​ເຈົ້າ​ຊົງ​ຕອບ​ພຣະ​ອົງ​ວ່າ, “ຂື້ນ​ໄປ​ເຖີດ ແລະ​ເຮົາ​ຈະ​ມອບ​ເຂົາ​ໄວ້​ໃນ​ມື​ເຈົ້າ” 11 ແລະ​ພຣະ​ອົງ​ສະ​ເດັດ​ໄປ​ຍັງ​ບາ​ອານ​ເປ​ຣາ​ຊິ​ມ ແລະ​ດາ​ວິດ​ຊົງ​ຊະ​ນະ​ເຂົາ​ທັງ​ຫລາຍ​ທີ່​ນັ້ນ ແລະ​ດາ​ວິດ​ສັ່ງ​ວ່າ, “ພຣະ​ເຈົ້າ​ຊົງ​ຕີ​ກອງ​ທັບ​ສັດ​ຕຣູ​ຂອງ​ຂ້າ​ພະ​ເຈົ້າໃຫ້​ທະ​ລຸ​ດັ່ງ​ກະ​ແສ​ນ້ຳ​ທີ່​ພຸ່ງ​ໃສ່” ດັ່ງ​ນັ້ນເຂົາ​ຈຶ່ງ​ເອີ້ນ​ທີ່​ນັ້ນ​ວ່າ ບາອານ​ເປ​ຣາ​ຊິມ 12 ເຂົາ​ທັງ​ຫລາຍກໍ​ຖິ້ມ​ຮູບ​ເຄົາ​ຣົບ​ຂອງ​ເຂົາ​ເສັຽ​ທີ່​ນັ້ນ ແລະ​ດາ​ວິດ​ກໍ​ຊົງ​ມີ​ຄຳ​ສັ່ງ ແລະ​ຮູບ​ເຄົາ​ຣົບ​ເຫລົ່າ​ນັ້ນ​ກໍ​ຖືກ​ເຜົາ​ເສັຽ​ຫມົດ 13 ແລະ​ຄົນ​ຟີ​ລິ​ສ​ຕີນ​ຍັງ​ມາ​ປຸ້ນ​ໃນ​ຫຸບ​ເຂົາ​ນັ້ນ​ອີກ 14 ແລະ​ເມື່ອ​ດາ​ວິດ​ທູນ​ຖາມ​ພຣະ​ເຈົ້າ​ອີກ​ຄັ້ງ​ນຶ່ງ​ ພຣະ​ເຈົ້າ​ຊົງ​ກ່າວ​ຕອບ​ພຣະ​ອົງ​ວ່າ, “ເຈົ້າ​ຢ່າ​ຂື້ນ​ໄປ​ຕາມ​ເຂົາ ຈົ່ງ​ອ້ອມ​ໄປ​ແລະ​ໂຈມ​ຕີ​ເຂົາດ້ານ​ອື່ນ​ຢູ່​ໃກ້​ກັບ​ປ່າ​​ຕົ້ນໂພ 15 ແລະ​ເມື່ອ​ເຈົ້າ​ໄດ້​ບິນ​ສຽງ​ຂະ​ບວນ​ທັບ​ຢູ່​ທີ່​ຍອດ​ຫມູ່​ຕົ້ນ​ໂພ​ແລ້ວ ຈົ່ງ​ອອກ​ໄປ​ທຳ​ເສິກ ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ອອກ​ໄປ​ຂ້າງ​ຫນ້າ​ເພື່ອ​ໂຈມ​ຕີ​ກອງ​ທັບ​ຂອງ​ຄົນ​ຟີ​ລິ​ສ​ຕີນ” 16 ແລະ​ດາ​ວິດ​ຊົ​ງ​ກະ​ທຳ​ຕາມ​ທີ່​ພຣະ​ເຈົ້າ​ບັນ​ຊາ​ແກ່​ພຣະ​ອົງ ແລະ​ເຂົາ​ທັງ​ຫລາຍ​ໂຈມ​ຕີ​ກອງ​ທັບ​ຄົນ​ຟີ​ລິ​ສ​ຕິນ​ຕັ້ງ​ແຕ່​ເມືອງ​ກີ​ເບ​ໂອນ​ຈົນ​ເຖິງ​ເມືອງ​ເກ​ເຊີ 17 ກິດ​ຕິ​ສັບ​ຂອງ​ດາວິດ​ກໍ​ລື​ໄປ​ສູ່​ບັນ​ດາ​ປະ​ເທດ​ທັງ​ຫລາຍ ແລະ​ພຣະ​ເຈົ້າ​ຊົງ​ໃຫ້​ປະ​ຊາ​ຊາດ​ທັງ​ປວງ​ຢ້ານ​ກົວ​ດາ​ວິດ

1 ຂ່າວຄາວ 15

ຊົງ​ນຳ​ຫີບ​ຄຳ​ສັນ​ຍາ​ມາ​ກຸງ​ເຢ​ຣູຊາ​ເລັມ

1 ດາ​ວິດ​ຊົງ​ສ້າງ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ໃນ​ນະ​ຄອນ​ດາ​ວິດ ແລະ​ພຣະ​ອົງ​ຊົງ​ຕຽມ​ທີ່​ໄວ້​ສຳ​ລັບ​ຫີບ​ຂອງ​ພຣະ​ເຈົ້າ​ ແລະ​ຊົງ​ຕັ້ງ​ເຕັນ​ໄວ້​ໃຫ້ 2 ແລ້ວ​ດາ​ວິດຊົງ​ສັ່ງ​ວ່າ, “ນອກ​ຈາກ​ຄົນ​ເລ​ວີ​ແລ້ວ​ບໍ່​ຄວນ​ທີ່​ຄົນ​ອື່ນ​ຈະ​ຫາມ​ຫີບ​ຂອງ​ພຣະເຈົ້າ​ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ເລືອກ​ເຂົາ​ໃຫ້​ຫາມ​ຫີບ​ຂອງ​ພຣະເຈົ້າ ແລະ​ບົວ​ລະບັດ​ພຣະ​ອົງ​ເປັນ​ນິດ” 3 ແລະ​ດາ​ວິດ​ຊົງ​ປະ​ຊຸມ​ອິສ​ຣາ​ເອນ​ທັງ​ຫມົດ​ທີ່​ເຢ​ຣູ​ຊາ​ເລັມ ເພື່ອ​ຈະ​ນຳ​ຫີບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ສູ່ທີ່ຂອງ​ຫີບ​ນັ້ນ​ຊື່ງ​ພຣະ​ອົງ​ໄດ້​ຊົງ​ຕຽມ​ໄວ້​ໃຫ້ 4 ແລະ​ດາ​ວິດ​ໄດ້​ຊົງ​ຮວບ​ຣວມເຊື້ອ​ສາຍ​ຂອງອາ​ໂຣນ​ແລະ​ຄົນ​ເລ​ວີ 5 ຄື​ຈາກ​ເຊື້ອ​ສາຍ​ຂອງ​ໂກ​ຮາດ ໄດ້​ອູ​ຣີ​ເອນ​ເປັນ​ຫົວ​ຫນ້າ​ພ້ອມ​ກັບ​ພີ່​ນ້ອງ​ຂອງ​ເຂົາ ນື່ງ​ຮ້ອຍ​ຊາວ​ຄົນ 6 ຈາກ​ເຊື້ອ​ສາຍ​ຂອງ​ເມ​ຣາ​ຣີ​ໄດ້ອາ​ຊັຍ​ຢາ​ເປັນ​ຫົວ​ຫນ້າ ພ້ອມ​ກັບ​ພີ່​ນ້ອງ​ຂອງ​ເຂົາ​ສອງ​ຮ້ອຍ​ຊາວ​ຄົນ 7 ຈາກ​ເຊື້ອ​ສາຍ​ຂອງ​ເກີ​ໂຊນ​ໄດ້ ໂຢ​ເອນ​ເປັນ​ຫົວ​ຫນ້າ ກັບ​ພີ່​ນ້ອງ​ຂອງ​ເຂົາ ນຶ່ງ​ຮ້ອຍ​ສາມ​ສິບ​ຄົນ 8 ຈາກ​ເຊື້ອ​ສາຍ​ຂອງ​ເອລີ​ຊາ​ຟານ​ໄດ້ ເຊມັຍ​ຢາ​ເປັນ​ຫົວ​ຫນ້າ ກັບ​ພີ່​ນ້ອງ​ຂ​ອງ​ເຂົາ ສອງ​ຮ້ອຍ​ຄົນ 9 ຈາກ​ເຊື້ອ​ສາຍ​ຂອງ​ເຮ​ໂບ​ຣນ​ໄດ້ ເອ​ລີ​ເອນ​ເປັນ​ຫົວ​ຫນ້າ ກັບ​ພີ່​ນ້ອງ​ຂອງ​ເຂົາ ແປດ​ສິບ​ຄົນ 10 ຈາກ​ເຊື້ອ​ສາຍ​ຂອງ​ອຸ​ສ​ຊີ​ເອນໄດ້ ອັມ​ມີ​ນາ​ດາບ​ເປັນ​ຫົວ​ຫນ້າ ກັບ​ພີ່​ນ້ອງ​ຂ​ອງ​ເຂົາ ນຶ່ງ​ຮ້ອຍ​ສິບ​ສອງ​ຄົນ 11 ແລ້ວ​ດາ​ວິດ​ຊົງ​ເອີ້ນ​ຊາ​ໂດກ ແລະປະ​ໂຣ​ຫິດ​ອາ​ບີ​ອາ​ທາ​ ແລະ​ຄົນ​ເລ​ວີ ຄື ອູ​ຣີເອນ ອາ​ຊັຍ​ຢາ ໂຢ​ເອນ ເຊ​ມັຍ​ຢາ ເອ​ລີ​ເອນ ແລະ​ອັມ​ມີ​ນາ​ດາບ 12 ແລະ​ສັ່ງ​ກັບ​ເຂົາ​ທັງ​ຫລາຍ​ວ່າ ເຈົ້າ​ທັງ​ຫລາຍ​ເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ຄົນ​ເລ​ວີ ຈົງ​ຊຳ​ຮະ​ຕົວ​ຂອງ​ເຈົ້າ​ເສັຽ ທັງ​ເຈົ້າ​ແລະ​ພີ່​ນ້ອງ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ນຳ​ຫີບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຂື້ນ​ມາ​ຍັງ​ສະ​ຖານ​ທີ່​ຊຶ່ງ​ເຮົາ​ໄດ້​ຈັດ​ຕຽມ​ໄວ້​ໃຫ້ 13 ເພາະ​ເຈົ້າ​ບໍ່​ໄດ້​ໄປ​ຫາ​ມ​ເສັຽ​ແຕ່​ຄັ້ງ​ແຣກ ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ເຮົາ​ຈຶ່ງ​ຊົງ​ພຣະ​ພິ​ໂຣດ​ຕໍ່​ເຮົາ ເພາະ​ເຮົາ​ບໍ່​ໄດ້​ສ​ແວງ​ຫາ​ຕາມ​ກົດ​ຫມາຍ 14 ແລ້ວ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ຈຶ່ງ​ໄດ້​ຊຳ​ຮະ​ຕົວ​ຂອງ​ເຂົາ​ເພື່ອ​ຈະ​ເຊີນ​ຫີບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຂື້ນ​ມາ 15 ແລະ​ຄົນ​ເລ​ວີ​ໄດ້​ຫາມ​ຫີບ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄານ​ຫາມ ດັ່ງ​ທີ່​ໂມ​ເຊ​ໄດ້​ສັ່ງ​ເຂົາ​ໄວ້​ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 16 ດາ​ວິດ​ໄດ້​ຊົງ​ສັ່ງ​ແກ່​ບັນ​ດາ​ຫົວ​ຫນ້າ​ຂອງ​ຄົນ​ເລ​ວີ​ໃຫ້​ແຕ່ງ​ຕັ້ງ​ພີ່​ນ້ອງ​ຂອງ​ເຂົາ ໃຫ້​ເປັນ​ນັກ​ຮ້ອງ ຫລີ້ນ​ເຄື່ອງ​ດົນ​ຕ​ຣີ ມີ​ພີນ​ໃຫຍ່ ພີນ​ເຂົາ​ຄູ່ ແລະແສ່ງ ເພື່ອ​ທຳສຽງ​ດັງ​ດ້ວຍ​ຄວາມ​ຊື່ນ​ບານ 17 ຄົນ​ເລ​ວີ​ຈຶ່ງ​ແຕ່ງ​ຕັ້ງ​ ເຮ​ມານ​ບຸ​ດ​ໂຢ​ເອນ ແລະ​ພີ່ນ້ອງ​ຂອງ​ເຂົາ ຄື​ອາ​ສາ​ຟ​ບຸດ​ເບ​ເຣ​ຄີ​ຢາ ແລະຈາກ​ເຊື້ອ​ສາຍ​ຂອງ​ເມ​ຣາ​ຣີພີ່​ນ້ອງ​ຂອງ​ເຂົາ ຄືເອ​ທານ​ບຸດ​ຄູຊັຍຢາ 18 ແລະ​ພ້ອມ​ກັບ​ເຂົາ​ໄດ້​ແຕ່ງ​ຕັ້ງ​ພີ່​ນ້ອງ​ຂອງ​ເຂົາ​ໃນ​ອັນ​ດັບ​ສອງ​ຄື ເຊ​ຄາ​ຣີ​ຢາ ຢາ​ອາ​ຊີ​ເອນ ເຊ​ມີ​ຣາ​ໂມດ ເຢ​ຮີ​ເອນ ອູນ​ນີ ເອ​ລີ​ອາບ ເບ​ນັຍ​ຢາ ມາ​ອາ​ເຊ​ຢາ ມັດ​ຕີ​ທີ​ຢາ ເອ​ລີ​ເຟ​ເລ​ຮູ ມິກ​ເນ​ຢາ ແລະໂອ​ເບເອ​ໂດມ ແລະ​ເຢ​ອີ​ເອນ​ເປັນ​ຄົນ​ເຝົ້າ​ປະ​ຕູ 19 ນັກ​ຮ້ອງ​ຄື ເຮ​ມານ ອາ​ສາ​ຟ ເອ​ທານ​ເປັນ​ຄົນ​ຕີ​ແສ່ງ​ທອງ​ສຳ​ຣິດ 20 ເຊ​ຄາ​ຣິ​ຢາ ອາ​ຊີ​ເອນ ເຊ​ມີ​ຣາ​ໂມດ ເຢ​ຮີ​ເອນ ອູນ​ນີ ເອ​ລີ​ອາບ ມາ​ອາ​ຊັນ​ຢາ ແລະ​ເບ​ນັຍ​ຢາ ຫລີ້ນ​ພີນ​ໃຫຍ່ ຕາມ​ສຳ​ນຽງ​ອາ​ລາ​ໂມ​ທ 21 ແຕ່​ມັ​ດ​ຕີ​ທີ​ຢາ ເອ​ລີ​ເຟ​ເລ​ຮູ ມິກ​ເນ​ຢາ ໂອ​ເບດ​ເອ​ໂດມ ເຢ​ອີ​ເອນ ແລະ​ອາ​ຊາ​ຊີ​ຢາ​ເປັນ​ຜູ້​ນຳ​ດ້ວຍ​ພີນ​ເຂົາ​ຄູ່ ຕາມ​ສຳ​ນຽງ​ເຊ​ມີ​ນິ​ທ 22 ເຄ​ນາ​ນີ​ຢາ​ຫົວ​ຫນ້າ​ຂອງ​ຄົນ​ເລ​ວີ​ໃນ​ເຣື່ອງ​ເພງ​ເປັນ​ຜູ້​ອຳ​ນວຍ​ການ​ເພງ ເພາະ​ເຂົາ​ເຂົ້າ​ໃຈ​ດີ 23 ເບ​ເຣ​ຄີ​ຢາ ແລະ​ເອນ​ກາ​ນາ​ເປັນ​ນາຍ​ປະ​ຕູ​ເຝົ້າ​ຫີບ 24 ເຊ​ບາ​ນີ​ຢາ ເຢ​ຊາ​ຟັ​ດ ເນ​ທານ​ເອນ ອາ​ມາ​ຊັຍ ເຊ​ຄາ​ຣີ​ຢາ ເບ​ນັຍ​ຢາ ແລະ​ເອ​ລີ​ເອ​ເຊີປະ​ໂຣ​ຫິດ​ໄດ້​ເປົ່າ​ແກ​ຫນ້າ​ຫີບ​ຂອງ​ພຣະ​ເຈົ້າ ໂອ​ເບດ​ເອ​ໂດມ ແລະ​ເຢ​ຮີ​ຢາ​ເປັນ​ນາຍ​ປະ​ຕູ​ເຝົ້າ​ຫີບ​ດ້ວຍ 25 ດາ​ວິດ​ແລະ​ບັນ​ດາ​ຜູ້​ໃຫຍ່​ຂອງ​ອິສ​ຣາ​ເອນ ແລະ​ຜູ້​ບັນ​ຊາ​ກອງ​ພັນ​ຈຶ່ງ​ໄດ້​ໄປ​ນຳ​ຫີບຄຳສັນ​ຍາ​ຂອງ​ພຣະ​ຜູ້​ເປັນເຈົ້າ​ຂື້ນຈາກ​ເຮືອນ​ຂອງ​ໂອ​ເບດ​ເອ​ໂດມ​ດ້ວຍ​ຄວາມ​ບິນ​ດີ 26 ແລະ​ເພາະ​ພຣະ​ເຈົ້າ​ຊົງ​ຊ່ອຍ​ຄົນ​ເລວີ​ຜູ້ຫາມ​ຫີບ​ຄຳສັນ​ຍາ​ຂອງ​ພຣະ​ເຈົ້າ ເຂົາ​ທັງ​ຫລາຍກໍ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ເປັນ​ງົວ​ເຖິກ​ເຈັດ​ໂຕ ແລະ​ແກະ​ເຖິກ​ເຈັດ​ໂຕ 27 ດາ​ວິດ​ຊົງ​ສ​ລອງ​ພຣະ​ອົງ​ຜ້າ​ປ່ານ​ເນື້ອ​ລະ​ອຽດ ທັງຄົນ​ເລ​ວີ​ທັງ​ປວງ​ຜູ້​ຫາມ​ຫີບ ແລະ​ນັກ​ຮ້ອງ ແລະ​ເຄ​ນາ​ນິ​ຢາຜູ້​ອຳ​ນວຍ​ການ​ເພງ​ຂອງ​ນັກ​ຮ້ອງ ແລະ​ດາ​ວິດ​ຊົງ​ເອ​ໂຟດ​ຜ້າ​ປ່ານ 28 ດັ່ງ​ນີ້​ແຫລະ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ໄດ້​ນຳ​ຫີບ​ຄຳສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂື້ນ​ມາ​ດ້ວຍ​ສຽງ​ໂຮ່​ຮ້ອງ ສຽງ​ເປົ່າເຂົາ ສຽງ​ແກ ແລະ​ແສ່ງ ແລະ​ທຳ​ເພງ​ສຽງ​ດັງ​ດ້ວຍ​ພີນ​ໃຫຍ່​ແລະ​ພີນ​ເຂົາ​ຄູ່ 29 ແລະ​ເມື່ອ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າມາ​ເຖິງ​ນະ​ຄອນ​ດາ​ວິດ​ແລ້ວ ມີ​ກາ​ນຣາ​ຊ​ທິ​ດາ​ຂອງຊາ​ອູນ​ຊ່ອງໄດ້​ແນມ​ເບິ່ງ​ໄປ​ທາງປ່ອງ​ຢ້ຽມ ເຫັນ​ກະ​ສັດ​ດາ​ວິດ​ຊົງ​ເຕັ້ນ​ຣຳ ແລະ​ຊົງ​ລ່າ​ເລີງ​ຢູ່ ພຣະ​ນາງກໍມີ​ດູ​ຫມິ່ນ​ພຣະ​ອົງ

1 ຂ່າວຄາວ 16

1 ແລະ​ເຂົາ​ທັງ​ຫລາຍ​ໄດ້​ນຳ​ຫີບ​ຂອງ​ພຣະ​ເຈົ້າ​ເຂົ້າ​ມາ ວາງ​ໄວ້​ພາຍ​ໃນ​ເຕັນ​ຊຶ່ງ​ດາ​ວິດ​ໄດ້​ຊົງ​ຕັ້ງ​ໄວ້​ໃຫ້ ແລະ​ເຂົາ​ທັງ​ຫລາຍ​ໄດ້​ຖວາຍ​ເຄື່ອງ​ເຜົາບູ​ຊາແລະ​ເຄື່ອງ​ສານ​ຕິ​ບູ​ຊາຕໍ່​ພຣະ​ເຈົ້າ 2 ແລະ​ເມື່ອ​ດາ​ວິດ​ຊົງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ສານ​ຕິ​ບູ​ຊາ​​ແລ້ວ ພຣະອົງ​ຊົງ​ອວຍ​ພຣະ​ພອນ​ແກ່​ປະ​ຊາ​ຊົນ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ 3 ແລະ​ຊົງ​ຢາຍ​ເຂົ້າ​ຈີ່​ຄົນ​ລະ​ກ້ອນ ຊີ້ນ​ຄົນ​ລະ​ສ່ວນ ແລະ​ເຂົ້າ​ຈີ່​ອະ​ງຸ່ນ​ແຫ້ງ​ຄົນ​ລະ​ອັນ ແກ່​ບັນ​ດາ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ທັງ​ຊາຍ​ແລະ​ຍິງ 4 ແລະ​ພຣະ​ອົງ​ຊົງ​ຕັ້ງ​ຄົນ​ເລ​ວີ​ບາງ​ຄົນ​ໃຫ້​ເປັນ​ຜູ້​ບົ​ວ​ລະ​ບັດ​ຫນ້າ​ຫີບຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ທູນ​ຍ້ອງ​ຍໍ​ພຣະ​ກຽດ ​ແລະ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ 5 ອາ​ສາ​ຟ​ເປັນ​ຫົວ​ຫນ້າ ແລະ​ຮອງ​ທ່ານ​ຄື ເຊ​ຄາ​ຣີ​ຢາ ເຢ​ອີ​ເອນ ເຊ​ມີ​ຣາ​ໂມດ ເຢ​ຮີ​ເອນ ມັດ​ຕີ​ທີ​ຢາ ເອ​ລີ​ອາບ ເບ​ນັຍ​ຢາ ໂອ​ເບດ​ເອ​ໂດມ ແລະ​ເຢ​ອີ​ເອນ ຜູ້​ຊື່ງ​ຈະ​ຫລີ້ນ​ພີນ​ໃຫຍ່​ແລະ​ພີນ​ເຂົາ​ຄູ່ ອາ​ສາ​ຟ​ເປັນ​ຄົນ​ຕີ​ແສ່ງ 6 ແລະ​ເບ​ນັຍ​ຢາ​ກັບ​ຢາ​ຮາ​ຊີ​ເອນປະ​ໂຣ​ຫິດ​ຈະ​ເປົ່າ​ແກ​ເລື້ອຍ​ໄປ​ຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ

ເພງ​ສັຣ​ເສີນໂມ​ທະ​ນາຂອງ​ດາ​ວິດ

7 ແລ້ວ​ໃນ​ວັນ​ນັ້ນ​ດາ​ວິດ​ຊົງ​ກຳ​ຫນົດ​ເປັນ​ຄັ້ງ​ແຣກ​ໃຫ້​ມີ​ການ​ຮ້ອງ​ເພງ​ໂມ​ທະ​ນາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ອາ​ສາ​ຟ​ແລະ​ພີ່​ນ້ອງ​ຂອງ​ເຂົາ 8 ຈົ່ງ​ໂມ​ທະ​ນາ​ພຣະ​ຄຸນພຣະ​ຜູ້​ເປັນ​ເຈົ້າ ແລະ​ຮ້ອງ​ທູນອ​ອກ​ພຣະ​ນາມ​ພຣະ​ອົງ ຈົ່ງ​ໃຫ້​ບັນ​ດາ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ​ແຈ້ງ​ແກ່​ຊົນ​ຊາດ​ທັງ​ຫລາຍ 9 ຈົ່ງ​ຮ້ອງ​ເພງ​ຖວາຍ​ພຣະ​ອົງ ຮ້ອງ​ເພງສະ​ດຸ​ດີ​ຖວາຍ​ພຣະ​ອົງ ຈົ່ງ​ເລົ່າ​ເຖິງ​ການ​ອັດ​ສະ​ຈັນ​ທັງ​ສິ້ນ​ຂອງ​ພຣະ​ອົງ 10 ຈົ່ງ​ອວດ​ພຣະ​ນາມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ໃຫ້​ຈິດ​ໃຈ​ຂອງ​ບັນ​ດາ​ຜູ້​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ ຊົມຊື່ນ 11 ຈົ່ງ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ກຳ​ລັງ​ຂອງ​ພຣະ​ອົງ ສ​ແວງ​ຫາ​ພຣະ​ພັກ​ຂອງ​ພຣະ​ອົງ​ເລື້ອຍ​ໄປ 12 ຈົ່ງ​ລະ​ນຶກ​ເຖິງ​ການ​ອັດ​ສະ​ຈັນ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳການ​ອັດ​ສະ​ຈັນ ​ແລະຄຳ​ພິ​ພາກ​ສາ​ແຫ່ງ​ພຣະ​ໂອດ​ຂອງ​ພຣະ​ອົງ 13 ໂອ ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົ​ງ ເຊື້ອ​ສາຍ​ຂອງ​ຢາ​ໂຄບ ຜູ້​ເລືອກ​ໄວ້​ຂອງ​ພຣະ​ອົງ 14 ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຣົາ ຄຳ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຢູ່​ທົ່ວ​ໄປ​ໃນ​ແຜ່ນ​ດິນ​ໂລກ 15 ຈົ່ງ​ຈົດ​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ຢູ່​ເປັນ​ນິດ ຄື​ພຣະ​ຄຳ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໄວ້​ຕລອດ​ທົ່ວ​ພັນ​ຊາດ​ເຊື້ອ​ສາຍ 16 ຄື​ຄຳຫ​ມັ້ນ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໄວ້​ກັບ​ອັບ​ຣາ​ຮາມ ພຣະ​ສັນ​ຍາ​ຊຶ່ງ​ຊົງ​ປະ​ຕິ​ຍານ​ໄວ້​ກັບ​ອີ​ຊາກ 17 ຊຶ່ງ​ພຣະ​ອົງ​ຊົງ​ຢືນ​ຢັນ​ອີກ​ກັບ​ຢາ​ໂຄບ​ໃຫ້​ເປັນ​ກົດ​ເກນ​ແກ່​ອິສ​ຣາ​ເອນ ໃຫ້​ເປັນ​ຄຳ​ຫມັ້ນ​ສັນ​ຍາ​ນີ​ຣັນ 18 ວ່າ, “ເຮົາ​ຈະ​ໃຫ້​ແຜ່ນ​ດິນ​ກາ​ນາ​ອານ​ແກ່​ເຈົ້າ ເປັນ​ສ່ວນມໍ​ຣະ​ດົກ​ຂອງ​ເຈົ້າ​ທັງ​ຫລາຍ” 19 ເມື່ອ​ເຈົ້າ​ທັງ​ຫລາຍ​ຍັງ​ມີ​ຄົນ​ຈຳ​ນວນ​ນ້ອຍ ຈຳ​ນວນ​ນ້ອຍ​ຈີງ ຍັງ​ເປັນ​ແຕ່​ຄົນ​ອາ​ໄສ​ຢູ່​ໃນ​ນັ້ນ 20 ພະ​ເນ​ຈອນ​ໄປ​ຈາກ​ປະ​ຊາ​ຊາດ​ນີ້​ເຖິງ​ປະ​ຊາ​ຊາດ​ນັ້ນ ຈາກ​ຣາ​ຊ​ອາ​ນາ​ຈັກ​ນີ້​ເຖິງ​ອີກ​ຊົນ​ຊາກ​ນຶ່ງ 21 ພຣະ​ອົງບໍ່​ໄດ້​ຊົງ​ຍອມ​ໃຫ້​ຜູ້​ໃດ​ບີບ​ບັງ​ຄັບ​ເຂົາ ພຣະ​ອົງ​ຊົງ​ຂະ​ຫນາບ​ກະ​ສັດຫລາຍ​ອົງ​ດ້ວຍ​ເຫັນ​ແກ່​ເຂົາ 22 ວ່າ, “ຢ່າ​ແຕະ​ຕ້ອງ​ບັນ​ດາ​ຜູ້​ທີ່​ເຣົາ​ເຈີມ​ໄວ້ ຢ່າ​ທຳ​ອັນ​ຕະ​ຣາຍ​ແກ່​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຮົາ” 23 ແຜ່ນ​ດິນ​ໂລກ​ທັງ​ສິ້ນ ຈົ່ງ​ຮ້ອງ​ເພງ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ປະ​ກາດ​ຄວາມ​ລອດ​ຂອງ​ພຣະ​ອົງ​ທຸກໆ​ວັນ 24 ຈົ່ງ​ເລົ່າ​ເຖິງ​ພຣະ​ສະງ່າ​ຣາ​ສີຂອງ​ພຣະ​ອົງ ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ 25 ເພາະ​ພຣະຜູ້​ເປັນ​ເຈົ້າ​ນັ້ນ​ຍິ່ງ​ໃຫຍ່ ແລະ​ສົມ​ຄວນ​ຈະ​ສັນ​ລະ​ເສີນ​ຢ່າງ​ຍິ່ງ ພຣະ​ອົງ​ຊົງ​ເປັນ​ທີ່​ເກງ​ກົວ​ເຫນືອ​ພຣະ​ທັງ​ປວງ 26 ເພາະ​ພຣະ​ທັງ​ປວງ​ຂອງ​ຊົນ​ຊາດ​ທັ​ງຫລາຍ​ເປັນ​ຮູບ​ເຄົາ​ຣົບ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສ້າ​ງ​ຟ້າ​ສວັນ 27 ກຽດ​ແລະ​​ສະ​ງ່າ​ຣາ​ສີມີ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ ກຳ​ລັງ​ແລະ​ຄວາມ​ຊື່ນ​ບານ​ຢູ່​ໃນ​ສະ​ຖານ​ທີ່​ປະ​ທັບ​ຂອງ​ພຣະ​ອົງ 28 ໂອ ຕະ​ກູນ​ຂອງ​ຊົນ​ຊາດທັງ​ຫລາຍ​ເອີຍ ຈົ່ງ​ຖວາຍ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຈົ່ງ​ຖວາຍ​ພຣະ​ສະ​ງ່າ​ຣາ​ສີ ແລະ​ກຳ​ລັງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 29 ຈົ່ງ​ມອບ​ພຣະ​ສ​ງ່າ​ຣາ​ສີ​ຊຶ່ງ​ຄວນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ນຳ​ເຄື່ອງ​ຖວາຍ​ບູ​ຊາ​ມາ​ເຂົ້າ​ເຝົ້າ​ພຣະ​ອົງ ຈົ່ງ​ປະ​ດັບກາຍ​ດ້ວຍ​ເຄື່ອງ​ບໍ​ຣິ​ສຸດ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ 30 ຊາວ​ໂລກ​ທັງ​ຫລາຍເອີຍ ຈົ່ງ​ຕົວ​ສັ່ນ​ຕໍ່​ພຣະ​ພັກ​ພຣະອົງ ພິ​ພົບ​ຖືກ​ສະ​ຖາ​ປະ​ນາ​ແລ້ວ​ຈະ​ບໍ່​ຫວັ່ນ​ໄຫວ​ເລີຍ 31 ຈົ່ງ​ໃຫ້​ຟ້າ​ສວັນ​ບິນ​ດີ ແລະ​ແຜ່ນ​ດິນ​ໂລກ​ຊົມ​ຊື່ນ ໃຫ້​ເຂົາ​ເວົ້າ​ໃນ​ຫມູ່​ບັນ​ດາ​ປະ​ຊາ​ຊາດ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄອບ​ຄອງ” 32 ໃຫ້​ທະ​ເລ​ສະ​ຫນັ່ນ​ຫວັ່ນ​ໄຫວ​ກັບ​ສິ່ງ​ທັງ​ປວງ​ທີ່​ຢູ່​ໃນ​ນັ້ນ ໃຫ້​ທົ່ງ​ນາ​ພາກັນ​ຊົມ​ຊື່ນ​ບິນ​ດີ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນ 33 ແລ້ວ​ຕົ້ນ​ໄມ້​ທັງ​ສີ້​ນ​ຂອງ​ປ່າ​ໄມ້ ຈະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ ດ້ວຍ​ພຣະ​ອົງ​ສະ​ເດັດ​ມາ​ພິ​ພາກ​ສາ​ໂລກ 34 ຈົ່ງໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ປະ​ເສີດ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 35 ​ທ່ານ​ຈົ່ງ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍຈົ່ງຊ່ອຍ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃຫ້​ລອດ ແລະ ຂໍ​ຊົງ​​​ຮວບ​ຮວມ​ຂ້າ​ພຣະ​ອົງ​ທັງ​ປວງ​ຈາກ​ປະ​ຊາ​ຊາດ​ທັງ​ຫລາຍ ເພື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ນາມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງແລະ​ລີງ​ໂລດໃນ​ການ​ສັ​ຣ​ເສີນ​ພຣະ​ອົງ 36 ຈົ່ງ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ແຕ່​ນິ​ຣັນ​ການ​ຈົນ​ເຖິງ​ນີ​ຣັນ​ການ ແລ້ວ​ປະ​ຊາ​ຊົນ​ທັງ​ປວງ​ໄດ້​ກ່າວ​ວ່າ, “ອາ​ແມນ” ແລະ​ໄດ້​ພ້ອມ​ພາ​ກັນ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ

ຊົງ​ແຕ່ງ​ຕັ້ງ​ຄົນ​ເລ​ວີ​ປະ​ຈຳ​ຫີບ​ຄຳ​ສັນ​ຍາ

37 ດາ​ວິດ​ຈຶ່ງ​ຊົງ​ໃຫ້​ອາ​ສາ​ຟ ແລະ​ພີ່​ນ້ອງ​ຂອງ​ທ່ານ​ຢູ່​ທີ່​ນັ້ນ​ຕໍ່​ຫນ້າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ບົວ​ລະ​ບັດ​ຢູ່​ຫນ້າຫີບ​ນັ້ນ​ເລື້ອຍ​ໄປ​ຕາມ​ງານ​ປະ​ຈຳ​ວັນ​ທີ່​ຕ້ອງ​ທຳ 38 ທັງ​ໂອ​ເບດ​ເອ​ໂດມ​ ແລະ​ພີ່​ນ້ອງ​ຫົກ​ສິບ​ແປດ​ຄົນ​ຂອງ​ທ່ານ​ດ້ວຍ ຝ່າຍ​ໂອ​ເບດ​ເອ​ໂດມ​ບຸດ​ເຢ​ດູ​ທູນ​ກັບ​ໂຮ​ຊາ​ໃຫ້​ເປັນ​ຄົນ​ເຝົ້າ​ປະ​ຕູ 39 ແລະ​ພຣະ​ອົງຊົງ​ໃຫ້​ປະໂຣ​ຫິດ​ຊາ​ໂດກ ກັບ​ພີ່​ນ້ອງ​ຂອງ​ທ່າ​ນຜູ້​ເປັນ​ປະ​ໂຣ​ຫິດ​ຢູ່​ຫນ້າ​ຫໍ​ເຕັນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ຢູ່​ໃນ​ສະ​ຖານນະ​ມັ​ສ​ການ​ທີ່​ສູງ​ເມືອງກີ​ເບ​ໂອນ 40 ເພື່ອ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເທິງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ​ໃນ​ຕອນ​ເຊົ້າຕ​ອນແລງສ​ເມີ ຕາມ​ຊຶ່ງ​ໄດ້​ບັນ​ທຶກ​ໄວ້​ທັງ​ສິ້ນ​ໃນ​ທັມ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ພຣະ​ອົງ​ຊົງ​ສັ່ງ​ອິສ​ຣາ​ເອນ 41 ເຮ​ມານ ແລະ​ເຢ​ດູ​ທູນ​ຢູ່​ກັບ​ເຂົາ​ທັງ​ຫລາຍ ແລະ​ບັນ​ດາ​ຄົນ​ອື່ນ​ທີ່​ຖືກ​ເລືອກ ແລະ​ບົ່ງ​ຊື່​ໄວ້​ໃຫ້​ຖວາຍ​ໂມ​ທະ​ນາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 42 ແລະ​ພ້ອມ​ກັບ​ເຂົາ ເຮ​ມານ​ແລະ​ເຢ​ດູ​ທູນ ມີ​ແກ​ແລະ​ແສ່ງ​ເພື່ອ​ບັນ​ເລງ ແລະ​ເຄື່ອງດົນ​ຕ​ຣີ​ປະ​ກອບ​ເພງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ລູກ​ຫລານ​ຂອງ​ເຢ​ດູ​ທູນ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ປະ​ຈຳ​ປະ​ຕູ 43 ແລະ​ປະ​ຊາ​ຊົນ​ທັງ​ປວງ​ຕ່າງ​ກໍ​ຈາກ​ໄປ​ຍັງ​ບ້ານ​ຂອງ​ຕົນ ແລະ​ດາ​ວິດ​ສະ​ເດັດ​ກັບ​ເພື່ອ​ອວຍ​ພອນ​ແກ່​ເຊື້ອ​ພຣະ​ວົງ​ຂອງ​ພຣະ​ອົງ

1 ຂ່າວຄາວ 17

ຄຳ​ຫມັ້ນສັນ​ຍາ​ຂອງ​ພຣະ​ເຈົ້າ​ກັບ​ດາ​ວິດ

1 ຢູ່​ມາ​ເມື່ອ​ດາ​ວິດ​ປະ​ທັບ​ໃນ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ ດາ​ວິດ​ກ່າວ​ກັບ​ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ເບິ່ງ​ແມ໋, ເຮົາ​ຢູ່​ໃນ​ບ້ານທີ່​ທຳ​ດ້ວຍ​ໄມ້​ສົນ​ ແຕ່​ຫີບ​ຄຳ​ສັນ​ຍາ​ແຫ່ງ​ພຣະ​ເຈົ້າ​ຢູ່​ພາຍ​ໃຕ້​ຜ້າ​ກັ້ງ​ເຕັນ” 2 ແລະ​ນາ​ທານ​ທູນ​ດາ​ວິດ​ວ່າ, “ຂໍ​ພຣະ​ອົງ​ຊົງ​ກະ​ທຳ​ທັງ​ສິ້ນ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ເພາະ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ກັບ​ພຣະ​ອົງ” 3 ແຕ່​ຢູ່​ມາ​ໃນ​ຄືນ​ວັນ​ນັ້ນ​ເອງ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ມາ​ເຖິງ​ນາ​ທານ​ວ່າ, 4 “ຈົ່ງ​ໄປ​ບອກ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ວ່າ ພຣະ​ເຈົ້າ​ຊົງ​ກ່າວ​ໄວ້​ດັ່ງ​ນີ້​ວ່າ ເຈົ້າ​ຢ່າ​ສ້າງວິ​ຫານ​ໃຫ້​ເຮົາ​ຢູ່ 5 ເພາະ​ເຮົາ​ບໍ່​ເຄີຍ​ຢູ່​ໃນວິ​ຫານ​ນັບ​ແຕ່​ວັ​ນ​ທີ່​ເຮົາ​​ພາ​ອິສ​ຣາ​ເອນ​ຂື້ນ​ມາ​ຈົນ​ເຖິງ​ທຸກວັນ​ນີ້ ແຕ່​ເຣົາ​ໄດ້​ໄປ​ຈາກ​ເຕັນ​ນີ້​ເຖິງ​ເຕັນ​ນັ້ນ ແລະ​ຈາກ​ເຕັນ​ສັກ​ສິດ​ແຫ່ງ​ນີ້​ເຖິງ​ແຫ່ງ​ນັ້ນ 6 ໃນ​ທີ່​ຕ່າງໆ​ທີ່​ເຮົາ​ເຄື່ອນ​ໄປ​ມາ​ກັບ​ອິສ​ຣາ​ເອນ​ທັງ​ຫມົດ ເຮົາ​ໄດ້​ເຄີຍ​ເວົ້າ​ຈັກ​ຄຳ​ກັບ​ຜູ້​ປົກ​ຄອງ​ຂອງອິສ​ຣາ​ເອນຄົນ​ໃດ ຜູ້​ທີ່​ເຮົາ​ໄດ້​ບັນ​ຊາ​ໃຫ້​ເຂົາ​ລ້ຽງ​ດູ​ໄພ່​ພົນ​ຂອງ​ເຮົາ​ຫລື​ວ່າ ເປັນ​ຫຍັງ​ເຈົ້າ​ບໍ່​ໄດ້​ສ້າງວິ​ຫານ​ດ້ວຍ​ໄມ້​ສົນ​​ໃຫ້​ແກ່​ເຣົາ” 7 ເຫ​ດສະ​ນັ້ນ ບັດ​ນີ້ຈົ່ງ​ກ່າວ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຣົາ​ວ່າ, “ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ “ເຮົາ​ໄດ້​ເອົາ​ເຈົ້າ​ມາ​ຈາກ​ທົ່ງ​ຫຍ້າ​ຈາກ​ການ​ຕາມ​ຝູງ​ແບ້ ແກະ ເພື່ອ​ໃຫ້​ເຈົ້າ​ເປັນ​ເຈົ້າ​ເຫນື​ອອິສ​ຣາ​ເອນ​ປະ​ຊາ​ກອນ​ຂອງ​ເຮົາ 8 ແລະ​ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ທີ່​ໃດ ແລະ​ໄດ້​ກຳ​ຈັດ​ສັດ​ຕຣູ​ຂອງ​ເຈົ້າ​ໃຫ້​ພົ້ນ​ຫນ້າ​ເຈົ້າ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ມີ​ຊື່​ສຽງ​ຍິ່ງ​ໃຫຍ່ ຢ່າງ​ກັບ​ຊື່ສຽ​ງ​ຂອງ​ຜູ້​ຍິ່ງ​ໃຫຍ່​ໃນ​ໂລກ 9 ແລະ​ເຮົາ​ຈະ​ກຳ​ນົດ​ທີ່​ນຶ່ງ​ໃຫ້​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ປູກ​ຝັງ​ເຂົາ​ໄວ້ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ຢູ່​ໃນ​ທີ່​ຂອງ​ເຂົາ​ເອງ ແລະ​ບໍ່​ຕ້ອງ​ຖືກກວນ​ໃຈ​ອີກ ແລະ​ຄົນ​ຊົ່ວ​ຈະ​ບໍ່​ມາ​ຕີ​ປຸ້ນ​ເຂົາ​ດັ່ງ​ແຕ່​ກ່ອນ​ມາ 10 ຕັ້ງ​ແຕ່​ສະ​ໄຫມ ເມື່ອ​ເຣົາ​ຕັ້ງ​ຜູ້​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ປະ​ຊາ​ກອນ​ຂອງ​ເຮົາ ແລະ​ເຣົາ​ຈະ​ປາບ​ປາມ​ສັດ​ຕຣູທັງ​ສິ້ນ​ຂອງ​ເຈົ້າ ນອກ​ຈາກ​ນີ້ເຮົາ​ກ່າວ​ແກ່​ເຈົ້າ​ວ່າ ພຣະຜູ້​ເປັນ​​ເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ​ມີ​ຣາ​ຊວົງ 11 ຢູ່​ມາ​ເມື່ອ​ວັນ​ຂອງ​ເຈົ້າ​ຄົບ​ແລ້ວ ເຈົ້າ​ຈະ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ເຮົາ​ຈະ​ໃຫ້​ບຸດ​ຊາຍ​ຄົນ​ນຶ່ງ​ຂອງ​ເຈົ້າ​ເກີດ​ຂື້ນ​ສືບ​ຕໍ່​ຈາກ​ເຈົ້າ ຜູ້​ຊຶ່ງ​ເກີດ​ມາ​ຈາກ​ຕົວ​ເຈົ້າ​ເອງ 12 ເຂົາ​ຈະ​ເປັນ​ຜູ້​ສ້າງ​ວິ​ຫານ​ໃຫ້​ເຮົາ ແລະ​ເຮົາ​ຈະ​ສະ​ຖາ​ປະ​ນາ​ບັນ​ລັງ​ຂອງ​ເຂົາ​ໄວ້​ເປັນ​ນິດ 13 ເຮົາ​ຈະ​ເປັນ​ບິ​ດາ​ຂອງ​ເຂົາ ແລະ​ເຂົາ​ຈະ​ເປັນ​ບຸດ​ຂອງ​ເຮົາ ເຣົາ​ຈະ​ບໍ່​ນຳ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ເຮົາ​ໄປ​ຈາກ​ເຂົາ​ເສັຽ ຢ່າງ​ທີ່​ເຣົາ​ເອົາ​ໄປ​ຈາກຄົນ​ທີ່​ຢູ່​ກ່ອນ​ຫນ້າ​ເຈົ້າ​ນັ້ນ 14 ແຕ່​ເຣົາ​ຈະ​ໃຫ້​ເຂົາ​ດຳ​ຣົງ​ຢູ່​ໃນ​ວິ​ຫານ​ຂອງ​ເຮົາ ແລະ​ໃນ​ອາ​ນາ​ຈັກ​ຂອງ​ເຣົາ​ເປັນ​ນິດ ເຣົາ​ຈະ​ສະ​ຖາ​ປະ​ນາ​ບັນ​ລັງ​ຂອງ​ເຂົາ​ໄວ້​ເປັນ​ນິດ” 15 ນາ​ທານກໍ​ກາບ​ທູນ​ດາ​ວິດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນີ້​ທັງ​ສິ້ນ​ແລະ​ຕາມ​ນິ​ມິດ​ທັງ​ຫມົດ 16 ແລ້ວ​ກະ​ສັດ​ດາ​ວິດ​ກໍ​ສະ​ເດັດ​ເຂົ້າ​ໄປ​ເຝົ້າ​ພຣະຜູ້​ເປັນ​ເຈົ້າ ແລະ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ເປັນ​ຜູ້​ໃດ​ ແລະ​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ເປັນ​ອັນໃດ​​ທີ່​ພຣະ​ອົງ​ຊົງ​ນຳ​ຂ້າ​ພຣະ​ອົງ​ມາ​ໄກ​ຈົນ​ເຖິງນີ້ 17 ຂ້າແດ່​ພຣະ​ຜູ​ເປັ​ນ​ເຈົ້າ ສິ່ງ​ນີ້​ເປັນ​ຂອງເລັກ​ນ້ອຍ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຍັງ​ຊົງ​ກ່າວ​ເຖິງ​ຣາ​ຊວົງ​ຂອງ​ຂ້າ​ພຣະ​ອົງ​ໃນ​ອາ​ນາ​ຄົດ​ອັນ​ໄກ​ນັ້ນ ແລະ​ຊົງ​ມອງ​ເບິ່ງ​ຂ້າ​ພຣະ​ອົງ​ວ່າ​ຂ້າ​ພຣະ​ອົງ​ມີ​ຖາ​ນະ​ສູງ ໂອ ຂ້າ​ແດ່​ພຣະ​ເຈົ້າ 18 ແລະ​ດາ​ວິດ​ຈະ​ກ່າວ​ທູນສິ່ງ​ໃດ​ແກ່​ພຣະ​ອົງໄດ້​ອີກ​ໃນ​ເຣື່ອງ​ກຽດ​ອັນ​ຊົງ​ປະ​ທານ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພາະ​​ພຣະ​ອົງ​ຊົງ​ຮູ້​ຈັກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 19 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຊົງ​ເຫັນ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ ແລະ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງເອງ ພຣະ​ອົງ​ຊົງ​ກະ​ທຳ​ການ​ຍິ່ງໃຫຍ່​ນີ້​ທັງ​ສີ້​ນ ເພື່ອ​ຈະ​ກະ​ທຳ​ໃຫ້​ສິ່ງ​ໃຫຍ່​ນີ້​ເປັນ​ທີ່​ຮູ້​ກັນ​ທົ່ວ​ໄປ 20 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ມີ​ຜູ້​ໃດ​ເຫມືອນ​ພຣະ​ອົງ ບໍ່​ມີ​ພຣະ​ເຈົ້າ​ອື່ນ​ໃດ​ນອກ​ເຫນືອ​ພຣະ​ອົງ ຕາມ​ທີ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ບິນ​ກັບ​ຫູ​ຂອງ​ຂ້າ​ພຣະ​ອົງ 21 ປະ​ຊາ​ຊາດ​ອື່ນ​ໃດ​ເທິງ​ແຜ່ນ​ດິນ​ໂລກ​ເຫມືອນ​ອິສ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ ຜູ້​ຊຶ່ງ​ພຣະ​​ເຈົ້າ​ສະ​ເດັດ​ໄປ​ໄຖ່​ໃຫ້​ເປັນ​ປະ​ຊາ​ຊົນຂອງ​ພຣະ​ອົງ ເພື່ອ​ຊົງ​ກະ​ທຳ​ໃຫ້​ພຣະ​ອົງ​ມີ​ພຣະ​ນາມ​ຍິ່ງ​ໃຫຍ່​ໂດຍ​ສິ່ງ​ທີ່​ໃຫຍ່​ໂຕ​ຫນ້າ​ສະ​ພຶງ​ກົວ​ໃນ​ການ​ທີ່​ຊົງ​ຂັບ​ໄລ່​ປະ​ຊາ​ຊາດ​ທັງ​ຫລາຍ​ໃຫ້​ພົ້ນ​ຫນ້າ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ພຣະ​ອົງ​ຊົງ​ໄຖ່​ມາ​ຈາກ​ເອ​ຢິບ 22 ແລະ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ເປັນ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ເປັນ​ນິດ ແລະ​ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ 23 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ພຣະ​ຄຳ​ຊຶ່ງ​ພຣະ​ອົງ​ກ່າວກ່ຽວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ​ກ່ຽວ​ກັບ​ເຊື້ອພຣະ​ວົງ​ຈົ່ງ​ດຳ​ຣົງ​ຢູ່​ເປັນ​ນິດ ແລະ​ຂໍ​ພຣະ​ອົງ​ຊົງ​ກະ​ທຳ​ຕາມ​ທີ່​ພຣະ​ອົງ​ສັ່ງ​ແລ້ວ​ນັ້ນ​ເຖີດ 24 ແລະ​ຂໍ​ພຣະ​ນາມ​ຂອງ​ພຣະ​ອົງ​ສະ​ຖາປະ​ນາ​ໄວ້​ແລະ​ກຽງ​ໄກ​ຢູ່​ເປັນ​ນິດ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ເປັນ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ຄື​ພຣະ​ເຈົ້າ​ແຫ່ງອິສ​ຣາ​ເອນ ແລະ​ວົງ​ຂອງ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ຖືກ​ສະ​ຖາ​ປະ​ນາ​ໄວ້​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ 25 ເພາະ​ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ໄດ້​ຊົງ​ສຳ​ແດງ​ແດ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ ພຣະ​ອົງ​ຈະ​ຊົງ​ສ້າງວົງ​ໃຫ້ ເພາ​ສະ​ນັ້ນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ປະ​ສົບ​ຄວາມ​ກ້າ​ຫານ​ທີ່​ຈະ​ອ້ອນວອນ​ຕໍ່​ພຣະ​ພັກ​ພຣະອົງ 26 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ອົງ​ຊົງເປັນ​ພຣະ​ເຈົ້າ ແລະ​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ສິ່ງ​ທີ່​ດີ​ນີ້​ໃຫ້​ແກ່​ຜູ້​ຣັບ​ໃຊ້​ຂອງ​ພຣະ​ອົງ 27 ເພາະ​ສະ​ນັ້ນ​ຂໍ​ໃຫ້​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ອົງ​ທີ່​ຈະ​ຊົງ​ອວຍ​ພຣະ​ພອນ​ແດ່ວົງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເພື່ອ​ວົງ​ນັ້ນ​ຈະ​ດຳ​ຣົງ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ​ເປັນ​ນິດ ເພາະ​ວ່າ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ສິ່ງ​ໃດ​ທີ່​ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ສິ່ງ​ນັ້ນ​ກໍ​ໄດ້​ຣັບ​ພຣະ​ພອນ​ເປັນ​ນິດ”

1 ຂ່າວຄາວ 18

ດາ​ວິດ​ຊົງ​ຂະ​ຫຍາຍ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ

1 ຢູ່​ຕໍ່​ມາ​ດາ​ວິດ​ຊົງ​ໂຈມ​ຕີ​ຄົນ​ຟີ​ລິ​ສ​ຕີນ​ແລະ​ຊົງ​ປາບ​ປາມ​ເຂົາ​ເສັຽ ຊົງ​ຍຶດ​ເມືອງ​ກາດ ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ຈາກ​ມື​ຄົນ​ຟີ​ລິ​ສ​ຕີນ 2 ແລະ​ພຣະ​ອົງ​ຊົງ​ໂຈມ​ຕີ​ໂມ​ອາບ ແລະ​ຄົນ​ໂມ​ອາບກໍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ດາ​ວິດ​ແລະ​ນຳ​ບັນ​ນາ​ການ​ມາ​ຖວາຍ 3 ດາ​ວິດ​ຊົງ​ໂຈມ​ຕີ​ຮາ​ດາ​ເອເຊີ ກະ​ສັດ​ຂອງ​ເມືອງ​ໂຊ​ບາ​ ຕົງ​ໄປ​ເຖິງ​ເມືອງ​ຮາ​ມັທ ຂ​ນະ​ເມື່ອ​ພຣະ​ອົງຊົງ​ສະ​ເດັດ​ໄປ​ຕັ້ງ​ກຳ​ລັງ​ຂອງ​ພຣະ​ອົງ​ທີ່​ແມ່​ນ້ຳ​ເອີ​ຟ​ຣາດ 4 ແລະ​ດາ​ວິດ​ຊົງ​ຍຶດ​ຣົດ​ຮົບ​ຈາກ​ທ່ານ​ມາ​ນຶ່ງພັນ​ຄັນ ພົນ​ມ້າ​ເຈັດ​ພັນ ແລະ​ທະ​ຫານ​ຣາບ​ສອງ​ຫມື່ນ ແລະ​ດາ​ວິດ​ຊົງ​ຕັດ​ເອັນ​ຄະ​ຫນ່ອງ​ຂາ​ມ້າ​ຣົດ​ຮົບ​ເສັຽ​ສີ້​ນ ແຕ່​ຊົງ​ເຫລືອ​ໄວ້​ໃຫ້​ພໍ​ແກ່​ຣົດ​ຮົບ​ນື່ງ​ຮ້ອຍ​ຄັນ 5 ແລະ​ເມື່ອ​ຄົນ​ຊີ​ເຣັຽ (ອາ​ຣາມ) ແຫ່ງ​ເມືອງ​ດາ​ມັ​ສ​ກັ​ສ​ມາ​ຊ່ອຍ​ຮາ​ດາ​ເດເຊີກະ​ສັດ​ແຫ່ງ​ເມືອງ​ໂຊ​ບາ ດາ​ວິດ​ຊົງ​ປະ​ຫານ​ຄົນ​ຊີ​ເຣັຽ​ເສັຽ​ສອງ​ຫມື່ນ​ສອງ​ພັນ​ຄົນ 6 ແລ້ວ​ດາ​ວິດ​ຊົງ​ຕັ້ງ​ທະ​ຫານ​ປະ​ຈຳ​ປ້ອມ​ໃນ​ຊີ​ເຣັຽ​ແຫ່ງ​ເມືອງ​ດາ​ມັ​ສ​ກັ​ສ ແລະ​ຄົນ​ຊີ​ເຣັຽ​ເປັນ​ຜູ້​ຮັບ​ໃຊ້​ດາ​ວິດ ແລະ​ນຳ​ບັນ​ນາການ​ມາ​ຖວາຍ ດາ​ວິດ​ສະ​ເດັດ​ໄປ​ໃນ​ທີ່​ສ​ໃດ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໄຊ​ຊະ​ນະ​ແກ່​ພຣະ​ອົງ​ທີ່​ນັ້ນ 7 ດາ​ວິດ​ຊົງ​ຍຶດ​ໂລ່​ທອງ​ຄຳ​ທີ່​ຜູ້​ຮັບ​ໃຊ້​ຂອງ​ຮາ​ດາ​ເດ​ເຊີ​ຖື ແລະ​ຊົງ​ນຳ​ມາທີ່​ເຢ​ຣູ​ຊາ​ເລັມ 8 ດາ​ວິດ​ຊົງ​ຍຶດ​ທອງ​ສຳ​ຣິດ​ເປັນ​ອັນ​ມາກ​ຈາກ​ທິບ​ຮາດ ແລະ​ຈາກ​ເມືອງ​ຄູນ ຫົວ​ເມືອງ​ຂອງ​ຮາ​ດາ​ເດ​ເຊີ ຊຶ່ງ​ໂຊ​ໂລ​ໂມນ​ຊົງ​ໃຊ້​ສ້າງ​ຖັງ​ນ້ຳທອງ​ສຳ​ຣິດ ແລະ​ເສົາຫານ ແລະ​ເຄື່ອງ​ໃຊ້​ທອງ​ສຳ​ຣິດ 9 ເມື່ອ​ໂຕ​ອູ​ກະ​ສັດ​ເມືອງ​ຮາ​ມັທ​ໄດ້​ບິນ​ວ່າ​ດາ​ວິດ​ຊົງ​ໂຈມ​ຕີ​ກອງ​ທັບ​ທັງ​ສິ້ນ​ຂອງ​ຣາ​ດາ​ເດເຊີ ກະ​ສັດ​ແຫ່ງ​ເມືອງ​ໂຊ​ບາ​ແລ້ວ 10 ພຣະ​ອົງ​ຊົງ​ໃຊ້​ຮາ​ໂດ​ຣາມ​ບຸ​ດຊາຍຂອງ​ພຣະ​ອົງ​ໄປ​ເຝົ້າ​ດາ​ວິດ​ເພື່ອ​ຮັບ​ສະ​ເດັດ ​ແລະ​ຖວາຍ​ພຣະ​ພອນ​ທີ່​ພຣະ​ອົງ​ຊົງ​ຣົບກັບ​ຮາ​ດາ​ເດ​ເຊີ ແລະ​ຊົງ​ຊະນະ ເພາະ​ວ່າ​ຮາ​ດາ​ເດ​ເຊີ​ໄດ້​ສູ້​ຮົບ​ກັບ​ ໂຕອູເລື້ອຍໆ ແລະ​ພຣະ​ອົງ​ໄດ້​ສົ່ງ​ຂອງ​ທຸກ​ຢ່າງ​ທີ່​ທຳ​ດ້ວຍ​ທອງ​ຄຳ ດ້ວຍ​ເງິນ ແລະ​ດ້ວ​ຍ​ທອງ​ສຳ​ຣິດ​ມາ​ຖວາຍ 11 ແລະ​ກະ​ສັດ​ດາ​ວິດ​ທູນ​ຖວາຍ​ສິ່ງ​ເຫລົ່າ​ນີ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ ພ້ອມ​ກັບ​ເງິນ​ແລະ​ທອງ​ຄຳ​ຊື່ງ​ພຣະ​ອົງ​ຊົງ​ນຳ​ມາ​ຈາກ​ປະ​ຊາ​ຊາດ​ທັງ​ປວງ ຈາກ​ເອ​ໂດມ ໂມ​ອາບ ຄົນ​ອັມ​ໂມນ ຄົນ​ຟີ​ລິ​ສ​ຕີນ ແລະ​ອາ​ມາເລກ 12 ແລະ​ອາ​ບີ​ຊັຍ​ບຸດ​ນາງເຊ​ຣູ​ຢາໄດ້​ປະ​ຫານ​ຄົນ​ເອ​ໂດມ​ນຶ່ງ​ຫມື່ນ​ແປດ​ພັນ​ຄົນ​ເສັຽ​ໃນ​ຫຸບ​ເຂົາ​ເກືອ 13 ແລະ​ທ່ານ​ຕັ້ງ​ທະ​ຫານ​ປະ​ຈຳ​ປ້ອມ​ໃນ​ເອ​ໂດມ ແລະ​ຄົນ​ເອ​ໂດມ​ທັງ​ສິ້ນ​ໄດ້​ເປັນ​ຄົນ​ຮັບ​ໃຊ້​ຂອງ​ດາ​ວິດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໄຊ​ຊະນະ​ແກ່​ດາ​ວິດ​ບໍ່​ວ່າ​ພຣະ​ອົງ​ສະ​ເດັດ​ໄປ​ໃນ​ທີ່​ໃດ

ຂ້າ​ຣາ​ຊ​ການ​ຂອງ​ດາວິດ

14 ດາ​ວິດ​ຈຶ່ງ​ຊົງ​ຄອບ​ຄອງ​ເຫນືອ​ອິສ​ຣາ​ເອນ​ທັງ​ສິ້ນແລະ​ພຣະ​ອົງ​ຊົງ​ໃຫ້​ຄວາມ​ຍຸດ​ຕີ​ທັມ​ແລະ​ຄວາມ​ທ່ຽງ​ທັມ​ແກ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ທັງ​ສີ້​ນ 15 ແລະ​ໂຢ​ອາບ​ບຸດ​ນາງ​ເຊ​ຣູ​ຢາ​ເປັນ​ຜູ້​ບັນ​ຊາ​ການກອງ​ທັບ ແລະ​ເຢ​ໂຮ​ຊາ​ຟັ​ດ​ບຸດ​ຂອງ​ອາ​ຮີ​ຕູບ​ເປັນ​ເຈົ້າ​ກົມ​ສາ​ຣະ​ບັນ 16 ແລະ​ຊາ​ໂດກ​ບຸດ​ອາ​ຮີ​ຕູບ​ແລະ​ອາ​ຮີ​ເມ​ເລກ​ບຸດ​ອາ​ບີ​ອາ​ທາ​ເປັນ​ປະ​ໂຣຫິດ ແລະ​ຊາ​ວ໌​ຊາ​ເປັນ​ຣາ​ຊ​ເລ​ຂາ 17 ແລະ​ເບ​ນັຍ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ຢູ່​ເຫນືອ​ຄົນ​ເຄ​ເຣ ແລະ​ຄົນ​ເປ​ເຣດ ​ແລະ​ບັນ​ດາ​ບຸດ​ຊາຍ​ຂອງ​ດາ​ວິດກໍ​ເປັນ​ເຈົ້າ​ຫນ້າ​ທີ່​ຊັ້ນ​ຫົວ​ຫນ້າ​ໃນ​ຣາ​ຊ​ການ​ຂອງ​ກະ​ສັດ

1 ຂ່າວຄາວ 19

ຊົງ​ຮົບ​ຊ​ນະ​ຄົນ​ອັມ​ໂມນ​ແລະ​ຄົນ​ຊີ​ເຣັຽ

1 ແລະ​ຢູ່​ຕໍ່​ມາ​ພາຍ​ຫລັງ​ນີ້​ນາ​ຮັ​ສກະ​ສັດ​ຂອງ​ຄົນ​ອັມ​ໂມນ​ສິ້ນ​ພຣະ​ຊົນ ແລະ​ບຸດ​ຊາຍ​ຂອງ​ພຣະ​ອົງ​ໄດ້​ຂື້ນ​ປົ​ກ​ຄອງ​ແທນ 2 ແລະ​ດາ​ວິດ​ກ່າວ​ວ່າ, “ເຮົາ​ຈະ​ຊື່​ຕົງ​ຕໍ່​ຮາ​ນູນ​ບຸດ​ຊາຍ​ຂອງ​ນາ​ຮັ​ສ ເພາະ​ວ່າ​ບິ​ດາ​ຂອງ​ທ່ານ​ໄດ້​ຊື່​ຕົງ​ຕໍ່​ເຮົາ” ດາ​ວິດ​ຈຶ່ງ​ຊົງ​ສົ່ງ​ຜູ້​ສົ່ງ​ຂ່າວໄປ​ເລົ້າ​ໂລມ​ທ່ານ​ກ່ຽວ​ກັບ​ບິ​ດາ​ຂອງ​ທ່ານ ແລະ​ຂ້າ​ຣາ​ຊ​ການ​ຂອງ​ດາ​ວິດກໍ​ມາ​ຍັງ​ຮາ​ນູນ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ອັມ​ໂມນ ເພື່ອ​ຈະ​ເລົ້າ​ໂລມ​ທ່ານ 3 ແຕ່​ບັນ​ດາ​ເຈົ້າ​ນາຍ​ຂອງ​ຄົນ​ອັມ​ໂມນ​ທູນ​ຮາ​ນູນ​ວ່າ, “ພຣະ​ອົງ​ດຳ​ຣິ​ວ່າ​ດາ​ວິດ​ສົ່ງ​ຜູ້​ເລົ້າ​ໂລມ​ມາ​ຫາ​ພຣະ​ອົງ ເພາະ​ນັບ​ຖື​ພຣະ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ເຊັ່ນ​ນັ້ນ​ຫລື ຂ້າ​ຣາ​ຊ​ການ​ຂອງ​ທ່ານ​ມາ​ຫາ​ພຣະ​ອົງ​ເພື່ອ​ຄົ້ນ​ຫາ​ແລະ​ຄວ່ຳ ແລະ​ສອດ​ແນມ​ແຜ່ນ​ດິນ​ບໍ່​ແມ່ນ​ຫລື” 4 ຮາ​ນູນ​ຈຶ່ງ​ຈັບ​ຂ້າ​ຣາ​ຊ​ການ​ຂອງ​ດາ​ວິດ ແລະ​ໂກນ​ຫນວດ​ຂ້າງ​ນຶ່ງ ແລະ​ຕັດ​ຂາ​ສົ້ງ​ຈົນຈຳ​ກະ​ໂພກ ແລະ​ປ່ອຍເຂົາ​ກັບ​ໄປ 5 ເມື່ອ​ມີ​ບາງ​ຄົນ​ໄປ​ທູນ​ດາ​ວິດ​ເຖິງ​ເຣື່ອງ​ຄົນ​ເຫລົ່າ​ນັ້ນ ພຣະ​ອົງ​ກໍ​ຊົງ​ໃຊ້​ໃຫ້​ໄປ​ຮັບ​ເຂົາ ເພາະ​ຄົນ​ເຫລົ່າ​ນັ້ນ​ອາຍ​ຫລາຍ ແລະ​ກະ​ສັດ​ສັ່ງ​ວ່າ, “ຈົ່ງ​ພັກ​ຢູ່​ທີ່​ເມືອງ​ເຢ​ຣີ​ໂກ​ຈົນ​ກວ່າ​ຫນວດ​ຂອງ​ທ່ານ​ທັງ​ຫລາຍ​ຈະ​ຂື້ນ ແລ້ວ​ຈຶ່ງ​ຄ່ອຍ​ກັບ​ມາ” 6 ເມື່ອ​ຄົນ​ອັມ​ໂມນ​ເຫັນ​ວ່າ​ເຂົາ​ທັງ​ຫລາຍ​ເປັນ​ທີ່​ກຽດ​ຊັງ​ແກ່​ດາ​ວິດ ຮາ​ນູນ ແລະ​ຄົນ​ອັມ​ໂມນ​ຈຶ່ງ​ສົ່ງ​ເງິນ​ນຶ່ງ​ພັນ​ຕະ​ລັນ​ໄປ​ຈ້າ​ງ​ຣົດ​ຮົບ ແລະ​ພົນ​ມ້າ​ຈາກ​ເມ​ໂຊ​ໂປ​ຕາ​ເມັຽ​ຈາກ​ອາ​ຣາມ​ມາ​ອາ​ກາ​ ແລະ​ຈາກ​ໂຊ​ບາ 7 ເຂົາ​ໄດ້​ຈ້າງ​ຣົດ​ຮົບ​ສອງ​ຫ​ມື່ນ​ສາມ​ພັນ​ຄັນ ແລະ​ກະ​ສັດ​ແຫ່ງ​ເມືອງ​ມາ​ອາ​ກາ​ ກັບ​ກອງ​ທັບ​ຂອງ​ທ່ານ ຜູ້​ຊຶ່ງ​ມາ​ຕັ້ງ​ຄ້າຍ​ຢູ່​ຫນ້າ​ເມືອງ​ເມ​ເດບາ ແລະ​ຄົນ​ອັມ​ໂມນ​ກໍ​ຮວບ​ຮວມ​ກັນ​ມາ​ຈາກ​ຫົວ​ເມືອງ​ຂອງ​ເຂົາ​ທັງ​ຫລາຍ ແລະ​ມາ​ທຳ​ສົງ​ຄາມ 8 ເມື່ອ​ດາ​ວິດຊົງ​ຊາບ​ຈຶ່ງ​ໃຊ້​ໂຢ​ອາບ ແລະ​ກອງ​ທັບ​ທະ​ຫານ​ເອກ​ທະ​ຫານ​ທັງສິ້ນ​ໄປ 9 ຄົນ​ອັມ​ໂມນ​ອອກ​ມາ​ຈັດ​ທັບ​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ ແລະ​ບັນ​ດາ​ກະ​ສັດ​ທີ່​ຍົກ​ມາ​ຢູ່​ທີ່​ຊົນ​ນະ​ບົດ​ກາງ​ແຈ້ງ​ຕ່າງ​ຫາກ 10 ເມື່ອ​ໂຢ​ອາບ​ເຫັນ​ວ່າ​ການ​ເສິກ​ນັ້ນ​ຂະ​ຫນາບ​ຢູ່​ຂ້າງ​ຫນ້າ​ແລະ​ຂ້າງ​ຫລັງ ທ່ານ​ຈຶ່ງ​ຄັດ​ເອົາ​ຄົນ​ອິສ​ຣາ​ເອນ​ທີ່​ເລືອ​ກໄວ້​ແລ້ວ​ແລະ​ຈັດ​ທັບ​ເຂົ້າ​ໄປ​ຕໍ່​ສູ້​ຄົນ​ຊີ​ເຣັຽ (ອາ​ຣາມ) 11 ສ່ວນຄົນ​ຂອງ​ທ່ານ​ທີ່​ເຫລືອ​ຢູ່ ທ່ານ​ກໍ​ມອບ​ໄວ້​ໃນ​ການ​ລັງ​ຄັບ​ບັນ​ຊາ​ຂອງ​ອາ​ບີ​ຊັຍ​ນ້ອງ​ຊາຍ​ຂອງ​ທ່ານ ຄົນ​ເຫລົ່າ​ນັ້ນ​ກໍ​ຈັດ​ເຂົ້າ​ສູ້​ກັບ​ຄົນ​ອັມ​ໂມນ 12 ແລະ​ທ່ານ​ເວົ້າ​ວ່າ, “ຖ້າ​ກຳ​ລັງ​ຄົນ​ຊີ​ເຣັຽ​ແຂງ​ເຫລືອ​ກຳ​ລັງ​ຂອງ​ເຮົາ​ແລ້ວ ເຈົ້າ​ຈົ່ງ​ຊ່ອຍ​ເຮົາ ແຕ່​ຖ້າ​ກຳ​ລັງ​ຄົນ​ອັມ​ໂມນ​ແຂງ​ເກີນ​ກຳ​ລັງ​ຂອງ​ເຈົ້າ ເຮົາ​ຈະ​ຊ່ອຍ​ເຈົ້າ 13 ຈົ່ງ​ມີ​ຄວາມ​ກ້າ​ຫານ​ເຖີດ ແລະ​ໃຫ້​ເຮົາ​ເປັນ​ລູກ​ຜູ້​ຊາຍ​ເພື່ອ​ຊົນ​ຊາດ​ຂອງ​ເຮົາ ແລະ​ເພື່ອ​ຫົວ​ເມືອງ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ຂໍ​ພຣະ​ເຈົ້າ​ຊົງ​ກະ​ທຳ​ສິ່ງ​ທີ່​ພຣະ​ອົງ​ຊົງ​ເຫັນ​ຊອບ​ເຖີດ” 14 ດັ່ງ​ນັ້ນ ໂຢ​ອາບ​ແລະ​ປະ​ຊາ​ຊົນ​ຜູ້​ຢູ່​ກັບ​ທ່ານ​ໄດ້​ເຂົ້າ​ມາ​ໃກ້​ຂ້າງ​ຫນ້າ​ຄົນ​ຊີ​ເຣັຽ​ເພື່ອ​ສູ້​ຮົບ​ກັນ ແລະ​ເຂົາ​ທັງ​ຫລາຍ​ກໍ​ແຕກ​ຫນີ​ໄປ​ຕໍ່​ຫນ້າ​ທ່ານ 15 ແລະ​ເມື່ອ​ຄົນ​ອັມ​ໂມນ​ເຫັນ​ວ່າ​ຄົນ​ຊີ​ເຣັຽ​ຫນີ​ໄປ​ແລ້ວ ເຂົາ​ກໍ​ຫນີ​ໄປໃຫ້​ພົ້ນ​ຫນ້າ​ອາ​ບີ​ຊັຍ​ນ້ອງ​ຊາຍ​ຂອງ​ໂຢ​ອາບ​ດ້ວຍ ແລະ​ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ໂຢ​ອາບກໍ​ກັບ​ມາ​ຍັງ​ເຢ​ຣູ​ຊາ​ເລັມ 16 ແຕ່​ເມື່ອ​ຄົນ​ຊີ​ເຣັຽ​ເຫັນ​ວ່າ​ເຂົາ​ຜ່າຍ​ແພ້​ແກ່​ອິສ​ຣາ​ເອນ ເຂົາ​ຈຶ່ງ​ສົ່ງ​ຜູ້​ສົ່ງ​ຂ່າວ​ໄປ​ນຳ​ຄົນ​ຊີ​ເຣັຽ ຊຶ່ງ​ຢູ່​ຟາກ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ​ມາ ມີ​ໂຊ​ຟາກ​ຜູ້​ບັງ​ຄັບ​ບັນ​ຊາ​ການກອງ​ທັບ​ຂອງ​ຮາ​ດາເດເຊີ ເປັນ​ຫົວ​ຫນ້າ​ຂອງ​ເຂົາ​ທັງ​ຫລາຍ 17 ແລະ​ເມື່ອ​ມີ​ຄົນ​ກາບ​ທູນ​ດາ​ວິດ​ພຣະ​ອົງ​ກໍ​ຊົງ​ຮວມ​ອິສ​ຣາ​ເອນ​ທັງ​ສິ້ນ​ເຂົ້າ​ດ້ວຍກັນ ແລະ​ຂ້າມ​ແມ່ນໍ້າ​ຈໍ​ແດນ​ມາ​ຫາ​ເຂົາ ແລະ​ຈັດ​ທັບ​ຕໍ່​ສູ້​ກັບ​ເຂົາ ແລະ​ເມື່ອ​ດາ​ວິດ​ຊົງ​ຈັດ​ທັບ​ເຂົ້າ​ຕໍ່​ສູ້​ກັບ​ຄົນ​ຊີ​ເຣັຽ ເຂົາ​ທັງ​ຫລາຍ​ຕໍ່​ສູ້​ກັບ​ພຣະ​ອົງ 18 ແລະ​ຄົນ​ຊີ​ເຣັຽກໍ​ຫນີ​ໄປ​ຕໍ່​ຫນ້າ​ອິສ​ຣາ​ເອນ ແລະ​ດາ​ວິດ​ຊົງ​ປະ​ຫານ​ຄົນ​ຊີ​ເຣັຽ​ຄື​ຄົນ​ຂອງ​ຣົດ​ຮົບ​ເຈັດ​ພັນ​ຄົນ ແລະ​ທະ​ຫານ​ຣາບ​ສີ່​ຫມື່ນ​ຄົນ ແລະ​ຂ້າ​ໂຊ​ຟາກ​ຜູ້​ບັນ​ຊາ​ການກອງ​ທັບ​ຂອງ​ເຂົາ​ທັງ​ຫລາຍ​ດ້ວຍ 19 ແລະ​ເມື່ອ​ຜູ້​ຮັບ​ໃຊ້​ຂອງ​ຮາ​ດາ​ເດ​ເຊີ​ເຫັນ​ວ່າ​ເຂົາ​ຜ່າຍ​ແພ້​ຕໍ່​ອິສ​ຣາ​ເອນ ເຂົາ​ກໍ​ຍອມ​ສ​ງົບ​ສຸກ​ກັບ​ດາ​ວິດ ແລະ​ເປັນ​ເມືອງ​ຂື້ນ​ຂອງ​ພຣະ​ອົງ ຄົນ​ຊີ​ເຣັຽ​ຈີ່ງ​ບໍ່​ຊ່ອຍ​ຄົນ​ອັມ​ໂມນ​ອີກ​ຕໍ່​ໄປ

1 ຂ່າວຄາວ 20

ດາ​ວິດ​ຊົງ​ຍຶດ​ເມືອງ​ຣັບ​ບາ

1 ຄັນ​ເຖິງ​ຣະ​ດູ​ແລ້ງ ເມື່ອ​ບັນ​ດາ​ກະ​ສັດ​ຍົກ​ກອງ​ທັບ​ອອກ​ໄປ​ຮົບ ໂຢ​ອາບກໍ​ນຳ​ກອງ​ທັບ​ໄປ​ກວາດ​ລ້າງ​ແຜ່ນ​ດິນ​ຂອງ​ຄົນ​ອັມ​ໂມນ​ແລະ​ມາ​ລ້ອມ​ເມືອງ​ຣັບ​ບາ​ໄວ້​ແຕ່​ດາ​ວິດ​ປະ​ທັບ​ຢູ່​ທີ່​ເຢ​ຣູ​ຊາ​ເລັມ ແລະ​ໂຢ​ອາບກໍໂຈມ​ຕີ​ເມືອງ​ຣັບ​ບາ ແລະ​ທຳ​ລາຍ​ເມືອງ​ນັ້ນ​ເສັຽ 2 ແລະ​ດາ​ວິດ​ຊົງ​ຖອດ​ມົງ​ກຸ​ດ​ຈາກ​ພຣະ​ສຽນ​ຂອງ​ກະ​ສັດ​ຂອງ​ເຂົາ​ທັງ​ຫລາຍ ພຣະ​ອົງ​ຊົງ​ຊາບ​ວ່າ​ມົງ​ກຸດ​ນັ້ນ​ມີ​ທອງ​ຄຳ​ຫນັກ​ນຶ່ງ​ຕະລັນ ແລະ​ມີ​ເພັດ​ພອຍ​ຊຶ່ງ​ຕໍ່ມາ​ຢູ່​ເທິງ​ພຣະ​ສຽນ​ຂອງ​ດາ​ວິດ ແລະ​ພຣະ​ອົງ​ຊົງ​ຍຶດ​ເອົາ​ສິ່ງຂອງ​ຈາກ​ເມືອງ​ນັ້ນ ໄດ້​ເຂົ້າ​ຂອງ​ເປັນ​ຈຳ​ນວນຫລວງ​ຫລາຍ 3 ພຣະ​ອົງ​ຊົງ​ນຳ​ປະ​ຊາ​ຊົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ອອກ​ມາ ຕັ້ງ​ເຂົາ​ໃຫ້​ທຳ​ງານ​ຫນັກ​ຢູ່​ກັ​ບ​ເລື່ອຍ ແລະ​ເຫລັກ​ຂຸດ​ແລະ​ຂວານ ແລະ​ດາ​ວິດ​ຊົງ​ກະ​ທຳ​ເຊັ່ນ​ນັ້ນ​ແກ່​ຫົວ​ເມືອງ​ທັງ​ສິ້ນ​ຂອ​ງຄົນ​ອັມ​ໂມນ ແລ້ວ​ດາ​ວິດ​ກັບ​ປະ​ຊາ​ຊົນ​ທັງ​ປວງກໍ​ກັບ​ສູ່​ເຢ​ຣູ​ຊາ​ເລັມ

ຄົນ​ຂອງ​ດາ​ວິດ​ຂ້າ​ພວກ​ມະ​ນຸດ​ຮ່າງ​ໃຫຍ່

4 ແລະ​ຢູ່​ມາ​ພາຍ​ຫລັງ​ເກີດ​ສົງ​ຄາມ​ຂື້ນ​ກັບ​ຄົນ​ຟີ​ລິ​ສ​ຕີນ​ທີ່​ເມືອງ​ເກ​ເຊີ ແລ້ວຊິບ​ເບ​ກັຍ​ຕະ​ກູນ​ຮູ​ຊາ​ໄດ້​ສັງ​ຫານ​ຊິບ​ປັຍ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ຄົນຮ່າງ​ໃຫຍ່ເສັຽ ແລະ​ຄົນ​ຟີ​ລິ​ສ​ຕີນ​ກໍ​ຖືກ​ຜ່າຍ​ແພ້ 5 ແລະ​ມີ​ສົງ​ຄາມ​ກັບ​ຄົນ​ຟີ​ລິ​ສ​ຕີນ​ອີກ ແລະ​ເອນ​ຮາ​ນານ​ບຸດ​ຢາ​ອີ​ຣ໌​ໄດ້​ຂ້າ​ລາ​ມີ​ນ້ອງ​ຊາຍ​ຂອງ​ໂກ​ລີ​ອາດ​ເສັຽ ຜູ້​ມີ​ຫອກ​ທີ່​ມີ​ດ້າມ​ໃຫຍ່​ເທົ່າ​ກັບ​ໄມ້​ກະ​ພັ່ນ​ຫູກ 6 ແລະ​ມີ​ສົງ​ຄາມທີ່​ເມືອງ​ກາດ​ອີກ ມີ​ຊາຍ​ຄົນ​ນຶ່ງ​ຮູບ​ຮ່າງ​ໃຫຍ່​ໂຕ ຜູ້ທີ່​ມື​ຂ້າງ​ນຶ່ງ​ມີ​ນີ້ວ​ຫົກ​ນີ້ວ ແລະ​ນີ້ວ​ຕີນຂ້າງ​ລະ​ຫົກ​ນີ້ວ ຈຳ​ນວນ​ຊາວສີ່​ນີ້ວ ແລະ​ເຂົາ​ມີ​ເຊື້ອ​ສາຍ​ມາ​ຈາກ​ມະ​ນຸດ​ຮ່າງ​ໃຫຍ່​ດ້ວຍ 7 ແລະ​ເມື່ອ​ເຂົາ​ທ້າ​ທາຍ​ອິສ​ຣາ​ເອນ ໂຢ​ນາ​ທານ​ບຸດ​ຊີ​ເມ​ອີ ອ້າຍ​ຂອງ​ກະ​ສັດ​ດາ​ວິດ​ກໍ​ປະ​ຫານ​ຊີ​ວິດ​ເສັຽ 8 ຄົນ​ເຫລົ່າ​ນີ້​ສືບ​ເນື່ອງ​ມາ​ຈາກ​ມະ​ນຸດ​ຮ່າງ​ໃຫຍ່​ໃນ​ເມືອງ​ກາດ ແລະ​ເຂົາ​ລົ້ມ​ຕາຍ​ດ້ວຍ​ພຣະ​ຫັດ​ຂອງ​ດາ​ວິດ ແລະ​ດ້ວຍ​ມື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ

1 ຂ່າວຄາວ 21

ດາ​ວິດ​ຊົງ​ນັບ​ອິສ​ຣາ​ເອນ​ແລະ​ຢູ​ດາ

1 ຊາ​ຕານ​ໄດ້​ຢືນ​ຂື້ນ​ຕໍ່​ສູ້​ອິສ​ຣາ​ເອນ ແລະ​ດົນ​ພຣະ​ທັຍ​ໃຫ້​ດາ​ວິດ​ນັບ​ຈຳ​ນວນ​ອິສ​ຣາ​ເອນ 2 ດາ​ວິດ​ຈຶ່ງ​ສັ່ງ​ກັບ​ໂຢ​ອາບ​ ແລະ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ວ່າ, “ຈົ່ງ​ໄປ​ນັບ​ອິສ​ຣາ​ເອນ​ຕັ້ງ​ແຕ່​ເມືອງ​ເບ​ເອີ ເຊ​ບາ​ຈົນ​ເຖິງ​ເມືອງ​ດານ ແລະ​ນຳ​ຣາຍ​ງານ​ມາ​ໃຫ້​ເຮົາ ເພື່ອ​ຈະ​ໄດ້​ຊາບ​ຈຳ​ນວນ​ຮວມ​ຂອງ​ເຂົາ​ທັງ​ຫລາຍ” 3 ແຕ່​ໂຢ​ອາບ​ທູນ​ຕອບ​ວ່າ, “ຂໍ​ພຣະຜູ້​ເປັນ​ເຈົ້າ​ຊົງ​ເພີ້ມ​ປະ​ຊາ​ກອນ​ຂອງ​ພຣະ​ອົງ​ອີກ​ຮ້ອຍ​ເທົ່າ​ຂອງ​ທີ່​ມີ​ຢູ່​ແລ້ວ ຂ້າ​ແດ່​ພຣະ​ຣາ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ ແຕ່​ປະ​ຊາ​ຊົນ​ນີ້​ທັງ​ສິ້ນ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ​ນາຍ​ຂອງ​ຂ້ານ້ອຍ​ບໍ່​ແມ່ນ​ຫລື ເປັນ​ຫຍັງ​ເຈົ້າ​ນາຍ​ຂອງ​ຂ້ານ້ອຍ​ຈຶ່ງ​ຮັບ​ສັ່ງ​ເຊັ່ນ​ນີ້ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊົງນຳ​ກັມ​ຊົ່ວ​ມາສູ່​ອິສ​ຣາ​ເອນ” 4 ແຕ່​ໂຢ​ອາບ​ຂັດ​ຮັບ​ສັ່ງ​ບໍ່​ໄດ້​ຈຶ່ງ​ຈາກ​ໄປ ແລະ​ໄປ​ຕລອດ​ຄົນ​ອິສ​ຣາ​ເອນ​ທັງ​ສິ້ນ ແລະ​ກັບ​ມາຍັງ​ເຢ​ຣູ​ຊາ​ເລັມ 5 ແລະ​ໂຢ​ອາບ​ຖວາຍ​ຈຳ​ນວນ​ປະ​ຊາ​ຊົນ​ທີ່​ນັບ​ໄດ້​ແກ່​ດາ​ວິດ ໃນ​ອິສ​ຣາເອນ​ທັງ​ສິ້ນ​ມີ​ນຶ່ງ​ລ້ານ​ນຶ່ງ​ແສນ​ຄົນ​ທີ່​ຊັກ​ດາບ ແລະ​ໃນຢູ​ດາ​ມີ​ສີ່​ແສນ​ເຈັດ​ຫມື່ນ​ຄົນ​ທີ່​ຊັກ​ດາບ 6 ແຕ່​ໃນ​ການ​ນັບ​ນັ້ນ​ທ່ານ​ບໍ່​ໄດ້​ຮວມ​ເລ​ວີ​ແລະ​ເບັນ​ຢາ​ມິນ ເພາະ​ວ່າ​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ​ເປັນ​ທີ່​ຫນ້າ​ກຽດ​ແກ່​ໂຢ​ອາບ 7 ແຕ່​ພຣະ​ເຈົ້າ​ບໍ່​ຊົງ​ພໍ​ພຣະ​ທັຍ​ໃນ​ເຣື່ອງ​ນີ້ ແລະ​ພຣະ​ອົງ​ຊົງ​ລົງ​ໂທດ​ອິສ​ຣາ​ເອນ 8 ແລະ​ດາ​ວິດ​ທູນ​ພຣະ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ໄດ້​ທຳ​ບາບ​ໃຫຍ່​ຍິ່ງ​ໃນ​ການ​ທີ່​ຂ້າ​ພຣະ​ອົງ​ໄດ້​ກະ​ທຳ​ສິ່ງ​ນີ້ ຂ້າ​ແດ່​ພຣະ​ອົງ ຂໍ​ຊົງ​ໃຫ້​ອະ​ພັຍ​ຄວາມ​ບາບ​ຊົ່ວ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ໄດ້​ກະ​ທຳ​ການ​ຢ່າງ​ໂງ່​ຈ້າ​ຫລາຍ” 9 ແລະ​ພຣະ​ເຈົ້າ​ຊົງ​ກ່າວ​ກັບ​ກາດ​ຜູ້​ທຳ​ນ​ວາຍ​ຂອງ​ດາ​ວິດ​ວ່າ, 10 “ຈົ່ງ​ໄປ​ບອກ​ດາ​ວິດ​ວ່າ “ພຣະ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ສ​ເນີ​ເຈົ້າ​ສາມ​ປະ​ການ ຈົ່ງ​ເລືອກ​ເອົາ​ປະ​ການ​ນຶ່ງ ເພື່ອ​ເຮົາ​ຈະ​ໄດ້​ກະ​ທຳ​ໃຫ້​ແກ່​ເຈົ້າ” 11 ກາດ​ຈຶ່ງ​ເຂົ້າ​ເຝົ້າ​ດາ​ວິດ ແລະ​ກາບ​ທູນ​ພຣະ​ອົງ​ວ່າ “ພຣະ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ເລືອກ​ເອົາ​ຕາມ​ທີ່​ເຈົ້າ​ພໍ​ໃຈ 12 ຄື ກັນ​ດານ​ອາ​ຫານ​ສາມ​ປີ ຫລື​ການ​ລ້າງ​ຜານ​ໂດຍ​ສັດ​ຕຣູ​ຈະ​ຂັບ​ເຈົ້າ​ທັນ ຫລື​ດາບ​ຂອງ​ພຣະ​ເຈົ້າ​ສາມ​ວັນ​ຄື​ໂຣກ​​ຣະ​ບາດ​ເທິງ​ແຜ່ນ​ດິນ ແລະ​ທູດ​ຂອງ​ພຣະ​ເຈົ້າ​ທຳ​ລາຍທົ່ວ​ໄປ​ໃນ​ດິນ​ແດນ​ທັງ​ສິ້ນ​ຂອ​ງອິສ​ຣາ​ເອນ ບັດ​ນີ້​ຂໍ​ຊົງ​ພິ​ຈາ​ຣະ​ນາ​ດູ​ວ່າ​ຈະ​ໃຫ້​ຂ້າ​ພຣະ​ອົງ​ກາບ​ທູນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ​ວ່າ​ປະ​ການ​ໃດ” 13 ແລ້ວ​ດາ​ວິດ​ກ່າວ​ກັບ​ກາດ​ວ່າ “ເຣົາ​ມີ​ຄວາມ​ກະ​ວົນ​ກະ​ວາຍ​ຫລາຍ ຂໍ​ໃຫ້​ເຮົາ​ຕົກ​ເຂົ້າ​ໄປຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ເພາະ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ອົງ​ຍິ່ງ​ໃຫຍ່​ນັກ ແຕ່​ຂໍ​ຢ່າ​ໃຫ້​ເຮົາ​ຕົກ​ເຂົ້າ​ໄປ​ໃນ​ມື​ຂອງ​ມະ​ນຸດ​ເລີຍ” 14 ດັ່ງ​ນັ້ນ ພຣະ​ເຈົ້າ​ຊົງ​ໃຫ້​ໂຣກ​ຣະ​ບາດ​ເກີດ​ຂື້ນ​ໃນ​ອິສຣາ​ເອນ ແລະ​ຄົນ​ອິສ​ຣາ​ເອນ​ໄດ້​ລົ້ມ​ຕາຍ​ເຈັດ​ຫມື່ນ​ຄົນ 15 ແລະ​ພຣະ​ເຈົ້າ​ຊົງ​ໃຊ້​ທູດ​ສວັນ​ໄປ​ຍັງ​ເຢ​ຣູ​ຊາ​ເລັມ​ເພື່ອ​ຈະ​ທຳ​ລາຍ​ເສັຽ ແຕ່​ເມື່ອ​ທ່ານ​ຈະ​ລົງ​ມື​ທຳ​ລາຍ ພຣະ​ເຈົ້າ​ຊົງ​ເຫັນ​ແລະ​ພຣະ​ອົງ​ຊົງ​ປ່ຽນ​ພຣະ​ທັຍ​ໃນ​ເຫດ​ຮ້າຍ​ນັ້ນ ແລະ​ພຣະ​ອົງ​ກ່າວ​ກັບ​ທູດ​ຜູ້​ທຳ​ລາຍນັ້ນ​ວ່າ, “ພໍ​ແລ້ວ ຢັບ​ຢັ້ງ​ມື​ຂອງ​ເຈົ້າ​ໄດ້” ສ່ວນ​ທູດ​ຂອງ​ພຣະ​ເຈົ້າກໍ​ກຳ​ລັງຢືນ​ຢູ່​ທີ່​ລານນ​ວດ​ເຂົ້າ​ຂອງ​ໂອ​ຣ໌ນານ​ຄົນ​ເຢ​ບຸສ 16 ດາ​ວິດແຫງນ​ພຣະ​ພັກ​ຊົງ​ເຫັນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢືນ​ລະ​ຫວ່າງ​ແຜ່ນ​ດິນ​ໂລກ​ແລະ​ຟ້າ​ສວັນ ແລະ​ໃນ​ມື​ຖື​ດາບ​ທີ່​ຊັກ​ອອກ​ເຫນືອ​ເຢ​ຣູ​ຊາ​ເລັມ​ແລ້ວ​ດາ​ວິດ​ແລະ​ພວກ​ຜູ້​ໃຫຍ່ ສວມຜ້າກະ​ສອບ​ຊົບ​ຫນ້າ​ລົງ 17 ແລະ​ດາ​ວິດ​ທູນ​ພຣະ​ເຈົ້າ​ວ່າ, “ຂ້າ​ພຣະ​ອົງ​ບໍ່​ແມ່ນ​ຫລື​ທີ່​ສັ່ງ​ໃຫ້​ນັບ​ປະ​ຊາ​ຊົນ ຂ້າ​ພຣະ​ອົງ​ເປັນ​ຜູ້​ໄດ້​ກະ​ທຳ​ບາບ ແລະ​ໄດ້​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ຍິ່ງ​ນັກ ແຕ່​ບັນ​ດາ​ແກະ​ເຫລົ່າ​ນີ້​ເຂົາ​ໄດ້​ກະ​ທຳ​ສິ່ງ​ໃດ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ເຫນືອ​ຂ້າ​ພຣະ​ອົງ​ແລະ​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ ແຕ່​ຂໍ​ຢ່າ​ໃຫ້​ໂຣກ​ຮ້າຍ​ນັ້ນ​ຢູ່​ເຫນືອ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ” 18 ແລ້ວ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ໃຫ້​ກາດ​ທູນ​ດາ​ວິດ​ວ່າ ໃຫ້​ດາ​ວິດ​ຂື້ນ​ໄປ​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ລານນວດ​ເຂົ້າ​ຂອງໂອຣ໌ນານ ຄົນ​ເຢ​ບຸ​ສ 19 ດາ​ວິດ​ຈຶ່ງ​ສະ​ເດັດ​ຂື້ນ​ໄປ​ຕາມ​ຄຳ​ຂອງ​ກາດ ຊື່ງ​ທ່ານ​ໄດ້​ກາບ​ທູນ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 20 ຝ່າຍ​ໂອ​ຣ໌​ນານກຳ​ລັງນວດ​ເຂົ້າ​ສາ​ລີ​ຢູ່ ທ່ານ​ຫັນ​ມາ​ເຫັນ​ທູດ​ສວັນ ບຸດ​ຊາຍ​ສີ່​ຄົນ​ຂອງ​ທ່ານ​ທີ່​ຢູ່​ກັບ​ທ່ານ​ກໍ​ລີ້​ຊ່ອນ​ຕົວ​ເສັຽ 21 ເມື່ອ​ດາ​ວິດ​ສະ​ເດັດ​ມາ​ຍັງ​ໂອ​ຣ໌​ນານ ໂອ​ຣ໌ນານມອງ​ເຫັນ​ດາ​ວິດ ແລະ​ອອກ​ໄປ​ຈາກ​ລານນວດ​ເຂົ້າ ຖວາຍ​ບັງ​ຄົມ​ດາ​ວິດ​ດ້ວ​ຍຊົບ​ຫນ້າ​ລົງ​ເຖິງ​ດິນ 22 ແລະ​ດາ​ວິດກ່າວ​ກັບ​ໂອ​ຣ໌​ນານ​ວ່າ, “ຈົ່ງ​ໃຫ້​ລານນວດ​ເຂົ້າ​ແກ່​ເຮົາ​ເຖີດ ເພື່ອ​ເຮົາ​ຈະ​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເທິງ​ນັ້ນ ຈົ່ງ​ໃຫ້​ແດ່​ເຮົາ​ຕາມ​ຣາ​ຄາ​ເຕັມ ເພື່ອ​ວ່າ​ໄພວິ​ບັດ​ນັ້ນ​ຈະ​ໄດ້​ຣະ​ງັບ​ເສັຽ​ຈາກ​ປະ​ຊາ​ຊົນ” 23 ແລ້ວ​ໂອ​ຣ໌​ນານ​ກາບ​ທູນ​ດາ​ວິດ​ວ່າ, “ຂໍ​ຊົງ​ຮັບ​ໄປ​ເຖີດ ແລະ​ຂໍ​ພຣະ​ຣາ​ຊາ​ເຈົ້າ​ນາຍ​ຂອງ​ຂ້າ​ພຣະ​ອົງ​ກະ​ທຳ​ສິ່ງ​ທີ່​ພຣະ​ອົງ​ຊົງ​ເຫັນ​ຊອບ​ເຖີດ ຂ້າ​ພຣະ​ອົງ​ຂໍ​ຖວາຍ​ງົວ​ສຳ​ລັບ​ເຄື່ອງ​ເຜົາ​ບູ​ຊາ ແລະ​ຖວາຍ​ໄມ້​ພື້ນ​ທີ່​ລານ​ໃຫ້​ເປັນ​ຟືນ ແລ້ວ​ເຂົ້າ​ສາ​ລີ​ເປັນ​ທັນ​ຍາ​ບູ​ຊາ ຂ້າ​ພຣະ​ອົງ​ຂໍ​ຖວາຍ​ຫມົດ” 24 ແຕ່​ກະ​ສັດ​ດາ​ວິດ​ກ່າວ​ກັບ​ໂອ​ຣ໌​ນານ​ວ່າ, “ບໍ່ ແຕ່​ເຮົາ​ຈະ​ຊື້​ເອົາ​ຕາມ​ຣາ​ຄາ​ເຕັມ ເຣົາ​ຈະບໍ່​ເອົາ​ຂອງ​ຂອງ​ເຈົ້າ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຫລື​ຖວາຍ​ສິ່ງ​ທີ່​ເຣົາ​ບໍ່​ໄດ້​ເສັຽ​ຄ່າ​ເປັນ​ເຄື່ອງ​ເຜົາ​ບູ​ຊາ 25 ດາ​ວິດ​ຈຶ່ງຊົງຈ່າຍ​ໃຫ້​ໂອ​ຣ໌​ນານ​ນັ້ນ​ເປັນ​ທອງ​ຄຳ​ນ້ຳ​ຫນັກ​ຫົກ​ຮ້ອຍ​ເຊ​ເກ​ລ 26 ດາ​ວິດ​ກໍ​ຊົງ​ສ້າງ​ແທ່ນ​ບູ​ຊາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ນັ້ນ ແລະ​ຊົງ​ຖວາຍເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ສານ​ຕິ​ບູ​ຊາ ແລະ​ກາບ​ທູນ​ອອກ​ພຣະ​ນາມ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ຕອບ​ພຣະ​ອົງ​ດ້ວຍ​ໄຟ​ຈາກ​ສວັນ​ເທິງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ 27 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ບັນ​ຊາ​ທູດ​ສວັນ ແລະ​ທ່ານ​ກໍ​ເອົາ​ດາບ​ໃສ່​ຝັກ​ເສັຽ

ສະ​ຖານ​ທີ່​ຕັ້ງ​ພຣະ​ວິ​ຫານ

28 ຄັ້ງ​ນັ້ນ ເມື່ອ​ດາ​ວິດ​ຊົງ​ເຫັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕ​ອບ​ພຣະ​ອົງ​ທີ່​ລານນວດ​ເຂົ້າ​ຂອງ​ໂອ​ຣ໌​ນານ​ຄົນ​ເຢ​ບຸ​ສ ພຣະ​ອົງ​ຊົງ​ຖວາຍ​ສັຕ​ບູ​ຊາ​ທີ່​ນັ້ນ 29 ເພາະ​ຫໍ​ເຕັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ໂມ​ເຊ​ໄດ້​ສ້າງ​ຂື້ນ​ໃນ​ຖິ່ນ​ກັນ​ດານ ແລະ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ ໃນ​ເວ​ລາ​ນັ້ນ​ຢູ່​ໃນ​ສະຖານນະ​ມັ​ສ​ການ​ທີ່​ສູງທີ່​ກີ​ເບ​ໂອນ 30 ແຕ່​ດາ​ວິດ​ຈະ​ໄປ​ທູນ​ຖາມ​ພຣະ​ເຈົ້າ​ທີ່​ນັ້ນ​ບໍ່​ໄດ້ ເພາະ​ພຣະ​ອົງ​ຊົງ​ຢ້ານ​ດາບ​ຂອງ​ເທວະ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​

1 ຂ່າວຄາວ 22

1 ແລ້ວ​ດາ​ວິດ​ກ່າວ​ວ່າ, “ນີ້​ແຫລະ ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ນີ້​ແຫລະ ແທ່ນ​ເຄື່ອງ​ເຜົາ​ບູ​ຊາ​ສຳ​ລັບອິສ​ຣາ​ເອນ”

ດາ​ວິດ​ຊົງ​ກະ​ຕຽມ​ເພື່ອ​ຈະ​ສ້າງ​ພຣະ​ວິ​ຫານ

2 ດາ​ວິດ​ຊົງ​ບັນ​ຊາ​ໃຫ້​ຮວບ​ຮວມ​ຄົນ​ຕ່າງ​ດ້າວ​ທີ່​ຢູ່​ໃນ​ແຜ່ນ​ດິນ​ອິສ​ຣາ​ເອນ ແລະ​ພຣະ​ອົງ​ຊົງ​ຈັດ​ຄົນສະ​ກັດ​ຫີນ​ໃຫ້​ຕຽມ​ຫີນ​ສະ​ກັດ​ເພື່ອ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 3 ດາ​ວິດ​ຍັງ​ຊົງ​ຈັດ​ສະ​ສົມ​ເຫລັກເປັນ​ຈຳ​ນວນຫລວງ​ຫລາຍ ເພື່ອ​ເປັນ​ຕາ​ປູ​ຂອງ​ບານ​ປະ​ຕູ​ຮົ້ວ ແລະ​ເປັນ​ເຫລັກ​ຫນີບ ທັງ​ທອງ​ສຳ​ຣິດ​ເປັນ​ຈຳ​ນວນຫລວງ​ຫລາຍເຫລືອ​ທີ່​ຈະ​ຊັ່ງ​ໄດ້ 4 ແລະ​ໄມ້​ສົນ​​ນັບ​ບໍ່​ຖ້ວນ ເພາະ​ວ່າ​ຊາວ​ຊີ​ໂດນ ແລະ​ຊາວ​ຕີ​ຣ໌ ໄດ້​ນຳ​ໄມ້​ສົນ​​ຈຳ​ນວນ​ຫລວງ​ຫລາຍ​ມາ​ຖວາຍ​ດາ​ວິດ 5 ເພາະ​ດາ​ວິ​ດກ່າວ​ວ່າ, “ໂຊ​ໂລ​ໂມນ​ບຸດ​ຂອງ​ເຣົາ​ຍັງ​ນ້ອຍ​ຢູ່ ແລະ​ບໍ່​ເຄີຍ​ງານ ແລະ​ພຣະ​ວິ​ຫານ​ຊື່ງ​ຈະ​ສ້າງ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ຕ້ອງ​ງາມ​ຢ່າງ​ຍິ່ງ ມີ​ຊື່​ສຽງ​ແລະ​ສັກ​ສີ​ໃນ​ບັນ​ດາ​ປະ​ເທດ​ທັງ​ຫລາຍ ເພາະ​ສະ​ນັ້ນ​ເຣົາ​ຈຶ່ງ​ຈະ​ຈັດ​ຕຽມ​ໄວ້” ດາ​ວິດ​ຈຶ່ງ​ຊົງ​ຈັດ​ວັດ​ຖຸ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ກ່ອນ​ພຣະ​ອົງ​ສິ້ນ​ພຣະ​ຊົນ 6 ແລ້ວ​ພຣະ​ອົງ​ຊົງ​ເອີ້ນ​ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ພຣະ​ອົງ ແລະ​ກຳ​ຊັບ​ທ່ານ​ໃຫ້​ສ້າງ​ພຣະ​ວິ​ຫານ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ 7 ດາ​ວິດ​ຮັບ​ສັ່ງ​ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ພຣະ​ອົງ​ວ່າ, “ລູກ​ເອີຍ ເຮົາ​ມີ​ໃຈ​ປະ​ສົງ​ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ຖວາຍ​ພຣະ​ນາມ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ 8 ແຕ່​ພຣະ​ວັ​ຈ​ນະຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ເຣົາ​ວ່າ “ເຈົ້າ​ໄດ້​ທຳ​ໃຫ້​ໂລຫິດ​ຕົກ​ຫລາຍ ແລະ​ໄດ້​ທຳ​ສົງ​ຄາມ​ໃຫຍ່​ໂຕ ເຈົ້າ​ຢ່າສ້າງ​ພຣະ​ວິ​ຫານ​ເພື່ອ​ນາມ​ຂອງ​ເຮົາ​ເລີຍ ເພາະ​ເຈົ້າ​ໄດ້​ທຳ​ໃຫ້​ໂລ​ຫິດ​ຕົກເປັນ​ຈຳ​ນວນ​ຫລາຍ​ຕໍ່​ຫນ້າ​ເຮົາ​ເທິງ​ແຜ່ນ​ດິນ​ໂລ​ກ 9 ເບິ່ງ​ແມ໋, ບຸດ​ຊາຍ​ຄົນ​ນຶ່ງ​ຈະ​ບັງ​ເກີດ​ມາ​ແກ່​ເຈົ້າ ເຂົາ​ຈະ​ເປັນ​ຄົນ​ແຫ່ງ​ຄວາມ​ສ​ງົບ ເຮົາ​ຈະ​ໃຫ້​ຄວາມ​ສ​ງົບ​ແກ່​ເຂົາ​ໃຫ້​ພົ້ນ​ຈາກ​ສັດ​ຕຣູທັງ​ສິ້ນຂອງ​ເຂົາ​ຮອບ​ຂ້າງ ເພາະ​ເຂົາ​ຈະ​ມີ​ຊື່​ວ່າ ໂຊ​ໂລ​ໂມນ ແລະ​ເຣົາ​ຈະ​ໃຫ້​ສັນ​ຕິ​ພາບ ແລະ​ຄວາມ​ສ​ງົບ​ແກ່​ອິສ​ຣາ​ເອນ​ໃນ​ສະ​ໄຫ​ມ​ຂອງ​ເຂົາ 10 ເຂົາ​ຈະ​ສ້າງ​ພຣະ​ວິ​ຫານ​ເພື່ອ​ນາມ​ຂອງ​ເຮົາ ເຂົາ​ຈະ​ເປັນ​ບຸດ​ຊາຍ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ບິ​ດາ​ຂອງ​ເຂົາ ແລະ​ເຣົາ​ຈະ​ສະ​ຖາ​ປະ​ນາ​ຣາ​ຊ​ບັນ​ລັງ​ຂອງ​ເຂົາ​ເຫນືອ​ອິສ​ຣາ​ເອນ​ເປັນ​ນິດ” 11 ນີ້​ແຫລະ ລູກ​ຂອງ​ຂ້າ​ເອີຍ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ ແລະ​ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສຳ​ເຣັດ ແລະ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ສຳ​ເຣັດ​ດັ່ງ​ທີ່​ພຣະ​ອົງ​ສັ່ງ​ເຖິງ​ເຣື່ອງ​ເຈົ້າ 12 ຂໍ​ພຽງ​ພຣະ​ຜູ້​ເປັນ​ເຈົ້າ​ໂຜດ​ໃຫ້​ເຈົ້າ​ມີ​ຄວາມ​ສ​ລຽວ​ສ​ລາດ​ແລະ​ຄວາມເຂົ້າ​ໃຈ​ ແລະ​ຊົງ​ຕັ້ງ​ເຈົ້າ​ໃຫ້​ປົກ​ຄອງ​ອິສ​ຣາ​ເອນ ແລະ​ຊົງ​ໂຜດ​ໃຫ້​ເຈົ້າ​ຮັກ​ສາ​ທັມ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 13 ແລ້ວ​ເຈົ້າ​ຈະ​ສຳ​ເຣັດ ຖ້າ​ເຈົ້າ​ຈົ່ງລະ​ມັດລະ​ວັງ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ແລະ​ກົດ​ຫມາຍ​ຊຶ່ງ​ພຣະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ກັບ​ໂມ​ເຊ​ກ່ຽວ​ກັບ​ອິສ​ຣາ​ເອນ ຈົ່ງ​ເຂັ້​ມ​ແຂງ​ແລະ​ກ້າ​ຫານ​ເຖີດ 14 ແລະ​ເບິ່ງ​ແມ໋, ເຣົາ​ໄດ້​ຈັດ​ຕຽມ​ໄວ້​ເພື່ອ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມເມື່ອ​ຍ​ຍາກ​ຢ່າງ​ຍິ່ງ ເປັນ​ທອງ​ຄຳ​ຫນັກ​ນຶ່ງ​ແສນ​ຕະ​ລັນ ທອງ​ສຳຣິ​ດ ​ແລະ​ເຫລັກ​ເຫລືອ​ທີ່​ຈະ​ຊັ່ງ ເພາະ​ມີ​ມາກ​ມາຍ​ເຫລືອ​ເກີນ ເຮົາ​ໄດ້​ຈັດ​ຕຽມ​ຕົວ​ໄມ້​ແລະ​ຫີນ​ດ້ວຍ ເຈົ້າ​ຈະ​ເພີ້ມ​ເຕີມ​ເຂົ້າ​ອີກ​ກໍ​ໄດ້ 15 ນອກ​ຈາກ​ນີ້ ເຈົ້າ​ມີ​ຄົນ​ທຳ​ງານ​ຫລວງ​ຫລາຍ ຄື​ຊ່າງ​ສະ​ກັດ​ຫີນ ຊ່າງ​ກໍ່ ຊ່າງ​ໄມ້ ແລະ​ຊ່າງ​ຝີ​ມື​ທຸກ​ຊ​ນິດ 16 ທຳ​ເຄື່ອງ​ທອງ​ຄຳ ເງິນ ທອງ​ສຳ​ຣິດ ແລະ​ເຫລັກ ລຸກ​ຂື້ນ​ທຳ​ໄປ​ເຖີດ ຂໍ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ” 17 ດາ​ວິດ​ຊົງ​ສັ່ງ​ຫົວ​ຫນ້າ​ທັງ​ປວງ​ຂອງອິສ​ຣາ​ເອນ​ໃຫ້​ຊ່ອຍ​ໂຊ​ໂລ​ໂມນ​ບຸດ​ຊາຍຂອງ​ພຣະ​ອົງ​ດ້ວຍ​ວ່າ 18 “ພຣະ​ຜູ້​ເປັນ​ເຈົ້າ​​ຂອງ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ​ບໍ່​ແມ່ນ​ຫລື ແລະ​ພຣະ​ອົງ​ບໍ່​ໄດ້​ປະ​ທານ​ການ​ຢຸດ​ພັກສ​ງົບ​ແກ່​ເຈົ້າ​ທຸກ​ດ້ານ​ຫລື ເພາະ​ພຣະ​ອົງ​ຊົງ​ມອບ​ຊາວ​ແຜ່ນ​ດິນ​ນັ້ນ​ກໍ​ຣາບ​ຄາບ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຕໍ່​ຫນ້າ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ 19 ບັດ​ນີ້​ຈົ່ງ​ຕັ້ງ​ຈິດ​ຕັ້ງ​ໃຈ​ຂອງ​ເຈົ້າ​ທີ່​ຈະ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ຈົ່ງ​ລຸກ​ຂື້ນ​ສ້າງ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ວ່າ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກໍ​ດີ ຈະ​ໄດ້​ນຳ​ເອົາ​ມາ​ໄວ້​ໃນ​ພຣະ​ວິ​ຫານ​ທີ່​ສ້າງ​ຂື້ນ​ເພື່ອ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

1 ຂ່າວຄາວ 23

ການ​ແບ່ງ​ຄົນ​ເລ​ວີ​ແລະ​ປະ​ໂຣ​ຫິດ​ກັບ​ຫນ້າ​ທີ່​ຂອງ​ເຂົາ

1 ເມື່ອ​ດາ​ວິດ​ຊົງ​ແກ່​ຊະ​ຣາ​ຫລາຍ​ແລ້ວ ພຣະ​ອົງ​ຊົງ​ຕັ້ງ​ໂຊ​ໂລ​ໂມນ​ບຸ​ດ​ຊາຍຂອງ​ພຣະ​ອົງ​ໃຫ້​ເປັ​ນ​ກະ​ສັດ​ເຫນືອ​ອິສ​ຣາ​ເອນ 2 ດາ​ວິດ​ຊົງ​ໃຫ້​ປະ​ຊຸມ​ເຈົ້າ​ນາຍທັງສິ້ນ​ຂອງ​ອິສ​ຣາ​ເອນ ແລະ​ບັນ​ດາ​ປະ​ໂຣ​ຫິດ ແລະ​ຄົນ​ເລ​ວີ 3 ຄົນ​ເລວີ​ນັ້ນ​ອາ​ຍຸ​ຕັ້ງ​ແຕ່​ສາມ​ສິບ​ປີ​ຂື້ນ​ໄປ​ກໍ​ໃຫ້​ນັບ​ໄວ້ ແລະ​ຮ​ວມ​ໄດ້ສາມ​ຫມື່ນ​ແປດ​ພັນ​ຄົນ 4 ດາ​ວິດ​ສັ່ງວ່າ, “ຈາກ​ພວກ​ນີ້ສອງ​ຫມື່ນ​ສີ່​ພັນ​ຄົນ​ຈະ​ຕ້ອງ​ດູ​ແລ​ການ​ງານ​ໃນ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ ແລະ​ຫົກ​ພັນ​ຄົນ​ເປັນ​ເຈົ້າ​ຫນ້າ​ທີ່ ແລະ​ຜູ້​ປົກ​ຄອງ 5 ສີ່​ພັນ​ຄົນ​ເປັນ​ນາຍ​ປະ​ຕູ ແລະ​ອີກ​ສີ່​ພັນ​ຄົນ​ຈະ​ຖວາຍ​ສັຣ​ເສີນ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ເຄື່ອງ​ດົນ​ຕ​ຣີ​ຊຶ່ງ​ເຮົາ​ໄດ້​ສ້າງ​ໄວ້​ໃຫ້​ໃຊ້​ສັຣ​ເສີນ” 6 ແລະ​ດາ​ວິດ​ຊົງ​ຈັດ​ແບ່ງ​ເປັນ​ກອງໆ​ຕາມ​ບຸດ​ເລ​ວີ ຄື​ເກີ​ໂຊນ ໂກ​ຮາດ ແລະ​ເມ​ຣາ​ຣີ 7 ຈາກ​ຄົນ​ເກີ​ໂຊນ ຄື​ລາ​ດານ ແລະ​ຊີ​ເມ​ອີ 8 ບຸດ​ລາ​ດານ​ ຄື​ເຢ​ຮີ​ເອນ​ເປັນ​ຫົວ​ຫນ້າ ແລະ​ເຊ​ທາມ ແລະ​ໂຢ​ເອນ ສາມ​ຄົນ 9 ບຸດ​ເຊ​ເມ​ອີ ຄື​ເຊ​ໂລ​ໂມທ ຮາ​ຊີ​ເອນ ແລະ​ຮາ​ຣານ ສາມ​ຄົນ ຄົນ​ເຫລົ່າ​ນີ້​ເປັນ​ຫົວ​ຫນ້າ​ຕະ​ກູນ​ລາ​ດານ 10 ແລະ​ບຸດ​ຊີ​ເມ​ອີ ຄື​ຢາ​ຮາດ ຊີ​ນາ ເຢ​ອູ​ສ ແລະ​ເບຣີ​ຢາ ທັງ​ສີ່​ຄົນ​ນີ້​ເປັນ​ບຸດ​ຊີ​ເມ​ອີ 11 ແລະ​ຢາ​ຮາດ​ເປັນ​ຫົວ​ຫນ້າ ແລະ​ຊີ​ຊາ​ເປັນ​ທີ່​ສອງ ແຕ່​ເຢ​ອູ​ສ ແລະ​ເບ​ຣີ​ຢາ ບໍ່​ມີ​ລູກ​ຫລາຍ ເພາະ​ສະ​ນັ້ນ​ໃນ​ການ​ນັບ​ຈຶ່ງ​ຮວມ​ເຂົ້າ​ເປັນ​ຕະ​ກູນ​ດຽວ​ກັນ 12 ບຸດ​ໂກ​ຮາດ ຄື​ອັມ​ຣາມ ອິສ​ຮາ ເຮ​ໂບ​ຣນ ແລະ​ອູ​ສ​ຊີ​ເອນ ສີ່​ຄົນ 13 ບຸດ​ອັມ​ຣາມ ຄື​ອາ​ໂຣນ ແລະ​ໂມ​ເຊ ເຂົາ​ຕັ້ງ​ອາ​ໂຣນ​ໄວ້ຕ່າງ​ຫາກ​ໃຫ້​ເປັນ​ຜູ້​ທຳ​ພິ​ທີ​ຊຳ​ຮະ​ຂອງ​ທີ່​ບໍ​ຣິ​ສຸດ​ທີ່​ສຸດ ທັງ​ເຂົາ​ແລະ​ບຸດ​ຂອງ​ເຂົາ​ສືບ​ໄປ​ເປັນ​ນິດ ເພື່ອ​ເຜົາ​ເຄື່ອງ​ຫອມ​ຖວາຍພຣະ​ຜູ້​ເປັນ​ເຈົ້າ ແລະ​ບົວ​ລະ​ບັດ​ພຣະ​ອົງ ແລະ​ອວຍ​ພຣະ​ພອນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ນິດ 14 ຝ່າຍ​ໂມ​ເຊຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ບຸດ​ຂອງ​ທ່ານ​ມີ​ຊື່​ສຽງ​ຖ້າມ​ກາງ​ຄົນ​ເຜົ່າ​ເລ​ວີ 15 ບຸດ​ຂອງ​ໂມ​ເຊ ຄື​ເກີ​ໂຊມ ກັບ​ເອ​ລີ​ເອ​ເຊີ 16 ບຸດ​ຂອງ​ເກີ​ໂຊມ ຄື​ເຊ​ບູ​ເອນ​ ຜູ້ເປັນ​ຫົວ​ຫນ້າ 17 ບຸດ​ຂອງ​ເອ​ລີ​ເອ​ເຊີ ຄື​ເຣ​ຮັບ​ຢາ​ຜູ້​ເປັນ​ຫົວ​ຫນ້າ ເອລີອາ​ເຊີ​ບໍ່​ມີ​ບຸດ​ຊາຍ​ອີກ ແຕ່​ບຸດ​ຂອງ​ເຣ​ຮັບ​ຢາ​ມີ​ຫລາຍ 18 ບຸດ​ອິສ​ຮາ ຄື​ເຊ​ໂລ​ມີ​ທ ຜູ້​ເປັນ​ຫົວ​ຫນ້າ 19 ບຸດ​ເຮ​ໂບຣນ ຄື​ເຢ​ຣີ​ຢາ ຜູ້​ເປັນ​ຫົວ​ຫນ້າ ອາ​ມາ​ຣີ​ຢາ​ເປັນ​ທີ່​ສອງ ຢາ​ຮາ​ຊີ​ເອນ​ເປັນ​ທີ່​ສາມ ແລະ​ເຢ​ກາ​ເມ​ອາມ​ເປັນ​ທີ່​ສີ່ 20 ບຸດ​ອຸສ​ຊີ​ເອນ ຄືມີ​ກາ ຜູ້​ເປັນ​ຫົວ​ຫນ້າ ແລະ​ອິສ​ຊີ​ຢາ​ເປັນ​ທີ່​ສອງ 21 ບຸດ​ເມ​ຣາ​ຣີ ຄື​ມາ​ລີ ແລະ​ມູ​ຊີ ບຸດ​ມາ​ລີ ຄື​ເອ​ເລ​ອາ​ຊາ ແລະ​ຄີ​ສ 22 ເອ​ເລ​ອາ​ຊາ​ສິ້ນ​ຊີ​ວິດ​ບໍ່​ມີ​ບຸດ​ຊາຍ ມີ​ແຕ່​ບຸດ​ຍິງ ບຸດ​ຄີສ​ຜູ້​ເປັນ​ຍາດ​ເຂົາ​ແຕ່ງ​ງານ​ກັບ​ເຂົາ 23 ບຸດ​ມູ​ຊີ ຄື​ມາ​ລີ ເອ​ເດີ ແລະ​ເຢ​ເຣ​ໂມທ ສາມ​ຄົນ 24 ຄົນ​ເຫລົ່າ​ນີ້​ເປັນ​ຄົນ​ເລ​ວີ​ຕາມ​ຕະ​ກູນ​ຂອງ​ເຂົາ ເປັນ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຂອ​ງ​ເຂົາ ຕາມ​ທີ່​ເຂົາ​ໄດ້​ຂື້ນ​ທະ​ບຽນ​ໄວ້​ຕາມ​ຈຳ​ນວນ​ຣາຍຊື່​​ບຸກ​ຄົນ ອາ​ຍຸ​ຕັ້ງ​ແຕ່​ຊາວ​ປີ​ຂື້ນ​ໄປ ຜູ້​ຊຶ່ງ​ຈະ​ທຳ​ງານ​ບົວ​ລະ​ບັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 25 ເພາະ​ດາ​ວິດ​ສັ່ງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ໄດ້​ຊົງ​ໂຜດ​ການຢຸດ​ພັກ​ສ​ງົບ​ແກ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ປະ​ທັບ​ໃນ​ເຢ​ຣູ​ຊາ​ເລັມ​ເປັນ​ນິດ 26 ແລະຄົນ​ເລ​ວີ​ຈຶ່ງ​ບໍ່​ຕ້ອງ​ຫາບ​ຫາມ​ຫໍ​ເຕັນ​ສັກ​ສິດ ຫລື​ເຄື່ອງ​ໃຊ້​ໃດໆ​ເພື່ອ​ງານ​ບົວ​ລະ​ບັດ​ອີກ​ເລີຍ” 27 (ເພາະ​ຕາມ​ພຣະ​ດຳ​ຣັດ​ສຸດ​ທ້າຍ​ຂອງ​ດາ​ວິດ ຄົນ​ເລ​ວີ​ຕັ້ງ​ແຕ່​ອາ​ຍຸຊາວ​ປີ​ຂື້ນ​ໄປ​ຖືກ​ນັບ) 28 “ແຕ່​ຫນ້າ​ທີ່​ຂອງ​ເຂົາ​ຈະ​ຕ້ອງ​ຄ​ອຍ​ຊ່ອຍ​ບຸດ​ອາ​ໂຣນ​ໃນ​ງານ​ບົວ​ລະ​ບັດ​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ 29 ແລະ​ຊ່ອຍ​ກ່ຽວ​ກັບ​ເຣື່ອງ​ເຂົ້າ​ຈີ່​ຕັ້ງ​ຖວາຍ​ດ້ວຍ ເຣື່ອງຍອດ​ແປ້ງ​ສຳ​ລັບ​ທັນ​ຍາ​ບູ​ຊາ ເຂົ້າ​ຈີ່​ທີ່​ບໍ່​ມີເຊື້ອແຜ່ນ​ຂອງ​ປີ້ງ​ບູ​ຊາ ຂອງ​ບູ​ຊາ​ປົນ​ໃສ່​ນ້ຳ​ມັນ ແລະ​ເຄື່ອງ​ຕວງ ເຄື່ອງວັດ​ທຸກ​ຂະ​ຫ​ນາດ 30 ແລະ​ທຸກໆ​ເຊົ້າ​ເຂົາ​ຈະ​ຕ້ອງ​ຢືນ​ໂມ​ທະ​ນາ​ ແລະ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເວ​ລາ​ແລງ​ກໍ​ເຊັ່ນ​ດຽວ​ກັນ 31 ທັງໃນ​ເວ​ລາ​ເມື່ອ​ປະ​ຊາ​ຊົນ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ຊະ​ບາ​ໂຕ ໃນ​ວັນ​ຂື້​ນ​ນຶ່ງ​ຄ່ຳ ໃນ​ວັນ​ເທ​ສ​ການ ຕາມ​ຈຳ​ນວນ​ທີ່​ກຳ​ນົດ​ໃຫ້​ຖວາຍ​ບູ​ຊາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ທຸກວັນ​ເລື້ອຍ​ໄປ 32 ດັ່ງ​ນີ້​ແຫລະ​ເຂົາ​ຈະ​ດູ​ແລ​ເຕັນ​ນັດ​ພົບ ແລະ​ສະ​ຖານ​ນະ​ມັ​ສ​ການ ແລະ​ຈະ​ຣັບ​ໃຊ້​ບຸດ​ອາ​ໂຣນ​ພີ່​ນ້ອງ​ຂອງ​ເຂົາ ເພື່ອ​ງານ​ບົວ​ລະ​ບັດ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

1 ຂ່າວຄາວ 24

1 ກອ​ງ​ເວນ​ຂອງ​ເຊື້ອ​ສາຍ​ອາ​ໂຣນ​ມີ​ດັ່ງ​ນີ້ ບຸດ​ອາ​ໂຣນ​ ຄື​ນາ​ດາບ ອາ​ບີ​ຮູ ເອ​ເລອາ​ຊາ ແລະ​ອິ​ທາ​ມາ 2 ແຕ່​ນາ​ດາບ​ແລະ​ອາ​ບີ​ຮູ​ສີ້​ນ​ຊີ​ວິດ​ກ່ອນ​ບິ​ດາ​ຂອງ​ຕົນ ແລະ​ບໍ່​ມີ​ບຸດ ເອ​ເລ​ອາ​ຊາ​ແລະ​ອິ​ທາ​ມາ​ຈຶ່ງ​ທຳ​ຫນ້າ​ທີ່​ຕຳ​ແຫນ່ງ​ປະ​ໂຣ​ຫິດ 3 ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ຊາ​ໂດກ ບຸດ​ເອ​ເລ​ອາ​ຊາ​ແລະ​ອາ​ຮີ​ເມ​ເລກ ບຸດ​ອິ​ທາ​ມາ ດາ​ວິດ​ໄດ້​ຊົງ​ຈັດ​ເປັນ​ເວນ​ຕາມ​ຫນ້າ​ທີ່​ໃນ​ການ​ບົວ​ລະ​ບັດ​ຂອງ​ເຂົາ​ທັງ​ຫລາຍ 4 ມີ​ຫົວ​ຫນ້າ​ໃນຫມູ່​ບຸດ​ເອ​ເລ​ອາຊາ​ມີ​ສິບ​ຫົກ​ຄົນ​ເປັນ​ຫົວ​ຫນ້າ​ຕະ​ກູນ ແລະ​ພວກ​ບຸດ​ອີ​ທາ​ມາ​ຕາມ​ຕະ​ກູນ​ຂອງ​ເຂົາ​ມີ​ແປດ​ຄົນ 5 ເຂົາ​ທັງ​ຫລາຍ​ຈັດ​ແບ່ງດ້ວຍ​ສະ​ຫລາກ​ເຫມື​ອນ​ກັນ​ຫມົດ ເພາະ​ມີ​ເຈົ້າ​ຫນ້າ​ທີ່​ຂອງ​ພຣະ​ເຈົ້າ​ເປັນ​ບຸດ​ເອ​ເລ​ອາ​ຊາ​ກັບ​ບຸດ​ອີ​ທາ​ມາ​ທັງ​ສອງ​ຝ່າຍ 6 ແລະ​ເຊ​ມັຍ​ຢາ ບຸດ​ເນ​ທານ​ເອນ​ເລ​ຂາ​ທິ​ການ​ຂອງ​ຄົນ​ເລ​ວີ​ໄດ້​ບັນ​ທຶກ​ໄວ້​ຕໍ່​ພຣະ​ພັກ​ກະ​ສັດ ຕໍ່​ຫນ້າ​ເຈົ້າ​ນາຍ ແລະ​ປະ​ໂຣ​ຫິດ​ຊາ​ໂດກ ແລະ​ອາ​ຮີ​ເມ​ເລກ ບຸດ​ຂອງ​ອາ​ບີ​ອາ​ທາ ແລະ​ຫົວ​ຫນ້າ​ຕະ​ກູນ​ຂອງ​ປະ​ໂຣ​ຫິດ​ແລະ​ຂອງ​ຄົນ​ເລວີ ເຂົາ​ຈັບ​ສະ​ຫລາກ​ຕະກູນ​ນຶ່ງ​ຈາກ​ເອ​ເ​ລ​ອາ​ຊາ ແລະ​ຈັບ​ສະ​ຫລາກ​ຕະ​ກູນ​ນຶ່ງ​ຈາກ​ອິ​ທາ​ມາ 7 ສະ​ຫລາກ​ແຣກ​ຕົກ​ແກ່ ​ເຢຮົວ​ອາ​ຣິບ ທີ່​ສອງ​ຕົກ​ແກ່ ​ເຢ​ດັຍ​ຢາ 8 ທີ່​ສາມ​​ແກ່ ຮາ​ຣິມ ທີ່​ສີ່​​ແກ່ ເຊ​ໂອ​ຣີມ 9 ທີ່​ຫ້າ​​ແກ່​ ຮາ​ມັ​ນຄີ​ຢາ ທີ່​ຫົກ​​ແກ່ ​ມີ​ຢາ​ມີນ 10 ທີ່​ເຈັດ​​ແກ່ ຮັກ​ໂກ​ສ ທີ່​ແປດ​​ແກ່ ອາ​ບີ​ຢາ 11 ທີ່​ເກົ້າ​​ແກ່ ເຢ​ຊູ​ອາ ທີ່​ສິບ​ແກ່ ເຊ​ກາ​ນີ​ຢາ 12 ທີ່​ສິບ​ເອັດ​ແກ່ ເອ​ລີ​ອາ​ຊິບ ສິບ​ສອງ​ແກ່ ຢາ​ກີມ 13 ທີ່​ສິບ​ສາມ​​ແກ່ ຮູ​ປ​ປາ ທີ່​ສິບ​ສີ່​ແກ່ ເຢ​ເຊ​ເບ​ອາບ 14 ທີ່​ສິບ​ຫ້າ​​ແກ່ ບີ​ນ​ກາ ທີ່​ສິບ​ຫົກ​ແກ່ ອິມ​ມາ 15 ທີ່​ສິບ​ເຈັດ​ແກ່ ເຮ​ຊີ​ຣ໌ ທີ່​ສິບ​ແປດ​​ແກ່ ຮັ​ປ​ປີ​ສ​ເສ​ຊ 16 ທີ່​ສິບ​ເກົ້າ​​ແກ່ ເປ​ທາ​ຮີ​ຢາ ທີ່​ຊາວ​​ແກ່ ເຢເຮ​ສ​ເກນ 17 ທີ່​ຊາວ​ເອັດ​​ແກ່ ຢາ​ຄີນ ທີ່​ຊາວ​ສອງ​​ແກ່ ກາ​ມູນ 18 ທີ່​ຊາວ​ສາມ​​ແກ່ ເດ​ລັຍ​ຢາ ທີ່​ຊາວ​ສີ່​ແກ່​ມາ​ອາ​ຊີ​ຢາ 19 ຄົນ​ເຫລົ່າ​ນີ້ມີ​ຫນ້າ​ທີ່​ກຳ​ຫນົດ​ຂອງ​ເຂົາ​ໃນ​ການ​ບົວ​ລະ​ບັດ​ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ລະ​ບຽບ​ທີ່​ອາ​ໂຣນ ບິ​ດາ​ຂອງ​ເຂົາ​ໄດ້​ຕັ້ງ​ໄວ້​ສຳ​ລັບ​ເຂົາ​ທັງ​ຫລາຍ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ໄດ້​ຊົງ​ສັ່ງ​ເຂົາ​ໄວ້

ຄົນ​ເລ​ວີ​ທີ່​ເຫລືອ

20 ຝ່າຍ​ເຊື້ອ​ສາຍ​ຂອງ​ເລ​ວີ​ທີ່​ເຫລືອ​ຢູ່ ຄື​ຈາກ​ບຸດ​ອັມ​ຣາມ ມີຊູ​ບາ​ເອນ ຈາກ​ບຸດ​ຊູ​ບາ​ເອນ ມີ​ເຢ​ເດ​ຢາ 21 ຝ່າຍ​ເຢ​ຣັບ​ຢາ ຄື​ຈາກ​ບຸດ​ເຢ​ຮັບ​ຢາ ມີ​ອິສ​ຊີ​ຢາ​ຜູ້ເປັນ​ຫົວ​ຫນ້າ 22 ຈາກ​ຄົນ​ອິສ​ຮາ ມີ​ເຊ​ໂລໂມ​ທ ຈາກ​ບຸດ​ເຊ​ໂລ​ໂມ​ທ ມີ​ຢາ​ຮາດ 23 ແລະ​ບຸດ​ເຣ​ໂບ​ຣນ ຄື​ເຢ​ຣີ​ຢາ​ຜູ້​ເປັນ​ຫົວ​ຫນ້າ ອາ​ມາ​ຣີ​ຢາ​ທີ່​ສອງ ຢາ​ຮາ​ຊີ​ເອນ​ທີ່​ສາມ ເຢ​ກາ​ເມ​ອາມ​ທີ່​ສີ່ 24 ບຸດ​ອູ​ສ​ຊີ​ເອນ ຄື​ມີ​ກາ ບຸດ​ມີ​ກາ ຄື​ຊາ​ມີ 25 ນ້ອງ​ຊາຍ​ຂອງ​ມີ​ກາ ຄື​ອິສ​ຊີ​ຢາ ບຸດ​ອິສ​ຊີ​ຢາ ຄື​ເຊ​ຄາ​ຣີ​ຢາ 26 ບຸດ​ເມ​ຣາ​ຣີ ຄື​ມາ​ລີ​ແລະ​ມູ​ຊີ ບຸດ​ຢາ​ອາ​ຊີ​ຢາ ຄື​ເບ​ໂນ 27 ຝ່າຍ​ເຊື້ອ​ສາຍ​ເມ​ຣາ​ຣີ ຄື​ຂອງ​ຢາ​ອາ​ຊີ​ຢາ ມີ​ເບ​ໂນ​ ໂຊ​ຮາມ ຊັກ​ກູ​ຣ໌ ແລະ​ອິ​ບ​ຣີ 28 ຂອງ​ມາ​ລີ ຄື​ເລ​ເລ​ອາ​ຊາ​ຜູ້​ບໍ່​ມີ​ບຸດ​ຊາຍ 29 ຂອງ​ຄີສ ບຸດ​ກິ​ສ ຄື​ເຢ​ຣາ​ເມ​ເອນ 30 ບຸດມູ​ຊີ ຄື​ມາ​ລີ ເອ​ເດີ ແລະ​ເຢ​ຣີ​ໂມ​ທ ຄົນ​ເຫລົ່າ​ນີ້​ເປັນ​ເຊື້ອ​ສາຍ​ຂອງ​ຄົນ​ເລ​ວີ ຕາມ​ຕະ​ກູນ​ຂອງ​ເຂົາ​ທັງ​ຫລາຍ 31 ຄົນ​ເຫລົ່າ​ນີ້ ຄື​ແຕ່​ລະ​ຫົວ​ຫ​ນ້າ​ຂອງ​ຕະ​ກູນ ແລະ​ນ້ອງ​ຊາຍ​ຂອງ​ເຂົາ​ກໍ​ເຫມືອນ​ກັນ​ໄດ້​ຈັບ​ສະ​ຫ​ລາກ​ດ້ວຍ​ຢ່າງ​ດຽວ​ກັບ​ພີ່​ນ້ອງ​ຂອງ​ເຂົາ ຄື​ບຸດ​ອາ​ໂຣນ ຕໍ່​ພຣະ​ພັກ​ຂອງ​ກະ​ສັດ​ດາ​ວິດ ຊາ​ໂດກ ອາ​ຮີ​ເມ​ເລກ ແລະ​ຕໍ່​ຫນ້າ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຂອງ​ປະ​ໂຣ​ຫິດ ແລະ​ຂອງ​ຄົນ​ເລ​ວີ

1 ຂ່າວຄາວ 25

ການ​ແບ່ງ​ນັກ​ດົນ​ຕ​ຣີ

1 ດາ​ວິດ​ແລະ​ບັນ​ດາ​ຫົວ​ຫນ້າ​ຂອງ​ຜູ້​ບົວ​ລະບັດ​ໄດ້​ຈັດ​ແຍກ​ບາງ​ຄົນ​ໄວ້​ຄື​ຈາກ​ລູກ​ຫລານ​ຂອງ​ອາ​ສາ​ຟ ແລະ​ຂອງ​ເຮມານ ແລະ​ຂອງ​ເຢ​ດູ​ທູນ ຜູ້​ຊຶ່ງ​ຈະ​ປະ​ກາດພຣະ​ທັມດ້ວຍ​ພີນ​ເຂົາ​ຄູ່ ດ້ວຍ​ພີນ​ໃຫຍ່ ແລະ​ດ້ວຍ​ແສ່ງ ຣາຍ​ຊື່ຂອງ​ຜູ້​ທຳ​ງານ​ຕາມ​ຫນ້າທີ່​ຂອງ​ເຂົາ​ຄື 2 ຈາກ​ເຊື້ອ​ສາຍ​ຂອງ​ອາ​ສາ​ຟ​ ຄື​ຊັກ​ເກີ ໂຢ​ເຊັບ ເນ​ທານີ​ຢາ ແລະ​ອາ​ຊາ​ເຣ​ລາ ລູກ​ຫລານຂອງ​ອາ​ສາ​ຟ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອາ​ສາ​ຟ ຜູ້​ປະ​ກາດ​ພຣະ​ທັມ​ພາຍໃຕ້​ການຊົງ​ນຳ​ຂອງ​ກະ​ສັດ 3 ຈາກ​ເຢ​ດູ​ທູນ ຄື​ເຊື້ອ​ສາຍ​ເຢ​ດູ​ທູນ ​ມີ​ເກ​ດາ​ລີ​ຢາ ເຊ​ຣີ ເຢ​ຊັຍ​ຢາ ຊີ​ເມ​ອີ ຮາ​ຊາບີ​ຢາ ແລະ​ມັດ​ຕີ​ທີ​ຢາ ຫົກ​ຄົນ ພາຍ​ໃຕ້​ການ​ນຳ​ຂອງ​ເຢ​ດູ​ທູນ​ບິ​ດາ​ຂອງ​ເຂົາ ຜູ້​ປະ​ກາດ​ພຣະ​ທັມ​ດ້ວຍ​ພີນ​ເຂົາ​ຄູ່​ໃນ​ການ​ໂມ​ທະ​ນາ​ ແລະ​ສັຣເສີນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 4 ຈາກ​ເຮ​ມານ ຄື​ເຊື້ອ​ສາຍ​ເຮ​ມານ ມີ​ບຸກ​ກີ​ຢາ ມັດ​ຕາ​ນີ​ຢາ ອູ​ສ​ຊີ​ເອນ ເຊ​ບູ​ເອນ ແລະ​ເຢ​ຣີ​ໂມ​ທ ຮາ​ນາ​ນີ​ຢາ ຮາ​ນາ​ນີ ເອ​ລີ​ຢາ​ທາ ກີດ​ດັນ​ຕີ ແລະ​ໂຣ​ມັມຕີເອ​ເຊີ ໂຢ​ສ​ເບ​ກາ​ຊາ ມັນ​ໂລ​ທີ ໂຮ​ທີ​ຣ໌ ມາ​ຮາ​ຊີ​ໂອທ 5 ຄົນ​ເຫລົ່າ​ນີ້​ເປັນ​ບຸດ​ເຮ​ມານ​ຜູ້​ທຳ​ນ​ວາຍ​ຂອງ​ກະ​ສັດ​ຕາມ​ພຣະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຈະ​ເປົ່າ​ແກ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ບຸດ​ຊາຍ​ສິບ​ສີ່​ຄົນ ແລະ​ບຸດ​ຍິງ​ສາມ​ຄົນ​ແກ່​ເຮ​ມານ 6 ເຂົາ​ທັງ​ຫລາຍ​ທຸກ​ຄົນ​ຢູ່​ພາຍ​ໃຕ້​ການ​ນໍາ​ຂອງ​ບິ​ດາ​ຂອງ​ເຂົາ ເພື່ອ​ປະ​ກ​ອບ​ເພງ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ແສ່ງ ພີນ​ໃຫຍ່ ແລະ​ພີນ​ເຂົາ​ຄູ່ ເພື່ອ​ການ​ບົວ​ລະ​ບັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ອາ​ສາຟ ເຢ​ດູ​ທູນ ແລະ​ເຮ​ມານ ຢູ່​ພາຍ​ໃຕ້​ພຣະ​ຣາ​ຊ​ດຳ​ຣັດ​ສັ່ງ​ຂອງ​ກະ​ສັດ 7 ຈຳ​ນວນ​ຄົນ​ຂອງ​ເຂົາ​ຮ​ວມ​ທັງ​ພີ່​ນ້ອງ​ຂອງ​ເຂົາ ຜູ້​ຮັບ​ການ​ຝຶກ​ໃນ​ການ​ຮ້ອງ​ເພງ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ທຸກ​ຄົນ​ຜູ້​ມີ​ຄວາມ​ຊຳ​ນານ ມີ​ສອງ​ຮ້ອຍ​ແປດ​ສິບ​ແປ​ດຄົ​ນ 8 ເຂົາ​ທັງ​ຫລາຍ​ຈັບ​ສະ​ຫ​ລາກ​ຫນ້າ​ທີ່​ຂອງ​ເຂົາ ທັງ​ຜູ້​ນ້ອຍ ຜູ້​ໃຫຍ່ ຄ​ຣູແລະ​ສິດກໍເຫມືອນ​ກັນ 9 ສະ​ຫລາກ​ທຳ​ອິດ​ຕົກ​ເປັນ​ພວກ​ຂ​ອງ​ອາ​ສາ​ຟ​ໄດ້​ແກ່ ໂຢ​ເຊັບ ທີ່​ສອງ​ໄດ້​ແກ່​ ເກ​ດາ​ລີ​ຢາ​ ສະ​ຫ​ລາກ​ຕົກ​ແກ່​ເຂົາ ແລະ​ພີ່​ນ້ອງ​ ແລະ​ບຸດ​ຂອງ​ເຂົາ ສິບ​ສອງ​ຄົນ 10 ທີ່​ສາມ​ຕົກ​ແກ່​ຊັກ​ເກີ ບຸດ​ຂອງ​ເຂົາ ​ແລະ​ພີ່​ນ້ອງ​ຂອງ​ເຂົາ​ສິບ​ສອງ​ຄົນ 11 ທີ່​ສີ່​ຕົກ​ແກ່ ອິສ​ຣີ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 12 ທີ່​ຫ້າ​ຕົກ​ແກ່ ເນ​ທາ​ນີ​ຢາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ເຂົາ ສິບ​ສອງ​ຄົນ 13 ທີ່​ຫົກ​ໄດ້​ແກ່ ບຸກກີ​ຢາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 14 ທີ່​ເຈັດ​ໄດ້​ແກ່ ເຢ​ຊາ​ເຣ​ລາ ບຸດ​ຂອ​ງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 15 ທີ່​ແປດ​ໄດ້​ແກ່ ເຢ​ຊັຍ​ຢາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 16 ທີ່​ເກົ້າ​ໄດ້​ແກ່ ມັດ​ຕາ​ນີ​ຢາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິ​ບ​ສອງ​ຄົນ 17 ທີ່​ສິບ​ໄດ້​ແກ່​ ຊີ​ເມ​ອີ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 18 ທີ່​ສິບ​ເອັດ​ໄດ້​ແກ່ ອາ​ຊາ​ເຣ​ນ ບຸ​ດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 19 ທີ່​ສິບ​ສອງ​ໄດ້​ແກ່ ຮາ​ຊາ​ບິ​ຢາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 20 ທີ່​ສິ​ບສາມ​ໄດ້​ແກ່ ຊູບາ​ເອນ ບຸດ​ຂອງ​ເຂົາ​ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 21 ທີ່​ສິບ​ສີ່​ໄດ້​ແກ່ ມັດ​ຕີ​ທີ​ຢາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 22 ທີ່​ສິບ​ຫ້າ​ໄດ້​ແກ່ ເຢ​ເຣ​ໂມ​ທ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 23 ທີ່​ສິບ​ຫົກ​ໄດ້​ແກ່ ຮາ​ນາ​ນີ​ຢາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງຂອງ​ເຂົາ ສິບ​ສອງ​ຄົນ 24 ທີ່​ສິບ​ເຈັດ​ໄດ້​ແກ່ ໂຢ​ສ​ເບ​ກາ​ຊາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 25 ທີ່​ສິບ​ແປດ​ໄດ້​ແກ່ຮາ​ນາ​ນີ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 26 ທີ່​ສິບ​ເກົ້າ​ໄດ້​ແກ່ ມັ​ລ​ໂລທີ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 27 ທີ່​ຊາວ​ໄດ້​ແກ່ ເອ​ລີ​ອາ​ທາ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 28 ທີ່​ຊາວ​ເອັດ​ໄດ້​ແກ່ ໂຮ​ທີ​ຣ໌ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 29 ທີ່​ຊາວ​ສອງ​ໄດ້​ແກ່ກິດ​ດັນ​ຕີ ບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂ​ອງ​ເຂົາ ສິບ​ສອງ​ຄົນ 30 ທີ່​ຊາວ​ສາມ​ໄດ້​ແກ່ ມາ​ຮາ​ຊີໂອ​ດບຸດ​ຂອງ​ເຂົາ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ 31 ທີ່​ຊາວ​ສີ່​ໄດ້​ແກ່ ໂຣ​ມາມ​ຕີ​ເອ​ເຊີ ບຸດ​ຂອງ​ເຂົາ​ ແລະ​ພີ່​ນ້ອງ​ຂອງ​ເຂົາ ສິບ​ສອງ​ຄົນ

1 ຂ່າວຄາວ 26

ຜູ້​ເຝົ້າ​ປະ​ຕູ​ແລະ​ຜູ້​ດູ​ແລ

1 ຝ່າຍກອງ​ເວນ​ເຝົ້າ​ປະ​ຕູ ຈາກ​ຄົນ​ໂກ​ຣາ ມີເມ​ເຊ​ເລ​ມີ​ຢາ ບຸດ​ໂກ​ເຣ ເປັນ​ເຊື້ອ​ສາຍ​ຂອງ​ອາ​ສາ​ຟ 2 ແລະ​ເມ​ເຊ​ເລ​ມີ​ຢາ ມີ​ບຸດ​ຄື ເຊ​ຄາ​ຣິ​ຢາ ບຸດ​ຫົວ​ປີ ເຢ​ດີ​ອາ​ເອນ​ທີ່​ສອງ ເຊ​ບາ​ດີ​ຢາ​ທີ່​ສາມ ຢັ​ທ​ນີ​ເອນ​ທີ່​ສີ່ 3 ເອ​ລາມ​ທີ່​ຫ້າ ເຢ​ໂຮ​ຮາ​ນານ​ທີ່​ຫົກ ເອ​ລີ​ເອ​ໂຮ​ເອ​ນັຍ​ທີ່​ເຈັດ 4 ໂອ​ເບດ​ເອ​ໂດມມີ​ບຸດ​ຊາຍ ຄື​ເຊ​ມັຍ​ຢາ​ບຸດ​ຫົວ​ປີ ເຢ​ໂຮ​ຊາ​ບາດ​ທີ່​ສອງ ເຢ​ອາ​ທີ່​ສາມ ຊາ​ຄາຣ໌​ທີ່​ສີ່ ເນ​ທານ​ເອນ​ທີ່​ຫ້າ 5 ອັມ​ມີ​ເອນ​ທີ່​ຫົກ ອິສ​ຊາ​ຄາ​ທີ່​ເຈັດ ເປ​ອູນ​ເລ​ທັຍ​ທີ່​ແປດ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ອຳ​ນວຍ​ພຣະ​ພອນ​ແກ່​ເຂົາ 6 ແລະ​ແກ່ເຊ​ມັຍ​ຢາ ບຸດ​ຂອງ​ເຂົາ​ດ້ວຍ ມີ​ບຸດ​ຊາຍ​ຫລາຍ​ຄົນ​ເກີດ​ແກ່​ເຂົາ ເປັນ​ຜູ້​ປົກ​ຄອງ​ໃນ​ຄົວ​ເຮືອນ​ບິ​ດາ​ຂອງ​ເຂົາ ເພາະ​ເຂົາ​ທັງ​ຫລາຍ​ເປັນ​ຄົນ​ມີ​ຄວາມ​ສາ​ມາດ 7 ບຸດ​ເຊ​ມັຍ​ຢາ ຄື​ໂອ​ທ​ນີ ເຣ​ຟາ​ເອນ ໂອ​ເບດ ແລະ​ເອນ​ຊາ​ບັດ​ຜູ້​ຊື່ງ​ພີ່​ນ້ອງ​ຂອງ​ເຂົາ​ເປັນ​ຄົນ​ສາ​ມາດ ຄື​ເອລີ​ຮູ ແລະ​ເຊ​ມາ​ຄີ​ຢາ 8 ຄົນ​ເຫລົ່າ​ນີ້​ທັ​ຫມົ​ດ​ເປັນ​ບຸດ​ໂອ​ເບດ​ເອ​ໂດມ​ກັບ​ບຸດ​ຊາຍ​ແລະ​ພີ່​ນ້ອງ​ຂອງ​ເຂົາ ເປັນ​ຄົນ​ສາ​ມາດ​ມີ​ກຳ​ລັງ​ເຫມາະ​ແກ່​ການ​ບົວ​ລະ​ບັດ​ເປັນ​ຂອງ​ໂອ​ເບດ​ເອໂດມ​ຫົກ​ສິບ​ສອງ​ຄົນ 9 ແລະ​ເມ​ເຊເລ​ມີ​ຢາ ມີບຸດ​ຊາຍ​ແລະ​ພີ່​ນ້ອງ​ເປັນ​ຄົນ​ສາ​ມາດ​ສິບແປດ​ຄົນ 10 ແລະ​ໂຮ​ຊາ​ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ເມ​ຣາ​ຣີ​ມີ​ບຸດ ຄື​ຊີມ​ຣີ​ຜູ້​ເປັນ​ຫົ​ວ​ຫນ້າ (ເພາະ​ເຖິງ​ເຂົາ​ຈະ​ບໍ່​ມີ​ບຸດ​ຫົວ​ປີ ບິ​ດາ​ຂອງ​ເຂົາກໍ​ໃຫ້​ເຂົາ​ເປັນ​ຫົວ​ຫນ້າ) 11 ຮີ​ລ​ກີ​ຢາ​ທີ່​ສອງ ເຕ​ບາ​ລີ​ຢາ​ທີ່​ສາມ ເຊຄາ​ຣີ​ຢາ​ທີ່​ສີ່ ບຸດ​ຊາຍ​ແລະ​ພີ່​ນ້ອງ​ຂອງ​ໂຮ​ຊາ​ທັງ​ສິ້ນ ມີ​ສິບ​ສາມ​ຄົນ 12 ກອງ​ເວນ​ເຝົ້າ​ປະ​ຕູ​ເຫລົ່າ​ນີ້​ຕາມ​ຄົນ​ຜູ້​ເປັນ​ຫົວ​ຫນ້າ​ຂອ​ງ​ເຂົາ ມີ​ຫນ້າ​ທີ່​ເຊັ່ນ​ດຽວ​ກັບ​ພີ່​ນ້ອງ​ຂອງ​ເຂົາ ໃນ​ການ​ບົວ​ລະ​ບັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 13 ແລະ​ເຂົາ​ຈັບ​ສະ​ຫລາກ​ກັນ​ຕາມ​ຕະ​ກູນ​ຂອງ​ເຂົາ ທັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່​ເຫມືອນ​ກັນ ສຳ​ລັບ​ແມ່ນ​ໃຜ​ຢູ່​ປະ​ຕູ​ໃດ 14 ສະ​ຫລາກ​ສຳ​ລັບ​ດ້ານ​ຕາເວັນ​ອອກ​ຕົກ​ແກ່ ເຊ​ເລ​ມີ​ຢາ ເຂົາ​ຈັບ​ສະ​ຫລາກ​ໃຫ້​ບຸດ​ເຊ​ຄາ​ຣີ​ຢາ​ດ້ວຍ ເຂົາ​ເປັນ​ທີ່​ປຶກ​ສາ​ທີ່​ສ​ລຽວ​ສ​ລາດ ແລະ​ສະ​ຫລາກ​ຂອ​ງ​ເຂົາ​ອອກ​ມາ​ສຳ​ລັບ​ດ້ານ​ເຫນືອ 15 ຂອງ​ໂອ​ເບດ​ເອ​ໂດມ​ອອກ​ມາ​ສຳ​ລັບ​ດ້ານ​ໃຕ້ ຄັງພັ​ສດຸ​ນັ້ນ​ເຂົາ​ຈັດ​ໃຫ້​ບຸດ​ຂອງ​ເຂົາ​ດູ​ແລ 16 ສ່ວນຂອງ​ຊູປ​ປິມ ແລະ​ໂຮ​ຊາ ອອກ​ມາ​ສຳ​ລັບ​ດ້ານ​ຕາ​ເວັນ​ຕົກ ທີ່​ປະ​ຕູ​ຊັ​ນ​ເລ​ເຄ​ທ ຕາມ​ຖ​ນົນ​ທີ່​ຂື້ນ​ໄປ ກໍາຫນົດ​ຍາມ​ຕາມ​ຍາມ 17 ດ້ານ​ຕາ​ເວັນ​ອອກ​ມີ​ຄົນ​ເລ​ວີ​ຫົກ​ຄົນ ດ້ານ​ເຫນືອ​ມີ​ສີ່​ຄົນ​ທຸກວັນ ດ້ານ​ໃຕ້​ວັນ​ລະ​ສີ່​ຄົນທຸກວັນ ແລະ​ສອງ​ຄູ່​ທີ່​ຄັງ​ພັ​ສ​ດຸ 18 ສຳ​ລັບ​ລະ​ບຽງ​ທາງ​ຕາ​ເວັນ​ຕົກ​ນັ້ນ ມີ​ສີ່​ຄົນ​ທີ່​ຖ​ນົນ ແລະ​ສອງ​ຄົນ​ທີ່​ລະ​ບຽງ 19 ຄົນ​ເຫລົ່າ​ນີ້​ເປັນ​ເວນ​ເຝົ້າ​ປະ​ຕູ​ຈາກ​ເຊື້ອ​ສາຍ​ໂກ​ຣາ ແລະ​ເຊື້ອ​ສາຍ​ເມ​ຣາ​ຣີ

ຜູ້ດູ​ແລ​ຄັງ

20 ຈາກ​ຄົນ​ເລ​ວີ​ນັ້ນ ອາ​ຮີ​ຢາດູ​ແລ​ຄັງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ ແລະ​ຄັງ​ສິ່ງ​ຂອງ​ຖວາຍ 21 ບຸດ​ຫ​ລານ​ຂອງ​ລາ​ດານ ຄື​ບຸດ​ຫລານ​ຂອງ​ຄົນ​ເກີ​ໂຊນ ທີ່​ເປັນ​ບຸດ​ຂອງລາ​ດານ ຫົວ​ຫນ້າ​ຕະ​ກູນ​ທີ່​ເປັນ​ຂອງ​ລາ​ດານ ຄົນ​ເກີ​ໂຊນ ຄືເຢ​ຮີ​ເອ​ລີ 22 ບຸດ​ເຢ​ຮີ​ເອ​ລີ ຄື​ເຊ​ທາມ ແລະ​ໂຢ​ເອນ​ນ້ອງ​ຊາຍ​ຂອງ​ເຂົາ ເປັນ​ຜູ້ດູ​ແລ​ຄັງ​ພຣະ​ວິ​ຫານ​ຂອງ​ພຣະຜູ້​ເປັນ​ເຈົ້າ 23 ຈາກ​ຄົນ​ອັມ​ຣາມ ຄົນອິສ​ຮາ ຄົນ​ເຮ​ໂບ​ຣນ ແລະ​ຄົນ​ອູ​ສ​ຊີ​ເອນ 24 ຄົນ​ເຊ​ບູ​ເອນ ບຸດ​ເກີ​ໂຊມ​ຜູ້ເປັນ​ບຸດ​ໂມ​ເຊ ເປັນ​ນາຍ​ຄັງ​ໃຫ​ຍ່ 25 ພີ່​ນ້ອງ​ຂອງ​ເຂົາ​ ຄື ຈາກ​ເອລີ​ເອ​ເຊີ​ ມີ​ເຣ​ຮັບ​ຢາເປັນ​ບຸດ ບຸດ​ເຣ​ຮັບ​ຢາ ຄື​ເຢ​ຊັຍ​ຢາ ບຸດ​ເຢ​ຊັຍ​ຢາ ຄື​ໂຢ​ຣາມ ບຸດ​ໂຢ​ຣາມ ຄື​ຊິກ​ຣີ ບຸດ​ຊີກ​ຣີ ຄື​ເຊ​ໂລ​ໂມ​ທ 26 ເຊ​ໂລ​ໂມ​ທ​ຄົນ​ນີ້ ແລະ​ພີ່​ນ້ອງ​ຂ​ອງ​ເຂົາ​ເປັນ​ຜູ້​ດູ​ແລ​ຄັງ​ຂອງ​ຖວາຍ​ທັງ​ສິ້ນ​ຊື່ງ​ດາ​ວິດ​ກະ​ສັດ ແລະ​ບັນ​ດາ​ຫົວ​ຫນ້າ​ຕະ​ກູນ ແລະ​ນາຍ​ພັນ ນາຍ​ຮ້ອຍ ແລະ​ຜູ້​ບັນ​ຊາ​ການກອງ​ທັບ​ໄດ້​ມອບ​ຖວາຍ​ໄວ້ 27 ຈາກ​ຂອງ​ທີ່​ຍຶດ​ໄດ້​ຊຶ່ງ​ເຂົາ​ໄດ້​ທຳ​ສົງ​ຄາມ ເຂົາ​ທັງ​ຫລາຍມອບ​ຖວາຍ​ເພື່ອ​ແກ່​ການ​ສ້ອມ​ແຊ​ມ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 28 ແລະ​ຊຶ່ງ​ຊາ​ມູ​ເອນ​​ຜູ້​ທຳ​ນ​ວາຍ ແລະ​ຊາ​ອູນ​ບຸດ​ຄິ​ສ ແລະ​ອັບ​ເນີ​ບຸດ​ເນີ ແລະ​ໂຢ​ອາບ​ບຸດ​ນາງ​ເຊ​ຣູ​ຢາ​ໄດ້​ຖວາຍ​ໄວ້ ຂອງ​ຖວາຍ​ທັງ​ສິ້ນ​ຢູ່​ໃນ​ຄວາມ​ດູ​ແລ​ຂອງ​ເຊ​ໂລ​ໂມທ ແລະ​ພີ່​ນ້ອງ​ຂອງ​ເຂົາ 29 ຈາກ​ຄົນ​ອິສ​ຮາ ເຄ​ນາ​ນີ​ຢາ ແລະ​ບຸດ​ຂອງ​ເຂົາ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ມີ​ຫນ້າ​ທີ່​ພາຍນອກ​ສຳ​ລັບ​ອິສ​ຣາ​ເອນ ໃຫ້​ເປັນ​ເຈົ້າ​ຫນ້າ​ທີ່ ແລະ​ເປັນ​ຜູ້​ປົກ​ຄອງ 30 ຈາກ​ຄົນ​ເຮ​ໂບຣນ ຮາ​ຊາ​ບິ​ຢາ ແລະ​ພີ່​ນ້ອງ​ຂອງ​ເຂົາ​ເປັນ​ຄົນ​ມີ​ຄວາມ​ສາ​ມາດ ນຶ່ງ​ພັນ​ເຈັດ​ຮ້ອຍ​ຄົນ ໄດ້​ເປັນ​ຜູ້​ດູ​ແລ​ອິສ​ຣາ​ເອນ​ທາງ​ຟາກ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ໃນ​ເຣື່ອງ​ກິ​ຈ​ການ​ທັງ​ສິ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຣາ​ຊ​ການ​ຂອງ​ກະ​ສັດ 31 ຈາກ​ຄົນ​ເຮ​ໂບ​ຣນ ມີ​ເຢ​ຣີ​ຢາ​ເປັນ​ຫົວ​ຫນ້າ​ຂອງ​ຄົນ​ເຮ​ໂບ​ຣນ ຕາມ​ຊາດ​ເຊື້ອ​ສາຍ ຕາມ​ຕະ​ກູນ (ໃນ​ປີ​ທີ່​ສີ່​ສິບ​ຂອງ​ຣັ​ຊ​ການ​ດາ​ວິດ ເຂົາ​ໄດ້​ສຳ​ຣວດ ແລະ​ພົບ​ຄົນ​ທີ່​ມີ​ຄວາມ​ສາ​ມາດ​ຢ່າງ​ຍິ່ງ​ທີ່​ຢາ​ເຊີ​ໃນ​ເມືອງ​ກີ​ເລ​ອາດ) 32 ກະ​ສັດ​ດາ​ວິດ​ໄດ້​ຊົງ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ແລະ​ພີ່​ນ້ອງ​ຂອງ​ທ່ານ ຄື​ຄົນ​ທີ່​ມີ​ຄວາມ​ສາ​ມາດ​ສອງ​ພັນ​ເຈັດ​ຮ້ອຍຄົນ​ຜູ້​ເປັນ​ຫົວ​ຫນ້າ​ຕະ​ກູນ​ໃຫ້​ເປັນ​ຜູ້​ດູ​ແລ​ຄົນ​ຣູ​ເບນ ຄົນ​ກາດ ແລະ​ຄົນ​ເຜົ່າ​ມາ​ນັ​ສ​ເຊ​ເຄິ່ງນຶ່ງ ໃນ​ກິ​ຈ​ທຸ​ຣະ​ທຸກ​ຢ່າງ​ກ່ຽວ​ກັບ​ພຣະ​ເຈົ້າ ແລະ​ກິ​ຈທຸ​ຣະ​ກ່ຽວ​ກັບ​ກະ​ສັດ

1 ຂ່າວຄາວ 27

ບັນ​ດາ​ນາຍ​ທັບ​ນາຍກອງ​ຂອງ​ຣາ​ຊ​ອາ​ນາ​ຈັກ

1 ຕໍ່​ໄປ​ນີ້​ເປັນ​ຣາຍ​ຊື່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຕາມ​ຈຳ​ນວນ ຄື​ບັນ​ດາ​ຫົວ​ຫນ້າ​ຕະ​ກູນ ບັນ​ດາ​ນາຍ​ພັນ​ນາ​ຍຮ້ອຍ ແລະ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ຜູ້​ຮັບ​ໃຊ້​ກະ​ສັດ​ໃນ​ຣາ​ຊ​ການ​ທຸກ​ຢ່າງ​ທີ່​ກ່ຽກັບ​ກອງ​ເວນ​ທີ່​ເຂົ້າ​ມາ​ແລະ​ອອກ​ໄປ ເດືອນ​ແລ້ວ​ເດືອນ​ເລົ່າ​ຕລອດ​ປີ ກອງ​ເວນ​ນຶ່ງໆ​ມີ​ຈຳ​ນວນ​ສອງ​ຫມື່ນ​ສີ່​ພັນ​ຄົນ 2 ຄື ຢາ​ໂຊ​ເບ​ອາມ ບຸດ​ຊັບ​ດີ​ເອນ​ເປັນ​ຜູ້​ດູ​ແລກອງ​ເວນ​ທີ່​ນຶ່ງ​ໃນ​ເດືອນ​ຕົ້ນ​ໃນ​ກອງ​ເວນ​ຂອງ​ເຂົາ​ມີສອງ​ຫມື່ນ​ສີ່​ພັນ​ຄົນ 3 ເຂົາ​ເປັນ​ເຊື້ອ​ສາຍ​ຂ​ອງ​ເປ​ເຣສ ແລະ​ເປັນ​ຫົວ​ຫນ້າ​ຜູ້​ບັນ​ຊາ​ການກອງ​ທັບ​ທັງ​ສິ້ນ​ໃນ​ເດືອນ​ຕົ້ນ 4 ໂດ​ດັຍ​ຕະ​ກູນ​ອາ​ໂຮ​ຮິດ​ເປັນ​ຜູ້​ດູແລກອງ​ເວນ​ຂອງ​ເດືອນ​ທີ່​ສອງ​ ມິກ​ໂລດ​ເປັນ​ຫົວ​ຫນ້າ ໃນ​ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 5 ຜູ້​ບັງ​ຄັບ​ບັນ​ຊາ​ການກອງ​ທັບ​ຄົນ​ທີ່​ສາມ​ສຳ​ລັບ​ເດືອນ​ທີ່​ສາມ ຄື​ເບ​ນັຍ​ຢາ ບຸດ​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດ ເປັນ​ຫົວ​ຫນ້າ​ໃນ​ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 6 ເບ​ນັຍ​ຢາ​ນີ້ ຄື​ຜູ້​ທີ່​ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ​ໃນ​ຈຳ​ນວນ​ສາມ​ສິບ​ຄົນ ແລະ​ເປັນ​ຜູ້​ບັນ​ຊາ​ການ​ຂອງ​ສາມ​ສິບ​ຄົນ​ນັ້ນ ອັມ​ມີ​ຊາ​ບັດ​ບຸດ​ຂອງ​ເຂົາ​ເປັນ​ຜູ້​ດູ​ແລ​ກອງ​ເວນ​ຂອງ​ເຂົາ 7 ອາ​ຊາ​ເຮນ​ນ້ອງ​ຊາຍ​ຂອງ​ໂຢ​ອາບ​ເປັນ​ເວນ​ທີ່​ສີ່ ແລະ​ເຊ​ບາ​ດີ​ຢາ​ບຸດ​ຂອງ​ເຂົາ​ດູ​ແລ​ຕໍ່​ຈາກ​ເຂົາ ໃນ​ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 8 ຜູ້​ບັນ​ຊາ​ການ​ຄົນ​ທີ່​ຫ້າ ສຳ​ລັບ​ເດືອນ​ທີ່​ຫ້າ ຄື​ຊັມ​ຮູດ​ຕະ​ກູນ​ອິສ​ຣາເອນ ໃນ​ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່​ນສີ່​ພັນ​ຄົນ 9 ຄົນ​ທີ່​ຫົກ ສຳ​ລັບ​ເດືອນ​ທີ່​ຫົກ ຄື​ອີ​ຣາ​ບຸດ​ອິກ​ເຄັ​ສ ຊາວ​ເຕ​ໂກ​ ໃນ​ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 10 ຄົນ​ທີ່​ເຈັດ ສຳ​ລັບ​ເດືອນທີ່​ເຈັດ ຄື ເຮ​ເລກ ຄົນ​ເປ​ໂລ​ນິດ ເປັນ​ເຊື້ອ​ສາຍ​ຂອງ​ເອ​ຟ​ຣາ​ອິມ ໃນ​ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 11 ຄົນ​ທີ່​ແປດ ສຳລັບ​ເດືອ​ນທີ່​ແປດ ຄື​ຊິບ​ເບ​ກັຍ ຄົນ​ຮູ​ຊາ​ທິດ​ແຫ່ງ​ຕະ​ກູນ​ເຊ​ຣາ ໃນ​ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 12 ຄົນ​ທີ່​ເກົ້າ ສຳ​ລັບ​ເດືອນ​ທີ່​ເກົ້າ ຄື​ອາ​ບີ​ເອ​ເຊີ ຊາວ​ອາ​ນາ​ໂທດ ຄົນ​ເບັນ​ຢາ​ມິນ ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 13 ຄົນ​ທີ່​ສິບ ສຳ​ລັບ​ເດືອນ​ທີ່​ສິບ ຄື​ມາ​ຮາ​ລັຍ ຄົນ​ເນ​ໂຕ​ຟາ ຈາກ​ຕະ​ກູນ​ເຊ​ຣາ ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 14 ຄົນ​ທີ່​ສິບ​ເອັດ ສຳ​ລັບ​ເດືອນ​ທີ່​ສິບ​ເອັດ ຄື​ເບ​ນັຍ​ຢາ ຊາວ​ປີ​ຣາ​ໂທນ ຈາກ​ເຊື້ອ​ສາຍ​ເອ​ຟ​ຣາ​ອິມ ໃນ​ກອງ​ເວນ​ຂອ​ງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 15 ຄົນ​ທີ່​ສິບ​ສອງ ສຳ​ລັບ​ເດືອນ​ທີ່​ສິບ​ສອງ ຄື​ເຮນ​ດັຍ ຊາວ​ເນ​ໂຕ​ຟາ ຈາກ​ຕະ​ກູນ​ໂອດ​ນີ​ເອນ ໃນ​ກອງ​ເວນ​ຂອງ​ເຂົາ​ມີ​ສອງ​ຫມື່ນ​ສີ່​ພັນ​ຄົນ 16 ເຫນືອ​ເຜົ່າ​ຕ່າງໆ​ຂອງ​ອິສ​ຣາ​ເອນ ຄື​ສຳ​ລັບ​ຄົນ​ຣູ​ເບນ ມີ​ເອ​ລີເອ​ເຊີ ບຸດ​ຊິກ​ຣີ​ເປັນ​ຫົວ​ຫນ້າ ສຳ​ລັບ​ຄົນ​ຊີ​ເມ​ໂອນ ມີ​ເຊ​ຟາ​ຕີ​ຢາ ບຸດ​ມາ​ອາ​ກາ 17 ສຳ​ລັບ​ຄົນ​ເລ​ວີ ມີ​ຮາຊາ​ບິ​ຢາ ບຸດ​ເຄ​ມູ​ເອນ ສຳ​ລັບ​ອາ​ໂຣນ ຊາ​ໂດກ 18 ສຳ​ລັບ​ຢູ​ດາ ມີ​ເອ​ລີ​ຮູ ອ້າຍ​ຄົນ​ນຶ່ງ​ຂອງດາ​ວິດ ສຳ​ລັ​ບ​ອິສ​ຊາ​ຄາ ໂອມ​ຣີ ບຸດ​ມີ​ຄາ​ເອນ 19 ສຳ​ລັບ​ເຊ​ບູ​ລູນ ມີ ອິສ​ມາ​ຢາ ບຸດໂອ​ບາ​ດີ​ຢາ ສຳ​ລັບ​ເນັຟ​ທາ​ລີ ມີ​ເຢ​ຣີ​ໂມທ ບຸດ​ອັ​ສຣີ​ເອນ 20 ສຳ​ລັບ​ຄົນ​ເອ​ຟ​ຣາ​ອິມ ມີ​ໂຮ​ເຊອາ ບຸດ​ອາ​ຊາ​ຊີ​ຢາ ສຳ​ລັບມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ ມີ​ໂຢ​ເອນ ບຸດ​ເປ​ດັຍ​ຢາ 21 ສຳ​ລັບ​ມາ​ນັ​ສ​ເຊ​ເຄິ່ງ​ເຜົ່າ​ໃນ​ກີ​ເລ​ອາດ ມີ​ອິດ​ໂດ ບຸດ​ເຊ​ຄາ​ຣີ​ຢາ ສຳ​ລັບ​ເບັນ​ຢາ​ມິນ ຢາ​ອາ​ຊີ​ເອນ ບຸດ​ອັບ​ເນີ 22 ສຳ​ລັບ​ດານ ອາ​ຊາ​ເຣນ ບຸດ​ເຢ​ໂຣ​ຮາມ ຄົນ​ເຫລົ່າ​ນີ້​ເປັນ​ຫົວ​ຫນ້າ​ຂອງ​ເຜົ່າ​ຕ່າງໆ​ແຫ່ງ​ອິສ​ຣາ​ເອນ 23 ດາ​ວິດ​ບໍ່​ໄດ້​ຊົງ​ນັບ​ຈຳ​ນວນ​ຄົນ​ທີ່​ອາ​ຍຸ​ຕ່ຳ​ກວ່າ​ຊາວ​ປີ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ວ່າ​ຈະ​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ຫລາຍ​ເຫມືອນດວງ​ດາວ​ແຫ່ງທ້ອງ​ຟ້າ 24 ໂຢ​ອັບ ບຸດ​ເຊ​ຣູ​ຢາ​ໄດ້​ຕັ້ງ​ຕົ້ນ​ນັບ ແຕ່​ບໍ່​ສຳ​ເຣັດ ເຖິງ​ປານ​ນັ້ນ​ພຣະ​ພິ​ໂຣດກໍ​ມາ​ເຫນືອ​ອິສ​ຣາ​ເອນ​ໃນ​ເຣື່ອງ​ນີ້ ແລະ​ຈຳ​ນວນ​ນັ້ນ​ກໍ​ບໍ່​ໄດ້​ລົງ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ຂອງ​ກະ​ສັດ​ດາ​ວິດ 25 ອັ​ສ​ມາ​ເວ​ດ​ ບຸດ​ອາ​ດີ​ເອນ​ເປັນ​ເຈົ້າ​ກົມ​ພຣະ​ຄັງ​ນະ​ຄ​ອນ​ຫລວງ ແລະ​ໂຢ​ນາ​ທານ ບຸດ​ອຸ​ສ​ຊີ​ຢາ ເປັນ​ເຈົ້າ​ກົມຄັງ​ນອກ​ນະ​ຄອນ ໃນ​ຫົວ​ເມືອງ​ໃນ​ຊົນ​ນະ​ບົດ​ແລະ​ໃນ​ປ້ອມ 26 ເອັ​ສ​ຣີ ບຸດ​ເຄ​ລູບ ເປັນ​ຜູ້​ດູ​ແລ​ບັນ​ດາ​ຜູ້​ທີ່​ທຳ​ໄຮ່​ນາ​ຫລວງ 27 ຊີ​ເມ​ອີ ຊາວ​ຣາ​ມາ​ດູ​ແລ​ສວນ​ອະ​ງຸ່ນ ແລະ​ຊັບ​ດີ ຊາວ​ຊິຟ ດູ​ແລ​ຜ​ລິດ​ຜົ​ນ​ຂອງ​ສວນ​ອະ​ງຸ່ນ​ສຳ​ລັບ​ຫ້ອງ​ເກັບ​ເຫລົ້າ​ອະ​ງຸ່ນ 28 ບາ​ອັນ​ຮາ​ນານ ຊາວ​ເກ​ເດີ​ເປັນ​ຜູ້​ດູ​ແລ​ຕົ້ນ​ຫມາກກອກ​ເທດ ແລະ​ຕົ້ນ​ຫມາກ​ເດື່ອ​ບ່ອນ​ໃນ​ຖິ່ນ​ເນີນ​ເຊ​ເຟ​ລາ ໂຢ​ອັ​ສ​ດູ​ແລ​ຄັງ​ນ້ຳ​ມັນ 29 ຊີດ​ຣັຍ ຊາວ​ຊາ​ໂຣນ​ດູ​ແລ​ຝູງ​ງົວຊຶ່ງ​ຫາ​ກີນ​ຢູ່​ໃນຊາ​ໂຣນ ຊາ​ຟັດ ບຸດອັດ​ລັຍ​ດູ​ແລ​ຝູງ​ງົວ​ໃນ​ທີ່​ລຸ່ມ​ທັງ​ຫລາຍ 30 ແລະ​ໂອ​ບີນ ຊາວ​ອິ​ຊ​ມາ​ເອນ​ດູ​ແລ​ອູດ ເຢ​ເດ​ຢາ ຊາວ​ເມ​ໂຣ​ໂນດ​ດູ​ແລ​ລໍ ຢາ​ຊີ​ສ ຊາວ​ຮັກ​ຣີ​ດູ​ແລ​ຝູງ​ແບ້ ແກະ 31 ເຫລົ່າ​ນີ້​ເປັນ​ພະ​ນັກ​ງານ​ດູ​ແລ​ຊັບ​ສົມ​ບັດ​ຂອງ​ກະ​ສັດ​ດາ​ວິດ 32 ໂຢ​ນາ​ທານ​ລຸງຂອງ​ດາ​ວິດ​ເປັນ​ທີ່​ປຶກ​ສາ ເປັນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ແລະ​ເປັນ​ນັກ​ຮຽນ​ຮູ້​ຜູ້​ນຶ່ງ ເຢ​ຮີ​ເອນ ບຸດ​ຮັກ​ໂມ​ນີ​ດູ​ເປັນ​ຜູ້​ລ້ຽງ​ດູ​ຣາ​ຊ​ບຸດ 33 ອາ​ຮີ​ໂທ​ເຟນ​ເປັນ​ທີ່​ປຶກ​ສາ​ຂອງ​ກະ​ສັດ ແລະ​ຮູ​ຊັຍ ຕະ​ກູນ​ອາ​ຣ໌​ຄີ​ເປັນ​ພຣະ​ສະ​ຫາຍ​ຂອງ​ພຣະ​ຣາ​ຊາ 34 ເຢ​ຮົວ​ອາ​ດາ ບຸດ​ເບ​ນັຍ​ຢາ ແລະ​ອາ​ບີ​ອາ​ທາ​ຮ໌ ເປັນ​ຜູ້​ທຳງານ​ຕໍ່​ຈາກ​ອາ​ຮີ​ໂທ​ເຟນ ໂຢ​ອາບ​ເປັນ​ຜູ້​ບັນ​ຊາ​ການກອງ​ທັບ​ຂອງ​ກະ​ສັດ

1 ຂ່າວຄາວ 28

ດາ​ວິດ​ຊົງ​ມອບ​ງານ​ສ້າງ​ພຣະ​ວິ​ຫານ​ໃຫ້​ໂຊໂລ​ໂມນ

1 ໃນ​ເຢ​ຣູ​ຊາ​ເລັມ ດາ​ວິດ​ໄດ້​ຊົງ​ເອີ້ນ​ປະ​ຊຸມ​ບັນ​ດາ​ເຈົ້າ​ນາຍ​ທັງສິ້ນ​ຂອງ​ອິສ​ຣາ​ເອນ ຄື​ເຈົ້າ​ນາຍ​ຂອງ​ເຜົ່າ​ແລະ​ຜູ້​ບັນ​ຊາ​ການກອງ​ທັບ ທີ່​ຮັບ​ຣາ​ຊ​ການ ນາຍ​ພັນ​ນາຍ​ຮ້ອຍ ແລະ​ພະ​ນັກ​ງານ​ທັງ​ສິ້ນ​ຜູ້​ດູ​ແລ​ຊັບ​ສົມ​ບັດ ແລະ​ຝູງ​ສັດ​ຂອງ​ກະ​ສັດ​ແລະ​ບຸດ​ຊາຍຂອງ​ພຣະ​ອົງ ພ້​ອມ​ກັບ​ພະ​ນັກ​ງານ​ຣາ​ຊ​ສຳ​ນັກ ທະ​ຫານ​ທີ່​ເກັ່ງ​ກ້າ​ແລະ​ວິ​ຣະ​ບຸ​ຣຸດ​ທັງ​ສິ້ນ 2 ແລ້ວ​ກະ​ສັດ​ດາ​ວິດ​ຊົງ​ລຸກ​ຂຶ້​ນ​ປະ​ທັບ​ຢືນ ແລະ​ກ່າວ​ວ່າ, “ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ປະ​ຊາ​ຊົນ​ຂອງ​ຂ້າ​ພະ​ເຈົ້າ ຂໍ​ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ມີ​ໃຈ​ປະ​ສົງ​ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ອັນ​ເປັນ​ທີ່​ພັກ​ຂອງ​ຫິບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ​ເພື່ອ​ເປັນ​ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ເຈົ້າ​ຂອງ​ເຣົາ ແລະ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຕຽມ​ກາ​ນກໍ່​ສ້າງໄວ້​ຮຽບ​ຮ້ອ​ຍ​ແລ້ວ 3 ແຕ່​ພຣະ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ເຈົ້າຢ່າສ້າງວິ​ຫານ​ເພື່ອ​ນາ​ມຂອງ​ເຮົາ​ເລີຍ ເພາະ​ເຈົ້າ​ເປັນ​ນັກ​ຮົບ ແລະ​ໄດ້​ທຳ​ໂລ​ຫິດ​ໃຫ້​ຕົກ” 4 ເຖິງ​ປານ​ນັ້ນ​ກໍ​ດີ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອ​ງອິສ​ຣາ​ເອນ​ຊົງ​ເອີ້ນ​ຂ້າ​ພະ​ເຈົ້າ​ຈາກ​ຕະ​ກູນ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ກະ​ສັດ​ເຫນື​ອອິສ​ຣາ​ເອນ​ເປັນ​ນິດ ເພາະ​ພຣະ​ອົງ​ຊົງ​ເລືອກ​ຢູ​ດາ​ໃຫ້​ເປັນ​ຜູ້​ນຳ ແລະ​ໃນ​ວົງ​ຂອງ​ຢູ​ດາ​ ຕະ​ກູນ​ຂອງ​ຂ້າ​ພະ​ເຈົ້າ ແລະ​ໃນ​ບັນ​ດາ​ບຸດ​ຊາຍ​ຂອງ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ​ໃນ​ຂ້າ​ພະ​ເຈົ້າ ແລະ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ກະ​ສັດ​ເຫນືອ​ອິສ​ຣາ​ເອນ​ທັງ​ປວງ 5 ແລະ​ບຸດ​ຊາຍ​ທັງ​ສິ້ນ​ຂອງ​ຂ້າ​ພະ​ເຈົ້າ (ເພາະ​ພຣະ​ເຈົ້າ​ຊົງ​ປະ​ທານ​ບຸດ​ຊາຍ​ເປັນ​ອັນ​ມາກ​ແກ່​ຂ້າ​ພະ​ເຈົ້າ) ພຣະ​ອົງ​ຊົງ​ເລືອກ​ໂຊ​ໂລ​ໂມນ​ບຸດ​ຂ້າ​ພະ​ເຈົ້າ​ໃຫ້​ນັ່ງ​ບັນ​ລັງ​ແຫ່ງ​ຣາ​ຊ​ອາ​ນາຈັກ​ຂອງ​ພຣະ​ເຈົ້າ​ເຫນືອ​ອິສ​ຣາ​ເອນ 6 ພຣະ​ອົງ​ຊົງກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ໂຊໂລ​ໂມນ​ບຸດ​ຂອງ​ເຈົ້າ​ຈະ​ສ້າ​ງວິ​ຫານ​ຂອງ​ເຮົາ ​ແລະ​ລານ​ວິ​ຫານ​ຂອງ​ເຣົາ ເພາະ​ເຮົາຈະ​ເປັນ​ບິດາຂອງ​ເຂົາ 7 ເຮົາ​ຈະ​ສະ​ຖາ​ປະ​ນາ​ຣາ​ຊ​ອາ​ນາຈັກ​ຂອງ​ເຂົາ​ໃຫ້​ຢູ່​ເປັນ​ນິດ ຖ້າ​ເຂົາ​ຈະ​ພຽນ​ແນ່ວ​ແນ່​ຢູ່​ໃນ​ກາ​ນຮັກ​ສາ​ປະ​ຕິ​ບັດ​ຕາມ​ບັນ​ຍັດ​ຂອງ​ເຮົາ ແລະ​ກົດ​ຫມາຍ​ຂອງ​ເຮົາ​ຢ່າງທີ່​ເຂົາ​ທຳ​ຢູ່​ທຸກວັນ​ນີ້” 8 ເພາະ​ສະ​ນັ້ນ​ຕໍ່​ຫນ້າ​ບັນ​ດາ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ອັນ​ເປັນ​ຊຸມ​ນຸມ​ຊົນ​ຂອງ​ພຣະ​ເຈົ້າ ແລະ​ຕໍ່​ພຣະ​ກັນ​ຂອງ​ພຣະ​ເຈົ້າ​ຂອງ​ເຣົາ ຈົ່ງ​ປະ​ພຶດ​ຕາມ ​ແລະ​ສ​ແວງ​ພຣະ​ບັນ​ຍັດ​ທັງ​ສິ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ​ທັງ​ຫລາຍ ເພື່ອ​ເຈົ້າ​ຈະ​ໄດ້​ກຳ​ມະ​ສິດ​ແຜ່ນ​ດິນ​ອັນ​ດີ​ນີ້ ແລະ​ມອບໄວ້​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ລູກ​ຫລານ​ຜູ້​ມາ​ພາຍ​ຫລັງ​ເຈົ້າ​ສືບ​ໄປ​ເປັນ​ນິດ 9 “ໂຊ​ໂລ​ໂມນ​ບຸດ​ຂອງ​ເຣົາ​ເອີຍ ເຈົ້າ​ຈົ່ງ​ຮູ້​ຈັກ​ພຣະ​ເຈົ້າ ແລະ​ຈົ່ງ​ບົວ​ລະ​ບັດ​ພຣະ​ອົງ​ດ້ວຍໃຈ​ຈີງ​ແລະ​ດ້ວຍ​ຄວາມ​ເຕັມ​ໃຈ​ຂອງ​ເຈົ້າ ເພາະ​ພຣະ​ເຈົ້າ​ຊົງ​ພີ​ຈາ​ຣະ​ນາ​ຈິດ​ໃຈ​ທັງ​ປວງ ແລະ​ຊົງ​ເຂົ້າ​ໃຈ​ໃນ​ແຜນ​ງານ​ແລະ​ຄວາມ​ຄິດ​ທັງ​ປວງ ຖ້າເຈົ້າ​ສ​ແວງ​ຫາ​ພຣະ​ອົງ​ເຈົ້າ​ຈະ​ພົບ​ພຣະ​ອົງ ແຕ່​ຖ້າ​ເຈົ້າ​ປະ​ຖິ້ມພຣະ​ອົງ ພຣະ​ອົງ​ຈະ​ຊົງ​ແກ່ວງ​ເຈົ້າ​ອອກ​ໄປ​ເສັຽເປັນນິດ 10 ບັດ​ນີ້​ຈົ່ງ​ຟັງ​ໃຫ້​ດີ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ເລືອກ​ເຈົ້າ​ໃຫ້​ສ້າງພຣະ​ວິ​ຫານ​ເພື່ອ​ເປັນ​ສະ​ຖານ​ນະ​ມັ​ສ​ການ ຈົ່ງ​ເຂັ້ມ​ແຂງ​ແລະ​ທຳ​ໃຫ້​ສຳ​ເຣັດ​ເຖີດ” 11 ແລ້ວ​ດາ​ວິດ​ຊົງ​ມອບ​ໃຫ້​ກັ​ບ​ໂຊ​ໂລ​ໂມນ ຊຶ່ງ​ແຜນ​ຜັງ​ມຸກ​ຂອງ​ພຣະ​ວິ​ຫານ ແລະ​ແຜນ​ຜັງ​ເຮືອນ​ຕ່າງໆ​ຂອງ​ພຣະ​ວິ​ຫານ​ນັ້ນ ຄັງ​ແລະ​ຫ້ອງ​ຊັ້ນ​ໃນ​ ແລະ​ຫ້ອງ​ສຳ​ລັບ​ພຣະ​ທີ່​ນັ່ງ​ກະ​ຣຸ​ນາ 12 ແລະ​ແຜນ​ຜັງ​ຊຶ່ງ​ພຣະ​ອົງ​ມີ​ຢູ່​ໃນ​ພຣະ​ທັຍ​ໃນ​ເຣື່ອງ​ລານ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຫ້ອງ​ລະ​ບຽງ​ຮອບ ແລະ​ຄັງ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ຄັງ​ສຳ​ລັບ​ບັນ​ດາ​ຂອງ​ຖວາຍ 13 ແລະ​ລະ​ບຽບສຳ​ລັບ​ເວນ​ປະ​ໂຣ​ຫິດ ແລະ​ເວນ​ຄົນ​ເລ​ວີ ແລະ​ງານ​ບົວ​ລະ​ບັດ​ທັງ​ສິ້ນ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 14 ນ້ຳ​ຫນັກ​ທ​ອ​ງ​ຄຳ​ຂອງ​ເຄື່ອງ​ໃຊ້​ທອງ​ຄຳ​ທຸກ​ຢ່າງ ສຳ​ລັບ​ການ​ບົວລະ​ບັດ​ແຕ່​ລະ​ຢ່າງ ນ້ຳ​ຫນັກ​ເງິນ​ຂອງ​ເຄື່ອງ​ໃຊ້​ເງິນ​ທຸກ​ຢ່າງ​ສຳ​ລັບ​ງານ​ບົວ​ລະ​ບັດ​ແຕ່​ລະ​ຢ່າງ 15 ນ້ຳ​ຫນັກ​ຂອງ​ເຄື່ອງ​ຮອງ​ຕີນ​ໂຄມ​ທອງ​ຄຳ ແລະ​ຕະ​ກຽງ ນ້ຳ​ຫນັກ​ທອງ​ຄຳ​ຂອງ​ເຄື່ອງ​ຮອງ​ຕີນ​ໂຄມ​ແຕ່​ລະ​ອັນ​ກັບ​ຕະ​ກຽງ​ແຕ່​ລະ​ດວງ ນ້ຳ​ຫນັກ​ເງິນ​ຂອງ​ເຄື່ອງ​ຮອງ​ຕີນ​ໂຄມ​ອັນ​ນຶ່ງ​ກັບ​ຕະ​ກຽງ​ຄູ່​ກັນ ຕາມ​ທີ່​ຈະ​ໃຊ້​ເຄື່ອງ​ຮອງ​ຕີນ​ໂຄມ​ແຕ່​ລະ​ອັນ​ໃນ​ການ​ບົວ​ລະ​ບັດ 16 ນ້ຳ​ຫນັກ​ທອງ​ຄຳ​ສຳ​ລັບ​ໂຕະ​ຂະ​ຫນົມ​ຕັ້ງ​ຖວາຍ​ແຕ່​ລະ​ໂຕະ ເງິນ​ສຳ​ລັບ​ໂຕະ​ເງິນ 17 ແລະ​ສ້ອມ​ ອ່າງ ກັບຖ້ວຍ​ເປັນທອງ​ຄຳ​ບໍ​ຣິ​ສຸດ ຊາມ​ທອງ​ຄຳ​ແລະ​ນ້ຳ​ຫນັກ​ຂອງ​ແຕ່​ລະ​ໃບ ຊາມ​ເງິນ​ແລະ​ນ້ຳ​ຫນັກ​ຂອງ​ແຕ່​ລະ​ໃບ 18 ແທ່ນ​ເຄື່ອງ​ຫອມ​ທຳ​ດ້ວຍ​ທອງ​ຄຳ​ເນື້​ອ​ລະ​ອຽດ ແລະ​ນ້ຳ​ຫນັກ​ຂອງ​ແທ່ນ​ນັ້ນ ທັງ​ແຜນ​ຜັງ​ສຳ​ລັບ​ຣົດ​ຮົບ​ທອງ​ຄຳ​ຂອງ​ເຊ​ຣູ​ບິມ ຊຶ່ງ​ກາງ​ປີກ​ອອກ​ປົກ​ຫິບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 19 ສິ່ງ​ເຫລົ່າ​ນີ້​ດາ​ວິດ​ຊົງ​ກະ​ທຳ​ໃຫ້​ກະ​ຈ່າງ​ໂດຍ​ອາ​ໄສ​ລາຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວດ້ວຍ​ເຣື່ອງ​ນີ້ ຄື​ງານ​ທຸກ​ຢ່າງ​ຊື່ງ​ຈະ​ຕ້ອງ​ກະ​ທຳ​ຕາມ​ແຜນ​ຜັງ​ນັ້ນ 20 ແລ້ວ​ດາ​ວິດ​ສັ່ງ​ກັບ​ໂຊ​ໂລ​ໂມນ​ບຸດ​ຊາຍ​ຂອງ​ພຣະ​ອົງ​ວ່າ, “ຈົ່ງ​ເຂັ້ມ​ແຂງ​ແລະ​ກ້າ​ຫານ ແລະ​ທຳ​ໃຫ້​ສຳ​ເຣັດ​ເຖີດ ຢ່າຢ້ານ​ກົວ​ເລີຍ ຢ່າ​ໃຫ້​ມີ​ສິ່ງ​ໃດ​ສິ່ງ​ນຶ່ງ​ຂັດ​ຂວາງ​ເຈົ້າ​ເລີຍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ ຄື​ພຣະ​ເຈົ້າ​ຂອງ​ຂ້າ​ຊົງ​ສະ​ຖິດ​ກັບ​ເຈົ້າ ພຣະ​ອົງ​ຈະ​ບໍ່​ຊົງ​ປ່ອຍ​ໃຫ້ເຈົ້າ​ລົ້ມ​ເຫລວ​ຫລື​ປະ​ຖີ້ມ​ເຈົ້າ ຈົນ​ກວ່າ​ງານ​ທັງ​ສິ້ນ​ສຳ​ລັບ​ງານ​ບົວ​ລະ​ບັດ​ແຫ່ງ​ພຣະ​ວິ​ຫານ​ຂອງ​ເຈົ້າ​ສຳ​ເຣັດ 21 ເບິ່ງ​ແມ໋, ມີ​ເວນ​ປະ​ໂຣ​ຫິດ ແລະ​ເວນ​ຄົນ​ເລ​ວີ ສຳ​ລັບ​ງານ​ບົວ​ລະ​ບັດ​ທຸກ​ຢ່າງ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ໃນ​ການ​ນີ້​ທັງ​ສິ້ນ ຈະ​ມີ​ຄົນ​ຢູ່​ກັບ​ເຈົ້າ ຄື​ທຸກ​ຄົນ​ທີ່​ເຕັມ​ໃຈ ແລະ​ເປັນ​ຜູ້​ມີ​ຝີ​ມື​ໃນ​ງານ​ບົວ​ລະ​ບັດ​ທຸກ​ຢ່າງ ທັ​ງ​ເຈົ້າ​ຫນ້າ​ທີ່​ແລະ​ປະ​ຊາ​ຊົນ​ທັງ​ປວງ​ຈະ​ຢູ່​ໃນ​ບັງ​ຄັບ​ບັນ​ຊາ​ຂອງ​ເຈົ້າ​ທັງ​ສິ້ນ”

1 ຂ່າວຄາວ 29

1 ແ​ລະ​ກະ​ສັດ​ດາ​ວິດ​ພຣະ​ຣາ​ຊາ​ສັ່ງ​ກັບ​ຊຸມ​ນຸມ​ຊົນ​ທັງ​ປວງວ່າ, “ໂຊ​ໂລໂມນ​ບຸດ​ຂອງ​ເຮົາ​ຊຶ່ງ​ເປັນ​ຜູ້​ດຽວ​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ນັ້ນ ຍັງ​ເປັນ​ຄົນ​ຫນຸ່ມ​ແລະ​ບໍ່​ມີ​ຄວາມ​ຊຳ​ນານ ການ​ງານກໍ​ຍິ່ງໃຫຍ່ຫລາຍ ເພາະ​ວ່າ​ພຣະພຣະ​ວິ​ຫານ​ນັ້ນ​ບໍ່​ແມ່ນ​ສຳ​ລັບ​ຄົນ ແຕ່​ສຳ​ລັບ​ພຣະ​ເຈົ້າ​ 2 ເພາະ​ສະ​ນັ້ນ​ເຮົາ​ຈຶ່ງ​ຈັດ​ຕຽມ​ໄວ້​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ເຕັມ​ຄວາມ​ສາ​ມາດ​ຂອງ​ເຮົາ ຄື​ທອງ​ຄຳ​ສຳ​ລັບ​ສິ່ງ​ທີ່​ທຳ​ດ້ວຍທອງ​ຄຳ ແລະ​ເງິນ​ສຳ​ລັບ​ສິ່ງທີ່​ທຳ​ດ້ວຍ​ເງິນ ແລະ​ທອງ​ສຳ​ຣິດ ແລະ​ເຫລັກ​ສຳ​ລັບ​ສິ່ງ​ທີ່​ທຳ​ດ້ວຍ​ເຫລັກ ແລະ​ໄມ້​ສຳ​ລັບ​ສິ່ງ​ທີ່​ທຳ​ດ້ວ​ຍໄມ້ ນອກ​ເຫນືອ​ຈາກ​ນີ້​ກໍ​ມີ​ແກ້ວ​ໂມ​ເມນ ແລະ​ແກ້ວ​ສຳ​ລັບ​ຝັງ​ຫີນ​ທີ່​ມີ​ຄ່າ ຫີນ​ລາຍ ເພັດ​ພອຍ​ທຸກ​ຊ​ນິດ​ແລະ​ຫີນ​ອ່ອນ 3 ນອກ​ຈາກ​ສິ່ງທີ່​ເຮົາ​ຈັດ​ຫາ​ໄວ້​ສຳ​ລັບ​ພຣະ​ວິ​ຫານ​ສັກ​ສິດ​ແລ້ວ ເຣົາ​ຍັງ​ມີ​ທອງ​ຄຳ​ແລະ​ເງິນ​ເປັນສົມ​ບັດ​ຂອງ​ເຣົາ ແລະ​ເພາະ​ຄວາມ​ຮັກ​ຂອງ​ເຣົາ​ທີ່​ມີ​ຕໍ່​ພຣະ​ຜາ​ສາດ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ ເຮົາ​ຂໍ​ມອບ​ໃຫ້​ແກ່​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ 4 ດັ່ງ​ນີ້ ທອງ​ຄຳ​ສາມ​ພັນ​ຕະ​ລັນ ເປັນ​ທອງ​ຄຳ​ເມືອງ​ໂອ​ຟີ​ຣ໌ ແ​ລະ​ເງິນເຈັດ​ພັນ​ຕະ​ລັນ ເພື່ອ​ຈະ​ໃຊ້​ຕົກ​ແຕ່ງ​ຝາ​ພຣະ​ວິ​ຫານ 5 ທອງ​ຄຳ​ສຳ​ລັ​ບສິ່ງ​ທີ່​ທຳ​ດ້ວຍ​ທອງ​ຄຳ ແລະ​ເງິນ​ສຳ​ລັບ​ສີ່ງ​ທີ່​ທຳ​ດ້ວຍ​ເງິນ ແລະ​ເພື່ອ​ງານ​ທັງ​ສິ້ນ​ທີ່​ຊ່າງຈະ​ຕ້ອງ​ທຳ​ດ້ວຍ​ມື ໃຜ​ແດ່​ເຕັມ​ໃຈ​ທີ່​ຈະ​ຖວາຍ​ຂອງ​ພ້ອມ​ກັບ​ຖວາຍ​ຕົວ​ແດ່​ພຣະ​ເຈົ້າ​ໃນ​ວັນ​ນີ້” 6 ແລະ​ຫົວ​ຫນ້າ​ຂອງ​ຕະ​ກູນ ບັນ​ດາ​ຫົວ​ຫນ້າ​ຂອງ​ເຜົ່າ ທັງ​ນາຍ​ພັນ​ນາຍ​ຮ້ອຍ​ແລະ​ພະ​ນັກ​ງານ​ດູ​ແລ​ຣາ​ຊ​ການ​ກໍ​ຖວາຍ​ດ້ວຍ​ຄວາມ​ເຕັມ​ໃຈ 7 ເຂົາ​ທັງ​ຫລາຍ​ຖວາຍ​ເພື່ອ​ງານ​ບົວ​ລະ​ບັດ​ແຫ່ງພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ເປັນ​ທອງ​ຄຳ​ຫ້າ​ພັນ​ຕະ​ລັນ ແລະ​ນຶ່ງ​ຫມື່ນ​ດາ​ຣິກ ເງິນ​ນຶ່ງ​ຫມື່ນ​ຕະ​ລັນ​ທອງ​ສຳ​ຣິດ​ນຶ່ງ​ຫມື່ນ​ແປ​ດ​ພັນ​ຕະ​ລັນ ແລະ​ເຫລັກ​ນຶ່ງ​ແສ​ນ​ຕະ​ລັນ 8 ຜູ້​ໃດ​ທີ່​ມີ​ເພັດ​ພອຍ​ກໍ​ຖວາຍ​ໄວ້​ທີ່​ຄັງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ໃນ​ຄວາມ​ດູ​ແລ​ຂອງ​ເຢ​ຮີ​ເອນ​ຕະ​ກູນ​ເກີ​ໂຊນ 9 ແລ້ວ​ປະ​ຊາ​ຊົນ​ກໍ​ບິນ​ດີ ເພາະ​ເຂົາ​ຖວາຍ​ສິ່ງ​ເຫລົ່າ​ນີ້​ຕາມ​ຄວາມ​ສ​ມັກ​ໃຈ​ຂອງ​ເຂົາ ເພາະ​ເຂົາ​ຖວາຍ​ດ້ວຍ​ຄວາມຈິ​ໃຈ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດາ​ວິດ​ພຣະ​ຣາ​ຊາກໍຊົງ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ດ້ວຍ

ດາ​ວິດ​ສັຣ​ເສີນ​ພຣະ​ເຈົ້າ

10 ເພາະ​ສະ​ນັ້ນ ດາ​ວິດ​ຈຶ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນເຈົ້າ​ຕໍ່​ຫນ້າ​ຊຸມ​ນຸມ​ຊົນ​ທັງ​ປວງ ແລະ​ດາ​ວິດ​ທູນ​ວ່າ, “ຂ້າ​ແດ່ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ສາ​ທຸ​ການ​ແດ່​ພຣະ​ອົງ​ເປັນ​ນິດ​ແລະ​ເປັນ​ນິດ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄວາມ​ຍິ່ງ​ໃຫຍ່ ຣິດ​ທາ​ນຸ​ພາບ ພຣະ​ຣັສ​ມີ​ໄຊ​ຊະ​ນະ ແລະ​ເຕັມ​ປ່ຽມ​ດ້ວຍ​ສະ​ງ່າ​ຣາ​ສີ​ເປັນ​ຂອງ​ພຣະ​ອົງ ແ​ລະ​ບັນ​ດາ​ສິ່ງ​ທີ່​ມີ​ຢູ່​ໃນ​ຟ້າ​ສວັນ ແລະ​ໃນ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຣາ​ຊ​ອາ​ນາ​ຈັກ​ເປັນ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເປັນ​ຈອມ​ຂອງ​ສິ່ງ​ສາ​ຣະ​ພັດ 12 ທັງ​ຄວາມ​ຮັ່ງ​ມີ​ແລະ​ກຽດ​ມາ​ຈາກ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຄອບ​ຄອງ​ຢູ່​ເຫນືອ​ທຸກ​ສິ່ງ ຣິດ​ທາ​ນຸ​ພາບ​ແລະ​ມະ​ຫິດ​ທິ​ຣິດ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ທີ່​ຈະ​ຊົງ​ກະ​ທຳ​ໃຫ້​ຍິ່ງ​ໃຫຍ່​ແລະ​ປະ​ທານ​ກຳ​ລັງ​ແກ່​ທັງ​ມວນ 13 ບັດ​ນີ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ແລະ​ສັຣ​ເສີນ​ພຣະ​ນາມ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ 14 “ແຕ່​ຂ້າ​ພຣະ​ອົງ​ເປັນ​ຜູ້​ໃດ ແລະ​ຊົນ​ຊາດ​ຂອງ​ຂ້າ​ພຣະ​ອົງ​ເປັນ​ຜູ້ໃດ ທີ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ສາ​ມາດ​ຖວາຍ​ແດ່​ພຣະ​ອົງ​ດ້ວຍ​ຄວາມ​ເຕັມ​ໃຈ​ເຊັ່ນ​ນີ້ ເພາະ​ວ່າ​ສິ່ງ​ຂອງ​ທຸກ​ຢ່າງ​ມາ​ຈາກ​ພຣະ​ອົງ ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ຖວາຍ​ຂອງ​ທີ່​ເປັນ​ຂອງ​ພຣະ​ອົງ​ແດ່​ພຣະ​ອົງ​ເທົ່າ​ນັ້ນ 15 ເພາະ​ວ່າ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເປັນ​ຄົນ​ຕ່າງ​ດ້າວ​ຕ່າງ​ແດນ​ຕໍ່ພຣະ​ພັກ​ພຣະ​ອົງ ແລະ​ເປັນ​ຄົນ​ອາ​ໄສ​ຢູ່​ຊົ່ວ​ຄາວ ດັ່ງ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ໄດ້​ເປັນ​ຢ່າງ​ນັ້ນ​ມາ​ແລ້ວ ວັນ​ປີ​ຂອງ​ຂ້າ​ພຣະ​ອົງ​ເທິງ​ແຜ່ນ​ດິນ​ໂລ​ກ​ເປັນ​ເຫ​ມືອນ​ເງົາ ແລະ​ບໍ່​ມີ​ອັນ​ໃດ​ຈີ​ຣັງ 16 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂອງ​ມາກ​ມາຍ​ເຫລົ່າ​ນີ້​ທັງ​ຫມົດ​ຊຶ່ງ​ຂ້າ​ພຣະ​ອົງ​ຈັດ​ຫາ​ເພື່ອ​ສ້າງ​ພຣະ​ວິ​ຫານ​ຖວາຍ​ແດ່​ພຣະ​ອົງ ເພື່ອ​ພຣະ​ນາມ​ບໍ​ຣິ​ສຸດຂອງ​ພຣະ​ອົງ​ມາ​ຈາກ​ພຣະຫັດ​ຂອງ​ພຣະ​ອົງ ແລະ​ເປັນ​ຂອງ​ພຣະ​ອົງ​ທັງ​ສິ້ນ 17 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຊາບ​ແນ່​ວ່າ ພຣະ​ອົງ​ຊົງ​ທົດ​ລອງ​ຈິດ​ໃຈ ແລະ​ຊົງ​ພໍ​ພຣະ​ທັຍ​ໃນ​ຄວາມ​ທ່ຽງ​ທັມ ສ່ວນ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ຖວາຍ​ທຸກ​ສີ່ງ​ເຫລົ່າ​ນີ້​ທັງ​ສິ້ນ ດ້ວຍ​ຄວາມ​ເຕັມ​ໃຈ​ໃນ​ຄວາມ​ທ່ຽງ​ທັມ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ ແລະ​ບັດ​ນີ້​ຂ້າ​ພຣະ​ອົງ​ຊື່ນ​ໃຈ​ທີ່​ໄດ້​ເຫັນໄພ່​ພົນຂອງພຣະ​ອົງ ຜູ້​ຊຶ່ງ​ຢູ່​ໃນ​​ທີ່​ນີ້​ໄດ້​ເຕັມ​ໃຈ​ຖວາຍ​ດ້ວຍ​ຄວາມ​ຊື່ນ​ບານ​ຕໍ່​ພຣະ​ອົງ 18 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ອິ​ຊາກ​ ແລະ​ອິສ​ຣາ​ເອນ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍ​ພຣະ​ອົງ​ຊົງ​ຮັ​ກ​ສາ​ຄວາມ​ປະ​ສົງ​ແລະ​ຄວາມ​ຄິດ​ໃນ​ໃຈ​ຂອງ​ປະ​ຊາ​ກອນ​ຂອງ​ພຣະ​ອົງ​ໃຫ້​ເປັນ​ເຊັ່ນ​ນີ້​ສ​ເມີ​ໄປ ແລະ​ຂໍ​ຊົງ​ຕັ້ງ​ຈິດ​ໃຈ​ຂອງ​ເຂົາ​ທັງ​ຫລາຍ​ໃຫ້​ຫມັ້ນ​ໃນ​ພຣະ​ອົງ 19 ຂໍ​ພຣະ​ອົງ​ຊົງ​ໂຜດ​ໂຊ​ໂລ​ໂມນ​ບຸດ​ຂອງ​ຂ້າ​ພຣະ​ອົງ​ໃຫ້​ມີ​ຈິດ​ໃຈ​ຈີ​ງ​ທີ່​ຈະ​ຮັກ​ສາ​ບັນ​ດາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ພຣະ​ໂອ​ວາດ​ຂອງ​ພຣະ​ອົງ ແລະ​ກົດ​ເກນ​ຂອງ​ພຣະ​ອົງ ແລະ​ໃຫ້​ກະ​ທຳ​ທຸກຢ່າງ​ເຫລົ່າ​ນີ້ ແລະ​ສ້າງ​ພຣະ​ວິ​ຫານ​ຕາມ​ຊຶ່ງ​ຂ້າ​ພຣະ​ອົງ​ໄດ້​ກະ​ຕຽມ​ໄວ້​ແລ້ວ​ນັ້ນ” 20 ແລ້ວ​ດາ​ວິດ​ສັ່ງ​ກັບ​ຊຸມ​ນຸມ​ຊົນ​ທັງ​ປວງວ່າ, “ຈົ່ງ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ” ແລະ​ຊຸມ​ນຸມ​ຊົນ​ທັງ​ປວງ​ກໍ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ ແລະ​ກົ້ມ​ຫົວ​ຂອງ​ເຂົາ​ທັງ​ຫລາຍ​ລົງ​ແລະ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖວາຍ​ບັງ​ຄົມ​ແດ່​ພຣະ​ຣາ​ຊາ 21 ແລະ​ເຂົາ​ທັງ​ຫລາຍ​ໄດ້​ຖວາຍ​ສັ​ຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ຮຸ່ງ​ຂື້ນ​ຕໍ່​ຈາກວັນ​ນັ້ນ ເປັນ​ງົວ​ເຖິກ​ນຶ່ງ​ພັນ​ໂຕ​ພ້​ອມ​ກັບ​ເຄື່ອງ​ດື່ມ​ບູ​ຊາ​ທີ່​ຄູ່​ກັນ ແລະ​ຖວາຍ​ສັຕ​ບູ​ຊາ​ຢ່າງ​ຫລວງ​ຫລາຍ​ເພື່ອ​ອິສ​ຣາ​ເອນ​ທັງ​ປວງ 22 ແລະ​ເຂົາ​ທັງ​ຫລາຍ​ໄດ້​ກີ​ນ​ໄດ້​ດື່ມ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ນັ້ນ​ດ້ວຍ​ຄວາມຍິນ​ດີ​ຍິ່ງ ແລະ​ເຂົາ​ທັງ​ຫລາຍ​ໄດ້​ຕັ້ງ​ໂຊ​ໂລ​ໂມນ​ໂອ​ຣົດ​ຂອງ​ດາ​ວິດ​ເປັນ​ພຣະ​ຣາ​ຊາ​ເປັນ​ເທື່ອ​ທີ່​ສອງ ແລະ​ເຂົາ​ທັງ​ຫລາຍ​ໄດ້​ຫົດ​ສົງ​ທ່ານ​ໄວ້​ໃຫ້​ເປັນ​ເຈົ້າ​ນາຍ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊາ​ໂດກ​ໃຫ້​ເປັນ​ປະ​ໂຣ​ຫິດ 23 ແລ້ວ​ໂຊ​ໂລ​ໂມນ​ຊົງ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ຣາ​ຊາ​ແທນ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຈະ​ເຣີນ​ຂື້ນ ແລະ​ອິສ​ຣາ​ເອນ​ທັງ​ປວງ​ກໍ​ເຊື່ອ​ຟັງ​ພຣະ​ອົງ 24 ບັນ​ດາ​ຜູ້​ນຳ​ທັງ​ຫລາຍ ແລະ​ພົ​ນທະ​ຫານ​ທັງ​ຫລາຍ ທັງ​ບັນ​ດາໂອ​ຣົດ​ຂອງ​ກະ​ສັດ​ດາ​ວິດ​ໄດ້​ສາ​ບານ​ຕົວ​ຕໍ່​ກະ​ສັດ​ໂຊ​ໂລໂມນ 25 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ຊື່​ສຽງ​ທີ່​ຍິ່ງ​ໃຫຍ່​ແກ່​ໂຊ​ໂລ​ໂມນ ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ອິສ​ຣາ​ເອນ​ທັງ​ປວງ ແລະ​ຊົງ​ປະ​ທານກຽດ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ຣາ​ຊາ​ແກ່​ພຣະ​ອົງ ຢ່າງ​ທີ່​ບໍ່​ມີ​ພຣະ​ຣາ​ຊາ​ອົງ​ໃດ​ໃນອິສ​ຣາ​ເອນ​ກ່ອນ​ພຣະ​ອົງ​ໄດ້​ຮັບ

ມໍ​ຣະ​ນະ​ກັມ​ຂອງ​ດາ​ວິດ

26 ຝ່າຍ​ດາ​ວິດ​ບຸດ​ເຈ​ສ​ຊີ​ໄດ້​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ທັງ​ປວງ 27 ເວ​ລາ​ທີ່​ພຣະ​ອົງ​ຊົງ​ປົກ​ຄອງ​ເຫນືອ​ອິສ​ຣາ​ເອນ​ນັ້ນ​ເປັນ​ສີ່​ສິບ​ປີ ພຣະ​ອົງ​ຊົງ​ປົກ​ຄອງໃນ​ເຮໂບ​ຣນ​ເຈັດ​ປີ ແລະ​ໃນ​ເຢ​ຣູ​ຊາເລັມ​ສາມ​ສິບ​ປີ 28 ແລ້ວ​ພຣະ​ອົງ​ສິ້ນ​ພຣະ​ຊົນ​ເມື່ອເຖົ້າ​ຊະ​ຣາ​ຫລາຍແລ້ວ ທັງ​ຊົງ​ຮັ່ງ​ມີ​ແລະ​ມີ​ພຣະ​ກຽດ ແລະ​ໂຊ​ໂລ​ໂມນ​ໂອ​ຣົດ​ຂອງ​ພຣະ​ອົງ​ປົກ​ຄອງ​ແທນພຣະ​ອົງ 29 ສ່ວນ​ພຣະ​ຣາ​ຊ​ກິດ​ຂອງ​ກະ​ສັດ​ດາ​ວິດ ຕັ້ງ​ແຕ່​ຕົ້ນ​ຈົນ​ທີ່​ສຸດ ເບິ່ງ​ແມ໋, ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ຂອງ​ຊາ​ມູ​ເອນ​ຜູ້​ທຳ​ນ​ວາຍ ແລະ​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ຂອງ​ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ຂອງ​ກາດ​ຜູ້​ທຳ​ນ​ວາຍ 30 ມີ​ເຣື່ອງ​ຣາວ​ການ​ປົກ​ຄອງ​ຂອງ​ພຣະ​ອົງ​ທັງ​ສິ້ນ ແລະ​ຍຸດ​ພະ​ລັງ​ຂອງ​ພຣະ​ອົງ ແລະ​ເຣື່ອງ​ຣາວ​ທີ່​ບັງ​ເກີດ​ກັບ​ພຣະ​ອົງ ແລະ​ກັບ​ອິສ​ຣາ​ເອນ ແລະ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ທັງ​ສິ້ນ​ຂອງ​ປະ​ເທດ​ຕ່າງໆ

2 ຂ່າວຄາວ 1

ຄຳ​ອະ​ທິ​ຖາ​ນຂອງ​ໂຊ​ໂລ​ໂມນ​ເພື່ອ​ຂໍ​ສະ​ຕິ​ປັນ​ຍາ

1 ໂຊ​ໂລ​ໂມນ​ໂອ​ຣົດຂອງ​ດາ​ວິດ​ໄດ້​ສະ​ຖາ​ປະ​ນາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ຊົງ​ສະ​ຖິດ​ກັບ​ພຣະ​ອົງ ແລະ​ຊົງ​ກະ​ທຳ​ໃຫ້​ພຣະ​ອົງ​ໃຫຍ່​ໂຕ​ຢ່າງ​ຍິ່ງ 2 ໂຊ​ໂລ​ໂມນ​ກ່າວ​ກັບ​ອິ​ສ​ຣາ​ເອນ​ທັງ​ປວງ​ກັບ​ນາຍ​ພັນ​ແລະ​ນາຍ​ຮ້ອຍ ທັງ​ກັບ​ຜູ້​ປົກ​ຄອງ​ແລະ​ກັບ​ເຈົ້າ​ນາຍ​ທັງ​ປວງໃນ​ອິ​ສ​ຣາ​ເອນ​ທັງ​ຫມົດ ຜູ້​ເປັນ​ຫົວ​ຫນ້າ​ຂອງ​ບັນ​ດາ​ຕະ​ກູນ​ຂອງ​ເຂົາ 3 ແລະ​ໂ​ຊ​ໂລ​ໂມນ​ກັບ​ຊຸມ​ນຸ​ມ​ຊົນ​ທັງ​ປ​ວງ​ທີ່​ຢູ່​ກັບ​ພຣະ​ອົງ​ໄດ້​ຂຶ້ນ​ໄປ​ທີ່​ສະ​ຖານ​ນະ​ມັສ​ການ​ທີ່​ສູງ​ຊຶ່ງ​ຢູ່​ທີ່​ກິ​ເບ​ໂອນ​ເພາະ​ເຕັນ​ນັດ​ພົບ​ຂອງ​ພຣະ​ເຈົ້າ ຊຶ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ໃນ​ຖິ່ນ​ກັນ​ດານ​ຢູ່​ທີ່​ນັ້ນ 4 (ແຕ່​ດາ​ວິດ​ໄດ້​ຊົງ​ນຳ​ຫີບຂອງ​ພຣະ​ເຈົ້າ​ມາ​ຈາກກິ​ຣິ​ອາທ​ເຢ​ອາ​ຣິມ​ເຖິງ​ສະ​ຖານ​ທີ່​ຊຶ່ງ​ດາ​ວິດ​ຊົງ​ຕຽມ​ໄວ້​ໃຫ້​ເພາະ​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ເຕັນ​ໄວ້​ໃຫ້ໃນກຸງ​ເຢ​ຣູ​ຊາ​ເລັມ) 5 ເຖິງ​ປານ​ນັ້ນ ແທ່ນ​ບູ​ຊາ​ທອງ​ສຳ​ຣິດ ຊຶ່ງ​ເບ​ຊາ​ເລນ​ບຸດ​ອຸ​ຣີ ບຸດ​ຮູ​ຣ໌​ໄດ້​ສ້າງ​ໄວ້​ນັ້ນ​ກໍ​ຢູ່​ທີ່​ຫນ້າຫໍ​ເຕັນ​ຂອງ​ພຣະ​ເຈົ້າ ແລະ​ໂຊ​ໂລ​ໂມນ​ກັບ​ຊຸມ​ນຸມ​ຊົນ​ກໍ​ໄດ້​ສ​ແວງ​ຫາ​ພຣະ​ເຈົ້າ 6 ແລະ​ໂຊ​ໂລໂມນ​ສະ​ເດັດ​ໄປ​ທີ່​ນັ້ນ​ຍັງ​ແທ່ນ​ບູ​ຊາ​ທອງ​ສຳ​ຣິດ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຢູ່​ທີ່​ເຕັນ​ນັດ​ພົບ ແລະ​ຊົງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ນຶ່ງ​ພັນ​ໂຕ​ເທິງ​ແທ່ນ​ນັ້ນ 7 ໃນ​ຄືນ​ນັ້ນ ພຣະ​ເຈົ້າ​ຊົງ​ປາ​ກົດ​ແກ່​ໂຊ​ໂລໂມນ ແລະ​ກ່າວ​ກັບ​ພຣະ​ອົງ​ວ່າ, “ເຈົ້າ​ຢາກ​ໃຫ້​ເຮົາ​ໃຫ້​ຫຍັງ​ແກ່​ເຈົ້າ ກໍ​ຈົ່ງ​ຂໍ​ເຖີດ” 8 ແລະ​ໂຊ​ໂລ​ໂມນ​ທູນ​ພຣະ​ເຈົ້າ​ວ່າ, “ພຣະ​ອົງ​ໄດ້​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ຍິ່ງ​ໃຫຍ່​ແກ່​ດາ​ວິດ​ສະ​ເດັດ​ພໍ່​ຂ​ອງ​ຂ້າ​ພຣະ​ອົງ ແລະ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ກະ​ສັດ​ແທນ 9 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ໃຫ້​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ດາ​ວິດ​ສະ​ເດັດ​ພໍ່​ຂອງ​ຂ້າ​ພຣະ​ອົງ​ເປັນ​ຈິງ​ໃນ​ບັດ​ນີ້ ເພາະ​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ກະ​ສັດ​ເຫນືອ​ຊົນ​ຊາດ​ທີ່​ຫລາຍ​ເຫມືອນ​ຝຸ່ນ​ຂີ້​ດິນ​ແຫ່ງ​ແຜ່ນ​ດິນ​ໂລກ 10 ຂໍ​ຊົງ​ປະ​ທານ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຮູ້​ແກ່​ຂ້າ​ພຣະ​ອົງ​ທີ່​ຈະ​ເຂົ້າ​ນອກ​ອອກ​ໃນ​ຕໍ່​ຫນ້າ​ຊົນ​ຊາດ​ນີ້ ເພາະ​ຜູ້​ໃດ​ທີ່​ຈະ​ປົກ​ຄອງ​ໄພ່​ພົນ​ຂອງ​ພຣະ​ອົງ​ໄດ້ ຊຶ່ງ​ໃຫຍ່​ຍິ່ງນັກ” 11 ພຣະ​ເຈົ້າ​ຊົງ​ກ່າວ​ຕອບ​ໂຊ​ໂລ​ໂມນ​ວ່າ, “ຍ້ອນ​ວ່າ​ສິ່ງ​ນີ້​ຢູ່​ໃນ​ຈິດ​ໃຈ​ຂອງ​ເຈົ້າ ແລະ​ເຈົ້າ​ບໍ່​ໄດ້​ຂໍ​ຊັບ​ສົມ​ບັດ ຄວາມ​ມັ່ງ​ຄັ່ງ​, ​ກຽດ ຫລື​ຊີ​ວິດ​ສັດ​ຕ​ຣູ ແລະ​ທັງ​ບໍ່​ໄດ້​ຂໍ​ຊີ​ວິດ​ຂອງ​ຄົນ​ເຫລົ່າ​ນັ້ນ​ຜູ້​ກຽດ​ຊັງ​ເຈົ້າ​ ແລະ​ທັງ​ບໍ່​ໄດ້​ຂໍ​ຊີ​ວິດ​ຍືນ​ຍາວ ແຕ່​ໄດ້​ຂໍ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຮູ້​ເພື່ອ​ຕົວ​ເຈົ້າ​ເອງ ເພື່ອ​ເຈົ້າ​ຈະ​ປົກ​ຄອງ​ໄພ່​ພົນ​ຂອງ​ເຮົາ ຜູ້​ຊຶ່ງ​ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ກະ​ສັດ​ເຫນືອ​ເຂົາ​ນັ້ນ 12 ເຮົາ​ຈະ​ໃຫ້​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຮູ້​ໃຫ້​ແກ່​ເຈົ້າ ເຣົາ​ຈະ​ໃຫ້​ຊັບ​ສົມ​ບັດ​ຄວາມ​ມັ່ງ​ຄັ່ງ ແລະ​ກຽດ​ຕິ​ຍົດ​ແກ່​ເຈົ້າ​ດ້ວຍ​ຢ່າງ​ທີ່​ບໍ່​ມີ​ກະ​ສັດ​ອົງ​ໃດ​ຜູ້​ຢູ່​ກ່ອນ​ເຈົ້າ​ໄດ້​ມີ ແລະ​ບໍ່ມີ​ຜູ້​ໃດ​ພາຍ​ຫລັງ​ເຈົ້າ​ຈະ​ມີ​ເຫມືອນ” 13 ໂຊ​ໂລ​ໂມນ​ຈຶ່ງ​ສະ​ເດັດ​ຈາກ​ບ່ອນ​ນະ​ມັສ​ການ​ທີ່​ກິ​ເບ​ໂອນ ຈາກ​ຕໍ່​ຫນ້າ​ເຕັນ​ນັດ​ພົບ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ຢູ່​ເຫນືອ​ອິ​ສ​ຣາ​ເອນ 14 ໂຊ​ໂລ​ໂມນ​ຊົງ​ຮ​ວບ​ຮວມ​ຣົດ​ຮົບ ແລະ​ພົນ​ມ້າ ພຣະ​ອົງ​ຊົງ​ມີ​ຣົດ​ຮົບ​ນຶ່ງ​ພັນ​ສີ່ຮ້ອຍ​ຄັນ ແລະ​ພົນ​ມ້າ​ນຶ່ງ​ຫມື່ນ​ສອງ​ພັນ​ຄົນ ຊຶ່ງ​ພຣະ​ອົງ​ຊົງ​ໃຫ້​ປະ​ຈະ​ຢູ່​ທີ່​ຫົວ​ເມືອງ​ຣົດ​ຮົບ ແລະ​ຢູ່​ກັບ​ກະ​ສັດ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 15 ເຈົ້າ​ຊີ​ວິດ​ຊົງ​ກະ​ທຳ​ໃຫ້​ເງິນ​ແລະ​ທອງ​ຄຳ​ເປັນ​ຂອງ​ສາ​ມັນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເຫມືອນ​ກ້ອນ​ຫີນ ແລະ​ຊົງ​ກະ​ທຳ​ໃຫ້​ມີ​ໄມ້​ສົນ​ຫລວງ​ຫລາຍ​ເຫມືອນ​ໄມ້​ຫມາກ​ເດື່ອ​ແຫ່ງ​ຖິ່ນ​ເຊ​ເຟ​ລາ 16 ມ້າ​ອັນ​ເປັນ​ສິນ​ຄ້າ​ເຂົ້າ​ຂອງ​ໂຊ​ໂລ​ໂມນ​ມາ​ຈາກເອ​ຢິບ ເປັນ​ຝູງໆ ແລະ​ບັນ​ດາ​ພໍ່​ຄ້າ​ຂອງ​ເຈົ້າ​ຊີ​ວິດຮັບ​ມາ​ເປັນ​ຝູງໆ​ຕາມ​ຣາ​ຄາ 17 ເຂົາ​ທັງ​ຫລາຍນຳ​ຣົດ​ຮົບ​ເຂົ້າ​ມາ​ຈາກ​ເອ​ຢິບ​ຄັນ​ນຶ່ງ​ເປັນ​ເງິນ​ຫົກ​ຮ້ອຍ​ເຊເກ​ລ​ເງິນ ແລະ​ມ້າ​ໂຕ​ນຶ່ງ​ນື່ງ​ຮ້ອຍ​ຫ້າ​ສິ​ບ ດັ່ງ​ນັ້ນ​ໂດຍ​ທາງ​ພວກ​ພໍ່​ຄ້າ ເຂົາ​ກໍ​ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ກະ​ສັດ​ຂອງ​ຄົນ​ຮິດ​ຕີ ແລະ​ບັນ​ດາ​ກະ​ສັດ​ຂອງ​ຄົນ​ຊີ​ເຣັຽ (ອາ​ຣາມ)

2 ຂ່າວຄາວ 2

ໂຊ​ໂລ​ໂມນ​ຊົງ​ຕົກ​ລົງ​ກັບ​ກະ​ສັດ​ຮູ​ຣາມ

1 ຝ່າຍໂຊ​ໂລ​ໂມນ​ຊົງຕັ້ງ​ພຣະ​ທັຍ​ທີ່​ຈະ​ສ້າງ​ພຣະວິ​ຫານ​ເພື່ອ​ພຣະ​ນາມມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ສ້າງ​ພຣະ​ຣາ​ຊວັງ​ເພື່ອ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ 2 ແລະ​ໂຊ​ໂລ​ໂມນ​ຊົງ​ກຳ​ນົດ​ໃຫ້​ເຈັດ​ຫມື່ນ​ຄົນ​ເປັນ​ຄົນ​ຂົນ​ເຄື່ອງ ແລະ​ໃຫ້​ແປ​ດ​ຫມື່ນ​ຄົນ​ສະ​ກັດ​ຫີນ​ທີ່ເນີນ​ພູ ແລະ​ໃຫ້​ສາມ​ພັນ​ຫົກ​ຮ້ອຍ​ຄົນ​ດູ​ແລ​ເຂົາ​ທັງ​ຫລາຍ 3 ແລະ​ໂຊ​ໂລ​ໂມນ​ຊົງ​ສົ່ງ​​ຣາ​ຊ​ສານ​ໄປ​ຍັງ​ຮູ​ຣາມ​ກະ​ສັດ​ເມືອງ​ຕີ​ເຣ​ວ່າ, “ທ່ານ​ໄດ້​ກະ​ທຳ​ກິຈ​ກັບ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ ຄື ໄດ້​ສົ່ງ​ໄມ້​ສົນ​ໃຫ້ພຣະ​ອົງ​ ເພື່ອ​ສ້າງວັງ​ໃຫ້​ພຣະ​ອົງ​ອາ​ໄສ​ຢ່າງ​ໃດ ຂໍ​ທ່ານ​ໄດ້​ກະ​ທຳ​ແກ່​ຂ້າ​ພະ​ເຈົ້າ​ຢ່າງ​ນັ້ນ 4 ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ສ້າງ​ພຣະ​ວິ​ຫານ ເພື່ອ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າພະ​ເຈົ້າ ແລະ​ມອບ​ຖວາຍ​ແດ່​ພຣະ​ອົງ​ເພື່ອ​ເຜົາ​ເຄື່ອງ​ຫອມ​ຕໍ່​ພຣະ​ພັກ​ພຣະ​ອົງ ແລະ​ເພື່ອ​ເຂົ້າ​ຈີ່​ຕັ້ງ​ຖວາຍຕລອດ​ໄປ ແລະ​ເພື່ອ​ເຄື່ອງ​ເຜົາ​ບູ​ຊາ​ທັງ​ຕອນ​ເຊົ້າ​ແລະ​ຕອນ​ແລງ​ໃນ​ວັນ​ສະ​ບາ​ໂຕ ແລະ​ໃນ​ວັນ​ຂ້າງ​ຂຶ້ນ ແລະ​ວັນ​ເທ​ສ​ການ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ ຊຶ່ງ​ເປັນ​ກົດ​ຫມາຍ​ຕັ້ງ​

ໄວ້​ເປັນ​ນິດ​ສຳ​ລັບ​ອິ​ສ​ຣາ​ເອນ

5 ພຣະ​ວິ​ຫານ​ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ນັ້ນ​ໃຫຍ່​ໂຕ ເພາະ​ວ່າ​ພຣະ​ເຈົ້າ​ຂອງ​ເຣົາ​ໃຫຍ່​ຍິ່ງກວ່າ​ພຣະ​ທັງ​ປວງ 6 ແຕ່​ຜູ້​ໃດຫນໍ​ທີ່​ຈະ​ສາ​ມາດ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ພຣະ​ອົງ​ໄດ້ ໃນ​ເມື່ອ​ຟ້າ​ສວັນ​ເຖິງ​ແມ່ນ​ວ່າ​ຟ້າ​ສວັນ​ທີ່​ສູງ​ສຸດ​ທີ່​ສຸດ ຮັບ​ຮອງ​ພຣະ​ອົງ​ໄວ້​ບໍ່​ໄດ້ ຂ້າ​ພະ​ເຈົ້າ​ເປັນ​ຜູ້​ໃດ​ຫນໍ​ທີ່​ຈະ​ສ້າງພຣະ​ວິ​ຫານ​ສໍາ​ລັບ​ພຣະ​ອົງ ນອກ​ຈາ​ກ​ໃຫ້​ເປັ​ນ​ທີ່​ເຜົາ​ເຄື່ອງ​ຫອມ​ຖວາຍ​ພຣະ​ອົງ​ເທົ່າ​ນັ້ນ 7 ເຫດ​ສັນ​ນັ້ນ ບັດ​ນີ້​ຂໍ​ສົ່ງ​ຊາຍ​ຄົນ​ນຶ່ງ​ຜູ້​ຊຳ​ນານ​ການ​ຊ່າງ​ທອງ​ຄຳ ເງິນ ທອງ​ສຳ​ຣິດ​ແລະ​ເຫັ​ລກ ແລະ​ຊຳ​ນານ​ໃນ​ເຣື່ອງ​ຜ້າ​ສີ​ມ່ວງ ສີ​ແດງ​ເຂັ້ມ ແລະ​ສີຟ້າ ທັງ​ເປັນ​ຜູ້​ຊຳ​ນານໃນ​ການ​ແກະ​ສ​ລັກ ເພື່ອ​ຈະ​ຢູ່​ກັບ​ຊ່າງ​ຝີ​ມື​ຜູ້​ຢູ່​ກັບ​ຂ້າ​ພະ​ເຈົ້າ​ໃນ​ຢູ​ດາ​ແລະ​ໃນ​ເຢ​ຣູ​ຊາ​ເລັມ ຜູ້​ຊຶ່ງ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ຂ້າພະ​ເຈົ້າ​ໄດ້​ຈັດ​ຫາໄວ້ 8 ຂໍ​ທ່ານ​ສົ່ງ​ໄມ້​ສົນ ໄມ້​ແປກ ແລະ​ໄມ້​ດູ່​ຈາກ​ເລ​ບາ​ນອນ​ໃຫ້​ຂ້າ​ພະ​ເຈົ້າ​ດ້ວຍ ເພາະ​ຂ້າ​ພຣະ​ເຈົ້າ​ເຂົ້າ​ໃຈ​ວ່າ​ຂ້າ​ຣາ​ຊ​ການ​ຂອງ​ທ່ານ​ຮູ້​ຈັກ​ການ​ຕັດ​ໄມ້​ໃນ​ເລ​ບາ​ນອນ ແລະ​ເບິ່ງ​ແມ໋, ຂ້າ​ຣາ​ຊ​ການ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຢູ່​ກັບ​ຂ້າ​ຣາ​ຊ​ການ​ຂອງ​ທ່ານ 9 ເພື່ອ​ຈັດ​ຕຽມ​ຕົວ​ໄມ້​ໃຫ້​ແກ່​ຂ້າ​ພະ​ເຈົ້າ​ໃຫ້​ຫລວງ​ຫລາຍ ເພາະ​ວ່າ​ພຣະ​ວິ​ຫານ​ທີ່​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ນີ້​ຈະ​ໃຫຍ່​ໂຕ​ແລະ​ແປກ​ປ​ລາດ 10 ແລະ​ເບິ່ງ​ແມ໋, ສ່ວນ​ຂ້າ​ຣາ​ຊ​ການ​ຂອ​ງທ່ານ ຄື​ຜູ້​ທີ່​ຕັດ​ຕົ້ນ​ໄມ້​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ໃຫ້​ເຂົ້າ​ສາລີ​ນວດ​ແລ້ວ​ສອງ​ຫມື່ນ​ໂກ​ຣ໌ ເຂົ້າ​ບ​ເລ​ສອງ​ຫມື່ນ​ໂກ​ຣ໌ ເຫລົ້າ​ອະ​ງຸ່ນ​ສອງ​ຫມື່ນ​ບັ​ທ ແລະ​ນ້ຳ​ມັນ​ສ​ອງ​ຫມື່ນ​ບັ​ທ​ແກ່​ເຂົາ​ທັງ​ຫລາຍ” 11 ແລ້ວ​ຮູ​ຣາມ​ພຣະ​ຣາ​ຊາ​ແຫ່ງ​ເມືອງ​ຕີ​ເຣ​ຊົງ​ຕອບ​ເປັນ​ລາຍ​ພຣະ​ຫັດ ຊຶ່ງ​ພຣະ​ອົງ​ຊົງ​ມີ​ໄປ​ເຖິງ​ໂຊໂລ​ໂມນ​ວ່າ, “ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ປະ​ຊາ​ກອນ​ຂອງ​ພຣະ​ອົງ ພຣະ​ອົງ​ຈຶ່ງ​ຊົງ​ກະ​ທຳ​ໃຫ້​ທ່ານ​ເປັນ​ພຣະ​ຣາ​ຊາ​ເຫນືອເຂົາ​ທັງ​ຫລາຍ” 12 ຮູຣາມ​ກ່າວອີກວ່າ, “ສາ​ທຸການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ຜູ້​ຊົງ​ສ້າງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ ຜູ້​ໄດ້​ປະ​ທານ​ໂອ​ຣົດ​ທີ່​ສ​ລາດ​ຄົນ​ນຶ່ງ​ແກ່​ດາ​ວິດ​ປະ​ກອບ​ດ້ວຍ​ຄວາມ​ສ​ລຽວ​ສ​ລາດ​ແລະ​ຄວາມ​ເຂົ້າ​ໃຈ ຜູ້​ຊຶ່ງ​ຈະ​ສ້າງ​ພຣະ​ວິ​ຫານ​ຖວາຍ​ພຣະ​ເຈົ້າ ແລະ​ສ້າງ​ພຣະ​ຣາ​ຊວັງ​ເພື່ອ​ກິຈ​ອາ​ນາ​ຈັກ​ຂອງ​ພຣະ​ອົງ 13 “ບັດ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ຊ່າງ​ຝີ​ມື​ຄົນ​ນຶ່ງ ປະ​ກອບ​ດ້ວຍ​ຄວາມ​ເຂົ້າ​ໃຈ ຄື​ຮູ​ຣາມາ​ບີ​ທີ່​ປຶກ​ສາ​ອາ​ວຸ​ໂສ 14 ບຸດ​ຊາຍ​ຂອງ​ຍິງ​ເຜົ່າ​ດານ​ບິ​ດາ​ຂອງ​ເຂົາ​ເປັນ​ຊາວ​ເມືອງ​ຕີ​ເຣ ເຂົາ​ຊຳ​ນານ​ງານ​ຊ່າ​ງ​ທອງ​ຄຳ ເງິນ ທອງ​ສຳ​ຣິດ ເຫລັກ ຫີນ​ແລະ​ໄມ້ ແລະ​ທຳ​ງານ​ຊ່າງ​ຜ້າ​ສີ​ມ່ວງ ສີ​ຟ້າ ຜ້າ​ປ່ານ ແລະ​ຜ້າ​ສີ​ແດງ​ເຂັ້ມ ແລະ​ທຳ​ການ​ແກະ​ສລັກ​ທຸກ​ຊະ​ນິດ ແລະ​ສ້າງ​ຕາມ​ແບບ​ລວດ​ລາຍ​ໃດໆ​ທີ່​ຈະ​ກຳ​ນົດ​ໃຫ້​ແກ່​ເຂົາ ພ້ອມ​ກັບ​ຊ່າງ​ຝີ​ມື​ຂອງ​ທ່ານ ຄື​ຊ່າງ​ຝີ​ມື​ຂອງ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ທ່ານ​ຜູ້​ເປັນ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ 15 ເຫດ​ສັນ​ນັ້ນ​ເຣື່ອງ​ເຂົ້າ​ສາ​ລີ ເຂົ້າບ​ເລ ນ້ຳ​ມັນ ແລະ​ເຫລົ້າ​ອະ​ງຸ່ນ ຊຶ່ງ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເຖິງ​ນັ້ນ ຂໍ​ທ່ານ​ໄດ້​ສົ່ງ​ໄປ​ໃກ້​ພວກ​ເຮົາ​ຜູ້​ຮັບ​ໃຊ້​ທ່ານ 16 ແລະ​ພວກ​ເຮົາ​ຈະ​ຕັດ​ໄມ້​ເທົ່າ​ທີ່​ທ່ານ​ຕ້ອງ​ການ​ຈາກ​ເລບາ​ນອນ ແລະ​ນຳ​ມາ​ໃຫ້​ທ່ານ​ໂດຍ​ແພ​ທາງ​ທະ​ເລ​ເຖິງ​ເມືອງ​ໂຢບ​ປາ​ເພື່ອວ່າ​ທ່ານຈະ​ໄດ້​ນຳ​ຂຶ້ນ​ໄປ​ຍັງ​ກຸງ​ເຢຣູ​ຊາ​ເລັມ” 17 ແລ້ວ​ໂຊ​ໂລ​ໂມນ​ຊົງ​ທຳ​ບັນ​ຊີ​ສຳ​ມະ​ໂນ​ຄົວ​ຊົນ​ຕ່າງ​ດ້າວ​ທັງ​ສິ້ນ​ຜູ້​ຢູ່​ໃນ​ແຜ່ນ​ດິນ​ອິ​ສ​ຣາ​ເອນ ພາຍ​ຫລັງ​ບັນ​ຊີ​ສຳ​ມະ​ໂນ​ຄົວ​ຊຶ່ງ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໄວ້ ແລະ​ປາ​ກົດ​ວ່າ​ມີ​ຄົນ​ນຶ່ງ​ແສນ​ຫ້າ​ຫມື່ນ​ສາ​ມພັນ​ຫົກ​ຮ້ອຍ​ຄົນ 18 ພຣະ​ອົງ​ຊົງ​ກຳ​ນົດ​ໃຫ້​ເຈັດ​ຫມື່ນ​ຄົນເປັນ​ຄົນ​ຂົນ​ຂອງ ແລະ​ໃຫ້​ແປດ​ຫມື່ນ​ຄົນ​ສະ​ກັດ​ຫີນທີ່​ຖິ່ນ​ພູ​ດອຍ ແລະ​ຄົນ​ສາມ​ພັນ​ຫົກ​ຮ້ອຍ​ຄົນ​ເປັນ​ຜູ້​ດູ​ແລ​ໃຫ້​ປະ​ຊາ​ຊົນ​ທຳ​ງານ

2 ຂ່າວຄາວ 3

ໂຊ​ໂລ​ໂມນ​ຊົງ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ

1 ແລ້ວ​ໂຊ​ໂລ​ໂມນ​ຊົງ​ເລີ້ມ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ເທິງ​ພູ​ໂມ​ຣິ​ຢາ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປາ​ກົດ​ແກ່​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ ເປັນ​ບ່ອນ​ຊຶ່ງ​ດາ​ວິດ​ຊົງ​ກຳ​ນົດ​ໄວ້​ທີ່​ລານນວດ​ເຂົ້າ​ຂອງໂອ​ຣ໌​ນານ ຄົນ​ເຢ​ບຸສ 2 ພຣະ​ອົງ​ຊົງ​ເລີ້ມ​ສ້າງ​ໃນ​ວັນ​ທີ່​ສອງ​ເດືອນ​ທີ່​ສອງ​ຂອງ​ປີ​ທີ່​ສີ່​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ 3 ຕໍ່​ໄປ​ນີ້​ເປັນ​ຮາກ​ຖານ​ຊຶ່ງ​ໂຊ​ໂລ​ໂມນ​ຊົງ​ວາງ​ເພື່ອ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສ່ວນລວງ​ຍາວ​ຕາມສອກ​ບູ​ຮານ ຫົກ​ສິບ​ສອກ ແລະ​ລວງກວ້າງ​ຊາວ​ສອກ 4 ແຈ​ດ້ານ​ຫນ້າ​ຂອງ​ພຣະ​ວິ​ຫານ​ນັ້ນ​ຍາວ​ຊາວ​ສອກ ເທົ່າ​ກັບ​ດ້ານກວ້າງ​ຂອງ​ພຣະ​ວິ​ຫານ ແລະ​ສ່ວນ​ລວງສູງ​ນຶ່ງ​ຮ້ອຍ​ຊາວ ພຣະ​ອົງ​ຊົງ​ໂອບ​ດ້ານ​ໃນ​ດ້ວຍ​ທອງ​ຄຳ​ບໍ​ຣິ​ສຸດ 5 ຫ້ອງ​ໂຖງ​ພຣະ​ອົງ​ຊົງ​ແອ້ມ​ດ້ວຍ​ໄມ້​ສົນ ແລະ​ໂອ​ບ​ດ້ວຍ​ທອງ​ຄຳ ແລະ​ແກະ​ສ​ລັກ​ເອ້​ຄວັດ​ລາຍ​ເປັນ​ຮູບ​ນ້ຳ​ເຕົ້າ ແລະ​ຮູບດອກ​ອັ​ລ​ພ​ລັມ​ແລະ​ມີ​ໂສ້​ຄຳ​ປະ​ດັບ​ໄວ້​ເທິງ​ນັ້ນ 6 ພຣະ​ອົງ​ຊົງ​ແຕ່ງ​ພຣະ​ວິ​ຫານ​ດ້ຍ​ຝັງ​ເພັດ​ພອຍ ທອງ​ຄຳ​ນັ້ນ​ເປັນ​ທອງ​ຄຳ​ເມືອງ​ປາ​ຣ໌​ວາ​ອິມ 7 ພຣະ​ອົງ​ຊົງ​ໂອບ​ພຣະ​ວິ​ຫານ​ນັ້ນ​ດ້ວຍ​ທອງ​ຄຳ ຄື​ທີ່​ຄານ ທາງ​ເຂົ້າ​ປະ​ຕູ ຝາ ປະ​ຕູ​ກັບ​ແກະ​ສ​ລັກ​ຮູບ​ເຊຣູ​ບິມ​ໄວ້​ເທິງ​ຝາ 8 ແລະ​ພຣະ​ອົງ​ຊົງ​ສ້າງ​ຫ້ອງ​ສັກ​ສິດ​ທີ່​ສຸດ ຄື​ລ​ວງ​ຍາວ​ຂອງ​ທີ່​ນັ້ນ​ຕາມ​ລວງກວ້າງ​ຂອງ​ພຣະ​ວິ​ຫານ ເປັນ​ຊາວ​ສອກ ແລະ​ລວງກວ້າງ​ຊາວ​ສອກ ພຣະ​ອົງ​ຊົງ​ໂອ​ບ​ດ້ວ​ຍທອງ​ຄຳ​ຫນັກ​ຫົກ​ຮ້ອຍ​ຕະລັນ 9 ນ້ຳ​ຫນັກ​ຂອງ​ຕະ​ປູ​ຫ້າ​ສິບ​ເຊ​ເກ​ລ​ທອງ​ຄຳ ແລະພຣະ​ອົງ​ຊົງ​ໂອບ​ຫ້ອງ​ຊັ້ນ​ເທິງ​ດ້ວຍ​ທອງ​ຄຳ 10 ໃນ​ຫ້ອງ​ສັກ​ສິດ​ທີ່​ສຸດ​ນັ້ນ ພຣະ​ອົງ​ຊົງ​ສ້າງ​ຮູບ​ເຊຣູ​ບິມໄວ້​ສອງ​ຮູບ​ດ້ວຍ​ໄມ້​ໂອບ​ທອງ​ຄຳ 11 ປີກ​ຂອງ​ເຊ​ຣູ​ບິມ​ທັງ​ສອງ​ນັ້ນ​ກາງ​ອອກ​ຊາວ​ສອກ ປີກ​ຂ້າງ​ນຶ່ງ​ຂອງ​ເຊ​ຣູ​ບິມ​ຮູບ​ນຶ່ງ​ຍາວ​ຫ້າ​ສອກ​ຈຸ​ຝາ​ພຣະ​ວິ​ຫານ ແລະ​ອີກ​ປີກ​ນຶ່ງ​ຫ້າ​ສອກ​ຕິດ​ຕໍ່​ກັບ​ປີກ​ຂອງ​ເຊ​ຣູ​ບິມ​ອີກ​ຮູບນຶ່ງ 12 ປີກ​ຂອງ​ເຊ​ຣູ​ບິມ​ເຫລົ່າ​ນີ້​ກາງ​ອອກ​ຊາວ​ສອກ ເຊ​ຣູ​ບິມ​ທັງ​ສອງ​ນັ້ນ​ຢືນ​ຫັນ​ຫນ້າ​ໄປ​ທາງ​ຫ້ອງ​ໂຖງ 13 ແລະ​ພຣະ​ອົງ​ຊົງ​ສ້າງ​ຜ້າ​ກັ້ງ​ດ້ວຍ​ສີ​ຟ້າ ສີ​ມ່ວງ ແລະ​ສີ​ແດງ​ເຂັ້ມ ແລະ​ຜ້າ​ປ່ານ ແລະ​ປັກ​ຮູບ​ເຊ​ຣູ​ບິມ​ໄວ້​ເທິງ​ນັ້ນ 14 ຂ້າງຫນ້າ​ພຣະ​ວິ​ຫານ​ພຣະ​ອົງ​ຊົງ​ສ້າງ​ເສົາ​ຫານສອງ​ຕົ້ນ ສູງ​ສາມ​ສິບ​ຫ້າ​ສອກ ມີ​ບົວ​ຄວ່ຳ​ສູງ​ຫ້າ​ສອກ​ຢູ່​ເທິງຍອດ​ເສົາ​ຫານ​ແຕ່​ລະ​ຕົ້ນ

ງານ​ຂອງ​ຮູ​ຣາມ​ໃນ​ພຣະ​ວິ​ຫານ

15 ພຣະ​ອົງ​ຊົງ​ທຳ​ໂສ້​ເຫມືອນ​ສ້ອຍ​ຄໍ​ຕິດ​ໄວ້​ທີ່​ຍອດ​ເສົາ​ຫານ ແລະ​ພຣະ​ອົງ​ຊົງ​ທຳຫມາກ​ພິ​ລາ​ນຶ່ງ​ຮ້ອຍ​ຫມາກ​ແຂວນ​ໄວ້​ທີ່​ໂສ້ 16 ພຣະ​ອົງ​ຊົງ​ຕັ້ງ​ເສົາ​ຫານ​ໄວ້​ຫນ້າ​ພຣະ​ວິ​ຫານ ຂ້າງ​ຂວາ​ຕົ້ນ​ນຶ່ງ​ແລະ​ອີກ​ຕົ້ນ​ນຶ່ງ​ຂ້າງ​ຊ້າຍ ຕົ້ນ​ຂ້າງ​ຂ​ວາ​ນັ້ນ​ພຣະ​ອົງ​ຊົງ​ໃສ່​ຊື່​ວ່າ​ຢາ​ຄີນ ແລະ​ຕົ້ນ​ຂ້າງ​ຊ້າຍ​ວ່າໂບ​ອັ​ສ

2 ຂ່າວຄາວ 4

1 ພຣະ​ອົງ​ຊົງ​ສ້າງ​ແທ່ນ​ບູ​ຊາ​ດ້ວຍ​ທອງ​ສຳ​ຣິດ ຍາວ​ຊາວ​ສອກ ແລະ​ກວ້າງ​ຊາວ​ສອກ ສູງ​ສິບ​ສອກ 2 ແລ້ວ​ພຣະ​ອົງ​ຊົງ​ສ້າງ​ຂັນທີ່​ຫລໍ່ ເປັນ​ຂັນ​ກົມ ແທກ​ຈາກ​ຂອບ​ນຶ່ງ​ໄປ​ເຖິງ​ອີກ​ຂອບ​ນຶ່ງ​ໄດ້​ສິບ​ສອກ ສູງ​ຫ້າ​ສອກ ແລະ​ແທກ​ຮອບ​ໄດ້​ສາມ​ສິບ​ສອກ 3 ພາຍໃຕ້​ຂັນ​ນີ້ ມີ​ຮູບ​ງົວ​ຢູ່​ຮອບ​ຂັນ ລະ​ຍະ​ສິບ​ສອກ​ຢູ່ຮອບ​ຂັນ ງົວ​ເຫລົ່າ​ນີ້​ເປັນ​ສອງ​ແຖວ ຫລໍ່​ພ້ອມ​ກັບ​ເມື່ອ​ຫລໍ່​ຂັນ 4 ຂັນ​ນັ້ນ​ວາງ​ຢູ່​ເທິງ​ງົວ​ສິບ​ສອງ​ໂຕ​ຫັນ​ຫນ້າ​ໄປ​ທິດ​ເຫນືອ​ສາມ​ໂຕ ຫັນ​ຫນ້າ​ໄປ​ທິດ​ຕາ​ເວັນຕົກ​ສາມ​ໂຕ ແລະ​ຫັນ​ຫນ້າ​ໄປ​ທິດ​ຕາ​ເວັນ​ອອກ​ສາມ​ໂຕ ຂັນ​ນັ້ນ​ວາງ​ຢູ່​ເທິງ​ງົວ​ນີ້ ສ່ວນ​ເບື້ອງ​ຫລັງ​ຂອ​ງມັນ​ທັງ​ສິ້​ນ​ຢູ່​ຂ້າງ​ໃນ 5 ຂັນ​ຫນານຶ່ງ​ຄືບ ທີ່​ຂອບ​ຂອງ​ມັນ​ທຳ​ເຫມືອນ​ຂອບ​ຖ້ວຍ ເຫມືອນ​ຢ່າງດອກ​ບົວ ບັນ​ຈຸ​ໄດ້​ສາມ​ພັນ​ບັທ 6 ພຣະ​ອົງ​ຊົງ​ທຳ​ຂັນ​ສິບ​ຫນ່ວຍ ວາງ​ຢູ່​ດ້ານ​ຂວາ​ຫ້າ​ຫນ່ວຍ​ແລະ​ດ້ານ​ຊ້າຍ​ຫ້າ​ຫນ່ວຍ ເພື່ອ​ໃຊ້​ລ້າງ​ຂອງ​ໃນ​ນັ້ນ ເຂົາ​ຈະ​ລ້າງ​ຂອງ​ຊຶ່ງ​ໃຊ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ໃນ​ນີ້ ຂັນ​ນັ້ນ​ສຳ​ລັ​ບ​ປະ​ໂຣ​ຫິດ​ລ້າງ​ໃນ​ນັ້ນ 7 ແລ້ວ​ພຣະ​ອົງ​ຊົງ​ສ້າງ​ເຄື່ອງ​ຮອງ​ຕີນ​ໂຄມ​ທອງ​ຄຳ​ສິບ​ອັນຕາມ​ທີ່​ກຳ​ນົດ​ກ່ຽວ​ກັບ​ເຄື່ອງຮອງຕີນ​ໂຄມ​ນັ້ນ ແລະ​ພຣະ​ອົງ​ຊົງ​ຕັ້ງ​ໄວ້​ໃນ​ພຣະ​ວິ​ຫານ ຢູ່​ດ້ານ​ຂວາ​ຫ້າ​ແລະ​ດ້ານ​ຊ້າຍ​ຫ້າ 8 ພຣະອົງ​ຊົງ​ສ້າງ​ໂຕະ​ສິບ​ຫນ່ວຍ ແລະ​ຕົງ​ໄວ້​ໃນພຣະ​ວິຫານ ຢູ່​ດ້ານ​ຂວາ​ຫ້າ​ຕົ້ນ ດ້ານ​ຊ້າຍ​ຫ້າ​ຕົ້​ນ ແລະ​ພຣະ​ອົງ​ຊົງ​ທຳ​ຊາມ​ທອງ​ຄຳ​ນຶ່ງ​ຮ້ອຍ​ໃບ 9 ພຣະ​ອົງ​ຊົງ​ສ້າງ​ລານ​ແຫ່ງ​ປະ​ໂຣ​ຫິດ ແລະ​ບານ​ໃຫຍ່​ແລະ​ປະ​ຕູ​ລານ ແລະ​ຊົງ​ໂອບ​ປະ​ຕູນັ້ນ​ດ້ວຍ​ທອງ​ສຳ​ຣິດ 10 ພຣະ​ອົງ​ຊົງ​ວາງ​ຂັນ​ໄວ້​ທີ່​ດ້ານ​ຂວາ​ພຣະ​ວິ​ຫານ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 11 ຮູ​ຣາມ​ໄດ້​ສ້າງ​ຫມໍ້​ ຊ​ວ້ານ ແລະ​ຊາມ ດັ່ງ​ນັ້ນ​ຮູ​ຣາມ​ຈຶ່ງ​ທຳ​ງານ​ຊຶ່ງ​ທ່ານ​ກະ​ທຳ​ໃຫ້​ກະ​ສັດ​ໂຊ​ໂລ​ໂມນ​ເຣື່ອງ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ເຣັດ 12 ຄື​ ເສົາ​ຫານ​ສອງ​ຕົ້ນ ຄີ້ວ ແລະ​ບົວ​ຄວ່ຳ​ຊຶ່ງ​ຢູ່​ເທິງ​ຍອ​ດ​ເສົາ​ຫານ​ທັງ​ສອງ ແລະ​ຕາ​ຂ່າຍ​ສອງ​ຜືນ​ຊຶ່ງ​ຄຸມ​ຄິ້ວ​ທັງ​ສອງ​ຂອງ​ບົວ​ຄວ່ຳ​ຊຶ່ງ​ຢູ່​ເທິງຍອດ​ເສົາ​ຫານ 13 ແລະ​ຫມາ​ກ​ພິ​ລາ​ສີ່​ຮ້ອຍ​ຫມາກ​ສຳ​ລັບ​ຕາ​ຂ່າຍ​ທັງ​ສອງ​ຜືນ ຕາ​ຂ່າຍ​ຜືນ​ນຶ່ງ​ມີ​ຫມາກ​ພິ​ລາ​ສອງ​ແຖວ ເພື່ອ​ຄຸມ​ຄີ້ວ​ທັງ​ສອງ​ຂອງ​ບົວ​ຄວ່ຳ​ຊຶ່ງ​ຢູ່​ເທິງຍອດ​ເສົາ​ຫານ 14 ເຂົາ​ທຳ​ແທ່ນ​ດ້ວຍ ແລະ​ທຳ​ຂັນ​ໄວ້​ເທິງ​ແທ່ນ 15 ແລະ​ຂັນ​ຫນ່ວຍ​ນຶ່ງ ແລະ​ງົວ​ສິບ​ສອງ​ຕົວ​ຮອງ​ຢູ່​ນັ້ນ 16 ຫມໍ້ ຊວ້ານ ແລະ​ສ້ອມ ແລະ​ເຄື່ອງ​ປະ​ກອບ​ທັງ​ສິ້ນ​ນີ້ ຮູ​ຣາ​ມອາ​ບີ​ໄດ້​ທຳ​ຂຶ້ນ​ດ້ວຍ​ທອງ​ສຳ​ຣິດ​ສຸກ​ຖ​ວາຍ​ກະ​ສັດໂຊ​ໂລ​ໂມນ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 17 ເຈົ້າ​ຊີ​ວິດ​ຊົງ​ຫລໍ່​ສິ່ງ​ເຫລົ່າ​ນີ້​ໃນ​ທີ່​ຮາບ​ແມ່​ນ້ຳ​ຈໍ​ແດນ ໃນ​ທີ່​ດິນ​ຫນຽວ​ລະ​ຫວ່າງ​ຊຸກ​ໂກດ​ແລະ​ເຊ​ເຣ​ດາ 18 ໂຊ​ໂລ​ໂມນ​ຊົງ​ສ້າງ​ສິ່ງ​ເຫລົ່າ​ນີ້​ເປັນ​ຈຳ​ນວນ​ມາກ ຈຶ່ງ​ບໍ່​ໄດ້​ຫາ​ນ້ຳ​ຫນັກ​ຂອ​ງ​ທອງ​ສຳ​ຣິດ 19 ໂຊ​ໂລ​ໂມນ​ຈຶ່ງ​ຊົງ​ກະ​ທຳ​ເຄື່ອງ​ໃຊ້​ທັງ​ສິ້ນ​ຊຶ່ງ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ແທ່ນ​ບູ​ຊາ​ທອງ​ຄຳ ໂຕະ​ເຂົ້າ​ຈີ່​ຕໍ່​ຫນ້າ​ພຣະ​ພັກ 20 ເຄື່ອງ​ຮອງ​ຕີນ​ໂຄມ​ແລະ​ຕະ​ກຽງ​ທຳ​ດ້ວຍທອງ​ຄຳ​ບໍ​ຣິ​ສຸດ ເພື່ອ​ໃຊ້​ໄຕ້ຢູ່​ຕໍ່​ຫນ້າບ່ອນ​ສັກ​ສິດ​ທີ່​ສຸດ ຕາມ​ກົດ​ຫມາຍ 21 ດອກ​ໄມ້ ຕະ​ກຽງ ແລະ​ຄີມ​ທຳ​ດ້ວຍ​ທອງ​ຄຳ​ຄື​ທອງ​ຄຳ​ບໍ​ຣິ​ສຸດ​ທີ່​ສຸດ 22 ມີດ​ຕັດ​ໃສ້​ຕະ​ກຽງ ຊາມ​ ຖ້ວຍ​ແລະ​ກະ​ຖາງ​ໄຟ​ທຳ​ດ້ວຍ​ທອງ​ຄຳ​ບໍ​ຣິ​ສຸດ ສ່ວນ​ທາງ​ເຂົ້າ​ຂອງ​ພຣະ​ວິ​ຫານ​ຄື ປະ​ຕູ​ທາງ​ໃນ​ຂອງ​ບ່ອນ​ສັກ​ສິດ​ທີ່​ສຸດ ແລະ​ປະ​ຕູ​ພຣະວິຫານ ຄື​ປະ​ຕູ​ຫ້ອງ​ໂຖງ​ທຳ​ດ້ວຍ​ທອງ​ຄຳ

2 ຂ່າວຄາວ 5

1 ບັນ​ດາ​ກິຈ​ການ​ຊຶ່ງ​ໂຊ​ໂລ​ໂມນ​ຊົງ​ກະ​ທຳ​ສຳ​ລັບພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ສຳ​ເຣັດ​ດັ່ງ​ນີ້ ແລະ​ໂຊ​ໂລ​ໂມນ​ຊົງ​ນຳ​ບັນ​ດາ​ສິ່ງ​ຊຶ່ງ​ດາ​ວິດ​ຣາ​ຊບິ​ດາຊົງ​ຖວາຍ​ໄວ້​ເຂົ້າ​ມາ ຄື​ເຄື່ອງ​ເງິນ ເຄື່ອງ​ທອງ​ຄຳ ແລະ​ເຄື່ອງ​ໃຊ້​ຕ່າງ​ໆ ແລະ​ເກັບ​ໄວ້​ໃນ​ຄັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ໂຊ​ໂລ​ໂມນ​ຊົງ​ນຳ​ຫີບ​ຄຳ​ສັນ​ຍາ​ເຂົ້າ​ໃນ ພຣະ​ວິຫານ

2 ແລ້ວ​ໂຊ​ໂລ​ໂມນ​ຊົງ​ປະ​ຊຸ​ມ​ພວກ​ຜູ້​ໃຫຍ່​ຂອງ​ອິ​ສ​ຣາ​ເອນ ແລະ​ບັນ​ດາ​ຫົວ​ຫນ້າ​ຂອງ​ເຜົ່າ ແລະ​ບັນ​ດາປະ​ມຸກ​ຂອງ​ຕະ​ກູນ​ຊົນ​ອິ​ສ​ຣາ​ເອນ ໃນ​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ນຳ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂຶ້ນ​ມາ​ຈາກນະ​ຄອນ​ດາ​ວິດ ຄື​ເມືອງ​ຊີ​ໂອນ 3 ແລະ​ຜູ້​ຊາຍ​ທັງ​ສິ້ນ​ຂອງ​ອິ​ສ​ຣາ​ເອນ​ກໍ​ປະ​ຊຸມ​ຕໍ່​ພຣະ​ພັກ​ເຈົ້າ​ຊີ​ວິດ​ໃນ​ງານ​ລ້ຽງ​ໃນ​ເດືອນ​ທີ່​ເຈັດ 4 ພວກ​ຜູ້​ໃຫຍ່​ທັງ​ສິ້ນ​ຂອງ​ອິ​ສ​ຣາ​ເອນ​ມາ ແລະ​ຄົນ​ເລ​ວີ​ກໍ​ຍົກ​ຫີບ 5 ເຂົາ​ທັງ​ຫລາຍ​ກໍ​ນຳ​ຫີບ​ເຕັນ​ນັດ​ພົບ​ແລະ​ຄື່ອງ​ໃຊ້​ບໍ​ຣິ​ສຸດ​ທັງ​ສິ້ນ​ຊຶ່ງ​ຢູ່​ໃນ​ເຕັນ​ຂຶ້ນ​ມາ ຂອງ​ເຫລົ່າ​ນີ້​ບັນ​ດາ​ປະ​ໂຣ​ຫິດ ແລະ​ຄົນ​ເລ​ວີ​ຫາມ​ຂຶ້ນ​ມາ 6 ກະ​ສັດ​ໂຊ​ໂລ​ໂມນ​ກັບ​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ທັງ​ສິ້ນ ທີ່​ໄດ້​ປະ​ຊຸມ​ກັນ​ຢູ່​ກັບ​ພຣະ​ອົງ​ຕໍ່​ຫນ້າ​ຫີບ ໄດ້​ຖວາຍ​ແກະ​ແລະ​ງົວ​ມາກ​ມາຍ ຊຶ່ງ​ເຂົາ​ຈະ​ນັບ​ຫລື​ເອົາ​ຈຳ​ນວນ​ກໍ​ບໍ່​ໄດ້ 7 ແລ້ວ​ປະ​ໂຣ​ຫິດ​ກໍ​ນຳ​ຫີບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ທີ່​ຂອງ​ຫີບ​ໃນ​ທີ່​ຢູ່​ໃນຫ້ອງ​ຫລັງ​ຂອງພຣະ​ວິ​ຫານ​ຄື​ໃນ​ສະ​ຖານ​ທີ່​ສັກ​ສິດ ພາຍໃຕ້​ປີ​ກ​ເຊ​ຣູ​ບິມ 8 ເພາະ​ວ່າ​ເຊ​ຣູ​ບິມ​ນັ້ນ​ກາງ​ປີກ​ອອກ​ເຫນືອ​ທີ່​ຂອງ​ຫີບ​ເຊ​ຣູ​ບິມ​ຈຶ່ງ​ເປັນ​ເຄື່ອ​ງຄຸມ​ເຫນືອ​ຫີບ ແລະ​ໄມ້​ຄານ​ຂອງ​ຫີບ 9 ຄານ​ຫາມ​ຂອງ​ຫີບ​ນັ້ນ​ຍາວ​ຫລາຍ​ຈຶ່ງ​ເຫັນ​ປາຍ​ຄານ​ຫາມ​ໄດ້​ຈາກ​ສະ​ຖານ​ທີ່ສັກ​ສິດຊຶ່ງ​ຢູ່​ຂ້າງ​ຫນ້າ​ຫ້ອງ​ຫລັງ ແຕ່​ເຂົາ​ຈະ​ເຫັນ​ຈາກ​ຂ້າງນອກ​ບໍ່​ໄດ້ ແລະ​ຄານ​ຫາມ​ກໍ​ຍັງ​ຢູ່​ທີ່​ນັ້ນ​ຈົນ​ເທົ່າ​ທຸກວັນ​ນີ້ 10 ບໍ່​ມີ​ສິ່ງ​ໃດ​ໃນ​ຫີບນອກ​ຈາກ​ສີ​ລາ​ສອງ​ແຜ່ນຊຶ່ງ​ໂມ​ເຊ​ເກັບ​ໄວ້​ໃນ​ພູ​ໂຮ​ເຣັບ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ຄຳ​ສັນ​ຍາ​ກັບ​ຄົນ​ອິ​ສ​ຣາ​ເອນ ເມື່ອ​ເຂົາ​ທັງ​ຫລາຍ​ອອກ​ມາ​ຈາກ​ແຜ່ນ​ດິນ​ເອຢິບ 11 ຢູ່​ມາ​ເມື່ອ​ປະ​ໂຣ​ຫິດ​ອອກ​ມາ​ຈາກ​ສະ​ຖານ​ທີ່​ສັກ​ສິດ (ເພາະ​ປະ​ໂຣ​ຫິດ​ທັງ​ປວງ​ຜູ້​ຢູ່​ທີ່​ນັ້ນ​ໄດ້​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ​ແລ້ວ​ແລະບໍ່​ຄຳ​ນຶງ​ເຖິງ​ເວນ 12 ແ​ລະ​ບັນ​ດາ​ພວກ​ເລ​ວີ​ທີ່​ເປັນ​ນັກ​ຮ້ອງ​ທັງ​ຫມົດ ທັງ​ອາ​ສາ​ຟ ເຮ​ມານ ແລະ​ເຢ​ດູ​ທູນ ທັງ​ບຸດ​ຊາຍ​ແລະ​ຍາດ​ຂອງ​ເຂົາ​ທັງ​ຫລາຍ ນຸ່ງ​ເຄື່ອງ​ດ້ວຍ​ຜ້າ​ປ່ານ ມີ​ແສ່ງ ພິນໃຫຍ່​ແລະ​ພິນ​ເຂົາ​ຄູ່ ຢືນ​ຢູ່​ທາງ​ຕາ​ເວັນ​ອອກ​ຂອງ​ແທ່ນ​ບູ​ຊາ ພ້ອມກັບ​ປະ​ໂຣ​ຫິດ​ຄົນເປົ່າ​ແກ​ນຶ່ງ​ຮ້ອຍ​ຊາວ​ຄົນ) 13 ພວກ​ຄົນເປົ່າ​ແກ ແລະ​ພວກ​ນັກ​ຮ້ອງຈະ​ທຳ​ໃຫ້​ຄົນ​ໄດ້​ຍິນ​ເຂົາ​ທັງ​ຫລາຍ​ຮ້ອງ​ເພງ​ສັຣ​ເສີນ​ແລະ​ເພງ​ໂມ​ທະ​ນາ​ພຣະ​ຄຸນ​ເປັນສຽງ​ດຽວ​ກັນ ແລະ​ເມື່ອ​ເຂົາ​ຮ້ອງ​ຂຶ້ນ​ພ້ອມ​ກັບ​ແກ​ແລະ​ແຊ່ງ​ກັບ​ເຄື່ອງ​ດົນຕ​ຣີ​ຢ່າງ​ອື່ນ​ໃນ​ການ​ຖວາຍ​ສັຣ​ເສີນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ເພາະ​ພຣະ​ອົງ​ປະ​ເສີດ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດໍາຣົງ​ຢູ່​ເປັນ​ນິດ” ພຣະ​ວິຫານ ຄື​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍມີ​ເມກ​ເຕັມ​ໄປ​ຫມົດ 14 ຈົນ​ປະ​ໂຣ​ຫິດ​ຈະ​ຢືນ​ບົວ​ຣະ​ບັດ​ບໍ່​ໄດ້ ດ້ວຍ​ເຫດ​ເມກ​ນັ້ນ ເພາະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຕັມ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ

2 ຂ່າວຄາວ 6

ການ​ມອບ​ຖວາຍ​ພຣະ​ວິ​ຫານ

1 ແລ້ວ​ໂຊ​ໂລ​ໂມນ​ກ່າວ​ວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ​ຈະ​ປະ​ທັບ​ໃນ​ຄວາມ​ມືດ​ຕຶບ 2 ຂ້າ​ພຣະ​ອົງ​ໄດ້​ສ້າງ​ພຣະ​ວິ​ຫານ​ອັນ​ເປັນ​ທີ່​ປະ​ທັບ​ສຳ​ລັບ​ພຣະ​ອົງ ເປັນ​ສະ​ຖານ​ທີ່​ເພື່ອ​ພຣະ​ອົງ​ຈະ​ຊົງ​ສະ​ຖິດ​ຢູ່​ເປັນ​ນິດ” 3 ແລ້ວ​ເຈົ້າ​ຊີ​ວິດ​ກໍ​ຊົງ​ຫັນ​ມາ ແລະ​ຊົງ​ໃຫ້​ພອນ​ແກ່ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ທັງ​ປວງ​ຢືນ​ຢູ່ 4 ພຣະ​ອົງ​ກ່າວ​ວ່າ, “ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ​ຜູ້​ຊົງ​ກະ​ທຳ​ໃຫ້​ສຳ​ເຣັດ​ດ້ວຍ​ພຣະ​ຫັດ​ຂອງ​ພຣະ​ອົງ ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ດ້ວຍ​ພຣະ​ໂອດ​ຕໍ່​ດາ​ວິດ​ພຣະ​ຣາ​ຊ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ 5 “ຕັ້ງ​ແຕ່​ວັນ​ທີ່​ເຮົາ​ໄດ້​ນຳ​ໄພ່​ພົນ​ຂອງ​ເຮົາ​ອອກ​ຈາກ​ເອ​ຢິບ ເຮົາ​ບໍ່​ໄດ້​ເລືອກ​ເມືອງ​ນຶ່ງ​ເມືອງ​ໃດ​ໃນ​ເຜົ່າ​ອິ​ສ​ຣາ​ເອນ​ທັງ​ສິ້ນ​ເພື່ອ​ຈະ​ສ້າງ​ພຣະ​ວິ​ຫານ ເພື່ອ​ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ ແລະ​ເຮົາ​ບໍ່​ໄດ້​ເລືອກ​ຊາຍ​ຄົນ​ໃດ​ໃຫ້​ເປັນ​ເຈົ້າ​ນາຍ​ເຫນືອ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ 6 ແຕ່​ເຮົາ​ໄດ້​ເລືອກ​ເຢ​ຣູ​ຊາ​ເລັມ​ແລ້ວ​ເພື່ອ​ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ ແລະ​ເຮົາ​ໄດ້​ເລືອກດາ​ວິດ​ແລ້ວ​ໃຫ້​ຢູ່​ເຫນືອ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ” 7 ດາ​ວິດ​ພຣະ​ຣາ​ຊບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ຊົງ​ຕັ້ງ​ພຣະ​ທັຍ ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ພຣະ​ນາມ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ອິ​ສ​ຣາ​ເອນ 8 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ດາ​ວິດ​ພຣະ​ຣາ​ຊ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ “ທີ່​ເຈົ້າ​ຕັ້ງ​ໃຈ​ສ້າງ​ພຣະ​ວິ​ຫານສໍາ​ລັບ​ນາມ​ຂອງ​ເຮົາ​ນັ້ນ ເຈົ້າ​ກໍ​ທຳ​ດີ​ຢູ່​ແລ້ວ ໃນ​ເຣື່ອງ​ຄວາມ​ຕັ້ງ​ໃຈ​ຂອງ​ເຈົ້າ 9 ຢ່າງ​ໃດ​ກໍ​ຕາມ ເຈົ້າ​ຈະ​ບໍ່​ສ້າງ​ພຣະ​ວິ​ຫານ ແຕ່​ບຸດ​ຂອງ​ເຈົ້າ​ຜູ້​ຊຶ່ງ​ຈະ​ເກີດແກ່​ເຈົ້າ​ຈະ​ສ້າງ​ພຣະ​ວິ​ຫານ ເພື່ອ​ນາມ​ຂອງ​ເຮົາ” 10 ບັດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ນັ້ນ​ສຳ​ເຣັດ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຂຶ້ນ​ມາ​ແທນດາ​ວິດ​ຣາ​ຊ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ແລະ​ນັ່ງ​ຢູ່​ເທິງ​ບັນ​ລັງ​ຂອງ​ອິ​ສ​ຣາ​ເອນ ດັ່ງ​ທີ່​ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້ ແລະ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາເອນ 11 ແລະ​ຂ້າ​ພະ​ເຈົ້າ​ໄດ້​ວາງ​ຫີບ​ໄວ້​ທີ່​ນັ້ນ ຊຶ່ງ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ນັ້ນ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ກັບ​ຊົນ​ອິ​ສ​ຣາ​ເອນ” 12 ແລ້ວ​ໂຊ​ໂລ​ໂມນ​ປະ​ທັບ​ຢືນ​ຫນ້າ​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ຕໍ່​ຫນ້າຂຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ທັງ​ປວງ ແລະ​ກາງ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ 13 (ເພາະ​ໂຊ​ໂລ​ໂມນ​ໄດ້​ຊົງ​ສ້າງ​ແທ່ນທອ​ງສຳ​ຣິດຍາວ​ຫ້າ​ສອກ ກວ້າງ​ຫ້າ​ສອກ ສູງ​ສາມ​ສອກ ແລະ​ຊົງ​ຕັ້ງ​ໄວ້​ກາງ​ເດີ່ນ ແລະພຣະ​ອົງ​ຊົງປະ​ທັບ​ຢູ່​ເທິງ​ນັ້ນ ແລ້ວ​ພຣະ​ອົງ​ຊົງ​ຄຸ​ເຂົ່າ​ລົງ​ຕໍ່​ຫນ້າ​ຊຸມ​ນຸມ​ອິ​ສ​ຣາ​ເອນ​ທັງ​ປວງ​ແລະ​ກາງ​ພຣະ​ຫັດ​ຂອງ​ພຣະ​ອົງ​ສູ່​ຟ້າສວັນ) 14 ພຣະ​ອົງ​ຊົງ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ບໍ່​ມີ​ພຣະ​ເຈົ້າ​ອົງ​ໃດ​ເຫມືອນ​ພຣະ​ອົງ ໃນ​ຟ້າ​ສວັນ​ເບື້ອງ​ເທິງ ຫລື​ທີ່​ແຜ່ນ​ດິນ​ເບື້ອງ​ລຸ່ມ ຜູ້​ຊົງ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ແລະ​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຜູ້ດໍາ​ເນີນ​ຢູ່ຕໍ່​ພຣະ​ພັກ​ພຣະ​ອົງ​ດ້ວຍ​ສິ້ນ​ສຸດ​ໃຈ​ຂອງ​ເຂົາ 15 ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ກັບ​ດາ​ວິດ​ບິ​ດາ​ຂອງ​ຂ້າພຣະ​ອົງ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຕາມ​ບັນ​ດາ​ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ສັ​ນ​ຍາ​ໄວ້​ແກ່​ທ່ານ ພຣະອົງ​ຕຣັສ​ດ້ວຍ​ພຣະ​ໂອດ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ສຳ​ເຣັດ​ໃນ​ວັນ​ນີ້​ດ້ວຍ​ພຣະ​ຫັດ​ຂອງ​ພຣະ​ອົງ 16 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ເພາະ​ສະ​ນັ້ນ​ຂໍ​ຊົງ​ດຳ​ຣົງ​ຢູ່​ກັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຄື​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ຕາມ​ຊຶ່ງ​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ກັບ​ທ່ານ​ວ່າ “ຖ້າ​ພຽງ​ແຕ່​ລູກ​ຫລານ​ທັ​ງ​ຫລາຍ​ຂອງ​ເຈົ້າ​ລະ​ມັດ​ລະ​ວັງ​ໃນ​ທາງ​ດຳ​ເນີນ​ຂອ​ງ​ເຂົາ ທີ່​ຈະ​ດໍ​ເນີນ​ໄປ​ຕໍ່​ຫນ້າເຮົາ ຢ່າງ​ທີ່​ເຈົ້າ​ໄດ້​ດຳ​ເນີນ​ຕໍ່​ຫນ້າ​ເຮົາ​ນັ້ນ ເຈົ້າ​ຈະ​ບໍ່​ຂາດ​ຊາຍ​ຜູ້​ນຶ່ງ​ຕໍ່​ຫນ້າ​ເຮົາ​ທີ່​ຈະ​ນັ່ງ​ເທິງ​ບັນ​ລັງ​ຂອງ​ອິສ​ຣາ​ເອນ” 17 ເພາະ​ສະ​ນັ້ນ​ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ຂໍ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ​ຈົ່ງ​ດຳ​ຣົງ​ຢູ່ ຊຶ່ງ​ພຣະ​ອົງໄດ້​ຕຣັ​ດ​ກັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຄື​ດາ​ວິດ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ 18 “ແຕ່​ພຣະ​ເຈົ້າ​ຈະ​ຊົງ​ປະ​ທັບ​ກັບມະ​ນຸດ​ທີ່​ແຜ່ນ​ດິນ​ໂລກ​ຫລື ເບິ່ງ​ແມ໋, ຟ້າສວັນ​ແລະ​ຟ້າ​ສວັນ​ອັນ​ສູງທີ່​ສຸດ​ຍັງ​ຮັບ​ພຣະ​ອົງ​ຢູ່​ບໍ່​ໄດ້ ພຣະ​ວິ​ຫານ​ຊຶ່ງ​ຂ້າ​ພຣະ​ອົງ​ໄດ້​ສ້າງ​ຈະ​ຮັບ​ພຣະ​ອົງ​ບໍ່​ໄດ້​ຍິ່ງ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ 19 ແຕ່​ຂໍ​ພຣະ​ອົງ​ຊົງ​ສົນ​ພຣະ​ທັຍ​ໃນ​ຄຳ​ອ້ອນວອນຂອງ​ຜູ້​ຮັບໃຊ້​ຂອງ​ພຣະ​ອົງ​ແລະ​ໃນ​ຄຳ​ວິງວອນ​ນີ້ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ສະ​ດັບ​ສຽງ​ຮ້ອງ​ແລະ​ຄຳ​ອ້ອນວອນ ຊຶ່ງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ອ້ອນວອນ​ຕໍ່​ພຣະ​ອົງ 20 ເພື່ອ​ວ່າ​ພຣະ​ເນດ​ຂອງ​ພຣະ​ອົງ​ຈະ​ຊົງ​ລືມ​ຢູ່​ເຫນືອ​ພຣະ​ວິ​ຫານ​ນີ້​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ຄື​ສະ​ຖານ​ທີ່​ຊຶ່ງ​ພຣະ​ອົງ​ໄດ້​ຕ​ຣັ​ສວ່າ​ຈະ​ຕັ້ງ​ພຣະ​ນາມ​ຂອງ​ພຣະ​ອົງ​ໄວ້​ທີ່​ນັ້ນ ເພື່ອ​ວ່າ​ພຣະ​ອົງ​ຈະ​ຊົງ​ສະ​ດັບ​ຄຳ​ອ້ອນວອນ ຊຶ່ງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ໄດ້​ອ້ອນວອນ​ຕົງ​ຕໍ່​ສະ​ຖານ​ທີ່​ນີ້​ 21 ຂໍ​ພຣະ​ອົງ​ຊົງ​ສະ​ດັບ​ຄຳ​ວິງວອນ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ​ຂອງ​ອິ​ສ​ຣາ​ເອນ​ປະ​ຊາ​ກອນ​ຂອງ​ພຣະ​ອົງ ເມື່ອ​ເຂົາ​ອ້​ອນວອນ​ຕົງ​ຕໍ່​ສະ​ຖານ​ທີ່​ນີ້ ຂໍ​ພຣະ​ອົງ​ຊົງ​ສະ​ດັບ​ຢູ່​ໃນ​ຟ້າ​ສວັນ​ອັນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ​ເມື່ອ​ພຣະ​ອົງ​ຊົງ​ສະ​ດັບ​ແລ້ວ ກໍ​ຂໍ​ພຣະ​ອົງ​ຊົງ​ປະ​ທານ​ອະ​ພັຍ 22 “ເມື່ອ​ຊາຍ​ຄົນ​ໃດ​ກະ​ທຳ​ບາບ​ຕໍ່​ເພື່​ອນ​ບ້ານ​ຂອງ​ເຂົາ​ແລະ​ຖື​ກ​ບັງ​ຄັບ​ໃຫ້​ທຳ​ສັຕ​ສາ​ບານ​ແລະ​ເຂົາ​ມາ​ໃຫ້​ຄຳ​ສາ​ບານ​ຕໍ່​ຫນ້າ​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ​ໃນ​ພຣະ​ວິ​ຫານ 23 ຂໍ​ພຣະ​ອົງ​ຊົງ​ສະ​ດັບ​ຈາກ​ຟ້າ​ສວັນ​ແລະ​ຂໍ​ຊົງ​ກະ​ທຳ ຂໍ​ຊົງ​ພິ​ພາກ​ສາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ທັງ​ຫລາຍ ລົງ​ໂທດ​ຜູ້​ກະ​ທຳ​ຄວາມ​ຜິດ ແລະ​ຊົງ​ນຳ​ຄວາມ​ປະ​ພຶດ​ຂອງ​ເຂົາ​ໃຫ້​ກັບ​ຕົກ​ເທິງ​ຫົວ​ຂອງ​ຕົວ​ເຂົາ​ເອງ ແລະ​ຂໍ​ຊົງ​ປະ​ກາດ​ຄວາມ​ບໍ​ຣິ​ສຸດ​ຂອງ​ຜູ້ຊອບ​ທັມ ສນອງ​ແກ່​ເຂົາ​ຕາມ​ຄວາມ​ຊອບ​ທັມ​ຂອງ​ເຂົາ 24 “ຖ້າ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ຜ່າຍ​ແພ້​ຕໍ່​ສັດ​ຕຣູ​ເພາະ​ເຂົາ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ອົງ ແລະ​ເຂົາ​ຫັນ​ກັບ​ມາ​ຫາ​ພຣະ​ອົງ​ອີກ ຍອມ​ຮັບ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ​ອ້ອນວອນ​ແລະ​ກະ​ທຳ​ການ​ວິງວອນ​ຕໍ່​ພຣະ​ອົງ​ໃນ​ພຣະ​ວິ​ຫານ​ນີ້ 25 ກໍ​ຂໍ​ພຣະ​ອົງ​ອົງ​ຊົງ​ສະ​ດັບ​ຟັງ​ໃນ​ຟ້າ​ສວັນ ແລະ​ປະ​ທານ​ອະ​ພັຍ​ແກ່​ບາບ​ຂອງ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ຂໍ​ຊົງ​ນໍາ​ເຂົາ​ກັບ​ມາ​ຍັງ​ແຜ່ນ​ດິນ​ຊຶ່ງ​ພຣະ​ອົງ​ໄດ້ພຣະ​ຣາ​ຊ​ທານ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ 26 “ເມື່ອ​ຟ້າ​ສວັນ​ປິດ​ຢູ່​ແລະ​ບໍ່​ມີ​ຝົນ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ອົງ ຖ້າ​ເຂົາ​ທັງ​ຫລາຍ​ໄດ້​ອ້ອນວອນ​ຕໍ່​ສະ​ຖານ​ທີ່​ນີ້ ແລະ​ຍອມ​ຮັບ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ​ຫັນ​ກັບ​ເສັຽ​ຈາກ​ບາບ​ຂອງ​ເຂົາ​ທັງ​ຫລາຍ ເມື່ອ​ພຣະ​ອົງ​ຊົງ​ໃຫ້​ໃຈ​ເຂົາ​ທັງ​ຫລາຍ​ຮັບ​ຄວາມ​ທຸກ​ໃຈ 27 ກໍ​ຂໍ​ພຣະ​ອົງ​ຊົງ​ສະ​ດັບ​ໃນ​ຟ້າ​ສວັນ ແລະ​ຂໍ​ປະ​ທານ​ອະ​ພັຍ​ແກ່​ບາບ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ​ຂອງ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ເມື່ອພຣະ​ອົງ​ຊົງ​ສອນ​ທາງ​ດີ​ແກ່​ເຂົາ​ຊຶ່ງ​ເຂົາ​ຄວນ​ຈະ​ດຳ​ເນີນ ແລະ​ຂໍ​ຊົງ​ປະ​ທານ​ຝົນ​ເທິງ​ແຜ່ນ​ດິນ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ພຣະ​ຣາ​ຊ​ທານ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ​ເປັນ​ມໍ​ຣະ​ດົກ​ນັ້ນ 28 “ຖ້າ​ມີ​ການ​ອຶດ​ຢາກ​ໃນ​ແຜ່ນ​ດິນ ຖ້າ​ມີ​ໂຣກ​ລະ​ບາດ ພືດ​ຜົນ​ຖືກ​ທຳ​ລາຍ​ຍ້ອນ​ລົມ​ຮ້ອນ​ພັດ ຫລື​ຕັກ​ແຕນ​ວັຍ​ບິນ ຫລື​ຕັກ​ແຕນ​ວັຍ​ຄານ ຫລື​ສັ​ດ​ຕ​ຣູ​ຂອງ​ເຂົາ​ທັງ​ຫລາຍ​ອ້ອມ​ເມືອງ​ຂອງ​ເຂົາ​ໄວ້​ຮອບ​ດ້ານ ຈະ​ເປັນ​ໄພ​ວິ​ບັດ​ຢ່າງ​ໃດ ຫລື​ຄວາມ​ເຈັບຢ່າງ​ໃດ​ມີ​ຂຶ້ນ​ກໍ​ດີ 29 ບໍ່​ວ່າ​ຄຳ​ອ້ອນວອນ​ຢ່າງ​ໃດ ຫລື​ຄຳ​ວິງວອນ​ປະ​ການ​ໃດ ຊຶ່ງ​ປະ​ຊາ​ຊົນ​ຄົນ​ໃດ ຫລືອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ທັງ​ສິ້ນ​ທູນ ຕ່າງ​ກໍ​ປະ​ຈັກ​ໃນ​ໄພ​ວິ​ບັດ​ແລະ​ຄວາມ​ທຸກ​ໃຈ​ຂອງ​ເຂົາ ແລະ​ໄດ້​ກາງ​ມື​ຂອງ​ເຂົາ​ສູ່​ພຣະ​ວິ​ຫານ​ນີ້ 30 ຂໍ​ພຣະ​ອົງ​ຊົງ​ສະ​ດັບ​ໃນ​ຟ້າ​ສວັນ​ອັນ​ເປັນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ​ພຣະ​ຣາ​ຊ​ທານ​ອະ​ພັຍ ແລະ​ຊົງ​ປະ​ທາ​ນແກ່​ທຸກ​ຄົນຊຶ່ງ​ພຣະ​ອົງ​ຊົງ​ຊາບ​ຈິ​ດ​ໃຈ​ຕາມ​ການ​ປະ​ພຶດ​ທັງ​ສິ້ນ​ຂອງ​ເຂົາ (ເພາະ​ພຣະ​ອົງ ຄື​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຊົງ​ຊາບ​ຈິດ​ໃຈ​ຂອງ​ມະ​ນຸດ​ຊາດ​ທັງ​ສິ້ນ) 31 ເພື່ອ​ວ່າ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ຢຳ​ເກງ​ພຣະ​ອົງ ແລະ​ດໍາ​ເນີນ​ໃນ​ທາງ​ຂອງ​ພຣະ​ອົງ​ຕລອດ​ວັນ​ເວ​ລາທີ່​ເຂົາ​ມີ​ຊີ​ວິດ​ອາ​ໄສ​ໃນ​ແຜ່ນ​ດິນ ຊຶ່ງ​ພຣະ​ອົງ​ພຣະ​ຣາ​ຊ​ທານ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ 32 “ນອກ​ຈາກ​ນີ້ກ່ຽວ​ກັບ​ຊົນ​ຕ່າງ​ດ້າວ ຜູ້​ຊຶ່ງ​ບໍ່​ແມ່ນ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ເມື່ອ​ເຂົາ​ມາ​ຈາກ​ປະ​ເທດ​ເມືອງ​ໄກ ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງພຣະ​ອົງ ພຣະ​ຫັດ​ອັນ​ຊົງ​ຣິດ​ອຳ​ນາດ​ຂອງ​ພຣະ​ອົງ ແລະ​ພຣະ​ກອນ​ທີ່​ຢຽດ​ອອກ​ຂອງ​ພຣະ​ອົງ ເມື່ອ​ເຂົາ​ມາອ້ອນວອນຕົງ​ຕໍ່​ພຣະ​ວິ​ຫານ​ນີ້ 33 ກໍ​ຂໍ​ພຣະ​ອົງ​ຊົງ​ສະ​ດັບ​ໃນ​ຟ້າ​ສວັນ​ອັນ​ເປັນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ​ຂໍ​ຊົງ​ກະ​ທຳ​ຕາມ​ທຸກ​ສິ່ງ ຊຶ່ງ​ຊົນ​ຕ່າງ​ດ້າວ​ໄດ້​ທູນ​ຂໍ​ຕໍ່​ພຣະ​ອົງ ເພື່ອ​ວ່າ​ຊົນ​ຊາດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ໂລ​ກ​ຈະ​ຮູ້​ຈັກ​ພຣະ​ນາມຂອງ​ພຣະ​ອົງ ແລະ​ຢຳ​ເກງ​ພຣະ​ອົງ ດັ່ງ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ຢຳ​ເກງ​ພຣະ​ອົງ​ຢູ່​ນັ້ນ ແລະ​ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ຊາບ​ວ່າ​ພຣະ​ວິ​ຫານ​ນີ້​ຊຶ່ງ​ຂ້າ​ພຣະ​ອົງ​ໄດ້ສ້າງ​ໄວ້ ເຂົາ​ເອີ້ນ​ກັນ​ດ້ວຍ​ພຣະ​ນາມ​ຂອງ​ພຣະອົງ 34 “ຖ້າ​ໄພ່ພົນ​ຂອງ​ພຣະ​ອົງ​ອອກ​ໄປ​ກະ​ທຳ​ການ​ສົງ​ຄາມ​ຕໍ່​ສູ້​ສັດ​ຕ​ຣູ​ຂອງ​ເຂົາ​ທັງ​ຫລາຍ ຈະ​ເປັນ​ໂດຍ​ທາງ​ໃດໆ​ທີ່​ພຣະ​ອົງ​ຊົງ​ໃຊ້​ເຂົາ​ອອກ​ໄປກໍ​ຕາມ ແລະ​ເຂົາ​ທັງ​ຫລາຍ​ໄດ້​ອ້ອນວອນຕໍ່​ພຣະ​ອົງ​ຕົງ​ຕໍ່​ເມືອງ​ນີ້​ຊຶ່ງ​ພຣະ​ອົງ​ຊົງ​ເລືອກ​ສັນ​ໄວ້ ແລະ​ຕົງ​ຕໍ່ພຣະ​ວິ​ຫານ​ຊຶ່ງ​ຂ້າ​ພຣະ​ອົງ​ໄດ້​ສ້າງ​ເພື່ອ​ພຣະ​ນາມ​ຂອງ​ພຣະ​ອົງ 35 ແລ້ວ​ຂໍ​ພຣະ​ອົງ​ຊົງ​ສະ​ດັບ​ຄຳ​ອ້ອ​ນວອນ​ຂອງ​ເຂົາ​ແລະ​ຄຳ​ວິງວອນ​ຂອງ​ເຂົາ​ໃນ​ຟ້າ​ສວັນ ແລະ​ຂໍ​ຊົງ​ໃຫ້​ສິດ​ອັນ​ຊອບ​ທັມ​ຂອງ​ເຂົາ​ຄົງ​ຢູ່ 36 “ຖ້າ​ເຂົາທັງ​ຫລາຍ​ກະ​ທຳ​ບາບ​ຕໍ່​ພຣະ​ອົງ (ເພາະບໍ່​ມີ​ມະ​ນຸດ​ຈັກ​ຄົນ​ນຶ່ງ​ຊຶ່ງ​ບໍ່​ໄດ້​ກະ​ທຳ​ບາບ) ແລະ​ພຣະ​ອົງ​ຊົງ​ກິ້ວ​ຕໍ່​ເຂົາ ແລະ​ພຣະ​ອົງ​ຊົງ​ມອບ​ເຂົາ​ໄວ້​ກັບ​ສັດ​ຕ​ຣູ ເຂົາ​ຈຶ່ງ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ຍັງ​ແຜ່ນ​ດິນ​ນຶ່ງ​ບໍ່​ວ່າ​ໄກ​ຫລື​ໃກ້ 37 ແຕ່​ຖ້າ​ເຂົາ​ສຳ​ນຶກ​ຜິດ​ໃນ​ໃຈ​ໃນ​ແຜ່ນ​ດິນ​ຊຶ່ງ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ແລະ​ໄດ້​ກັບ​ໃຈ​ແລະ​ໄດ້​ທຳ​ການອ້ອນວອນ​ຕໍ່​ພຣະອົງ​ໃນ​ແຜ່ນ​ດິນ​ທີ່​ເຂົາ​ໄປ​ເປັນ​ຊະ​ເລີຍ ທູນ​ວ່າ “ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ກະ​ທຳ​ບາບ ແລະ​ໄດ້​ປະ​ພຶດ​ຊົ່ວ​ຮ້າຍ​ແລະ​ຢ່າງ​ອະ​ທັມ 38 ຖ້າ​ເຂົາ​ທັ​ງ​ຫລາຍ​ກັບ​ມາ​ຫາ​ພຣະ​ອົງ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ເຂົາ​ໃນ​ແຜ່​ນ​ດິນທີ່​ເຂົາ​ໄປ​ເປັນ​ຊະ​ເລີຍ ທີ່​ຊຶ່ງ​ສັດ​ຕຣູກວາດ​ເຂົາ​ໄປ​ເປັນ​ຊະ​ເລີຍ ແລະ​ອ້ອນວອນ​ຕໍ່​ພຣະ​ອົງ​ຕົງ​ຕໍ່​ແຜ່ນ​ດິນ​ຂອງ​ເຂົາ ຊຶ່ງພຣະ​ອົງ​ພຣະ​ຣາ​ຊ​ທານ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ ຄື​ເມືອງ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ເລືອກ​ສັນ​ໄວ້ ແລະ​ພຣະ​ວິ​ຫານ​ຊຶ່ງ​ຂ້າ​ພຣະ​ອົງ​ໄດ້​ສ້າງ​ໄວ້ໃນ​ພຣະ​ນາ​ມ​ຂອງ​ພຣະ​ອົງ 39 ແລ້ວຂໍ​ພຣະ​ອົງ​ຊົງ​ສະ​ດັບ​ຄຳ​ອ້ອນວອນ​ແລະ​ຄຳ​ວິງວອນ​ຂອງ​ເຂົາ​ໃນ​ຟ້າ​ສວັນ​ອັນ​ເປັນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ​ຂໍ​ຊົງ​ໃຫ້​ສິດ​ອັນ​ຊອບ​ທັມ​ຂອງ​ເຂົາ​ຄົງ​ຢູ່ ແລະ​ຂໍ​ຊົງ​ປະ​ທານ​ອະ​ພັຍ​ແກ່​ປະ​ຊາ​ກອນ​ຂອງ​ພຣະ​ອົງ​ຜູ້​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ອົງ 40 ຂ້າ​ແຕ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ບັດ​ນີ້​ຂໍ​ພຣະ​ເນດ​ຂອງ​ພຣະ​ອົງ​ຊົງ​ລືມ​ຢູ່​ແລະ​ຂໍ​ພຣະ​ກັນ​ຂອງ​ພຣະ​ອົງ​ສະ​ດັບ​ຄຳ​ອ້ອນວອນ​ແຫ່ງ​ສະ​ຖານ​ທີ່​ນີ້ 41 “ຂ້າ​ແຕ່ພຣະ​ເຈົ້າ ຂໍ​ຊົງ​ລຸກ​ຂຶ້ນ ສະ​ເດັດ​ໄປ​ຍັງ​ທີ່​ພຳ​ນັກ​ຂອງ​ພຣະ​ອົງ ທັງ​ພຣະ​ອົງ​ແລະ​ຫີບ​ແຫ່ງຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ ຂ້າ​ແຕ່​ພຣະ​ເຈົ້າ ຂໍ​ໃຫ້​ປະ​ໂຣ​ຫິດ​ຂອງ​ພຣະ​ອົງ ສວມ​ຄວາມ​ລອດ ແລະ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ຍິນ​ດີ​ໃນ​ຄວາມ​ປະ​ເສີດ​ຂອງ​ພຣະ​ອົງ 42 ຂ້າ​ແຕ່​ພຣະ​ເຈົ້າ ຂໍ​ຢ່າ​ຊົງ​ຫັນ​ຫນ້າ​ຂອງ​ຜູ້​ທີ່​ພຣະ​ອົງ​ຊົງ​ເຈີມ​ໄວ້​ນັ້ນ​ໄປ​ເສັຽ ຂໍ​ພຣະ​ອົງ​ຊົງ​ລະ​ນຶກ​ເຖິງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ອັນ​ມີ​ຢູ່​ຕໍ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ”

2 ຂ່າວຄາວ 7

1 ເມື່ອ​ໂຊ​ໂລ​ໂມນ​ຊົງ​ຈົບ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ອົງ​ແລ້ວ ໄຟ​ໄດ້​ລົງ​ມາ​ຈາກ​ຟ້າ​ສວັນ​ໄຫມ້​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ສັ​ຕ​ບູ​ຊາ​ເສັຽ ແລະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ເຕັມ​ພຣະ​ວິຫານ 2 ປະ​ໂຣ​ຫິດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້ ເພາະ​ວ່າ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ເຕັມ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 3 ເມື່ອ​ບັນ​ດາ​ຊົນ​ອິ​ສ​ຣາ​ເອນ​ໄດ້​ເຫັນ​ໄຟ​ລົງ​ມາ​ແລະພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ພຣະ​ວິ​ຫານ ເຂົາ​ທັງ​ຫລາຍ​ກໍ​ກາບ​ຊົບ​ຫນ້າ​ລົງ​ເຖິງ​ພື້ນ​ດິນ ແລະ​ໄດ້​ນະ​ມັສ​ການ​ກ່າວ​ໂມ​ທະ​ນາ​ພຣະ​ເຈົ້າ​ວ່າ, “ເພາະ​ພຣະ​ອົງ​ປະ​ເສີດ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດໍາ​ຣົງ​ຢູ່​ເປັນ​ນິດ” 4 ແ​ລ້ວ​ເຈົ້າ​ຊີ​ວິດ ​ແລະ​ບັນ​ດາ​ປະ​ຊາ​ຊົນ​ທັງ​ຫລາຍ​ໄດ້​ຖວາຍ​ເຄື່ອງ​ສັຕ​ບູ​ຊາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 5 ກະ​ສັ​ດ​ໂຊ​ໂລ​ໂມນ​ຊົງ​ຖວາຍ​ເຄື່ອງ​ສັ​ຕ​ບູ​ຊາ​ເປັນ​ງົວ​ສອງ​ຫມື່ນ​ສອງ​ພັນ​ໂຕແລະ​ແກະ​ນຶ່ງ​ແສນ​ສອງ​ຫມື່ນ​ໂຕ ດັ່ງ​ນີ້​ແຫລະ​ພຣະ​ຣາ​ຊ​ແລະ​ປະ​ຊາ​ຊົນ​ທັງ​ປວງ​ໄດ້​ອຸ​ທິດ​ຖວາຍ​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ 6 ບັນ​ດາ​ປະ​ໂຣ​ຫິດ​ກໍ​ຢືນ​ປະ​ຈຳ​ຕຳ​ແຫນ່ງ​ຂອງ​ຕົນ ທັງ​ຄົນ​ເລ​ວີ​ດ້ວຍ​ພ້ອມ​ກັບ​ເຄື່ອງ​ດົນ​ຕ​ຣີ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ກະ​ສັດ​ດາ​ວິດ​ໄດ້​ຊົງ​ກະ​ທຳ​ເພື່ອ​ຖວາຍ​ໂມ​ທະ​ນາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອດາ​ວິດ​ໄດ້​ຖວາຍ​ສາ​ທຸ​ການ​ດ້ວຍຝີ​ມື​ຂອງ​ເຂົາ​ທັງ​ຫລາຍ (ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ) ແລະ​ປະ​ໂຣ​ຫິດ​ກໍ​ເປົ່າ​ແກ​ຂ້າງ​ຫນ້າ​ເຂົາ ແລະ​ອິ​ສ​ຣາ​ເອນ​ທັງ​ປວງ​ຢືນ​ຢູ່ 7 ໂຊ​ໂລ​ໂມນ​ຊົງ​ທຳ​ພິ​ທີ​ຊຳ​ຮະ​ສ່ວນ​ກາງ​ຂອງ​ລານ​ຊຶ່ງ​ຢູ່​ຂ້າງ​ຫນ້າພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ໃຫ້​ເປັນ​ສ່ວນ​ບໍ​ຣິ​ສຸດ ເພາະ​ພຣະ​ອົງ​ຊົງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ໄຂ​ມັນ​ຂອງ​ເຄື່ອງ​ສານ​ຕິ​ບູ​ຊາ​ທີ່​ນັ້ນ ເພາະ​ວ່າ​ແທ່ນ​ທອງ​ສຳ​ຣິດ​ຊຶ່ງ​ໂຊ​ໂລ​ໂມນ​ຊົງ​ສ້າງ​ໄວ້​ນັ້ນ ບໍ່​ພໍ​ຈຸ​ເຄື່ອງ​ເຜົາ​ບູ​ຊາ ເຄື່ອງ​ທັນ​ຍາ​ບູ​ຊາ ແລະ​ໄຂ​ມັນ 8 ໃນ​ຄັ້ງ​ນັ້ນ​ໂຊ​ໂລ​ໂມນ​ຊົງ​ຖື​ເທ​ສ​ການ​ຢູ່​ເຈັດ​ວັນ ແລະ​ອິ​ສ​ຣາ​ເອນ​ທັງ​ປວງ​ຢູ່​ກັບ​ພຣະ​ອົງ​ດ້ວຍ ເປັນ​ຊຸມ​ນຸມ​ຊົນ​ຍິ່ງ​ໃຫຍ່ ຕັ້ງ​ແຕ່​ທາງ​ເຂົ້າ​ເມືອງ​ຮາ​ມັ​ທ​ຈົນ​ເຖິງ​ລຳ​ທານ​ແຫ່ງ​ເອ​ຢິບ 9 ໃນ​ວັນ​ທີ່​ແປດ​ເຂົາ​ທັງ​ຫລາຍ​ໄດ້​ມີ​ງານມອບ​ຖວາຍ​ແທ່ນ​ບູ​ຊາ​ມາ​ເຈັດ​ວັນ​ແລະ​ຖື​ເທ​ສ​ການ​ລ້ຽງ​ມາ​ເຈັດ​ວັນ​ແລ້ວ 10 ເມື່ອ​ວັນ​ທີ່​ຊາວ​ສາມ​ຂອງ​ເດືອນ​ທີ່​ເຈັດ ພຣະ​ອົງ​ຊົງ​ໃຫ້​ປະ​ຊາ​ຊົນ​ກັບ​ໄປ​ບ້ານ​ຂອງຕົນ ມີ​ໃຈ​ຊື່ນ​ບານ​ແລະ​ຍິນ​ດີ​ດ້ວຍ​ຄວາມ​ດີ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສຳ​ແດງ​ແກ່​ດາ​ວິດ​ແລະ​ແກ່​ໂຊໂລ​ໂມນ​ແລະ​ແກ່​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ 11 ດັ່ງ​ນີ້​ແຫລະ,​ໂຊ​ໂລ​ໂມນ​ຊົ​ງ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ແລະ​ພຣະ​ຣາ​ຊວັງ​ສຳ​ເຣັດ ຄື​ທຸກ​ຢ່າງ​ຊຶ່ງ​ພຣະ​ອົງ​ຊົງ​ດຳ​ຣິ​ຈະ​ກະ​ທຳ​ໃນ​ເຣື່ອງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ໃນ​ເຣື່ອງ​ພຣະ​ຣາ​ຊ​ສຳ​ນັກ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ສຳ​ເຣັດ​ສິ້​ນ 12 ແລ້ວ​ພຣະ​ຜູ້​ເປັນເຈົ້າ​ຊົງປາ​ກົດ​ແກ່​ໂຊ​ໂລ​ໂມນ​ເວ​ລາ​ກາງ​ຄືນ​ແລະ​ກ່າວ​ກັບ​ທ່ານ​ວ່າ, “ເຮົາ​ໄດ້​ຍິນ​ຄຳ​ອ້​ອນວອນ​ຂອງ​ເຈົ້າ ແລະ​ໄດ້​ເລືອກ​ສະ​ຖານ​ທີ່​ນີ້​ສຳ​ລັບ​ເຮົາ​ໃຫ້​ເປັນ​ວິ​ຫານ​ແຫ່ງ​ເຄື່ອງ​ສັ​ຕ​ບູ​ຊາ 13 ຖ້າ​ເຮົາ​ປິດ​ຟ້າ​ສວັນ​ບໍ່​ໃຫ້​ຝົນ​ຕົກ​ຫລື​ເຣົາ​ບັນ​ຊາ​ໃຫ້​ຕັກ​ແຕນ​ມາ​ກິນ​ແຜ່ນ​ດິນ ຫລື​ສົ່ງ​ໂຣກ​ລະ​ບາດ​ມາ​ຖ້າມກາງ​ໄພ່​ພົນ​ຂອງ​ເຮົາ 14 ຖ້າ​ໄພ່​ພົນ​ຂອງ​ເຮົາ​ຜູ້​ຊຶ່ງ​ເຂົາ​ເອີ້ນ​ກັນ​ໂດຍ​ຊື່​ຂອງ​ເຮົາ​ນັ້ນ​ຈະ​ຖ່ອມ​ຕົວ​ລົງ ແລະ​ອ້ອນວອນ ແລະ​ສ​ແວງ​ຫາຫນ້າ​ຂອງ​ເຮົາ ແລະ​ຫັນ​ເສັຽ​ຈາກ​ກາ​ນຊົ່ວ​ຂອງ​ເຂົາ ເຮົາ​ກໍ​ຈະ​ຟັງ​ຈາກ​ສວັນ ແລະ​ຈະ​ໃຫ້​ອະ​ພັຍ​ແກ່ບາບ​ຂອງ​ເຂົາ​ແລະ​ຈະ​ຮັກ​ສາ​ແຜ່ນ​ດິນ​ຂອງ​ເຂົາ​ໃຫ້​ຫາຍ 15 ແລະ​ຕາ​ຂອງ​ເຮົາ​ຈະ​ເຝົ້າ​ເບິ່ງ​ແລະ​ຫູ​ຂອງ​ເຮົາ​ຈະ​ຟັງ​ຄຳ​ອ້ອນວອນ​ຊຶ່ງ​ເຂົາ​ທັງ​ຫລາຍ​ອ້ອນວອນ​ໃນ​ສະ​ຖານ​ທີ່​ນີ້ 16 ເພາະ​ບັດ​ນີ້​ເຮົາ​ໄດ້​ເລືອກ​ສັນ​ແລະ​ກະ​ທຳ​ໃຫ້​ວິ​ຫານ​ເປັນ​ບ່ອນ​ທີ່​ບໍ​ຣິ​ສຸດ​ເພື່ອ​ນາມ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ເປັນ​ນິດ ຕາ​ຂອງ​ເຮົາ​ແລະ​ໃຈ​ຂອງ​ເຮົາ​ຈະ​ຢູ່​ທີ່​ນັ້ນຕລອດເວ​ລາ 17 ສ່ວນ​ເຈົ້າ ຖ້າ​ເຈົ້າ​ດຳ​ເນີນ​ຕໍ່​ຫນ້າ​ເຮົາ​ຢ່າງ​ດາ​ວິດ​ບິ​ດາ​ຂອງ​ເຈົ້າ​ດຳ​ເນີ​ນນັ້ນ ກະ​ທຳ​ຕາມ​ທຸກ​ສິ່ງ​ຊຶ່ງ ເຮົາ​ໄດ້​ບັນ​ຊາ​ແກ່​ເຈົ້າ​ແລະ​ຮັກ​ສາ​ກົດ​ເກນ​ຂອງເຮົາ​ແລະ​ກົດ​ຫມາຍ​ຂອງ​ເຮົາ 18 ແລ້ວ​ເຮົາ​ຈະ​ສະ​ຖາ​ປະ​ນາ​ບັນ​ລັງ​ຂ​ອງ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ກະ​ທຳ​ຄຳ​ຫມັ້ນ​ສັນ​ຍາ​ໄວ້​ກັບ​ດາ​ວິດ​ບິ​ດາ​ຂອງ​ເຈົ້າວ່າ “ເຈົ້າ​ຈະ​ບໍ່​ຂາ​ດ​ຊາຍ​ຜູ້​ນຶ່ງ​ທີ່​ຈະ​ປົກ​ຄອງ​ເຫນືອ​ອິ​ສ​ຣາ​ເອນ” 19 ແຕ່​ຖ້າ​ເຈົ້າ​ຫັນ​ໄປ​ແລະ​ປະ​ຖິ້ມ​ຂໍ້​ຄຳ​ສັ່ງຂອງ​ເຮົາ ແລະ​ບັນ​ຍັດ​ຂອງ​ເຮົາ​ຊຶ່ງ​ເຮົາ​ຕັ້ງ​ໄວ້​ຕໍ່​ຫນ້າ​ເຈົ້າ ແລະ​ໄປ​ປົນ​ນິ​ບັດ​ພຣະ​ອື່ນ​ແລະ​ນະ​ມັສ​ການ​ພຣະ​ເຫລົ່າ​ນັ້ນ 20 ແລ້ວ​ເຮົາ​ຈະ​ຖອນ​ຮາກ​ເຂົາ​ທັງ​ຫລາຍ​ຈາກ​ແຜ່ນ​ດິນ​ຂອງ​ເຮົາ ຊຶ່ງ​ໄດ້​ໃຫ້​ແກ່​ເຂົາ​ແລະ​ວິ​ຫານ​ຊຶ່ງ​ເຮົາ​ກະ​ທຳ​ໃຫ້​ເປັນ​ສະ​ຖານ​ບໍ​ຣິ​ສຸດ​ເພື່ອ​ນາມ​ຂອງ​ເຮົາ ເຮົາ​ຈະ​ແກວ່ງ​ອອກ​ໄປ​ຈາກ​ສາຍ​ຕາ​ຂອງ​ເຮົາ ແລະ​ເຣົາ​ຈະ​ທຳ​ໃຫ້​ເປັນ​ພາ​ສິດ​ແລະ​ຂີ້​ປາກ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ 21 ແລະ​ວິ​ຫານ​ນີ້​ຊຶ່ງ​ສູງ​ສົ່ງ ທຸກ​ຄົນ​ທີ່​ຜ່ານ​ໄປ​ຈະ​ປະ​ຫລາດ​ໃຈ ແລະ​ກ່າວ​ວ່າ “ເຫດ​ໃດ​ພຣະ​ເຈົ້າ​ຈຶ່ງ​ຊົງ​ກະ​ທຳ​ເຊັ່ນ​ນີ້​ແກ່​ແຜ່ນ​ດິນ​ນີ້​ແລະ​ແກ່ພຣະ​ວິ​ຫານ​ນີ້” 22 ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຕອບ​ວ່າ “ເພາະ​ເຂົາ​ທັງ​ຫລາຍ​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນພະ​ບຸ​ຣຸດ​ຂອງ​ເຂົາ ຜູ້​ຊົງ​ນຳ​ເຂົາ​ອອກ​ຈາກ​ແຜ່​ນ​ດິນ​ເອ​ຢິບ​ແລະ​ໄດ້​ຍຶດ​ພຣະ​ອື່ນ ແລະ​ໄດ້​ນະ​ມັສ​ການ​ພຣະ​ເຫລົ່າ​ນັ້ນ​ທັງ​ບົວ​ລະ​ບັດ​ດ້ວຍ ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ນຳ​ເຫດ​ຮ້າຍ​ທັງ​ຫມົດ​ນີ້​ມາ​ເຖິງ​ເຂົາ​ທັງ​ຫລາຍ”

2 ຂ່າວຄາວ 8

ພຣະ​ຣາ​ຊ​ກິຈ​ອື່ນໆ​ຂອງ​ໂຊ​ໂລ​ໂມນ

1 ແລະ​ຕໍ່​ມາ​ເມື່ອ​ສິ້​ນ​ຊາວ​ປີ ທີ່​ໂຊ​ໂລ​ໂມນ​ໄດ້​ຊົງ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ຣາ​ຊ​ວັງສ່ວນ​ພຣະ​ອົງ 2 ໂຊ​ໂລ​ໂມນ​ໄດ້​ຊົງ​ເສີມ​ສ້າງ​ຫົວ​ເມືອງ​ຊຶ່ງ​ຮູ​ຣາມ​ໄດ້​ຖວາຍ​ແດ່​ພຣະ​ອົງ ແລ້ວ​ໃຫ້​ຄົນ​ອິ​ສ​ຣາ​ເອນ​ຕັ້ງ​ຢູ່​ໃນ​ນັ້ນ 3 ແລະ​ໂຊ​ໂລ​ໂມນ​ໄດ້​ສະ​ເດັດ​ໄປ​ຍັງຮາ​ມັ​ທ​ໂຊ​ບາ ແລະ​ຍຶດ​ເມືອງ​ນັ້ນ​ໄດ້ 4 ພຣະ​ອົງ​ໄດ້​ຊົງ​ສ້າງ​ເມືອງ​ຕາດ​ໂມ​ຣ໌​ໄວ້​ໃນ​ຖິ່ນ​ກັນ​ດານ ແລະ​ຫົວ​ເມືອງ​ຄັງ​ຫລວງ​ທັງ​ສິ້​ນຊຶ່ງ​ພຣະ​ອົງ​ຊົງ​ສ້າງ​ໄວ້​ໃນ​ຮາ​ມັ​ທ 5 ພຣະ​ອົງ​ໄດ້​ຊົງ​ສ້າງ​ເມືອງ​ເບັດ​ໂຮ​ໂຣນ​ທາງ​ເທິງ​ແລະ​ເບັດ​ໂຮ​ໂຣນ​ທາງ​ລຸ່ມ​ດ້ວຍ​ເປັນ​ເມືອງ​ທີ່​ຫມັ້ນ​ຄົງ ມີກຳ​ແພງ ປະ​ຕູ​ເມືອງ​ແລະ​ດ່ານ 6 ແລະ​ຊົງ​ສ້າງ​ເມືອງ​ບາ​ອາ​ລັ​ທ ແລະ​ຫົວ​ເມືອງ​ຄັງ​ຫລວງ​ທັງ​ປວງ​ທີ່​ໂຊ​ໂລ​ໂມນ​ຊົງ​ມີ​ຢູ່ ແລະ​ເມືອງ​ທັງ​ປວງ​ສຳ​ລັ​ບ​ຣົດ​ຮົບ​ຂອງ​ພຣະ​ອົງ ແລະ​ເມືອງ​ທັງ​ປວງ​ສຳ​ລັບ​ພົນ​ມ້າ​ຂອງ​ພຣະ​ອົງ ແລະ​ສິ່ງ​ໃດໆ​ຊຶ່ງ​ພຣະ​ອົງ​ປະ​ສົງ​ຈະ​ສ້າງ​ໃນ​ເຢ​ຣູ​ຊາ​ເລັມ ໃນ​ເລ​ບາ​ນອນ ແລະ​ໃນ​ແຜ່ນ​ດິນ​ທັງ​ຫມົດ​ຊຶ່ງ​ຢູ່​ໃນ​ຄອບ​ຄອງ​ຂອງ​ພຣະ​ອົງ 7 ປະ​ຊາ​ຊົນ​ທັງ​ປວງ​ທີ່​ເຫລືອ​ຢູ່​ໃນ​ເຫລົ່າ​ຮິດ​ຕີ ຄົນ​ອາ​ໂມ​ຣິດ ເປ​ຣິ​ສ​ຊີ ຄົນ​ຮີ​ວີ ແລະ​ຄົນ​ເຢ​ບຸ​ສ ຜູ້​ຊຶ່ງ​ບໍ່​ແມ່ນ​ອິ​ສ​ຣາ​ເອນ 8 ຈາກ​ເຊື້ອ​ສາຍ​ຂອງ​ຊົນ​ເຫລົ່າ​ນີ້​ຜູ້​ເຫລືອ​ຕໍ່​ມາ​ໃນ​ແຜ່ນ​ດິນ ຜູ້​ຊຶ່ງ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ບໍ່​ໄດ້​ທໍາລາຍ ໂຊ​ໂລ​ໂມນ​ໄດ້​ຊົງ​ກະ​ທໍາໃຫ້​ປະ​ຊາ​ຊົນ​ເຫລົ່າ​ນີ້​ເປັນ​ທາດ​ແຮງ​ງານ ແລະ​ເຂົາ​ທັງ​ຫລາຍ​ກໍ​ເປັນ​ຢູ່​ຈົນ​ທຸກວັນ​ນີ້ 9 ແຕ່​ສ່ວນ​ຄົນ​ອິ​ສ​ຣາ​ເອນ​ນັ້ນ​ໂຊ​ໂລ​ໂມນ​ບໍ່​ໄດ້​ຊົງ​ກະ​ທຳ​ໃຫ້​ທາດ​ແຮງ​ງານ ເຂົາ​ທັງ​ຫລາຍ​ເປັນ​ທະ​ຫານ​ແລະ​ເປັນ​ນາຍ​ທະ​ຫານ​ຂອງ​ພຣະ​ອົງ ເປັນ​ຜູ້​ບັງ​ຄັບ​ບັນ​ຊາ​ຣົດ​ຮົບ​ຂອງ​ພຣະ​ອົງ ແລະ​ພົນ​ມ້າ​ຂອງພຣະ​ອົງ 10 ແລະ​ຄົນ​ຕໍ່​ໄປ​ນີ້​ເປັນ​ເຈົ້າ​ຫນ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຂອງກະ​ສັດ​ໂຊ​ໂລ​ໂມນ​ມີ​ສອງ​ຮ້ອຍ​ຫ້າ​ສິບ​ຄົນ ເປັນ​ຜູ້​ປົກ​ຄອງ​ປະ​ຊາ​ຊົນ 11 ໂຊ​ໂລ​ໂມນ​ຊົງ​ນຳ​ທິ​ດາ​ຂອງ​ຟາ​ໂຣ​ຂຶ້ນ​ມາ​ຈາກ​ນະ​ຄອນ​ດາ​ວິດ​ຍັງ​ພຣະ​ຣາ​ຊວັງ ຊຶ່ງ​ພຣະ​ອົງ​ຊົງ​ສ້າງ​ໄວ້​ໃຫ້​ພຣະ​ນາງ​ເພາະ​ພຣະ​ອົງ​ກ່າວ​ວ່າ, “ມະ​ເຫ​ສີ​ຂອງ​ເຮົາ​ບໍ່​ຄວນ​ຢູ່​ໃນ​ວັງ​ຂອງ​ດາ​ວິດ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ ເພາະ​ສະ​ຖານ​ທີ່​ທັງ​ຫລາຍ​ຊຶ່ງ​ຫີບຂອງ​ພຣະ​ເຈົ້າ​ມາ​ເຖິງ​ເປັນ​ທີ່​ບໍ​ຣິ​ສຸດ”” 12 ແລ້ວ​ໂຊ​ໂລ​ໂມນ​ຊົງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ເຈົ້າ​ເທິງ​ແທ່ນ​ບູ​ຊາ​ຂອງ​ພຣະ​ເຈົ້າ ຊຶ່ງ​ພຣະ​ອົງ​ຊົງ​ສ້າງ​ໄວ້​ທີ່​ຫນ້າ​ມຸກ 13 ຕາມ​ຫນ້າ​ທີ່​ປະ​ຈຳ​ວັນ​ທີ່​ຕ້ອງ​ທຳ​ເປັນ​ການ​ຖວາຍ​ບູ​ຊາ​ຕາມ​ບັນ​ຍັດ​ຂອງ​ໂມ​ເຊ ໃນ​ວັນ​ສະ​ບາ​ໂຕ ໃນ​ວັນ​ຂຶ້ນ​ຄ່ຳ​ນຶ່ງ ແລະ​ໃນ​ວັນ​ເທ​ສ​ການ​ປະ​ຈຳ​ປີ​ສາມ​ເທ​ສ​ການ ຄື​ເທສ​ການ​ກິນ​ລ້ຽງ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ ເທ​ສ​ການ​ສັປ​ດາ ແລະ​ເທ​ສ​ການ​ປຸກ​ຕູບ​ຢູ່ 14 ຕາມ​ກົດ​ຫມາຍ​ຂອງ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກຳ​ນົດ​ແບ່ງ​ເວນ​ປະ​ໂຣ​ຫິດ​ສຳ​ລັບ​ການ​ປົນ​ນິບັດແລະ ແບ່ງ​ເວນ​ຊົນ​ເລ​ວີ​ໃຫ້​ປະ​ຈຳ​ຫນ້າ​ທີ່​ການ​ສັຣ​ເສີນ​ແລະ​ການ​ປົນ​ນິ​ບັດ​ຕໍ່​ຫນ້າ​ປະ​ໂຣ​ຫິດ​ຕາມ​ຫນ້າທີ່​ປະ​ຈຳ​ວັນ​ທີ​ຕ້ອງ​ທຳ​ແລະ​ຄົນ​ເຝົ້າ​ປະ​ຕູ​ເປັນ​ເວນ​ເຝົ້າ​ທຸກ​ປະ​ຕູ ເພາະ​ວ່າ​ດາ​ວິດ​ບຸ​ຣຸດ​ຂອງ​ພຣະ​ເຈົ້າ​ຊົງ​ບັນ​ຊາ​ໄວ້​ເຊັ່ນ​ນັ້ນ 15 ແລະ​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຫັນ​ໄປ​ເສັຽ​ຈາກ​ສິ່ງ​ຊຶ່ງ​ພຣະ​ຣາ​ຊາ​ໄດ້​ຊົງ​ບັນ​ຊາ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ຊຶ່ງ​ກ່ຽວ​ກັບ​ເຣື່ອງ​ໃດໆ​ແລະ​ກ່ຽວ​ກັບ​ເຣື່ອງ​ຄັງ 16 ພຣະ​ຣາ​ຊ​ກິຈ​ຂອງ​ໂຊ​ໂລ​ໂມນ​ກໍ​ລຸ​ລ່ວງ​ໄປ​ຕັ້ງ​ແຕ່​ວັນ​ທີ່​ວາງ​ຮາກ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຈົນ​ເຖິງວັນ​ສຳ​ເຣັດ​ງານ ດັ່ງ​ນັ້ນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ກໍ​ສຳ​ເຣັດ​ຄົບ​ຖ້ວນ 17 ແລ້ວ​ໂຊ​ໂລ​ໂມນ​ສະ​ເດັດ​ໄປ​ຍັງ​ເອ​ຊີ​ໂອນ​ເກ​ເບີ ແລະ​ເມືອງ​ເອ​ໂລ​ທ​ທີ່​ຊາຍ​ທະ​ເລ​ໃນ​ແຜ່ນ​ດິນ​ເອ​ໂດມ 18 ແລະ​ຮູ​ຣາມ​ກໍ​ໃຫ້​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ສົ່ງ​ເຮືອ ແລະ​ຂ້າ​ຣາ​ຊການທີ່​ຄຸ້ນ​ເຄີຍ​ກັ​ບ​ທະ​ເລ​ໄປ​ໃຫ້​ໂຊ​ໂລ​ໂມນ ແລະ​ເຂົາ​ທັງ​ຫລາຍ​ໄປ​ເຖິງ​ເມືອງ​ໂອຟີ​ຣ໌​ພ້ອມ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ໂຊ​ໂລ​ໂມນ ແລະ​ນຳ​ເອົາ​ທອງ​ຄໍາຈາກ​ທີ່​ນັ້ນ​ຫນັກ​ສີ່​ຣ້ອຍ​ຫ້າ​ສິບ​ຕະ​ລັນ​ມາ​ຍັງ​ກະ​ສັດ​ໂຊ​ໂລ​ໂມນ

2 ຂ່າວຄາວ 9

ພຣະ​ນາງ​ແຫ່ງ​ເຊບາ​ສະ​ເດັດ​ມາ​ຢ້ຽມ​

ໂຊ​ໂລ​ໂມນ 1 ເມື່ອ​ພຣະ​ຣາ​ຊີ​ນີ​ແຫ່ງ​ເຊບາ​ຊົງ​ໄດ້​ຍິນ​ກິດ​ຕິ​ສັພ​ແຫ່ງ​ໂຊ​ໂລ​ໂມນ ພຣະ​ນາງ​ກໍ​ສະ​ເດັດ​ມາ​ຍັງ​ເຢ​ຣູ​ຊາ​ເລັມ ເພື່ອ​ທົດ​ລອງ​ພຣະ​ອົງ​ດ້ວຍ​ປັນ​ຫາ​ຫຍຸ້ງ​ຍາກ​ຕ່າງໆ​ພ້ອມ​ດ້ວຍ​ຂ້າ​ຣາ​ຊ​ບໍ​ຣິ​ພານ​ມາກ​ມາຍ ກັບ​ອູດ​ບັນ​ທຸກ​ເຄື່ອງ​ເທດ​ແລະ​ທອງ​ຄຳ​ເປັນ​ອັນ​ມາກ ແລະ​ເພັດ​ພອຍ​ຕ່າງໆ ແລະ​ເມື່ອພຣະ​ນາງ​ສະ​ເດັດ​ມາ​ເຖິງ​ໂຊ​ໂລ​ໂມນ​ແລ້ວ ພຣະ​ນາງ​ທູນ​ເຣື່ອງ​ໃນ​ໃຈ​ຂອງ​ພຣະ​ນາງ​ທຸກ​ປະ​ການ 2 ແລະ​ໂຊ​ໂລ​ໂມນ​ກ່າວ​ຕອບ​ປັນ​ຫາ​ຂອງ​ພຣະ​ນາງ​ທັງ​ສິ້ນ ບໍ່​ມີ​ສິ່ງ​ໃດ​ທີ່​ເຊື່ອງ​ໄວ້​ຢູ່​ພົ້ນ​ໂຊ​ໂລ​ໂມນ​ຊຶ່ງ​ພຣະ​ອົງ​ຈະ​ຊົງ​ອະ​ທິ​ບາຍ​ແກ່​ພຣະ​ນາງ​ບໍ່​ໄດ້ 3 ເມື່ອ​ພຣະ​ຣາ​ຊິ​ນີ​ແຫ່ງ​ເຊ​ບາ​ຊົ​ງ​ເຫັນ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ໂຊ​ໂລ​ໂມນ​ແລະ​ພຣະ​ຣາ​ຊວັງ​ທີ່​ພຣະ​ອົງ​ຊົງ​ສ້າງ 4 ທັງ​ອາ​ຫານ​ທີ່​ໂຕະ​ສະ​ເວີຍ ກັບ​ບັນ​ດາ​ຂ້າ​ຣາ​ຊ​ການ​ປະ​ຈຳ​ຢູ່ ແລະ​ມະ​ຫາດ​ເລັກ​ທີ່​ຄອຍ​ຮັບ​ໃຊ້​ຢູ່​ຕລອດ​ທັງ​ເຄື່ອງ​ແຕ່ງ​ກາຍ​ແລະ​ພະ​ນັກ​ງານ​ເຊີນ​ຖ້ວຍຂອງ​ພຣະ​ອົງ ເຄື່ອງ​ແຕ່ງ​ກາຍ ແລະ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຖວາຍ​ບູ​ຊາ​ໃນ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ທັຍຂອງ​ພຣະ​ນາງ​ກໍ​ສ​ລົດລົງ 5 ພຣະ​ນາງ​ທູນ​ເຈົ້າ​ຊີ​ວິດ​ວ່າ, “ທຸກ​ສິ່ງ​ກ່ຽວ​ກັບ​ເຣື່ອງ​ຂອງ​ພຣະ​ອົງ ທັງ​ຄວາມ​ສ​ລຽວ​ສ​ລາດ​ຂອງ​ພຣະ​ອົງ ທີ່​ຂ້າ​ນ້ອຍ​ໄດ້​ຍິນ​ເວ​ລາ​ທີ່​ຂ້າ​ນ້ອຍ​ຍັງ​ຢູ່​ໃນ​ເມືອງ​ຂອງ​ຂ້າ​ນ້ອຍ​ກໍ​ເປັນ​ຄວາມ​ຈິງ​ຫມົດ 6 ແຕ່​ຂ້າ​ນ້ອຍ​ບໍ່​ໄດ້​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ເຂົາ ຈົນ​ຂ້າ​ນ້ອຍ​ໄດ້​ມາ​ເຫັນ​ດ້ວຍ​ຕົນ​ເອງ ສະ​ຕິ​ປັນ​ຍາ​ແລະ​ຄວາມ​ມັ່ງ​ຄັ່ງ​ສົມ​ບູ​ນ​ຂອ​ພຣະ​ອົງ​ທີ່​ຂ້າ​ນ້ອຍ​ໄດ້​ຍິນ​ມາ ມີ​ພຽງ​ເຄິ່ງ​ນຶ່ງ​ໃນສິ່ງ​ທີ່​ຂ້າ​ນ້ອຍ​ໄດ້​ຮູ້​ແລະ​ໄດ້​ເຫັນ​ໃນ​ເວ​ລາ​ນີ້ 7 ບັນ​ດາ​ຄົນ​ຂອງ​ພຣະ​ອົງກໍ​ເປັນ​ສຸກ ບັນ​ດາ​ຂ້າ​ຣາ​ຊ​ການ​ເຫລົ່າ​ນີ້​ຂອງ​ພຣະ​ອົງ​ກໍ​ເປັນ​ສຸ​ກ ຜູ້​ທີ່​ຢູ່​ງານ​ປະ​ຈຳ​ຕໍ່​ພຣະ​ພັກ​ພຣະ​ອົງ​ແລະ​ຟັງ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ​ກໍ​ເປັນ​ສຸກ 8 ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ອົງ ຜູ້​ຊົງ​ມອບ​ຄວາມ​ສະ​ງ່າ​ຣາ​ສີ ແລະ​ໃຫ້​ພຣະ​ອົງ​ປະ​ທັບ​ເທິງພຣະ​ທີ່​ນັ່ງ​ຂອງ​ອິ​ສ​ຣາ​ເອນ ຍ້ອນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຄວາມ​ຮັກຕໍ່​ອິ​ສ​ຣາ​ເອນ​ຕລອດ​ໄປ ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ພຣະ​ອົງ​ໃຫ້​ເປັນ​ເຈົ້າ​ຊີ​ວິດ ເພື່ອ​ປົກ​ຄອງ​ຢ່າງຍຸດ​ຕິ​ທັມ​ແລະ​ຖື​ກ​ຕ້ອງ 9 ແລ້ວ​ພຣະ​ຣາ​ຊີ​ນີ​ກໍ​ຖວາຍ​ທອງ​ຄຳ​ນຶ່ງ​ຮ້ອຍ​ຊາວ​ຕະ​ລັນ​ແກ່​ພຣະ​ຣາ​ຊາ ພ້ອມ​ທັງ​ເຄື່ອງ​ຫອມ​ແລະ​ເພັດ​ພອຍ​ຕ່າງໆ ບໍ່​ມີເຄື່ອງ​ຫອມໃດໆ​ເຫມືອນ​ຢ່າງ​ທີ່​ພຣະ​ຣາ​ຊີ​ນີ​ແຫ່ງ​ເຊ​ບາ​​ຖວາຍ​ແດ່​ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ 10 ນອກ​ຈາກ​ນີ້​ຍັງ​ມີ​ຂະ​ບວນ​ກຳ​ປັ່ນ​ຂອງ​ເຈົ້າ​ຮູ​ຣາມ​ໄດ້​ບັນ​ທຸກ​ຄຳ​ມາ​ຈາກ​ໂອ​ຟີ​ຣ໌ ທັງ​ໄດ້​ນຳ​ໄມ້​ຈັນຢ່າງ​ຫລວງ​ຫລາຍ ແລະ​ເພັດ​ພອຍ​ຕ່ງໆ 11 ເຈົ້າ​ຊີ​ວິດ​ໄດ້​ເອົາ​ໄມ້​ຈັນ​ນີ້​ເຮັດ​ເສົາ​ຄ້ຳ​ພຣະ​ວິ​ຫານ ເສົາ​ຄ້ຳ​ພຣະ​ຣາ​ຊວັງ ແລະ​ເຮັດ​ພິນ​ໃຫ້​ນັກ​ດົນ​ຕ​ຣີ ຕລອດ​ທຸກວັນ​ນີ້ ບໍ່​ເຄີຍ​ເຫັນ​ໄມ້​ຈັນ​ຢ່າງ​ນີ້​ຈັກ​ເທື່ອ 12 ເຈົ້າ​ຊີ​ວິດ​ໂຊ​ໂລ​ໂມນ​ໄດ້​ພຣະ​ຣາ​ຊ​ທານ​ຫລາຍ​ຢ່າງ​ໃຫ້​ພຣະ​ຣາ​ຊີນີ​ແຫ່ງ​ເຊ​ບາ ຕາມ​ເຄື່ອງ​ອັນ​ອຸ​ດົມ​ສົມ​ທີ່​ພຣະ​ອົງ​ມີ​ຢູ່ ແລະ​ພຣະ​ອົງ​ຍັງ​ໄດ້​ພຣະ​ຣາ​ຊ​ທານ​ຕື່ມ​ອີກ​ຕາມ​ທີ່​ພຣະ​ນາງ​ຕ້ອງ​ການ ແລ້ວ​ພຣະ​ນາງ​ພ້ອມ​ທັງບັນ​ດາ​ເສ​ນາ​ອາ​ມາດ​ກໍ​ກັບ​ຄືນ​ເມືອ​ສູ່​ປະ​ເທດ​ຂອງ​ຕົນ

ຄວາ​ມມັ່ງ​ຄັ່ງ​ແລະ​ພຣະ​ກຽດ​ເລື່ອງ​ລື​ຂອງ​ໂຊ​ໂລ​ໂມນ

13 ນ້ຳ​ຫນັກ​ທອ​ງຄຳ​ທີ່​ນຳ​ມາ​ສົ່ງ​ໂຊ​ໂລໂມນ​ໃນ​ປີ​ນຶ່ງ​ນັ້ນ ເປັນ​ທອງ​ຄຳ​ຫົກ​ຮ້ອຍ​ຫົກ​ສິບ​ຕະ​ລັນ 14 ນອກ​ເຫນືອ​ຈາກ​ທອງ​ຄຳ​ຊຶ່ງ​ນັກ​ການ​ຄ້າ​ແລະ​ພໍ່ຄ້າ​ໄດ້​ນຳ​ມາ ແລະ​ກະ​ສັດ​ທັງ​ປວງ​ຂອງ​ປະ​ເທດ​ອາ​ຣະ​ເບັຽ ແລະ​ບັນ​ດາ​ເຈົ້າ​ເມືອງ​ແຫ່ງ​ແຜ່ນ​ດິນ​ໄດ້​ນຳ​ທອງ​ຄຳ​ແລະ​ເງິນ​ມາ​ຍັງ​ໂຊ​ໂລ​ໂມນ 15 ກະ​ສັດ​ໂຊ​ໂລ​ໂມນ​ຊົງ​ສ້າງ​ໂລ່​ໃຫຍ່​ສອງ​ຮ້ອຍ​ອັນ​ດ້ວຍ​ທອງ​ຄຳ​ທຸບ ໂລ່ອັນນຶ່ງ​ໃຊ້​ທອງ​ຄຳ​ທຸບ​ຫົກ​ຮ້ອຍ​ເຊເກ​ລ 16 ພຣະ​ອົງ​ຊົງ​ສ້າງ​ໂລ່​ສາມ​ຮ້ອຍ​ອັນ​ດ້ວຍ​ທອງຄຳ​ທຸບ ໂລ່​ອັນ​ນຶ່ງ​ໃຊ້​ທອງ​ຄຳ​ສາມ​ຮ້ອຍ​ເຊ​ເກ​ລ ແລະ​ກະ​ສັດ​ກໍ​ຊົງ​ເກັບ​ໂລ່​ໄວ້​ໃນ​ພຣະ​ຕຳ​ນັກ​ດົງ​ເລ​ບາ​ນອນ 17 ພຣະ​ຣາ​ຊາ​ຊົງ​ກະ​ທຳ​ພຣະ​ທີ່​ນັ່ງ​ງ່າ​ຊ້າງ​ຂະ​ຫນາດ​ໃຫຍ່​ດ້ວຍ ແລະ​ຊົງ​ໂອບ​ດ້ວຍ​ທອງ​ຄຳ​ບໍຣິ​ສຸດ 18 ພຣະ​ທີ່​ນັ່ງ​ນັ້ນ​ມີ​ຂັ້ນ​ໄດ​ຫົກ​ຂັ້ນ ກັບ​ທີ່​ຮອງ​ພຣະ​ບາດ​ທຳ​ດ້ວຍ​ທອງ​ຄຳ ຊຶ່ງ​ຕິດ​ຢູ່​ກັບ​ພຣະ​ທີ່​ນັ່ງ ທັງ​ສອງ​ຂ້າງ​ຂອງ​ພຣະ​ທີ່​ນັ່ງ​ມີ​ທີ່​ວາງ​ພຣະ​ຫັດ ແລະ​ສິງ​ສອງ​ໂຕ​ຢືນ​ຢູ່​ຂ້າງໆ​ທີ່​ວາງ​ພຣະ​ຫັດ 19 ມີ​ສິງ​ອີກ​ສິບ​ສອງ​ໂຕ​ຢືນ​ຢູ່​ນັ້ນ ເທິງ​ຂັ້ນ​ໄດ​ຫົກ​ຂັ້ນ​ທັງ​ສອງ​ຂ້າງ ເຂົາ​ບໍ່​ເຄີ​ຍທຳ​ໃນ​ຣາ​ຊ​ອາ​ນາ​ຈັກ​ໃດໆ​ເຫມືອນ​ຢ່າງ​ນີ້ 20 ພາ​ຊ​ນະ​ທັງ​ສິ້ນ​ສຳ​ລັບ​ເຄື່ອງ​ດື່ມ​ຂອງ​ກະ​ສັດ​ໂຊ​ໂລ​ໂມນ​ທຳ​ດ້ວຍ​ທອງ​ຄຳ ແລະ​ພາ​ຊ​ນະ​ທັງ​ສິ້ນ​ຂອງພຣະ​ຕຳ​ນັກ​ດົງ​ເລ​ບາ​ນອນ​ທຳ​ດ້ວຍ​ທອງ​ຄຳ​ບໍ​ຣິ​ສຸດ ເງິນ​ນັ້ນ​ຖື​ວ່າ​ເປັນ​ຂອງ​ບໍ່​ມີ​ຄ່າ​ຫັຍ​ງ​ໃນ​ສະ​ໄຫມ​ຂອງ​ໂຊ​ໂລ​ໂມນ 21 ເພາະ​ເຮືອຂອງ​ພຣະ​ຣາ​ຊາ​ແລ່ນ​ໄປ​ຍັງ​ຕາ​ຣ໌​ຊິດ​ພ້ອມ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ຮູ​ຣາມ ກຳ​ປັ່ນ​ຕາ​ຣ໌​ຊິດ​ນຳ​ທອງ​ຄຳ ເງິນ ງ່າ​ຊ້າງ ລີງ ແລະ​ນົກ​ຍຸງ ມາ​ສາມ​ປີ​ຕໍ່​ຄັ້ງ 22 ດັ່ງ​ນີ້​ແຫລະ, ພຣະ​ຣາ​ຊາໂຊ​ໂລ​ໂມນ​ຈຶ່ງ​ໄດ້​ປຽບ​ກວ່າ​ກະ​ສັດ​ອື່ນໆ​ແຫ່ງ​ແຜ່ນ​ດິນ​ໂລກ​ໃນ​ເຣື່ອງ​ສົມ​ບັດ​ແລະ​ສະ​ຕິ​ປັນ​ຍາ 23 ພຣະ​ຣາ​ຊາທັງ​ສິ້ນ​ແຫ່ງ​ແຜ່ນ​ດິນ​ໂລກ​ກໍ​ສ​ແວງ​ຫາ​ທີ່​ຈະ​ເຂົ້າ​ເຝົ້າ​ໂຊ​ໂລ​ໂມນ ເພື່ອ​ຈະ​ຟັງ​ພຣະ​ສະ​ຕິ​ປັນ​ຍາຊຶ່ງ​ມາ​ຈາກ​ພຣະ​ເຈົ້າ​ພຣະ​ຣາ​ຊ​ທານ​ໄວ້​ໃນ​ໃຈ​ຂອງ​ທ່ານ 24 ທຸກ​ຄົນ​ກໍ​ນຳ​ເຄື່ອງ​ບັນ​ນາ​ການ​ຂອງ​ເຂົາ​ມາ ເປັນ​ເຄື່ອງ​ທຳ​ດ້ວຍເງິນ​ແລະ​ທອງ​ຄຳ ແລະ​ເຄື່ອງ​ແຕ່ງ​ກາຍ ເຄື່ອງ​ອາ​ວຸດ ເຄື່ອງ​ເທດ ມ້າ ແລະ​ລໍ ຕາມ​ຈຳ​ນວນ​ກຳ​ນົດ​ທຸກໆ​ປີ 25 ໂຊ​ໂລ​ໂມນ​ຊົງ​ມີ​ບ່ອນ​ໄວ້​ມ້າ​ສີ່​ພັນ​ຊ່ອງ​ສຳ​ລັບ​ມ້າ​ແລະ​ຣົດ​ຮົບ ແລະ​ມີ​ພົນ​ມ້າ​ນຶ່ງ​ຫມື່ນ​ສອງ​ພັນ​ຄົນ ຊຶ່ງ​ພຣະ​ອົງ​ຊົງ​ໃຫ້​ປະ​ຈຳ​ຢູ່​ໃນ​ຫົວ​ເມືອງ​ຣົດ​ຮົບ ແລະ​ຢູ່​ກັບ​ພຣະ​ຣາ​ຊາດ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ 26 ພຣະ​ອົງ​ຊົງ​ປົກ​ຄອງ​ເຫນືອ​ພຣະ​ຣາ​ຊາ​ທັງ​ປວງ​ຕັ້ງ​ແຕ່​ແມ່​ນ້ຳ​ເອີ​ຟ​ຣາດ​ເຖິງ​ແຜ່ນ​ດິນ​ຂອງ​ຄົນ​ຟີ​ລິ​ສ​ຕິນ ແລະ​ເຖິງ​ເຂດ​ແດນ​ຂອງ​ເອ​ຢິບ 27 ພຣະ​ຣາ​ຊາ​ຊົງ​ກະ​ທຳ​ໃຫ້​ເງິນ​ນັ້ນ​ເປັນ​ຂອງ​ສາ​ມັນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເຫມືອນ​ກ້ອນ​ຫີນ ແລະ​ກະ​ທຳ​ໃຫ້​ມີ​ໄມ້​ສົນ​​ຫລ​ວງ​ຫລາຍ ເຫ​ມືອນ​ໄມ້​ຫມາກ​ເດື່ອ​ແຫ່ງ​ຖິ່​ນເນີນ​ເຊ​ເຟ​ລາ 28 ເຂົາ​ນຳ​ມ້າ​ເຂົ້າ​ມາ​ຖວາຍ​ໂຊ​ໂລ​ໂມນ​ຈາກ​ເອ​ຢິບ ແລະ​ຈາກ​ແຜ່ນ​ດິນ​ທັງ​ປວງ

ມໍ​ຣະ​ນະ​ກັມ​ຂອງ​ໂຊ​ໂລ​ໂມນ

29 ສ່ວນ​ພຣະ​ຣາ​ຊ​ກິຈນອກ​ນັ້ນ​ຂອງ​ໂຊ​ໂລ​ໂມນ ຕັ້ງ​ແຕ່​ຕົ້​ນ​ຈົນ​ປາຍ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ປະ​ຫວັດ​ສາດ​ຂອງ​ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໃນ​ຄຳ​ປະ​ກາດ​ພຣະ​ທັມ​ຂອງ​ອາ​ຮີ​ຢາ​ຊາວ​ຊີ​ໂລ ແລະ​ໃນ​ນິ​ມິດ​ຂອງ​ອິດ​ໂດ​ຜູ້​ທຳ​ນ​ວາຍ​ກ່ຽວ​ກັບ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັດ​ຫລື 30 ໂຊ​ໂລ​ໂມນ​ຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເຫນືອ​ອິ​ສ​ຣາ​ເອນ​ທັງ​ປວງ​ສິ່​ສິບ​ປີ 31 ໂຊ​ໂລ​ໂມນ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັ​ນ​ພະ​ບຸ​ຣຸດ​ຂອ​ງ​ພຣະ​ອົງ ແລະ​ເຂົາ​ຝັງ​ພຣະ​ສົບໄວ້​ໃນ​ນະ​ຄອນ​ດາ​ວິດ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ ແລະ​ເຣ​ໂຮ​ໂບ​ອາມ​ໂອ​ຣົດ​ຂອງ​ພຣະ​ອົງ​ປົກ​ຄອງ​ແທນ​ພຣະ​ອົງ

2 ຂ່າວຄາວ 10

ອິ​ສ​ຣາ​ເອນ​ກະ​ບົດ

1 ເຣ​ໂຮ​ໂບ​ອາມ​ໄດ້​ໄປ​ຍັງ​ເມືອງ​ເຊ​ເຄມ ເພາະ​ອິ​ສ​ຣາ​ເອນ​ທັງ​ປວງ​ໄດ້​ມາ​ຍັງ​ເຊ​ເຄມ​ເພື່ອ​ຈະ​ຕັ້ງ​ທ່ານ​ໃຫ້​ເປັນ​ກະ​ສັດ 2 ຕໍ່​ມາ​ເມື່ອ​ເຢ​ໂຣ​ໂບ​ອາມ​ບຸດ​ເນ​ບັ​ທ​ຊາບ​ເຣື່ອງ (ເພາະ​ທ່ານ​ຍັງ​ຢູ່ໃນ​ເອ​ຢິບ​ບ່ອນ​ຊຶ່ງ​ທ່ານ​ຫນີ​ໄປ​ຈາກ​ກະ​ສັດ​ໂຊ​ໂລ​ໂມນ) ແລ້ວ​ເຢ​ໂຣ​ໂບ​ອາມ​ກັບ​ຈາກ​ເອ​ຢິບ 3 ເຂົາ​ທັງ​ຫລາຍ​ກໍ​ໃຊ້​ຄົນ​ໄປ​ເອີ້ນ​ທ່ານ ແລະ​ເຢ​ໂຣ​ໂບ​ອາມ​ກັບ​ອິ​ສ​ຣາ​ເອນ​ທັງ​ຫມົດ​ໄດ້​ຫມາ​ແລະ​ທູນ​ເຣ​ໂຮ​ໂບ​ອາມ​ວ່າ, ​ 4 “ພຣະ​ຣາ​ຊ​ບິ​ດາ​ຂອງ​ຝ່າ​ພຣະ​ບາດ​ໄດ້​ກະ​ທຳ​ໃຫ້​ແອກ​ຂອງ​ຂ້າ​ນ້ອຍ​ທຸກ​ຫນັກ ເພາະ​ສະ​ນັ້ນ ​ບັດ​ນີ້​ຂໍ​ຊົງ​ຜ່ອນ​ການ​ປົນ​ນິ​ບັດ​ຢ່າງ​ທຸກ​ຫນັກ​ຂອງ​ພຣະ​ຣາ​ຊ​ບິ​ດາ​ຂອງ​ຝ່າ​ພຣະ​ບາດ ແລະ​ແອກ​ອັນ​ຫນັກ​ຂອງ​ພຣະ​ອົງ​ເຫນືອ​ຂ້າ​ນ້ອຍ​ທັງ​ຫລາຍ​ໃຫ້​ເບົາ​ລົງ​ເສັຽ ແລະ​ຂ້າ​ນ້ອຍ​ທັງ​ຫລາຍ​ຈະ​ປົນ​ນິ​ບັດ​ພຣະ​ອົງ” 5 ພຣະ​ອົງ​ກ່າວ​ກັບ​ເຂົາ​ວ່າ, “ສິ້ນ​ສາມ​ວັນ​ຈົ່ງ​ກັບ​ມາ​ຫາ​ເຣົາ​ອີກ” ປະ​ຊາ​ຊົນ​ຈຶ່ງ​ກັບ​ໄປ​ເສັຽ 6 ແລ້ວ​ກະ​ສັດ​ເຣ​ໂຮ​ໂບ​ອາມ​ກໍ​ຊົງ​ປຶກ​ສາ​ກັບ​ບັນ​ດາ​ຜູ້​ເຖົ້າ ຜູ້​ຢູ່​ງານ​ປະ​ຈໍາ​ໂຊ​ໂລ​ໂມນ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ຂ​ນະ​ເມື່ອ​ພຣະ​ອົງ​ຍັງ​ຊົງ​ພຣະ​ຊົນ​ຢູ່​ວ່າ “ທ່ານ​ທັງ​ຫລາຍ​ຈະ​ແນະ​ນຳ​ເຣົາ​ໃຫ້​ຕອບ​ປະ​ຊາ​ຊົນ​ນີ້​ຢ່າງ​ໃດ” 7 ເຂົາ​ທັ​ງ​ຫລາຍທູນ​ພຣະ​ອົງ​ວ່າ, “ຖ້າ​ຝ່າ​ພຣະບາດ​ຊົງ​ເມດ​ຕາ​ແກ່​ປະ​ຊາ​ຊົນ​ນີ້​ແລະ​ໃຫ້​ເຂົາພໍໃຈ​ ແລະ​ກ່າວ​ຕອບ​ຄຳ​ດີ​ແກ່​ເຂົາ ເຂົາ​ທັງ​ຫລາຍ​ຈະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ຝ່າ​ພຣະ​ບາດ​ເປັນ​ນິດ” 8 ແຕ່​ພຣະ​ອົງ​ຊົງ​ປະ​ຖິ້ມ​ຄຳ​ປຶກ​ສາ​ຊຶ່ງ​ຜູ້​ເຖົ້າ​ຖວາຍ​ນັ້ນ​ເສັຽ ແລະ​ໄປ​ປຶກ​ສາ​ກັບ​ຄົນຫນຸ່ມ​ຊຶ່ງ​ໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ພຣະ​ອົງ​ແລະ​ຢູ່​ງານ​ປະ​ຈຳ​ຂອງ​ພຣະ​ອົງ 9 ແລະ​ພຣະ​ອົງ​ກ່າວ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ທ່ານ​ຈະ​ແນະ​ນຳ​ເຮົາ​ຢ່າງ​ໃດ ເພື່ອ​ພວກ​ເຮົາ​ຈະ​ຕອບ​ປະ​ຊາ​ຊົນ​ນີ້​ຜູ້​ທີ່​ທູນ​ເຮົາ​ວ່າ ຂໍ​ຊົງ​ຜ່ອນ​ແອກ​ຊຶ່ງ​ພຣະ​ຣາ​ຊ​ບິ​ດາອ​ຂງ​ພຣະ​ອົງ​ວາງ​ຢູ່​ເຫນືອ​ຂ້າ​ນ້ອຍ​ທັງຫລາຍ​ໃຫ້​ເບົາ​ລົງ” 10 ແລະ​ຄົນ​ຫນຸ່ມ​ເຫລົ່າ​ນັ້ນ​ຜູ້​ໄດ້​ໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ພຣະ​ອົງ​ທູນ​ພຣະ​ອົງ​ວ່າ, “ຝ່າ​ພຣະ​ບາດ​ຈົ່ງ​ກ່າວ​ດັ່ງ​ນີ້​ແກ່​ປະ​ຊາ​ຊົນ​ນີ້ ຜູ້​ທູນ​ພຣະ​ອົງ​ວ່າ ພຣະ​ກິຈ​ບິ​ດາ​ຂອງ​ຝ່າພຣະ​ບາດ​ໄດ້​ຊົງ​ກະ​ທຳ​ໃຫ້​ແອກ​ຂອງ​ຂ້າ​ນ້ອຍ​ທັງ​ຫລາຍ​ທຸກ​ຫນັກ ແຕ່​ຂໍ​ຝ່າ​ພຣະ​ບາດ​ຊົງ​ຜ່ອນ​ແກ່​ຂ້າ​ນ້ອຍ​ໃຫ້​ເບົາ​ລົງ​ນັ້ນ ຝ່າ​ພຣະ​ບາດ​ຈົ່ງ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ຢ່າງ​ນີ້​ວ່າ ນິ້ວ​ກ້ອຍ​ຂອງ​ເຮົາ​ກໍ​ຫນາກວ່າ​ແອວ​ແຫ່ງ​ຣາ​ຊ​ບິ​ດາ​ຂອງ​ເຮົາ 11 ທີ່​ພຣະ​ຣາ​ຊ​ບິ​ດາ​ຂອ​ງ​ເຮົາ​ວາງ​ແອກ​ຫນັກ​ເທິງ​ທ່ານ​ທັງ​ຫລາຍ​ກໍ​ດີ​ແລ້ວ ເຮົາ​ຈະ​ເພີ້ມ​ແອກ​ໃຫ້​ແກ່​ທ່ານ​ທັງ​ຫລາຍ​ອີກ ພຣະ​ຣາ​ຊ​ບິ​ດາ​ຂອງ​ເຮົາ​ຕີສອນ​ທ່ານ​ທັງ​ຫລາຍ​ດ້ວຍ​ໄມ້​ແສ້ ແຕ່​ເຮົາ​ຈະ​ຕີ​ສອນ​ທ່ານ​ທັງ​ຫລາຍ​ດ້ວຍ​ແສ້​ຕີ​ງົວ” 12 ເຢ​ໂຣ​ໂບ​ອາມ​ກັບ​ປະ​ຊາ​ຊົນ​ທັງ​ປວງ​ຈຶ່ງ​ເຂົ້າ​ມາ​ເຝົ້າ​ເຣ​ໂຮ​ໂບ​ອາມ​ໃນ​ວັນ​ທີ່​ສາມ ດັ່ງ​ທີ່​ພຣະ​ຣາ​ຊາ​ຮັບ​ສັ່ງ​ວ່າ, “ຈົ່ງ​ມາ​ຫາ​ເຮົາ​ອີກ​ໃນ​ວັນ​ທີ່​ສາມ” 13 ພຣະ​ຣາ​ຊາ​ກ່າວຕອບ​ເຂົາ​ທັງ​ຫລາຍ​ຢ່າງ​ດຸ​ດັນ ຊົງ​ປະ​ຖິ້ມ​ຄຳ​ປຶກ​ສາ​ຂອງ​ຜູ້​ເຖົ້າ​ເສັຽ 14 ແລະ​ກ່າວ​ກັບ​ເຂົາ​ທັງ​ຫລາຍ​ຕາມ​ຄຳ​ຕອບ​ຂອງ​ພວກ​ຄົນ​ຫນຸ່ມ​ວ່າ, “ພຣະ​ຣາ​ຊ​ບິ​ດາ​ຂອງ​ເຮົາ​ທຳ​ແອກ​ຂອງ​ທ່ານ​ທັງ​ຫລາຍ​ໃຫ້​ຫນັກ ແຕ່​ເຮົາ​ຈະ​ເພີ້ມ​ໃຫ້​ແກ່ແອກ​ນັ້ນ ພຣະ​ຣາ​ຊ​ບິ​ດາ​ຂອງ​ເຮົາ​ຕີ​ສອນ​ທ່ານ​ທັງ​ຫລາຍ​ດ້ວຍ​ໄມ້​ແສ້ ແຕ່​ເຮົາ​ຈະ​ຕີ​ສອນ​ທ່ານ​ທັງ​ຫລາຍ​ດ້ວຍ​ໄມ້​ແສ້ຕີ​ງົວ” 15 ພຣະ​ຣາ​ຊາ​ຈຶ່ງ​ບໍ່​ໄດ້​ຊົງ​ຟັງ​ສຽງ​ປະ​ຊາ​ຊົນ ເພາະ​ເຫດ​ການ​ນີ້​ເປັນ​ມາ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໃຫ້​ພຣະວັ​ຈ​ນະຂອງ​ພຣະ​ອົງ​ໄດ້​ສຳ​ເຣັດ ຊຶ່ງ​ພຣະ​ອົງ​ກ່າວ​ໂດຍ​ອາ​ຮີ​ຢາ​ຊາວ​ຊີ​ໂລ​ແກ່​ເຢ​ໂຣ​ໂບອາມ​ບຸດ​ເນ​ບັດ 16 ແລະ​ເມື່ອ​ອິ​ສ​ຣາ​ເອນ​ເຫັນ​ວ່າ​ພຣະ​ຣາ​ຊາ​ບໍ່​ໄດ້​ຊົງ​ຟັງ​ເຂົາ​ທັງ​ຫລາຍ ປະ​ຊາ​ຊົ​ນ​ກໍ​ທູນ​ຕອບ​ພຣະ​ຣາ​ຊາ​ວ່າ, “ຂ້າ​ນ້ອຍ​ທັງ​ຫລາຍ​ມີ​ສ່ວນ​ອັນ​ໃດ​ໃນ​ດາ​ວິດ ຂ້າ​ນ້ອ​ຍທັງ​ຫລາຍ​ບໍ່​ມີ​ສ່ວນ​ມໍ​ຣະ​ດົກ​ໃນ​ບຸດ​ເຈ​ສ​ຊີ ໂອ ອິ​ສ​ຣາ​ເອນ​ເອີຍ ກັບ​ໄປ​ເຕັນ​ຂອງ​ຕົນ​ແຕ່​ລະ​ຄົນ​ເຖີດ” ອິ​ສ​ຣາ​ເອນ​ທັງ​ປວງ​ຈຶ່ງ​ໄປ​ຍັງ​ບ້ານ​ເຮືອນ​ຂອງ​ເຂົາ​ທັງ​ຫລາຍ 17 ແຕ່​ເຣ​ໂຮ​ໂບ​ອາມ​ຊົງ​ປົກ​ຄອງ​ເຫນືອ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ຜູ້​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ຂອງ​ຢູ​ດາ 18 ແລ້ວ​ພຣະ​ຣາ​ຊາ​ເຣ​ໂຮ​ໂບ​ອາມ​ຊົງ​ໃຊ້​ຮາ​ໂດ​ຣາມ​ນາຍ​ງານ​ເຫນື​ອ​ແຮງ​ງານ​ເກນ​ໄປ ແລະ​ປະ​ຊາ​ຊົນ​ກໍ​ເອົາ​ຫີນ​ແກວ່ງ​ໃສ່​ທ່ານ​ເຖິງ​ຕາຍ ແລ້ວ​ເຈົ້າ​ຊີ​ວິດ​ເຣ​ໂຮ​ໂບ​ອາມ​ກໍ​ຊົງ​ຟ້າວ​ຂຶ້ນ​ຣົດ​ຮົບ​ຂອງ​ພຣະ​ອົງ ຊົງ​ຫນີ​ໄປ​ກຸງ​ເຢ​ຣູ​ຊາ​ເລັມ 19 ອິ​ສ​ຣາ​ເອນ​ຈຶ່ງ​ກະ​ບົດ​ຕໍ່​ຣາ​ຊວົງ​ດາ​ວິດ​ເຖິງ​ທຸກວັນ​ນີ້

2 ຂ່າວຄາວ 11

1 ເມື່ອ​ເຣ​ໂຮ​ໂບ​ອາມ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມແລ້ວ ພຣະ​ອົງ​ຊົງ​ຮວບ​ຮວມ​ເຊື້ອ​ສາຍ​ຢູ​ດາ​ແລະ​ເບັນຢາ​ມີນ ເປັນ​ນັກ​ຮົບ​ທີ່​ຄັດ​ເລືອກ​ແລ້ວ​ນຶ່ງ​ແສນ​ແປດ​ຫມື່ນ​ຄົນ ເພື່ອ​ຈະ​ຕໍ່​ສູ້​ຮົບ​ກັບ​ອິ​ສ​ຣາ​ເອນ ຫມາຍ​ຈະ​ເອົາ​ຣາ​ຊ​ອາ​ນາ​ຈັກ​ຄືນ​ໃຫ້​ແກ່​ເຣ​ໂຮ​ໂບ​ອາມ 2 ແຕ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ເຊ​ມັຍ​ຢາ​ຄົນ​ຂອງ​ພຣະ​ເຈົ້າ​ວ່າ, 3 “ຈົ່ງ​ໄປ​ທູນເຣ​ໂຮ​ໂບ​ອາມ​ໂອ​ຣົດ​ຂອງ​ໂຊ​ໂລ​ໂມນ​ກະ​ສັດ​ແຫ່ງ​ຢູ​ດາ ແລະ​ບອກ​ແກ່​ຄົນ​ອິ​ສ​ຣ​ເອນ​ທັງ​ປວງ​ໃນ​ຢູ​ດາ​ແລະ​ເບັນ​ຢາ​ມີນ​ວ່າ 4 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ຢ່າ​ຂຶ້ນ​ໄປ​ສູ້​ຮົບ​ກັບ​ພີ່ນ້ອງ​ຂ​ອງ​ເຈົ້າ ຈົ່ງ​ກັບ​ໄປ​ບ້ານ​ຂອງ​ຕົນ​ທຸກ​ຄົນ​ເຖີດ ເພາະ​ສິ່ງ​ນີ້​ເປັນ​ມາ​ຈາກ​ເຮົາ” ເຫດ​ສັນ​ນີ້​ເຂົາ​ຈຶ່ງ​ເຊື່ອ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ກັບ​ໄປ ບໍ່​ໄດ້​ສູ້​ຮົບ​ກັບ​ເຢ​ໂຣ​ໂບ​ອາມ

ຄວາມ​ຈະ​ເຣີນ​ໃນ​ຣັຊ​ການ​ເຣ​ໂຮ​ໂບ​ອາມ

5 ແລະ​ເຣ​ໂຮ​ໂບ​ອາມ​ປະ​ທັບ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ ແລະ​ພຣະ​ອົງ​ຊົງ​ສ້າງ​ຫົວ​ເມືອງ​ເພື່ອ​ປ້ອງ​ກັນ​ໃນ​ຢູ​ດາ 6 ພຣະ​ອົງ​ຊົງ​ສ້າງ​ເມືອງ​ເບັດ​ເລ​ເຮັມ ເອ​ຕາມ ເຕ​ໂກ​ອາ 7 ເບັດ​ຊູ​ຣ໌ ໂຊ​ໂກ ອາ​ດຸນ​ລາມ 8 ກາດ ມາ​ເຣ​ຊາ ຊິ​ຟ 9 ອາ​ໂດ​ຣາອິມ ລາ​ຄິ​ສ ອາ​ເຊ​ກາ 10 ໂຊ​ຣາ ອັຍ​ຢາ​ໂລນ ແລະ​ເຮ​ໂບ​ຣນ ຫົວ​ເມືອງ​ຊຶ່ງມີ​ປ້ອມ​ທີ່​ຢູ່​ໃນ​ຢູ​ດາ​ແລະ​ໃນ​ເບັນ​ຢາ​ມິນ 11 ພຣະ​ອົງ​ຊົງ​ກະ​ທຳ​ປ້ອມ​ປ​ຣາ​ການ​ໃຫ້​ແຂງ​ແຮງ ແລະ​ຕັ້ງ​ຜູ້​ບັງ​ຄັບ​ບັນ​ຊາ​ໃນ​ປ້ອມ​ເຫລົ່າ​ນັ້ນ ແລະ​ຊົງ​ສະ​ສົມ​ອາ​ຫານ ນ້ຳ​ມັນ ແລະ​ເຫລົ້າ​ອະ​ງຸ່ນ 12 ພຣະ​ອົງ​ຊົງ​ເກັບ​ໂລ່ ແລະ​ຫອກ​ໄວ້​ໃນ​ຫົວ​ເມືອງ​ທັງ​ປວງ ແລະ​ກະ​ທຳ​ໃຫ້​ຫົວ​ເມືອງ​ເຫລົ່າ​ນັ້ນ​ແຂງ​ແຮງ​ຫລາຍ ພຣະ​ອົງ​ຈຶ່ງ​ຊົງ​ຍຶດ​ຢູ​ດາ​ແລະ​ເບັນ​ຢາ​ມິນ​ໄວ້​ໄດ້ 13 ປະ​ໂຣ​ຫິດ​ກັບ​ຄົນ​ເລ​ວີ​ຊຶ່ງ​ຢູ່​ໃນ​ອິ​ສ​ຣາ​ເອນ​ທັງ​ສິ້ນ​ໄດ້​ເຂົ້າ​ມາ​ຫາ​ພຣະ​ອົງ​ຈາກ​ເຂດ​ແດນ​ຊຶ່ງ​ເຂົາ​ອາ​ໄສ​ຢູ່ 14 ເພາະ​ຄົນ​ເລ​ວີ​ປະ​ຖິ້​ມ​ທົ່ງ​ຫຍ້າ​ແລະ​ທີ່​ບ້ານ​ຊຶ່ງ​ເຂົາ​ຍຶດ​ຖືເປັນ​ກຳ​ມະ​ສິດ​ແລະ​ມາ​ຍັງ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ ເພາະ​ເຢ​ໂຣ​ໂບ​ອາມ​ແລະ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ຂັບ​ໄລ່​ເຂົາ​ທັງ​ຫລາຍ​ອອກ​ຈາກ​ຕຳ​ແຫນ່ງ​ປະ​ໂຣ​ຫິດຂອງ​ພຣະ​ຜູ້​ເປັນ​ເຈົ້າ 15 ພຣະ​ອົງ​ຊົງ​ແຕ່​ງຕັ້ງ​ປະ​ໂຣ​ຫິດ​ຂອງ​ພຣະ​ອົ​ງ​ຂຶ້ນ​ສຳ​ລັບ​ສະ​ຖານ​ນະ​ມັສ​ການ​ທີ່​ສູງ​ທັງ​ຫລາຍ ແລະ​ສຳ​ລັບພວກຜີ​ປີ​ສາດ ແລະສຳ​ລັບຮູບ​ລູກງົວຊຶ່ງ​ພຣະ​ອົງ​ຊົງ​ສ້າງ​ຂຶ້ນ 16 ແລະ​ບັນ​ດາ​ຜູ້​ທີ່​ປັກ​ໃຈ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິ​ສ​ຣາ​ເອນ​ກໍ​ຕິດ​ຕາມ​ເຂົາ​ທັງ​ຫລາຍ​ມາ​ຈາກ​ເຜົ່າ​ທັງ​ປວງ​ຂອງ​ອິ​ສ​ຣາ​ເອນ​ຍັງ​ເຢ​ຣູ​ຊາ​ເລັມ​ເພື່ອ​ຖວາຍ​ສັ​ຕ​ບູ​ຊາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ 17 ເຂົາ​ທັງ​ຫລາຍ​ໄດ້​ເສີມ​ກຳ​ລັງ​ໃຫ້​ຣາ​ຊ​ອາ​ນາ​ຈັກ​ຂອງ​ຢູ​ດາ​ແລະ​ໄດ້​ກະ​ທຳ​ໃຫ້​ເຣ​ໂຮ​ໂບ​ອາມ​ໂອ​ຣົດ​ຂອງ​ໂຊ​ໂລ​ໂມນ​ເຂັ້ມ​ແຂງ​ຢູ່​ໄດ້​ສາມ​ປີ ເພາະ​ເຂົາ​ທັງ​ຫລາຍ​ດຳ​ເນີນ​ຢູ່​ສາມ​ປີໃນ​ວິ​ຖີຂອງ​ດາ​ວິດ​ແລະ​ໂຊ​ໂລ​ໂມນ 18 ເຣ​ໂຮ​ໂບ​ອາມ​ຊົງ​ຮັບ​ມາ​ຮາ​ລັທ​ທິ​ດາ​ຂອງ​ເຢ​ຣີ​ໂມ​ທ​ໂອ​ຣົດ​ຂອງ​ດາ​ວິດ​ເປັນ​ມະ​ເຫ​ສີ​ຜູ້​ເປັນ​ທິ​ດາ​ຂອງ​ອາ​ບີ​ຮາ​ອິນ​ບຸດ​ຕ​ຣີ​ຂອງເອ​ລີ​ອາບ​ບຸດ​ເຈ​ສ​ຊີ 19 ພຣະ​ນາງ​ກໍ​ປະ​ສູດ​ໂອ​ຣົດ​ໃຫ້​ພຣະ​ອົງ ຄື ເຢ​ອຸ​ສ ເຊ​ມາ​ຣີ​ຢາ ແລະ​ຊາ​ຮາມ 20 ພາຍ​ຫລັງ​ພຣະ​ອົງ​ກໍ​ຊົງ​ຮັບ​ມາ​ອາ​ກາ​ທິ​ດາ​ຂອງ​ອັບ​ຊາ​ໂລມ ຜູ້​ຊຶ່ງ​ປະ​ສູດ ອາ​ບີ​ຢາ ອັ​ດ​ຕັຍ ຊີ​ຊາ ແລະ​ເຊ​ໂລ​ມິ​ທ​ໃຫ້​ພຣະ​ອົງ 21 ເຣ​ໂຮ​ໂບ​ອາມ​ຊັງ​ຮັກ​ມາ​ອາ​ກາ​ທິ​ດາ​ຂອງ​ອັບ​ຊາ​ໂລມ​ຫລາຍກວ່າ​ມະ​ເຫ​ສີ​ແລະ​ນາງ​ສະ​ນົມ​ຂອງພຣະ​ອົງ​ທັງ​ສິ້ນ (ພຣະ​ອົງ​ມີ​ມະ​ເຫ​ສີ​ສິບ​ແປດ​ອົງ ແລະ​ນາງ​ສະ​ນົມ​ຫົກ​ສິບ​ຄົນ​ແລະ​ມີ​ໂອຣົດ​ຊາວ​ແປດ​ອົງ​ແລະ​ທິ​ດາ​ຫົກ​ສິບ​ອົງ) 22 ແລະ​ເຣໂຮ​ໂບ​ອາມ​ຊົງ​ແຕ່ງ​ຕັ້ງ​ໃຫ້​ອາ​ບີ​ຢາ​ໂອ​ຣົດ​ຂອງມາອາ​ກາ​ເປັນ​ໂອ​ຣົດອົງ​ໃຫຍ່​ຖ້າມ​ກາງ​ພີ່​ນ້ອງ​ຂອງ​ຕົນ ເພາະ​ພຣະ​ອົງ​ຊົງ​ຕັ້ງ​ພຣະ​ທັຍ​ຈະ​ໃຫ້​ທ່ານ​ເປັນ​ພຣະ​ຣາ​ຊາ 23 ແລະ​ພຣະ​ອົງ​ຊົງ​ຈັດ​ການ​ຢ່າງ​ສ​ລາດ ແລະ​ແຈ​ກ​ຈ່າຍ​ໂອ​ຣົດ​ຂອງ​ພຣະ​ອົງ​ໄປ​ທົ່ວ​ແຜ່ນ​ດິນ​ທັງ​ສິ້ນ​ຂອງ​ຢູ​ດາ ແລະ​ຂອງ​ເບັນ​ຢາ​ມີນ ໃຫ້​ຫົວ​ເມືອງ​ທີ່​ມີ​ປ້ອມ​ທັງ​ສິ້ນ ແລະ​ພຣະ​ອົງ​ປະ​ທານ​ສະ​ບ່ຽງ​ອາ​ຫານ​ໃຫ້​ຢ່າງ​ອຸດົມ​ແລະ​ຈັດ​ຫາ​ມະ​ເຫ​ສີ​ຫລາຍ​ໃຫ້​ເຂົາ​ຕັ້ງ​ຫລາຍ​ຄົນ

2 ຂ່າວຄາວ 12

ຊີ​ຊັກ​ບຸກ​ຢູ​ດາ

1 ເມື່ອ​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຣ​ໂຮ​ໂບ​ອາມ​ຕັ້ງ​ຫມັ້ນ​ຄົງ​ແລະ​ແຂງ​ແຮງ​ແລ້ວ ພຣະ​ອົງ​ຊົງ​ປະ​ຖິ້ມ​ທັມ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ເສັຽ ແລະ​ອິ​ສ​ຣາ​ເອນ​ທັງ​ປວງ​ກໍ​ຖິ້ມ​ພ້ອມ​ກັບ​ພຣະ​ອົງ​ດ້ວຍ 2 ຕໍ່​ມາ​ໃນ​ປີ​ທີ່​ຫ້າ​ແຫ່ງ​ກະ​ສັດ​ເຣ​ໂຮ​ໂບ​ອາມ ເພາະ​ເຂົາ​ທັງ​ຫລາຍ​ບໍ່​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຊີ​ຊັກ​ເຈົ້າ​ຊີ​ວິດ​ແຫ່ງ​ເອ​ຢິບ​ສະ​ເດັ​ຂຶ້ນ​ມາ​ສູ້​ຮົບ​ເຢ​ຣູ​ຊາ​ເລັມ 3 ມີ​ຣົດ​ຮົບ​ນຶ່ງ​ພັນ​ສອງ​ຮ້ອຍ​ພັນ ແລະ​ພົນ​ມ້າ​ຫົກ​ຫມື່ນ​ຄົນ ແລະ​ພົນ​ຜູ້​ມາ​ກັບ​ພຣະ​ອົງ​ຈາກ​ເອ​ຢິບ​ນັບ​ບໍ່​ຖ້ວນ​ຄື ຊາວ​ລິ​ເບັຽ ຄົນ​ຊຸກ​ກີ​ອິມ ແລະ​ເອ​ທິ​ໂອ​ເປັຽ 4 ພຣະ​ອົງ​ຊົງ​ຍຶດ​ຫົວ​ເມືອງ​ທີ່​ມີ​ປ້ອມ​ຂອງ​ຢູ​ດາ​ແລະ​ມາ​ຍັງ​ເຢ​ຣູ​ຊາ​ເລັມ 5 ແລ້ວ​ເຊ​ມັຍ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ມາ​ເຝົ້າ​ເຣໂຮໂບ​ອາມ ແລະ​ບັນ​ດາ​ເຈົ້າ​ນາຍ​ແຫ່ງ​ຢູ​ດາ ຜູ້​ມາ​ປະ​ຊຸມ​ກັນ​ຢູ່​ທີ່​ເຢ​ຣູ​ຊາ​ເລັມ​ດ້ວຍ​ເຣື່ອງ​ຊີ​ຊັກ ແລະ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເຈົ້າ​ໄດ້​ປະ​ຖິ້ມ​ເຮົາ ເຮົາ​ຈຶ່ງ​ໄດ້​ປະ​ຖິ້ມ​ເຈົ້າ ໃຫ້​ເຢູ່​ໃນ​ມືຂອງ​ຊີ​ຊັກ” 6 ແລ້ວ​ເຈົ້າ​ນາຍ​ແຫ່ງ​ອິ​ສ​ຣາ​ເອນ​ແລະ​ພຣະ​ຣາ​ຊາໄດ້​ຖ່ອມ​ຕົນ​ລົງ​ແລະ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊອບ​ທັມ​ແລ້ວ” 7 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ​ວ່າ​ເຂົາ​ທັງ​ຫລາຍ​ຖ່ອມ​ຕົວ​ລົງ ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ເຊ​ມັຍ​ຢາ​ວ່າ, “ເຂົາ​ທັງ​ຫລາຍ​ໄດ້​ຖ່ອມ​ຕົວ​ລົງ​ແລ້ວ ເຮົາ​ຈະ​ບໍ່​ທຳ​ລາຍ​ເຂົາ ແຕ່​ເຮົາ​ຈະຍອມ​ໃຫ້​ການ​ຊ່ອຍ​ກູ້​ແກ່​ເຂົາ ແລະ​ພຣະ​ພິ​ໂຣດ​ຂອງ​ເຮົາ​ຈະ​ບໍ່​ເທ​ລົງ​ມາ​ເຫນືອ​ເຢ​ຣູ​ຊາ​ເລັມ​ໂດຍ​ຂອງ​ຊີ​ຊັກ 8 ຢ່າງ​ໃດ​ກໍ​ດີ​ເຂົາ​ທັງ​ຫລາຍ​ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ຊີ​ຊັກ ເພື່ອ​ເຂົາ​ທັ​ງ​ຫລາຍ​ຈະ​ໄດ້​ຊາບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ຮັບ​ໃຊ້​ເຮົາ ແລະ​ຮັບ​ໃຊ້​ຣາ​ຊອາ​ນາ​ຈັກ​ທັງ​ຫລາຍ” 9 ຊີ​ຊັກ​ພຣະ​ຣາ​ຊາ​ແຫ່ງ​ເອ​ຢິບ​ຈຶ່ງ​ຂຶ້ນ​ມາ​ຕໍ່​ສູ້​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ຊົງ​ເກັບ​ເອົາ​ຊັບ​ສິນ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊັບ​ສົມ​ບັດ​ໃນ​ພຣະ​ຣາ​ຊວັງ ພຣະ​ອົງ​ຊົງ​ເກັບ​ເອົາ​ໄປ​ທຸ​ກ​ຢ່າງ ພຣະ​ອົງ​ຊົງ​ເກັບ​ເອົາ​ໂລ່​ທອງ​ຄໍາ​ຊຶ່ງ​ໂຊ​ໂລ​ໂມນ​ຊົງ​ສ້າງ​ໄວ້​ນັ້ນ​ໄປ​ດ້ວຍ 10 ກະ​ສັດ​ເຣ​ໂຮ​ໂບ​ອາມ​ຊົງ​ທຳ​ໂລ່​ທອງ​ສຳ​ຣິດ​ຂຶ້ນ​ແທນ ແລະ​ໄດ້​ມອບ​ໄວ້​ໃນ​ມື​ຂອງ​ທະ​ຫານ​ຮັກ​ສາ​ພຣະ​ອົງ ຜູ້​ເຝົ້າ​ບໍ​ຣິ​ເວນ​ພຣະ​ຣາ​ຊວັງ 11 ​ພຣະ​ຣາ​ຊາສະ​ເດັດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັ​ນເຈົ້າ​ເມື່ອໃດ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ກໍ​ມາ​ຖື​ໂລ່​ນັ້ນ ແລ້​ວ​ນຳ​ກັບ​ໄປ​ເກັບ​ໄວ້​ໃນ​ຫ້ອງ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ຕາມ​ເດີມ 12 ເມື່ອ​ພຣະ​ອົງ​ຊົງ​ຖ່ອມ​ພຣະ​ອົງ​ລົງ ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຫັນ​ໄປ​ເສັຽ​ຈາກ​ພຣະ​ອົງ ບໍ່​ໄດ້​ທຳ​ລາຍ​ພຣະ​ອົງ​ຢ່າງ​ສິ້ນ​ເຊີງ ເຖິງ​ປານ​ນັ້ນ​ອີກ​ສະ​ພາບ​ການ​ກໍ​ຍັງ​ດີ​ຢູ່​ໃນ​ຢູ​ດາ 13 ກະ​ສັດ​ເຣ​ໂຮ​ໂບ​ອາມ​ຈຶ່ງ​ສະ​ຖາ​ປະ​ນາ​ພຣະ​ອົງ​ຂຶ້ນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຊົງ​ປົກ​ຄອງ ເມື່ອ​ເຣ​ໂຮ​ໂບ​ອາມ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ​ມີ​ອາ​ຍຸ​ສິ່​ສິບ​ເອັດ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ສິບ​ເຈັດ​ປີ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ອັນ​ເປັນ​ເມືອງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ສັນ​ໄວ້​ຈາກ​ເຜົ່າ​ຕ່າງໆ​ທັງ​ສິ້ນ​ຂອງ​ອິ​ສ​ຣາ​ເອນ​ເພື່ອ​ຈະ​ຕັ້ງ​ພຣະ​ນາມ​ຂອງ​ພຣະ​ອົງ​ໄວ້​ທີ່​ນັ້ນ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ ນາມ​ອາ​ມາ​ຄົນ​ອັມ​ໂມນ 14 ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ຊົ່ວ​ຮ້າຍ ເພາະ​ພຣະ​ອົງ​ບໍ່​ໄດ້​ຕັ້ງ​ພຣະ​ທັຍ​ຂອງ​ພຣະ​ອົງ​ທີ່​ຈະ​ສ​ແວງ​ຫາພຣະ​ຜູ້​ເປັນ​ເຈົ້າ 15 ສ່ວນ​ພຣະ​ຣາ​ຊ​ກິຈ​ຂອງ​ເຣ​ໂຮໂບ​ອາມ​ຕັ້ງ​ແຕ່​ຕົ້​ນ​ຈົນ​ສຸດ​ທ້າຍ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ປະຫ​ວັດ​ສາດ​ຂອງ​ເຊ​ມັຍ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ຂອງ​ອິດ​ໂດ​ຜູ້​ທຳ​ນວາຍ​ຕາມ​ແບບພົງ​ສາ​ວະ​ດານ ຫລືມີ​ສົງ​ຄາມ​ເລື້ອຍ​ໄປ​ຢູ່​ລະ​ຫວ່າງ​ເຣ​ໂຮ​ໂບອາມ​ແລະ​ເຢ​ໂຣ​ໂບ​ອາມ 16 ເຣ​ໂຮ​ໂບ​ອາມ​ກໍ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ກໍ​ຝັງ​ພຣະ​ສົບ​ໄວ້​ໃນ​ນະ​ຄອນ​ດາ​ວິດ ແລະ​ອາ​ບີ​ຢາ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ຂຶ້ນ​ປົກ​ຄອງ​ແທນ​ພຣະ​ອົງ

2 ຂ່າວຄາວ 13

ຣັຊ​ການ​ອາ​ບີຢາ

1 ໃນ​ປີ​ທີ່​ສິບ​ແປດ​ແຫ່ງ​ຣັຊ​ການ​ເຢ​ໂຣ​ໂບ​ອາມ ອາ​ບີ​ຢາໄດ້​ເ​ລີ້ມ​ປົກ​ຄອງ​ເຫນືອ​ປະ​ເທດ​ຢູ​ດາ 2 ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສາມ​ປີ ພຣະ​ຊົນ​ນີ (ແມ່​ເຖົ້າ) ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າ ມີກັຍ​ຢາ​ທິ​ດາ​ຂອງ​ອູ​ຣີ​ເອນ​ແຫ່ງ​ກິ​ເບ​ອາ ມີ​ສົງ​ຄາມ​ລະ​ຫວ່າງ​ອາ​ບີ​ຢາ​ແລະ​ເຢ​ໂຣ​ໂບ​ອາມ 3 ອາ​ບີ​ຢາ​ສະ​ເດັດ​ອອກ​ທຳ​ສົງ​ຄາມ ມີ​ກອງ​ທັບ​ທະ​ຫານ​ຊຳ​ນານ​ເສິກ​ເປັນ​ຄົນ​ຄັດເລືອກ​ແລ້ວ​ສີ່​ແສນ​ຄົນ ແລະ​ເຢ​ໂຣ​ໂບ​ອາມ​ໄດ້​ຕັ້ງ​ແນວ​ຮົບ​ສູ້​ກັບ​ພຣະ​ອົງ​ດ້ວຍ​ຄົນ​ຄັດ​ເລືອກ​ແລ້ວ​ເປັນ​ທະ​ຫານ​ເອກ​ແປດ​ແສນ​ຄົນ 4 ອາ​ບີ​ຢາ​ຊົງ​ລຸກ​ຢືນ​ຢູ່​ເທິງ​ພູ​ເຊ​ມາ​ຣາ​ອິມ ຊຶ່ງ​ຢູ່​ໃນ​ຖິ່ນ​ພູ​ດອຍ​ເອ​ຟ​ຣາ​ອິມ ແລະ​ກ່າວ​ວ່າ, “ຂ້າ​ແຕ່​ເຢ​ໂຣ​ໂບ​ອາມ ແລະ​ອິ​ສ​ຣາ​ເອນ​ທັງ​ປວງ ຂໍ​ຟັງ​ຂ້າ​ພະ​ເຈົ້າ 5 ບໍ່​ຄວນ​ຫລື​ທີ່​ທ່ານ​ທັງ​ຫລາຍທີ່​ທ່ານ​ທັງ​ຫລາຍ​ຈະ​ຮູ້​ວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ​ພຣະ​ຣາ​ຊ​ທານ​ຕຳ​ແຫນ່ງ​ພຣະ​ຣາ​ຊາ​ເຫນືອ​ອິ​ສ​ຣາເອນ​ເປັນນິດ​ແກ່​ດາ​ວິດ ແລະ​ບຸດ​ຫລານ​ຂອງ​ພຣະ​ອົງ​ໂດຍ​ຄຳ​ສັນ​ຍາ​ເກືອ 6 ເຖິງ​ປານ​ນັ້ນ​ເຢ​ໂຣໂບ​ອາມ​ບຸດເນ​ບັທ ຂ້າ​ຣາ​ຊ​ການ​ຂອງ​ໂຊ​ໂລ​ໂມນ​ໂອ​ຣົດ​ຂອງ​ດາ​ວິດ ໄດ້​ລຸກ​ຂຶ້ນ​ກະ​ບົດ​ຕໍ່​ເຈົ້າ​ນາຍ​ຂອງ​ຕົນ 7 ແລະ​ມີ​ຄົນ​ຖ່ອຍ​ຄົນ​ຊົ່ວ​ບາງ​ຄົນ​ມົ່ວ​ສຸມ​ກັນ​ກັບ​ເຂົາ ແລະ​ອາ​ສາ​ສູ້​ກັບ​ເຣໂຮ​ໂບ​ອາມ​ໂອ​ຣົດ​ຂອງ​ໂຊ​ໂລ​ໂມນ ເມື່ອ​ເຣ​ໂຮ​ໂບ​ອາມຍັງ​ນ້ອຍ​ຢູ່​ແລະ​ໃຈ​ອ່ອນ​ແອ​ຕ້ານ​ທານ​ບໍ່​ໄດ້ 8 “ບັດ​ນີ້​ທ່ານ​ຄິດ​ວ່າ​ຈະ​ຕໍ່​ຕ້ານ​ຣາ​ຊ​ອາ​ນາ​ຈັກ​ຂອງພຣະ​ເຈົ້າ​ຊຶ່ງ​ຢູ່​ໃນ​ມື​ຂອງ​ບຸດ​ຫລານ​ຂອງ​ດາ​ວິດ ເພາະ​ທ່ານ​ທັງ​ຫລາຍ​ເປັນ​ຄົນ​ຫມູ່​ໃຫຍ່​ແລະ​ມີ​ລູ​ກງົວ​ທອງ​ຄຳ​ຊຶ່ງ​ເຢ​ໂຣ​ໂບອາມ​ສ້າງ​ໄວ້​ໃຫ້​ທ່ານ​ເປັນ​ພຣະ 9 ທ່ານ​ທັງ​ຫລາຍ​ບໍ່​ໄດ້​ຂັບ​ໄລ່​ປະ​ໂຣ​ຫິດ​ຂອງ​ພຣະ​ເຈົ້າ ບຸດ​ຫລານ​ຂອງ​ອາ​ໂຣນ ແລະ​ຄົນ​ເລ​ວີ​ອອກ​ໄປ ແລະ​ຕັ້ງ​ປະ​ໂຣ​ຫິດ​ສຳ​ລັບ​ຕົນ​ເອ​ງຢ່າງ​ຊົນ​ຊາ​ດທັງ​ຫລາຍ​ຫລື ຜູ້​ໃດ​ທີ່​ນຳ​ງົວ​ຫນຸ່ມ​ແລະ​ແກະ​ເຖິກ​ເຈັດ​ຕົວ​ມາ​ຊຳ​ຮະ​ຕົວ​ໃຫ້​ບໍ​ຣິ​ສຸ​ດໄວ້ ຈະ​ໄດ້​ເປັນ​ປະ​ໂຣ​ຫິດ​ຂອງ​ສິ່ງ​ທີ່​ບໍ່​ມີ​ແມ່ນ​ພຣະ 10 ແຕ່​ສຳ​ລັບ​ເຮົາ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ເຮົາ​ທັງ​ຫລາຍ​ບໍ່​ໄດ້​ປະ​ຖິ້ມ​ພຣະ​ອົງ ເຮົາ​ມີ​ປະ​ໂຣ​ຫິດ​ຜູ້​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ ເປັນລູກ​ຫລານ​ຂອງ​ອາ​ໂຣນ ທັງ​ມີ​ຄົນ​ເລ​ວີ​ທຳ​ງານ​ຫນ້າ​ທີ່ຂອງ​ເຂົາ​ທັງ​ຫລາຍ 11 ເຂົາ​ຖວາຍ​ເຄື່ອງເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ທຸກ​ເຊົ້າ​ຄ່ຳ ທັງ​ເຄື່ອງ​ຫອມ ຕັ້ງ​ເຂົ້າ​ຈີ່​ຫນ້າ​ພຣະ​ພັກ​ເທິງ​ໂຕະ​ບໍ​ຣິ​ສຸດ ແລະ​ດູ​ແລ​ຄັນຕະ​ກຽງ​ທອງ​ຄຳ​ພ້ອມ​ທັງ​ຕະ​ກຽງ ເພື່ອ​ໃຫ້​ຕະ​ກຽງ​ລຸກ​ຢູ່​ທຸກ​ຄ່ຳ ເພາະ​ເຣົາ​ໄດ້​ຮັກ​ສາ​ພຣະ​ບັນ​ຊາ​ກຳ​ຊັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ ແຕ່​ທ່ານ​ໄດ້​ປະ​ຖິ້ມ​ພຣະ​ອົງ​ເສັຽ 12 ເບິ່ງ​ແມ໋, ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ກັບ​ເຮົາ​ນຳ​ຫນ້າ​ເຮົາ ແລະ​ປະ​ໂຣ​ຫິດ​ຂອງ​ພຣະ​ອົງ​ພ້ອມ​ກັບ​ແກ​ເສິກ​ພ້ອມ​ທີ່​ຈະ​ເປົ່າ​ເອີ້ນ​ທຳ​ສົງ​ຄາມ​ຕໍ່​ສູ້​ກັບ​ທ່ານ ຂ້າ​ແຕ່​ລູກ​ຫລານ​ຂອງ​ອິ​ສ​ຣາ​ເອນ ຂໍ​ຢ່າ​ຕໍ່​ສູ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ເພາະ​ທ່ານ​ຈະ​ຊະ​ນະ​ບໍ່​ໄດ້” 13 ເຢ​ໂຣ​ໂບ​ອາມ​ໄດ້​ສ້ອງ​ສຸມ​ຜູ້​ຄົນ​ໄວ້​ເພື່ອ​ຈະ​ອ້ອມ​ມາ​ຫາ​ເຂົາ​ຈາກ​ເບື້ອງ​ຫລັງ ດັ່ງ​ນັ້ນ​ກອງ​ທະ​ຫານ​ຂອງ​ທ່ານຈຶ່ງ​ຢູ່​ຂ້າງ​ຫນ້າ​ຢູ​ດາ ແລະ​ກອງ​ຊຸ່ມ​ກໍ​ຢູ່​ຂ້າງ​ຫລັງເຂົາ 14 ເມື່ອ​ຢູ​ດາ​ມອງ​ເຫັນ ເບິ່ງ​ແມ໋, ການ​ເສິກ​ກໍ​ຢູ່​ຂ້າງ​ຫນ້າ​ແລະຂ້າງ​ຫ​ລັງ​ເຂົາ ແລະ​ເຂົາ​ທັງ​ຫລາຍ​ກໍ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບັນ​ດາ​ປະ​ໂຣ​ຫິດ​ກໍ​ເປົ່າ​ແກ 15 ແລ້ວ​ຄົນ​ຂອງ​ຢູ​ດາ​ກໍ​ຮ້ອງ​ສຽງ​ທຳ​ນອງ​ເສິກ ແລະ​ເມື່ອ​ຢູ​ດາ​ຮ້ອງ​ຂຶ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເຢ​ໂຣ​ໂບອາມ​ແລະ​ອິ​ສ​ຣາ​ເອນ​ທັງ​ປວງ​ຜ່າຍ​ແພ້​ໄປ​ຕໍ່​ອາ​ບີ​ຢາ​ແລະ​ຢູ​ດາ 16 ຄົນ​ອິ​ສ​ຣາ​ເອນ​ໄດ້​ຫນີ​ຢູ​ດາ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ເຂົາ​ໄວ້ໃນ​ມື​ຂອງ​ເຂົາ​ທັງ​ຫລາຍ 17 ອາ​ບີ​ຢາ​ແລະປະ​ຊາ​ຊົນ​ຂອງ​ພຣະ​ອົງ​ກໍ​ຂ້າ​ເຂົາ​ເສັຽຫລວງ​ຫລາຍ ອິ​ສ​ຣາ​ເອນ​ທີ່​ຄັດ​ເລື​ອກ​ແລ້ວ​ຈຶ່ງ​ລົ້ມ​ຕາຍ​ຫ້າ​ແສນ​ຄົນ 18 ນີ້​ແຫລະ​ຄົນ​ອິ​ສ​ຣາ​ເອນ​ກໍ​ຖືກ​ປາບ​ປາມ​ໃນ​ຄັ້ງ​ນັ້ນ ແລະ​ຄົນ​ຢູ​ດາ​ກໍ​ຊະ​ນະ ເພາະ​ເຂົາ​ເພິ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່​ງບັນ​ພະ​ບຸ​ຣຸດ​ຂອງ​ເຂົາ 19 ອາ​ບີ​ຢາ​ໄດ້​ຕິດ​ຕາມ​ເຢ​ໂຣ​ໂບ​ອາມ ແລະ​ຍຶດ​ເອົາ​ຫົວ​ເມືອງ​ຈາກ​ພຣະ​ອົງ ຄື​ເມືອງ​ເບັດ​ເອນ​ກັ​ບຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ເຢ​ຊາ​ນາ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ເອ​ໂຟ​ຣນ​ກັບ​ຊົນ​ນະບົດ​ຂອງ​ເມືອງ​ນັ້ນ 20 ເຢ​ໂຣ​ໂບອາມ​ບໍ່​ໄດ້​ຟື້ນ​ອຳ​ນາດ​ຂອງ​ພຣະ​ອົງ​ໃນ​ຣັຊ​ສະ​ໄຫມ​ຂອງ​ອາ​ບີ​ຢາ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຫານ​ພຣະ​ອົງ ພຣະ​ອົງ​ກໍ​ສິ້ນ​ພຣະ​ຊົນ 21 ແຕ່​ອາບີ​ຢາກໍ​ມີ​ອຳ​ນາດ​ຍິ່ງ​ຂຶ້ນ ແລະ​ມີ​ມະ​ເຫ​ສີ​ສິບ​ສີ່​ອົງ ມີ​ໂອ​ຣົດ​ຊາວ​ສອງ​ອົງ ແລະ​ທິດາ​ສິບ​ຫົກ​ອົງ 22 ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ອາ​ບີ​ຢາ ວິທີ​ການ​ແລະ​ພຣະ​ດຳ​ຣັດ​ຂອງ​ພຣະ​ອົງ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ອິດ​ໂດ

2 ຂ່າວຄາວ 14

ຣັຊ​ການ​ອາ​ຊາ

1 ອາບີ​ຢາ​ຈຶ່ງ​ລ່ວງຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ເຂົາກໍ​ຝັງ​ພຣະ​ສົບ​ໄວ້​ໃນ​ນະ​ຄອນ​ດາ​ວິດ ແລະ​ອາ​ຊາ​ໂອຣົດ​ຂອງ​ພຣະ​ອົງ​ໄດ້​ຂຶ້ນຄອງ​ແທນພຣະ​ອົງ​ໃນ​ຣັຊ​ການ​ຂອງ​ອາ​ຊາ ແຜ່ນ​ດິນ​ໄດ້​ສ​ງົບ​ຢູ່​ສິບ​ປີ 2 ແລະ​ອາ​ຊາ​ຊົງ​ກະ​ທຳ​ສິ່ງ​ທີ່​ດີ​ແລະ​ຊອບ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພຣະ​ອົງ 3 ພຣະ​ອົງ​ຊົງ​ກຳ​ຈັດ​ແທ່ນ​ບູ​ຊາ​ພຣະ​ຕ່າງ​ດ້າວແລະ​ບ່ອນ​ນະ​ມັສ​ການ​ສະ​ຖານ​ທີ່​ສູງ​ທັງ​ຫລາຍ ແລະ​ພັງ​ເສົາ​ສັກ​ສິດ​ລົງ​ແລະ​ໄດ້​ໂຄ່ນ​ອາ​ເຊ​ຣາ​ເສັຽ 4 ແລະ​ຊົງ​ບັນ​ຊາ​ໃຫ້​ຢູ​ດາ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ຕົນ ແລະ​ໃຫ້​ຮັກ​ສາ​ພຣະ​ທັມ​ແລະ​ພຣະ​ບັນ​ຍັດ 5 ພຣະ​ອົງ​ຊົງ​ກຳ​ຈັດ​ບ່ອນ​ນະ​ມັສ​ການ​ສະ​ຖານ​ທີ່​ສູງ​ແລະ​ແທ່ນ​ເຄື່ອງ​ຫອມ​ອອກ​ເສັຽ​ຈາກ​ຫົວ​ເມືອງ​ທັງ​ສິ້ນ​ຂອງ​ຢູ​ດາ​ດ້ວຍ ແລະ​ຣາ​ຊ​ອາ​ນາ​ຈັກ​ກໍ​ໄດ້​ສ​ງົບ​ຢູ່​ພາຍ​ໃຕ້​ພຣະ​ອົງ 6 ພຣະ​ອົງ​ຊົງ​ສ້າງ​ຫົວ​ເມືອງ​ທີ່​ມີ​ປ້ອມ​ໃນ​ຢູ​ດາ ເພາະ​ແຜ່ນ​ດິນ​ກໍ​ສ​ງົບ ພຣະ​ອົງ​ບໍ່​ໄດ້​ທຳ​ສົງ​ຄາມ​ໃນ​ປີ​ເຫລົ່າ​ນັ້ນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ການ​ຢຸດ​ພັກ​ສ​ງົບ​ແກ່​ພຣະ​ອົງ 7 ແລະ​ພຣະ​ອົງ​ກ່າວ​ກັບ​ຢູ​ດາ​ວ່າ, “ໃຫ້​ເຮົາ​ທັງ​ຫລາຍ​ສ້າງ​ຫົວ​ເມືອງ​ເຫລົ່າ​ນີ້ ລ້ອມ​ດ້ວຍກຳ​ແພງ ຫໍ​ຄອຍ ປະ​ຕູ​ເມືອງ ແລະ​ດ່ານ ແຜ່ນ​ດິນ​ຍັງ​ເປັນ​ຂອງ​ເຮົາ ເພາະ​ເຮົາ​ໄດ້​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຮົາ ເຮົາ​ໄດ້​ສແວງ​ຫາ​ພຣະ​ອົງ ແລະ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ການ​ຢຸດ​ພັກ​ສ​ງົບ​ທຸກ​ດ້ານ” ເຂົາ​ທັງ​ຫລາຍ​ຈຶ່ງ​ສ້າງ​ແລະ​ຈຳ​ເຣີນ​ຂຶ້ນ 8 ແລະ​ອາ​ຊາ​ຊົງ​ມີ​ກອງ​ທັບ​ສັ​ພ​ດ້ວຍ​ໂລ່​ໃຫຍ່​ແລະ​ຫອກ​ຈາກ​ຢູ​ດາ​ສາມ​ແສນ​ຄົນ ແລະ​ຈາກ​ເບັນ​ຢາ​ມີນ​ຊຶ່ງ​ຖື​ໂລ່​ແລະ​ໂກ່ງ​ທະ​ນູ ສອງ​ແສນ​ແປດ​ຫມື່ນ​ຄົນ ທັງ​ສິ້ນ​ນີ້​ເປັນ​ທະ​ຫານ​ເອກ 9 ເຊ​ຣາ​ຊາວ​ເອ​ທິ​ໂອ​ເປັຽ​ໄດ້​ອອກ​ມາ​ຕໍ່​ສູ້​ກັບ​ເຂົາ​ທັງ​ຫລາຍ​ດ້ວຍກອງ​ທັບ​ຄົນ​ນຶ່ງ​ລ້ານ ແລະ​ຣົດ​ຮົບ​ສາມ​ຮ້ອຍ​ຄັນ​ມາ​ເຖິງ​ເມືອງ​ມາ​ເຣ​ຊາ 10 ແລະ​ອາ​ຊາ​ຊົງຍົກ​ອອກ​ໄປ​ປະ​ທະ​ກັບ​ເຂົາ ແລະ​ເຂົາ​ທັງ​ຫລາຍກໍ​ຕັ້ງ​ແນວ​ຮົບ​ໃນ​ຮ່ອມ​ພູ​ເຊ​ຟາ​ທາ​ທີ່​ມາ​ເຣ​ຊາ 11 ອາ​ຊາ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ວ່າ, “ຂ້າ​ແຕ່​ພຣະ​ຜູ້ເປັນ​ເຈົ້າ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ໄດ້​ຢ່າງ​ພຣະ​ອົງ ໃນ​ການ​ສູ້​ຮົບກັນ​ລະ​ຫວ່າງ​ຜູ້​ທີ່​ມີ​ກຳ​ລັງ​ກັບ​ຜູ້​ທີ່​ບໍ່​ມີ​ກຳ​ລັງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍ​ຊັງ​ຊ່ອຍ​ພວກ​ຂ້າ​ພຣະ​ອົງ ເພາະ​​ຂ້າ​ພຣະ​ອົງທັງ​ຫລາຍ​ເພິ່ງ​ພຣະ​ອົງ ຂ້າ​ພຣະ​ອົງ​ທັງ​ຫລາຍ​ມາ​ຕໍ່​ສູ້​ກັບ​ຊົນ​ຫມູ່​ໃຫຍ່​ນີ້​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍ​ຢ່າ​ໃຫ້​ມະ​ນຸດ​ຊະ​ນະ​ພຣະ​ອົງ” 12 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ໃຫ້​ຊາວ​ເອ​ທິ​ໂອ​ເປັຽ​ຜ່າຍ​ແພ້​ຕໍ່​ອາ​ຊາ​ແລະ​ຕໍ່​ຢູ​ດາ ແລະ​ຊາວ​ເອ​ທິ​ໂອ​ເປັຽ​ກໍ​ຫນີ​ໄປ 13 ອາ​ຊາ​ແລະ​ພົນ​ທີ່​ຢູ່​ກັບ​ພຣະ​ອົງ​ກໍ​ໄລ່​ຕາມ​ເຂົາ​ໄປ​ເຖິງ​ເມືອງ​ເກ​ຣາ​ຣ໌​ແລະ​ຊາວ​ເອ​ທິ​ໂອ​ເປັຽ​ລົ້ມ​ຕາຍ​ຫລາຍ​ຈົນ​ບໍ່​ເຫລືອ​ສັກ​ຊີ​ວິດ​ດຽວ ເພາະ​ເຂົາ​ໄດ້​ແຕກຜ່າຍ​ຕໍ່​ພຣະ​ພັກ​ພຣະຜູ້​ເປັນ​ເຈົ້າ​ແລະ​ກອງ​ທັບຂອງ​ພຣະ​ອົງ ຄົນ​ຢູ​ດາ​ໄດ້​ເກັບ​ຂອງ​ທີ່​ຍຶດ​ໄດ້​ຢ່າງຫລວງ​ຫລາຍ 14 ເຂົາ​ກໍ​ໂຈມ​ຕີ​ບັນ​ດາ​ຫົວ​ເມືອງ​ຮອບ​ເມືອງ​ເກ​ຣາ​ຣ໌ ເພາະ​ວ່າ​ຄວາມ​ຢ້ານ​ກົວພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ມາ​ຄອບ​ເຂົາ​ທັງ​ຫລາຍ ເຂົາ​ໄດ້ປຸ້ນ​ຫົວ​ເມືອງ​ທັງ​ສິ້ນ ເພາະ​ມີ​ຂອງ​ທີ່​ຍຶດ​ໄດ້​ໃນ​ນັ້ນ​ຫລາຍ 15 ເຂົາ​ໄດ້​ໂຈມ​ຕີ​ເຕັນ​ຂອງ​ຜູ້​ທີ່​ມີ​ງົວ ແລະ​ເອົາ​ແກະ​ໄປ​ຫລວງ​ຫລາຍ​ແລະ​ອູດ​ດ້ວຍ ແລ້ວ​ເຂົາ​ກໍ​ກັບ​ໄປ​ຍັງ​ເຢ​ຣູ​ຊາ​ເລັມ

2 ຂ່າວຄາວ 15

ອາ​ຊາ​ຊົງ​ປະ​ຕິ​ຮູບງານ​ດ້ານ​ສາ​ສ​ນາ

1 ພຣະ​ວິນ​ຍານ​ຂອງພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ​ສະ​ຖິດກັບ​ອາ​ຊາ​ຣິ​ຢາ ບຸດ​ໂອ​ເດດ 2 ແລະ​ທ່ານ​ອອກ​ໄປເຝົ້າ​ອາ​ຊາ​ທູນ​ພຣະ​ອົງ​ວ່າ, “ຂ້າ​ແດ່​ອາ​ຊາ ແລະ​ຢູ​ດາ​ກັບ​ເບັນ​ຢາ​ມີນ​ທັງ​ປວງ ຂໍ​ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບຢູ່​ກັບ​ທ່ານ​ທັງ​ຫລາຍ ຕໍ່​ເມື່ອ​ທ່ານ​ທັງ​ຫລາຍ​ຢູ່​ກັບ​ພຣະ​ອົງ ຖ້າ​ທ່ານ​ທັງ​ຫລາຍ​ສແວງຫາ​ພຣະ​ອົງ ທ່ານ​ກໍ​ຈະ​ພົບ​ພຣະ​ອົງ ແຕ່​ຖ້າ​ທ່ານ​ທັງ​ຫລາຍ​ປະ​ຖິ້ມ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ປະ​ຖິ້ມ​ທ່ານ​ທັງ​ຫລາຍ 3 ອິ​ສ​ຣາ​ເອນ​ຢູ່​ປາ​ສ​ຈາກ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້​ເປັນ​ເວ​ລາ​ນານ ແລະ​ບໍ່​ມີ​ປະ​ໂຣ​ຫິດ​ຜູ້​ສັ່ງ​ສອນ ແລະ​ບໍ່​ມີ​ພຣະ​ທັມ​ 4 ແຕ່​ເມື່ອ​ເຖິງ​ຄາວ​ເຂົາ​ທຸກຍາກ​ລຳ​ບາກ ເຂົາ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ແລະ​ສ​ແວງ​ຫາ​ພຣະ​ອົງ ເຂົາ​ທັງ​ຫລາຍ​ກໍ​ພົບ​ພຣະ​ອົງ 5 ໃນ​ສະ​ໄຫມ​ນັ້ນ​ບໍ່​ມີ​ສັນ​ຕິ​ພາບ​ແກ່​ຜູ້​ທີ່​ອອກ​ໄປ​ຫລື​ຜູ້​ທີ່​ເຂົ້າ​ມາ ເພາະ​ມີ​ການ​ວຸ້ນ​ວາຍ​ຢູ່​ມາກ​ມາຍ​ຮົບ​ກວນ​ຊາວ​ເມືອງ​ນັ້ນ 6 ເຂົາ​ແຕກ​ແຍກ​ກັນ​ເປັນ​ພວກໆ​ປະ​ຊາ​ຊາດ​ຕໍ່​ປະ​ຊາ​ຊາດ​ແລະ​ເມືອງ​ຕໍ່​ເມືອງ ເພາະ​ພຣະ​ເຈົ້າ​ຊົງ​ຮົບ​ກວນ​ເຂົາ​ດ້ວຍ​ຄວາມທຸກ​ຍາກ​ທຸກ​ຢ່າງ 7 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ກ້າຫານ ຢ່າໃຫ້​ມື​ຂອງ​ທ່ານ​ອ່ອນ​ລົງ ເພາະ​ວ່າ​ກິຈ​ການ​ຂອງ​ທ່ານ​ຈະ​ໄດ້​ຮັບ​ບຳ​ເຫນັດ” 8 ເມື່ອ​ອາ​ຊາ​ຊົງ​ສະ​ດັບ​ຖ້ອຍ​ຄຳ​ເຫລົ່າ​ນີ້ຄື ຄຳ​ປະ​ກາດ​ພຣະ​ທັມ​ຂອງ​ອາ​ຊາ​ຣິ​ຢາ​ບຸດ​ໂອ​ເດດ ພຣະ​ອົງ​ກໍ​ຊົງ​ມີ​ພຣະ​ທັຍ​ກ້າ​ຂຶ້ນ ຊົງ​ກຳ​ຈັດ​ສິ່ງ​ທີ່​ຫນ້າ​ກຽດ​ຫນ້າ​ຊັງ​ຈາກ​ແຜ່ນ​ດິນ​ຢູ​ດາ​ແລະ​ເບັນ​ຢາ​ມີນ​ສິ້ນ ແລະ​ຈາກ​ຫົວ​ເມືອງ​ຊຶ່ງ​ພຣະ​ອົງ​ຍຶດ​ມາ​ໄດ້​ຈາກ​ຖິ່ນ​ພູ​ດອຍ​ເອ​ຟ​ຣາ​ອິມ ແລະ​ພຣະ​ອົງ​ຊົງ​ສ້ອມ​ແຊມ​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຢູ່​ຫນ້າ​ມຸກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 9 ພຣະ​ອົງ​ຊົງ​ຮວບ​ຮວມຢູ​ດາ​ແລະ​ເບັນ​ຢາ​ມີນທັງ​ປວງ ແລະ​ຄົນ​ເຫລົ່າ​ນັ້ນ​ຈາກ​ເອ​ຟ​ຣາ​ອິມ ມາ​ນັ​ສ​ເຊ ແລະ​ຈາ​ຊີ​ເມ​ໂອນ ຜູ້​ອາ​ໄສ​ຢູ່​ກັບ​ເຂົາ​ທັງ​ຫລາຍ ເພາະ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ຫລົບ​ຫນີ​ມາ​ຫາ​ພຣະ​ອົງ​ຈາກ​ອິ​ສ​ຣາ​ເອນ ເມື່ອ​ເຂົາ​ເຫັນ​ວ່າ​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ພຣະ​ອົງ​ສະ​ຖິດ​ກັບ​ພຣະ​ອົງ 10 ເຂົາ​ທັງ​ຫລາຍ​ຊຸມ​ນຸມ​ກັນ​ທີ່​ເຢ​ຣູ​ຊາ​ເລັມ​ໃນ​ເດືອນ​ທີ່​ສາມ​ຂອງ​ປີ​ທີ່​ສິບ​ຫ້າ​ໃນ​ຣັຊ​ການ​ຂອງ​ອາ​ຊາ 11 ເຂົາ​ທັງ​ຫລາຍ​ຖວາຍ​ສັ​ຕ​ບູ​ຊາ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ​ໃນ​ວັນ​ນັ້ນ​ຈາກ​ເຂົ້າ​ຂອງ​ທີ່​ເຂົາ​ໄດ້​ຍຶດ​ມາ ມີ​ງົວ​ເຖິກ​ເຈັດ​ຮ້ອຍ​ໂຕ ແລະ​ແກະ​ເຈັດ​ພັນ​ໂຕ 12 ເຂົາ​ກໍ​ເຂົ້າເຮັດ​ຄຳ​ສັນ​ຍາ​ທີ່​ຈະ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ດ້​ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ເຂົາ 13 ແລະ​ວ່າ​ຜູ້​ໃດ​ທີ່​ບໍ່​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ ບໍ່​ວ່າ​ເດັ​ກ​ຫລືໃຫຍ່ ຊາຍ​ຫລື​ຍິງ 14 ເຂົາ​ທັງ​ຫລາຍ​ໄດ້​ກະ​ທໍາ​ສັ​ຕ​ສາ​ບານ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ​ດ້ວຍ​ສຽງ​ອັນ​ດັງ ແລະ​ດ້ວຍ​ສຽງ​ໂຮ່​ຮ້ອງ ແລະ​ດ້ວຍ​ສຽງ​ແກ​ແລະ​ເຂົາ​ສັ​ຕ 15 ຢູ​ດາ​ທັງ​ປວງ​ກໍ​ຊົມ​ຊື່ນ​ຍິນ​ດີ​ເພາະ​ສັ​ຕ​ສາ​ບານ​ນັ້ນ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ສາ​ບານ​ດ້ວຍ​ສຸດ​ໃຈ​ຂອງ​ເຂົາ​ແລະ​ໄດ້​ສ​ແວງ​ຫາ​ພຣະ​ອົງ​ດ້ວຍ​ສິ້ນ​ຄວາມ​ປາ​ຖ​ນາ​ຂອ​ງເຂົາ ແລະ​ເຂົາ​ທັງ​ຫລາຍ​ກໍ​ພົບ​ພຣະ​ອົງ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ເຂົາ​ຢຸດ​ພັກ​ສ​ງົບ​ຮອບ​ດ້ານ 16 ເຖິງ​ແມ່ນ​ວ່າ​ມາ​ອາ​ກາ​ພຣະ​ມານ​ດາ​ຂອງ​ພຣະ​ອົງ ກະ​ສັດ​ອາ​ຊາ​ກໍ​ຊົງ​ຖອດ​ເສັຽ​ຈາກ​ເປັນ​ພຣະ​ຣາ​ຊ​ຊົນ​ນີ ເພາະ​ພຣະ​ນາງ​ໄດ້​ກະ​ທຳ​ຮູບ​ເຄົາ​ຣົບ​ອັນ​ຫນ້າ​ກຽດ​ຊັງ​ສຳ​ລັບ​ພຣະ​ອາ​ເຊ​ຣາ ອາ​ຊາ​ຊົງ​ໂຄ່​ນ​ຮູບ​ເຄົາ​ຣົບ​ຂອງ​ພຣະ​ນາ​ງລົງ ແລະ​ບົດ ແລະ​ເຜົາ​ເສັຽ​ທີ່​ລຳ​ທານ​ກິດ​ໂຣນ 17 ແຕ່​ຍັງ​ບໍ່​ໄດ້​ກຳ​ຈັດ​ບ່ອນ​ສະ​ຖານ​ນະ​ມັສ​ການ​ທີ່​ສູງ​ອອກ​ເສັຽ​ຈາກອິ​ສ​ຣາ​ເອນ ຢ່າງ​ໃດ​ກໍ​ດີ​ພຣະ​ທັຍ​ຂອງ​ອາ​ຊາ​ກໍ​ປາ​ສ​ຈາກ​ຕຳ​ຫນິ​ຕລອດ​ຣັຊ​ການ​ຂອງ​ພຣະ​ອົງ 18 ພຣະ​ອົງ​ຊົງ​ນຳ​ຂອງ​ອຸ​ທິດ​ຖວາຍ​ຂອງ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ ແລະ​ເຂົ້າ​ຂອງ​ທີ່​ພຣະ​ອົງ​ຊົງ​ອຸ​ທິດ​ຖວາຍ ມີ​ເງິນ​ແລະ​ທອງ​ຄຳ ແລະ​ເຄື່ອງ​ໃຊ້​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 19 ແລະ​ບໍ່​ມີ​ສົງ​ຄາມ​ອີກ​ຈົນ​ປີ​ທີ່​ສາມ​ສິບ​ຫ້າ​ໃນ​ຣັຊ​ການ​ຂອງ​ອາ​ຊາ

2 ຂ່າວຄາວ 16

ກະ​ສັດ​ອາ​ຊາ​ຊົງ​ສ້າງ​ສຳພັນ​ທະ​ໄມ​ຕ​ຣີ​ກັບ​ເບນ​ຮາ​ດາດ

1 ໃນ​ປີ​ທີ່​ສາມ​ສິບ​ຫົກ​ແຫ່ງ​ຣັຊ​ການ​ອາ​ຊາ ບາ​ອາ​ຊາ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ຂຶ້ນ​ມາ​ຕໍ່​ສູ້​ກັບ​ຢູ​ດາ ແລະ​ໄດ້​ສ້າງ​ເມືອງ​ຣາ​ມາ ເພື່ອ​ວ່າ​ພຣະ​ອົງ​ຈະ​ບໍ່​ຊົງ​ໃຫ້​ຄົນ​ນຶ່ງ​ຄົນ​ໃດ​ອອກ​ໄປ​ຫລື​ເຂົາ​ມາ​ຫາ​ອາ​ຊາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ 2 ແລ້ວ​ອາ​ຊາ​ຊົງ​ເອົາ​ເງິນ​ແລະ​ທອງ​ຄຳ​ຈາກ​ຄັງ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຣາ​ຊ​ສຳ​ນັກ ແລະ​ສົ່ງ​ໄປ​ໃຫ້​ເບນ​ຮາ​ດັດພຣະ​ຣາ​ຊາ​ແຫ່ງ​ຊີ​ເຣັຽ​ຜູ້​ປະ​ທັບ​ໃນ​ເມືອງ​ດາມັສ​ກັ​ສວ່າ, 3 “ຂໍ​ໃຫ້​ມີ​ສັນ​ຍາ​ໄມ​ຕ​ຣີ​ລະ​ຫວ່າງ​ຂອງຂ້າ​ພະ​ເຈົ້າ​ແລະ​ຂອງ​ທ່ານ ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ເງິນ​ແລະ​ທອງ​ຄຳ​ມາ​ຍັງ​ທ່ານ ຂໍ​ສະ​ເດັດ​ໄປ​ທຳ​ລາຍ​ສັນ​ຍາ​ໄມ​ຕ​ຣີ​ຂອງ​ທ່ານ​ຊຶ່ງ​ມີ​ກັບ​ບາ​ອາ​ຊາ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ ເພື່ອ​ເຂົາ​ຈະ​ຖອຍ​ທັບ​ໄປ​ຈາກ​ຂ້າ​ພະ​ເຈົ້າ” 4 ແລະ​ເບນ​ຮາ​ດາດ​ຊົງ​ເຊື່ອ​ຟັງ​ກະ​ສັດ​ອາ​ຊາ ​ແລະ​ສົ່ງ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ຂອງ​ພຣະ​ອົງ​ໄປ​ຕໍ່​ສູ້​ກັບ​ຫົວ​ເມືອງ​ຂອງ​ອິ​ສ​ຣາ​ເອນ ແລະ​ເຂົາ​ທັງ​ຫລາຍ​ໂຈມ​ຕີ ອີ​ໂຢນ ດານ ເອ​ເບນ​ອາ​ອິມ ແລະ​ຫົວ​ເມືອງ​ຄັງ​ຫລວງ​ທັງ​ສິ້ນ​ຂອງ​ເນັ​ຟ​ທາ​ລີ​ 5 ແລະ​ເມື່ອ​ບາ​ອາ​ຊາ​ຊົງ​ຊາບ​ເຣື່ອງ ພຣະ​ອົງ​ຊົງ​ຢຸດ​ສ້າງ​ເມືອງ​ຣາ​ມາ ແລະ​ໃຫ້​ພຣະ​ຣາ​ຊກິຈ​ຂອງ​ພຣະ​ອົງຢຸດ​ຢັ້ງ 6 ແລ້ວ​ກະ​ສັດ​ອາ​ຊາ​ຊົງ​ນຳ​ຢູ​ດາ​ທັງ​ສິ້ນ ແລະ​ເຂົາ​ທັງ​ຫລາຍ​ຂົນ​ຫີນ​ຂອງ​ເມືອງ​ຣາ​ມາ​ແລະ​ເຄື່ອງໄມ້​ຂອງ​ເມືອງ​ນັ້ນ ຊຶ່ງ​ບາ​ອາ​ຊາ​ໃຊ້​ສ້າງ​ຢູ່​ນັ້ນ ແລະ​ເອົາ​ມາ​ສ້າງ​ເມືອງ​ເກ​ບາ​ແລະ​ເມືອງມິສ​ປາ 7 ຄັ້ງ​ນັ້ນ​ຮາ​ນາ​ນີ​ຜູ້​ທຳ​ນ​ວາຍ​ໄດ້​ມາ​ເຝົ້າ​ອາ​ຊາ​ພຣະ​ຣາ​ຊາ​ຂອງ​ຢູ​ດາ ແລະ​ທູນ​ພຣະ​ອົງ​ວ່າ, “ເພາະ​ທ່ານ​ເພິ່ງ​ພຣະ​ຣາ​ຊາ​ແຫ່ງ​ຊີ​ເຣັຽ ແລະ​ບໍ່​ໄດ້​ເພິ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ທ່ານ ເຫດ​ສັນ​ນັ້ນ​ກອງ​ທັບ​ຂອງ​ພຣະ​ຣາ​ຊາ​ຊີ​ເຣັ​ຽ​ຈຶ່ງ​ໄດ້​ຫລຸດ​ພົ້ນ​ມື​ທ່ານ​ໄປ 8 ຄົນ​ເອ​ທິ​ໂອ​ເປັຽ​ແລະ​ຊາວ​ລິ​ເບັຽບໍ່​ເປັນ​ກອງ​ທັບ​ມະ​ຫຶມ​ມາ ມີ​ຣົດ​ຮົບ​ແລະ​ມ້າ​ມາກ​ເຫລືອ​ຫລາຍ​ຫລື ແຕ່​ເພາະ​ທ່ານ​ເພິ່ງ​ພຣະ​ຜູ້​ເປັນເຈົ້າ​ພຣະ​ອົງຊົງ​ມອບ​ເຂົາ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ທ່ານ 9 ເພາະ​ວ່າ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ມາ​ຢູ່​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ​ເພື່ອ​ສຳ​ແດງ​ຣິດ​ທານຸ​ພາບ​ຂອງ​ພຣະ​ອົງ​ໂດຍ​ເຫັນ​ແກ່​ຜູ້​ເຫລົ່າ​ນັ້ນ​ທີ່​ມີ​ໃຈ​ຈິງ​ຕໍ່​ພຣະ​ອົງ ໃນ​ເຣື່ອ​ນີ້​ທ່ານ​ໄດ້​ກະທຳ​ການ​ຢ່າງ​ໂງ່​ຈ້າ ເພາະ​ຕັ້ງ​ແຕ່​ນີ້​ໄປ​ທ່ານ​ຈະ​ມີ​ການ​ເສິກ​ສົງ​ຄາມ” 10 ແລະ​ອາ​ຊາ​ກໍ​ຊົງ​ກິ້ວ​ຕໍ່​ຜູ້ທຳ​ນ​ວາຍນັ້ນ ແລະ​ຈັບ​ເຂົາ​ຂັງ​ໄວ້​ໃນ​ຄຸກ ເພາະ​ພຣະ​ອົງ​ຊົງ​ກ້ຽວ​ກາດ​ແກ່​ເຂົາ​ໃນ​ເຣື່ອງ​ນີ້ ແລະ​ອາ​ຊາ​ຊົງ​ຂົ່ມ​ເຫັງ​ປະ​ຊາ​ຊົນ​ບາງ​ຄົນ​ໃນ​ເວ​ລາ​ດຽວ​ກັນ​ນັ້ນ​ດ້ວຍ

ພຍາດ​ຂອງ​ອາ​ຊາ​ແລະ​ມໍຣະ​ນະ​ກັມ

11 ແລະ ເບິ່ງ​ແມ໋, ພຣະ​ຣາ​ຊ​ກິຈ​ຂອງ​ອາ​ຊາ ຕັ້ງ​ແຕ່​ຕົ້ນ​ຈົນ​ສຸດ​ທ້າຍ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຂອງ​ກະ​ສັດ​ແຫ່​ງ​ຢູ​ດາ​ແລະ​ອິ​ສ​ຣາ​ເອນ 12 ໃນ​ປີ​ທີ່​ສາມ​ສິບ​ເກົ້າ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ ອາ​ຊາ​ຊົງ​ເປັນ​ໂຣກ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ ແລະ​ໂຣກ​ຂອງ​ພຣະ​ອົງ​ກໍ​ຮ້າຍ​ແຮງ ເຖິງ​ເປັນ​ໂຣກ​ຢູ່​ພຣະ​ອົງ​ບໍ່​ໄດ້​ຊົງ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ໄດ້ສ​ແວງ​ຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ແພດ 13 ອາ​ຊາ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ສິ້ນ​ພຣະ​ຊົນ​ໃນ​ປີ​ທີ່​ສີ່​ສິບ​ເອັດ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ 14 ເຂົາ​ທັ​ງ​ຫລາຍ​ຝັງ​ພຣະ​ສົບ​ໄວ້​ໃນ​ອຸບ​ໂມງ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ສະ​ກັດ​ອອກ​ເພື່ອ​ພຣະອົງ​ໃນ​ນະ​ຄອນ​ດາ​ວິດ ເຂົາ​ວາງ​ພຣະ​ສົບ​ຂອງ​ພຣະ​ອົງ​ໄວ້​ເທິງ​ແທ່ນຊຶ່ງ​ມີ​ເຄື່ອງ​ຫອມ​ຕ່າງໆ​ເຕັມ​ໄປ​ຫມົດ ຊຶ່ງ​ຊ່າງ​ປຸງ​ເຄື່ອງ​ຫອມ​ໄດ້​ປຸງ​ໄວ້ ແລະ​ເຂົາ​ທັງ​ຫລາຍ​ກໍ​ກໍ່​ໄຟ​ໃຫຍ່​ໂຕ​ຖວາຍ​ພຣະ​ກຽດ​ພຣະ​ອົງ

2 ຂ່າວຄາວ 17

ເຢ​ໂຮ​ຊາຟັດ​ຊົງ​ສະ​ຖາ​ປະ​ນາ​ຣາ​ຊ​ອາ​ນາ​ຈັກ

1 ເຢ​ໂຮ​ຊາ​ຟັດ​ໂອ​ຣົດ​ຂອງ​ພຣະ​ອົງ​ປົ​ກ​ຄອງ​ແທນ​ພຣະ​ອົງ ແລະ​ຊົງ​ເສີມ​ກຳ​ລັງ​ພົນ​ຕໍ່​ສູ້​ອິ​ສ​ຣາ​ເອນ 2 ພຣະ​ອົງ​ຊົງ​ວາງ​ພົນ​ໄວ້​ໃນ​ຫົວ​ເມືອງ​ທີ່​ມີ​ປ້ອມ​ທັງ​ປວງ​ຂອງ​ຢູ​ດາ ແລະ​ຊົງ​ຕັ້ງ​ທະ​ຫານ​ປະ​ຈຳ​ປ້ອມ​ໃນ​ແຜ່ນ​ດິນ​ຢູ​ດາ​ແລະ​ໃນ​ຫົວ​ເມືອງ​ເອ​ຟ​ຣາ​ອິ​ມ​ຊຶ່ງ​ອາ​ຊາ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ຍຶດ​ໄວ້ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ເຢ​ໂຮ​ຊາ​ຟັດ ເພາະພຣະ​ອົງ​ຊົງ​ດຳ​ເນີນ​ໃນ​ເບື້ອງ​ຕົ້ນໆ​ຂອງ​ດາ​ວິດ​ ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ຊົງ​ສ​ແວງ​ຫາ​ບັນ​ພຣະ​ບາ​ອານ 4 ແຕ່​ໄດ້​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ຣາ​ຊບິ​ດາ​ຂອງ​ພຣະ​ອົງ ແລະ​ດຳ​ເນີນ​ໃນ​ພຣະ​ຣາ​ຊ​ບັນ​ຍັດ​ຂອງ​ພຣະ​ອົງ ບໍ່​ໄດ້​ຊົງ​ດຳ​ເນີນ​ຕາມ​ການ​ກະ​ທຳ​ຂອງ​ອິ​ສ​ຣາ​ເອນ 5 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖາ​ປະ​ນາ​ຣາ​ຊ​ອາ​ນາ​ຈັກ​ໄວ້​ໃນ​ມື​ຂອງ​ພຣະ​ອົງ ແລະ​ສິ້ນ​ທັງ​ຢູ​ດາກໍ​ນຳ​ເຄື່ອງ​ບັນ​ນາ​ການ​ມາ​ຖວາຍ​ເຢ​ໂຮ​ຊາ​ຟັດ ພຣະ​ອົງຈຶ່ງ​ມີ​ຊັ​ບ​ມັງ​ຄັ່ງ​ຢ່າງ​ຍິ່ງ​ແລະ​ມີ​ກຽດ​ຫລາຍ 6 ເມື່ອພຣະ​ອົງ​ດຳ​ເນີນ​ໃນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ທັຍ​ຂອງ​ພຣະ​ອົງ​ກໍ​ເຂັ້ມ​ແຂງ​ຂຶ້ນ ພຣະ​ອົງ​ຈຶ່ງ​ຊົງ​ກຳ​ຈັດ​ບ່ອນ​ສະ​ຖານ​ນະ​ມັສ​ການ​ທີ່​ສູງ ແລະ​ບັນ​ດາ​ອາ​ເຊ​ຣາ​ເສັຽ​ຈາກ​ຢູ​ດາ 7 ໃນ​ປີ​ທີ່​ສາມ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ໃຊ້​ເຈົ້າ​ນາຍ​ຂອງ​ພຣະ​ອົງ ຄື​ເບນ​ຮາ​ອີນ ໂອ​ບາ​ດີ ເຊ​ຄາ​ຣີ​ຢາ ເນ​ທານ​ເອນ ແລະ​ກັຍ​ຢາ​ໄປ​ສັ່ງ​ສອນ​ໃນ​ຫົວ​ເມືອງ​ຂອງ​ຢູ​ດາ 8 ແລະ​ຄົນ​ເລ​ວີ​ໄປ​ກັບ​ເຂົາ​ດ້ວຍ ຄື ເຊມັຍ​ຢາ ເນ​ທາ​ນີ​ຢາ ເຊ​ບາ​ດິ​ຢາ ອາ​ຊາ​ເຮນ ເຊ​ມີ​ຣາ​ໂມ​ທ ເຢ​ໂຮ​ນາ​ທານ ອາ​ໂດ​ນິ​ຢາ ໂຕ​ບີ​ຢາ ແລະ​ໂຕ​ບາ​ໂອ​ນີຢາ ຄົນ​ເລ​ວີ​ ແລະ​ພ້ອມ​ກັບ​ຄົນ​ເຫລົ່າ​ນີ້​ມີ ເອ​ລີ​ຊາ​ມາ ເຢ​ໂຮ​ຣາມ ຜູ້​ເປັນ​ປະ​ໂຣ​ຫິດ 9 ເຂົາ​ທັ​ງ​ຫລາຍ​ໄດ້​ສັ່ງ​ສອນ​ໃນ​ຢູ​ດາ ມີ​ຫນັງ​ສື​ທັມ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ກັບ​ເຂົາ​ດ້ວຍ ເຂົາ​ທ່ຽ​ວ​ໄປ​ທົ່ວ​ຫົວ​ເມືອງ​ທັງ​ສິ້ນ​ແຫ່ງ​ຢູ​ດາ​ແລະ​ໄດ້​ສັ່ງ​ສອນ​ຖ້າມ​ກາງ​ປະ​ຊາ​ຊົນ 10 ເຫດ​ໃຫ້​ຢ້ານ​ອັນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຕົ​ກ​ຢູ່​ເຫນືອ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ທີ່​ຢູ່ຮອບ​ຢູ​ດາ ແລະ​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ທຳ​ສົງ​ຄາມ​ກັບ​ເຢ​ໂຮ​ຊາຟັດ 11 ຄົນ​ຟີ​ລິ​ສ​ຕິນ​ບາງພວກ​ໄດ້​ນຳ​ຂອງກຳ​ນັນ​ມາ​ຖວາຍ​ເຢ​ໂຮຊາ​ຟັດ​ຫ ແລະ​ນຳ​ເງິນ​ມາ​ເປັນ​ບັນ​ນາ​ການ​ແລະ​ພວກ​ອາ​ຣັບ​ໄດ້​ນຳ​ຝູງ​ແບ້​ແກະ ຄື​ແກະ​ເຖິກ​ເຈັດ​ພັນ​ເຈັດ​ຮ້ອຍ​ໂຕ ແລະ​ແບ້​ເຖິກ​ເຈັດ​ພັນ​ເຈັດ​ຮ້ອຍ​ໂຕ​ມາ​ຖວາຍ​ພຣະ​ອົງ 12 ແລະ​ເຢ​ໂຮ​ຊາ​ຟັດ​ຊົງ​ຈະ​ເຣີນ​ໃຫຍ່​ຍິ່ງ​ຂຶ້ນ​ເປັນ​ລຳ​ດັບ ພຣະ​ອົງ​ຊົງ​ສ້າງ​ປ້ອມ​ແລະ​ຫົວ​ເມືອງ​ຄັງ​ຫລວງ​ໄວ້​ໃນ​ຢູ​ດາ 13 ແລະ​ພຣະ​ອົງ​ຊົງ​ສະ​ສົມ​ໄວ້​ຢ່າງ​ຫລວງ​ຫລາຍ​ໃນ​ຫົວ​ເມືອງ​ຂອງ​ຢູ​ດາ ພຣະ​ອົງ​ຊົງ​ມີ​ທະ​ຫານເອກ ທະ​ຫານ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 14 ຕໍ່​ໄປ​ນີ້​ເປັນ​ຈຳ​ນວນ​ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ຂອງ​ຢູ​ດາ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ພັນ ມີ​ອັດ​ນາ ຜູ້​ບັງ​ຄັບ​ບັນ​ຊາ ພ້ອມ​ກັບ​ທະ​ຫານ​ເອກ​ສາມ​ແສນ​ຄົນ 15 ຖັດ​ຕໍ່​ເຂົາ​ໄປ ຄື ເຢ​ໂຮ​ຮາ​ນານ ຜູ້​ບັງ​ຄັບ​ບັນ​ຊາ​ພ້ອມ​ກັບ​ສອງ​ແສນ​ແປດ​ຫມື່ນ​ຄົນ 16 ແລະ​ຖັດ​ຕໍ່​ເຂົາ​ໄປ ຄື ອາ​ມັສ​ຢາ ບຸດ​ຊິກ​ຣີ ເປັນ​ຄົນ​ອາ​ສາ​ສມັກ​ເພື່ອ​ການ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ ພ້ອມ​ກັ​ບ​ທະ​ຫານ​ເອກ ທະ​ຫານ​ສອງ​ແສນ​ຄົນ 17 ຂອງ​ເບັນ​ຢາ​ມີນ ຄື ເອ​ລີ​ອາ​ດາ ທະ​ຫານ​ເອກ ພ້ອມ​ກັບ​ຄົນ​ສອງ​ແສນ​ເປັນ​ຄົນ​ຖື​ຫນ້າ​ທະ​ນູ​ແລະ​ໂລ່ 18 ແລະ​ຖັດ​ຕໍ່​ເຂົາ​ໄປ ຄື​ເຢ​ໂຮ​ຊາ​ບັດ ພ້ອມກັບ​ຄົນ​ຕິດ​ອາ​ວຸດ​ນຶ່ງ​ແສນ​ແປດ​ຫມື່ນ​ຄົນ 19 ເຫລົ່າ​ນີ້​ເປັນ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ ນອກ​ເຫນືອ​ຈາກ​ຜູ້​ທີ່​ພຣະ​ຣາ​ຊາ​ຊົງ​ວາງ​ໄວ້​ໃນ​ຫົວ​ເມືອງ​ທີ່​ມີ​ປ້ອມ​ທົ່ວ​ຕລອດ​ແຜ່ນ​ດິນ​ຢູ​ດາ

2 ຂ່າວຄາວ 18

ມີ​ກັຍ​ຢາ​ເຜີຍ​ເຖິງ​ການ​ຜ່າຍ​ແພ້​ຂອງ​ເຢ​ໂຮ​ຊາ​ຟັດ​ແລະ​ອາ​ຮາບ

1 ຝ່າຍ​ເຢ​ໂຮ​ຊາ​ຟັດ​ຊົງ​ມີ​ຊັບ​ມັ່ງ​ຄັ່ງ​ແລະ​ກຽດ​ໃຫຍ່​ຍິ່ງ ແລະ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ເປັນ​ທອງ​ແຜ່ນ​ດຽວ​ກັນ​ກັບ​ອາ​ຮັບ 2 ຄັນ​ລ່ວງ​ມາ​ຫລາຍ​ປີ ພຣະ​ອົງ​ສະ​ເດັດ​ລົງ​ໄປ​ເຝົ້າ​ອາ​ຮັບ​ໃນ​ຊາ​ມາ​ເຣັຽ​ ແລະ​ອາ​ຮາບ​ຊົງ​ຂ້າ​ແກະ​ແລະ​ງົວ​ມາ​ກ​ມາຍ​ສຳ​ລັບ​ພຣະ​ອົງ ແລະ​ສຳ​ລັບ​ພົນ​ທີ່​ມາ​ກັບ​ພຣະ​ອົງ ແລະ​ຊົງ​ຊັກ​ຊວນ​ພຣະ​ອົງ​ໃຫ້​ຂຶ້ນ​ໄປ​ຕໍ່​ສູ້​ກັບ​ຮາ​ໂມ​ທ​ກິ​ເລ​ອາດ 3 ອາ​ຮາບ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ກ່າວ​ກັບ​ເຢ​ໂຮ​ຊາ​ຟັດ​ພຣະ​ຣາ​ຊາ​ແຫ່​ງຢູ​ດາ​ວ່າ, “ທ່ານ​ຈະ​ໄປ​ກັບ​ຂ້າ​ພະ​ເຈົ້າ​ຍັງ​ຮາ​ໂມ​ທ​ກິ​ເລ​ອາດ​ຫລື” ພຣະ​ອົງ​ທູນ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຢ່າງ​ທີ່​ທ່ານ​ເປັນ ພົນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຢ່າງ​ພົນ​ຂອງ​ທ່ານ ເຮາ​ຈະ​ຢູ່​ກັບ​ທ່ານ​ໃນ​ການ​ສົງ​ຄາມ” 4 ເຢ​ໂຣ​ຊາ​ຟັດ​ກ່າວ​ກັບ​ພຣະ​ຣາ​ຊາ​ແຫ່​ງອິ​ສ​ຣາ​ເອນ​ວ່າ, “ຂໍ​ຖາມ​ເບິ່ງ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເສັຽກ່ອນ” 5 ແລ້ວ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ກໍ​ເອີ້ນ​ປະ​ຊຸມ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ປະ​ມານ​ສີ່​ຮ້ອຍ​ຄົນ​ກ່າວ​ກັບ​ເຂົາ​ວ່າ, “ຄວນ​ທີ່​ເຮາ​ຈະ​ໄປ​ຕີ​ຮາ​ໂມ​ທ​ກິ​ເລ​ອາດ​ຫລື ຫລື​ເຮົາ​ບໍ່​ຄວນ​ໄປ” ແລະ​ເຂົາ​ທັງ​ຫລາຍ​ທູນ​ຕອບ​ວ່າ, “ຂໍ​ເຊີນ​ສະ​ເດັດ​ໄປ​ເຖີດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ມອບ​ໄວ້​ໃນ​ມື​ຂອງ​ພຣະ​ຣາ​ຊາ” 6 ແຕ່​ເຢ​ໂຮ​ຊາ​ຟັດ​ທູນ​ວ່າ, “ທີ່​ນີ້​ບໍ່​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ອີກ​ຈັກ​ຄົນ​ນຶ່ງ​ຫລື​ຊຶ່ງ​ເຮົາ​ຈະ​ສອບ​ຖາມ​ໄດ້” 7 ແລະ​ພຣະຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ທູນ​ເຢ​ໂຮ​ຊາ​ຟັດ​ວ່າ, “ຍັງ​ມີ​ຊາຍ​ອີກ​ຄົນ​ນຶ່ງ ຊຶ່ງ​ເຮົາ​ຈະ​ໃຫ້​ທູ​ນຖາມ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ແຕ່​ຂ້າ​ພະ​ເຈົ້າ​ຊັງ​ເຂົາ ເພາະ​ເຂົາ​ປະ​ກາດ​ແຕ່​ຄວາມ​ຮ້າຍ​ສເມີ ບໍ່​ເຄີຍປະ​ກາດ​ຄວາມ​ດີ​ກ່ຽວ​ກັບ​ຂ້າ​ພະ​ເຈົ້າ​ເລີຍ ຄົນ​ນັ້ນ​ຄື​ມີ​ກັຍ​ຢາ ບຸດ​ອິມ​ລາ” ແລະ​ເຢ​ໂຮ​ຊາຟັດ​ທູນວ່າ, “ຂໍ​ພຣະ​ຣາ​ຊາ​ຢ່າ​ກ່າ​ວດັ່ງ​ນັ້ນ​ເລີຍ” 8 ແລ້ວ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ຈຶ່ງ​ເອີ້ນ​ມະ​ຫາດ​ເລັກ​ຄົນ​ນຶ່ງ​ເຂົ້າ​ມາ​ແລະ​ກ່າວ​ສັ່ງ​ວ່າ, “ໄປ​ພາ​ມີ​ກັຍຢາ​ບຸດ​ອິ​ມ​ລາ​ມາ​ໄວໆ” 9 ຝ່າຍ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ເຢ​ໂຮ​ຊາ​ຟັດ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ຕ່າງ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ ຊົງ​ສ​ລອງ​ພຣະ​ອົງ​ອັນ​ງາມ​ໃນ​ລານນວດ​ເຂົ້າ​ທາງ​ເຂົ້າ​ປະ​ຕູ​ເມືອງ​ຊາ​ມາ​ເຣັຽ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ທັງ​ປວງ​ກໍ​ປະ​ກາດ​ພຣະ​ທັມ​ຖວາຍ​ຢູ່ 10 ແລະ​ເຊ​ເດ​ກີ​ຢາ​ບຸດ​ເຄນາ​ອາ​ນາ ຈຶ່ງ​ເອົາ​ເຫລັກ​ທຳ​ເປັນ​ເຂົາ ແລະ​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ດ້ວຍ​ສິ່ງ​ເຫລົ່າ​ນີ້ ເຈົ້າ​ຈະ​ຍູ້​ຄົນ​ຊີ​ເຣັຽ​ໄປ​ຈົນ​ເຂົາ​ທັ​ງ​ຫລາຍ​ຖືກ​ທຳ​ລາຍ” 11 ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ປະ​ກາດ​ຢ່າງ​ນັ້ນ ທູນ​ວ່າ, “ຂໍ​ສະ​ເດັດ​ໄປ​ຮາ​ໂມ​ທ​ກິເລ​ອາດ​ເຖີດ ແລະ​ຈະ​ມີ​ໄຊ​ຊະ​ນະ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ມອບ​ເມືອງ​ນັ້ນ​ໄວ້​ໃນ​ມື​ຂອງ​ພຣະ​ຣາ​ຊາ” 12 ແລະ​ຜູ້​ນຳ​ຂ່າວ​ຜູ້​ໄປ​ຕາມ​ມີ​ກັຍ​ຢາໄດ້​ບອກ​ທ່ານ​ວ່າ, “ເບິ່ງ​ແມ໋, ຖ້ອຍ​ຄຳ​ຂອງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ເວົ້າ​ສິ່ງທີ່​ເປັນ​ມົງ​ຄົນ​ແກ່​ພຣະ​ຣາ​ຊາ​ດຸດ​ປາກ​ດຽວກັນ ຂໍ​ໃຫ້​ຖ້ອຍ​ຄຳ​ຂອງ​ທ່ານ​ເຫມືອນ​ຢ່າງ​ຖ້ອຍ​ຄຳ​ຂອງ​ຄົນ​ນຶ່ງ​ໃນ​ພວກ​ນັ້ນ ແລະ​ເວົ້າ​ແຕ່​ສິ່ງ​ທີ່​ເປັນ​ມົງ​ຄົນ​“ 13 ແຕ່​ມີ​ກັຍ​ຢາ​ຕອບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ກ່າວ​ຢ່າງ​ໃດ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ຢ່າງນັ້ນ” 14 ເມື່ອ​ທ່ານ​ມາ​ເຝົ້າ​ພຣະ​ຣາ​ຊາ ພຣະ​ຣາ​ຊາ​ກ່າວ​ຖາມ​ທ່ານ​ວ່າ “ມີ​ກັຍ​ຢາ ຄວນທີ່​ເຣົາ​ຈະ​ໄປ​ຕີ​ຮາ​ໂມ​ທ​ກິ​ເລ​ອາດ​ຫລື ຫ​​ລື​ເຮົາ​ບໍ່​ຄວນ​ໄປ” ແລະ​ທ່ານ​ທູນ​ຕອບພຣະ​ອົງ​ວ່າ “ຂໍ​ເຊີນ​ສະ​ເດັດ​ຂຶ້ນ​ໄປ ແລະ​ຈະ​ມີ​ໄຊ​ຊະ​ນະ ເຂົາ​ທັງ​ຫລາຍ​ຈະ​ຖືກມອບ​ໄວ້​ໃນ​ມື​ຂອງ​ພຣະ​ອົງ” 15 ແຕ່​ພຣະ​ຣາ​ຊາ​ກ່າວ​ກັບ​ທ່ານ​ວ່າ, “ເຮົາ​ໄດ້​ໃຫ້​ເຈົ້າ​ປະ​ຕິ​ຍານ​ຈັກ​ເທື່ອ​ແລ້ວ​ວ່າ ເຈົ້າ​ຈະ​ເວົ້າ​ກັບ​ເຮົາ​ແຕ່​ຄວາມ​ຈິງ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 16 ແລະ​ທ່ານ​ທູນ​ວ່າ, “ຂ້າ​ນ້ອຍ​ໄດ້​ເຫັນ​ຄົນ​ອິ​ສ​ຣາ​ເອນ​ທັງ​ປວງ​ກະ​ຈັດ​ກະ​ຈາຍ​ຢູ່​ເທິງ​ພູ ຢ່າງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ຄົນ​ເຫລົ່າ​ນີ້ບໍ່ມີ​ນາຍ ໃຫ້​ເຂົາ​ຕ່າງ​ກັບ​ເມືອ​ເຮືອນ​ຂອງ​ຕົນ​ດ້ວຍ​ຄວາມ​ສ​ງົບ​ສຸກເທີນ” 17 ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ຈຶ່ງ​ທູນ​ເຢ​ໂຮ​ຊາ​ຟັດ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ບອກ​ທ່ານ​ແລ້ວບໍ່​ແມ່ນ​ບໍ​ວ່າ ເຂົາ​ບໍ່​ເຄີຍ​ທຳ​ນ​ວາຍ​ເຣື່ອງ​ດີ​ກ່ຽວ​ກັບ​ຂ້າ​ພະ​ເຈົ້າ​ຈັກ​ເທື່ອ​ເລີຍ ເຂົາ​ມີ​ແຕ່​ທຳ​ນ​ວາຍ​ເຣື່ອງ​ຮ້າຍ​ເທົ່າ​ນັ້ນ” 18 ແລ້ວ​ມີ​ກັຍ​ຢາ​ທູນ​ວ່າ, “ສັນ​ນັ້ນ​ຂໍພຣະ​ອົງ​ຊົງ​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນເຈົ້າ​ ຂ້າ​ນ້ອຍ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ໃນຟ້າ​ສວັນ ແລະ​ພວກ​ບໍ​ຣິ​ວານ​ແຫ່ງ​ເມືອງ​ສວັນ​ໄດ້​ຢືນ​ຢູ່​ທາງ​ຂ້າງ​ຂວາ ແລະ​ທາງ​ຂ້າງ​ຊ້າຍ​ຂອງ​ພຣະ​ອົງ 19 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ, “ແມ່ນ​ໃຜ​ຈະ​ໄປ​ລໍ້​ລວງ​ອາ​ຮາບ​ໃຫ້​ອອກ​ໄປ​ຕາຍ​ທີ່​ເມືອງ​ຮາ​ໂມ​ທ​ກິ​ເລ​ອາດ” ພວກ​ເທວະ​ດາ​ລາງ​ພວກ​ກໍ​ທູນ​ຢ່າງ​ນັ້ນ ລາງ​ພວກ​ກໍ​ທູນ​ຢ່າງ​ນີ້ 20 ແລ້ວ​ມີ​ວິນ​ຍານດວງ​ນຶ່ງ​ມາ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ ແລະ​ທູນ​ວ່າ, “ຂ້າ​ນ້ອຍ​ຈະ​ເປັນ​ຜູ້​ລໍ້​ລວງ​ເຂົາເອງ” ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ, “ຈະ​ເຮັດ​ຢ່າງ​ໃດ?” 21 ວິນຍານ​ດວງ​ນັ້ນ​ຈຶ່ງ​ທູນ​ຕອບ​ວ່າ, “ຂ້າ​ນ້ອຍ​ຈະ​ໄປ​ທຳ​ໃຫ້​ພ​ວກ​ຜູ້​ປະ​ກາດ​ພຣະ​ທັມ​ທຸກ​ຄົນ​ຂອງ​ອາ​ຮາບ​ເວົ້າ​ຕົວະ” ດັ່ງ​ນັ້ນ​ພຣະ​ອົງ​ຈຶ່ງ​ຕ​ອບ​ວ່າ, “ຈົ່ງ​ໄປ​ລໍ້​ເຂົາ ແລ້ວ​ເຈົ້າ​ຈະ​ສຳ​ເຣັດ​ຜົນ” 22 ແລ້ວ​ມີ​ກັຍ​ຢາ​ກໍ​ເວົ້າ​ສ​ລຸບ​ວ່າ “ເຫດ​ການ​ກໍ​ເປັນ​ມາ​ດັ່ງ​ນີ້​ແຫລະ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ທຸກ​ຄົນ​ຂອງ​ພຣະ​ອົງ​ເວົ້າ​ຕົວະ​ພຣະ​ອົງ ແຕ່​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນເຈົ້າຊົງ​ກ່າວ​ຮ້າຍ​ໃສ່​ພຣະ​ອົງ” 23 ແລ້ວ​ເຊ​ເດ​ກີ​ຢາ ບຸດ​ເຄ​ນາ​ອາ​ນາ​ໄດ້​ເຂົ້າ​ມາ​ໃກ້​ແລະ​ຕົບ​ຫນ້າ​ມີ​ກັຍ​ຢາ​ເວົ້າ​ວ່າ, “ພຣະວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າທີ່​ຢູ່​ກັບ​ຂ້ອຍ​ຈະ​ອອກ​ໄປ​ເວົ້າ​ກັບ​ເຈົ້າ​ໄດ້​ຢ່າງ​ໃດ?” 24 ມີ​ກັຍ​ຢາຈຶ່ງ​ຕອບ​ວ່າ, “ໃນ​ເວ​ລາ​ທີ່​ເຈົ້າ​ຫນີ​ໄປ​ລີ້​ຢູ່​ບ່ອນ​ລັ​ບ​ລີ້​ພຸ້ນ​ແຫລະ ເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ​ມັນ​ເປັນ​ຢ່າງ​ໃດ” 25 ເຈົ້າ​ອາ​ຮາບຈຶ່ງ​ສັ່ງ​ໃຫ້​ນາຍ​ທະ​ຫາ​ນຜູ້​ນຶ່ງ ຈັບ​ມີ​ກັຍ​ຢາ​ໄປ​ມອບ​ໃຫ້​ອາ​ໂມນ ຜູ້​ປົກ​ຄອງ​ເມືອງ​ແລະເຈົ້າ​ຊາຍ​ໂຢ​ອັ​ສ 26 ແລະ​ບອກ​ພວກ​ທ່ານ​ວ່າ, “ນີ້​ເປັນ​ຄຳ​ສັ່ງ​ຂອງ​ພຣະ​ຣາ​ຊາ ຈົ່ງ​ເອົາ​ຊາຍ​ຄົນ​ນີ້​ໄປ​ຂັງ​ຄຸກ​ໄວ້​ຈົນ​ເທົ່າ​ຂ້ອຍ​ກັບ​ມາ​ຢ່າງ​ປອດ​ພັຍ ໃຫ້​ເອົາ​ແຕ່​ເຂົ້າ​ຈີ່​ກັບ​ນ້ຳ​ໃຫ້​ເຂົາ​ກິນ” 27 ມີ​ກັຍ​ຢາ​ຈຶ່ງ​ທູນ​ວ່າ, “ຖ້າ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ຄືນ​ມາ​ຢ່າງ​ປອດ​ພັຍ​ກໍ​ຫມາຍ​ຄວາມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ເວົ້າ​ກັບ​ຂ້າ​ນ້ອຍ” ແລະ​ເຂົາ​ໄດ້​ເວົ້າ​ຢ້ຳ​ອີກວ່າ, “ຂໍ​ໃຫ້​ທຸກ​ຄົນ​ຈົ່ງ​ຮັບຟັງ​ໃນ​ຄໍາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ນີ້” 28 ອາ​ຮາບ​ເຈົ້າ​ຊີວິດ​ແຫ່ງ​ອິ​ສ​ຣາ​ເອນ ແລະ​ເຢ​ໂຮ​ຊາ​ຟັດ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ ໄດ້​ຍົກ​ທັບ​ໄປ​ຕໍ່​ສູ້ຊາວ​ເມືອງ​ຮາ​ໂມ​ທ​ກິ​ເລ​ອາດ 29 ເຈົ້າ​ອາ​ຮາບ​ເວົ້າ​ຕໍ່​ເຢ​ໂຮ​ຊາ​ຟັດ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ປອມ​ຕົວ​ໄປ​ໃນ​ສະ​ຫນາມ​ຮົບ ແຕ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ໃຫ້​ທ່ານ​ນຸ່ງ​ເຄື່ອງ​ແບບ​ຂ​ອງ​ກະ​ສັດ​ເຂົ້າ​ໄປ ແລ້ວ​ເຈົ້າ​ອາ​ຮາບ​ກໍ​ປອມ​ຕົວ​ເຂົ້າ​ສູ່​ສະ​ຫນາມ​ຮົບ 30 ຝ່າຍ​ເຈົ້າ​ຊີ​ວິດ​ແຫ່ງ​ຊີ​ເຣັຽ ກໍ​ອອກ​ຄຳ​ສັ່ງ​ແກ່​ຜູ້​ບັນ​ຊາ​ການຣົດ​ຮົບ​ຂອ​ງພຣະ​ອົງ​ວ່າ, “ບໍ່​ຕ້ອງ​ຕໍ່​ສູ້​ໃຜ​ຫມົດ​ບໍ່​ວ່າ​ພົນ​ທະ​ຫານ​ຫລື​ນາຍ​ທະ​ຫານ ແຕ່​ໃຫ້​ຕໍ່​ສູ້​ກັບ​ເຈົ້າ​ຊີ​ວິດ​ແຫ່ງ​ອິ​ສ​ຣາ​ເອນ​ເທົ່າ​ນັ້ນ” 31 ດັ່ງ​ນັ້ນ​ເມື່ອ​ຜູ້​ບັນ​ຊາ​ການ​ທະ​ຫານ​ຣົດ​ຮົບ​ຫລຽວ​ເຫັນ​ເຢ​ໂຮ​ຊາ​ຟັດ ພວກ​ເຂົາ​ຈຶ່ງ​ຄຶດ​ວ່າ ທ່ານ​ແມ່ນ​ເຈົ້າ​ຊີ​ວິດ​ແຫ່ງ​ອິ​ສ​ຣາ​ເອນ​ຢ່າງ​ແນ່ນອນ ພວກ​ເຂົາ​ຈຶ່ງ​ເລັ່ງ​ຣົດ​ຮົບ​ເຂົ້າ​ໄປ​ຕໍ່​ສູ້ ແຕ່​ເຢ​ໂຮ​ຊາ​ຟັດ​ໄດ້​ຮ້ອງ​ຂຶ້ນ 32 ພວກ​ຜູ້​ບັນ​ຊາ​ການ​ຣົດ​ຮົບ​ຈຶ່ງ​ສັງ​ເກດ​ເຫັນ​ວ່າ ບໍ່​ແມ່ນ​ເຈົ້າ​ຊີ​ວິດ​ແຫ່ງ​ອິ​ສ​ຣາ​ເອນ ພວ​ກ​ເຂົາ​ຈຶ່ງ​ກັບ​ຄືນ ແລະ​ບໍ່​ຕິດ​ຕາມ​ພຣະ​ອົງ​ໄປ 33 ແຕ່​ມີ​ທະ​ຫານ​ຜູ້​ນຶ່ງ​ກົ່ງ​ທະ​ນູ​ຍິງ​ໄປ​ຕາມ​ວາດ ພໍ​ດີ​ໄປ​ສຽບ​ເຂົ້າ​ຊຶ່ງວ່າງ​ບ່ອນ​ເສື້ອ​ເຫລັກ​ຕໍ່​ກັນ​ຂອງ​ອາ​ຮາບ ພຣະ​ອົງ​ຈຶ່ງ​ກ່າວ​ແກ່​ຜູ້​ຂັບ​ຣົດ​ຮົບ​ມ້າ​ວ່າ, “ຈົ່ງ​ອ່​ວາຍ​ຣົດ​ກັບ​ຄືນ​ແລະ​ພາ​ຂ້ອຍ​ອອກຈາກ​ສະ​ຫນາມ​ຮົບ​ນີ້ ຂ້ອຍ​ຖືກ​ຍິງ​ແລ້ວ” 34 ແຕ່ໃນ​ມື້​ນີ້ ການສູ້​ຮົບ​ໄດ້​ດຸ​ເດືອດ​ທີ່​ສຸດ ເຂົາ​ໄດ້​ຊູ​ພຣະ​ອົງ​ໃຫ້​ຢືນ​ຂຶ້ນ​ໃນ​ຣົດ​ມ້າ​ຕໍ່​ຫນ້າ​ຊາວ​ຊີ​ເຣັຽ ເລືອດ​ຈາກ​ບາດ​ແຜ​ຂອງ​ພຣະ​ອົງ​ໄດ້​ໄຫລ​ອອກ​ເຕັມ​ຖັງ​ຣົດຮົບ ພໍ​ຍາມ​ແລງ​ມາ​ພຣະ​ອົງ​ກໍ​ສິ້​ນ​ພຣະ​ຊົນ

2 ຂ່າວຄາວ 19

ຜູ້​ປະ​ກາດ​ພຣະ​ທັມ​ເຢ​ຮູ​ຕັກ​ເຕືອນ​ເຢ​ໂຮ​ຊາ​ຟັ​ດ

1 ເຢ​ໂຮ​ຊາ​ຟັດ​ເຈົ້າ​ຊີ​ວິດ​ແຫ່ງ​ຢູ​ດາ​ສະ​ເດັດ​ກັບ​ໄປ​ໂດຍ​ສວັດດີ​ພາບ​ເຖິງ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 2 ແຕ່​ເຢ​ຮູ​ບຸດ​ຮາ​ນາ​ນີ​ຜູ້​ທຳ​ນວາຍ​ໄດ້​ອອ​ກ​ໄປ​ເຝົ້າ​ພຣະ​ອົງ ທູນ​ກະ​ສັດ​ເຢ​ໂຣ​ຊາ​ຟັດ​ວ່າ, “ຄວນຫລືທີ່​ພຣະ​ອົງ​ຈະ​ຊ່ອຍ​ຄົນ​ອະ​ທັມ ແລະ​ຣັກ​ຜູ້​ທີ່ກຽດ​ຊັງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເຣື່ອງ​ນີ້​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ມາ​ເຖິງ​ພຣະ​ອົງ 3 ຢ່າງ​ໃດ​ກໍ​ດີ​ພຣະ​ອົງ​ຊົງ​ພົບ​ຄວາມ​ດີ​ໃນ​ພຣະ​ອົງ​ຢູ່ ເພາະ​ພຣະ​ອົງ​ໄດ້​ທຳ​ລາຍ​ບັນ​ດາ​ອາ​ເຊ​ຣາ​ເສັຽ​ຈາກ​ແຜ່ນ​ດິນ ແລະ​ໄດ້​ມຸ່ງ​ພຣະ​ທັຍ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ”

ເຢ​ໂຮ​ຊາ​ຟັດ​ຊົງ​ຕັ້ງ​ຜູ້​ປົກ​ຄອງ

4 ເຢ​ໂຮ​ຊາ​ຟັດ​ປະ​ທັບ​ທີ່​ເຢ​ຣູ​ຊາ​ເລັມ​ແລະ​ພຣະ​ອົງ​ຊົງ​ອອກ​ໄປ​ຖ້າມ​ກາງ​ປະ​ຊາ​ຊົນ​ອີກ ຕັ້ງ​ແຕ່​ເບ​ເອີ​ເຊ​ບາ​ເຖິງ​ຖິ່ນ​ພູ​ດອຍ​ເອ​ຟ​ຣາ​ອິມ ແລະ​ນຳ​ເຂົາ​ທັງ​ຫລາຍ​ກັບ​ມາ​ຍັງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ 5 ພຣະ​ອົງ​ຊົງ​ຕັ້ງ​ຜູ້ປົກ​ຄອງ​ໃນ​ແຜ່ນ​ດິນ​ນັ້ນ ໃນ​ຫົວ​ເມືອງ​ທີ່ມີ​ປ້ອມ​ທັງ​ສິ້ນ​ຂອງ​ຢູ​ດາ ທີ່​ລະ​ຫົວ​ເມືອງ 6 ແລະ​ກ່າ​ວກັບ​ຜູ້​ປົກ​ຄອງ​ເຫລົ່າ​ນັ້ນ​ວ່າ, “ຈົ່ງ​ພິ​ຈາ​ຣະ​ນາ​ສິ່ງ​ທີ່​ທ່ານ​ທັງ​ຫ​ລາຍ​ຈະ​ກະ​ທຳ ເພາະ​ທ່ານ​ບໍ່​ໄດ້​ພິ​ພາກ​ສາ​ເພື່ອ​ມະ​ນຸດ​ແຕ່​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ສະ​ຖິດ​ກັບ​ທ່ານ​ໃນ​ການ​ພິ​ພາກ​ສາ 7 ສະ​ນັ້ນ​ຈົ່ງ​ໃຫ້​ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເຫນືອ​ທ່ານ ຈົ່ງ​ລະ​ມັດ​ລະ​ວັງ​ສິ່ງ​ທີ່​ທ່ານ​ກະ​ທຳ ເພາະພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ເຮົາ​ບໍ່​ມີ​ຄວາມ​ຍຸດ​ຕິ​ທັມ ບໍ່​ມີ​ຄວາມ​ລຳ​ອຽງ​ແລະ​ບໍ່​ມີ​ການ​ຮັບ​ສິນ​ບົນ” 8 ນອກ​ຈາກ​ນີ້ ໃນ​ເຢ​ຣູ​ຊາ​ເລັມ ເຢ​ໂຮ​ຊາ​ຟັດ​ຊົງ​ຕັ້ງ​ຄົນ​ເລ​ວີ​ແລະ​ປະ​ໂຣ​ຫິດ​ກັບ​ຫົວ​ຫນ້າ​ຕະ​ກູນ​ແຫ່ງ​ອິ​ສ​ຣາ​ເອນ ເພື່ອ​ຈະ​ໃຫ້​ການ​ພິ​ພາກ​ສາ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ປົກ​ຄອງ​ຄະ​ດີ​ທີ່​ຜິດ​ຖຽງ​ກັນ ເຂົາ​ທັງ​ຫລາຍ​ມີ​ຕຳ​ແຫນ່ງ​ໃນ​ເຢ​ຣູ​ຊາ​ເລັມ 9 ພຣະ​ອົງ​ຊົງ​ກຳ​ຊັບ​ເຂົາ​ທັງ​ຫລາຍ​ວ່າ, “ທ່ານ​ທັງ​ຫລາຍ​ຈົ່ງ​ກະ​ທຳ​ການ​ນີ້​ດ້ວຍ​ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ຄວາມ​ສັດ​ຊື່​ແລະ​ດ້ວຍ​ສິ້ນ​ສຸດ​ໃຈ​ຂອງ​ທ່ານ 10 ເມື່ອ​ມີ​ຄະ​ດີມາ​ເຖິງ​ທ່ານ​ຈາກ​ພີ່​ນ້ອງ​ຂອງ​ທ່ານ​ຜູ້​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ຂອງ​ເຂົາ​ທັງ​ຫລາຍກ່ຽວ​ກັບ​ເຣື່ອງ​ຂ້າ​ຟັນ​ກັນ ພຣະ​ທັມ​ຫລື​ທັມ​ບັນ​ຍັດ ກົດ​ເກນ​ຫລື​ກົດ​ຫມາຍ ທ່ານ​ທັງ​ຫລາຍ​ກໍ​ຄວນ​ຈະ​ຕັກ​ເຕືອນ​ເຂົາ ເພື່ອ​ເຂົາ​ຈະ​ບໍ່​ກໍ່​ກັມ​ຊົ່ວ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ພິ​ໂຣດ​ຈຶ່ງ​ຈະ​ບໍ່​ມາ​ເຫນືອ​ທ່ານ ແລະ​ພີ່​ນ້ອງ​ຂອງ​ທ່ານ ທ່ານ​ຈົ່ງກະ​ທຳ​ເຊັ່ນ​ນີ້ ແລະ​ທ່ານ​ຈະ​ບໍ່​ກໍ່​ກັມ​ຊົ່ວ 11 ແລະ​ເບິ່ງ​ແມ໋, ອາ​ມາ​ຣິ​ຢາ​ມະ​ຫາ​ປະ​ໂຣ​ຫິດ​ກໍ​ຢູ່​ເຫນືອ​ທ່ານ​ໃນ​ສັ​ພ​ກິຈ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຊ​ບາ​ດິ​ຢາ​ບຸດ​ອິ​ຊມາ​ເອນເຈົ້າ​ນາຍ​ຂອງ​ເຊື້​ອ​ວົງ​ຢູ​ດາ​ກໍ​ຢູ່​ເຫນືອ​ທ່ານ​ໃນ​ສັ​ພ​ກິຈ​ຂອງ​ພຣະ​ຣາ​ຊາ ແລະ​ເລ​ວີ​ຈະ​ເປັນ​ເຈົ້າ​ຫນ້າ​ທີ່​ບົວ​ລະ​ບັດ​ທ່ານ ຈົ່ງ​ປະ​ກອບ​ກິຈ​ຢ່າງ​ເຂັ້ມ​ແຂງ ແລະ​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ຜູ້​ທ່ຽງ​ທັມ”

2 ຂ່າວຄາວ 20

ຊົງ​ຊະ​ນະ​ຄົນ​ໂມ​ອາບ​ແລະຄົນ​ອັມ​ໂມນ

1 ຕໍ່​ມາ​ພາ​ຍ​ຫລັງ ຄົນ​ໂມ​ອາບ​ແລະ​ຄົນ​ອັມ​ໂມນ ແລະ​ຄົນ​ເມ​ອູ​ນີ​ບາງ​ຄົນ​ພ້ອມ​ກັບ​ເຂົາ​ທັງ​ຫລາຍ ໄດ້​ຂຶ້ນ​ມາ​ທໍາ​ສົງ​ຄາມ​ກັບ​ເຢ​ໂຮ​ຊາ​ຟັດ 2 ມີ​ຄົນ​ມາ​ທູນມາ​ທູນ​ເຢ​ໂຮ​ຊາ​ຟັດ​ວ່າ, “ມີ​ຄົນ​ຫມູ່​ໃຫຍ່​ມາ​ສູ້​ຮົບ​ກັບ​ພຣະ​ອົງ​ຈາກ​ເອ​ໂດມ ຈາກ​ຟາກ​ທະ​ເລ​ຂ້າງ​ນັ້ນ ແລະ​ເບິ່ງ​ແມ໋, ເຂົາ​ທັງ​ຫລາຍ​ຢູ່​ໃນ​ຮາ​ຊາ​ໂຊນ​ຕາ​ມາ​ຣ໌” (ຄື ເອນ​ເກ​ດີ) 3 ເຢໂຮ​ຊາ​ຟັດ​ກໍ​ຢ້ານ ແລະ​ມຸ່ງ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໄດ້​ຊົງ​ປະ​ກາດ​ໃຫ້​ອົດ​ອາ​ຫານ​ທົ່ວ​ຢູ​ດາ 4 ແລະ​ຢູ​ດາ​ໄດ້​ຊຸມ​ນຸມ​ກັນ​ສ​ແວງ​ຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ທັງ​ຫລາຍ​ພາ​ກັນ​ມາ​ຈາກ​ຫົວ​ເມືອງ​ທັງ​ສິ້ນ​ແຫ່ງ​ຢູ​ດາ​ເພື່ອ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ 5 ເຢ​ໂຮ​ຊາ​ຟັດ​ປະ​ທັບ​ຢືນ​ຢູ່​ໃນ​ທີ່​ປະ​ຊຸມ​ຂອງ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າງ​ຫນ້າ​ລານໃຫມ່ 6 ແລະ​ກ່າວ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ບໍ່​ໄດ້​ເປັນ​ພຣະ​ເຈົ້າ​ໃນ​ຟ້າ​ສວັນ​ຫລື ພຣະ​ອົງ​ບໍ່​ໄດ້​ປົກ​ຄອງ​ເຫນືອ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ປະ​ຊາ​ຊາດ​ຫລື ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ມີ​ຣິດ​ແລະ​ອຳ​ນາດ ຈຶ່ງ​ບໍ່​ມີ​ຜູ້​ໃດ​ຕໍ່​ຕ້ານ​ພຣະ​ອົງ​ໄດ້ 7 ຂ້າ​ແດ່​ພຣະ​​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ບໍ່​ໄດ້​ຊົງ​ຂັບ​ໄລ່​ຊາວ​ແຜ່ນ​ດິນ​ນີ້​ອອກ​ໄປ​ເສັຽ​ໃຫ້​ພົ້ນ​ຫນ້າ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ຫລື ແລະ​ຊົງ​ມອບໄວ້​ແກ່​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ​ມິດ​ສະ​ຫາຍ​ຂອງ​ພຣະ​ອົງ​ເປັນ​ນິ​ດ 8 ແລະ​ເຂົາ​ທັງ​ຫລາຍ​ໄດ້ອາ​ໄສ​ຢູ່​ໃນ​ນັ້ນ ແລະ​ໄດ້​ສ້າງ​ສະ​ຖານ​ນະ​ມັສ​ການ​ແຫ່ງ​ນຶ່ງ​ໃນ​ນັ້ນ​ຖວາຍ​ພຣະ​ອົງ​ເພື່ອ​ພຣະ​ນາມ​ຂອງ​ພຣະ​ອົງ​ທູນ​ວ່າ 9 “ຖ້າ​ເຫດ​ຊົ່ວ​ຮ້າຍ​ຂຶ້ນ​ມາ​ເຫນືອ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ເປັນ​ດາບ ການ​ພິ​ພາກ​ສາ ຫລື​ໂຣກ​ລະ​ບາດ ຫ​ລື​ກາ​ນອຶດ​ຢາກ​ອາ​ຫານ ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ຢືນ​ຢູ່​ຕໍ່​ຫນ້າ​ພຣະ​ວິ​ຫານນີ້​ແລະ​ຕໍ່​ພຣະ​ພັກ​ພຣະ​ອົງ ເພາະ​ພຣະ​ນາມ​ຂອງ​ພຣະ​ອົງ​ຢູ່​ໃນ​ພຣະ​ວິ​ຫານ ແລະ​ຮ້ອງ​ທູນຕໍ່​ພຣະ​ອົງ​ໃນ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ແລະ​ພຣະ​ອົງຈະ​ຊົງ​ຟັງ​ແລະ​ຊ່ອຍ​ໃຫ້​ລອດ” 10 ເບິ່ງ​ແມ໋, ບັດ​ນີ້​ຄົນ​ອັມ​ໂມນ​ແລະ​ໂມ​ອາບ ແລະ​ພູ​ເຊ​ອີ​ຣ໌ ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ຍອມ​ໃຫ້​ຄົນອິ​ສ​ຣາ​ເອນ​ບຸກ​ຮຸກ ເມື່ອ​ເຂົາ​ມາ​ຈາກ​ແຜ່ນ​ດິນ​ເອ​ຢິບ ແລະ​ຜູ້​ຊຶ່ງ​ເຂົາ​ໄດ້​ຫ​ລີກ​ໄປ​ບໍ່​ໄດ້​ທຳ​ລາຍ​ເສັຽ 11 ເບິ່ງ​ແມ໋, ເຂົາ​ທັງ​ຫລາຍ​ໄດ້​ໃຫ້​ບຳ​ເຫນັດ​ແກ່​ເຮົາ ດ້ວຍ​ມາ​ໄລ່​ເຮົາ​ເສັຽ​ອອກ​ຈາກ​ແຜ່ນ​ດິນ​ກຳ​ມະ​ສິດຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍເປັນ​ມໍ​ຣະ​ດົກ 12 ຂ້າ​ແດ່​ພຣະ​ເຈົ້າຂອງ​ຂ້າພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ຈະ​ບໍ່​ຊົງ​ກະ​ທຳ​ການ​ພິ​ພາກ​ສາ​ເຫນືອ​ເຂົາ​ຫລື ເພາະ​ວ່າ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ບໍ່​ມີ​ຣິດ​ທີ່​ຈະ​ຕໍ່​ສູ້​ຄົນ​ຫ​ມູ່​ມະ​ຫຶມ​ມາ​ນີ້​ຊຶ່ງ​ກຳ​ລັງ​ມາ​ຕໍ່​ສູ້​ກັບ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂ້າ​ພຣະ​ອົງ​ທັງ​ຫລາຍ​ບໍ່​ຊາບ​ວ່າ​ຈະ​ກະ​ທຳ​ປະ​ການ​ໃດ ແຕ່ດວງ​ຕາ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເພ່ງ​ທີ່​ພຣະ​ອົງ” 13 ໃນ​ລະ​ຫວ່າງ​ນັ້ນ​ຄົນ​ທັງ​ປວງ​ຂອງ​ຢູ​ດາ​ກໍ​ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ພ້ອມ​ກັບ​ເມັຽ ​ແລະ​ລູກ​ຫລານຂອງ​ເຂົາ 14 ແລະ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ​ສະ​ຖິດ​ກັບ​ຢາ​ຮາຊີ​ເອນບຸດ​ເຊ​ເຄ​ຣີ​ຢາ ຜູ້​ເປັນ​ບຸດ​ເນ​ບັຍ​ຢາ ຜູ້​ເປັນ​ບຸດ​ເຢ​ອີ​ເອນ ຜູ້​ເປັນ​ບຸດ​ມັ​ດ​ຕາ​ນີ​ຢາ​ເປັນ​ຄົນ​ເລ​ວີ​ເຊື້ອ​ສາຍ​ຂອງ​ອາ​ສາ​ຟ ເມື່ອ​ທ່ານ​ຢູ່​ຖ້າມ​ກາງ​ທີ່​ປະ​ຊຸມ​ນັ້ນ 15 ແລະ​ເຂົາ​ໄດ້​ເວົ້າ​ວ່າ,” ຢູ​ດາ​ທັງ​ປວງ​ແລະ​ຊາວເຢ​ຣູ​ຊາ​ເລັມ​ທັງ​ຫລາຍ​ກັບ​ກະ​ສັດ​ເຢ​ໂຮ​ຊາ​ຟັດ ຂໍ​ຈົ່ງ​ຟັງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ແກ່​ທ່ານ​ທັງ​ຫລາຍ​ວ່າ “ຢ່າ​ຢ້ານ​ເລີຍ ແລະ​ຢ່າ​ທໍ້​ຖອຍ​ດ້ວຍ​ຄົນ​ຫມູ່​ມະ​ຫຶມ​ມາ​ນີ້​ເລີຍ ເພາະ​ວ່າ​ການ​ສົງ​ຄາມ​ນັ້ນ​ບໍ່​ແມ່ນ​ຂອງ​ທ່ານ ແຕ່​ເປັນ​ຂອງ​ພຣະ​ເຈົ້າ 16 ມື້​ອື່ນ​ເຊົ້າ​ຈົ່ງ​ລົງ​ໄປ​ຕໍ່​ສູ້​ກັບ​ເຂົາ ເບິ່ງ​ແມ໋, ເຂົາ​ຈະ​ຂຶ້ນ​ມາ​ທາງ​ຂຶ້ນ​ທີ່​ເມືອງ​ຊິ​ສ ທ່ານ​ທັງ​ຫລາຍ​ຈະ​ພົບ​ເຂົາ​ທີ່​ສຸດ​ປາຍ​ຮ່ອມ​ພູ​ທາງ​ດ້ານ​ຕາ​ເວັນ​ອອກ​ຂອງ​ຖິ່ນ​ກັນ​ດານ​ເຢ​ຣູ​ເອນ 17 ບໍ່​ຈຳ​ເປັນ​ທີ່​ທ່ານ​ຈະ​ຕ້ອງ​ສູ້​ຮົບ​ໃນ​ສົງ​ຄາມ​ຄັ້ງ​ນີ້ ໂອ ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ ຈົ່ງ​ເຂົ້າ​ປະ​ຈຳ​ທີ່ ຢືນ​ຢູ່​ມິດໆ ແລະ​ເບິ່ງ​ຊັຍ​ຊະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ທ່ານ” ຢ່າ​ຢ້ານ​ເລີຍ ຢ່າ​ທໍ້​ຖອຍ ມື້​ອື່ນ​ຈົ່ງ​ອອກ​ໄປ​ສູ້​ກັບ​ເຂົາ ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ທ່ານ” 18 ແລ້ວ​ເຢໂຮ​ຊາຟັດ​ໂນ້ມ​ພຣະ​ສຽນ​ກົ້ມ​ພຣະ​ພັກ​ຂອງ​ພຣະ​ອົງ​ລົງ​ເຖິງ​ດິນ ແລະ​ຢູ​ດາ​ທັງປວງ​ກັບ​ຊາວເຢ​ຣູ​ຊາ​ເລັມ​ໄດ້​ກາບ​ລົງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ນະ​ມັສ​ການ​ພຣະ​ຜູ້​ເປັນ​ເຈົ້າ 19 ແລະ​ຄົນ​ເລ​ວີ ຈາກ​ເຊື້ອ​ສາຍ​ໂກ​ຮາດ ແລະ​ເຊື້ອ​ສາຍ​ໂກ​ຣາ ໄດ້​ຢືນ​ຂຶ້ນຖວາຍ​ສັຣ​ເສີນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ​ດ້ວຍ​ສຽງ​ອັນ​ດັງ 20 ເຂົາ​ທັງ​ຫລາຍ​ໄດ້​ລຸກ​ຂຶ້ນ​ແຕ່​ເດິກ ແລະ​ອອກ​ໄປ​ໃນ​ຖິ່ນ​ກັນ​ດານ​ເຖິງ​ເຕ​ໂກ​ອາ ເມື່ອ​ເຂົາ​ອອກ​ໄປເຢ​ໂຮ​ຊາ​ຟັດ​ປະ​ທັບ​ຢືນ​ແລະ​ກ່າວ​ວ່າ, “ຢູດາ​ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ ຈົ່ງ​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ແລະ​ທ່ານ​ຈະ​ຕັ້ງ​ຫມັ້ນ​ຄົງ​ຢູ່ ຈົ່ງ​ເຊື່ອ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ແລະ​ທ່ານ​ຈະ​ສຳ​ເຣັດ​ຜົນ” 21 ເມື່ອ​ພຣະ​ອົງ​ໄດ້​ປຶກ​ສາ​ກັບ​ປະ​ຊາ​ຊົນແລ້ວ ພຣະ​ອົງ​ໄດ້​ຊົງ​ແຕ່ງ​ຕັ້ງ​ບັນ​ດາ​ຜູ້​ທີ່​ຈະ​ຮ້ອງ​ເພງ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ແຕ່ງ​ກາຍດ້ວຍ​ເຄື່ອງ​ບໍ​ຣິ​ສຸດ​ສັຣ​ເສີນ​ພຣະ​ອົງ ຂ​ນະ​ເມື່ອ​ເຂົາ​ເດີນ​ອອກ​ໄປ​ຫນ້າ​ສັດ​ຕຣູ ແລະ​ວ່າ, “ຈົ່ງ​ຖວາຍ​ໂມ​ທະ​ນາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ” 22 ເມື່ອ​ເຂົາ​ທັງ​ຫລາຍ​ຕັ້ງ​ຕົ້ນ​ຮ້ອງ​ເພງ​ສັຣ​ເສີນ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ຈັດ​ກອງ​ຊສຸ່ມ​ຄອຍ​ຕໍ່​ສູ້​ຄົນ​ອັມ​ໂມນ ໂມ​ອາບ ແລະ​ຊາວ​​ເຂົາ​ເຊ​ອີ​ຣ໌ ຜູ້​ໄດ້​ເຂົ້າ​ມາ​ຕໍ່​ສູ້​ກັບ​ຢູ​ດາ ດັ່ງ​ນັ້ນ​ເຂົາ​ທັງ​ຫລາຍ​ຈຶ່ງ​ແຕກ​ຜ່າຍ​ແພ້​ໄປ 23 ເພາະ​ວ່າ​ຄົນ​ຂອງ​ອັມ​ໂມນ​ແລະ​ຂອງ​ໂມ​ອາບ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ກັບ​ຊາວ​ເຂົາ​ເຊ​ອີ​ຣ໌ ທຳ​ລາຍ​ເຂົາ​ເສັຽຢ່າງ​ສິ້ນ​ເຊີງ ແລະ​ເມື່ອ​ເຂົາ​ທັງ​ຫລາຍ​ທຳ​ລາຍ​ຊາວ​ເຊ​ອີ​ຮ໌​ຫມົດ​ແລ້ວ ເຂົາ​ທັງ​ສິ້ນ​ຊ່ອຍ​ກັນ​ທຳ​ລາຍ​ເຊິ່ງ​ກັນ​ແລະ​ກັນ 24 ເມື່ອ​ຢູ​ດາ​ຂຶ້ນ​ໄປ​ຢູ່​ທີ່​ເນີນ​ສູງ​ທີ່​ໃນ​ຖິ່ນ​ກັນ​ດານ ເຂົາ​ມອງ​ເບິ່ງ​ໄປ​ທີ່​ຄົນ​ຫມູ່​ໃຫຍ່​ນັ້ນ ແລະ​ເບິ່ງ​ແມ໋, ມີ​ແຕ່​ສົບ​ນອນ​ຢູ່​ເທິງ​ແຜ່ນ​ດິນ ບໍ່​ມີ​ຈັກ​ຄົນ​ດຽວ​ທີ່​ລອດ​ໄປ​ໄດ້ 25 ເມື່ອ​ເຢ​ໂຮ​ຊາ​ຟັດ​ແລະ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ມາ​ເກັບ​ຂອງ​ເສັຽ​ຈາກ​ເຂົາ​ທັງ​ຫລາຍ ເຂົາ​ພົບ​ສັດ​ເປັນ​ຈໍາ​ນວນ​ຫລາຍ ເຂົ້າ​ຂອງ​ເຄື່ອງ​ນຸ່ງ ແລະ​ຂອງ​ມີ​ຄ່າ​ຕ່າງໆ ຊຶ່ງ​ເຂົາ​ເກັບ​ມາ​ຫລາຍ​ສຳ​ລັບ​ຕົວ​ຈົນ​ຂົນ​ໄປ​ບໍ່​ໄຫວ ເຂົາ​ເກັບ​ຂອງ​ທີ່​ຍຶດ​ໄດ້​ເຫລົ່າ​ນັ້ນ​ສາມ​ວັນ ເພາະ​ຫລາຍ​ເຫລືອ​ລົ້ນ 26 ໃນ​ວັນ​ທີ່​ສີ່ເຂົາ​ທັງ​ຫລາຍ​ໄດ້​ຊຸ​ມ​ນຸມກັນ​ທີ່​ຮ່ອມ​ພູ​ເບ​ຣາ​ກາ ໃນ​ທີ່​ນັ້ນ​ເຂົາ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເພາະ​ພຣະ​ພອນ ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ທີ່​ນັ້ນ​ວ່າ ເບ​ຣາ​ກາ​ຈົນ​ເຖິງ​ທຸກວັນ​ນີ້ 27 ແລ້ວ​ເຂົາ​ທັງ​ຫລາຍ​ກັບ​ໄປ ຄົນ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ​ທຸກ​ຄົນ ແລະ​ເຢ​ໂຮ​ຊາ​ຟັດ​ຊົງ​ນຳ​ຫນ້າ ກັ​ບ​ໄປ​ຍັງ​ເຢ​ຣູ​ຊາ​ເລັມ​ດ້ວຍ​ຄວາມ​ຊື່ນ​ບານ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໃຫ້​ເຂົາ​ຊົມ​ຊື່ນ​ຍິນ​ດີ​ເຍີ້ຍ​ສັດ​ຕ​ຣູ​ຂອງ​ເຂົາ 28 ເຂົາ​ທັງ​ຫລາຍ​ມາ​ຍັງ​ເຢ​ຣູ​ຊາ​ເລັມ​ດ້ວຍ​ພິນ​ໃຫຍ່ ແລະ​ພິນ​ເຂົາ​ຄູ່​ແລະ​ແກ ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 29 ແລະ​ຄວາມ​ຢ້ານ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຢູ່​ເຫນືອ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ປະ​ເທດ​ທັງ​ປວງ ເມື່ອ​ເຂົາ​ໄດ້​ຍິນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕໍ່​ສູ້​ສັດ​ຕ​ຣູ​ຂອງ​ອິ​ສ​ຣາ​ເອນ 30 ດິນ​ແດນ​ຂອງ​ເຢ​ໂຮ​ຊາ​ຟັດ​ຈຶ່ງ​ສ​ງົບ​ງຽບ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ອົງ​ປະ​ທານ​ໃຫ້​ພຣະ​ອົງ​ມີ​ການ​ຢຸດ​ພັກ​ສ​ງົບ​ຢູ່​ຮອບ​ດ້ານ

ຣັຊ​ການ​ເຢ​ໂຮ​ຊາ​ຟັດ

31 ດັ່ງ​ນີ້​ແຫລະ, ເຢ​ໂຮ​ຊາ​ຟັດ​ຊົງ​ປົກ​ຄອງ​ຢູ່​ເຫນືອ​ຢູ​ດາ ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ​ມີ​ອາ​ຍຸສາມ​ສິບ​ຫ້າ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ຊາວ​ຫ້າ​ປີ ພຣະ​ຣາ​ຊ​ມານ​ດາ​ຂອງ​ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ ອາ​ຊູ​ບາ ບຸດ​ຕ​ຣີ​ຊິນ​ຮີ 32 ພຣະ​ອົງ​ຊົງ​ດຳ​ເນີນ​ຕາມ​ວິ​ທີ​ການ​ຂອງ​ອາ​ຊາ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງແລະ​ບໍ່​ໄດ້​ຊົງ​ຫັນ​ຫນີ​ໄປ​ຈາກ​ທາງ​ນັ້ນ ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 33 ຢ່າງ​ໃດ​ກໍ​ດີ​ສະ​ຖານ​ນະ​ມັສ​ການ​ທີ່​ສູງ​ຍັງ​ບໍ່​ໄດ້​ຖືກ​ກຳ​ຈັດ​ອອກ​ໄປ​ປະ​ຊາ​ຊົນ​ຍັງ​ບໍ່ໄດ້​ປັກ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ຕົນ 34 ສ່ວນ​ພຣະ​ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ເຢ​ໂຮ​ຊາ​ຟັດ ຕັ້ງ​ແຕ່​ຕົ້​ນ​ຈົນ​ເຖິງ​ທີ່​ສຸດ​ໄດ້​ມີ​ບັນ​ທຶກ​ໄວ້​ໃນ​ປະ​ຫວັດ​ສາດ​ຂອງ​ເຢ​ຮູ ບຸດ​ຮາ​ນາ​ນີ ຊຶ່ງ​ຮວມ​ເຂົ້າ​ໃນ​ຫນັງ​ສື​ກະ​ສັດ​ແຫ່ງ​ອິ​ສ​ຣາ​ເອນ 35 ຕໍ່​ມາ​ພາຍ​ຫລັງ ເຢ​ໂຮ​ຊາ​ຟັດ​ເຈົ້າ​ຊີ​ວິດ​ຂອງ​ຢູ​ດາ​ໄດ້​ຊົງ​ຮ່ວມ​ງານ​ກັບ​ອາ​ຮາ​ຊີຢາ​ເຈົ້າ​ຊີ​ວິດ​ຂອງ​ອິ​ສ​ຣາ​ເອນ​ຜູ້​ຊົງ​ກະ​ທຳ​ການ​ຢ່າງ​ຊົ່ວ​ຮ້າຍ​ຫລາຍ 36 ພຣະ​ອົງ​ຊົງ​ຮ່ວມ​ງານ​ໃນ​ເຣື່ອງ​ການ​ສ້າງ​ເຮືອ​ໄປ​ຍັງ​ເມືອງ​ຕາ​ຣ໌​ຊິດ ແລະ​ເຂົາ​ທັງ​ຫລາຍ​ສ້າງ​ເຮືອ​ໃນ​ເອ​ຊິ​ໂອນ​ເກ​ເບີ 37 ແລ້ວ​ເອ​ລີ​ເອ​ເຊີ ບຸດ​ໂດ​ດາ​ວາ​ຮູ​ແຫ່ງ​ເມືອງ​ມາ​ເຣ​ຊາ​ໄດ້​ປະ​ກາດພຣະ​ທັມ​ເຖິງ​ເຢ​ໂຮ​ຊາ​ຟັດວ່າ, “ເພາະ​ພຣະ​ອົງ​ຊົງ​ຮ່ວມ​ງານ​ກັບ​ອາ​ຮາ​ຊີ​ຢາ ພຣະ​ຜູ້​ເປັນ​ເຈົ້າຈະ​ຊົງ​ທຳ​ລາຍ​ສິ່ງ​ທີ່​ທ່ານ​ກະ​ທຳ” ແລະ​ເຮືອກໍ​ແຕກ​ບໍ່​ສາ​ມາດ​ໄປ​ເມືອງ​ຕາ​ຣ໌​ຊິ​ດ​ໄດ້

2 ຂ່າວຄາວ 21

ຣັຊ​ການ​ເຢ​ໂຮ​ຣາມ​ແຫ່ງ​ຢູ​ດາ

1 ເຢ​ໂຮ​ຊາ​ຟັດ​ກໍ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ພຣະ​ສົບ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໃນ​ນະ​ຄອນ​ດາ​ວິດ ແລະ​ເຢ​ໂຮ​ຣາມ​ໂອ​ຣົດ​ຂອງ​ພຣະ​ອົງ​ປົກ​ຄອງ​ແທນ​ພຣະ​ອົງ 2 ພຣະ​ອົງ​ຊົງ​ມີ​ນ້ອງ​ຊາຍ​ທັງ​ຫລາຍ ຜູ້​ເປັນ​ໂອ​ຣົດ​ຂອງ​ເຢ​ໂຮ​ຊາ​ຟັດ ຄື​ອາ​ຊາ​ຣິ​ຢາ ເຢ​ຮີ​ເອນ ເຊ​ຄາ​ຣິ​ຢາ ອາ​ຊາ​ຣິ​ຢາ ມີ​ຄາ​ເອນ ເຊ​ຟາ​ຕິ​ຢາ ເຫລົ່າ​ນີ້​ທັງ​ສິ້ນ​ເປັນ​ໂອ​ຣົດ​ຂອງ​ເຢ​ໂຮ​ຊາ​ຟັດ ພຣະ​ຣາ​ຊາ​ຂອງ​ອິ​ສຣາ​ເອນ 3 ພຣະ​ຣາ​ຊ​ບິ​ດາ​ຂອງ​ເຂົາ​ທັງ​ຫລາຍ​ປະ​ທານ ເງິ​ນ ທອງ​ຄຳ ແລະ​ຂອງ​ອັນ​ມີ​ຄ່າ​ມາກ​ມາຍ ພ້ອມ​ກັບ​ຫົວ​ເມືອງ​ທີ່​ມີ​ປ້ອມ​ໃນ​ຢູ​ດາ ແຕ່​ພຣະ​ອົງ​ປະ​ທານ​ຣາ​ຊ​ອາ​ນາ​ຈັກ​ແກ່​ເຢ​ໂຮ​ຣາມ ເພາະ​ວ່າ​ທ່ານ​ເປັນ​ໂອ​ຣົດ​ຫົວ​ປີ 4 ເມື່ອ​ເຢ​ໂຮ​ຣາມ​ໄດ້​ຂຶ້ນ​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ ແລະ​ໄດ້​ສະ​ຖາ​ປະ​ນາ​ໄວ້​ແລ້ວ ພຣະ​ອົງ​ຊົງ​ປະຫານ​ນ້ອງ​ຊາຍ​ຂອງ​ພຣະ​ອົງເສັຽ​ຫມົດ​ດ້ວຍ​ດາບ ທັງ​ເຈົ້າ​ນາຍ​ບາງ​ຄົນ​ຂອງ​ຢູ​ດາ​ດ້ວຍ 5 ເມື່ອ​ເຢ​ໂຮ​ຣາມ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ​ພຣະ​ອົງ​ມີ​ອາ​ຍຸ​ສາມ​ສິບ​ສອງ​ປີ ແລະ​ພຣະ​ອົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ແປດ​ປີ 6 ພຣະ​ອົງ​ຊົງ​ດຳ​ເນີນ​ຕາມ​ທາງ​ຂອງ​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ ຕາມ​ຢ່າງ​ທີ່​ຣາ​ຊວົງ​ອາ​ຮາບ​ກະ​ທຳ ເພາະ​ວ່າ​ທິ​ດາ​ຂອງ​ອາ​ຮາບ​ເປັນ​ມະ​ເຫ​ສີ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ 7 ຢ່າງ​ໃດ​ກໍ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​ທຳ​ລາຍ​ຣາ​ຊວົງ​ຂອງ​ດາ​ວິດ ເພາະ​ເຫດ​ຄຳ​ຫມັ້ນ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໄວ້​ກັບ​ດາ​ວິດ​ແລະ​ເຫດ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ວ່າ​ຈະ​ປະ​ທານ​​ແກ່ດາ​ວິດ ແລະ​ແກ່ເຊື້ອ​ສາຍ​ຂອງ​ພຣະ​ອົງ​ເປັນ​ນິດ 8 ໃນ​ຣັຊ​ການ​ຂອງ​ພຣະ​ອົງ​ເອ​ໂດມ​ໄດ້​ກະ​ບົດ​ອອກ​​ຈາກ​ການ​ປົກ​ຄອງຂອງ​ຢູ​ດາ ແລະ​ຕັ້ງ​ກະ​ສັດ​ຂຶ້ນ​ເຫນືອ​ຕົນ 9 ແລ້ວ​ເຢ​ໂຮ​ຣາມ​ກໍ​ສະ​ເດັດ​ອອກ​ໄປ​ພ້ອມ​ກັບ​ບັນ​ດາ​ຜູ້​ບັງ​ຄັບ​ບັນ​ຊາ​ແລະ​ຣົດ​ຮົບ​ທັງ​ສິ້ນ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ໃນ​ກາງ​ຄືນ​ໂຈມ​ຕີ​ຄົນ​ເອ​ໂດມ​ຊຶ່ງ​ມາ​ລ້ອມ​ພຣະ​ອົງ​ແລະ​ຜູ້​ບັງ​ຄັບ​ບັນ​ຊາ​ກັບ​ຣົດ​ຮົບ​ຂອງ​ພຣະ​ອົງ​ຢູ່​ນັ້ນ 10 ເອ​ໂດມ​ຈຶ່ງ​ໄດ້​ກະ​ບົດ ໄດ້​ແຍກ​ເປັນອາ​ນາ​ຈັກ​ເອກ​ຣາ​ຊຈາກ​ການ​ປົກ​ຄອງ​ຂອງ​ຢູ​ດາ​ຈົນ​ເຖິງ​ທຸກວັນ​ນີ້ ຄັ້ງ​ນັ້ນ​ລິບ​ນາ​ກໍ​ໄດ້​ກະ​ບົດ ອອກ​ຈາກ​ການ​ປົກ​ຄອງ​ຂອງ​ພຣະ​ອົງ​ດ້ວຍ ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ

ຈົດ​ຫມາຍ​ຂອງ​ເອ​ລີ​ຢາ

11 ນອກ​ຈາກ​ນີ້​ພຣະ​ອົງ​ຊົງ​ສ້າງ​ສະ​ຖານນະ​ມັສ​ການ​ທີ່​ສູງ​ໃນ​ຖິ່ນພູ​ດອຍ​ຂອງ​ຢູ​ດາ ແລະ​ຊົງ​ນຳ​ຊາວ​ເຢ​ຣູ​ຊາ​ເລັມ​ໄປ​ໃນ​ຄວາມ​ບໍ່​ສັດ​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊົງ​ກະ​ທຳ​ໃຫ້​ຢູ​ດາ​ຫລົງ​ຫນີ​ໄປ 12 ແລະ​ຈົດ​ຫມາຍ​ສະ​ບັບ​ນຶ່ງ​ມາ​ເຖິງ​ພຣະ​ອົງ​ຈາກ​ເອ​ລີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ກ່າວ​ດັ່ງ​ນີ້​ວ່າ, “ເພາະ​ເຈົ້າ​ບໍ່​ໄດ້​ດຳ​ເນີນ​ໃນ​ບັນ​ດາ​ທາງ​ຂອງ​ເຢ​ໂຮ​ຊາ​ຟັດ​ບິ​ດາ​ຂອງ​ເຈົ້າ ຫລື​ໃນ​ບັນ​ດາ​ທາງ​ຂອງ​ອາ​ຊາ​ເຈົ້າ​ຊີ​ວິດ​ຂອງ​ຢູ​ດາ 13 ແຕ່​ໄດ້​ເດີນ​ໃນ​ທາງ​ຂອງ​ບັນ​ດາເຈົ້າ​ຊີ​ວິດ​ແຫ່ງ​ອິ​ສ​ຣາ​ເອນ​ແລະ​ໄດ້​ນຳ​ຢູ​ດາ​ກັບ​ຊາວ​ເຢ​ຣູ​ຊາ​ເລັມ​ໃນ​ຄວາມ​ບໍ່​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ກັບ​ຣາ​ຊວົງ​ອາ​ຮາບ​ໄດ້​ນຳ​ອິ​ສ​ຣາ​ເອນ​ໃນ​ຄວາມ​ບໍ່​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ເຈົ້າ​ໄດ້​ຂ້າ​ນ້ອງ​ຊາຍ​ຂອງ​ເຈົ້າ​ເສັຽດ້ວຍ ຜູ້​ເປັນ​ເຊື້ອ​ວົງ​ບິ​ດາ​ຂອງ​ເຈົ້າ ແລ​ເຂົາ​ດີກວ່າ​ເຈົ້າ 14 ເບິ່ງ​ແມ໋, ພຣະ​ເຈົ້າ​ຈະ​ຊົງ​ນຳ​ໄພ​ວິບັດ​ອັນ​ຍິ່ງ​ໃຫຍ່​ມາ​ເຫນືອ​ຊົນ​ຊາດ​ຂອງ​ເຈົ້າ ລູກ​ຫລານ​ຂອງ​ເຈົ້າ ເມັຽ​ຂອງ​ເຈົ້າ ແລະ​ເຄື່ອງ​ຂອງ​ທັງ​ສິ້ນ​ຂອງ​ເຈົ້າ 15 ແລະ​ຕົວ​ເຈົ້າ​ເອງ​ຈະ​ມີ​ຄວາມ​ເຈັບ​ປ່ວຍ​ສາ​ຫັດ​ດ້ວຍ​ໂຣກ​ລຳ​ໄສ້​ຂອງ​ເຈົ້າ ຈົນ​ກວ່າ​ລຳ​ໄສ້ຂອງ​ເຈົ້າ​ຈະ​ອອກ​ມາ​ເພາະ​ເຫດ​ໂຣກ​ນັ້ນ​ຊຶ່ງ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ” 16 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລົ້າ​ໃຫ້​ຄວາມ​ໂກດ​ຂອງ​ຄົນ​ຟີ​ລິ​ສ​ຕິນ​ແລະ​ຂອງ​ຄົນ​ອາ​ຣັບຜູ້​ຢູ່ໃກ້ ກັບ​ຄົນ​ເອ​ທິ​ໂອ​ເປັຽມີ​ຕໍ່​ເຢ​ໂຮ​ຣາມ 17 ເຂົາ​ທັງ​ຫລາຍ​ຍົກ​ມາ​ຕໍ່​ສູ້​ກັບ​ຢູ​ດາ ແລະ​ບຸກ​ຣຸກ​ເຂົ້າ​ໄປ​ໃນ​ນັ້ນ ແລະ​ຂົນ​ເຄື່ອງ​ຂອງ​ທັງ​ສິ້ນ​ຊຶ່ງມີ​ໃນ​ຣາ​ຊ​ສຳ​ນັກ​ທັງ​ບັນ​ດາ​ໂອ​ຣົດ​ແລະ​ມະ​ເຫ​ສີ​ຂອງ​ພຣະ​ອົງ​ຈຶ່ງ​ບໍ່​ມີ​ໂອ​ຣົດ​ເຫລືອ​ໄວ້​ໃຫ້​ແກ່​ພຣະ​ອົງ ນອກ​ຈາກ​ເຢ​ໂຮ​ອາ​ຮັ​ສ​ອົງ​ສຸດ​ທ້ອງ​ຂອງ​ພຣະ​ອົງ

ພ​ຍາ​ດ​ແລະມໍ​ຣະ​ນະ​ກັມ​ຂອງ​ເຢ​ໂຮ​ຣາມ

18 ພາຍ​ຫລັງ​ເຣື່ອງ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ລຳ​ໄສ້​ຂອງ​ເຢ​ໂຮ​ຣາມ​ເປັນ​ໂຣກ​ຊຶ່ງ​ຮັກ​ສາ​ບໍ່​ໄດ້ 19 ຕໍ່​ມາ​ເປັນ​ເວ​ລາ​ສິ້ນ​ສອງ​ປີ​ລຳ​ໄສ້​ຂອງ​ພຣະ​ອົງ​ກໍ​ອອກ​ມາ​ເພາະ​ໂຣກ​ນັ້ນ ແລະ​ພຣະ​ອົງ​ກໍ​ສິ້ນ​ພຣະ​ຊົນ​ດ້ວຍ​ຄວາມ​ທຸ​ຣົນ​ທຸ​ຣາຍ​ຢ່າງຍິ່ງ ປະ​ຊາ​ຊົນ​ຂອງ​ ພຣະ​ອົງ​ບໍ່​ໄດ້​ກໍ່​ໄຟ​ຖວາຍ​ພຣະ​ກຽດ​ແກ່​ພຣະ​ອົງ ຢ່າງ​ກັບ​ກໍ່​ໄຟ​ໃຫ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ 20 ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ ພຣະ​ອົງ​ມີ​ອາ​ຍຸ​ສາມ​ສິບ​ສອງ​ປີ ແລະ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ແປດ​ປີ ແລະ​ພຣະ​ອົງ​ໄດ້​ຈາກ​ໄປ​ໂດຍ​ບໍ່​ມີ​ໃຜ​ອາ​ລັຍ ເຂົາ​ກໍ​ຝັງ​ພຣະ​ສົບ​ໄວ້​ໃນ​ນະ​ຄອນ​ດາ​ວິດ ແຕ່​ບໍ່​ແມ່ນ​ໃນ​ອຸບ​ໂມງ​ຂອງ​ບັນ​ດາ​ພຣະ​ຣາ​ຊາ

2 ຂ່າວຄາວ 22

ຣັຊການ​ອາ​ຮາ​ຊີຢາ​ແຫ່ງ​ຢູ​ດາ

1 ຊາວ​ເຢ​ຣູ​ຊາ​ເລັມ​ໄດ້​ໃຫ້​ອາ​ຮາ​ຊີຢາ​ໂອ​ຣົດ​ອົງ​ສຸດ​ທ້ອງ​ຂອງ​ພຣະ​ອົງ​ເປັນ​ພຣະ​ຣາ​ຊາ​ແທນ​ພຣະ​ອົງ ເພາະ​ຄົນ​ຫມູ່ນັ້ນ​ມາ​ເຖິງ​ຄ້າຍ​ກັບ​ຄົນ​ອາ​ຣັບ ໄດ້​ຂ້າໂອ​ຣົດ​ຜູ້​ອ້າຍ​ເສັຽ​ທັງ​ຫມົດ ດັ່ງ​ນັ້ນ​ອາ​ຮາຊີ​ຢາ ໂອ​ຣົດ​ຂອງ​ເຢ​ໂຮ​ຣາມ​ພຣະ​ຣາ​ຊາ​ຂອງ​ຢູ​ດາ​ຈຶ່ງ​ປົ​ກ​ຄອງ​ 2 ເມື່ອ​ອາ​ຮາ​ຊີ​ຢາ​ເລີ້ມ​ປົກ​ຄອງ​ນັ້ນ ພຣະ​ອົງ​ມີ​ອາຍຸ​ສີ່​ສິບ​ສອງ​ປີ ແລະ​ພຣະ​ອົງ​ຊົງ​ປົ​ກ​ຄອງໃນເຢ​ຣູ​ຊາ​ເລັມ​ນຶ່ງ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ຊົງ​ພຣະ​ນາມວ່າ ອາ​ທາ​ລິ​ຢາ ຫລານ​ສາວ​ຂອງ​ອົມ​ຣີ 3 ພຣະ​ອົງ​ຊົງ​ດຳ​ເນີນ​ໃນ​ທາງ​ຂອງ​ຣາ​ຊວົງ​ອາ​ຮາບ​ດ້ວຍ ເພາະ​ວ່າ​ພຣະ​ມານ​ດາ​ຂອງ​ພຣະ​ອົງ​ເປັນ​ທີ່​ປຶກ​ສາ​ໃນ​ການ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພຣະ​ອົງ 4 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຣາ​ຊວົງ​ຂອງ​ອາ​ຮາບ​ໄດ້​ກະ​ທຳ ເພາະ​ວ່າ​ຫລັງ​ຈາກພຣະ​ບິ​ດາ​ຂອງ​ພຣະ​ອົງ​ສິ້ນ​ພຣະ​ຊົນ​ແລ້ວ ເຂົາ​ທັງ​ຫລາຍ​ເປັນ​ທີ່​ປຶກ​ສາ​ຂອງ​ພຣະ​ອົງ ນຳ​ໄປ​ສູ່​ຄວາມ​ຈິບຫາຍຂອງ​ພຣະ​ອົງ 5 ພຣະ​ອົງ​ຊົງ​ກະ​ທຳ​ຕາມ​ຄຳ​ປຶກ​ສາ​ຂອງ​ເຂົາ​ທັງ​ຫລາຍ ແລະ​ສະ​ເດັດ​ໄປ​ກັບ​ເຢ​ໂຮ​ຣາມ​ໂອ​ຣົດ​ຂອງ​ອາ​ຮາບ ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ ເພື່ອ​ທຳ​ສົງ​ຄາມ​ກັບ​ຮາ​ຊາ​ເອນ​ພຣະ​ຣາ​ຊາ​ຂອງ​ຊີ​ເຣັຽ ທີ່​ເມືອງ​ອາ​ໂມ​ທ​ກິ​ເລ​ອາດ ແລະ​ຄົນ​ຊີ​ເຣັຽ​ໄດ້​ກະ​ທຳ​ໃຫ້​ເຢ​ໂຮ​ຣາມ​ບາດ​ເຈັບ 6 ແລະ​ພຣະ​ອົງ​ຊົງ​ກັບ​ມາ​ທີ່​ເຢ​ສ​ເຣ​ເອນ ເພາະ​ວ່າ​ພຣະ​ອົງ​ຊົງ​ປະ​ຊວນ 7 ແຕ່​ພຣະ​ເຈົ້າ​ຊົງ​ກຳ​ນົດ​ໄວ້​ເສັຽ​ແລ້ວ​ວ່າ ຄວາມ​ລົ້ມ​ຈົມ​ຂອງ​ອາ​ຮາ​ຊີ​ຢາ​ຈະ​ມາ​ໂດຍ​ທີ່​ພຣະ​ອົງ​ສະ​ເດັດ​ລົງ​ໄປ​ຢ້ຽມ​ເຢ​ໂຮ​ຣາມ ເພາະ​ເມື່ອ​ພຣະ​ອົງ​ສະ​ເດັດ​ໄປ​ທີ່​ນັ້ນ ພຣະ​ອົງ​ສະ​ເດັດ​ອອກ​ໄປ​ກັບ​ເຢ​ໂຮ​ຣາມ​ເພື່ອ​ຈະ​ປະ​ທະ​ກັບ​ເຢ​ຮູ​ບຸດ​ນິມ​ຊີ ຜູ້ຊຶ່ງ​ພຣະ​ເຈົ້າ​ໄດ້ຊົງ​ເຈີມ​ຕັ້ງ​ໃຫ້​ທຳ​ລາຍ​ຣາ​ຊວົງ​ຂອງ​ອາ​ຮາບ​ 8 ເມື່ອ​ເຢ​ຮູ​ກຳ​ລັງ​ສຳ​ເຣັດ​ໂທດ​ຣາ​ຊວົງ​ຂອງ​ອາ​ຮາບ ທ່ານ​ໄດ້​ພົບ​ເຈົ້າ​ນາຍຂອງ​ຢູ​ດາ ແລະ​ບັນ​ດາ​ໂອ​ຣົດ ຫລາຍ​ຊາຍ​ຂອງ​ອາ​ຮາ​ຊີ​ຢາ ຜູ້​ມາ​ບົວ​ລະ​ບັດ​ອາ​ຮາ​ຊີຢາ ແລະ​ທ່ານ​ກໍ​ໄດ້​ປະ​ຫານ​ເຂົາ​ທັງ​ຫລາຍ​ເສັຽ 9 ທ່ານ​ໄດ້​ຄົ້ນ​ຫາ​ອາ​ຮາ​ຊີຢາ ແລະ​ພຣະ​ອົງ​ກໍ​ຖືກ​ຈັບ​ເມື່​ອລີ້​ພຣະ​ອົງ​ຢູ່​ໃນ​ຊາ​ມາ​ເຣັຽ ແລະ​ເຂົາ​ພາ​ພຣະ​ອົງ​ມາ​ຫາ​ເຢ​ຮູ ແລະ​ປະ​ຫານ​ຊີ​ວິດ​ພຣະ​ອົງ​ເສັຽ ເຂົາ​ທັ​ງ​ຫລາຍ​ກໍ​ຝັງ​ພຣະ​ສົບ​ໄວ້ ເພາະ​ເຂົາ​ທັງ​ຫລາຍ​ກ່າວ​ວ່າ, “ພຣະ​ອົງ​ຊົງ​ເປັນ​ຫລານ​ຊາຍ​ຂອງ​ເຢ​ໂຮ​ຊາ​ຟັດ​ຜູ້​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສິ້ນ​ສຸດ​ພຣະ​ທັຍ​ຂອງ​ພຣະ​ອົງ” ແລະ​ຣາ​ຊວົງ​ຂອງ​ອາ​ຮາ​ຊີ​ຢາ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ​ໄດ້ ພຣະ​ນາງ​ອາ​ທາ​ລິ​ຢາ​ແຍ່ງ​ຣາ​ຊ​ບັນ​ລັງ 10 ເມື່ອ​ອາ​ທາ​ລິ​ຢາ​ເຫັນ​ວ່າ​ໂອ​ຣົດ​ຂອງ​ພຣະ​ນາງ​ສິ້ນ​ພຣະ​ຊົນ​ແລ້ວ ພຣະ​ນາງ​ກໍ​ລຸກ​ຂຶ້ນ​ທຳ​ລາຍ​ຣາ​ຊວົງ​ແຫ່ງ​ຢູ​ດາ​ເສັຽ​ສິ້ນ 11 ແຕ່​ພຣະ​ນາງ​ເຢ​ໂຮຊາ​ເບ​ອາທ ທິ​ດາ​ຂອງ​ພຣະ​ຣາ​ຊາ​ໄດ້​ນຳ​ໂຢ​ອັ​ສ​ໂອຣົດ​ຂອງ​ອາ​ຮາ​ຊີ​ຢາ ລັກ​ພາ​ໄປ​ເສັຽ​ຈາກ​ຖ້າມ​ກາງ​ບັນ​ດາ​ໂອ​ຣົດ​ຂອງ​ພຣະ​ຣາ​ຊາ​ຜູ້​ຊຶ່ງ​ຈະ​ຕ້ອງ​ຖືກ​ປະ​ຫານ ແລະ​ພຣະ​ນາງ​ກໍ​ເຊື່ອງ​ພຣະ​ອົງແລະ​ພີ່​ລ້ຽງ​ໄວ້​ໃນ​ຫ້ອງ​ມ້ຽ​ນ​ບ່ອນນອນ” ດັ່ງ​ນັ້ນ​ແຫລະ​ເຢ​ໂຮ​ຊາ​ເບ​ອາ​ທ​ທິ​ດາ​ຂອງ​ກະ​ສັດ​ເຢ​ໂຮ​ຣາມ ແລະ​ເມັຽ​ຂອງ​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດ (ເພາະ​ວ່າ​ພຣະ​ນາງ​ເປັນ​ຫລານ​ສາວ​ຂອງ​ອາ​ຮາ​ຊີ​ຢາ) ໄດ້​ເຊື່ອງ​ພຣະ​ອົງໃຫ້​ພົ້ນຈາກ​ພຣະ​ນາງ​ອາ​ທາ​ລິ​ຢາ ເພື່ອ​ບໍ່​ໃຫ້​ພຣະ​ນາງ​ປະ​ຫານ​ພຣະ​ອົງ​ໄດ້ 12 ແລະ​ພຣະ​ອົງໄດ້​ຢູ່​ກັບ​ເຂົາ​ໃນ​ພຣະ​ວິ​ຫານ​ຂອງພຣະ​ເຈົ້າ​ລີ້​ຊ່ອນ​ຕົວ​ຢູ່​ຫົກ​ປີ ຝ່າຍ​ພຣະ​ນາງ​ອາ​ທາ​ລິ​ຢາ​ກໍ​ໄດ້​ຂຶ້ນ​ປົກ​ຄອງ​ແຜ່ນ​ດິນ

2 ຂ່າວຄາວ 23

ເຢ​ຣົວ​ອາ​ດາ​ຫົດ​ສົງ​ຕັ້ງ​ໂຢ​ອັ​ສ

1 ແຕ່​ໃນ​ປີ​ທີ່​ເຈັດ​ເຢ​ຮົວ​ອາ​ດາ​ໄດ້​ກ້າ​ແຂງ​ຂຶ້ນ ແລະ​ໃຫ້​ພວກ​ນາຍ​ຮ້ອຍ​ກະ​ທຳ​ສັຕ​ສາ​ບານ​ຕໍ່​ທ່ານ ມີ​ ອາ​ຊາ​ຣິ​ຢາບຸດ​ເຢ​ໂຣ​ຮາມ ອິ​ຊ​ມາ​ເອນ​ບຸດ​ເຢ​ໂຮ​ຮາ​ນານ ອາ​ຊາ​ຣິ​ຢາບຸດ​ໂອ​ເບດ ມາ​ອາ​ເຊ​ຢາ​ບຸດ​ອາ​ດັຍ​ຢາ ແລະ​ເອ​ລີ​ຊາ​ຟັ​ດ​ບຸດ​ຊິກ​ຣີ 2 ເຂົາ​ທັງ​ຫລາຍທ່ຽວ​ໄປ​ທົ່ວ​ຢູ​ດາ​ແລະ​ຮວບ​ຮວມ​ຄົນ​ເລ​ວີ​ມາ​ຈາກ​ທຸກ​ຫົວ​ເມືອງ​ຂອງ​ຢູ​ດາ ທັງ​ບັນ​ດາ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຂອງ​ອິ​ສ​ຣາ​ເອນ ແລະ​ເຂົາ​ທັງ​ຫລາຍ​ມາ​ຍັງ​ເຢ​ຣູ​ຊາ​ເລັມ 3 ບັນ​ດາ​ຊຸມ​ນຸມ​ຊົນ​ທັງ​ສິ້​ນ​ກໍ​ທຳ​ຄຳ​ສັນ​ຍາ​ກັບ​ພຣະ​ຣາ​ຊາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ເຢ​ຮົວ​ອາ​ດາ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ, “ເບິ່ງ​ແມ໋, ໂອ​ຣົດ​ຂອງ​ພຣະ​ຣາ​ຊາ​ຈະ​ປົກ​ຄອງ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກ່ຽວ​ກັບ​ບັນ​ດາ​ໂອ​ຣົດ​ຂອງ​ດາ​ວິດ 4 ທ່ານ​ທັງ​ຫລາຍ​ຈົ່ງ​ກະ​ທຳ​ຢ່າງ​ນີ້ ຄື​ທ່ານ​ຜູ້​ເປັນ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ ຜູ້​ອອກ​ເວນ​ໃນ​ວັນ​ສະ​ບາ​ໂຕ ນຶ່ງ​ໃນ​ສາມ​ໃຫ້​ເປັນ​ຄົນ​ເຝົ້າ​ປະ​ຕູ 5 ແລະ​ນຶ່ງ​ໃນ​ສາມ​ໃຫ້​ຢູ່​ທີ່​ພຣະ​ຣາ​ຊ​ສຳ​ນັກ​ ແລະ​ນຶ່ງ​ໃນ​ສາມ​ໃຫ້​ຢູ່​ທີ່​ປະ​ຕູ​ໂຂງ ແລະ​ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ຢູ່​ໃນ​ລານ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 6 ແຕ່​ຢ່າ​ໃຫ້​ຈັກ​ຄົນ​ນຶ່ງ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ນອກ​ຈາກ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ທີ່​ບົວ​ລະ​ບັດ​ຢູ່ ເຂົາ​ທັງ​ຫລາຍ​ເຂົ້າ​ໄປ​ໄດ້ ເພາະ​ເຂົາ​ທັງ​ຫລາຍ​ບໍ​ຣິ​ສຸດ ແຕ່​ປະ​ຊາ​ຊົນ​ທັງ​ປວງຈະ​ຕ້ອງຮັກ​ສາ​ການ​ບັງ​ຄັບ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນເຈົ້າ 7 ໃຫ້​ຄົນ​ເລ​ວີ​ລ້ອມ​ພຣະ​ຣາ​ຊາ​ໄວ້ ແຕ່​ລະ​ຄົນ​ໃຫ້​ຖື​ອາ​ວຸດ ແລະ​ຜູ້​ໃດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຈະ​ຕ້ອງ​ຖືກ​ປະ​ຫານ ຈົ່ງ​ຢູ່​ກັບ​ພຣະ​ຣາ​ຊາ​ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ມາ​ແລະ​ເມື່ອພຣະ​ອົງ​ສະ​ເດັດ​ອອ​ກ​ໄປ” 8 ຄົນ​ເລ​ວີ​ແລະ​ຄົນ​ຢູ​ດາ​ທັງ​ປວງ​ໄດ້​ກະ​ທຳ​ທຸກ​ສິ່ງ​ທີ່​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດ​ໄດ້​ບັນ​ຊາ​ໄວ້ ເຂົາ​ທັງ​ຫລາຍ​ຕ່າງ​ກໍ​ນຳ​ຄົນ​ຂອງ​ເຂົາ​ມາ ຄື​ທັງ​ຄົນ​ທີ່​ອອກ​ເວນ​ໃນ​ວັນ​ສະ​ບາ​ໂຕ ແລະ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ທີ່​ຈະ​ເຂົ້າ​ເວນ​ໃນ​ວັນ​ສະ​ບາ​ໂຕ ເພາະ​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດບໍ່​ໄດ້​ປ່ອຍກ​ອງ​ເວນ 9 ແລະ​ເຢ​ຮົວ​ອາ​ດາ​ໄດ້ມອບ​ຫອກ​ກັບ​ໂລ່​ໃຫຍ່​ໂລ່​ນ້ອຍ​ຊຶ່ງ​ເປັນ​ຂອງ​ກະ​ສັດ​ດາ​ວິດ​ນັ້ນ​ຊຶ່ງ​ຢູ່​ໃນ​ພຣະວິ​ຫານ​ຂອງ​ພຣະ​ເຈົ້າ​ໃຫ້​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ຮ້ອຍ 10 ທ່ານ​ໄດ້​ຕັ້ງ​ປະ​ຊາ​ຊົນທັງ​ສິ້ນ​ໃຫ້​ເປັນ​ຜູ້​ເຝົ້າ​ພຣະ​ຣາ​ຊາ ທຸກ​ຄົນ​ຖື​ອາ​ວຸດ​ຕັ້ງ​ແຕ່​ດ້ານ​ຂວາ​ຂອງ​ພຣະ​ວິ​ຫານ​ເຖິງ​ດ້ານ​ຊ້າຍ​ຂອງ​ພຣະ​ວິ​ຫານ ຮອບ​ແທ່ນ​ບູ​ຊາ​ແລະ​ພຣະ​ວິ​ຫານ 11 ແລ້ວ​ເຂົາ​ນຳ​ໂອ​ຣົດ​ຂອງ​ພຣະ​ຣາ​ຊາ​ອອກ​ມາ ແລະ​ສວມ​ມົງ​ກຸດ​ໃຫ້​ທ່ານມອບ​ພຣະ​ໂອ​ວາດ​ໃຫ້​ແກ່​ທ່ານ ແລະ​ເຂົາ​ທັງ​ຫລາຍຕັ້ງ​ທ່ານ​ໄວ້​ເປັນ​ກະ​ສັດ ເຢ​ຣົວ​ອາ​ດາ​ກັບ​ບຸດ​ຂອງ​ທ່ານ​ກໍ​ຫົດ​ສົງ​ພຣະ​ອົງ ແລະ​ເຂົາ​ທັງ​ຫລາຍ​ຮ້ອງວ່າ, “ຂໍ​ພຣະ​ຣາ​ຊາ​ຊົງ​ພຣະ​ຈະ​ເຣີນ”

ອາ​ທາ​ລິ​ຢາ​ຖືກ​ປະ​ຫານ​ຊີ​ວິດ

12 ເມື່ອ​ອາ​ທາ​ລິ​ຢາ​ໄດ້​ຍິນ​ສຽງ​ປະ​ຊາ​ຊົນ​ແລ່ນ​ ແລະ​ສັຣ​ເສີນ​ພຣະ​ຣາ​ຊາ ພຣະ​ນາງ​ກໍ​ສະ​ເດັດ​ເຂົ້າ​ໄປ​ຫາ​ປະ​ຊາ​ຊົນ​ໃນ​ພຣະ​ວິ​ຫານ​ພຣະ​ເຈົ້າ 13 ເມື່ອ​ພຣະ​ນາງ​ທອດ​ພຣະ​ເນດ ກໍ​ມີ​ພຣະ​ຣາ​ຊາ​ປະ​ທັບ​ຢືນ​ຢູ່​ທີ່​ເສົາ​ຫານ​ຂອງ​ພຣະ​ອົງ​ບ່ອນ​ທາງ​ເຂົ້າ​ບັນ​ດາ​ຜູ້​ບັງ​ຄັບ​ກອງ​ແລະ​ພົນ​ແກ​ກໍ​ຢູ່​ຂ້າງ​ພຣະ​ຣາ​ຊາ ແລະ​ຣາ​ສດອນ​ທັງ​ປວງ​ກໍ​ຊົມ​ຊື່ນ​ຍິນ​ດີ​ແລະ​ເປົ່າ​ແກ ບັນ​ດາ​ນັກ​ຮ້ອງ​ພ້ອມ​ກັບ​ເຄື່ອງ​ດົນ​ຕ​ຣີ​ຂອງ​ເຂົາ​ກໍ​ນຳ​ການ​ສັຣ​ເສີນ ພຣະ​ນາງ​ອາ​ທາ​ລິ​ຢາ​ກໍ​ຈີກ​ສ​ລອງ​ພຣະ​ອົງ​ຂອງ​ພຣະ​ນາງ ຊົງ​ຮ້ອງວ່າ, “ກະ​ບົດ ກະ​ບົດ” 14 ແລ້ວ​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດ​ຈຶ່ງ​ນຳ​ບັນ​ດາ​ນາຍ​ຮ້ອຍ​ຜູ້​ບັນ​ຊາ​ການກອງ​ທັບ​ອອກ​ມາ ສັ່ງ​ເຂົາ​ວ່າ, “ຈົ່ງ​ຄຸມ​ພຣະ​ນາງ​ອອກ​ມາ​ລະ​ຫວ່າງ​ແຖວ​ທະ​ຫານ ຜູ້​ໃດ​ທີ່​ຕາມ​ພຣະ​ນາງ​ໄປ​ກໍ​ໃຫ້​ປະ​ຫານ​ຊີ​ວິດ​ເສັຽດ້ວຍ​ດາບ” ເພາະ​ປະ​ໂຣ​ຫິດ​ກ່າວ​ວ່າ, “ຢ່າ​ປະ​ຫານ​ພຣະ​ນາງ​ໃນ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ” 15 ເຂົາ​ຈຶ່ງ​ຈັບ​ພຣະ​ນາງ ແລ້ວ​ພຣະ​ນາງ​ກໍ​ສະ​ເດັດ​ໄປ​ທີ່​ທາງ​ເຂົ້າ​ປະ​ຕູ​ມ້າ​ໃນ​ພຣະ​ຣາ​ຊວັງ ແລະ​ເຂົາ​ທັງ​ຫລາຍ​ກໍ​ປະ​ຫານ​ພຣະ​ນາງ​ເສັຽ​ທີ່​ນັ້ນ 16 ເຢ​ຮົວ​ອາ​ດາ​ໄດ້​ກະ​ທຳ​ຄຳ​ສັນ​ຍາ​ລະ​ຫວ່າງ​ທ່ານ​ເອງ​ກັບ​ປະ​ຊາ​ຊົນ​ທັງ​ປວງ​ແລະ​ພຣະ​ຣາ​ຊາ​ວ່າ ເຂົາ​ທັງ​ຫລາຍ​ຈະ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ 17 ແລ້ວ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ໄປ​ທີ່​ວິ​ຫານ​ຂອງ​ພຣະ​ບາ​ອານ ແລະ​ພັງ​ລົງ​ເສັຽ ແລະ​ເຂົາ​ທຸບ​ແທ່ນ​ບູ​ຊາ​ແລະ​ຮູບ​ເຄົາ​ຣົບ​ຂອງ​ພຣະ​ບາ​ອານ​ນັ້ນ​ໃຫ້​ເປັນ​ຊິ້ນໆ ​ແລະ​ເຂົາ​ປະ​ຫາ​ນມັດຕານ​ປະ​ໂຣ​ຫິດ​ເສັຽ​ທີ່​ຫນ້າ​ແທ່ນ​ບູ​ຊາ 18 ເຢ​ຮົວ​ອາ​ດາ​ວາງ​ຍາມ​ໄວ້​ດູ​ແລພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ປະ​ໂຣ​ຫິດ​ແຫ່ງ​ຄົນ​ເລ​ວີ ຜູ້​ຊຶ່ງ​ດາ​ວິ​ດ​ຊົງ​ຈັດ​ຕັ້ງ​ໃຫ້​ດູ​ແລ​ພຣະ​ວິ​ຫານ​ຂອງ​ພຣະຜູ້​ເປັນ​ເຈົ້າ ໃຫ້​ຖວາຍ​ເຄື່ອງເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ທີ່​ບັນ​ທຶກ​ໄວ້​ໃນ​ທັມ​ບັນ​ຍັດ​ຂອງ​ໂມ​ເຊ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ແລະ​ການ​ຮ້ອງ​ເພງ ຕາມ​ພຣະ​ຣາ​ຊ​ດຳ​ຣັດ​ສັ່ງ​ຂອງ​ດາ​ວິດ 19 ທ່ານ​ໄດ້​ຕັ້ງ​ຜູ້​ເຝົ້າ​ປະ​ຕູ​ໄວ້​ທີ່​ປະ​ຕູ​ຮົ້ວ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ບໍ່​ໃຫ້​ຜູ້​ມີ​ມົນ​ທິນ​ດ້ວຍ​ປະ​ການ​ນຶ່ງ​ປະ​ການ​ໃດ​ເຂົ້າ​ໄປ 20 ທ່ານ​ໄດ້​ນຳ​ຜູ້​ບັງ​ຄັບ​ກອງ​ຮ້ອຍ ຂຸນ​ນາງ​ຜູ້​ປົກ​ຄອງ​ປະ​ຊາ​ຊົນ ແລະ​ບັນ​ດາ​ຣາ​ສດອນ ແລະ​ທ່ານ​ໄດ້​ເຊີນ​ພຣະ​ຣາ​ຊາ​ລົງ​ມາ​ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ທາງ​ປະ​ຕູ​ເທິງ​ໄປ​ສູ່​ພຣະ​ຣາ​ຊ​ສຳ​ນັກ ແລະ​ເຂົາ​ກໍ​ເຊີນ​ພຣະ​ຣາ​ຊາ​ປະ​ທັບ​ເທິງ​ຣາ​ຊ​ບັນລັງ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ 21 ບັນ​ດາ​ຣາ​ສດອນ​ກໍ​ຊົມ​ຊື່ນ​ຍິນ​ດີ ແລະ​ກຸງ​ກໍ​ສ​ງົບ​ງຽບ​ແລະ​ພຣະ​ນາງ​ອາ​ທາ​ລິ​ຢາຖືກ​ປະ​ຫານ​ເສັຽດ້ວຍ​ດາບ​ແລ້ວ

2 ຂ່າວຄາວ 24

ຣັຊ​ການ​ໂຢ​ອັ​ສ​ແຫ່ງ​ຢູ​ດາ

1 ເມື່ອ​ໂຢ​ອັ​ສ​ໄດ້​ເລີ້ມ​ປົກ​ຄອງ​ມີ​ອາ​ຍຸ​ເຈັດ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ສີ່​ສິບ​ປີ ພຣະ​ມານ​ດາ​ຂ​ອງ​ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ ຊີ​ບີ​ຢາ​ແຫ່ງ​ເມືອງ​ເບ​ເອີ​ເຊ​ບາ 2 ໂຢ​ອັ​ສ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ຊົ່ວ​ອາ​ຍຸ​ຂອງປະ​ໂຣ​ຫິດ​ເຢ​ຮົວ​ອາ​ດາ 3 ເຢ​ຮົວ​ອາ​ດາ​ຫາ​ມະ​ເຫ​ສີ​ໃຫ້​ພຣະ​ອົງ​ສອງ​ອົງ ແລະ​ພຣະ​ອົງ​ກໍ​ມີ​ໂອ​ຣົດ​ແລະ​ທິ​ດາ​ຫລາຍ​ອົງ 4 ພາຍ​ຫລັງ​ໂຢ​ອັ​ສ​ຊົງ​ຕັ້ງ​ພຣະ​ທັຍ​ຈະ​ສ້ອມ​ແຊມພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 5 ພຣະ​ອົງ​ຊົງ​ປະ​ຊຸ​ມ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ ແລະ​ກ່າວ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ຈົ່ງ​ອອກ​ໄປ​ຕາມ​ຫົວ​ເມືອງ​ຢູ​ດາ​ແລະ​ເກັບ​ເງິນຈາກ​ອິ​ສ​ຣາ​ເອນ​ທັງ​ປວງ​ເພື່ອ​ສ້ອມ​ແຊມ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ເຈົ້າ​ເປັນ​ປີໆ​ໄປ​ແລະ​ຈົ່ງ​ຟ້າວ​ທຳ​ງານ​ນັ້ນ” ແຕ່​ຄົນ​ເລ​ວີຍັງ​ຊັກ​ຊ້າ​ຢູ່ 6 ແລ້ວ​ພຣະ​ຣາ​ຊາ​ຈຶ່ງ​ເອີ້ນ​ເຢ​ຮົວ​ອາ​ດາ​ຜູ້​ເປັນ​ຫົວ​ຫນ້າ ແລະ​ກ່າວ​ກັບ​ທ່ານ​ວ່າ, “ເປັນ​ຫຍັງ​ທ່ານ​ບໍ່​ເອີ້ນ​ໃຫ້​ຄົນ​ເລ​ວີ​ນຳ​ເງິນ​ສ່ວຍ​ເຂົ້າ​ມາ​ຈາກ​ຢູ​ດາ​ແລະ​ເຢ​ຣູ​ຊາເລັມ ອັນ​ເປັນ​ສ່ວຍ​ຊຶ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ນົດ​ໄວ້ ໃຫ້​ຊຸມ​ນຸມ​ຊົນ​ອິ​ສ​ຣາ​ເອນ​ນຳ​ມາ​ເພື່​ອ​ເຕັນ​ພຣະ​ໂອ​ວາດ” 7 ເພາະ​ບັນ​ດາ​ໂອ​ຣົດ​ຂອງ​ພຣະ​ນາງ​ອາ​ທາ​ລິ​ຢາ​ຍິງ​ຊົ່ວ​ຮ້າຍ​ຄົນ​ນັ້ນ​ໄດ້​ປຸ້ນ​ພຣະ​ວິ​ຫານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ສິ່ງ​ຂອງ​ທີ່​ມອບ​ຖວາຍ​ທັງ​ສິ້​ນ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ນະມັສການ​ພຣະ​ບາ​ອານ 8 ພຣະ​ຣາ​ຊາ​ຈຶ່ງ​ຊົງ​ບັນ​ຊາ ແລະ​ເຂົາ​ໄດ້​ທຳ​ຫີບ​ຫນ່ວຍ​ນຶ່ງວາງໄວ້​ນອກ​ປະ​ຕູ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 9 ແລະ​ມີ​ຄຳ​ປະ​ກາດ​ໄປ​ທົ່ວ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ​ໃຫ້​ນຳ​ສ່ວຍ​ຊຶ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ນົດ​ແກ່​ອິ​ສ​ຣາ​ເອນ​ໃນ​ຖິ່ນ​ກັນ​ດານ​ເຂົ້າ​ມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ 10 ບັນ​ດາ​ເຈົ້າ​ນາຍ​ທັງ​ສິ້ນ​ແລະ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ຊົມ​ຊື່ນ​ຍິນ​ດີ ແລະ​ນຳ​ສ່ວຍ​ຂອງ​ເຂົາ​ທັງ​ຫລາຍ​ມາ​ປ່ອ​ນລົງ​ໃນ​ຫີບ​ຈົນ​ຄົບ 11 ເມື່ອ​ຄົນ​ເລ​ວີ​ນຳ​ຫີບ​ເຂົ້າ​ມາ​ຍັງ​ເຈົ້າ​ພະ​ນັກ​ງານ​ຂອງ​ພຣະ​ຣາ​ຊາ​ເມື່ອ​ໃດ ແລະ​ເມື່ອ​ເຂົາ​ທັງ​ຫລາຍ​ເຫັນ​ວ່າ​ມີ​ເງິນ​ຫລາຍ ຣາ​ຊ​ເລ​ຂາ​ແລະ​ເຈົ້າ​ຫນ້າ​ທີ່​ຂອງ​ມະ​ຫາ​ປະ​ໂຣ​ຫິດ​ຈະ​ເຂົ້າ​ມາ​ເທ​ຫີບ​ອອກ​ແລະ​ນຳ​ຫີບ​ກັບ​ໄປ​ຍັງ​ທີ່ເດີມ ເຂົາ​ທັງ​ຫລາຍ​ທຳ​ຢ່າງ​ນີ້​ທຸກໆ​ມື້ 12 ພຣະ​ຣາ​ຊາ​ແລະ​ເຢ​ຣົວ​ອາ​ດາ​ກໍ​ໃຫ້​ແກ່​ບັນ​ດາ​ຜູ້​ດູ​ແລ​ກິຈ​ການ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຂົາ​ທັງ​ຫລາຍ​ຈ້າງ​ຊ່າງ​ກໍ່​ແລະ​ຊ່າງ​ໄມ້​ໃຫ້​ສ້ອມ​ແຊມ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທັງ​ຄົນ​ງານ​ຊ່າງ​ເຫລັກ​ແລະ​ຊ່າງ​ທອງ​ສຳ​ຣິດ ໃຫ້​ສ້ອມ​ແຊມ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 13 ບັນ​ດາ​ຄົນ​ທີ່​ຮັບ​ຈ້າງ​ທຳ​ງານ​ຈຶ່ງ​ໄດ້​ທຳ​ງານ ແລະ​ງານ​ສ້ອມ​ແຊມ​ກໍ​ດຳ​ເນີນ​ກ້າວ​ຫນ້າ​ໃນ​ມື​ຂອງ​ເຂົາ ແລະ​ເຂົາ​ໄດ້​ສ້ອມ​ແຊມ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຕາມ​ຂະ​ຫນາດ​ເດີມ ແລະ​ເສີມ​ໃຫ້​ແຂງ​ແຮງ​ຂຶ້ນ 14 ເມື່ອ​ເຂົາ​ໄດ້​ກະ​ທຳ​ສຳ​ເຣັດ​ແລ້ວ​ເຂົາ​ກໍ​ນຳ​ເງິນ​ທີ່​ເຫລືອ​ຢູ່​ມາ​ຫນ້າ​ພຣະ​ພັກ​ພຣະ​ຣາ​ຊາ​ແລະ​ເຢ​ຣົວ​ອາ​ດາ ແລະ​ເຂົາ​ເອົາ​ເງິນ​ນັ້ນ​ທຳ​ເຄື່ອງໃຊ້​ສຳ​ລັບ​ພຣະ​ວິ​ຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ການ​ບົວ​ລະ​ບັດ ທັງ​ສຳ​ລັບ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ຖ້ວຍ ແລະ​ພາ​ຊ​ນະ​ທອງ​ຄຳ​ແລະ​ເງິ​ນ ແລະ​ເຂົາ​ທັງ​ຫລາຍ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າສ​ເມີ​ຕລອດ​ຊົ່ວ​ອາ​ຍຸ​ຂອງ​ເຢ​ຮົວ​ອາ​ດາ 15 ແຕ່​ເຢ​ຮົວ​ອາ​ດາ​ກໍ​ເຖົ້າ​ຊະ​ຣາ​ລົງທ່ານ​ກໍ​ສິ້ນ​ຊີ​ວິດ ເມື່ອ​ສິ້ນ​ຊີ​ວິດ​ນັ້ນ​ທ່ານ​ມີ​ອາ​ຍຸ​ນຶ່ງ​ຮ້ອຍ​ສາມ​ສິບ​ປີ 16 ເຂົາ​ກໍ​ຝັງ​ສົບ​ທ່ານ​ໄວ້​ໃນ​ນະ​ຄອນ​ດາ​ວິດ​ຖ້າມ​ກາງ​ບັນ​ດາ​ພຣະ​ຣາ​ຊາ ເພາະ​ທ່ານ​ໄດ້​ກະ​ທຳ​ການ​ດີ​ໃນ​ອິ​ສ​ຣາ​ເອນ ແລະ​ຕໍ່​ພຣະ​ເຈົ້າ​ແລະ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ 17 ຫລັງ​ຈາກ​ທີ່​ເຢ​ຮົວ​ອາ​ດາ​ສິ້ນ​ຊີ​ວິດ​ແລ້ວ ບັນ​ດາ​ເຈົ້າ​ນາຍ​ແຫ່ງ​ຢູ​ດາ​ໄດ້​ເຂົ້າ​ມາ​ຖວາຍ​ບັງ​ຄົມ​ຕໍ່​ພຣະ​ຣາ​ຊາ ແລ້ວ​ພຣະ​ຣາ​ຊາ​ຊົງ​ຟັງ​ຄຳ​ທູນ​ຂອງ​ເຂົາ 18 ເຂົາ​ໄດ້​ປະ​ຖິ້ມ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່​ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ແລະ​ບົວ​ລະ​ບັດ​ບັນ​ດາ​ອາ​ເຊ​ຣາ​ແລະ​ຮູບ​ເຄົາ​ຣົບ ແລະ​ພຣະ​ພິ​ໂຣດ​ໄດ້​ລົງ​ມາ​ເຫນືອ​ຢູ​ດາ​ແລ​ເຢ​ຣູ​ຊາ​ເລັມ ເພາະ​ກັມ​ຊົ່ວ​ຂອງ​ເຂົາ​ນີ້ 19 ແຕ່​ພຣະ​ອົງ​ຍັງ​ຊົງ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ​ມາ​ຖ້າມ​ກາງ​ເຂົາ ນຳ​ເຂົາ​ໃຫ້​ກັບ​ມາ​ຍັງ​ພຣະ​ຜູ້​ເປັນ​ເຈົ້າ ຄົນ​ເຫລົ່າ​ນີ້​ເປັນ​ພ​ຍານ​ປັກ​ປຳ​ເຂົາ ແຕ່​ເຂົາ​ບໍ່​ຍອມ​ຟັງ 20 ແລ້ວ​ພຣະ​ວິ​ນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ສວມ​ທັບ​ເຊ​ຄາ​ຣິ​ຢາ​ບຸດ​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດ ແລະ​ທ່ານ​ໄດ້​ຢືນ​ເຫນືອ​ປະ​ຊາ​ຊົນ​ແລະ​ກ່າວແກ່​ເຂົາ​ທັງ​ຫລາຍ​ວ່າ, “ພຣະ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ “ເປັນ​ຫຍັງ​ທ່ານ​ທັງ​ຫລາຍ​ຈຶ່ງ​ລະ​ເມີດ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ອັນ​ເປັນ​ເຫດ​ໃຫ້​ທ່ານ​ຈະ​ເຣີນ​ຂຶ້ນ​ບໍ່​ໄດ້ ເພາະ​ທ່ານ​ທັງ​ຫລາຍ​ໄດ້​ປະ​ຖິ້ມ​ພຣະ​ເຈົ້າ ພຣະ​ອົງ​ຈຶ່ງ​ປະ​ຖິ້ມ​ທ່ານ” 21 ແຕ່​ເຂົາ​ທັງ​ຫລາຍ​ຄຶດ​ຮ້າຍ​ຕໍ່​ທ່ານ ແລະ​ໂດຍ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ​ເຂົາ​ທັງ​ຫລາຍ​ຈຶ່ງ​ແກວ່ງ​ກ້ອນ​ຫີນ​ໃສ່​ທ່ານ​ໃນ​ລານ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 22 ດັ່ງ​ນີ້​ແຫລະ ໂຢ​ອັ​ສ​ພຣະ​ຣາ​ຊາ​ຈຶ່ງ​ບໍ່​ໄດ້​ຊົງ​ຣະ​ລຶກ​ເຖິງ​ຄວາມ​ກະ​ຣຸ​ນາ​ຊຶ່ງ​ເຢ​ຮົວ​ອາ​ດາ​ບິ​ດາ​ຂອງ​ເຊ​ຄາ​ຣິ​ຢາ​ໄດ້ສຳ​ແດງ​ຕໍ່​ພຣະ​ອົງ ແຕ່​ໄດ້​ຊົງ​ປະ​ຫານ​ບຸດ​ຊາຍ​ຂອງ​ທ່ານ​ເສັຽ ແລະ​ເມື່ອ​ເຂົາ​ກໍາ​ລັງ​ຈະ​ຕາຍ ເຂົາ​ເວົ້າ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທອດພຣະ​ເນດ​ແລະ​ແກ້​ແຄ້​ນ”

ມໍ​ຣະ​ນະ​ກັມ​ຂອງ​ໂຢ​ອັ​ສ

23 ພໍ​ປາຍ​ປີ​ກອງ​ທັບ​ຂອງ​ຄົນ​ຊີ​ເຣັຽກໍ​ມາ​ຕໍ່​ສູ້​ກັບ​ໂຢ​ອັສ ເຂົາ​ມາ​ຍັງ​ຢູ​ດາ​ແ​ລະ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ທຳ​ລາຍ​ບັນ​ດາ​ເຈົ້າ​ນາຍ​ຂອງ​ປະ​ຊາ​ຊົນ​ຈາກ​ຫມູ່​ປະ​ຊາ​ຊົນ ແລະ​ສົ່ງ​ຂອງ​ທີ່ຍຶດ​ໄດ້​ທັງ​ສິ້ນ​ໄປ​ຍັງ​ພຣະ​ຣາ​ຊາ​ແຫ່ງ​ດາ​ມັສ​ກັສ 24 ແມ້​ວ່າ​ກອງ​ທັບ​ຄົນ​ຊີ​ເຣັຽມາ​ແຕ່​ນ້ອຍ​ຄົນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບກອງ​ທັບ​ໃຫຍ່​ໄວ້​ໃນ​ມື​ຂອງ​ເຂົາ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸ​ດ​ຂອງ​ເຂົາ ດັ່ງ​ນີ້​ແຫລະ​ຄົນ​ຊີ​ເຣັຽ​ໄດ້​ທຳ​ໂທດ​ໂຢ​ອັ​ສ 25 ເມື່ອ​ເຂົາ​ທັງ​ຫລາຍ​ຈາກ​ພຣະ​ອົງ​ໄປ (ເຂົາ​ປະ​ພຣະ​ອົງ​ໄວ້​ບາດ​ເຈັບ​ຢ່າງ​ສາ​ຫັດ) ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ກໍ​ຄຶດ​ຮ້າຍ​ຕໍ່​ພຣະ​ອົງ ເພາະ​ໂລ​ຫິດ​ຂອງ​ບຸດ​ເຢ​ຮົວ​ອາ​ດາ​ປະ​ໂຣ​ຫິດ ແລະ​ໄດ້​ປະ​ຫານ​ພຣະ​ອົງ​ເສັຽ​ທີ່​ເທິງ​ແທ່ນ​ບັນ​ທົມ ພຣະ​ອົງກໍ​ສິ້ນ​ພຣະ​ຊົນ ແລະ​ເຂົາ​ທັງ​ຫລາຍ​ຝັງ​ພຣະ​ສົບ​ໄວ້​ໃນ​ນະ​ຄອນ​ດາ​ວິດ ແຕ່​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຝັງ​ພຣະ​ສົບ​ໄວ້​ໃນ​ອຸບ​ໂມງ​ຂອງ​ບັນ​ດາ​ພຣະ​ຣາ​ຊາ 26 ຄົນ​ເຫລົ່າ​ນັ້ນ​ທີ່​ຄຶດ​ຮ້າຍ​ຕໍ່​ພຣະ​ອົງ ຄື​ຊາບັດ ບຸດ​ນາງຊິເມ​ອາທ ຄົນ​ອັມ​ໂມນ ແລະ​ເຢ​ໂຮ​ຊາ​ບັດ​ບຸດ​ນາງ​ຊິມ​ຣີ​ທ ຄົນ​ໂມ​ອາບ 27 ເຣື່ອງ​ຣາວ​ແຫ່ງ​ໂອ​ຣົດ​ຂອງ​ພຣະ​ອົງ​ແລະ​ຄຳ​ທຳ​ນວາຍຕ່າງໆ​ທີ່​ໄດ້​ກ່າວ​ປັບ​ໂທດ​ພຣະ​ອົງ ແລະ​ການ​ສ້ອມ​ແຊມ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ມີ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ທັມ​ບັນ​ຍາຍ​ພົງ​ກະ​ສັດ ແລະ​ອາ​ມາ​ຊີ​ຢາ​ໂອ​ຣົດ​ຂອງ​ພຣະ​ອົງ​ປົກ​ຄອງແທນ​ພຣະ​ອົງ

2 ຂ່າວຄາວ 25

ຣັຊ​ການ​ອາ​ມາ​ຊີ​ຢາ

1 ເມື່ອ​ອາ​ມາ​ຊີ​ຢາ​ເລີ້ມ​ປົກ​ຄອງ​ນັ້ນ​ມີ​ອາ​ຍຸ​ຊາວ​ຫ້າ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ຊາວ​ເກົ້າ​ປີ ພຣະ​ມານ​ດາຂອງ​ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ ເຢ​ໂຮ​ອັດ​ດານ ຊາວ​ເຢ​ຣູ​ຊາ​ເລັມ 2 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນສາຍ​ພຣະ​ເນດພຣະ​ຜູ້​ເປັນເຈົ້າ ແຕ່ບໍ່ແມ່ນ​ດ້ວຍ​ພຣະ​ທັຍ​ທີ່​ແທ້​ຈິງ 3 ຢູ່​ຕໍ່​ມາ​ພໍ​ຣາ​ຊ​ອາ​ນາ​ຈັກຢູ່​ໃນ​ມື​ຂອງ​ພຣະ​ອົງ​ຢ່າງ​ຫມັ້ນ​ຄົງ​ແລ້ວ ພຣະ​ອົງ​ຊົງ​ປະ​ຫານ​ຊີ​ວິດ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ຜູ້​ທີ່​ຂ້າ​ພຣະ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ 4 ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ປະ​ຫານ​ຊີ​ວິດ​ບຸດ​ຫລານ​ຂອງ​ເຂົາ ແຕ່​ໄດ້​ຊົງ​ກະ​ທຳ​ຕາມທີ່​ມີ​ບັນທຶກ​ໄວ້​ໃນ​ຫນັງ​ສືທັມ​ບັນ​ຍັດ​ຂອງ​ໂມ​ເຊ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ໄວ້​ນັ້ນ​ວ່າ, “ຢ່າ​ທຳ​ໃຫ້​ບິ​ດາ​ເຖິງ​ຕາຍ​ເພາະ​ການ​ກະ​ທຳ​ຂອງ​ລູກ​ຫລານ ຫລື​ຢ່າ​ທຳ​ໃຫ້​ລູກ​ຫລານ​ເຖິງ​ຕາຍ​ເພາະ​ການ​ກະ​ທຳ​ຂອງ​ບິ​ດາ ແຕ່​ທຸກ​ຄົນ​ຈະ​ຕ້ອງ​ຕາຍ​ເພາະ​ບາບ​ຂອງ​ຕົນ​ເອງ” 5 ແລ້ວ​ອາ​ມາ​ຊີ​ຢາ​ໄດ້​ປະ​ຊຸມ​ພວກ​ຢູ​ດາ​ແລະ​ໃຫ້​ເຂົາ​ຢູ່​ພາຍໃຕ້​ຜູ້​ບັງຄັບ​ກອງ​ພັນ​ແລະ​ກອງ​ຮ້ອຍ ຕາມ​ຕະ​ກູນ​ຂອງ​ເຂົາ ຄື​ຢູ​ດາ​ແລະ​ເບັນ​ຢາ​ມີນ​ທັງສິ້ນ​ ພຣະ​ອົງ​ໄດ້​ຊົງ​ນັບ​ຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ແລະ​ຊົງ​ເຫັນ​ວ່າ​ມີ​ຊາຍ​ສະ​ກັນ​ສາມ​ແສນ​ຄົນ ສາ​ມາດ​ເຂົ້າ​ທຳ​ສົງ​ຄາມ​ສາ​ມາດ​ຖືຫອກ​ແລະ​ໂລ່ 6 ນອກ​ຈາກ​ນັ້ນ​ພຣະ​ອົງ​ຊົງ​ຈ້າງ​ທະ​ຫານ​ເອກ​ຈາກ​ອິ​ສ​ຣາ​ເອນ​ນຶ່ງ​ແສນ​ຄົນ​ເປັນ​ເງິນ​ນຶ່ງ​ແສນ​ຕະ​ລັນ 7 ແຕ່​ຄົນ​ຂອງ​ພຣະ​ເຈົ້າ​ຄົນ​ນຶ່ງ​ມາ​ເຝົ້າ​ພຣະ​ອົງ​ທູນ​ວ່າ, “ຂ້າ​ແຕ່​ພຣະ​ຣາ​ຊາ ຂໍ​ຢ່າ​ໃຫ້​ກອງ​ທັບ​ອິ​ສ​ຣາ​ເອນ​ໄປ​ກັບ​ພຣະ​ອົງ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ສະ​ຖິດ​ຢູ່​ກັບ​ອິ​ສ​ຣາ​ເອນ ຄື​ກັບ​ຄົນ​ເອ​ຟ​ຣາ​ອິມ​ເຫລົ່າ​ນີ້​ທັງ​ສິ້ນ 8 ແຕ່​ຖ້າ​ພຣະ​ອົງ​ຄາດ​ຫມາຍ​ວ່າ​ໂດຍ​ວິ​ທີ​ນີ້ ພຣະ​ອົງ​ຈະ​ເຂັ້ມ​ແຂງ​ພໍ​ທີ່​ຈະ​ເຂົ້າ​ສົງ​ຄາມ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ແກວ່ງ​ພຣະ​ອົງ​ລົງ​ຕໍ່​ຫນ້າ​ສັດ​ຕ​ຣູ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຣິດ​ທີ່​ຈະ​ຊ່ອຍ​ໄວ້​ຫລື​ຖິ້ມ​ໄປ​ໄດ້” 9 ແລະ​ອາ​ມາ​ຊີ​ຢາກ່າວ​ກັບ​ຄົນ​ຂອງ​ພຣະ​ເຈົ້າ​ວ່າ, “ແຕ່​ເຮົາ​ຈະ​ກະ​ທຳ​ປະ​ການ​ໃດ​ເຣື່ອງເງິນນຶ່​ງ​ຮ້ອຍ​ຕະ​ລັນ​ຊຶ່ງ​ເຣົາ​ໄດ້​ໃຫ້​ແກ່ກອງ​ທັບ​ອິ​ສ​ຣາ​ເອນ​ໄປ​ແລ້ວ​ນັ້ນ” ແລ້ວ​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທູນ​ຕອບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສາ​ມາດ​ທີ່​ຈະ​ປະ​ທານ​ແກ່​ພຣະ​ອົງ​ຍິ່ງກວ່າ​ນີ້​ອີກ​ຫລາຍ” 10 ແລະ​ອາ​ມາ​ຊີ​ຢາ​ກໍ​ຊົງ​ປົດ​ປ່ອຍກອງ​ທັບ​ຊຶ່ງມາ​ຍັງ​ພຣະ​ອົງ​ຈາກ​ເອ​ຟ​ຣາ​ອິມ​ໃຫ້​ກັບ​ໄປ​ບ້ານ​ອີກ ເຂົາ​ທັງ​ຫລາຍ​ຈຶ່ງ​ໂກດ​ຢູ​ດາ​ຍິ່ງ​ນັກ ແລະ​ໄດ້​ກັບ​ບ້ານ​ດ້ວຍ​ຄວາມ​ໂກດ​ຢ່າງ​ຮຸນ​ແຮງ 11 ແຕ່​ອາ​ມາ​ຊີ​ຢາ​ຊົງ​ກ້າ​ແຂງ​ຂຶ້ນ ແລະ​ຊົງ​ນຳ​ພົນ​ຂອງ​ພຣະ​ອົງ​ອອກ​ໄປ​ຍັງ​ຮ່ອມ​ພູ​ເກືອ​ແລະ​ໂຈມ​ຕີ​ຄົນ​ເຊ​ອີ​ຣ໌​ນຶ່ງ​ຫມື່ນ​ຄົນ 12 ຄົນ​ຢູ​ດາ​ຈັບ​ເປັນ​ໄດ້​ນຶ່ງ​ຫມື່ນຄົນ ແລະ​ພາກ​ເຂົາ​ໄປ​ທີ່​ຍອດ​ຫີນ ແລະ​ຖິ້ມ​ເຂົາ​ທັງ​ຫລາຍ​ລົງ​ມາ​ຈາກຍອດ​ຫີນ​ນັ້ນ ເຂົາ​ກໍ​ຕົກ​ມາ​ແຫລກ​ເປັນ​ຊິ້ນໆ 13 ແຕ່​ຄົນ​ຂອງກອງ​ທັບ​ຊຶ່ງ​ອາ​ມາ​ຊີ​ຢາ​ຊົງ​ປົດ​ໃຫ້​ກັບ​ໄປ ແລະ​ບໍ່​ໃຫ້​ເຂົາ​ໄປ​ຮົບ​ດ້ວຍ​ນັ້ນ ເຂົາ​ກັບ​ເຂົ້າ​ໂຈມ​ຕີ​ຫົວ​ເມືອງ​ຂອງ​ຢູ​ດາ ຕັ້ງ​ແຕ່​ຊາ​ມາ​ເຣັຽ​ເຖິງ​ເບັດ​ໂຮ​ໂຣນ ແລະ​ຂ້າ​ປະ​ຊາ​ຊົນ​ເສັຽ​ສາມ​ພັນ​ຄົນ ແລະ​ຍຶດ​ເຂົ້າ​ຂອງ​ໄປ​ເປັນ​ຈຳ​ນວນ​ຫລວງ​ຫລາຍ 14 ແລະ​ຢູ່​ມາ​ເມື່ອ​ອາ​ມາ​ຊີ​ຢາ​ສະ​ເດັດ​ກັບ​ຈາກ​ການ​ຂ້າ​ຟັນ​ຄົນ​ເອ​ໂດມ ພຣະ​ອົງ​ຊົງ​ນຳ​ຮູບ​ເຄົາ​ຣົບ​ຂອງ​ຄົນ​ຊາວ​ເຊ​ອີ​ຣ໌​ມາ​ຕັ້ງ​ໄວ້​ເປັນ​ພຣະ​ຂອງ​ພຣະ​ອົງ ແລະ​ກາບ​ນະ​ມັສ​ການ​ພຣະເຫລົ່າ​ນັ້ນ ຊົງ​ເຜົາ​ເຄື່ອງ​ຫອມ​ຖວາຍ 15 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກິ້ວຕໍ່​ອາ​ມາ​ຊີ​ຢາ ແລະ​ຊົງ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ນຶ່ງ​ໄປ​ຫາ ທູນ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ສ​ແວງ​ຫາ​ພຣະ​ຂອງ​ຊົນ​ຊາດ​ນຶ່ງ ຊຶ່ງ​ບໍ່​ສາ​ມາດ​ຊ່ອຍ​ກູ້​ຊົນ​ຊາດ​ຂອງ​ຕົນ​ເອງ​ຈາກ​ມື​ຂອງ​ເຈົ້າ​ໄດ້” 16 ຂ​ນະ​ທີ່​ເຂົາ​ກຳ​ລັງ​ທູນ​ຢູ່ ພຣະ​ຣາ​ຊາ​ກ່າວ​ກັບ​ເຂົາ​ວ່າ, “ເຣົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່​ປຶກ​ສາຫລື ຢຸດ ເປັນ​ຫຍັງ​ເຈົ້າ​ຈະ​ຕ້ອງ​ຕາຍ​“ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ຈຶ່ງ​ຢຸດ ແຕ່​ທູນ​ວ່າ, “ຂ້າ​ນ້ອຍ​ຊາບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕັ້ງ​ພຣະ​ທັຍ​ຈະ​ທຳ​ລາຍ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ກະ​ທຳ​ເຊັ່ນ​ນີ້​ແລະ​ບໍ່​ໄດ້​ຊົງ​ຟັງ​ຄຳ​ປຶກ​ສາ​ຂອງ​ຂ້ານ້ອຍ” 17 ແລ້ວ​ອາ​ມາ​ຊີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ໄດ້​ຕົກ​ລົງ​ພຣະ​ທັຍ ແລະ​ຊົງ​ໃຊ້​ໃຫ້​ໄປ​ເຝົ້າ​ໂຢ​ອັ​ສ ໂອ​ຣົດ​ຂອງ​ເຢ​ໂຮ​ອາ​ຮັ​ສ ໂອ​ຣົດ​ຂອງ​ເຢ​ຮູ ພຣະ​ຣາ​ຊາ​ຂອງ​ອິ​ສ​ຣາ​ເອນ​ທູນ​ວ່າ, “ມາ​ເຖີດ ໃຫ້​ເຣົາ​ທັງ​ສອງ​ມາ​ຜະ​ເຊີນ​ຫນ້າ​ກັນ” 18 ແລະ​ໂຢ​ອັ​ສ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ຊົງ​ໃຊ້​ໄປ​ຍັງ​ອາ​ມາ​ຊີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາວ່າ, “ຕົ້ນ​ຫນາມ​ທີ່​ເທິງ​ເລ​ບາ​ນອນ​ສົ່ງ​ຂ່າວ​ໃຫ້​ຫາ​ຕົ້ນ​ສົນ​ເທິງ​ເລບາ​ນອນ​ວ່າ “ຈົ່ງ​ຍົກ​ບຸດ​ຍິງ​ຂອງ​ເຈົ້າ​ໃຫ້​ເປັນ​ພັ​ຣ​ຍາ​ບຸດ​ຊາຍ​ຂ​ອງ​ເຮົາ” ແລະ​ສັດ​ປ່າ​ໂຕ​ນຶ່ງ​ແຫ່ງ​ເລບາ​ນອນ​ຜ່ານ​ມາ​ແລະ​ຢຽບ​ຕົ້ນ​ຫນາມລົງ​ເສັຽ 19 ທ່ານ​ວ່າ, “ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ໄດ້​ໂຈມ​ຕີ​ເອ​ໂດມ” ແລະ​ຈິດ​ໃຈ​ຂອງ​ທ່ານ​ກໍ​ຜະ​ຍອງ​ຂຶ້ນ​ໃນ​ຄວາມ​ໂອ້ອວດ ແຕ່​ຈົ່ງ​ຢູ່​ກັບ​ບ້ານ​ເຖີດ ເພາະ​ເປັນ​ຫຍັງ​ທ່ານ​ຈຶ່ງ​ເຣົ້າ​ໃຈ​ຕົນ​ເອງ​ໃຫ້​ຕໍ່​ສູ້​ແລະ​ຮັບ​ອັນ​ຕະ​ຣາຍ ອັນ​ຈະ​ໃຫ້​ທ່ານ​ລົ້ມ​ລົງ ທັງ​ທ່ານ​ແລະ​ຢູ​ດາ​ກັບ​ທ່ານ” 20 ແຕ່​ອາ​ມາ​ຊີ​ຢາ​ບໍ່​ຊົງ​ຟັງ ເພາະ​ເປັນ​ມາ​ຈາກ​ພຣະ​ເຈົ້າ ເພື່ອ​ວ່າ​ພຣະ​ອົງ​ຈະ​ຊົງ​ມອບ​ເຂົາ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ສັດ​ຕ​ຣູ​ຂອງ​ເຂົາ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ຊອກ​ຫາ​ພຣະ​ແຫ່ງ​ເອ​ໂດມ 21 ໂຢ​ອັ​ສ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ຈຶ່ງ​ສະ​ເດັດ​ຂຶ້ນ​ໄປ ພຣະ​ອົງ​ແລະ​ອາ​ມາ​ຊີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ໄດ້​ຜະ​ເຊີນ​ຫນ້າ​ກັນ​ທີ່​ເບັດ​ເຊເມ​ສ ຊຶ່ງ​ເປັນ​ຂອງ​ຢູ​ດາ 22 ຢຸ​ດາ​ກໍ​ຜ່າຍ​ແພ້​ອິ​ສ​ຣາ​ເອນ ແລະ​ທຸກ​ຄົນ​ກໍ​ຫນີ​ກັບ​ໄປ​ບ້ານຂອງ​ຕົນ 23 ໂຢ​ອັ​ສ​ພຣະ​ຣາ​ຊາແຫ່ງ​ອິ​ສ​ຣາ​ເອນ​ຊົງ​ຈັບ​ອາ​ມາ​ຊີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ໂອ​ຣົດ​ຂອງ​ໂຢ​ອັ​ສ ໂອ​ຣົດ​ຂອງ​ອາ​ຮາ​ຊີ​ຢາ​ທີ່​ເບັດ​ເຊເມ​ສ ແລະ​ນຳ​ພຣະ​ອົງ​ມາ​ຍັງ​ເຢ​ຣູ​ຊາ​ເລັມ ແລະ​ຊົງ​ພັງ​ກຳ​ແພງ​ເຢ​ຣູ​ຊາ​ເລັມ​ລົງ​ສີ່​ຮ້ອຍ​ສອກ ຕັ້ງ​ແຕ່​ປະ​ຕູ​ເອ​ຟ​ຣາ​ອິມ​ເຖິງ​ປະ​ຕູ​ມຸກ 24 ພຣະ​ອົງ​ຊົງ​ຍຶດ​ທອງ​ຄຳ ແລະ​ເງິນ​ທັງ​ຫມົດ​ແລະ​ເຄື່ອງ​ໃຊ້​ທັງ​ສິ້ນ​ຊຶ່ງ​ພົບ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ໃນ​ຄວາມ​ອາ​ຣັກ​ຂາ​ຂອງ​ໂອ​ເບດ​ເອ​ໂດມ ທັງ​ຄັງ​ຊັບ​ຂອ​ງ​ສຳ​ນັກ​ພຣະ​ຣາ​ຊວັງ ພ້ອມ​ກັບ​ຄົນ​ປະ​ກັນ​ດ້ວຍ ແລະ​ພຣະ​ອົງ​ສະ​ເດັດ​ກັບ​ໄປ​ຍັງ​ຊາ​ມາ​ເຣັຽ

ມໍ​ຣະ​ນະ​ກັມ​ຂອງ​ອາ​ມາ​ຊີ​ຢາ

25 ອາ​ມາ​ຊີ​ຢາ​ໂອ​ຣົດ​ຂອງ​ໂຢ​ອັ​ສ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ຊົງ​ພຣະ​ຊົນ​ຢູ່​ສິບ​ຫ້າ​ປີ ຫລັງ​ຈາກ​ມໍ​ຣະ​ນະ​ກັມ​ຂອງ​ໂຢ​ອັ​ສ ໂອ​ຣົດ​ຂອ​ງເຢ​ໂຮ​ອາ​ຮັ​ສ ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ 26 ສ່ວນ​ພຣະ​ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ອາ​ມາ​ຊີ​ຢາ ຕັ້ງ​ແຕ່​ຕົ້ນ​ຈົນ​ສຸດ​ປາຍ​ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ກະ​ສັດ​ແຫ່ງ​ຢູ​ດາ​ຫ​ລື​ອິ​ສ​ຣາ​ເອນ​ຫລື 27 ນັບ​ແຕ່​ເວລາ​ເມື່ອ​ອາ​ມາ​ຊີ​ຢາ​ຊົງ​ຫັນ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ທັງ​ຫລາຍ​ກໍ​ຄິດ​ກະ​ບົດ​ຕໍ່​ພຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ພຣະ​ອົງ​ຊົງ​ຫນີ​ໄປ​ທີ່​ລາ​ຄິ​ສ ແຕ່​ເຂົາ​ໃຊ້​ໄປ​ຕາມ​ພຣະ​ອົງ​ທີ່​ລາ​ຄິ​ສ ແລະ​ປະ​ຫານ​ພຣະ​ອົງ​ເສັຽ​ທີ່​ນັ້ນ 28 ເຂົາ​ທັງ​ຫລາຍ​ນຳ​ພຣະ​ສົບ​ໃສ່​ຫລັງ​ມ້າ​ກັບ​ມາ ແລະ​ຝັງ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໃນ​ນະ​ຄອນ​ດາ​ວິດ

2 ຂ່າວຄາວ 26

ຣັຊ​ການອຸ​ສ​ຊີ​ຢາ

1 ປະ​ຊາ​ຊົນ​ທັງ​ສິ້ນ​ແຫ່ງ​ຢູ​ດາ​ຈຶ່ງ​ຕັ້ງ​ອຸ​ສ​ຊີ​ຢາ ຜູ້​ຊຶ່ງ​ມີ​ອາ​ຍຸ​ສິບ​ຫົກ​ປີ ໃຫ້​ເປັນ​ກະ​ສັດ​ແທນ​ອາ​ມາ​ຊີ​ຢາ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ 2 ພຣະ​ອົງ​ຊົງ​ສ້າງເມືອງ​ເອ​ໂລ​ທ​ແລະ​ໃຫ້​ກັບ​ຂຶ້ນ​ແກ່​ຢູ​ດາ ຫລັງ​ຈາກ​ທີ່​ພຣະ​ຣາ​ຊາ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ 3 ເມື່ອ​ອຸ​ສ​ຊີ​ຢາ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ ມີ​ອາ​ຍຸສິບ​ຫົກ​ປີ ແລະ​ພຣະ​ອົງ​ຊົງ​ປົ​ກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຫ້າ​ສິບ​ສອງ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ​ເຢ​ໂກ​ລີ​ຢາ​ຊາວ​ເຢ​ຣູ​ຊາ​ເລັມ 4 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດພຣະ​ຜູ້​ເປັນ​ເຈົ້າ ຕາມ​ທີ່​ອາ​ມາ​ຊີ​ຢາ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ທຸກ​ປະ​ການ 5 ພຣະ​ອົງ​ຊົງ​ຕັ້ງພຣະ​ອົງ​ທີ່​ຈະ​ສ​ແວງ​ຫາ​ພຣະ​ເຈົ້າ ໃນ​ສະ​ໄຫມ​ຂອງ​ເຊ​ຄາ​ຣິ​ຢາ​ຜູ້​ແນະ​ນຳ​ພຣະ​ອົງ​ໃນ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ ​ແລະ​ຕາບ​ໃດ​ທີ່​ພຣະ​ອົງສ​ແວງ​ຫາ​ພຣະ​ເຈົ້າ ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ພຣະ​ອົງ​ຈະ​ເຣີນ 6 ພຣະ​ອົງ​ສະ​ເດັດ​ອອກ​ໄປ​ທຳ​ສົງ​ຄາມຕໍ່​ສູ້​ກັບ​ຄົນ​ຟີ​ລິ​ສ​ຕິນ ແລະ​ພັງ​ກຳ​ແພງ​ເມືອງ​ກາດ ແລະ​ກຳ​ແພງ​ເມືອງ​ຢັບ​ເນ ແລະ​ກຳ​ແພງ​ເມືອງ​ອັ​ສ​ໂດດ ແລະ​ພຣະ​ອົງ​ຊົງ​ສ້າງ​ຫົວ​ເມືອງ​ໃນ​ເຂດ​ແດນ​ອັ​ສ​ໂດດ ແລະ​ທີ່​ອື່ນໆ​ອີກ​ຖ້າມ​ກາງ​ຄົນ​ຟີ​ລິ​ສ​ຕິນ 7 ພຣະ​ເຈົ້າ​ຊົງ​ຊ່ອຍ​ພຣະ​ອົງ​ໃນ​ການ​ຕໍ່​ສູ້​ຄົນ​ຟີ​ລິ​ສ​ຕິນ ແລະ​ຕໍ່​ສູ້​ຄົນ​ອາ​ຣັບ ຊຶ່ງ​ອາ​ໄສ​ຢູ່​ໃນ​ກູ​ຣ໌​ບາ​ອານ ແລະ​ຕໍ່​ສູ້​ກັບ​ຄົນ​ເມ​ອູ​ນີ​ 8 ຄົນ​ອັມ​ໂມນ​ໄດ້​ຖວາຍບັນ​ນາການ​ແກ່​ອຸ​ສ​ຊີ​ຢາ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ແຜ່ຜາຍ​ອອກ​ໄປ​ເຖິງ​ເຂດ​ແດນ​ເອ​ຢິບ ເພາະ​ພຣະ​ອົງ​ຊົງ​ເຂັ້ມ​ແຂງ​ຍິ່ງນັກ 9 ນອກ​ຈາກ​ນີ້ ອຸ​ສ​ຊີ​ຢາ​ຊົງ​ສ້າງ​ປ້ອມ​ໃນ​ເຢ​ຣູ​ຊາ​ເລັມ ທີ່​ປະ​ຕູ​ມຸກ ທີ່​ປະ​ຕູ​ຮ່ອມ​ພູ​ແລະ​ທີ່​ຫົວ​ລ້ຽວ ແລະ​ປ້ອງ​ກັນ​ໄວ້​ແຂງ​ແຮງ 10 ພຣະ​ອົງ​ຊົງ​ສ້າງ​ປ້ອມ​ໃນ​ຖິ່ນ​ກັນ​ດານ ຊົງ​ສະ​ກັດ​ຫີນ​ທຳ​ທີ່​ຂັງ​ນ້ຳ​ຫລາຍ​ແຫ່ງ ເພາະ​ພຣະ​ອົງ​ຊົງ​ມີ​ຝູງ​ສັດ​ໃຫຍ່​ໂຕ ທັງ​ໃນ​ຖິ່ນ​ເນີນ​ເຊ​ເຟ​ລາ​ແລະ​ໃນ​ທີ່​ຮາບ​ພຽງ ແລະ​ຊົງ​ມີ​ຊາວ​ນາ​ແລະ​ຄົນ​ແຕ່ງ​ຕົ້ນ​ອະ​ງຸ່ນ​ໃນ​ເນີນ​ພູ ແລະ​ໃນ​ໄຮ່​ນາ​ອຸ​ດົມ ເພາະ​ພຣະ​ອົງ​ຊົງ​ຮັກ​ເສດ​ຖະ​ກັມ 11 ນອກຈາກ​ນີ້ ອຸ​ສ​ຊີ​ຢາ​ຊົງ​ມີ​ກອງ​ທະ​ຫານ ຊຶ່ງ​ອອກ​ໄປ​ທຳ​ເສິ​ກ​ເປັນ​ກອງໆ ຕາມ​ຈຳ​ນ​ວນ​ທີ່​ເຢ​ອີ​ເອນ​ຣາ​ຊ​ເລ​ຂາ​ໄດ້​ຮວບ​ຮວມ​ໄວ້​ດ້ວຍ​ກັນ​ກັບ​ມາ​ອາ​ຊັຍ​ຢາເຈົ້າ​ຫນ້າ​ທີ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງຮາ​ນານີ​ຢາ ຜູ້​ບັງ​ຄັບ​ກອງ​ພົນ​ຄົນ​ນຶ່ງ​ຂອງ​ພຣະ​ຣາ​ຊາ 12 ຈຳ​ນວນ​ຫົວ​ຫນ້າ​ຕະ​ກູນ​ທັງ​ຫມົດ​ຄື ພວກ​ທະ​ຫານ​ເອກ ມີ​ສອງ​ພັນ​ຫົກ​ຮ້ອຍ​ຄົນ 13 ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ຄົນ​ເຫລົ່າ​ນີ້ ມີ​ກອງ​ທັບ​ພົນ​ສາມ​ແສນ​ເຈັດ​ພັນ​ຫ້າ​ຮ້ອຍ​ຄົນ ຜູ້​ທຳ​ສົງ​ຄາມ​ໄດ້​ດ້ວຍ​ກຳ​ລັງ ເພື່ອ​ຊ່ອຍ​ພຣະ​ຣາ​ຊາ​ໃຫ້​ຕໍ່​ສູ້​ກັບ​ສັດ​ຕ​ຣູ 14 ອຸ​ສ​ຊີ​ຢາ​ຊົງ​ຕຽມ​ໂລ່ ຫອກ ຫມວກ ເສື້ອ ເກາະ ທະ​ນູ ແລະ​ກ້ອນ​ຫີນ ສຳ​ລັບ​ສະ​ລິ່ງ​ໄວ້​ສຳ​ລັບ​ກອງ​ທັບ 15 ໃນ​ເຢ​ຣູ​ຊາ​ເລັມ​ພຣະ​ອົງ​ຊົງ​ກະ​ທຳ​ເຄື່ອງ​ກົນ​ໄກ​ໂດຍ​ຄົນ​ຊ່າງ​ປະ​ດິດ​ທຳ​ຂຶ້ນ ໄວ້​ເທິງ​ປ້ອມ​ແລະ​ຕາມ​ມຸມ ເພື່ອ​ຍິງ​ລູກ​ທະ​ນູ​ແລະ​ໂຍນ​ກ້ອນ​ຫີນ​ໃຫຍ່ໆ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ລື​ໄປ​ໄກ ເພາະ​ພຣະ​ອົງ​ຊົງ​ຣັບ​ຄວາມ​ຊ່ອຍ​ເຫລືອ​ຢ່າງ​ອັ​ດ​ສະ​ຈັນ​ຈົນ​ພຣະ​ອົງ​ເຂັ້ມ​ແຂງ 16 ແຕ່​ເມື່ອ​ພຣະ​ອົງ​ຊົງ​ແຂງ​ແຮງ​ແລ້ວ​ພຣະ​ອົງ​ກໍ​ມີພຣະ​ທັຍ​ຜະ​ຍອງ​ຂຶ້ນ ຈຶ່​ງຊົງ​ກະ​ທຳ​ຄວາມເສັຽ​ຫາຍ ເພາະ​ພຣະ​ອົງ​ບໍ່​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ແລະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງພຣະ​ເຈົ້າ ເພື່ອ​ເຜົາ​ເຄື່ອງ​ຫອມ​ເທິງ​ແທ່ນ​ເຄື່ອງ​ຫອມ 17 ແຕ່​ອາ​ຊາ​ຣີ​ຢາ​ປະ​ໂຣ​ຫິດ​ໄດ້​ເຂົ້າ​ໄປ​ຕິດ​ຕາມ​ພຣະ​ອົງ​ພ້ອມ​ກັບ​ປະ​ໂຣ​ຫິດ​ຂອງ​ພຣະ​ເຈົ້າ​ແປດ​ສິບ​ຄົນ​ຜູ້​ຊຶ່ງ​ເກັ່ງ​ກ້າ 18 ເຂົາ​ທັງ​ຫລາຍ​ໄດ້​ຂັດ​ຂວາງກະ​ສັດ​ອຸ​ສ​ຊີ​ຢາ​ແລະ​ທູນ​ພຣະ​ອົງ​ວ່າ, “ຂ້າ​ແຕ່​ອຸ​ສ​ຊີ​ຢາ ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ພຣະ​ອົງ​ທີ່​ຈະ​ເຜົາ​ເຄື່ອງ​ຫອມ​ຖວາຍ​ແດ່​ພຣະ​ຜູ້​ເປັນເຈົ້າ ແຕ່​ເປັນ​ຫນ້າ​ທີ່​ຂອງ​ປະ​ໂຣ​ຫິດ​ບຸດ​ຫລານ​ຂອງ​ອາ​ໂຣນ ຜູ້​ຊຶ່ງ​ຊຳ​ຮະ​ໄວ້​ໃຫ້​ບໍ​ຣິ​ສຸດ​ເພື່ອ​ເຜົາ​ເຄື່ອງ​ຫອມ ຂໍ​ເຊີນ​ພຣະ​ອົງ​ສະ​ເດັດ​ອອກ​ໄປ​ຈາກ​ສະ​ຖານ​ນະ​ມັສ​ການ​ນີ້ ເພາະ​ພຣະ​ອົງ​ໄດ້​ຊົງ​ລ່ວງ​ເກີນ ແລະ​ພຣະ​ອົງ​ຈະ​ບໍ່​ໄດ້​ຮັບ​ກຽດ​ອັນ​ໃດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ” 19 ແລ້ວ​ອຸ​ສ​ຊີ​ຢາ​ຊົບ​ງ​ກິ້ວ ພຣະ​ອົງ​ມີ​ຫມໍ້​ຂາງ​ໄຟ​ຢູ່​ໃນ​ມື​ຈະ​ຊົງ​ເຜົາ​ເຄື່ອງ​ຫອມ ແລະ​ເມື່ອ​ພຣະ​ອົງ​ຊົງ​ກິ້ວ​ຕໍ່​ປະ​ໂຣ​ຫິດ ໂຣກ​ເຮື້ອນ​ກໍ​ເກີດ​ຂຶ້ນ​ມາ​ທີ່​ຫນ້າ​ຜາກ​ຕໍ່​ຫນ້າ​ປະ​ໂຣ​ຫິດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂ້າງ​ແທ່ນ​ເຜົາ​ເຄື່ອງ​ຫອມ​ 20 ແລະ​ອາ​ຊາ​ຣີ​ຢາ​ມະ​ຫາ​ປະ​ໂຣ​ຫິດ ແລະ​ບັນ​ດາ​ປະ​ໂຣ​ຫິດ​ທັງ​ປວງມອງ​ເບິ່ງ​ພຣະ​ອົງ ແລະ​ເບິ່ງ​ແມ໋, ພຣະ​ອົງ​ຊົງ​ເປັນ​ໂຣກ​ເຮຶ້ອນ​ທີ່​ຫນ້າ​ຜາກ ແລະ​ເຂົາ​ທັງ​ຫລາຍ​ກໍ​ຊຸກ​ພຣະ​ອົງ​ອອກ​ໄປ​ໂດຍ​ໄວ ແລະ​ພຣະ​ອົງ​ເອງ​ກໍ​ຊົງ​ຟ້າວ​ສະ​ເດັດ​ອອ​ກ​ໄປ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງລົງ​ໂທດ​ພຣະ​ອົງ​ແລ້ວ 21 ອຸ​ສ​ຊີ​ຢາ​ກໍ​ຊົງ​ເປັນ​ໂຣກ​ເຮື້ອນ​ຈົນ​ວັນ​ສິ້ນ​ພຣະ​ຊົນ ແລະ​ເພາະ​ເປັນ​ໂຣກ​ເຮື້ອນ​ກໍ​ຊົງ​ຖືກ​ຕັດ​ເສັຽ​ອອກ​ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໂຢ​ທາມ​ໂອ​ຣົດ​ຂອງ​ພຣະ​ອົງ​ເປັນ​ຜູ້​ດູ​ແລ​ຣາ​ຊ​ສຳ​ນັກ​ປົກ​ຄອງ​ຣາ​ສດອນ 22 ສ່ວນ​ພຣະ​ຣາ​ຊ​ກິຈນອກ​ນັ້ນ​ຂອງ​ອຸ​ສ​ຊີ​ຢາ ຕັ້ງ​ແຕ່​ຕົ້ນ​ຈົນ​ສຸດ​ປາຍ ອິ​ຊັຍ​ຢາ ບຸດ​ອາ​ໂມ​ສ​ໄດ້​ບັນ​ທຶ​ກ​ໄວ້ 23 ອຸ​ສ​ຊີ​ຢາ​ກໍ​ຊົງ​ລ່ວງ​ຫລັບ​ໄປ​ຢູ່​ກັບບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ພຣະ​ສົບ​ໄວ້​ກັບບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໃນ​ນາ​ທີ່​ຝັງ​ສົບ​ອັນ​ເປັນ​ຂອງ​ພຣະ​ຣາ​ຊາ ເພາະ​ເຂົາ​ທັງ​ຫລາຍ​ວ່າ “ພຣະ​ອົງ​ຊົງ​ເປັນ​ໂຣກ​ເຮື້ອນ” ແລະ​ໂຢ​ທາມ​ໂອ​ຣົດ​ຂອງ​ພຣະ​ອົງ​ກໍ​ປົກ​ຄອງ​ແທນ​ພຣະ​ອົງ

2 ຂ່າວຄາວ 27

ຣັຊ​ການ​ໂຢທາມ

1 ເມື່ອ​ໂຢ​ທາມ​ຊົງ​ເລີ້ມ​ປົກ​ຄອງ​ນັ້ນ​ມີ​ອາ​ຍຸ​ຊາວ​ຫ້າ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສິບ​ຫົກ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າ​ເຢ​ຣູ​ຊາ ບຸ​ດ​ຍິງ​ຂອງ​ຊາ​ໂດກ 2 ພຣະ​ອົ​ງຊົງ​ກະ​ທຳ​ສິ່ງ​ທີ່ຊອບ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ຊຶ່ງ​ອຸ​ສ​ຊີຢາຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​​ຊົງ​ກະ​ທຳ​ທຸກ​ປະ​ການ ເວັ້ນ​ແຕ່​ພຣະ​ອົງ​ບໍ່​ໄດ້​ເຂົາ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ປະ​ຊາ​ຊົນ​ຍັງ​ປະ​ຕິບັດ​ໃນ​ທາງ​ເສັຽ​ຫາຍ 3 ພຣະ​ອົງ​ຊົງ​ສ້າງ​ປະ​ຕູ​ເທິງ​ຂອງ​ພຣະ​ວິ​ຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊົງ​ກະ​ທຳ​ການ​ກໍ່​ສ້າງ​ຫລາຍ​ທີ່​ກຳ​ແພງ​ເມືອງ​ໂອ​ເຟນ 4 ນອກ​ຈາກ​ນີ້ ພຣະ​ອົງ​ຊົງ​ສ້າງ​ຫົວ​ເມືອງ​ໃນ​ຖິ່ນ​ພູ​ດອຍ​ແຫ່ງ​ຢູ​ດາ ແລະ​ສ້າງ​ປ້ອມ​ກັບ​ຫໍ​ຄອຍ​ຕາມ​ປ່າ​ໄມ້ 5 ພຣະ​ອົງ​ຊົງ​ສູ້​ຮົບ​ກັບ​ພຣະ​ຣາ​ຊາ​ຄົນ​ອັມ​ໂມ​ນ​ແລະ​ຊົງ​ຊະ​ນະ ແລະ​ໃນ​ປີ​ນັ້ນ​ຄົນ​ອັມ​ໂມນ​ໄດ້​ຖວາຍ​ເງິນ​ແກ່​ພຣະ​ອົງ​ນຶ່ງ​ຮ້ອຍ​ຕະ​ລັນ ແລະ​ເຂົ້າ​ສາລີ​ນຶ່ງ​ຫມື່ນ ຄົນ​ອັມ​ໂມນ​ໄດ້​ຖວາຍ​ເທົ່າ​ກັນ​ໃນ​ປີ​ທີ່​ສອງ​ແລະ​ໃນ​ປີ​ທີ່​ສາມ 6 ໂຢ​ທາມ​ຈຶ່ງ​ຊົງ​ມີ​ກຳ​ລັງ​ຫລາຍ​ຂຶ້ນ ເພາະ​ພຣະ​ອົງ​ຊົງ​ຫັ​ນ​ໄປ​ດຳ​ເນີນ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ 7 ສ່ວນ​ພຣະ​ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ໂຢ​ທາມ​ແລະ​ການ​ສົງ​ຄາມ​ທັງ​ສິ້ນ​ຂອງ​ພຣະ​ອົງ ແລະ​ທຳ​ນຽມຂອງພຣະ​ອົງ ເບິ່ງ​ແມ໋, ມີ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ກະ​ສັດ​ແຫ່ງ​ອິ​ສ​ຣາ​ເອນ​ແລະ​ຢູດາ 8 ເມື່ອ​ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ​ມີ​ອາ​ຍຸ​ຊາວ​ຫ້າ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສິບ​ຫົກ​ປີ 9 ແລະ​ໂຢ​ທາມ​ກໍ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ສົບ​ໄວ້​ໃນ​ນະ​ຄອນ​ດາ​ວິດ ແລະ​ອາ​ຮັ​ສ​ໂອ​ຣົດ​ຂອງ​ພຣະ​ອົງ​ປົກ​ຄອງ​ແທນ​ພຣະ​ອົງ

2 ຂ່າວຄາວ 28

ຣັຊ​ການ​ອາ​ຮັ​ສ

1 ເມື່ອ​ອາ​ຮັ​ສ​ຊົງ​ເລີ້ມ​ປົກ​ຄອງ​ມີ​ອາ​ຍຸດ​ຊາວ​ຫ້າ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສິບ​ຫົກ​ປີ ແລະ​ພຣະ​ອົງບໍ່ໄດ້​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນ​ດ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ກັບ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ 2 ແຕ່​ຊົງ​ດຳ​ເນີນ​ຕາມ​ທາງ​ຂອງ​ເຈົ້າ​ຊີ​ວິດ​ແຫ່ງ​ອິ​ສ​ຣາ​ເອນ ພຣະ​ອົງ​ເຖິງ​ກັບ​ຊົງ​ສ້າງ​ຮູບ​ເຄົາ​ຣົບ​ຫລໍ່​ສຳ​ລັບ​ບັນ​ດາ​ພຣະ​ບາ​ອານ 3 ພຣະ​ອົງ​ຊົງ​ເຜົາ​ເຄື່ອງ​ຫອມ​ທີ່ຮ່ອມ​ພູ​ບຸດ​ຮິນ​ໂນມ ແລະ​ຊົງ​ເຜົາ​ບັນ​ດາ​ໂອ​ຣົດ​ຂອງ​ພຣະ​ອົງ​ເປັນ​ເຄື່ອງ​ບູ​ຊາ ຕາມ​ການ​ກະ​ທຳ​ອັນ​ຫນ້າ​ກຽດ​ຊັງ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂັບ​ໄລ່​ອອກ​ເສັຽ​ໃຫ້​ພົ້ນ​ຫນ້າ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ 4 ພຣະ​ອົງ​ຊົງ​ຖວາຍ​ສັ​ຕ​ບູ​ຊາ​ແລະ​ຊົງ​ເຜົາ​ເຄື່ອງ​ຫອມ​ທີ່​ສະ​ຖານນະ​ມັສ​ການ​ທີ່​ສູງ ແລະ​ເທິງ​ເນີນ​ພູ ແລະ​ໃຕ້​ຕົ້​ນ​ໄມ້​ງາມ​ທຸກ​ຕົ້ນ 5 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ຊຶ່ງ​ຊົງ​ມອບ​ພຣະ​ອົງ​ໄວ້​ໃນ​ພຣະ​ຫັດ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ຊີເຣັຽ​ຜູ້​ຊົງ​ຊະ​ນະ​ພຣະ​ອົງ ແລະ​ຈັບ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ນຳ​ມາ​ຍັງ​ດາ​ມັສ​ກັ​ສ ແລະ​ພ​ຣູ​ອົງ​ຊົງ​ຖືກມອບ​ໄວ້​ໃນ​ມື​ຂອງ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ ຜູ້​ຊະ​ນະ​ພຣະ​ອົງ​ດ້ວຍ​ການ​ຂ້າ​ຟັນ​ຢ່າງ​ໃຫຍ່​ຫລວງ 6 ເພາະ​ວ່າ​ເປ​ກາ ບຸດ​ເຣ​ມາ​ລີ​ຢາ​ໄດ້​ຂ້າ​ເສັຽນຶ່ງ​ແສນ​ສອງ​ຫມື່ນ​ຄົນ​ໃນ​ຢູ​ດາໃນ​ວັນ​ດຽວ ທັງ​ສິ້ນ​ເປັນ​ທະ​ຫານ​ກ້າ​ແຂງ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າ​ແຫ່​ງບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ 7 ແລະ​ຊິກ​ຣີ​ທະ​ຫານ​ເອກ​ຂອງ​ເອ​ຟ​ຣາ​ອິມ​ໄດ້​ສັງ​ຫານ​ມາ​ອາ​ເຊ​ອາ​ໂອ​ຣົດ​ຂອງ​ພຣະ​ຣາ​ຊາ ແລະອັ​ສ​ຣີ​ກາມອະ​ທິ​ບໍ​ດີ​ກົມ​ວັງ​ແລະ​ເອນ​ກາ​ນາ​ອຸ​ປ​ຣາ​ຊ 8 ຄົນ​ອິ​ສ​ຣາ​ເອນ​ໄດ້​ຈັບ​ຍາດ​ພີ່​ນ້ອງ​ຂອງ​ຕົນ​ເປັນ​ຊະ​ເລີຍ​ສອງ​ແສນ​ຄົນ ມີ​ຜູ້​ຍິງ ບຸດ​ຊາຍ ແລະ​ບຸດ​ຍິງ ແລະ​ໄດ້​ຍຶດ​ຂອງ​ເປັນ​ອັນ​ມາກ​ມາ​ຈາກ​ເຂົາ​ນຳ​ມາ​ຍັງ​ຊາ​ມາ​ເຣັຽ 9 ແຕ່​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ນັ້ນ​ຊື່​ວ່າ ໂອເດດ ທ່ານ​ອອກ​ໄປ​ພົບ​ກອງ​ທັບ​ຊຶ່ງ​ມາ​ຍັງ​ຊາ​ມາ​ເຣັຽ ແລະ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ເບິ່ງ​ແມ໋, ເພາະ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາ​ຍຊົງ​ກິ້ວ​ຕໍ່​ຢູ​ດາ ພຣະ​ອົງ​ຊົງ​ມອບ​ເຂົາ​ທັງ​ຫລາຍໄວ້​ໃນ​ມື​ຂອງ​ທ່ານ ແຕ່​ທ່ານ​ທັງ​ຫລາຍ​ໄດ້​ສັງ​ຫານ​ເຂົາ​ເສັຽດ້ວຍ​ຄວາມ​ກ້ຽວ​ກາດ​ຊຶ່ງ​ຂຶ້ນ​ໄປ​ເຖິງ​ຟ້າ​ສວັນ 10 ແລະ​ບັດ​ນີ້​ທ່ານ​ທັງ​ຫລາຍ​ເຈ​ຕ​ນາ​ຈະ​ຂົ່ມ​ເຫັງ​ປະ​ຊາ​ຊົນ​ແຫ່ງ​ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ​ທັງ​ຊາຍ​ແລະ​ຍິງ​ໃຫ້​ເປັນ​ທາດ​ຂອງ​ທ່ານ ຕົວ​ທ່ານ​ເອງ​ບໍ່​ມີ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຫລື 11 ບັດ​ນີ້ ຂໍ​ຟັງ​ຂ້າ​ພະ​ເຈົ້າ ແລະ​ຂໍ​ສົ່ງ​ຊະ​ເລີຍ​ຊຶ່ງ​ທ່ານ​ໄດ້​ນຳ​ມາ​ຈາກຍາດ​ພີ່​ນ້ອງ​ຂອງ​ທ່ານ​ກັບ​ໄປ ເພາະ​ວ່າ​ພຣະ​ພິ​ໂຣດ​ອັນ​ແຮງ​ກ້າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເຫນືອ​ທ່ານ​ທັງ​ຫລາຍ 12 ບາງ​ຄົນ​ໃນ​ຫົວ​ຫນ້າ​ຄົນ​ເອ​ຟ​ຣາ​ອິມ ຄື​ອາ​ຊາ​ຣິ​ຢາ ບຸດ​ໂຢ​ຮາ​ນານ ເບ​ເຣ​ກິ​ຢາ ບຸດ​ເມ​ຊີນ​ເລ​ໂມ​ທ ເຢ​ຮິ​ສ​ກີ​ຢາ ບຸດ​ຊັນ​ລູມ ແລະ​ອາ​ມາ​ຊາ ບຸດ​ຮັດ​ລັຍ ໄດ້​ຢືນ​ຂຶ້ນຂັດ​ຂວາງ​ບັນ​ດາຜູ້ທີ່​ກັບ​ມາ​ຈາກ​ສົງ​ຄາມ 13 ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ເຈົ້າ​ຢ່າ​ນຳ​ຊະ​ເລີຍ​ເຂົ້າ​ມາ​ທີ່​ນີ້ ເພາະ​ເຈົ້າ​ຫມຸ່ງ​ຫມາຍທີ່​ຈະ​ນຳ​ໂທດ​ບາບ​ມາ​ເຫນືອ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພີ້ມ​ເຂົ້າ​ກັບ​ບາບ​ແລະ​ກັມ​ຊົ່ວ​ໃນ​ປັດ​ຈຸ​ບັນ​ຂອງ​ເຮົາ ເພາະ​ວ່າ​ກັມ​ຊົ່ວ​ຂອງ​ເຮົາ​ກໍ​ໃຫຍ່​ໂຕ​ຢູ່ ພຣະ​ພິ​ໂຣດ​ອັນ​ແຮງ​ກ້າຕໍ່​ອິ​ສ​ຣາ​ເອນ​ມີ​ຢູ່​ແລ້ວ” 14 ເຫດ​ສັນ​ນັ້ນ ຜູ້​ຖື​ອາ​ວຸດ​ຈຶ່ງ​ຖິ້ມ​ຊະ​ເລີຍແລະ​ຂອງ​ທີ່​ຍຶດ​ມາ​ຕໍ່​ຫນ້າ​ເຈົ້າ​ນາຍ​ແລະ​ຊຸມ​ນຸມ​ຊົນ​ທັງ​ປວງ 15 ແລະ​ຜູ້​ຊາຍ​ຊຶ່ງ​ຖືກ​ຣະ​ບຸ​ຊື່​ນັ້ນ​ໄດ້​ລຸກ​ຂຶ້ນ​ເອົາ​ເສື້ອ​ຜ້າ​ອັນ​ເປັນ​ຂອງ​ທີ່​ຍຶດ​ມາ​ໃຫ້​ແກ່​ຄົນ​ທີ່​ເປືອຍ​ກາຍ​ຢູ່​ໃນ​ພວກ​ຊະ​ເລີຍ ແລະ​ເຂົາ​ກໍ​ນຸ່ງ​ເຄື່ອງ​ໃຫ້​ເຂົາ​ໄວ້ ແລະ​ໃຫ້​ເກີບ ແລະ​ຈັດ​ຫາ​ອາ​ຫານ​ແລະ​ເຄື່ອງ​ດື່ມ​ໃຫ້ ແລະ​ຊະ​ໂລມ​ເຂົາ ແລະ​ນຳ​ຄົນ​ທີ່​ອ່ອນ​ເປັ້ຽ​ໃນ​ພວກ​ເຂົາ​ຂຶ້ນ​ລາ​ນຳ​ເຂົາ​ກັບ​ມາ​ຍັງ​ຍາດ​ພີ່​ນ້ອງ​ຂອງ​ເຂົາ​ທີ່​ເມືອງ​ເຢ​ຣີ​ໂກ ຄື​ເມືອງ​ຕົ້ນ​ອິນ​ພ​ລັມ ແລະ​ເຂົາ​ທັງ​ຫລາຍ​ກໍ​ກັບ​ໄປ​ຍັງ​ຊາ​ມາ​ເຣັຽ 16 ຄັ້ງ​ນັ້ນ​ກະ​ສັດ​ອາ​ຮັ​ສ​ຊົງ​ໃຊ້​ໃຫ້​ໄປ​ຫາ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ 17 ເພາະ​ຄົນ​ເອ​ໂດມ​ໄດ້​ບຸກ​ຣຸກ​ເຂົ້າ​ມາ​ອີກ ແລະ​ໂຈມ​ຕີ​ຢູ​ດາ ແລະ​ຈັບ​ໄປ​ເປັນຊະ​ເລີຍ 18 ແລະ​ຄົນ​ຟີ​ລິ​ສ​ຕິນ​ໄດ້​ເຂົ້າ​ປຸ້ນ​ຫົວ​ເມືອງ​ໃນ​ຖິ່ນ​ເນີນ​ເຊ​ເຟ​ລາ ແລະ​ທີ່​ພາກ​ໃຕ້​ຂອງ​ຢູ​ດາ ແລະ​ໄດ້​ຍຶດ​ເມືອງ​ເບັດ​ເຊ​ເມ​ສ ອັຍ​ຢາ​ໂລນ ເກ​ເດ​ໂຣ​ທ ແລະ​ໂຊ​ໂກ​ກັບ​ຊົນ​ນະ​ບົດ ແລະເຂົາ​ກໍ​ຕັ້ງ​ຢູ່​ທີ່​ນັ້ນ 19 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ຢູ​ດາ​ດ້ອຍ​ລົງ​ດ້ວຍ​ອາ​ຮັ​ສ​ພຣະ​ຣາ​ຊາ​ແຫ່​ງອິ​ສ​ຣາ​ເອນ ເພາະອາ​ຮັ​ສ​ຊົ​ງ​ປ່ອຍ​ໃຫ້​ເຫລີງ​ໃນ​ຢູ​ດາ​ແລະ​ບໍ່​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 20 ສະ​ນັ້ນ ຕິນ​ກາດປິນ​ເນ​ເຊີພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽຈຶ່ງ​ຍົກ​ຂຶ້ນ​ມາ​ຕໍ​ສູ້​ກັບ​ພຣະ​ອົງ ແລະ​ກະ​ທຳ​ໃຫ້​ພຣະ​ອົງ​ທຸກ​ພຣະ​ທັຍ​ແທນ​ທີ່​ຈະ​ສ​ນັບ​ສ​ນຸນ​ພຣະ​ອົງ​ໃຫ້​ເຂັ້ມ​ແຂງ 21 ເພາະ​ອາ​ຮັ​ສ​ຊົງ​ເອົາ​ຂອງ​ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຈາກ​ຣາ​ຊ​ສຳ​ນັກ​ແລະ​ຈາກ​ເຈົ້າ​ນາຍ​ຖວາຍ​ເປັນ​ບັນ​ນາ​ການ​ແກ່​ພຣະ​ຣາ​ຊາ​ຂອງ​ອັ​ສ​ຊີ​ເຣັຽ ແຕ່​ບໍ່ເປັນ​ປ​ໂຍດ​ແກ່​ພຣະ​ອົງ 22 ໃນ​ຄາວ​ທຸກ​ຍາກ​ນັ້ນ ພຣະ​ອົງ​ຍິ່ງ​ບໍ່​ເຊື່ອ​ຕໍ່ພຣະ​ຜູ້​ເປັນ​ເຈົ້າ ຄື​ກະ​ສັດ​ອາ​ຮັ​ສ​ອົງ​ດຽວ​ກັນ​ນີ້​ແຫລະ 23 ເພາະ​ພຣະ​ອົງ​ຊົງ​ຖວາຍ​ສັຕ​ບູ​ຊາ​ແກ່​ພຣະ​ຂອງ​ເມືອງ​ດາ​ມັສ​ກັ​ສ​ຊຶ່ງ​ໄດ້​ໃຫ້​ພຣະ​ອົງ​ຜ່າຍ​ແພ້​ແລະ​ກ່າວ​ວ່າ, “ເພາະ​ວ່າ​ພຣະ​ເຈົ້າ​ແຫ່ງ​ພຣະ​ຣາ​ຊາ​ຂອງ​ຊີ​ເຣັຽໄດ້​ຊ່ອຍ​ເຂົາ​ທັງ​ຫລາຍ ເຮົາ​ຈະ​ຖວາຍ​ສັ​ຕ​ບູ​ຊາ​ແກ່​ພຣະ​ເຫລົ່າ​ນັ້ນ​ເພື່ອ​ຈະ​ຊ່ອຍ​ເຮົາ” ແຕ່ພຣະ​ເຫລົ່າ​ນັ້ນ​ເປັນ​ເຄື່ອງ​ທຳ​ລາຍ​ພຣະ​ອົງ​ແລະ​ທັງ​ອິ​ສ​ຣາ​ເອນ​ທັງ​ປວງ​ດ້ວຍ 24 ແລະ​ອາ​ຮັ​ສ​ຊົງ​ຮວບ​ຮວມ​ເຄື່ອງ​ໃຊ້​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ອັນໆ ແລະ​ພຣະ​ອົງ​ຊົງປິດ​ປະ​ຕູ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ພຣະ​ອົງ​ຊົງ​ສ້າງ​ແທ່ນ​ບູ​ຊາ​ສຳ​ລັບ​ພຣະ​ອົງ​ທຸກ​ມຸມ​ເມືອງ​ເຢ​ຣູ​ຊາ​ເລັມ 25 ພຣະ​ອົງ​ຊົງ​ສ້າງ​ບ່ອນ​ນະ​ມັສ​ການ​ທີ່​ສູງ​ໃນ​ຫົວ​ເມືອງ​ຂອງ​ຢູ​ດາ​ທຸກ​ຫົວ​ເມືອງ​ເພື່ອ​ເຜົາ​ເຄື່ອງ​ຫອມ​ຖວາຍ​ພຣະ​ອື່ນ ກະ​ທຳ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ 26 ສ່ວນ​ພຣະ​ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ພຣະ​ອົງ ແລະ​ເຣື່ອງ​ຣາ​ວອງ​ພຣະ​ອົງ​ທັງ​ສິ້ນ​ຕັ້ງ​ແຕ່​ຕົ້ນ​ຈົນ​ປາຍ ເບິ່ງ​ແມ໋, ເຂົາ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ກະ​ສັດ​ຂອງ​ຢູ​ດາ​ແລະ​ອິ​ສ​ຣາ​ເອນ 27 ​ອາ​ຮັ​ສ​ກໍ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ເຂົາ​ກໍ​ຝັງ​ພຣະ​ສົບ​ໄວ້​ໃນ​ກຸງ ຄື​ໃນ​ເຢ​ຣູ​ຊາ​ເລັມ ເພາະ​ເຂົາ​ບໍ່​ໄດ້​ນຳ​ພຣະ​ສົບ​ໄປ​ໄວ້​ໃນ​ອຸບ​ໂມງ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ ແລະ​ເຮ​ເຊ​ກີ​ຢາ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ປົກ​ຄອງ​ແທນ​ພຣະ​ອົງ

2 ຂ່າວຄາວ 29

ຣັຊ​ການ​ເຮ​ເຊ​ກີ​ຢາ

1 ເມື່ອ​ເຮ​ເຊ​ກີ​ຢາ​ມີ​ອາ​ຍຸ​ສິບ​ຫ້າ​ປີ ພຣະ​ອົງ​ຊົງ​ເລີ້ມ​ປົກ​ຄອງ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຊາວ​ເກົ້າ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ມີ​ພຣະ​ນາມ​ວ່າ ອາ​ບີ​ຢາ​ບຸດ​ຕ​ຣີ​ຂອງ​ເຊຄາ​ຣິ​ຢາ 2 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບໃນ​ສາຍພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ຊຶ່ງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ

ເຮເຊ​ກີ​ຢາ​ຊົງ​ຮຶ້​ຟື້​ນ​ການ​ນະ​ມັສ​ການ​ໃນ​ພຣະ​ວິ​ຫານ

3 ໃນ​ປີ​ທຳ​ອິດ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ​ໃນ​ເດືອນ​ແຣກ ພຣະ​ອົງ​ຊົງ​ເປີດ​ປະ​ຕູ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໄດ້​ຊົງທຳ​ການ​ສ້ອມ​ແຊມ​ປະ​ຕູ​ນັ້ນ 4 ພຣະ​ອົງຊົງ​ນຳ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ເຂົ້າ​ມາ​ແລະ​ຊົງ​ໃຫ້​ເຂົາ​ຊຸມ​ນຸມ​ທີ່​ລານ​ເມືອງ​ດ້ານ​ຕາເວັນ​ອອກ 5 ແລະ​ກ່າວ​ກັບ​ເຂົາ​ວ່າ, “ຄົນ​ເລ​ວີ​ເອີຍ ຂໍ​ຟັງ​ເຮົາ ຈົ່ງ​ຊຳ​ຮະ​ຕົວ​ໃຫ້​ບໍ​ຣິ​ສຸດ ແລະ​ຊຳ​ຮະ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ໃຫ້​ບໍ​ຣິ​ສຸດ 6 ເພາະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ​ບໍ່​ຊື່​ສັດ ແລະ​ໄດ້​ກະ​ທຳ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຣົາ ເຂົາ​ທັງ​ຫລາຍ​ໄດ້​ປະ​ຖິ້ມ​ພຣະ​ອົງ ແລະ​ຫັນ​ຫນ້າ​ຂອງ​ເຂົາ​ເສັຽ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ໄດ້​ຫັນ​ຫລັງ​ໃຫ້ 7 ເຂົາ​ປິດ​ປະ​ຕູມຸກ​ພຣະ​ວິຫານ​ດ້ວຍ​ແລະ​ໄດ້​ດັບ​ຕະ​ກຽງ​ເສັຽ ແລະ​ບໍ່​ໄດ້​ເຜົາ​ເຄື່ອງ​ຫອມ​ຫລື​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ໃນ​ສະ​ຖານ​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ 8 ເຫດ​ສັນ​ນັ້ນ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ຈຶ່ງ​ມາ​ເທິງ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ ແລະ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ເຂົາ​ເປັນ​ສິ່ງ​ທີ່​ຫນ້າ​ຫວາດ​ກົວ ເປັນ​ທິ່ຫນ້າ​ສະ​ຍົດ​ສະ​ຍອງ ແລະ​ເປັນ​ທີ່​ເຍາະ​ເຍີ້ຍ​ຕາມ​ທີ່​ທ່ານ​ໄດ້​ເຫັນ​ກັບ​ຕາ​ຂອງ​ທ່ານ​ແລ້ວ 9 ເພາະ​ບິ​ດາ​ທັງ​ຫລາຍ​ຂອງ​ເຮົາ​ໄດ້​ລົ້ມ​ລົງ​ດ້ວຍດາບ ແລະ​ບຸດ​ຊາຍບຸດ​ຍິງ​ກັບ​ພັ​ຣ​ຍາ​ຂອງ​ເຮົາ​ໄດ້​ເປັນ​ຊະ​ເລີຍ​ເພາະ​ເຫດ​ນີ້ 10 ບັດ​ນີ້​ເຣົາ​ມີ​ໃຈ​ປະ​ສົງ​ທີ່​ຈະ​ກະ​ທຳ​ຄຳ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ເພື່ອ​ວ່າ​ພຣະ​ພິ​ໂຣດ​ອັນ​ແຮງ​ກ້າ​ຂອງ​ພຣະ​ອົງ​ຈະ​ຫັນ​ໄປ​ເສັຽ​ຈາກ​ເຣົາ 11 ບຸດ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ຢ່າ​ເມີນ​ເສີຍ​ເພາະ​ພຣະຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເລືອກ​ທ່ານ​ໃຫ້​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ເພື່ອ​ບົວ​ລະ​ບັດ​ພຣະ​ອົງ ແລະ​ເປັນ​ຜູ້​ບົວ​ລະ​ບັດ​ຂອງ​ພຣະ​ອົງ​ແລະ​ເຜົາ​ເຄື່ອງ​ຫອມ” 12 ແລ້ວ​ຄົນ​ເລ​ວີ​ກໍ​ລຸກ​ຂຶ້ນ ຄື​ມາ​ຮາ​ດບຸດ​ອາ​ມາ​ຊັຍ ແລະ​ໂຢ​ເອນ​ບຸດ​ອາ​ຊາ​ຣິ​ຢາ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ໂກ​ຮາດ ແລະ​ເຊື້ອ​ສາຍ​ຂອງ​ເມ​ຣາ​ຣີ ຄິ​ສ​ບຸດ​ອັບ​ດີ ແລະ​ອາ​ຊາ​ຣິ​ຢາ​ບຸດ​ເຢ​ຮັນ​ເລ​ເລນ ແລະ​ເຊື້ອ​ສາຍ​ຂອງ​ເກີ​ໂຊນ ຄື ໂຢ​ອາບຸດ​ຊິມ​ມາ ແລະ​ເອ​ເດນ​ບຸດ​ໂຢ​ອາ 13 ແລະ​ເຊື້ອ​ສາຍ​ຂອງ​ເອ​ລີ​ຊາ​ຟານ ຄື​ຊິມ​ຣີ ແລະ​ເຢ​ອູ​ເອນ ແລະ​ເຊື້ອ​ສາຍ​ຂອງ​ອາ​ສາ​ຟ ຄື​ເຊ​ຄາ​ຣິ​ຢາ ແລະ​ມັດ​ຕາ​ນິ​ຢາ 14 ແລະ​ເຊື້ອ​ສາຍ​ຂອງ​ເຮ​ມານ ຄື​ເຢ​ຮູ​ເອນ​ແລະ​ຊີ​ເມ​ອີ ແລະ​ເຊື້ອ​ສາຍ​ຂອງ​ເຢ​ດູ​ທູນ ຄື​ເຊມັຍ​ຢາ ແລະ​ອຸ​ສ​ຊີ​ເອນ 15 ເຂົາ​ທັງ​ຫລາຍ​ຮວບ​ຮ​ວມພີ່​ນ້ອງ​ຂອງ​ເຂົາ ແລະ​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ ແລະ​ເຂົ້າ​ໄປ​ຕາມ​ທີ່​ພຣະ​ຣາ​ຊາ​ໄດ້​ຊົງ​ບັນ​ຊາ ໂດຍ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ຊຳ​ຮະ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ບໍ​ຣິ​ສຸດ 16 ປະ​ໂຣ​ຫິດ​ໄດ້​ເຂົ້າ​ໄປ​ໃນ​ສ່ວນ​ຂ້າງ​ໃນ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ ແລະ​ເຂົາ​ນໍາ​ສິ່ງ​ທີ່​ເປື້ອນ​ເປິະ​ທີ່​ເຂົາ​ພົບ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອອກ​ມາ​ທີ່​ລານ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ຄົນ​ເລ​ວີ​ກໍ​ຂົນ​ເອົາ​ຂອງ​ນັ້ນ​ອອກ​ໄປ​ຍັງ​ລຳ​ທາ​ນາ​ກິດ​ໂຣນ 17 ເຂົາ​ເລີ້ມ​ຊຳ​ຮະ​ໃນ​ວັນ​ແຣກ​ຂອງ​ເດືອນ​ທຳ​ອິດ ແລະ​ໃນ​ວັນ​ທີ່​ແປດຂອງ​ເດືອນ​ນັ້ນ​ເຂົາ​ມາ​ຍັງ​ມຸກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ຊຳ​ຮະ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ແປດ​ວັນ ແລະ​ໃນ​ວັນ​ທີ່​ສິບຫົກ​ຂອງ​ເດືອນ​ທຳ​ອິດ​ກໍ​ສຳ​ເຣັດ 18 ແລ້ວ​ເຂົາ​ເຂົ້າ​ໄປ​ຫາ​ເຮ​ເຊກີ​ຢາ​ພຣະ​ຣາ​ຊາ​ແລະ​ທູນ​ວ່າ, “ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ກະ​ທຳ​ຄວາມ​ສະ​ອາດ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເສັດ​ສິ້ນ​ແລ້ວ ທັງ​ແທ່ນ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງໃຊ້​ຂອງ​ແທ່ນ​ນັ້ນ​ທັງ​ສິ້ນ ແລະ​ໂຕະ​ເຂົ້າ​ຈີ່​ຕັ້ງ​ຖວາຍ ແລະ​ເຄື່ອງ​ໃຊ້​ຂອງ​ໂຕະ​ທັງ​ສິ້ນ 19 ເຄື່ອງ​ໃຊ້​ທັງ​ສິ້ນ​ຊຶ່ງ​ກະ​ສັດ​ອາ​ຮັ​ສ​ໄດ້​ຖິ້ມ​ໃນ​ຣັຊ​ການ​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ບໍ່​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ຕຽມ​ພ້ອມ​ແລະ​ໄດ້​ຊຳ​ຮະ​ແລ້ວ ແລະ​ເບິ່​ງ​ແມ໋, ຂອງ​ເຫລົ່າ​ນັ້ນ​ກໍ​ຢູ່​ຫນ້າ​ແທ່ນບູຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 20 ແລ້ວ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊາ​ຊົງ​ລຸກ​ຂຶ້ນ​ແຕ່​ເດິກ ແລະ​ຮວບ​ຮວມ​ເຈົ້າ​ນາຍ​ຂອງ​ກຸງ ແລະ​ສະ​ເດັດ​ຂຶ້ນ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 21 ເຂົາ​ໄດ້​ນຳ​ງົວ​ເຖິກ​ເຈັດ​ໂຕ ແກະ​ເຖິກ​ເຈັດ​ໂຕ ລູກ​ແກະ​ເຈັດ​ໂຕ ແລະ​ແບ້​ເຖິກ​ເຈັດ​ໂຕ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ສຳ​ລັບ​ຣາ​ຊ​ອາ​ນາ​ຈັກ ສະ​ຖານ​ນະ​ມັສ​ການ​ແລະ​ຢູ​ດາ ແລະ​ພຣະ​ອົງ​ຊົງ​ບັນ​ຊາ​ໃຫ້​ລູກ​ຫລານ​ຂອງ​ອາ​ໂຣນ ຄື ປະ​ໂຣ​ຫິດ​ໃຫ້​ຖວາຍ​ຂອງ​ເຫລົ່າ​ນັ້ນ​ເທິງ​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 22 ເຂົາ​ທັງ​ຫລາຍ​ຈຶ່ງ​ຂ້າ​ງົວ​ເຖິກ​ແລະ​ປະ​ໂຣ​ຫິດ​ກໍ​ຮັບ​ເລືອດ​ແລະ​ຊິດ​ໃສ່​ທີ່​ແທ່ນ​ບູ​ຊາ ແລະ​ເຂົາ​ທັງ​ຫ​ລາຍ​ຂ້າ​ແກະ​ເຖິກ ແລະ​ເອົາ​ເລືອດ​ຂອງ​ມັນ​ຊິດ​ໃສ່​ແທ່ນ​ບູ​ຊາ ແລະ​ຂ້າ​ລູກ​ແກະ ເອົາ​ເລືອດ​ຂອງ​ມັນ​ຊິດ​ໃສ່​ແທ່ນ​ບູ​ຊາ 23 ແລ້ວ​ແບ້​ເຖິກ​ສຳ​ລັບ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ນັ້ນ​ເຂົາ​ນຳ​ມາ​ທີ່​ພຣະ​ຣາ​ຊາ​ແລະ​ທີ່​ປະ​ຊຸມ​ຊົນ ແລະ​ເຂົາ​ທັງ​ຫລາຍ​ກໍ​ເອົາ​ມື​ຂອງ​ເຂົາ​ວາງ​ເທິງ​ແບ້​ນັ້ນ 24 ແລະ​ປະ​ໂຣ​ຫິດ​ກໍ​ຂ້າ​ແບ້ເສັຽ ແລະ​ເອົາ​ເລືອດ​ຂອງ​ມັນ​ທຳ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ເທິງ​ແທ່ນ​ນັ້ນ ເພື່ອ​ທຳ​ກາ​ນ​ລົບ​ມົນ​ທິນ​ບາບ​ໃຫ້​ອິ​ສ​ຣາ​ເອນ​ທັງ​ປວງ ເພາະ​ບັນ​ດາ​ປະ​ໂຣ​ຫິດຊົງ​ບັນ​ຊາ​ວ່າ ໃຫ້​ທຳ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ສຳ​ລັບ​ອິ​ສ​ຣາ​ເອນ 25 ແລ້ວ​ພຣະ​ອົງ​ຊົງ​ໃຫ້​ຄົນ​ເລ​ວີ​ປະ​ຈຳ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ສາບ​ຊິ່ງ ພິນ​ໃຫຍ່ ແລະ​ພິນ​ເຂົາ​ຄູ່ ຕາມ​ບັນ​ຍັດ​ຂອງດາ​ວິດ​ແລະ​ຂອງ​ກາດ​ຜູ້​ທຳ​ນ​ວາຍ​ຂອງ​ພຣະ​ຣາ​ຊາ ແລະ​ຂອງ​ນາ​ທານ​ຜູ້​ປະ​ກາດ​ພຣະ​ທັມ ເພາະ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ 26 ຄົ​ນ​ເລ​ວີ​ກໍ​ຢືນ​ຢູ່ ຖື​ເຄື່ອງ​ຄົນ​ຕຣີ​ຂອງ​ດາ​ວິດ ແລະ​ປະ​ໂຣ​ຫິດ​ຖືແກ 27 ແລ້ວ​ເຮ​ເຊ​ກີ​ຢາ​ຊົງ​ບັນ​ຊາ​ວ່າ ໃຫ້​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ນັ້ນ​ເທິງ​ແທ່ນ ແລະ​ເມື່ອ​ເລີ້ມ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ ກໍ​ເລີ້ມ​ຖວາຍ​ເພງ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ແກ​ກັບ​ເຄື່ອງ​ດົນ​ຕ​ຣີຂອງ​ດາ​ວິດ​ພຣະ​ຣາ​ຊາ​ຂອງ​ອິ​ສ​ຣາ​ເອນ​ກໍ​ເລີ້ມ​ດ້ວຍ 28 ຊຸມ​ນຸມ​ຊົນ​ທັງ​ສິ້ນ​ກໍ​ນະ​ມັສ​ການ ແລະ​ນັກ​ຮ້ອງ​ກໍ​ຮ້ອງ​ເພງ​ແລະ​ຄົນ​ດົນ​ຕ​ຣີ​ກໍ​ເປົ່າ​ແກ​ທຳ​ຢ່າງ​ນີ້​ຢູ່​ຈົນ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ເສັດ 29 ເມື່ອ​ການ​ຖວາຍ​ບູ​ຊາ​ເສັດ​ແລ້ວ ພຣະ​ຣາ​ຊາ​ແລະ​ຄົນ​ທັງ​ປວງ​ທີ່​ຢູ່​ກັບ​ພຣະ​ອົງ​ກໍ​ກາບ​ລົງ​ນະ​ມັສ​ການ 30 ແລະ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊາ​ແລະ​ເຈົ້າ​ນາຍ​ກໍ​ບັນ​ຊາ​ໃຫ້​ຄົນ​ເລ​ວີ​ຮ້ອງ​ເພງ​ຍໍ​ພຣະ​ກຽດ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຖ້ອຍ​ຄຳ​ຂອງ​ດາ​ວິດ​ແລະ​ຂອງ​ອາ​ສາ​ຟ​ຜູ້​ທຳ​ນວາຍ ແລະ​ເຂົາ​ທັງ​ຫລາຍ​ຮ້ອງ​ເພງ​ຍໍ​ພຣະ​ກຽດ​ດ້ວຍ​ຄວາມ​ຍິນດີ ແລະ​ເຂົາ​ກໍ​ກາບ​ລົງ​ນະ​ມັສ​ການ 31 ແລ້ວ​ເຮ​ເຊ​ກີ​ຢາ​ກ່າວ​ວ່າ, “ບັດ​ນີ້​ທ່ານ​ທັງ​ຫລາຍ​ໄດ້​ຊຳ​ຮະ​ຕົວ​ຂອງ​ທ່ານ​ໃຫ້​ບໍ​ຣິ​ສຸດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ເຂົ້າ​ມາ​ໃກ້ ນຳ​ເຄື່ອງ​ສັ​ຕ​ບູ​ຊາ ແລະ​ເຄື່ອງ​ບູ​ຊາ​ໂມ​ທະ​ນາ​ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້ເປັນ​ເຈົ້າ” ແລະ​ຊຸມ​ນຸມ​ຊົນ​ກໍ​ນຳ​ເຄື່ອງ​ສັຕ​ບູ​ຊາ​ແລະ​ເຄື່ອງ​ບູ​ຊາ​ໂມ​ທະ​ນາ ແລະ​ທຸກ​ຄົນ​ທີ່​ມີ​ໃຈ​ສ​ມັກ​ກໍ​ໄດ້​ນຳ​ເຄື່ອງ​ເຜົາ​ບູ​ຊາ​ມາ 32 ຈຳ​ນວນ​ເຄື່ອງ​ເຜົາ​ບູ​ຊາ​ຊຶ່ງ​ຊຸມ​ນຸມ​ຊົນ​ນຳ​ມາ ຄື​ງົວ​ເຖິກ​ເຈັດ​ສິບ​ໂຕ ແກະ​ເຖິ​ກນຶ່ງ​ຮ້ອຍ​ແລະ​ລູກ​ແກະ​ສອງ​ຮ້ອຍ ທັງສິ້ນ​ນີ້​ເປັ​ນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ 33 ແລະ​ເຄື່ອງ​ບູ​ຊາ​ທີ່​ມອບ​ຖວາຍ​ໄວ້ ມີ​ງົວ​ເຖິກ​ຫົກ​ຮ້ອຍ​ໂຕ ແລະ​ແກະ​ສາມ​ພັນ​ໂຕ 34 ແຕ່​ມີ​ປະ​ໂຣ​ຫິດ​ຫນ້ອຍ​ເກີນ​ໄປຈົນ​ດຶງ​ຫນັງ​ເຄື່ອງ​ເຜົາ​ບູ​ຊາ​ທັງ​ຫມົດ​ບໍ່​ໄດ້ ຄົນ​ເລ​ວີ​ພີ່ນ້ອງ​ຂອງ​ເຂົາ​ກໍ​ໄດ້​ຊ່ອຍ​ຈົນ​ສຳ​ເຣັດ​ງານ ແລະ​ຈົນ​ກວ່າ​ປະ​ໂຣ​ຫິດ​ຈະ​ເສັດ​ການ​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ ເພາະ​ໃນ​ການ​ຊຳ​ຮະ​ຕົນ​ນັ້ນ​ຄົນ​ເລ​ວີ​ຈິງ​ຈັງ​ຍິ່ງກວ່າ​ພວກ​ປະ​ໂຣ​ຫິດ 35 ນອກ​ຈາກ​ເຄື່ອງ​ເຜົາ​ບູ​ຊາ​ມີ​ຈຳ​ນວນ​ຫລວງ​ຫລາຍ​ແລ້ວ ຍັງ​ມີ​ໄຂ​ມັນ​ຂອງ​ເຄື່ອງ​ສານ​ຕິ​ບູ​ຊາ ແລະ​ມີ​ເຄື່ອງ​ດື່ມ​ບູ​ຊາ​ຄູ່​ກັບ​ເຄື່ອງ​ເຜົາ​ບູ​ຊາ​ດ້ວຍ ດັ່ງ​ນີ້​ແຫລະ​ງານ​ບົວ​ລະ​ບັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ກໍ​ຟື້ນ​ຄືນ​ມາ​ອີກ 36 ເຮ​ເຊ​ກີ​ຢາ​ກັບ​ປະ​ຊາ​ຊົນ​ທັງ​ປວງ​ກໍ​ຊົມ​ຊື່ນ​ຍິນ​ດີ​ດ້ວຍ​ການ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ຄັ້ງ​ນີ້ ເພາະ​ເຣື່ອງ​ນີ້​ເກີດ​ຂຶ້ນ​ປັດ​ຈຸ​ບັນ​ທັນ​ດ່ວນ

2 ຂ່າວຄາວ 30

ການ​ຖື​ເທ​ສ​ການ​ປັ​ສ​ຄາ

1 ເຮເຊ​ກີ​ຢາ​ຊົງ​ຮັບ​ສັ່ງ​ໄປ​ເຖິງ​ອິ​ສ​ຣາ​ເອນ​ແລະ​ຢູ​ດາ​ທັງ​ປ​ວງ ແລະ​ຊົງ​ພຣະ​ອັກ​ສອນ​ເຖິງ​ເອ​ຟ​ຣາ​ອິມ​ກັບ​ມາ​ນັ​ສ​ເຊ​ດ້ວຍ ວ່າ​ເຂົາ​ທັງ​ຫລາຍ​ຄວນ​ຈະ​ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເຢ​ຣູ​ຊາ​ເລັມ ເພື່ອ​ຈະ​ຖື​ເທ​ສ​ການ​ປັ​ສ​ຄາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ອິ​ສ​ຣາ​ເອນ 2 ເພາະ​ວ່າພຣະ​ຣາ​ຊາ​ແລະ​ເຈົ້າ​ນາຍ​ຂອງ​ພຣະ​ອົງ​ທັງ​ຊຸມ​ນຸມ​ຊົນ​ທັງ​ປວງ​ໃນ​ເຢ​ຣູ​ຊາ​ເລັມ​ໄດ້​ປຶກ​ສາ​ກັນ​ທີ່​ຈະ​ຖື​ເທ​ສ​ການ​ປັ​ສ​ຄາ​ໃນ​ເດືອນ​ທີ່​ສອງ 3 ດ້ວຍ​ເຂົາ​ທັງ​ຫລາຍ​ຈະ​ຖືປັ​ສ​ຄາ​ຕາມ​ກຳ​ນົດ​ບໍ່​ໄດ້ ເພາະ​ວ່າ​ພວກ​ປະ​ໂຣ​ຫິດ​ຍັງ​ບໍ່​ໄດ້​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ​ພຽງ​ພໍ​ແກ່​ຈຳ​ນວນ ແລະ​ປະ​ຊາ​ຊົນ​ຍັງ​ບໍ່​ໄດ້​ຊຸມນຸມ​ກັນ​ໃນ​ເຢ​ຣູ​ຊາ​ເລັມ 4 ແລະ​ແຜນ​ງານ​ນັ້ນ​ກໍ​ເປັນ​ທີ່​ຊອບແກ່​ພຣະ​ຣາ​ຊາ ແລະ​ຊຸມນຸມຊົນ​ທັງ​ປວງ 5 ເຂົາ​ຈຶ່ງ​ລົງ​ມະ​ຕິ​ໃຫ້​ທຳ​ປະ​ກາດ​ອອກ​ໄປ​ທົ່​ວ​ອິ​ສ​ຣາ​ເອນ ຕັ້ງ​ແຕ່​ເບ​ເອີ​ເຊ​ບາ​ຈົນ​ເຖິງ​ເມືອງ​ດານ​ວ່າ ປະ​ຊາ​ຊົນ​ຄວນ​ມາ​ຖື​ປັ​ສ​ຄາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ​ທີ່​ເຢ​ຣູ​ຊາ​ເລັມ​ ເພາະ​ເຂົາ​ບໍ່​ໄດ້​ຖື​ເປັນ​ຈຳ​ນວນ​ຫລາຍໆ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ 6 ຄົນ​ເດີນ​ຫນັງ​ສື​ຈຶ່ງ​ອອກ​ໄປ​ທົ່ວ​ອິ​ສ​ຣາ​ເອນ​ແລະ​ຢູ​ດາ ຖື​ຫນັງ​ສື​ຈາກ​ພຣະ​ຣາ​ຊາ​ແລະ​ບັນ​ດາ​ເຈົ້າ​ນາຍ​ຂອງ​ພຣະ​ອົງ ເພາະ​ພຣະ​ຣາ​ຊາ​ໄດ້​ຊົງ​ສັ່ງ​ວ່າ, “ໂອ ຊົນ​ອິ​ສ​ຣາ​ເອນ​ເອີຍ ຈົ່ງ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະເຈົ້າ​ຂອງ​ອັບ​ຣາ​ຮາມ ອີ​ຊາກ ແລະ​ອິ​ສ​ຣາ​ເອນ ເພື່ອ​ພຣະ​ອົງ​ຈະ​ຫັນ​ກັບ​ມາ​ຍັງ​ຄົນ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ທ່ານ​ຜູ້​ຊຶ່ງ​ຫນີ​ລອດ​ຈາກ​ມື​ຂອງ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ 7 ຢ່າ​ໃຫ້​ເຫມືອນ​ບິ​ດາ​ແລະ​ພີ່​ນ້ອງ​ຂອງ​ທ່ານ​ຜູ້​ບໍ່​ຊື່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ພຣະ​ອົງ​ຈຶ່ງ​ຊົງ​ມອບ​ເຂົາ​ໄວ້​ໃຫ້​ປະ​ສົບ​ຄວາມ​ຈິ​ບ​ຫາຍ​ຕາມ​ທີ່​ທ່ານ​ເຫັນ​ຢູ່ 8 ແລະ​ຄາວ​ນີ້​ຢ່າ​ຫົວ​ແຂງ​ຢ່າງ​ບິ​ດາ​ຂອງ​ທ່ານ​ທັງ​ຫລາຍ​ເລີຍ ແຕ່ຈົ່ງ​ຍອມມອບ​ຕົວ​ທ່ານ​ແກ່​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ມາ​ຍັງ​ສະ​ຖານ​ນະ​ມັສ​ການ​ຂອງ​ພຣະ​ອົງ​ຊຶ່ງ​ພຣະ​ອົງ​ຊົງ​ຊຳ​ຮະ​ໄວ້​ໃຫ້​ບໍ​ຣິ​ສຸດ​ເປັນ​ນິດ ແລະ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ ເພື່​ອພຣະ​ພິ​ໂຣດ​ອັນ​ແຮງ​ກ້າ​ຂອງ​ພຣະ​ອົງ​ຈະ​ຫັນ​ໄປ​ຫັນໄປ​ເສັຽ​ຈາກ​ທ່ານ​ 9 ເພາະ​ຖ້າ​ທ່ານ​ທັງ​ຫລາຍ​ຫັນ​ກັບມາ​ຍັງ​ພຣະ​ຜູ້​ເປັນ​ເຈົ້າ ພີ່​ນ້ອງ​ຂອງ​ທ່ານ​ແລະ​ລູກ​ຫລານ​ຂອງ​ທ່ານ​ຈະ​ປະ​ສົບ​ຄວາມ​ເອັນ​ດູ​ຈາກ​ຜູ້​ທີ່​ຈັບ​ເຂົາ​ໄປ​ເປັນ​ຊະ​ເລີຍ ແລະ​ຈະ​ໄດ້​ກັບ​ມາ​ຍັງ​ແຜ່ນ​ດິນ​ນີ້​ອີກ ເພາະພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ພຣະ​ເມດ​ຕາ​ແລະ​ກະ​ຣຸ​ນາ ຖ້າ​ທ່ານ​ກັບ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ຈະ​ບໍ່​ຊົງ​ຫັນ​ພຣະ​ພັກ​ໄປ​ຈາກ​ທ່ານ” 10 ຄົນ​ເດີນ​ຫນັງ​ສື​ຈຶ່ງ​ໄປ​ຕາມ​ຫົວ​ເມືອງ​ຕ່າງໆທົ່ວ​ແຜ່ນ​ດິນ​ເອ​ຟ​ຣາ​ອິມ ແລະ​ມາ​ນັ​ສ​ເຊ​ໄກ​ໄປ​ຈົນ​ເຖິງ​ເຊ​ບູ​ລູນ ແຕ່​ຄົນ​ທັງ​ຫລາຍ​ກໍ​ຫົວ​ເຍາະ​ເຍີ້ຍ​ເຂົາ ແລະ​ດູ​ຫ​ມິ່ນ​ເຂົາ 11 ມີ​ແຕ່​ຄົນ​ເຜົ່າ​ອາ​ເຊີ ມາ​ນັ​ສ​ເຊ ແລະ​ເຊ​ບູ​ລູນ​ບາງ​ຄົນ​ທີ່​ຖ່ອມ​ຕົວ​ແລະ​ມາ​ຍັງ​ເຢ​ຣູ​ຊາ​ເລັມ 12 ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເຫນືອ​ຢູ​ດາ​ດ້ວຍ ຊົງ​ໃຫ້​ເຂົາ​ເປັນ​ໃຈ​ດຽວ​ກັນ​ທີ່​ຈະ​ກະ​ທຳ​ຕາມ​ຊຶ່ງ​ພຣະ​ຣາ​ຊາ​ແລະ​ເຈົ້າ​ນາຍ​ໄດ້ສັ່ງເຂົາ​ໄວ້​ຕາມ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 13 ປະ​ຊາ​ຊົນ​ເປັນ​ອັນ​ມາກ​ມາ​ປະ​ຊຸມ​ກັນ​ໃນ​ເຢ​ຣູ​ຊາ​ເລັມ ເພື່ອ​ຖື​ເທ​ສ​ການ​ກິນ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ໃນ​ເດືອນ​ທີ່​ສອງ ເປັນ​ການ​ຊຸມ​ນຸມ​ໃຫຍ່​ຍິ່ງ​ນັກ 14 ເຂົາ​ລົງ​ມື​ທຳ​ງານ​ກຳ​ຈັດ​ແທ່ນ​ບູ​ຊາ​ທີ່​ຢູ່​ໃນ​ເຢ​ຣູ​ຊາ​ເລັມ ແລະ​ແທ່ນ​ສຳ​ລັບ​ເຜົາ​ເຄື່ອງ​ຫອມ​ທັງ​ປວງ​ນັ້ນ​ເຂົາ​ຂົນ​ໄປ​ຖິ້ມ​ເສັຽ​ໃນ​ລຳ​ທານ​ກິດ​ໂຣນ 15 ເຂົາ​ທັງ​ຫລາຍ​ໄດ້​ຂ້າ​ແກະ ປັ​ສ​ຄາ​ໃນ​ວັນ​ທີ່​ສິບ​ສີ່​ຂອງ​ເດືອນ​ທີ່​ສອງ ປະ​ໂຣຫິດ​ແລະ​ຄົນ​ເລ​ວີ​ກໍ​ຕ້ອງ​ຮູ້​ສຶກ​ລະ​ອາຍ ເພາະ​ສະ​ນັ້ນ​ເຂົາ​ຈຶ່​ງຊຳ​ຮະ​ຕົວ​ໃຫ້​ບໍ​ຣິ​ສຸ​ດ​ແລະ​ນຳ​ເຄື່ອງ​ເຜົາ​ບູ​ຊາ​ມາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 16 ເຂົາ​ທັງ​ຫລາຍ​ເຂົ້າ​ປະ​ຈຳ​ຕຳ​ແຫນ່ງ​ທີ່​ເຂົາ​ເຄີຍ ຕາມ​ບົດ​ບັນ​ຍັດ​ຂອງ​ໂມ​ເຊ​ຄົນ​ຂອງ​ພຣະ​ເຈົ້າ ປະ​ໂຣ​ຫິດ​ກໍ​ເອົາ​ເລືອດ​ຊຶ່ງ​ເຂົາ​ຮັບ​ມາ​ຈາກ​ມື​ຂອງ​ຄົນ​ເລ​ວີ​ຊິດ​ 17 ເພາະ​ວ່າ​ມີ​ຫລາຍ​ຄົນ​ໃນຊຸມ​ນຸມ​ຊົນ​ນັ້ນ​ຍັງ​ບໍ່​ໄດ້​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ ເພາະ​ສະ​ນັ້ນ​ຄົນ​ເລ​ວີ​ຈຶ່ງ​ຕ້ອງ​ຂ້າ​ແກະ​ປັ​ສ​ຄາ​ແທນ​ທຸກ​ຄົນ​ທີ່​ມົນ​ທິນ ເພື່ອ​ກະ​ທຳ​ໃຫ້​ບໍ​ຣິ​ສຸດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ 18 ເພາະວ່າ​ມວນ​ຊົນ​ນັ້ນ ຄົນ​ເປັນ​ອັນ​ມາກ​ທີ່​ມາ​ຈາກ​ເອ​ຟ​ຣາອິມ ມານັ​ສ​ເຊ ອິ​ສ​ຊາ​ຄາ ແລະ​ເຊ​ບູ​ລູນ ຍັງ​ບໍ່​ໄດ້​ຊຳ​ຮະ​ຕົນ ແຕ່​ເຂົາ​ກໍ​ຮັບ​ປະ​ທານ​ປັ​ສ​ຄາ​ຜິດ​ຕໍ່​ຂໍ້​ທີ່​ກຳ​ນົດ​ໄວ້ ເພາະ​ວ່າ​ເຮ​ເຊກີ​ຢາ​ຊົງ​ອ້ອນວອນ​ເພື່ອ​ເຂົາ​ວ່າ “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ປະ​ເສີດ​ຊົງ​ໃຫ້​ອະ​ພັຍ​ແກ່​ທຸ​ກໆ​ຄົນ 19 ຜູ້​ປັ​ກ​ໃຈ​ຊອກ​ຫາ​ພຣະ​ເຈົ້າ ຄື​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ເຖິງ​ແມ່ນ​ວ່າ​ຈະ​ບໍ່​ເປັນ​ໄປ​ຕາມ​ກົດ​ຂອງ​ຄວາມ​ບໍ​ຣິ​ສຸ​ດ​ແຫ່ງ​ສະ​ຖານ​ນະ​ມັສ​ການ​ນີ້” 20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຟັງ​ເຮ​ເຊ​ກີ​ຢາ​ແລະ​ຊົງ​ຮັກ​ສາ​ປະ​ຊາ​ຊົນ 21 ແລະ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ທີ່​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ໄດ້​ຖື​ເທ​ສ​ການ​ກິນ​ເຂົ້າ​ຈີ່​ທີ່ບໍ່ມີ​ເຊື້ອ​ແປ້ງເຈັດ​ວັນ​ດ້ວຍ​ຄວາມ​ຍິນ​ດີ​ຍິ່ງ ແລະ​ຄົນ​ເລ​ວີ​ກັບ​ປະ​ໂຣ​ຫິດ​ໄດ້​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ທຸກໆ​ວັນ ຮ້ອງ​ເພງ​ດ້ວຍ​ເຕັມ​ກຳ​ລັງ​ຂອງ​ເຂົາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 22 ແລະ​ເຮ​ເຊ​ກີ​ຢາ​ຊົງ​ກ່າວຫນຸນ​ໃຈ​ພວກ​ຄົນ​ເລ​ວີ​ທັງ​ປວງ​ຜູ້​ສະ​ແດງ​ຝີ​ມື​ດີ​ໃນ​ການບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ ປະ​ຊາ​ຊົນຈຶ່ງ​ຮັບ​ປະ​ທານ​ອາ​ຫານ​ໃນ​ເທ​ສ​ການ​ນັ້ນ​ເຈັດ​ວັນ ໄດ້​ຖວາຍ​ສັດ​ເປັນ​ເຄື່ອງ​ສານ​ຕິ​ບູ​ຊາ ແລະ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ຕົນ 23 ແລ້ວ​ຊຸມ​ນຸມ​ຊົນ​ທັງ​ສິ້ນ​ກໍ​ຕົກ​ລົງ​ກັນ​ທີ່​ຈະ​ຖື​ເທ​ສ​ການ​ໄປ​ອີກ​ເຈັດ​ວັນ ເຂົາ​ຈຶ່ງ​ຖື​ເທ​ສ​ການ​ໄປ​ອີກ​ເຈັດ​ວັນດ້ວຍ​ຄວາມ​ຍິນ​ດີ 24 ເພາະ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ໄດ້​ຊົງ​ປະ​ທານ​ງົວ​ເຖິກ​ນຶ່ງ​ພັນ​ໂຕ ແກະ​ເຈັດພັນ​ໂຕ ແກ່​ຊຸມ​ນຸມ​ຊົນ​ໃຫ້​ເປັນ​ເຄື່ອງ​ບູ​ຊາ ແລະ​ພວກ​ເຈົ້າ​ນາຍ​ໄດ້​ໃຫ້​ງົວ​ເຖິກ​ນຶ່ງ​ພັນ​ໂຕ ແກະ​ນຶ່ງ​ຫມື່ນ​ໂຕ ແກ່​ຊຸມ​ນຸມ​ຊົນ ແລະ​ປະ​ໂຣ​ຫິດ​ເປັນ​ຈຳ​ນວນ​ຫລາຍ​ກໍ​ໄດ້​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ 25 ຊຸມ​ນຸມ​ຊົນ​ທັງສິ້ນ​ຂອງ​ຢູ​ດາ ກັບບັນ​ດາ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ ແລະ​ຊຸມ​ນຸມ​ຊົນ​ທັງ​ສິ້ນ​ຊຶ່ງ​ອອກ​ມາ​ຈາ​ກ​ອີ​ສ​ຣາ​ເອນ ແລະ​ຄົນ​ຕ່າງ​ດ້າວ​ຊຶ່ງ​ອອກ​ມາ​ຈາກ​ອິ​ສ​ຣາ​ເອນ​ແລະ​ຊຶ່ງ​ຢູ່​ໃນ​ຢູ​ດາ​ຊົມ​ຊື່ນ​ຍິນ​ດີ​ກັນ 26 ຈຶ່ງ​ມີ​ຄ​ວາມ​ຊື່ນ​ບານ​ໃຫຍ່​ຍິ່ງ​ໃນ​ເຢ​ຣູ​ຊາ​ເລັມ ເພາະ​ຕັ້ງ​ແຕ່​ສະ​ໄຫມ​ຂອງ​ໂຊໂລ​ໂມນ​ໂອ​ຣົດ​ຂອງ​ດາ​ວິດ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ບໍ່​ເຄີຍ​ມີ​ຢ່າງ​ນີ້​ເລີຍ​ໃນ​ເຢ​ຣູ​ຊາ​ເລັມ 27 ແລ້ວ​ບັນ​ດາ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ໄດ້​ລຸກ​ຂຶ້ນອວຍ​ພອນ​ປະ​ຊາ​ຊົນ ສຽງ​ຂອງ​ເຂົາ​ກໍ​ເຖິງ​ພຣະ​ກັນ ແລະ​ຄຳ​ອ້ອນວອນ​ຂອງ​ເຂົາ​ກໍ​ມາ​ຍັງ​ທີ່​ປະ​ທັບ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ໃນ​ຟ້າ​ສວັນ

2 ຂ່າວຄາວ 31

1 ເມື່ອ​ສຳ​ເຣັດ​ງານ​ນີ້​ທັງ​ສິ້ນ​ແລ້ວ​ອິ​ສ​ຣາ​ເອນ​ທັງ​ປວງ​ຜູ້​ຢູ່​ທີ່​ນັ້ນ​ໄດ້​ອອ​ກໄປ​ຍັງ​ຫົວ​ເມືອງ​ຢູ​ດາ​ແລະ​ທຳ​ລາຍ​ເສົາ​ສັກ​ສິດ​ ແລະ​ໂຄ່ນ​ບັນ​ດາ​ອາ​ເຊ​ຣາ​ລົງ ແລະ​ພັງ​ບ່ອນ​ນະ​ມັສ​ການ​ສະ​ຖານ​ທີ່​ສູງ​ລົງ​ ແລະ​ພັງ​ແທ່ນ​ທົ່ວ​ຢູ​ດາ​ແລະ​ເບັນ​ຢາ​ມິນ​ທັງ​ສິ້ນ ແລະ​ໃນ​ເອ​ຟ​ຣາ​ອິມ​ກັບ​ມາ​ນັສ​ເຊ ຈົນ​ເຂົາ​ທຳ​ລາຍ​ເສັຽ​ຫມົດ​ສິ້ນ ແລ້ວ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ທັງ​ປວງ​ກໍ​ກັບ​ໄປ​ຍັງ​ຫົວ​ເມືອງ​ຂອງ​ຕົນ ທຸ​ກ​ຄົນ​ກັບ​ໄປ​ຍັງ​ທີ່​ດິນ​ຂອງ​ເຂົາ

ເຮ​ເຊ​ກີ​ຢາ​ຊົງ​ວາງ​ກຳ​ນົດ​ບຳ​ຣຸງ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ

2 ເຮ​ເຊ​ກີ​ຢາ​ໄດ້​ຊົງ​ຈັດ​ການ​ແບ່ງ​ບັນ​ດາ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ເປັນ​ກອງໆ ແຕ່​ລະ​ກອງ​ຕາມ​ຫນ້າ​ທີ່​ບົວ​ຣະ​ບັດ​ຂອງ​ຕົນ​ຄື​ບັນ​ດາ​ປະ​ໂຣຫິດ​ແລະ​ຄົນເລ​ວີ ໃຫ້​ເປັນ​ພະ​ນັກ​ງານ​ຝ່າຍ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ສານ​ຕິ​ບູ​ຊາ​ໃຫ້​ບົວ​ຣະ​ບັດ ແລະ​ໃຫ້​ຖວາຍ​ໂມ​ທະ​ນາ​ແລະ​ສັຣ​ເສີນ​ພາຍ​ໃນ​ປະ​ຕູ​ຄ້າຍ​ຂອງພຣະ​ຜູ້​ເປັນ​ເຈົ້າ 3 ສ່ວນທີ່​ພຣະ​ຣາ​ຊາ​ຊົງ​ບໍ​ຣິ​ຈາກ​ຈາກ​ຊັບ​ສິນ​ສ່ວນ​ພຣະ​ອົງ​ນັ້ນ ເປັນ​ເຄື່ອງ​ເຜົາ​ບູ​ຊາ ຄື​ເຄື່ອງ​ເຜົາ​ບູ​ຊາ​ສຳ​ລັບ​ຕອນ​ເຊົ້າ​ແລະ​ສຳ​ລັບ​ຕອນ​ຄ່ຳ ແລະ​ເຄື່ອງ​ເຜົາ​ບູ​ຊາ​ສຳ​ລັບ​ວັນ​ສະ​ບາ​ໂຕ ວັນ​ຂຶ້ນ​ນຶ່ງ​ຄ່ຳ​ແລະ​ເທ​ສ​ການ​ຕາມ​ກຳ​ນົດ ດັ່ງ​ທີ່​ບັນ​ທຶກ​ໄວ້​ໃນ​ທັມບັນ​ຍັດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ 4 ພຣະ​ອົງ​ຊົງສັ່ງ​ປະ​ຊາ​ຊົນ​ຜູ້​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ໃຫ້ບໍ​ຣິ​ຈາກ​ສ່ວນ​ທີ່​ເປັນ​ຂອງ​ປະ​ໂຣ​ຫິດ​ແລະ​ຂອງ​ຄົນ​ເລ​ວີ ເພື່ອ​ເຂົາ​ເຫລົ່າ​ນັ້ນ​ຈະ​ໄດ້​ຖວາຍ​ຕົວ​ເຂົາ ຖື​ທັມ​ບັນ​ຍັຂອງພຣະ​ຜູ້​ເປັ​ນ​ເຈົ້າ​ບົ່ງ​ໄວ້ 5 ພໍ​ຄຳ​ສັ່ງ​ກະ​ຈາຍ​ອອກ​ໄປ ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ກໍ​ໄດ້​ບໍ​ຣິ​ຈາກ​ເຂົ້າ​ມາຢ່າງ​ຫລວງ​ຫລາຍ ມີ​ຜົນ​ຣຸ່ນ​ທຳ​ອິດ​ຂອງ​ເຂົ້າ ເຫລົ້າ​ອະ​ງຸ່ນ​ໃຫມ່ ນ້ຳ​ມັນ ນ້ຳ​ເຜິ້ງ ແລະ​ຜ​ລິດ​ຜົນ​ທຸກ​ຢ່າງ​ຂອ​ງໄຮ່​ນາ ແລະ​ເຂົາ​ນຳ​ນຶ່ງ​ສ່ວນ​ສິບ​ແຫ່ງ​ຂອງ​ທຸກ​ຊະ​ນິດ​ເຂົ້າ​ມາ​ຢ່າງ​ມາກ​ມາຍ 6 ແລະ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ແລະ​ຢູ​ດາ​ຜູ້​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ຂອງ​ຢູ​ດາ​ໄດ້​ນຳ​ນຶ່ງ​ສ່ວນ​ສິບ​ຂອງ​ງົວ​ແລະ​ແກະ​ແລະ​ສິ່ງ​ຂອງ​ທີ່​ທອບ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ເກັບ​ໄວ້​ເປັນ​ກອງໆ 7 ໃນ​ເດືອນ​ທີ່​ສາມ​ເຂົາ​ເລີ້ມກອງ​ສຸມ​ຂຶ້ນ ແລະ​ສຳ​ເຣັດ​ໃນ​ເດືອນ​ທີ່​ເຈັດ 8 ເມື່ອ​ເຮ​ເຊ​ກີ​ຢາ​ແລະ​ເຈົ້າ​ນາຍ​ມາ​ເຫັນ​ກອງ​ເຫລົ່າ​ນັ້ນ ທ່ານ​ທັງ​ຫລາຍ​ກໍ​ຖວາຍ​ສາ​ທຸການ​ແດ່​ພຣະຜູ້​ເປັນ​ເຈົ້າ​ແລະ​ອວຍ​ພອນ​ແກ່​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ 9 ເຮ​ເຊ​ກີ​ຢາ​ກໍ​ຊົງ​ໄຕ່​ຖາມ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ເຖິງ​ເຣື່ອງກອງ​ເຫລົ່າ​ນັ້ນ 10 ອາ​ຊາ​ຣິ​ຢາ​ມະ​ຫາ​ປະ​ໂຣ​ຫິດ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ຊາ​ໂດກ​ທູນ​ຕອບ​ພຣະ​ອົງ​ວ່າ, “ຕັ້ງ​ແຕ່​ເຂົາ​ທັງ​ຫລາຍ​ໄດ້​ນຳ​ສ່ວນ​ບໍ​ຣິ​ຈາກ​ເຂົ້າ​ມາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ຂ້າ​ນ້ອຍ​ໄດ້​ຮັບ​ປະ​ທານ​ແລະ​ມີ​ພໍ​ກັບ​ມີ​ເຫ​ລືອ​ຫລາຍ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ອວຍ​ພຣະ​ພອນ​ໄພ່​ພົນ​ຂອງ​ພຣະ​ອົງ ເຫດ​ສະ​ນັ້ນ​ພວກ​ຂ້າ​ນ້ອຍ​ຈຶ່ງ​ມີ​ເຫລືອ​ຢູ່​ໃຫຍ່​ໂຕ​ຢ່າງ​ນີ້” 11 ແລ້​ວ​ເຮ​ເຊ​ກີ​ຢາ​ຈຶ່ງ​ຊົງ​ບັນ​ຊາ​ໃຫ້​ເຂົາ​ຈັດ​ຫ້ອງ​ໃນ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ເຂົາ​ທັງ​ຫລາຍ​ກໍ​ຈັດ​ໄວ້ 12 ເຂົາ​ທັງ​ຫລາຍ​ນຳ​ສິ່ງ​ບໍ​ຣິ​ຈາກ​ເຂົ້າ​ມາ​ຢ່າງ​ຊື່​ສັດ ທັງ​ນຶ່ງ​ສ່ວນ​ສິບ​ແລະ​ຂອງມອບ​ຖວາຍ ຫົວ​ຫນ້າ​ເຈົ້າ​ຫນ້າ​ທີ່​ຜູ້​ດູ​ແລ​ຄື ໂກ​ນາ​ນິ​ເອນ​ຄົນ​ເລ​ວີ​ກັບ​ຊີ​ເມ​ອີ​ນ້ອງ​ຊາຍ​ເປັນ​ຄົນ​ຣອງ 13 ເຢ​ຮີ​ເອນ ອາ​ຊາ​ຊິ​ຢາ ນາ​ຮາດ ອາ​ຊາ​ເຮນ ເຢ​ຣີ​ໂມ​ທ ໂຢ​ຊາ​ບັ​ທ ເອ​ລີ​ເອນ ອິ​ສ​ມາ​ຄິ​ຢາ ມາ​ຮາດ ແລະ​ເບ​ນັຍ​ຢາ ເປັນ​ຜູ້​ຄວບ​ຄຸມ​ຊ່ອຍ​ເຫລືອ​ໂກ​ນາ​ນິ​ເອນ​ແລະ​ຊີ​ເມ​ອີ​ນ້ອງ​ຊາຍ​ຂອງ​ເຂົາ ໂດ​ຍການ​ແຕ່ງ​ຕັ້ງ​ຂອງ​ເຮເຊ​ກີ​ຢາ​ພຣະ​ຣາ​ຊາ ແລະ​ອາ​ຊາ​ຣິ​ຢາ​ເຈົ້າ​ຫນ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຂອງ​ພຣະ​ວິ​ຫາ​ນຂອງ​ພຣະ​ຜູ້​ເປັນ​ເຈົ້າ 14 ໂກ​ເຣບຸດ​ອິມ​ນາ​ຄົນ​ເລ​ວີ ຜູ້​ເຝົ້າ​ປະ​ຕູ​ຕາ​ເວັນ​ອອກ ເປັນ​ຜູ້​ດູ​ແລ​ຂອງ​ບູ​ຊາ​ທີ່​ຖວາຍ​ຕາມ​ໃຈ​ສ​ມັກແກ່ພຣະ​ຜູ້​ເປັນ​ເຈົ້າ ແຈກ​ສ່ວນ​ບໍ​ຣິ​ຈາກ​ທີ່​ສງວນ​ໄວ້​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຄື່ອງ​ບູ​ຊາ​ບໍ​ຣິ​ສຸດ​ທີ່​ສຸດ 15 ເອ​ເດນ ມີ​ ນີອາ​ມີນ ເຢ​ຊູ​ອາ ເຊ​ມັຍ​ຢາ ອາ​ມາ​ຣີ​ຢາ ແລະ​ເຊ​ກາ​ນິ​ຢາ​ໄດ້​ຊ່ອຍ​ເຂົາ​ຢ່ງ​ຊື່​ສັດ​ໃນ​ຫົວ​ເມືອງ​ຂອງ​ປະ​ໂຣ​ຫິດ ໃຫ້​ແຈກ​ແກ່​ພີ່​ນ້ອງ​ຂອງ​ເຂົາ​ທັ​ງ​ຫລາຍ ທັງຜູ້​ໃຫຍ່​ແລະ​ຜູ້​ນ້ອຍ​ເຫມືອນ​ກັນ​ຕາມ ກອງ​ເວນ 16 ເວັ້​ນ​ແຕ່​ຄົນ​ເຫລົ່າ​ນັ້ນ​ທີ່​ຂຶ້ນ​ທະ​ບຽນ​ໄວ້​ຕາມ​ເຊື້ອ​ສາຍ ຜູ້​ຊາຍ​ຕັ້ງ​ແຕ່​ສາມ​ປີ​ຂຶ້ນ​ໄປ ທຸກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ເວນ​ຕາມ​ຫນ້າ​ທີ່​ປະ​ຈຳ​ວັນ​ທີ່​ຕ້ອງ​ທຳ ເພື່ອ​ທຳ​ການ​ບົວ​ລະ​ບັດ​ຕາມຫນ້າ​ທີ່​ໂດຍກອງ​ຂອງ​ເຂົາ 17 ການ​ຂຶ້ນ​ທະ​ບຽນ​ປະ​ໂຣ​ຫິດ​ກໍ​ກະ​ທຳ​ຕາມ​ຕະ​ກູນ​ຂອງ​ເຂົາ ສ່ວນ​ຄົນ​ເລ​ວີ​ຕັ້ງ​ແຕ່​ອາ​ຍຸ​ຊາວ​ປີ​ຂຶ້ນ​ໄປ​ກໍ​ຂຶ້ນ​ຕາມ​ຫນ້າ​ທີ່​ຂອງ​ເຂົາ ຕາມກອງ​ເວນ​ຂອງ​ເຂົາ​ທັງ​ຫລາຍ 18 ແລະ​ຂຶ້ນ​ທະ​ບຽນ​ທັງ​ລູກ​ນ້ອຍໆ​ຂອ​ງເຂົາ ເມັຽ​ຂອງ​ເຂົາ ລູກ​ຊາຍ​ລູກ​ຍິງ​ຂອງ​ເຂົາ ມວນ​ຊົນ​ທັ​ງ​ສິ້ນ ເພາະ​ເຂົາ​ທັງ​ຫລາຍ​ຊື່​ສັດ​ໃນ​ການ​ຮັກ​ສາ​ຕົວ​ຂອງ​ເຂົາ​ໃຫ້​ບໍ​ຣິ​ສຸດ 19 ສຳ​ລັບ​ລູກ​ຫລານ​ຂອງ​ອາ​ໂຣນ​ຄື​ພວກ​ປະ​ໂຣ​ຫິດ ຜູ້​ຢູ່​ໃນ​ທົ່ງ​ນາ​ຮວມ​ຣອບ​ຫົວ​ເມືອງ​ຂອງ​ເຂົາ​ນັ້ນ ມີ​ຜູ້​ຊາຍ​ໃນ​ຫົວ​ເມືອງ​ຕ່າງໆ​ຜູ້​ຖືກ​ຣະ​ບຸ​ຊື່​ໃຫ້​ແຈກ​ຈ່າຍ​ສ່ວນ​ແບ່ງ​ແກ່​ເພດ​ຊາຍ​ທຸກ​ຄົນ​ໃນ​ພວກ​ຂອງປະ​ໂຣ​ຫິດ ແລະ​ທຸກ​ຄົນ​ໃນ​ພວກ​ຂອງ​ຄົນ​ເລ​ວີ​ຜູ້​ຊຶ່ງ​ໄດ້​ຂຶ້ນ​ທະ​ບຽນ​ໄວ້ 20 ເຮ​ເຊ​ກີ​ຢາ​ຊົງ​ກະ​ທຳ​ດັ່ງ​ນີ້​ທົ່ວ​ທັງ​ຢູ​ດາ ແລະ​ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ດີ​ແລະ​ຊອບ ແລະ​ຊື່​ສັດ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ 21 ແລະ​ງານ​ທຸກ​ຢ່າງ​ຊຶ່ງ​ພຣະ​ອົງ​ຊົງ​ເລີ້ມ​ກະ​ທຳ​ໃນ​ການ​ບົວ​ລະ​ບັດ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ແລະ​ຕາມ​ພຣະ​ທັມ​ແລະ​ພຣະ​ບັນ​ຍັດ ເພື່ອ​ສ​ແວງ​ຫາ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກະ​ທຳ​ດ້ວຍ​ເຕັມ​ພຣະ​ທັຍ ແລະ​ຊົງ​ຈຳ​ເຣີນ​ຂຶ້ນ

2 ຂ່າວຄາວ 32

ເຊນ​ນາ​ເຄ​ຣິບ​ບຸກ​ຢູ​ດາ

1 ພາຍ​ຫລັງ​ເຫດ​ການ​ເຫລົ່າ​ນີ້​ແລະ​ກິຈ​ການ​ອັນ​ຊື່​ສັດ​ເຫລົ່າ​ນີ້ ເຊນ​ນາ​ເຄ​ຣິບ​ກະ​ສັດ​ອັ​ສ​ຊີ​ເຣັຽຍົກ​ມາ​ຕໍ່​ສູ້​ຢູ​ດາ ແລະ​ຕັ້ງ​ຄ້າຍ​ລ້ອມ​ຫົວ​ເມືອງ​ທີ່​ມີ​ປ້ອມ​ໄວ້ ຊົງ​ດຳ​ຣິ​ທີ່​ຈະ​ຍຶດ​ໄວ້ 2 ເມື່ອ​ເຮ​ເຊ​ກີ​ຢາ​ຊົງ​ເຫັນ​ວ່າ​ເຊນ​ນາ​ເຄ​ຣິບ​ຍົກ​ມາ​ດ້ວຍ​ເຈ​ຕ​ນາ​ຈະ​ຕໍ່​ສູ້​ກັບ​ເຢ​ຣູ​ຊາ​ເລັມ 3 ພຣະ​ອົງ​ຊົງ​ວາງ​ແຜນ​ການ​ກັບ​ເຈົ້າ​ນາຍ​ຂອງ​ພຣະ​ອົງ ແລະ​ທະ​ຫານ​ເອກ​ຂອງ​ພຣະ​ອົງ​ທີ່​ຈະ​ອຸດ​ນ້ຳ​ຕາມ​ນ້ຳ​ພຸ​ທີ່​ຢູ່ນອກ​ເມືອງ​ເສັຽ ແລະ​ເຂົາ​ທັງ​ຫລາຍ​ກໍ​ຊົງ​ຊ່ອຍ​ພຣະ​ອົງ 4 ມີ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຮວບ​ຮວມ​ກັນ​ເຂົ້າ​ມາ ແລະ​ເຂົາ​ທັງ​ຫລາຍ​ອຸດ​ນ້ຳ​ພຸ​ແລະ​ປິດ​ລຳ​ທານ​ຊຶ່ງ​ໄຫລ​ຜ່ານ​ແຜ່ນ​ດິນ​ເສັຽ ເວົ້າ​ວ່າ, “ເປັນ​ຫຍັງ​ຈະ​ໃຫ້​ບັນ​ດາ​ກະ​ສັດ​ອັສ​ຊີ​ເຣັຽຍົກ​ມາ​ພົບ​ນ້ຳ​ເປັນ​ອັນ​ມາກ” 5 ພຣະ​ອົງ​ຊົງ​ປະ​ກອບ​ກິຈ​ຢ່າງ​ບຶກ​ບືນ ສ້າງ​ກຳ​ແພງ​ທີ່​ສ​ລັກ​ຫັກ​ພັງ​ນັ້ນ​ທົ່ວ​ໄປ​ໃຫມ່ ແລະ​ສ້າ​ງ​ຫໍ​ຄອຍ​ຂຶ້ນ ແລະ​ຊົງ​ສ້າງ​ກຳ​ແພງ​ຂ້າງນອກ​ອີກ​ຊັ້ນ​ນຶ່ງ ແລະ​ພຣະ​ອົງ​ຊົງ​ເສີມ​ກຳ​ແພງ​ປ້ອມ​ມິ​ນ​ໂລທີ່​ນະ​ຄອນ​ດາ​ວິດ ຊົງ​ສ້າງ​ອາ​ວຸດ​ແລະ​ໂລ່​ເປັນ​ຈຳ​ນວນ​ຫລາຍ 6 ພຣະ​ອົງ​ຊົງ​ຕັ້ງ​ຜູ້​ບັງ​ຄັບ​ການ​ຕໍ່​ຕ້ານ​ໄວ້​ເຫນືອ​ປະ​ຊາ​ຊົນ ແລະ​ຊົງ​ຮວບ​ຮວມ​ເຂົ້າ​ໄວ້​ດ້ວຍ​ກັນ​ໃນ​ລານ​ປະ​ຕູ​ນະ​ຄອນ ແລະ​ກ່າວ​ຢ່າງ​ຫນຸນ​ໃຈ​ເຂົາ​ທັງ​ຫລາຍ​ວ່າ, 7 “ຈົ່ງ​ເຂັ້ມ​ແຂງ​ແລະ​ກ້າ​ຫານ​ເຖີດ ຢ່າ​ຢ້ານ​ຫລື​ທໍ້​ຖອຍ​ຕໍ່​ກະ​ສັດ​ອັ​ສ​ຊີ​ເຣັຽ ແລະ​ຕໍ່​ກອງ​ທັບ​ທັງ​ສິ້ນ​ທີ່​ຢູ່​ກັບ​ເຂົາ​ນັ້ນ ເພາະ​ມີ​ຜູ້​ນຶ່ງ​ຝ່າຍ​ເຮົາ​ທີ່​ໃຫຍ່ກວ່າ​ຝ່າຍ​ເຂົາ 8 ຝ່າຍ​ເຂົາ​ມີ​ແຕ່​ກຳ​ລັງ​ເນື້ອ​ຫນັງ ແຕ່​ຝ່າຍ​ເຮົາ​ມີ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ຊົງ​ສະ​ຖິດ​ກັບ​ເຮົາ​ທີ່​ຊົງ​ຊ່ອຍ​ເຮົາ​ແລະ​ສູ້​ຮົບ​ຝ່າຍ​ເຮົາ” ປະ​ຊາ​ຊົນ​ກໍ​ວາງ​ໃຈ​ໃນ​ພຣະ​ດຳ​ຣັດ​ຂອງ​ເຮເຊ​ກີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ 9 ພາຍ​ຫລັງເຊນ​ນາ​ເຄ​ຣິບ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີເຣັຽ ຜູ້​ຊຶ່ງ​ກຳ​ລັງ​ລ້ອມ​ເມືອງ​ລາ​ຄິ​ສ​ຢູ່ດ້ວຍ​ກຳ​ລັງ​ຮົບ​ທັງ​ສິ້ນ​ຂອງ​ພຣະ​ອົງ ໄດ້​ຮັບສັ່ງ​ໃຫ້​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ເຖິງ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊາ​ຂອງ​ຢູ​ດາ ແລະ​ເຖິງ​ປະ​ຊາ​ຊົນ​ທັງ​ປວງ​ຂອງ​ຢູ​ດາ​ທີ່​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ວ່າ, 10 “ເຊນນາ​ເຄ​ຣິບ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽກ່າວ​ດັ່ງ​ນີ້​ວ່າ “ເຈົ້າ​ທັງ​ຫລາຍ​ເພິ່ງ​ຫຍັງ ເຈົ້າ​ຈຶ່ງ​ຫມັ້ນ​ໃຈ​ຍັງ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ທີ່​ຖືກ​ປິດ​ລ້ອມ​ນີ້ 11 ເຮ​ເຊ​ກີ​ຢາ​ບໍ່​ໄດ້​ພາ​ເຈົ້າ​ໃຫ້​ຫລົງ ເພື່ອ​ຈະ​ມອບ​ໃຫ້​ເຈົ້າ​ຕາຍ​ດ້ວຍ​ການ​ອຶດ​ອາ​ຫານ​ແລະ​ຄວາມຫິວ​ຫລື ໃນ​ເມື່ອ​ເຂົາ​ບອກ​ເຈົ້າ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ຊົງ​ຊ່ອຍ​ກູ້​ເຮົາ​ຈາກ​ມື​ຂອງ​ພຣະ​ຣາ​ຊາ​ອັ​ສ​ຊີ​ເຣັຽ” 12 ເຮ​ເຊ​ກີ​ຢາ​ຄົນ​ນີ້​ແຫລະ​ບໍ່​ແມ່ນ​ຫລື​ທີ່​ໄດ້​ກຳ​ຈັດ​ສະ​ຖານ​ນະ​ມັສ​ການ​ທີ່​ສູງ ແລະ​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ​ແລະ​ບັນ​ຊາ​ແກ່​ຢູ​ດາ​ກັບ​ເຢ​ຣູ​ຊາ​ເລັມ​ວ່າ “ເຈົ້າ​ຈົ່ງ​ນະ​ມັສ​ການ​ຢູ່​ຫນ້າ​ແທ່ນ​ບູ​ຊາ​ແທ່ນ​ດຽວ ແລະ​ເຈົ້າ​ຈົ່ງ​ເຜົາ​ເຄື່ອງ​ບູ​ຊາ​ເທິງ​ແທ່ນ​ນັ້ນ” 13 ເຈົ້າ​ບໍ່​ຮູ້​ຫລື​ວ່າ​ເຮົາ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ເຣົາ​ໄດ້​ກະ​ທຳ​ສິ່ງ​ໃດ​ແກ່​ຊົນ​ຊາດ​ທັງ​ຫລາຍ ພຣະ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ແຫ່ງ​ປະ​ເທດ​ເຫລົ່າ​ນັ້ນ​ສາ​ມາດ​ທີ່​ຈະ​ຊ່ອຍ​ກູ້​ປະ​ເທດ​ຂອງ​ເຂົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮົາ​ຫລື 14 ໃນ​ພວກ​ພຣະ​ທັງ​ປວງ​ແຫ່ງ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ທຳ​ລາຍ​ເສັຽຢ່າງສິ້ນ​ເຊີງ ຍັງ​ມີ​ພຣະ​ອົງ​ໃດ​ແດ່​ທີ່​ສາ​ມາດ​ຊ່ອຍ​ກູ້​ປະ​ຊາ​ກອນ​ຂອງ​ຕົນ​ຈາກ​ມື​ຂອງ​ເຮົາ ແລ້ວ​ພຣະ​ເຈົ້າ​ຂອງ​ເຈົ້າ​ຫລື​ຈະ​ສາ​ມາດ​ຊ່ອຍ​ກູ້​ເຈົ້າ​ຈາກ​ມື​ຂອງ​ເຮົາ 15 ເຫດ​ສັນ​ນັ້ນ​ຢ່າ​ໃຫ້​ເຮ​ເຊ​ກີ​ຢາ​ລໍ້​ລວງ​ເຈົ້າ ຫ​ລືພາ​ເຈົ້າ​ໃຫ້​ຫລົງ​ໃນ​ທຳ​ນອງ​ນີ້ ຢ່າ​ເຊື່ອ​ເຂົາ ເພາະ​ບໍ່​ມີ​ພຣະ​ແຫ່ງ​ປະ​ຊາ​ຊາດ​ຫລື​ຣາ​ຊອາ​ນາ​ຈັກ​ໃດ​ທີ່​ສາ​ມາດ​ຊ່ອຍ​ກູ້​ປະ​ຊາ​ກອນ​ຂອງ​ຕົນ​ຈາກ​ມື​ຂອງ​ເຮົາ​ຫລື​ຈາກ​ມື​ບັນ​ພະ​ບຸຣຸດ​ຂອງ​ເຮົາ ພຣະເຈົ້າ​ຂອງ​ເຈົ້າ​ຈະ​ກູ້​ເຈົ້າ​ຈາກ​ມື​ຂອງ​ເຮົາ​ໄດ້​ນ້ອຍ​ຍິ່ງກວ່າ​ນັ້ນ​ຈັກ​ເທົ່າ​ໃດ” 16 ແລະ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ກໍ​ກ່າວ​ທັບ​ຖົມ​ພຣະ​ເຈົ້າ​ແລະ​ເຮ​ເຊ​ກີ​ຢາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຫລາຍ​ຍິ່ງກວ່າ​ນັ້ນ 17 ພຣະ​ອົງ​ຊົງ​ພຣະ​ອັ​ກ​ສອນຫມິ່ນ​ປມາດ​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ອິ​ສ​ຣາ​ເອນ ແລະ​ກ່າວ​ທັບ​ຖົມ​ພຣະ​ອົງ​ວ່າ “ພຣະ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ແຫ່ງ​ປະ​ເທດ​ທັງ​ຫລາຍ​ບໍ່ໄດ້​ຊ່ອຍ​ກູ້​ປະ​ຊາ​ກອນ​ຂອງ​ຕົນ​ຈາກ​ມື​ຂອງ​ເຮົາ​ສັນ​ໃດ ພຣະ​ເຈົ້າ​ຂອງ​ເຮ​ເຊກີ​ຢາ​ກໍ​ຈະ​ບໍ່​ຊ່ອຍ​ກູ້​ປະ​ຊາ​ກອນ​ຂອງ​ຕົນ​ຈາກ​ມື​ຂອງ​ເຮົາ​ສັນນັ້ນ” 18 ເຂົາ​ທັງ​ຫລາຍ​ກໍ​ຮ້ອງ​ຄວາມ​ນີ້​ດ້ວຍ​ສຽງ​ອັນ​ດັງ​ເປັນ​ພາ​ສາ​ຢູ​ດາ​ໃຫ້​ຊາວ​ເຢ​ຣູ​ຊາ​ເລັມ​ຜູ້​ຢູ່ເທິງ​ກຳ​ແພງ​ຟັງ ເພື່ອ​ໃຫ້​ເຂົາ​ຕົກ​ໃຈ​ແລະ​ຢ້ານ​ກົວ ຈະ​ໄດ້​ຍຶດ​ເອົາ​ເມືອງ​ນັ້ນ 19 ເຂົາ​ໄດ້​ເວົ້າ​ເຖິງ​ພຣະ​ເຈົ້າ​ແຫ່ງ​ເຢ​ຣູ​ຊາ​ເລັມ​ຢ່າງ​ກັບ​ທີ່​ເຂົາ​ເວົ້າ​ເຖິງ​ພຣະ​ແຫ່​ງຊົນ​ຊາດ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ໂລກ ຊຶ່ງ​ເປັນ​ຜົນ​ງານ​ຂອງ​ມື​ມະ​ນຸດ

ພຣະ​ເຈົ້າ​ຊົງ​ຊ່ອຍ​ກູ້​ເຮ​ເຊ​ກີ​ຢາ

20 ແລ້ວ​ເຮ​ເຊ​ກີ​ຢາພຣະ​ຣາ​ຊາ​ແລະ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ ບຸ​ດ​ອາ​ໂມ​ສ ໄດ້​ອ້ອນວອນ​ເພາະ​ເຣື່ອງ​ນີ້​ແລະ​ຮ້ອງ​ທູນ​ຕໍ່​ຟ້າ​ສວັນ 21 ແລະພຣະ​ຜູ້​ເປັນ​ເຈົ້າຊົງ​ໃຊ້​ທູດ​ສວັນ​ອົງ​ນຶ່ງ ຊຶ່ງ​ໄດ້​ຕັດ​ທະ​ຫານ​ເອກ​ທັງ​ປວງ​ແລະ​ຜູ້​ບັງ​ຄັບ​ກອງ​ແລະ​ນາຍ​ທະ​ຫານ​ໃນ​ຄ້າຍ​ຂອງ​ພຣະ​ຣາ​ຊາ​ອັ​ສ​ຊີ​ເຣັຽ ເຫດ​ສັນ​ນັ້ນ​ພຣະ​ອົງ​ຈຶ່ງ​ສະ​ເດັດ​ກັບ​ໄປ​ຍັງ​ແຜ່ນ​ດິນ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ ແລະ​ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໃນ​ພຣະ​ວິ​ຫານ​ແຫ່ງ​ພຣະ​ຂອງ​ພຣະ​ອົງ​ໂອ​ຣົດ​ບາງ​ອົງ​ຂອງ​ພຣະ​ອົງ​ເອງ​ໄດ້​ຟັນ​ພຣະ​ອົງ​ລົງ​ດ້ວຍ​ດາບ 22 ດັ່ງ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ຊ່ອຍ​ເຮ​ເຊ​ກີ​ຢາ ​ແລະ​ຊາວ​ເຢ​ຣູ​ຊາເລັມ​ຈາກ​ມື​ຂອງ​ເຊນ​ນາ​ເຄ​ຣິບ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ​ແລະ​ຈາກ​ມື​ຂອງ​ສັດ​ຕ​ຣູ​ທັງສິ້​ນ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ນຳ​ເຂົາ​ທັງ​ຫລາຍ​ຢູ່​ທຸກ​ດ້ານ 23 ແລະ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ນຳ​ຂອງ​ກຳ​ນັນ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ເຢ​ຣູ​ຊາ​ເລັມ​ແລະ​ສິ່ງ​ປະ​ເສີດ​ຕ່າງໆ​ມາ​ຖວາຍ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ພຣະ​ອົງ​ຈຶ່ງ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ປວງ ຕັ້ງ​ແຕ່​ເວ​ລາ​ນັ້ນ​ເປັນ​ຕົ້ນ​ມາ

ເຮ​ເຊກິ​ຢາ​ປະ​ຊວນ

24 ຄັ້ງ​ນັ້ນ​ເຮ​ເຊ​ກີ​ຢາ​ຊົງ​ປະ​ຊວນ​ໃກ້​ຈະ​ສິ້ນ​ພຣະ​ຊົນ ແລະ​ພຣະ​ອົງ​ທູນ​ອ້ອນວອນ​ຕໍ່​ພຣະ​ເຈົ້າ ແລະ​ພຣະ​ເຈົ້າ​ຊົງ​ຕອບ​ແລະ​ປະ​ທານ​ຫມາຍ​ສຳ​ຄັນ​ຢ່າງ​ນຶ່ງ​ໃຫ້​ແກ່​ເຮ​ເຊ​ກີ​ຢາ 25 ແຕ່​ເຮ​ເຊ​ກີ​ຢາ​ບໍ່​ໄດ້​ສນອງ​ພຣະ​ຄຸນ​ນັ້ນ ເພາະ​ພຣະ​ທັຍ​ຂອງ​ພຣະ​ອົງ​ຜະ​ຍອງ​ຂຶ້ນ ເຫດ​ສັນ​ນັ້ນ​ພຣະ​ພິ​ໂຣດ​ຈຶ່ງ​ມາ​ເຫນືອ​ກະ​ສັດ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ 26 ແຕ່​ເຮ​ເຊ​ກີ​ຢາ​ຊົງ​ອ່ອນ​ນ້ອມ​ຖ່ອມ​ພຣະ​ທັຍ​ທີ່​ກຳ​ເຣີບ​ນັ້ນ​ລົງ​ທັງ​ພຣະ​ອົງ​ແລະ​ຊາວ​ເຢ​ຣູ​ຊາ​ເລັມ ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບໍ່​ໄດ້​ມາ​ເຫນືອ​ເຂົາ​ທັງ​ຫລາຍ​ໃນ​ຣັຊ​ການ​ເຮ​ເຊ​ກີ​ຢາ

ເຮ​ເຊ​ກີ​ຢາ​ຊົງ​ຮັບ​ຄ​ນະ​ທູດ​ຈາກກຸງ​ບາ​ບິ​ໂລນ

27 ເຮ​ເຊ​ກີຢາ​ຊົງ​ມີ​ຣາ​ຊ​ຊັບ​ແລະ​ກຽດ​ໃຫຍ່​ຍິ່ງ ແລະ​ພຣະ​ອົງ​ຊົງ​ສ້າງ​ຄັງ​ໄວ້​ສຳ​ລັບ​ພຣະ​ອົງ ເພື່ອ​ເກັບ​ເງິນ ທອງ​ຄຳ ແລະ​ເພັດ​ນິນ​ຈິນ​ດາ ເຄື່ອງ​ເທດ ໂລ່ ແລະ​ສຳ​ລັບ​ເຄື່ອງ​ໃຊ້​ດີໆ​ທຸກ​ຊະ​ນິດ 28 ທັງ​ສາງ​ສຳ​ລັບ​ເຂົ້າ ເຫລົ້າ​ອະງຸ່ນ ແລະ​ນ້ຳ​ມັນ ທີ່​ຜ​ລິດ​ມາ ແລະ​ໂຣງເກັບ​ສັດ​ລ້ຽງ​ທຸກ​ຊະ​ນິດ ແລະ​ຄອກ​ແກະ 29 ພຣະ​ອົງ​ຊົງ​ຈັດ​ຫົວ​ເມືອງ​ເພື່ອ​ພຣະ​ອົງ​ດ້ວຍ ທັງ​ຝູງ​ແບ້​ແກະ ແລະ​ຝູງ​ງົວ​ເປັນ​ອັນ​ມາກ ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ປະ​ທານ​ຊັບ​ສິນ​ໃຫ້​ພຣະ​ອົງ​ມາກ​ຍິ່ງ 30 ເຮ​ເຊ​ກີ​ຢາອົງ​ນີ້​ເອງ​ຊົງ​ປິດ​ນ້ຳ​ອອກ​ຕອນ​ເທິງ​ຂອງ​ນ້ຳ​ພຸ​ກິ​ໂຮນ​ເສັຽ ແລ້ວ​ນຳ​ໄປ​ໃຫ້​ໄຫລ​ລົງ​ໄປ​ທາງ​ທິດ​ຕາເວັນ​ຕົກ​ຂອງ​ນະ​ຄອນ​ດາ​ວິດ ແລະ​ເຮ​ເຊ​ກີ​ຢາ​ຊົງ​ຈຳ​ເຣີນ​ໃນ​ພຣະ​ຣາ​ຊ​ກິຈ​ທັງ​ສິ້ນ​ຂອງ​ພຣະ​ອົງ 31 ສະ​ນັ້ນ​ໃນ​ເຣື່ອງ​ທູດ​ທີ່​ເຈົ້າ​ນາຍ​ເມືອງ​ບາ​ບິ​ໂລນ​ໃຊ້​ໃຫ້​ມາ​ຖາມ​ເຖິງ​ຫມາຍ​ສຳ​ຄັນ​ຊຶ່ງ​ໄດ້​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ ພຣະຜູ້​ເປັນ​ເຈົ້າ​ກໍ​ຊົງ​ປ່ອຍ​ພຣະ​ອົງ​ຕາມ​ອຳ​ເພີ​ໃຈ ເພື່ອ​ຈະ​ທົດ​ລອງ​ພຣະ​ອົງ ແລະ​ເພື່ອ​ຈະ​ຊາບ​ພຣະ​ດຳ​ຣິ​ທັງ​ສິ້ນ​ໃນ​ພຣະ​ທັຍ​ຂອງ​ພຣະ​ອົງ 32 ຝ່າຍ​ພຣະ​ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ເຮ​ເຊ​ກີ​ຢາ ແລະກິຈ​ການ​ອັນ​ດີ​ຂອງ​ພຣະ​ອົງ ເບິ່​ງ​ແມ໋, ມີ​ບັນ​ທຶກ​ໄວ້​ໃນ​ນິ​ມິດ​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມບຸດ​ອາ​ໂມ​ສ​ໃນ​ຫນັງ​ສື​ພົງ​ກະ​ສັດ​ຂອງ​ຢູ​ດາ​ແລະ​ອິ​ສ​ຣາ​ເອນ 33 ແລະ​ເຮ​ເຊ​ກີ​ຢາ​ລ່ວງ​ຫລັບ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ພຣະ​ສົບ​ໄວ້​ທີ່​ທາງ​ຂຶ້ນ​ອຸບ​ໂມງ​ຂອງ​ໂອ​ຣົດ​ຂອງ​ດາ​ວິດ ແລະ​ບັນ​ດາ​ຄົນຢູ​ດາ​ແລະ​ຊາວເຢ​ຣູ​ຊາ​ເລັມ​ທັງ​ປວງ​ໄດ້​ຖວາຍ​ກຽດ​ເມື່ອ​ພຣະ​ອົງ​ສິ້ນ​ພຣະ​ຊົນ ແລະ​ມາ​ນັ​ສ​ເຊ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ຂຶ້ນ​ປົກ​ຄອງ​ແທນ​ພຣະ​ອົງ

2 ຂ່າວຄາວ 33

ຣັຊ​ການ​ມາ​ນັ​ສເຊ

1 ເມື່ອ​ມາ​ນັ​ສ​ເຊ​ເລີ້ມ​ປົກ​ຄອງມີ​ອາ​ຍຸ​ສິບ​ສອງ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມຫ້າ​ສິບ​ຫ້າ​ປີ 2 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະຜູ້​ເປັ​ນ​ເຈົ້າ ຕາມ​ການ​ກະ​ທຳ​ທີ່ຫນ້າ​ກຽດ​ຊັງ​ແຫ່ງ​ປະ​ຊາ​ຊາດ ຊຶ່ງ​ພຣະຜູ້​ເປັ​ນ​ເຈົ້າ​ຊົງ​ຂັບ​ໄລ່​ໄປ​ເສັຽ​ຈາກ​ຂ້າງ​ຫນ້າ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ 3 ເພາະ​ພຣະ​ອົງ​ຊົງ​ສ້າງ​ສະ​ຖານ​ນະ​ມັສ​ການ​ທີ່​ສູງ​ຂຶ້ນ​ໃຫມ່ ຊຶ່ງ​ເຮ​ເຊ​ກີ​ຢາ​ພຣະ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ຊົງ​ພັງ​ລົງ​ນັ້ນ ແລະ​ຊົງ​ສ້າງ​ແທ່ນ​ບູ​ຊາແດ່​ພຣະ​ບາ​ອານ ແລະ​ຊົງ​ທຳ​ບັນ​ດາ​ອາ​ເຊ​ຣາ ​ແລະ​ນະ​ມັສການ​ບໍ​ຣິ​ວານ​ທັງ​ສິ້ນ​ຂອງ​ຟ້າ​ສວັນ​ ແລະ​ບົວ​ລະ​ບັດ​ພຣະ​ເຫລົ່າ​ນັ້ນ 4 ພຣະ​ອົງຊົງ​ສ້າງ​ແທ່ນ​ບູ​ຊາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊຶ່ງ​ພຣະ​ເຈົ້າ​ກ່າວ​ວ່າ, “ນາມ​ຂອງ​ເຮົາ​ຈະ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ເປັນ​ນິດ” 5 ແລະ​ພຣະ​ອົງ​ໄດ້​ຊົງ​ສ້າງ​ແທ່ນ​ບູ​ຊາ​ສຳ​ລັບ​ບໍ​ຣິ​ວານ​ຟ້າ​ສວັນ ໃນ​ລານ​ທັງ​ສອງ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 6 ແລະ​ພຣະ​ອົງ​ໄດ້ຊົງ​ຖວາຍ​ໂອ​ຣົດ​ຂອງ​ພຣະ​ອົງ​ ໃຫ້​ລຸຍ​ໄຟ​ເປັນ​ເຄື່ອງ​ບູ​ຊາ​ໃນ​ຮ່ອມ​ພູບຸດ​ຮິນ​ໂນມ ຖື​ຣຶກຍາມ ເວດ​ມົນ ວິ​ທ​ຍາ​ຄົມ ແລະ​ຕິດ​ຕໍ່​ກັບ​ຄົນຊົງ​ແລະ​ພໍ່​ມົດ​ແມ່​ມົດ ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫລາຍ​ທີ່​ສຸດ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ໃຫ້​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ 7 ແລະ​ຮູບ​ເຄົາ​ຣົບ​ສ​ລັກ​ຊຶ່ງ​ພຣະ​ອົງ​ຊົງ​ສ້າງ​ນັ້ນ ພຣະ​ອົງ​ຊົງ​ຕັ້ງ​ໄວ້​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ, “ໃນ​ວິ​ຫານ​ນີ້​ແລະ​ໃນ​ເຢ​ຣູ​ຊາ​ເລັມ​ຊຶ່ງ​ເຮົາ​ໄດ້​ເລືອກ​ອອກ​ຈາກ​ເຜົ່າ​ທັງ​ສິ້ນ​ຂອງ​ອິ​ສ​ຣາ​ເອນ ເຮົາ​ຈະ​ບັນ​ຈຸ​ນາມ​ຂອງ​ເຮົາ​ໄວ້​ເປັນ​ນິດ 8 ແລະ​ເຮົາ​ຈະ​ບໍ່​ໃຫ້​ຕີນ​ຂອງ​ອິ​ສ​ຣາ​ເອນ​ພະ​ເນ​ຈອນ​ອອກ​ໄປ​ຈາກ​ແຜ່ນ​ດິນ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ອີກ​ເລີຍ ຖ້າ​ເຂົາ​ພຽງ​ແຕ່​ຈະ​ລະ​ມັດ​ລະ​ວັງ​ກະ​ທຳ​ທຸກ​ຢ່າງ​ຊຶ່ງ​ເຮົາ​ໄດ້​ສັ່ງ​ເຂົາ​ໄວ້ ຄື​ພຣະ​ທັມ ກົດ​ເກນ​ແລະ​ກົດ​ຫມາຍ​ທັງ​ສິ້ນ​ຊຶ່ງ​ໄດ້​ໃຫ້​ໄວ້​ກັບ​ໂມ​ເຊ” 9 ມາ​ນັ​ສ​ເຊ​ຊົງ​ຊັກ​ຈູງ​ຢູ​ດາ​ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ໃຫ້​ຫລົງ ເຂົາ​ຈຶ່ງ​ໄດ້​ກະ​ທຳ​ຊົ່ວ​ຮ້າຍ​ຍິ່ງກວ່າ​ບັນ​ດາ​ປະ​ຊາ​ຊາດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳ​ລາຍ​ໃຫ້​ພົ້ນ​ຫນ້າ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ນັ້ນ 10 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ມາ​ນັ​ສ​ເຊ​ແລະ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ ແຕ່​ເຂົາ​ທັງ​ຫລາຍ​ບໍ່​ຟັງ 11 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ໃຫ້​ຜູ້​ບັງ​ຄັບ​ກອງ​ທະ​ຫານ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽມາ​ຕໍ່​ສູ້​ເຂົາ​ທັງ​ຫລາຍ ເອົາ​ເບັດ​ກ່ຽວ​ມາ​ນັ​ສ​ເຊ​ແລະ​ຈຳ​ຈອງ​ດ້ວຍ​ທວນ​ທອງ​ສຳ​ຣິດ​ແລະ​ນຳ​ພຣະ​ອົງ​ມາ​ຍັງ​ບາບິ​ໂລນ 12 ເມື່ອ​ພຣະ​ອົງ​ຊົງ​ທຸກ​ຍາກ ພຣະ​ອົງ​ຊົງ​ວິງວອນ​ຂໍ​ພຣະ​ກະ​ຣຸ​ນາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ແລະ​ຖ່ອມ​ພຣະ​ທັຍ​ລົງ​ຢ່າງ​ຫລາຍ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ 13 ພຣະ​ອົງ​ຊົງ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັບ​ຄຳ​ວິງ​ວອນ​ຂອງ​ທ່ານ​ແລະ​ຊົງ​ຟັງ​ຄໍາ​ອ້ອນວອນ​ຂອງ​ທ່ານ ແລະ​ນຳ​ທ່ານ​ກັບ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ໃນ​ກິຈ​ອາ​ນາ​ຈັກ​ຂອງ​ທ່ານ​ອີກ ແລ້ວ​ມາ​ນັສ​ເຊ​ຊົງ​ຊາບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ 14 ພາຍ​ຫລັງ​ພຣະ​ອົງ​ຊົງ​ສ້າງ​ກຳ​ແພງ​ຊັ້ນ​ນອກ​ໃຫ້​ນະ​ຄອນ​ດາ​ວິດ​ທາງ​ຕາເວັນ​ຕົກ​ຂອງ​ກິ​ໂຮນ​ໃນ​ຮ່ອມ​ພູ​ໄປ​ຈົນ​ເຖິງ​ທາງ​ເຂົາ​ປະ​ຕູ​ປາ ແລ້ວ​ວົງ​ຮອບ​ເມືອງ​ໂອ​ເຟ​ນ ແລະ​ກໍ່​ຂຶ້ນ​ໃຫ້​ສູງ​ຫລາຍ ແລະ​ພຣະ​ອົງ​ຊົງ​ຕັ້ງ​ຜູ້​ບັງ​ຄັບ​ບັນ​ຊາ​ກອງ​ທັບ​ໃຫ້​ຢູ່​ໃນ​ຫົວ​ເມືອງ​ມີ​ປ້ອມ​ໃນ​ຢູ​ດາ​ທັງ​ສິ້ນ 15 ພຣະ​ອົງ​ຊົງ​ເອົາ​ພຣະ​ຕ່າງ​ດ້າວ​ແລະ​ຮູບ​ເຄົາ​ຣົບ​ໄປ​ເສັຽ​ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ແທ່ນ​ບູ​ຊາ​ທັງ​ສິ້ນ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ສ້າງ​ໄວ້​ເທິງ​ພູ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ພຣະ​ອົງ​ຊົງ​ຖິ້ມ​ອອກ​ໄປ​ນອກ​ເມືອງ 16 ພຣະ​ອົງ​ຊົງ​ສ້ອມ​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊົງ​ຖວາຍ​ເຄື່ອງ​ສັ​ຕ​ບູ​ຊາ ເປັນ​ເຄື່ອງ​ສາ​ນ​ຕິບູ​ຊາ​ແລະ​ເຄື່ອງ​ໂມ​ທະ​ນາ​ພຣະ​ຄຸນ​ເທິງ​ແທ່ນ​ນັ້ນ ແລະ​ພຣະ​ອົ​ງ​ຊົງ​ບັນ​ຊາໃຫ້​ຢູ​ດາ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ເຂົາ​ເທົ່າ​ນັ້ນ 17 ສ່ວນ​ພຣະ​ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ມາ​ນັ​ສ​ເຊ ແລະ​ຄຳ​ອ້ອນວອນ​ຂອງ​ພຣະ​ອົງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖ້ອຍ​ຄຳ​ຂອງ​ຜູ້​ທຳ​ນ​ວາຍ ຜູ້​ທູນ​ພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ເບິ່ງ​ແມ໋, ມີ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຣາ​ຊ​ກິຈ​ຂອງ​ກະ​ສັດ​ແຫ່ງ​ອິ​ສ​ຣາ​ເອນ

ມໍ​ຣະ​ນະ​ກັມ​ຂອງ​ມາ​ນັ​ສ​ເຊ

18 ແລະ​ຄຳ​ອ້ອນວອນ​ຂອງ​ພຣະ​ອົງ ແລະ​ເຣື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັບ​ຄຳ​ວິງ​ວອນ​ຂອງ​ພຣະ​ອົງ ບາບ​ທັງ​ສິ້ນ​ຂອງ​ພຣະ​ອົງ ແລະ​ຄວາມ​ບໍ່​ຊື່​ຂອງ​ພຣະ​ອົງ​ທັງ​ສິ້ນ ແລະ​ສະ​ຖານ​ທີ່​ຊຶ່ງ​ພຣະ​ອົງ​ຊົງ​ສ້າງ​ສະ​ຖານ​ນະ​ມັສ​ການ​ທີ່​ສູງ ແລະ​ຕັ້ງ​ບັນ​ດາ​ອາ​ເຊ​ຣາ​ແລະ​ຮູບ​ເຄົາ​ຣົບ ກ່ອນ​ທີ່​ພຣະ​ອົງ​ຊົງ​ຖ່ອມ​ພຣະ​ອົງ​ລົງ​ນັ້ນ ເບິ່​ງ​ແມ໋, ເຂົາ​ບັນ​ທຶ​ກໄວ້​ໃນ​ຫນັງ​ສື​ປະ​ຫວັດ​ທີ່​ຜູ້​ທຳ​ນ​ວາຍ​ແຕ່ງ 19 ມາ​ນັ​ສ​ເຊ​ຈຶ່ງ​ຊົງ​ລ່ວງ​ຫລັ​ບໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ເຂົາ​ຝັງ​ພຣະ​ສົບ​ໄວ້​ໃນ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ ແລະ​ອາ​ໂມນ​ໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ຂຶ້ນ​ປົກ​ຄອງ​ແທນ​ພຣະ​ອົງ

ຣັຊ​ການ​ຂອງ​ອາ​ໂມນ

20 ເມື່ອ​ອາ​ໂມນ​ເລີ້ມ​ປົກ​ຄອງ​ມີ​ອາ​ຍຸ​ສິບ​ສອງ​ປີ ແລະ​ພຣະ​ອົງ​ຊົງ​ປົ​ກຄອງ​ເຢ​ຣູ​ຊາ​ເລັມ​ສອງ​ປີ 21 ພຣະ​ອົງ​ຊົງ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ ຢ່າງ​ມາ​ນັ​ສ​ເຊ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ຊົງ​ກະ​ທຳ​ນັ້ນ ອາ​ໂມນ​ຖວາຍ​ສັ​ຕ​ບູ​ຊາ​ແກ່​ຮູບ​ເຄົາ​ຣົບ​ທັງ​ສິ້ນ ຊຶ່ງ​ມານັ​ສ​ເຊ​ຣາ​ຊ​ບິ​ດາຂອງພຣະ​ອົງ​ໄດ້​ຊົງ​ສ້າງ​ຂຶ້ນ ແລະ​ຊົງ​ບົວ​ລະ​ບັດ​ຮູບ​ເຄົາ​ຣົບ​ນັ້ນ 22 ພຣະ​ອົງ​ບໍ່​ໄດ້​ຖ່ອມ​ພຣະ​ອົງລົງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຢ່າງ​ມານັ​ສ​ເຊ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ຖ່ອມ​ພຣະ​ອົງ​ລົງ​ນັ້ນ ແຕ່​ອາ​ໂມນ​ອົງ​ນີ້​ໄດ້​ກໍ່​ກັມ​ຊົ່ວ​ຍິ່ງໆ​ຂຶ້ນ 23 ແລ້ວ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ກໍ​ຮ່ວມ​ກັນ​ຄິດ​ກະ​ບົດ​ຕໍ່​ພຣະ​ອົງ ແລະ​ໄດ້​ຂ້າ​ພຣະ​ອົງ​ເສັຽ​ໃນ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ 24 ແຕ່​ຣາສດອນ​ໄດ້​ປະ​ຫານ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ທີ່​ຄິດ​ກະ​ບົດ​ຕໍ່​ກະ​ສັດ​ອາ​ໂມນ ແລະ​ຣາ​ສດອນ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເຢ​ຊີ​ຢາ​ໂອ​ຣົ​ດຂອງ​ພຣະ​ອົງ​ຂຶ້ນ​ປົກ​ຄອງ​ແທນ​ພຣະ​ອົງ

2 ຂ່າວຄາວ 34

ຣັຊ​ການ​ໂຢ​ຊີ​ຢາ

1 ເມື່ອ​ໂຢ​ຊີ​ຢາ​ເລີ້ມ​ປົກ​ຄ​ອງມີ​ອາ​ຍຸ​ແປດ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສາມ​ສິບ​ເອັດ​ປີ 2 ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຊອບ​ໃນ​ສາຍ​ພຣະ​ເນດພຣະ​ຜູ້​ເປັນ​ເຈົ້າ ແລະ​ດຳ​ເນີນ​ໃນ​ທາງ​ຂອງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ບໍ່​ໄດ້​ຊົງ​ຫັນ​ໄປ​ທາງ​ຂ​ວາ​ຫລື​ທາງ​ຊ້າຍ

ໂຢ​ຊີ​ຢາ​ຊົງ​ປະ​ຕິ​ຮູບ​ງານ​ດ້ານ​ສາ​ສ​ນາ

3 ເພາະ​ໃນ​ປີທີ່​ແປດ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຍັງ​ຊົງ​ພຣະ​ເຍົາ​ຢູ່ ພຣະ​ອົງ​ຊົງ​ເລີ້ມ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງພຣະ​ອົງ ແລະ​ໃນ​ປີ​ທີ່​ສິບ​ສອງ​ພຣະ​ອົງ​ຊົງ​ເລີ້ມກວາດ​ລ້າງ​ຢູ​ດາແລະ​ເຢ​ຣູ​ຊາ​ເລັມ​ດ້ວຍ​ການ​ກຳ​ຈັດ​ສະ​ຖານ​ນະ​ມັສ​ການ​ທີ່​ສູງ ທັງ​ບັນ​ດາ​ອາ​ເຊ​ຣາ​ແລະ​ຮູບ​ເຄົາ​ຣົບ​ຫລໍ່ 4 ເຂົາ​ພັງ​ແທ່ນ​ບູ​ຊາ​ພຣະ​ບາ​ອານ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຮື້​ແທ່ນ​ເຄື່ອງ​ຫອມ​ຊຶ່ງ​ຕັ້ງ​ຢູ່​ເທິງ​ນັ້ນລົງ ແລະ​ພຣະ​ອົງ​ຊົງທຳ​ລາຍ​ບັ​ນ​ດາ​ອາ​ເຊ​ຣາ​ແລະ​ຮູບ​ເຄົາ​ຣົບ​ຫລໍ່​ເສັຽ ແລະ​ຊົງ​ກະ​ທຳ​ໃຫ້​ເປັນ​ຜົງ​ໂຮຍ​ເທິງ​ຫລຸມ​ຝັງ​ສົບ​ຂອງ​ບັນ​ດາ​ຄົນ​ທີ່​ຖວາຍ​ສັ​ຕ​ບູ​ຊາ​ແກ່​ພຣະ​ເຫລົ່າ​ນັ້ນ 5 ພຣະ​ອົງ​ຊົງ​ເຜົາ​ກະ​ດູກ​ຂອງ​ປະ​ໂຣ​ຫິດ​ເທິງ​ແທ່ນ​ພຣະ​ເຫລົ່າ​ນັ້ນ ແລະ​ຊົງ​ກວາດ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ 6 ແລະ​ໃນ​ຫົວ​ເມືອງ​ຂອງ​ເຜົ່າ​ມາ​ນັ​ສ​ເຊ ເອ​ຟ​ຣາ​ອິມ ແລະ​ຊີ​ເມ​ໂອນ ແລະ​ໄປ​ເຖິງ​ເນັ​ຟ​ທາ​ລີ ໃນ​ທີ່​ສ​ລັກ​ຫັກ​ພັງ​ຊຶ່ງ​ຢູ່​ໂດຍ​ຮອບ 7 ພຣະ​ອົງ​ຊົງ​ທຳ​ລາຍແທ່ນ​ບູ​ຊາ ແລະ​ຊົງ​ທຸບ​ບັນ​ດາ​ເອ​ຊາ​ຣາ​ແລະ​ຮູບ​ເຄົາ​ຣົບ​ໃຫ້​ເປັນ​ຜົງ ແລະ​ຊົງ​ຮື້​ແທ່ນ​ເຄື່ອງ​ຫອມ​ທັງ​ສິ້ນ​ລົງ​ທົ່ວ​ແຜ່ນ​ດິນ​ອິ​ສ​ຣາ​ເອນ ແລ້ວ​ພຣະ​ອົງ​ສະ​ເດັດ​ກັບ​ເຢ​ຣູ​ຊາ​ເລັມ 8 ໃນ​ປີ​ທີ່​ສິບ​ແປດ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ກວາດ​ລ້າງ​ແຜ່ນ​ດິນ​ແລະ​ພຣະ​ວິຫານ ພຣະ​ອົງ​ຊົງ​ໃຊ້​ຊາ​ຟານ ບຸດ​ອາ​ຊາ​ລີ​ຢາ ແລະ​ມາ​ອາ​ຊັຍ​ຢາ​ຜູ້​ວ່າ​ຣາ​ຊ​ການ ແລະ​ໂຢ​ອາ ບຸດ​ໂຢ​ອາ​ຮັ​ສ ເຈົ້າ​ກົມ​ສາ​ຣະ​ບັນ​ໃຫ້​ສ້ອມ​ແຊມ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າ​ຂອງ​ພຣະ​ອົງ 9 ເຂົາ​ທັງ​ຫລາຍ​ມາ​ຫາ​ຮີນ​ຄີ​ຢາ​ມະ​ຫາ​ປະ​ໂຣ​ຫິດ ແລະ​ໄດ້​ມອບ​ເງິນ​ຊຶ່ງ​ຄົນ​ທັງ​ຫລາຍ​ນຳ​ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​​ເຈົ້າ ຊຶ່ງ​ຄົນ​ເລວີ​ຜູ້​ເຝົ້າ​ປະ​ຕູ​ໄດ້​ເກັບ​ຈາກ​ມານັ​ສ​ເຊ​ແລະ​ເອ​ຟ​ຣາ​ອິ​ມ ແລະ​ຈາກ​ຄົນ​ທີ່​ເຫລືອ​ຂອງ​ອິ​ສ​ຣາ​ເອນ ແລະ​ຈາກ​ຢູ​ດາ​ກັບ​ເບັນ​ຢາ​ມີນ​ທັງ​ສິ້ນ ແລະ​ຈາກ​ຊາວ​ເຢ​ຣູ​ຊາ​ເລັມ 10 ເຂົາ​ທັງ​ຫລາຍມອບ​ແກ່​ຄົນ​ທຳ​ງານ​ຜູ້ດູ​ແລ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຄົນ​ທຳງານ​ຜູ້​ທຳ​ງານ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມອບ​ໃຫ້ ເພື່ອ​ການ​ສ້ອມ​ແຊມ​ພຣະ​ວິ​ຫານ​ໃຫ້​ຫມັ້ນ​ຄົງ 11 ເຂົາ​ທັງ​ຫລາຍມອບ​ໃຫ້​ແກ່​ຊ່າງ​ໄມ້​ແລະ​ຊ່າງ​ກໍ່​ສ້າງ​ເພື່ອ​ຈະ​ຊື້​ຫີນ​ສ​ລັກ​ແລະ​ໄມ້​ກະ​ດານ ເພື່ອ​ໃຊ້​ສຳ​ລັບ​ສ້ອມ​ແປງ​ອາ​ຄານ ຊຶ່ງ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ໄດ້​ປ່ອຍ​ໃຫ້​ຊຸດ​ໂຊມ​ພັງ​ທະ​ລາຍ​ໄປ 12 ຄົນທັງ​ຫລາຍ​ກໍ​ທຳ​ງານ​ຢ່າງ​ຊື່​ສັດ​ສຸ​ຈ​ຣິດ ຜູ້​ຄຸມ​ງານ​ມີ ຢາ​ຮາດ​ແລະ​ໂອ​ບາ​ດີ​ຢາ​ຄົນ​ເລ​ວີ​ລູກ​ຫລານ​ຂອງ​ເມ​ຣາ​ຣີ ແລະ​ເຊ​ຄາ​ຣິ​ຢາ​ກັບ​ເມ​ຊູນ​ລາມ​ລູກ​ຫລານ​ຂອງ​ຄົນ​ໂກ​ຮາດ​ເປັນ​ຜູ້​ດູ​ແລ ຄົນ​ເລ​ວີ​ທຸກ​ຄົນ​ທີ່​ຊຳ​ນານ​ເຄື່ອງ​ດົນ​ຕ​ຣີ 13 ເປັນ​ຜູ້​ດູ​ແລຄົນ​ຫາບ​ຫາມ ແລະ​ບັນ​ດາ​ຄົນ​ທີ່​ທຳ​ງານ​ບົວ​ລະ​ບັດ​ທຸກ​ຢ່າງ ຄົນ​ເລ​ວີ​ບາງ​ຄົນ​ເປັນ​ຮັກ​ສາ​ເອ​ກະ​ສານ​ເປັນ​ເຈົ້າ​ຫນ້າ​ທີ່​ແລະ​ເປັນ​ນາຍ​ປະ​ຕູ 14 ຂ​ນະ​ທີ່​ເຂົາ​ທັງ​ຫລາຍ​ນຳ​ເງິນ​ທີ່​ໄດ້​ຖວາຍ​ໃນ​ພຣະ​ວິ​ຫາ​ນຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອອກ​ມາ​ຮີນ​ກີ​ຢາ​ປະ​ໂຣ​ຫິດ​ໄດ້​ພົບ​ຫນັງ​ສື​ທັມ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ຊົງ​ປະ​ທານ​ທາງ​ໂມ​ເຊ 15 ແລະ​ຮີນ​ກີ​ຢາ​ເວົ້າ​ກັບ​ຊາ​ຟານ​ຣາ​ຊ​ເລ​ຂາ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ພົບ​ຫນັງ​ສື​ທັມ​ບັນ​ຍັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ແລະ​ຮີນ​ກີ​ຢາ​ກໍ​ມອບ​ຫນັງ​ສື​ນັ້ນ​ໃຫ້​ຊາ​ຟານ 16 ຊາ​ຟານ​ໄດ້​ນຳ​ຫນັງ​ສື​ໄປ​ຖ​ວາຍ​ພຣະ​ຣາ​ຊາ ແລະຕໍ່​ໄປ​ກໍ​ທູນ​ຣາຍ​ງານ​ພຣະ​ຣາ​ຊາ​ວ່າ, “ສິ່ງ​ທັງ​ປວງ​ທີ່​ພຣະ​ອົງ​ຊົງ​ມອບ​ຫມາຍ​ແກ່​ຜູ້​ຮັບ​ໃຊ້​ຂອງພຣະ​ອົງ​ໃຫ້​ກະ​ທຳ​ນັ້ນ​ເຂົາ​ກຳ​ລັງ​ກະ​ທຳ​ຢູ່​ແລ້ວ” 17 ເຂົາ​ຖອກ​ເງິນ​ຊຶ່ງ​ພົບ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອອກ ແລະ​ໄດ້​ມອບ​ໄວ້​ໃນ​ມືອ​ຂງ​ຜູ້​ດູ​ແລ​ແລະ​ຄົນ​ງານ 18 ແລ້ວ​ຊາ​ຟານ​ຣາ​ຊ​ເລ​ຂາ​ທູນ​ພຣະ​ຣາ​ຊາ​ວ່າ, “ຮີນ​ກີ​ຢາ​ປະ​ໂຣ​ຫິດ​ໄດ້​ມອບ​ຫນັງ​ສື​ແກ່​ຂ້ານ້ອຍ​ເຫລັ້ມ​ນຶ່ງ” ແລ້ວ​ຊາ​ຟານ​ກໍ​ອ່ານ​ຖວາຍ​ພຣະ​ຣາ​ຊາ 19 ແລະ​ຕໍ່​ມາ​ເມື່ອ​ພຣະ​ຣາ​ຊາ​ຊົງ​ສະ​ດັບ​ຖ້ອຍ​ຄຳ​ຂອງ​ທັມ​ບັນ​ຍັດ​ນັ້ນ ພຣະ​ອົງ​ຊົງ​ຈີກ​ສ​ລອງ​ພຣະ​ອົງ 20 ພຣະ​ຣາ​ຊາ​ຊົງ​ສັ່ງ​ແກ່​ຮີນ​ກີ​ຢາ ອາ​ຮີ​ກາມ​ບຸດ​ຊາ​ຟານ ອັບ​ໂດນ​ບຸດ​ມີ​ກາ ຊາ​ຟານ​ຣາ​ຊ​ເລ​ຂາ ແລະ​ອາ​ຊາ​ຢາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຣາ​ຊາ​ກ່າວ​ວ່າ, 21 “ຈົ່ງ​ໄປ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ແກ່​ເຮົາ ແລະ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ເຫລືອ​ຢູ່​ໃນ​ອິ​ສ​ຣາ​ເອນ​ແລະ​ໃນ​ຢູ​ດາ​ກ່ຽວ​ກັບ​ຖ້ຍອ​ຄຳ​ໃນ​ຫນັງ​ສື​ຊຶ່ງ​ໄດ້​ພົບ​ນັ້ນ ເພາະ​ວ່າ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງຖອກ​ເທ​ລົງ​ເຫນືອ​ເຮົາ​ນັ້ນ​ໃຫຍ່​ຍິ່ງ​ນັກ ເພາະ​ວ່າ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ບໍ່​ໄດ້​ຮັກ​ສາ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ຊຶ່ງ​ຂຽນ​ໄວ້​ໃນ​ຫນັງ​ສື​ນີ້​ທຸກ​ປະ​ການ” 22 ຮີນ​ກີ​ຢາ​ແລະ​ຄົນ​ເຫລົ່າ​ນັ້ນ​ຊຶ່ງ​ພຣະ​ຣາ​ຊາ​ຊົງ​ໃຊ້​ໄປ​ຈຶ່ງ​ໄປ​ຍັງ​ຮຸນ​ດາ​ຍິງ​ຜູ້​ປະ​ກາດ​ພຣະ​ທັມ ເມັຽ​ຂອງ​ຊັນ​ລູມ​ບຸດ​ໂທກ​ຮາ​ດ​ ບຸດ​ຮັ​ສຣາ​ ເປັນ​ຄົນ​ຮັບ​ຜິດ​ຊອບ​ເຄື່ອງ​ນຸ່ງ​ໃນ​ພຣະ​ວິ​ຫານ(ນາງຢູ່ໃນ​ເຢ​ຣູ​ຊາ​ເລັມ​ເຂດ​ທີ່​ສອງ) ແລະ​ເວົ້າ​ກັບ​ນາງເຖິງ​ເຣື່ອງ​ນັ້ນ 23 ແລະ​ນາງ​ເວົ້າ​ກັບ​ເຂົາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ “ຈົ່ງ​ບອກ​ຊາຍ​ຜູ້​ຊຶ່ງ​ໃຊ້​ພວກ​ເຈົ້າ​ໃຫ້​ມາ​ຫາ​ເຮົາ​ວ່າ 24 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ນຳ​ເຫດ​ຊົ່ວ​ຮ້າຍ​ມາ​ເຫນືອ​ສະ​ຖານ​ທີ່ນີ້​ແລະ​ເຫນືອຊາວ​ເມືອງ​ນີ້ ຄື​ຄຳ​ສາບ​ທັງສິ້ນ​ທີ່​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຊຶ່ງ​ໄດ້​ອ່ານ​ຖວາຍ​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ນັ້ນ 25 ເພາະ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ປະ​ຖິ້ມ​ເຮົາ​ແລະ​ໄດ້​ເຜົາ​ເຄື່ອງ​ຫອມ​ຖວາຍ​ພຣະ​ອື່ນ ເພື່ອ​ເຂົາ​ຈະ​ກະ​ທຳ​ໃຫ້​ເຮົາ​ໂກດ​ດ້ວຍ​ການ​ງານ​ທັງ​ສິ້ນ​ແຫ່ງ​ມື​ຂອງ​ເຂົາ ເຫດ​ສັນ​ນັ້ນ​ຄວາມ​ພິ​ໂຣດ​ຂອງ​ເຮົາ​ຈະ​ເທ​ລົງ​ເຫນືອ​ສະ​ຖານ​ທີ່​ນີ້​ແລະ​ຈະ​ດັບ​ບໍ່​ໄດ້ 26 ແຕ່​ພຣະ​ຣາ​ຊາ​ຂອງ​ຢູ​ດາ​ຜູ້​ໃຊ້​ເຈົ້າ​ໃຫ້​ມາ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ເຈົ້າ​ຈົ່ງ​ທູນ​ທ່ານ​ດັ່ງ​ນີ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ​ກ່າວດັ່ງ​ນີ້​ວ່າ ເຣື່ອງ​ຖ້ອຍ​ຄຳ​ຊຶ່ງ​ເຈົ້າ​ໄດ້​ຍິນ​ນັ້ນ 27 ເພາະ​ເຈົ້າ​ກັບ​ໃຈ​ແລ້ວ​ແລະ​ໄດ້​ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັ​ນ​ເຈົ້າ ເມື່ອ​ເຈົ້າ​ໄດ້​ຍິນ​ຖ້ອຍ​ຄຳ​ທີ່​ປັກ​ປຳ​ສະ​ຖານ​ທີ່​ນີ້ ແລະ​ຊາວ​ເມືອງ​ນີ້ ເຈົ້າ​ໄດ້​ຖ່ອມ​ຕົວ​ລົງ​ຕໍ່​ເຣົາ ແລະ​ເຈົ້າ​ໄດ້​ຈີກ​ເຄື່ອງ​ນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງ​ໄຫ້​ຕໍ່ຫນ້າ​ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ໄດ້​ຟັງ​ເຈົ້າ​ດ້ວຍ 28 ເບິ່ງ​ແມ໋, ເຮົາ​ຈະ​ຮວ​ບ​ເຈົ້າ​ໄປ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ແລະ​ເຂົາ​ຈະ​ຮວບ​ເຈົ້າ​ໄປ​ສູ່​ທີ່​ຝັງ​ສົບ​ຢ່າງ​ສັນ​ຕິ ແລະ​ຕາ​ຂອງ​ເຈົ້າ​ຈະ​ບໍ່​ເຫັນ​ເຫດ​ຊົ່ວ​ຮ້າຍ​ຊຶ່ງ​ເຮົາ​ຈະ​ນຳ​ມາ​ເຫນືອ​ສະ​ຖານ​ທີ່​ນີ້ ແລະ​ຊາວ​ເມືອງ​ນີ້” ແລະ​ເຂົາ​ທັງ​ຫລາຍ​ນຳ​ພຣະ​ວັ​ຈ​ນະ​ກັບ​ມາ​ຍັງ​ພຣະ​ຣາ​ຊາ 29 ແລ້ວ​ພຣະ​ຣາ​ຊາ​ຮັບ​ສັ່ງ​ໃຫ້​ຮວບ​ຮວມ​ບັນ​ດາ​ຜູ້​ໃຫຍ່​ຂອງ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ 30 ພຣະ​ຣາ​ຊາ​ສະ​ເດັດ​ຂຶ້ນ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພ້ອມ​ກັບ​ຄົນ​ທັງ​ປວງ​ຂອງ​ຢູ​ດາ ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ກັບ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ ຄົນ​ທັງ​ປວງ​ທັງ​ນ້ອຍ​ແລະ​ໃຫຍ່​ແລະ​ພຣະ​ອົງ​ຊົງ​ອ່ານ​ຖ້ອຍ​ຄຳ​ທັງ​ສິ້ນ​ໃນ​ຫນັງ​ສື​ຄຳ​ຫມັ້ນ​ສັນ​ຍາ​ຊຶ່ງ​ໄດ້​ພົບ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນເຈົ້າ​ໃຫ້​ເຂົາ​ຟັງ 31 ພຣະ​ຣາ​ຊາ​ປະ​ທັບ​ຢືນ​ຢູ່​ໃນ​ພຣະ​ທີ່​ຂອງ​ພຣະ​ອົງ ແລະ​ກະ​ທຳ​ຄຳ​ສັນ​ຍາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ຊົງ​ດຳ​ເນີນ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຮັກ​ສາ​ພຣະ​ບັນ​ຍັດ​ພຣະ​ໂອ​ວາດ​ແລະ​ກົດ​ເກນ​ຂອງ​ພຣະ​ອົງ​ດ້ວຍ​ສຸດ​ພຣະ​ຈິດ​ສຸດ​ພຣະ​ທັຍ​ທີ່​ຈະ​ຊົງ​ປະ​ກອບ​ກິຈ​ຕາມ​ຖ້ອຍ​ຄຳ​ຂອງ​ຄຳ​ສັນ​ຍາ​ຊຶ່ງ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ເຫລັ້ມ​ນີ້ 32 ແລ້ວ​ພຣະ​ອົງ​ຊົງ​ຮັບ​ສັ່ງ​ບັນ​ດາ​ຜູ້​ທີ່​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ແລະ​ໃນ​ເບັນ​ຢາ​ມີນ​ໃຫ້​ເຂົ້າ​ສ່ວນ​ໃນ​ຄຳ​ສັນ​ຍາ​ນັ້ນ ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ກໍ​ກະ​ທຳ​ຕາມ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ 33 ແລະ​ໂຢ​ຊີ​ຢາ​ໄດ້​ເອົາ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ທັງ​ປວງ​ໄປ​ເສັຽ​ຈາກ​ເຂດ​ແດນ​ທັງ​ສິ້ນ ຊຶ່ງ​ເປັນ​ຂອງ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ ແລະ​ຊົງ​ກະ​ທຳ​ໃຫ້​ບັ​ນ​ດາ​ຜູ້​ທີ່​ຢູ່​ໃນ​ອິ​ສ​ຣາ​ເອນ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ​ຕລອດ​ຣັຊ​ການ​ຂອງ​ພຣະ​ອົງ ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຫັນ​ໄປ​ຈາກ​ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ

2 ຂ່າວຄາວ 35

ໂຢ​ຊີ​ຢາ​ຊົງ​ຖື​ເທ​ສ​ການ​ປັ​ສ​ຄາ

1 ໂຢ​ຊີ​ຢາ​ຊົງ​ຖື​ເທ​ສ​ການ​ປັ​ສ​ຄາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ຄັ້ງ​ນຶ່ງ​ເຂົາ​ຂ້າ​ແກະ​ປັ​ສ​ຄາ​ໃນ​ວັນ​ທີ່​ສິບ​ສີ່​ຂອງ​ເດືອນ​ຕົ້ນ 2 ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ປະ​ໂຣ​ຫິດ​ໃຫ້​ປະ​ຈຳ​ຫນ້າ​ທີ່ ແລະ​ຊົງ​ສ​ນັບ​ສນຸນ​ເຂົາ​ໃນ​ການ​ບົວ​ລະ​ບັດ​ຂອງ​ ພຣະ​ວິ​ຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ 3 ພຣະ​ອົງ​ກ່າວ​ກັບ​ຄົນ​ເລ​ວີ ຜູ້ບໍ​ຣິ​ສຸດຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ ຜູ້​ສອນ​ອິ​ສ​ຣາ​ເອນ​ທັງ​ປວງວ່າ, “ຈົ່ງ​ວາງ​ຫີບ​ບໍ​ຣິ​ສຸ​ດໄວ້​ໃນ​ພຣະ​ວິ​ຫານ ຊຶ່ງ​ໂຊ​ໂລ​ໂມນ​ໂອ​ຣົດ​ຂອງ​ດາ​ວິດ​ພຣະ​ຣາ​ຊາ​ຂອງ​ອິ​ສ​ຣາ​ເອນ​ຊົງ​ສ້າງ​ໄວ້ ເຈົ້າ​ທັງ​ຫລາຍ​ບໍ່ຕ້ອງ​ໃສ່​ບ່າ​ຫາມ​ໄປ​ອີກ ບັດ​ນີ້​ຈົ່ງ​ບົວ​ລະ​ບັດ​ພຣະ​ຜູ້​ເປັນເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ແລະ​ອິ​ສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ 4 ຈົ່ງ​ຕຽມ​ຕົວ​ຂອງ​ເຈົ້າຕາມຕະ​ກູນ​ຂອງ​ເຈົ້າ​ເປັນ​ກອງໆ​ຕາມ​ບັນທຶກ​ພຣະ​ຣາ​ຊ​ດຳ​ຣັດ​ຊີ້​ແຈງ​ຂອງ​ດາ​ວິດ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ ແລະ​ຕາມ​ບັນ​ທຶກ​ພຣະ​ຣາ​ຊດຳ​ຣັດ​ຊີ້​ແຈງ​ຂອງ​ໂຊ​ໂລ​ໂມນ​ໂອ​ຣົດ​ຂອງ​ພຣະ​ອົງ 5 ແລະ​ຢືນ​ປະ​ຈຳ​ຢູ່​ໃນ​ສະ​ຖານ​ບໍ​ຣິ​ສຸດ ຕາມ​ພວກ​ຕ່າງໆ​ທີ່​ເປັນ​ພີ່​ນ້ອງ​ຂອງ​ທ່ານ ຜູ້​ເປັນ​ຣາ​ສ​ດອນທີ່​ແບ່ງ​ເປັນ​ຕະ​ກູນໆ​ແລະ​ໃຫ້​ສ່ວນ​ຂອງ​ຕະ​ກູນ​ຄົນ​ເລ​ວີ​ບົວ​ລະ​ບັດ​ແຕ່​ລະ​ພວກ 6 ແລະ​ຂ້າ​ແກະ​ປັ​ສ​ຄາ​ແລະ​ຊຳ​ຮະ​ຕົນ​ໃຫ້​ບໍ​ຣິ​ສຸດ ແລະ​ຕຽມ​ໄວ້​ໃຫ້​ພີ່​ນ້ອງ​ຂອງ​ເຈົ້າ ເພື່ອ​ຈະ​ກະ​ທຳ​ຕາມ​ພຣະ​ວັ​ຈນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທາງ​ໂມ​ເຊ​ນັ້ນ 7 ແລ້ວ​ໂຢ​ຊີ​ຢາ​ໄດ້​ຊົງ​ບໍ​ຣິ​ຈາກ​ແກ່​ຣາ​ສດອນເປັນ​ເຄື່ອງ​ປັ​ສ​ຄາບູ​ຊາ​ສຳ​ລັບ​ຄົນ​ທັງ​ປວງ​ທີ່​ຢູ່​ທີ່​ນັ້ນ ເປັນ​ລູກ​ແກະ​ແລະ​ລູ​ກ​ແບ້​ຈາກ​ຝູງ​ແບ້ແກະ​ຈຳ​ນວນ​ສາມ​ຫມື່ນ​ໂຕ ແລະ​ງົວ​ເຖິກ​ສາມ​ພັນ​ໂຕ ສັດ​ເຫລົ່າ​ນີ້​ໄດ້​ມາ​ຈາກຊັບ​ສິນ​ຂອງ​ເຈົ້າ​ຊີ​ວິດ 8 ແລະ​ເຈົ້າ​ນາຍ​ຂອງ​ພຣະ​ອົງ​ບໍ​ຣິ​ຈາກ​ດ້ວຍ​ຄວາມ​ເຕັມ​ໃຈ​ແກ່​ປະ​ຊາ​ຊົນ ແກ່​ປະ​ໂຣ​ຫິດ ແລະ​ແກ່​ຄົນ​ເລ​ວີ ຮີນ​ກີ​ຢາ ເຊ​ຄາ​ຣິ​ຢາ ແລະ​ເຢ​ຮີ​ເອນ ເຈົ້າ​ຫນ້າ​ທີ່​ຊັ້ນ​ຫົວ​ຫນ້າ​ຂອງ​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ ໄດ້​ມອບ​ລູກ​ແກະ​ແລະ​ລູກ​ແບ້​ສອງ​ພັນ​ຫົ​ກ​ຮ້ອຍ​ໂຕ​ກັບ​ງົວ​ເຖິກ​ສາມ​ຮ້ອຍ​ໂຕ​ແກ່​ປະ​ໂຣ​ຫິດ​ເປັນ​ເຄື່ອງ​ປັ​ສ​ຄາ​ບູ​ຊາ​ 9 ກັບໂກ​ນາ​ນິ​ຢາ ແລະ​ເຊ​ມັຍ​ຢາ ​ກັບ​ເນ​ທານເອນ ນ້ອງ​ຊາຍ​ຂອງ​ເຂົາ ແລະຮາ​ຊາ​ບິ​ຢາ ແລະ​ເຢ​ອີ​ເອນ ແລະ​ໂຢ​ຊາ​ບາດ ຫົວ​ຫນ້າ​ຂອງ​ຄົນ​ເລ​ວີ​ໄດ້​ໃຫ້​ລູກ​ແກະ​ແລະ​ລູ​ກ​ແບ້​ຫ້າ​ພັນ​ໂຕ​ກັບ​ງົວ​ເຖິກ​ຫ້າ​ຮ້ອຍ​ໂຕແກ່​ຄົນ​ເລ​ວີ​ເປັນ​ເຄື່ອງ​ປັ​ສ​ຄາ​ບູ​ຊາ 10 ເມື່ອ​ຕຽມ​ການ​ຮຽບ​ຮ້ອຍ​ແລ້ວ ບັນ​ດາ​ປະ​ໂຣ​ຫິດ​ກໍ​ຢືນ​ປະ​ຈຳ​ທີ່​ຂອງ​ຕົນ ແລະ​ຄົນ​ເລ​ວີ​ກໍ​ຢູ່ຕາມກອງ​ຂອງ​ຕົນ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ຣາ​ຊາ 11 ແລ້ວ​ເຂົາ​ກໍ​ຂ້າ​ແກະ​ປັສ​ຄາ ແລ້ວ​ປະ​ໂຣ​ຫິດ​ກໍ​ເອົາ​ເລືອດ​ຊຶ່ງ​ຮັບ​ມາ​ຈາກ​ເຂົາ​ຊິດ​ໃສ່ ສ່ວນ​ຄົນ​ເລ​ວີ​ດຶງ​ຫນັງ​ສັດ​ນັ້ນ 12 ແລ້ວ​ເຂົາ​ກໍ​ແຍກ​ສ່ວ​ນ​ທີ່​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ໄວ້​ຕ່າງ​ຫາກ​ເພື່ອ​ແຈກ​ຈ່າຍ​ໄດ້​ຕາມ​ພວກ​ຕ່າງໆ​ຜູ້​ເປັນ​ຣາ​ສດອນ​ທີ່​ແບ່ງ​ເປັນ​ຕະ​ກູນໆ ໃຫ້​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ທີ່​ບັນ​ທຶກໄວ້​ໃນ​ຫນັງ​ສື​ຂອງ​ໂມ​ເຊ ແລະ​ເຂົາ​ກະ​ທຳ​ກັບ​ງົວ​ເຖິກ​ທຳ​ນອງ​ດຽວ​ກັນ 13 ເຂົາ​ກໍ​ປີ້ງ​ແກະ​ປັ​ສ​ຄາ​ດ້ວຍ​ໄຟ​ຕາມ​ກົດ​ຫມາຍ ແລະ​ເຂົາ​ທັ​ງ​ຫລາຍ​ຕົ້ມ​ເຄື່ອງບູ​ຊາ​ບໍ​ຣິ​ສຸດ​ໃນ​ຫມໍ້ ໃນ​ຫມໍ້​ຂາງ ແລະ​ນຳ​ໄປ​ໃຫ້​ຣາ​ສດອນທັງ​ປວງ​ໂດຍ​ໄວ 14 ພາຍ​ຫລັງ​ເຂົາ​ທັງ​ຫລາຍ​ຈຶ່ງ​ຕຽມ​ສຳ​ລັບ​ຕົນ​ເອງ​ແລະ​ສຳ​ລັບ​ປະ​ໂຣ​ຫິດ ເພາະ​ວ່າ​ປະ​ໂຣ​ຫິດ​ບຸດ​ຫລານ​ຂອງ​ອາ​ໂຣນ​ຕິດ​ທຸ​ຣະ​ໃນ​ການ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ສ່ວນ​ໄຂ​ມັນ​ຈົນ​ກາງ​ຄືນ ຄົນ​ເລວີ​ຈຶ່ງ​ຕຽມ​ເພື່ອ​ຕົນ​ເອງ​ແລະ​ເພື່ອ​ປະ​ໂຣ​ຫິດ​ບຸດ​ຫລານ​ຂອງ​ອາ​ໂຣນ 15 ບັນ​ດາ​ນັກ​ຮ້ອງ​ຊຶ່ງ​ເປັນ​ບຸດ​ຫລານ​ຂອງ​ອາ​ສາ​ຟ ຢູ່​ປະ​ຈໍາ​ທີ່​ຂອງ​ຕົນ​ຕາມ​ບັນ​ຊາ​ຂອງ​ດາ​ວິດ ອາ​ສາ​ຟ ແລະ​ເຮ​ມານ ກັບ​ເຢ​ດູ​ທູນ​ຜູ້​ທຳ​ນ​ວາຍ​ຂອງ​ ພຣະ​ຣາ​ຊາ ແລະ​ຄົນ​ເຝົ້າ​ປະ​ຕູ​ກໍ​ຢູ່​ປະ​ຈໍາ​ທຸກ​ປະ​ຕູ ເຂົາ​ບໍ່​ຈຳ​ເປັນ​ປະ​ງານ​ຫນ້າ​ທີ່​ຂອງ​ເຂົາ ເພາະ​ຄົນ​ເລ​ວີ​ພີ່​ນ້ອງ​ຂອງ​ເຂົາ​ໄດ້​ຕຽມ​ໄວ້​ໃຫ້​ເຂົາ 16 ເຂົາ​ຈຶ່ງ​ຕຽມ​ການ​ບົວ​ລະ​ບັດ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ດຽວນັ້ນ​ເອງ ເພື່ອ​ຈະ​ຖື​ເທ​ສ​ການ​ປັ​ສ​ຄາ ແລະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ເທິງ​ແທ່​ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ພຣະ​ບັນ​ຊາ​ຂອງ​ກະ​ສັດ​ໂຢ​ຊີ​ຢາ 17 ປະ​ຊາ​ຊົນອິ​ສ​ຣາ​ເອນ​ຜູ້​ຢູ່​ທີ່​ນັ້ນ ໄດ້​ທຳ​ເທ​ສ​ການ​ປັ​ສ​ຄາ​ເວ​ລາ​ນັ້ນ​ແລະ​ເທດ​ສ​ການ​ກິນ​ເຂົ້າ​ຈີ່​ບໍ່​ເຊື້ອ​ແປ້ງ​ເຈັດ​ວັນ 18 ຕັ້ງ​ແຕ່​ສະ​ໄຫມ​ຂອງ​ຊາມູ​ເອນ​ຜູ້ປະ​ກາດ​ພຣະ​ທັມ ບໍ່​ມີ​ພຣະ​ຣາ​ຊາ​ແຫ່ງ​ອິ​ສ​ຣາ​ເອນ​ຈັກ​ອົງ​ນຶ່ງ​ທີ່​ຖື​ເທ​ສ​ການ​ປັ​ສ​ຄາ​ຢ່າງ​ໂຢ​ຊີ​ຢາ​ໄດ້​ຊົງ​ຖື​ນີ້ ແລະ​ບັນ​ດາ​ປະ​ໂຣ​ຫິດ​ກັບ​ຄົນ​ເລ​ວີ ແລະ​ຢູ​ດາ​ກັບ​ອິ​ສ​ຣາ​ເອນ​ທັງ​ປວງ​ຊຶ່ງ​ຢູ່​ພ້ອມ​ກັນ ທັງ​ຊາວ​ເຢ​ຣູ​ຊາ​ເລັມ 19 ເຂົາ​ຖື​ເທສ​ການ​ປັ​ສ​ຄາ​ນີ້​ໃນ​ປີ​ທີ່​ສິບ​ແປດ​ແຫ່ງ​ຣັຊ​ການ​ໂຢ​ຊີ​ຢາ

ມໍ​ຣະ​ນະ​ກັມ​ຂອງ​ໂຢ​ຊີ​ຢາ

20 ຫລັງ​ຈາກ​ນີ້​ເມື່ອ​ໂຢ​ຊີ​ຢາ​ໄດ້​ຕຽມ​ພຣະ​ວິ​ຫານ​ໄວ້ ເນ​ໂກ​ພຣະ​ຣາ​ຊາ​ແຫ່ງ​ເອ​ຢິບ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ສູ້​ຮົບ​ທີ່​ກາ​ຣ໌ເຄ​ມິ​ສ​ທີ່​ແມ່​ນ້ຳ​ເອີ​ຟ​ຣາດ ແລະ​ໂຢ​ຊີ​ຢາ​ສະ​ເດັດ​ອອກ​ໄປ​ສູ້ຮົບ​ກັບ​ພຣະ​ອົງ 21 ແຕ່​ພຣະ​ອົງ​ຮັບ​ສັ່ງ​ໃຫ້​ທູດ​ໄປ​ທູນ​ໂຢ​ຊີ​ຢາ​ວ່າ, “ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ເອີຍ ເຮົາ​ກັບ​ທ່ານ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃດ ວັນ​ນີ້​ເຮົາ​ບໍ່​ໄດ້​ມາ​ຕໍ່​ສູ້ທ່ານ ແຕ່​ຕໍ່​ສູ້ກັບ​ເຊື້ອ​ສາຍ​ຂອງ​ຊຶ່ງ​ເຮົາ​ທຳ​ສົງ​ຄາມ​ດ້ວຍ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ເຮົາ​ໃຫ້​ຮີບ​ເລັ່ງ ຂໍ​ຢັບ​ຢັ້ງ​ການ​ຂັດ​ຂວາງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ສະ​ຖິດ​ກັບ​ເຮົາ ຢ້ານ​ວ່າ​ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ທ່ານ​ເສັຽ” 22 ແຕ່​ປານ​ນັ້ນ​ກໍ​ດີ ໂຢ​ຊີ​ຢາ​ບໍ່​ໄດ້​ຫັນ​ໄປ​ຈາກ​ພຣະ​ອົງ ແຕ່​ຊົງ​ປອມ​ພຣະ​ອົງ​ເພື່ອ​ຈະ​ສູ້​ຮົບ​ກັບ​ເນ​ໂກ ບໍ່​ໄດ້​ຟັງ​ພຣະ​ດຳ​ຣັດ​ຂອງ​ເນ​ໂກ​ທີ່​ອອກ​ຈາ​ກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ເຂົ້າ​ຮົບ​ໃນ​ທີ່​ຮາບ​ເມ​ກິດ​ໂດ 23 ແລະ​ນັກ​ທະ​ນູ​ໄດ້​ຍິງ​ກະ​ສັດ​ໂຢ​ຊີ​ຢາ ແລະ​ພຣະ​ຣາ​ຊາ​ກ່າວ​ກັບ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ວ່າ “ຈົ່ງ​ພາ​ເຣົາ​ໄປ​ເສັຽ​ເຖີດ ເພາະ​ເຣົາ​ຖືກ​ບາດ​ເຈັບ​ສາ​ຫັດ​ແລ້ວ” 24 ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ຈຶ່ງ​ນຳ​ພຣະ​ອົງ​ອອກ​ຈາກ​ຣົດ​ຮົບ ແລະ​ໃຫ້​ພຣະ​ອົງ​ປະ​ທັບ​ໃນ​ຣົດ​ຮົບ​ຄັນ​ທີ່​ສອງ​ຂອງ​ພຣະ​ອົງ ແລະ​ນຳ​ພຣະ​ອົງ​ມາ​ເຢ​ຣູ​ຊາ​ເລັມ​ແລະ​ພຣະ​ອົງ​ກໍ​ສິ້ນ​ພຣະ​ຊົນ ແລະ​ເຂົາ​ຝັງ​ໄວ້​ໃນ​ອຸບ​ໂມງ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ​ທັງ​ປວງ​ໄດ້​ໄວ້​ທຸກ​ໃຫ້​ໂຢ​ຊີ​ຢາ 25 ເຢ​ເຣ​ມີ​ກ່າວ​ຄຳ​ຄ່ຳ​ຄວນ​ຖວາຍ​ໂຢ​ຊີ​ຢາ​ດ້ວຍ ແລະ​ບັນ​ດາ​ນັກ​ຮ້ອງ​ຊາຍ​ແລະ​ນັກ​ຮ້ອງ​ຍິງ​ທັງ​ປວງ​ກ່າວ​ເຖິງ​ໂຢ​ຊີ​ຢາ​ໃນ​ຄຳ​ຄ່ຳ​ຄວນ​ຂອງ​ເຂົາ​ຈົນ​ທຸກວັນ​ນີ້ ເຂົາ​ທັງ​ຫລາຍ​ກະ​ທຳ​ເຣື່ອງ​ນີ້​ໃຫ້​ເປັນ​ກົດ​ຫມາຍ​ໃນ​ອິ​ສ​ຣາ​ເອນ ເບິ່ງແມ໋, ມີ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ຄ່ຳ​ຄວນ​ 26 ສ່ວນ​ພຣະ​ຣາ​ຊ​ກິຈນອກ​ນັ້ນ​ຂອງ​ໂຢ​ຊີ​ຢາ ແລະ​ການ​ອຸ​ທິດ​ຕົນຂອງ​ພຣະ​ອົງ ຕາມ​ທີ່​ບັນ​ທຶກ​ໄວ້​ໃນ​ພຣະ​ທັມ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 27 ແລະ​ພຣະ​ຣາ​ຊ​ກິຈ​ຂອ​ງ​ພຣະ​ອົງ ຕັ້ງ​ແຕ່​ຕົ້ນ​ຈົນ​ສຸດ​ປາຍ ເບິ່ງ​ແມ໋, ມີ​ບັນ​ທຶ​ກ​ໄວ້​ໃນ​ຫນັງ​ສື​ພົງ​ກະ​ສັດ​ອິ​ສ​ຣາ​ເອນ​ແລະ​ຢູ​ດາ

2 ຂ່າວຄາວ 36

ຣັຊ​ການ​ເຢ​ໂຮ​ອາ​ຮັ​ສແລະ​ການ​ຖືກ​ປົດ

1 ຣາ​ສດອນ​ໄດ້​ຕັ້ງ​ເຢ​ໂຮ​ອາ​ຮັ​ສບຸດ​ໂຢ​ຊີ​ຢາ ແລະ​ໃຫ້​ພຣະ​ອົງ​ເປັນ​ພຣະ​ຣາ​ຊາ​ແທນ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ 2 ເມື່ອ​ເຢ​ໂຮ​ອາ​ຮັ​ສ​ເລີ້ມ​ປົກ​ຄອງ​ມີ​ອາ​ຍຸ​ຊາວ​ສາມ​ປີ ແລະ​ພຣະ​ອົງ​ຊົງ​ປົກຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສາມ​ເດືອນ 3 ແລ້ວ​ພຣະ​ຣາ​ຊາ​ແຫ່ງ​ເອ​ຢິບ​ຊົງ​ຖອດ​ພຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ກຳ​ນົດ​ໃຫ້​ແຜ່ນ​ດິນ​ນັ້ນ​ຖວາຍ​ບັນ​ນາ​ການ​ເປັນ​ເງິນ​ນຶ່ງ​ຮ້ອຍ​ຕະ​ລັນ ແລະ​ທອງ​ຄຳ​ນຶ່ງ​ຕະ​ລັນ 4 ພຣະ​ຣາ​ຊາ​ແຫ່​ງເອຢິບ​ຕັ້ງ​ໃຫ້​ເອ​ລີ​ອາ​ກິມ​ພຣະ​ອະ​ນຸ​ຊາ​ຂອງ​ພຣະ​ອົງ​ເປັນ​ພຣະ​ຣາ​ຊາ​ເຫນືອ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ ແລະ​ຊົງ​ປ່ຽນ​ພຣະ​ນາມ​ຂອງ​ພຣະ​ອົງ​ໃຫມ່​ວ່າ ເຢ​ຮົວ​ອາ​ກິມ ແຕ່​ເນ​ໂກ​ຊົງ​ຈັບ​ເຢ​ໂຮ​ອາ​ຮັ​ສໄປ​ຍັງ​ເອ​ຢິບ

ຣັຊ​ການ​ເຢ​ຮົວ​ອາ​ກິມ

5 ​ເຢ​ຮົວ​ອາ​ກິມ​ເລີ້ມ​ປົກ​ຄອງ​ເມື່ອ​ອາ​ຍຸ​ໄດ້​ສິບ​ຫ້າ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມສິບ​ເອັດ​ປີ ພຣະ​ອົງ​ຊົງ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ 6 ເນ​ບຸ​ກາ​ດ​ເນ​ສ​ຊາ​ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ​ສະ​ເດັດ​ມາ​ຕໍ່​ສູ້​ກັບ​ພຣະ​ອົງ ແລະ​ຈຳ​ຈອງ​ພຣະ​ອົງ​ດ້ວຍ​ໂສ້​ເພື່ອ​ພາພຣະ​ອົງ​ໄປ​ຍັງ​ບາ​ບິ​ໂລນ 7 ເນ​ບຸ​ກາດ​ເນ​ສ​ຊາ​ຊົງ​ນຳ​ເຄື່ອງ​ໃຊ້​ສ່ວນ​ນຶ່ງ​ຂອງ ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ໄປ​ຍັງ​ບາ​ບິ​ໂລນ ແລະ​ຊົງ​ເກັບ​ໄວ້​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ໃນ​ບາ​ບິ​ໂລນ 8 ສ່ວນ​ພຣະ​ຣາ​ຊ​ກິຈ​ນອກ​ນັ້ນ​ຂອງ​ເຢ​ຮົວ​ອາ​ກິມ ແລະ​ການ​ຫນ້າ​ກຽດ​ຊັງ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ແລະ​ເຫດ​ການ​ອື່ນໆ​ທີ່​ບໍ່​ດີ​ຊຶ່ງ​ກ່ຽວ​ກັບ​ພຣະ​ອົງ ເບິ່ງ​ແມ, ມີ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງກະ​ສັດ​ຂອງ​ອິ​ສ​ຣາ​ເອນ ແລະ​ຢູ​ດາ ແລະ​ເຢ​ຣົວ​ອາ​ຄິນໂອ​ຣົດ​ຂອງ​ພຣະ​ອົງ​ໄດ້​ປົກ​ຄອງ​ແທນ​ພຣະ​ອົງ

ເຢ​ຣົວ​ອາ​ຄິນ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີ​ຍກຸງ​ບາ​ບິ​ໂລນ

9 ເມື່ອ​ເຢ​ຮົວ​ອາ​ຄິນ​ເລີ້ມ​ປົກ​ຄອງ​ມີ​ອາ​ຍຸ​ສິບ​ແປດ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢ​ຣູ​ຊາ​ເລັມ​ສາມ​ເດືອນ​ກັບ​ສິບ​ວັນ ພຣະ​ອົງ​ຊົງ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ 10 ເມື່ອ​ເຖິງ​ຣະ​ດູ​ແລ້ງ​ກະ​ສັດ​ເນ​ບຸ​ກາດ​ເນ​ສ​ຊາ​ຊົງ​ໃຊ້​ໃຫ້​ນຳ​ພຣະ​ອົງ​ມາ​ຍັງ​ບາ​ບິ​ໂລນ​ພ້ອມ​ກັບ​ເຄື່ອງ​ໃຊ້​ປະ​ເສີດ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕັ້ງ​ໃຫ້​ເຊ​ເດ​ກີ​ຢາລຸງຂອງ​ພຣະ​ອົງ​ເປັນ​ພຣະ​ຣາ​ຊາ​ເຫນືອ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ

ຣັຊ​ການ​ເຊ​ເດ​ກີ​ຢາ

11 ເຊເດ​ກີ​ຢາ​ເລີ້ມ​ປົກ​ຄອງ​ມີ​ອາ​ຍຸສິບ​ເອັດ​ປີ ແລະ​ພຣະ​ອົງ​ຊົງ​ປົກ​ຄອງ​ໃນ​ເຢຣູ​ຊາ​ເລັມ​ສິບ​ເອັດ​ປີ 12 ພຣະ​ອົງ​ຊົງ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະເນ​ດ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ຖ່ອມ​ພຣະ​ອົງ​ລົງ​ຕໍ່​ເຢ​ເຣ​ມີ​​ຜູ້​ປະ​ກາດ​ພຣະທັມ ຜູ້​ກ່າວ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 13 ພຣະ​ອົງ​ຊົງ​ກະ​ບົດ​ຕໍ່​ກະ​ສັດ​ເນ​ບຸ​ກາດ​ເນ​ສ​ຊາ ຜູ້​ຊຶ່ງ​ຊົງ​ໃຫ້​ພຣະ​ອົງ​ສາ​ບານ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ດື້​ດຶງ​ບໍ່​ຍອມ​ກັບ​ໃຈ​ທຳ​ພຣະ​ທັຍໃຫ້​ແຂງ​ກະ​ດ້າງ​ບໍ່​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ 14 ບັນ​ດາ​ປະ​ໂຣ​ຫິດ​ຜູ້​ສຳ​ຄັນ​ແລະ​ປະ​ຊາ​ຊົນ​ກໍ​ເຊັ່ນ​ດຽວ​ກັນ​ບໍ່​ຊື່​ສັດ​ ເຂົາ​ຕິດ​ຕາມ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ຂອງບັນ​ດາ​ປະ​ຊາ​ຊາດ ແລະ​ເຂົາ​ທັງ​ຫລາຍ​ກະ​ທຳ​ໃຫ້​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເຢ​ຣູ​ຊາ​ເລັມ ຊຶ່ງ​ພຣະ​ອົງ​ຊົງ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ນັ້ນ​ເປັນ​ມົນ​ທິນ​ໄປ 15 ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸ​ດ​ຂອງ​ເຂົາ​ຊົງ​ໃຊ້​ໃຫ້​ທູດ​ຂອງ​ພຣະ​ອົງ​ມາ​ຢ່າງ​ບໍ່​ຢຸດ​ຢັ້ງ ເພາະ​ພຣະ​ອົງ​ຊົງ​ມີ​ພຣະ​ທັຍ​ກະ​ຣຸ​ນາ​ຕໍ່​ປະ​ຊາ​ຊົນ​ຂອ​ງພຣະ​ອົງ ແລະ​ຕໍ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ 16 ແຕ່​ເຂົາ​ທັ​ງ​ຫລາຍ​ເຍາະ​ເຍີ້ຍ​ທູດ​ຂອງ​ພຣະເຈົ້າ​ຢູ່ສ​ເມີ ແລະ​ດູ​ຫມິ່ນ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ ຈົນ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຸ່ງ​ຂຶ້ນ​ຕໍ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ຈົນ​ແກ້​ບໍ່​ໄຫວ

ຢູ​ດາ​ເປັນ​ຊະ​ເລີຍ

17 ພຣະ​ອົງ​ຈຶ່ງ​ຊົງ​ນຳ​ພຣະ​ຣາ​ຊາ​ແຫ່ງ​ຄົນ​ຄັນ​ເດ​ອານ​ມາ​ຕໍ່​ສູ້​ເຂົາ​ທັງ​ຫລາຍ ຜູ້​ຊຶ່ງ​ຂ້າ​ຜູ້​ຊາຍ​ຫນຸ່​ມ​ຂອງ​ເຂົາ​ດ້ວຍ​ດາບໃນ​ພຣະ​ວິ​ຫານ​ອັນ​ເປັນ​ສະ​ຖານ​ນະ​ມັສ​ການ​ຂອ​ງເຂົາ ແລະ​ບໍ່​ມີ​ຄວາມ​ກະ​ຣຸ​ນາ​ແກ່​ຊາຍ​ຫນຸ່ມ​ຫລື​ຍິງ​ພົມ​ມະ​ຈາ​ຣີ ຄົນ​ແກ່​ຫລື​ຄົນ​ຊະ​ຣາ​ພຣະ​ອົງຊົງ​ມອບ​ທັງ​ຫມົດ​ໄວ້​ໃນ​ມື​ຂອງ​ເຂົາ 18 ແລະ​ເຄື່ອງ​ໃຊ້​ທັງ​ສິ້ນ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ທັງ​ໃຫຍ່​ແລະ​ນ້ອຍ​ແລະ​ຊັບສົມ​ບັດ​ແຫ່ງ​ພຣະ​ຣາ​ຊາ​ແລະ​ແຫ່ງ​ເຈົ້າ​ນາຍ​ຂອງ​ພຣະ​ອົງ ສິ່ງ​ທັງ​ຫມົດ​ນີ້​ພຣະ​ອົງ​ຊົງ​ນຳ​ມາ​ຍັງ​ບາ​ບິ​ໂລນ 19 ເຂົາ​ເຜົາ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ພັງ​ກຳ​ແພງ​ເຢ​ຣູ​ຊາ​ເລັມ​ລົງ​ແລະ​ເອົາ​ໄຟ​ເຜົາ​ວັງ​ຂອງ​ເມືອງ​ນັ້ນ​ເສັຽ​ສິ້ນ ແລະ​ທຳ​ລາຍ​ເຄື່ອງ​ໃຊ້ປະ​ເສີດ​ທັງ​ປວງ​ໃນ​ນັ້ນ 20 ບັນ​ດາ​ຜູ້​ທີ່​ລອດ​ຈາກ​ດາບ​ນັ້ນ​ພຣະ​ອົງ​ຊົງ​ກວາດ​ໄປ​ເປັນ​ຊະ​ເລີຍ​ຍັງ​ບາ​ບິ​ໂລນ ແລະ​ເຂົາ​ທັງ​ຫລາຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ແລະ​ແກ່​ຣາ​ຊວົງ​ຂອງພຣະ​ອົງ​ຈົນ​ເຖິງ​ການ​ສະ​ຖາ​ປະ​ນາ​ຣາ​ຊ​ອາ​ນາ​ຈັກ​ເປີ​ເຊັຽ 21 ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ວັຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງທາງ​ປາກ​ຂອງ​ເຢ​ເຣມີຈົນ​ແຜ່ນ​ດິນ​ໄດ້​ປີສະ​ບາ​ໂຕ​ຄົບ​ຕາມ​ທີ່​ຄວນ​ຕລອດ​ວັນ​ແລະ​ເວ​ລາ​ທີ່​ຖືກ​ປະຮ້າງ​ຢູ່​ນັ້ນ​ມັນ​ໄດ້​ຢຸດ​ພັກ​ສ​ງົບ ເພື່ອ​ໃຫ້​ສຳ​ເຣັດ​ກຳ​ນົດ​ເຈັດ​ສິບ​ປີ

ຣາ​ຊ​ປະ​ກາ​ສິດ​ຂອງ​ໄຊຣັສ

22 ໃນ​ປີ​ແຣກ​ແຫ່ງ​ຣັຊ​ການ​ໄຊ​ຣັ​ສ​ພຣະ​ຣາ​ຊາຂອງເປີ​ເຊັຽ ເພື່ອ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທາງ​ປາກ​ເຢ​ເຣ​ມີ​ຈະ​ສຳ​ເຣັດ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລົ້າ​ຈິດ​ໃຈ​ຂອງ​ໄຊ​ຣັ​ສ​ພຣະ​ຣາ​ຊາ​ຂອງ​ເປີ​ເຊັຽ ພຣະ​ຣາ​ຊາ​ຈຶ່ງ​ຊົງ​ມີ​ປະ​ກາດ​ຕລອດ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ແລະ​ບັນ​ທຶກ​ເປັນ​ລາຍ​ລັກ​ອັກ​ສອນ​ລົງ​ວ່າ, 23 “ໄຊ​ຣັ​ສ​ພຣະ​ຣາ​ຊາ​ແຫ່ງ​ເປີ​ເຊັຽ​ກ່າວດັ່ງ​ນີ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຟ້າ​ສວັນ ໄດ້​ພຣະ​ຣາ​ຊ​ທານ​ບັນ​ດາ​ຣາ​ຊອາ​ນາ​ຈັກ​ແຫ່ງ​ແຜ່ນ​ດິນ​ໂລກແກ່​ເຣົາ ແລະ​ພຣະ​ອົງ​ຊົງກຳ​ຊັບ​ໃຫ້​ເຮົາ​ສ້າງ​ພຣະ​ວິ​ຫານ​ໃຫ້​ພຣະ​ອົງ​ທີ່​ເຢ​ຣູ​ຊາ​ເລັມ ຊຶ່ງ​ຢູ່​ໃນ​ຢູ​ດາ ມີ​ຜູ້​ໃດ​ໃນ​ຖ້າມ​ກາງ​ທ່ານ​ທັງ​ຫລາຍ​ທີ່​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ສະ​ຖິດ​ກັບ​ເຂົາ ຂໍ​ໃຫ້​ເຂົາ​ຂຶ້ນ​ໄປ​ເຖີດ”

ເອັຊຣາ 1

ເຈົ້າ​ຊີ​ວິດ​ໄຊ​ຣັສ​ສັ່ງ​ໃຫ້​ປະ​ຊາ​ຊົນ​ອິ​ສ​ຣາ​ເອນກັບ​ຄືນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ

1 ໃນ​ຣັ​ຊ​ການປີທີ່​ນຶ່ງ​ຂອງ​ເຈົ້າ​ໄຊ​ຣັສ ເຈົ້າ​ຈັ​ກ​ກະ​ພັດ​ແຫ່ງ​ເມືອງ​ເປີເຊັຽ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ດົນ​ບັນ​ດານ​ຈິດ​ໃຈ​ໃຫ້​ພຣະ​ອົງ​ອອ​ກ​ຄໍາ​ສັ່ງ​ແລະ​ຂຽ​ນ​ຂໍ້​ຄວາມ​ນັ້ນ​ອອກ ເພື່ອ​ປະ​ກາດ​ທົ່ວ​ທຸກ​ຫົນ​ທຸກ​ແຫ່ງ ທົ່ວ​ຈັກ​ກະພົບ​ຂອງ​ພຣະ​ອົງ ການ​ກະ​ທຳ​ດັ່ງ​ນີ້ ກໍ​ເພື່ອ​ໃຫ້​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ກ່າວ​ຜ່ານ​ມາ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ ເຢ​ເຣ​ມີ​ຢາ​ ກາຍ​ເປັນ​ຄວາມ​ຈິງ 2 ຄຳ​ສັ່ງ​ເຈົ້າ​ຊີ​ວິດ​ໄຊ​ຣັສແຫ່ງ​ເປີ​ເຊັຽມີ​ດັ່ງ​ນີ້​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຜູ້​ຊົງສະ​ຖິດ​ຢູ່​ເທິງ​ຟ້າສວັນ​ ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ປົກ​ຄອງ​ທົ່ວ​ທັງ​ໂລ​ກ​ນີ້ ແລະ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ຜິດ​ຊອບ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ພຣະ​ອົງ​ທີ່​ນະ​ຄອນເຢ​ຣູ​ຊາ​ເລັມ​ທີ່​ປະ​ເທດ​ຢູດາ 3 ຂໍ​ໃຫ້ພຣະ​ເຈົ້າ​ສະ​ຖິດຢູ່ທ່ານ ຜູ້​ທີ່​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ພວກ​ທ່ານ​ຈະ​ຕ້ອງ​ໄປ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ທີ່​ປະ​ເທດ​ຢຸ​ດາ ເພື່ອ​ສ້າງພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາ​ວ​ອິ​ສ​ຣາ​ເອນ ແລະ​ພຣະ​ເຈົ້າ​ອົງ​ທີ່​ຕົນ​ນະ​ມັ​ສ​ການ​ຢູ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ 4 ຖ້າ​ວ່າ ໄພ່​ພົນ​ຂອງ​ພຣະ​ອົງ​ຄົນ​ໃດ​ທີ່​ຢູ່​ຕ່າງ​ຖິ່ນ​ຢາກ​ກັບ​ຄືນ​ມາ ຂໍ​ໃຫ້​ຄົນ​ບ້ານ​ໃກ້​ເຮືອນ​ຄຽງ​ຊ່ອຍ​ເຫລືອ​ພວກ​ເຂົາ ພວກ​ເຂົາ​ຕ້ອງ​ຈັດ​ຫາ​ເງິນ​ຄຳ ສະ​ບຽງ​ອາ​ຫານ ສັດ​ສາ​ວາ​ສິ່ງ​ພ້ອມ​ທັງ​ເຄື່ອງ​ຖວາຍ​ບູ​ຊາ ເພື່ອ​ເປັນ​ຂອງ​ປະ​ທານ​ໃຫ້​ແກ່​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ” 5 ແລ້ວ​ຫົວ​ຫນ້າ​ຄອບ​ຄົວ​ຂອງ​ຕະ​ກູນ​ຢູ​ດາ ແລະ​ຕະ​ກູນ​ເບັນ​ຢາ​ມິນ ພວກ​ປະ​ໂຣ​ຫິດ ພວກ​ເລ​ວີພ້ອມ​ທັງ​ບຸກ​ຄົນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ​ກໍ​ໃຫ້​ພ້ອມ​ກັນ​ໄປ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ 6 ພວກ​ບ້າ​ນ​ໃກ້​ຄຽງ​ໄດ້​ຊ່ອຍ​ເຫລືອ​ພວກ​ເຂົາ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ ເຊັ່ນ​ວ່າ ເຄື່ອງ​ໃຊ້​ເປັນ​ເງິນ ຄຳ ສະ​ບຽງ​ອາ​ຫານ ສັດ​ສາ​ວາ​ສິ່ງ ສິ່ງ​ຂອງ​ອື່ນໆ​ທີ່​ມີ​ຄ່າ ພ້ອມ​ທັງ​ເຄື່ອງ​ຖວາຍ​ບູ​ຊາ​ເພື່ອ​ເປັນ​ການ​ປະ​ທານ​ແກ່​ພຣະ​ວິ​ຫານ 7 ເຈົ້າ​ໄຊ​ຣັສໄດ້​ມອບ​ຖ້ວຍ ແລະ​ຈອ​ກໃຫ້​ພວກ​ເຂົາ ຊຶ່ງ​ເປັນ​ຂອງ​ທີ່​ເຈົ້າ​ເນ​ບຸ​ກາດ​ເນສ​ຊາຣ໌ ເອົາ​ມາ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ເອົາ​ໄປ​ໄວ້​ໃນ​ວິ​ຫານ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ 8 ພຣະ​ອົງ​ໄດ້​ເອົາ​ສິ່ງ​ຂອງ​ເຫລົ່າ​ນີ້​ສົ່ງ​ຄືນ​ໃຫ້​ແກ່​ ມິທເ​ຣ​ດາດ ຫົວ​ຫນ້າ​ຄັງ​ປະ​ຈຳ​ພຣະ​ຣາ​ຊ​ວັງ ເພື່ອ​ໃຫ້​ທ່ານ​ເຮັດ​ບັນ​ຊີ​ສິ່ງ​ຂອງ​ແລ້ວມອບ​ໃຫ້​ແກ່ ​ເຈົ້າ​ເຊສ​ບັສ​ຊາ​ຜູ້​ປົກ​ຄອງ​ຢູດາ 9 ຊຶ່ງ​ມີ​ດັ່ງ​ຕໍ່​ລົງ​ໄປ​ນີ້​ຄື ອ່າງ​ຄຳ​ສາມ​ສິບ​ ອ່າງ​ເງິນ​ນຶ່ງ​ພັນໃບ​ ມີດ​ຊາວ​ເກົ້າ​ອັນ 10 ຖ້ວຍ​ຄຳ​ສາມ​ສິບ​ ຖ້ວຍ​ເງິນ​ສີ່​ຮ້ອຍ​ສິບ ພາ​ຊ​ນະ​ອື່ນໆ​ນຶ່ງ​ພັນ 11 ພາ​ຊ​ນະ​ທີ່​ທຳ​ດ້ວຍ​ຄຳ​ແລະ​ທຳ​ດ້ວຍ​ເງິນ​ທັງ​ສິ້ນ​ຮວມ​ຫ້າ​ພັ​ນສີ່​ຮ້ອຍ ທັງ​ຫມົດ​ນີ້​ເຈົ້າເຊສ​ບັສ​ຊາ​ໄດ້​ນຳ​ຂຶ້ນ​ມາ ເມື່ອ​ໄດ້​ນຳ​ພວກ​ຊະ​ເລີຍ​ຂຶ້ນ​ມາ​ຈາກ​ກຸງ​ບາ​ບີ​ໂລນ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ

ເອັຊຣາ 2

ລາຍ​ຊື່​ຊະ​ເລີຍ​ທີ່​ກັບ​ຄືນ

1 ຕໍ່​ໄປ​ນີ້​ເປັນ​ປະ​ຊາ​ຊົນ​ແຫ່ງ​ມົນ​ທົນ​ທີ່​ຂຶ້ນ​ມາ​ຈາກ​ການ​ເປັນຊະ​ເລີຍ​ໃນ​ພວກ​ທີ່​ຖືກກວາດ​ໄປ ຊຶ່ງ​ເນ​ບຸກາດ​ເນສ​ຊາຣ໌ ພຣະ​ຣາ​ຊາ​ແຫ່ງ​ບາ​ບີ​ໂລນ​ໄດ້​ກວາດ​ເອົາ​ໄປ​ເປັນ​ຊະ​ເລີຍ​ຍັງ​ກຸງບາ​ບີ​ໂລ​ນ ແລະ​ກັບ​ໄປ​ຍັງ​ເຢ​ຣູ​ຊາ​ເລັມ​ ແລະ​ຢູ​ດາ ຕ່າງ​ກໍ​ໄປຍັງ​ເມືອງ​ຂອງ​ຕົນ 2 ເຂົາ​ທັງ​ຫລາຍ​ມາ​ກັບ​ເຊ​ຣຸບ​ບາ​ເບນ ເຢ​ຊູ​ອາ ເນ​ເຫມີ​ ເຊ​ຣັຍ​ຢາ ເຣ​ເອລັຍ​ຢາ ໂມ​ເດ​ກັຍ ບີນ​ຊານ ມີ​ສ​ປາ ບິກວັຍ ເຣ​ຮູມ ແລະ​ບາ​ອາ​ນາ ຈໍາ​ນວນ​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ຄື 3 ເຊື້ອ​ສາຍ​ປາ​ໂຣ​ສ ສອງ​ພັນ​ນຶ່ງ​ຮ້ອຍ​ເຈັດ​ສິບ​ສອງ​ຄົນ 4 ເຊື້ອ​ສາຍ​ເຊ​ຟາ​ຕິ​ຢາ​ ສາມ​ຮ້ອຍ​ເຈັດ​ສິບ​ສອງ​ຄົນ 5 ເຊື້ອ​ສາຍ​ອາ​ຣາ ​ເຈັດ​ຮ້ອຍ​ເຈັດ​ສິບ​ຫ້າ​ຄົນ 6 ເຊື້ອ​ສາຍ​ປາ​ຮັທໂມ​ອາບ ຄື​ເຊື້ອ​ສາຍ​ຂອງ​ເຢຊູ​ອາ ແລະ​ໂຢ​ອາບ​ ສອງ​ພັນ​ແປດ​ຮ້ອຍ​ສິບ​ສອງ​ຄົນ 7 ເຊື້ອ​ສາຍ​ເອລາມ ​ນຶ່ງ​ພັນ​ສອງ​ຮ້ອຍ​ຫ້າ​ສິ​ບສີ່​ຄົນ 8 ເຊື້ອ​ສາຍ​ຊັດ​ຕູ ເກົ້າ​ຮ້ອຍ​ສີ່​ສິບ​ຫ້າ​ຄົນ 9 ເຊື້ອ​ສາຍ​ຊັກ​ກັຍ ເຈັດ​ຮ້ອຍຫົກ​ສິບ​ຄົນ 10 ເຊື້ອ​ສາຍ​ບາ​ນີ ຫົກ​ຮ້ອຍ​ສີ່​ສິບ​ສອງ​ຄົນ 11 ເຊື້ອ​ສາຍເບບັຍ ຫົກ​ຮ້ອຍ​ຊາວ​ສາມ​ຄົນ 12 ເຊື້ອ​ສາຍ​ອັ​ສ​ກາດ ນຶ່ງ​ພັນ​ສອງ​ຮ້ອຍ​ຊາວ​ສອງ​ຄົນ 13 ເຊື້ອ​ສາຍ​ອາ​ໂດ​ນີ​ກາມ ຫົກຮ້ອຍຫົກ​ສິບ​ຫົກ​ຄົນ 14 ເຊື້ອ​ສາຍ​ບິກວັຍ ສອງ​ພັ​ນ​ຫ້າ​ສິບຫົກ​ຄົນ 15 ເຊື້ອ​ສາຍ​​ອາ​ດີນ ສີ່​ຣ້ອຍ​ຫ້າ​ສິບ​ສີ່​ຄົນ 16 ເຊື້ອ​ສາຍອາ​ເຕີ ຄື​ເຮ​ເຊກີຢາ ເກົ້າ​ສິບ​ແປດ​ຄົນ 17 ເຊື້ອ​ສາຍ​ເບ​ຊັຍ ສາມ​ຮ້ອຍ​ຊາວ​ສາມ​ຄົນ 18 ເຊື້ອ​ສາຍໂຢ​ຣາ ນຶ່ງ​ຮ້ອຍ​ສິບ​ສອງ​ຄົນ 19 ເຊື້ອ​ສາຍ​ຮາ​ຊູມ ສອງ​ຮ້ອຍ​ຊາວ​ສາມ​ຄົນ 20 ເຊື້ອ​ສາຍ​ກິບ​ບາ ເກົ້າ​ສິບ​ຫ້າ​ຄົນ 21 ເຊື້ອ​ສາຍ​ຊາວ​ເບັດ​ເລ​ເຮັມ​ ນຶ່ງ​ຮ້ອຍ​ຊາວ​ສາມ​ຄົນ 22 ຊາວ​ເນ​ໂທ​ຟາ ຫ້າ​ສິບ​ຫົກ​ຄົນ 23 ຊາວ​ອາ​ນາ​ໂທດ ນຶ່ງ​ຮ້ອຍຊາວ​ແປດ​ຄົນ 24 ເຊື້ອ​ສາຍ​ອັ​ສມາເວ​ທ ສີ່​ສິບ​ສອງ​ຄົນ 25 ເຊື້ອ​ສາຍຊາວ​ກີ​ຣີ​ອາດ​ອາ​ຣິມ ຊາວເກ​ຟີ​ຣາ ແລະ​ຊາວເບ​ເອ​ໂຣທ ເຈັດ​ຮ້ອຍ​ສີ່​ສິບ​ສາມ​ຄົນ 26 ເຊື້ອ​ສາຍຊາວ​ຣາ​ມາ ແລະ​ຊາວ​ເກ​ບາ ຫົກ​ຮ້ອຍ​ຊາວ​ເອັດ​ຄົນ 27 ຊາວ​ມິກ​ມັ​ສ ນຶ່ງ​ຮ້ອຍ​ຊາວ​ສອງ​ຄົນ 28 ຊາວ​ເບັດ​ເອນ ແລະ​ຊາວ​ອາ​ອີ ສອງ​ຮ້ອຍ​ຊາວສາມຄົນ 29 ເຊື້ອ​ສາຍ​ຊາວ​ເນ​ໂບ ຫ້າ​ສິບ​ສອງ​ຄົນ 30 ເຊື້ອ​ສາຍ​ຊາວ​ມັກ​ບິ​ສ ນຶ່ງ​ຮ້ອຍ​ຫ້າ​ສິບ​ຫົກ​ຄົນ 31 ເຊື້ອ​ສາຍ​ເອ​ລາມ​ອີກ​ຄົນ​ນຶ່ງ ນຶ່ງ​ພັນ​ສອງ​ຮ້ອຍ​ຫ້າ​ສິບ​ສີ່​ຄົນ 32 ເຊື້ອ​ສາຍ​ຊາວ​ຮາ​ຣີມ ສາມຮ້ອຍ​ຊາວ​ຄົນ 33 ເຊື້ອ​ສາຍ​ຊາວ​ໂລດ ຊາວ​ຮາ​ດີດ ແລະ​ຊາວໂອ​ໂນ ເຈັດ​ຮ້ອຍ​ຊາວ​ຫ້າ​ຄົນ 34 ເຊື້ອ​ສາຍ​ຊາວ​ເຢ​ຣີ​ໂກ ສາມ​ຮ້ອຍ​ສີ່​ສິບ​ຫ້າ​ຄົນ 35 ເຊື້ອ​ສາຍ​ເຊ​ເນ​ອາ​ສາມ​ພັນ​ຫົກ​ຮ້ອຍ​ສາມ​ສິບ​ຄົນ 36 ບັນ​ດາ​ປະ​ໂຣ​ຫິດ​ຄື ເຊື້​ອ​ສາຍ​ເຢ​ດັຍ​ຢາ ຕະ​ກູນ​ເຢ​ຊູ​ອາ ເກົ້າ​ຮ້ອຍ​ເຈັດ​ສິບ​ສາມ​ຄົນ 37 ເຊື້​ອ​ສາຍ​ອິມ​ເມີ ນຶ່ງ​ພັນ​ຫ້າ​ສິບ​ສອງ​ຄົນ 38 ເຊື້ອ​ສາຍ​ປັ​ສ​ເຮີ ນຶ່ງ​ພັນ​ສອງ​ຮ້ອຍ​ສີ່​ສິບ​ເຈັດ​ຄົນ 39 ເຊື້ອ​ສາຍ​ຮາ​ຣິມ ນຶ່ງ​ພັນ​ສິບ​ເຈັດ​ຄົນ 40 ຄົນ​ເລ​ວີ ຄື​ເຊື້ອ​ສາຍ​ເຢ​ຊູ​ອາ ແລະ​ກັດ​ມີ​ເອນ ຝ່າຍເຊື້ອ​ສາຍ​ໂຮ​ດາ​ວີ​ຢາ ເຈັດ​ສິບ​ສີ່​ຄົນ 41 ພວກ​ນັກ​ຮ້ອງ ຄື​ເຊື້​ອ​ສາຍ​ອາ​ສາ​ຟ ນຶ່ງ​ຮ້ອຍ​ຊາວ​ແປດ​ຄົນ 42 ເຊື້ອ​ສາຍ​ຄົນ​ເຝົ້າ​ປະ​ຕູ ຄື​ເຊື້ອ​ສາຍ​ຊັນ​ລູມ ເຊື້ອ​ສາຍ​ອາ​ເຕີ ເຊື້ອ​ສາຍ​ຕັນ​ໂມນ ເຊື້ອ​ສາຍ​ອັກ​ກູບ ເຊື້ອ​ສາຍ​ຮາຕິ​ຕາ ແລະ​ເຊື້ອ​ສາຍ​ໂຊບັຍ ຮວມ​ກັນ ນຶ່ງ​ຮ້ອຍ​ສາມ​ສິບ​ເກົ້າ​ຄົນ 43 ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ຄື​ເຊື້ອ​ສາຍ​ຊີ​ຮາ ເຊື້ອ​ສາຍ​ຮາ​ຊູຟາ ເຊື້ອ​ສາຍຕັບ​ບາ​ໂອທ 44 ເຊື້ອ​ສາຍເກ​ໂຣ​ສ ເຊື້ອ​ສາຍຊີ​ອາ​ຮາເຊື້ອ​ສາຍປາ​ໂດນ 45 ເຊື້ອ​ສາຍເລ​ບາ​ນາ ເຊື້ອ​ສາຍຮາ​ກາ​ບາ ເຊື້ອ​ສາຍອັກ​ກູບ 46 ເຊື້ອ​ສາຍຮາ​ກາບ ເຊື້ອ​ສາຍຊາມ​ລັຍ ເຊື້ອ​ສາຍ​ຮາ​ນານ 47 ເຊື້ອ​ສາຍ​ກີດ​ເດນ ເຊື້ອ​ສາຍກາ​ຮາ ເຊື້ອ​ສາຍເຣ​ອາ​ຢາ 48 ເຊື້ອ​ສາຍ​ເຣ​ຊີນ ເຊື້ອ​ສາຍເນ​ໂກ​ດາ ເຊື້ອ​ສາຍກັ​ສຊາມ 49 ເຊື້ອ​ສາຍອູ​ສ​ຊາ ເຊື້ອ​ສາຍປາ​ເຊ​ອາ ເຊື້ອ​ສາຍເບ​ຊັຍ 50 ເຊື້ອ​ສາຍອັ​ສນາ ເຊື້ອ​ສາຍເມ​ອູ​ນິມ ເຊື້ອ​ສາຍເນ​ຟີ​ຊິມ 51 ເຊື້ອ​ສາຍບັກ​ບຸກ ເຊື້ອ​ສາຍຮາ​ກູ​ຟາ ເຊື້ອ​ສາຍຮາ​ຮູ 52 ເຊື້ອ​ສາຍບັ​ສ​ລູ​ທ ເຊື້ອ​ສາຍ​ເມ​ຮີດາ ເຊື້ອ​ສາຍຮາ​ຊາ 53 ເຊື້ອ​ສາຍບາ​ໂກ​ສ ເຊື້ອ​ສາຍຊີ​ເຊ​ຣາ ເຊື້ອ​ສາຍເຕ​ມາ 54 ເຊື້ອ​ສາຍເນ​ຊີ​ຢາ ແລະ​ເຊື້ອ​ສາຍຮາ​ຕີ​ຟາ 55 ເຊື້ອ​ສາຍ​ຂ້າ​ຣາ​ຊ​ການ​ຂອງ​ໂຊໂລໂມນ ຄື​ເຊື້ອ​ສາຍ​ໂຊ​ຕັຍ ເຊື້ອ​ສາຍຮັ​ສ​ໂ​ຊ​ເຟ​ເຣທ ເຊື້ອ​ສາຍ​ເປ​ຣູ​ດາ 56 ເຊື້ອ​ສາຍຢາ​ອາ​ລາ ເຊື້ອ​ສາຍດາ​ໂກນ ເຊື້ອ​ສາຍກີດ​ເດນ 57 ເຊື້ອ​ສາຍເຊ​ຟາ​ຕີ​ຢາ ເຊື້ອ​ສາຍຣັດ​ຕີ​ນ ເຊື້ອ​ສາຍໂ​ປ​ເຄ​ເຣັດຮັ​ສ​ເຊ​ບາ​ອິມ ແລະ​ເຊື້ອ​ສາຍອາ​ມີ 58 ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ແລະ​ເຊື້ອ​ສາຍ​ຂອງ​ຂ້າ​ຣາ​ຊ​ການ​ຂອງ​ໂຊໂລ​ໂມນ​ທັງ​ຫມົດ​ເປັນ​ສາມ​ຮ້ອຍ​ເກົ້າ​ສິບ​ສອງ​ຄົນ 59 ຕໍ່​ໄປ​ນີ້​ເປັນ​ບັນ​ດາ​ຜູ້​ທີ່​ຂຶ້ນ​ມາ​ຈາກ​ເຕນ​ເມ​ລາ ເຕນ​ຮາ​ຊາ ເຄ​ຣຸບ ອັດ​ດານ ແລະ​ອິມ​ເມີ ​ແມ້​ເຂົາ​ຈະ​ພິ​ສູດ​ຕະ​ກູນ​ຂອງ​ເຂົາ​ຫລື​ເຊື້​ອສາຍ​ຂອງ​ເຂົາບໍ່​ໄດ້​ ວ່າ​ເຂົາ​ເປັນ​ຄົນ​ອິ​ສ​ຣາ​ເອນ​ຫລື​ບໍ່​ ຄື 60 ເຊື້ອ​ສາຍ​ເດ​ລັຍ​ຢາ ເຊື້ອ​ສາຍໂຕ​ບີ​ຢາ ເຊື້ອ​ສາຍເນ​ໂກ​ດາ ຮ​ວມ​ຫົກ​ຮ້ອຍ​ຫ້າ​ສິບ​ສອງ​ຄົນ 61 ແລະ​ຈາກ​ເຊື້ອ​ສາຍ​ປະ​ໂຣ​ຫິດ​ດ້ວຍ ຄື​ເຊື້ອ​ສາຍ​ຮາ​ບາ​ຢາ ເຊື້ອ​ສາຍ​ຮັກ​ໂກ​ສ ແລະ​ເຊື້​ອສາຍບາ​ຊີນ​ລັຍ (ຜູ້​ໄດ້​ເມັຽ​ຈາກ​ທິ​ດາ​ຂອງ​ບັນ​ຊີ​ນ​ລັຍ ຄົ​ນກີ​ເລ​ອາດຈຶ່ງ​ໄດ້​ຊື່​ຕາມ​ນັ້ນ) 62 ຄົນ​ເຫລົ່າ​ນີ້​ເມື່ອ​ຄົ້ນ​ຫາ​ຊື່​ໃນ​ທະ​ບຽນ​ທີ່​ເຂົາ​ຂຶ້ນ​ໄວ້​ໃນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ກໍ​ບໍ່​ພົບ ຈຶ່ງ​ຖື​ວ່າ​ເປັນ​ຄົນ​ສາ​ມັນ ແລະ​ຖືກ​ຕັດ​ອອກ​ຈາກ​ພວກ​ປະ​ໂຣ​ຫິດ 63 ຜູ້ວ່າ​ຣາ​ຊ​ການ​ເມືອງ​ສັ່ງ​ເຂົາ​ບໍ່​ໃຫ້​ຮັບ​ອາ​ຫານ​ບໍ​ຣິ​ສຸດ​ທີ່​ສຸດ​ຈົນ​ກວ່າຈະ​ມີ​ປະ​ໂຣ​ຫິດ​ທີ່​ຈະ​ປຶກ​ສາ​ກັບ​ ອູ​ຣິມ ແລະ​ທູມ​ມິມເສັຽກ່ອນ 64 ຊຸມ​ນຸມ​ຊົນ​ທັງ​ຫມົດ​ຮວມ​ກັນ​ມີ​ສີ່​ຫມື່ນ​ສອງ​ພັນ​ສາມ​ຮ້ອຍຫົກ​ສິບ​ຄົນ 65 ນອກ​ເຫນືອ​ຈາກ​ຄົນ​ໃຊ້​ຊາຍ​ຍີງ​ຊຶ່ງ​ມີ​ຢູ່​ເຈັດ​ພັນ​ສາມ​ຮ້ອຍ​ສາມ​ສິບ​ເຈັດ​ຄົນ 66 ມ້າ​ຂອງ​ເຂົາ​ມີ​ເຈັດ​ຮ້ອຍ​ສາມ​ສິບ​ຫົກ​ໂຕ ລໍ​ສອງ​ຮ້ອຍ​ສີ່​ສິບ​ຫ້າ​ໂຕ 67 ອູດ​ຂອງ​ເຂົາ​ສີ່​ຮ້ອຍ​ສາມ​ສິບ​ຫ້າ​ໂຕ ແລະ​ລາ​ຂອງ​ເຂົາ​ຫົກ​ພັນ​ເຈັດ​ຮ້ອຍ​ຊາວ​ໂຕ 68 ຫົ​ວ​ຫນ້າ​ຄອບ​ຄົວ​ບາງ​ຄົນ ເມື່ອ​ເຂົາ​ມາ​ເຖິງ​ທີ່​ພຣະ​ວິ​ຫານ​ຂອງ​ພຣະຜູ້ເປັນ​ເຈົ້າ ຊຶ່ງ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ໄດ້​ຖວາຍ​ຕາມ​ໃຈ​ສ​ມັກ​ເພື່ອ​ພຣະ​ວິ​ຫານຂອງ​ພຣະ​ເຈົ້າ ເພື່ອ​ຈະ​ສ້າງ​ພຣະ​ວິ​ຫານ​ຂຶ້ນ​ໃນ​ທີ່​ເດີມ 69 ເຂົາ​ຖວາຍ​ຕາມ​ກຳ​ລັງ​ຂອງ​ເຂົາ​ແກ່ກອງ​ທັບ​ເພື່ອ​ພຣະ​ຣາ​ຊ​ກິ​ຈ ເປັນ​ທ​ອງ​ຄຳ​ຫົກ​ຫມື່ນ​ນຶ່ງ​ພັນ​ດາ​ຣິກ ເງິນ​ຫ້າ​ພັນ​ມີ​ນັ​ສ ແລະ​ເຄື່ອງ​ແຕ່ງ​ກາຍ​ປະ​ໂຣ​ຫິດ​ນຶ່ງ​ຮ້ອຍ​ໂຕ 70 ບັນ​ດາ​ປະ​ໂຣ​ຫິດ ຄົນ​ເລ​ວີ​ ແລະ​ປະ​ຊາ​ຊົນ​ສ່ວນ​ນຶ່ງ​ອາ​ໄສ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ທີ່​ບໍ​ຣິ​ເວນ​ອ້ອມ​ຮອບ ແລະ​ນັກ​ຮ້ອງ​ຄົນ​ເຝົ້າ​ປະ​ຕູ ແລະ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ຢູ່​ຕາມ​ເມືອງ​ຂອງ​ຕົນ ແລະ​ອິ​ສ​ຣາ​ເອນ​ທັງ​ປວງ​ຢູ່​ຕາມເມືອງ​ຂອງ​ເຂົາ

ເອັຊຣາ 3

ອິ​ສ​ຣາ​ເອນ​ເລີ້ມ​ຕົ້ນ​ນະ​ມັ​ສ​ການ​ພຣະ​ເຈົ້າ​ທີ່​ ເຢ​ຣູ​ຊາ​ເລັມ

1 ຕໍ່​ມາ​ໃນ​ເດືອນ​ທີ່​ເຈັດ ຊາວ​ອິ​ສ​ຣາ​ເອນ​ກໍ​ໄດ້​ຕັ້ງ​ຖິ່ນ​ຖາ​ນ​ຢູ່​ຕາ​ມບ້ານ​ເມືອງ​ຂອງ​ເຂົາ ແລ້ວ​ທຸກໆ​ຄົນ​ໄດ້​ໂຮມ​ກັນ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ 2 ເຢ​ຊູ​ອາ​ລູກຊາຍ​ຂອງ​ເຢ​ຊາ​ດັກ ພ້ອມ​ດ້ວຍ​ຫມູ່​ເພື່ອນ​ທີ່​ເປັນ​ປະ​ໂຣ​ຫິດ ເຊ​ຮຸບ​ບາ​ເບນ​ລູກ​ຊາຍ​ຂອງ​ເຊ​ອັນ​ທິ​ເອນ​ພ້ອມ​ທັງ​ຍາດ​ຕິ​ພີ່​ນ້ອງ​ໄດ້​ພາ​ກັນ​ສ້າງ​ແທ່ນ​ບູ​ຊາ​ສຳ​ລັບ​ພຣະ​ເຈົ້າ​ຂອງ​ອິ​ສ​ຣາ​ເອນ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ຕາມ​ຄຳ​ແນະ​ນຳ​ທີ່​ຂຽ​ນ​ໄວ້​ໃນ​ພຣະ​ທັມ​ຂອງ​ໂມ​ເຊ​ຄົນ​ຂອງ​ພຣະ​ເຈົ້າ 3 ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ຢ້ານ​ຊົນ​ຊາດ​ອື່ນ​ທີ່​ອາ​ໄສ​ໃນ​ປະ​ເທດ​ນັ້ນ​ກໍ​ຕາມ ພວກ​ເຂົາ​ກໍ​ຍັງ​ຕັ້ງ​ແທ່ນ​ບູ​ຊາ​ໄວ້​ບ່ອນ​ເກົ່າ​ຂອງ​ມັນ​ເອງ​ທຸກໆ​ເຊົ້າ​ແລະ​ແລງ ພວກ​ເຂົາ​ໄດ້​ເຜົາ​ຖວາຍ​ບູ​ຊາ​ຢູ່​ເທິງ​ແທ່ນ​ບູ​ຊາ​ນັ້ນ​ເປັນ​ປະ​ຈຳ 4 ພວກ​ເຂົາ​ທຳ​ພິ​ທີ​ວັນ​ສະ​ຫລອງ​ຢູ່​ຕູບ​ຕາມທີ່​ບັນ​ທຶກ​ໄວ້ ແລະ​ຖວາຍ​ເຄື່ອງເຜົາ​ບູ​ຊາ​ປະ​ຈຳ​ວັນ​ຕາມ​ຈຳ​ນວນ​ທີ່​ກຳ​ນົດ​ໄວ້​ໃນ​ແຕ່​ລະ​ມື້ 5 ນອກ​ຈາກ​ນີ້​ພວກ​ເຂົາ​ຍັງ​ໄດ້​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ໃຫ້​ສ​ມ່ຳ​ສ​ເມີ ທັງ​ເຄື່ອງ​ຖວາຍ​ບູ​ຊາ​ໃນ​ວັນ​ເດືອນ​ອອກ​ໃຫມ່ ທັງ​ທຸກ​ສິ່ງ​ທີ່​ກຳ​ນົດ​ໄວ້​ໃນ​ເທ​ສ​ການ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຳ​ນົດ​ໄວ້ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ຕາມ​ໃຈ​ສ​ມັກ​ຂອງ​ຕົນ ປະ​ຊາ​ຊົນຍັງ​ບໍ່​ທັນ​ຕັ້ງ​ຕົ້ນ​ສ້າງ​ພຣະ​ວິ​ຫານ 6 ແຕ່​ໃນ​ມື້​ທຳ​ອິດ​ຂອງ​ເດືອນ​ເຈັດ​ນັ້ນ ພວກ​ເຂົາ​ຍັງ​ເລີ້ມ​ຕົ້ນ​ຖວາຍ​ເຄື່ອງ​ບູ​ຊາ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຢູ່ 7 ປະ​ຊາ​ຊົນໄດ້​ຈ່າຍ​ເງິນ​ໃຫ້​ແກ່​ຊ່າງກໍ່​ຫີນ ຊ່າງ​ໄມ້ ແລະ​ໄດ້​ເອົາ​ອາ​ຫານ ເຄື່ອງ​ດື່ມ ນ້ຳ​ມັນຫມາກກອກ​ແກ່​ຄົນ​ຊີ​ໂດນ ແລະ​ຄົນ​ຕີ​ໂຣ ເພື່ອ​ໃຫ້​ນຳ​ໄມ້​ສົນ​ຈາກ​ເມືອງ​ເລ​ບາ​ນອນໄປ​ເຖິງ​ທະ​ເລ ເຖິງ​ເມືອງ​ໂຢບ​ຟາ​ຕາມ​ທີ່​ເຂົາ​ໄດ້​ຮັບ​ອະ​ນຸ​ຍາດ​ມາ​ຈາກ​ເຈົ້າ​ຊີ​ວິດ​ໄຊ​ຣັ​ສ​ແຫ່ງ​ເປີ​ເຊັຽ

ອິ​ສ​ຣາ​ເອນ​ລົງ​ມື​ສ້າງ​ພຣະ​ວິ​ຫານ

8 ໃນ​ເດືອນ​ທີ່​ສອງ​ຂອງ​ປີ​ທີ​ສອງ ຫລັງ​ຈາກ​ກັບ​ມາ​ຮອດກຸງ​ເຢ​ຣູ​ຊາ​ເລັມ​ບ່ອນ​ທີ່​ມີ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ແລ້ວ ພວກ​ເຂົາ​ໄດ້​ລົງ​ມື​ເຣັດ​ວຽກ ເຊ​ຣຸບບາເບ​ນ ເຢ​ຊູ​ອາ​ພ້ອມ​ທັງພວກ​ຢູ​ດາ​ອື່ນໆ​ອີກ​ຄື ພວກ​ປະ​ໂຣ​ຫິດ ແລະ​ພວ​ກ​ເລ​ວີ​ໄດ້​ມາ​ຮ່ວມ​ເຮັດ​ວຽກ​ນຳ ຕາມ​ຄວາມ​ຈິງທຸກຄົນ​ທີ່​ມາ​ຈາກ​ບາ​ບີ​ໂລນ​ໄດ້​ຊ່ອຍ​ໃນ​ວຽກ​ນີ້​ຫມົດ ຊາວ​ເລ​ວີ​ທີ່​ມີ​ອາ​ຍຸ​ຊາວ​ປີ​ຂຶ້ນ​ໄປ​ໄດ້​ບັນ​ຈຸ​ເຂົ້າ​ເປັນ​ຜູ້ດູ​ແລ​ວຽກ​ການ​ຢູ່​ໃນ​ພຣະ​ວິ​ຫານ 9 ດັ່ງ​ນັ້ນ ໂຢ​ຊວຍ​ຄົນ​ເລ​ວີ​ພ້ອມ​ທັງບຸດ​ຊາຍ​ແລະ​ຍາດ​ຕິ​ພີ່​ນ້ອງ ກັດ​ມີ​ເອນພ້ອມ​ທັງ​ບຸດ​ຊາຍ​ຄື​ຄອບ​ຄົວ​ຂອງ​ໂຮ​ດາ​ວີ​ອາ ໄດ້​ດູ​ແລ​ວຽກ​ການ​ຢູ່​ໃນ​ພຣະ​ວິ​ຫານ ຊາວ​ເລວີ​ໃນ​ຕະ​ກູນ​ເຮນາ​ດັດ​ໄດ້​ຊ່ອຍ​ວຽການນີ້​ຄື​ກັນ 10 ເມື່ອ​ພວກ​ເຂົາ​ເລີ້ມ​ຕົ້ນວາງ​ຮາກ​ຖານ​ພຣະ​ວິ​ຫານ ພວກ​ປະ​ໂຣ​ຫິດ​ຢູ່​ໃນ​ຊຸດ​ເສື້ອ​ຍ່າມ​ຖື​ແກ​ຢືນ​ປະ​ຈຳ​ບ່ອນ ສ່ວນ​ພວ​ກ​ເລ​ວີ​ທີ່​ເປັນ​ຄອບ​ຄົວ​ດຽວ​ກັນ​ກັບ​ອາ​ສາ​ຟ​ໄດ້​ຖື​ຊິງຢືນ​ຢູ່​ບ່ອນ​ນັ້ນ ພວກ​ເຂົາ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ​ຕາມຄຳ​ແນະ​ນຳ​ຂອງ​ກະ​ສັດ​ດາ​ວິດ 11 ພວກ​ເຂົາ​ພາ​ກັນ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ຫລຳ​ໄປ​ຫລຳ​ມາວ່າ,​ “ພຣະ​ຜູ້​ເປັນ​ເຈົ້າ ຊົງ​ປະ​ກອບ​ດ້ວຍ​ຄວາມ​ດີ ຄວາມ​ຮັກ​ຂອງ​ພຣະ​ອົງ​ຊົງ​ມີ​ຕໍ່​ພວກ​ອິ​ສ​ຣາ​ເອນ​ຕລອດ​ໄປ” ທຸກໆ​ຄົນ​ໄດ້​ຮ້ອງ​ເພງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ສຸດ​ອົກ​ສຸດ​ໃຈ ເພາະ​ວ່າ​ຮາກ​ຖານ​ຂອງ​ພຣະ​ວິ​ຫານ​ໄດ້ຕັ້ງ​ຂຶ້ນ​ແລ້ວ 12 ແຕ່​ມີ​ພວກ​ປະ​ໂຣ​ຫິດ​ອະ​ວຸ​ໂສ ແລະ​ພວກ​ເລ​ວີ​ບາງ​ຄົນ​ ທັງ​ພວກ​ຫົວ​ຫນ້າ​ຄອບ​ຄົວ​ບາງ​ຄົນ​ທີ່​ໄດ້​ເຄີຍ​ເຫັນ​ພຣະ​ວິ​ຫານ​ຕັ້ງ​ທຳ​ອິດ​ກໍ​ພາກັນ​ຮ້ອງ​ໄຫ້​ຄ່ຳ​ຄວນ ພວກ​ຄົນ​ອື່ນໆ​ທີ່​ຢູ່​ບ່ອນ​ນັ້ນ​ພາ​ກັນ​ຮ້ອງ​ໂຮ່​ຍິນ​ດີ ໃນ​ຂ​ນະ​ທີ່​ພວກ​ເຂົາ​ຄອຍ​ຖ້າ​ເບິ່ງ​ຮາກ​ຖານ​ພຣະ​ວິ​ຫານ​ຕັ້ງ​ຂຶ້ນ​ນັ້ນ 13 ບໍ່​ມີ​ໃຜ​ສັງ​ເກດ​ຮູ້​ໄດ້​ໃນ​ລະ​ຫວ່າງ​ການ​ຮ້ອງ​ຍິນ​ດີ ແລະ​ການ​ຮ້ອງ​ໄດ້ ເພາະ​ວ່າ​ມັນ​ດັງ​ໂພດ ແລະ​ສຽງ​ນັ້ນ​ກໍ​ໄດ້​ຍິນ​ໄປ​ຫລາຍ​ຫລັກ

ເອັຊຣາ 4

ປໍ​ຣະ​ປັກ​ຍັບ​ຍັ້ງ​ງານ

1 ເມື່ອ​ປໍ​ຣະ​ປັກ​ຂອງ​ຢູ​ດາ​ແລະ​ເບັນ​ຢາ​ມິນ​ໄດ້​ຍິນ​ວ່າ​ພວກ​ທີ່​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ໄດ້​ກັບ​ມາ ກຳ​ລັງ​ສ້າງ​ພຣະ​ວິ​ຫານ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ 2 ເຂົາ​ທັງ​ຫລາຍ​ໄດ້​ເຂົ້າ​ມາ​ຫາ​ເຊຣຸບ​ບາ​ເບນ ແລະ​ຫົວ​ຫນ້າ​ຂອງ​ຕະ​ກູນ​ແລະ​ເວົ້າ​ກັບ​ເຂົາ​ວ່າ, “ໃຫ້​ເຮົາ​ສ້າງ​ດ້ວຍ​ກັນ​ກັບ​ທ່ານ ເພາະ​ວ່າ​ພວກ​ເຮົາ​ນະ​ມັ​ສ​ການ​ພຣະ​ເຈົ້າ​ຂອງ​ທ່ານ​ຢ່າງ​ທ່ານ​ທັງ​ຫລາຍ ແລະ​ເຮົາ​ໄດ້​ຖວາຍ​ສັ​ຕ​ບູ​ຊາ​ແກ່​ພຣະ​ອົງ ຕັ້ງ​ແຕ່​ວັນ​ທີ່​ເອ​ຊາ​ຮັດ​ໂດນ​ພຣະ​ຣາ​ຊາ​ແຫ່ງ​ອັສຊີ​ເຣັຽ​ໄດ້​ນຳ​ເຮົາ​ມາ​ທີ່​ນີ້ 3 ແຕ່​ເຊ​ຣຸບ​ບາ​ເບນ ເຢ​ຊູ​ອາ ແລະ​ຄົນ​ອື່ນໆ​ທີ່​ເປັນ​ພວກ​ຫົວ​ຫ​ນ້າ​ຂອງ​ຕະ​ກູນທີ່​ເຫລືອ​ຢູ່​ໃນ​ອິ​ສ​ຣາ​ເອນ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ທ່ານ​ທັງ​ຫລາຍ​ບໍ່​ມີ​ສ່ວນ​ກັບ​ເຮົາ​ໃນການ​ສ້າງ​ພຣະ​ວິ​ຫານ​ຖວາຍ​ແດ່​ພຣະ​ເຈົ້າ​ຂອງ​ເຮົາ ແຕ່​ພວກ​ເຮົາ​ຈະ​ສ້າງ​ແຕ່​ລຳ​ພັງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ​ຕາມ​ທີ່​ກະ​ສັດ​ໄຊ​ຣັ​ສ​ພຣະ​ຣາ​ຊາ​ແຫ່ງ​ເປີ​ເຊັຽ​ຊົງ​ບັນ​ຊາ​ໄວ້​ແກ່​ເຮົາ” 4 ແລ້ວ​ປະ​ຊາ​ຊົນ​ແຫ່ງ​ແຜ່ນ​ດິນ​ນັ້ນ​ໄດ້​ກະ​ທຳ​ໃຫ້​ປະ​ຊາ​ຊົນ​ຢູ​ດາ​ທໍ້​ຖອຍ ແລະ​ກະ​ທໍາ​ໃຫ້​ເຂົາ​ຢ້ານ​ທີ່​ຈະ​ສ້າງ 5 ແລະ​ໄດ້​ຈ້າງ​ທີ່​ປຶກ​ສາ​ໄວ້​ຂັດ​ຂວາງ​ເຂົາ​ບໍ່​ໃຫ້​ເຂົາ​ສົມ​ຫວັງ​ຕາມ​ຈຸດ​ປະ​ສົງ​ຂອງ​ເຂົາ ຕ​​ລອດ​ຣັ​ຊ​ສະ​ໄຫມ​ຂອງ​ໄຊ​ຣັ​ສ​ ພຣະ​ຣາ​ຊາ​ແຫ່ງ​ເປີ​ເຊັຽ ຈົນເຖິງ​ຣັ​ຊ​ສະ​ໄຫມ​ຂອງ​ດາ​ຣິ​ອຸ​ສ​ພຣະ​ຣາ​ຊາ​ແຫ່ງ​ເປີ​ເຊັຽ 6 ແລະ​ໃນ​ຣັ​ຊ​ການ​ອາ​ຮາ​ຊູ​ເອ​ຣັ​ສ ຕົ້ນ​ຣັ​ຊ​ການ​ຂອງ​ພຣະ​ອົງ ເຂົາ​ທັງ​ຫລາຍ​ໄດ້​ຂຽນ​ຟ້ອງ​ຊາວ​ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ 7 ແລະ​ໃນ​ຣັ​ຊ​ສະ​ໄຫມ​ຂອງ​ອາ​ຕາ​ເຊີ​ຊີ​ສ​ນັ້ນ ບິ​ສ​ລາມ​ ແລະ​ມິທ​ເຣ​ດາດ ແລະ​ທາ​ເບ​ເອນ ແລະ​ພວກ​ຜູ້​ຮ່ວມ​ງານ​ທັງຫມົດຂອງ​ເຂົາ​ໄດ້​ຂຽນ​ໄປ​ທູນ​ອາ​ຕາ​ເຊີ​ເ​ຊສ​ພຣະ​ຣາ​ຊາ​ແຫ່ງ​ເປີ​ເຊັຽ ຈົດ​ຫມາຍ​ນີ້ໄດ້​ຂຽນ​ຂຶ້ນ​ເປັນ​ອັກ​ສອນ​ອາ​ຣາມ​ແລ້ວ​ກໍ​ແປ​ເປັນ​ພາ​ສາ​ອາ​ຣາມ 8 ເຣ​ຮູມ​ຜູ້​ບັງ​ຄັບ​ບັນ​ຊາ ແລະ​ຊີມຊັຍເລ​ຂາ​ທີ​ການ​ໄດ້​ຂຽນ​ຫນັງ​ສື​ປັກ​ປຳ​ເຢ​ຣູ​ຊາ​ເລັມ​ຖວາຍ​ອາ​ຕາ​ເຊີ​ເ​ຊສ​ພຣະ​ຣາ​ຊາ​ດັ່ງ​ຕໍ່​ໄປ​ນີ້ 9 ແລ້ວ​ເຮ​ຣູມ​ຜູ້​ບັງ​ຄັບ​ບັນ​ຊາ ຊິມ​ຊັຍ​ເລ​ຂາ​ທິ​ການ ກັບ​ຜູ້​ຮ່ວມ​ງານ​ຂອງ​ທ່ານ ແລະ​ບັນ​ດາ​ຜູ້​ພິ​ພາກ​ສາ ພວກ​ທູດ ຂ້າ​ຣາ​ຊການ ຊາວ​ເປີ​ເຊັຽ ຄົ​ນ​ເອ​ເຣກ ຊາວ​ບາ​ບີ​ໂລນ ຊາວ​ຊຸ​ຊາ ຄື​ຄົນ​ເອ​ລາມ 10 ແລະ​ຄົນ​ຂອງ​ປະ​ຊາ​ຊາດ​ອື່ນໆ ຜູ້​ຊຶ່ງ​ໂອສ​ນັປ​ປາ ເຈົ້າ​ນາຍ​ຜູ້​ໃຫຍ່​ໄດ້​ສົ່ງ​ມາ​ໃຫ້​ຕັ້ງ​ຢູ່​ໃນ​ຫົວ​ເມືອງ​ຊາ​ມາ​ເຣັຽ ແລະ​ໃນ​ສ່ວນ​ທີ່​ເຫລືອ​ຂອງ​ມົນ​ທົນ​ທາງ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ 11 ແລະ​ນີ້​ເປັນ​ສໍາ​ເນົາ​ຈົດ​ຫມາຍ​ທີ່​ເຂົາ​ສົ່ງ​ໄປ​ວ່າ, “ກາບ​ທູນ​ອາ​ຕາ​ເຊີ​ເຊສ​ພຣະ​ຣາ​ຊາ ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ຄື​ຄົນ​ຂອງມົນ​ທົນ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ 12 ບັດ​ນີ້​ຂໍ​ພຣະ​ຣາ​ຊາ​ຊົງ​ຊາບ​ວ່າ ພວກ​ຢິວ​ຊຶ່ງມາ​ຈາກ​ພຣະ​ອົງ ​ມາ​ຫາ​ຂ້າ​ພຣະ​ອົງ​ນັ້ນ​ໄດ້​ໄປ​ຍັງ​ເຢ​ຣູ​ຊາ​ເລັມ ເຂົາ​ກຳ​ລັງ​ກໍ່​ສ້າງ​ເມືອງ​ທີ່ມັກ​ກະ​ບົດ ແລະ​ຊົ່ວ​ຮ້າຍ​ຂຶ້ນໃຫມ່ ເຂົາ​ກຳ​ລັງ​ຈະ​ທຳ​ກຳ​ແພງ​ເມືອງ​ແລ້ວ​ແລະ​ຊ່ອມ​ແຊມ​ຮາກ​ຖານ 13 ບັດ​ນີ້​ຂໍ​ພຣະ​ຣາ​ຊາ​ຊົງ​ຊາບ​ວ່າ ຖ້າ​ເມືອງ​ນີ້​ໄດ້​ສ້າງ​ຂຶ້ນ​ໃຫມ່​ແລະ​ກຳ​ແພງ​ເມືອງ​ສຳ​ເຣັດ ເຂົາ​ຈະ​ບໍ່​ສົ່ງ​ບັນ​ນາ​ການ ຄ່າ​ທັມ​ນຽມ ຫລື​ຄ່າ​ພາ​ສີ ແລະ​ເງິນ​ລາຍ​ໄດ້​ຂອງ​ຫລວງ​ກໍ​ຈະ​ຂາດ​ຕົກ​ບົກ​ພ່ອງ​ໄປ 14 ເພາະ​ເມື່ອ​ຂ້າ​ພຣະ​ອົງ​ໄດ້​ສາ​ບານ​ວ່າ​ຈະ​ພັກ​ດີຕໍ່ຣາ​ຊ​ບັນ​ລັງ ຈຶ່ງ​ບໍ່​ສົມ​ຄວນ​ທີ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ເຫັນ​ການ​ເສື່ອມ​ກຽດ​ຂອງ​ພຣະ​ຣາ​ຊາ ເພາະ​ສະ​ນັ້ນ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈຶ່ງ​ສົ່ງ​ມາ​ກາບ​ທູນ​ແກ່​ພຣະ​ຣາ​ຊາ 15 ເພື່ອ​ວ່າ​ຈະ​ໄດ້​ຄົ້ນດູ​ໃນ​ຫນັງ​ສື​ບັນ​ທຶກ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ ພຣະ​ອົງຈະ​ພົບ​ໃນ​ຫນັງ​ສື​ບັນ​ທຶກວ່າ ເມືອງ​ນີ້​ເປັນ​ເມືອງ​ມັກ​ກະ​ບົດ ເປັນ​ໄພ​ອັນ​ຕະ​ຣາຍ​ໃຫ້​ແກ່​ບັນ​ດາພຣະ​ຣາ​ຊາແລະ​ມົນ​ທົນ​ທັງ​ຫລາຍ ແລະ​ໄດ້​ມີ​ການ​ປຸກ​ປັ່ນ​ຂຶ້ນ​ຈາກ​ສະ​ໄຫມເກົ່າ​ກ່ອນ ເພາະ​ເຫດ​ນີ້​ເອງ​ເມືອງ​ນີ້​ຈຶ່ງ​ຖືກ​ທຳ​ລາຍ 16 ຂ້າ​ພຣະ​ອົງ​ທັງ​ຫລາຍ​ຂໍ​ກາບ​ທູນ​ໃຫ້​ພຣະ​ຣາ​ຊາ​ຊົງ​ຊາບ​ວ່າ ຖ້າ​ເມືອງ​ນີ້​ໄດ້​ສ້າງ​ໃຫມ່​ເສັດ ​ແລະ​ກຳ​ແພງ​ເມືອງກໍສຳ​ເຣັດ​ແລ້ວ ພຣະ​ອົງຈະ​ບໍ່​ມີ​ກຳ​ມະ​ສິດ​ໃນ​ມົນ​ທົນ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ” 17 ພຣະ​ຣາ​ຊາ​ຊົງ​ສົ່ງ​ພຣະ​ຣາ​ຊ​ສານ​ຕອບ​ໄປ​ວ່າ, “ເຖິງ​ເຣ​ຮູມ​ຜູ້​ບັງ​ຄັບ​ບັນ​ຊາ​ແລະ​ຊີມ​ຊັຍ​ເລ​ຂາ​ທິ​ການ ແລະ​ຜູ້​ຮ່ວມ​ງານ​ທັງ​ປວງ​ຂ​ອງ​ເຂົາ​ຜູ້​ອາ​ໄສ​ໃນ​ຊາ​ມາ​ເຣັຽ ແລະ​ໃນ​ສ່ວນ​ທີ່​ເຫລືອ​ຂອງ​ມົນ​ທົນ​ທາງ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ ຂໍ​ຄຳ​ນັບ​ມາ 18 ບັດ​ນີ້​ຫນັງ​ສື​ທີ່​ທ່ານ​ສົ່ງ​ໄປ​ຍັງ​ເຮົາ​ໄດ້​ໃຫ້​ແປ​ຕໍ່​ຫນ້າ​ເຮົາ 19 ແລະ​ເຮົາ​ໄດ້​ອອກ​ຄຳ​ສັ່ງ ແລະ​ໄດ້​ສອບ​ສວນ​ແລ້ວ ເຫັນ​ວ່າ​ເມືອງ​ນີ້​ແຕ່ກ່ອນ​ນັ້ນ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ພຣະ​ຣາ​ຊາ ແລະ​ການ​ກະ​ບົດ​ແລະ​ການ​ປຸກ​ປັ່ນ​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ​ນັ້ນ 20 ເຄີຍ​ມີ​ກະ​ສັດ​ຜູ້​ຊົງ​ອຳ​ນາດ​ໄດ້​ຄອງ​ເຢ​ຣູ​ຊາ​ເລັມ ເປັນ​ຜູ້​ຊົງ​ປົກ​ຄອງ​ມົນ​ທົນ​ທັງ​ສີ້ນ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ​ຊຶ່ງ​ເຂົາ​ຖວາຍ​ບັນ​ນາ​ການ ຄ່າ​ທັມ​ນຽມ​ແລະ​ພາ​ສີ​ໃຫ້ 21 ເພາະ​ສະ​ນັ້ນ​ທ່ານ​ທັງ​ຫລາຍ​ຈົ່ງ​ອອກ​ຄຳ​ສັ່ງ​ວ່າ ໃຫ້​ຄົນ​ເຫລົ່າ​ນີ້​ຢຸດ ແລະ​ບໍ່​ຕ້ອງ​ເຮັດ​ສ້າງ​ເມືອງ​ນີ້​ໃຫມ່ ຈົນ​ກວ່າ​ເຮົາ​ຈະ​ອອກ​ຄຳ​ສັ່ງ​ໃຫມ່ 22 ແລະ​ຂໍ​ລະ​ວັງ​ຢ່າ​ຢ່ອນ​ໃນ​ເຣື່ອງ​ນີ້ ເປັນ​ຫຍັງ​ຈະ​ໃຫ້​ຄວາມ​ເສື່ອມ​ເສັຽ​ເກີດ​ຂຶ້ນ​ເປັນ​ໄພ​ອັນ​ຕະ​ຣາຍ​ຕໍ່​ພຣະ​ຣາ​ຊາ” 23 ແລ້ວ​ເມື່ອ​ໄດ້​ອ່ານ​ສຳ​ເນົາ​ຣາ​ຊ​​ສານ​ຂອງ​ກະ​ສັດອາ​ຕາ​ເຊີເ​ຊສຕໍ່​ຫນ້າ​ເຣ​ຮູມ​ແລະ​ຊິມ​ຊັຍ​ເລ​ຂາ ແລະ​ຜູ້​ຮ່ວມ​ງານ​ທັງ​ຫລາຍ​ຂອງ​ທ່ານ ທ່ານ​ທ​ງັ​ຫລາຍ​ກໍ​ຮິບ​ໄປ​ຫາ​ຢິວ​ທີ່​ເຢ​ຣູ​ຊາ​ເລັມ ແລະ​ໃຊ້​ກຳ​ລັງ​ແລະ​ອຳ​ນາດ​ກະ​ທຳ​ໃຫ້​ເຂົາ​ຢຸດ 24 ງານ​ພຣະ​ວິ​ຫານ​ແຫ່ງພຣະ​ເຈົ້າ ຊຶ່ງ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ຈຶ່ງ​ຢຸດ​ຈົນ​ເຖີງ​ປີ​ທີ່​ສອງ​ແຫ່ງ​ຣັ​ຊ​ການ​ດາ​ຣິ​ອຸສ​ພຣະ​ຣາ​ຊາ​ແຫ່ງ​ເປີ​ເຊັຽ

ເອັຊຣາ 5

ສ້າງ​ພຣະ​ວິ​ຫານ​ຂື້ນ​ໃຫມ່

1 ຝ່າຍ​ຜູ້​ປະ​ກາດ​ພຣະ​ທັມ ມີ​ຮັກ​ກັຍ ແລະ​ເຊ​ຄາ​ຣີ​ຢາບຸດ​ອີດ​ໂດ ໄດ້​ພຍາ​ກອນ​ແກ່​ພວກ​ຢິວ​ຜູ້​ຢູ່​ໃນ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ​ໃນ​ພຣະ​ນາມຂອງ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ 2 ແລ້ວ​ເຊ​ຣຸບ​ບາ​ເບ​ນ​ບຸດ​ເຊ​ອັນ​ທິ​ເອນ​ແລະ​ເຢ​ຊູ​ອາ​ບຸດ​ໂຢ​ຊາ​ດັກ​ໄດ້​ລຸກ​ຂຶ້ນ​ຕັ້ງ​ຕົ້ນ​ສ້າງ​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ​ຊຶ່ງ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃຫມ່ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ຢູ່​ກັບ​ທ່ານ​ຊ່​ອຍ​ເຫລືອ​ທ່ານ 3 ໃນ​ເວ​ລາ​ດຽວ​ກັນ​ນັ້ນ​ຕັທເທ​ນັຍ ຜູ້​ວ່າ​ຣາ​ຊ​ການ​ມົນ​ທົນ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ ແລະ​ເຊ​ທາ​ ໂບ​ເຊ​ນັຍ ແລະ​ຄ​ນະ​ຂອ​ງ​ເຂົາ​ໄດ້​ມາ​ຫາ​ທ່ານ ແລະ​ເວົ້າ​ກັບ​ທ່ານ​ດັ່ງ​ນີ້​ວ່າ, “ຜູ້​ໃດ​ທີ່ສັ່ງ​ໃຫ້​ພວກ​ເຈົ້າ​ສ້າງ​ພຣະ​ວິ​ຫານ​ແລະ​ໂຄງ​ຮ່າງ​ນີ້​ຈົນ​ສຳ​ເຣັດ” 4 ເຂົາ​ຖາມ​ທ່ານ​ຢ່າງ​ນີ້​ດ້ວຍ​ວ່າ, “ຜູ້​ທີ່​ກຳ​ລັງ​ສ້າງ​ຕຶກ​ນີ້​ນັ້ນ​ມີ​ຊື່​ໃຜ​ແດ່” 5 ແຕ່​ພຣະ​ເນດ​ຂອງ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ​ຢູ່​ເຫນືອພວກ​ຜູ້​ໃຫຍ່​ຂອງ​ພວ​ກ​ຢິວ ແລະ​ເຂົາ​ກໍ​ຢັບ​ຢັ້ງ​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຈົນ​ກວ່າ​ເຣື່ອງ​ນີ້​ຈະ​ຊາບ​ເຖິງ​ດາ​ຣິອຸສ ແລະ​ມີ​ຄຳ​ຕອບ​ເປັນ​ຫນັງ​ສື​ກ່ຽວ​ກັບ​ເຣື່ອງ​ນີ້​ມາ 6 ສຳ​ເນົາ​ຈົດ​ຫມາຍ​ຊຶ່ງ​ຕັ​ທ​ເທ​ນັ​ຍຜູ້​ວ່າຣາ​ຊ​ການ​ມົນ​ທົ​ນ​ຟາກ​ແມ່​ນ້ຳ​ຂ້າງ​ຕາເວັນ​ຕົກ ແລະ​ເຊ​ທາ​ໂບ​ເຊ​ນັຍ ແລະ​ຄນະ​ຂອງ​ທ່ານ​ຊຶ່ງ​ເປັນ​ຜູ້ກວດ​ຣາ​ຊ​ການ​ຢູ່​ໃນ​ມົນ​ທົນ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ​ສົ່ງ​ໄປ​ທູນ​ດາ​ຣິອຸສ​ພຣະ​ຣາ​ຊາ 7 ທ່ານ​ທັງ​ຫລາຍ​ໄດ້​ສົ່ງ​ຫນັງ​ສື​ຊຶ່ງ​ມີ​ຂໍ້​ຄວາມ​ຕໍ່​ໄປ​ນີ້ “ກາບ​ທູນ​ດາ​ຣິ​ອຸສ​ພຣະ​ຣາ​ຊາ ຂໍ​ຊົງ​ພຣະ​ຈະ​ເຣີນ 8 ຂໍ​ພຣະ​ຣາ​ຊາ​ຊົງ​ຊາບ​ວ່າ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄປ​ຍັງ​ມົນ​ທົນ​ຢູ​ດາ ເຖິງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຜູ້​ຍິ່ງ​ໃຫຍ່​ຊຶ່ງ​ກຳ​ລັງ​ສ້າງຂຶ້ນ​ດ້ວຍ​ຫີນ ແລະ​ວາງ​ໄມ້​ໄວ້​ເທິງ​ຜະ​ນັງ ງານ​ນີ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ​ແລະ​ຈະ​ເຣີນ​ຂຶ້ນ​ໃນ​ມື​ຂອງ​ເຂົາ 9 ແລ້ວ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ຖາມ​ພວກ​ຜູ້​ໃຫຍ່​ເຫລົ່າ​ນັ້ນ​ວ່າ, “ຜູ້​ໃດ​ທີ່​ໃຫ້​ສ້າງ​ພຣະ​ວິ​ຫານ​ແລະ​ທຳ​ກຳ​ແພງ​ຈົນ​ສຳ​ເຣັດ” 10 ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ຖາມ​ຊື່​ຂອງ​ເຂົາ​ດ້ວຍ ເພື່ອ​ກາບ​ທູນ​ໃຫ້​ພຣະ​ອົງ​ຊົງ​ຊາບ ເພື່ອ​ຂ້າ​ພຣະ​ອົງ​ຈະ​ໄດ້​ຂຽນ​ຊື່​ບຸກ​ຄົນ​ເຫລົ່າ​ນັ້ນ​ທີ່​ເປັນ​ຫົວ​ຫນ້າ​ຂອງ​ເຂົາ​ລົງ​ໄວ້ 11 ແລະ​ນີ້​ເປັນ​ຄຳ​ຕອບ​ຂອງ​ເຂົາ​ແກ່​ຂ້າ​ພຣະ​ອົງ “ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ແຫ່ງ​ຟ້າ​ສວັນ​ ແລະ​ແຜ່ນ​ດິນ​ໂລກ ແລະ​ເຮົາ​ກຳ​ລັງ​ສ້າງ​ພຣະ​ວິ​ຫານ​ຊຶ່ງ​ໄດ້​ສ້າງ​ມາ​ຫລາຍ​ປີ​ແລ້ວ​ຂຶ້ນ​ໃຫມ່ ຊຶ່ງ​ພຣະ​ຣາ​ຊາ​ຜູ້​ຍິ່ງ​ໃຫຍ່​ຂອງ​ອິ​ສ​ຣາ​ເອນ​ໄດ້​ຊົງ​ສ້າງ​ໃຫ້​ສຳ​ເຣັດ 12 ແຕ່​ເພາະ​ວ່າ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ກະທໍາໃຫ້ພຣະ​ເຈົ້າ​ແຫ່ງ​ຟ້າ​ສວັນ​ຊົງ​ກີ້​ວ ພຣະ​ອົງ​ຊົງ​ມອບ​ທ່ານ​ເຫລົ່າ​ນັ້ນ​ໄວ້​ໃນ​ພຣະ​ຫັດ​ຂອງ​ເນ​ບູ​ກາດ​ເນສ​ຊາຣ໌ ພຣະ​ຣາ​ຊາ​ແຫ່ງ​ບາ​ບີ​ໂລນ​ ຄົນ​ຄານ​ເດ​ອານຜູ້​ຊົງ​ທຳ​ລາຍ​ພຣະ​ວິ​ຫານ​ນີ້ ແລະ​ຊົງ​ກວາດ​ເອົາ​ປະ​ຊາ​ຊົນ​ໄປ​ຍັງ​ບາ​ບີ​ໂລນ 13 ເຖິງ​ຢ່າງ​ໃດ​ກໍ​ດີ​ໃນ​ປີ​ຕົ້ນ​ແຫ່ງ​ຣັ​ຊການ​ໄຊ​ຣັ​ສ ພຣະ​ຣາ​ຊາ​ໄດ້​ຊົງ​ອອກ​ຫນັງ​ສື​ໃຫ້​ສ້າງ​ພຣະ​ວິ​ຫານ​ຫລັງ​ນີ້​ຂອງ​ພຣະ​ເຈົ້າ​ຂຶ້ນ​ໃຫມ່ 14 ແລະ​ເຄື່ອງ​ໃຊ້​ທອງ​ຄຳ​ແລະ​ເງິ​ນຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ຊຶ່ງ​ເນ​ບຸ​ກາດ​ເນ​ສ​ຊາ​ຣ໌ໄດ້​ຊົງ​ກວາດ​ໄປ​ຈາກ​ພຣະ​ວິ​ຫານ​ຊຶ່ງ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ນັ້ນ ແລະ​ຊົງ​ນໍາ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ບາ​ບີ​ໂລນ ສິ່ງ​ເຫລົ່າ​ນີ້​ໄຊ​ຣັ​ສ​ພຣະ​ຣາ​ຊາ​ຊົງ​ນຳ​ອອກ​ມາ​ຈາກ​ພຣະ​ວິ​ຫານ​ຂອງ​ບາ​ບິ​ໂລນ ແລະ​ຊົງ​ມອບ​ໄວ້​ກັບ​ຄົນ​ນຶ່ງ​ຊື່ ເຊ​ສບັ​ສ​ຊາ ຜູ້​ຊຶ່ງ​ພຣະ​ອົງ​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ວ່າ​ຣາ​ຊ​ການ​ເມືອງ 15 ແລະ​ພຣະ​ອົງ​ກ່າວ​ກັບ​ທ່ານ​ດັ່ງ​ນີ້​ວ່າ, “ຈົ່ງ​ຮັບ​ເຄື່ອງ​ໃຊ້​ເຫລົ່າ​ນີ້​ໄປ​ເກັບ​ໄວ້​ໃນ​ພຣະ​ວິ​ຫານ​ຊຶ່ງ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ ແລະ​ຈົ່ງ​ສ້າງ​ພຣະ​ວິ​ຫານ​ຂອງພຣະ​ເຈົ້າ​ຂຶ້ນ​ໃຫມ່​ໃນ​ທີ່​ເດີມ​ນັ້ນ” 16 ແລ້ວ​ເຊສ​ບັ​ສ​ຊາ​ຄົນ​ນີ້​ໄດ້​ມາ​ວາງ​ຮາກ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຢູ່ໃນ​ເຢ​ຣູ​ຊາ​ເລັມ ແລະ​ຕັ້ງ​ແຕ່​ເວລາ​ນັ້ນ​ຈົນ​ບັດ​ນີ້ກໍ​ກຳ​ລັງ​ສ້າງ​ຢູ່​ແລະ​ຍັງ​ບໍ່​ສຳ​ເຣັດ” 17 ເພາະ​ສະ​ນັ້ນ​ຖ້າ​ພຣະ​ຣາ​ຊາ​ຊົງ​ເຫັນ​ດີກໍຂໍ​ຊົງ​ໃຫ້​ຄົ້ນ​ເບິ່ງ​ໃນ​ທີ່​ເກັບ​ເອກ​ສານ​ທີ່​ໃນ​ບາ​ບີ​ໂລນ ເພື່ອ​ດູ​ວ່າ​ໄຊ​ຣັ​ສ​ພຣະ​ຣາ​ຊາ ຊົງ​ອອກ​ຫນັງ​ສື​ໃຫ້​ສ້າງ​ພຣະ​ວິ​ຫານຫລັງ​ນີ້​ຂອງ​ພຣະ​ເຈົ້າ​ຂຶ້ນ​ໃຫມ່​ໃນ​ເຢ​ຣູ​ຊາ​ເລັມ​ຫລື​ບໍ່ ແລະ​ຂໍ​ພຣະ​ຣາ​ຊາ​ຮັບ​ສັ່ງ​ແກ່​ຂ້າພຣະ​ອົງ​ທັງ​ຫລາຍ​ຕາມ​ພໍ​ພຣະ​ທັຍ​ຂອງ​ພຣະ​ອົງ​ໃນ​ເຣື່ອງ​ນີ້”

ເອັຊຣາ 6

ອິ​ສ​ຣາ​ເອນ​ຄົ້ນ​ພົບ​ຫນັງ​ສື​ຂອງ​ເຈົ້າ​ຊີ​ວິດ​ໄຊ​ຣັ​ສ

1 ເຈົ້າ​ດາ​ຣິ​ອຸ​ສໄດ້​ອອກ​ຄຳ​ສັ່ງ​ໃຫ້​ຊອກ​ຫາ ເອກ​ສານ​ທີ່​ມ້ຽນ​ໄວ້​ໃນ​ຫ້ອງ​ເກັບ​ເອກ​ສານ​ທີ່​ກຸງ​ບາບີ​ໂລນ 2 ແລ້ວ​ພວກ​ເຂົາ​ກໍ​ໄດ້​ພົບ​ຫນັງ​ສື​ມ້ວນ​ນຶ່ງ​ຢູ່​ໃນ​ເມືອງ​ເອກ​ບາ​ທາ​ນາ​ແຂວງ​ເມ​ເດັຽ ຊຶ່ງ​ມີ​ເນື້ອ​ຄວາມ​ດັ່ງ​ຕໍ່​ໄປ​ນີ້ 3 “ໃນ​ຣັ​ຊ​ການ​ປີ​ທີ່​ນຶ່ງ​ຂອງ​ເຈົ້າ​ໄຊ​ຣັ​ສ ພຣະ​ອົງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ສ້າງ​ພຣະ​ວິ​ຫານ​ຂຶ້ນ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ໃຫ້​ມີ​ບ່ອນ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ຢູ່​ໃນ​ພຣະ​ວິ​ຫານ ພຣະ​ວິ​ຫານ​ສູງ​ຫົກ​ສິບ​ສອກ ແລະ​ກວ້າງ​ຫົກ​ສິບ​ສອກ 4 ໃຫ້​ສ້າງ​ຝາ​ດ້ວຍ​ຫີນ​ເປັນ​ສາມ​ຊັ້ນ ແລະ​ໃຫ້​ໃສ່​ໄມ້​ຢູ່​ເທິງ​ຫີນ​ນັ້ນ ຄ່າ​ໃຊ້​ຈ່າຍ​ຕົກ​ເປັນ​ເງິນ​ຂອງ​ພຣະ​ຄັງ​ຫລວງ 5 ສ່ວນ​ເຄື່ອງ​ໃຊ້​ເປັນ​ເງິນ​ເປັນ​ຄຳ​ທີ່​ເຈົ້າ​ເນ​ບຸ​ກາດ​ເນ​ສ​ຊາ​ຣ໌ໄດ້​ນຳ​ມາ​ແຕ່​ພຣະ​ວິ​ຫານ​ນະ​ຄອນ​ເຢ​ຣູ​ຊາເລັມ​ນັ້ນ​ກໍ​ໃຫ້​ນຳ​ເອົາ​ກັບ​ຄືນ​ມາ​ໄວ້​ໃນ​ບ່ອນ​ເກົ່າ​ຂອງ​ມັນ​ທີ່​ພຣະ​ວິ​ຫານ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ” 6 ແລ້ວ​ເຈົ້າ​ຊີ​ວິດ​ດາ​ຣິອຸ​ສ​ໄດ້​ສັ່ງ​ດັ່ງ​ນີ້, “ເຖິງ​ຕັ​ທ​ເທ​ນັຍຜູ້​ວ່າ​ຣາ​ຊ​ການ​ມົນ​ທົນ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ ເຊ​ທາ​ໂບ​ເຊ​ນັຍ​ແລະ​ຜູ້​ຮ່ວມ​ງານ​ຂອງ​ທ່ານທີ່​ເປັນ​ກວດ​ຣາ​ຊ​ການ​ຊຶ່ງ​ຢູ່​ໃນ​ມົນ​ທົນ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ ຈົ່ງ​ໄປ​ເສັຽ​ໃຫ້​ຫ່າງ​ເຖີດ 7 ຢ່າ​ຍື່ນ​ມື​ເຂົ້າ​ມາ​ຫຍຸ້ງ​ກ່ຽວ​ໃນ​ການ​ກໍ່​ສ້າງ​ນີ້ ຈົ່ງ​ປ່ອຍ​ໃຫ້​ຜູ້​ປົກ​ຄອງ​ແລະ​ພວກ​ຜູ້​ນຳ​ຊາວ​ຢູ​ດາ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂຶ້ນ​ໃຫມ່​ໃນ​ບ່ອນ​ເກົ່າ 8 ດ້ວຍ​ການ​ນີ້ ຂ້າ​ພະ​ເຈົ້າ​ຂໍ​ສັ່ງ​ໃຫ້​ທ່ານ​ຊ່ອຍ​ເຫລືອ​ໃນກາ​ນກໍ່​ສ້າງ ຈົ່ງ​ເອົາ​ເງິນ​ຈາກ​ຄັງ​ຫລວງ​ທີ່​ໄດ້​ມາ​ຈາກ​ການ​ເສັຽ​ສ່ວຍ​ໃນ​ແຂວງ​ເອີ​ຟ​ຣາດ​ຕາ​ເວັນ​ຕົກ​ຈ່າຍ​ເປັນ​ຄ່າ​ແຮງ​ງານ​ໃຫ້​ພວກ​ເຂົາ​ທັນ​ທີ​ໂລດ ເພື່ອ​ວ່າ​ບໍ່​ໃຫ້​ວຽກ​ຢຸດ​ສະ​ງັກ​ລົງ 9 ສິ່ງ​ໃດ​ທີ່​ພວກ​ປະ​ໂຣ​ຫິດ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຕ້ອງ​ການ​ໃນ​ແຕ່​ລະ​ມື້​ນັ້ນ ຈົ່ງ​ເອົາ​ໃຫ້​ພວກ​ທ່ານ​ເຊັ່ນ​ວ່າ ງົວ​ນ້ອຍ ແກະ ຫລື​ແບ້​ນ້ອຍ ເພື່ອ​ເຜົາ​ຖວາຍ​ເປັນ​ເຄື່ອງ​ບູ​ຊາ​ແກ່​ພຣະ​ເຈົ້າ​ແຫ່ງ​ຟ້າສວັນ​ ພ້ອມ​ທັງ​ເຂົ້າບ​ເລ ເກືອ ເຫລົ້າ​ອະ​ງຸ່ນ ແລະ​ນ້ຳ​ມັນ​ຫມາກກອກ 10 ເພື່ອ​ວ່າ​ເຂົາ​ຈະ​ໄດ້​ເອົາ​ສິ່ງ​ຂອງ​ເຫລົ່າ​ນີ້​ຖວາຍ​ບູ​ຊາ​ໃຫ້​ຖືກ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ແຫ່ງ​ຟ້າ​ສວັນ​ ແລະ​ໃຫ້​ເຂົາ​ອ້ອນ​ຂໍ​ພຣະ​ພອນ​ຈາກ​ພຣະ​ເຈົ້າ​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລະ​ພວກ​ບຸດ​ຊາຍ 11 ຂ້າ​ພະ​ເຈົ້າ​ຂໍ​ສັ່ງ​ວ່າ ຖ້າ​ຜູ້​ໃດ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ນີ້ ໃຫ້​ຖອນ​ໄມ້​ຂື່​ເຮືອນ​ຂອງ​ຜູ້​ນັ້ນ​ອອກ ແຫລມ​ປາຍ​ແລ້ວ​ສຽບ​ເຂົາ​ເທິງ​ໄມ້​ນັ້ນ ແລະ​ເຮືອນ​ຂອງ​ເຂົາ​ກໍ​ຈະ​ກາຍ​ເປັນກອງ​ຂີ້​ເຫຍື່ອ 12 ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ຊົງ​ເລືອກ​ເອົາ​ກຸງເຢ​ຣູ​ຊາ​ເລັມ​ເປັນ​ບ່ອນ​ປະ​ທັບ ເພື່ອ​ໃຫ້​ຄົນ​ນະ​ມັ​ສ​ການ​ພຣະ​ອົງ​ນັ້ນ​ຊົງ​ກຳ​ຈັດ​ເຈົ້າ​ຊີ​ວິດ​ທຸ​ກຄົນ ຫລື​ຊົນ​ຊາດ​ໃດໆ​ທີ່​ລະ​ເມີດ​ຄຳ​ສັ່ງ​ນີ້ ແລະ​ພຍາຍາມ​ທຳ​ລາຍ​ພຣະ​ວິ​ຫານ ຂ້າ​ພະ​ເຈົ້າ​ດາ​ຣິ​ອຸສ​ອອກ​ຄຳ​ສັ່ງ​ນີ້​ທຸກ​ຄົນ​ຕ້ອງ​ຟັງ​ແລະ​ປະ​ຕິ​ບັດ​ຕາມ​ດ້ວຍ​ຄວາມ​ຂະ​ຫຍັນ​ຂັນ​ແຂງ

ອິ​ສ​ຣາເອນ​ຈັດ​ງານ​ສ​ລອງ​ພຣະ​ວິ​ຫານ

13 ແລ້ວ​ຜູ້​ປົກ​ຄອງ​ຕັ​ທ​ເທ​ນັຍ​ຜູ້​ວ່າ​ຣາ​ຊ​ການມົນ​ທົ​ນ​ຟາກ​ແມ່​ນ້ຳ​ຂ້າງ​ຕາ​ເວັນ​ຕົກ ເຊ​ທາ​ໂບ​ເຊ​ນັຍ ພ້ອມ​ຂ້າ​ຣາ​ຊ​ການຂອງ​ທ່ານ​ທັງ​ສອງ​ກໍ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ຣາ​ຊາ​ຢ່າງ​ເຄັ່ງ​ຄັດ 14 ພວກ​ຜູ້​ນຳຊາ​ວຢູ​ດາ​ໄດ້​ກໍ່​ສ້າງ​ພຣະ​ວິ​ຫານ​ຢ່າງ​ກ້າວ​ຫນ້າ​ດີ ຊຶ່ງ​ເປັນ​ໄປ​ຕາມ​ຄຳ​ທຳ​ນ​ວາຍ​ຂອງ​ຮັກ​ກັຍ ຜູ້​ປະ​ກາດ​ພຣະ​ທັມແລະ​ເຊ​ຄາ​ຣີ​ຢາບຸດ​ອິດ​ໂດ ພວກ​ເຂົາ​ໄດ້​ສ້າງ​ພຣະ​ວິ​ຫານ​ສຳ​ເຣັດ​ລົງ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ແລະ​ຂອງ​ໄຊ​ຣັ​ສ ດາ​ຣີ​ອຸສ ແລະ​ອາ​ຕາ​ເຊີ​ເຊສ ພຣະ​ຣາ​ຊາ​ແຫ່ງ​ເປີ​ເຊັຽ 15 ພວກ​ເຂົາ​ໄດ້​ສ້າງ​ສຳ​ເຣັດ​ລົງ​ໃນ​ມື້​ທີ່​ສາມ​ຂອງ​ເດືອນ​ສິບ​ສອງ ຊຶ່ງ​ເປັ​ນ​ຣາ​ຊ​ການ​ປີ​ທີ່​ຫົກ​ຂອງ​ເຈົ້າ​ດາ​ຣີ​ອຸສ 16 ແລ້ວ​ຊາວ​ອິ​ສ​ຣາ​ເອນ ພວກ​ປະ​ໂຣ​ຫິດ ຊາວ​ເລ​ວີ ແລະ​ຄົນ​ອື່ນໆ​ທີ່​ກັບ​ຄື​ນ​ມາ​ຈາກ​ຕ່າງ​ຖິ່ນ​ໄດ້​ຮ່ວມ​ກັນ​ອຸ​ທິດ​ຖວາຍ​ພຣະ​ວິ​ຫານ​ຢ່າງ​ມ່ວນ​ຊື່ນ​ໃນ​ການ​ອຸ​ທິດ​ຖວາຍ​ນີ້ 17 ພວກ​ເຂົາ​ໄດ້​ເອົາ​ງົວ​ນ້ອຍຮ້ອຍ​ໂຕ ແກະ​ສອງ​ຮ້ອຍ​ໂຕ ແກະ​ນ້ອຍ​ສີ່​ຮ້ອຍ​ໂຕ ຖວາຍ​ບູ​ຊາ​ແລະ​ເຂົາ​ໄດ້​ເອົາ​ແບ້​ຜູ້​ສິບ​ສອງ​ໂຕ​ຕາມ​ຕະ​ກູນ​ເຜົ່າ​ອິ​ສ​ຣາ​ເອນ​ຖວາຍ​ສາ​ລະ​ພາບ​ບາບ 18 ພວກ​ເຂົາ​ຍັງ​ໄດ້​ແຕ່ງ​ຕັ້ງ​ພວກ​ປະ​ໂຣ​ຫິດ ແລະ​ພວກ​ເລ​ວີ​ເປັນ​ເຮັດ​ວຽກໃນ​ພຣະ​ວິ​ຫານ​ທີ່​ນະ​ຄອນ​ເຢ​ຣູຊາ​ເລັມ ຕາມ​ຄຳ​ແນະ​ນຳ​ທີ່​ບັນທຶກ​ໄວ້​ໃນ​ປື້ມ​ຂອງ​ໂມ​ເຊ

ງານ​ເທ​ສ​ການ​ປັ​ສຄາ

19 ພວກ​ປະ​ຊາ​ຊົນທີ່​ກັ​ບ​ມາ​ແຕ່​ການ​ເປັນຊະ​ເລີຍ​ຢູ່​ຕ່າງ​ຖິ່ນ ໄດ້​ສະເຫລີມ​ສະ​ຫລອງ​ເທ​ສ​ການ​ປັສ​ຄາ​ໃນ​ວັນ​ທີ່​ສິບ​ສີ່​ຂອງ​ເດືອນ​ທີ່​ນຶ່ງ 20 ຝ່າຍ​ປະ​ໂຣ​ຫິດ​ແລະ​ພວກ​ເລ​ວີ ທຸກ​ຄົນ​ໄດ້​ທຳ​ຕົນ​ໃຫ້​ສະ​ອາດ​ບໍ​ຣິ​ສຸດ​ຕາມ​ປະ​ເພນີ ພວກ​ເຂົາ​ຂ້າ​ສັດ​ສຳ​ລັບ​ຖວາຍ​ບູ​ຊາ​ປັສ​ຄາ​ແກ່​ປະ​ຊາ​ຊົນ​ທີ່​ກັບ​ຄືນ​ມາ​ແລະ​ເພື່ອ​ພວກ​ປະ​ໂຣ​ຫິດ​ອື່ນໆ ແລະ​ເພື່ອເຂົາ​ເອ​ງ 21 ປະ​ຊາ​ຊົນ​ອິ​ສ​ຣາ​ເອນ​ທີ່​ກັບ​ຄືນ​ມາ​ຈາ​ກການຖືກກວາດ​ໄປ​ເປັນ​ຊະ​ເລີຍ ແລະ​ຜູ້​ທີ່​ໄດ້ສົມ​ທົບ​ກັບ​ພວກ​ເຂົາ ແລະ​ແຍກ​ຕົວ​ອອກ​ຈາກ​ມົນ​ທິນ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ແຫ່​ງ​ແຜ່ນ​ດິນນັ້ນ ເພື່ອຈະ​ນະ​ມັ​ສການ​ພຣະ​ຜູ້​ເປັນ​ເຈົ້າ ​ພຣະ​​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ກໍ​ໄດ້​ພາ​ກັນຮັບ​ປະ​ທານເຄື່ອງ​ຖວາຍ​ບູ​ຊາ 22 ພວກ​ເຂົາ​ໄດ້​ສະເຫລີມ​ສະ​ຫລອງເທ​ສ​ການ​ເຂົ້າ​ຈີ່​ບໍ່​ໃສ່​ເຊື້ອ​ແປ້ງ​ເປັນ​ເວ​ລາ​ເຈັດ​ປີ ພວກ​ເຂົາ​ມີ​ຄວາມ​ມ່ວນ​ຊື່ນ​ຢ່າງ​ຍິ່ງ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳ​ໃຫ້​ເຈົ້າ​ຊີ​ວິດ​ແຫ່ງ​ອັສຊີ​ເຣັຽ​ເພິ່ງ​ພໍ​ໃຈ​ໃນ​ພວກ​ເຂົາ ແລະ​ພຣະ​ອົງ​ໄດ້​ສ​ນັບ​ສ​ນຸນ​ໃຫ້​ເຂົາ​ສ້າງ​ພຣະ​ວິ​ຫານ​ພຣະ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາເອນ

ເອັຊຣາ 7

ເອັ​ຊ​ຣາ​ມາ​ຮອດ​ກຸງ​ເຢ​ຣູ​ຊາ​ເຣັມ

1 ຫລາຍ​ປີ​ຕໍ່​ມາ ເມື່ອ​ອາ​ຕາ​ເຊີ​ເ​ຊສ ເປັນ​ເຈົ້າ​ຈັກ​ກະ​ພັດ​ແຫ່ງ​ເປີ​ເຊັຽ ມີ​ຊາຍ​ຄົນ​ນຶ່ງ​ຊື່​ວ່າ ເອັ​ຊ​ຣາ ເອັ​ຊ​ຣາ​ເປັນບຸດ​ຂອງ​ເຊ​ຣັຍ​ຢາ ຜູ້ເປັນ​ບຸດ​ຂອງ​ອາ​ຊາ​ຣິ​ຢາ ຜູ້​ເປັນ​ບຸດ​ຂອງ​ຮີນ​ກີ​ຢາ 2 ຜູ້​ເປັນ​ບຸດ​ຂອງ​ຊັນ​ລູມ ຜູ້​ເປັນ​ບຸດ​ຂອງ​ຊາ​ໂດກ ຜູ້​ເປັນ​ບຸດ​ຂອງ​ອາ​ຮີ​ທູບ 3 ຜູ້​ເປັນ​ບຸດ​ຂອງ​ອາ​ມາ​ຣີ​ຢາ ຜູ້​ເປັນ​ບຸດ​ຂອງ​ອາ​ຊາ​ຣີ​ຢາ ຜູ້​ເປັນ​ບຸດ​ຂອງ​ເມ​ຣາ​ອີ​ໂຢດ 4 ຜູ້​ເປັນ​ບຸດ​ຂອງ​ເຊ​ຣາ​ຮີ​ຢາ ຜູ້​ເປັນ​ບຸດ​ຂອງ​ອຸ​ສຊີ ຜູ້​ເປັນ​ບຸດ​ຂອງ​ບຸກ​ກີ 5 ຜູ້​ເປັນ​ບຸດ​ຂອງ​ອາ​ບີ​ຊູ​ອາ ຜູ້​ເປັນ​ບຸດ​ຂອງ​ຟີ​ເນ​ຮັສ ຜູ້​ເປັນ​ບຸດ​ຂອງ​ເອເລ​ອາ​ຊາ ຜູ້​ເປັນ​ບຸດ​ຂອງ​ອາ​ໂຣນ​ມະ​ຫາ​ປະ​ໂຣ​ຫິດ 6 ເອັ​ຊຣາ​ເປັນ​ຜູ້​ຮັບ​ຮູ້​ໃນ​ດ້ານ​ພຣະ​ທັມ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ​ໄດ້​ປະ​ທານ​ໃຫ້​ແກ່​ໂມ​ເຊ ເຈົ້າ​ຊີ​ວິດ​ໄດ້​ໃຫ້​ທຸກ​ສິ່ງ​ຕາມ​ທີ່​ເອັ​ຊ​ຣາ​ຂໍ ເພາະ​ວ່າ​ທ່ານ​ເປັນ​ຜູ້​ມີ​ພຣະ​ພອນ​ມາ​ຈາກ​ພຣະ​ເຈົ້າ ເອັ​ຊ​ຣາ​ໄດ້​ເດີນ​ທາງ​ຈາກ​ບາ​ບີ​ໂລນ​ສູ່ກຸງ​ເຢ​ຣູ​ຊາ​ເລັມ 7 ມີ​ບາງ​ຄົນ​ໃນ​ຄົນ​ອິ​ສ​ຣາ​ເອນ ຊຶ່ງ​ມີ​ບັນ​ດາ​ປະ​ໂຣ​ຫິດ​ ບັນ​ດາ​ຄົນ​ເລ​ວີ ນັກ​ດົນ​ຕ​ຣີ​ປະ​ຈຳ​ວິ​ຫານ ຜູ້​ເຝົ້າ​ວິ​ຫານ​ແລະ​ກໍາ​ມະ​ກອນ ປີ​ນີ້​ແມ່ນ​ປີ​ທີ່​ເຈັດ​ທີ່​ເຈົ້າ​ອາ​ຕາ​ເຊີ​ເຊສ​ເປັນ​ຜູ້​ປົກ​ຄອງ​ເອງ 8 ແລະ​ທ່ານໄດ້​ມາ​ຮອດ​ກຸງເຢ​ຣູ​ຊາ​ເລັມ​ໃນ​ວັນ​ທີ່​ນຶ່ງ​ເດືອນ​ຫ້າ​ ຊຶ່ງ​ເປັນ​ປີ​ທີ່​ເຈັດ​ຂອງ​ພຣະ​ຣາ​ຊາ 9 ເພາະ​ໃນ​ວັນ​ທີ່​ນຶ່ງ​ຂອງ​ເດືອນ​ທີ່​ນຶ່ງ​ທ່ານ​ໄດ້​ເລີ້ມ​ຂຶ້ນ​ໄປ​ຈາກ​ບາ​ບີ​ໂລ​ນ ແລະ​ໃນ​ວັນ​ທີ່​ນຶ່ງ​ຂອງ​ເດືອນ​ທີ່​ຫ້າ​ທ່ານ​ມາ​ຍັງ​ເຢ​ຣູ​ຊາ​ເລັມ ດ້ວຍ​ຄວາມ​ຊົດ​ຊ່ອຍ​ຂອງ​ພຣະ​ເຈົ້າ 10 ເອັ​ຊ​ຣາ ອຸ​ທິດ​ຕົນ​ເອງ​ເລົ່າ​ຮຽນ​ພຣະ​ທັມ​ຂອງ​ພຣະຜູ້​ເປັ​ນ​ເຈົ້າ ທັງ​ຝຶກ​ຝົນ ແລະ​ສັ່ງ​ສອນ​ພຣະ​ທັມ​ນີ້​ເປັນ​ປະ​ຈຳ​ແກ່​ປະ​ຊາ​ຊົນ​ອິ​ສ​ຣາ​ເອນ 11 ເຈົ້າ​ຊີ​ວິດ​ອາ​ຕາ​ເຊີ​ເຊສ ໄດ້​ມອບ​ເອກ​ສານ​ໃຫ້​ ເອັ​ຊ​ຣາ​ຜູ້​ເປັນ​ປະ​ໂຣ​ຫິດ ແລະ​ເປັນ​ຜູ້​ຮອບ​ຮູ້​ໃນ​ດ້ານ​ວິ​ຊາ​ຄວາມ​ຮູ້​ຝ່າຍ​ພຣະ​ທັມ ແລະ​ພຣະ​ຄຳ​ສັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໃຫ້​ແກ່​ຊາວ​ອິ​ສ​ຣາ​ເອນ ດັ່ງ​ມີ​ເນື້ອ​ຄວາມຕໍ່​ລົງ​ໄປ​ນີ້ 12 “ຈາ​ກ​ພຣະ​ມະ​ຫາ​ກະ​ສັດ​ອາ​ຕາ​ເຊີ​ເຊສ ເຖິງ​ປະ​ໂຣ​ຫິດ​ເອັ​ຊ​ຣາ ຜູ້​ຮອບ​ຮູ້​ໃນ​ດ້ານ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ເທິງຟ້າ​ສວັນ​ 13 ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ໄປ​ທົ່ວ​ຈັກ​ກະ​ພົບ​ໃຫ້​ຊາວ​ອິ​ສ​ຣາ​ເອນ​ທຸກ​ຄົນ ທັງ​ພວກ​ປະ​ໂຣ​ຫິດ ແລະ​ຄົນ​ເລ​ວີ​ທີ່​ອາ​ສາ​ສ​ມັກ​ໃຫ້​​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ນຳ​ທ່ານ 14 ຂ້າ​ພະ​ເຈົ້າ​ຜູ້​ເປັ​ນ​ເຈົ້າ​ຊີ​ວິດ ພ້ອມ​ທັງ​ຜູ້​ປຶກ​ສາ​ຂອງ​ຂ້າ​ພະ​ເຈົ້າ​ເຈັດ​ທ່ານ​ຂໍ​ສົ່ງ​ທ່ານ​ໄປ​ສືບ​ສວນ​ຫາ​ຕົ້ນ​ປາຍ​ສາຍ​ເຫດ​ທີ່ກຸງ​ເຢ​ຣູ​ຊາ​ເລັມ ແລະ​ແຂວງ​ຢູ​ດາ ເພື່ອ​ເບິ່ງວ່າ ພຣະ​ທັມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ໄດ້​ມອບ​ຫມາຍ​ໃຫ້​ແກ່​ທ່ານ​ນັ້ນ​ເປັນ​ຢ່າງ​ໃດ ຍັງ​ມີ​ຄົນ​ເຊື່ອ​ຟັງ​ຢູ່​ຫລື​ບໍ່ 15 ທ່ານ​ຈົ່ງ​ນຳ​ເອົາ​ຄຳ ແລະ​ເງິນ​ໄປ​ຖວາຍ​ດ້ວຍ ເພາະ​ຂ້າ​ພະ​ເຈົ້າ​ພ້ອມ​ທັງ​ທີ່​ປຶກ​ສາ​ຂອງ​ຂ້າ​ພະ​ເຈົ້າ​ປາຖ​ນາ​ຢາກ​ຖວາຍ​ໃຫ້​ແກ່​ພຣະ​ເຈົ້າແຫ່ງ​ອິ​ສ​ຣາ​ເອນ ຊຶ່ງ​ມີ​ພຣະ​ວິ​ຫານ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ 16 ສ່ວນ​ຄຳ ແລະ​ເງິນ​ທີ່​ທ່ານ​ຮວບ​ຮວມ​ໄດ້​ທົ່ວ​ແຂວງ​ບາ​ບີ​ໂລນ ພ້ອມ​ທັງ​ຂອງ​ທີ່​ຊາວ​ອິ​ສ​ຣາ​ເອນ ແລະ​ປະ​ໂຣ​ຫິດ​ທັງ​ຫລາຍ​ຖວາຍ​ໃຫ້​ແກ່​ພຣະ​ວິ​ຫານ​ພຣະ​ເຈົ້າ​ຂອງ​ພວ​ກ​ເຂົາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ນັ້ນ 17 ໃຫ້​ທ່ານ​ເອົາ​ໄປ​ຖວາຍ​ບູ​ຊາ​ຄື​ກັນ ໃຫ້​ທ່ານ​ຈ່າຍ​ເງິນ​ນີ້​ຢ່າງ​ລະ​ມັດ​ລະ​ວັງ ໃຫ້​ຊື້​ງົວ ແກະ ແກະ​ນ້ອຍ ເຂົ້າ ນ້ຳ​ອະ​ງຸ່ນ ແລະ​ເອົາ​ສິ່ງ​ເຫລົ່າ​ນີ້​ຖວາຍ​ຢູ່​ເທິງ​ແທ່ນ​ບູ​ຊາ ທີ່​ພຣະ​ວິ​ຫານ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 18 ທ່ານອາດ​ຈະ​ເອົາ​ເງິນ ແລະ​ຄຳ​ທີ່​ຍັງ​ເຫລືອ​ຢູ່​ນີ້​ໃຊ້​ຕາມ​ໃຈ​ຂອງ​ທ່ານ ແລະ​ເພື່ອນ​ຮ່ວມ​ປະ​ເທດ​ຂອງ​ທ່ານ​ຕາມ​ຄວາມ​ປາ​ຖ​ນາ ແຕ່​ໃຫ້​ເປັນ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ 19 ແລະ​ເຄື່ອງ​ໃຊ້​ທຸກ​ຢ່າງ​ທີ່​ໄດ້​ມອບ​ໃຫ້​ແກ່​ທ່ານ ສຳ​ລັບ​ໃຊ້​ສອຍ​ໃນ​ພິ​ທີ​ທີ່​ພຣະ​ວິ​ຫານ​ນັ້ນ ໃຫ້​ຖວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ 20 ຖ້າ​ວ່າ ທ່ານ​ຕ້ອງ​ການ​ສິ່ງ​ອື່ນໆ​ອີກ​ສຳ​ລັບ​ພຣະ​ວິ​ຫານ ທ່ານ​ຈົ່ງ​ເອົາ​ໄດ້​ຈາກ​ພຣະ​ຄັງ​ຫລວງ 21 ຂ້າ​ພະ​ເຈົ້າ ເຈົ້າ​ຊີ​ວິດ​ອາ​ຕາ​ເຊີ​ເຊສ ໄດ້​ສັ່ງ​ໃຫ້​​ບັນ​ດາ​ຂ້າ​ຣາ​ຊ​ການ​ພະ​ແນກ​ຄັງ​ເງິນ​ຕາມ​ແຂວງ​ເອີ​ຟ​ຣາດ​ທິດ​ຕາ​ເວັ​ນ​ຕົກ ໃຫ້​ຈັດ​ຫາ​ທຸກ​ສິ່ງ​ຢ່າງ​ຮີ​ບ​ດ່ວນ​ແກ່​ເອັ​ຊ​ຣາ​ຜູ້​ເປັນ​ປະ​ໂຣ​ຫິດ ແລະ​ຜູ້​ຮອບ​ຮູ້​ຝ່າຍ​ພຣະ​ທັມ ແລະ​ພຣະ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ​ເທິ​ງຟ້າ​ສວັນ​ ໃນ​ທຸກ​ສິ່ງ​ທີ່​ທ່ານ​ຮ້ອງ​ຂໍ​ຕາມ​ຂອບ​ເຂດ​ຈຳ​ກັດ 22 ເຖິງ​ຈໍາ​ນວນ​ເງີນ​ນຶ່ງ​ຮ້ອຍ​ຕາ​ລັນ ເຂົ້າ​ບ​ເລ​ເຖິງ​ນຶ່ງ​ຮ້ອຍ​ໂກ​ຣ໌ ເຫລົ້າ​ອະ​ງຸ່ນ​ນຶ່ງຮ້ອຍບັທ ນ້ຳ​ມັນ​ນຶ່ງ​ຮ້ອຍ​ບັ​ທ ແລະ​ເກືອ​ບໍ່​ຈຳ​ກັດ​ຈຳ​ນວນ​ເທົ່າ​ໃດ 23 ສິ່ງ​ທີ່​ພຣະ​ເຈົ້າ​ເທິງ​​ຟ້າສວັນ​ຕ້ອງ​ການ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ ເພື່ອ​ເປັນ​ການ​ຮູ້​ຢ່າງ​ແນ່ນອນ​ວ່າ ພຣະ​ອົງ​ຈະ​ບໍ່​ຊົງ​ພຣະ​ພິ​ໂຣດ​ຣາ​ຊ​ອາ​ນາ​ຈັກ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຜູ້​ທີ່​ຈະ​ຂຶ້ນ​ຄອງ​ຣາ​ຊ​ສົມ​ບັດ​ແທນ​ຂ້າ​ພະ​ເຈົ້າ 24 ທ່ານ​ບໍ່​ຄວນ​ເກັບ​ຄ່າ​ທັມ​ນຽມ​ຈາກ​ບັນ​ດາ​ປະ​ໂຣ​ຫິດ ຄົນ​ເລວີ ນັກ​ດົນ​ຕຣີ ຄົນ​ເຝົ້າ​ປະ​ຕູ ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ຫລືຜູ້​ຮັບ​ໃຊ້​ອື່ນໆ​ທີ່​ມີ​ສ່ວ​ນກ່ຽວ​ຂ້ອງ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້ານີ້ 25 “ສ່ວນ​ເຈົ້າ ເອັ​ຊ​ຣາເອີຍ ທ່ານ​ຈົ່ງ​ໃຊ້​ສະ​ຕິ​ປັນ​ຍາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ແກ່​ທ່ານ​ນັ້ນ ແຕ່ງ​ຕັ້ງ​ຜູ້​ປົກ​ຄອງ ເພື່ອ​ຄຸ້ມ​ຄອງ​ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ແຂວງ​ເອີ​ຟ​ຣາດ​ທິດ​ຕາ​ເວັນ​ຕົກ​ຄື ທຸກ​ຄົນ​ທີ່​ຮູ້​ຈັກ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ຂອງ​ທ່ານ ທ່ານ​ຕ້ອງ​ສັ່ງ​ສອນ​ພຣະ​ທັມ​ນີ້ໃ​ຫ້​ແກ່​ຜູ້​ທີ່​ຍັງ​ບໍ່​ທັນ​ຮູ້​ຈັກ 26 ຖ້າ​ວ່າຜູ້​ໃດ​ບໍ່​ຍອມ​ເຊື່ອ​ຟັງ​ພຣະ​ທັມ​ພຣະ​ເຈົ້າ​ຂອງ​ທ່ານ ຫລື​ກົດ​ບັນ​ຍັດ​ຂອງ​ຈັກ​ກະ​ພົບ ຜູ້​ນັ້ນ​ຕ້ອງ​ຖືກ​ລົງ​ໂທດ​ທັນ​ທີ ຄື​ປະ​ຫານ​ຊີ​ວິດ ຖືກ​ເນ​ຣະ​ເທດ ຖືກ​ຍຶດ​ຊັບ ຫລື​ຖືກ​ຄຸກກໍ​ໄດ້” 27 ຂໍ​ສັຣ​ເສີນ​​ພຣະ​​ຜູ້​ເປັນ​ເຈົ້າ ພຣະເຈົ້າແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ ພຣະ​ອົງ​ໄດ້​ຊົງ​ທຳ​ໃຫ້​ເຈົ້າ​ຊີ​ວິດ​ຖວາຍ​ກຽດ​ແດ່​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ 28 ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ໄດ້​ຊົງ​ບັນ​ດານຂ້າ​ພະ​ເຈົ້າໄດ້​ຮັບ​ຄວາມ​ກະ​ຣຸ​ນາ​ຈາກ​ເຈົ້າ​ຊີ​ວິດ ແລະ​ທີ່​​ປຶກ​ສາຂອງ​ພຣະ​ອົງ ແລະຕໍ່​ຫນ້າ​ບັນ​ດາ​ຂ້າ​ຣາ​ຊ​ການ​ທັງ​ຫມົດ​ທີ່​ມີ​ອຳ​ນາດຂອງ​ພຣະ​ຣາ​ຊາ ແລະ​ຂ້າ​ພະ​ເຈົ້າມີ​ໃຈ​ກ້າ​ຂຶ້ນ ເພາະ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ກັບ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ໄດ້​ຮວບ​ຮວມ​ບຸກ​ຄົນ​ຊັ້ນ​ຜູ້​ນຳ​ຈາກ​ອິ​ສ​ຣາ​ເອນ​ຂຶ້ນ​ໄປ​ກັບ​ຂ້າ​ພະ​ເຈົ້າ

ເອັຊຣາ 8

1 ຕໍ່​ໄປ​ນີ້​ເປັນ​ຫົວ​ຫນ້າ​ຕະ​ກູນ​ຂອງ​ເຂົາ​ທັງ​ຫລາຍ ແລະ​ນີ້​ເປັນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ຂອງ​ບັນ​ດາ​ຜູ້​ທີ່​ຂຶ້ນ​ໄປ​ກັບ​ຂ້າ​ພະ​ເຈົ້າ​ຈາກ​ບາ​ບີ​ໂລນ ໃນ​ຣັ​ຊ​ການ​ອາ​ຕາ​ເຊີ​ເຊສ​ພຣະ​ຣາ​ຊາ​ຄື 2 ຈາກ​ເຊື້ອ​ສາຍ​ຟີ​ເນ​ຮັ​ສ ມີ ເກີ​ໂຊມ ຈາກ​ເຊື້​ອສາຍ​ອີທາ​ມາ ມີ​ ດາ​ນີ​ເອນ ຈາກ​ເຊື້ອ​ສາຍ​ດາ​ວິດ ມີ ຮັດ​ທຸ​ສ 3 ຈາກ​ເຊື້ອ​ສາຍ​ເຊ​ກາ​ນີ​ຢາ ຈາກ​ເຊື້ອ​ສາຍ​ປາ​ໂຣ​ຊ ມີ​ເຊ​ຄາ​ຣີ​ຢາ ພ້ອມ​ກັບ​ທ່ານ ມີ​ຜູ້​ຊາຍ​ຂຶ້ນ​ທະ​ບຽນ​ໄວ້​ນຶ່ງ​ຮ້ອຍ​ຫ້າ​ສິບ​ຄົນ 4 ຈາກ​ເຊື້ອ​ສາຍ​ປາ​ຮັດ​ໂມ​ອາບ ມີ​ ເອ​ລີ​ເອ​ໂຮ​ເອ​ນັຍ ບຸດ​ເຊ​ຣາ​ຮີ​ຢາ ພ້ອມ​ກັບ​ທ່ານ ມີ​ຜູ້​ຊາຍ​ສອງ​ຮ້ອຍ​ຄົນ 5 ຈາກ​ເຊື້ອ​ສາຍຊັດ​ທູ ມີ ເຊຄາ​ຣີ​ຢາ ບຸດ​ຂອງ​ຢາ​ຮາ​ຊີ​ເອນ ພ້ອມ​ກັບ​ທ່ານ ມີ​ຜູ້​ຊາ​ຍສາມ​ຮ້ອຍ​ຄົນ 6 ຈາກ​ເຊື້ອ​ສາຍ​ອາ​ດີນ ມີ ເອ​ເບດ ບຸດ​ຂອງ​ໂຢ​ນາ​ທານ ພ້ອມ​ກັບ​ທ່ານ ມີ​ຜູ້​ຊາຍ​ຫ້າ​ສິ​ບຄົນ 7 ຈາກ​ເຊື້ອ​ສາຍ​ເອ​ລາມ ມີ​ເຢ​ຊາ​ອີ​ຢາ ບຸດ​ຂອງ​ອາ​ທາ​ລີ​ຢາ ພ້ອມ​ກັບ​ທ່ານ ມີ​ຜູ້​ຊາຍ​ເຈັດ​ສິບ​ຄົນ 8 ຈາກ​ເຊື້ອ​ສາຍ​ຂອງ​ເຊ​ຟາ​ທີ​ຢາ ມີ​ເຊ​ບາ​ດີ​ຢາ ບຸດ​ຂອງ​ມີ​ຄາ​ເອນ ພ້ອມກັບ​ທ່ານ ມີ​ຜູ້​ຊາຍ​ແປດ​ສິບ​ຄົນ 9 ຈາກເຊື້ອ​ສາຍ​ຂອງ​ໂຢ​ອາບ ມີ ໂອ​ບາ​ດີ​ຢາ ບຸດ​ຂອງ​ເຢ​ຮີ​ເອນ ພ້ອມ​ກັບ​ທ່ານ ມີ​ຜູ້​ຊາຍ​ສອງ​ຮ້ອຍ​ສິບ​ແປດ​ຄົນ 10 ຈາກເຊື້ອ​ສາຍ​ບາ​ນີ ມີ ເຊ​ໂລ​ມິທ ບຸດ​ຂອງ​ໂຢ​ຊີ​ຟີ​ຢາ ພ້ອມກັບ​ທ່ານ ມີ​ຜູ້​ຊາຍ​ນຶ່ງ​ຮ້ອຍ​ຫົກ​ສິບຄົນ 11 ຈາກເຊື້ອ​ສາຍ​ຂອງ​ເບ​ບັຍ ມີ​ ເຊ​ຄາ​ຣີ​ຢາ ບຸດ​ຂອງ​ເບ​ບັຍ ພ້ອມ​ກັບ​ທ່ານ ມີ​ຜູ້​ຊາຍ​ຊາວ​ແປດ​ຄົນ 12 ຈາກ​ເຊື້ອ​ສາຍ​ຂອງ​ອັ​ສກາດ ມີ ເຢ​ຮາ​ນານ ບຸດ​ຂອງ​ຮັກ​ກາ​ທານ ພ້ອມ​ກັບ​ທ່ານ ມີ​ຜູ້​ຊາຍ​ນຶ່ງ​ຮ້ອຍ​ສິບ​ຄົນ 13 ຈາກ​ເຊື້ອ​ສາຍ​ອາ​ໂດ​ນີ​ກາມ ມີ​ຜູ້​ທີ່​ມາ​ນຳ​ຫລັງ ນີ້​ເປັນ​ຊື່​ຂອງ​ເຂົາ​ຄື ເອ​ບີ​ເຟ​ເລ​ທ ເຢ​ອູ​ເອນ ແລະ​ເຊ​ມັຍ​ຢາ ພ້ອມ​ກັບພວກ​ເຂົາ ມີ​ຜູ້​ຊາຍຫົກ​ສິບ​ຄົນ 14 ຈາກ​ເຊື້ອ​ສາຍ​ຂອງ​ບິກວັຍ ມີ ອູ​ທັຍ ແລະ​ຊັກ​ເກີ ພ້ອມ​ກັບ​ພວກ​ເຂົາ ມີ​ຜູ້​ຊາຍ​ເຈັດ​ສິບ​ຄົນ 15 ຂ້າ​ພະ​ເຈົ້າ​ໄດ້​ຮວບ​ຮວມ​ເຂົາ​ທັງ​ຫລາຍ​ເຂົ້າ​ມາ​ຍັງ​ແມ່​ນ້ຳ​ທີ່​ໄຫລ​ໄປ​ສູ່​ອາ​ຮາ​ວາ ເຮົາ​ຕັ້ງ​ຄ້າຍ​ຢູ່​ທີ່ນັ້ນ​ສາມມື້ ເມື່ອ​ຂ້າ​ພະ​ເຈົ້າ​ສຳ​ຣວດ​ເບິ່ງ​ປະ​ຊາ​ຊົນ ແລະ​ປະ​ໂຣ​ຫິດ ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ເຊື້​ອ​ສາຍ​ຂອງ​ເລວີ​ທີ່​ນັ້ນ​ເລີຍ 16 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ໃຫ້​ໄປ​ເອີ້ນ​ເອ​ລີ​ເອ​ເຊີ ອາ​ຣີ​ເອນ ເຊ​ມັຍ​ຢາ ເອນ​ນາ​ທານ ຢາ​ຣິບ ເອນ​ນາ​ທານ ນາ​ທານ ເຊ​ຄາ​ຣີ​ຢາ ແລະ​ເມ​ຊູນ​ລາມ ບຸກ​ຄົນ​ຊັ້ນ​ຫົວ​ຫນ້າ ແລະ​ໃຫ້​ຫາ​ຢົວ​ອາ​ຣິບ ແລະ​ເອນ​ນາ​ທານ ຜູ້​ເປັນ​ຄົນ​ມີ​ຄວາມ​ຮອບ​ຮູ້ 17 ແລະ​ສົ່ງ​ເຂົາ​ໄປ​ຫາ​ທ່ານ​ອີດ​ໂດ ບຸກ​ຄົນ​ຊັ້ນ​ຫົວ​ຫນ້າ​ຍັງ​ສະ​ຖານ​ທີ່​ບ່ອນ​ຊື່​ກາ​ຊີ​ຟີ​ອາ ຄື​ໃຫ້​ບອກ​ທ່ານ​ອິດ​ໂດ ແລະ​ພີ່​ນ້ອງ​ຂອງ​ທ່ານ​ຜູ້​ເປັນ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ວ່າ ຂໍ​ສົ່ງ​ຜູ້​ບົວ​ລະ​ບັດ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ມາ​ຫາເຣົາ 18 ແລະ​ໂດຍ​ພຣະ​ຫັດ​ອົງ​ຊົງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ ເຂົາ​ໄດ້​ນຳ​ຄົນ​ທີ່​ມີ​ຄວາມ​ສຸ​ຂຸມ​ມາ​ໃຫ້​ເຮົາ ເປັ​ນ​ເຊື້ອ​ສາຍ​ຂອງ​ມາ​ລີ ບຸດ​​ເລ​ວີ ຜູ້​ເປັນ​ບຸດ​ອິ​ສ​ຣາ​ເອນ ຊື່ເຊ​ເຣບິ​ຢາ ກັບ​ບຸດ​ຊາຍ​ແລະ​ຍາດ​ຕິ​ພີ່​ນ້ອງ ຮວມ​ສິບ​ແປດ​ຄົນ 19 ທັງຮາ​ຊາ​ບິ​ຢາ ແລະ​ເຢ​ຊາ​ອີ​ຢາ ເຊື້ອ​ສາຍ​ຂອງ​ເມຣາ​ຣີ​ກັບ​ຍາດ​ຕິ​ພີ່​ນ້ອງ ແລະ​ບຸດ​ຂອງ​ເຂົາຮ່ວມ​ຊາວ​ຄົນ 20 ແລະ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ຊຶ່ງ​ດາ​ວິດ​ແລະ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ໄດ້​ຈັດ​ຕັ້ງ​ຂຶ້ນ​ໄວ້ ເພື່ອ​ບົວ​ລະ​ບັດຄົນ​ເລ​ວີ​ ມີ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ສອງ​ຮ້ອຍ​ຊາວ​ຄົນ ບຸກ​ຄົນ​ເຫລົ່າ​ນີ້​ທັງ​ຫມົດ​ມີ​ຊື່ຈົດ​ໄວ້ທັງ​ນັ້ນ 21 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ປະ​ກາດ​ໃຫ້​ຖື​ສີນ​ອົດ​ອາ​ຫານ​ທີ່​ນັ້ນ ຄື​ທີ່​ແມ່​ນ້ຳ​ອາ​ຮາ​ວາ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ໄດ້​ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ເຈົ້າ​ຂອງ​ເຮົາ ເພື່ອ​ຈະ​ທູນ​ຂໍ​ຫົນ​ທາງ​ອັນປອດ​ພັຍ​ຈາກ​ພຣະ​ອົງ​ສຳ​ລັບ​ເຮົາ ລູກ​ຫລານ​ຂອງ​ເຣົາ ແລະ​ເຂົ້າ​ຂອງ​ທັງ​ຫມົດ​ຂອງ​ເຮົາ 22 ເພາະ​ຂ້າ​ພະ​ເຈົ້າ​ລະ​ອາຍ​ທີ່​ຈະ​ທູນ​ຂໍ​ກອງ​ທະ​ຫານ ແລະ​ພົນມ້າ​ຈາກ​ພຣະ​ຣາ​ຊາ​ເພື່ອ​ຊ່ອຍ​ເຮົາ​ສູ້​ສັດ​ຕຣູ​ຕາມ​ທາງ​ຂອງ​ເຣົາ ໃນ​ເມື່ອ​ເຮົາ​ໄດ້​ກາບ​ທູນ ພຣະ​ຣາ​ຊາ​ແລ້ວ​ວ່າ, “ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ຢູ່​ກັບ​ບັນ​ດາ​ຜູ້​ທີ່​ສ​ແວງ​ພຣະ​ອົງ​ໃຫ້​ໄດ້​ຮັບ​ຜົ​ນ​ດີ ແຕ່​ຣິດ​ທາ​ນຸ​ພາບ​ແລະ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ຕໍ່​ສູ້​ຄົນ​ເຫລົ່າ​ນັ້ນ​ທີ່​ປະ​ຖິ້ມ​ພຣະ​ອົງ 23 ເຮົາ​ຈຶ່ງ​ອົດ​ອາ​ຫານ​ແລະ​ອ້ອນວອນ​ພຣະ​ເຈົ້າ​ຂອງ​ເຮົາ​ເພື່ອ​ເຣື່ອງ​ນີ້ ແລະ​ພຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ທູນ​ຂອງ​ເຮົາ 24 ແລະ​ຂ້າ​ພະ​ເຈົ້າ​ໄດ້​ເລືອກຕັ້ງ​ປະ​ໂຣ​ຫິດໃຫຍ່​ສິບ​ສອງ​ຄົນ ຄື ເຊ​ເຣ​ບີ​ຢາ ຮາ​ຊາ​ບີ​ຢາ ແລະ​ຍາດ​ຂອງ​ເຂົາ​ທີ່​ຢູ່​ກັບ​ເຂົາ​ສິບ​ຄົນ 25 ແລະ​ຂ້າ​ພະ​ເຈົ້າ​ໄດ້​ຊັ່ງ​ເງິນ ແລະ​ຄຳ ແລະ​ເຄື່ອງ​ໃຊ້​ກັບ​ເຄື່ອງ​ບູ​ຊາ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ເຮົາ​ມອບ​ໃຫ້​ເຂົາ​ທັງ​ຫລາຍ​ຊຶ່ງ​ພຣະ​ຣາ​ຊາ​ແລະ​ທີ່​ປຶກ​ສາ​ແລະ​ເຈົ້າ​ນາຍ​ຂອງ​ພຣະ​ອົງ ແລະ​ຄົນອິ​ສ​ຣາ​ເອນ​ທັງ​ປວງ​ທີ່​ນັ້ນ​ໄດ້​ຖວາຍ​ໄວ້ 26 ຂ້າ​ພະ​ເຈົ້າ​ໄດ້​ຊັ່ງ​ໃສ່​ມື​ຂອງ​ເຂົາ​ເປັນ​ເງິນ​ຫົກ​ຮ້ອຍ​ຫ້າສິບ​ຕະ​ລັນ ແລະ​ເຄື່ອງໃຊ້​ທີ່​ທຳ​ດ້ວຍ​ເງິນ​ມີ​ຄ່າ​ນຶ່ງ​ຮ້ອຍ​ຕະ​ລັນ ແລະ​ຄຳ​ນຶ່ງ​ຮ້ອຍ​ຕະ​ລັນ 27 ຊາມ​ຄຳ​ຊາວ​ໃບ​ມີ​ຄ່າ​ນຶ່ງ​ພັນ​ດາ​ຣິກ ແລະ​ເຄື່ອງ​ໃຊ້​ທອງ​ສຳ​ລິດ​ເນື້ອ​ລະ​ອຽດ​ສຸກ​ໃສ​ສອງ​ໃບ​ມີ​ຄ່າ​ເທົ່າ​ກັບ​ຄຳ 28 ແລະ​ຂ້າ​ພະ​ເຈົ້າ​ບອກ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍບໍ​ຣິ​ສຸດ​ຕໍ່​ພຣະ​ເຈົ້າ ແລະ​ເຄື່ອງ​ໃຊ້​ກໍ​ບໍ​ຣິ​ສຸດ ແລະ​ເງິນ​ກັບ​ຄຳ​ເປັນ​ຂອງ​ຖວາຍ​ດ້ວຍ​ໃຈ​ສ​ມັກ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າແຫ່ງ​ບັນ​ພະບຸ​ຣຸດຂອງ​ທ່ານ​ທັງ​ຫລາຍ 29 ຈົ່ງ​ເຝົ້າ​ດູ​ແລ​ໄວ້​ຈົນ​ກວ່າ​ທ່ານ​ຊັ່ງ​ສິ່ງ​ເຫລົ່າ​ນັ້ນ​ຕໍ່​ຫນ້າ​ປະ​ໂຣ​ຫິດ​ໃຫຍ່​ແລະ​ຄົນ​ເລ​ວີ ແລະ​ຫົວ​ຫນ້າ​ຕະ​ກູນ​ອິ​ສ​ຣາ​ເອນ​ໃນ​ເຢ​ຣູ​ຊາ​ເລັມ​ພາຍ​ໃນ​ຫ້ອງພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 30 ບັນ​ດາ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ຈຶ່ງ​ຮັບ​ເງິນ​ແລະ​ຄຳ​ທີ່​ໄດ້​ຊັ່ງ ແລະ​ເຄື່ອງ​ໃຊ້ ເພື່ອ​ນຳ​ໄປ​ທີ່ເຢ​ຣູ​ຊາ​ເລັມ ທີ່ພຣະວິ​ຫານຂອງ​ພຣະ​ເຈົ້າ​ຂອງ​ເຮົາ 31 ແລະ​ເຮົາ​ກໍ​ອອກ​ຈາກ​ແມ່​ນ້ຳ​ອາ​ຮາ​ວາ ໃນ​ວັນ​ທີ່​ສິບ​ສອງ​ຂອງ​ເດືອນ​ຕົ້ນ ເພື່ອ​ໄປ​ຍັງ​ເຢ​ຣູ​ຊາ​ເລັມ ແລະ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ຢູ່​ກັບ​ເຮົາ ແລະ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ສັດ​ຕຣູ​ແລະ​ຈາກ​ພວກ​ຊຸ່ມ​ຄອຍ​ຢູ່​ຕາ​ມ​ທາງ 32 ເຮົາ​ມາ​ເຖິງ​ເຢ​ຣູ​ຊາ​ເລັມ ແລະ​ພັກ​ຢູ່​ທີ່​ນີ້​ສາມ​ມື້ 33 ໃນ​ວັນ​ທີ່​ສີ່​ພາຍ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ ກໍ​ຊັ່ງ​ຄຳ ແລະ​ເຄື່ອງ​ໃຊ້​ໃສ່​ມື​ຂອງ​ເມ​ເຣ​ໂມດປະ​ໂຣ​ຫິດ ບຸດ​ຂອງ​ອູ​ຣິ​ອາ ແລະ​ຄົນ​ທີ່​ຢູ່​ກັບ​ເຂົາ ຄື​ເອ​ເລ​ອາ​ຊາ​ບຸດ​ຟີ​ເນ​ຮັ​ສ ແລະ​ຄົນ​ທີ່​ຢູ່​ກັບ​ເຂົາ​ທັ​ງ​ຫລາຍ​ຄື ໂຢ​ຊາ​ບາດ ບຸດ​ຂອງ​ເຢ​ຊູ​ອາ ແລະ​ໂນ​ອາ​ດີ​ຢາ ບຸດ​ຂອງ​ບີນ​ນູ​ອີ ຄົນ​ເລວີ 34 ເຂົາ​ຊັ່ງ​ແລະ​ນັບ​ທັງ​ຫມົດ ແລະ​ບັນ​ທຶກ​ນ້ຳ​ຫນັກ​ຂອງ​ທຸກ​ສິ່ງ​ໄວ້ 35 ໃນ​ວັນ​ນັ້ນ​ບັນ​ດາ​ຜູ້​ທີ່​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ຊຶ່ງ​ມາ​ຈາກ​ການ​ເປັນ​ຊະ​ເລີຍ​ໄດ້​ຖວາຍ​ເຄື່ອງ​ເຜົາບູ​ຊາແກ່​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ມີ​ງົວເຖິກ​ສິບ​ສອງ​ໂຕ​ສຳ​ລັບ​ພວ​ກອິ​ສ​ຣາ​ເອນທັງ​ປວງ ແກະ​ເຖິກ​ເກົ້າ​ສິບ​ຫົກ​ໂຕ ແລະ​ແກະ​ເຈັດ​ສິບ​ເຈັດ​ໂຕ ແລະ​ແບ້​ຜູ້​ສິບ​ສອງ​ໂຕ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ທັງ​ຫມົດ​ນີ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຖວາຍ​ພຣະ​ເຈົ້າ 36 ເຂົາ​ທັງ​ຫລາຍ​ໄດ້​ມອບ​ພຣະ​ຣາ​ຊໂອງການ​ໃຫ້​ແກ່ ຜູ້​ປົກ​ຄອງຂອງ​ພຣະ​ຣາ​ຊາ ແລະ​ແກ່​ຜູ້​ວ່າ​ຣາ​ຊ​ການ​ມົນ​ທົນ​ຟາກ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ເອີຟ​ຣາດ ແລະ​ທ່ານ​ເຫລົ່າ​ນີ້​ໄດ້​ຊ່ອຍ​ເຫ​ລືອ​ປະ​ຊາ​ຊົນ​ແລະພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ

ເອັຊຣາ 9

ຄຳອ້ອນວອນ​ສາ​ລະ​ພາບ​ຂອງ​ເອັ​ຊ​ຣາ

1 ພາຍ​ຫລັງ​ເຫດ​ການ​ເຫລົ່າ​ນີ້ ເຈົ້າ​ຫນ້າ​ທີ່​ກໍ​ເຂົ້າ​ມາ​ຫາ​ຂ້າ​ພະ​ເຈົ້າ​ກ່າວ​ວ່າ, “ຊົນ​ຊາດ​ອິ​ສ​ຣາ​ເອນ​ແລະ​ບັນ​ດາ​ປະ​ໂຣ​ຫິດ​ກັບ​ຄົນ​ເລ​ວີ​ບໍ່​ໄດ້​ຮັກ​ສາ​ຕົວ ແຍກ​ອອກ​ຈາກ​ຊົນ​ຊາດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ເຫລົ່າ​ນັ້ນ​ເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ດັ່ງ​ດຽວ​ກັນ​ກັບ​ພວກ​ນີ້​ໄດ້​ເຮັດ ຄື​ຈາກ​ຄົນ​ກາ​ນາ​ອານ ຄົນ​ຮິດ​ຕີ ຄົນ​ເປ​ຣິ​ສ​ຊີ ຄົນ​ເຢ​ບຸ​ສ ຄົນ​ອັມ​ໂມນ ຄົນ​ໂມ​ອາບ ຄົນ​ເອ​ຢິບ ແລະ​ຄົນ​ອາ​ໂມ​ຣິດ 2 ເພາະ​ເຂົາ​ຮັບ​ບຸ​ດ​ຍິງ​ຂອງ​ຊົນ​ຊາດ​ເຫລົ່າ​ນີ້ເປັນ​ເມັຽຂອງ​ເຂົາ​ເອງ ແລະ​ຂອງ​ລູກ​ຊາຍ​ຂອງ​ເຂົາ ດັ່ງ​ນັ້ນ​ເຊື້ອ​ສາຍ​ບໍ​ຣິ​ສຸດ​ໄດ້​ປະ​ປົນ​ກັບ​ຊົນ​ຊາດ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ເຫລົ່າ​ນັ້ນ ນີ້​ແຫລະ​ໃນ​ຄວາມ​ຜິດ​ຂໍ້​ນີ້ ມື​ຂອງ​ເຈົ້າ​ຫນ້າ​ທີ່​ຊັ້ນ​ຫົວ​ຫນ້າ ແລະ​ຜູ້​ຄອງ​ເມືອງໄດ້​ເດັ່ນ​ທີ່​ສຸດ” 3 ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຢ່າງ​ນີ້ ຂ້າ​ພະ​ເຈົ້າ​ກໍ​ຈີກ​ເສື້ອ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ເສື້ອ​ຄຸມ​ຂອງ​ຂ້າ​ພະ​ເຈົ້າ​ແລະ​ດຶງ​ຜົມ​ອອກ​ຈາກ​ຫົວຂອງ​ຂ້າ​ພະ​ເຈົ້າ ແລະດຶງ​ຫນວດ ແລະ​ນັ່ງ​ລົງ​ດ້ວຍ​ຄວາມ​ເປັນ​ທຸກ​ໃຈ 4 ແລ້ວ​ບັນ​ດາ​ຄົນ​ທີ່​ສັ່ນ​ສະ​ທ້ານ​ໄປດ້ວຍ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ເຫດ​ດ້ວຍ​ຄວາມ​ຜິດ​ຂອງ​ພວກ​ຊະ​ເລີຍ​ທີ່​ໄດ້​ກັບ​ມາ ໄດ້​ມາ​ປະ​ຊຸມ​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ ເມື່ອ​ຂ້າ​ພະ​ເຈົ້ານັ່ງ​ຕະ​ລືງ​ຢູ່​ຈົນ​ເຖິງ​ເວ​ລາ​ຖວາຍ​ເຄື່ອງ​ບູ​ຊາ​ໃນ​ຕອນແລງ

ຄຳ​ອ້ອນວອນ​ຂອງ​ເອັ​ຊ​ຣາ

5 ໃນ​ເວ​ລາ​ບູ​ຊາ​ຕອນ​ແລງ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ລຸກ​ຂຶ້ນ​ຈາກ​ການ​ອົດ​ອາ​ຫານ ມີ​ເຄື່ອງ​ແຕ່ງ​ກາຍ ແລະ​ເສື້ອ​ຄຸມ​ຂອງ​ຂ້າ​ພະ​ເຈົ້າ​ຈີກ​ຂາດ ແລະ​ຂ້າ​ພະ​ເຈົ້າ​ກໍ​ຄຸ​ເຂົ່າ​ລົງ ແລະ​ຊູ​ມື​ຂຶ້ນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ 6 ແລະ​ຂ້າ​ພະ​ເຈົ້າ​ທູນ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ​ຂອງຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ລະ​ອາຍ​ທີ່​ຈະ​ເງີຍ​ຫນ້າ​ຫາ​ພຣະ​ອົງ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ເພາະ​ວ່າ​ຄວາມ​ບາບ​ຊົ່ວ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຂຶ້ນ​ສູງກວ່າ​ຫົວຂອງ​ຂ້າ​ພຣະ​ອົງ ແລະ​ກັມ​ຊົ່ວ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍກອງ​ຂຶ້ນ​ໄປ​ເຖິງ​ຟ້າສວັນ​ 7 ຂ້າ​ພຣະ​ອົງ​ທັງ​ຫລາຍມີ​ກັມ​ຊົ່ວ​ຍິ່ງ​ໃຫຍ່​ຕັ້ງ​ແຕ່​ສະ​ໄຫມ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຈົນ​ເຖິງ​ທຸກວັນ​ນີ້ ແລະ​ເພາະ​ຄວາມ​ບາບ​ຊົ່ວ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂ້າ​ພຣະ​ອົງ​ທັງ​ຫລາຍ ທັງ​ບັນ​ດາ​ພຣະ​ຣາ​ຊາ​ຂອງ​ຂ້າ​ພຣະ​ອົງ ແລະ​ບັນ​ດາ​ປະ​ໂຣ​ຫິດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ຖືກມອບ​ໄວ້​ໃນ​ມື​ຂອງ​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ແຜ່ນ​ດິນ​ເຫລົ່າ​ນັ້ນ ໃຫ້​ແກ່​ດາ​ບ ແກ່​ການ​ເປັນ​ຊະ​ເລີຍ ແກ່​ການ​

ປຸ້ນ ແລະ​ແກ່​ການ​ອົດ​ສູ​ຢ່າງ​ທີ່​ສຸດ ຢ່າງ​ທຸກວັນ​ນີ້

8 ແຕ່​ບັດ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍຊົງ​ສຳ​ແດງ​ພຣະ​ກະ​ຣຸ​ນາ ພໍ​ພຣະ​ທັຍ​ຊົ່ວ​ບຶດ​ນຶ່ງ​ສັ້ນໆ ແລະ​ໄດ້​ຊົງ​ປະ​ທານ​ໃຫ້​ຂ້າ​ພຣະ​ອົງ​ທັງຫລາຍ​ມີ​ຄົນ​ທີ່​ເຫລືອ​ຢູ່​ແລະ​ມີ​ທີ່​ຍຶດ​ຫມັ້ນ​ໃນ​ທີ່​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ເພື່ອ​ວ່າ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ຈະ​ໄດ້​ຊົງ​ໃຫ້​ຕາ​ຂອງ​ຂ້າ​ພຣະ​ອົງ​ທັງ​ລາຍ​ແຈ້ງ ພຣະ​ອົງ​ໄດ້​ໂຜດ​ໃຫ້​ຂ້າ​ພຣະ​ອົງທັງ​ຫລາຍ​ຫນີ​ພົ້ນ​ຈາກ​ການ​ເປັນ​ທາດ​ມາ​ໄດ້ ແລະ​ທັງ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ມີ​ຊີ​ວິດ​ໃຫມ່ 9 ເພາະ​ວ່າ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເປັນ​ທາດ ແຕ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ບໍ່​ໄດ້​ຊົງ​ປະ​ປ່ອຍ​ຂ້າພຣະ​ອົງ​ໄວ້​ໃນ​ຄວາມ​ເປັນ​ທາດ ແຕ່​ຊົງ​ບັນ​ດານ​ໃຫ້​ຂ້າພຣະ​ອົງ​ທັງ​ຫລາຍ​ມີ​ຄວາມ​ຊອບ​ຕໍ່​ພຣະ​ພັກ​ບັນ​ດາ​ພຣະ​ຣາ​ຊາແຫ່ງ​ເປີ​ເຊັຽ ຊົງ​ໃຫ້​ຂ້າ​ພຣະ​ອົງທັງ​ຫລາຍ​ມີ​ຊີ​ວິ​ດ​ຢູ່​ຕໍ່​ໄປ ເພື່ອ​ຈະ​ຕັ້ງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຂຶ້ນ​ໄວ້ ເພື່ອ​ຈະ​ຊ່ອມ​ທີ່​ສະ​ລັກ​ຫັກ​ພັງ ເພື່ອ​ຈະ​ປະ​ທານ​ກຳ​ແພງ​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃນ​ຢູ​ດາ ແລະ​ໃນ​ເຢ​ຣູ​ຊາ​ເລັມ 10 “ແລະ​ບັດ​ນີ້ ຂ້າ​ແດ່​ພຣະ​ເຈົ້າຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຕໍ່​ຈາກ​ນີ້​ຂ້າ​ພຣະ​ອົງ​ຈະ​ທູນ​ສິ່ງໃດ​ອີກ ເພາະ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ປະ​ຖິ້ມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ 11 ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ບັນ​ຊາ​ໄວ້ ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ “ແຜ່ນ​ດິນ​ຊຶ່ງ​ເຈົ້າ​ກຳ​ລັງ​ເຂົ້າ​ໄປ​ເພື່ອ​ຍຶດ​ເປັນ​ກຳມະ​ສິດ​ນັ້ນ​ເປັນ​ແຜ່ນ​ດິນ​ມົນ​ທິນ ດ້ວຍ​ເຫດ​ຄວາມ​ມົນ​ທິນ​ຂອງ​ຊົນ​ຊາດທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ເຫລົ່າ​ນັ້ນ ດ້ວຍ​ການ​ຫນ້າ​ກຽດ​ຫນ້າ​ຊັງ​ຂອງ​ເຂົາ​ ຊຶ່ງ​ເຕັມ​ໄປ​ຫມົດ​ຕັ້ງ​ແຕ່​ປາຍ​ຂ້າງ​ນີ້​ເຖິງ​ປາຍ​ຂ້າງ​ນັ້ນ ດ້ວຍ​ຄວາມ​ມົນ​ທິນ​ຂອງ​ເຂົາ​ທັງ​ຫລາຍ 12 ເພາະ​ສະ​ນັ້ນ​ຢ່າ​ມອບ​ພວກລູກ​ຍິງ​ຂອງ​ເຈົ້າ​ແກ່​ພວກ​ບຸດ​ຊາຍ​ຂອງ​ເຂົາ ຫລື​ຢ່າ​ຮັບ​ພວກ​ລູກ​ຍິງ​ຂອງ​ເຂົາ​ໃຫ້​ພວກ​ລູກຊາຍ​ຂອງ​ເຈົ້າ ຫລື​ຢ່າ​ເສີມ​ສວັດດີ​ພາບ​ແລະ​ຄວາມຈະ​ເຣີນມັ່ງ​ຄັ່ງ​ຂອງ​ເຂົາ​ທັງ​ຫລາຍ​ເປັນ​ນິດ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ແຂງ​ແຮງ​ແລະ​ກິນ​ຂອງ​ດີໆ​ແຫ່ງ​ແຜ່ນ​ດິນ​ນັ້ນ ແລະ​ມອບ​ແຜ່ນ​ດິນ​ນັ້ນ​ໄວ້​ເປັນ​ມໍ​ຣະ​ດົກ​ແກ່​ລູກ​ຫລານ​ຂອງ​ເຈົ້າ​ທັງ​ຫລາຍ​ເປັນ​ນິດ 13 ແລະ​ເມື່ອ​ຂ້າ​ພຣະ​ອົງ​ທັງ​ຫ​ລາຍ​ຮັບ​ໂທດ​ເພາະ​ການ​ຊົ່ວ​ຮ້າຍ​ຂອງ​ຂ້າ​ພຣະ​ອົງ ແລະ​ເພາະ​ກັມ​ຊົ່ວ​ໃຫຍ່​ຍິ່ງ​ຂອງ​ຂ້າ​ພຣະ​ອົງ ແລະ​ເມື່ອ​ພຣະ​ອົງ​ ຄື​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ຊົງ​ລົງ​ໂທດ​ຂ້າ​ພຣະ​ອົງ ເຫດ​ຄວາມ​ບາບ​ຊົ່ວ​ຂອງ​ຂ້າພຣະ​ອົງ​ນ້ອຍກວ່າ​ທີ່​​ຄວນຈະ​ໄດ້​ຣັ​ບ ແລະ​ຊົງ​ປະ​ທານ​ຄົນ​ທີ່​ເຫລືອຢູ່ແກ່​ຂ້າ​ພຣະ​ອົງ​ທັ​ງ​ຫລາຍ​ຢ່າງ​ນີ້ 14 ສົມ​ຄວນ​ທີ່​ຂ້າ​ພຣະ​ອົງ​ທັ​ງຫລາຍ​ຈະຫັກ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ອີກ ແລະ​ເຂົ້າ​ແຕ່ງ​ງານ​ກັບ​ຊົນ​ຊາດ​ທັງ​ຫລາຍ​ຜູ້​ປະ​ພຶດ​ສິ່ງ​ຫນ້າ​ກຽດ​ຊັງ​ເຫລົ່າ​ນີ້​ຫລື ພຣະ​ອົງ​ຈະ​ບໍ່​ຊົງ​ກິ້ວ​ຕໍ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈົນ​ພຣະ​ອົງ​ຜານ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເສັຽ ຈົນ​ບໍ່​ມີ​ຄົນ​ທີ່​ເຫລືອ​ຢູ່ ແລະ​ບໍ່​ມີ​ຜູ້​ໃດ​ອົດ​ໄດ້​ເລີຍ​ຫລື 15 ຂ້າ​ແດ່​ພຣະ​ຜູ້​ເປັນເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສ​ຣາ​ເອນ ພຣະ​ອົງ​ຊອບ​ທັມ​ ເພາະ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ ມີ​ກັມ​ຊົ່ວ​ຂອງ​ຂ້າ​ພຣະ​ອົງ​ຢູ່ ເພາະ​ບໍ່ມີ​ໃຜ​ຈັກ​ຄົນ​ດຽວ​ທີ່​ຈະ​ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ​ໄດ້​ເຫດ​ເຣື່ອງ​ນີ້”

ເອັຊຣາ 10

ການ​ທີ່​ຕ້ອງ​ຖິ້ມ​ເມັຽ​ທີ່​ຍິງ​ຕ່າງ​ຊາດ​ແລະ​ບຸດ

1 ຂ​ນະ​ທີ່​ເອັ​ຊ​ຣາ​ອ້ອນວອນ ແລະ​ທຳ​ການ​ສາ​ລະ​ພາບ​ຮ້ອງ​ໄຫ້​ຖິ້ມ​ຕົວ​ລົງ​ຕໍ່​ຫນ້າ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ມີ​ຊຸມ​ນຸມ​ຊົນ​ຫມູ່​ໃຫຍ່​ໂຕ​ມາກ​ມາຍ​ທັງ​ຊາຍ​ຍິງ​ແລະ​ເດັກ ຈາກ​ອິ​ສ​ຣາ​ເອນ​ປະ​ຊຸມ​ຕໍ່​ຫນ້າ​ທ່ານ ເພາະ​ປະ​ຊາ​ຊົນ​ໄດ້​ຮ້ອງ​ໄຫ້​ຢ່າງ​ຂົມ​ຂື່ນ 2 ແລະ​ເຊກາ​ນິ​ຢາ ບຸດ​ຂອງ​ເຢ​ຮີ​ເອນ ເຊື້ອ​ສາຍ​ເອ​ລາມ​ກ່າວ​ແກ່​ເອັ​ຊ​ຣາ​ວ່າ, “ພວກ​ເຮົາ​ທັງ​ຫລາຍ​ໄດ້​ທໍ​ຣະ​ຍົດ​ຕໍ່​ພຣະ​ເຈົ້າ​ຂອງ​ເຮົາ​ເສັຽ​ແລ້ວ ແລະ​ໄດ້​ແຕ່ງ​ງານ​ກັບ​ຍິງ​ຕ່າງ​ຊາດ​ຈາກ​ຊົນ​ຊາດ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ນີ້ ແຕ່​ເຖິງ​ຈະ​ມີ​ເຣື່ອງ​ຢ່າງ​ນີ້ ກໍ​ຍັງ​ມີ​ຄວາມ​ຫວັງ​ໃນ​ອິ​ສ​ຣາ​ເອນ​ຢູ່ 3 ເພາະ​ສະ​ນັ້ນ ໃຫ້​ເຮົາ​ກະ​ທຳ​ຄຳ​ຫມັ້ນ​ສັນ​ຍາ​ກັບ​ພຣະ​ເຈົ້າ​ຂອງ​ເຮົາ​ທີ່​ຈະ​ຖິ້ມ​ເມັຽ ແລະ​ລູກ​ເຫລົ່າ​ນີ້​ຊຶ່ງ​ເກີດ​ມາ​ຈາກ​ເຂົາ​ທັງ​ຫລາຍ​ເສັຽ​ທັງສິ້ນ ຕາມ​ຄຳ​ປຶກ​ສາ​ຂອງ​ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຂອງ​ບັນ​ດາ​ຜູ້​ທີ່​ສັ່ນ​ສະ​ທ້ານ​ດ້ວຍ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ຂໍ​ໃຫ້​ກະ​ທຳ​ຕາມ​ກົດ​ຫມາຍ​ເຖີດ 4 ຈົ່ງ​ລຸກ​ຂຶ້ນ​ເຖີດ ເພາະ​ເປັນ​ຫນ້າ​ທີ່​ຂອງ​ທ່ານ ແລະ​ເຮົາ​ທັງ​ຫລາຍ​ສ​ນັນ​ສນຸນ​ທ່ານ ຂໍ​ຈົ່ງ​ເຂັ້ມ​ແຂງ​ແລະ​ກະ​ທຳ​ເສັຽ​ເຖີດ” 5 ແລ້ວ​ເອັ​ຊ​ຣາ​ໄດ້​ລຸກ​ຂຶ້ນ​ໃຫ້​ບັນ​ດາ​ປະ​ໂຣຫິດ​ໃຫຍ່ ແລະ​ເລ​ວີ​ ແລະ​ອິ​ສ​ຣາ​ເອນ​ທັງ​ປວງ​ກະ​ທຳ​ສັຕ​ສາ​ບານ​ວ່າ ເຂົາ​ຈະ​ກະ​ທຳ​ຕາມ​ທີ່​ໄດ້​ເວົ້າ​ແລ້ວ ເຂົາ​ທັງ​ຫລາຍ​ຈຶ່ງ​ກະ​ທຳ​ສັຕ​ສາ​ບານ 6 ແລ້ວ​ເອັ​ຊ​ຣາ​ກໍ​ຖອຍ​ໄປ​ຈາກ​ຕໍ່​ຫນ້າ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເຢ​ໂຮ​ຮາ​ນັນ ບຸດ​ຂອງ​ເອ​ລີ​ອາ​ຊິບ ເມື່ອ​ມາ​ເຖິງ​ທີ່​ນັ້ນ​ແລ້ວ​ກໍ​ບໍ່​ຮັບ​ປະ​ທານ​ເຂົ້າ​ຈີ່ ​ຫລື​ດື່ມ​ນ້ຳ ເພາະ​ທ່າ​ນໂສກ​ເສົ້າ​ດ້ວຍ​ເຣື່ອງ​ພວກ​ຊະ​ເລີຍ​ທີ່​ກັບ​ມາ​ໄດ້​ທໍ​ຣະ​ຍົດ 7 ແລະ​ເຂົາ​ທຳ​ການປ່າວ​ຮ້ອງ​ທົ່ວ​ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ ແກ່​ພວກ​ຊະ​ເລີຍ​ທີ່​ໄດ້​ກັບ​ມາ​ທັງ​ສິ້ນ​ວ່າ ໃຫ້​ມາ​ຊຸມ​ນຸມ​ກັນ​ທີ່​ເຢ​ຣູ​ຊາ​ເລັມ 8 ແລະ​ຖ້າ​ຜູ້​ໃດ​ບໍ່​ມາ​ພາຍ​ໃນ​ສາມ​ວັນ ຕາມ​ຄຳ​ສັ່ງ​ຂອງ​ເຈົ້າ​ຫນ້າ​ທີ່ ແລະ​ພວກ​ຜູ້​ໃຫຍ່​ທັງ​ຫລາຍ ຈະ​ຕ້ອງ​ຮິບສົມ​ບັດ​ຂອງ​ເຂົາ​ເສັຽ​ທັງ​ຫມົດ ແລະ​ຜູ້​ນັ້ນ​ຈະ​ຕ້ອງ​ຂາດ​ຈາກ​ຊຸມ​ນຸມ​ຊົນ​ຂອງ​ພວ​ກ​ຊະ​ເລີຍ 9 ແລະ​ຊາຍ​ທັງ​ປວງ​ຂອງ​ຢູ​ດາ ແລະ​ເບັນ​ຢາ​ມິນ​ໄດ້​ຊຸມນຸມ​ກັນ​ທີ່​ເຢ​ຣູ​ຊາ​ເລັມ​ພາຍ​ໃນ​ສາມ​ວັນ (ໃນ​ເດືອນ​ທີ່​ເກົ້າ ໃນ​ວັນ​ທີ່​ຊາວ​ຂອງ​ເດືອນ​ນັ້ນ) ແລະ​ປະ​ຊາ​ຊົນ​ທັງ​ປວງ​ນັ່ງ​ລົງ​ທີ່​ລານ​ຫນ້າ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ຕົວ​ສັ່ນ​ສະ​ທ້ານ​ດ້ວຍ​ເຣື່ອງ​ນີ້ ແລະ​ດ້ວຍ​ເຣື່ອງ​ຝົນ​ຕົກ​ຫນັກ 10 ແລະ​ເອັ​ຊ​ຣາ​ປະ​ໂຣ​ຫິດ​ໄດ້​ລຸ​ກຂຶ້ນ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ທ່ານ​ທັງ​ຫລາຍ​ໄດ້​ລະ​ເມີດ ແລະ​ໄດ້​ແຕ່ງ​ງານ​ກັບ​ຍິງ​ຕ່າງ​ຊາດ ຈຶ່ງ​ໄດ້​ທະ​ວີ​ກັມ​ຊົ່ວ​ຂອງ​ອິ​ສ​ຣາ​ເອນ 11 ເຫດ​ສະ​ນັ້ນ ຈົ່ງ​ສາ​ລະ​ພາບ​ຕໍ່​ພຣະຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ແລະ​ກະ​ທຳ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ຈົ່ງ​ແຍກ​ຕົວ​ທ່ານ​ອອກ​ເສັຽ​ຈາກ​ຊົນ​ຊາດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ ແລະ​ຈາກ​ເມັຽຕ່າງ​ຊາດ” 12 ແລ້ວ​ຊຸມນຸມ​ທັງ​ສິ້ນ​ໄດ້​ຕອບດ້ວຍ​ສຽງ​ອັນ​ດັງ​ວ່າ, “ເປັນ​ດັ່ງ​ນັ້ນ​ແຫລະ ເຮົາ​ຕ້ອງ​ກະ​ທຳ​ຕາມ​ທີ່​ທ່ານ​ເວົ້າ​ແລ້ວ” 13 ແຕ່​ມີ​ປະ​ຊາ​ຊົນມາກມາຍ ແລະ​ຝົນ​ຕົກ​ຫນັກ ພວກເຮົາ​ຢູ່​ກາງ​ແຈ້ງ​ບໍ່​ໄຫວ ແລະ​ຈະ​ຈັດ​ໃຫ້​ແລ້ວ​ໃນ​ມື້​ສອງມື້​ກໍ​ບໍ່​ໄດ້ ເພາະ​ເຮົາ​ໄດ້​ລະ​ເມີດ​ໃນ​ເຣື່ອງ​ມາ​ກນັກ 14 ຂໍ​ໃຫ້​ເຈົ້າ​ຫນ້າ​ທີ່​ຂອງ​ເຮົາ​ທຳ​ການ​ແທນ​ຊຸມ​ນຸມ​ຊົນ​ທັງ​ສິ້ນ ແລະ​ໃຫ້​ບັນ​ດາ​ຄົນ​ໃນ​ຫົວ​ເມືອງ​ຂອງ​ເຮົາ​ທີ່​ໄດ້​ຮັບ​ເມັຽ​ຕ່າງ​ຊາດ​ມາ​ຕາມ​ເວ​ລາ​ກຳ​ນົດ ພ້ອມ​ກັບ​ພວກ​ຜູ້​ໃຫຍ່​ແລະ​ຜູ້​ຕັດ​ສິນ​ຂອງ​ທຸກ​ເມືອງ ຈົນ​ກວ່າ​ພຣະ​ພິ​ໂຣດ​ອັນ​ແຮງ​ກ້າ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ ທີ່​ຊົງ​ມີ​ໃນ​ເຣື່ອງ​ນີ້​ຫັນ​ຫນີ​ໄປ​ຈາກ​ເຮົາ​ທັງ​ຫລາຍ” 15 ໂຢ​ນາ​ທານ ບຸດ​ຂອງ​ອາ​ຊາ​ເຮນ ແລະ​ຢາ​ຊັຍ​ຢາ ບຸດ​ຂອງ​ຕິກວາ​ເທົ່າ​ນັ້ນ​ທີ່​ຄັດ​ຄ້ານ​ເຣື່ອງ​ນີ້ ແລະ​ເມ​ຊູນ​ລາມ ແລະ​ຊາບ​ເບ​ທັຍ ຊົນ​ເລ​ວີ​ສນັບ​ສນຸນ​ເຂົາ​ທັງ​ສອງ 16 ແລ້ວ​ພ​ວກ​ທີ່​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ຊຶ່ງ​ກັບ​ມາ​ກໍ​ໄດ້​ກະ​ທຳ​ຕາມ ເອັ​ຊ​ຣາ​ປະ​ໂຣ​ຫິດ ແລະ​ຫົວ​ຫນ້າ​ຂອງ​ຕະ​ກູນ​ຕາມ​ຕະ​ກູນຂອງ​ເຂົາ ແຕ່​ລະ​ຄົນ​ທີ່​ລະ​ບຸ​ຊື່​ໄວ້​ໄດ້​ຖືກ​ເລືອກ ໃນ​ວັນ​ທີ່​ນຶ່ງ​ຂອງ​ເດືອນ​ທີ່​ສິບ ເຂົາ​ນັ່ງ​ປະ​ຊຸມ​ກັນ​ພິ​ຈາ​ຣະ​ນາ​ເຣື່ອງ​ນີ້ 17 ພໍ​ເຖີງວັນ​ທີ່​ນຶ່ງ​ຂອງ​ເດືອນ​ທີ່​ນຶ່ງ ເຂົາ​ກໍ​ຈົບ​ເຣື່ອງ​ທີ່​ຊາຍ​ທັງ​ປວງ​ໄດ້​ແຕ່ງ​ງານ​ກັບ​ຍິງ​ຕ່າງ​ຊາດ 18 ເຊື້ອ​ສາຍ​ຂອງ​ປະ​ໂຣ​ຫິດ​ຜູ້​ໄດ້​ແຕ່ງ​ງານ​ກັບ​ຍິງ​ຕ່າງ​ຊາດ ຈາກ​ເຊື້ອ​ສາຍ​ເຢ​ຊູ​ອາ ບຸດ​ຂອງ​ໂຢ​ຊາ​ດັກແລະ​ພີ່​ນ້ອງ​ຂອງ​ທ່ານ ມີ ມາ​ອາ​ຊັຍ​ຢາ ເອ​ບີ​ເອ​ເຊີ ຢາ​ຣິບ ແລະ​ເກ​ດາ​ລີ​ຢາ 19 ເຂົາ​ທັງ​ຫລາຍ​ສາບານ​ຕົນ​ວ່າ ​ເຂົາ​ຈະ​ຖິ້ມ​ເມັຽ​ຂອງ​ເຂົາ​ເສັຽ ແລະ​ເຄື່ອງ​ບູ​ຊາ​ໄຖ່​ກັມ​ຊົ່ວ​ຂອງ​ເຂົາ ຄື​ແກະ​ເຖິກ​ຕົວ​ນຶ່ງ​ຈາກ​ຝູງ​ແບ້​ແກະ ເພື່ອ​ຊຳ​ຮະ​ກັມ​ຊົ່ວຂອງ​ເຂົາ 20 ຈາກ​ເຊື້ອ​ສາ​ຍຂອງອີມ​ເມີ ມີ ຮາ​ນາ​ນິ ແລະ​ເຊບາ​ດີ​ຢາ 21 ຈາ​ກ​ເຊື້ອ​ສາຍຂອງ​ຮາ​ຣິມ ມີ ມາ​ອາ​ຊັຍ​ຢາ ເອ​ລີ​ຢາ ເຊ​ມັຍ​ຢາ ເຢ​ຮີ​ເອນ ແລະ​ອຸສ​ຊີຢາ 22 ຈາ​ກ​ເຊື້ອ​ສາຍ​ຂອງປັ​ສເຮີ ມີ ເອ​ລີ​ໂອ​ອີ​ນັຍ ມາ​ອາ​ຊັຍ​ຢາ ອິ​ຊ​ມາ​ເອນ ເນ​ທານ​ເອນ ໂຢ​ຊາ​ບັດ ແລະ​ເອ​ລາ​ຊາ 23 ຈາກ​ພວກ​ຊົນ​ເລ​ວີ ມີ ໂຢ​ຊາ​ບັດ ຊີ​ເມ​ອີ ເກ​ລັຍ​ຢາ (ຄື ເກ​ລີ​ຕາ) ເປ​ທາ​ຮີ​ຢາ ຢູ​ດາ ແລະ​ເອ​ລີ​ເອ​ເຊີ 24 ຈາກ​ພວກ​ນັກ​ຮ້ອງ ມີ ເອ​ລີອາ​ຊິບ ຈາກ​ຄົນ​ເຝົ້າ​ປະ​ຕູ ມີ ຊັນ​ລູມ ເຕເລມ ແລະ​ອູ​ຣີ 25 ແລະ​ຈາກ​ພວກ​ອິ​ສ​ຣາ​ເອນ ຄື​ຈາກ​ເຊື້ອ​ສາຍ​ຂອງ​ປາ​ໂຣສ ມີ ຣາ​ມີ​ຢາ ອິ​ສ​ຊີ​ຢາ ມັນ​ຄີ​ຢາ ມີ​ຢາ​ມີນ ເອ​ເລ​ອາ​ຊາ ຮາ​ຊາ​ບີ​ຢາ ແລະ​ເບ​ນັຍຢາ 26 ຈາກ​ເຊື້ອ​ສາຍ​ຂອງ​ເອ​ລາມ ມີ ມັດ​ຕາ​ນີ​ຢາ ເຊ​ຄາ​ຣີ​ຢາ ເຢ​ຣີ​ເອນ ອັບ​ດີ ເຢ​ຣີ​ໂມທ ແລະ​ເອ​ລີ​ຢາ 27 ຈາກ​ເຊື້ອ​ສາຍ​ຂອງ​ຊັດ​ຕູ ມີ ເອ​ລີ​ໂອ​ເອ​ນັຍ ເອ​ລີ​ອາ​ຊິບ ມັດ​ຕາ​ນີ​ຢາ ເຢ​ເຣ​ໂມທ ຊາ​ບາດ ແລະ​ອາ​ຊີ​ຊາ 28 ຈາກ​ເຊື້ອ​ສາຍ​ຂອງ​ເບ​ບັຍ ມີ ເຢ​ໂຮ​ຮາ​ນານ ຮາ​ນາ​ນີ​ຢາ ຊັບ​ບັຍ ແລະ ອັ​ທ​ລັຍ 29 ຈາກ​ເຊື້ອ​ສາຍ​ຂອງ​ບາ​ນີ ມີ ເມ​ຊູນ​ລາມ ມັນ​ລຸ​ກ ອາ​ດັຍ​ຢາ ຢາ​ຊູບ ເຊ​ອານ ແລະ​ເຢ​ເຣ​ໂມທ 30 ຈາກ​ເຊື້ອ​ສາຍ​ຂອງ​ປາ​ຮັ​ທ​ໂມ​ອາບ ມີ ອັດ​ນາ ເຄ​ລັຍ ເບ​ນາ​ອີ​ຢາ ເມ​ອາ​ຊັຍ​ຢາ ມັດ​ຕາ​ນີ​ຢາ ເບຊາ​ເລນ ບີນ​ນູ​ອີ ແລະ​ມາ​ນັ​ສ​ເຊ 31 ຈາກ​ເຊື້ອ​ສາຍ​ຂອງ​ຮາ​ຣິມ ມີ ເອ​ລີ​ເອ​ເຊີ ອິ​ສ​ຊີ​ຢາ ມັນ​ຄີ​ຢາ ເຊ​ມັຍ​ຢາ ຊີ​ເມ​ໂອນ 32 ເບັນ​ຢາ​ມິນ ມັນ​ລັກ ແລະ​ເຊ​ມາ​ຣີ​ຢາ 33 ຈາ​ກ​ເຊື້ອ​ສາຍ​ຂອງ​ຮາຊູມ ມີ ມັດ​ເຕ​ນັຍ ມັດ​ຕັດ​ຕາ ຊາ​ບາດ ເອ​ລີ​ຟາ​ເລ​ທ ເຢ​ເຣ​ມັຍ ມາ​ນັ​ສ​ເຊ ແລະ​ຊີເມ​ອີ 34 ຈາກ​ເຊື້ອ​ສາຍ​ຂອງ​ບາ​ນີ ມີ ມາ​ອາ​ດາ​ອີ ອັມ​ຣາມ ອູ​ເອນ 35 ເບ​ນາ​ອີ​ຢາ ເບ​ດັຍ​ຢາ ເຄ​ລູ​ຮີ 36 ວາ​ນີ​ຢາ ເມ​ເຣ​ໂມທ ເອ​ລີ​ອາ​ຊິບ 37 ມັດ​ຕາ​ນີ​ຢາ ມັດ​ເຕ​ຣັຍ ແລະ​ຢາ​ອາ​ຊູ 38 ຈາກ​ເຊື້ອ​ສາຍ​ຂອງ​ບີນ​ນູ​ອີ ຊີ​ເມ​ອີ 39 ເຊ​ເລ​ມີ​ຢາ ນາ​ທານ ອາ​ດັຍ​ຢາ 40 ມັ​ສນາ​ເດ​ບັຍ ຊາ​ຊັຍ ຊາ​ຣັຍ 41 ອາ​ຊາ​ເຣນ ເຊ​ເລມີ​ຢາ ເຊມາ​ຣີ​ຢາ​ 42 ຊັນ​ລູມ ອາ​ມາ​ຣີ​ຢາ ແລະ​ໂຢ​ເຊັບ 43 ຈາກ​ເຊື້​ອ​ສາຍ​ຂອງ​ເນ​ໂບ ມີ ເຢ​ອີເອນ ມັດ​ຕີ​ທີ​ຢາ ຊາ​ບາດ ເຊ​ບີ​ນາ ຊັດ​ດັຍ ໂຢ​ເອນ ແລະ​ເບ​ນາ​ອີ​ຢາ 44 ບຸກ​ຄົນ​ເຫລົ່າ​ນີ້​ທັງສິ້ນ​ໄດ້​ແຕ່ງ​ງານ​ກັບ​ຍິງ​ຕ່າງ​ຊາດ ບາງ​ຄົນ​ມີ​ລູກ​ເກີດ​ຈາກ​ເມັຽເຫລົ່າ​ນັ້ນ​ດ້ວຍ

ເນເຫມີ 1

ຄຳ​ອ້ອນ​ວອນ​ຂອງ​ເນ​ເຫມີ ເພື່ອ​ກຸງ​ເຢ​ຣູ​ຊາ​ເລັມ

1 ຖ້ອຍ​ຄຳ​ຂອງ​ເນ​ເຫມີ ບຸດ​ຮາ​ກາ​ລີ​ຢາ ຢູ່​ມາ​ໃນ​ເດືອນ​ຄິ​ສ​ເລວ​ ໃນ​ປີ​ທີ່​ຊາວ ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ເມືອງ​ຫລວງ​ຊູ​ຊາ 2 ຮາ​ນາ​ນີ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ນຶ່ງ​ມາ​ຈາກ​ຢູ​ດາ ກັບ​ຊາຍ​ບາງ​ຄົນ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ເຖິງ​ພວກ​ຢິວ​ທີ່​ລອດ​ຕາຍ ຜູ້​ຊຶ່ງ​ລອດ​ພົ້ນ​ຈາກ​ການ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ແລະ​ຖາມ​ເຣື່ອງ​ກ່ຽວ​ກັບ​ເຢ​ຣູ​ຊາ​ເລັມ 3 ເຂົາ​ທັງ​ຫລາຍ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຜູ້​ທີ່​ລອດ​ຊີ​ວິດ​ກັບ​ມາ​ຖິ່ນ​ຖານ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ນັ້ນ ຕົກ​ຢູ່​ໃນ​ຄວາມ​ລຳ​ບາກ​ອັນ​ໃຫຍ່​ຫລວງ ພວກ​ຕ່າງ​ດ້າວ​ທີ່​ຢູ່​ໃກ້​ກໍ​ດູ​ຖູກ​ຢຽບ​ຫຍາມ​ເຂົາ ພວກ​ເຂົາ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ອີກວ່າ ກຳ​ແພງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຍັງ​ຖືກ​ພັງ​ທະ​ລາຍ​ລົງ​ຢູ່ ປະ​ຕູ​ກຳ​ແພງ​ເມືອງ​ກໍ​ຍັງ​ບໍ່​ທັນ​ໄດ້​ສ້າງ​ຂຶ້ນ​ໃຫມ່ ຕັ້ງ​ແຕ່​ມັນ​ໄດ້​ຖືກ​ຈູດ​ພຸ້ນ 4 ເມື່​ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ກໍ​ນັ່ງ​ຮ້ອງ​ໄຫ້ ຂ້າ​ພະ​ເຈົ້າ​ໄດ້​ໄວ້​ທຸກ ແລະ​ບໍ່ກິນ​ເຂົ້າ​ເປັນ​ເວ​ລາ​ຫລາຍ​ວັນ ແລະ​ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ພຣະ​ເຈົ້າ​ວ່າ, 5 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ປະ​ທັບ​ຢູ່​ເທິງ​ຟ້າ​ສວັນ ພຣະ​ອົງ​ຊົງ​ຍິ່ງ​ໃຫຍ່ ພວກ​ຂ້າ​ນ້ອຍ​ຢຳ​ເກງ​ພຣະ​ອົງ ພຣະ​ອົງ​ຊົງ​ສັດ​ຊື່ ແລະ​ຍຶດ​ຫມັ້ນ​ໃນ​ຄຳ​ສັນ​ຍາ​ກັບ​ຜູ້​ທີ່​ຮັກ ແລະ​ຜູ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ອົງ 6 ໂອ ພຣະ​ຜູ້​ເປັນ​ເຈົ້າ ໃນ​ເວ​ລາ​ທີ່​ຂ້າ​ພຣະ​ອົງ​ອ້ອນວອນ​ທັງ​ວັນ​ແລະ​ຄືນ​ເພື່ອ​ພວກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຄື ໄພ່​ພົນ​ອິສ​ຣາ​ເອນ​ນັ້ນ ຂໍ​ຊົງ​ຫລຽວ​ແລ ແລະ​ສະ​ດັບ​ຮັບ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ​ດ້ວຍ ຂ້າ​ພະ​ອົງ​ຂໍ​ສາ​ລະ​ພາບ​ວ່າ ພວກ​ຂ້າ​ພຣະ​ອົງ​ຊາວ​ອິສ​ຣາ​ເອນ​ກໍ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ອົງ ພວກ​ປູ່​ຍ່າ​ຕາ​ຍາຍ ແລະ​ຂ້າ​ພຣະ​ອົງ​ກໍ​ໄດ້​ກະ​ທຳ​ບາບ​ຕໍ່​ສູ້​ພຣະ​ອົງ​ເຫມືອນ​ກັນ 7 ພວກ​ຂ້າ​ພຣະ​ອົງ​ໄດ້​ປະຕິ​ບັດ​ຢ່າງ​ຊົ່ວ​ຊ້າ​ຕໍ່​ພຣະ​ອົງ ພວກ​ຂ້າ​ພຣະ​ອົງ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໄວ້ ແລະ​ບໍ່​ໄດ້​ຍຶດ​ຖື​ພຣະ​ບັນ​ຍັດ​ທີ່ພຣະ​ອົງ​ຊົງ​ມອບ​ຫມາຍ​ໃຫ້​ໂດຍ​ຜ່ານ​ທາງ​ໂມ​ເຊ​ຜູ້ຮັບ​ໃຊ້​ຂອງ​ພຣະ​ອົງ​ນັ້ນ 8 ບັດ​ນີ້ ຂໍ​ຊົງ​ຣະ​ລຶກ​ເຖິງ​ຄຳ​ທີ່​ພຣະ​ອົງ​ຊົງ​ບ​ອກ​ໂມ​ເຊວ່າ, “ຖ້າ​ວ່າ ພວກ​ເຈົ້າ​ໄພ່​ພົນ​ອິສ​ຣາ​ເອນ​ບໍ່​ມີ​ຄວາມ​ສັດ​ຊື່​ຕໍ່​ເຮົາ ເຮົາ​ຈະ​ກະ​ທຳ​ໃຫ້​ພວກ​ເຈົ້າ​ແຕກ​ກະ​ຈັດ​ກະ​ຈາຍ​ໄປຖ້າມ​ກາ​ງຊົນ​ຊາດ​ອື່ນ 9 ແຕ່​ວ່າ ຖ້າ​ພວກ​ເຈົ້າ​ກັບ​ຄືນ​ມາ​ຫາ​ເຮົາ ແລະ​ປະ​ຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້ ເຖິງ​ແມ່ນ​ວ່າ​ພວກ​ເຈົ້າ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ທຸກ​ມຸມ​ໂລກ​ແລ້ວ​ກໍ​ຕາມ ເຮົາ​ຈະ​ນໍາ​ພວກ​ເຈົ້າ​ກັບ​ຄືນ​ມາ​ຍັງ​ບ່ອນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ ເພື່ອ​ກະ​ທຳ​ໃຫ້​ນາມ​ຂອງ​ເຮົາ​ດຳ​ຣົງ​ຢູ່​ທີ່​ນັ້ນ 10 ເຂົາ​ເຫລົ່າ​ນີ້​ເປັນ​ຂ້າໃຊ້​ຂອງ​ພຣະ​ອົງ ຊຶ່ງ​ເປັນ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ເອງ ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ເຂົາ​ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່ ແລະ​ດ້ວຍ​ກຳ​ລັງ​ຂອງ​ພຣະ​ອົງ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຮັບ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ແລະ​ຄຳ​ອ້ອນວອນ​ຂອງ​ພ​ວກ​ຂ້າ​ໃຊ້​ອື່ນໆທີ່​ຢຳ​ເກງ​ພຣະ​ອົງ ວັນ​ນີ້ ຂໍ​ພຣະ​ອົງ​ຊົງ​ປະ​ທານ​ຄວາມ​ສຳ​ເຣັດ​ໃຫ້​ແກ່​ຂ້າ​ພຣະ​ອົງ ແລະ​ຂໍ​ຊົງ​ບັນ​ດານ​ໃຫ້​ເຈົ້າ​ຊີ​ວິດ​ເມດ​ຕາ​ກະ​ຣຸ​ນາ​ຂ້າ​ພຣະ​ອົງ​ເທີນ” ໃນ​ຄາວ​ນັ້ນ ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຢາຍ​ເຫລົ້າ​ອະ​ງຸ່ນ​ປະ​ຈຳ​ໂຕະ​ເຂົ້າ​ຊີ​ວິດ

ເນເຫມີ 2

ເຂົາ​ສົ່ງ​ເນ​ເຫມີ​ໄປ​ເຢ​ຣູ​ຊາ​ເລັມ

1 ແລະ​ຢູ່ຕໍ່​ມາ​ໃນ​ເດືອນ​ນີ​ສານ ໃນ​ປີ​ທີ່​ຊາວ​ແຫ່ງ​ຣັ​ຊ​ການ​ກະ​ສັດ​ອາກ​ຕາ​ເຊີ​ເຊ​ສ ເມື່ອ​ເຈົ້າ​ຊີ​ວິດ​ຊົງ​ສະ​ເວີຍ​ພຣະ​ກາ​ຍາ​ຫານ ຂ້າ​ພະ​ເຈົ້າ​ໄດ້​ນຳ​ເຫລົ້າ​ອະ​ງຸ່ນ​ຖວາຍ​ແດ່​ພຣະ​ອົງ ແຕ່​ກ່ອນ​ພຣະ​ອົງ​ບໍ່​ເຄີຍ​ເຫັນ​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ເລີຍ 2 ພຣະ​ອົງ​ຊົງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໂສກ​ເສົ້າ​ແທ້ ບໍ່​ແມ່ນ​ບໍ່​ສະ​ບາຍ​ບໍ ເຈົ້າ​ອຸກ​ໃຈ​ຊື່ ໆ​ຕິ” 3 ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຢ້ານ​ທີ່​ສຸດ ຈຶ່ງ​ທູນ​ຕອບ​ພຣະ​ອົງວ່າ, “ຂໍ​ພຣະ​ອົງ​ຊົງ​ພຣະ​ຈະ​ເຣີນ​ຕລອດ​ໄປ ຈະ​ບໍ່​ໃຫ້​ຂ້າ​ພຣະ​ອົງ​ໂສກ​ເສົ້າ​ໄດ້​ຢ່າງ​ໃດ ໃນ​ເມື່ອ​ເມືອງ​ບ່ອນ​ທີ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ຂ້າ​ພຣະ​ອົງ​ຖືກ​ຝັງ​ໄວ້​ຮ້າງ​ເປົ່າ ແລະ​ປະ​ຕູ​ເມືອງ​ກໍ​ຖືກ​ທຳ​ລາຍຫມົດ” 4 ເຈົ້າ​ຊີ​ວິດ​ຖາມ​ວ່າ, “ເຈົ້າ​ຕ້ອງ​ການ​ຫຍັງ” ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ຫາ​ພຣະ​ເຈົ້າ ຜູ້​ຊົງ​ປະ​ທັບ​ເທິງ​ຟ້າສວັນ 5 ແລ້ວ​ຈຶ່ງ​ທູນ​ຕໍ່​ເຈົ້າ​ຊີ​ວິດ​ວ່າ, “ຖ້າ​ວ່າ ພຣະ​ອົງ​ຫາກ​ຊົງ​ພໍ​ພຣະ​ທັຍ ແລະ​ຊົງ​ອະ​ນຸ​ຍາດ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ໄປ​ປະ​ເທດ​ຢູ​ດາ ຄື​ໄປ​ຍັງ​ເມືອງບ່ອນ​ທີ່​ຝັງ​ສົບ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ຂ້າ​ພຣະ​ອົງ ເພື່ອ​ວ່າ​ຈະ​ສ້າງ​ເມືອງ​ນັ້ນ​ຂຶ້ນໃຫມ່” 6 ເຈົ້າ​ຊີ​ວິດ​ພ້ອມ​ທັງ​ພຣະ​ມະ​ເຫ​ສີທີ່ນັ່ງ​ຄຽງ​ຂ້າງ​ພຣະ​ອົງ ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ຈະ​ໄປ​ດົນ​ປານ​ໃດ ແລະ​ຈະ​ເຫິງ​ນານ​ປານ​ໃດ​ຈຶ່ງ​ຈະ​ກັບ​ມາ” ​ຂ້າ​ພະ​ເຈົ້າ​ໄດ້​ບອກ​ພຣະ​ອົງ ແລະ​ພຣະ​ອົງ​ກໍ​ໄດ້​ຕົກ​ລົງ​ຕາມ​ຄຳ​ຮ້ອງ​ຂໍ 7 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮ້ອງ​ຂໍ​ໃຫ້​ເຈົ້າ​ຊີ​ວິດ​ຊົງ​ໂຜດ​ກະ​ຣຸ​ນາ​ຂຽນ​ພຣະ​ຣາ​ຊ​ສານ​ເຖິງ​ພວກ​ຜູ້ປົກ​ຄອງ​ທາງ​ແຂວງ​ເອີ​ຟ​ຣາດທິດ​ຕາ​ເວັນ​ຕົກ​ ເພື່ອ​ແນະ​ນໍາ​ໃຫ້​ພວກ​ທ່ານ​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ເດີນ​ທາງ​ໄປ​ເຖິງ​ເມືອງ​ຢູ​ດາ 8 ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ຂໍ​ໃຫ້​ພຣະ​ອົງ​ຂຽນ​ພຣະ​ຣາ​ຊ​ສານ​ເຖິງ ອາ​ຊັ​ຟ ຜູ້​ຮັກ​ສາ​ປ່າ​ໄມ້​ຂອງ​ພຣະ​ຣາ​ຊາ ເພື່ອບອກ​ໃຫ້​ເຂົາ​ຈັດ​ສົ່ງ​ໄມ້​ສຳ​ລັບ​ສ້າງ​ປະ​ຕູ​ປ້ອມ​ຍາມ​ຂອງ​ພຣະ​ວິ​ຫານ ສຳ​ລັບ​ສ້າງ​ກໍາແພງ​ເມືອງ ແລະ​ເຮືອນ​ຢູ່​ຂອງ​ຂ້າ​ພະ​ເຈົ້າ ເຈົ້າ​ຊີ​ວິດ​ກໍ​ຕົກ​ລົງ​ຕອບ​ສນອງ​ທຸກ​ສິ່ງ​ຕາມ​ຄຳ​ຮ້ອງ​ຂໍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ກັບ​ຂ້າ​ພະ​ເຈົ້າ 9 ເຈົ້າ​ຊີ​ວິດ​ໄດ້​ສັ່ງ​ນາຍ​ທະ​ຫານ​ບາງ​ຄົນ ແລະ​ຫມວດ​ທະ​ຫານ​ມ້າ​ໄປ​ກັບ​ຂ້າ​ພະ​ເຈົ້າ ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເດີນ​ທາງ​ໄປ​ສູ່​ເອີ​ຟ​ຣາດ​ທາງ​ທິດ​ຕາ​ເວັນ​ຕົກ ເມື່ອ​ໄປ​ເຖິງ​ຂ້າ​ພະ​ເຈົ້າ​ກໍ​ມອບ​ພຣະ​ຣາ​ຊ​ສານ​ນັ້ນ​ໃຫ້​ພວກ​ຜູ້​ປົກ​ຄອງ​ເມືອງ 10 ແຕ່​ເມື່ອ​ຊານ​ບັ​ນລັດ ຊາວ​ໂຮ​ໂຣນ ແລະ​ໂຕ​ບີ​ຢາ ຊາວ​ອັມ​ໂມນ​ຂ້າ​ຣາ​ຊ​ການ​ຊາບ​ຂ່າວ​ນີ້ ເປັນ​ເຣື່ອງ​ທີ່​ບໍ່​ພໍ​ໃຈ​ເຂົາ​ຢ່າງ​ຍິ່ງ ທີ່ມີ​ຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມ​ສຸກ​ໃຫ້​ແກ່​ຊາວ​ອິສ​ຣາ​ເອນ

ເນ​ເຫມີ​ຊັ​ກ​ຊວນ​ປະ​ຊາ​ຊົນ​ໃຫ້​ສ້າງ​ກຳ​ແພງ​ຂຶ້ນ​ໃຫມ່

11 ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ມາ​ຍັງ​ເຢ​ຣູ​ຊາ​ເລັມ ແລະ​ພັກ​ຢູ່​ຫັ້ນ​ສາມ​ວັນ 12 ແລ້ວ​ຂ້າ​ພະ​ເຈົ້າ​ລຸກ​ຂຶ້ນ​ໃນ​ກາງ​ຄືນ ຄື​ຂ້າ​ພະ​ເຈົ້າ​ກັບ​ບາງ​ຄົນ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ເຖິງ​ເຣື່ອງ​ທີ່​ພຣະ​ເຈົ້າ​ຊົງ​ດົນ​ໃຈ​ຂ້າ​ພະ​ເຈົ້າ​ໃຫ້​ທຳ​ເພື່ອ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຂ້າ​ພະ​ເຈົ້າ​ບໍ່​ມີ​ສັດ​ກັບ​ຂ້າ​ພະ​ເຈົ້າ ນອກ​ຈາກ​ສັດ​ທີ່​ຂ້າ​ພະ​ເຈົ້າ​ຂີ່​ຢູ່ 13 ໃນ​ກາງ​ຄືນ​ຂ້າ​ພະ​ເຈົ້າ​ອອກ​ໄປ​ທາງ​ປະ​ຕູ​ເບື້ອງ​ຮ່ອມ​ພູ​ ແ​ລະ​ຜ່ານ​ບໍ່​ມັງ​ກອນ ຈົນ​ໄປ​ຮອດ​ປະ​ຕູ​ບ່ອນ​ຖິ້ມ​ຂີ້​ເຫຍື່ອ ເພື່ອ​ລຽບ​ເບິ່ງ​ກຳ​ແພງ​ເມືອງ​ທີ່​ເພ​ພັງ ແລະ​ປະ​ຕູ​ເມືອງ​ທີ່​ຖືກທຳ​ລາຍ 14 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຍ່າງ​ຕໍ່​ໄປ​ທາງ​ປະ​ຕູບໍ່​ນ້ຳ ແລະ​ທາງ​ສະ​ນ້ຳ​ພຣະ​ຣາ​ຊວັງ ທາງ​ເສັ້ນ​ນີ້​ບໍ່​ມີ​ບ່ອນ​ໃຫ້​ລໍ​ຂອງ​ຂ້າ​ພະ​ເຈົ້າ​ຜ່ານ​ໄປ​ໄດ້ 15 ດັ່ງ​ນັ້ນ​ ຂ້າ​ພະ​ເຈົ້າ​ຈຶ່ງ​ຂຶ້ນ​ໄປ​ທາງ​ຮ່ອມ​ພູ​ເພື່ອກວດ​ເບິ່ງ​ກຳ​ແພງ​ເມືອງ ຂ້າ​ພະ​ເຈົ້າ​ໄດ້​ກັບ​ຄືນ​ມາ​ທາງ​ເກົ່າ ແລະ​ກັບ​ຄືນ​ເມືອເມືອງ​ໂດຍ​ຜ່ານ​ທາງ​ປະ​ຕູ​ເບື້ອງ​ຮ່ອມ​ພູ 16 ພວກ​ບັນ​ດາ​ຂ້າ​ຣາ​ຊການບໍ່​ຮູ້​ເລີຍ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ໄປ​ບ່ອນ​ໃດ ແລະ​ໄດ້​ເຮັດ​ຫຍັງ​ແດ່ ນອກ​ຈາກ​ນີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ບອກ​ຫຍັງ​ຫມົດ​ແກ່​ພວກ​ຢູ​ດາ ບັນ​ດາ​ປະ​ໂຣຫິດ ພວກ​ຜູ້​ນຳ ພວກ​ບັນ​ດາ​ຂ້າ​ຣາ​ຊ​ການ ແລະ​ພວກອື່ນໆ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ການ​ນີ້ 17 ແຕ່​ດຽວ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ, “ພວກ​ທ່ານ​ເຫັນ​ບໍ​ວ່າ ຄວາມ​ວຸ້ນ​ວາຍ​ໃຈ​ທີ່​ພວ​ກ​ເຮົາ​ໄດ້​ຫລວງຫລາ​ຍ​ສ່ຳ​ໃດ ຍ້ອນ​ວ່າ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຖືກ​ຮ້າງ​ເປົ່າ ແລະ​ປະ​ຕູ​ເມືອງ​ຖືກ​ທຳ​ລາຍ ດັ່ງ​ນັ້ນ ຂໍ​ໃຫ້​ພວກ​ເຮົາ​ພ້ອມ​ພາ​ກັນ​ສ້າງ​ກຳ​ແພງ​ເມືອງ​ຂຶ້ນ​ໃຫມ່ ເພື່ອ​ພວກ​ເຮົາ​ຈະ​ບໍ່​ອັບ​ອາຍ​ຂາຍ​ຫນ້າ” 18 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ບອດ​ພວກ​ເຂົາ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ຊ່ອຍ​ເຫລືອ ແລະ​ສະ​ຖິດ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຢ່າງ​ໃດ ຕລອດ​ເຖິງ​ສິ່ງທີ່​ເຈົ້າ​ຊີ​ວິດ​ໄດ້​ບອກ​ກັ​ບ​ຂ້າ​ພະ​ເຈົ້າ​ອີກ​ດ້ວຍ ພວກ​ເຂົາ​ເວົ້າ​ຂຶ້ນ​ວ່າ, “ຂໍ​ໃຫ້​ພວກ​ເຮົາ​ເລີ້ມ​ລົງ​ມື​ສ້າງ​ເທີນ” ແລ້ວ​ພວກ​ເຂົາ​ກໍ​ຕຽມ​ພ້ອມ​ລົງ​ມື​ທຳ​ງານ 19 ແຕ່​ວ່າ ເມື່​ອຊານ​ບານ​ລັດ ຊາວ​ໂຮ​ໂຣນ ແລະ​ໂຕ​ບີ​ຢາ ຂ້າ​ຣາ​ຊ​ການ ຊາວ​ອັມ​ໂມນ ເກ​ເຊມ​ຊາວ​ອາ​ຣັບ (ຊາວ​ອາ​ຣາ​ເບັຽ) ໄດ້​ຮູ້​ຂ່າວ ພວກ​ເຂົາ​ກໍ​ພາ​ກັນ​ຫົວ​ຂວັນ​ດູ​ຖູກ​ພວກ​ຂ້າ​ພະ​ເຈົ້າ ພວກ​ເຂົາ​ເວົ້າ​ວ່າ, “ພວກ​ເຈົ້າ​ຄິດ​ຢ່າງ​ໃດ​ຈຶ່ງ​ເຮັດ​ຢ່າງ​ນີ້ ພວກ​ເຈົ້າ​ຈະ​ກະ​ບົດ​ເຈົ້າ​ຊີ​ວິດ​ຫລື 20 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຕອບ​ວ່າ, “ພຣະ​​ເຈົ້າ​ຜູ້​ຊົງ​ປະ​ທັບ​ຢູ່​ເທິງຟ້າ​ສວັນ ຈະ​ຊົງ​ປະ​ທານ​ຄວາມ​ສຳ​ເຣັດ​ໃຫ້​ແກ່​ພວກ​ເຮົາ ພວກ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເລີ້ມ​ລົງ​ມື​ສ້າງ​ຂຶ້ນ ເພາະ​ວ່າ​ພວກ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແຕ່​ພວກ​ທ່ານ​ບໍ່​ມີ​ສ່ວນ​ໃດ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພວກ​ທ່ານ​ບໍ່​ມີ​ສິດ​ໃດໆ​ໃນ​ບ່ອນ​ນີ້”

ເນເຫມີ 3

ສ່ວນ​ທີ່​ກຳ​ນົດ​ໃຫ້​ຊ່ອມ

1 ແລ້ວປະ​ໂຣ​ຫິດໃຫ​ຍ່​ເອ​ລີ​ອາ​ຊິບໄດ້​ລຸກ​ຂຶ້ນ​ພ້ອມ​ກັບ​ພີ່​ນ້ອງ​ຂອງ​ທ່ານ ບັນ​ດາ​ປະ​ໂຣ​ຫິດ​ທັງ​ຫລາຍ​ໄດ້​ສ້າງ​ປະ​ຕູ​ແກະ ເຂົາ​ໄດ້​ທຳ​ພິ​ທີ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ແລະ​ໄດ້​ຕັ້ງ​ບານ​ປະ​ຕູ ເຂົາ​ທັງ​ຫລາຍ​ໄດ້​ທຳ​ພິ​ທີ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ຈົນ​ເຖິງ​ຫໍ​ຄອ​ຍນຶ່ງ​ຮ້ອຍ​ໄກ​ໄປ​ຈົນ​ເຖິງ​ຫໍ​ຄອຍ​ຮາ​ນານ​ເອນ 2 ແລະ​ຖັດ​ຕໍ່​ໄປ ຄົນ​ຊາວ​ເຢ​ຣິໂກ​ກໍ​ໄດ້​ສ້າງ ແລະ​ຖັດ​ຕໍ່ເຂົາ​ໄປ ຊັກ​ເກີບຸດ​ອີມ​ຣີ​ກໍ​ໄດ້​ສ້າງ 3 ແລະ​ລູກ​ຫລານ​ຂອງ​ຮັ​ສ​ເຊ​ນາ​ຢາ​ໄດ້​ສ້າງ​ປະ​ຕູ​ປາ ເຂົາ​ໄດ້​ວາງວົງ​ກົບ ແລະ​ໄດ້​ຕັ້ງ​ບານ​ປະ​ຕູ ຕິດ​ລູກ​ສ​ລັກ​ແລະ​ດານ​ປະ​ຕູ 4 ຖັດຕໍ່​ເຂົາ​ໄປ​ເມ​ເຣ​ໂມ​ທ ບຸດອູຣີ​ຢາ ຜູ້​ເປັນ​ບຸດ​ຂອງ​ຮັກ​ໂກດ​ໄດ້​ສ້ອມ​ແຊມ ແລະ​ຖັດຕໍ່​ເຂົາ​ໄປ​ຊາ​ໂດກ ບຸດ​ບາ​ອາ​ນາ​ໄດ້​ສ້ອມ​ແຊມ 5 ແລະ​ຖັດ​ຕໍ່ໄປ​ຊາວ​ເຕ​ໂກ​ໄດ້ສ້ອມ​ແຊມ ແຕ່​ພວກ​ຂຸນ​ນາງ​ຂອງ​ເຂົາ​ບໍ່​ຍ່ອມ​ເອົາ​ບ່າ​ມາ​ຮັບ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຂອງ​ເຂົາ​ທັງ​ຫລາຍ 6 ແລະ​ຢົວ​ອາ​ດາ​ບຸດ​ຂອງ​ປາ​ເຊຢາ ແລະ​ເມ​ຊູນ​ລາມ​ບຸດ​ຂອງ​ເບ​ໂຊ​ດັຍ​ຢາ​ໄດ້​ສ້ອມ​ແຊມ​ປະ​ຕູ​ເກົ່າ ເຂົາ​ວາງວົງ​ກົບ​ແລະ​ຕັ້ງ​ບານ​ປະ​ຕູ ຕິດ​ລູກ​ສ​ລັກ​ແລະ​ດານ​ປະ​ຕູ 7 ແລະ​ຖັດ​ຕໍ່ເຂົາ​ໄປ ຄື​ເມ​ລາ​ຕີ​ຢາ ຊາວ​ກີ​ເບ​ໂອນ ແລະ​ຢາ​ໂດນ ຊາວ​ເມ​ໂຣ​ໂນ​ທ ຄົນ​ເມືອງ​ກີ​ເບ​ໂອນ​ແລະ​ເມືອງ​ມີ​ສ​ປາ​ໄດ້​ສ້ອມ​ແຊມ ຊຶ່ງ​ຢູ່​ໃຕ້​ການ​ປົກ​ຄອງ​ຂອງ​ເຈົ້າ​ເມືອງ​ຟາກ​ຕາ​ເວັນຕົກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ 8 ຖັດຕໍ່​ເຂົາ​ໄປ ຄື​ອຸ​ສ​ຊີ​ເອນ​ບຸດ​ຮາຣ໌​ຮັຍ​ຢາ​ຊ່າງ​ທອງ​ໄດ້​ສ້ອມ​ແຊມ ຖັດຕໍ່​ເຂົາ​ໄປ​ຄື​ຮາ​ນາ​ນີ​ຢາ​ຊ່າງ​ນ້ຳ​ຫອມ​ຄົນ​ນຶ່ງ​ໄດ້​ສ້ອມ​ແຊມ ເຂົາ​ບູຣະ​ນະ​ເຢ​ຣູ​ຊາ​ເລັມ​ໄກ​ໄປ​ຈົນ​ເຖິງ​ຕອນ​ກຳ​ແພງກວ້າງ 9 ຖັດ​ຕໍ່ເຂົາ​ໄປ ຄື​ເຣ​ຟັຍ​ຢາ​ບຸດ​ຮູ​ຣ໌ ຜູ້​ປົກ​ຄອງ​ແຂວງ​ເຄິ່ງ​ນຶ່ງ​ຂອງ​ເຢ​ຣູ​ຊາ​ເລັມ​ໄດ້​ສ້ອມ​ແຊມ 10 ຖັດຕໍ່​ເຂົາ​ໄປ​ຄື ເຢ​ດັຍ​ຢາ​ບຸດ​ຮາ​ຣູ​ມັ​ຟ ໄດ້​ສ້ອມ​ແຊມ​ກົງ​ຂ້າມ​ກັບ​ບ້ານ​ຂອງ​ເຂົາ ແລະ​ຖັດຕໍ່​ເຂົາ​ໄປ​ຄື ຮັດ​ຕຸ​ສ​ບຸດ​​ຮາ​ຊັບ​ນັຍ​ຢາໄດ້​ສ້ອມ​ແຊມ 11 ມັນ​ຄີ​ຢາ​ບຸດ​ຮາ​ລີມ ແລະ​ຮັ​ສ​ຊູບ​ບຸດ​ປາ​ຮັ​ທ​ໂມ​ອາບ​ໄດ້​ສ້ອມ​ແຊມ ອີກ​ສ່ວນ​ນຶ່ງ ແລະ​ຫໍ​ຄອຍ​ເຕົາ​ອົບ 12 ຖັດຕໍ່​ເຂົາ​ໄປ​ຄື ຊັນ​ລູມ​ບຸດ​ຮັນ​ໂລ​ເຮ​ສ ຜູ້​ປົກ​ຄອງ​ແຂວງ​ເຄິ່ງ​ນຶ່ງ​ຂອງ​ເຢຣູ​ຊາ​ເລັມ​ໄດ້​ສ້ອມ​ແຊມ ທັງ​ຕົວ​ເຂົາ​ແລະ​ບຸດ​ຍິງ​ຂອງ​ເຂົາ 13 ຮາ​ນູນ ແລະ​ຊາວ​ເມືອງ​ຊາ​ໂນ​ອາ​ໄດ້​ສ້ອມ​ແຊມ​ປະ​ຕູ​ຫຸບ​ເຂົາ ເຂົາ​ສ້າງ​ປະ​ຕູ​ຂຶ້ນ​ໃຫມ່​ແລະ​ຕັ້ງ​ບານ​ປະ​ຕູ ຕິດ​ລູກ​ສ​ລັກ​ແລະ​ການ​ປະ​ຕູ ແລະ​ສ້ອມ​ແຊມ​ກຳ​ແພງ​ລະຍະ​ພັນ​ສອກ ໄກ​ໄປ​ຈົນ​ເຖິງ​ປະ​ຕູກອງ​ຂີ້​ເຫຍື່ອ 14 ມັນ​ຄີ​ຢາ​ບຸດ​ເຣ​ຄັບ ຜູ້​ປົກ​ຄອງ​ແຂວງ​ເບັດ​ຮັກ​ເຄ​ເຣມ​ໄດ້​ສ້ອມປະ​ຕູ​ກອງ​ຂີ້​ເຫຍື່ອ ເຂົາ​ສ້າງ​ແລະ​ຕັ້ງ​ບານ​ປະ​ຕູ​ຕິດ​ລູກ​ສ​ລັກ​ແລະ​ດານ​ປະ​ຕູ 15 ຊັນ​ລູມ​ບຸດ​ໂກນ​ໂຮ​ເຊ ຜູ້​ປົກ​ຄອງ​ແຂວງ​ມິ​ສ​ປາ ໄດ້​ສ້ອມ​ແຊມ​ປະ​ຕູ​ນ້ຳ​ພຸ ໄດ້​ສ້າງ​ມຸງ​ແລະ​ຕັ້ງ​ບານ​ປະ​ຕູ​ຕິດ​ລູກ​ສ​ລັກ​ແລະ​ດານ​ປະ​ຕູ ທ່ານ​ໄດ້​ສ້າງ​ກຳ​ແພງ​ສະ​ເຊ​ຣາ​ຕົງ​ໄປ​ທາງ​ອຸ​ທ​ຍານ​ໄກ​ໄປ​ຈົນ​ເຖິງ​ຂັ້ນ​ໄດ​ຊຶ່ງ​ລົງ​ໄປ​ຈາກ​ນະ​ຄອນ​ດາ​ວິດ 16 ຖັດຕໍ່​ເຂົາ​ໄປ​ເນ​ເຫມີ​ບຸດ​ອັ​ສບຸກ ຜູ້​ປົກ​ຄອງ​ແຂວງ​ເບັດ​ຊູ​ຣ໌​ເຄິ່ງນຶ່ງ​ໄດ້​ສ້ອມ​ແຊມ ໄປ​ຈົນເຖິງ​ທີ່​ກົງກັນ​ຂ້າມ​ກັບ​ອຸບ​ໂມງ​ຝັງ​ສົບ​ຂອງ​ດາ​ວິດ ເຖິງ​ສະ​ຂຸດ​ແລະ​ເຖິງ​ທີ່​ພັກ​ຂອງທະ​ຫານ​ທີ່​ເກັ່ງ​ກ້າ 17 ຖັດຕໍ່​ເຂົາ​ໄປ​ຄົນ​ເລ​ວີ​ໄດ້​ສ້ອມ​ແຊມ ຄື ເຣ​ຮູມ​ບຸດ​ຂອງບາ​ນີ ຖັດ​ຕໍ່ເຂົາ​ໄປ​ຣາ​ຊາ​ບີ​ຢາ ຜູ້​ປົກ​ຄອງ​ແຂວງ​ເກ​ອີ​ລາ​ເຄິ່ງ​ນຶ່ງ​ໄດ້​ສ້ອມ​ແຊມ​ສ່ວນ​ຂອງ​ເຂົາ 18 ຖັດ​ຕໍ່ເຂົາ​ໄປ​ພີ່​ນ້ອງ​ຂອງ​ເຂົາ​ໄດ້​ສ້ອມ​ແຊມຄື ບາວວັຍບຸດ​ເຮ​ນາ​ດາດ ຜູ້​ປົກ​ຄອງແຂວງ​ເກ​ອີ​ລາ​ເຄິ່ງ​ນຶ່ງ 19 ຖັດຕໍ່​ເຂົາ​ໄປ​ຄື ເອ​ເຊີ​ບຸດ​ເຢ​ຊູ​ອາ ຜູ້​ປົກ​ຄອງ​ເມືອງ​ມີ​ສ​ປາ​ໄດ້​ສ້ອມ​ແຊມ​ອີກ ສ່ວນ​ນຶ່ງ​ກົງ​ຂ້າມ​ກັບ​ທາງ​ຂຶ້ນ​ໄປ​ຍັງ​ຄັງ​ອາ​ວຸດ​ຕົງ​ທີ່​ແຈ​ມຸມຫັກ​ຂອງ​ກຳ​ແພງ 20 ຖັດຕໍ່​ເຂົາ​ໄປ​ຄື ບາ​ບາ​ຣູກ​ບຸດຊັບ​ບັຍ ໄດ້​ສ້​ອມ​ແຊມ​ຢ່າງ​ຮ້ອນ​ໃຈ​ອີກ​ສ່ວນ​ນຶ່ງ ຕັ້ງ​ແຕ່ແຈ​ມຸມຫັກ​ຂອງ​ກຳ​ແພງຈົນ​ເຖິງ​ປະ​ຕູ​ເຮືອນ​ຂອງ​ປະ​ໂຣ​ຫິດເອ​ລີ​ຢາຊີບ 21 ຖັ​ດຕໍ່​ເຂົາ​ໄປ​ຄື ເມ​ເຣ​ໂມ​ທ​ບຸດ​ອູ​ຣີ​ຢາ ຜູ້​ເປັນ​ບຸດ​ຮັກ​ໂກ​ສ ໄດ້​ສ້ອມ​ແຊມ​ອີກ​ສ່ວນ​ນຶ່ງ ຕັ້ງ​ແຕ່​ປະ​ຕູ​ເຮືອນ​ຂອງ​ເອ​ລີ​ຢາ​ຊີບ​ເຖິງ​ປາຍ​ເຮືອນ​ຂອງ​ເອ​ລີ​ຢາ​ຊີບ 22 ຖັດຕໍ່​ເຂົາ​ໄປ​ຄື​ບັນ​ດາ​ປະ​ໂຣ​ຫິດ​ຊາວ​ທີ່​ຮາບ​ພຽງ​ໄດ້​ສ້ອມ​ແຊມ 23 ຖັດຕໍ່​ເຂົາ​ໄປ​ຄື ເບັນ​ຢາ​ມີນ ແລະ​ຮັ​ສ​ຊູບ​ໄດ້​ສ້ອມ​ແຊມ​ກົງ​ກັນຂ້າມ​ກັບ​ບ້ານ​ຂອງ​ເຂົາ​ທັງ​ຫລາຍ ຖັດຕໍ່​ເຂົາ​ໄປ ອາ​ຊາ​ຣີ​ຢາ​ບຸດ​ມາ​ອາ​ຊັຍ​ຢາ ຜູ້​ເປັນ​ບຸດ​ອາ​ນາ​ນີ​ຢາ ໄດ້​ສ້ອມ​ແຊມ​ຂ້າງ​ເຮືອນ​ຂອງ​ເຂົາ​ເອງ 24 ຖັດຕໍ່​ເຂົາ​ໄປ​ຄື ບີນ​ນູ​ອີບຸດ​ເຮ​ນາ​ດາດ ໄດ້​ສ້ອມ​ແຊມ​ອີກ​ສ່ວນ​ນຶ່ງ ຕັ້ງ​ແຕ່​ບ້ານ​ຂອງ​ອາ​ຊາ​ຣີ​ຢາ ເຖິງ​ແຈ​ມຸມ​ຫັກ​ຂອງ​ກຳ​ແພງ 25 ປາ​ລານ​ບຸດ​ອູ​ຊັຍ ໄດ້​ສ້ອມ​ແຊມ​ທີ່​ກົງກັນ​ຂ້າມ​ກັບ​ແຈ​ມຸມ​ຫັກ ແລະ​ຫໍ​ຄອຍ​ທີ່​ຍື່ນ​ຈາກ​ພຣະ​ຣາ​ຊວັງ​ຫລັງ​ເທິງ​ທີ່​ລານ ທະ​ຫານ​ຮັກ​ສາ​ພຣະ​ອົງ ຖັດ​ຕໍ່ເຂົາ​ໄປ​ຄື ເປ​ດັຍ​ຢາ​ບຸດ​ຂອງ​ປາ​ໂຣ​ສ 26 ແລະ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ຢູ່​ທີ່​ໂອ​ເຟ​ນ ໄດ້​ສ້ອມ​ແຊມ​ໄປ​ຈົນ​ເຖິງ​ທີ່​ກົງກັນ​ຂ້າມ​ກັບ​ປະ​ຕູ​ນ້ຳ​ທາງ​ດ້ານ​ຕາ​ເວັນ​ອອກ ແລະ​ທີ່​ຫໍ​ຄອຍ​ຍື່ນ​ອອກ​ໄປ 27 ຖັດຕໍ່​ເຂົາ​ໄປ​ຊາວ​ເຕ​ໂກ​ໄດ້​ສ້ອມ​ແຊມ​ອີກ​ສ່ວນ​ນຶ່ງ​ກົງກັນ​ຂ້າມ​ກັບ​ຫໍ​ຄອຍໃຫຍ່​ທີ່​ຍື່ນ​ອອກ​ໄປ​ໄກ​ໄປ​ຈົນ​ເຖິງ​ປະ​ຕູ​ເມືອງ​ເອ​ເຟນ 28 ບັນ​ດາ​ປະ​ໂຣ​ຫິດ​ໄດ້​ສ້ອມ​ແຊມ​ເຫນືອ​ປະ​ຕູ​ມ້າ​ຂຶ້ນ​ໄປ ຕ່າງ​ກໍ​ສ້ອມ​ທີ່​ກົງກັນ​ຂ້າມ​ກັບ​ເຮືອນ​ຂອງ​ຕົນ 29 ຖັດ​ຕໍ່ເຂົາ​ໄປ​ຊາ​ໂດກ​ບຸດ​ອີມ​ເມີ​ ໄດ້​ສ້ອມ​ແຊມທີ່​ກົງ​ກັ​ນຂ້າມ​ກັບ​ເຮືອນ​ຂອງ​ເຂົາ ຖັດຕໍ່​ເຂົາ​ໄປ​ເຊ​ມັຍ​ຢາບຸດ​ເຊ​ກາ​ນີ​ຢາ ຄົນ​ເຝົ້າ​ປະ​ຕູ​ຕາ​ເວັນ​ອອກ​ໄດ້​ສ້ອມ​ແຊມ 30 ຖັດຕໍ່​ເຂົາ​ໄປ​ຮາ​ນາ​ນີ​ຢາ​ບຸດ​ເຊ​ເລ​ມີ​ຢາ ແລະ​ຮາ​ນູນ​ບຸດ​ຄົນ​ທີ່​ຫົກ​ຂອງ​ຊາ​ລາ​ຟ ໄດ້​ສ້​ອມ​ແຊມ​ອີກ​ສ່ວນ​ນຶ່ງ ຖັດ​ຕໍ່ເຂົາ​ໄປ​ຄື ເມ​ຊູນ​ລາມ​ບຸດ​ເບ​ເຣ​ຄີ​ຢາ​ ໄດ້​ສ້ອມ​ແຊມ​ກົງກັນ​ຂ້າມ​ກັບ​ຫ້ອງ​ຂອງ​ເຂົາ 31 ຖັດ​ຕໍ່ເຂົາ​ໄປ ມັນ​ຄີ​ຢາ​ຊ່າງ​ທອງ​ຄຳ​ຄົນ​ນຶ່ງ​ໄດ້​ສ້ອມ​ແຊມ​ໄກ​ໄປ​ຈົນ​ເຖິງ​ເຮືອນ​ຂອງ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ແລະ​ຂອງ​ພໍ່​ຄ້າ ກົງກັນ​ຂ້າມ​ກັບ​ປະ​ຕູ​ກວດ​ພົນ ຈົນ​ເຖິງ​ຫ້ອງ​ຊັ້ນ​ເທິງ​ທີ່​ແຈ​ມຸມ 32 ແລະ​ລະ​ຫວ່າງ​ຫ້ອງ​ຊັ້ນ​ເທິງ​ທີ່​ແຈ​ມຸມ ກັບ​ປະ​ຕູແກະ​ນັ້ນ ບັນ​ດາ​ຊ່າງ​ທອງ​ແລະ​ພໍ່​ຄ້າ​ໄດ້​ສ້ອມ​ແຊມ

ເນເຫມີ 4

ພວກ​ສັດ​ຕຣູ​ຂັດ​ຂວາງວຽກ​ງານ​ຂອງ​ເນ​ເຫມີ

1 ເມື່ອ​ຊານ​ບັນ​ລັດ​ໄດ້​ຍິນ​ວ່າ ພວກ​ຂ້າ​ພະ​ເຈົ້າ​ທີ່​ເປັນ​ຊາວ​ຢູ​ດາ​ກຳ​ລັງ​ສ້າງ​ກຳ​ແພງ​ເມືອງ ທ່ານ​ກໍ​ໂມໂຫ​ຂຶ້ນ ​ແລະ​ເວົ້າ​ເຍາະ​ເຍີ້ຍ​ພວກ​ຢິວ 2 ເຂົາ​ເວົ້າ​ຕໍ່​ຫນ້າ​ພີ່​ນ້ອງ​ຂອງ​ເຂົາ ​ແລະ​ຕໍ່​ຫ​ນ້າ​ກອງ​ທະ​ຫານ​ຊາ​ມາ​ເຣັຽວ່າ, “ຊາວ​ຢູ​ດາ​ທີ່​ຫນ້າ​ສົມ​ເພດ​ເວດ​ທະ​ນາ​ພວກ​ນີ້ ຄິດ​ຢ່າງ​ໃດ​ຈຶ່ງ​ເຮັດຢ່າງ​ນີ້ ພວກ​ເຂົາ​ຄາດ​ຫມາຍ​ວ່າ​ຈະ​ສ້າງ​ເມືອງ​ຂຶ້ນ​ໃຫມ່​ຊັ້ນ​ບໍ ພວກ​ເຂົາ​ຄິດ​ວ່າ​ຈະ​ສາ​ມາດ​ທຳ​ໃຫ້​ແລ້ວ​ໃນ​ວັນ​ດຽວ​ໂດຍ​ການ​ເຜົາ​ເຄື່ອງ​ຖວາຍ​ບູ​ຊາ​ຊັ້ນ​ບໍ ພວກ​ເຂົາ​ຈະ​ເອົາ​ເສດ​ກຳ​ແພງ​ທີ່​ຖືກ​ທຳ​ລາຍ​ແລ້ວ​ນັ້ນ​ມາ​ກໍ່​ສ້າງ​ອີກ​ໄດ້​ຊັ້ນ​ບໍ” 3 ໂຕ​ບີ​ຢາ ຊາວ​ອັມ​ໂມນ​ທີ່​ຢືນ​ຢູ່​ຂ້າງ​ທ່ານ​ໄດ້​ເວົ້າ​ຕື່ມ​ຂຶ້ນ​ວ່າ, “ພວກ​ເຂົາ​ກໍ່​ສ້າງກຳ​ແພງ​ແບບ​ໃດ​ກັນ ແມ່ນ​ແຕ່​ຫມາ​ແລ່ນ​ຕຳ​ກໍ​ຍັງ​ຊິ​ລົ້ມ” 4 ຂ້າ​ພະ​ເຈົ້າ​ເນ​ເຫມີ ຈຶ່ງ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ຟັງ​ຄຳ​ທີ່​ພວກ​ເຂົາ​ດູ​ຖູກຢຽບ​ຫຍາມ​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ ຂໍ​ໃຫ້​ຄຳ​ເຍາະ​ເຍີ້ຍ​ນັ້ນ​ຕົກ​ຖືກ​ຕົວ​ເຂົາ​ເອງ ແລະ​ຂໍ​ໃຫ້​ເຂົາ​ໄປ​ເປັນ​ຄົນ​ຂີ້​ຄຸ​ກ​ຢູ່​ຕ່າງ​ປະ​ເທດ​ເທີນ 5 ຂໍ​ພຣະ​ອົງ​ຢ່າ​ໃຫ້​ອະ​ພັຍ​ໂທດ​ໃນ​ຄວາມ​ຊົ່ວ​ຊ້າ​ຂອງ​ເຂົາ ແລະ​ຂໍ​ຢ່າ​ໄດ້​ລືມ​ຄວາມ​ບາບ​ຂອງ​ພວກ​ເຂົາ ເພາະ​ວ່າ​ພວ​ກ​ເຂົາ​ຫມິ່ນ​ປະ​ຫມາດ​ພວກ​ຂ້າ​ພຣະ​ອົງຜູ້​ກຳ​ລັງ​ສ້າງ​ເມືອງ​ນີ້” 6 ດັ່ງ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ພາ​ກັນ​ສ້າງ​ກຳ​ແພງ​ເມືອງ​ຕໍ່​ໄປ ບໍ່​ພໍ​ເທົ່າ​ໃດ​ກຳ​ແພງ​ເມືອງ​ກໍ​ສູງ​ຂຶ້ນ​ໄດ້​ເຄິ່ງ​ນຶ່ງ​ແລ້ວ ຍ້ອນ​ວ່າ​ປະ​ຊາ​ຊົນ​ພາ​ກັນ​ຮ້ອນ​ຮົນ​ຕໍ່​ວຽກການ 7 ເມື່ອຊານ​ບັນ​ລັດ ແລະ​ໂຕ​ບີ​ຢາ ຊາວ​ອາ​ຣາ​ເບັຽ ຊາວ​ອັມ​ໂມນ ແລະ​ຊາວ​ອັ​ສ​ໂດດ​ໄດ້​ຍິນ​ຂ່າວ​ວ່າ ພວກ​ຂ້າ​ພະ​ເຈົ້າ​ສ້າງ​ກຳ​ແພງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຄືບ​ຫນ້າ​ຕໍ່​ໄປ ແລະ​ທັງ​ຮູ້​ວ່າ​ປ່ອງ​ທີ່​ແຕກ​ກໍ​ໄດ້​ອັດ​ຫມົດ​ແລ້ວ ພ​ວກ​ເຂົາ​ຈຶ່ງ​ຄຽດ​ແຄ້ນ​ຫລາຍ 8 ດັ່ງ​ນັ້ນ ພວ​ກ​ເຂົາ​ຈຶ່ງ​ພາ​ກັນ​ວາງ​ແຜນ​ຕໍ່​ສູ້​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ສ້າງ​ຄວາມ​ປັ່ນ​ປ່ວນ​ຂຶ້ນ 9 ແຕ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ພຣະ​ເຈົ້າຂອງ​ພວກ​ຂ້າ​ພະ​ເຈົ້າ ແລະ​ຈັດ​ທະ​ຫານ​ເຝົ້າ​ຍາມ​ຕໍ່​ຕ້ານ​ພວກ​ເຂົາ​ຕລອດ​ວັນ​ຕລອດ​ຄືນ 10 ຊາວ​ຢູ​ດາ​ພາ​ກັນ​ຮ້ອງ​ເພງວ່າ “ພວກ​ເຮົາ​ອ່ອນ​ແຮງ​ໃນ​ການ​ຂົນ​ຂອງ ຫີນ​ແຕກ​ຫມຸ່ນ​ທີ່​ຈະ​ຕ້ອງ​ເອົາ​ໄປ​ຖິ້ມ​ນັ້ນ​ຫລາຍ​ໂພດ ວັນ​ນີ້​ພວກ​ເຮົາ​ຈະ​ສ້າງ​ກຳ​ແພງ​ເມືອງ​ໄດ້​ຢ່າງ​ໃດ” 11 ພວກ​ສັດ​ຕ​ຣູ​ຄິດ​ວ່າ ພວກ​ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ເຂົາ ແລະ​ເວົ້າ​ວ່າ “ພວກ​ເຂົາ​ບໍ່​ຮູ້​ຈັກ​ເຫດ​ການ​ທີ່​ເກີດ​ຂຶ້ນ ຈົນ​ວ່າ​ເຂົາ​ໄດ້​ມາ​ຢູ່​ໃນ​ເມືອງ​ນີ້​ແລ້ວ ເພື່ອ​ປະ​ຫານ​ຊີ​ວິດ ແລະ​ຂັດ​ຂວາງວຽກ​ງານ​ຂອງ​ພວກ​ຂ້າ​ພະ​ເຈົ້າ 12 ພວກ​ຢູ​ດາ​ທີ່​ຢູ່​ນຳ​ພວກ​ສັດ​ຕ​ຣູ​ກໍ​ມາ​ເຕືອນ​ພວກ​ເຮົາ​ທຸກ​ລະ​ຍະ​ເຖິງແຜນ​ການ​ທີ່ສັດ​ຕ​ຣູ​ວາງ​ຕໍ່​ສູ້ 13 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ຫອກ ດາບ ແລະ​ຫນ້າ​ທະ​ນູ​ໃຫ້​ປະ​ຊາ​ຊົນ ໂດຍ​ຈັດ​ໃຫ້​ເຂົາ​ຢູ່​ເປັ​ນ​ກຸ່ມ​ທາງ​ເບື້ອງ​ຫລັງ​ຂອງ​ກຳ​ແພງ​ຕາມ​ບ່ອນ​ທີ່​ຍັງ​ບໍ່​ທັນ​ແລ້ວ 14 ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ປະ​ຊາ​ຊົນ​ມີ​ຄວາ​ມກັງ​ວົນ​ໃຈ ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ເຂົາ ແລະ​ພວກ​ຜູ້​ນຳ​ພ້ອມ​ທັງພວກ​ຂ້າ​ຣາ​ຊການ​ວ່າ, “ບໍ່​ຕ້ອງ​ຢ້ານ​ພ​ວກ​ສັດ​ຕ​ຣູ​ດອກ ຈົ່ງ​ຈື່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຍິ່ງ​ໃຫຍ່ ແລະ​ເປັນ​ທີ່​ເກງ​ກົວ​ຫລາຍ ພຣະ​ອົງ​ຊົງ​ຕໍ່​ສູ້​ເພື່ອ​ເພື່ອນ​ຮ່ວມ​ຊາດ ເພື່ອ​ລູກ​ເມັຽ ແລະ​ປະ​ເທດ​ຊາດ​ຂອງ​ທ່ານ” 15 ເມື່ອ​ພວກ​ສັດ​ຕ​ຣູ​ໄດ້​ຮູ້​ຂ່າວ​ວ່າ ພວ​ກ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ແຜນ​ການ​ຂອງ​ເຂົາ ພວກ​ເຂົາ​ຈຶ່ງ​ຮູ້​ວ່າ​ພຣະ​ເຈົ້າ​ຊົງ​ທຳ​ໃຫ້​ແຜນ​ການ​ຂອງ​ເຂົາ​ຜ່າຍ​ແພ້​ໄປ ສ່ວນ​ພວກ​ຂ້າພະ​ເຈົ້າ​ທຸກ​ຄົນ​ກໍ​ກັບ​ຄືນ​ເມືອ​ເຮັດ​ວຽກ​ຕາມ​ກຳ​ແພງ​ເມືອງ 16 ຈາກ​ນັ້ນ ປະ​ຊາ​ຊົນ​ຂອງ​ຂ້າ​ພະ​ເຈົ້າ​ເຄິ່ງ​ນຶ່ງ​ກໍ​ພາ​ກັນ​ເຮັດ​ວຽກ ແຕ່​ສ່ວນ​ເຄິ່ງ​ນຶ່ງ​ອີກ​ໄດ້​ເປັນ​ທະ​ຫານ​ຍາມ ພວກ​ເຂົາ​ຖື​ດາບ ທະ​ນູ ແຜ່ນ​ເຫລັກ​ຕ້າ​ນທານ ແລະ​ນຸ່ງ​ເຄື່ອງ​ຫຸ້ມ​ເກາະ ແລະ​ພວກ​ຜູ້​ນຳ​ກໍ​ສ​ນັບ​ສນູນ​ຊາວ​ຢູ​ດາ​ຢ່າງ​ເຕັມ​ທີ່ ຄື​ພວກ​ທີ່​ສ້ອມ​ແຊມ​ເມືອງ​ນັ້ນ 17 ສ່ວນ​ພວກ​ລຳ​ລຽງ​ເຄື່ອງ​ກໍ່​ສ້າງ​ແຕ່​ລະ​ຄົນ​ມື​ນຶ່ງ​ຖື​ເຄື່ອງ ແລະ​ມື​ນຶ່ງ​ອີກ​ຖື​ອາ​ວຸດ 18 ພວກ​ທີ່​ກໍ່​ສ້າງ​ໃນ​ເວ​ລາ​ເຮັດ​ວຽກ​ກໍ​ມີ​ດາບ​ເນັບ​ແອວ​ໄວ້​ທຸກ​ຄົນ ສ່ວນ​ຜູ້​ທີ່​ເປົ່າ​ແກ​ສັນ​ຍານບອກ​ເຫດ​ການ​ນັ້ນໄດ້​ຢູ່​ກັບ​ຂ້າ​ພະ​ເຈົ້າ 19 ຂ້າ​ພະ​ເຈົ້າ​ບອກກັບ​ປະ​ຊາ​ຊົນ ພວກ​ຂ້າ​ຣາ​ຊ​ການ ແລະ​ພວກ​ຜູ້​ນຳ​ໃຫ້​ເຂົ້າ​ໃຈ​ວ່າ “ວຽກ​ງານ​ຂອງ​ພວກ​ເຮົາ​ໄດ້​ຂະ​ຫຍາຍ​ອອກ​ໄປ​ເປັນ​ລະ​ຍະ​ໄກ ແລະ​ພວກ​ເຣົາ​ໄດ້​ຢາຍ​ກັນ​ຢູ່​ຫ່າງໆ​ເທິງ​ກຳ​ແພງ 20 ຖ້າ​ພວກ​ທ່ານ​ໄດ້​ຍິນ​ສຽງ​ສັນ​ຍານບອກ​ເຫດ​ຈົ່ງ​ພາ​ກັນ​ຮີບ​ມາ​ທ້ອນ​ໂຮມ​ຢູ່​ອ້ອມ​ຮອບ​ຂ້າ​ພະ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຈະ​ສູ້​ຮົບ​ໃຫ້​ພວກ​ເຮົາ​ເອງ” 21 ດັ່ງ​ນັ້ນ ທຸກໆ​ວັນ​ຕັ້ງ​ແຕ່​ເຊົ້າ​ມືດ​ຈົນ​ເຖິງ​ດາວ​ອອກ​ໃນ​ເວ​ລາ​ກາງ​ຄືນ ຄົນ​ເຄິ່ງ​ນຶ່ງ​ໃນ​ພວກ​ຂ້າ​ພະ​ເຈົ້າ​ກໍ​ເຣັດ​ວຽກ​ຢູ່​ຕາມ​ກຳ​ແພງ ແລະ​ພວກ​ເຄິ່ງ​ນຶ່ງ​ອີກ​ກໍ​ຖືຫອກ​ຢືນຍາມ 22 ໃນ​ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ບອກ​ໃຫ້​ຜູ້ມີ​ພາ​ຣະ​ເຮັດ​ວຽກ​ທຸກ​ຄົນ​ພ້ອມ​ທັງ​ຜູ້​ຊ່ອຍ​ຂອງ​ພວກ​ເຂົາ​ຄ້າງ​ຄືນ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ເພື່ອ​ໃຫ້​ເຂົາ​ຍາມ​ເມືອງ​ໃນ​ເວ​ລາ​ກາງ​ຄືນ ແລະ​ເຮັດ​ວຽກ​ໃນ​ເວ​ລາກາງ​ເວັນ 23 ຂ້າ​ພະ​ເຈົ້າ​ພ້ອມ​ຫມູ່​ເພື່ອນ ຍາດ​ພີ່​ນ້ອງ ຄົນ​ໃຊ້ ແລະ​ຄົນ​ເຝົ້າ​ຍາມ​ປະ​ຈຳ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຖອດ​ເຄື່ອງ​ນຸ່ງ​ໃນ​ຕອ​ນກາງ​ຄືນ ພວກ​ຂ້າ​ພະ​ເຈົ້າ​ທຸກ​ຄົນ​ກໍ​ບໍ່​ໄດ້​ປະ​ອາ​ວຸດ​ຈັກ​ເທື່ອ

ເນເຫມີ 5

ລົ້ມ​ເລີ​ກ​ການ​ເກັບ​ດອກ​ເບັ້ຽ​ເງິນ​ຢືມ

1 ມີ​ສຽງ​ຮ້ອງ​ຈົ່ມຂອງ​ປະ​ຊາ​ຊົນ​ ແລະ​ຂອງ​ພັ​ຣ​ຍາ​ຂອງ​ເຂົາ​ກ່າວ​ໂທດ​ພີ່​ນ້ອງ​ພວກ​ຢິວ 2 ເພາະ​ມີ​ຄົນ​ທີ່​ກ່າວ​ວ່າ “ເຮົາ​ຫລາຍ​ຄົນ​ດ້ວຍ​ກັນ ທັງ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ເຮົາ ຂໍ​ໃຫ້​ເຮົາ​ໄດ້​ເຂົ້າ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ປະ​ທານ​ແລະ​ມີ​ຊີ​ວິດ​ຢູ່​ໄດ້” 3 ແລະ​ມີ​ຄົນ​ກ່າວ​ວ່າ, “ເຮົາ​ຕ້ອງ​ຈຳ​ນຳ​ໄຮ່​ນາ​ຂອງ​ເຮົາ ເພື່ອ​ຈະ​ໄດ້​ເຂົ້າ ເພາະ​ເຫດ​ການ​ອຶດ​ຢາກອາ​ຫານ” 4 ແ​ລະ​ຄົນ​ອື່ນໆ​ກ່າວ​ວ່າ, “ເຮົາ​ໄດ້​ຂໍ​ຢືມ​ເງິນ​ມາ​ເປັນ​ຄ່າ​ພາ​ສີ​ຖວາຍ​ກະ​ສັດ ໂດຍຈຳ​ນຳ​ນາ​ແລະ​ສວນ​ອະ​ງຸ່ນ​ຂອງ​ເຮົາ 5 ເນື້ອ​ຂອງ​ເຣົາ​ເປັນ​ເຫມືອນ​ເນື້ອ​ພີ່​ນ້ອງ​ຂອງ​ເຮົາ ລູກ​ຂອງ​ເຮົາ​ກໍເຫມືອນ​ລູກ​ຂອງ​ເຂົາ ແຕ່​ເຣົາ​ກໍ​ຍັງ​ໃຫ້​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ເຮົາ​ເປັນ​ທາດ ບຸດ​ຍິງ​ຂອງ​ເຮົາ​ບາງ​ຄົນ​ເປັນ​ທາດ​ແລ້ວ ແລະ​ເຮົາ​ຊ່ອຍ​ເຂົາ​ບໍ່​ໄດ້ ເພາະ​ຄົນ​ອື່ນ​ຍຶດ​ນາ​ ແລະ​ສວນ​ອະ​ງຸ່ນຂອງ​ເຮົາ” 6 ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຮ້ອງ​ຈົ່ມ​ຂອງ​ເຂົາ ແລະ​ຖ້ອຍ​ຄຳ​ຂອງ​ເຂົາ ຂ້າ​ພະ​ເຈົ້າກໍ​ຄຽດ​ແຄ້ນ 7 ຂ້າ​ພະ​ເຈົ້າ​ຄິດ​ຕຶກ​ຕອງ​ແລ້ວ​ກໍ​ນຳ​ຄວາມ​ນີ້​ໄປ​ກ່າວ​ຫາ​ພວກ​ຂຸນ​ນາງ​ແລະ​ເຈົ້າ​ຫນ້າ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຕ່າງ​ຄົນ​ຕ່າງ​ໄດ້​ໃຫ້​ຢືມ​ເງິນ​ໂດຍ​ຮຽກ​ຂອງ​ປະ​ກັນ​ຈາກ​ພີ່​ນ້ອງ​ຂອງ​ຕົນ” ແລະ​ຂ້າ​ພະ​ເຈົ້າ​ກໍ​ເອີ້ນ​ຊຸມ​ນຸມ​ໃຫຍ່​ມາ​ສູ້​ກັບ​ເຂົາ 8 ຂ້າ​ພະ​ເຈົ້າ​ກ່າວ​ແກ່​ເຂົາ​ວ່າ, “ເຮົາ​ໄດ້​ໄຖ່​ພວກ​ຢິວ​ພີ່​ນ້ອງ​ຂອງ​ເຮົາ​ຜູ້​ຖືກ​ຂາຍ​ໄປ​ຕ່າງ​ປະ​ເທດ​ຄືນ​ມາ ຕາມ​ແຕ່​ເຮົາ​ຈະ​ສາ​ມາດ​ທຳ​ໄດ້ ແຕ່​ທ່ານ​ກັບ​ຂາຍ​ພີ່​ນ້ອງ​ຂອງ​ທ່ານ ເພື່ອ​ເຂົາ​ຈະ​ໄດ້​ຖືກ​ຂາຍ​ໃຫ້​ແກ່​ພວກ​ເຮົາ” ຄົນ​ທັງ​ຫລາຍກໍ​ງຽບ​ຢູ່ ເວົ້າ​ບໍ່​ອອກ 9 ຂ້າ​ພະ​ເຈົ້າ​ຈຶ່ງ​ກ່າວ​ວ່າ, “ສິ່ງ​ທີ່​ທ່ານ​ທັງ​ຫລາຍ​ທຳ​ຢູ່​ນັ້ນ​ບໍ່​ດີ ບໍ່​ຄວນ​ທີ່​ທ່ານ​ຈະ​ດຳ​ເນີນ​ໃນ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ເພື່ອ​ປ້ອງ​ກັນ​ການ​ເຍາະ​ເຍີ້ຍ​ຂອງ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ ຊຶ່ງ​ເປັນ​ສັດ​ຕ​ຣູຂອງ​ເຮົາ​ດອກ​ຫລື 10 ນອກ​ຈາກ​ນີ້ ຂ້າ​ພະ​ເຈົ້າກັບ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຄົນ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເຂົາ​ຢືມ​ເງິນ​ແລະ​ຢືມ​ເຂົ້າ ໃຫ້​ເຮົາ​ເລີກການ​ໃຫ້​ຢືມ​ໂດຍ​ເອີ້ນ​ຂອງ​ປະ​ກັນ​ນັ້ນ​ເສັຽ​ເຖີດ 11 ໃນ​ວັນ​ນີ້ ຂໍ​ຈົ່ງຄືນ​ນາ ສວນ​ອະ​ງຸ່ນ ສວນ​ຫມາກກອກ ແລະ​ເຮືອນ​ຂອງ​ເຂົາ ແລະ​ສ່ວນ​ຮ້ອຍ​ຂອງ​ເງິນ ເຂົ້າ ເຫລົ້າ​ອະ​ງຸ່ນ ແລະ​ນ້ຳ​ມັນ ຊຶ່ງ​ທ່ານ​ໄດ້​ຍຶດ​ເອົາ​ຈາກ​ເຂົາ​ນັ້ນ​ເສັຽ” 12 ແລ້ວ​ເຂົາ​ທັງ​ຫລາຍ​ເວົ້າ​ວ່າ, “ເຮົາ​ຈະ​ຄືນ​ສິ່ງ​ເຫລົ່າ​ນີ້​ແລະ​ຈະ​ບໍ່​ຮຽກ​ຮ້ອງ​ສິ່ງ​ໃດໆ​ຈາກ​ເຂົາ​ທັງ​ຫລາຍ ເຮົາ​ຈະ​ກະ​ທຳ​ຕາມ​ທີ່​ທ່ານ​ເວົ້າ” ແລະ​ຂ້າ​ພະ​ເຈົ້າ​ກໍ​ເອີ້ນ​ບັນ​ດາ​ປະ​ໂຣ​ຫິດ​ມາ ແລະ​ໃຫ້​ປະ​ໂຣ​ຫິດ​ເອົາ​ຄຳ​ສາ​ບານ​ຈາກ​ເຂົາ​ທັງ​ຫລາຍ​ວ່າ​ເຂົາ​ຈະ​ກະ​ທຳ​ຕາມ​ທີ່​ເຂົາ​ສັນ​ຍາ​ແລ້ວ​ນັ້ນ 13 ຂ້າ​ພະ​ເຈົ້າ​ກໍ​ແກ້​ຜ້າ​ຄຽນ​ແອວ​ອອກ​ສັ່ນ​ໄປ​ມາ​​ ຂ້າ​ພະ​ເຈົ້າ​ໄດ້ເວົ້າ​ວ່າ, “ດັ່ງ​ນັ້ນ​ແຫລະ ຖ້າ​ຄົນ​ໃດ​ບໍ່​ໄດ້​ກະ​ທຳ​ຕາມ​ສັນ​ຍາ​ນີ້ ຂໍ​ພຣະ​ເຈົ້າ​ຊົງ​ສັ່ນເຂົາ​ເສັຽ​ຈາກ​ເຮືອນ​ຂອງ​ເຂົາ​ ແລະ​ຈາກ​ການ​ງານ​ຂອງ​ເຂົາ​ໃຫ້​ເຂົາ​ຖືກ​ສັ່ນ​ອອກ​ແລ້ວ​ໄປ​ຕົວ​ເປົ່າ” ແລະ​ຊຸມ​ນຸມ​ທັງ​ປວງ​ກ່າວ​ວ່າ, “ອາ​ແມນ” ແລະ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ ແລ້ວ​ປະ​ຊາ​ຊົນ​ກໍ​ໄດ້​ກະ​ທຳ​ຕາມ​ທີ່​ເຂົາ​ໄດ້​ສັນ​ຍາ​ໄວ້ 14 ນອກ​ຈາກ​ນີ້ ຕັ້ງ​ແຕ່​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ວ່າ​ຣາ​ຊ​ການ​ໃນ​ແຜ່ນ​ດິນ​ຢູ​ດາ ຕັ້ງ​ແຕ່​ປີ​ທີ່​ຊາວ​ຈົນ​ປີ​ທີ່​ສາມ​ສິບ​ສອງ​ແຫ່ງ​ຣັ​ຊ​ການ​ອາກ​ຕາ​ເຊີ​ເຊ​ສ​ພຣະ​ຣາ​ຊາ ສິບ​ສອງ​ປີ​ດ້ວຍ​ກັນ ຂ້າ​ພະ​ເຈົ້າ​ຫລື​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮັບ​ປະ​ທານ​ອາ​ຫານ​ຂອງ​ຕຳ​ແຫນ່ງຜູ້​ວ່າ​ຣາ​ຊ​ການ 15 ຜູ້​ວ່າ​ຣາ​ຊ​ການ​ຄົນ​ທີ່​ຢູ່​ກ່ອນ​ຂ້າ​ພະ​ເຈົ້າ​ໄດ້​ບຽດ​ບຽນ​ປະ​ຊາ​ຊົນ ໄດ້​ເອົາ​ເງິນ​ເປັນ​ຄ່າ​ອາ​ຫານ​ແລະ​ເຫລົ້າ​ອະ​ງຸ່ນ​ໄປ​ຈາກ​ເຂົາ​ວັນ​ລະ​ສີ່​ສິບ​ເຊ​ເກ​ລ ແມ່ນ​ແຕ່ຂ້າ​ຣາ​ຊ​ການ​ຂອງ​ທ່ານ​ກໍ​ໄດ້​ໃຊ້​ອຳ​ນາດ​ເຫນືອ​ປະ​ຊາ​ຊົນ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກະ​ທຳ​ເຊັ່ນ​ນັ້ນ ເພາະ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ 16 ຂ້າ​ພະ​ເຈົ້າ​ຍັງ​ຍຶດ​ງານ​ສ້າງ​ກຳ​ແພງ​ເມືອງ​ນີ້​ຢູ່ ແລະ​ບໍ່​ໄດ້​ຫາ​ທີ່​ດິນ​ເລີຍ ແລະ​ຄົນ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ທັງ​ສິ້ນ​ກໍ​ໄດ້​ຊຸມ​ນຸມ​ກັນ​ທຳ​ງານ​ກັນ​ທີ່​ນັ້ນ 17 ນອກ​ຈາກ​ນີ້ ຂ້າ​ພະ​ເຈົ້າ​ມີ​ຄົນ​ນຶ່ງ​ຮ້ອຍ​ຫ້າ​ສິບ​ ກິນ​ລ້ຽງ​ຮ່ວມ​ໂຕະ​ກັບ​ຂ້າ​ພະ​ເຈົ້າ ຄື​ພວກ​ຢິວ​ແລະ​ເຈົ້າ​ຫນ້າ​ທີ່​ນອກ​ເຫ​ນືອ​ຈາກ​ບັນ​ດາ​ຜູ້​ທີ່​ມາ​ຢູ່​ກັບ​ເຣົາ​ທັງ​ຫລາ​ຍ​ຈາກ​ປະ​ຊາ​ຊາດ​ຜູ້​ຊຶ່ງ​ຢູ່​ຮອບ​ເຮົາ 18 ສິ່ງ​ທີ່​ຕຽມ​ໄວ້​ໃນ​ວັນ​ນຶ່ງໆ​ມີ​ງົວໂຕນຶ່ງ ແລະ​ແກະ​ທີ່​ຄັດ​ເລືອກ​ແລ້ວ​ຫົກ​ໂຕ ເປັດ​ໄກ່​ເຂົາ​ກໍ​ຈັດ​ໄວ້​ໃຫ້​ຂ້າ​ພະ​ເຈົ້າ​ດ້ວຍ​ໃນ​ທຸກໆ​ສິບ​ວັນ ເຫລົ້າ​ອະ​ງຸ່ນ​ມາ​ກ​ມາຍ​ຫລາຍ​ຖົງ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮຽກ​ຮ້ອງ​ເອົາ​ສ່ວນ​ອາ​ຫານ​ຂອງ​ຕຳ​ແຫນ່ງ​ຜູ້​ວ່າ​ຣາ​ຊ​ການ​ເພາະ​ວ່າ​ການ​ບົວ​ລະ​ບັດ​ນັ້ນ​ຫນັກ​ແຮງ​ເທິງຊົນ​ຊາດ​ນີ້​ຢູ່​ແລ້ວ 19 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຣະ​ລຶກ​ເຖິງ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ຊົນ​ຊາດ​ນີ້ ໃຫ້​ເກີດ​ຜົນ​ດີ​ເຖີດ

ເນເຫມີ 6

ການ​ປອງ​ຮ້າຍ​ຂອງ​ສັດ​ຕ​ຣູ

1 ຢູ່​ມາ​ເມື່ອ​ມີ​ຣາຍ​ງານ​ໃຫ້​ຊາ​ນ​ບັນ​ລັດ ໂຕ​ບີ​ອາ ແລະ​ເກ​ເຊມ ຊາວ​ອາ​ຣັບ​ກັບ​ສັດ​ຕ​ຣູ​ອື່ນ​ຂອງ​ເຮົາ​ທັງ​ຫລາຍ​ຊາບ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ກໍ່ກຳ​ແພງ ແລະ​ບໍ່​ມີ​ຊ່ອງ​ໂຫວ່​ເຫລື​ອຢູ່ (ແມ່ນ​ວ່າ​ໃນ​ຄາວນັ້ນ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ໄດ້​ຕັ້ງ​ບານ​ປະ​ຕູ​ທີ່​ປະ​ຕູ​ເມືອງ) 2 ຊານບັນ​ລັດ ກັບ​ເກ​ເຊມ​ໃຊ້​ໃຫ້​ມາ​ຫາ​ຂ້າ​ພະ​ເຈົ້າ​ວ່າ, “ຂໍ​ເຊີນ​ມາ​ພົບ​ກັນ​ໃນ​ຊົນ​ນະ​ບົດ​ແຫ່ງ​ນຶ່ງ​ທີ່ທົ່ງ​ພຽງ​ໂອ​ໂນ” ແຕ່​ເຂົາ​ທັ​ງ​ຫລາຍ​ເຈ​ຕ​ນາ​ຈະ​ທຳ​ອັນ​ຕະ​ຣາຍ​ແກ່​ຂ້າ​ພະ​ເຈົ້າ 3 ຂ້າ​ພະ​ເຈົ້າ​ກໍ​ໃຊ້​ຜູ້​ສົ່ງ​ຂ່າວໄປ​ຫາ​ເຂົາ​ວ່າ, “ຂ້າ​ພະ​ເຈົ້າ​ກຳ​ລັງ​ທຳ​ງານ​ໃຫຍ່ ລົງ​ມາ​ບໍ່​ໄດ້ ເປັນ​ຫຍັງ​ຈະ​ໃຫ້​ງານ​ຢຸດ​ເສັຽ​ໃນ​ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ປະ​ງານ​ລົງ​ມາ​ຫາ​ທ່ານ” 4 ແລ້ວ​ເຂົາ​ໃຊ້​ໃຫ້​ມາ​ຫາ​ຂ້າ​ພະ​ເຈົ້າຢ່າງ​ນີ້​ສີ່​ຄັ້ງ ຂ້າ​ພະ​ເຈົ້າ​ກໍ​ຕອບ​ເຂົາ​ໄປ​ທຳ​ນອງ​ດຽວ​ກັນ 5 ຊານ​ບັນ​ລັດ​ໄດ້​ສົ່ງ​ຄົນ​ຂອງ​ທ່ານ​ມາ​ຫາ​ຂ້າ​ພະ​ເຈົ້າ​ໃນ​ທຳ​ນອງ​ດຽວ​ກັນ​ເປັນ​ຄັ້ງ​ທີ່​ຫ້າ ຄື​ຈົດ​ຫມາຍ​ເປີດ​ຊອງ 6 ໃນ​ນັ້ນມີ​ຂຽນ​ໄວ້​ວ່າ, “ເຂົາ​ກ່າວ​ການ​ໃນ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ​ແລະ​ເກ​ເຊມ​ກໍ​ກ່າວ​ດ້ວຍ​ວ່າ ທ່ານ​ແລະ​ພ​ວກ​ຢິວ​ເຈ​ຕ​ນາ​ຈະກະ​ບົດ ເຫດ​ນັ້ນ​ແຫລະ​ທ່ານ​ຈຶ່ງ​ສ້າງກຳ​ແພງ ແລະ​ທ່ານ​ປາຖ​ນາ​ຈະ​ເປັນ​ພຣະ​ຣາ​ຊາ​ຕາມ​ຖ້ອຍ​ຄຳ​ນີ້ 7 ແລະ​ທ່ານ​ໄດ້​ແຕ່ງ​ຕັ້ງ​ຜູ້​ປະ​ກາດ​ພຣະ​ທັມ​ໄວ້​ໃຫ້​ປ່າວ​ຮ້ອງກ່ຽວ​ກັບ​ຕົວ​ທ່ານ​ໃນ​ເຢ​ຣູ​ຊາ​ເລັມ​ວ່າ, “ມີ​ພຣະ​ຣາ​ຊາ​ໃນ​ຢູ​ດາ” ບັດ​ນີ້​ຈະ​ໄດ້​ຣາຍ​ງານ​ໃຫ້​ພຣະ​ຣາ​ຊາ​ຊົງ​ຊາບ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນີ້ ເຫດ​ສັນນັ້ນ​ຂໍ​ເຊີນ​ທ່ານ​ມາ​ຫາ​ລື​ດ້ວຍ​ກັນ” 8 ແ​ລ້ວ​ຂ້າ​ພະ​ເຈົ້າ​ກໍ​ໃຊ້​ໃຫ້​ໄປ​ຫາ​ເຂົາ​ກ່າວ​ວ່າ, “ສິ່ງ​ທີ່​ທ່ານ​ກ່າວ​ມາ​ນັ້ນ​ເຮົາ​ບໍ່​ໄດ້ກະ​ທຳ​ກັນ​ເລີຍ ທ່ານ​ປັ້ນ​ແຕ່ງ​ເຣື່ອງ​ຂຶ້ນ​ຕາມ​ໃຈ​ຂອງ​ທ່ານ​ເອງ” 9 ເພາະ​ເຂົາ​ທັງ​ຫລາຍ​ຕ້ອງ​ການ​ທີ່​ຈະ​ໃຫ້​ເຮົາ​ຕົກ​ໃຈ​ຄິດ​ວ່າ, “ມື​ຂອງ​ເຂົາ​ຈະ​ຜະ​ອອກ​ຈາກ​ງານ​ໄປ​ເສັຽ ແລະ​ງານ​ຈະ​ໄດ້​ບໍ່​ສຳ​ເຣັດ” ແຕ່​ຂ້າ​ແດ່​ພຣະ​ເຈົ້າ​ ບັດ​ນີ້​ຂໍ​ພຣະ​ອົງ​ຊົງ​ເສີມ​ກຳ​ລັງ​ມື​ຂອງ​ຂ້າ​ພຣະ​ອົງ 10 ແລະ​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊ​ມັຍ​ຢາ ບຸດ​ເດ​ລັຍ​ຢາ ຜູ້ເປັນ​ບຸດ​ເມ​ເຮດ​ອາ​ເບນ ຜູ້​ທີ່​ເກັບ​ຕົວ​ຢູ່ ເຂົາ​ເວົ້າ​ວ່າ, “ໃຫ້​ເຮົາ​ໄປ​ພົບ​ກັນ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ ໃຫ້​ເຮົາ​ປິດ​ປະ​ຕູ​ພຣະ​ວິ​ຫານ​ເສັຽ ເພາະ​ເຂົາ​ທັງ​ຫລາຍ​ຈະ​ມາ​ຂ້າ​ທ່ານ​ເວ​ລາ​ກາງ​ຄືນ​ເຂົາ​ຈະ​ມາ​ຂ້າ​ທ່ານ​ເສັຽ” 11 ແຕ່​ຂ້າ​ພະ​ເຈົ້າ​ວ່າ, “ຄົນ​ຢ່າງ​ຂ້າ​ພະ​ເຈົ້າ​ຈະ​ຫນີ​ຫລື ແລະ​ຄົນ​ຢ່າງ​ຂ້າ​ພະ​ເຈົ້າ​ຈະ​ເຂົ້າ​ໄປ​ຢູ່​ໃນ​ພຣະ​ວິ​ຫານ ແລະ​ມີ​ຊີ​ວິດ​ຢູ່​ໄດ້​ຫລື ຂ້າ​ພະ​ເຈົ້າ​ບໍ່​ໄປ” 12 ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ແລະ​ເຫັນ​ວ່າ ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ໃຊ້​ເຂົາ ແຕ່​ເຂົາ​ໄດ້​ປະ​ກາດ​ພຣະ​ທັມ​ໃສ່​ຮ້າຍ​ຂ້າ​ພະ​ເຈົ້າ ເພາະ​ໂຕ​ບີ​ອາ ແລະ​ຊານ​ບັນ​ລັດ​ໄດ້​ຈ້າງ​ເຂົາ 13 ເຂົາ​ທັງ​ສອງ​ໄດ້​ຈ້າງ​ເຂົາ​ມາ​ດ້ວຍ​ຫວັງ​ຈະ​ໃຫ້ຂ້າ​ພະ​ເຈົ້າ​ຢ້ານ​ແລ້ວ​ກະ​ທຳ​ເຊັ່ນ​ນັ້ນ ຈະ​ໄດ້​ບາບ ແລະ​ເຂົາ​ຈະ​ມີ​ເຣື່ອງ​ປ້າຍ​ຮ້າຍ​ຂ້າ​ພະ​ເຈົ້າ ເພື່ອ​ຈະ​ເຍາະ​ເຍີ້ຍ​ຂ້າ​ພະ​ເຈົ້າ 14 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ຣະ​ລຶກ​ເຖິງ​ໂຕ​ບີ​ອາ ແລະ​ຊານ​ບັນ​ລັດ ຕາມ​ສິ່ງ​ເຫລົ່າ​ນີ້​ທີ່​ເຂົາ​ໄດ້​ກະ​ທຳ ທັງ​ໂນ​ອາ​ດີ​ຢາ​ຍິງ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ອື່​ນໆ​ຊຶ່ງ​ຕ້ອງ​ການ​ໃຫ້​ຂ້າ​ພຣະ​ອົງ​ຢ້ານ 15 ກຳ​ແພງ​ຈຶ່ງ​ສຳ​ເຣັດ​ໃນ​ວັນ​ທີ່​ຊາວ​ຫ້າ​ເດືອນ​ເອ​ລູນ ໃນ​ຫ້າ​ສິບ​ສອງວັນ 16 ແລະ​ຢູ່​ມາ​ເມື່ອ​ສັດ​ຕ​ຣູ​ທັງ​ສິ້ນ​ຂອງ​ເຮົາ​ທັງ​ຫລາຍ​ໄດ້​ຍິນ​ປະ​ຊາ​ຊາດ​ທັງ​ປວງ​ຮອບ​ເຮົາ​ກໍ​ຢ້ານ​ແລະ​ເຂົາ​ກໍ​ນ້ອຍ​ເນື້ອ​ຕ່ຳ​ໃຈ ເພາະ​ເຂົາ​ທັງ​ຫລາຍ​ຢັ່ງ​ຮູ້​ວ່າງານ​ນີ້​ທີ່​ໄດ້​ສຳ​ເຣັດ​ໄປ​ກໍ​ດ້ວຍພຣະ​ເຈົ້າ​ຂອງ​ເຮົາ​ຊົງ​ຊ່ອຍ​ເຫລືອ 17 ນອກ​ຈາກ​ນີ້ ໃນ​ຄັ້ງ​ນັ້ນ​ຂຸນ​ນາງ​ທັງ​ຫລາຍ​ຂອງ​ຢູ​ດາ​ກໍ​ໄດ້​ສົ່ງ​ຈົດ​ຫມາຍ​ໄປ​ເຖິງ​ໂຕ​ບີ​ອາ ແລະ​ຈົດ​ຫມາຍ​ຂອງ​ໂຕ​ບີ​ອາ​ກໍ​ມາ​ເຖິງ​ເຂົາ 18 ເພາະ​ມີ​ຫລາຍ​ຄົນ​ໃນ​ຢູ​ດາ​ໄດ້​ຜູກ​ພັນ​ກັບ​ເຂົາ​ໄວ້​ດ້ວຍ​ຄຳ​ສາ​ບານ ເພາະ​ເຂົາ​ເປັນ​ບຸດ​ເຂີຍ​ຂອງ​ເຊ​ກາ​ນີຢາ ຜູ້​ເປັນ​ບຸດ​ອາ​ຣາ ແລະ​ໂຢ​ໂຮ​ຮາ​ນານ​ບຸດ​ຂອງ​ເຂົາ​ໄດ້​ແຕ່ງ​ງານ​ກັບ​ບຸດ​ຍິງ​ຂອງ​ເມ​ຊູນ​ລາມ ຜູ້​ເປັນ​ບຸດ​ເບ​ເຣ​ຄີ​ຢາ 19 ເຂົາ​ທັງ​ຫລາຍ​ເວົ້າ​ເຖິງ​ຄວາມ​ດີ​ຂອງ​ໂຕ​ບີ​ອາ​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ​ດ້ວຍ ແລະ​ຣາຍ​ງານ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ໃຫ້​ເຂົາ ແລະ​ໂຕ​ບີ​ອາກໍ​ໄດ້​ສົ່ງ​ຈົດ​ຫມາຍ​ມາ​ໃຫ້​ຂ້າ​ພະ​ເຈົ້າ ເພື່ອ​ໃຫ້​ຢ້ານ

ເນເຫມີ 7

ເນ​ເຫມີ​ເລືອກ​ຕັ້ງ​ຜູ້​ຄອບ​ຄອງ​ເຢ​ຣູ​ຊາ​ເລັມ

1 ເມື່ອ​ສ້າງ​ກຳ​ແພງ​ເສັດ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ຕັ້ງ​ບານ​ປະ​ຕູ ແລະ​ຜູ້​ເຝົ້າ​ປະ​ຕູ ນັກ​ຮ້ອງ​ເພງ ແລະ​ແຕ່ງ​ຕັ້ງ​ຄົນ​ເລ​ວີ​ໄວ້ 2 ຂ້າ​ພະ​ເຈົ້າ​ມອບ​ໃຫ້​ຮາ​ນາ​ນີ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຮາ​ນາ​ນີ​ຢາ​ຜູ້​ວ່າ​ການ​ປ້ອມ​ເປັນ​ຜູ້​ດູ​ແລ​ເຢ​ຣູ​ຊາ​ເລັມ ເພາະ​ເຂົາ​ສັດ​ຊື່​ແລະ​ເປັນ​ຄົນ​ຢຳ​ເກງ​ພຣະ​ເຈົ້າ​ຫລາຍກວ່າ​ຄົນ​ອື່ນໆ​ຢູ່ 3 ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ເຂົາ​ວ່າ, “ຢ່າ​ໃຫ້​ປະ​ຕູ​ເມືອງ​ເຢ​ຣູ​ຊາ​ເລັມ​ເປີດ​ຈົນ​ກວ່າ​ແດດ​ຈະ​ຮ້ອນ ແລະ​ເມື່ອ​ເຂົາ​ຢືນ​ເຝົ້າ​ຍາມ​ຢູ່ ກໍ​ໃຫ້​ປິດ​ແລະ​ເອົາ​ດານ​ກັ້ນ​ໄວ້ ຈົ່ງ​ແຕ່ງ​ຕັ້ງ​ຍາມ​ຈາກ​ຊາວ​ເຢ​ຣູ​ຊາ​ເລັມ ຕ່າງ​ກໍ​ປະ​ຈະ​ທີ່​ຂອງ​ເຂົາ ແລະ​ຕ່າງ​ກໍ​ຢູ່ຍາມ​ກົງ​ກັນຂ້າມ​ເຮືອນ​ຂອງ​ເຂົາ” 4 ເມືອງ​ນັ້ນ​ກວ້າງ​ແລະ​ໃຫຍ່ ແຕ່​ຄົນ​ພາຍ​ໃນ​ນ້ອຍ​ແລະ​ບ້ານ​ຊ່ອງ​ກໍ​ຍັງ​ບໍ່​ໄດ້​ສ້າງ

ຣາຍ​ຊື່​ຊະ​ເລີຍ​ທີ່​ກັບຄືນ

5 ແລ້ວ​ພຣະ​ເຈົ້າ​ຊົງ​ດົນ​ໃຈ​ຂ້າ​ພະ​ເຈົ້າ​ໃຫ້​ເອີ້ນ​ຊຸມ​ນຸມ​ພວກ​ຂຸນ​ນາງ​ແລະ​ເຈົ້າ​ຫນ້າ​ທີ່​ແລະ​ປະ​ຊາ​ຊົນ​ເພື່ອ​ຈະ​ຂຶ້ນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ ຂ້າ​ພະ​ເຈົ້າ​ພົບ​ຫນັງ​ສື​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ​ຂອງ​ຄົນ​ທີ່​ຂຶ້ນ​ມາ​ຄັ້ງ​ກ່ອນ ຂ້າ​ພະ​ເຈົ້າ​ເຫັນ​ຂຽນ​ໄວ້​ວ່າ 6 ຕໍ່​ໄປ​ນີ້ ເປັນ​ປະ​ຊາ​ຊົນ​ແຫ່ງ​ມົນ​ທົນ​ທີ່​ຂຶ້ນ​ມາ​ຈາກ​ການ​ເປັນ​ຊະ​ເລີຍ​ໃນ​ພວກ​ທີ່​ຖືກກວາດ​ໄປ ຊຶ່ງ​ເນ​ບູ​ກາດ​ເນ​ສ​ຊາ​ພຣະ​ຣາ​ຊາ​ແຫ່ງ​ບາ​ບີ​ໂລນ​ໄດ້​ກວາດ​ໄປ ເຂົາ​ທັງ​ຫລາຍ​ກັບ​ຄືນມາ​ຍັງ​ເຢ​ຣູ​ຊາ​ເລັມ​ແລະ​ຢູ​ດາ​ຕ່າງ​ກັບ​ຄືນຍັງ​ຫົວ​ເມືອງ​ຂອງ​ຕົນ 7 ເຂົາ​ທັງ​ຫລາຍທີ່​ກັບ​ມາ​ກັບ​ເຊ​ຣູບ​ບາ​ເບ​ນ ເຢ​ຊູ​ອາ ເນ​ເຫມີ ອາ​ຊາ​ຣີ​ຢາ ຣາ​ອາ​ມີ​ຢາ ນາ​ຮາ​ມາ​ນີ ໂມ​ຣ໌​ເດ​ກັຍ ບີນ​ຊານ ມີ​ສ​ເປ​ເຣ​ທ ບີກວັຍ ເນ​ຮູມ ບາ​ອາ​ນາ​ ຈໍາ​ນວນ​ປະ​ຊາ​ກອນ​ອິສ​ຣາ​ເອນ ຄື 8 ເຊື້ອ​ສາຍ​ປາ​ໂຣ​ສ ສອງ​ພັນ​ນຶ່ງ​ຮ້ອຍ​ເຈັດ​ສິບ​ສອງ​ຄົນ 9 ເຊື້ອ​ສາຍ​ເຊ​ຟາ​ຕີ​ຢາ ສາມ​ຮ້ອຍ​ເຈັດ​ສິບ​ສອງ​ຄົນ 10 ເຊື້ອ​ສາຍ​ອາ​ຣາ ຫົກ​ຮ້ອຍ​ຫ້າ​ສິບ​ສອງ​ຄົນ 11 ເຊື້ອ​ສາຍ​ປາ​ຮັ​ທ​ໂມ​ອາບ ຄື​ເຊື້ອ​ສາຍ​ຂອງ​ເຢ​ຊູ​ອາ ແລະ​ໂຢ​ອາບ​ ສອງ​ພັນ​ແປດ​ຮ້ອຍ​ສິບ​ແປດ​ຄົນ 12 ເຊື້ອ​ສາຍ​ເອ​ລາມ ນຶ່ງ​ພັນ​ສອງ​ຮ້ອຍ​ຫ້າ​ສິບ​ສີ່​ຄົນ 13 ເຊື້ອ​ສາຍ​ຊັດ​ຕູ ແປດ​ຮ້ອຍ​ສີ່​ສິບ​ຫ້າ​ຄົນ​ 14 ເຊື້ອ​ສາຍ​ຊັກ​ກັຍ ເຈັດ​ຮ້ອຍ​ຫົກ​ສິບ​ຄົນ 15 ເຊື້ອ​ສາຍ​ບີນ​ນູຍ ຫົກ​ຮ້ອຍ​ສີ່​ສິບ​ແປດ​ຄົນ 16 ເຊື້ອ​ສາຍ​ເບ​ບັຍ ຫົກ​ຮ້ອຍ​ຊາວ​ແປດ​ຄົນ 17 ເຊຶ້ອ​ສາຍ​ອັ​ສ​ກາດ ສອງ​ພັນ​ສາມ​ຮ້ອຍ​ຊາວ​ສອງ​ຄົນ 18 ເຊື້ອ​ສາຍ​ອາ​ໂດ​ນີ​ກາມ ຫົກ​ຮ້ອຍ​ຫົ​ກ​ສິບ​ເຈັດ​ຄົນ 19 ເຊື້ອ​ສາຍ​ບີກວັຍ ສອງ​ພັນ​ຫົກ​ສິບ​ເຈັດ​ຄົນ 20 ເຊື້ອ​ສາຍ​ອາ​ດີນ ຫົກ​ຮ້ອຍ​ຫ້າ​ສິບ​ຫ້າ​ຄົນ 21 ເຊື້ອ​ສາຍ​ອາ​ເຕີ ຄື​ເຮ​ເຊ​ກີ​ຢາ ເກົ້າ​ສິບ​ແປດ​ຄົນ 22 ເຊື້ອ​ສາຍ​ຮາຊູມ ສາມ​ຮ້ອຍ​ຊາວ​ແປດ​ຄົນ 23 ເຊື້ອ​ສາຍເບ​ຊັຍ ສາມ​ຮ້ອຍ​ຊາວ​ສີ່​ຄົນ 24 ເຊື້ອ​ສາຍ​ຮາ​ຣີ​ຟ ນຶ່ງ​ຮ້ອຍ​ຊາວ​ສິບ​ສອງ​ຄົນ 25 ເຊື້ອ​ສາຍ​ກີ​ເບ​ໂອນ ເກົ້າ​ສິບ​ຫ້າ​ຄົນ 26 ຄົນ​ຊາວ​ເບັດ​ເລ​ເຮັມ​ແລະ​ເນ​ໂຕ​ຟາ ນຶ່ງ​ຮ້ອຍ​ແປດ​ສິບ​ແປດ​ຄົນ 27 ເຊື້ອ​ສາຍ​ອາ​ນາ​ໂທດ ນຶ່ງ​ຮ້ອຍ​ຊາວ​ແປດ​ຄົນ 28 ເຊື້ອ​ສາຍ​ເບັດ​ອັ​ສ​ມາ​ເວ​ທ ສີ່​ສິບ​ສອງ​ຄົນ 29 ຄົນ​ຊາວ​ກີ​ຣີ​ອາດ​ເຢ​ອາ​ຣີມ ເຄ​ຟີ​ຣາ ແລະ​ເບ​ເອີ​ໂອທ ເຈັດ​ຮ້ອຍ​ສີ່​ສິບ​ສາມ​ຄົນ 30 ຄົນ​ຊາວຣາ​ມາ ແລະ​ເກ​ລາ ຫົກ​ຮ້ອຍ​ຊາວ​ເອັດ​ຄົນ 31 ຄົນ​ຊາວມີກ​ມັ​ສ ນຶ່ງ​ຮ້ອຍ​ຊາວ​ສອງ​ຄົນ 32 ຄົນ​ຊາວເບັດ​ເອນ ແລະ​ອາ​ອີ ນຶ່ງ​ຮ້ອຍ​ຊາວ​ສາມ​ຄົນ 33 ຄົນ​ຊາວເນ​ໂບອີກ​ແຫ່ງ​ນຶ່ງ ຫ້າ​ສິບ​ສອງຄົນ 34 ເຊື້​ອ​ສາຍເອ​ລາມ​ອີກ​ຄົນ​ນຶ່ງ ນຶ່ງ​ພັນ​ສອງ​ຮ້ອຍ​ຫ້າ​ສິບ​ສີ່​ຄົນ 35 ເຊື້ອ​ສາຍຮາ​ຣີມ ສາມ​ຮ້ອຍ​ຊາວ​ຄົນ 36 ເຊື້ອ​ສາຍ​ຊາວເຢ​ຣີ​ໂກ ສາມ​ຮ້ອຍສີ່​ສິບ​ຫ້າ​ຄົນ 37 ເຊຶ້ອ​ສາຍ​ຊາວໂລດ ຊາວ​ຮາ​ດີດ ແລະ​ຊາວ​ໂອ​ໂນ ເຈັດ​ຮ້ອຍ​ຊາວ​ເອັດ​ຄົນ 38 ເຊື້ອ​ສາຍ​ຊາວເຊ​ນາ​ອາ ສາມ​ພັນ​ເກົ້າ​ຮ້ອຍ​ສາມ​ສິບ​ຄົນ 39 ບັນ​ດາ​ປະ​ໂຣ​ຫິດ ເຊື້ອ​ສາຍ​ເຢ​ດັຍ​ຢາ ເກົ້າ​ຮ້ອຍ​ເຈັດ​ສິບ​ສາມ​ຄົນ 40 ເຊື້ອ​ສາຍອີມ​ເມີ ນຶ່ງ​ພັນ​ຫ້າ​ສິບ​ສອງ​ຄົນ 41 ເຊື້ອ​ສາຍປັ​ສ​ຮູ​ຣ໌ ນຶ່ງ​ພັນ​ສອງ​ຮ້ອຍ​ສີ່​ສິບ​ເຈັດ​ຄົນ 42 ເຊື້ອ​ສາຍຮາ​ຣີມ ນຶ່ງ​ພັນ​ສິບ​ເຈັດ​ຄົນ 43 ຄົນ​ເລ​ວີ ຄື ເຊື້ອ​ສາຍ​ເຢຊູ​ອາ ຄື​ຂອງ​ກາດມີ​ເອນແຫ່ງ​ເຊື້ອ​ສາຍ​ໂຮ​ເດ​ວາ ເຈັດ​ສິບ​ສີ່​ຄົນ 44 ບັນ​ດາ​ນັກ​ຮ້ອງ​ຄື ເຊື້ອ​ສາຍ​ອາ​ສາ​ຟ ນຶ່ງ​ຮ້ອຍ​ສີ່​ສິບ​ແປດ​ຄົນ 45 ຄົນ​ເຝົ້າ​ປະ​ຕູ ຄື ເຊື້ອ​ສາຍ​ຊັນ​ລູມ ເຊື້ອ​ສາຍ​ອາ​ເຕີ ເຊື້ອ​ສາຍ​ຕັນ​ໂມນ ເຊື້ອ​ສາຍອັກ​ກູບ ເຊື້ອ​ສາຍ​ຮາ​ຕີ​ຕາ ເຊື້​ອ​ສາຍ​ໂຊ​ບັຍ ນຶ່ງ​ຮ້ອຍ​ສາມ​ສິບ​ແປດ​ຄົນ 46 ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ຄື​ເຊື້ອ​ສາຍ​ຊີ​ຮາ ເຊື້ອ​ສາຍ​ຮາ​ຊູ​ຟາ ເຊື້ອ​ສາຍ​ຕັບ​ບາ​ໂອ​ທ​ 47 ເຊື້ອ​ສາຍ​ເກ​ໂຣ​ສ ເຊື້ອ​ສາຍ​ຊີ​ອາ ເຊື້ອ​ສາຍ​ປາ​ໂດນ 48 ເຊື້ອ​ສາຍ​ເລ​ບາ​ນາ ເຊື້ອ​ສາຍ​ຮາ​ກາ​ບາ ເຊື້​ອສາຍ​ຊັນ​ມັຍ 49 ເຊື້ອ​ສາຍ​ຮາ​ນານ ເຊື້ອ​ສາຍກີດ​ເດນ ເຊື້ອ​ສາຍ​ກາ​ຮາ​ຣ໌ 50 ເຊື້ອ​ສາຍ​ເຣ​ອັຍ​ຢາ ເຊື້ອ​ສາຍເຣ​ຊີນ ເຊື້ອ​ສາຍ​ເນ​ໂກ​ດາ 51 ເຊື້ອ​ສາຍ​ກັ​ສ​ຊາມ ເຊື້ອ​ສາຍ​ອູ​ສ​ຊາ ເຊື້ອ​ສາຍ​ປາ​ເຊ​ອາ 52 ເຊື້ອ​ສາຍ​ເບ​ຊັຍ ເຊື້ອ​ສາຍ​ເມ​ອູ​ນີມ ເຊື້​ອ​ສາຍ​ເນ​ຟູ​ເຊ​ຊີມ 53 ເຊື້ອ​ສາຍ​ບາກ​ບູກ ເຊື້ອ​ສາຍ​ຮາ​ກູ​ຟາ ເຊື້​ອ​ສາຍ​ຮາ​ຣ໌​ຣູ​ 54 ເຊື້ອ​ສາຍບັ​ສ​ລີ​ທ ເຊື້ອ​ສາຍ​ເມ​ຮີ​ດາ ເຊື້ອ​ສາຍ​ຮາ​ຣ໌​ຊາ 55 ເຊື້ອ​ສາຍ​ບາ​ຣ໌​ໂກ​ສ ເຊື້ອ​ສາຍ​ຊີ​ເສ​ຣາ ເຊື້ອ​ສາຍ​ເຕ​ມາ 56 ເຊື້ອ​ສາຍ​ເນ​ຊີ​ຢາ ເຊື້ອ​ສາຍ ຮາ​ຕີ​ຟາ 57 ເຊື້ອ​ສາຍ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ໂຊ​ໂລ​ໂມນ ເຊື້ອ​ສາຍ​ໂຊ​ຕັຍ ເຊື້ອສາຍ​ໂຊ​ເຟີ​ເຣ​ທ ເຊື້ອ​ສາຍ​ເປຣີ​ດາ 58 ເຊື້ອ​ສາຍຢາ​ອາ​ລາ ເຊື້ອ​ສາຍ​ດາ​ຣ໌​ໂກນ ເຊື້ອ​ສາຍ​ກີດ​ເດນ 59 ເຊື້ອ​ສາຍເຊ​ຟາ​ຕີ​ຢາ ເຊື້ອ​ສາຍ​ຮັດ​ຕີນ ເຊື້ອ​ສາຍ​ໂປ​ເຄ​ເຣ​ທ​ຮັ​ສ​ເຊ​ບາ​ອີມ ເຊື້ອ​ສາຍ​ອາ​ໂມນ 60 ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ທັງ​ສີ້ນ ແລະ​ເຊື້ອ​ສາຍ​ແຫ່ງ​ຂ້າ​ຣາ​ຊ​ການ​ຂອງ​ໂຊ​ໂລ​ໂມນ ມີ​ສາມ​ຮ້ອຍ​ເກົ້າ​ສິບ​ສອງ​ຄົນ 61 ຕໍ່​ໄປ​ນີ້​ເປັນ​ບັນ​ດາ​ຄົນ​ທີ່​ຂຶ້ນ​ມາ​ຈາກ​ເຕນ​ເມ​ລາ ເຕນ​ຮາ​ຣ໌​ຊາ ເຄ​ຣຸບ ອັດ​ໂດນ ແລະ​ອີມ​ເມີ ແຕ່​ເຂົາ​ພິ​ສູດ​ຕະ​ກູນ​ຂອງ​ເຂົາ​ຫລື​ເຊື້ອ​ວົງ​ຂອງ​ເຂົາ​ບໍ່​ໄດ້ ວ່າ​ເຂົາ​ເປັນ​ຄົນ​ອິສຣາ​ເອນ​ຫລື​ບໍ 62 ຄື​ເຊື້ອ​ສາຍ​ເດ​ລັຍ​ຢາ ເຊື້ອ​ສາຍ​ໂຕ​ບີ​ອາ ເຊື້ອ​ສາຍ​ເນ​ໂກ​ດາ ຫົກ​ຮ້ອຍ​ສີ່​ສິບ​ສອງ​ຄົນ 63 ຈາກ​ບັນ​ດາ​ປະ​ໂຣ​ຫິດ​ຄື ເຊື້ອ​ສາຍ​ໂຮ​ບັຍ​ຢາ ເຊື້ອ​ສາຍຮັກ​ໂກ​ສ ເຊື້ອ​ສາຍ​ບາກຊີນ​ລັຍ (ຜູ້ມີ​ພັ​ຣ​ຍາ​ຄົນ​ນຶ່ງ​ເປັນ​ບຸດ​ຍິງ​ຂອງ​ບາກ​ຊີນລັຍຄົນ​ກີ​ເລ​ອາດ ຈຶ່ງ​ໄດ້​ຊື່​ຕາມ​ນັ້ນ) 64 ຄົນ​ເຫລົ່າ​ນີ້​ຫາ​ການ​ລົງ​ທະ​ບຽນ​ຂອງ​ເຂົາ​ໃນ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ເຊື້ອ​ສາຍ ແຕ່​ຫາ​ບໍ່​ພົບ ຈຶ່ງ​ຖື​ວ່າ​ເປັນ​ຄົນ​ທຳ​ມະ​ດາ ແລະ​ຖືກ​ຕັດ​ອອກ​ຈາກ​ພວກ​ປະ​ໂຣ​ຫິດ 65 ຜູ້​ວ່າ​ຣາ​ຊການ​ເມືອງ​ສັ່ງ​ເຂົາ​ບໍ່​ໃຫ້​ຮັບ​ປະ​ທານ​ອາ​ຫານ​ບໍ​ຣິ​ສຸດ​ທີ່​ສຸດ​ຈົນ​ກວ່າ​ຈະ​ມີ​ປະ​ໂຣ​ຫິດ​ທີ່​ຈະ​ປຶກ​ສາ​ກັບ​ອູ​ຣີມ ແລະ​ທູມ​ມີມ​ເສັຽກ່ອນ 66 ຊຸມ​ນຸມ​ຊົນ​ທັງ​ຫມົດ​ດ້ວຍ​ກັນ​ມີ​ສີ່​ຫມື່ນ​ສອງ​ພັນ​ສາມ​ຮ້ອຍ​ຫົກ​ສິບ​ຄົນ 67 ນອກ​ເຫນືອ​ຈາກ​ຄົນ​ໃຊ້​ຊາຍ​ຍິງ​ຂອງ​ເຂົາ ຊຶ່ງ​ມີ​ຢູ່​ເຈັດ​ພັນ​ສາມ​ຮ້ອຍ​ສາມ​ສິບ​ເຈັດ​ຄົນ ແລະ​ເຂົາ​ມີ​ນັກ​ຮ້ອງ​ສອງ​ຮ້ອຍ​ສີ່​ສິ​ບ​ຫ້າ​ຄົນ​ທັງ​ຊາຍ​ແລະ​ຍິງ 68 ມ້າ​ຂອງ​ເຂົາ​ມີ​ເຈັດ​ຮ້ອຍ​ສາມ​ສິບ​ຫົກ​ໂຕ ລໍ​ສອງ​ຮ້ອຍ​ສີ່​ສິບ​ຫ້າ​ໂຕ 69 ອູດ​ສີ່​ຮ້ອຍ​ສາມ​ສິບ​ຫ້າ​ໂຕ ແລະ​ລໍ​ຫົກ​ພັນ​ເຈັດ​ຮ້ອຍ​ຊາວ​ໂຕ 70 ຫົວ​ຫນ້າ​ຕະ​ກູນ​ບາງ​ຄົນ​ໄດ້​ຖວາຍ​ໃຫ້​ແກ່​ງານ ຜູ້​ວ່າ​ຣາ​ຊ​ການ​ຖວາຍ​ເຂົາ​ພຣະ​ຄັງ​ເປັນ​ທອງ​ຄຳ​ນຶ່ງ​ພັນ​ດາ​ຣິກ ຊາມ​ຫ້າ​ສິບ​ຫນ່ວຍ ເສື້ອ​ປະ​ໂຣ​ຫິດ​ຫ້າ​ຮ້ອຍ​ສາມ​ສິບ​ໂຕ 71 ແລະ​ຫົວ​ຫນ້າ​ຕະ​ກູນ​ບາ​ງຄົນ​ຖວາຍ​ໃຫ້​ແກ່​ພຣະ​ຄັງ​ຂອງ​ງານ​ເປັນ​ທອງ​ຄຳ​ສອງ​ຫມື່ນ​ດາ​ຣິກ ເງິນ​ສອງ​ພັນ​ສອງ​ຮ້ອຍມີ​ນັ​ສ 72 ແລະ​ສິ່ງ​ທີ່​ປະ​ຊາ​ຊົນ​ສ່ວນ​ທີ່​ເຫລືອ​ຖວາຍ​ນັ້ນ ມີ​ທອງ​ຄຳ​ສອງ​ຫມື່ນ​ດາ​ຣິກ ເງິນ​ສອງ​ພັນ​ມີ​ນັ​ສ ແລະ​ເສື້ອ​ປະ​ໂຣ​ຫິດ​ຫົກ​ສິບ​ເຈັດ​ໂຕ 73 ດັ່ງ​ນັ້ນ​ບັນ​ດາ​ປະ​ໂຣ​ຫິດ ຄົນ​ເລ​ວີ ຄົນ​ເຝົ້າ​ປະ​ຕູ ນັກ​ຮ້ອງ ປະ​ຊາ​ຊົນ​ບາງ​ຄົນ ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ແລະ​ຄົນ​ອິສ​ຣາ​ເອນ​ທັງ​ປວງ​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ຂອງ​ຕົນ

ເນເຫມີ 8

ເອັ​ຊ​ຣາ​ອ່ານ​ພຣະ​ທັມ​ໃຫ້​ປະ​ຊາ​ຊົນ​ຟັງ

1 ໃນ​ເດືອນ​ທີ່​ເຈັດ ຊາວ​ອິສ​ຣາ​ເອນ​ໄດ້​ຢາຍ​ກັນ​ຢູ່​ຕາມບ້ານ​ເມືອງ​ຂອງ​ພວກ​ເຂົາ ໃນ​ວັນ​ທີ່​ນຶ່ງຂອງ​ເດືອນ​ນັ້ນ ພວກ​ເຂົາ​ທັງ​ຫມົດ​ໄດ້​ໂຮມ​ກັນ​ຢູ່​ເດີ່ນ​ຕໍ່​ຫນ້າ​ປະ​ຕູ​ນ້ຳ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພວກ​ເຂົາ​ໄດ້​ຮ້ອງ​ຂໍ​ປະ​ໂຣ​ຫິດ​ເອັ​ຊ​ຣາ ຜູ້​ຮອບ​ຮູ້​ໃນ​ດ້ານ​ພຣະ​ທັມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໃຫ້​ພວກ​ອິສ​ຣາ​ເອນ​ຜ່ານ​ທາງ​ໂມ​ເຊ 2 ໃຫ້​ທ່ານ​ນຳ​ເອົາ​ປື້ມ​ພຣະ​ທັມ​ອອກ​ມາ ເອັຊ​ຣາ​ກໍ​ເອົາ​ປື້ມ​ອອກ​ມາ ແລະ​ນຳ​ໄປ​ຍັງ​ບ່ອນ​ທີ່​ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ຢູ່ ມີ​ທັງຜູ້​ຊາຍຜູ້​ຍິງ​ແລະ​ເດັກ​ນ້ອຍ​ທີ່​ເຂົ້າ​ໃຈ​ໄດ້ 3 ໃນ​ເດີ່ນ​ຕິດ​ກັບ​ປະ​ຕູ​ນ້ຳ​ນັ້ນ ເອັ​ຊ​ຣາ​ໄດ້​ອ່ານ​ພຣະ​ທັມ​ແຕ່​ເຊົ້າ​ມືດ​ຈົນ​ເຖິງ​ທ່ຽງ ພວກ​ເຂົາ​ທຸກ​ຄົນ​ຟັງ​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ 4 ເອັ​ຊ​ຣາ​ອ່ານ​ຢູ່​ເທິງ​ເວ​ທີ​ທີ່​ທຳ​ດ້ວຍ​ໄມ້ ທີ່​ເຂົາ​ເຈົ້າ​ສ້າງ​ຂຶ້ນ​ສຳ​ລັບ​ໂອ​ກາດ​ຢ່າງ​ນີ້ ພວກ​ເຂົາ​ຢືນ​ຢູ່​ຂ້າງ​ຂວາ​ຂອງ​ທ່ານ​ຄື ມັດ​ຕີ​ທີ​ຢາ ເຊ​ມາ ອາ​ນັຍ​ຢາ ອູ​ຣີ​ຢາ ຮີນ​ກີ​ຢາ ແລະ​ມາ​ອາ​ເຊ​ຢາ ສ່ວນ​ພວກ​ທີ່​ຢືນ​ຢູ່​ຂ້າງ​ຊ້າຍ​ຂອງ​ທ່ານ​ຄື​ເປ​ດັຍ​ຢາ ມີ​ຊາ​ເອນ ມັນ​ຄີ​ຢາ ຮັ​ສ​ຮູມ ຮັ​ສ​ບັດ​ດາ​ນາ ເຊ​ຄາ​ຣີ​ຢາ ແລະ​ເມ​ຊູນ​ລາມ 5 ໃນ​ຂ​ນະ​ ເອັ​ຊ​ຣາ​ຢືນ​ຢູ່​ເທິງ​ເວ​ທີ ແລະ​ເປີດ​ປື້ມ​ນັ້ນ​ອອກ​ມາ​ອ່ານ​ຕໍ່​ຫນ້າ​ປະ​ຊາ​ຊົນ ທຸກ​ຄົນ​ໄດ້​ລຸກ​ຢືນ​ຂຶ້ນ 6 ເອັ​ຊ​ຣາ​ຈຶ່ງ​ເວົ້າ​ວ່າ, “ໃຫ້​ພວກ​ເຮົາ ສັຣເສີນ​ພຣະ​ຜູ້​ເປັ​ນ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່” ປະ​ຊາ​ຊົນ​ທຸກ​ຄົນ​ກໍ​ພາ​ກັນ​ຍົກ​ມື​ຂຶ້ນ ແລະ​ຕອບ​ວ່າ, “ອາ​ແມນ ອາ​ແມນ” ແລ້ວ​ເຂົາ​ກໍ​ຄຸ​ເຂົ່າ​ລົງ ແລະ​ກົ້ມ​ຂາບ​ນະ​ມັ​ສ​ການ 7 ຕໍ່​ມາ ທຸກ​ຄົນ​ໄດ້​ລຸກ​ຢືນ​ຂຶ້ນ​ຢູ່​ບ່ອນ​ເກົ່າ ແລ້ວ​ຊາວ​ເລ​ວີ​ບາງ​ຄົນ​ກໍ​ໄດ້​ອະ​ທິ​ບາຍ​ພຣະ​ທັມ​ສູ່​ເຂົາ​ຟັງ ຊາວ​ເລ​ວີ​ນີ້​ຄື ເຢ​ຊູ​ອາ ບາ​ນີ ເຊ​ເຣ​ບີ​ຢາ ຢາ​ມີນ ອັກ​ກູບ ຊັບ​ເບ​ທັຍ ໂຮ​ດີ​ຢາ ມາ​ອາ​ເຊ​ຢາ ເກ​ລີ​ຕາ ອາ​ຊາ​ຣີ​ຢາ ໂຢ​ຊາ​ບາດ ຮາ​ນານ ເປລັຍ​ຢາ 8 ແລະ​ເຂົາ​ທັງ​ຫລາຍອ່ານ​ຈາກ​ຫນັງ​ສື ຈາກ​​ທັມ​ບັນ​ຍັດ​ຂອງ​ພຣະ​ເຈົ້າເປັນ​ຂໍ້ໆ ແລະ​ເຂົາ​ກໍ​ແປ​ຄວາມເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈຂໍ້​ຄວາມ​ທີ່​ອ່ານ​ນັ້ນ 9 ເມື່ອ​ເຂົາ​ໄດ້​ຍິນ​ຂໍ້​ພຣະ​ທັມ​ນັ້ນ ພວກ​ເຂົາ​ຮູ້​ສຶກ​ຕື້ນ​ຕັນ​ໃຈ ແລະ​ຮ້ອງ​ໄຫ້​ຂຶ້ນ ແລ້ວ​ເນ​ເຫມີ ເອັ​ຊ​ຣາ ແລະ​ຊາວ​ເລ​ວີ​ຜູ້​ອະ​ທິ​ບາຍ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ບອກ​ປະ​ຊາ​ຊົນ​ວ່າ, “ວັນ​ນີ້ ເປັນ​ວັນ​ບໍ​ຣິ​ສຸດ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ ພວກ​ທ່ານ​ບໍ່​ຕ້ອງ​ຮ້ອງ​ໄຫ້​ຄ່ຳ​ຄວນ 10 ດຽວ​ນີ້ ໃຫ້​ພວກ​ທ່ານ​ພາ​ກັນ​ກັບ​ເມືອ​ກິນ​ເຂົ້າ​ສາ ຈົ່ງ​ແບ່ງ​ປັນ​ອາ​ຫານ​ແລະ​ນ້ຳ​ອະ​ງຸ່ນ​ໃຫ້​ຜູ້​ທີ່​ບໍ່​ມີ​ພຽງ​ພໍ ວັນ​ນີ້ ເປັນ​ວັນ​ບໍ​ຣິ​ສຸດ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ສະ​ນັ້ນ ບໍ່​ຕ້ອງ​ໂສ​ກ​ເສົ້າ ຄວາມ​ຊື່ນ​ບານ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ຊົ​ງ​ປະ​ທານ​ໃຫ້​ພວກ​ທ່ານ​ນັ້ນ ຈະ​ທຳ​ໃຫ້​ພວກ​ທ່ານ​ມີ​ເຫື່ອ​ແຮງ​ຂຶ້ນ” 11 ພວກ​ເລ​ວີ​ໄດ້​ຍ່າງ​ໄປ​ມາ​ຖ້າມ​ກາງ​ປະ​ຊາ​ຊົນ ແລະ​ທຳ​ໃຫ້​ເຂົາ​ງຽບ​ໂດຍ​ເວົ້າ​ວ່າ, “ພາກັນ​ມິດ ແລະ​ຢ່າ​ໄດ້​ໂສກ​ເສົ້າ ເພາະ​ວ່າ​ວັນ​ນີ້​ເປັນ​ວັນ​ບໍ​ຣິ​ສຸດ 12 ດັ່ງ​ນັ້ນ ປະ​ຊາ​ຊົນ​ຈຶ່ງ​ກັບ​ເມືອ​ບ້ານ​ແລ້ວ​ກິນ​ເຂົ້າ​ດື່ມ​ນ້ຳ​ຢ່າງ​ມ່ວນ​ຊື່ນ ພວກ​ເຂົາ​ໄດ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ມີ​ໃຫ້​ແກ່​ຄົນ​ອື່ນ ເພາະ​ວ່າ​ພວກ​ເຂົາ​ເຂົ້າ​ໃຈ​ຕາມ​ທີ່​ໄດ້​ຟັງ​ທ່ານ​ອ່ານ​ນັ້ນ

ງານ​ສະ​ຫລອງ​ຢູ່​ຕູບ

13 ວັນ​ຕໍ່​ມາ ພວກ​ຫົວ​ຫນ້າ​ເຜົ່າ​ພ້ອມ​ດ້ວຍ​ປະ​ໂຣ​ຫິດ ແລະ​ພວກ​ເລ​ວີ ໄດ້​ພາ​ກັນໄປ​ສຶກ​ສາ​ພຣະ​ທັມ​ນຳ ເອັ​ຊ​ຣາ 14 ພວກ​ເຂົາ​ໄດ້​ຮູ້​ເຫັ​ນ​ວ່າ ພຣະ​ທັມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມອບ​ໃຫ້​ຜ່ານ​ທາງ​ໂມ​ເຊ ສັ່ງ​ໃຫ້​ເຂົາ​ຢູ່​ໃນ​ຕູບ​ຊົ່ວ​ຄາວ ເນື່ອງ​ໃນ​ໂອກາດ​ງານ​ສະ​ຫລອງ​ເດືອນ​ທີ່​ເຈັດ​ນັ້ນ 15 ແລ້ວ​ພວກ​ເຂົາ​ກໍ​ສົ່ງ​ຄຳ​ແນະ​ນຳ​ອອກ​ໄປ​ທົ່ວ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ທົ່ວ​ຫົວ​ເມືອງ ແລະ​ບ້ານ​ຕ່າງໆ​ວ່າ, “ຈົ່ງ​ອອກ​ໄປ​ເບື້ອງ​ພູ​ດອຍ ແລ້ວ​ເອົາ​ງ່າ​ໄມ້​ຕົ້ນ​ຫມາກກອກ ງ່າ​ຕົ້ນ​ສົນ ງ່າ​ຕົ້ນ​ໄມ້​ຫອມ ງ່າ​ຕົ້ນ​ຕານ ແລະ​ຕົ້ນ​ໄມ້​ອື່ນໆ​ມາ​ເຮັດ​ຕູບ​ຕາມ​ຄຳ​ແນະ​ນຳ​ທີ່​ຂຽນ​ໄວ້​ໃນ​ພຣະ​ທັມ” 16 ດັ່ງ​ນັ້ນ​ປະ​ຊາ​ຊົນ​ຈຶ່ງ​ເອົາ​ງ່າ​ໄມ້​ມາ​ທຳ​ຕູບ​ຢູ່​ເທິງ​ຫລັງ​ຄາ​ພຽງ ຢູ່​ຕາມ​ເດີ່ນ​ພຣະ​ວິ​ຫານ ແລະ​ຕາມ​ບ່ອນ​ໃກ້​ປະ​ຕູ​ນ້ຳ ແລະ​ໃກ້​ປະ​ຕູ​ເອ​ຟ​ຣາອີມ 17 ປະ​ຊາ​ຊົນ​ທຸກ​ຄົນ​ທີ່​ກັບ​ມາ​ຈາ​ກການ​ເປັນ​ຊະ​ເລີຍ​ກໍ​ໄດ້​ພາກັນ​ປຸກ​ຕູບ ແລະ​ຢູ່​ໃນ​ຕູບ​ນັ້ນ ນັບ​ຕັ້ງ​ແຕ່​ສະ​ໄຫມ​ຂອງ​ໂຢ​ຊວຍ​ບຸດ​ນູນ​ນັ້ນ ແມ່ນ​ຄັ້ງ​ທຳ​ອິດ​ທີ່​ເຮັດ​ຢ່າງ​ນີ້ ທຸກ​ຄົນ​ຕ່າງ​ກໍ​ຕື່ນ​ເຕັ້ນ​ຍິນ​ດີ 18 ພວກ​ເຂົາ​ອ່ານ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທຸກໆ​ວັນ ຕັ້ງ​ແຕ່​ວັນທຳ​ອິດ​ຈົນ​ເຖິງ​ວັນສຸດ​ທ້າຍ ພວ​ກ​ເຂົາ​ສະ​ເຫລີມ​ສະ​ຫລ​ອງ​ເຈັດ​ວັນ ສ່ວນ​ໃນ​ວັນ​ທີ່​ແປດ​ເປັນ​ພິ​ທີ​ອັດ​ຕາມ​ຄຳ​ແນະ​ນຳ

ເນເຫມີ 9

ຄຳ​ສາ​ຣະ​ພາບ​ຂອງ​ເອັ​ຊ​ຣາ ເຣື່ອງ​ບາບ​ຂອງ​ອິສ​ຣາ​ເອນ

1 ໃນ​ວັນ​ທີ່​ຊາວ​ສີ່​ເດືອນ​ນີ້ ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ຊຸມ​ນຸມ​ກັນ​ຖື​ສີນ​ອົດ​ອາ​ຫານ ແລະ​ນຸ່ງ​ຫົ່ມ​ຜ້າ​ກະ​ສອບ ແລະ​ເອົາ​ດິນ​ໃສ່​ຫົວ 2 ​ຄົນ​ອິສ​ຣາ​ເອນ​ໄດ້​ແຍກ​ຕົນ​ອອກ​ຈາກ​ຊົນ​ຕ່າງ​ຊາດ ແລະ​ຢືນ​ສາຣະ​ພາບ​ບາບຂອງ​ຕົນ ແລະ​ສາ​ຣະ​ພາບ​ກັມ​ຊົ່ວ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ 3 ແລະ​ເຂົາ​ລຸກ​ຂຶ້ນ​ໃນ​ທີ່​ຂອງ​ເຂົາ ແລະ​ອ່ານ​ທັມ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ຢູ່​ສາມ​ຊົ່ວ​ໂມງ ອີກ​ສາມ​ຊົ່ວ​ໂມງ​ເຂົາ​ສາ​ຣະ​ພາບ ແລະ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ 4 ເຢ​ຊູ​ອາ ບາ​ນີ ກັດ​ມີ​ເອນ ເຊບານີ​ຢາ ບູນ​ນີ ເຊ​ເຣ​ບີ​ຢາ ບາ​ນີ ແລະ​ເຄ​ນາ​ນີ ໄດ້​ຢືນ​ຂຶ້ນ​ທີ່​ຂັ້ນ​ໄດ​ຂອງ​ຄົນ​ເລ​ວີ ແລະ​ເຂົາ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຂົາ 5 ແລ້ວ​ຄົນ​ເລ​ວີ ເຢ​ຊູ​ອາ ກັດ​ມີ​ເອນ ບາ​ນີ ຮາ​ຊັບ​ເນ​ຢາ ເຊ​ເຣ​ບີ​ຢາ ໂຮ​ດີ​ຢາ ເຊ​ບາ​ນີ​ຢາ ແລະ​ເປ​ທາ​ຮີ​ຢາ ກ່າວ​ວ່າ, “ຈົ່ງ​ຢືນ​ຂຶ້ນ ແລະ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ ຕັ້ງ​ແຕ່​ນີ​ຣັນ​ດອນ​ຈົນ​ເຖິງ​ນີ​ຣັນ​ນະ​ການ” ສາ​ທຸ​ການ​ແດ່​ພຣະ​ນາມ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ ຊຶ່ງ​ຍິ່ງ​ໃຫຍ່​ເຫນືອ​ການ​ໂມ​ທະ​ນາ​ແລະ​ການ​ສັຣ​ເສີນ​ທັງ​ປວງ 6 ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ອົງ​ດຽວ ພຣະ​ອົງ​ໄດ້​ຊົງ​ສ້າງ​ຟ້າ​ສວັນ ຟ້າ​ສວັນ​ອັນ​ສູງ​ສຸດ​ພ້ອມ​ກັບ​ບໍ​ຣິ​ວານ​ທັງ​ສິ້ນ​ຂອງ​ຟ້າ​ສວັນ​ນັ້ນ ແຜ່ນ​ດິນ​ໂລກ​ແລະ​ບັນ​ດາ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ທະ​ເລ​ແລະ​ບັນ​ດາ​ສິ່ງ​ທີ່ຢູ່ໃນ​ນັ້ນ ແລະ​ພຣະ​ອົງ​ຊົງ​ຮັ​ກ​ສາ​ສິ່ງ​ທັງ​ປວງ​ເຫລົ່າ​ນັ້ນ​ໄວ້ ແລະ​ບໍ​ຣິ​ວານ​ຂອງ​ຟ້າ​ສວັນ​ໄດ້​ນະ​ມັ​ສ​ການ​ພຣະ​ອົງ 7 ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຜູ້​ຊົງ​ເລືອກ​ອັບ​ຣາມ ແລະ​ຊົງ​ນຳ​ທ່ານ​ອອກ​ມາ​ຈາກ​ເມືອງ​ອູ​ຣ໌ແຫ່ງ​ປະ​ເທດ​ຄັນ​ເດອານ ແລະ​ຊົງ​ປະ​ທານ​ນາມ​ທ່ານ​ວ່າ ອັບ​ຣາ​ຮາມ 8 ແລະ​ພຣະ​ອົງ​ຊົງ​ເຫັນ​ວ່າ​ນ້ຳ​ໃຈ​ຂອງ​ທ່ານ​ຊື່​ສັດ​ຕໍ່​ພຣະ​ອົງ ແລະ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ແຜ່ນ​ດິນ​ຂອງ​ຄົນ​ກາ​ນາ​ອານ ຄົນ​ຮີດ​ຕີ ຄົນ​ອາ​ໂມ​ຣິດ ຄົນ​ເປ​ຣີ​ສ​ຊີ ຄົນ​ເຢ​ບຸ​ສ ແລະ​ຄົນ​ກີ​ຣ໌​ກາ​ຊີ ໃຫ້​ແກ່​ເຊື້ອ​ສາຍ​ຂອງ​ທ່ານ ແລະ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ສຳ​ເຣັດ ເພາະ​ພຣະ​ອົງຊອບທັມ 9 “ແລະ​ພຣະ​ອົງ​ທອດ​ພຣະ​ເນດ​ຄວາມ​ທຸກ​ໃຈ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ໃນ​ເອ​ຢິບ ແລະ​ຟັງ​ສຽງ​ຮ້ອງ​ທຸກ​ຂອງ​ເຂົາ​ທັງ​ຫລາຍ​ທີ່​ທະ​ເລ​ແດງ 10 ແລະ​ພຣະ​ອົງ​ຊົງ​ກະ​ທຳ​ຫມາຍ​ສຳ​ຄັນ ແລະ​ການ​ອັດ​ສະ​ຈັນ​ສູ້​ຟາຣາ​ໂອ ແລະ​ຂ້າ​ຣາ​ຊ​ການ​ທັງ​ສິ້ນ ແລະ​ຕໍ່​ປະ​ຊາ​ຊົນ​ທັງ​ສິ້ນ​ແຫ່ງ​ແຜ່ນ​ດິນ​ຂອງ​ຟາ​ຣາ​ໂອ ເພາະ​ພຣະ​ອົງ​ຊົງຊາບ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ປະ​ພຶດ​ຢ່າງ​ຍິ່ງ​ຍະ​ໂສ​ຕໍ່​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ຊ່າ​ລື​ໄປ​ດັ່ງ​ທຸກວັນ​ນີ້ 11 ແລະ​ພຣະ​ອົງ​ໄດ້​ຊົງ​ແຍກ​ທະ​ເລ​ຕໍ່​ຫນ້າ​ເຂົາ​ທັ​ງ​ຫລາຍ ເຂົາ​ຈຶ່ງ​ເດີນ​ໄປ​ກາງ​ທະ​ເລ​ດິນ​ແຫ້ງ ແລະ​ພຣະ​ອົງ​ໄດ້​ຊົງ​ແກວ່ງຜູ້​ໄລ່​ຕາມ​ເຂົາ​ທັງ​ຫລາຍ​ລົງ​ໃນ​ທີ່​ເລິກ​ຢ່າງ​ກັບ​ຊົງ​ແກວ່ງ​ກ້ອນ​ຫີນ​ລົງ​ໄປ​ໃນ​ມະ​ຫາ​ສະ​ຫມຸດ 12 ນອກ​ຈາກ​ນີ້ ພຣະ​ອົງ​ຊົງ​ນຳ​ເຂົາ​ໃນ​ກາງ​ເວັນ​ດ້ວຍ​ເສົາ​ເມກ ແລະ​ໃນ​ກາງ​ຄືນ​ດ້ວຍ​ເສົາ​ໄຟ ເພື່ອ​ໃຫ້​ແສງ​ແກ່​ເຂົາ​ໃນ​ທາງ​ທີ່​ເຂົາ​ຄວນ​ຈະ​ໄປ 13 ພຣະ​ອົງ​ສະ​ເດັດ​ລົງ​ມາ​ເທິງ​ພູ​ຊີ​ນາ​ອີ ແລະ​ກ່າວ​ກັບ​ເຂົາ​ຈາ​ກຟ້າ​ສວັນ ແລະ​ປະ​ທານ​ກົດ​ຫມາຍ​ອັນ​ຊອບ​ແລະ​ທັມ​ ແລະໄດ້​ມອບ​ພຣະ​ບັນ​ຍັດ​ທີ່​ດີ​ແກ່​ເຂົາ ທັງ​ຄຳ​ສັ່ງ​ສອນ​ທີ່​ມີ​ຫລັກ​ແກ່​ເຂົາ 14 ພຣະ​ອົງ​ຊົງ​ໃຫ້​ເຂົາ​ຊາບ​ເຖິງວັນ​ສະ​ບາ​ໂຕບໍ​ຣິ​ສຸດ​ຂອງ​ພຣະ​ອົງ ແລະ​ຊົງ​ຕ​ຣາ​ພຣະ​ບັນ​ຍັດ​ກົດ​ເກນ ແລະ​ທັມ​ບັນ​ຍັດ​ຜ່ານ​ທາງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 15 ພຣະ​ອົງ​ປະ​ທານ​ອາ​ຫານ​ແກ່​ເຂົາ​ຈາກ​ຟ້າ​ສວັນ​ແກ້​ຄວາມ​ຫິວ ແລະ​ຊົງ​ນຳ​ນ້ຳ​ອອກ​ມາ​ຈາກ​ສີ​ລາ​ໃຫ້​ເຂົາ​ແກ້ກະ​ຫາຍ ແລະ​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ເຂົາ​ເຂົ້າ​ໄປ​ຍຶດ​ຄອງ​ແຜ່ນ​ດິນ​ຊຶ່ງ​ພຣະ​ອົງ​ຊົງ​ສັນ​ຍາ​ວ່າ​ຈະ​ປະ​ທານ​ໃຫ້​ເຂົາ​ນັ້ນ 16 “ແຕ່​ເຂົາ​ທັງ​ຫລາຍ​ຄື ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ປະ​ພຶດ​ຢ່າງ​ຍິ່ງ​ຍະ​ໂສ ແລະ​ແຂງ​ຄໍ​ຂອງ​ເຂົາ​ເສັຽບໍ່​ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ 17 ເຂົາ​ທັງ​ຫລາຍ​ປະ​ຕິ​ເສດ​ບໍ່​ເຊື່ອ​ຟັງ ແລະ​ບໍ່​ເອົາ​ໃຈ​ໃສ່​ໃນ​ການ​ອັດ​ສະ​ຈັນ​ຊຶ່ງ​ພຣະ​ອົງ​ຊົງ​ປະ​ກອບ​ຂຶ້ນ​ຖ້າມ​ກາງ​ເຂົາ ແຕ່​ເຂົາ​ແຂງ​ຄໍ​ຂອງ​ເຂົາ ແລະ​ໄດ້​ແຕ່ງ​ຕັ້ງ​ຫົວ​ຫນ້າ​ເພື່ອ​ຈະ​ກັບ​ໄປ​ສູ່​ຄວາມ​ເປັນ​ທາດ​ເຂົາ​ໃນ​ເອ​ຢິ​ບ ແຕ່​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ພ້ອມ​ທີ່​ຈະ​ຊົງ​ໃຫ້​ອະ​ພັຍ ມີ​ພຣະ​ທັຍ​ເມດ​ຕາ ແລະ​ກະ​ຣຸ​ນາ ຊົງ​ພຣະ​ພິ​ໂຣດ​ຊ້າ​ ແລະ​ຊົງ​ອຸ​ດົມ​ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ບໍ່​ໄດ້​ຊົງ​ປະ​ປ່ອຍ​ເຂົາ​ທັງ​ຫລາຍ 18 ເຖິງ​ແມ່ນ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ສ້າງ​ຮູບ​ງົວ​ຫລໍ່ໄວ້​ສຳ​ລັບ​ຕົວ​ແລະ​ກ່າວ​ວ່າ, “ນີ້​ຄື​ພຣະ​ເຈົ້າ​ຂອງ​ເຮົາ ຜູ້​ຊົງ​ນຳ​ເຮົາ​ຂຶ້ນ​ມາ​ຈາກ​ເອ​ຢິບ” ແ​ລະ​ໄດ້​ກະ​ທຳ​ການ​ຫມິ່ນ​ປະ​ຫມາດ​ຢ່າງ​ໃຫຍ່​ຫລວງ 19 ດ້ວ​ຍ​ພຣະ​ກະ​ຣຸ​ນາ​ຊັບ​ຊ້ອນ​ຂອງ​ພຣະ​ອົງ ພຣະ​ອົງ​ກໍ​ບໍ່​ໄດ້​ຊົງ​ປະ​ປ່ອຍ​ເຂົາ​ໃນ​ຖິ່ນ​ກັນ​ດານ ເສົາ​ເມກ​ຊຶ່ງ​ນຳ​ເຂົາ​ໃນ​ກາງ​ເວັນ​ບໍ່​ໄດ້​ພາກ​ຈາກ​ເຂົາ​ໄປ ຫລື​ເສົາ​ໄຟ​ໃນ​ກາງ​ຄືນຊຶ່ງ​ໃຫ້​ແສງ​ແກ່​ເຂົາ​ຕາມ​ທາງຊຶ່ງ​ເຂົາ​ຄວນ​ຈະ​ໄປ​ກໍບໍ່​ໄດ້​ຂາດ​ໄປ 20 ພຣະ​ອົງ​ປະ​ທານ​ພຣະ​ວິນ​ຍານ​ໃຫ້​ສັ່ງ​ສອນ​ເຂົາ ແລະ​ບໍ່​ໄດ້​ຊົງ​ຢັບ​ຢັ້ງ​ມາ​ນາຂອງ​ພຣະ​ອົງ​ອອກ​ຈາກ​ປາ​ກຂອງ​ເຂົາ​ທັງ​ຫລາຍ ແລະ​ປານ​ນ້ຳ​ແກ້​ກະ​ຫາຍ​ຂອງ​ເຂົາ 21 ພຣະ​ອົງ​ຊົງ​ຊຸບ​ລ້ຽງ​ເຂົາ​ທັງ​ຫລາຍ​ໃນ​ຖິ່ນ​ກັນ​ດານ​ສີ່ສິບ​ປີ ແລະ​ເຂົາ​ບໍ່​ໄດ້​ຂາດ​ສິ່ງ​ໃດ​ເລີຍ ເສື້ອ​ຜ້າ​ຂອງ​ເຂົາ​ບໍ່​ຂາດ​ວິ່ນ ແລະ​ຕີ​ນຂອງ​ເຂົາ​ບໍ່​ໄດ້​ບວມ 22 ແ​ລະ​ພຣະ​ອົງ​ຊົງ​ມອບ​ຣາ​ຊ​ອາ​ນາ​ຈັກ ແລະ​ຊົນ​ຊາດ​ທັງ​ຫລາຍ​ແກ່​ເຂົາ ແລະ​ຊົງ​ປັນ​ໃຫ້​ເຂົາ​ຕາມ​ເຂດ​ແດນ ເຂົາ​ຈຶ່ງ​ໄດ້​ຍຶດ​ແຜ່ນ​ດິນ​ແຫ່ງ​ຊີ​ໂຮນ​ກະ​ສັດ​ແຫ່ງ​ເຮັ​ສ​ໂບນ ແລະ​ແຜ່ນ​ດິນ​ຂອງ​ໂອກ​ກະ​ສັດ​ແຫ່ງ​ເມືອງ​ບາ​ຊານ 23 ພຣະ​ອົງ​ຊົງ​ທະ​ວີ​ເຊື້ອ​ສາຍ​ຂອງ​ເຂົາ​ເຫມືອນດວງ​ດາວ​ແຫ່ງ​ຟ້າ​ສວັນ ແລະ​ພຣະ​ອົງ​ຊົງ​ນຳ​ເຂົາ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ອົງ​ໄດ້​ສັ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ໃຫ້​ເຂົ້າ​ໄປ​ຍຶດ​ນັ້ນ 24 ເຊື້ອ​ສາຍ​ເຫລົ່າ​ນັ້ນ​ຈຶ່ງ​ເຂົ້າ​ໄປ ແລະ​ຍຶດ​ແຜ່ນ​ດິນ​ນັ້ນ ພຣະ​ອົງ​ຊົງ​ປາບ​ປາມ​ຊາວ​ແຜ່ນ​ດິນ​ນັ້ນ ຄື​ຄົນ​ກາ​ນາອານ​ໃຫ້​ພົ້ນ​ຫນ້າ​ເຂົາ ແລະ​ຊົງ​ມອບ​ເຂົາ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ເຂົາ ພ້ອມ​ກັ​ບ​ກະ​ສັດ​ແລະ​ຊົນ​ຊາດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ນັ້ນ ໃຫ້​ໄດ້ກະ​ທຳ​ແກ່​ຄົນ​ເຫລົ່າ​ນັ້ນ​ຕາມ​ໃຈ​ຊອ​ບຂອງ​ເຂົາ 25 ແລະ​ເຂົາ​ຈຶ່ງ​ເຂົ້າ​ຍຶດ​ຫົວ​ເມືອງ​ທີ່​ມີ​ປ້ອມ ແລະ​ແຜ່ນດິນ​ອຸ​ດົມ ແລະ​ຖື​ກຳ​ມະ​ສິດ​ເຮືອນ​ຊຶ່ງ​ເຕັມ​ດ້ວຍ​ຂອງ​ດີ​ທັງ​ປວງ ທັງ​ທີ່​ຂັງ​ນ້ຳ​ຊຶ່ງ​ສະ​ກັດ​ໄວ້ ສວນ​ອະ​ງຸ່ນ ສວນ​ຫມາກກອກ​ ແລະ​ຕົ້ນ​ໄມ້​ທີ່​ມີ​ຫມາກ​ມາກ​ມາຍ ເຂົາ​ຈຶ່ງ​ໄດ້​ກິນ​ອີ່ມ​ຈົນ​ອ້ວນ ແລະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຸນ​ຍິ່ງ​ຂອງ​ພຣະ​ອົງ 26 “ເຖິງ​ຢ່າງ​ໃດ​ກໍ​ດີ ເຂົາ​ດື້ ແລະ​ໄດ້​ກະ​ບົດ​ຕໍ່​ພຣະ​ອົງ ແກ່ວງ​ທັມ​ບັນ​ຍັດ​ຂອງ​ພຣະ​ອົງ​ໄວ້​ເບື້ອງ​ຫລັງ ແລະ​ໄດ້​ຂ້າ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ຜູ້​ຊຶ່ງ​ໄດ້​ຕັກ​ເຕືອນ​ເຂົາ​ເພື່ອ​ໃຫ້​ເຂົາ​ກັບ​ມາ​ຫາ​ພຣະ​ອົງ ແລະ​ເຂົາ​ກະ​ທຳ​ການຫມິ່ນ​ປະ​ຫມາດ​ຢ່າງ​ໃຫຍ່​ຫລວງ 27 ເພາະ​ສະ​ນັ້ນ​ພຣະ​ອົງ​ຊົງ​ມອບ​ເຂົາ​ໄວ້​ໃນ​ມື​ສັດ​ຕຣູ​ຂອງ​ເຂົາ ຜູ້​ຊຶ່ງ​ກະ​ທຳ​ໃຫ້​ເຂົາ​ທົນ​ທຸກ ແລະ​ໃນ​ເວ​ລາ​ແຫ່ງ​ການ​ທົນ​ທຸກ​ຂອງ​ເຂົາ​ນັ້ນ ເຂົາ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຟັງ​ເຂົາ​ຈາກ​ຟ້າ​ສວັນ ພຣະ​ອົງ​ໄດ້​ປະ​ທານ​ບັນ​ດາ​ຜູ້​ຊ່ອຍ​ແກ່​ເຂົາ ຜູ້​ໄດ້​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ມືສັດ​ຕ​ຣູ​ຂອງ​ເຂົາ ຕາມ​ພຣະ​ກະ​ຣຸ​ນາ​ຊັບ​ຊ້ອນ​ຂອງ​ພຣະ​ອົງ 28 ແຕ່​ເມື່ອ​ເຂົາ​ພັກ​ສ​ງົບ​ແລ້ວ ເຂົາ​ກໍ​ກະ​ທຳ​ຄວາມ​ຊົ່ວ​ຕໍ່​ພຣະ​ພັກ​ພຣະ​ອົງ​ອີກ ພຣະ​ອົງ​ຈຶ່ງ​ຊົງ​ສ​ລະ​ເຂົາ​ໄວ້ໃນ​ມື​ສັດ​ຕ​ຣູ​ຂອງ​ເຂົາ ສັດ​ຕ​ຣູ​ຈຶ່ງ​ໄດ້​ປົກ​ຄອງ​ເຂົາ ເຖິງ​ປານ​ນັ້ນ​ເມື່ອ​ເຂົາ​ຫັນ​ມາ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ພຣະ​ອົງ​ຊົງ​ຟັງ​ເຂົາ​ຈາກ​ຟ້າ​ສວັນ ແລະ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ເຂົາ​ໄວ້​ຫລາຍ​ຄັ້ງ​ຫລາຍ​ຫົນ ຕາມ​ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ອົງ 29 ແລະ​ພຣະ​ອົງ​ຊົງ​ຕັກ​ເຕືອນ​ເຂົາ ເພື່ອ​ວ່າ​ຈະ​ຊົງ​ຫັນ​ເຂົາ​ໃຫ້​ກັບ​ຄືນ​ມາ​ສູ່​ທັມ​ບັນ​ຍັດ​ຂອງ​ພຣະ​ອົງ ແຕ່​ເຂົາ​ກໍ​ຍັງ​ປະ​ພຶດ​ຢ່າງ​ເຍີ້​ຍິ່ງອວດ​ດີ ບໍ່​ຍອມ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແຕ່​ໄດ້​ກະ​ທຳ​ຜິດ​ຕໍ່​ກົດ​ຫມາຍ​ຂອງ​ພຣະອົງ (ອັນ​ເປັນ​ຂໍ້​ປະ​ຕິ​ບັດ​ຊຶ່ງ​ມະ​ນຸດ​ຈະ​ດຳ​ຣົງ​ຊີ​ພ​ຢູ່​ໄດ້) ແລະ​ໄດ້​ຫັນ​ບ່າ​ດື້ ແລະ​ຄໍ​ແຂງ​ເຂົ້າ​ສູ້ ແລະ​ບໍ່​ໄດ້​ເຊື່ອ​ຟັງ 30 ພຣະ​ອົງ​ຊົງ​ອົດ​ທົນ​ກັບ​ເຂົາ​ຢູ່​ຫລາຍ​ປີ ແລະ​ຊົງ​ເຕືອນ​ເຂົາ​ດ້ວຍ​ພຣະ​ວີນ​ຍານ​ຂອງ​ພຣະ​ອົງ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ເຂົາ​ກໍ​ຍັງ​ບໍ່​ງ່ຽງ​ຫູ​ຟັງ ເພາະ​ສະ​ນັ້ນ​ພຣະ​ອົງ​ຈຶ່ງຊົງ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ຊົນ​ຊາດ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ນັ້ນ 31 ເຖິງປານ​ນັ້ນ​ດ້ວຍ​ພຣະ​ກະ​ຣຸ​ນາ​ຊັບ​ຊ້ອນ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ກະ​ທຳ​ໃຫ້​ເຂົາ​ພິ​ນາດ ຫລື​ປະ​ປ່ອຍ​ເຂົາ​ໄປ ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ເມດ​ຕາ​ແລະ​ພຣະ​ກະ​ຣຸ​ນາ 32 “ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຊຶ່ງ​ເປັນ​ພຣະ​ເຈົ້າ​ຜູ້ຍິ່ງ​ໃຫຍ່ ຊົງ​ຣິດ ແລະ​ຫນ້າ​ເກງ​ກົວ ຜູ້​ຊົງ​ຣັກ​ສາ​ຄຳ​ຫມັ້ນສັນ​ຍາ ແລະ​ຄວາມ​ຮັກ​ຫມັ້ນ​ຄົງ ສະ​ນັ້ນ​ຂໍ​ພຣະ​ອົງ​ຢ່າ​ຊົງ​ເຫັນ​ວ່າ​ຄວາມ​ທຸກ​ຍາກ​ລຳ​ບາກ​ທັງ​ສິ້ນ​ນັ້ນ​ເປັນ​ແຕ່​ພຽງ​ເລັກ​ນ້ອຍ​ຊຶ່ງ​ບັງ​ເກີດ​ຂຶ້ນ​ກັບ​ຂ້າ​ພຣະ​ອົງ​ທັງ​ຫລາຍ ກັບ​ບັນ​ດາ​ພຣະ​ຣາ​ຊາ​ຂອງ​ຂ້າ​ພຣະ​ອົງ ກັບ​ບັນ​ດາ​ເຈົ້າ​ນາຍ ບັນ​ດາ​ປະ​ໂຣ​ຫິດ ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ບັນ​ພະ​ບຸ​ຣຸດ ແລະ​ຊົນ​ຊາດ​ຂອງ​ພຣະ​ອົງ​ທັງ​ສິ້ນ ຕັ້ງ​ແຕ່​ສະ​ໄຫມ​ກະ​ສັດ​ອັ​ສ​ຊີ​ເຣັຽ​ຈົນ​ເຖິງວັນ​ນີ້ 33 ແຕ່​ໃນ​ບັນ​ດາ​ສິ່ງ​ທີ່​ເກີດ​ຂຶ້ນ​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ຍຸດ​ຕິທັມ ເພາະ​ພຣະ​ອົງ​ຊົງ​ປະ​ກອບກິ​ຈ​ຢ່າງ​ທ່ຽງ​ຕົງ ແຕ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ປະ​ພຶດ​ຢ່າງ​ອະ​ທັມ 34 ບັນ​ດາ​ພຣະ​ຣາ​ຊາ ເຈົ້າ​ນາຍ ປະ​ໂຣ​ຫິດ ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ ບໍ່​ໄດ້​ຮັກ​ສາ​ທັມ​ບັນ​ຍັດ ຫລື​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ​ຊຶ່ງ​ພຣະ​ອົງ​ຊົງ​ເຕືອນ​ເຂົາ 35 ເພາະ​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ບົວ​ລະ​ບັດ​ພຣະ​ອົງ​ໃນຣາ​ຊ​ອາ​ນາ​ຈັກ​ຂອງ​ເຂົາ ແຕ່​ພຣະ​ຄຸນ​ອັນ​ຍິ່ງ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ປະ​ທານ​ແກ່​ເຂົາ ແລະ​ແຜ່ນ​ດິນ​ທີ່​ໃຫຍ່​ອຸ​ດົມ ພຣະ​ອົງ​ຊົງ​ຍົກ​ໃຫ້​ເຂົາ ແລະ​ເຂົາ​ບໍ່​ໄດ້​ຫັນ​ກັບ​ຄືນ​ຈາກ​ການ​ຊົ່ວ​ຮ້າຍ​ຂອງ​ເຂົາ 36 ເບິ່ງ​ແມ໋, ວັນ​ນີ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເປັນ​ທາດ ເປັນ​ທາດ​ໃນ​ແຜ່ນດິນ​ທີ່​ພຣະ​ອົງ​ປະ​ທານ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ເພື່ອ​ໃຫ້​ໄດ້​ຮັບ​ປະ​ທານ​ພືດ​ຜົນ​ກັບ​ຂອງ​ອັນ​ດີ​ຂອງ​ມັນ 37 ແລະ​ຜະລິດ​ຜົນ​ອັນ​ມາກ​ມາຍ​ຂອງແຜ່ນ​ດິນນັ້ນ​ກໍ​ຕົກ​ແກ່​ພຣະ​ຣາ​ຊາ​ຜູ້​ທີ່​ພຣະ​ອົງ​ຊົງ​ຕັ້ງ​ໄວ້​ເຫນືອ​ຂ້າ​ພຣະ​ອົງ​ທັງ​ຫລາຍດ້ວຍ​ເຫດ​ບາບ​ຂອງ​ຂ້າ​ພຣະ​ອົງ​ທັ​ງ​ຫລາຍ ເຂົາ​ທັງ​ຫລາຍ​ມີ​ອຳ​ນາດ​ເຫນືອ​ຮ່າງ​ກາຍ​ແລະ​ເຫນືອ​ຝູງ​ສັດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຕາມ​ຄວາມພໍ​ໃຈ​ຂອງ​ເຂົາ​ທັ​ງ​ຫລາຍ ແລະ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ທຸກ​ຫນັກຫລາຍ​ແທ້ໆ” 38 ເຫດ​ສິ່ງ​ເຫລົ່າ​ນີ້​ເຮົາ​ທັງ​ຫລາຍ​ຈຶ່ງ​ກະ​ທຳ​ຄຳ​ສັນ​ຍາ​ຫມັ້ນ​ຄົງ ແລະ​ບັນ​ທຶກ​ໄວ້ ເຈົ້າ​ນາຍ ຄົນ​ເລ​ວີ ແລະ​ປະ​ໂຣ​ຫິດ​ຂອງ​ເຮົາ​ທັງ​ຫລາຍ ຈຶ່ງ​ປະ​ທັບ​ຕ​ຣາ​ຂອງ​ເຂົາ​ໄວ້

ເນເຫມີ 10

1 ບັນ​ດາ​ຜູ້​ທີ່ປະ​ທັບ​ຕ​ຣາ​ຂອງ​ເຂົາໄວ້​ຄື ເນ​ເຫມີ​ຜູ້​ວ່າ​ຣາ​ຊ​ການ ຜູ້​ເປັນ​ບຸດ​ຮາ​ດາ​ລີ​ຢາ ແລະ​ເຊ​ເດກີ​ຢາ 2 ເຊ​ຣັຍ​ຢາ ອາ​ຊາ​ຣີ​ຢາ ເຢ​ເຣ​ມີ​ຢາ 3 ປັ​ສ​ຮູ​ຣ໌ ອາ​ມາ​ຣີ​ຢາ ມັນ​ຄີ​ຢາ 4 ຮັດ​ຕູ​ສ ເຊ​ບາ​ນີ​ຢາ ມັນ​ລຸກ 5 ຮາ​ຣີມ ເມ​ເຣ​ໂມ​ທ ໂອ​ບາ​ດີ​ຢາ 6 ດາ​ນີ​ເອນ ກີນ​ເນ​ໂທນ ບາ​ຣູກ 7 ເມ​ຊູນ​ລາມ ອາ​ບີ​ຢາ ມີ​ຢາ​ມີນ 8 ມາ​ອາ​ຊີ​ຢາ ບີນ​ກັນ ເຊ​ມັຍ​ຢາ ຄົນ​ເຫລົ່າ​ນີ້​ເປັນ​ປະ​ໂຣ​ຫິດ 9 ແລະ​ຄົນ​ເລ​ວີ ຄື ເຢ​ຊູ​ອາ​ບຸ​ອາ​ຊາ​ນີ​ຢາ ບີນ​ນູ​ຍ​ເຊື້ອ​ສາຍ​ເຮ​ນາ​ດາດ ກັດ​ມີ​ເອນ 10 ແລະ​ພີ່​ນ້ອງ​ຂອງ​ເຂົາ ເຊ​ບາ​ນີ​ຢາ ໂຮ​ດີ​ຢາ ເກ​ລີ​ຕາ ເປ​ລັຍ​ຢາ ຮາ​ນານ 11 ມີ​ກາ ເຣ​ໂຮບ ຮາ​ຊາ​ບີ​ຢາ 12 ຊັກ​ກູ​ຣ໌ ເຊ​ເຣ​ບີ​ຢາ ເຊ​ບາ​ນີ​ຢາ 13 ໂຮ​ດີ​ຢາ ບາ​ນີ ເບ​ນີ​ນູ​ 14 ບັນ​ດາ​ຫົວ​ຫນ້າ​ຂອງ​ປະ​ຊາ​ຊົນ ຄື ປາ​ໂຣ​ສ ປາ​ຮັ​ທ​ໂມ​ອາບ ເອ​ລາມ ຊັດ​ຕູ ບາ​ນີ 15 ບູນ​ນີ ອັ​ສ​ກາດ ເບ​ບັຍ 16 ອາ​ໂດ​ນີ​ຢາ ບີກວັຍ ອາ​ດີນ 17 ອາ​ເຕີ ເຣ​ເຊ​ກີ​ຢາ ອັ​ສ​ຊູ​ຣ໌ 18 ໂຮ​ດີ​ຢາ ຮາ​ຊູມ ເບ​ຊັຍ 19 ຮາຣີຟ ອາ​ນາ​ໂທດ ເນ​ບັຍ 20 ມັກ​ປີ​ອັ​ສ ເມ​ຊູນ​ລາມ ເຮ​ດູ​ອາ 21 ເມ​ເຊ​ຊາ​ເບ​ນ ຊາ​ໂດກ ຢັດ​ດູ​ອາ 22 ເປລາ​ຕີ​ຢາ ຮາ​ນານ ອາ​ນັຍ​ຢາ 23 ໂຮ​ເຊ​ອາ ຮາ​ນາ​ນີ​ຢາ ຮັ​ສຊູບ 24 ຮານ​ໂລ​ເຮ​ສ ປີນ​ຮາ ໂຊ​ເບກ 25 ເຣ​ຮູມ ຮາ​ຊັ​ບ​ນາ ມາ​ອາ​ຊັຍ​ຢາ 26 ອາ​ຮີ​ຢາ ຮາ​ນານ ອາ​ນານ 27 ມັນ​ລຸກ ຮາ​ຣ​ຄມ ແລະ​ບາ​ອາ​ນາ 28 ສ່ວນ​ປະ​ຊາ​ຊົນ​ນອກ​ນັ້ນ ບັນ​ດາ​ປະ​ໂຣ​ຫິດ ຄົນເລ​ວີ ຄົນ​ເຝົ້າ​ປະ​ຕູ ນັກ​ຮ້ອງ ຄົນ​ໃຊ້​ປະ​ຈໍາພຣະ​ວິ​ຫານ ແລະ​ຄົນ​ທັງ​ປວງ​ຜູ້​ທີ່​ໄດ້​ແຍກ​ຕົວ​ອອກ​ຈາກ​ຊົນ​ຊາດ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ເຫລົ່າ​ນັ້ນ ມາ​ຖື​ທັມ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ທັງພັຣ​ຍາ​ຂອງ​ເຂົາ ບຸດ​ຊາຍ​ບຸດ​ຍິງ​ຂອງ​ເຂົາ ແລະ​ຄົນ​ທັງ​ປວງ​ຜູ້​ມີ​ຄວາມ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ 29 ໄດ້​ສົມ​ທົບ​ກັບ​ພີ່​ນ້ອງ​ຂອງ​ເຂົາ ກັບ​ຂຸ​ນນາງ​ຂອງ​ເຂົາ ໄດ້​ເຂົ້າ​ໃນ​ການ​ສາ​ບານ​ແລະ​ປະ​ຕິ​ຍານ​ທີ່​ຈະ​ດຳ​ເນີນ​ຕາມ​ທັມ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ​ທີ່​ຈະ​ປະ​ຕິ​ບັດ ແລະ​ກະ​ທຳ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງພຣະ​ເຈົ້າຂອງ​ເຣົາ ແລະ​ຕາມ​ກົດ​ຫມາຍ​ແລະ​ກົດ​ເກນ​ຂອງ​ພຣະ​ອົງ 30 ແລະ​ເຮົາ​ທັງ​ຫລາຍ​ຈະ​ບໍ່​ຍົກ​ບຸດ​ຍິງ​ຂອງ​ເຮົາ​ໃຫ້​ແກ່​ຊົນ​ຊາດ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ນັ້ນ ແລະ​ບໍ່​ຮັບ​ບຸດ​ຍິງ​ຂອງ​ເຂົາ​ທັງ​ຫລາຍ​ໃຫ້​ແກ່​ບຸດ​ຊາຍ​ຂອງ​ເຮົາ 31 ແລະ​ຖ້າ​ຊົນ​ຊາດ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ນັ້ນ​ນຳ​ເຄື່ອງ​ໃຊ້​ຫລື​ເຂົ້າ​ຢ່າງ​ໃດໆ​ມາຂາຍ​ໃນ​ວັນ​ສະ​ບາ​ໂຕ ເຮົາ​ຈະ​ບໍ່​ຊື້​ຈາກ​ເຂົາ​ໃນ​ວັນ​ສະ​ບາ​ໂຕ​ຫລື​ໃນ​ວັນ​ບໍ​ຣິ​ສຸດ ແລະ​ເຮົາ​ຈະ​ບໍ່​ເກັບ​ຜົນ​ຂອງ​ປີ​ທີ່​ເຈັດ ແລະ​ບໍ່​ເກັບ​ຫນີ້​ສິນ​ທຸກ​ຢ່າງ 32 ​ເຮົາ​ທັງ​ຫລາຍ​ກຳ​ນົດ​ໄວ້​ວ່າ ຈະ​ໃຫ້​ຄິດ​ກັບ​ຕົວ​ເຮົາ​ເປັນ​ຣາຍ​ປີ​ໃຫ້​ເສັຽ​ຄົນ​ລະ​ຈຳ​ນວນນຶ່ງ​ສ່ວນ​ສາມ​ເຊ​ເກ​ລ ເພື່ອ​ການບົວ​ລະ​ບັດ​ໃນ​ພຣະ​ວິ​ຫານ​ຂອງພຣະ​ເຈົ້າ​ຂອງ​ເຣົາ 33 ຄື​ໃຫ້​ເປັນ​ຣາ​ຄາ​ເຂົ້າ​ຈີ່​ຕັ້ງ​ຖວາຍ ທັນ​ຍາ​ບູ​ຊາ​ ເຄື່ອງ​ເຜົາ​ບູ​ຊາ​ແຕ່​ລະ​ມື້ ສຳ​ລັບ​ສະ​ບາ​ໂຕ​ຕ່າງວັນ​ຂຶ້ນ​ນຶ່ງ​ຄ່ຳ ເທ​ສ​ການ​ລ້ຽງ​ຕ່າງໆ ສິ່ງ​ຂອງ​ບໍ​ຣິ​ສຸດ ແລະ​ເຄື່ອງ​ບູ​ຊາ​ໄຖ່​ບາບ ເພື່ອ​ທຳ​ການ​ລ້າງ​ມົນ​ທີນ​ບາບ​ຂອງ​ພວກ​ອິສ​ຣາ​ເອນ ສຳ​ລັບ​ງານ​ທຸກ​ຢ່າງ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 34 ເຮົາ​ໄດ້​ຈັບ​ສະ​ຫ​ລາກ​ດ້ວຍ ຄື​ບັນ​ດາ​ປະ​ໂຣ​ຫິດ ຄົນ​ເລ​ວີ ແລະ​ປະ​ຊາ​ຊົນ​ທັງ​ຫລາຍ​ເພື່ອ​ເອົາ​ຟືນ​ຖວາຍ ນຳ​ເຂົ້າ​ມາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ ຕາມ​ຕະ​ກູນ​ຂອງ​ເຮົາ ຕາມ​ເວ​ລາ​ກຳ​ນົດ ເປັນ​ປີໆ​ໄປ​ເພື່ອ​ເຜົາ​ເທິງ​ແທ່ນ​ບູ​ຊາ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ ຕາມ​ທີ່​ບັນ​ທຶກໄວ້​ໃນ​ທັມ​ບັນ​ຍັດ 35 ເຮົາ​ຜູ​ກ​ມັດ​ຕົວ​ເຮົາ​ໄວ້​ທີ່​ຈະ​ນຳ​ຜົນ​ແຣກ​ແຫ່ງ​ທີ່​ດິນ​ຂອງ​ເຮົາ ແລະ​ຜົນ​ແຣກ​ຂອງ​ຜົນ​ຕົ້ນໄມ້​ທັງ​ສິ້ນ​ທຸກ​ປີ ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 36 ແລະ​ຈະ​ນຳ​ບຸດ​ຊາຍ​ຫົວ​ປີ ແລະ​ສັດ​ຫົວ​ປີ​ຂອງ​ເຮົາ ຕາມ​ທີ່​ບັນ​ທຶກ​ໄວ້​ໃນ​ທັມ​ບັນ​ຍັດ ແລະ​ຫົວ​ປີ​ແຫ່ງ​ຝູງ​ງົວ ແລະ​ຝູງ​ແບ້​ແກະ​ຂອງ​ເຮົາ​ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຣົາ ຍັງ​ປະ​ໂຣ​ຫິດ ຜູ້​ບົວ​ລະ​ບັດ​ຢູ່​ໃນ​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ 37 ແລະ​ຈະ​ນຳ​ຍອດ​ແປ້ງ​ປຽກ​ຂອງ​ເຮົາ​ສິ່ງ​ບໍ​ຣິ​ຈາກ​ຂອງ​ເຮົາ ຜົນ​ຫມາກ​ຂອງ​ຕົ້ນໄມ້​ທຸກ​ຕົ້ນ ເຫລົ້າ​ອະ​ງຸ່ນ​ໃຫມ່​ແລະ​ນ້ຳ​ມັນ ມາ​ຍັງ​ບັນ​ດາ​ປະ​ໂຣ​ຫິດ ມາ​ຍັງ​ຫ້ອງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ທີ່​ຈະ​ນຳ​ນຶ່ງ​ສ່ວນ​ສິບ​ຈາກ​ແຜ່ນ​ດິນ ຂອງ​ເຮົາມາ​ໃຫ້​ຄົນ​ເລ​ວີ ເພາະ​ຄົນ​ເລ​ວີ​ເປັນ​ຜູ້​ເກັບ​ເອົາ​ນຶ່ງ​ສ່ວນ​ສິບ​ຈາກ​ຫົວ​ເມືອງ​ຊົນ​ນະ​ບົດທັງ​ສິ້ນ​ຂອງ​ເຮົາ 38 ​ປະ​ໂຣ​ຫິດ ເຊື້ອ​ສາຍ​ຂອງ​ອາ​ໂຣນຈະ​ຢູ່​ກັບ​ຄົນ​ເລ​ວີ​ເມື່ອ​ຄົນ​ເລ​ວີ​ໄດ້​ຮັບ​ນຶ່ງ​ສ່ວນ​ສິບ​ ແລະ​ຄົນ​ເລ​ວີ​ຈະ​ນຳ​ນຶ່ງ​ສ່ວນ​ສິບ​ຂອງ​ນຶ່ງ​ສ່ວນ​ສິບ​ມາ​ຍັງ​ ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ ມາ​ຍັງ​ຫ້ອງ ຍັງ​ຄັງ​ພັ​ສ​ດຸ 39 ເພາະ​ປະ​ຊາ​ຊົນອິສ​ຣາເອນ​ແລະ​ເຊື້ອ​ສາຍ​ເລ​ວີ​ຈະ​ນຳ​ສ່ວນ​ບໍ​ຣີ​ຈາກ ຄື ເຂົ້າ ເຫລົ້າ​ອະ​ງຸ່ນ​ໃຫມ່​ແລະ​ນ້ຳ​ມັນ ມາ​ຍັງ​ຫ້ອງ​ຊຶ່ງ​ເປັນ​ບ່ອນ​ທີ່​ເກັບ​ເຄື່ອງ​ໃຊ້​ຂອງ​ສະ​ຖານ​ນະ​ມັ​ສ​ການ ແລະ​ທີ່​ຢູ່​ຂອງ​ປະ​ໂຣ​ຫິດ​ຜູ້​ບົວ​ລະ​ບັດ​ແລະ​ຄົນ​ເຝົ້າ​ປະ​ຕູ​ແລະ​ນັກ​ຮ້ອງ ເຮົາ​ຈະ​ບໍ່​ເພີກ​ເສີຍ​ຕໍ່​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ

ເນເຫມີ 11

ຜູ້​ທີ່​ມີ​ພູມ​ລຳ​ເນົາ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ

1 ພວກ​ຜູ້​ນຳ​ຂອງ​ປະ​ຊາ​ຊົນອາ​ໄສ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ ແລະ​ປະ​ຊົນ​ນອກ​ນັ້ນ​ຈັບ​ສະ​ຫລາກ​ກັນ ເພື່ອ​ຈະ​ນຳ​ເອົາ​ຄົນ​ສ່ວນ​ນຶ່ງ​ໃນ​ສິບ​ສ່ວນ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ເຢ​ຣູ​ຊາ​ເລັມນະ​ຄອນບໍ​ຣິ​ສຸດ ຝ່າຍ​ອີກ​ເກົ້າ​ສ່ວນ​ສິບ​ນັ້ນ​ໃຫ້​ຢູ່​ໃນ​ຫົວ​ເມືອງ​ຕ່າງໆ 2 ປະ​ຊາຊົນ​ໄດ້​ໂມ​ທະ​ນາ​ແກ່​ບັນ​ດາຜູ້​ທີ່​ສ​ມັກ​ໃຈ​ໄປ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ 3 ຕໍ່​ໄປ​ນີ້​ເປັນ​ຫົວ​ຫນ້າ​ມົນ​ທົນ​ທີ່​ມາ​ອາ​ໄສ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ ແຕ່​ໃນ​ຫົວ​ເມືອງ​ຂອງ​ປະ​ເທດ​ຢູ​ດາ ຕ່າງ​ຄົນ​ຕ່າງ​ອາ​ໄສ​ຢູ່​ໃນ​ທີ່​ດິນ​ຂອງ​ຕົນ​ໃນ​ຫົວ​ເມືອງ​ຂອງ​ຕົນ​ຄື​ອິສ​ຣາ​ເອນ ບັນ​ດາ​ປະ​ໂຣ​ຫິດ ຄົນ​ເລ​ວີ ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ ແລະ​ເຊື້ອ​ສາຍ​ຂ້າ​ຣາ​ຊ​ການຂອງ​ໂຊ​ໂລ​ໂມນ 4 ບາງ​ຄົນ​ໃນ​ເຊື້ອ​ສາຍ​ຂອງ​ຢູ​ດາ​ແລະ​ເຊື້ອ​ສາຍ​ຂອງ​ເບັນ​ຢາ​ມີນ ອາ​ໄສ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ ເຊື້ອ​ສາຍ​ຂອງ​ຢູ​ດາ​ມີ ອາ​ທັຍ​ຢາ​ ບຸດ​ອຸ​ສ​ຊີ​ຢາ ຜູ້​ເປັນ​ບຸດອາ​ມາ​ຣີ​ຢາ ຜູ້​ເປັນ​ບຸດ​ເຊ​ຟາ​ຕີ​ຢາ ຜູ້​ເປັນ​ບຸດ​ມາ​ຮາ​ລາ​ເລນ ແຫ່ງ​ເຊື້ອ​ສາຍ​ຂອງ​ ເປ​ເຣ​ສ 5 ແລະ​ມາ​ອາ​ຊັຍ​ຢາ ບຸດ​ບາ​ຣຸກ ຜູ້​ເປັນ​ບຸດ​ໂກນ​ໂຮ​ເຊ ຜູ້​ເປັນ​ບຸດ​ຮາ​ຊັຍ​ຢາ ຜູ້​ເປັນ​ບຸດ​ອາ​ດັຍ​ຢາ ຜູ້​ເປັນ​ບຸດ​ຢົວ​ອາ​ຣີບ ຜູ້​ເປັນ​ບຸດ​ເຊ​ຄາ​ຣີ​ຢາ ຜູ້​ເປັນ​ບຸດ​ຊາວຊີ​ໂລນ 6 ເຊື້ອ​ສາຍ​ຂອງ​ເປ​ເຣສ​ທັງ​ສິ້ນ​ທີ່​ອາ​ໄສ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ ມີ​ຄົນ​ເກັ່ງ​ກ້າ ສີ່​ຮ້ອຍ​ຫົກ​ສິບ​ແປດ​ຄົນ 7 ແລະ​ຕໍ່​ໄປ​ນີ້​ເປັນ​ເຊື້ອ​ສາຍເບັນ​ຢາ​ມີນ ຄື​ ຊັນ​ລູ ບຸດ​ເມ​ຊູນ​ລາມ ຜູ້​ເປັນ​ບຸດ​ໂຢ​ເອດ ຜູ້​ເປັນ​ບຸດ​ເປ​ດັຍ​ຢາ ຜູ້​ເປັນ​ບຸດ​ໂກ​ລັຍ​ຢາ ຜູ້​ເປັນ​ບຸດ​ມາ​ອາ​ເຊ​ຢາ ຜູ້​ເປັນ​ບຸດ​ອີ​ທີ​ເອນ ຜູ້​ເປັນ​ບຸດ​ເຢ​ຊາ​ຢາ 8 ແລະຖັດ​ເຂົາ​ໄປ​ຄື ກັບ​ບັຍ ຊັນ​ລັຍ ມີ​ເກົ້າ​ຮ້ອຍ​ຊາວ​ແປດ​ຄົນ 9 ໂຢ​ເອນ​ ບຸດ​ຊີກ​ຣີ ເປັນ​ຜູ້​ດູ​ແລ​ເຂົາ​ທັງ​ຫລາຍ ແລະ​ເຫນືອ​ເມືອງ​ນັ້ນ ​ຢູ​ດາ​ບຸດຮັ​ສ​ເຊ​ນູ​ອາ​ເປັນ​ທີ່​ສອງ 10 ຈາກ​ບັນ​ດາ​ປະ​ໂຣ​ຫິດ​ຄື ເຢ​ດັຍ​ຢາ ບຸດ​ຢົວ​ອາ​ຣີບ ຢາ​ຄີນ 11 ເຊ​ຣັຍ​ຢາ ບຸດ​ຮີນ​ກີ​ຢາ ຜູ້​ເປັນ​ບຸດ​ເມ​ຊູນ​ລາມ ຜູ້​ເປັນ​ບຸດ​ຊາ​ໂດກ ຜູ້​ເປັນ​ບຸດ​ເມ​ຣາໂຢດ ຜູ້​ເປັນ​ບຸດ​ອາ​ຮີ​ຕູບ ຜູ້​ປົກ​ຄອງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 12 ແລະ​ພີ່ນ້ອງ​ຂອງ​ເຂົາ​ທີ່​ທຳ​ງານ​ຢູ່​ໃນ​ພຣະ​ວິ​ຫານ ມີ​ແປດ​ຮ້ອຍ​ຊາວ​ສອງ​ຄົນ ແລະ​ອາ​ດັຍ​ຢາ ບຸດ​ເຢ​ໂຣ​ຮາມ ຜູ້​ເປັນ​ບຸດ​ເປ​ລາ​ລີ​ຢາ ຜູ້​ເປັນ​ບຸດ​ອັມ​ຊີ ຜູ້​ເປັນ​ບຸດ​ເຊ​ຄາ​ຣີ​ຢາ ຜູ້​ເປັນ​ບຸດ​ປັ​ສ​ຮູ​ຣ໌ ຜູ້​ເປັນ​ບຸດ​ມັນ​ຄີ​ຢາ 13 ແລະ​ພີ່​ນ້ອງ​ຂອງ​ເຂົາ ຫົວ​ຫນ້າ​ຂອງ​ຕະ​ກູນ ມີ​ສ້ອງ​ຮ້ອຍ​ສີ່​ສິບ​ສອງ​ຄົນ ແລະ​ອາ​ມັ​ສ​ຊັຍ ບຸດ ອາ​ຊາ​ເຣນ ຜູ້​ເປັນ​ບຸດ​ອາ​ຊັຍ ຜູ້​ເປັນ​ບຸດ​ເມ​ຊີນ​ເລ​ໂມ​ທ ຜູ້​ເປັນ​ບຸດ​ອີມ​ເມີ 14 ​ພີ່​ນ້ອງຂອງ​ເຂົາ​ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ ມີ​ນຶ່ງ​ຮ້ອຍ​ຊາວ​ແປດ​ຄົນ ຜູ້​ດູ​ແລ​ຂອງ​ເຂົາຄື​ຊັບ​ດີ​ເອນ ບຸດ​ຮັກ​ເກ​ໂດ​ລີມ 15 ຈາກ​ຄົນ​ເລ​ວີ​ຄື ເຊ​ມັຍ​ຢາ ບຸດ​ຮັ​ສ​ຊູບ ຜູ້​ເປັນ​ບຸດ​ອັ​ສ​ຣີ​ກາມ ຜູ້​ເປັນ​ບຸດ​ຮາ​ຊາ​ບີ​ຢາ ຜູ້​ເປັນ​ບຸດ​ບູນ​ນີ 16 ​ຊັບ​ເບ​ທັຍ ແລະ​ໂຢ​ຊາ​ບາດ ຈາກ​ພວກ​ຫົວ​ຫນ້າ​ຂອງ​ຄົນ​ເລ​ວີ ຜູ້​ຄວບ​ຄຸມ​ການ​ງານ​ພາຍນອກ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 17 ມັດ​ຕາ​ນີ​ຢາ ບຸດ​ມີ​ກາ ຜູ້​ເປັນ​ບຸ​ດຊັບ​ດີ ຜູ້​ເປັນ​ບຸດ​ອາ​ຊັຟ ຜູ້​ເປັນ​ຫົວ​ຫນ້າ​ໃນ​ການ​ເລີ້ມ​ຕົ້ນ​ການ​ໂມ​ທະນາ​ໃນ​ການ​ອ້​ອນ​ວອນ ແລະ​ບາກ​ບູ​ກີ​ຢາ​ເປັນ​ທີ່​ສອງ​ໃນ​ຫມູ່​ພີ່​ນ້ອງ​ຂອງ​ເຂົາ ແລະ​ອັບ​ດາ ບຸດ​ຊາມ​ມູ​ອາ ຜູ້​ເປັນ​ບຸດ​ກາ​ລານ ຜູ້​ເປັນ​ບຸດ​ເຢ​ດູ​ທູນ 18 ຄົນ​ເລ​ວີ​ທັງ​ຫມົດ​ໃນ​ນະ​ຄອນ​ບໍ​ຣິ​ສຸດ​ມີ ສອງ​ຮ້ອຍ​ແປດ​ສິບ​ສີ່​ຄົນ 19 ຄົນ​ເຝົ້າ​ປະ​ຕູ​ມີ ອັກ​ກູບ ຕັນ​ໂມນ ແລະ​ພີ່​ນ້ອງ​ຂອງ​ເຂົາ ຜູ້​ເຝົ້າ​ບັນດາ​ປະ​ຕູ​ມີ ນຶ່ງ​ຮ້ອຍ​ເຈັດ​ສິບ​ສອງ​ຄົນ 20 ຄົນ​ອິສ​ຣາ​ເອນນອກ​ນັ້ນ ທີ່​ເປັນ​ພວກ​ປະ​ໂຣ​ຫິດ ແລະ​ຄົນ​ເລ​ວີ ຢູ່​ໃນ​​ຫົວ​ເມືອງທັງ​ສິ້ນ​ຂອງ​ຢູ​ດາ ທຸກ​ຄົນ​ຢູ່​ໃນ​ທີ່​ດິນ​ມໍ​ຣະ​ດົກ​ຂອງ​ເຂົາ 21 ແຕ່​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ​ຢູ່​ທີ່ ໂອ​ເຟນ ແລະ​ຊີ​ຮາ ແລະ​ກີ​ສ​ປາ ຄວບ​ຄຸມ​ຄົນ​ໃຊ້​ປະ​ຈຳ​ພຣະ​ວິ​ຫານ 22 ຜູ້​ດູ​ແລ​ຄົນ​ເລ​ວີ​ໃນ​ເຢຣູ​ຊາ​ເລັມຄື ອຸ​ສ​ຊີ ບຸດ​ບາ​ນີ ຜູ້​ເປັນ​ບຸດ​ຮາ​ຊາ​ບີ​ຢາ ຜູ້​ເປັນ​ບຸດ​ມັດ​ຕາ​ນີ​ຢາ ຜູ້​ເປັນ​ບຸດ​ມີ​ກາ ແຫ່ງ​ເຊື້ອ​ສາຍ​ອາ​ສາ​ຟ ນັກ​ຮ້ອງ ດູແລ​ການ​ງານ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ 23 ເພາະ​ມີ​ພຣະ​ບັນ​ຊາ​ຈາກ​ພຣະ​ຣາ​ຊາ​ເຖິງ​ເຣື່ອງ​ເຂົາ ແລະ​ມີຂອງ​ເປັນ​ສ່ວນ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້​ສຳ​ລັບ​ນັກ​ຮ້ອງ ຕາມ​ທີ່​ຕ້ອງ​ການ​ທຸກໆ​ວັນ 24 ແລະ​ເປ​ທາ​ຮີ​ຢາ ບຸດ​ເມ​ເສຊາ​ເບນ ເຊື້ອ​ສາຍ​ເຊ​ຣາ ບຸດ​ຢູ​ດາ​ເປັນຜູ້​ຕ່າງ​ຫນ້າ​ຂອງ​ພຣະ​ຣາ​ຊາ​ໃນ​ເຣື່ອງ​ກິ​ຈ​ການ​ຕ່າງ​ອັນ​ກ່ຽວ​ກັບ​ປະ​ຊາ​ຊົນ 25 ສ່ວນ​ທີ່​ຊົນ​ນະ​ບົດ​ແລະ​ໄຮ່​ນາ​ຂອງ​ຊົນ​ນະ​ບົດ​ເຫລົ່າ​ນັ້ນ ປະ​ຊາ​ຊົນ​ພວກ​ຢູ​ດາ​ບາງ​ຄົນ​ອາ​ໄສ​ຢູ່​ໃນ​ກີ​ຣີ​ອາດ​ອາ​ຣ໌​ບາ ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ໃນ​ດີ​ໂບນ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ແລະ​ໃນ​ເຢ​ກັບ​ເຊ​ເອນ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 26 ແລະ​ໃນ​ເຢ​ຣູ​ຊາ​ເລັມ​ກັບ​ໃນ​ໂມ​ລາ​ດາ ແລະ​ເບັດ​ເປ​ເລທ 27 ໃນ​ຮາຊາ​ຣ໌​ຊູ​ອານ ໃນ​ເບີ​ເອີ​ເຊ​ບາ ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 28 ໃນ​ຊີກ​ລາກ ໃນ​ເມ​ໂກ​ນາ ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ 29 ໃນ​ເອນ​ຣີມ​ໂມນ ໃນ​ໂຊ​ຣາ ໃນ​ຢາ​ຣ໌​ມູ​ທ 30 ຊາໂນ​ອາ ອາ​ດູ​ນ​ລາມ ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ລາ​ຄີ​ສ ແລະ​ໄຮ່​ນາ​ຂອງ​ເມືອງ​ນັ້ນ ອາ​ເຊ​ກາ​ກັບ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ ເຂົາ​ຈີ່ງ​ຕັ້ງ​ຄ້າຍ​ຈາກ​ເບ​ເອີ​ເຊ​ບາ​ເຖິງ​ພູ​ດອຍ​ຮີນ​ໂນມ 31 ປະ​ຊາ​ຊົນ​ເບັນ​ຢາ​ມີນ​ຢູ່​ຕໍ່​ຈາກ​ເກ​ບາ​ໄປ​ ທີ່​ມີກ​ມັ​ສ ທີ່​ອັຍ​ຢາ ທີ່​ເບັນ​ເອນ ແລະ​ຊົນ​ນະ​ບົດ​ຂອ​ງ​ເມືອງ​ນັ້ນ 32 ທີ່​ອາ​ນາ​ໂທດ ໂນບ ອາ​ນາ​ນີ​ຢາ ​ 33 ຮາ​ໂຊ​ຣ໌ ຣາ​ມາ ກີດ​ຕາ​ອີມ 34 ຮາ​ດີດ ເຊ​ໂບ​ອີມ ເນ​ບັນ​ລັດ 35 ໂລດ ແລະ​ໂອ​ໂນ​ ພູ​ດອຍ​ຂອງ​ພວກ​ຊ່າງ​ຝີ​ມື 36 ແລະ​ບາງ​ສ່ວນ​ຂອງ​ຄົນ​ເລ​ວີ​ຢູ່​ໃນ​ຢູ​ດາ​ກໍ​ສົມ​ທົບ​ເຂົ້າ​ກັບ​ເບັນ​ຢາ​ມີນ

ເນເຫມີ 12

ບັນ​ດາ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ

1 ຕໍ່​ໄປ​ນີ້​ເປັນ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ທີ່​ຂຶ້ນ​ມາ​ກັບ​ເຊ​ຣຸບ​ບາ​ເບນ ບຸດ​ເຊ​ອັນ​ຕີ​ເອນ ແລະ​ເຢ​ຊູ​ອາ ເຊ​ຣັຍ​ຢາ ເຢ​ເຣ​ມີ​ຢາ ເອັ​ຊ​ຣາ 2 ອາ​ມາ​ຣີ​ຢາ ມັ​ນ​ລຸກ ຮັ​ດ​ຕູ​ສ 3 ເຊ​ກາ​ນີ​ຢາ ເຣ​ຮູມ ເມ​ເຣ​ໂມ​ທ 4 ອີດ​ໂດ ກີນ​ເນທົວ ອາ​ບີ​ຢາ 5 ມີ​ຢາ​ມີນ ມາ​ອາ​ດີ​ຢາ ບີນ​ກາ 6 ເຊ​ມັຍ​ຢາ ຢົວ​ອາ​ຣີບ ເຢ​ດັຍ​ຢາ 7 ຊັນ​ລູ ອາ​ໂມກ ຮີນ​ກີ​ຢາ ເຢ​ດັຍ​ຢາ ຄົນ​ເຫລົ່າ​ນີ້​ເປັນ​ຫົວ​ຫນ້າ​ຂອງ​ປະ​ໂຣ​ຫິດ ແລະ​ພີ່​ນ້ອງ​ຂອງ​ເຂົາ​ໃນ​ສະ​ໄຫມ​ຂອງ​ເຢ​ຊູ​ອາ 8 ​ຄົນ​ເລ​ວີ​ຄື ເຢ​ຊູ​ອາ ບີນ​ນູຍ ກັດ​ມີ​ເອນ ເຊ​ເຣ​ບີ​ຢາ ຢູ​ດາ ແລະ​ມັດ​ຕາ​ນີ​ຢາ ຜູ້​ຊຶ່ງດູ​ແລ​ການ​ເພງ​ໂມ​ທະ​ນາ​ພ້ອມ​ກັບ​ພີ່​ນ້ອງ​ຂອງ​ເຂົາ 9 ບາກ​ບູ​ກີ​ຢາ ແລະ​ອູນ​ໂນ​ພີ່​ນ້ອງ​ຂອງ​ເຂົາ ຢືນ​ຢູ່​ກົງ​ກັນ​ຂ້າມ​ໃນການ​ບົວ​ລະ​ບັດ 10 ​ເຢ​ຊູ​ອາ​ເປັນ​ບິ​ດາ​ຂອງ​ຢົວ​ອາ​ກີມ ຢົວ​ອາ​ກີມ​ເປັນ​ບິ​ດາ​ຂອງ​ເອ​ລີ​ອາ​ຊີບ ເອ​ລີ​ອາ​ຊີບ​ເປັນ​ບິ​ດາ​ຂອງ​ຢົວ​ອາ​ດາ 11 ຢົວ​ອາ​ດາ​ເປັນ​ບິ​ດາ​ຂອງ​ໂຢ​ນາ​ທານ ແລະ​ໂຢ​ນາ​ທານ​ເປັນ​ບິ​ດາ​ຂອງ​ຢາດ​ດູ​ອາ 12 ໃນ​ຣັ​ຊ​ການ​ຢົວ​ອາ​ກີມ ມີປະ​ໂຣ​ຫິດ​ຜູ້​ເປັນ​ຫົວ​ຫນ້າ​ຕູ​ກູນ​ຄື ເຊ​ຣັຍ​ຢາ ມີ ເມ​ຣັຍ​ຢາ ຕະ​ກູນ​ເຢເຣ​ມີ​ຢາ ມີ ຮາ​ນາ​ນີ​ຢາ 13 ຕະ​ກູນເອັ​ຊ​ຣາ ມີ ເມ​ຊູນ​ລາມ ຕະ​ກູນ​ອາ​ມາ​ຣີ​ຢາ ມີ ເຢ​ໂຮ​ຮາ​ນານ 14 ຕະ​ກູນ​ມັນ​ລູ​ຄີ ມີ ໂຢ​ນາ​ທານ ຕະ​ກູນ​ເຊ​ບາ​ນີ​ຢາ ມີ ໂຢ​ເຊັບ 15 ຕະ​ກູນ​ຮາ​ຣີມ ມີ ອັດ​ນາ ຕະ​ກູນ​ເມ​ຣາ​ໂຢດ ມີ ເຮນ​ກັຍ 16 ຕະ​ກູນ​ອີດ​ໂດ ມີ ເຊ​ຄາ​ຣີ​ຢາ ຕະ​ກູນ​ກີນ​ເນ​ໂທນ ມີ​ເມ​ຊູນ​ລາມ 17 ຕະ​ກູນ​ອາ​ບີ​ຢາ ມີ ຊີ​ກຣີ ຕະ​ກູນ​ມີ​ນີ​ອາ​ມີນ ຕະ​ກູນ​ໂມ​ອາ​ດີ​ຢາ ມີ​ ປີນ​ຕັຍ 18 ຕະ​ກູນ​ບີນ​ກາ ມີ ຊັມ​ມູ​ອາ ຕະ​ກູນ​ເຊ​ມັຍ​ຢາ ມີ​ ເຢ​ໂຮ​ນາ​ທານ 19 ຕະ​ກູນຢົວ​ອາ​ຣີບ ມີ​ມັດ​ເຕ​ນັຍ ຕະ​ກູນ​ເຢ​ດັຍ​ຢາ ມີ ອູ​ສ​ຊີ 20 ຕະ​ກູນ​ຊັນ​ລັຍ ມີ​ກັນ​ລັຍ ຕະ​ກູນ​ອາ​ໂມກ ມີ ເອ​ເບີ 21 ຕະ​ກູນ​ຮີນ​ກີ​ຢາ ມີ ຮາ​ຊາ​ບີ​ຢາ ຕະ​ກູນ​ເຢ​ດັຍ​ຢາ ມີ ເນ​ທານ​ເອນ 22 ສ່ວນ​ຄົນ​ເລ​ວີ​ໃນ​ສະ​ໄຫມ​ຂອງ​ເອ​ລີຢາ​ຊີບ ຢົວ​ອາ​ດາ ໂຢ​ຮາ​ນານ ແລະ​ຢາດ​ດູ​ອາ ຊື່​ຫົວ​ຫນ້າ​ຂອງ​ຕະ​ກູນ​ມີ​ບັນ​ທຶກ​ໄວ້​ທັງ​ບັນ​ດາ​ປະ​ໂຣ​ຫິດ​ຈົນ​ເຖິງ​ຣັ​ຊ​ສະ​ໄຫມ​ຂອງ​ດາ​ຣີ​ອຸ​ສ ຄົນ​ເປີ​ເຊັຽ 23 ເຊື້ອ​ສາຍ​ເລ​ວີ ຫົວ​ຫນ້າ​ຂອງ​ຕະ​ກູນ ມີ​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ ຈົນ​ສະ​ໄຫມ​ຂອງ​ໂຢ​ຣາ​ນານ​ ບຸດ​ເອ​ລີ​ອາ​ຊີບ 24 ແລະ​ຫົວ​ຫນ້າ​ຂອງ​ຄົນ​ເລ​ວີ​ຄື ຮາ​ຊາບີ​ຢາ ເຊ​ເຣບີ​ຢາ ແລະ​ເຢ​ຊູ​ອາ ບຸດ​ກັດ​ມີ​ເອນ ກັບ​ຍາດ​ພີ່​ນ້ອງ​ຂອງ​ເຂົາ​ຢູ່​ກົງ​ກັນ​ຂ້າມ​ທີ່​ຈະ​ສັຣເສີນ​ແລະ​ໂມ​ທະ ນາ​ພຣະ​ຄຸນ ຕາມ​ບັນ​ຍັດ​ຂອງ​ດາ​ວິດ​ຄົນ​ຂອງ​ພຣະ​ເຈົ້າ​ເປັນ​ຍາມໆ​ໄປ 25 ມັດ​ຕາ​ນີ​ຢາ ບາກ​ບູ​ກີ​ຢາ ໂອ​ບາ​ດີ​ຢາ ເມ​ຊູນ​ລາມ ຕັນ​ໂມນ ແລະ​ອັກ​ກູບ ເປັນ​ຄົນ​ເຝົ້າ​ປະ​ຕູ ຢືນ​ເຝົ້າ​ຢູ່​ທີ່​ໂຮງ​ພັ​ສ​ດຸ​ຂອງ​ປະ​ຕູ 26 ຄົນ​ເຫລົ່າ​ນີ້​ຢູ່​ໃນ​ສະ​ໄຫມ​ຂອງ​ຢົວ​ອາກີມ ບຸດ​ເຢ​ຊູ​ອາ ຜູ້​ເປັນ​ບຸດ​ໂຢ​ຊາ​ດາກ ແລະ​ໃນ​ສະ​ໄຫມ​ຂອງ​ເນ​ເຫມີ​ຜູ້​ວ່າ​ຣາ​ຊ​ການ ກັບ​ໃນ​ສະ​ໄຫມ​ຂອງປະ​ໂຣ​ຫິດ​ເອັ​ຊ​ຣາ ແລະ​ທັມ​ມາ​ຈານ

ການມອບ​ຖວາຍ​ກຳ​ແພງ​ເມືອງ

27 ເມື່ອທຳ​ພິ​ທີ​ມອບ​ຖວາຍ​ກຳ​ແພງ​ເຢ​ຣູ​ຊາ​ເລັມ ເຂົາ​ໄດ້​ສ​ແວງ​ຫາ​ຄົນ​ເລ​ວີ​ຕາມ​ທີ່​ຂອງ​ເຂົາ​ທົ່ວ​ທຸກ​ຫົນ​ທຸກ​ແຫ່ງ ເພື່ອ​ຈະ​ນຳ​ເຂົາ​ມາ​ທີ່​ເຢ​ຣູ​ຊາ​ເລັມ ເພື່ອ​ສະ​ຫລອງມອບ​ຖວາຍ​ດ້ວຍ​ຄວາມ​ຍິນ​ດີ ດ້ວຍ​ການ​ໂມ​ທະນາ ແລະ​ດ້ວຍ​ການ​ຮ້ອງ​ເພງ ດ້ວຍ​ແສ່ງ ພີນ​ໃຫຍ່ ແລະ​ພີນ​ເຂົາ​ຄູ່ 28 ເຊື້ອ​ສາຍ​ພວກ​ນັກ​ຮ້ອງ​ໄດ້​ຮວມ​ກັນ​ມາ​ຈາກ​ມົນ​ທົນ​ຮອບ​ເຢ​ຣູ​ຊາ​ເລັມ ແລະ​ຈາກ​ຊົນ​ນະ​ບົດ​ຂອງ​ຊາວ​ເນ​ໂທ​ຟາທ 29 ທັງ​ມາ​ຈາກເບັດ​ກີນ​ການ ແລະ​ຈາກ​ເຂດ​ເກ​ບາ ແລະ​ອັ​ສ​ມາ​ເວ​ທ ເພາະ​ບັນ​ດານັກ​ຮ້ອງ​ໄດ້​ສ້າງ​ຊົນ​ນະ​ບົດ​ຂອງ​ຕົນ​ຮອບ​ເຢ​ຣູ​ຊາ​ເລັມ 30 ບັນ​ດາ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ໄດ້​ຊຳ​ຮະ​ຕົວ​ໃຫ້​ບໍ​ຣິ​ສຸດ ແລະ​ເຂົາ​ທັງ​ຫລາຍ​ໄດ້​ຊຳ​ຮະ​ປະ​ຊາ​ຊົນ ແລະ​ປະ​ຕູ​ເມືອງ​ກັບ​ກຳ​ແພງ​ໃຫ້​ບໍ​ຣິ​ສຸດ 31 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ເຈົ້າ​ນາຍ​ແຫ່ງ​ຢູ​ດາ​ຂຶ້ນ​ເທິງ​ກຳ​ແພງ ແລະ​ແຕ່ງ​ຕັ້ງ​ໃຫ້​ຄ​ນະ​ໃຫຍ່​ສອງ​ຄ​ນະ​ເປັນ​ຜູ້​ກ່າວ​ໂມ​ທະນາ​ແລະ​ເດີນ​ເປັນ​ຂະ​ບວນ​ແຫ່ ຄະ​ນະ​ນຶ່ງ​ໄປ​ທາງ​ຂ​ວາ​ຂຶ້ນ​ໄປ​ເທິງ​ກຳ​ແພງ​ຈົນ​ເຖິງ​ປະ​ຕູ​ກອງ​ຂີ້​ເຫຍື່ອ 32 ແລະ​ຖັດຕໍ່​ເຂົາ​ໄປ ມີ​ໂຮ​ຊັຍ​ຢາ ແລະ​ເຈົ້າ​ນາຍ​ແຫ່ງ​ຢູ​ດາ​ເຄິ່ງ​ນຶ່ງ 33 ກັບ​ອາ​ຊາ​ຣີ​ຢາ ເອັ​ຊ​ຣາ ເມ​ຊູນ​ລາມ 34 ຢູ​ດາ ເບັນຢາ​ມີນ ເຊ​ມັຍ​ຢາ ແລະ​ເຢ​ເຣ​ມີ​ຢາ 35 ​ພວກ​ປະ​ໂຣ​ຫິດ​ບາງ​ຄົນ​ທີ່​ມີແກ ຄື ເຊ​ຄາ​ຣີ​ຢາ ບຸດ​ໂຢ​ນາ​ທານ ຜູ້​ເປັນ​ບຸດ​ເຊ​ມັຍ​ຢາ ຜູ້​ເປັນ​ບຸດ​ມັດ​ຕາ​ນີ​ຢາ ຜູ້​ເປັນ​ບຸດ​ມີ​ກັຍ​ຢາ ຜູ້​ເປັນ​ບຸດ​ຊັກ​ກູ​ຣ໌ ຜູ້​ເປັນ​ບຸດ​ອາ​ສາ​ຟ 36 ກັບ​ຍາດ​ພີ່​ນ້ອງ​ຂອງ​ເຂົາ ຄື ເຊ​ມັຍ​ຢາ ອາ​ຊາ​ເຣນ ມີລາ​ລັຍ ກີລາ​ລັຍ ມາ​ອັຍ ເນ​ທານ​ເອນ ຢູ​ດາ ແລະ​ຮາ​ນາ​ນີ ພ້ອມ​ກັບ​ເຄື່ອງ​ດົນ​ຕ​ຣີ​ຂອ​ງດາ​ວິດ​ຄົນ​ຂອງ​ພຣະ​ເຈົ້າ ແລະ​ເອັ​ຊ​ຣາ​ທັມ​ມາ​ຈານ​ໄດ້​ເດີນ​ນຳ​ຫນ້າ 37 ທີ່​ປະ​ຕູ​ນ້ຳ​ພຸ ເຂົາ​ທັງ​ຫລາຍ​ເດີນ​ຕົງ​ໄປ​ຂຶ້ນ​ຂັ້ນໄດ​ຂອງ​ນະ​ຄອນ​ດາ​ວິດ ທີ່​ທາງ​ຂຶ້ນ​ກຳ​ແພງ​ເ ຫນືອ​ພຣະ​ຣາ​ຊວັງ​ຂອງ​ດາ​ວິດ​ເຖິງ​ປະ​ຕູ​ນ້ຳ​ທາງ​ທິດ​ຕາເວັນ​ອອກ 38 ອີກ​ຄນະ​ນຶ່ງ​ທີ່​ກ່າວ​ຄຳ​ໂມ​ທະນາ​ເດີນ​ໄປ​ທາງ​ຊ້າຍ ແລະ​ຂ້າ​ພະ​ເຈົ້າ​ຕາມ​ເຂົາ​ໄປ​ພ້ອມ​ກັບ​ປະ​ຊາ​ຊົນ​ເຄິ່ງ​ນຶ່ງ ເທິງ​ກຳ​ແພງ​ເຫນືອຫໍ​ຄອຍ​ເຕົາ​ໄຟເຖິງ​ກຳ​ແພງ​ກວ້າງ 39 ແລະ​ເຫນືອ​ປະ​ຕູ​ເອຟ​ຣາ​ອີມ ແລະ​ທາງ​ປະ​ຕູ​ເກົ່າ ແລະ​ທາງ​ປະ​ຕູ​ປາ ແລະ​ຫໍ​ຄອຍ​ຮາ​ນານ​ເອນ ແລະ​ຫໍ​ຄອຍ​ຂອງ​ຄົນ​ນຶ່ງ​ຮ້ອຍ ເຖິງ​ປະ​ຕູ​ແກະ ແລະ​ເຂົາ​ມາ​ຢຸດ​ຢູ່​ທີ່​ປະ​ຕູ​ຍາມ 40 ຄ​ນະ​ທັງ​ສອງ​ຜູ້​ກ່າວ​ຄຳ​ໂມ​ທະ​ນາ​ໄດ້​ມາ​ຢືນ​ຢູ່​ທີ່​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ທັງ​ຂ້າ​ພະ​ເຈົ້າ​ແລະ​ເຈົ້າ​ຫນ້າ​ທີ່​ເຄິ່ງ​ນຶ່ງ​ຢູ່​ກັບ​ຂ້າ​ພະ​ເຈົ້າ 41 ກັບ​ປະ​ໂຣ​ຫິດ​ທີ່​ຖື​ແກ ຄື ເອ​ລີ​ອາ​ກີມ ມາ​ອາ​ເຊ​ຢາ ມາ​ນີ​ອາ​ມີມ ມ​ຣ​ກັຍ​ຢາ ເອ​ລີ​ໂອ​ເອ​ນັຍ ເຊ​ຄາ​ນີ​ຢາ ແລະ​ຮາ​ນາ​ນີ​ຢາ 42 ​ມາ​ອາ​ເຊ​ຢາ ເຊ​ມັຍ​ຢາ ເອ​ເລ​ອາ​ຊາ ອູ​ສ​ຊີ ເຢ​ໂຮ​ຮາ​ນານ ມັນ​ຄີ​ຢາ ເອ​ລາມ ແລະ​ເອ​ເຊີ ແລະ​ບັນ​ດາ​ນັກ​ຮ້ອງ​ໄດ້​ຮ້ອງ​ເພງ ມີ ເຢ​ສ​ຣາ​ຮີ​ຢາ ເປັນ​ຫົວ​ຫນ້າ​ຂອງ​ເຂົາ 43 ແລະ​ເຂົາ​ທັງ​ຫລາຍ​ໄດ້​ຖວາຍ​ເຄື່ອງ​ສັຕ​ບູ​ຊາ​ໃຫຍ່​ໂຕ​ໃນ​ວັນ​ນັ້ນ ແລະຊົມ​ຊື່ນ​ຍິນ​ດີເພາະ​ພຣະ​ເຈົ້າ​ຊົງ​ກະ​ທໍາໃຫ້​ເຂົາ​ຍິນ​ດີ​ດ້ວຍ​ຄວາມ​ຊື່ນ​ບານ​ຍິ່ງ​ໃຫຍ່ ພວກ​ຜູ້​ຍິງ ແລະ​ເດັກ​ນ້ອຍກໍ​ຍິນ​ດີ​ດ້ວຍ ແລະ​ຄວາມ​ຊື່ນບານ​ຂອງ​ເຢຣູ​ຊາ​ເລັມ​ກໍ​ໄດ້​ຍິນ​ໄປ​ໄກ

ການ​ຈັດ​ສ່ວນ​ສິ່ງ​ທີ່​ລ້ຽງ​ດູ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ

44 ໃນ​ວັນ​ນັ້ນ ເຂົາ​ແຕ່ງ​ຕັ້ງ​ຄົນ​ໃຫ້​ດູ​ແລ​ຫ້ອງ​ສຳ​ລັບ​ພັ​ສ​ດຸ ຂອງ​ບໍ​ຣິ​ຈາກ ຫມາກ​ໄມ້​ຣຸ່ນ​ແຣກ​ນຶ່ງ​ສ່ວນ​ສິບ ໃຫ້​ຮວບ​ຮວມ​ສິ່ງ​ຊຶ່ງ​ກຳ​ນົດ​ໄວ້​ໃນ​ກົດ​ຫມາຍ​ສຳ​ລັບ​ປະ​ໂຣ​ຫິດ ແລະ​ຄົນ​ເລ​ວີ​ເຂົ້າ​ມາ​ໄວ້​ໃນ​ນັ້ນ ຕາມ​ໄຮ່​ນາ​ໃນ​ຫົວ​ເມືອງ​ເຫລົ່າ​ນັ້ນ​ 45 ​ເຂົາ​ທັງ​ຫລາຍ​ໄດ້​ທຳ​ການ​ບົວ​ລະ​ບັດ​ພຣະ​ເຈົ້າ​ຂອງ​ເຂົາ​ແລະ​ທຳ​ການ​ຊຳ​ຮະ​ໃຫ້​ບໍ​ຣີ​ສຸດ ຢ່າງ​ກັບ​ພວກ​ນັກ​ຮ້ອງ ແລະ​ພວກ​ເຝົ້າ​ປະ​ຕູ​ໄດ້​ກະ​ທຳ​ຕາມ​ພຣະ​ບັນ​ຊາ​ຂອງ​ດາ​ວິດ​ແລະ​ຂອງ​ໂຊໂລໂມນ​ຣາ​ຊ​ໂອ​ຣົດ​ຂອງ​ພຣະ​ອົງ 46 ເພາະ​ໃນ​ສະ​ໄຫມ​ດາ​ວິດ ແລະ​ອາ​ສາ​ຟ​ໃນ​ດຶກ​ດຳ​ບັນ​ນັ້ນ​ມີ​ຫົວ​ຫນ້າ​ພວກ​ນັກ​ຮ້ອງ ແລະ​ມີ​ບົດ​ເພງ​ສັຣເສີນ ແລະ​ບົດ​ເພງ​ໂມ​ທະນາ​ພຣະ​ຄຸນ​ພຣະ​ເຈົ້າ 47 ແລະ​ອິສ​ຣາ​ເອນ​ທັງ​ປວງ​ໃນ​ສະ​ໄຫມ​ຂອງ​ເຊ​ຣຸບ​ບາ​ເບນ ແລະ​ໃນ​ສະ​ໄຫມ​ຂອງ​ເນ​ເຫມີ ໄດ້​ໃຫ້​ປັນ​ສ່ວນ​ຕາມ​ຕ້ອງ​ການ​ທຸກວັນ​ແກ່​ນັກ​ຮ້ອງ​ແລະ​ຄົນ​ເຝົ້າ​ປະ​ຕູ ແລະ​ເຂົາ​ໄດ້​ກັນ​ສ່ວນ​ຂອງ​ຄົນ​ເລ​ວີ​ໄວ້​ຕ່າງ​ຫາກ ແລະ​ຄົນ​ເລ​ວີ​ໄດ້​ກັນ​ສ່ວນ​ຂອງ​ເຊື້ອ​ສາຍ​ອາ​ໂຣນ​ໄວ້​ຕ່າງ​ຫາກ

ເນເຫມີ 13

ການ​ປະ​ຕິ​ຮູບ​ຂອງ​ເນ​ເຫມີ

1 ໃນ​ວັນ​ນັ້ນ ເຂົາ​ອ່ານ​ຫນັງ​ສື​ຂອງ​ໂມ​ເຊ​ໃຫ້​ປະ​ຊາ​ຊົນ​ຟັງ ແລະ​ເຂົາ​ພົບ​ທີ່​ມີ​ຂຽນ​ໄວ້​ວ່າ ບໍ່​ຄວນ​ໃຫ້​ຄົນ​ອັມ​ໂມນ ຫລື​ຄົນ​ໂມ​ອາບ​ເຂົ້າ​ໃນ​ທີ່​ຊຸມ​ນຸມ​ຂອງ​ພຣະ​ເຈົ້າ​ເປັນ​ນິດ 2 ເພາະ​ເຂົາ​ບໍ່​ໄດ້​ເອົາ​ອາ​ຫານ​ແລະ​ນ້ຳ​ມາ​ຕ້ອນ​ຮັບ​ຄົນ​ອິສ​ຣາ​ເອນ ແຕ່​ໄດ້​ຈ້າງ​ບາ​ລາ​ອາມ​ໃຫ້​ມາ​ຕໍ່​ຕ້ານ​ແລະ​ສາບ​ແຊ່ງ​ເຂົາ ແຕ່​ພຣະ​ເຈົ້າ​ຂອງ​ເຮົາ​ຊົງ​ປ່ຽນ​ຄຳ​ແຊ່ງ​ເປັນ​ພອນ 3 ແລະ​ຢູ່​ມາ​ເມື່ອ​ປະ​ຊາ​ຊົນ​ໄດ້​ຍິນ​ທັມ​ບັນ​ຍັດ ເຂົາ​ກໍ​ແຍກ​ອິສ​ຣາ​ເອນ​ອອກ​ເສັຽ​ຈາກ​ເຊື້ອ​ສາຍ​ຄົນ​ຕ່າງ​ດ້າວ 4 ກ່ອນ​ຫນ້າ​ນີ້ ປະ​ໂຣ​ຫິດເອ​ລີ​ອາ​ຊີບຜູ້ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ດູ​ແລ​ຫ້ອງ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ຜູ້​ກ່ຽວ​ພັນ​ກັບ​ໂຕ​ບີ​ອາ 5 ໄດ້​ຈັດ​ຫ້ອງ​ໃຫຍ່​ຫ້ອງ​ນຶ່ງ​ໃຫ້​ໂຕ​ບີ​ອາ ເປັນ​ຫ້ອງ​ທີ່​ແຕ່​ກ່ອນ​ໃຊ້​ເກັບ​ທັນ​ຍາ​ບູ​ຊາ ກຳ​ຍານ ເຄື່ອງ​ໃຊ້​ຕ່າງໆ ແລະ​ນຶ່ງ​ສວ່ນສິບ​ທີ່​ເປັນ​ເຂົ້າ ເຫລົ້າ​ອະ​ງຸ່ນ​ໃຫມ່​ແລະ​ນ້ຳ​ມັນ ຊຶ່ງ​ເຂົາ​ໃຫ້​ໄວ້​ຕາມ​ບັນ​ຍັດ​ໃຫ້​ແກ່​ຄົນ​ເລ​ວີ ນັກ​ຮ້ອງ ຄົນ​ເຝົ້າ​ປະ​ຕູ ແລະ​ຂອງ​ບໍ​ຣິ​ຈາກ​ສຳ​ລັບ​ປະ​ໂຣ​ຫິດ 6 ເມື່ອ​ເກີດ​ເຣື່ອງ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ເຢ​ຣູ​ຊາ​ເລັມ ເພາະ​ໃນ​ປີ​ທີ່​ສາ​ມສິບ​ສອງ​ແຫ່ງ​ຣັ​ຊ​ກາ​ນອາ​ກຕາ​ເຊີ​ເຊສພຣະ​ຣາ​ຊາ​ແຫ່ງ​ບາ​ບີ​ໂລ​ນ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຝົ້າ​ພຣະ​ຣາ​ຊາ ແລະ​ຕໍ່​ມາ​ຂ້າ​ພະ​ເຈົ້າ​ກໍ​ທູນ​ລາ​ພຣະ​ຣາ​ຊາ 7 ແລະ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຊາບ​ຄວາມ​ຊົ່ວ​ຮ້າຍ ຊຶ່ງ​ເອ​ລີ​ອາ​ຊີບ​ໄດ້​ກະ​ທຳ​ເພື່ອ​ໂຕ​ບີ​ອາ ຄື​ຈັດ​ຫ້ອງ​ພາຍ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ໃຫ້​ເຂົາ 8 ຂ້າ​ພະ​ເຈົ້າ​ໃຈຮ້າຍ​ຫລາຍ ແລະ​ຂ້າ​ພະ​ເຈົ້າ​ກໍ​ໂຍນ​ເຄື່ອງ​ແຕ່ງ​ເຮືອນ​ທັງ​ສິ້ນ​ຂອງ​ໂຕ​ບີ​ອາ​ອອກ​ເສັຽ​ຈາກ​ຫ້ອງ 9 ແລ້ວ​ຂ້າ​ພະ​ເຈົ້າ​ສັ່ງ​ໃຫ້​ເຂົາ​ຊຳ​ຮະ​ຫ້ອງ ແລະ​ຂ້າ​ພະ​ເຈົ້າ​ກໍ​ນຳ​ເຄື່ອງໃຊ້​ປະ​ຈຳ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ທັງ​ທັນ​ຍາ​ບູ​ຊາ​ກັບ​ກຳ​ຍານ​ກັບ​ຄືນ​ມາ​ໄວ້​ທີ່​ນັ້ນ​ອີກ 10 ​ຂ້າ​ພະ​ເຈົ້າ​ຍັງ​ຊາບ​ອີກວ່າ ສ່ວນ​ຂອງ​ຄົນ​ເລ​ວີ​ນັ້ນ ເຂົາ​ກໍ​ບໍ່​ໄດ້​ມອບ​ໃຫ້ ເພາະ​ສະ​ນັ້ນ ຄົນ​ເລ​ວີ​ແລະ​ນັກ​ຮ້ອງ​ຜູ້​ປະ​ຕິ​ບັດ​ການ​ງານ ຕ່າງ​ກໍ​ຫນີ​ກັບ​ໄປ​ຍັງ​ໄຮ່​ນາ​ຂອງ​ຕົນ 11 ຂ້າ​ພະ​ເຈົ້າ​ຈຶ່ງ​ຕໍ່​ວ່າ​ເຈົ້າ​ຫນ້າ​ທີ່​ແລະ​ເວົ້າ​ວ່າ, “ເປັນ​ຫຍັງ​ຈຶ່ງ​ປະ​ປ່ອຍ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ໄປ​“ຂ້າ​ພະ​ເຈົ້າ​ຈຶ່ງຮວບຮວມເຂົາ​ກັບມາ ແລະ​ຕັ້ງ​ເຂົາ​ໄວ້​ຕາມຕຳ​ແຫນ່ງຂອງ​ເຂົາ​ອີກ 12 ແລະຢູ​ດາ​ທັງ​ປວງ​ໄດ້​ນຳ​ນຶ່ງ​ສ່ວນ​ສິບ​ທີ່​ເປັນ​ເຂົ້າ ເຫລົ້າ​ອະ​ງຸ່ນ​ໃຫມ່ ແລະ​ນ້ຳ​ມັນ​ເຂົ້າ​ມາ​ຍັງ​ເຮືອນ​ພັ​ສ​ດຸ 13 ຂ້າ​ພະ​ເຈົ້າໄດ້​ແຕ່ງ​ຕັ້ງ​ຄົນ​ໃຫ້​ດູ​ແລ​ເຮືອນ​ພັ​ສ​ດຸ ຄື ປະ​ໂຣ​ຫິດ​ເຊ​ເລ​ມີ​ຢາ ຊາ​ໂດກ​ທັມ​ມາ​ຈານ ແລະເປ​ດັຍ​ຢາ​ແຫ່ງ​ຄົນ​ເລ​ວີ ແລະ​ຜູ້​ຊ່ອຍ​ຂອງ​ເຂົາ​ ຄື ຮາ​ນານ ບຸດ​ຊັກ​ກູ​ຣ໌ ຜູ້​ເປັນ​ບຸດ​ມັດ​ຕາ​ນີ​ຢາ ເພາະ​ນັບ​ໄດ້​ວ່າ​ເຂົາ​ຊື່​ສັດ ແລະ​ຫນ້າ​ທີ່​ຂອງ​ເຂົາ​ຄື​ແຈກ​ຈ່າຍ​ແກ່​ພວກ​ພີ່​ນ້ອງ 14 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ກ່ຽວ​ກັບ​ເຣື່ອງ​ນີ້​ຂໍ​ຊົງ​ຣະ​ລຶກ​ເຖິງ​ຂ້າ​ພຣະ​ອົງ ແລະ​ຂໍ​ຢ່າ​ຊົງ​ລົບ​ລ້າງ​ການ​ທີ່​ດີ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ​ທີ່​ຂ້າ​ພຣະ​ອົງ​ໄດ້​ກະ​ທຳ ເພື່ອ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຂອງຂ້າ​ພຣະ​ອົງ ແລະ​ເພື່ອ​ການ​ບົວ​ລະ​ບັດ​ໃນ​ທີ່​ນັ້ນ 15 ຄັ້ງ​ນັ້ນ​ໃນ​ຢູ​ດາ ຂ້າ​ພະ​ເຈົ້າ​ເຫັນ​ຄົນ​ຢ່ຳ​ເຫລົ້າ​ອະ​ງຸ່ນ​ໃນ​ວັນ​ສະ​ບາ​ໂຕ ແລະ​ນຳ​ຟ່ອນ​ເຂົ້າ​ເຂົ້າ​ມາ​ບັນ​ທຸກ​ຫລັງ​ລໍ ທັງ​ເຫລົ້າ​ອະ​ງຸ່ນ ຫມາກ​ອະ​ງຸ່​ນ ຫມາກ​ເດື່ອ ແລະ​ພາ​ຣະ​ທຸກ​ຢ່າງ ຊຶ່ງ​ເຂົາ​ນຳ​ມາ​ຍັງ​ເຢ​ຣູ​ຊາ​ເລັມ​ໃນ​ວັນ​ສະ​ບາ​ໂຕ ຂ້າ​ພະ​ເຈົ້າ​ໄດ້​ຕັກ​ເຕືອນ​ເຂົາ​ໃນ​ວັນ​ທີ່​ເຂົາ​ທັງ​ຫລາຍ​ຂາຍ​ອາ​ຫານ 16 ແລະ​ມີ​ຄົນ​ຊາວ​ຕີເຣ​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ໄດ້​ນຳ​ປາ ແລະ​ສິນ​ຄ້າ​ທຸກ​ຢ່າງ​ເຂົ້າ​ມາ​ຂາຍ​ໃນ​ວັນ​ສະ​ບາ​ໂຕ​ແກ່​ປະ​ຊາ​ຊົນ​ຢູ​ດາ ແລະ​ໃນ​ເຢ​ຣູ​ຊາ​ເລັມ 17 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຕໍ່​ວ່າ​ພວກ​ຂຸນ​ນາງ​ແຫ່ງ​ຢູ​ດາ ແລະ​ເວົ້າ​ກັບ​ເຂົາ​ວ່າ, “ເປັນ​ຫຍັງ​ທ່ານ​ທັງ​ຫລາຍ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ເຊັ່ນ​ນີ້ ກະ​ທຳ​ໃຫ້​ວັນ​ສະ​ບາ​ໂຕ​ເປັນ​ມົນ​ທິນ 18 ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ບໍ່​ໄດ້​ກະ​ທຳ​ເຊັ່ນ​ນີ້​ຫລື ແລະ​ພຣະ​ເຈົ້າ​ຂອງ​ເຣົາ​ບໍ່​ໄດ້​ຊົງ​ນຳ​ເຫດ​ຮ້າຍ​ນີ້​ທັງ​ສິ້ນ​ໃຫ້​ຕົກ​ຢູ່​ເທິງ​ເຮົາ​ແລະ​ເທິງ​ເມືອງ​ນີ້​ຫລື ທ່ານ​ຍັງ​ຈະ​ນຳ​ພຣະ​ພິ​ໂຣດ​ຍິ່ງກວ່າ​ນັ້ນ​ມາ​ເຫນືອ​ອິສ​ຣາ​ເອນ​ດ້ວຍ​ການ​ກະ​ທຳ​ໃຫ້​ສະ​ບາ​ໂຕ​ເປັນ​ມົນ​ທີນ” 19 ແລະ​ຢູ່​ມາ​ພໍ​ເລີ້ມ​ມືດ​ທີ່​ປະ​ຕູ​ເມືອງ​ເຢ​ຣູ​ຊາ​ເລັມ​ກ່ອນ​ວັນ​ສະ​ບາ​ໂຕ ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ໃຫ້​ປິດ​ປະ​ຕູ​ເມືອງ ແລະ​ສັ່ງ​ວ່າ​ບໍ່​ໃຫ້​ເປີດ​ຈົນ​ກວ່າ​ຈະ​ພົ້​ນວັນ​ສະ​ບາ​ໂຕ​ແລ້ວ ແລະ​ຂ້າ​ພະ​ເຈົ້າ​ກໍ​ຕັ້ງ​ຂ້າ​ຣາ​ຊ​ການ​ບາງ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ດູ​ແລ​ປະ​ຕູ​ເມືອງ ວ່າ​ບໍ່​ໃຫ້​ນຳ​ພາ​ຣະ​ສິ່ງ​ໃດ​ເຂົ້າ​ມາ​ໃນ​ວັນ​ສະ​ບາ​ໂຕ 20 ແລ້ວ​ພວກ​ພໍ່​ຄ້າ​ແລະ​ພວກ​ຂາຍ​ສິນ​ຄ້າ​ທຸກ​ຊະ​ນິດ​ຄ້າງ​ຢູ່ນອກ​ເຢ​ຣູ​ຊາ​ເລັມ​ເທື່ອນຶ່ງ ຫລື​ສອງ​ເທື່ອ 21 ຂ້າ​ພະ​ເຈົ້າ​ໄດ້​ຕັກ​ເຕືອນ​ເຂົາ ແລະ​ເວົ້າ​ກັບ​ເຂົາ​ວ່າ, “ເປັນ​ຫຍັງ​ທ່ານ​ມາ​ນອນ​ຢູ່​ຂ້າງ​ກຳ​ແພງ​ເມືອງ ຖ້າ​ທ່ານ​ທຳ​ອີກ​ຂ້າ​ພະ​ເຈົ້າ​ຈະ​ຈັບ​ທ່ານ” ຕັ້ງ​ແຕ່​ຄັ້ງ​ນັ້ນ​ມາ​ເຂົາ​ກໍ​ບໍ່​ມາ​ອີກ​ໃນ​ວັນ​ສະ​ບາ​ໂຕ 22 ຂ້າ​ພະ​ເຈົ້າ​ສັ່ງ​ຄົນ​ເລ​ວີ​ໃຫ້​ຊຳ​ຮະ​ຕົວ​ເຂົາ​ແລະ​ມາ​ເຝົ້າ​ປະ​ຕູ​ເມືອງ ເພື່ອ​ຮັກ​ສາ​ວັນ​ສະ​ບາ​ໂຕ​ໃຫ້​ບໍ​ຣິ​ສຸດ ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ຣະ​ລຶກ​ເຖິງ​ຄວາມ​ຊອບ​ຂອງ​ຂ້າ​ພຣະ​ອົງ​ໃນ​ເຣື່ອງ​ນີ້ ແລະ​ຂໍ​ຊົງ​ໄວ້​ຊີ​ວິດ​ຂ້າ​ພຣະ​ອົງ​ຕາມ​ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ 23 ໃນ​ສະ​ໄຫມ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພວກ​ຢິວ​ຜູ້​ໄດ້​ແຕ່ງ​ງານ​ກັບ​ຍິງ​ຊາວ​ອັ​ສ​ໂດດ ອັມ​ໂມນ ແລະ​ໂມ​ອາບ 24 ແລະ​ເດັກ​ຂອງ​ເຂົາ​ເຄິ່ງ​ນຶ່ງ​ເວົ້າ​ພາ​ສາ​ອັ​ສ​ໂດດ ເຂົາ​ເວົ້າ​ພາ​ສາ​ຢູ​ດາ​ບໍ່​ໄດ້ ແຕ່​ເວົ້າ​ພາ​ສາ​ຊົນ​ຊາດ​ຂອງເຂົາ​ແຕ່​ລະ​ພວກ 25 ຂ້າ​ພະ​ເຈົ້າ​ໄດ້​ໂຕ້​ແຍ້ງ​ກັບ​ເຂົາ ແລະ​ແຊ່ງ​ເຂົາ ແລະ​ຕີ​ເຂົາ​ບາງ​ຄົນ ແລະ​ດືງ​ຜົມ​ຂອງ​ເຂົາ​ອອກ ແລະ​ຂ້າ​ພະ​ເຈົ້າ​ກະ​ທຳ​ໃຫ້​ເຂົາ​ສາ​ບານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ດ້ວຍ​ຂ້າ​ພະ​ເຈົ້າ​ກ່າວ​ວ່າ “ເຈົ້າ​ທັງ​ຫລາຍ​ຢ່າຍົກ​ບຸດ​ຍິງຂອງ​ເຈົ້າ​ໃຫ້​ແກ່​ບຸດ​ຊາຍ​ຂອງ​ເຂົາ ຫລື​ຮັບ​ບຸດ​ຍິງ​ຂອງ​ເຂົາ​ໃຫ້​ແກ່​ບຸດ​ຊາຍ​ຂອງ​ເຈົ້າ ຫລື​ຕົວ​ເຈົ້າ​ເອງ 26 ໂຊ​ໂລ​ໂມນ​ພຣະ​ຣາ​ຊາ​ແຫ່ງ​ອິສ​ຣາ​ເອນ ບໍ່​ໄດ້​ທຳ​ບາບ​ດ້ວຍ​ເຣື່ອງ​ຍິງ​ຢ່າງ​ນີ້​ຫລື ຖ້າມ​ກາງ​ຫລາຍ​ປະ​ຊາ​ຊາດ ບໍ່​ມີ​ພຣະ​ຣາ​ຊາ​ໃດ​ເຫມືອນ​ພຣະ​ອົງ ແລະ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ກໍ​ຊົງ​ຮັກ​ພຣະ​ອົງ ແລະ​ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ພຣະ​ອົງ​ເປັນ​ກະ​ສັດເຫນືອອິສ​ຣາ​ເອນ​ທັງ​ປວງ ເຖິງ​ປານ​ນັ້ນ​ກໍ​ດີ ເມັຽ​ທັງ​ຫລາຍທີ່​ເປັນ​ຍີງ​ຕ່າງ​ຊາດ​ກໍ​ເປັນ​ເຫດ​ໃຫ້​ພຣະ​ອົງ​ຊົງ​ທຳ​ບາບ 27 ຄວນ​ຫລື​ທີ່​ເຮົາ​ຈະ​ຟັງ​ເຈົ້າ ແລະ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ຍິ່ງ​ໃຫຍ່​ນີ້​ທັງ​ສິ້ນ ແລະ​ປະ​ພຶດ​ທໍ​ຣະ​ຍົດ​ຕໍ່​ພຣະ​ເຈົ້າ​ຂອງ​ເຮົາ​ດ້ວຍ​ການ​ແຕ່ງ​ງານ​ກັບ​ຍິງ​ຕ່າງ​ຊາດ” 28 ບຸດຊາຍ​ຄົນ​ນຶ່ງ​ຂອງ​ເຢ​ຮົວ​ອາ​ດາ ຜູ້​ເປັນ​ບຸດ​ປະ​ໂຣ​ຫິດເອ​ລີ​ອາ​ຊີບ ເປັນ​ບຸດ​ເຂີຍ​ຂອງ​ຊານ​ບັນ​ລັດ ຊາວ​ໂຮ​ໂຣນ ເຫດ​ສັນ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຂັບ​ໄລ່​ເຂົາ​ໄປ​ເສັຽ​ຈາກ​ຂ້າ​ພະ​ເຈົ້າ 29 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຣະ​ລຶກ​ເຖິງ​ເຂົາ​ທັງ​ຫລາຍ ເພາະ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ໃຫ້​ການ​ເປັນ​ປະ​ໂຣ​ຫິດ ແລະຄຳສັນ​ຍາ​ຂອງ​ພວກ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ເປັນ​ມົນ​ທິນ 30 ດັ່ງ​ນີ້​ແຫລະ ຂ້າ​ພະ​ເຈົ້າ​ໄດ້​ຊຳ​ຮະ​ເຂົາ​ຈາກ​ຕ່າງ​ດ້າວ​ທຸກ​ຢ່າງ ແລະ​ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ຫນ້າທີ່​ຂອງ​ບັນ​ດາ​ປະ​ໂຣ​ຫິດ​ແລະ​ຄົນ​ເລ​ວີ​ຕ່າງ​ກໍ​ປະ​ຈຳ​ງານ​ຂອງ​ຕົນ 31 ຂ້າ​ພະ​ເຈົ້າ​ໄດ້​ຈັດ​ໃຫ້​ຫາ​ຟືນ​ຖວາຍ​ຕາມ​ເວ​ລາ​ກຳ​ນົດ ແລະ​ສຳ​ລັບ​ຜົນ​ຣຸ່ນ​ແຣກ​ ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຣະ​ລຶກ​ເຖິງ​ຂ້າ​ພຣະ​ອົງ​ໃຫ້​ເກີດ​ຜົນດີ​ເຖີດ

ເອັສເທີ 1

ພຣະ​ຣາ​ຊີ​ນີ​ຊົງ​ຂັດ​ຂືນ​ຮັບ​ສັ່ງ​ຂອງ​ພຣະ​ຣາ​ຊາ​ອາ​ຮາ​ຊູ​ເອ​ຣູສ

1 ຢູ່​ມາ​ໃນຣັຊ​ສະ​ໄຫມ​ຂອງ​ອາ​ຮາ​ຊູ​ເອ​ຣູສ (ອາ​ຮາ​ຊູ​ເອ​ຣູສຜູ້​ຊົງ​ປົກ​ຄອງ​ຕັ້ງ​ແຕ່​ປະ​ເທດ​ອິນ​ເດັຽ​ເຖິງ​ປະ​ເທດ​ເອ​ທິ​ໂອ​ເປັຽ​ເຫນືອ​ນຶ່ງ​ຮ້ອຍ​ຊາວ​ເຈັດ​ມົນ​ທົນ​ນັ້ນ) 2 ໃນ​ສະ​ໄຫມເມື່ອ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ປະ​ທັບ​ເທິງ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ​ໃນ​ຊູ​ຊາ​ເມືອງ​ປ້ອມ 3 ໃນ​ປີ​ທີ່​ສາມ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ ພຣະ​ອົງ​ພຣະ​ຣາ​ຊ​ທານ​ການ​ລ້ຽງ​ແກ່​ເຈົ້າ​ນາຍ ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ນາຍ​ທັບ​ນາຍກອງ​ທັບ​ແຫ່ງ​ເປີ​ເຊັຽ​ແລະ​ເມ​ເດັຽ ແລະ​ຂຸນ​ນາງ​ກັບ​ຜູ້​ວ່າ​ຣາ​ຊ​ການ​ມົນ​ທົນ​ເຝົ້າ​ຢູ່​ຕໍ່​ພຣະ​ພັກ​ພຣະອົງ 4 ຂ​ນະ​ທີ່​ພຣະ​ອົງ​ຊົງ​ສະ​ແດງ​ຣາ​ຊ​ສົມ​ບັດ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ ທັງ​ຄວາມ​ໂອ່​ອ່າ​ຕະ​ການ​ອັນ​ຮຸ່ງ​ໂຣດ​ຂອງ​ພຣະ​ອົງ​ຢູ່​ເປັນ​ເວ​ລາ​ຫລາຍ​ວັນ​ເຖິງ​ນຶ່ງ​ຮ້ອຍ​ແປດ​ສິບ​ວັນ 5 ເມື່ອ​ພົ້ນ​ວັນ​ເຫລົ່າ​ນີ້​ແລ້ວ​ພຣະ​ອົງ​ປະ​ທານ​ການ​ລ້ຽງ​ແກ່​ປະ​ຊາ​ຊົນ​ຜູ້​ຢູ່​ໃນ​ຊູ​ຊາ​ເມືອງ​ປ້ອມ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ເຈັດ​ວັນ​ທີ່​ໃນ​ເດີ່ນ​ອຸ​ທ​ຍານ​ແຫ່ງ​ຣາ​ຊ​ສຳ​ນັກ 6 ມີ​ຜ້າ​ກັ້ງ​ຝ້າຍ​ສີ​ຂາວ​ແລະ​ສີ​ມ່ວງ​ຄ້ຳ ມີ​ສາຍ​ປ່ານ ແລະ​ເຊືອກ​ຂົນ​ແກະ ສີ​ມ່ວງ​ຄ້ອງ​ຮ່ວງ​ເງິນ​ແລະ​ເສົາ​ຫີນ​ອ່ອນ ທັງ​ຕຽງ​ທອງ​ຄຳ​ແລະ​ເງິນ​ເທິງ​ພື້ນ​ລາດ​ປູນ ຝັງ​ຫີນ​ແດງ ຫີນ​ອ່ອນ ມຸກ​ດາ ແລະ​ຫີນ​ອ່ອນ​ສີ​ດຳ 7 ເຄື່ອງ​ດື່ມ​ກໍ​ໃສ່​ຖ້ວຍ​ທອງ​ຄຳ​ສົ່ງ​ເປັນ​ຖ້ວຍ​ຫລາຍຊະ​ນິດ ແລະ​ເຫລົ້າ​ອະ​ງຸ່ນ​ຂອງ​ຣາຊ​ສຳ​ນັກ​ມາກ​ມາຍ​ຕາມ​ພຣະ​ທັຍ​ກວ້າງ​ຂວາງ​ຂອງ​ພຣະ​ຣາ​ຊາ 8 ການ​ດື່ມ​ກໍ​ກະ​ທຳ​ກັນ​ຕາມ​ກົດ​ຫມາຍທີ່​ບໍ່​ມີ​ການ​ບັງ​ຄັບ ເພາະ​ພຣະ​ຣາ​ຊາ​ຊົງ​ມີ​ພຣະ​ກະ​ແສ​ຮັບ​ສັ່ງ​ໄປ​ຍັງ​ພະ​ນັກ​ງານ​ວ່າ ໃຫ້​ທຸກ​ຄົນ​ທຳ​ໄດ້​ຕາມ​ໃຈ​ປາ​ຖ​ນາ 9 ພຣະ​ຣາ​ຊີ​ນີ​ວັ​ຊ​ຕີ​ກໍ​ພຣະ​ຣາ​ຊ​ທານ​ການ​ລ້ຽງ​ແກ່​ສະ​ຕ​ຣີ​ໃນ​ຣາ​ຊ​ສຳ​ນັກ​ຊຶ່ງ​ເປັນ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ດ້ວຍ 10 ໃນ​ວັນ​ທີ່​ເຈັດ​ເມື່ອ​ພຣະ​ທັຍ​ຂອງ​ພຣະ​ຣາ​ຊາ​ລື້ນ​ເຣີງ​ດ້ວຍ​ເຫລົ້າ​ອະ​ງຸ່ນ ພຣະ​ອົງ​ຊົງ​ບັນ​ຊາ ເມຮູ​ມານ ບິ​ສທາ ຮາ​ຣ໌​ໂບ​ນາ ບິກ​ທາ ແລະ​ອາ​ບັກ​ທາ ເຊ​ທາ​ຣ໌ ແລະ​ຄາ​ຣ໌​ກັ​ສ ຂັນ​ທີ ​(ຄົນ​ທີ່​ຖືກ​ຕ່ອນ) ທັງ​ເຈັດຜູ້​ປົນ​ນິ​ບັດ​ເຈົ້າ​ຊີວິດ​ອາ​ຮາ​ຊູ​ເອ​ຣູສ 11 ໃຫ້​ໄປ​ເຊີນ​ພຣະ​ຣາ​ຊີນີ​ວັ​ຊ​ຕີ​ສວມ​ມົງ​ກຸດ​ມາ​ເຝົ້າ​ພຣະ​ຣາ​ຊາ ເພື່ອ​ຈະ​ໃຫ້​ປະ​ຊາ​ຊົນ​ແລະ​ເຈົ້າ​ນາຍ​ຂອງ​ພຣະ​ອົງ​ໄດ້​ຊົມ​ພຣະສິ​ຣິ​ໂສມ​ຂອງ​ພຣະ​ນາງ​ເພາະ​ພຣະ​ນາງ​ງາມ​ຫລາຍ 12 ແຕ່​ພຣະ​ນາງວັ​ຊ​ຕີ​ຊົງປະ​ຕິ​ເສດບໍ່​ມາຕາມ​ພຣະ​ບັນ​ຊາ​ຂອງ​ພຣະຣາ​ຊາ​ທີ່​ຮັບ​ສັ່ງ​ໄປ​ກັບ​ຂັນ​ທີ ເມື່ອ​ເປັນ​ເຊັ່ນ​ນີ້​ພຣະ​ຣາ​ຊາ​ຊົງ​ເດືອດ​ດານ ແລະ​ພຣະ​ພິ​ໂຣດຂອງ​ພຣະ​ອົງ​ຣະ​ອຸ​ຢູ່​ໃນ​ພຣະ​ອຸ​ຣະ 13 ຝ່າຍ​ເຈົ້າ​ຊີ​ວິດຈຶ່ງ​ສັ່ງ​ກັບ​ຄົນ​ທີ່​ມີ​ປັນ​ຍາຜູ້​ຊາບ​ກາລະ (ເພາະ​ນີ້​ເປັນ​ວິ​ທີ​ດຳ​ເນີນ​ການ​ຂອງ​ພຣະຣາ​ຊາ​ຕໍ່​ບັນ​ດາ​ຜູ້​ທີ່​ເຈນ​ຈັດ​ໃນ​ກົດ​ຫມາຍແລະ​ການພິ​ພາກ​ສາ 14 ຜູ້​ທີ່​ຮອງ​ພຣະ​ອົງ ຄື ຄາ​ຣ໌​ເຊ​ນາ ເຊ​ທາ​ຣ໌ ອັດ​ມາ​ທາ ຕາ​ຣ໌​ຊິດ ເມ​ເຣ​ສ ມາ​ຣ໌​ເຊ​ນາ ແລະ​ເມ​ມູ​ການ ເຈົ້າ​ນາຍ​ທັງ​ເຈັດ​ຂອງ​ເປີເຊັຽ ແລະເ​ມເດັຽ ຜູ້​ເຄີຍ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ແລະ​ນັ່ງ​ກ່ອນ​ໃນ​ຣາ​ຊ​ອາ​ນາ​ຈັກ) 15 ວ່າ, “ຕາມ​ກົດ​ຫມາຍ​ຈະ​ຕ້ອງ​ກະ​ທຳ​ສິ່ງ​ໃດ​ຕໍ່​ພຣະ​ຣາ​ຊີ​ນີ​ວັ​ຊ​ຕີ ເພາະ​ວ່າ​ພຣະ​ນາງ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຊາ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ຊຶ່ງ​ຮັບ​ສັ່ງ​ໄປ​ກັບ​ຂັນ​ທີ” 16 ເມມູການ​ຈຶ່​ງ​ທູນ​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ​ແລະ​ເຈົ້າ​ນາຍ​ທັງ​ປວງວ່າ, “ພຣະ​ຣາ​ຊີນີ​ໄດ້​ຊົງ​ກະ​ທຳ​ຜິດ​ບໍ່​ໃຊ່​ພຣະ​ຣາ​ຊາ​ເທົ່າ​ນັ້ນ ແຕ່​ຕໍ່​ເຈົ້າ​ນາຍ​ທັງ​ປວງ​ແລະ​ປະ​ຊາ​ຊົນທັງ​ປວງ​ຜູ້​ຢູ່​ໃນ​ມົນ​ທົນ​ທັງ​ສິ້ນ​ຂອງ​ກະ​ສັ​ດ​ອາ​ຮາ​ຊູ​ເອ​ຣູສ 17 ເພາະ​ສິ່ງ​ທີ່​ພຣະ​ຣາ​ຊີ​ນີ​ຊົງ​ກະ​ທຳ​ນີ້​ຈະ​ເປັນ​ທີ່​ຊາບ​ແກ່​ສະ​ຕ​ຣີ​ທັງ​ປວງ ເຮັດ​ໃຫ້​ເຂົາ​ມອງ​ເບິ່ງ​ຜົວ​ຂອງ​ເຂົາ​ດ້ວຍ​ຄວາມ​ປ​ມາດ ເພາະ​ເຂົາ​ຈະ​ເວົ້າ​ວ່າ “ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ມີ​ພຣະ​ບັນ​ຊາ​ໃຫ້​ນຳ​ພຣະ​ຣາ​ຊີ​ນີ​ມາ​ຕໍ່​ພຣະ​ພັກ​ພຣະ​ອົງ ແຕ່​ພຣະ​ນາງ​ບໍ່​ສະ​ເດັດ​ມາ 18 ໃນ​ບັດ​ນີ້​ເຈົ້າ​ນາຍ​ຜູ້​ຍິງ​ແຫ່ງ​ເປີ​ເຊັຽ ແລະ​ເມເດັຽ​ຊຶ່ງ​ໄດ້​ຍິນ​ເຖິງ​ມາ​ຣະ​ຍາດ​ຂອງ​ພຣະ​ຣາ​ຊີ​ນີ ກໍ​ຈະ​ເລົ່າ​ໃຫ້​ເຈົ້າ​ນາຍ​ທັງ​ປວງ​ຂອງ​ພຣະ​ຣາ​ຊາ​ຮູ້​ທົ່ວ​ກັນ ເຮັດ​ໃຫ້​ມີ​ຄວາມ​ປມາດ​ແລະ​ຄວາມ​ໂກດ​ຂຶ້ນ​ເປັນ​ອັນ​ມາກ 19 ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ຂໍ​ໃຫ້​ມີ​ພຣະ​ຣາ​ຊ​ໂອງ​ການ​ຈາກ​ພຣະ​ອົງ ແລະ​ໃຫ້​ບັນ​ທຶກ​ໄວ້​ໃນ​ກົດ​ຫມາຍ​ຂອງ​ຄົນ​ເປີ​ເຊັຽ​ແລະ​ຄົນ​ເມ​ເດັຽ ຢ່າງ​ທີ່​ຄືນ​ຄຳ​ບໍ່​ໄດ້​ວ່າ ວັ​ຊ​ຕີ​ຈະ​ເຂົ້າ​ເຝົ້າ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ບໍ່​ໄດ້ ແລະ​ຂໍ​ພຣະ​ຣາ​ຊາ​ປະ​ທານ​ຕຳ​ແຫນ່ງ​ຣາ​ຊີ​ນີ​ໃຫ້​ແກ່​ຍິງ​ອື່ນ​ທີ່​ດີກວ່າ​ພຣະ​ນາງ 20 ດັ່ງ​ນັ້ນ​ເມື່ອ​ເຈົ້າ​ຊີ​ວິດ​ຊົງ​ຂຽນ​ຄຳ​ປະ​ກາດ ຕລອດ​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ (ອັນ​ກວ້າງ​ໃຫຍ່​ຢ່າງ​ຍິ່ງ​ນັ້ນ) ສະ​ຕ​ຣີ​ທັງ​ປວງຈະ​ຕ້ອງ​ໃຫ້​ກຽດ​ຜົວ​ຂອງ​ຕົນ ບໍ່​ວ່າ​ສູງ​ຫລື​ຕ່ຳ” 21 ຄຳ​ທູນ​ແນະ​ນຳ​ນີ້​ເປັນ​ທີ່​ພໍ​ພຣະ​ທັຍ​ເຈົ້າ​ຊີ​ວິດ​ແລະ​ເຈົ້ານາຍ ເຈົ້າ​ຊີ​ວິດ​ຈຶ່ງ​ຊົງ​ກະ​ທຳ​ຕາມ​ທີ່​ເມ​ມູ​ການ​ທູ​ນ​ສ​ເນີ 22 ພຣະ​ອົງ​ຊົງ​ມີ​ພຣະ​ອັກ​ສອນ​ໄປ​ທົ່ວ​ແຂວງ​ຂອງ​ ພຣະ​ອົງ ເຖິງ​ທຸກ​ແຂວງຕາມ​ວິ​ທີ​ຂຽ​ນ​ຂອງ​ແຂວງ​ນັ້ນ ແລະ​ເຖິງ​ທຸກ​ຊົນ​ຊາດ​ຕາມ​ພາ​ສາ​ຂອງ​ເຂົາ ໃຫ້​ຊາຍ​ທຸກ​ຄົນ​ເປັນ​ເຈົ້າ​ເປັນ​ນາຍ​ໃນ​ເຮືອນ​ຂອງ​ຕົນ ແລະ​ເວົ້າ​ຕາມ​ພາ​ສາ​ຊາດ​ຂອງ​ຕົນ

ເອັສເທີ 2

ຊົງ​ສະ​ຖາ​ປະ​ນາ​ເອ​ສ​ເທີ​ເປັນ​ພຣະ​ຣາຊີນີ

1 ພາຍ​ຫລັງ​ເຫດ​ການ​ເຫລົ່າ​ນີ້ ເມື່ອ​ພຣະ​ພິ​ໂຣດ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ສ​ງົບ​ລົງ ພຣະ​ອົງ​ຊົງ​ລະ​ຣຶກ​ເຖິງວັ​ຊ​ຕີ​ແລະ​ສິ່ງ​ພຣະ​ນາ​ງ​ຊົງ​ກະ​ທຳ ແລະ​ຄຳ​ປະ​ກາດ​ທີ່​ພຣະ​ອົງ​ຊົງ​ອອກ​ເຣື່ອງ​ຂອງ​ນາງ 2 ຂ້າ​ຣາ​ຊ​ການ​ຂອງ​ເຈົ້າ​ຊີ​ວິດ​ຜູ້​ປົນ​ນິ​ບັດ​ພຣະ​ອົງ​ຢູ່​ຈຶ່ງ​ທູນ​ວ່າ, “ຂໍ​ຊົງ​ໃຫ້​ຫາ​ຍິງ​ພົມມະ​ຈາ​ຣີ​ສາວ​ສວຍ​ມາ​ຖວາຍ​ພຣະ​ຣາ​ຊາ 3 ແລະ​ຂໍ​ພຣະ​ຣາ​ຊາ​ຊົງ​ແຕ່ງ​ຕັ້ງ​ເຈົ້າ​ຫນ້າທີ່​ທຸກແຂ​ວງ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ໃຫ້​ຫາ​ຍິງ​ພົມ​ມະ​ຈາ​ຣີ​ສາວ​ງາມ​ມາ​ຍັງ​ຮາ​ເຣັມ​ໃນ​ຊູ​ຊາ​ເມືອງ​ປ້ອມ ໃຫ້​ຢູ່​ໃນ​ອາ​ຣັກ​ຂາ​ຂອງ​ເຮ​ກັຍ​ຂັນ​ທີ​ຂອງ​ພຣະ​ຣາ​ຊາ​ຜູ້​ດູ​ແລ​ສະ​ຕ​ຣີ ແລະ​ຂໍ​ປະ​ທານ​ເຄື່ອງ​ປະ​ເທືອງ​ຜິວ​ສຳ​ລັບ​ຍິງ​ເຫລົ່າ​ນັ້ນ 4 ແລະ​ຂໍ​ໃຫ້​ຍິງ​ສາວ​ຄົນ​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ໄດ້​ເປັນ​ພຣະ​ຣາ​ຊີ​ນີ​ແທນ​ວັ​ຊ​ຕີ” ຂໍ້​ນີ້​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ພຣະ​ອົງ​ຈຶ່ງ​ຊົງ​ກະ​ທຳ​ຕາມ​ນັ້ນ 5 ຍັງ​ມີ​ຢິວ​ຄົນ​ນຶ່ງ​ໃນ​ຊູ​ຊາ​ເມືອງ​ປ້ອມ​ຊື່ ໂມ​ຣ໌​ເດ​ກັຍ ບຸດ​ຢາ​ອີ​ຣ໌ ຜູ້​ເປັ​ນ​ບຸດ​ຂອງ​ຄິ​ສ ຄົນ​ເບັນ​ຢາ​ມິນ 6 ຜູ້​ຖືກກວາດ​ຕ້ອນ​ຈາກ​ເຢ​ຣູ​ຊາ​ເລັມ​ໃນ​ຫມູ່​ຊະ​ເລີຍ​ທີ່​ຖືກກວາດ​ຕ້ອນ​ໄປ​ພ້ອມ​ກັບ​ເຢ​ໂກ​ນິ​ຢາ​ເຈົ້າ​ຊີ​ວິດ​ຂອງ​ຢູ​ດາຜູ້​ຊຶ່ງ​ເນ​ບຸ​ກາດ​ເນ​ສ​ຊາ​ພຣະ​ຣາ​ຊາຂອງ​ບາ​ບິ​ໂລນໄດ້​ກວາດ​ຕ້ອນ​ໄປ​ນັ້ນ 7 ທ່ານ​ໄດ້​ລ້ຽງ​ດູ​ຮາ​ດາ​ຊາ​ຄື​ ເອ​ສ​ເທີບຸດ​ສາວ​ລຸງ​ຂອງ​ທ່ານ ເພາະ​ນາງ​ບໍ່​ມີ​ພໍ່​ແມ່ ຍິງສາວ​ຄົນ​ນີ້​ຮູ​ບ​ງາມ​ແລະ​ຫນ້າ​ເບິ່ງ ເມື່ອ​ບິ​ດາ​ມາ​ນດາ​ຂອງ​ນາງສິ້ນ​ຊີ​ວິດ​ແລ້ວ ໂມ​ຣ໌​ເດ​ກັຍ​ກໍ​ຮັບ​ນາງ​ມາ​ລ້ຽງ​ເປັນ​ບຸດ​ຕ​ຣີ 8 ເມື່ອ​ຮັບ​ສັ່ງ​ຂອງ​ພຣະ​ຣາ​ຊາ​ແລະ​ຄຳ​ປະ​ກາດ​ຂອງ​ພຣະ​ອົງ​ປະ​ກາດ​ອອກ​ໄປ ແລະ​ເມື່ອ​ເຂົາ​ຮວບ​ຮວມ​ຍິງ​ສາວ​ທັງ​ຫລາຍ​ເຂົ້າ​ມາ​ໃນ​ຊູ​ຊາ​ເມືອງ​ປ້ອມ ເອ​ສ​ເທີ​ກໍ​ຖືກ​ນຳ​ເຂົ້າ​ມາ​ໄວ້​ໃນ​ຣາ​ຊ​ສຳ​ນັກ​ຢູ່​ໃນ​ອາ​ຣັກ​ຂາ​ຂອງ​ເຮ​ກັຍ​ຜູ້​ດູ​ແລ​ສະ​ຕ​ຣີ 9 ຍິງ​ນັ້ນ​ເປັນ​ທີ່​ພໍ​ໃຈ​ເຂົາ ແລະ​ນາງ​ກໍ​ເປັນ​ທີ່​ໂປດ​ປານ​ແກ່​ເຂົາ ເຂົາ​ຈຶ່ງ​ຮີບ​ຈັດ​ຫາ​ເຄື່ອງ​ປະ​ເທືອງ​ຜິວ ແລະ​ສ່ວນ​ອາ​ຫານ​ຂອງ​ນາງ​ໃຫ້​ນາງ ພ້ອມ​ກັບ​ສາວ​ໃຊ້​ທີ່​ຄັດ​ເລືອກ​ແລ້ວ​ເຈັດ​ຄົນ​ຈາກ​ຣາ​ຊ​ສຳ​ນັກ ແລ້ວ​ກໍ​ເລື່ອນ​ນາງ​ແລະ​ສາວ​ໃຊ້​ຂອງ​ນາງ​ຂຶ້ນ​ໄປ​ຍັງ​ສະ​ຖານ​ທີ່​ດີ​ທີ່​ສຸດ​ໃນ​ຮາ​ເຣັມ 10 ເອ​ສ​ເທີ​ບໍ່​ໄດ້​ບອກ​ໃຫ້​ຊາບ​ເຖິງ​ຊາດ​ແລະ​ຍາດ​ຂອງ​ນາງ ເພາະ​ໂມ​ຣ໌​ເດ​ກັຍ​ກຳ​ຊັບ​ນາງ​ບໍ່​ໃຫ້​ໃຜ​ຮູ້ 11 ທຸກໆ​ວັນ​ໂມ​ຣ໌​ເດກັຍ​ເດີນ​ມາ​ຫນ້າເດີ່ນ​ຂອງ​ຮາ​ເຣັມ ເພື່ອ​ຟັງ​ຂ່າວ​ເອ​ສ​ເທີ​ວ່າ​ເປັນ​ຢ່າງ​ໃດ ແລະ​ມີ​ສິ່ງ​ໃດ​ເກີດ​ຂຶ້ນ​ແກ່​ນາງ 12 ເມື່ອເຖິງ​ເວນທີ່​ສາວໆ​ທຸກ​ຄົນ​ຈະ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ ຫລັງ​ຈາກ​ໄດ້​ຕຽມ​ຕົວ​ຕາມ​ຣະ​ບຽບ​ຂອງ​ຍິ​ງ​ສິບ​ສອງ​ເດືອນ​ແລ້ວ (ແລະ​ນີ້​ເປັນ​ເວ​ລາ​ປົກ​ກະ​ຕິ​ສໍາ​ລັບ​ປະ​ເທືອງ​ຜິວ ຄື​ຊະ​ໂລມ​ກາຍ​ຍິງ​ດ້ວຍ​ນ້ຳ​ມັນ​ກຳ​ຍານ​ຫົກ​ເດືອນ ແລະ​ຫົກ​ເດືອນ​ດ້ວຍ​ເຄື່ອງ​ເທດ​ແລະ​ນ້ຳ​ມັນ​ປະ​ເທືອງ​ຜິວ) 13 ເມື່ອ​ຜູ້​ຍິງ​ຈະ​ເຂົ້າ​ໄປ​ເຝົ້າ​ພຣະ​ຣາ​ຊາ​ຢ່າງ​ນີ້ ນາງ​ຈະ​ຕ້ອງ​ການ​ເອົາ​ສິ່ງ​ໃດ​ຈາກ​ຮາ​ເຣັມ​ໄປ​ຍັງ​ຣາ​ຊ​ສຳ​ນັກ ກໍ​ເອົາ​ໄປ​ໄດ້ 14 ນາງ​ເຂົ້າ​ໄປ​ເຝົ້າ​ໃນ​ເວ​ລາ​ຄ່ຳ ແລະ​ໃນ​ເວ​ລາ​ຕອນ​ເຊົ້າ​ນາງ​ກັບ​ອອກ​ມາ​ໃນ​ຮາ​ເຣັມ​ທີ່​ສອງ​ໃນ​ອາ​ຣັກ​ຂາ​ຂອງ​ຊາ​ອັ​ຊ​ກັ​ສ ຂັນ​ທີ​ຂອງ​ພຣະ​ຣາ​ຊາ​ຜູ້​ດູ​ແລ​ນາງ​ຫ້ອງ ນາງ​ບໍ່​ໄດ້​ເຂົ້າ​ໄປ​ເຝົ້າ​ພຣະ​ຣາ​ຊາ​ອີກ ນອ​ກ​ຈາກ​ພຣະ​ຣາ​ຊາ​ຈະ​ພໍ​ພຣະ​ທັຍ​ໃນ​ນາງ ແລະ​ຊົງ​ເອີ້ນ​ຊື່​ນາງ​ໃຫ້​ເຂົ້າ​ເຝົ້າ 15 ເມື່ອ​ເຖິງ​ເວນ​ຂອງ​ເອ​ສ​ເທີ ບຸດ​ສາວ​ຂອງ​ອາ​ບິ​ຮາ​ອິນ ລຸງ​ຂອງ​ໂມ​ຣ໌​ເດ​ກັຍ​ຜູ້​ຊຶ່ງ​ຮັບ​ນາງ​ໄວ້​ເປັນ​​ບຸດ​ຕ​ຣີ ຈະ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ນາງ​ບໍ່​ໄດ້​ຂໍ​ສິ່ງ​ໃດ ນອກ​ຈາກ​ສິ່ງ​ທີ່​ເຮ​ກັຍ​ຂັນ​ທີ​ຂອງ​ພຣະ​ຣາ​ຊາ​ດູ​ແລ​ຜູ້​ຍິງ​ແນະ​ນຳ ຝ່າຍ​ເອ​ສ​ເທີ​ເປັນ​ທີ່​ຖືກ​ຕາ​ທຸກ​ຄົນ​ທີ່​ເຫັນ​ນາງ 16 ເມື່ອ​ເຂົາ​ພາ​ເອ​ສ​ເທີ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ອາ​ຮາ​ຊູ​ເອຣູສ​ ໃນ​ພຣະ​ຣາ​ຊ​ສຳ​ນັກ ໃນ​ເດືອນ​ທີ່​ສິບ​ຊຶ່ງ​ເປັນ​ເດືອນ​ເຕ​ເບທ ໃນ​ປີ​ທີ່​ເຈັດ​ແຫ່ງ​ຣັຊ​ການ​ຂອງ​ພຣະ​ອົງ 17 ພຣະ​ຣາ​ຊາ​ຊົງ​ຮັກ​ເອ​ສ​ເທີ​ຍິ່ງກວ່າ​ຍິງ​ອື່ນ​ທັງ​ສິ້ນ ແລະ​ນາງ​ໄດ້​ຮັບ​ພຣະ​ກະ​ຣຸ​ນາ​ແລະ​ຄວາມ​ໂປດປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ມາກກວ່າ​ຍິງ​ພົມ​ມະ​ຈາ​ຣີ​ທັງ​ສິ້ນ ພຣະ​ອົງ​ຈຶ່ງ​ຊົງ​ສວມ​ມົງ​ກຸດ​ເທິງ​ຫົວ​ຂອງ​ນາງ ແລະ​ຊົງ​ຕັ້ງ​ນາງ​ໃຫ້​ເປັນ​ພຣະ​ຣາ​ຊີ​ນີ​ແທນ​ວັ​ຊ​ຕີ 18 ແລ້ວ​ພຣະ​ຣາ​ຊາ​ພຣະ​ຣາ​ຊ​ທານ​ການ​ລ້ຽງ​ແກ່​ເຈົ້າ​ນາຍ​ແລະ​ຂ້າ​ຣາ​ຊ​ການ​ທັງ​ປວງ​ຂອງ​ພຣະ​ອົງ ເປັນ​ການ​ລ້ຽງ​ຂອງ​ພຣະ​ນາງ​ເອ​ສ​ເທີ ພຣະ​ອົງ​ຊົງ​ອະ​ນຸ​ມັດ​ໃຫ້​ຊົງ​ສ່ວຍ​ແກ່​ແຂວງ​ທັງ​ຫລາຍ ແລະ​ ພຣະ​ຣາ​ຊ​ທານ​ຂອງ​ກຳ​ນັນ​ດ້ວຍ​ພຣະ​ທັຍ​ກວ້າງ​ຂວາງ 19 ເມື່ອ​ເຂົາ​ຮວ​ບ​ຮວມ​ຍິງ​ພົມ​ມະ​ຈາ​ຣີ​ມາ​ຄັ້ງ​ທີ່​ສອງ ໂມ​ຣ໌​ເດ​ກັຍ​ນັ່ງ​ຢູ່​ທີ່​ປະ​ຕູ​ພຣະ​ຣາ​ຊວັງ 20 ຝ່າຍ​ພຣະ​ນາງ​ເອ​ສ​ເທີ​ນັ້ນ​ບໍ່​ໄດ້​ຊົງ​ໃຫ້​ໃຜ​ຊາບ​ເຖິງ​ພຣະ​ຍາດ​ຫລື​ຊົນ​ຊາດ​ຂອງ​ພຣະ​ນາງ​ດັ່ງ​ທີ່​ໂມ​ຣ໌​ເດ​ກັຍ​ກຳ​ຊັ​ບ​ພຣະ​ນາງ​ໄວ້ ເພາະ​ພຣະ​ນາງ​ເອ​ສ​ເທີ​ຊົງ​ເຊື່ອ​ຟັງ​ໂມ​ຣ໌​ເດ​ກັຍ ເຊັ່ນ​ດຽວ​ກັບ​ເມື່ອ​ເຂົາ​ລ້ຽງ​ດູ​ ພຣະ​ນາງ​ມາ 21 ໃນ​ຄັ້ງ​ນັ້ນ​ເມື່ອ​ໂມ​ຣ໌​ເດ​ກັຍ​ນັ່ງ​ຢູ່​ທີ່​ປະ​ຕູ​ພຣະ​ຣາ​ຊວັງ ບິກ​ທານ​ແລະ​ເຕ​ເຣສ ຂັນ​ທີ​ສອງ​ຄົນ​ຂອງ ​ພຣະ​ຣາ​ຊາ ຜູ້​ເຝົ້າ​ປະ​ຕູ​ຫ້ອງນອນ ມີ​ຄວາມ​ໂກດ​ແລະ​ຊອກ​ຫາ​ທາງ​ທີ່​ຈະ​ທຳ​ຮ້າຍ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ 22 ເຣື່ອງ​ນີ້​ຮູ້​ເຖິງ​ໂມ​ຣ໌​ເດ​ກັຍ ແລະ​ທ່ານ​ກໍ​ທູນ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ ພຣະ​ນາງ​ເອ​ສ​ເທີ​ກາບ​ທູນ​ພຣະ​ຣາ​ຊາ​ໃນ​ນາມ​ຂອງ​ໂມ​ຣ໌​ເດ​ກັຍ 23 ເມື່ອ​ມີ​ການ​ສອບ​ສວນ​ເຣື່ອງ​ນີ້​ວ່າ​ເປັນ​ຄວາມຈິງ​ແລ້ວ ພຣະ​ຣາ​ຊາ​ກໍ​ຊົງ​ໃຫ້​ແຂວນ​ຄໍສອງ​ຄົນ​ນັ້ນ​ເສັຽ​ທີ່​ຫລັກ ແລະ​ບັນ​ທຶກ​ເຣື່ອງ​ໄວ້​ໃນ​ຫນັງ​ສື​ພົ​ງ​ສາ​ວະ​ດານ​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ

ເອັສເທີ 3

ແຜນ​ການ​ປອງ​ຮ້າຍ​ຂອງ​ຮາ​ມານທີ່​ຈະ​ທຳ​ລາຍ​ພວກ​ຢິວ

1 ພາຍຫລັງ​ເຫດ​ການ​ເຫລົ່າ​ນີ້ ກະ​ສັດ​ອາ​ຮາ​ຊູ​ເອ​ຣູສ​ຊົງ​ເລື່ອນ​ຍົດ​ຮາ​ມານ​ບຸດ​ຮັມ​ເມ​ດາ​ທາ ຄົນ​ອາ​ກັກ ພຣະຣາ​ຊາ​ຊົງ​ເລື່ອນ​ທ່ານ​ແລະ​ຊົງ​ຕັ້ງ​ເກົ້າ​ອີ້​ຂອງ​ທ່ານ​ໄວ້​ເຫນືອກວ່າ​ຂອງ​ເຈົ້າ​ນາຍ​ທັງ​ປວງ​ທີ່​ຢູ່​ກັບ​ພຣະ​ອົງ 2 ຂ້າ​ຣາ​ຊ​ການ​ຊຶ່ງ​ຢູ່​ທີ່​ປະ​ຕູ​ພຣະ​ຣາ​ຊວັງ​ກໍ​ກາບ​ລົງ​ສະ​ແດງ​ຄວາມ​ເຄົາ​ຣົບ​ຕໍ່​ຮາ​ມານ ເພາະ​ພຣະ​ຣາ​ຊາ​ຊົງ​ບັນ​ຊາ​ໃຫ້​ສະ​ແດງ​ຄວາມ​ເຄົາ​ຣົບ​ຕໍ່​ທ່ານ​ເຊັ່ນ​ນັ້ນ ແຕ່​ໂມຣ໌ເດ​ກັຍ​ບໍ່​ໄດ້​ກາບ​ຫລື​ສະ​ແດງ​ຄວາມ​ເຄົາ​ຣົບ 3 ຂ້າ​ຣາ​ຊ​ການ​ຊຶ່ງ​ຢູ່​ທີ່​ປະ​ຕູ​ພຣະ​ຣາ​ຊວັງ​ຈຶ່ງ​ເວົ້າ​ກັບ​ໂມ​ຣ໌​ເດ​ກັຍວ່າ, “ເປັນ​ຫຍັງ​ທ່ານ​ລະ​ເມີດ​ຄຳ​ສັ່ງ​ຂອງ​ພຣະ​ຣາ​ຊາ” 4 ຢູ່​ມາ​ເມື່ອ​ເຂົາ​ທັ​ງ​ຫລາຍ​ເວົ້າ​ກັບ​ທ່ານ​ມື້​ແລ້ວມື້​ເລົ່າ ແລະ​ທ່ານ​ບໍ່​ຟັງ​ເຂົາ ເຂົາ​ກໍ​ໄປ​ບອກ​ຮາ​ມານ​ເພື່ອ​ຈະ​ເບິ່ງວ່າ​ຖ້ອຍ​ຄຳ​ຂອງ​ໂມ​ຣ໌ເດ​ກັຍ​ຈະ​ຊະ​ນະ​ຫລື​ບໍ່ ເພາະ​ທ່ານບອກ​ເຂົາ​ວ່າ​ທ່ານ​ເປັນ​ຄົນ​ຢິວ 5 ເມື່ອ​ຮາ​ມານ​ເຫັນ​ວ່າ​ໂມ​ຣ໌​ເດ​ກັຍ​ບໍ່​ກາບ​ລົງ​ຫລື​ສະ​ແດງ​ຄວາມ​ເຄົາ​ຣົບ​ຕໍ່​ທ່ານ ກໍ​ເດືອດ​ດານ 6 ແຕ່​ທ່ານເຫັນ​ວ່າ​ເປັນ​ການ​ເສັຽກຽດ​ທີ່​ຈະ​ຈັບ​ກຸມ​ໂມ​ຣ໌​ເດ​ກັຍ​ຄົນ​ດຽວ ຮາມານ​ຈຶ່ງ​ຫາ​ຊ່ອງ​ທາງ​ທີ່​ຈະ​ທຳ​ລາຍ​ຢິວ​ທັງ​ຫມົດ ຄື​ຊົນ​ຊາດ​ຂອງ​ໂມ​ຣ໌​ເດ​ກັຍ​ທົ່ວ​ຣາ​ຊ​ອາ​ນາ​ຈັກ​ຂອງ​ອາ​ຮາ​ຊູ​ເອ​ຣູສ 7 ໃນ​ເດືອນ​ທຳ​ອິດ​ຊຶ່ງ​ເປັນ​ເດືອນ​ນິ​ສານ ປີ​ທີ່​ສິບ​ສອງ​ແຫ່ງ​ຣັຊ​ການກະ​ສັດ​ອາ​ຮາ​ຊູ​ເອ​ຣູສ ເຂົາ​ພາ​ກັນ​ໃຊ້​ສະ​ຫ​ລາກ (ຊຶ່ງ​ເອີ້ນກັນ​ວ່າ ປູ​ລິມ) ຕໍ່​ຫນ້າ​ຮາ​ມານ​ເພື່ອ​ຫາ​ມື້​ດີ​ເດືອນ​ດີ​ໃນ​ການ​ດຳ​ເນີນ​ແຜນ​ປອງ​ຮ້າຍ​ຂອງ​ຕົນໄດ້​ວັນ​ທີ່​ສິບ​ສາມ​ແລະ​ເດືອນ​ທີ່​ສິບ​ສອງ ຄືເປັນ​ເດືອນ​ອາ​ດາ​ຣ໌ 8 ແລ້ວ​ຮາ​ມານ​ທູນ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູສວ່າ, “ມີ​ຊົນ​ຊາດ​ນຶ່ງ​ກະ​ຈາຍ​ຢູ່​ທົ່ວ ແລະ​ແຍ​ກ​ກັນ​ຢູ່​ຖ້າມກາງ​ຊົນ​ຊາດ​ທັງຫລາຍ​ໃນ​ມົນ​ທົນ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ ກົດ​ຫມາຍ​ຂອງ​ເຂົາ​ຜິດ​ກັບ​ກົດ​ຫມາຍ​ຂອງ​ຊົນ​ຊາດ​ອື່ນ​ທັງ​ສິ້ນ ແລະ​ພວກ​ນີ້​ບໍ່​ຮັກ​ສາ​ກົດ​ຫມາຍ​ຂອງ​ພຣະ​ຣາ​ຊາ ການ​ທີ່​ພຣະ​ຣາ​ຊາ​ຊົງ​ປ່ອຍ​ເຂົາ​ໄວ້​ນີ້​ບໍ່​ບັງ​ເກີດ​ປ​ໂຍດ​ແກ່​ພຣະ​ອົງ 9 ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ຂໍ​ຊົງ​ອອກ​ຄຳ​ສັ່ງ​ໃຫ້​ທຳ​ລາຍ​ລ້າງ​ເຂົາ​ເສັຽ​ເຖີດ ແລະ​ຂ້າ​ນ້ອຍ​ຈະ​ຖວາຍ​ເງິນ​ນຶ່ງ​ຫມື່ນ​ຕະ​ລັນ​ໃສ່​ມື​ບັນ​ດາ​ຜູ້​ທີ່​ດູ​ແລ​ ພຣະ​ຣາ​ຊ​ກິ​ຈ​ຂອງ​ພຣະ​ຣາ​ຊາ​ເພື່ອ​ເຂົາ​ຈະ​ໄດ້​ໃສ່​ໃນ​ພຣະ​ຄັງ​ຂອງ​ພຣະ​ຣາ​ຊາ” 10 ເຈົ້າ​ຊີ​ວິດ​ຈຶ່ງ​ຖອດ​ແຫວນ​ຕາ​ອອກ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ​ມອບ​ແກ່ຮາ​ມານ​ບຸດ​ຮັມ​ເມ​ດາ​ທາ ຄົນ​ອາ​ກັກ ສັດ​ຕ​ຣູ​ຂອງ​ພວກ​ຢິວ 11 ແລະ​ກ່າວ​ກັບ​ຮາ​ມານ​ວ່າ, “ເຣົາມອບ​ເງິນ​ນັ້ນ​ໃຫ້​ແກ່​ທ່ານ ແລະ​ມອບ​ປະ​ຊາ​ຊົນ​ແກ່​ທ່ານ​ດ້ວຍ ເພື່ອ​ຈະ​ທຳ​ແກ່​ເຂົາ​ຕາມ​ທີ່​ທ່ານ​ເຫັນ​ດີ” 12 ແລ້ວ​ຊົງ​ເອີ້ນ​ຣາ​ຊ​ອາ​ຣັກ​ເຂົ້າ​ມາ​ໃນ​ວັນ​ທີ່​ສິບ​ສາມ​ເດືອນ​ຕົ້ນ ໃຫ້​ຂຽນ​ປະ​ກາດ​ຕາມ​ທີ່​ຮາ​ມານ​ສັ່ງ​ໄວ້​ທຸກ​ປະ​ການ ສົ່ງ​ໄປ​ຍັງ​ຜູ້ປົກ​ຄອງ​ແຂວງຂອງ​ພຣະ​ຣາ​ຊາ ເຖິງປົກ​ຄອງ​ເມືອງມົນ​ທົນ​ທັງ​ປວງ ແລະ ເຖິງ​ເຈົ້າ​ນາຍ​ແຫ່ງ​ຊົ​ນ​ຊາດ ເຖິງ​ທຸ​ກ​ມົ​ນ​ທົນ​ເປັນ​ຕົວ​ອັກ​ສອນ​ຂອງ​ມົນ​ທົນ​ນັ້ນ ແລະ​ເຖິງ​ຊົນ​ທຸກ​ຊາດ​ເປັນ​ພາ​ສາ​ຂອງ​ເຂົາ ຂຽນ​ໃນ​ພຣະ​ນາມ​ຂອງ​ກະ​ສັດ​ອາ​ຮາ​ຊູ​ອາ​ຮັ​ສ ແລະ​ປະ​ທັບ​ຕາ​ດ້ວຍ​ແຫວນ​ຂອງ​ພຣະ​ຣາ​ຊາ 13 ໃຫ້​ຄົນ​ເດີນ​ຂ່າວ​ຈົດ​ຫມາຍ​ເຫລົ່າ​ນີ້​ໄປ​ເຖິງ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ​ທັງ​ສິ້ນ ສັ່ງ​ໃຫ້​ທຳ​ລາຍ ສັງ​ຫານ ແລະ​ລ້າງຢິວ​ທັງ​ປວງ ທັງ​ຫນຸ່ມແລະ​ຜູ້​ເຖົ້າ ເດັກ​ນ້ອຍ​ແລະ​ຜູ້​ຍິງ​ໃນ​ວັນ​ດຽວ​ກັນ ຄື​ວັນ​ທີ່​ສິບ​ສາມ​ເດືອນ​ທີ່​ສິບ​ສອງ ຊຶ່ງ​ເປັນ​ເດືອນ​ອາ​ດາ​ຣ໌ ແລະ​ໃຫ້​ຍຶດ​ເຂົ້າ​ຂອງ​ຂອງ​ເຂົາ​ໄປ​ຫມົດ 14 ໃຫ້​ອອກ​ສຳ​ເນົາ​ເອກ​ກະ​ສານ​ນັ້ນ​ເປັນ​ຄຳ​ປະ​ກາດ​ໃນ​ທຸກ​ມົນ​ທົນ ນຳ​ໄປ​ປ່າວຮ້ອງ​ໃຫ້​ຊົນ​ຊາດ​ທັງ​ປວງ​ຕຽມ​ພ້ອມ​ເພື່ອ​ວັນ​ນັ້ນ 15 ບັນ​ດາ​ຄົນ​ເດີນ​ຂ່າວ​ກໍ​ຮີບ​ໄປ​ຕາມ​ຮັບ​ສັ່ງ​ຂອງ​ພຣະ​ຣາ​ຊາ ແລະ​ອອກ​ປະ​ກາດ​ນັ້ນ​ໃນ​ຊູ​ຊາ​ເມືອງ​ປ້ອມ ພຣະ​ຣາ​ຊາ​ກໍ​ປະ​ທັບ​ດື່ມ​ກັບ​ຮາ​ມານ ສ່ວນ​ຊາ​ວ​ນະ​ຄອ​ນຊູ​ຊາ​ກໍ​ພາ​ກັນ​ຮ້ອນ​ໃຈ

ເອັສເທີ 4

ເອ​ສ​ເທີ​ສັນ​ຍາ​ທີ່​ຈະ​ກາບ​ທູນ​ອ້ອນວອນ​ເພື່ອ​ປະ​ຊາ​ຊົນ​ຂອງ​ພຣະ​ນາງ

1 ເມື່ອ​ໂມ​ຣ໌​ເດ​ກັຍ​ຊາບ​ທຸກ​ຢ່າງ​ທີ່​ໄດ້​ກະ​ທຳ​ໄປ​ແລ້ວ ກໍ​ຈີກ​ເຄື່ອງ​ນຸ່ງ​ຂອງ​ຕົນ​ສວມ​ຜ້າ​ກະ​ສອບ​ແລະ​ໃສ່​ຂີ້​ເຖົ່າ ແລະ​ອອກ​ໄປ​ກາງ​ນະ​ຄອນ ຄ່ຳ​ຄວນ​ດ້ວຍ​ສຽງ​ດັງ​ຢ່າງ​ຂົ່ມ​ຂື່ນ 2 ທ່ານ​ຂຶ້ນ​ໄປ​ຢູ່​ທີ່​ທາງ​ເຂົ້າ​ປະ​ຕູ​ຂອງ​ພຣະ​ຣາ​ຊາ ເພາະ​ບໍ່​ມີ​ຜູ້​ໃດ​ທີ່​ສວມ​ຜ້າ​ກະ​ສອບ​ເຂົ້າ​ປະ​ຕູ​ຂອງ​ ພຣະ​ຣາ​ຊາ​ໄດ້ 3 ແລະ​ໃນ​ທຸກ​ມົນ​ທົນ​ທີ່​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ​ແລະ​ການ​ປະ​ກາດ​ຂອງ​ພຣະ​ອົງ​ໄປ​ເຖິງ ກໍ​ມີ​ການ​ໄວ້​ທຸກ​ຢ່າງ​ໃຫຍ່​ຫລວງ​ຖ້າມ​ກາງ​ພວກ​ຢິວ ດ້ວຍ​ການ​ອົດ​ອາ​ຫານ ຮ້ອງ​ໄຫ້​ແລະ​ຄ່ຳ​ຄວນ ແລະ​ຄົນ​ເປັນ​ຈຳ​ນວນ​ຫລາຍ​ນອນ​ໃນ​ຜ້າ​ກະ​ສອບ​ແລະ​ມີ​ຂີ້​ເຖົ່າ 4 ເມື່ອ​ສາວ​ໃຊ້​ແລະ​ຂັນ​ທີ​ຂອງ​ພຣະ​ນາງ​ເອ​ສ​ເທີ​ມາ​ທູນ​ພຣະ​ນາງ ພຣະ​ຣາ​ຊີ​ນີ​ກໍ​ເປັນ​ທຸກ​ໃນ​ພຣະ​ທັຍ​ຍິ່ງ​ນັກ ພຣະ​ນາງ​ຊົງ​ສົ່ງ​ເຄື່ອງ​ນຸ່ງ​ໄປ​ໃຫ້​ແກ່​ໂມ​ຣ໌​ເດ​ກັຍ ເພື່ອ​ທ່ານ​ຈະ​ໄດ້​ຖອດ​ຜ້າ​ກະ​ສອບ​ຂອງ​ທ່ານ​ອອກ​ເສັຽ ແຕ່​ທ່ານ​ບໍ່​ຍອມ​ຮັບ​ຜ້າ​ນັ້ນ 5 ແລ້ວ​ພຣະ​ນາງ​ເອ​ສ​ເທີ​ກໍ​ເອີ້ນ​ຮາ​ທາກ​ຂັນ​ທີ​ຄົນ​ນຶ່ງ​ຂອງ​ພຣະ​ຣາ​ຊາ ຜູ້​ຊຶ່ງ​ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ໃຫ້​ບົວ​ລະ​ບັດ​ພຣະ​ນາງ​ກ່າວ​ສັ່ງ​ໃຫ້​ໄປ​ຫາ​ໂມ​ຣ໌​ເດ​ກັຍ ເພື່ອ​ຈະ​ຊົງ​ຊາບ​ວ່າ ເຣື່ອງ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ທຳ​ເຊັ່ນ​ນັ້ນ 6 ຮາ​ທາກອອກ​ໄປ​ຫາ​ໂມ​ຣ໌​ເດ​ກັຍ​ທີ່​ລາ​ນກວ້າງກາງ​ແຈ້ງ​ທີ່​ໃນ​ນະ​ຄອນ ຂ້າງ​ຫນ້າ​ປະ​ຕູ​ຂອງ​ພຣະ​ຣາ​ຊາ​ 7 ໂມ​ຣ໌​ເດ​ກັຍ​ກໍ​ເລົ່າ​ເຣື່ອງ​ທັງ​ສິ້ນ​ທີ່​ເກີດ​ແກ່​ທ່ານ ແລະ​ຈຳ​ນວນ​ເງິນ​ຖືກ​ຕ້ອງ​ທີ່​ຮາ​ມານ​ສັນ​ຍາ​ຖວາຍ​ແກ່​ພຣະ​ຄັງ​ຂອງ​ພຣະ​ຣາ​ຊາ​ເພື່ອການ​ທຳ​ລາຍ​ພວກ​ຢິວ 8 ໂມ​ຣ໌​ເດ​ກັຍ​ຍັງ​ໄດ້​ໃຫ້​ສຳ​ເນົາ​ປະ​ກາດ​ຂຽນ​ທີ່​ອອກ​ໃນ​ຊຸ​ຊາ​ສັ່ງ​ໃຫ້​ທຳ​ລາຍ​ເຂົາ​ທັງ​ຫລາຍ​ເພື່ອ​ນຳ​ໄປ​ສະ​ແດງ​ແກ່​ພຣະ​ນາງ​ເອ​ສ​ເທີ ອະ​ທິ​ບາຍ​ເຣື່ອງ​ໃຫ້​ພຣະ​ນາງ ແລະ​ກຳ​ຊັບ​ໃຫ້​ພຣະ​ນາງ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ເພື່ອ​ທູນ​ອ້ອນວອນ​ພຣະ​ອົງ ແລະ​ວິງວອນ​ພຣະ​ອົງ​ເພື່ອ​ເຫັນ​ແກ່​ຊົນ​ຊາດ​ຂອງ​ພຣະ​ນາງ 9 ຮາ​ທາກ​ກໍ​ກັບ​ໄປ​ທູນ​ພຣະ​ນາງ​ເອ​ສ​ເທີ​ເຖິງ​ສິ່ງທີ່​ໂມ​ຣ໌​ເດກັຍ​ໄດ້​ບອກ​ໄວ້ 10 ແລ້ວ​ພຣະ​ນາງ​ເອ​ສ​ເທີ​ກໍ​ບອກ​ຮາ​ທາກ​ໃຫ້​ສົ່ງ​ຂ່າວ​ໄປ​ໃຫ້​ໂມ​ຣ໌​ເດ​ກັຍ​ວ່າ, 11 “ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ທັງ​ສິ້ນ ແລະ​ປະ​ຊາ​ຊົນ​ໃນ​ບັນ​ດາ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ​ຊາບ​ຢູ່​ວ່າ ຖ້າ​ຊາຍ​ຫລື​ຍິງ​ຄົນ​ໃດ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ​ພາຍ​ໃນ​ພຣະ​ລານ​ຊັ້ນ​ໃນ​ໂດຍ​ບໍ່​ໄດ້​ຊົງ​ເອີ້ນ ກໍ​ມີ​ກົດ​ຫມາຍ​ຢູ່​ຂໍ້​ດຽວ​ເຫມືອນ​ກັນ​ຫມົດ ໃຫ້​ລົງ​ໂທດ​ເຖິງ​ຕາຍ ເວັ້ນ​ເສັຽ​ແຕ່​ຜູ້​ຊຶ່ງ​ພຣະ​ຣາ​ຊາ​ຍື່​ນ​ໄມ້​ເທົ້າ​ຄຳ​ອອກ​ຮັບ​ຄົນ​ນັ້ນ​ຈຶ່ງ​ຈະ​ມີ​ຊີ​ວິດ​ຢູ່​ໄດ້ ສ່ວນ​ຂ້ອຍ​ພຣະ​ຣາ​ຊາ​ກໍ​ບໍ່​ໄດ້​ຕຣັດເອີ້ນ​ໃຫ້​ເຂົ້າ​ເຝົ້າ​ມາ​ສາມ​ສິບ​ວັນ​ແລ້ວ” 12 ເຂົາ​ທັງ​ຫລາຍ​ກໍ​ມາ​ບອກ​ໂມ​ຣ໌​ເດ​ກັຍ​ເຖິງ​ສິ່ງທີ່ ​ພຣະ​ນາງ​ເອ​ສ​ເທີ​ຕຣັ​ດນັ້ນ 13 ໂມ​ຣ໌​ເດ​ກັຍ​ຈຶ່ງ​ບອກ​ເຂົາ​ໃຫ້​ກັບ​ໄປ​ທູນ​ຕອບ​ພຣະ​ນາງ​ເອ​ສ​ເທີ​ວ່າ, “ຢ່າຄິດ​ວ່າ​ນາງ​ຢູ່​ໃນ​ຣາ​ຊ​ສຳ​ນັກ​ຈະ​ລອດ​ພົ້ນ​ໄດ້​ດີກວ່າ​ພວກ​ຢິວ​ອື່ນໆ 14 ເພາະ​ຖ້າ​ນາງ​ງຽບ​ຢູ່​ໃນ​ເວ​ລາ​ນີ້ ຄວາມ​ຊ່ອຍ​ເຫລືອ​ແລະ​ການ​ຊ່ອຍ​ກູ້​ຈະ​ມາ​ເຖິງ​ພວກ​ຢິວ​ຈາກ​ທີ່​ອື່ນ ແຕ່​ນາງ​ແລະ​ຄົວ​ເຮືອນ​ບິ​ດາ​ຂອງ​ນາງ​ຈະ​ພິ​ນາດ ທີ່​ຈິງ​ນາງ​ມາ​ຮັບ​ຕຳ​ແຫນ່ງ​ຣາ​ຊີນີ​ກໍ​ເພື່ອ​ຍາມ​ເຊັ່ນ​ນີ້​ກໍ​ເປັນ​ໄດ້ ໃຜ​ຈະ​ຮູ້” 15 ແລ້ວ​ເອ​ສ​ເທີ​ຕ​ຣັ​ດບອກ​ເຂົາ​ໃຫ້​ໄປ​ບອກ​ໂມ​ຣ໌​ເດ​ກັຍ​ວ່າ, 16 “ໄປ​ເຖີດ ໃຫ້​ຮວບ​ຮ​ວມ​ພວກ​ຢິວ​ທັງ​ສິ້ນ​ທີ່​ຫາ​ພົບ​ໃນ​ຊູ​ຊາ ແລະ​ຖື​ອົດ​ອາ​ຫານ​ເພື່ອ​ຂ້ອຍ ຢ່າ​ຮັບ​ປະ​ທານ ຢ່າ​ດື່ມ​ສາມ​ວັນ​ກາງ​ຄືນ​ຫລື​ກາງ​ເວັນ ຂ້ອຍ​ແລະ​ສາວ​ໃຊ້​ຂອງ​ຂ້ອຍ​ຈະ​ອົດ​ອາ​ຫານ​ຢ່າງ​ທ່ານ​ດ້ວຍ ແລ້ວ​ຂ້ອຍ​ຈະ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ແມ້​ວ່າ​ເປັນ​ການ​ຝ່າ​ຝືນ​ກົດ​ຫມາຍ ຖ້າ​ຂ້ອຍ​ພິ​ນາດ ຂ້ອຍ​ກໍ​ພິ​ນາດ” 17 ໂມ​ຣ໌​ເດ​ກັຍ​ກໍ​ໄປ​ກະ​ທຳ​ທຸກ​ຢ່າງ​ຕາມ​ທີ່​ພຣະ​ນາງ​ເອ​ສ​ເທີ​ຮັບ​ສັ່ງ​ແກ່​ທ່ານ

ເອັສເທີ 5

ເອ​ສ​ເທີ​ຊົງ​ເຊີນ​ພຣະ​ຣາ​ຊາ​ແລະ​ຮາ​ມານ​ໄປ​ສະ​ເຫວີຍ​ທີ່​ຕຳ​ນັກ

1 ຢູ່​ມາ​ໃນ​ວັນ​ທີ່​ສາມ​ພຣະ​ນາງ​ເອ​ສ​ເທີ​ຊົງ​ສ​ລອງ​ ພຣະ​ອົງ​ແລະ​ປະ​ທັບ​ຢືນ​ທີ່​ໃນ​ລານ​ຊັ້ນ​ໃນ​ຂອງ​ ພຣະ​ຣາ​ຊ​ສຳ​ນັກ​ກົງ​ກັນ​ຂ້າມ​ກັບ​ທ້ອງ​ພຣະ​ໂຮງ​ໃຫຍ່ຂອງ​ພຣະ​ຣາ​ຊາ ພຣະ​ຣາ​ຊາ​ປະ​ທັບ​ເທິງ​ຣາ​ຊ​ບັນ​ລັງ ພາຍ​ໃນ​ພຣະ​ຣາ​ຊວັງ​ກົງ​ຂ້າມ​ທາງ​ເຂົ້າ​ ພຣະ​ຣາ​ຊວັງ 2 ເມື່ອ​ພຣະ​ຣາ​ຊາ​ທອດ​ພຣະ​ເນດ​ເຫັນ​ພຣະ​ຣາ​ຊີ​ນີ​ ເອ​ສ​ເທີ​ປະ​ທັບ​ຢືນ​ຢູ່​ໃນ​ພຣະ​ລານ ພຣະ​ນາງ​ກໍ​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ພຣະ​ອົງ​ຈຶ່ງ​ຊົງ​ຍື່ນ​ໄມ້​ເທົ້າ​ຄຳ​ຊຶ່ງ​ຢູ່​ໃນ​ພຣະ​ຫັດ​ຂອງ​ ພຣະ​ອົງ​ແກ່​ພຣະ​ນາງ​ເອ​ສ​ເທີ ພຣະ​ນາງ​ກໍ​ສະ​ເດັດ​ເຂົ້າ​ມາ​ແຕະ​ຍອດ​ໄມ້​ເທົ້າ 3 ພຣະ​ຣາ​ຊາ​ກ່າວ​ກັບ​ພຣະ​ນາງວ່າ, “ພຣະ​ຣາ​ຊີ​ນີ​ ເອ​ສ​ເທີ ມີ​ເຣື່ອງ​ຫຍັງ ພຣະ​ນາງ​ຕ້ອງ​ການ​ສິ່ງ​ໃດ ກໍ​ຈະ​ປະ​ທານ​ໃຫ້​ແກ່​ພຣະ​ນາງ​ເຖິງ​ເຄິ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຣົາ” 4 ແລະ​ພຣະ​ນາງ​ເອ​ສ​ເທີ​ທູນ​ວ່າ, “ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ຂໍ​ພຣະ​ຣາ​ຊາ​ສະ​ເດັດ​ມາ​ພ້ອມ​ກັບ​ຮາ​ມານ​ໃນ​ວັນ​ນີ້​ເພື່ອ​ສະ​ເຫວີຍ​ພຣະ​ກະ​ຍາ​ຫານ​ທີ່​ຂ້າ​ນ້ອຍ​ຕຽມ​ໄວ້​ເພື່ອ​ໃຕ້​ຝ່າ​ພຣະ​ບາດ” 5 ພຣະ​ຣາ​ຊາ​ຈຶ່ງ​ກ່າວ​ວ່າ, “ໃຫ້​ຮາມານ​ຮີບ​ມາ ເຮົາ​ຈະ​ໄດ້​ກະ​ທຳ​ຕາມ​ທີ່​ພຣະ​ນາງ​ເອ​ສ​ເທີ​ປາ​ຖ​ນາ” ພຣະ​ຣາ​ຊາ​ຈຶ່ງ​ສະ​ເດັດ​ໄປ​ໃນການ​ລ້ຽງ​ກັບ​ຮາ​ມານ​ຊຶ່ງ​ພຣະ​ນາງ​ເອ​ສ​ເທີ​ໄດ້​ຊົງ​ຕຽມ​ໄວ້ 6 ຂ​ນະ​ເມື່ອ​ສະ​ເຫວີຍ​ເຫລົ້າ​ອະ​ງຸ່ນ​ຢູ່​ພຣະ​ຣາ​ຊາ​ກ່າວ​ກັບ​ເອ​ສ​ເທີ​ວ່າ, “ຄຳ​ຂໍ​ຂອງ​ພຣະ​ນາງວ່າ​ແນວ​ໃດ ເຮົາ​ຈະ​ໃຫ້ ແມ້​ຈະ​ເຖິງ​ເຄິ່ງ​ຣາ​ຊ​ອາ​ນາ​ຈັກ​ຂອ​ງ​ເຮົາ​ກໍ​ຈະ​ສຳ​ເຣັດ” 7 ພຣະ​ນາງ​ເອ​ສ​ເທີ​ທູນ​ວ່າ, “ຄຳ​ຮ້ອງ​ຂໍ​ຂອງ​ຂ້າ​ນ້ອຍ​ແລະ​ຄຳ​ທູນ​ຂໍ​ຂອງ​ຂ້າ​ນ້ອຍ 8 ຄື​ຖ້າ​ຂ້າ​ນ້ອຍ​ເປັນ​ທີ່​ໂປດ​ປານ​ໃນສາຍ​ພຣະ​ເນດ​ຂອງ​ພຣະ​ຣາ​ຊາ ແລະ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ​ທີ່​ຈະ​ປະ​ທານ​ຕາມ​ຄຳຮ້ອງ​ຂໍ​ຂອງ​ຂ້າ​ນ້ອຍ ແລະ​ໃຫ້​ຄຳ​ທູນ​ຂໍ​ຂອງ​ຂ້າ​ນ້ອຍ​ສໍາ​ເຣັດ​ນີ້ ຂໍ​ພຣະ​ຣາ​ຊາ​ສະ​ເດັດ​ມາ​ຍັງ​ການ​ລ້ຽງ​ຊຶ່ງ​ຂ້າ​ນ້ອຍ​ຈະ​ຕຽ​ມ​ໄວ້​ພ້ອມ​ກັບ​ຮາ​ມານ ​ແລະ​ມື້​ອື່ນ​ຂ້າ​ນ້ອຍ​ຈະ​ກະ​ທຳ​ຕາມ​ທີ່​ພຣະ​ຣາ​ຊາ​ກ່າວ​ນັ້ນ” 9 ວັນ​ນັ້ນ​ຮາ​ມານ​ກໍ​ອອກ​ໄປ​ດ້ວຍ​ໃຈ​ຊື່ນ​ບານ​ແລະ​ຍິນ​ດີ ແຕ່​ເມື່ອ​ຮາ​ມານ​ເຫັນ​ໂມຣ໌​ເດ​ກັຍ​ທີ່​ປະ​ຕູ​ຂອງ​ພຣະ​ຣາ​ຊາ ບໍ່​ຢືນ​ຂຶ້ນ​ຫລື​ຕົວ​ສັ່ນ​ຢູ່​ຕໍ່​ຫນ້າ​ທ່ານ ທ່ານ​ກໍ​ກິ້ວ​ຕໍ່​ໂມ​ຣ໌​ເດ​ກັຍ 10 ເຖິງ​ຢ່າງນັ້ນ​ກໍ​ດີ ຮາ​ມານ​ກໍ​ອົດ​ກັ້ນ​ໄວ້ ກັບ​ໄປ​ບ້ານ​ໃຊ້​ໃຫ້​ຄົນ​ໄປ​ຕາມ​ບັນ​ດາ​ເພື່ອ​ນ​ຂອງ​ຕົນ ​ແລະ​ເຊ​ເຣ​ສ​ເມັຽ​ຂອງ​ຕົນ 11 ຮາ​ມານ​ພັນ​ລະ​ນາ​ເຖິງ​ຄວາມ​ໂອ່​ໂຖງ​ແຫ່ງ​ຄວາມ​ຮັ່ງ​ມີ​ຂອງ​ທ່ານ​ຈຳ​ນວນ​ບຸດ​ຂອງ​ທ່ານ​ແລະ​ກຽດ​ຕິ​ຍົດ​ຕ່າງໆ​ຊຶ່ງ​ພຣະ​ຣາ​ຊາ​ພຣະ​ຣາ​ຊ​ທານ​ແກ່​ທ່ານ ແລະ​ເຖິງ​ເຣື່ອງວ່າ​ພຣະ​ຣາ​ຊາ​ໄດ້​ເລື່ອນ​ທ່ານ​ຂຶ້ນ​ເຫນືອ​ເຈົ້າ​ນາຍ ແລະ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ຢ່າງ​ໃດ 12 ແລ້ວ​ຮາ​ມານ​ເສີມ​ວ່າ, “ແມ້​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ກໍ​ບໍ່​ໄດ້​ຊົງ​ໃຫ້​ຜູ້​ໃດ​ໄປ​ກັບ​ພຣະ​ຣາ​ຊາ ໃນ​ການ​ລ້ຽງ​ຊຶ່ງ​ພຣະ​ນາ​ງຊົງ​ຈັດ​ຂຶ້ນນອກ​ຈາກ​ຕົວ​ຂ້ອຍ ແລະ​ມື້​ອື່ນ​ພຣະ​ນາງ​ຊົງ​ເຊີນ​ຂ້ອຍ​ກັບ​ພຣະ​ຣາ​ຊາ​ອີກ 13 ແຕ່​ສິ່ງ​ເຫ​ລົ່າ​ນີ້​ບໍ່​ມີ​ປ​ໂຍດ​ສຳ​ລັບ​ຂ້ອຍ ຕາບ​ໃດ​ທີ່​ຂ້ອຍ​ເຫັນ​ໂມ​ຣ໌​ເດກັຍ​ຄົນ​ຢິວ​ນັ່ງ​ຢູ່​ທີ່​ປະ​ຕູ​ຂອງ​ພຣະ​ຣາ​ຊາ” 14 ເຊ​ເຣ​ສ​ເມັຽ​ຂອງ​ທ່ານ ແລະ​ສະ​ຫາຍ​ທັງ​ສິ້ນ​ຂອງ​ທ່ານ​ຈຶ່ງ​ເວົ້າ​ກັບ​ທ່ານ​ວ່າ, “ຂໍ​ເຮັດ​ບ່ອນ​ແຂວນ​ຄໍ​ສູງ​ຫ້າ​ສິບ​ສອກ ມື້​ອື່ນ​ເຊົ້າ​ກໍ​ທູນ​ພຣະ​ຣາ​ຊາ​ໃຫ້​ແຂວນ​ໂມ​ຣ໌​ເດ​ກັຍ​ເສັຽ​ທີ່​ນັ້ນ ແລ້ວ​ກໍ​ໄປ​ກິນ​ລ້ຽງ​ຢ່າງ​ລ່າ​ເລີງ​ກັບ​ພຣະ​ຣາ​ຊາ” ຄຳ​ແນະ​ນຳ​ນີ້​ເປັນ​ທີ່​ພໍ​ໃຈ​ຮາ​ມານ​ທ່ານ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຫລັກ​ແຂວນ​ຄໍ

ເອັສເທີ 6

ຮາ​ມານ​ຖືກ​ບັງ​ຄັບ​ໃຫ້​ການ​ໃຫ້ກຽດ​ແກ່​ໂມ​ຣ໌​ເດ​ກັຍ

1 ຄືນ​ວັນ​ນັ້ນ​ພຣະ​ຣາ​ຊາ​ບັນ​ທົມ​ບໍ່​ຫລັບ ແລະ​ພຣະ​ອົງ​ຮັບ​ສັ່ງ​ໃຫ້​ນຳ​ຫນັງ​ສື​ບັນ​ທຶກ​ເຫດ​ທີ່​ຫນ້າ​ຈົດ​ຈຳ​ຄື​ພຣະ​ຣາ​ຊພົງ​ສາ​ວະ​ດານ​ມາ ເຂົາ​ກໍ​ອ່ານ​ຖວາຍ​ ພຣະ​ຣາ​ຊາ 2 ພຣະ​ອົງ​ຊົງ​ເຫັນ​ຂຽນ​ໄວ້​ວ່າ​ໂມ​ຣ໌​ເດ​ກັຍ​ໄດ້​ທູນ​ເຣື່ອງ​ບິກ​ທາ​ນາ​ແລະ​ເຕເຣ​ສຢ່າງ​ໃດ ຄື​ເຣື່ອງ​ຂັນ​ທີ​ສອງ​ຄົນ​ຂອງ​ພຣະ​ຣາ​ຊາ​ຜູ້​ເຝົ້າ​ປະ​ຕູ​ຫາ​ຊ່ອງ​ຈະ​ປົງ​ພຣະ​ຊົນ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ 3 ພຣະ​ຣາ​ຊາ​ກ່າວ​ວ່າ, “ໄດ້​ໃຫ້​ກຽດ​ແລະ​ຍົດ​ຫຍັງ​ແກ່​ໂມ​ຣ໌​ເດ​ກັຍ​ເພາະ​ເຣື່ອງ​ນີ້​ແດ່” ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ຜູ້​ບົວ​ລະ​ບັດ​ພຣະ​ອົງ​ທູນ​ວ່າ, “ຍັງ​ບໍ່​ໄດ້​ໃຫ້​ສິ່ງ​ໃດ​ເລີຍ” 4 ເຈົ້າ​ຊີ​ວິດ​ກ່າວ​ວ່າ, “ໃຜ​ຢູ່​ໃນ​ລານບ້ານ” ຝ່າຍ​ຮາ​ມານ​ຫາ​ກໍ​ເຂົ້າ​ມາ​ເຖິງ​ພຣະ​ລານ​ຊັ້ນ​ນອກ​ແຫ່ງ​ ຣາ​ຊ​ສຳ​ນັກ​ເພື່ອ​ຈະ​ທູນ​ພຣະ​ຣາ​ຊາ​ເອົາ​ໂມ​ຣ໌​ເດ​ກັຍ​ແຂວນ​ຄໍເທິງ​ຫລັກ​ ຊຶ່ງ​ທ່ານ​ໄດ້​ຕຽມ​ໄວ້​ສຳ​ລັບ​ເຂົາ 5 ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນັ້ນ​ຮາ​ມານ ກຳ​ລັງ​ຢືນ​ຢູ່​ໃນ​ພຣະ​ລານ​ຢູ່” ແລະ​ ພຣະ​ຣາ​ຊາ​ສັ່ງ​ວ່າ, “ໃຫ້​ທ່ານ​ເຂົ້າ​ມາ​ນີ້” 6 ຮາ​ມານ​ຈຶ່ງ​ເຂົ້າ​ມາ ພຣະ​ຣາ​ຊາ​ສັ່ງ​ກັບທ່ານ​ວ່າ, “ຫາກ​ພຣະ​ຣາ​ຊາ​ມີ​ພຣະ​ປະ​ສົງ​ຈະ​ປະ​ທານ​ກຽດ​ ຕິ​ຍົດ​ແກ່​ບຸກຄົນ​ໃດຜູ້​ໃດ​ແລ້ວ ພຣະ​ຣາ​ຊາ​ຄວນ​ຈະ​ທຳ​ແກ່​ເຂົາ​ປະ​ການ​ໃດ” ແລະ​ຮາ​ມານ​ຮຳ​ພຶງ​ໃນ​ໃຈ​ວ່າ, “ຜູ້​ໃດ​ຫນໍ​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ຈະ​ປະ​ທານ​ກຽດ​ຕິ​ຍົດ​ຫລາຍ​ກວ່າ​ຂ້າ” 7 ແລ້ວ​ຮາ​ມານ​ຈຶ່ງ​ທູນ​ພຣະ​ຣາ​ຊາ​ວ່າ, “ເພື່ອ​ໃຫ້​ກຽດ​ແກ່​ຄົນ​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ຈະ​ປະ​ທານ​ກຽດ​ຕິ​ຍົດ​ນັ້ນ 8 ຂໍ​ນຳ​ສ​ລອງ​ພຣະ​ອົງ​ຊຶ່ງ​ພຣະ​ຣາ​ຊາ​ຊົງ ແລະ​ມ້າ​ຊຶ່ງ​ພຣະ​ຣາ​ຊາ​ຊົງ ແລະ​ຊຶ່ງ​ມີ​ຜ້າ​ໂພກ​ຫົວ 9 ຂໍ​ຊົງ​ມອບ​ສ​ລອງ​ພຣະ​ອົງ​ແລະ​ມ້າ​ແກ່​ເຈົ້າ​ນາຍ​ຜູ້​ໃຫຍ່​ຍິ່ງ​ທີ່​ສຸດ​ຄົນ​ນຶ່ງ​ຂອງ​ພຣະ​ຣາ​ຊາ ຂໍ​ໃຫ້​ແຕ່ງ​ຄົນ​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ຈະ​ປະ​ທານ​ກຽດ​ຕິ​ຍົດ​ແລະ​ຂໍ​ໃຫ້​ຊາຍ​ນັ້ນ​ຂຶ້ນ​ນັ່ງ​ຫລັງ​ມ້າ​ໄປ​ຕາມ​ຖ​ນົນ​ຂອງ​ກຸງ ແລະ​ປ່າວ​ຮ້ອງ​ໄປ​ຂ້າງ​ຫນ້າ​ເຂົາ​ວ່າ “ຜູ້​ທີ່​ພຣະ​ຣາ​ຊາ​ພໍ​ພຣະ​ທັຍ​ຈະ​ປະ​ທານ​ກຽດ​ຕິ​ຍົດ​ກໍ​ເປັນ​ເຊັ່ນ​ນີ້​ແຫລະ” 10 ພຣະ​ຣາ​ຊາ​ຈຶ່ງ​ກ່າວ​ກັບ​ຮາ​ມານ​ວ່າ, “ຈົ່ງ​ຟ້າວ​ໄປ​ເອົາ​ເສື້ອ​ແລະ​ມ້າ​ຢ່າງ​ທີ່​ທ່ານ​ວ່າ ແລ້ວ​ໃຫ້​ກຽດ​ແກ່​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ​ຊຶ່ງ​ນັ່ງ​ທີ່​ປະ​ຕູ​ພຣະ​ຣາ​ຊວັງ ຢ່າເວັ້ນ​ສິ່ງ​ໃດ​ທີ່​ທ່ານ​ກ່າວ​ມາ​ນັ້ນ​ເລີຍ” 11 ຮາ​ມານຈຶ່ງ​ນຳ​ສ​ລອງ​ພຣະ​ອົງ​ກັບ​ມ້າ ແລະ​ຕົບ​ແຕ່ງ​ໂມ​ຣ໌​ເດ​ກັຍ ແລະ​ໃຫ້​ທ່ານ​ຂຶ້ນ​ມ້າ​ໄປ​ຕາມ​ຖ​ນົນ​ໃນ​ກຸງ ປ່າວ​ຮ້ອງ​ໄປ​ວ່າ “ຄົນ​ທີ່​ພຣະ​ຣາ​ຊາ​ພໍພຣະ​ທັຍ​ຈະ​ປະ​ທານ​ກຽດ​ກໍ​ເປັນ​ຢ່າງ​ນີ້​ແຫລະ” 12 ແລ້ວ​ໂມ​ຣ໌​ເດກັຍ​ກໍ​ກັບ​ມາ​ຍັງ​ປະ​ຕູ​ພຣະ​ຣາ​ຊວັງ ແຕ່​ຮາ​ມານ​ຟ້າວ​ກັບ​ໄປ​ບ້ານຂອງ​ທ່ານ ຄຸມ​ຫົວ​ແລະ​ຄ່ຳ​ຄວນ 13 ແລະ​ເລົ່າ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ແກ່​ທ່ານ​ໃຫ້​ເຊ​ເຣ​ສ​ເມັຽຂອງ​ທ່ານ​ ແລະ​ສະ​ຫາຍ​ທັງ​ຫລາຍ​ຂອງ​ທ່ານ​ຟັງ ຄົນ​ສລາດ​ຂອງ​ທ່ານ​ແລະ​ເຊ​ເຣ​ສ​ເມັຽ​ຂອງ​ທ່ານ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ທ່ານ​ເລີ້ມ​ລົ້ມ​ລົງ​ຕໍ່​ຫນ້າ​ ໂມ​ຣ໌​ເດ​ກັຍ​ຊຶ່ງ​ເປັນ​ຊາດ​ຢິວ ທ່ານ​ຈະ​ບໍ່​ຊະ​ນະ​ເຂົາ ແຕ່​ຈະ​ລົ້ມ​ລົງ​ຕໍ່​ຫນ້າ​ເຂົາ​ແນ່ນອນ” 14 ຂ​ນະ​ເມື່ອ​ເຂົາ​ທັງ​ຫລາຍ​ກຳ​ລັງ​ເວົ້າ​ກັບ​ທ່ານ​ຢູ່ ຂັນ​ທີ​ຂອງ​ພຣະ​ຣາ​ຊາກໍ​ມາ​ເຖິງ​ຟ້າວ​ນຳ​ຮາ​ມານ​ໄປ​ຍັງ​ການ​ລ້ຽງ​ຊຶ່ງ​ພຣະ​ນາງ​ເອ​ສ​ເທີ​ຊົງ​ຈັດ​ນັ້ນ

ເອັສເທີ 7

ຮາ​ມານ​ຖືກ​ແຂວນ​ຄໍ

1 ພຣະ​ຣາ​ຊາ​ຈຶ່ງ​ສະ​ເດັດ​ກັບ​ຮາ​ມານ​ໄປ​ໃນ​ການ​ລ້ຽງ​ກັບ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ 2 ໃນ​ວັນ​ທີ່​ສອງ​ເມື່ອ​ກຳ​ລັງ​ດື່ມ​ເຫລົ້າ​ອະ​ງຸ່ນ​ຢູ່ ພຣະ​ຣາ​ຊາ​ຕຣັດ​ກັບ​ເອ​ສ​ເທີ​ວ່າ “ພຣະ​ຣາ​ຊີ​ນີ​ເອ​ສ​ເທີ ຄຳ​ຮ້ອງ​ຂໍ​ຂອງ​ພຣະ​ນາງ​ຄື​ຫຍັງ ແລະ​ຄຳ​ທູນ​ຂໍ​ຂອງ​ພຣະ​ນາງ​ຄື​ຫຍັງ ເຮົາ​ຈະ​ປະ​ທານ​ໃຫ້ ແມ້​ເຖິງເຄິ່ງຣາ​ຊ​ອາ​ນາ​ຈັກ​ຂອງ​ເຮົາ ກໍ​ຈະ​ສຳ​ເຣັດ” 3 ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ທູນ​ຕອບ​ວ່າ, “ຂ້າ​ແຕ່​ພຣະ​ຣາ​ຊາ ຖ້າ​ຂ້າ​ນ້ອຍ​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ແລະ​ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ຂໍ​ພຣະ​ຣາ​ຊ​ທານ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ແລະ​ຂອງ​ຊົນ​ຊາດ​ຕາມ​ຄຳ​ທູນ​ຂໍ​ຂອງ​ຂ້າ​ນ້ອຍ 4 ເພາະ​ພວກ​ເຮົາ​ຖືກ​ຂາຍ​ທັງ​ຂ້າ​ນ້ອຍ​ແລະ​ຊົນ​ຊາດ​ຂອງ​ຂ້າ​ນ້ອຍ​ໃຫ້​ຖືກ​ທຳ​ລາຍ ໃຫ້​ຖືກ​ສັງ​ຫານ​ແລະ​ໃຫ້​ຖືກ​ລ້າງ​ຜານ ຖ້າ​ພວກ​ເຮົາ​ຖືກ​ຂາຍ​ພຽງ​ໃຫ້​ເປັນ​ທາດ​ຊາຍ​ແລະ​ຍິງ ຂ້າ​ນ້ອຍ​ກໍ​ຈະ​ອົດ​ກັ້ນ​ສ​ງົບ​ໄວ້ ເພາະ​ຄວາມ​ທຸກ​ຍາກ​ຂອງ​ເຮົາ​ຈະ​ປຽບ​ກັບ​ຜົນ​ເສັຽ​ຫາຍ​ຂອງ​ພຣະ​ຣາ​ຊາ​ນັ້ນ​ກໍ​ບໍ່​ໄດ້” 5 ກະສັດ​ອາ​ຮາ​ຊູ​ເອ​ຣູ​ສ​ຈຶ່ງ​ກ່າວ​ກັບ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ວ່າ, “ຜູ້​ນັ້ນ​ຄື​ໃຜ ຢູ່​ທີ່​ໃດ ຈຶ່ງ​ບັງ​ອາດ​ຄິດ​ການ​ກະ​ທຳ​ເຊັ່ນ​ນີ້” 6 ແລະ​ພຣະ​ນາງ​ເອ​ສ​ເທີ​ທູນ​ວ່າ, “ຄູ່​ອະ​ຣິ ​ແລະ​ສັດ​ຕ​ຣູ​ຄື​ຮາ​ມານ​ຄົນ​ໂຫດ​ຮ້າຍ​ຜູ້​ນີ້​ແຫລະ” ຮາ​ມານ​ກໍ​ຢ້ານ​ຢູ່​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ​ແລະ​ພຣະ​ຣາ​ຊີ​ນີ 7 ພຣະ​ຣາ​ຊາ​ຊົງ​ລຸກ​ຂຶ້ນ​ຈາ​ການ​ລ້ຽງ​ດ້ວຍ​ຊົງ​ພຣະ​ພິ​ໂຣດ ແລະ​ສະ​ເດັດ​ເຂົ້າ​ໄປ​ໃນ​ຣາ​ຊ​ອຸ​ທ​ຍານ ແຕ່​ຮາ​ມານ​ຍັງ​ຢູ່​ເພື່ອ​ທູນ​ຂໍ​ຊີ​ວິດ​ຈາກ​ພຣະ​ຣາ​ຊີນີ​ເອສ​ເທີ ເພາະ​ທ່ານ​ເຫັນ​ວ່າ​ພຣະ​ຣາ​ຊາ​ຊົງ​ມຸ່ງ​ຮ້າຍ​ຕໍ່​ທ່ານ​ແລ້ວ 8 ເມື່ອ​ພຣະ​ຣາ​ຊາ​ສະ​ເດັດ​ກັບ​ຈາກ​ຣາ​ຊ​ອຸ​ທ​ຍານ​ມາ​ຍັງ​ທີ່​ຊຶ່​ງ​ດື່ມ​ເຫລົ້າ​ອະ​ງຸ່ນ ຝ່າຍ​ຮາ​ມານ​ຍັງ​ກາບ​ຢູ່​ທີ່​ພຣະ​ແທ່ນ​ຊຶ່ງ​ພຣະ​ນາງ​ເອ​ສ​ເທີ​ປະ​ທັບ​ຢູ່​ນັ້ນ ພຣະ​ຣາ​ຊາ​ກ່າວ​ວ່າ, “ເຂົາ​ຍັງ​ຈະ​ຂົ່ມ​ຂືນ​ພຣະ​ຣາ​ ຊີ​ນີ​ຕໍ່​ຫນ້າ​ຕໍ່​ຕາ​ເຣົາ​ໃນ​ບ້ານ​ຂອງ​ເຮົາ​ຫລື” ພໍ​ພຣະ​ຣາ​ຊາ​ເວົ້າ​ບໍ່​ທັນ​ຂາດ​ຄຳ​ຊ້ຳ ເຂົາ​ກໍ​ມາ​ຄຸມ​ຫນ້າ​ຮາ​ມານ 9 ຮາ​ຣ໌​ໂບ​ນາ​ຂັນ​ທີ​ຄົນ​ນຶ່ງ​ທີ່​ບົວ​ລະ​ບັດ​ພຣະ​ຣາ​ຊາ​ຢູ່​ຈຶ່ງ​ທູນ​ວ່າ, “ອີກ​ປະ​ການ​ນຶ່ງ ຫລັ​ກ​ແຂວນ​ຄໍ​ ຊຶ່ງ​ຮາ​ມານ​ຕຽມ​ໄວ້​ສຳ​ລັບ​ໂມ​ຣ໌​ເດ​ກັຍ ຊຶ່ງ​ຣາຍ​ງານ​ຊ່ອຍ​ຊີ​ວິດພຣະ​ຣາ​ຊາ ກໍ​ຍັງ​ຕັ້ງ​ຢູ່​ທີ່​ບ້ານ​ຂອງ​ຮາ​ມານ ສູງ​ຫ້າ​ສິບ​ສອກ” ພຣະ​ຣາ​ຊາ​ຕ​ຣັດ​ວ່າ, “ແຂວນ​ມັນ​ເທິງ​ນັ້ນ​ແຫລະ” 10 ເຂົາ​ກໍ​ແຂວນ​ຮາ​ມານ​ເທິງ​ບ່ອນ​ແຂວນ​ຄໍ​ຊຶ່ງ​ທ່ານ​ໄດ້​ຕຽມ​ໄວ້​ສຳ​ລັບ​ໂມ​ເດ​ກັຍ ແລ້ວ​ພຣະ​ພິ​ໂຣດ​ຂອງ​ພຣະ​ຣາ​ຊາ​ກໍ​ສ​ງົ​ບ​ລົງ

ເອັສເທີ 8

ພວກ​ຢິວ​ຮັບ​ມອບ​ອຳ​ນາດ​ໃຫ້​ຕໍ່​ຕ້ານ

1 ໃນ​ວັນ​ນັ້ນ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ​ພຣະ​ຣາ​ຊ​ທານ​ບ້ານ​ເຮືອນ​ຂອງ​ຮາ​ມານ​ສັດ​ຕ​ຣູ​ຂອງ​ພວກ​ຢິວ​ແກ່​ພຣະ​ຣາ​ຊີ​ນີ​ເອສ​ເທີ ໂມ​ຣ໌​ເດ​ກັຍ​ກໍ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ເພາະ​ພຣະ​ນາງ​ເອ​ສ​ເທີ​ໄດ້​ທູນ​ວ່າ​ທ່ານ​ເປັນ​ຫຍັງ​ກັບ​ພຣະ​ນາງ 2 ພຣະ​ຣາ​ຊາ​ຈຶ່ງ​ຖອດ​ແຫວນ​ທີ່​ມີ​ຕາ​ປະ​ທັບ ຊຶ່ງ​ພຣະ​ອົງ​ຊົງ​ເອົາ​ມາ​ຈາກ​ຮາ​ມານ​ພຣະ​ຣາ​ຊ​ທານ​ໃຫ້​ ໂມ​ຣ໌​ເດກັຍ ພຣະ​ນາງ​ເອ​ສ​ເທີ​ກໍ​ຊົງ​ຕັ້ງ​ໂມ​ຣ໌​ເດ​ກັຍ​ເປັນ​ໃຫຍ່​ເຫນືອ​ບ້ານ​ເຮືອນ​ຂອງ​ຮາ​ມານ 3 ແລ້ວ​ພຣະ​ນາງ​ເອ​ສ​ເທີ​ກາບ​ທູນ​ພຣະ​ຣາ​ຊາ​ອີກ ພຣະ​ນາງກາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ ແລະ​ວິງວອນ​ພຣະ​ອົງ​ດ້ວຍ​ນ້ຳ​ພຣະ​ເນດ ຂໍ​ໃຫ້​ແຜນ​ການ​ຮ້າຍ​ຂອງ​ຮາ​ມານ ຄົນ​ອາ​ກັກ ແລະ​ການ​ປອງ​ຮ້າຍ​ຊຶ່ງ​ທ່ານ​ໄດ້​ຄິດ​ຂຶ້ນ​ຕໍ່​ພວກ​ຢິວ​ນັ້ນ​ພົ້ນ​ ໄປ​ເສັຽ 4 ພຣະ​ຣາ​ຊາ​ຈຶ່ງ​ຊົງ​ຍື່ນ​ໄມ້​ເທົ້າ​ແກ່​ພຣະ​ນາງ​ເອ​ສ​ເທີ ພຣະ​ນາງ​ເອ​ສ​ເທີ​ກໍ​ຊົງລຸກ​ຂຶ້ນ​ປະ​ທັບ​ຢືນ​ເຝົ້າ​ພຣະ​ຣາ​ຊາ 5 ພຣະ​ນາງ​ທູນ​ວ່າ, “ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ຣາ​ຊາ ແລະ​ຖ້າຂ້າ​ນ້ອຍ​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ຖ້າ​ສິ່ງ​ນັ້ນ​ເປັນສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ ແລະ​ຂ້າ​ນ້ອຍ​ເປັນ​ທີ່​ໂປດ​ປານ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ຂໍ​ຊົງ​ໃຫ້​ມີ​ພຣະ​ອັກ​ສອນ​ຮັບສັ່ງ​ໃຫ້​ກັບ​ຄວາມ​ໃນ​ຈົດ​ຫມາຍ​ຊຶ່ງ​ຮາ​ມານ ຄົນ​ອາ​ກັກ​ ບຸດ​ຮາມ​ເມ​ດາ​ທາ​ໄດ້​ຄິດ​ຂຶ້ນ ແລະ​ຂຽນ​ເພື່ອ​ທຳ​ລາຍ​ພວກ​ຢິວ​ທີ່​ຢູ່​ໃນ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ 6 ເພາະ​ຂ້າ​ນ້ອຍ​ຈະ​ອົດ​ທົນ​ເບິ່ງ​ໄພ​ວິ​ບັດ​ມາ​ເຖິງ​ຊາດ​ຂອງ​ຂ້າ​ນ້ອຍ​ໄດ້​ຢ່າງ​ໃດ ຂ້າ​ນ້ອຍ​ຈະ​ທົນ​ເບິ່​ງ​ການ​ທຳ​ລາຍ​ຍາດພີ່​ນ້ອງ​ຂອງ​ຂ້າ​ນ້ອຍ​ໄດ້ຢ່າງ​ໃດ” 7 ກະ​ສັດ​ອາ​ຮາ​ຊູເອ​ຣູ​ສຈຶ່ງ​ຕ​ຣັ​ດ​ກັບ​ພຣະ​ຣາ​ຊີ​ນີ​ເອສ​ເທີ​ແລະ​ແກ່​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ​ວ່າ, “ເບິ່ງແມ໋, ເຮົາ​ມອບ​ບ້ານ​ເຮືອນ​ຂອງ​ຮາ​ມານແກ່​ພຣະ​ນາງ​ເອ​ສ​ເທີ​ແລ້ວ ແລະ​ເຂົາ​ກໍ​ແຂວນ​ມັນ​ເທິງ​ຫລັກ ເພາະ​ມັນ​ຈະ​ທຳ​ອັນ​ຕະ​ຣາຍ​ແກ່​ພວກ​ຢິວ 8 ທ່ານ​ຈົ່ງ​ຂຽນ​ຕາມ​ທີ່​ທ່ານ​ພໍ​ໃຈ​ກ່ຽວ​ກັບ​ເຣື່ອງ​ຢິວ​ໃນ​ນາມ​ຂອງ​ພຣະ​ຣາ​ຊາ ເພາະ​ວ່າ​ການ​ປະ​ກາດ​ທີ່​ຂຽນ​ໃນ​ນາມ​ຂອງ​ພຣະ​ຣາ​ຊາ​ແລະ​ປະ​ທັບ​ຕາ​​ຂອງ​ກະ​ສັດຈະ​ປ່ຽນ​ກັບ​ບໍ່​ໄດ້” 9 ແລ້ວ​ພຣະ​ອົງ​ຊົງ​ເອີ້​ນ​ຣາ​ຊ​ອາ​ຣັກ​ເຂົ້າ​ມາ​ໃນ​ເວ​ລາ​ນັ້ນ ໃນ​ເດືອນ​ທີ່​ສາມ​ຊຶ່ງ​ເປັນ​ເດືອນ​ຊີ​ວັນ ໃນ​ວັນ​ທີ່​ຊາວ​ສາມ ແລະ​ໃຫ້​ຂຽນ​ປະ​ກາດ​ຕາມ​ທີ່​ໂມ​ຣ໌​ເດ​ກັຍ​ບັນ​ຊາ​ທຸກ​ຢ່າງ​ກ່ຽວ​ກັບ​ພວກ​ຢິວ ເຖິງ​ບັນ​ດາຜູ້​ປົກຄອງ​ແຂວງ ຜູ້​ປົ​ກຄອງ​ເມືອງ ແລະ​ຜູ້​ວ່າ​ຣາ​ຊ​ການ​ແລະ​ເຈົ້າ​ຫນ້າ​ທີ່​ຂອງ​ມົນ​ທົນ ຕັ້​ງ​ແຕ່​ອິ​ນ​ເດັຽ​ເຖິງ​ເອ​ທິ​ໂອ​ເປັຽນຶ່ງ​ຮ້ອຍ​ຊາວ​ເຈັດ​ມົນ​ທົນ ໄປ​ເຖິງ​ທຸກ​ມົນ​ທົນ​ເປັນ​ພາ​ສາ​ແລະ​ວິ​ທີ​ຂຽນ​ຂອງ​ມົນ​ທົນ​ນັ້ນ ແລະ​ເຖິງ​ຊົນ​ທຸກ​ຊາດ​ເປັນ​ພາ​ສາ​ຂອງ​ເຂົາ ແລະ​ເຖິງ​ຊົນ​ທຸກ​ຊາດ​ເປັນ​ພາ​ສາ​ຂອງ​ເຂົາ ແລະ​ເຖິງ​ພວກ​ຢິວ​ເປັນ​ພາ​ສາ​ຂຽນ​ແລະ​ໃນ​ພາ​ສາ​ຂອງ​ເຂົາ 10 ແລະ​ເຂົາ​ຂຽນ​ໃນ​ພຣະ​ນາມ​ຂອງ​ກະ​ສັດ​ອາ​ຮາ​ຊູ​ ເອ​ຣູສ​ ແລະ​ປະ​ທັບ​ຕາ​ຂອງ​ກະ​ສັດ​ໃສ່ ແລະ​ສົ່ງ​ຈົດ​ຫມາຍ​ນັ້ນ​ໄປ​ທາງ​ຜູ້​ເດີນ​ຂ່າວ​ຂຶ້ນ​ມ້າ​ໄວ ຊຶ່ງ​ເຄີຍ​ໃຊ້​ໃນ​ຣາ​ຊາກາ​ນຂອງ​ພຣະ​ຣາ​ຊາ ອັນ​ເປັນ​ເຊື້ອ​ມ້າ​ຫລວງ 11 ຕາມ​ຈົດ​ຫມາຍ​ເຫລົ່າ​ນີ້​ພຣະ​ຣາ​ຊາ​ຊົງ​ອະ​ນຸ​ຍາດ​ໃຫ້​ພວກ​ຢິວ​ຜູ້​ຢູ່​ໃນ​ທຸກ​ມົນ​ທົນ​ຊຸມ​ນຸມ​ກັນ​ແລະ​ປ້ອງ​ກັນ​ຊີ​ວິດ​ຂອງ​ຕົນ ໃຫ້​ທຳ​ລາຍ ໃຫ້​ສັງ​ຫານ​ແລະ​ໃຫ້​ລ້າງ​ຜານ​ກຳ​ລັງ​ພົນ​ໃດໆ​ຂອງ​ປະ​ຊາ​ຊົນ​ຫລື​ມົນ​ທົນ​ໃດໆ​ຊຶ່ງ​ຈະ​ມາ​ທຳ​ຮ້າຍ​ທັງ​ເດັກ​ແລະ​ຜູ້​ຍິງ ແລະ​ປຸ້ນ​ເອົາ​ສິ່ງຂອງ​ຂອງ​ເຂົາ 12 ໃນ​ວັນ​ດຽວຕລອດ​ທົ່ວ​ທຸກ​ມົນ​ທົນ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ ຄື​ວັນ​ທີ່​ສິບ​ສາມ​ເດືອນ​ທີ່​ສິບ​ສອງ ຊຶ່ງ​ເປັນ​ເດືອນ​ອາ​ດາ​ຣ໌ 13 ສຳ​ເນົາ​ຂອງ​ຫນັງ​ສື​ທີ່​ຂຽນ​ນັ້ນ​ຈະ​ຕ້ອງ​ປະ​ກາດ​ໃນ​ທຸກ​ມົນ​ທົນ ແລະ​ອອກ​ໂດຍ​ການ​ປ່າວ​ຮ້ອງ​ແກ່​ຊົນ​ຊາດ​ທັງ​ປວງ ພວກ​ຢິວ​ຈະ​ຕ້ອງ​ພ້ອມ​ກັນ​ໃນ​ວັນ​ນັ້ນແກ້​ແຄ້ນ​ສັດ​ຕ​ຣູ​ຂອງ​ຕົນ 14 ຄົນ​ເດີນ​ຂ່າວ​ຊຶ່ງ​ຂຶ້ນ​ມ້າ​ໄວ​ຊຶ່ງ​ໃຊ້​ໃນ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ ຮີບ​ເລັ່ງ​ຂີ່​ໄປ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ ປະ​ກາດ​ນັ້ນ​ອອກໃນ​ຊູ​ຊາ​ເມືອງ​ປ້ອມ 15 ເມື່ອ​ໂມຣ໌​ເດ​ກັຍ​ອອກ​ໄປ​ພົ້ນ​ພຣະ​ພັກ​ພຣະ​ຣາ​ຊາ ສວມ​ສ​ລອງ​ພຣະ​ອົງ​ສີ​ຟ້າ​ແລະ​ສີ​ຂາວ ພ້ອມ​ກັບ​ມົງ​ກຸດ​ທອງ​ຄຳ​ໃຫຍ່​ແລະ​ເສື້ອ​ຄຸມ​ຜ້າ​ປ່ານ​ສີ​ມ່ວງ ຝ່າຍ​ຊາວ​ນະ​ຄອນ​ຊູ​ຊາ​ກໍ​ໂຮ່ຮ້ອງ​ຊົມ​ຊື່ນ​ຍິນ​ດີ 16 ພວກ​ຢິວ​ມີ​ສະ​ວັດ​ດີ​ພາບ ຄວາມ​ຍິນ​ດີ ຊື່ນ​ບານ​ແລະ​ມີ​ກຽດ 17 ທຸກ​ມົນ​ທົນ​ທຸກ​ເມືອງ ບໍ່​ວ່າ​ບ່ອນ​ໃດ​ທີ່​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ​ແລະ​ປະ​ກາດ​ຂອງ​ພຣະ​ອົງ​ມາ​ເຖິງ ກໍ​ມີ​ຄວາມ​ຍິນ​ດີ​ແລະ​ຄວາມຊື່ນ​ບານ​ຖ້າມ​ກາງ​ພວກ​ຢິວ ມີ​ການ​ລ້ຽງ​ແລະ​ວັນ​ລື້ນ​ເຣີງ ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ມາ​ຈາກ​ຊົນ​ຊາດ​ຂອງ​ປະ​ເທດກໍ​ປະ​ກາດ​ຕົວ​ເປັນ​ພວກ​ຢິວ ເພາະ​ຄວາມ​ຢ້ານ​ພວກ​ຢິວ​ມາ​ຄອບ​ງຳ​ເຂົາ

ເອັສເທີ 9

ພວກ​ຢິວ​ທຳ​ລາຍ​ບັນ​ດາ​ສັດ​ຕ​ຣູ​ຂອງ​ຕົນ

1 ໃນ​ເດືອນ​ທີ່​ສິບ​ສອງ​ຊຶ່ງ​ເປັນ​ເດືອນ​ອາ​ດາ​ຣ໌ ວັນ​ທີ່​ສິບ​ສາມ​ເດືອນ​ນັ້ນ ເມື່ອ​ຈະ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາທີ່​ປະ​ກາດ​ເປັນ​ທາງ​ການ ໃນ​ວັນ​ນັ້ນ​ເອງ​ທີ່​ສັດ​ຕ​ຣູ​ຂອງ​ພວກ​ຢິວ​ຫວັງ​ຈະ​ເປັນ​ໃຫຍ່​ເຫນືອ​ພວກ​ຢິວ (ແຕ່​ຊຶ່ງ​ຖືກ​ປ່ຽນ​ໄປ​ເປັນ​ວັນ​ທີ່​ພວກ​ຢິວ​ໄດ້​ຄວາມ​ເປັນ​ໃຫຍ່​ເຫນືອ​ພວກ​ທີ່​ກຽດ​ຊັງ​ເຂົາ) 2 ພວກ​ຢິວ​ກໍ​ຊຸມ​ນຸມ​ກັນ​ໃນ​ບັນ​ດາ​ຫົວ​ເມືອງ​ຕລອດ​ທົ່ວ​ທຸກ​ມົນ​ທົນ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ​ເພື່ອ​ຈະ​ຂ້າ​ພວກ​ທີ່​ຫາ​ຊ່ອງ​ທຳ​ຮ້າຍ​ເຂົາ ບໍ່​ມີ​ຜູ້​ໃດ​ຕໍ່​ຕ້ານ​ພວກ​ເຂົາ​ໄດ້ ເພາະ​ຄວາມ​ຢ້ານ​ເຂົາ​ຄອບ​ງຳ​ເຫນືອ​ຊົນ​ຊາດ​ທັງ​ປວງ 3 ບັນ​ດາ​ເຈົ້າ​ນາຍ​ທັງ​ປວງ​ຂອງ​ມົນ​ທົນ​ແລະ​ຜູ້​ປົກ​ຄອງ​ແຂວງ​ແລະຜູ້​ວ່າ​ຣາ​ຊ​ການ​ເມືອງ​ແລະ​ເຈົ້າ​ຫນ້າ​ທີ່​ຣາ​ຊ​ການ​ກໍ​ຊ່ອຍພວກ​ຢິວ​ດ້ວຍ ເພາະ​ຄວາມ​ຢ້ານ​ໂມ​ຣ໌​ເດ​ກັຍ​ຄອບ​ງຳ​ເຂົາ 4 ເຫດ​ວ່າ​ໂມ​ຣ໌​ເດ​ກັຍ​ເປັນ​ໃຫຍ່​ຢູ່​ໃນ​ສຳ​ນັກ​ຂອງ​ພຣະ​ຣາ​ຊາ​ແລະ​ຊື່​ສຽງ​ຂ​ອງ​ທ່ານ​ຊ່າ​ລື​ໄປ​ທົ່ວ​ທຸກ​ມົນ​ທົນ ເພາະ​ຊາຍ​ທີ່​ຊື່​ໂມ​ຣ໌​ເດ​ກັຍ​ນັ້ນ​ມີ​ອຳ​ນາດ​ຫລາ​ຍ​ຍິ່ງຂຶ້ນທຸກທີ 5 ພວກ​ຢິວ​ຈຶ່ງ​ໂຈມຕີ​ສັດ​ຕ​ຣູ​ທັງ​ຫມົດ​ຂອງ​ຕົນ​ດ້ວຍ​ດາບ ຂ້າ​ແລະ​ທຳ​ລາຍ​ເຂົາ ແລະ​ທຳ​ແກ່​ຜູ້​ທີ່​ກຽດ​ຊັງ​ເຂົາ​ຕາມ​ໃຈ​ຊອບ 6 ໃນ​ຊູ​ຊາ​ເມືອງ​ປ້ອມ​ພວກ​ຢິວ​ໄດ້​ຂ້າ​ແລະ​ທຳ​ລາຍ​ລ້າງ​ເສັຽ​ຫ້າ​ຮ້ອຍ​ຄົນ 7 ໄດ້​ຂ້າ​ປາ​ຣ໌​ຊານ​ດາ​ທາ ດັນ​ໂຟນ ອັ​ສ​ຊາ​ທາ 8 ໂປ​ຣາ​ທາ ອາ​ດາ​ລິອາ ອາຣີ​ດາ​ທາ 9 ປາ​ຣ໌​ມັ​ສຕາ ອາ​ຣີ​ຊັຍ ອາຣີ​ດັຍ ວັຍ​ຊາ​ທາ 10 ບຸດ​ຊາຍ​ທັງ​ສິບ​ຂອງ​ຮາ​ມານ​ບຸດ​ຮາມ​ເມ​ດາ​ທາ ສັດ​ຕ​ຣູ​ຂອງ​ພວກ​ຢິວ ແຕ່​ເຂົາ​ບໍ່​ໄດ້​ປຸ້ນ​ເຂົ້າ​ຂອງ 11 ໃນ​ວັນ​ນັ້ນ​ຈຳ​ນ​ວນ​ຄົນ​ທີ່​ຖືກ​ຂ້າ​ໃນ​ຊູ​ຊາ​ເມືອງ​ປ້ອມ​ກໍ​ຖືກ​ນຳ​ມາ​ສ​ເນີ​ພຣະ​ຣາ​ຊາ 12 ເຈົ້າ​ຊີ​ວິດຈຶ່ງ​ສັ່ງ​ກັບ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ວ່າ, “ພວກ​ຢິວ​ໄດ້​ຂ້າ​ເສັຽ​ຫ້າ​ຮ້ອຍ​ຄົນ​ໃນ​ຊູ​ຊາ​ເມືອງ​ປ້ອມ ຮວມ​ທັງ​ບຸດ​ຊາຍ​ທັງ​ສິບ​ຄົນ​ຂອງ​ຮາ​ມານ​ດ້ວຍ ໃນ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ​ທີ່​ເຫລືອ​ຢູ່​ນັ້ນ ເຂົາ​ໄດ້​ທຳ​ຫຍັງ​ກັນ ບັດນີ້​ຄຳ​ຮ້ອງ​ຂອງ​ພຣະ​ນາງຄື​ຫຍັງ ເຣົາ​ຈະ​ປະ​ທານ​ໃຫ້ ຄຳ​ທູນ​ຂອງ​ພຣະ​ນາງ​ຕໍ່​ໄປ​ມີ​ຫຍັງ​ອີກ ເຮົາ​ກໍ​ຈະ​ກະ​ທຳ​ໃຫ້​ສຳ​ເຣັດ 13 ພຣະ​ນາງ​ເອ​ສ​ເທີ​ທູນ​ວ່າ, “ຖ້າ​ເປັນ​ທີ່​ພໍ​ພຣະ​ທັຍ​ ພຣະ​ຣາ​ຊາ ຂໍ​ໃຫ້​ພວກ​ຢິວ​ທີ່​ຢູ່​ໃນ​ຊູ​ຊາ ໄດ້​ກະ​ທຳ​ຕາມ​ຄຳ​ປະ​ກາດ​ຂອງວັນ​ນີ້​ໃນ​ມື້​ອື່ນ​ອີກ ແລະ​ຂໍ​ໃຫ້​ແຂວນຄໍ​ບຸດ​ຊາຍ​ທັງ​ສິບ​ຂອງ​ຮາ​ມານ​ເທິງ​ຫລັກ​​ນັ້ນ” 14 ພຣະ​ຣາ​ຊາ​ໄດ້​ຊົງ​ບັນ​ຊາ​ໃຫ້​ກະ​ທຳ​ເຊັ່ນ​ນັ້ນ ມີ​ປະ​ກາດ​ອອກ​ໃນ​ຊູ​ຊາ ແລະ​ບຸດ​ທັງ​ສິບ​ຂອງ​ຮາ​ມານ ​ກໍ​ຖືກ​ແຂວນຄໍ​ເທິງ​ຫລັກ 15 ພວກ​ຢິວ​ທີ່ຢູ່ໃນ​ຊູ​ຊາ​ຊຸມ​ນຸມ​ກັນ​ໃນ​ວັນ​ທີ່​ສິບ​ສີ່​ເດືອນ​ອາ​ດາ​ຣ໌​ດ້ວຍ ແລະ​ໄດ້​ຂ້າ​ສາມ​ຮ້ອຍ​ຄົນ​ໃນ​ຊູ​ຊາ ແຕ່​ເຂົາ​ບໍ່​ໄດ້ຍຶດ​ສິ່ງ​ຂອງເທ​ສ​ການ​ປູ​ຣິ​ມ 16 ຝ່າຍ​ພວກ​ຢິວ​ອື່ນໆ​ຊຶ່ງ​ຢູ່​ໃນ​ມົນ​ທົນ​ຂອງ​ພຣະ​ຣາ​ຊາ​ກໍ​ຊຸມ​ນຸມ​ກັນ​ປ້ອງ​ກັນຊີ​ວິດ ແລະ​ພົ້ນ​ຈາກ​ສັດ​ຕ​ຣູ​ຂອງ​ເຂົາ ເຂົາ​ຂ້າ​ຜູ້​ທີ່​ກຽດຊັງ​ເຂົາ​ເສັຽ​ເຈັດ​ຫມື່ນ​ຫ້າ​ພັນ​ຄົນ ແຕ່​ເຂົາ​ບໍ່​ໄດ້​ຍຶດ​ສິ່ງ​ຂອງ 17 ເຫດ​ນີ້​ເກີດ​ຂຶ້ນ​ໃນ​ວັນ​ທີ່​ສິບ​ສາມ​ເດືອນ​ອາ​ດາ​ຣ໌ ແລະ​ໃນ​ວັນ​ທີ່​ສິບ​ສີ່​ເຂົາຢຸດ​ພັກ ແລະ​ກະ​ທຳ​ວັນ​ນັ້ນ​ໃຫ້​ເປັນ​ວັນ​ກິນ​ລ້ຽງ​ແລະ​ຍິນ​ດີ 18 ແຕ່​ພວກ​ຢິວ​ທີ່​ຢູ່​ໃນ​ຊູ​ຊາ​ຊຸມ​ນຸມ​ກັນ​ໃນ​ວັນ​ທີ່​ສິບ​ສາມ​ແລະ​ວັນ​ທີ່​ສິບ​ສີ່ ແລະ​ຢຸດ​ພັກ​ໃນ​ວັນ​ທີ່​ສິບ​ຫ້າ ທຳ​ໃຫ້​ວັນ​ນັ້ນ​ເປັນ​ວັນ​ກິນ​ລ້ຽງ​ແລະ​ຍິນ​ດີ 19 ເຫດ​ສັນ​ນັ້ນ​ພວກ​ຢິວ​ໃນ​ຊົນ​ນະ​ບົດ ທີ່​ຢູ່​ຕາມ​ຫົວ​ເມືອງ​ທີ່​ມີ​ກຳ​ແພງ​ຖື​ວັນ​ແຫ່ງ​ຄວາມ​ຍິນ​ດີ​ແລະ​ກິນ​ລ້ຽງ ແລະ​ຖື​ເປັນ​ວັນ​ລື້ນ​ເຣີງ ແລະ​ເປັນ​ວັນ​ທີ່​ເຂົາ​ສົ່ງ​ຂອງ​ຂວັນ​ໄປ​ໃຫ້​ກັນ​ແລະ​ກັນ 20 ແລະ​ໂມ​ຣ໌​ເດ​ກັຍ​ບັນ​ທຶກ​ເຣື່ອງ​ນີ້​ແລະ​ສົ່ງ​ຈົດ​ຫມາຍ​ໄປ​ຍັງ​ພວກ​ຢິວ​ທັງ​ປວງ​ຜູ້​ຢູ່​ໃນ​ມົນ​ທົນ​ທັງ​ປວງ​ຂອງ​ກະ​ສັດ​ອາ​ຮາ​ຊູ​ອາ​ຮັສ ທັງ​ໃກ້​ແລະ​ໄກ 21 ຊັກ​ຊວນ​ເຂົາ​ໃຫ້​ຖື​ວັນ​ທີ່​ສິບ​ສີ່​ເດືອນ​ອາດາ​ຣ໌ ແລະ​ວັນ​ທີ່​ສິບ​ຫ້າ​ເດືອນ​ດຽວ​ກັນ​ທຸກໆ​ປີ 22 ເປັນ​ວັນ​ທີ່​ພວກ​ຢິວ​ພົ້ນ​ຈາກ​ສັດ​ຕ​ຣູ​ຂອງ​ເຂົາ ແລະ​ເປັນ​ເດືອນ​ທີ່​ປ່ຽນ​ຄວາມ​ໂສກ​ເສົ້າ​ເປັນ​ຄວາມ​ຍິນ​ດີ ແລະ​ການ​ຄ່ຳ​ຄວນ​ເປັນ​ວັນ​ລື້ນ​ເຣີງໃຫ້​ແກ່​ເຂົາ ແລະ​ໃຫ້​ເຂົາ​ຖື​ເປັນ​ວັນ​ກິນ​ລ້ຽງ​ແລະ​ວັນ​ຍິນ​ດີ ເປັນ​ວັນ​ທີ່​ສົ່ງ​ຂອງ​ຂວັນ​ແກ່​ກັນ​ແລະ​ກັນ ແລະ​ໃຫ້​ຂອງ​ຂວັນ​ແກ່​ຄົນ​ຈົນ 23 ພວກ​ຢິວ​ຈຶ່ງ​ຕົກ​ລົງ​ກະ​ທຳ​ຕາມ​ທີ່​ເຂົາ​ຕັ້ງ​ຕົ້ນ​ແລ້ວ ແລະ​ຕາມ​ທີ່​ໂມ​ຣ໌​ເດ​ກັຍ​ຂຽນ​ໄປ​ເຖິງ​ເຂົາ 24 ເພາະ​ຮາ​ມານ​ບຸດ​ຮາມ​ເມ​ດາ​ທາ ຄົນ​ອາກາກ ສັດ​ຕ​ຣູ​ຂອງ​ພວກ​ຢິວ​ທັງ​ປວງ ໄດ້​ປອງ​ຮ້າຍ​ຕໍ່​ພວກ​ຢິວ​ເພື່ອ​ທຳ​ລາຍ​ເຂົາ ໄດ້​ໃຊ້​ສະ​ຫລາກ (ຊຶ່ງ​ເອີ້ນ​ກັນ​ວ່າ ປູ​ຣິມ) ເພື່ອ​ລ້າງ​ຜານ​ແລະ​ທຳ​ລາຍ​ເຂົາ 25 ແຕ່​ເມື່ອ​ພຣະ​ນາງ​ເອ​ສ​ເທີ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ພຣະ​ອົງ​ຊົງ​ຮັບ​ສັ່ງ​ເປັນ​ລາຍ​ລັກ​ອັ​ກ​ສອນ​ໃຫ້​ແຜນ​ການ​ມຸ່ງ​ຮ້າຍ​ຂອງ​ທ່ານ ຊຶ່ງ​ທ່ານ​ໄດ້​ຄຶດ​ຕໍ່​ພວກ​ຢິວ​ນັ້ນ​ກັບ​ຕົກ​ລົງ​ເທິງ​ຫົວ​ຂອງ​ທ່ານ​ເອງ ແລະ​ໃຫ້​ຕົວ​ທ່ານ​ກັ​ບ​ບຸດ​ຂອງ​ທ່ານ​ຖືກ​ແຂວນຄໍ​ເທິງ​ຫລັກ 26 ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ວັນ​ເຫລົ່າ​ນີ້​ວ່າ ປູ​ຣິມ ຕາມ​ຄຳ​ປູ​ຣ໌ ດັ່ງ​ນັ້ນ​ເພາະ​ທຸກ​ຢ່າງ​ທີ່​ຂຽ​ນ​ໄວ້​ໃນ​ຈົດ​ຫມາຍ​ນີ້ ແລະ​ເພາະ​ສິ່ງ​ທີ່​ພວກ​ຢິວ​ຕ້ອງ​ຜະ​ເຊີນ​ໃນ​ເຣື່ອງ​ນີ້ ແລະ​ສິ່ງ​ທີ່​ອຸ​ບັດ​ແກ່​ເຂົາ 27 ພວກ​ຢິວ​ກໍ​ກຳ​ນົດ​ແລະ​ຮັບ​ວ່າ​ຕົວ​ເຂົາ​ເອງ ເຊື້ອ​ສາຍ​ຂອງ​ເຂົາ ແລະ​ບັນ​ດາ​ຜູ້​ທີ່​ຈະ​ເປັນ​ຢິວ​ວ່າ ຢິວ​ຈະ​ຖື​ສອງວັນ​ນີ້​ດັ່ງ​ທີ່​ຂ​ຽນ​ໄວ້ ແລະ​ຕາມ​ເວ​ລາ​ກຳ​ນົດ​ໄວ້​ທຸກ​ປີ​ບໍ່​ໄດ້​ຂາດ 28 ແລະ​ວ່າ​ຈະ​ຈົດ​ຈຳ​ວັນ​ເຫລົ່າ​ນີ້ ແລະ​ຖື​ຕລອດ​ຊົ່ວ​ຊາດ​ເຊື້ອ​ສາຍ ທຸກ​ຕະ​ກູນ ມົນ​ທົນ​ແລະ​ເມືອງ ວັນ​ເທ​ສ​ການ​ປູ​ຣິມ​ນີ້​ຈະ​ບໍ່​ເລີກ​ໃນ​ຖ້າມ​ກາງ​ພວກ​ຢິວ ຫລື​ການ​ຣະ​ລຶກ​ເຖິງວັນ​ເຫລົ່າ​ນີ້​ຈະ​ບໍ່​ສິ້ນ​ລົງ​ໃນ​ເຊື້ອ​ສາຍ​ຂອງ​ເຂົາ​ເລີຍ 29 ແລ້ວ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ທິ​ດາ​ຂອງ​ອາ​ບີ​ຮາ​ອິນ ກັບ​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ ກໍ​ຂຽນ​ເປັນ​ລາຍ​ລັກ​ອັກ​ສອນ​ຮັບ​ຮອງ​ຈົດ​ຫມາຍ​ສະ​ບັບ​ທີ່​ສອງ​ນີ້​ເຣື່ອງ ​ເທ​ສ​ການ​ປູ​ຣິມ 30 ໃຫ້​ສົ່ງ​ຈົດ​ຫມາຍ​ໄປ​ເຖິງ​ຢິວ​ທັງ​ປວງ​ໃນ​ນຶ່ງ​ຮ້ອຍ​ຊາວ​ເຈັດ​ມົນ​ທົນ​ຂອງ​ອາ​ຮາ​ຊູ​ອາ​ຮັສ ເປັນ​ຄຳ​ອວຍ​ພອນ​ໃຫ້​ຢູ່​ເຢັນ​ເປັນ​ສຸ​ກ 31 ແລະ​ໃຫ້​ຖື​ວັນ​ເທ​ສ​ການ​ປູ​ຣິມ​ເຫລົ່າ​ນີ້​ຕາມ​ກຳ​ນົດ​ຣະ​ດູ​ການ ດັ່ງ​ທີ່​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ ແລະ​ພຣະ​ຣາ​ ຊີ​ນີ​ເອ​ສ​ເທີ​ມີ​ຄຳ​ສັ່ງ​ພວກ​ຢິວ ແລະ​ຕາມ​ທີ່​ເຂົາ​ຕັ້ງ​ໄວ້​ສຳ​ລັບ​ຕົນ​ເອງ​ແລະ​ສຳ​ລັບ​ເຊື້ອ​ສາຍ​ຂອງ​ເຂົາ​ກ່ຽວ​ກັບ​ການ​ອົດ​ອາ​ຫານ​ແລະ​ການ​ຮ້ອງ​ທຸກ​ຂອງ​ເຂົາ​ 32 ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊີ​ນີ​ເອ​ສ​ເທີ​ຕັ້ງ​ລະ​ບຽບ​ການ​ເທ​ສ​ການ​ປູ​ຣິມ​ໄວ້ ແລະ​ມີ​ບັນ​ທຶກ​ໄວ້​ເປັນ​ລາຍ​ລັກ​ອັກ​ສອນ

ເອັສເທີ 10

ຄວາມ​ຍິ່ງ​ໃຫຍ່​ຂອງ​ໂມຣ໌​ເດ​ກັຍ

1 ກະ​ສັດ​ອາ​ຮາ​ຊູ​ເອ​ຮູສ​ມີ​ຮັບ​ສັ່ງ​ໃຫ້​ເກັບ​ບັນ​ນາ​ການ​ທົ່ວ​ຣາ​ຊ​ອາ​ນາ​ຈັກ ແລະ​ຕາມ​ແຜ່ນ​ດິນ​ຊາຍ​ທະ​ເລ 2 ພຣະ​ຣາ​ຊ​ກິ​ຈ​ອັນ​ປະ​ກອບ​ດ້ວຍ​ພຣະ​ຣາ​ຊ​ອຳ​ນາດ​ແລະ​ອາ​ນຸ​ພາບ ກັບ​ເຣື່ອງ​ຣາວ​ລະ​ອຽດ​ຂອງ​ຍົດ​ສັກ​ອັນ​ສູງ​ຂອງ​ໂມ​ຣ໌​ເດ​ກັຍ ຊຶ່ງ​ພຣະ​ຣາ​ຊາ​ຊົງ​ເລື່ອນ​ທ່ານ​ຂຶ້ນ ບໍ່​ໄດ້​ບັນ​ທຶກ​ໄວ້​ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ເມເດັຽ ແລະ​ເປີ​ເຊັຽ​ຫລື 3 ເພາະ​ໂມ​ຣ໌​ເດ​ກັຍ​ຄົນ​ຢິວ​ມີ​ຕຳ​ແຫນ່ງ​ຮອງ​ກະ​ສັດ​ອາ​ຮາ​ຊູ​ອາ​ຮູສ ແລະ​ທ່ານ​ເປັນ​ໃຫຍ່​ຖ້າມ​ກາງ​ພວກ​ຢິວ ແລະ​ເປັນ​ທີ່​ຊອບ​ພໍ​ຂອງມວນ​ຍາດ​ພີ່​ນ້ອງ​ຂອງ​ທ່ານ ເພາະ​ທ່ານ​ສ​ແວງ​ຫາ​ຄວາມ​ສຸກ​ໃຫ້​ຊົນ​ຊາດ​ຂອງ​ທ່ານ ແລະ​ເວົ້າ​ໃຫ້​ເກີດ​ສັນ​ຕິ​ສຸກ​ແກ່​ເຊື້ອ​ສາຍ​ທັງ​ປວງ​ຂອງ​ທ່ານ

ໂຢບ 1

ພ​ຍາ​ມານ​ທົດ​ລອງໂຢບ

1 ໃນ​ປະ​ເທດ​ອູ​ຊ ມີ​ຊາຍ​ຄົນ​ນຶ່ງ​ຊື່ ໂຢບເປັນ​ຄົນ​ສັ​ດ​ຊື່ ແລະ​ຂາບ​ໄຫວ້​ພຣະ​ເຈົ້າ ເຂົາ​ເປັນ​ຄົນ​ດີ​ບໍ່​ທຳ​ສິ່ງ​ຊົ່ວ​ຮ້າຍ 2 ໂຢບ​ມີ​ບຸດ​ຊາຍ​ເຈັດ​ຄົນ ແລະ​ບຸດ​ສາວ​ສາມ​ຄົນ 3 ເຂົາ​ມີ​ແກະ​ເຈັດ​ພັນ​ໂຕ ອູດ​ສາມພັນໂຕ ງົວ​ກວຽນ​ຫ້າ​ຮ້ອຍ​ຄູ່ ແລະ​ລໍ​ແມ່ຫ້າ​ຮ້ອຍ​ໂຕ ມີ​ຂ້ອຍ​ໃຊ້​ຈຳ​ນວນ​ຫລາຍ ເຂົາ​ເປັນ​ຄົນ​ຮັ່ງ​ມີ​ທີ່​ສຸດ ໃນ​ບັນ​ດາ​ຊາວ​ຕາ​ເວັນ​ອອກ 4 ພວກ​ບຸ​ດ​ຊາຍ​ຂອງ​ໂຢບ​ເຄີຍ​ຈັດ​ງານ​ກິນ​ລ້ຽງ​ຂຶ້ນ ຕາມ​ຜຽນ​ທີ່​ໄດ້​ຕົກ​ລົງ​ກັນ​ໄວ້ ພວກ​ເຂົາ​ໄດ້​ເຊີນ​ນ້ອງ​ສາວ​ທັງ​ສາມ​ຂອງ​ເຂົາ​ມາ​ຮ່ວມ​ນຳ​ດ້ວຍ 5 ພາຍ​ຫລັງ​ວັນຈັດ​ງານ​ກິນ​ລ້ຽງ​ແຕ່​ລະ​ເທື່ອ​ສິ້ນ​ສຸດ​ລົງ ໂຢບ​ຕ້ອງ​ຕື່ນ​ແຕ່​ເຊົ້າແລະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ເພື່ອ​ໃຫ້​ບຸດ​ຂອງ​ເຂົາ​ແຕ່​ລະ​ຄົນ​ອາດ​ຈະ​ທຳ​ບາບ​ດ້ວຍ​ການ​ປ​ມາດ​ພຣະ​ເຈົ້າ​ຢ່າງ​ບໍ່​ຮູ້​ສຶກ​ຕົວ 6 ຢູ່​ມາ​ວັນ​ນຶ່ງ ມີ​ຄ​ນະ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ມາ​ສູ່​ພຣະ​ພັກ​ຂອງ​ພຣະ​ອົງ ພ​ຍາ​ມານກໍ​ໄດ້​ມາ​ດ້ວຍ 7 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຖາມ​ພ​ຍາ​ມານ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ພ​ຍາ​ມານ​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ໄປໆ​ມາໆ​ທົ່ວ​ໂລກ” 8 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ພຍາ​ມານ​ວ່າ, “ເຈົ້າ​ໄດ້​ພິ​ຈາ​ຣະ​ນາ​ໄຕ່​ຕອງ​ເບິ່ງ​ໂຢ​ບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຫລື​ບໍ່ ໃນ​ໂລກ​ນີ້​ບໍ່​ມີ​ໃຜ​ຊື່​ສັດ ແລະ​ດີ​ເຫມືອນ​ເຂົາ ເຂົາ​ຂາບ​ໄຫວ້​ເຮົາ ແລະ​ບໍ່​ກະ​ທຳ​ໃນ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃດໆ​ທັງ​ສິ້ນ” 9 ພ​ຍາ​ມານ​ໄດ້​ທູນ​ຕອບ​ວ່າ, “ຖ້າ​ໂຢບ​ບໍ່​ໄດ້​ຫຍັງ​ເຂົາ​ຈະ​ຂາບ​ໄຫວ້​ພຣະ​ອົງ​ຫລື 10 ພຣະ​ອົງ​ໄດ້​ຄຸ້ມ​ຄອງ​ຮັກ​ສາ​ເຂົາ ແລະ​ຄ​ອບ​ຄົວ​ເຮືອນ​ຊານ​ຂອງ​ເຂົາ​ກັບ​ຊັບ​ສົມ​ບັດ​ຂອງ​ເຂົາ​ທຸກ​ຢ່າງ ພຣະ​ອົງ​ໄດ້​ອວຍ​ພອນ​ໃຫ້​ວຽກ​ງານ​ທຸກ​ຢ່າງ​ຂອງ​ເຂົາ​ຈະ​ເຣີນ​ຂຶ້ນ ແລະ​ໄດ້​ໃຫ້​ເຂົາ​ມີຝູງ​ສັດ​ເພີ້ມ​ທະ​ວີ​ຂຶ້ນທົ່ວ​ປະ​ເທດ 11 ແຕ່​ບັດ​ນີ້ ສົມ​ມຸດ​ວ່າ​ພຣະ​ອົງ​ເອົາ​ທຸກ​ສິ່ງ​ທີ່​ເຂົາ​ມີ​ນັ້ນ​ຫນີ​ໄປ ເຂົາ​ກໍ​ຈະ​ປ້ອຍ​ດ່າ​ພຣະ​ອົງ​ຕໍ່​ຫນ້າ​ພຣະ​ອົງ” 12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກພຍາ​ມານ​ວ່າ, “ແມ່ນ​ແລ້ວ ທຸກ​ສິ່ງ​ທີ່​ໂຢບ​ມີ​ນັ້ນເຈົ້າ​ເອົາ​ໄປ​ໄດ້​ແຕ່​ເຈົ້າ​ຢ່າ​ທຳ​ຮ້າຍ​ເຂົາ” ແລ້ວ​ພຍາ​ມານ​ໄດ້​ອອກ​ໄປ​ຈາກ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ລູກແລະ​ຊັບ​ສົມ​ບັດ​ຂອງ​ໂຢບ​ຖືກ​ທຳ​ລາຍ

13 ວັນ​ນຶ່ງ ຂ​ນະ​ທີ່​ບຸດ​ທັງ​ຫລາຍ​ຂອງ​ໂຢບ​ກຳ​ລັງ​ກິນ​ລ້ຽງ​ຢູ່​ໃນ​ເຮືອນ​ຂອງ​ອ້າຍ​ກົກ 14 ມີ​ຜູ້​ສົ່ງ​ຂ່າວມາ​ບອກ​ຂ່າວ​ແກ່​ໂຢບ​ວ່າ, “ຂ​ນະ​ທີ່​ພວກ​ເຮົາ​ເອົາ​ງົວ​ໄຖ​ນາ​ຢູ່ ແລະ​ລໍ​ກຳ​ລັງ​ກິນ​ຫຍ້າ​ຢູ່​ໃກ້ໆ 15 ມີ​ພວ​ກ​ຊາ​ເບ​ອານເຂົ້າ​ມາ​ປຸ້ນ​ເອົາ​ງົວ​ກັບ​ລໍ​ທັງ​ຫມົດ​ໄປ ແລະ​ຂ້າ​ຄົນ​ໃຊ້​ເສັຽດ້ວຍ​ດາບ ແລະ​ຍັງຂ້ານ້ອຍ​ຄົນ​ດຽວ​ທີ່​ລອດ​ຊີ​ວິດ​ຫນີ​ມາ​ບອກ​ທ່ານ” 16 ຂ​ນະ​ທີ່​ຄົນ​ໃຊ້​ຜູ້​ນັ້ນ​ພວມ​ເວົ້າ​ຢູ່ ກໍ​ມີ​ຄົນ​ໃຊ້​ອີກ​ຜູ້​ນຶ່ງ​ມາ​ບອກວ່າ, “ໄຟຂອງ​ພຣະ​ເຈົ້າ​ຕົກ​ລົງ​ຈາກ​ຟ້າ​ສວັນ​ໄຫມ້​ແກະ ແລະ​ຄົນ​ໃຊ້​ ແລະ​ເຜົາ​ຜານ​ເສັຽ​ຫມົດ ຍັງ​ແຕ່​ຂ້າ​ນ້ອຍ​ຄົນ​ດຽວ​ທີ່​ລອດ​ຊີ​ວິດ​ຫນີ​ມາ​ບອກ​ທ່ານ 17 ຂ​ນະ​ທີ່​ກຳ​ລັງ​ເວົ້າ​ຢູ່ ມີ​ອີກ​ຄົນ​ນຶ່ງ​ມາ​ບອກວ່າ, “ມີ​ຊາວ​ຄັນ​ເດ​ອານ​ໄດ້​ຈັດ​ສາມ​ພວກ ເຂົ້າ​ມາ​ປຸ້ນ​ພວກ​ຂ້າ​ນ້ອຍ ເຂົາ​ໄດ້​ອູດ​ໄປ​ຫມົດ​ທັງ​ໄດ້​ຂ້າ​ຄົນ​ໃຊ້​ຂອງ​ທ່ານ​ທັງ​ຫມົດ​ ຍັງ​ແຕ່​ຂ້າ​ນ້ອຍ​ຄົນ​ດຽວ​ທີ່​ລອດ​ຊີ​ວິດ​ຫນີ​ມາ​ບອກ​ທ່ານ” 18 ຂະ​ນະ​ທີ່​ເຂົາ​ກຳ​ລັງ​ເວົ້າ​ຢູ່ ມີ​ອີກ​ຄົນ​ນຶ່ງ​ມາ​ບອກວ່າ, “ເວ​ລາ​ລູກ​ຊາຍ​ຍິງ​ຂອງ​ທ່ານ​ກິນ​ລ້ຽງ​ຢູ່​ທີ່​ເຮືອນ​ລູກ​ຊາຍ​ກົກ​ຂອງ​ທ່ານ 19 ແລະໄດ້​ມີ​ລົມ​ພະ​ຍຸ​ໃຫຍ່​ພັດ​ມາ​ຈາກ​ທະ​ເລຊາຍ ລົມ​ນີ້​ໄດ້​ກະ​ທົບ​ເຮືອນ​ທັງ​ສີ່​ມຸມ ແລະ​ເຮືອນ​ນັ້ນ​ພັງ​ທັບ ລູກ​ຊາຍ​ຍິງ​ຂອງ​ທ່ານ​ ແລະເຂົາໄດ້​ຕາຍ​ຫມົດ ຍັງ​ແຕ່​ຂ້າ​ພະ​ເຈົ້າ​ຄົນ​ດຽວ​ທີ່​ລອດ​ຊີ​ວິດ​ຫນີ​ມາ​ບອກ​ທ່ານ” 20 ແລ້ວ​ໂຢບ​ໄດ້​ລຸກ​ຂຶ້ນ​ຈີກ​ເຄື່ອງ​ນຸ່ງ​ຂອງ​ຕົນ​ດ້ວຍ​ຄວາມທຸກ​ໃຈ ເຂົາ​ໄດ້​ແຖ​ຜົມ​ແລ້ວ​ຂາບ​ລົງ​ດິນ 21 ແລ້ວ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຕົວ​ເປົ່າ ແລະ​ຂ້າ​ພະ​ເຈົ້າ​ຈະ​ກັບ​ໄປ​ດ້ວຍ​ຕົວ​ເປົ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ປະ​ທານ ແລະ​ບັດ​ນີ້​ພຣະ​ອົງ​ຊົງ​ເອົາ​ໄປ​ເສັຽ ສາ​ທຸ​ການ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ” 22 ເຖິງ​ແມ່ນ​ວ່າ​ທຸກ​ຢ່າງ​ນີ້​ໄດ້​ເກີດ​ຂຶ້ນ ໂຢບ​ກໍ​ບໍ່​ໄດ້​ທຳ​ບາບ ຫລື​ກ່າວ​ໂທດ​ພຣະເຈົ້າ​ແຕ່​ຢ່າງ​ໃດ​ເລີຍ

ໂຢບ 2

ພຍາ​ມານ​ທົ​ດ​ລອງ​ໂຢບ​ອີກ

1 ຢູ່​ມາ​ວັນ​ນຶ່ງ ຄ​ນະ​ທູດ​ຂອງ​ພຣະ​ເຈົ້າ​ໄດ້​ມາສູ່ພຣະ​ພັກ​ຂອງ​ພຣະ​ອົງ​ອີກ ພ​ຍາ​ມານກໍ​ມາ​ນຳ​ດ້ວຍ 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ພຍາ​ມານ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ພຍາ​ມານ​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ໄປໆ​ມາໆ​ທົ່ວ​ໂລກ” 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ, “ເຈົ້າ​ໄດ້​ພິ​ຈາຣະ​ນາໄຕ່​ຕອງ​ເບິ່ງ​ໂຢບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຫລື​ບໍ ໃນ​ໂລກ​ນີ້​ບໍ່​ມີ​ຜູ້​ໃດ​ຊື່​ສັດ ແລະ​ດີ​ທໍ່​ເຂົາ ເຂົາ​ຂາບ​ໄຫວ້​ເຮົາ ແລະ​ບໍ່​ກະ​ທຳ​ໃນ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃດໆ​ທັງ​ສິ້ນ ເຖິງ​ແມ່ນ​ເຮົາ​ໄດ້​ອະ​ນຸ​ຍາດ​ໃຫ້​ເຈົ້າ​ທຳ​ໃຫ້​ໂຢບ​ເດືອດ​ຮ້ອນ ຍ້ອນ​ເຈົ້າ​ຊັກ​ຊວນ​ໂດຍ​ບໍ່​ມີ​ເຫດ​ຜົນ ເຂົາ​ກໍ​ຍັງ​ຍຶດ​ຫມັ້ນ​ໃນ​ຄວາມ​ຊື່​ສັດ​ຕໍ່​ໄປ” 4 ພ​ຍາ​ມານ​ໄດ້​ທູນ​ຕອບ​ວ່າ, “ມະ​ນຸດ​ຍ່ອມ​ສ​ລະ​ທຸກ​ສິ່ງເພື່ອ​ໃຫ້​ມີ​ຊີ​ວິດຄົງ​ຢູ່ 5 ແຕ່​ບັດ​ນີ້ ສົມ​ມຸດ​ວ່າ​ພຣະ​ອົງ​ທຳ​ຮ້າຍ​ຮ່າງ​ກາຍ​ຂອງ​ເຂົາ ເຂົາ​ກໍ​ຈະ​ປ້ອຍ​ດ່າ​ພຣະ​ອົງ​ຕໍ່​ຫນ້າ​ພຣະ​ອົງ” 6 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຊົງ​ກ່າວ​ຕໍ່​ພຍາ​ມານ​ວ່າ, “ແມ່ນ​ແລ້ວ ເຂົາ​ຢູ່ໃຕ້​ອຳ​ນາດ​ຂອງ​ເຈົ້າ ຂໍ​ແຕ່​ເຈົ້າ​ຢ່າ​ຂ້າ​ເຂົາ​ເທົ່າ​ນັ້ນ” 7 ແລ້ວ​ພຍາ​ມານ​ໄດ້​ຫນີ​ອອກ​ຈາກ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ມັນ​ໄດ້​ທຳ​ໃຫ້​ຮ່າງ​ກາຍ​ຂອງ​ໂຢບ​ເປັນ​ບາດ​ທົ່ວ​ໄປ 8 ໂຢບ ໄດ້​ໄປ​ນັ່ງ​ຢູ່ໃກ້ໆ​ກອງ​ຂີ້​ເຖົ່າ ແລະ​ໄດ້​ເອົາ​ກະ​ບີ້ງ​ຫມໍ້​ແຕກ​ຂູດ​ຕາມ​ເນື້ອ​ຕົວ​ຂອງ​ຕົນ 9 ແລ້ວ​ພັ​ຣ​ຍາ​ຂອງ​ໂຢບ​ໄດ້​ເວົ້າ​ຕໍ່​ເຂົາ​ວ່າ, “ເຈົ້າ​ຍັງ​ຈະ​ຍຶດ​ຫມັ້ນ​ໃນ​ຄວາມ​ຊື່​ສັດ​ຢູ່​ຕໍ່​ໄປ​ຫລື ເປັນ​ຫຍັງ​ຈຶ່ງ​ບໍ່​ດ່າ​ພຣະ​ເຈົ້າ ແລ້ວ​ຕາຍ​ເສັຽ” 10 ໂຢບ​ໄດ້​ຕອບ​ວ່າ, “ເຈົ້າ​ເວົ້າ​ຢ່າງ​ບ້າໆ ເມື່ອ​ພຣະ​ເຈົ້າ​ປະ​ທານ​ຂອງ​ດີ​ໃຫ້​ເຮົາ ເຮົາ​ກໍ​ຍິນ​ດີ​ຮັບ​ເອົາ ແຕ່​ເມື່ອ​ພຣະ​ອົງ​ປະ​ທານ​ຄວາມ​ຍາກ​ລຳ​ບາກ​ໃຫ້​ເຮົາ ເປັນ​ຫຍັງ​ເຮົາ​ຈຶ່ງ​ຈົ່ມ​ທຸກ” ເຖິງ​ແມ່ນ​ຄວາມ​ທຸກ​ທັງ​ຫມົດ​ນີ້​ໄດ້​ເກີດ​ຂຶ້ນ ໂຢບ​ກໍ​ບໍ່​ໄດ້​ກ່າວ​ສິ່ງ​ໃດ​ປມາດ​ພຣະ​ເຈົ້າ​ເລີຍ 11 ເມື່ອ​ມິດ​ສະ​ຫາຍ​ສາມ​ຄົນ​ຂອງ​ໂຢບ​ມາ ຄື​ເອ​ລີ​ຟັ​ສ ຊາວ​ເມືອງ​ເຕ​ມານ ບີນ​ດັດ ຊາວ​ເມືອງ​ຊູ​ອາ ແລະ​ໂຊ​ຟາ​ຣ໌ ຊາວ​ເມືອງ​ນາ​ອາ​ມາ ໄດ້​ຍິນ​ຂ່າວ​ວ່າ ໂຢບ​ມີ​ຄວາມ​ທຸກ​ລຳ​ບາກຫລາຍ ພວກ​ເຂົາ​ກໍ​ນັດ​ກັນ​ມາ​ຢ້ຽມ​ຢາມ​ທ່ານ ເພື່ອ​ເລົ້າ​ໂລມ​ຈິ​ດ​ໃຈ​ທ່ານ 12 ໃນ​ລະ​ຫວ່າງ​ທີ່​ພວກ​ເຂົາ​ຍັງ​ຢູ່​ບໍ່​ໄກ​ປານ​ໃດ​ກັບ​ໂຢບ ພວກ​ເຂົາ​ກໍ​ຫລຽວ​ເຫັນ​ໂຢບ ແຕ່​ຈຳ​ບໍ່​ໄດ້ ເມື່ອ​ພວກ​ເຂົາ​ມາ​ເຖິງ​ກໍ່​ຮ້ອງ​ໄຫ້ຄ່ຳຄວນ ຈີກ​ເສື້ອ​ຜ້າ​ຂອງ​ຕົນ​ສະ​ແດງ​ຄວາມ​ເສັຽໃຈ ແລ້ວ​ຫວ່ານ​ຂີ້​ຝຸ່ນ​ດິນ​ຂຶ້ນ​ເທິງ​ອາ​ກາດ ແລະ​ໃສ່​ຫົວ​ຂອງ​ຕົນ 13 ຕໍ່​ມາ​ກໍ​ນັ່ງ​ຢູ່​ໃນ​ດິນ​ກັບ​ທ່ານ​ຄລອດ​ເຈັດ​ວັນ​ເຈັດ​ຄືນ​ໂດຍ​ບໍ່​ເວົ້າ​ຈາ​ຫຍັງ ເພາະ​ພວກ​ເຂົາ​ເຫັນ​ວ່າ ໂຢບ​ມີ​ຄວາມ​ທຸກ​ຢ່າງ​ຫລວງ​ຫລາຍ

ໂຢບ 3

ໂຢບ​ຈົ່ມ​ທຸກ​ຕໍ່​ພຣະ​ເຈົ້າ

1 ໃນ​ທີ່​ສຸດ ໂຢບ​ກໍ​ຮ້ອງ​ດ່າ​ວັນ​ເກີດ​ຂອງ​ຕົນ​ວ່າ 2 ໂຢບ​ກ່າວ​ວ່າ, 3 “ຂໍ​ພຣະ​ເຈົ້າ​ຈົ່ງ​ສາບ​ແຊ່ງວັນ​ເກີດ​ຂອງ​ຂ້າ​ພຣະ​ອົງ ຈົ່ງ​ສາບ​ແຊ່ງ​ຄ່ຳ​ຄືນວັນ​ຂ້າ​ພຣະ​ອົງ​ມາ​ເກີດ 4 ໂອ ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຈົ່ງ​ໃຫ້​ວັນ​ນັ້ນ​ດຳ​ມືດ ຢ່າ​ລະ​ນຶກ​ເຖິງວັນ​ນັ້ນ​ອີກ ຢ່າ​ໃຫ້​ແສງ​ສວ່າງ​ສ່ອງ​ໃນ​ວັນ​ນັ້ນ 5 ຈົ່ງ​ທຳ​ໃຫ້​ວັນ​ນັ້ນ​ມືດ​ຕຶບ ຂໍ​ໃຫ້​ເມກ​ປົກ​ຄຸມ​ແສງ​ຕາ​ເວັນ​ໃຫ້​ດຳ​ມືດ 6 ຈົ່ງ​ລຶບ​ຄືນ​ນັ້ນ​ອອກ​ຈາກ​ປີ ຢ່າ​ນັບ​ມັນ​ເຂົ້າ​ເປັນ​ມື້​ນຶ່ງ​ຂອງ​ປີ​ອີກ​ເລີຍ 7 ຈົ່ງ​ທຳ​ໃຫ້​ຄືນ​ນັ້ນ ເປັນ​ຫມັນ​ປາ​ສ​ຈາກ​ຄວາມ​ມ່ວນ​ຊື່ນ 8 ຈົ່ງ​ບອກ​ຫມໍ​ມົນ​ສາບ​ແຊ່ງວັນ​ນັ້ນ ເພາະ​ເຂົາ​ມີ​ຄວາມ​ສາ​ມາດ​ສັ່​ງ​ໃຫ້​ເງືອກ​ຂຶ້ນ​ມາ​ໄດ້ 9 ຂໍ​ໃດ້​ດາວ​ພຣະ​ສຸກ​ດຳ​ມື​ດໄປ ຈົ່ງ​ໃຫ້​ຄວາມ​ຫວັງ​ຄອຍ​ຖ້າ​ແສງ​ອາ​ຣຸນ​ຂອງ​ຄືນ​ນັ້ນ​ຫມົດ​ໄປ 10 ຈົ່ງ​ສາບ​ແຊ່ງ​ຄືນ​ນັ້ນ ເພາະ​ວ່າ​ມັນ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ເກີດ ແລະ​ເພາະ​ມັນ​ໄດ້​ຊ່ອງ​ທາງ​ໃຫ້​ຂ້າ​ພຣະ​ອົງ​ມີ​ຄວາມ​ລຳ​ບາກ​ເສັຽ​ໃຈ 11 ຂ້າ​ພຣະ​ອົງ​ຢາກ​ຕາຍ​ເສັຽຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ແມ່ ຫລື​ຕາຍ​ເສັຽ​ແຕ່​ເວ​ລາ​ເກີດ​ທຳ​ອິດ 12 ເປັນ​ຫຍັງ​ແມ່​ຂອງ​ຂ້າ​ພຣະ​ອົງ​ຈິ່ງ​ອຸ້ມ​ຂ້າ​ພຣະ​ອົງ​ໄວ້​ໃນ​ຕັກ​ຂອງ​ທ່ານ ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຫ້​ຂ້າພຣະ​ອົງ​ກິນ​ນົມ 13 ຖ້າ​ຫາກຂ້າ​ພຣະ​ອົງ​ຕາຍ​ເສັຽ​ໃນ​ເວລາ​ນັ້ນ ບັດ​ນີ້​ຂ້າ​ພຣະ​ອົງ​ກໍ​ຫມົດ​ທຸກ 14 ຈະ​ຫລັບ​ສະ​ບາຍ​ຢູ່​ກັບ​ກະ​ສັດ ແລະ​ທີ່​ປຶກ​ສາ​ທັງ​ຫລາຍ​ຂອງ​ພຣະ​ອົງ ຜູ້​ໄດ້​ສ້າງ​ພຣະ​ຣາ​ຊວັງ​ເກົ່າ​ແກ່​ຂຶ້ນ​ໃຫມ່ 15 ແລ້ວ​ຂ້າ​ພຣະ​ອົງ​ກໍ​ຈະ​ນອນ​ຫລັບ​ເຫມືອນ​ເຈົ້າ​ນາຍ​ທັງ​ຫລາຍ ຊຶ່ງ​ມີ​ເງິນ​ຄຳ​ໄວ້​ເຕັມ​ເຮືອນ 16 ຫລື​ນອນ​ຫລັບ​ເຫມືອນ​ເດັກ​ທີ່​ຕາຍ​ໃນ​ທ້ອງ​ແມ່ 17 ໃນ​ຂຸມ​ຝັງ​ສົບ​ນັ້ນ ຄົນ​ຊົ່ວ​ຈະ​ຢຸດ​ທຳ​ຊົ່ວ ແລະ​ຄົນ​ງານ​ຜູ້​ອິດ​ເມື່ອ​ຍກໍ​ໄດ້​ຢຸດ​ພັກ 18 ແມ່ນ​ແຕ່​ນັກ​ໂທດ​ກໍ​ຢູ່​ສງົບ​ສຸກ ເພາະ​ບໍ່​ໄດ້​ຍິນ​ສຽງ​ຮ້າຍ​ຂອງ​ນາ​ຍຄຸມ​ເອີ້ນບອກ 19 ຢູ່​ທີ່​ນັ້ນ​ທຸກໆ​ຄົນ​ທັງ​ຜູ້​ໃຫຍ່​ຜູ້​ນ້ອຍ ແລະ​ພວກ​ຂ້າ​ທາດ​ກໍ​ເປັນ​ອິສ​ຣະ 20 ເປັນ​ຫຍັງ​ຈຶ່ງ​ໃຫ້​ຄົນ​ທີ່​ທຸກ​ຂະ​ເວ​ທ​ນາ​ມີ​ຊີ​ວິດ​ຢູ່ ເປັນ​ຫຍັງ​ຈຶ່ງ​ໃຫ້​ແສງ​ສວ່າງ​ແກ່​ຜູ້​ໂສກ​ເສົ້າ​ເສັຽ​ໃຈ 21 ພວກ​ເຂົາ​ລໍ​ຄອຍ​ຄວາມ​ຕາຍ ແຕ່​ມັນ​ກໍ​ບໍ່​ຕາຍ ເຂົາ​ມັກ​ຂຸມ​ຝັງ​ສົບ​ຫລາຍກວ່າ​ມັກ​ຊັບ​ສິນ 22 ເຂົາ​ບໍ່​ມີ​ຄວາມ​ສຸກ​ຖ້າ​ບໍ່​ຕາຍ ແລະ​ຝັງ​ເສັຽກ່ອນ 23 ພຣະ​ເຈົ້າ​ຊົງ​ຕັດ​ອະ​ນາ​ຄົດ​ຂອງ​ເຂົາ ແລະ​ປິດ​ລ້ອມ​ເຂົາ​ໃນ​ທຸກ​ດ້ານ 24 ຂ້າ​ພຣະ​ອົງ​ຮ້ອງ​ໄຫ້​ແທນ​ການ​ກິນ​ເຂົ້າ ຂ້າ​ພຣະ​ອົງ​ບໍ່​ເຄີຍ​ຢຸດ​ຮ້ອງ​ໄຫ້ 25 ທຸກ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ຢ້ານ​ກົວ​ຕົກ​ຖືກ​ຂ້າ​ພຣະ​ອົງ 26 ຂ້າ​ພຣະ​ອົງ​ບໍ່​ມີ​ຄວາມ​ສ​ງົບ ຫລື​ໄດ້​ຢຸດ​ພັກ ແລະ​ຄວາມ​ຍາກ​ລຳ​ບາກ​ບໍ່​ເຄີຍ​ຫມົດ​ສິ້ນ​ໄປ

ໂຢບ 4

ມິດ​ສະ​ຫາຍ​ສົນ​ທະ​ນາ​ກັບ​ໂຢບ

1 ຕໍ່​ມາ ເອ​ລີ​ຟັ​ສ ຊາວ​ເຕ​ມານ​ໄດ້​ເວົ້າ​ກັບ​ໂຢບ​ວ່າ, 2 “ຖ້າ​ຂ້າ​ພະ​ເຈົ້າ​ເວົ້າ ທ່ານ​ຊິ​ບໍ່​ຮ້າຍ​ບໍ ຂ້າ​ພະ​ເຈົ້າບໍ່​ສາ​ມາດ​ອົດ​ເວົ້າ​ຕໍ່​ໄປ​ໄດ້ 3 ທ່ານ​ໄດ້​ສອນ​ຄົນ​ມາ​ຫລາຍ​ແລ້ວ ແລະ​ໄດ້​ໃຫ້​ຄົນ​ມື​ອ່ອນມີ​ກຳ​ລັງ​ແຂງ​ແຮງ 4 ເມື່ອ​ຄົນ​ໃດ​ຄົນ​ນື່ງ​ຕຳ​ສະ​ດຸດ ເມື່ອຍ ​ແລະ​ຫມົດ​ແຮງ ຄຳ​ເວົ້າ​ຂອງ​ທ່ານ​ກໍ​ຊ່ອຍ​ໃຫ້​ເຂົາ​ຢືນ​ຂື້​ນ​ໄດ້ 5 ແຕ່ບັດ​ນີ້ ຄວາມ​ຍາກ​ລຳ​ບາກ​ໄດ້​ມາ​ຖືກ​ທ່ານ​ແລ້ວ ທ່ານ​ຫມົດ​ກຳ​ລັງ​ໃຈ​ທີ່​ຈະ​ສູ້​ກັບ​ມັນ 6 ທ່ານ​ຂາບ​ໄຫວ້​ພຣະ​ເຈົ້າ ແລະ​ຊີ​ວິດ​ຂອງ​ທ່ານ​ກໍ​ບໍ່​ດ່າງ​ພ້ອຍ ດັ່ງ​ນັ້ນ ທ່ານ​ຄວນ​ມີ​ຄວາມ​ຫ​ມັ້ນ​ໃຈ ແລະ​ຄວາມ​ຫວັງ 7 ຈົ່ງ​ຄິດ​ເບິ່ງວ່າ ທ່ານ​ເຫັນ​ໃຜ​ແດ່​ຈັກ​ຄົນ​ນື່ງ ທີ່​ເປັນ​ຄົນ​ຊອ​ບ​ທັມ​ແຕ່​ໄດ້ຮັບ​ຄວາມ​ພິ​ນາດ 8 ຕາມ​​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄື ບຸກ​ຄົນ​ຜູ້​ໄຖ່​ຄວາມຜິດ ແລະ​ຫວ່ານ​ຄວາມ​ຊົ່ວ​ກໍ​ໄດ້​ເກັບ​ກ່ຽວ​ຢ່າງ​ນັ້ນ 9 ພຣະ​ເຈົ້າ​ຊົງ​ທຳ​ລາຍ​ເຂົາ​ດ້ວຍພຣະ​ພິ​ໂຣດ​ເຫມືອນ​ລົມ​ພະ​ຍຸ 10 ຄົນ​ຊົ່ວ​ແຜດ​ສຽງ​ຮ້ອງ​ຄາງ​ເຫມືອນ​ດັ່ງ​ສິງ ແຕ່​ພຣະ​ເຈົ້າ​ຊົງ​ໃຫ້​ເຂົາ​ງຽ​ບ ແລະ​ຫັກ​ແຂ້ວ​ເຂົາ​ເສັຽ 11 ເຫມືອນ​ສິງ​ທີ່​ບໍ່​ມີ​ຫຍັງ​ຂົບ​ກິນ​ເປັນ​ອາ​ຫານ ມັນ​ຕ້ອງ​ຕາຍ​ແລະ​ລູກ​ຂອງ​ມັນ​ກໍ​ກະ​ຈັດ​ກະ​ຈາຍ​ໄປ 12 ມີ​ຄຳ​ນື່ງ​ດັງ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ຢ່າງ​ຄ່ອຍໆ ຄຳ​ນັ້ນ​ດັງ​ມາ​ຄ່ອຍ​ຫລາຍ​ເກືອບ​ຂ້າ​ພະເຈົ້າ​ບໍ່​ໄດ້​ຍິນ 13 ມັນ​ເຫມືອນ​ກັບ​ຄວາມ​ຝັນ​ຮ້າຍ​ຊື່ງ​ຮົບ​ກວນ​ຄວາມ​ຫລັບ​ຂອງ​ຂ້າ​ພະ​ເຈົ້າ 14 ຂ້າ​ພະ​ເຈົ້າ​ຢ້ານ​ກົວ​ຕົວ​ສັ່ນ ທົ່ວ​ຕົນ​ຕົວ​ຂອງ​ຂ້າ​ພະ​ເຈົ້າສັ່ນ​ສະ​ທ້ານ​ດ້ວຍ​ຄວາມ​ຢ້ານ 15 ມີ​ລົມ​ເບົາໆ​ພັດ​ຫນ້າ​ຂອງ​ຂ້າ​ພະ​ເຈົ້າ ຂົນ​ຫນັງ​ຂອງ​ຂ້າ​ພະ​ເຈົ້າ​ລຸກ​ຊັນ​ດ້ວຍ​ຄວາມ​ຕົກ​ໃຈ 16 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແນວ​ນື່ງ​ຢູ່​ທີ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຈ້ອງ​ເບິ່ງ ແຕ່ບອກ​ບໍ່​ໄດ້​ວ່າ​ແມ່ນ​ຫຍັງ ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ດັ່ງ​ອອກ​ມາ​ແຕ່​ຄວາມງຽບ​ວ່າ, 17 “ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ ຄົນ​ຊອບ​ທັມ​ມີຫລື ມະ​ນຸດ​ຈະ​ບໍ​ຣິ​ສຸດ​ຕໍ່​ຫນ້າ​ຜູ້​ສ້າງ​ເຂົາ​ໄດ້​ຫລື 18 ພຣະ​ເຈົ້າ​ບໍ່​ໄວ້​ພຣະ​ທັຍ​ໃນ​ພວກ​ເທວະ​ດາ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ພົບ​ເຫັນ​ຄວາມ​ຜິດ​ໃນ​ເທວະ​ດາ​ເຫລົ່າ​ນັ້ນ 19 ທ່ານ​ຄິດວ່າ​ພຣະ​ອົງ​ຈະ​ຊົງ​ໄວ້​ວາງ​ພຣະ​ທັຍ​ໃນ​ສິ່ງ​ທີ່​ສ້າງ​ດ້ວຍ​ດິນ​ຫນຽວ​ຫລື ສິ່ງ​ທີ່​ເປັນ​ດິນ​ນັ້ນ​ຈະ​ຖືກ​ຂະ​ຍີ້​ເຫມືອນ​ບີບ​ແມງ​ເມົ່າ 20 ຄົນ​ຜູ້​ນື່ງ​ອາດ​ຈະ​ມີ​ຊີ​ວິດ​ຢູ່​ໃນ​ເວ​ລາ​ເຊົ້າ ແຕ່​ກ່ອນ​ຄ່ຳ​ເຂົາ​ອາດ​ຈະ​ຕາຍ​ເສັຽ​ໂດຍ​ບໍ່​ມີ​ໃຜ​ຮູ້ 21 ສິ່ງ​ທັງ​ຫມົດທີ່​ເຂົາ​ມີ​ມາ​ນັ້ນ​ກໍ​ສູນ​ເສັຽ​ໄປ ເຂົາ​ຕາຍ​ໄປ​ໂດຍ​ບໍ່​ທັນ​ຮູ້​ຫຍັງ”

ໂຢບ 5

1 ໂຢບ​ເອີຍ ຈົ່ງ​ເອີ້ນ​ເບິ່ງ​ດູ ມີ​ຜູ້​ໃດ​ຈະ​ຕອບ​ທ່ານ ເທວະ​ດາ​ອົງ​ໃດ​ຈະ​ມາ​ຊ່ອຍ​ທ່ານ 2 ຄົນ​ໃຈ​ຮ້ອນ​ຕາຍ​ຍ້ອນ​ຄວາມ​ໂກດ ຄົນ​ໂງ່​ຕາຍ​ຍ້ອນ​ຄວາມ​ຮ້າຍ 3 ຂ້າ​ພະ​ເຈົ້າ​ໄດ້ເຫັນ​ພວກ​ຄົນ​ໂງ່​ເບິ່ງ​ຄື​ວ່າ​ມີ​ຖາ​ນະ​ຫມັ້ນ​ຄົງ ແຕ່​ທັນ​ໃດ​ນັ້ນ​ຄຳ​ແຊ່ງ​ດ່າ​ກໍ​ຕົກ​ຖືກ​ເຮືອນ​ຂອງ​ເຂົາ 4 ພວກ​ລູກ​ຫລານ​ຂອງ​ເຂົາ​ບໍ່​ເຄີຍ​ໄດ້​ພົບ​ຄວາມ​ປອດ​ໄພ ໃນ​ສານ​ຕັດ​ສີນ​ບໍ່​ມີ​ໃຜ​ຢືນ​ຂຶ້ນ​ຊ່ອຍ​ເຂົາ 5 ຄົນ​ຜູ້​ຫິວ​ເຂົ້າ​ຈະ​ຮັບ​ປະ​ທານ​ຜົນ​ເກັບ​ກ່ຽວ​ຂອງ​ເຂົາ ແມ່ນ​ແຕ່​ພືດ​ຜົນ​ທີ່​ງອກ​ຂຶ້ນ​ໃນ​ກາງ​ຫນາມ​ຂອງ​ເຂົາ​ກໍ​ເອົາ​ໄປ ຄົນອຶດ​ຢາກ​ໄດ້​ສົມ​ບັດ​ຂອງ​ເຂົາ 6 ບາບ​ແລະ​ຄວາມ​ຍາກ​ລຳ​ບາກ​ບໍ່ໄດ້​ງອກ​ອອກ​ມາ​ຈາ​ກດິນ 7 ແມ່ນ​ແ​ລ້ວ ມະ​ນຸດ​ໄດ້​ຮັບ​ຄວາມ​ຍາກ​ລຳ​ບາກ​ມາ​ຈາກ​ການ​ກະ​ທຳ​ຂອງ​ຕົນ ແນ່ນອນ​ເຫມືອນ​ກັບ​ແປວ​ໄຟ​ຍ່ອມ​ປິວ​ຂຶ້ນ​ຈາກກອງ​ໄຟ 8 ຖ້າ​ຂ້າ​ພະ​ເຈົ້າ​ເປັນ​ທ່ານ ຂ້າ​ພະ​ເຈົ້າ​ຄືນ​ໄປ​ຫາ​ພຣະ​ເຈົ້າ ແລະ​ມອບ​ເຣື່ອງ​ຣາວ​ຂອງ​ທ່ານ​ຕໍ່​ພຣະ​ອົງ 9 ພຣະ​ອົງ​ຊົງ​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່​ທີ່​ພວກ​ເຮົາ​ເຂົ້າ​ໃຈ​ບໍ່​ໄດ້ ແລະ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ກໍ​ນັບ​ບໍ່​ຖ້ວນ 10 ​ພຣະ​ອົງ​ຊົງ​ໃຫ້​ຝົນ​ຕົກ​ລົງ​ມາ​ເທິງ​ແຜ່ນ​ດິນ ແລະ​ຊົງ​ໃຫ້​ນ້ຳ​ມີ​ໃນ​ທົ່ງ​ນາ 11 ເອີ ແມ່ນ​ພຣະ​ເຈົ້າ​ເປັນ​ຜູ້​ຊົງ​ຍົກ​ຄົນ​ຕ່ຳ​ຕ້ອຍ​ຂຶ້​ນ ແລະ​ຊົງ​ໂຜດ​ຜູ້​ໂສກ​ເສົ້າ​ເສັຽ​ໃຈ​ໃຫ້​ໄດ້​ຮັບ​ຄວາມ​ມ່ວນ​ຊື່ນ 12 ພຣະ​ອົງ​ຊົງ​ຂັດ​ຂວາງ​ເລ່​ກົນ​ຫລອກ​ລວງ ເພື່ອ​ມື​ຂອງ​ເຂົາ​ຈະ​ທຳ​ບໍ່​ສຳ​ເຣັດ 13 ຊົງ​ດັກ​ຈັບ​ຄົນ​ສ​ລາດ​ດ້ວຍ​ອຸ​ບາຍ​ຂອ​ງ​ເຂົາ​ເອງ ແລະ​ໂຄງ​ການ​ຂອງ​ຄົນ​ຫລັກ​ແຫລມ​ກໍ​ສິ້ນ​ລົງ​ໂດຍ​ດ່ວນ 14 ເຖິງ​ແມ່ນ​ກາງ​ເວັນ​ເຂົາ​ກໍ​ຢູ່​ໃນ​ໃນ​ມືດ 15 ແຕ່​ພຣະ​ເຈົ້າ​ຊົງ​ຊ່ອຍ​ຄົນ​ຍາກ​ຈົນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ຊົງ​ຊ່ອຍ​ຄົນ​ຂັດ​ສົນ​ໃຫ້​ພົ້ນ​ຈາກ​ການ​ກົດ​ຂີ່ 16 ພຣະ​ອົງ​ຊົງ​ໃຫ້​ຄວາມ​ຫວັງ​ແກ່​ຄົນ​ຍາກ​ຈົນ ແລະ​ຊົງ​ປິດ​ປາກ​ຄົນ​ອະ​ທັມ 17 ຄວາມ​ສຸກ​ຍ່ອມ​ມີ​ກັບ​ບຸກ​ຄົນ​ຜູ້​ພຣະ​ເຈົ້າ​ຊົງ​ຕີ​ສອນ ຢ່າ​ເສັຽ​ໃຈ​ເມື່ອ​ພຣະ​ອົງ​ຊົງ​ຕຳ​ຫນິ 18 ພຣະ​ເຈົ້າ​ຊົງ​ທຳ​ໃຫ້​ບາດ​ເຈັບ​ ແຕ່​ພຣະ​ອົງ​ຊົງ​ພັນ​ບາດ​ແຜ​ໃຫ້​ພຣະ​ຫັດ​ຂອງ​ພຣະ​ອົງ​ຊົງຂ້ຽນ​ຕີ​ທ່ານ ແຕ່​ພຣະ​ອົງ​ຊົງ​ຮັກ​ສາ​ໃຫ້​ດີ 19 ພຣະ​ອົງ​ຈະ​ຮັກ​ສາ​ທ່ານ​ໃຫ້​ພົ້ນ​ຈາກ​ອັນ​ຕະ​ຣາຍ​ຄລອດ​ເວ​ລາ 20 ເມື່ອ​ມີ​ການ​ອຶດ​ຢາກ ພຣະ​ອົງ​ຈະ​ຊົງ​ຊ່ອຍ​ທ່ານບໍ່​ໃຫ້​ຕາຍ ແລະ​ຈະ​ຊົງ​ປ້ອງ​ກັນ​ທ່າ​ນບໍ່​ໃຫ້​ຕາຍ​ໃນ​ສົງ​ຄາມ 21 ພຣະ​ເຈົ້າ​ຈະ​ຊົງ​ຊ່ອຍ​ທ່ານ​ໃຫ້​ພົ້ນ​ຈາກ​ການ​ຕົວະ ແລະ​ຫມີ່ນ​ປ​ມາດ ພຣະ​ອົງ​ຈະ​ຊົງ​ຊ່ອຍ​ທ່ານ​ເມື່ອ​ໄພ​ວິ​ບັດ​ມາ​ເຖິງ 22 ທ່ານ​ຈະ​ຫົວ​ຂວັນ​ການ​ທຳ​ລາຍ ແລະ​ການ​ອຶດ​ຢາກ ຈະ​ບໍ່​ຢ້ານ​ກົວ​ສັດ​ປ່າ 23 ທົ່ງນາ​ທີ່​ທ່ານໄຖ​ຈະ​ບໍ່​ມີ​ຫີນ ສັດ​ປ່າ​ທີ່​ໂຫດ​ຮ້າຍ​ຈະບໍ່​ທຳ​ລາຍ​ທ່ານ 24 ທ່ານ​ຈະ​ມີ​ຊີ​ວິດ​ຢູ່​ໃນ​ຕູ​ບ​ຜ້າ​ເຕັນ​ຢ່າງ​ສ​ງົບ​ສຸກ ແລ້ວ​ທ່ານ​ຈະ​ເຫັນ​ແກະ​ຂອງ​ທ່ານ​ມີ​ຄວາມ​ປອດ​ໄພ 25 ທ່ານ​ຈະ​ມີ​ລູກ​ຫລານ​ຫລາຍ​ເຫມືອນ​ກັບ​ຫຍ້າ 26 ທ່ານ​ຈະ​ມີ​ອາ​ຍຸ​ຍືນຈົນ​ເຖົ້າ​ແກ່ ເຫມືອນ​ເມັດ​ເຂົ້າ​ສຸກ​ໃນ​ຣະ​ດູ​ເກັບ​ກ່ຽວ 27 ໂຢບ​ເອີຍ ພວກ​ເຮົາ​ໄດ້​ຮຽນ​ຮູ້​ສິ່ງ​ນີ້​ຢ່າງ​ຄັກ​ແນ່​ແລ້ວ ມັນ​ເປັນ​ຄວາມ​ຈີງ ບັດ​ນີ້​ຈົ່ງ​ຮັບ​ໄວ້​ເທີນ”

ໂຢບ 6

ໂຢບ​ຕຳ​ຫນິ​ສະ​ຫາຍ​ຂອງ​ຕົນ

1 ແລ້ວ​ໂຢບ​ຕອບ​ວ່າ, 2 “ໂອ ຂ້າ​ພະ​ເຈົ້າ​ຢາກ​ຈະ​ຊັ່ງ​ເບິ່ງຄວາມ​ຮ້ອນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ແລະ​ເອົາ​ຄວາມ​ຍາກລຳ​ບາກຂອງ​ຂ້າ​ພະ​ເຈົ້າ​ໃສ່​ໃນ​ຕຣາ​ຊີງ 3 ກໍ​ຈະ​ຫນັກ​ກວ່າ​ຂີ້​ດິນຊາຍ​ໃນ​ທະ​ເລ ເພາະ​ເຫດ​ນີ້​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຫຸນ​ຫັນ 4 ເພາະ​ທະ​ນູ​ຂອງ​ອົງ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່ກໍ​ຢູ່​ໃນ​ຕົວ​ຂ້າ​ພະ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ດື່ມ​ພິດ​ຂອງ​ມັນ ຄວາມ​ຫນ້າຫ​ວາດ​ກົວ​ຈາກ​ພຣະ​ເຈົ້າ ​ລຽນ​ເປັນ​ແຖວ​ສຸມ​ເຂົ້າ​ໃສ່​ຂ້າ​ພະ​ເຈົ້າ 5 ລໍປ່າຮ້ອງ​ເມື່ອມັນ​ມີ​ຫຍ້າ​ຫລື ງົວ​ເຖິກ​ຮ້ອງ​ເທິງກອງ​ຫຍ້າ​ຂອງ​ມັນ​ຫລື 6 ຈະ​ຮັບ​ປະ​ທານ​ສິ່ງ​ທີ່ຈືດ​ໂດຍ​ບໍ່​ໃສ່​ເກືອ​ໄດ້​ຫລື ຫລື​ຫມາກ​ເຂືອ​ມີ​ຣົດ​ຢ່າງໃດ​ແດ່ 7 ສິ່ງ​ທີ່​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຍອມ​ແຕະ​ຕ້ອງ​ນັ້ນ ກັບ​ເປັນ​ອາ​ຫານ​ທີ່​ເບື່ອ​ຫນ່າຍ​ຂອງ​ຂ້າ​ພະ​ເຈົ້າ 8 “ໂອ ຂ້າ​ພະ​ເຈົ້າ​ຢາກ​ຈະ​ໄດ້​ສົມ​ດັ່ງ​ທີ່​ທູນ​ຂໍ ແລະ​ຂໍ​ພຣະ​ເຈົ້າ​ຊົງ​ປະ​ທານ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ຂ້າ​ພະ​ເຈົ້າ 9 ວ່າ​ພຣະ​ເຈົ້າ​ພໍ​ພຣະ​ທັຍ​ທີ່​ຈະ​ຂະ​ຍີ້​ຂ້າ​ພະ​ເຈົ້າ ວ່າ​ພຣະ​ອົງ​ຈະ​ໃຊ້​ພຣະ​ຫັດ​ຂອງ​ພຣະ​ອົງຢ່າງ​ເຕັມ​ທີ ແລະ​ຕັດ​ຂ້າ​ພະ​ເຈົ້າ​ອອກ​ເສັຽ 10 ນີ້​ຈະ​ເປັນ​ການ​ເລົ້າ​ໂລມ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຄົງ​ຈະ​ເຕັ້ນ​ໂລດ​ແມ່ນ​ວ່າໃນ​ຄວາມ​ເຈັບ​ປວດ​ຈະ​ຂາດ​ໃຈ ເພາະ​ຂ້າພະ​ເຈົ້າ​ບໍ່​ໄດ້​ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ອົງ​ຜູ້​ບໍ​ຣິ​ສຸດ​ນັ້ນ 11 ຂ້າ​ພະ​ເຈົ້າ​ບໍ່ມີ​ກໍາ​ລັງ​ ທີ່​ຂ້າ​ພະ​ເຈົ້າ​ຈະ​ຄອຍ ແລະ​ສິ່ງ​ໃດ​ເປັນ​ອະ​ວະ​ສານ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ອົດ​ທົນ 12 ກຳ​ລັງ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ກຳ​ລັງ​ຂອງ​ຫີນ​ຫລື ເນື້ອ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ເນື້ອ​ທອງ​ສຳ​ຣິດ​ຫລື 13 ທີ່​ຈີງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ຊ່ອຍ​ເຫລືອ​ໃນ​ຕົວ​ຂ້າ​ພະ​ເຈົ້າ​ເລີຍ ຂ້າ​ພະ​ເຈົ້າ​ຈົນ​ປັນ​ຍາ​ເສັຽ​ແລ້ວ 14 “ບຸກ​ຄົນ​ຜູ້​ໃດ​ຫນ່ວງ​ຫນ່ຽວ​ຄວາມ​ກະ​ຣຸ​ນາ​ໄວ້​ຈາກ​ເພື່ອນ​ກໍ​ປະ​ຖິ້ມ​ຄວາມ​ຢຳ​ເກງ​ອົງ​ພຣະຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່ 15 ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ທໍ​ຣະ​ຍົດຢ່າງ​ຫ້ວຍ ຢ່າງ​ຫ້ວຍທີ່​ນ້ຳ​ໄຫລ​ລົ້ນ 16 ຊື່ງ​ດຳ​ໄປ​ເຫດ​ດ້ວຍ​ນ້ຳ​ແຂງ ແລະ​ຫີມ​ມະ​ເປື່ອຍ​ລະ​ລາຍ​ໄປ​ນັ້ນ 17 ໃນ​ເວ​ລາ​ຮ້ອນ​ມັນ​ກໍ​ຫາຍ​ໄປ ເມື່ອ​ຮ້ອນ​ມັນ​ກໍ​ສູນ​ໄປ​ຈາກ​ທີ່​ຂອງ​ມັນ 18 ຫມູ່​ຄົນ​ເດີນ​ທາງ​ຫັນ​ອອກ​ຈາກ​ທາງ​ຂອງ​ເຂົາ ເຂົາ​ຂຶ້ນ​ໄປ​ຍັງ​ທີ່​ຮ້າງ​ເປົ່າ ແລະ​ພິ​ນາດ 19 ຫ​ມູ່​ຄົນ​ເດີນ​ທາງ​ຈາກ​ເຕ​ມາມອງ​ເບິ່ງ ຄົນ​ເດີນທາງ​ຂອງ​ເມືອງ​ເຊບາ​ລໍ​ຄອຍ​ຫມູ່​ຄົນ​ເຫລົ່າ​ນັ້ນ 20 ເພາະ​ເຂົາທັງ​ຫລາຍ​ຫວັງ​ໃຈ ເຂົາຈິ່ງ​ຕ້ອງ​ຜິດຫວັງ ເຂົາ​ມາ​ເຖິງ​ທີ່​ນັ້ນ ແລະ​ຕ້ອງ​ຫຍຸ້ງ​ໃຈ 21 ບັດ​ນີ້ ທ່ານ​ທັງ​ຫລາຍ​ເປັນ​ຢ່າງ​ນັ້ນ​ແກ່​ຂ້າ​ພະ​ເຈົ້າ ທ່ານ​ເຫັນ​ຄວາມ​ຍາກ​ລຳ​ບາກ ແລະ​ທ່ານກໍ​ຢ້ານ 22 ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ຂໍ​ຂອງ​ຂວັນ​ໃຫ້​ຂ້າ​ພະ​ເຈົ້າ​ແດ່ ຫລື​ຂໍ​ສີນ​ຈ້າງ​ຈາກ​ຊັບ​ສົມ​ບັດ​ຂອງ​ທ່ານໃຫ້​ຂ້າ​ພະ​ເຈົ້າ 23 ຫລື​ວ່າຂໍ​ຊ່ອຍ​ຂ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ສັດ​ຕູ ຫລື​ວ່າຂໍ​ໄຖ່​ຂ້າ​ພະ​ເຈົ້າ​ຈາກ​ມື​ຂອງ​ຜູ້​ບີບ​ບັງ​ຄັບ​ຫລື 24 “ສອນ​ຂ້າ​ພະ​ເຈົ້າ​ ແລະ​ຂ້າ​ພະ​ເຈົ້າ​ຈະ​ງຽບ ຂໍ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ຜິດ​ສິ່ງ​ໃດ 25 ຄຳ​ຊື່​ຕົງ​ມີ​ອຳ​ນາດ​ຫລາຍ​ແທ້ໆ ແຕ່​ຄຳ​ຕິ​ເຕືອນ​ຂອງ​ທ່ານ​ຕິ​ເຕືອນ​ສິ່ງ​ໃດທ່ານ​ຄິດ​ວ່າ​ທ່ານ​ຕິ​ຕຽນ​ຖ້ອຍ​ຄຳ​ໄດ້​ຫລື ເມື່ອ​ຄຳ​ປາ​ໄສ​ຂອງ​ຄົນ​ສິ້ນ​ຫວັງ​ເປັນ​ແຕ່​ລົມ 26 ທ່ານ​ທັງ​ຫລາຍ​ຄົງ​ຈະ​ໄດ້​ຈັບ​ສ​ລາກ​ເອົາ​ລູກ​ກຳ​ພ້າ​ພໍ່ ແລະ​ຕໍ່​ຣອງ​ເອົາ​ເພື່ອນ​ຂອງ​ທ່ານ​ເຫມືອນ​ເປັນ​ສີນ​ຄ້າ 27 “ແຕ່​ບັດ​ນີ້ ຂໍ​ມອງ​ດູ​ຂ້າ​ພະ​ເຈົ້າ ເພາະ​ຂ້າ​ພະເຈົ້າ​ຈະ​ບໍ່​ມຸ​ສາ​ຕໍ່​ຫນ້າ​ຂອງ​ທ່ານ 28 ຂໍ​ຈົ່ງ​ຄິດ​ໃຫມ່ ຢ່າ​ຜິດ​ທັມ​ເລີຍ ກັບ​ຄິດ​ໃຫມ່​ເຖີດ ຂ້າ​ພະ​ເຈົ້າ​ຍັງ​ຖືກ​ຢູ່ 29 ມີ​ຄວາມ​ຜິດ​ສິ່ງໃດ​ເທິງ​ລີ້ນ​ຂ້າ​ພະ​ເຈົ້າ​ຫລື ຂ້າ​ພະ​ເຈົ້າ​ນັ້ນ​ຫລື​ບໍ່​ຮູ້​ເຖິງ​ໄພ​ວິ​ບັດ

ໂຢບ 7

ໂຢບ​ເວົ້າ​ທັກ​ທ້ວງ​ພຣະ​ເຈົ້າ

1 “ມະ​ນຸດ​ບໍ່​ມີ​ການ​ເຂົ້າ​ປະ​ຈຳ​ການ​ເທິງ​ແຜ່ນ​ດິນ​ໂລກ​ຫລື ແລະ​ຊີ​ວິດ​ຂອງ​ເຂົາ​ບໍ່​ເຫມືອນ​ຂອ​ງລູກ​ຈ້າງດອກ​ຫລື 2 ເຫມືອນ​ຢ່າງ​ທາດ​ທີ່​ຄິດ​ເຖິງ​ເວ​ລາ​ຄ່ຳ ແລະ​ເຫມືອນ​ຢ່າງ​ລູກ​ຈ້າງ​ຜູ້​ລໍ​ຄອຍຄ່າ​ຈ້າງ 3 ເຊັ່ນ​ດຽວ​ກັນ ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຮັບ​ສ່ວນ​ຄວາມ​ອະ​ນິດ​ຈັງ​ເປັນ​ເດືອນໆ ແລະ​ເຂົາ​ແບ່ງ​ຄືນ​ແຫ່ງ​ຄວາມຫນ້າ​ສັງ​ເວດ​ແກ່​ຂ້າພະ​ເຈົ້າ 4 ເມື່ອ​ຂ້າ​ພະ​ເຈົ້າ​ນອນ​ລົງ ຂ້າ​ພະ​ເຈົ້າ​ວ່າ “ເມື່ອ​ໃດ​ຫນໍ ຂ້າ​ຈະ​ລຸກ​ຂຶ້ນ​“ແຕ່​ກາງ​ຄືນ​ກໍ​ຍາວ ແລະ​ຂ້າ​ພະ​ເຈົ້າ​ກໍ​ພິກ​ໄປ​ພິກ​ມາ​ຈົນ​ຮອດ​ຮຸ່ງ​ເຊົ້າ 5 ເນື້ອຂອງ​ຂ້າ​ພະ​ເຈົ້າ​ຫົ່ມ​ຫນອນ ແລະ​ຝຸ່ນ ຫນັງ​ຂອງ​ຂ້າພະ​ເຈົ້າ​ແຂງ​ຂຶ້ນ ແລ້ວ​ກໍ​ຍະອອກໃຫມ່ 6 ວັນ​ຄືນ​ຂອງ​ຂ້າ​ພະ​ເຈົ້າ​ໄວ​ກວ່າ​ກະ​ສວຍ​ຂອງ​ຊ່າງ​ຕ່ຳຜ້າ​ ແລະ​ສິ້ນ​ສຸດ​ລົງ​ດ້ວຍ​ປາ​ສ​ຈາກ​ຄວາມ​ຫວັງ 7 “ຂໍ​ຊົງ​ຈຳ​ໄວ້​ວ່າ ຊີ​ວິດ​ຂອງ​ຂ້າ​ພຣະ​ອົງເປັນ​ແຕ່​ລົມ​ຫາຍ​ໃຈ ຕາ​ຂອງ​ຂ້າ​ພຣະ​ອົງ​ຈະ​ບໍ່​ເຫັນ​ສິ່ງ​ໃດ​ອີກ​ເລີຍ 8 ຕາ​ຂອງ​ຜູ້​ທີ່​ເຫັນ​ຂ້າ​ພຣະ​ອົງ​ຈະ​ບໍ່​ໄດ້​ເບິ່ງ​ຂ້າ​ພຣະ​ອົງ​ອີກ​ຕໍ່​ໄປ ຝ່າຍ​ພຣະ​ເນດ​ຂອງ​ພຣະ​ອົງ​ມອງ​ຫາ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ກໍ​ໄປ​ເສັຽ​ແລ້ວ 9 ເມກ​ຈາງ ແລະ​ຫາຍ​ໄປ​ສັນ​ໃດ ບຸກ​ຄົນ​ທີ່​ລົງ​ໄປ​ຍັງ​ພິ​ພົບຄົນ​ຕາຍ​ກໍ​ບໍ່​ໄດ້​ກັບ​ມາ​ສັນ​ນັ້ນ 10 ເຂົາ​ບໍ່​ກັບ​ໄປ​ເຮືອນ​ຂອງ​ເຂົາ​ອີກ ຫລືທີ່​ຢູ່​ຂອງ​ເຂົາ​ກໍ​ບໍ່​ຮູ້​ຈັກ​ເຂົາ​ອີກ​ເລີຍ 11 “ເພາະ​ສະ​ນັ້ນ ຂ້າ​ພຣະ​ອົງ​ຈີ່​ງບໍ່​ຍັງ​ຢັ້ງ​ປາກ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ເວົ້າ​ດ້ວຍ​ຄວາມ​ແສນ​ລະ​ທົມ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຈົ່ມ​ດ້ວຍ​ຄວາມ​ຂົ່ມ​ຂື່ນ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ 12 ຂ້າ​ພຣະ​ອົງ​ເປັນ​ທະ​ເລ ຫລື​ເປັນ​ມັງ​ກອນ​ຫລື ພຣະ​ອົງ​ຈິ່ງ​ຊົງ​ວາງ​ຍາມ​ເຝົ້າ​ຂ້າ​ພຣະ​ອົງ 13 ເມື່ອ​ຂ້າ​ພຣະ​ອົງ​ເວົ້າ​ວ່າ “ຕຽງ​ຂອ​ງ​ຂ້າ​ພະ​ເຈົ້າ​ຈະ​ເລົ້າ​ໂລມ​ຂ້າ​ພະ​ເຈົ້າ ບ່ອນ​ນອນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ບັນ​ເທົາ​ການ​ຮ້ອງ​ທຸກ​ຂອງ​ຂ້າ​ພະ​ເຈົ້າ” 14 ແລ້ວ​ພຣະ​ອົງ​ກໍ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຢ້ານ​ດ້ວຍ​ຄວາມ​ຝັນ ແລະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຫວາດ​ກົວ​ດ້ວຍ​ນິ​ມິດ 15 ຈິ​ດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຈິ່ງ​ເລືອກ​ທີ່​ຈະ​ອຶດ​ອັດ​ຕາຍ ຍິ່ງກວ່າ​ເຫລືອ​ແຕ່​ກະ​ດູກ​ຢ່າງ​ນີ້ 16 ຂ້າພຣະ​ອົງ​ເບື່ອ​ຊີ​ວິດ ຂ້າ​ພຣະ​ອົງ​ຈະ​ບໍ່​ຢູ່​ຄ້ຳ​ຟ້າ ປ່ອຍ​ຂ້າ​ພຣະ​ອົງ​ແຕ່​ລຳ​ພັງ​ເຖີດ ເພາະ​ວັນ​ຄືນ​ຂອງ​ຂ້າ​ພຣະ​ອົງ​ເປັນ​ແຕ່​ພຽງ​ລົມ​ຫາຍ​ໃຈ 17 ມະ​ນຸດ​ເປັນຫຍັງ ພຣະ​ອົງຈິ່ງ​ຊົງ​ຖືວ່າ​ເຂົາ​ສຳ​ຄັນ​ ແລະ​ທີ່​ພຣະ​ອົງໃສ່​ພຣະ​ທັຍ​ເຂົາ 18 ຊົງ​ຢ້ຽມ​ເຂົາ​ທຸກ​ເຊົ້າ ຊົງທົດ​ລອງ​ເບິ່ງ​ເຂົາ​ທຸກ​ຂ​ນະ 19 ອີກ​ດົນປານ​ໃດ​ພຣະ​ອົງ​ຈິ່ງ​ຈະ​ບໍ່​ຊົງ​ມອງ​ເບິ່ງຂ້າ​ພຣະ​ອົງ ຫລື​ປ່ອຍ​ຂ້າ​ພຣະ​ອົງ​ແຕ່​ລຳ​ພັງ ຈົນ​ຂ້າ​ພຣະ​ອົງຈະ​ກືນ​ນ້ຳ​ລາຍ​ຂອງ​ຕົນ​ໄດ້ 20 ຂ້າ​ແຕ່​ພຣະ​ອົງ​ຜູ້​ເຝົ້າ​ມະ​ນຸດ ຖ້າ​ຂ້າ​ພຣະ​ອົງ​ທຳ​ບາບ ຂ້າ​ພຣະ​ອົງ​ທຳ​ສິ່ງໃດ​ແກ່​ພຣະ​ອົງ​ ເປັນ​ຫຍັງ​ພຣະ​ອົງ​ຈິ່ງ​ຊົງ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ເປົ້າ​ຫມາຍ​ຂອງ​ພຣະອົງ ເປັນ​ຫຍັງ​ຂ້າ​ພຣະ​ອົງ​ຈິ່ງ​ເປັນ​ພາ​ຣະ​ຂ4ອງ​ພຣະ​ອົງ 21 ເປັນ​ຫຍັງ​ພຣະ​ອົງ​ບໍ່​ຊົງ​ປະ​ທານອະ​ໄພ​ແກ່​ການ​ທໍ​ຣະ​ຍົດ​ຂອງ​ຂ້າ​ພຣະ​ອົງ ແລະ​ນຳ​ເອົາ​ບາບ​ຂອງ​ຂ້າ​ພຣະ​ອົງ​ໄປ​ເສັຽ ເພາະ​ບັດ​ນີ້​ຂ້າ​ພຣະ​ອົງ​ຈະ​ນອນ​ລົງ​ໃນ​ຝຸ່ນ​ຂີ້​ດິນ ພຣະ​ອົງ​ຈະ​ຊົງ​ຊອກ​ຫາ​ຂ້າ​ພຣະ​ອົງ ແຕ່​ຂ້າ​ພຣະ​ອົງ​ຈະ​ບໍ່​ຢູ່​ແລ້ວ”

ໂຢບ 8

ບີນ​ດັດ​ຢືນ​ຢັນ​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ

1 ແລ້ວ​ບີນ​ດັດ​ຕະ​ກູນ​ຊູ​ອາ​ຕອບ​ວ່າ, 2 “ທ່ານ​ຈະ​ເວົ້າ​ຢ່າງ​ນີ້​ຢູ່​ດົນ​ປານ​ໃດ ແລະ​ຄຳ​ເວົ້າຂອງ​ທ່ານ​ຈະ​ເປັນ​ພະ​ຍຸ​ນານ​ປານ​ໃດ 3 ພຣະ​ເຈົ້າ​ຊົງ​ບິດ​ເບືອນ​ຄວາມ​ຍຸດ​ຕິທັມ​ຫລື ຫລື​ອົງ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່ບິດ​ເບືອນ​ຄວາມ​ຍຸດ​ຕິ​ທັມ​ຫລື 4 ຖ້າ​ລູກ​ຂອງ​ທ່ານ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ມອບ​ເຂົາ​ທັງ​ຫລາຍ​ໄວ້​ໄວ້​ໃນ​ອຳ​ນາດ​ຂອງ​ການທໍ​ຣະ​ຍົດ​ຂອງ​ເຂົາ 5 ຖ້າ​ທ່ານ​ຈະ​ຫມັ່ນ​ສ​ແວງ​ຫາພຣະ​ເຈົ້າ ແລະ​ອ້ອນວອນ​ຕໍ່​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ 6 ຖ້າ​ທ່ານ​ບໍ​ຣິ​ສຸດ ແລະ​ທ່ຽງ​ທັມ ແນ່ນອນ ແລ້ວ​ພຣະ​ອົງ​ຈະ​ຊົງ​ຕື່ນ​ຂຶ້ນ​ເພື່ອ​ທ່ານ ແລະ​ຊົງ​ຄືນ​ທີ່​ອາ​ໄສ​ແຫ່ງ​ຄວາມ​ຊອບ​ທັມ​ໃຫ້ 7 ເຖິງ​ແມ່ນ​ວ່າ​ການ​ເລີ້ມ​ຕົ້ນ​ຊີ​ວິດ​ຂອງ​ທ່ານ​ຈະ​ເລັກ​ນ້ອຍ ແຕ່ຕໍ່ໄປ​ປາຍໆ​ຈະ​ໃຫຍ່​ໂຕຂຶ້ນ 8 “ຂ້າພະ​ເຈົ້າ​ຂໍ​ຮ້ອງ ໃຫ້​ທ່ານ​ຖາມ​ຄົນ​ບູ​ຮານ​ເບິ່ງ ແລະ​ຄິດ​ເບິ່ງວ່າ​ບັນ​ພະ​ບຸ​ຣຸດ​ຄົ້ນ​ພົບ​ສິ່ງ​ໃດ​ແດ່ 9 ເພາະ​ສ່ວນ​ເຮົາ ຊີ​ວິດ​ສັ້ນ​ເຫມືອນ​ຢ່າງ​ເກີດມື້​ວານ​ນີ້ ບໍ່ຮູ້​ຈັກ​ຫຍັງເລີຍ ເພາະ​ວັນ​ຄືນ​ຂອງ​ເຮົາ​ເທິງ​ແຜ່ນ​ດິນ​ໂລກ​ປຽບ​ເຫມືອນ​ເງົາ 10 ເຂົາ​ຈະ​ບໍ່​ສອນ​ທ່ານ​ແລະ​ບອກ​ທ່ານ ແລະ​ກ່າວ​ຄຳ​ຈາກ​ຄວາມ​ເຂົ້າ​ໃຈ​ຂອງ​ເຂົາ​ຫລື 11 “ຕົ້ນ​ອໍ້​ຈະ​ງອກ​ຂື້​ນ​ໃນ​ບ່ອນ​ທີ່ບໍ່​ມີ​ຕົມ​ໄດ້​ຫລື ແລະຈະ​ງອກ​ງາມ​ໃນ​ບ່ອນ​ທີ່​ບໍ່​ມີ​ນ້ຳ​ໄດ້​ຫລື 12 ຂ​ນະ​ທີ່ມີ​ດອກ​ຍັງ​ບໍ່​ໄດ້​ຕັດ​ລົງ ມັນ​ກໍ​ຫ່ຽວ​ແຫ້ງ​ໄປ​ກ່ອນ​ຕົ້ນ​ໄມ້​ອື່ນໆ 13 ທາງ​ຂອງ​ບັນ​ດາ​ຜູ້​ທີ່​ລືມ​ພຣະ​ເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ​ແຫລະ ຄວາມ​ຫວັງ​ຂອງ​ຄົນ​ທີ່​ບໍ່​ນັບ​ຖື​ພຣະ​ເຈົ້າ​ຈະ​ພິ​ນາດ​ໄປ 14 ສິ່ງ​ທີ່​ເຂົາ​ໄວ້​ໃຈ​ຫັກ​ສະ​ບັ້ນລົງ ແລະ​ສິ່ງທີ່​ເຂົາ​ວາງ​ໃຈ​ຍຸ່ຍ​ເຫມືອນດັ່ງ​ໃຍ​ແມງ​ມຸມ 15 ເຂົາເອື່ອຍ​ອີງເຮືອນ​ຂອງ​ເຂົາ ແຕ່​ມັນ​ທົນ​ທານ​ບໍ່​ໄຫວ ເຂົາ​ຍຶດ​ມັນ​ໄວ້ ແຕ່​ມັນ​ກໍ​ບໍ່​ທົນ​ຢູ່​ບໍ່​ໄດ້ 16 ຄົນ​ຊົ່ວຂຽວ​ສົດ​ຢູ່​ຕໍ່​ຫນ້າ​ດວງ​ຕາ​ເວັນ ດັ່ງຕົ້ນ​ຫຍ້າ​ແຜ່​ຂະ​ຫຍາຍ​ທົ່ວ​ທັງ​ສວນ​ນັ້ນ 17 ຮາກ​ຂອງ​ມັນ​ເລື້ອຍ​ໄປເກາະ​ກອງ​ຫີນ ແລະ​ຫ​ຍັ່ງ​ລົງ​ໄປ​ໃນ​ອ້ອມກ້ອນ​ຫີນ 18 ຖ້າ​ມັນຖືກ​ທຳ​ລາຍໄປຈາກ​ບ່ອນ​ຂອງ​ມັນ ແລ້ວ​ທີ່​ນັ້ນ​ຈະ​ປະ​ຕິ​ເສດ​ວ່າ “ຂ້າ​ບໍ່​ເຄີຍ​ເຫັນ​ເຈົ້າ” 19 ເບິ່ງ​ແມ໋ ນີ້​ເປັນ​ຄວາມ​ຊື່ນ​ບານ​ແຫ່ງ​ທາງ​ຂ​ອງ​ມັນ ແລະ​ສິ່ງ​ອື່ນ​ຈະ​ງອກ​ອອກ​ມາ​ຈາກ​ດິນ 20 ເບິ່ງ​ແມ໋ ພຣະ​ເຈົ້າ​ຈະ​ບໍ່​ຊົງ​ປະ​ຖິ້ມ​ຄົນ​ດີ​ຮອບ​ຄອບ ຫລື​ຄ້ຳ​ຈູນ​ຜູ້​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ 21 ພຣະ​ອົງ​ຍັງ​ຈະ​ຊົງ​ໃຫ້​ປາກ​ຂອງ​ທ່ານ​ຫົວ​ເລາະ ແລະ​ທຳ​ໃຫ້​ຮີມ​ຝີ​ປາກ​ຂອງ​ທ່ານ​ໂຮ່​ຮ້ອງ​ສ​ເມີ 22 ຄົນ​ເຫລົ່າ​ນັ້ນ​ທີ່​ກຽດ​ຊັງ​ທ່ານ​ ຈະຫົ່ມ​ຄວາ​ມອັ​ບ​ ອາຍ ແລະ​ເຕັນ​ຂອງ​ຄົນ​ອະ​ທັມ​ຈະ​ບໍ່​ມີ​ຕໍ່​ໄປ​ອີກ​ເລີຍ

ໂຢບ 9

ໂຢບບໍ່​ສາ​ມາດ​ທີ່​ຈະ​ທູນ​ຕອບ​ພຣະ​ເຈົ້າ​ໄດ້

1 ແລ້ວ​ໂຢບ​ຕອບ​ວ່າ, 2 “ແມ່ນ​ແທ້ ຂ້າ​ພະ​ເຈົ້າ​ຊາບ​ວ່າ​ເປັນ​ຢ່າງ​ນັ້ນ ແຕ່​ຄົນ​ເຣົາ​ຈະ​ຊອບ​ທັມ​ຈຳ​ເພາະ​ພຣະ​ພັກ​ພຣະ​ເຈົ້າ​ໄດ້​ຢ່າງ​ໃດ 3 ຖ້າ​ຄົນ​ນື່ງ​ຄົນ​ໃດ​ປາ​ຖ​ນາ​ຈະໂຕ້​ຖຽງ​ກັບ​ພຣະ​ອົງ ໃນ​ພັນ​ຄັ້ງ​ຜູ້​ນັ້ນ​ກໍ​ຕ​ອບ​ພຣະ​ອົງ​ບໍ່​ໄດ້​ຈັກ​ຄັ້ງ​ດຽວ 4 ພຣະ​ອົງ​ສ​ລາດ​ຢູ່​ໃນ​ພຣະ​ທັຍ ແລະ​ພຣະ​ກຳ​ລັງ​ກໍ​ແຂງ​ແຮງ ຜູ້​ໃດ​ເຄີຍ​ໄດ້​ແຂງຕໍ່​ພຣະ​ອົງ ແລະ​ຊ​ນະ​ພຣະ​ອົງ​ 5 ພຣະ​ອົງ​ຜູ້ຊົງ​ເຄື່ອນ​ພູ​ເຂົາ ແລະ​ພູ​ເຂົາ​ທັງ​ຫລາຍ​ກໍ​ບໍ່​ຮູ້​ ເມື່ອ​ພຣະ​ອົງ​ຊົງ​ຄວ່ຳ​ມັນ​ເສັຽດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ 6 ຜູ້​ຊົງ​ສັ່ນ​ແຜ່ນ​ດິນ​ໂລກ​ໃຫ້​ອອກ​ຈາກ​ທີ່​ຂອງ​ມັນ​ ແລະ​ເສົາ​ຂອງ​ມັນ​ກໍ​ສັ່ນ​ສະ​ເທືອນ 7 ຜູ້​ຊົງ​ບັນ​ຊາ​ດວງ​ຕາ​ເວັນ ແລະ​ມັນ​ບໍ່​ຂຶ້ນ ຜູ້​ຊົງ​ຜະ​ນຶກ​ເກັບ​ດວງ​ດາວ​ໄວ້ 8 ຜູ້​ຊົງ​ຄືງ​ຟ້າ​ສວັນ​ອອກ​ແຕ່​ພຣະ​ອົງ​ດຽວ ແລະ​ຊົງ​ຢ່ຳ​ຄືນຂອງ​ທະ​ເລ 9 ຜູ້​ຊົງ​ສ້າງ​ດາວ​ແຂ້ແລະດາ​ວໄຖ ດາວລູກ​ໄກ່ ແລະ​ຫມ່​ດາວ​ທິດໃຕ້ 10 ຜູ້​ຊົງ​ກະ​ທຳ​ຣິດ​ອຳ​ນາດ​ເຫລືອ​ທີ່​ຈະ​ເຂົ້າ​ໃຈ​ໄດ້ ແລະ​ການ​ອັດ​ສະ​ຈັນ​ຢ່າງ​ນັບ​ບໍ່​ຖ້ວນ 11 ພຣະ​ອົງ​ຊົງ​ຜ່ານ​ໄປ ແລະ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ສັງ​ເກດເຫັນ​ພຣະ​ອົງ​ໄດ້ 12 ເບິ່ງ​ແມ໋ ພຣະ​ອົງ​ຊົງ​ເອົາ​ໄປ ໃຜ​ຈະ​ຫ້າມ​ພຣະ​ອົງ​ໄດ້ ໃຜ​ຈະ​ທູນ​ພຣະ​ອົງ​ວ່າ “ພຣະ​ອົງຊົງ​ກະ​ທຳ​ສິ່ງ​ໃດນັ້ນ” 13 “ພຣະ​ເຈົ້າ​ຈະ​ບໍ່​ບິດ​ເບືອນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ ໃຜ​ຊ່ອຍ​ຣາ​ຮາບ ມັງ​ກອນ​ທະ​ເລ​ຕໍ່​ຕ້ານ​ພຣະ​ອົງ​ໄດ້ 14 ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ຕອ​ບ​ພຣະ​ອົງ​ໄດ້​ຢ່າງ​ໃດ ຈະ​ເລືອກ​ຖ້ອຍ​ຄຳ​ອັນ​ໃດ​ມາ​ໂຕ້​ຕອບ​ພຣະ​ອົງ 15 ແມ່ນວ່າ​ຂ້າ​ພະ​ເຈົ້າ​ປາສ​ຈາກຄວາມຜິດ ຂ້າພະ​ເຈົ້າກໍ​ຕອບ​ພຣະ​ອົງ​ບໍ່​ໄດ້ ຂ້າ​ພະ​ເຈົ້າຈະ​ຕ້ອງ​ຂໍ​ພຣະ​ກະ​ຣຸ​ນາ​ຕໍ່​ໂຈດຂອງ​ຂ້າ​ພະ​ເຈົ້າ 16 ຖ້າ​ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຕອ​ບ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ບໍ່ເຊື່ອວ່າ​ພຣະ​ອົງ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ 17 ເພາະ​ພຣະ​ອົງ​ຊົງ​ຂະ​ຍີ້​ຂ້າ​ພະ​ເຈົ້າ​ດ້ວຍ​ພະ​ຍຸ ແລະ​ທະ​ວີ​ບາດ​ແຜ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ບໍ່​ມີ​ເຫດ 18 ພຣະ​ອົງ​ຈະ​ບໍ່​ຊົງ​ໃຫ້​ຂ້າພະ​ເຈົ້າ​ຫາຍ​ໃຈ​ໄດ້ ແຕ່ເຕີມ​ຄວາມ​ຂົ່ມ​ຂືນ​ໃຫ້​ຂ້າ​ພະ​ເຈົ້າ​ເຕັມ 19 ຖ້າ​ເປັນ​ການ​ປະ​ລອງ​ກຳ​ລັງ ກໍ​ເບິ່ງ​ພຣະ​ອົງ​ແມ໋ ຖ້າ​ເປັນ​ເຣື່ອງ​ການ​ພິ​ພາກ​ສາໃຜ​ຈະ​ນັດ​ຟ້ອງ​ພຣະ​ອົງ​ໄດ້ 20 ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ຊອບ​ທັມ ປາກ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ໂທດ​ຂ້າ​ພະ​ເຈົ້າ ແມ່ນ​ວ່າ​ຂ້າພະ​ເຈົ້າ​ຈະ​ດີ​ຮອບ​ຄອບ ພຣະ​ອົງ​ຈະ​ພິ​ສູດ​ວ່າ​ຂ້າ​ພະ​ເຈົ້າ​ບົກ​ພ່ອງ 21 ຂ້າ​ພະ​ເຈົ້າ​ດີ​ຮອບ​ຄອບ ຂ້າ​ພະ​ເຈົ້າ​ບໍ່​ໄຍ​ດີ​ໃນ​ຕົວ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າກຽດ​ຊັງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ 22 ກໍ​ເຫມືອນ​ກັນ​ຫມົດ ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈິ່ງວ່າ ພຣະ​ອົງ​ຊົງ​ທຳ​ລາຍ​ທັງ​ຄົນ​ດີ​ຮອບ​ຄອບ​ແລະ​ຄົນ​ອະ​ທັມ 23 ເມື່ອ​ໄພ​ວິ​ບັດ​ນຳ​ຄວາມ​ຕາຍ​ມາ​ໂດຍ​ບໍ່​ຄາດ​ຝັນ ພຣະ​ອົງ​ຊົງ​ເຍາະ​ເຍີ້ຍ​ຄວາມ​ທຸກ​ລຳ​ບາກ​ຂອງ​ຜູ້​ປາ​ສ​ຈາ​ກຄວາມ​ຜິດ 24 ແຜ່ນ​ດິນ​ໂລກ​ນີ້​ຊົງ​ມອບ​ໄວ້​ໃນ​ມື​ຂອງ​ຄົນ​ອະ​ທັມ ພຣະ​ອົງ​ຊົງ​ປິດ​ຫນ້າ​ບັນ​ດາ​ຜູ້​ປົກ​ຄອງ​ໂລກ ຖ້າ​ບໍ່​ແມ່ນ​ພຣະ​ອົງ ແລ້ວ​ໃຜ​ຫນໍທີ່​ຈະ​ທຳ​ສິ່ງ​ເຫລົ່າ​ນີ້ 25 “ວັນ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ​ໄວກວ່າ​ນັກ​ແລ່ນ ມັນຜ່ານ​ພົ້ນ​ໄປ ມັນ​ບໍ່​ເຫັນມີ​ສິ່ງ​ໃດ​ດີ 26 ມັນ​ຜ່ານ​ໄປ​ຢ່າງ​ກັບ​ເຮືອໄວ ດັ່ງ​ນົກ​ອີນ​ຊີ​ເຈີດ​ລົງ​ຂຸບ​ເຫຍື່ອ 27 ຖ້າ​ຂ້າ​ພຣະ​ອົງ​ວ່າ, “ຂ້າ​ພະ​ຈົ້າຈະ​ລືມ​ຄຳ​ຮ້ອງ​ທຸກ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຖິ້ມ​ຫນ້າ​ໂສກ​ເສົ້າ​ຂອງ​ຂ້າ​ພະ​ເຈົ້າ​ເສັຽ ແລະ​ເບີກ​ບານມ່ວນ​ຊື່ນ” 28 ຂ້າ​ພຣະ​ອົງ​ເກີດ​ຄວາມ​ຢ້ານບັນ​ດາ​ຄວາມ​ທຸກ​ຂອ​ງ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ຮູ້​ວ່າ ພຣະ​ອົງ​ຈະບໍ່​ຖື​ວ່າ​ຂ້າ​ພຣະ​ອົງ​ປາ​ສ​ຈາກຄວາມ​ຜິດ 29 ຂ້າ​ພຣະ​ອົງ​ຈະ​ຖືກ​ກ່າວ​ໂທດ ແລະ​ເປັນ​ຫຍັງ​ຈະ​ຕ້ອງ​ມາ​ຮົບ​ກວນ​ຂ້າ​ພຣະ​ອົງ 30 ຖ້າ​ຂ້າ​ພຣະ​ອົງ​ຊຳ​ຮະ​ຕົວ​ຂອງ​ຂ້າ​ພຣະ​ອົງ​ດ້ວຍ​ສະ​ບູ ແລະ​ລ້າງ​ມື​ຂອງ​ຂ້າ​ພຣະ​ອົງ​ຈາກ​ການ​ບາບ 31 ພຣະ​ອົງ​ຍັງ​ຈະ​ຊົງ​ຈຸ່ມ​ຂ້າ​ພຣະ​ອົງ​ລົງ​ໄປ​ໃນ​ບໍ່ ເສື້ອ​ຜ້າ​ຂອງ​ຂ້າ​ພຣະ​ອົງ​ຈະ​ລັງ​ກຽດ​ຂ້າ​ພຣະ​ອົງ 32 ພຣະ​ອົງ​ບໍ່​ແມ່ນ​ມະ​ນຸດ​ຢ່າງ​ຂ້າ​ພຣະ​ອົງ ທີ່​ຂ້າ​ພຣະ​ອົງ​ຈະ​ຕອບ​ພຣະ​ອົງ ຊື່ງ​ເຮົາ​ຈະ​ມາ​ສູ້​ຄະ​ດີ​ດ້ວຍ​ກັນ 33 ບໍ່​ມີ​ຄົນ​ກາງ​ລະ​ຫວ່າງ​ເຮົາ​ ຜູ້​ຊຶ່ງ​ຈະຕັດ​ສີນ​ຄວາມ​ເຮົາ​ທັງ​ສອງ​ໄດ້ 34 ຂໍ​ໃຫ້​ພຣະ​ອົງ​ຊົງ​ນຳ​ໄມ້​ແສ້​ໄປ​ຈາກ​ຂ້າ​ພຣະ​ອົງ​ເສັຽ​ ແລະ​ຂໍ​ຈົ່ງ​ເອົາ​ຄວາມ​ຢ້ານ​ອັນ​ໃຫຍ່​ໄປ​ຈາກ​ຂ້າ​ພຣະ​ອົງ 35 ແລ້ວ​ຂ້າ​ພະ​ອົງຈະ​ເວົ້າ ແລະ​ບໍ່​ຢ້ານ​ພຣະ​ອົງ ເພາະ​ໃຈ​ຈິງ​ຂອງ​ຂ້າ​ພຣະ​ອົງ​ບໍ່​ເປັນ​ຢ່າງ​ນັ້ນ

ໂຢບ 10

ໂຢບ​ຄ່ຳ​ຄວນ​ເຖິງ​ສະ​ພາບ​ຂອງ​ຕົນ

1 “ຂ້າ​ພະ​ເຈົ້າ​ເບື່ອ​ຊີ​ວິ​ດ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ທຸກ​ຢ່າງ​ບໍ່​ຢັບ​ຢັ້ງ ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ດ້ວຍ​ຈິດ​ໃຈ​ຂົ່ມ​ຂື່ນ​ຂອງ​ຂ້າ​ພະ​ເຈົ້າ 2 ຂ້າ​ຈະ​ທູນ​ພຣະ​ເຈົ້າ​ວ່າ ຂໍ​ຢ່າ​ຊົງ​ກ່າວ​ໂທດ​ຂ້າ​ພຣະ​ອົງ ຂໍໃຫ້​ຂ້າ​ພຣະ​ອົງ​ຮູ້​ວ່າ​ເປັນ​ຫຍັງ​ພຣະ​ອົງ​ຈິ່ງ​ຊົງ​ກ່າວ​ຟ້ອງ​ກັບ​ຂ້າ​ພຣະ​ອົງ 3 ພຣະ​ອົງ​ຊົງ​ເຫັນ​ຊອບ​ແລ້ວ​ຫລື​ທີ່​ຈະ​ບີບ​ບັງ​ຄັບ ທີ່​ຈະ​ຫມີ່ນ​ພຣະ​ຫັດຖະ​ກິດ​ຂອງ​ພຣະ​ອົງ ແລະ​ຊົງ​ໂຜດ​ແຜນ​ການ​ຂອງ​ຄົນ​ອະ​ທັມ 4 ພຣະ​ອົງ​ຊົງ​ມີ​ພຣະ​ເນດ​ຢ່າງ​ຕາ​ຄົນ​ຫລື ພຣະ​ອົງ​ຊົງເຫັນ​ຢ່າງມະ​ນຸດ​ເຫັນ​ຫລື 5 ວັນ​ຂອງ​ພຣະ​ອົງ​ເຫມືອນ​ວັນ​ຂອງ​ມະ​ນຸດ​ຫລື ປີ​ຂອງ​ພຣະ​ອົງ​ເຫມືອນ​ວັນ​ຄືນ​ຂອງ​ຄົນ​ເຣົາ​ຫລື 6 ທີ່​ພຣະ​ອົງ​ຊົງ​ຄອຍຈັບ​ຜິດ​ຂ້າ​ພຣະ​ອົງ ແລະ​ຊ​ອກ​ຫາ​ບາບ​ຂອງ​ຂ້າ​ພຣະ​ອົງ 7 ພຣະ​ອົງ​ຊົງ​ຮູ້​ດີ​ວ່າ​ຂ້າ​ພຣະ​ອົງ​ບໍ່​ໄດ້​ເປັນ​ຄົນ​ຊອບ​ທັມ ແລະ​ບໍ່​ມີ​ໃຜ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ຫວິດ​ອອກ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ​ໄດ້ 8 ພຣະ​ຫັດ​​ຂອງ​ພຣະ​ອົງ​ປັ້ນ ແລະ​ຊົງ​ສ້າງ​ຂ້າ​ພຣະ​ອົງ ແລະ​ບັດ​ນີ້ພຣະ​ອົງ​ຊົງ​ກັບ​ຄືນ​ມາ​ທຳ​ລາຍ​ຂ້າ​ພຣະ​ອົງ 9 ຂໍ​ຊົງ​ຣະ​ລຶກ​ເຖິງວ່າ​ພຣະ​ອົງ​ຊົງ​ສ້າງ​ຂ້າ​ພຣະ​ອົງ​ດ້ວຍ​ດິນ ພຣະ​ອົງ​ຈະ​ຊົງ​ນຳ​ຂ້າ​ພຣະ​ອົງ​ໃຫ້​ກັບ​ຄືນ​ເປັນ​ຝຸ່ນ​ຂີ້​ດີ​ນອີ​ກ​ຫລື 10 ພຣະ​ອົງ​ບໍ່​ໄດ້​ຊົງຖອກ​ເທ​ຂ້າ​ພຣະ​ອົງ​ອອກ​ຢ່າງ​ນ້ຳ​ນົມ ແລະ​ທຳ​ຂ້າ​ພຣະ​ອົງ​ໃຫ້​ແຂງ​ເຫມືອນ​ເນີຍ​ແຂງ​ຫລື 11 ພຣະ​ອົງ​ຊົງ​ຫົ່ມ​ຂ້າ​ພຣະ​ອົງ​ໄວ້​ດ້ວຍ​ຫນັງ​ແລະ​ເນື້​ອ ແລະ​ຊົງ​ສານ​ຂ້າ​ພຣະ​ອົງ​ດ້ວຍ​ກະ​ດູກ​ ແລະ​ເສັ້ນ​ເອັນ 12 ພຣະ​ອົງ​ຊົງ​ໄດ້​ໃຫ້​ຊີ​ວິດ ແລະ​ຄວາມ​ຮັກ​ຫມັ້ນ​ຄົງ​ແກ່​ຂ້າ​ພຣະ​ອົງ ແລະ​ຄວາມ​ດູ​ແລ​ຮັກ​ສາ​ຂອງ​ພຣະ​ອົງ​ໄດ້​ສວມ​ຈິດ​ວິນ​ຍານ​ຂ້າ​ພຣະ​ອົງ​ໄວ້ 13 ແຕ່​ສິ່ງ​ຕໍ່​ໄປ​ນີ້​ພຣະ​ອົງ​ຊົງ​ເຊື່ອງ​ໄວ້​ໃນ​ພຣະ​ທັຍ​ຂອງ​ພຣະ​ອົງ​ ຂ້າ​ພຣະ​ອົງ​ຮູ້​ວ່າ​ນີ້​ເປັນ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ 14 ຖ້າ​ຂ້າພຣະ​ອົງ​ທຳ​ບາບ ພຣະ​ອົງ​ຊົງ​ຫມາຍ​ຂ້າ​ພຣະ​ອົງ​ໄວ້ ແລະ​ບໍ່​ຊົງ​ປ່ອຍ​ຕົວ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ໂທດ​ຄວາມ​ຜິດບາບ​ຂອງ​ຂ້າ​ພຣະ​ອົງ 15 ຖ້າ​ຂ້າ​ພຣະ​ອົງ​ຊົ່ວ​ຮ້າຍ ວິ​ບັດ​ແກ່​ຂ້າ​ພຣະ​ອົງ ຖ້າ​ຂ້າ​ພຣະ​ອົງ​ຊອບ​ທັມ ຂ້າ​ພຣະ​ອົງ​ຍັງ​ເງີຍ​ສີ​ສະ​ຂອງ​ຂ້າ​ພຣະ​ອົງ​ຂຶ້ນ​ບໍ່​ໄດ້ ເພາະ​ຂ້າ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ອັບ​ອາຍ ແລະ​ມອງ​ເບິ່ງ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ພຣະ​ອົງ 16 ແລະ​ຖ້າ​ຂ້າ​ພຣະ​ອົງ​ຈະ​ຍົກ​ຕົວ​ຂຶ້ນ ພຣະ​ອົງ​ຈະ​ຊົງ​ໄລ່​ຂຸບ​ຂ້າ​ພຣະ​ອົງ​ເຫມືອນ​ດັ່ງ​ສິງ​ທີ່​ດຸ​ຮ້າຍ ແລະ​ຊົງ​ທຳ​ການ​ອັ​ດ​ສະ​ຈັນ​ສູ້​ຂ້າ​ພຣະ​ອົງ​ອີກ 17 ພຣະ​ອົງ​ຊົງ​ມີພຍານ​ຂອງ​ພຣະ​ອົງປັກ​ປຳ​ຂ້າ​ພຣະ​ອົງ​ໃຫມ່ ແລະ​ຊົງ​ເພີ້ມ​ຄວາມ​ຮ້ອນ​ພຣະ​ທັຍ​ຂອງ​ພຣະ​ອົງ​ໃນ​ຂ້າ​ພຣະ​ອົງພຣະ​ອົງ​ຊົງ​ນຳ​ພົນ​ໂຍ​ທາ​ໃຫມ່ໆ​ມາ​ສູ້​ຂ້າ​ພຣະ​ອົງ 18 “ເປັນ​ຫຍັງ​ພຣະ​ອົງ​ຊົງ​ນຳ​ຂ້າ​ພຣະ​ອົງ​ອອກ​ມາ​ຈາກ​ທ້ອງ​ແມ່ ບໍ່​ດັ່ງ​ນັ້ນ​ຂ້າ​ພຣະ​ອົງ​ຄົງ​ຕາຍ​ກ່ອນ​ຕາ​ໃດໆ​ໄດ້​ເຫັນ​ຂ້າ​ພຣະ​ອົງ 19 ເຫມືອນ​ຢ່າງ​ກັບ​ວ່າ​ຂ້າ​ພຣະ​ອົງ​ບໍ່​ໄດ້​ເກີດ​ມາ ຂ້າ​ພຣະ​ອົງ​ຄົງ​ຖືກ​ນຳ​ຈາກ​ທ້ອງ​ແມ່​ໄປ​ເຖິງ​ຫລຸມ​ຝັງ​ສົບ​ແລ້ວ 20 ວັນ​ຄືນ​ຊີ​ວິດຂອງ​ຂ້າ​ພຣະ​ອົງ​ບໍ່​ຫນ້ອຍ​ຫລື ຂໍ​ໃຫ້​ຂ້າ​ພຣະ​ອົງ​ຢູ່ຄົນ​ດຽວ ເພື່ອ​ຂ້າ​ພຣະ​ອົງຈະ​ຍິນດີກັບ​ເວ​ລາ​ທີ່​ຍັງ​ເຫລືອຫນ້ອຍ​ນື່ງ 21 ກ່ອນ​ທີ່​ຂ້າ​ພຣະ​ອົງ​ຈະ​ໄປ​ຍັງ​ບ່ອນ​ທີ່​ຂ້າ​ພຣະ​ອົງ​ບໍ່​ກັບ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄວາມ​ມືດ​ແລະ​ເງົາ​ມັດຈຸ​ຣາ​ຊ 22 ແຜ່ນ​ດິນ​ແຫ່ງ​ຄວາມ​ມືດ​ເຫຍີງ​ຫຍຸ່ງ​ເຕັມ​ແຕ່​ເງົາ​ມັດ​ຈຸ​ຣາ​ຊ​ບໍ່​ມີ​ລະ​ບຽບ ທີ່​ຄວາມ​ສວ່າງ​ເປັນ​ເຫມືອນ​ຄວາມ​ມືດ​ດຳ​ຄລອດ

ໂຢບ 11

ໂຊ​ຟາ​ກ່າວ​ໂທດ​ໂຢບ​

1 ແລ້ວ​ໂຊ​ຟາ​ ຊາວ​ນາ​ອາ​ມາ​ຕອບ​ວ່າ, 2 “ຄວ​ນ​ທີ່​ຈະ​ຟັງມວນ​ຖ້ອຍ​ຄຳ​ໂດຍ​ບໍ່​ມີ​ໃຜ​ຕອບ​ຫລື ແລະ​ຄົນ​ທີ່​ເວົ້າ​ຫລາຍ​ຄວນ​ຖື​ວ່າ​ຊອບ​ທັມ​ຫລື 3 ຄວນ​ທີ່​ຄຳ​ເວົ້າ​ອັນ​ປາ​ສ​ຈາກ​ເຫດ​ຜົນ​ຂອງ​ທ່ານເຮັດໃຫ້​ຄົນ​ມິດ ແລະ​ເມື່ອ​ທ່ານ​ເຍາະ​ເຍີ້ຍ​ບໍ່​ຄວນ​ມີ​ຜູ້​ໃດ​ເຮັດໃຫ້​ທ່ານອັບ​ອາຍ​ຫລື 4 ເພາະ​ທ່ານ​ວ່າ “ຄຳ​ສອນ​ຂອງ​ຂ້າ​ພະ​ເຈົ້າ​ບໍ​ຣິ​ສຸດ ແລະ​ຂ້າ​ພະ​ເຈົ້າ​ກໍ​ສະ​ອາດ​ໃນສາຍ​ພຣະ​ເນດ​ພຣະ​ເຈົ້າ” 5 ແຕ່​ວ່າ ໂອ ຢາກໃຫ້​ພຣະ​ເຈົ້າ​ບອກ ແລະ​ຊົງ​ເປີດ​ຮີມ​ພຣະ​ໂອດ​ຂອງ​ພຣະ​ອົງສັ່ງ​​ກັບ​ທ່ານ 6 ຢາກ​ຈະ​ໃຫ້​ພຣະ​ອົງ​ຊົງ​ສຳ​ແດງ​ສິ່ງ​ເລິກ​ລັບ​ຂອງ​ສະ​ຕິ​ປັນ​ຍາ​ໃຫ້​ທ່ານ ເພາະ​ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ອົງ​ມີ​ຫລາຍ​ສິ່ງ​ເລິກ​ໂພດ​ສຳ​ລັບ​ມະ​ນຸດ​ທີ່​ຈະ​ເຂົ້າ​ໃຈ ຈົ່ງ​ຮູ້​ເຖີດ​ວ່າພຣະ​ເຈົ້າ​ຊົງ​ຮຽກ​ຮ້ອງ​ຈາກ​ທ່ານ​ຫນ້ອຍກວ່າກັ​ມ​ຊົ່ວ​ຂອງ​ທ່ານຄວນ​ຈະໄດ້​ຮັບ 7 “ທ່ານ​ຈະ​ຢັ່ງ​ຮູ້​ສະ​ພາບ​ຂອງ​ພຣະ​ເຈົ້າ​ໄດ້​ຫລື ທ່ານ​ຢັ່ງ​ຮູ້​ອົງ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່ໄດ້​ຫມົດ​ຫລື 8 ນັ້ນ​ສູງກວ່າ​ຟ້າ​ສວັນ ທ່ານຈະ​ທຳ​ສິ່ງ​ໃດ​ໄດ້ ເລິກກວ່າ​ແດນມໍ​ຣະ​ນາ ທ່ານ​ຈະ​ຮູ້​ໄດ້​ຢ່າງ​ໃດ 9 ວັດ​ແທກ​ເບິ່ງ​ກໍ​ຍາວກວ່າ​ໂລກ ແລະກວ້າງກວ່າ​ທະ​ເລ​ 10 ຖ້າ​ພຣະ​ອົງ​ຊົງ​ຜ່ານ​ໄປ ແລະ​ຊົງ​ຄຸມ​ຂັງ ແລະ​ຊົງ​ເອີ້ນ​ມາ​ພິ​ພາກ​ສາ ໃຜ​ຈະ​ຂັດ​ຂວາງ​ພຣະ​ອົງ​ໄດ້ 11 ເພາະ​ພຣະ​ອົງ​ຊົງ​ຮູ້​ຄົນ​ໄຮ້​ຄ່າ ເມື່ອ​ພຣະ​ອົງ​ຊົງ​ເຫັນ​ຄວາມ​ຜິດ​ບາບ ພຣະ​ອົງ​ຈະ​ບໍ່​ຊົງ​ພິ​ຈາ​ຣະ​ນາ​ຫລື 12 ແຕ່​ຄົນ​ໂງ່​ຈະ​ໄດ້​ຄວາມ​ເຂົ້າ​ໃຈ​ກໍ​ເມື່ອ​ລູກ​ລໍ​ປ່າ​ເກີດ​ມາ​ເປັນ​ຄົນ 13 “ຖ້າ​ທ່ານ​ຕຽມ​ໃຈ​ຂອງ​ທ່ານ​ໄວ້ ແລະ​ທ່ານ​ຢຽດ​ແຂນ​ຂອງ​ທ່ານ​ອອກ​ໄປ​ຫາ​ພຣະ​ອົງ 14 ຖ້າ​ຄວາມ​ບາບຊົ່ວ​ຢູ່ໃນ​ມື​ຂອງ​ທ່ານ​ຖິ້ມ​ເສັຽ​ໃຫ້​ໄກ ແລະ​ຢ່າ​ໃຫ້​ຄວາມ​ອະ​ທັມ​ອາ​ໄສ​ຢູ່​ໃນ​ເຕັນ​ຂອງ​ທ່ານ 15 ແລ້ວ​ທ່ານ​ຈະ​ເງີຍ​ຫນ້າ​ຂຶ້​ນ​ໂດຍ​ປາ​ສ​ຈາກ​ຕຳ​ຫນິ ທ່ານ​ຈະ​ປອດ​ໄພ ແລະບໍ່​ຕ້ອງ​ຢ້ານ 16 ທ່ານ​ຈະລືມ​ຄວາມ​​ຍາກ​ລຳ​ບາກຂອງ​ທ່ານ ທ່ານ​ຈະ​ຈົດ​ຈຳ​ໄດ້​ເຫ​ມືອນ​ນ້ຳ​ທີ່​ໄດ້​ໄຫລ​ຜ່ານ​ພົ້ນ​ໄປ 17 ແລ້ວ​ຊີ​ວິດ​ຂອງ​ທ່ານ​ຈະ​ສຸກ​ໄສ​ຍິ່ງກວ່າ​ເວ​ລາ​ທ່ຽງ​ວັນ ເຖິງ​ແມ່ນ​ຈະ​ມີ​ຄວາມ​ມືດ​ກໍ​ຈະ​ເຫມືອນ​ເວ​ລາ​ຮຸ່ງ​ເຊົ້າ 18 ແລະ​ທ່ານ​ຈະ​ຮູ້​ສຶກ​ປອດ​ໄພ ເພາະ​ມີ​ຄວາມ​ຫວັງ ທ່ານ​ຈະ​ສຳ​ລວດ​ເບິ່ງ ແລະ​ນອນ​ພັກ​ຢ່າງ​ປອດ​ໄພ 19 ທ່ານຈະ​ນອນ​ລົງ ແລະ​ບໍ່​ມີ​ໃຜ​ທຳ​ໃຫ້​ທ່ານ​ຢ້ານ ຄົນ​ເປັນ​ຈຳ​ນວນ​ຫລາຍ​ຈະ​ມາ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ທ່ານ 20 ແຕ່​ຕາ​ຂອງ​ຄົນ​ອະ​ທັມ​ຈະ​ມືດ​ມົວ ຫົນ​ທາງ​ທີ່​ລອດ​ພົ້ນ​ຈະ​ອັນ​ຕະ​ທານ​ຫາຍ​ໄປ​ຈາກ​ເຂົາ ແລະ​ຄວາມ​ຫວັງ​ຂອງ​ເຂົາ​ກໍ​ຄື​ຄວາມ​ຕາຍ​ນັ້ນ​ເອງ”

ໂຢບ 12

ໂຢບ​ຢືນ​ຢັນ​ເຖິງ​ພຣະ​ກຳ​ລັງ​ ແລະ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ

1 ແລ້ວ​ໂຢບ​ຕອບ​ວ່າ, 2 “ບໍ່​ຕ້ອງ​ສົງ​ໄສ​ເລີຍວ່າ​ທ່ານ​ທັງ​ຫລາຍ​ເປັນ​ສຽງ​ຂອງ​ປະ​ຊາ​ຊົນ ແລະ​ສະ​ຕິ​ປັນ​ຍາ​ຈະ​ຕາຍ​ໄປ​ພ້ອມ​ກັບ​ທ່ານ 3 ແຕ່​ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ກັບ​ທ່ານ ຂ້າ​ພະ​ເຈົ້າ​ກໍ​ບໍ່​ດ້ອຍກວ່າ​ທ່ານ ເຣື່ອງ​ຢ່າງ​ນີ້​ໃຜ​ຈະ​ບໍ່​ຮູ້ 4 ຂ້າ​ພະ​ເຈົ້າ​ເປັນ​ຄົນ​ທີ່​ໃຫ້​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​​ເຍາະເຍີ້ຍ ຂ້າ​ພະ​ເຈົ້າ​ຜູ້​ຮ້ອງ​ທູນ​ພຣະ​ເຈົ້າ ​ແລະ​ພຣະ​ອົງ​ຊົງ​ຕອບ​ຂ້າ​ພະ​ເຈົ້າ ຄົນ​ຊອບ​ທັມ​ແລະ​ຄົນ​ດີ​ຮອບ​ຄອບ​ເປັນ​ທີ່​ໃຫ້​ເຂົາ​ຫົວ​ຫຍໍ້​ຫຍັນ 5 ໃນ​ຄວາມ​ຄິດ​ຂອງ​ຜູ້​ທີ່​ຢູ່​ຢ່າງ​ສະ​ບາຍ​ມີ​ຄວາມ​ປ​ມາດ​ຕໍ່​ການ​ເຄາະ​ຮ້າຍ ຊື່ງ​ມີ​ພ້ອມ​ຢູ່​ສຳ​ລັບ​ບັນ​ດາ​ຜູ້​ທີ່​ເທົ້າພລາດ​ລົ້ມ 6 ເຕັນ​ຂອງ​ໂຈ​ນ​ກໍ​ຢູ່​ຢ່າງ​ສ​ງົບ​ສຸກ ແລະ​ບຸກ​ຄົນ​ທີ່ຍົວະ​ເຍົ້າ​ພຣະ​ເຈົ້າ​ກໍ​ປອດ​ໄພ ຄື​ຜູ້​ທີ່​ນຳ​ພຣະ​ຂອງ​ເຂົາ​ຕິດ​ມື​ມາ 7 “ແຕ່ ຂໍ​ຖາມ​ສັດ​ເດັຽ​ຣະ​ສານ ແລະ​ມັນ​ຈະ​ສອນ​ທ່ານ ຖາມ​ນົກ​ໃນ​ອາ​ກາດ​ເບິ່ງ ແລະ​ມັນ​ຈະ​ບອກ​ທ່ານ 8 ຫ​ລືເວົ້າ​ກັບ​ແຜ່ນ​ດິນ​ໂລກ ແລະ​ມັນ​ຈະ​ສອນ​ທ່ານ ແລະ​ຖາມ​ປາ​ທະ​ເລ ມັນ​ຈະ​ປະ​ກາດ​ແກ່​ທ່ານ 9 ໃນ​ສິ່ງ​ເຫລົ່າ​ນີ້​ມີ​ສິ່ງ​ໃດ​ທີ່​ບໍ່​ຮູ້​ວ່າ ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ເປັນ​ໄປ​ຢ່າງ​ນັ້ນ 10 ຊີ​ວິດ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ທຸກ​ຢ່າງ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ທັງ​ລົ​ມ​ຫາຍ​ໃຈ​ຂອງມະ​ນຸດ​ທັງ​ປວງ 11 ຫູ​ບໍ່​ໄດ້​ທົດ​ລອງ​ຖ້ອຍ​ຄຳ ເຫມືອນ​ດັ່ງລີ້ນ​ຊີມ​ຣົດອາ​ຫານຫລື 12 ສະ​ຕິ​ປັ​ນ​ຍາ​ຢູ່​ກັບ​ຄົນ​ມີ​ອາ​ຍຸ​ຫລາຍ ແລະ​ອາ​ຍຸຍືນ​ຍາວທຳ​ໃຫ້​ເກີດ​ຄວາມ​ເຂົ້າ​ໃຈ 13 “ສະ​ຕິ​ປັນ​ຍາ ແລະ​ຣິ​ດທາ​ນຸ​ພາບ​ຢູ່ກັ​ບ​ພຣະ​ເຈົ້າ ພຣະ​ອົງ​ຊົງ​ມີ​ຄຳ​ແນະ​ນຳ​ແລະ​ຄວາມ​ເຂົ້າ​ໃຈ 14 ຖ້າ​ພຣະ​ອົງ​ຊົງ​ພັງ​ທະ​ລາຍ​ລົງ​ກໍ​ບໍ່​ມີ​ຜູ້​ໃດ​ສ້າງ​ໃຫມ່​ໄດ້ ຖ້າ​ພຣະ​ອົງ​ຊົງ​ກັກ​ຂັງ​ມະ​ນຸດ​ຄົນ​ນື່ງ​ໄວ້ ກໍ​ບໍ່​ມີ​ໃຜ​ເປີດ​ໄດ້ 15 ຖ້າ​ພຣະ​ອົງ​ຊົງ​ຍຶດ​ນ້ຳ​ໄວ້ ມັນ​ກໍ​ແຫ້ງ​ໄປ ຖ້າ​ພຣະ​ອົງ​ຊົງ​ສົ່ງ​ມັນ​ອອກ​ໄປ ມັນ​ກໍ​ຖ້ວມ​ແຜ່ນ​ດິນ 16 ພຣະ​ກຳ​ລັງ​ແລະ​ພຣະ​ສະ​ຕິ​ປັນ​ຍາ​ຢູ່​ກັບ​ພຣະ​ອົງ ຜູ້​ຖືກ​ລວ​ງທັງ​ຜູ້​ລວງ​ເປັນ​ຂອງ​ພຣະ​ອົງ 17 ພຣະ​ອົງ​ຊົງເອົາ​ປັນ​ຍາ​ໄປ​ຈາກ​ພວ​ກ​ຜູ້​ປົກ​ຄອງ​ ແລະ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຜູ້​ພິພາກ​ສາ​ເປັນ​ຄົນ​ໂງ່ 18 ພຣະ​ອົງ​ຊົງ​ແກ້​ພັນ​ທະ​ນາ​ການ​ຂອງ​ພຣະ​ຣາ​ຊາ ແລະ​ຊົງ​ຜູກ​ມັດ​ເອວ​ຂອງ​ກະ​ສັດ​ເຫລົ່າ​ນັ້ນ 19 ພຣະ​ອົງ​ກະ​ທຳ​ໃຫ້​​ປະ​ໂຣ​ຫິດ​ຍ່າງ​ໄປ​ເທົ້າ​ເປົ່າ ແລະ​ຊົງ​ຄວ່ຳ​ຜູ້ມີ​ກຳ​ລັງ​ເສັຽ 20 ພຣະ​ອົງ​ຊົງ​ເອົາ​ຄຳ​ເວົ້າ​ໄປ​ເສັຽ​ຈາກ​ຜູ້​ທີ່​ເຂົາ​ວາງ​ໃຈ ແລະ​ຊົງ​ນຳ​ການ​ພິ​ນິດ​ພິ​ຈາ​ຣະ​ນາ​ໄປ​ເສັຽ​ຈາກ​ພວກ​ຜູ້​ໃຫຍ່ 21 ພຣະອົງ​ຊົງ​ຖອກ​ເທ​ຄວາມຢຽດ​ຫຍາມ​ໃສ່ເທິງ​ເຈົ້າ​ນາຍ ແລະຂະ​ຫຍາຍ​ສາຍ​ແອວ​ຂອງ​ຜູ້​ທີ່​ແຂງ​ແຮງ 22 ພຣະ​ອົງ​ຊົງ​ເປີດ​ສິ່ງ​ທີ່​ເລິກ​ອອກ​ມາ​ຈາກ​ຄວາມ​ມືດ ແລະ​ຊົງ​ນຳ​ເງົາ​ມັດ​ຈຸ​ຣາ​ຊ​ມາ​ສູ່ຄວາມ​ສວ່າງ 23 ພຣະ​ອົງ​ຊົງ​ກະ​ທຳ​ປະ​ຊາ​ຊາດ​ໃຫ້​ໃຫຍ່​ຂື້​ນ ແລະ​ພຣະ​ອົງ​ຊົງ​ທຳ​ລາຍ​ເສັຽ ພຣະ​ອົງ​ຊົງ​ຂະ​ຫຍາຍ​ບັນ​ດາ​ປະ​ຊາ​ຊາດ ແລະ​ຊົງ​ນຳ​ເຂົາ​ທັງ​ຫລາຍ​ໄປ​ເປັນ​ຊະ​ເລີຍ 24 ພຣະ​ອົງ​ຊົງ​ນຳ​ຄວາມ​ເຂົ້າ​ໃຈ​ໄປ​ເສັຽ​ຈາກ​ຫົວ​ຫນ້າ​ຊາວ​ໂລກ ແລະ​ຊົງ​ກະ​ທຳ​ໃຫ້​ເຂົາ​ພະ​ເນ​ຈອນ​ໄປ​ໃນ​ຖີ່ນ​ກັນ​ດານ​ຊື່ງ​ບໍ່​ມີ​ຫົນ​ທາງ 25 ເຂົາ​ທັງ​ຫລາຍ​ງົມ​ທາວ​ຢູ່​ໃນ​ຄວາມ​ມືດ​ປາ​ສ​ຈາກ​ຄວາມ​ສວ່າງ ແລະ​ພຣະ​ອົງ​ຊົງ​ທຳ​ໃຫ້​ເຂົາ​ໂຊ​ເຊ​ເຫມືອນ​ຢ່າງ​ຄົນ​ເມົາ

ໂຢບ 13

1 ເບິ່ງ​ແມ໋ ຕາຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ທັງ​ຫມົດ​ນີ້​ແລ້ວ ຫູ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ແລະ​ເຂົ້າ​ໃຈ​ເຣື່ອງ​ນີ້​ແລ້ວ 2 ສິ່ງ​ໃດ​ທີ່​ທ່ານ​ທັງ​ຫລາຍ​ຮູ້ ຂ້າ​ພະ​ເຈົ້າ​ກໍ​ຮູ້​ເຫມືອນ​ກັນ ຂ້າ​ພະ​ເຈົ້າ​ບໍ່​ດ້ອຍກວ່າ​ທ່ານ 3 ແຕ່​ຂ້າ​ພະ​ເຈົ້າ​ຢາກ​ທູນ​ຕໍ່​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ ແລະ​ປາ​ຖ​ນາ​ຈະ​ສູ້​ຄະ​ດີ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ພຣະ​ອົງ 4 ສ່ວນ​ທ່ານ ທ່ານ​ປິດ​ບັງ​ຄວາມ​ໂງ່​ດ້ວຍ​ການ​ມຸ​ສາ ທ່ານທັງ​ປວງ​ເປັນຫມໍ​ທີ່​ໃຊ້​ບໍ່​ໄດ້ 5 ໂອ​ ທ່ານ​ຫນ້າ​ຈະ​ມິດ​ງຽ​ບ​ຢູ່ ແລະ​ຄວາມ​ງຽບນັ້ນ​ຈະ​ເປັນ​ສະ​ຕິ​ປັນ​ຍາ​ຂອງ​ທ່ານ 6 ບັດ​ນີ້​ຂໍ​ຟັງ​ການ​ຫາ​ເຫດ​ຜົນ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຂໍ​ຟັງ​ຄຳ​ອ້ອນວອນ​ແຫ່ງ​ຮີມ​ຝີ​ປາກ​ຂອງ​ຂ້າ​ພະ​ເຈົ້າ 7 ທ່ານ​ທັງ​ຫລາຍ​ຈະ​ເວົ້າ​ເທັດ​ເພື່ອ​ພຣະ​ເຈົ້າ​ຫລື ແລະ​ເວົ້າ​ລວງ​ເພື່ອ​ພຣະ​ອົງ​ຫລື 8 ທ່ານ​ທັງ​ຫລາຍ​ຈະສະ​ແດງ​ຄວາມ​ລຳ​ອຽງ​ເຂົ້າ​ຂ້າງ​ພຣະ​ອົງ​ຫລື ທ່ານ​ຈະ​ວ່າ​ຄວາມຝ່າຍ​ພຣະ​ເຈົ້າ​ຫລື 9 ເມື່ອ​ພຣະ​ອົງ​ຊົງ​ຄົ້ນ​ທ່ານ​ພົບ ຈະ​ດີ​ແກ່​ທ່ານ​ບໍ ຫລື​ທ່ານ​ຈະ​ລວງ​ພຣະ​ອົງ​ໄດ້​ ເຫມືອນ​ດັ່ງ​ຜູ້ນຶ່ງ​ຜູ້​ໃດ​ລວງ​ມະ​ນຸດ​ຫລື 10 ພຣະ​ອົງ​ຈະ​ຊົງ​ຕຳ​ຫນິ​ທ່ານ​ທັງ​ຫລາຍ​ແນ່ນອນ ຖ້າ​ທ່ານ​ສະ​ແດງ​ຄວາມ​ລຳ​ອຽງ​ຢ່າງ​ລັບໆ 11 ຣິດອຳ​ນາດ​ຂອງ​ພຣະ​ອົງ​ຈະ​ບໍ່​ກະ​ທຳ​ໃຫ້​ທ່ານ​ຢ້ານ​ກົວ ແລະ​ຄວາມ​ຢ້ານ​ກົວ​ຕໍ່​ພຣະ​ອົງ​ຈະບໍ່​ຕົກ​ເຫນືອ​ທ່ານ​ຫລື 12 ຄຳ​ເປັນ​ຄະ​ຕິ​ຂອງ​ທ່ານ​ເປັນ​ທຸ​ພາ​ສິດ ເຄື່ອງ​ປ້ອງ​ກັນ​ຕົວ​ຂອງ​ທ່ານ​ເປັນ​ເຫມືອນ​ດັ່ງ​ດິນ​ດາກ 13 “ຈົ່ງ​ມິດ​ ແລະ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ ແລະ​ສິ່ງ​ໃດ​ຈະ​ເກີດ​ແກ່​ຂ້າ​ພະ​ເຈົ້າ​ກໍ​ຂໍ​ໃຫ້​ເກີດ​ເຖີດ 14 ຂ້າ​ພະ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ປະ​ເຊີນ​ທຸກ​ສິ່ງ ແມ່ນ​ຈະ​ສ່ຽງ​ຊີ​ວິດ​ຂອງ​ຕົນ​ກໍ​ຍິ​ນຍອມ​ທັງ​ນັ້ນ 15 ເບີ່​ງ​ແມ໋ ພຣະ​ອົງ​ຈະ​ຊົງ​ປະ​ຫານ​ເສັຽ​ຂ້າ​ພະ​ເຈົ້າ​ເສັຽ ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ຫວັງ​ໃຈ ແຕ່​ຂ້າພະ​ເຈົ້າ​ຍັງ​ຈະ​ແກ້​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ພັກ​ພຣະ​ອົງ 16 ຂໍ້​ນີ້​ຈະ​ເປັນ​ຄວາມ​ລອດ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ ຄື​ຄົນ​ທີ່​ບໍ່​ນັບ​ຖື​ພຣະ​ເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ມາ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ 17 ຂໍ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ລະ​ມັດ​ລະ​ວັງ ແລະ​ໃຫ້​ຄຳ​ກ່າວ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ຫູ​ຂອງ​ທ່ານ 18 ເບິ່ງ​ແມ໋ ຂ້າພະ​ເຈົ້າ​ຕຽມ​ຄະ​ດີ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຈະ​ປາ​ກົດ​ວ່າ​ຂ້າ​ພະ​ເຈົ້າ​ບໍ​ຣິ​ສຸດ 19 ແມ່ນ​ໃຜ​ຈະ​ສູ້​ຄະ​ດີ​ກັບ​ຂ້າ​ພະ​ເຈົ້າ ຖ້າ​ຢ່າງ​ນັ້ນ​ຂ້າ​ພະ​ເຈົ້າ​ຈະ​ມິດ​ເສັຽ ແລະ​ຕາຍ 20 ຂໍ​ຊົງ​ໂຜດ​ສອງ​ສິ່ງ​ແກ່​ຂ້າ​ພຣະ​ອົງ ແລ້ວ​ຂ້າ​ພຣະ​ອົງ​ຈະ​ບໍ່ປິດ​ບັງ​ຈາກ​ພຣະ​ພັກ​ພຣະ​ອົງ 21 ຂໍ​ຊົງ​ຫົດ​ພຣະ​ຫັດ​ໃຫ້​ໄກ​ຈາກ​ຂ້າ​ພຣະ​ອົງ ແລະ​ຂໍ​ຢ່າ​ຢຽບ​ຢໍາ​ຂ້າ​ພຣະ​ອົງ​ໃຫ້​ຕ້ອງ​ຢ້ານ​ກົວ​ພຣະ​ອົງ 22 ຂໍ​ພຣະ​ອົງຊົງ​ເອີ້ນ​ເຖີດ ແລ້ວ​ຂ້າ​ພຣະ​ອົງ​ຈະ​ທູ​ນ​ຕອບ​ ຫລື​ຂໍ​ໃຫ້​ຂ້າ​ພຣະ​ອົງ​ທູນ ແລະ​ຂໍ​ພຣະ​ອົງ​ຊົງ​ຕອບ​ແກ່​ຂ້າ​ພຣະ​ອົງ 23 ບັນ​ດາ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ​ມີ​ເທົ່າ​ໃດ ຂໍ​ຊົງ​ໂຜດໃຫ້​ຂ້າ​ພຣະ​ອົງ​ຮູ້ເຖິງ​ການ​ທໍ​ຣະ​ຍົດ ​ແລະ​ບາບ​ຂອງ​ຂ້າ​ພຣະ​ອົງ 24 ເປັນ​ຫຍັງ​ພຣະ​ອົງ​ຊົງ​ປີ່ນ​ພຣະ​ພັກ​ຫນີ ແລະ​ຊົງ​ນັບ​ວ່າ​ຂ້າ​ພຣະ​ອົງ​ເປັນ​ສັດ​ຕູ​ຂອງ​ພຣະ​ອົງ 25 ພຣະ​ອົງ​ຈະ​ຊົງ​ໃຫ້​ໃບ​ໄມ້​ທີ່​ຖືກ​ລົມ​ພັດ​ຕົກ​ໃຈ​ຫລື ແລະ​ຈະ​ຊົງ​ໄລ່​ຕິດ​ຕາມ​ເຟືອງ​ແຫ້ງ​ຫລື 26 ເພາະ​ພຣະ​ອົງ​ຊົງ​ຈາ​ຣຶກ​ສິ່ງ​ຂົມ​ຂື່ນ​ຕໍ່​ສູ້​ກັບ​ຂ້າ​ພຣະ​ອົງ ແລະ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຮັບ​ໂທດ​ຄວາມຜິດ​ບາບ​ທີ່​ຂ້າ​ພຣະ​ອົງ​ກະ​ທຳ​ເມື່ອ​ຍັງ​ຫນຸ່ມ​ຢູ່ 27 ພຣະ​ອົງ​ຊົງ​ໃສ່​ເທົ້າ​ຂອງ​ຂ້າ​ພຣະ​ອົງ​ໄວ້​ໃນ​ໂສ້ ແລະ​ຊົງ​ເຝົ້າ​ເບິ່ງ​ທາງ​ທັງສິ້ນ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງຈຳ​ກັບ​ເຂດ​ໃຫ້​ແກ່​ບາດ​ກ້າວ​ຂອງ​ຂ້າ​ພຣະ​ອົງ 28 ມະ​ນຸດ​ຊຸດ​ໂຊມ​ໄປ​ເຫມືອນ​ຂອງ​ເນົ່າ ເຫມືອນ​ຜ້າ​ທີ່ມອດ​ກັດ​ກິນ​ລາມ​ໄປ​ທົ່ວ

ໂຢບ 14

1 “ມະ​ນຸດ​ທີ່​ເກີດ​ມາ​ໂດຍ​ຜູ້​ຍີງ​ກໍ​ຢູ່​ແຕ່​ຫນ້ອຍ​ວັນ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ໃຈ 2 ເຂົາ​ອອກ​ມາ​ເຫມືອນດອກ​ໄມ້ ແລະ​ກໍ​ຫ່ຽວ​ແຫ້​ງໄປ ເຂົາ​ລີ້​ໄປ​ຢ່າງ​ເງົາ​ແລະ​ບໍ່​ຢູ່​ຕໍ່​ໄປ​ອີກ 3 ແລະ​ພຣະ​ອົງ​ຊົງ​ລືມ​ພຣະ​ເນດ​ເບິ່ງ​ຄົນ​ຢ່າງ​ນີ້​ຫລື ແລະ​ນຳ​ເຂົາ​ມາ​ໃນ​ການ​ພິພາກ​ສາ​ຂອງ​ພຣະ​ອົງ​ຫລື 4 ໃຜ​ຈະ​ເອົາ​ສິ່ງ​ສະ​ອາດ​ອອກ​ມາ​ຈາກ​ສິ່ງ​​ທີ່​ບໍ່​ສະ​ອາດ​ໄດ້ ບໍ່​ມີ​ຈັກ​ຄົນ 5 ວັນ​ເວ​ລາ​ຂອງ​ເຂົາ​ຖືກ​ກຳ​ຫນົດ​ໄວ້​ເສັຽ​ແລ້ວ ແລະ​ຈຳ​ນວນ​ເດືອນ​ຂອງ​ເຂົາ​ກໍ​ຢູ່​ກັບ​ພຣະ​ອົງ ພຣະ​ອົງ​ຊົງ​ກຳ​ຫນົດ​ຂອບ​ເຂດ​ຂອງ​ເຂົາ​ບໍ່​ໃຫ້​ເຂົາ​ຜ່ານ​ໄປ​ໄດ້ 6 ສະ​ນັ້ນ ຂໍ​ຊົງ​ປີ່ນ​ພຣະ​ພັກ​ຫນີໄປ​ຈາກ​ເຂົາ ແລະ​ຊົງ​ລືມ​ເຖີດ​ ພຣະ​ເຈົ້າ​ຂ້າ ເພື່ອ​ໃຫ້​ເຂົາຊື່ນ​ບານ​ໃຈ​ດ້ວຍ​ວັນ​ຂອງ​ເຂົາ​ຢ່າງ​ລູກ​ຈ້າງ 7 “ເພາະ​ສຳ​ລັບ​ຕົ້ນ​ໄມ້​ກໍ​ມີ​ຄວາມ​ຫວັງ ຖ້າ​ມັນ​ຖືກ​ຕັດ​ລົງ ມັນ​ກໍ​ແຕກ​ຫນໍ່​ອີກ ແລະ​ຫນໍ່​ອ່ອນ​ຂອງ​ມັນ​ຈະ​ບໍ່​ຢຸດ​ຢັ້ງ 8 ເຖິງ​ຮາກ​ຂອງ​ມັນ​ຈະ​ແກ່​ຢູ່​ໃນ​ດິນ ແລະ​ຕໍ​ຂອງ​ມັນ​ຈະ​ຕາຍ​ຢູ່​ໃນ​ຝຸ່ນ​ຂີ້​ດິນ 9 ແຕ່​ພໍ​ໄດ້​ກີ່ນ​ໄອ​ຂອງ​ນ້ຳ ມັນ​ຈະ​ງອກ​ຂື້​ນ ແລະ​ແຕ່​ກິ່ງ​ອອກ​ເຫມືອນ​ຕົ້ນ​ໄມ້​ອ່ອນ 10 ແຕ່​ມະ​ນຸດ​ຕາຍແລ້ວ​ແມ່ນ​ໄປ​ສູ່​ຈຸດ​ຈົ​ບ ມະ​ນຸດ​ສິ້ນ​ລົມ​ຫາຍ​ໃຈ​ແລະ​ເຂົາ​ຢູ່​ທີ່​ໃດ 11 ນ້ຳ​ຂາດ​ຈາກ​ທະ​ເລ​ສາບ​ໄປ ແລະ​ແມ່​ນ້ຳ​ກໍ​ເຫືອດ​ແລະ​ແຫ້ງ​ໄປ​ສັນ​ໃດ 12 ດັ່ງ​ນັ້ນ​ແຫລະ ມະ​ນຸດ​ກໍ​ນອນ​ລົງ​ແລະ​ບໍ່​ລຸກ​ຂື້​ນ​ອີກ ຈົນ​ທ້ອງ​ຟ້າ​ບໍ່​ມີ​ອີກ ເຂົາ​ກໍ​ບໍ່​ຕື່ນ​ຂຶ້ນ ແລະ​ປຸກ​ເຂົາ​ກໍ​ບໍ່​ໄດ້ 13 ໂອ ຫາກ​ພຣະ​ອົງ​ຊົງ​ເຊື່ອງ​ຂ້າ​ພຣະ​ອົງ​ໄວ້​ໃນ​ພິ​ພົບ​ຄົນ​ຕາຍ​ກໍ​ຈະ​ດີ ຢາກ​ຈະ​ໃຫ້​ພຣະ​ອົງ​ຊົງ​ປົກ​ປິດ​ຂ້າ​ພຣະ​ອົງ​ໄວ້​ຈົນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ພົ້ນ​ໄປ ຢາກ​ຈະ​ໃຫ້​ພຣະ​ອົງ​ຊົງ​ກຳ​ຫນົດ​ເວ​ລາ​ໃຫ້​ຂ້າ​ພຣະ​ອົງ ແລະ​ຊົງ​ລະ​ຣຶກ​ເຖິງ​ຂ້າ​ພຣະ​ອົງ 14 ຖ້າ​ມະ​ນຸດ​ຕາຍ​ແລ້ວ ເຂົາ​ຈະ​ມີ​ຊີ​ວິດ​ອິກ​ຫລື ຂ້າ​ພຣະ​ອົງ​ຈະ​ຄອຍ​ຢູ່​ຄລອດ​ວັນ ປະ​ຈຳ​ການ​ຂອງ​ຂ້າ​ພຣະ​ອົງ​ຈົນ​ກວ່າ​ການ​ປົດ​ປ່ອຍ​ຂອງ​ຂ້າ​ພຣະ​ອົງ​ຈະ​ມາເຖິງ 15 ພຣະ​ອົງ​ຈະ​ຊົງ​ເອີ້ນ ແລະ​ຂ້າ​ພຣະ​ອົງ​ຈະ​ທູນ​ຕອບ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ອາ​ໄລ​ອາ​ວອນ​ພຣະ​ຫັ​ດຖະກິດ​ຂອງພຣະ​ອົງ 16 ແຕ່​ພຣະ​ອົງ​ຊົງ​ນັບ​ບາດ​ກ້າວ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ຊົງ​ຊອມ​ຈັບ​ຜິດ​ຂ້າ​ພຣະ​ອົງ​ຫລື 17 ການ​ທໍ​ຣະ​ຍົດ​ຂອງ​ຂ້າ​ພຣະ​ອົງ​ນັ້ນ​ຊົງ​ໃສ່​ໄວ້​ໃນ​ຖົງ​ທີ່​ມີ​ຕ​ຣາ ແລະ​ພຣະ​ອົງ​ຊົງ​ມັດ​ຄວາມ​ບາບ​ຜິດຂອງ​ຂ້າ​ພຣະ​ອົງ​ໄວ້ 18 “ແຕ່​ພູ​ເຂົາ​ກໍ​ທະ​ລາຍ​ລົງ​ ແລະ​ເພ​ພັງ​ໄປ ແລະ​ກ້ອນ​ຫີນ​ກໍ​ຖືກ​ຍ້າຍ​ໄປ​ຈາກ​ບ່ອນຂອງ​ມັນ 19 ນ້ຳ​ເຊາະ​ຫີນ​ໄປ​ເສັຽ ກະ​ແສ​ນ້ຳ​ພັດ​ພາ​ດິນ​ແຫ່ງ​ແຜ່ນດິນ​ໂລກ​ໄປ ພຣະ​ອົງ​ຊົງ​ທຳ​ລາຍ​ຄວາມຫວັງ​ຂອງ​ມະ​ນຸດ​ເຊັ່ນ​ກັນ 20 ພຣະ​ອົງ​ຊົງ​ຊ​ນະ​ເຂົາ​ສ​ເມີ ແລະ​ເຂົາ​ກໍ​ລ່ວງ​ລັບ​ໄປ ພຣະ​ອົງ​ຊົງ​ປ່ຽນ​ໃບ​ຫນ້າ​ຂອງ​ເຂົາ ແລະ​ຊົງ​ສົ່ງ​ເຂົາ​ໄປ​ເສັຽ 21 ບັນ​ດາ​ບຸດ​ຂອງ​ເຂົາ​ໄດ້​ຮັບ​ກຽດ ແລະ​ເຂົາ​ກໍ​ບໍ່​ຮູ້ ເຂົາ​ທັງ​ຫລາຍ​ຕົກ​ຕ່ຳ​ລົງ ແຕ່​ເຂົາ​ບໍ່​ຢັ່ງ​ຮູ້​ໄດ້ 22 ເຂົາ​ຮູ້​ສຶກ​ພຽງ​ຄວາມ​ເຈັບ​ໃນ​ຮ່າງ​ກາຍ​ຂອງ​ຕົນ ແລະ​ເຂົາ​ຄ່ຳ​ຄວນ​ເພື່ອ​ຕົວ​ເຂົາ​ເອງ”

ໂຢບ 15

ເອ​ລີ​ຟັ​ສວ່າ​ກ່າວ​ໂຢບ

1 ແລ້ວ​ເອ​ລີ​ຟັ​ສ ຊາວ​ເຕ​ມາ​ນຕອບ​ວ່າ, 2 “ຄວນ​ທີ່​ຄົນ​ມີ​ປັນ​ຍາ​ຈະ​ຕອບ​ດ້ວຍ ຄວາມ​ຮູ້​ລົມໆ​ແລ້ງໆ​ຫລື ແລະ​ບັນ​ຈຸ​ລົມ​ຕາ​ເວັນ​ອອກ​ໃຫ້​ເຕັມ​ 3 ຄວນ​ທີ່​ເຂົາ​ຈະ​ໂຕ້​ຖຽງ​ກັນ​ໃນ​ການ​ເວົ້າ​ອັນ​ໄຮ້​ປໂຍດ ຫລື​ດ້ວຍ​ຖ້ອຍ​ຄຳ​ຊື່ງ​ບໍ່​ໄດ້​ຜົນ​ຫລື 4 ແຕ່​ທ່ານ​ກຳ​ລັງ​ຂະ​ຈັດ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ ແລະ​ຂັດ​ຂວາງ​ການ​ອ້ອນວອນ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 5 ເພາະ​ຄວາມ​ບາບ​ຊົ່ວ​ຂອງ​ທ່ານ​ສອນ​ປາກ​ຂອງ​ທ່ານ ແລະ​ທ່ານ​ເລືອກ​ເອົາ​ລີ້ນ​ຂອງ​ຄົນ​ສ​ລາດ​ແກມ​ໂກງ 6 ປາກ​ຂອງ​ທ່ານ​ກ່າວ​ໂທດ​ທ່ານ​ເອງ ບໍ່​ແມ່ນ​ຂ້າ​ພະ​ເຈົ້າ ແລະ​ຮີມ​ຝີ​ປາກ​ຂອງ​ທ່ານ​ປະ​ນາມທ່ານ​ເອງ 7 “ທ່ານ​ເປັນ​ມະ​ນຸດ​ຄົນ​ແຣກ​ທີ່​ເກີດ​ມາ​ຫລື ຫລື​ທ່ານ​ເກີດ​ມາ​ກ່ອນ​ພູ​ຜາ​ຫລື 8 ທ່ານ​ໄດ້​ຟັງ​ໃນ​ຫມູ່​ຊາວ​ສວັນ​ຄົນ​ສ​ນິດ​ຂອງ​ພຣະ​ເຈົ້າ​ຫລື ແລະ​ທ່ານ​ຈຳ​ກັດ​ສະ​ຕິ​ປັນ​ຍາ​ໄວ້ສະ​ເພາະ​ຕົວ​ທ່ານ​ຫລື 9 ທ່ານ​ຮູ້​ສິ່ງ​ໃດ​ທີ່​ພວກ​ເຣົາ​ບໍ່​ຮູ້​ແດ່ ທ່ານ​ເຂົ້າ​ໃນ​ສິ່ງ​ໃດ​ທີ່​ບໍ່​ກະ​ຈ່າງ​ແກ່ເຮົາ 10 ໃນ​ພວກ​ເຮົາ​ມີ​ຄົນ​ຜົມ​ຫງອກ ​ແລະ​ຄົນ​ສູງ​ອາ​ຍຸ​ເຖົ້າແກ່​ຍິ່ງກວ່າ​ບິ​ດາ​ຂອງ​ທ່ານ 11 ທ່ານເຫັນ​ຄຳ​ເ​ລົ້າ​ໂລມ​ຂອງ​ພຣະ​ເຈົ້າ​ເປັນ​ຂອງ​ເລັກ​ນ້ອຍ​ໄປ​ຫລື ຖື​ຖ້ອຍ​ຄຳ​ທີ່​ເວົ້າ​ກັບ​ທ່ານ​ຢ່າງ​ສຸ​ພາບ​ນັ້ນ 12 ເຫດ​ໃດ​ທ່ານ​ຈິ່ງ​ປ່ອຍຕົວ​ໄປ​ຕາມ​ໃຈ ເປັນ​ຫຍັງ​ຕາ​ຂອງ​ທ່ານ​ຈິ່ງ​ລຸກ​ເປັນ​ໄຟ 13 ຄື​ທີ່​ທ່ານ​ຫັນ​ຈິດ​ໃຈ​ຂອງ​ທ່ານ​ຕໍ່​ສູ້​ພຣະ​ເຈົ້າ ແລະ​ໃຫ້​ຖ້ອຍ​ຄຳ​ຢ່າງ​ນີ້​ອອກ​ຈາກ​ປາກ​ຂອງ​ທ່ານ 14 ມະ​ນຸດ​ເປັນ​ຫຍັງ ເຂົາ​ຈິ່ງ​ຈະ​ສະ​ອາດ​ໄດ້ ຫ​ລື​ເຂົາ​ຜູ້​ເກີດ​ມາ​ໂດຍ​ຜູ້​ຍີງ​ເປັນ​ຫຍັງ ເຂົາ​ຈິ່ງ​ຊອບ​ທັມ​ໄດ້ 15 ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ວາງ​ໃຈ​ໃນ​ທູດ​ຂອງ​ພຣະ​ອົງ ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ ຟ້າ​ສວັນ​ກໍ​ບໍ່​ສະ​ອາດ 16 ຜູ້​ທີ່​ຫນ້າ​ກຽດ​ຊັງ ແລະ​ເສື່ອມ​ຊາມ ຜູ້​ດື່ມ​ຄວາມ​ບາບຜິດ​​ເຫມືອນ​ດື່ມ​ນ້ຳຈະ​ສະ​ອາດນ້ອຍ​ຍິ່ງກວ່າ​ນັ້ນ​ເທົ່າ​ໃດ 17 “ຟັງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ສະ​ແດງ​ແກ່​ທ່ານ ສິ່ງ​ໃດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ຂ້າ​ພະ​ເຈົ້າ​ຈະ​ກ່າວ 18 (ສິ່ງ​ທີ່​ຄົນ​ມີ​ປັ​ນ​ຍາ​ໄດ້​ບອກ​ກັນ​ມາ ຕັ້​ງ​ແຕ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ແລະ​ບໍ່​ໄດ້​ປິດ​ບັງ​ໄວ້ 19 ຜູ້​ທີ່​ໄດ້​ຮັບ​ພຣະ​ຣາ​ຊ​ທານ​ແຜ່ນ​ດິນ​ແຕ່​ພວກ​ດຽວ ແລະ​ບໍ່​ມີ​ຄົນ​ຕ່າງ​ດ້າວ​ຜ່ານ​ໄປ​ຖ້າມ​ກາງ​ເຂົາ​ທັງ​ຫລາຍ) 20 ຄົນ​ອະ​ທັມ​ທົນ​ທຸກ​ທໍ​ລະ​ມານ​ຄລອດ​ອາ​ຍຸ​ຂ​ອງ​ເຂົາ ຄລອດ​ປີ​ທັງ​ປວງ​ທີ່​ໄດ້​ກຳ​ຫນົດ​ໄວ້​ສຳ​ລັບ​ຜູ້​ບີ​ບ​ບັງ​ຄັບ 21 ສຽງ​ທີ່​ຫນ້າ​ຢ້ານ​ກົວ​ຢູ່​ໃນ​ຫູ​ຂອງ​ເຂົາ ຜູ້​ທຳ​ລາຍ​ຈະ​ມາ​ເຫນືອ​ເຂົາ​ໃນ​ຍາມ​ຮັ່ງ​ມີ 22 ເຂົາ​ບໍ່​ເຊື່ອ​ວ່າ​ເຂົາ​ຈະ​ກັບ​ອອກ​ມາ​ຈາກ​ຄວາມ​ມືດ ເຂົາ​ຈະ​ຕ້ອງ​ຕາຍ​ດ້ວຍ​ດາບ 23 ເຂົາ​ພະ​ເນ​ຈອນ​ໄປ​ເພື່ອ​ຫາ​ອາ​ຫານ ກ່າວ​ວ່າ “ມັນ​ຢູ່​ໃສ” ເຂົາ​ຮູ້​ຢູ່​ວ່າວັນ​ແຫ່ງ​ຄວາມ​ມືດ​ຢູ່​ແຄ່​ເອື້ອມ 24 ຄວາມ​ທຸກ​ໃຈ ​ແລະ​ຄວາມແສນ​ລະ​ທົມ ທຳ​ໃຫ້​ເຂົາ​ຢ້ານ​ກົວ ມັນ​ຊ​ນະ​ເຂົາເຫ​ມືອນ​ຢ່າງ​ພຣະ​ຣາ​ຊາ​ຕຽມ​ພ້ອມ​ແລ້ວ​ສຳ​ລັບ​ການ​ເສິກ 25 ເພາະ​ເຂົາ​ໄດ້​ຢຽດ​ມື​ຂອງ​ເຂົາ​ອອກ​ສູ້​ພຣະ​ເຈົ້າ ແລະ​ຕັ້ງ​ຕົວ​ທ້າ​ທາຍ​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ 26 ເຂົາ​ແລ່ນ​ເຂົ້າ​ໃສ່​ພຣະ​ອົງ​ຢ່າງ​ດື້​ດຶງ​ພ້ອມ​ກັບ​ໂລ່​ທີ່​ຫນາ 27 ເພາະ​ວ່າ​ເຂົາ​ໄດ້​ປົກ​ຫນ້າ​ຂອ​ງ​ເຂົາ​ດ້ວຍ​ຄວາມ​ອ້ວນ​ຂອງ​ເຂົາ​ແລ້ວ ແລະ​ຮວບ​ຮວມ​ໄຂ​ມັນ​ມາ​ໄວ້​ທີ່​ບັ້ນ​ແອວ​ຂອງ​ເຂົາ 28 ແລະ​ໄດ້​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ຮ້າງ​ເປົ່າ ໃນ​ເຮືອນ​ຊື່ງ​ຊົງ​ກຳ​ຫນົດ​ໄວ້​ໃຫ້​ເປັນ​ກ​ອງ​ສະ​ລັກ​ຫັກ​ພັງ 29 ເຂົາ​ຈະ​ບໍ່​ຮັ່ງ​ມີ ແລະ​ຊັບ​ສົມ​ບັດ​ຂອງ​ເຂົາ​ຈະ​ບໍ່​ທົນ​ຢູ່ ແລະ​ສິ່ງ​ຂອງ​ຂອງ​ເຂົາ​ຈະ​ບໍ່​ເພີ້ມ​ພູນ​​ໃນ​ແຜ່ນ​ດິນ​ໂລກ 30 ເຂົາ​ຈະ​ຫນີ​ຈາກ​ຄວາມ​ມືດ​ບໍ່​ພົ້ນ ແປວ​ໄຟ​ຈະ​ທຳ​ໃຫ້​ຫນໍ່​ຂອງ​ເຂົາ​ແຫ້ງ​ໄປ ແ​ລະ​ໂດຍ​ລົມ​ພຣະ​ໂອດ​ເຂົາ​ຈະ​ຕ້ອງ​ຈາກ​ໄປ​ເສັຽ 31 ຢ່າ​ໃຫ້​ເຂົາ​ວາງ​ໃຈ​ໃນ​ຄວາມ​ອະ​ນິດ​ຈັງ​ລວງ​ຕົວ​ເຂົາ​ເອງ ເພາະ​ຄວາມ​ອະ​ນິດ​ຈັງ​ເປັນ​ສິ່ງ​ຕອບ​ແທນ​ເຂົາ 32 ຈະ​ຊຳ​ຮະ​ໃຫ້​ເຂົາ​ເຕັມ​ກ່ອນ​ເວ​ລາ​ຂອງ​ເຂົາ ແລະ​ກີ່ງ​ຂອ​ງ​ເຂົາ​ຈະ​ບໍ່​ຂຽວ 33 ເຂົາ​ຈະ​ເປັນ​ເຫມືອນ​ເຄືອ​ອະ​ງຸ່ນ​ທີ່​ຫມາກ​ອະ​ງຸ່ນ​ດິບ​ຫລົ່ນ ແລະ​ເປັນ​ດັ່ງ​ຕົ້ນ​ຫມາກກອກ​ເທດ​ທີ່​ດອກ​ບານ​ຫລົ່ນ 34 ເພາະ​ວ່າ​ພວກ​ອະ​ທັມ​ນັ້ນ​ເປັນ​ຫມັນ ແລະ​ໄຟ​ເຜົາ​ຜານ​ເຕັນ​ແຫ່ງ​ສີນ​ບົນ 35 ເຂົາ​ທັງ​ຫລາຍ​ຕັ້ງທ້ອງ​ຄວາມ​ຊົ່ວ ແລະ​ເກີດ​ຄວາມ​ຮ້າຍ​ອອກ​ມາ ແລະ​ຈິດ​ໃຈ​ຂອງ​ເຂົາ​​ທັງ​ຫລາຍ​ກະ​ຕຽມ​ການ​ລໍ່​ລວງ

ໂຢບ 16

ໂຢບ​ຮ້ອງ​ທຸກ​ເຖິງ​ການ​ກະ​ທຳ​ຂອງ​ພຣະ​ເຈົ້າ

1 ແລ້ວ​ໂຢບ​ຕອບ​ວ່າ, 2 “ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ຍິນ​ເຣື່ອງ​ຢ່າງ​ນີ້​ມາ​ຫລາຍ​ແລ້ວ ທ່ານ​ທຸກ​ຄົນ​ເປັນ​ຜູ້​ເລົ້າ​ໂລມ​ທີ່​ກວນ​ໃຈ 3 ຄຳ​ລົມໆແ​ລ້ງໆ​ຈະ​ຈົ​ບ​ສິ້ນ​ເມື່ອ​ໃດ​ຫນໍ ທ່ານ​ເປັນ​ຫຍັງ​ໄປ ທ່ານ​ຈິ່ງ​ຕອບ​ຢ່າງ​ນີ້ 4 ຂ້າ​ພະ​ເຈົ້າ​ເວົ້າ​ຢ່າງ​ທ່ານ​ທັງ​ຫລາຍ​ເວົ້າ​ໄດ້​ເຫມືອນ​ກັນ ຖ້າ​ຈິດ​ໃຈ​ທ່ານ​ຢູ່​ໃນ​ທີ່​ຂອງ​ຈິດ​ໃຈ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າສາ​ມາດຮວບ​ຮວມຖ້ອຍ​ຄຳ​ຕໍ່​ສູ້​ທ່ານ​ທັງ​ຫລາຍ​ໄດ້ ແລະສັ່ນ​ສີ​ສະ​ຂອງ​ຂ້າ​ພະ​ເຈົ້າ​ເຍີ້ຍ​ທ່ານ 5 ຂ້າ​ພະ​ເຈົ້າ​ຈະ​ຫນຸນ​ກຳ​ລັງ​ຂອງ​ທ່ານ​ທັງ​ຫລາຍ​ດ້ວຍ​ປາກ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້ ແລະ​ເຄື່ອງ​ບັນ​ເທົາ​ທຸກ​ແຫ່ງ​ຮີ​ມ​ຝີ​ປາກ​ຂອງ​ຂ້າ​ພະ​ເຈົ້າຈະ​ລະ​ງັບ​ຄວາມ​ເຈັບ​ປວດ​ຂອງ​ທ່ານ​ກໍ​ໄດ້​ດ້ວຍ 6 “ຖ້າ​ຂ້າພະ​ເຈົ້າ​ເວົ້າ ຄວາມ​ເຈັບ​ປວດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ່ລະ​ງັບ ແລະ​ຖ້າ​ຂ້າ​ພະ​ເຈົ້າ​ມິດ​ມັນ​ກໍ​ບໍ່​ຊ່ອຍ​ໃຫ້​ຂ້າ​ພະ​ເຈົ້າ​ທຸ​ເລົາ​ຄວາມ​ເຈັບ​ປວດ​ໄດ້ 7 ແນ່ນອນ ດຽວ​ນີ້​ພຣະ​ເຈົ້າ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ຊຸດ​ໂຊມ​ລົງ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ພັກ​ພວກ​ທັງ​ສີ້​ນ​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ຂ້າ 8 ແລ້ວ​ພຣະ​ອົງ​​ໄດ້​ໃຫ້​ຂ້າຫົດ​ຫູ່​ລົງ ຊື່ງ​ສະ​ພາບ​ນີ້​ເປັນ​ພ​ຍານ​ປັກ​ປຳ​ຂ້າ​ພະ​ເຈົ້າ ແລະ​ຄວາມ​ຜ່າຍ​ຜອມຂອງ​ຂ້າ​ພະ​ເຈົ້າລຸກ​ຂຶ້ນ​ປັກ​ປຳ​ຂ້າ​ພະ​ເຈົ້າ ມັນ​ເປັນ​ພ​ຍານ​ໃສ່​ຫນ້າ​ຂ້າ​ພະ​ເຈົ້າ 9 ພຣະ​ອົງ​ຊົງ​ຈີກ​ຂ້າ​ພະ​ເຈົ້າ​ດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ແລະ​ຊົງ​ກຽດ​ຊັງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຂົບ​ແຂ້ວ​ໃສ່​ຂ້າ​ພະ​ເຈົ້າ ປໍ​ຣະ​ປັກ​ຂອງ​ຂ້າ​ພະ​ເຈົ້າ​ຄືງ​ຕາ​ສູ້​ຂ້າ​ພະ​ເຈົ້າ 10 ມີ​ຄົນ​ອ້າ​ປາກ​ໃສ່​ຂ້າ​ພະ​ເຈົ້າ ເຂົາ​ຕົບ​ແກ້ມ​ປະ​ຈານ​ຂ້າ​ພະ​ເຈົ້າ ເຂົາ​ສຸມ​ຫົວ​ກັນ​ປັກ​ປຳ​ຂ້າ​ພະ​ເຈົ້າ 11 ພຣະ​ເຈົ້າ​ຊົງ​ມອບ​ຂ້າ​ພະ​ເຈົ້າ​ໃຫ້​ແກ່​ຄົນ​ອະ​ທັມ ແລະ​ຊົງ​ແກວ່ງ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ຊົ່ວ​ຮ້າຍ 12 ຂ້າພະ​ເຈົ້າຢູ່​ສະ​ບາຍ ແລະ​ພຣະ​ອົງ​ຊົງ​ຫັກ​ຂ້າ​ພະ​ເຈົ້າ​ສະ​ບັ້ນ ພຣະ​ອົງ​ຊົງ​ຈັບ​ຄໍ​ຂ້າ​ພະ​ເຈົ້າ​ແລະ​ຕີ​ຂ້າ​ພະ​ເຈົ້າ​ລົງ ພຣະ​ອົງ​ຊົງ​ຕັ້ງ​ຂ້າ​ໃຫ້​ເປັນ​ເປົ້າ​ຂອງ​ພຣະ​ອົງ ນັກ​ທະ​ນູ​ຂອງ​ພຣະ​ອົງ​ລ້ອມ​ຂ້າ​ພະ​ເຈົ້າ 13 ພຣະ​ອົງ​ຊົງ​ທະ​ລວງ​ເປີ​ດໄຕ​ຂອງ​ຂ້າ​ພະ​ເຈົ້າ ແລະ​ບໍ່​ເມດ​ຕາ​ເລີຍ ພຣະ​ອົງ​ຊົງ​ເທ​ນ້ຳ​ດີ​ຂອງ​ຂ້າ​ພະ​ເຈົ້າ​ລົງ​ເທິງ​ດິນ 14 ພຣະ​ອົງຊົງ​ພັງ​ເຂົ້າ​ໄປ​ເປັນປ່ອງໆ ພຣະ​ອົງຊົງ​ແລ່ນ​ເຂົ້າ​ໃສ່​ຂ້າ​ພະ​ເຈົ້າ​ຢ່າງ​ນັກ​ຮົບ 15 ຂ້າ​ພະ​ເຈົ້າຫຍີບ​ຜ້າ​ກະ​ສອບ​ຕິດ​ຫນັງ​ຂ້າ​ພະ​ເຈົ້າ ແລະ​ວາງ​ກຳ​ລັງ​ຂອງ​ຂ້າ​ພະ​ເຈົ້າ​ລົງ​ໃນ​ຝຸ່​ນ​ຂີ້​ດິນ 16 ຫນ້າ​ຂອງ​ຂ້າ​ພະ​ເຈົ້າ​ແດງ​ດ້ວຍ​ການ​ຮ້ອງ​ໄຫ້ ເງົາ​ແຫ່ງ​ຄວາມ​ຕາຍ​ຢູ່​ທີ່​ຫນັງ​ຕາ​ຂອງ​ຂ້າ​ພະ​ເຈົ້າ 17 ເຖິງແມ້ວ່າ​ໃນ​ມື​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ທາ​ຣຸນ​ເລີຍ ແລະ​ຄຳ​ອ້ອນວອນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ​ຣິ​ສຸດ 18 “ໂອ ແຜ່ນ​ດິນ​ໂລກ​ເອີຍ ຢ່າ​ປິດ​ບັງ​ໂລ​ຫິດ​ຂອງ​ຂ້າ​ພະ​ເຈົ້າ ຢ່າ​ໃຫ້​ສຽງ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ​ມີ​ທີ່​ຢຸດ​ພັກ 19 ດຽວ​ນີ້​ເອງ​ພ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຢູ່​ໃນ​ຟ້າ​ສວັນ ແລະ​ທ່ານ​ທີ່​ຮັບ​ຮອງ​ຂ້າ​ພະ​ເຈົ້າ​ກໍ​ຢູ່​ໃນ​ທີ່​ສູງ 20 ເພື່ອ​ນຂອງ​ຂ້າ​ພະ​ເຈົ້າ​ດ່າ​ຂ້າ​ພະ​ເຈົ້າ ຕາ​ຂອງ​ຂ້າ​ພະ​ເຈົ້າ​ເທ​ນ້ຳ​ຕາອ​ອກ​ຖວາຍ​ພຣະ​ເຈົ້າ 21 ຂໍ​ໃຫ້​ພ​ຍານ​ນັ້ນ​ຮ້ອງ​ຂໍ​ຄວາມຊອບທັມ​ຂອງ​ມະ​ນຸດ​ຕໍ່​ພຣະ​ເຈົ້າ ເຫມືອນ​ດັ່ງ​ທີ່​ມະ​ນຸດ​ກະ​ທຳ​ຕໍ່​ເພື່ອນ​ບ້ານ​ຂອງ​ເຂົາ 22 ເພາະ​ວ່າ​ຕໍ່​ໄປ​ອີກ​ບໍ່​ຫລາຍ​ປີ ຂ້າ​ພະ​ເຈົ້າ​ຈະ​ໄປ​ຕາມ​ທາງ​ອັນບໍ່​ມີ​ວັນ​ກັບ​ມາ​ອີກ

ໂຢບ 17

1 ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ແຕກ​ດັບ ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຈົບ​ລົງ ຫລຸມ​ຝັງ​ສົ​ບ​ພ້ອມ​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ 2 ແນ່ນອນ ຄົນ​ມັກ​ເຍາະ​ເຍີ້ຍ​ກໍ​ຢູ່​ຮອບ​ຂ້າ​ພະ​ເຈົ້າ​ນີ້​ເອງ ແລະ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຈ້ອງ​ເບິ່ງ​ຢູ່​ທີ່​ການ​ຍົວະ​ເຍົ້າ​ຂອງ​ເຂົາ 3 “ໂຜດ​ຊົງ​ວາງ​ປະ​ກັນ​ໄວ້​ສຳ​ລັບ​ຂ້າ​ພຣະ​ອົງ​ກັບ​ພຣະ​ອົງ ໃຜ​ຢູ່​ທີ່​ນັ້ນ​ທີ່​ຈະ​ໃຫ້​ປະ​ກັນ​ສຳ​ລັບ​ຂ້າ​ພຣະ​ອົງ​ໄດ້ 4 ເພາະ​ພຣະ​ອົງ​ຊົງ​ປິດ​ໃຈ​ຂອງ​ເຂົາ​ທັງ​ຫລາຍ​ໄວ້​ຈາກ​ຄວາມ​ເຂົ້າ​ໃຈ ສະ​ນັ້ນ​ພຣະ​ອົງ​ຈະ​ບໍ່​ຊົງ​ຫນຸນ​ເຂົາ 5 ຜູ້​ທີ່​ປັກ​ປຳ​ເພື່ອນ​ຂອງ​ເຂົາ​ເພື່ອ​ຈະ​ໄດ້​ສ່ວນ​ແບ່ງ ນັຍ​ຕາ​ຂອງ​ລູກ​ຫລານ​ຂອງ​ເຂົາ​ມົວ​ມືດ​ໄປ 6 “ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຂີ້​ປາກ​ຂອງ​ຊົນ​ຊາດ​ທັງ​ຫລາຍ ແລະ​ເຂົາ​ຖົ່ມ​ນ້ຳ​ລາຍ​ໃສ່ຫນ້າ​ຂອງ​ຂ້າ​ພະເຈົ້າ 7 ນັຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມົວ​ມືດ​ໄປ​ດ້ວຍ​ຄວາມ​ເສົ້າ​ໂສກ​ສ​ລົດ ແລະ​ອະ​ວັຍ​ຍະ​ວະ​ທັງ​ສິ້ນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເຫມືອນ​ກັບ​ເງົາ 8 ຄົນ​ທ່ຽງ​ທັມ​ກໍ​ຈະ​ຕົກ​ຕະ​ລືງ​ດ້ວຍເຣື່ອງ​ນີ້ ແລະ​ຄົນ​ປາ​ສ​ຈາກ​ຜິດ​ກໍ​ຈະ​ເຣົ້າຕົວ​ຂື້​ນ​ປັກ​ປຳ​ຄົນ​ອະ​ທັມ 9 ຄົນຊອບ​ທັມ​ຍັງ​ຈະ​ຍຶດ​ຫມັ້ນ​ຢູ່​ກັບ​ທາງ​ຂອງ​ເຂົາ ແລະ​ຜູ້​ທີ່​ມີ​ມື​ສະ​ອາດ​ກໍ​ຈະ​ແຂງ​ແຮງ​ຂຶ້ນ​ 10 ແຕ່​ທ່ານ ທ່ານ​ທຸກ​ຄົນ​ກັບມາ​ອີກ ຂ້າ​ພະ​ເຈົ້າ​ຈະ​ບໍ່​ພົບ​ຄົນ​ທີ່​ມີ​ປັນ​ຍາ​ໃນ​ພວກ​ທ່ານ 11 ວັນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຜ່ານ​ພົ້ນ​ໄປ ແຜນ​ງານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ແຕກ​ຫັກ ຄື​ຄວາມ​ຄິດ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ 12 ເຂົາ​ເຫລົ່າ​ນັ້ນ​ທຳ​ກາງ​ຄືນ​ໃຫ້​ເປັນ​ກາງ​ເວັນ ຄວາມ​ສວ່າງ​ນັ້ນ​ກໍ​ໃກ້​ເປັນ​ຄວາມ​ມືດ 13 ຖ້າ​ຂ້າ​ພະ​ເຈົ້າ​ຈະ​ເບິ່ງ​ພິ​ພົບຄົນ​ຕາຍ​ໃຫ້​ເປັນ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ ຖ້າ​ຂ້າ​ພະ​ເຈົ້າ​ຈະ​ກາງ​ທີ່​ນອນ​ອອກ​ໃນ​ຄວາມ​ມືດ 14 ຖ້າ​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ປາກ​ພິ​ພົບ​ຄົນ​ຕາຍ​ວ່າ “ເຈົ້າ​ເປັນ​ພໍ່​ຂອງ​ຂ້ອຍ” ແລະ​ເວົ້າ​ກັບ​ຫນອນ​ວ່າ “ແມ່​ຂອງ​ຂ້ອຍ” ແລະ “ເອື້ອຍຂອງ​ຂ້ອຍ” 15 ແລ້ວ​ກໍ​ຄວາມ​ຫວັງ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ທີ່​ໃດ ສ່ວຍ​ຄວາມ​ຫວັງ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ໃຜ​ຈະ​ເຫັນ​ໄດ້ 16 ຄວາມຫວັງ​ນັ້ນ​ຈະ​ລົງ​ໄປ​ທີ່​ປະ​ຕູ​ພິ​ພົບ​ແຫ່ງ​ຄົນ​ຕາຍ ເຮາ​ຈະ​ລົງ​ໄປ​ດ້ວຍ​ກັນ​ໃນ​ຝຸ່ນ​ຂີ້​ດິນ

ໂຢບ 18

ບີນ​ດັດ​ບັນ​ຍາຍ​ເຖິງ​ຜົນ​ກັມ​ຂອງ​ຄົນ​ຊົ່​ວ​ຮ້າຍ

1 ແລ້ວ​ບີ​ນ​ດັດ​ຕະ​ກູນ​ຊູ​ອາ​ຕອບ​ວ່າ, 2 “ທ່ານ​ທັງ​ຫລາຍ​ຈະ​ຄົ້ນ​ຫາ​ຖ້ອຍ​ຄຳ​ດົນ​ປານ​ໃດ ຈົ່ງຄິດ​ຄວນ​ເບິ່ງ​ແລ້ວ​ພວກ​ເຮົາ​ຈະ​ເວົ້າ 3 ເປັນ​ຫຍັງ​ເຮົາ​ຈິ່ງ​ຖືກ​ນັບ​ໃຫ້​ເປັນ​ສັດ ເປັນ​ຫຍັງ​ເຮົາ​ຈິ່ງ​ເປັນ​ຊົ່ວ​ໃນ​ສາຍ​ຕາ​ຂອງ​ທ່ານ​ທັງ​ຫລາຍ 4 ທ່ານຜູ້​ທຳ​ລາຍ​ຕົວ​ຂອ​ງທ່ານ​ດ້ວຍ​ຄວາມ​ໂກດ​ຂອງ​ທ່ານ ຂໍ​ໃຫ້​ແຜ່ນ​ດິນ​ໂລກ​ຖືກ​ປະ​ຖິ້ມ​ເພາະ​ເຫັນ​ແກ່​ທ່ານ​ຫລື ຫລື​ຈະ​ໃຫ້​ກ້ອນ​ຫີນເຄື່ອນ​ຍ້າຍ​ຈາກ​ບ່ອນຂອງ​ມັນ 5 ແນ່ນອນ ຄວາມ​ສວ່າງ​ແຫ່ງ​ຄົນ​ອະ​ທັມ​ຈະ​ຖືກ​ດັບ​ເສັຽ ແລະ​ແປວ​ໄຟ​ຂອງ​ເຂົາ​ບໍ່​ສ່ອງ​ແສງ​ອີກ 6 ດວງ​ສວ່າງ​ໃນ​ເຕັນ​ຂອງ​ເຂົາ​ມືດ ແລະ​ຕະ​ກຽງ​ທີ່​ຢູ່​ເຫນືອ​ເຂົາ​ກໍ​ດັບ 7 ກ້າວ​ອັນ​ແຂງ​ແຮງ​ຂອງ​ເຂົາ​ກໍ​ສັ້ນ​ເຂົ້າ ແລະ​ຄວາມ​ຄິດ​ອ່ານ​ຂອງ​ເຂົາ​ເອງ​ກໍ​ຄວ່ຳ​ເຂົາ​ລົງ 8 ເພາະ​ເຂົາ​ຖືກ​ແກວ່ງ​ເຂົ້າ​ໄປ​ໃນ​ຕາ​ຫນ່າງດ້ວຍ​ເທົ້າ​ຂອງ​ເຂົາ​ເອງ ແລະ​ເຂົາ​ຍ່າງ​ຢູ່​ເທິງ​ບ້ວງ​ແຮ້ວ 9 ກັບ​ອັນ​ນື່ງທີ່​ວາງ​ໄວ້​ນັ້ນ​ຈະ​ຈັບຂະ​ຫນ່ອງ​ຂອງ​ເຂົາ​ໄວ້ ບ້ວງແຮ້ວ​ຈະ​ຮັດ​ເຂົາ​ໄວ້ 10 ມີ​ບ້ວງ​ເຊື່ອງ​ຢູ່​ໃນ​ດິນ​ໄວ້​ດັກ​ຈັບ​ເຂົາ ມີ​ກັບ​ຢູ່​ໃນ​ທາງ​ໄວ້​ດັກຈັບ​ເຂົາ 11 ສິ່ງ​ທີ່​ຫນ້າ​ຫວາດ​ກົວ​ທຳ​ໃຫ້​ເຂົາ​ຕົກ​ໃຈ​ຢູ່​ຮອບ​ດ້ານ ແລະ​ໄລ່​ຕີດ​ຂະ​ຫນ່ອງຂອງ​ເຂົາ​ຢູ່ 12 ກຳ​ລັງ​ຂອງ​ເຂົາ​ກໍ​ອ່ອນ​ໄປ​ເພາະ​ຄວາມ​ຫິວ ແລະ​ໄພ​ວິ​ບັດ​ກໍ​ຄອຍ​ພ້ອມ​ຢູ່​ທີ່​ຂ້າງ​ເຂົາ 13 ຜິວ​ຫນັງ​ຂອງ​ເຂົາ​ໂຣກ​ກໍ​ກິນ​ເສັຽ ໂຣກ​ລະ​ບາດ​ກໍ​ກິນ​ແຂນ​ຂາ​ຂອງ​ເຂົາ 14 ຂາ​ຖືກ​ຖອນອອກ​ຈາກ​ເຕັນ​ທີ່​ເຂົາ​ໄວ້​ວາງ​ໃຈ ຖືກ​ນຳ​ມາ​ຍັງ​ພຣະ​ຣາ​ຊາ​ແຫ່ງ​ຄວາມ​ຫນ້າ​ຫວາດ​ກົວ 15 ສິ່ງ​ທີ່​ບໍ່​ແມ່ນ​ຂອງ​ເຂົາອາ​ໄສ​ຢູ່​ໃນ​ເຕັ​ນ​ຂອງ​ເຂົາ ມີ​ມາດ​ເຕັມທົ່ວໄປເຫນືອທີ່ຢູ່ຂອງ​ເຂົາ 16 ຮາກ​ຂອງ​ເຂົາ​ແຫ້ງ​ໄປ ແລະກິ່ງ​ຂອງ​ເຂົາ​ຫ່ຽວ​ໄປ 17 ການ​ລະ​ນຶກ​ເຖິງ​ເຂົາ​ພິ​ນາດ​ໄປ​ຈາກ​ໂລກ ແລະ​ເຂົາ​ບໍ່​ມີ​ຊື່​ຢູ່​ຖ​ນົນ 18 ເຂົາ​ຖືກ​ຜັກ​ໄສ​ຈາກ​ຄວາມ​ສວ່າງ​ເຂົ້າ​ສູ່​ຄວາມ​ມືດ ແລະ​ຖືກ​ໄລ່​ອອກ​ໄປ​ຈາກ​ແຜ່ນ​ດິນໂລ​ກ 19 ເຂົາ​ບໍ່​ມີ​ລູກ​ຫລື​ຫລານ​ຖ້າມ​ກາງວົງ​ຕະ​ກູນ​ຂອງ​ເຂົາ ແລະ​ບໍ່​ມີ​ຄົນ​ລອດ​ຕາຍ​ໃນ​ທີ່​ຊື່ງ​ເຂົາ​ເຄີຍ​ອາ​ໄສ​ຢູ່ 20 ຊາວ​ຕາ​ເວັນ​ຕົກ​ກໍ​ຕົກ​ຕະ​ລືງ​ດ້ວຍ​ວັນ​ຂອງ​ເຂົາ ແລະ​ຊາວ​ຕາ​ເວັນ​ອອກ​ກໍ​ຫວາດ​ກົວ​ດ້ວຍ 21 ແນ່ນອນ ທີ່​ຢູ່​ຂອງ​ຄົນ​ອະ​ທັມ​ເປັນ​ຢ່າງ​ນີ້​ແຫລະ ແລະ​ທີ່​ຢູ່​ຂອງ​ຄົນ​ຊື່ງ​ບໍ່​ຮູ້​ຈັກ​ພຣະ​ເຈົ້າ​ກໍ​ເປັນ​ຢ່າງ​ນີ້​ແຫລະ”

ໂຢບ 19

ຄຳ​ຕອບ​ຂອງ​ໂຢບ

1 ຄັນ​ແລ້ວ​ໂຢບ​ຕອບ​ວ່າ, 2 “ເປັນ​ຫຍັງ​ພວກ​ທ່ານ​ຈິ່ງ​ເວົ້າ​ທໍ​ຣະ​ມານ​ຂ້າ​ພະ​ເຈົ້າ 3 ທ່ານໄດ້​ຫມີ່ນ​ປມາດ​ຂ້າ​ພະ​ເຈົ້າ​ຄລອດ​ເວ​ລາ ແລະ​ທ່ານໄດ້​ດ່າ​ຂ້າ​ພະ​ເຈົ້າ​ຢ່າງ​ບໍ່​ລະ​ອາຍ​ເລີຍ 4 ສົມ​ມຸດ​ວ່າ​ຂ້າ​ພະ​ເຈົ້າ​ທຳ​ຜິດ ຄວາມ​ຜິດ​ນັ້ນ​ຈະ​ທຳ​ໃຫ້​ທ່ານເສັຽ​ຫາຍ​ຫຍັງ 5 ທ່ານ​ຄິດ​ວ່າທ່ານ​ດີກວ່າ​ຂ້າພະ​ເຈົ້າ ແລະ​ເຝົ້າ​ເບິ່ງ​ຄວາມ​ຍາກ​ລຳ​ບາກ​ຂອງ​ຂ້າ​ພະ​ເຈົ້າ​ເຫມືອນ​ເປັນ​ຜູ້​ພິ​ສູດ​ຄວາມ​ຜິດ​ຂອງ​ຂ້າ​ພະ​ເຈົ້າ 6 ທ່ານ​ບໍ່​ຮູ້​ບໍ​ວ່າ​ແມ່ນ​ພຣະ​ເຈົ້າ​ທີ່​ທຳ​ດັ່ງ​ນີ້ ແລະ​ໄດ້​ຊົງ​ວາງ​ແຮ້ວ​ດັກ​ຈັບ​ຂ້າ​ພະ​ເຈົ້າ 7 ຂ້າ​ພະ​ເຈົ້າ​ໄດ້​ຄັດ​ຄ້ານ​ການ​ໃຊ້​ອຳ​ນາດ​ອັນ​ຮຸນ​ແຮງ​ຂອງ​ພຣະ​ອົງ ແຕ່​ບໍ່​ມີ​ໃຜ​ຟັງ ຂ້າ​ພະ​ເຈົ້າ​ຮ້ອງ​ຫາ​ຄວາມ​ຍຸດ​ຕິ​ທັມ​ແຕ່​ບໍ່​ມີ​ເລີຍ 8 ພຣະ​ເຈົ້າ​ໄດ້​ຊົງ​ຕັນ​ທາງ​ໄວ້ ຂ້າ​ພະ​ເຈົ້າ​ຈິ່ງ​ເຂົ້າ​ໄປ​ບໍ່​ໄດ້ ພຣະ​ອົງ​ຊົງ​ປົກ​ປິດ​ທາງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ມືດ 9 ພຣະ​ອົງ​ຊົງ​ຍຶດ​ເອົາ​ຊັບ​ສີນ​ທັງ​ຫມົດ​ຂອງ​ຂ້າ​ພະ​ເຈົ້າ​ໄປ ແລະ​ຊົງ​ທຳ​ລາຍ​ຊື່​ສຽງ​ຂອງ​ຂ້າ​ພະ​ເຈົ້າ 10 ພຣະ​ອົງຊົງ​ທຳ​ລາຍ​ຂ້າ​ພະ​ເຈົ້າ​ໃນ​ທຸ​ກດ້ານ ພຣະ​ອົງ​ຊົງ​ຮື້​ຖອນ​ຄວາມ​ຫວັງ​ຂອງ​ຂ້າ​ພະ​ເຈົ້າ​ຖິ້ມ ຊົງ​ປະ​ປ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ຫ່ຽວ​ແຫ້ງ​ແລະ​ຕາຍ​ເສັຽ 11 ພຣະ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ຂ້າ​ພະ​ເຈົ້າ​ຢ່າງ​ຮຸນ​ແຮງ ຊົງ​ທຳ​ກັບ​ຂ້າ​ພະ​ເຈົ້າ​ເຫມືອນ​ສັດ​ຕູ​ຜູ້​ຮ້າຍ​ກາດ​ຂອງ​ພຣະ​ອົງ 12 ພຣະ​ອົງ​ຊົງ​ໃຊ້​ທະ​ຫານ​ຂອງ​ພຣະ​ອົງ​ມາ​ໂຈມ​ຕີ​ຂ້າ​ພະ​ເຈົ້າ ພວກ​ທະ​ຫານ​ໄດ້​ຂຸດ​ຂຸມ​ກຳ​ບັງ​ແລະ​ປິດ​ລ້ອມ​ເຕັນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້ 13 ພຣະ​ເຈົ້າ​ຊົງ​ທຳ​ໃຫ້​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຖິ້ມ​ຂ້າ​ພະ​ເຈົ້າ ຜູ້​ທີ່​ຂ້າ​ພະ​ເຈົ້າ​ລື້ງ​ເຄີຍ​ກໍ​ຫັນ​ຫນີ​ຈາກ​ຂ້າ​ພະ​ເຈົ້າ 14 ຍາດ​ພີ່​ນ້ອງ​ກັບ​ເພື່ອນ​ຝູງ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ລະ​ລືມ​ຂ້າ​ພະ​ເຈົ້າ 15 ແຂກ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຮັບ​ຕ້ອນ​ໃນ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ລືມ​ຂ້າ​ພະ​ເຈົ້າ​ເສັຽ ສາວ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ກໍ​ທຳ​ຕໍ່​ຂ້າ​ພະ​ເຈົ້າ​ເຫມືອນ​ຄົນ​ຕ່າງ​ຫນ້າ​ແລະ​ຕ່າງ​ຖີ່ນ 16 ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ເອີ້ນ​ຮ້ອງ​ຂໍ​ໃຫ້​ຄົນ​ໃຊ້​ຊ່ອຍ ເຂົາ​ກໍ​ບໍ່​ຕອບ 17 ເມັຽ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ທົນ​ເຫມັນ​ກີ່ນ​ຫາຍ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້ ອ້າຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ມາໃກ້​ຂ້າ​ພະ​ເຈົ້າ 18 ພວກ​ເດັກ​ນ້ອຍ​ກໍ​ກຽດ​ຊັງ​ຂ້າ​ພະ​ເຈົ້າ ແລະ​ຫົວ​ຂວັນ​ເມື່ອ​ເຂົາ​ເຫັນ​ຂ້າ​ພະ​ເຈົ້າ 19 ເພື່ອນ​ສ​ນິດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ເປີດ​ຫນ່າຍ ຄົນ​ທັງ​ຫລາຍ​ທີ່​ຂ້າ​ພະ​ເຈົ້າ​ຮັກ​ແພງ​ກໍ​ຫັນ​ຫນ້າ​ຕໍ່​ສູ້​ຂ້າ​ພະ​ເຈົ້າ 20 ຂ້າ​ພະ​ເຈົ້າ​ຈ່ອຍ​ຜອມ​ຈົນ​ເຫັນ​ແຕ່​ຫນັງ​ຕິດ​ກະ​ດູກ ເກີອບ​ຈະ​ເອົາ​ຊີ​ວິດ​ໄປ​ບໍ່​ລອດ 21 ທ່ານ​ເປັນ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ຈົ່ງ​ສົງ​ສານ​ຂ້າ​ພະ​ເຈົ້າ​ແດ່ ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໄດ້​ທຸບ​ຕີ​ຂ້າ​ພະ​ເຈົ້າ​ແລ້ວ 22 ເປັນ​ຫຍັງ​ທ່ານຈິ່ງ​ຕິດ​ຕາມ​ທຳ​ຮ້າຍ​ຂ້າ​ພະ​ເຈົ້າເຫມືອນ​ຢ່າງ​ພຣະ​ເຈົ້າ ເປັນ​ຫຍັງ​ທ່ານ​ຈິ່ງ​ບໍ່​ພໍ​ເສັຽການ​ທໍລະ​ມານຂ້າ​ພະ​ເຈົ້າ​ນັ້ນ 23 ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ບາງ​ຄົນ​ບັນ​ທຶກ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ນີ້ໄວ້ ແລະ​ຂ​ຽນ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ປື້ມ 24 ຫລື​ໃຊ້​ເຫລັກ​ຂຽ​ນ​ໄວ້​ໃນ​ຫີນ ເພື່ອ​ມັນ​ຈະ​ໄດ້​ຢູ່​ຄລອດ​ໄປ 25 ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມີ​ພຣະ​ຄຸ້ມ​ຄອງ​ອົງ​ນື່ງ​ຢູ່​ໃນ​ຟ້າ​ສວັນ ຜູ້​ຊື່ງ​ຈະ​ມາ​ຕໍ່​ສູ້​ຄະ​ດີ​ໃຫ້​ຂ້າ​ພະ​ເຈົ້າ​ໃນ​ເວ​ລາ​ສຸດ​ທ້າຍ 26 ເຖິງ​ແມ່ນ​ວ່າ​ເຊື້ອ​ໂຣກ​ກັດ​ກິນ​ຜິວ​ຫນັງ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ໃນ​ຊີ​ວິດ​ນີ້​ຂ້າ​ພະ​​ເຈົ້າ​ຍັງ​ຈະ​ເຫັນ​ພຣະ​ເຈົ້າ​ຢູ່ 27 ຂ້າ​ພະ​ເຈົ້າ​ຈະ​ເຫັນ​ພຣະ​ອົງ​ດ້ວຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ ແລະ​ພຣະ​ອົງ​ຈະ​ບໍ່​ເປັນ​ຜູ້​ແປກ​ຫນ້າ ຂ້າ​ພະ​ເຈົ້າ​ໄດ້​ເສັຽກຳ​ລັງ​ໃຈ​ຍ້ອນ​ທ່ານ​ເວົ້າ​ວ່າ 28 “ພວກ​ເຮົາ​ໄດ້​ທໍ​ລະ​ມານເຂົາ​ຢ່າງ​ໃດ” ທ່ານ​ໄດ້​ຊອກ​ຫາ​ເຫດ​ຜົນ​ບາງ​ຢ່າງ​ເພື່ອ​ໂຈມ​ຕີ​ຂ້າ​ພະ​ເຈົ້າ 29 ແຕ່​ບັດ​ນີ້​ຈົ່ງ​ຢ້ານ​ກົວ​ບາບ ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ຈະ​ນຳ​ດາບ​ມາ​ລົງ​ໂທດ ເພື່ອ​ທ່ານ​ຈະ​ຮູ້​ວ່າ​ມີ​ຜູ້​ນື່ງ​ຈະ​ພິ​ພາກ​ສາ

ໂຢບ 20

ໂຊ​ຟາ​ຣ໌ວາດ​ພາບ​ຄວາມ​ຍາກລຳ​ບາກ​ຂອງ​ຄົນ​ຊົ່ວ​ຮ້າຍ

1 ແລ້ວ​ໂຊ​ຟາ​ຮ໌​ຊາວ​ນາ​ອາ​ມາ​ຕອບ​ວ່າ, 2 “ເພາະ​ສະ​ນັ້ນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ຕອບ​ຂ້າ​ພະ​ເຈົ້າ ເຫດ​ດ້ວຍ​ອາ​ຣົມ​ພາຍ​ໃນ​ຂ້າ​ພະ​ເຈົ້າ 3 ຂ້າ​ພະ​ເຈົ້າ​ຕ້ອງ​ຟັງ​ຄຳ​ຕິ​ຕຽນ​ທີ່​ສົບ​ປ​ມາດ ແລະ​ທ່ານ​ຕອບ​ຂ້າ​ພະ​ເຈົ້າ​ຢ່າງ​ລົມໆ​ແລ້ງໆ​ປາສ​ຈາກ​ຄວາມ​ເຂົ້າ​ໃຈ 4 ຕັ້ງ​ແຕ່​ດຶກ​ດຳ​ບັນ​ມາ ຕັ້ງ​ແຕ່​ມະ​ນຸດ​ຖືກວາງ​ໄວ້​ເທິງ​ແຜ່ນ​ດິນ​ໂລກ ທ່ານ​ບໍ່​ຮູ້​ຫລື​ວ່າ 5 ສຽງ​ໄຊ​ໂຍ​ຂອງ​ຄົນ​ອະ​ທັມ​ນັ້ນ​ສັ້ນ ແລະ​ຄວາມ​ຊື່ນ​ບານ​ຂອງ​ຄົນ​ທີ່​ບໍ່​ນັບ​ຖື​ພຣະ​ເຈົ້າ​ນັ້ນ​ເປັນ​ແຕ່​ບຸ​ດ​ດຽວ 6 ແມ່ນ​ແຕ່​ຄວາມ​ສູງຂອງ​ເຂົາ​ເດັ່ນ​ຂື້​ນ​ໄປ​ເຖິງ​ຟ້າ​ສວັນ ແລະ​ສີ​ສະ​ຂອງ​ເຂົາໄປ​ເຖິງ​ຫມູ່​ເມກ 7 ເຂົາ​ຈະ​ພິ​ນາດ​ເປັນ​ນິດ​ຢ່າງ​ຜົງ​ຂີ້​ດິນ ບັນ​ດາ​ຄົນ​ທີ່​ເຄີຍ​ເຫັນ​ເຂົາ ຈະ​ເວົ້າ​ວ່າ “ເຂົາ​ຢູ່​ໃສ” 8 ເຂົາ​ຈະ​ບີນ​ໄປ​ເສັຽ​ເຫມືອນ​ຄວາມ​ຝັນ ແລະ​ຈະ​ບໍ່​ມີ​ໃຜ​ພົບ​ອີກ ເຂົາ​ຈະ​ຖືກ​ໄລ່​ໄປ​ເສັຽຢ່າງ​ນິ​ມິດ​ໃນ​ກາງ​ຄືນ 9 ນັຍ​ຕາ​ຊື່ງ​ໄດ້​ເຫັນ​ເຂົາ​ຈະ​ບໍ່​ເຫັນ​ເຂົາ​ອີກ ຫລື​ບ່ອນ​ທີ່​ເຂົາ​ເຄີຍຢູ່​ກໍ​ຈະ​ບໍ່​ເຫັນ​ເຂົາ​ອີກ​ເລີຍ 10 ລູກ​ຫລານ​ຂອງ​ເຂົາ​ຈະ​ຊອກ​ຫາ​ຄວາມ​ຊ່ອຍ​ເຫລືອ​ຈາກ​ຄົນ​ຍາກ​ຈົນ ແລະ​ມື​ຂ​ອງ​ເຂົາ​ຈະ​ຄືນ​ຊັບ​ສົມ​ບັດ​ຂອງ​ເຂົາ 11 ກະ​ດູກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ເຫື່ອ​ແຮງ​ຂອງ​ຄົນ​ຫນຸ່ມ ແຕ່​ເຫື່ອ​ແຮງ​ນັ້ນ​ຈະ​ນອນ​ລົງ​ກັບ​ເຂົາ​ໃນ​ຝຸ່ນຂີ້​ດິນ 12 “ເຖິງ​ແມ້​ວ່າ​ຄວາມ​ອະ​ທັມ​ຈະ​ຫວານ​ຢູ່​ໃນ​ປາກ​ຂອງ​ເຂົາ ເຖິງ​ເຂົາ​ເຊື່ອງ​ໄວ້​ໃຕ້​ລີ້ນ​ຂອງ​ເຂົາ 13 ເຖິງ​ເຂົາ​ບໍ່​ຢາກ​ຈະ​ປ່ອຍ ແລະ​ອົມ​ໄວ້​ໃນ​ປາກ​ຂອງ​ເຂົາ 14 ອາ​ຫານ​ຂອງ​ເຂົາ​ຍັງ​ປ່ຽນ​ໃນ​ທ້ອງ​ຂອງ​ເຂົາ ເຫມືອນ​ພິດ​ຂອງ​ງູ​ເຫົ່າ​ໃນ​ຕົວ​ເຂົາ 15 ເຂົາ​ກືນ​ຊັບ​ສົມ​ບັດ​ລົງ​ໄປ ແຕ່​ຈະ​ອາ​ຈຽ​ນ​ມັນ​ອອກ​ມາ​ອີກ ພຣະ​ເຈົ້າ​ຊົງ​ແກວ່ງ​ມັນ​ອອກ​ມາ​ຈາກ​ທ້ອງ​ຂອ​ງ​ເຂົາ 16 ເຂົາ​ຈະ​ດູດ​ພິດ​ຂອງງູ​ເຫົ່າ ລີ້ນ​ຂອງເຂົາ​ຈະ​ຂ້າ​ເຂົາ​ໃຫ້​ຕາຍ​ເຫມືອນ​ຖືກ​ງູ​ພິດ​ຕອດ 17 ເຂົາ​ຈະ​ບໍ່​ມອງ​ຊົມ​ລຳ​ນ້ຳ ຄື​ລຳ​ທານ​ທີ່​ມີ​ນ້ຳ​ເຜີ້ງ​ແລະ​ນົມ​ທີ່​ໄຫລ​ຢູ່ 18 ເຂົາ​ຈະ​ຄືນ​ຜົນ​ງານ​ຂອງ​ເຂົາ ແລະ​ຈະ​ບໍ່​ກືນ​ກິນ​ເສັຽ ເຂົາ​ຈະ​ບໍ່​ໄດ້​ຄວາມ​ຊື່ນ​ບານ​ເລີຍ​ຈາກ​ກຳ​ໄຣ​ແຫ່ງ​ການ​ຄ້າ​ຂອງ​ເຂົາ 19 ເພາະ​ເຂົາ​ໄດ້​ຂະ​ຍີ້​ແລະ​ປະ​ຖິ້ມ​ຄົນ​ຍາກ​ຈົນ ເຂົາ​ໄດ້​ຍຶດ​ເອົາ​ບ້ານ​ຊື່ງ​ເຂົາ​ບໍ່​ໄດ້​ສ້າງ 20 “ເພາະ​ຄວາມ​ໂລບ​ຂອງ​ເຂົາ​ບໍ່​ຮູ້​ຈັກ​ຢຸດ​ຢັ້ງ ເຂົາ​ຈະ​ເກັບ​ສິ່ງ​ທີ່​ເຂົາ​ພໍ​ໃຈ​ໄວ້​ບໍ່​ໄດ້​ເລີຍ 21 ເມື່ອ​ເຂົາ​ກິນ​ແລ້ວ​ບໍ່​ມີ​ຫຍັງ​ເຫລືອ ເຫດ​ສະ​ນັ້ນ​ຄວາມ​ຈະ​ເຣີນ​ຂອງ​ເຂົາ​ຈະ​ບໍ່​ຖາ​ວອນ 22 ໃນ​ຂ​ນະ​ທີ່​ເຂົາ​ອີ່ມ​ຫນຳ​ສຳ​ຣານ ເຂົາ​ຈະ​ຕົກ​ໃນ​ສະ​ພາບ​ຂັດ​ສົນ ຣິດ​ເດດ​ຂອງ​ຄວາມ​ທຸກ​ຍາກ​ຈະ​ມາ​ຫາ​ເຂົາ 23 ເພື່ອ​ເຕີມ​ທ້ອງ​ຂອງ​ເຂົາ​ໃຫ້​ເຕັມ ພຣະ​ເຈົ້າ​ຈະ​ຊົງ​ສົ່ງ​ຄວາມ​ພິ​ໂຣດ​ອັນ​ດຸ​ເດືອດ​ມາ​ເຖິງ​ເຂົາ ແລະ​ຫລັ່ງ​ລົງ​ມາ​ເທິງ​ເຂົາ​ໃຫ້​ເປັນ​ອາ​ຫານ​ຂອງ​ເຂົາ 24 ເຂົາ​ຈະ​ລີ້​ຈາກ​ອາ​ວຸດ​ເຫລັກ ທະ​ນູ​ທອງ​ສຳ​ຣິດ​ຈະ​ແທງ​ເຂົາຊອດ 25 ເຂົາ​ດືງ​ມັນ​ອອກ ແລະ​ມັນ​ອອກ​ມາ​ຈາກ​ຮ່າງ​ກາຍ​ຂອ​ງເຂົາ ປາຍ​ອັນ​ວັບ​ແວບກໍ​ອອກ​ມາຈາກ​ນ້ຳ​ດີ​ຂອງ​ເຂົາ ຄວາມ​ຢ້ານ​ກົວ​ກໍ​ມາ​ສິງ​ສູ່​ເຂົາ 26 ຄວາມ​ມືດ​ມົນ​ອັນ​ເຫລືອ​ລົ້ນ​ໄດ້​ສະ​ສົມ​ໄວ້​ເປັນ​ຊັບ​ຂອງ​ເຂົາ ໄຟ​ທີ່​ບໍ່​ຕ້ອງ​ເປົ່າ​ຈະ​ກືນ​ເຂົາ​ເສັຽ ສິ່ງໃດ​ທີ່ເຫລືອ​ຢູ່​ໃນ​ເຕັນ​ຂອງ​ເຂົາ​ຈະ​ຖືກ​ເຜົາ​ຜານ 27 ຟ້າ​ສວັນ​ຈະ​ສຳ​ແດງ​ຄວາມ​ຜິດ​ບາບ​ຂອງ​ເຂົາ ແລະ​ແຜ່ນ​ດີ​ນໂລກ​ຈະ​ລຸກ​ຂຶ້ນ​ປັກ​ປຳ​ເຂົາ 28 ສິ່ງ​ຂອງ​ແຫ່ງ​ຄົວ​ເຮືອ​ນຂອງ​ເຂົາ​ຈະ​ຖືກ​ນຳ​ໄປ​ເສັຽ ຖືກກວາດ​ໄປ​ໃນ​ວັນ​ແຫ່ງພຣະ​​ພິ​ໂຣດ​ຂອງ​ພຣະ​ເຈົ້າ 29 ນີ້​ເປັນ​ສ່ວນຂອງ​ຄົນ​ອະ​ທັມ​ຈາກ​ພຣະ​ເຈົ້າ ແລະ​ເປັນ​ມໍ​ຣະ​ດົກ​ທີ່​ພຣະ​ເຈົ້າ​ຊົງ​ກຳ​ຫນົດ​ໃຫ້​ເຂົາ”

ໂຢບ 21

ໂຢບ​ກ່າວຢືນ​ຢັນ​ຄວາມ​ຈະ​ເຣີນ​ຂອງ​ຄົນ​ອະ​ທັມ

1 ແລ້ວ​ໂຢບ​ກ່າວ​ວ່າ, 2 “ຂໍ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ລະ​ມັດ​ລະ​ວັງ ແລະ​ໃຫ້​ຄຳ​ນີ້​ເລົ້າ​ໂລມ​ໃຈ​ທ່ານ 3 ຂໍ​ຈົ່ງອົດ​ທົນແລະ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ ແລະ​ເມື່ອ​ຂ້າ​ພະ​ເຈົ້າ​ເວົ້າ​ແລ້ວ ກໍ​ເຍາະ​ເຍີ້ຍ​ຕໍ່​ໄປ​ເຖີດ 4 ສ່ວນ​ຂ້າ​ພະ​ເຈົ້າ​ນີ້ ຈະ​ຕໍ່​ວ່າ​ມະ​ນຸດ​ຫລື ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈິ່ງ​ບໍ່​ຄວ​ນ​ຫຸນ​ຫັນ 5 ມອງ​ເບິ່ງ​ຂ້າ​ພະ​ເຈົ້າ ແລະ​ຈົ່ງ​ຕະ​ລຶງ​ເຖີດ ແລະ​ທ່ານ​ຈົ່ງ​ເອົາ​ມື​ປິດ​ປາກ​ຂອງ​ທ່ານ 6 ເມື່ອ​ຂ້າ​ພະ​ເຈົ້າ​ລະ​ຣຶກ​ເຖິງ​ເຣື່ອງ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ນີ້ ຂ້າ​ພະ​ເຈົ້າ​ກໍ​ຕົ​ກ​ໃຈ ແລະ​ຄວາມ​ສັ່ນ​ສະ​ທ້ານ​ກໍ​ຈັບ​ເນື້ອ​ຂອງ​ຂ້າ​ພະ​ເຈົ້າ 7 ເປັນ​ຫຍັງ​ຄົນ​ອະ​ທັມ​ຈິ່ງ​ມີ​ຊີ​ວິດ​ຢູ່ ຈົນ​ເຖິງ​ເຖົ້າ​ແກ່ ແລະ​ຈະ​ເຣີນ​ມີກໍາລັງ​ຫລາຍ​ຂຶ້ນ 8 ລູກ​ຫລານ​ຂອງ​ເຂົາ​ກໍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ ແລະ​ເຊື້ອ​ສາຍ​ຂອງ​ເຂົາ​ກໍ​ຢູ່​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ 9 ເຮືອນ​ຂອ​ງເຂົາທັງ​ຫລາຍ​ກໍ​ປອດ​ໄພ​ຢູ່​ເຢັນ​ເປັນ​ສຸກ ແລະ​ໄມ້​ແສ້​ຂອງ​ພຣະ​ເຈົ້າ​ບໍ່​ຢູ່​ເທິງ​ເຂົາ 10 ງົວ​ເຖິກ​ຂອງ​ເຂົາ​ເກີດ​ພັນ​ບໍ່​ມີ​ຂາດ ງົວແມ່ຂອງ​ເຂົາອອກ​ລູກແລະ​ບໍ່​ມີ​ແທ້ງ 11 ເຂົາ​ສົ່ງ​ເດັກ​ນ້ອຍອ​ອກ​ໄປ​ຢູ່​ຢ່າງ​ຝູງ​ແບ້​ແກະ ແລະ​ລູກ​ຫລານ​ນ້ອຍ​ຂອງ​ເຂົາ​ກໍ​ເຕັ້ນ​ຣຳ 12 ເຂົາ​ຮ້ອງ​ເພງ​ປະ​ສານ​ສຽງ​ຣຳ​ມະ​ນາ ແລະ​ພີນ​ເຂົາ​ຄູ່ ແລະ​ມ່ວນ​ຊື່ນ​ໄປ​ຕາມ​ສຽງ​ປີ່ 13 ຄລອດ​ວັນ​ເວ​ລາ​ຂອງ​ເຂົາ ເຂົາ​ກໍ​ຈະ​ເຣີນ ແລະ​ເຂົາ​ລົງ​ໄປ​ທີ່​ແດນ​ມໍ​ຣະ​ນາ​ໃນ​ພິບ​ຕາ​ດຽວ 14 ເຂົາ​ທູນ​ພຣະ​ເຈົ້າ​ວ່າ “ຂໍ​ຈາກ​ເຮົາ​ໄປ​ເສັຽ ເພາະ​ເຮົາ​ບໍ່​ປາ​ຖ​ນາ​ຄວາມ​ຮູ້​ໃນ​ທາງ​ຂອງ​ທ່ານ 15 ອົງ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່​ຄື​ຫຍັງ ທີ່​ເຮົາ​ຈະ​ຕ້ອງ​ປະ​ຕິ​ບັດ​ເຂົາ ຖ້າ​ເຮົາ​ອ້ອນວອນ​ຕໍ່​ເຂົາ ເຮົາຈະ​ໄດ້​ປ​ໂຍດ​ຫຍັງ” 16 ຄວາມຈຳ​ເຣີນ​ຂອງ​ເຂົາ​ທັງ​ຫລາຍ​ບໍ່​ຢູ່​ໃນ​ກຳ​ມື​ຂອງ​ເຂົາ​ຫລື ຄຳ​ປຶ​ກ​ສາ​ຂອງ​ຄົນ​ອະ​ທັມ​ຢູ່​ຫ່າງ​ໄກ​ຈາກ​ຂ້າ​ພະ​ເຈົ້າ 17 “ຕະ​ກຽງ​ຂອງ​ຄົນ​ອະ​ທັມ​ດັບ​ເລື້ອຍ​ໆບໍ ຄວາມທຸກ​ລຳ​ບາກ​ມາ​ເຫນືອ​ເຂົາ​ເລື້ອຍ​ຊ່ຳໃດ ພຣະ​ເຈົ້າ​ຊົງ​ແຈກ​ຈ່າຍ​ຄວາມ​ເຈັບ​ປວດ​ດ້ວຍ​ພຣະ​ພິ​ໂຣດ​ເລື້ອຍ​ຊ່ຳ​ໃດ 18 ເຂົາ​ເປັນ​ເຫມືອນເຟືອງ​ເຂົ້າ​ຫນ້າ​ລົມ ແລະ​ເປັນ​ຫມືອນ​ແກບ​ທີ່​ພະ​ຍຸ​ພັດ​ໄປ​ເລື້ອຍ​ຊ່ຳ​ໃດ 19 ທ່ານ​ວ່າ “ພຣະ​ເຈົ້າ​ຊົງ​ສະ​ສົມ​ຄວາມ​ບາບ​ຊົ່ວ​ຂອງ​ເຂົາ​ໄວ້​ໃຫ້​ລູກ​ຫລານ​ຂອງ​ເຂົາ” ຂໍ​ພຣະ​ອົງ​ຊົງ​ຕອບ​ແທນ​ແກ່​ເຂົາ​ທັງ​ຫລາຍ​ເອງ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ຮູ້ 20 ຂໍ​ໃຫ້​ນັຍ​ຕາ​ຂອງ​ເຂົາ​ເຫັນ​ຄວາມ​ພິນາດຂອງ​ເຂົາ ແລະ​ໃຫ້​ເຂົາ​ດື່ມ​ພຣະ​ພິ​ໂ​ຣດ​ຂອງ​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ 21 ເພາະ​ເຂົາ​ສົນ​ໃຈ​ຫຍັງ​ໃນ​ເຣື່ອງວົງ​ວານ​ທີ່​ຕາມ​ເຂົາ​ມາ ເມື່ອ​ຈຳ​ນວນ​ເດືອນ​ຂອງ​ເຂົາ​ຖືກ​ຕັດ​ຂາດ​ເສັຽ​ແລ້ວ 22 ມີ​ຜູ້​ໃດ​ຈະ​ສອນ​ພຣະ​ເຈົ້າ​ໄດ້​ຫລື ເມື່ອ​ພຣະ​ອົງ​ຊົງ​ພິ​ພາກ​ສາ​ເທວະ​ຊີພ 23 ຄົນ​ນື່ງ​ຕາຍ​ເມື່ອ​ຍັ​ງ​ແຂງ​ແຮງ​ຢູ່ ຕາຍ​ງ່າຍ​ທັງ​ສຸກ​ໃຈ ​ແລະ​ຮ່າງ​ກາຍ​ກໍ​ອ້ວນ​ພີ​ຢູ່ 24 ຖັງ​ກາຍ​ຂອງ​ເຂົາ​ເຕັມ​ດ້ວຍ​ນ້ຳ​ນົມ ແລະ​ມັນກະ​ດູກ​ຂອງ​ເຂົາ​ກໍ​ຊຸ່ມ 25 ອີກ​ຄົນ​ນື່ງ​ຕາຍ​ດ້ວຍ​ໃຈ​ຂົມ​ຂື່ນ ບໍ່​ເຄີຍ​ໄດ້​ຊີມ​ຂອງ​ດີ 26 ເຂົາ​ທັ​ງ​ສອງນອນ​ລົງ​ໃນ​ຝຸ່ນ​ຂີ້​ດິນ​ເຫມືອນ​ກັນ ແລະ​ຕົວ​ຫນອນ​ກໍ​ຄຸມ​ເຂົາ​ທັງ​ສອງ​ໄວ້ 27 ໂອ ຂ້າ​ພະ​ເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ທ່ານ ແລະ​ອຸ​ບາຍ​ຂອງ​ທ່ານ​ທີ່​ຈະ​ທຳ​ຜິດ​ຕໍ່​ຂ້າ​ພະ​ເຈົ້າ 28 ເພາະ​ທ່ານ​ວ່າ “ວັງ​ຂອງ​ເຈົ້າ​ນາຍ​ຢູ່ໃສ” ເຕັນຊື່ງ​ຄົນ​ອະ​ທັມ​ອາ​ໄສ​ນັ້ນ​ຢູ່​ໃສ” 29 ທ່ານ​ບໍ່​ໄດ້​ຖາມນັກ​ທ່ອງ​ທ່ຽວ ແລະ​ທ່ານ​ບໍ່​ໄດ້​ຮັບ​ສັກ​ຂີ​ພິຍານ​ຂອງ​ເຂົາ​ຫລື 30 ວ່າ​ໃນ​ຄາວ​ທີ່​ເກີດ​ໄພ​ວິ​ບັດ​ນັ້ນ​ຄົນ​ອະ​ທັມ​ມັກ​ລອດ​ໄດ້ ແລະ​ເຂົາ​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ໃຫ້​ພົ້ນ​ໃນ​ວັນ​ແຫ່ງ​ພຣະ​ພິ​ໂຣດ 31 ໃຜ​ແຈ້ງວິ​ທີ​ການ​ຂອງ​ເຂົາ​ໃຫ້​ເຂົາຟັງ ແລະ​ຜູ້​ໃດ​ສນອງ​ເຂົາ​ໃນ​ສິ່ງ​ທີ່​ເຂົາ​ໄດ້​ກະ​ທຳ 32 ແລະ​ເມື່ອ​ຄົນ​ຫາມ​ເຂົາ​ໄປ​ຍັງ​ຫລຸມ​ສົບ​ກໍ​ມີ​ຍາມ​ເຝົ້າ​ທີ່​ອຸ​ໂມງ 33 ສຳ​ລັບ​ເຂົາ​ກ້ອນ​ດິນ​ທີ່​ຮ່ອມ​ພູກໍ​ເບົາ​ສະ​ບາຍ ຄົນ​ທັງ​ປວງກໍ​ຕາມ​ເຂົາ​ໄປ ແລະ​ຄົນ​ທີ່​ໄປ​ຂ້າງ​ຫນ້າ​ກໍ​ນັບ​ບໍ່​ຖ້ວນ 34 ແລ້ວ​ເປັຫຍັງ​ທ່ານ​ຈະ​ມາ​ເລົ້າ​ໂລມ​ໃຈ​ຂ້າ​ພະ​ເຈົ້າ​ດ້ວຍ​ສິ່ງ​ທີ່​ວ່າງ​ເປົ່າ ຄຳ​ຕອບ​ຂອງ​ທ່ານ​ບໍ່​ມີ​ຫຍັງ​ເຫລືອ​ແລ້ວ ນອກ​ຈາກ​ຫລອກ​ລວງ”

ໂຢບ 22

ເອ​ລີຟັ​ສ​ກ່າວ​ໂທດ​ໂຢບ

1 ແລ້ວ​ເອ​ລີ​ຟັ​ສ ຊາວ​ເຕ​ມາ​ນ​ຕອບ​ວ່າ, 2 “ຄົນ​ຈະ​ເປັນ​ປ​ໂຍດ​ຫຍັງ​ແກ່​ພຣະ​ເຈົ້າ​ໄດ້​ຫລື ຜູ້ໃດ​ສ​ລາດ​ກໍ​ເປັນ​ປ​ໂຍດ​ໃຫ້​ແກ່​ຕົນ​ເອງ​ຕ່າງ​ຫາກ 3 ຖ້າ​ທ່ານ​ເປັນ​ຄົນຊອບ​ທັມ ຈະ​ເປັນ​ທີ່​ພໍ​ພຣະ​ທັຍ​ແກ່​ອົງ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່ຫລື ຫລື​ຖ້າ​ທ່ານ​ເປັນ​ຄົນ​ດີ​ຮອບ​ຄອບ​ຈະ​ເປັນ​ປ​ໂຍດ​ຫຍັງ​ແກ່​ພຣະ​ອົງ​ 4 ເປັນ​ເພາະ​ທ່ານ​ຢຳ​ເກງ​ພຣະ​ອົງ​ຫລື ພຣະ​ອົງ​ຈິ່ງ​ຊົງ​ຕັກ​ເຕືອນ​ທ່ານ ແລະ​ຊົງ​ສູ້​ຄວາມ​ກັບ​ທ່ານ 5 ຄວາມ​ອະ​ທັມ​ຂອງ​ທ່ານ​ໃຫຍ່​ໂຕ​ບໍ່​ແມ່ນ​ຫລື ຄວາມ​ຜິດ​ບາບ​ຂອງ​ທ່ານ​ບໍ່​ມີ​ທີ່​ສິ້ນສຸດ 6 ເພາະ​ທ່ານຍຶດ​ຂອງ​ປະ​ກັນ​ໄປ​ຈາກ​ພີ່​ນ້ອງ​ເປົ່າໆ ແລະ​ຍຶດ​ເສື້ອ​ຜ້າ​ຂອງ​ຄົນ​ທີ່​ເປືອຍ​ກາຍ 7 ທ່ານ​ບໍ່​ໄດ້​ໃຫ້​ນ້ຳ​ແກ່​ຄົນຫິ​ວ​ກະ​ຫາຍດື່ມ ແລະ​ທ່ານ​ຫນ່ວງ​ຫນ່ຽວ​ເຂົ້າ​ຈີ່​ໄວ້​ບໍ່​ໃຫ້​ຄົນ​ທີ່​ຫີວ 8 ຄົນ​ທີ່​ມີ​ອຳ​ນາດ​ບາດ​ໃຫຍ່​ຍ່ອມ​ໄດ້​ທີ່​ດິນ​ເປັນ​ກຳ​ມະ​ສິດ ແລະ​ຄົນ​ທີ່​ມີ​ຫນ້າ​ມີ​ຕາ​ກໍ​ໄດ້​ເຂົ້າ​ອາ​ໄສ​ຢູ່ 9 ທ່ານ​ໄລ່​ແມ່​ຫມ້າຍ​ອອກ​ໄປ​ມື​ເປົ່າ ແລະ​ແຂນ​ຂອງ​ລູກ​ກຳ​ພ້າ​ພໍ່​ກໍ​ຫັກ 10 ເພາະ​ສະ​ນັ້ນ​ກັບ​ດັກ​ຢູ່​ຮອບ​ທ່ານ ແລະໃນ​ທັນ​ໃດ​ນັ້ນ​​ຄວາມ​ສະຍົດ​ສະຍອງ​ກໍ​ຖ້​ວມ​ທັບ​ທ່ານ​ 11 ຄວາມ​ສວ່າງ​ຂອງ​ທ່ານ​ກໍ​ມືດ​ລົງ ຈົນ​ທ່ານ​ບໍ່​ເຫັນ​ຫຍັງ ແລະ​ນ້ຳ​ທີ່​ຖ້ວມ​ກໍ​ຄຸມ​ທ່ານ​ໄວ້ 12 “ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ສະ​ຖິດ​ຢູ່​ໃນ​ທີ່​ສູງ​ໃນ​ຟ້າ​ສວັນ​ຫລື ເບິ່ງ​ດາວ​ທີ່​ສູງ​ທີ່​ສຸດ​ເຖີດ ມັນ​ສູງ​ແທ້ໆ 13 ເພາະ​ສະ​ນັ້ນ​ທ່ານ​ວ່າ “ພຣະ​ເຈົ້າ​ຊົງ​ຮູ້​ຫຍັງ ພຣະ​ອົງ​ຈະ​ຊົງ​ທະ​ລຸ​ຄວາມ​ມືດ​ທຶບ​ໄປ​ພິ​ພາກ​ສາ​ໄດ້​ຫລື 14 ເມກ​ທຶບ​ຄຸມ​ພຣະ​ອົງ​ໄວ້ ພຣະ​ອົງ​ຊົງ​ມອງ​ສິ່ງ​ໃດ​ບໍ່​ເຫັນ ແລະ​ພຣະ​ອົງ​ຊົງ​ດຳ​ເນີນ​ຢູ່​ເທິງ​ພື້ນ​ຟ້າ” 15 ທ່ານ​ຈະ​ເດີນ​ທາງ​ເກົ່າ​ຫລື ຊື່ງ​ຄົນ​ອະ​ທັມ​ເຄີຍ​ດຳ​ເນີນ​ນັ້ນ 16 ຜູ້​ທີ່​ຖືກ​ເອົາ​ໄປ​ກ່ອນ​ເວ​ລາ​ກຳ​ຫນົດ​ຂອງ​ເຂົາ ຮາກ​ຖານ​ຂອງ​ເຂົາ​ຖືກກວາດ​ລ້າງ​ໄປ 17 ຜູ້​ທູນ​ພຣະ​ເຈົ້າ​ວ່າ “ຂໍ​ຊົງ​ໄປ​ຈາກ​ຂ້າພຣະ​ອົງ​ທັງ​ຫລາຍ” ແລະ “ອົງ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່​ຈະ​ຊົງ​ທຳສິ່ງ​ໃດ​ແກ່​ຂ້າພຣະ​ອົງທັງ​ຫລາຍ​ໄດ້” 18 ແຕ່​ພຣະ​ອົງ​ຊົງ​ໃຫ້​ເຮືອນ​ຂອງ​ເຂົາ​ເຕັມ​ດ້ວຍ​ຂອງ​ດີ ແຕ່​ຄຳ​ປຶ​ກ​ສາ​ຂອງ​ຄົນ​ອະ​ທັມ​ຫ່າງ​ໄກ​ຈາກ​ຂ້າ​ພະ​ເຈົ້າ 19 ຄົນ​ຊອບ​ທັມ​ເຫັນ​ແລະ​ຍິນ​ດີ ຄົນ​ປາ​ສຈາກ​ຜິດ​ຫົວ​ຂວັນ 20 ກ່າວ​ວ່າ “ປໍ​ຣິ​ປັກ​ຂອງ​ເຣົາ​ຖືກ​ຕັດ​ຂາດ​ແນ່​ແລ້ວ ແມ່ນຫຍັງ​ທີ່​ເຂົາ​ມີ​ເຫລືອ​ໄຟ​ກໍ​ເຜົາ​ເສັຽ” 21 “ຈົ່ງ​ປອງດອງ​ກັບ​ພຣະ​ເຈົ້າ ແລະ​ຢູ່​ຢ່າງ​ສັນ​ຕິ ດັ່ງ​ນັ້ນ​ສິ່ງ​ທີ່​ດີ​ຈະ​ມາ​ເຖິງ​ທ່ານ 22 ຂໍ​ຈົ່ງ​ຮັບ​ຄຳ​ສັ່ງ​ສອນ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ ແລະ​ເກັບ​ພຣະ​ຄຳ​ຂອງ​ພຣະ​ອົງ​ໄວ້​ໃນ​ໃຈ​ຂອງ​ທ່ານ 23 ຖ້າ​ທ່ານ​ກັບ​ມາ​ຫາ​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ ແລະ​ຖ່ອມ​ຕົວ​ລົງ ຖ້າ​ທ່າ​ນ​ຖິ້ມ​ຄວາມ​ອະ​ທັມ​ໃຫ້​ໄກ​ຈາກ​ເຕັນ​ຂອງ​ທ່ານ 24 ຖ້າ​ທ່ານ​ວາງ​ແຮ່​ທອງ​ຄຳ​ໄວ້​ໃນ​ຝຸ່ນ​ຂີ້​ດິນ ແລະ​ທອງ​ຄຳ​ເມືອງ​ໂອ​ຟີ​ຣ໌​ໄວ້​ຖ້າມ​ກາງ​ຫ້ວຍ​ທີ່​ແລ້ງ​ນ້ຳ 25 ຖ້າ​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່​ເປັນ​ສົມ​ບັດ​ຂອງ​ທ່ານ ແລະ​ເປັນ​ເງິນ​ທີ່​ປະ​ເສີດ​ຂອງ​ທ່ານ 26 ແລ້ວ​ທ່ານ​ຈະ​ປິ​ຕິ​ຍິນ​ດີ​ໃນ​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ ແລະ​ເງີຍ​ຫນ້າ​ຂອງ​ທ່ານ​ຫາ​ພຣະ​ເຈົ້າ 27 ທ່ານ​ຈະ​ອ້ອນວອນ​ຕໍ່​ພຣະ​ອົງ ແລະ​ພຣະ​ອົງ​ຈະ​ຊົງ​ຟັງ​ທ່ານ ແລະ​ທ່ານ​ຈະ​ແກ້​ບົນ​ຂອງ​ທ່ານ 28 ທ່ານ​ຈະ​ຕັດ​ສີນ​ໃຈ​ໃນ​ເຣື່ອງ​ໃດ ແລະ​ເຣື່ອງ​ນັ້ນ​ຈະ​ສຳ​ເຣັດ​ສົມ​ປະ​ສົງ ແລະ​ຈະ​ມີ​ແສງ​ສວ່າງ​ສ່ອງ​ທາງ​ໃຫ້​ທ່ານ 29 ເພາະ​ພຣະ​ເຈົ້າ​ຊົງ​ຍົກ​ຜູ້​ທີ່​ເຍີ່​ຫຍິ່ງ​ລົງ​ມາ ແຕ່​ພຣະ​ອົງ​ຊົງ​ຊ່ອຍ​ຄົນ​ຖ່ອມ​ໃຈ​ໃຫ້​ລອດ 30 ພຣະ​ອົງ​ຊົງ​ຊ່ອຍ​ຜູ້​ທີ່ໄຮ້​ຄວາມ​ຜິດໃຫ້​ພົ້ນ ທ່ານ​ຈະ​ໄດ້​ຮັບ​ກາ​ນຊ່ອຍ​ໃຫ້​ພົ້ນ​ໂດຍຄວາມ​ສະ​ອາດ​ແຫ່ງມືຂອງ​ທ່ານ

ໂຢບ 23

ໂຢບ​ຢາກ​ຈະ​ສູ້​ຄະ​ດີ​ຂອງ​ຕົນ​ກັບ​ພຣະ​ເຈົ້າ

1 ແລ້ວ​ໂຢບ​ຕອບ​ວ່າ, 2 “ຄຳ​ຮ້ອງ​ທຸກ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຂົມ​ຂື່ນ​ໃນ​ວັນ​ນີ້​ດ້ວຍ ມື​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຫນັກ ເພາະ​ການ​ຮ້ອງ​ຄາງ​ຂອງ​ຂ້າ​ພະ​ເຈົ້າ 3 ໂອ ຂ້າ​ພະ​ເຈົ້າ​ຢາກ​ຣູ້​ວ່າ​ຈະ​ພົບ​ພຣະ​ອົງ​ໄດ້​ທີ່ໃດ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ມາ​ເຖິງ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ 4 ຂ້າ​ພະ​ເຈົ້າຈະ​ຍື່ນ​ຄະ​ດີ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ພັກ​ພຣະ​ອົງ ​ແລະ​ບັນ​ຈຸ​ຂໍ້​ໂຕ້​ຖຽງ​ໃຫ້​ເຕັມ​ປາກ​ຂ້າ​ພະ​ເຈົ້າ 5 ຂ້າ​ພະ​ເຈົ້າ​ຈະ​ຮູ້​ວ່າ ພຣະ​ອົງ​ຈະ​ຕອບ​ຂ້າ​ພະ​ເຈົ້າ​ວາ​ຢ່າງ​ໃດ ແລະ​ເຂົ້າ​ໃຈ​ສິ່ງ​ທີ່​ພຣະ​ອົງ​ຈະ​ກ່າວ​ກັບ​ຂ້າ​ພະ​ເຈົ້າ 6 ພຣະ​ອົງ​ຈະ​ຊົງ​ໂຕ້​ຖຽງ​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ​ຣິດ​ທາ​ນຸພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ຫລື ບໍ່​ດອກ ພຣະ​ອົງ​ຈະ​ຊົງ​ຟັງ​ຂ້າ​ພະ​ເຈົ້າ 7 ໃນ​ທີ່​ນັ້ນ​ຄົນ​ທ່ຽງ​ທັມ​ຈະ​ສູ້​ຄວາມກັບພຣະ​ອົງ​ໄດ້ ແລະ​ຂ້າ​ພະ​ເຈົ້າ​ຈະ​ຮັບ​ການ​ຊ່ອຍ​ໃຫ້​ພົ້ນ​ຈາກ​ຜູ້​ພິ​ພາກ​ສາ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ນິດ 8 ຂ້າ​ພະ​ເຈົ້າ​ຍ່າງ​ໄປ​ຂ້າງ​ຫນ້າ ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ສະ​ຖິດ​ທີ່​ນັ້ນ ແລະ​ຂ້າງ​ຫລັງ ແຕ່​ຂ້າ​ພະ​ເຈົ້າ​ກໍ​ບໍ່​ສັງ​ເກດ​ເຫັນ​ພຣະ​ອົງ 9 ຂ້າງ​ຊ້າຍ​ມື​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ກິ​ດ ຂ້າ​ພະ​ເຈົ້າ​ກໍ​ບໍ່​ເຫັນ​ພຣະ​ອົງ ຂ້າງ​ຂວາ​ມື​ພຣະ​ອົງ​ຊົງ​ເຊື່ອງ​ຢູ່ ຂ້າ​ພະ​ເຈົ້າ​ຊອກ​ຫາ​ພຣະ​ອົງ​ບໍ່​ພົບ 10 ດ້ວຍ​ວ່າ​ພຣະ​ອົງ​ຊົງ​ຮູ້​ທາງ​ທີ່​ຂ້າ​ພະ​ເຈົ້າ​ໄປ ເມື່ອ​ພຣະ​ອົງ​ຊົງ​ທົດ​ສອບ​ຂ້າ​ພະ​ເຈົ້າ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ຈະ​ເປັນ​ເຫມືອນຢ່າງ​ທອງ​ຄຳ​ 11 ເທົ້າ​ຂອງ​ຂ້າ​ພະ​ເຈົ້າ​ຕິດ​ຮອຍ​ພຣະ​ບາດ​ຂອງ​ພຣະ​ອົງ​ແຫນ້ນ ຂ້າ​ພະ​ເຈົ້າ​ຕາມ​ມັນ​ຄາ​ຂອງ​ພຣະ​ອົງ ແລະ​ບໍ່​ໄດ້​ຫັນ​ຫນີ​ໄປ​ຂ້າງ​ໃດ​ເລີຍ 12 ຂ້າ​ພະ​ເຈົ້າ​ບໍ່​ໄດ້​ພາກ​ຈາກ​ພຣະ​ບັນ​ຍັດ​ແຫ່​ງຮີມ​ພຣະ​ໂອດ​ຂອງ​ພຣະ​ອົງ ຂ້າ​ພະ​ເຈົ້າ​ຕີ​ຣາ​ຄາ​ພຣະ​ຄຳ​ພຣະ​ອົງ​ສູງກວ່າ​ເຈ​ຕ​ນາ​ຂອງ​ຂ້າ​ພະ​ເຈົ້າ 13 ແຕ່​ພຣະ​ອົງ​ຊົງ​ປ່ຽນ​ແປງ​ບໍ່​ໄດ້ ແລະ​ຜູ້​ໃດ​ຈະ​ປີ່ນ​ພຣະ​ອົງ​ໄດ້ ພຣະ​ອົງ​ມີ​ພຣະ​ປະ​ສົງ​ສິ່ງ​ໃດ​ພຣະ​ອົງ​ກໍ​ຊົງ​ກະ​ທຳ​ສິ່ງ​ນັ້ນ 14 ເພາະ​ວ່າ ພຣະ​ອົງ​ຈະ​ຊົງ​ກະ​ທຳ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກຳ​ຫນົດ​ໃຫ້​ຂ້າ​ພະ​ເຈົ້າ​ນັ້ນ​ຄົບ​ຖ້ວນ ແລະ​ສິ່ງ​ຢ່າງ​ນັ້ນ​ຫລວງ​ຫລາຍ​ຢູ່​ໃນ​ແຜນ​ການ​ຂອງ​ພຣະ​ອົງ 15 ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈິ່ງ​ສັ່ນ​ເຊັນ​ຕໍ່​ພຣະ​ພັກ​ພຣະ​ອົງ ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ຕຶກ​ຕອງ ຂ້າ​ພະ​ເຈົ້າ​ກໍ​ຍິ່ງຢ້ານ​ຕໍ່​ພຣະ​ອົງ 16 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ອ່ອນ​ເພັຽ ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ໄດ້​ກະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ຢ້ານ​ກົວ 17 ເພາະ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຖືກ​ຕັດ​ຂາດ​ຈາກ​ຄວາມ​ມືດ ແລະ​ພຣະ​ອົງ​ບໍ່​ໄດ້​ຊົງ​ປິດ​ຄວາມ​ມືດ​ທຶບ​ໄວ້ຈາກຂ້າ​ພະ​ເຈົ້າ

ໂຢບ 24

ໂຢບ​ປັບ​ທຸກ​ທີ່​ພຣະ​ເຈົ້າ​ຊົງ​ເມີນເສີຍ​​ຕໍ່​ຄວາມ​ຊົ່ວ​ຮ້າຍ

1 “ເມື່ອ​ເວ​ລາ​ກຳ​ຫນົດ​ບໍ່​ປິດ​ບັງ​ໄວ້​ຈາກ​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ ເປັນ​ຫຍັງ​ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ພຣະ​ອົງ​ບໍ່​ເຫັນ​ວ່າ​ກຳ​ຫນົດ​ຂອງ​ພຣະ​ອົງ 2 ມີ​ຄົນ​ທີ່​ຍ້າຍ​ຫລັກ​ເຂດ ເຂົາ​ຍຶດ​ຝູງ​ແກະ​ພາ​ໄປ​ລ້ຽງ 3 ເຂົາ​ໄລ່​ຕ້ອນ​ລໍ​ຂອງ​ຄົນ​ກຳ​ພ້າ​ໄປ ເຂົາ​ຍຶດ​ງົວ​ຂອງ​ຍີງ​ຫມ້າຍ​ຈົນນາງ​ຫາ​ເງິນ​ມາ​ໃຊ້​ຫນີ້ 4 ເຂົາ​ຊຸກຄົນ​ຂັດ​ສົນ​ອອກນອກ​ຖ​ນົນ ຄົນ​ຍາກ​ຈົນ​ແຫ່ງ​ແຜ່ນ​ດິນ​ໂລກ​ຕ່າງ​ກໍ​ລີ້ຊ່ອນ​ຕົວ​ຫມົດ 5 ເຫມືອນ​ລໍ​ປ່າ​ຢູ່​ໃນ​ຖີ່ນ​ກັນ​ດານ ຄົນ​ຍາກ​ຈົນ​ນັ້ນ​ອອກ​ໄປ​ທຳ​ງານ​ພະ​ຍາ​ຍາມ​ຫາ​ອາ​ຫານ ຖີ່ນ​ແຫ້ງ​ແລ້ງ​ໃຫ້​ອາ​ຫານ​ແກ່​ບຸດ​ຂອງ​ເຂົາ 6 ເຂົາ​ທັງ​ຫລາຍ​ເກັບ​ຫຍ້າ​ແຫ້ງ​ທີ່​ໃນ​ທົ່ງ ແລະ​ເຂົາ​ເລັມ​ສວນ​ອະ​ງຸ່ນ​ຂອງ​ຄົນ​ອະ​ທັມ​ 7 ເຂົາ​ນອນ​ເປືອຍ​ກາຍ​ບໍ່​ມີ​ເສື້ອ​ຜ້າ​ຄລອດ​ຄືນ ແລະ​ບໍ່​ມີ​ຜ້າ​ຫົ່ມ​ກັນ​ຫນາວ 8 ເຂົາ​ປຽກ​ຝົນ​ແຫ່ງ​ພູ​ເຂົາ ແລະ​ບຽດ​ຢູ່​ຂ້າງ​ໂງ່ນ​ຫີນ​ເພາະ​ຂາດ​ທີ່​ກຳ​ບັງ 9 ມີ​ຜູ້​ເອົາ​ເດັກ​ກຳ​ພ້າ​ໄປ​ຈາກ​ເອິກ​ ແລະ​ເອົາ​ລູກ​ນ້ອຍ​ຂອງ​ຄົນ​ຍາກ​ຈົນ​ໄປ​ເປັນ​ຄ່າ​ຈ່າຍ​ຫນີ້ 10 ເຂົາ​ທັງ​ຫລາຍ​ຈິ່ງ​ເດີນ​ເປືອຍ​ກາຍ​ໄປ​ບໍ່​ມີ​ເສື້ອ​ຜ້າ ທັງ​ທີ່​ຫີວ ເຂົາ​ກໍ​ແບກ​ເຟືອງ​ເຂົ້າ​ໄປ 11 ເຂົາ​ທຳ​ນ້ຳ​ມັນ​ຢູ່​ຖ້າມ​ກາງ​ແຖວ​ຕົ້ນ​ຫມາກກອກ​ເທດ​ຂອງ​ຄົນ​ອະ​ທັມ ເຂົາ​ຢ່ຳ​ຢູ່​ທີ່​ບໍ່ຢ່ຳອະ​ງຸ່ນແຕ່​ເຂົາ​ຕ້ອງ​ທົນ​ຄວາມ​ກະຫາຍ 12 ຄົນ​ທີ່​ກຳ​ລັງ​ຈະ​ຕາຍ​ຄ່ຳ​ຄວນ​ອອກ​ມາ​ຈາກ​ທີ່​ໃນ​ເມືອງ ແລະ​ຈິດ​ໃຈ​ຂອງ​ຄົນ​ບາດ​ເຈັບ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ ແຕ່​ພຣະ​ເຈົ້າ​ບໍ່​ໄດ້​ສົນ​ພຣະ​ທັຍ​ໃນ​ຄຳ​ອ້ອນວອນ​ຂອງ​ເຂົາ 13 “ມີ​ຜູ້​ທີ່​ກະ​ບົດ​ຕໍ່​ຄວາມ​ສວ່າງ ຜູ້​ທີ່​ບໍ່​ຄຸ້ນ​ເຄີຍ​ກັບ​ທາງ​ຂອງ​ຄວາມ​ສວ່າງ​ນັ້ນ ແລະ​ບໍ່​ໄດ້​ຢູ່​ໃນທາງຂອງ​ຄວາມສວ່າງ​ນັ້ນ 14 ຜູ້​ທຳ​ຄາ​ດ​ຕະ​ກັມ​ລຸກ​ຂຶ້ນ​ມາ​ແຕ່​ເດິກ ເຂົາ​ຂ້າ​ຄົນ​ຍາກ​ຈົນ ແລະ​ຄົນ​ຂັດ​ສົນ ແລະ​ໃນ​ກາງ​ຄືນ​ເຂົາ​ເປັນ​ເຫມືອນ​ຂະ​ໂມຍ 15 ຕາ​ຂອງ​ຜູ້​ລ່ວງ​ປະ​ເວ​ນີ​ຄອຍ​ເວ​ລາ​ຍາມ​ຄ່ຳ ກ່າວ​ວ່າ “ບໍ່​ມີ​ຕາ​ໃດ​ຈະ​ເຫັນ​ຂ້າ” ແລະ​ເຂົາ​ກໍ​ປອມ​ຫນ້າ​ຂອງ​ເຂົາ 16 ໃນ​ຍາມ​ມືດ​ເຂົາ​ຂຸດ​ເຂົ້າ​ໄປ​ໃນ​ເຮືອນ ກາງ​ເວັນ​ເຂົາ​ກໍ​ເກັບຕົວ ເຂົາ​ບໍ່​ຮູ້​ຈັກ​ຄວາມ​ສວ່າງ 17 ເພາະ​ຄວາມ​ມືດ​ທຶບ​ເປັນ​ເຫມືອນ​ເວ​ລາ​ເຊົ້າ​ແກ່​ເຂົາ​ທຸກ​ຄົນ ເພາະ​ເຂົາ​ຄຸ້ນ​ເຄີຍ​ກັບ​ຄວາມ​ສະ​ຍົດ​ສະ​ຍອງ​ຂອງ​ຄວາມມືດ​ທຶບ 18 “ເຂົາ​ລອຍ​ໄປ​ເທິງ​ຫນ້າ​ນ້ຳ ສ່ວນ​ແບ່ງ​ຂອງ​ເຂົາ​ຖືກ​ສາບ​ໃນ​ແຜ່ນ​ດິນ ເຂົາ​ບໍ່​ຫັນ​ຫນ້າ​ໄປ​ສູ່​ສວນ​ອະ​ງຸ່ນ​ຂອງ​ເຂົາ 19 ຄວາມ​ແຫ້ງ​ແລ້ງ​ແລະ​ຄວາມ​ຮ້ອນໄດ້​ເອົາ​ນ້ຳ​ຫິ​ມມະ​ໄປ​ສັນ​ໃດ ແດນ​ຄົນ​ຕາຍ​ກໍ​ໄດ້ເອົາ​ຜູ້ກະ​ທຳ​ບາບ​ໄປ​ສັນ​ນັ້ນ 20 ທ້ອງ​ທີ່​ໃຫ້​ກຳ​ເນີດ​ຈະ​ລືມ​ເຂົາ ຕົວ​ຫນອນຈະ​ກິນ​ເຂົາ​ ບໍ່​ມີ​ໃຜ​ຈຳ​ຊື່​ເຂົາ​ໄດ້ຕໍ່​ໄປຄວາມ​​ອະ​ທັມ​ຈິ່ງ​ຫັກ​ລົງ​ເຫມືອນ​ຕົ້ນ​ໄມ້ 21 “ເຂົາ​ກົດ​ຂີ່​ຈາກ​ຍີງ​ຫມັນ​ທີ່​ບໍ່​ມີ​ລູກ ແລະ​ບໍ່​ທຳ​ດີ​ໃຫ້​ແກ່​ຍີງ​ຫມ້າຍ 22 ພຣະ​ເຈົ້າ​ຍັງ​ຊົງ​ດຳ​ຣົງ​ຊີ​ວິດ​ຂອງ​ຄົນ​ມີ​ກຳ​ລັງ​ດ້ວຍ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ ເຖິງ​ແມ່ນ​ວ່າເຂົາ​ສິ້ນ​ຫວັງ​ໃນ​ຊີ​ວິ ເຂົາ​ກໍ​ລຸກ​ຂຶ້ນ​ໄດ້ 23 ພຣະ​ອົງ​ປະ​ທານ​ຄວາມ​ປອດ​ໄພ​ໃຫ້​ເຂົາ ແລະ​ເຂົາ​ກໍ​ເພີ່ງ​ຢູ່ ແລະ​ພຣະ​ເນດ​ຂອງ​ພຣະ​ອົງ​ຢູ່​ເທິງ​ຫົນ​ທາງ​ຂອງ​ເຂົາ 24 ເຂົາ​ທັງ​ຫລາຍ​ຖືກ​ຍົກ​ຍ້ອງ​ຂື້​ນ​ບຸດ​ນື່ງ​ແລ້ວ​ກໍ​ສີ້​ນ​ໄປ ເຂົາ​ຫ່ຽວ​ແຫ້ງ ແລະ​ສິ້ນ​ໄປ​ເຫມືອນ​ຄົນ​ອື່ນໆ ເຂົາ​ຖືກ​ຕັດ​ອອກ​ເຫມືອນຍອດ​ຮວງ​ເຂົ້າ 25 ຖ້າ​ບໍ່​ເປັນ​ເຊັ່ນ​ນັ້ນ ໃຜ​ຈະ​ພິ​ສູດ​ໄດ້​ວ່າ​ຂ້າ​ພະ​ເຈົ້າ​ມຸ​ສາ ແລະ​ສຳ​ແດງວ່າ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ນັ້ນ​ໄຮ້​ສາ​ຣະ”

ໂຢບ 25

ບີນ​ດັດ​ປະ​ຕິ​ເສດ​ຂໍ້​ທີ່​ວ່າ “ຕໍ່​ພຣະ​ເຈົ້າ​ມະ​ນຸດ​ຈະ​ເປັນ​ຝ່າຍ​ຖືກ​ໄດ້

1 ແລ້ວບີນ​ດັດ​ຕະ​ກູນ​ຊູ​ອາ​ຕອ​ບ​ວ່າ, 2 “ພຣະ​ເຈົ້າ​ຊົງ​ອຳ​ນາດ​ໃນ​ການ​ຄອບ​ຄອງ​ແລະ​ຊົງ​ໃຫ້​ຢຳ​ເກງ ພຣະ​ອົງ​ຊົງ​ກະ​ທຳ​ສັນ​ຕິ​ພາບ​ໃນ​ສວັນ​ເບື້ອງ​ສູງ​ຂອງ​ພຣະ​ອົງ 3 ກອງ​ທັບ​ຂອງ​ພຣະ​ອົງ​ມີ​ຈຳ​ນວນ​ ຫລື​ຄວາມ​ສວ່າງ​ຂອງ​ພຣະ​ອົງ​ບໍ່​ໄດ້​ສ່ອງ​ມາ​ເຫນືອ​ຜູ້​ໃດແດ່ 4 ແລ້ວ​ມະ​ນຸດ​ຈະ​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ໄດ້​ຢ່າງ​ໃດ ຄົນ​ທີ່​ເກີດ​ຈາກ​ຜູ້​ຍີງ​ຈະ​ສະ​ອາດ​ໄດ້​ຢ່າງ​ໃດ 5 ເບິ່ງ​ແມ໋ ເຖິງ​ແມ່ນດວງ​ຈັນ​ກໍ​ບໍ່​ມີ​ຄວາມ​ສຸກ​ໃສ ແລະ​ດວງ​ດາວ​ກໍ​ບໍ່​ສະ​ອາດ​ໃນສາຍ​ພຣະ​ເນດ​ຂອງ​ພຣະ​ອົງ 6 ມະ​ນຸດ​ຈະ​ຍິ່ງ​ສະ​ອາດ​ນ້ອຍກວ່າ​ນັ້ນ​ເທົ່າ​ໃດ ຜູ້​ເປັນ​ພຽງ​ຕົວ​ດັກ​ແດ້ ແລະ​ບຸດ​ຂອງ​ມະ​ນຸດ ຜູ້​ເປັນ​ພຽງ​ໂຕ​ຫນອນ”

ໂຢບ 26

ໂຢບ​ກ່າວ​ວ່າ​ພຣະ​ເຈົ້າ​ຊົງ​ມີ​ອຳ​ນາດ​ຄອບ​ຄອງ

1 ແລ້ວ​ໂຢບ​ຕອບ​ວ່າ, 2 “ທ່ານ​ໄດ້​ຊ່ອຍ​ຜູ້​ບໍ່​ມີ​ກຳ​ລັງ​ຫລາຍ​ຈີງ​ຫນໍ ທ່ານ​ໄດ້​ຊ່ອຍ​ແຂນ​ທີ່​ບໍ່​ມີ​ແຮງ​ແລ້ວ​ຫ​ນໍ 3 ທ່ານ​ໃຫ້​ຄຳ​ປຶ​ກສາ​ແກ່​ຄົນ​ທີ່​ບໍ່​ມີ​ສະ​ຕິ​ປັນ​ຍາ ແລະ​ໄດ້​ໃຫ້​ຄວາມຮູ້​ຫລາຍ​ທີ່​ສຳ​ຣິດ​ຜົນ ຈີງ​ຫນໍ 4 ທ່ານ​ເປັ່ງ​ວາ​ຈາ​ອອກ​ມາ​ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ໃຜ ແລະ​ວິນ​ຍານ​ຂອງ​ໃຜ​ໄດ້​ອອກ​ມາ​ຈາກ​ທ່ານ 5 ຊາວ​ພິ​ພົບ​ຄົນ​ຕາຍ​ເບື້ອງ​ລຸ່ມ​ກໍ​ສັ່ນ​ເຊັນ​ໃຕ້​ນ້ຳ​ແລະ​ຊາວ​ນ້ຳ​ນັ້ນ 6 ພິ​ພົບ​ຄົນ​ຕາຍ​ເປີດ​ແບ​ອອກ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແລະ​ແດນ​ພິ​ນາດ​ບໍ່​ມີ​ຜ້າ​ປົກ​ຄຸມບັງ 7 ພຣະ​ອົງ​ຊົງ​ພື​​ທ້ອງ​ຟ້າອອກ​ສູ່​ທາງ​ທິດ​ເຫນືອ ແລະ​ແຂວນ​ໂລກ​ໄວ້​ເຫນືອ​ທີ່​ວ່າງ​ເປົ່າ 8 ພຣະ​ອົງ​ຊົງ​ມັດ​ນ້ຳ​ໄວ້​ໃນ​ເມກ​ທຶບ​ຂອງ​ພຣະ​ອົງ ແລະ​ເມກ​ນັ້ນ​ກໍ​ບໍ່​ຂາດ​ວີ່ນ​ໄປ 9 ພຣະ​ອົງ​ຊົງ​ຄຸມ​ຫນ້າ​ຂອງ​ພຣະ​ທີ່​ນັ່ງ ແລະ​ພື​ເມກ​ຂອງ​ພຣະ​ອົງ​ອອກ​ຄຸມ​ມັນ​ໄວ້ 10 ພຣະ​ອົງ​ຊົງ​ຂີດ​ປະ​ຣິ​ມົນ​ທົນ​ໄວ້​ເທິງ​ພື້ນ​ນ້ຳ​ໃນ​ເຂດ​ລະ​ຫວ່າງ​ຄວາມ​ສວ່າງ​ແລະ​ຄວາມ​ມືດ 11 ເສົາ​ຟ້າ​ກໍ​ຫວັ່ນ​ໄຫວ ແລະ​ເສົາ​ນັ້ນ​ກໍ​ຄ່ອນ​ແຄນ​ສັ່ນ​ເຊັນດ້ວຍ​ຄວາມ​ຢ້ານ 12 ພຣະ​ອົງ​ຊົງ​ປາບ​ທະ​ເລ​ໃຫ້​ສ​ງົບ​ດ້ວຍ​ອະ​ນຸ​ພາບ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຕີ​ຣາ​ຮາບ​ດ້ວຍ​ຄວາມ​ເຂົ້າ​ພຣະ​ທັຍ​ຂອງ​ພຣະ​ອົງ 13 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຟ້າ​ສວັນ​ຜ່ອງ​ໃສ​ດ້ວຍ​ວາ​ຍຸ​ຂອງ​ພຣະ​ອົງ ພຣະ​ຫັດ​ຂອງ​ພຣະ​ອົງ​ແທງ​ພະ​ຍາ​ນາກ​ທີ່​ກຳ​ລັງ​ຫນີ​ໄປ 14 ແຕ່​ສິ່ງເຫລົ່າ​ນີ້​ເປັນ​ພຽງ​ເອີ່ຍ​ເຖິງພຣະ​ຣາ​ຊ​ກິດ​ຂອງ​ພຣະ​ອົງ ເຮົາ​ຊາບ​ເຖິງ​ພຣະ​ອົງ​ກໍ​ເປັນ​ພຽງ​ສຽງ​ກະ​ຊີບ ໃຜ​ຈະ​ເຂົ້າ​ໃຈ​ເຖິງ​ຣິດ​ເດດ​ຄວາມ​ຍິ່ງ​ໃຫຍ່​ອັນ​ແທ້​ຈີງຂອງ​ພຣະ​ອົງ​ໄດ້

ໂຢບ 27

ໂຢບ​ບັນ​ຍາຍ​ເຖິງ​ຄວາມ​ທຸກ​ລຳ​ບາກ​ຂອງ​ຄົນ​ຊົ່ວ​ຮ້າຍ

1 ແລະ​ໂຢ​ບ​ໄດ້​ກ່າວກອນ​ພາ​ສິດ​ຂອງ​ຕົນ​ອີກວ່າ, 2 “ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ແນ່​ສັນ​ໃດ ຄື​ພຣະ​ອົງ​ຜູ້​ຊົງ​ນຳ​ຄວາມ​ຍຸດ​ຕິ​ທັມ​ອັນ​ຄວນ​ຕົກ​ແກ່​ຂ້າ​ພະ​ເຈົ້າໄປ​ເສັຽ ແລະ​ອົງ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່​ຊົງ​ພຣະ​ຊົນຢູ່​ສັນ​ໃດ ຄື​ຜູ້​ຊົງ​ທຳ​ໃຈ​ຂ້າ​ພະ​ເຈົ້າໃຫ້​ຂົມ​ຂື່ນ 3 ເພາະ​ລົມ​ຫາຍ​ໃຈ​ຍັງຢູ່​ໃນ​ຕົຍ​ຂ້າພະ​ເຈົ້າ​ຕາບ​ໃດ ແລະ​ລົມ​ປານ​ຈາກ​ພຣະ​ເຈົ້າ​ຍັງ​ຢູ່​ໃນ​ຮູ​ດັງ​ຂອງ​ຂ້າ​ພະ​ເຈົ້າ​ຕາບ​ໃດ 4 ຮີມ​ຝີ​ປາກ​ຂອງ​ຂ້າ​ພະ​ເຈົ້າ​ຈະບໍ່ເວົ້າ​ຄວາມ​ເທັດ ແລະ​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ເປັ່ງ​ຄຳ​ຫລອກ​ລວ​ງ 5 ຂ້າ​ພະ​ເຈົ້າ​ຈະ​ບໍ່​ເວົ້າ​ວ່າ ທ່ານ​ເປັນ​ຝ່າຍຖືກ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຖິ້ມ​ຄວາມ​ສັດ​ຊື່​ຂອງ​ຂ້າ​ພະ​ເຈົ້າ​ຈົນ​ວັນ​ຕາຍ 6 ຂ້າ​ພະ​ເຈົ້າ​ຍຶດ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ຫມັ້ນ​ບໍ່​ຍອມ​ປ່ອຍ​ໄປ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຕຳ​ຫນິ​ຂ້າ​ພະ​ເຈົ້າ ບໍ່​ວ່າ​ວັນ​ໃດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ 7 “ຂໍ​ໃຫ້​ສັດ​ຕູ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ເຫມືອນ​ຄົນ​ອະ​ທັມ ແລະ​ຂໍ​ໃຫ້​ຜູ້​ທີ່​ລຸກ​ຂື້​ນ​ຕໍ່​ສູ້​ຂ້າ​ພະ​ເຈົ້າ​ເປັນ​ເຫມືອນ​ຄົນ​ບໍ່​ຊອ​ບທັມ 8 ເພາະ​ສິ່ງ​ໃດ​ຈະ​ເປັນ​ຄວາມ​ຫວັງ​ຂອງ​ຄົນທີ່​ບໍ່​ນັບ​ຖື​ພຣະ​ເຈົ້າ ໃນ​ເມື່ອ​ພຣະ​ເຈົ້າ​ຊົງ​ຕັດ​ເຂົາ​ອອກ​ໄປ​ເສັຽ ເມື່ອ​ພຣະ​ເຈົ້າ​ຊົງ​ເອົາ​ຊີ​ວິດ​ຂອງ​ເຂົາ​ໄປ 9 ພຣະ​ເຈົ້າ​ຈະ​ຊົງ​ຟັງ​ສຽງ​ຮ້ອງ​ຂ​ອງ​ເຂົາ​ຫລື ເມື່ອ​ຄວາມທຸກ​ລຳ​ບາກ​ມາສູ່​ເຂົາ 10 ເຂົາ​ຈະ​ປິ​ຕິ​ຍິນ​ດີ​ໃນ​ອົງ​ຜູ້​ມີອຳ​ນາດ​ຍິ່ງ​ໃຫຍ່ຫລື ເຂົາ​ຈະ​ກາບ​ທູນ​ພຣະ​ເຈົ້າ​ທຸກ​ເວ​ລາຫລື 11 ຂ້າພະ​ເຈົ້າ​ຈະ​ສອນ​ທ່ານ​ທັງ​ຫລາຍ​ເຖິງ​ເຣື່ອງ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ຂ້າ​ພະ​ເຈົ້າຈະ​ບໍ່​ປິດ​ບັງ​ພຣະ​ແຜນ​ການ​ຂອງ​ອົງ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່ 12 ທ່ານ​ທຸກ​ຄົນ​ໄດ້​ເຫັນ​ເອງ​ແລ້ວ ເປັນ​ຫຍັງ​ທ່ານ​ຈິ່ງ​ເວົ້າ​ສິ່ງ​ທີ່​ເຫລວ​ໄຫລ​ຢ່າງ​ນີ້ 13 “ຕໍ່​ພຣະ​ເຈົ້າ ນີ້​ເປັນ​ສ່ວນ​ຂອງ​ຄົນ​ອະ​ທັມ ແລະ​ມໍ​ຣະ​ດົກ​ຊື່ງ​ຜູ້​ບີບ​ບັງ​ຄັບ​ໄດ້​ຮັບ​ຈາກ​ອົງ​ຜູ້​ມີອຳ​ນາດຍິ່ງ​ໃຫຍ່ 14 ຖ້າ​ລູກ​ຫລານ​ຂອງ​ເຂົາ​ເພີ້ມ​ຂຶ້ນ ກໍ​ເພື່ອ​ຖືກ​ດາ​ບ ແລະ​ເຊື້ອ​ສາຍ​ຂອງ​ເຂົາ​ກໍ​ບໍ່​ພໍ​ກິນ 15 ຄົນ​ຂອງ​ເຂົາ​ທີ່​ລອດ ໂຣ​ກ​ລະ​ບາດ​ກໍ​ຈະ​ຝັງ​ເຂົາ​​ເສັຽ ແລະ​ເມັຽ​ຫມ້າຍ​ຂອງ​ເຂົາ​ຈະ​ບໍ່​ໄວ້​ທຸກ​ໃຫ້ 16 ເຖິງ​ເຂົາ​ຈະ​ກອບ​ໂກຍ​ເອົາ​ເງິນ​ໄວ້​ຫລາຍ​ຢ່າງ​ຝຸ່ນ​ຂີ້​ດິນ ແລະ​ກອງ​ເສື້ອ​ຜ້າ​ໄວ້​ດັ່ງ​ດິນ​ຫນຽວ 17 ເຂົາ​ຈະ​ກອງ​ໄວ້ກໍ​ໄດ້ ແຕ່​ຄົນ​ຊອບ​ທັມ​ຈະ​ສວມ ແລະ​ຄົນປາ​ສ​ຈາກ​ຜິດ​ຈະ​ແບ່ງເງິນ​ກັນ 18 ບ້ານ​ທີ່​ເຂົາ​ສ້າງຈະ​ເຫມືອນ​ຮັງ​ໄຫມ​ຂອງ​ດັກ​ແດ້ ເຫມືອນ​ຢ່າງ​ໄຟ​ທີ່​ຄົນ​ຍາມ​ສ້າງ 19 ເຂົາ​ນອນ​ລົງ​ເປັນ​ຄົນ​ຮັ່ງ​ມີ ແຕ່​ເຂົາ​ກໍ​ເກັບ​ສິ່ງ​ໃດ​ໄວ້​ບໍ່​ໄດ້ ເຂົາ​ມືນ​ຕາຂອງ​ເຂົາ​ຂຶ້ນ ແລະ​ຊັບ​ສົມ​ບັດ​ຂອງ​ເຂົາ​ຫມົດ​ໄປ​ແລ້ວ 20 ຄວາມຢ້ານ​ອັນ​ຍິ່​ງ​ໃຫຍ່​ຖ້ວມ​ເຂົາ​ເຫມືອນ​ນ້ຳ​ຖ້ວມ​ ໃນ​ກາງ​ຄືນ​ພະ​ຍຸ​ຫອບ​ເຂົາ​ໄປ 21 ລົມ​ຕາ​ເວັນ​ອອກ​ຫອບ​ເຂົາ​ຂຶ້ນ ແລະ​ເຂົາ​ກໍ​ຈາກ​ໄປ ມັນ​ກວາດ​ເຂົາ​ອອກ​ໄປ​ຈາກ​ທີ່​ຂອງ​ເຂົາ 22 ມັນ​ຈະ​ພັດ​ໃສ່​ເຂົາ​ໂດຍ​ບໍ່​ມີ​ຄວາມ​ປາ​ນີ ເຂົາ​ຈະ​ຫນີ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ 23 ຄົນ​ຕົບ​ມື​ເຍາະ​ເຍີ້ຍ​ເຂົາ ແລະ​ໄລ່​ເຂົາ​ອອກ​ໄປ​ຈາກ​ບ່ອນ​ຂອງ​ເຂົາ

ໂຢບ 28

ການ​ທີ່​ມະ​ນຸດ​ສ​ແວງ​ຫາ​ສະ​ຕິ​ປັນ​ຍາ

1 “ແນ່ນອນ ຕ້ອງ​ມີ​ເຫມືອງ​ສຳ​ລັບ​ແຮ່ເງິນ ແລະ​ມີ​ບ່ອນ​ສຳ​ລັບ​ທອງ​ຄຳ​ທີ່​ເຂົາ​ຫລອມ 2 ເຂົາ​ເອົາ​ເຫລັກ​ມາ​ຈາກ​ພື້ນ​ດິນ ແລະ​ຂຸດ​ທອງ​ແດງ​ຈາກ​ແຮ່​ດິບ 3 ມະ​ນຸດ​ສຳ​ລວດ​ຄວາມ​ມືດ ແລະ​ຄົ້ນ​ຫາ​ໄປ​ຍັງ​ເຂດ​ໄກ​ທີ່​ສຸດ ຄົ້ນ​ແຮ່​ດິບ​ໃນ​ບ່ອນ​ມືດ​ຄື້ມແລະບ່ອນ​ມືດອັນ​ຕຶບ​ຫນາ 4 ເຂົາ​ຂຸດ​ປ່ອງ​ໄກ​ຈາກ​ບ່ອນ​ຝູງ​ຄົນ​ອາ​ໄສ​ຢູ່ ຄົນ​ສັນ​ຈອນ​ໄປ​ມາ​ລືມ​ເຂົາ​ແລ້ວ ເຂົາ​ແຂວນ​ຢູ່​ແກວ່ງ​ໄປ​ແກວ່ງ​ມາ​ໄກ​ຈາກ​ຝູງ​ຄົນ 5 ຝ່າຍ​ແຜ່ນດິນ​ນັ້ນມີ​ອາ​ຫານ​ອອກ​ມາ ແຕ່​ພາຍໃຕ້​ກໍ​ສັບ​ສົນ​ຢ່າງ​ຖືກ​ໄຟ​ໄຫມ້ 6 ກ້ອນ​ຫີນ​ບ່ອນ​ນັ້ນ​ເປັນ​ບ່ອນ​ຢູ່​ຂອງ​ແກ້ວ​ໄພ​ທູນ ແລະ​ມັນ​ມີ​ຜົງ​ທອງ​ຄຳ 7 “ທາງ​ນັ້ນ​ບໍ່​ມີ​ແຫລວໂຕ​ໃດ​ຮູ້ ແລະບໍ່​ມີ​ຕາແຮ້ງມອງເຫັນ 8 ສັດ​ປ່າ​ທີ່​ສ​ງ່າ​ບໍ່​ເຄີຍ​ຍ່າງ​ບ່ອນ​ນັ້ນ ສິ່ງ​ດຸ​ຮ້າຍ​ບໍ່​ຜ່ານ​ມາ​ບ່ອນ​ນັ້ນ 9 “ຄົນ​ນັ້ນ​ກ້າ​ຂຸດໂງ່ນ​ຫີນ​ອັນແຂງ ແລະ​ທຳ​ລາຍ​ພູ​ເຂົາ​ລົງ​ເຖິງ​ຮາກ 10 ເຂົາ​ຂຸດ​ເປັນ​ຖ້ຳ​ຜ່ານ​ເງ່ນ​ຫີນ​ເຂົ້າ​ໄປ ແລະ​ຕາ​ຂອງ​ເຂົາ​ເຫັນ​ຂອງ​ປະ​ເສີດ​ທຸກ​ຢ່າງ 11 ເຂົາ​ກັ້ນ​ຕາ​ນ້ຳ​ໄວ້ ເພື່ອ​ບໍ່​ໃຫ້​ມີ​ນ້ຳ​ຍ້ອຍ ແລະ​ສິ່ງ​ທີ່​ປິດ​ບັງ​ໄວ້ ອອກ​ສູ່​ແສງ​ແຈ້ງ 12 “ແຕ່​ຈະ​ພົບ​ພຣະ​ປັນ​ຍາ​ທີ່​ໃດ ແລະ​ທີ່​ຂອງ​ຄວາມ​ເຂົ້າ​ໃຈ​ຢູ່​ທີ່​ໃດ 13 ມະ​ນຸດ​ບໍ່​ຮູ້​ຈັກ​ຄ່າ​ຂອງ​ພຣະ​ປັນ​ຍາ ແລະ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ເປັນ​ກໍ​ຫາບໍ່​ພົບ 14 ບາ​ດານ​ເວົ້າ​ວ່າ, “ທີ່​ຂ້າ​ພະ​ເຈົ້າ​ບໍ່​ມີ” ແລະ​ທະ​ເລ​ກ່າວ​ວ່າ, “ບໍ່​ຢູ່​ກັບ​ຂ້າ​ພະ​ເຈົ້າ” 15 ຈະ​ເອົາ​ທອງ​ຄຳ​ຊື້ກໍ​ບໍ່​ໄດ້ ແລະ​ຈະ​ຊັ່ງ​ເງິນ​ໃຫ້​ຕາມ​ຣາ​ຄາ​ກໍ​ບໍ່​ໄດ້ 16 ຈະ​ຕີ​ຣາ​ຄາ​ເປັນ​ທອງ​ຄຳ​ໂອ​ຟີ​ຣ໌​ກໍ​ບໍ່​ໄດ້ ຫລື​ເປັນ​ໂກ​ເມນ ຫລື​ແກ້ວ​ໄພ​ທູນ​ປະ​ເສີດ​ກໍ​ບໍ່​ໄດ້ 17 ຈະ​ທຽບ​ເທົ່າ​ທອງ​ຄຳ​ແລະ​ແກ້ວກໍ​ບໍ່​ໄດ້ ຫລື​ຈະ​ແລກ​ກັບ​ເຄື່ອງ​ທອ​ງ​ຄຳ​ປະ​ເສີດ​ກໍ​ບໍ່​ໄດ້ 18 ຢ່າ​ເອີ່ຍ​ເຖິງ​ເພັດ​ນີນ​ຈີນ​ດາ ແລະ​ທັບ​ທິມ​ເລີຍ ຄ່າ​ຂອງ​ພຣະ​ປັນ​ຍາ​ສູງກວ່າ​ມຸກ​ດາ 19 ພອຍ​ສີ​ເຫລືອງນ້ຳ​ອ່ອນ​ແຫ່ງ​ເມືອງ​ເອ​ທິ​ໂອ​ເປັຽ ກໍ​ປຽບ​ກັບ​ພຣະ​ປັນ​ຍາ​ບໍ່​ໄດ້ ຫລື​ຈະ​ຕີ​ຣາ​ຄາ​ເປັນ​ທອງ​ຄຳ​ບໍ​ຣິ​ສຸດ​ກໍ​ບໍ່​ໄດ້ 20 “ດັ່ງ​ນັ້ນ​ພຣະ​ປັນ​ຍາ​ມາ​ຈາກ​ທີ່​ໃດ ແລະ​ທີ່​ຂອງ​ຄວາມ​ເຂົ້າ​ໃຈ​ຢູ່​ທີ່​ໃດ 21 ເປັນ​ສິ່ງ​ທີ່​ຊ່ອນ​ພົ້ນ​ຈາກ​ຕາ​ຂອງ​ສິ່ງທີ່​ມີ​ຊີ​ວິດ​ທັງ​ປວງ ແລະ​ປິດ​ບັງ​ໄວ້​ຈາກ​ນົກ​ໃນ​ອາ​ກາດ 22 ແດນ​ພິ​ນາດ​ແລະ​ມັດ​ຈຸ​ຣາ​ຊ​ກ່າວ​ວ່າ, “ເຮົາ​ໄດ້​ຍິນ​ສຽງ​ເລົ່າ​ລື​ເຣື່ອງ​ພຣະ​ປັນ​ຍາ​ກັບ​ຫູ​ຂອງ​ເຣົາ” 23 “ພຣະ​ເຈົ້າ​ຊົງ​ຊາບ​ທາງ​ໄປ​ຫາ​ພຣະ​ປັນ​ຍາ​ນັ້ນ ແລະ​ພຣະ​ອົງ​ຊົງ​ຊາບທີ່​ຢູ່​ຂອງ​ພຣະ​ປັນ​ຍາ​ດ້ວຍ 24 ເພາະ​ພຣະ​ອົງ​ທອດ​ພຣະ​ເນດ​ໄປ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ ແລະ​ຊົງ​ເຫັນ​ທຸກ​ສິ່ງ​ທີ່​ໃຕ້​ຟ້າ​ສວັນ 25 ໃນ​ເມື່ອ​ພຣະ​ອົງ​ຊົງ​ກຳ​ຫນົດ​ນ້ຳ​ຫນັກ​ໃຫ້​ແກ່​ລົມ ແລະ​ຊົງ​ກະ​ນ້ຳ​ດ້ວຍ​ເຄື່ອງ​ຜອງ 26 ເມື່ອ​ພຣະ​ອົງ​ຊົງ​ສ້າງ​ກົດ​ໃຫ້​ຝົນ ແລະ​ສ້າງ​ທາງ​ໄວ້​ໃຫ້​ແສງ​ຟ້າ​ແມບ​ຂ​ອງ​ຟ້າ​ຜ່າ 27 ແລ້ວ​ພຣະ​ອົງ​ທອດ​ພຣະ​ເນດ​ພຣະ​ປັນ​ຍາ ແລະ​ຊົງ​ສັນ​ນິ​ສູດ ຊົງ​ສະ​ຖາ​ປະ​ນາ​ໄວ້​ແລະ​ຊົງ​ວິ​ຈັຍ 28 ແລະ​ພຣະ​ອົງ​ກ່າວກັບ​ມະ​ນຸດ​ວ່າ ເບິ່ງ​ແມ໋ ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ຄື​ພຣະ​ປັນ​ຍາ ແລະ​ທີ່​ຫັນ​ຫນີ​ຈາກ​ຄວາມ​ຊົ່ວ​ຄື​ຄວາມ​ເຂົ້າ​ໃຈ”

ໂຢບ 29

ໂຢບ​ແກ້​ຄະ​ດີ​ເທື່ອ​ສຸດ​ທ້າຍ

1 ແລະ​ໂຢ​ບ​ກໍ​ກ່າວກອນ​ສຸພາ​ສິດ​ຂອງ​ທ່ານ​ອີກວ່າ, 2 “ໂອ ຂ້າ​ພະ​ເຈົ້າ​ຢາກ​ຈະ​ຢູ່ເຫມືອນ​ຢ່າງ​ແຕ່​ເກົ່າ​ກ່ອນ ເຫມືອນ​ໃນ​ສະ​ໄຫມ​ເມື່ອ​ພຣະ​ເຈົ້າ​ຊົງ​ຮັກ​ສາຂ້າ​ພະ​ເຈົ້າ 3 ເມື່ອແສງປະ​ທີບຂອງ​ພຣະ​ອົງ​ສ່ອງ​ເຫນືອ​ສີ​ສະ​ຂ້າ​ພະ​ເຈົ້າ 4 ເຫມືອນ​ຂ້າ​ພະ​ເຈົ້າ​ເມື່ອ​ຄັ້ງ​ຍັງ​ຫນຸ່ມ​ແຫນ້ນ​ຢູ່ ເມື່ອ​ພຣະ​ເຈົ້າ​ຊົງ​ປົກ​ປ້ອງ​ເຕັນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້ 5 ເມື່ອງ​ອົງ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່​ຍັງ​ຢູ່​ກັບ​ຂ້າ​ພະ​ເຈົ້າ ແລະ​ລູກ​ຫລານ​ຫ້ອມລ້ອມຂ້າ​ພະ​ເຈົ້າ 6 ເມື່ອ​ເຂົາ​ລ້າງ​ເທົ້າ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ນ້ຳ​ນົມ ແລະ​ກ້ອນ​ຫີນ​ເທ​ທານ​ນ້ຳ​ມັນ​ອອກ​ໃຫ້​ຂ້າພະ​ເຈົ້າ 7 ເມື່ອຂ້າ​ພະ​ເຈົ້າ​ອອກ​ມາ​ຍັງ​ປະ​ຕູ​ເມືອງ ເມື່ອ​ຂ້າ​ພະ​ເຈົ້າ​ຕຽມ​ບ່ອນ​ນັ່ງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ລານ​ເມືອງ 8 ຄົນ​ຫນຸ່ມ​ໆ​ເຫັນ​ຂ້າ​ພະ​ເຈົ້າ​ແລ້ວ​ກໍ​ຫລີກ​ໄປ ຄົນ​ສູງ​ອາ​ຍຸ​ລຸກ​ຂຶ້ນ​ຢືນ 9 ເຈົ້າ​ນາຍ​ຢຸດ​ເວົ້າ ເອົາ​ມື​ປິດ​ປາກ​ຂອງ​ຕົນ​ໄວ້ 10 ສຽງ​ຂອງ​ຂຸນ​ນາງ​ກໍ​ສ​ງົບ​ລົງ​ ແລະ​ລີ້ນ​ຂອງ​ເຂົາ​ກໍ​ເກາະ​ຕິດ​ເຫືອກ​(ເພ​ດານ)ປາກ 11 ເມື່ອ​ຫູ​ໄດ້​ຍິນ​ແລ້ວ ຕ່າງ​ກໍ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ສຸກ ແລະ​ເມື່ອ​ຕາ​ເບິ່ງກໍ​ຍົກ​ຍ້ອງ​ຂ້າ​ພະ​ເຈົ້າ 12 ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຊ່ອຍ​ຄົນ​ຍາກ​ຈົນ​ທີ່​ຮ້ອງ​ໃຫ້​ຊ່ອຍ ແລະ​ເດັກ​ກຳ​ພ້າ​ທີ່​ບໍ່​ມີ​ໃຜ​ອຸ​ປ​ຖັມ​ເຂົາ 13 ພອນ​ຂອງ​ຄົນ​ທີ່​ໃກ້​ຈະ​ພິ​ນາດ​ກໍ​ມາ​ເຖິງ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ເປັນ​ເຫດ​ໃຫ້​ຈິດ​ໃຈ​ຂອງ​ຍິງ​ຫມ້າຍ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ 14 ຂ້າ​ພະ​ເຈົ້າ​ສວມ​ຄວາມ​ຊອບ​ທັມ ແລະ​ມັນ​ກໍ​ຫໍ່​ຫຸ້ມ​ຂ້າ​ພະ​ເຈົ້າ​ໄວ້ ຄວາມຍຸດ​ຕິ​ທັມ​ຂອງ​ຂ້າ​ພະ​ເຈົ້າ​ເຫມືອນ​ເສື້ອ​ຄຸມ ແລະ​ຜ້າ​ປົກ​ສີ​ສະ 15 ຂ້າ​ພະ​ເຈົ້າ​ເປັນ​ນັຍ​ຕາ​ໃຫ້​ຄົນ​ຕາ​ບອດ ແລະ​ເປັນ​ເທົ້າ​ໃຫ້​ຄົນ​ງ່ອຍ 16 ຂ້າ​ພະ​ເຈົ້າ​ເປັນ​ພໍ່ໃຫ້​ຄົນ​ຂັດ​ສົນ ແລະ​ຂ້າ​ພະ​ເຈົ້າ​ສອບ​ສວນ​ເຣື່ອງ​ຂອງ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ 17 ຂ້າ​ພະ​ເຈົ້າ​ຫັກ​ຂ້ຽວ​ເລັບ​ຂອງ​ຄົນ​ທີ່​ບໍ່​ຊອບ​ທັມ ແລະ​ໄດ້​ດືງ​ເອົາ​ເຫຍື່ອ​ຈາກ​ແຂ້ວ​ຂອງ​ເຂົາ 18 ແລ້ວ​ຂ້າ​ພະ​ເຈົ້າ​ຄິດ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ຕາຍ​ໃນ​ຮັງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າຈະ​ທະ​ວີ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ​ເຫມືອນ​ຢ່າງ​ດິນ​ຊາຍ 19 ຮາກ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ແຜ່​ໄປ​ເຖິງ​ນ້ຳ ມີ​ນ້ຳ​ຄ້າງ​ເທິງ​ກີ່ງ​ຂອງ​ຂ້າ​ພະ​ເຈົ້າ​ຄລອດ​ຄືນ 20 ສັກ​ສີ​ຂອງ​ຂ້າ​ພະ​ເຈົ້າ​ສົດ​ຊື່ນ​ຢູ່​ກັບ​ຂ້າ​ພະ​ເຈົ້າ ແລະ​ຄັນ​ທະ​ນູ​ຂອງ​ຂ້າ​ພະ​ເຈົ້າ​ໃຫມ່​ສ​ເມີ​ຢູ່​ໃນ​ມື​ຂ້າ​ພະ​ເຈົ້າ” 21 “ຄົນ​ທັງ​ຫລາຍ​ຟັງ​ຂ້າ​ພະ​ເຈົ້າ​ແລະ​ຄອຍ​ຢູ່ ແລະ​ງຽບ​ຢູ່​ຟັງ​ຄຳ​ປຶກ​ສາ​ຂອງ​ຂ້າ​ພະ​ເຈົ້າ 22 ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ແລ້ວ ເຂົາ​ກໍ​ບໍ່​ຢຸ​ດອີກ​ເລີຍ ແລະ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ກັ່ນ​ລົງ​ມາ​ເຫນືອ​ເຂົາ 23 ເຂົາ​ຄອຍ​ຂ້າ​ພະ​ເຈົ້າ​ເຫມືອນ​ຄອຍ​ຝົນ ເຂົາ​ອ້າ​ປາກ​ຂອງ​ເຂົາ​ເຫມືອນ​ຢ່າງ​ລໍ​ຮັບ​ນ້ຳ​ຝົນ​ຍາ​ມປາຍ​ຣະ​ດູ 24 ຂ້າ​ພະ​ເຈົ້າ​ຍິ້ມ​ແຍ້ມ​ຕໍ່​ເຂົາ​ເມື່ອ​ເຂົາ​ທໍ້​ຖອຍ ແລະ​ໃບ​ຫນ້າ​ຍີ້ມ​ແຍ້ມ​ຂອງ​ຂ້າ​ພະ​ເຈົ້າ ເຂົາ​ບໍ່​ໄດ້​ທຳ​ໃຫ້​ຫມົ່ນ​ຫມອງ 25 ຂ້າ​ເລືອກ​ທາງ​ໃຫ້​ເຂົາ ແລະ​ນັ່ງ​ເປັນ​ຫົວ​ຫນ້າ ແລະ​ຢູ່ເຫມືອນ​ຢ່າງ​ກະ​ສັດ​ຖ້າມ​ກາງກອງ​ທະ​ຫານ ເຫມືອນ​ຢ່າງ​ຜູ້​ທີ່​ເລົ້າ​ໂລມ​ຄົນ​ທີ່​ສິ້ນ​ຫວັງ

ໂຢບ 30

1 “ແຕ່​ດຽວ​ນີ້​ເຂົາ​ເຍາະ​ເຍີ້ຍ​ຂ້າ​ພະ​ເຈົ້າ ຄື​ຄົນ​ທີ່​ອ່ອນກວ່າ​ຂ້າ​ພະ​ເຈົ້າ ຄົນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຢຽດ​ຫຍາມ​ພໍ່​ຂອງ​ເຂົາ​ເຖິງ​ກັບ​ບໍ່​ຍອມ​ໃຫ້​ຢູ່​ກັບ​ຫມາ​ທີ່​ເຝົ້າ​ຝູງ​ແບ້​ແກະ​ຂອງ​ເຂົາ 2 ຂ້າ​ພະ​ເຈົ້າ​ຈະ​ໄດ້​ສິ່ງ​ໃດ​ຈາກ​ກຳ​ລັງ​ມື​ຂອງ​ເຂົາ​ທັງ​ຫລາຍ ຄື​ຂອງ​ຄົນ​ທີ່​ເຫື່ອ​ແຮງ​ເຂົາຫມົດ​ໄປ​ແລ້ວ 3 ໂດຍ​ທີ່​ຂາດ​ແຄນແລະອຶດ​ຫິວ ເຂົາ​ເສາະ​ດິນ​ທີ່​ແຫ້ງ​ແລະໃນ​​ທີ່​ຮ້າງ​ເປົ່າ 4 ເຂົາ​ເກັບ​ຜັກ​ແລະ​ໃບ​ໄມ້ ກິນ​ແມ່ນ​ແຕ່ຮາກ​ໄມ້​ຈາງໆ​ຂອງ​ໄມ້​ຍູກວາດ 5 ເຂົາ​ຖືກ​ຂັບ​ໄລ່​ອອກ​ໄປ​ຈາກ​ຖ້າມກາງ​ຄົນ ມີ​ຄົນ​ຮ້ອງ​ຕາມ​ເຂົາ​ໄປ​ຢ່າງ​ຕາມ​ໂຈນ 6 ສະ​ນັ້ນ ເຂົາ​ຄ້ອງ​ພັກ​ຢູ່​ໃນ​ຖ້ຳ​ຫີນ ໃນ​ຂຸມ​ດິນ ແລະ​ໂງ່ນ​ຫີນ 7 ເຂົາ​ຮ້ອງ​ຢູ່​ຖ້າມ​ກາງ​ພຸ່ມ​ໄມ້ ເຂົາ​ບຽດ​ກັນ​ຢູ່​ພາຍ​ໃຕ້​ຕົ້ນ​ໄມ້​ຫນາມ 8 ເປັນ​ພວກ​ຄົນ​ຖ່ອຍ ເປັນ​ພວກ​ຄົນ​ເສັຽ​ຊື່ ເຂົາ​ຖືກກວາດ​ອອກ​ໄປ​ເສັຽ​ຈາກ​ແຜ່ນ​ດິນ 9 “ແລະ​ບັດ​ນີ້​ຂ້າ​ພະ​ເຈົ້າ​ກາຍ​ເປັນ​ເພງ​ເຍາະ​ເຍີ້ຍ​ຂອງ​ເຂົາ ຂ້າ​ພະ​ເຈົ້າ​ເປັນ​ຂີ້​ປາກ​ຂອງ​ເຂົາ 10 ເຂົາ​ທັງ​ຫລາຍ​ລັງ​ກຽດ​ຂ້າ​ພະ​ເຈົ້າ ແລະ​ເຫີນ​ຫ່າງ​ຈາກ​ຂ້າ​ພະ​ເຈົ້າ ຫລື​ຢ່າງ​ບໍ່​ລຳ​ຄານ​ເລີຍ​ທີ່​ຈະ​ຖົ່ມ​ນ້ຳ​ລາຍ​ໃສ່​ເມື່ອ​ເຂົາ​ເຫັນຂ້າ​ພະ​ເຈົ້າ 11 ເພາະ​ພຣະ​ເຈົ້າ​ຊົງ​ຫຍ່ອນ​ສາຍ​ທະ​ນູ​ຂອງ​ຂ້າ​ພະ​ເຈົ້າ ແລະ​ໃຫ້​ຂ້າ​ພະ​ເຈົ້າ​ຕົກ​ຕ່ຳ ເຂົາ​ທັ​ງ​ຫລາຍ​ກໍ​ແກວ່ງ​ຄວາມຢັ້ງ​ຄິດ​ເສັຽ​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ 12 ຄົນ​ພານ​ລຸກ​ຂຶ້ນ​ຂ້າງ​ຂວາ​ມື​ຂອງ​ຂ້າ​ພະ​ເຈົ້າ ເຂົາ​ກົດ​ດັນ​ຂ້າ​ພະ​ເຈົ້າ​ອອກ​ໄປ ເຂົາ​ແກວ່ງ​ທາງ​ແຫ່ງຄວາມ​ພິ​ນາດໄວ້​ຕໍ່​ສູ້​ຂ້າ​ພະ​ເຈົ້າ 13 ເຂົາ​ພັງ​ທາງ​ຍ່າງ​ຂອງ​ຂ້າ​ພະ​ເຈົ້າ ເຂົາ​ເສີມ​ໄພ​ວິ​ບັດ​ໃຫ້​ຂ້າ​ພະ​ເຈົ້າ ບໍ່​ມີ​ຜູ້​ໃດ​ຊ່ອຍ​ໄດ້​ເລີຍ 14 ເຂົາ​ມາ​ຢ່າງ​ກັບ​ມາ​ທາງຊ່ອງ​ໂຫວ່ ເຂົາ​ກີ້ງ​ເຂົ້າ​ມາ​ຖ້າມ​ກາງ​ສິ່ງ​ທີ່​ຫັກ​ເພພັງ 15 ຄວາມ​ສະ​ຍົດ​ສະ​ຍອງ​ຕ່າງໆ​ຫັນ​ເຂົ້າ​ມາ​ໃສ່​ຂ້າ​ພະ​ເຈົ້າ ກຽດ​ຂອງ​ຂ້າ​ພະ​ເຈົ້າ​ຖື​ກ​ເຂົາ​ຕິດ​ຕາມ​ຢ່າງ​ລົມ​ຕາມ ແລະ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ຂອງ​ຂ້າ​ພະ​ເຈົ້າ​ສູນ​ໄປ​ເສັຽ​ເຫມືອນ​ຢ່າງ​ເມກ 16 “ບັດ​ນີ້​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ລະ​ລາຍ​ໄປ​ດ້ວຍ​ຄວາມ​ເສົ້າ​ສ​ລົດ ວັນ​ແຫ່ງ​ຄວາມ​ທຸກ​ໃຈ​ຍຶດ​ຕົວ​ຂ້າ​ພະ​ເຈົ້າ​ໄວ້ 17 ກາງ​ຄືນ​ກະ​ດູກ​ຂ້າ​ພະ​ເຈົ້າ​ຜຸ​ໄປ ແລະ​ຄວາມ​ເຈັບ​ປວດ​ທີ່​ທໍ​ຣະ​ມານ​ຂ້າ​ພະ​ເຈົ້າບໍ່​ຢຸດ​ຈັກ​ເທື່ອ 18 ເຄື່ອງ​ນຸ່ງ​ຂອງ​ຂ້າ​ພະ​ເຈົ້າ​ເສັຽຣູບ​ໄປ​ດ້ວຍ​ຄວາມ​ຮຸນ​ແຮງ ມັນ​ມັດ​ຂ້າ​ພະ​ເຈົ້າ​ເຫມືອນ​ຢ່າງ​ຜ້າ​ຄໍ​ເສື້ອ​ຮັດ​ຂ້າ​ພະ​ເຈົ້າ 19 ພຣະ​ເຈົ້າ​ຊົງ​ໂຍ​ນ​ຂ້າ​ພະ​ເຈົ້າ​ລົງ​ໃນ​ຕົມ ແລະ​ຂ້າ​ພະ​ເຈົ້າ​ກໍ​ກາຍ​ເປັນ​ເຫມືອນ​ຝຸ່ນ​ຂີ້​ດິນ ແລະ​ຂີ້​ເຖົ່າ 20 ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຂໍ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ບໍ່​ໄດ້​ຊົງ​ຕອບ​ຂ້າ​ພຣະ​ອົງ​ເລີຍ ຂ້າ​ພຣະ​ອົງ​ຢືນ​ຂຶ້ນ ແລະ​ພຣະ​ອົງ​ບໍ່​ຊົງ​ມອງ​ເບິ່ງ 21 ພຣະ​ອົງ​ທຳ​ກັບ​ຂ້າ​ພຣະ​ອົງ​ຢ່າງ​ໂຫດ​ຮ້າຍ​ທາ​ຣຸນ ພຣະ​ອົງ​ຊົງ​ຂົ່ມ​ເຫັງ​ຂ້າ​ພຣະ​ອົງ​ດ້ວຍ​ພຣະ​ຫັດ​ອັນ​ຊົງ​ຣິດ​ຂອງ​ພຣະອົງ 22 ພຣະ​ອົງ​ຊົງ​ຊູ​ຂ້າ​ພຣະ​ອົງ​ຂຶ້ນ​ເຫນືອ​ລົມ ແລະ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຂີ່​ລົມ ແລະ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ລະ​ລາຍ​ໄປ​ໃນ​ພະ​ຍຸ 23 ຂ້າ​ພຣະ​ອົງຮູ້​ແລ້​ວວ່າ​ພຣະ​ອົງ​ຈະ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຕາຍ​ເສັຽ ແລະ​ໃຫ້​ໄປສູ່​ທີ່​ກຳ​​ຫນົດ​ຂອງ​ຄົນ​ເປັນ​ທັງ​ປວງ 24 “ເຖິງ​ປານ​ນັ້ນ​ຄົນ​ໃນ​ກອງ​ທີ່​ຫັກ​ເພ​ພັງ​ບໍ່​ຍື່ນ​ມື​ຂອງ​ເຂົາ​ອອກ ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ໃນ​ຖ້າມ​ກາງ​ໄພ​ວິ​ບັດ​ຂອງ​ເຂົາ​ຫລື 25 ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮ້ອງ​ໄຫ້​ເພື່ອ​ຜູ້​ທີ່​ວັນ​ເວ​ລາ​ຂອງ​ເຂົາ​ທຸກ​ໄຮ້​ເຂັນ​ໃຈ​ຫລື ຈິ​ດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໂສກ​ສ​ລົດ​ເພື່ອ​ຄົນ​ຂັດ​ສົນ​ຫລື 26 ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ຊອກ​ຫາ​ຂອງ​ດີ ຂອງ​ຮ້າຍ​ກໍ​ມາ​ເຖິງ ແລະ​ເມື່ອ​ຂ້າ​ພະ​ເຈົ້າ​ຄອຍ​ຄວາມ​ສວ່າງ ຄວາມ​ມືດ​ກໍ​ມາ​ເຖິງ 27 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ສັ​ບ​ສົນ​ບໍ່​ເຄີຍ​ສ​ງົບ​ເລີຍ ວັນ​ແຫ່ງ​ຄວາມ​ທຸກ​ໃຈ​ມາ​ພົບ​ຂ້າ​ພະ​ເຈົ້າ 28 ຂ້າ​ພະ​ເຈົ້າ​ຫມອງ​ຄ້ຳ​ໄປ ບໍ່​ແມ່ນ​ດ້ວຍ​ແດດ ຂ້າ​ພະ​ເຈົ້າ​ຢືນ​ຂຶ້ນ​ໃນ​ທີ່​ຊຸມ​ນຸມ​ຊົນ ແລະ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ 29 ຂ້າ​ພະ​ເຈົ້າ​ເປັນ​ພີ່​ນ້ອງ​ກັບ​ຫມາ​ປ່າ ແລະ​ເປັນ​ເພື່ອນ​ກັບ​ນົກ​ກະ​ຈອກ​ເທດ 30 ຜິວ​ຫນັງ​ຂອງ​ຂ້າ​ດຳ ແລະ​ຣ່ວງ​ໄປ​ຈາກ​ຂ້າ​ພະ​ເຈົ້າ ກະ​ດູກ​ຂອງ​ຂ້າ​ພະ​ເຈົ້າ​ຮ້ອນ​ຢ່າງ​ໄຟ​ໄຫມ້ 31 ເພາະ​ສະ​ນັ້ນ​ສຽງ​ພີນ​ເຂົາ​ຄູ່ຂອງ​ຂ້າ​ພະ​ເຈົ້າ​ກາຍ​ເປັນ​ສຽງ​ໂຫຍ​ໄຫ້ ແລະ​ສຽງ​ປີ່​ຂອງ​ຂ້າ​ພະ​ເຈົ້າ​ກາຍ​ເປັນ​ສຽງ​ຂອງ​ຜູ້​ທີ່​ຮ້ອງ​ໄຫ້

ໂຢບ 31

1 “ຂ້າ​ພະ​ເຈົ້າ​ໄດ້​ສັນ​ຍາ​ຢ່າງ​ເດັດ​ຂາດ​ວ່າ​ຈະ​ບໍ່​ເບິ່ງ​ຍີງ​ສາວ​ດ້ວຍ​ຣາ​ຄະ​ຕັ​ນ​ຫາ​ຈັກ​ເທື່ອ 2 ພຣະ​ເຈົ້າ​ຜູ້​ມີ​ອຳ​ນາດຍິ່ງ​ໃຫຍ່​ຊົງ​ໂຜດ​ປະ​ທານ​ອັນ​ໃດ​ແກ່​ເຮົາ ພຣະ​ອົງ​ຊົງ​ໃຫ້​ອັນ​ໃດ​ຕອບ​ແທນ​ການ​ກະ​ທຳ​ຂອ​ງມະ​ນຸດ 3 ພຣະ​ອົງ​ໄດ້​ສົ່ງ​ໄພ​ວິ​ບັດ ແລ​ການ​ທຳ​ລາຍ​ມາ​ຍັງ​ຜູ້​ທີ່​ທໍາຜິດ 4 ພຣະ​ເຈົ້າ​ຊົງ​ຮູ້​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ທຳ ແລະ​ຊົງ​ເຫັນ​ຂ້າ​ພະ​ເຈົ້າ​ຍ່າງ​ໄປ​ທຸກ​ບາດ​ກ້າວ​ບໍ່​ແມ່ນ​ຫລື 5 ຂ້າ​ພະ​ເຈົ້າ​ສາ​ບານ​ໄດ້​ວ່າ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ທຳ​ຊົ່ວ ແລະ​ບໍ່​ເຄີຍ​ຫລອກ​ລວງ​ຄົນ​ອື່ນ 6 ຂໍ​ພຣະ​ເຈົ້າ​ຊົງ​ຊັ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ດ້ວຍ​ຕາ​ຊັ່ງ​ອັນ​ຖືກ​ຕ້ອງ ແລະ​ພຣະ​ອົງ​ຈະ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ບໍ​ຣິ​ສຸດ​ພຽງ​ໃດ 7 ຖ້າ​ຂ້າ​ພະ​ເຈົ້າ​ຫັນ​ຫລັງ​ໃຫ້​ທາງ​ຊອບ​ທັມ ຫລື​ປ່ອຍ​ຕົວ​ເອງ​ໄປ​ຕາ​ມທາງ​ຊົ່ວ ຖ້າ​ມື​ຂອງ​ຂ້າ​ພະ​ເຈົ້າເປິະ​ເປື້ອນ​ດ້ວຍ​ບາບ 8 ກໍ​ຂໍ​ໃຫ້​ເຄື່ອງ​ປູກ​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ທຳ​ລາຍ ຫລື​ໃຫ້​ຄົນ​ອື່ນໆ​ກີ​ນ​ຫມາກ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ປູກ 9 ຖ້າ​ຂ້າ​ພະ​ເຈົ້າ​ມີ​ຄວາມໄຄ່​ຫລົງ​ໄຫລ​ໃນ​ເມັຽ​ຂອງ​ເພື່ອນ​ບ້ານ ແລະ​ຄອຍ​ຈອບ​ລີ້​ຢູ່ນອກ​ປະ​ຕູ​ເຮືອນ​ຂອງ​ນາງ 10 ກໍ​ຂໍ​ໃຫ້​ເມັຽ​ຂອງ​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ຄົວ​ກິນ​ໃນ​ເຮືອນ​ຂອງ​ຊາຍ​ອື່ນ ແລະ​ໃຫ້​ຊາຍ​ອື່ນນອນນຳ​ນາງ 11 (ເພາະ​ການ​ທຳ​ຜິ​ດຢ່າງ​ນີ້​ຊົ່​ວ​ຮ້າຍ​ຫລາຍ ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ​ຖ້າ​ຂ້າ​ພະ​ເຈົ້າ​ທຳ​ຜິດ​ຢ່າງ​ນີ້ 12 ມັນ​ຈະ​ເປັນ​ໄພ​ວິບັດ ແລະ​ໄຟ​ນະ​ຮົກ​ເຜົາ​ຜານ​ທຸ​ກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ມີ) 13 ເມື່ອ​ຄົນ​ໃຊ້​ຄົນ​ໃດ​ຄົນ​ນື່ງ​ຂອງ​ຂ້າ​ພະ​ເຈົ້າ​ຮ້ອງ​ທຸກ​ຕໍ່​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ກໍ​ຟັງ​ແລະ​ທໍາ​ຕໍ່​ເຂົາ​ໂດຍ​ດີ 14 ຖ້າ​ບໍ່​ທຳ​ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ປີ່ນ​ຫນ້າ​ສູ້​ພຣະ​ພັກ​ພຣະ​ເຈົ້າ​ໄດ້​ຢ່າງ​ໃດ ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ແນວ​ໃດ​ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ພິ​ພາກ​ສາ 15 ເພາະ​ແມ່ນ​ພຣະ​ເຈົ້າ​ອົງ​ດຽວ​ນີ້​ແຫລະ ທີ່​ຊົງ​ສ້າງ​ຂ້າ​ພະ​ເຈົ້າ​ກັບ​ຄົນ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ 16 ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ປະ​ຕິ​ເສດ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ຄົນ​ຍາກ​ຈົນ ບໍ່​ເຄີຍ​ໃຫ້​ພວກ​ແມ່​ຫມ້າຍ​ຢູ່​ດ້ວຍ​ຄວາມ​ຫມົດ​ຫວັງ 17 ຫລື​ບໍ່​ເຄີຍ​ໃຫ້​ລູກ​ກຳ​ພ້າ​ຫິວ​ເມື່ອ​ຂ້າ​ພະ​ເຈົ້າ​ມີອາ​ຫານ 18 ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ດູ​ແລ​ເຂົາຄລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ 19 ເມື່ອ​ຂ້າ​ພະ​ເຈົ້າ​ພົບ​ຄົນ​ນື່ງ​ຄົນ​ໃດ​ທີ່​ຂາດ​ແຄນ​ບໍ່​ມີ​ເຄື່ອງ​ນຸ່ງ 20 ຂ້າ​ພະ​ເຈົ້າ​ກໍ​ເອົາ​ເຄື່ອງ​ນຸ່ງ​ທີ່​ທຳ​ດ້ວຍ​ຂົນ​ແກະ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ໃຫ້​ເຂົາ ແລ້ວ​ເຂົາ​ກໍ​ກ່າວ​ສັນ​ລະ​ເສີນ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ເຕັມ​ໃຈ 21 ຖ້າ​ຂ້າ​ພະ​ເຈົ້າ​ສໍ້​ໂກງ​ລູກ​ກຳ​ພ້າ​ຍ້ອນ​ເຊື່ອ​ວ່າ​ຈະ​ຊ​ນະ​ຄະ​ດີ​ເຂົາ​ໃນ​ສານ 22 ກໍ​ຂໍ​ໃຫ້​ລຳ​ແຂນ​ຂອງ​ຂ້າ​ພະ​ເຈົ້າ​ແຕກ​ຫັກ ໃຫ້​ມັນ​ຫລຸດ​ອອກ​ຈາກ​ບ່າ​ຂອງ​ຂ້າ​ພະ​ເຈົ້າ​ເສັຽ 23 ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ປະ​ພືດ​ເຊັ່ນ​ນັ້ນ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຢ້ານ​ກົວ​ການ​ລົງ​ໂທດ​ຂອງ​ພຣະ​ເຈົ້າ 24 ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໄວ້​ວາງ​ໃຈ​ໃນ​ເງິນຄຳ 25 ຫລື​ພາກ​ພູມ​ໃຈ​ໃນ​ຄວາມ​ຮັ່ງ​ມີ​ຂອງ​ຂ້າ​ພະ​ເຈົ້າ 26 ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຂາບ​ໄຫວ້ດວງ​ອາທິດ​ສ່ອງ​ແສງ ຫລື​ດວງ​ຈັນ​ເຕັມ​ດວງ 27 ແມ່ນ​ແຕ່​ຄິດ​ຈະ​ທຳ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ເຄີຍ 28 ການ​ທຳບາບ​ເຊັ່ນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ ເພາະ​ເປັນ​ການ​ປະ​ຕິ​ເສດ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່ 29 ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ດີ​ໃຈ​ເມື່ອ​ສັດ​ຕູ​ເປັນ​ທຸກ ຫລື​ເມື່ອ​ພວກ​ເຂົາ​ປະ​ສົບ​ໄພ​ວິ​ບັດ 30 ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ທຳ​ບາບ​ດ້ວຍ​ການ​ສາບ​ແຊ່ງ​ໃຫ້​ສັດ​ຕູ​ຕາຍ​ 31 ຄົນ​ງານ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫມົດ​ຮູ້​ຈັກ​ດີວ່າ​ຂ້າ​ພະ​ເຈົ້າ​ຍິນ​ດີ​ຕ້ອນ​ຮັບ​ຄົນ​ຕ່າງ​ຖີ່ນ​ສ​ເມີ 32 ຂ້າ​ພະ​ເຈົ້າ​ຍິນ​ດີ​ຕ້ອນ​ຮັບ​ຄົນ​ເດີນ​ທາງ​ທີ່​ມາ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໃຫ້​ເຂົາ​ນອນ​ຢູ່​ຕາມ​ທາງ 33 ຄົນ​ອື່ນ​ທັງ​ຫລາຍ​ພະ​ຍາ​ຍາມ​ປິດ​ບັງ​ບາບ​ຂອງ​ຕົນ​ໄວ້ ແຕ່​ຂ້າ​ພະ​ເຈົ້າບໍ່​ເຄີຍ​ປິດ​ບັງ​ເລີຍ 34 ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຢ້ານ​ກົວ​ຝູງ​ຊົນ​ນີນ​ທາ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ມິດງຽບ​ຢູ່​ໃນ​ເຮືອນ​ຍ້ອນ​ຢ້ານ​ພວກ​ເຂົາ​ກຽດ​ຊັງ 35 ບໍ່​ມີ​ໃຜ​ຈັກ​ຄົນ ຫລື​ທີ່​ຈະ​ຟັງ​ຂ້າ​ພະ​ເຈົ້າ​ເວົ້າ ຂ້າ​ພະ​ເຈົ້າ​ສາ​ບານ​ໄດ້​ວ່າ​ຄຳ​ເວົ້າ​ທຸກໆ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄວາມ​ຈີງ ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຊົງ​ຕອບ​ຂ້າ​ພະ​ເຈົ້າ 36 ຂ້າ​ພະ​ເຈົ້າ​ຈະ​ເອົາ​ປະ​ດັບ​ໄວ້​ຮອບໆ​ຄໍ​ດ້ວຍ​ຄວາມ​ພູມ​ໃຈ ແລະ​ຍົກ​ມັນ​ຂຶ້ນ​ໃຫ້​ທຸກໆ​ຄົນ​ໄດ້​ເຫັນ 37 ຂ້າ​ພະ​ເຈົ້າ​ຈະ​ກາບ​ທູນ​ພຣະ​ເຈົ້າ​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ທຳ ແລະ​ຢູ່​ຕໍ່​ຫນ້າ​ພຣະ​ອົງ​ດ້ວຍ​ຄວາມ​ກ້າ​ຫານ 38 ຖ້າ​ນາ​ທີ່​ຂ້າ​ພະ​ເຈົ້າ​ທຳ​ຢູ່​ນີ້ ໄດ້​ຍຶດ​ເອົາ​ມາ​ຈາກ​ຄົນ​ອື່ນ 39 ຖ້າ​ຂ້າ​ພະ​ເຈົ້າ​ໄດ້​ກິນ​ຫມາກ​ຜົນ​ທີ່​ເຂົາ​ປູກ ແຕ່​ໃຫ້​ເຈົ້າ​ຂອງ​ນາ​ອຶ​ດ​ຢາກ 40 ກໍ​ຂໍ​ໃຫ້​ຫຍ້າ​ແລະ​ໄມ້​ມີ​ຫນາມງອກ​ຂຶ້ນ​ແທນ​ເຂົ້າ​ບ​ເລ ແລະ​ເຂົ້າເດືອຍ​ຂອງ​ຂ້າ​ພະ​ເຈົ້າຈົບ​ຄຳ​ເວົ້າ​ຂອງ​ໂຢບ​

ໂຢບ 32

ເອ​ລີ​ຮູ​ອ້າງ​ເຫດ​ທີ່​ມີ​ສິດ​ທີ່​ຈະ​ຕອບ​ໂຢບ

1 ດັ່ງ​ນັ້ນ ຊາຍ​ທັງ​ສາມ​ກໍ​ຢຸດ​ຕອບ​ໂຢບ ເພາະ​ໂຢບ​ຊອບ​ທັມ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ 2 ແລ້ວ​ເອ​ລີຮູ ບຸ​ດ​ບາ​ຣາ​ເຄນ ຊາວ​ບຸ​ສ ຕະ​ກູນ​ຣາມ ກໍ​ໂກດ ເຂົາ​ໃຈ​ຮ້າຍ​ໂຢບ ເພາະ​ທ່ານ​ອ້າງ​ຕົວ​ວ່າ​ຊອບ​ທັມ​ ແລະ​ພວມ​ກ່າວ​ຫາ​ພຣະ​ເຈົ້າ 3 ເຂົາ​ໃຈ​ຮ້າຍ​ໃຫ້​ສະ​ຫາຍສາມ​ຄົນ​ຂອງ​ໂຢບ​ເຫມືອນ​ກັນ ເພາະ​ເຂົາ​ທັງ​ຫລາຍ​ຕອບ​ບໍ່​ໄດ້ ທັງໆ​ທີ່​ເຂົາ​ຫາ​ວ່າ​ໂຢບ​ຜິດ 4 ຝ່າຍ​ເອ​ລີ​ຮູ​ຄອຍ​ຖ້າ​ຈະ​ເວົ້າ​ກັບ​ໂຢບ ເພາະ​ເຂົາ​ທັງ​​ສາມ​ແກ່ກວ່າ​ຕົນ 5 ແລະ​ເມື່ອ​ເອ​ລີ​ຮູ​ເຫັນ​ວ່າ​ບໍ່​ມີ​ຄຳ​ຕອບ​ໃນ​ປາກ​ຂອງ​ບຸ​ຣຸດ​ທັງ​​ສາມ​ນີ້​ແລ້​ວ ເຂົາ​ຈິ່ງ​ໃຈ​ຮ້າຍ 6 ແລະ​ເອ​ລີ​ຮູ ບຸດ​ບາ​ຣາ​ເກນ ຊາວ​ບຸ​ສ ຕະ​ກູນ​ຣາມ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຍັງ​ຫນຸ່ມ​ຢູ່ ແລະ​ທ່ານ​ສູງ​ອາ​ຍຸ​ແລ້ວ ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຢ້ານ​ກົວ​ທີ່​ຈະ​ກ່າວ​ຄວາມຄິດ​ຄວາມ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ​ແກ່​ທ່ານ 7 ຂ້າ​ພະ​ເຈົ້າ​ວ່າ “ຂໍ​ໃຫ້​ວັນ​ເວົ້າ​ເຖີດ ແລະ​ໃຫ້​ປີ​ຫລາຍ​ປີສອນ​ສະ​ຕິ​ປັນ​ຍາ” 8 ແຕ່​ເປັນ​ວິນ​ຍານ​ຈິດ​ໃນ​ມະ​ນຸດ ລົມ​ຫາຍ​ໃຈ​ຂອງ​ອົງ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່ທີ່​ກະ​ທຳ​ໃຫ້​ເຂົາ​ເຂົ້າ​ໃຈ 9 ບໍ່​ແມ່ນ​ຄົນ​ເຖົ້າ​ແກ່​ເທົ່າ​ນັ້ນ​ທີ່​ເປັນ​ຄົນ​ສ​ລາດ ຫລື​ຄົນ​ສູງ​ອາ​ຍຸ​ເຂົ້າ​ໃຈ​ຄວາມ​ຍຸດ​ຕິທັມ 10 ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈິ່ງ​ວ່າ “ຂໍ​ຟັງ​ຂ້າ​ພະ​ເຈົ້າ ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ກ່າວ​ຄວາມ​ຄິດ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ” 11 ເບິ່ງ​ແມ໋ ຂ້າ​ພະ​ເຈົ້າ​ໄດ້​ຄອຍ​ຟັງ​ຄຳ​ຂອງ​ທ່ານ​ທັງ​ຫລາຍ ຂ້າ​ພະ​ເຈົ້າ​ຄອຍ​ຟັງ​ເຫດ​ຜົນ​ຂອງ​ທ່ານ ຂ​ນະ​ທີ່​ທ່ານ​ສັນ​ຫາ​ວ່າ​ຈະ​ເວົ້າ​ສິ່ງ​ໃດ 12 ຂ້າ​ພະ​ເຈົ້າ​ສົນ​ໃຈ​ຟັງ​ທ່ານ ແລະ​ເບິ່ງ​ແມ໋ ບໍ່​ມີ​ຜູ້​​ໃດ​ໃຫ້​ເຫດ​ຜົນອັນ​ຄວນ​ແກ່​ໂຢບ ໃນ​ພວກ​ທ່ານ​ບໍ່​ມີ​ຜູ້​ໃດ​ທີ່​ຕອບ​ຄຳ​ຂອງ​ໂຢບ​ໄດ້ 13 ຢ່າ​ອ້າງວ່າ “ເຣົາ​ໄດ້​ພົບ​ພຣະ​ປັນ​ຍາ​ແລ້ວ​ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ເອົາ​ຊ​ນະ​ເຂົາ​ໄດ້​ ບໍ່​ແມ່ນ​ມະ​ນຸດ” 14 ເຂົາ​ບໍ່​ໄດ້​ໂຕ້​ຖຽງ​ຖ້ອຍ​ຄຳ​ຂອງ​ເຂົາ​ໃສ່​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ຕອບ​ຖ້ອຍ​ຄຳ​ຂອງ​ເຂົາ​ດ້ວຍ​ຄຳ​ເວົ້າ​ຂອງ​ທ່ານ 15 “ເຂົາ​ທັງ​ຫລາຍ​ກໍ​ຕົກ​ຕະ​ລືງ ເຂົາ​ບໍ່​ຕອບ​ອີກ ເຂົາ​ບໍ່​ມີ​ຖ້ອຍ​ຄຳ​ຈະ​ເວົ້າ​ຈັກ​ຄຳ 16 ແລະ​ຂ້າ​ພະ​ເຈົ້າ​ຈະ​ຄອຍ​ຫລື ເພາະ​ເຂົາ​ທັງ​ຫລາຍ​ບໍ່​ເວົ້າ ເພາະ​ເຂົາ​ຢືນ​ຢູ່​ທີ່​ນັ້ນ ບໍ່​ຕອບ​ອີກ 17 ຂ້າ​ພະ​ເຈົ້າ​ຈະລອງ​ໃຫ້​ຄຳ​ຕອບ​ຂອງ​ຂ້າ​ພະເຈົ້າ ຂ້າ​ພະ​ເຈົ້າ​ຈະ​ສຳ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ​ເອງ 18 ເພາະ​ຂ້າ​ພະ​ເຈົ້າ​ມີ​ຖ້ອຍ​ຄຳ​ເຕັມ​ຕົວ ຈິດ​ໃຈ​ພາຍ​ໃນ​ຂ້າ​ພະ​ເຈົ້າ​ບັງ​ຄັບ​ຂ້າ​ພະ​ເຈົ້າ​ຢູ່ 19 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເຫມືອນ​ເຫລົ້າ​ອະ​ງຸ່ນ​ຊື່ງ​ບໍ່​ມີ​ທີ່​ລະ​ບາຍ​ອອກ ເຫມືອນ​ຖົງ​ຫນັ​ງ​ເຫລົ້າ​ອະ​ງຸ່ນ​ໃຫມ່​ຈະ​ລະ​ເບີດ​ຢູ່​ແລ້ວ 20 ຂ້າ​ພະ​ເຈົ້າ​ຕ້ອງເວົ້າ​ຈິ່ງ​ຈະ​ໄດ້​ຄວາມ​ບັນ​ເທົາ ຂ້າ​ພະ​ເຈົ້າ​ຈ້ອງ​ເປີດ​ຮີມ​ຝີ​ປາກ​ຂື້​ນ​ຕອບ 21 ຂ້າ​ພະ​ເຈົ້າ​ຈະ​ບໍ່​ສະ​ແດງ​ອະ​ຄະ​ຕິ​ຕໍ່​ບຸກ​ຄົນ​ໃດໆ ຫລື​ໃຊ້​ການ​ປະ​ຈົບ​ສໍ​ພໍ​ຕໍ່​ຜູ້​ໃດ 22 ເພາະ​ຂ້າ​ພະ​ເຈົ້າ​ປະ​ຈົບ​ສໍ​ພໍ​ບໍ່​ໄດ້ ຖ້າ​ທຳ​ຢ່າງ​ນັ້ນ ຜູ້​ສ້າງ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ທຳ​ລາຍ​ຂ້າ​ພະ​ເຈົ້າ​ເສັຽ​ໃນ​ບໍ່​ຊ້າ”

ໂຢບ 33

ເອ​ລີ​ຮູ​ຕໍ່​ວ່າໂຢບ

1 “ທ່ານ​ໂຢບ​ເອີຍ ບັດ​ນີ້​ຂໍ​ຟັງ​ຄຳ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຟັງ​ຖ້ອຍ​ຄຳ​ທັງ​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ 2 ຂ້າ​ພະ​ເຈົ້າ​ອ້າປາກ ລີ້ນ​ພາຍ​ໃນ​ປາກ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເວົ້າ 3 ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ແດງ​ຄວາມ​ທ່ຽ​ງ​ທັມ​ແຫ່ງ​ຈິດ​ໃຈ ແລະ​ຮີມ​ຝີ​ປາກ​ຂອງຂ້າ​ພະ​ເຈົ້າ​ຮູ້​ສິ່ງ​ໃດ​ກໍ​ເວົ້າ​ອອກ​ມາ​ຢ່າງ​ຈິງ​ໃຈ 4 ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ຊົງ​ສ້າງ​ຂ້າ​ພະ​ເຈົ້າ ແລະ​ລົມ​ປານ​ຂອງ​ອົງ​ຜູ້​​ມີ​ອຳ​ນາດຍິ່ງ​ໃຫຍ່​ໄດ້​ໃຫ້​ຊີ​ວິດ​ແກ່​ຂ້າ​ພະ​ເຈົ້າ 5 ຖ້າ​ທ່ານ​ຕອບ​ຂ້າ​ພະ​ເຈົ້າ​ໄດ້ ກໍ​ຕອບ​ເລີຍ ຈົ່ງ​ລໍາ​ດັບ​ຖ້ອຍ​ຄຳ​ຂອງ​ທ່ານ​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າເຊີນ​ເຖີດ 6 ເບິ່ງ​ແມ໋ ຂ້າ​ພະ​ເຈົ້າ​ຢູ່​ຢ່າງ​ທ່ານ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ພຣະ​ອົງ​ຊົງ​ປັ້ນ​ຂ້າ​ພະ​ເຈົ້າ​ຂຶ້ນ​ມາ​ຈາກ​ດິນ​ກ້ອນ​ນື່ງ​ດ້ວຍ​ເຫມືອນ​ກັນ 7 ຢ່າ​ໃຫ້​ຄວາມ​ຢ້ານ​ກົວ​ຂ້າ​ພະ​ເຈົ້າ​ກະ​ທຳ​ໃຫ້​ທ່າ​ນ​ຕົກ​ໃຈ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຊັກ​ຊວນ​ທ່ານ​ຫນັກ​ເກິນ​ໄປ 8 “ແນ່ນອນ ທ່ານ​ເວົ້າ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຖ້ອຍ​ຄຳ​ຂອງ​ທ່ານ 9 ທ່ານ​ວ່າ “ຂ້າ​ພະ​ເຈົ້າ​ສະ​ອາດ​ປາ​ສ​ຈາກ​ການ​ທໍ​ຣະ​ຍົດ ຂ້າ​ພະ​ເຈົ້າ​ບໍ​ຣິ​ສຸດ​ບໍ່​ມີ​ຄວາມ​​ບາບ​ຜິດໃນ​ຂ້າ​ພະ​ເຈົ້າ​ເລີຍ 10 ເບິ່ງ​ແມ໋ ພຣະ​ອົງ​ຊົງ​ຫາ​ເຣື່ອງ​ກັບ​ຂ້າ​ພະ​ເຈົ້າ ພຣະ​ອົງຊົງ​ນັບ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ສັດ​ຕູ​ກັບ​ພຣະ​ອົງ 11 ພຣະ​ອົງ​ຊົງ​ເອົາ​ເທົ້າ​ຂອງ​ຂ້າ​ພະ​ເຈົ້າ​ໃສ່​ຂື່​ໄວ້ ແລະ​ຊົງ​ເຝົ້າ​ເບິ່ງ​ທາງ​ຂອງ​ຂ້າ​ພະ​ເຈົ້າ​ທຸກໆ​ບາດ​ກ້າວ 12 “ເບິ່ງ​ແມ໋ ໃນ​ເຣື່ອງ​ນີ້​ທ່ານ​ບໍ່​ຍຸດ​ຕິ​ທັມ​ເລີຍ ຂ້າ​ພະ​ເຈົ້າ​ຈະ​ຕອບ​ທ່ານ​ພຣະ​ເຈົ້າ​ຍິ່ງ​ໃຫຍ່ກວ່າ​ມະ​ນຸດ 13 ເປັນ​ຫຍັງ​ທ່ານ​ຈິ່ງ​ໂຕ້​ຖຽງ​ກັບ​ພຣະ​ອົງ​ວ່າ “ພຣະ​ອົງ​ຈະ​ບໍ່​ຊົງ​ຕອບ​ຖ້ອຍ​ຄຳ​ຂອງ​ເຂົາ​ເລີຍ” 14 ເພາະ​ພຣະ​ເຈົ້າ​ກ່າວ​ວິ​ທີ​ນື່ງ ແລະສອງວິ​ທີ ແຕ່​ມະ​ນຸດ​ບໍ່​ຫຍັ່ງ​ຮູ້​ໄດ້ 15 ໃນ​ຄວາມ​ຝັນ​ໃນ​ນິ​ມິ​ດກາງ​ຄືນ ເມື່ອຄົນ​ຫລັບ​ສ​ນິດ ເມື່ອ​ເຂົາເຄີບ​ເຄີ້ມ​​ຢູ່​ເທິງ​ບ່ອນນອນ​ຂອງ​ເຂົາ 16 ແລ້ວ​ພຣະ​ອົງ​ຊົງ​ທຳ​ໃຫ້​ຫູ​ຂອງ​ມະ​ນຸດ ແລະ​ຊົງ​ສັ່ງ​ສອນ​ຢ່າງ​ລັບໆ 17 ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ປີ່ນ​ໃຫ້​ມະ​ນຸດ​ກັບ​ຄືນ​ຈາກກິ​ຈການ​ຂອງ​ເຂົາ ແລະ​ຕັດ​ຄວາມຈອງ​ຫອງ​ອອກ​ເສັຽ​ຈາກ​ມະ​ນຸດ 18 ພຣະ​ອົງ​ຊົງ​ຍຶດ​ຫນ່ຽວ​ວິນ​ຍານ​ຂອງ​ເຂົາ​ໄວ້​ຈາກ​ປາກ​ແດນ​ຄົນ​ຕາຍ ແລະ​ຍຶດ​ຊີ​ວິດ​ຂອງ​ເຂົາ​ໄວ້​ຈາກ​ການ​ທີ່​ຈະ​ພິ​ນາດ​ດ້ວຍ​ດາບ 19 “ມະ​ນຸດ​ຍັງ​ຖືກ​ຕີ​ສອນ​ດ້ວຍ​ຄວາມ​ເຈັບ​ປວດ​ເທິງ​ບ່ອນນອນ​ຂອງ​ເຂົາ​ດ້ວຍ ແລະ​ດ້ວຍ​ການ​ຂັດ​ແຍ້ງ​ສ​ເມີ​ໃນ​ກະ​ດູກ​ຂອງ​ເຂົາ 20 ຊີ​ວິດ​ຂອງ​ເຂົາ​ຈິ່ງ​ໄດ້​ເບື່ອ​ອາ​ຫານ ແລະ​ຈິດ​ໃຈຈິ່ງ​ໄດ້​ເບື່​ອອາ​ຫານ​ດີ​ທີ່​ສຸດ 21 ເນື້ອ​ຂອງ​ເຂົາ​ຊຸດ​ໂຊມ​ໄປ​ຫລາຍ​ຈົນ​ເບິ່ງ​ບໍ່​ເຫັນ ກະ​ດູກ​ຂອງ​ເຂົາ​ຊື່ງ​ເບິ່ງ​ບໍ່​ເຫັນ​ນັ້ນ​ກໍ​ໂຜ່​ອອກ​ມາ 22 ວິນ​ຍານ​ຂອງ​ເຂົາ​ເຂົ້າ​ໄປ​ໃກ້​ປາກ​ແດນ​ຄົນຕາຍ ແລະ​ຊີ​ວິດຂອ​ງ​ເຂົາ​ເຂົ້າ​ໃກ້​ຜູ້​ທີ່​​ນຳ​ຄວາມ​ຕາຍມາ 23 ຖ້າ​ມີ​ທູດ​ສວັນ​ອົງ​ນື່ງ​ມາ​ເພື່ອ​ເຂົາ​ເປັນ​ລ່າມ ນື່ງ​ໃນ​ພັນ ເພື່ອ​ຖ​ແລງ​ແກ່​ມະ​ນຸດ​ວ່າ​ອັນໃດ​ຖືກ​ເພື່ອ​ເຂົາ 24 ແລະ​ທູດ​ນັ້ນ​ກະ​ຣຸ​ນາ​ເຂົາ ທູນ​ວ່າ “ຂໍ​ຊົງ​ປ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ບ່ອນ​ທີ່​ຈະ​ໄປ​ຍັງ​ປາກ​ແດນຄົນ​ຕາຍ ຂ້າ​ພະ​ເຈົ້າ​ພົບ​ຄ່າ​ໄຖ່​ແລ້ວ 25 ເນື້ອ​ຂ​ອງ​ເຂົາ​ຈະ​ອ່ອນກວ່າ​ເນື້ອ​ເດັກ ຂໍ​ໃຫ້​ເຂົາ​ກັບ​ຄືນ​ໄປ​ສູ່​ກຳ​ລັງ​ເຫມືອນ​ເມື່ອ​ຍັງ​ຫນຸ່ມ” 26 ເຂົາ​ຈິ່ງ​ອ້ອ​ນວອນ​ຕໍ່​ພຣະ​ເຈົ້າ ແລະ​ພຣະ​ອົງ​ຈະ​ຊົງ​ພໍ​ພຣະ​ທັຍ​ເຂົາ ເຂົາ​ຈະ​ເຂົ້າ​ມາ​ເຝົ້າ​ຕໍ່​ພຣະ​ພັກ​ພຣະ​ອົງ​ດ້ວຍ​ຄວາມ​ຊື່ນ​ບານ 27 ແລ້ວ​ພຣະ​ອົງ​ຈະ​ຊົງ​ໃຫ້​ມະ​ນຸດ​ກັບ​​ຄືນສູ່ສະ​ພາບ​ຄວາມ​ຊອບ​ທັມ ແລະ​ເຂົາ​ຈະ​ຮ້ອງ​ເພງ​ຕໍ່​ຫນ້າ​ປະ​ຊາ​ຊົນ​ກ່າ​ວວ່າ “ຂ້າພະ​ເຈົ້າ​ບາບ​ແລ້ວ ແລະ​ເຫັນ​ຜິດ​ເປັນ​ຊອບ ແລະ​ບໍ່​ໄດ້​ຊົງ​ລົງ​ໂທດ​ສນອງ​ຂ້າ​ພະ​ເຈົ້າ” 28 ພຣະ​ອົງ​ຊົງ​ໄຖ່​ວິນ​ຍານ​ຈິດຂອງ​ຂ້າ​ພະ​ເຈົ້າ​ໃຫ້​ພົ້ນ​ຈາ​ກການ​ລົງ​ໄປ​ສູ່​​ພິ​ພົບຄົນ​ຕາຍ ແລະ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເຫັນ​ຄວາມ​ສວ່າງ” 29 ພຣະ​ເຈົ້າ​ຊົງ​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ທັງ​ຫມົດ ກັບ​ມະ​ນຸດ​ສອງ​ເທື່ອສາມ​ເທື່ອ 30 ເພື່ອ​ຈະ​ນຳ​ວິນ​ຍານ​ຈິດ​ຂອງ​ເຂົາ​ມາ​ຈາກແດນ​ຄົນ​ຕາຍ ເພື່ອ​ໃຫ້​ເຂົາ​ເຫັນ​ຄວາມ​ສວ່າງ​ແຫ່ງ​ຊີ​ວິດ 31 ທ່ານ​ໂຢບ​ເອີຍ ຂໍ​ຕັ້ງ​ໃຈ​ຟັງ​ຂ້າ​ພະ​ເຈົ້າ ຂໍ​ມິດ​ຢູ່ ແລະ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ 32 ຖ້າ​ທ່ານ​ມີ​ສິ່ງ​ໃດ​ເວົ້າ​ກໍ​ຕອບ​ຂ້າ​ພະ​ເຈົ້າ​ມາ​ເຖີດ ເພາະ​ຂ້າ​ພະ​ເຈົ້າ​ປາ​ຖ​ນາ​ແກ້​ຄະ​ດີ​ໃຫ້​ທ່ານ 33 ຖ້າ​ບໍ່​ດັ່ງ​ນັ້ນ ກໍ​ຂໍ​ຟັງ​ຂ້າ​ພະ​ເຈົ້າ ຂໍ​ມິດງຽບ ແລະ​ຂ້າ​ພະ​ເຈົ້າ​ຈະ​ສອນ​ປັນ​ຍາ​ໃຫ້​ແກ່​ທ່ານ

ໂຢບ 34

ເອ​ລີ​ຮູ​ສະ​ແດງວ່າ​ພຣະ​ເຈົ້າ​ຊົງ​ເປັນ​ຝ່າຍ​ຖືກ

1 ເອ​ລີ​ຮູ​ເວົ້າ​ຕໍ່​ໄປ​ວ່າ, 2 “ທ່ານ​ຜູ້​ມີ​ປັນ​ຍາ ຂໍ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ ທ່ານ​ຜູ້​ມີ​ຄວາມ​ຮູ້ ຂໍ​ງ່ຽງ​ຫູ​ຟັງ​ຂ້າ​ພະ​ເຈົ້າ 3 ເພາະ​ຫູ​ກໍ​ຊີມຖ້ອຍ​ຄຳ ເຫມືອນ​ຢ່າງ​ເຫືອກ​ປາກ​ຊີມ​ອາ​ຫານ 4 ຂໍ​ໃຫ້​ເຮົາ​ເລືອກ​ສິ່ງ​ທີ່​ຖືກ ຂໍ​ໃຫ້​ເຮົາ​ຮຽນ​ຮູ້​ໃນ​ພວກ​ເຮົາ​ເອງວ່າ​ອັນ​ໃດ​ດີ 5 ເພາະ​ໂຢບ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຊອບ​ທັມ ແລະ​ພຣະ​ເຈົ້າ​ຊົງ​ເອົາ​ຄວາມ​ຍຸດ​ຕິ​ທັມ​ທີ່​ຄວນ​ຕົກ​ແກ່​ຂ້າ​ພະ​ເຈົ້າ​ໄປ​ເສັຽ” 6 ຂ້າ​ພະ​ເຈົ້າ​ຖືກ​ນັບ​ວ່າ​ເປັນ​ຄົນ​ມຸ​ສາ ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ຊອບ​ທັມ ແຜ​ຂອງ​ຂ້າ​ພະ​ເຈົ້າ​ຮັກ​ສາ​ບໍ່​ຫາຍ ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ມີ​ການ​ທໍ​ຣະ​ຍົດ​ເລີຍ 7 ແມ່ນ​ໃຜ​ທີ່​ຈະ​ເຫມືອນ​ໂຢບ ຜູ້​ດື່ມ​ຄວາມຢຽດ​ຫຍາມ​ເຫມືອນ​ດື່ມ​ນ້ຳ 8 ຜູ້​ເຂົ້າ​ສັງ​ຄົມ​ກັບ​ຄົນ​ກະ​ທຳ​ຊົ່ວ ແລະ​ຍ່າງ​ໄປ​ກັບ​ຄົນ​ອະ​ທັມ 9 ເພາະ​ທ່ານ​ໄດ້​ກ່າວ​ວ່າ “ບໍ່​ເປັນ​ປໂຍດ​ອັນ​ໃດ​ແກ່​ມະ​ນຸດ​ເຮົາ​ທີ່​ເຂົາ​ຈະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ເຈົ້າ” 10 “ເພາະ​ສະ​ນັ້ນ​ທ່ານ​ຜູ້​ມີ​ຄວາມ​ເຂົ້າ​ໃຈ ຂໍ​ຟັງ​ຂ້າ​ພະ​ເຈົ້າ ພຣະ​ເຈົ້າ​ຈະ​ບໍ່​ຊົງ​ກະ​ທຳ​ຄວາມ​ອະ​ທັມ ແລະ​ທີ່ອົງ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຈະ​ຊົງ​ກະ​ທຳ​ຜິດ​ 11 ເພາະ​ພຣະ​ເຈົ້າ​ຊົງ​ສນອງ​ຕາມ​ການ​ກະ​ທຳ​ຂອງ​ມະ​ນຸດ ແລະ​ພຣະ​ອົງ​ຊົງ​ໃຫ້​ເກີດ​ແກ່​ເຂົາ​ຕາມ​ການ​ກະ​ທຳ​ຂອງ​ເຂົາ 12 ແນ່ນອນ ພຣະ​ເຈົ້າ​ຈະ​ບໍ່​ຊົງ​ກະ​ທຳ​ຊົ່​ວ ແລະ​ອົງ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຈະ​ບໍ່​ຊົງ​ປ່ຽນ​ແປງ​ຄວາມ​ຍຸດ​ຕິ​ທັມ 13 ແມ່ນ​ໃຜ​ແຕ່ງ​ຕັ້ງ​ໃຫ້​ພຣະ​ອົງ​ປົກ​ຄອງ​ໂລກ ຫລື​ແມ່ນ​ໃຜ​ມອບ​ຫມາຍ​ທັງ​ໂລກ​ໄວ້​ກັບ​ພຣະ​ອົງ 14 ຖ້າ​ພຣະ​ອົງ​ຊົງ​ໃຫ້​ວິນຍານ​ຂອງ​ພຣະ​ອົງ​ກັບ​ຄືນ​ສູ່ພຣະ​ອົງ ແລະ​ຊົງ​ຮວບ​ຮວມ​ລົມ​ປານ​ຂອງ​ພຣະ​ອົງ​ກັບ​ຄື​ນມາ​ຫາ​ພຣະ​ອົງ 15 ເນື້ອ​ຫນັງ​ທັງ​ຫມົດ​ກໍ​ຈະ​ພິ​ນາດ​ໄປ​ດ້ວຍ​ກັນ ແລະ​ມະ​ນຸດ​ກໍ​ຈະ​ກັບ​ຄືນ​ໄປ​ເປັນ​ຝຸ່ນ​ຂີ້​ດິນ 16 “ຖ້າ​ທ່ານ​ມີ​ຄວາມ​ເຂົ້າ​ໃຈ ຂໍ​ຟັງ​ຂໍ້​ນີ້ ຂໍຟັງ​ສຽງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ 17 ຜູ້​ທີ່​ກຽ​ດ​ຊັງ​ຄວາມ​ຍຸດ​ຕິ​ທັມ​ຄວນ​ຈະ​ປົກ​ຄອງ​ຫລື ທ່ານ​ຈະ​ສະ​ຖາ​ປະ​ນາ​ຜູ້​ທີ່​ຊອບ​ທັມ ແລະ​ຊົງ​ອາ​ນຸ​ພາບ​ຫລື 18 ຜູ້​ກ່າວ​ແກ່​ພຣະ​ຣາ​ຊາ​ວ່າ “ທ່ານ​ຜູ້​ໄຮ້​ຄ່າ” ແລະ​ແກ່​ເຈົ້າ​ນາຍ​ວ່າ, “ທ່ານ​ທັງ​ຫລາຍ​ຜູ້​ອະ​ທັມ” 19 ຜູ້​ບໍ່​ຊົງ​ສະ​ແດງ​ອະ​ຄະ​ຕິ​ແກ່​ເຈົ້າ​ນາຍ ຫລື​ບໍ່​ຊົງ​ເຫັນ​ແກ່​ຄົນ​ຮັ່ງ​ມີ​ຫລາຍກວ່າ​ຄົນ​ຍາກ​ຈົນ ເພາະ​ຄົນ​ທັງ​ຫມົດ​ນີ້​ເປັນ​ພຣະ​ຫັດຖະກິດ​ຂອງ​ພຣະ​ອົງ 20 ທັນ​ທີ​ທັນ​ໃດ​ເຂົາ​ທັງ​ຫລາຍກໍ​ຕາຍ ເວ​ລາ​ກາງ​ຄືນ ປະ​ຊາ​ຊົ​ນ​ຕົວ​ສັ່ນ​ແລະ​ຕາຍ​ໄປ​ເສັຽ ບໍ່​ແມ່ນ​ດ້ວຍ​ມື​ມະ​ນຸດ 21 “ເພາະ​ພຣະ​ເນດ​ຂອງ​ພຣະ​ອົງ​ມອງ​ດູ​ທາງ​ຂອງ​ຄົນ ພຣະ​ອົງ​ຊົງ​ເຫັນ​ບາດ​ກ້າວ​ຍ່າງ​ຂອງ​ເຂົາ​ຫມົດ 22 ບໍ່​ມີ​ບ່ອນ​ມືດ​ຄື້ມ​ຫລື​ບ່ອນ​ມືດ​ທຶບ ຊື່ງ​ຄົນ​ຊົ່ວ​ຈະ​ລີ້​ຊ່ອນຕົ​ວ​ໄດ້ 23 ເພາະ​ພຣະ​ອົງ​ບໍ່​ຕ້ອງ​ຊົງ​ກຳ​ຫນົດ​ເວ​ລາ​ໃຫ້​ແກ່​ຜູ້​ໃດ ໃຫ້​ເຂົ້າ​ເຝົ້າ​ພຣະ​ເຈົ້າ​ຮັບ​ການ​ພິ​ພາກ​ສາ 24 ພຣະ​ອົງ​ຊົງ​ສັງ​ຫານ​ຜູ້​ມີ​ອາ​ນຸ​ພາບ ໂດຍ​ບໍ່​ຕ້ອງ​ສອບ​ສວນ ແລະ​ຊົງ​ຕັ້ງ​ຄົນ​ອື່ນ​ໄວ້​ແທນ 25 ດັ່ງ​ນີ້​ແຫລະ ດ້ວຍ​ຊົງ​ຊາບ​ກິ​ຈ​ການ​ຂອງ​ເຂົາ​ແລ້ວ ຈິ່ງ​ຊົງ​ຄວ່ຳ​ເຂົາ​ເສັຽ​ໃນ​ກາງ​ຄືນ ເຂົາ​ກໍ​ແຫລກ​ໄປ 26 ພຣະ​ອົງ​ຊົງ​ຕີ​ເຂົາ​ເພາະ​ຄວາມ​ອະ​ທັມ​ຂອງ​ເຂົາ ຕໍ່​ຫນ້າ​ຕໍ່​ຕາ​ມະ​ນຸດ 27 ເພາະ​ວ່າ​ເຂົາ​ທັງ​ຫລາຍ​ຫັນ​ຫນີ​ເສັຽ​ຈາກ​ການ​ຕິດ​ຕາມ​ພຣະ​ອົງ ແລະ​ບໍ່​ນັບ​ຖື​ມັນ​ຄາ​ຂອງ​ພຣະ​ອົງ​ແຕ່​ຢ່າງ​ໃດ​ເລີຍ 28 ເຫັນ​ນີ້​ເຂົາ​ຈິ່ງ​ກະ​ທຳ​ໃຫ້​ສຽງ​ຮ້ອງ​ຂອງ​ຄົນ​ຍາກ​ຈົນ​ມາ​ເຖິງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຟັງ​ສຽງ​ຮ້ອງ​ຂອງ​ຜູ້​ຮັບ​ຄວາມ​ທຸກ​ໃຈ 29 ເມື່ອ​ພຣະ​ອົງ​ຊົງ​​ມິດ​ຢູ່ ຜູ້​ໃດ​ຈະ​ກ່າວ​ໂທດ​ພຣະ​ອົງ​ໄດ້ ຜູ້​ໃດ​ຈະ​ເຫັນ​ພຣະ​ອົງ​ໄດ້ ບໍ່​ວ່າ​ຈະ​ທຳ​ແກ່​ປະ​ຊາ​ຊາດ​ຫລື​ແກ່​ບຸກ​ຄົນ​ກໍ​ເຫມືອນ​ກັນ 30 ເພື່ອ​ວ່າ​ຄົນ​ຊົ່ວ​ຈະ​ບໍ່​ໄດ້​ຄອບ​ຄອງ ແລະ​ເຂົາ​ຈະ​ບໍ່​ວາງ​ກັບ​ດັກ​ປະ​ຊາ​ຊົນ 31 “ເພາະ​ບໍ່​ມີ​ຜູ້​ໃດ​ຮ້ອງ​ທູນ​ພຣະ​ເຈົ້າ​ວ່າ “ຂ້າ​ພຣະ​ອົງ​ໄດ້​ຮັບ​ການ​ຕີ​ສອນ​ແລ້ວ ຂ້າ​ພຣະ​ອົງ​ຈະ​ບໍ່​ທຳ​ຜິດ​ຕໍ່​ໄປ​ອີກ 32 ຂໍ​ຊົງ​ໂຜດສອນ​ຂ້າ​ພຣະ​ອົງ​ເຖິງ​ສິ່ງທີ່​ຂ້າ​ພຣະ​ອົງ​ມອງ​ເບິ່ງ​ບໍ່​ເຫັນ ຖ້າ​ຂ້າ​ພຣະ​ອົງ​ກະ​ທຳ​ບາບ​ຊົ່ວ ຂ້າ​ພຣະ​ອົງ​ຈະ​ບໍ່​ກະ​ທຳ​ອີກ” 33 ການ​ຕອບ​ສນອງ​ຂອງ​ພຣະ​ອົງ​ຈະ​ຕ້ອງ​ເປັນ​ຢ່າງ​ທີ່​ທ່ານ​ຕ້ອງ​ການ​ຫລື ທ່ານ​ຈິ່ງ​ບໍ່​ຮັບ ທ່ານ​ເອງ​ຕ້ອງ​ເລືອກ ແລະ​ບໍ່​ແມ່ນ​ຂ້າ​ພະ​ເຈົ້າ ເຫດ​ສະ​ນັ້ນ​ທ່ານ​ມີ​ຄວາມ​ຄິດ​ເຫັນ​ຢ່າງ​ໃດ ກໍ​ເວົ້າ​ມາ​ເຖີດ 34 ຄົນ​ທີ່​ເຂົ້າ​ໃຈ​ຈະ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ ຄື​ຄົນ​ສ​ລາດ​ທີ່​ຟັງ​ຂ້າ​ພະ​ເຈົ້າ ຈະ​ເວົ້າ​ວ່າ 35 “ໂຢບ​ເວົ້າ​ຢ່າງ​ບໍ່​ມີ​ຄວາມ​ຮູ້ ຖ້ອຍ​ຄຳ​ຂອງ​ເຂົາ​ບໍ່​ມີ​ແກ່ນ​ສານ​ເສັຽ​ເລີຍ” 36 ຢາ​ກ​ຈະ​ໃຫ້​ໂຢບ​ຖືກ​ທົດ​ລອງ​ຕໍ່​ໄປ​ເຖິງ​ທີ່​ສຸດ ເພາະ​ວ່າ​ເຂົາ​ຕອບ​ເຫມືອນ​ຢ່າງຄົນ​ອະ​ທັມ 37 ເພາະ​ເຂົາ​ເພີ້ມ​ຄວາມ​ທໍ​ຣະ​ຍົດ​ເຂົ້າ​ກັບ​ບາບ​ຂອງ​ເຂົາ ເຂົາ​ຕົບ​ມື​ເຍີ້ຍ​ຢູ່​ຖ້າມ​ກາງ​ເຮົາ ແລະ​ທະ​ວີ​ຖ້ອຍ​ຄຳ​ຂອງ​ເຂົາ​ກ່າວ​ຮ້າຍ​ພຣະ​ເຈົ້າ”

ໂຢບ 35

1 ເອ​ລີ​ຮູ​ເວົ້າ​ຕໍ່​ໄປ​ວ່າ, 2 “ທ່ານ​ຄິດ​ວ່າ​ນີ້​ຍຸດ​ຕິ​ທັມ​ຫລື ທ່ານ​ເວົ້າ​ຫລື​ວ່າ “ຄວາມ​ຊອບ​ທັມ​ຂອງ​ຂ້າ​ພະ​ເຈົ້າ​ຍິ່ງກວ່າ​ຂອງ​ພຣະ​ເຈົ້າ” 3 ທີ່​ທ່ານ​ຖາມ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ໄດ້​ປ​ໂຍດ​ອັນ​ໃດ ຂ້າ​ພະ​ເຈົ້າ​ມີ​ຫຍັງດີ​ຂື້​ນກວ່າ​ຂ້າ​ພະ​ເຈົ້າທຳ​ບາບ​“ 4 ຂ້າ​ພະ​ເຈົ້າ​ຈະ​ຕອບ​ທ່ານ​ກັບ​ມິດ​ສະ​ຫາຍ​ຂອງ​ທ່ານ​ດ້ວຍ 5 ຈົ່ງ​ມອງ​ເບິ່ງທ້ອງ​ຟ້າ ເບິ່ງ​ເມກ​ຊື່ງ​ຢູ່​ສູງກວ່າ​ທ່ານ 6 ຖ້າ​ທ່ານ​ທຳບາບ ທ່ານ​ຈະ​ໄດ້​ອັນ​ໃດ​ທີ່​ກະ​ທົບ​ກະ​ເທືອນ​ພຣະ​ອົງ ຖ້າ​ການ​ທໍ​ຣະ​ຍົດ​ຂອງ​ທ່ານ​ທະ​ວີ​ຂື້​ນ ທ່ານ​ທຳ​ອັນ​ໃດ​ແກ່​ພຣະ​ອົງ 7 ຖ້າທ່ານ​ເປັນ​ຄົນ​ຊອບ​ທັມ ທ່ານ​ຖວາຍ​ອັນ​ໃດ​ແກ່​ພຣະ​ອົງ ຫລື​ພຣະ​ອົງຊົງ​ຮັບ​ສິ່ງ​ໃດ​ຈາກ​ມື​ຂອງ​ທ່ານ 8 ຄວາມ​ອະ​ທັມ​ຂອງ​ທ່ານ​ກໍ​ເປັນ​ອັນ​ຕະ​ຣາຍ​ແກ່​ຄົນ​ຢ່າງ​ທ່ານ ແລະ​ຄວາມ​ຊອບ​ທັມ​ຂອງ​ທ່ານກໍ​ເປັນ​ປ​ໂຍດ​ແກ່​ມະ​ນຸດ 9 “ເຫດ​ດ້ວຍ​ການ​ຖືກ​ບີບ​ບັງ​ຄັບ​ເຂົາ​ກໍ​ໄດ້​ແຕ່​ຄວນ​ຄາງ ເຂົາ​ຮ້ອງ​ຂໍ​ຄວາມ​ຊ່ອຍເຫລືອ​ເນື່ອງ​ດ້ວຍ​ແຂນ​ຂອງ​ຜູ້​ຊົງອໍາ​ນາດ 10 ແຕ່​ບໍ່​ມີ​ຈັກ​ຄົນ​ເວົ້າ​ວ່າ “ພຣະ​ເຈົ້າ​ຜູ້​ຊົງ​ສ້າງ​ຂ້າ​ພະ​ເຈົ້າ ຜູ້​ຊົງ​ປະ​ທານ​ເພງ​ໃນ​ເວ​ລາ​ກາງ​ຄືນ ຊົງ​ຢູ່​ທີ່​ໃດ 11 ຜູ້​ຊົງ​ສອນ​ເຮົາ​ຫລາຍກວ່າ​ສອນ​ສັດ​ແຫ່ງ​ແຜ່ນ​ດິນ​ໂລກ ແລະ​ຊົງ​ກະ​ທຳ​ໃຫ້​ເຮົາ​ສ​ລາດກວ່າ​ນົກ​ໃນ​ຟ້າ​ອາ​ກາດ” 12 ເຂົາ​ຮ້ອງ​ທຸກ​ໃນ​ທີ່​ນັ້ນ ແຕ່​ພຣະ​ອົງ​ບໍ່​ໄດ້ຊົງ​ຕອບ ເຫດ​ຄວາມຈອງ​ຫອງ​ຂອງ​ຄົນ​ຊົ່ວ 13 ແນ່ນອນ ພຣະ​ເຈົ້າ​ບໍ່​ໄດ້​ຟັງ​ສຽງ​ລົມ​ໆ​ແລ້ງໆ ແລະ​ອົງ​ຜູ້​ຊົງ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ກໍບໍ່​ໄດ້​ຊົງ​ນັບ​ຖື​ສຽງ​ນັ້ນ​ 14 ຈະ​ຍິ່ງ​ນ້ອຍກວ່າ​ນັ້ນ​ຈັກ​ເທົ່າ​ໃດ ເມື່ອ​ທ່ານ​ວ່າ ທ່ານ​ບໍ່​ເຫັນ​ພຣະ​ອົງ ແລະ​ເມື່ອ​ວ່າ ຄະ​ດີ​ນັ້ນ​ກໍ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ ແລະ​ທ່ານ​ຄອຍພຣະ​ອົງ​ຢູ່ 15 ບັດ​ນີ້ ເພາະ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ບໍ່​ໄດ້​ລົງ​ໂທດ ແລະ​ພຣະ​ອົງ​ບໍ່​ໄດ້ສົນ​ພຣະ​ທັຍການ​ລະ​ເມີດ​ອັນ​ເລັກ​ນ້ອຍ 16 ເພາະ​ສະ​ນັ້ນ​ໂຢບ​ຈິ່ງ​ອ້າ​ປາກ​ເວົ້າ​ຄຳ​ລົມໆ​ແລ້ງໆ ແລະ​ທະ​ວີ​ຄຳ​ເວົ້າ​ໂດຍ​ປາ​ສ​ຈາກ​ຄວາມຮູ້”

ໂຢບ 36

ເອ​ລີ​ຮູ​ຍົກ​ຍ້ອງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ

1 ແລະ​ເອ​ລີ​ຮູ​ເວົ້າ​ຕໍ່​ໄປ​ດ້ວຍ​ວ່າ, 2 “ຂໍ​ທົນ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ອີກ​ຫນ້ອຍ​ນື່ງ ແລະ​ຂ້າ​ພະ​ເຈົ້າ​ຈະ​ສຳ​ແດງ​ແກ່​ທ່ານ ເພາະ​ຂ້າ​ພະ​ເຈົ້າ​ມີ​ບາງ​ສິ່ງ​ທີ່​ຈະ​ເວົ້າ​ແທນ​ພຣະ​ເຈົ້າ​ອີກ 3 ຂ້າ​ພະ​ເຈົ້າ​ຈະ​ເອົາ​ຄວາມ​ຮູ້​ມາ​ຈາກ​ໄກ ແລະ​ຖວາຍ​ຄວາມ​ຊອບ​ທັມ​ແກ່​ຜູ້​ຊົງ​ສ້າງ​ຂ້າ​ພະ​ເຈົ້າ 4 ເພາະ​ທີ່ຈິງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເທັດ ທ່ານ​ຜູ້​ຊົງ​ຄວາມ​ຮູ້​ຮອບ​ຄອບ​ສະ​ຖິດ​ກັບ​ທ່ານ 5 ແນ່ນອນ ພຣະ​ເຈົ້າ​ຊົງ​ອາ​ນຸ​ພາບ ແລະ​ບໍ່​ໄດ້​ຊົງ​ຢຽດ​ຫຍາມ​ຜູ້​ໃດ​ເລີຍ ພຣະ​ອົງ​ຊົງ​ອາ​ນຸ​ພາບ​ໃນ​ເຣື່ອງ​ກຳ​ລັງ​ແຫ່ງ​ຄວາມ​ເຂົ້າ​ໃຈ 6 ພຣະ​ອົງບໍ່​ໄດ້​ສງວນ​ຊີ​ວິດ​ຄົນ​ອະ​ທັມ ແຕ່​ຊົງ​ປະ​ທານ​ຄວາມ​ຍຸດ​ຕິ​ທັມ​ແກ່​ຜູ້​ທຸກ​ໃຈ 7 ພຣະ​ອົງ​ບໍ່​ໄດ້​ຊົງ​ຫັນ​ພຣະ​ເນດ​ຂອງ​ພຣະ​ອົງຫນີ​ຈາ​ກຄົນ​ຊອບ​ທັມ ແຕ່​ກັບ​ບັນ​ດາ​ພຣະ​ຣາ​ຊາ​ເທິງ​ພຣະ​ທີ່​ນັ່ງ ພຣະ​ອົງ​ຊົງ​ຕັ້ງ​ເຂົາ​ໄວ້​ເປັນ​ນິດ ແລະ​ເຂົາ​ກໍ​ຢູ່​ໃນ​ທີ່​ສູງ 8 ແລະ​ຖ້າ​ເຂົາ​ຖືກ​ຈຳ​ດ້ວຍ​ພັນ​ທະ​ນາ​ການ ແລະ​ຕິດ​ຢູ່​ໃນ​ບ້ວງ​ແຫ່ງ​ຄວາມທຸກ​ໃຈ 9 ພຣະ​ອົງ​ກໍ​ຊົງ​ສຳ​ແດງ​ກິ​ຈ​ກັມ​ຂອງ​ເຂົາ​ທັງ​ຫລາຍ​ແກ່​ເຂົາ ແລະ​ການ​ທໍ​ຣະ​ຍົດ​ຂອງ​ເຂົາ ວ່າ​ເຂົາ​ໄດ້​ປະ​ພຶດ​ຕົວ​ດ້ວຍ​ຄວາມ​ອວດ​ອ້າງ​ຈອງ​ຫອງ 10 ພຣະ​ອົງ​ຊົງ​ໃຫ້​ຫູ​ຂອງ​ເຂົາ​ຟັງ​ຄຳ​ເຕືອນ​ສອນ ແລະ​ຊົງ​ສັ່ງ​ໃຫ້​ເຂົາ​ຫັນ​ກັບ​ຈາກ​ຄວາມ​ຜິດ​ບາບ​ຂອງ​ເຂົາ 11 ຖ້າ​ເຂົາ​ທັງ​ຫລາຍ​ເຊື່ອ​ຟັງ​ແລະ​ບົວ​ລະ​ບັດ​ພຣະ​ອົງ ເຂົາ​ຈະ​ຢູ່​ຄົບ​ອາ​ຍຸ​ຂອງ​ເຂົາ​ດ້ວຍ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ ແລະ​ຢູ່​ຄົບ​ປີ​ຂອງ​ເຂົາ​ດ້ວຍ​ຄວາມ​ສຸກ​ໃຈ 12 ແຕ່​ຖ້າ​ເຂົາ​ທັງ​ຫລາຍ​ບໍ່​ເຊື່ອ​ຟັງ ເຂົາ​ທັງ​ຫລາຍ​ຈະ​ພິ​ນາດ​ດ້ວຍ​ດາບ ແລະ​ຕາຍ​ໂດຍ​ປາ​ສ​ຈາກ​ຄວາມ​ຮູ້ 13 “ຄົນ​ໃຈ​ບໍ່​ນັບ​ຖື​ພຣະ​ເຈົ້າ​ກໍ​ສະ​ສົມ​ພຣະ​ພິ​ໂຣດ ເມື່ອ​ພຣະ​ອົງ​ຊົງ​ມັດ​ເຂົາ ເຂົາບໍ່​ຮ້ອງ​ໃຫ້​ຊ່ອຍ 14 ເຂົາ​ຕາຍ​ເມື່ອ​ຍັງ​ຫນຸ່ມ​ຢູ່ ແລະ​ຊີ​ວິດ​ຂອງ​ເຂົາ​ສິ້ນ​ສຸດ​ລົງ​ຖ້າມ​ກາງ​ພວກ​ເທວະ​ທາດ 15 ພຣະ​ອົງ​ຊົງ​ຊ່ອຍຜູ້​ທີ່​ທຸກ​ໃຈ​ໄວ້​ດ້ວຍ​ຄວາມ​ທຸກ​ໃຈ​ຂອງ​ເຂົາ ແລະ​ຊົງ​ໃຫ້​ຄວາມ​ລຳ​ເຄັນ​ເພື່ອ​ເປີດ​ຫູ​ຂອງ​ເຂົາ 16 ພຣະ​ອົງ​ຊົງ​ຊວນ​ທ່ານ​ໃຫ້​ອອກ​ມາ​ຈາກ​ຄວາມ​ຄັບ​ໃຈ ມາ​ຍັງ​ທີ່​ກວ້າງ​ທີ່​ບໍ່​ມີ​ການ​ບີບ ແລະ​ສິ່ງທີ່​ວາງໄວ້​​ທິງ​ໂຕະ​ຂອງ​ທ່ານເຕັມ​ໄປ​ດ້ວຍ​ຂອງ​ດີ​ມີ​ອາ​ຫານ​ການ​ກິນ​ຢ່າງ​ເຫລືອ​ລົ້ນ 17 “ແຕ່​ທ່ານ​ກໍ​ສົມ​ກັບ​ການ​ພິ​ພາກ​ສາ​ຄົນຊົ່ວ ການ​ພິ​ພາກ​ສາ​ ແລະ​ຄວາມ​ຍຸດ​ຕິ​ທັມ​ມາ​ທັນ​ຈັບ​ທ່ານ 18 ຈົ່ງ​ລະ​ວັງ​ເຖີດ ຢ້ານ​ວ່າ​ພຣະ​ພິ​ໂຣດ​ຈະ​ລໍ້​ຊວນ​ທ່ານ​ໃຫ້​ເຍີ້ຍ​ຫຍັນ ແລະ​ຢ່າ​ໃຫ້​ຄ່າ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ໄຖ່​ທຳ​ໃຫ້​ທ່ານ​ຫລົບ​ຫລີກ​ໄປ 19 ສຽງ​ຮ້ອງ​ຈະ​ຊ່ອຍ​ໃຫ້​ທ່ານ​ພົ້ນ​ຈາກ​ຄວາມ​ທຸກ​ໃຈ​ຫລື ຫລື​ເຫື່ອ​ແຮງ​ທັງ​ຫມົດ​ຂອງ​ທ່ານ​ຈະ​ຊ່ອຍ​ທ່ານ​ໄດ້​ຫລື 20 ຢ່າ​ອາ​ລັຍ​ເຖິງ​ກາງ​ຄືນ ເມື່ອ​ຊົນ​ຊາດ​ທັງ​ຫລາຍ​ຖືກ​ຕັດ​ອອກ​ໃນ​ທີ່​ຂອງ​ເຂົາ 21 ລະ​ວັງ​ໃຫ້​ດີ ຢ່າ​ຫັນ​ກັບ​ຄືນ​ໄປ​ຫາ​ຄວາມ​ບາບ​ຜິດ ເພາະ​ທ່ານ​ເລືອກ​ສິ່ງ​ນີ້​ຫລາຍກວ່າ​ເລືອກ​ຄວາມ​ທຸກ​ໃຈ 22 ເບິ່ງ​ແມ໋ ພຣະ​ເຈົ້າ​ຊົງ​ສຳ​ແດງ​ຄວາມ​ຍີ່​ງ​ໃຫຍ່​ດ້ວຍ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ ຜູ້​ໃດ​ເປັນ​ຜູ້​ສັ່ງ​ສອນ​ເຫມືອນ​ຢ່າງ​ພຣະ​ອົງ 23 ຜູ້​ໃດ​ເປັນ​ຜູ້​ບົງ​ການ​ພຣະ​ອົງ ຫລື​ຜູ້​ໃດ​ຈະ​ເວົ້າ​ໄດ້​ວ່າ “ພຣະ​ອົງ​ຊົງ​ກະ​ທຳ​ຜິດ​ແລ້ວ” 24 “ຈົ່ງ​ລະ​ນຶກເ​ຖີງ​ທີ່​ຈະ​ຍົກ​ຍ້ອງ​ພຣະ​ຣາ​ຊ​ກິດ​ຂອງ​ພຣະ​ອົງ ຊື່ງ​ມະ​ນຸດ​ໄດ້​ຮ້ອງ​ເພງ​ກ່າວ​ເຖິງ​ນັ້ນ 25 ມະ​ນຸດ​ທັງ​ປວງເບິ່ງ​ເຫັນສິ່ງນັ້ນຢູ່​ແລ້ວ ມະ​ນຸດ​ເຫັນ​ສິ່ງ​ນັ້ນ​ໄດ້​ແຕ່​ໄກ 26 ແນ່ນອນ ພຣະ​ເຈົ້າ​ນັ້ນ​ຍິ່ງ​ໃຫຍ່ ແລະ​ເຣົາ​ກໍ​ບໍ່​ຫຍັ່ງ​ຮູ້​ເຖິງ​ພຣະ​ອົງ ອາ​ຍຸ​ຂອງ​ພຣະ​ອົງ​ເປັນ​ສິ່ງ​ທີ່​ຄົ້ນ​ຫາ​ກັນ​ບໍ່​ໄດ້ 27 ເພາະ​ພຣະ​ອົງ​ຊົງ​ດືງ​ຢົດ​ນ້ຳ​ຂຶ້ນ​ໄປ ຊື່ງ​ກັ່ນ​ເປັນ​ຝົນ​ຈາກ​ເມກ​ຂອງ​ພຣະ​ອົງ 28 ຊື່ງ​ຟ້າກໍເທ​ລົງ​ມາ ແລະ​ຢົດ​ລົງ​ທີ່​ມະ​ນຸດ​ຢ່າງ​ອຸ​ດົມ 29 ມີ​ຄົນ​ໃດ​ເຂົ້າ​ໃຈ​ການ​ແຜ່ຂອງ​ເມກ​ຫລື ແລະ​ຟ້າ​ຮ້ອງ​ຜ່ານ​ທ້ອງ​ຟ້າ​ບ່ອນ​ພຣະ​ເຈົ້າ​ຢູ່​ນັ້ນ 30 ພ​ຣ​ອົງ​ຊົງ​ກະ​ຈາຍ​ຟ້າ​ແລບ​ອອກ​ໄປ​ຮອບ​ພຣະ​ອົງ ແລະຄວາມ​ເລິກ​ທ້ອງ​ທະ​ເລ​ກໍ​ຍັງ​ຄົງ​ດຳ​ມືດ 31 ເພາະ​ພຣະ​ອົງ​ຊົງ​ພິ​ພາກ​ສາ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ສິ່ງ​ນີ້ ພຣະ​ອົງ​ປະ​ທານ​ອາ​ຫານ​ຢ່າງ​ອຸ​ດົມ​ສົມ​ບູນ 32 ພຣະ​ອົງ​ຊົງ​ຄຸມ​ພຣະ​ຫັດ​ຂອງ​ພຣະ​ອົງ​ດ້ວຍ​ຟ້າ​ແລບ ແລະ​ຊົງ​ສັ່ງ​ໃຫ້​ມັນ​ຜ່າ​ຈຸດ​ທີ່​ຫມາຍ 33 ສຽງ​ຄື່ນໆ​ຂອງ​ມັນ​ປະ​ກາດ​ກ່ຽວ​ກັບ​ພຣະ​ອົງ ແລະ​ຝູງ​ສັດ​ກໍ​ປະ​ກາດ​ກ່ຽວ​ກັບ​ພະ​ຍຸ​ຊື່ງ​ຈະ​ມາ​ເຖິງ

ໂຢບ 37

1 ເຣື່ອງ​ນີ້​ກະ​ທຳ​ໃຫ້​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ສັ່ນ ສະ​ທົກ​ສະ​ທ້ານ​ຂວັນ​ຫນີ 2 ຈົ່ງ​ຟັງ ຈົ່ງ​ຟັງຟ້າ​ຮ້ອງຂອງ​ພຣະ​ເຈົ້າ ແລະ​ສຽງ​ກະ​ຫື່ມທີ່​ດັງ​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ 3 ພຣະ​ອົງ​ຊົງ​ໃຫ້​ໄປ​ທົ່ວ​ໃຕ້​ຟ້າ​ທັງ​ຫມົດ ແລະ​ຟ້າ​ແລບ​ຂອງ​ພຣະ​ອົງ​ໄປ​ເຖິງ​ສຸດ​ປາຍ​ແຜ່ນ​ດິນ​ໂລກ 4 ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ຄາງ​ກະ​ຫື່ມ​ຕາມ​ໄປ ພຣະ​ອົງ​ຊົງ​ແຜດ​ພຣະ​ສຸ​ຣະ​ສຽງ​ອັນ​ດັງ​ກ້ອງ​ກັງ​ວານ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ຊົງ​ຫນ່ວງຫນ່ຽວ​ຟ້າ​ແລບ ເມື່ອ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ 5 ພຣະ​ເຈົ້າ​ຊົງ​ສຳ​ແດງ​ສຽງ​ທີ່​ດັງ​ກ້ອງ​ກັງ​ວານ​ຢ່າງ​ປ​ລາດ​ດ້ວຍ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກະ​ທຳ​ການ​ອັນໃຫຍ່​ຊື່ງເຮົາ​ເຂົ້າ​ໃຈ​ບໍ່​ໄດ້ 6 ເພາະ​ພຣະ​ອົງ​ກ່າວ​ກັບ​ຫິມ​ມະ​ວ່າ “ຕົກ​ລົງ​ເທິງ​ແຜ່ນ​ດິນ” ແລະ​ໃນ​ທຳ​ນອງດຽວ​ກັນ​ກໍ​ກ່າວ​ກັບ​ຝົນ ແລະ​ກັບ​ຫ່າ​ຝົນ​ອັນ​ຫນັກ​ຂອງ​ພຣະ​ອົງ 7 ພຣະ​ອົງ​ຊົງ​ມັດ​ມື​ຂອງມະ​ນຸດ​ທຸກ​ຄົນ ເພື່ອ​ທຸກ​ຄົນ​ຊື່ງ​ພຣະອົງ​ຊົງ​ສ້າງ​ຈະ​ຮູ້​ໄດ້ 8 ແລ້ວ​ສັດ​ປ່າ​ຈິ່ງ​ເຂົ້າ​ໄປ​ສູ່​ຮັງ​ຂອງ​ມັນ ແລະ​ອາ​ໄສ​ຢູ່​ໃນ​ຖ້ຳ​ຂອງ​ມັນ 9 ພະ​ຍຸ​ອອກ​ມາ​ຈາກ​ທາງ​ທິດ​ໃຕ້ ແລະ​ຄວາມ​ຫນາວ​ມາ​ຈາກ​ລົມ​ເຫນືອ 10 ພຣະ​ເຈົ້າ​ປະ​ທານ​ນ້ຳ​ແຂງ​ດ້ວຍ​ລົມ​ຫາຍ​ໃຈ​ຂອງ​ພຣະ​ອົງ ແລະ​ນ້ຳ​ກວ້າງ​ໃຫຍ່​ກໍ​ແຂງ​ຕົວ 11 ພຣະ​ອົງ​ຊົງ​ບັນ​ທຸກ​ຄວາມ​ຊຸ່ມ​ຂຶ້ນ​ໄວ້​ໃນ​ເມກ​ທຶບ ພຣະ​ອົງ​ຊົງ​ກະ​ຈາຍ​ເມກ​ແຫ່ງ​ຟ້າ​ແລບ​ອອກ​ໄປ 12 ມັນ​ເຄື່ອນ​ໄປ​ຕາມ​ການ​ນຳ​ຂອງ​ພຣະ​ອົງ ເພື່ອ​ໃຫ້​ສຳ​ເຣັດ​ກິດ​ທັງ​ສິ້ນ​ຊຶ່ງ​ພຣະ​ອົງ​ຊົງ​ສັ່ງ​ມັນ ທີ່​ເຫນືອ​ຜິວ​ພິ​ພົບ​ທີ່​ມະ​ນຸດ​ອາ​ໄສ​ຢູ່​ໄດ້ 13 ບໍ່​ວ່າ​ຈະ​ເປັນ​ເພື່ອ​ການ​ຕີ​ສອນ ຫລື​ເພື່ອ​ຄວາມ​ຮັກ​ຫມັ້ນ​ຄົງ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ 14 “ທ່ານ​ໂຢບ​ເອີຍ ຂໍ​ຟັງ​ຂໍ້​ນີ້ ຈົ່ງ​ຄິດ​ພິ​ຈາ​ຣະນາ​ການ​ກະ​ທຳ​ອັນ​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ 15 ທ່ານ​ຮູ້​ຫລື​ວ່າ​ພຣະ​ເຈົ້າ​ຊົງ​ກຳ​ຊັບ​ມັນ​ຢ່າງ​ໃດ ແລະ​ກະ​ທຳ​ໃຫ້​ຟ້າ​ແລບ​ແຫ່ງ​ເມກ​ຂອງ​ພຣະ​ອົງ​ມີ​ແສງ 16 ທ່ານ​ຮູ້​ເຖິງ​ການ​ຊົງ​ຕົວຂອງ​ເມກ​ຫລື ເປັນ​ພຣະ​ຣາ​ຊ​ກິດ​ອັນ​ປ​ລາດ​ຂອງ​ພຣະ​ອົງ​ຜູ້​ສົມ​ບູນ​ໃນ​ຄວາມ​ຮູ້ 17 ຕົວ​ທ່ານ ຜູ້​ທີ່​ເສື້ອ​ຜ້າ​ຂອງ​ຕົນ​ຮ້ອນ ເມື່ອລົມ​ທິດ​ໃຕ້​ພັດ​ມາ​ກະ​ຫນ່ຳ​ແຜ່ນ​ດີ​ນໂລກ 18 ທ່ານ​ແຜ່​ຟ້າ​ອອກ​ໄປ​ຢ່າງ​ພຣະ​ອົງ​ໄດ້​ຫລື ໃຫ້​ແຂງ​ຈັດ​ດັ່ງ​ໂລ​ຫະ​ຖືກ​ຂັດ​ໃຫ້​ເຫລື້ອມ 19 ຈົ່ງ​ສອນ​ເຮົາ​ມາ​ວ່າ​ເຮົາ​ຄວນ​ຈະ​ທູນ​ພຣະ​ອົງ​ຢ່າງ​ໃດ ເພາະ​ຄວາມ​ມືດ​ເຣົາ​ຈິ່ງ​ຮ່າງ​ສຳ​ນວນຂອງ​ເຮົາ​ບໍ່​ໄດ້ 20 ຈະ​ທູນ​ພຣະ​ອົງ​ໄດ້​ບໍ່ວ່າ ຂ້າ​ພະ​ເຈົ້າ​ຢາກ​ຈະ​ທູນ ມີ​ໃຜ​ເຄີຍ​ຄິດ​ບໍ່ວ່າ​ເຂົາ​ຢາກ​ຈະ​ຕາຍ 21 “ຝ່າຍ​ມະ​ນຸດມອງ​ເບິ່ງ​ແສງ​ສວ່າງ​ບໍ່​ໄດ້ ເມື່ອ​ມັນ​ສຸກ​ໃສ​ຢູ່​ໃນ​ທ້ອງ​ຟ້າ ເມື່ອ​ລົມ​ຜ່ານ​ໄປ​ກວາດ​ໃຫ້​ກະ​ຈ່າງ 22 ແສງ​ທອງ​ສ່ອງ​ມາ​ຈາກ​ທິດ​ເຫນືອ ພຣະ​ເຈົ້າ​ຊົງ​ສ​ລອງ​ພຣະ​ອົງ​ດ້ວຍ​ພຣະສະ​ງ່າ​ຣາ​ສີຢ່າງ​ຫນ້າ​ຢ້ານ​ກົວ 23 ອົງ​ຜູ້​ມີ​ຣິດ​ອຳ​ນາດ​ຍິ່ງ​ໃຫຍ່ນັ້ນ ເຮົາ​ຈະ​ຄົ້ນ​ພົບ​ພຣະ​ອົງ​ບໍ່​ໄດ້ ພຣະ​ອົງ​ຍິ່ງ​ໃຫຍ່​ໃນ​ເຣື່ອງ​ຣິດ​ທາ​ນຸ​ພາບ ຄວາມ​ຍຸດ​ຕິ​ທັມ​ອັນຫລວງ​ຫລາຍ​ພຣະ​ອົງ​ຈະ​ບໍ່​ຊົງ​ຝ່າ​ຝືນ 24 ເພາະ​ສະ​ນັ້ນ​ມະ​ນຸດ​ຈິ່ງ​ຍົກ​ຍ້ອງ ເກງ​ພຣະ​ອົງ ພຣະ​ອົງ​ບໍ່​ຊົງ​ນັບ​ຖື​ຜູ້​ໃດ​ທີ່​ຖືຕົວ​ວ່າ​ມີ​ປັນ​ຍາ

ໂຢບ 38

ພຣະ​ເຈົ້າ​ຊົງ​ຕອບ​ໂຢບ

1 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ໂຢບ ມາ​ຈາກ​ພະ​ຍຸ​ຝົນ​ວ່າ, 2 ເຈົ້າ​ແມ່ນ​ໃຜ​ຈິ່ງຖົກ​ຖຽງ​ຄວາມ​ຮອບ​ຮູ້​ຂອງ​ເຮົາ ເຈົ້າ​ພຽງ​ແຕ່​ສະ​ແດງ​ຄວາມ​ໂງ່​ຂອງ​ເຈົ້າ​ເທົ່າ​ນັ້ນ 3 ບັດ​ນີ້​ເຈົ້າ​ຈົ່ງ​ລຸກ​ຢືນ​ຂຶ້ນ​ຢ່າງ​ຜູ້​ກ້າ​ຫານ ແລ້ວ​ຕອບ​ຄຳ​ຖາມ​ທີ່​ເຮົາ​ຈະ​ຖາມ​ຄື 4 ເຈົ້າ​ຢູ່​ໃສ​ເມື່ອ​ເຮົາ​ສ້າງ​ໂລກ ຖ້າ​ເຈົ້າ​ຮູ້​ແທ້​ຈົ່ງ​ບອກ​ເຮົາ​ເບິ່ງ 5 ຜູ້​ໃດ​ກຳ​ຫນົດ​ຄວາມກວ້າງ​ຂອງ​ໂລກ ໃຜ​ເນັ່ງ​ເຊືອກ​ແທກ​ເທິງ​ໂລກ ເຈົ້າ​ຮູ້​ແຣື່ອງ​ນີ້​ທັງ​ຫມົດ​ແມ່ນບໍ 6 ເສົາ​ຄ້ຳ​ຊູ​ໂລກ​ຕັງ​ຢູ່​ເທິງ​ອັນ​ໃດ ໃຜ​ເປັນ​ຜູ້​ວາງ​ສີ​ລາ​ລຶກ​ຂອງ​ໂລກ 7 ດາວ​ທັງ​ຫລາຍ​ໄດ້​ຮ້ອງ​ເພງ​ສັນ​ລະ​ເສີນ​ພ້ອມ​ກັນ​ໃນ​ເຊົ້າ​ວັນ​ນັ້ນ ແລະ​ບັນ​ດາ​ບຸດ​ຂອງ​ພຣະ​ເຈົ້າ​ກໍ​ໂຮ່​ຮ້ອງ​ສະ​ແດງ​ຄວາມ​ຍິນ​ດີ 8 ໃຜ​ອັດ​ປະ​ຕູ​ຕັນນ້ຳ​ທະ​ເລ​ໄວ້ ເມື່ອ​ມັນ​ລະ​ເບີດ​ອອກ​ມາ​ຈາກ​ພື້ນ​ແຜ່ນ​ດິນ 9 ແມ່ນ​ເຮົາ​ທີ່​ທຳ​ໃຫ້​ເມກ​ປົກຄຸມ​ທະ​ເລ ແລະ​ທຳ​ໃຫ້​ຄວາມ​ມືດ​ປົກ​ຫຸ້ມ​ຢູ່ 10 ເຮົາ​ໄດ້​ກຳ​ຫນົດ​ເຂດ​ແດນ​ໃຫ້​ນ້ຳ​ທະ​ເລ ແລະ​ສ້າງ​ປະ​ຕູ​ໃສ່​ໄລ​ກັນ​ນ້ຳ​ໄວ້ 11 ເຮົາ​ໄດ້​ບອກ​ມັນ​ວ່າ “ໄປ​ໄດ້​ໄກ​ທໍ່​ນີ້ ເລີຍ​ໄປ​ອີກ​ບໍ່​ໄດ້ ກະ​ແສ​ຄື້ນ​ອັນ​ແຮງ​ກ້າ​ຂອງ​ເຈົ້າ​ຈະ​ຕ້ອງ​ຢຸດ​ຢູ່​ນີ້” 12 ໂຢບ​ເອີຍ ຄລອດ​ຊີ​ວິດ​ຂອງ​ເຈົ້າ​ນັ້ນ ເຈົ້າເຄີຍ​ບັງ​ຄັບ​ໃຫ້​ມີ​ແສງ​ອາ​ຣຸນ​ໃນ​ຕອນ​ເຊົ້າ​ຫລື 13 ເຈົ້າ​ເຄີຍ​ສັ່ງ​ໃຫ້​ແສງ​ອາ​ຣຸ​ນ​ມາ​ຖືກ​ຕ້ອງ​ໂລກ ເພື່ອ​ຂັບ​ໄລ່​ຄົນ​ຊົ່ວ​ອອກ​ໄປ​ຈາກ​ບ່ອນ​ລີ້​ຂອງເຂົາ​ຫລື 14 ແສງ​ນັ້ນ​ໄດ້​ທຳ​ໃຫ້​ແລ​ເຫັນ​ພູ ແລະ​ຮ່ອມ​ພູ​ທັງ​ຫລາຍ​ເປັນ​ເຫມືອນ​ຫົ່ມ​ເສື້ອ​ຜ້າ 15 ແສງ​ສວ່າ​ງ​ຍາມກາງ​ເວັນ​ໄດ້​ຮຸ່ງ​ໂພດ​ສຳ​ລັບ​ຄົນ​ຊົ່ວ ມັນ​ຂັດ​ຂວາງ​ເຂົາ​ບໍ່​ໃຫ້​ກະ​ທຳ​ຊົ່ວ​ຮ້າຍ 16 ເຈົ້າ​ໄດ້​ລົງ​ໄປ​ຍັງ​ແປ​ວ​ທະ​ເລ​ເລິກ​ແລ້ວ​ຫລື ເຈົ້າ​ຍ່າງ​ເທິງ​ນຳ​ມະ​ຫາ​ສະ​ຫມຸດ​ໄດ້​ຫລື 17 ມີ​ຄົນ​ເຄີຍ​ສະ​ແດງ​ໃຫ້​ເຈົ້າ​ເຫັນ​ບໍ ປະ​ຕູ​ແຫ່ງ​ພິ​ພົບ​ຄົນ​ຕາຍ​ຊື່ງ​ເປັນ​ບ່ອນ​ມືດ​ນັ້ນ 18 ເຈົ້າ​ຮູ້​ຈັກ​ບໍ​ວ່າ​ໂລກ​ນີ້​ໃຫຍ່​ປານ​ໃດ ຖ້າ​ຮູ້​ຈັກ​ຈົ່ງ​ບອກ​ມາ 19 ເຈົ້າ​ຮູ້​ຈັກ​ບໍ​ວ່າ​ແສງ​ສວ່າງ​ນັ້ນ​ມາ​ຈາກ​ໃສ ຫລື​ແມ່ນ​ຫຍັງ​ເປັນ​ທີ່​ມາ​ຂອງ​ຄວາມ​ມືດ 20 ເຈົ້າ​ບອກ​ໄດ້​ບໍ​ວ່າ​ແສງ​ສວ່າງ​ແລະ​ຄວາມ​ມືດ​ເດີນ​ໄປ​ໄກ​ປານ​ໃດ​ແລະ​ສັ່​ໃຫ້​ກັບ​ມາ​ອີກ​ໄດ້​ບໍ 21 ເຮົາ​ເຊື່ອ​ແນ່​ວ່າ​ເຈົ້າ​ຮູ້ ເພາະ​ວ່າ​ເຈົ້າ​ເຖົ້າ​ຫລາຍ​ແລ້ວ ແລະ​ເມື່ອ​ສ້າງໂລກ​ເຈົ້າ​ກໍ​ເກີດ​ແລ້ວ 22 ເຈົ້າ​ເຄີຍ​ໄປ​ເບິ່ງ​ບ່ອນ​ທີ່​ເຮົາ​ເກັບ​ຫີມ​ມະ ແລະ​ຫມາກ​ເຫັບ​ໄວ້​ບໍ 23 ເຮົາ​ຈັດ​ຕຽມ​ມັນ​ໄວ້​ສຳ​ລັບ​ເວ​ລາ​ຍາກ​ລຳ​ບາກ ແລະ​ເວ​ລາ​ມີ​ເສິ​ກ​ສົງ​ຄາມ 24 ເຈົ້າ​ເຄີຍ​ໄປ​ບ່ອນ​ພຣະ​ອາ​ທິດ​ຂື້​ນ ຫລື​ບ່ອນ​ລົມ​ຕາ​ເວັນ​ອອກ​ພັດ​ມາ​ບໍ 25 ໃຜ​ຂຸດ​ຊ່ອງ​ໄຂ​ປ່ອງ​ໃຫ້​ຝົນ​ຕົກ ແລະ​ບອກທາງ​ໃຫ້​ຟ້າ​ຜ່າໃຜ​ທຳ​ໃຫ້​ຝົນ​ຕົ​ກ​ລົງ​ມາ​ຖືກ​ບ່ອນ​ບໍ່​ມີ​ຄົນ​ຢູ່ 26 ໃຜ​ຫົດ​ແຜ່ນ​ດິນ​ທີ່​ແຫ້ງ​ແລ້ງ ແລະ​ອຶດ​ຢາກ​ເພື່ອ​ໃຫ້​ຫຍ້າ​ປົ່ງ​ຂື້​ນ​ມາ 27 ຝົນ​ຫລື​ນ້ຳ​ຫມອກ​ມີ​ພໍ່​ຫລືບໍ 28 ໃຜ​ເປັນ​ແມ່​ຂອງ​ນ້ຳ​ກ້ອນ​ແລະ​ນ້ຳ​ຫມອກ​ແຂງ 29 ຊື່ງ​ທຳ​ໃຫ້​ນ້ຳ​ເປັນ​ຄື​ຫີນ ແລະ​ທຳ​ໃຫ້​ນ້ຳ​ທະ​ເລ​ເປັນ​ນ້ຳ​ກ້ອນ 30 ເຈົ້າ​ບໍ ມັດ​ດາວ​ລູກ​ໄກ່​ໃຫ້​ເປັນ​ກຸ່ມ ຫລື​ເຈົ້າ​ແກ້​ເຄື່ອງ​ຜູກ​ດາວ​ໄຖ​ໄດ້​ບໍ 31 ເຈົ້າ​ທຳ​ໃຫ້​ດວງ​ດາວ​ຕ່າງໆ​ຫມຸນ​ໄປ​ຕາມ​ຣະ​ດູ​ການ​ຂອງ​ມັນ​ໄດ້​ບໍ ແລະ​ເຈົ້າ​ພາ​ດາວ​ແຂ້າ​ນ້ອຍ​ໃຫຍ່​ໄປ​ໄດ້​ບໍ 32 ເຈົ້າ​ຮູ້​ຈັກ​ກົດ​ຫມາຍ​ທີ່​ໃຊ້​ປົກ​ຄອງ​ຟ້າ​ສວັນ​ບໍ ເຈົ້າ​ແຕ່ງ​ຕັ້ງ​ກົດ​ຫມາຍ​ນັ້ນ​ຂຶ້ນ​ໃຊ້​ໃນ​ໂລກ​ໄດ້​ບໍ 33 ເຈົ້າ​ຮ້ອງບອກ​ໃຫ້​ເມກ​ເທ​ຝົນ​ລົງ​ມາ​ຮຳ​ເຈົ້າ​ປຽກ​ໄດ້​ບໍ 34 ຖ້າ​ເຈົ້າ​ສັ່ງໃຫ້​ຟ້າ​ຜ່າ​ລົງ​ມາ ມັນ​ຈະ​ມາ​ຫາ​ເຈົ້າ​ແລ້ວ​ເວົ້າ​ຫລື​ວ່າ “ໂດຍ​ຂ້າ​ນ້ອຍ” 35 ໃຜ​ບອກ​ນົກ​ກຸ​ລາ ມັນ​ຈິ່ງ​ຮູ້​ວ່າ​ແມ່​ນ້ຳ​ນີນ​ຈະ​ຖ້ວມ ຫລື​ໃຜ​ບອກ​ໄກ່​ຜູ້ ມັນ​ຈິ່ງ​ຮູ້​ວ່າ​ຝົນ​ຈະ​ຕົກ 36 ໃຜ​ເກັ່ງ​ພໍ​ທີ່​ຈະ​ນັບ​ເມກ​ໄດ້ ແລະ​ໃຫ້​ເມກ​ນັ້ນ​ເທ​ຝົນ​ລົງ​ມາ 37 ເພື່ອ​ທຳ​ໃຫ້​ຝຸ່ນ​ດິນ​ໂຮມ​ກັນ​ເປັນ​ກ້ອນ​ໄດ້ 38 ເຈົ້າ​ຫາ​ອາ​ຫານ​ໃຫ້​ສິງ​ກິນ ຫລື​ໃຫ້​ສິງ​ຫນຸ່ມ​ທີ່​ຫີວ​ຢາກ​ກິນ​ອີ່ມ​ໄດ້​ບໍ 39 ເມື່ອ​ມັນ​ຫມູບ​ຢູ່​ໃນ​ຖ້ຳ​ຂອງ​ມັນ ຫລື​ນອນ​ຄອຍ​ຢູ່ໃນ​ທີ່​ກຳ​ບັງ 40 ໃຜ​ຈັດ​ຫາ​ເຫຍື່ອ​ໃຫ້​ກາ ເມື່ອ​ມັນ​ບີນ​ເຫາະ​ໄປ​ດ້ວຍ​ຄວາມ​ຫີວ​ຢາກ ແລະ​ເມື່ອ​ລູກ​ອ່ອນ​ຂອງ​ມັນ​ຮ້ອງ​ຂໍ​ອາ​ຫານ​ຕໍ່​ເຮົາ

ໂຢບ 39

1 “ເຈົ້າ​ຮູ້​ບໍ​ວ່າ ແບ້​ປ່າ​ເກີດເມື່ອ​ໃດ ເຈົ້າ​ເຄີຍ​ເຫັນ​ກວາງ​ເກີດບໍ 2 ສັດ​ເຫລົ່າ​ນີ້​ຢູ່​ໃນ​ທ້ອງ​ແມ່​ຈັກ​ເດືອນ ແລະ​ມັນ​ເກີດ​ເວ​ລາ​ໃດ 3 ເຈົ້າ​ຮູ້​ບໍ​ເມື່ອ​ມັນ​ຫມູບ​ລົງ ແລ້ວ​ອອກ​ລູກ​ມາ​ສູ່​ໂລກ 4 ລູກ​ອ່ອນ​ຂອ​ງມັນ​ຈະ​ເຣີນ​ເຕີບ​ໂຕ​ຂື້​ນ​ໃນ​ກາງ​ປ່າ ມັນ​ອອກ​ໄປ​ແລະ​ບໍ່​ກັບ​ມາ​ອີກ 5 ໃຜ​ໃຫ້​ລໍ​ປ່າ​ແລ່ນ​ຫນີ​ໄປ ໃຜ​ແກ້​ເຊືອກ​ປ່ອຍ​ໃຫ້​ມັນ​ໄປ 6 ເຣົາ​ໄດ້​ໃຫ້​ຖີ່ນ​ກັນ​ດານ​ເປັນ​ບ່ອນ​ຢູ່​ຂອງ​ມັນ ແລະ​ໃຫ້​ມັນ​ອາ​ໄສ​ຢູ່​ໃນ​ທົ່ງ​ດິນ​ເຄັມ 7 ມັນ​ຫນີ​ຈາກ​ເມືອງ​ທີ່​ມີ​ສຽງ​ອຶກ​ກະ​ທຶກ ບໍ່​ມີ​ໃຜ​ຝຶ​ກ​ຫັດ ແລະ​ໃຊ້​ວຽກ​ມັນ​ໄດ້ 8 ພູ​ເປັນ​ປ່າ​ໃຫຍ່​ບ່ອນ​ມັນ​ຫາ​ກິນ ບ່ອນ​ມັນ​ຊອກ​ຫາ​ຫຍ້າ​ອັນ​ຂຽວ​ສົດ 9 ງົວ​ກະ​ທີງ​ຈະ​ເຣັດ​ວຽກ​ໃຫ້​ເຈົ້າ​ບໍ ມັນ​ຈະ​ຍອມນອນ​ຄ້າງ​ຄືນ​ໃນ​ຄອກ​ສັດ​ຂອງ​ເຈົ້າ​ບໍ 10 ເຈົ້າ​ເອົາ​ເຊືອກ​ຜູກ​ມັນ​ໃຫ້​ໄຖ​ນາ​ໄດ້​ບໍ ຫລື​ມັນ​ຈະ​ຍອມ​ຄາດ​ນາ​ໃຫ້​ເຈົ້າ​ 11 ເຈົ້າ​ຈະ​ເພີ່ງ​ອາ​ໄສ​ໃນ​ກຳ​ລັງ​ອັນ​ມະ​ຫາ​ສານ​ຂອງ​ມັນ​ໄດ້​ບໍ ແລະ​ເຈົ້າ​ຫວັງ​ວ່າ​ມັນ​ຈະ​ທຳ​ງານ​ຫນັກ​ໃຫ້​ເຈົ້າ​ບໍ 12 ເຈົ້າ​ເຊື່ອ​ວ່າ​ມັນ​ຈະ​ນຳ​ຜົນ​ເກັບ​ກ່ຽວ​ຂອງ​ເຈົ້າ​ມາ​ຈາກ​ລານ​ຟາດ​ເຂົ້າ​ບໍ 13 ປີກ​ຂອງ​ນົກ​ກະ​ຈອກ​ເທດ​ນັ້ນ​ພັດໄວ​ແທ້ ແຕ່​ມັນ​ກໍ​ບີນ​ບໍ່​ໄດ້​ເຫມືອນ​ນົກ​ກະ​ສາ 14 ນົກ​ກະ​ຈອກ​ເທດ​ປະ​ໄຂ່​ໄວ້​ໃນ​ດິນ ເພື່ອ​ໃຫ້​ມັນ​ອົບ​ອຸ່ນ​ຢູ່​ໃນ​ດິນ 15 ມັນ​ບໍ່​ສົນ​ໃຈ​ວ່າ​ສັດ​ອື່ນ​ອາດ​ຈະ​ມາ​ຢຽບ ຫລື​ສັດ​ປ່າອາດ​ຈະ​ທຳ​ໃຫ້​ແຕກ 16 ມັນ​ທຳ​ເຫມືອນ​ກັບ​ວ່າ​ໄຂ່​ນັ້ນ​ບໍ່​ແມ່ນ​ຂອງ​ຕົນ ແລະ​ບໍ່​ສົນ​ໃຈ​ວ່າ​ຄວາມ​ລຳ​ບາກ​ຂອງ​ມັນ​ຈະ​ເສັຽ​ໄປ​ລ້າໆ 17 ແມ່ນ​ເຮົາຜູ້​ທຳ​ໃຫ້​ມັນ​ໂງ່ ແລະ​ບໍ່​ໃຫ້​ສະ​ຕິ​ປັນ​ຍາ​ແກ່​ມັນ 18 ແຕ່​ເມື່ອ​ມັນ​ແລ່ນ​ຫນີ​ໄປ ມັນ​ກໍ​ໄວ​ກວ່າ​ຄົນ​ຂີ່​ມ້າ 19 ໂຢ​ບ​ເອີຍ ແມ່ນ​ເຈົ້າ​ບໍ​ຜູ້​ທຳ​ໃຫ້​ມ້າ​ເກັ່ງ​ກ້າ​ແຂງ​ແຮງ ແລ​ໃຫ້​ແຝງ​ຍາວ​ຫຸ້ມ​ຄໍ​ຂອງ​ມັນ 20 ເຈົ້າ​ບໍ​ເປັນ​ຜູ້​ທໍາ​ໃຫ້​ມັນ​ເຕັ້ນ​ໄດ້​ເຫມືອນ​ຕັກ​ແຕນ ແລະ​ທຳ​ໃຫ້​ສຽງ​ຫີງ​ຫນ້າ​ຢ້ານ​ກົວ 21 ມັນ​ເກືອກ​ກົ້ວ​ດິນ​ໃນ​ຮ່ອ​ມພູ​ຢ່າງ​ຫ້າວຫານ ມັນ​ແລ່ນ​ເຂົ້າ​ສະ​ຫນາມ​ຮົບ​ຫມົດ​ກຳ​ລັງ​ຂອງ​ມັນ 22 ມັນ​ບໍ່​ຮູ້​ຈັກ​ຄຳ​ວ່າ​ຢ້ານ ບໍ່​ຖອຍ​ຫນີ​ດາບ 23 ອາ​ວຸດ​ຂອງ​ຄົນ​ຜູ້​ຂີ່​ມ້າ ມີ​ສຽງ​ດັງ​ແລະ​ແສງວຸບ​ວາບ​ຕອບ​ຕາ​ເວັນ 24 ມ້າ​ໄດ້​ແລ່ນ​ໄປ​ຫນ້າ​ດ້ວຍ​ໃຈ​ຫ້າວ​ຫານ​ຕື່ນ​ເຕັ້ນ ມັນ​ບໍ່​ຢືນ​ຢູ່​ນີ້ງ​ເມື່ອ​ແກດັງ​ຂຶ້ນ 25 ມ້າ​ໄດ້​ຫີງ​ເວ​ລາ​ເປົ່າ​ແກ ມັນ​ຮູ້​ຈັກ​ວ່າ​ມີ​ສົງ​ຄາມ​ກ່ອນ​ເຂົ້າ​ໄປ​ໃກ້ ແລະ​ໄດ້​ຍິນ​ເມື່ອ​ນາຍ​ທະ​ຫານ​ຮ້ອງບອກ 26 ແຫລວບີນ​ເປັນ​ຍ້ອນ​ເຈົ້າ​ບໍ ເມື່ອ​ມັນ​ກາງ​ປີກ​ບີນ​ໄປ​ທາງ​ທິດໃຕ້ 27 ນົກ​ອີນ​ຊີ​ເຮັດ​ຮັງ​ໃນ​ທີ່​ສູງ​ເທິງ​ພູ ມັນ​ຄອຍ​ຟັງ​ຄຳ​ສັ່ງ​ຂອງ​ເຈົ້າ​ບໍ​ 28 ມັນ​ເຮັດ​ຮັງ​ຂອງ​ມັນ​ເທິງ​ໂງ່ນ​ຫີນ​ສູງ ເຮັດ​ປ້ອມ​ເຂັ້ມ​ແຂ​ງຢູ່ຍອດ​ພູ​ສູງ 29 ມັນ​ຫລຽວ​ຄອຍ​ເບິ່ງ​ໃກ້ ແລະ​ໄກ​ຈາກ​ທີ່​ນັ້ນ ເພື່ອ​ຈອບ​ຈັບ​ສັດ​ມາ​ກິນ​ເປັນ​ອາ​ຫານ 30 ຝູງ​ແຮ້ງ​ຍ່ອມ​ຫຸ້ມ​ຢູ່​ໃນ​ຊາກ​ສົ​ບ ແລະ​ລູກ​ຂອງ​ມັນ​ກໍ​ດູດ​ກິນ​ເລືອດ

ໂຢບ 40

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂຢບ​ວ່າ, 2 ໂຢບ​ເອີຍ ເຈົ້າ​ໄດ້​ທ້າ​ທາຍ​ພຣະ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່ ບັດ​ນີ້​ເຈົ້າ​ຈະ​ເຊົາ ຫລື​ວ່າ​ຍັງ​ຈະ​ເວົ້າ​ຢູ່ 3 ໂຢບ​ທູນ​ຕອບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, 4 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ ຂ້າ​ພຣະ​ອົງ​ໂງ່​ຫລາຍ ຈະ​ຕອບ​ພຣະ​ອົງ​ໄດ້​ຢ່າງ​ໃດ ຂ້າ​ພຣະ​ອົງ​ຈະ​ບໍ່​ທູນ​ອັນ​ໃດ​ອີກ 5 ຂ້າ​ພຣະ​ອົງ​ເວົ້າ​ຫລາຍ​ເກິນ​ໄປ​ແລ້ວ 6 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂຢບ​ວ່າ​ມາ​ຈາກ​ລົມ​ພະ​ຍຸ​ອີກວ່າ, 7 “ບັດ​ນີ້ ຈົ່ງ​ຢືນ​ຂຶ້ນ​ຢ່າງ​ຜູ້​ກ້າ​ຫານ ຈົ່ງ​ຕອບ​ຄຳ​ຖາມ​ຂອງ​ເຮົາ 8 ເຈົ້າ​ຈະ​ເວົ້າ​ວ່າ ເຮົາ​ບໍ່​ຍຸດ​ຕິ​ທັມ ວ່າ​ເຮົາ​ເປັນ​ຝ່າຍ​ຜິດ ແລະ​ເຈົ້າ​ເປັນ​ຝ່າຍ​ຖືກ​ຫລື 9 ເຈົ້າ​ມີ​ຣິ​ດອຳ​ນາດ​ເຫມືອນ​ເຣົາ​ຫລື ເຈົ້າ​ໃຫ້​ສຽງ​ຂອງ​ເຈົ້າ​ດັງ​ສະ​ທ້ານ​ຫວັ່ນ​ໄຫວ​ເຫມືອນ​ສຽງ​ເຮົາ​ໄດ້​ຫລື 10 ຖ້າ​ເຈົ້າ​ທຳ​ໄດ້ ຈົ່ງ​ຢືນ​ຂຶ້ນ​ຢ່າງ​ມີ​ກຽດ​ແລະ​ພາ​ກ​ພູມ​ໃຈ ຈົ່ງ​ສວມກອດ​ເອົາ​ຄວາມ​ຍິ່ງ​ໃຫຍ່​ ແລະ​ສງ່າ​ຣາ​ສີ 11 ຈົ່ງ​ເບິ່ງ​ຄົນ​ທັງ​ຫລາຍ​ຜູ້​ວາງ​ຕົວ​ສູງ ຈົ່ງ​ເທ​ຄວາມ​ຄຽດ​ຮ້າຍ​ຂອງ​ເຈົ້າ​ອອກ​ມາ ແລ້ວ​ທໍາ​ໃຫ້​ເຂົາ​ຖ່ອມ​ຕົວ​ລົງ 12 ຈົ່ງ​ເບິ່ງ​ຜູ້​ວາງ​ຕົວ​ສູງ ແລ້ວ​ທຳ​ໃຫ້​ເຂົາ​ວາງ​ຕົວ​ຕ່ຳ​ລົງ ຈົ່ງ​ກຳ​ຈັດ​ຄົນ​ອະ​ທັມ​ໃຫ້​ດັບ​ໄປ​ກັບ​ບ່ອນ 13 ໃຫ້​ຝັງ​ເຂົາ​ທັງ​ຫມົດ​ໄວ້​ໃນ​ດິນ ມັດ​ເຂົາ​ໄວ້​ໃນ​ພິ​ພົບ​ຄົນ​ຕາຍ 14 ແລ້ວ​ເຮົາ​ເອງ​ຈະ​ສັນ​ລະ​ເສີນ​ເຈົ້າ ແລະ​ຍອມ​ຮັບ​ວ່າ​ເຈົ້າ​ເອງ​ມີ​ໄຊ​ຊ​ນະ​ແລ້ວ 15 ຈົ່ງ​ເບິ່ງ​ແຮດ​ຕົວ​ແປ​ກ​ປ​ລາດ​ດູ ເຮົາ​ໄດ້​ສ້າງ​ມັນ​ແລະ​ສ້າງ​ເຈົ້າ ມັນ​ກິນ​ຫຍ້າ​ເຫມືອນ​ງົວ 16 ແຕ່​ມັນ​ມີ​ເຫື່ອ​ແຮງ​ຫລາຍ ແລະ​ກ້າມ​ຊີ້ນ​ຂອງ​ມັນ​ກໍ​ແຂງ​ແຮງ 17 ຫາງ​ຂອງ​ມັນ​ຕັ້ງ​ຊັນ​ຂື້​ນ​ເຫມືອນ​ກົກ​ສົນ ກ້າມ​ຊີ້ນ​ໃນ​ກົກ​ຂາ​ຂອງ​ມັນ​ກໍ​ມີ​ກຳ​ລັງ​ແຂງ​ແຮງ 18 ກະ​ດູກ​ກໍ​ແຂງ​ເຫມືອນ​ທອງ​ສຳ​ຣິດ ແລະ​ແຂ່ງ​ຂາ​ກໍ​ເຫມືອນ​ທ່ອນ​ເຫລັກ 19 ສັດ​ອັນ​ຫນ້າ​ອັດ​ສະ​ຈັນ​ທີ່​ສຸດ​ນີ້​ແມ່ນ​ເຮົາ​ສ້າງ ຜູ້​ສ້າງ​ມັນ​ເທົ່າ​ນັ້ນ​ຈິ່ງ​ຈະ​ຊ​ນະ​ມັນ​ໄດ້ 20 ມັນ​ກິນ​ຫຍ້າ​ຢູ່​ເທິງ​ພູ ບ່ອນ​ທີ່​ສັດ​ປ່າ​ຫລີ້ນ 21 ມັນ​ນອນ​ຢູ່​ລຸ່ມ​ກົກ​ຫນາມ ແລະ​ຖ້າມ​ກາງ​ກົກ​ອໍ້​ໃນ​ຫນອງ​ບຶງ 22 ກົກ​ຫນາມ​ແລະ​ກົກ​ຊະ​ໂນ​ໃກ້​ນ້ຳ ໄດ້​ເປັນ​ຮົ່ມ​ກຳ​ບັງ​ມັນ​ໄວ້ 23 ມັນ​ບໍ່​ຢ້ານ​ແມ່​ນ້ຳ​ທີ່​ໄຫລ​ແຮງ ມັນ​ຢຸດ​ນີ້ງ​ເມື່ອ​ນ້ຳ​ໄຫລ​ທັ່ງ​ຫນ້າ​ມັນ 24 ໃຜ​ສາ​ມາດ​ທຳ​ໃຫ້​ຕາ​ມັນ​ບອດ ແລະ​ຈັບ​ມັນ​ໄປ​ໄດ້ ຫລື​ໃຜ​ສາ​ມາດ​ທຳ​ແຮ້ວ​ດັກ​ຈັບ​ມັນ​ໄດ້

ໂຢບ 41

1 ເຈົ້າ​ໃສ່​ເບັດ​ເອົາ​ເງືອກ​ໄດ້​ບໍ ຫ​ລື​ເອົາ​ເຊືອກ​ຜູກ​ລີ້ນ​ຂອງ​ມັນ​ໄດ້​ບໍ 2 ເຈົ້າ​ເຊືອກ​ສົນ​ເຄົາ​ມັນ​ໄດ້​ບໍ ຫລື​ເອົາ​ຂໍ​ເກາະ​ປາກ​ມັນ​ໄດ້​ບໍ 3 ມັນ​ຈະ​ຂໍ​ວ​ໃຫ້​ເຈົ້າ​ປ່ອຍ​ຫລື​ບໍ ມັນ​ຈະ​ຂໍ​ຄວາມ​ເອັນ​ດູ​ຈາກ​ເຈົ້າ​ດ້ວຍ​ຄຳ​ອ່ອນ​ຫວານ​ຫລື 4 ມັນ​ຈະ​ຍອມ​ຕົກ​ລົງ​ກັບ​ເຈົ້າ ຫລື​ສັນ​ຍາ​ວ່າ​ຈະ​ຮັບ​ໃຊ້​ເຈົ້າ​ຄລອດ​ໄປ​ບໍ 5 ເຈົ້າ​ຈະ​ເອົາ​ມັນ​ມາ​ໃສ່​ຕຸ້ມ​ເຫມືອນ​ນົກ​ໄດ້​ບໍ ຫລື​ເຫມືອນ​ສິ່ງ​ນື່ງ​ທີ່​ລູກ​ສາວ​ຂອງ​ເຈົ້າ​ຢອກ​ຫລີ້ນ 6 ພວກ​ຫາ​ປາ​ຈະ​ຂາຍ​ມັນ​ໄດ້​ບໍ ພວກ​ພໍ່​ຄ້າ​ຈະ​ຕັດ​ມັນ​ຂາຍ​ໄດ້​ບໍ 7 ເຈົ້າ​ຈະ​ເອົາ​ຫອກ​ແທງ​ຫນັງ​ຂອງ​ມັນ ຫລື​ເອົາ​ຫລາວ​ແທງ​ຫົວ​ຂອງ​ມັນ​ໄດ້​ບໍ 8 ຖ້າ​ເຈົ້າ​ໄດ້​ສູ້​ກັບ​ມັນ​ເທື່ອ​ນື່ງ ແລ້ວ​ເຈົ້າ​ຈະ​ບໍ່​ຢາກ​ສູ້​ອີກ ເຈົ້າ​ຈະ​ເຂັດ​ຫລາບ​ໃນ​ການ​ຕໍ່​ສູ້​ນັ້ນ 9 ເມື່ອ​ຄົນ​ໃດ​ຄົນ​ນື່ງ​ພົບ​ເຫັນ​ຕົວ​ເງືອກ ຄົນ​ນັ້ນ​ຕ້ອງ​ຫມົດ​ຄວາມ​ກ້າ​ແລະ​ລົ້ມ​ລົງ​ດິນ 10 ເມື່ອຢອກ​ລໍ້​ມັນ ມັນ​ຈະ​ຮ້າຍ​ຢ່າງ​ຮຸນ​ແຮງ ບໍ່​ມີ​ໃຜ​ກ້າ​ພໍ​ທີ່​ຈະ​ຢືນ​ຕໍ່​ຫນ້າ​ມັນ​ໄດ້ 11 ມີ​ໃຜ​ທີ່​ຕໍ່​ສູ້​ກັບ​ມັນ​ແລ້ວ​ໄດ້​ຮັບ​ຄວາມ​ປອດ​ໄພ ບໍ່​ມີ​ໃຜ​ໃນ​ໂລກ​ຈະ​ທຳ​ຢ່າງ​ນັ້ນ​ໄດ້ 12 ໃຫ້​ເຮົາ​ບອກ​ເຈົ້າ​ກ່ຽວ​ກັບ​ແຂ່ງ​ຂາ​ຂອງ​ມັນ ແລະ​ກ່ຽວ​ກັບ​ກຳ​ລັງ​ອັນ​ຍິ່ງ​ໃຫ​ຍ່​ຂອງ​ມັນ 13 ບໍ່​ມີ​ໃຜ​ສາ​ມາດ​ລອກ​ຫນັງ​ຂອງ​ມັນ​ອອກ​ໄດ້ ຫລື​ບໍ່​ມີ​ໃຜ​ສາ​ມາດ​ແທງຫນັງ​ຂອງ​ມັນຊອດ 14 ໃຜ​ທຳ​ໃຫ້​ມັນ​ອ້າ​ປາກ​ໄດ້ ປາກ​ຂອງ​ມັນ​ກໍ​ເຕັມ​ດ້ວຍ​ແຂ້ວ​ອັນ​ຫນ້າ​ຢ້ານ​ຫລາຍ 15 ຫລັງ​ຂອງ​ມັນ​ກໍ​ຕິດ​ແຜ່ນ​ເຫລັກ​ຕ້ານ​ທານ​ໄວ້​ເປັນ​ແຖວ ຕິດ​ແຈບ​ສ​ນິດ​ແລະ​ແຂງ​ເຫມືອນ​ຫີນ 16 ແຕ່​ລະ​ອັນ​ຕິດ​ກັນ​ແຈບ​ຫລາຍ ແມ່​ນ​ແຕ່​ລົມ​ກໍ​ຜ່ານ​ບໍ່​ໄດ້ 17 ແຜ່ນ​ເຫລັກ​ຕ້ານ​ທານ​ທັງ​ຫມົດ​ນັ້ນ​ຕໍ່​ຊື່ງ​ກັນ​ແລະ​ກັນ ບໍ່​ມີ​ຫຍັງ​ຈະ​ທຳ​ໃຫ້​ມັນ​ແຍກ​ອອກ​ຈາກ​ກັນ​ໄດ້ 18 ເມື່ອ​ມັນ​ຈາມ​ປ່ອຍ​ແສງສວ່າງ​ອອກ​ມາ ຕາ​ຂອງ​ມັນ​ລຸກ​ໄຫມ້​ເຫມືອ​ນແສງ​ຕາ​ເວັນ 19 ມີ​ແປ​ວ​ໄຟ​ຮ້ອນ​ອອກ​ມາ​ຈາກ​ປາກ​ຂອງ​ມັນ ແລະ​ມີ​ປະ​ກາຍ​ໄຟ​ປິວ​ອອກ​ມາ 20 ມີ​ຄວັນ​ອອກ​ມາ​ຈາກ​ຮູ​ດັງ​ຂອງ​ມັນ ເຫມືອນ​ຄວັນ​ຈູດ​ຫຍ້າ​ຈາກ​ກົກ​ຫມໍ້​ໃນ​ເຕົາ​ໄຟ 21 ລົມ​ຫາຍ​ໃຈ​ຂອງ​ມັນ​ຮ້ອນ​ຈົນ​ເປັນ​ໄຟ ມີ​ແປວ​ໄຟ​ອອກ​ມາ​ຈາກ​ປາກ​ຂອງ​ມັນ 22 ຄໍ​ຂອງ​ມັນ​ມີ​ຣິດ​ອຳ​ນາດ​ຫລາຍ ທຸກໆ​ຄົນ​ທີ່​ພົບ​ເຫັນ​ມັນ​ຈະ​ສະ​ທ້ານ​ຢ້ານ​ກົວ 23 ຫນັງ​ຂອງ​ມັນ​ບໍ່​ມີ​ບ່ອນ​ອ່ອນ ມັນ​ແຂງ​ເຫມືອນ​ເຫລັກ​ກ້າ 24 ຫົວ​ໃຈ​ຂອ​ງມັນ​ແຂງ​ເຫມືອນ​ຫີນ​ບໍ່​ຢ້ານ​ກົວ​ຫຍັງ ບໍ່​ຍອມ​ຈຳ​ນົນ ແລະ​ແຂງ​ເຫມືອນ​ຫີນ​ໂມ້​ແປ້ງ 25 ເມື່ອ​ມັນ​ໂປ​ໂລ​ຂຶ້ນ ຜູ້​ມີ​ຣິດ​ອຳ​ນາດ​ກໍ​ຕົກ​ໃຈ​ຢ້ານ ພວກ​ເຂົາ​ຢ້ານ​ຈົນ​ເຮັດ​ຫຍັງ​ບໍ່​ເປັນ 26 ຈະ​ເອົາ​ດາບ​ແທງ​ມັນ​ກໍ​ບໍ່​ໄດ້ ແມ່ນ​ແຕ່​ຫອກ ລູກ​ທະ​ນູ ຫລື​ຫລາວ​ທຳ​ຮ້າຍ​ມັນ​ກໍ​ບໍ່​ໄດ້ 27 ເຫ​ລັກ​ກ້າ​ນັ້ນ​ເຫມືອນ​ກັບ​ເຟືອງ​ສຳ​ລັບ​ມັນ ແລະ​ທອງ​ສຳ​ຣິດ​ເຫມືອນ​ໄມ້​ດອກ 28 ລູກ​ທະ​ນູ​ທຳ​ໃຫ້​ມັນ​ຫນີ​ໄປ​ບໍ່​ໄດ້ ແກວ່ງ​ກ້ອນ​ຫີນ​ໃສ່​ມັນ​ເຫມືອນ​ເອົາ​ເຟືອງ​ຕີ 29 ໄມ້​ຄ້ອນ​ເຫມືອນ​ກັບ​ຕໍ​ເຟືອງ​ສຳ​ລັບ​ມັນ ມັນ​ຫົວ​ຂວັນ​ເມື່ອ​ຄົນ​ຊັດ​ຫອກ​ໃສ່ 30 ເລັບ​ຂອງ​ມັນ​ແຫລມ​ເຫມືອນ​ກະ​ບີ້ງຫມໍ້​ແຕກ ມັ​ນ​ຂຸດ​ຕົມ​ຂຶ້ນ​ເວ​ລາ​ມັນ​ໄປ 31 ມັນ​ທຳ​ໃຫ້​ນ້ຳ​ທະ​ເລ​ເປັນ​ຟອງ​ເຫມືອນ​ຫມໍ້​ຕົ້ມ​ນ້ຳ​ຟົດ ແລະ​ທຳ​ໃຫ້​ນ້ຳ​ທະ​ເລ​ຟົດ​ຂຶ້ນ​ເຫມືອນ​ຕົ້ມ​ນ້ຳ​ມັນ 32 ມັນ​ປ່ອຍ​ທາງ​ຂາວ​ແຈ້ງ​ໄວ້​ຂ້າງ​ຫລັງ ແລະ​ທຳ​ໃຫ້​ນ້ຳ​ທະ​ເລ​ເປັນ​ຟ​ອງ​ຂາວ 33 ບໍ່​ມີ​ຫຍັງ​ທຽບ​ກັບ​ມັນ​ໃນ​ໂລກ ເຮົາ​ສ້າງ​ມັນ​ຂື້​ນ​ມາ​ບໍ່​ໃຫ້​ມີ​ຄວາມ​ຢ້ານ 34 ມັນ​ບໍ່​ງໍ້​ສັດ​ທີ່​ດື້​ຖືຕົວ ມັນ​ເປັນ​ຣາ​ຊາ​ຂອງ​ສັດ​ປ່າ​ທັງ​ປວງ

ໂຢບ 42

ໂຢບຍອມ​ສາ​ລະ​ພາບ​ແລະ​ພຣະ​ເຈົ້າ​ຊົງ​ຮັບ

1 ຕໍ່​ມາ ໂຢບ​ໄດ້​ກາບ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, 2 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮູ້​ວ່າ​ພຣະ​ອົງ​ຊົງ​ເດ​ຊາ​ນຸ​ພາບ​ສູງ​ສຸດ ວ່າ​ພຣະ​ອົງ​ຊົງ​ກະ​ທຳ​ທຸກ​ສິ່ງ​ໄດ້ 3 ພຣະ​ອົງ​ຊົງ​ຖາມ​ວ່າ ເປັນ​ຫຍັງ​ຂ້າ​ພຣະ​ອົງ​ຈິ່ງ​ກ້າຊັກ​ຖາມ​ການ​ກະ​ທຳ​ຂອງ​ພຣະ​ອົງ ໃນ​ເມື່ອ​ຂ້າ​ພຣະ​ອົງ​ຍອງ​ເປັນ​ໂງ່​ຫລາຍ ຂ້າ​ພຣະ​ອົງ​ເວົ້າ​ເຖິງ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ບໍ່​ເຂົ້າ​ໃຈ ສິ່ງ​ທີ່​ປ​ລາດ​ເກິນ​ສຳ​ລັບ​ຂ້າ​ພຣະ​ອົງ 4 ພຣະ​ອົງ​ຊົງ​ບອກ​ໃຫ້​ຂ້າ​ພຣະ​ອົງ​ຮັບ​ຟັງ​ເວ​ລາ​ພຣະ​ອົງ​ກ່າວ ແລະ​ໃຫ້​ພະ​ຍາ​ຍາ​ມ​ຕອບ​ຄໍາ​ຖາມ​ຂອງ​ພຣະ​ອົງ 5 ຂ​ນະ​ນັ້ນ​ຂ້າ​ພຣະ​ອົງ​ຮູ້​ແຕ່​ສິ່ງ​ທີ່​ຄົນ​ອື່ນ​ບອກ​ເທົ່າ​ນັ້ນ ແຕ່​ບັດ​ນີ້​ຂ້າ​ພຣະ​ອົງ​ໄດ້​ເຫັນ​ພຣະ​ອົງ​ດ້ວຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ເອງ 6 ດັ່ງ​ນັ້ນ ຂ້າ​ພຣະ​ອົງ​ຈິ່ງ​ລະ​ອາຍ​ຕໍ່​ສິ່ງ​ທັງ​ປວງ​ທີ່​ຂ້າ​ພຣະ​ອົງ​ໄດ້​ກ່າວ ແລະ​ໄດ້​ປ່ຽນ​ໃຈ​ໄປ​ນັ່ງ​ຢູ່​ໃນ​ຝຸ່ນ​ດິນ ແລະ​ຂີ້​ເຖົ່າ​ຍ້ອນ​ອຸກ​ໃຈ 7 ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຄຳ​ທັງ​ປວງ​ນີ້​ຕໍ່​ໂຢບ​ແລ້ວ ພຣະ​ອົງ​ກໍ​ຊົງ​ກ່າວ​ຕໍ່​ເອ​ລີ​ຟັ​ສຊາວ​ຕາ​ມານວ່າ, “ເຮົາ​ຮ້າຍ​ເຈົ້າ ​ແລະ​ເພື່ອນສະ​ຫາຍ​ສອງ​ຄົນ​ຂອງ​ເຈົ້າ ເພາະ​ພວກ​ເຈົ້າ​ບໍ່​ເວົ້າ​ຄວາມ​ຈີງ​ກ່ຽວ​ກັບ​ເຮົາຢ່າງ​ທີ່​ຖືກ ​ເຫມືອນ​ຢ່າງ​ໂຢບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ເວົ້າ​ນັ້ນ 8 ບັດ​ນີ້ ຈົ່ງ​ເອົາ​ງົວ​ເຖິກ​ເຈັດ​ໂຕ​ກັບ​ແກະ​ເຖິກ​ເຈັດ​ໂຕ​ໄປ​ຫາ​ໂຢບ ແລະ​ເຜົາ​ຖວາຍ​ບູ​ຊາ​ສຳ​ລັບ​ພວກ​ເຈົ້າ​ເອງ ໂຢບ​ຈະ​ອ້ອນວອນ​ສຳ​ລັບ​ພວກ​ເຈົ້າ ເຮົາ​ຈະ​ຕອບ​ຄຳ​ອ້ອນວອນ​ຂອງ​ເຂົາ ແລະ​ຈະ​ບໍ່​ລົງ​ໂທດ​ພວກ​ເຈົ້າ​ຕາມ​ທີ່​ເຈົ້າ​ຄວນ​ຈະ​ໄດ້​ຮັບ ເພາະ​ພວກ​ເຈົ້າ​ບໍ່​ເວົ້າ​ຄວາມ​ຈິງ​ກ່ຽວ​ກັບ​ເຮົາ​ເຫມືອນ​ໂຢບ​ໄດ້​ເວົ້າ” 9 ເອ​ລີ​ຟັ​ສ ບີນ​ດັດ ແລະ​ໂຊ​ຟາ ໄດ້​ທຳ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຕອບ​ຄຳ​ອ້ອນວອນ​ຂອງ​ໂຢບ

ໂຢບ​ກັບ​ຄືນ​ສູ່ສະ​ພາບ​ດີ

10 ຫລັງ​ຈາກ​ ໂຢບ​ໄດ້​ອ້ອນວອນ​ສຳ​ລັບ​ເພື່ອນ​ສາມ​ຄົນ​ຂອງ​ທ່ານ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ທຳ​ໃຫ້​ໂຢບ​ອຸ​ດົມ​ສົມ​ບູນ​ຂຶ້ນ​ອີກ ຊົງ​ໃຫ້​ທ່ານ​ມີ​ຂອງ​ເພີ້ມ​ຂຶ້ນ​ອີກ​ສອງ​ເທົ່າ 11 ພວກ​ນ້ອງ​ຊາຍ ນ້ອງ​ສາວ ແລະ​ເພື່ອນ​ຝູງ​ກ່ອນໆ​ທັງ​ຫມົດ​ຂອງ​ໂຢບ​ໄດ້​ມາ​ຢ້ຽມ​ຢາມ ແລະ​ຮ່ວມ​ກິນ​ລ້ຽງ​ໃນ​ເຮືອນ​ຂອງ​ທ່ານ ພວກ​ເຂົາ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ ແລະ​ເລົ້າ​ໂລມ​ທ່ານ​ເຖິງ​ການ​ຍາກ​ລຳ​ບາກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ມາ​ທົດ​ລອງ​ທ່ານ​ນັ້ນ ທຸກໆ​ຄົນ​ໄດ້​ໃຫ້​ເງິນ​ແລະ​ແຫວນ​ຄຳ​ຜູ້​ລະ​ວົງ​ແກ່​ທ່ານ 12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພອນ​ໃຫ້​ໂຢບ ໃນ​ຊີ​ວິດ​ບັ້ນ​ປາຍ​ຫລາຍກວ່າ​ຊີ​ວິດ​ບັ້ນ​ຕົ້ນ ໂຢບ​ໄດ້​ເປັນ​ເຈົ້າ​ຂອງ​ແກະ​ສິບ​ສີ່​ພັນ​ໂຕ ອູດ​ຫົກ​ພັນ​ໂຕ ງົວ​ກວຽນ​ພັນ​ຄູ່ ແລະ​ລໍ​ພັນ​ໂຕ 13 ທ່ານ​ເປັນ​ພໍ່​ຂອງ​ລູກ​ເຈັດ​ຄົນ ແລະ​ລູກ​ສາວ​ສາມ​ຄົນ 14 ທ່ານ​ໄດ້​ເອີ້ນ​ລູກສາວ​ກົກ​ຊື່​ວ່າ ເຢ​ມີ​ມາ ເກ​ຊີ​ຢາຜູ້​ທີ່​ສອງ ແລະ​ເກ​ເຣນ​ຮັບ​ປຸກຜູ້ທີ່ສາມ 15 ໃນ​ໂລກ​ນີ້​ບໍ່​ມີ​ຍີງ​ໃດ​ຫມົດ​ງາມ​ເທົ່າ​ລູກ​ສາວ​ຂອງ​ໂຢບ ພໍ່​ຂອງ​ເຂົາ​ໄດ້​ແບ່ງ​ມໍ​ຣະ​ດົກ​ໃຫ້​ເຂົາ​ເຫມືອນ​ກັບ​ໃຫ້​ພວກ​ອ້າຍ 16 ຕໍ່​ຈາກ​ນີ້​ໄປ ໂຢບ​ໄດ້​ມີ​ຊີ​ວິດ​ຢູ່​ອີກ​ຮ້ອຍ​ສີ່​ສິບ​ປີ ຈົນ​ໄດ້​ເຫັນ​ຫລານ​ເຫລັນ​ຂອງ​ທ່ານ 17 ແລະ​ທ່ານ​ກໍ​ສິ້ນ​ຊີ​ວິດ​ໃນ​ເວ​ລາ​ເຖົ້າ​ແກ່​ທີ່ສຸດ

ເພງສັຣເສີນ 1

​ຄວາມສຸກ​ອັນ​ແທ້​ຈິງ

1 ຄວາມ​ສຸກ​ເປັນ​ຂອ​ງຄົນ​ຜູ້​ທີ່​ບໍ່​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ຄົນ​ຊົ່ວ​ຜູ້​ທີ່​ບໍ່​ປະ​ພຶດ​ຕາມ​ແບບ​ຢ່າງ​ຂອງ​ຄົນ​ບາບ ຫລື​ບໍ່​ຕິດ​ພັນ​ກັບ​ພວກ​ທີ່​ຫມິ່ນປະ​ຫມາດພຣະ​ເຈົ້າ 1 ແຕ່​ວ່າ​ຄວາມ​ສຸກ​ຂອງ​ຜູ້​ທີ່​ມັກ​ອ່ານ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຮຽນ​ຮູ້​ເອົາ​ທຸກ​ມື້​ທຸກ​ຄືນ 2 ຄົນ​ຜູ້​ນີ້​ເປັນ​ຄື​ຕົ້ນ​ໄມ້​ທີ່​ປູກ​ຢູ່​ໃກ້​ລຳ​ນ້ຳ ຊຶ່ງ​ມີ​ໃບ​ຂຽວ​ສົດ​ງົດ​ງາມ ແລະ​ເກີດ​ຫມາກ​ຕາມ​ຣະ​ດູ ເຂົາກະ​ທຳ​ທຸກ​ສິ່ງ​ກໍ​ສຳ​ເຣັດ​ຜົນ 3 ແຕ່​ວ່າ​ຄົນ​ຊົ່ວ​ບໍ່​ເປັນ​ຢ່າງ​ນີ້​ເລີຍ ເຂົາ​ເປັນ​ເຫມືອນ​ຂີ້​ແກບ​ທີ່​ລົມ​ພັດ​ປິວ​ໄປ 4 ພຣະຜູ້​ເປັນ​​ເຈົ້າ​ຈະ​ຕັດ​ສິນ​ລົງ​ໂທດ​ຄົນ​ຊົ່ວ ຄົນ​ບາບ​ຈະ​ຖືກ​ກຳ​ຈັດ​ຫນີ​ຈາກ​ຄົນ​ຊອບ​ທັມ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພິ​ທັກ​ຮັກ​ສາ​ຄົນ​ຊອບ​ທັມ ແຕ່​ວ່າ​ຄົນ​ຊົ່ວ​ຈະ​ຖືກ​ປະ​ປ່ອຍ​ໃຫ້​ດັບ​ສູນ​ໄປ

ເພງສັຣເສີນ 2

ພຣະ​ເຈົ້າ​ຊົງ​ເລືອກ​ເອົາ​ເຈົ້າ​ຊີ​ວິດ

1 ເປັນ​ຫຍັງ​ປະ​ຊາ​​ຊາດ​ຕ່າງໆ​ຈຶ່ງ​ກໍ່​ການ​ກະ​ບົດ​ຂຶ້ນ? ເປັນ​ຫຍັງ​ຊົນຊາດ​ເຫລົ່າ​ນີ້​ຈຶ່ງວາງ​ແຜນ​ຢ່າງ​ບໍ່​ມີ​ປ​ໂຍດ? 2 ເຈົ້າ​ຊີ​ວິດ​ທັງ​ຫລາຍ​ຂອງ​​ເຂົາ​ກໍ່​ການ​ກະ​ບົດ​ຕໍ່​ສູ້ພຣະ​ເຈົ້າ ພວກ​ຜູ້​ປົກ​ຄອງ​ເຂົາ​ກໍ​ພາ​ກັນ​ຄິດ​ຮ້າຍ​ຕໍ່ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຈົ້າ​ຊີ​ວິດ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ກ່າວ​ວ່າ, 3 ​“ຂໍ​ໃຫ້​​ເຮົາ​ເປັນ​ອິສ​ຣະ ຈາກ​ການ​ປົກ​ຄອງ​ຂອງພຣະ​ອົງ ຂໍ​ເຮົາ​ຫນີ​ໃຫ້​ພົ້ນ​ຈາກ​ການ​ບັງ​ຄັບ​ຂອງພຣະ​ອົງ 4 ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຫົວ​ຂວັນ​ແລະ​ເຍາະ​ເຍີ້ຍ​ເຂົາ​ຈາກ​ພຣະ​ຣາ​ຊ​ບັນ​ລັງໃນຟ້າສວັນ 5 ພຣະ​ອົງ​ຊົງ​ກ່າວ​ຕໍ່​ເຂົາ​ດ້ວຍ​ພຣະ​ພິ​ໂຣດ ແລະ​ຊົງ​ທຳເຂົາ​ແຕກ​ຕື່ນ​ຕົກ​ໃຈ​ດ້ວຍ​ຄວາມ​ກີ້ວ​ໂກດ​ຂອງພຣະ​ອົງ 6 ພຣະ​ອົງ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ຊີ​ວິດ​ຂອງ​ເຮົາ​ໄວ້​ເທິ​ງຊີ​ໂອນ​ ພູ​ເຂົາສັກ​ສິດ​ຂອງ​ເຣົາ” 7 ເຈົ້າ​ຊີວິດ​ເມືອງ​ຊີ​ໂອນ​ກ່າວ​ຂຶ້​ນວ່າ, “ຂ້າ​ພະ​ເຈົ້າ​ຈະ​ບອກ​ເຖິງຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຍັດ​ໄວ້” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ, “ມື້​ນີ້​ເຮົາ​ໄດ້​ຮັບ​ເຈົ້າ​ເປັນ​ລູກ​ຊາຍ​ຂອງ​ເຮົາ ເຮົາ​ເປັນ​ພໍ່​ຂອງ​ເຈົ້າ 8 ຈົ່ງ​ຂໍ ແລ້ວ​ເຮົາ​ຈະ​ມອບ​ຊົນ​ຊາດ​ທັງ​ຫລາຍ​ໃຫ້​ແກ່​ເຈົ້າ​ ຫ​ມົດ​ທັງ​ໂລກ​ຈະ​ເປັນ​ຂອງ​ເຈົ້າ 9 ເຈົ້າ​ຈະ​ໃຊ້​ອຳ​ນາດ​ປົກ​ຄອງ​ເຂົາ ເຈົ້າ​ຈະ​ຕີ​ເຂົາ​ແຕກ​ເຫມືອນ​ຕີ​ຫມໍ້​ດິນ 10 ບັດ​ນີ້ ເຈົ້າ​ຊີ​ວິດ​ທັ​ງ​ຫລາຍ​ເອີຍ, ຈົ່ງ​ຕັ້ງ​ໃຈ​ຟັງ​ເທີນ ທັງ​ພວກ​ຜູ້​ປົກ​ຄອງ​ຈົ່ງ​ເອົາ​ໃຈ​ໃສ່ 11 ຈົ່ງ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ເຄົາ​ຣົບ​ຢຳ​ເກງ ຈົ່ງ​ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ 12 ຖ້າ​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ ພວກ​ເຈົ້າ​ຈະ​ຕ້ອງ​ຕາຍ ເພາະ​ພຣະ​ອົງ​ຊົງ​ພິ​ໂຣດ​ຢ່າງ​ຮ້າຍ​ແຮງ ຄວາມ​ສຸກ​ເປັນ​ຂອງ​ທຸກ​ຄົນ​ທີ່​ໄປ​ຫາ​ພຣະ​ອົງ ເພື່ອ​ຂໍ​ຄວາມ​ຄຸ້ມ​ຄອງ

ເພງສັຣເສີນ 3

ການ​ອ້ອນວອນໃນ​ເວ​ລາເຊົ້າ​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ເພງ​ສັຣ​ເສີນ​ ຂອງດາ​ວິດ ເມື່ອ​ສະ​ເດັດ​ຫນີ​ຈາກ​ອັບ​ຊາ​ໂລມ ໂອ​ຣົດ​ຂອງ​ພຣະ​ອົງ

1 ຂ້າ​ແດ່​ພຣະ​ຜູ້​ເປັນເຈົ້າ ສັດ​ຕຣູ​ຂອງ​ຂ້າພຣະ​ອົງທະ​ວີ​ຫລາຍ​ຂຶ້ນ​ເຫລືອ​ເກີນ ຄູ່​ສັ​ດ​ຕຣູ​ຫລາຍ​ຄົນ​ກຳ​ລັງ​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ພຣະ​ອົງ 2 ເຂົາ​ກຳ​ລັງ​ກ່າວ​ເຖິງ​ຂ້າພຣະ​ອົງວ່າ ໃນ​ພຣະ​ເຈົ້າ​ບໍ່​ມີ​ທາງ​ລອດ​ສຳ​ລັບ​ເຂົາ 3 ຂ້າ​ແດ່​ພຣະ​ຜູ້​ເປັນເຈົ້າ ພຣະ​ອົງ​ຊົງ​ເປັນ​ໂລ່​ອ້ອມ​ຮອບ​ຕົວ​ຂ້າພຣະ​ອົງ ແລະ​ຊົງ​ເປັນ​ຜູ້ຊູ​ຫົວຂອງ​ຂ້າພຣະ​ອົງ​ໄວ້ 4 ຂ້າ​ພຣະ​ອົງຮ້ອງ​ທູນ​ພຣະຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​​ຊົງ​ຕອບ​ຂ້າ​ພຣະ​ອົງ​ຈາ​ກພູ​ເຂົາ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ 5 ຂ້າ​ພະ​ເຈົ້າ ນອນ​ລົງ​ແລະ​ຫລັບ​ໄປ ຂ້າ​ພະ​ເຈົ້າ​ກັບ​ຕື່ນ​ຂຶ້ນ ເພາະ​ພຣະຜູ້​ເປັນ​ເຈົ້າ​ຊົງ​ອຸປຖັມ​ຂ້າ​ພະ​ເຈົ້າ 6 ຂ້າ​ພະ​ເຈົ້າ​ບໍ່​ຢ້ານ​ຄົນ​ເປັນ​ຫມື່ນໆ ຊຶ່ງ​ຕັ້ງ​ຕົນ​ຕໍ່​ສູ້​ຂ້າ​ພະ​ເຈົ້າ​ຢູ່​ຮອບ​ດ້ານ 7 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ໂຜດ​ຊົງ​ລຸກ​ຂຶ້ນ ຂ້າ​ແດ່ພຣະຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ໂຜດ​ຊົງ​ຊ່ອຍ​ກູ້​ຂ້າພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ຕົບ​ຫນ້າ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ ແລະ​ຊົງ​ຖອນ​ແຂ້ວ​ຂອງ​ຄົນ​ອະ​ທັມ​ທັງ​ປວງ 8 ການ​ຊ່ອຍ​ກູ້​ເປັນ​ຂອງ​ພຣະ​ຜູ້​ເປັນເຈົ້າ ຂໍ​ພຣະ​ພອນ​ຂອງ​ພຣະ​ອົງຫ​ລັ່​ງ​ລົງ​ເຫນືອ​ໄພ່​ພົນຂອງພຣະ​ອົງ​ເທີນ

ເພງສັຣເສີນ 4

ການ​ອ້ອນວອນເວ​ລາແລງ​ ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ໃຊ້​ເຄື່ອງ​ສາຍ​ ເພງ​ສັຣ​ເສີນຂອງ​ດາ​ວິດ

1 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ​ຜູ້​ຊົງ​ໃຫ້​ປະ​ຈັກ​ວ່າ ຂ້າ​ພຣະ​ອົງເປັນ​ຝ່າຍ​ຊອບ​ທັມ ຂໍ​ຊົງ​ໂຜດ​ຕອບ​ເມື່ອ​ຂ້າ​ພຣະ​ອົງຮ້ອງ​ທູນ ເມື່ອ​ຂ້າ​ພຣະ​ອົງ​ເດືອດ​ຮ້ອນ ຂໍ​ພຣະ​ອົງ​ປະ​ທານ​ຊ່ອງ​ທາງ​ໃຫ້ ຂໍ​ຊົງ​ເມດ​ຕາ​ແກ່​ຂ້າ​ພຣະ​ອົງ ​ແລະ​ຊົງ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ 2 ທ່ານ​ຜູ້​ດີ​ເອີຍ, ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ເຊື່ອມເສັຽກຽດ​ໄປ​ອີກ​ດົນ​ປານໃດ ທ່ານ​ຈະຮັກ​ຄຳ​ໄຮ້​ຄ່າ ແລະ​ສ​ແວງ​ການ​ຕົວະອີກດົນ​ປານ​ໃດ 3 ຈົ່ງ​ຮູ້​ເຖີດ​ວ່າ ພຣະ​ຜູ້​ເປັນເຈົ້າ​ຊົງ​ແຍກ​ຄົນ​ຊອບ​ທັມ​ໄວ້​ສຳ​ລັບ​ພຣະ​ອົງ ພຣະຜູ້​ເປັນ​ເຈົ້າ​ຊົງ​ສະ​ດັບ​ຮັບ​ຟັງ​ເມື່ອ​ຂ້າ​ພະ​ເຈົ້າ​ທູນ​ພຣະ​ອົງ 4 ຮ້າຍ​ກໍ​ຮ້າຍ​ເຖີດ ແຕ່ “ຢ່າ​ທຳ​ບາບ” ຈົ່ງ​ຄໍາ​ນຶງ​ໃນ​ໃຈ​ເວ​ລາ​ຢູ່​ເທິງ​ບ່ອນນອນ​ແລະ​ສງົບ​ຢູ່ 5 ຈົ່ງ​ຖວາຍ​ເຄື່ອງ​ບູ​ຊາ​ໃຫ້​ຖືກ​ຕ້ອງ ແລະ​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນເຈົ້າ 6 ມີ​ຄົນ​ຈໍາ​ນວນ​ຫລາຍ​ເວົ້າ​ວ່າ, “ໂອ ເຮົາ​ຢາກຈະ​ເຫັນ​ສິ່ງ​ດີໆ ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ຂໍ​ຊົງ​ເງີຍ​ພຣະ​ພັກທີ່​ສວ່າງ​ຂອງ​ພຣະ​ອົງ​ມາ​ເຫນືອ​ຂ້າ​ພຣະ​ອົງທັງ​ຫລາຍ” 7 ພຣະ​ອົງ​ໄດ້​ປະ​ທານ​ຄວາມ​ຊື່ນ​ບານ​ໃຫ້​ແກ່​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງຫລາຍກວ່າ​ເມື່ອ​ໄດ້​ເຂົ້າ​ແລະ​ນ້ຳ​ອະ​ງຸ່ນ​ມາກ​ມາຍ 8 ຂ້າ​ພຣະ​ອົງຈະ​ເອ​ນ​ກາຍ​ລົງ​ນອນ​ຫລັບ​ໃນ​ຄວາມ​ສັນ​ຕິ ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຊົງ​​ທຳ​ໃຫ້​ຂ້າ​ພຣະ​ອົງອາ​ໄສ​ຢູ່​ຢ່າງ​ປອດ​ພັຍ

ເພງສັຣເສີນ 5

ການ​ອ້ອນວອນຂໍ​ຄວາ​ມຄຸ້ມ​ຄອງ​ຮັກ​ສາ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ສຳ​ລັບ​ພວກ​ຂຸ່ຍ​ ເພງ​ສັຣ​ເສີນ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ສະ​ດັບ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງຟັງ​ສຽງ​ຄ່ຳ​ຄວນ​ຂອງ​ຂ້າພຣະ​ອົງ 2 ຂ້າ​ແດ່​ພຣະ​ບໍ​ຣົມ​ກະ​ສັດ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຟັງ​ສຽງ​ຮ້ອງ​ທູນ​ຂອງ​ຂ້າພຣະ​ອົງ ເພາະ​ຂ້າ​ພຣະ​ອົງອ້ອນວອນ​ທູນ​ຕໍ່​ພຣະ​ອົງ 3 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ໃນເວ​ລາ​ເຊົ້າ​ພຣະ​ອົງ​ຊົງ​ສະ​ດັບ​ສຽງ​ຂອງ​ຂ້າ​ພຣະ​ອົງ ຊຶ່ງ​ຂ້າ​ພຣະ​ອົງຕຽມ​ຖວາຍ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ​ແດ່​ພຣະ​ອົງ ແລະ​ເຝົ້າ​ຄອຍ​ເບິ່ງ​ຢູ່ 4 ພຣະ​ອົງ​ບໍ່​ໄດ້​ຊົງ​ເປັນ​ພຣະ​ເຈົ້າ​ຜູ້​ຊົມ​ຊື່ນຍິນ​ດີ​ໃນ​ຄວາມ​ອະ​ທັມ ຄວາມ​ຊົ່ວຮ້າຍ​ຈະ​ບໍ່​ອາ​ໄສ​ຢູ່​ກັບ​ພຣະ​ອົງ 5 ຄົນ​ໂອ້ອວດ​ຈະ​ບໍ່​ຢືນຢູ່​ຕໍ່​ພຣະ​ພັກຂອງ​ພຣະ​ອົງພຣະ​ອົງ​ຊົງ​ກຽດ​ຊັງ​ຜູ້​ກະ​ທຳ​ການ​ຊົ່ວ​ທັງ​ສິ້ນ 6 ພຣະ​ອົງ​ຊົງ​ທຳ​ລາຍ​ຜູ້​ທີ່​ມຸ​ສາ ພຣະຜູ້​ເປັນ​ເຈົ້າ​ຊົງດູ​ຖູກ​ຄົນ​ຮຸນ​ແຮງ ແລະ​ຄົນ​ຫລອກ​ລວງ 7 ແຕ່​ດ້ວຍຄວາມ​ຮັກ​ຫມັ້ນ​ຄົງ​ອັນ​ບໍ​ຣິ​ບູນ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງຈະ​ເຂົ້າ​ໄປ​ໃນ​ພຣະວິ​ຫານ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງຈະ​ນະ​ມັ​ສ​ການ​ໃນ​ທີ່​ພຣະ​ວິ​ຫານ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ດ້ວຍ​ຄວາມ​ຢຳ​ເກງ​ພຣະ​ອົງ 8 ຂ້າ​ແດ່​ພຣະ​ຜູ້​ເປັນເຈົ້າ ເຫດ​ດ້ວຍ​​ສັດ​ຕຣູ​ຂອງ​ຂ້າພຣະ​ອົງ ຂໍ​ຊົງ​ນຳ​ຂ້າ​ພຣະ​ອົງໄປໂດຍ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ຂໍ​ຊົງ​ໂຜດ​ນໍາທາງ ​ຊຶ່ງຂ້າພຣະ​ອົງນັ້ນ​ໃຫ້​ຣາບ​ລື້​ນ 9 ເພາະ​ໃນ​ປາກ​ຂອງເຂົາ​ເຫລົ່າ​ນັ້ນ​ບໍ່​ມີ​ຄວາມ​ຈິງ ຈິດ​ໃຈ​ຂອງເຂົາ​ກໍ​ຄື​ການ​ທຳ​ລາຍ ລໍາຄໍຂອງ​ເຂົາ​ຄື​ຂຸມ​ຝັງ​ສົບ​ທີ່​ເປີດ​ຢູ່ ເຂົາ​ປະ​ຈົບ​ສໍ​ພໍ​ດ້ວຍ​ລີ້ນ​ຂອງ​ເຂົາ 10 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ໂຜດ​ໃຫ້​ເຂົາ​ຮັບ​ກັມ​ຊົ່ວ​ຂອງ​ເຂົາ ແລະ​ໃຫ້​​ເຂົາ​ທັງ​ຫລາຍ​ລົ້ມ​ລົງ​ດ້ວຍ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ເອງ ເຫດ​ການ​ທໍ​ຣະ​ຍົດ​ທັງ​ຫລາຍ​ນັ້ນ ຂໍ​ຊົງ​ຂັບ​ໄລ່ເຂົາ​ອອກ​ໄປ ເນື່ອງຈາກ​ເຂົາ​ທັງ​ຫລາຍ​ໄດ້​ກະ​ບົດ​ຕໍ່​ພຣະ​ອົງ 11 ແຕ່​ໃຫ້​ຄົນ​ທັງ​ປວງ​ທີ່​ລີ້​ພັຍຢູ່​ໃນ​ພຣະ​ອົງ​ນັ້ນ​ເບີກ​ບານ​ໃຈ ໃຫ້​ເຂົາ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຢູ່​ສ​ເມີ ແລະ​ຂໍ​ຊົງ​ປ້ອງ​ກັນ​ເຂົາ​ໄວ້ ເພື່ອ​ຄົນ​ທີ່​ຮັກ​ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ໄດ້​ສຸກ​ໃຈ​ຢູ່​ໃນ​ພຣະ​ອົງ 12 ຂ້າ​ແດ່​ພຣະ​ຜູ້​ເປັ​ນເຈົ້າ ເພາະ​ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ແກ່​ຄົນ​ຊອບ​ທັມ ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ເຂົາ​ໄວ້ ດ້ວຍ​ຄວາມ​ໂປດ​ປາ​ນ​​​ເຫມືອນ​ເປັນ​ໂລ່​ປ້ອງ​ກັນ​ເຂົາ

ເພງສັຣເສີນ 6

ການ​ອ້ອນວອນຂໍ​ຄວາມ​ກະ​ຣຸ​ນາ​ໃນ​ຍາມ​ທຸກ​ຍາກ​ລຳ​ບາກ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ໃຊ້​ເຄື່ອງ​ສາຍ​ຕາມ​ທຳ​ນອງ​ເຊ​ມິ​ນິທ ເພງ​ສັຣ​ເສີນ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນເຈົ້າ ຂໍ​ຢ່າ​ຊົງ​ຂະຫ​ນາບ​ຂ້າພຣະ​ອົງ ເມື່ອ​ຊົງ​ໂກດ ແລະ​ຂໍ​ຢ່າ​ຊົງ​ລົງ​ໂທດ​ຂ້າພຣະ​ອົງດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ 2 ຂ້າ​ແດ່​ພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ພຣະ​ກະ​ຣຸ​ນາ​ແກ່​ຂ້າພຣະ​ອົງ ເພາະ​ຂ້າ​ພຣະ​ອົງເມື່ອຍອ່ອນ​ກຳ​ລັງ ຂ້າ​ແດ່ພຣະຜູ້​ເປັນ​ເຈົ້າ ຂໍ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງເພາະ​ກະ​ດູກ​ຂອງ​ຂ້າ​ພຣະ​ອົງທຸກ​ຍາກ​ລຳ​ບາກ​ນັກ 3 ທັງ​ຈິດໃຈ​ຂອງ​ຂ້າ​ພຣະ​ອົງ​ກໍ​ທຸກ​ຍາກ​ລໍາ​ບາກ​ຫລາຍ ໂອ​ ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ອີກ​ດົນ​ປານ​ໃດຫນໍ 4 ຂ້າແດ່​ພຣະຜູ້​ເປັນ​ເຈົ້າ ຂໍ​ຊົງ​ຫັນ​ມາ​ຊ່ອຍ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໃຫ້​ລອດ​ດ້ວຍ​ເຖີດ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ ເພາະ​ເຫັນ​ແກ່​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ 5 ເພາະ​ຖ້າ​ໃນ​ຄວາມ​ຕາຍ ບໍ່​ມີ​ການ​ລະ​ນຶກ​ເຖິງ​ພຣະ​ອົງ​ແລ້ວ ໃນ​ແດນ​ມໍ​ຣະ​ນາໃຜ​ເດ່​ຈະ​ໂມ​ທະ​ນາ​ພຣະ​ຄຸນ​ຂອງ​ພຣະ​ອົງ 6 ຂ້າ​ພຣະ​ອົງອ່ອນ​ແຮງ​ດ້ວຍ​ການ​ຄ່ຳ​ຄວນ ແລະ​ທຸກ​ຄືນ​ບ່ອນນອນ​ກໍ​ຊຸ່ມ​ປຽກ​ຍ້ອນຫລັ່ງ​ນ້ຳ​ຕາ ແລະ​ຫມອນ​ກໍ​ຊຸ່ມ​ດ້ວຍ​ນ້ຳ​ຕາ​ທີ່​ຮ້ອງ​ໄຫ້ 7 ຕາ​ຂອງ​ຂ້າ​ພຣະ​ອົງເມື່ອຍ​ລ້າເພາະ​ຄວາມ​ທຸກ​ໃຈ ມັນ​ອ່ອນ​ເພັຽ​ລົງ ​ເພາະ​ຄູ່​ແຂ່ງຂັນທັງ​ປ​ວງ​ຂອງ​ຂ້າ​ພຣະ​ອົງ 8 ບັນ​ດາ​ເຈົ້າ​ຜູ້​ກະ​ທຳ​ຄວາມ​ຊົ່ວ​ຈົ່ງ​ຫນີ​ໄປ​ຈາກ​ເຣົາເພາະ​ພຣະຜູ້​ເປັນ​ເຈົ້າ​ຊົງ​ສະ​ດັບ​ສຽງ​ຮ້ອງ​ໄຫ້​ຂອງ​ເຣົາແລ້ວ 9 ພຣະ​ຜູ້​ເປັນເຈົ້າ​ຊົງ​ສະ​ດັບ​ຄຳ​ອ້ອນ​ວອນ​ຂອງ​ຂ້າພຣະ​ອົງ ​ຊົງ​ຮັບ​ຄຳ​ອ້ອນວອນ​ຂອງ​ຂ້າພຣະ​ອົງ 10 ສັດ​ຕຣູ​ທັງ​ສິ້ນ​ຂອງ​ຂ້າພຣະ​ອົງຈະ​ໄດ້​ອາຍ ແລະ​ຍາກລຳ​ບາກ​​ ເຂົາ​ທັງ​ຫລາຍ​ຈະ​​ກັບຄືນ ແລະ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ໃນ​ພິບ​ຕາ​ດຽວ

ເພງສັຣເສີນ 7

ການ​ອ້ອນວອນເພື່ອ​ຂໍ​ຊ່ອຍ​ຊີ​ວິດ ຊິກ​ກັຍໂອນ​ ຂອງ​ດາ​ວິດ​ ຊຶ່ງ​ທ່ານ​ຮ້ອງ​ຖວາຍ​ພຣະ​ເຈົ້າ​ກ່ຽວ​ກັບ​ກູຊ​,​ເບັນ​ຢາ​ມິນ

1 ໂອ ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງລີ້​ພັຍ​ຢູ່​ໃນ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງໃຫ້​ພົ້ນ​ພັຍຈາກ​ຜູ້​ໄລ່​ຕາມ​ທັງ​ມວນ ຂໍ​ຊົງ​ຊ່ອຍ​ກູ້​ຂ້າພຣະ​ອົງ 2 ຢ້ານ​ວ່າ​ເຂົາ​ຈະ​ຈີກ​ຂ້າ​ພຣະ​ອົງ​ເສັຽດັ່ງ​ສິງ ແລະ​ລາກ​ຂ້າ​ພຣະ​ອົງໄປ ໂດຍ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ໄດ້ 3 ຂ້າ​ແດ່​ພຣະ​ຜູ້ເ​ປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຖ້າ​ຂ້າພຣະ​ອົງກະ​ທຳ​ເຊັ່ນ​ນີ້ ຄື​ຖ້າ​ມີ​ຄວາມ​ຜິດ​ໃນ​ມື​ຂອງ​ຂ້າ​ພຣະ​ອົງ 4 ຖ້າ​ຂ້າພຣະ​ອົງ​ທຳ​ຄວາມ​ຊົວ​ແກ່​ເພື່ອນ​ບ້ານ​ຂ​ອງ​ຂ້າ​ພຣະ​ອົງ ຫລື​ປຸ້ນ​ສັດ​ຕຣູ​ຂອງ​ຂ້າພຣະ​ອົງໂດຍ​ປາສຈາກສາ​ເຫດ 5 ກໍ​ຂໍ​ໃຫ້​ສັດ​ຕຣູ​ໄລ່​ຕາມ​ຂ້າ​ພຣະ​ອົງທັນ ແລະ​ໃຫ້​ເຂົາ​ຢຽບ​ຍ່ຳ​ຊີ​ວິດ​ຂ້າ​ພຣະ​ອົງລົງ​ເຖິງ​ດິນ ແລະວາງວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ໄວ້​ໃນ​ຝຸ່ນດິນ 6 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ ຂໍ​ຊົງ​ຂຶ້ນ​ສູ້​ຄວາມ​ໂຫດ​ຮ້າຍ​ສັດ​ຕຣູຂອງ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າຂອງ​ຂ້າ​ພຣະ​ອົງ ​ຂໍ​ຊົງ​ຕື່ນ​ຂຶ້ນ ພຣະ​ອົງ​ຊົງ​ກຳ​ນົດ​ການ​ພິ​ພາກ​ສາ 7 ຂໍ​ໃຫ້​ຊຸມ​ນຸມ​ຊົນ​ຊາດ​ທັງ​ຫລາຍ​ມາ​ຢູ່​ຮອບ​ພຣະ​ອົງ ແລະ​ຂໍ​ຊົງ​ກັບ​ໄປ​ປະ​ທັບ​ເດັ່ນ​ຢູ່​ເຫນືອ​ຊຸມ​ນຸມ​ນັ້ນ 8 ພຣະຜູ້​ເປັນ​ເຈົ້າ​ຊົງ​ພິ​ພາກ​ສາ​ຊົນ​ຊາດ​ທັງ​ຫລາຍ ຂ້າ​ແດ່​ພຣະຜູ້​ເປັນເຈົ້າ ຂໍ​ຊົງ​ພິ​ພາກ​ສາ ຂ້າ​ພຣະ​ອົງ​ຕາມ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ພຣະ​ອົງ ແລະ​ຕາມ​ຄວາມ​ສັຕສຸ​ຈຣິດ ຊຶ່ງ​ມີ​ຢູ່​ໃນ​ຂ້າ​ພຣະ​ອົງ 9 ຂ້າ​ແດ່​ພຣະ​ເຈົ້າ​ຜູ້​ຊົງ​ທັມ ຜູ້​ຊົງ​ທົດ​ລອງ​ຄວາມ​ຄິດ​ແລະ​ຈິ​ດ​ໃຈ​ທັງ​ຫລາຍ ຂໍ​ໃຫ້​ຄວາມ​ຊົ່ວ​ຂອງ​ຄົນ​ອະ​ທັມ​ຈົ່ງ​ເຖິງທີ່​ສິ້ນ​ສຸດ ແຕ່​ຂໍ​ຊົງ​ສະ​ຖາ​ປະ​ນາ​ຄົນ​ຊອບ​ທັມ​ຂຶ້ນ 10 ພຣະຜູ້​ເປັ​ນ​ເຈົ້າ​ເປັນ​ທີ່​ກຳ​ບັງ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຊ່ອຍ​ຊູ​ຜູ້​ໃຈ​ທ່ຽງ​ຕົງ​ໃຫ້​ລອດ 11 ພຣະຜູ້​ເປັນ​​ເຈົ້າ​ຊົງ​ເປັນ​ຜູ້​ພິ​ພາກ​ສາ​ທີ່​ຊອບ​ທັມ ແລະ​ເປັນ​ຜູ້​ປະ​ທານ​ຄຳ​ພິ​ພາກ​ສາ​ທຸກວັນ 12 ຖ້າ​ມະ​ນຸດ​ຄົນ​ໃດ​ບໍ່​ກັບ​ໃຈ ພຣະ​ອົງ​ຈະ​ຊົງ​ລັບ​ຄົມ​ດາບ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກົ່ງ​ທະ​ນູ​ຕຽມ​ພ້ອມໄວ້ 13 ພຣະ​ອົງ​ຊົງ​ຕຽມ​ອາ​ວຸດ​ອັນ​ຮ້າຍ​ແຮງ ຊົງ​ກະ​ທຳ​ໃຫ້​ລູກ​ທະ​ນູ​ຂອງ​ພຣະ​ອົງ​ເປັນ​ສອນ​ໄຟ 14 ເບິ່ງ​ແມ໋, ຄົນ​ອະ​ທັມ​ກໍ່​ຄວາມ​ຊົ່ວ​ຮ້າຍ​ຂຶ້ນ​ແລ້ວ ​ກຳ​ລັງ​ຕັ້ງ​ທ້ອງຄວາມ​ຊົ່ວ​ຊ້າ ແລະ​ຄອດອອກ​ມາ​ເປັນ​ການ​ຕົວະ 15 ເຂົາ​ຂຸດ​ຫລຸມ​ໄວ້ ແລະ​ຕົກ​ລົງ​ໄປ​ໃນ​ຫລຸມ​ທີ່ເຂົາເຮັດ​ໄວ້​ນັ້ນ 16 ຄວາມ​ຊົ່ວ​ຊ້າ​ຂອງ​ເຂົາ​ກັບ​ມາ​ສຸມ​ຫົວ​ເຂົາ ແລະ​ຄວາມ​ທາ​ຣຸນ​ຂອງ​ເຂົາ​ລົງ​ມາ​ເທິງ​ຫົວຂອງ​ເຂົາ​ເອງ 17 ຂ້າ​ພະ​ເຈົ້າ​ຈະ​ຖວາຍ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ເນື່ອງ​ດ້ວຍ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ແລະ​ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ

ເພງສັຣເສີນ 8

ພຣະ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ​ແລະ​ສັກ​ສີ​ຂອງ​ມະ​ນຸດ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຕາມ​ທຳ​ນອງ​ກິ​ດ​ຕິ​ທ ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ໂອ ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງທັງ​ຫລາຍ ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ເກີນ​ວ່າ​ລື​ຊາ​ໄປ​ທົ່ວ​ທັງ​ໂລກ ຄວາມ​ສັຣ​ເສີນ​ພຣະ​ອົງ​ດັງ​ກ້ອງ​ຂຶ້ນ​ສູ່ຟ້າ​ສວັນ 2 ຊຶ່ງ​ເປັນ​ເພງ​ສັຣ​ເສີນ​ຈາກ​ເດັກ​ຫນຸ່ມນ້ອຍ ແລະ​ເດັກ​ອ່ອນ​ ພຣະ​ອົງ​ໄດ້​ສ້າງ​ກຳ​ແພງ ເພື່ອ​ຕໍ່​ສູ້​ກັ້ນ​ກາງ​ສັດ​ຕຣູ​ແລະ​ຄູ່​ແຂ່ງ​ຂັນ​ຂອງ​ພຣະ​ອົງ 3 ເມື່ອ​ຂ້າ​ພຣະ​ອົງຫລຽວ​ເບິ່ງ​ທ້ອງ​ຟ້າ​ທີ່​ພຣະ​ອົງ​ຊົງ​ສ້າງ ແລະ​ຫລຽວ​ເບິ່ງ​ເດືອນ​ດາວ​ທີ່​ພຣະ​ອົງ​ຕັ້ງ​ໄວ້ 4 ມະ​ນຸດ​ສຳ​ຄັນ​ຫຍັງ​ພໍ​ທີ່​ພຣະ​ອົງ​ຈະ​ຄິດ​ເຖິງ​ເຂົາ ແລະ​ດູ​ແລ​ຮັກ​ສາ​ເຂົາ​ ເປັນ​ການ​ປະ​ຫລາດ​ໃຈ​ແທ້ 5 ແຕ່​ພຣະ​ອົງ​ຍັງ​ຊົງ​ແຕ່ງ​ຕັ້ງ​ໃຫ້​​ເຂົາ​ມີ​ຖາ​ນະ​ຮອງ​ຈາກ​ພຣະ​ອົງ​ລົງ​ມາ ພຣະ​ອົງ​ຊົງ​ໃຫ້​ມະ​ນຸດ​ມີ​ສັກສີ ແລະ​ໄດ້​ຮັບ​ກຽດ​ຕິ​ຍົດ 6 ພຣະ​ອົງແຕ່ງ​ຕັ້ງ​ໃຫ້​ມະ​ນຸ​ດ​ຄຸ້ມ​ຄອງ​ເຫນືອ​ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສ້າງ​ໄວ້ 7 ເຫນືອ​ຝູງ​ແກະ ຝູງ​ງົວ​ ຄວາຍ ແລະ​ສັດ​ປ່າ 8 ​ທັງ​ນົກ​ຫນູ​ໃນ​ອາ​ກາດ ຕລອດ​ທັງ​ທຸກໆ​ສິ່ງ​ທີ່​ສ້າງ​ຂຶ້ນ​ໃນ​ທ້ອງ​ທະ​ເລ 9 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ຊົງ​ປາ​ກົດ​ກະ​ຈາຍ​ທົ່ວ​ແຜ່ນ​ດິນ​ໂລກ

ເພງສັຣເສີນ 9

ການ​ໂມ​ທະ​ນາ​ໃນ​ເຣື່ອງ​ຄາມ​ຍຸດ​ຕິ​ທັມ​ຂອງ​ ພຣະ​ເຈົ້າ ເຖິງ​ຫົວ​ຫນ້າ​ນັກ​ຣ້ອງ ຕາມ​ທຳ​ນອງ​ມຸ​ທ​ລັບ​ເບນ ເພງ​ສັຣ​ເສີນ ຂອງ​ດາ​ວິດ

1 ຂ້າ​ພຣະ​ອົງຈະ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສິ້ນ​ສຸ​ດ​ໃຈ​ຂອ​ງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງຈະ​ບອກ​ເຖິງ​ການ​ອັດສະ​ຈັນ​ທັງ​ສິ້ນ​ຂອງ​ພຣະ​ອົງ 2 ຂ້າ​ພຣະ​ອົງຈະ​​ຊົມ​ຊື່ນ ແລະ​ຍິນ​ດີໃນ​ພຣະ​ອົງ ຂ້າ​ແດ່​ອົງ​ຜູ້​ສູງ​ສຸດ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣເສີນພຣະ​ນາມ​ຂອງ​ພຣະ​ອົງ 3 ເມື່ອ​​ສັ​ດ​ຕຣູ​ຂອງ​ຂ້າ​ພຣະ​ອົງກັບ​ຄືນ ເຂົາ​ທັງ​ຫລາຍ​ກໍ​ສະ​ດຸດ ແລະ​ພິ​ນາດ​ໄປ​ຕໍ່​ເບື້ອງ​ພຣະ​ພັກ​ຂອງພຣະ​ອົງ 4 ເພາະ​ພຣະ​ອົງ​ຊົງ​ໃຫ້​ຄວາມ​ຍຸດ​ຕິ​ທັມ ແລະ​ຄວາມ​ທ່ຽງ​ຕົງແກ່​ຂ້າ​ພຣະ​ອົງ ພຣະ​ອົງ​ປະ​ທັ​ບ​ເທິງ​ພຣະ​ທີ່​ນັ່ງ ແລະ​ປະ​ທານ​ການ​ພິ​ພາກ​ສາ​ອັນ​ຊອບ​ທັມ 5 ພຣະ​ອົງ​ໄດ້​ຊົງຂະ​ຫນາບ​ບັນ​ດາ​ປະ​ຊາ​ຊາດ ແລະ​ຊົງ​ທຳ​ລາຍ​ຄົນ​ອະ​ທັມ ແລ້ວ​ຊົງ​ລຶບຊື່​ຂອງ​ເຂົາ​ອອກ​ເສັຽ​ເປັນ​ນິດ 6 ສັດ​ຕຣູ​ໄດ້​ສາບ​ສູນໄປ​ໃນ​ຄວາມ​ພິ​ນາດ​ເປັນ​ນິດ ພຣະ​ອົງ​ຊົງ​ຖອນ​ຮາກ​ບັນ​ດາ​ຫົວເມືອງຂອງເຂົາແລະ​ອະ​ນຸ​ສອນ​ຂອງເຂົາ​ກໍ​ວອດ​ວາຍ 7 ແຕ່​ພຣະ​ເຈົ້າ​ຍັງ​ຄອບ​ຄອງ ຍັງ​ຊົງ​ຄອບ​ຄອງ​ຢູ່​ເປັນ​ນິດ ພຣະ​ອົງ​ຊົງ​ສະ​ຖາ​ປະ​ນາ​ບັນ​ລັງ​ຂອງ​ພຣະ​ອົງ​ເພື່ອ​ການ​ພິ​ພາກ​ສາ 8 ພຣະ​ອົງ​ຊົງ​ພິ​ພາກ​ສາ​ໂລກ​ດ້ວຍ​ຄວາມ​ຊອບ​ທັມ ພຣະ​ອົງ​ຊົງ​ພິ​ພາກ​ສາ​ບັນ​ດາ​ປະ​ຊາ​ຊາດດ້ວຍຄວາມ​ທ່ຽງ​ທັມ 9 ພຣະຜູ້​ເປັນ​ເຈົ້າ​ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ຄົນ​ທີ່​ຖືກ​ກົດ​ຂີ່ ຊົງ​ເປັນທີ່​ກຳບັງ​ເຂັ້ມ​ແຂງ​ໃນ​ເວ​ລາ​ຍາກ​ລຳ​ບາກ 10 ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ວາງ​ໃຈ​ໃນ​ພຣະ​ອົງ ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ບໍ່​ໄດ້​ຊົງ​ປະ​ຖິ້ມ​ບັນ​ດາ​ຜູ້​ທີ່​ຊອກ​ສແວງ​ຫາ​ພຣະ​ອົງ 11 ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ເຈົ້າ ຜູ້​ຊຶ່ງ​ປະ​ທັບ​ໃນ​ຊີ​ໂອນ ຈົ່ງ​ບອກ​ເລົ່າ​ເຖິງ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ​ໃນ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ 12 ເພາະ​ພຣະ​ອົງ​ຊົງ​ແກ້​ແຄ້ນ​ແທນ​ໂລ​ຫິດ ແລະ​ຊົງ​ເອົາ​ພຣະ​ທັຍ​ໃສ່​ໃນ​ເຂົາ​ທັງ​ຫລາຍ ພຣະ​ອົງ​ບໍ່​ໄດ້​ຊົງ​ລືມ​ຄຳ​ຮ້ອງ​ທຸກ​ຂອງ​ຜູ້​ຖືກ​ກົດ​ຂີ່ 13 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ພຣະ​ກະ​ຣຸ​ນາ​ແກ່​ຂ້າ​ພຣະ​ອົງ ຂໍຊົງ​ທອດ​ພຣະ​ເນດ​ເບິ່ງວ່າ ​ຂ້າ​ພຣະ​ອົງຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ເພາະ​ຄົນ​ທີ່​ກຽດຊັງຂ້າພຣະ​ອົງພຽງໃດ ຂ້າ​ແດ່​ພຣະ​ອົງ ຜູ້​ຊົງ​ຍົກ​ຂ້າ​ພຣະ​ອົງ​ຂຶ້ນ​ຈາກ​ປະ​ຕູ​ຂອງ​ຄວາມ​ຕາຍ 14 ເພື່ອ​ຂ້າ​ພຣະ​ອົງຈະ​ກ່າວ​ຄຳ​ສັຣເສີນ​ພຣະ​ອົງ​ແລະ​ຈະ​ຍິນ​ດີ​ໃນ​ການ​ຊ່ອຍ​ກູ້​ຂອງ​ພຣະ​ອົງ​ ທີ່​ໃນ​ປະ​ຕູ​ທັງ​ຫລາຍ​ແຫ່ງ​ຊາວ​ຊີ​ໂອນ 15 ບັນ​ດາ​ປະ​ຊາ​ຊາດ​ໄດ້​ຈົມ​ລົງ​ໃນ​ຫລຸມ​ຊຶ່ງ​ເຂົາ​ທຳໄວ້ ແລະຕີນ​ຂອງ​ເຂົາ​ຕິດ​ຕາ​ຂ່າຍຊຶ່ງເຂົາ​ເອງ​ເຊື່ອງ​ດັກ​ໄວ້ 16 ພຣະຜູ້​ເປັນ​ເຈົ້າ​ຊົງ​ເຜີຍ​ພຣະ​ອົງ​ໃຫ້​ປາ​ກົດ​ແຈ້ງ ແລ້ວ​ພຣະ​ອົງ​ຊົງ​ພິ​ພາກ​ສາ ຊົງ​ດັກ​ຈັບ​ຄົນ​ອະ​ທັມ​ດ້ວຍ​ກິ​ຈ​ການ​ຂອງ​ເຂົາ​ເອງ 17 ຄົນ​ອະ​ທັມ​ຈະ​ຕ້ອງ​ຖອຍ​ໄປ​ສູ່​ແດນ​ມໍ​ຣະ​ນາ ຄື​ປະ​ຊາ​ຊາດ​ທັງ​ມວ​ນ​ທີ່​ລືມ​ພຣະຜູ້​ເປັນ​ເຈົ້າ 18 ເພາະ​ພຣະ​ອົງ​ຈະ​ບໍ່​ຊົງ​ລືມ​ຄົນ​ຂັດ​ສົນ​ສ​ເມີ​ໄປ ແລະ​ຄວາມ​ຫວັງ​ຂອງ​ຄົນ​ຍາກ​ຈົນ​ຈະ​ບໍ່​ພິ​ນາດ​ໄປ​ເປັນ​ນິດ 19 ຂ້າ​ແດ່​ພຣະຜູ້​ເປັນ​​ເຈົ້າ ຂໍ​ຊົງ​ລຸກ​ຂຶ້ນ ຢ່າ​ໃຫ້​ມະ​ນຸດ​ມີ​ໄຊ​ໄດ້ ແຕ່​ໃຫ້​ບັນ​ດາ​ປະ​ຊາ​ຊາດ​ຖືກ​ພິ​ພາກ​ສາ​ຕໍ່​ເບື້ອງ​ພຣະ​ພັກ​ຂອງ​ພຣະ​ອົງ​ທັງ​ສິ້ນ 20 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ຂໍ​ຊົງ​ໃຫ້​​ເຂົາ​ຢຳ​ເກງ ແລະ​ໃຫ້​ບັນ​ດາ​ປະ​ຊາ​ຊາດ​ຮູ້​ວ່າ ເຂົາ​ທັງ​ຫລາຍ​ເປັນ​ພຽງ​ມະ​ນຸດ​ເທົ່າ​ນັ້ນ

ເພງສັຣເສີນ 10

ການ​ອ້ອນວອນ​ເພື່ອ​ຂໍ​ຊົງ​ຄວ່ຳ​ຄົນ​ອະ​ທັມ

1 ຂ້າແດ່​ພຣະ​ຜູ້​ເປັນ​ເຈົ້າ ເຫດ​ໃດ​ພຣະ​ອົງ​ປະ​ທັບ​ຢືນ​ຢູ່​ຫ່າງ​ໄກ ແລະ​ຊົງ​ລີ້​ຊ່ອນພຣະ​ອົງ​ເສັຽ​ໃນ​ຍາມ​ຍາກ​​​ລໍາບາກ 2 ຄົນ​ອະ​ທັມ​ໄລ່​ກວດ​ຄົນ​ຍາກ​ຈົນ​ຢ່າງ​ທະ​ນົງ​ອົງ​ອາດ ຂໍ​ໃຫ້​ເຂົາ​ຕິດ​ກັບ ​ຄື​ບ້ວງ​ແຮ້ວ​ແຫ່ງ​ອຸ​ບາຍ​ທີ່​ເຂົາ​ຄິດ​ຂຶ້ນ​ນັ້ນ 3 ເພາະ​ຄົນ​ອະ​ທັມ​ອວດ​ເຖິງ​ສິ່ງ​ທີ່​ໃຈ​ເຂົາ​ຢາກ​ໄດ້​ນັ້ນ ແລະ​ຄົນ​ທີ່​ໂລບ​ມາກ​ໃນ​ກຳ​ໄຣ ​ກໍ​ແຊ່ງ​ດ່າ ແລະ​ປະ​ນາມພຣະ​ເຈົ້າ 4 ເພາະ​ຄວາມ​ທະ​ນົງ​ຕົວ ຄົນ​ອະ​ທັມ​ກ່າວວ່າ, “ພຣະ​ເຈົ້າ​ບໍ່​ຊົງ​ລົງ​ໂທດ” ຄວາມ​ຄິດ​ທັງ​ສິ້ນ​ຂອງເຂົາຄື “ບໍ່​ມີ​ພຣະ​ເຈົ້າ” 5 ວິ​ທີ​ການ​ຂອງ​ຄົນ​ອະ​ທັມ​ຈະ​ເຣີນ​ຢູ່​ທຸກ​ເວ​ລາ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຢູ່​ສູງ​ພົ້ນ​ສາຍ​ຕາຂອງເຂົາ ເຂົາ​ພົ່ນ​ຄວາມ​ຮ້າຍ​ໃສ່​ບັນ​ດາ​ຄູ່​ແຂ່ງ​ຂັນ​ຂອງ​ເຂົາ 6 ໂດຍ​ຄີດ​ໃນ​ໃຈ​ຂອງ​ເຂົາ​ວ່າ, “ຂ້າ​ຈະ​ບໍ່​ຫວັ່ນ​ໄຫວ​ຕລອດ​ທຸກ​ຊົ່ວ​ຊາດເຊຶ້ອຂອງ​ຂ້າ ຈະ​ບໍ່​ພົບ​ຄວາມ​ຍາກ​ລໍາບາກ​ເລີຍ” 7 ການ​ສາບ​ແຊ່ງ ການ​ຫລ​ອກ​ລວງ ແລະ​ການບີບ​ບັງ​ຄັບ​ຢູ່​ເຕັມ​ປາກ​ຂອງ​ເຂົາ ຄວາມ​ຊົ່ວ​ຮ້າຍ ແລະ​ຄວາມ​ບາບ​ຜິດ​ຢູ່​ທີ່​ລີ້ນ​ຂອງ​ເຂົາ 8 ເຂົາ​ນັ່ງ​ຊຸ່ມ​ຄອຍ​ດັກ​ທຳ​ຮ້າຍ​ຢູ່​ຕາມ​ຊົນ​ນະ​ບົດ ແລະ​ຂ້າ​ຄົນທີ່​ບໍ່​ມີ​ຄວາມ​ຜິດ​ເສັຽ​ໃນ​ທີ່​ລັບ​ລີ້ ຕາ​ຂອງ​ເຂົາ​ສອດ​ຫາ​ຄົນ​ໄຮ້​ທີ່​ເພິ່ງ 9 ເຂົາ​ຊຸ່ມ​ຢູ່​ໃນ​ທີ່​ລັບ​ເຫມືອນ​ສິງ​ຢູ່​ໃນ​ທີ່​ກຳ​ບັງ ເພື່ອ​ຈັບ​ຄົນ​ຍາກ​ຈົນ​ແລ້ວ​ພວກເຂົາ​ດຶງ​ລາກ​ຄົນ​ຍາກ​ຈົນ​ມາ​ດ້ວຍ​ຕາ​ຂ່າຍ​ຂອງເຂົາ 10 ຄົນ​ບໍ່​ມີ​ທີ່​ເພິ່ງ​ກໍ​ຖືກ​ກົດ​ໃຫ້​ຈົມ​ລົງ ແລະ​ລົ້ມ​ລົງ​ດ້ວຍ​ກຳ​ລັງ​ຂອງ​ຄົນ​ອະ​ທັມ​ນັ້ນ 11 ຄົນ​ອະ​ທັມ​ນັ້ນ​ຄິດ​ໃນ​ໃຈ​ວ່າ, “ພຣະ​ເຈົ້າ​ລືມ​ແລ້ວ ພຣະ​ອົງ​ຊົງ​ເຊື່ອງ​ພຣະ​ພັກ​ແລະ​ຈະ​ບໍ່​ຊົງ​ເຫັນ​ເລີຍ” 12 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ລຸກ​ຂຶ້ນ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ຊົງ​ຊູ​ພຣະ​ຫັດ​ຂອງ​ພຣະ​ອົງ​ຂຶ້ນ ຂໍ​ຢ່າ​ຊົງ​ລືມ​ຄົນ​ທີ່​ທຸກ​ໃຈ 13 ເຫດ​ສັນ​ໃດ​ຄົນ​ອະ​ທັມ​ຈຶ່ງ​ປະ​ນາມ​ພຣະ​ເຈົ້າ ແລະ​ກ່າວ​ໃນ​ໃຈ​ຂອງ​ຕົນ​ເອງວ່າ, “ພຣະ​ອົງ​ຈະ​ບໍ່​ຊົງເອົາ​ເຣື່​ອງ​ເອົາ​ຣາວ” 14 ພຣະ​ອົງ​ຊົງ​ເຫັນ ໂອ ພຣະ​ອົງ​ຊົງ​ພິ​ເຄາະ​ຄວາມ​ຍາກ​ລຳ​ບາກ​ແລະ​ຄວາມ​ເດືອດ​ຮ້ອນ​ແລ້ວ ເພື່ອ​ພຣະ​ອົງ​ຈະ​ໄດ້​ຊົງ​ດຳ​ເນີນ​ຄະ​ດີ ຄົນ​ບໍ່​ມີ​ທີ່​ເພິ່ງມອບ​ຕົວ​ໃຫ້​ກັບ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ຜູ້​ຊ່ອຍ​ຄົນ​ກຳ​ພ້າ​ພໍ່ 15 ຂໍ​ພຣະ​ອົງ​ຊົງຫັກ​ແຂນຂອງ​ຄົນ​ອະ​ທັມ ແລະ​ຄົນ​ກະ​ທຳ​ຊົ່ວ ຂໍ​ຊົງ​ຄົ້ນ​ຄວາມ​ອະ​ທັມ​ຂອງ​ເຂົາ​ອອກ​ມາ​ຈົນ​ຫມົດ​ສິ່ນ 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ມະ​ຫາ​ກະ​ສັດ​ຢູ່​ເປັນ​ນິດ​ນີ​ຣັນ ບັນ​ດາ​ປະ​ຊາ​ຊາດ​ຈະ​ພິ​ນາດ​ໄປ​ຈາກ​ແຜ່ນ​ດິນ​ຂອງ​ພຣະ​ອົງ 17 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຟັງ​ຄວາມ​ປາ​ຖ​ນາ​ຂອງ​ຄົນ​ອ່ອນ​ສຸ​ພາບ ຈະ​ຊົງ​ເສີມກຳລັງເຂົາ ແລະ​ພຣະ​ອົງ​ຈະ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ຖ້ອຍ​ຄຳ​ຂອງ​ເຂົາ 18 ເພື່ອ​ປະ​ທານ​ຄວາມ​ຍຸດ​ຕິ​ທັມ​ແກ່​ຄົນ​ກຳ​ພ້າພໍ່ ແລະ​ຄົນ​ຖືກບີບ​ບັງ​ຄັບ ເພື່ອ​ມະ​ນຸດເທິງ​ແຜ່ນ​ດິນ​ໂລກ​ຈະ​ບໍ່​ທຳ​ໃຫ້​ເຂົາຢ້ານ​ກົວ​ອີກ​ຕໍ່​ໄປ

ເພງສັຣເສີນ 11

ບ່ອນລີ້​ພັຍ​ຂອງ​ຜູ້​ທ່ຽງ​ທັມ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຂອງ​ດາ​ວິດ

1 ຂ້າ​ພະ​ເຈົ້າ​ລີ້​ພັຍ​ຢູ່​ໃນ​ພຣະ​ເຈົ້າ ທ່ານ​ຈະ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ເຊັ່ນ​ນີ້​ຫລື​ວ່າ, “ຈົ່ງ​ຫນີ​ໄປ​ທີ່​ພູ​​ເຫມືອນ​ນົກ 2 ເພາະ​ຄົນ​ອະ​ທັມ​ກົ່ງ​ທະ​ນູ ແລະ​ເອົາ​ລູກ​ທະ​ນູ​ພາດ​ສາຍ​ໄວ້​ແລ້ວ ເພື່ອ​ຈະ​ຍິງ​ເຂົ້າ​ໄປ​ໃນ​ຄວາມ​ມືດ​ໃຫ້​ຖືກ​ຄົນ​ໃຈ​ທ່ຽງ​ທັມ 3 ຖ້າຮາກ​ຖານ​ຖືກ​ທຳ​ລາຍ​ເສັຽ​ແລ້ວ ຄົນ​ຊອບ​ທັມ​ຈະ​ເຮັດ​ຢ່າງ​ໃດ” 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ໃນ​ພຣະວິ​ຫານ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ພຣະ​ທີ່​ນັ່ງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ຢູ່​ເທິງຟ້າ​ສວັນ ພຣະ​ເນດ​ຂອງ​ພຣະ​ອົງ​ເບິ່ງ ແລະ​ທົດ​ສອບ​ລູກ​ຫລານ​ຂອງ​ມະ​ນຸດ 5 ພຣະ​ເຈົ້າ​ຊົງ​ທົດ​ສອບ​ທັງ​ຄົນ​ຊອບ​ທັມ​ແລະ​ຄົນ​ອະ​ທັມ ແລະ​ວິນ​ຍານ​ຂອງ​ພຣະ​ອົງ​ຊົງ​ກຽດ​ຊັງ​ຜູ້​ທີ່​ຮັກ​ຄວາມ​ທາ​ຣຸນ​ໂຫດ​ຮ້າຍ 6 ພຣະ​ອົງ​ຊົງ​ເທ​ຖ່ານ​ໄຟ​ແລະ​ໄຟ​ກຳ​ມະ​ຖັນ​ໃສ່​ຄົນ​ອະ​ທັມ ລົມ​ທີ່​ແຜດ​ເຜົາ​ຈະ​ເປັນ​ສ່ວນ​ຂອງເຂົາ​ເຫລົ່າ​ນັ້ນ 7 ເພາະ​ພຣະຜູ້​ເປັນ​ເຈົ້າ​ຊົງ​ຊອບ​ທັມ ຈຶ່ງ​ຊົງ​ຮັກ​ກິ​ຈ​ການ​ທີ່​ຊອບ​ທັມ ຄົນ​ທ່ຽງ​ຕົງ​ຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ໄດ້

ເພງສັຣເສີນ 12

ການ​ອ້ອນວອນຂໍ​ຄວາມ​ຊ່ອຍ​ເຫລືອ​ເພື່ອ​ຕໍ່​ສູ້​ຄົນ​ອະ​ທັມ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຕາມ​ທຳ​ນອງ​ເຊ​ມິ​ນິ​ທ ເພງ​ສັຣ​ເສີນ​ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໂຜດ​ຊ່ອຍ ເພາະ​ຄົນ​ດີບໍ່​ມີ​ເຫລືອອິກ​ແລ້ວ ແລະ​ຄົນ​ສຸຈ​ຣິດ​ໄດ້​ສາບ​ສູນ​ໄປ​ຈາກ​ເຫລົ່າ​ລູກ​ຂອງ​ມະ​ນຸດ 2 ທຸກ​ຄົນ​ກ່າວ​ຄຳ​ຕົວະ​ຕໍ່​ເພື່ອນ​ບ້ານ​ຂອງ​ຕົນ ເຂົາ​ທັງຫລາຍ​ເວົ້າ​ດ້ວຍ​ຮີມ​ຝີ​ປາກ​ທີ່​ປໍ້​ຍໍ​ແລະ​ສອງ​ໃຈ 3 ຂໍ​ພຣະຜູ້​ເປັນ​ເຈົ້າ​ຊົງ​ຕັດ​ຮີມ​ຝີ​ປາກ​ທີ່​ປໍ້​ຍໍອອກ​ເສັຽ​ ແລະ​ລີ້ນ​ທີ່ອວດ​ອ້າງ​ການ​ໃຫຍ່​ນັ້ນ​ດ້ວຍ 4 ຄື​ບັນ​ດາ​ຜູ້​ທີ່​ກ່າວ​ວ່າ, “ເຮົາ​ຈະ​ຊະນະ​ດ້ວຍ​ລີ້ນ​ຂອງ​ເຮົາ ຮີມ​ຝີ​ປາກ​ຂອງ​ເຣົາ​ເປັນ​ຝ່າຍ​ເຮົາ​ໃຜ​ຈະ​ເປັນ​ນາຍ​ເຮົາ” 5 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ລຸກ​ຂຶ້ນ​ດຽວ​ນີ້ ເພາະ​ຄົນ​ຍາກ​ຈົນ​ຖືກ​ຂົ່ມ​ເຫັງ ແລະ​ຄົນ​ຂັດ​ສົນ​ຄ່ຳ​ຄວນ ເຣົາ​ຈະ​ຈັດເຂົາ​ໄວ້​ໃນ​ທີ່​ປອດ​ພັຍ​ຊຶ່ງ​ເຂົາ​ຢາກ​ໄປ​ຢູ່​“ 6 ພຣະ​ດຳ​ຣັ​ດ​ຂອງ​ພຣະເຈົ້າ ເປັນ​ດຳ​ຣັ​ດ​ທີ່​ບໍ​ຣິ​ສຸດ ເປັນ​ເຫມືອນ​ເງິນ​ຫລອມ​ໃຫ້​ບໍ​ຣິ​ສຸດ​ໃນ​ເຕົາ​ໄຟ​ເທິງ​ແຜ່ນດິນ​ແລ້ວ​ເຖິງ​ເຈັດເທື່ອ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ປ້ອງ​ກັນ​ຂ້າະ​ພຣະ​ອົງທັງ​ຫລາຍ ຂໍ​ຊົງ​ກັນ​ຂ້າ​ພຣະ​ອົງສ​ເມີ​ໃຫ້​ພົ້ນ​ຈາກ​ພວກ​ນີ້ 8 ຄົນ​ອະ​ທັມ​ກໍຢູ່​ທຸກຫົນ​ແຫ່ງ ຂ​ນະ​ເມື່ອ​ລູກ​ທັງ​ຫລາຍ​ຂອງ​ມະ​ນຸດ​ພາກັນ​ຍົກ​ຍ້ອງ​ຄວາມ​ຊົ່ວຊ້າ

ເພງສັຣເສີນ 13

ການ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ໃນ​ຍາມ​ຍາກ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣເສີນ ​ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​​ລືມ​ຂ້າ​ພຣະ​ອົງໄປດົນ​ປານ​ໃດ ຈົນ​ຕລອດ​ໄປ​ບໍ່ ພຣະ​ອົງ​ຈະ​ລີ້​ຂ້າພຣະ​ອົງນານ​ເທົ່າ​ໃດ? 2 ຂ້າ​ພຣະ​ອົງຈະ​ຕ້ອງ​ທໍ​ຣະ​ມານ​ດົນ​ປານ​ໃດ ຂ້າ​ພຣະ​ອົງຈະ​ໂສກ​ເສົ້າ​ເສັຽ​ໃຈ​ທັງ​ວັນ​ແລະ​ຄືນ​ນານ​ເທົ່າ​ໃດ ສັດ​ຕຣູ​ຈະ​ຊະນະ​ຂ້າ​ພຣະ​ອົງໄປ​ນານ​ປານ​ໃດ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຫລຽວ​ເບິ່ງ​ຂ້າ​ພຣະ​ອົງ ແລະ​ຕອບ​ຂ້າ​ພຣະ​ອົງດ້ວຍ​ ຂໍ​ຊົງ​ເພີ້ມ​ຄວາມ​ສວ່າງ​ແກ່​ຕາ​ຂ້າ​ພຣະ​ອົງ ຢ້ານ​ວ່າ​ຂ້າ​ພຣະ​ອົງ​ຈະ​ຫລັບ​ຢູ່​ໃນ​ຄວາມ​ຕາຍ 4 ແລ້ວ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງຈະບໍ່​ສາ​ມາ​ດ​ເວົ້າ​ໄດ້​ວ່າ, “​ເຮົາ​ໄດ້​ຊະນະ​ເຂົາ​ແລ້ວ” ​ເຂົາ​ຈະ​ບໍ່​ໄດ້​ຍິນ​ໃນ​ການ​ຫລົ້ມ​ຈົ່ມ​ຂອງ​ຂ້າ​ພຣະ​ອົງ 5 ແຕ່​ຂ້າ​ພຣະ​ອົງ​ໄວ້​ໃຈ​ໃນ​ຄວາມຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ​ຂ້າ​ພຣະ​ອົງດີໃຈ​ເພາະ​ພຣະ​ອົງ​ຈະ​ຊ່ອຍ​ຂ້າພຣະ​ອົງໃຫ້​ພົ້ນ​ພັຍ​ 6 ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​​ພຣະ​ອົງ​ຊົງ​ດີ​ຕໍ່​ຂ້າ​ພະ​ເຈົ້າ

ເພງສັຣເສີນ 14

ຄວາມ​ຊົ່ວ​ຊ້າ​ຂອງ​ມະ​ນຸດ ເຖິງ​ຫົວ​ຫນ້າ​ນັ​ກ​ຮ້ອງ ຂອງ​ດາ​ວິດ

1 ຄົນ​ໂງ່​ຄິດ​ໃນ​ໃຈ​ໂຕ​ເອງວ່າ, “ພຣະ​ເຈົ້າ​ບໍ່​ສຳ​ຄັນ” ​ເຂົາ​ທຸກໆ​ຄົນ​ເປັນ​ຄົນ​ອະ​ທັມ ​ເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຫນ້າ​ຢ້ານ​ຕົກ​ໃຈ​ໂດຍ​ບໍ່​ມີ​ໃຜ​ປະ​ພືດ​ຕົນ​ໃນ​ທາງ​ທີ່​ຖືກ​ຕ້ອງ 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທອດ​ພຣະ​ເນດ​ເບິ່ງມວນ​ມະ​ນຸດ​ຈາກ​ສວັນເພື່ອ​ຢາກ​ຣູ້​ວ່າ​ມີ​ໃຜ​ແດ່​ທີ່​ເປັນ​ຄົນ​ສ​ລາດ​ຂາບ​ໄຫວ້​ພຣະ​ອົງ 3 ແຕ່​ວ່າ​​ເຂົາ​ທຸກ​ຄົນ​ເຣັດ​ໃນ​ທາງ​ຜິດ​ແລະ​ເປັນ​ຄົນ​ຊົ່ວ ໃນ​​ເຂົາ​ບໍ່​ມີ​ຜູ້​ໃດ​ເຮັດ​ໃນ​ສິ່ງ​ຖືກ​ຕ້ອງ ແມ່ນ​ແຕ່​ຜູ້​ດຽວ​ກໍ​ບໍ່​ມີ 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ, “ເຂົາ​ບໍ່​ມີປັນ​ຍາ​ບໍ່? ແມ່ນ​ຄົນ​ໂງ່​ບໍ່​ທີ່​ເຣັດ​ຊົ່ວ​ແນວ​ນີ້? ​ເຂົາ​ມີ​ຊີ​ວິດ​ຢູ່​ໄດ້​ດ້ວຍ​ການ​ປຸ້ນຈີ້​ໄພ່​ພົນ​ຂອງ​ເຣົາ ແລະ​ບໍ່​ໄດ້​ອ້ອນວອນ​ຫາ​ເຮົາ​ເລີຍ” 5 ແຕ່​ວ່າ​​ເຂົາ​ຈະ​ເປັນ​ຄົນ​ຂີ້​ຢ້ານ ເພາະ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ຜູ້​ຊອບ​ທັມ 6 ​ເຂົາ​ຫມາຍຈະ​ລົ້ມ​ແຜນ​ການ​ຂອງ​ຄົນ​ອາ​ນາ​ຖາ ເພາະ​ວ່າ​ພວກ​ນີ້​ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ 7 ຂໍ​ໃຫ້​ພວກ​ອິສ​ຣາ​ເອນ​ໄດ້​ຮັບ​ຄວາມພົ້ນ​ມາ​ຈາກ​ເມືອງ​ຊີ​ໂອນ ເມື່ອ​ໃດ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ຈະ​ເຣີນ​ຂຶ້ນ​ອີກ ເມື່ອ​ນັ້ນ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ຈະ​ມີ​ຄວາມ​ສຸກ ແລະ​ພວກ​ອິສ​ຣາ​ເອນ​ຈະ​ຍິນ​ດີ

ເພງສັຣເສີນ 15

ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ຕ້ອງ​ການ ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃຜ​ອາດ​ຈະ​ຢູ່​ໃນ​ວິ​ຫານ​ຂອງ​ພຣະ​ອົງ​ໄດ້ ຜູ້​ໃດ​ຈະ​ຢູ່​ໃນ​ຊີ​ໂອນ​ພູ​ສັກ​ສິດ​ຂອງ​ພຣະ​ອົງ​ໄດ້ 2 ຄົນ​ທີ່​ເຊື່ອ​ຟັງ​ຄວາມ​ຂອງ​ພຣະ​ເຈົ້າ ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ສ​ເມີ​ໄປ ຄື​ມີ​ຄວາມ​ເວົ້າ​ອັນ​ສັດ​ຊື່ ​ແລະ​ແນ່​ແທ້ 3 ແລະ​ຜູ້​ທີ່ບໍ່​ປະ​ຫມາດ​ຄົນ​ອື່ນ ເຂົາບໍ່​ເຮັດ​ຜິດ​ຕໍ່​ຫມູ່​ຄູ່ ແລະ​ບໍ່​ກ່າວ​ຂວັນ​ນີນ​ທາ​ເພື່ອນ​ບ້ານ 4 ເຂົາກຽດ​ຊັງຄົນ​ຊົ່ວ​ທີ່​ພຣະ​ເຈົ້າ​ປະ​ຖິ້ມ ແຕ່​ເຂົາໃຫ້​ກຽດ​ຜູ້​ເຊື່ອ​ຟັງ​ພຣະ​ອົງ ເຂົາ​ເຮັດ​ຕາມ​ຄຳ​ສັນ​ຍາ​ຂອງ​ຕົນ​ເອງ​ສ​ເມີ ເຖິງ​ແມ່ນ​ເຂົາ​ຈະ​ເສັຽ​ຜົນປ​ໂຍດ​ຫລາຍ​ປານ​ໃດ​ກໍ​ຕາມ ເຂົາກໍ​ບໍ່​ຍອມ​ປີ້ນ​ຄວາມ 5 ເຂົາ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດດອກ​ເບັ້ຽ ແລະ​ບໍ່​ຮັບເອົາ​ສິນບົນ​ເພື່ອ​ຕໍ່​ສູ້​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ ຜູ້​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ຈະບໍ່​ຫລົງ​ເສັຽ​ໄປ​ຈັກ​ເທື່ອ

ເພງສັຣເສີນ 16

ການ​ອ້ອນວອນ​ຂອງ​ຜູ້​ທີ່​ມີ​ຄວາມ​ຫມັ້ນ​ໃຈ ມິ​ກ​ຕາມ​ບົດ​ນຶ່ງ​ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໂຜດ​ຄຸ້ມ​ຄອງ​ຂ້າພຣະ​ອົງ ເພາະ​ວ່າ​ຂ້າ​ພຣະ​ອົງມາ​ເພິ່ງ​ພຣະ​ອົງ​ເພື່ອຄວາມ​ປອດ​ພັຍ 2 ຂ້າ​ພຣະ​ອົງ​ທູນ​ຕໍ່​ພຣະ​ອົງ​ວ່າ, “ພຣະ​ອົງ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ​ທຸກ​ສິ່ງ​ທີ່​ດີ​ແມ່ນ​ຂອງ​ພຣະ​ອົງ​ຊົງ​ປະ​ທານ​ໃຫ້” 3 ຜູ້​ທີ່​ເຊື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຄົນປະ​ເສີດ​ທີ່​ສຸດ ຂ້າ​ພຣະ​ອົງມີ​ຄວາມ​ດີ​ໃຈ​ຢ່າງ​ໃຫຍ່​ຕໍ່​ເຂົາ 4 ແຕ່​ຜູ້ທີ່​ຕິດ​ຕາມ​ພຣະ​ອື່ນ ກໍ​ຮັບ​ເອົາ​ຄວາມ​ທຸກລຳ​ບາກ​ເຂົ້າ​ໃສ່​ຕົວ​ເອງ ຂ້າ​ພຣະ​ອົງຈະ​ບໍ່​ຮ່ວມ​ໃນ​ການ​ບູ​ຊາ​ຂອງ​ເຂົາ ຂ້າ​ພຣະ​ອົງຈະ​ບໍ່​ນະ​ມັ​ສ​ການ​ພຣະ​ທັງ​ຫລາຍ​ຂອງ​​ເຂົາ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ທຸກ​ສິ່ງ​ທີ່​ຂ້າ​ພຣະ​ອົງມີ ແລະ​ພຣະ​ອົງ​ຊົງ​ປະ​ທານ​ທຸກ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ຕ້ອງ​ການ ຊີ​ວິດ​ຂ້າ​ພຣະ​ອົງ​ຢູ່​ໃນ​ເງື້ອມພຣະ​ຫັດ​ຂອງ​ພຣະ​ອົງ 6 ຂອງ​ປະ​ທານ​ທີ່​ພຣະ​ອົງ​ຊົງ​ໂຜດ​ແກ່​ຂ້າ​ພຣະ​ອົງ​ກໍ​ອັດ​ສະ​ຈັນ​ຫລາຍ ຂອງ​ປະ​ທານ​ນັ້ນ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ 7 ຂ້າ​ພຣະ​ອົງສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ນຳ​ຫນ້າ​ຂ້າ​ພຣະ​ອົງ​ ໃນ​ກາງ​ຄືນຈິດ​ສຳ​ນຶກ​ກໍ​ເຕືອນ​ສະ​ຕິ​ຂ້າ​ພຣະ​ອົງ 8 ຂ້າ​ພຣະ​ອົງຮູ້​ສຶກ​ໃນ​ໃຈ​ສ​ເມີ​ວ່າ ພຣະຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ ແລະ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ຂ້າ​ພຣະ​ອົງ​ຕົກ​ສະ​ທ້ານ​ຢ້ານ​ກົວ ເພາະ​ພຣະ​ອົງຊົງ​ສະ​ຖິດ​ຢູ່​ໃກ້​ຂ້າ​ພຣະ​ອົງ 9 ດັ່ງ​ນັ້ນ ຂ້າ​ພຣະ​ອົງ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ ແລະ​ຄວາມ​ມ່ວນ​ຊື່ນ ພ້ອມ​ທັງ​ມີ​ຄວາ​ມຮູ້​ສຶກ​ສະ​ບາຍ​ໃຈ​ຢູ່​ເລື້ອຍໆ 10 ເພາະ​ພຣະ​ອົງ​ຈະ​ບໍ່​ຊົງ​ນຳ​ຂ້າ​ພຣະ​ອົງ​ເຂົ້າ​ໄປ​ສູ່​ພິ​ພົບ​ຄົນ​ຕາຍ ພຣະອົງ​ຈະ​ບໍ່​ປະ​ປ່ອຍ​ໃຫ້​ຜູ້​ທີ່​ພຣະ​ອົງຮັກ​ເຂົ້າ​ໄປ​ໃນ​ບ່ອນ​ເລິກ​ລັບ​ນັ້ນ 11 ພຣະ​ອົງ​ຊົງ​ຊີ້​ໃຫ້​ຂ້າ​ພຣະ​ອົງເຫັນ​ຫົນ​ທາງ​ຊຶ່ງ​ນຳ​ໄປ​ສູ່​ຊີ​ວິດ ພຣະ​ພັກ​ຂອງ​ພຣະ​ອົງ​ທຳ​ໃຫ້​ຂ້າພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ມ່​ວນ​ຊື່ນ ແລະ​ຄວາມ​ຊົດ​ຊ່ອຍ​ຂອງ​ພຣະ​ອົງ​ກໍ​ນຳ​ຄວາມ​ຍິນ​ດີ​ມາ​ໃຫ້​ຕລອດ​ໄປ

ເພງສັຣເສີນ 17

ຄຳ​ອ້ອນວອນ​ເພື່ອ​ໃຫ້​ພົ້ນ​ຈາກ​ການ​ຖືກ​ກົດ​ຂີ່ ຄຳ​ອ້ອນວອນ​ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ສະ​ດັບ​ຄວາມ​​ຝ່າຍຍຸດ​ຕິ​ທັມ ຊົງ​ຟັງ​ຄຳ​ຮ້ອງ​ທູນ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ຄຳ​ອ້ອນວອນ​ຈາກ​ຮີມ​ຝີ​ປາກ​ທີ່​ບໍ່​ມີ​ການ​ຫລອກ​ລວງຂອງ​ຂ້າ​ພຣະ​ອົງ 2 ຂໍ​ໃຫ້ການ​ຊະນະ​ຄວາມ​ຂອ​ງ​ຂ້າ​ພຣະ​ອົງມາ​ຈາກພຣະ​ອົງ ຂໍ​ພຣະ​ເນດ​ຂອງ​ພຣະ​ອົງ​ຊົງ​ເຫັ​ນ​ສິ່ງ​ທ່ຽງ​ທັມ 3 ເມື່ອ​ພຣະ​ອົງ​ຊົງ​ລອງຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ ແລະ​ສະ​ເດັດ​ຢ້ຽມ​ຢາມ​ຂ້າ​ພຣະ​ອົງ​ໃນ​ເວ​ລາ​ກາງ​ຄືນ ເມື່ອ​ຊົງ​ທົດ​ສອບ​ຂ້າ​ພຣະ​ອົງ ພຣະ​ອົງ​ຈະ​ບໍ່​ຊົງ​ພົບ​ຄວາມ​ອະ​ທັມ​ໃນ​ຂ້າ​ພຣະ​ອົງ​ເລີຍ ປາກ​ຂອງ​ຂ້າ​ພຣະ​ອົງກໍ​ບໍ່​ໄດ້​ລະ​ເມີດ 4 ກ່ຽວ​ດ້ວຍ​ກິ​ຈ​ການ​ຂອງ​ມະ​ນຸດ ໂດຍ​ພຣະ​ວັ​ຈ​ນະ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ທາງ​ແຫ່ງ​ຄວາມ​ທາ​ຣຸນ​ໂຫດ​ຮ້າຍ 5 ບາດກ້າວ​ຂອງ​ຂ້າ​ພຣະ​ອົງແນບ​ສນິດ​ກັບ​ວິ​ຖີ​ຂອງ​ພຣະ​ອົງ ຕີນ​ຂອງ​ຂ້າ​ພຣະ​ອົງ​ບໍ່​ໄດ້​ພາດ 6 ຂ້າ​ພຣະ​ອົງ​ຮ້ອງ​ທູນ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ ເພາະພຣະ​ອົງ​ຈະ​ຊົງ​ຕອບ​ຂ້າ​ພຣະ​ອົງ ຂໍ​ຊົງ​ອ່ຽງ​ພຣະ​ກັນ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພຣະ​ອົງ​ດ້ວຍ​ເຖີດ 7 ຂ້າ​ແດ່​ພຣະ​ຜູ້​ຊ່ອຍ​ຂອງ​ບັນ​ດາ​ຜູ້​ສ​ແວງ​ຫາ​ທີ່​ລີ້​ພັຍ​ຈາກ​ປໍ​ຣະ​ປັກ​ຂອງ​ເຂົາ ໃນ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ ຂໍ​ຊົງ​ສຳ​ແດງ​ຄວາມ​ຣັກ​ຫມັ້ນ​ຄົງ​ຂອງພຣະ​ອົງ​ຢ່າງ​ມະ​ຫັດ​ສະ​ຈັນ 8 ຂໍ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງດັ່ງ​ແກ້ວ​ຕາ ຊົງ​ເຊື່ອງ​ຂ້າ​ພຣະ​ອົງ​ໄວ້​ພາຍ​ໃຕ້​ຮົ່ມ​ປີ​ກ​ຂອງ​ພຣະ​ອົງ 9 ໃຫ້​ພົ້ນ​ຈາກ​ຄົນ​ອະ​ທັມ​ຜູ້​ລ້າງ​ຜານ ແລະ​ຈາກ​ສັດ​ຕຣູ​ຜູ້​ຄອຍ​ເຂັ່ນ​ຂ້າ​ຊຶ່ງ​ອ້ອມຮອບ​ຂ້າ​ພຣະ​ອົງໄວ້ 10 ​ເຂົາ​ປິດ​ໃຈ​ຂອງ​​ເຂົາ​ໄວ້​ຈາກ​ຄວາມ​ສົງ​ສານ ປາກ​ຂອງ​ເຂົາ​ເວົ້າ​ຄຳ​ຍິ່ງ​ຍະ​ໂສ 11 ​ເຂົາ​ສະ​ກົດ​ຮອຍ​ຂ້າ​ພຣະ​ອົງ ແລະ​ໄດ້​ອ້ອມ​ຂ້າ​ພຣະ​ອົງ​ໄວ້ ​ເຂົາ​ຈັບ​ຕາ​ເບິ່ງ​ຂ້າ​ພຣະ​ອົງເພື່ອ​ຈະ​ດຶງ​ຂ້າພຣະ​ອົງ​ລົງ​ດິນ 12 ​ເຂົາ​ເປັນ​ເຫມືອນ​ສິ່ງ​ທີ່​ຫິວ​ກະ​ຫາຍ​ຢາກ​ຈະ​ຈີກ​ຖິ້ມ ເຫມືອນ​ດັ່ງ​ສິງ​ຫນຸ່ມ​ຊຶ່ງ​ຊຸ່ມ​ດັກ​ທຳ​ຣ້າຍ​ຢູ່​ໃນ​ທີ່​ລັບ 13 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ລຸກ​ຂຶ້ນ​ຂັດ​ຂວາງ​ເຂົາ​ໄວ້ ແລະ​ຄວ່ຳ​​ເຂົາ​ລົງ​ເສັຽ ຂໍ​ຊົງ​ຊ່ອຍ​ກູ້​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງໃຫ້​ພົ້ນ​ຈາກ​ຄົນ​ອະ​ທັມ​ດ້ວຍ​ດາບ​ຂອງ​ພຣະ​ອົງ 14 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ມະ​ນຸດ​ດ້ວຍ​ພຣະ​ຫັດ​ຂອງ​ພຣະ​ອົງ ຈາກ​ມະ​ນຸດ​ຜູ້​ຊຶ່ງ​ມີ​ສ່ວນ​ຂອງ​ຊີ​ວິດເປັນ​ຂອງ​ໂລກ ຂໍ​ໃຫ້​ທ້ອງ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສະ​ສົມ​ໄວ້​ເພື່ອ​​ເຂົາ ໃຫ້​ລູກ​ຫລານ​ຂອງ​ເຂົາ​ໄດ້​ຫລາຍກວ່າ​ພໍ​ດີໃຫ້​ພວກ​ເຂົາ​ເຫລືອ​ບາງ​ສິ່ງ​ໄວ້​ໃຫ້​ແກ່​ລູກ​ອ່ອນ​ຂອງ​ເຂົາ 15 ສ່ວນ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ​ໃນ​ຄວາມ​ຊອບ​ທັມ ເມື່ອ​ຂ້າ​ພຣະ​ອົງ​ຕື່ນ​ຂຶ້ນ ຂ້າ​ພຣະ​ອົງ​ຈະ​ເບີກ​ບານ​ໃຈ​ດ້ວຍ​ພຣະ​ລັກ​ສນະ​ຂອງ​ພຣະ​ອົງ

ເພງສັຣເສີນ 18

ດາ​ວິດ​ຂອບ​ພຣະ​ຄຸນ​ເພາະ​ຄວາມ​ມີ​ຊັຍ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣເສີນ​ຂອງ​ດາ​ວິດ ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ຊຶ່ງ​ຖວາຍ​ຖ້ອຍ​ຄຳ​ຂອງ​ເພງ​ບົດ​ນີ້​ແກ່​ພຣະ​ເຈົ້າ ໃນ​ວັນ​ທີ່​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ທ່ານ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ສັດ​ຕຣູ​ທັງ​ຫລາຍ​ຂອງ​ທ່ານ ແລະ​ຈາກ​ເງື້ອມ​ພຣະ​ຫັດ​ຂອງ​ຊາ​ອູນ ທ່ານ​ກ່າວ​ວ່າ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ກຳ​ລັງ​ຂອງ​ຂ້າພຣະ​ອົງ ຂ້າ​ພຣະ​ອົງຮັກ​ພຣະ​ອົງ 2 ພຣະ​ເຈົ້າ​ຊົງ​ເປັນ​ພຣະ​ສີ​ລາ ເປັນ​ປ້ອມ​ອັນ​ແຫນ້ນ​ຫນາ ແລະ​ຜູ້​ປ້ອງ​ກັນ​ຂອງ​ຂ້າ​ພຣະ​ອົງ ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ເປັນ​ພຣະ​ສີ​ລາ​ຊຶ່ງ​ຂ້າ​ພຣະ​ອົງ​ເຂົ້າ​ລີ້​ພັຍ​ຢູ່​ໃນ​ພຣະ​ອົງ ເປັນ​ໂລ່ ເປັນ​ພະ​ລັງ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ພຣະ​ອົງ​ ເປັນ​ທີ່​ກຳບັງ​ເຂັ້ມ​ແຂງ​ຂອງ​ຂ້າ​ພຣະ​ອົງ 3 ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ສົມ​ຄວນ​ແກ່​ການ​ສັຣ​ເສີນ ແລະ​ຂ້າ​ພຣະ​ອົງ​ໄດ້​ຮັບ​ການ​ຊ່ອຍ​ໃຫ້​ພົ້ນ​ຈາກ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ 4 ສາຍ​ມັດ​ຈຸ​ຣາ​ຊ​ລ້ອມ​ຂ້າ​ພຣະ​ອົງ​ໄວ້ ກະ​ແສ​ແຫ່ງ​ຄວາມ​ຫາຍະ​ນະ​ຖ້ວມ​ທັບ​ຂ້າ​ພຣະ​ອົງ 5 ສາຍ​ໃຍ​ຂອງແດນ​ຜູ້​ຕາຍ​ພັນ​ຕົວ​ຂ້າ​ພຣະ​ອົງ ບ້ວງ​ມັດ​ຈຸ​ຣາ​ຊ​ທີ່​ຈະ​ດັບ​ຊີ​ວິດຂ້າ​ພຣະ​ອົງ​ກໍ​ຫ້າງ​ໃສ່​ຢູ່​ສ​ເມີ 6 ໃນ​ຍາມ​ທຸກ​ເດືອດ​ຮ້ອນ​ໃຈ ຂ້າ​ພະ​ເຈົ້າ​ຣ້ອງ​ທູນ​ຕໍ່​ພຣະ​ເຈົ້າ ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ສະ​ດັບ​ສຽງ​ຂ​ອງ​ຂ້າ​ພະ​ເຈົ້າ ແລະ​ສຽງ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ໄປ​ເຖິງ​ພຣະ​ກັນ​ຂອງ​ພຣະ​ອົງ 7 ແລ້ວ​ແຜ່ນ​ດິນ​ໂລກ​ກໍ​ສັ່ນ​ສະ​ເທືອນ ແລະ​ຄອນ​ແຄນ ຮາກ​ຖານ​ຂອງ​ພູ​ກໍ​ຫວັ່ນ​ໄຫວ​ດ້ວຍ ແລະ​ສັ່ນ​ສະ​ເທືອນ​ເ ພາະ​ພຣະ​ອົງ​ຊົງ​ໂກດ 8 ຄວັນ​ໄຟ​ຟົ້ງ​ອອກ​ຈາກ​ຮູ​ດັງຂອງ​ພຣະ​ອົງ ແລະ​ໄຟ​ຜານ​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ ຖ່ານ​ກໍ​ຕິດ​ເປ​ວໄຟ​ນັ້ນ 9 ພຣະ​ອົງ​ຊົງ​ໂນ້ມ​ຟ້າສວັນ​ລົງ​ດ້ວຍ ແລະ​ສະ​ເດັດ​ລົງ​ມາ ຄວາມ​ມືດ​ຕຶບ​ຢູ່​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ 10 ພຣະ​ອົງ​ຊົງ​ຂີ່​ເຊ​ຣຸບ​ບິມ​ຕົນ​ນຶ່ງ ແລ້ວ​ຊົງ​ເຫາະ​ໄປ ພຣະ​ອົງ​ສະ​ເດັດ​ໂດຍ​ປີກ​ຂອ​ງລົມ​ 11 ພຣະ​ອົງຊົງ​ກະ​ທຳ​ໃຫ້​ຄວາມ​ມືດ​ປົກ​ຄຸມ​ພຣະ​ອົງ​ໄວ້ ໃຫ້​ເມກ​ທີ່​ມີ​ນ້ຳ​ອັນ​ຕຶບ​ຫນາ​ອ້ອມ​ພຣະ​ອົງ​ໄວ້ 12 ມີ​ລູກ​ເຫັບ​ແລະ​ຖ່ານ​ໄຟ​ແຕກ​ອອກ​ມາ​ທະ​ລຸ​ເມກ ຈາກ​ຄວາມ​ສວ່າງ​ສຸກ​ໃສ​ຂ້າງ​ຫນ້າ​ຂອງ​ພຣະ​ອົງ 13 ພຣະ​ຜູ້​ເປັນ​ເຈົ້າ​ທຳ​ໃຫ້​ຟ້າ​ຮ້ອງ​ກ້ອງ​ກັງ​ວານ​ໃນ​ຟ້າ​ສວັນ ແລະ​ອົງ​ສູງ​ສຸດ​ກໍ​ເປັ່ງ​ພຣະ​ສຸ​ຣະ​ສຽງ ຄື​ລູກ​ເຫັບ​ແລະ​ຖ່ານ​ໄຟ 14 ພຣະ​ອົງ​ຊົງ​ຍິງ​ທະ​ນູ​ຂອງ​ພຣະ​ອົງ​ອອກ​ໄປ ເຮັດ​ໃຫ້​ເຂົາ​ຕ່າງ​ກໍ​ກະ​ຈັດ​ກະ​ຈາຍ​ໄປ ພຣະ​ອົງ​ຊົງ​ປ່ອຍ​ຟ້າ​ແມບ​ເຫລື້ອມ​ເຮັດ​ໃຫ້​ປົບ​ຫນີ 15 ແລ້ວກໍ​ເຫັນ​ພື້ນ​ທະ​ເລ ຕລອດ​ຈົນຮາກ​ຖານ​ຂອງພິ​ພົບ​ກໍ​ປາ​ກົດ​ແຈ້ງ ເມື່ອ​ພຣະ​ອົງ​ຊົງ​ຂະ​ຫນາບ​ທະ​ເລ​ດ້ວຍ​ລົມທີ່​ພຸ່ງ​ຈາກ​ຊ່ອງ​ຮູ​ດັງ​ຂອງ​ພຣະ​ອົງ 16 ພຣະ​ອົງ​ຊົງ​ເອື້ອມ​ມາ​ຈາກ​ທີ່​ສູງ​ຊົງ​ຈັບ​ຂ້າ​ພະ​ເຈົ້າ ພຣະ​ອົງ​ຊົງ​ດຶງ​ຂ້າ​ພະ​ເຈົ້າ​ອອກ​ມາ​ຈາກ​ນ້ຳ​ອັນ​ແສນ​ເລີກ 17 ພຣະ​ອົງ​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ ໃຫ້​ພົ້ນ​ຈາ​ກສັດ​ຕຣູ​ທີ່ມີ​ອຳ​ນາດ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຈາກ​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ຂ້າ​ພະ​ເຈົ້າ ເພາະ​ເຂົາ​ມີ​ອະ​ນຸ​ພາບເກີນກວ່າຂ້າ​ພະ​ເຈົ້າ​ຫລາຍ 18 ເຂົາ​ໂຈມ​ຕີ​ຂ້າ​ພະ​ເຈົ້າ​ໃນ​ວັນ​ທີ່​ຂ້າ​ພະ​ເຈົ້າ​ເກີດມີ​ຄວາມ​ເດືອດ​ຮ້ອນ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພະ​ເຈົ້າ 19 ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ອອກ​ມາ​ຍັງ​ທີ່​ກ​ວ້າງ​ໃຫຍ່ ແລະ​ຊົງ​ຊູ​ຂ້າ​ພະ​ເຈົ້າ​ໄວ້​ເພາະ​ພຣະ​ອົງ​ຊົງ​ຊົມຊື່ນ​ຍິນ​ດີ​ໃນ​ຂ້າ​ພະ​ເຈົ້າ 20 ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ຮາງວັນ​ແກ່​ຂ້າ​ພະ​ເຈົ້າ ຕາມ​ຄວາມຊອບ​ທັມ​ຂອງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ຊົງ​ຕອບ​ແທນ​ຂ້າ​ພະ​ເຈົ້າ​ຕາມ​ຄວາມ​ສະ​ອາດ​ແຫ່ງ​ມື​ຂອງ​ຂ້າ​ພະ​ເຈົ້າ 21 ເພາະ​ຂ້າ​ພະ​ເຈົ້າ​ຮັກ​ສາ​ບັນ​ດາ​ພຣະ​ບັນ​ຍັດ ຂອງ​ພຣະ​ເຈົ້າ ​​ແລະ​ບໍ່​ໄດ້​ຫ່າງ​ຈາກ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ອະ​ທັມ 22 ເພາະ​ກົດ​ຫມາຍ​ທັງ​ສິ້ນ​ຂອງ​ພຣະ​ອົງ​ຢູ່​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ລະ​ເມີດ​ກົດ​ເກນ​ຂອງ​ພຣະ​ອົງ​ໄປ​ເລີຍ 23 ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ຂ້າ​ພະ​ເຈົ້າບໍ່​ມີຮອຍ​ຕຳ​ຫນີ ແລະ​ຂ້າ​ພະ​ເຈົ້າ​ຮັກ​ສາ​ຕົວ​ໄວ້ບໍ່​ເຮັດ​ບາບ​ຕໍ່​ພຣະ​ອົງ 24 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ຕອບ​ແທນ​ຂ້າ​ພະ​ເຈົ້າ​ຕາມ​ຄວາມ​ຊອບ​ທັມ​ຂອງ​ຂ້າ​ພະ​ເຈົ້າ ຕາມ​ຄວາມ​ສະ​ອາດ​ແຫ່ງ​ມື​ຂອງ​ຂ້າ​ພະ​ເຈົ້າ​ໃນສາຍພຣະ​ເນດ​ຂອງ​ພຣະ​ອົງ 25 ພຣະ​ອົງ​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງຕໍ່​ຜູ້​ທີ່​ຈົ່ງ​ຮັກ​ພັກ​ດີ ພຣະ​ອົງ​ຊົງ​ສຳ​ແດງ​ພຣະ​ອົງ​ຢ່າງ​ໄຮ້​ຕຳ​ຫນີ​ຕໍ່​ຜູ້​ທີ່​ໄຮ້​ຕຳ​ຫນີ 26 ພຣະ​ອົງ​ຊົງ​ສໍາ​ແດງ​ພຣະ​ອົງ​ບໍ​ຣິ​ສຸດ​ຕໍ່​ຜູ້​ທີ່​ບໍ​ຣິ​ສຸດ ພຣະ​ອົງ​ຊົງ​ສຳ​ແດງ​ພຣະ​ອົງ​ເປັນ​ສັດ​ຕຣູ​ຕໍ່​ຜູ້​ທີ່​ຄົດ​ໂກງ 27 ເພາະ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ປະ​ຊາ​ຊົນ​ທີ່​ຖ່ອມ​ຕົວ​ໃຫ້​ພົ້ນ​ພັຍ ແຕ່​ຄົນ​ຈອງ​ຫອງ​ນັ້ນ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຕ່ຳ​ລົງ 28 ພຣະ​ອົງ​ຊົງ​ຈຸດ​ຕະ​ກຽງ​ຂອງ​ຂ້າ​ພຣະ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ຊົງ​ກະ​ທຳ​ຄວາມ​ມືດ​ຂອງ​ຂ້າ​ພຣະ​ອົງ​ໃຫ້​ສວ່າງ 29 ​ຂ້າພຣະ​ອົງ​ຕະ​ລຸຍກອງທັບ​​ໄດ້​ໂດຍ​ພຣະ​ອົງ ແລະ​ໂດຍ​ພຣະ​​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ນີ້ ຂ້າ​ພະ​ເຈົ້າ​ສາ​ມາດ​ກະ​ໂດດ​ຂ້າມ​ກຳ​ແພງ​ໄດ້ 30 ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ອົງ​ນີ້ ພຣະ​ບັນ​ຍັດຂອງ​ພຣະ​ອົງບໍ​ຣິ​ບູນ ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ພິ​ສູດ​ແລ້ວ​ເປັນ​ຄວາມ​ຈິງ ພຣະ​ອົງ​ຊົງ​ເປັນ​ໂລ່​ຂອງ​ບັນ​ດາ​ຜູ້​ທີ່​ລີ້​ພັຍ​ຢູ່​ໃນ​ພຣະ​ອົງ 31 ເພາະ​ຜູ້​ໃດ​ຈະ​ເປັນ​ພຣະ​ເຈົ້າ ນອກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຜູ້​ໃດຫນໍຈະ​ເປັນ​ພຣະ​ສີ​ລາ ເວັ້ນ​ແຕ່​ພຣະ​ເຈົ້າ​ຂອງ​ເຮົາ 32 ຄື​ພຣະ​ເຈົ້າ​ຜູ້​ຊົງ​ເອົາ​ກຳ​ລັງ​ຄາດ​ແອວຂອງ​ຂ້າ​ພະ​ເຈົ້າ​ໄວ້ ແລະ​ຊົງ​ກະ​ທຳ​ໃຫ້​ທາງ​ຂອງ​ຂ້າ​ພະ​ເຈົ້າ​ປອດ​ໄພ 33 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຕີນ​ຂອງ​ຂ້າ​ພະ​ເຈົ້າ​ເຫມືອນ​ຢ່າງ​ຕີນ​ກ​ວາງ​ຕົວ​ເມັຽ ແລະ​ຊົງ​ວາງ​ຂ້າ​ພະ​ເຈົ້າ​ໄວ້​ເທິງ​ທີ່​ສູງ 34 ພຣະ​ອົງ​ຊົງ​ຝຶກ​ມື​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ທຳ​ສົງ​ຄາມ ດັ່ງນັ້ນ​ແຂນ​ຂອງ​ຂ້າ​ພະ​ເຈົ້າ​ສາ​ມາດ​ກົ່ງ​ທະ​ນູ​ທອງ​ສັມ​ຣິດ​ໄດ້ 35 ພຣະ​ອົງ​ປະ​ທານ​ໂລ່​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ອົງ​ໃຫ້​ຂ້າ​ພຣະ​ອົງ ແລະ​ຊຶ່ງ​ພຣະ​ອົງ​ຊົງ​ນ້ອມ​ພຣະ​ທັຍ​ລົງ​ກໍກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ໃຫຍ່​ຂຶ້ນ 36 ພຣະ​ອົງ​ປະ​ທານ​ທີ່ກວ້າງ​ຂ​ວາງ​ສຳ​ລັບທາງ​ຍ່າງ​ຂອງ​ຂ້າ​ພຣະ​ອົງ ເທົ້າ​ຂອງ​ຂ້າ​ພຣະ​ອົງ​ຈຶ່ງ​ບໍ່​ພາດ 37 ຂ້າ​ພຣະ​ອົງ​ໄລ່​ຕາມ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ທັນ ແລະ​ບໍ່​ຫັນ​ກັບ​ຈົນ​ກວ່າ​​ເຂົາ​ຈະ​ຖືກ​ທຳ​ລາຍ​ເສັຽ​ສິ້ນ 38 ຂ້າ​ພຣະ​ອົງ​ໄດ້​ແທງ​ເຂົາ​ທະ​ລຸ ເຂົາ​ຈຶ່ງ​ບໍ່​ສາ​ມາດ​ລຸກ​ຂຶ້ນ​ໄດ້​ອີກ ເຂົາ​ລົ້ມ​ລົງ​ທີ່​ໃຕ້​ຕີນ​ຂອງ​ຂ້າ​ພຣະ​ອົງ 39 ເພາະ​ພຣະ​ອົງຊົງ​ເອົາ​ກຳ​ລັງ​ຄາດ​ແອວ​ຂ້າ​ພຣະ​ອົງ​ໄວ້​ເພື່ອ​ທຳ​ສົງ​ຄາມ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຜາບ​ແພ້​ເຫລົ່າ​ສັດ​ຕຣູ 40 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ແລ່ນ​ເປີດ​ຫນີ​ໄປ ແລະ​ບັນ​ດາ​ຜູ້​ທີ່​ກຽດຊັງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ກໍ​ທຳ​ລາຍ​ເສັຽ​ສິ້ນ 41 ເຂົາ​ຮ້ອງ​ໃຫ້​ຊ່ອຍ ແຕ່​ບໍ່​ມີ​ໃຜ​ຊ່ອຍ​ໃຫ້​ລອດ​ໄດ້ ເຂົາ​ຣ້ອງ​ທູນ​ພຣະ​ເຈົ້າ ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ຕອບ​ເຂົາ 42 ຂ້າ​ພຣະ​ອົງ​ຈຶ່ງ​ທຸບ​​ເຂົາ​ແຫລກ​ລະ​ອຽດ​ເຫມືອນ​ຂີ້ຝຸ່ນ​ຊຶ່ງ​ຖືກ​ລົມ​ພັດ​ປິວ​ໄປ​ສິ້ນ ຂ້າ​ພຣະ​ອົງ​ຈຶ່ງ​ໂຍນ​​ເຂົາ​ອອກ​ໄປ​ເຫມືອນ​ຂີ້​ຕົມ​ຕາມ​ຖ​ນົນ 43 ພຣະ​ອົງ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກການແຍ່ງຊີງ​ກັບ​ປະ​ຊາ​ຊົນ ແລະ​ຊົງ​ຕັ້ງ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ຫົວ​ຫນ້າ​ຂອງ​ບັນ​ດາ​ປະ​ຊາ​ຊາດ ຊົນ​ຊາດ​ທີ່​ຂ້າ​ພຣະ​ອົງ​ບໍ່​ເຄີຍ​ຮູ້​ຈັກ ກໍ​ໄດ້​ບົວ​ລະບັດ​ຂ້າພຣະ​ອົງ 44 ພໍ​ເຂົາ​ໄດ້​ຍິນ​ເຖິງ​ຂ້າ​ພຣະ​ອົງ ເຂົາ​ກໍ​ເຊື່ອ​ຟັງ ຊົນ​ຕ່າງ​ດ້າວ​ໄດ້​ມາ​ຫມອບ​ກາບ​ຕໍ່​ຂ້າ​ພຣະ​ອົງ 45 ຊົນ​ຕ່າງ​ດ້າວ​ນັ້ນ​ເສັຽກຳ​ລັງ​ໃຈ ແລະ​ຕົວ​ສັ່ນ​ອອກ​ມາ​ຈາກ​ທີ່​ກຳ​ບັງ​ອັນ​ເຂັ້ມ​ແຂງ​ຂອງ​ເຂົາ​ເຫລົ່າ​ນັ້ນ 46 ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ແລະ​ພຣະ​ສີ​ລາ​ຂ​ອງ​ຂ້າ​ພຣະ​ອົງ​ເປັນ​ທີ່​ຄວນ​ສັຣເສີນ ພຣະ​ເຈົ້າ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ພຣະ​ອົງ​ເປັນ​ທີ່​ຍົກ​ຍ້ອງ 47 ຄື​ພຣະ​ເຈົ້າ​ຜູ້​ປະ​ທານ​ການ​ແກ້​ແຄ້ນ​ແກ່​ຂ້າ​ພຣະ​ອົງ ແລະ​ຊົງ​ປາບ​ປາມ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ໃຫ້​ຢູ່​ໃຕ້​ອຳ​ນາດ​ຂອງ​ຂ້າ​ພຣະ​ອົງ 48 ຜູ້​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້ພົ້ນ​ຈາ​ກ​ສັດ​ຕຣູ ພຣະ​ອົງ​ຊົງ​ຍົກ​ຂ້າ​ພຣະ​ອົງ​ຂຶ້ນ​ເຫນືອ​ປໍ​ຣະ​ປັກ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ຄົນ​ທາ​ຣຸນ​ໂຫດ​ຮ້າຍ 49 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເຫດ​ນີ້​ຂ້າ​ພຣະ​ອົງ​ຈຶ່ງ​ຂໍ​ເທີດ​ທູນ​ພຣະ​ອົງ​ໄວ້​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ ແລະ​ຣ້ອງ​ເພງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ 50 ພຣະ​ອົງ​ປະ​ທານ​ຊັຍ​ຊະນະ​ອັນ​ຍິ່ງ​ໃຫຍ່​ແກ່​ກະ​ສັດ​ຂອງ​ພຣະ​ອົງ ແລະ​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ແກ່​ຜູ້​ທີ່​ພຣະ​ອົງ​ຊົງ​ເຈີມ​ໄວ້​ນັ້ນ ຄື​ດາ​ວິດ​ແລະ​ເຊື້ອ​ສາຍ​ຂອງ​ທ່ານ​ຕລອດ​ໄປເປັນ​ນິດ

ເພງສັຣເສີນ 19

ຄວາມ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ໃນ​ການ​ນີ​ລະ​ມິດ​ສ້າງ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ທ້ອງ​ຟ້າ​ສະ​ແດງ​ເຖິງ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ​ຢ່າງ​ແຈ່ມ​ແຈ້ງ ແລະ​ບອກ​ເຖິງ​ການ​ກະ​ທຳ​ຂອງ​ພຣະ​ອົງ​ຢ່າງ​ຄັກ​ແນ່ 2 ແຕ່​ລະ​ມື້​ກໍ​ຢືນ​ຢັນ​ເຣື່ອງ​ນີ້​ແກ່​ມື້​ຕໍ່​ມາ ແຕ່ລະ​ມື້​ກໍ​ກ່າວ​ຢ້ຳ​ເຖິງ​ການ​ນີ້​ຈົນ​ຮອດ​ຄືນ​ຂອງ​ມື້​ໃຫມ່ 3 ບໍ່​ມີ​ຄຳ​ປາ​ໄສ​ຫລື​ຄຳ​ເວົ້າ​ໃດໆ​ທີ່​ເວົ້າ​ອອກ​ມາ ແລະ​ສຽງ​ໃດ​ກໍ​ບໍ່​ໄດ້​ຍິນ​ທັງ​ນັ້ນ 4 ແຕ່​ຍັງ​ມີ​ສຽງ​ຂອງ​ພ​ວກ​ປະ​ກາດ​ໄດ້​ແຜ່​ອອກ​ໄປ​ທົ່ວ​ໂລກ ຂ່າວ​ຂອງ​ເຂົາ​ໄດ້​ແຜ່​ອອກ​ໄປ​ຈົນ​ສຸດ​ແຜ່ນ​ດິນ ພຣະ​ເຈົ້າ​ຊົງ​ກາງ​ຜ້າ​ເຕັນ​ໃນ​ທ້ອງ​ຟ້າ​ໃຫ້​ແກ່ດວງ​ຕາ​ເວັນ 5 ມັນ​ໄດ້​ສ່ອງ​ແສງອ​ອກ​ມາ​ເຫມືອນ​ດັ່ງ​ເຈົ້າ​ບ່າວ​ທີ່​ກຳ​ລັງ​ຍ່າງ​ກ້າວ​ອອກ​ມາ​ຈາກ​ຫ້ອງວິ​ວາ ແລະ​ເຫມືອນ​ດັ່ງ​ນັກ​ກິ​ລາ​ທີ່​ຟ້າວ​ຟັ່ງ​ເອົາ​ໄຊ​ຊະ​ນະ​ໃນ​ການ​ແລ່ນ​ເສັງ​ກັນ 6 ຊຶ່ງ​ການ​ນີ້​ໄດ້​ຕັ້ງ​ຕົ້ນ​ໄປ​ຈົນ​ເຖິງ​ສຸດ​ຂອບ​ຟ້າ ແລະ​ໄດ້​ຫມຸນ​ວຽນ​ໄປ​ອ້ອມ​ບ່ອນ​ອື່ນ​ໂດຍ​ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ຫລົບ​ຫລີກ​ຈາກ​ຄວາມ​ຮ້ອນ​ນັ້ນ​ໄດ້

ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

7 ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຖືກ​ຕ້ອງ ແລະ​ເຮັດ​ໃຫ້​ມີ​ຊີ​ວິດ​ໃຫມ່ ຄຳ​ສັ່ງ​ຂອງ​ພຣະ​ອົງ​ໄວ້​ວາງ​ໃຈ​ໄດ້ ແລະ​ຊົງ​ປະ​ທານ​ຄວາມ​ສ​ລາດ​ແກ່​ຜູ້​ທີ່​ເບົາ​ປັນ​ຍາ 8 ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຖືກ​ຕ້ອງ ແລະ​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ພຣະ​ທັມ​ນີ້ກໍ​ມີ​ຄວາມ​ສຸກ ພຣະ​ທັມ​ຂອງ​ພຣະ​ອົງ​ຊົງ​ເຕັມ​ໄປ​ດ້ວຍ​ຄວາມ​ສັດ​ຈິງ ແລະ​ເຮັດ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ 9 ການຢໍາ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ການ​ດີ ແລະ​ດຳ​ຣົງ​ຄົງ​ຢູ່​ຕລອດ​ໄປ ການ​ຕັດ​ສິນ​ຂອງ​ພຣະ​ອົງ​ຊົງ​ສັດ​ຊື່ ແລະ​ຍຸດ​ຕິ​ທັມ​ເລື້ອຍໆ 10 ການ​ຕັດ​ສິນ​ນີ້​ປະ​ເສີດ​ເຫນືອກວ່າ​ຄຳ​ຊັ້ນ​ດີ ແລະ​ຍັງ​ຫວານ​ເຫນືອກວ່າ​ຍອດ​ນ້ຳ​ເຜີ້ງ 11 ການ​ຕັດ​ສິນ​ນີ້​ໃຫ້​ຄວາມ​ຮູ້​ແກ່​ຂ້າ​ພຣະ​ອົງ​ຊຶ່ງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ຮັບ​ຮາງວັນ​ຍ້ອນ​ການ​ເຊື່ອ​ຟັງ​ພຣະ​ທັມ​ນັ້ນ 12 ບໍ່​ມີ​ຜູ້​ໃດ​ເຫັນ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ​ໄດ້ ຂໍ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ຫລີ​ກ​ຫນີ​ຈາກ​ຄວາມ​ຜິດ​ທີ່​ປິດ​ບັງ​ໄວ້ 13 ຂໍ​ໂຜດ​ຊ່ອຍ​ໃຫ້​ຂ້າ​ພຣະ​ອົງປອດ​ພັຍ ແ​ລະ​ພົ້ນ​ຈາກ​ຄວາມ​ຜິດ​ທີ່​ເຮັດ​ດ້ວຍ​ເຈດ​ຕະ​ນາ​ດ້ວຍ ຂໍ​ຢ່າ​ໃຫ້​ສິ່ງ​ເຫລົ່າ​ນີ້​ຄຸ້​ມ​ຄອງ​ຂ້າພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ເປັນ​ທີ່​ຖືກ​ຕ້ອງ​ຢ່າງ​ສົມ​ບູນ ແລະ​ໃຫ້​ມີ​ອິສ​ຣະ​ຈາກ​ຄວາມ​ບາບ​ອັນ​ຫນັ​ກ​ຫນ່ວງ​ນັ້ນ 14 ຂໍ​ຊົງ​ໂຜດ​ຮັບ​ເອົາ​ຄວາມ​ເວົ້າ​ ແລະຄວາມ​ຄິດ​ຂອງ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ ແລະ​ເປັນ​ຜູ້​ທີ່​ໄຖ່​ຂ້າພຣະ​ອົງ​ອອກ​ຈາກ​ຄວາມ​ຜິດ

ເພງສັຣເສີນ 20

ຄຳ​ອ້ອນວອນ​ເພື່ອ​ຊັຍ​ຊະ​ນະ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣເສີນ ​ຂອງ​ດາ​ວິດ

1 ຂໍ​ພຣະ​ເຈົ້າ​ຊົງ​ຕອບ​ທ່ານ​ໃນ​ວັນ​ຍາກ​ລຳ​ບາກ ພຣະ​ນາມ​ຂອງ​ພຣະ​ເຈົ້າ​ແຫ່ງ​ຢາ​ໂຄບ​ພິ​ທັກ​ຮັກ​ສາ​ທ່ານ 2 ຂໍ​ພຣະ​ອົງ​ຊົງ​ໃຫ້​ຄວາມ​ຊ່ອຍ​ເຫລືອ​ມາ​ຈາກ​ສະ​ຖານ​ນະ​ມັ​ສ​ການ ແລະ​ໃຫ້​ຄວາມ​ສ​ນັບ​ສ​ນຸນ​ທ່ານ​ມາ​ຈາກ​ເມືອງ​ຊີ​ໂອນ 3 ຂໍ​ຊົງ​ລະ​ນຶກ​ເຖິງ​ເຄື່ອງ​ຖວາຍ​ທັງ​ສິ້ນ​ຂອງ​ທ່ານ ແລະ​ໂປດ​ປານ​ເຄື່ອງ​ເຜົາ​ບູ​ຊາ​ຂອງ​ທ່ານ 4 ຂໍ​ຊົງ​ໂຜດ​ໃຫ້​ຕາມ​ທີ່​ທ່ານ​ປາ​ຖ​ນາ ແລະ​ນຳ​ພາແຜນ​ການທຸກຢ່າງ​ໃຫ້​ສຳ​ເຣັດ 5 ເພື່ອ​ພວກ​ເຮົາ​ຈະ​ໄດ້​ໂຮ່ຮ້ອງ​ ເນື່ອງ​ເຖິງ​ຄວາມ​ມີ​ໄຊ​ຂອງ​ທ່ານ ຍ້ອນ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ພຣະ​ເຈົ້າ​ຊົງ​ໂຜດໃຫ້​ຄຳ​ທູນ​ຂໍ​ທັງ​ສິ້ນ​ຂອງ​ທ່ານ​ສຳ​ເຣັດ​ເຖິດ 6 ບັດ​ນີ້ ຂ້າ​ພະ​ເຈົ້າ​ຮູ້ວ່າ​ພຣະ​ເຈົ້າ​ຈະ​ຊົງ​ຊ່ອຍ​ຜູ້​ທີ່​ພຣະ​ອົງ​ຊົງ​ເລືອ​ກໄວ້ ພຣະ​ອົງ​ຈະ​ຊົງ​ຕອບ​ເຂົາ​ຈາກ​ຟ້າ​ສວັນ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ແລະ​ໂດຍ​ຊັຍ​ຊະ​ນະ​ອັນ​ຊົງ​ອາ​ນຸ​ພາບ​ດ້ວຍ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ 7 ບາງ​ຄົນ​ກໍ​ໂອ້ອວດ​ເຣື່ອງ​ຣົດ​ຮົບ ແລະ​ກໍ​ເຣື່ອງ​ມ້າ ແຕ່​ເຮົາ​ອວດ​ເຣື່ອງ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​​ເຮົາ 8 ເຂົາ​ທັງ​ຫລາຍ​ຈະ​ລົ້ມ​ຍ້ອນ​ເຕະ​ສະ​ດຸດ ແຕ່​ເຮົາ​ຈະລຸກ​ຂຶ້ນ​ຢືນ​ຕົງ​ຢູ່ 9 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ປະ​ທານ​ຊັຍ​ຊະນະ​ແດ່ພຣະ​ຣາ​ຊາ ເມື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຮ້ອງ​ທູນ​ຂໍ​ພຣະ​ອົງ​ຊົງ​ຕອບ​ດ້ວຍ​ເຖີດ

ເພງສັຣເສີນ 21

ຄຳ​ສັຣເສີນ​ເພາະ​ໄດ້​ຮັບ​ການ​ຊ່ອຍ​ໃຫ້​ພົ້ນ​ຈາກ​ສັດ​ຕຣູ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພ​ງສັຣ​ເສີນ ​ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ກະ​ສັດ​ຈະ​ຍິນ​ດີ​ໃນ​ພຣະ​ກຳ​ລັງ​ຂອງ​ພຣະ​ອົງ ທ່ານ​ຈະ​ຊົມ​ຊື່ນຍິນ​ດີ​ໃນ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ອົງ 2 ພຣະ​ອົງ​ໃຫ້​ທ່ານ​ໄດ້​ຮັບ​ຕາມ​ໃຈ​ປາ​ຖ​ນາ ແລະ​ບໍ່ ໄດ້​ຊົງ​ຍັບ​ຢັ້ງສິ່ງ​ທີ່​ທ່ານ​ຮ້ອງ​ທູນ​ຂໍ 3 ເພາະ​ພຣະ​ອົງ​ໄດ້​ມາ​ຫາ​ທ່ານ​ດ້ວຍ​ພຣະ​ພອນອັນ​ມະ​ຫາ​ສານ ແລະ​ສວ​ມ​ມົງ​ກຸດ​ຄຳ​ໃຫ້​ທ່ານ​ດ້ວຍ 4 ​ທ່ານ​ທູນ​ຂໍ​ຊີ​ວິດ ແລະ​ພຣະ​ອົງ​ກໍ​ປະ​ທານ​ຊີ​ວິດ​ທີ່​ຍືນ​ຍາວ​ນານ​ດ້ວຍ 5 ໂດຍ​ຄວາມ​ຊ່ອຍ​ຊູ​ ແລະ​​ສັ​ກ​ສີຂອງ​ທ່ານ​ຈຶ່ງ​ຍິ່ງ​ໃຫຍ່ ພຣະ​ເຈົ້າຊົງ​ປະ​ດັບ​ພຣະ​ຣາ​ຊາ​ດ້ວຍ​ຍົດ​ສັກ ໃຫ້​ທ່ານ​ມີ​ຊື່​ສຽງ ແລະ​ຣິດ​ອຳ​ນາດ 6 ​ພຣະ​ພອນ​ນັ້ນ​ກໍ​ດຳ​ຣົງ​ຢູ່​ກັບ​ທ່ານເປັນ​ນິດ ແລະ​ຊົງ​ກະ​ທຳ​ໃຫ້​ທ່ານ​ຊົມ​ຊື່ນ​ຍິນ​ດີຕໍ່​ເບື້ອງ​ພຣະ​ພັກ​ຂອງ​ພຣະ​ອົງ 7 ເພາະ​ພຣະ​ຣາ​ຊາ​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຜູ້​ສູງ​ສຸດ ທ່ານ​ຈະບໍ່​ຫວັ່ນ​ໄຫວ​ເລີຍ 8 ພຣະ​ຫັດ​ຂອງ​ພຣະ​ອົງ ຈະ​ຄົ້ນ​ພົບ​ເຫລົ່າ​ສັດ​ຕຣູ​ທັງ​ຫລາຍ ພຣະ​ຫັດ​ຂວາ​ຈະ​ພົບບັນດາ​ຜູ້​ທີ່​ກຽດຊັງພຣະ​ອົງ 9 ເມື່ອ​ພຣະ​ອົງ​ຊົງ​ປາ​ກົດ ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ເຂົາ​ຮ້ອນ​ຈັດ​ດັ່ງ​ເຕົາ​ໄຟ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກືນ​ເຂົາ​ດ້ວຍ​ພຣະ​ພິ​ໂຣດ ແລະ​ໄຟ​ຈະ​ເຜົາ​ຜານ​​ເຂົາ​ໃຫ້​ດັບ​ສິ້ນ 10 ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ລູກ​ຫລານ​ຂອງ​ເຂົາ​ເສັຽ​ຈາກ​ແຜ່ນ​ດິນ​ໂລກ ແລະພາກ​ເຊື້ອ​ສາຍ​ຂອງ​​ເຂົາ​ຈາກ​ບຸດ​ຂອງ​ມະ​ນຸດ 11 ເຖິງວ່າເຂົາທັງ​ຫລາຍ​ໄດ້​ປອງ​ຮ້າຍ​ຕໍ່​ພຣະ​ອົງ ແມ້​ເຂົາ​ປະ​ດິດ​ເຣື່ອງ​ຊົ່ວ​ຮ້າຍ ເຂົາ​ກໍ​ຈະ​ກະ​ທຳ​ບໍ່​ສຳ​ເຣັດ 12 ເພາະ​ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ເຂົາ​ຫນີ​ພ່າ​ຍໄປສິ້ນ ແລະ​ຈະ​ຊົງ​ເລັງ​ທະ​ນູ​ໄປ​ຕົງ​ຫນ້າ​ຂອງ​ເຂົາ 13 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເຊີດ​ຊູ​ໃນ​ພຣະ​ກຳ​ລັງ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ທັງ​ຫລາຍ ຈະ​ຮ້ອງ​ເພງ​ສັຣ​ເສີນ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ

ເພງສັຣເສີນ 22

ຄວາມ​ຮ້ອງ​ອັນ​ແສນ​ເຈັບ​ປວດ ແລະ​ບົດ​ເພງ​ ສັຣ​ເສີນ ເຖິງ​ຫົວ​ຫນ້າ​ນັ​ກ​ຮ້ອງ ຕາມ​ທຳ​ນອງກວາງ​ແຫ່ງ​ຍາມ​ຮຸ່ງ​ອະ​ຣຸນ ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ເຫດ​ໃດ​ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ປະ​ປ່ອຍ​ຂ້າ​ພຣະ​ອົງ? ຂ້າ​ພຣະ​ອົງ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຢ່າງ​ສິ້ນ​ຄວາມ​ຫວັງ ແຕ່ກໍຍັງ​ບໍ່​ທັນ​ໄດ້​ຮັບ 2 ພຣະ​ອົງ​ເຈົ້າ​ຂ້າ ຕລອດ​ທັງ​ວັນ​ຂ້າ​ພຣະ​ອົງ​ໄດ້​ຮ້ອງ​ຫາ​ພຣະ​ອົງ ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ຕອບ​ຂ້າພຣະ​ອົງ ຂ້າ​ພຣະ​ອົງ​ຮ້ອງ​ຫາ​ພຣະ​ອົງ​ໃນ​ຍາມ​ກາງ​ຄືນ​ຈົນ​ບໍ່​ໄດ້​ພັກ​ຜ່ອນ 3 ພຣະ​ອົງ​ຊົງ​ເປັນ​ອົງ​ບໍ​ຣິ​ສຸດ​ທີ່​ປະ​ທັບ​ຢູ່​ເທິງ​ພຣະ​ທີ່​ນັ່ງ ຊົງ​ເປັນ​ຜູ້​ທີ່​ພວກ​ອິສ​ຣາ​ເອນ​ພາ​ກັນ​ກ່າວສັຣ​ເສີນ 4 ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ເຊື່ອ​ຫມັ້ນ​ໃນພຣະ​ອົງ ພວກ​ທ່ານໄດ້​ເຊື່ອ​ພຣະ​ອົງ​ແລະ​ພຣະ​ອົງ​ໄດ້​ຊ່ອຍໃຫ້​ພົ້ນ 5 ພວກ​ທ່ານໄດ້​ຣ້ອງ​ຫາ​ພຣະ​ອົງ ແລະ​ກໍໄດ້​ພົ້ນ​ຈາກ​ອັນ​ຕະ​ຣາຍ ພວກ​ທ່ານ​ເຊື່ອ​ພຣະ​ອົງ ແລະ​ບໍ່​ໄດ້​ສູນ​ເສັຽ​ຄວາມ​ຫວັງ 6 ດຽວ​ນີ້ ຂ້າ​ພຣະ​ອົງ​ບໍ່​ເປັນ​ຄື​ຄົນ ແຕ່​ຄື​ຕົວ​ຫນອນ​ຊຶ່ງ​ທຸກໆ​ຄົນ​ກຽດ​ຊັງ ແລະ​ຫມິ່ນ​ປະ​ຫມາດ 7 ທຸກໆ​ຄົນ​ທີ່​ເຫັນ​ຂ້າ​ພຣະ​ອົງ​ກໍ​ຫົວ​ຂວັນ​ໃສ່​ຂ້າ​ພຣະ​ອົງ ເຂົາ​ແລບ​ລີ້ນ ແລະ​ແກວ່ງ​ຫົວ​ໃສ່​ຂ້າ​ພຣະ​ອົງ 8 ​ເຂົາ​ເວົ້າ​ວ່າ, “ເຈົ້າ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ບໍ່​ຊ່ອຍ​ໃຫ້​ພົ້ນ ຖ້າ​ວ່າ​ພຣະ​ອົງ​ພໍພຣະ​ທັຍ​ໃນ​ເຈົ້າ ເປັນ​ຫຍັງ​ພຣະ​ອົງ​ບໍ່​ຊົງ​ຊ່ອຍ​ເຫລືອ​ເຈົ້າ?” 9 ພຣະ​ອົງ​ຊົງ​ເປັນ​ຜູ້​ນຳ​ຂ້າ​ພຣະ​ອົງ​ໃຫ້​ເກີດ​ມາ​ຢ່າງ​ປອດ​ພັຍ ເມື່ອ​ຂ້າ​ພຣະ​ອົງ​ຍັງ​ນ້ອຍ ພຣະ​ອົງ​ໄດ້​ຊົງ​ປົກ​ປັກ​ຮັກ​ສາ​ຂ້າ​ພຣະ​ອົງ 10 ນັບ​ແຕ່​ຂ້າ​ພຣະ​ອົງ​ເກີດ​ອອກ​ມາ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ 11 ຂໍ​ຢ່າ​ຢູ່​ຫ່າງ​ໄກ​ຈາກ​ຂ້າ​ພຣະ​ອົງ ເພາະ​ຄວາມ​ລຳ​ບາກ​ເຂົ້າ​ມາ​ໃກ້​ແລ້ວ ແລະ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ຂ້າ​ພຣະ​ອົງ​ໄດ້ 12 ສັດ​ຕຣູ​ຫລາຍ​ຄົນ​ໄດ້​ອ້ອມ​ຮອບ​ຂ້າ​ພຣະ​ອົງ​ເຫມືອນ​ດັ່ງ​ຝູງ​ງົວ​ປ່າ ​ເຂົາ​ທັງ​ຫມົດ​ອ້ອມ​ຮອບ​ພວກ​ຂ້າ​ພຣະ​ອົງ​ໄວ້​ເຫມືອນ​ດັ່ງ​ຝູງ​ງົວ​ເຖິກ​ທີ່​ໂຫດ​ຮ້າຍ​ຈາກ​ດິນ​ແດນ​ບາ​ຊານ 13 ​ເຂົາ​ອ້າ​ປາກ​ເຫມືອນ​ໂຕ​ສິງທີ່​ກຳ​ລັງ​ສົ່ງ​ສຽງ​ຮ້ອງ ແລະ​ກໍາ​ລັງ​ຈະ​ທຳ​ຮ້າຍ​ຂ້າ​ພຣະ​ອົງ 14 ເຫື່ອ​ແຮງ​ຂອງ​ຂ້າ​ພຣະ​ອົງ​ໄດ້​ສູນ​ເສັຽ​ໄປ​ຫມົດ​ເຫມືອນ​ດັ່ງ​ນ້ຳ​ທີ່​ໄຫລ​ຊື່ມ​ລົງ​ດິນ ແລະ​ກະ​ດູກ​ຂອງ​ຂ້າ​ພຣະ​ອົງ​ກໍ​ຫລຸດ​ອອກ​ຈາກ​ກັນ ຫົວ​ໃຈ​ຂອງ​ຂ້າ​ພຣະ​ອົງ​ໄດ້​ເປື່ອຍ​ລະ​ລາຍ​ເຫມືອນ​ດັ່ງ​ນ້ຳ​ເຜິ້ງ 15 ສ່ວນ​ລຳ​ຄໍ​ຂອງ​ຂ້າ​ພຣະ​ອົງ​ກໍ​ແຫ້ງ​ຄື​ຂີ້​ຝຸ່ນ​ດິນ ແລະ​ລີ້ນ​ຂ້າ​ພຣະ​ອົງ​ກໍ​ຫົດ​ເຂົ້າ​ໄປ​ຫາ​ເຫລືອກ ພຣະ​ອົງ​ໄດ້​ປະ​ຂ້າ​ພຣະ​ອົງ​ໄວ້​ເຫມືອນ​ຄົນ​ຕາຍ​ແລ້ວ 16 ຝູງ​ຄົນ​ຊົ່ວ​ອ້ອມ​ຮອບ​ຂ້າ​ພຣະ​ອົງ​ໄວ້ ເຫມືອນ​ດັ່ງ​ຝູງ​ຫມາ​ທີ່​ຫຍັບ​ເຂົ້າ​ມາ​ໃກ້​ຂ້າ​ພຣະ​ອົງ ພວກ​ມັນ​ກັດ​ຈີກ​ມື​ຕີນ​ຂອງ​ຂ້າ​ພຣະ​ອົງ 17 ກະ​ດູກ​ທຸກໆ​ຊີ້ນ​ຂອງ​ຂ້າ​ພຣະ​ອົງ​ກໍ​ແລ​ເຫັນ​ໄດ້ ສັດ​ຕຣູ​ທັງ​ຫລາຍ​ຈ້ອງ​ຕາ​ເບິ່ງ​ຂ້າ​ພຣະ​ອົງ 18 ພວກ​ມັນ​ເອົາ​ເສື້ອ​ຜ້າ​ຂອງ​ຂ້າ​ພຣະ​ອົງ​ມາ​ແບ່ງ​ປັນ​ກັນ ແລະ​ເອົາ​ເສື້ອ​ຄຸມ​ຂອງ​ຂ້າ​ພຣະ​ອົງ​ມາ​ຈົກ​ສະ​ຫລາກ​ກັນ 19 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຢ່າ​ຊົງ​ຢູ່​ຫ່າງ​ຈາກ​ຂ້າ​ພຣະ​ອົງ ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຟ້າວ​ມາ​ຊ່ອຍ​ຂ້າ​ພຣະ​ອົງ​ແດ່​ຖ້ອນ 20 ຂໍ​ພຣະ​ອົງ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ດາບ ແລະ​ຊົງ​ຊ່ອຍ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຝູງ​ຫມາ​ຮ້າຍ 21 ຈົ່ງ​ຊ່ອຍ​ຊີວິດ​ຂ້າ​ພຣະ​ອົງ​ຈາກ​ຝູງ​ສິງ ຂ້າ​ພຣະ​ອົງ​ຫມົດ​ຫົນ​ທາງ​ເມື່ອ​ຢູ່​ຕໍ່​ຫນ້າ​ງົວ​ກະ​ທິງ​ເຫລົ່າ​ນັ້ນ 22 ຂ້າພຣະ​ອົງ​ຈະ​ບອກ​ປະ​ຊາ​ຊົນ​ຂອງ​ຂ້າ​ພຣະ​ອົງ​ໃນ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນ​ພຣະ​ອົງ​ເວ​ລາ​ປະ​ຊຸມ 23 ພວກ​ເຈົ້າ​ທີ່​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສັຣ​ເສີນ​ພຣະ​ອົງ ພວ​ກ​ເຈົ້າ​ທີ່​ເປັນ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ຈົ່ງ​ຖວາຍ​ກຽດ​ແດ່​ພຣະ​ອົງ ແລະ​ພວກ​ເຈົ້າ​ທີ່​ເປັນ​ຊາວ​ອິສ​ຣາ​ເອນ ຈົ່ງ​ນະ​ມັ​ສ​ການ​ພຣະ​ອົງ 24 ພຣະ​ອົງ​ບໍ່​ໄດ້​ປ່ອຍ​ຄົນ​ທຸກ​ຍາກ​ຫລື​ທຳ​ເສີຍ​ຕໍ່​ການ​ທົນ​ທຸກ​ທໍ​ຣະ​ມານ​ຂອງ​ເຂົາ ບໍ່​ໄດ້​ປີ່ນ​ພຣະ​ພັກ​ຈາກ​ເຂົາ ແຕ່​ໄດ້​ຊົງ​ຕອບ​ເມື່ອ​ເຂົາ​ຂໍ​ຮ້ອງ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ອົງ 25 ຂ້າ​ພຣະ​ອົງ​ຈະ​ສັຣເສີນ​ໃນ​ສີ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ຕໍ່​ຖ້າມ​ກາງ​ການ​ປະ​ຊຸມ ຂ້າ​ພຣະ​ອົງ​ຈະ​ຖວາຍ​ບູ​ຊາ​ດັ່ງ​ທີ່​ຂ້າ​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້​ຕໍ່​ຫນ້າ​ທຸກໆ​ຄົນ​ທີ່​ຢຳ​ເກງ​ພຣະ​ອົງ 26 ຄົນ​ທຸກ​ຍາກ​ຈະ​ກິນ​ອີ່ມ ສ່ວນ​ຜູ້​ທີ່​ເຂົ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ສັຣ​ເສີນ​ພຣະ​ອົງ ຂໍ​ໃຫ້​​ເຂົາ​ຈະ​ເຣີນ​ຮຸ່ງ​ເຮືອງ​ຂຶ້ນ​ຕລອດ​ໄປ 27 ຊົນ​ຊາດ​ທັງ​ປວງ​ຈະ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັ​ນ​ເຈົ້າ​ເຂົາ​ຈະ​ກັບ​ມາ​ຫາ​ພຣະ​ອົງ​ໃນ​ທຸກໆ​ບ່ອນ​ທົ່ວ​ໂລກ​ນີ້ ເຊື້ອ​ສາຍ​ຕ່າງໆ​ຈະ​ຂາບ​ໄຫວ້​ພຣະ​ອົງ 28 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ ແລະ​ພຣະ​ອົງ​ກໍ​ຊົງ​ປົກ​ຄອງ​ເຫມືອນ​ຊົນ​ຊາດ​ທັງ​ປວງ 29 ​ຄົນ​ທີ່​ຈອງ​ຫອງ​ທັງ​ຫມົດ​ຈະ​ກາບລົງ​ຕໍ່​ພຣະ​ອົງ ມະ​ນຸດ​ທຸກໆ​ຄົນ​ຈະ​ຂາບ​ໄຫວ້​ຕໍ່​ພຣະ​ພັກ​ພຣະ​ອົງ ແລະ​ຕລອດ​ທັງ​ທຸ​ກ​ຄົນ​ທີ່​ລໍ​ຄອຍ​ຄວາມ​ຕາຍ 30 ພວກ​ເຊື້ອ​ສາຍ​ຕໍ່​ມາ​ຈະ​ຮັບ​ໃຊ້​ພຣະ​ອົງ ມະ​ນຸດ​ຈະ​ກ່າວ​ເຣື່ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ຊົ່ວ​ເຊື້ອ​ສາຍ​ຂອງ​ເຂົາ 31 ປະ​ຊາຊົນ​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດ​ມາ​ຈະ​ໄດ້​ຍິນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຊ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ພັຍ”

ເພງສັຣເສີນ 23

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ລ້ຽງ​ຂ້າ​ພຣະ​ອົງ ເພງ​ສັຣເສີນ​ ຂອງ​ດາ​ວິດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ລ້ຽງ​ຂ້າ​ພຣະ​ອົງ ຂ້າພຣະ​ອົງ​ມີ​ທຸກ​ສິ່ງ​ທີ່​ຂ້າ​ພຣະ​ອົງຕ້ອງ​ການ 2 ພຣະ​ອົງ​ຊົງ​ພາຂ້າພຣະ​ອົງໃຫ້​ພັກ​ເຊົາ​ຢູ່​ໃນ​ປ່າ​ຫຍ້າ​ອັນ​ຂຽວ​ສົດ ພຣະ​ອົງ​ຊົງ​ພາກ​ຂ້າ​ພຣະ​ອົງ​ໄປ​ໃນ​ບ່ອນ​ທີ່​ບໍ່​ນ້ຳ​ອັນ​ສົດ​ໃສ ແລະ​ງຽບ​ສ​ງັດ 3 ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ມີ​ແຮງ​ຂຶ້ນ​ໃຫມ່ ແລະ​ຊົງ​ພາຂ້າ​ພຣະ​ອົງ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ 4 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ແມ່ນ​ວ່າ​ທາງ​ຈະ​ຜ່ານ​ຄວາມ​ມືດ​ມົນ​ອັນ​ເລິກ​ລັບ ຂ້າ​ພຣະ​ອົງ​ກໍ​ຈະ​ບໍ່​ຢ້ານ ເພາະ​ວ່າ​ພຣະ​ອົງ​ຊົງ​ຢູ່​ກັບ​ຂ້າ​ພຣະ​ອົງ ໄມ້​ຄ້ອນ​ແລະ​ໄມ້​ເທົ້າ​ທີ່​ພຣະ​ອົງ​ຊົງ​ໃຊ້​ກໍ​ຊ່ອຍ​ໃຫ້​ຂ້າ​ພຣະ​ອົງ​ພົ້ນ​ພັຍ 5 ພຣະ​ອົງ​ຊົງ​ລ້ຽງ​ດູ​ຂ້າ​ພຣະ​ອົງ​ຢ່າງ​ອີ່ມ​ຫນຳ​ສຳ​ຮານ​ຖ້າມ​ກາງ​ສັດ​ຕຣູ​ທັງ​ຫລາຍ ພຣະ​ອົງ​ຊົງ​ຕ້ອນ​ຮັບ​ຂ້າ​ພຣະ​ອົງ​ໂດຍ​ຖອກ​ນ້ຳ​ມັນ​ຫອມ​ໃສ່​ເທີງ​ຫົວ​ຂ້າ​ພຣະ​ອົງ ແລະ​ຊົງ​ໃຫ້​ຈອກ​ຂ້າ​ພຣະ​ອົງ​ເຕັມ​ລົ້ນ​ຢູ່ 6 ຄວາມ​ດີ​ແລະ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຈະ​ຢູ່​ກັບ​ຂ້າ​ພຣະ​ອົງ​ຕລອດ​ຊົ່ວ​ຊີ​ວິດ ແລະ​ພຣະ​ວິ​ຫານ​ຂອງພຣະ​ອົງ​ກໍຈະ​ເປັນ​ເຮືອນ​ຢູ່​ຂອງ​ຂ້າ​ພຣະ​ອົງ​ຕລອດ​ໄປ

ເພງສັຣເສີນ 24

ເຈົ້າ​ຊີ​ວິດ​ອົງ​ຍິ່ງ​ໃຫຍ່ ເພງ​ສັຣ​ເສີນ ຂອງ​ດາ​ວິດ​

1 ແຜ່ນ​ດິນ​ໂລກ ແລະ​ທຸກໆ​ສິ່ງ​ໃນ​ໂລກ​ນີ້​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜືນ​ແຜ່ນ​ດິນ​ແລະ​ທຸກ​ຄົນ​ທີ່​ອາ​ໄສ​ຢູ່ກໍ​ເປັນ​ຂອງ​ພຣະ​ອົງ 2 ພຣະ​ອົງ​ຊົງ​ສ້າງ​ໂລກ​ນີ້​ຢູ່​ເບື້ອງ​ເທິງ​ນ້ຳ ແລະ​ພຣະ​ອົງ​ຊົງ​ວາງ​ຮາກ​ຖານ​ແຜ່ນ​ດິນ​ຢູ່​ພື້ນ​ມະ​ຫາ​ສະ​ຫມຸດ​ອັນ​ເລິກ 3 ຜູ້​ໃດ​ອາດ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ຜູ້​ໃດ​ມີ​ອະ​ນຸ​ຍາດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ໄດ້ 4 ຜູ້​ນັ້ນ​ຕ້ອງ​ເປັນ​ຄົນ​ຂາວ​ສະ​ອາດ​ທັງ​ການ​ກະ​ທຳ​ແລະ​ຄວາມ​ຄິດ ແລະ​ເປັນ​ຜູ້​ທີ່​ບໍ່​ຍອມ​ນະ​ມັສ​ການ​ຮູບ​ເຄົາ​ຣົບ ຫລື​ບໍ່​ຕັ້ງ​ຄຳ​ສັນ​ຍາ​ເທັດ 5 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ຄົນ​ນັ້ນ ພຣະ​ເຈົ້າ​ຊຶ່ງ​ເປັນ​ພຣະ​ຜູ້​ຊ່ອຍ​ຈະ​ປະ​ກາດ​ຄວາມ​ຊອບ​ທັມ​ຂອງ​ເຂົາ 6 ປະ​ຊາ​ຊົນ​ຢ່າງ​ນີ້​ແຫລະ​, ເປັນ​ຜູ້​ທີ່​ຫຍັບ​ເຂົ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ 7 ດັ່ງ​ນັ້ນ ຈົ່ງ​ໄຂ​ປະ​ຕູ​ເມືອງ​ອອກ​ໃຫ້​ກວ້າງ ແລະ​ຈົ່ງ​ໄຂ​ປະ​ຕູ​ອັນ​ເກົ່າ​ແກ່​ອອກ ແລ້ວ​ເຈົ້າ​ຊີ​ວິດ​ອົງ​ຊົງ​ສະ​ງ່າ​ຣາ​ສີ​ຈະ​ສະ​ເດັດ​ເຂົ້າ​ໄປ 8 ແມ່ນ​ໃຜ​ເປັນ​ເຈົ້າ​ຊີ​ວິດ​ອົງ​ຊົງ​ສະ​ງ່າ​ຣາ​ສີ​ນີ້? ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ມີ​ອຳ​ນາດ​ແລະ​ເຂັ້ມ​ແຂງ ແລະ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ຊະນະ​ໃນ​ສະ​ຫນາມ​ຮົບ 9 ດັ່ງ​ນັ້ນ ຈົ່ງ​ໄຂ​ປະ​ຕູ​ເມືອງອ​ອກ​ໃຫ້​ກວ້າງ ແລະ​ຈົ່ງ​ໄຂ​ປະ​ຕູ​ອັນ​ເກົ່າ​ແກ່​ອອກ ແລ້ວ​ເຈົ້າ​ຊີ​ວິດ​ອົງ​ຊົງ​ສະ​ງ່າ​ຣາ​ສີ​ຈະ​ສະ​ເດັດ​ເຂົ້າ​ໄປ 10 ແມ່ນ​ໃຜ​ເປັນ​ເຈົ້າ​ຊີ​ວິດ​ອົງ​ຊົງສະ​ງ່າ​ຣາ​ສີ ແມ່ນພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່

ເພງສັຣເສີນ 25

ການ​ອ້ອນວອນ​ຂໍ​ການ​ນຳ​ພາ ແລະ​ການ​ປ້ອງ​ກັນ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ວິງ​ວອນ​ຕໍ່​ພຣະ​ອົງ 2 ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ເຊື່ອ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ເນື່ອງ​ຈາກ​ການ​ແຕກ​ພ່າຍ ຂໍ​ຢ່າ​ໃຫ້​ສັດ​ຕຣູ​ເຍາະ​ເຍີ້ຍ​ຂ້າ​ພຣະ​ອົງ 3 ຜູ້​ທີ່​ເຊື່ອ​ວາງ​ໃຈ​ໃນ​ພຣະ​ອົງ​ຈະ​ບໍ່​ຜ່າຍ​ແພ້ ແຕ່​ຈະ​ຕົກ​ຖືກ​ຜູ້​ທີ່​ຄິດ​ກະ​ບົດ​ຕໍ່​ສູ້​ພຣະ​ອົງ 4 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ສັ່ງ​ສອນ​ຂ້າ​ພຣະ​ອົງ​ໃຫ້​ຮູ້​ຈັກ​ຫົນ​ທາງ​ຂອງ​ພຣະ​ອົງ ແລະ​ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ຈັກ​ວິ​ທີ​ທາງ​ນີ້ 5 ຂໍ​ຊົງ​ສັ່ງ​ສອນ​ຂ້າ​ພຣະ​ອົງ​ໃຫ້​ດຳ​ຣົງ​ຢູ່​ຕາມ​ຄວາມ​ຈິງ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ຊ່ອຍ​ຂອງ​ຂ້າພຣະ​ອົງ ຂ້າ​ພຣະ​ອົງ​ເຊື່ອ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຕລອດ​ເວ​ລາ 6 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ລະ​ນຶກ​ເຖິງ​ພຣະ​ເມດ​ຕາ ແລະ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຊົງ​ສະ​ແດງ​ໃຫ້​ເຫັນ​ຕັ້ງ​ແຕ່​ໃດໆ​ມາ 7 ຂໍ​ຊົງ​ໃຫ້​ອະ​ພັຍ​ຄວາມ​ຜິດ​ແລະ​ການ​ພາດ​ພັ້ງ​ໃນ​ຄາວ​ທີ່​ຂ້າ​ພຣະ​ອົງ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ຂ້າ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຍ້ອນ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ແລະ​ຄວາມ​ດີ​ຂອງ​ພຣະ​ອົງ ຂໍ​ຊົງ​ລະ​ນຶກ​ເຖິງ​ຂ້າ​ພຣະ​ອົງ​ດ້ວຍ​ເຖີດ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັດ​ຊື່​ແລະ​ດີ ພຣະ​ອົງ​ຊົງ​ສັ່ງ​ສອນ​ຄົນ​ບາບ​ໃຫ້​ຮູ້​ຈັກ​ທາງ​ທີ່​ຄວນ​ປະ​ພຶດ 9 ພຣະ​ອົງ​ຊົງ​ນຳ​ພາ​ຜູ້​ທີ່​ຖ່ອມ​ຕົວ​ໄປ​ຕາມ​ທາງ​ທີ່​ຖືກ​ຕ້ອງ ແລະ​ຊົງ​ສັ່ງ​ສອນ​ເຂົາ​ໃຫ້​ຮູ້​ຈັກ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ 10 ພຣະ​ອົງ​ຊົງ​ນຳ​ພາທຸກໆ​ຄົນ​ເຊື່ອ​ຟັງ​ຄຳ​ຫມັ້ນ​ສັນ​ຍາ​ແລະ​ຄຳ​ສັ່ງ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ສັດ​ຈິງ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ​ຂໍ​ຊົງ​ອະ​ພັຍ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ມີ​ບາບ​ເຫລືອ​ຫລາຍ 12 ສ່ວນ​ຜູ້​ທີ່​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ຮຽນ​ຮູ້​ນຳພຣະ​ອົງ​ໃນ​ທາງ​ທີ່​ເຂົາ​ຄວນ​ປະ​ພຶດ 13 ​ເຂົາ​ຈະ​ເຣີນ​ຂຶ້ນ​ເລື້ອຍໆ ແລະ​ລູກ​ຫລານ​ຂອງ​ເຂົາ​ກໍ​ຈະ​ຢູ່​ໃນ​ປະ​ເທດນີ້​ຢ່າງ​ປອດ​ພັຍ 14 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳ​ເກງ​ພຣະ​ອົງ ແລະ​ຊົງ​ສັ່ງ​ສອນ​ເຂົາ​ເຖິງ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ 15 ຂ້າ​ພຣະ​ອົງ​ແນມ​ຫາ​ພຣະ​ອົງ ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຕລອດ​ເວ​ລາ ແລະ​ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ອັນ​ຕະ​ຣາຍ 16 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ຫັນ​ມາ​ເມດ​ຕາ​ກະ​ຣຸ​ນາ​ແກ່​ຂ້າ​ພຣະ​ອົງ​ຖ້ອນ ເພາະ​ຂ້າ​ພຣະ​ອົງ​ຢູ່​ໂດດ​ດ່ຽວ​ແລະ​ອ່ອນ​ແຮງ 17 ຂໍ​ພຣະ​ອົງ​ຊົງ​ບັນ​ເທົາ​ຄວາມ​ທຸກ​ໃຈ​ຂອງ​ຂ້າ​ພຣະ​ອົງ ແລະ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ລຳ​ບາກ​ທຸກ​ຢ່າງ 18 ຂໍ​ຊົງ​ພິ​ຈາ​ຣະ​ນາ​ເບິ່ງ​ຄວາມ​ທຸກ​ໂສກ ການ​ທໍ​ຣະ​ມານ​ທຸກ​ຢ່າງ​ຂອງ​ຂ້າ​ພຣະ​ອົງ ແລະ​ຍົກ​ໂທດ​ຄວາມ​ຜິດ​ທຸກ​ຢ່າງ​ຂອງ​ຂ້າ​ພຣະ​ອົງ 19 ຂໍ​ພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ສັດ​ຕຣູ​ທັງ​ປວງ​ທີ່​ຂ້າພຣະ​ອົງ​ມີ​ຢູ່​ວ່າ​ເຂົາ​ກຽດ​ຊັງ​ຂ້າ​ພຣະ​ອົງ​ຫລາຍ​ປານໃດ 20 ຂໍ​ຊົງ​ປົກ​ປັກ​ຮັກ​ສາ ແລະ​ຊ່ອຍ​ຂ້າ​ພຣະ​ອົງໃຫ້​ພົ້ນ​ພັຍ ແລະ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ຜ່າຍ​ແພ້ ເພາະ​ວ່າ​ຂ້າພຣະ​ອົງ​ເຂົ້າ​ມາ​ເພິ່ງ​ພາ​ອາ​ໄສ​ພຣະ​ອົງ 21 ຂໍ​ໃຫ້​ຜົນ​ແຫ່ງ​ຄວາມ​ດີ ແລະ​ຄວາມ​ສັດ​ຊື່​ມາ​ຄ້ຳ​ຊູ​ຍູ້​ສົ່ງ ເພາະ​ວ່າ​ຂ້າ​ພຣະ​ອົງ​ເຊື່ອ​ພຣະ​ອົງ 22 ພຣະ​ອົງ​ເຈົ້າ​ຂ້າ ຂໍ​ຊົງ​ໂຜດ​ຊ່ອຍ​ຊາວ​ອິສຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ລຳ​ບາກ​ທັງ​ປວງ

ເພງສັຣເສີນ 26

ຄຳ​ຢືນ​ຢັນ​ເຣື່ອງ​ຄວາມ​ສັດ​ສຸ​ດຈະຣິດ​ຂອງ​ຕົນ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຕັດ​ສິນ​ເຂົ້າ​ຂ້າງ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ດຳ​ເນີນ​ຢູ່​ໃນ​ຄວາມ​ສຸ​ດ​ຈະ​ຣິດ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຢ່າງ​ບໍ່​ຫວັ່ນ​ໄຫວ 2 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພິ​ສູດ​ຂ້າ​ພຣະ​ອົງ ​ລອງ​ຂ້າ​ພຣະ​ອົງ​ເຖິດ ທົດ​ສອບ​ໃຈ​ແລະ​ຈິດ​ຂອງ​ຂ້າພຣະ​ອົງ​ເຖີດ 3 ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຢູ່​ຕໍ່​ຕາ​ຂ້າພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ດຳ​ເນີນ​ໂດຍ​ຄວາມ​ສັດ​ຈິງ​ຕໍ່​ພຣະ​ອົງ 4 ຂ້າ​ພຣະ​ອົງ​ບໍ່​ໄດ້​ນັ່ງ​ກັບ​ຄົນ​ມຸ​ສາ ຫລື​ບໍ່​ໄດ້​ສະ​ມາ​ຄົມ​ກັບ​ຄົນ​ມານ​ຍາ 5 ຂ້າ​ພຣະ​ອົງຊັງ​ຊຸມ​ນຸມ​ຄົນ​ທີ່​ທຳ​ຊົ່ວ ແລະ​ຂ້າ​ພຣະ​ອົງ​ບໍ່​ນັ່ງ​ກັບ​ຄົນ​ອະ​ທັມ 6 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຄວາມ​ບໍ​ຣິ​ສຸດ ຂ້າ​ພຣະ​ອົງ​ຊຳລະລ້າງ​ມື ແລະ​ເດີນຢູ່​ຮອບ​ແທ່ນ​ຂອງ​ພຣະ​ອົງ 7 ທັງ​ຮ້ອງ​ເພງ​ໂມ​ທະ​ນາ​ພຣະ​ຄຸນ ແລະ​ບອກ​ເລົ່າ​ເຖິງ​ພຣະ​ຣາ​ຊ​ກີຈອັດ​ສະ​ຈັນ​ທັງ​ສິ້ນ​ຂອງ​ພຣະ​ອົງ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮັກ​ພຣະ​ນິ​ເວດ​ອັນ​ເປັນທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ​ສະ​ຖານ​ທີ່​ປະ​ທັບ​ແຫ່ງ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ 9 ຂໍ​ຢ່າ​ຊົງ​ກວາດ​ຂ້າ​ພຣະ​ອົງ​ໄປ​ກັບ​ຄົນ​ບາບ ຫລືກວາດ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໄປ​ກັບ​ຄົນ​ກະ​ຫາຍ​ເລືອດ 10 ຄື​ຄົນ​ຊື່ງ​ໃນ​ມື​ຂອງ​ເຂົາ ມີ​ແຜນ​ການ​ຊົ່ວ ແລະ​ມື​ຂວາ​ຂອງ​ເຂົາ​ເຕັມ​ດ້ວຍ​ສິນ​ບົນ 11 ແຕ່​ສຳ​ລັບ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ເດີນ​ໃນ​ຄວາມ​ສຸ​ດຈະ​ຣິດ ຂໍ​ຊົງ​ໄຖ່​ຂ້າ​ພຣະ​ອົງ ແລະ​ຊົງ​ກະ​ຣຸ​ນາ​ຕໍ່​ຂ້າ​ພຣະ​ອົງ 12 ຕີນຂອງ​ຂ້າ​ພຣະ​ອົງ​ຢຽບ​ຢູ່​ເທິງ​ພື້ນ​ຮາບ ໃນ​ທີ່​ຊຸມ​ນຸມ​ຊົນ ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນ​ພຣະຜູ້​ເປັນ​ເຈົ້າ

ເພງສັຣເສີນ 27

ການ​ອ້ອນວອນ​ດ້ວຍ​ຄວາມ​ໄວ້​ໃຈ ຂອງດາ​ວິດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ແສງ​ສວ່າງ ເປັນ​ພຣະ​ຜູ້ຊ່ອຍ​ໃຫ້​ພົ້ນ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ບໍ່​ຢ້ານ​ຜູ້​ນຶ່ງ​ຜູ້​ໃດ ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ຂ້າ​ພຣະ​ອົງ​ຈາກ​ໄພ​ອັນ​ຕະ​ຣາຍ​ທຸກ​ຢ່າງ ຂ້າ​ພຣະ​ອົງ​ຈະ​ບໍ່​ຢ້ານ 2 ເມື່ອ​ຄົນ​ຊົ່ວ​ຕໍ່​ສູ້​ຂ້າ​ພຣະ​ອົງ ແລະ​ພຍາ​ຍາມ​ສັງ​ຫານຊີ​ວິດ​ຂ້າ​ພຣະ​ອົງ ພວກເຂົາ​ໄດ້​ເຕະ​ສະ​ດຸດ​ຈົນ​ລົ້ມ​ລົງ 3 ຖ້າ​ວ່າ​ກອງ​ທະ​ຫານ​ອ້ອມ​ຮອບ​ຂ້າພຣະ​ອົງ​ໄວ້ ຂ້າ​ພຣະ​ອົງ​ກໍ​ຈະ​ບໍ່​ຢ້ານ ຖ້າ​ວ່າ​ສັ​ດ​ຕຣູ​ຕໍ່​ສູ້​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ກໍ​ຍັງ​ເຊື່ອ​ຫມັ້ນ​ໃນ​ພຣະ​ເຈົ້າ​ຢູ່ 4 ຂ້າ​ພຣະ​ອົງ​ໄດ້​ທູນ​ຂໍ​ພຽງ​ສິ່ງ​ດຽວ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຄື​ອາ​ໄສ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ຕລອດ​ຊົ່ວ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ ເພື່ອ​ເບິ່ງ​ຄວາມ​ດີ​ຂອງ​ພຣະ​ອົງ ແລະ​ທູນ​ຂໍ​ການ​ນຳ​ພາ​ຂອງ​ພຣະ​ອົງ​ຢູ່​ທີ່​ນັ້ນ 5 ໃນ​ຄາວ​ຕົກ​ທຸກ​ໄດ້​ຍາກ ພຣະ​ອົງຈະ​ຊົງ​ປົກ​ປັກ​ຮັກ​ສາ​ຂ້າ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຫລົບ​ໄພ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ ແລະ​ຊົງ​ໃຫ້​ຢູ່​ເທິງ​ໂງ່ນ​ຫີນ​ສູງ​ຢ່າງ​ປອດ​ພັຍ 6 ດັ່ງ​ນັ້ນ ຂ້າ​ພຣະ​ອົງ​ຈະ​ຊະນະ​ສັດ​ຕຣູ​ທີ່​ອ້ອມ​ຮອບຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຖວາຍ​ເຄື່ອງ​ບູ​ຊາ​ໃນພຣະ​ວິຫານ​ຂອງ​ພຣະ​ອົງ​ດ້ວຍ​ສຽງ​ໂຮ່​ຣ້ອງ​ຍິນ​ດີ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຟັງ​ສຽງ​ຂ້າ​ພຣະ​ອົງ ເມື່ອ​ຂ້າ​ພຣະ​ອົງ​ຮ້ອງ​ຫາ​ພຣະ​ອົງ ຂໍ​ຊົງ​ເມ​ດ​ຕາກະ​ຣຸ​ນາ​ແລະ​ຕອບ​ຂ້າ​ພຣະ​ອົງ​ດ້ວຍ 8 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ມາ​ຫາ​ເຮົາ” ຂ້າ​ແດ່ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ມາ​ຫາ​ພຣະ​ອົງ 9 ຂໍ​ພຣະ​ອົງ​ຢ່າ​ຊົງ​ລີ້ ຢ່າ​ຊົງ​ພຣະ​ພິ​ໂຣດ ແລະ​ຢ່າ​ຊົງ​ໄລ່​ຂ້າ​ໃຊ້​ຂອງ​ພຣະ​ອົງ​ຫນີ ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ຊ່ອຍ​ຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ຊົງ​ຫນີ​ຈາກ​ຂ້າ​ພຣະ​ອົງ​ໄປ​ເລີຍ ພຣະ​ເຈົ້າ​ຜູ້​ຊົງ​ຊ່ອຍ​ໃຫ້​ພົ້ນ​ຂອງ​ຂ້າ​ພຣະ​ອົງ 10 ພໍ່​ແມ່​ຂອງ​ຂ້າ​ພຣະ​ອົງ​ອາດ​ຈະ​ປະ​ປ່ອຍ​ຂ້າ​ພຣະ​ອົງ​ໄປ ແຕ່​ພຣະ​ອົງ​ຈະ​ຮັກ​ສາ​ຂ້າ​ພຣະ​ອົງ​ໄວ້ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ສັ່ງ​ສອນ​ຂ້າ​ພຣະ​ອົງ​ໃຫ້​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ແລະ​ຂໍ​ຊົງ​ພາ​ຂ້າ​ພຣະ​ອົງ​ໄປ​ໃນ​ທາງ​ອັນ​ສັດ​ຊື່ ເພາະ​ຂ້າ​ພຣະ​ອົງ​ມີ​ສັດ​ຕູ​ຫລາຍ​ຄົນ 12 ຂໍ​ຢ່າ​ຊົງ​ປະ​ປ່ອຍ​ຂ້າ​ພຣະ​ອົງ​ໄວ້​ກັບ​ສັດ​ຕູ ຜູ້​ທີ່​ຕໍ່​ສູ້​ຂ້າ​ພຣະ​ອົງ​ດ້ວຍ​ຄຳ​ຫລອກ​ລວງ ແລະ​ດ້ວຍ​ພຣະ​ລັກ​ສນະ​ທ່າ​ທາງ​ທີ່​ຫນ້າ​ຢ້ານ​ກົວ 13 ແນ່ນອນ​ທີ່​ສຸດ ຂ້າ​ພຣະ​ອົງ​ຈະ​ຢູ່​ຕໍ່​ໄປ ເພື່ອ​ເບິ່ງ​ຄວາມ​ດີ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ໄພ່​ພົນ 14 ຈົ່ງ​ລໍ​ຄອຍ​ພຣະ​ເຈົ້າ ຈົ່ງ​ເຂັ້ມ​ແຂງ ແລະ​ໃຫ້​ຈິດ​ໃຈ​ຂອງທ່ານ​ກ້າ​ຫານ​ເຖີດ ຈົ່ງ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ

ເພງສັຣເສີນ 28

ຄຳ​ອະ​ທິ​ຖານ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ ແລະ​ຄຳ​ສັຣ​ເສີນ​ເພາະ​ໄດ້​ຮັບ​ຄຳ​ຕອບ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ຮ້ອງ​ທູ​ນ​ຕໍ່​ພຣະອົງ ພຣະ​ສີ​ລາ​ຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ໃຫ້​ພຣະ​ກັນ​ຫນວກ​ຕໍ່​ຂ້າ​ພຣະ​ອົງ ຢ້ານ​ວ່າ ຖ້າ​ພຣະ​ອົງ​ຊົງ​ງຽບ​ຢູ່​ຕໍ່​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ເປັນ​ເຫມືອນ​ຄົນ​ເຫລົ່າ​ນັ້ນ ທີ່​ລົງ​ໄປ​ຍັງ​ແດນ​ຜູ້​ຕາຍ 2 ຂໍ​ຊົງ​ຟັງ​ສຽງ​ວິງວອນ​ຂອງ​ຂ້າ​ພຣະ​ອົງ ເມື່ອ​ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຂໍ​ຄວາມ​ອຸ​ປ​ຖັມ​ຈາກ​ພຣະ​ອົງ ຂນະ​ເມື່ອ​ຂ້າ​ພຣະ​ອົງ​ຍົກ​ມື​ຂອງ​ຂ້າ​ພຣະ​ອົງ​ຂຶ້ນ​​ຕໍ່​ພຣະ​ວິ​ຫານ​ຂອງ​ພຣະ​ອົງ 3 ຂໍ​ຢ່າ​ຊົງ​ກວາດ​ຂ້າ​ພຣະ​ອົງ​ໄປ​ພ້ອມ​ກັບ​ຄົນ​ອະ​ທັມ ກັບ​ບັນ​ດາ​ຄົນ​​ທີ່​ກະທຳ​ຄວາມ​ຊົ່ວ ຜູ້​ເວົ້າ​ຢ່າງ​ສັນ​ຕິ​ກັບ​ເພື່ອນ​ບ້ານ​ຂອງ​ຕົນ ແຕ່​ການ​ປອງ​ຮ້າຍ​ຢູ່​ໃນ​ໃຈ​ຂອງ​ເຂົາ​ທັງ​ຫລາຍ 4 ຂໍ​ຊົງຕອບສນອງ​ເຂົາ​ຕາມ​ການ​ງານ​ຂອງ​ເຂົາ ແລະ​ຕາມ​ຄວາມ​ຊົ່ວ​ແຫ່ງ​ກິ​ຈ​ການ​ຂອງ​ເຂົາ ຂໍ​ຊົງ​ຕອບສ​ນອງ​ເຂົາ​ຕາມ​ງານ​ນ້ຳ​ມື​ຂອງ​ເຂົາ ແລະ​ຊົງ​ຕອບ​ແທນ​ເຂົາ​ຕາມ​ສົມ​ຄວນ 5 ເພາະ​ເຂົາ​ບໍ່​ນັບ​ຖື​ພຣະ​ຣາ​ຊ​ກິຈຂອງ​ພຣະ​ຜູ້​ເປັນ​ເຈົ້າ ຫລື​ພຣະ​ຫັດ​ຖະ​ກິດ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ພັງ​ເຂົາ​ລົງ ແລະ​ບໍ່​ສ້າງ​ເຂົາ​ຂຶ້ນ​ອີກ 6 ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ຟັງ​ສຽງ​ວວິງວອນ​ຂອງ​ຂ້າ​ພະ​ເຈົ້າ 7 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ກຳ​ລັງ ແລະ​ເປັນ​ໂລ່​ຂອງ​ຂ້າ​ພະ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວາງ​ໃຈ​ໃນ​ພຣະ​ອົງ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ຄວາມ​ອຸ​ປ​ຖັມ ແລະ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​​ຊົມຊື່ນ​ຍິນ​ດີ ຂ້າ​ພະ​ເຈົ້າ​ຈະ​ຖວາຍ​ໂມທະ​ນາ​ແກ່​ພຣະ​ອົງ​ດ້ວຍ​ບົດ​ເພງ​ຂອງ​ຂ້າ​ພະ​ເຈົ້າ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ກໍາ​ລັງ​ຂອງ​ໄພ່​ພົນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ປ້ອມ​ລອດ​ຂອງ​ຜູ້​ຮັບ​ເຈີມ​ຂອງ​ພຣະ​ອົງ 9 ຂໍ​ຊົງ​ຊ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ລອດ ແລະ​ອວຍ​ພຣະ​ພອນ​ແກ່​ມໍ​ຣະ​ດົກ​ຂອງ​ພຣະ​ອົງ ຂໍ​ຊົງ​ເປັນ​ຜູ້​ລ້ຽງ​ດູ​ເຂົາ​ຢ່າງ​ລ້ຽງ​ແກະ ແລະ​ຫອບ​ຫີ້ວ​ເຂົາ​ໄປ​ເປັນ​ນິດ

ເພງສັຣເສີນ 29

ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ເຈົ້າ​ໃນ​ພະ​ຍຸ ເພງ​ສັຣ​ເສີນ ​ຂອງ​ດາ​ວິດ

1 ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ຊາວ​ສວັນ​ເອີຍ ຈົ່ງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າເຖີດ ຈົ່ງ​ຖວາຍ​ພຣະ​ສະ​ງ່າ​ຣາ​ສີ ແລະພຣະ​ກຳ​ລັງ​ແດ່​ພຣະ​ເຈົ້າ 2 ຈົ່ງ​ຖວາຍ​ພຣະ​ສະ​ງ່າ​ຣາ​ສີ​ຊຶ່ງ​ຄວນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ​ແດ່​ພຣະ​ເຈົ້າ ຈົ່ງ​ປະ​ດັບ​ກາຍ​ດ້ວຍ​ເຄື່ອງ​ບໍ​ຣິ​ສຸດ​ນະ​ມັສ​ການ​ພຣະ​ເຈົ້າ 3 ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເຫນືອ​ນ້ຳພຣະ​ເຈົ້າ​ແຫ່ງ​ພຣະ​ສະ​ງ່າ​ຣາ​ສີ​ຊົງຄະ​ນອງ​ສຽງ ກັງ​ວານ ຄື​ພຣະ​ຜູ້​ເປັນເຈົ້າ​ເຫນືອ​ນ້ຳ​ທັງ​ຫລາຍ 4 ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊົງ​ຣິດ​ທາ​ນຸ​ພາບ ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ເຕັມ​ດ້ວຍ​ຄວາມ​ສູງ​ສົ່ງ 5 ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫັກ​ຕົ້ນ​ສົນ​ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຜ່າ​ຕົ້ນ​ສົນ​ແຫ່ງ​ເລ​ບາ​ນອນ 6 ພຣະ​ອົງ​ຊົງ​ທຳ​ໃຫ້​ເລ​ບາ​ນອນ​ເຕັ້ນ​ເຫມືອນ​ງົວ​ນ້ອຍ ແລະ​ສີ​ຣິ​ອອນ​ເຫມືອນ​ງົວ​ກະ​ທິງ​ຫນຸ່ມ 7 ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແວບ​ອອກ​ມາ​ເປັນ​ແປວ​ໄຟ 8 ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ຖິ່ນ​ກັນ​ດານ​ສັ່ນ​ສະ​ເທືອນ ພຣະ​ຜູ້​ເປັນ​ເຈົ້າ​ສັ່ນ​ປ່າ​ດົງ​ແຫ່ງ​ເມືອງ​ກາ​ເດສ 9 ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ເຈົ້າ​ສັ່ນ​ຕົ້ນ​ໂອກ​ທັງ​ຫລາຍ ແລະ​ເຮັດ​ໃຫ້​ໃບ​ໄມ້​ຫລົ່ນ​ລົງ​ສູ່​ພື້ນ ແລະ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ທຸກ​ຄົນ​ຮ້ອງວ່າ, “ພຣະ​ສະ​ງ່າ​ຣາ​ສີ” 10 ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ເຫນືອ​ນ້ຳ​ເລິກ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ຣາ​ຊາ​ເປັນ​ນິດ 11 ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ພຣະ​ກຳ​ລັງ​ແກ່​ປະ​ຊາ​ກອນ​ຂອງ​ພຣະ​ອົງ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ມີ​ສັນ​ຕິ​ພາບ

ເພງສັຣເສີນ 30

ຄຳ​ໂມ​ທະ​ນາ​ເພາະ​ໄດ້​ການ​ຊ່ອຍກູ້ຈາກ​ຄວາມ​ຕາຍ ເພງ​ສັຣເສີນ​ ຂອງ​ດາ​ວິດ ບົດ​ເພງ​ໃນ​ພິ​ທິ​ຖວາຍ​ໂບດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ຍໍ​ພຣະ​ກຽດ​ພຣະ​ອົງ ແລະ​ບໍ່​ໄດ້​ຊົງ​ໃຫ້​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ຍິນ​ດີ​ເພາະ​ຂ້າ​ພຣະ​ອົງ 2 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຂໍ​ຄວາມ​ອຸ​ປ​ຖັມ​ຈາກ​ພຣະ​ອົງ ແລະ​ພຣະ​ອົງ​ໄດ້​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງ​ໃຫ້​ຫາຍ 3 ຂ້າ​ແດ່​ພຣະ​ຜູ້ເປັນ​ເຈົ້າ ພຣະ​ອົງ​ຊົງ​ນຳ​ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ຂຶ້ນ​ມາ​ຈາກ​ແດນ​ຜູ້​ຕາຍ ຊົງ​ໃຫ້​ຂ້າ​ພຣະ​ອົງ​ມີ​ຊີ​ວິດ​ ຈຶ່ງ​ບໍ່​ຕ້ອງ​ລົງ​ໄປ​ສູ່​ປາກ​ແດນ 4 ໄພ່​ພົນ​ຂອງ​ພຣະ​ອົງ​ເອີຍ, ຈົ່ງ​ຮ້ອງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖວາຍ​ໂມ​ທະ​ນາ​ແກ່​ພຣະ​ນາມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ 5 ເພາະ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ນັ້ນ​ເປັນ​ແຕ່​ຊົ່ວ​ຂ​ນະ​ນຶ່ງ ແລະ​ຄວາມ​ໂປດ​ປານ​ຂອງ​ພຣະ​ອົງ​ນັ້ນ​ຕລອດ​ຊີ​ວິດ ການ​ຮ້ອງ​ໄຫ້​​ຈະອ້ອຍ​ອິ່ງ​ພຽງ​ຄືນ​ນຶ່ງ ແຕ່​ຄວາມ​ຊື່ນ​ບານ​ຈະ​ມາ​ໃນເວ​ລາ​​ເຊົ້າ 6 ສ່ວນ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ເວົ້າ​ໃນ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ຂອງ​ຂ້າ​ພຣະ​ອົງ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ບໍ່​ຫວັ່ນ​ໄຫວ​ເລີຍ” 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ຄວາມ​ໂປດ​ປານ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ສະ​ຖາ​ປະ​ນາ​ຂ້າ​ພຣະ​ອົງ​ໄວ້​ຢ່າງ​ພູ​ເຂົາ​ທີ່​ເຂັ້ມ​ແຂງ ເມື່ອ​ພຣະ​ອົງ​ຊົງ​ເຊື່ອງ​ພຣະ​ພັກ​ຂອງ​ພຣະ​ອົງ ຂ້າພຣະ​ອົງ​ກໍ​ລຳ​ບາກ​ໃຈ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮ້ອງທູນ​ຕໍ່​ພຣະ​ອົງ​ ແລະ​ຂ້າ​ພຣະ​ອົງ​ໄດ້​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າວ່າ, 9 “ຖ້າ​ຂ້າ​ພຣະ​ອົງ​ຕາຍ ພຣະ​ອົງ​ຈະ​ໄດ້​ກຳ​ໄຣຫຍັງ ຄື​ເມື່ອ​ຂ້າ​ພຣະ​ອົງ​ລົງ​ໄປ​ຍັງ​ປາກ​ແດນ​ຜູ້​ຕາຍ ຂີ້​ຝຸ່ນ​ຈະ​ສັຣເສີນ​ພຣະ​ອົງ​ຫລື ມັນ​ຈະ​ບອກ​ເຖິງ​ເຣື່ອງ​ຄວາມ​ສັດ​ຈິງ​ຂອງ​ພຣະ​ອົງ​ຫລື 10 ຂ້າ​ແດ່​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ສະ​ດັບ​ຟັງ​ແລະ​ຊົງ​ພຣະ​ກະ​ຣຸ​ນາ​ຕໍ່​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ເປັນ​ຜູ້​ອຸ​ປ​ຖັ​ມຂອງ​ຂ້າ​ພຣະ​ອົງ” 11 ສຳ​ລັບ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ປ່ຽນ​ການ​ໄວ້​ທຸກ​ເປັນ​ການ​ເຕັ້ນ​ຣຳ ພຣະ​ອົງ​ຊົງ​ແກ້​ເສື້ອ​ຜ້າ​ກະ​ສອບ​ຂອງ​ຂ້າ​ພຣະ​ອົງ​ອອກ ແລະ​ຊົງ​ຄາດ​ແອວ​ຂ້າ​ພຣະ​ອົງ​ດ້ວຍ​ຄວາມ​ຍິນ​ດີ 12 ເພື່ອ​ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນພຣະ​ອົງ​ແລະ​ບໍ່​ມິດ​ງຽບ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຖວາຍ​ໂມ​ທະ​ນາ​ແດ່​ພຣະ​ອົງ​ເປັນ​ນິດ

ເພງສັຣເສີນ 31

ການ​ອ້ອນວອນ​ພຣະ​ເຈົ້າ​ດ້ວຍ​ຄວາມ​ເຊື່ອ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣເສີນ ​ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ມາ​ເພິ່ງ​ພາອາ​ໄສ​ພຣະ​ອົງ ຂໍ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ຜ່າຍ​ແພ້​ເລີຍ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ທ່ຽງ​ທັມ ຂ້າ​ພຣະ​ອົງ​ອ້ອນວອນ​ຫາ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ພັຍ​ດ້ວຍ 2 ຂໍ​ຊົງ​ຟັງ​ສຽງ​ທູນ​ຂໍ​ຂອງ​ຂ້າ​ພຣະ​ອົງ ແລະ​ຊົງ​ຊ່ອຍ​ໃຫ້​ຂ້າ​ພຣະ​ອົງ​ພົ້ນ​ໄພໄວໆ ຂໍ​ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ແລະ​ຄຸ້ມ​ຄອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ເປັນ​ເຄື່ອງ​ປ້ອງ​ກັນ​ຊ່ອຍ​ຂ້າພຣະ​ອົງ​ໃຫ້​ພົ້ນ​ພັຍ 3 ພຣະ​ອົງ​ຊົງ​ເປັນ​ບ່ອນ​ເພິ່ງ​ແລະ​ເຄື່ອງ​ປ້ອງ​ກັນ​ຂ້າ​ພຣະ​ອົງ ຂໍ​ຊົງ​ຊັກ​ຈູງ​ແລະ​ນຳ​ພາ​ຂ້າ​ພຣະ​ອົງ​ດັ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ 4 ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ບ້ວງ​ແຮ້ວທີ່​ເຂົາ​ຫ້າງ​ໃສ່​ຂ້າ​ພຣະ​ອົງ ເພາະ​ພຣະ​ອົງ​ເປັນ​ທີ່​ເພິ່ງ​ພາ​ອາ​ໄສ​ຂອງ​ຂ້າ​ພຣະ​ອົງ 5 ຂ້າ​ພຣະ​ອົງ​ຂໍ​ມອບ​ຕົວ​ໄວ້​ໃນ​ການ​ພິ​ທັກ​ຮັກ​ສາ​ຂອງ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​ຕ້ອງ​ຊ່ອຍ​ຂ້າພຣະ​ອົງ​ໃຫ້​ພົ້ນ​ພັຍ ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ສັດ​ຊື່ 6 ພຣະ​ອົງ​ຊົງ​ກຽດ​ຊັງ​ຜູ້​ທີ່​ຂາບ​ໄຫວ້​ຮູບ​ເຄົາ​ຣົບ ແຕ່​ຂ້າ​ພຣະ​ອົງວາງ​ໃຈ​ໃນ​ພຣະ​ອົງ 7 ຂ້າ​ພຣະ​ອົງຈະ​ຊົມ​ຊື່ນ​ຍິນ​ດີ ຍ້ອນ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຫລີງ​ເຫັນ​ຄວາມ​ທຸກ​ທໍ​ຣະ​ມານ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຮູ້​ຈັກ​ຄວາມ​ທຸກ​ລຳ​ບາກ​ຂອງ​ຂ້າ​ພຣະ​ອົງ 8 ພຣະອົງ​ບໍ່​ໄດ້​ຊົງ​ອະ​ນຸ​ຍາດ​ໃຫ້​ສັດ​ຕຣູ​ຊະນະ​ຂ້າພຣະ​ອົງ ແຕ່​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງ​ໃຫ້​ປອດ​ພັຍ 9 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ເມດ​ຕາ​ກະ​ຣຸ​ນາ​ຂ້າ​ພຣະ​ອົງ​ດ້ວຍ ເພາະ​ຂ້າ​ພຣະ​ອົງ​ຢູ່​ໃນ​ຄວາມ​ທຸກ​ໃຈ ດວງ​ຕາ​ຂອງຂ້າ​ພຣະ​ອົງ​ອິດ​ເມື່ອຍ​ຍ້ອນ​ການ​ຮ້ອງ​ໄຫ້​ເຫລືອ​ລົ້ນ ຂ້າ​ພຣະ​ອົງ​ອິດ​ອ່ອນ​ສຸດ​ກຳ​ລັງ 10 ຄວາມ​ເສັຽ​ໃຈ​ພາ​ໃຫ້​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ສິ້ນ​ສຸດ​ລົງ ແລະ​ການ​ຮ້ອງ​ໄຫ້​ຄ່ຳ​ຄວນ​ພາ​ໃຫ້​ອາຍຸຂອງ​ພຣະ​ອົງ​ສັ້ນ​ເຂົ້າ ຍ້ອນ​ຄວາມ​ທຸກ​ລຳ​ບາກ ຂ້າ​ພຣະ​ອົງ​ຈຶ່ງ​ເປັນ​ຄົນ​ອ່ອນ​ແອ ແມ່ນ​ແຕ່​ກະ​ດູກ​ຂອງ​ຂ້າ​ພຣະ​ອົງ​ກໍ​ຈະ​ສູນ​ເສັຽ​ໄປ 11 ສັດ​ຕຣູ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ​ຫົວ​ຂວັນ​ໃສ່​ຂ້າພຣະ​ອົງ ເພື່ອນ​ບ້ານ​ໄດ້​ດູ​ຖູກ​ຢຽດຫຍາມ​ຂ້າ​ພຣະ​ອົງ ຜູ້​ທີ່​ຮູ້​ຈັກ​ຂ້າ​ພຣະ​ອົງ​ກໍ​ຢ້ານ​ກົວ​ຂ້າ​ພຣະ​ອົງ ເມື່ອ​ເຂົາ​ເຫັນ​ຂ້າ​ພຣະ​ອົງ​ຢູ່​ກາງ​ທາງ​ເຂົາ​ກໍ​ປົບ​ຫນີ 12 ທຸກ​ຄົນ​ໄດ້​ຫລົງ​ລືມ​ຂ້າ​ພຣະ​ອົງ ຄ້າຍ​ກັບ​ວ່າ​ຂ້າ​ພຣະ​ອົງໄດ້​ຕາຍ​ໄປ ຂ້າ​ພຣະ​ອົງ​ເປັນ​ເຫມືອນ​ຂອງ​ຖິ້ມ​ແລ້ວ 13 ຂ້າ​ພຣະ​ອົງ​ໄດ້​ຍິນ​ພວກ​ສັດ​ຕຣູ​ທັງ​ຫລາຍ​ກຳ​ຊັ​ບ​ກັນ ສິ່ງ​ທີ່​ຫນ້າ​ຢ້ານ​ຕົກ​ໃຈ​ໄດ້​ອ້ອມ​ຮອບ​ຂ້າ​ພຣະ​ອົງ ພວກ​ສັດ​ຕຣູ​ໄດ້​ວາງ​ແຜນ​ຕໍ່​ສູ້ ແລະ​ທຳ​ກົນ​ອຸ​ບາຍ​ສັງ​ຫານ​ຂ້າ​ພຣະ​ອົງ 14 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ເຊື່ອ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ 15 ຂ້າ​ພຣະ​ອົງ​ຢູ່​ໃນ​ການ​ພິ​ທັກ​ຮັກ​ສາ​ຂອງ​ພຣະ​ອົງ​ເລື້ອຍ​ມາ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງໃຫ້​ພົ້ນ​ຈາ​ກສັດ​ຕຣູ ແລະ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ຄອຍ​ເຝົ້າ​ຮົບ​ກວນ​ຂ້າພຣະ​ອົງ​ດ້ວຍ 16 ຂ້າ​ພຣະ​ອົງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຂໍ​ຊົງ​ຫລຽວ​ແລ​ເມດ​ຕາ​ຂ້າ​ພຣະ​ອົງ ຍ້ອນ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ພັຍ 17 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮ້ອງ​ຫາ​ພຣະ​ອົງ ຂໍ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ຜ່າຍ​ແພ້ ແຕ່​ຂໍ​ໃຫ້​ຄົນ​ຊົ່ວ​ທັງ​ຫລາຍ​ຜ່າຍ​ແພ້ ແລະ​ໃຫ້​​ເຂົາ​ມິດ​ງຽບ​ຢູ່​ໃນ​ພິ​ພົບ​ຄົນ​ຕາຍ 18 ຄົນ​ຂີ້​ຕົວະ​ທີ່ອວດ​ດີ​ຈອງ​ຫອງ ແລະ​ເວົ້າ​ຫມິ່ນ​ປະ​ຫມາດ​ຄົນ​ຊອ​ບທັມ ຈົ່ງ​ມິດຢູ່ 19 ສິ່ງ​ທີ່​ພຣະ​ອົງຮັກ​ສາ​ໄວ້​ສຳ​ລັບ​ຜູ້​ທີ່​ຢຳ​ເກງ​ພຣະ​ອົງ​ກໍ​ປະ​ເສີດ​ຫລາຍ ການ​ທີ່​ພຣະ​ອົງ​ຊົງ​ປົກ​ປັກ​ຮັກ​ສາ​ຜູ້​ທີ່ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ກໍ​ເປັນ​ການ​ແປກ​ປະ​ຫລາດ​ຕໍ່​ສາຍ​ຕາ​ຂອງ​ທຸກໆ​ຄົນ 20 ພຣະ​ອົງ​ຊົງ​ເຊື່ອງ​​ເຂົາ​ໄວ້​ໃນ​ທີ່​ປອດ​ພັຍ​ ທີ່​ພຣະ​ພັກ​ຂອງ​ພຣະ​ອົງໃຫ້​ພົ້ນ​ຈາກ​ຜູ້​ທີ່​ວາງ​ແຜນ​ອຸ​ບາຍ​ປ​ອງຮ້າຍ​ເຂົາ ພຣະ​ອົງ​ຊົງ​ເຊື່ອງ​ເຂົາ​ໄວ້​ໃນ​ບ່ອນ​ພັກ​ອາ​ໄສ​ທີ່​ປອດ​ພັຍ ເພື່ອ​ໃຫ້​ພົ້ນ​ຈາກ​ຄຳ​ຫມິ່ນ​ປະ​ຫມາດ​ຂອງ​​ສັດ​ຕຣູ​ຂອງ​​ເຂົາ 21 ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ແກ່​ຂ້າ​ພຣະ​ອົງ​ຢ່າງ​ອັດ​ສະ​ຈັນ​ໃນ​ເມືອງ​ເຂັ້ມ​ແຂງ 22 ຂ້າ​ພຣະ​ອົງ​ຕົກ​ໃຈ​ກ່າວ​ວ່າ, “ຂ້າ​ພຣະ​ອົງ​ຖືກ​ຕັດ​ຂາດ​ໄປ​ພົ້ນ​ຈາກ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ​ແລ້ວ” ແຕ່​ພຣະ​ອົງ​ຍັງ​ຊົງ​ໄດ້​ຍິນ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ເມື່ອ​ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ອົງ 23 ທຸກ​ຄົນ​ທີ່​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຮັກ​ພຣະ​ອົງ ພຣະ​ອົງ​ຊົງຄຸ້ມ​ຄອງ​ຜູ້​ທີ່​ມີ​ຄວາມ​ໄວ້​ວາງ​ໃຈ ແຕ່​ວ່າ​ພຣະ​ອົງ​ຈະ​ຊົງ​ລົງ​ໂທດ​ຢ່າງ​ຫນັກ​ແກ່​ຜູ້​ທີ່​ຈອງ​ຫອງ 24 ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ຢູ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ມີ​ກຳ​ລັງ​ໃຈ​ແລະ​ກ້າ​ຫານ​ເທີນ

ເພງສັຣເສີນ 32

ການຍອມ​ຜິດ​ແລະ​ການ​ໃຫ້​ອະ​ພັຍ ຂອງ​ດາ​ວິດ ມັ​ສ​ຄິ​ລ​ບົດ​ນຶ່ງ

1 ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ການ​ໃຫ້​ອະ​ພັຍ ແລະ​ຜູ້​ທີ່​ໄດ້​ຮັບ​ການ​ຍົກ​ໂທດ 2 ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຕໍ່​ວ່າ​ການ​ກະ​ທຳ​ຜິດ​ຂອງ​ເຂົາ ແລະ​ຜູ້​ບໍ່​ມີ​ກົນ​ອຸ​ບາຍ​ຫລອກ​ລວງ​ຄົນ​ອື່ນ 3 ເມື່ອ​ຂ້າ​ພຣະ​ອົງ​ບໍ່​ສາ​ລະ​ພາບ​ຄວາມ​ຜິດ ຂ້າ​ພຣະ​ອົງ​ກໍ​ໄດ້​ຮັບ​ທຸກ​ຈົນ​ຮ້ອງ​ໄຫ້​ຕລອດ​ວັນ 4 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ລົງ​ໂທດ​ຂ້າ​ພຣະ​ອົງ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ກຳ​ລັງ​ຂ​ອງ​ຂ້າ​ພຣະ​ອົງ​ອ່ອນ​ແຮງ​ລົງ​ເຫມືອນ​ດັ່ງ​ຄວາມ​ປຽກ​ຊຸ່ມ​ທີ່​ແຫ້ງລົງ​ໃນ​ຣະ​ດູ​ຮ້ອນ 5 ແຕ່​ເມື່ອ​ຂ້າ​ພຣະ​ອົງ​ຍອມ​ຮັບ​ຜິດ​ຕໍ່​ພຣະ​ອົງ ໂດຍ​ບໍ່​ໄດ້​ປົກ​ປິດ​ຫຍັງ​ໄວ້ ຂ້າ​ພຣະ​ອົງ​ສາ​ລະ​ພາບ​ທຸກ​ຢ່າງ ແລ້ວ​ພຣະ​ອົງ​ກໍ​ຊົງ​ອະ​ພັຍ​ໃນ​ການ​ລ່​ວງ​ລະ​ເມິດ​ຂອງ​ຂ້າ​ພຣະ​ອົງ 6 ດັ່ງ​ນັ້ນ ຜູ້​ທີ່​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະ​ອົງ​ຕ້ອງ​ອ້ອນວອນ​ຮ້ອງ​ຫາ​ພຣະ​ອົງ​ໃນ​ຍາມ​ຍາກ​ລຳ​ບາກ ເມື່ອ​ນ້ຳ​ມາກ​ຂຶ້ນ ມັນ​ຈະ​ບໍ່​ຖ້ວມ​ໄປ​ເຖິງຄົນ​ນັ້ນ 7 ພຣະ​ອົງ​ຊົງ​ເປັນ​ບ່ອນ​ຫລົບ​ລີ້​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງໃຫ້​ພົ້ນຈາກຄວາມທຸກ​ລຳ​ບາກ ຂ້າ​ພຣະ​ອົງ​ຮ້ອງ​ເພງ​ດ້ວຍ​ສຽງ​ອັນ​ດັງ​ໃນ​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ຊ່ອຍ​ໃຫ້​ພົ້ນ​ພັຍ ເພາະ​ວ່າ​ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ຂ້າ​ພຣະ​ອົງ​ໄວ້ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ສອນ​ໃຫ້​ເຈົ້າ​ຮູ້​ຈັກ​ທາງ​ທີ່​ເຈົ້າ​ຈະ​ຕ້ອງ​ໄປ ເຮົາ​ຈະ​ໃຫ້​ເຈົ້າ​ຮຽນ​ຮູ້ ແລະ​ເຮົາ​ຈະ​ຕັກ​ເຕືອນ​ເຈົ້າ 9 ຢ່າ​ດື້​ດ້ານ​ດັ່ງ​ມ້າ​ຫລື​ລໍ ທີ່ບໍ່​ຍອມ​ຟັງ​ຄວາມ ຖ້າ​ບໍ່​ເອົາ​ເຊືອກ​ຜູກ​ປາກ​ຂອງ​ມັນ 10 ຄົນ​ຊົ່ວ​ຮ້າ​ຍ​ຈະ​ໄດ້​ຮັບ​ຄວາມ​ທຸກ​ທໍ​ຣະ​ມານ ແຕ່​ຜູ້​ທີ່​ເຊື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ດ້ວຍ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ 11 ສ່ວນ​ຜູ້​ທີ່​ຊອບ​ທັມ​ທຸກ​ຄົນ​ຈົ່ງ​ຊົມ​ຊື່ນ​ຍິນ​ດີ ໃນ​ສິ່ງທີ່​ພຣະ​ອົງ​ຊົງ​ກະ​ທຳ ແລະ​ທຸກ​ຄົນ​ທີ່​ມີ​ຈີດ​ໃຈ​ຊື່​ຕົງ ຈົ່ງ​ໂຮ່​ຣ້ອງ​ຍິນ​ດີ

ເພງສັຣເສີນ 33

ສັຣເສີນຜູ້​ຊົງ​ສ້າງ​ແລະ​ຜູ້​ຊົງ​ດູ​ແລ​ຮັກ​ສາ

1 ທຸ​ກຄົນ​ທີ່​ເປັນ​ຄົນ​ຊອບ​ທັມ ຈົ່ງ​ຍິນ​ດີ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ ແລະ​ທຸກ​ຄົນ​ທີ່​ມີ​ຈິດ​ໃຈ​ຊື່​ຕົງ ຈົ່ງ​ສັຣເສີນ​ພຣະ​ອົງ 2 ຈົ່ງ​ຖວາຍ​ການ​ຂອບ​ພຣະ​ຄຸນ​ແດ່​ພຣະ​ອົງ​ດ້ວຍ​ການ​ດີດ​ພິນ ຈົ່ງ​ຮ້ອງ​ເພງ​ຖວາຍ​ແກ່​ພຣະ​ອົງ​ດ້ວຍ​ເຄື່ອງ​ດົນ​ຕ​ຣີ​ນັ້ນ 3 ຈົ່ງ​ຮ້ອງ​ບົດ​ເພງ​ໃຫມ່​ຖວາຍ​ແດ່​ພຣະ​ອົງ ດ້ວ​ຍການ​ດີດ​ພິນ​ຢ່າງ​ມ່ວນ​ຊື່ນ ແລະ​ຮ້ອງ​ເພງ​ດ້ວຍ​ສຽງ​ດັງ 4 ພຣະ​ວາ​ຈາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຈິງ ແລະ​ກິ​ຈ​ການ​ທຸກ​ຢ່າງ​ຂອງ​ພຣະ​ອົງ​ຊົງ​ເປັນ​ທີ່​ໄວ້​ວາງ​ໃຈ​ໄດ້ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ຄວາມ​ຊອບ​ທັມ ແລະ​ຄວາມ​ສັດ​ຊື່ ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຊົງ​ເຕັມ​ທົ່ວ​ໄປ​ໃນ​ແຜ່ນ​ດິນໂລກ 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສ້າງຟ້າ​ສວັນ​​ດ້ວຍ​ພຣະ​ດຳ​ຣັດ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ສ້າງ​ຕາ​ເວັນ ເດືອນ ແລະ​ດາວ​ດ້ວຍ​ພຣະ​ວາ​ຈາ​ຂອງ​ພຣະ​ອົງ 7 ພຣະ​ອົງ​ຊົງ​ທ້ອນ​ໂຮມ​ເອົາ​ນ້ຳ​ທະ​ເລ​ທັງ​ຫມົດ​ໄວ້​ໃນ​ບ່ອນ​ດຽວ ພຣະ​ອົງ​ຊົງ​ຂັງ​ມະ​ຫາ​ສະ​ຫມຸດ​ອັນ​ເລິກ​ໄວ້​ໃນ​ບ່ອນ​ຂອງ​ມັນ 8 ທົ່ວ​ທັງ​ແຜ່ນ​ດິນ​ໂລກ ຈົ່ງ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ທຸກໆ​ຄົນ​ທີ່​ຢູ່​ໃນ​ໂລກ ຈົ່ງ​ຢ້ານ​ຢຳ​ພຣະ​ອົງ 9 ເມື່ອ​ພຣະ​ອົງ​ຊົງ​ສັ່ງ​ໂລກ​ນີ້ກໍ​ເກີດ​ຂຶ້ນ​ມາ ແລະ​ທຸກໆ​ສິ່ງ​ປາ​ກົດ​ຂຶ້ນ​ມາ​ຕາມ​ພຣະ​ດຳ​ຣັດ​ຂອງ​ພຣະ​ອົງ 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ລາຍ​ຈຸດ​ປະ​ສົງ​ຂອ​ງຊົນ​ຊາດ​ຕ່າງໆ ພຣະ​ອົງ​ຊົງ​ໃຫ້​ແຜນ​ການ​ຂອງ​ເຂົາ​ໄຮ້​ປ​ໂຍດ 11 ແຕ່​ສ່ວນ​ແຜນ​ການ​ຂອງ​ພຣະ​ອົງ​ນັ້ນ​ຊົງ​ຫມັ້ນ​ຄົງຕລອດ​ໄປ ແລະ​ຄວາມ​ປາ​ຖ​ນາ​ດີ​ຂອງ​ພຣະ​ອົງ​ຊົງ​ເປັນ​ຢູ່​ຊົ່ວ​ນີ​ຣັນ​ດອນ 12 ຄວາມ​ສຸກ​ຈົ່ງ​ມີ​ແກ່​ຊົນ​ຊາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ​ຜູ້​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້​ໃຫ້​ເປັນ​ມໍ​ຣະ​ດົກຂອງ​ພຣະ​ອົງ 13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທອດ​ພຣະ​ເນດ​ລົງ​ມາ​ຈາກ​ຟ້າສວັນ​ ແ​ລະ​ຊົງ​ຫລິງ​ເຫັນ​ມະ​ນຸດ​ທຸກ​ຄົນ 14 ຢູ່​ທີ່​ນັ້ນ ພຣະ​ອົງ​ຊົງ​ປົກ​ຄອງ ແລະ​ເບິ່ງ​ແຍງ​ທຸກໆ​ຄົນ​ທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ 15 ພຣະ​ອົງ​ຊົງ​ປະ​ກອບ​ຄວາມ​ນຶກ​ຄິດ​ທັງ​ຫລາຍ​ຂອງ​ເຂົາ ແລະ​ຊົງ​ຮູ້​ຈັກ​ທຸກໆ​ສິ່ງ​ທີ່​ເຂົາ​ເຮັດ​ 16 ເຈົ້າ​ຊີ​ວິດ​ບໍ່​ສາ​ມາດ​ຊະນະ​ດ້ວຍ​ກຳ​ລັງ​ທະ​ຫານ​ໄດ້ ແລະ​ທະ​ຫານ​ກໍ​ບໍ່​ສາ​ມາ​ດຊະນະ​ຍ້ອນ​ກຳ​ລັງ​ຂອງ​ຕົນ​ໄດ້ 17 ມ້າ​ເສິກ​ໃຊ້​ເອົາ​ໄຊ​ຊະ​ນະ​ໃນ​ການ​ຮົບ​ບໍ່​ໄດ້ ກຳ​ລັງ​ອັນ​ແຮງ​ກ້າ​ຂອງ​ມັນ​ກໍ​ຊ່ອຍ​ໃຫ້​ພົ້ນ​ບໍ່​ໄດ້ 18 ພຣະ​ຜູ້​ເປັນ​ເຈົ້າ​ເຝົ້າ​ເບິ່ງ​ແຍງ​ຜູ້​ທີ່​ຢ້ານ​ຢຳ​ພຣະ​ອົງ ແລະ​ຜູ້​ທີ່​ເຊື່ອ​ໃນ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ 19 ພຣະ​ອົງ​ຊົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ຊົງຄຸ້ມ​ຄອງ​ໃຫ້​ເຂົາ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ໃນ​ເວ​ລາ​ອຶດ​ຢາກ 20 ຈິດ​ວິນ​ຍານ​ຂອງ​ເຮົາ​ທັງ​ຫລາຍ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ຄວາມອຸ​ປ​ຖັມ​ແລະ​ເປັນ​ໂລ່​ຂອງ​ເຮົາ 21 ຈິດ​ໃຈ​ຂອງ​ເຣົາ​ທັງຫລາຍຍິນ​ດີ​ນຳ​ພຣະ​ອົງ ແລະ​ເຊື່ອ​ໄວ້​ວາງ​ໃຈ​ໃນ​ພຣະ​ນາມ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ 22 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ຂ້າ​ພຣະ​ອົງ​ຜູ້​ໄດ້​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ອົງ

ເພງສັຣເສີນ 34

ການ​ສັຣເສີນ​ຄວາມ​ດີ​ຂອງ​ພຣະ​ເຈົ້າ ຂອງ​ດາ​ວິດ ເທື່ອ​ທ່ານ​ທຳ​ເປັນ​ບ້າ​ຢູ່​ຕໍ່​ຫນ້າ ອາ​ບີ​ເມ​ເລກ ພຣະ​ອົງ​ຈຶ່ງ​ຂັບ​ໄລ່​ທ່ານ​ອອກ​ໄປ​ເສັຽ ແລະ​ທ່ານ​ກໍ​ໄປ

1 ຂ້າ​ພຣະ​ອົງຈະ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ​ທຸກເວ​ລາ ຂ້າ​ພຣະ​ອົງ​ຈະ​ບໍ່​ເຊົາ​ສັຣເສີນ​ພຣະ​ອົງ​ຈັກ​ເທື່ອ 2 ຂ້າ​ພຣະ​ອົງ​ຈະ​ສັຣເສີນ​ໃນ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ ຂໍ​ໃຫ້​ທຸກໆ​ຄົນ​ທີ່​ຖືກ​ຂົ່ມ​ເຫັງ​ຟັງ​ເອົາ​ແລະ​ຍິນ​ດີ 3 ຈົ່ງ​ພາກັນ​ປະ​ກາດ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​​ເຮົາ​ພ້ອມ​ກັນ​ສັຣເສີນ​ພຣະ​ນາມ​ຂອງ​ພຣະ​ອົງ 4 ຂ້າ​ພຣະ​ອົງ​ໄດ້​ອ້ອນວອນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຊົງ​ຕອບ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ໃຫ້​ຄວາມ​ຢ້ານ​ກົວ​ຂອງ​ຂ້າ​ພຣະ​ອົງ​ຫມົດ​ໄປ 5 ຜູ້​ທີ່​ຖືກ​ຂົ່ມ​ເຫັງໄດ້​ມາ​ເບິ່ງ​ພຣະ​ອົງ​ແລະ​ຍິນ​ດີ ເຂົາ​ຈະ​ບໍ່​ສູນ​ເສັຽ​ຄວາມ​ຫວັງ​ຈັກ​ເທື່ອ 6 ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ຮ້ອງ​ຫາ​ພຣະ​ອົງ ພຣະ​ອົງ​ຊົງ​ຊ່ອຍ​ເຂົາ ພຣະ​ອົງ​ຊົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ລຳ​ບາກ​ນາ​ໆ​ປະ​ການ 7 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ຜູ້​ທີ່​ຢ້ານ​ຢຳ​ພຣະ​ອົງ ແລະ​ຊ່ອຍ​ຊີ​ວິດ​ຂອງ​ເຂົາ​ໃຫ້​ພົ້ນ​ຈາກ​ອັນ​ຕະ​ຣາຍ 8 ພວກ​ທ່ານ​ຈະ​ພົບ​ດ້ວຍ​ຕົນ​ເອງວ່າ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ດີ​ພຽງ​ໃດ ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ສ​ແວງ​ຫາ​ຄວາມ​ປ​ອດ​ພັຍ​ໃນ​ພຣະ​ອົງ 9 ໄພ່​ພົນ​ທຸກ​ຄົນ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈົ່ງ​ຢ້ານ​ຢຳພຣະ​ອົງ ຜູ້​ທີ່​ຢຳ​ເກງ​ພຣະ​ອົງ​ຈະ​ໄດ້​ຮັບ​ສິ່ງ​ຕາມ​ທີ່​ເຂົາ​ຕ້ອງ​ການ 10 ແມ່ນ​ແຕ່​ຝູງ​ສິງ​ກໍ​ຍັງ​ຂາດ​ອາ​ຫານ​ແລະ​ອຶດ​ຫິວ ແຕ່​ວ່າ​ຜູ້​ທີ່​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຂາດ​ສິ່ງ​ທີ່​ດີ​ເລີຍ 11 ພວກ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ຈົ່ງ​ມາ​ພີ້​ແລະ​ຟັງ​ຂ້າ​ພະ​ເຈົ້າ​ເທີນ ຂ້າ​ພະ​ເຈົ້າ​ຈະ​ສອນ​ໃຫ້​ພວກ​ເຈົ້າ​ຢ້ານ​ຢຳ​ພຣະ​ຜູ້​ເປັນ​ເຈົ້າ 12 ພວກ​ເຈົ້າ​ມັກ​ຊີ​ວິດມ່ວນ​ຊື່ນ​ແມ່ນ​ບໍ່? ພວກ​ເຈົ້າປາ​ຖ​ນາ​ຊີ​ວິດ​ຍິນ​ຍາວ​ແລະ​ຄວາມ​ສຸກ​ບໍ່​ແມ່ນ​ບໍ່? 13 ຈົ່ງ​ລະ​ວັງ​ລີ້ນ​ຂອງ​ເຈົ້າ​ຈາກ​ຄວາມ​ຊົ່ວ ແລະ​ຢ່າ​ໃຫ້​ຮີມ​ຝີ​ປາກ​ເວົ້າ​ເປັນ​ອຸ​ບາຍ​ຫລອກ​ລວງ 14 ຈົ່ງ​ຫັນ​ຫລັງ​ໃຫ້​ຄວາມ​ຊົ່ວ​ ແລະ​ສ້າງ​ແຕ່​ຄວາມ​ດີ ຖ້າ​ຕ້ອງ​ການ​ສິ່ງ​ເຫລົ່າ​ນີ້ ຈົ່ງ​ປາ​ຖ​ນາ​ຫາ​ແຕ່​ຄວາມ​ສງົບ​ສຸກ ແລະ​ສ້າງ​ແຕ່​ຄວາມ​ດີ​ຂຶ້ນ 15 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄອຍ​ເຝົ້າ​ເບິ່ງ​ແຍງ​ຄົນ​ຊອບ​ທັມ ແລະ​ຊົງ​ຟັງ​ສຽງ​ຮ້ອງ​ຂໍ​ຂອງ​ເຂົາ 16 ແຕ່​ພຣະ​ອົງ​ຊົງ​ຫັນ​ຫນ້າ​ຫນີ​ຈາກ​ຜູ້​ທີ່​ທຳ​ຊົ່ວ ດັ່ງ​ນັ້ນ ແມ່ນ​ແຕ່​ປະ​ຊາ​ຊົນ​ຂອງ​ເຂົາ​ກໍ​ຈະ​ລືມ​ເຂົາ​ໄປ 17 ເມື່ອ​ຄົນ​ຊອ​ບທັມ​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຟັງ​ເຂົາ ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ລຳ​ບາກ 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ້​ໃກ້ຜູ້​ທີ່​ຂາດ​ຄວາມ​ກ້າ​ຫານ ແລະ​ພຣະ​ອົງ​ຊົງ​ຊ່ອຍ​ຜູ້​ທີ່​ສູນ​ເສັຽ​ຄວາມ​ຫວັງ​ທຸກ​ຢ່າງ 19 ຄົນ​ດີ​ທົນ​ທຸກ​ທໍ​ຣະ​ມານ​ຕໍ່​ຄວາມ​ທຸກ​ຍາກ​ລຳ​ບາກ​ຢ່າງ​ຫລວງ​ຫລາຍ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫລົ່າ​ນີ້ 20 ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ເຂົາ​ໄວ້​ທຸກ​ຢ່າງ ແມ່ນ​ແຕ່​ກະ​ດູກ​ຊີກ​ນຶ່ງ​ຂອ​ງເຂົາ​ກໍ​ຈະ​ບໍ່​ຫັກ​ແຕກ​ໄປ 21 ຄວາມ​ຊົ່ວ​ຈະ​ເຮັດ​ໃຫ້​ຄົນ​ຊົ່ວ​ຊ້າ​ຕາຍ​ໄປ ຄົນ​ທີ່​ກຽດ​ຊັງ​ຄົນ​ຊອບ​ທັມ​ຈະ​ຖືກ​ໂທດ 22 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ໄພ ຜູ້​ທີ່​ຢູ່​ໃນ​ຄວາມ​ຄຸ້ມ​ຄອງ​ຂອງ​ພຣະ​ອົງ​ຈະ​ພົ້ນ​ໄພ

ເພງສັຣເສີນ 35

ຄຳ​ອະ​ທິ​ຖານ​ຂໍ​ຊົງ​ຊ່ອຍ​ໃຫ້​ພົ້ນ​ຈາກ​ສັດ​ຕຣູ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຕໍ່​ຕ້ານ​ຜູ້​ທີ່​ຕໍ່​ຕ້ານ​ຂ້າ​ພຣະ​ອົງ ຂໍ​ຊົງ​ສູ້ຮົບກັບ​ຜູ້​ທີ່​ຮົບ​ກັບ​ຂ້າ​ພຣະ​ອົງ 2 ຂໍ​ຊົງ​ຖື​ໂລ້​ແລະ​ດັ້ງ ແລະ​ຊົງ​ລຸກ​ຂຶ້ນ​ຊ່ອຍ​ຂ້າ​ພຣະ​ອົງ 3 ຂໍ​ຊົງ​ຕຽມ​ຫອກ​ແລະ​ຂວານ​ຕໍ່​ສູ້​ຜູ້​ໄລ່​ຕາມ​ຂ້າ​ພຣະ​ອົງ ຂໍ​ຕຣັສກັບ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ວ່າ, “ເຣົາ​ເປັນ​ຜູ້​ຊ່ອຍ​ກູ້​ຂອງ​ເຈົ້າ” 4 ຜູ້​ທີ່​ສ​ແວງ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ນັ້ນ ຂໍ​ໃຫ້​ເຂົາ​ໄດ້​ອາຍ​ແລະ​ອັ​ປ​ຍົດ ຜູ້​ທີ່​ປະ​ດິດ​ຄວາມ​ຊົ່ວ​ຕໍ່​ສູ້​ຂ້າພຣະອົງ​ນັ້ນ ຂໍ​ຊົງ​ໃຫ້​ເຂົາ​ກັ​ບ​ໄປ​ແລະ​ອົດ​ສູ 5 ໃຫ້​ເຂົາ​ເປັນ​ເຫມືອນ​ແກບ​ຕໍ່​ຫນ້າ​ລົມ​ມີ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂັບ​ໄລ່​ຕາມ​ເຂົາ​ໄປ 6 ຂໍ​ໃຫ້​ທາງ​ຂອງ​ເຂົາ​ມືດ​ແລະ​ລື່ນ ມີ​ທູດ​ສວັນ​ຂອງພຣະ​ຜູ້​ເປັນ​ເຈົ້າ​ໄລ່​ຕາມ​ເຂົາ​ໄປ 7 ເພາະ​ເຂົາ​ຫ້າງ​ແຮ້ວ​ໃສ່​ຂ້າ​ພຣະ​ອົງ​ຢ່າງ​ບໍ່​ມີ​ເຫດ​ຜົນ ເຂົາ​ຂຸດ​ຂຸມ​ເລິກ​ດັກເອົາ​ຊີ​ວິດ​ຂ້າ​ພຣະ​ອົງຢ່າງ​ບໍ່​ມີ​ເຣື່ອງ 8 ຂໍ​ໃຫ້​ຄວາ​ມພິ​ນາດ​ມາ​ເຖິງ​ເຂົາ​ຢ່າງ​ບໍ່​ຣູ້​ຕົວ ແລະ​ຂໍ​ໃຫ້​ຫ້າງ​ແຮ້ວ​ທີ່​ເຂົາ​ເຊື່ອງ​ໄວ້​ນັ້ນ​ຕິດ​ເຂົາ​ເອງ ແລະ​ໃຫ້​ເຂົາ​ຕິດ​ແຮ້ວ​ພິ​ນາດ​ເອງ 9 ແລ້ວ​ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ຈະ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ດີ​ໃຈ​ຢູ່​ໃນ​ກາ​ນຊ່ອຍ​ກູ້​ຂອງ​ພຣະ​ອົງ 10 ກະ​ດູກ​ທັງ​ຫມົດ​ຂອງ​ຂ້າ​ພຣະ​ອົງ​ຈະ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່ມີ​ຜູ້​ໃດ​ເຫມືອນ​ພຣະ​ອົງ ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຄົນ​ອ່ອນ​ແອ​ຈາກ​ຜູ້​ທີ່​ເຂັ້ມ​ແຂງ​ເກີນ​ກຳ​ລັງ​ຂອງ​ເຂົາ ຄົນ​ອ່ອນ​ແອ​ແລະ​ຄົນ​ຂັດ​ສົນ​ຈາກ​ຜູ້​ທີ່​ປຸ້ນ​ເຂົາ” 11 ມີ​ພຍານ​ປອ​ງ​ຮ້າຍ​ລຸກ​ຂຶ້ນ ເຂົາ​ຖາມ​ເຖິງ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ບໍ່​ຮູ້ 12 ເຂົາ​ສນອງ​ຂ້າ​ພຣະ​ອົງ​ໂດຍ​ທາງ​ທຳ​ຊົ່ວຕອບ​ຄວາມ​ດີ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ກໍ​ສິ້ນ​ຫວັງ 13 ສ່ວນ​ຂ້າ​ພຣະ​ອົງ ເມື່ອ​ເຂົາ​ປ່ວຍ ຂ້າ​ພຣະ​ອົງ​ໃສ່​ຜ້າ​ກະ​ສອບ ຂ້າ​ພຣະ​ອົງ​ຂົ່ມ​ໃຈ​ຕົນ​ເອງ​ດ້ວຍ​ການ​ອົດ​ອາ​ຫານ ຂ້າ​ພຣະ​ອົງ​ກົ້ມ​ຫນ້າ​ລົງ​ທີ່​ເອີ​ກອ້ອນວອນ 14 ຢ່າງ​ທີ່​ຂ້າ​ພຣະ​ອົງ​ເປັນ​ທຸກ​ເພື່ອ​ຫມູ່ ຫລື​ພີ່​ນ້ອງ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ອອກ​ໄປ​ເຫມືອນ​ຄົນ​ໄວ້​ທຸກ​ໃຫ້​ແມ່ ຄໍ​ຕົກ​ແລະ​ຮ້ອງ​ໄຫ້​ຄ່ຳ​ຄວນ 15 ແຕ່​ພໍ​ຂ້າ​ພຣະ​ອົງສະ​ດຸດ ເຂົາ​ກໍ​ຊຸມ​ນຸມ​ກັນ​ຢ່າງ​ຊອບ​ໃຈ ເຂົາ​ຮວບ​ຮວມ​ກັນ​ມາ​ສູ້​ກັບ​ຂ້າ​ພຣະ​ອົງ ນັ​ກ​ເລງ​ຫົວ​ໄມ້​ຊຶ່ງ​ຂ້າ​ພຣະ​ອົງ​ບໍ່​ຮູ້​ຈັກ​ໄດ້​ດ່າ​ວ່າ​ຂ້າ​ພຣະ​ອົງ​ຢ່າງ​ບໍ່​ຢຸດ​ຢັ້ງ 16 ເຂົາ​ເຍາະ​ເຍີ້ຍ​ຂຶ້ນ​ຢ່າງ​ຫຍາບ​ຄາຍ ຂົບ​ແຂ້ວ​ຄ້ຽວ​ຟັນ​ໃສ່​ຂ້າ​ພຣະ​ອົງ​ໃສ່​ຂ້າ​ພຣະ​ອົງ 17 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​ທອດ​ພຣະ​ເນດເບິ່ງ​ອີກດົນ​ປານ​ໃດ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ການ​ຮ້າຍ​ກາດ​ຂອງ​ເຂົາ ຊ່ອຍ​ຊີ​ວິດ​ຂ້າ​ພຣະ​ອົງ​ຈາກ​ຫມູ່​ສິງ​ຫນຸ່ມ 18 ແລ້ວ​ຂ້າ​ພຣະ​ອົງ​ຈະ​ໂມທະ​ນາ​ພຣະ​ຄຸນ​ພຣະ​ອົງ​ໃນ​ທີ່​ຊຸມ​ນຸມ​ໃຫຍ່ ຂ້າ​ພຣະ​ອົງ​ຈະ​ສັຣເສີນ​ພຣະ​ອົງ​ຖ້າ​ມ​ກາງ​ຄົນ​ຈຳ​ນວນ​ຫລາຍ 19 ຂໍ​ຢ່າ​ໃຫ້​ຄູ່​ສັດ​ຕຣູ​ທີ່​ໄຮ້​ເຫດ​ຜົນ​ນັ້ນ​ມີ​ຄວາມ​ຍິນ​ດີ​ເຫນືອ​ຂ້າ​ພຣະ​ອົງ ແລະ​ຢ່າ​ໃຫ້​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ຂ້າ​ພຣະ​ອົງ​ຢ່າງ​ບໍ່​ມີ​ເຫດ​ໄດ້​ຫລິ່ວ​ຕາ​ໃຫ້​ກັນ 20 ເພາະ​ເຂົາ​ບໍ່​ເວົ້າ​ຢ່າງ​ສັນ​ຕິ ແຕ່​ເຂົາ​ຄິດ​ຖ້ອຍ​ຄຳ​ຫລອກ​ລວງ​ຕໍ່​ບັນ​ດາ​ຜູ້​ທີ່​ສ​ງົບ​ງຽບ​ໃນ​ແຜ່ນ​ດິນ 21 ເຂົາ​ອ້າ​ປາກກວ້າງ​ໃສ່​ຂ້າ​ພຣະ​ອົງ ເຂົາ​ກ່າວ​ວ່າ, “ຫັ້ນ​ເດ ເຮົາ​ເຫັນ​ກັບ​ຕາ​ແລ້ວ” 22 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ທອດ​ພຣະ​ເນດ​ແລ້ວ ຂໍ​ຢ່າ​ຊົງມິດ​ງຽບ ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຢ່າຊົງ​ສະ​ຖິດ​ໄກ​ຂ້າພຣະ​ອົງ 23 ໂຜດ​ຕື່ນ​ຂຶ້ນ​ມາ​ປົກ​ປ້ອງ ແລະ​ແກ້​ຄະ​ດີ​ໃຫ້​ຂ້າ​ພຣະ​ອົງເຖີດ ຂ້າ​ແດ່​ພຣະເຈົ້າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຮ້ອນ​ພຣະ​ທັຍ 24 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະເຈົ້າ​​ຂອງຂ້າ​ພຣະ​ອົງ ຂໍ​ຊົງ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແກ່​ຂ້າ ພຣະ​ອົງ​ຕາມ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ແລະ​ຂໍ​ຢ່າ​ໃຫ້​ເຂົາ​ຍິນ​ດີ​ເຫນືອ​ຂ້າ​ພຣະ​ອົງ 25 ຢ່າ​ໃຫ້​ເຂົາ​ທັງ​ຫລາຍ​ເວົ້າ​ໃນ​ໃຈ​ວ່າ, “ເອີ​, ເຮົາ​ໄດ້​ຕາມ​ໃຈ​ປາ​ຖ​ນາ​ຂອງ​ເຮົາ” ຢ່າ​ໃຫ້​ເຂົາ​ກ່າວ​ໄດ້​ວ່າ, “ເຮົາ​ໄດ້​ກຳ​ຈັດ​ເຂົາ​ແລ້ວ” 26 ຂໍ​ໃຫ້​ເຂົາ​ໄດ້​ອາຍ​ແລະ​ໄດ້​ຄວາມ​ຫຍຸ້ງ​ຍາກ​ດ້ວຍ​ກັນ ຄື​ເຂົາ​ຜູ້​ຍິນ​ດີ​ເພາະ​ຄວາມ​ລຳ​ເຄັນ​ຂອງ​ຂ້າ ພຣະ​ອົງ​ ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ອາຍ​ແລະ​ຄວາມອັ​ປ​ຍົດ ຄື​ຜູ້​ທີ່​ເຂົາ​ອວດ​ຕົວ​ສູ້​ຂ້າ​ພຣະ​ອົງ 27 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ເຫັນຊອບ​ໃນ​ໄຊ​ຊະ​ນະ​ຂອງ​ຂ້າ​ພຣະ​ອົງ​ໂຮ່​ຮ້ອງ​ແລະ​ຍິນ​ດີ ແລະ​ກ່າວ​ຢູ່​ສ​ເມີ​ວ່າ, “ພຣະ​ເຈົ້າ​ນັ້ນ​ຍິ່ງ​ໃຫຍ່ ພຣະ​ອົງ​ຜູ້​ຊົງ​ຊົມ​ຊື່ນ​ຍິນ​ດີ​ໃນ​ສວັດ​ດີ​ພາບ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ” 28 ແລ້ວ​ລີ້ນ​ຂອງ​ຂ້າ​ພຣະ​ອົງ​ຈະ​ບອກ​ເລົ່າ​ເຖິງ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ແລະ​ຈະ​ສັຣເສີນ​ພຣະ​ອົງ​ສືບ​ໄປ​ທຸກໆ​ມື້

ເພງສັຣເສີນ 36

ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຂອງ​ດາ​ວິດ ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ

1 ການ​ລະ​ເມີດ​ເວົ້າ​ກັບ​ຄົນ​ອະ​ທັມ ເລິກ​ເຂົ້າ​ໄປ​ໃນ​ຈິດ​ໃຈ​ຂອງ​ເຂົາ ເຂົາ​ບໍ່​ເຫັນ​ຈະ​ຕ້ອງ​ຢ້ານ​ພຣະ​ເຈົ້າ 2 ເພາະ​ເຂົາ​ຍົກຕົນ​ເອງ​ໃນ​ສາຍ​ຕາ​ຂອງ​ຕົນວ່າ ບໍ່​ມີ​ໃຜ​ພົບ​ແລະກຽດ​ຊັງ​ຄວາມ​ຜິດ​ບາບ​ຂອງ​ເຂົາ 3 ​ຄຳເວົ້າ​ຈາກ​ປາກ​ຂອງ​ເຂົາ​ກໍ​ຊົ່ວ​ຮ້າຍ ​ແລະ​ຫລອກ​ລວງ ເຂົາເຊົາ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ທີ່​​ສ​ລາດ​ ແລະສິ່ງທີ່​ດີ​ອີກ​ຕໍ່​ໄປ 4 ເຂົາ​ວາງ​ແຜນ​ຄວາມ​ຊົ່ວ​ຮ້າຍ​ໃນ​ເວ​ລາ​ເຂົາ​ຢູ່​ເທິງ​ຕຽງ​ນອນ​ຂອງ​ເຂົາ ເຂົາ​ວາງ​ຕົວ​ໃນ​ທາງ​ທີ່​ບໍ່​ດີ ເຂົາ​ບໍ່​ໄດ້​ກຽດ​ຊັງ​ຄວາມ​ຊົ່ວ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຢຸ່​ໃນ​ຟ້າ​ສວັນ ຄວາມ​ສັດ​ຊື່​ຂອງ​ພຣະ​ອົງ​ໄປ​ເຖິງ​ເມກ 6 ຄວາມ​ຊອບທັມ​ຂອງ​ພຣະ​ອົງ​ເຫມືອນ​ພູ​ເຂົາ​ທັງ​ຫລາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄຳ​ພິ​ພາກ​ສາ​ຂອງພຣະ​ອົງ​ເຫມືອນ​ທີ່​ເລິກ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຊ່ອຍ​ມະ​ນຸດ​ແລະ​ສັດ​ໃຫ້​ລອດ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ປະ​ເສີດ​ຢ່າງ​ໃດ​ຫນໍ ລູກ​ຫລານ​ຂອງ​ມະ​ນຸດ​ເຂົ້າ​ລີ້​ພັຍຢູ່​ໃຕ້​ຮົ່ມ​ປີກ​ຂອງ​ພຣະ​ອົງ 8 ເຂົາ​ອີ່ມ​ດ້ວຍ​ຄວາມ​ອຸ​ດົມ​ສົມ​ບູນ​ແຫ່ງ​ພຣະ​ຜາ​ສາດ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ປະ​ທານ​ໃຫ້​ເຂົາ​ດື່ມ​ຈາກ​ແມ່​ນ້ຳ​ແຫ່ງ​ຄວາມ​ສຸກ​ກະ​ເສີມ​ຂອງ​ພຣະ​ອົງ 9 ເພາະ​ທານ​ນ້ຳ​ພຸ​ແຫ່ງ​ຊີ​ວິດ​ຢູ່​ກັບ​ພຣະ​ອົງ ເຮົາ​ເຫັນ​ຄວາມ​ສວ່າງ​ໂດຍ​ຂອງ​ພຣະ​ອົງ 10 ຂໍ​ປະ​ທານ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຕໍ່​ໄປ​ແກ່​ຜູ້​ທີ່​ຮູ້​ຈັກ​ພຣະ​ອົງ ແລະ​ຄວາມ​ລອດ​ຂອງ​ພຣະ​ອົງ​ແກ່​ຄົນ​ໃຈ​ທ່ຽງ​ທັມ 11 ຂໍ​ຢ່າ​ໃຫ້​ຕີນ​ຂອງ​ຄົນ​ຈອງ​ຫອງ​ມາ​ເຫນືອຂ້າ​ພຣະ​ອົງ ຫລື​ໃຫ້​ມື​ຂອງ​ຄົນ​ອະ​ທັມ​ຂັບ​ໄລ່​ຂ້າ​ພຣະ​ອົງ​ໄປ​ 12 ແລ້ວ​ຄົນ​ທຳ​ຊົ່ວ​ກໍ​ລົ້ມ​ຢູ່​ທີ່​ນັ້ນ ເຂົາ​ຖືກ​ຊຸກ​ລົງ ລຸກ​ຂຶ້ນ​ອີກ​ບໍ່​ໄດ້

ເພງສັຣເສີນ 37

ໂຊກ​ຊະ​ຕາ​ຂອງ​ຄົນ​ຊົ່ວ​ແລະ​ຄົນ​ດີ ຂອງ​ດາ​ວິດ

1 ຢ່າ​ເສັຽ​ໃຈ​ຍ້ອນ​ຄົນ​ຊົ່ວ ຢ່າ​ອິດ​ສາ​ຜູ້​ທີ່​ໄດ້​ມາ​ໃນ​ທາງ​ຜິດ 2 ເຂົາ​ຈະ​ສູນ​ເສັຽ​ໄປ​ເຫມືອນຫຍ້າ​ທີ່​ຫ່ຽວ​ແຫ້ງ​ລົງ ​ເຂົາ​ຈະ​ຕາຍ​ເຫມືອນ​ດັ່ງ​ຕົ້ນ​ໄມ້​ທີ່​ຫ່ຽວ​ແຫ້ງ 3 ຈົ່ງ​ເຊື່ອ​ຟັງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ສ້າງ​ແຕ່​ຄວາມ​ດີ ແລ້ວ​ອາ​ໄສ​ຢູ່​ໃນ​ປະ​ເທດ​ຂອງ​ຕົນ​ຢ່າງ​ປອດ​ພັຍ 4 ຈົ່ງ​ຊອກ​ຫາ​ຄວາມ​ສຸກ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຈະ​ປະ​ທານ​ໃຫ້​ຕາມ​ໃຈ​ມັກ​ຂອງ​ເຈົ້າ 5 ຈົ່ງ​ຖວາຍ​ຕົວ​ເອງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ເຊື່ອ​ພຣະ​ອົງ ແລະ​ພຣະ​ອົງ​ຈະ​ຊ່ອຍ​ເຫລືອ​ເຈົ້າ 6 ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ຄວາມ​ດີ​ຂອງ​ເຈົ້າ​ຊ່າ​ລື​ໄປ ແລະ​ຄວາມ​ຊອບ​ທັມ​ຂອງ​ເຈົ້າ​ເປັນ​ເຫມືອນ​ດັ່ງ​ດວງ​ຕາ​ເວັນ​ໃນ​ຍາມ​ທ່ຽງ 7 ຈົ່ງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ສງົບ​ງຽບ ແລະ​ຄອຍ​ຖ້າ​ກິ​ຈ​ການ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ອົດ​ທົນ ຢ່າ​ຄິດ​ຫນັກ​ໃນ​ກ່ຽວ​ກັບ​ຜູ້​ມັ່ງ​ຄັ່ງ​ສົມ​ບູນ ຫລື​ຜູ້​ທີ່​ສຳ​ເຣັດ​ຜົນ​ໃນ​ແຜນ​ການ​ຊົ່ວ​ຂອງ​ເຂົາ 8 ຢ່າ​ໃຈ​ຮ້າຍ ຢ່າວຸ້ນ​ວາຍ ແລະ​ຢ່າ​ເສັຽ​ໃຈ ເພາະ​ສິ່ງ​ເຫລົ່າ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ຂຶ້ນ​ຢ່າງ​ໃດ​ຫມົດ 9 ສ່ວນ​ຜູ້​ທີ່​ເຊື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ຢ່າງ​ປອດ​ພັຍ ແຕ່​ຄົນ​ຊົ່ວ​ຈະ​ຖືກ​ຂັບ​ໄລ່​ຫນີ 10 ໃນ​ພຽງ​ຊົ່ວ​ລະ​ຍະ​ດຽວ​ເທົ່າ​ນັ້ນ​ແຫລະ ຄົນ​ຊົ່ວ​ຮ້າຍ​ຈະ​ດັບ​ສູນ​ໄປ ພວກ​ເຈົ້າ​ຈະ​ຊອກ​ຫາ​ເຂົາ​ແຕ່​ຈະ​ບໍ່​ພົບ 11 ແຕ່​ຜູ້​ທີ່​ອ່ອນ​ໂຍນ​ຈະ​ຢູ່​ໃນ​ແຜ່ນ​ດິນຢ່າງ​ປອດ​ພັຍ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ສ​ງົບ​ສຸກ 12 ຄົນ​ຊົ່ວ​ວາງ​ແຜນ​ອຸ​ບາຍ​ຕໍ່​ສູ້​ຄົນ​ດີ ແລະ​ກັດ​ແຂ້ວ​ໃສ່​ເຂົາ 13 ພຣະ​ຜູ້ເປັນ​ເຈົ້າ​ຊົງ​ຫົວ​ຂວັນ​​ຄົນ​ຊົ່ວ​ຮ້າຍ ເພາະພຣະ​ອົງ​ຊົງ​ຮູ້​ຈັກ​ວ່າ​ໃນ​ບໍ່​ດົນ​ນີ້​​ເຂົາ​ຈະ​ຖືກ​ທຳ​ລາຍ 14 ຄົນ​ຊົ່ວ​ຮ້າຍ​ຖອດ​ດາບ​ຂອງ​ເຂົາ​ອອກ ແລະ​ກົ່ງ​ຄັນ​ທະ​ນູ​ເພື່ອ​ຂ້າ​ຄົນ​ທຸກ​ຍາກ​ແລະ​ຂັດ​ສົນ​ຖິ້ມ ແລະ​ຂ້າ​​ຄົນ​ດີ​ທັງ​ຫລາຍ​ໂດຍ​ວິ​ທີ​ປາດ​ຄໍ 15 ແຕ່​ວ່າ​​ເຂົາ​ຈະ​ຖືກ​ທຳ​ລາຍ​ດ້ວຍ​ດາບ​ຂອງ​​ເຂົາ​ເອງ ແລະ​ຄັນ​ທະ​ນູ​ຂອງ​ເຂົາ​ຈະ​ຫັກ 16 ສິ່ງ​ຂອງ​ເລັກ​ນ້ອຍ​ທີ່​ຄົນ​ດີ​ມີ​ຢູ່ກໍ​ດີກວ່າ​ຊັບ​ສົມ​ບັດ​ຂອງ​ຄົນ​ຊົ່ວ​ທັງ​ຫລາຍ 17 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ກຳ​ລັງ​ຂອງ​ຄົນ​ຊົ່ວ​ຮ້າຍ​ສູນ​ເສັຽ​ໄປ ແຕ່​ພຣະ​ອົງ​ຈະ​ຊົງ​ຄ້ຳ​ຊູ​ຄົນ​ດີ 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພິ​ທັກ​ຮັກສາ​ຜູ້​ທີ່​ສັດ​ຊື່​ຕໍ່​ພຣະ​ອົງ ແລະ​ຜືນ​ແຜ່ນ​ດິນ​ຈະ​ເປັນ​ຂອງ​​ເຂົາ​ຕລອດ​ໄປ 19 ​ເຂົາ​ຈະ​ບໍ່​ທົນ​ທຸກ​ທໍ​ຣະ​ມານ​ໃນ​ຄາວ​ເຄາະ​ຮ້າຍ ​ເຂົາ​ຈະ​ມີ​ພຽງ​ພໍ​ໃນ​ຄາວ​ອຶດຢາກ 20 ແຕ່​ວ່າ​​ຄົນ​ຊົ່ວ​ຈະ​ຕ້ອງ​ຕາຍ ສັດ​ຕຣູ​ທັງ​ຫລາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ດັບ​ສູນໄປ​ເຫມືອນດອກ​ໄມ້​ປ່າ ເຂົາ​ຈະ​ສູນ​ຫາຍ​ໄປ​ເຫມືອນ​ດັ່ງ​ຄວັນ​ໄຟ 21 ຄົນ​ຊົ່ວ​ຮ້າຍ​ຂໍ​ຢືມ​ເງິນ​ແຕ່​ບໍ່​ສົ່ງ​ຄືນ ສ່ວນ​ຄົນ​ດີ​ມີ​ໃຈ​ກວ້າງ​ຂວາງ​ແລະ​ເອື້ອ​ເຟື້ອ​ອາ​ຣີ 22 ຜູ້​ທີ່​ຮັບ​ພຣະ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອາ​ໄສ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ນີ້​ຢ່າງ​ປອດ​ພັຍ ແຕ່​ວ່າ​ຜູ້​ທີ່​ພຣະ​ອົງ​ຊົງ​ສາບ​ແຊ່ງ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ 23 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ພາ​ມະ​ນຸດ​ຢ່າງ​ປອດ​ພັຍ​ຕາມ​ວິ​ຖີ​ທາງ​ທີ່​ເຂົາ​ປະ​ພຶດ ແລະ​ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ​ນຳ​ຄວາມ​ປະ​ພຶດ​ນັ້ນ 24 ຖ້າ​ວ່າ​ເຂົາລົ້ມ​ລົງ ເຂົາ​ຈະ​ບໍ່​ຖືກ​ຢຽບ​ຢ່ຳ ເພາະພຣະ​ອົງ​ຈະ​ຊົງ​ຊ່ອຍ​ເຂົາ​ໃຫ້​ລຸກ​ຂຶ້ນ​ໄດ້ 25 ແຕ່​ກ່ອນ​ຂ້າ​ພະ​ເຈົ້າ​ເປັນ​ເດັກ​ນ້ອຍ ດຽວ​ນີ້​ຂ້າ​ພະ​ເຈົ້າ​ເຖົ້າ​ແລ້ວ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ລະ​ຄົນ​ດີ ຫລື​ໃຫ້​ລູກທັງ​ຫລາຍ​ຂອງ​ເຂົາ​ຂໍ​ທານ​ກິນ 26 ໃນ​ຕລອດ​ເວ​ລາ ຄົນ​ດີ​ໄດ້​ໃຫ້​ທານ​ຂອງ​ໄປ​ລ້າໆ ແລະ​ເອົາ​ເງິນ​ໃຫ້​ຄົນ​ອື່ນ​ຢືມ ລູກ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ໄດ້​ຮັບ​ພຣະ​ພອນ 27 ຈົ່ງ​ຫັນ​ຫລັງ​ໃຫ້​ຄວາມ​ຊົ່ວ ແລະ​ສ້າງ​ແຕ່​ຄວາມ​ດີ ແລະ​ເຈົ້າ​ຈະ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຕ​ລອ​ດໄປ 28 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ຄວາມ​ຊອບ​ທັມ ພຣະ​ອົງ​ບໍ່​ປະ​ລະ​ຜູ້​ທີ່​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະ​ອົງ ພຣະ​ອົງ​ຊົງ​ຄຸ້​ມຄອງ​ເຂົາ​ຕລອດ​ມາ ແຕ່​ວ່າ​ເຊື້ອ​ສາຍ​ຂອງ​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ຂັບ​ໄລ່​ຫນີ 29 ຄົນ​ຊອບ​ທັມ​ຈະ​ຢູ່​ໃນ​ຜືນ​ແຜ່ນ​ດີນ​ຢ່າງ​ປອດ​ພັຍ ແລະ​ເປັ​ນ​ເຈົ້າຂອງ​ດິນນັ້ນ​ຕລອດ​ໄປ 30 ຄຳ​ເວົ້າ​ຂອງ​ຄົນ​ດີ​ເປັນ​ຄຳ​ເວົ້າ​ສ​ລາດ ເຂົາ​ເວົ້າ​ແຕ່​ສິ່ງ​ທີ່​ຖືກ​ຕ້ອງ 31 ​ພຣະ​ທັມຂອງ​ພຣະ​ເຈົ້າຢູ່​ໃນ​ຈິດ​ໃຈ​ຂອງ​ເຂົາ ແລະ ບາດ​ກ້າວ​ຂອງ​ເຂົາ​ຈະ​ບໍ່​ພາດ 32 ຄົນ​ຊົ່ວ​ຮ້າຍ​ທັງ​ຫລາຍ​ພຍາ​ຍາມຄອຍ​ເຝົ້າ​ຂ້າ​ຄົນ​ດີ 33 ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​ປະ​ລະ​ໃຫ້​ຄົນ​ດີ​ຕົກ​ຢູ່​ໃຕ້​ອຳ​ນາດ​ຂອງ​ສັດ​ຕຣູ ຫລື​ປ່ອຍ​ໃຫ້​ເຂົາຖືກ​ໂທດ​ເມື່​ອຖືກ​ສານ​ຕັດ​ສິນ 34 ຈົ່ງ​ມອບ​ຄວາມ​ຫວັງ​ຂອງ​ເຈົ້າ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ປະ​ທານ​ເຫື່ອ​ແຮງ​ໃຫ້​ເຈົ້າ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ຢ່າງ​ປອດ​ພັຍ ແລະ​ເຈົ້າ​ຈະ​ເຫັນ​ວ່າ​​ຄົນ​ຊົ່ວ​ຮ້າຍ​ຖືກ​ໄລ່​ອອກ​ໄປ 35 ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ຄົນ​ຊົ່ວ​ປົກ​ຄອງ​ແບບ​ການ​ຂົ່ມ​ເຫັງ ເຂົາ​ຖື​ຕົວ​ສູງ​ດັ່ງ​ຕົ້ນ​ສົນ​ທີ່​ປະ​ເທດ​ເລ​ບາ​ນອນ 36 ແຕ່​ຕໍ່​ມາ ຂ້າ​ພະ​ເຈົ້າ​ກາຍ​ຜ່ານ​ມາ ແຕ່​ບໍ່​ເຫັນ​ຄົນ​ນັ້ນ​ຢູ່​ຫັ້ນ ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາ​ເຂົາແຕ່​ບໍ່​ພົບ 37 ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ຄົນ​ດີ​ແລະຊອບ​ທັມ ເພາະ​ວ່າ​ມະ​ນຸດ​ທີ່ມີ​ຄວາມ​ສ​ງົບ​ຈະ​ມີ​ເຊື້ອ​ສາຍ​ຫລາຍ 38 ແຕ່​ຄົນ​ທີ່​ເຮັດ​ຜິດ​ຕ້ອງ​ຖືກ​ທຳ​ລາຍ​ເປັນ​ແນ່ ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ຖືກ​ທຳ​ລາຍ​ໃຫ້​ດັບ​ສູ​ນໄປ 39 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ມະ​ນຸດ​ທີ່​ຊອບ​ທັມ​ໃຫ້​ພົ້ນ​ພັຍ​ ແລະ​ໃນ​ເວ​ລາ​ທຸກ​ລຳ​ບາກ ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ເຂົາ 40 ພຣະ​ອົງ​ຊົງ​ຊ່ອຍ​ເຫລືອ​ເຂົາ ແລະ​ຊ່ອຍ​ຊີ​ວິດ​ຂອງ​ເຂົາ​ໄວ້ ທັງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ຄົນ​ຊົ່ວ​ຮ້າຍ ເພາະ​ວ່າ​ພວກ​ເຂົາ​ມາ​ຂໍ​ໃຫ້​ພຣະ​ອົງ​ຄຸ້ມ​ຄອງ

ເພງສັຣເສີນ 38

ຄຳ​ອ້ອນວອນ​ຂອງ​ຜູ້​ສຳ​ນຶກ​ຕົວ​ທີ່​ຮັບ​ທຸກ ເພງ​ສັຣເສີນ​ ຂອງ​ດາ​ວິດ ເພື່ອ​ການ​ຖວາຍ​ບູ​ຊາ​ຣະ​ນຶກ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຢ່າ​ຊົງ​ຂະ​ຫນາບ​ຂ້າ​ພຣະ​ອົງ​ດ້ວຍ​ຄວາມ​ໂກດ​ຂອງ​ພຣະ​ອົງ ຫລື​ຕີ​ສອນ​ຂ້າ​ພຣະ​ອົງ​ດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ 2 ເພາະ​ລູກ​ທະ​ນູ​ຂອງ​ພຣະ​ອົງ​ຈົມ​ເຂົ້າ​ໄປ​ໃນ​ຂ້າ​ພຣະ​ອົງ ແລະ​ພຣະ​ຫັດ​ຂອງ​ພຣະ​ອົງ​ລົງ​ມາ​ເຫນືອ​ຂ້າພຣະ​ອົງ 3 ເພາະ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ຈຶ່ງ​ບໍ່​ມີ​ຄວາມ​ປົກ​ກະ​ຕິ​ໃນ​ເນື້ອ​ຫນັງ​ຂອງ​ຂ້າ​ພຣະ​ອົງ ເພາະ​ບາບ​ຂອງ​ຂ້າ​ພຣະ​ອົງ​ຈຶ່ງ​ບໍ່​ມີ​ອະ​ນາ​ມັຍ​ໃນ​ກະ​ດູກ​ຂອງ​ຂ້າພຣະ​ອົງ 4 ເພາະ​ຄວາມ​ບາບ​ຜິດ​ຂອງ​ຂ້າ​ພຣະ​ອົງ​ຖ້ວ​ມ​ຫົວ ມັນ​ຫນັກ​ເຫມືອນ​ພາ​ຣະ ຊຶ່ງ​ຫນັກ​ເຫລືອ​ກຳ​ລັງ​ຂ້າ​ພຣະ​ອົງ 5 ເພາະ​ຄວາມ​ໂງ່​ຈ້າ​ຂອງ​ຂ້າ​ພຣະ​ອົງ ບາດ​ແຜ​ຂອງ​ຂ້າ​ພຣະ​ອົງ​ຈຶ່ງ​ເຫມັນ​ແລະ​ເນົ່າ​ເປື່ອຍ 6 ຂ້າ​ພຣະ​ອົງ​ຄ້ອມ​ລົງແລະ​ງໍ​ລົງ​ຫລາຍ ຂ້າ​ພຣະ​ອົງ​ເດີນເປັນ​ທຸກຕລອດ​ວັນ 7 ເພາະ​ບັ້ນ​ເອວ​ຂອງ​ຂ້າ​ພຣະ​ອົງ​ໄຫມ້​ເຕັມ​ໄປ​ຫມົດ ແລະ​ບໍ່​ມີ​ຄວາມ​ປົກ​ກະ​ຕິ​ໃນ​ເນື້ອ​ຫນັງ​ຂອງ​ຂ້າ​ພຣະ​ອົງ 8 ຂ້າ​ພຣະ​ອົງ​ຫມົດ​ແຮງ​ທັງຖືກ​ຂະ​ຍີ້ຈົນ​ຫມົດ​ສະ​ຕິ​ໄປ ຂ້າ​ພຣະ​ອົງ​ລະ​ທົມ​ທຸກ​ເພາະ​ຄວາມ​ເຈັບ​ປວດ​ໃນ​ໃຈ 9 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄວາມ​ປາ​ຖ​ນາ​ທັງ​ສິ້ນ​ຂອງ​ຂ້າ​ພຣະ​ອົງ​ກໍ​ແຈ້ງ​ຢູ່​ກັບ​ພຣະ​ອົງ ກາ​ນ​ຖອນ​ຫາຍ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຄົງ​ບໍ່​ພົ້ນ​ທີ່​ພຣະ​ອົງ​ຊົງ​ຊາບ 10 ຫົວ​ໃຈ​ຂອງ​ຂ້າ​ພຣະ​ອົງ​ເຕັ້ນ ແລະ​ກຳ​ລັງ​ຂອງ​ຂ້າ​ພຣະ​ອົງ​ຫມົດ​ໄປ ແລະ​ຄວາມ​ສ​ວ່າງ​ຂອງ​ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ກໍ​ສູນ​ໄປ​ຈາກ​ຂ້າ​ພຣະ​ອົງ​ເສັຽ​ແລ້ວ​ 11 ມິດ​ແລະ​ເພື່ອນ​ຂອງ​ຂ້າ​ພຣະ​ອົງ​ຢືນ​ເດັ່ນ​ຢູ່​ຫ່າງ​ຈາກ​ໄພ​ວິ​ບັດ​ຂອງ​ຂ້າ​ພຣະ​ອົງ ແລະ​ຍາດ​ພີ່​ນ້ອງ​ຂອງ​ຂ້າ​ພຣະ​ອົງ​ຢືນ​ຫ່າງ​ອອກ​ໄປ​ໄກ 12 ແລະ​ບັນ​ດາ​ຜູ້​ທີ່​ສແວງ​ຫາຊີ​ວິດ​ຂ​ອງ​ຂ້າ​ພຣະ​ອົງ​ໄດ້​ວາງ​ບ້ວງ​ໄວ້ ບັນ​ດາ​ຜູ້​ທີ່​ຄິດ​ທຳ​ຮ້າຍ​ຂ້າພຣະ​ອົງ​ເວົ້າ​ເປັນ​ອຸ​ບາຍ ແລະ​ພາ​ວະ​ນາ​ເຖິງ​ການ​ທໍ​ຣະ​ຍົດ​ຢູ່​ຕລອດ​ວັນ 13 ແຕ່​ຂ້າ​ພຣະ​ອົງ​ເຫມືອນ​ຄົນ​ຫູ​ຫນວກ ຂ້າ​ພຣະ​ອົງ​ບໍ່​ໄດ້​ຍິນ​ເຫມືອນ​ຄົນ​ໃບ້​ທີ່​ເວົ້າ​ຈາ​ບໍ່​ໄດ້ 14 ຂ້າ​ພຣະ​ອົງ​ເຫມືອນ​ຄົນ​ທີ່​ບໍ່​ໄດ້​ຍິນ ຊຶ່ງ​ໃນ​ປາກ​ຂອງ​ເຂົາ​ບໍ່​ມີ​ການ​ຕອບ​ຫຍັງ​ເລີຍ 15 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ຂ້າ​ພຣະ​ອົງ​ລໍຄອຍ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຄື​ພຣະ​ອົງ​ຜູ້​ທີ່​ຈະ​ຊົງ​ຕອບ​ຂ້າ​ພຣະ​ອົງ 16 ເພາະ​ຂ້າ​ພຣະ​ອົງ​ອ້ອນວອນ​ວ່າ, “ຂໍ​ພຽງ​ຢ່າ​ໃຫ້​ເຂົາ​ຍິນ​ດີ​ເພາະ​ຂ້າ​ພຣະ​ອົງ ຄື​ຜູ້​ທີ່​ໂອ້ອວດ​ຕໍ່​ຂ້າ​ພຣະອົງ ເມື່ອ​ຕີນຂ້າ​ພຣະ​ອົງ​ພາດ​ໄປ” 17 ເພາະ​ຂ້າ​ພຣະ​ອົງ​ຈະ​ລົ້ມ​ແລ້ວ ແລະ​ຄວາມ​ເຈັບ​ປວດ​ຢູ່​ກັບ​ຂ້າ​ພຣະ​ອົງ​ສ​ເມີ 18 ຂ້າ​ພຣະ​ອົງ​ສາ​ລະ​ພາບ​ບາບ​ຜິດ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ເປັນ​ທຸກ​ເພາະ​ບາບຂອງ​ຂ້າ​ພຣະ​ອົງ 19 ບັນ​ດາ​ຜູ້​ທີ່​ເປັນ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ກໍ​ວ່ອງ​ໄວ​ແລະ​ແຂງ​ແຮງ ແລະ​ຄົນ​ທີ່​ຊັງ​ຂ້າ​ພຣະ​ອົງ​ໂດຍ​ໄຮ້​ເຫດ​ຜົນມີ​ຫລາຍ 20 ບັນ​ດາ​ຜູ້​ທີ່​ທຳ​ຊົ່ວ​ແກ່​ຂ້າ​ພຣະ​ອົງ​ຕອບ​ແທນ​ຄວາມ​ດີ ເປັນປໍ​ຣິ​ປັກ​ຂອງ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ຕິດ​ຕາມ​ຄວາມ​ດີ 21 ຂ້າ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຂໍ​ຢ່າ​ຊົງ​ປະ​ຖິ້ມ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ສະ​ຖິດ​ໄກ​ຂ້າ​ພຣະ​ອົງ 22 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄວາມ​ລອດ​ຂອງ​ຂ້າພຣະ​ອົງ ຂໍ​ຊົງ​ຮີບ​ມາ​ຊ່ອຍ​ຂ້າ​ພຣະ​ອົງ​ເຖີດ

ເພງສັຣເສີນ 39

ຊີ​ວິດ​ທີ່​ບໍ່​ທ່ຽງ​ຂອງ​ມະ​ນຸດ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເຖິງ​ເຢ​ດູ​ທູນ ເພງ​ສັຣເສີນ ​ຂອງ​ ດາ​ວິດ

1 ຂ້າ​ພະ​ເຈົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ລະ​ວັງ​ທາງ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ທຳ​ບາບ​ດ້ວຍ​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ປິດ​ປາກ​ຂອງ​ຂ້າພະ​ເຈົ້າ ເມື່ອ​ຄົນ​ອະ​ທັມ​ຢູ່​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ 2 ຂ້າ​ພະ​ເຈົ້າ​ກໍ​ເປັນ​ໃບ້​ງຽບ​ໄປ ຂ້າ​ພະ​ເຈົ້າ​ມິດ​ງຽບ​ແຕ່​ບໍ່​ສຳ​ເຣັດ ຄວາມ​ທຸກ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຮຸນ​ແຮງ​ຂຶ້ນ 3 ຈິດ​ໃຈ​ຂ້າ​ພະ​ເຈົ້າ​ຮ້ອນ​ຢູ່​ພາຍ​ໃນ​ຂ້າ​ພະ​ເຈົ້າ ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຄຶດ​ຢູ່​ນັ້ນ​ໄຟ​ກໍ​ລຸກ​ ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ດ້ວຍ​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, 4 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ເຖິງ​ບັ້​ນ​ປາຍ​ຂອງ​ຂ້າ​ພຣະ​ອົງ ແລະ​ວັນ​ເວ​ລາ​ຂອງ​ຂ້າ​ພຣະ​ອົງ​ຈະ​ຢູ່​ດົນ​ປານ​ໃດ ຂໍ​ໃຫ້​ຂ້າ​ພຣະ​ອົງ​ຮູ້​ວ່າ​ຊີ​ວິດ​ຂ້າ​ພຣະ​ອົງ​ບໍ່​ທ່ຽງ​ຢ່າງ​ໃດ 5 ເບິ່ງ​ແມ໋, ພຣະ​ອົງ​ຊົງ​ທຳ​ໃຫ້​ວັນ​ເວ​ລາຂອງ​ຂ້າ​ພຣະ​ອົງ​ຍາວ​ສອງ​ສາມ​ຝາ​ມື​ເທົ່າ​ນັ້ນ ຊົ່ວ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງບໍ່​ເທົ່າ​ໃດ​ເລີຍ ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ມະ​ນຸດ​ທຸກ​ຄົນ​ດຳ​ຣົງ​ຢູ່​ດັ່ງ​ລົມ​ຫັນ​ໃຈ​ເທົ່າ​ນັ້ນ 6 ບໍ່​ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງ​ແຕ່​ເງົາ ​ມະ​ນຸ​ດ​ສະ​ສົມ​ຊັບ​ສິນ​ໄວ້ ແລະ​ບໍ່​ຮູ້​ວ່າ​ໃຜ​ຈະໄດ້​ສິ່ງ​ນັ້ນ 7 “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄັນ​ຊັ້ນ​ຂ້າ​ພຣະ​ອົງ​ຈະ​ລໍ​ຄອຍ​ຫຍັງ ຄວາມ​ຫວັງ​ຂອງ​ຂ້າ​ພຣະ​ອົງ​ຢູ່​ໃນພຣະ​ອົງ 8 ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ໄວ້​ຈາກ​ການ​ລະ​ເມີດ​ຂອງ​ຂ້າ​ພຣະ​ອົງ ຢ່າ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ຂີ້​ປາກ​ຂອງ​ຄົນ​ໂງ່ 9 ຂ້າ​ພຣະ​ອົງ​ເປັນ​ໃບ້ ຂ້າ​ພຣະ​ອົງ​ບໍ່​ອ້າ​ປາກແມ່ນພຣະ​ອົງ​ເອ​ງທີ່ຊົງ​ກະ​ທຳ​ເຊັ່ນ​ນັ້ນ 10 ຂໍ​ຢ່າ​ຊົງ​ລົງ​ໂທດ​​ຂ້າ​ພຣະ​ອົງ​ຕໍ່​ໄປ​ອີກ​ເລີຍ ຂ້າພຣະ​ອົງ​ອ່ອນ​ແຮງ​ໄປ​ດ້ວຍ​ພຣະ​ຫັດ​ຂອງ​ພຣະ​ອົງ 11 ເມື່ອ​ພຣະ​ອົງ​ຊົງ​ຕີ​ສອນ​ມະ​ນຸດ​ດ້ວ​ຍການ​ຂະ​ຫນາບ​ເພາະ​ເຣື່ອງ​ບາບ ພຣະ​ອົງ​ຊົງ​ເຜົາ​ຜານ​ສິ່ງ​ທີ່​ເຂົາ​ຮັກເສັຽ​ຢ່າງ​ແມງ​ເມົ່າ ມະ​ນຸດ​ທຸກ​ຄົນ​ເປັນ​ແຕ່ພຽງ​ລົມ​ຫັນ​ໃຈ​ເທົ່າ​ນັ້ນ” 12 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ສະ​ດັບ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ແກ່​ການ​ຮ້ອງ​ທູນ​ຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ຊົງ​ເສີຍ​ເມີຍ​ຕໍ່​ນ້ຳ​ຕາ​ຂອງ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ເປັນ​ແຕ່​ແຂກ​ທີ່​ຜ່ານ​ໄປ​ຂອງ​ພຣະ​ອົງ ເປັນ​ຄົນ​ທີ່​ອາ​ໄສ​ຢູ່​ຢ່າງ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ 13 ຂໍ​ຊົງ​ເມີນພຣະ​ພັກ​ຈາກ​ຂ້າ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ເບີກ​ບານ​ຂຶ້ນ ກ່ອນ​ທີ່​ຂ້າ​ພຣະ​ອົງ​ຈະ​ຈາກ​ໄປ ແລະ​ບໍ່​ມີ​ຢູ່​ອີກ”

ເພງສັຣເສີນ 40

ສັຣເສີນ​ເພາະ​ຮັບ​ການ​ຊ່ອຍ​ກູ້ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ​ ເພງ​ສັຣເສີນ ​ຂອງ​ດາ​ວິດ

1 ຂ້າ​ພະ​ເຈົ້າ​ໄດ້​ພຽນ​ລໍ​ຄອຍ​ພຣະ​ເຈົ້າ ພຣະ​ອົງ​ຊົງ​ເອນ​ພຣະ​ອົງ​ລົງ​ຟັງ​ຄໍາຮ້ອງ​ທູນ​ຂອງ​ຂ້າ​ພະ​ເຈົ້າ 2 ພຣະ​ອົງ​ຊົງ​ດືງ​ຂ້າ​ພະ​ເຈົ້າ​ຂຶ້ນ​ມາ​ຈາກ​ຫລຸມ​ອັນ​ຫນ້າ​ສະ​ລົດ ອອກ​ມາ​ຈາກ​ເລນ​ຕົມ ແລ້ວ​ວາງ​ຕີນ​ຂອງ​ຂ້າ​ພະ​ເຈົ້າ​ລົງ​ເທິງ​ສີ​ລາ ກະ​ທຳ​ໃຫ້​ບາດ​ກ້າວ​ຂອງ​ຂ້າ​ພະ​ເຈົ້າ​ຫມັ້ນ​ຄົງ 3 ພຣະ​ອົງ​ຊົງ​ບັນ​ຈຸ​ເພງ​ໃຫມ່​ໃນ​ປາກ​ຂ້າ​ພະ​ເຈົ້າ ເປັນ​ບົດ​ເພງ​ສັຣເສີນ​ພຣະ​ເຈົ້າ​ຂອງ​ເຮົາ ຄົນ​ເປັນ​ຈຳ​ນວນ​ຫລາຍ​ຈະ​ເຫັນ​ແລະ​ຢ້ານ​ຢຳ ແລະ​ວາງ​ໃຈ​ໃນ​ພຣະ​ເຈົ້າ​ 4 ຄົນ​ໃດ​ທີ່​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ເປັນ​ສຸກ ຜູ້​ບໍ່​ໄດ້​ຫັນ​ໄປ​ຫາ​ຄົນ​ຈອງ​ຫອງ ຫລື​ໄປ​ຫາ​ບັນ​ດາ​ຜູ້​ທີ່​ຫລົງ​ເຈີ່ນຫນີ​ໄປ​ຕາມ​ຄວາມ​ເທັດ 5 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ໄດ້​ຊົງ​ທະ​ວີ ພຣະ​ຣາ​ຊ​ກິຈອັນ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ ແລະ​ພຣະ​ດຳ​ຣິ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ ບໍ່​ມີ​ຜູ້​ໃດ​ທຽບ​ທຽມພຣະ​ອົງ ຖ້າ​ຂ້າ​ພຣະ​ອົງ​ຈະ​ປະ​ກາດ​ແລະ​ບອກ​ກ່າວ​ແລ້ວ​ກໍ​ມີ​ຫລາຍ​ທີ່​ຈະ​ນັບ 6 ເຄື່ອງ​ສັຕບູ​ຊາ​ແລະ​ເຄື່ອງ​ບູ​ຊາ​ພຣະ​ອົງ​ບໍ່​ຊົງ​ປະ​ສົງ ພຣະ​ອົງ​ຊົງ​ເບີກ​ຫູ​ຂອງ​ຂ້າ​ພຣະ​ອົງ ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ບູ​ຊາ​ໄຖ່​ບາບ ພຣະ​ອົງ​ບໍ່​ໄດ້​ຊົງ​ຮຽກ​ຮ້ອງ 7 ແລ້ວ​ຂ້າ​ພຣະ​ອົງ​ທູນ​ວ່າ, “ຂ້າ​ພຣະ​ອົງ​ມາ​ແລ້ວ ໃນ​ຫນັງ​ສື​ມ້ວນ​ກໍ​ມີ​ຂຽນ​ເຣື່ອງ​ຂ້າ​ພຣະ​ອົງ 8 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຊົມ​ຊື່ນຍິນ​ດີ​ທີ່​ກະ​ທຳ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ອົງ ພຣະ​ທັມ​ຂອງ​ພຣະ​ອົງ​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ” 9 ຂ້າ​ພຣະ​ອົງ​ໄດ້​ບອກ​ຂ່າວ​ເຣື່ອງ​ການ​ຊ່ອຍ​ກູ້​ ທີ່​ໃນ​ຊຸມ​ນຸມ​ຊົນ​ໃຫຍ່ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ທີ່ ພຣະ​ອົງ​ຊົງ​ຮູ້​ແລ້ວ ຂ້າ​ພຣະ​ອົງ​ບໍ່​ໄດ້​ຍັບ​ຢັ້ງ​ຮີມ​ຝີ​ປາກ​ຂອງ​ຂ້າ​ພະ​ອົງ​ໄວ້​ເລີຍ 10 ຂ້າ​ພຣະ​ອົງ​ບໍ່​ໄດ້​ອຳ​ການ​ອັນ​ຊອບ​ທັມ​ຂອງ​ພຣະ​ອົງ​ໄວ້​ແຕ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ເວົ້າ​ເຖິງ​ຄວາມ​ສັດ​ຊື່​ແລະ​ຄວາມ​ລອດ​ຂອງ​ ພຣະ​ອົງ ຂ້າ​ພຣະ​ອົງ​ບໍ່​ໄດ້​ປິດ​ບັງ​ຄວາມ​ຮັກ​ຫມັ້ນ​ຄົງ​ແລະ​ຄວາມ​ສັດ​ຊື່​ຂອງ​ພຣະ​ອົງ​ໄວ້​ຈາກ​ຊຸມ​ນຸມ​ຊົນ​ໃຫຍ່​ນັ້ນ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຢ່າ​ຊົງ​ຍຶດ​ຫນ່ຽວ ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ອົງ​ຈາກ​ຂ້າ​ພຣະ​ອົງ ຂໍ​ໃຫ້​ຄວາມ​ຮັກ​ຫມັ້ນ​ຄົງ​ແລະ​ຄວາມ​ສັດ​ຊື່​ຂອງ​ພຣະ​ອົງ​ສະ​ຫງວນ​ຂ້າ​ພຣະ​ອົງ​ໄວ້​ເປັນ​ນິດ 12 ເພາະ​ຄວາມ​ຊົ່ວ​ໄດ້​ລ້ອມ​ຂ້າ​ພຣະ​ອົງ​ໄວ້​ຢ່າງ​ນັບ​ບໍ່​ຖ້ວນ ຄວາມ​ບາບ​ຜິດ​ຂອງ​ຂ້າ​ພຣະ​ອົງ​ຕາມ​ທັນ​ຂ້າ​ພຣະ​ອົງ ຈົນ​ຂ້າ​ພຣະ​ອົງ​ເບິ່ງ​ຫຍັງ​ບໍ່​ເຫັນ ມັນ​ຫລາຍກວ່າ​ເສັ້ນ​ຜົມ​ເທິງ​ຫົວ​ຂ້າ​ພຣະ​ອົງ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ກໍ​ຂາດ​ຄວາມ​ກ້າ​ໄປ 13 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ພໍ​ພຣະ​ທັຍ​ທີ່​ຈະ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຮີບ​ມາ​ຊ່ອຍ​ຂ້າ​ພຣະ​ອົງດຽວ​ນີ້​ເຖີດ 14 ຂໍ​ໃຫ້​ຜູ້​ທີ່​ຫວັງ​ຊອກ​ສັງ​ຫານເອົາຊີ​ວິດ​ຂອງຂ້າ​ພຣະ​ອົງ​ໄດ້​ອາຍ ແລະ​ເກີດ​ຄວາມ​ວຸ້ນ​ວາຍ​ດ້ວຍ ຂໍ​ໃຫ້​ຜູ້​ປາ​ຖ​ນາ​ທີ່​ຈະ​ໃຫ້​ຂ້າ​ພຣະ​ອົງ​ເຈັບ​ນັ້ນ​ຕ້ອງ​ຫັນ​ກັບ​ໄປ ແລະ​ໄດ້​ຄວາມ​ອັບ​ອາຍ 15 ຂໍ​ໃຫ້​ຜູ້​ຄົນ​ທີ່​ຫົວ​ເຍາະ​ເຍີ້ຍ​ຂ້າ​ພຣະ​ອົງ​ຕົກ​ຕະ​ລືງ ເພາະ​ຄວາມ​ອາຍ​ຂອງ​ເຂົາ 16 ຂໍ​ໃຫ້​ບັນ​ດາ​ຜູ້​ສແວງ​ພຣະ​ອົງ​ມີ​ຄວາມ​ຍິນ​ດີໃນພຣະ​ອົງ ຂໍໃຫ້​ບັນ​ດາ​ຜູ້​ທີ່​ຮັກ​ຄວາມ​ລອດ​ຂອງ​ພຣະ​ອົງ​ກ່າວ​ສ​ເມີ​ວ່າ, “ພຣະ​ເຈົ້າ​ຍິ່ງ​ໃຫຍ່​“ 17 ຝ່າຍ​ຂ້າ​ພຣະ​ອົງ​ຍາກ​ຈົນ ແລະ​ຂັດ​ສົນ ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອົາ​ພຣະ​ທັຍ​ໃສ່​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ຊົງລໍ​ຊ້າ ພຣະ​ອົງ​ຊົງ​ເປັນ​ຜູ້​ອຸ​ປ​ຖັມ ແລະ​ເປັນ​ຜູ້​ຊ່ອຍ​ກູ້​ຂອງ​ຂ້າ​ພຣະ​ອົງ

ເພງສັຣເສີນ 41

ຄຳ​ອ້ອນວອນ​ຂໍ​ຊົງ​ຮັກ​ສາ​ໂຣກ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ຜູ້​ໃດ​ເອົາ​ໃຈ​ໃສ່​ຄົນ​ຈົນ ກໍ​ເປັນ​ສຸກ ພຣະ​ເຈົ້າ​ຊົງ​ຊ່ອຍ​ກູ້​ເຂົາ​ໃນ​ວັນ​ຍາກ​ລຳ​ບາກ 2 ພຣະ​ເຈົ້າ​ຊົງ​ປ້ອງ​ກັນ​ເຂົາ​ແລະ​ຮັກ​ສາ​ເຂົາ​ໃຫ້​ມີ​ຊີ​ວິດ​ໃນ​ແຜ່ນ​ດິນ ຄົນ​ເອີ້ນ​ເຂົາ​ວ່າ ຜູ້​ທີ່​ໄດ້​ຮັບ​ພຣະ​ພອນ ຂໍ​ພຣະ​ອົງ​ຢ່າ​ຊົງ​ມອບ​ເຂົາ​ໄວ້​ກັບ​ສັດ​ຕຣູ​ຂອງ​ເຂົາ​ໃຫ້​ທຳ​ຕາມ​ໃຈ​ຊອ​ບ 3 ເມື່ອ​ເຂົາ​ນອນ​ເຈັບ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄ້ຳ​ຈຸນ​ເຂົາ ເມື່ອ​ເຂົາ​ປ່ວຍ​ໄຂ້​ພຣະ​ອົງ​ຊົງ​ຮັກ​ສາ​ຄວາມ​ເຈັບ​ໄຂ້​ທັງ​ສິ້ນ​ຂອງ​ເຂົາ​ໃຫ້​ຫາຍ 4 ສ່ວນ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ພຣະ​ກະ​ຣຸ​ນາ​ແກ່​ຂ້າ​ພຣະ​ອົງ ຂໍ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງ​ເພາະ​ຂ້າ​ພຣະ​ອົງ​ໄດ້​ທຳ​ບາບ​ຕໍ່​ພຣະ​ອົງ” 5 ສັດ​ຕຣູ​ຂອງ​ຂ້າ​ພະ​ເຈົ້າ​ກ່າວ​ໃສ່​ຮ້າຍ​ຂ້າ​ພະ​ເຈົ້າ​ວ່າ, “ເມື່ອ​ໃດ​ເຂົາ​ຈະ​ຕາຍ​ໄປ ຊື່​ຂອງ​ເຂົາ​ຈະ​ໄດ້​ພິ​ນາດ” 6 ເມື່ອ​ຄົນ​ນຶ່ງ​ຄົນ​ໃດ​ມາ​ເຫັນ​ຂ້າ​ພຣະ​ອົງ ເຂົາ​ເວົ້າ​ເຣື່ອງ​ບໍ່​ຈິງ​ໃນ​ຂ​ນະ​ທີ່​ໃຈ​ຂອງ​ເຂົາ​ເກັບ​ເຣື່ອງ​ຮ້າຍ ເມື່ອ​ເຂົາ​ອອກ​ໄປ​ເຂົາ​ກໍ​ປ່າວ​ຮ້ອ​ງໄປ 7 ​ທຸກຄົນ​ທີ່​​ຊັງ​ຂ້າ​ພຣະ​ອົງ ເຊົາ​ຊຸບ​ຊິບ​ກັນ​ເຖິງ​ເຣື່ອງ​ຂ້າ​ພຣະ​ອົງ ເຂົາ​ປອງ​ຮ້າຍ​ຕໍ່​ຂ້າ​ພຣະ​ອົງ 8 ເຂົາ​ທັງ​ຫລາຍ​ກ່າວ​ວ່າ, “ມີ​ສິ່ງ​ຮ້າຍ​ເຂົ້າ​ໄປ​ຢູ່​ໃນ​ຕົວ​ເຂົາ​ແລ້ວ ເຂົາ​ຈະ​ບໍ່​ລຸກ​ໄປ​ຈາກ​ທີ່​ຊຶ່ງ​ເຂົາ​ນອນ​ອີກ” 9 ແມ້​ວ່າ​ຫມູ່​ເພື່ອນ​ໃນ​ເອີກ​ຂອງ​ຂ້າ​ພຣະ​ອົງ ຜູ້​ຊຶ່ງ​ຂ້າ​ພຣະ​ອົງ​ໄວ້​ວາງ​ໃຈ ຜູ້​ຮັບ​ປະ​ທານ​ອາ​ຫານ​ຂອງ​ຂ້າ​ພຣະ​ອົງ​ກໍ​ຍົກ​ສົ້ນ​ຕີນໃສ່​ຂ້າ​ພຣະ​ອົງ” 10 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ແຕ່​ພຣະ​ອົງ​ຊົງ​ພຣະ​ກະ​ຣຸ​ນາ​ຕໍ່​ຂ້າ​ພຣະ​ອົງ ຂໍ​ຊົງ​ຍົກ​ຂ້າ​ພຣະ​ອົງ​ຂຶ້ນ​ ເພື່ອ​ຂ້າ​ພຣະ​ອົງ​ຈະ​ສນອງ​ເຂົາ 11 ໂດຍ​ຂໍ້​ນີ້ ຂ້າ​ພຣະ​ອົງ​ຮູ້​ວ່າ ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ​ໃນ​ຂ້າ​ພຣະອົງ ຄື​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ບໍ່​ໄດ້​ຊະ​ນະ​ຂ້າ​ພຣະ​ອົງ 12 ແຕ່​ພຣະ​ອົງ​ຊົງ​ຄ້ຳ​ຊູ​ຂ້າ​ພຣະ​ອົງ​ໄວ້ ເພາະ​ຄວາມສັ​ຕສຸດ​ຈະ​ຣິດ​ຂອງ​ຂ້າ​ພຣະ​ອົງ ແລະ​ຊົງ​ຕັ້ງ​ຂ້າພຣະ​ອົງ​ໄວ້​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ​ເປັນ​ນິ​ດ 13 ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່​ງອິສ​ຣາ​ເອນ ເປັນ​ນິດ​ໃນ​ອະ​ດີດ ແລະ​ສືບໆ​ໄປ​ເປັນ​ນິດ ອາ​ແມນ ແລະ​ ອາ​ແມນ

ເພງສັຣເສີນ 42

ການ​ອ້ອນວອນ​ຂອງ​ຄົນ​ພາກ​ຖິ່ນ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ມັ​ສ​ຄິ​ລ​ບົດ​ທີ່​ນຶ່ງ​ຂອງ​ຄ​ນະ​ໂກ​ຣາ

1 ໂອ້ ພຣະ​ອົງ​ເຈົ້າ​ຂ້າ ຂ້າ​ພຣະ​ອົງ​ຕ້ອງ​ການ​ພຣະ​ອົງ​ເຫມືອນກວາງ​ນ້ອຍ​ທີ່​ຕ້ອງ​ການ​ສາຍ​ນ້ຳ​ເຢັນໆ 2 ພຣະ​ອົງ​ເປັນ​ພຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່ ຂ້າ​ພຣະ​ອົງ​ຢາກ​ຢູ່​ໃກ້​ພຣະອົງ ເວ​ລາ​ໃດ​ຫນໍ​ຂ້າ​ພຣະ​ອົງ​ຈຶ່ງ​ຈະ​ໄດ້​ໄປ​ນະ​ມັ​ສ​ການ​ຕໍ່​ພຣະ​ພັກ​ພຣະ​ອົງ 3 ຂ້າ​ພຣະ​ອົງ​ຮ້ອງ​ໄຫ້​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ຂ້າ​ພຣະ​ອົງ​ກິນ​ເຂົ້າ​ກັບ​ນ້ຳ​ຕາ ສັດ​ຕຣູ​ທັງ​ຫລາຍ​ກໍ​ຊັກ​ຖາມ​ຂ້າ​ພຣະ​ອົງ​ຢູ່​ຕລອດ​ເວ​ລາ​ວ່າ, “ພຣະ​ເຈົ້າ​ຂອງ​ເຈົ້າ​ຢູ່​ໃສ? 4 ເມື່ອ​ໃດ​ຂ້າ​ພຣະ​ອົງ​ລະ​ນຶກ​ເຖິງ​ອະ​ດີດ​ທີ່​ຜ່ານ​ມາ ຫົວ​ໃຈ​ຂອງ​ຂ້າ​ພຣະ​ອົງ​ກໍ​ຫັກ​ສະ​ບັ້ນ​ລົງ ຄື​ຄາວ​ເມື່ອ​ຂ້າ​ພຣະ​ອົງ​ໄປ​ສູ່​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຮ່ວມ​ກັບ​ຝູງ​ຊົນ​ຊາດ​ທັງ​ຫລາຍ ຂ້າ​ພຣະ​ອົງ​ໄດ້​ນຳ​ພາ​​ເຂົາ​ຍ່າງ​ຕາມ​ກັນ​ໄປ​ຊຶ່ງ​ເປັນ​ຝູງ​ຊົນ​ທີ່​ມີ​ຄວາມ​ສຸກ​ດ້ວຍ​ການ​ຮ້ອງ​ເພງ​ແລະ​ໂຮ່​ຣ້ອງ​ສັຣເສີນພຣະເຈົ້າ 5 ເປັນ​ຫຍັງ​ຂ້າ​ພຣະ​ອົງ​ຈຶ່ງ​ໂສກ​ເສົ້າ? ເປັນ​ຫຍັງ​ຂ້າ​ພຣະ​ອົງ​ຈຶ່ງ​ທຸກ​ລຳ​ບາກ? ຂ້າ​ພຣະ​ອົງ​ຈະ​ມອບ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ເຈົ້າ ແລະ​ຂ້າ​ພຣະ​ອົງ​ຍັງ​ຈະ​ສັຣເສີນ​ພຣະ​ອົງ​ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ພັຍ ແລະ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ 6 ຫົວ​ໃຈ​ຂອງ​ຂ້າ​ພຣະ​ອົງ​ແທບ​ຈະ​ຂາດ ດັ່ງ​ນັ້ນ ຂ້າ​ພຣະ​ອົງ​ຈຶ່ງ​ລະ​ນຶກ​ເຖິງ​ພຣະ​ອົງ​ໃນ​ຕ່າງ​ຖິ່ນທີ່​ເຂດ​ແມ່​ນ້ຳ​ຈໍ​ແດນ​ຢູ່​ໃກ້​ພູ​ເຮີ​ໂມນ​ແລະ​ພູ​ມີ​ຊາຣ໌ ຂ້າ​ພຣະ​ອົງ​ລະ​ນຶກ​ເຖິງ​ພຣະ​ອົງ 7 ມະ​ຫາ​ສະ​ຫມຸດ​ເລິກກໍ​ຮ້ອງ​ໃສ່​ກັນ ແລະ​ນ້ຳ​ຕົກ​ຕາດ​ຂອງ​ພຣະ​ເຈົ້າ​ສົ່ງ​ສຽງ​ສ​ນັ່ນ​ຫວັ່ນ​ໄຫວ ມັນ​ເປັນ​ເຫມືອນ​ກະ​ແສ​ຄື້ນ​ແຫ່ງ​ຄວາມ​ເສັຽ​ໃຈ ຊຶ່ງ​ໄຫລ​ຖ້ວມ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ 8 ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ຄວາມ​ຮັກ​​ຫມັ້ນ​ຄົງ​ທຸກໆ​ຄືນ ຂໍ​ໃຫ້​ຂ້າ​ພຣະ​ອົງ​ຮ້ອງ​ເພງ​ສັຣເສີນ​ພຣະ​ອົງ​ທຸກໆ​ມື້ ແລະ​ອ້ອນວອນ​ຫາ​ພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຊີ​ວິດ​ໃຫ້​ແກ່​ຂ້າ​ພຣະ​ອົງ 9 ຂ້າ​ພຣະ​ອົງ​ທູນ​ຖາມ​ພຣະ​ເຈົ້າ​ຜູ້​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ພຣະ​ອົງ​ຊົງ​ລືມ​ຂ້າ​ພຣະ​ອົງ? ເປັນ​ຫຍັງ​ຂ້າ​ພຣະ​ອົງ​ຈຶ່ງ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຈາກ​ຄວາມ​ໂຫດ​ຮ້າຍ​ຂອງ​ສັດ​ຕຣູ?” 10 ຂ້າ​ພຣະ​ອົງ​ຖືກ​ຢຽບ​ຢ່ຳ​ດ້ວຍ​ຄວາມ​ຫມິ່ນ​ປະ​ຫມາດ​ຂອງ​ເຂົາ ດັ່ງ​ທີ່​ເຂົາ​ໄດ້​ຖາມ​ຂ້າ​ພຣະ​ອົງ​ວ່າ, “ພຣະ​ເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?” 11 ເປັນ​ຫຍັງ​ຂ້າພຣະ​ອົງຈຶ່ງ​ໂສກ​ເສົ້າ? ເປັນ​ຫຍັງ​ຂ້າ​ພຣະ​ອົງຈຶ່ງ​ທຸກ​ລຳ​ບາກ ຂ້າ​ພຣະ​ອົງ​ຂໍ​ມອບ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ອົງ​ເຈົ້າ ແລະ​ຂ້າ​ພຣະ​ອົງ​ຍັງ​ຈະ​ສັຣເສີນ​ພຣະ​ອົງ​ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ພັຍ​ ແລະ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ

ເພງສັຣເສີນ 43

ການ​ອ້ອນວອນ​ຂອງ​ຄົນ​ພາກ​ຖິ່ນ (ຕໍ່)

1 ໂອ້ ພຣະ​ອົງ​ເຈົ້າ​ຂ້າ ຂໍ​ພຣະ​ອົງ​ຊົງ​ປະ​ກາດ​ຄວາມ​ບໍ​ຣິ​ສຸດ​ໃຈ​ຂອງ​ຂ້າ​ພຣະ​ອົງ ແລະ​ຊ່ອຍ​ຂ້າ​ພຣະ​ອົງ​ໃນ​ການ​ຕໍ່​ສູ້​ຄະ​ດີ​ກັບ​ຄົນ​ອະ​ທັມ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາ​ກການ​ຕົວະ​ຍົວະ​ຂອງ​ຄົນ​ຊົ່ວ 2 ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊົງ​ປະ​ລະ​ຂ້າ​ພຣະ​ອົງ​ໄປ? ເປັນ​ຫຍັງ​ຂ້າ​ພຣະອົງ​ຈຶ່ງ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຍ້ອນ​ຄວາມ​ໂຫດ​ຮ້າຍ​ຂອງ​ສັດ​ຕຣູ? 3 ຂໍ​ຊົງ​ສົ່ງ​ແສງ​ສວ່າງ​ແລະ​ຄວາມ​ຈິງ​ຂອງ​ພຣະ​ອົງ​ນຳ​ຫນ້າ​ຂ້າ​ພຣະ​ອົງ​ໄປ​ເທີນ ແລະ​ຊົງ​ພາ​ຂ້າ​ພຣະ​ອົງ​ກັບ​ຄືນ​ສູ່​ເມືອງ​ຊີ​ໂອນ ພູ​ສັກ​ສິດ​ຂອງ​ພຣະ​ອົງ​ແລະ​ພຣະ​ວິ​ຫານ​ບ່ອນ​ທີ່​ພຣະ​ອົງ​ຊົງ​ປະ​ທັບ​ຢູ່ 4 ໂອ້​ ພຣະ​ອົງ​ເຈົ້າ​ຂ້າ ຂ້າ​ພຣະ​ອົງ​ຈະ​ໄປ​ສູ່​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ປະ​ທານ​ຄວາມ​ມ່ວນ​ຊື່ນ ແລະ​ຄວາມສຸກແກ່​ຂ້າ​ພຣະອົງ ຂ້າ​ແດ່ ພຣະ​ເຈົ້າ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ດີດ​ພີນ ແລະ​ຮ້ອງ​ເພງ​ສັຣເສີນ​ພຣະ​ອົງ 5 ເປັນ​ຫຍັງຂ້າ​ພຣະ​ອົງ​ຈຶ່ງ​ໂສກ​ເສົ້າ? ເປັນ​ຫຍັງ​ຂ້າ​ພຣະ​ອົງ​ຈຶ່ງ​ທຸກ​ລຳ​ບາກ? ຂ້າ​ພຣະ​ອົງ​ຂໍ​ມອບ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ເຈົ້າ ແລະ​ຂ້າພຣະ​ອົງ​ຍັງ​ຈະ​ສັຣ​ເສີນ​ພຣະ​ອົງ​ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ພັຍ ​ແລະ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ

ເພງສັຣເສີນ 44

ການ​ຊ່ອຍ​ກູ້​ທີ່​ແລ້ວ​ມາ ແລະ​ຄວາມ​ທຸກ​ຍາກ​ ປັດ​ຈຸ​ບັນ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ມັ​ສ​ຄິ​ລ​ບົດ​ທີ່​ນຶ່ງ​ຂອງ​ຄນະ​ໂກ​ຣາ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ຍິນ​ກັບ​ຫູ​ຂອງ​ຕົນ ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເລົ່າ​ໃຫ້​ຟັງ ເຖິງ​ກິ​ຈ​ກາ​ນຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃນ​ສະ​ໄຫມ​ຂອ​ງ​ເຂົາ ໃນ​ສະ​ໄຫມ​ບູ​ຮານ​ນະ​ການ​ນັ້ນ 2 ພຣະ​ອົງ​ຊົ​ງ​ຂັບ​ໄລ່​ບັນ​ດາ​ປະ​ຊາ​ຊາດ​ອອກ​ໄປ​ດ້ວຍ​ພຣະ​ຫັດ​ຂອງ​ພຣະ​ອົງ​ເອງ ແຕ່​ພຣະ​ອົງ​ຊົງ​ປູກ​ບັນ​ພະ​ບຸ​ຣຸດ​ທັງ​ຫລາຍ​ໄວ້ ພຣະ​ອົງ​ຊົງ​ໃຫ້​ຊາດ​ທັງ​ຫລາຍ​ທຸກ​ໃຈ ແຕ່​ຊົງ​ປ່ອຍ​ບັນພະ​ບຸ​ຣຸດທັງ​ຫລາຍ​ໃຫ້​ເປັນ​ອິສ​ຣະ 3 ເພາະ​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ແຜ່ນ​ດິນ​ນັ້ນ​ດ້ວຍ​ດາບ​ຂອງ​ເຂົາ​ເອງ ບໍ່​ແມ່ນ​ແຂນຂອງ​ເຂົາ​ທີ່​ມີ​ໄຊ ແຕ່​ໂດຍ​ພຣະ​ຫັດ​ຂວາ ແລະ​ພຣະ​ກອນ​ຂອງ​ພຣະ​ອົງ ແລະ​ໂດຍ​ຄວາມ​ສວ່າງ​ແຫ່ງ​ພຣະ​ພັກ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ຊົມ​ຊື່ນ​ຍິນ​ດີ​ໃນ​ເຂົາ​ທັງ​ຫລາຍ​ເຫລົ່າ​ນັ້ນ 4 ຂ້າ​ແດ່ພຣະ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ພຣະ​ກະ​ສັດ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ສະ​ຖາ​ປະ​ນາ​ໄຊ​ຊະ​ນະ​ໄວ້​ໃຫ້​ຢາ​ໂຄບ 5 ຂ້າ​ພຣະ​ອົງ​ທັງ​ຫລາຍ​ດັນ​ສັດ​ຕຣູ​ອອກ​ໄປ​ໂດຍພຣະ​ອົງ ຂ້າ​ພຣະ​ອົງ​ທັງ​ຫລາຍ​ຢຽບ​ຄົນ​ທີ່​ຕໍ່​ສູ້​ຂ້າ​ພຣະ​ອົງ​ລົງ​ດ້ວຍ​ພຣະ​ນາມ​ຂອງ​ພຣະ​ອົງ 6 ເພາະ​ຂ້າ​ພຣະ​ອົງບໍ່​ວາງ​ໃຈ​ໃນ​ຄັນ​ທະ​ນູ​ຂອງ​ຂ້າ​ພຣະ​ອົງ ແລະ​ດາບ​ຂອງ​ຂ້າ​ພຣະ​ອົງ​ຊ່ອຍ​ຂ້າ​ພຣະ​ອົງ​ບໍ່​ໄດ້ 7 ແຕ່​​ພຣະ​ອົງ​ໄດ້​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃຫ້​ລອດ​ຈາກ​ສັດ​ຕຣູ ແ​ລະ​ຊົງ​ໃຫ້​ຜູ້​ກຽດ​ຊັງ​ຂ້າ​ພຣະ​ອົງ​ໄດ້​ຄວາມ​ອາຍ 8 ຂ້າ​ພຣະ​ອົງ​ທັງ​ຫລາຍອວດ​ເຖິງ​ພຣະ​ເຈົ້າ​ໄດ້​ເລື້ອຍໄປ ແລະ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ຖວາຍ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ນິດ 9 ແຕ່​ພຣະ​ອົງ​ຍັງ​ຊົງ​ປະ​ຖິ້ມ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເສັຽ ແລະ​ໃຫ້​ຂ້າ​ພຣະ​ອົງໄດ້​ຄວາມ​ອັ​ປ​ຍົດ ແລະ​ບໍ່​ໄດ້​ສະ​ເດັດ​ອອກ​ໄປ​ກັບ​ກອງ​ທັບ​ຂອງ​ຂ້າ​ພຣະ​ອົງທັງ​ຫລາຍ 10 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຖອຍ​ກັບ​ຈາກ​ຄູ່​ສັດ​ຕຣູ ແລະ​ຄົນ​ທີ່​ກຽດ​ຊັງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ກໍ​ໄດ້ຍຶດສິ່ງຂອງໄປ 11 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເປັນ​ດັ່ງ​ແກະ​ທີ່​ຈະ​ເອົາ​ໄປ​ກິນ ແລະ​ຊົງ​ກະ​ຈາຍ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃຫ້​ໄປ​ຢູ່​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ 12 ພຣະ​ອົງ​ຊົງ​ຂາຍ​ໄພ່​ພົນ​ຂອງ​ພຣະ​ອົງ​ຢ່າງ​ຖືກໆ ຄື​ກັບ​ວ່າ​ເຂົາ​ມີ​ຄ່າ​ພຽງ​ເລັກ​ນ້ອຍ 13 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ຂີ້​ປາກ​ຂອງ​ເພື່ອນ​ບ້ານ ເປັນ​ທີ່​ເຍາະ​ເຍີ້ຍ​ແລະ​ດູ​ຫມິ່ນ​ແກ່​ຜູ້​ທີ່​ຢູ່​ຮອບ​ຂ້າ​ພຣະ​ອົງ 14 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ຂີ້​ປາກ​ຖ້າມ​ກາງ​ບັ​ນ​ດາ​ປະ​ຊາດຊາດ ເປັນ​ທີ່​ຫົວ​ຂວັນ​ຖ້າມ​ກາງ​ຊາດ​ທັງ​ຫລາຍ 15 ຄວາມ​ອັ​ປ​ຍົດ​ອົດ​ສູ​ຢູ່​ທາງ​ຫນ້າຂ້າ​ພຣະ​ອົງ​ຕລອດ​ວັນ ແລະ​ຄວາມ​ອັບ​ອາຍ​ຄຸມ​ຫນ້າ​ຂ້າ​ພຣະ​ອົງ 16 ເນື່ອງ​ດ້ວຍ​ຄຳ​ຂອງ​ຄົນ​ເຍາະ​ເຍີ້ຍ ແລະ​ຄົນ​ປ້ອຍ​ດ່າ ເນື່ອງ​ດ້ວຍ​ສັດ​ຕຣູ​ແລະ​ຜູ້​ແກ້​ແຄ້ນ 17 ສິ່ງ​ທັງ​ປວງ​ນີ້​ເກິດ​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ ແມ້​ວ່າ​ຂ້າ​ພະ​ອົງ​ບໍ່​ລືມ​ພຣະ​ອົງ ຫລື​ທຸດ​ຈະ​ຣິດ​ຕໍ່​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ 18 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ກໍ​ບໍ່​ໄດ້​ຫັນ​ກັບ ບາດ​ກ້່າວ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ບໍ່​ໄດ້​ແຍກ​ຈາກ​ທາງຂອງ​ພຣະ​ອົງ 19 ພຣະ​ອົງ​ຍັງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ແຫລກ​ເຫລວໃນ​ທີ່​ຂອງ​ຫມາ​ປ່າ ແລະ​ຄຸມ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄວ້​ດ້ວຍ​ເງົາ​ມັດ​ຈຸ​ຣາ​ຊ 20 ຖ້າ​ເຮົາ​ໄດ້​ລືມ​ພຣະ​ນາມ​ພຣະ​ເຈົ້າ​ຂອງ​ເຮົາ ຫລື​ພະ​ນົມ​ມື​ຂອງ​ເຮົາ​ໃຫ້​ແກ່​ພຣະ​ອື່ນ 21 ພຣະ​ເຈົ້າ​ຈະບໍ່​ຊົງ​ຮູ້​ເຣື່ອງ​ນີ້​ຫລື ເພາະ​ພຣະ​ອົງ​ຊົງ​ຮູ້​ຄວາມ​ເລິກ​ລັບ​ຂອງ​ຈິດ​ໃຈ 22 ເພາະ​ເຫັນ​ແກ່​ພຣະ​ອົງ ຂ້າ​ພຣະ​ອົງ​ທັງ​ຫລາຍ​ຖືກ​ຂ້າ​ຕລອດ​ວັນ ແລະ​ນັບ​ວ່າ​ເປັນ​ແກະ​ສຳ​ລັບ​ເອົາ​ໄປ​ຂ້າ 23 ຂໍ​ຊົງ​ຕື່ນ​ເຖີດ ພຣະ​ຜູ້​ເປັນ​ເຈົ້າຂ້າ ເປັນ​ຫຍັງ​ພຣະ​ອົງ​ບັນ​ທົມ​ຢູ່? ຂໍ​ຊົງ​ຕື່ນ​ເຖີດ ຂໍ​ຢ່າ​ປະ​ຖິ້ມ​ຂ້າ​ພຣະ​ອົງ​ເສັຽ​ຕລອດ​ການ 24 ເຫດ​ໃດ​ພຣະ​ອົງ​ຊົງ​ເຊື່ອງ​ພຣະ​ພັກ​ຂອງ​ພຣະ​ອົງ​ ເຫດ​ໃດ​ພຣະ​ອົງ​ຊົງ​ລືມ​ການ​ທີ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ທຸກ​ຍາກ ແລະ​ຖືກ​ບີບ​ບັງ​ຄັບ​ເສັຽ 25 ເພາະ​ຈິດ​ວິນ​ຍານ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໂນ້ມ​ເຖິງ​ຂີ້ດິນ ຮ່າງ​ກາຍ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເກາະ​ຕິດ​ດິນ 26 ລຸກ​ຂຶ້ນ​ເຖີດພຣະ​ເຈົ້າ​ຂ້າ ຂໍ​ສະ​ເດັດ​ມາ​ຊ່ອຍ​ຂ້າ​ພຣະ​ອົງ​ທັ​ງ​ຫລາຍ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ເພື່ອ​ເຫັນ​ແກ່​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ

ເພງສັຣເສີນ 45

ບົດ​ເພງ​ໃນ​ພຣະ​ຣາ​ຊ​ພິ​ທີ​ສົມ​ຣົດ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຕາມ​ທຳ​ນອງ​ພລັບ​ພີ່ງ​ມັສ​ຄິ​ລ​ບົດ​ທີ່​ນຶ່ງ​ຂອງ​ຄ​ນະ​ໂກ​ຣາ ເພງ​ຮັກ

1 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ລົ້ນ​ໄຫລດ້ວຍ​ແນວ​ຄິດ​ດີ ຂ້າ​ພະ​ເຈົ້າ​ເລົ່າ​ບົດ​ປະ​ພັນ​ຂອງ​ຂ້າ​ພະ​ເຈົ້າ​ຖວາຍພຣະ​ຣາ​ຊາ ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ເຫມືອນ​ປາກ​ໄກ່​ຂອງ​ນັກ​ປະ​ພັນ​ທີ່​ຊຳ​ນານ 2 ພຣະ​ອົງ​ທ່ານ​ງາມ​ເລີດ​ຍິ່ງກວ່າ​ບຸດ​ຂອງ​ມະ​ນຸດ ພຣະ​ຄຸນ​ຫລັ່ງ​ລົງ​ເທິງ​ຮີມ​ຝີ​ປາກ​ຂອງ​ພຣະ​ອົງ​ທ່ານ ເພາະ​ສະ​ນັ້ນ ພຣະ​ເຈົ້າ​ຊົງ​ອວຍ​ພຣະ​ພອນພຣະ​ອົງ​ທ່ານ​ຕລອດ​ການ 3 ຂ້າ​ແຕ່​ອົງ​ຜູ້​ຊົງ​ມະ​ຫິທິ​ຣິດ ຂໍ​ຊົງ​ຂັດ​ກະ​ບີ່​ໄວ້​ທີ່​ເອວ​ຂອງ​ພຣະ​ອົງ​ທ່ານ ໂດຍ​ພຣະ​ສະ​ງ່າ ແລະ​ຄວາມສູງ​ສົ່ງ​ຂອງ​ພຣະ​ອົງ​ທ່ານ 4 ຂໍ​ຊົງ​ຂີ່ມ້າ​ຢ່າງສະ​ງ່າ​ຜ່າ​ເຜີຍ​ສະ​ເດັດ​ໄປ​ຢ່າງ​ມີ​ຊັຍ ເພື່ອ​ເຫັນ​ແກ່​ຄວາມ​ຈິງ ຄວາມ​ອ່ອນ​ສຸ​ພາບ​ແລະ​ຄວາມ​ຊອບ​ທັມ ໃຫ້​​ຫັດ​ຂວາ​ຂອງ​ພຣະ​ອົງທ່ານ​ສອນ​ກິຈອັນ​ຫນ້າ​ຢ້ານ​ຢຳ​ແກ່​ພຣະ​ອົງ​ທ່ານ 5 ລູກ​ທະ​ນູ​ຂອງ​ພຣະ​ອົງ​ທ່ານ​ກໍ​ຄົມ​ຢູ່​ໃນ​ຈິດ​ໃຈ​ຂອງ​ສັດ​ຕຣູ​ຂອງ​​ຣາ​ຊາ ຊົນຊາດ​ທັງ​ຫລາຍ​ລົ້ມ​ຢູ່​ໃຕ້​ພຣະ​ອົງ​ທ່ານ 6 ພຣະ​ເຈົ້າ​ຂ້າ ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ດຳ​ຣົງ​ເປັນ​ນິດ ແລະ​ເປັນ​ນິດ ຮາ​ຊ​ທານ​ພຣະ​ກອນ​ເປັນ​ທານ​ພຣະ​ກອນ​ທ່ຽງ​ທັມ 7 ພຣະ​ອົງ​ຊົງ​ຮັກ​ຄວາມ​ຊອບ​ທັມ ແລະ​ຊົງ​ກຽດ​ການ​ອະ​ທັມ ສະ​ນັ້ນ​ພຣະ​ເຈົ້າ​ຄື​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ທ່ານ​ໄດ້​ຊົງ​ເຈີມ​ພຣະ​ອົງ​ທ່ານ​ໄວ້​ດ້ວຍ​ນ້ຳ​ມັນ​ແຫ່ງ​ຄວາມ​ຍິນ​ດີ​ຍິ່ງ​ກວ່າ​ພຣະ​ສະ​ຫາຍ​ທັງ​ປວງ​ຂອງ​ພຣະ​ອົງ​ທ່ານ 8 ເຄື່ອງສລອງ​​ຂອງ​ພຣະ​ອົງ​ທ່ານ​ກໍ​ຫອມ​ຟຸ້ງ​ໄປ​ດ້ວຍ​ກິ່ນຢາງ​ໄມ້​ຫອມ​ແລະ​ກິ່ນ​ອາ​ໂລ ຈາກພຣະ​ຣາ​ຊວັງ​ງາ​ຊ້າງ​ມີ​ເຄື່ອງ​ສາຍ​ກະ​ທຳ​ໃຫ້​ພຣະ​ອົງ​ທ່ານ​ຍິນ​ດີ 9 ໃນ​ຫມູ່​ສ​ຕ​ຣີ​ຜູ້​ມີ​ກຽດ​ຂອງ​ພຣະ​ອົງ ທ່ານ​ມີ​ຣາ​ຊ​ທິ​ດາ​ຂອງບັນ​ດາ​ກະ​ສັດ ພຣະ​ຣາ​ຊີນີ​ປະ​ດັບ​ທອງ​ຄຳ​ເມືອງ​ໂອ​ຟີ​ປະ​ທັບ​ຢູ່​ຂ້າງ​ຂວາ​ພຣະ​ຫັດ​ພຣະ​ອົງ​ທ່ານ 10 ທິ​ດາ​ເອີຍ ຈົ່ງ​ຟັງ​ເຖີດ ແລະ​ອ່ຽງ​ຫູ​ຂອງ​ເຈົ້າ​ລົງ ຈົ່ງ​ລືມ​ຊົນ​ຊາດ​ຂອງ​ເຈົ້າ ແລະ​ລືມ​ບ້ານ​ບິ​ດາ​ຂອງ​ເຈົ້າ​ເສັຽ 11 ແລະ​ພຣະ​ຣາ​ຊາ​ຈະ​ຊົງ​ປາ​ຖ​ນາ​ຄວາມ​ງາມ​ຂອງ​ເຈົ້າ ເນື່ອງ​ຈາກ​ພຣະ​ອົງ​ທ່ານ​ເປັນ​ເຈົ້າ​ນາຍ​ຂອງ​ເຈົ້າ ຈົ່ງ​ໂຄ້ງ​ລົງ​ໃຫ້​ພຣະ​ອົງ​ທ່ານ​ເຖີດ 12 ທີ​ດາຂອງ​ເມືອງ​ຕີ​ເຣ​ຈະ​ເອົາ​ຂອງ​ກຳ​ນັນມາ​ກຳ​ນັນ​ເຈົ້າ ຄື​ເສດ​ຖີ​ມັ່ງ​ຄັ່ງ​ທີ່​ສຸດ​ຂອງ​ປະ​ຊາ​ຊົນ​ພ້ອມ​ກັບ​ຊັບສົມ​ບັດ​ທຸກ​ຢ່າງ 13 ເຈົ້າ​ຍິງ​ປະ​ດັບ​ພຣະ​ກາຍ​ໃນ​ຫ້ອງ​ຂອງ​ພຣະ​ນາງ​ເຈົ້າ​ດ້ວຍ​ເສື້ອ​ຜ້າ​ຍົກ​ທອງ​ຄຳ 14 ເຂົາ​ນຳ​ພຣະ​ນາງ​ຜູ້​ຊົງ​ເສື້ອ​ຫລາຍ​ສີ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ແລະ​ນຳ​ຍິງ​ພົມ​ມະ​ຈາ​ຣີ​ຜູ້​ຕິດ​ຕາມ​ຄື​ເພື່ອນ​ເຈົ້າ​ສາວ​ມາ​ຖວາຍ​ພຣະ​ອົງ​ທ່ານ 15 ເຂົາ​ທັງ​ຫລາຍ​ຖືກ​ນຳ​ໄປ​ດ້ວຍ​ຄວາມ​ຊື່ນ​ບານ​ແລະ​ຍິນ​ດີ ເຂົາ​ເຂົ້າ​ໄປ​ໃນ​ພຣະ​ຣາ​ຊວັງ 16 ບັນ​ດາ​ໂອ​ຣົດ​ຂອງ​ພຣະ​ອົງ​ທ່ານ​ຈະ​ແທນ​ບັນ​ພະ​ບຸ​ຣຸດ​ຂອງ​ພຣະ​ອົງ​ທ່ານ ພຣະ​ອົງ​ທ່ານ​ຈະ​ແຕ່ງ​ຕັ້ງ​ໃຫ້​ເປັນ​ເຈົ້າ​ທົ່ວ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ 17 ເຣົາ​ຈະ​ກະ​ທຳ​ໃຫ້​ນາມ​ຂອງ​ພຣະ​ອົງທ່ານ​ເປັນ​ທີ່​ເຊີດ​ຊູ​ຕລອດ​ບັນ​ດາ​ຊາດ​ພັນ ສະ​ນັ້ນ​ຊົນ​ຊາດ​ທັງ​ຫລາຍ​ຈະ​ຍົກ​ຍໍ​ພຣະ​ອົງ​ທ່ານ​ເທົ່າ​ກາ​ລະ​ນານ

ເພງສັຣເສີນ 46

ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ເຮົາ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ​ ຂອງ​ຄ​ນະ​ໂກຣາ ຕາມ​ທຳ​ນອງ​ອາ​ລາ​ໂມ​ທ ບົດ​ເພງ

1 ພຣະ​ເຈົ້າ​ຊົງ​ເປັນ​ທີ່​ພັກ​ພາ​ອາ​ໄສ ແລະ​ຊົງ​ເປັນ​ກຳ​ລັງ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍໃນ​ຍາມ​ລຳ​ບາກ ພຣະ​ອົງ​ຊົງ​ຕຽ​ມ​ພ້ອມ​ຊ່ອຍ​ເຫລືອ​ສ​ເມີ 2 ເມື່ອ​ໂລກ​ນີ້​ຫາກ​ສັ່ນ​ສະ​ເທືອນ ແລະ​ພູ​ທັງ​ຫລາຍ​ລົ້ມ​ເຈື່ອນ​ທະ​ລາຍ​ລົງ​ໃສ່​ມະ​ຫາ​ສະ​ຫມຸດ​ອັນ​ເລິກ 3 ແມ່ນ​ວ່າ​ນ້ຳ​ທະ​ເລ​ມີ​ສຽງ​ດັງ​ສະຫນັ່ນ​ຫວັ່ນ​ໄຫວ ແລະ​ພູ​ທັງ​ຫລາຍສັ່ນ​ສະ​ເທືອນ​ຢ່າງ​ແຮງ ພວກ​ຂ້າ​ພຣະ​ອົງ​ກໍ​ຈະ​ບໍ່​ຢ້ານ 4 ມີ​ແມ່​ນ້ຳ​ສາຍ​ນຶ່ງ​ໄດ້​ທຳ​ໃຫ້​ຄົນ​ໃນ​ພຣະ​ນະ​ຄອນ​ຂອງ​ພຣະ​ເຈົ້າ ແລະ​ສູ່​ບ່ອນ​ປະ​ທັບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ໄດ້​ຮັບ​ຄວາມ​ຍິນ​ດີ 5 ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ໃນ​ນະ​ຄອນ​ໃດ ນະ​ຄອນ​ນັ້ນ​ກໍ​ຈະ​ບໍ່​ຖືກ​ທຳ​ລາຍ​ຈັກ​ເທື່ອ ໃນ​ຕອນ​ເຊົ້າໆ ພຣະ​ອົງ​ຈະ​ສະ​ເດັດ​ມາ​ຊ່ອຍ​ເຫລືອ​ເມືອງ​ນັ້ນ 6 ຊົນ​ຊາດ​ທັງ​ຫລາຍ​ຫວາ​ດຫ​ວັ່ນ​ຕົກ​ໃຈ ຣາ​ຊ​ອາ​ນາ​ຈັກ​ປັ່ນ​ປ່ວນ ພຣະ​ອົງ​ຊົງ​ສົ່ງ​ພຣະ​ສຸ​ຣະ​ສຽງ​ອັນ​ດັງ​ອອກ​ມາ ແຜ່ນ​ດິນ​ໂລກ​ກໍ​ລະ​ລາຍ​ໄປ 7 ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ສະ​ຖິດ​ຢູ່​ກັບ​ເຮົາທັງ​ຫລາຍ ພຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​​ເຮົາ 8 ມາ​ເຖີດ ມາ​ເບິ່ງພຣະ​ຣາ​ຊ​ກິຈຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ພຣະ​ອົງຊົງ​ກະ​ທຳສິ່ງ​ອັດ​ສະ​ຈັນ​ໃນ​ແຜ່ນ​ດິນ​ໂລກ​ຢ່າງ​ໃດ 9 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ເສິກ​ສົງ​ຄາມ​ໃນ​ໂລກ​ນີ້​ສ​ງົບ​ລົງ ພຣະ​ອົງ​ຊົງ​ຫັກຄັນ​ທະ​ນູ​ທຳ​ລາຍ​ຫອກ ແລະ​ເອົາ​ແຜ່ນ​ເຫລັກ​ຕ້ານ​ທານ​ໂຍນ​ເຂົ້າ​ກອງ​ໄຟ 10 “ຈົ່ງ​ມິດ​ງຽບ ແລະ​ຮູ້​ເຖີດ​ວ່າ ເຮົາ​ຄື​ພຣະ​ເຈົ້າ ເຮົາ​ເປັນ​ທີ່​ຍົກ​ຍ້ອງ​ຖ້າມ​ກາງ​ປະ​ຊາ​ຊາດ ເຮົາ​ເປັນ​ທີ່​ຍົກ​ຍ້ອງ​ໃນ​ແຜ່ນ​ດິນ​ໂລກ” 11 ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ສະ​ຖິດ​ຢູ່​ກັບ​​ເຮົາທັງ​ຫລາຍ ພຣະ​ເຈົ້າ​ຂອງ​ຢາ​ໂຄບ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ພວກ​ເຮົາ

ເພງສັຣເສີນ 47

ພຣະ​ເຈົ້າ​ຊົງ​ເປັນ​ພຣະ​ມະ​ຫາ​ຣາ​ຊາ​ເຫນືອ​ສາ​ກົນ​ ພິ​ພົບ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ​ ຂອງ​ຄນະ​ໂກ​ຣາ

1 ດູ​ກ່ອນ ຊົນ​ຊາດ​ທັງ​ຫລາຍ ຈົ່ງ​ຕົບ​ມື ຈົ່ງ​ໂຮ່​ຮ້ອງ​ຖວາຍ​ພຣະ​ເຈົ້າ​ດ້ວຍ​ສຽງ​ໄຊ​ໂຍ 2 ເພາະ​ພຣະ​ເຈົ້າ​ອົງ​ຜູ້​ສູງ​ສຸດ ເປັນ​ທີ່ຫນ້າ​ຢ້ານ​ຢຳ ຊົງ​ເປັນ​ມະ​ຫາ​ຣາ​ຊ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ 3 ພຣະ​ອົງ​ຊົງ​ປາບ​ປາມ​ຊົນ​ຊາດ​ທັງ​ຫລາຍ​ໃຫ້​ຢູ່​ພາຍ​ໃຕ້​ເຮົາ ແລະ​ຊາວ​ປະ​ເທດ​ທັງ​ຫລາຍ​ໃຫ້​ຢູ່​ພາຍ​ໃຕ້​ຕີນຂອງ​ເຮົາ 4 ພຣະ​ອົງ​ຊົງ​ເລືອກ​ມໍ​ຣະ​ດົກ​ຂອງ​ເຮົາ​ໃຫ້​ເຮົາ ເປັນ​ສິ່ງພູມ​ໃຈ​ຂອງ​ຢາ​ໂຄບ​ທີ່​ພຣະ​ອົງ​ຊົງ​ຮັກ 5 ພຣະ​ເຈົ້າ​ສະ​ເດັດ​ຂຶ້ນ​ດ້ວຍ​ສຽງໂຮ່​ຮ້ອງ ພຣະ​ເຈົ້າ​ສະ​ເດັດ​ຂຶ້ນ​ດ້ວຍ​ສຽງ​ແກ 6 ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ຖວາຍ​ພຣະ​ເຈົ້າ ຈົ່ງ​ຮ້ອງເພງ​ສັຣ​ເສີນ​ເຖີດ ຈົ່ງ​ຮ້ອງ​ເພງ​ສັຣເສີນຖວາຍ​ພຣະ​ມະ​ຫາ​ຣາ​ຊາ​ຂອ​ງ​ເຮົາ ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ເຖີດ 7 ເພາະ​ພຣະ​ເຈົ້າ​ຊົງ​ເປັນ​ພຣະ​ຣາ​ຊາ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ດ້ວຍ​ບົດ​ສະ​ດຸ​ດີ 8 ພຣະ​ເຈົ້າ​ຊົງ​ຄອບ​ຄອງ​ປະ​ຊາ​ຊາດທັງ​ຫລາຍ ພຣະ​ເຈົ້າ​ຊົງ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ບໍ​ຣິ​ສຸດ​ຂອງພຣະ​ອົງ 9 ບັນ​ດາ​ເຈົ້າ​ນາຍ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ປະ​ຊຸມ​ກັນ ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ແຫ່ງ​ອັບ​ຣາ​ຮາມ ເພາະ​ບັນ​ດາ​ໂລ່​ຂອງ​ແຜ່ນ​ດິນ​ໂລກ​ເປັນ​ຂອງ​ພຣະ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ຢ່າງ​ສູງ

ເພງສັຣເສີນ 48

ຄວາມ​ງາມ​ແລະ​ສັກ​ສີ​ຂອງ​ຊີ​ໂອນ ບົດ​ເພງ ເພງ​ສັຣເສີນ ຂອງ​ຄ​ນະ​ໂກຣາ

1 ພຣະ​ເຈົ້າ​ນັ້ນ​ຍິ່ງ​ໃຫຍ່ ແລະ​ສົມ​ຄວນ​ຈະ​ສັຣ​ເສີນ​ຢ່າງ​ສູງ​ສຸດ​ ໃນ​ນະ​ຄອນ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ ທີ່​ເທິງ​ເນີນ​ພູ​ສັກ​ສິດ​ນັ້ນ 2 ເບິ່ງ​ຂຶ້ນ​ໄປ​ກໍ​ງາມ​ຫລາຍ ເປັນ​ຄວາມ​ຊື່ນ​ບານ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ ຄື​ພູ​ຊີ​ໂອນອຸ​ດອ​ນໄກ ຊຶ່ງ​ເປັນ​ນະ​ຄອນ​ຂອງ​ພຣະ​ມະ​ຫາ​ຣາ​ຊາ 3 ພາຍ​ໃນ​ປ້ອມ​ຂອງ​ນະ​ຄອນ ພຣະ​ເຈົ້າ​ຊົງ​ສຳ​ແດງ​ພຣະ​ອົງ​ວ່າ​ເປັນ​ປ້ອມ​ທີ່​ຫມັ້ນ​ຄົງ 4 ບັນ​ດາ​ພຣະ​ຣາ​ຊາ​ໄດ້​ມາ​ຊຸມ​ນຸມ​ກັນ ແລ້ວ​ສະ​ເດັດ​ໄປ​ນຳ​ກັນ 5 ພໍ​ທ່ານ​ທັງ​ຫລາຍ​ເຫັນ​ນະ​ຄອນ​ນັ້ນ ທ່ານ​ກໍ​ພາ​ກັນ​ຕົກ​ໃຈ ທ່ານ​ຢ້ານ​ຈົນ​ຕົວ​ສັ່ນ ແລ້ວ​ກໍ​ຕື່ນ​ຫນີ​ໄປ 6 ຄວາມ​ຕົກ​ຕະ​ລຶງ​ຈັບ​ໃຈ​ທ່ານ​ທີ່​ນັ້ນ ມີ​ຄວາມ​ທຸກ​ລະ​ທົມ​ຢ່າງ​ຍິງ​ກຳ​ລັງ​ເກີດ​ລູກ 7 ພຣະ​ອົງ​ຊົງ​ຟາດ​ທຳ​ລາຍ​ກຳ​ປັ່ນ​ແຫ່ງ​ຕາ​ຣ໌ຊິດ​ດ້ວຍ​ລົມ​ຕະ​ເວັນ​ອອກ 8 ເຮົາ​ໄດ້​ຍິນ​ຢ່າງ​ໃດ ເຮົາ​ກໍ​ໄດ້​ເຫັນ​ຢ່າງ​ນັ້ນ ໃນ​ນະ​ຄອນ​ແຫ່ງພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ໃນ​ນະ​ຄອນ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ ຊຶ່ງ​ພຣະ​ເຈົ້າ​ຊົງ​ສະ​ຖາ​ປະ​ນາ​ໄວ້​ເປັນ​ນິດ 9 ຂ້າ​ແດ່ພຣະ​ເຈົ້າ ຂ້າ​ພຣະ​ອົງ​ທັງ​ຫລາຍ​ຄຳ​ນຶງ​ເຖິງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ໃນ​ຖ້າມ​ກາງ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ 10 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ນາມ​ຂ​ອງ​ພຣະ​ອົງ​ໄປ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ຢ່າງ​ໃດ ຄຳ​ສັຣ​ເສີນ​ພຣະ​ອົງ​ກໍ​ໄປ​ເຖິງ​ຢ່າງ​ນັ້ນ ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ຊອບ​ທັມ 11 ຂໍ​ພູ​ເຂົາ​ຊີ​ໂອນ​ຈົ່ງ​ຍິນ​ດີ ຂໍ​ທິ​ດາ​ແຫ່ງ​ຢູ​ດາ​ຈົ່ງ​ຊົ​ມ​ຊື່ນ​ຍິນ​ດີ ເພາະ​ເຫດ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ 12 ຈົ່ງ​ເດີນ​ຮອບ​ຊີ​ໂອນ ໄປ​ໃຫ້​ຮອບ​ເຖີດ ຈົ່ງ​ນັບ​ຫໍ​ຄອຍ​ຂອງ​ຊີ​ໂອນ 13 ຈົ່ງ​ກວດ​ກາເບິ່ງ​ປ້ອມ​ປ້ອງ​ກັນ​ເມືອງ ເພື່ອ​ທ່ານ​ຈະ​ໄດ້​ບອກ​ຄົນ​ຊົ່ວ​ອາ​ຍຸ​ຕໍ່​ໄປ 14 ວ່າ​ນີ້​ຄື​ພຣະ​ເຈົ້າ ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ​ສືບ​ໄປ ພຣະ​ອົງ​ຈະ​ເປັນ​ຜູ້​ນຳ​ຂອງ​ເຮົາ​ເປັນ​ນິດ

ເພງສັຣເສີນ 49

ຄວາມ​ໂງ່​ຈ້າ​ແຫ່ງ​ການ​ໄວ້​ວາງ​ໃຈ​ໃນ​ຄວາມ ມັ່ງ​ຄັ່ງ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣເສີນ ຂອງ​ຄ​ນະ​ໂກ​ຣາ

1 ດູ​ກ່ອນ​ຊາດ​ທັງ​ຫລາຍ ຈົ່ງ​ຟັງ​ຂໍ້​ຄວາມ​ນີ້ ຊາວ​ພິ​ພົບ​ທັງ​ປວງ​ເອີຍ, ຈົ່ງ​ງ່ຽງ​ຫູ​ຟັງ 2 ທັງ​ຜູ້​ນ້ອຍ​ຜູ້​ໃຫຍ່ ທັງ​ເສ​ດ​ຖີ​ແລະ​ຄົນ​ຈົນ​ເຫມືອນ​ກັນ 3 ປາກ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເຜີຍ​ປັນ​ຍາ ການ​ພາວະ​ນາ​ຂອງ​ຈິດ​ໃຈ​ຂ້າ​ພະ​ເຈົ້າ​ຄື​ຄວາມ​ເຂົ້າ​ໃຈ 4 ຂ້າ​ພະ​ເຈົ້າ​ຈະ​ອ່ຽງ​ຫູ​ຟັງ​ສຸ​ພາ​ສິດ ຂ້າ​ພະ​ເຈົ້າ​ຈະ​ແກ້​ປິ​ດສະ​ນາ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ເຂົ້າ​ກັບ​ສຽງ​ພິນ​ເຂົາ​ຄູ່ 5 ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຢ້ານ​ໃນ​ຄາວ​ທຸກ​ຍາກ​ລຳ​ບາກ ເມື່ອ​ຄວາມ​ບາບ​ຊົ່ວ​ແຫ່ງ​ຜູ້​ຂົ່ມ​ເຫັງ​ລ້ອມ​ຕົວ​ຂ້າ​ພະ​ເຈົ້າ 6 ຄົນ​ຜູ້​ວາງ​ໃຈ​ໃນ​ຊັບ​ສິນ​ຂອງ​ຕົວ ແລະ​ອວດ​ອ້າງ​ຄວາມ​ມັ່ງ​ຄັ່ງ​ອັນ​ອຸ​ດົມ​ຂອງ​ຕົນ 7 ແນ່ນອນ ບໍ່​ມີ​ຄົນ​ໃດ​ໄຖ່​ພີ່​ນ້ອງ​ຂອງ​ຕົນ​ໄດ້ ຫລື​ຖວາຍ​ຄ່າ​ຊີ​ວິດ​ຂອງ​ເຂົາ​ແດ່​ພຣະ​ເຈົ້າ​ 8 ເພາະ​ຄ່າ​ໄຖ່​ຊີ​ວິດ​ຂອງ​ເຂົາ​ນັ້ນ​ແພງ ແລະ​ບໍ່​ເຄີຍ​ພໍ​ເລີຍ 9 ທີ່ເຂົາ​ຈະ​ມີ​ຊີ​ວິດເລື້ອຍ​ໄປ​ເປັນ​ນິດ ແລະ​ບໍ່​ຕ້ອງ​ເຫັນ​ປາກ​ແດນ​ຜູ້​ຕາຍ 10 ເຂົາ​ຈະ​ເຫັນ​ວ່າ ເຖິງ​ນັກ​ປາດ​ກໍ​ຍັງ​ຕາຍ ຄົນ​ໂງ່​ຈ້າເບົາ​ປັນ​ຍາກໍ​ຕ້ອງ​ພິ​ນາດ​ເຫມືອນ​ກັນ ແລະ​ປະ​ຊັບ​ສິນ​ຂອງ​ຕົນ​ໄວ້​ໃຫ້​ຄົນ​ອື່ນ 11 ຫລຸມ​ສົບ​ຂອງ​ເຂົາ​ເປັນ​ບ້ານ​ຂອງ​ເຂົາ​ເປັນ​ນິດ ເປັນ​ທີ່​ຢູ່​ຂອງ​ເຂົາ​ທຸກ​ຊົ່ວ​ຊາດ​ພັນ ເຖິງ​ເຂົາ​ເຄີຍ​ເອີ້ນ​ທີ່​ດິນ​ຂອງ​ຕົນ​ຕາມ​ຊື່​ຂອງ​ຕົນ 12 ມະ​ນຸດ​ຈະມີ​ຊີ​ວິດ​ໃນ​ຍົດ​ສັກ​ຂອງ​ຕົນ​ບໍ່​ໄດ້ ເຂົາ​ກໍ​ເຫມືອນ​ສັດ​ເດັຽ​ຣະ​ສານ​ທີ່​ພິ​ນາດ 13 ນີ້​ຄື​ເຄາະ​ຂອງ​ບັນ​ດາ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ໂງ່​ຈ້າ ຄື​ທີ່​ສຸດ​ປາຍ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ພໍ​ໃຈ​ຢູ່​ກັບ​ສ່ວນ​ຂອງ​ຕົນ 14 ເຂົາ​ຖືກ​ກຳ​ນົດ​ໄວ້​ໃຫ້​ແກ່​ແດນ​ຜູ້​ຕາຍເຫມືອນ​ແກະ ມັດ​ຈຸ​ຣາ​ຊ​ຈະ​ເປັນ​ຜູ້​ລ້ຽງ​ເຂົາ​ໄວ້ ຄົນ​ທ່ຽງ​ທັມ​ຈະ​ມີ​ອຳ​ນາດ​ເຫນືອ​ເຂົາ​ທັງ​ຫລາຍ​ໃນ​ເວ​ລາ​ເຊົ້າ ແລະ​ຮູບ​ຣ່າງ​ຂອງ​ເຂົາ​ຈະ​ເປື່ອຍ​ສິ້ນ​ໄປ ແດນ​ຜູ້​ຕາຍ​ຈະ​ເປັນ​ບ້ານ​ຂອງ​ເຂົາ 15 ແຕ່​ພຣະ​ເຈົ້າ​ຈະ​ຊົງ​ໄຖ່​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ຣິດ​ທາ​ນຸ​ພາບ​ຂອງ​ແດນ​ຜູ້​ຕາຍ ເພາະ​ພຣະ​ອົງ​ຈະ​ຊົງ​ຮັບ​ຂ້າ​ພະ​ເຈົ້າ​ໄວ້ 16 ທ່ານ​ຢ່າ​ຢ້ານ ເມື່ອ​ຜູ້​ນຶ່ງ​ມັ່ງ​ມີ​ຂຶ້ນ ເມື່ອ​ສັ​ກ​ສີ​ຂອງ​ບ້າ​ນ​ຂອງ​ເຂົາ​ເພີ້ມ​ຂຶ້ນ 17 ເພາະ​ເມື່ອ​ເຂົາ​ຕາຍ ເຂົາ​ຈະ​ບໍ່​​ເອົາ​ຫຍັງໄປ​ເລີຍ ສັກ​ສີ​ຂອງ​ເຂົາ​ຈະ​ບໍ່​ລົງ​ໄປ​ຕາມ​ເຂົາ 18 ເຖິງວ່າ​ເມື່ອ​ເຂົາ​ເປັນ​ຢູ່ ເຂົາ​ນັບ​ວ່າ​ຕົວ​ເຂົາ​ສຸກ​ສະ​ບາຍ ແລະ​ແມ໋​ວ່າ ເຂົາ​ໄດ້​ຮັບ​ຄຳ​ຍົກ​ຍ້ອງ​ເມື່ອ​ເຂົາ​ທຳ​ຕົວ​ເຂົາ​ໃຫ້​ມັ່ງ​ຄັ່ງ​ນັ້ນ 19 ເຂົາ​ຈະ​ໄປ​ຢູ່​ກັບ​ພວກບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ຜູ້​ຊຶ່ງ​ຈະ​ບໍ່​ເຫັນ​ຄວາມ​ສວ່າງ​ອີກ 20 ມະ​ນຸດ​ຈະ​ມີ​ຊີ​ວິດ​ໃນ​ຍົດ​ສັກ​ຂອງ​ຕົນ​ບໍ່​ໄດ້ ເຂົາ​ກໍ​ເຫມືອນ​ສັດ​ເດັຽ​ຣະ​ສານ​ທີ່​ພິ​ນາດ

ເພງສັຣເສີນ 50

ການ​ນະ​ມັ​ສ​ການ​ອັນ​ແທ້​ຈິງ ເພງ​ສັຣ​ເສີນ ​ຂອງ​ອາ​ສາ​ຟ

1 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຊົງ​ກ່າວ​ໄວ້ ພຣະ​ອົງ​ຊົງ​ເອີ້ນ​ຄົນ​ທົ່ວ​ໂລກ​ນີ້ ແຕ່​ທິດ​ຕາ​ເວັນ​ອ​ອກ​ເຖິງ​ທິດ​ຕາ​ເວັນ​ຕົກ 2 ພຣະ​ອົງ​ຊົງ​ສົ່ງ​ແສງ​ສວ່າງ​ຈາກ​ເມືອງ​ຊີ​ໂອນ ຊຶ່ງ​ເປັນ​ເມືອງ​ອຸ​ດົມ​ສົມ​ບູ​ນ​ດ້ວຍ​ຄວາມງາມ 3 ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ບໍ່​ຊົງ​ສະ​ເດັດ​ມາ​ຢ່າງ​ມິດໆ ແຕ່​ວ່າ​ຢູ່​ຊື່​ພຣະ​ພັກ​ຂອງ​ພຣະ​ອົງ​ມີ​ແປວ​ໄຟ​ຮ້ອນ​ແຮງ​ກ້າ ແລະ​ອ້ອມ​ຮອບ​ພຣະ​ອົງ​ມີ​ລົມ​ພະ​ຍຸ​ທີ່​ຮ້າຍ​ແຮງ​ທີ່​ສຸດ 4 ພຣະ​ອົງ​ຊົງ​ເອີ້ນ​ເອົາ​ຟ້າ​ສວັນ ແລະ​ແຜ່ນ​ດິນ​ໂລກ​ເປັນ​ພຍານ​ໃຫ້​ເຫັນ​ເມື່ອ​ພຣະ​ອົງ​ຊົງ​ຕັດ​ສິນ​ໄພ່​ພົນ​ຂອງ​ພຣະ​ອົງ 5 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ທ້ອນ​ໂຮມ​ຄົນ​ທ່ຽງ​ທັມ​ມາ​ຫາ​ເຮົາ ຜູ້​ກະ​ທຳ​ຄຳສັນ​ຍາ​ກັບ​ເຣົາ​ໂດຍ​ການ​ຖວາຍ​ເຄື່ອງສັ​ຕ​ບູ​ຊາ” 6 ຟ້າ​ສວັນ​ທັງ​ຫລາຍ​ຮ້ອງ​ປະ​ກາດ​ວ່າ, “ພຣະ​ເຈົ້າ​ຊົງ​ທ່ຽງ​ທັມ ເພາະ​ພຣະ​ອົງ​ຊົງ​ຕັດ​ສິນ​ໂດຍ​ພຣະ​ອົງ​ເອງ 7 “ໄພ່​ພົນ​ທັງ​ຫລາຍ​ຂອງ​ເຮົາ​ຈົ່ງ​ຟັງ​ເທີນ ເຣົາ​ຈະ​ກ່າວ​ວ່າ ​ອິສ​ຣາ​ເອນ​ເອີຍ ເຮົາ​ຈະ​ເປັນ​ພຍານ​ຕໍ່​ສູ້​​ເຈົ້າ ເຮົາ​ເປັນ​ພຣະ​ເຈົ້າ​ຂອງ​​ເຈົ້າ 8 ເຮົາ​ບໍ່​ໄດ້​ຕິ​ຕຽນ​​ເຈົ້າ​ຍ້ອນ​ເຄື່ອງສັຕ​ບູ​ຊາ ແລະ​ການ​ເຄື່ອງເຜົາ​ບູ​ຊາ​ທີ່​​ເຈົ້າ​ນໍາ​ມາ​ໃຫ້​ເຮົາ​ເລື້ອຍໆ​ນັ້ນ 9 ເຮົາ​ບໍ່​ຕ້ອງ​ການ​ງົວ​ເຖິກຈາກ​ເຮືອນ​ຂ​ອງ​ເຈົ້າ ຫລື​ແບ້​ເຖິກຈາກ​ຄອກ​ສັດ​ຂອງ​ເຈົ້າ 10 ເພາະ​ວ່າ​ສັດ​ໃນ​ປ່າ​ທັງ​ຫມົດ ພ້ອມ​ທັງ​ຝູງ​ງົວ​ຢູ່​ເທິງ​ພູ​ພັນ​ຫນ່ວຍ​ເປັນ​ຂອງ​ເຮົາ 11 ນົກ​ແລະ​ປາ​ທັງ​ຫລາຍ​ພ້ອມ​ດ້ວຍ​ທຸກ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ຕາມ​ທົ່ງ​ນາກໍ​ເປັນ​ຂອງ​ເຮົາ 12 ຖ້າ​​ເຮົາ​ຫິວ​ເຂົ້າ ເຮົາ​ຈະ​ບໍ່​ບອກ​​ເຈົ້າ ເພາະ​ວ່າ​ໂລກ​ນີ້​ພ້ອມ​ທັງ​ທຸກ​ໆ​ສິ່ງ​ໃນ​ໂລກ​ນີ້​ເປັນ​ຂອງ​ເຮົາ 13 ເຣົາ​ກິນ​ເນື້ອ​ງົວ​ເຖິກຫລື ຫລື​ດື່ມ​ເລືອດ​ແບ້ຫລື 14 ຈົ່ງ​ຖວາຍ​ບູ​ຊາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ແລະ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ຕາມ​ທີ່​ເຈົ້າ​ໄດ້​ສັນ​ຍາ​ໄວ້ 15 ເວ​ລາ​ຖືກ​ຄວາມ​ທຸກ​ລຳ​ບາກ​ ຈົ່ງ​ຮ້ອງ​ຫາ​ເຮົາ ເຮົາ​ຈະ​ຊ່ອຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ຈະ​ສັຣ​ເສີນ​ເຮົາ 16 ແຕ່​ພຣະ​ເຈົ້າ​ຊົງ​ກ່າວ​ຕໍ່​ຄົນ​ຊົ່ວ​ຮ້າຍ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ທ່ອງ​ຂຶ້ນ​ໃຈ​ເອົາ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ ແລະ​ເວົ້າ​ເຖິງ​ຄຳ​ຫມັ້ນ​ສັນຍາ​ຂອງ​ເຮົາ 17 ເຈົ້າ​ປະ​ຕິ​ເສດ​ບໍ່​ຍອມ​ໃຫ້​ເຣົາ​ຕິ​ຕຽນ​ເຈົ້າ ແລະ​ບໍ່​ຍອມ​ຮັບ​ເອົາ​ຄຳ​ສັ່ງ​ຂອງ​ເຮົາ 18 ເມື່ອ​​ເຈົ້າ​ພົບ​ເຫັນ​ຄົນ​ຂີ້​ລັກ ເຈົ້າ​ກໍ​ກາຍ​ເປັນ​ຫມູ່​ຂອງ​ເຂົາ ແລະ​​ເຈົ້າ​ຄົບ​ຄ້າ​ສະ​ມາ​ຄົມ​ກັບ​ຄົນ​ປະ​ພຶດ​ຜິດ​ປະ​ເວນີ 19 ​ເຈົ້າ​ເວົ້າ​ແຕ່​ຄວາມ​ຊົ່ວ​ຢູ່​ເລື້ອຍໆ ແລະ​ລີ້ນ​ຂອງ​ເຈົ້າ​ປະ​ກອບ​ການ​ຫລອກ​ລວງ 20 ​ເຈົ້າ​ຕຽມ​ຫາ​ແຕ່​ເຣື່ອງ​ໃສ່​ອ້າຍ​ນ້ອງ​​ເຈົ້າ​ເອງ ແລະ​ຊອກ​ຫາ​ຄວາມ​ຜິດ​ໃສ່​ເຂົາ 21 ​ເຈົ້າ​ໄດ້​ເຮັດ​ທຸກ​ໆ​ສິ່ງ​ເຫລົ່າ​ນີ້ ແຕ່​ເຮົາ​ບໍ່​ເວົ້າ​ຫຍັງ ດັ່ງ​ນັ້ນ ​ເຈົ້າ​ຈຶ່ງ​ຄິດ​ວ່າ​ເຮົາ​ຄິດ​ຄື​ກັນ​ກັບ​ເຈົ້າ ດຽວ​ນີ້​ເຮົາ​ຈະ​ຕິ​ຕຽນ​​ເຈົ້າ ແລະ​ນຳ​ເອົາ​ເຣື່ອງ​ເຫລົ່າ​ນີ້​ມາ​ຕໍ່​ສູ້​​ເຈົ້າ 22 “ເຈົ້າ​ທັງ​ຫລາຍຜູ້​ລືມ​ພຣະ​ເຈົ້າ ຈົ່ງ​ພິ​ຈາ​ຣະ​ນາ​ເຣື່ອງ​ນີ້ ເຣົາ​ຈະ​ທຳ​ລາຍ​ເຈົ້າ ແລະ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ເຈົາ​ໃຫ້​ພົ້ນ​ພັຍ​ນີ້​ໄດ້ 23 ຜູ້​ທີ່​ຖວາຍ​ບູ​ຊາຂອບ​ພຣະ​ຄຸນ ເປັນ​ຜູ້​ທີ່​ໃຫ້​ກຽ​ດ​ແກ່​ເຮົາ ແລະ​ເຮົາ​ຈະ​ຊ່ອຍ​ຄົນ​ທັງ​ປວງ​ທີ່​ຟັງ​ຄວາມ​ເຮົາ​ໃຫ້​ພົ້ນ​ຢ່າງ​ແນ່ນອນ

ເພງສັຣເສີນ 51

ການ​ອ້ອນວອນ​ຂໍ​ອະ​ພັຍ​ໂທດ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣເສີນ​ຂອງ​ດາ​ວິດ ເມື່ອ​ນາ​ທານ​ ຜູ້​ເຜີຍ​ພຣະ​ວັຈ​ນະ​ມາ​ເຝົ້າ​ທ່ານ ຫລັງ​ຈາກ​ທີ່​ທ່ານ​ເຂົ້າ​ຫາ​ນາງ​ບັທ​ເຊ​ບາ

1 ໂອ້ ພຣະ​ອົງເຈົ້າ​ຂ້າ ຍ້ອນ​ຄວາມ​ຮັກ​​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ຂໍ​ຊົງ​ໂຜດ​ເມດ​ຕາ​ຂ້າ​ພຣະ​ອົງ​ເທີ້ນ ຍ້ອນ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ຂໍ​ຊົງ​ປັດ​ເປົ່າ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ​ອອ​ກ​ໄປ​ດ້ວຍ 2 ຂໍ​ຊົງຊຳ​ຣະ​ລ້າງ​ຄວາມ​ຊົ່ວ​ຂອງ​ຂ້າ​ພຣະ​ອົງ​ໃຫ້​ສູນ​ສິ້ນ​ໄປ ແລະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຂາວ​ສະ​ອາດ​ຈາກ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ 3 ຂ້າ​ພຣະ​ອົງ​ຍອມ​ຮັບ​ເອົາ​ຄວາມ​ຜິດ ຂ້າ​ພຣະ​ອົງ​ຮູ້​ຈັກ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ​ຕລອດ​ມາ 4 ຂ້າ​ພຣະ​ອົງ​ໄດ້​ທຳ​ບາບ​​ຕໍ່​​ພຣະ​ອົງ​ ຕໍ່​ພຣະ​ອົງເທົ່າ​ນັ້ນ​ ແລະ​​ໄດ້​ກະ​ທຳ​ສີ່ງ​ຊົ່ວ​ຮ້າຍ​ຕໍ່​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ ສະ​ນັ້ນ ພຣະ​ອົງ​ຊົງ​ເປັນ​ຝ່າຍ​ຖືກ​ຕ້ອງ​ທີ່​ຕັດ​ສີນ​ຂ້າ​ພຣະ​ອົງ 5 ຂ້າ​ພຣະ​ອົງຊົ່ວ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຜິດ​ຕັ້ງ​ແຕ່​ມື້​ເກີດ​ມາ 6 ຈິດ​ໃຈ​ທີ່​ເຕັມ​ດ້ວຍ​ຄວາ​ມ​ສັດຊື່​ເປັນ​ສີ່ງ​ທີ່​ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ ຂໍ​ພຣະ​ອົງ​ຊົງ​ໃຫ້​ຈີດໃຈ​ຂອງ​ຂ້າ​ພຣະ​ອົງ​ເຕັມ​ປ່ຽມ​ດ້ວ​ຍສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ 7 ຂໍ​ຊົງ​ປັດ​ເຂັ່ຽ​ຄວາມ​ບາບ​ຂອງ​ຂ້າ​ພຣະ​ອົງ​ອອກ​ໄປ​ເພື່ອ​ຂ້າ​ພຣະ​ອົງ​ຈະ​ຂາວ​ສະ​ອາດ​ສົດ​ໃສ ຂໍ​ພຣະ​ອົງ​ຊົງ​ຊຳ​ຮະ​ລ້າງ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ກໍ​ຂາວກວ່າ​ນວນ​ຝ້າຍ 8 ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ຍິນ​ສຽງອັນ​ມ່ວນ​ຊື່ນ​ແລະ​ຍິນ​ດີ ເຖິງ​ແມ່ນ​ວ່າ​ພຣະ​ອົງ​ໄດ້​ຢຽບ​ຢ່ຳ​ທຳ​ລາຍ​ຂ້າ​ພຣະ​ອົງ​ກໍ​ຕາມ ຂ້າ​ພຣະ​ອົງ​ກໍ​ຍັງ​ຈະ​ມີ​ຄວາມ​ສຸກ​ຢູ່​ອີກ 9 ຂໍ​ພຣະ​ອົງ​ຢ່າຫລຽວ​ເບິ່ງ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ ແລະ​ກຳ​ຈັດ​ຄວາມ​ຊົ່ວ​ທັງ​ຫມົດ​ຂອງ​ຂ້າ​ພຣະ​ອົງ​ອອກ​ໄປ 10 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ສ້າງ​ຈິດ​ໃຈ​ຂ້າ​ພຣະ​ອົງ​ໃຫ້ບໍ​ຣິ​ສຸ​ດ ຂໍ​ພຣະ​ອົງ​ຊົງ​ສວມ​ຈິດວິນ​ຍານ​ທີ່​ສັດ​ຊື່​ໃຫ້​ແກ່​ຂ້າ​ພຣະ​ອົງ 11 ຂໍ​ຢ່າ​ຂັບ​ໄລ່​ຂ້າ​ພຣະ​ອົງ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ ແລະ​ຢ່າ​ຖອນ​ເອົາ​ພຣະ​ວິນ​ຍານບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ໄປ​ຈາກ​ຂ້າ​ພຣະ​ອົງ 12 ຂໍ​ພຣະ​ອົງ​ຊົງ​ປະ​ທານ​ຄວາມ​ປິ​ຕິຍິນ​ດີ​ອີກ ຄື​ຄວາມຍິນ​ດີ​ທີ່​ມາ​ຈາກ​ຄວາມ​ຊ່ອຍ​ໃຫ້​ພົ້ນ​ຂອງພຣະ​ອົງ ແລະ​ຂໍ​ຊົງ​ກະ​ທຳ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ເຊື່ອ​ຟັງ 13 ແລ້ວ​ຂ້າ​ພຣະ​ອົງ​ຈະ​ສອນ​ພຣະ​ດຳ​ຣັດ​ຂອງ​ພຣະ​ອົງ​ແກ່​ຜູ້​ທີ່​ທຳ​ຜິດ ເພື່ອ​ເຂົາ​ຈະ​ກັບ​ຄືນ​ມາ​ຫາ​ພຣະ​ອົງ 14 ພຣະ​ເຈົ້າ​ພຣະ​ຜູ້​ຊ່ອຍ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ໄວ້​ຊີ​ວິດ​ຂ້າ​ພຣະ​ອົງ ແລ້ວ​ຂ້າ​ພຣະ​ອົງ​ຈະ​ປະ​ກາດ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຍິນ​ດີ 15 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ເປີດ​ຮີມ​ຝີ​ປາກ​ຂອງ​ຂ້າ​ພຣະ​ອົງ ແລະ​ປາກ​ຂອງ​ຂ້າ​ພຣະ​ອົງ​ຈະ​ສຳ​ແດງການ​ສັຣ​ເສີນ​ພຣະ​ອົງ 16 ເພາະ​ພຣະ​ອົງ​ບໍ່​​ຊົງ​ຕ້ອງ​ການ​ເຄື່ອງ​ສັດ​ຖວາຍ​ບູ​ຊາ​ ເຖິງ​ຂ້າ​ພຣະ​ອົງ​​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ພຣະ​ອົງກໍ​ບໍ່ຊົງ​ຍິນ​ດີ​ຮັບ​ເອົາ 17 ເຄື່ອງ​ຖວາຍ​ບູ​ຊາ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ໄດ້​ຄື ຈິດ​ໃຈ​ທີ່​ຊອ​ກ​ຊ້ຳ ຈິດ​ໃຈ​ທີ່​ສຳ​ນຶກ​ຜິດ​ແລະ​ຊອກຊ້ຳ​ນັ້ນ ຂ້າ​ແດ່ພຣະ​ເຈົ້າ ພຣະ​ອົງ​ບໍ່​ໄດ້​ຊົງ​ດູ​ຖູກ 18 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ເມດ​ຕາ​ແລະ​ຊ່ອຍ​ເຫລືອ​ເມືອງ​ຊີ​ໂອນ​ດ້ວຍ ແລະ​ຂໍ​ຊົງ​ສ້າງ​ກຳ​ແພງ​ເມືອງ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃຫມ່ 19 ແລ້ວ​ພຣະ​ອົງ​ຈະ​ຊົງ​ຍິນ​ດີ​ຮັບ​ເອົາ​ເຄື່ອງ​ເຜົາ​ຖວາຍ​ບູ​ຊາ​ຕ່າງ​ໆ​ທີ່​ຖືກ​ຕ້ອງ ແລະ​ງົວ​ທີ່​ຖືກ​ເຜົາ​ຖວາຍ​ບູ​ຊາ​ເທີງ​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ

ເພງສັຣເສີນ 52

ຄວາມ​ເປົ່າ​ປ​ໂຍດ​ແຫ່ງຄວາມ​ອະ​ທັມ​ທີ່​ໂອ້ອວດ ເຖິງຫົວ​ຫນ້າ​ນັກ​ຮ້ອງ ມັ​ສ​ຄິ​ລ​ບັດ​ນຶ່ງ​ຂອງ​ດາ​ວິດ ເມື່ອ​ໂດ​ເອກ ຄົນ​ເອ​ໂດມ​ມາ​ທູນ​ຊາ​ອູນ​ວ່າ, “ດາ​ວິດ​ໄດ້​ມາ​ທີ່​ເຮືອນ​ອາ​ຮີ​ເມ​ເລກ”​

1 ເຈົ້າ​ຜູ້​ມີ​ອິດ​ທີ​ຣິດ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໂອ້ອວດ​ໃນ​ການ​ຊົ່ວ ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ​ດຳ​ຣົງ​ຢູ່​ຕລອດ​ວັນ 2 ລີ້ນຂອ​ງ​ເຈົ້າ​ຄິດ​ການ​ທຳ​ລາຍ ແລະ​ຫລອກ​ລ​ວງ​ຢ່າງ​ມີດ​ໂກນ​ຄົມ 3 ເຈົ້າ​ຮັກ​ຊົ່ວ​ຫລາຍກວ່າ​ດີ ແລະ​ການ​ມຸ​ສາຫລາຍກວ່າ​ເວົ້າ​ຄວາມ​ຈິງ 4 ເຈົ້າ​ຮັກ​ທຸກ​ຄຳ​ທີ່​ທຳ​ລາຍ ເຈົ້າ​ຄົນ​ມັກ​ຕົວະ​ມັກ​ຕົ້ມ 5 ແຕ່​ພຣະ​ເຈົ້າ​ຈະ​ຊົງ​ທຳ​ລາຍ​ເຈົ້າ​ລົງ​ເສັຽ​ເປັນນິດພຣະ​ອົງ​ຈະ​ຊົງ​ສວຍ​ໂອ​ກາດ​ແລະ​ດຶງ​ເຈົ້າ​ຈາກ​ເຕັນ​ຂອງ​ເຈົ້າ ພຣະ​ອົງ​ຈະ​ຊົງ​ຖອນ​ຮາກ​ເຈົ້າ​ເສັຽ​ຈາກ​ແດນ​ຂອງ​ຄົນ​ເປັນ 6 ຄົນ​ຊອບ​ທັມ​ຈະ​ເຫັນ​ແລະ​ຢ້ານ​ຢຳ ແລະ​ຈະ​ຫົວ​ເຍາະ​ເຍີ້ຍ​ໃສ່​ເຂົາ ແລະກ່າວ​ວ່າ 7 “ຈົ່ງ​ເບິ່ງ​ບຸ​ຣຸດ​ຜູ້​ບໍ່​ໃຫ້​ພຣະ​ເຈົ້າ​ເປັນ​ທີ່​ລີ້​ພັຍ​ຂອງ​ຕົນ ແຕ່​ໄວ້​ໃຈ​ໃນ​ຄວາມ​ມັ່ງ​ຄັ່ງ​ອັນ​ອຸ​ດົມ​ຂອງ​ເຂົາ ເຂົາ​ເສີມ​ກຳ​ລັງ​ຕົວເຂົາ​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ 8 ຝ່າຍ​ຂ້າ​ພະ​ເຈົ້າ​ເປັນ​ເຫມືອນ​ຕົ້ນ​ຫມາກກອກ​ຂຽວ​ສົດ ໃນ​ພຣະ​ຜາ​ສາດ​ຂອງ​ພຣະ​ເຈົ້າ ຂ້າ​ພະ​ເຈົ້າ​ວາງ​ໃຈ​ໃນ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າຕລອດ​ໄປ 9 ຂ້າ​ພຣະ​ອົງ​ຈະ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ອົງ​ເປັນ​ນິດ ເພາະ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ເຊັ່ນ​ນັ້ນ ຂ້າ​ພຣະ​ອົງ​ຈະ​ຫວັງ​ໃຈ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ເປັນ​ພຣະ​ນາມ​ປະ​ເສີດ​ຕໍ່​ຫນ້າ​ໄພ່​ພົນ​ຂອງ​ພຣະ​ອົງ

ເພງສັຣເສີນ 53

ຄວາມ​ໂງ່​ແລະ​ຄວາມ​ອະ​ທັມ​ຂອງມະ​ນຸດ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຕາມ​ທຳ​ນອງ​ມະ​ຮາ​ລັ​ທ​ ມັ​ສ​ຄິ​ລ​ບົດ​ນຶ່ງ ຂອງ​ດາ​ວິດ

1 ຄົນ​ໂງ່​ຈ້າ​ເວົ້າ​ຢູ່​ໃນ​ໃຈ​ຂອງ​ຕົນ​ວ່າ, “ບໍ່​ມີ​ພຣະ​ເຈົ້າ” ເຂົາ​ທັງ​ຫລາຍ​ກໍ​ທຳ​ຕົນ​ໃຫ້​ຊົ່ວ​ລົງ ກະ​ທຳ​ຄວາມ​ບາບ​ຜິດ​ທີ່​ຫນ້າ​ກຽດ​ຫນ້າ​ຊັງ ບໍ່​ມີຈັກ​ຄົນ​ດຽວທີ່​ກະ​ທຳ​ດີ” 2 ພຣະ​ເຈົ້າ​ຊົງ​ມອ​ງລົງ​ມາ​ຈາກ​ຟ້າ​ສວັນ ເບິ່ງ​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ມະ​ນຸດ​ວ່າ​ຈະ​ມີ​ຄົນ​ໃດ​ແດ່​ທີ່ສ​ລາດ​ທີ່​ຊອກ​ຫາ​ພຣະ​ເຈົ້າ 3 ເຂົາ​ທັງ​ຫລາຍກໍ​ທຳ​ຜິດ​ເຫມືອນ​ກັນ​ຫມົດ ບໍ່​ມີຈັກ​ຄົນ​ດຽວ​ທີ່​ກະ​ທຳ​ດີ ບໍ່​ມີ​ເລີຍ 4 ເຫລົ່າ​ຄົນ​ທີ່​ກະ​ທຳ​ຊົ່ວ​ບໍ່​ຮູ້​ຫລື ຄື​ຜູ້​ທີ່​ກິນ​ປະ​ຊາ​ກອນ​ຂອງ​ເຣົາ​ຢ່າງ​ກິນ​ເຂົ້າ​ຈີ່ ແລະບໍ່​ຮ້ອງ​ທູນ​ພຣະ​ເຈົ້າ 5 ເຂົາ​ທັງ​ຫລາຍ​ຈະ​ຢູ່​ທີ່​ນັ້ນຢ່າງ​ຢ້ານ​ກົວ​ຫລາຍ​ເຫມືອນ​ກັບ​ວ່າ​ເຂົາ​ບໍ່​ເຄີຍ​ເປັນ​ມາ​ກ່ອນ ເພາະ​ພຣະ​ເຈົ້າ​ຈະ​ຊົງ​ກະ​ຈາຍ​ກະ​ດູກ​ຂອ​ງ​ຄົນ​ທີ່​ຕັ້ງ​ຄ້າຍ​ສູ້​ເຈົ້າ ພຣະ​ອົງ​ຊົງ​ໃຫ້​ເຂົາ​ທັງ​ຫລາຍ​ໄດ້​ອາຍ ເພາະ​ພຣະ​ເຈົ້າ​ຊົງ​ປະ​ຕິ​ເສດ​ເຂົາ 6 ຂໍ​ຊົງ​ຊ່ອຍ​ກູ້​ເພື່ອ​ອິສ​ຣາ​ເອນ​ມາ​ຈາກ​ຊີ​ໂອນ​ເສັຽ​ເຖີດ ເມື່ອ​ພຣະ​ເຈົ້າ​ຊົງ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ກັບ​ສູ່ສະ​ພາບ​ດີ ຢາ​ໂຄບ​ຈະ​ຊົມ​ຊື່ນ​ຍິນ​ດີ ອິສ​ຣາເອນ​ຈະ​ຍິນ​ດີ

ເພງສັຣເສີນ 54

ຄຳ​ອ້ອນວອນຂໍ​ຊົງ​ປ້ອງ​ກັນ​ໃຫ້​ພົ້ນ​ສັດ​ຕູ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ໃຊ້​ເຄື່ອງ​ສາຍ​ມັ​ສ​ຄິ​ລ​ບົດ​ນຶ່ງ ຂອງ​ດາ​ວິດ ເມື່ອ​ພວກ​ຊາວ​ຊີ​ຟີທໄປ​ທູນ​ຊາ​ອູນ​ວ່າ, “ດາ​ວິດ​ລີ້​ຢູ່​ຖ້າມ​ກາງ​ເຮົາ​ບໍ່​ແມ່ນ​ຫລື”

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ລອດ​ດ້ວຍ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ​ແກ້ແທນ​ຂ້າພຣະ​ອົງ​ດ້ວຍ​ອາ​ນຸ​ພາບ​ຂອງ​ພຣະ​ອົງ 2 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຟັງ​ຄຳ​ອ້ອນວອນຂອງ​ຂ້າພຣະ​ອົງ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ຖ້ອຍ​ຄຳ​ຈາກ​ປາກ​ຂອງ​ຂ້າ​ພຣະ​ອົງ 3 ເພາະ​ຄວາມ​ຍິ່ງ​ຍະ​ໂສ​ໄດ້​ລຸກ​ຂຶ້ນ​ສູ້​ຂ້າ​ພຣະ​ອົງ ຄົນ​ໄຮ້​ຄວາມ​ປາ​ນີ​ຊອກ​ສັງ​ຫານ​ຊີ​ວິດ​ຂອງ​ຂ້າພຣະ​ອົງ ເຂົາ​ບໍ່​ໄດ້​ປະ​ດິດ​ສະ​ຖານ​ພຣະ​ເຈົ້າ​ໄວ້​ຕົງ​ຫນ້າ​ເຂົາ 4 ເບິ່ງ​ແມ໋, ພຣະ​ເຈົ້າ​ຊົງ​ເປັນ​ຜູ້​ຊ່ອຍ​ຂອງ​ຂ້າ​ພະ​ເຈົ້າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ປ້ອງ​ກັນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ໄວ້ 5 ພຣະ​ອົງ​ຈະ​ຊົງ​ໃຫ້​ການ​ຊົ່ວ​ຮ້າຍ​ຂອງ​ພວກ​ສັດ​ຕຣູ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ສະ​ຫນອງ​ເຂົາ​ເອງ ຂໍ​ຊົງ​ທຳ​ລາຍ​ເຂົາ​ເສັຽ​ໂດຍຄວາມ​ທ່ຽງ​ທັມ​ຂອງ​ພຣະ​ອົງ 6 ຂ້າ​ພຣະ​ອົງ​ຈະ​ຖວາຍ​ສັດ​ບູ​ຊາ​ຕາມ​ໃຈ​ສ​ມັກ​ແກ່ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ຖວາຍ​ໂມ​ທະ​ນາຂອບ​ພຣະ​ຄຸນ​ພຣະ​ນາມ​ຂອງພຣະ​ອົງ ເພາະ​ພຣະ​ນາມ​ນັ້ນ​ປະ​ເສີດ 7 ເພາະ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ​ທຸກ​ຢ່າງ ແລະ​ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ມອງ​ເຫັນ​ພວກ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ແພ້

ເພງສັຣເສີນ 55

ຄຳ​ອ້ອນວອນຂໍ​ຊົງ​ທຳ​ລາຍ​ຄົນ​ທໍ​ຣະ​ຍົດ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ​ໃຊ້​ເຄື່ອງ​ສາຍ​ມັ​ສ​ຄິ​ລ​ບົດ​ນຶ່ງ ຂອງດາ​ວິດ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ຄຳ​ອ້ອນວອນຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ລີ້ຊ່ອນ​ພຣະ​ອົງເສັຽ​ຈາກ​ຄຳ​ວິງວອນ​ຂອງ​ຂ້າ​ພຣະ​ອົງ 2 ຂໍ​ຊົງ​ສະ​ດັບ ແລະ​ຂໍ​ຊົງ​ຕອບ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຍອມ​ແພ້​ຄວາມ​ທຸກ​ຍາກ​ລຳ​ບາກ​ແລ້ວ 3 ຂ້າ​ພຣະ​ອົງ​ບ້າ​ໄປ​ເພາະ​ສຽງ​ຂອງ​ສັດ​ຕຣູ ເພາະ​ການ​ບີບ​ບັງ​ຄັບ​ຂອງ​ຄົນ​ອະ​ທັມ ເຫດ​ວ່າ​ເຂົາ​ນຳ​ຄວາມ​ທຸກ​ຍາກ​ລຳ​ບາກ​ມາ​ໃຫ້​ຂ້າ​ພຣະ​ອົງ ແລະ​ເຂົາ​ໂບ່ມ​ຄວາມ​ກຽດ​ຊັງ​ຂ້າ​ພຣະ​ອົງ​ໂດຍ​ຄວາມ​ໂກດ 4 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ທຸກ​ໂສກ​ຢູ່​ໃນ​ຂ້າ​ພຣະ​ອົງ ຄວາມສະ​ຍົດ​ສະ​ຍອງ​ຂອງ​ມັດ​ຈຸ​ຣາ​ຊ​ຕົກເຫນືອ​ຂ້າ​ພຣະ​ອົງ 5 ຄວາມ​ຢ້ານ​ແລະ​ຄວາມ​ສະ​ທົກ​ສະ​ທ້ານ​ມາ​ຫນືອ​ຂ້າ​ພຣະ​ອົງ ຄວາມ​ຫວາດ​ກົວ​ຖ້ວມ​ຂ້າ​ພຣະ​ອົງ 6 ແລະ​ຂ້າ​ພຣະ​ອົງເວົ້າ​ວ່າ, “ໂອ​ ຂ້າຢາກ​ມີ​ປີ​ກ​ເຫມືອນ​ຢ່າງ​ນົກ​ພິ​ຣາບ ຈະ​ໄດ້​ບີນ​ຫນີ​ໄປ​ ແລະ​ຢູ່ສ​ງົບ 7 ຂ້າ​ຈະ​ໄດ້​ພະ​ເນ​ຈອນ​ໄປ​ໄກ ຂ້າ​ຈະ​ໄດ້​ພັກ​ຢູ່​ໃນ​ຖີ່ນ​ທຸ​ຣະ​ກັນ​ດານ 8 ຂ້າ​ຈະ​ໄດ້​ຮີບ​ໄປ​ຫາ​ທີ່​ກຳ​ບັງ​ຈາກ​ລົມ​ດຸ​ເດືອດ​ແລະ​ພະ​ຍຸຮ້າຍ” 9 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ທຳ​ລາຍ​ເສັຽ ແລະ​ໃຫ້​ພາ​ສາ​ຂອງ​ເຂົາ​ຫຍຸ້ງ​ຍາກ​ໄປ​ ເພາະ​ຂ້າ​ພຣະ​ອົງ​ເຫັນ​ຄວາມ​ທາ​ຣຸນ​ແລະ​ການ​ໂກ​ລາ​ຫົນ​ທີ່​ນະ​ຄອນ 10 ເຂົາ​ຍ່າງ​ເທິງ​ກຳ​ແພງ​ຮອບນະ​ຄອນ​ຢູ່​ທັງກາງເວັນແລະ​ກາງ​ຄືນ ແລະ​ຄວາມ​ບາບ​ຜິດ​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ​ຢູ່​ພາຍ​ໃນ​ນະ​ຄອນ 11 ການ​ທຳ​ລາຍມີ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ ການ​ບີບ​ບັງ​ຄັບ​ແລະ​ການ​ສໍ້​ໂກງ​ບໍ່​ຫນີ​ອອກ​ໄປ​ຈາກ​ຕ​ລາດ​ເລີຍ 12 ບໍ່​ແມ່ນ​ສັດ​ຕຣູ​ຜູ້​ເຍາະ​ເຍີ້ຍ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ທົນ​ໄດ້ ບໍ່​ແມ່ນ​ຜູ້​ທີ່​ກຽດ​ຊັງ​ຂ້າ​ພະ​ເຈົ້າ​ ຜູ້ອວດ​ຕົວ​ໃສ່​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຫລົບ​ເຂົາ​ໄດ້ 13 ແຕ່​ເປັນ​ທ່ານ ສ​ເມີ​ບ່າ​ສ​ເມີ​ໄຫລ່​ກັບ​ຂ້າ​ພະ​ເຈົ້າ ເປັນ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ເປັນ​ມິດ​ຮູ້ຈັກ​ມັກ​ຄຸ້ນ​ກັບ​ຂ້າ​ພະ​ເຈົ້າ 14 ເຮົາ​ເຄີຍ​ສົນ​ທະ​ນາ​ປາ​ສັຍ​ກັນ​ຢ່າງ​ຊື່ນ​ໃຈ ເຮົາ​ດຳ​ເນີນ​ໃນ​ພຣະ​ຜາ​ສາດ​ຂອງ​ພຣະ​ເຈົ້າ​ສັນ​ມິດ​ສ​ນິດ 15 ຂໍ​ມັດ​ຈຸ​ຣາ​ຊ​ມາ​ຫາ​ເຂົາ​ເຫລົ່າ​ນັ້ນ ໃຫ້​ເຂົາ​ລົງ​ໄປ​ຍັງ​ແດນ​ຜູ້​ຕາຍ​ທັງ​ເປັນ ເພາະ​ຄວາມ​ໂຫດ​ຮ້າຍ​ຢູ່ໃນ​ບ້າ​ນ​ຂອງ​ເຂົາ​ແລະ​ຢູ່​ໃນ​ໃຈ​ຂອງ​ເຂົາ 16 ຝ່າຍ​ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ ແລະ​ພຣະ​ເຈົ້າ​ຈະ​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ລອດ 17 ທັງ​ເວ​ລາ​ເຊົ້າ ເວ​ລາ​ຄ່ຳ ແລະ​ເວ​ລາ​ທ່ຽງ ຂ້າ​ພະ​ເຈົ້າ​ຮ້ອງ​ທຸກ​ແລະ​ຄ່ຳ​ຄວນ ແລະ​ພຣະ​ອົງ​ຈະ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ 18 ພຣະ​ອົງ​ຈະ​ຊົງ​ຊ່ອຍ​ກູ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ປອດ​ພັຍ​ຈາກ​ສົງ​ຄາມ​ທີ່​ຂ້າ​ພະ​ເຈົ້າ​ຕໍ່​ສູ້ຢູ່ ເພາະ​ຄົນ​ເປັນ​ຈຳ​ນວນ​ຫລາຍ​ຕັ້ງ​ແຖວ​ສູ້​ຂ້າ​ພະ​ເຈົ້າ 19 ພຣະ​ເຈົ້າ​ຈະ​ຊົງ​ສະ​ດັບ​ຟັງ​ແລະ​ລົດ​ເຂົາ​ລົງ ຄື​ພຣະ​ອົງ​ຜູ້​ປະ​ທັບ​ເທິງ​ບັນ​ລັງ​ຕັ້ງ​ແຕ່​ບູ​ຮານ​ນະ​ການ ເພາະ​ເຂົາ​ບໍ່​ປ່ຽນ​ແລະ​ບໍ່​ຢຳ​ເກງ​ພຣະ​ເຈົ້າ 20 ຫມູ່​ເກົ່າ​ຂອງ​ຂ້າ​ພະ​ເຈົ້າ​ຍື່ນ​ມື​ຂອງ​ເຂົາ​ອອກ​ຕໍ່​ສູ້​ເພື່ອນ ເຂົາ​ຝ່າ​ຝືນ​ຄຳ​ສັນ​ຍາ​ຂອງ​ເຂົາ 21 ຄຳ​ເວົ້າ​ຂອງ​ເຂົາ​ຣຽບ​ລື່ນ​ຍິ່ງກວ່າ​ເນີຍ ແຕ່​ສົງ​ຄາມ​ຢູ່​ພາຍໃນ​ໃຈ​ຂອງ​ເຂົາ ຖ້ອຍ​ຄຳ​ຂອ​ງ​ເຂົາ​ອ່ອນ​ນຸ່ມ​ຍິ່ງ​ກວ່າ​ນ້ຳ​ມັນ ແຕ່​ວ່າ​ເປັນ​ດາບ​ທີ່​ຊັກ​ອອກ​ມາ​ແລ້ວ 22 ຈົ່ງ​ມອບ​ພາ​ຣະ​ຂອງ​ທ່ານ​ໄວ້​ກັບ​ພຣະ​ເຈົ້າ ແລະພຣະ​ອົງ​ຈະ​ຊົງ​ຄ້ຳ​ຈຸນ​ທ່ານ ພຣະ​ອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ຄົນ​ຊອບ​ທັມ​ຄອນ​ແຄນ​ເລີຍ 23 ຂ້າ​ແດ່​ພຣະ​ເຈົ້າ ແຕ່​ພຣະ​ອົງ​ຈະ​ຊົງ​ແກວ່ງ​ເຂົາ​ລົງ​ສູ່​ປາກ​ແດນ​ພິ​ນາດ ຄົນ​ທີ່​ທຳ​ໃຫ້​ໂລ​ຫິດ​ຕົກ ແລະ​ຄົນ​ທໍ​ຣະ​ຍົດ​ຈະ​ມີ​ຊີ​ວິດ​ຢູ່​ບໍ່​ເຖິງ​ເຄິ່ງ​ຈຳ​ນວນ​ເວ​ລາ​ຂອງ​ເຂົາ ແຕ່​ຂ້າ​ພຣະ​ອົງ​ຈະ​ວາງ​ໃຈ​ໃນ​ພຣະ​ອົງ

ເພງສັຣເສີນ 56

ຄຳ​ອ້ອນວອນ​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ​ທຳ​ນອງ​ນົກ​ເຂົາ​ເທິງ​ຕົ້ນ​ເຕເຣ​ບິນ​ພຸ້ນ ມິ​ກ​ຕາມ​ບົດ​ນຶ່ງ​ຂອງ​ດາ​ວິດ ເມື່ອ​ຟີ​ລິ​ສ​ຕີນ​ຈັບ​ທ່ານ​ໃນ​ເມືອງ​ກາດ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ເມດ​ຕາ​ຂ້າ​ພຣະ​ອົງ ເພາະ​ຄົນ​ຢຽບ​ຢ່ຳ​ຂ້າ​ພຣະ​ອົງ ສັດ​ຕຣູບີບ​ບັງ​ຄັບ​ຂ້າ​ພຣະ​ອົງ​ຕລອດ​ວັນ 2 ພວກ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ຢຽບ​ຢ່ຳ​ຂ້າ​ພຣະ​ອົງຕລອດ​ວັນ ເພາະ​ຫລາຍ​ຄົນ​ຕໍ່​ສູ້​ຂ້າ​ພຣະ​ອົງ​ຢ່າງ​ທະ​ນົງ 3 ເມື່ອ​ຂ້າ​ພຣະ​ອົງ​ຢ້ານ ຂ້າ​ພຣະ​ອົງ​ວາງ​ໃຈ​ໃນ​ພຣະ​ອົງ 4 ໃນ​ພຣະ​ເຈົ້າ ຜູ້​ທີ່​ຂ້າ​ພຣະ​ອົງ​ສັຣເສີນ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ ໃນ​ພຣະ​ເຈົ້າ​ ຂ້າ​ພຣະ​ອົງ​ວາງ​ໃຈ​ຢ່າງ​ປາສ​ຈາກ​ຄວາມ​ຢ້ານ ເນື້ອ​ຫນັງ​ຈະ​ກະ​ທຳ​ສິ່ງ​ໃດ​ແກ່​ຂ້າ​ພຣະ​ອົງ 5 ເຂົາ​ກໍ່​ຄວາມ​ເດືອດ​ຮ້ອນ​ຕໍ່​ກິ​ຈ​ການ​ຂອງ​ຂ້າ​ພຣະ​ອົງ​ຕລອດ​ວັນ ຄວາມ​ຄິດ​ທັງ​ສິ້ນ​ຂອງ​ເຂົາ​ ຄິດ​ຫາ​ທາງ​ທຳ​ລາຍ​ຕໍ່ຂ້າ​ພຣະ​ອົງ 6 ເຂົາ​ຮ່ວມ​ຫົວ​ກັນ ເຂົາ​ຊອມ​ເບິ່ງ ເຂົາ​ເຝົ້າ​ຮອຍຕີນ​ຂອງ​ຂ້າ​ພຣະ​ອົງ​ຢ່າງ​ກັບ​ຄົນ​ທີ່​ຊອມ​ຄອຍ​ເອົາ​ຊີ​ວິດ​ຂ້າ​ພຣະ​ອົງ 7 ຂໍ​ຊົງ​ຖິ້ມ​ເຂົາ​ເພາະ​ຄວາມ​ຜິດ​ຂອງ​ເຂົາ ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຜາບແພ້​ຊົນ​ຊາດ​ທັງ​ຫລາຍ​ລົງ​ມາ​ດ້ວຍ​ພຣະ​ພິ​ໂຣດ 8 ພຣະ​ອົງ​ຊົງ​ນັບ​ຄວາມ​ເດືອອ​ຮ້ອນ​ຂອງ​ຂ້າ​ພຣະ​ອົງ ຊົງ​ເກັບ​ນ້ຳ​ຕາ​ຂອງ​ຂ້າ​ພຣະ​ອົງ​ໃສ່​ຂວດ​ຂອງ​ພຣະ​ອົງ​ໄວ້ ນ້ຳ​ຕາ​ນັ້ນ​ບໍ່​ຢູ່​ໃນ​ບັນ​ຊີ​ຂອງ​ພຣະ​ອົງ​ຫລື 9 ແລ້ວ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ຈະ​ຫັນ​ກັບ​ໃນ​ວັນ​ທີ່​ຂ້າ​ພຣະ​ອົງ​ຮ້ອງ​ທູນ ຂ້າ​ພຣະ​ອົງ​ຮູ້​ໄດ້​ວ່າ ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່ຝ່າຍ​ຂ້າ​ພຣະ​ອົງ 10 ໃນ​ພຣະ​ເຈົ້າ​ຜູ້​ຊຶ່ງ​ຂ້າ​ພຣະ​ອົງ​ສັຣ​ເສີນ ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ​ໃນ​ພຣະຜູ້​ເປັນ​ເຈົ້າ ຜູ້​ຊຶ່ງ​ຂ້າພຣະ​ອົງ​ສັຣ​ເສີນ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ 11 ໃນ​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ວາງ​ໃຈ​ຢ່າງ​ປາ​ສ​ຈາກ​ຄວາມ​ຢ້ານ​ກົວ ມະ​ນຸດຈະ​ກະ​ທຳສິ່ງ​ໃດ​ແກ່​ຂ້າພຣະ​ອົງ​ໄດ້ 12 ຂ້າ​ແດ່​ພຣະ​ເຈົ້າ ທີ່​ຂ້າ​ພຣະ​ອົງ​ບົນ​ບານ​ໄວ້​ນັ້ນ​ຂ້າ​ພຣະ​ອົງ​ຈະ​ແກ້ ຂ້າ​ພຣະ​ອົງ​ຈະ​ຖວາຍ​ບູ​ຊາ​ໂມ​ທະ​ນາ​ພຣະ​ຄຸນ​ແກ່​ພຣະ​ອົງ 13 ເພາະ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ຈາກ​ມັດ​ຈຸ​ຣາ​ຊ ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຕີນ​ຂອງ​ຂ້າ​ພຣະ​ອົງ​ຈາກ​ການ​ລົ້ມ​ບໍ່​ແມ່ນ​ຫລື ເພື່ອ​ຂ້າ​ພຣະ​ອົງ​ຈະ​ດຳ​ເນີນ​ຢູ່​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ເຈົ້າ​ໃນ​ຄວາມ​ສວ່າງ​ແຫ່ງ​ຊີ​ວິດ

ເພງສັຣເສີນ 57

ການ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຕາມ​ທຳ​ນອງ​ຢ່າ​ທຳ​ລາຍ​ມິກ​ຕາມ​ບົດ​ນຶ່ງ ຂອງ​ດາ​ວິດ ເມື່ອ​ທ່ານ​ຫນີ​ຊາ​ອູນ ຢູ່​ໃນ​ຖ້ຳ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ເມດ​ຕາ​ກະ​ຣຸ​ນາ​ຂ້າ​ພຣະ​ອົງ ເພື່ອ​ຄວາມ​ປອດ​ພັຍ ຂ້າ​ພຣະ​ອົງ​ເຂົ້າ​ມາ​ເພິ່ງ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ຣັບ​ກາ​ນຄຸ້ມ​ຄອງ​ພາຍ​ໃຕ້​ຮົ່ມ​ເງົາ​ຂອງ​ພຣະ​ອົງ ຈົນກວ່າໄພ​ອັນ​ຕະ​ຣາຍ​ທຸກ​ຢ່າງ​ຜ່ານພົ້ນ​ໄປ 2 ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ອົງຜູ້​ສູງ​ສຸດ ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ກະ​ທຳ​ການ​ໃຫ້​ສຳ​ເຣັດ​ເພື່ອ​ຂ້າ​ພະ​ເຈົ້າ 3 ພຣະ​ອົງ​ຈະ​ຊົງ​ໃຊ້​ມາ​ຈາກ​ຟ້າ​ສວັນ ແລະ​ຊ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ລອດ ພຣະ​ອົງ​ຈະ​ຊົງ​ໃຫ້​ຜູ້ຢຽບ​ຢ່ຳ​ຂ້າ​ພະ​ເຈົ້າ​ໄດ້​ອາຍ ພຣະ​ເຈົ້າ​ຈະ​ຊົງ​ໃຊ້​ຄວາມ​ຮັກ​ຫມັ້ນຄົງ ແລະ​ຄວາມ​ສັຕ​ສຸດ​ຈະ​ຣິດ​ລົງ​ມາ 4 ຂ້າ​ພະ​ເຈົ້າ​ຢູ​ຖ້າມ​ກາງ​ເຫລົ່າ​ສີ​ຫະ​ຣາ​ຊ ຂ້າ​ພະ​ເຈົ້າ​ນອນ​ຖ້າມ​ກາງ​ຜູ້​ທີ່​ໄຟ​ຕິດ​ຕົວ​ຄື​ບຸດ​ຂອງ​ມະ​ນຸດ ແຂ້ວ​ຂອງ​ເຂົາ​ທັງ​ຫລາຍ​ຄື​ຫອກ​ແລະ​ລູກ​ທະ​ນູ ລີ້ນ​ຂອງ​ເຂົາ​ຄື​ດາບ​ຄົມ 5 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ເປັນ​ທີ່​ຍົກ​ຍ້ອງ​ເຫນືອ​ຟ້າ​ສວັນ ຂໍ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ຢູ່​ທົ່​ວ​ແຜ່ນ​ດິນ​ໂລກ 6 ເຂົາ​ທັງ​ຫລາຍ​ວາງ​ຕາຂ່າຍ​ດັກ​ຕີນຂ້າ​ພະ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ຄ້ອມລົງ ເຂົາ​ຂຸດ​ບໍ່​ໄວ້​ໃນ​ທາງ​ຂ້າ​ພະ​ເຈົ້າ ແຕ່​ເຂົາ​ກໍ​ຕົກ​ລົງ​ໄປ​ເສັຽ​ເອງ 7 ຂ້າ​ແດ່​ພຣະ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຫ​ມັ້ນ​ຄົງ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຫ​ມັ້ນ​ຄົງ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣເສີນ 8 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ຈົ່ງ​ຕື່ນ​ເຖີດ ພີນ​ໃຫຍ່​ແລະ​ພີນ​ເຂົາ​ຄູ່​ເອີຍ ຈົ່ງ​ຕື່ນ​ເຖີດ ຂ້າ​ພະ​ເຈົ້າ​ຈະ​ປຸກ​ອະ​ຣຸນ 9 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ຖວາຍ​ໂມທະ​ນາ​ພຣະ​ຄຸນ​ພຣະ​ອົງ​ຖ້າມກາງ​ປະ​ຊາ​ຊາດ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ​ຖ້າມ​ກາງ​ຊົນຊາດ​ທັງ​ຫລາຍ 10 ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຍິ່ງ​ໃຫ​ຍ່​ເຖິງ​ຟ້າ​ສວັນ ຄວາມ​ສັ​ຕ​ສຸ​ດ​ຈະ​ຣິດ​ຂອງ​ພຣະ​ອົງ​ສູງ​ເຖິງ​ເມກ 11 ຂ້າ​ແດ່​ພຣະເຈົ້າ ຂໍ​ຊົງ​ເປັນ​ທີ່​ເຊີດ​ຊູ​ເຫນືອ​ຟ້າ​ສວັນ ຂໍ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ຢູ່​ທົ່ວ​ແຜ່ນ​ດິນ​ໂລກ

ເພງສັຣເສີນ 58

ຄຳ​ອ້ອນວອນ​ຂໍ​ຊົງ​ລົງ​ໂທດ​ຄົນ​ອະ​ທັມ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຕາມ​ທຳ​ນອງ​ຢ່າ​ທຳ​ລາຍ​ມິກ​ຕາມ​ບົດ​ນຶ່ງ ​ຂອງ​ດາ​ວິດ

1 ທ່ານ​ຜູ້​ເປັນ​ເຈົ້າ​ນາຍ ທ່ານ​ເວົ້າ​ຢ່າງ​ຊອບ​ທັມ​ຫລື ບຸດ​ຂອງ​ມະ​ນຸດ​ເອີຍ ທ່ານ​ພິ​ພາກ​ສາ​ຢ່າງ​ທ່ຽງ​ທັມ​ຫລື 2 ບໍ່​ເລີຍ ໃນ​ໃຈ​ຂອງ​ທ່ານ ທ່ານ​ປະ​ດິດ​ຄວາມ​ຜິດ ມື​ຂອງ​ທ່ານ​ຊັ່ງ​ຄວາມ​ທຳ​ຣຸນອອ​ກ​ໃຫ້​ແຜ່ນ​ດິນ​ໂລກ 3 ຄົນ​ອະ​ທັມ​ຫລົງ​ເຈິ່ນ​ໄປ​ຕັ້ງ​ແຕ່​ຈາກ​ຄັນ ເຂົາ​ທຳ​ຜິດ​ມາ​ຕັ້ງ​ແຕ່​ມື້​ເກີດ ຄື​ເວົ້າ​ມຸ​ສາ 4 ເຂົາ​ມີ​ພິດ​ເຫມືອນ​ພິດ​ງູ ເຫມືອນ​ງູ​ເຫົ່າ​ຫູ​ຫນວກ​ທີ່​ອຸດ​ຫູຂອງ​ມັນ 5 ມັນ​ຈຶ່ງບໍ່​ໄດ້​ຍິນ​ສຽງ​ຂອງ​ຫ​ມໍ​ງູ ຫລື​ເຊື່​ອ​ຟັງ​ຜູ້​ມີ​ມົນ​ຂັງ 6 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຫັກ​ແຂ້ວ​ໃນ​ປາກ​ຂອງ​ມັນ​ເສັຽ ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຫັກ​ແຂ້ວ​ໂຄບ​ຂອງ​ສິງ​ຫນຸ່ມ​ອອກ​ເສັຽ 7 ໃຫ້​ເຂົາ​ຫາຍ​ໄປ​ເຫມືອນ​ນ້ຳ​ໄຫລ ພຣະ​ອົງ​ຈະ​ຊົງ​ເລັ່ງ​ທະ​ນູ​ໃສ່ເຂົາ​ທັງ​ຫລາຍ ແລະ​ເຂົາ​ຈະ​ຖືກ​ສັງ​ຫານ 8 ຂໍ​ໃຫ້​ເຂົາ​ເຫມືອນ​ທາກ​ທີ່​ລະ​ລາຍ​ເປັນ​ເມືອກ​ໄປ ເຫ​ມືອນ​ທາ​ຣົກ​ແທ້ງ​ທີ່​ບໍ່​ເຄີຍ​ເຫັນ​ດວງ​ອາ​ທິດ 9 ໄວ​ຍິ່ງກວ່າ​ຫມໍ້​ຈະ​ຮູ້​ສຶກ​ຮ້ອນ​ດ້ວຍ​ໄຟ​ ແຕ່​ຫນາມ​ຂຽວ​ຫລື​ໄຫມ້​ເປັນ​ແປວ​ກໍຂໍ​ພຣະ​ອົງ​ຊົງ​ກວາດ​ເຂົາ​ໄປ​ເສັຽ 10 ຄົນ​ຊອບ​ທັມ​ຈະ​ຊົມ​ຊື່ນ​ຍິນ​ດີ ເມື່ອ​ເຂົາ​ເຫັນ​ການ​ແກ້​ແຄ້ນ ເຂົາ​ຈະ​ເອົາ​ໂລ​ຫິດ​ຂອ​ງຄົນ​ອະ​ທັມ​ລ້າງ​ຕີນຂອງ​ເຂົາ 11 ຈະ​ມີ​ຄົນ​ກ່າວ​ວ່າ, “ແນ່​ແລ້ວ ມີ​ບຳ​ເຫນັດ​ໃຫ້​ແກ່​ຄົນ​ຊອບ​ທັມ ແນ່​ແລ້ວ ມີ​ພຣະ​ເຈົ້າ​ຜູ້​ຊົງ​ພິ​ພາກ​ສາ​ໂລກ”

ເພງສັຣເສີນ 59

ຄຳ​ອ້ອນວອນ​ຂໍ​ຊົງ​ຊ່ອຍ​ກູ້​ຈາກ​ສັດ​ຕຣູ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ທຳ​ນອງ​ຢ່າ​ທຳ​ລາຍ​ມິກ​ຕາມ​ບົດ​ນຶ່ງ​ຂອງ​ດາ​ວິດ ເມື່ອ​ຊາ​ອູນ​ຊົງ​ໃຊ້​ຄົນ​ໃຫ້​ໄປ​ເຝົ້າ​ບ້ານ​ຂອງ​ທ່ານ​ເພື່ອ​ຈະ​ຂ້າ​ທ່ານ​ເສັຽ

1 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ປ້ອງ​ກັນ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ບັນ​ດາ​ຜູ້​ທີ່​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າ​ພຣະ​ອົງ 2 ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ຜູ້​ທີ່​ທຳ​ຄວາມ​ຊົ່ວ​ຮ້າຍ ແລະ​ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ລອດ​ຈາກ​ຄົນ​ກະ​ຫາຍ​ເລືອດ 3 ເພາະ​ເຂົາ​ຊຸ່ມ​ຄອຍ​ເອົາ​ຊີ​ວິດ​ຂ້າ​ພຣະ​ອົງ ຄົນ​ດຸ​ຮ້າຍ​ຮ່ວມ​ຫົວ​ກັນ​ຕໍ່​ສູ້​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ແມ່ນ​ການ​ລະ​ເມີດ​ຫລື​ບາບ​ຂອງ​ຂ້າ​ພຣະ​ອົງ​ເອງ 4 ເຂົາ​ແລ່ນ​ໄປ​ຕຽມ​ພ້ອມ ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ມາ​ຊ່ອຍ​ຂ້າ​ພຣະ​ອົງ​ແລະ​ທອດ​ພຣະ​ເນດ 5 ຂ້າ​ແດ່​ພຣະ​ເຈົ້າ​ຈອມ​ໂຍ​ທາ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ຂໍ​ຊົງ​ຕື່ນ​ຂຶ້ນ​ລົງ​ໂທດ​ບັນ​ດາ​ປະ​ຊາ​ຊາດ ຂໍ​ຢ່າ​ຊົງ​ເມດ​ຕາ​ຜູ້​ທີ່​ທໍ​ຣະ​ຍົດ​ຄິດ​ຮ້າຍ​ແມ້​ແຕ່​ຄົນ​ດຽວ 6 ເຂົາ​ກັບ​ມາ​ທຸກແລງ ຫອນ​ຢ່າງ​ຫມາ ແລະ​ເຂົ້າ​ໄປ​ທົ່ວ​ນະ​ຄອນ 7 ເຂົາ​ຢູ່​ທີ່​ນັ້ນ​ ປາກ​ຂອງ​ເຂົາ​ຍັງ​ພົ່ນ​ຢູ່ ແລະ​ມີ​ດາບ​ທີ່​ຮີມ​ຝີ​ປາກ​ຂອງ​ມັນ ເພາະ​ມັນ​ຄິດ​ວ່າ, “ໃຜ​ ຈະ​ຟັງ​ເຣົາ?” 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ຫົວ​ຂວັນ​ແລະ​ເຍາະ​ເຍີ້ຍ​ປະ​ຊາ​ຊາ​ດ​ທັງ​ປວງ 9 ຂ້າ​ແດ່​ພຣະ​ກຳ​ລັງ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຄອຍ​ເຝົ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ 10 ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ພົບ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ຮັກ​ຫ​ມັ້ນ​ຄົງ​ຂອງ​ພຣະ​ອົງ ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ມອງ​ເຫັນ​ພວກ​ສັດ​ຕຣູ​ຂອງຂ້າ​ພະ​ເຈົ້າ 11 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ໂລ່​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍ​ຢ່າ​ຊົງ​ສັງ​ຫານ​ເຂົາ​ເສັຽ ຢ້ານ​ວ່າ​ຊົນ​ຊາດ​ຂອງ​ຂ້າ​ພຣະ​ອົງ​ຈະ​ລືມ ຂໍ​ໃຫ້​ເຂົາ​ແຕກ​ຊະ​ໄປ​ດ້ວຍ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ແລະ​ທຳ​ໃຫ້​ເຂົາ​ລົ້ມ​ລົງ 12 ເພາະ​ບາບ​ປາກ​ຂອງ​ເຂົາ ແລະ​ເພາະ​ຖ້ອຍ​ຄຳ​ຮີມ​ຝີ​ປາກ​ຂອງ​ເຂົາ ຂໍ​ໃຫ້​ເຂົາ​ຕິດ​ກັບ​ໂດຍ​ຄວາມຈອງ​ຫອງ​ຂອງ​ເຂົາ ເພາະ​ການ​ສາບ​ແຊ່ງ​ແລະ​ການ​ມຸ​ສາ​ຊຶ່ງ​ເປັ່ງ​ອອກ​ມາ​ນັ້ນ 13 ຂໍ​ຊົງ​ເຜົາ​ຜານ​ເຂົາ​ເສັຽ​ໂດຍ​ພຣະ​ພິ​ໂຣດ ຂໍ​ຊົງ​ເຜົາ​ຜານ​ເຂົາ​ຈົນ​ເຂົາ​ບໍ່​ເຫລືອ​ເລີຍ ແລ້ວ​ຄົນ​ຈະ​ຮູ້​ວ່າ​ພຣະ​ເຈົ້າ​ຊົງ​ປົກ​ຄອງ​ເຫນືອ​ຢາ​ໂຄບ ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ 14 ເຂົາ​ກັບ​ມາ​ທຸກແລງ ຫອນ​ຢ່າງ​ຫມາ ແລະເຂົ້າ​ໄປ​ທົ່ວ​ນະ​ຄອນ 15 ເຂົາ​ທ່ຽວ​ຊອກ​ຫາ​ອາ​ຫານ ຖ້າ​ບໍ່​ໄດ້​ກິນ​ອີ່ມ​ກໍ​ຂູ່​ຄຳ​ຣາມ 16 ແຕ່​ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ເຖິງ​ອາ​ນຸ​ພາບ​ຂອງພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ເຖິງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ໃນ​ເວ​ລາ​ເຊົ້າ ເພາະ​ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ 17 ຂ້າ​ແດ່​ພຣະ​ກຳ​ລັງ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣເສີນ​ພຣະ​ອົງ ຂ້າ​ແດ່​ພຣະ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ ພຣະ​ເຈົ້າ​ຜູ້​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ແກ່​ຂ້າ​ພຣະ​ອົງ

ເພງສັຣເສີນ 60

ຄຳ​ອ້ອນວອນ​ຂໍ​ຊົງ​ຊ່ອຍ​ຕໍ່​ຕ້ານ​ສັດ​ຕຣູ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ທຳ​ນອງ​ຊູ​ຊັນ​ເອ​ດູ​ມິກຕາມ​ບົດ​ນຶ່ງ ຂອງ​ດາ​ວິດ ເພື່ອ​ສັ່ງ​ສອນ​ເມື່ອ​ທ່ານຕໍ່​ສູ້​ກັບ​ອາ​ຣາມນາຮາ​ຣາອີມ ແລະກັບ​ອາ​ຣາມ​ໂຊ​ບາ ແລະ​ເມື່ອ​ເຂົາ​ກັບ​ໂຢ​ອາບ​ໄດ້​ຂ້າ​ຊາວ​ເອ​ໂດມ​ເສັຽນຶ່ງ​ຫມື່ນ​ສອງ​ພັນ​ຄົນ​ໃນ​ຫຸບ​ເຂົາ​ເກືອ

1 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ປະ​ຖິ້ມ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ແລ້ວ ທັງ​ໄດ້​ຊົງ​ທຳ​ລາຍ​ທີ່​ປ້ອງ​ກັນ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ ຂໍ​ຊົງ​ຊ່ອຍ​ໃຫ້​ຂ້າ​ພຣະ​ອົງ​ກັບ​ຄືນ​ອີກ 2 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ແຜ່ນ​ດິນ​ຫວັ່ນ​ໄຫ​ວ ຊົງ​ໃຫ້​ມັນ​ແຕກ​ແຍກ​ອອກ ຂໍ​ຊົງ​ສ້ອມ​ແປງຊ່ອງ​ຂອງ​ມັນ​ເພາະ​ມັນ​ພວມ​ແຕກ​ເປັນ​ປ່​ຽງໆ 3 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ປະ​ສົບ​ຄວາມລຳ​ບາກ ພຣະ​ອົງ​ຊົງ​ບັງ​ຄັບ​ຂ້າ​ພຣະ​ອົງ​ໃຫ້​ດື່ມ​ເຫລົ້າ​ອະ​ງຸ່ນ​ເຫມືອນ​ຄົນ​ເມົາ​ເຫລົ້າ 4 ພຣະ​ອົງ​ຊົງ​ຕັ້ງ​ທຸງ​ໄວ້​ໃຫ້​ບັນ​ດາ​ຜູ້​ທີ່​ເກງ​ກົວ​ພຣະ​ອົງ ເພື່ອ​ເຂົາ​ຈະ​ໄດ້​ຫລົບຫນີ​ຈາກ​ການ​ທຳ​ລາຍ 5 ຂໍ​ປະ​ທານ​ໄຊ​ຊະນະ​ໂດຍ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ ແລະ​ຊົງ​ຕອບ​ຂ້າ​ພຣະ​ອົງ ເພື່ອ​ວ່າ​ຜູ້​ທີ່​ພຣະ​ອົງ​ຊົງ​ຮັກ​ຈະ​ໄດ້​ຮັບ​ການ​ຊ່ອຍ​ກູ້ 6 ພຣະ​ເຈົ້າ​ຕ​ຣັ​ສ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະ​ອົງ​ວ່າ, “ເຮົາ​ຈະ​ແບ່ງ​ເມືອງເຊເຄມ​ດ້ວຍ​ຄວາມ​ຍິນ​ດີ ແລະ​ແບ່ງ​ຫຸບ​ເຂົາ​ເມືອງ​ຊັກໂກທ​ອອກ 7 ກີ​ເ​ລອາດ​ເປັນ​ຂອງ​ເຮົາ ມາ​ນັ​ສ​ເຊ​ເປັນ​ຂອງ​ເຮົາ ເອ​ຟຣາ​ອີມ​ເປັນ​ທີ່​ກັນ​ຫົ​ວ​ຂອງ​ເຮົາ ຢູ​ດາ​ເປັນຄະ​ທາ (​ຕະ​ບອງ) ​ຂອງ​ເຣົາ 8 ໂມອາບ​ເປັນ​ອ່າງ​ລ້າງ​ຊຳ​ຣະ​ຂອງ​ເຣົາ ເຮົາ​ໂຍນເກີບຂອງ​ເຮົາ​ລົງ​ເທິງ​ເອ​ໂດມ ເຮົາ​ໂຮ່​ຮ້ອງ​ດ້ວຍ​ຄວາມ​ມີ​ໄຊເຫນືອ​ຟີ​ລິ​ສ​ຕີນ” 9 ຜູ້​ໃດ​ຈະ​ນຳ​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ນະ​ຄອນ​ມີ​ປ້ອມ ຜູ້​ໃດ​ຈະ​ນຳ​ຂ້າ​ພະ​ເຈົ້າ​ໄປ​ຍັງ​ເອ​ໂດມ 10 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ ໄດ້​ຊົງ​ປະ​ຖິ້ມ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ແທ້​ບໍ່? ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ບໍ່​ຊົງ​ອອກ​ໄປ​ກັບ​ກອງ​ທັບ​ຂອງ​ຂ້າ​ພຣະ​ອົງ​ທັ​ງ​ຫລາຍ​ອີກ​ແລ້ວຫລື? 11 ຂໍ​ປະ​ທານ​ຄວາມ​ຊ່ອຍ​ເຫລືອ​ເພື່ອ​ຕໍ່​ຕ້ານສັດ​ຕຣູ ເພາະ​ຄວາມ​ຊ່ອຍ​ເຫລືອ​ຂອງ​ມະ​ນຸດກໍ​ໄຮ້​ຜົນ 12 ໂດຍ​ເພິ່ງ​ໃນ​ພຣະ​ເຈົ້າ ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຈະ​ປະຕິ​ບັດ​ຢ່າງ​ເຂັ້ມ​ແຂງ ພຣະ​ອົງ​ເອ​ງຊົງ​ເປັນຜູ້​ຢຽບ​ຄູ່​ສັດ​ຕຣູ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ລົງ

ເພງສັຣເສີນ 61

ຫມັ້ນ​ໃຈ​ໃນ​ການ​ປົກ​ປ້ອງ​ຂອງ​ພຣະ​ເຈົ້າ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ໃຊ້​ເຄື່ອງ​ສາຍ​ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຟັງ​ສຽງ​ຮ້ອງ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ສະ​ດັບ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ 2 ຂ້າ​ພຣະ​ອົງ​ຮ້ອງ​ທູນ​ພຣະ​ອົງ​ມາ​ແຕ່​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ ເມື່ອ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ອ່ອນ​ລະ​ອາໄປ ຂໍ​ຊົງ​ນຳ​ຂ້າ​ພຣະ​ອົງ​ມາ​ເຖິງ​ສີ​ລາ​ທີ່​ສູງກວ່າ​ຂ້າ​ພຣະ​ອົງ 3 ເພາະ​ພຣະ​ອົງ​ຊົງ​ເປັ​ນ​ທີ່​ລີ້​ພັຍ​ຂອງ​ຂ້າ​ພຣະ​ອົງ ເປັນ​ຫໍ​ຄອຍ​ເຂັ້ມ​ແຂງ​ທີ່​ປະ​ຈັນ​ຫນ້າ​ສັດ​ຕຣູ 4 ຂ້າ​ພຣະ​ອົງ​ຈະ​ຂໍ​ຢູ່​ໃນພຣະ​ວິ​ຫານ​ຂອງ​ພຣະ​ອົງ​ເປັນ​ນິດ ຂໍ​ໃຫ້​ປອດ​ພັຍ​ຢູ່​ທີ່​ກຳ​ບັງ​ປີກ​ຂອງ​ພຣະ​ອົງ 5 ຂ້າ​ແດ່​ພຣະ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ສະ​ດັບ​ຄຳ​ບົນ​ບານ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ອົງ​ປະ​ທານ​ມໍ​ຣະ​ດົກ​ຂອງ​ບັນດາ​ຜູ້​ທີ່​ເກງກົວ​ພຣະ​ນາມ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ 6 ຂໍ​ຊົງ​ຍຶດ​ພຣະ​ຊົນ​ຂອງ​ພຣະ​ຣາ​ຊາ ຂໍ​ໃຫ້​ປີ​ເດືອນ​ຂອງ​ທ່ານ​ຍືນ​ນານ​ໄປ​ຫລາຍ​ຊາດ​ພັນ 7 ຂໍ​ໃຫ້​ທ່ານ​ໄດ້​ປະ​ທັບ​ເທິງ​ບັນ​ລັງ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ເປັນ​ນິດ ຂໍ​ຊົງ​ແຕ່ງ​ຕັ້ງ​ຄວາມ​ຮັກ​ຫມັ້ນ​ຄົງ​ ແລະ​ຄວາມ​ຊື່​ສັດ​ໄວ້​ເຝົ້າ​ທ່ານ 8 ແລ້ວ​ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ​ສ​ເມີ ຕາມ​ທີ່​ຂ້າ​ພຣະ​ອົງ​ແກ້​ບົນ​ຢູ່​ແຕ່​ລະ​ວັນ​ນັ້ນ

ເພງສັຣເສີນ 62

ຄວາ​ມໄວ້​ວາງ​ໃຈ​ໃນ​ການ​ຄຸ້ມ​ຄອງ​ຂອງ​ພຣະ​ອົງ ເຖິງຫົວ​ຫນ້າ​ນັກ​ຮ້ອງ ຕາມ​ທຳ​ນອງ​ເຢ​ດູ​ທູນ ເພງ​ສັຣ​ເສີນ​ຂອງ​ດາ​ວິດ

1 ຂ້າ​ພະ​ເຈົ້າ​ຂໍ​ມອບ​ຕົວ​ໄວ້​ກັບ​ພຣະ​ເຈົ້າ​ພຽງ​ອົງ​ດຽວ ພຣະ​ເຈົ້າ​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ພົ້ນ 2 ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ ແລະ​ພຣະ​ຜູ້​ຊ່ອຍ​ໃຫ້ພົ້ນ​ຂອງ​ຂ້າ​ພະ​ເຈົ້າ​ພຽງ​ອົງ​ດຽວ ພຣະ​ອົງ​ຊົງ​ເປັ​ນ​ຜູ້​ປົກ​ປ້ອງ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ຜ່າຍ​ແພ້ ແຕ່​ຈະ​ຕັ້ງ​ຫມັ້ນ​ຄົງ​ຢູ່ 3 ພວກເຈົ້າທຸກ​ຄົນ​ຈະ​ໂຈ​ມ​ຕີ​ຄົນ​ຄົນ​ດ​ຽວ ນານ​ປານ​ໃດ ຜູ້​ຊຶ່ງ​ກຳ​ລັງ​ຈະ​ລົ້ມ​ຕາຍ​ເຫມືອນ​ກຳ​ແພງ​ແລະ​ຮົ້ວ​ທີ່​ກຳ​ລັງ​ຈະ​ພັງ​ທະ​ລາຍ​ລົງ 4 ເຂົາມີ​ແຕ່​ຢາກ​ດຶງ​ທ່າ​ນ​ລົງ​ຈາກ​ຕຳ​ແຫນ່ງ​ອັນ​ມີ​ກຽດ ເຂົາມັກ​ເວົ້າ​ຕົວະ ເຂົາ​ກ່າວ​ຄຳ​ອວຍ​ພອນ ແຕ່​ພາຍ​ໃນ​ຫົວ​ໃຈ​ເຂົາ​ກໍ​ປ້ອຍ​ດ່າ​ 5 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ສ​ງົບ​ຄອຍ​ຖ້າ​ພຣະ​ເຈົ້າ​ແຕ່​ອົງ​ດຽວ ຂ້າ​ພະ​ເຈົ້າ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ອົງ 6 ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ ແລະ​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ຂອງ​ຂ້າ​ພະ​ເຈົ້າ​ພຽງ​ອົງ​ດຽວ ພຣະ​ອົງ​ຊົງ​ເປັນ​ຜູ້​ປົກປ້ອງ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ຜ່າຍ​ແພ້ ແຕ່​ຈະ​ຕັ້ງ​ຫມັ້ນ​ຄົງ​ຢູ່ 7 ຄວາມ​ພົ້ນ​ ແລະ​ກຽດ​ຕິ​ຍົດ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ກັບພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ຄື​ໂງ່ນ​ຫີນ​ປ້ອງ​ກັນ​ຂ້າ​ພະ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ບ່ອນ​ພັກ​ອາ​ໄສ​ຂອງ​ຂ້າ​ພະ​ເຈົ້າ 8 ປະ​ຊາ​ຊົນ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ຈົ່ງ​ເຊື່ອ​ຟັງ​ພຣະ​ເຈົ້າ​ຕລອດ​ໄປ ຈົ່ງ​ກາບ​ທູນ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ທ່ານ​ຕໍ່​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ເຮົາ 9 ມະ​ນຸດ​ປຽບ​ເຫມືອນ​ລົມ​ຫາຍ​ໃຈ ຄົນ​ທີ່​ຕາຍ​ເປັນ​ນັ້ນ​ບໍ່​ມີ​ຄ່າ​ຫຍັງ​ເລີຍ ເມື່ອ​ເອົາ​ມາ​ຊັ່ງ​ຊາ​ເບິ່ງ​ກໍ​ບໍ່​ມີ​ນ້ຳ​ຫນັກ​ຫຍັງ​ຫມົດ ເຂົາ​ເບົາ​ກວ່າ​ລົມ​ຫາຍ​ໃຈ 10 ຢ່າ​ຄິດ​ວ່າ​ຈະ​ໄດ້​ມາ​ດ້ວຍ​ຄວາມ​ຮຸນ​ແຮງ ຢ່າ​ຫວັງ​ຢາກ​ໄດ້​ສິ່ງ​ນຶ່ງ​ສິ່ງໃດ​ເລີຍ​ຈາ​ກການ​ລັກ​ໂລບ ຖ້າ​ຄວາມ​ມັ່ງ​ຄັ່ງ​ເພີ້ມ​ຂຶ້ນກໍ​ຢ່າ​ມົວ​ເມົາ​ກັບ​ສິ່ງ​ເຫລົ່າ​ນັ້ນ 11 ພຣະ​ເຈົ້າ​ຊົງ​ກ່າວ​ຄັ້ງ​ນຶ່ງ ​ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຢ່າງນີ້​ສອງ​ຄັ້ງ​ແລ້ວ​ ວ່າຣິດ​ທາ​ນຸ​ພາບ​ເປັນ​ຂອງ​ພຣະ​ເຈົ້າ 12 ແລະ​ຄວາມ​ຮັກ​ຂອງ​ພຣະ​ອົງ​ກໍ​ຫມັ້ນ​ຄົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ເອງ​ຊົງ​ເປັນ​ຜູ້​ທີ່​ຕອບ​ສະ​ຫນອງ​ຕາມ​ຜົນ​ການ​ກະ​ທຳ​ຂອງ​ທຸກໆ​ຄົນ

ເພງສັຣເສີນ 63

ຄວາມ​ປາ​ຖ​ນາ​ໃນ​ພຣະ​ເຈົ້າ ເພງ​ສັຣ​ເສີນ ​ຂອງ​ດາ​ວິດ ເມື່ອ​ທ່ານ​ຢູ່​ໃນ​ຖິ່ນ​ກັນ​ດານ​ຢູ​ດາ

1 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຊອກ​ສ​ແວງ​ຫາ​ພຣະ​ອົງ ຂ້າ​ພຣະ​ອົງ​ຕ້ອງ​ປະ​ສົງ​ພຣະ​ອົງ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຫິວ​ກະ​ຫາຍ​ພຣະ​ອົງ​ເຫມືອນ​ດັ່ງ​ດິນ​ແຫ້ງ​ແລ້ງ​ທີ່​ຂາດ​ນ້ຳ 2 ຂໍ​ໃຫ້​ຂ້າ​ພຣະ​ອົງ​ພົບ​ພຣະ​ອົງ​ໃນ​ພຣະ​ວິຫານ​ຂອງ​ພຣະ​ອົງ ເພື່ອ​ໃຫ້​ຂ້າ​ພຣະ​ອົງ​ເຫັນ​ຄວາມ​ຍິ່ງ​ໃຫຍ່​ແລະ​ຣັສ​ມີ​ທີ່​ພຣະ​ອົງ​ຊົງ​ມີ​ຢູ່ 3 ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງກໍ​ດີກວ່າ​ຊີ​ວິດ ດ້ວຍ​ເຫດ​ນີ້ ຂ້າ​ພຣະ​ອົງ​ຈະ​ສັຣເສີນ​ພຣະ​ອົງ 4 ຂ້າ​ພຣະ​ອົງ​ຈະ​ໂມທະ​ນາ​ຂ​ອບ​ພຣະ​ຄຸນ​ແດ່​ພຣະ​ອົງ​ຕລອດ​ຊີ​ວິດ ຂ້າ​ພຣະ​ອົງ​ຈະ​ຍໍ​ມື​ອ້ອນວອນ​ຫາພຣະ​ອົງ 5 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຈະ​ອີ່ມ​ຫນຳ​ສຳ​ລານ ແລະ​ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ຍິນ​ດີ​ສັຣ​ເສີນ​ພຣະ​ອົງ 6 ເວ​ລາ​ຂ້າ​ພຣະ​ອົງ​ນອນ ຂ້າ​ພຣະ​ອົງ​ລະ​ນຶກ​ເຖິງພຣະ​ອົງ ແລະ​ຄິດ​ເຖິງ​ພຣະ​ອົງ​ຕລອດ​ທັງ​ຄືນ 7 ເພາະ​ພຣະ​ອົງ​ຊົງເປັນ​ຜູ້​ຊົດ​ຊ່ອຍ​ຂ້າ​ພຣະ​ອົງ​ຢູ່​ເລື້ອຍໆ ຂ້າ​ພຣະ​ອົງ​ຮ້ອງ​ເພງ​ຍິນ​ດີ​ໃຕ້​ຮົ່ມ​ເງົາ​ຂອງ​ພຣະ​ອົງ 8 ຂ້າ​ພຣະ​ອົງ​ຕິດ​ພັນ​ຢູ່​ກັບ​ພຣະ​ອົງ ແລະ​ພຣະ​ຫັດ​ຂອງ​ພຣະ​ອົງ​ຊົງ​ອຸ້ມ​ຊູ​ຂ້າ​ພຣະ​ອົງ​ໃຫ້​ປອດ​ພັຍ 9 ສ່ວນ​ຜູ້​ທີ່​ພ​ຍາຍາມ​ສັງ​ຫານ​ຂ້າ​ພຣະ​ອົງ​ກໍ​ຈະ​ໄປ​ສູ່ພິ​ພົບ​ຄົນ​ຕາຍ 10 ພວກ​ເຂົາ​ຈະ​ຖືກ​ຂ້າ​ໃນ​ສະ​ຫນາມ​ຮົບ ແລະ​ສົບ​ຂອງ​ເຂົາ​ຈະ​ຖືກ​ຫມາ​ປ່າ​ກັດ​ກິນ 11 ເຈົ້າ​ຊີ​ວິດ​ທັງ​ຫລາຍ​ຈະ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ເຈົ້າ ຄົນ​ທັງ​ປວງ​ທີ່​ສາ​ບານ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ມີ​ຄວາມ​ພາກ​ພູມ​ໃຈ ແຕ່​ວ່າ​ປາກ​ຂອງ​ຄົນ​ຂີ້​ຕົວະ​ຈະ​ຖືກ​ງັບໄວ້

ເພງສັຣເສີນ 64

ຄຳ​ອ້ອນວອນ​ຂໍ​ຊົງ​ປົກ​ປ້ອງ​ຈາກ​ສັດ​ຕຣູ​ຜູ້​ລີ້​ຢູ່ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣເສີນ​ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ສະ​ດັບ​ສຽງ​ຂອງ​ຂ້າ​ພຣະ​ອົງ ເມື່ອ​ຂ້າ​ພຣະ​ອົງ​ຮ້ອງ​ທຸກ ຂໍ​ຊົງ​ສງວນ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໄວ້​ຈາກ​ຄວາມ​ຄິດ​ຢ້ານ​ສັດ​ຕຣູ 2 ຂໍ​ຊົງ​ເຊື່ອງ​ຂ້າ​ພຣະ​ອົງ​ໄວ້​ຈາກ​ການ​ຫາ ຫລືຢ່າງ​ລັບໆ​ຂອງ​ຄົນ​ໂຫດ​ຮ້າຍ ຈາ​ກການ​ປອງ​ຮ້າຍ​ຂອງ​ຄົນກະ​ທຳ​ຜິດ 3 ຜູ້​ລັບ​ລີ້ນ​ຂອງ​ເຂົາ​ຢ່າງ​ລັບດາບ ຜູ້​ເອົາ​ຄຳ​ຂົ່ມ​ຂື່ນ​ເລັງ​ຢ່າງ​ທະ​ນູ 4 ຍິງ​ອອກ​ມາ​ຈາກ​ທີ່​ຊຸ່ມ​ຍັງ​ຄົນ​ປາ​ສ​ຈາກ​ຕຳ​ຫນີ ຍິງ​ເຂົາ​ທັນ​ທີ​ແລະ​ຢ່າງ​ບໍ່​ກົວເກງ 5 ເຂົາ​ຍຶດ​ຈຸດ​ປະ​ສົງ​ຊົ່ວ​ຂອງ​ເຂົາ​ໄວ້​ຫມັ້ນ ເຂົາ​ເວົ້າ​ເຖິງ​ການ​ວາງ​ກັບ​ດັກ​ຢ່າງ​ລັບໆ ຄິດ​ວ່າ, “ໃຜ​ຈະ​ເຫັນ​ເຂົາ​ທັງ​ຫລາຍ​ໄດ້ 6 ເຂົາ​ທັງ​ຫລາຍ​ຄົ້ນຫາ​ຄວາມ​ບາບ​ຜິດ ເຮົາ​ຄິດ​ແຜນ​ການ​ປອງຮ້າຍ​ຂຶ້ນ​ຢ່າງ​ສ​ລາດ” ເພາະ​ຄວາມຄີດ​ພາຍ​ໃນ​ແລະ​ຈິດ​ໃຈ​ຂອງ​ມະ​ນຸດ​ນັ້ນ​ລຶກ​ລັບ​ນັກ 7 ແຕ່​ພຣະ​ເຈົ້າ​ຈະ​ຊົງ​ຍີງ​ທະ​ນູ​ໃສ່​ເຂົາ ເຂົາ​ຈະ​ບາດ​ເຈັບ​ທັນ​ທີ 8 ເພາະ​ວ່າ​ເຂົາ​ທຳ​ໃຫ້​ລີ້ນ​ຂອງ​ເຂົາ​ເປັນ​ສິ່ງ​ສະ​ດຸດ​ແກ່​ເຂົາ​ເອງ ທຸກ​ຄົນ​ທີ່​ເຫັນ​ເຂົາ​ຈະ​ສັ່ນ​ຫົ​ວ 9 ແລ້ວ​ທຸກ​ຄົນ​ຈະ​ຢ້ານ​ກົວ ເຂົາ​ຈະ​ບອກ​ເຖິງກິ​ຈ​ການ​ຂອງ​ພຣະ​ເຈົ້າ ແລະຕຶກ​ຕອງ​ເຖິງ​ສິ່ງ​ນັ້ນ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ແລ້ວ 10 ໃຫ້​ຄົນຊອບ​ທັມ​ຊົມ​ຊື່ນ​ຍິນ​ດີໃນ​ພຣະ​ເຈົ້າ ແລະ​ລີ້​ພັຍ​ຢູ່​ໃນ​ພຣະ​ອົງ ໃຫ້​ຄົນ​ທີ່​ທ່ຽງ​ທັມ​ໃນ​ຈິດ​ໃຈ​ອວດ​ອ້າງ​ພຣະ​ອົງ

ເພງສັຣເສີນ 65

ການ​ສັຣ​ເສີນ​ແລະ​ການ​ຖວາຍ​ຂອບ​ພຣະ​ຄຸນ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ ​ຂອງ​ດາ​ວິດ ບົດເພງ

1 ໂອ້ຂ້າ​ແດ່​ພຣະ​ເຈົ້າ ປະ​ຊາ​ຊົນ​ຕ້ອງ​ສັຣເສີນ​ພຣະ​ອົງ​ທີ່​ເມືອງ​ຊີ​ໂອນ ແລະ​ຖວາຍ​ສິ່ງ​ທີ່​ເຂົາ​ສັນ​ຍາ​ໄວ້​ກັບ​ພຣະ​ອົງ 2 ກໍ​ຍ້ອນ​ພຣະ​ອົງ​ຊົງ​ຕອບ​ຄຳ​ອ້ອນວອນ​ທັງ​ຫລາຍ​ຂອງ​ເຂົາ ທຸ​ກໆ​ຄົນ​ຈະ​ຕ້ອງ​ມາ​ຫາ​ພຣະ​ອົງ 3 ເພາະ​ເຫດ​ຄວາມ​ບາບ​ ຍ້ອນ​ຄວາມ​ຜິດ​ຂອງ​ຂ້າພຣະ​ອົງທັງ​ຫລາຍ ​ຂ້າ​ພຣະ​ອົງທັງ​ຫລາຍ​ຈຶ່ງ​ຜ່າຍ​ແພ້ ແຕ່​ພຣະ​ອົງ​ຊົງ​ໃຫ້​ອະ​ພັຍ​ບາບ​ນັ້ນ 4 ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ ຄື​ຜູ້​ທີ່​ພຣະ​ອົງ​ຊົງ​ນຳ​ເຂົາ​ເຂົ້າ​ມາ​ໃນ​ສະ​ຖານ​ທີ່​ສັກ​ສິດ ​ຂ້າ​ພຣະ​ອົງ​ທັງ​ຫລາຍຈະ​ອີ່ມ​ບໍ​ຣິ​ບູນ​ດ້ວຍ​ພຣະ​ພອນ​ແລະ​ຂອງ​ດີ​ທີ່​ພຣະ​ວິ​ຫານ​ສັກ​ສິດ​ຂອງ​ພຣະ​ອົງ 5 ຂ້າ​ແດ່​ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ຂອງ​ຂ້າ​ພຣະ​ອົງທັງ​ຫລາຍ ພຣະ​ອົງ​ຊົງ​ຕອບ​ຂ້າ​ພຣະ​ອົງທັງ​ຫລາຍ​ແລະ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ທັງ​ຫລາຍໃຫ້​ພົ້ນ​ພັຍ​ດ້ວ​ຍການກະທຳ​ສິ່ງ​ອັດ​ສະ​ຈັນ ປະ​ຊາ​ຊົນ​ທຸກ​ຄົນ​ຢູ່​ໃນ​ໂລກ​ນີ້ ແລະ​ຢູ່​ຟາກ​ນ້ຳ​ທະ​ເລ​ທີ່​ມີ​ລະ​ຍະ​ໄກ​ກໍ​ເຊື່ອ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ 6 ພຣະ​ອົງ​ຊົງ​ຕັ້ງ​ພູ​ທັງ​ຫລາຍ​ໄວ້​ເປັນ​ບ່ອນ​ດ້ວຍ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ 7 ພຣະ​ອົງ​ຊົງ​ທຳ​ໃຫ້​ສະ​ຫນັ່ນ​ຫວັ່ນ​ໄຫວ​ຂອງ​ຄື້ນ​ນ້ຳ​ທະ​ເລ​ງຽບ​ສ​ງົບ​ລົງ ແລະ​ຊົງ​ທຳ​ໃຫ້​ສຽງ​ອຶກ​ກະ​ທຶກ​ຂອງ​ປະ​ຊາ​ຊົນ​ມິດ​ງຽບ 8 ຍ້ອນ​ສິ່ງ​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ທົ່ວ​ທັງ​ໂລກ​ນີ້​ຈຶ່ງ​ຢ້ານ​ກົວກິ​ຈ​ການ​ຂອງ​ພຣະ​ອົງ​ນຳ​ເອົາ​ສຽງ​ໂຮ່​ຣ້ອງ​ຍິນ​ດີ ແຕ່​ແຜ່ນ​ດິນ​ໂລກ​ເບື້ອງ​ຕາ​ເວັນ​ອອກ​ຈົນ​ເຖິງ​ເບື້ອງ​ຕາເວັນ​ຕົກ 9 ພຣະ​ອົງ​ຊົງ​ສັ່ງ​ນ້ຳ​ຝົນ​ລົງ​ມາ​ບຳ​ລຸງ​ຮັກ​ສາ​ຜືນ​ແຜ່ນ​ດິນ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຜືນ​ແຜ່ນ​ດິນ​ນີ້​ມັ່ງ​ຄັ່ງ​ແລະ​ອຸ​ດົມ​ສົມ​ບູນ ນ້ຳ​ຫ້ວຍ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ນ້ຳ​ກໍ​ບໍ່ເຫືອດ​ແຫ້ງ​ຈັກ​ເທື່ອ ມັນໄດ້​ເຮັດ​ໃຫ້​ຜືນ​ແຜ່ນ​ດິນ​ເກີດ​ພືດ​ຜົນ ນີ້​ແມ່ນ​ການ​ກະ​ທຳ​ຂອງ​ພຣະ​ອົງ 10 ພຣະ​ອົງ​ຊົງ​ທຳ​ໃຫ້​ຝົນ​ຕົກ​ລົງ​ຫົດ​ທົ່ງ​ນາ​ທີ່​ໄຖ​ແລ້ວ​ຢ່າງ​ພຽງ​ພໍ ພຣະ​ອົງ​ຊົງ​ເຮັດ​ໃຫ້​ດິນ​ອ່ອນ​ດ້ວຍ​ຫ່າ​ຝົນ ແລະ​ຊົງ​ໃຫ້​ຕົ້ນ​ກ້າ​ເກີດ​ຂຶ້ນ​ມາ 11 ຄວາມ​ດີ​ຂອງ​ພຣະ​ອົງ​ຊົງ​ປະ​ທານ​ການ​ເກັບ​ກ່ຽວ​ອັນ​ມັ່ງ​ຄັ່ງ​ສົມ​ບູນ 12 ຕາມ​ທົ່ງ​ຫຍ້າກໍ​ເຕັມ​ໄປ​ດ້ວຍ​ພືດ​ຜົນ ຕາມ​ອ້ອມ​ແອ້ມ​ພູ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ 13 ຝູງ​ແກະ​ກໍ​ຢູ່​ທົ່ວ​ທົ່ງ​ຫຍ້າ ຕາມ​ຮ່ອມ​ພູ​ເຕັມ​ແຕ່​ເຂົ້າ​ບເລ ​ເຂົາ​ໂຮ່​ຣ້ອງ​ແລະ​ຮ້ອງ​ລຳ​ທຳ​ເພງ​ຢ່າງມ​ວ່ນ​ຊື່ນ

ເພງສັຣເສີນ 66

ສັຣເສີນ​ເພາະ​ພຣະ​ຣາ​ຊ​ກິດຈອັນ​ຍິ່ງ​ໃຫຍ່​ຂອງ ພຣະ​ເຈົ້າ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ບົດ​ເພງ ເພງ​ສັຣ​ເສີນ

1 ແຜ່ນ​ດິນ​ໂລກ​ທັງ​ສິ້ນ​ເອີຍ ຈົ່ງ​ທຳ​ສຽງ​ຊື່ນ​ບານ​ຖວາຍ​ພຣະ​ເຈົ້າ 2 ສັຣ​ເສີນ​ພຣະ​ສະ​ງ່າ​ຣາ​ສີ​ແຫ່ງ​ພຣະ​ນາມ​ຂອງ​ພຣະ​ອົງ ຈົ່ງ​ຖວາຍ​ສັຣ​ເສີນ​ຢ່າງ​ຮຸ່ງ​ເຮືອງ​ຕໍ່​ພຣະ​ອົງ 3 ຈົ່ງ​ທູນ​ພຣະ​ເຈົ້າ​ວ່າ, “ພຣະ​ຣາ​ຊ​ກີຈ​ຂອງ​ພຣະ​ອົງ​ຫນ້າ​ອັດ​ສະ​ຈັນ ຣິດ​ທາ​ນຸ​ພາ​ບ​ຂອງ​ພຣະ​ອົງ​ຍິ່ງ​ໃຫຍ່​ຈົນ​ສັດ​ຕຣູ​ຫມອບ​ຂາບ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ 4 ແຜ່ນ​ດິນ​ໂລກ​ທັງ​ສິ້ນ​ຈະ​ນະ​ມັ​ສ​ການ​ພຣະ​ອົງ ເຂົາ​ທັງ​ຫລາຍ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ ຮ້ອງ​ເພງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ” 5 ຈົ່ງ​ມາ​ເບິ່ງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ​ຫນ້າ​ອັດ​ສະ​ຈັນ​ຖ້າມ​ກາງ​ມະ​ນຸດ 6 ພຣະ​ອົງ​ຊົງ​ປ່ຽນ​ທະ​ເລ​ໃຫ້​ເປັນ​ດິນ​ແຫ້ງ ຄົນ​ເດີນ​ຂ້າມ​ແມ່​ນ້ຳ​ໄປ ທີ່​ນັ້ນ​ເຮົາ​ໄດ້​ຍິນ​ດີ​ໃນ​ພຣະ​ອົງ 7 ຜູ້ຊົງ​ປົກ​ຄອງ​ດ້ວຍ​ອາ​ນຸ​ພາບ​ຂອງ​ພຣະ​ອົງ​ເປັນ​ນິດ ຜູ້​ຊຶ່ງ​ພຣະ​ເນດ​ເຝົ້າ​ບັນ​ດາ​ປະ​ຊາ​ຊາດ​ຢູ່ ຢ່າ​ໃຫ້​ຄົນ​ມັກກະ​ບົດ​ຍົກ​ຍ້ອງ​ຕົນ​ເອງ 8 ຊົນ​ຊາດ​ທັງ​ຫລາຍ​ເອີຍ ຈົ່ງ​ສັຣເສີນ​ພຣະ​ເຈົ້າ​ຂອງ​ເຮົາ ຈົ່ງ​ໃຫ້​ໄດ້​ຍິນ​ສຽງ​ສັຣ​ເສີນ​ພຣະ​ອົງ 9 ຜູ້​ຊົງ​ໃຫ້​ເຣົາ​ຢູ່​ຖ້າມ​ກາງ​ຄົນເປັນ ແລະ​ບໍ່​ໄດ້​ຊົງ​ຍອມ​ໃຫ້​ຕີນ​ເຣົາ​ພາດລົ້ມ​ລົງ 10 ຂ້າ​ແດ່​ພຣະ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ລອງ​ໃຈ​ຂ້າພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ຊົງ​ທົດ​ລອງ​ຂ້າ​ພຣະ​ອົງ​ຢ່າງ​ທົດ​ລອງ​ເງິນ 11 ພຣະ​ອົງ​ຊົງ​ນຳ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເຂົ້າ​ມາ​ໃນ​ຂ່າຍ ພຣະ​ອົງ​ຊົງ​ວາງ​ຄວາມ​ທຸກ​ຍາກ​ໄວ້​ທີ່​ເອວ​ຂອງ​ຂ້າ​ພຣະ​ອົງ 12 ພຣະ​ອົງ​ຊົງ​ໃຫ້​ຄົນ​ຂັບ​ຣົດ​ຮົບ​ທັບ​ຫົ​ວ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂ້າ​ພຣະ​ອົງ​ທັງ​ຫລາຍ​ຕ້ອງ​ລຸຍ​ໄຟ​ລຸຍ​ນ້ຳ ແຕ່​ພຣະ​ອົງ​ຍັງ​ຊົງ​ນໍາ​ຂ້າ​ພຣະ​ອົງ​ມາ​ສູ່​ທີ່​ປອດ​ພັຍ 13 ຂ້າ​ພຣະ​ອົງ​ຈະ​ມາ​ຍັງ​ພຣະ​ຜາ​ສາດ​ຂອງ​ພຣະ​ອົງ​ພ້ອມ​ດ້ວຍ​ເຄື່ອງ​ເຜົາ​ບູ​ຊາ ຂ້າ​ພຣະ​ອົງ​ຈະ​ແກ້​ບົນ​ຕໍ່​ພຣະ​ອົງ 14 ຕາມ​ທີ່​ຮີມ​ຝີ​ປາກ​ຂ້າ​ພຣະ​ອົງ​ໄດ້​ເວົ້າ​ໄວ້ ແລະ​ທີ່​ປາກ​ຂ້າ​ພຣະ​ອົງ​ສັນ​ຍາ​ໃນ​ຍາມ​ທີ່​ຂ້າ​ພຣະ​ອົງ​ທຸກ​ຍາກ​ລຳ​ບາກ 15 ຂ້າ​ພຣະ​ອົງ​ຈະ​ຖວາຍ​ສັ​ດອ້ວນ​ພີ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ດ້ວຍ​ແກະ​ເຖິກ ຂ້າ​ພຣະ​ອົງ​ຈະ​ຖວາຍ​ບູ​ຊາ​ດ້ວຍ​ງົວເຖິກ ແລະ​ແບ້ 16 ບັນ​ດາ​ຜູ້​ທີ່​ເກງ​ກົວ​ພຣະ​ເຈົ້າ ຂໍ​ເຊີນ​ມາ​ຟັງ ແລະ​ຂ້າ​ພະ​ເຈົ້າ​ຈະ​ບອກ​ເຖິງວ່າ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ສິ່ງ​ໃດ​ແກ່​ຂ້າ​ພະ​ເຈົ້າ​ແດ່ 17 ປາກ​ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ທູນ​ພຣະ​ອົງ ແລະ​ລີ້ນ​ຂ້າ​ພະ​ເຈົ້າ​ໄດ້​ຍົກ​ຍ້ອງ​ພຣະ​ອົງ 18 ຖ້າ​ຂ້າ​ພະ​ເຈົ້າ​ໄດ້​ຈົ່ມ​ຄວາມ​ຊົ່ວ​ໄວ້​ໃນ​ໃຈ​ຂ້າ​ພະ​ເຈົ້າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຄົງ​ບໍ່​ຊົງ​ສະ​ດັບ​ຟັງ 19 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ສະ​ດັບ​ຟັງ​ແນ່ນອນ ພຣະ​ອົງ​ໄດ້​ຊົງ​ຟັງ​ສຽງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພະ​ເຈົ້າ 20 ສາ​ທຸ​ການ​ແດ່​ພຣະ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ບໍ່​ຊົງ​ປະ​ຕິ​ເສດ​ຄຳ​ອ້ອນວອນ​ຂອງ​ຂ້າ​ພະ​ເຈົ້າ ຫລື​ຢັບ​ຢັ້ງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ເສັຽ​ຈາກ​ຂ້າ​ພະ​ເຈົ້າ

ເພງສັຣເສີນ 67

ການ​ຮ້ອງ​ເພງ​ສັຣ​ເສີນ ແລະ​ການ​ຖວາຍ​ຂອບ​ ພຣະ​ຄຸນ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ​ໃຊ້​ເຄື່ອງ​ສາຍ ເພງ​ສັຣ​ເສີນ ບົດເພງ

1 ຂໍ​ພຣະ​ເຈົ້າ​ຊົງ​ພຣະ​ເມດ​ຕາ​ກະ​ຣຸ​ນາ​ແລະ​ອວຍ​ພອນ​ແກ່​​ຂ້າ​ພຣະ​ອົງທັງ​ຫລາຍ ຂໍ​ຊົງ​ເບິ່ງ​ແຍງ​​ຂ້າ​ພຣະ​ອົງທັງ​ຫລາຍ​ດ້ວຍ​ຄວາມ​ເມດ​ຕາ 2 ເພື່ອ​ວ່າ​ທົ່ວ​ທັງ​ໂລກ​ນີ້​ຈະ​ຮູ້​ຈັກ​ນ້ຳ​ພຣະ​ທັຍ​ພຣະ​ອົງ ແລະ​ເພື່ອ​ມະ​ນຸດ​ຊາດ​ທັງ​ຫລາຍ​ຈະ​ຮູ້​ຈັກ​ການ​ຊ່ອຍ​ໃຫ້​ພົ້ນ​ຂອງ​ພຣະ​ອົງ 3 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ໃຫ້​​ປະ​ຊາຊົນ​ທັງ​ປວງສັຣ​ເສີນ​ພຣະ​ອົງ ຂໍຊົງ​ໃຫ້​​ປະ​ຊາຊົນທັງ​ປວງ​ສັຣເສີນ​ພຣະ​ອົງ 4 ຂໍ​ຊົງ​ໃຫ້​ມະ​ນຸດ​ຊາດ​ທັງ​ຫລາຍ​ຍິນ​ດີ ​ແລະ​ຮ້ອງ​ເພງ​ຢ່າງມ່ວນຊື່ນ ເພາະ​ພຣະ​ອົງ​ຊົງ​ປົກ​ຄອງ​ປະ​ຊາ​ຊົນ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ ແລະ​ຊົງ​ນຳ​ຫນ້າ​ຊົນ​ຊາດ​ທັງ​ປວງ 5 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ໃຫ້​ປະ​ຊາ​ຊົນ​ສັຣ​ເສີນພຣະ​ອົງ ຂໍ​ໃຫ້​ປະ​ຊາ​ຊົນ​ທັງ​ປວງສັຣ​ເສີນ​ພຣະ​ອົງ 6 ແຜ່ນ​ດິນ​ໄດ້​ເກີດ​ຜົນ​ແລະ​ເກັບ​ກ່ຽວ ເພາະ​ພຣະ​ເຈົ້າ​ຂອງ​ເຣົາ​ໄດ້​ອວຍ​ພອນແກ່​ເຮົາ 7 ພຣະ​ເຈົ້າ​ຊົງ​ອວຍ​ພອນ​ແກ່​ເຣົາ​ແລ້ວ ໃນ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ຢ້ານ​ກົວ​ພຣະ​ອົງ

ເພງສັຣເສີນ 68

ພຣະເຈົ້າ​ແຫ່ງ​ຊີ​ນາຍ​ແລະ​ແຫ່ງ​ສະ​ຖານ​ ນະ​ມັ​ສການ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣເສີນ​ ຂອງ​ດາ​ວິດ ບົດເພງ

1 ຂໍ​ພຣະ​ເຈົ້າ​ຊົງ​ລຸກ​ຂຶ້ນ ໃຫ້​ສັດ​ຕຣູ​ຂອງ​ພຣະ​ອົງ​ກະ​ຈາຍ​ໄປ ໃຫ້​ບັນ​ດາ​ຜູ້​ທີ່​ກຽດຊັງ​ພຣະ​ອົງ​ຫນີ​ໄປ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ 2 ຄວັນ​ຖືກ​ພັດ​ໄປ​ສັນ​ໃດ ກໍ​ຂໍ​ຊົງ​ໄລ່​ເຂົາ​ໄປ​ສັນ​ນັ້ນ ຂີ້​ເຜິ້ງ​ລະ​ລາຍ​ຕໍ່​ຫນ້າ​ໄຟ​ສັນ​ໃດ ກໍ​ຂໍ​ໃຫ້​ຄົນ​ອະ​ທັມ​ພິ​ນາດ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ເຈົ້າ​ສັນ​ນັ້ນ 3 ແຕ່​ຂໍ​ໃຫ້​ຄົນ​ຊອບ​ທັມ​ເບີກ​ບານ ໃຫ້​ເຂົາ​ຍິນ​ດີ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ເຈົ້າ ໃຫ້​ເຂົາ​ສຸກ​ໃຈ ​ແລະ​ໂຮ່ຮ້ອງ​ຢ່າງ​ມ່ວ​ນຊື່ນ 4 ຈົ່ງ​ຮ້ອງ​ເພງ​ຖວາຍ​ພຣະ​ເຈົ້າ​ ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ ຈົ່ງ​ຍົກ​ຍ້ອງ​ພຣະ​ອົງ​ຜູ້​ຊົງ​ຂີ່​ເມກ​ເປັນ​ພາ​ຫະ​ນະ ພຣະ​ນາມ​ຂອງ​ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຍິນ​ດີ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ 5 ພຣະ​ເຈົ້າ​ໃນ​ທີ່​ປະ​ທັບ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ຊົງ​ເປັນ​ພຣະ​ບິ​ດາ​ຂອງ​ຄົນ​ກຳ​ພ້າ​ແລະ​ຊົງ​ເປັນ​ຜູ້ປ້ອງ​ກັນ​ຍິງ​ຫມ້າຍ 6 ພຣະ​ເຈົ້າ​ຊົງ​ໃຫ້​ຄົນເປົ່າ​ປ່ຽວ​ອາ​ໄສ​ຢູ່​ຕາມບ້ານ​ເຮືອນ ພຣະ​ອົງ​ຊົງ​ນຳ​ຊະ​ເລີຍ​ອອກ​ມາ​ເຖິງ​ຄວາມ​ຮຸ່ງ​ເຮືອງ ແຕ່​ຄົນ​ມັກ​ກະ​ບົດ​ອາ​ໄສ​ໃນ​ແຜ່ນ​ດິນ​ທີ່​ແຕກ​ຣະ​ແຫງ 7 ຂ້າ​ແດ່​ພຣະ​ເຈົ້າ ເມື່ອ​ພຣະ​ອົງ​ສະ​ເດັດ​ນຳ​ຫນ້າ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ສະ​ເດັດ​ໄປ​ຕາມ​ຖິ່ນ​​ກັນ​ດານ 8 ແຜ່ນ​ດິນ​ໂລກ​ກໍ​ຫວັ່ນ​ໄຫວ ທ້ອງ​ຟ້າ​ກໍ​ເທ​ຝົນ​ລົງ​ມາ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ເຈົ້າ ພູ​ເຂົາ​ຊີ​ນາອີໂນ້ມ​ສັ່ນ​ສະ​ເທືອນ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ເຈົ້າ ຄື​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ 9 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ຊົງ​ເທ​ຝົນ​ອຸ​ດົມ​ລົງ ເມື່ອ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ​ຊຸດ​ໂຊມ ພຣະ​ອົງ​ຊົງ​ຟື້ນ​ຂຶ້ນ​ໃຫມ່ 10 ປະ​ຊາຊົນຂອງ​ພຣະ​ອົງ​ກໍ​ມາ​ອາ​ໄສ​ໃນ​ນັ້ນ ຂ້າ​ແດ່​ພຣະ​ເຈົ້າ​ ໂດຍ​ຄວາມດີ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຈັດ​ຕຽມ​ໄວ້​ໃຫ້​ແກ່​ຄົນ​ຂັດ​ສົນ 11 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ພຣະ​ວັຈ​ນະ ພວກ​ຜູ້​ຍິງ​ທີ່​ນຳ​ຂ່າວ​ດີ ກໍ​ເປັນ​ພວກ​ໃຫຍ່​ໂຕ 12 ປະ​ກາດ​ວ່າ, “ບັນ​ດາ​ພຣະ​ຣາ​ຊາ​ຂອງກອງ​ທັບ​ທັງ​ຫລາຍ ເຂົາ​ຫນີ​ໄປ ເຂົາ​ຫນີ​ໄປ” ຜູ້​ຍິງ​ທີ່​ຢູ່​ບ້ານ​ກໍ​ເອົາ​ເຂົ້າ​ຂອງ​ທີ່​ຍຶດ​ມາ​ໄດ້ແບ່ງ​ກັນ 13 ເມື່ອ​ທ່ານ​ທັງ​ຫລາຍນອນ​ຢູ່​ຖ້າມ​ກາງ​ຄອກ​ແກະ ປີກ​ນົກ​ພິ​ຣາບ​ກໍ​ອາບ​ເງິນ ແລະ​ຂົນ​ກໍ​ວອບ​ແວບ​ໄປດ້ວຍ​ຄຳ 14 ເມື່ອ​ຜູ້​ຊົງ​ມະ​ຫິດ​ທິ​ຣິດ​ກະ​ຈາຍ​ພຣະ​ຣາ​ຊາ​ ໃນ​ທີ່​ນັ້ນຫິມ​ມະ​ກໍ​ຕົກ​ລົງ​ເທິງ​ພູ​ຊັນ​ໂມນ 15 ພູ​​ຊົງ​ມະ​ຫິດ​ທິ​ຣິດ​ເອີຍ ພູ​ເຂົາ​ເມືອງ​ບາ​ຊານ ພູ​ເຂົາ​ຫລາຍຍອດ​ເອີຍ ພູ​ເຂົາ​ເມືອງບາ​ຊານ 16 ພູ​​ຫລາຍຍອດ​ເອີຍ ເປັນ​ຫຍັງ​ເບິ່ງ​ດ້ວຍ​ຄວາມ​ຣິ​ສ​ຍາ ບ່ອນພູ​​ຊຶ່ງ​ພຣະ​ເຈົ້າ​ຊົງ​ປະ​ສົງ​ໃຫ້​ເປັນ​ທີ່​ພຳ​ນັກ​ຂອງ​ພຣະ​ອົງ​ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທັບ​ຢູ່​ທີ່​ນັ້ນ​ເປັນ​ນິດ 17 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ຈາ​ກຊີ​ນາອີ​ເຂົ້າ​ໄປ​ໃນ​ສະ​ຖານ​ນະ​ມັ​ສ​ການ​ພ້ອມ​ຣົດ​ຮົບ​ຂອງ​ພຣະ​ເຈົ້າ​ນັບ​ເປັນ​ພັນໆ 18 ພຣະ​ອົງ​ສະ​ເດັດ​ຂຶ້ນ​ສູ່​ເບື້ອງ​ສູງ​ນຳ​ຊະ​ເລີຍ​ໄປ​ດ້ວຍ ແລະ​ຮັບ​ຂອງ​ຂວັນ​ຖ້າມ​ກາງ​ມະ​ນຸດ ຂ້າ​ແດ່​ພຣະ​ເຈົ້າ ແມ້​ຈາກ​ຜູ້​ທີ່​ຂັດ​ຂວາງ​ທີ່​ພຣະ​ອົງ​ປະ​ທັບ​ທີ່​ນັ້ນ 19 ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ຄ້ຳ​ຊູ​ເຣົາ​ທັງ​ຫລາຍ​ຢູ່​ທຸກວັນ ພຣະ​ເຈົ້າ​ຜູ້​ຊົງ​ເປັນ​ຄວາມ​ລອດ​ຂອງ​ເຮົາ 20 ພຣະ​ເຈົ້າ​ຂອງ​ເຮົາ ເປັນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ລອດ ຊຶ່ງ​ໄດ້​ພົ້ນ​ຄວາມ​ຕາຍ​ນັ້ນ​ກໍ​ຢູ່​ທີ່​ພຣະ​ເຈົ້າ 21 ແຕ່​ພຣະ​ເຈົ້າ​ຈະ​ຊົງ​ຕີ​ຫົວ​ຂອງ​ສັດ​ຕຣູ​ຂອງ​ພຣະ​ອົງ​ໃຫ້​ແຕກ ຄື​ກະ​ຫມ່ອມ​ມີ​ຜົມ​ຂອງ​ຜູ້​ທີ່​ຂືນ​ດຳ​ເນີນ​ໃນ​ທາງ​ກັມ​ຊົ່ວ​ຂອງ​ເຂົາ 22 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ວ່າ, “ເຮົາ​ຈະ​ນຳ​ເຂົາ​ທັງ​ຫລາຍ​ກັບ​ມາ​ຈາກບາ​ຊານ ເຣົາ​ຈະ​ນຳ​ເຂົາ​ທັງ​ຫລາຍ​ກັບ​ມາ​ຈາກ​ທີ່​ເລິກ​ຂອງ​ທະ​ເລ 23 ເພື່ອ​ເຈົ້າ​ຈະ​ເອົາ​ຕີນ​ອາບ​ເລືອດ ເພື່ອ​ລີ້ນ​ຫມາ​ຂອງ​ເຈົ້າ​ຈະ​ມີ​ສ່ວນ​ຈາກ​ຄູ່​ສັດ​ຕຣູ​ຂອງ​ເຈົ້າ” 24 ຂ້າ​ແດ່​ພຣະ​ເຈົ້າ ຂະ​ບວນ​ແຫ່​ຂອງ​ພຣະ​ອົງ​ປາ​ກົດ​ແລ້ວ ຂະ​ບວນ​ແຫ່​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ພຣະ​ມະ​ຫາ​ກະ​ສັດ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ໃນ​ສະ​ຖານ​ນະ​ມັ​ສ​ການ 25 ນັກ​ຮ້ອງ​ນຳ​ຫນ້າ ນັກ​ດົນ​ຕ​ຣີ​ຄັດ​ທ້າຍ​ລະ​ຫວ່າງ​ນັ້ນ​ມີສຕ​ຣີ​ຫລີ້ນ​ຣຳ​ມະ​ນາ 26 “ທ່ານ​ທັງ​ຫລາຍ​ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນ ຈົ່ງ​ສັຣ​ເສີນ​ພຣະ​ເຈົ້າ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທີ່​ຊຸມ​ນຸມ​ໃຫຍ່ 27 ນັ້ນ​ມີ​ເບັນ​ຢາ​ມີນ​ຜູ້​ນ້ອຍ​ທີ່​ສຸດ​ນຳ​ຫນ້າບັນ​ດາ​ເຈົ້າ​ນາຍ​ຢູ​ດາ​ຢູ່​ເປັນ​ຫມູ່​ໃຫຍ່ ເຈົ້າ​ນາຍ​ແຫ່ງ​ເຊ​ບຸ​ລູນ ເຈົ້າ​ນາຍ​ແຫ່ງເ​ນັຟທາ​ລີ 28 ຂ້າ​ແດ່​ພຣະເຈົ້າ​ ຂໍ​ຊົງໃຫ້​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ປາ​ກົດ ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ສຳ​ແດງ​ພຣະ​ກຳ​ລັງ​ຂອງ​ພຣະ​ອົງ ພຣະ​ອົງ​ຜູ້​ໄດ້​ຊົງ​ກະ​ທຳ​ເພື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍ 29 ບັນ​ດາ​ພຣະ​ຣາ​ຊານໍາຂອງ​ກຳ​ນັນ​ມາ​ຖວາຍ​ພຣະ​ອົງ ເນື່ອງ​ດ້ວຍ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ທີ່​ເຢ​ຣູ​ຊາ​ເລັມ 30 ຂໍ​ຊົງ​ຂະ​ຫນາບ​ສັດ​ປ່າ​ທີ່​ຢູ່ໃນກໍ​ຕົ້ນ​ອໍ້ ຝູງ​ງົວ​ແລະ​ລູກ​ງົວ ຄື​ຊົນ​ຊາດ​ທັງ​ຫລາຍ ຜູ້​ຍິນຍອມ​ດ້ວຍ​ຖວາຍ​ເງິນ​ແຜ່ນ ຂໍ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ຜູ້​ປິ​ຕິ​ຍິນ​ດີ​ໃນ​ສົງ​ຄາມ​ໄດ້​ກະ​ຈັດ​ພັດ​ພາກ​ໄປ 31 ຂໍ​ໃຫ້​ເຂົາ​ນຳ​ພັ​ສ​ດຸ​ທອງ​ສັມ​ຣິດ​ມາ​ຈາກ​ເອ​ຢິບ ຂໍ​ໃຫ້​ເອທິ​ໂອ​ເປັຽ​ຮີບ​ຍື່ນ​ມື​ຂອງ​ເຂົາ​ອອກ​ທູນ​ພຣະ​ເຈົ້າ 32 ບັນ​ດາ​ອາ​ນາ​ຈັກ​ແຫ່ງ​ແຜ່ນ​ດິນ​ໂລກ​ເອີຍ ຈົ່ງ​ຮ້ອງ​ເພງ​ຖວາຍ​ພຣະ​ເຈົ້າ ຈົ່ງ​ສັຣ​ເສີນ​ອົງ​ພຣະ​ຜູ້​ເປັນເຈົ້າ 33 ຕໍ່​ພຣະ​ອົງ​ຜູ້​ຊົງ​ເນ​ຣະ​ມິດ​ຟ້າ​ສວັນ ຟ້າ​ສວັນ​ດຶກ​ດຳ​ບັນ ພຣະ​ອົງ​ຊົງ​ເປັ່ງພຣະ​ສຸ​ຣະ​ສຽງ​ຊົງ​ມະ​ຫິດ​ທິ​ຣິດ 34 ຈົ່ງ​ຖວາຍ​ຣິດ​ທາ​ນຸ​ພາບ​ແດ່​ພຣະ​ເຈົ້າ ຊື່ງ​ຄວາມ​ສູງ​ສົ່ງ​ຂອງ​ພຣະ​ອົງ​ຢູ່​ເຫນືອ​ອິສ​ຣາ​ເອນ ແລະ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ຢູ່​ໃນ​ທ້ອງ​ຟ້າ 35 ພຣະ​ເຈົ້າ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຫນ້າຢ້ານ​ຢຳ ຄື​ພຣະ​ເຈົ້າ​ຂອ​ງອິສ​ຣາ​ເອນ ພຣະ​ອົງ​ນັ້ນ​ປະ​ທານ​ຣິດ​ແລະ​ກຳ​ລັງ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ ສາ​ທຸ​ການ​ແດ່​ພຣະ​ເຈົ້າ

ເພງສັຣເສີນ 69

ຮ່ຳ​ຮ້ອງ​ເພາະ​ຄວາມ​ທຸກ​ໃຈ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ​ທຳ​ນອງ​ພັບ​ພຶງ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ລອດ ເພາະ​ນ້ຳ​ຂື້ນ​ມາ​ເຖິງ​ຄໍ​ຂ້າ​ພຣະ​ອົງ​ແລ້ວ 2 ຂ້າ​ພຣະ​ອົງ​ຈົມ​ຢູ່​ໃນ​ເລນ​ເລິກ​ບໍ່​ມີ​ທີ່​ຢືນ ຂ້າ​ພຣະ​ອົງ​ມາ​ຢູ່​ໃນ​ນ້ຳ​ເລິກ ແລະ​ນ້ຳ​ຖ້ວມ​ຂ້າ​ພຣະ​ອົງ 3 ຂ້າ​ພຣະ​ອົງ​​ອ່ອນລະ​ອາ​ໃຈ​ດ້ວຍ​ເຫດ​ຮ້ອງ​ໄຫ້ ຄໍ​ຂອງ​ຂ້າ​ພຣະ​ອົງ​ແຫ້ງ ຕາ​ຂອງ​ຂ້າ​ພຣະ​ອົງ​ມົວ​ລົງ ດ້ວຍ​ການ​ຄອຍ​ຖ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ 4 ບັນ​ດາ​ຄົນ​ທີ່​ກຽດ​ຊັງ​ຂ້າ​ພຣະ​ອົງ​ໂດຍ​ໄຮ້​ເຫດ​ຜົນ​ມີ​ຫລາຍ​ຍິ່ງກວ່າ​ເສັ້ນ​ຜົມ​ເທິງ​ຫົວຂ້າ​ພຣະ​ອົງ ຄົນ​ທີ່​ທຳ​ລາຍ​ຂ້າ​ພຣະ​ອົງ​ກໍ​ມີ​ອິດ​ທິ​ພົນ ຄື​ຜູ້​ທີ່​ເປັນ​ພວກ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ຢ່າງບໍ່​ມີ​ເຫດ ບັດ​ນີ້​ຂ້າ​ພຣະ​ອົງ​ຈະ​ຕ້ອງ​ສົ່ງ​ຄືນ​ສິ່ງ​ທີ່​ຂ້າ​ພຣະ​ອົງບໍ່​ໄດ້​ລັກ​ໄປ​ຫລື 5 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ຊົງຮູ້​ເຖິງ​ຄວາມ​ໂງ່​ຂອງ​ຂ້າ​ພຣະ​ອົງ ຄວາມ​ຜິດ​ທີ່​ຂ້າ​ພຣະ​ອົງ​ກະ​ທຳ​ແລ້ວ​ຈະ​ເຊື່ອງ​ໄວ້​ຈາກ​ພຣະ​ອົງ​ບໍ່​ໄດ້ 6 ຂ້າ​ແດ່​ພຣະ​ເຈົ້າ​ຈ​ອມ​ໂຍ​ທາ ຂໍ​ຢ່າ​ໃຫ້​ບັນ​ດາ​ຜູ້​ທີ່​ຫວັງ​ໃຈ​ໃນ​ພຣະ​ອົງ​ໄດ້​ຮັບ​ຄວາມ​ອັບ​ອາຍ​ເພາະ​ຂ້າ​ພຣະ​ອົງ ຂ້າ​ແຕ່​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ຂໍ​ຢ່າ​ໃຫ້​ບັນ​ດາ​ຜູ້​ທີ່​ຊອກ​ຫາ​ພຣະ​ອົງ​ໄດ້​ຮັບ​ຄວາມ​ອັປ​ຍົດ​ເພາະ​ຂ້າ​ພຣະ​ອົງ 7 ທີ່ຂ້າ​ພຣະ​ອົງ​ທົນ​ການ​ເຍາະ​ເຍີ້ຍ ທີ່ຄວາມ​ອັບ​ອາຍ​ໄດ້​ຄຸມ​ຫນ້າ​ຂ້າ​ພຣະ​ອົງ​ໄວ້​ກໍ​ເພາະ​ເຫັນ​ແກ່​ພຣະ​ອົງ 8 ຂ້າ​ພຣະ​ອົງ​ກາຍ​ເປັນ​ແຂກ​ແປ​ກ​ຫນ້າ​ຂອງ​ພີ່​ນ້ອງ ແລະ​ເປັນ​ຄົນ​ຕ່າງ​ດ້າວ​ຂອງ​ລູກ​ແຫ່ງ​ມານ​ດາ​ຂ້າພຣະ​ອົງ 9 ຄວາມ​ຮ້ອນ​ໃຈ​ໃນ​ເຣື່ອງ​ພຣະ​ວິ​ຫານຂອງ​ພຣະ​ອົງ​ໄດ້​ຖ້ວມທົ້ນ​ຂ້າ​ພຣະ​ອົງ ແລະ​ຄຳ​ເຍາະ​ເຍີ້ຍ​ພຣະ​ອົງ​ຕົກ​ແກ່​ຂ້າ​ພຣະ​ອົງ 10 ເມື່ອ​ຂ້າ​ພຣະ​ອົງ​ຖ່ອມ​ໃຈ​ລົງ​ດ້ວຍ​ການ​ອົດ​ອາ​ຫານ ມັນ​ກາຍ​ເປັນ​ການ​ເຍາະ​ເຍີ້ຍ​ຂ້າ​ພຣະ​ອົງ 11 ເມື່ອ​ຂ້າ​ພຣະ​ອົງ​ໃຊ້​ຜ້າ​ກະ​ສອບ​ເປັນ​ເຄື່ອງ​ນຸ່ງ​ຫົ່ມ ຂ້າ​ພຣະ​ອົງ​ກັບ​ເປັນ​ຂີ້​ປາກ​ຂອງ​ເຂົາ 12 ຄົນ​ທີ່​ນັ່ງ​ທີ່​ປະ​ຕູ​ເມືອງ​ກໍ​ເວົ້າ​ເຣື່ອງ​ຂ້າ​ພຣະ​ອົງ ຄົນ​ຂີ້​ເມົາ​ແຕ່ງ​ເພງ​ຮ້ອງວ່າ​ຂ້າ​ພຣະ​ອົງ 13 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ແຕ່ສ່ວນ​ຂ້າ​ພຣະ​ອົງ ຂ້າພຣະ​ອົງ​ອ້ອນວອນ​ຕໍ່​ພຣະ​ອົງ ຂ້າ​ແດ່ພຣະ​ເຈົ້າ ໃນ​ເວ​ລາ​ອັນ​ເຫມາະ​ສົມ​ໂດຍ​ຄວາມ​ຮັກ​ຫມັ້ນ​ຄົງ​ອັນ​ອຸ​ດົມ​ຂອງ​ພຣະ​ອົງ ຂໍ​ຊົງ​ໂຜດ​ຕອບ​ຂ້າ​ພຣະ​ອົງ​ດ້ວຍ​ຄວາມ​ອຸ​ປ​ຖັມ​ຢ່າງວາງ​ໃຈ​ໄດ້ 14 ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ການຈົມລົງ​ໃນ​ບືງຕົມ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ຄົນ​ທີ່​ກຽດ​ຊັງ​ຂ້າ​ພຣະ​ອົງ ແລະ​ຈາກ​ນ້ຳ​ເລິກ 15 ຂໍ​ຢ່າ​ໃຫ້​ນ້ຳ​ຖ້ວມ​ຂ້າ​ພຣະ​ອົງ ຫລື​ນ້ຳ​ທີ່​ເລິກ​ກືນ​ຂ້າ​ພຣະ​ອົງ​ເສັຽ ຫລື​ປາກ​ແດນ​ຜູ້​ຕາຍ​ງັບ​ຂ້າ​ພຣະ​ອົງ​ໄວ້ 16 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຕອບ​ຂ້າ​ພຣະ​ອົງ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ນັ້ນ​ປະ​ເສີດ ຂໍ​ຊົງ​ຫັນ​ມາ​ຫາ​ຂ້າ​ພຣະ​ອົງ​ຕາມ​ພຣະ​ກະ​ຣຸ​ນາ​ອັນ​ອຸ​ດົມ​ຂອງ​ພຣະ​ອົງ 17 ຂໍ​ຢ່າ​ຊົງ​ເຊື່ອງ​ພຣະ​ພັກ​ຂອງ​ພຣະ​ອົງ​ເສັຽ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ທຸກ​ໃຈ ຂໍ​ຊົງ​ຮີບ​ຕອບ​ຂ້າ​ພຣະ​ອົງ 18 ຂໍ​ມາ​ໃກ້​ຂ້າ​ພຣະ​ອົງ ຊົງ​ໄຖ່​ຂ້າ​ພຣະ​ອົງ​ໄວ້ ເພາະ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ 19 ພຣະ​ອົງ​ຊົງ​ຮູ້​ການ​ທີ່​ເຂົາ​ເຍາະ​ເຍີ້ຍ​ຂ້າ​ພຣະ​ອົງ​ແລ້ວ​ທັງ​ຄວາມ​ອາຍ​ແລະ​ຄວາມ​ອັ​ປ​ຍົດ​ຂອງ​ຂ້າ​ພຣະ​ອົງ ພຣະອົງ​ຊົງ​ຮູ້​ເຖິງ​ບັນ​ດາ​ຄູ່​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ຫມົດ 20 ການ​ເຍາະ​ເຍີ້ຍ​ກະ​ທຳ​ໃຫ້​ຈິດ​ໃຈ​ຂ້າ​ພຣະ​ອົງ​ຊອກ​ຊ້ຳ ຂ້າ​ພຣະ​ອົງ​ຈຶ່ງ​ຫມົດ​ກຳ​ລັງ​ໃຈ ຂ້າ​ພຣະ​ອົງ​ມອງ​ຫາ​ຜູ້​ສົງ​ສານ ແຕ່​ກໍ​ບໍ່​ມີ ຫາ​ຜູ້​ເລົ້າ​ໂລມ ແຕ່​ຂ້າ​ພຣະ​ອົງ​ຫາ​ບໍ່​ພົບ 21 ເຂົາ​ໃຫ້​ຢາ​ພິດ​ແກ່​ຂ້າ​ພຣະ​ອົງ​ເປັນ​ອາຫານ ເມື່ອ​ຫິວ​ນ້ຳ ​ເຂົາໃຫ້​ນ້ຳ​ສົ້ມ​ແກ່​ຂ້າ​ພຣະ​ອົງ​ດື່ມ​ 22 ຂໍ​ໃຫ້​ສຳ​ລັບ​ທີ່​ຢູ່​ທາງ​ຫນ້າ​ເຂົາ​ເອງ​ເປັນ​ກັບ​ດັກ​ເຂົາ ແລະ​ການ​ລ້ຽງ​ໃນ​ພິ​ທີ​ສັກ​ກາ​ຣະ​ບູ​ຊາ​ເປັນບ້ວງ 23 ຂໍ​ໃຫ້​ນັຍ​ຕາ​ຂອງ​ເຂົາ​ມືດ ເພື່ອ​ເຂົາ​ຈະ​ບໍ່​ເຫັນ ແລະ​ທຳ​ບັ້ນ​ເອວ​ເຂົາ​ໃຫ້​ສັ່ນ​ສະ​ເທື່ອນ​ເລື້ອຍ​ໄປ 24 ຂໍ​ຊົງ​ເທ​ຄວາມ​ໂກດ​ລົງ​ເຫນືອເຂົາ ແລະ​ໃຫ້​ຄວາມ​ໂກດ​ອັນ​ເຜົາ​ຮ້ອນ​ຕາມ​ທັນ​ເຂົາ 25 ຂໍ​ໃຫ້​ຄ້າຍ​ຂອງ​ເຂົາ​ຮ້າງ​ເປົ່າ ຢ່າ​ໃຫ້​ຜູ້​ໃດ​ພັກ​ຢູ່​ໃນ​ເຕັນຂອງ​ເຂົາ 26 ເພາະ​ເຂົາ​ໄດ້​ຂົ່ມ​ເຫັງ ຜູ້​ທີ່​ພຣະ​ອົງ​ຊົງ​ຂ້ຽນ​ຕີ ເຂົາ​ເລົ່າ​ເຖິງ​ຄວາມ​ເຈັບ​ປວດ​ຂອງ​ຜູ້​ທີ່​ພຣະ​ອົງ​ໃຫ້​ບາດ​ເຈັບ​ແລ້ວ 27 ຂໍ​ຊົງ​ເພີ້ມ​ໂທດ ແລ້ວ​ຊົງ​ເພີ້ມ​ອີກ ຢ່າ​ໃຫ້​ເຂົາ​ໄດ້​ການ​ອະ​ພັຍ​ຈາກ​ພຣະ​ອົງ 28 ຂໍ​ໃຫ້​ເຂົາ​ຖືກ​ລົ​ບ​ອອກ​ເສັຽ​ຈາກ​ທະ​ບຽນ​ຜູ້​ມີ​ຊີ​ວິດ ຢ່າ​ໃຫ້​ເຂົາຂຶ້ນ​ທະ​ບຽນ​ໄວ້​ໃນ​ຫມູ່​ຄົນ​ຊອບ​ທັມ 29 ແຕ່​ຂ້າ​ພຣະ​ອົງ​ທຸກ​ຍາກ​ແລະ​ເຈັບ​ປວດ ຂ້າ​ແດ່ພຣະ​ເຈົ້າ ຂໍ​ຄວາມ​ລອດ​ຂອງ​ພຣະ​ອົງ​ຕັ້ງ​ຂ້າ​ພຣະ​ອົງ​ໄວ້​ໃຫ້​ສູງ 30 ຂ້າ​ພະ​ເຈົ້າ​ຈະ​ສັຣເສີນ​ພຣະ​ນາມ​ພຣະ​ເຈົ້າ​ດ້ວຍບົດ​ເພງ ຂ້າ​ພະ​ເຈົ້າ​ຈະ​ຍົກ​ຍ້ອງ​ພຣະ​ອົງ​ໂດຍ​ໂມທະ​ນາ​ພຣະ​ຄຸນ 31 ການ​ນັ້ນ​ຈະ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ​ຫລາຍກວ່າ​ການ​ຖວາຍ​ບູ​ຊາງົວ​ ຫລືຖວາຍ​ບູ​ຊາ​ງົວ​ເຖິກ​ເປັນ​ໂຕ​ແກ່​ພຣະ​ອົງ​ນັ້ນ 32 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຖ່ອມ​ໃຈ​ເຫັນ​ແລະ​ຍິນ​ດີ ທ່ານ​ຜູ້​ຊອກ​ຫາ​ພຣະ​ເຈົ້າ ຂໍ​ໃຫ້​ໃຈ​ຂອງ​ທ່ານ​ຟື້ນ​ຊື່ນຂຶ້ນ 33 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຟັງ​ຄົນ​ຂັດ​ສົນ ແລະ​ບໍ່​ໄດ້​ຊົງ​ດູ​ຫມິ່ນ​ຄົນ​ຂອງ​ພຣະ​ອົງ​ທີ່​ຖືກ​ຈຳ​ຈອງ 34 ຂໍ​ຟ້າສວັນ​ແລະ​ແຜ່ນ​ດິນ​ໂລກ​ ສັຣເສີນ​ພຣະ​ອົງ ທັງ​ທະ​ເລ​ແລະ​ສັ​ພ​ສິ່ງ​ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ນັ້ນ 35 ເພາະ​ພຣະ​ເຈົ້າ​ຈະ​ຊົງ​ຊ່ອຍ​ຊີ​ໂອນ​ໃຫ້​ລອດ ແລະ​ສ້າງ​ຫົວ​ເມືອງ​ຢູ​ດາ​ຂຶ້ນ ເຂົາ​ທັງ​ຫລາຍ​ຈະ​ອາ​ໄສ​ຢູ່​ທີ່ນັ້ນ ແລະ​ໄດ້​ເປັນ​ກຳ​ມະ​ສິດ 36 ລູກຫລານ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ໄດ້​ເປັນ​ມໍ​ຣະ​ດົກ ແລະ​ບັນ​ດາ​ຜູ້​ທີ່​ຣັກ​ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ຢູ່​ທີ່​ນັ້ນ

ເພງສັຣເສີນ 70

ຄຳ​ອ້ອນວອນຂໍ​ຊົງ​ຊ່ອຍ​ກູ້ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ​ຂອງ​ດາ​ວິດ ສຳ​ລັບ​ການ​ບູຊາ​ອັນ​ເປັນ​ທີ່​ລະ​ລຶກ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ພໍ​ພຣະ​ທັຍ​ທີ່​ຈະ​ຊ່ອຍ​ກູ້​ຂ້າພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຮີບ​ມາ​ຊ່ອຍ​ຂ້າ​ພຣະ​ອົງ​ເຖີດ 2 ຂໍ​ໃຫ້​ຜູ້ປາ​ຖ​ນາ​ທີ່​ຈະ​ໃຫ້​ຂ້າ​ພຣະ​ອົງ​ເຈັບ​ນັ້ນ ຕ້ອງ​ຫັນ​ກັບ​ໄປ​ແລະ​ໄດ້​ຄວາມ​ອັປ​ຍົດ 3 ຜູ້​ທີ່​ເວົ້າ​ໃຫ້​ນັ້ນ ຂໍ​ໃຫ້​ຕ້ອງ​ຕົກ​ຕະ​ລຶງ​ເພາະ​ຄວາມ​ອາຍ​ຂອງ​ເຂົາ 4 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ສແວງຫາ​ພຣະ​ອົງ​ຊົມ​ຊື່ນ​ແລະ​ຍິນ​ດີໃນ​ພຣະ​ອົງ ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຮັກ​ຄວາມ​ລອດ​ຂອງ​ພຣະ​ອົງ​ກ່າວ​ວ່າ, “ພຣະ​ເຈົ້າ​ຍິ່ງ​ໃຫຍ່” 5 ແຕ່​ຂ້າ​ພຣະ​ອົງ​ຍາກ​ຈົນ​ແລະ​ຂັດ​ສົນ ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຮີບ​ມາ​ຊ່ອຍ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຢ່າ​ລໍ​ຊ້າ ພຣະ​ອົງ​ຊົງ​ເປັນ​ຜູ້​ອຸ​ປ​ຖັມ ແລະ​ຜູ້​ຊ່ອຍ​ກູ້​ຂອງ​ຂ້າ​ພຣະ​ອົງ

ເພງສັຣເສີນ 71

ຄຳ​ອ້ອນວອນ​ຂອງ​ຜູ້​ເຖົ້າ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ປ່ອຍ​ໃຫ້​ຂ້າ​ພຣະ​ອົງ​ຜ່າຍ​ແພ້​ຈັກ​ເທື່ອ 2 ເພາະ​ວ່າ​ພຣະ​ອົງ​ຊົງ​ທ່ຽງ​ທັມ ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ຂ້າ​ພຣະ​ອົງ​ໄວ້ ຂໍ​ຊົງ​ຟັງ​ສຽງ​ຂ້າ​ພຣະ​ອົງ ແລະ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ພັຍ 3 ຂໍ​ພຣະ​ອົງ​ຊົງ​ເປັນ​ບ່ອນ​ພັກ​ພາ​ອາ​ໄສ​ທີ່​ປອດ​ພັຍ​ຂອງ​ຂ້າ​ພຣະ​ອົງ ແລະ​ເປັນ​ປ້ອມ​ອັນ​ຫມັ້ນ​ຄົງ​ເພື່ອ​ຄຸ້ມ​ກັນ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ປ້ອງ​ກັນ​ ແລະ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ 4 ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ຊີ​ວິດ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ຄົນ​ໂຫດ​ຮ້າຍ​ແລະ​ອະ​ທັມ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງມອບ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ອົງ ຂ້າ​ພຣະ​ອົງ​ເຊື່ອ​ພຣະ​ອົງ​ຕັ້ງ​ແຕ່​ຂ້າ​ພຣະ​ອົງ​ຍັງ​ຫນຸ່ມ 6 ຂ້າ​ພຣະ​ອົງ​ໄວ້​ໃຈ​ນຳ​ພຣະ​ອົງ​ຕລອດ​ຊົ່ວ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ ເພາະ​ວ່າ​ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ຂ້າ​ພຣະ​ອົງ​ຕັ້ງ​ແຕ່​ຂ້າ​ພຣະ​ອົງ​ໄດ້​ເກີດ​ມາ ຂ້າ​ພຣະ​ອົງ​ຈະສັຣເສີນ​ພຣະ​ອົງ​ຕລອດ​ໄປ 7 ຊີ​ວິດ​ຂ້າ​ພຣະ​ອົງ​ສ້າງ​ຄວາມ​ປະ​ຫລາດ​ໃຈ​ໃຫ້​ຫລາຍ​ຄົນ ແຕ່​ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ທີ່ດີ​ຂອງ​ຂ້າ​ພຣະ​ອົງ 8 ຂ້າ​ພຣະ​ອົງ​ສັຣ​ເສີນ​ພຣະ​ອົງ ແລະ​ປ່າວ​ປະ​ກາດ​ຄວາມ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ຕລອດ​ວັນ 9 ດຽວ​ນີ້​ຂ້າ​ພຣະ​ອົງ​ເຖົ້າ​ແກ່​ແລ້ວ ຂໍ​ຢ່າ​ປະ​ຖິ້ມ​ຂ້າ​ພຣະ​ອົງ​ເລີຍ ແລະ​ດຽວ​ນີ້​ຂ້າ​ພຣະ​ອົງ​ອ່ອນ​ແຮງ ຂໍ​ຢ່າ​ປະ​ລະ​ຂ້າ​ພຣະ​ອົງ​ໄປ 10 ສັດ​ຕຣູ​ທັງ​ຫລາຍ​ຢາກ​ສັງ​ຫານ​ຂ້າ​ພຣະ​ອົງ ເຂົາ​ສົນ​ທະ​ນາ​ວາງ​ແຜນ​ອຸ​ບາຍ​ຕໍ່​ສູ້​ຂ້າ​ພຣະ​ອົງ 11 ເຂົາ​ເວົ້າ​ວ່າ, “ພຣະ​ເຈົ້າ​ຊົງ​ປະ​ລະ​ເຂົາ​ແລ້ວ ຂໍ​ໃຫ້​ພວກ​ເຮົາ​ຕາມ​ຈັບ​ເຂົາ ເພາະ​ວ່າ​ຈະ​ບໍ່​ມີ​ໃຜ​ມາ​ຊ່ອຍ​ຊີ​ວິດ​ເຂົາ​ໄວ້​ໄດ້” 12 ພຣະ​ອົງ​ເຈົ້າ​ຂ້າ ຂໍ​ຢ່າ​ຢູ່​ຫ່າງ​ໄກ​ຈາກ​ຂ້າ​ພຣະ​ອົງ ໂອ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຟ້າວ​ມາ​ຊ່ອຍ​ຂ້າ​ພຣະ​ອົງ​ດ້ວຍ 13 ຂໍ​ໃຫ້​ຜູ້​ທີ່​ຕໍ່​ສູ້​ຂ້າ​ພຣະ​ອົງ​ຖືກ​ທຳ​ລາຍ​ແລະ​ຜ່າຍ​ແພ້​ໄປ ຂໍ​ໃຫ້​ຜູ້​ທີ່​ພຍາ​ຍາມ​ທຳ​ຮ້າຍ​ຂ້າ​ພຣະ​ອົງ​ຖືກ​ອັບ​ອາຍ​ຂາຍ​ຫນ້າ​ແລະ​ເຊື່ອມ​ເສັຽກຽດ 14 ຂ້າ​ພຣະ​ອົງ​ຈະ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ອົງ​ຕ​ລ​ອດ​ໄປ ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນ​ພຣະ​ອົງ​ຫ​ລາຍກວ່າ​ເກົ່າ 15 ແລະ​ຂ້າ​ພຣະ​ອົງ​ຈະ​ກ່າວ​ແຕ່​ເຣື່ອງ​ຄວາມ​ຊອບ​ທັມ ແລະ​ຄວາມ​ຊ່ອຍ​ໃຫ້​ຫ​ພົ້ນ​ຂອງ​ພຣະ​ອົງ​ຕລອດ​ມື້ ເຖິງ​ແມ່ນ​ວ່າ​ຂ້າ​ພຣະ​ອົງ​ບໍ່​ເຂົ້າ​ໃຈ​ຄັກ ຂ້າ​ພຣະ​ອົງ​ກໍຈະ​ຍັງ​ເວົ້າ​ເຖິງ​ຢູ່ 16 ໂອ ຂ້າ​ແດ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ສັຣ​ເສີນ​ອຳ​ນາດ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ປ່າວ​ປະ​ກາດ​ແຕ່​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ 17 ຕັ້ງ​ແຕ່​ຂ້າ​ພຣະ​ອົງ​ຍັງ​ຫນຸ່ມ ພຣະ​ອົງ​ເຄີຍ​ສັ່ງ​ສອນ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງຍັງ​ຈະ​ບອກ​ຄົນ​ອື່ນ​ເຖິງ​ກິຈ​ການອັ​ນ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ 18 ຂ້າ​ແດ່​ພຣະ​ເຈົ້າ ເຖິງ​ແມ່ນ​ວ່າ​ຂ້າ​ພຣະ​ອົງ​ເຖົ້າ​ແກ່​ຈົນ​ຜົມ​ຫງອກ​ແລ້ວກໍ​ຕາມ ຂໍ​ພຣະ​ອົງ​ຢ່າ​ຊົງ​ປະ​ລະ​ຂ້າ​ພຣະ​ອົງ​ເລີຍ ໃນຂະ​ນະ​ທີ່​ຂ້າ​ພຣະ​ອົງປະ​ກາດ​ເຖິງ​ອຳ​ນາດ​ແລະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະອົງ​ແກ່​ຄົນ​ຣຸ່ນ​ຫລັງ ຂໍ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ຂ້າ​ພຣະ​ອົງ 19 ຂ້າ​ແດ່​ພຣະ​ເຈົ້າ ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ​ສູງ​ຈຸ​ຟ້າ ພຣະ​ອົງ​ຊົງ​ກະ​ທຳ​ການ​ອັນ​ຍິ່ງ​ໃຫຍ່ ບໍ່​ມີຜູ້​ໃດ​ເຫມືອນ​ດັ່ງ​ພຣະ​ອົງ 20 ພຣະ​ອົງ​ຊົງ​ໃຫ້​ຄວາມທຸກ​ຍາກ​ລຳ​ບາກ​ແລະ​ການ​ທໍ​ຣະ​ມານ​ຕົກ​ຖືກ​ຂ້າ​ພຣະ​ອົງ ແຕ່​ພຣະ​ອົງ​ຈະ​ຊົງ​ເສີມ​ສ້າງ​ເຫື່ອ​ແຮງ​ຂອງ​ຂ້າ​ພຣະ​ອົງ​ຂຶ້ນ​ໃຫມ່ ແລະ​ຈະ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ 21 ພຣະ​ອົງ​ຈະ​ຊົງ​ທຳ​ໃຫ້​ຂ້າ​ພຣະ​ອົງ​ມີ​ຍົດ​ຖາ​ບັ​ນ​ດາ​ສັກ​ຫລາຍກວ່າ​ເກົ່າ ແລະ​ຈະ​ຊົງ​ປະ​ເລົ້າ​ປະ​ໂລມ​ໃຈ​ຂ້າ​ພຣະ​ອົງ 22 ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນ​ພຣະ​ອົງ​ດ້ວຍ​ສຽງ​ພິນ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນ​ຄວາມ​ສັດ​ຊື່​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ດີດ​ພິນ​ແລະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ ຜູ້​ຊົງ​ເປັນອົງ​ບໍ​ຣິ​ສຸດ​ຂອງ​ພວກ​ອິສ​ຣາ​ເອນ 23 ຂ້າ​ພຣະ​ອົງຈະ​ໂຮ່​ຮ້ອງ​ຢ່າງ​ມ່ວນ​ຊື່ນ​ໃນ​ຂ​ນະ​ທີ່​ດີດ​ພິນ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ດ້ວຍ​ຫມົດ​ຈິດ​ຫມົດ​ໃຈ​ຂອງ​ຂ້າ​ພຣະ​ອົງ ເພາະ​ວ່າ​​ພຣະ​ອົງ​ຊົງ​ຊ່ອຍ​ຂ້າ​ພຣະອົງ​ໃຫ້​ພົ້ນ​ພັຍ 24 ຂ້າ​ພຣະ​ອົງ​ຈະ​ກ່າວ​ແຕ່​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ​ຕລອດ​ວັນ ເພາະ​ວ່າ​ຜູ້​ທີ່​ພຍາຍາມ​ທຳ​ອັນ​ຕະ​ຣາຍ​ແກ່​ຂ້າ​ພຣະ​ອົງ​ຈະ​ຖືກ​ອັບ​ອາຍ​ຂາຍ​ຫນ້າ​ແລະ​ເຊື່ອມ​ເສັຽກຽດ

ເພງສັຣເສີນ 72

ການ​ປົກ​ຄອງ​ຂອງ​ພຣະ​ຣາ​ຊາ​ຜູ້​ຊອບ​ທັມ ຂອງ​ໂຊ​ໂລ​ໂມນ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ປະ​ທານ​ຄວາມ​ຍຸດ​ຕິ​ທັມ​ຂອງພຣະ​ອົງ​ແກ່​ພຣະ​ຣາ​ຊາ ແລະ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ​ແກ່​ຣາ​ຊ​ໂອ​ຣົດ 2 ເພື່ອ​ທ່ານ​ຈະ​ໄດ້​ພິ​ພາກ​ສາ​ໄພ່​ພົນຂອງ​ພຣະ​ອົງ​ ດ້ວຍ​ຄວາມ​ຊອບ​ທັມ ແລະ​ຄົນ​ຍາກ​ຈົນ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ 3 ໃຫ້​ພູ​ບັງ​ເກີດ​ສັນ​ຕິ​ສຸກ​ສຳ​ລັບ​ປະ​ຊາ​ຊົນ ແລະ​ເນີນ​ເຂົາ ໂດຍ​ຄວາມ​ຊອບ​ທັມ 4 ຂໍ​ທ່ານ​ສູ້​ຄະ​ດີ​ຂອງ​ຄົນ​ຍາກ​ຈົນ​ແຫ່ງ​ປະ​ຊາ​ຊົນ​ໃຫ້​ການ​ຊ່ອຍ​ກູ້​ແກ່​ລູກ​ຫລານ​ຂອງ​ຄົນ​ຂັດສົນ ແລະ​ຜາບ​ແພ້​ຜູ້​ບີບ​ບັງ​ຄັບ 5 ຂໍ​ໃຫ້​ທ່ານ​ດຳ​ຣົງ​ຊີ​ວິດ​ຕາບ​ທີ່​ດວງ​ອາ​ທິດ​ຄົງ​ຢູ່ ຕາບ​ເທົ່າ​ດວງ​ຈັນ​ຕລອດ​ຊົ່ວ​ຊາດ​ອາ​ຍຸ​ຄົນ 6 ຂໍ​ໃຫ້​ທ່ານ​ເປັນ​ເຫມືອນ​ຝົນ​ທີ່​ຕົກ​ເທິງ​ຫຍ້າ​ທີ່​ຕັດ​ແລ້ວ ເຫ​ມືອນ​ຫ່າ​ຝົນ​ທີ່​ຫົດ​ແຜ່ນ​ດິນ​ໂລກ 7 ໃນ​ສະ​ໄຫມ​ຂອງ​ທ່ານ ຂໍ​ຄວາມ​ຊອບທັມ​ຈະ​ເຣີນ​ຂຶ້ນ ແລະ​ສັນ​ຕິ​ພາບ​ອັນ​ອຸ​ດົມ ຈົນ​ບໍ່​ມີ​ດວງ​ຈັນ 8 ຂໍ​ທ່ານ​ຄອບ​ຄອງ​ຈາກ​ທະ​ເລ​ເຖິງ​ທະ​ເລ ແລະ​ຈາກ​ແມ່​ນ້ຳ​ນັ້ນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ 9 ບັນ​ດາ​ຜູ້​ທີ່​ຢູ່​ໃນ​ຖິ່ນກັນ​ດານ​ຈະ​ກາບ​ລົງ​ຕໍ່​ເຂົາ ແລະ​ໃຫ້​ບັນ​ດາ​ສັດ​ຕຣູ​ຂອງ​ທ່ານ​ເລັຽ​ຜົ​ງ​ຝຸ່ນ​ດິນ 10 ຂໍ​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ເມືອງ​ທາ​ຣ໌​ຊິ​ສ​ ແລະ​ຂອງ​ເກາະ​ທັງ​ປວງ​ຖວາຍ​ຣາ​ຊ​ບັນ​ນາ​ການ ຂໍ​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ເຊ​ບາ​ ແລະ​ເສ​ບານຳ​ຂອ​ງກຳ​ນັນ 11 ຂໍ​ພຣະ​ຣາ​ຊາ​ທັງ​ປວງ​ກາບ​ລົງ​ໄຫວ້​ທ່ານ ບັນ​ດາ​ປະ​ຊາ​ຊາດ​ຈົ່ງ​ຮັບ​ໃຊ້​ທ່ານ 12 ເພາະ​ທ່ານ​ຊ່ອຍ​ກູ້​ຄົນ​ຂັດ​ສົນ​ເມື່ອ​ເຮົາ​ຮ້ອງ​ທູນ​ ຄົນ​ຍາກ​ຈົນ ແລະ​ຄົນ​ທີ່​ໄຮ້​ຜູ້​ອຸ​ປ​ຖັມ 13 ທ່ານສົງ​ສານ​ຄົນ​ອ່ອນ​ເປັ້ຽ ແລະ​ຄົນ​ຂັດ​ສົນ ແລະ​ຊ່ອຍ​ຊີ​ວິດ​ບັນ​ດາ​ຄົນ​ຂັດ​ສົນ 14 ທ່ານ​ໄຖ່​ຊີ​ວິດ​ຂອງ​ເຂົາ​ຈາກ​ການ​ບີບ​ບັງ​ຄັບ​ແລະ​ຄວາມ​ທາ​ຣຸນ ແລະ​ໂລ​ຫິດ​ຂອງ​ເຂົາ​ກໍ​ປະ​ເສີດ​ໃນ​ສາຍ​ຕາ​ຂອງ​ທ່ານ 15 ຂໍ​ທ່ານ​ຜູ້​ນັ້ນ​ມີ​ຊີ​ວິດ​ຍືນ​ນານ ໃຫ້​ຄົນ​ຖວາຍ​ທອງ​ຄຳ​ເມືອງ​ເຊ​ບາ​ແກ່​ທ່ານ ໃຫ້​ເຂົາ​ອ້ອນວອນ​ເພື່ອ​ທ່ານ​ເລື້ອຍ​ໄປ ແລະ​ອວຍ​ພອນ​ທ່ານ​ຕລອດ​ວັນ 16 ຂໍ​ໃຫ້​ມີ​ເຂົ້າ​ອຸ​ດົມ​ໃນ​ແຜ່ນ​ດິນ ໃຫ້​ມັນ​ແກວ່ງ​ໄກວ​ຮວງ​ຢູ່​ເທິງຍອດ​ພູທັງ​ຫລາຍ ຂໍ​ໃຫ້​ຜົນ​ຂອງ​ແຜ່ນດິນ​ໂລກ​ເຫມືອນ​ເລ​ບາ​ນອນ ແ​ລະ​ໃຫ້​ຄົນ​ບານ​ອອກ​ມາ​ຈາກ​ນະ​ຄອນ​ເຫມືອນ​ຫຍ້າ​ໃນ​ທົ່ງ​ນາ 17 ຂໍ​ນາມ​ຂອງ​ທ່ານດຳ​ຣົງ​ຢູ່​ເປັນ​ນິດ ຊື່​ສຽງ​ຂອງ​ທ່ານ​ຢັ້ງ​ຍືນ​ຢ່າງດວງ​ອາ​ທິດ ໃຫ້​ຄົນ​ອວຍ​ພອນ​ກັນ​ເອ​ງໂດຍ​ໃຊ້​ຊື່​ທ່ານ ປະ​ຊາຊາ​ທັງ​ປວງ​ເອີ້ນ​ທ່ານ​ວ່າ ຜູ້​ໄດ້​ຮັບ​ພຣະ​ພອນ 18 ສາ​ທຸ​ການ​ແດ່​ພຣະ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ຜູ້​ຊົງ​ກະ​ທຳ​ສິ່ງ​ມະ​ຫັດ​ສະ​ຈັນ​ແຕ່​ພຣະ​ອົງ​ດຽວ 19 ສາ​ທຸ​ການ​ແດ່​ພຣະ​ນາມ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ​ເປັນ​ນິດ ຂໍ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ເຕັມ​ໂລກ ອາ​ແມນ ແລະ​ອາ​ແມນ 20 ຄຳ​ອ້ອນວອນ​ຂອງ​ດາ​ວິດ ບຸດ​ຊາຍ​ຂອງ​ເຈ​ສ​ຊີ ຈົບ​ເທົ່າ​ນີ້

ເພງສັຣເສີນ 73

ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ ເພງ​ສັຣເສີນ ​ຂອງ​ອາ​ສາ​ຟ

1 ພຣະ​ເຈົ້າ​ຊົງ​ດີ​ຕໍ່ອິສ​ຣາ​ເອນ​ຢ່າງ​ແທ້​ຈິງ ແລະ​ຕໍ່​ຜູ້​ມີ​ຈິດ​ໃຈ​ບໍ​ຣິ​ສຸດ 2 ແຕ່​ຝ່າຍ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ເກືອບ​ລົ້ມ​ລົງ ຕີນຂອງ​ຂ້າ​ພຣະ​ອົງ​ເກືອບ​ມື່ນ​ພະ​ລາດ​ໄປ 3 ເພາະ​ຂ້າ​ພຣະ​ອົງ​ໄດ້​ອິດ​ສາ​ຄົນ​ຈອງ​ຫອງ ຄື​ຄົນ​ຊົ່ວ​ຮ້າຍ​ທີ່​ຈະ​ເຣີ​ນ​ຮຸ່ງ​ເຮືອງ 4 ເຂົາ​ບໍ່​ໄດ້​ທົນ​ທຸກ​ທໍ​ຣະ​ມານ ເຂົາ​ມີ​ສຸຂະ​ພາບ​ສົມ​ບູນ 5 ເຂົາ​ບໍ່​ໄດ້​ທົນ​ທຸກ​ທໍ​ຣະ​ມານ​ເຫມືອນ​ຄົນ​ອື່ນ ແລະ​ບໍ່​ມີ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ເຫມືອນ​ຄົນ​ອື່ນ​ມີ​ຢູ່ 6 ເຂົາ​ເອົາ​ຄວາມ​ຈອງ​ຫອງ​ເຂົ້າ​ໃສ່​ຕົວ ດັ່ງ​ເອົາ​ສາຍ​ສ້ອຍ​ຄ້ອງ​ຄໍ​ໄວ້ ແລະ​ເອົາ​ຄວາມ​ໂຫດ​ຮ້າຍ​ຫຸ້ມ​ຫໍ່​ຕົວ​ເຫມືອນ​ຫົ່ມ​ເສື້ອ​ຄຸມ 7 ຫົວ​ໃຈ​ເຂົາ​ສະ​ແດງ​ອອກ​ແຕ່​ຄວາມ​ຊົ່ວ​ຮ້າຍ ແລະ​ຈິດ​ໃຈ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ກົນ​ອຸ​ບາຍ​ອັນ​ຊົ່ວ​ຮ້າຍ 8 ເຂົາ​ຫົວ​ຂວັນ​ແລະ​ເວົ້າ​ຫຍໍ້​ຫຍັນ​ຄົນ​ອື່ນ ເຂົາ​ຈອງ​ຫອງ​ແລະ​ເວົ້າ​ແຕ່​ຄວາມ​ຊົ່ວ 9 ເຂົາ​ເວົ້າ​ຄວາມ​ຊົ່ວ​ຊ້າ​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ປະ​ທັບ​ຢູ່ເທິງຟ້າ​ສວັນ​ ແລະ​ອອກ​ຄຳ​ສັ່ງ​ຢ່າງອວດ​ອ້າງ​ຈອງ​ຫອງ​ແກ່​ມະ​ນຸດ​ຢູ່​ໃນ​ໂລກ​ນີ້ 10 ຈົນ​​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ກັບ​ໄປ​ຫາ​ເຂົາ ແລະ​ມັກ​ເຊື່ອ​ຄຳ​ເວົ້າ​ຂອງ​ເຂົາ 11 ເຂົາ​ເວົ້າ​ວ່າ, “ພຣະ​ເຈົ້າ​ບໍ່​ຮູ້​ຫຍັງ​ດອກ ພຣະ​ຜູ້​ຊົງ​ຍິ່ງ​ໃຫຍ່​ກໍ​ຈະ​ບໍ່​ພົບ​ພໍ້​ສິ່ງ​ໃດ” 12 ຄົນຊົ່ວ​ຊ້າ​ກໍ​ເປັນ​ຢ່າງ​ນີ້ ເຂົາ​ມີ​ທຸກ​ສິ່ງ​ອຸດົມ​ສົມ​ບູນ ແລະ​ຈະ​ເຣີນ​ຂຶ້ນ​ເລື້ອຍໆ 13 ການ​ທີ່​ຂ້າ​ພຣະ​ອົງ​ທຳ​ຕົນ​ໃຫ້​ບໍ​ຣິ​ສຸດ ແລະ​ລ້າງ​ມື​ໃຫ້​ສະ​ອາດ​ຈາກ​ຄວາມ​ຜິດນັ້ນ ຈະ​ບໍ່​ມີ​ປ​ໂຍດ​ຫຍັງ​ບໍ່? 14 ພຣະ​ອົງ​ຊົງ​ທຳ​ໃຫ້​ຂ້າ​ພຣະ​ອົງ​ທົນ​ທຸກ​ທໍ​ຣະ​ມານ​ຕລອດ​ວັນ ແລະ​ພຣະ​ອົງ​ຊົງ​ລົງ​ໂທດ​ຂ້າ​ພຣະ​ອົງ​ທຸກໆ​ເຊົ້າ 15 ຫາກວ່າ​ຂ້າ​ພຣະ​ອົງ​ໄດ້​ເວົ້າ​ຢ່າງ​ນີ້ ຂ້າ​ພຣະ​ອົງ​ກໍ​ຈະ​ເປັນ​ຄົນ​ບໍ່​ສັດ​ຊື່​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ 16 ເຖິງ​ແມ່ນ​ວ່າ​ກາ​ນນີ້​ຍາກ​ເທົ່າ​ໃດ​ກໍ​ຕາມ ຂ້າ​ພຣະ​ອົງ​ກໍ​ໄດ້​ພ​ຍາ​ຍາມ​ຢ່າງ​ສຸດ​ຄວາມ​ສາ​ມາດ​ເພື່ອ​ໃຫ້​ເຂົ້າ​ໃຈ​ເຣື່ອງ​ນີ້ 17 ຈົນ​ກວ່າ​ຂ້າ​ພຣະ​ອົງ​ໄດ້​ໄປ​ເຖິງ​ພຣະວິຫານ​ຂອງພຣະ​ອົງ ແລະ​ເຂົ້າ​ໃຈ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ຊົ່ວ​ຮ້າຍ​ນັ້ນ 18 ແນ່ນອນ​ທີ່​ສຸດ ພຣະ​ອົງ​ຊົງ​ປ່ອຍ​ໃຫ້​ເຂົາ​ພະ​ລາດ​ລົ້ມ ແລະ​ໃຫ້​ເຂົາ​ຖືກ​ທຳ​ລາຍ​ໄປ 19 ເຂົາ​ຖືກ​ທຳ​ລາຍ​ໃນ​ບັດ​ດຽວ ແລະ​ລົງ​ໄປ​ສູ່​ຈຸດ​ຈົບ​ອັນ​ຫນ້າ​ຢ້ານ​ໃນ​ຂັ້ນ​ສຸດ​ທ້າຍ 20 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຊີ​ວິດ​ຂອງ​ເຂົາ​ເປັນ​ເຫມືອນ​ຄວາມ​ຝັນ ເມື່ອ​ພຣະ​ອົງ​ຊົງ​ຕື່ນ​ຈາກ​ບັນ​ທົມ ພຣະ​ອົງ​ກໍ​ລືມ​ສິ່ງ​ທີ່​ເຂົາ​ເປັນ​ມາ​ນັ້ນ 21 ເມື່ອ​ຈິດ​ໃຈ​ຂົມ​ຂື່ນ ຂ້າ​ພຣະ​ອົງ​ຮູ້​ສຶກ​ເຈັບ​ປວດ 22 ຂ້າ​ພຣະ​ອົງ​ເປັນ​ຄົນ​ໂງ່​ຈ້າ​ແລະ​ຂາດ​ຄວາມ​ເຂົ້າ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ທຳ​ຕົນ​ເຫມືອນ​ສັດ​ເດັຽ​ລະ​ສານ 23 ແຕ່​ແລ້ວ ຂ້າ​ພຣະ​ອົງ​ກໍ​ຢູ່​ກັບ​ພຣະ​ອົງ​ເລື້ອຍ​ມາ ພຣະ​ອົງ​ຊົງ​ຈູງ​ແຂນ​ຂ້າ​ພຣະ​ອົງ​ໄປ 24 ພຣະ​ອົງ​ຊົງ​ນຳ​ພາ​ຂ້າ​ພຣະ​ອົງ​ດ້ວ​ຍການ​ຕັກ​ເຕືອນ​ຂອງ​ພຣະ​ອົງ ແລະ​ໃນ​ທີ່​ສຸດ​ພຣະ​ອົງ​ຈະ​ຕ້ອນ​ຮັບ​ຂ້າ​ພຣະ​ອົງ​ດ້ວຍ​ກຽດ​ຕິ​ຍົດ 25 ນອກ​ຈາກ​ພຣະ​ອົງ ຂ້າ​ພຣະ​ອົງ​ບໍ່​ມີ​ຜູ້​ໃດ​ອີກ​ໃນ​ຟ້າສວັນ​ ແລະ​ຂ້າ​ພຣະ​ອົງ​ບໍ່​ຕ້ອງ​ການ​ເຮັດ​ສິ່ງ​ໃດ​ອີກ​ໃນ​ໂລກ​ນີ້ 26 ຈິດ​ໃຈ​ແລະ​ຮ່າງ​ກາຍ​ຂອງ​ຂ້າ​ພຣະ​ອົງ​ອ່ອນ​ແຮງ​ລົງ ແຕ່​ພຣະ​ເຈົ້າ​ຊົງ​ເປັນ​ກຳ​ລັງ​ເຊີດ​ຊູ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ທຸກ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ຕ້ອງ​ການ​ຕລອດ​ໄປ 27 ແນ່ນອນ​ທີ່​ສຸດ ຜູ້​ທີ່​ປະ​ລະ​ພຣະ​ອົງ​ໄປ​ຈະ​ຕ້ອງ​ຕາຍ​ແລະ​ຈະ​ຖືກທຳ​ລາຍ 28 ແຕ່​ສຳ​ລັບ​ຂ້າ​ພຣະ​ອົງ ເປັນ​ການ​ດີ​ທີ່​ສຸດ​ທີ່​ຢູ່​ໃກ້​ພຣະ​ອົງ ພຣະ​ອົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ຈະ​ປ່າວ​ປະ​ກາດ​ໃນ​ທຸກ​ໆ​ສິ່ງ​ທີ່ພຣະ​ອົງຊົງ​ກະ​ທຳ

ເພງສັຣເສີນ 74

ຄຳ​ອ້ອນວອນ​ພຣະ​ເຈົ້າ​ເພື່ອ​ໃຫ້​ຕໍ່​ສູ້​ສັດ​ຕຣູ​ແຫ່ງ​ຊົນ​ຊາດ​ຂອງ​ພຣະ​ອົງ ມັ​ສ​ຄິ​ລ​ບົດ​ນຶ່ງ ​ຂອງ​ອາ​ສາ​ຟ

1 ຂ້າ​ແດ່​ພຣະ​ເຈົ້າ ເຫດ​ໃດພຣະ​ອົງ​ຊົງ​ໂຍນຂ້າ​ພຣະອົງ​ທັງ​ຫລາຍ​ເສັຽ​ເປັນ​ນິດ ເຫດ​ໃດຄວາມກີ້ວ​ຂອງ​ພຣະ​ອົງ​ຈະກຸ່ນ​ຂຶ້ນ​ຕໍ່​ແກະ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພຣະ​ອົງ 2 ຂໍ​ຊົງ​ຣະ​ລຶກ​ເຖິງ​ຊຸມ​ນຸມ​ຊົນ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຊົງ​ຊຸບ​ລ້ຽງ​ມາ​ແຕ່​ດຶກ​ດຳ​ບັນ ຊຶ່ງພຣະ​ອົງ​ຊົງ​ໄຖ່​ໄວ້​ໃຫ້​ເປັນ​ເຜົ່າ​ແຫ່ງ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ ຂໍ​ຊົງ​ຣະ​ລຶກເຖິງ​ພູ​ຊີ​ໂອນ ຊຶ່ງ​ພຣະ​ອົງ​ຊົງ​ເຄີຍ​ປະ​ທັບ​ນັ້ນ 3 ຂໍ​ຊົງ​ນຳ​ຍ່າງ​ພຣະ​ບາດ​ຂອງ​ພຣະ​ອົງ​ໄປ​ຍັງ​ທີ່​ສະ​ລັກ​ຫັກ​ພັງ​ເປັນ​ນິດ ສັດ​ຕຣູ​ໄດ້​ທຳ​ລາຍ​ທຸກ​ສິ່ງ​ໃນ​ສະ​ຖານ​ນະ​ມັ​ສ​ການ 4 ພວກ​ຄູ່​ສັດ​ຕຣູ​ຂອງ​ພຣະ​ອົງ​ຄຳ​ຣາມ​ຢູ່​ກາງ​ສະ​ຖານ​ປະ​ຊຸມ​ຂອງ​ພຣະ​ອົງ ເຂົາ​ຕັ້ງ​ຫມາຍ​ສຳ​ຄັນ​ຂອງ​ເຂົາ​ເອງ​ໄວ້​ເປັນ​ຫມາຍ​ສຳ​ຄັນ 5 ເບິ່ງ​ເຂົາ​ເປັນ​ເຫມືອນ​ຄົນ​ຍົກ​ຂວານ​ຂຶ້ນເຫນືອພຸ່ມຕົ້ນ​ໄມ້ 6 ແລ້ວ​ບັນ​ດາ​ໄມ້​ທີ່​ແກະ​ສະ​ລັກ​ທັງ​ສິ້ນ ເຂົາ​ກໍ​ພັງ​ລົງມາ​ເສັຽດ້ວຍ​ຂວານ​ແລະ​ຄ້ອນ 7 ເຂົາ​ເອົາ​ໄຟ​ເຜົາ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະ​ອົງ ເຂົາ​ທຳ​ລາຍ​ຄວາມ​ສັກ​ສິດ​ແຫ່ງ​ສະ​ຖານ​ທີ່​ພຣະ​ນາມ​ຂອງ​ພຣະ​ອົງ​ປະ​ທັບ​ນັ້ນ​ເຖິງ​ດິນ 8 ເຂົາ​ຣຳ​ພຶງ​ໃນ​ໃຈ​ວ່າ, “ເຮົາ​ຈະ​ເອົາ​ຊະນະ​ເຂົາທັງ​ຫລາຍ​ໃຫ້​ສິ້ນ​ເຊີງ” ເຂົາ​ເຜົາ​ບັນ​ດາ​ສະ​ຖານ​ປະ​ຊຸມ​ຂອງ​ພຣະ​ເຈົ້າ​ທີ່​ໃນ​ແຜ່ນ​ດິນ​ຫມົດ 9 ພວກ​ເຮົາ​ບໍ່​ເຫັນ​ຫມາຍ​ສຳ​ຄັນ​ທັງ​ຫລາຍ​ຂອງ​ເຮົາ ບໍ່​ມີ​ຜູ້​ເຜີຍ​ພຣະ​ວັ​ຈ​ນະ​ອີກ​ແລ້ວໃນ​ພວກ​ເຮົາ ບໍ່​ມີ​ໃຜ​ຮູ້​ວ່າ​ເຫິງ​ປານ​ໃດ 10 ຂ້າ​ແດ່​ພຣະ​ເຈົ້າ ຄູ່​ສັດ​ຕຣູ​ຈະ​ເຍີ້ຍ​ຢູ່​ດົນ​ປານ​ໃດ ສັດ​ຕຣູ​ຈະ​ກ່າວຄຳ​ຫຍາບ​ຊ້າ​ຕໍ່​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ນິດ​ຫລື 11 ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຫົດ​ພຣະ​ຫັດ​ຂອງ​ພຣະ​ອົງ​ເສັຽ ຄື​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ ຂໍ​ຊົງ​ຢຽດ​ພຣະ​ຫັດ​ຈາກພຣະ​ຊວງ​ຂອງ​ພຣະ​ອົງ​ທຳ​ລາຍ​ເຂົາ​ເສັຽ 12 ເຖິ ງ​ປານ​ນັ້ນ ພຣະ​ເຈົ້າ​ກະ​ສັດ​ຂອງ​ຂ້າ​ພຣະ​ອົງ ຊົງ​ປະ​ກ​ອບ​ກິ​ຈ​ຄວາມ​ລອດ​ຖ້າມ​ກາງ​ແຜ່ນ​ດິນ​ໂລກ 13 ພຣະ​ອົງ​ຊົງ​ແຍກ​ທະ​ເລ​ດ້ວຍ​ຣິດ​ທາ​ນຸ​ພາບ​ຂອງພຣະ​ອົງ ພຣະ​ອົງ​ຊົງ​ຫັກ​ຫົວ​ມັງ​ກອນ​ເທິງ​ນ້ຳ 14 ພຣະ​ອົງ​ຊົງ​ຂະ​ຍີ້​ຫົວ​ທັງ​ຫລາຍ​ຂອງ​ເລ​ວີ​ອາ​ທານ ພຣະ​ອົງ​ປະ​ທານ​ມັນ​ໃຫ້​ເປັນ​ອາ​ຫານ​ຂອງ​ສັ​ພ​ສັດ​ແຫ່ງ​ຖິ່ນ​ກັນ​ດານ 15 ພຣະ​ອົງ​ຊົງ​ແຍກ​ເປີດນ້ຳ​ພຸ​ແລະ​ລຳ​ທານ ພຣະ​ອົງ​ຊົງ​ໃຫ້​ແມ່​ນ້ຳ​ທີ່​ໄຫລ​ຢູ່​ສ​ເມີ​ແຫ້ງ​ໄປ 16 ວັນ​ເປັນ​ຂອງ​ພຣະ​ອົງ ຄືນ​ເປັນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ສະ​ຖາ​ປະ​ນາ​ດວງ​ສວ່າງ​ແລະ​ດວງ​ອາ​ທິດ 17 ພຣະ​ອົງ​ຊົງ​ຈັດ​ເຂດ​ທັງ​ສິ້ນ​ຂອງ​ແຜ່ນ​ດິນ​ໂລກ ພຣະ​ອົງ​ຊົງ​ສ້າງ​ຣະ​ດູ​ຮ້ອນ​ແລະ​ຣະ​ດູ​ຫນາວ 18 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ລະ​ນຶກ​ເຖິງ​ຂໍ້​ນີ້​ວ່າ ສັດ​ຕຣູ​ເຍາະ​ເຍີ້ຍ​ຢ່າງ​ໃດ ແລະ​ຊົນ​ຊາດ​ໂງ່​ໄດ້​ກ່າວ​ຄຳ​ຫຍາບ​ຊ້າ​ຕໍ່​ພຣະ​ນາມ​ຂອງ​ພຣະ​ອົງ​ຢ່າງ​ໃດ 19 ຂໍ​ຢ່າ​ຊົງ​ມອບ​ວິນ​ຍານ​ນົກ​ເຂົາ​ຂອງ​ພຣະ​ອົງ​ແກ່​ສັດ​ປ່າ ຂໍ​ຢ່າ​ຊົງ​ລືມ​ຊີ​ວິດ​ຄົນ​ຍາກ​ຈົນ​ຂອງ​ພຣະ​ອົງ​ເປັນ​ນິດ 20 ຂໍ​ສົນ​ພຣະ​ທັຍ​ໃນ​ຄຳສັນ​ຍາ​ຂອງ​ພຣະ​ອົງ ເພາະ​ສະ​ຖານ​ທີ່​ມືດ​ຂອງແຜ່ນ​ດິນ​ເຕັມ​ໄປ​ດ້ວ​ຍ​ທີ່​ຢູ່​ຂອງ​ຄວາມ​ທາ​ຣຸນ 21 ຂໍ​ຢ່າ​ໃຫ້​ຜູ້​ທີ່​ຖືກ​ຢຽບ​ຢ່ຳ​ໄດ້​ອາຍ ຂໍ​ໃຫ້​ຄົນ​ຈົນ​ແລະ​ຄົນ​ຂັດ​ສົນ​ສັຣເສີນ​ພຣະ​ນາມ​ຂອງ​ພຣະ​ອົງ 22 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ລຸກ​ຂຶ້ນ​ສູ້​ຄະ​ດີ​ຂອງ​ພຣະ​ອົງ ຂໍ​ຊົງ​ລະ​ນຶກວ່າ​ຄົນ​ໂງ່​ເຍີ້ຍ​ພຣະ​ອົງ​ຢູ່​ຕລອດ​ວັນ 23 ຂໍ​ຢ່າ​ຊົງ​ລືມ​ສຽງ​ຂອງ​ຄູ່​ສັດ​ຕຣູ​ຂອງ​ພຣະ​ອົງ ສຽງ​ອຶກ​ກະ​ທຶກ​ຂອງ​ຄົນ​ທັງ​ຫລາຍ​ທີ່​ຍົກ​ຍໍ​ຕົວ​ຕໍ່​ສູ້​ພຣະ​ອົງ​ກໍ​ຂຶ້ນ​ເນື່ອງໆ

ເພງສັຣເສີນ 75

ພຣະ​ເຈົ້າ​ຊົງ​ຕັດ​ສິນ​ຄວາມ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ທຳ​ນອງ​ຢ່າ​ທຳ​ລາຍ​ເພງ​ສັຣເສີນ​ ຂອງ​ອາ​ສາ​ຟ ບົດ​ເພງ

1 ຂ້າ​ພຣະ​ອົງ​ທັງ​ຫລາຍ​ຂໍ​ໂມ​ທະ​ນາ​ພຣະ​ອົງ ຂ້າ​ແດ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ທັງ​ຫລາຍ​ຂໍ​ໂມ​ທະ​ນາ​ພຣະ​ນາມ​ຂອງ​ພຣະ​ອົງ​ຢູ່​ໃກ້​ເຂົາ​ເລົ່າ​ເຖິງ​ພຣະ​ຣາ​ຊ​ກິຈອັດ​ສະ​ຈັນ​ຂອງ​ພຣະ​ອົງ 2 ເຖິງເວ​ລາ​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້ ເຮົາ​ຈະ​ພິ​ພາກ​ສາ​ດ້ວຍ​ຄວາມ​ທ່ຽງ​ທັມ 3 ເມື່ອ​ແຜ່ນ​ດິນ​ໂລກ​ຄອນ​ແຄນ​ພ້ອມ​ທັງ​ບັນ​ດາ​ຊາວ​ແຜ່ນ​ດິນ​ໂລກ​ນັ້ນ ຜູ້​ທີ່ຮັກ​ສາ​ພື້​ນ​ຖານ​ຂອງ​ມັນ​ໃຫ້​ຫມັ້ນ​ຢູ່ ຄື​ເຮົາ​ເອງ 4 ເຮົາ​ເວົ້າ​ກັບ​ຄົນ​ໂອ້ອວດ​ວ່າ, “ຢ່າ​ໂອ້ອວດ” ແລະ​ແກ່​ຄົນ​ອະ​ທັມ​ວ່າ, “ຢ່າ​ຍົກ​ຫົວ​ຂອງ​ເຈົ້າ​ຂຶ້ນ 5 ຢ່າ​ຍົກ​ຫົວ​ຂອງ​ເຈົ້າ​ຂຶ້ນ​ໃຫ້​ສູງ ຫລື​ເວົ້າ​ຈາ​ຢ່າງ​ຍະ​ໂສ” 6 ເພາະ​ການ​ຍົກ​ຂຶ້ນ​ນັ້ນ​ບໍ່​ໄດ້​ມາ​ຈາກ​ທິດ​ຕາ​ເວັນ​ອອກ​ຫລື​ທິດ​ຕາ​ເວັນ​ຕົກ ແລະ​ບໍ່​ແມ່ນ​ມາ​ຈາກ​ຖິ່ນ​ກັນ​ດານ 7 ແຕ່​ເປັນ​ພຣະ​ເຈົ້າ​ຜູ້​ຊົງ​ກະ​ທຳ​ການ​ພິ​ພາກ​ສາ ຊົງ​ໃຫ້​ຄົນ​ນຶ່ງ​ລົງ ແລະ​ຊົງ​ຍົກ​ອີກ​ຄົນ​ນຶ່ງ​ຂຶ້ນ 8 ເພາະ​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ມີ​ຈອກ​ຫນ່ວຍ​ນຶ່ງ ມີ​ເຫລົ້າ​ອະ​ງຸ່ນ​ເປັນ​ຟອງ​ປະ​ສົມ​ໄວ້​ດີ ພຣະ​ອົງ​ຊົງ​ເທ​ຂອງ​ດື່ມ​ຈາກ​ຈອກ​ນັ້ນ ແລະ​ຄົນ​ອະ​ທັມ​ຂອງ​ແຜ່ນ​ດິນໂລກ​ທັງ​ສິ້ນ​ຈະ​ດື່ມ​ຫມົດ​ຈົນ​ຢອດ​ສຸ​ດ​ທ້າຍ 9 ແຕ່​ຂ້າ​ພະ​ເຈົ້າ​ຈະ​ຍິນ​ດີ​ເປັນ​ນິດ ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ​ 10 “ເຣົາ​ຈະ​ທຳ​ລາຍ​ອຳ​ນາດ​ຂອງ​ຄົນ​ອະ​ທັມ​ອອກ​ຫມົດ ແຕ່​ອຳ​ນາດຂອງ​ຜູ້​ຊອບ​ທັມ​ຈະ​ທະ​ວີ​ຂຶ້ນ”

ເພງສັຣເສີນ 76

ພຣະ​ເຈົ້າ​ແຫ່ງ​ໄຊ​ຊະ​ນະ​ແລະ​ການ​ພິ​ພາກ​ສາ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ​ໃຊ້​ເຄື່ອງ​ສາຍ ເພງ​ສັຣເສີນ​ ຂອງ​ ອາ​ສາ​ຟ ບົດ​ເພງ

1 ໃນ​ຢູ​ດາ​ເຂົາ​ຮູ້​ຈັກ​ພຣະ​ເຈົ້າ ໃນ​ອິສ​ຣາ​ເອນ​ພຣະ​ນາມ​ຂອງ​ພຣະ​ອົງ​ຍິ່ງ​ໃຫຍ່ 2 ທີ່​ປະທັບ​ຂອງ​ພຣະ​ອົງ​ຕັ້ງ​ຢູ່​ໃນ​ຊາ​ເລັມ ທີ່​ພຳ​ນັກ​ຂອງ​ພຣະ​ອົງ​ຢູ່​ໃນ​ຊີ​ໂອນ 3 ທີ່​ນັ້ນ ພຣະ​ອົງ​ຊົງ​ຫັກ​ລູກ​ທະ​ນູ​ເພີງ​ ໂລ່ ດາບ​ ແລະ​ຍຸ​ດທະພັນ 4 ພຣະ​ອົງ​ຊົງ​ສະ​ງ່າ​ຣາ​ສີ​ສູງ​ສົ່ງ​ຍິ່ງ​ພູ​ເຂົາ​ນີ​ຣັນ 5 ດ້ວຍ​ວ່າ​ຄົນ​ໃຈ​ເຂັ້ມ​ແຂງ​ຖືກ​ປຸ້ນ​ສະ​ດົມ ເຂົາ​ຫລັບ​ຢູ່ ​ທະ​ຫານ​ທີ່​ອົງ​ອາດ​ເກັ່ງ​ກ້າ​ທັງ​ຫມົດບໍ່​ສາ​ມາດ​ໃຊ້​ມື​ຂອງ​ເຂົາ​ອີກ​ໄດ້​ແລ້ວ 6 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຢາ​ໂຄບ ພໍ​ພຣະ​ອົງ​ຊົງ​ຂະ​ຫນາບ​ທັງ​ມ້າ​ແລະ​ຄົນ​ຂີ່​ກໍ​ລ່ວງ​ລັບ​ໄປ 7 ແຕ່​ພຣະ​ອົງ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ທີ່​ຢ້ານກົວ ເມື່ອພຣະ​ອົງ​ຊົງ​ກີ້ວ​ຂຶ້ນ​ແລ້ວ ໃຜ​ຈະ​ຢືນ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ​ໄດ້ 8 ຈາກ​ຟ້າສວັນ​ພຣະ​ອົງ​ຊົງ​​ລັ່ນ​ຄຳ​ພິ​ພາກ​ສາ ທົ່ວ​ທັງ​ໂລກ​ກໍ​​ຢ້ານກົວ​ແລະ​ມິດ​ງຽບ 9 ເມື່ອ​ພຣະ​ເຈົ້າ​ຊົງ​ລຸກ​ຂຶ້ນ​ພິ​ພາກ​ສາ ເພື່ອ​ຊ່ອຍ​ຜູ້​ຖືກ​ບີບ​ບັງ​ຄັບ​ທັງ​ຫມົດ​ຂອງ​ແຜ່ນ​ດີນ​ໂລກ​ໃຫ້​ລອດ 10 ຄວາມ​ໂກດ​ຂອງ​ມະ​ນຸດ​ກໍ​ເປັນ​ແຕ່​ພຽງ​ການສັຣ​ເສີນພຣະ​ອົງ ຜູ້​ທີ່​ລອດ​ຈາກ​ການ​ເສິກ​ຈະສະ​ຫລອງ​ໄຊ​ຊະນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 11 ຈົ່ງ​ຖວາຍ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ເຈົ້າ​ຕາມ​ທີ່​ໄດ້​ສັນ​ຍາໄວ້ ໃຫ້​ຄົນ​ທີ່​ຢູ່​ອ້ອມ​ພຣະ​ອົງ​ນຳ​ຂອງ​ຂວັນ​ມາ​ຖວາຍ​ແກ່​ພຣະ​ອົງ​ຜູ້​ຊຶ່ງ​ເຂົາ​ຄວນ​ເກງ​ກົວ 12 ຜູ້​ຊົງ​ຕັດ​ນ້ຳ​ຈິດ​ຂອງ​ເຈົ້າ​ນາຍ ຜູ້​ຊົງ​ເປັນ​ທີ່​ຫນ້າ​ຢ້ານ​ກົວ​ແກ່​ບັນ​ດາ​ພຣະ​ຣາ​ຊາ​ແຫ່ງ​ແຜ່ນ​ດິນ​ໂລກ

ເພງສັຣເສີນ 77

ຄວາມ​ປອບ​ໃຈ​ອັນ​ໄດ້​ຈາ​ການ​ລະ​ນຶກ​ເຖິງ​ພຣະ​ ຣາ​ຊ​ກິຈ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ທຳ​ນອງ​ເຢ​ດູ​ທູນ ເພງ​ສັຣເສີນ​ ຂອງ​ ອາ​ສາ​ຟ

1 ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ພຣະ​ເຈົ້າ ທູນ​ຕໍ່​ພຣະ​ເຈົ້າ​ເພື່ອພຣະ​ອົງ​ຈະ​ຊົງ​ຟັງ​ຂ້າ​ພະ​ເຈົ້າ 2 ໃນ​ວັນ​ຍາກ​ລຳ​ບາກ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າສ​ແວງ​ຫາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ກາງ​ຄືນ​ມື​ຂ້າ​ພະ​ເຈົ້າ​ຢຽດ​ບໍ່​ຢຸດ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຮັບ​ຄຳ​ເລົ້າ​ໂລມ 3 ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ພຣະ​ເຈົ້າ ຂ້າ​ພະ​ເຈົ້າ​ກໍ​ຖອນ​ຫາຍ​ໃຈ ຂ້າ​ພະ​ເຈົ້າ​ຕຶກ​ຕອງ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ອ່ອນ​ລະ​ອາ​ໄປ 4 ພຣະ​ອົງ​ຊົງ​ຈັບ​ຫນັງ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ບໍ່​ໃຫ້​ປິດ ຂ້າ​ພະ​ເຈົ້າ​ທຸກ​ຫລາຍ​ຈົນ​ເວົ້າ​ບໍ່​ອອກ 5 ຂ້າ​ພະ​ເຈົ້າ​ພິ​ຈາ​ຣະ​ນາ​ເຖິງ​ສະ​ໄຫມ​ກ່ອນ ຂ້າ​ພະ​ເຈົ້າ​ຈຳ​ປີ​ທີ່​ນົມ​ນານ​ມາ​ແລ້​ວໄດ້ 6 ຂ້າ​ພະ​ເຈົ້າ​ພາ​ວະ​ນາ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ກາງ​ຄືນ ຂ້າ​ພະ​ເຈົ້າ​ຕຶກ​ຕອງ​ແລະ​ວິນ​ຍານ​ຈິດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຊອກ​ຫາ 7 “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປະ​ຖິ້ມ​ເປັນ​ນິດ ແລະ​ຈະ​ບໍ່​ເຄີຍ​ພໍ​ພຣະ​ທັຍ​ອີກ​ຫລື 8 ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຈະ​ລະ​ງັບ​ຢຢູ່ເປັນ​ນິດ​ຫລື ພຣະ​ສັນ​ຍາ​ຂອງ​ພຣະ​ອົງ​ຈະ​ສິ້ນ​ສຸດຕລອດ​ຊົ່ວ​ອາ​ຍຸ​ຄົນ​ຫລື 9 ພຣະ​ເຈົ້າ​ຊົງ​ລືມທີ່​ຈະ​ຊົງ​ພຣະ​ກະ​ຣຸ​ນາ​ຫລື ເພາະພຣະ​ພິ​ໂຣດ ພຣະ​ອົງ​ຈຶ່ງ​ປິດ​ຄວາມ​ສັງ​ເວດ​ເສັຽ​ຫລື” 10 ແລະ​ຂ້າ​ພະ​ເຈົ້າ​ວ່າ, “ທີ່​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ​ຜູ້​ສູງ​ສຸດ​ປ່ຽ​ນ​ໄປ ນັ້ນ​ແຫລະ​ເປັນ​ຄວາມ​ທຸກ​ຂອງ​ຂ້າ​ພະ​ເຈົ້າ” 11 ຂ້າ​ພະ​ເຈົ້າ​ຈະ​ຣະ​ລຶກ​ເຖິງ​ພຣະ​ຣາ​ຊ​ກິຈ​ທັງ​ປວງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ຈົດ​ຈຳ​ບັນ​ດາ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ໃນ​ສະ​ໄຫມ​ກ່ອນໆ 12 ຂ້າ​ພຣະ​ອົງ​ຈະ​ຕຶກ​ຕອງ​ເຖິງ​ພຣະ​ຣາ​ຊ​ກິຈ​ອັນ​ຊົງ​ຣິດ​ຂອງ​ພຣະ​ອົງ 13 ຂ້າ​ແດ່​ພຣະ​ເຈົ້າ ວິ​ທີ​ການ​ຂອງ​ພຣະ​ອົງ​ບໍ​ຣິ​ສຸດ ບໍ່​ມີ ພຣະ​ ອົງ​ໃດ​ຈະ​ຍິ່ງ​ໃຫຍ່​ກວ່າພຣະ​ເຈົ້າ​ຂອງ​ເຮົາ 14 ພຣະ​ອົງ​ຄື​ພຣະ​ເຈົ້າ​ຜູ້​ຊົງ​ກະ​ທຳ​ການ​ອັດ​ສະ​ຈັນ ຜູ້​ຊົງ​ສຳ​ແດງ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ 15 ພຣະ​ອົງ​ໄດ້​ຊົງ​ໄຖ່​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ດ້ວຍ​ພຣະ​ກອນ​ຂອງ​ພຣະ​ອົງ ຄື​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ແລະ​ໂຢ​ເຊັບ 16 ເມື່ອ​ນ້ຳ​ເຫັນ​ພຣະ​ອົງ, ຂ້າ​ແດ່​ພຣະ​ເຈົ້າ ເມື່ອ​ນ້ຳ​ເຫັນ​ພຣະ​ອົງ​ມັນ​ກໍ​ເກງ​ກົວ​ ບ່ອນ​ເລິກ​ໃນ​ທ້ອງ​ທະ​ເລກໍ​ສັ່ນ​ສະ​ເທືອນ​ດ້ວຍ 17 ເມກ​ເທ​ນ້ຳ​ລົງ​ມາ ທ້ອງ​ຟ້າ​ກໍ​ຄະ​ນອງ​ສຽງ ລູກ​ທະ​ນູ​ຂອງ​ພຣະ​ອົງ​ກໍ​ປິວ​ໄປ​ປິວ​ມາ 18 ຟ້າ​ຜ່າ​ຂອງ​ພຣະ​ອົງ​ມີ​ສຽງ​ຢູ່​ໃນ​ລົມ​ບ້າ​ຫມູ​ ຟ້າ​ແລບ​ທຳ​ໃຫ້​ພິ​ພົບ​ສວ່າງ ແຜ່ນ​ດິນໂລກ​ກໍ​ສັ່ນ​ສະ​ເທືອນ​ແລະ​ຫວັ່ນ​ໄຫວ 19 ທາງຂອງ​ພຣະ​ອົງ​ຢູ່​ໃນ​ທະ​ເລ ພຣະ​ວິ​ຖີ​ຂອງ​ພຣະ​ອົງ​ຢູ່​ໃນ​ນ້ຳທັງ​ຫລາຍ ເຖິງ​ປານ​ນັ້ນ​ຮອຍ​ພຣະ​ບາດ​ຂອງ​ພຣະ​ອົງ​ກໍ​ບໍ່​ມີ​ໃຜ​ຮູ້ 20 ພຣະ​ອົງ​ຊົງ​ນຳ​ໄພ່​ພົນຂອງ​ພຣະ​ອົງ ໂດຍ​ມື​ຂອງ​ໂມ​ເຊ ແລະ​ອາ​ໂຣນ​ເຫມືອນ​ຝູງ​ແກະ

ເພງສັຣເສີນ 78

ຄວາມ​ສັຕສຸ​ດ​ຈະ​ຣິດ​ຂອງ​ພຣະ​ເຈົ້າ​ຕໍ່​ຊົນຊາດ​ຜູ້​ບໍ່​ຊື່​ສັດ​ຂອງ​ພຣະ​ອົງ ມັ​ສ​ຄິລ​ບົດ​ນຶ່ງ ຂອງ​ອາ​ສາ​ຟ

1 ປະ​ຊາຊົນ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ຈົ່ງ​ງ່ຽງ​ຫູ​ຟັງ​ຄຳ​ສອນ​ຂອງ​ຂ້າ​ພະ​ເຈົ້າ ອ່ຽງ​ຫູ​ຂອງ​ທ່ານ​ທັງ​ຫລາຍ​ຟັງ​ຖ້ອຍ​ຄຳ​ຈາກ​ປາກ​ຂ້າ​ພະ​ເຈົ້າ 2 ຂ້າ​ພະ​ເຈົ້າ​ຈະ​ອ້າ​ປາກ​ກ່າວ​ຄຳ​ອຸ​ປ​ມາ ຂ້າ​ພະ​ເຈົ້າ​ຈະ​ກ່າວ​ຄຳ​ລັ​ບ​ເລິກ​ຂອງ​ບູ​ຮານ​ນະ​ການ 3 ເຖິງ​ສິ່ງ​ທີ່​ເຣົາ​ທັງຫລາຍ​ໄດ້​ຍິນໄດ້​ຮູ້​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ບອກ​ເຮົາ 4 ເຮົາ​ບໍ່​ໄດ້​ເຊື່ອງ​ໄວ້​ຈາກ​ລູກ​ຫລານ​ຂອງ​ເຂົາ ແຕ່​ຈະ​ບອກ​ແກ່​ເຊື້​ອສາຍ​ທີ່​ກຳ​ລັງ​ເກີດ​ມາ ເຖິງ​ພຣະ​ຣາ​ຊ​ກິຈ​ອັນ​ຄວນ​ສັຣ​ເສີນ​ຂອງ​ພຣະຜູ້​ເປັນ​ເຈົ້າ ແ​ລະ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ ແລະ​ການ​ອັດ​ສະ​ຈັນ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ 5 ເພາະ​ພຣະ​ອົງ​ຊົງ​ສະ​ຖາ​ປະ​ນາ​ກົດ​ບັນ​ຍັດ​ໄວ້​ໃນ​ຢາ​ໂຄບ ແລະ​ຊົງ​ແຕ່ງ​ຕັ້ງ​ກົດ​ຫມາຍ​ໄວ້​ໃນ​ອິສ​ຣາ​ເອນ ຊຶ່ງ​ພຣະ​ອົງ​ຊົງ​ບັນ​ຊາ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ ວ່າ​ໃຫ້​ແຈ້ງ​ເຣື່ອງ​ຣາວ​ເຫລົ່າ​ນັ້ນ​ແກ່​ລູກ​ຫລານ​ຂອງ​ເຂົາ 6 ເພື່ອ​ເຊື້ອ​ສາຍ​ລຸ້ນ​ຕໍ່​ໄປ​ຈະ​ຮູ້​ເຣື່ອງ​ຄື​ລູກ​ຫລານ​ທີ່​ຈະ​ເກີດ​ມາ ແລະ​ບອກ​ລູກ​ຫລານຕໍ່​ໄປຕາມ​ຜຽນ​ຂອງ​ເຂົາ 7 ເພື່ອ​ເຂົາ​ຈະ​ຕັ້ງ​ຄວາມ​ຫວັງ​ຂອງ​ເຂົາ​ໄວ້​ໃນ​ພຣະ​ເຈົ້າ ແລະ​ບໍ່​ລືມ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ເຈົ້າ ແຕ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ 8 ແລະ​ເພື່ອ​ເຂົາ​ຈະ​ບໍ່​ໄດ້​ເຫມືອນ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ຄື​ເຊື້ອ​ສາຍ​ທີ່​ດື້​ດ້ານ​ແລະ​ມັກ​ກະ​ບົດ ເຊື້ອ​ຊາດ​ທີ່​ຈິດ​ໃຈ​ບໍ່​ຫມັ້ນ​ຄົງ ຜູ້​ຊຶ່ງ​ຈິດ​ວິນ​ຍານ​ຂອ​ງ​ເຂົາ​ບໍ່​ຫມັ້ນ​ຄົງ​ຕໍ່​ພຣະ​ເຈົ້າ 9 ບັນ​ດາ​ຄົນ​ເອ​ຟ​ຣາ​ອີມ​ທີ່​ຖື​ອາ​ວຸດ​ຫນ້າ​ແລະ​ທະ​ນູ ໄດ້​ແລ່ນ​ປົບ​ຫນີ​ໃນ​ວັນ​ສົງ​ຄາມ 10 ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຮັ​ກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ​ປະ​ຕິ​ເສດ​ທີ່​ຈະ​ເດີນ​ຕາມ​ກົດ​ຫມາຍ​ຂອງ​ພຣະ​ອົງ 11 ເຂົາ​ລືມ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ ແລະ​ການ​ອັດ​ສະ​ຈັນ​ຊຶ່ງ​ພຣະ​ອົງ​ຊົງ​ສຳ​ແດງ​ແກ່​ເຂົາ 12 ພຣະ​ອົງ​ຊົງ​ກະ​ທຳ​ການ​ປະ​ຫລາດ​ຕໍ່​ຫນ້າ​ຕໍ່​ຕາ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ໃນ​ແຜ່ນ​ດິນ​ເອ​ຢິບ ໃນ​ໄຮ່​ນາ​ໂຊອານ 13 ພຣະ​ອົງ​ຊົງ​ແຍກ​ທະ​ເລ ແລະ​ໃຫ້​ເຂົາ​ຍ່າງ​ຜ່ານ​ໄປ ແລະ​ກະ​ທຳ​ໃຫ້​ນ້ຳ​ຕັ້ງ​ຢູ່​ເຫ​ມືອນກອງ​ສູງ 14 ໃນ​ກາງ​ເວັນ​ພຣະ​ອົງ​ຊົງ​ນຳ​ເຂົາ​ດ້ວຍ​ເມກ ແລະ​ກາງ​ຄືນດ້ວຍ​ແສງ​ໄຟຄື​ຍັງ​ຮຸ່ງ 15 ພຣະ​ເຈົ້າ​ຊົງ​ຜ່າ​ຫີນ​ໃນ​ຖິ່ນ​ກັນ​ດານ​ປະ​ທານ​ນ້ຳ​ເປັນ​ອັນ​ມາກໃຫ້​ເຂົາ​ດື່ມ ເຫມືອນ​ມາ​ຈາກ​ທີ່​ເລິກ 16 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ລຳ​ທານ​ອອກ​ມາ​ຈາກ​ຫີນ ຊົງ​ກະ​ທຳ​ໃຫ້​ນ້ຳ​ໄຫລ​ລົງ​ມາ​ເຫມືອນ​ແມ່​ນ້ຳ 17 ແຕ່​ເຂົາ​ຍັງ​ກະ​ທຳ​ບາບ​ຍິ່ງ​ຂຶ້ນ​ຕໍ່​ພຣະ​ອົງ ໄດ້​ກະ​ບົດ​ຕໍ່​ອົງ​ຜູ້​ສູງ​ສຸດ​ໃນ​ທີ່​ແຫ້ງ​ແລ້ງ 18 ເຂົາ​ທົດ​ລອງ​ພຣະ​ເຈົ້າ​ຢູ່​ໃນ​ໃຈ​ຂອງ​ເຂົາ ໂດຍ​ຮຽກ​ຮ້ອງ​ອາ​ຫານ​ທີ່​ເຂົາ​ຢາກ 19 ເຂົາ​ເວົ້າ​ຕໍ່​ສູ້​ພຣະ​ເຈົ້າ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ຕ​ຽມ​ສຳ​ລັບ​ໃນ​ຖິ່ນ​ກັນ​ດານ​ໄດ້​ຫລື” 20 ເບິ່ງ​ແມ໋, ພຣະ​ອົງ​ຊົງ​ຕີ​ຫີນ​ໃຫ້​ນ້ຳ​ພຸ​ອອກມາ ແລະ​ລຳ​ທານ​ກໍ​ໄຫລ​ລົ້ນ ພຣະ​ອົງ​ຈະ​ປະ​ທານເຂົ້າ​ຈີ່ດ້ວຍ​ໄດ້​ຫລື ຫລື​ຊົງ​ຈັດ​ເນື້ອ​ໃຫ້​ປະ​ຊາ​ຊົນ​ຂອງພຣະ​ອົງ​ໄດ້​ຫລື” 21 ເຫດ​ສັນນັ້ນ ​ເມື່ອ​ພຣະ​ເຈົ້າ​ຊົງ​ສະ​ດັບ​ຟັງ​ແລ້ວ ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ ມີ​ໄຟ​ລຸກ​ຂຶ້ນ​ສູ້​ຢາ​ໂຄບ ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ສູງ​ຂຶ້ນ​ສູ້​ອິສ​ຣາ​ເອນ 22 ເພາະ​ເຂົາ​ບໍ່​ເຊື່ອ​ພຣະ​ເຈົ້າ​ ແລະ​ບໍ່​ໄວ້​ວາງ​ໃຈ​ໃນ​ຣິດ​ຊ່ອຍ​ຂອງ​ພຣະ​ອົງ 23 ພຣະ​ອົງ​ຍັງ​ຊົງ​ບັນ​ຊາ​ຟ້າ​ເບື້ອງ​ເທິງ ແລະ​ຊົງ​ເປີດ​ປະ​ຕູ​ຟ້າ​ສວັນ 24 ພຣະ​ອົງ​ຊົງ​ຫລັ່ງ​ມາ​ນາ​ໃຫ້​ເຂົາ​ຮັບ​ປະ​ທານ ແລະ​ຊົງ​ປະ​ທານ​ທິ​ພຍາ​ຫານ​ໃຫ້​ເຂົາ 25 ມະ​ນຸດ​ໄດ້​ກິນ​ອາ​ຫານ​ຂອງ​ທູດ​ສວັນ ພຣະ​ອົງ​ຊົງ​ປະ​ທານ​ອາ​ຫານ​ໃຫ້​ເຂົາ​ຢ່າງ​ອຸ​ດົມ 26 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ລົມ​ຕາ​ເວັນ​ອອກ​ພັດ​ໃນ​ຟ້າສວັນ ແລະ​ຊົງ​ນໍາ​ລົມ​ໃຕ້​ອອກ​ມາ​ດ້ວຍ​ຣິດ​ຂອງ​ພຣະ​ອົງ 27 ພຣະ​ອົງ​ຊົງ​ຫລັ່ງ​ເນື້ອ​ໃຫ້​ເຂົາຢ່າງ​ຜົງ​ຂີ້ຝຸ່ນ ຄື​ນົກ​ດັ່ງ​ເມັດຊາຍ​ທະ​ເລ 28 ພຣະ​ອົງ​ຊົງ​ໃຫ້​ມັນ​ຕົກ​ລົງ​ມາ​ກາງ​ຄ້າຍ​ຂອງ​ເຂົາ ແລະ​ຮອບ​ທີ່​ອາ​ໄສ​ຂອງ​ເຂົາ 29 ເຂົາ​ໄດ້​ຮັບ​ປະ​ທານ​ອີ່ມ​ດີ ເພາະ​ພຣະ​ອົງ​ປະ​ທານ​ສິ່ງ​ທີ່​ເຂົາ​ຢາກ 30 ແຕ່​ກ່ອນ​ທີ່​ເຂົາ​ຈະ​ຫາຍ​ຢາກ ໃນ​ຂ​ນະ​ທີ່​ອາ​ຫານ​ຍັງ​ຢູ່​ໃນ​ປາກ​ຂອງ​ເຂົາ 31 ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ກໍ​ລະ​ເບີດ​ຂຶ້ນ​ຕໍ່​ເຂົາ ແລະ​ພຣະ​ອົງ​ຊົງ​ສັງ​ຫານ​ຄົນ​ສະ​ກັນ​ທີ່​ສຸ​ດຂອງ​ເຂົາ​ເສັຽ ແລະ​ຊົງ​ຄວ່ຳ​ຄົນ​ຫນຸ່ມ​ໃນ​ອິສ​ຣາ​ເອນ​ເສັຽ 32 ແຕ່​ປານ​ນັ້ນ ເຂົາ​ກໍ​ຍັງກະ​ທຳ​ບາບ ເຂົາ​ບໍ່​ໄດ້​ເຊື່ອ​ຖື​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ 33 ພຣະ​ອົງ​ຈຶ່ງ​ຊົງ​ກະ​ທຳ​ໃຫ້​ວັນ​ຂອງ​ເຂົາ​ຫາຍ​ໄປ​ດັ່ງ​ລົມ​ຫາຍ​ໃຈ ແລະ​ຊົງ​ໃຫ້​ປີ​ຂອງ​ເຂົາ​ຫາຍ​ໄປ​ຍ້ອນ​ໄພ​ພິນາດ 34 ເມື່ອ​ພຣະ​ອົງ​ຊົງ​ສັງ​ຫານ​ເຂົາ ເຂົາ​ສ​ແວງ​ຫາ​ພຣະ​ອົງ ເຂົາ​ໄດ້​ກັບ​ມາ​ສ​ແວງ​ຫາ​ພຣະ​ເຈົ້າ​ດ້ວຍ​ໃຈ​ຮ້ອນ​ຮົນ 35 ເຂົາ​ຣະ​ລຶກວ່າ​ພຣະ​ເຈົ້າ​ຊົງ​ເປັນ​ພຣະ​ສີ​ລາ​ຂອງ​ເຂົາ ແລະ​ພຣະ​ເຈົ້າ​ອົງ​ສູງ​ສຸດ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຂົາ 36 ແຕ່​ເຂົາ​ຍໍ​ພຣະ​ອົງ​ດ້ວຍ​ປາກ​ຂອງ​ເຂົາ ແລະ​ມຸ​ສາ​ຕໍ່​ພຣະ​ອົງ​ດ້ວຍ​ລີ້ນ​ຂອງ​ເຂົາ 37 ເພາະ​ຈິດ​ໃຈ​ຂອງ​ເຂົາ​ບໍ່​ແນ່ນອນ​ຕໍ່​ພຣະ​ອົງ ເຂົາ​ບໍ່​ຈິງ​ຈັງ​ຕໍ່​ຄຳສັນ​ຍາ​ຂອງ​ພຣະ​ອົງ 38 ສັນ​ນັ້ນ​ ດ້ວຍ​ຄວາມ​ສັງ​ເວດ ພຣະ​ອົງ​ຊົງ​ອະ​ພັຍ​ຄວາມ​ຜິດ​ບາບ​ຂອງ​ເຂົາ ແລະ​ບໍ່​ໄດ້​ຊົງ​ທຳ​ລາຍ​ເຂົາ ພຣະ​ອົງ​ຊົງ​ຢັບ​ຢັ້ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ ເລື້ອຍໆ ແລະ​ບໍ່​ໄດ້​ຊົງ​ກວນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ທັງ​ສິ້ນ​ໃຫ້​ຂຶ້ນ​ມາ 39 ພຣະ​ອົງ​ຊົງ​ຣະ​ລຶກວ່າ​ເຂົາ​ເປັນ​ພຽງ​ແຕ່​ເນື້ອ​ຫນັງ ເປັນ​ລົມ​ທີ່​ຜ່ານ​ໄປ​ແລ້ວ​ບໍ່​ໄດ້​ກັບ​ມາ​ອີກ 40 ເຂົາ​ກະ​ບົດ​ຕໍ່​ພຣະ​ອົງ​ໃນ​ຖິ່ນກັນ​ດານ​ເລື້ອຍ​ມາ ແລະ​ທຳ​ໃຫ້​ພຣະ​ອົງ​ເສັຽ​ໃຈ​ໃນ​ທະ​ເລ​ຊາຍ 41 ແຕ່​ເຂົາ​ຍັງ​ໄດ້​ກັບ​ທົດ​ລອງ​ພຣະ​ເຈົ້າ​ອີກ ແລະ​ໄດ້​ທຳ​ໃຫ້​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາເອນ​ເສົ້າ​ພຣະ​ທັຍ 42 ເຂົາ​ບໍ່​ໄດ້​ຣະ​ລຶກ​ເຖິງ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ ຫລື​ວັນ​ທີ່​ພຣະ​ອົງ​ຊົງໄຖ່​ເຂົາ​ຈາກ​ຄູ່​ສັດ​ຕຣູ​ຂອງ​ເຂົາ​ 43 ເມື່ອ​ພຣະ​ອົງ​ຊົງ​ກະ​ທຳ​ຫມາຍ​ສຳ​ຄັນ​ຂອງ​ພຣະ​ອົງ​ໃນ​ເອ​ຢິບ ແລະ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ໃນ​ໄຮ່​ນາ​ໂຊ​ອານ 44 ພຣະ​ອົງ​ຊົງ​ປ່ຽນ ແມ່​ນ້ຳ​ຂອງ​ເຂົາ​ໃຫ້​ເປັນ​ເລືອດ ເຂົາ​ຈຶ່ງ​ດື່ມ​ຈາກ​ລຳ​ທາ​ນຂອງ​ເຂົາ​ບໍ່​ໄດ້ 45 ພຣະ​ອົງ​ຊົງ​ສົ່ງ​ຝູງ​ເຫລືອກມາ​ຖ້າມ​ກາງ​ເຂົາ ຊຶ່ງ​ຕໍ່​ສູ້​ເຂົາ​ ແລະ​ກົບຊຶ່ງ​ທຳ​ລາຍ​ເຂົາ 46 ພຣະ​ອົງ​ປະ​ທານ​ພືດ​ຜົນ​ຂອ​ງ​ເຂົາ​ແກ່​ຕັກ​ແຕນ​ວັຍ​ຄານ ແລະ​ຜົນ​ງານ​ອອກ​ແຮງ​ຂອງ​ເຂົາ​ແກ່​ຕັກ​ແຕນ​ວັຍ​ບີນ 47 ພຣະ​ອົງ​ຊົງ​ທຳ​ລາຍ​ເຄືອ​ອະ​ງຸ່ນ​ຂອງ​ເຂົາ​ດ້ວຍ​ຫມາກເຫັບ ແລະ​ຕົ້ນ​ຫມາກ​ເດື່ອ​ຂອງ​ເຂົາ​ດ້ວຍ​ນ້ຳ​ຄ້າງ​ແຂງ 48 ພຣະ​ອົງ​ຊົງ​ມອບ​ຝູງ​ງົວ​ຂອງ​ເຂົາໄວ້​ກັບ​ຫມາກ​ເຫັບ ແລະ​ຝູງ​ແກະ​ຂອງ​ເຂົາ​ກັບ​ຟ້າ​ຜ່າ 49 ພຣະ​ອົງ​ຊົງ​ປ່ອຍ​ຄວາມ​ໂກດ​ດຸ​ຮ້າຍ​ຂອງ​ພຣະ​ອົງ​ມາ​ເຫນືອ​ເຂົາ ທັງ​ພຣະ​ພິ​ໂຣດ ຄວາມ​ກິ້ວ​ໂກດ ແລະ​ຄວາມ​ທຸກ​ລຳ​ບາກ ຄື​ຄນະ​ທູດ​ສວັນ​ຜູ້​ທຳ​ລາຍ 50 ພຣະ​ອົງ​ຊົງ​ເປິດ​ວິ​ຖີ​ໃຫ້​ແກ່​ຄວາມ​ໂກດ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ່​ໄດ້​ຊົງ​ເວັ້ນ​ເຂົາ​ໄວ້​ຈາກ​ຄວາມ​ຕາຍ ແຕ່​ປະ​ທານ​ຊີ​ວິດ​ຂອງ​ເຂົາ​ແກ່​ໂຣກ​ລະ​ບາດ 51 ພຣະ​ອົງ​ຊົງ​ປະ​ຫານ​ລູກ​ຫົວ​ປີ​ທັງ​ສິ້ນ​ໃນ​ເອ​ຢິບ ຄື​ຜົນ​ທຳ​ອິດ​ແຫ່ງ​ກຳ​ລັງ​ເຂົາ​ເຂົ້າ​ໃນ​ເຕັນ​ຂອງ​ຮາມ 52 ແລ້ວ​ພຣະ​ອົງ​ຊົງ​ນຳ​ໄພ່​ພົນ​ຂອງ​ພຣະ​ອົງ​ອອກ​ມາ​ເຫມືອນ​ນຳ​ແກະ ແລະ​ນຳ​ເຂົາ​ໄປ​ໃນ​ຖິ່ນ​ກັນ​ດານ​ເຫມືອນ​ຝູງ​ແກະ 53 ພຣະ​ອົງ​ນຳ​ເຂົາ​ໄປ​ຢ່າງ​ປອດ​ພັຍ ເຂົາ​ຈຶ່ງ​ບໍ່​ຢ້ານ ແຕ່​ທະ​ເລ​ຖ້ວມ​ສັດ​ຕຣູ​ຂອງ​ເຂົາ 54 ແລະ​ພຣະ​ອົງ​ຊົງ​ພາ​ເຂົາ​ມາ​ຍັງ​ແດນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ຍັງ​ພູ​ເຂົາ​ຊຶ່ງ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ​ໄດ້​ເນ​ຣະ​ມິດ​ຂຶ້ນ 55 ພຣະ​ອົງ​ຊົງ​ໄລ່​ປະ​ຊາ​ຊາດ​ຕ່າງໆ​ອອກ​ໄປ​ຂ້າງ​ຫນ້າ​ເຂົາ ພຣະ​ອົງ​ຊົງ​ວັດ​ແທກແບ່ງ​ແດນ​ປະ​ຊາ​ຊາດ​ນັ້ນ​ໃຫ້​ເປັນ​ມໍ​ຣະ​ດົກ ແລະ​ຊົງ​ຕັ້ງ​ບັນ​ດາ​ເຜົ່າ​ອິສ​ຣາ​ເອນ​ໄວ້​ໃນ​ເຕັນ​ຂອງ​ເຂົາ 56 ແຕ່​ເຂົາ​ທັງ​ຫລາຍ​ຍັງ​ທົດ​ລອງ​ແລະ​ກະ​ບົດ​ຕໍ່​ພຣະ​ເຈົ້າ​ອົງ​ສູງ​ສຸດ ບໍ່​ໄດ້​ຮັກ​ສາ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ 57 ກັບ​ຫັ​ນ​ໄປ​ເສັຽ​ແລະ​ປະ​ພຶດ​ທໍ​ຣະ​ຍົດ​ຢ່າງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ເຂົາ​ບິດ​ໄປ​ເຫມືອນ​ຄັນ​ທະ​ນູ​ທີ່​ໄວ້​ໃຈ​ບໍ່​ໄດ້ 58 ເພາະ​ເຂົາ​ກຸ​ກວນ​ພຣະ​ອົງ​ໃຫ້​ຊົງ​ກິ້ວ​ສ​ເມີ​ມາ​ໂດຍ​ມີ​ບ່ອນ​ຂາບ​ໄຫວ້​ຂອງ​ຄົນ​ບໍ່​ນັບ​ຖື​ພຣະ​ເຈົ້າ ແລະ​ເຂົາ​ໄດ້​ເຮັດ​ໃຫ້​ພຣະ​ອົງ​ເຄືອງ​ໃຈ​ຫລາຍ​ຍ້ອນ​ຮູບ​ເຄົາ​ຣົບ​ທີ່​ເຂົາ​ໄດ້​ເຮັດ​ຂຶ້ນ​ນັ້ນ 59 ເມື່ອ​ພຣະ​ເຈົ້າ​ຊົງ​ໄດ້​ຍິນ ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ຍິ່ງ ແລະ​ພຣະ​ອົງ​ຊົງ​ປະ​ຖິ້ມ​ອິສ​ຣາ​ເອນ​ໄວ້​ເສັຽ 60 ພຣະ​ອົງ​ຊົງ​ປະ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ໃນ​ຊິ​ໂລ ຄື​ຫໍ​ເຕັນ​ທີ່​ພຣະ​ອົງ​ຊົງ​ຕັ້ງ​ໄວ້​ຖ້າມ​ກາງ​ມະ​ນຸດ 61 ແ​ລະ​ຊົງ​ມອບ​ປະ​ຊາ​ອັນ​ເປັນ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ແກ່​ການ​ເປັນ​ຊະ​ເລີຍ ແລະ​ຊົນ​ອັນເປັນກຽດຂອງ​ພຣະ​ອົງ​ແກ່​ມື​ຂອງ​ຄູ່​ສັດ​ຕຣູ 62 ພຣະ​ອົງ​ຊົງ​ມອບ​ໄພ່​ພົນ​ຂອງ​ພຣະ​ອົງ​ແກ່​ດາບ ແລະ​ຊົງ​ພຣະ​ພິ​ໂຣດ​ຕໍ່​ມໍ​ຣະ​ດົກ​ຂອງ​ເຂົາ 63 ໄຟ​ຜານ​ຊາຍ​ຫນຸ່ມ​ຂອງ​ເຂົາ​ເສັຽ ແລະ​ຍິງ​ສາວ​ຂ​ອງ​ເຂົາ​ກໍ​ບໍ່​ມີ​ເພງ​ແຕ່ງ​ງານ 64 ບັນ​ດາ​ປະ​ໂຣຫິດ​ຂອງ​ເຂົາ​ລົ້ມ​ລົງ​ດ້ວຍ​ດາບ ແລະ​ຍິງ​ຫມ້າຍ​ຂອງ​ເຂົາ​ບໍ່​ມີ​ຫານ​ຮ້ອງ​ທຸກ 65 ແລ້ວ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕື່ນ​ຢ່າງ​ຕື່ນ​ບັນ​ທົມ ດັ່ງ​ຊາຍ​ຜູ້​ນຶ່ງ​ທີ່​ແຂງ​ແຮງ​ຍ້ອນ​ຣິດ​ເຫລົ້າ 66 ​ພຣະ​ອົງ​ຊົງ​ຕີ​ພວກສັດ​ຕຣູ​ຂອງ​ພຣະ​ອົງ​ໃຫ້​ຖອຍ​ຫລັງ ແລະ​ໃຫ້​ເຂົາ​ໄດ້​ອາຍ​ເປັນ​ນິດ 67 ພຣະ​ອົງ​ຊົງ​ປະ​ຕິ​ເສດ​ເຕັນ​ຂອງໂຢ​ເຊັບ ພຣະ​ອົງ​ບໍ່​ໄດ້​ຊົງ​ເລືອກ​ເຜົ່າ​ເອຟ​ຣາ​ອິມ 68 ແຕ່​ພຣະ​ອົງ​ຊົງ​ເລືອກ​ເຜົ່າ​ຢູ​ດາ ພູ​ເຂົາ​ຊີ​ໂອນ​ຊຶ່ງພຣະ​ອົງ​ຊົງ​ຮັກ 69 ພຣະ​ອົງ​ຊົງ​ສ້າງ​ສະ​ຖານ​ນະ​ມັ​ສການ​ຂອງ​ພຣະ​ອົງຢ່າງ​ກັບ​ຟ້າ​ສວັ​ນ​ສູງ ຢ່າງ​ແຜ່ນ​ດິນ​ໂລກ​ຊຶ່ງພຣະ​ອົງ​ຕັ້ງ​ໄວ້​ເປັນ​ນິດ 70 ພຣະ​ອົງ​ຊົງ​ເລືອກ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ ຊົງ​ພາ​ທ່ານ​ມາ​ຈາກ​ຄອກ​ແກະ 71 ພຣະ​ອົງ​ຊົງ​ພາທ່ານ​ມາ​ຈາກ​ການ​ດູ​ແລ​ແມ່​ແກະ​ທີ່​ມີ​ລູກ​ອ່ອນ ໃຫ້​ເປັນ​ຜູ້​ລ້ຽງ​ດູ​ຢາ​ໂຄບ​ໄພ່​ພົນ​ຂອງ​ພຣະ​ອົງ ຄື​ອິສ​ຣາ​ເອນ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ​ຢ່າງ​ລ້ຽງ​ແກະ 72 ທ່ານ​ຈຶ່ງ​ລ້ຽງ​ດູ​ເຂົາ​ທັງ​ຫລາຍ​ດ້ວຍ​ໃຈ​ທ່ຽງ​ທັມ ແລະ​ນຳ​ພາເຂົາ​ທັງ​ຫລາຍ​ໄປ​ດ້ວຍ​ພິກ​ໄຫວ​ອັນ​ສ​ລາດ

ເພງສັຣເສີນ 79

ຄຳ​ຮ້ອງ​ທຸກ​ເພາະ​ກຸງ​ເຢ​ຣູ​ຊາເລັມ​ຖືກ​ທຳ​ລາຍ ເພງ​ສັຣ​ເສີນ​ ຂອງ​ອາ​ສາຟ

1 ຂ້າ​ແດ່​ພຣະ​ເຈົ້າ ພວກ​ຕ່າງ​ສາ​ສ​ນາ​ໄດ້​ເຂົ້າ​ໃນ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ ເຂົາ​ໄດ້​ທຳ​ໃຫ້​ພຣະ​ວິ​ຫານ​ສັກ​ສິດ​ຂອງ​ພຣະ​ອົງ​ມີ​ມົນ​ທິນ ເຂົາ​ໄດ້​ທຳ​ໃຫ້​ເຢ​ຣູ​ຊາ​ເລັມ​ເປັນ​ທີ່​ພັງ​ທະ​ລາຍ 2 ເຂົາ​ໃຫ້​ສົບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເປັນ​ອາ​ຫານ​ແກ່ບັນ​ດາ​ນົກ​ໃນ​ອາ​ກາດ ໃຫ້​ເນື້ອ​ຂອງ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ແກ່​ສັດ​ປ່າ​ແຫ່ງ​ແຜ່ນ​ດິນ​ໂລກ 3 ເຂົາ​ໄດ້​ເທ​ໂລ​ຫິດ​ຂອງ​ຄົນ​ເຫລົ່າ​ນັ້ນ​ອອກ​ມາ​ຢ່າງ​ນ້ຳ​ຮອບ​ເຢ​ຣູ​ຊາ​ເລັມ​ຈົນ​ບໍ່​ມີ​ຄົນ​ຝັງ​ສົບ 4 ເຮົາ​ເປັນ​ທີ່​ດູ​ຫມິ່ນ​ແກ່​ເພື່ອນ​ບ້ານ​ຂອ​ງ​ເຮົາ ຄົນ​ທີ່​ອ້ອມ​ເຮົາກໍ​ຫົວ​ຂວັນ​ແລະ​ຫຍໍ້​ຫຍັນ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະຊົງ​ກິ້ວອີກ​ເຫິງ​ປານ​ໃດ ເປັນ​ນິດ​ຫລື​ພຣະ​ເຈົ້າ​ຂ້າ ພຣະ​ພິ​ໂຣດອັນ​ຫວງ​ແຫນ​ຂອງ​ພຣະ​ອົງ​ຈະ​ໄຫມ້​ດັ່ງ​ໄຟ​ໄປ​ອິກ​ເຫິງ​ປານ​ໃດ 6 ຂໍ​ຊົງ​ເທ​ຄວາມ​ກີ້ວ​ຂອງ​ພຣະ​ອົງ​ລົງ​ເຫນືອ​ບັນ​ດາ​ປະ​ຊາ​ຊາດ​ທີ່​ບໍ່​ຮູ້​ຈັກ​ພຣະ​ອົງ ແລະ​ເຫນືອ​ຣາ​ຊ​ອາ​ນາ​ຈັກ​ທັງ​ຫລາຍ​ທີ່​ບໍ່​ຮ້ອງ​ທູນ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ 7 ເພາະ​ເຂົາ​ທັ​ງ​ຫລາຍ​ໄດ້​ຜານ​ຢາ​ໂຄບ ແລະ​ກະ​ທຳ​ໃຫ້​ທີ່​ອາ​ໄສ​ຂອງ​ເຂົາຮົກ​ຮ້າງ​ເພ​ພັງ​ໄປ​ສິ້ນ 8 ຂໍ​ຢ່າ​ຊົງ​ຖືເອົາ​ຄວາມ​ບາບຜິດ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ເພື່ອ​ລົງ​ໂທດ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍ​ຄວາມ​ສັງ​ເວດ​ຂອງ​ພຣະ​ອົງ​ຈົ່ງ​ມາ​ພົບ​ຂ້າ​ພຣະ​ອົງ​ທັງ​ຫລາຍ ເພາະ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຕົກ​ຕ່ຳ​ຫລາຍ 9 ຂ້າ​ແດ່​ພຣະ​ເຈົ້າ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ ເພາະ​ເຫັນ​ແກ່​ພຣະ​ສະ​ງ່າ​ຣາ​ສີ​ແຫ່ງ​ພຣະ​ນາມ​ຂອງ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ແລະ​ອະ​ໄພ​ບາບ​ຂອງ​ຂ້າ​ພຣະ​ອົງ ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ 10 ຄວນ​ຫລື​ທີ່​ບັນ​ດາ​ປະ​ຊາ​ຊາດ​ຈະ​ກ່າວ​ວ່າ, “ພຣະ​ເຈົ້າ​ຂອງ​ເຂົາ​ຢູ່​ໃສ” ຂໍ​ໃຫ້​ການ​ແກ້​ແຄ້ນ​ແຫ່ງ​ໂລ​ຫິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ທີ່​ໄຫ​ລ​ອອກ​ມາ ຈົ່ງ​ປາ​ກົດ​ໃນ​ຖ້າມ​ກາງ​ປະ​ຊາ​ຊາດ​ຕໍ່​ຫນ້າ​ຕໍ່​ຕາ​ຂ້າ​ພຣະ​ອົງ​ທັງ​ຫລາຍ 11 ຂໍ​ໃຫ້​ສຽງ​ຄວນ​ຄາງ​ຂອງ​ບັນ​ດາ​ຊະ​ເລີຍ ມາ​ຢູ່​ຕໍ່ພຣະ​ພັກ​ພຣະ​ອົງ ດ້ວຍ​ພຣະ​ກອນ​ຊົງ​ຣິດ​ຂອງ​ພຣະ​ອົງ ຂໍ​ຊົງ​ສງວນ​ຄົນ​ເຫລົ່າ​ນັ້ນ​ທີ່​ຕ້ອງ​ເຖິງ​ຕາຍ 12 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຕອບ​ແທນ​ການ​ທີ່​ເຂົາ​ໄດ້​ຫຍໍ້​ຫຍັນ​ຕໍ່​ພຣະ​ອົງ​ເຖິງ​ເຈັດ​ເທົ່າ​ໃນ​ຊວງ​ເອິກ​ເພື່ອນ​ບ້ານ​ຂອງ​ຂ້າ​ພຣະ​ອົງ 13 ແລ້ວ​ຂ້າ​ພຣະ​ອົງ​ທັງ​ຫລາຍ ໄພ່​ພົນ​ຂອງ​ພຣະ​ອົງ ຝູງ​ແກະ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພຣະ​ອົງ ຈະ​ໂມ​ທະ​ນາ​ພຣະ​ຄຸນ​ຂອງ​ພຣະ​ອົງ​ເປັນ​ນິດ ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ກ່າວ​ສັຣ​ເສີນ​ພຣະ​ອົງ​ຕລອດ​ທຸກ​ຊົ່ວ​ອາ​ຍຸ​ຄົນ

ເພງສັຣເສີນ 80

ການ​ອ້ອນວອນ​ສຳ​ລັບ​ສ້າງ​ຊົນ​ຊາດ​ຂຶ້ນ​ໃຫມ່ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ທຳ​ນອງດອກ​ພັບ​ພຶງ​ສັກ​ຂີ​ພ​ຍານ​ ຂອງ​ອາ​ສາ​ຟ ເພງ​ສັຣເສີນ

1 ຂ້າ​ແດ່ພຣະ​ຜູ້​ຊົງ​ລ້ຽງ​ດູອິສ​ຣາ​ເອນຢ່າງ​ລ້ຽງ​ແກະ ຄື​ພຣະ​ອົງ​ຜູ້​ຊົງ​ນຳ​ໂຢ​ເຊັບ​ຢ່າງ​ນຳ​ຝູງແກະ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ສະ​ດັບ​ຟັງ ພຣະ​ຜູ້​ຊົງ​ປະ​ທັບ​ເທິງ ພຣະ​ທີ່​ນັ່ງ​ເຫນືອ​ເທວະ​ດາ​ເຊ​ຣຸ​ບິມ ຂໍ​ຊົງ​ທໍ​ແສງ​ອອກ​ມາ 2 ຂໍ​ຊົງ​ເຜີຍ​ຄວາມ​ຮັກ​ຂອງ​ພຣະ​ອົງ​ແກ່​ ​ເອ​ຟ​ຣາ​ອິມ ​ເບັນ​ຢາ​ມີນ ແລະ​​ມາ​ນັ​ສ​ເຊ ຂໍ​ຊົງ​ສະ​ແດງ​ໃຫ້​ຂ້າພຣະ​ອົງທັງ​ຫລາຍເຫັນ​ຣິ​ດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ ແລະ​ສະ​ເດັດ​ມາ​ຊ່ອຍຂ້າ​ພຣະ​ອົງ​ໃຫ້​ພົ້ນ​ພັຍ​ດ້ວຍ 3 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ນຳ​​ຂ້າ​ພຣະ​ອົງ​ທັງ​ຫລາຍ​ກັບ​ຄືນ​ສູ່​ສະ​ພາບ​ເດີມ ຂໍ​ພຣະ​ພັກ​ຂອງ​ພຣະ​ອົງ​ທໍ​ແສງ​​ ເພື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍຈະ​ພົ້ນ​ພັຍ 4 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ​ແຫ່​ງຈັກ​ກະ​ວານ ພຣະ​ອົງ​ຍັງ​ຈະ​ຄຽດ​ແຄ້ນ​ຕໍ່​ຄຳ​ອ້ອນວອນ​ຂອ​ງໄພ່​ພົນ​ພຣະ​ອົງ​ຢູ່​ອີກ​ດົນ​ປານໃດ? 5 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້ເຂົາ​ກິນ​ເຂົ້າ​ກັບ​ນ້ຳ​ຕາ ແລະ​ຊົງ​ທຳ​ໃຫ້​ເຂົາ​ຮ້ອງ​ໄຫ້​ຕລອດ​ເວ​ລາ 6 ພຣະ​ອົງ​ຊົງ​ປ່ອຍ​ໃຫ້​ຊົນ​ຊາດ​ເພື່ອນ​ບ້ານ​ມາ​ຮຸກ​ຮານ​ຜືນ​ແຜ່ນ​ດິນ​ຂອງ​ຂ້າ​ພຣະ​ອົງ ແລະ​ສັດ​ຕຣູ​ກໍ​ຫົວ​ຂວັນ​ຂ້າ​ພຣະ​ອົງ 7 ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຂໍ​ຊົງ​ນຳ​​ຂ້າ​ພຣະ​ອົງ​ທັງ​ຫລາຍກັບ​ຄືນ​ສູ່​ສະ​ພາບ​ເດີມ ຂໍ​ພຣະ​ພັກ​ຂອງ​ພຣະ​ອົງ​ທໍ​ແສງ ເພື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ພົ້ນ​ພັຍ 8 ພຣະ​ອົງ​ຊົງ​ນຳ​ເບັ້ຽ​ອະ​ງຸ່ນ​ອອກຈາກ​ເອ​ຢິບ ພຣະ​ອົງ​ຊົງ​ຂັບ​ໄລ່​ຊົນ​ຊາດ​ອື່ນໆອອກ​ ແລ້ວ​ເອົາ​ເບັ້ຽອະ​ງຸ່ນ​ປູກ​​ໄວ້ໃນ​ແຜ່ນດິນຂອງ​ພຣະ​ອົງ 9 ພຣະ​ອົງ​ຊົງຖາກ​ຖາງ​ດິນ​ປູ​ກ​ຝັງ ເພື່ອ​ໃຫ້​ເບັ້ຽ​ມັນ​ປົ່ງ​ຂຶ້ນ ຮາກ​ຂອງ​ມັນ​ຢັ່ງ​ລົງ​ເລິກ ແລະ​ແຜ່​ຜາຍ​ອອກ​ໄປ​ທົ່ວ​ທັງ​ປະ​ເທດ 10 ມັນ​ປົກ​ງຳ​ຫນ່ວຍ​ພູ​ທັງ​ຫລາຍ ແລະ​ເຄືອ​ຂອງ​ມັນ​ປົກ​ງຳ​ຕົ້ນ​ສົນ​ທີ່​ສູງ​ສຸດ 11 ມັນ​ໄດ້​ແຜ່​ລາມ​ອອກ​ໄປ​ຈົນ​ເຖິງ​ທະ​ເລ​ເມ​ດິ​ແຕ​ຣາ​ເນແລະ​ຮອດ​ແມ່​ນ້ຳ​ເອີ​ຟ​ຣາດ 12 ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊົງ​ທຳ​ລາຍ​ຮົ້​ວ​ທີ່​ອ້ອມ​ຮອບ​ມັນ​ນັ້ນ? ແລະ​ດຽວ​ນີ້ ເມື່ອ​ທຸກ​ຄົນ​ຍ່າງ​ຜ່ານ​ໄປ​ກໍ​ລັກ​ເອົາ​ຫມາກ​ຂອ​ງມັນ 13 ສ່ວນ​ຫມູ​ປ່າ​ໄດ້​ມາ​ຢຽບ​ຢ່ຳ​ມັນ​ແລະ​ສັດ​ປ່າ​ກໍ​ມາ​ກິນມັນ 14 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຂໍ​ຊົງ​ຫັນ​ກັບ​ເຖີດ​ພຣະ​ອົງ​ເຈົ້າ​ຂ້າ ຂໍ​ຊົງ​ຫລຽວ​ລົງ​​ຈາກ​ຟ້າ​ສວັນ​ແລະ​ຊົງ​ເບິ່ງ ຂໍ​ຊົງ​ສົນ​ພຣະ​ທັຍ​ໃນ​ເຄືອ​ອະ​ງຸ່ນ​ນີ້ 15 ຂໍ​ພຣະ​ອົງ​ຊົງ​ສະ​ເດັດ​ມາ​ຮັກ​ສາ​ຕົ້ນ​ອະ​ງຸ່ນ​ທີ່​ພຣະ​ອົງ​ປູກ​ໄວ້​ນັ້ນ​ໃຫ້​ພົ້ນ​ພັຍ ຄື​ເບັ້ຽອະ​ງຸ່ນ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ທຳ​ໃຫ້​ມັນ​ໃຫຍ່​ຂຶ້ນ​ມາ​ແລ້ວ 16 ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ໄດ້​ຕັດ​ມັນ​ລົງ​ແລະ​ຈູດ​ຖິ້ມ ຂໍ​ພຣະ​ອົງ​ຊົງ​ທຳ​ລາຍ​ເຂົາ​ດ້ວຍ​ຄວາມ​ຄຽດ​ຮ້າຍ 17 ຂໍ​ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ຮັກ​ສາ​ຄົນ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ ຄື​ຜູ້​ທີ່​ພຣະ​ອົງ​ຊົງ​ທຳ​ໃຫ້​ແຂງ​ແຮງ​ຂຶ້ນ 18 ແລ້ວ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະບໍ່​ຫນີ​ຈາກ​ພຣະ​ອົງ​ອີກ ຂໍຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍມີ​ຊີ​ວິດ ແລະ​ຂ້າ​ພຣະ​ອົງ​ທັ​ງ​ຫລາຍ​ຈະ​ສັຣ​ເສີນ​ພຣະ​ອົງ 19 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຂໍ​ຊົງ​ນຳ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ກັບ​ຄືນ​ສູ່​ສະ​ພາບ​ເດີມ ຂໍ​ພຣະ​ພັກ​ຂອງ​ພຣະ​ອົງ​ທໍ​ແສງ ເພື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ພົ້ນ​ພັຍ

ເພງສັຣເສີນ 81

ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ແລະ​ຄວາມ​ຫລົງ​ເຈີ່ນ​ຂອງ​ອິສ​ຣາ​ເອນ ເຖິງ​ຫົວ​ຫນ້ານັກ​ຮ້ອງທຳ​ນອງ​​ກິດ​ຕີ ຂອງ​ອາ​ສາ​ຟ

1 ຈົ່ງ​ຮ້ອງ​ເພງ​ຖວາຍ​ພຣະ​ເຈົ້າ ພຣະ​ກຳ​ລັງ​ຂອງ​ພວກເຮົາ ຈົ່ງ​ໂຮ່​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ​ຖ​ວາຍ​ແດ່​ພຣະ​ເຈົ້າ​ຂອງ​ຢາ​ໂຄບ 2 ຈົ່ງ​ເປັ່ງ​ສຽງ​ເພງ ຈົ່ງ​ຕີ​ຣຳ​ມະ​ນາ ທັງ​ພີນ​ເຂົາ​ຄູ່​ອັນ​ໄພ​ເຣາະ ແລະ​ພີນ​ໃຫຍ່ 3 ຈົ່ງ​ເປົ່າ​ແກເມື່ອ​ຮອດ​ມື້​ເດືອນ​ອອກ​ໃຫມ່ ແລະ​ເດືອນ​ເຕັມ​ດວງ ໃນ​ວັນ​ສ​ລອງ​ເທສການ 4 ເພາະ​ເປັນພຣະ​ບັນ​ຍັດ​ຂອງ​ອິສ​ຣາ​ເອນ ເປັນ​ລະ​ບຽບ​ຂອງ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ 5 ພຣະ​ອົງ​ຊົງ​ກະທຳ​ໃຫ້​ເປັນ​ຄຳ​ສັ່ງ​ໃນ​ໂຢ​ເຊັບ ເມື່ອ​ພຣະ​ອົງ​ຊົງ​ອອກ​ໄປ​ສູ່ແຜ່ນ​ດິນ​ຂອງ​ເອ​ຢິບ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຮູ້​ຈັກ 6 ວ່າ, “ເຮົາ​ໄດ້​ເອົາ​ພາ​ຣະ​ຂອງ​ເຂົາອອກ​ຈາກ​ບ່າ ມື້​ຂອງ​ເຂົາ​ເຣົາ​ໃຫ້​ເປັນ​ອິສ​ຣະ​ພົ້ນ​ຈາກ​ກະ​ຕ່າ 7 ເມື່ອ​ທຸກ​ໃຈ​ເຈົ້າ​ເອີ້ນ ເຮົາ​ກໍ​ຊ່ອຍ​ກູ້​ເຈົ້າ ເຮົາ​ຕອບ​ເຈົ້າ​ໃນ​ທີ່​ລັບ​ລີ້​ຂອງ​ຟ້າ​ຮ້ອງ ເຮົາ​ໄດ້​ທົດ​ລອງ​ເຈົ້າ​ທີ່ແມ່​ນ້ຳ​ເມ​ຣີ​ບາ 8 ປະ​ຊາ​ກອນ​ຂອງ​ເຮົາ​ເອີຍ ຈົ່ງ​ຟັງ ແລ້ວ​ເຮົາ​ຈະ​ທັກ​ທ້ວງ​ເຈົ້າ ໂອ ອິສ​ຣາ​ເອນ​ເອີຍ ເຈົ້າ​ຫນ້າ​ຈະ​ຟັງ​ເຣົາ​ແລ້ວ 9 ຢ່າ​ມີ​ພຣະ​ອື່ນ​ໃດ​ຖ້າມ​ກາງ​ເຈົ້າ​ເລີຍ ຢ່າ​ຂາບ​ໄຫວ້​ພຣະ​ຂອງ​ຊາວ​ຕ່າງ​ຊາດ​ນັ້ນ 10 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ​ພຣະ​ເຈົ້າ​ຂອງ​ເຈົ້າ ຜູ້​ໄດ້​ພາ​ເຈົ້າ​ອອກ​ມາ​ຈາກ​ແຜ່ນ​ດິນ​ເອ​ຢິບ ອ້າ​ປາກ​ຂອງ​ເຈົ້າ​ໃຫ້​ກວ້າງ​ເຖີດ ເຮົາ​ຈະ​ປ້ອນ​ເຈົ້າ​ໃຫ້​ອີ່ມ 11 “ແຕ່​ປະ​ຊາ​ກອນ​ຂອງ​ເຮົາ​ບໍ່​ຟັງ​ສຽງ​ຂອງ​ເຮົາ ອິສ​ຣາ​ເອນ​ບໍ່​ຍອມ​ຮັ​ບ​ເຮົາ​ເລີຍ 12 ເຮົາ​ຈຶ່ງມອບ​ເຂົາ​ໄວ້​ແກ່​ຈິດ​ໃຈ​ດື້​ດ້ານ​ຂອງ​ເຂົາ​ເອງ ໃຫ້​ຕາມ​ຄຳ​ປຶກ​ສາ​ຂອງ​ເຂົາ​ເອງ 13 ປະ​ຊາ​ກອນ​ຂອງ​ເຮົາ ຫນ້າ​ຈະ​ຟັງ​ເຮົາ ແລະ​ອິສ​ຣາ​ເອນ​ຫນ້າ​ຈະ​ເດີນ​ໃນ​ທາງ​ທັງ​ຫລາຍ​ຂອງ​ເຮົາ 14 ແລ້ວ​ເຮົາ​ຈະ​ໃຫ້​ສັດ​ຕຣູ​ຂ​ອງ​ເຂົາ​ນອບ​ນ້ອມລົງ ແລະ​ຈະ​ຫັນ​ມື​ຂອງ​ເຮົາ​ຕໍ່​ສູ້​ສັດ​ຕຣູ​ຂອງ​ເຂົາ 15 ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ຫມອບ​ຣາບ​ຕໍ່​ເຂົາ ແລະ​ເວ​ລາ​ຂອງ​ເຂົາ​ຈະ​ຢັ້ງ​ຍືນ​ຢູ່​ເປັນ​ນິດ” 16 ພຣະ​ອົງ​ຈະ​ຊົງ​ລ້ຽງ​ເຂົາ​ດ້ວຍ​ເຂົ້າ​ສາ​ລີ​ຢ່າງ​ດີ​ທີ່​ສຸດ “ເຮົາ​ຈະ​ໃຫ້​ເຈົ້າ​ພໍ​ໃຈ​ດ້ວຍ​ນ້ຳ​ເຜິ້ງ​ທີ່​ມາ​ຈາກ​ຫີນ”

ເພງສັຣເສີນ 82

ຊົງ​ຂະ​ຫນາບ​ການ​ຕັດ​ສີນ​ທີ່​ອະ​ທັມ ເພງ​ສັຣ​ເສີນ ​ຂອງ​ອາ​ສາ​ຟ

1 ພຣະ​ເຈົ້າ​ຊົງ​ເຂົ້າ​ປະ​ທັບ​ໃນ​ສະ​ພາ​ຂອງ​ພຣະ​ເຈົ້າ ພຣະ​ອົງ​ຊົງ​ທຳ​ກາ​ນພິ​ພາກ​ສາ​ຖ້າມ​ກາງ​ພຣະ​ທັງ​ຫລາຍ​ວ່າ, 2 “ທ່ານ​ຈະ​ຕັ​ດ​ສິນ​ຢ່າງ​ຍຸດ​ຕິ​ທັມ ແລະ​ສະ​ແດງ​ຄ​ວາມ​ລຳ​ອຽງ​ຂ້າງ​ຄົນ​ອະ​ທັມ​ດົນປານ​ໃດ 3 ຈົ່ງ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແກ່​ຄົນ​ອ່ອນ​ເປັ້ຽ​ແລະ​ກຳ​ພ້າ​ພໍ່ ຈົ່ງ​ດຳ​ຣົງ​ສິດ​ຂອງ​ຜູ້​ທີ່​ທຸກ​ຍາກ ແລະ​ຄົນ​ສິ້ນ​ເນື້ອ​ປະ​ດາ​ຕົວ 4 ຈົ່ງ​ຊ່ອຍ​ຄົນ​ອ່ອນ​ເປັ້ຽ​ແລະ​ຄົນ​ຂັດ​ສົນ​ໃຫ້​ພົ້ນ ຊ່ອຍ​ກູ້​ເຂົາ​ຈາກ​ມື​ຂອງ​ຄົນ​ອະ​ທັມ” 5 ເຂົາ​ທັງ​ຫລາຍ​ບໍ່​ຮູ້​ແລະ​ບໍ່​ເຂົ້າ​ໃຈ ເຂົາ​ຍ່າງ​ໄປ​ມາ​ໃນ​ຄວາມ​ມືດ ຮາກ​ທັງ​ສິ້ນຂອງ​ແຜ່ນ​ດິນ​ໂລກ​ກໍ​ຫວັ່ນ​ໄຫວ 6 ເຮົາ​ໄດ້​ກ່າວ​ວ່າ, “ທ່ານ​ທັງ​ຫລາຍ​ເປັນ​ພຣະ ເປັນ​ບຸດ​ອົງ​ສູງ​ສຸດ ທ່ານ​ທຸກ​ຄົນ​ນັ້ນ​ແຫລະ 7 ເຖິງ​ປານ​ນັ້ນ ທ່ານ​ຈະ​ຕາຍ​ຢ່າງ​ມະ​ນຸດ ແລະ​ລົ້ມ​ລົງ​ເຫມືອນ​ເຈົ້າ​ນາຍ​ຄົນ​ນຶ່ງ​ຄົນ​ໃດ” 8 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ລຸກ​ຂຶ້ນ​ພິ​ພາກ​ສາ​ແຜ່ນ​ດິນ​ໂລກ ເພາະ​ບັນ​ດາ​ປະ​ຊາ​ຊາດ​ທັງ​ສິ້ນ​ເປັນ​ຂອງ​ພຣະ​ອົງ

ເພງສັຣເສີນ 83

ຂໍ​ຊົງ​ທຳ​ລາຍ​ສັດ​ຕຣູ​ຂອງ​ອິສ​ຣາ​ເອນ ບົດ​ເພງ ເພງ​ສັຣ​ເສີນ​ ຂອງ​ອາ​ສາ​ຟ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຢ່າ​ຊົງ​ມິດ​ງຽບຢູ່ ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຢ່າ​ຊົງ​ງຽບ​ແລະ​ເສີຍເມີຍ​ 2 ເບີ່ງ​ແມ໋, ສັດ​ຕຣູ​ຂອງ​ພຣະ​ອົງ​ສັບ​ສົນ​ອົ​ນ​ລະ​ຫມ່ານ ບັນ​ດາ​ຜູ້​ທີ່​ຊັງ​ພຣະ​ອົງ​ໄດ້​ຍົກ​ຫົວ​ຂອງ​ເຂົາ​ຂຶ້ນ 3 ເຂົາ​ວາງ​ແຜນປອງ​ຮ້າຍ​ໄພ່​ພົນ​ຂອງ​ພຣະ​ອົງ ເຂົາ​ປຶກ​ສາ​ກັນ​ສູ້​ຜູ້​ທີ່​ພຣະ​ອົງ​ຊົງ​ທະ​ນຸ​ຖະ​ນອມ 4 ເຂົາ​ເວົ້າ​ວ່າ, “ມາ​ເຖີດ, ໃຫ້​ເຮົາ​ກວາດ​ເຂົາ​ອອກ​ຈາກ​ການ​ເປັນ​ປະ​ຊາ​ຊາດ ຢ່າ​ໃຫ້​ລະ​ນຶກ​ເຖິງ​ຊື່​ອິສ​ຣາ​ເອນ​ອີກ​ຕໍ່​ໄປ” 5 ເຂົາ​ປອງ​ຮ້າຍ​ເປັນ​ໃຈ​ດຽວ​ກັນ ເຂົາ​ເຮັດ​ຄຳ​ສັນ​ຍາ​ສູ້​ພຣະ​ອົງ 6 ຄື​ເຕັນ​ຂອງ​ເອ​ໂດມ ແລະ​ຄົນ​ຍິ​ຊ​ມາ​ເອນ ໂມອາບ ແລະ​ຄົນ​ຮາ​ກາ 7 ເກ​ບານ ອັມ​ໂມນ ແລະ ອາ​ມາ​ເລກ ຟີ​ລິ​ສ​ຕີນ ກັບ​ຊາວ​ເມືອງ​ຕີ​ເຣ 8 ອັ​ສ​ຊີ​ເຣັຽກໍ​ສົມ​ທົບ​ເຂົາ​ເຫມືອນ​ກັນ ເຂົາ​ເປັນ​ແຂນ​ຂອງ​ລູກ​ຫລານ​ຂອງ​ໂລດ 9 ຂໍ​ຊົງທຳ​ກັບ​ເຂົາ​ຢ່າງ​ພຣະ​ອົງ​ຊົງ​ກະ​ທຳ​ກັບ​ມີ​ດີ​ອານ ຢ່າງ​ທີ່​ທຳ​ກັບ​ສິ​ເຊຣາ ແລະ​ຢາບິນ ທີ່​ແມ່​ນ້ຳ​ກີ​ໂຊນ 10 ຜູ້​ຖືກ​ທຳ​ລາຍ​ທີ່​ເມືອງ​ເອນ​ໂດຣ໌ ຜູ້​ກາຍ​ເປັນ​ປຸ່ຍ​ຂອງ​ດິນ 11 ຂໍ​ຊົງ​ທຳ​ຕໍ່​ຜູ້​ນຳ​ຂອ​ງ​ເຂົາ​ເຫມືອນ​ໂອ​ເຣັບ ແລະ​ເຊ​ເອັບ ຕໍ່​ເຈົ້າ​ນາຍ​ຂອງ​ເຂົາ​ເຫມືອນ​ເຊ​ບາ ແລະ​ຊັນ​ມຸນ​ນາ 12 ຜູ້​ທີ່​ກ່າວ​ວ່າ, “ໃຫ້​ເຮົາ​ເອົາ​ທົ່ງ​ຫຍ້າ​ຂອງ​ພຣະ​ເຈົ້າ ມາ​ເປັນ​ກຳມະ​ສິດ​ຂອງ​ເຮົາ​ເຖີດ” 13 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ທຳ​ເຂົາ​ໃຫ້​ເຫມືອນ​ຜົງ​ຂີ້​ດິນ​ທີ່​ວົນ​ວຽນ​ເຫມືອນ​ແກບ​ຕໍ່​ຫນ້າ​ລົມ 14 ເຫມືອນ​ດັ່ງໄຟ​ເຜົາ​ຜານ​ປ່າ​ໄມ້ ເຫມືອນ​ດັ່ງ​ແປວ​ໄຟ​ທີ່​ໄຫມ້ເນີນພູ​ຢູ່​ນັ້ນ 15 ຂໍ​ຊົງຕິດ​ຕາມ​ເຂົາ​ໄປ​ດ້ວຍ​ພາ​ຍຸ​ຂອງ​ພຣະ​ອົງ ແລະ​ຊົງ​ທຳ​ໃຫ້​ເຂົາ​ຢ້ານ​ກົວ​ດ້ວຍ​ລົ​ມ​ຮ້າຍ​ແຮງ​ຂອງ​ພຣະ​ອົງ 16 ຊົງ​ໃຫ້​ຫນ້າ​ຂອງ​ເຂົາ​ມີ​ຄວາມ​ອາຍ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເຂົາ​ຈະ​ໄດ້​ສtແsວງ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ 17 ຂໍ​ໃຫ້​ເຂົາ​ອັບ​ອາຍ ແລະ​ຢ້ານ​ຢູ່​ເປັນ​ນິດ ໃຫ້​ເຂົາ​ອົດ​ສູ​ແລະ​ພິ​ນາດ​ໄປ 18 ໃຫ້​ເຂົາ​ທັງ​ຫລາຍ​ຮູ້​ວ່າ​ພຣະ​ອົງ​ຜູ້​ດຽວ ຜູ້​ຊົງ​ພຣະ​ນາມ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ຊົງ​ເປັນ​ຜູ້​ສູງ​ສຸດ​ເຫນືອ​ແຜ່ນດິນ​ໂລກ​ທັງ​ສິ້ນ

ເພງສັຣເສີນ 84

ຢາກ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ທຳ​ນອງ​ກິດ​ຕີ ຂອງ​ຄ​ນະໂກ​ຣາ ເພ​ງສັຣ​ເສີນ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຂ້າ​ພຣະ​ອົງ​ຮັກ​ ແລະ​ຢາກ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ອີ່​ຫ​ລີ 2 ຂ້າ​ພຣະ​ອົງ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ ໂອ​ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຂ້າພຣະ​ອົງ​ຮ້ອງ​ເພງ​ຢ່າງມ່ວນ​ຊື່ນ​ດ້ວຍ​ຫມົດ​ຈິດ​ຫມົດ​ໃຈ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຜູ້​ຊົງ​ເປັນ​ເຈົ້າ​ຊີ​ວິດ ແລະ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ນົກ​ຈອກ​ແລະ​ນົກ​ແອ່ນ​ກໍ​ຍັງ​ມີ​ຮັງ​ຢູ່ ພວກ​ມັນ​ຮັກ​ສາ​ລູກ​ນ້ອຍ​ຂອງ​ມັນ​ໄວ້​ໃກ້​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ 4 ຄວາມ​ສຸກ​ເປັນ​ຂອງ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ ຄື​ຜູ້​ທີ່​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ​ຢູ່​ບໍ່​ຂາດ 5 ຄວາມ​ສຸກ​ເປັນ​ຂອງ​ຄົນ​ທີ່​ໄດ້​ຮັບ​ເຫື່ອ​ແຮງ​ມາ​ຈາກ​ພຣະ​ອົງ ແລະ​ຢາກ​ເດີນ​ທາງ​ໄປ​ນະ​ມັສ​ການ​ທີ່​ພູ​ຊີ​ໂອນ 6 ຂ​ນະ​ທີ່ ເຂົາ​ເດີນ​ທາງ​ຜ່ານ​ໄປ​ໃນ​ຮ່ອມ​ພູ​ທີ່​ແຫ້ງ​ແລ້ງ ບ່ອນ​ນັ້ນ​ກໍ​ກາຍ​ເປັນ​ບ່ອນ​ທີ່​ບໍ່​ມີ​ນ້ຳ ເມື່ອ​ຣະ​ດູ​ຝົນ​ມາ​ບ່ອນ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ນ້ຳ 7 ໃນ​ຂ​ນະ​ທີ່​ເຂົາ​ຍ່າງ​ໄປ ເຂົາ​ໄດ້​ມີ​ແຮງ​ຂຶ້ນຫລາຍ ກວ່າ​ເກົ່າ ເຂົາ​ຈະ​ເຫັນ​ພຣະ​ເຈົ້າ​ຂອງ​ພຣະ​ທັງ​ຫລາຍ​ເທິງ​ພູ​ຊີ​ໂອນ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຂໍ​ຊົງ​ຟັງ​ສຽງ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ພຣະ​ເຈົ້າ​ຂອງ​ຢາ​ໂຄບ ຂໍ​ຊົງ​ຟັງ​ສຽງ​ຂອງ​ຂ້າ​ພຣະ​ອົງ​ດ້ວຍ 9 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ອວຍ​ພຣະ​ພອນ​ແກ່​ເຈົ້າ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ຜູ້​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້​ແລ້ວ 10 ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ພຽງ​ມື້​ດຽວ ກໍ​ມີ​ຄວາມ​ສຸກກວ່າ​ພັນ​ມື້​ໃນ​ແຫ່ງ​ອື່ນ ຂ້າ​ພຣະ​ອົງ​ຢາກ​ຢືນ​ຢູ່​ໃກ້​ປະ​ຕູ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຫລາຍ ກວ່າ​ທີ່​ຈະ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ຊົ່ວ​ຮ້າຍ 11 ເພາະ​ພຣະ​ເຈົ້າ​ຊົງ​ເປັນ​ດວງ​ອາ​ທິດ ແລະ​ເປັນ​ໂລ່ ພຣະ​ອົງ​ຊົງ​ປູນ​ຄວາມ​ຊອບ​ທັມ​ແລະ​ໃຫ້​ກຽດ ພຣະ​ເຈົ້າ​ບໍ່​ໄດ້ຊົງ​ຫວງ​ຂອງ​ດີ​ອັນ​ໃດ​ໄວ້​ເລີຍ ຈາກ​ບຸກ​ຄົນ​ຜູ້​ເດີນຢ່າງ​ທ່ຽງ​ທັມ 12 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ເຊື່ອ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ

ເພງສັຣເສີນ 85

ການ​ອ້ອນວອນ​ສຳ​ລັບ​ຄວາມ​ດີ​ຂອງ​ຊົນ​ຊາດ​ ອິສ​ຣາ​ເອນ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ຂອງ​ຄ​ນະ​ໂກ​ຣາ ເພງ​ສັຣ​ເສີນ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເມດ​ຕາ​ຜືນ​ແຜ່ນ​ດິນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ເຮັດ​ໃຫ້​ອິສ​ຣາ​ເອນ​ຈະ​ເຣີນ​ຂຶ້ນ​ໃຫມ່ 2 ພຣະ​ອົງ​ໃຫ້​ອະ​ພັຍ​ບາບ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ຍົກ​ໂທດ​ໃນ​ຄວາມ​ຜິດ​ທຸກ​ຢ່າງ​ຂອງ​ເຂົາ 3 ພຣະ​ອົງ​ຊົງ​ເຊົາ​ຄວາມ​ຄຽດ​ເຂົາ ແລະ​ບໍ່​ຊົງ​ພຣະ​ພິ​ໂຣດ​ເຂົາ​ຕໍ່​ໄປ​ອີກ 4 ພຣະ​ຜູ້​ຊ່​ອຍ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍ​ພຣະ​ອົງ​ຊົງ​ນຳ​ພາ​ຂ້າ​ພຣະ​ອົງ​ກັບ​ຄືນ​ອີກ ຂໍ​ຊົງ​ຄາຍ​ຄວາມ​ຄຽດ​ແຄ້ນ​ຈາກ​ຂ້າ​ພຣະ​ອົງ​ທັງ​ຫລາຍ 5 ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຕລອດ​ໄປ​ບໍ່? ຄວາມ​ພິ​ໂຣດ​ຂອງ​ພຣະ​ອົງ​ຈະ​ບໍ່​ສິ້ນ​ສຸດ​ລົງ​ຈັກ​ເທື່​ອ​ບໍ່? 6 ຂໍ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງທັງ​ຫລາຍ​ມີ​ແຮງ​ຂຶ້ນ​ມາ​ໃຫມ່​ອີກ ແລະ​​ໄພ່​ພົນ​ຂອງ​ພຣະ​ອົງ​ຈະ​ສັຣ​ເສີນ​ພຣະ​ອົງ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ ແລະ​ຊົງ​ຊ່ອຍ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ພົ້ນ​ພັຍ​ດ້ວຍ 8 ຂ້າ​ພຣະ​ອົງ​ກຳ​ລັງ​ຟັງ​ສິ່ງ​ທີ່​ພຣະ​ເຈົ້າ​ຈະ​ກ່າວ ພຣະ​ອົງ​ຊົງ​ສັນ​ຍາ​ວ່າ ຖ້າ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ບໍ່​ຫັນ​ໄປ​ເປັນ​ຄົນ​ໂງ່​ທີ່​ເຮັດ​ຜິດ​ອີກ ພຣະ​ອົງ​ຈະ​ຊົງ​ປະ​ທານ​ສັນ​ຕິ​ສຸກ​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຊຶ່ງ​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ 9 ແນ່ນອນ​ທີ່​ສຸດ ພຣະ​ອົງ​ຊົງ​ຕຽມ​ພ້ອມ​ເພື່ອ​ຈະ​ຊ່ອຍ​ຜູ້​ທີ່​ຖວາຍ​ກຽດ​ແດ່​ພຣະ​ອົງ​ໃຫ້​ພົ້ນ​ພັຍ ແລະ​ຣັສ​ມີ​ຂອງພຣະ​ອົງ​ຈະ​ຄົງ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາ​ຍ 10 ຄວາມ​ຮັກ​ແລະ​ຄວາມ​ສັດ​ຊື່​ສຸດ​ຈະ​ຣິດ​ຈະ​ມາ​ພ້ອມ​ກັນ ຄວາມ​ຊອບ​ທັມ​ແລະ​ຄວາມ​ສ​ງົບ​ສຸກ​ຈະ​ພົບ​ພໍ້​ກັນ 11 ຄວາມ​ສັດ​ຊື່​ສຸດ​ຈະ​ຣິດ​ຂອງ​ມະ​ນຸດ​ຈະ​ເກີດມີ​ຂຶ້ນ​ໃນ​ແຜ່ນ​ດິນ​ນີ້​ແລະ​ຄວາມ​ຊອບທັມ​ຂອງ​ພຣະ​ເຈົ້າ​ຈາກຟ້າ​ສວັນ​ຈະ​ສອດ​ສ່ອງ​ລົງ​ມາ​ເທິງ​ເຂົາ 12 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ທຳ​ໃຫ້​ພວກ​ເຮົາ​ຈະ​ເຣີນ​ຂຶ້ນ ແລະ​ການເກັບ​ກ່ຽວ ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຮົາກໍ​ເກີດດອກ​ອອກ​ຜົນ​ຫມັ້ນ​ຄົງ​ສົມ​ບູນ 13 ຄວາມ​ຊອບ​ທັມ​ຈະ​ມາ​ກ່ອນ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈັດ​ຕຽມ​ຫົນ​ທາງ​ສຳ​ລັບ​ພຣະ​ອົງ

ເພງສັຣເສີນ 86

ຄຳ​ອ້ອນວອນ​ຂໍ​ພຣະ​ເຈົ້າ​ຊົງ​ພຣະ​ກະ​ຣຸ​ນາ​ຄຸນ​ຢ່າງ​ບໍ່​ຢຸດ​ຢັ້ງ ຄຳ​ອ້ອນວອນ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ຕອບ​ຂ້າ​ພຣະ​ອົງ​ ເພາະ​ຂ້າ​ພຣະ​ອົງ​ຍາກ​ຈົນ​ແລະ​ຂັດ​ສົນ 2 ຂໍ​ຊົງ​ສງວນ​ຊີ​ວິດ​ຂ້າ​ພຣະ​ອົງ​ໄວ້ ເພາະ​ຂ້າ​ພຣະ​ອົງ​ເປັນ​ໄພ່​ພົນ​ ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຜູ້​ວາງ​ໃຈ​ໃນ​ພຣະ​ອົງ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ພຣະ​ກະ​ຣຸ​ນາ​ຕໍ່​ຂ້າພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຕໍ່​ພຣະ​ອົງຕລອດ​ວັນ 4 ຂໍ​ຊົງ​ໃຫ້​ຈິດ​ໃຈ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຍິນ​ດີ ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຕັ້ງ​ໃຈ​ແນ່ວ​ແນ່​ໃນ​ພຣະ​ອົງ 5 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ປະ​ເສີດ​ແລະ​ຊົງ​ພ້ອມ​ທີ່​ຈະ​ປະ​ທານ​ອະ​ພັຍ​ ອຸ​ດົມ​ດ້ວຍ​ຄວາມ​ຮັກຫມັ້ນ​ຄົງ​ຕໍ່​ບັນ​ດາ​ຜູ້​ຮ້ອງ​ທູນ​ພຣະ​ອົງ 6 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ງ່ຽງ​ຫູຟັງ​ຄຳ​ທູນ​ອະ​ທິ​ຖານ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ສະ​ດັບ​ສຽງ​ຮ້ອງ​ທູນ​ວິງວອນ​ຂອງ​ຂ້າ​ພຣະ​ອົງ 7 ໃນ​ວັນ​ລຳ​ບາກ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຮ້ອງ​ທູນ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ຕອບ​ຂ້າ​ພຣະ​ອົງ 8 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ບັນ​ດາ​ພຣະ​ບໍ່​ມີ​ຜູ້​ໃດ​ເຫມືອນ​ພຣະ​ອົງ ແລະ​ບໍ່​ມີ​ກິ​ຈ​ການ​ໃດໆ​ເຫມືອນ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ 9 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ ບັນ​ດາ​ປະ​ຊາ​ຊາດ​ທີ່​ພຣະ​ອົງ​ຊົງ​ສ້າງ ຈະ​ມາ​ກາບ​ລົງ​ຕໍ່​ພຣະ​ອົງ ແລະ​ຈະ​ເທິດ​ທູນ​ພຣະ​ນາມ​ຂອງ​ພຣະ​ອົງ 10 ເພາະ​ພຣະ​ອົງ​ຍິ່ງ​ໃຫຍ່ ແລະ​ຊົງ​ກະ​ທຳ​ການ​ອັດ​ສະ​ຈັນ ພຣະ​ອົງ​ແຕ່ອົງ​ດຽວ​ຊົງ​ເປັນ​ພຣະ​ເຈົ້າ 11 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ສອນຂ້າ​ພຣະ​ອົງ​ໃຫ້​ຮູ້​ຈັກ​ທາງຂອງ​ພຣະ​ອົງ​ ເພື່ອ​ຂ້າ​ພຣະ​ອົງ​ຈະ​ດຳ​ເນີນ​ໃນ​ຄວາມ​ຈິງ​ຂອງ​ພຣະ​ອົງ ຂໍ​ຊົງ​ສຳ​ຣວມ​ໃຈ​ຂອງ​ຂ້າ​ພຣະ​ອົງ​ໃຫ້​ຢຳ​ເກງ​ພຣະ​ນາມ​ຂອງ​ພຣະ​ອົງ 12 ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ອົງ​ດ້ວຍ​ສິ້ນ​ສຸດ​ໃຈ ແລະ​ຂ້າ​ພຣະ​ອົງ​ຈະ​ເທີ​ດ​ທູນ​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ນິດ 13 ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ທີ່​ຊົງ​ມີ​ຕໍ່​ຂ້າ​ພຣະ​ອົງ​ນັ້ນ​ຍິ່ງ​ໃຫຍ່​ນັກ ແລະ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ຈາກ​ທີ່​ເລິກ​ຂອງ​ແດນ​ຜູ້​ຕາຍ 14 ຂ້າ​ແດ່​ພຣະ​ເຈົ້າ ຄົນ​ຍິ່ງ​ຍະ​ໂສ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຂ້າພຣະ​ອົງ ຄົນ​ທີ່​ໄຮ້​ຄວາມ​ປາ​ນີ​ຊອກ​ຊີ​ວິດ​ຂອງ​ຂ້າພຣະ​ອົງ ເຂົາ​ບໍ່​ໄດ້​ເອົາ​ພຣະ​ອົງມາ​ວາງ​ໄວ້​ຕໍ່​ຫນ້າ​ເຂົາ 15 ຂ້າ​ແດ່ອົງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ປະ​ກອບ​ດ້ວຍ​ພຣະ​ກະ​ຣຸ​ນາ ແລະ​ພຣະ​ເມດ​ຕາ ຊົງ​ໂກດ​ຊ້າ ແລະ​ອຸ​ດົມ​ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ 16 ຂໍ​ຊົງ​ຫັນ​ມາ​ເມດ​ຕາ​ຂ້າ​ພຣະ​ອົງ ຂໍ​ປະ​ທານ​ພຣະ​ກຳ​ລັງ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ​ຂໍ​ຊົງ​ຊ່ອຍຊີ​ວິດ​ບຸດ​ຊາຍ​ຂອງ​ຍີງ​ຄົນ​ໃຊ້​ຂອງ​ພຣະ​ອົງ 17 ຂໍ​ປະ​ທານ​ຫມາຍ​ສຳ​ຄັນ​ແຫ່ງ​ຄວາມ​ໂປດ​ປານ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ ເພື່ອ​ຄົນ​ທີ່​ກຽດ​ຊັງ​ຂ້າ​ພຣະ​ອົງ​ຈະ​ເຫັນ ແລະ​ຈະ​ໄດ້​ອາຍ ຂ້າ​ແດ່​ພຣະ​ເຈົ້າ ເພາະ​ພຣະ​ອົງ​ໄດ້​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ ແລະ​ຊົງ​ເລົ້າ​ໂລມ​ຂ້າ​ພຣະ​ອົງ

ເພງສັຣເສີນ 87

ໂອ​ກາດ​ພິ​ເສດ​ຂອງ​ການ​ທີ່​ຢູ່​ໃນ​ຊີ​ໂອນ ຂອງ​ຄ​ນະ​ໂກ​ຣາ ເພງ​ສັຣ​ເສີນ ບົດ​ເພງ

1 ຮາກ​ຖານ​ຂອງ​ພຣະ​ອົງ​ຢູ່​ເທິງ​ພູ​ສັກ​ສິດ 2 ພຣະ​ເຈົ້າ​ຊົງ​ຮັກ​ປະ​ຕູ​ຊີ​ໂອນ​ຫລາຍ​ຍິ່ງ​ກວ່າ​ທີ່​ອາ​ໄສ​ແຫ່ງ​ໃດ​ໆ​ຂອງ​ຢາ​ໂຄບ 3 ໂອ ນະ​ຄອນ​ແຫ່ງ​ພຣະ​ເຈົ້າ​ເອີຍ ເຂົາ​ກ່າວ​ສັຣເສີນ​ທ່ານ 4 ໃນ​ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ເຮົາ ເຮົາ​ລະ​ບຸ​ຊື່ ຣາ​ຮັບ ແລະ​ບາ​ບິ​ໂລນ ເບິ່ງ​ແມ໋, ຟິ​​ລິ​ສ​ຕິນ ຕີ​ເຣ ແລະ ເອ​ທີ​ໂອ​ເປັຽ ເຂົາ​ກ່າວ​ກັນ​ວ່າ, “ຜູ້​ນີ້​ເກີດ​ທີ່​ນັ້ນ” 5 ແລະ​ເຂົາ​ຈະ​ເວົ້າ​ເຣື່ອງ​ຊີ​ໂອນ​ວ່າ, “ຜູ້​ນີ້​ແລະ​ຜູ້​ນັ້ນ​ເກີດ​ໃນ​ເມືອງ​ນັ້ນ” ເພາະ​ພຣະ​ອົງ​ຜູ້​ສູງ​ສຸດ​ນັ້ນ​ແຫລະ​ຈະ​ສະ​ຖາ​ປະ​ນາ​ເມືອງນັ້ນ​ໄວ້ 6 ຂນະ​ທີ່​ພຣະ​ເຈົ້າ ຊົງ​ຈົດ​ຊົນ​ຊາ​ດທັງ​ຫລາຍ ພຣະ​ອົງ​ຊົງ​ບັນ​ທຶກວ່າ, “ຜູ້​ນີ້​ເກີດ​ທີ່​ນັ້ນ” 7 ນັກ​ຮ້ອງ​ແລະ​ນັກ​ເຕັ້ນ​ຣຳ​ກ່າວ​ກັນ​ວ່າ, “ນ້ຳ​ພຸ​ທັງ​ສິ້ນ​ຂອງ​ເຮົາ​ຢູ່​ທີ່​ເຈົ້າ”

ເພງສັຣເສີນ 88

ຄຳ​ອ້ອນວອນ​ຂໍ​ຊົງ​ຊ່ອຍ​ກູ້​ຈາກ​ຄວາມ​ຕາຍ ບົດ​ເພງ ເພງ​ສັຣ​ເສີນ​ຂອງ​ຄ​ນະ​ໂກ​ຣາ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ທຳ​ນອງ​ມາ​ຮາ​ລາ​ທ​ເລ​ອານ​ໂນ​ທ ມັ​ສ​ຄີ​ລບົດ​ນຶ່ງ​ຂອງ​ເຮ​ມານ ຕະ​ກູນເອັ​ຊ​ຣາ

1 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ພຣະ​ອົງ ເມື່ອ​ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຕໍ່​ພຣະ​ອົງ​ໃນ​ກາງ​ຄືນ 2 ຂໍ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ​ມາ​ຈຳ​ເພາະ​ເບື້ອງ​ພຣະ​ພັກ​ຂອງ​ພຣະ​ອົງ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ຄຳ​ຮ້ອງ​ທູນ​ຂອງ​ຂ້າ​ພຣະ​ອົງ 3 ເພາະ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ລຳ​ບາກ​ເຕັມ​ທີ ແລະ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ເຂົ້າ​ໃກ້ແດນ​ຜູ້​ຕາຍ 4 ເຂົາ​ນັບ​ຂ້າ​ພຣະ​ອົງ​ໃນ​ບັນ​ດາ​ຜູ້​ທີ່​ລົງ​ໄປ​ຍັງ​ປາກ​ແດນ ຂ້າ​ພຣະ​ອົງ​ເຫມືອນ​ຊາຍ​ທີ່​ບໍ່​ມີ​ກຳ​ລັງ 5 ເຫມືອນ​ຄົນ​ທີ່​ເຂົາ​ຖິ້ມ​ໄວ້​ຖ້າມ​ກາງ​ຄົນ​ຕາຍ ເຫມືອນ​ຄົນ​ຖືກ​ຂ້າ​ທີ່​ນອນ​ຢູ່​ໃນ​ຫລຸມ​ສົບ​ທີ່​ພຣະ​ອົງ​ບໍ່​ໄດ້​ລະ​ລຶກ​ເຖິງ​ອີກ ເພາະ​ເຂົາ​ທັງ​ຫລາຍ​ຖືກ​ພາກ​ເສັຽ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ 6 ພຣະ​ອົງ​ຊົງ​ໃສ່​ຂ້າ​ພຣະ​ອົງ​ໄວ້​ໃນ​ສ່ວນ​ເລິກ​ຂອງ​ປາກ​ແດນ​ຜູ້​ຕາຍ​ໃນ​ແດນ​ທີ່​ມືດ​ແລະ​ເລິກ 7 ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ຫນັກ​ຢູ່​ເທິງ​ຂ້າ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ທັບ​ຖົມ​ຂ້າ​ພຣະ​ອົງ​ດ້ວຍ​ຄື່ນ​ແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ​ອົງ 8 ພຣະ​ອົງ​ຊົງ​ໃຫ້​ເພື່ອນ​ຂອງ​ຂ້າ​ພຣະ​ອົງ​ເຫີນ​ຫ່າງ​ຈາກຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ທີ່​ຫນ້າ​ກ​ຽດ​ຊັງ​ຂອງ​ເຂົາ​ທັ​ງ​ຫລາຍ ຂ້າ​ພຣະ​ອົງ​ຖືກ​ຂັງ ຂ້າ​ພຣະ​ອົງ​ຈຶ່ງ​ອອກ​ໄປ​ບໍ່​ໄດ້ 9 ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ມົວ​ໄປ​ເພາະ​ຄວາມ​ທຸກ ຂ້າ​ແດ່​ພຣະ​ຜູ້ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮ້ອງ​ທູນ​ພຣະ​ອົງ​ທຸກມື້ ຂ້າ​ພຣະ​ອົງ​ຊູ​ມື​ຂຶ້ນ​ຕໍ່​ພຣະ​ອົງ 10 ພຣະ​ອົງ​ຊົງ​ກະ​ທຳ​ການ​ອັດ​ສະ​ຈັນ​ເພື່ອ​ຄົນ​ຕາຍ​ຫລື ຊາວ​ແດນ​ຜູ້​ຕາຍ​ລຸກ​ຂຶ້ນ​ສັຣເສີນ​ພຣະ​ອົງ​ໄດ້​ຫລື 11 ເຂົາ​ປະ​ກາດ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ໃນ​ຫລຸມຝັງ​ສົບ​ຫລື ຫລື​ປະ​ກາດ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ໃນ​ແດນ​ພິ​ນາດ​ຫລື 12 ໃຈ​ຄວາມ​ມືດ​ເຂົາ​ຮູ້​ຈັກ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ຫລື ໃນ​ແຜ່ນ​ດິນ​ແຫ່ງ​ຄວາມ​ຫລົງ​ລືມ ເຂົາ​ຮູ້​ຈັກ​ການ​ຊ່ອຍ​ກູ້​ຂອງ​ພຣະ​ອົງ​ຫລື 13 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ຂ້າ​ພຣະ​ອົງ​ຮ້ອງ​ຫາ​ຕໍ່​ ພຣະ​ອົງ ໃນ​ເວ​ລາ​ເຊົ້າ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ​ຂຶ້ນ​ໄປ​ຫາ​ພຣະ​ອົງ 14 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ເປັນ​ຫຍັງ​ພຣະ​ອົງ​ຊົງ​ໂຍນ​ຂ້າ​ພຣະ​ອົງ​ອອກ​ໄປ​ເສັຽ ເປັນ​ຫຍັງ​ພຣະ​ອົງ​ຊົງ​ເຊື່ອງ​ພຣະ​ພັກ​ເສັຽ​ຈາກ​ຂ້າ​ພຣະ​ອົງ 15 ຕັ້ງ​ແຕ່​ເປັນ​ຫນຸ່ມ​ມາ ຂ້າ​ພຣະ​ອົງ​ທຸກ​ຍາກ​ແລະ​ໃກ້​ຄວາມ​ຕາຍ ຍ້ອນ​ຖືກ​ພຣະ​ອົງ​ລົງ​ໂທດ 16 ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກວາດ​ໄປ​ເຫນືອ​ຂ້າ​ພຣະ​ອົງ ສິ່ງ​ທີ່​ຫນ້າ​ຢ້ານ​ຈາກ​ພຣະ​ອົງ​ທຳ​ລາຍ​ຂ້າ​ພຣະ​ອົງ 17 ມັ​ນ​ລ້ອມ​ຂ້າ​ພຣະ​ອົງ​ໄວ້​ຕລອດ​ວັນ​ເຫມືອນ​ດັ່ງ​ນ້ຳ​ຖ້ວມ ມັນ​ອ້ອມ​ຮອບ​ຂ້າ​ພຣະ​ອົງ​ໄວ້​ທຸກ​ດ້ານ 18 ພຣະ​ອົງ​ຊົງ​ໃຫ້​ຄົນ​ຮັກ ແລະ​ສະ​ຫາຍ​ຫ່າງ​ເຫີນ​ຈາກ​ຂ້າ​ພຣະ​ອົງ ພວກ​ເພື່ອນ​ຂອງ​ຂ້າ​ພຣະ​ອົງ​ຢູ່​ໃນ​ຄວາມ​ມືດ

ເພງສັຣເສີນ 89

ຄຳສັນ​ຍາ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ດາ​ວິດ ມັ​ສ​ຄິ​ລ​ບົດ​ນຶ່ງ​ ຂອງ​ເອ​ທານ ຊາວ​ເອັ​ຊ​ຣາ

1 ຂ້າ​ພຣະ​ອົງຈະ​ຮ້ອງ​ເພງ​ເຖິງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ​ເປັນ​ນິດ ດ້ວຍ​ປາກ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ປະກາດ​ຄວາມ​ສັຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ​ຕລອດ​ທຸກ​ຊົ່ວ​ຊາດ​ພັນ 2 ດ້ວຍ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ແລ້ວ​ວ່າ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຈະ​ຕັ້ງ​ຢູ່​ເປັນ​ນິດ ແນ່ນອນ​ທີ່​ສຸດພຣະ​ອົງ​ຈະ​ສະ​ຖາ​ປະ​ນາ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ​ໃນ​ຟ້າ​ສວັນ 3 “ເຮົາ​ໄດ້​ກະ​ທຳຄຳ​ສັນ​ຍາ​ກັບ​ຜູ້​ທີ່​ຖືກ​ເລືອກ​ຂອງ​ເຮົາ ເຮົາ​ໄດ້​ປະ​ຕິ​ຍານ​ກັບ​ດາ​ວິດ​ຜູ້​ຮັບໃຊ້​ຂອງ​ເຣົາ 4 ວ່າ ເຮົາ​ຈະ​ສະ​ຖາ​ປະ​ນາ​ເຊື້ອ​ສາຍ​ຂອງ​ເຈົ້າ​ໄວ້​ເປັນ​ນິດ ແລະ​ຈະ​ສ້າງ​ບັນ​ລັງ​ຂອງ​ເຈົ້າ​ໄວ້​ທຸກ​ຊົ່ວ​ຊາດ​ອາ​ຍຸ​ຄົນ” 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຟ້າສວັນ​ຈົ່ງ​ສັຣ​ເສີນ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ ແລະ​ສັຣ​ເສີນ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ​ໃນ​ທີ່​ປະ​ຊຸມ​ຂອງ​ບັນ​ດາ​ທ່ານ​ຜູ້​ບໍ​ຣິ​ສຸດ 6 ໃນ​ສວັນ​ບໍ່​ມີ​ຜູ້​ໃດຈະປຽບ​ກັບ​ພຣະ​ເຈົ້າ​ໄດ້ ໃນ​ບັນ​ດາ​ຊາວ​ສວັນ​ບໍ່​ມີ​ໃຜ​ຈະ​ເຫມືອນ​ພຣະ​ເຈົ້າ​ 7 ຄື​ອົງ​ພຣະ​ເຈົ້າ​ຜູ້​ເປັນ​ທີ່ເຄົາ​ຣົບ​ນັບ​ຖື​ໃນ​ສະພາ​ບັນ​ດາ​ຜູ້​ບໍ​ຣິ​ສຸດ​ຍິ່ງ​ໃຫຍ່​ແລະ​ຫນ້າເກງ​ກົວ​ເຫນືອກວ່າ​ທັງ​ສິ້ນ​ທີ່​ຢູ່​ອ້ອມ​ພຣະ​ອົງ 8 ຂ້າ​ແດ່​ພຣະ​ເຈົ້າ​ຈອມ​ໂຍ​ທາ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ໃດ​ຈະ​ຊົງ​ຣິດ​ທາ​ນຸ​ພາບ​ເທົ່າ​ທຽມ​ພຣະ​ອົງ ດ້ວຍ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ​ອ້ອມ​ພຣະ​ອົງ 9 ພຣະ​ອົງ​ຊົງ​ປົກ​ຄອງ​ຄື້ນທະ​ເລກວ້າງ​ທີ່​ມີ​ກຳ​ລັງ​ແຮງ ເມື່ອ​ຄື້​ນ​ສູງ​ຂຶ້ນ​ພຣະ​ອົງ​ຊົງ​ໃຫ້​ສ​ງົບ​ລົງ 10 ພຣະ​ອົງ​ຊົງ​ຢຽບ​​ຣາ​ຮັບເຫ​ມືອນ​ຜູ້​ຖືກ​ຂ້າ ພຣະ​ອົງ​ຊົງ​ກະ​ຈາຍ​ສັດ​ຕຣູ​ຂອງ​ພຣະ​ອົງ ດ້ວຍ​ພຣະ​ກອນ​ຊົງ​ຣິດ​ຂອງ​ພຣະ​ອົງ 11 ຟ້າ​ສວັນ​ເປັນ​ຂອງ​ພຣະ​ອົງ ແຜ່ນ​ດິ​ນ​ໂລກ​ເປັນ​ຂອງ​ພຣະ​ອົງ​ດ້ວຍ ພຣະ​ອົງ​ໄດ້​ຊົງ​ຕັ້ງ​ພິ​ພົບ ແລະ​ບັນ​ດາ​ສິ່ງ​ທີ່​ຢູ່​ໃນ​ນັ້ນ 12 ທິດ​ເຫນືອ​ແລະ​ທິດ​ໃຕ້ ພຣະ​ອົງ​ກໍ​ໄດ້​ຊົງ​ສ້າງ ພູ​​ຕາ​ໂບ​ຣ໌ກັບ​ພູ​​ເຮີ​ໂມນ ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ​ຢ່າງ​ຊື່ນ​ບານ 13 ພຣະ​ອົງ​ມີ​ພຣະ​ກອນ​ອັນ​ຊົງ​ຣິດ ພຣະ​ຫັດ​ຂອງ​ພຣະ​ອົງ​ກໍ​ແຂງ​ແຮງ ພຣະ​ຫັດ​ຂວາ​ຂອງ​ພຣະ​​ອົງ​ກໍ​ສູງ 14 ຄວາມ​ຊອບ​ທັມ​ແລະ​ຄວາມ​ຍຸດ​ຕິ​ທັມ​ເປັນ​ຮາກ​ຖານ​ແຫ່ງ​ບັນ​ລັງ​ຂອງ​ພຣະ​ອົງ ຄວາມ​ຮັກ​ຫມັ້ນ​ຄົງ​ ແລະ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ເດີນ​ນຳ​ຫນ້າ​ພຣະ​ອົງ 15 ຊົນ​ຊາດ​ທີ່​ຮູ້​ຈັກ​ໂຮ່​ຮ້ອງ​ຢ່າງ​ຊື່ນ​ບານ ກໍ​ເປັນ​ສຸກ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄື​ຜູ້​ທີ່​ເດີນໃນສວ່າງ​ແຫ່ງພຣະ​ພັກ​ຂອງ​ພຣະ​ອົງ 16 ຜູ້​ເຕັ້ນ​ໂລດ​ຢູ່​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຕລອດ​ວັນ ແລະ​ໄດ້​ຣັ​ບການ​ເຊີດ​ຊູ​ໂດຍ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ 17 ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ສະ​ງ່າ​ຣາ​ສີແຫ່ງ​ກຳ​ລັງ​ຂອງ​ເຂົາ ແຕ່​ໂດຍ​ຄວາມ​ໂປດ​ປານ​ຂອງ​ພຣະ​ອົງ ກຳ​ລັງ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈຶ່ງ​ເພີ້ມ​ຂຶ້ນ 18 ເພາະ​ໂລ່​ຂອງ​ເຮົາ​ທັງ​ຫລາຍ​ຂອງ​ເຮົາ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຣາ​ຊາ​ຂອງ​ເຮົາ​ເປັນ​ຂອງ​ພຣະ​ອົງ ບໍ​ຣິ​ສຸດ​ແຫ່ງ​ອິສ​ຣາ​ເອນ 19 ໃນເມື່ອ​ກ່ອນ ພຣະ​ອົງ​ຕ​ຣັ​ສດ້ວຍນິ​ມິດ​ແກ່ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ກ່າວ​ວ່າ, “ເຮົາ​ໄດ້​ຍົກ​ຊາຍ​ຫນຸ່ມ​ຄົນ​ນຶ່ງ​ເຫນືອ​ຊາຍ​ສະ​ກັນ ເຮົາ​ໄດ້​ເຊີດ​ຊູ​ຄົນ​ທີ່​ຖືກ​ເລືອກ​ຄົນ​ນຶ່ງ​ເຫນືອ​ປະ​ຊາ​ຊົນ 20 ເຮົາ​ໄດ້​ພົບ​ດາ​ວິດ​ຜູ້​ຮັບ​ໃຊ້​ຂ​ອງ​ເຮົາ ເຮົາ​ໄດ້​ເຈີມ​ເຂົາ​ໄວ້​ແລ້ວ 21 ເພື່ອ​ວ່າ​ມື​ຂອງ​ເຮົາ​ຈະ​ຢູ່​ກັບ​ເຂົາ​ເປັນ​ນິດ ແລະ​ແຂນ​ຂອງ​ເຣົາ​ຈະ​ເສີມ​ກຳ​ລັງ​ຂອງ​ເຂົາ 22 ສັດ​ຕຣູ​ຈະ​ຫລອກ​ເຂົາ​ບໍ່​ໄດ້ ຄົນ​ທີ່​ປະ​ພຶດ​ຜິດ​ຈະ​ຂົ່ມ​ເຂົາ​ບໍ່​ໄດ້ 23 ເຮົາ​ຈະ​ຢຽບ​ຢ່ຳ​ສັດ​ຕຣູ​ຂອງ​ເຂົາ​ຕໍ່​ຫນ້າ​ເຂົາ ແລະ​ຕີ​ຜູ້​ທີ່​ກຽດ​ເຂົາ​ໃຫ້​ລົ້ມ​ລົງ 24 ຄວາມ​ສັ​ຕ​ສຸດ​ຈະ​ຣິດ ແລະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ເຮົາ​ຈະ​ຢູ່​ນຳ​ເຂົາ ແລະ​ກຳ​ລັງ​ຂອງ​ເຂົາ​ຈະ​ເປັນ​ທີ່​ເຊີດ​ຊູ​ໂດຍ​ນາມ​ຂອງ​ເຮົາ 25 ເຮົາ​ຈະ​ເອົາ​ມື​ຂອງ​ເຂົາ​ວາງ​ໄວ້​ເທິງ​ທະ​ເລ ແລະ​ມື​ຂວາ​ຂອງ​ເຂົາ​ເທິງ​ແມ່​ນ້ຳ​ທັງ​ຫລາຍ 26 ເຂົາ​ຈະ​ຮ້ອງ​ຕໍ່​ເຮົາ​ວ່າ, “ພຣະ​ອົງ​ຊົງ​ເປັນ​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ສີ​ລາ​ແຫ່ງ​ຄວາມ​ລອດ​ຂອງ​ຂ້າ​ພຣະ​ອົງ” 27 ແລະ​ເຮົາ​ຈະ​ໃຫ້​ເຂົາ​ເປັນ​ບຸດ​ຫົວ​ປີ ສູງ​ທີ່​ສຸດ​ໃນ​ບັນ​ດາ​ກະ​ສັດແຫ່ງ​ແຜ່ນ​ດິນ​ໂລກ 28 ເຮົາ​ຈະ​ເກັບ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ເຮົາ​ໄວ້​ໃຫ້​ເຂົາ​ເປັນ​ນິດ ແລະ​ຄຳ​ສັນ​ຍາ​ຂອງ​ເຮົາ​ຈະ​ຕັ້ງ​ຫມັ້ນຄົງ​ຢູ່​ເພື່ອ​ເຂົາ 29 ເຣົາ​ຈະ​ສະ​ຖາ​ປະ​ນາ​ເຊື້ອ​ສາຍ​ຂອງ​ເຂົາ​ໄວ້​ເປັນ​ນິດ ທັງ​ບັນ​ລັງ​ຂອງ​ເຂົາ​ໃຫ້​ດຳ​ຣົງ​ຕາບ​ເທົ່າ​ກາ​ລ​ຂອງ​ຟ້າ​ສວັນ 30 ຖ້າ​ລູກ​ຫລານ​ຂອງ​ເຂົາ​ຖິ້ມ​ກົດ​ຫມາຍ​ຂອງ​ເຣົາ ແລະ​ບໍ່​ດຳ​ເນີນ​ຕາມ​ລະ​ບຽບ​ຂອງ​ເຮົາ 31 ຖ້າ​ເຂົາ​ທັງ​ຫລາຍ​ຝ່າ​ຝືນ​ຂໍ້​ຄຳ​ສັ່ງ​ຂອງ​ເຣົາ ແລະ​ບໍ່​ໄດ້​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ 32 ແລ້ວ​ເຮົາ​ຈະ​ລົງ​ໂທດ​ການ​ລະ​ເມີດ​ຂອງ​ເຂົາ​ດ້ວຍ​ໄມ້​ແສ້ ແລະ​ຄວາມ​ບາບ​ຜິດ​ຂອງ​ເຂົາ​ດ້ວຍ​ການ​ຂ້ຽນ 33 ແຕ່​ຈະ​ບໍ່​ຖອນ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ເຮົາ​ໄປ​ຈາກ​ເຂົາ ຫລື​ ບໍ່​ຈິງ​ຕໍ່​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ເຣົາ 34 ເຮົາ​ຈະ​ບໍ່​ຝ່າ​ຝືນ​ຄຳ​ສັນ​ຍາ​ຂອງ​ເຮົາ​ ຫລື​ຖອນ​ຖ້ອຍ​ຄຳ​ທີ່​ອອກ​ໄປ​ຈາກ​ຮີມ​ຝີ​ປາກ​ຂອງ​ເຮົາ 35 ເຣົາ​ປະ​ຕິ​ຍານ​ດ້ວຍຄວາ​ມບໍ​ຣິ​ສຸດ​ຂອງ​ເຮົາ​ເດັດ​ຂາດ ເຣົາ​ຈະ​ບໍ່​ມຸ​ສາ​ຕໍ່​ດາ​ວິດ 36 ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ດຳ​ຣົງ​ຢູ່​ເປັນ​ນິດ ບັນ​ລັງ​ຂອງ​ເຂົາ​ຈະ​ຍືນ​ນານ​ຢ່າງດວງ​ອາ​ທິດ​ຕໍ່​ຫນ້າ​ເຮົາ 37 ຈະ​ສະ​ຖາ​ປະ​ນາ​ໄວ້​ຢ່າງດວງ​ຈັນ​ເປັນ​ນິດ ແລະສັ​ກຂີ​ພ​ຍານ​ໃນ​ທ້ອງ​ຟ້າກໍແນ່ນອນ” 38 ແຕ່ ບັດ​ນີ້ ພຣະ​ອົງ​ຊົງ​ໄດ້​ໂຍນ​ອອກ​ໄປ​ແລະ​ປະ​ຕິ​ເສດ ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ຕໍ່​ຜູ້​ທີ່​ເຈີມ​ໄວ້​ຂອງ​ພຣະ​ອົງ 39 ພຣະ​ອົງ​ໄດ້​ຊົງ​ບອກ​ເລີກ​ຄຳສັນ​ຍາ​ກັບ​ຜູ້​ຮັບ​ໃຊ້​ຂອ​ງ​ພຣະ​ອົງ ພຣະ​ອົງ​ຊົງ​ກະ​ທຳ​ມົງ​ກຸດ​ຂອງ​ທ່ານ​ມົນ​ທິນ​ໃນ​ຜົງ​ຂີ້​ດີນ 40 ພຣະ​ອົງ​ໄດ້​ພັງ​ກຳ​ແພງ​ຂອງ​ທ່ານ​ທັງ​ສິ້ນ ພຣະ​ອົງ​ຊົງ​ໃຫ້​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ທ່ານ​ຮົກ​ຮ້າງ​ເພ​ພັງ​ 41 ຄົນ​ທັງ​ປວງທີ່​ຜ່ານ​ໄປ​ກໍ​ປຸ້ນ​ທ່ານ ທ່ານ​ກໍ​ເປັນ​ຂີ້​ປາກ​ຂອງ​ເພື່ອນ​ບ້ານ 42 ພຣະ​ອົງ​ຊົງ​ຍົກ​ຍ້ອງ​ມື​ຂວາ​ຂອງ​ສັ​ດ​ຕຣູ​ຂອງ​ທ່ານ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ສັດ​ຕຣູ​ທັງ​ສິ້ນ​ຂອງ​ທ່ານ​ຍິນ​ດີ 43 ພຣະ​ອົງ​ຊົງ​ຫັນ​ຄົມ​ດາບ​ຂອງ​ທ່ານ ແລະ​ພຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທຳ​ໃຫ້​ທ່ານ​ຕັ້ງ​ຫ​ມັ້ນຢູ່​ໃນ​ສົງ​ຄາມ 44 ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ສະ​ງ່າ​ຂອງ​ທ່ານ​ເສື່ອມ​ສູນ​ໄປ ແລະ​ຊົງ​ໂຍນ​ບັນ​ລັງ​ຂອງ​ທ່ານ​ລົງ​ສູ່​ພື້ນ​ດິນ 45 ພຣະ​ອົງ​ຊົງ​ຕັດ​ວັນ​ວັຍ​ຫນຸ່ມ​ຂອງ​ທ່ານ​ໃຫ້​ສັ້ນ ແລະ​ຊົງ​ຄຸ​ມ​ທ່ານ​ໄວ້​ດ້ວຍ​ຄວາມ​ອາຍ 46 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​ລີ້​ຊ່ອນ​ຢູ່​ເຫິງ​ປານ​ໃດ ເປັນ​ນິດ​ຫລື ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ຈະ​ໄຫມ້​ຢູ່​ເຫິງ​ປານ​ໃດ 47 ຂໍ​ຊົງ​ຣະ​ລຶກວ່າ ຊ່ວງ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ເປັນ​ຢ່າງ​ໃດ ເພາະ​ວ່າ​ພຣະ​ອົງ​ຊົງ​ສ້າງ​ເຊື້ອ​ສາຍ​ຂອງ​ມະ​ນຸດ​ມາ​ໂດຍ​ບໍ່​ມີ​ປໂຍດ​ແທ້ໆ 48 ມະ​ນຸດ​ຄົນ​ໃດ​ມີ​ຊີ​ວິດ​ຢູ່​ໄດ້​ໂດຍ​ບໍ່​ຕ້ອງ​ເຫັນ​ຄວາມ​ຕາຍ ຜູ້​ໃດ​ຈະ​ຊ່ອຍ​ກູ້​ວິນ​ຍານ​ຈິດ​ຂອງ​ຕົນ​ຈາກ​ມື​ຂອງ​ແດນ​ຜູ້​ຕາຍ​ໄດ້ 49 ຂ້າ​ແດ່​ພຣະ​ອົງ​ຜູ້​ເປັນ​ພຣະ​ເຈົ້າ ຄວາມ​ຮັກ​ຫມັ້ນ​ຄົງ​ໃນ​ເມື່ອ​ກ່ອນ​ຂອງ​ພຣະ​ອົງ​ນັ້ນ​ຢູ່​ໃສ ຊຶ່ງ​ພຣະ​ອົງ​ຊົງ​ປະ​ຕິ​ຍານ​ຕໍ່​ດາ​ວິດ​ໂດຍ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ 50 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຣະ​ລຶກວ່າ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຖືກ​ດ່າ​ຢ່າງ​ໃດ ແລະ​ຂ້າ​ພຣະ​ອົງ​ຮັບ​ຄວາມ​ສົບ​ປະ​ຫມາດ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ໄວ້​ໃນ​ເອິກ​ຂອງ​ຂ້າ​ພຣະ​ອົງ​ຢ່າງ​ໃດ 51 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ນັ້ນ​ແຫລະ​ສັດ​ຕຣູ​ຂອງ​ພຣະ​ອົງ​ໄດ້​ເຍີ້ຍ​ຫຍັນ ນັ້ນ​ແຫລະ​ເຂົາ​ເຍີ້ຍ​ຮອຍ​ຕີນຂອງ​ຜູ້​ເຈີມ​ໄວ້​ຂອງ​ພຣະ​ອົງ 52 ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນິດ ອາ​ແມນ ແລະ ອາ​ແມນ

ເພງສັຣເສີນ 90

ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ ຄຳ​ອ້ອນວອນ​ຂອງ​ໂມ​ເຊ ຄົນ​ຂອງ​ພຣະ​ເຈົ້າ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້າ​ພຣະ​ອົງ​ເລື້ອຍ​ມາ 2 ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ຊົ່ວ​ນິ​ຣັນດອນ ບໍ່​ມີ​ກົກ​ແລະ​ບໍ່​ມີ​ປາຍ ກ່ອນ​ສ້າງ​ພູ​ທັງ​ຫລາຍ​ແລະ​ຜືນ​ແຜ່ນ​ດິນ​ໂລກ​ນີ້ 3 ພຣະ​ອົງ​ຊົງ​ບອກ​ໃຫ້​ມະ​ນຸດ​ກັບ​ຄືນ​ໄປ​ຫາ​ສິ່ງ​ທີ່​ເຂົາ​ເຄີຍ​ເປັນ​ຢູ່​ມາ​ກ່ອນ ພຣະ​ອົງ​ຊົງ​ປ່ຽນ​ແປງ​ເຂົາ​ໃຫ້​ກັບ​ຄືນ​ເປັນ​ດິນ​ອີກ 4 ສຳ​ລັບ​ພຣະ​ອົງ​ພັນ​ປີ​ເທົ່າ​ກັບ​ມື້​ດຽວ ມັນ​ເຫມືອນກັບ​ມື້​ວານ​ນີ້​ທີ່​ຜ່ານ​ໄປ​ແລ້ວ ແລະ​ເຫມືອນ​ກັບ​ເວ​ລາ​ສັ້ນໆ​ໃນ​ເວ​ລາ​ກາງ​ຄືນ 5 ພຣະ​ອົງ​ຊົງ​ກວາດ​ມະ​ນຸດ​ອອກ​ເຫມືອນກະ​ແສ​ນ້ຳ​ກວາດ​ຊີ​ວິດ​ເຂົາ​ເຫມືອນ​ຄວາມ​ຝັນ ແລະ​ເຂົາ​ກໍ​ເຫມືອນ​ຕົ້ນ​ຫຍ້າ​ທີ່​ສົດ​ຊື່ນ​ໃນ​ເວ​ລາ​ເຊົ້າ 6 ຊຶ່ງ​ປົ່ງ​ຂຶ້ນ​ແລະ​ອອກດອກ​ຢ່າງ​ເບີກ​ບານ ແລ້ວມັນ​ກໍ​ຫ່ຽວ​ແຫ້ງ​ແລະ​ຕາຍ​ໄປ​ໃນ​ເວ​ລາ​ຄ່ຳ 7 ຂ້າ​ພຣະ​ອົງ​ທັງ​ຫລາ​ຍໄດ້​ຖືກ​ທຳ​ລາຍ​ດ້ວຍ​ຄວາມ​ພິ​ໂຣດ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ຫວາດ​ຫວັ່ນ​ຕົກ​ໃຈ​ດ້ວຍ​ຄວາມ​ຮ້າຍ​ຢ່າງ​ແຮງ​ກ້າ​ຂອງ​ພຣະ​ອົງ 8 ພຣະ​ອົງ​ຊົງ​ຮູ້​ຈັກ​ຄວາມ​ຜິດ​ຂອງ​ຂ້າ​ພຣະ​ອົງ ແລະ​ຊົງ​ເຫັນ​ຄວາມ​ຜິດ​ອັນ​ທີ່​ຂ້າ​ພຣະ​ອົງ​ອຳ​ໄວ້ 9 ຄວາມ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ບັນ​ທອນ ໃຫ້​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຂ້າ​ພຣະ​ອົງ​ສັ້ນ​ເຂົ້າ ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໄດ້​ມາ​ເຖິງ​ຈຸດ​ຈົບ​ເຫມືອນ​ດັ່ງ​ສຽງ​ລົມ 10 ຕລອດ​ເຈັດ​ສິບ​ປີ​ທີ່​ຂ້າ​ພຣະ​ອົງ​ມີ​ຊີ​ວິດ​ຢູ່ ແລະ​ຖ້າ​ວ່າ​ຂ້າ​ພຣະ​ອົງ​ມີ​ເຫື່ອ​ແຮງ​ຈົນ​ຮອດ​ແປດ​ສິບ​ປີ ມັນ​ກໍ​ຍັງ​ພາ​ໃຫ້​ຂ້າ​ພຣະ​ອົງ​ມີ​ຄວາມ​ຂັດ​ສົນ​ແລະ​ຄວາມ​ທຸ​ກລຳ​ບາກ​ອີກ ໃນ​ບໍ່​ຊ້າ​ນີ້​ຊີ​ວິດ​ຈະ​ສິ້ນ​ສຸດ​ລົງ​ແລະ​ຂ້າ​ພຣະ​ອົງ​ກໍ​ຈະ​ຕາຍ​ໄປ 11 ແມ່ນໃຜ​ຮູ້​ຈັກ​ຣິດ​ແຫ່ງ​ຄວາມ​ພິ​ໂຣດ​ຂອງ​ພຣະ​ອົງ​ຢ່າງ​ແທ້​ຈິງ ຄວາມ​ພິ​ໂຣດ​ຂອງ​ພຣະ​ອົງ​ນັ້ນ​ຫນ້າ​ຢ້ານ​ສ່ຳ​ໃດ 12 ຂໍ​ພຣະ​ອົງ​ຊົງ​ສັ່ງ​ສອນ​ໃຫ້​ຂ້າ​ພຣະ​ອົງ​ເຂົ້າ​ໃຈ​ວ່າ​ຊີ​ວິດ​ນີ້​ນັ້ນ​ສັ້ນ​ຫລາຍ ເພື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ກາຍ​ເປັນ​ຄົນ​ສ​ລາດ 13 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຍັງ​ດົນ​ປານ​ໃດ​ ພຣະ​ອົງ​ຈຶ່ງ​ຈະ​ຍົກ​ໂທດ​ແກ່​ຂ້າ​ພຣະ​ອົງ ຂໍ​ໂຜດ​ສົງ​ສານ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ 14 ໃນ​ທຸກໆ​ເຊົ້າ ຂໍ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ທັ​ງ​ຫລາຍ​ຈະ​ຮ້ອງ​ເພງ​ສັຣ​ເສີນ ແລະ​ຍິນ​ດີ​ຕລອດ​ຊົ່ວ​ຊີ​ວິດ 15 ໃນ​ຂ​ນະ​ນີ້ ຂໍ​ພຣະ​ອົງ​ຊົງ​ປະ​ທານ​ຄວາມ​ສຸກ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເທົ່າ​ກັນ​ກັບ​ຄວາມ​ໂສກ​ເສົ້າ​ທີ່​ພຣະ​ອົງ​ຊົງ​ໃຫ້​ແຕ່​ກ່ອນ​ໃນ​ຫລາຍ​ປີ​ທີ່​ຂ້າ​ພຣະ​ອົງ​ມີ​ຄວາມ​ທຸກ​ລຳ​ບາກ 16 ຂໍ​ໃຫ້ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເຫັນ​ກິ​ຈ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ​ຂໍ​ໃຫ້​ເຊື້ອ​ສາຍ​ຂອງ​ຂ້າ​ພຣະ​ອົງ​ເຫັນ​ຣັສ​ມີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ດ້ວຍ 17 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ໃຫ້​ພຣະ​ພອນ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ນຳ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ວຽກການ​ຂອງ​ຂ້າ​ພຣະ​ອົງ​ສຳ​ເຣັດ

ເພງສັຣເສີນ 91

ພຣະ​ເຈົ້າ​ຜູ້​ຊົງຄຸ້ມ​ຄອງ​ເຣົາ

1 ຜູ້​ທີ່​ໄປ​ເພິ່ງ​ຄວາມ​ປອດ​ພັຍ​ໃນ​ພຣະ​ເຈົ້າ​ອົງ​ສູງ​ສຸດ ແລະ​ຜູ້​ທີ່​ອາ​ໄສ​ຢູ່​ພາຍ​ໃຕ້​ຮົ່ມ​ເງົາ​ຂອງ​ພຣະ​ຜູ້​ຊົງ​ອຳ​ນາດ​ຍິ່ງ​ໃຫຍ່ 2 ຈະ​ເວົ້າ​ກັບ​ພຣະ​ອົງ​ວ່າ, “ພຣະ​ອົງ​ຊົງ​ເປັນ​ຜູ້​ປ້ອງ​ກັນ​ແລະ​ຄຸ້ມ​ຄອງ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ພຣະ​ອົງ” 3 ພຣະ​ອົງ​ຊົງ​ຊ່ອຍ​ທ່ານ​ໃຫ້​ພົ້ນ​ຈາກ​ບ້ວງ​ແຮ້ວ​ອັນ​ລັບ​ລີ້​ທຸກ​ຢ່າງ​ແນ່ນອນ ແລະ​ຈາກ​ພຍາດ​ໂຣ​ຄາ​ນາໆ​ປະ​ການ 4 ພຣະ​ອົງ​ຊົງ​ຕຸ້ມ​ທ່ານ​ດ້ວຍ​ປີກ​ຂອງ​ພຣະ​ອົງ ທ່ານ​ຈະ​ປອດ​ພັຍ​ພາຍ​ໃຕ້​ການ​ພິ​ທັກ​ຮັກ​ສາ​ຂອງ​ພຣະ​ອົງ ຄວາມ​ສັດ​ຊື່​ຂອງ​ພຣະ​ອົງ​ຈະ​ຄຸ້ມ​ຄອງ​ແລະ​ປ້ອງ​ກັນ​ທ່ານ​ໄວ້ 5 ທ່ານ​ບໍ່​ຕ້ອງ​ຢ້ານ​ອັນ​ຕະ​ຣາຍ​ໃນ​ເວ​ລາ​ກາງ​ຄືນ ຫລື​ລູກ​ທະ​ນູ​ທີ່​ຍິງ​ມາ​ຢ່າງ​ກະ​ທັນ​ຫັນ​ໃນ​ເວ​ລາ​ກາງ​ເວັນ 6 ຫລື​ພຍາດ​ໂຣ​ຄາ​ທີ່​ເກີດ​ຕິດ​ຕໍ່​ໃນ​ເວ​ລາ​ກາງ​ຄືນ ຕລອດ​ທັງ​ໂຣກ​ລະ​ບາດ​ທີ່​ເກີດ​ຂຶ້ນ​ໃນ​ເວ​ລາ​ກາງ​ເວັນ 7 ອາດ​ຈະ​ມີ​ພັນ​ຄົນ​ລົ້ມ​ຕາຍ​ລົງ​ໃກ້​ທ່ານ ສິບ​ພັນ​ຄົນ​ຈະ​ຕາຍ​ອ້ອມ​ຮອບ​ທ່ານ ແຕ່ທ່ານ​ຈະ​ບໍ່​ໄດ້​ຮັບ​ອັນ​ຕະ​ຣາຍ​ຢ່າງ​ໃດ​ຫມົດ 8 ທ່ານ​ຈະ​ເຫັນ​ວ່າ ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ລົງ​ໂທດ​ແບບ​ໃດ 9 ເນື່ອງ​ຈາກວ່າ​ທ່ານ​ໄດ້​ເອົາ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຜູ້​ປ້ອງ​ກັນ​ທ່ານ ແລະ​ເອົາ​ພຣະ​ເຈົ້າ​ອົງ​ສູງ​ສຸດ​ເປັນ​ທີ່​ເພິ່ງ​ຂອງ​ທ່ານ 10 ໄພ​ວິ​ບັດ​ຈະ​ບໍ່​ມາ​ຕົກ​ຖືກ​ທ່ານ ຄວາມ​ໂຫດ​ຮ້າຍ​ຈະ​ບໍ່​ມາ​ໃກ້​ເຮືອນ​ຂອງ​ທ່ານ 11 ພຣະ​ເຈົ້າ​ຈະ​ຊົງ​ສັ່ງ​ເທວະ​ດາ​ລົງ​ມາ​ຮັກ​ສາ​ເບິ່ງ​ແຍງ​ທ່ານ​ໃນ​ທຸກ​ບ່ອນ​ທີ່​ທ່ານ​ໄປ 12 ເທວະ​ດາ​ຈະ​ອຸ້ມ​ທ່ານ​ໄວ້ ເພື່ອ​ບໍ່​ໃຫ້​ທ່ານ​ສະ​ດຸດ​ກ້ອນ​ຫີນ 13 ທ່ານຈະ​ຜາບ​ແພ້ສິງຮ້າຍ​ແລະ​ງູ​ພິດ ໂດຍຢຽບ​ມັນ​ລົງ​ໃຕ້​ພື້ນ​ຕີນ​ຂອງ​ທ່ານ 14 ພຣະ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ຊ່ອຍ​ຜູ້​ທີ່​ຮັກ​ເຮົາ​ໃຫ້​ພົ້ນ​ພັຍ ແລະ​ຄຸ້ມ​ຄອງ​ຜູ້​ທີ່​ຮູ້​ຈັກ​ເຮົາ 15 ເວ​ລາ​ເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຕອ​ບ​ເຂົາ ເມື່ອ​ເຂົາ​ຕົກ​ຢູ່​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ ເຮົາ​ຈະ​ຊ່ອຍ​ຊີ​ວິດ​ເຂົາ​ແລະ​ໃຫ້​ກຽດ​ເຂົາ ເຮົາ​ຈະ​ສະ​ຖິດ​ຢູ່​ກັບ​ເຂົາ 16 ເຮົາ​ຈະ​ຕອບ​ແທນ​ເຂົາ ໂດຍ​ໃຫ້​ເຂົາ​ມີ​ຊີ​ວິດ​ຍືນ​ຍາວ ແລະ​ເຣົາ​ຈະ​ຊ່ອຍ​ໃຫ້​ເຂົາ​ພົ້ນ​ພັຍ​ຢ່າງ​ແນ່ນອນ”

ເພງສັຣເສີນ 92

ສັຣ​ເສີນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ

1 ເປັ​ນ​ການ​ດີ​ທີ່​ຈະ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ເຈົ້າ ຂ້າ​ແດ່​ອົງ​ຜູ້​ສູງ​ສຸດ​ທີ່​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ 2 ທີ່ຈະ​ປະ​ກາດ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ໃນ​ເວ​ລາ​ເຊົ້າ ແລະ​ຄວາມ​ສັຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ​ໃນ​ກາງ​ຄືນ 3 ເປັນ​ເພງ​ດ້ວຍ​ພິນ​ສິບ​ສາຍ​ແລະ​ພິນ​ໃຫຍ່ ແລະ​ດ້ວຍ​ສຽງ​ພິນ​ເຂົາ​ຄູ່ 4 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຍິນ​ດີ​ດ້ວຍ​ພຣະ​ຣາ​ຊ​ກິດ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ ເນື່ອງ​ໃນ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ​ຍິ່ງໃຫຍ່​​ນັກ ພຣະ​ດຳ​ຣິ​ຂອງ​ພຣະ​ອົງ​ສຸດ​ເລິກ​ລ້ຳ 6 ຄົນ​ໂງ່​ຈ້າ​ຈະ​ຮູ້​ບໍ່​ໄດ້ ຄົນ​ເບົາ​ປັນ​ຍາ​ເຂົ້າ​ໃຈ​ເຣື່ອງ​ນີ້​ບໍ່​ໄດ້ 7 ວ່າ, “ເຖິງວ່າ​ຄົນ​ອະ​ທັມ​ຈະ​ງອກ​ຂຶ້ນຢ່າງ​ຫຍ້າ ແລະ​ຄົນ​ກະ​ທຳ​ຊົ່ວ​ທັງ​ປວງ​ຈະ​ເຣີນ​ຂຶ້ນ ເຂົາ​ທັງ​ຫລາຍຈະ​ຖືກ​ທຳ​ລາຍ​ເປັນ​ນິດ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ຢູ່​ເທິງ​ທີ່​ສູງ​ເປັນ​ນິດ 9 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ນີ້​ແຫລະ​ສັດ​ຕຣູ​ຂອງ​ພຣະ​ອົງ ສັດ​ຕຣູ​ຂອງ​ພຣະ​ອົງ​ຈະ​ພິ​ນາດ ຄົນ​ກະ​ທຳ​ຊົ່ວ​ທັງ​ປວງ​ຈະ​ຕ້ອງ​ກະ​ຈັດ​ກະ​ຈາຍ​ໄປ 10 ແຕ່​ພຣະ​ອົງ​ຊົງ​ເຊີດ​ຊູ​ເຂົາ​ຂອງ​ຂ້າ​ພຣະ​ອົງ ເຫມືອນ​ຢ່າງ​ກັບ​ເຂົາ​ງົວ​ກະ​ທິງ ພຣະ​ອົງ​ຊົງ​ເທ​ນ້ຳ​ມັນ​ໃຫມ່​ເທິງ​ຂ້າ​ພຣະ​ອົງ 11 ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ມອງ​ເຫັນ​ພວກ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ແພ້ ຫູ​ຂອງ​ຂ້າ​ພຣະ​ອົງ ໄດ້​ຍິນ​ເຖິງ​ຄວາມ​ລົ່ມ​ຈົມ​ຂອງ​ຄົນ​ທຳ​ຊົ່ວ​ທີ່​ລຸກ​ຂຶ້ນ​ສູ້​ຂ້າ​ ພຣະ​ອົງ 12 ຄົນ​ຊອບ​ທັມ​ກໍງອກ​ຂຶ້ນ​ຢ່າງ​ຕົ້ນ​ຕານ ຈະ​ເຣີນ​ຂຶ້ນ​ເຫມືອນ​ຕົ້ນ​ສົນ​​ໃນ​ເລ​ບາ​ນອນ 13 ຄົ​ນ​ໄດ້​ປູກ​ມັນ​ໄວ້​ໃນ​ພຣະ​ຜາ​ສາດ​ຂອງ​ພຣະ​ເຈົ້າ​ ມັນ​ຈະ​ເຣີນຂຶ້ນ​ໃນ​ບໍ​ຣິ​ເວນ​ຂອງ​ພຣະ​ເຈົ້າ​ຂ​ອງ​ເຮົາ​ທັງ​ຫລາຍ 14 ມັນ​ແກ່​ແລ້ວກໍ​ຍັງ​ເກີດ​ຜົນ ມັນ​ມີ​ນ້ຳ​ລ້ຽງ​ເຕັມ​ແລະ​ຂຽວ​ສົດ​ຢູ່ 15 ເພື່ອ​ສະ​ແດງວ່າ​ພຣະ​ເຈົ້າ​ນັ້ນ​ທ່ຽງ​ທັມ ພຣະ​ອົງ​ຊົງ​ເປັນ​ພຣະ​ສີ​ລາ​ຂອງ​ຂ້າ​ພຣະ​ອົງ ໃນ​ພຣະ​ອົງ​ບໍ່​ມີ​ຄວາມ​ອະ​ທັມ

ເພງສັຣເສີນ 93

ພຣະ​ເຈົ້າ​ຊົງ​ເປັນ​ເຈົ້າ​ຊີ​ວິດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ເຈົ້າ​ຊີ​ວິດ ພຣະ​ອົງ​ຊົງ​ຫຸ້ມ​ຫໍ່​ດ້ວຍ​ສະ​ງ່າ​ຣາ​ສີ ແລະ​ຊົງ​ເຕັມ​ໄປ​ດ້ວຍ​ອຳ​ນາດ ແນ່ນອນ​ທີ່​ສຸດ ແຜ່ນ​ດິນ​ໂລກ​ຕັ້ງ​ຫມັ້ນ​ຄົງ​ຢູ່ ແລະ​ຈະ​ບໍ່​ຍົກ​ຍ້າຍ​ໄປ​ໃສ 2 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ຊົງ​ມີ​ຢູ່ ແລະ​ພຣະ​ອົງ​ຊົງ​ເປັ​ນ​ຢູ່​ຕັ້ງ​ແຕ່​ໃດໆ​ມາ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ສຽງ​ມະ​ຫາສະ​ຫມຸດ​ເລິກ​ດັງ​ກ້ອງ​ສະ​ຫນັ່ນ​ຫວັ່ນ​ໄຫວ 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ປົກ​ຄອງ​ສູງ​ສຸດ​ໃນຟ້າ​ສວັນ​ ພຣະ​ອົງ​ຊົງ​ຍິ່ງ​ໃຫຍ່ກວ່າ​ສຽງ​ມະ​ຫາ​ສະ​ຫມຸດ ແລະ​ຊົງ​ມີ​ອຳ​ນາດ​ເຫນືອ​ກ​ວ່າ​ຄື້ນ​ທະ​ເລ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຊົງ​ແນ່​ແທ້ ພຣະວິ​ຫານ​ຂອງ​ພຣະ​ອົງ​ຊົງ​ບໍ​ຣິ​ສຸດ​ແລະ​ເປັນ​ຢູ່​ຕລອດ​ໄປ

ເພງສັຣເສີນ 94

ຄຳ​ອ້ອນວອນ​ເພື່ອ​ການ​ແກ້​ແຄ້ນ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ການ​ແກ້​ແຄ້ນ ຂ້າ​ແດ່​ພຣະ​ເຈົ້າ​ແຫ່ງ​ການ​ແກ້​ແຄ້ນ ຂໍ​ຊົງ​ທໍ​ແສງ​ອອກ​ໄປ 2 ຂ້າ​ແດ່​ຜູ້​ພິ​ພາກ​ສາ​ໂລກ ຂໍ​ຊົງ​ລຸກ​ຂຶ້ນ ໃຫ້​ຄົນ​ໂອ້​ອວດ​ໄດ້​ຮັບ​ຜົນ​ສນອງ​ອັນ​ສົມ​ກັບ​ເຂົາ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄົນ​ອະ​ທັມ​ຈະ​ນານ​ເທົ່າ​ໃດ ຄົນ​ອະ​ທັມ​ຈະ​ດີ​ໃຈຢູ່ນານ​ເທົ່າ​ໃດ 4 ເຂົາ​ເວົ້າ​ຢ່າງ​​ຈອງ​ຫອງ ຄົນ​ກະ​ທຳ​ຊົ່ວ​ທັງ​ປວງ ເຂົາ​ໂອ້ອວດ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ຢຽບ​ຢ່ຳ​ໄພ່​ພົນ​ຂອງພຣະ​ອົງ ແລະ​ທຳ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ​ໃຫ້​ທຸກ​ຍາກ 6 ເຂົາ​ສັງ​ຫານ​ຍິງ​ຫມ້າຍ​ແລະ​ຄົນ​ຕ່າງ​ດ້າວ ແລະ​ກະ​ທຳ​ຄາດ​ຕະ​ກັມ​ລູກ​ກຳ​ພ້າ 7 ແລະ​ເຂົາ​ກ່າວ​ວ່າ, “ພຣະ​ເຈົ້າ​ບໍ່​ຫລຽວ​ເຫັນ ພຣະ​ເຈົ້າ​ຂອງ​ຢາ​ໂຄບບໍ່​ຢັ່ງ​ຮູ້” 8 ຄົນ​ໂງ່​ເຂົາ​ທີ່​ສຸດ​ຂອງ​ປະ​ຊາ​ຊົນ​ເອີຍ ຈົ່ງ​ເຂົ້າ​ໃຈ​ເຖີດ ຄົນ​ໂງ່​ທັງ​ຫລາຍ ເມື່ອ​ໃດ​ເຈົ້າ​ຈຶ່ງ​ຈະ​ສ​ລາດ 9 ພຣະ​ອົງ​ຜູ້​ຊົງ​ປູກ​ຫູ ພຣະ​ອົງ​ຈະ​ບໍ່​ຊົງ​ໄດ້​ຍິນ​ຫລື ພຣະ​ອົງ​ຊົງ​ປັ້ນ​ຕາ ພຣະ​ອົງ​ຈະ​ບໍ່​ຊົງ​ເຫັນ​ຫລື 10 ພຣະ​ອົງ​ຊົງ​ຕີ​ສອນ​ບັນ​ດາ​ປະ​ຊາ​ຊາດ ພຣະ​ອົງ​ຈະ​ບໍ່​ຊົງ​ຂະ​ຫນາບ​ຫລື ຄື​ພຣະ​ອົງ​ຜູ້​ຊົງ​ສອນ​ຄວາມ​ຮູ້​ໃຫ້​ມະ​ນຸດ 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮູ້​ຄວາມຄິດ​ຂອງ​ມະ​ນຸດ ວ່າ​ເປັນ​ແຕ່​ພຽງ​ລົມ​ຫາຍ​ໃຈ 12 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄົນ​ທີ່​ພຣະ​ອົງ​ຊົງ​ຕີ​ສອນ​ນັ້ນ ກໍ​ເປັນ​ສຸກ ຄື​ຄົນ​ທີ່​ພຣະ​ອົງ​ຊົງ​ສອນ​ດ້ວຍ​ພຣະ​ທັມ​ຂອງ​ພຣະ​ອົງ 13 ເພື່ອ​ຈະ​ໃຫ້​ເຂົາ​ພັກ​ຈາກວັນ​ລຳ​ບາກ ຈົນ​ກວ່າ​ຈະ​ຂຸດ​ບໍ່​ໄວ້​ໃຫ້​ຄົນ​ອະ​ທັມ 14 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ປະ​ຖີ້ມ​ໄພ່​ພົນ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ບໍ່​ຊົງ​ສະລະ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ 15 ເພາະ​ຄວາມ​ຍຸດ​ຕິ​ທັມ​ຈະ​ກັບ​ໄປ​ຫາ​ຄວາມ​ຊອບ​ທັມ ແລະ​ບັນ​ດາ​ຄົນ​ທ່ຽງທັມ​ໃນ​ໃຈ​ຈະ​ຕິດ​ຕາມ​ໄປ 16 ຜູ້​ໃດ​ລຸກ​ຂຶ້ນ​ຕໍ່​ຕ້ານ​ຄົນ​ໂຫດ​ຮ້າຍ​ແທນ​ພຣະ​ເຈົ້າ ຜູ້​ໃດ​ຢືນ​ຕໍ່​ສູ້​ຄົນ​ກະ​ທຳ​ຄວາມ​ຊົ່ວ​ແທນ​ພຣະ​ເຈົ້າ 17 ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່ໄດ້​ຊ່ອຍ​ເຫລືອ​ຂ້າ​ພະ​ເຈົ້າ ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຄົງ​ຢູ່​ໃນ​ຄວາມ​ສງັດ​ໃນ​ປ່າ​ຊ້າ 18 ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ, “ຕີນຂອງ​ຂ້າ​ພາດລົ້ມ​ລົງ​“ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ຄວາມ​ຮັກ​ຫມັ້​ນ​ຄົງ​ຂອງ​ພຣະ​ອົງ​ຈະ​ຍຶດ​ຂ້າ​ພຣະ​ອົງ​ໄວ້ 19 ເມື່ອ​ຄວາມ​ກົງ​ວົນ​ໃນ​ໃຈ​ຂອງ​ຂ້າ​ພຣະ​ອົງ​ມີ​ຫລາຍ ການ​ເລົ້າ​ໂລມ​ຂອງ​ພຣະ​ອົງ​ກໍ​ຫນູນ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ໃຫ້​ຊື່ນ​ບານ 20 ຜູ້​ປົກ​ຄອງ​ທີ່​ໂຫດ​ຮ້າຍ​ຈະ​ຮ່ວມ​ມິດ​ກັບ​ພຣະ​ອົງ​ໄດ້​ຫລື ຄື​ຜູ້​ທີ່​ໃຊ້​ກົດ​ເກນ​ປະ​ກອບ​ການ​ຊົ່ວ​ຮ້າຍ 21 ເຂົາ​ທັງ​ຫລາຍ​ຜູກ​ມິດ​ກັນ​ຕໍ່​ສູ້​ຊີ​ວິດ​ຂອງ​ຄົນ​ຊອບ​ທັມ ແລະ​ກ່າວ​ໂທດ​ຄົນໄຮ້​ຄວາມ​ຜິດ​ເຖິງ​ຕາຍ 22 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ ແລະ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ພຣະ​ສີ​ລາ​ທີ່​ລີ້​ພັຍ​ຂອງ​ຂ້າ​ພະ​ເຈົ້າ 23 ພຣະ​ອົງ​ຈະ​ຊົງ​ນຳ​ຄວາມ​ບາບ​ຜິດຂອງ​ເຂົາ​ກັບ​ມາ​ສນອງ​ເຂົາ ແລະ​ຊົງ​ທຳ​ລາຍ​ເຂົາ​ເສັຽ​ເພາະ​ຄວາມ​ໂຫດ​ຮ້າຍ​ຂອງ​ເຂົາ ພຣະ​ເຈົ້າ​ຂອງ​ເຣົາ​ຈະ​ຊົງ​ທຳ​ລາຍເຂົາ​ເສັຽ

ເພງສັຣເສີນ 95

ບົດ​ເພງ​ສັຣເສີນ​ແລະ​ນະ​ມັ​ສ​ການ

1 ມາ​ເຖີດ ໃຫ້​ເຮົາ​ທັງ​ຫລາຍ​ຮ້ອງ​ເພງ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເຣົາ​ກະ​ທຳ​ສຽງ​ຊື່ນ​ບານ​ຖວາຍ​ພຣະ​ສີ​ລາ​ແຫ່ງ​ຄວາມ​ລອດ​ຂອງ​ພວກ​ເຮົາ 2 ໃຫ້​ເຮົາ​ທັງ​ຫລາຍ​ເຂົ້າ​ມາ​ຢູ່​ສະ​ເພາະ​ເບື້ອງ​ພຣະ​ພັກ​ດ້ວຍ​ໂມ​ທະ​ນາ ໃຫ້​ເຮົາ​ກະ​ທຳ​ສຽງ​ຊື່ນ​ບານ​ຖວາຍ​ພຣະ​ອົງ​ດ້ວຍ​ບົດ​ເພງ​ສັຣ​ເສີນ 3 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ​ຍິ່ງ​ໃຫຍ່ ແລະ​ຊົງ​ເປັນ​ກະ​ສັດ​ຍິ່ງ​ໃຫຍ່​ເຫນືອພຣະ​ທັງ​ຫລາຍ 4 ທີ່ເລິກ​ຂອງແຜ່ນ​ດິນ​ໂລກ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ທີ່​ສູງ​ຂອງ​ພູ​​ເປັນ​ຂອງ​ພຣະ​ອົງ​ດ້ວຍ 5 ທະ​ເລ​ເປັນ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ສ້າງ​ມັນ ແລະ​ພຣະ​ຫັັດ​ຂອງ​ພຣະ​ອົງ​ຊົງ​ປັ້ນ​ແຜ່ນ​ດິນ 6 ມາ​ເຖີດ ໃຫ້​ເຮົາ​ນະ​ມັ​ສ​ການແລະ​ຂາບ​ລົງ ໃຫ້​ເຮົາ​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ຜູ້​ເປັນເຈົ້າ​ຜູ້​ຊົງ​ສ້າງ​ພວກ​ເຮົາ 7 ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ ແລະເຮົາ​ເປັນ​ປະ​ຊາ​ກອນ​ແຫ່ງ​ທົ່ງ​ຫຍ້າ​ຂອງ​ພຣະ​ອົງ ແລະ​ເປັນ​ແກະ​ແຫ່ງ​ພຣະ​ຫັດ​ຂອງ​ພຣະ​ອົງ ວັນ​ນີ້ ຢາກ​ຈະ​ໃຫ້​ທ່ານ​ທັ​ງ​ຫລາຍ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ 8 ຢ່າ​ໃຫ້​ຈິດ​ໃຈ​ເຈົ້າ​ແຂງ​ກະ​ດ້າງ ຢ່າງ​ທີ່​ເມ​ຣີ​ບາ ຢ່າງວັນ​ມັດ​ສາ​ໃນ​ຖິ່ນ​ກັນ​ດານ 9 ເມື່ອ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ທົດ​ລອງ​ເຮົາ ແລະ​ເອົາ​ເຮົາ​ເຂົ້າ​ພິ​ສູດ ເຖິງ​ແມ້​ວ່າ​ເຂົາ​ເຫັນ​ກິ​ຈ​ການ​ຂອງ​ເຣົາ 10 ເຮົາ​ກຽດ​ເຊື້ອ​ສາຍ​ນັ້ນ​ຢູ່​ສີ່​ສິບ​ປີ ແລະ​ວ່າ, “ເຂົາ​ເປັນ​ຊົນ​ຊາດ​ທີ່​ມີ​ໃຈ​ມັ​ກຫລົງ​ຜິດ ເຂົາ​ບໍ່​ນັບ​ຖື​ທາງ​ຂອງ​ເຣົາ” 11 ເພາະ​ສະ​ນັ້ນ​ເຮົາ​ຈຶ່ງ​ປະ​ຕິ​ຍານ​ດ້ວຍ​ຄວາມ​ກີ້ວ​ຂອງ​ເຮົາ ວ່າ​ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ໃນ​ທີ່​ພັກ​ເຊົາ​ຂອງ​ເຣົາ

ເພງສັຣເສີນ 96

ພຣະ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ​ອົງ​ສູງ​ສຸດ

1 ຈົ່ງ​ຮ້ອງ​ເພງ​ໃຫມ່​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ທົ່ວ​ທັງ​ໂລກ ຈົ່ງ​ຮ້ອງ​ເພງ​ຖວາຍ​ແດ່​ພຣະ​ອົງ 2 ຈົ່ງ​ຮ້ອງ​ເພງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ສັຣ​ເສີນ​ພຣະ​ນາມ​ພຣະ​ອົງທຸກໆ​ມື້​ໃດ​ ຈົ່ງ​ປະ​ກາດ​ຂ່າວ​ດີ​ທີ່​ພຣະ​ອົງ​ໄດ້​ຊົງ​ຊ່ອຍ​ໃຫ້​ເຮົາ​ພົ້ນ​ພັຍ 3 ຈົ່ງ​ປະ​ກາດ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ອົງ​ແກ່​ຊົນ​ຊາດ​ຕ່າງໆ ແລະ​ກິ​ຈ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ແກ່​ປະ​ຊາ​ຊົນ​ທັງ​ປວງ 4 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່ ແລະ​ຄວນ​ທີ່​ສັຣ​ເສີນ​ຢ່າງ​ສູງ​ສຸດ ພຣະ​ອົງ​ຊົງ​ເປັນ​ທີ່ຢໍາ​ເກງ​ເຫນືອ​ກວ່າ​ພຣະ​ອື່ນ​ທັງ​ປວງ 5 ສ່ວນ​ພຣະ​ຂອງ​ຊົນ​ຊາດ​ອື່ນ​ບໍ່​ແມ່ນ​ພຣະ​ແທ້ ແຕ່ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ສ້າງຟ້າສວັນ 6 ຣັ​ສ​ມີ ແລະ​ຣິດ​ທາ​ນຸ​ພາບ​ກໍ​ອ້ອມ​ຮອບ​ພຣະ​ອົງ ຄວາມ​ຍິ່ງ​ໃຫຍ່​ແລະ​ຄວາມ​ສະ​ງ່າ​ງາມ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ 7 ທຸກໆ​ຄົນ​ໃນ​ໂລກ​ນີ້ ຈົ່ງສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສັຣ​ເສີນ​ຣັ​ສ​ມີ ແລະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ 8 ຈົ່ງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ຜູ້ເປັນ​ເຈົ້າ ແລະ​ນຳ​ເອົາ​ເຄື່ອງ​ຖວາຍ​ບູ​ຊາ​ມາ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ 9 ຈົ່ງ​ນອບ​ນ້ອມ​ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ຜູ້​ຊົງ​ບໍ​ຣິ​ສຸດ ເມື່ອ​ພຣະ​ອົງ​ຊົງ​ມາ​ປາ​ກົດ​ທົ່ວ​ທັງ​ແຜ່ນ​ດິນ​ໂລກ​ນີ້ ຈົ່ງ​ສະ​ທ້ານ​ຢ້ານ​ກົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ 10 ຈົ່ງ​ກ່າວ​ແກ່ຊົນ​ຊາດ​ທັງ​ປວງວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ ແຜ່ນ​ດິນ​ໂລກ​ຕັ້ງ​ຫມັ້ນ​ຄົງ​ຢູ່ ຈະ​ບໍ່​ຍົກ​ຍ້າຍ​ໄປ​ໃສ ພຣະ​ອົງ​ຈະ​ຊົງ​ຕັດ​ສິນ​ປະ​ຊາ​ຊາດ​ທັງ​ປວງ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ” 11 ແຜ່ນ​ດິນ​ໂລກ ແລະ​ເທິງ​ທ້ອງ​ຟ້າ​ຈົ່ງ​ຊົມ​ຊື່ນ​ຍິນ​ດີ ນ້ຳ​ທະ​ເລ ແລະ​ທຸກໆ​ສິ່ງ​ທີ່​ມີ​ຢູ່​ໃນ​ນັ້ນ ຈົ່ງ​ຮ້ອງ​ສຽງ​ສນັ່ນ​ຫວັ່ນ​ໄຫວ 12 ທົ່ງ​ນາທັງ​ຫລາຍ​ພ້ອມ​ທຸກໆ​ສິ່ງ​ທີ່​ມີ​ຢູ່​ໃນ​ນັ້ນ ຈົ່ງ​ຊົມ​ຊື່ນຍິນ​ດີ ຕົ້ນ​ໄມ້​ທີ່​ຢູ່​ໃນ​ປ່າ ຈົ່ງ​ມີ​ສຽງ​ມ່ວນ​ຊື່ນ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 13 ເພາະ​ວ່າ​ພຣະ​ອົງ​ຊົງ​ສະ​ເດັດ​ມາ​ປົກ​ຄອງ​ໂລກ​ນີ້ ພຣະ​ອົງ​ຈະ​ປົກ​ຄອງ​ປະ​ຊາ​ຊາດ​ທັງ​ປວງ​ໃນ​ໂລກ​ດ້ວຍ​ຄວາມ​ສັດ​ຊື່​ແລະ​ຍຸດ​ຕິ​ທັມ

ເພງສັຣເສີນ 97

ອຳ​ນາດ​ປົກ​ຄອງແລະ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ເຈົ້າ

1 ພຣະ​ເຈົ້າ​ຊົງ​ຄອບ​ຄອງ ຈົ່ງ​ໃຫ້​ແຜ່ນ​ດິນ​ໂລກ​ຊົມ​ຊື່ນ​ຍິນ​ດີ ໃຫ້​ແຜ່ນ​ດິນ​ຊາຍ​ທະ​ເລ​ມາກ​ມາຍ​ນັ້ນ​ຍິນ​ດີ 2 ເມກ ແລະ​ຄວາມ​ມືດ​ຕຶບ​ຢູ່​ຮອບ​ພຣະ​ອົງ ຄວາມ​ຊອບ​ທັມ​ເປັນ​ຮາກ​ຖານ​ແຫ່ງ​ບັນ​ລັງ​ຂອງ​ພຣະ​ອົງ 3 ໄຟ​ລຸກ​ຢູ່​ຂ້າງ​ຫນ້າ​ພຣະ​ອົງ ແລະ​ໄຫມ້ປໍ​ຣະ​ປັກ​ຂອງ​ພຣະ​ອົງ​ຮອບ​ຂ້າງ​ເສັຽ 4 ຟ້າ​ແລບ​ຂ​ອງ​ພຣະ​ອົງ​ທຳ​ໃຫ້​ພິ​ພົບ​ສວ່າງ ແຜ່ນ​ດິນ​ໂລກ​ຫວັ່ນ​ແລະ​ສັ່ນ​ສະ​ທ້ານ 5 ພູ​​ລະ​ລາຍ​ເຫມືອນ​ຂີ້​ເຜິ້ງຕໍ່​​ພຣະ​ພັກ​ພຣະ​ເຈົ້າ ຕໍ່​ພຣະ​ພັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ 6 ຟ້າສວັນ​ປ່າວ​ຮ້ອງ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ແລະ​ຊົນຊາດ​ທັງ​ຫລາ​ຍ​ເປັນ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ 7 ໃຫ້​ຜູ້​ນະ​ມັ​ສ​ການ​ຮູບ​ເຄົາ​ຣົບ​ທັງ​ສິ້ນ​ໄດ້​ອາຍ ຄື​ຜູ້​ທີ່​ອວດ​ໃນ​ພຣະ​ເທັດ​ຂອງ​ເຂົາ ໃຫ້​ພຣະ​ທັງ​ສິ້ນ​ກາບ​ລົງ​ຕໍ່​ພຣະ​ອົງ 8 ຊີ​ໂອນ​ໄດ້​ຍິນ ແລະ​ຍິນ​ດີ ແລະ​ທິ​ດາ​ທັງ​ປວງ​ຂອງ​ຢູ​ດາ​ຊົມ​ຊື່​ນ​ຍິນດີ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ຄຳ​ພິ​ພາກ​ສາ​ຂອງ​ພຣະ​ອົງ 9 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ສູງ​ສຸດ​ເຫນືອ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ ພຣະ​ອົງ​ຊົງ​ສູງ​ເດັ່ນ​ກວ່າພຣະ​ທັງ​ປວງ 10 ທ່ານ​ຜູ້​ທີ່​ຮັກ​ພຣະ​ເຈົ້າ ກໍກຽດ​ຊັງ​ຄວາມ​ຊົ່ວ ພຣະ​ອົງ​ຊົງ​ປົກ​ປັກ​ຮັກ​ສາ​ຊີ​ວິດ​ໄພ່​ພົນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຊ່ອຍໃຫ້​ເຂົາ​ພົ້ນ​ຈາກ​ມື​ຂອງ​ຄົນ​ອະ​ທັມ 11 ຄວາມ​ສວ່າງ​ແຈ້ງ​ຂຶ້ນ​ແກ່​ຄົນ​ຊອບ​ທັມ ແລະ​ຄວາມ​ຊື່ນ​ບານ​ມີ​ຂຶ້ນ​ແກ່​ຄົນ​ໃຈ​ທ່ຽງ​ທັມ 12 ທ່ານ​ຜູ້​ຊອບ​ທັມ​ເອີຍ ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ເຈົ້າ ແລະ​ຖວາຍ​ໂມ​ທະ​ນາ​ແດ່​ພຣະ​ນາມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ

ເພງສັຣເສີນ 98

ສັຣເສີນ​ຄວາມ​ຊອບ​ທັມ​ຂອງ​ພຣະ​ເຈົ້າ ເພງ​ສັຣ​ເສີນ

1 ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ອັດ​ສະ​ຈັນ ພຣະ​ຫັດ​ຂວາ​ແລະ​ພຣະ​ກອນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ໄດ້​ນຳ​ຄວາມ​ມີ​ໄຊ​ມາ 2 ພຣະ​ເຈົ້າ​ຊົງ​ໃຫ້​ຄວາມ​ມີ​ໄຊຂອງ​ພຣະ​ອົງ​ປະ​ຈັກ ພຣະ​ອົງ​ຊົງ​ເຜີຍ​ການ​ຊ່ອຍ​ກູ້​ຂອງ​ພຣະ​ອົງ​ໃນ​ສາຍ​ຕາ​ຂອງ​ບັນ​ດາ​ປະ​ຊາ​ຊາດ 3 ພຣະ​ອົງ​ຊົງ​ລະ​ລຶກ​ເຖິງ​ຄວາມ​ຮັ​ກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ແລະ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຕໍ່​ວົງ​ວານ​ອິສ​ຣາ​ເອນ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ​ໄດ້​ເຫັນ​ໄຊ​ຊະນະ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ 4 ຊາວ​ໂລກ​ທັງ​ສິ້ນ​ເອີຍ ຈົ່ງ​ເປັ່ງ​ສຽງ​ຊື່ນ​ບານ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັ່ງ​ເປັນ​ສຽງ​ເພງ​ຊື່ນ​ບານ​ແລະ​ຮ້ອງ​ເພງ​ສັຣ​ເສີນ 5 ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ພີນ​ເຂົາ​ຄູ່ ດ້ວຍ​ພີນ​ເຂົາ​ຄູ່ ແລະດ້ວຍ​ສຽງ​ເພງ 6 ດ້ວຍ​ສຽ​ງ​ແກ​ແລະ​ສຽງ​ເປົ່າ​ເຂົາ​ສັດ ຈົ່ງ​ກະ​ທຳ​ສຽງ​ຊື່ນ​ບານ​ຖວາຍ​ພຣະ​ມະ​ຫາ​ກະ​ສັດ ຄື​ພຣະ​ຜູ້​ເປັນ​ເຈົ້າ 7 ໃຫ້​ທະ​ເລ​ສະນັ່ນ​ຫວັ່ນ​ໄຫວ ກັບ​ສິ່ງ​ທັງ​ປວງ​ທີ່​ຢູ່​ໃນ​ທະ​ເລ​ນັ້ນ ພິ​ພົບ​ແລະ​ບັນ​ດາ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ 8 ໃຫ້​ກະ​ແສ​ນ້ຳ​ຕົບ​ມື​ຂອງ​ມັນ ໃຫ້​ບັນ​ດາ​ເນີນ​ເຂົາ ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ​ດ້ວຍ​ກັນ 9 ສະ​ເພາະ​ເບື້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ ເພາະ​ພຣະ​ອົງ​ສະ​ເດັດມາ​ພິ​ພາກ​ສາ​ໂລກ ພຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ໂລກ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ ແລະ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ທ່ຽງ​ທັມ

ເພງສັຣເສີນ 99

ຄວາມ​ສັຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ເຈົ້າ​ຕໍ່​ອິສ​ຣາ​ເອນ

1 ພຣະ​ຜູ້​ເປັນ​ເຈົ້າເປັນ​ເຈົ້າ​ຊີ​ວິດ ແລະ​ມະ​ນຸດ​ທັງ​ຫລາຍ​ກໍ​ສະ​ທ້ານ​ຢ້ານ​ກົວ ພຣະ​ອົງ​ປະ​ທັບ​ເຫນືອ​ເຊ​ຣູ​ບິມ​ ໃຫ້​ແຜ່ນ​ດິນ​ໂລກ​ຫວັ່ນ​ໄຫວ 2 ພຣະ​ເຈົ້າ​ຍິ່ງ​ໃຫຍ່​ຢູ່​ໃນ​ຊີ​ໂອນ ພຣະ​ອົງ​ສູງ​ເດັ່ນ​ຢູ່​ເຫນືອ​ປະ​ຊາ​ຊາດ​ທັງ​ປວງ 3 ໃຫ້​ເຂົາ​ສັຣ​ເສີນ​ພຣະ​ນາມ​ອັນ​ຍິ່ງ​ໃຫຍ່ ແລະ​ຫນ້າ​ຢ້ານ​ຢຳ​ຂອງ​ພຣະ​ອົງ ພຣະ​ອົງ​ສັກ​ສິດ 4 ຂ້າ​ແດ່​ກະ​ສັດ​ຜູ້​ຊົງ​ມະ​ຫິດ​ທີ​ຣິດ ຜູ້​ຊົງ​ຮັກ​ຄວາມ​ຍຸດ​ຕິ​ທັມ ພຣະ​ອົງ​ຊົງ​ສະ​ຖາປະ​ນາ​ຄວາມ​ທ່ຽງ​ທັມ ພຣະ​ອົງ​ຊົງ​ປະ​ກອບ​ຄວາມ​ຍຸດ​ຕິ​ທັມ ແລະ​ຄວາມ​ຊອບ​ທັມ​ຂຶ້ນ​ໃນ​ຢາ​ໂຄບ 5 ຈົ່ງ​ຍໍ​ພຣະ​ກຽດ​ພຣະ​ຜູ້​ເປັນເຈົ້າ​ ຄືພຣະ​ເຈົ້າຂອງ​ເຮົາ ນະ​ມັ​ສການ​ທີ່​ແທ່ນ​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ ພຣະ​ອົງ​ບໍ​ຣິ​ສຸດ 6 ໂມ​ເຊ ແລະ​ອາ​ໂຣນ​ຢູ່ໃນ​ພວກ​ປະ​ໂຣ​ຫິດ​ຂອງ​ພຣະ​ອົງ ຊາ​ມູ​ເອນ​ຢູ່​ໃນ​ພວກ​ທີ່​ທູນ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ​ດ້ວຍ ທ່ານ​ຮ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຊົງ​ຕອບ​ທ່ານ​ເຫລົ່າ​ນັ້ນ 7 ພຣະ​ອົງ​ສັ່ງ​ກັບ​ທ່ານ​ທີ່​ໃນ​ເສົາ​ເມກ ທ່ານ​ທັງ​ປວງ​ໄດ້​ຮັກ​ສາ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ ແລະ​ກົດ​ເກນ​ທີ່​ພຣະ​ອົງ​ປະ​ທານ​ແກ່​ທ່ານ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ຊົງ​ຕອບ​ທ່ານ​ເຫລົ່າ​ນັ້ນ ພຣະ​ອົງ​ຊົງ​ເປັນ​ພຣະເຈົ້າ​ຜູ້​ຍົກໂທດ​ທ່ານ​ເຫລົ່າ​ນັ້ນ ແຕ່​ຊົງ​ເປັນ​ຜູ້​ສນອງ​ການ​ກະ​ທຳ​ຜິດ​ຂອງ​ທ່ານ​ເຫລົ່າ​ນັ້ນ 9 ຈົ່ງ​ຍໍ​ພຣະ​ກຽດ​ພຣະ​ຜູ້​ເປັ​ນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຮົາ ແລະ​ນະ​ມັ​ສ​ການ​ທີ່​ພູ​​ສັກ​ສິດ​ຂອງ​ພຣະ​ອົງ ເພາະ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ເຣົາ​ບໍ​ຣິ​ສຸດ

ເພງສັຣເສີນ 100

ຄຳ​ເຕືອນ​ໃຫ້​ໂມ​ທະ​ນາ

1 ທົ່ວ​ທັງ​ໂລກ​ນີ້ ຈົ່ງ​ຮ້ອງ​ເພງ​ມ່ວນ​ຊື່ນ​ຖວາຍ​ແດ່ພຣະ​ຜູ້​ເປັນ​ເຈົ້າ 2 ຈົ່ງ​ນະ​ມັ​ສ​ການ​ພຣະ​ອົງ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ ແລະ​ເຂົ້າ​ມາ​ຮ້ອງ​ເພງ​ຢ່າງ​ມ່ວນ​ຊື່ນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ 3 ຈົ່ງ​ຮູ້​ໄວ້​ເທີນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ພຣະ​ເຈົ້າ ພຣະ​ອົງ​ຊົງ​ສ້າງ​ພວກ​ເຮົາ ແລະ​ພວກ​ເຮົາ​ເປັນ​ຂອງ​ພຣະ​ອົງ ພວກ​ເຮົາ​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ເປັນ​ຝູງ​ແກະ​ຂອງ​ພຣະ​ອົງ 4 ຈົ່ງ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ເພື່ອ​ກ່າວ​ຂອບ​ພຣະ​ຄຸນ ຈົ່ງ​ໄປ​ໃນ​ພຣະ​ວິ​ຫານ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ດ້ວຍ​ການ​ສັຣເສີນ ຈົ່ງ​ຂອບ​ພຣະ​ຄຸນ ແລະ​ສັຣ​ເສີນ​ພຣະ​ອົງ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ກອບ​ດ້ວຍ​ຄວາມ​ດີ ຄວາມ​ຮັກ​ຂອງ​ພຣະ​ອົງ​ມີ​ຢູ່​ຕລອດ​ໄປ ແລະ​ຄວາມ​ສັດ​ຊື່​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ​ກໍມີ​ຢູ່​ຕລອດເວ​ລາ

ເພງສັຣເສີນ 101

ຄຳ​ປະ​ຕິ​ຍານ​ທີ່​ດຳ​ຣົງ​ຊີບ​ຢ່າງ​ຊອບ​ທັມ

1 ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ເຣື່ອງ​ຄວາມ​ຈົ່ງ​ຮັກ​ພັກ​ດີ ແລະ​ຄວາມ​ຍຸດ​ຕິ​ທັມ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າພຣະ​ອົງ​ຈະ​ຮ້ອງ​ເພງ​ຖວາຍ​ພຣະ​ອົງ 2 ຂ້າ​ພຣະ​ອົງ​ຈະ​ເອົາ​ໃຈ​ໃສ່ໃນ​ທາງ​ທີ່​ດີ​ຮອບ​ຄອບ ເມື່ອ​ໃດ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ຫາ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ດຳ​ເນີ​ນ​ດ້ວຍ​ໃຈ​ຊື່​ສັດ​ພາຍ​ໃນ​ເຮືອນ​ຂອງ​ຂ້າ​ພຣະ​ອົງ 3 ຂ້າ​ພຣະ​ອົງ​ຈະ​ບໍ່​ຕັ້ງ​ສິ່ງ​ໃດໆ​ທີ່​ຊົ່ວ​ຊ້າ​ໄວ້​ຕໍ່​ຫນ້າຕໍ່​ຕາ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ກຽດ​ຊັງ​ກິ​ຈ​ການ​ຂອງ​ຜູ້​ທີ່ກະ​ບົດ​ທັງ​ຫລາຍ ກິ​ຈ​ການ​ນັ້ນ​ຈະ​ບໍ່​ຕິດ​ຂ້າ​ພຣະ​ອົງ 4 ຂ້າ​ພຣະ​ອົງ​ຈະ​ຢູ່​ຫ່າງ​ໄກ​ຈາກ​ເຣື່ອງ​ໃຈ​ແຕກ ຂ້າ​ພຣະ​ອົງ​ຈະ​ບໍ່​ເອົາ​ເຣື່ອງ​ເອົາ​ຣາວ​ກັບ​ຄວາມ​ຊົ່ວ​ຮ້າຍ​ເລີຍ 5 ບຸກ​ຄົນ​ທີ່​ໃສ່​ຮ້າຍ​ເພື່ອນ​ບ້ານ​ລັບໆ​ນັ້ນ ຂ້າ​ພຣະ​ອົງ​ຈະ​ທຳ​ລາຍ​ເສັຽ ຄົນ​ທີ່​ອວດ​ອ້າງ​ແລະ​ໃຈ​ທີ່​ຈອງ​ຫອງ​ຂ້າ​ພ​ຣ​ເອົງ​ຈະ​ບໍ່​ຍອມ​ໂຍະ​ຍານ​ດ້ວຍ 6 ຂ້າ​ພຣະ​ອົງ​ຈະ​ມອງ​ຫາ​ຄົນ​ທີ່​ຕົງ​ໃນ​ແຜ່ນ​ດິນ ເພື່ອ​ເຂົາ​ຈະ​ອາ​ໄສ​ຢູ່​ກັບ​ຂ້າ​ພຣະ​ອົງ ຜູ້​ໃດ​ດຳ​ເນີນ​ໃນ​ທາງ​ທີ່​ດີ​ຮອບ​ຄອບ ຜູ້ນັ້ນ​ຈະ​ບົວ​ລະ​ບັດ​ຂ້າ​ພຣະ​ອົງ 7 ຜູ້​ທີ່​ປະ​ພຶດ​ຫລອກ​ລວງ​ຈະ​ບໍ່​ໄດ້​ອາ​ໄສ​ຢູ່​ໃນ​ເຮືອນ​ຂອງ​ຂ້າ​ພຣະ​ອົງ ຄົນ​ໃດ​ທີ່​ອ້າ​ປາກ​ເວົ້າ​ຄວາມ​ບໍ່​ຈິງ​ຈະ​ບໍ່​ຢັ້ງ​ຍືນ​ຢູ່​ຕໍ່​ຫນ້າ​ຂ້າ​ພຣະ​ອົງ 8 ທຸກໆ​ເຊົ້າ ຂ້າ​ພຣະ​ອົງ​ຈະ​ທຳ​ລາຍ​ຄົນ​ອະ​ທັມ​ທັງ​ສິ້ນ​ໃນ​ແຜ່ນດິນ ຕັດ​ຜູ້​ທີ່​ກະ​ທຳ​ຊົ່ວ​ອອກ​ເສັຽ​ໃຫ້​ຫມົດ​ຈາກ​ນະ​ຄອນ​ຂອງ​ພຣະ​ເຈົ້າ

ເພງສັຣເສີນ 102

ຄຳ​ຮ່ຳ​ຮ້ອງ​ໃນ​ຍາມ​ທຸກ​ໃຈ ຄຳ​ອ້ອນວອນ​ຂອງ​ຜູ້​ຖືກ​ຂົ່ມ​ໃຈ ເມື່ອ​ເຂົາ​ອ່ອນ​ລະ​ອາ​ໃຈ ແລະ​ລະ​ບາຍ​ຄ​ວາມ​ນັ້ນ​ຕໍ່​ພຣະ​ເຈົ້າ

1 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ຂໍ​ສຽງ​ຮ້ອງ​ຂອງ​ຂ້າ​ພຣະ​ອົງ​ມາ​ເຖິງພຣະ​ອົງ​ 2 ຂໍ​ຢ່າ​ຊົງ​ເຊື່ອງ​ພຣະ​ພັກ​ຂອງ​ພຣະ​ອົງ​ຈາກ​ຂ້າ​ພຣະ​ອົງ ໃນ​ວັນ​ທຸກ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຕອບ​ຂ້າ​ພຣະ​ອົງ​ໂດຍ​ໄວ ເມື່ອ​ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຕໍ່​ພຣະ​ອົງ 3 ເພາະ​ວັນ​ຂອງ​ຂ້າ​ພຣະ​ອົງ​ສິ້ນ​ໄປ​ຢ່າງ​ຄວັນ ແລະ​ກະ​ດູກ​ຂອງ​ຂ້າ​ພຣະ​ອົງ​ໄຫມ້​ຢ່າງ​ເຕົາ​ໄຟ 4 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຖືກ​ຕີ​ຈົນ​ລົ້ມ​ເຫມືອນ​ຫຍ້າ​ແ​ລະ​ຫ່ຽວ​ໄປ ຂ້າ​ພຣະ​ອົງ​ລືມ​ກິນ​ອາ​ຫານ​ຂອງ​ຂ້າ​ພຣະ​ອົງ 5 ເຫດ​ດ້ວຍ​ສຽງ​ຮ້ອງ​ຄາງ​ຂອງ​ຂ້າ​ພຣະ​ອົງ ກະ​ດູກ​ຂອງ​ຂ້າ​ພຣະ​ອົງ​ເກາະ​ຕິດ​ເນື້ອ​ຂອງ​ຂ້າ​ພຣະ​ອົງ 6 ຂ້າ​ພຣະ​ອົງ​ເປັນ​ເຫມືອນ​ນົກ​ກະ​ທຸງ​ທີ່​ຢູ່ໃນ​ຖິ່ນກັນ​ດານ ເຫມືອນ​ນົກ​ເຄົ້າ​ແມວ​ຢູ່ໃນ​ທີ່​ຮ້າງ​ເປົ່າ 7 ຂ້າ​ພຣະ​ອົງ​ນອນ​ບໍ່​ຫລັບ ຂ້າ​ພຣະ​ອົງ​ເຫ​ມືອນ​ນົກ​ໂດດ​ດ່ຽວ​ເທິງ​ຫລັງ​ຄາ​ເຮືອນ 8 ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ຫຍໍ້​ຫຍັນ​ຂ້າ​ພຣະ​ອົງ​ຕລອດ​ວັນ ໂດຍ​ໃຊ້​ຊື່​ຂ້າ​ພຣະ​ອົງ​ເປັນ​ຄຳ​ປ້ອຍ​ດ່າ 9 ເພາະ​ຂ້າ​ພຣະ​ອົງ​ກິນ​ຂີ້​ເຖົ່າ​ຕ່າງ​ອາ​ຫານ ແລະ​ເຈືອປົນ​ນ້ຳ​ຕາ​ເຂົ້າ​ກັບ​ເຄື່ອງ​ດື່ມ 10 ເຫດ​ດ້ວຍຄວາມ​ພິ​ໂຣດ​ແລະ​ຄວາມ​ກິ້ວ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ຊູ​ຂ້າ​ພຣະ​ອົງ​ຂຶ້ນ​ແລະ​ໂຍນ​ຂ້າ​ພຣະ​ອົງ​ຖິ້ມ​ໄປ​ເສັຽ 11 ວັນ​ເວ​ລາ​ຂອງ​ຂ້າ​ພຣະ​ອົງ​ເຫມືອນ​ເງົາ​ເວ​ລາ​ຄ່ຳ ຂ້າ​ພຣະ​ອົງ​ຫ່ຽວ​ໄປ​ເຫມືອນ​ຫຍ້າ 12 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ປະ​ທັບ​ເທິງ​ບັນ​ລັງ​ເປັນ​ນິດ ພຣະ​ນາມ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊົ່ວ​ຊາດ​ອາ​ຍຸ​ຄົນ 13 ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ສົງ​ສານ​ຊີ​ໂອນ ເພາະ​ເຖິງ​ເວ​ລາ​ທີ່​ຈະ​ຊົງ​ພຣະ​ກະ​ຣຸ​ນາ​ນາງ ເວ​ລາ​ກຳ​ນົດ​ມາ​ເຖິງ​ແລ້ວ 14 ເພາະ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຮັກ​ຊາກ​ກ້ອນ​ຫີນ​ຂອງ​ນາງ​ນັກ ແມ່ນ​ວ່າ​ຖືກ​ທຳ​ລາຍ​ມາ​ແລ້ວ​ກໍ​ຕາມ​ຊ່າງ 15 ບັນ​ດາ​ປະ​ຊາ​ຊາດ​ຈະ​ຢ້ານ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບັນ​ດາ​ກະ​ສັດ​ຂອງ​ແຜ່ນ​ດິນ​ໂລກ​ຢ້ານ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ 16 ເພາະ​ພຣະ​​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສ້າງ​ຊີ​ໂອນ ພຣະ​ອົງ​ຈະ​ຊົງ​ສ້າງ​ປາ​ກົດ​ດ້ວຍ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ 17 ພຣະ​ອົງ​ຈະ​ສົນ​ພຣະ​ທັຍ​ໃນ​ຄຳ​ອ້ອນວອນ​ຂອງ​ຄົນ​ສິ້ນ​ເນື້ອ​ປະ​ດາ​ຕົ​ວ ແລະ​ຈະ​ຊົງ​ດູ​ຫມິ່ນ​ຄຳ​ອ້ອນວອນ​ຂອງ​ເຂົາ 18 ຂໍ​ບັນ​ທຶກ​ເຣື່ອງ​ນີ້​ໄວ້​ໃຫ້​ເຊື້ອ​ສາຍ​ທີ່​ຈະ​ມີ​ມາ ເພື່ອ​ປະ​ຊາ​ຊົນ​ທີ່​ຍັງ​ຈະ​ຊົງ​ສ້າງ​ມາ​ນັ້ນ​ຈະ​ໄດ້​ສັຣເສີນ​ພຣະຜູ້​ເປັນ​ເຈົ້າ 19 ບັນ​ທຶກວ່າ ພຣະ​ອົງ​ທອດ​ພຣະ​ເນດ​ລົງ​ມາ​ຈາກ​ທີ່​ສູງ​ອັນບໍ​ຣິ​ສຸດ​ຂອງ​ພຣະ​ອົງ ຈາກ​ຟ້າ​ສວັນ ພຣະ​ຜູ້​ເປັນ​ເຈົ້າ​ທອດ​ພຣະ​ເນດ​ແຜ່ນ​ດິນ​ໂລກ 20 ເພື່ອ​ຊົງ​ຟັງ​ສຽງ​ຮ້ອງ​ຄາງ​ຂອງ​ຊະ​ເລີຍ ເພື່ອ​ຊົງ​ປ່ອຍ​ຄົນ​ທີ່​ຕ້ອງ​ເຖິງ​ຕາຍ​ໃຫ້​ເປັນ​ອິສ​ຣະ 21 ເພື່ອ​ມະ​ນຸດ​ຈະ​ປະ​ກາດ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໃນ​ຊີ​ໂອນ ແລະ​ກ່າວ​ສັຣ​ເສີນ​ພຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ 22 ຂ​ນະ​ເມື່ອ​ຊົນ​ຊາດ​ທັງ​ຫລາຍ​ຮວມ​ກັນ ທັງ​ບັນດາ​ຣາ​ຊ​ອາ​ນາ​ຈັກ​ເພື່ອ​ນະ​ມັ​ສການ​ພຣະ​ຜູ້​ເປັນ​ເຈົ້າ 23 ເມື່ອ​ຍັງ​ຫນຸ່ມພຣະ​ອົງ​ຊົງ​ຫັກ​ກຳ​ລັງ​ຂອງ​ຂ້າ​ພະເຈົ້າ​ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ​ສັ້ນ​ເຂົ້າ 24 ຂ້າ​ພະ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ຊົງ​ນຳ​ຂ້າ​ພຣະ​ອົງ​ໄປ​ເສັຽ​ໃນ​ເຄິ່ງ​ກາງ ວັນ​ເວ​ລາ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຜູ້​ປີ​ເດືອນ​ດຳ​ຣົງ​ຢູ່​ຕລອດ​ທຸກ​ຊົ່ວ​ຊາດ​ອາ​ຍຸ​ຄົນ” 25 ເມື່ອ​ເດີມ​ພຣະ​ອົງ​ຊົງ​ວາງ​ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ ແລະ​ຟ້າ​ສວັນ​ເປັນ​ພຣະ​ຫັຖ​ກິດ​ຂອງ​ພຣະ​ອົງ 26 ສິ່ງ​ເຫລົ່າ​ນີ້​ຈະ​ພິ​ນາດ ແຕ່​ພຣະ​ອົງ​ຈະ​ຊົງ​ດຳ​ຣົງ​ຢູ່ ສິ່ງ​ເຫລົ່າ​ນີ້​ຈະ​ເກົ່າ​ໄປ​ເຫມືອນ​ເຄື່ອງ​ນຸ່ງ​ຫົ່ມ ພຣະ​ອົງ​ຊົງ​ປ່ຽນ​ສິ່ງ​ເຫລົ່າ​ນີ້​ເຫມືອນ​ເສື້ອ​ຜ້າ​ແລ້ວ​ມັນ​ກໍ​ສູນ​ຫາຍ​ສ​ລາຍ​ໄປ​ສິ້ນ 27 ແຕ່​ພຣະ​ອົງ​ຍັງ​ຄົງ​ເດີມ ແລະ​ປີ​ເດືອນ​ຂອງ​ພຣະ​ອົງ​ບໍ່​ສິ້ນ​ສຸດ 28 ລູກຫລານ​ຂອງ​ບັນ​ດາ​ຜູ້​ຮັ​ບໃຊ້​ຂອງ​ພຣະ​ອົງ​ຈະ​ຢູ່​ຫມັ້ນ​ຄົງ ແລະ​ເຊື້ອ​ສາຍ​ຂອ​ງ​ເຂົາ​ຈະ​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ

ເພງສັຣເສີນ 103

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຂອງ​ດາ​ວິດ

1 ຈິດ​ວິນ​ຍານ​ຂອງ​ຂ້າ​ເອີຍ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ຂ້າສັຣ​ເສີນ​ພຣະ​ນາມ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ດ້ວຍ​ຫມົດ​ຈິດ​ຫມົດ​ໃຈ 2 ຈິດ​ວິນ​ຍານ​ຂອງ​ຂ້າ​ເອີຍ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຢ່າ​ລືມ​ຄຸນ​ງາມ​ຄວາມ​ດີຂອງ​ພຣະ​ອົງ 3 ພຣະ​ອົງ​ຊົງ​ໃຫ້​ອະ​ພັຍ​ຄວາມ​ບາບ​ທັງ​ສິ້ນ​ຂອງ​ຂ້າ ແລະ​ປິ່ນ​ປົວ​ພ​ຍາດ​ໂຣ​ຄາ​ຕ່າງໆ​ຂອງ​ຂ້າໃຫ້​ດີ 4 ພຣະ​ອົງ​ຊົງ​ຊ່ອຍ​ຂ້າ​ໃຫ້​ພົ້ນ​ຈາກ​ຕາຍ ແລະ​ຊົງ​ອວຍ​ພອນ​ຂ້າ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ເມດ​ຕາ 5 ພຣະ​ອົງ​ຊົງ​ທຳ​ໃຫ້​ຊີ​ວິດ​ຂອງ​ຂ້າ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ດີ ດັ່ງ​ນີ້ ຂ້າຈຶ່ງ​ຫນຸ່ມ​ແຫນ້ນ​ແລະ​ແຂງ​ແຮງ​ເຫມືອນ​ດັ່ງ​ນົກ​ອິນ​ຊີ 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ແກ້​ແຄ້ນ​ແລະ​ໃຫ້​ຄວາມ​ເປັນ​ທັມ​ແກ່​ຜູ້​ທີ່​ຖືກ​ຂົ່ມ​ເຫັງ 7 ພຣະ​ອົງ​ຊົງ​ບອກ​ແຜນ​ການ​ຂອງ​ພຣະ​ອົງ​ແກ່​ໂມ​ເຊ ແລະ​ທຳ​ໃຫ້​ພວກ​ອິສ​ຣາ​ເອນ​ເຫັນ​ກິ​ຈ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດ​ຕາ​ກະ​ຣຸ​ນາ ພຣະ​ອົງ​ຊົງ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ແລະ​ບໍ່​ຊົງ​ພິ​ໂຣດ​ງ່າຍ 9 ພຣະ​ອົງ​ບໍ່​ຊົງ​ຕິ​ຕຽນ​ແລະ​ບໍ່​ຊົງ​ພິ​ໂຣດ​ຕ​ລ​ອດ​ໄປ 10 ພຣະ​ອົງ​ບໍ່​ໄດ້​ຊົງ​ລົງ​ໂທດ​ພວກ​ເຮົາ​ຕາມ​ທີ່​ພວກ​ເຣົາ​ສົມຄວນ​ຈະ​ໄດ້​ຮັບ ຫລືບໍ່​ໄດ້​ຕອບ​ແທນ​ໃນ​ຄວາມ​ບາບ​ແລະ​ການ​ຜິດ​ພາດ​ຂອງ​ພວກ​ເຮົາ 11 ຟ້າ​ສວັນ​ສູງ​ເຫນືອ​ແຜ່ນ​ດິນ​ໂລກ​ຫລາຍ​ເທົ່າ​ໃດ ຄວາມ​ຮັກ​ທີ່​ພຣະ​ອົງ​ຊົງ​ມີ​ແກ່​ຜູ້​ທີ່​ຢຳ​ເກງ​ພຣະ​ອົງ​ກໍ​ສູງ​ຫລາຍ​ເທົ່າ​ນັ້ນ 12 ທິດ​ຕາເວັນ​ອອກ​ໄກ​ຈາກ​ທິດ​ຕາ​ເວັນ​ຕົກ​ຫລາຍ​ເທົ່າ​ໃດ ພຣະ​ອົງ​ກໍ​ຊົງ​ຍົກ​ຄວາມ​ບາບ​ຂອງ​ພວກ​ເຮົາ​ອອກ​ໄປ​ໄກ​ຫລາຍ​ເທົ່າ​ນັ້ນ 13 ພໍ່​ເມດຕາ​ກະ​ຣຸ​ນາ​ຕໍ່​ລູກ​ຫລາຍ​ເທົ່າ​ໃດ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ເມດ​ຕາ​ກະ​ຣຸ​ນາ​ຕໍ່​ຜູ້​ທີ່​ຢຳ​ເກງ​ພຣະ​ອົງ​ຫລາຍ​ເທົ່າ​ນັ້ນ 14 ພຣະ​ອົງ​ຊົງ​ຮູ້​ດີ​ວ່າ​ພວກ​ເຮົາ​ຖືກ​ສ້າງ​ມາ​ຢ່າງ​ໃດ ແລະ​ຊົງ​ຈື່​ຈຳ​ສ​ເມີ​ວ່າ​ພວກ​ເຮົາ​ເປັນ​ຂີ້​ຝຸ່ນ​ດິນ 15 ສ່ວນ​ມະ​ນຸດ​ນັ້ນ ຊີ​ວິດ​ຂອ​ງເຂົາ​ປຽບ​ເຫມືອນ​ຕົ້ນ​ຫຍ້າ ເຂົາ​ຈະ​ເຣີນ​ເຕີບ​ໂຕ​ຂຶ້ນ​ເຫມືອນ​ດັ່ງ​ດອກ​ໄມ້​ປ່າ 16 ເມື່ອ​ລົມ​ພັດ​ມັນ​ກໍ​ລົ້ມ​ຫັກ​ເສັຽ​ໄປ ແລະ​ບໍ່​ມີ​ຜູ້​ໃດ​ເຫັນ​ມັນ​ອີກ 17 ແຕ່​ວ່າ​ຄວາມ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ຊົງ​ມີ​ແກ່​ຜູ້​ທີ່​ຖວາຍ​ກຽດ​ແດ່​ພຣະ​ອົງ​ຕລອດ​ໄປ ແລະ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ​ຊົງ​ຫມັ້ນ​ຄົງ​ຢູ່​ທຸກ​ຊົ່ວ​ອາ​ຍຸ​ຄົນ 18 ແລະ​ແກ່​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ຂໍ້​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ຄື​ຜູ້​ທີ່​ເຊື່ອ​ຟັງ​ຢ່າງ​ຈິງ​ໃຈ​ໃນ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 19 ພຣະ​ຜູ້​ເປັນ​ເຈົ້າຊົງ​ຕັ້ງ​ພຣະ​ທີ່​ນັ່ງ​ໄວ້​ໃນຟ້າ​ສວັນ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ​ປົກ​ຄອງ​ທຸກ​ສິ່ງ 20 ພວກ​ເທວະ​ດາ​ອົງ​ຍິ່ງ​ໃຫຍ່ ອົງ​ທີ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ ແລະ​ຟັງ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກ່າວ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ 21 ຜູ້​ທີ່​ມີ​ອຳ​ນາດ​ຢູ່​ເທິງ​ຟ້າສວັນ​​ທັງ​ຫມົດ ຊຶ່ງ​ເປັນ​ຜູ້​ຮັບ​ໃຊ້​ທີ່​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ 22 ທຸກໆ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສ້າງ​ມາ ທຸກໆ​ບ່ອນ​ທີ່​ພຣະ​ອົງ​ຊົງ​ປົກ​ຄອງ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ຈິດ​ວິນ​ຍານ​ຂອງ​ຂ້າເອີຍ ຈົ່ງ​ສັຣເສີນ​ພຣະ​ອົງ

ເພງສັຣເສີນ 104

ການ​ສັຣເສີນ​ພຣະ​ຜູ້​ຊົງ​ສ້າງ

1 ຈິດ​ວິນ​ຍານ​ຂອງ​ຂ້າເອີຍ ຈົ່ງ​ສັຣ​ເສີນ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ແທ້ ພຣະ​ອົງ​ຊົງ​ປະ​ກອບ​ດ້ວຍ​ອຳ​ນາດ ແລະ​ຣັ​ສ​ມີ 2 ພຣະ​ກາຍ​ຂອງ​ພຣະ​ອົງ​ຊົງ​ຫຸ້ມ​ຫໍ່​ດ້ວຍ​ແສງ​ສວ່າງ ພຣະ​ອົງ​ຊົງ​ກາງ​ຟ້າສວັນ​​ອອກ​ເຫມື​ອນ​ກາງ​ຜ້າ​ເຕັນ 3 ແລະ​ຊົງ​ສ້າງ​ບ່ອນ​ຢູ່​ຂອງ​ພຣະ​ອົງ​ເທິງ​ແມ່​ນ້ຳ​ທັງ​ຫ​ລາຍ ພຣະ​ອົງ​ຊົງ​ໃຊ້​ກ້ອນ​ເມກ​ເປັນ​ຣາ​ຊ​ຣົດ​ຂອງ​ພຣະ​ອົງ ແລະ​ຊົງ​ສະ​ເດັດ​ມາ​ກັບ​ລົມ 4 ພຣະ​ອົງ​ຊົງ​ໃຊ້​ລົມ​ເປັນ​ຜູ້​ສົ່ງ​ຂ່າວ ແລະ​ໃຊ້​ແສງ​ຟ້າ​ແມບ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 5 ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ແຜ່ນ​ດິນ​ໂລກ​ໄວ້​ເທິງ​ຮາກ​ຖານ​ຂອງ​ມັນ​ຢ່າ​ງຫມັ້ນ​ຄົງ ແລະ​ມັນ​ຈະ​ບໍ່​ເຄື່ອນ​ໄຫວ​ໄປ​ມາ​ຈັກ​ເທື່ອ 6 ພຣະ​ອົງ​ຊົງ​ໃຫ້​ມະ​ຫາສະ​ຫມຸດ​ຫຸ້ມ​ຫໍ່​ມັນ​ເຫມືອນ​ດັ່ງ​ເສື້ອ​ຜ້າຫຸ້ມ​ຫໍ່ຮ່າງ​ກາຍ ແລະ​ໃຫ້​ນ້ຳ​ຢູ່​ເທິງ​ພູ​ທັງ​ຫລາຍ 7 ແຕ່​ວ່າ​ເມື່ອ​ພຣະ​ອົງ​ຊົງ​ສັ່ງ​ນ້ຳ​ນັ້ນ​ກໍ​ຫນີ​ໄປ ເວ​ລາ​ມັນ​ໄດ້​ຍິນ​ສຽງ​ຮ້ອງ​ສັ່ງ​ຂອງ​ພຣະ​ອົງ​ມັນ​ໄດ້​ໄຫລ​ຫນີ​ໄປ 8 ມັນ​ໄດ້​ໄຫລ​ຜ່ານ​ພູ​ທັງ​ຫລາຍ​ລົງ​ໄປ​ຕາມ​ຮ່ອມ​ພູສູ່​ບ່ອນ​ທີ່​ພຣະ​ອົງ​ສ້າງ​ໄວ້​ສຳ​ລັບ​ມັນ 9 ພຣະ​ອົງ​ຕັ້ງ​ເຂດ​ແດນ​ໄວ້ ນ້ຳມັນ​ກໍ​ບໍ່​ສາ​ມາດ​ໄຫລ​ຜ່ານ​ເຂົ້າ​ມາ​ໄດ້ ເພື່ອ​ບໍ່​ໃຫ້​ນ້ຳ​ນັ້ນ​ໄຫລ​ຖ້ວມ​ແຜ່ນ​ດິນ​ໂລກ​ນີ້​ອີກ 10 ພຣະ​ອົງ​ຊົງ​ສ້າງ​ນ້ຳ​ບໍ່​ໃຫ້​ໄຫລ​ໄປ​ຕາມ​ຮ່ອມ​ພູ ແລະ​ນ້ຳ​ກໍ​ໄຫລ​ໄປ 11 ຊຶ່ງ​ຕຽມ​ໄວ້​ໃຫ້​ສັດ​ປ່າ​ກິນ ແລະ​ບໍ່​ໃຫ້​ລໍ​ປ່າ​ຫິວ​ນ້ຳ 12 ທີ່​ຕົ້ນ​ໄມ້​ໃກ້ໆ​ແຄມ​ນ້ຳ​ນັ້ນ ນົກ​ໄດ້​ເຮັດ​ຮັງ​ໃສ່ ແລະ​ຮ້ອງ​ຢ່າງມ່ວນ​ຊື່ນ 13 ພຣະ​ອົງ​ຊົງ​ໃຫ້​ຝົນ​ຈາກ​ຟ້າສວັນ​ຕົກ​ລົງ​ໃສ່​ພູ​ທັງ​ຫລາຍ ຜົນ​ການ​ກະ​ທຳ​ຂອງ​ພຣະ​ອົງ​ກໍ​ເຕັມ​ທົ່ວ​ໂລກ​ນີ້ 14 ພຣະ​ອົງ​ຊົງ​ໃຫ້​ຫຍ້າ​ເກີດ​ຂຶ້ນ​ສຳ​ລັບ​ຝູງ​ສັດ ແລະ​ພືດ​ຜົນ​ຕ່າງໆ​ໃຫ້​ມະ​ນຸດປູກ​ຝັງ​ເພື່ອ​ເຂົາ​ຈະ​ມີ​ຜົນ​ລະ​ປູກ 15 ຄື​ເຫລົ້າ​ອະ​ງຸ່ນ​ທີ່​ເຮັດ​ໃຫ້​ເຂົາ​ມີ​ຄວາມ​ສຸກ ນ້ຳ​ມັນ​ຫອມ​ຈາກ​ຫມາກກອກ​ທີ່​ໃຊ້​ທາ​ໃຫ້​ຫນ້າ​ຊື່ນ​ຕາ​ບານ ແລະ​ເຂົ້າ​ຈີ່​ທີ່​ໃຫ້​ເຂົາ​ມີ​ເຫື່ອ​ແຮງ​ຂຶ້ນ 16 ສ່ວນ​ຕົ້ນ​ສົນ​ທີ່​ເລ​ບານອນ ຊຶ່ງ​ເປັນ​ຕົ້ນ​ໄມ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປູກ​ໄວ້​ກໍ​ໄດ້​ຮັບ​ນ້ຳ​ຝົນ​ອັນ​ອຸ​ດົມ​ສົມ​ບູນ​ 17 ໃນ​ທີ່​ນັ້ນ​ຝູງ​ນົກ​ໄດ້​ກໍ່​ຮັງ​ຂອງ​ມັນ ເປັນ​ຮັງ​ນົກ​ຍາງ​ທີ່​ຢູ່​ເທິງ​ຕົ້ນ​ສົນ 18 ສ່ວນ​ເຍືອງກໍ​ຢູ່​ເທິງ​ພູ​ສູງ​ສຸດ ແລະ​ຝູງ​ກະ​ຕ່າຍ​ກໍ​ລີ້​ຢູ່​ຫນ້າ​ຜາ​ນັ້ນ 19 ພຣະ​ອົງ​ຊົງ​ສ້າງດວງ​ເດືອນ ເພື່ອ​ຫມາຍ​ເດືອນ​ແລະ​ປີ ແລະ​ສ້າງ​ຕາ​ເວັນ​ເພື່ອ​ໃຫ້​ຮູ້​ເວ​ລາ​ຕົກ​ຂອງ​ມັນ 20 ພຣະ​ອົງ​ຊົງ​ສ້າງ​ກາງ​ຄືນ ແລະ​ໃນ​ຕອນ​ກາງ​ຄືນ ສັດ​ປ່າ​ໄດ້​ອອກ​ມາ 21 ຝ່າຍ​ສິງ​ຫນຸ່ມ​ກໍ​ຮ້ອງ​ຄາງ​ເວ​ລາ​ອອກ​ຊອກ​ຫາ​ກິນ ແລະ​ຊອກ​ຫາ​ອາ​ຫານ​ທີ່​ພຣະ​ເຈົ້າ​ຊົງ​ປະ​ທານ​ໃຫ້​ແກ່​ມັນ 22 ເມື່ອ​ຕາ​ເວັນ​ຂຶ້ນ​ພວກ​ມັນ​ກັບ​ຄືນ​ໄປ ແລະ​ນອນ​ຫມອບ​ຢູ່​ໃນ​ຖ້ຳ​ຂອງ​ມັນ 23 ສ່ວນ​ມະ​ນຸດ​ກໍ​ອອກ​ໄປ​ເຮັດ​ວຽກ​ຂອງ​ຕົນ ແລະ​ເຮັດ​ວຽກ​ຈົນ​ເຖິງ​ຄ່ຳ 24 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ສ້າງ​ຫລາຍ​ສິ່ງ ພຣະ​ອົງ​ຊົງ​ສ້າງ​ສິ່ງ​ເຫລົ່າ​ນີ້​ຢ່າງ​ສ​ລາດ​ຮອບ​ຄອບ ແຜ່ນ​ດິນ​ໂລກ​ນີ້​ເຕັມ​ໄປ​ດ້ວຍ​ສິ່ງທີ່​ພຣະ​ອົງ​ຊົງ​ສ້າງ​ມາ 25 ມີ​ມະ​ຫາ​ສະ​ຫມຸດກວ້າງ​ໃຫຍ່ ຊຶ່ງ​ໃນ​ບ່ອນ​ນີ້​ມີ​ທັງ​ສັດ​ໃຫຍ່​ແລະ​ນ້ອຍ​ທີ່​ພຣະ​ອົງ​ຊົງ​ສ້າງ​ອາ​ໄສ​ຢູ່​ນັບ​ບໍ່​ຖ້ວນ 26 ເຮືອ​ກໍ​ແລ່ນ​ໄປ​ມາ ແລະ​ເງືອກ​ຊຶ່ງ​ເປັນ​ສັດ​ໃຫຍ່​ທີ່​ພຣະ​ອົງ​ຊົງ​ສ້າງ​ໄວ້​ກໍ​ຫລິ້ນ​ຢູ່​ທີ່​ນັ້ນ 27 ສັດ​ເຫລົ່າ​ນັ້ນ​ອາ​ໄສ​ພຣະ​ອົງ ພວກ​ມັນ​ຄອງ​ຖ້າ​ອາ​ຫານ​ຈາກ​ພຣະ​ອົງ​ໃນ​ຍາມ​ຕ້ອງ​ການ 28 ເມື່ອ​ພຣະ​ອົງຊົງ​ປະ​ທານ​ອາ​ຫານ​ໃຫ້​ກິນ ພວກ​ມັນ​ກໍ​ກິນ​ຢ່າງ​ເພິ່ງ​ພໍ​ໃຈ 29 ເວ​ລາ​ພຣະ​ອົງບໍ່​ສົນ​ໃຈ​ພວກ​ມັນ ພວກ​ມັນກໍ​ຢ້ານ​ກົວ ເມື່ອ​ພຣະ​ອົງ​ຖອດ​ເອົາ​ລົມ​ຫາຍ​ໃຈ​ຄືນ​ໄປ ພວກ​ມັນ​ຕ້ອງ​ຕາຍ ແລະ​ກັບ​ຄືນ​ໄປ​ໃນ​ດິນ​ບ່ອນ​ເກົ່າ​ທີ່​ມັນ​ມາ​ແຕ່​ກ່ອນ 30 ແຕ່​ເມື່ອ​ພຣະ​ອົງ​ຊົງ​ປະ​ທານ​ລົມ​ຫາຍ​ໃຈ​ແກ່​ພວກ​ມັນ ພວກ​ມັນ​ກໍ​ມີ​ຊີ​ວິດ​ຢູ່ ພຣະ​ອົງ​ຊົງ​ປະ​ທານ​ຊີ​ວິດ​ໃຫມ່​ແກ່​ແຜ່ນ​ດິນ​ໂລກ 31 ຂໍ​ໃຫ້​ພຣະ​ຣັສ​ມີ​ຂອງ​​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຢູ່​ຕລອດ​ໄປ ຂໍ​ໃຫ້​ພຣະ​ອົງ​ຊົງ​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສ້າງ​ມາ 32 ເມື່ອ​ພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ເທິງ​ແຜ່ນ​ດິນ​ໂລກ ມັນ​ກໍ​ສັ່ນ​ສະ​ເທືອນ​ໄປ ເມື່ອ​ພຣະ​ອົງ​ຊົງ​ແຕະ​ຕ້ອງ​ພູ​ທັງ​ຫລາຍ​ຄວັນ​ໄຟ​ໄດ້​ຫລັ່ງ​ໄຫລ​ອອກ​ມາ​ຈາ​ກພູ​ນັ້ນ 33 ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຕລອດ​ຊົ່ວ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣເສີນແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າພຣະ​ອົງ​ຕລອດ​ຊົ່ວ​ຊິ​ວິດ 34 ຂໍ​ໃຫ້​ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ​ໃນ​ບົດ​ເພງ​ຂອງ​ຂ້າ​ພຣະ​ອົງ​ ຍ້ອນ​ພຣະ​ອົງ ຂ້າ​ພຣະ​ອົງ​ກໍ​ຊົມ​ຊື່ນ​ຍິນ​ດີ 35 ຂໍ​ໃຫ້​ຄົນ​ເຮັດ​ຜິດ​ຖືກ​ທຳ​ລາຍ​ຫມົດ​ຈາກ​ແຜ່ນ​ດິນ​ນີ້ ຂໍ​ຢ່າ​ໃຫ້​ມີ​ຄົນ​ຊົ່ວ​ຊ້າ​ອີກ​ຕໍ່​ໄປ ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ເອີຍ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ

ເພງສັຣເສີນ 105

ການ​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ​ເພື່ອ​ອິສ​ຣາ​ເອນ

1 ຈົ່ງ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ຈົ່ງ​ຮ້ອງ​ທູນ​ອອກ​ພຣະ​ນາມ​ພຣະ​ອົງ ຈົ່ງ​ໃຫ້​ບັນ​ດາ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ​ແຈ້ງ​ແກ່​ຊົນ​ຊາດ​ທັງ​ຫລາຍ 2 ຈົ່ງ​ຮ້ອງ​ເພງ​ຖວາຍ​ພຣະ​ອົງ​ ຮ້ອງ​ເພງ​ສັຣ​ເສີນ​ຖວາຍ​ພຣະ​ອົງ ຈົ່ງ​ເລົ່າ​ເຖິງ​ການ​ອັດ​ສະ​ຈັນ​ທັງ​ສິ້ນ​ຂອງ​ພຣະ​ອົງ 3 ຈົ່ງ​ອວດ​ພຣະ​ນາມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ໃຫ້​ຈິດ​ໃຈ​ຂອງ​ບັນ​ດາ​ຜູ້​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າຊົມ​ຊື່ນ​ຍິນ​ດີ 4 ຈົ່ງ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ກຳ​ລັງ​ຂອງ​ພຣະ​ອົງ ສ​ແວງ​ພຣະ​ພັກ​ຂອງ​ພຣະ​ອົງ​ເລື້ອຍ​ໄປ 5 ຈົ່ງ​ຣະ​ລຶກ​ເຖິງ​ການ​ອັດ​ສະ​ຈັນ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ ການ​ມະ​ຫັດ​ສະ​ຈັນ​ແລະ​ຄຳ​ພິ​ພາກ​ສາ​ແຫ່ງ​ພຣະ​ໂອດ​ຂອງ​ພຣະ​ອົງ 6 ເຊື້ອ​ສາ​ຍຂອງ​ອັບ​ຣາ​ຮາມ ຜູ້​ຮັບໃຊ້​ຂອງ​ພຣະ​ອົງ ເຊື້ອ​ສາ​ຍ​ຂອງ​ຢາ​ໂຄບ​ຜູ້​ຊົງເລືອກ​ຂອງ​ພຣະ​ອົງ 7 ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຣົາ ຄຳ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຢູ່​ທົ່ວ​ໄປ​ໃນ​ແຜ່ນ​ດິນ​ໂລກ 8 ພຣະ​ອົງ​ຊົງ​ຈົດ​ຈຳ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຢູ່​ເປັນ​ນິດ ຄື​ພຣະ​ວັ​ຈນະ​ທີ່​ພຣະ​ອົງ​ຊົງ​ບັນ​ຊາ​ໄວ້​ຕລອດ​ຊົ່ວ​ນຶ່ງ​ພັນ​ຊົ່ວ​ອາ​ຍຸ​ຄົນ 9 ຄື​ຄຳ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໄວ້​ກັບ​ອັບ​ຣາ​ຮາມ ພຣະ​ສັນ​ຍາ​ຊຶ່ງ​ຊົງ​ປະ​ຕິ​ຍານ​ໄວ້​ກັບ​ອີ​ຊາກ 10 ຊຶ່ງ​ພຣະ​ອົງ​ຊົງ​ຢືນ​ຢັນ​ອີກ​ກັບ​ຢາ​ໂຄບ​ໃຫ້​ເປັນ​ກົດ​ເກນ​ແກ່​ອິສ​ຣາ​ເອນ ໃຫ້​ເປັນ​ຄຳສັນ​ຍາ​ນິ​ຣັນ 11 ວ່າ, “ເຮົາ​ຈະ​ໃຫ້​ແຜ່ນ​ດິນ​ກາ​ນາ​ອານ​ແກ່​ເຈົ້າ” ເປັນສ່ວນ​ມໍ​ຣະ​ດົກ​ຂອງ​ເຈົ້າ​ທັງ​ຫລາຍ 12 ເມື່ອ​ເຂົາ​ຍັງ​ມີ​ຄົນ​ຈຳ​ນວນ​ຫນ້ອຍ ຈຳ​ນວນ​ຫນ້ອຍ​ຈິງ ຍັງ​ເປັນ​ແຕ່​ຄົນ​ອາ​ໄສ​ຢູ່​ໃນ​ນັ້ນ 13 ພະ​ເນ​ຈອນ​ຈາກ​ປະ​ຊາ​ຊາດ​ນີ້​ເຖິງ​ປະ​ຊາ​ຊາດ​ນັ້ນ ຈາກ​ຣາ​ຊ​ອາ​ນາ​ຈັກ​ນີ້​ເຖິງ​ອີກ​ຊົນ​ຊາດ​ນຶ່ງ 14 ພຣະ​ອົງ​ບໍ່​ໄດ້​ຊົງ​ຍອ​ມ​ໃຫ້​ຜູ້​ໃດ​ບີບ​ບັງ​ຄັບ​ເຂົາ ພຣະ​ອົງ​ຊົງ​ຂະ​ຫນາບ​ກະ​ສັດ​ຫລາຍ​ອົງ​ດ້ວຍ​ເຫັນ​ແກ່​ເຂົາ 15 ວ່າ, “ຢ່າ​ແຕະ​ຕ້ອງ​ບັນ​ດາ​ຜູ້​ທີ່​ເຮົາ​ເຈີມ​ໄວ້ ຢ່າ​ທຳ​ອັນ​ຕະ​ຣາຍ​ແກ່​ຜູ້​ປະ​ກາດ​ພຣະ​ຄຳທັງ​ຫລາຍ​ຂອງ​ເຮົາ” 16 ເມື່ອ​ພຣະ​ອົງ​ຊົງ​ເອີ້ນ​ການ​ອຶດ​ຢາກອາ​ຫານ ໃຫ້​ເກີດ​ຂຶ້ນ​ທີ່​ແຜ່ນ​ດິນ ແລະ​ຊົງທຳ​ລາຍ​ອາ​ຫານ​ທີ່​ບຳ​ຣຸງ​ຊີ​ວິດ​ເສັຽ​ສິ້ນ 17 ພຣະ​ອົງ​ຊົງ​ໃຊ້​ຊາຍ​ຄົນ​ນຶ່ງ​ໄປ​ຂ້າງ​ຫນ້າ​ເຂົາ ໂຢເຊັບຖືກ​ຂາຍ​ໄປ​ເປັນ​ທາດ 18 ຕີນ​ຂອງ​ເຂົາ​ເຈັບ​ຊ້ຳ​ດ້ວ​ຍໂສ້​ຕວນ ຄໍ​ຂອງ​ເຂົາ​ເຂົ້າ​ຢູ່​ໃນ​ປອກ​ເຫລັກ 19 ຈົນ​ກວ່າ​ສິ່ງ​ທີ່​ເຂົາ​ບອກ​ໄດ້​ບັງ​ເກີດ​ຂຶ້ນ​ຈິງ ພຣະ​ວັຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທົດ​ສອບ​ເຂົາ​ 20 ພຣະ​ຣາ​ຊາກໍ​ຊົງ​ໃຊ້​ໃຫ້​ໄປ​ປ່ອຍ​ຕົວ​ເຂົາ ຜູ້​ປົກ​ຄອງ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ໄດ້​ປ່ອຍ​ເຂົາ​ເປັນ​ອິສ​ຣະ 21 ພຣະ​ຣາ​ຊາ​ຊົງ​ຕັ້ງ​ເຂົາ​ໃຫ້​ເປັນ​ເຈົ້າ​ນາຍ​ເຫນືອ​ວັງ​ຂອງ​ພຣະ​ອົງ ເປັນ​ຜູ້​ປົ​ກ​ຄອງ​ກຳມະ​ສິດ​ຂອງ​ພຣະ​ອົງ 22 ໃຫ້​ສອນ​ເຈົ້າ​ນາຍ​ຂອງ​ພຣະ​ອົງ​ຕາມ​ໃຈ ແລະ​ສອນ​ສະ​ຕິ​ປັນ​ຍາ​ແກ່​ຜູ້​ອະ​ວຸ​ໂສ​ຂອງ​ພຣະ​ອົງ 23 ແລ້ວ​ອິສ​ຣາ​ເອນ​ໄດ້​ມາ​ທີ່​ເອ​ຢິບ ຢາ​ໂຄບ​ໄດ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ຮາມ 24 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ມີ​ລູກ​ຫລາຍ ແລະ​ຊົງ​ກະ​ທຳ​ໃຫ້​ເຂົາ​ແຂງ​ແຮງກວ່າ​ສັ​ດ​ຕຣູ​ຂອງ​ເຂົາ 25 ພຣະ​ອົງ​ຫັນ​ໃຈ​ເຂົາ​ເຫລົ່າ​ນັ້ນ​ໃຫ້ກຽດ​ໄພ່​ພົນ​ຂອງ​ພຣະ​ອົງ ໃຫ້​ໃຊ້​ກົນ​ອຸ​ບາຍ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 26 ພຣະ​ອົງ​ຊົງ​ໃຊ້​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ​ອາ​ໂຣນ​ຜູ້​ທີ່​ພຣະ​ອົງຊົງ​ເລືອກ​ໄວ້ 27 ເຂົາ​ທັງ​ສອງ​ກະ​ທຳ​ຫມາຍ​ສຳ​ຄັນ​ຖ້າມ​ກາງ​ເຂົາ​ທັງ​ຫລາຍ ທຳ​ການ​ອັດ​ສະ​ຈັນ​ໃນ​ແຜ່ນ​ດິນ​ຂອງ​ຮາມ 28 ພຣະ​ອົງ​ຊົງ​ໃຊ້​ຄວາມ​ມືດ​ມາ ກະ​ທຳ​ໃຫ້​ແຜ່ນ​ດິນ​ມືດ ເຂົາ​ທັງ​ຫລາຍ​ບໍ່​ໄດ້​ກະ​ບົດ​ຕໍ່​ພຣະ​ຄຳຂອງ​ພຣະ​ອົງ 29 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ນ້ຳ​ກາຍ​ເປັນ​ເລືອດ ແລະ​ໃຫ້​ປາ​ຂອງ​ເຂົາ​ຕາຍ 30 ກົບ​ແຫ່​ກັນ​ມາ​ທີ່​ແຜ່ນ​ດິນ​ຂອງ​ເຂົາ ແມ້​ແຕ່​ຫ້ອງໃນ​ຂອງພຣະ​ຣາ​ຊາຂອງ​ເຂົາ​ກໍ​ມີ 31 ພຣະ​ອົງ​ຕ​ຣັ​ສ ແລະ​ຝູງ​ເຫລືອກ​ກໍ​ມາ ແລະ​ຮີ້ນ​ມີ​ໄປ​ທົ່ວ​ໃນ​ແຜ່ນ​ດິນ​ຂອງ​ເຂົາ 32 ພຣະ​ອົງ​ປະ​ທານ​ລູກເຫັບ​ແກ່​ເຂົາ​ແທນ​ຝົນ ແລະ​ຟ້າ​ຜ່າ​ທົ່ວ​ແຜ່ນ​ດິນ​ຂອງ​ເຂົາ 33 ພຣະ​ອົງ​ຊົງ​ທຳ​ລາຍ​ເຄືອ​ອະ​ງຸ່ນ ແລະ​ຕົ້ນ​ຫມາກ​ເດື່ອ​ຂອງ​ເຂົາ ແລະ​ຊົງ​ຟາດ​ຕົ້ນ​ໄມ້​ໃນ​ປະ​ເທດ​ຂອງ​ເຂົາ​ໃຫ້​ຫັກ 34 ພຣະ​ອົງ​ຕ​ຣັ​ສ ແລະ​ຕັກ​ແຕນ​ວັຍ​ບິນ​ກໍ​ມາ ແລະ​ຕັກ​ແຕນ​ວັຍ​ກະ​ໂດດ​ມາ​ນັບ​ບໍ່​ຖ້ວນ 35 ມາ​ກິນ​ພືດ​ໃນ​ແຜ່ນ​ດິນ​ຂອງ​ເຂົາ​ຫມົດ ແລະ​ກິນ​ຜົນ​ແຫ່ງ​ດິນ​ຂອ​ງ​ເຂົາ​ສິ້ນ 36 ພຣະ​ອົງ​ຊົງ​ສັງ​ຫານ​ລູກ​ຫົວ​ປີ​ໃນ​ແຜ່ນ​ດິນ​ຂອງ​ເຂົາ ຄື​ຜົນ​ແຣກ​ແຫ່ງ​ກຳ​ລັງ​ຂອງ​ເຂົາ 37 ແລ້ວ​ພຣະ​ອົງ​ຊົງ​ນຳ​ອິສ​ຣາ​ເອນ​ອອກ​ໄປ ພ້ອມ​ກັບ​ເງິນ​ແລະ​ທອງ​ຄຳ ແລະ​ບໍ່​ມີ​ຈັກ​ຄົນ​ນຶ່ງ​ໃນ​ເຜົ່າ​ຂອງ​ພຣະ​ອົງ​ສະ​ດຸດ 38 ເມື່ອ​ເຂົາ​ພາກ​ຈາກ​ໄປ ເອ​ຢິບກໍ​ຍິນ​ດີ ເພາະ​ຄວາມ​ຢ້ານ​​ຕໍ່ອິສ​ຣາ​ເອນ​ໄດ້​ຕົກ​ຢູ່​ເທິງ​ເຂົາ 39 ພຣະ​ອົງ​ຊົງ​ກາງ​ເມກ​ເປັນ​ເຄື່ອງ​ກຳ​ບັງ ແລະ​ໄຟ​ໃຫ້​ຄວາມ​ສວ່າງ​ເວ​ລາ​ກາງ​ຄືນ 40 ເຂົາ​ທັງ​ຫລາຍ​ຮ້ອງ​ຂໍ ແລະ​ພຣະ​ອົງ​ຊົງ​ນຳ​ນົກ​ຂຸ້ມ​ມາ ແລະ​ປະ​ທານ​ອາ​ຫານ​ຈາກ​ຟ້າ​ໃຫ້​ເຂົາ​ຢ່າງ​ອຸ​ດົມ 41 ພຣະ​ອົງ​ຊົງ​ເປີດ​ຫີນ ແລະ​ນ້ຳ​ກໍ​ໄຫ​ລ​ອອກ​ມາ ມັນ​ໄຫລ​ໄປ​ເປັນ​ແມ່​ນ້ຳ​ໃນ​ທີ່​ແຫ້ງ​ແລ້ງ 42 ເພາະ​ພຣະ​ອົງ​ຊົງຣະ​ລຶກ​ເຖິງ​ສັນ​ຍາ​ບໍ​ຣິ​ສຸດ​ຂອງພຣະ​ອົງ ແລະ​ອັບ​ຣາ​ຮາມ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 43 ພຣະ​ອົງ​ຈຶ່ງ​ຊົງ​ນຳ​ໄພ່​ພົນຂອງ​ພຣະ​ອົງ​ອອກມາ​ດ້ວຍ​ຊື່ນ​ບານ ຊົງ​ນຳ​ຜູ້​ທີ່​ຊົງ​ເ​ລືອກ​ໄວ້​ນັ້ນ​ດ້ວຍ​ການ​ຮ້ອງ​ເພງ 44 ແລະ​ພຣະ​ອົງ​ປະ​ທານແຜ່ນ​ດິນ​ຂອງ​ບັນ​ດາ​ປະ​ຊາຊາດ​ໃຫ້​ເຂົາ ແລະ​ເຂົາ​ໄດ້​ຜົນ​ງານ​ຂອງ​ຊາດ​ທັງ​ຫລາຍ​ເປັນ​ກຳ​ມະ​ສິດ 45 ເພື່ອ​ເຂົາ​ຈະ​ຮັກ​ສາ​ກົດ​ເກນ​ຂອງ​ພຣະ​ອົງ ແລະ​ຖື​ປະ​ຕິ​ບັດ​ພຣະ​ທັມ​ຂອງ​ພຣະ​ອົງ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ

ເພງສັຣເສີນ 106

ອິສ​ຣາ​ເອນ​ນັ້ນ​ມັກ​ກະ​ບົດ

1 ຈົ່ງ​ສັຣເສີນ​ພຣະ​ເຈົ້າ​ເຖີດ ຈົ່ງ​ໂມທະ​ນາ​ຂອ​ບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ປະ​ເສີດ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ເປັນ​ນິດ 2 ຜູ້​ໃດ​ຈະ​ພັນ​ລະ​ນາ​ເຖິງ​ພຣະ​ຣາ​ຊ​ກິຈ​ອັນ​ຊົງ​ມະ​ຫິ​ດ ທິ​ຣິດຂອງ​ພຣະຜູ້​ເປັນ​ເຈົ້າ ຫລື​ສະ​ແດງ​ເຖິງ​ພຣະ​ກຽດຂອງ​ພຣະ​ອົງ​ຢ່າງ​ຄົບ​ຖ້ວນ​ໄດ້ 3 ບັນ​ດາ​ຜູ້​ທີ່​ປະ​ພຶດ​ຄວາມ​ຍຸດ​ຕິ​ທັມ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ກະ​ທຳ​ຄວາມ​ຊອບ​ທັມ​ຕລອດ​ເວ​ລາ 4 ຂ້າ​ແດ່​ພຣະຜູ້​ເປັນ​ເຈົ້າ ຂໍ​ຊົງ​ລະ​ນຶກ​ເຖິງ​ຂ້າ​ພຣະ​ອົງ​ເມື່ອ​ພຣະ​ອົງ​ຊົງ​ໂປດ​ປານ​ໄພ່​ພົນຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ເຂົາ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ດ້ວຍ 5 ເພື່ອ​ຂ້າ​ພຣະ​ອົງ​ຈະ​ເຫັນ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ຂອງ​ບັນ​ດາ​ຜູ້​ເລືອກ​ສັນ​ຂອງ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ຊົ​ມ​ຊື່ນ​ໃນ​ຄວາມ​ຍິນ​ດີ​ແຫ່ງ​ປະ​ຊາ​ຊາດ​ຂອງ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ອວດ​ໄດ້​ຮ່ວມ​ກັບ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ 6 ຂ້າພຣະ​ອົງ​ທັງ​ຫລາຍ​ແລະ​ບັນ​ພະ​ບຸຣຸດ​ຂອງ​ຂ້າພຣະ​ອົງ​ໄດ້​ກະ​ທຳ​ບາບ​ແລ້ວ ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ກະ​ທຳ​ຄວາມ​​ຜິດບາບ ຂ້າ​ພຣະ​ອົງ​ທັ​ງ​ຫລາຍ​ໄດ້​ກະ​ທຳ​ຢ່າງ​ອະ​ທັມ 7 ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເມື່ອ​ທ່ານ​ຢູ່​ໃນ​ເອ​ຢິບ ທ່ານ​ບໍ່​ໄດ້​ສົນ​ໃຈ​ໃນ​ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ ທ່ານ​ບໍ່​ໄດ້​ລະ​ນຶກ​ເຖິງ​ຄວາມ​ຫມັ້ນ​ຄົງ​ອັນ​ອຸ​ດົມ​ຂອງ​ພຣະ​ອົງ ແຕ່​ໄດ້​ກະ​ບົດ​ທີ່​ທະ​ເລ ທີ່​ທະ​ເລ​ແດງ 8 ເຖິງ​ປານ​ນັ້ນ​ພຣະ​ອົງ​ຍັງ​ຊົງ​ຊ່ອຍ​ທ່ານ ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ໃຫ້​ຊາບ​ເຖິງ​ມະ​ຫິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ 9 ພຣະ​ອົງ​ຊົງ​ຂະ​ຫນາບ​ທະ​ເລ​ແດງ ມັນ​ກໍ​ແຫ້ງ​ໄປ ແລະ​ພຣະ​ອົງ​ຊົງ​ນຳ​ທ່ານ​ຂ້າມ​ທີ່​ເລິກ​ຢ່າງ​ກັບ​ຍ່າງ​ຂ້າມ​ຖິ່ນ​ກັນ​ດານ 10 ພຣະ​ອົງ​ຈຶ່ງ​ຊົງ​ຊ່ອຍ​ທ່ານ​ໃຫ້​ພົ້ນ​ມື​ຂອງ​ຜູ້​ທີ່​ກຽດ​ຊັງ​ທ່ານ ແລະ​ຊ່ອຍ​ກູ້​ທ່ານ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ສັດ​ຕຣູ 11 ແລະ​ນ້ຳ​ຖ້ວມ​ສັດ​ຕຣູ​ຂອງ​ທ່ານ ເຂົາ​ບໍ່​ເຫລືອ​ຈັກ​ຄົນ​ດຽວ 12 ແລ້ວ​ທ່ານ​ເຊື່ອ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ ທ່ານ​ຮ້ອງ​ເພງ​ຍໍ​ພຣະ​ກຽດ​ພຣະ​ອົງ 13 ແຕ່​ບໍ່​ຊ້າ​ທ່ານ​ກໍ​ລືມ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ​ເສັຽ ທ່ານ​ບໍ່​ຄອຍ​ພຣະ​ດຳ​ຣັດ​ປຶກ​ສາ​ຂອງ​ພຣະ​ອົງ 14 ແຕ່​ໃນ​ຖິ່ນກັນ​ດານ​ນັ້​ນ​ທ່ານ​ມີ​ຄວາມ​ຢາກ​ຢ່າງ​ຮຸນ​ແຮງ ແລະ​ໄດ້​ທົດ​ລອງ​ພຣະ​ເຈົ້າ​ໃນ​ທີ່​ແຫ້ງ​ແລ້ງ 15 ພຣະ​ອົງ​ຊົງ​ປະ​ທານ​ສິ່ງທີ່​ທ່ານ​ຂໍ ແຕ່​ຊົງ​ໃຊ້​ໂຣກ​ຜອມ​ແຫ້ງ​ມາ​ຖ້າມ​ກາງ​ທ່ານ 16 ເມື່ອ​ຄົນ​ໃນ​ຄ້າຍ​ຮິສ​ຍາ​ໂມ​ເຊ ແລະ​ອາ​ໂຣນ ຄົນ​ບໍ​ຣິ​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 17 ພື້ນ​ແຜ່ນ​ດິນ​ອ້າ​ປາກ​ກືນ​ດາ​ທານ ແລະ​ທັບ​ຄ​ນະ​ອາ​ບີ​ດານ​ເສັຽ 18 ໄຟ​ລະ​ເບີດ​ໃນ​ຄ​ນະ​ຂອງ​ທ່ານ ແລະ​ແປວ​ໄຟ​ຜານ​ຄົນ​ອະ​ທັມ​ເສັຽ 19 ທ່ານໄດ້​ສ້າງ​ລູກ​ງົວໃນ​ໂຮ​ເຮັບ ແລະ​ນະ​ມັ​ສ​ການ​ຮູບ​ເຄົາ​ຣົບ​ຫລໍ່ 20 ທ່ານ​ເອົາ​ພຣະ​ສະ​ງ່າ​ຣາ​ສິ​ຂອງ​ພຣະ​ເຈົ້າ​ແລກ​ກັບ​ຮູບ​ຂອງ​ງົວ​ທີ່​ກິນ​ຫຍ້າ 21 ທ່ານ​ລືມ​ພຣະ​ເຈົ້າ ພຣະ​ຜູ້​ຊ່ອຍ​ຂອງ​ທ່ານ ຜູ້​ໄດ້​ຊົງ​ກະ​ທຳ​ພຣະ​ຣາ​ຊ​ກິຈ​ໃຫຍ່​ໂຕ​ໃນ​ເອ​ຢິບ 22 ທຳ​ການ​ອັດ​ສະ​ຈັນ​ໃນ​ແຜ່ນ​ດິນ​ຂອງ​ຮາມ ​ແລະ​ສິ່ງ​ຫນ້າ​ຢ້ານ​ກົວ​ທີ່​ທະ​ເລ​ແດງ 23 ເພາະ​ສະ​ນັ້ນ​ພຣະ​ອົງ​ຕ​ຣັ​ສວ່າຈະ​ທຳ​ລາຍ​ທ່ານ​ເສັຽ ດີ​ແຕ່​ໂມ​ເຊ​ຜູ້​ເລືອກ​ສັນ​ຂອງ​ພຣະ​ອົງ​ໄດ້​ມາ​ຢືນ​ເຝົ້າ​ຂັດ​ຄ້ານ​ພຣະ​ອົງ ເພື່ອ​ຫັນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ເສັຽ​ຈາ​ກການ​ທຳ​ລາຍ 24 ແລ້ວ​ທ່ານ​ກໍ​ປມາດ​ແຜ່ນ​ດິນ​ອັນ​ຮົ່ມ​ຣື່​ນ​ນັ້ນ ບໍ່​ມີ​ຄວາມ​ເຊື່ອ​ໃນ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ 25 ທ່າ​ນຈົ່ມ​ຢູ່​ໃນ​ເຕັນ​ຂອງ​ທ່ານ ແລະ​ບໍ່​ຟັງພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 26 ເພາະ​ສະ​ນັ້ນ​ພຣະ​ອົງ​ຊົງ​ຍົກ​ພຣະ​ຫັດ​ຂອງ​ພຣະ​ອົງ​ປະ​ຕິ​ຍານ​ຕໍ່​ທ່ານ​ວ່າ​ຈະ​ທຳ​ໃຫ້​ທ່ານ​ລົ້ມ​ຕາຍ​ໃນ​ຖິ່ນ​ກັນ​ດານ 27 ແລະ​ຈະ​ກະ​ຈາຍ​ເຊື້ອ​ສາຍ​ຂອງ​ທ່ານ​ໄປ​ຖ້າມ​ກາງ​ປະ​ຊາຊາດ ຫວ່ານ​ເຂົາ​ໄປ​ທົ່ວ​ປະ​ເທດ​ທັງ​ຫລາຍ 28 ແລ້ວ​ທ່ານ​ກໍ​ໄປ​ຕິດ​ພັນ​ຢູ່​ກັບ​ບາ​ອານ​ແຫ່ງ​ເມືອງ​ເປ​ໂອຣ໌ ແລະ​ກິນ​ເຄື່ອງ​ສັຕ​ບູ​ຊາ ທີ່​ບູ​ຊາ​ພຣະ​ຕາຍ 29 ​ທ່ານຍົວະ​ເຍົ້າ​ພຣະ​ອົງ​ໃຫ້ຊົງໂກດ​ດ້ວຍ​ການ​ກະ​ທຳ​ຂອງ​ທ່ານ ແລະ​ໂຣກ​ລະ​ບາດ​ເກີດ​ຂຶ້ນ​ຖ້າມ​ກາງ​ທ່ານ 30 ແລ້ວຟີ​ເນ​ຮັ​ສ ໄດ້​ຢືນ​ຂຶ້ນ​ຈັດ​ການ​ລົງ​ໂທດ ແລະ​ໂຣກ​ລະ​ບາດ​ນັ້ນ​ກໍ​ຢຸດ 31 ທີ່ເຂົາ​ທຳ​ນັ້ນ​ພຣະ​ອົງ​ຊົງ​ນັບ​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ເຂົາ​ຕລອດ​ທຸກ​ຊົ່ວ​ຊາດ​ອາ​ຍຸ​ສືບ​ຕໍ່​ໄປ​ເປັນ​ນິດ” 32 ທ່ານ​ທຳ​ໃຫ້​ພຣະ​ອົງ​ກີ້ວ​ທີ່​ນ້ຳ​ເມ​ຣີ​ບາ ເພາະ​ເຣື່ອງ​ຂອງ​ທ່ານ​ນີ້ ໂມ​ເຊ​ກໍ​ເດືອດ​ຮ້ອນ​ນຳ 33 ເພາະ​ທ່ານ​ທຳ​ໃຫ້​ຈິດ​ໃຈ​ໂມ​ເຊ​ຂົມ​ຂື່ນ ແລະ​ຮີມ​ຝີ​ປາກ​ຂອງ​ເຂົາ​ເວົ້າ​ຖ້ອຍ​ຄຳ​ຫຸນ​ຫັນ 34 ທ່ານບໍ່​ໄດ້​ທຳ​ລາຍ​ຊົນ​ຊາດ​ທັງ​ຫລາຍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ທ່ານ​ໄວ້ 35 ແຕ່​ທ່ານ​ໄດ້​ປະ​ປົນ​ກັບ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ ແລະ​ຫັດ​ທຳ​ຢ່າງ​ທີ່​ເຂົາ​ທຳ​ກັນ 36 ທ່ານບົວ​ລະ​ບັດ​ຮູບ​ເຄົາ​ຣົບ​ຂອງ​ເຂົາ ຊຶ່ງ​ກາຍ​ເປັນ​ບ້ວງ​ສຳ​ລັບ​ທ່ານ 37 ທ່ານ​ຂ້າ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ທ່ານ ຖວາຍ​ເປັນ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ​ແກ່​ປີ​ສາດ 38 ທ່ານ​ເທ​ໂລ​ຫິດ​ຜູ້​ໄຮ້​ຜິດ​ອອກ​ມາ ຄື​ໂລ​ຫິດ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ທ່ານ ຜູ້​ຊຶ່ງ​ທ່ານ​ໄດ້​ຂ້າ​ເປັນ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ​ແກ່​ຮູບ​ເຄົາ​ຣົບ​ແຫ່ງ​ກາ​ນາ​ອານ ​ແຜ່ນ​ດິນກໍ​ມົນ​ທິນ​ໄປ​ດ້ວຍ​ໂລ​ຫິດ 39 ທ່ານ​ຈຶ່ງ​ເປັນ​ຄົນ​ບໍ່​ສະ​ອາດ​ດ້ວຍ​ການ​ກະ​ທຳ​ຂອງ​ທ່ານ ແລະ​ປະ​ພຶດ​ຢ່າງ​ໂສ​ເພ​ນີ​ໃນ​ການ​ກະ​ທຳ​ຂອງ​ທ່ານ 40 ສະ​ນັ້ນພຣະ​ຜູ້​ເປັນ​ເຈົ້າຈຶ່ງ​ໂກດ​ຮ້າຍ​ຕໍ່​ປະ​ຊາ​ກອນ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ລັງ​ກຽດ​ມໍ​ຣະ​ດົກ​ຂອ​ງ​ພຣະ​ອົງ 41 ພຣະ​ອົງ​ຊົງ​ມອບ​ທ່ານ​ໄວ້​ໃນ​ມື​ປະ​ຊາ​ຊາດ​ຕ່າງໆ ບັນ​ດາ​ຜູ້​ທີ່​ກຽດ​ທ່ານ​ຈຶ່ງ​ປົກ​ຄອງ​ເຫນືອ​ທ່ານ 42 ສັດ​ຕຣູ​ຂອງ​ທ່ານ​ໄດ້ບີບ​ບັງ​ຄັບ​ທ່ານ ແລະ​ທ່ານ​ຕົກ​ໄປ​ຢູ່​ໃຕ້​ອຳ​ນາດ​ຂອງ​ເຂົາ 43 ພຣະ​ອົງ​ຊົງ​ຊ່ອຍ​ກູ້​ທ່ານ​ຫລາຍ​ຄັ້ງ ແຕ່​ທ່ານ​​ມັກ​ກະ​ບົດໃນ​ຈຸດ​ປະ​ສົງ​ຂອງ​ທ່ານ ແລະ​ຖືກ​ຈົມ​ລົງ​ດ້ວຍ​ຄວາມ​ບາບຜິດ​ຂອງ​ທ່ານ 44 ປານ​ນັ້ນ ເມື່ອ​ພຣະ​ອົງ​ສະ​ດັບ​ສຽງ​ຮ້ອງ​ທູນ​ຂອງ​ທ່ານ ພຣະ​ອົງ​ຊົງ​ສົນ​ພຣະ​ທັຍ ໃນ​ຄວາມ​ທຸກ​ໃຈ​ຂອງ​ທ່ານ​ 45 ເພື່ອ​ເຫັນ​ແກ່​ທ່ານ ພຣະ​ອົງ​ຊົງ​ຣະ​ລຶກ​ເຖິງ​ຄຳສັນ​ຍາ​ຂອງ​ພຣະ​ອົງ ແລະ​ຍັງ​ຊົງ​ກະ​ຣຸ​ນາ​ຕາມຄວາມ​ຮັກຫ​ມັ້ນ​ຄົງ​ອັນ​ອຸ​ດົມ​ຂອງ​ພຣະ​ອົງ 46 ພຣະ​ອົງ​ຊົງ​ໃຫ້​ທ່ານ​ໄດ້​ຮັບ​ຄວາມ​ສົງ​ສານ ຈາກ​ບັນ​ດາ​ຜູ້​ທີ່​ໄດ້​ຍຶດ​ທ່ານ​ໄປ​ເປັນ​ຊະ​ເລີຍ 47 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າຂອງ​ຂ້າ​ພຣະ​ອົງ​ທັ​ງ​ຫລາຍ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃຫ້​ລອດ ແລະ​ຂໍ​ຊົງ​ຮວບ​ຮວມ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈາກ​ຖ້າມ​ກາງ​ປະ​ຊາ​ຊາດ​ຕ່າງໆ ເພື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ນາມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ແລະ​ເຣີງ​ໂລດ​ໃນ​ການ​ສັຣເສີນ​ພຣະ​ອົງ 48 ຈົ່ງ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ​ພຣະ​ເຈົ້າ​ຂອ​ງອິສ​ຣາ​ເອນ ແຕ່​ນີ​ຣັນ​ຈົນ​ເຖິງ​ນິ​ຣັນ ແລະ​ຂໍ​ປະ​ຊາ​ຊົນ​ທັງ​ປວງ​ກ່າວ​ວ່າ, “ອາ​ແມນ” ຈົ່ງ​ສັຣເສີນ​ ພຣະ​ຜູ້​ເປັນ​ເຈົ້າ​ເຖີດ

ເພງສັຣເສີນ 107

ການ​ສັຣເສີນ​ພຣະ​ຣາ​ຊບຸນ​ຄຸນ​ຂອງພຣະ​ເຈົ້າ

1 ຈົ່ງ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ຄວາມ​ດີ​ຂອງ​ພຣະ​ອົງ ຄວາມ​ຮັກ​ຂອງ​ພຣະ​ອົງ​ຊົງ​ມີ​ຕລອດ​ໄປ 2 ບັນ​ດາ​ຜູ້​ທີ່​ພຣະ​ອົງ​ຊົງ​ຊ່ອຍ​ໃຫ້​ພົ້ນ​ພັຍ ຈົ່ງ​ຮ່ວມ​ກັນ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ໄດ້​ຊົງ​ຊ່ອຍ​ຊີ​ວິດ​ຂອງ​ພວກ​ເຂົາ​ອອກ​ຈາກ​ເງື້ອມ​ມື​ຂອງ​ສັດ​ຕຣູ 3 ແລະ​ນຳ​ພວກ​ເຂົາ​ອອກ​ມາ​ຈາກ​ຕ່າງ​ປະ​ເທດ ຈາກ​ທິດ​ຕາເວັນ​ອອກ​ແລະ​ທິດ​ຕາ​ເວັນ​ຕົກ ຈາກ​ທິດ​ເຫນືອ​ແລະ​ທິດ​ໃຕ້ 4 ສ່ວນ​ບາງ​ຄົນ​ທີ່​ທ່ຽວ​ໄປ​ມາ​ໃນ​ທາງ​ຖິ່ນ​ກັນ​ດານ ກໍ​ບໍ່​ອາດ​ພົບ​ພໍ້​ຫົນ​ທາງ​ທີ່​ຈະ​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ໄດ້ 5 ພວກ​ເຂົາ​ຫິວ​ເຂົ້າ​ຫິວ​ນ້ຳ ແລະ​ສູນ​ເສັຽ​ຄວາມ​ຫວັງ​ທຸກ​ຢ່າງ 6 ເມື່ອ​ມີ​ຄວາມທຸກ​ຍາກ​ລຳ​ບາກ ພວກ​ເຂົາ​ໄດ້​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ກໍ​ໄດ້​ຊົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ໂສກ 7 ພຣະ​ອົງ​ຊົງ​ນຳ​ພວກ​ເຂົາ​ມຸ່ງ​ຫນ້າ​​ໄປ​ອາ​ໄສ​ຢູ່​ໃນ​ເມືອງ 8 ພວກ​ເຂົາ​ຕ້ອງ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ແລະ​ຍ້ອນ​ການ​ອັດ​ສະ​ຈັນ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ສຳ​ລັບ​ພວກ​ເຂົາ 9 ພຣະ​ອົງ​ຊົງ​ທຳ​ໃຫ້​ຜູ້​ຫິວ​ນ້ຳ​ອີ່ມ​ຢ່າງ​ພໍ​ໃຈ ແລະ​ຜູ້​ທີ່​ຫິວ​ເຂົ້າ​ກໍ​ອີ່ມ​ດ້ວຍ​ຂອງ​ດີ 10 ບາງ​ຄົນ​ທີ່​ເປັນ​ນັກ​ໂທດ​ຢູ່​ໃນ​ຄວາມ​ໂສກ​ເສົ້າ ແລະ​ມືດ​ມົວ​ທີ່​ຖືກ​ມັດ​ດ້ວຍ​ໂສ້​ຢ່າງ​ທໍ​ຣະ​ມານ 11 ເພາະ​ວ່າ​ພວກ​ເຂົາ​ໄດ້​ກະ​ບົດ​ຕໍ່​ສູ້​ພຣະ​ວັ​ຈ​ນະຂອງ​ພຣະ​ເຈົ້າ​ອົງ​ສູງ​ສຸດ ແລະ​ປະ​ຕິ​ເສດ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ 12 ພວກ​ເຂົາ​ອິ​ດ​ເມື່ອຍ​ຍ້ອນ​ວຽກ​ຫນັກ ພວ​ກ​ເຂົາ​ລົ້ມ​ລົງ​ແລະ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ເຂົາ 13 ເມື່ອ​ມີ​ຄວາມ​ທຸກ​ຍາກ​ລຳ​ບາກ ພວກ​ເຂົາ​ໄດ້​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ກໍ​ໄດ້​ຊົງຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກໂສກ 14 ພຣະ​ອົງ​ຊົງ​ໃຫ້​ພວກ​ເຂົາ​ພົ້ນ​ຈາກ​ຄວາມໂສກ​ເສົ້າ ແລະ​ຄວາມມືດ​ມົວ ແລະ​ຊົງ​ຕັດ​ໂສ້​ມັດ​ຕົວ​ຂອງ​ພວກ​ເຂົາ​ອອກ 15 ພວກ​ເຂົາ​ຕ້ອງ​ຂອບ​ພຣະ​ຄຸນ​ພຣະ​ຜູ້ເປັນ​ເຈົ້າ ຍ້ອນ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ແລະ​ຍ້ອນ​ການ​ອັດ​ສະ​ຈັນ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ສຳ​ລັບ​ພວກ​ເຂົາ 16 ພຣະ​ອົງ​ຊົງ​ມ້າງ​ເພປະ​ຕູ​ທອງ​ລົງ ແລະ​ຕັດ​ກົງ​ເຫລັກ​ໃຫ້​ຂາດ​ອອກ 17 ບາງ​ຄົນ​ກໍ​ເຈັບ​ໄຂ້​ຍ້ອນ​ຄວາມ​ຜິດ​ຂອງ​ພວກ​ເຂົາ ແລະ​ທຸກ​ທໍ​ຣະ​ມານ​ຍ້ອນ​ຄວາມ​ຊົ່ວ​​ຂອງ​ພວກ​ເຂົາ 18 ພວກ​ເຂົາ​ອ່ອນ​ແຮງ​ຈົນ​ບໍ່​ຢາກ​ກິນ​ເຂົ້າ ພວ​ກ​ເຂົາ​ໄດ້​ຢູ່​ໃກ້ໆ​ກັບ​ຄວາມຕາຍ 19 ເມື່ອ​ມີ​ຄວາມທຸກ​ລຳ​ບາກ ພວກ​ເຂົາ​ໄດ້​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ກໍ​ໄດ້​ຊົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ໂສກ 20 ພວກ​ເຂົາ​ດີ​ຈາກ​ພ​ຍາດ​ດ້ວຍ​ພຣະ​ວັ​ຈນະຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຊ່ອຍ​ພວກ​ເຂົາ​ບໍ່​ໃຫ້​ຕາຍ 21 ພວກ​ເຂົາ​ຕ້ອງ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ແລະ​ຍ້ອນ​ການ​ອັດ​ສະ​ຈັນ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ສຳ​ລັບ​ພວກ​ເຂົາ 22 ພວກ​ເຂົາ​ຕ້ອງ​ຂອບ​ພຣະ​ຄຸນ​ພຣະ​ອົງ​ດ້ວຍ​ການ​ຖວາຍ​ບູ​ຊາ ແລະ​ບົດ​ເພງ​ອັນ​ມ່ວນ​ຊື່ນ​ທີ່​ກ່າວ​ເຖິງ​ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ 23 ບາງ​ຄົນ​ກໍ​ຂີ່​ເຮືອ​ແລ່ນ​ໄປ​ມາ​ຢູ່​ເທິງ​ມະ​ຫາ​ສະ​ຫມຸດ​ເພື່ອ​ຫາລ້ຽງ​ຊີບ 24 ພວກ​ເຂົາ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ ຄື​ກິ​ຈການ​ອັນ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ຢູ່​ເທິງ​ທະ​ເລ 25 ເມື່ອ​ພຣະ​ອົງ​ຊົງ​ສັ່ງລົມ​ອັນ​ແຮງ​ກ້າ​ກໍ​ເລີ້ມ​ພັດ ແລະ​ເຮັດ​ໃຫ້​ຄື້ນ​ນ້ຳ​ທະ​ເລ​ຟອງ​ຂຶ້ນ 26 ເຮືອ​ໄດ້​ຖືກ​ໂຍກ​ຂຶ້ນ​ໂຍກ​ລົງ​ຕາມ​ລະ​ດັບ​ນ້ຳ ໃນ​ເວ​ລາ​ອັນ​ຕະ​ຣາຍ​ເຊັ່ນ​ນີ້​ມະ​ນຸດ​ໄດ້​ຂາດ​ຄວາມ​ກ້າ​ຫານ 27 ພວກ​ເຂົາ​ໄດ້​ເຕະ​ສະ​ດຸດ​ແລະ​ຍ່າງ​ໂຊ​ເຊ​ເຫມືອນ​ຄົນ​ເມົາ​ເຫລົ້າ ຄວາມ​ຊຳ​ນານ​ຂອງ​ພວກ​ເຂົາ​ກໍ​ຊ່ອຍ​ຫຍັງ​ບໍ່​ໄດ້ 28 ເມື່ອ​ມີ​ຄວາມ​ທຸກ​ລຳ​ບາກ ພວກ​ເຂົາ​ໄດ້​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງກໍ​ໄດ້​ຊົງ​ຊ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ໂສກ 29 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ພະ​ຍຸ​ງຽບ​ສ​ງັດ ແລະ​ຟອງ​ທະ​ເລ​ກໍ​ມິດ​ງຽບ​ລົງ 30 ພວກ​ເຂົາ​ຕ່າງ​ກໍ​ພາ​ກັນ​ດີ​ໃຈ ແລ້ວ​ພຣະ​ອົງ​ຊົງ​ນຳ​ພວກ​ເຂົາ​ມາ​ຮອດ​ທ່າເຮືອ​ຕາມ​ຈຸດຫມາຍ​ປາຍ​ທາງ 31 ພວກ​ເຂົາ​ຕ້ອງ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ແລະ​ຍ້ອນ​ການ​ອັດ​ສະ​ຈັນ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ສຳ​ລັ​ບ​ພວ​ກ​ເຂົາ 32 ພວກ​ເຂົາ​ຕ້ອງ​ປະ​ກາດ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ຕໍ່​ຊຸມ​ນຸມ​ຊົນ ແລະ​ສັຣ​ເສີນ​ພຣະ​ອົງ​ຕໍ່​ກອງ​ປະ​ຊຸມ​ພວກ​ເຖົ້າ​ແກ່ 33 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທຳ​ໃຫ້​ແມ່​ນ້ຳ​ຂອດ​ແຫ້ງ​ລົງ ແລະ​ຊົງ​ໃຫ້​ບໍ່​ນ້ຳ​ເຊົາ​ໄຫລ 34 ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ດິນ​ທີ່​ອຸ​ດົມ​ສົມ​ບູ​ນ​ກາຍ​ເປັນ​ດິນ​ເຄັມ​ແລະ​ໃຊ້​ການ​ບໍ່​ໄດ້ ເພາະ​ຄວາມ​ຊົ່ວ​ຊ້າ​ຂອງ​ຜູ້​ທີ່​ອາ​ໄສ​ຢູ່​ເທິງ​ດິນ​ນັ້ນ 35 ພຣະ​ອົງ​ຊົງ​ປ່ຽນ​ແປງ​ຖິ່ນ​ກັນ​ດານ​ໃຫ້​ມີ​ຫນອງ​ນ້ຳ ແລະ​ຖິ່ນ​ທີ່​ແຫ້ງ​ແລ້ງ​ໃຫ້​ມີ​ນ້ຳ​ບໍ່ 36 ພຣະ​ອົງ​ຊົງ​ໃຫ້​ຜູ້​ທີ່​ຫິວ​ເຂົ້າ​ອາ​ໄສ​ຢູ່​ທີ່​ນັ້ນ ແລະ​ພວກ​ເຂົາ​ໄດ້​ສ້າງ​ເມືອງ​ອາ​ໄສ​ຢູ່ 37 ພວກ​ເຂົາ​ໄດ້​ຫວ່ານ​ກ້າ​ດຳ​ນາ​ແລະ​ປູກ​ຕົ້ນ​ອະ​ງຸ່ນ ຊຶ່ງ​ໄດ້​ເກີດ​ຫມາກ​ຢ່າງ​ອຸດົມ​ສົມ​ບູນ​ 38 ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ມີ​ລູກ​ຫລາຍ​ຄົນ ແລະ​ຊົງ​ລ້ຽງ​ຮັກ​ສາ​ຝູງ​ສັດ​ຂອງ​ພວກ​ເຂົາ​ບໍ່​ໃຫ້​ຫລຸດ​ນ້ອຍ​ຖອຍ​ລົງ 39 ເມື່ອ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຜ່າຍ​ແພ້​ແລະ​ໄດ້​ຮັບ​ຄວາ​ມອັບ​ອາຍ​ຍ້ອນ​ຖືກ​ການ​ຂົ່ມ​ເຫັງ​ຢ່າງ​ຫ້ຽມ​ໂຫດ​ແລະ​ການ​ທໍ​ຣະ​ມານ 40 ພຣະ​ອົງ​ບໍ່​ຊົງ​ພໍ​ພຣະ​ທັຍ​ຜູ້​ທີ່​ຂົ່ມ​ເຫັງ​ພວກ​ເຂົາ ແລະ​ຊົງ​ໃຫ້​ພວກ​ເຂົາ​ທຽວ​ໄປ​ມາ​ໃນ​ຖິ່ນ​ກັນ​ດານ 41 ແຕ່​ວ່າ​ພຣະ​ອົງ​ຊົງ​ຊ່ອຍ​ຄົນ​ຈົນ​ໃຫ້​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ ແລະ​ຊົງ​ໃຫ້​ພວກ​ເຂົາ​ມີ​ຄອບ​ຄົວ​ເພີ້ມ​ທະ​ວີ​ຂຶ້ນ​ເຫ​ມືອນ​ສັດ​ໃນ​ຝູງ 42 ເມື່ອ​ຄົນ​ຊອບ​ທັມ​ເຫັນ​ເຫດ​ການ​ຢ່າງ​ນີ້ກໍ​ມີ​ຄວາມ​ຍິນ​ດີ ແຕ່​ວ່າ​ພວກ​ຄົນ​ຊົ່ວ​ຮ້າຍ​ທັງ​ປວງ​ກໍ​ມິດ​ງຽບ​ຢູ່ 43 ຂໍ​ໃຫ້ຜູ້​ທີ່​ສ​ລາດ​ຄິດ​ເຖິງ​ສິ່ງ​ເຫລົ່າ​ນີ້ ຂໍ​ໃຫ້​ພວກ​ເຂົາ​ຮັບ​ຮູ້​ເຖິງ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ

ເພງສັຣເສີນ 108

ຄຳ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ສູ້​ສັດ​ຕຣູ ບົດ​ເພງ ເພງ​ສັຣ​ເສີນ ​ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຫມັ້ນ​ຄົງ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣເສີນ​ດ້ວຍ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ 2 ພີນ​ໃຫຍ່​ແລະ​ພີນ​ເຂົາ​ຄູ່​ເອີຍ ຕື່ນ​ເຖີດ ຂ້າ​ພະ​ເຈົ້າ​ຈະ​ປຸກ​ອະ​ຣຸນ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ຖວາຍ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ອົງ​ຖ້າມ​ກາງ​ປະ​ຊາ​ຊາດ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ 4 ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ຍິ່ງ​ໃຫຍ່​ເຫນືອ​ຟ້າ​ສວັນ ຄວາມ​ສັ​ຕ​ຈິງຂອງ​ພຣະ​ອົງ​ສູງ​ເຖິງ​ເມກ 5 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ເປັນ​ທີ່​ເຊີດ​ຊູ​ເຫນືອ​ຟ້າ​ສວັນ ຂໍ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ຢູ່​ທົ່ວ​ແຜ່ນ​ດິນ​ໂລກ 6 ຂໍ​ປະ​ທານ​ໄຊ​ຊະນະ​ໂດຍ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ​ແລະ​ຊົງ​ຕອບ​ຂ້າ​ພຣະ​ອົງ ເພື່ອ​ວ່າ​ຜູ້​ທີ່​ພຣະ​ອົງ​ຊົງ​ຮັກ​ຈະ​ໄດ້​ຮັບ​ການ​ຊ່ອຍ​ກູ້ 7 ພຣະ​ເຈົ້າ​ໄດ້​ຕ​ຣັ​ສ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະອົງ​ວ່າ, “ເຮົາ​ຈະ​ແບ່ງ​ເມືອງ​ເຊ​ເຄມ​ດ້ວຍ​ຄວາມ​ຍິນ​ດີ ແລະ​ແບ່ງ​ຫຸບ​ເຂົາ​ເມືອງຊຸກ​ໂກທອອກ 8 ກິ​ເລ​ອາດ​ເປັນ​ຂອງ​ເຮົາ ມາ​ນັ​ສ​ເຊ​ເປັນ​ຂອງ​ເຮົາ ເອ​ຟ​ຣາ​ອີມ​ເປັນ​ທີ່​ກັນ​ຫົວ​ຂອງ​ເຮົາ ຢູດາ​ເປັນ​ກະ​ບອງ​ຂອງ​ເຮົາ 9 ໂມ​ອາບ​ເປັນ​ອ່າງ​ລ້າງ​ຊຳ​ຣະ​ຂອງ​ເຮົາ ເຮົາ​ແກວ່ງ​ເກີບ​ຂອງ​ເຮົາ​ລົງ​ເທິງ​ເອ​ໂດມ ເຮົາ​ໂຮ່​ຣ້ອງ​ດ້ວຍຄວາມ​ມີ​ໄຊ​ເຫນືອ​ຟີ​ລິ​ສ​ຕີນ” 10 ຜູ້​ໃດ​ຈະ​ນຳ​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ນະ​ຄອນ​ທີ່​ມີ​ປ້ອມ ຜູ້​ໃດ​ຈະ​ນຳ​ຂ້າ​ພະ​ເຈົ້າ​ໄປ​ຍັງ​ເອ​ໂດມ 11 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ບໍ່​ໄດ້​ຊົງ​ປະ​ຖິ້ມ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ແລ້ວ​ຫລື ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ບໍ່​ຊົງ​ອອກ​ໄປ​ກັບ​ກອງ​ທັບ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຫລື​ນີ້ 12 ຂໍ​ປະ​ທານ​ຄວາມ​ຊ່ອຍ​ເຫລືອ​ເພື່ອ​ຕໍ່​ຕ້ານ​ສັດ​ຕຣູ ເພາະ​ຄວາມ​ຊ່ອຍ​ເຫລືອ​ຂອງ​ມະ​ນຸດ​ກໍ​ໄຮ້​ເຫດ​ຜົນ 13 ໂດຍ​ເພິ່ງ​ໃນ​ພຣະ​ເຈົ້າ ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຈະ​ທຳ​ຢ່າງ​ເຂັ້ມ​ແຂງ ພຣະ​ອົງ​ເອງ​ຊົງ​ເປັນ​ຜູ້​ຢຽບ​ຄູ່​ສັດ​ຕຣູ​ຂອງ​ຂ້າ​ພະ​ເຈົ້າ​ທັ​ງຫລາຍ​ລົງ

ເພງສັຣເສີນ 109

ຄຳ​ຮຽກ​ຮ້ອງ​ຂໍຊົງ​ແກ້​ແຄ້ນ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ເຈົ້າ ຜູ້​ຊຶ່ງ​ຂ້າ​ພຣະ​ອົງ​ສັຣເສີນ ຂໍ​ຢ່າ​ຊົງ​ມິດ​ເສີຍ 2 ເພາະ​ປາກ​ທີ່​ອະ​ທັມ​ແລະ​ຫລອກ​ລວງ​ອ້າ​ໃສ່​ຂ້າ​ພຣະ​ອົງ​ຢູ່​ແລ້ວ ໄດ້​ເວົ້າ​ປັກ​ປຳ​ຂ້າ​ພຣະ​ອົງ​ດ້ວຍລີ້ນ​ມຸ​ສາ 3 ເຂົາ​ທັງ​ຫລາຍ​ລ້ອມ​ຂ້າ​ພຣະ​ອົງ​ໄວ້​ດ້ວຍ​ຖ້ອຍ​ຄຳ​ກຽດ​ຊັງ ແລະ​ໂຈມ​ຕີ​ຂ້າ​ພຣະ​ອົງ​ຢ່າງ​ໄຮ້​ເຫດ​ຜົນ 4 ເຂົາ​ຟ້ອງ​ຂ້າ​ພຣະ​ອົງ​ແທນ​ຄວາມ​ຮັກ​ຂອງ​ຂ້າ​ພຣະ​ອົງ ສ່ວນ​ຂ້າ​ພຣະ​ອົງ​ໄດ້​ອ້​ອນວອນ​ເທົ່າ​ນັ້ນ 5 ເຂົາ​ຕອບ​ແທນ​ຂ້າ​ພຣະ​ອົງ​ດ້ວຍ​ຄວາມ​ຊົ່ວ​ແທນ​ຄວາມ​ດີ ແລະ​ຄວາມ​ກຽດ​ຊັງ​ແທນ​ຄວາມ​ຮັກ​ຂອງ​ຂ້າ​ພຣະ​ອົງ 6 ຂໍ​ຊົງ​ຕັ້ງ​ຄົນ​ອະ​ທັມປັກ​ປຳ​ເຂົາ ແລະ​ໃຫ້​ໂຈດ​ຟ້ອງ​ເຂົາ​ໃຫ້​ເປັນ​ຄະ​ດີ 7 ເມື່ອ​ພິ​ຈາ​ຣະ​ນາ​ຄະ​ດີ ກໍໃຫ້​ເຂົາ​ປາ​ກົດ​ວ່າ ເປັນ​ຜູ້​ກະ​ທຳ​ຜິດ ແລະ​ໃຫ້​ຄຳ​ອ້ອນວອນ​ຂອງ​ເຂົາ​ໄຮ້​ຜົນ 8 ຂໍ​ໃຫ້​ວັນ​ເວ​ລາ​ຂອງ​ເຂົາ​ຫນ້ອຍ ຂໍ​ໃຫ້​ອີກ​ຜູ້​ນຶ່ງ​ມາ​ຍຶດ​ຕຳ​ແຫນ່ງ​ຂອງ​ເຂົາ 9 ຂໍ​ໃຫ້​ລູກ​ຂອງ​ເຂົາ​ກຳ​ພ້າ​ພໍ່ ແລະ​ເມັຽ​ຂອງ​ເຂົາ​ເປັນ​ຫມ້າຍ 10 ຂໍ​ໃຫ້​ລູກ​ຂອງ​ເຂົາ​ຕ້ອງ​ພະ​ເນ​ຈອນ​ຂໍ​ທານ​ໄປ ຂໍ​ໃຫ້​ເຂົາ​ຖືກ​ຂັບ​ໄລ່​ໄປ​ຈາກ​ບ່ອນ​ເພ​ພັງ​ທີ່​ເຂົາ​ຢູ່ 11 ຂໍ​ໃຫ້​ເຈົ້າ​ຫນີ້​ມາ​ຍຶດ​ຂອງ​ທັງ​ສິ້ນ​ທີ່​ເຂົາ​ມີ​ຢູ່ ຂໍ​ຄົນ​ຕ່າງ​ຖິ່ນ​ມາ​ປຸ້ນ​ຜົນ​ງານ​ຂອງ​ເຂົາ​ໄປ 12 ຂໍ​ຢ່າ​ໃຫ້​ຜູ້​ໃດ​ເອັນ​ດູ​ເຂົາ ຢ່າ​ໃຫ້​ຜູ້​ໃດ​ສົງ​ສານ​ລູກ​ກຳ​ພ້າ​ຂອງ​ເຂົາ 13 ຂໍ​ໃຫ້​ວົງ​ວານ​ຂອງ​ເຂົາ​ຖືກ​ຕັດ​ອອກ ຂໍ​ໃຫ້​ຕະ​ກູນ​ຂອງ​ເຂົາ​ສິ້ນ​ໄປ​ໃນ​ອີກ​ຊົ່ວຊີ​ວິດ​ນຶ່ງ 14 ຂໍ​ໃຫ້​ຄວາມ​ບາບ​ຜິດ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ຍັງ​ເປັນ​ທີ່​ຈຳ​ໄດ້​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ຢ່າ​ໃຫ້​ບາບ​ຂອງ​ມານ​ດາ​ເຂົາ​ລົບ​ເລື່ອນ​ໄປ 15 ຂໍ​ໃຫ້​ບາບ​ນັ້ນ​ຢູ່​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນິດ ເພື່ອ​ພຣະ​ອົງ​ຈະ​ຊົງ​ຕັດ​ອະ​ນຸ​ສອນ​ຂອງ​ເຂົາ​ເຫລົ່າ​ນັ້ນ​ເສັຽ​ຈາກ​ແຜ່ນ​ດິນ​ໂລກ 16 ເພາະ​ເຂົາ​ບໍ່​ຈົດ​ຈຳ​ທີ່​ຈະ​ສະ​ແດງ​ຄວາມ​ເອັນ​ດູ ແຕ່​ໄລ່​ຂົ່ມ​ເຫັງ​ຄົນ​ທຸກ​ຍາກ ແລະ​ຄົນ​ຂັດ​ສົນ ແລະ​ຄົນ​ໃຈ​ທໍ້​ຖອຍ​ເພື່ອ​ຈະ​ຂ້າ​ເສັຽ 17 ເຂົາ​ຮັກ​ທີ່​ຈະ​ແຊ່ງ ຂໍ​ໃຫ້​ຄຳ​ແຊ່ງ​ຕົກ​ເທິງ​ເຂົາ ເຂົາ​ບໍ່ມັກ​ການ​ໃຫ້​ພອນ ຂໍ​ພອນ​ຈົ່ງ​ຫ່າງ​ໄກ​ຈາກ​ເຂົາ 18 ເຂົາ​ເອົາ​ການ​ແຊ່ງ​ຫົ່ມ​ຕ່າງ​ເສື້ອ​ຜ້າ​ຂອງ​ເຂົາ ຂໍ​ໃຫ້​ຊຶມ​ເຂົ້າ​ໄປ​ໃນ​ກາຍ​ຂອງ​ເຂົາ​ຢ່າງ​ນ້ຳ ຂໍ​ໃຫ້​ຊຶມ​ເຂົ້າ​ໄປ​ໃນ​ກະ​ດູກ​ຂ​ອງ​ເຂົາ​ຢ່າງ​ນ້ຳ​ມັນ 19 ໃຫ້​ເຫມືອນ​ເຄື່ອງ​ແຕ່ງ​ກາຍ​ທີ່​ຄຸມ​ເຂົາ​ຢູ່ ເຫມືອນ​ເຂັມ​ຂັດ​ທີ່​ຄາດ​ເຂົາ​ໄວ້​ສ​ເມີ 20 ທັງ​ນີ້​ຂໍ​ໃຫ້​ເປັນ​ບຳ​ເຫນັດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແກ່​ໂຈດ​ຂອງ​ຂ້າ​ພຣະ​ອົງ ແກ່​ຜູ້​ທີ່​ກ່າວ​ຮ້າຍ​ຕໍ່​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ 21 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ກະ​ທຳ​ເພື່ອ​ຂ້າ​ພຣະ​ອົງ​ໂດຍ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ວ່າ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ນັ້ນ​ປະ​ເສີດ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ 22 ເພາະ​ຂ້າ​ພຣະ​ອົງ​ຍາກ​ຈົນ​ແລະ​ຂັດ​ສົນ ແລະ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ກໍ​ບາດ​ເຈັບ​ຢູ່​ພາຍໃນ 23 ຂ້າ​ພຣະ​ອົງ​ສິ້ນ​ສຸດ​ໄປ​ແລ້ວ​ຢ່າງ​ເງົາ​ຕອນ​ຄ່ຳ ຂ້າ​ພຣະ​ອົງ​ຖືກ​ສ​ລັດ​ອອກ​ເຫມືອນ​ຕັກ​ແຕນ 24 ເຂົ່າ​ຂອງ​ຂ້າ​ພຣະ​ອົງ​ກໍ​ອ່ອນ​ເປັ້ຽ​ເພາະ​ການ​ອົດ​ອາ​ຫານ ຮ່າງ​ກາຍ​ຂອງ​ຂ້າ​ພຣະ​ອົງ​ກໍ​ຊູບ​ຜອມ​ໄປ 25 ຂ້າ​ພຣະ​ອົງ​ເປັນ​ຂີ້​ປາກ​ຂອງ​ເຂົາ ເມື່ອ​ເຂົາ​ເຫັນ​ຂ້າ​ພຣະ​ອົງ ເຂົາ​ກໍ​ສັ່ນ​ຫົວ 26 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ຊ່​ອຍ​ຂ້າ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ລອດ ຕາມ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ 27 ຂໍ​ໃຫ້​ເຂົາ​ຮູ້​ວ່າ ນີ້​ເປັນ​ຝີ​ພຣະ​ຫັດ​ຂອງ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ນີ້ 28 ໃຫ້​ເຂົາ​ແຊ່ງ​ໄປ ແຕ່​ຂໍ​ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ ຂໍ​ໃຫ້​ຜູ້​ທີ່​ລຸກ​ຂຶ້ນ​ສູ້​ຂ້າ​ພຣະ​ອົງ​ໄດ້​ອາຍ ຂໍ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຍິນ​ດີ 29 ຂໍ​ໃຫ້​ໂຈດ​ຂອງ​ຂ້າ​ພຣະ​ອົງ​ຫົ່ມ​ຄວາມ​ອັ​ປ​ຍົດ ຂໍ​ໃຫ້​ຄວາມ​ອັບ​ອາຍ​ສວມ​ກາຍ​ເຂົາ​ຢ່າງ​ເສື້ອ​ຄຸມ 30 ດ້ວຍ​ປາກ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຢ່າງ​ມາກ​ມາຍ ຂ້າ​ພະ​ເຈົ້າ​ຈະ​ສັຣເສີນ​ພຣະ​ອົງ​ຖ້າມ​ກາ​ງຄົນ​ຫລວງ​ຫລາຍ 31 ເພາະ​ພຣະ​ອົງ​ປະ​ທັບ​ຂວາ​ມື​ຂອງ​ຄົນ​ຂັດ​ສົນ ເພື່ອ​ຊົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ນັ້ນ

ເພງສັຣເສີນ 110

ພຣະ​ຜູ້​ເປັນ​ເຈົ້າແລະ​ເຈົ້າ​ຊີ​ວິດ​ທີ່​ພຣະ​ອົງ​ຊົງ​ເລືອກ

1 ພຣະ​​ເຈົ້າ​ຊົງ​ກ່າວ​ກັບ ພຣະ​ອົງ​ຜູ້​ເປັນ​ເຈົ້າຂອງ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ນັ່ງ​ທີ່​ຂ້າງຂວາ​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ກະ​ທໍາ​ໃຫ້​ສັດ​ຕຣູ​ຂອງ​ເຈົ້າ​ເປັນ​ແທ່ນ​ຮອງ​ຕີນ​ຂອງ​ເຈົ້າ” 2 ພຣະ​ເຈົ້າ​ຊົງ​ໃຊ້​ຄະ​ທາ​ (ກະ​ບອງ)ຊົງ​ຣິດຂອງ​ພຣະ​ອົງ​ທ່ານ​ໄປ​ຈາກ​ຊີ​ໂອນ ຈົ່ງ​ຄອບ​ຄອງ​ຖ້າມ​ກາງ​ສັດ​ຕຣູ​ຂອງ​ພຣະ​ອົງ​ທ່ານ​ເຖີດ 3 ຊົນ​ຊາດ​ຂອງ​ພຣະ​ອົງ​ທ່ານ​ຈະ​ສ​ມັກ​ຖວາຍ​ຕົວ​ຂອງ​ເຂົາ​ດ້ວຍ​ຄວາມ​ເຕັມ​ໃຈ ໃນ​ວັນ​ທີ່​ພຣະ​ອົງ​ທ່ານ​ນຳ​ພົນ​ໂຍ​ທາ​ພຣະ​ອົງ​ທ່ານ​ໄປ​ເທິງ​ພູ​​ບໍ​ຣິ​ສຸດ ດັ່ງ​ນ້ຳ​ຄ້າງຢອດ​ລົງ​ໃນ​ຍາມ​ເຊົ້າ​ຕູ່ ນ້ຳ​ຄ້າງ​ແຫ່ງວັຍ​ຫນຸ່​ມ​ເປັນ​ຂອງ​ພຣະ​ອົງ 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຕິ​ຍານ​ແລ້ວ ແລະ​ຈະ​ບໍ່​ປ່ຽນພຣະ​ທັຍ​ຂອງ​ພຣະ​ອົງ “ເຈົ້າ​ເປັນ​ປະ​ໂຣ​ຫິດ​ຕລອດ​ໄປ ໃນ​ລຳ​ດັບ​ດຽວ​ກັບ​ເມ​ນຄີ​ເຊ​ເດັກ” 5 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ຂ້າງ​ຂວາ​ຫັດ​ຂອງ​ພຣະ​ອົງ​ທ່ານ ພຣະ​ອົງ​ຊົງ​ສ​ລາຍ​ບັນ​ດາ​ພຣະ​ຣາ​ຊາ ໃນ​ວັນ​ທີ່​ຊົງ​ພຣະ​ພິ​ໂຣດ 6 ພຣະ​ອົງ​ຊົງ​ກະ​ທຳ​ການ​ພິ​ພາກ​ສາ​ຖ້າມ​ກາງ​ປະ​ຊາຊາດ​ໃຫ້​ຊາກ​ສົບ​ເຕັມ​ໄປ​ຫມົດ ພຣະ​ອົງ​ຈະ​ຊົງສ​ລາຍ​ຜູ້​ເປັນ​ປະ​ມຸກ​ທົ່ວ​ແຜ່ນ​ດິນ​ໂລກ​ອັນ​ກວ້າງ​ຂວາງ 7 ພຣະ​ອົງທ່ານ​ຈະ​ຊົງ​ດື່ມ​ຈາກ​ລຳ​ທານ​ຂ້າງ​ທາງ ສະ​ນັ້ນ​ພຣະ​ອົງ​ທ່ານ​ຈະ​ຊົງ​ຜະ​ງົກ​ພຣະ​ສຽນ​ຂຶ້ນ

ເພງສັຣເສີນ 111

ພຣະ​ເຈົ້າ​ຊົງ​ດູ​ແລ​ຊົນ​ຊາດ​ຂອງ​ພຣະ​ອົງ

1 ຈົ່ງ​ສັຣເສີນ​ພຣະ​ເຈົ້າ​ເຖີດ ຂ້າ​ພະ​ເຈົ້າ​ຈະ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສິ້ນ​ສຸດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ໃນ​ຄນະ​ຜູ້​ທ່ຽງ​ທັມ​ໃນ​ຊຸມ​ນຸມ​ຊົນ 2 ບັນ​ດາ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຍິ່ງ​ໃຫຍ່ ເປັນ​ທີ່​ຄົ້ນ​ຄວ້າ​ຂອງ​ທຸກ​ຄົນ​ທີ່​ພໍ​ໃຈ 3 ພຣະ​ຣາ​ຊ​ກິຈຂອງ​ພຣະ​ອົງ​ສູງ​ສົ່ງ​ແລະ​ມີ​ກຽດ ແລະ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 4 ພຣະ​ອົງ​ໄດ້​ຊົງ​ໃຫ້​ພຣະ​ຣາ​ຊ​ກິຈອັດ​ສະ​ຈັນ​ຂອງ​ພຣະ​ອົງ​ເປັນ​ທີ່​ຈົດ​ຈຳ ພຣະ​ເຈົ້າ​ຊົງ​ມີ​ພຣະ​ຄຸນ​ແລະ​ຊົງ​ພຣະ​ກະ​ຣຸ​ນາ 5 ພຣະ​ອົງ​ປະ​ທານ​ອາ​ຫານ​ໃຫ້​ຜູ້​ທີ່​ເກງ​ກົວ​ພຣະ​ອົງ ພຣະ​ອົງ​ຊົງ​ຈົນ​ຈຳ​ຄຳສັນ​ຍາ​ຂອງ​ພຣະ​ອົງ​ສ​ເມີ 6 ພຣະ​ອົງ​ໄດ້​ຊົງ​ສຳ​ແດງ​ຣິດ​ທາ​ນຸ​ພາບ​ແຫ່ງ​ພຣະ​ຣາ​ຊ​ກິຈຂອງ​ພຣະ​ອົງ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ ໃນ​ການ​ທີ່​ປະ​ທານ​ມໍ​ຣະ​ດົກ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ແກ່​ເຂົາ 7 ພຣະ​ຫັ​ຖ​ກິດ​ຂອງ​ພຣະ​ອົງ​ນັ້ນ​ສຸດ​ຈະ​ຣິດ ແລະ​ຍຸດ​ຕິ​ທັມ ແລະ​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງກໍ​ໄວ້​ໃຈ​ໄດ້ 8 ສະ​ຖາ​ປະ​ນາ​ຢູ່​ຕລອດ​ການ ແລະ​ປະ​ກອບ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ກັບ​ຄວາມ​ທ່ຽງ​ທັມ 9 ພຣະ​ອົງ​ຊົງ​ໃຊ້​ການ​ໄຖ່​ໃຫ້​ມາ​ຍັງ​ປະຊາ​ກອນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ບັນ​ຊາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຕລອດ​ໄປ ຄວາມ​ບໍ​ຣິ​ສຸດ ແລະຣິ​ດ​ທາ​ນຸ​ພາບ​ທັງ​ຫມົດ ຈົ່ງ​ເປັນ​ຂອງ​ພຣະ​ອົງ​ເທີນ​ 10 ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ທີ່​ເລີ້ມ​ຕົ້ນ​ຂອງ​ສະ​ຕິ​ປັນ​ຍາ ບັນ​ດາ​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ກໍ​ໄດ້​ຄວາມ​ເຂົ້າ​ໃຈ​ດີ ການ​ສັຣ​ເສີນ​ພຣະ​ເຈົ້າດຳ​ຣົງ​ຢູ່​ເປັນ​ນິດ

ເພງສັຣເສີນ 112

ຄວາມ​ຮັງ​ມີ​ຂອງ​ຜູ້​ທີ່​ຢຳ​ເກງ​ພຣະ​ເຈົ້າ

1 ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ ຄົນ​ທີ່​ເກງ​ກົວ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ເປັນ​ສຸກ ຄື​ຜູ້​ທີ່​ປິ​ຕິ​ຍິນ​ດີ​ເປັນ​ອັນ​ມາກ​ໃນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ 2 ເຊື້ອ​ສາຍ​ຂອງ​ເຂົາ​ຈະ​ຊົງ​ອາ​ນຸ​ພາບ​ໃນ​ແຜ່ນ​ດິນ ພວ​ກ​ຄົນ​ທ່ຽງ​ທັມ​ຈະ​ຮັບ​ພຣະ​ພອນ 3 ຄວາມ​ຮຸ່ງ​ເຮືອງ​ແລະ​ຄວາມ​ມັ່ງ​ຄັ່ງ​ມີ​ຢູ່​ໃນ​ເຮືອນ​ຂອງ​ເຂົາ ແລະ​ຄວາມ​ຊອບທັມ​ຂອງ​ເຂົາ​ດຳ​ຣົງ​ຢູ່​ນິດ 4 ຄວາມ​ສວ່າງ​ຈະ​ໂຜ່​ຂຶ້ນ​ມາ​ໃນ​ຄວາມ​ມືດ​ໃຫ້​ຄົນ​ທ່ຽງ​ທັມ ພຣະ​ອົງ​ຊົ​ງ​ເປັນ​ມີ​ພຣະ​ຄຸນ ຊົງ​ພຣະ​ກະ​ຣຸ​ນາ​ແລະ​ຊົງ​ຊອບ​ທັມ 5 ຄົນ​ທີ່​ສະ​ແດງ​ຄວາມ​ເມດ​ຕາ​ຄຸນ​ແລະ​ໃຫ້​ຢືມ ກໍ​ຢູ່​ເຢັນ​ເປັນ​ສຸກ ຄື​ຜູ້​ທີ່​ດຳ​ເນີນ​ການ​ຂອງ​ເຂົາ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ 6 ເພາະ​ຄົນ​ຊອບ​ທັມ​ຈະ​ບໍ່​ຖອຍ ຄົນ​ຈະ​ຣະ​ລຶກ​ເຖິງ​ເຂົາ​ຢູ່​ເປັນ​ນິດ 7 ເຂົາ​ບໍ່​ຢ້ານ​ຂ່າວ​ຮ້າຍ ຈິດ​ໃຈ​ຂອງ​ເຂົາ​ຍຶດ​ແຫນ້ນ ວາງ​ໃຈ​ໃນ​ພຣະ​ເຈົ້າ 8 ຈິດ​ໃຈ​ຂອງ​ເຂົາ​ແນ່ວ​ແນ່ ເຂົາ​ຈະ​ບໍ່​ຢ້ານ ຈົນ​ກວ່າ​ຈະ​ເຫັນ​ຄວາມ​ປະ​ສົງ​ຕໍ່​ສັດ​ຕຣູ​ຂອງ​ເຂົາ​ສຳ​ເຣັດ 9 ເຂົາ​ບໍ​ຣິ​ຈາກ​ຢ່າງກວ້າງ​ຂວາງ​ໃຫ້​ແກ່​ຄົນ​ທຸກ​ຍາກ​ຄຸນ​ຄວາມ​ດີ​ຂອງ​ທ່ານ​ກໍ​ຕັ້ງ​ຢູ່​ເປັນ​ນິດ ສັກ​ສີ​ຂອງ​ເຂົາ​ຈະ​ໄດ້​ຮັບ​ກຽດ 10 ຄົນ​ອະ​ທັມ​ເຫັນ​ການ​ນິ້​ກໍ​ເກີດ​ຄວາມ​ບໍ່​ພໍ​ໃຈ ເຂົາ​ຂົບ​ແຂ້ວ​ຄ້ຽວ​ຟັນ​ແລ້ວ​ລະ​ລາຍ​ໄປ ຄວາມ​ປາ​ຖ​ນາ​ຂອງ​ຄົນ​ອະ​ທັມ​ນັ້ນ​ກໍ​ຫາຍ​ໄປ

ເພງສັຣເສີນ 113

ຄຳ​ສັຣເສີນ​ທີ່​ຊົງ​ເຊີດ​ຊູ​ຜູ້​ມີ​ໃຈ​ຖ່ອມ​

1 ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັ​ນເຈົ້າ​ເອີຍ ຈົ່ງ​ສັຣ​ເສີນ​ເຖີດ ຈົ່ງ​ສັຣ​ເສີນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ 2 ສາ​ທຸ​ການ​ແດ່​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕັ້ງ​ແຕ່​ບັດ​ນີ້​ເປັນ​ຕົ້ນ​ໄປ​ເປັນ​ນິດ 3 ຕັ້ງ​ແຕ່​ທີ່​ດວງ​ອາ​ທິດ​ຂຶ້ນ​ຈົນ​ເຖິງ​ທີ່​ດວງ​ອາ​ທິດ​ຕົກ ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ທີ່​ສັຣ​ເສີນ 4 ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ຢູ່​ສູງ​ເຫນືອ​ປະ​ຊາ​ຊາດ​ທັງ​ຫລາຍ ແລະ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ສູງ​ເຫນືອ​ຟ້າ​ສວັນ 5 ບໍ່​ມີ​ພຣະ​ໃດ​ເປັນ​ເຫມືອນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ຜູ້​ປະ​ທັບ​ເທິງ​ທີ່​ສູງ 6 ຜູ້​ທອດ​ພຣະ​ເນດ​ລົງ​ມາ​ທີ່​ຕ່ຳ​ເຫນືອ​ຟ້າສວັນ​ແລະ​ແຜ່ນ​ດິນ​ໂລກ 7 ພຣະ​ອົງ​ຊົງ​ຍົກ​ຄົນ​ທຸກ​ຍາກ​ຂຶ້ນ​ມາ​ຈາກຜົງ​ຂີ້​ດິນ ແລະ​ຊົງ​ຍົກ​ຄົນ​ຂັດ​ສົນ​ຂຶ້ນ​ມາ​ຈາກກອງ​ຂີ້​ເຖົ່າ 8 ເພື່ອ​ໃຫ້​ເຂົາ​ນັ່ງ​ກັບ​ບັນ​ດາ​ເຈົ້າ​ນາຍ​ກັບ​ບັນ​ດາ​ເຈົ້າ​ນາຍ​ແຫ່ງ​ຊົນ​ຊາດ​ຂອງ​ພຣະ​ອົງ 9 ພຣະ​ອົງ​ໂຜດ​ໃຫ້​ຍິງ​ຫມັນ​ມີ​ບ້ານ​ຢູ່ ເປັນ​ແມ່​ທີ່​ຊື່ນ​ບານ​ມີ​ບຸດ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ

ເພງສັຣເສີນ 114

ບັນ​ດາ​ກາ​ນອັດ​ສະ​ຈັນ​ໃຈ​ຄາວ​ອົບ​ພະ​ຍົບ

1 ເມື່​ອອິສ​ຣາ​ເອນ​ອອກ​ໄປ​ຈາກ​ເອ​ຢິບ ຄື​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ໄປ​ຈາກ​ຊົນ​ຊາດ​ຕ່າງ​ພາ​ສາ 2 ຢູ​ດາ​ກາຍ​ເປັນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະ​ອົງ ອິສ​ຣາ​ເອນ​ເປັນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ 3 ທະ​ເລ​ໄດ້​ແລ​ເບິ່ງ​ແລ້ວ​ຫນີ ຈໍ​ແດນ​ໄດ້​ຫັນ​ກັບຄືນ 4 ພູ​ເຂົາ​ໂດດ​ຂຶ້ນ​ເຫມືອນ​ແກະ​ເຖິກ ເນີນ​ເຂົາ​ໂດດ​ເຫມືອນ​ລູກ​ແກະ 5 ເປັນ​ຫຍັງ​ຫນໍ​ທະ​ເລ​ເອີຍ ເຈົ້າ​ຈຶ່ງ​ຫນີ ແມ່ນ້ຳ​ຈໍ​ແດນ​ເອີຍ ເຈົ້າ​ຈຶ່ງ​ຫັນກັບ​ຄືນ 6 ພູ​ເຂົາ​ເອີຍ ເຈົ້າ​ຈຶ່ງ​ໂດດ​ຂຶ້ນ​ເຫ​ມືອນ​ແກະ​ເຖິກ ເນີນ​ເຂົາ​ເອີຍ ເຈົ້າ​ຈຶ່ງ​ໂດດ​ເຫມືອນ​ລູກ​ແກະ 7 ແຜ່ນ​ດິນ​ເອີຍ ຫ​ວັ່ນ​ໄຫວ​ເຖີດ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ 8 ຜູ້​ໃຫ້​ຫີນ​ເປັນ​ສະ​ນ້ຳ ຫີນ​ເຫລັກ​ໄຟ​ເປັນ​ນ້ຳ​ພຸ

ເພງສັຣເສີນ 115

ພຣະ​ເຈົ້າ ​ແລະ​ຮູບ​ເຄົາ​ຣົບ

1 ບໍ່​ແມ່ນ​ແກ່​ພວກຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ແມ່ນແກ່​ພວກຂ້າ​ພຣະ​ອົງ ແຕ່​ຂໍ​ຖວາຍ​ພຣະ​ກຽດ​ແດ່ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ເຫັນ​ແກ່​ຄວາມ​ຮັກ​ຫມັ້ນຄົງ​ຂອງ​ພຣະ​ອົງ ແລະ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ 2 ເປັນ​ຫຍັງ​ບັນ​ດາ​ປະ​ຊາຊາດ​ຈຶ່ງກ່າວ​ວ່າ, “ພຣະ​ເຈົ້າຂອງ​ເຂົາ​ທັງ​ຫລາຍຢູ່​ທີ່​ໃດ?” 3 ແຕ່​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຢູ່​ໃນ​ຟ້າ​ສວັນ ສິ່ງ​ໃດ​ທີ່​ພຣະ​ອົງ​ພໍ​ພຣະ​ທັຍ ພຣະ​ອົງ​ກໍ​ຊົງ​ກະ​ທຳ 4 ຮູ​ບ​ເຄົາ​ຣົບ​ຂອງ​ຄົນ​ເຫລົ່າ​ນັ້ນ​ເປັນ​ເງິນ​ແລະ​ທອງ​ຄຳ ເປັນ​ຫັຖ​ກັມ​ຂອງ​ມະ​ນຸດ 5 ຮູບ​ເຫລົ່າ​ນັ້ນ​ມີ​ປາກ ແຕ່​ເວົ້າ​ບໍ່​ໄດ້ ມີ​ຕາ ແຕ່​ເບິ່ງ​ບໍ່​ໄດ້ 6 ມີ​ຫູ ແຕ່​ຟັງ​ບໍ່​ໄດ້​ຍິນ ມີ​ດັງ​ ແຕ່​ດົມ​ບໍ່​ໄດ້ 7 ມີ​ມື ແຕ່​ຈັບ​ບໍ່​ໄດ້ ມີ​ຕີນ ແຕ່​ຍ່າງ​ບໍ່​ໄດ້ ຮູບ​ເຫລົ່າ​ນັ້ນ​ທຳ​ສ​ຽງ​ໃນ​ຄໍ​ບໍ່​ໄດ້ 8 ຜູ້​ທີ່​ທຳ​ຮູບ​ເຫລົ່າ​ນັ້ນ​ຈະ​ເປັນ​ເຫມືອນ​ຮູບ​ເຫລົ່າ​ນັ້ນ ບັນ​ດາ​ຜູ້​ທີ່​ວາງ​ໃຈ​ໃນ​ຮູບ​ເຫລົ່າ​ນັ້ນ​ກໍ​ເຫມືອນ​ກັນ 9 ອິສ​ຣາ​ເອນເອີຍ ຈົ່ງ​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເຖິດ ພຣະ​ອົງ​ຊົງ​ເປັນ​ຜູ້​ອຸ​ປ​ຖັມ​ແລະ​ເປັນ​ໂລ່​ຂອງ​ເຂົາ​ທັງ​ຫລາຍ 10 ເຊື້ອ​ສາຍ​ອາ​ໂຣນ​ເອີຍ ຈົ່ງ​ວາງ​ໃຈ​ໃນ​ພຣະ​ຜູ້​ເປັ​ນ​ເຈົ້າ​ເຖີດ ພຣະ​ອົງ​ຊົງ​ເປັນ​ຄວາມ​ອຸ​ປ​ຖັມ​ແລະ​ເປັນ​ໂລ່​ຂອງ​ເຂົາ​ທັງ​ຫລາຍ 11 ທ່ານຜູ້​ເກງ​ກົວ​ພຣະ​ຜູ້​ເປັນ​ເຈົ້າ​ເອີຍ ຈົ່ງ​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ ພຣະ​ອົງ​ຊົງ​ເປັນ​ຄວາມອຸ​ປ​ຖັມ​ແລະ​ເປັນ​ໂລ່​ຂອງ​ເຂົາ​ທັ​ງ​ຫລາຍ 12 ພຣະ​ຜູ້​ເປັ​ນ​ເຈົ້າ​ເປັນ​ຫ່ວງ​ເຮົາ​ທັ​ງ​ຫລາຍ ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ແກ່​ເຊື້ອ​ສາຍ​ຂອງ​ອາ​ໂຣນ 13 ພຣະ​ອົງ​ຈະ​ຊົງ​ອວຍ​ພຣະ​ພອນ​ແກ່​ບັນ​ດາ​ຜູ້​ທີ່​ຢຳເກ​ງ​ພຣະ​ຜູ້​ເປັນ​ເຈົ້າ ທັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່ 14 ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ທ່ານ​ເພີ້ມ​ພູນ​ຂຶ້ນ ທັງ​ທ່ານ​ແລະ​ລູກ​ຫລານ​ຂອງ​ທ່ານ 15 ຂໍ​ທ່ານ​ຮັບ​ພຣະ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ສ້າງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ 16 ຟ້າ​ສວັນ​ເປັນ​ຟ້າ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ປະ​ທານ​ແຜ່ນ​ດິນ​ໂລກ​ໃຫ້​ແກ່ບຸດ​ຂອງ​ມະ​ນຸດ 17 ຄົນ​ຕາຍ​ບໍ່​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ຫລື​ຜູ້​ທີ່​ລົງ​ໄປ​ສູ່ທີ່​ສ​ງັດກໍ​ເຫມືອນ​ກັນ 18 ແຕ່​ເຮົາ​ທັງ​ຫ​ລາຍ​ຈະ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ຕັ້ງ​ແຕ່​ບັດ​ນີ້​ເປັນ​ຕົ້ນ​ໄປ​ເປັນ​ນິດ ຈົ່ງ​ສັຣ​ເສີນ​ພຣະ​ເຈົ້າ​ເຖີດ

ເພງສັຣເສີນ 116

ຄຳ​ໂມ​ທະ​ນາ​ເພາະ​ຊົງ​ຊ່ອຍ​ກູ້​ຈາກ​ຄວາມ​ຕາຍ

1 ຂ້າ​ພະ​ເຈົ້າ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ຟັງ​ສຽງ​ແລະ​ຄຳ​ອ້ອນວອນ​ຂອງ​ຂ້າ​ພະ​ເຈົ້າ 2 ພຣະ​ອົງ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ຂ້າ​ພະ​ເຈົ້າ ເຫດ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈະ​ທູນ​ພຣະ​ອົງ​ຕາບ​ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ມີ​ຊີວິດຢູ່ 3 ບ້ວງ​ຂອງ​ຄວາມ​ຕາຍ​ດັກ​ຢູ່​ລ້ອມ​ຂ້າ​ພະ​ເຈົ້າ​ໄວ້ ຂ້າ​ພະ​ເຈົ້າ​ປະ​ສົບ​ຄວາມ​ທຸກ​ໃຈ​ແລະ​ຄວາມ​ລະ​ທົມ 4 ແລ້ວ​ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ອອກ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະຜູ້ເປັນ​ເຈົ້າ ຂໍ​ຊົງ​ຊ່​ອຍ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງໃຫ້​ລອດ” 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ກະ​ຣຸ​ນາ​ແລະ​ຊອບ​ທັມ ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ປະ​ກ​ອບ​ດ້ວຍ​ພຣະ​ເມດ​ຕາ 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຫງ​ວນ​ຄົນ​ຮູ້​ນ້ອຍ​ໄວ້ ເມື່ອ​ຂ້າ​ພະ​ເຈົ້າ​ຕົກ​ຕ່ຳ ພຣະ​ອົງ​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ລອດ 7 ຈິ​ດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ກັບ​ໄປ​ສູ່​ທີ່​ພັກ​ຂອງ​ເຈົ້າ​ເຖີດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂປດ​ປານ​ເຈົ້າ​ຫລາຍ​ແລ້ວ 8 ເພາະ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ມັດ​ຈຸ​ຣາ​ຊ ຊ່ອຍ​ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ຈາກ​ນ້ຳ​ຕາ ຊ່ອຍ​ຕີນ​ຂອງ​ຂ້າ​ພຣະ​ອົງ​ຈາກ​ການ​ລົ້ມ 9 ຂ້າ​ພະ​ເຈົ້າ​ດຳ​ເນີນ​ຢູ່​ສະ​ເພາະ​ເບື້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ດິນ​ແດນ​ຂອງ​ຄົນ​ເປັນ 10 ຂ້າ​ພະ​ເຈົ້າ​ຍັງ​ເຊື່ອ​ຢູ່ ແມ້​ເມື່ອ​ຂ້າ​ພະ​ເຈົ້າ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ທຸກ​ຍາກຍິ່ງ​ໃຫຍ່” 11 ຂ້າ​ພະ​ເຈົ້າ​ກ່າວ​ໃນ​ເວ​ລາ​ຕົກ​ໃຈ​ວ່າ, “ຄົນ​ເຮົາ​ນີ້​ເປັນ​ຄົນ​ຂີ້​ຕົວະ​ທັງ​ນັ້ນ” 12 ຂ້າ​ພະ​ເຈົ້າ​ຈະ​ເອົາ​ຫຍັງ​ຕອບ​ແທນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ເນື່ອງ​ຈາກ​ບັນ​ດາ​ພຣະ​ຣາ​ຊ​ກິຈອັນ​ມີ​ພຣະ​ຄຸ​ນ​ຕໍ່​ຂ້າ​ພະ​ເຈົ້າ 13 ຂ້າ​ພະ​ເຈົ້າ​ຈະ​ຍົກ​ຖ້ວຍ​ແຫ່ງ​ຄວາມ​ລອດ ແລະ​ຣ້ອງ​ທູນ​ອອກ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ 14 ຂ້າ​ພະ​ເຈົ້າ​ຈະ​ແກ້​ບົນ​ຂອງ​ຂ້າ​ພະ​ເຈົ້າ​ແດ່​ພຣະຜູ້ເປັນ​ເຈົ້າ ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ຫລາຍ​ຂອງ​ພຣະ​ອົງ 15 ມໍ​ຣະ​ນະ​ກັມ​ແຫ່ງ​ໄພ່​ພົນ​ຂອງ​ພຣະ​ອົງ​ສຳ​ຄັນ​ໃນ​ສາຍ​ພຣະ​ເນດ​ພຣະ​ຜູ້​ເປັນ​ເຈົ້າ 16 ຂ້າ​ແດ່​ພຣະຜູ້ເປັນ​ເຈົ້າ ຂ້າ​ພຣະ​ອົງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ພຣະ​ເຈົ້າ​ຂ້າ ຂ້າ​ພຣະ​ອົງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເປັນ​ບຸດ​ຊາຍ​ຂອງ​ຍິງ​ຄົນ​ໃຊ້​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຊ່ອຍແກ້​ຂໍ້​ຜູກ​ມັດ​ຂອງ​ຂ້າພຣະ​ອົງ 17 ຂ້າ​ພຣະ​ອົງ​ຈະ​ຖວາຍ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ​ໂມ​ທະ​ນາ​ພຣະ​ຄຸນ​ແດ່​ພຣະ​ອົງ ແລະ​ຮ້ອງ​ທູນ​ອອ​ກພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 18 ຂ້າ​ພະ​ເຈົ້າ​ຈະ​ແກ້​ບົນ​ຂອງ​ຂ້າ​ພະ​ເຈົ້າແດ່​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ຫລາຍ​ຂອງ​ພຣະ​ອົງ 19 ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຢ​ຣູ​ຊາ​ເລັມ​ເອີຍ ໃນ​ຖ້າມ​ກາງ​ເຈົ້າ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ

ເພງສັຣເສີນ 117

ສັຣ​ເສີນ​ເພາະ​ຄວາມ​ຮັ​ກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ

1 ປະ​ຊາ​ຊາດ​ທັງ​ຫລາຍ​ເອີຍ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ ຊົນ​ຊາດ​ທັງ​ຫລາຍ​ເອີຍ ຈົ່ງ​ຍົກ​ຍ້ອງ​ພຣະ​ອົງ​ເຖີດ 2 ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ໃຫຍ່​ຫລວງ ແລະ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ

ເພງສັຣເສີນ 118

ຄຳ​ໂມ​ທະ​ນາ​ເພາະ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ

1 ຈົ່ງ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ປະ​ເສີດ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 2 ໃຫ້​ອິສ​ຣາ​ເອນ​ກ່າວ​ເຖີດ​ວ່າ, “ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ” 3 ໃຫ້​ເຊື້ອ​ສາຍ​ອາ​ໂຣນ​ກ່າວ​ເຖີດ​ວ່າ, “ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ” 4 ໃຫ້​ບັນ​ດາ​ຜູ້​ທີ່ຢໍາເກງ​ພຣະ​ເຈົ້າ​ກ່າວ​ເຖີດ​ວ່າ, “ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ” 5 ຂ້າ​ພະ​ເຈົ້າ​ໄດ້​ຣ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ ຈາກ​ທີ່​ຄັບ​ແຄ້ນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ຂ້າ​ພະ​ເຈົ້າ​ແລະ​ປະ​ທານ​ຄວາມ​ໂລ່ງ​ໃຈ​ແກ່​ຂ້າ​ພະ​ເຈົ້າ 6 ມີ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ຝ່າຍ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າຈະ​ບໍ່​ຢ້ານ ມະ​ນຸດ​ຄົນ​ໃດ​ຫນໍ​ຈະ​ເຣັດ​ອັນ​ໃດ​ແກ່​ຂ້າ​ພະ​ເຈົ້າ​ໄດ້ 7 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ຝ່າຍ​ຂ້າ​ພະ​ເຈົ້າ ເປັນ​ຜູ້​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄົນ​ທີ່​ກຽດ​ຊັງ​ຂ້າ​ພະ​ເຈົ້າ​ແພ້ 8 ເຂົ້າ​ລີ້​ພັຍ​ຢູ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ດີກວ່າ​ທີ່​ຈະ​ເຊື່ອ​ໃຈ​ໃນ​ມະ​ນຸດ 9 ເຂົ້າ​ລີ້​ພັຍ​ຢູ່ໃນ​ພຣະ​ຜູ້​ເປັ​ນ​ເຈົ້າ ກໍ​ດີກວ່າ​ທີ່​ຈະ​ເຊື່ອ​ໃຈ​ໃນ​ເຈົ້າ​ນາຍ 10 ປະ​ຊາ​ຊາດ​ທັງ​ຫລາຍ​ໄດ້​ລ້ອມ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຫ້ຳ​ຫັ່ນ​ເຂົາ​ອອກ​ໃນ​ພຣະ​ນາມ​ພຣະຜູ້​ເປັນ​ເຈົ້າ 11 ເຂົາ​ທັງ​ຫລາຍໄດ້​ລ້ອມ​ຂ້າ​ພະ​ເຈົ້າ ລ້ອມ​ອ້ອມ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຫ້ຳ​ຫັ່ນ​ເຂົາ​ອອກ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ 12 ເຂົາ​ໄດ້​ລ້ອມ​ຂ້າ​ພະ​ເຈົ້າ​ເຫມືອນ​ເຜິ້ງ ເຂົາ​ທັ​ງ​ຫລາຍ​ດັບ​ເສັຽ​ແລ້ວ​ເຫມືອນ​ແປວ​ໄຟ​ຫນາມ ຂ້າ​ພະ​ເຈົ້າ​ຫ້ຳ​ຫັ່ນ​ເຂົາ​ອອກ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ 13 ຂ້າ​ພະ​ເຈົ້າ​ຖືກ​ໂຈມ​ຕີ​ຢ່າງ​ຫນັກ ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ລົ້ມ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ 14 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ກຳ​ລັງ ແລະ​ບົດ​ເພງ​ຂອງ​ຂ້າ​ພະ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມາ​ເປັນ​ຄວາມ​ລອດ​ຂອງ​ຂ້າ​ພະ​ເຈົ້າ 15 ຟັງ​ເດີ ສຽງ​ຍິ​ນ​ດີ​ແລະ​ໄຊ​ໂຍ ໃນ​ເຕັນ​ຂອງ​ຜູ້​ຊອບ​ທັມ​ວ່າ, “ພຣະ​ຫັດ​ຂວາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫ້າວ​ຫານ​ນັກ 16 ພຣະ​ຫັດ​ຂວາ​ຂອງ​ພຣະ​ຜູ້ເປັ​ນ​ເຈົ້າ ເປັນ​ທີ່​ເຊີດ​ຊູ ພຣະ​ຫັດ​ຂວາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫ້າວ​ຫານ​ນັກ” 17 ຂ້າ​ພະ​ເຈົ້າ​ບໍ່​ຕາຍ ແຕ່​ຂ້າ​ພະ​ເຈົ້າ​ຈະ​ເປັນ​ຢູ່ ແລະ​ປະ​ກາດ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕີ​ສອນ​ຂ້າ​ພະ​ເຈົ້າ​ຢ່າງ​ຫນັກ ແຕ່​ພຣະ​ອົງ​ໄດ້​ຊົງ​ມອບ​ຂ້າ​ພະ​ເຈົ້າ​ໄວ້​ກັບ​ມັດ​ຈຸ​ຣາ​ຊ 19 ຂໍ​ເປີດ​ປະ​ຕູ​ຄວາມ​ຊອບ​ທັມ​ໃຫ້​ຂ້າ​ພະ​ເຈົ້າ ຂ້າພະ​ເຈົ້າ​ຈະ​ເຂົ້າ​ປະ​ຕູ​ນັ້ນ​ໄປ ແລະ​ຖວາຍ​ໂມ​ທະ​ນາ​ພຣະ​ຄຸນ​ພຣະຜູ້​ເປັນ​ເຈົ້າ 20 ນີ້​ຄື​ປະ​ຕູ​ຂອງ​ພຣະ​ເຈົ້າ ຄົນ​ຊອບ​ທັມ​ຈະ​ເຂົ້າ​ໄປ​ທາງ​ນີ້ 21 ຂ້າ​ພຣະ​ອົງ​ໂມ​ທະ​ນາ​ພຣະ​ຄຸ​ນ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ຕອບ​ຂ້າ​ພຣະ​ອົງ ແລະ​ມາ​ເປັນ​ຄວາມ​ລອດ​ຂອງ​ຂ້າ​ພຣະ​ອົງ 22 ຫີນ​ທີ່ນາຍຊ່າງ​ໄດ້​ທອດຖິ້ມ​ເສັຽ ຫີນນັ້ນ​ແຫລະ​ໄດ້​ກາຍ​ເປັນ​ຫີນ​ເສົາ​ເອກ​ແລ້ວ 23 ການ​ນີ້​ເປັນ​ມາ​ຈາກອົງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ການ​ປະ​ຫລາດ​ແກ່​ຕາ​ຂອງ​ເຮົາ 24 ນີ້​ເປັນ​ວັນ​ຊຶ່ງ​ພຣະ​ເຈົ້າ ໄດ້​ຊົງ​ສ້າງ​ໃຫ້​ເຣົາ​ຊົມ​ຊື່ນ​ແລະ​ຍິນ​ດີ​ໃນ​ວັນ​ນັ້ນ 25 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ລອດ​ເຖີດ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ປະ​ທານ​ຄວາມ​ສຳ​ເຣັດ​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເຖີດ 26 ຂໍ​ທ່ານ​ຜູ້ເຂົ້າ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ຈົ່ງ​ໄດ້​ຮັບ​ພຣະ​ພອນ ຂ້າ​ພະ​ເຈົ້າ​ທັ​ງ​ຫລາຍອວຍ​ພອນ​ທ່ານ​ທັງ​ຫລາຍ​ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 27 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ ແລະ​ພຣະ​ປະ​ທານ​ຄວາມ​ສວ່າງ​ແກ່​ເຮົາ ຈົ່ງ​ເລີ້ມ​ສ​ລອງເທ​ສະ​ການ​ດ້ວຍ​ກິ່ງ​ໄມ້​ໄປ​ເຖິງ​ເຊີງຍອດ​ຂອງ​ແທ່ນ​ບູ​ຊາ 28 ພຣະ​ອົງ​ຊົງ​ເປັນ​ພຣະ​​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ຈະ​ຖວາຍ​ໂມ​ທະ​ນາ​ແກ່​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະເຊີດ​ຊູ​ພຣະ​ອົງ 29 ຈົ່ງ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ປະ​ເສີດ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ

ເພງສັຣເສີນ 119

ການ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

1 ບັນ​ດາ​ຜູ້​ທີ່​ດີ​ຮອບ​ຄອບ​ໃນ​ທາງ​ຂອງ​ເຂົາ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ດຳ​ເນີນ​ຕາມ​ພຣະ​ທັມ​ຂອງ​ພຣະ​ເຈົ້າ 2 ຜູ້​ທີ່​ຮັກ​ສາ​ບັນ​ດາ​ພຣະ​ທັມ​ຄຳ​ສອນ​ຂອງພຣະ​ອົງ​ກໍ​ເປັນ​ສຸກ ຄື​ຜູ້​ທີ່​ສ​ແວງ​ຫາ​ພຣະ​ອົງ​ດ້ວຍ​ສຸດ​ໃຈ 3 ຜູ້​ທີ່​ບໍ່​​ທຳ​ຜິດ ແຕ່​ເດີນ​ຕາມ​ທາງ​ຂອງ​ພຣະ​ອົງ 4 ພຣະ​ອົງ​ໄດ້​ຕັ້ງ​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງ​ໄວ້ ໃຫ້​ເຮົາ​ທັງ​ຫລາຍ​ປະ​ຕິບັດ​ຕາມ​ຢ່າງ​ເຄັ່ງ​ຄັດ 5 ໂອ ຂໍ​ໃຫ້​ທາງ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ​ຫມັ້ນຄົງ​ໃນ​ການ​ຮັກ​ສາ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ 6 ຂ້າ​ພຣະ​ອົງ​ຈະ​ບໍ່​ໄດ້​ຮັບ​ຄວາ​ມອັບ​ອາຍ​ ຖ້າ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ບັນ​ຍັດ​ທັງ​ສິ້ນ​ຂອງ​ພຣະ​ອົງ 7 ຂ້າ​ພຣະ​ອົງ​ຈະ​ສັຣເສີນ​ພຣະ​ອົງ​ດ້ວຍ​ໃຈ​ທ່ຽງ​ຕົງ ເມື່ອ​ຂ້າ​ພຣະ​ອົງ​ຮຽນ​ຮູ້​ກົດ​ຫມາຍ​ອັນ​ຊອບ​ທັມ​ຂອງ​ພຣະ​ອົງ 8 ຂ້າ​ພຣະ​ອົງ​ຈະ​ຖື​ກົດ​ລະ​ບຽບ​ຂອງ​ພຣະ​ອົງ ຂໍ​ຢ່າ​ຊົງ​ປະ​ລະຂ້າ​ພຣະ​ອົງເລີຍ​ເທາະ

ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ

9 ຊາຍ​ຫນຸ່ມ​ຈະ​ຮັກ​ສາ​ທາງ​ຂອງຕົນ​ໃຫ້​ບໍ​ຣິ​ສຸດ​ໄດ້​ຢ່າງ​ໃດ ໂດຍ​ລະ​ມັດ​ລະ​ວັງ​ຕາມ​ພຣະ​ວັ​ຈ​ນະຂອງ​ພຣະ​ອົງ 10 ຂ້າ​ພຣະ​ອົງ​ສ​ແວງພຣະ​ອົງ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂໍ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ຫລົງ​ໄປ​ຈາກ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ 11 ຂ້າ​ພຣະ​ອົງ​ໄດ້​ສະ​ສົມ​ພຣະ​ດຳ​ຣັ​ດ​ຂອງ​ພຣະ​ອົງ​ໄວ້​ໃນ​ໃຈ​ຂອງ​ຂ້າ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ບໍ່​ທຳ​ບາບ​ຕໍ່​ພຣະ​ອົງ 12 ຂ້າ​ແດ່​ພຣະ​ເຈົ້າ ສາ​ທຸ​ການ​ແດ່​ພຣະ​ອົງ​ ຂໍ​ຊົງ​ສອນ​ກົດ​ເກນ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ 13 ຂ້າ​ພຣະ​ອົງ​ຈະ​ປະ​ກາດ​ດ້ວຍ​ຮີມ​ຝີ​ປາກ​ຂອງ​ຂ້າ​ພຣະ​ອົງ ເຖິງ​ບັນ​ດາ​ກົດ​ຫມາຍ​ແຫ່ງ​ພຣະ​ໂອດ​ຂອງ​ພຣະ​ອົງ 14 ຂ້າ​ພຣະ​ອົງ​ປິ​ຕິ​ຍິນ​ດີ​ໃນ​ທາງ​ແຫ່ງ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງຫ​ລາຍ​ເທົ່າ​ກັບ​ໃນ​ຄວາມ​ຮັ່ງ​ມີ​ທັງ​ສິ້ນ 15 ຂ້າ​ພຣະ​ອົງ​ຈະ​ພາ​ວະ​ນາ​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງ ແລະ​ຈັບ​ຕາ​ຂອງ​ຂ້າ​ພຣະ​ອົງ​ຢູ່​ທີ່​ວິ​ຖີ​ທັງ​ຫລາຍ​ຂອງ​ພຣະ​ອົງ 16 ຂ້າ​ພຣະ​ອົງ​ຈະ​ປິ​ຕິ​ຍິນ​ດີ​ໃນ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ບໍ່​ລືມ​ພຣະ​ວັຈ​ນະ​ຂອງ​ພຣະ​ອົງ

ພົບ​ຄວາມ​ສຸກ​ໃນ​ພຣະ​ບັນ​ຍັດ

17 ຂໍ​ຊົງ​ໂຜດ​ເມດ​ຕາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ຂ້າພຣະ​ອົງ​ຈະ​ມີ​ຊີ​ວິດ​ ແລະ​ຈະ​ຖື​ພຣະວັ​ຈ​ນະຂອງ​ພຣະ​ອົງ 18 ຂໍ​ເປີດ​ຕາ​ຂ້າ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ເຫັນ​ສິ່ງ​ມະ​ຫັດ​ສະ​ຈັນ​ຈາກ​ພຣະ​ທັມ​ຂອງ​ພຣະ​ອົງ 19 ຂ້າ​ພຣະ​ອົງ​ເປັນ​ຄົນ​ພະ​ເນ​ຈອນເທິງ​ແຜ່ນ​ດິນ​ໂລກ ຂໍ​ຢ່າ​ຊົງ​ເຊືອງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຈາກ​ຂ້າພຣະ​ອົງ​ເສັຽ 20 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ກໍ​ລະ​ທົມ​ທຸກ​ດ້ວຍ​ຄຳ​ນຶງ​ເຖິງ​ກົດ​ຫມາຍ​ຂອງ​ພຣະ​ອົງ​ຕລອດ​ເວ​ລາ 21 ພຣະ​ອົງ​ຊົງ​ຂະ​ຫນາບ​ຄົນ​ຈອ​ງຫອງ ສາບ​ແຊ່ງ​ຄົນ​ບໍ່​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ 22 ຂໍ​ຊົງ​ນຳ​ການ​ດ່າ ແລະ​ການ​ປະ​ຫມາດ​ໄປ​ຈາກ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ໄດ້​ຮັກ​ສາ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ 23 ພວກຜູ້​ປົກ​ຄອງ​ຮ່ວມ​ໃຈ​ກັນ​ປອງຮ້າຍ​ຂ້າ​ພຣະ​ອົງ ຜູ້ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ພາ​ວະ​ນາ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ 24 ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ຂ້າ​ພຣະ​ອົງ ເປັນ​ທີ່​ປຶກ​ສາ​ຂອງ​ຂ້າ​ພຣະ​ອົງ

ຄວາມ​ຕັ້ງ​ໃຈ​ເຊື່ອ​ຟັງ​ພຣະ​ບັນ​ຍັດ

25 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຕິດ​ຜົງ​ຂີ້​ດິນ ຂໍ​ຊົງ​ສະ​ຫງວນຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ຕາມ​ພຣະ​ວັ​ຈ​ນະຂອງ​ພຣະ​ອົງ 26 ຂ້າ​ພຣະ​ອົງ​ໄດ້​ທູນ​ເຖິງ​ທາງ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຕອບ​ຂ້າ​ພຣະ​ອົງ ຂໍ​ຊົງ​ສອນ​ກົດ​ລະ​ບຽບຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ 27 ຂໍ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເຂົ້າ​ໃຈ​ທາງ​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ຈະ​ພາ​ວະ​ນາ​ເຖິງພຣະ​ຣາ​ຊ​ກິຈມະ​ຫັດ​ສະ​ຈັນ​ຂອງ​ພຣະ​ອົງ 28 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ອິດ​ອ່ອນ​ຍ້ອນ​ຄວາມ​ໂສກ​ເສົ້າ ຂໍ​ຊົງ​ໃຫ້​ກຳ​ລັງ​ຂ້າ​ພຣະ​ອົງ​ຕາມ​ພຣະວັ​ຈ​ນະຂອງ​ພຣະ​ອົງ 29 ຂໍ​ຊົງ​ໃຫ້​ທາງ​ທຽມ​ເທັດ​ໄກ​ຈາກ​ຂ້າ​ພຣະ​ອົງ ແລະ​ຂໍ​ໂຜດ​ປະ​ທານ​ພຣະ​ທັມ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ 30 ຂ້າ​ພຣະ​ອົງ​ໄດ້​ເລືອກ​ທາງ​ຄວາມ​ສັດ​ຊື່ ຂ້າ​ພຣະ​ອົງ​ຕັ້ງ​ກົດ​ຫມາຍ​ຂອງ​ພຣະ​ອົງ​ໄວ້​ຊື່​ຫນ້າ​ຂ້າ​ພຣະ​ອົງ 31 ຂ້າ​ພຣະ​ອົງ​ຜູກ​ພັນ​ຢູ່​ກັບ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ ຂ້າ​ແດ່​ພຣະ​ເຈົ້າ​ຂໍ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ຂາຍ​ຫນ້າ 32 ຂ້າ​ພຣະ​ອົງ​ຈະ​ແລ່ນ​ໃນ​ທາງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ເມື່ອງ​ພຣະ​ອົງ​ຊົງ​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພຣະ​ອົງ

ຄຳ​ອ້ອນວອນ​ຂໍ​ຄວາມ​ເຂົ້າ​ໃຈ

33 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ສອນ​ທາງ​ກົດ​ລະ​ບຽບ​ແກ່​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ຈະ​ຮັກສາ​ທາງ​ນັ້ນ​ໄວ້​ຈົນ​ສຸດ​ປາຍ 34 ຂໍ​ປະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ພຣະ​ອົງ ເພື່ອ​ຂ້າພຣະ​ອົງ​ຈະ​ຮັກ​ສາ​ພຣະ​ທັມ​ຂອງ​ພຣະ​ອົງ​ໄວ້ ແລະ​ປະ​ຕິ​ບັດ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າ​ພຣະ​ອົງ 35 ຂໍ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ໄປ​ໃນທາງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ຍິນ​ດີ​ໃນ​ທາງ​ນັ້ນ​ 36 ຂໍ​ຊົງ​ໂນ້ມ​ໃຈ​ຂ້າ​ພຣະ​ອົງ​ໃນ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ ແລະ​ບໍ່​ແມ່ນໃນທາງ​ໂລບ​ກຳ​ໄຣ 37 ຂໍ​ຊົງ​ຫັນ​ໃນ​ຕາ​ຂອງ​ຂ້າ​ພຣະ​ອົງ​ໄປ​ຈາກ​ການ​ມອງ​ເບິ່ງ​ສິ່ງ​ອະ​ນີ​ຈັງ ແລະ​ຂໍ​ຊົງ​ສະ​ຫງ​ວນ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໃນ​ທາງ​ຂອງ​ພຣະ​ອົງ 38 ຂໍ​ຊົງ​ຢືນ​ຢັນ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ໃຫ້​ຢ້ານ​ກົວ​ພຣະ​ອົງ 39 ຂໍ​ຊົງ​ຊ່ອຍ​ໃຫ້​ພົ້ນ​ຈາ​ກການ​ເຍາະ​ເຍີ້ຍ ຊຶ່ງຂ້າ​ພຣະ​ອົງ​ຢ້ານ​ກົວ​ນັ້ນ​ໄປ​ເສັຽ ເພາະ​ກົດ​ຫມາຍ​ຂອງ​ພຣະ​ອົງ​ນັ້ນ​ດີ 40 ເບິ່ງ​ແມ໋, ຂ້າ​ພຣະ​ອົງ​ຄຳ​ນຶງ​ເຖິງ​ຂໍ້​ບັງ​ຄັບ​ຂອງພຣະ​ອົງ​ໂດຍ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ຂໍ​ຊົງ​ສະ​ຫງວນ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ

ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ບັນ​ຍັດ

41 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ມາ​ເຖິງ​ຂ້າ​ພຣະ​ອົງ ຄື​ຄວາມ​ລອດ​ຂອງ​ພຣະ​ອົງ​ຕາມ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ 42 ແລ້ວ​ຂ້າ​ພຣະ​ອົງ​ຈະ​ມີ​ຄຳ​ຕອບ​ແກ່​ຜູ້​ທີ່​ເຍາະ​ເຍີ້ຍ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ວາງ​ໃຈ​ໃນ​ພຣະ​ຄຳຂອງ​ພຣະ​ອົງ 43 ຂໍ​ຢ່າ​ຊົງ​ນຳ​ພຣະ​ວັ​ຈ​ນະ​ແຫ່ງ​ຄວາມ​ຈິງ​ອອກ​ໄປ​ຈາກ​ປາກ​ຂ້າ​ພຣະ​ອົງ​ ເພາະ​ຄວາມ​ຫວັງ​ຂອງ​ຂ້າ​ພຣະ​ອົງ​ຢູ່​ໃນ​ກົດ​ຫມາຍ​ຂອງ​ພຣະ​ອົງ 44 ຂ້າ​ພຣະ​ອົງ​ຈະ​ປະ​ຕິ​ບັດ​ພຣະ​ທັມ​ຂອງ​ພຣະ​ອົງ​ສືບໆ​ໄປ​ເປັນ​ນິດ 45 ແລະ​ຂ້າ​ພຣະ​ອົງ​ຈະ​ເດີນ​ຢ່າງ​ເສ​ຣີ ເພາະ​ຂ້າ​ພຣະ​ອົງ​ໄດ້​ສ​ແວງ​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງ 46 ຂ້າ​ພຣະ​ອົງ​ຈະ​ເວົ້າ​ເຖິງ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ​ຕໍ່​ເບື້ອງ​ພຣະ​ພັກ​ບັນ​ດາ​ພຣະ​ຣາ​ຊາ​ແລະ​ຈະ​ບໍ່​ຂາຍ​ຫນ້າ 47 ເພາະ​ຂ້າ​ພຣະ​ອົງ​ປິ​ຕີຍິນ​ດີ​ໃນ​ພຣະ​ບັນ​ຍັດ​ຂອງພຣະອົງ​ຊຶ່ງ​ຂ້າ​ພຣະ​ອົງ​ຮັກ 48 ຂ້າ​ພຣະ​ອົງ​ເຄົາ​ຣົບ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຊຶ່ງ​ຂ້າ​ພຣະ​ອົງ​ຮັກ ແລະ​ຂ້າ​ພຣະ​ອົງ​ຈະ​ພາ​ວະ​ນາ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ

ຄວາມ​ເຊື່ອ​ຫມັ້ນ​ໃນ​ພຣະ​ບັນ​ຍັດ

49 ຂໍ​ຊົງ​ລະ​ນຶກ​ເຖິງ​ພຣະ​ວັຈ​ນະ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ຜູ້ຮັບ​ໃຊ້​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ຫວັງ​ຢູ່​ນັ້ນ 50 ນີ້​ຄື​ການ​ເລົ້າ​ໂລມ​ໃນ​ຄວາມ​ທຸກ​ຍາກ​ຂອງ​ຂ້າ​ພຣະ​ອົງ ຄື​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ​ໃຫ້​ຊີ​ວິດ​ແກ່​ຂ້າ​ພຣະ​ອົງ 51 ຄົນ​ໂອ​ຫັງ​ຫຍໍ້​ຫຍັນ​ຂ້າ​ພຣະ​ອົງ​ສ​ເມີມາ ແຕ່​ຂ້າ​ພຣະ​ອົງ​ບໍ່​ໄດ້​ຫັນ​ຫນີ​ຈາກ​ພຣະ​ທັມ​ຂອງ​ພຣະ​ອົງ 52 ເມື່ອ​ຂ້າ​ພຣະ​ອົງ​ຄິດ​ເຖິງ​ກົດ​ຫມາຍ​ຂອງ​ພຣະ​ອົງ​ແຕ່​ບູ​ຮານ​ນະ​ການ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ໄດ້​ຮັບ​ຄວາມ​ເລົ້າ​ໂລມ​​ໃຈ 53 ເມື່ອ​ເຫັນ​ຄົນ​ອະ​ທັມ​ຝ່າ​ຝືນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດ​ຮ້າຍ 54 ກົດ​ລະ​ບຽບ​ຂອງ​ພຣະ​ອົງ​ໄດ້​ເປັນ​ບົດ​ເພງ​ຂອງ​ຂ້າ​ພຣະ​ອົງ ໃນ​ເຮືອນ​ທີ່​ຂ້າ​ພຣະ​ອົງ​ອາ​ໄສ​ຢູ່​ນັ້ນ 55 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃນ​ກາງ​ຄືນ ຂ້າ​ພຣະ​ອົງ​ລະ​ນຶກ​ເຖິງ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ​ປະ​ຕິ​ບັດ​ຕາມ​ພຣະ​ທັມ​ຂອງ​ພຣະ​ອົງ 56 ພຣະ​ພອນ​ນີ້​ໄດ້​ຕົກ​ມາ​ຍັງ​ຂ້າ​ພຣະ​ອົງ ຄື​ທີ່​ຂ້າ​ພຣະ​ອົງ​ຮັກ​ສາ​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງ​ໄວ້

ການ​ອຸ​ທິດ​ຕົນ​ແກ່​ພຣະ​ບັນ​ຍັດ

57 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ທຸ​ກ​ສິ່ງຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຂໍ​ສັນ​ຍາ​ວ່າ​ຈະ​ເຊື່ອ​ຟັງ​ກົດ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ 58 ຂ້າ​ພຣະ​ອົງທູນ​ຂໍ​ຕໍ່​ພຣະ​ອົງ ດ້ວຍສຸດ​ອົກ​ສຸດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ໂຜດ​ເມດ​ຕາ​ກະ​ຣຸ​ນາ​ຕໍ່​ຂ້າ​ພຣະ​ອົງ​ຕາມ​ທີ່​ພຣະ​ອົງ​ຊົງສັນ​ຍາ​ໄວ້​ເທີນ 59 ຂ້າ​ພຣະ​ອົງ​ໄດ້​ພິ​ຈາ​ຣະ​ນາ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ແລ້ວ ແລະ​ສັນ​ຍາ​ວ່າ​ຈະ​ເຮັດ​ຕາມ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ 60 ຂ້າ​ພຣະ​ອົງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ອົງ ໂດຍ​ບໍ່​ໄດ້​ລໍ​ຊ້າ 61 ຄົນ​ຊົ່ວ​ຮ້າຍ​ໄດ້​ມັດ​ຮອບ​ຂ້າ​ພຣະ​ອົງ​ໄວ້ ແຕ່​ວ່າຂ້າ​ພຣະ​ອົງ​ບໍ່​ໄດ້​ລືມ​ພຣະ​ທັມ​ຂອງ​ພຣະ​ອົງ 62 ໃນ​ຕອນ​ກາງ​ຄືນ​ຂ້າ​ພຣະ​ອົງ​ລຸກ​ຂຶ້ນ​ສັຣ​ເສີນ​ພຣະ​ອົງ ຍ້ອນ​ການ​ຕັດ​ສິນ​ອັນ​ຍຸດ​ຕິ​ທັມ​ຂອງ​ພຣະ​ອົງ 63 ຂ້າ​ພຣະ​ອົງ​ເປັນ​ເພື່ອນ​ກັບ​ທຸກໆ​ຄົນ​ທີ່​ຮັບ​ໃຊ້​ພຣະ​ອົງ ແລະ​ທຸກໆ​ຄົນ​ທີ່​ເຊື່ອ​ຟັງ​ກົດ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ 64 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໂລກ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ຮັກອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ຂໍ​ຊົງ​ສັ່ງ​ສອນ​ກົດ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ​ດ້ວຍ

ຄຸນ​ຄ່າ​ຂອງ​ພຣະ​ທັມ

65 ຂ້າ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ພຣະ​ອົງ​ຊົງ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ກໍ​ຊົງ​ດີ​ຕໍ່​ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ພຣະ​ອົງ 66 ຂໍ​ພຣະ​ອົງ​ຊົງ​ປະ​ກາດ​ຄວາມຮູ້ ແລະ​ຄວາມ​ສ​ລາດ​ຫລັກ​ແຫລມ​ແກ່​ຂ້າ​ພຣະ​ອົງ​ດ້ວຍ ເພາະ​ຂ້າ​ພຣະ​ອົງ​ເຊື່ອ​ຖື​ໃນ​ກົດ​ບັນ​ຍັດ​ຂອງ​ພຣະ​ອົງ 67 ກ່ອນ​ທີ່​ພຣະ​ອົງ​ຊົງ​ລົງ​ໂທດ​ຂ້າ​ພຣະ​ອົງ​ນັ້ນ ກໍ​ເພາະ​ວ່າ​ຂ້າ​ພຣະ​ອົງ​ເຄີຍ​ທຳ​ຜິດ ແຕ່​ດຽວ​ນີ້​ຂ້າ​ພຣະ​ອົງ​ເຊື່ອ​ຟັງ​ພຣະ​ທັມ​ຂອງ​ພຣະ​ອົງ 68 ພຣະ​ອົງ​ຊົງ​ດີ ແລະ​ເມດ​ຕາ​ກະ​ຣຸ​ນາ ຂໍ​ພຣະ​ອົງ​ຊົງ​ສັ່ງ​ສອນ​ກົດ​ບັນ​ຍັດ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ​ດ້ວຍ 69 ຄົນ​ຈອງ​ຫອງ​ໄດ້​ຫາ​ເຣື່ອງ​ໃສ່​ຂ້າ​ພຣະ​ອົງ ແຕ່​ຂ້າ​ພຣະ​ອົງ​ເຊື່ອຟັງ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ​ຢ່າງ​ສຸດ​ອົກ​ສຸດ​ໃຈ 70 ຄົນ​ເຫລົ່າ​ນີ້​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ໃດ​ເລີຍ ແຕ່​ຂ້າ​ພຣະ​ອົງ​ໄດ້​ພົ​ບ​ຄວາມ​ຍິນ​ດີ​ໃນ​ພຣະ​ທັມ​ຂອງ​ພຣະ​ອົງ 71 ການ​ລົງ​ໂທດ​ຂ້າ​ພຣະ​ອົງ​ເປັນ​ການ​ດີ​ສຳ​ລັບ​ຂ້າພຣະ​ອົງ ເພາະ​ວ່າ​ມັນ​ເຮັດ​ໃຫ້​ຂ້າ​ພຣະ​ອົງ​ຮຽນ​ຮູ້​ເຖິງ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 72 ພຣະ​ທັມ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ນັ້ນ​ມີ​ຄວາມ​ຫມາຍ​ສຳ​ລັບ​ຂ້າ​ພຣະ​ອົງ​ຫລາຍກວ່າ​ເວິນ ​ແລະ​ຄຳ​ຫລາຍ​ພັນ​ແທ່ງ

ຄວາມ​ຊອບ​ທັມ​ແຫ່ງ​ພຣະ​ບັນ​ຍັດ

73 ພຣະຫັດ​ຂອງ​ພຣະ​ອົງໄດ້​ສ້າງ​ແລະ​ສະ​ຖາ​ປະ​ນາ​ຂ້າ​ພຣະ​ອົງ ຂໍ​ປະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ພຣະ​ອົງ​ເພື່ອ​ຂ້າ​ພຣະ​ອົງ​ຈະ​ຮຽນ​ຮູ້​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ 74 ບັນ​ດາ​ຜູ້​ຢ້ານ​ຢຳ​ພຣະ​ອົງ​ຈະ​ເຫັນ​ຂ້າ​ພຣະ​ອົງ​ແລະ​ຍິນ​ດີ ເພາະ​ວ່າ​ຂ້າ​ພຣະ​ອົງ​ໄດ້​ຫວັງ​ໃນ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ 75 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮູ້​ວ່າ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ນັ້ນ​ຖືກ​ຕ້ອງ ແລະ​ຮູ້​ວ່າດ້ວຍ​ຄວາມ​ຊື່​ສັດ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ທຸກ​ຍາກ 76 ຂໍ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ເປັນ​ທີ່​ເລົ້າ​ໂລມ​ຂ້າ​ພຣະ​ອົງ ຕາມ​ພຣະ​ດຳ​ຣັ​ດ​ຂອງ​ພຣະ​ອົງ​ທີ່​ມີ​ແກ່​ຜູ້​ຮັບ​ໃຊ້​​ຂອງ​ພຣະ​ອົງ 77 ຂໍ​ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ອົງ​ມາ​ຍັງ​ຂ້າ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ມີ​ຊີ​ວິດ​ຢູ່ ເພາະ​ພຣະ​ທັມ​ຂອງ​ພຣະ​ອົງ​ເປັນ​ຄວາມ​ປິ​ຕິ​ຍິນ​ດີ​ຂອ​ງ​ຂ້າ​ພຣະ​ອົງ 78 ຂໍ​ຊົງ​ໃຫ້​ຄົນ​ຈອງ​ຫອງໄດ້​ຮັບ​ຄວາ​ມອັບ​ອາຍ ເພາະ​ວ່າ​ເຂົາ​ໄດ້​ຫາ​ເຣື່ອງ​ຂ້າ​ພຣະ​ອົງ​ດ້ວຍ​ຄວາມບໍ່​ຈິງ ຝ່າຍ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ພາ​ວະ​ນາ​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງ 79 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຢຳ​ເກງ​ພຣະ​ອົງ​ຫັນ​ກັບ​ມາ​ຫາຂ້າ​ພຣະ​ອົງ ເພື່ອ​ເຂົາ​ຈະ​ຮູ້​ເຖິງ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ 80 ຂໍ​ໃຫ້​ຈິດ​ໃຈ​ຂ້າ​ພຣະ​ອົງ​ໄຮ້​ຕຳ​ຫນິໃນ​ເຣື່ອງ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ບໍ່​ຕ້ອງ​ຂາຍ​ຫນ້າ

ຄຳ​ອ້ອນວອນ​ຂໍ​ໃຫ້​ຖືກ​ປົດ​ປ່ອຍ

81 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ອິດ​ອ່ອນ​ຄອຍ​ຄວາມ​ລອດ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ຫວັງ​ໃນ​ພຣະ​ວັ​ຈ​ນະ​ຂອງພຣະ​ອົງ 82 ໃນ​ຕາ​ຂອງ​ຂ້າ​ພຣະ​ອົງ​ມົວ​ມືດ​ໄປ ດ້ວຍ​ຄອຍ​ພຣະ​ດຳ​ຣັ​ດຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ທູນ​ຖາມ​ວ່າ, “ເມື່ອ​ໃດ​ພຣະ​ອົງ​ຈະ​ຊົງ​ເລົ້າ​ໂລມ​ຂ້າ​ພຣະ​ອົງ” 83 ເພາະ​ວ່າ​ຂ້າ​ພຣະ​ອົງ​ເປັນ​ເຫມືອນ​ຖົງ​ຫນັງ​ເຫລົ້າ​ອະ​ງຸ່ນ​ໄຮ້​ຄ່າ ແຕ່​ຂ້າ​ພຣະ​ອົງ​ຍັງ​ບໍ່​ລືມ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ 84 ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຕ້ອງ​ທົນ​ຢູ່ດົນ​ປານໃດ? ເມື່ອ​ໃດພຣະ​ອົງ​ຈະ​ຊົງ​ກະ​ທຳ​ການ​ພິ​ພາກ​ສາ​ບັນ​ດາ​ຜູ້​ຂົ່ມ​ເຫັງ​ຂ້າ​ພຣະ​ອົງ​? 85 ຄົນ​ຈອງ​ຫອງ​ໄດ້​ຂຸດ​ຂຸມ​ເພື່ອ​ຈະ​ດັກ​ຈັບ​ຂ້າ​ພຣະ​ອົງ ຊຶ່ງ​ບໍ່​ສອດ​ຄ່ອງ​ກັບ​ພຣະ​ທັມ​ຂອງ​ພຣະ​ອົງ 86 ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ທັງ​ສິ້ນ​ແນ່ນອນ ເຂົາ​ຂົ່ມ​ເຫັງ​ຂ້າ​ພຣະ​ອົງ​ດ້ວຍ​ຄວາມ​ບໍ່​ຈິງ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ດ້ວຍ 87 ເຂົາ​ເກືອບ​ຈະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ດັບ​ຊີພ​ໄປ​ຈາກ​ແຜ່ນ​ດິນ​ໂລກ ແຕ່​ຂ້າ​ພຣະ​ອົງ​ບໍ່​ປະ​ຖິ້ມ​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງ 88 ຂໍ​ຊົງ​ສະ​ຫງວນ​ຊີ​ວິດ​ຂ້າ​ພຣະ​ອົງ​ໄວ້​ດ້ວຍ​ຄວາມ​ຮັກ​ອັນ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ປະ​ຕິ​ບັດ​ຕາມ​ພຣະ​ໂອ​ວາດ​ແຫ່ງ​ພຣະ​ໂອດ​ຂອງ​ພຣະ​ອົງ

ການ​ເຊື່ອ​ພຣະ​ທັມ​ພຣະ​ຜູ້​ເປັນ​ເຈົ້າ

89 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ທັມ​ຂອງ​ພຣະ​ອົງ​ຊົງ​ມີ​ຢູ່​ຕລອດ​ໄປ ແລະ​ຊົງ​ຫມັ້ນ​ຄົງ​ຢູ່​ໃນ​ຟ້າສວັນ​ 90 ຄວາມ​ສັດ​ຈິງ​ຂອງ​ພຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ທຸກຍຸກ​ທຸກ​ສະ​ໄຫມ ພຣະ​ອົງ​ຊົງ​ຕັ້ງ​ໂລກ​ນີ້​ໄວ້​ໃນ​ບ່ອນ​ຂອງ​ມັນ ແລະ​ມັນ​ກໍ​ຍັງ​ຕັ້ງຢູ່ 91 ຍ້ອນຂໍ້​ຄຳ​ສັ່ງຂອງ​ພຣະ​ອົງ​ທຸກ​ສິ່ງ​ກໍ​ຍັງ​ຕັ້ງ​ຫມັ້ນ​ຄົງ​ຢູ່​ຈົນ​ເຖິງວັນ​ນີ້ ເພາະ​ທຸກ​ສິ່ງ​ນີ້​ເປັນ​ທາດ​ໃຊ້​ຂອງ​ພຣະ​ອົງ 92 ຖ້າ​ວ່າ​ພຣະ​ທັຍ​ຂອງ​ພຣະ​ອົງ​ບໍ່​ເປັນ​ບໍ່​ເກີດ​ແຫ່ງ​ຄວາມ​ຍິນ​ດີ​ຂອງ​ຂ້າ​ພຣະ​ອົງ​ແລ້ວ ຂ້າ​ພຣະ​ອົງ​ຈະ​ຕ້ອງ​ຕາຍ​ຍ້ອນ​ການ​ລົງ​ໂທດ​ນີ້ 93 ຂ້າ​ພຣະ​ອົງ​ຈະ​ບໍ່​ລະ​ເລີຍ​ຕໍ່​ກົດ​ລະ​ບຽບ​ຂອງ​ພຣະ​ອົງຈັກ​ເທື່ອ ເພາະ​ຍ້ອນ​ສິ່ງ​ເຫລົ່າ​ນີ້​ພຣະ​ອົງ​ໄດ້​ຊ່ອຍ​ໃຫ້​ຂ້າ​ພຣະ​ອົງ​ມີ​ຊີ​ວິດ​ຢູ່ 94 ຂ້າ​ພຣະ​ອົງ​ເປັນ​ຄົນ​ຂອງ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ພັຍ​ດ້ວຍ ຂ້າ​ພຣະ​ອົງ​ເຄີຍ​ພ​​ຍາ​ຍາມ​ເຮັດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 95 ຄົນ​ຊົ່ວ​ຮ້າຍ​ຄອຍ​ຖ້າ​ສັງ​ຫານ​ຂ້າ​ພຣະ​ອົງ ແຕ່​ຂ້າພຣະ​ອົງ​ໄດ້​ຍຶດ​ຫມັ້ນ​ໃນ​ກົດ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ 96 ຂ້າ​ພຣະ​ອົງ​ໄດ້​ຮູ້​ວ່າບໍ່​ມີ​ສິ່ງ​ໃດ​ດີ​ຫມົດທຸກ​ຢ່າງ ແຕ່​ວ່າ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ​ບໍ່​ມີ​ຂອບ​ເຂດ​ຈຳ​ກັດ

ຄວາມຮັກ​ພຣະ​ທັມ​ຂອງ​ພຣະ​ຜູ້ເປັນ​ເຈົ້າ

97 ຂ້າ​ພຣະ​ອົງ​ຮັກ​ພຣະ​ທັມ​ຂອງ​ພຣະ​ອົງ​ທີ່​ສຸດ ຂ້າພຣະ​ອົງ​ຄິດ​ເຖິງ​ພຣະ​ທັ​ມ​ນີ້​ຕລອດ​ເວ​ລາ 98 ຂ້າ​ພຣະ​ອົງ​ຍຶດ​ຖື​ຄຳ​ສັ່ງ​ຂອງ​ພຣະ​ອົງ​ຕລອດ​ເວ​ລາ ແລະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ສ​ລາດ​ກວ່າ​ສັດ​ຕຣູ​ທັງ​ຫລາຍ 99 ຂ້າ​ພຣະ​ອົງ​ເຂົ້າ​ໃຈ​ຫລາຍກວ່າ​ຄ​ຣູ​ສອນ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ຄິດ​ເຖິງ​ຄຳ​ສອນ​ຂອງ​ພຣະ​ອົງ 100 ຂ້າ​ພຣະ​ອົງ​ມີ​ຄວາມ​ສ​ລາດ​ຫລັກ​ແຫລມກວ່າ​ພວກ​ຜູ້​ເຖົ້າ ເພາະ​ຂ້າ​ພຣະ​ອົງ​ເຊື່ອ​ຟັງ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ 101 ຂ້າ​ພຣະ​ອົງ​ໄດ້​ຫລີກ​ຫນີ​ຈາກ​ການ​ດຳ​ເນີນ​ໃນ​ທາງ​ຊົ່ວ​ທຸກ​ຢ່າງ ເພາະ​ຂ້າ​ພຣະ​ອົງ​ຕ້ອງ​ການ​ເຊື່ອ​ຟັງພຣະ​ທັມ​ຂອງ​ພຣະ​ອົງ 102 ຂ້າ​ພຣະ​ອົງ​ບໍ່​ໄດ້​ລະ​ເລີຍ​ຕໍ່​ຄຳ​ສອນ​ຂອງ​ພຣະ​ອົງ ເພາະ​ວ່າ​ພຣະ​ອົງ​ເອງ​ຊົງ​ເປັນ​ຜູ້​ສັ່ງ​ສອນ​ຂ້າພຣະ​ອົງ 103 ຄວາມ​ເວົ້າ​ຂອງ​ພຣະ​ອົງ​ຫວານ​ເຫນືອກວ່າ​ນ້ຳ​ເຜິ້ງ 104 ຂ້າ​ພຣະ​ອົງ​ໄດ້​ຮັບ​ຄວາມ​ສ​ລາດ​ຫລັກ​ແຫລມ​ຈາກ​ກົດ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ດັ່ງ​ນັ້ນ​ຂ້າ​ພຣະ​ອົງ​ຈຶ່ງ​ກຽດຊັງ​ການ​ດຳ​ເນີນ​ໃນ​ທາງ​ຊົ່ວ​ທຸກ​ຢ່າງ

ແສງສວ່າງ​ຈາກ​ພຣະ​ທັມ​ພຣະ​ຜູ້​ເປັນ​ເຈົ້າ

105 ພຣະ​ທັມຂອງ​ພຣະ​ອົງ​ເປັນ​ເຫມືອນ​ຕະ​ກຽງ​ສ່ອງ​ແສງ​ນຳ​ຫນ້າ​ຂ້າ​ພຣະ​ອົງ ແລະ​ເປັນ​ແຈ້ງ​ເຍືອງ​ຫົນ​ທາງ​ໃຫ້​ຂ້າ​ພຣະ​ອົງ 106 ຂ້າ​ພຣະ​ອົງ​ຈະ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ອັນ​ຫມັ້ນ​ຄົງ​ຂອງ​ຂ້າ​ພຣະ​ອົງ​ໄວ້ ເພື່ອ​ເຊື່ອ​ຟັງ​ຄຳ​ສອນ​ອັນ​ແທ້​ຈິງ​ຂອງ​ພຣະ​ອົງ 107 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄວາມ​ທຸກ​ທໍ​ຣະ​ມານ​ຂອງ​ຂ້າ​ພຣະ​ອົງ​ແສ​ນສາ​ຫັດ​ທີ່​ສຸດ ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ 108 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ຮັບ​ເອົາ​ຄວາມ​ອ້ອນວອນ​ຂອບ​ພຣະ​ຄຸນ​ຈາກ​ຂ້າ​ພຣະ​ອົງ ແລະ​ສັ່ງ​ສອນ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ​ໃຫ້​ແກ່​ຂ້າ​ພຣະ​ອົງ 109 ຂ້າ​ພຣະ​ອົງ​ພ້ອມ​ສ​ເມີ​ທີ່​ຈະ​ສ່ຽງ​ຊີ​ວິດ ແຕ່​ຈະ​ບໍ່​ລືມ​ພຣະ​ທັມ​ຂອງ​ພຣະ​ອົງ 110 ຄົນ​ຊົ່ວ​ຮ້າຍ​ຫ້າງ​ແຮ້ວ​ໃສ່​ຂ້າ​ພຣະ​ອົງ ແຕ່​ວ່າ​ຂ້າພຣະ​ອົງບໍ່​ໄດ້​ລະ​ເມີດ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 111 ກົດ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ​ເປັນ​ສົມ​ບັດ​ຂອງ​ຂ້າພຣະ​ອົງ​ຕລອດ​ໄປ ແລະ​ສ້າງ​ຄວາມ​ພາກ​ພູມ​ໃຈ​ແກ່​ຂ້າ​ພຣະ​ອົງ 112 ຂ້າ​ພຣະ​ອົງ​ໄດ້​ຕັດ​ສິນ​ໃຈ​ເຊື່ອ​ຟັງ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ​ຈົນ​ເຖິງວັນ​ຕາຍ​ຂອງ​ຂ້າ​ພຣະ​ອົງ

ຄວາມ​ປອດ​ພັຍ​ໃນ​ພຣະ​ບັນ​ຍັດ

113 ຂ້າ​ພຣະ​ອົງ​ກຽດຊັງ​ຄົນ​ສອງ​ໃຈ ແຕ່​ຂ້າ​ພຣະ​ອົງ​ຮັກ​ພຣະ​ທັມ​ຂອງ​ພຣະ​ອົງ 114 ພຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ ແລະ​ເປັນ​ໂລ່​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຫວັງ​ໃນ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ 115 ເຈົ້າ​ຄົນ​ຊົ່ວ​ຮ້າຍ​ເອີຍ! ຫນີ​ໄປ​ເສັຽ​ຈາກ​ເຮົາ ເພື່ອ​ເຮົາ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ 116 ຂໍ​ຊົງ​ປະ​ຄອງ​ຂ້າ​ພຣະ​ອົງ​ໄວ້​ຕາມພຣະ​ດຳ​ຣັ​ດ​ຂອງ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ມີ​ຊີ​ວິດ​ຢູ່ ແລະ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ຂາຍ​ຫນ້າ​ໃນ​ຄວາມ​ຫວັງ​ຂອງ​ຂ້າພຣະ​ອົງ 117 ຂໍ​ຊົງ​ຊູ​ຂ້າ​ພຣະ​ອົງ​ຂຶ້ນ ເພື່ອ​ຂ້າ​ພຣະ​ອົງ​ຈະ​ປອດ​ພັຍ ແລະ​ມີ​ຄວາມ​ນັບ​ຖື​ກົດ​ລະບຽບ​ຂອງ​ພຣະ​ອົງ​ສືບໆ​ໄປ 118 ພຣະ​ອົງ​ຊົງຂັບ​ໄລ່​ບັນ​ດາ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ ແຜນ​ການ​ຫລອກ​ລວງ​ຂອງ​ເຂົາ​ກໍ​ໄຮ້​ປໂຍດ 119 ພຣະ​ອົງ​ຊົງ​ຖິ້ມ​ບັນ​ດາ​ຄົນ​ອະ​ທັມ​ຂອງ​ແຜ່ນ​ດິນ​ໂລກ​ເຫມືອນ​ຖິ້ມ​ຂີ້​ເຫຍື່ອ ເພາະ​ສະ​ນັ້ນ​ຂ້າ​ພຣະ​ອົງ​ຮັກ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ 120 ເນື້ອ​ຫນັງ​ຂ້າ​ພຣະ​ອົງ​ສັ່ນ​ເຊັນ​ຍ້ອນ​ຢ້ານ​ຢຳ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ຢ້ານ​ຄຳ​ພິ​ພາກ​ສາ​ຂອງ​ພຣະ​ອົງ

ຄວາມ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ

121 ຂ້າ​ພຣະ​ອົງໄດ້​ກະ​ທຳ​ສິ່ງ​ທີ່​ຍຸດ​ຕິ​ທັມ​ແລະ​ຖືກ​ຕ້ອງ ຂໍ​ຢ່າ​ຊົງ​ປະ​ລະ​ຂ້າ​ພຣະ​ອົງ​ແກ່ຜູ້​ທີ່​ບີບ​ບັງ​ຄັບ​ຂ້າພຣະ​ອົງ 122 ຂໍ​ຊົງ​ສັນຍາ​ເພື່ອ​ຊ່ອຍ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຂໍ​ຢ່າ​ຊົງ​ໃຫ້​ຄົນ​ໂອ​ຫັງບີບ​ບັງ​ຄັບ​ຂ້າ​ພຣະ​ອົງ 123 ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ມົວ​ມືດ​ໄປ​ດ້ວຍ​ຄອຍ​ຄວາມ​ລອດ​ຂອງ​ພຣະ​ອົງ ແລະ​ຄອຍ​ພຣະ​ດຳ​ຣັດ​ຊອບທັມ​ຂອງ​ພຣະ​ອົງ​ສຳ​ເຣັດ 124 ຂໍ​ຊົງ​ກະ​ທຳ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຕາ​ມຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ແລະ​ຂໍ​ຊົງ​ສອນ​ກົດຂໍ້​ຄຳ​ສັ່ງຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ 125 ຂ້າ​ພຣະ​ອົງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຂໍ​ປະ​ທານ​ຄວາມ​ເຂົ້າ​ໃຈ​ແກ່​ຂ້າ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ຮູ້​ເຖິງ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ 126 ເປັນ​ວ​ລາ​ທີ່​ພຣະ​ເຈົ້າ​ຄວນ​ຊົງ​ຈັດການ ເພາະ​ເຂົາ​ຫັກ​ພຣະ​ທັມ​ຂອງ​ພຣະ​ອົງ 127 ເພາະ​ສະ​ນັ້ນ​ຂ້າ​ພຣະ​ອົງ​ຮັກ​ພຣະບັນ​ຍັດ​ຂອງ​ພຣະ​ອົງ ຍິ່ງກວ່າ​ທອງ​ຄຳ ຍິ່ງກວ່າ​ທອງ​ຄຳ​ນົ​ພ​ຄຸນ 128 ເພາະ​ສະ​ນັ້ນ​ຂ້າ​ພຣະ​ອົງ​ໃຊ້​ຂໍ້​ບັງ​ຄັບ​ຂອງ​ພຣະ​ອົງ​ທັງ​ສິ້ນ​ນຳ​ທາງ​ຍ່າງ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ກ​ຽດ​ຊັງ​ຄວາມ​ປະ​ພຶດ​ທຸດ​ຈະ​ຣິດ​ທຸກ​ທາງ

ຄວາມ​ປະ​ສົງ​ໃນ​ການ​ເຊື່ອ​ຟັງ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

129 ການ​ສັ່ງ​ສອນຂອງ​ພຣະ​ເຈົ້າ​ຊົງ​ອັດ​ສະ​ຈັນ ຂ້າ​ພຣະ​ອົງ​ເຊື່ອ​ຟັງ​ຄຳ​ສອນ​ເຫລົ່າ​ນັ້ນ​ຢ່າງ​ສຸດ​ອົກ​ສຸດ​ໃຈ 130 ຄຳ​ສອນ​ຂອງ​ພຣະ​ອົງ​ໃຫ້​ແສງ​ສວ່າງ ແລະ​ນໍາ​ຄວາມ​ສ​ລຽວ​ສ​ລາດ​ມາ​ໃຫ້​ຜູ້​ທີ່​ບໍ່​ມີ​ປະ​ສົບ​ການ 131 ຂ້າ​ພຣະ​ອົງ​ຫິວ​ກະ​ຫາຍ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 132 ຂໍ​ພຣະ​ອົງ​ຊົງ​ຫລິ​ງເບິ່ງ​ຂ້າ​ພຣະ​ອົງ ແລະ​ຊົງ​ເມດ​ຕາ​ກະ​ຣຸ​ນາ​ຂ້າ​ພຣະ​ອົງ​ດັ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ຕໍ່​ຜູ້​ທີ່​ຮັກ​ພຣະ​ອົງ 133 ຂໍ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາ​ກການ​ຈິບ​ຫາຍ​ດັ່ງ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ ຂໍ​ຢ່າ​ຊົງ​ປ່ອຍ​ໃຫ້​ຄວາມ​ຊົ່ວ​ຊະ​ນະ​ຂ້າ​ພຣະ​ອົງ 134 ຂໍ​ພຣະ​ອົງ​ຊົງ​ຊ່ອ​ຍ​ໃຫ້​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ຂົ່ມ​ເຫັງ ເພື່ອ​ວ່າ​ຂ້າ​ພຣະ​ອົງ​ຈະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 135 ຂໍ​ພຣະ​ອົງ​ຊົງ​ອວຍ​ພອນ​ໂດຍ​ການ​ຊົງ​ສະ​ຖິດ​ຢູ່​ນຳ​ຂ້າ​ພຣະ​ອົງ ແລະ​ຊົງ​ສອນ​ຂ້າ​ພຣະ​ອົງ​ໃຫ້​ຮູ້​ຈັກ​ກົດ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ 136 ນ້ຳ​ຕາ​ຂອງ​ຂ້າ​ພຣະ​ອົງ​ຫລັ່ງ​ໄຫລ​ອອກ​ມາ​ດັ່ງ​ສາຍ​ນ້ຳ ຍ້ອນ​ມະ​ນຸດ​ບໍ່​ເຊື່ອ​ຟັງ​ພຣະ​ທັມ​ຂອງ​ພຣະ​ອົງ

ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ທັມ

137 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຍຸດ​ຕິ​ທັມ ແລະ​ພຣະ​ທັມ​ຂອງ​ພຣະ​ອົງ​ຊົງ​ຖືກຕ້ອງ​ແລະ​ທ່ຽງ​ທັມ 138 ກົດ​ລະ​ບຽບ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ນັ້ນ​ມີ​ຄວາມ​ສັດ​ຈິງ​ທີ່​ສຸດ 139 ຄວາມ​ຮ້າຍ​ຂອງ​ຂ້າ​ພຣະ​ອົງ​ໄດ້​ລຸກ​ໄຫມ້​ຂຶ້ນ​ເຫມືອນ​ດັ່ງ​ໄຟ ເພາະ​ວ່າ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ບໍ່​ໄດ້​ຄຶດ​ເຖິງ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 140 ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຊົງ​ຫມັ້ນ​ຄົງ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຮັກ​ຄຳ​ສັນ​ຍາ​ນີ້​ຫລາຍ 141 ຂ້າ​ພຣະ​ອົງ​ເປັນ​ຄົນ​ບໍ່​ສຳ​ຄັນ​ແລະ​ຫນ້າ​ລັງ​ກຽດ ແຕ່​ຂ້າ​ພຣະ​ອົງ​ບໍ່​ໄດ້​ລະ​ເລີຍ​ຕໍ່​ກົດ​ລະ​ບຽບ​ຂອງພຣະ​ອົງ 142 ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ອົງ​ຊົງ​ເປັນ​ຢູ່​ຕລອດ​ໄປ ແລະ​ພຣະ​ທັມ​ຂອງ​ພຣະ​ອົງ​ຊົງ​ເປັນ​ຈິງ​ສ​ເມີ 143 ຂ້າ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ​ລຳ​ບາກ ແລະ​ຄວາມ​ໂສກ​ເສົ້າ ແຕ່​ວ່າ​ກົດ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ​ໄດ້​ນຳ​ເອົາ​ຄວາມຍິນ​ດີ​ມາ​ສູ່​ຂ້າ​ພຣະ​ອົງ 144 ຄຳ​ສອນ​ຂອງ​ພຣະ​ອົງ​ມີ​ຄວາມ​ຈິງ​ຕ​ລອ​ດໄປ ຊຶ່ງ​ທຳ​ໃຫ້​ຂ້າ​ພຣະ​ອົງ​ເຂົ້າ​ໃຈ​ແລະ​ມີ​ຊີ​ວິດ​ຢູ່ 145 ຂ້າ​ພຣະ​ອົງ​ຮ້ອງ​ທູນ​ດ້ວຍ​ຄວາມ​ສິ້ນ​ສຸດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຂໍ​ຊົງ​ຕ​ອບ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຮັກ​ສາ​ກົດ​ລະ​ບຽບ​ຂອງພຣະ​ອົງ 146 ຂ້າ​ພຣະ​ອົງ​ຮ້ອງ​ທູນ​ພຣະ​ອົງ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ລອດ ເພື່​ອ​ຂ້າ​ພຣະ​ອົງ​ຈະ​ປະ​ຕິ​ບັດ​ຕາມ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ 147 ຂ້າ​ພຣະ​ອົງ​ຕື່ນ​ຂຶ້ນ​ກ່ອນ​ອະ​ຣຸນ ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ ຂ້າ​ພຣະ​ອົງ​ຫວັງ​ຢູ່​ໃນ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ 148 ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ຕື່ນ​ຢູ່​ກ່ອນ​ເຖິງ​ຍາມ ທຸກ​ຍາມ​ໃນ​ກາງ​ຄືນ​ເພື່ອ​ພາ​ວະ​ນາ​ພຣະ​ດຳ​ຣັດ​ຂອງພຣະ​ອົງ 149 ຂໍ​ຊົງ​ຟັງ​ສຽງ​ຂ້າ​ພຣະ​ອົງ ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ສະ​ຫງວນ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໄວ້​ຕາມ​ກົດ​ຫມາຍ​ຂອງ​ພຣະ​ອົງ 150 ຜູ້​ຂົ່ມ​ເຫັງ​ຂ້າ​ພຣະ​ອົງ​ດ້ວຍ​ການມຸ່ງ​ຮ້າຍ​ເຂົ້າ​ມາ​ໃກ້​ແລ້ວ ເຂົາ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ທັມ​ຂອງ​ພຣະ​ອົງ 151 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃກ້ ແລະ​ພຣະ​ບັນ​ຍັດ​ທັງ​ສິ້ນ​ຂອງ​ພຣະ​ອົງ​ກໍ​ຈິງ 152 ຂ້າ​ພຣະ​ອົງ​ຮູ້​ນານ​ແລ້ວ​ຈາກ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ ວ່າ​ພຣະ​ອົງ​ຊົງ​ຕັ້ງ​ໄວ້​ເປັນ​ນິດ

ອ້ອນວອນ​ຂໍ​ຄວາມ​ພົ້ນ

153 ຂໍ​ພຣະ​ອົງຊົງ​ຫລຽວ​ເບິ່ງ​ຄວາມ​ທຸກ​ທໍ​ຣະ​ມານ​ຂອງ​ຂ້າ​ພຣະ​ອົງ​ແລະ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ພັຍ​ດ້ວຍ ເພາະ​ວ່າ​ຂ້າ​ພຣະ​ອົງ​ບໍ່​ໄດ້​ປະ​ລະ​ພຣະ​ທັມ​ຂອງ​ພຣະ​ອົງ 154 ຂໍ​ຊົງ​ຊ່ອຍ​ວ່າ​ຄະ​ດີ​ຂອງ​ຂ້າ​ພຣະ​ອົງ ແລະ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ອິສ​ຣະ ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ 155 ຄົນ​ຊົ່ວ​ຮ້າຍ​ຈະ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ໃຫ້​ພົ້ນ ເພາະ​ເຂົາ​ບໍ່​ເຊື່ອ​ຟັງ​ພຣະທັມ​ຂອງ​ພຣະ​ອົງ 156 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄວາມ​ເມດ​ຕາ​ສົງ​ສານ​ຂອງ​ພຣະ​ອົງ​ຊົງ​ຍິ່ງ​ໃຫຍ່ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ພັບ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ 157 ຂ້າ​ພຣະ​ອົງ​ມີ​ສັດ​ຕຣູ ແລະ​ມີ​ຜູ້​ຂົ່ມ​ເຫັງ​ຫລາຍ ແຕ່​ຂ້າ​ພຣະ​ອົງ​ບໍ່​ໄດ້​ລະ​ເລີຍ​ໃນ​ການ​ເຊື່ອ​ຟັງ​ກົດ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ 158 ເມື່ອ​ຂ້າ​ພຣະ​ອົງ​ຫລຽວ​ເບິ່ງ​ຄົນ​ທໍ​ຣະ​ຍົດ​ນີ້ ຂ້າ​ພຣະ​ອົງ​ກໍ​ເບື່ອ​ຫນ່າຍ​ເຕັມ​ທົ​ນ ເພາະ​ວ່າ​ເຂົາ​ບໍ່​ເຊື່ອ​ຟັງ​ກົດ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 159 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຮູ້​ແລ້ວ​ວ່າ ຂ້າ​ພຣະ​ອົງ​ມັກການ​ສັ່ງ​ສອນ​ຂອງ​ພຣະ​ອົງ​ຫລາຍ​ຊ່ຳ​ໃດ ຂໍ​ຊົງ​ໂຜດ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ພັຍ​ຕາມ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ເທີນ 160 ແກ່ນ​ແທ້​ຂອງ​ພຣະ​ທັມ​ເປັນ​ຄວາມ​ຈິງ ແລະ​ກົດ​ລະ​ບຽບ​ອັນ​ສັດ​ຈິງ​ທັງ​ຫມົດ​ຂອງ​ພຣະ​ອົງ​ຊົງ​ເປັນ​ຢູ່ຕລອດ​ໄປ 161 ເຈົ້າ​ນາຍ​ໄດ້​ຂົ່ມ​ເຫັງ​ຂ້າ​ພຣະ​ອົງ​ໂດຍ​ປາ​ສ​ຈາກ​ເຫດ​ຜົນ ແຕ່​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ເຄົາ​ຣົບ​ນັບ​ຖື​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ 162 ຂ້າ​ພຣະ​ອົງ​ຊົມ​ຊື່ນ​ຍິນ​ດີເພາະ​ພຣະ​ດຳ​ຣັດ​ຂອງ​ພຣະ​ອົງ​ຢ່າງ​ຜູ້​ຊຶ່ງ​ພົບ​ສົມ​ບັດ​ອັນ​ມັ່ງ​ຄັ່ງ 163 ຂ້າ​ພຣະ​ອົງ​ກຽດ​ຊັງ ແລະ​ສະ​ອິດ​ສະ​ອ່​ຽນ​ຕໍ່​ຄວາມ​ເທັດ ແຕ່​ຂ້າ​ພຣະ​ອົງ​ຮັກ​ພຣະ​ທັມ​ຂອງ​ພຣະ​ອົງ 164 ເຈັດ​ເທື່ອ​ແຕ່​ລະ​ມື້​ທີ່​ຂ້າ​ພຣະ​ອົງ​ສັຣເສີນ​ພຣະ​ອົງ ຍ້ອນ​ກົດ​ຫມາຍ​ອັນຊອບ​ທັມ​ຂອງ​ພຣະ​ອົງ 165 ບຸກ​ຄົນ​ເຫລົ່າ​ນັ້ນ​ທີ່​ຮັກ​ພຣະ​ທັມ​ຂອງ​ພຣະ​ອົງ ມີ​ສັນ​ຕິ​ພາບຍິ່ງ​ໃຫຍ່​ ບໍ່​ມີ​ສິ່ງ​ໃດ​ກະ​ທຳ​ໃຫ້​ເຂົາ​ສະ​ດຸດ​ໄດ້ 166 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຫວັງ​ໃນ​ຄວາມ​ລອດ​ຂອງ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ທຳ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ 167 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ປະ​ຕິ​ບັດ​ຕາມ​ບັນ​ດາ​ພຣະ​ໂອວາດ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ຮັກ​ພຣະໂອວາດ​ນັ້ນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ດ້ວຍ 168 ຂ້າ​ພຣະ​ອົງ​ປະ​ຕິ​ບັດ​ຕາມ​ຂໍ້​ບັງ​ຄັບ ແລະ​ບັນ​ດາ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ ເພາະ​ທາງ​ທັງ​ສິ້ນ​ຂອງ​ຂ້າ​ພຣະ​ອົງ​ຢູ່​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ

ການ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ

169 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ການ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ຂ້າ​ພຣະ​ອົງ​ໄປ​ເຖິງ​ພຣະ​ອົງ ຂໍ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ເຂົ້າ​ໃຈ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ 170 ຂໍ​ພຣະ​ອົງ​ຊົງ​ຮັບ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ແລະ​ຊ່ອຍ​ໃຫ້​ຂ້າ​ພຣະ​ອົງ​ພົ້ນ​ຈາກ​ຄວາມ​ລຳ​ບາກ​ຕາມ​ທີ່​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້ 171 ຂ້າ​ພຣະ​ອົງ​ຈະ​ສັຣເສີນ​ພຣະ​ອົງ​ຢູ່​ເລື້ອຍໆ ເພາະພຣະ​ອົງ​ຊົງ​ສັ່ງ​ສອນ​ກົດ​ລະ​ບຽບ​ຂອງ​ພຣະ​ອົງ​ໃຫ້​ແກ່​ຂ້າ​ພຣະ​ອົງ 172 ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ເຣື່ອງ​ພຣະ​ທັມ​ຂອງ​ພຣະ​ອົງ ເພາະ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ​ຊົງ​ຖືກ​ຕ້ອງ 173 ຂໍ​ພຣະ​ອົງ​ຊົງ​ຕຽມ​ພ້​ອມ​ສ​ເມີ​ໃນ​ການ​ຊ່ອຍ​ເຫລືອ​ຂ້າ​ພຣະ​ອົງ ເພາະ​ວ່າ​ຂ້າ​ພຣະ​ອົງ​ຕິດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ 174 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ປາ​ຖ​ນາ​ຄວາມ​ຊ່ອຍ​ໃຫ້​ພົ້ນ​ຈາກ​ພຣະ​ອົງ ຂ້າ​ພຣະ​ອົງ​ພົບ​ຄວາມ​ສຸກ​ໃນ​ພຣະ​ທັມ​ຂອງ​ພຣະ​ອົງ 175 ຂໍ​ພຣະ​ອົງ​ຊົງ​ປະ​ທານ​ຊີ​ວິດ​ໃຫ້​ແກ່​ຂ້າ​ພຣະ​ອົງ ເພື່ອ​ວ່າ​ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນ​ພຣະ​ອົງ ຂໍ​ໃຫ້​ຄຳ​ສອນ​ຂອງ​ພຣະ​ອົງ​ຊ່ອຍ​ເຫລືອ​ຂ້າ​ພຣະ​ອົງ​ດ້ວຍ 176 ຂ້າ​ພຣະ​ອົງທ່ອງ​ທ່ຽວ​ໄປ​ມາ​ເຫມືອນ​ດັ່ງ​ແກະ​ທີ່​ຫລົງ​ທາງ ສະ​ນັ້ນ​ຂໍ​ພຣະ​ອົງ​ຊົງ​ສະ​ເດັດ​ມາ​ຮັກ​ສາ​ຂ້າ​ພຣະ​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພາະ​ວ່າ​ຂ້າ​ ພຣະ​ອົງ​ບໍ່​ໄດ້​ປະ​ລະ​ກົດ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ

ເພງສັຣເສີນ 120

ການ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 ເມື່ອ​ຂ້າ​ພຣະອົງ​ຕົກ​ຢູ່​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ ຂ້າ​ພຣະ​ອົງ​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ກໍ​ຊົງ​ຕອບ​ຂ້າ​ພຣະ​ອົງ 2 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ຊ່ອຍ​ໃຫ້​ຂ້າ​ນ້ອຍ​ພົ້ນ​ຈາກ​ຄົນ​ຂີ້​ຕວົະ ແລະ​ຄົນ​ຫລອກ​ລວງ 3 ຄົນ​ຂີ້​ຕວົະ​ເອີຍ ພຣະ​ເຈົ້າ​ຈະ​ກະ​ທຳ​ປະ​ການ​ໃດ​ແກ່​ພວກ​ເຈົ້າ? ພຣະ​ອົງ​ຈະ​ຊົງ​ລົງ​ໂທດ​ພວກ​ເຈົ້າ​ຢ່າງ​ໃດ? 4 ພຣະ​ອົງ​ຈະ​ຊົງ​ລົງ​ໂທດ​ພວກ​ເຈົ້າ​ດ້ວຍ​ລູກ​ຫນ້າ​ທະ​ນູ​ອັນ​ແຫລມ​ຄົມ​ຂອງ​ທະ​ຫານ​ແລະ​ດ້ວຍ​ຖ່ານ​ໄຟ​ແດງ​ທີ່​ລຸກ​ຢູ່ 5 ການ​ທີ່​ອາ​ໄສ​ຢູ່​ກັບ​ພວກ​ເຈົ້າ​ນີ້​ກໍ​ຍາກ​ເທົ່າ​ກັບການ​ອາ​ໄສ​ຢູ່​ນຳ​ພວກ​ເມ​ເຊກ ຫລື​ຖ້າມ​ກາງ​ຊາວ​ເກ​ດາຣ໌ 6 ຂ້າ​ພຣະ​ອົງ​ໄດ້​ອາ​ໄສ​ຢູ່​ກັບ​ພວກ​ທີ່​ກຽດ​ຊັງ​ຄວາມ​ສ​ງົບ​ສຸກ​ເປັນ​ເວ​ລາ​ດົນ​ນານ​ແລ້ວ 7 ເມື່ອ​ຂ້າພຣະ​ອົງ​ເວົ້າ​ເຖິງ​ຄວາມ​ສ​ງົບ​ສຸກ ພວກ​ເຂົາ​ກໍ​ຢາກ​ກໍ່​ສົງ​ຄາມ​ຂຶ້ນ​ໂລດ

ເພງສັຣເສີນ 121

ພຣະ​ຜູ້​ຊົງຄຸ້ມ​ຄອງ​ພວກ​ເຮົາ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 ຂ້າ​ພະ​ເຈົ້າ​ຫລຽວ​ຂຶ້ນ​ໄປ​ເທິງພູ​​ທັງ​ຫລາຍ ເພື່ອ​ຢາກ​ຮູ້​ວ່າ​ການ​ຊ່ອຍ​ເຫລືອ​ນັ້ນ​ມາ​ແຕ່​ທາງ​ໃດ 2 ການ​ຊ່ອຍ​ເຫລືອ​ຂ້າ​ພະ​ເຈົ້າ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ ຊຶ່ງ​ເປັນ​ພຣະ​ຜູ້​ສ້າງຟ້າ​ສວັນ ​​ແລະ​ແຜ່ນ​ດິນ​ໂລກ 3 ຂໍ​ຢ່າ​ໃຫ້​ພຣະ​ອົງ​ຊົງ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ອ່ອນ​ແອ​ໄປ ຂໍ​ພຣະ​ອົງ​ຊົງ​ຄຸ້ມຄອງ​ຂ້າ​ພະ​ເຈົ້າ​ແລະ​ຢ່າ​ຊົງ​ນອນ​ຫລັບ​ໄປ 4 ແມ່ນ​ແລ້ວ​ຜູ້​ຄຸ້ມ​ຄອງ​ອິສຣາ​ເອນ​ບໍ່​ໄດ້​ເຊືອບ​ຫລັບ​ໄປ 5 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເຝົ້າ​ຮັກ​ສາ​ເຈົ້າ ພຣະ​ອົງ​ຈະ​ຊົງ​ຢູ່​ຄຽງ​ຂ້າງ​ເພື່ອ​ປ້ອງ​ກັນ​ເຈົ້າ ຕາ​ເວັນ​ຈະ​ບໍ່​ເປັນ​ອັນ​ຕະ​ຣາຍ​ແກ່​ເຈົ້າ​ໃນ​ເວ​ລາ​ກາງ​ຄືນ 6 ຕາ​ເວັນ​ຈະ​ບໍ່​ເປັນ​ອັນ​ຕະ​ຣາຍ​ແກ່​ເຈົ້າ​ໃນ​ເວ​ລາ​ກາງ​ເວັນ ດວງ​ເດືອນ​ຈະ​ບໍ່​ເປັນ​ອັນ​ຕະ​ຣາຍ​ແກ່​ເຈົ້າ​ໃນ​ເວ​ລາ​ກາງ​ຄືນ 7 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຄຸ້ມ​ຄອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ອັນຕະ​ຣາຍ​ທຸກ​ຢ່າງ ພຣະ​ອົງ​ຈະ​ຊົງ​ຊ່ອຍ​ເຈົ້າ​ໃຫ້​ປອ​ດ​ພັຍ 8 ນັບ​ແຕ່​ເວ​ລາ​ນີ້​ໄປ ເມື່ອ​ເຈົ້າ​ໄປໆ​ມາໆ ພຣະ​ອົງ​ຈະ​ຊົງ​ຄຸ້ມ​ຄອງ​ເຈົ້າ

ເພງສັຣເສີນ 122

ການ​ຍ້ອງຍໍ​ສໍ​ລະ​ເສີນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ບົດ​ເພງ​ໃຊ້​ແຫ່​ຂຶ້ນ ​ຂອງ​ດາ​ວິດ

1 ຂ້າ​ພະ​ເຈົ້າ​ມີ​ຄວາມ​ດີ​ໃຈ​ເມື່ອ​ຫມູ່​ເພື່ອນ​ຊວນ​ຂ້າ​ພະ​ເຈົ້າ​ວ່າ, “ຂໍ​ໃຫ້​ພວກ​ເຮົາ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 2 ແລະ​ດຽວ​ນີ້​ພວກ​ຂ້າ​ພຣະ​ອົງ​ກໍ​ມາ​ຮອດ​ບ່ອນ​ນີ້ ກຳ​ລັງ​ຢືນ​ຢູ່​ທາງ​ຂ້າງ​ໃນ​ປະ​ຕູ​ນະ​ຄອນ​ເຢ​ຣູ​ຊາ​ເລັມ 3 ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເປັນ​ເມືອງ​ທີ່​ສ້ອມ​ແຊມ​ຂຶ້ນ​ໃຫມ່​ຢ່າງ​ສວຍ​ງາມ​ແລະ​ແຫນ້ນ​ຫນາ​ດີ 4 ຊຶ່ງ​ເປັນ​ບ່ອນ​ທີ່​ພວກ​ຕະ​ກູນ​ອິສ​ຣາ​ເອນ​ຂຶ້ນ​ໄປ​ຢູ່​ຮ່ວມ​ກັນ ພວກ​ເຂົາ​ໄດ້​ພາ​ກັນ​ມາ​ເພື່ອ​ຖວາຍ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ສັ່ງ​ໄວ້​ແກ່​ພວກ​ເຂົາ 5 ບ່ອນ​ນີ້​ເປັນ​ສານ​ຕັດ​ສິນ ບ່ອນ​ທີ່​ເຈົ້າ​ຊີ​ວິດ​ຕັດ​ສິນ​ປະ​ຊາ​ຊົນ 6 ຂໍ​ໃຫ້​ອ້ອນວອນ​ເພື່ອ​ຄວາມ​ສ​ງົບ​ສຸກ​ຂອງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ດັ່ງ​ນີ້​ວ່າ ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ຮັກ​ເຈົ້າ​ຈົ່ງ​ມີ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ 7 ຂໍ​ໃຫ້​ພາຍ​ໃນ​ກຳ​ແພງ​ເມືອງ​ຂອງ​ເຈົ້າ​ຈົ່ງ​ມີ​ແຕ່​ຄວາມ​ສ​ງົ​ບ​ສຸກ ແລະ​ພາຍ​ໃນ​ວັງ​ຂອງ​ເຈົ້າ​ຈົ່ງ​ມີ​ແຕ່​ຄວາມ​ປອດ​ພັຍ 8 ເພື່ອ​ເຫັນ​ແກ່​ຫມູ່​ເພື່ອນ​ແລະ​ມິດ​ສະ​ຫາຍ ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ນະ​ຄອນ​ເຢຣູ​ຊາ​ເລັມ​ວ່າ, “ຄວາມ​ສ​ງົບ​ສຸກ​ຈົ່ງ​ມີ​ແກ່​ເຈົ້າ” 9 ເພື່ອ​ເຫັນ​ແກ່​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ ຂ້າ​ພະ​ເຈົ້າ​ຂໍ​ອ້ອນວອນ​ເພື່ອ​ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ຂອງ​ເຈົ້າ

ເພງສັຣເສີນ 123

ຄຳ​ອ້ອນວອນ​ຂໍ​ປະ​ທານ​ຄວາມ​ກະ​ຣຸ​ນາ​ປາ​ນີ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 ຂ້າ​ແດ່​ພຣະ​ອົງ​ຜູ້​ປະ​ທັບ​ໃນ​ຟ້າ​ສວັນ ຂ້າ​ພຣະ​ອົງ​ເງີຍ​ຫນ້າ​ດູ​ພຣະ​ອົງ 2 ດູ​ເຖີດ ຕາ​ຂອງ​ຜູ້​ຮັບ​ໃຊ້​ມອງເບິ່ງ​ມື​ນາຍ​ຂອງ​ຕົນ​ສັນ​ໃດ ແລະ​ຕາ​ຂອງ​ສາວ​ໃຊ້ມອງ​ເບິ່ງ​ມື​ນາຍ​ຍິງ​ຂອງ​ຕົນ​ສັນ​ໃດ ຕາ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ ມອງ​ເບິ່ງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍຈົນ​ກວ່າ​ພຣະ​ອົງ​ຈະ​ມີ​ພຣະ​ກະ​ຣຸ​ນາ​ຕໍ່​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ສັນ​ນັ້ນ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ພຣະ​ກະ​ຣຸ​ນາ​ຕໍ່​ພວກ​ຂ້າ​ພຣະ​ອົງ ຂໍ​ຊົງ​ພຣະ​ກະ​ຣຸ​ນາ​ຕໍ່​ພວກ​ຂ້າ​ພຣະ​ອົງ​ເຖີດ​ພຣະ​ເຈົ້າ​ຂ້າ ເພາະ​ພວກ​ຂ້າ​ພຣະ​ອົງ​ເອື່ອມ​ລະ​ອາ​ຄວາມ​ຫມິ່ນ​ປະ​ຫມາດ 4 ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ເອື່ອມ​ລະ​ອາ​ການ​ເຍີ້ຍ​ຫຍັນ​ຂອງ​ຄົນ​ຢູ່​ສະ​ບາຍ ຄື​ການ​ຫມິ່ນ​ປະ​ຫມາ​ດຂອງ​ຄົນ​ຈອງ​ຫອງ

ເພງສັຣເສີນ 124

ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ໄພ​ຂອງ​ອິສ​ຣາ​ເອນ ບົດ​ເພງ​ໃຊ້​ແຫ່​ຂຶ້ນ ຂອງ​ດາ​ວິດ

1 ຖ້າ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ສະ​ຖິດ​ຄຽງ​ຂ້າງ​ພວ​ກ​ເຮົາ ຂໍ​ໃຫ້​ອິສ​ຣາ​ເອນ​ກ່າວ​ວ່າ, 2 “ຖ້າ​ພຣະ​ເຈົ້າ​ບໍ່​ຊົງ​ສະ​ຖິດ​ຄຽງ​ຂ້າງ​ພວກ​ເຮົາ ເມື່ອ​ພວກ​ສັດ​ຕຣູ​ມາ​ໂຈມ​ຕີ 3 ເຂົາ​ກໍ​ຈະ​ກືນ​ກິນ​ເຮົາ​ທັງ​ເປັນ ເມື່ອ​ຄວາມ​ຄຽດ​ແຄ້ນຂອງ​ເຂົາ​ພຸ່ງ​ຂຶ້ນ​ຕໍ່​ເຮົາ 4 ແລ້ວ​ກະ​ແສ​ນ້ຳມາກ​ກໍ​ຈະ​ໄຫລ​ພັດ​ພວກ​ເຮົາ​ອອກ​ໄປ ເຮົາ​ກໍ​ຕ້ອງ​ຈົ​ມ​ລົງ​ໄປ​ໃນ​ນ້ຳ 5 ແລະ​ກະ​ແສ​ນ້ຳ​ທີ່​ແຮງ​ກໍ​ໄຫລ​ຖ້ວມ​ພວກ​ເຮົາ 6 ຂໍ​ໃຫ້​ພວກ​ເຮົາ​ຂອ​ບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ຜູ້ທີ່​ບໍ່​ຊົງ​ອະ​ນຸ​ຍາດ​ໃຫ້​ສັ​ດ​ຕຣູ​ທຳ​ລາຍ​ເຮົາ 7 ເຣົາ​ໄດ້​ປົບ​ຫນີ​ໄປ​ເຫມືອນ​ນົກ​ທີ່​ຫລຸດ​ຫນີ​ຈາກ​ບ້ວງ​ແຮ້ວ ບ້ວງ​ແຮ້ວ​ໄດ້​ຂາດ​ໄປ​ແລະ​ເຮົາ​ກໍ​ໄດ້​ເປັນ​ອິສ​ຣະ 8 ການ​ຊົດ​ຊ່ອຍ​ຂອງ​​ເຮົາ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ເປັນ​ພຣະ​ຜູ້​ສ້າງ​ຟ້າສວັນ​ແລະ​ໂລກ

ເພງສັຣເສີນ 125

ພຣະ​ເຈົ້າ​ຊົງ​ຢູ່​ຮອບ​ຊົນ​ຊາດ​ຂອງ​ພຣະ​ອົງ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 ບັນ​ດາ​ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ເຈົ້າ​ກໍ​ເຫມືອນ​ພູ​​ຊີ​ໂອນຊຶ່ງ​ບໍ່​ຫວັ່ນ​ໄຫວ ແຕ່​ດຳ​ຣົງ​ຢູ່​ເປັນ​ນິດ 2 ພູ​​ຢູ່​ຮອບ​ເຢ​ຣູ​ຊາເລັມສັນ​ໃດ ພຣະ​ເຈົ້າ​ຊົງ​ຢູ່​ຮອບ​ປະ​ຊາ​ກອນ​ຂອງ​ພຣະ​ອົງ ຕັ້ງ​ແຕ່​ເວ​ລາ​ນີ້​ສືບ​ຕໍ່​ໄປ​ເປັນ​ນິດ​ສັນ​ນັ້ນ 3 ເພາະ​ຄະ​ທາ​(ກະ​ບອງ)ຂອງ​ຄວາມອະ​ທັມ​ຈະ​ບໍ່​ພັກ​ຢູ່​ເຫນືອ​ແຜ່ນ​ດີນ​ທີ່​ຕົກ​ເປັນ​ສ່ວນ​ຂອງ​ຄົນ​ຊອບ​ທັມ ຢ້ານ​ວ່າ​ຄົນ​ຊອບ​ທັມ​​ຈະ​ຍື່ນ​ມື​ອອກກທຳຄວາມຜິດ​ 4 ຂ້າ​ແດ່​ພຣະ​ຜູ້ເປັນ​ເຈົ້າ ຂໍ​ຊົງ​ປະ​ກອບ​ການ​ດີ​ຕໍ່​ຜູ້​ທຳ​ດີ ແລະ​ຕໍ່​ຜູ້​ທ່ຽງ​ທັມ​ໃນ​ຈິດ​ໃຈ​ຂອງ​ເຂົາ 5 ແຕ່​ບັນ​ດາ​ຜູ້​ທີ່​ຫັນ​ເຂົ້າ​ຫາ​ທາງ​ຄົດ​ຂອງ​ເຂົາ ພຣະ​ເຈົ້າ​ຈະ​ຊົງ​ພາ​ເຂົາ​ໄປ​ພ້ອມ​ກັບ​ຄົນ​ທຳ​ຊົ່ວ ຂໍ​ສັນ​ຕິ​ພາບ​ຈົ່ງ​ມີ​ຢູ່​ໃນ​ອິສ​ຣາເອນ

ເພງສັຣເສີນ 126

ການ​ອ້ອນວອນ​ເມື່ອ​ຖືກ​ປົດ​ປ່ອຍ ບົດ​ເພງ​ໃຊ້ແຫ່​ຂຶ້ນ

1 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ຊີ​ໂອນ​ກັບ​ຄືນສູ່​ສະ​ພາບ​ດີ ເຮົາ​ກໍ​ເປັນ​ເຫມືອນ​ຄົນ​ທີ່​ຝັນ​ໄປ 2 ປາກ​ຂອງເຮົາ​ໄດ້​ຫົວ ແລະລີ້ນ​ຂອງ​ເຮົາ​ໄດ້​ເປັ່ງ​ສຽງ​ໂຮ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ທີ່​ສຸດ ແລ້ວ​ເຂົາ​ໄດ້​ເວົ້າ​ກັນ​ຖ້າມ​ກາງ​ປະ​ຊາ​ຊາ​ດວ່າ, “ພຣະ​ເຈົ້າ​ຊົງ​ກະ​ທຳ​ການ​ຍິ່ງ​ໃຫຍ່​ໃຫ້​ເຂົາ” 3 ພຣະ​ອົງ​ຊົງ​ກະ​ທຳ​ການ​ຍິ່ງ​ໃຫຍ່​ໃຫ້​ເຮົາ ເຮົາ​ມີ​ຄວາມ​ຍິນ​ດີ 4 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ກັບ​ຄືນ​ສູ່​ສະ​ພາບ​ດີ​ຢ່າງ​ທາງ​ນ້ຳ​ໄຫລ​ທີ່​ໃນ​ເນ​ເກັບ 5 ຂໍ​ໃຫ້​ຜູ້​ທີ່​ຮ້ອງ​ໄຫ້​ເສັຽ​ໃຈ​ໃນ​ຂ​ນະ​ທີ່​ເຂົາ​ປູກ​ຝັງ​ນັ້ນ​ໄດ້​ກ່ຽວເຂົ້າ ​ດ້ວຍ​ສຽງ​ໂຮ່​ຮ້ອງ​ຢ່າງ​ຊື່ນ​ບານ 6 ຜູ້​ທີ່​ຮ້ອງ​ໄຫ້​ອອກ​ໄປ​ຫອບ​ຫິ້ວ​ເມັດ​ພືດ​ເພື່ອ​ຈະ​ຫວ່ານ​ຈະ​ກັບ​ບ້ານ ດ້ວຍ​ສຽງ​ໂຮ່​ຮ້ອງ​ຢ່າງ​ຊື່ນ​ບານ​ນຳ​ຟ່ອນ​ເຂົ້າ​ຂອງ​ຕົນ​ມາ​ດ້ວຍ

ເພງສັຣເສີນ 127

ການ​ສັຣເສີນ​ຄວາມ​ດີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ບົດ​ເພງ​ໃຊ້​ແຫ່​ຂຶ້ນ ຂອງ​ໂຊ​ໂລ​ໂມນ

1 ວຽກ​ການ​ຂອງ​ຄົນ​ກໍ່​ສ້າງ​ເຮືອນ​ກໍ​ໄຮ້​ປ​ໂຍດ ຖ້າ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ເປັນ​ຜູ້​ຊົງ​ສ້າງ ທະ​ຫານ​ຢືນ​ຍາມ​ກໍ​ໄຮ້​ປ​ໂຍດ ຖ້າ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຊົງ​ປ້ອງ​ກັນ​ບ້ານ​ເມືອງ​ໄວ້ 2 ການ​ເຮັດ​ວຽກ​ຫນັກ​ເພື່ອ​ລ້ຽງ​ຊີ​ວິດ ຄື​ໃຜ​ນອນ​ເດີກ​ລຸກ​ເຊົ້າ​ກໍ​ໄຮ້​ປ​ໂຍດ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ການ​ພັກ​ຜ່ອນ​ໃຫ້​ແກ່​ຜູ້​ທີ່​ພຣະ​ອົງ​ຊົງ​ຮັກ 3 ເດັກ​ນ້ອຍ​ທັງ​ຫລາຍ​ເປັນ​ພຣະ​ພອນ​ອັນ​ແທ້​ຈິງ​ທີ່​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້ 4 ຜູ້​ທີ່​ມີ​ລູກ​ເມື່ອ​ຕົນ​ຍັງ​ຫນຸ່ມ​ກໍ​ມີ​ປ​ໂຍດ​ຫລາຍ​ເຫມືອນ​ທະ​ຫານ​ທີ່​ມີ​ລູກ​ທະ​ນູ​ຫລາຍ​ລູກ​ໃນ​ກຳ​ມື 5 ຜູ້ນັ້ນ​ຈະ​ມີ​ຄວາມ​ສຸກ ເມື່ອ​ເຂົາ​ປະ​ເຊີນ​ຫນ້າ​ກັບ​ສັດ​ຕູ​ທັງ​ຫລາຍ​ໃນ​ສານ​ຕັດ​ສິນ ເຂົາ​ຈະ​ບໍ່​ຜ່າຍ​ແພ້​ຈັກ​ເທື່ອ

ເພງສັຣເສີນ 128

ພຣະ​ພອນ​ໄດ້​ແກ່​ຜູ້​ທີ່​ຢຳ​ເກງ​ພຣະ​ເຈົ້າ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 ທຸກ​ຄົນ​ທີ່​ຢ້ານ​ຢຳ​ພຣະ​ເຈົ້າ​ກໍ​ເປັນ​ສຸກ ຄື​ຜູ້​ດຳ​ເນີນ​ໃນ​ທາງ​ຂອງ​ພຣະ​ອົງ 2 ເມື່ອ​ທ່ານ​ກິນ​ຜົນ​ນ້ຳ​ມື​ຂອງ​ທ່ານ ທ່ານ​ຈະ​ເປັນ​ສຸກ ແລະ​ທ່ານ​ຈະ​ຈຳເຣີ​ນ 3 ເມັ​ຽຂອງ​ທ່ານ​ຈະ​ເປັນ​ຢ່າງ​ເຄືອ​ອະ​ງຸ່ນ​ລູກ​ດົກຢູ່ພາຍ​ໃນ​ເຮືອນ​ຂອງ​ທ່ານ ລູກໆ​ຂອງ​ທ່ານ​ຈະ​ເປັນ​ເຫມືອນ​ຫນໍ່​ຫມາກກອກ​ເທດ 4 ດັ່ງ​ນີ້​ແຫລະ ຄົນ​ທີ່​ຢຳ​ເກງ​ພຣະ​ເຈົ້າ​ຈະ​ໄດ້​ຮັບ​ພອນ 5 ຂໍ​ພຣະ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ທ່ານ​ຈາກ​ຊີ​ໂອນ ຂໍ​​ໃຫ້​ທ່ານ​ເຫັນ​ຄວາມ​ຈະ​ເຣີນ​ຂອງ​ເຢ​ຣູ​ຊາ​ເລັມຕລອດ​ວັນ​ເວ​ລາ​ຊີ​ວິດ​ຂອງ​ທ່ານ 6 ຂໍ​ໃຫ້​ທ່ານ​ເຫັນ​ແກ່​ລູກ​ຫລານ​ຂອງ​ທ່ານ ຂໍ​ໃຫ້​ສັນ​ຕິ​ພາບ​ມີ​ຢູ່​ໃນ​ອິສ​ຣາ​ເອນ

ເພງສັຣເສີນ 129

ຄຳ​ອ້ອນວອນ​ຂໍ​ຊົງ​ຄວ່ຳ​ສັດ​ຕຣູ​ຂອງ​ຊີ​ໂອນ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 “ເຂົາ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ທຸກ​ຍາກ​ຢ່າງ​ຫນັກ​ ຕັ້ງ​ແຕ່​ຫນຸ່ມໆ​ມາ ໃຫ້​ອິສ​ຣາ​ເອນ​ກ່າວ​ເຖີດ​ວ່າ 2 “ເຂົາ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ທຸກ​ຍາກ​ຢ່າງ​ຫນັກ​ຕັ້ງແຕ່​ຫນຸ່ມໆ​ມາ​ ແຕ່ເຂົາ​ຍັງ​ເອົາ​ຊະນະ​ຂ້າ​ພະ​ເຈົ້າ​ບໍ່​ໄດ້ 3 ຄົນ​ທີ່​ໄຖ​ກໍ​ໄຖ​ເທິງ​ຫລັງ​ຂ້າ​ພະ​ເຈົ້າ ເຂົາ​ທຳ​ຮອຍ​ໄຖ​ຂອງ​ເຂົາ​ໃຫ້​ຍາວ” 4 ພຣະ​ເຈົ້າ​ຊອບ​ທັມ ພຣະ​ອົງ​ຊົງ​ຕັດ​ເຄື່ອງ​ຈຳ​ຈອງ​ຂອງ​ຄົນ​ອະ​ທັມ 5 ຂໍ​ໃຫ້​ບັນ​ດາ​ຜູ້​ທີ່​ກຽດ​ຊັງ​ຊີ​ໂອນ​ໄດ້​ຂາຍ​ຫນ້າ ແລະ​ຕ້ອງ​ຖອຍ​ກັບ​ຄືນ​ໄປ 6 ໃຫ້​ເຂົາ​ເປັນ​ເຫມືອນ​ຫຍ້າ​ທີ່ງອກ​ເທິງ​ຫລັງ​ຄາ​ເຮືອນ​ຊຶ່ງ​ຫ່ຽວ​ແຫ້ງ​ໄປ​ກ່ອນ​ມັນ​ໃຫຍ່​ຂຶ້ນ 7 ຊຶ່ງ​ຄົນ​ກ່ຽ​ວ​ບໍ່​ເກັບ​ໃສ່​ມື ຫລື​ຄົນ​ທີ່​ມັດ​ຟ່ອນ​ບໍ່​ເກັບ​ໄວ້​ທີ່​ເອີກ​ຂອງ​ເຂົາ 8 ທັງ​ໃຫ້​ຄົນ​ທີ່​ຜ່ານ​ໄປ​ບໍ່​ເວົ້າ​ວ່າ, “ຂໍ​ພຣະ​ພອນ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ທ່ານ​ທັງ​ຫລາຍ ເຮົາ​ອວຍ​ພອນ​ທ່ານ​ທັງ​ຫລາຍ​ໃນ​ພຣະ​ນາມ​ພຣະ​ເຈົ້າ”

ເພງສັຣເສີນ 130

ການ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ ບົດ​ເພງ​ໃຊ້​ແຫ່​ຂຶ້ນ​

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ຂ້າ​ພຣະ​ອົງ​ຂາດ​ຄວາມ​ຫວັງ ຂ້າ​ພຣະ​ອົງ​ຮ້ອງ​ຫາ​ພຣະ​ອົງ 2 ຂໍ​ຟັງ​ສຽງ​ຮ້ອງ​ຂໍ​ຂອງ​ຂ້າ​ພຣະ​ອົງ ແລະ​ຮັບ​ຟັງ​ຂ້າ​ພຣະ​ອົງ​ທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ດ້ວຍ 3 ຖ້າ​ພຣະ​ອົງ​ຊົງ​ບັນ​ທຶກ​ຄວາມ​ບາບ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄວ້ ແມ່ນ​ໃຜ​ໃນ​ຂ້າ​ພຣະ​ອົງ​ສາ​ມາດ​ຫນີ​ພົ້ນ​ຈາກ​ການ​ລົງ​ໂທດ​ນີ້​ໄດ້? 4 ແຕ່​ວ່າ​ພຣະ​ອົງ​ຊົງ​ໃຫ້​ອະ​ໄພ​ແກ່​ຂ້າ​ພຣະ​ອົງ ເພື່ອ​ຂ້າ​ພຣະ​ອົງ​ຈະ​ຢຳ​ເກງ​ພຣະ​ອົງ 5 ຂ້າ​ພຣະ​ອົງ​ຄອງ​ຄອຍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ອົ​ກ​ສຸດ​ໃຈ ແລະ​ຂ້າ​ພຣະ​ອົງ​ເຊື່ອ​ໃນ​ພຣະ​ທັມ​ຂອງ​ພຣະ​ອົງ 6 ຂ້າ​ພຣະ​ອົງ​ຄອງ​ຄອຍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຮ້ອນ​ຮົນ​ຍິ່ງ​ກວ່າ​ຜູ້​ເຝົ້າ​ຍາມ​ທີ່​ຄອຍ​ຖ້າ​ຢາກ​ໃຫ້​ແຈ້ງ 7 ອິສ​ຣາ​ເອນ​ເອີຍ ຈົ່ງ​ເຊື່ອ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຊົງ​ຫມັ້ນ​ຄົງ ແລະ​ພຣະ​ອົງ​ຊົງ​ຕັ້ງ​ພຣະ​ທັຍ​ຊ່ອຍ​ໃຫ້​ພົ້ນ​ພັຍ​ຢູ່​ທຸກ​ເວ​​ລາ 8 ພຣະ​ອົງ​ຊົງ​ຊ່ອຍ​ອິສ​ຣາ​ເອນ​ທີ່​ເປັນ​ໄພ່​ພົນ​ຂອງພຣະ​ອົງ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ​ທຸກ​ຢ່າງ​ຂອງ​ເຂົາ

ເພງສັຣເສີນ 131

ພັກ​ສ​ງົບ​ຢ່າງ​ເດັກ​ນ້ອຍ​ໃນ​ພຣະ​ເຈົ້າ ບົດ​ເພງ​ໃຊ້​ແຫ່​ຂຶ້ນ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ບໍ່​ໄດ້​ໂອ້ອວດ ແລະ​ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ບໍ່​ໄດ້​ຍິ່ງ​ຈອງ​ຫອງ ຂ້າ​ພຣະ​ອົງ​ບໍ່​ໄດ້​ໄປ​ຫຍຸ້ງກັບ​ເຣື່ອງ​ໃຫຍ່ ຫລື​ເຣື່ອງ​ອັດ​ສະ​ຈັນ​ເກີນ​ຕົວ​ຂອງ​ຂ້າ​ພຣະ​ອົງ 2 ແຕ່​ຂ້າ​ພຣະ​ອົງ​ໄດ້​ສ​ງົບ​ແລະ​ລະ​ງັ​ບ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ຢ່າງ​ເດັກ​ທີ່​ຢ່າ​ນົມແລ້ວ​ສ​ງົບ​ຢູ່​ທີ່​ເອີກ​ມານ​ດາ​ຂອງ​ຕົນຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ສ​ງົບ​ຢູ່​ພາຍ​ໃນ​ຂ້າ​ພຣະ​ອົງ​ເຫມືອນ​ຢ່າງ​ເດັກ​ທີ່​ຢ່າ​ນົມ​ແລ້ວ 3 ອິສ​ຣາ​ເອນ​ເອີຍ ຈົ່ງ​ຫວັງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ຕັ້ງ​ແຕ່​​ບັດ​ນີ້​ສືບ​ໄປ​ເປັນ​ນິດ

ເພງສັຣເສີນ 132

ການ​ສັຣ​ເສີນ​ໃນ​ສະ​ຖານ​ທີ່​ນະ​ມັ​ສ​ການ​ພຣະ​ເຈົ້າ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຢ່າ​ຊົງ​ຫລົງ​ລືມ​ກະ​ສັດ​ດາ​ວິດ ແລະ​ວຽກ​ການ​ທຸກ​ຢ່າງ​ທີ່​ທ່ານ​ໄດ້​ເຮັດ​ມາ 2 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ແລະ​ຄຳ​ສາ​ບານ​ທີ່​ທ່ານ​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຂອງ​ຢາ​ໂຄບ​ວ່າ 3 ຂ້າ​ພຣະ​ອົງ​ຈະ​ບໍ່​ເຂົ້າ​ໄປ​ໃນ​ເຮືອນ​ຫລື​ເຂົ້າ​ໄປ​ນອນ 4 ຂ້າ​ພຣະ​ອົງ​ຈະ​ບໍ່​ພັກ​ຜ່ອນ​ຫລື​ນອນ​ຫລັບ 5 ຈົນ​ກວ່າ​ຂ້າ​ພຣະ​ອົງ​ໄດ້​ຈັດ​ຕຽມ​ບ່ອນ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ທີ່​ປະ​ທັບ​ສຳ​ລັບ​ພຣະ​ເຈົ້າ​ອົງ​ຊົງ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຂອງ​ຢາ​ໂຄບ 6 ເຮົາໄດ້​ຍິນ​ເຖິງ​ເຣື່ອງ​ຫີບຄຳ​ສັນ​ຍາ​ຢູ່​ເອ​ຟ​ຣາ​ທາ​ແລະ​ໄດ້​ພົບ​ຫີບ​ນີ້​ຢູ່​ໃນ​ທົ່ງ​ຫຍ້າ​ຢາ​ອາຣ໌ 7 “ໃຫ້​ເຮົາ​ໄປ​ຍັງ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ໃຫ້​ເຣົາ​ນະ​ມັ​ສ​ການ​ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ” 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ລຸກ​ຂຶ້ນສະ​ເດັດ​ໄປ​ຍັງ​ທີ່​ບ່ອນ​ພັກ​ຜ່ອນ​ຂອງ​ພຣະ​ອົງ ທັງ​ພຣະ​ອົງ​ແລະ​ຫີບ​ແຫ່ງ​ຄຳ​ສັນ​ຍາ ຊຶ່ງ​ເປັນ​ສັນ​ຍາ​ລັກ​ແຫ່ງ​ອຳ​ນາດ​ຂອງ​ພຣະ​ອົງ 9 ຂໍ​ໃຫ້​ປະ​ໂຣ​ຫິດ​ຂອງ​ພຣະ​ອົງ​ປະ​ກອບ​ດ້ວຍ​ຄວາມ​ຊອບ​ທັມ ແລະ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ໂຮ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ 10 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ສັນ​ຍາ​ກັບ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຂໍ​ພຣະ​ອົງ​ຢ່າ​ຊົງ​ປະ​ຕິ​ເສດ​ເຈົ້າ​ຊີ​ວິດ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ 11 ພຣະ​ອົງ​ຊົງ​ສັນ​ຍາ​ຢ່າງ​ຫມັ້ນ​ຄົງ​ຕໍ່​ດາ​ວິດ​ວ່າ, “ພາຍ​ຫລັງ​ເຈົ້າ​ນີ້ ເຮົາ​ຈະ​ແຕ່ງ​ຕັ້ງ​ລູກ​ຊາຍ​ຂອງ​ເຈົ້າ​ໃຫ້​ຂຶ້ນ​ປົກ​ຄອງ 12 ຖ້າ​ວ່າ​ລູກ​ຫລານ​ຂອງ​ເຈົ້າ​ສັດ​ຊື່​ຕໍ່​ຄຳ​ຫມັ້ນ​ສັນຍາ​ຂອງ​ເຮົາ ແລະ​ຂໍ້​ຄຳ​ສັ່ງ​ທີ່​ເຮົາ​ໄດ້​ໃຫ້​ແກ່​ເຂົາ ບັນ​ດາ​ລູກ​ຊາຍ​ຂອງ​ເຂົາ​ຈະ​ເປັນ​ເຈົ້າ​ຊີ​ວິດ​ປົກ​ຄອງ​ເຫມືອນ​ເຈົ້າ​ສືບ​ຕໍ່​ກັນ​ໄປ” ພຣະ​ອົງ​ຈະ​ບໍ່​ຖອນ​ຄຳ​ສັນ​ຍາ​ນີ້​ຄືນ 13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ເມືອງ​ຊີ​ໂອນ​ໄວ້ ພຣະ​ອົງ​ມີ​ພຣະ​ປະ​ສົງ​ສ້າງ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ໄວ້​ທີ່​ນັ້ນ ຄື​ພຣະ​ອົງ​ຊົງ​ກ່າວ​ວ່າ, 14 “ນີ້​ແມ່ນ​ບ່ອນ​ທີ່​ເຮົາ​ຢາກ​ຢູ່ ແລະ​ເປັນ​ບ່ອນ​ທີ່​ເຣົາ​ຢາກ​ປົກ​ຄອງ​ຕລອດ​ໄປ 15 ເຮົາ​ຈະ​ຈັດ​ຕຽມ​ເມືອງ​ຊີ​ໂອນ​ນີ້​ໄວ້​ໃຫ້​ມັ່ງ​ຄັ່ງ​ສົມ​ບູນ ເຮົາ​ຈະ​ເອົາ​ສະ​ບຽງ​ອາ​ຫານ​ໃຫ້​ຄົນ​ທຸກ​ຍາກ​ໃນ​ເມືອງ​ນີ້ 16 ເຮົາ​ຈະ​ໃຫ້​ປະ​ໂຣ​ຫິດ​ຂອງ​ເມືອງ​ນີ້​ປະ​ກາດ​ວ່າ ເຮົາ​ເປັນ​ຜູ້​ຊ່ອຍ​ໃຫ້​ພົ້ນ​ພັຍ ແລ້ວ​ປະ​ຊາ​ຊົນ​ຈະ​ຮ້ອງ​ເພງ ໂຮ່​ຮ້ອງ​ດ້ວຍ​ຄວາມ​ຍິນດີ 17 ໃນ​ເມືອງ​ນີ້​ເຮົາຈະ​ແຕ່ງ​ຕັ້ງ​ຜູ້ນຶ່ງ​ໃນ​ເຊື້ອ​ສາຍ​ຂອງ​ດາ​ວິດເປັນ​ເຈົ້າ​ຊີ​ວິດ​ອົງ​ຍິ່ງ​ໃຫຍ່ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ຊີ​ວິດ​ອົງ​ນີ້​ເປັນ​ຜູ້​ປົກ​ຄອງ 18 ເຣົາ​ຈະ​ທຳ​ໃຫ້​ສັດ​ຕຣູ​ຂອງ​ທ່ານ​ໄດ້​ຮັບ​ຄວາມອັບ​ອາຍ ແຕ່​ວ່າ​ຣາ​ຊ​ອາ​ນາ​ຈັກ​ຂອງ​ທ່ານ​ຈະ​ຮຸ່ງ​ເຮືອງ​ແລະ​ມັ່ງ​ຄັ່ງ​ສົມ​ບູນ”

ເພງສັຣເສີນ 133

ພຣະ​ພອນ​ແຫ່ງ​ການ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 ເບິ່ງ​ແມ໋, ຊຶ່ງ​ພີ່​ນ້ອງ​ອາ​ໄສ​ຢູ່​ດ້ວຍ​ກັນ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວກັນ ກໍ​ເປັນ​ການ​ດີ​ແລະ​ຫນ້າ​ຊື່ນ​ໃຈ​ຫລາຍ​ເທົ່າ​ໃດ 2 ເຫ​ມືອນ​ນ້ຳ​ມັນ​ປະ​ເສິດ​ຢູ່​ເທິງ​ຫົວ​ໄຫລ​ອາ​ບ​ລົງ​ມາ​ເທິງ​ຫນວດ​ເຄົາ ເທິງ​ຫນວດ​ເຄົາ​ຂອງ​ອາ​ໂຣນ ໄຫລ​ອາບ​ລົງ​ມາ​ເທິງ​ຄໍ​ເສື້ອ​ຂອງ​ທ່ານ 3 ເຫມືອນ​ນ້ຳ​ຄ້າງ​ຂອງ​ພູ​ເຮີ​ໂມນ​ຊຶ່ງ​ຕົກ​ລົງ​ເທິງ​ເນີນ​ເຂົາ​ຊີ​ໂອນ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ບັງ​ຄັບ​ບັນ​ຊາ​ພຣະ​ພອນ​ທີ່​ນັ້ນ ຄື​ຊີ​ວິດ​ຈຳ​ເຣີນ​ເປັນ​ນິດ

ເພງສັຣເສີນ 134

ຄຳ​ເຕືອນ​ຄົນ​ຢູ່​ຍາມ​ກາງ​ຄືນ ບົດ​ເພງ​ໃຊ້​ແຫ່​ຂຶ້ນ

1 ມາ​ເຖີດ ມາ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບັນ​ດາ​ທ່ານ​ຜູ້​ຮັບ​ໃຊ້​ທັງ​ສິ້ນ​ຂອງ​ພຣະ​ເຈົ້າ ຜູ້​ຢືນ​ຢູ່​ໃນ​ພຣະ​ຜາ​ສາດ​ຂອງ​ພຣະ​ເຈົ້າ​ໃນ​ກາງ​ຄືນ 2 ຈົ່ງ​ຍົກ​ມື​ຂອງ​ທ່ານ​ຂຶ້ນ​​ຕໍ່​ສະ​ຖານ​ນະ​ມັ​ສ​ການ ແລະ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ເຈົ້າ 3 ຂໍ​ພຣະ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ທ່ານ​ຈາກ​ຊີ​ໂອນ ຄື​ພຣະ​ອົງ​ຜູ້​ຊົງ​ສ້າງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ

ເພງສັຣເສີນ 135

ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ແລະ​ຄວາມ​ ໄຮ້​ປ​ໂຍດ​ຂອງ​ຮູບ​ເຄົາ​ຣົບ

1 ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ ຈົ່ງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ເອີຍ ຈົ່ງ​ຖວາຍ​ສັຣເສີນ 2 ທ່ານ​ທີ່​ຢືນ​ຢູ່​ໃນ​ພຣະ​ຜາ​ສາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ໃນ​ບໍ​ຣິ​ເວນ​ພຣະ​ຜາ​ສາດ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ 3 ຈົ່ງ​ສັຣ​ເສີນ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ເຈົ້າ​ປະ​ເສີດ ຈົ່ງ​ຮ້ອງ​ເພງ​ຖວາຍ​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ພຣະ​ເມດ​ຕາ 4 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ຢາ​ໂຄບ​ໄວ້​ສຳ​ລັບ​ພຣະ​ອົງ​ເອງ ເລືອກ​ອິສ​ຣາ​ເອນ​ໄວ້​ເປັນ​ກຳ​ມະ​ສິດ​ຂອງ​ພຣະ​ອົງ 5 ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ເຈົ້າ​ຍິ່ງ​ໃຫຍ່ ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ຍິ່ງ​ໃຫຍ່​ກ​ວ່າ​ພຣະ​ອື່ນ​ທັງ​ຫ​ລາຍ 6 ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ທັຍ​ສິ່ງ​ໃດ ພຣະ​ອົງ​ກໍ​ຊົງ​ກະ​ທຳ​ ໃນ​ຟ້າ​ສວັນ​ແລະ​ເທິງ​ແຜ່ນ​ດິນໂລ​ກ ໃນ​ທະ​ເລ​ແລະ​ທີ່​ນ້ຳ​ເລີກ​ທັງ​ສິ້ນ 7 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ເມກ​ລອຍຂຶ້ນ​ມາ​ຈາກ​ທີ່​ສຸດ​ປາຍ​ແຜ່ນ​ດິນໂລກ ຜູ້​ຊົງ​ກະ​ທຳ​ຟ້າ​ແລບ​ໃຫ້​ແກ່​ຝົນ ແລະ​ຊົງ​ນຳ​ລົມ​ອອກ​ມາ​ຈາກ​ຄັງ​ຂອງ​ພຣະ​ອົງ 8 ພຣະ​ອົງ​ຄື​ຜູ້​ຊົງ​ສັງ​ຫານ​ລູກ​ຫົວ​ປີ​ຂອງ​ເອ​ຢິບ ທັງ​ຂອງ​ຄົນ​ແລະ​ຂອງ​ສັດ 9 ເອ​ຢິບ​ເອີຍ ຜູ້​ຊົງ​ໃຫ້​ຫມາຍ​ສຳ​ຄັນ ແລະ​ການ​ອັດ​ສະ​ຈັນ​ຖ້າມ​ກາງ​ເຈົ້າ ໃຫ້​ຕໍ່​ສູ້​ກັບ​ຟາ​ຣາ​ໂອ ​ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອ​ງ​ທ່ານ 10 ພຣະ​ອົງ​ຄື​ຜູ້ຊົງ​ຕີ​ປະ​ຊາ​ຊາດ​ເປັນ​ຈຳ​ນວນ​ຫລາຍ ແລະ​ຊົງ​ສັງ​ຫານ​ກະ​ສັດ​ຜູ້​ຊົງ​ຣິດ 11 ຄື​ຊີ​ໂຮນ ພຣະ​ຣາ​ຊາ​ຂອງ​ຄົນ​ອາ​ໂມ​ເລກ ແ​ລະ​ໂອກ​ ພຣະ​ຣາ​ຊາ​ຂອງ​ບາ​ຊານ ແລະ​ບັນ​ດາ​ຣາ​ຊອາ​ນາຈັກ​ແຫ່ງ​ກາ​ນາ​ອານ 12 ແລະ​ປະ​ທານ​ແຜ່ນ​ດິນ​ຂອງ​ເຂົາ​ທັງ​ຫລາຍ​ໃຫ້​ເປັນ​ມໍ​ຣະ​ດົກ ເປັນ​ມໍ​ຣະ​ດົກ​ແກ່ອິສ​ຣາ​ເອນ ປະ​ຊາ​ກອນ​ຂອງ​ພຣະ​ອົງ 13 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ນາມ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ນາມ​ເລື່ອງ​ລື​ຂອງ​ພຣະ​ອົງ​ນັ້ນ​ດຳ​ຣົງ​ຢູ່​ທຸກ​ຊົ່ວ​ອາ​ຍຸ​ຄົນ 14 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ແກ້​ແທ​ນ​ປະ​ຊາ​ກອນ​ຂອງ​ພຣະ​ອົງ ແລະ​ຊົງ​ກັບ​ພຣະ​ທັຍ​ໃນ​ເຣື່ອງ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 15 ຮູບ​ເຄົາ​ຣົບ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ເປັນ​ເງິນ​ແລະ​ທອງ​ຄຳ​ເປັນ​ຫັ​ຖ​ກັມ​ຂອງ​ມະ​ນຸດ 16 ຮູບ​ເຫລົ່າ​ນັ້ນ​ມີ​ປາກ ແຕ່​ເວົ້າ​ບໍ່​ໄດ້ ມີ​ຕາ ແຕ່​ເບິ່ງ​ບໍ່​ໄດ້ 17 ມີ​ຫູ ແຕ່​ຟັງ​ບໍ່​ໄດ້ ທັງ​ບໍ່​ມີ​ລົມ​ຫາຍ​ໃຈ​ໃນ​ປາກ​ຂອງ​ຮູບ​ນັ້ນ 18 ຜູ້​ທີ່​ສ້າງຮູບ​ນັ້ນ​ຈະເຫມືອນ​ຮູບ​ເຫລົ່າ​ນັ້ນ ບັນ​ດາ​ຜູ້​ທີ່​ວາງ​ໃຈ​ໃນ​ຮູບ​ນັ້ນ​ກໍ​ເຫມືອນ​ກັນ 19 ເຊື້ອ​ສາຍ​ອິສ​ຣາ​ເອນ​ເອີຍ ຈົ່ງ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຊື້ອ​ສາຍ​ຂອງ​ອາ​ໂຣນ​ເອີຍ ຈົ່ງ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 20 ເຊື້ອ​ສາຍ​ຂອງ​ເລ​ວີເອີຍ ຈົ່ງ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ທີ່​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ 21 ສາ​ທຸ​ການ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ຊີ​ໂອນ ພຣະ​ອົງ​ຜູ້​ຊົງ​ພຳ​ນັກ​ຢູ່​ໃນ​ເຢ​ຣູ​ຊາເລັມ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ

ເພງສັຣເສີນ 136

ຄຳ​ສັຣເສີນ​ເພາະ​ຄວາ​ມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ

1 ຈົ່ງ​ໂມ​ທະ​ນາ​ຂ​ອບ​ພຣະ​ຄຸນ​ພຣະ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ພຣະ​ຄຸນ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 2 ຈົ່ງ​ໂມ​ທະ​ນາ​ຂ​ອບ​ພຣະ​ຄຸນ​ພຣະ​ເຈົ້າ​ຜູ້​ເຫນືອ​ພຣະ​ທັງ​ຫລາຍ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 3 ຈົ່ງ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ຖວາຍ​ແດ່​ພຣະ​ອົງ ຜູ້​ເປັນ​ເຈົ້າ​ເຫນືອ​ເຈົ້າ​ທັງ​ຫລາຍ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 4 ຖວາຍ​ແດ່​ພຣະ​ອົງ ຜູ້​ຊົງ​ກະ​ທຳ​ການ​ມະ​ຫັ​ດ​ສະ​ຈັນ​ທັງ​ຫລາຍ​ແຕ່​ອົງ​ດຽວ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດໍາຣົງ​ຢູ່​ເປັນ​ນິດ 5 ຖວາຍ​ແດ່​ພຣະ​ອົງ​ ຜູ້ຊົງ​ສ້າງ​ຟ້າ​ສວັນ​ດ້ວຍ​ຄວາມ​ເຂົ້າ​ໃຈ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 6 ຖວາຍ​ແດ່​ພຣະ​ອົງ ຜູ້​ຊົງ​ກາງ​ແຜ່ນ​ດິນ​ໂລກ​ອອກ​ເຫນືອ​ນ້ຳ​ທັງ​ຫລາຍ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 7 ຖວາຍ​ແດ່​ພຣະ​ອົງ ຜູ້​ຊົງ​ສ້າງດວງ​ສວ່າງ​ໃຫຍ່ໆ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງດຳ​ຣົງ​ຢູ່​ເປັນ​ນິດ 8 ສ້າງດວງ​ອາ​ທິດ​ໃຫ້​ຄອງ​ກາງ​ເວັນ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 9 ດວງ​ຈັນ​ແລະ​ດາວ​ທັງ​ຫລາຍ​ໃຫ້​ຄອງ​ກາງ​ຄືນ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່ເປັນ​ນິດ 10 ຖວາຍ​ແດ່​ພຣະ​ອົງ ຜູ້​ຊົງ​ຕິ​ເອ​ຢິບ​ ທາງ​ບັນ​ດາ​ລູກ​ຫົວ​ປີ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 11 ແລະ​ຊົງ​ນຳ​ອິສ​ຣາ​ເອນ​ອອກ​ມາ​ຈາກ​ຖ້າມ​ກາງ​ເຂົາ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 12 ດ້ວຍ​ພຣະ​ຫັດ​ເຂັ້ມ​ແຂງ​ແລະ​ພຣະ​ກອນ​ທີ່​ຢຽດ​ອອກ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 13 ຖວາຍແດ່​ພຣະ​ອົງ ຜູ້​ຊົງ​ແບ່ງ​ທະ​ເລ​ແດງ​ອອກ​ຈາກ​ກັນ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງຢູ່​ເປັນ​ນິດ 14 ແລະ​ຊົງ​ໃຫ້​ອິສ​ຣາ​ເອນ​ຜ່ານ​ໄປ​ຖ້າມ​ກາງ​ທະ​ເລ​ນັ້ນ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 15 ແຕ່​ຊົງ​ຄວ່ຳ​​ຟາ​ຣາ​ໂອ​ແລະ​ກອງ​ທັບ​ຂອງ​ທ່ານເສັຽ​ໃນ​ທະ​ເລ​ແດງ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 16 ຖວາຍ​ແດ່​ພຣະ​ອົງ ຜູ້​ຊົງ​ນຳ​ປະ​ຊາ​ກອນ​ຂອງ​ພຣະ​ອົງ​ໄປ​ໃນ​ຖິ່ນ​ກັນ​ດານ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 17 ຖວາຍ​ແດ່​ພຣະ​ອົງ ຜູ້​ຊົງ​ຕີ​ພຣະ​ມະ​ຫາ​ຣາ​ຊາ​ທັງ​ຫລາຍ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 18 ແລະ​ຊົງສັງ​ຫານ​ພຣະ​ຣາ​ຊາ​ຜູ້ມີ​ຊື່​ສຽງ​ທັງ​ຫລາຍ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 19 ຄື​ເຈົ້າ​ຊີ​ໂຮນ ພຣະ​ຣາ​ຊາ​ຂອງ​ຄົນ​ອາ​ໂມ​ຣິດ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 20 ແລະ​ໂອກ ພຣະ​ຣາ​ຊາ​ແຫ່ງ​ເມືອງ​ບາ​ຊານ ເພາະ​ຄວາມ​ຮັ​ກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 21 ແລະ​ປະ​ທານ​ແຜ່ນ​ດິນ​ຂອງ​ເຂົາ​ໃຫ້​ເປັນ​ມໍ​ຣະ​ດົກ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 22 ໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ອິສ​ຣາ​ເອນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 23 ຄື​ພຣະ​ອົງ​ນີ້​ເອງ ຜູ້​ຊົງ​ລະ​ລຶກ​ເຖິງ​ເຮົາ​ໃນ​ຖາ​ນະ​ຕ່ຳ​ຕ້ອຍ​ຂອງ​ເຮົາ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳຣົງ​ຢູ່​ເປັນ​ນິດ 24 ແລະ​ຊົງ​ຊ່ອຍ​ເຮົາ​ໃຫ້​ລອດ​ພົ້ນ​ຈາກ​ສັດ​ຕຣູ​ຂອງ​ເຣົາ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 25 ພຣະ​ອົງ​ຜູ້​ປະ​ທານ​ອາ​ຫານ​ແກ່​ເນື້ອ​ຫນັງ​ທັງ​ປວງ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນນິດ 26 ຈົ່ງ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ແຫ່ງ​ຟ້າ​ສວັນ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ

ເພງສັຣເສີນ 137

ຄວາມ​ໂສກ​ເສົ້າ​ຂອງ​ອິສ​ຣາ​ເອນ​ໃນ​ຕ່າງ​ແດນ

1 ໃນ​ຮິມ​ຝັ່ງ​ລຳ​ນ້ຳ​ແຫ່ງ​ບາບິໂລນ ເຮົາ​ນັ່ງ​ລົງເມື່​ອໄດ້​ລະ​ນຶກ​ເຖິງ​ຊີ​ໂອນ​ເຮົາ​ກໍ​ຮ້ອງ​ໄຫ້ 2 ເຮົາ​ແຂວນ​ພີນ​ເຂົາ​ຄູ່​ຂອງ​ເຣົາ​ໄວ້​ທີ່​ຕົ້ນ​ໄຄ້ 3 ເພາະ​ທີ່​ນັ້ນ​ຜູ້​ທີ່​ນຳ​ໄປ​ເປັນ​ຊະ​ເລີຍ ຕ້ອງ​ການ​ໃຫ້​ເຮົາ​ຮ້ອງ​ເພງ ແລະ​ຜູ້​ທີ່​ມັດ​ພາ​ເຮົາ ຕ້ອງ​ການ​ໃຫ້​ສນຸກ​ສນານ ເຂົາ​ວ່າ, “ຈົ່ງ​ຮ້ອງ​ເພງ​ຊີ​ໂອນ​ຈັກ​ບົດ​ນຶ່ງ​ໃຫ້​ເຮົາ​ຟັງ” 4 ເຮົາ​ຈະ​ຮ້ອງ​ເພງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢ່າງ​ໃດ ທີ່​ໃນ​ແຜ່ນ​ດິນ​ຕ່າງ​ດ້າວ 5 ໂອ ເຢ​ຣູ​ຊາ​ເລັມ​ເອີຍ ຖ້າ​ຂ້າ​ພະ​ເຈົ້າ​ລືມ​ເຈົ້າ ກໍ​ຂໍ​ໃຫ້​ມື​ຂວາ​ຂອງ​ຂ້າ​ພະ​ເຈົ້າ​ລືມ​ຝີ​ມື​ເສັຽ 6 ຂໍ​ໃຫ້​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ເກາະ​ຕິດ​ເພ​ດານ​ປາກ​ຂອງ​ຂ້າ​ພະ​ເຈົ້າ ຖ້າ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ລະ​ລຶກ​ເຖິງ​ເຈົ້າ ຖ້າ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຕັ້ງ​ເຢ​ຣູ​ຊາ​ເລັມ​ໄວ້​ເຫນືອ​ຄວາມ​ຊື່ນ​ບານ​ອັນ​ສູງ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍຊົງ​ລະ​ລຶກ​ເຖິງວັນ​ເຢ​ຣູ​ຊາ​ເລັມ​ແຕກ ໂດຍ​ຖື​ໂທດ​ຄົນ​ເອ​ໂດມ​ຜູ້​ທີ່​ເວົ້າ​ວ່າ, “ຈົ່ງ​ທຳ​ລາຍ​ມັນ​ ຈົ່ງ​ທຳ​ລາຍ​ມັ​ນ ລົງ​ໄປ​ຈົນ​ເຖິງ​ຮາກ​ຖານ​ຂອງ​ມັນ” 8 ທິ​ດາ​ແຫ່ງ​ບາ​ບິ​ໂລນ​ເອີຍ ຊຶ່ງ​ຈະ​ຕ້ອງ​ລ້າງ​ຜານ​ເສັຽ ຄວາມ​ສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ສນອງ​ເຈົ້າ​ໃຫ້​ສົມ​ກັບ​ທີ່​ເຈົ້າ​ໄດ້​ກະ​ທຳ​ກັບ​ເຮົາ 9 ຄວາມ​ສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ເອົາ​ລູກ​ເດັກ​ເລັກ​ແດງ​ຂອງ​ເຈົ້າ​ຈັບ​ຟາດ​ເຂົາ​ໃສ່​ໂງ່ນ​ຫີນ

ເພງສັຣເສີນ 138

ໂມ​ທະ​ນາ​ເພາະ​ພຣະ​ເຈົ້າ​ຊົງ​ໂຜດ​ເມດ​ຕາ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ຖວາຍ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ອົງ​ດ້ວຍ​ສິ້ນ​ສຸດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ຖວາຍ​ພຣະ​ອົງ​ຕໍ່​ຫນ້າ​ບັນ​ດາ​ພຣະ 2 ຂ້າ​ພຣະ​ອົງ​ກາບ​ລົງ​ຕົງ​ມາ​ຍັງ​ພຣະ​ວິ​ຫານ​ສັກ​ສິດ​ຂອງ​ພຣະ​ອົງ ແລະ​ຖວາຍ​ໂມ​ທະ​ນາ​ພຣະ​ຄຸນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ແລະ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ ເພາະພຣະ​ອົງ​ຊົງ​ເຊີດ​ຊູ​ພຣະ​ນາມ ແລະ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ​ເຫນືອ​ສາ​ຣະ​ພັດ 3 ໃນ​ວັນ​ທີ່​ຂ້າ​ພຣະ​ອົງ​ຣ້ອງ​ທູນ ພຣະ​ອົງ​ໄດ້​ຊົງ​ຕອບ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ເພີ້ມ​ກຳ​ລັງ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ 4 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບັນ​ດາ​ກະ​ສັດ​ແຫ່ງ​ແຜ່ນ​ດິນໂລກ​ຈະ​ສັຣເສີນ​ພຣະ​ອົງ ເພາະ​ທ່ານ​ເຫລົ່າ​ນັ້ນ​ໄດ້​ຍິນ​ພຣະ​ວັ​ຈ​ນະ​ແຫ່ງ​ພຣະ​ໂອດ​ຂອງ​ພຣະ​ອົງ 5 ແລະ​ທ່ານ​ເຫລົ່າ​ນັ້ນ​ຈະ​ຮ້ອງ​ເພງ​ເຖິງ​ທາງຂອງ​ພຣະຜູ້​ເປັນ​ເຈົ້າ ເພາະ​ຣັ​ສ​ມີ​ຂອງ​ພຣະ​ຜູ້​ເປັນເຈົ້າ​ນັ້ນໃຫຍ່​ຫລວງ 6 ເຖິງ​ແມ່ນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ສູງ​ຍິ່ງ ພຣະ​ອົງ​ກໍ​ຊົງ​ເຫັນ​ແກ່​ຄົນ​ຕ່ຳ​ຕ້ອຍ ແຕ່​ພຣະ​ອົງ​ຊົງ​ຮູ້​ຈັກ​ຄົນ​ຈອງ​ຫອງ​ໄດ້​ແຕ່​ໄກ 7 ແມ້​ຂ້າ​ພຣະ​ອົງ​ເດີນ​ຢູ່​ກາງ​ຄວາມ​ຍາກລຳ​ບາກ​ ພຣະ​ອົງ​ຊົ​ງ​ສງວນ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ໄວ້ ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ຕໍ່​ຕ້ານ​ຄວາມ​ພິ​ໂຣດ​ຂອງ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ​ກໍ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ 8 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ໃຫ້​ສຳ​ເຣັດ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ແກ່​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຄວາມຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ ຂໍ​ຢ່າ​ຊົງ​ປະ​ຖິ້ມ​ພຣະ​ຫັຖ​ກິດ​ຂອງ​ພຣະ​ອົງ

ເພງສັຣເສີນ 139

ພຣະ​ເຈົ້າ​ຊົງ​ເຝົ້າ​ຮັກ​ສາ​ທຸກ​ເວ​ລາ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ກວດ​ເບິ່ງ​ຂ້າ​ພຣະ​ອົງ​ແລະ​ຮູ້​ຈັກ​ຂ້າ​ພຣະ​ອົງ​ດີ 2 ພຣະ​ອົງ​ຊົງ​ຮູ້​ຈັກ​ທຸກ​ຢ່າງ​ທີ່​ຂ້າ​ພຣະ​ອົງ​ກະ​ທຳ ເຖິງວ່າ​ຢູ່​ໄກ​ແສນ​ໄກ ພຣະ​ອົງ​ກໍ​ຍັງ​ເຂົ້າ​ໃຈ​ຄວາມ​ນຶກ​ຄິດ​ຂອງ​ຂ້າ​ພຣະ​ອົງ 3 ພຣະ​ອົງ​ຊົງ​ເຫັນ​ຂ້າ​ພຣະ​ອົງ​ໃນ​ເວ​ລາ​ທີ່​ຂ້າ​ພຣະ​ອົງ​ກຳ​ລັງ​ເຮັດ​ວຽກ ຫລື​ພັກ​ຜ່ອນ ພຣະ​ອົງຮູ້​ຈັກ​ການ​ກະ​ທຳ​ທຸກ​ຢ່າງ​ຂອງ​ຂ້າ​ພຣະ​ອົງ 4 ແມ່ນ​ວ່າ​ກ່ອນ​ຂ້າ​ພຣະ​ອົງ​ຈະ​ເວົ້າ ພຣະ​ອົງ​ກໍ​ຮູ້​ລ່ວງ​ຫນ້າ​ແລ້ວ​ວ່າ​ຂ້າ​ພຣະ​ອົງ​ຈະ​ເວົ້າ​ຫຍັງ 5 ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ອ້ອມ​ຂ້າງ​ອ້ອມ​ແອວ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ຂ້າ​ພຣະ​ອົງ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ 6 ຄວາມ​ຮູ້​ຂອງ​ພຣະ​ອົງ​ມີ​ເຫລືອ​ຫລາຍ​ຈົນ​ຂ້າ​ພຣະ​ອົງ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ຊຶ່ງ​ເປັນ​ການ​ລຶກ​ລັບ​ທີ່​ສຸດ​ທີ່​ຂ້າ​ພຣະ​ອົງ​ຈະ​ເຂົ້າ​ໃຈ​ໄດ້ 7 ຂ້າ​ພຣະ​ອົງ​ຈະ​ຫນີ​ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ໄປ​ຢູ່​ທາງ​ໃດ ຂ້າ​ພຣະ​ອົງ​ຈະ​ຫນີ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ​ໄປ​ບ່ອນ​ໃດ 8 ຖ້າ​ວ່າ​ຂ້າ​ພຣະ​ອົງ​ຂຶ້ນ​ໄປ​ເທິງຟ້າ​ສວັນ ພຣະ​ອົງ​ກໍ​ຢູ່​ທີ່​ນັ້ນ ຖ້າ​ວ່າ​ຂ້າ​ພຣະ​ອົງລົງ​ໄປ​ພິ​ພົບ​ຄົນ​ຕາຍ ພຣະ​ອົງ​ກໍ​ຢູ່​ທີ່​ນັ້ນ 9 ຖ້າ​ວ່າ​ຂ້າ​ພຣະ​ອົງ​ບິນ​ໄປ​ຈົນ​ສຸດ​ທາງ​ທິດ​ຕາ​ເວັນ​ອອກ ຫລື​ຢູ່​ຫ່າງ​ໄກ​ທີ່​ສຸດ​ໃນ​ທິດ​ຕາເວັນ​ຕົກ 10 ພຣະ​ອົງ​ກໍ​ຢູ່​ທີ່​ນັ້ນ​ເພື່ອນໍາ​ຫນ້າ​ຂ້າ​ພຣະ​ອົງ​ໄປ ແລະ​ພຣະ​ອົງ​ກໍ​ຊົງ​ສະ​ຖິດ​ຢູ່​ທີ່​ນັ້ນ​ເພື່ອ​ຊ່ອ​ຍ​ເຫລືອ​ຂ້າ​ພຣະ​ອົງ 11 ຂ້າ​ພຣະ​ອົງອາດ​ຮ້ອງ​ຂໍ​ໃຫ້​ຄວາມ​ມືດ​ມົນ​ອັດ​ບັງ​ຂ້າ​ພຣະ​ອົງ​ໄວ້ ຫລື​ໃຫ້​ແສງ​ສວ່າງ​ອ້ອມ​ຮອບ​ຂ້າ​ພຣະ​ອົງ​ກາຍ​ເປັນ​ຄວາມ​ມືດ 12 ແຕ່​ວ່າ​ຄວາມ​ມືດ​ນັ້ນ ບໍ່​ໄດ້​ມືດ​ສຳ​ລັບ​ພຣະ​ອົງ ແລະ​ກາງ​ຄືນ​ກໍ​ແຈ້ງ​ເຫມືອນ​ກາງ​ເວັນ ຄວາມ​ມືດ​ແລະ​ຄວາມ​ສວ່າງ​ກໍ​ເປັນ​ຢ່າງ​ດຽວ​ກັນ​ສຳ​ລັບ​ພຣະ​ອົງ 13 ພຣະ​ອົງ​ໄດ້​ຊົງ​ສ້າງ​ທຸກໆ​ສ່ວນ​ໃນ​ຕົວ​ຂອງ​ຂ້າ​ ພຣະ​ອົງ ແລະ​ຊົງ​ປະ​ກອບ​ຂ້າ​ພຣະ​ອົງ​ເປັນ​ຮ່າງ​ຄົນ​ເວ​ລາ​ຍັງ​ຢູ່​ໃນ​ທ້ອງ​ແມ່ 14 ຂ້າ​ພຣະ​ອົງ​ຂໍ​ສັຣ​ເສີນ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ເປັນ​ທີ່​ເຄົາ​ຣົບ​ຢຳ​ເກງ ທຸກໆ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ນັ້ນ​ກໍ​ແປກ​ປະ​ຫລາດ​ແລະ​ອັດ​ສະ​ຈັນ​ໃຈ ພຣະ​ອົງ​ຊົງ​ເຂົ້າ​ໃຈ​ໃນ​ຕົວ​ຂ້າ​ພຣະ​ອົງ​ດີ 15 ເວ​ລາ​ຂ້າ​ພຣະ​ອົງ​ຢູ່​ໃນ​ທ້ອງ​ແມ່ ແລະ​ຈະ​ເຣີນ​ເຕີບ​ໂຕ​ຂຶ້ນ​ຢ່າງ​ເລິກ​ລັບ ພຣະ​ອົງ​ຊົງ​ເປັນ​ກະ​ດູກ​ຂອງ​ຂ້າ​ພຣະ​ອົງ​ປະ​ກອບ​ເຂົ້າ​ກັນ 16 ກ່ອນ​ທີ່​ຂ້າ​ພຣະ​ອົງ​ໄດ້​ເກີດ​ມາ ພຣະ​ອົງ​ຊົງ​ເປັນ​ຂ້າ​ພຣະ​ອົງ​ແລ້ວ ມື້​ທັງ​ຫລາຍ​ທີ່​ຂ້າ​ພຣະ​ອົງ​ມີ​ຊີ​ວິດ​ຢູ່ ພຣະ​ອົງ​ຊົງ​ບັນ​ທຶກ​ໄວ້​ຫມົດ​ແລ້ວ​ກ່ອນ​ທີ່​ມື້​ເຫ​ລົ່າ​ນີ້​ໄດ້​ບັງ​ເກີດ​ຂຶ້ນ​ມາ 17 ຂ້າ​ແດ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ເຂົ້າ​ໃຈ​ຍາກ​ໃນ​ຄວາມຄິດ​ຂອງ​ພຣະ​ອົງ ແລະ​ຄວາມ​ຄິດ​ນີ້​ມີ​ຫລາຍ​ຢ່າງທີ່​ສຸດ 18 ຖ້າ​ວ່າ​ຂ້າ​ພຣະ​ອົງ​ສາ​ມາດ​ນັບ​ຄວາມ​ຄິດ​ນີ້​ໄດ້ ມັ​ນ​ຈະ​ຕ້ອງ​ມີ​ຫລາຍກວ່າເມັດ​ດິນ​ຊາຍ ເມື່ອ​ຂ້າ​ພຣະ​ອົງ​ຕື່ນ​ຂຶ້ນ ຂ້າ​ພຣະ​ອົງ​ກໍ​ຍັງ​ຢູ່​ນຳ​ພຣະ​ອົງ 19 ຂ້າ​ແດ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ຢາກ​ໃຫ້​ພຣະ​ອົງ​ຂ້າ​ຄົນ​ຊົ່ວ​ຮ້າຍ​ນັ້ນ​ເສັຽ ຂ້າ​ພຣະ​ອົງ​ຢາກ​ໃຫ້​ຄົນ​ຊົ່ວ​ຮ້າຍ​ນັ້ນ​ຫນີ​ຈາກ​ຂ້າ​ພຣະ​ອົງ 20 ເຂົາ​ເວົ້າ​ສິ່ງ​ຊົ່ວ​ຮ້າຍ​ໃສ່​ພຣະ​ອົງ ຄື​ໄດ້​ເວົ້າ​ຄຳ​ຊົ່ວ​ຊ້າ​ຕໍ່​ສູ້​ພຣະ​ນາມ​ຂອງ​ພຣະ​ອົງ 21 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ບໍ່​ໄດ້​ກຽດ​ຊັງ​ຜູ້​ທີ່​ກຽດ​ຊັງ​ພຣະ​ອົງ​ຫລື ແລະ​ຂ້າ​ພຣະ​ອົງ​ບໍ່​ໄດ້​ຖື​ຄົນ​ເຫລົ່າ​ນັ້ນ​ຜູ້​ລຸກ​ຂຶ້ນ​ຕໍ່​ສູ້​ພຣະ​ອົງ​ດອກ​ຫລື 22 ຂ້າ​ພຣະ​ອົງ​ກຽດ​ຊັງ​ຜູ້​ທີ່​ກຽດ​ຊັງ​ພຣະ​ອົງ​ຫລາຍ​ທີ່​ສຸດ ແລະ​ນັບ​ເຂົາ​ເປັນ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ 23 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ພຣະ​ອົງຊົງ​ກວດ​ເບິ່ງ​ຂ້າ​ພຣະ​ອົງ ແລະ​ຮູ້​ເຖິງ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ທົດ​ສອບ​ເບິ່ງ​ຂ້າ​ພຣະ​ອົງ ແລະ​ເປີດ​ເຜີຍ​ຄວາມ​ນຶກ​ຄິດ​ທັງ​ຫລາຍ​ຂອງ​ຂ້າ​ພຣະ​ອົງ 24 ຂໍ​ພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ເບິ່ງວ່າ ຂ້າ​ພຣະ​ອົງ​ມີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ພຣະ​ອົງ​ຊົງ​ລຳ​ບາກ​ພຣະ​ທັຍ ແລະ​ຂໍ​ຊົງ​ນຳ​ຫນ້າ​ຂ້າ​ພຣະ​ອົງ​ໄປ​ສູ່ເສັ້​ນ​ທາງ​ອັນ​ຄົງ​ຢູ່​ຕລອດ​ໄປ

ເພງສັຣເສີນ 140

ຄຳ​ອ້ອນວອນ​ຂໍ​ຊົງ​ປົກ​ປ້ອງ​ໃຫ້​ພົ້ນຈາກ​ຜູ້​ຂົ່ມ​ເຫັງ ເຖິງ​ຫົວ​ຫນ້າ​ນັກ​ຮ້ອງ ເພງ​ສັຣ​ເສີນ ​ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ຄົນ​ຊົ່ວ​ຮ້າຍ ຂໍ​ຊົງ​ສະ​ຫງວນ​ຂ້າ​ພຣະ​ອົງ​ໄວ້​ຈາກ​ຄົນ​ທາ​ຣຸນ 2 ຜູ້ຄິດ​ປອງ​ຮ້າຍ​ຢູ່​ໃນ​ຈິດ​ໃຈ​ຂອງ​ເຂົາ ແລະ​ກໍ່​ກວນ​ຕໍ່​ເນື່ອງ​ກັນ​ໃຫ້​ມີ​ສົງ​ຄາມ​ຂຶ້ນ 3 ເຂົາ​ທຳ​ລີ້ນ​ຂອງ​ເຂົາ​ໃຫ້​ຄົມ​ເຫມືອນ​ລີ້ນ​ງູ ແລະ​ພາຍ​ໃຕ້​ຮີມ​ຝີ​ປາກ​ຂອງ​ເຂົາ​ມີ​ພິດ​ຂອງ​ງູ​ຫາງ​ໄຫມ້ 4 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຣະ​ວັງ​ຂ້າ​ພຣະ​ອົງ​ໄວ້​ໃຫ້​ພົ້ນ​ຈາກ​ມື​ຂອງ​ຄົນ​ອະ​ທັມ ຂໍ​ຊົງ​ສະ​ຫງວນ​ຂ້າ​ພຣະ​ອົງ​ໄວ້​ຈາກ​ຄົນ​ທາ​ຣຸນ ຜູ້​ຄິດ​ແຜນ​ການ​ພິກ​ຕີນຂອງ​ຂ້າ​ພຣະ​ອົງ 5 ຄົນ​ຈອງ​ຫອງ​ໄດ້​ເຊືອງ​ກັບ​ດັກ​ຂ້າ​ພຣະ​ອົງ ແລະ​ວາງ​ບ້ວ​ງ​ໄວ້​ທີ່​ຂ້າງ​ທາງ ເຂົາ​ກາງ​ຕາ​ຂ່າຍ ເຂົາ​ຕັ້ງ​ບ້ວງ​ແຮ້ວ​ດັກ​ຈັບ​ຂ້າ​ພຣະ​ອົງ 6 ຂ້າ​ພະ​ເຈົ້າ​ທູນ​ພຣະຜູ້​ເປັນ​ເຈົ້າ​ວ່າ, “ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ຄຳ​ທູນ​ວິງວອນ​ຂອງ​ຂ້າ​ພຣະ​ອົງ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊ່ອຍ​ກູ້​ເຂັ້ມ​ແຂງ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຄຸມ​ຫົວ​ຂອງ​ຂ້າ​ພຣະ​ອົງ​ໄວ້​ໃນ​ຍາມ​ເສິກ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຢ່າ​ຊົງ​ອະ​ນຸ​ມັດ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ຄົນ​ອະ​ທັມ ຢ່າ​ໃຫ້​ກາ​ນຄິດ​ປອງ​ຮ້າຍ​ຂອບງ​ເຂົາ​ຄືບ​ຫນ້າ​ໄປ​ຢ້ານ​ວ່າ​ເຂົາ​ຈະ​ຍົກ​ຕົວ​ຂຶ້ນ 9 ຝ່າຍ​ຫົ​ວຂອງ​ຄົນ​ທີ່​ລ້ອມ​ຂ້າ​ພຣະ​ອົງ​ໄວ້​ນັ້ນ ຂໍ​ໃຫ້​ຄຳ​ນາບ​ຂູ່​ແຫ່ງ​ຣີມ​ຝີ​ປາກ​ຂອງ​ເຂົາ​ຖ້ວມ​ເຂົາ 10 ຂໍ​ໃຫ້​ຖ່ານ​ທີ່​ລຸກ​ຢູ່​ຕົກ​ໃສ່​ເຂົາ ຂໍ​ໃຫ້​ເຂົາ​ຖືກ​ຖິ້ມ​ໃນ​ໄຟ​ລົງ​ໄປ​ໃນ​ບໍ່ ບໍ່​ໃຫ້​ລຸກ​ຂຶ້ນ​ມາ​ອີກ 11 ຂໍ​ຢ່າ​ໃຫ້​ເຂົາ​ຕັ້ງ​ຄົນ​ທີ່ມີ​ລີ້ນ​ລໍ້​ລວງໄວ້​ໃນ​ແຜ່ນ​ດິນ ຂໍ​ໃຫ້​ຄວາມ​ຮ້າຍ​ລ້າ​ຕາມ​ຄົນ​ທາ​ຣຸນ​ຈົນ​ໄດ້” 12 ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ຄວາມ​ທ່ຽງ​ທັມ​ໃຫ້​ແກ່​ຜູ້​ທີ່​ທຸກ​ຍາກ ແລະ​ຊົງ​ຈັດ​ຄວາມ​ຍຸດ​ຕິ​ທັມ​ໃຫ້​ແກ່​ຄົນ​ຂັດ​ສົນ 13 ແນ່ນອນ​ທີ່​ສຸດ ທີ່​ຄົນຊອບ​ທັມ​ຈະ​ຖວາຍ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ນາມ​ຂອງ​ພຣະ​ອົງ ຄົນ​ທ່ຽງທັມ​ຈະ​ອາ​ໄສ​ຢູ່​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ

ເພງສັຣເສີນ 141

ຄຳ​ອ້ອນວອນ​ຂໍຊົງ​ກັນ​ໄວ້​ໃຫ້​ພົ້ນ​ຄວາມ​ຊົ່ວ ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ຂໍຊົງ​ຮີບ​ຕອບ​ຂ້າ​ພຣະ​ອົງ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ຟັງ​ສຽງ​ຂ້າ​ພຣະ​ອົງ ເມື່ອ​ຂ້າ​ພຣະ​ອົງ​ຮ້ອງ​ທູນ​ພຣະ​ອົງ 2 ຂໍ​ໃຫ້​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ​ເປັນ​ດັ່ງ​ເຄື່ອງ​ຫອມ​ຕໍ່​ພຣະ​ພັກ​ພຣະ​ອົງ ແລະ​ທີ່​ຂ້າ​ພຣະ​ອົງ​ຍົກ​ມື​ຂຶ້ນ​ອ້ອນວອນ​ເປັນ​ດັ່ງ​ເຄື່ອງ​ສັຕ​ບູ​ຊາ​ເວ​ລາ​ຄ່ຳ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຕັ້ງ​ຍາມ​ເຝົ້າ​ປາກ​ຂອງ​ຂ້າ​ພຣະ​ອົງ ຂໍ​ຮັກ​ສາ​ປະ​ຕູ​ຮີມ​ຝີ​ປາກ​ຂອງ​ຂ້າ​ພຣະ​ອົງ 4 ຂໍ​ຢ່າ​ໃຫ້​ຈິດ​ໃຈ​ຂ້າ​ພຣະ​ອົງ​ເອນ​ອ່ຽງ​ໄປ​ຫາ​ຄວາມ​ຊົ່ວ​ໃດໆ ຫລື​ໃຫ້​ຂ້າ​ພຣະ​ອົງ​ສົນ​ລະ​ວົນ​ຢູ່​ກັບ​ການ​ຊົ່ວ​ຮ້າຍ​ຮ່ວມ​ກັບ​ຄົນ​ທີ່​ທຳ​ຄວາມ​ຜິດ​ບາບ ແລະ​ຂໍ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ກິນ​ອັນ​ແຊບ​ຂອງ​ເຂົາສັກ​ເທື່ອ 5 ຂໍ​ໃຫ້​ຄົນ​ຊອບທັມ​ຕີ​ຂ້າ​ພຣະ​ອົງ​ດ້ວຍ​ຄວາມ​ເມດ​ຕາ ແລະ​ຕິ​ເຕືອນ​ຂ້າ​ພຣະ​ອົງ ນ້ຳ​ມັນ​ດີ​ຢ່າງ​ນັ້ນ​ຢ່າ​ໃຫ້​ຫົວ​ຂ້າ​ພຣະ​ອົງ​ປະ​ຕິ​ເສດ​ເລີຍ ເພາະ​ຂ້າ​ພຣະ​ອົງ​ຍັງ​ອ້ອນວອນ​ຕໍ່​ສູ້​ຄວາມ​ອະ​ທັມ​ຂອງ​ເຂົາ​ທັງ​ຫລາຍ​ຢູ່ 6 ຜູ້​ພິ​ພາກ​ສາ​ທັງ​ຫລາຍ​ຂອງ​ເຂົາ​ຖືກໂຍນ​ລົງ​ທີ່​ຫນ້າ​ຜາ ແລະ​ຄົນ​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ຂ້າ​ພຣະ​ອົງ​ວ່າ​ເປັນ​ຖ້ອຍ​ຄຳ​ໄພ​ເຣາະ 7 ເຫມືອນ​ສິ່ງ​ນຶ່ງ​ແຕກ​ແລະ​ຫັກ​ຢູ່​ເທິງແຜ່ນ​ດິນ​ສັນ​ໃດ ກະ​ດູກ​ຂອງ​ເຂົາ​ເຫລົ່າ​ນັ້ນ​ກໍ​ກະ​ຈາຍ​ທີ່​ປາກ​ແດນ​ຜູ້​ຕາຍ​ສັນ​ນັ້ນ 8 ຂ້າ​ແດ່​ພຣະ​ເຈົ້າ ຕາ​ຂອງ​ຂ້າ​ພຣະ​ອົງ​ເພ່ງ​ເບິ່ງ​ພຣະ​ອົງ ຂ້າ​ພຣະ​ອົງ​ລີ້​ພັຍ​ໃນ​ພຣະ​ອົງ ຂໍ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ຂາດ​ໃຈ 9 ຂໍ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ພົ້ນ​ຈາກ​ກັບ​ຊຶ່ງ​ເຂົາ​ວາງ​ດັກ​ຂ້າ​ພຣະ​ອົງໄວ້ ແລະ​ຈາກ​ບ້ວງ​ແຮ້ວ​ຂອງ​ຜູ້​ກະ​ທຳ​ຊົ່ວ 10 ຂໍ​ໃຫ້​ຄົນ​ອະ​ທັມ​ຕົກ​ໄປ​ດ້ວຍ​ກັນ​ໃນ​ຂ່າຍ​ຂອງ​ຕົນ​ເອງ ແຕ່​ຂໍ​ໃຫ້​ຂ້າ​ພຣະ​ອົງ​ຜ່ານ​ພົ້ນ​ໄປ

ເພງສັຣເສີນ 142

ຄຳ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ໃນ​ເວ​ລາ​ຍາກ​ລຳ​ບາກ ມັສ​ຄິ​ລ​ບົດ​ນຶ່ງ ຂອງ​ດາ​ວິດ ເມື່ອ​ທ່ານ​ຢູ່ໃນ​ຖ້ຳ ຄຳ​ອະ​ທິ​ຖານ

1 ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ພຣະ​ເຈົ້າ​ດ້ວຍ​ສຽງ​ຂອງ​ຂ້າ​ພະ​ເຈົ້າ ດ້ວຍ​ສຽງ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ວິງວອນ​ຕໍ່​ພຣະ​ເຈົ້າ 2 ຂ້າ​ພະ​ເຈົ້າ​ຫລັ່ງ​ຄຳ​ຄ່ຳ​ຄວນ​ຂອງ​ຂ້າ​ພະ​ເຈົ້າ​ອອກ​ມາ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ ຂ້າ​ພະ​ເຈົ້າ​ທູນ​ເຣື່ອງ​ຄວາມ​ລຳ​ບາກ​ຍາກ​ແຄ້ນ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ພຣະ​ອົງ 3 ເມື່ອໃຈ​ຂອງ​ຂ້າ​ພຣະ​ອົງອ່ອນ​ລະ​ອາ​ລົງ ພຣະ​ອົງ​ຊົງ​ຮູ້​ທາງ​ຂອງ​ຂ້າ​ພຣະ​ອົງ ໃນ​ວິ​ຖີ​ທີ່​ຂ້າ​ພຣະ​ອົງ​ເດີນ​ໄປ ເຂົາ​ເຊື່ອງ​ກັບ​ໄວ້​ດັກ​ຂ້າ​ພຣະ​ອົງ 4 ຂໍ​ພຣະ​ອົງ​ຊົງ​ມອງ​ທາງ​ຂວາ​ແລະ​ທອດ​ພຣະ​ເນດ ເພາະ​ບໍ່​ມີ​ໃຜສັງ​ເກດ​ເບີ່ງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ບໍ່​ມີ​ທີ່​ຫລົບ​ໄພ ບໍ່​ມີ​ໃຜ​ເອົາ​ໃຈ​ໃສ່​ຂ້າ​ພຣະ​ອົງ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮ້ອງ​ທູນ​ຕໍ່​ພຣະ​ອົງ ຂ້າ​ພຣະ​ອົງ​ວ່າ ພຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ພຣະ​ອົງ​ເປັນ​ສ່ວນ​ຂອງ​ຂ້າ​ພຣະ​ອົງ​ໃນ​ແຜ່ນ​ດິນ​ຂອງ​ຄົນ​ເປັນ 6 ຂໍ​ຊົງ​ຟັງ​ຄຳ​ຮ້ອງ​ທູນ​ຂອງ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ຈົມ​ຢູ່​ໃນ​ຄວາມ​ສິ້ນ​ຫວັງ ຂໍຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ຜູ້​ຂົ່ມ​ເຫັງ​ຂ້າ​ພຣະ​ອົງ ເພາະ​ເຂົາ​ແຂງ​ແຮງ​ເກີນ​ກຳ​ລັງ​ຂ້າ​ພຣະ​ອົງ 7 ຂໍ​ຊົງ​ພາ​ຂ້າ​ພຣະ​ອົງ​ອອກ​ຈາກ​ຄຸກ ເພື່ອ​ຂ້າ​ພຣະ​ອົງ​ຈະ​ໂມທະ​ນາ​ພຣະ​ຄຸນ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ ຄົນ​ຊອບ​ທັມ​ຈະ​ລ້ອມ​ຂ້າ​ພຣະ​ອົງ​ໄວ້ ເພາະ ພຣະ​ອົງ​ຈະ​ຊົງ​ກະ​ທຳ​ຢ່າງ​ດີ​ແກ່​ຂ້າ​ພຣະ​ອົງ

ເພງສັຣເສີນ 143

ຄຳ​ອ້ອນວອນ​ຂໍ​ຊົງ​ຊ່ອຍ​ກູ້​ແລະ​ຊົງ​ນຳ ເພງ​ສັຣ​ເສີນ ​ຂອງ​ດາ​ວິດ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ຂໍ​ຊົງ​ງ່ຽງ​ພຣະ​ກັນ​ສະ​ດັບ​ຄຳ​ວິງວອນ​ຂອງ​ຂ້າ​ພຣະ​ອົງ​ ຂໍ​ຊົງ​ຕອບ​ຂ້າ​ພຣະ​ອົງ​ຕາມ​ຄວາມ​ສັ​ຕ​ສຸດ​ຈະ​ຣິດ​ຂອງ​ພຣະ​ອົງ ຕາມ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ 2 ຂໍ​ຢ່າ​ຊົງ​ຕັດ​ສິນ​ຜູ້​ຮັ​ບ​ໃຊ້ຂອງ​ພຣະ​ອົງ ເພາະ​ບໍ່​ມີ​ຄົນ​ເປັນ​ຄົນ​ໃດ​ທີ່​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ອົງ 3 ເພາະ​ສັດ​ຕຣູ​ໄລ່​ກວດ​ຂ້າ​ພຣະ​ອົງ ມັນ​ຢຽບ​ຢ່ຳ​ຊີ​ວິດ​ຂ້າ​ພຣະ​ອົງ​ລົງ​ເຖິງ​ດິນ ມັນ​ໄດ້​ກະ​ທຳ​ໃຫ້​ຂ້າພຣະ​ອົງ​ນັ່ງ​ໃນ​ຄວາມ​ມືດ​ເຫມືອນ​ຄົນ​ທີ່​ຕາຍ​ນານ​ແລ້ວ 4 ເຫດ​ສັນນັ້ນ​ ໃຈ​ຂອງ​ຂ້າ​ພຣະ​ອົງ​ອ່ອນລະ​ອາຢູ່​ໃນ​ຂ້າ​ພຣະ​ອົງ ຈິດ​ໃຈ​ພາຍ​ໃນ​ຂ້າ​ພຣະ​ອົງ​ກໍ​ຜິດ​ຫວັງ​ເຕັມ​ທົນ 5 ຂ້າ​ພຣະ​ອົງ​ລະ​ລຶກ​ເຖິງ​ສະ​ໄຫມ​ເກົ່າ​ກ່ອນ​ໄດ້ ຂ້າ​ພຣະ​ອົງ​ພາ​ວະ​ນາ​ເຖິງ​ທຸກ​ສີ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ ຂ້າ​ພຣະ​ອົງ​ຣຳ​ພຶງ​ເຖິງ​ພຣະ​ຫັຖກິດ​ຂອງ​ພຣະ​ອົງ 6 ຂ້າ​ພຣະ​ອົງ​ຢຽດ​ແຂນ​ອອກ​ໄປ​ສູ່​ພຣະ​ອົງ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ກະ​ຫາຍ​ຫາ​ພຣະ​ອົງ​ຢ່າງ​ແຜ່ນ​ດິນ​ທີ່​ແຫ້ງ​ແລ້ງ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຮີບ​ຕອບ​ຂ້າ​ພຣະ​ອົງ ໃຈ​ຂ້າ​ພຣະ​ອົງ​ເສັຽ​ຄວາມ​ຫວັງ​ທັງ​ຫມົດ​ສາ​ແລ້ວ ຂໍ​ຢ່າ​ຊົງ​ເຊື່ອງ​ພຣະ​ພັກ​ຂອງ​ພຣະ​ອົງ​ໄວ້​ຈາກ​ຂ້າ ພຣະ​ອົງ ຢ້ານ​ວ່າ​ຂ້າ​ພຣະ​ອົງ​ຈະ​ເຫມືອນ​ຄົນ​ເຫລົ່າ​ນັ້ນ​ທີ່​ລົງ​ໄປ​ຍັງ​ປາກ​ແດນ​ຜູ້​ຕາຍ 8 ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ຍິນ​ເຖິງ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ໃນ​ເວ​ລາ​ເຊົ້າ ເພາະ​ຂ້າ​ພຣະ​ອົງ​ວາງ​ໃຈ​ໃນ​ພຣະ​ອົງ ຂໍ​ຊົງ​ສອນ​ຂ້າ​ພຣະ​ອົງ​ເຖິງ​ທາງ​ທີ່​ຄວນ​ໄປ ເພາະ​ຂ້າ​ພຣະ​ອົງ​ຕັ້ງ​ໃຈ​ແນ່ວ​ແນ່​ໃນ​ພຣະ​ອົງ 9 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ລີ້​ຊ່ອນ​ຕົວ​ຢູ່ກັບ​ພຣະ​ອົງ 10 ຂໍ​ຊົງ​ສອນ​ໃຫ້​ຂ້າ​ພຣະ​ອົງ​ທຳ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ວິນ​ຍານ​ປະ​ເສີດ​ຂອງ​ພຣະ​ອົງ​ຊົງ​ນຳ​ຂ້າ​ພຣະ​ອົງ​ໄປ​ຕາມ​ວິ​ຖີ​ທາງ​ອັນ​ລາບ​ລື້ນ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ສະ​ຫງ​ວນ​ຊີ​ວິດ​ຂ້າ​ພຣະ​ອົງ​ໄວ້ ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ ຂໍ​ຊົງ​ນຳ​ຂ້າ​ພຣະ​ອົງ​ອອກ​ມາ​ຈາກ​ຄວາມ​ຍາກ​ລຳ​ບາກ​ຕາມ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ 12 ​ຂໍ​ຊົງ​ຕັດ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ອອກ​ໄປ​ຕາມ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ ແລະ​ຂໍຊົງ​ທຳ​ລາຍ​ບັນ​ດາ​ຜູ້​ທີ່​ຂົ່ມ​ໃຈ​ຂ້າ​ພຣະ​ອົງ ເພາະ​ຂ້າ​ພຣະ​ອົງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ

ເພງສັຣເສີນ 144

ຄຳ​ອ້ອນວອນ​ຂໍ​ຊົງ​ຊ່ອຍ​ໃຫ້​ພົ້ນ​ແລະ​ເພື່ອ​ຄວາມ​ມັ່ງ​ຄັ່ງ ຂອງ​ດາ​ວິດ

1 ສາ​ທຸ​ການ​ແດ່​ພຣະ​ເຈົ້າ ພຣະ​ສີ​ລາ​ຂອງ​ຂ້າ​ພະ​ເຈົ້າ ຜູ້​ຊົງ​ຝຶກ​ມື​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ທຳ​ສົງ​ຄາມ ແລະ​ນີ້ວ​ມື​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ທຳ​ເສິກ 2 ຊົງ​ເປັນ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ປ້ອມ​ປ​ຣາ​ການ ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ ແລະ​ເປັນ​ຜູ້​ຊ່ອຍ​ກູ້​ຂອງ​ຂ້າ​ພະ​ເຈົ້າ ເປັນ​ໂລ່​ແຂງ​ຂ້າ​ພະ​ເຈົ້າ ແລະ​ເປັນຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ລີ້​ພັຍ​ໃນ​ພຣະ​ອົງ ຜູ້​ຊົງ​ປາບ​ປະ​ຊາ​ຊາດ​ທັງ​ຫລາຍ​ໄວ້​ໃຕ້​ຂ້າ​ພະ​ເຈົ້າ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ມະ​ນຸດ​ເປັນ​ຫຍັງ​ຫນໍ ຊຶ່ງ ພຣະ​ອົງ​ຊົງ​ສົນ​ພຣະ​ທັຍ​ໃສ່​ເຂົາ ຫລື​ບຸດ​ຂອງ​ມະ​ນຸດ​ເປັນ​ຫຍັງ​ຊຶ່ງ​ພຣະ​ອົງ​ຊົງ​ຄິດ​ເຖິງ​ເຂົາ 4 ມະ​ນຸດ​ເຫມືອນ​ລົມ​ຫາຍ​ໃຈ ວັນ​ເວ​ລາ​ຂອງ​ເຂົາ​ເຫມືອນ​ເງົາ​ທີ່​ຜ່ານ​ໄປ 5 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໂນ້ມ​ຟ້າ​ສວັນ​ຂອງ​ພຣະ​ອົງ ແລະ​ຂໍ​ສະ​ເດັດ​ລົງ​ມາ​ແຕະ​ຕ້ອງ​ພູ​ເພື່ອ​ໃຫ້​ມັນ​ມີ​ຄວັນ​ຂຶ້ນ 6 ຂໍ​ຊົງ​ສົ່ງຟ້າ​ແມບ​​ອອກ​ມາ ແລະ​ກະ​ຈາຍ​ເຂົາ​ໄປ ຂໍ​ໃຫ້​ລູກ​ທະ​ນູ​ຂອງ​ພຣະ​ອົງ​ໃຫ້​ເຂົາ​ແຕກ​ຫນີ​ໄປ 7 ຂໍ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ຈາກ​ທີ່​ສູງ ຂໍ​ຊົງ​ຊ່ອຍ​ແລະ​ກູ້​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຊົນ​ຕ່າງ​ດ້າວ 8 ຜູ້​ຊຶ່ງ​ປາກ​ຂອງ​ເຂົາ​ເວົ້າ​ເທັດ ແລະ​ຊຶ່ງ​ມື​ຂວາ​ຂອງ​ເຂົາ​ເປັນ​ມື​ຂວາ​ແຫ່ງ​ຄວາມ​ມຸ​ສາ 9 ຂ້າ​ແດ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ແດ່​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ດີດ​ພີນ​ສິບ​ສາຍ​ຖວາຍ​ພຣະ​ອົງ 10 ຜູ້​ປະ​ທານ​ໄຊ​ຊະນະ​ແກ່​ພຣະ​ຣາ​ຊາ ຜູ້​ຊົງ​ຊ່ອຍ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ລອດ 11 ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ດາບ​ ແລະ​ຂໍ​ຊົງ​ຊ່ອຍ​ກູ້​ຂ້າ​ພຣະ​ອົງ​ຈາກ​ມື​ຄົນ​ຕ່າງ​ດ້າວ ຜູ້​ຊື່ງ​ປາກ​ຂອງ​ເຂົາ​ເວົ້າ​ເທັດ ແລະ​ຊຶ່ງ​ມື​ຂວາ​ຂອງ​ເຂົາ​ເປັນ​ມື​ຂວາ​ແຫ່ງ​ຄວາມ​ມຸ​ສາ 12 ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຜູ້​ຊຶ່ງ​ບັນ​ດາ​ບຸດ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ເມື່ອ​ເຂົາ​ຍັງ​ຫນຸ່ມໆ​ຢູ່​ເປັນ​ເຫມືອນ​ຕົ້ນ​ໄມ້​ໃຫຍ່​ເຕັມ​ຂນາດ ຊຶ່ງ​ບັນ​ດາ​ບຸດ​ຍິງ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ເຫມືອນ​ເສົາ​ຫົວ​ມຸມ​ສລັກ​ອອກ​ມາ​ຕາມ​ແບບ​ພຣະ​ຣາ​ຊວັງ 13 ຊຶ່ງເລົ້າ​ສາງ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ເຕັມ​ມືຂອງ​ບັນ​ຈຸ​ຢູ່​ທຸກ​ຢ່າງຊຶ່ງ​ແກະ​ຂອງ​ຂ້າ​ພະ​ເຈົ້າ​ທັງຫລາຍ​ມີ​ລູກ​ຕັ້ງ​ພັນ​ຕັ້ງ​ຫມື່ນ​ທີ່​ໃນ​ທົ່ງ​ຂອງ​ຂ້າ​ພະ​ເຈົ້າ 14 ຊຶ່ງ​ສັດ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຫລຸ​ລູກ​ແຕ່​ອອກ​ລູກ​ໃຫ້​ຫລາຍ​ ບໍ່​ມີ​ໃຜ​ພັງ​ເຂົ້າ​ມາ ບໍ່​ມີ​ອອກ​ໄປ ແລະ​ຊຶ່ງ​ບໍ່​ມີ​ສຽງ​ຮ້ອງ​ທຸກ​ໃນ​ຖ​ນົນ​ຫົນ​ທາງ​ຂອງ​ຂ້າ​ພະ​ເຈົ້າ 15 ຊົນ​ຊາດ​ຜູ້ມີ​ພຣະ​ພອນ​ຢ່າງ​ນີ້​ຫລັ່ງ​ລົງ​ມາ​ເຖິງ ກໍ​ເປັນ​ສຸກ ຊົນ​ຊາດ​ຊຶ່ງ​ພຣະ​ເຈົ້າ​ຂອງ​ເຂົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ກໍ​ເປັນ​ສຸກ

ເພງສັຣເສີນ 145

ຄຳ​ສັຣ​ເສີນເພາະ​ພຣະ​ຄຸນ​ແລະ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ເຈົ້າ ບົດ​ເພງ​ສັຣ​ເສີນ​ ຂອງ​ດາ​ວິດ

1 ຂ້າ​ພຣະ​ອົງ​ຈະ​ປະ​ກາດ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ ຜູ້​ຊົງ​ເປັນ​ເຈົ້າ​ມະ​ຫາ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ສັຣເສີນ​ພຣະ​ອົງ​ຕລອດ​ໄປ 2 ຂ້າ​ພຣະ​ອົງ​ຈະ​ຂອບ​ພຣະ​ຄຸນ​ພຣະ​ອົງ​ທຸກໆ​ວັນ ແລະ​ຈະ​ສັຣ​ເສີນ​ພຣະ​ອົງ​ຕລອດ​ໄປ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຍິ່ງ​ໃຫຍ່ ແລະ​ສົມ​ຄວນ​ໄດ້​ຮັບ​ຄຳ​ສັຣ​ເສີນ​ອັນ​ສູງ​ສົ່ງ ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ຊົງ​ໃຫຍ່ກ​ວ່າ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພຣະ​ອົງ 4 ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ນັ້ນ ຈະ​ຕ້ອງ​ໄດ້​ຮັບ​ຄຳ​ສັຣເສີນ​ຈາກ​ຄົນ​ຊົ່ວ​ອາ​ຍຸ​ນີ້​ແລະ​ຊົ່ວ​ອາ​ຍຸຫນ້າ ເຂົາ​ຈະ​ປະ​ກາດ​ເຖິງກິຈ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ ພຣະ​ອົງ 5 ມະ​ນຸດ​ຈະ​ກ່າວ​ເຖິງ​ຣັ​ສ​ມີ ແລະ​ອຳ​ນາດ​ອັນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ ສ່ວນ​ຂ້າ​ພຣະ​ອົງ​ກໍ​ຈະ​ຄິດ​ເຖິງ​ການ​ກະ​ທຳ​ອັນ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ 6 ມະ​ນຸດ​ຈະ​ກ່າວ​ເຖິງ​ການ​ກະ​ທຳ​ອັນ​ຫນ້າ​ຢ້ານ​ກົວ​ຂອງ​ພຣະ​ອົງ ສ່ວນ​ຂ້າ​ພຣະ​ອົງ​ກໍ​ຈະ​ປະ​ກາດ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ 7 ເຂົາ​ຈະ​ເວົ້າ​ເຖິງ​ຄວາມ​ດີ​ທຸກ​ຢ່າງ​ຂອງ​ພຣະ​ອົງ ແລະ​ຮ້ອງ​ເພງ​ສັຣ​ເສີນ​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ພຣະ​ອົງ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຄວາມ​ຮັກ​ແລະ​ເມດ​ຕາ​ປາ​ນີ ພຣະ​ອົງ​ຊົງ​ພິ​ໂຣດ​ຊ້າ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ 9 ພຣະ​ອົງ​ຊົງ​ດີ​ຕໍ່​ທຸກໆ​ຄົນ ແລະ​ສົງ​ສານ​ຕໍ່​ທຸກໆ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສ້າງ​ມາ 10 ຂ້າ​ແດ່​ພຣະຜູ້ເປັນ​ເຈົ້າ ທຸກໆ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສ້າງ​ມາ​ນັ້ນ​ຈະ​ສັຣ​ເສີນ​ພຣະ​ອົງ ແລະ​ໄພ່​ພົນ​ຂອງ​ພຣະ​ອົງ​ຈະ​ຖວາຍ​ຄວາມ​ຂອ​ບ​ພຣະ​ຄຸນ​ແດ່ພຣະ​ອົງ 11 ເຂົາ​ຈະ​ກ່າວ​ເຖິງ​ຣັ​ສ​ມີ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ແລະ​ບອກ​ທຸກ​ຄົນ​ເຖິງ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ 12 ເພື່ອ​ວ່າ​ມະ​ນຸດ​ທຸກ​ຄົນ​ຈະ​ຮູ້​ຈັກ​ກິ​ຈ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແລະ​ຣັ​ສມີ​ອັນ​ສະ​ງ່າ​ຣາ​ສີ​ແຫ່ງ​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ 13 ຣາ​ຊອານາ​ຈັກ​ຂອງ​ພຣະ​ອົງ​ຊົງ​ເປັນ​ຢູ່​ຕລອດ​ໄປ ແລະ​ພຣະ​ອົງ​ກໍ​ຊົງ​ເປັນ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ​ສືບໆ​ໄປ ພຣະ​ເຈົ້າ​ຊົງ​ສັດ​ຊື່​ຕໍ່​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ​ກິ​ຈ​ການ​ທຸກ​ຢ່າງ​ຂອງ​ພຣະ​ອົງ​ຊົງ​ດີ 14 ພຣະ​ອົງ​ຊົງ​ຊ່ອຍ​ເຫລືອ​ທຸກໆ​ຄົນ​ທີ່​ຕົກ​ທຸກ​ໄດ້​ຍາກ ແລະ​ຊົງ​ຍົກ​ຍໍ​ທຸກໆ​ຄົນ​ທີ່​ຖືກ​ຫຍໍ້​ຫຍັນ 15 ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດກໍ​ມີ​ຄວາມ​ຫວັງ​ຢ່າງ​ລົ້ນ​ເຫລືອ​ຢູ່​ໃນ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ປະ​ທານ​ອາ​ຫານ​ໃຫ້​ຕາມ​ທີ່​ເຂົາ​ຕ້ອງ​ການ 16 ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ເຂົາ​ຢ່າງ​ພຽງ​ພໍ ແລະ​ຊົງ​ໃຫ້​ເຂົາ​ເພິ່ງ​ພໍ​ໃຈ​ໃນ​ຄວາມ​ປະ​ສົງ​ທຸກ​ຢ່າງ 17 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊອບ​ທັມ​ຕາມ​ທາງ​ທັງ​ສິ້ນ​ຂອງ​ພຣະ​ອົງ ແລະ​ຊົງ​ເອັນ​ດູໃນ​ການ​ກະ​ທຳ​ທັງ​ສິ້ນ​ຂອງ​ພຣະ​ອົງ 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ໃກ້ໆ​ທຸກໆ​ຄົນ​ທີ່​ຮ້ອງ​ຫາ​ພຣະ​ອົງ ທັງ​ຜູ້​ທີ່​ຮ້ອງ​ຫາ​ພຣະ​ອົງ​ດ້ວຍ​ຈິງ​ໃຈ​ 19 ພຣະ​ອົງ​ຊົງ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ທຸກ​ຄົນ​ທີ່​ຢຳ​ເກງ​ພຣະ​ອົງ ພຣະ​ອົງ​ຊົງ​ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ຂອງ​ເຂົາ ແລະ​ຊົງ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ພັຍ 20 ພຣະ​ອົງ​ຊົງ​ດູ​ແລ​ຮັກ​ສາ​ທຸກ​ຄົນ​ທີ່​ຮັກ​ພຣະ​ອົງ ແຕ່​ວ່າ​ພຣະ​ອົງ​ຈະ​ທຳ​ລາຍ​ຄົນ​ຊົ່ວ​ທຸກ​ຄົນ​ຖິ້ມ​ຫມົດ 21 ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເລື້ອຍໆ ຂໍ​ໃຫ້​ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສ້າງ​ມາ​ນັ້ນ ສັຣເສີນ​ພຣະ​ນາມ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ຕລອດ​ໄປ​

ເພງສັຣເສີນ 146

ການ​ສັຣເສີນ​ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ພັຍ

1 ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ຈິດ​ວິນ​ຍານ​ຂອງ​ຂ້າ​ເອີຍ ຈົ່ງ​ສັຣ​ເສີນ​ພຣະ​ອົງ 2 ຕລອດ​ຊົ່ວ​ຊີ​ວິດ​ຂອງ​ຂ້າ ຂ້າ​ຈະ​ສັຣ​ເສີນ​ພຣະ​ອົງ ແລະ​ຈະ​ຮ້ອງ​ເພງ​ຖວາຍແດ່​ພຣະ​ເຈົ້າ​ຂອງ​ຂ້າ​ຈົນ​ສິ້ນ​ຊີ​ວິດ 3 ຂໍ​ທ່ານ​ຢ່າ​ໄວ້​ເນື້ອ​ເຊື່ອ​ໃຈ​ນຳ​ພວກ​ເຈົ້າ​ນາຍ​ທັງ​ຫລາຍ ຄື​ມະ​ນຸດ​ທີ່​ບໍ່​ອາດ​ຈະ​ຊ່ອຍ​ທ່ານ​ໃຫ້​ພົ້ນ​ພັຍ​ໄດ້ 4 ເວ​ລາ​ເຂົາ​ຕາຍ ເຂົາກໍ​ກັບ​ຄືນ​ເປັນ​ຂີ້​ຝຸ່ນ​ດິນ ໃນ​ວັນ​ນັ້ນ​ແຜນ​ການ​ທຸກ​ຢ່າງ​ກໍ​ຈະ​ເຖິງ​ຈຸດ​ຈົບ 5 ຄວາມ​ສຸກ​ຈົ່ງ​ເປັນ​ຂອງ​ຜູ້​ທີ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ​ ແລະ​ຜູ້​ທີ່​ໄວ້​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຕົນ 6 ຜູ້້​ຊົງ​ສ້າງ​ຟ້າສວັນ​ ໂລກ ແລະ​ນ້ຳ​ທະ​ເລພ້ອມ​ທັງ​ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ ພຣະ​ອົງ​ຊົງ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ໄວ້​ສ​ເມີ 7 ພຣະ​ອົງ​ຊົງ​ຕັດ​ສິນ​ເຂົ້າ​ຂ້າງ​ຜູ້​ທີ່​ຖືກ​ຂົ່ມ​ເຫັງ ແລະ​ຊົງ​ປະ​ທານ​ອາ​ຫານ​ໃຫ້​ແກ່​ຜູ້​ທີ່​ອຶດ​ຫິວ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່​ອຍ​ນັກ​ໂທດ​ເປັນ​ອິສ​ຣະ 8 ແລະ​ໃຫ້​ຄົນ​ຕາ​ບອດ​ໄດ້​ເຫັນ​ຮຸ່ງ ພຣະ​ອົງ​ຊົງ​ຍົກ​ຍໍທຸກ​ຄົນ​ທີ່​ຖືກ​ຫຍໍ້​ຫຍັນ ແລະ​ຊົງ​ຮັກ​ຄົນ​ຊອບ​ທັມ 9 ພຣະ​ອົງ​ຊົງ​ຄຸ້ມ​ຄອງ​ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ ພຣະ​ອົງ​ຊົງ​ຊ່ອຍ​ພວກ​ຍິງຫມ້າຍ​ແລະ​ລູກ​ກຳ​ພ້າ ແຕ່​ຊົງ​ທຳ​ລາຍ​ແຜນ​ການ​ຂອງ​ຄົນ​ຊົ່ວ 10 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເປັນ​ພຣະ​ເຈົ້າ​ມະ​ຫາ​ຊີ​ວິດ ຕລອດ​ໄປ ເມືອງ​ຊີ​ໂອນ​ເອີ​ຍ ພຣະ​ເຈົ້າ​ຂອງ​ເຈົ້າ​ຈະ​ປົກ​ປັກ​ຮັກ​ສາ​ຕລອດ​ເວ​ລາ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ

ເພງສັຣເສີນ 147

ຄຳ​ສັຣ​ເສີນ​ເພາະ​ພຣະ​ເຈົ້າ​ຊົງ​ໂປດ​ປານ​ເຢ​ຣູ​ຊາ​ເລັມ

1 ຈົ່ງ​ສັຣເສີນພຣະ​ຜູ້​ເປັນ​ເຈົ້າ​ເຖີດ ເປັນ​ການ​ດີ​ທີ່​ຈະ​ຮ້ອງ​ເພງ​ຖວາຍ​ສັຣ​ເສີນແດ່​ພຣະ​ເຈົ້າ​ຂອງ​ເຮົາ ເພາະ​ພຣະ​ອົງ​ຊົງ​ພຣະ​ເມດ​ຕາ ແລະ​ບົດ​ເພງຖວາຍ​ສັຣ​ເສີນ​ກໍ​ເຫມາະ​ສົມ 2 ພຣະ​ຜູ້​ເປັນ​ເຈົ້າ​ກໍ່​ສ້າງ​ເຢ​ຣູ​ຊາເລັມ​ຂຶ້ນ ພຣະ​ອົງ​ຊົງ​ຮວບ​ຮວມ​ຄົນ​ອິສ​ຣາ​ເອນ​ທີ່​ຕ້ອງ​ກະ​ຈັດ​ກະ​ຈາຍ​ໄປ 3 ພຣະ​ອົງ​ຊົງ​ຮັກ​ສາ​ຄົນ​ທີ່​ຊອກ​ຊ້ຳ​ໃນ​ຈິດ​ໃຈ ແ​ລະ​ຊົງ​ພັນ​ຜູກ​ບາດ​ແຜ​ຂອງ​ເຂົາ 4 ພຣະ​ອົງ​ຊົງ​ນັບ​ຈໍານວນດາວ ພຣະ​ອົງ​ຊົງ​ຕັ້ງ​ຊື່​ມັນ​ທຸກ​ດວງ 5 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ຍິ່ງ​ໃຫຍ່ ແລະ​ຊົງ​ຣິດ​ທາ​ນຸ​ພາບ​ອັນ​ອຸດົມ ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ອົງ​ນັ້ນ​ວັດ​ບໍ່​ໄດ້ 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊູ​ຜູ້​ທີ່​ຖືກຢຽບ​ຢ່ຳ​ຂຶ້​ນ ພຣະ​ອົງ​ຊົງ​ໂຍນ​ຄົນ​ອະ​ທັມ​ລົງ​ເຖິງ​ດິນ 7 ຈົ່ງ​ຮ້ອງ​ເພງ​ໂມ​ທະ​ນາ​ພຣະ​ຄຸນ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ ຈົ່ງ​ດີດ​ພີນ​ເຂົາ​ຄູ່​ຖວາຍ​ພຣະເຈົ້າ​ຂອງ​ເຮົາ 8 ພຣະ​ອົງ​ຊົງ​ຄຸມ​ຟ້າ​ສວັນ​ດ້ວຍ​ເມກ ພຣະ​ອົງ​ຊົງ​ຕຽມ​ຝົນ​ໃຫ້​ແກ່​ແຜ່ນ​ດິນ​ໂລກ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຫຍ້າ​ງອກ​ຢູ່ເທິງ​ພູ​ 9 ພຣະ​ອົງ​ປະ​ທານ​ອາ​ຫານ​ແກ່​ສັດ ແລະ​ແກ່​ລູກ​ກາ​ທີ່​ຮ້ອງ 10 ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ພຣະ​ອົງ​ບໍ່​ໄດ້​ຢູ່​ໃນ​ກຳ​ລັງ​ຂອງ​ມ້າ ຫລື​ຄວາມ​ສຸກ​ໃຈ​ຂອງ​ພຣະ​ອົງ​ຢູ່​ໃນ​ທະ​ຫານ​ທີ່​ເກັ່ງ​ກ້າ 11 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ພໍ​ໃຈ​ໃນ​ຄົນ​ຢຳ​ເກງ​ພຣະ​ອົງ ແລະ​ໃນ​ຄົນ​ທີ່​ຄວາມ​ຫວັງ​ຂອງ​ເຂົາ​ຢູ່​ໃນ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ 12 ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ຍົກ​ຍ້ອງ​ພຣະ​ຜູ້​ເປັນ​ເຈົ້າ ຊີ​ໂອນ​ເອີຍ ຈົ່ງ​ຖວາຍ​ສັຣ​ເສີນ​ແດ່​ພຣະ​ເຈົ້າ​ຂອງ​ເຈົ້າ 13 ເພາະພຣະ​ອົງ​ຊົງ​ເສີມ​ກຳ​ລັງ​ການ​ປະ​ຕູ​ຂອງ​ເຈົ້າ ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ບຸດ​ທັງ​ຫລາຍ​ທີ່​ຢູ່ພາຍ​ໃນ​ເຈົ້າ 14 ພຣະ​ອົງ​ຊົງ​ກະ​ທຳ​ສັນ​ຕິ​ພາບ​ໃນ​ເຂດ​ແດນ​ຂອງ​ເຈົ້າ ຊົງ​ໃຫ້​ເຈົ້າ​ອີ່ມ​ດ້ວຍ​ເຂົ້າ​ສາ​ລີ​ທີ່ດີ​ທີ່​ສຸດ 15 ພຣະ​ອົງ​ຊົງ​ໃຊ້​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ອອ​ກ​ໄປ​ຍັງ​ແຜ່ນ​ດິນ​ໂລກ ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ​ໄປ​ໄວ 16 ພຣະ​ອົງ​ປະ​ທານ​ຫິມ​ມະ​​ດັ່ງປຸ່ຍຂົນ​ແກະ ຊົງ​ຫວ່ານ​ນ້ຳ​ຄ້າງ​ແຂງ​ຂາວ​ເຫ​ລື້ອມໆ 17 ພຣະ​ອົງ​ຊົງ​ໂຍນ​ນ້ຳ​ແຂງ​ຂອງ​ພຣະ​ອົງ​ເປັນ​ກ້ອນໆ ໃຜ​ຈະ​ທົນ​ທານ​ຄວາມ​ຫນາວ​ຂອງ​ພຣະ​ອົງ​ໄດ້ 18 ພຣະ​ອົງ​ຊົງ​ໃຊ້​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ​ອອກ​ໄປ ແລະ​ລະ​ລາຍ​ມັນ​ເສັຽ ພຣະ​ອົງ​ຊົງ​ໃຫ້​ລົມ​ພັດ ແລະ​ນ້ຳ​ກໍ​ໄຫລ 19 ພຣະ​ອົງ​ຊົງ​ສຳ​ແດງ​ພຣະວັຈ​ນະ​ຂອງ​ພຣະ​ອົງ​ແກ່​ຢາ​ໂຄບ ກົດ​ບັນ​ຍັດ ແລະ​ກົດ​ຫມາຍ​ຂອງ​ພຣະ​ອົງ​ແກ່​ອິສ​ຣາ​ເອນ 20 ພຣະ​ອົງ​ບໍ່​ໄດ້​ຊົງ​ປະ​ກອບ​ການ​ເຊັ່ນ​ນີ້​ແກ່​ປະ​ຊາ​ຊາດ​ອື່ນ​ໃດ ເຂົາ​ບໍ່​ຮູ້​ຈັກ​ກົດ​ຫມາຍ​ຂອງ​ພຣະ​ອົງ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເທີ້ນ

ເພງສັຣເສີນ 148

ທົ່ວ​ທັງ​ຈັກ​ກະ​ວານ​ຈົ່ງ​ສັຣ​ເສີນ​ພຣະ​ເຈົ້າ

1 ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຈົ້າ​ທີ່ຢູ່​ເທິງຟ້າ​ສວັນ​ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ເບື້ອງ​ເທິງ 2 ຄື​ພ​ວກ​ເທວະ​ດາ​ທັງ​ຫລາຍ ພ້ອມ​ທັງ​ຝູງກອງ​ທັບ​ເມືອງ​ຟ້າ​ສວັນ ຈົ່ງ​ສັຣ​ເສີນ​ພຣະ​ອົງ 3 ດວງ​ຕາ​ເວັນ ແລະ​ດວງ​ເດືອນ ພ້ອມ​ທັງ​ດວງ​ດາວ​ທີ່​ສ່ອງ​ແສງ​ສວ່າງ ຈົ່ງ​ສັຣ​ເສີນ​ພຣະ​ອົງ 4 ຟ້າສວັນ​ສູງ​ສຸດ ແລະ​ທັງ​ນ້ຳ​ທີ່​ຢູ່​ເທິງ​ທ້ອງ​ຟ້າ ຈົ່ງ​ສັຣເສີນ​ພຣະ​ອົງ 5 ຂໍ​ໃຫ້​ທຸກໆ​ສິ່ງ​ເຫລົ່າ​ນີ້​ສັຣເສີນ​ພຣະ​ນາມ​ຂອງພຣະຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ຮັບ​ສັ່ງ​ສິ່ງ​ເຫລົ່າ​ນີ້​ຈຶ່ງ​ເກີດ​ຂຶ້ນ​ມາ 6 ຍ້ອນ​ຄຳ​ສັ່ງ​ຂອງ​ພຣະ​ອົງ ສິ່ງ​ເຫລົ່າ​ນີ້​ຈຶ່ງ​ຄົງ​ຢູ່​ບ່ອນ​ເກົ່າ​ຕລອດ​ໄປ ແລະ​ພວກ​ມັນ​ກໍ​ບໍ່​ໄດ້​ລະ​ເມີດ​ຄຳ​ສັ່ງ​ຂອງ​ພຣະ​ອົງ 7 ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ແຜ່ນ​ດິນ​ໂລກ ສັດ​ທະ​ເລ ແລະ​ມະ​ຫາ​ສມຸດ​ເລິກ​ທັງ​ຫລາຍ 8 ຟ້າ​ແມບ​ ຫມາກ​ເຫັບ ຫິມ​ມະ ແລະ​ເມກ​ຫມອກ ພ້ອມ​ທັງ​ລົມ​ແຮງ​ກ້າ​ທີ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ອົງ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ແຜ່ນ​ດິນ​ໂລກ 9 ພູ​ນ້ອຍ ແລະ​ພູ​ໃຫຍ່​ທັງ​ຫລາຍ ພ້ອມ​ທັງ​ຕົ້ນ​ຫມາກ​ໄມ້​ ແລະ​ປ່າ​ດົງ​ພົງ​ໄພ ຈົ່ງ​ສັຣເສີນ​ພຣະ​ອົງ 10 ສັດ​ບ້ານ​ແລະ​ສັດ​ປ່າ​ທຸກ​ຕົວ ພ້ອມ​ທັງ​ສັດ​ເລືອ​ຄານ​ແລະ​ຝູງຍົກ ຈົ່ງ​ສັຣເສີນ​ພຣະ​ອົງ 11 ບັນ​ດາ​ເຈົ້າ​ຊີ​ວິດ ພວກ​ເຈົ້າ​ຊາຍ​ແລະ​ພວກ​ເຈົ້າ​ນາຍ ພ້ອມ​ທັງ​ປະ​ຊາ​ຊົນ​ທຸກ​ທົ່ວ​ຫນ້າ 12 ຊາຍ​ຫນຸ່ມ​ຍີງ​ສາວ ຜູ້​ເຖົ້າ ພ້ອມທັງ​ເດັກ​ນ້ອຍ ຈົ່ງ​ພາ​ກັນ​ສັຣ​ເສີນ​ພຣະ​ອົງ 13 ຂໍ​ໃຫ້​ທັງ​ຫມົດ​ນີ້​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ນາມ​ຂອງ​ພຣະ​ອົງ​ຊົງ​ຍິ່ງ​ໃຫຍ່​ກວ່າ​ສິ່ງ​ອື່ນ​ໃດ ຣັສ​ມີ​ຂອງ​ພຣະ​ອົງ​ຊົງ​ສູງກວ່າແຜ່ນ​ດິນ​ໂລກ ​ແລະ​ຟ້າສວັນ​ 14 ພຣະ​ອົງ​ຊົງ​ໃຫ້​ຊົນ​ຊາດ​ຂອງ​ພຣະ​ອົງ​ແຂງ​ແຮງ​ຂຶ້ນ ເພື່ອ​ວ່າ​ໄພ່​ພົນ​ທຸກ​ຄົນ​ຈະ​ສັຣ​ເສີນ​ພຣະ​ອົງ ຄື​ຊາວ​ອິສ​ຣາ​ເອນ​ຊຶ່ງ​ເປັນ​ຜູ້​ທີ່​ຮັກ​ຂອງ​ພຣະ​ອົງ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ

ເພງສັຣເສີນ 149

ອິສ​ຣາ​ເອນ​ຖືກ​ຕັກ​ເຕືອນ​ໃຫ້​ສັຣ​ເສີນ​ພຣະ​ເຈົ້າ

1 ຈົ່ງ​ສັຣເສີນ​ພຣະຜູ້​ເປັນ​ເຈົ້າ​ເຈົ້າ​ເຖີດ ຈົ່ງ​ຣ້ອງ​ເພງ​ບົດ​ໃຫມ່​ຖວາຍ​ພຣະຜູ້​ເປັນ​​ເຈົ້າ ຮ້ອງ​ບົດ​ສັຣ​ເສີນ​ຖວາຍ​ພຣະ​ອົງ​ໃນ​ຊຸມ​ນຸມ​ໄພ່ພົນ​ຂອງ​ພຣະ​ອົງ 2 ໃຫ້ອີສຣາ​ເອນ​ຍິນ​ດີ​ໃນ​ຜູ້​ສ້າງ​ຂອງ​ເຂົາ ໃຫ້​ລູກ​ຊາຍ​ທັງ​ຫລາຍ​ຂອງ​ຊີ​ໂອນ​ຊົມ​ຊື່ນໃນ​ກະ​ສັດຂອງ​ເຂົາ 3 ໃຫ້​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ​ດ້ວຍ​ເຕັ້ນ​ຣຳ ຖວາຍ​ເພງ​ແດ່​ພຣະ​ອົງ​ດ້ວຍ​ຣຳ​ມະ​ນາ​ແລະ​ພີນ​ເຂົາ​ຄູ່ 4 ເພາະ​ພຣະຜູ້​ເປັນ​​ເຈົ້າ​ຊົງ​ຊື່ນ​ບານ​ໃຈໃນ​ປະ​ຊາ​ກອນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ປະ​ດັບ​ໄຊ​ໃຫ້​ແກ່​ຄົນ​ຖ່ອມ​ໃຈ 5 ໃຫ້​ປະ​ຊາ​ຊົນ​ເລີງ​ໂລດ​ໃນ​ໄຊ​ຊະ​ນະ ໃຫ້​ເຂົາ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ​ເທິງ​ທີ່​ນອນ​ຂອງ​ເຂົາ 6 ໃນ​ການ​ສັຣ​ເສີນ​ຢ່າງ​ສູງ​ແດ່​ພຣະ​ເຈົ້າ​ຢູ່​ໃນ​ລຳ​ຄໍ​ຂອງ​ເຂົາ ແລະ​ໃຫ້​ດາບ​ສອງ​ຄົມ​ຢູ່​ໃນ​ມື​ຂອງ​ເຂົາ 7 ເພື່ອ​ທຳ​ການ​ແກ້​ແຄ້ນ​ບັນ​ດາ​ປະ​ຊາ​ຊາດ ແລະ​ທຳ​ການ​ລົງ​ໂທດ​ຊົນ​ຊາດ​ທັ​ງ​ຫລາຍ 8 ເພື່ອ​ເອົາ​ໂສ້​ລ່າມ​ບັນ​ດາ​ພຣະ​ຣາ​ຊາ​ຂອງ​ເຂົາ ແລະ​ເອົາ​ເຄື່ອງ​ເຫລັກ​ຈຳ​ຈ່ອງ​ລ່າມ​ບັນ​ດາ​ເຈົ້າ​ນາຍ​ຂອງ​ເຂົາ 9 ເພື່ອ​ຈະ​ກະ​ທຳ​ແກ່​ເຂົາ​ຕາມ​ຄຳ​ພິ​ພາກ​ສາ​ທີ່​ບັນ​ທຶກ​ໄວ້​ແລ້ວ ນີ້​ເປັນ​ກຽດ​ແກ່​ບັ​ນ​ດາ​ປະ​ຊາ​ຊົນ​ຂອ​ງພຣະ​ອົງ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ

ເພງສັຣເສີນ 150

ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ

1 ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສັຣ​ເສີນ​ພຣະ​ເຈົ້າ​ໃນ​ສະ​ຖານ​ນະ​ມັ​ສ​ການຂອງ​ພຣະ​ອົງ ຈົ່ງ​ສັຣ​ເສີນ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ໃນຟ້າ​ສວັນ​ 2 ຈົ່ງ​ສັຣ​ເສີນ​ພຣະ​ອົງ​ຍ້ອນ​ສິ່ງ​ອັດ​ສະ​ຈັນ​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ຊົງ​ກະ​ທຳ ຈົ່ງ​ສັຣ​ເສີນ​ຄວາມ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ 3 ຈົ່ງສັຣ​ເສີນ​ພຣະ​ອົງ​ດ້ວຍ​ສຽງ​ເປົ່າ​ແກ ຈົ່ງ​ສັຣ​ເສີນ​ພຣະ​ອົງ​ດ້ວຍ​ພິນ​ເຂົາ​ຄຸ່ແລະ​​ພີນ​ໃຫຍ່ 4 ຈົ່ງສັຣ​ເສີນ​ພຣະ​ອົງ​ດ້ວຍ​ຣຳ​ມະ​ນາ ແລະ​ຟ້ອນ​ລຳ ຈົ່ງ​ສັຣ​ເສີນ​ພຣະ​ອົງດ້ວຍ​ດີດ​ພີນ ແລະ​ເປົ່າ​ຂຸ່ຍ​ 5 ຈົ່ງ​ສັຣ​ເສີນ​ພຣະ​ອົງ​ດ້ວຍສຽງ​ຊິ່ງ​ ຈົ່ງ​ສັຣເສີນ​ດ້ວຍ​ສຽງ​ສາບ 6 ທຸກ​ໆ​ສິ່ງ​ທີ່​ມີ​ຊີ​ວິດ ຈົ່ງ​ສັຣເສີນ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ

ສຸພາສິດ 1

ຄຸນ​ຄ່າ​ຂອງ​ສຸ​ພາ​ສິດ

1 ຄຳ​ສຸ​ພາ​ສິດ​ເຫລົ່າ​ນີ້​ເປັນ​ຂອງ​ໂຊໂລ​ໂມນ​ກະ​ສັດ​ອິສ​ຣາ​ເອນ ພຣະ​ຣາ​ຊ​ໂອ​ຣົດ​ຂອງ​ກະ​ສັດ​ດາ​ວິດ 2 ສຸ​ພາ​ສິດ​ນີ້​ຈະ​ຊ່ອຍ​ໃຫ້​ທ່ານ​ຮູ້​ຈັກ​ຄຸນ​ຄ່າ​ຂອງ​ປັນ​ຍາ​ແລະ​ຄຳ​ແນະ​ນຳ​ທີ່​ດີ ຊ່ອຍ​ໃຫ້​ເຂົ້າ​ໃຈ​ຖ້ອຍ​ຄຳ​ທີ່​ມີ​ຄວາມ​ຫມາຍ​ເລິກ​ເຊິ່ງ 3 ສາ​ມາດ​ສອນ​ທ່ານ​ໃຫ້​ຮູ້​ຈັກ​ທາງ​ດໍາ​ເນີນ​ຊີ​ວິດ​ຢ່າງ​ສ​ລາດ ໃຫ້​ຮູ້​ຈັກ​ທາງ​ສຸ​ຈ​ຣິດ ຄວາມ​ຍຸດ​ຕິ​ທັມ ແລະ​ທາງ​ຖືກ​ຕ້ອງ 4 ທຳ​ໃຫ້​ຄົນ​ໂງ່​ມີ​ຄວາມ​ສ​ລາດ​ຊຳ​ນານ ແລະ​ສອນ​ຄົນ​ຫນຸ່ມ​ໃຫ້​ຮູ້​ຈັກ​ການ​ດຳ​ເນີນ​ຊີ​ວິດ 5 ຊ່ອຍ​ເພີ້ມ​ພູນ​ຄວາມ​ຮູ້​ໃຫ້​ພວກ​ນັກ​ປາດ ຊີ້​ແນວ​ທາງ​ການ​ສຶກ​ສາ​ອົບ​ຣົມ 6 ຊ່ອຍ​ໃຫ້​ເຂົ້າ​ໃຈ​ຄວາມ​ຫມາຍ​ອັນ​ເລິກ​ແລບ​ຂອງ​ສຸ​ພາ​ສິດ ແລະ​ຄຳ​ເວົ້າ​ຂອງ​ພວກ​ນັກ​ປາດ 7 ທາງ​ທີ່​ພາ​ໃຫ້​ເກີດ​ຄວາມ​ຮູ້​ນັ້ນ ຄື​ກ່ອນ​ອື່ນ​ພວກ​ເຈົ້າ​ຕ້ອງຢໍາ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ຄົນ​ໂງ່​ມັກ​ປ​ມາດ​ປັນ​ຍາ ແລະ​ບໍ່​ຍອມສຶກ​ສາ​ຮ່ຳ​ຮຽນ

ຄຳ​ແນະ​ນຳ​ພວກ​ຄົນ​ຫນຸ່ມ

8 ລູກ​ເອີຍ ຈົ່ງ​ເອົາ​ໃຈ​ໃສ່​ແລະ​ເຊື່ອ​ຟັງ​ສິ່ງ​ທີ່​ພໍ່​ແມ່​ເຈົ້າ​ບອກ​ສອນ 9 ການ​ສອນ​ຂອງ​ທ່ານ​ເປັນ​ເຫມືອນ​ກະ​ໂຈມ​ໃສ່​ຫົວ​ອັນ​ງົດ​ງາມ ຫລື​ເຫມືອນ​ສາຍ​ສ້ອຍ​ປະ​ດັບ​ຄໍ​ຂອງ​ເຈົ້າ 10 ລູກ​ເອີຍ ເມື່ອ​ຄົນຊົ່ວ​ລໍ້​ເຈົ້າ​ໃຫ້​ເຈົ້າ​ທຳ​ຊົ່ວ ຢ່າ​ໄດ້​ເຮັດ​ຕາມ 11 ສົມ​ມຸດ​ເຂົາ​ເວົ້າ​ວ່າ, “ໄປ​ເທາະ ໄປ​ດັກ​ສະ​ກັດ​ຈັບ​ເອົາ​ຄົນ​ບໍ່​ມີ​ຄວາມ​ຜິດ​ມາ​ຂ້າ​ຖີ້ມ​ເທາະ 12 ໃຫ້ມັນ​ເຫມືອນ​ຄວາມ​ຕາຍ​ກືນ​ກິນ​ມະ​ນຸດ ຄື​ເມື່ອ​ພວກ​ເຮົາ​ພົບ​ເຂົາ​ທີ່​ມີ​ຊີ​ວິ​ດ​ຢູ່ 13 ພວກ​ເຮົາ​ກໍ​ຈະ​ໄດ້​ຂອງ​ມີ​ຄ່າ​ຫລາຍ​ຢ່າງ​ເມືອ​ໄວ້​ໃນ​ເຮືອນ​ຂອງ​ເຮົາ 14 ສະ​ນັ້ນ ຈົ່ງ​ມາ​ຮ່ວມ​ກັບ​ພວກ​ເຮົາ​ເທາະ ແລ້ວ​ຈຶ່ງ​ເອົາ​ສິ່ງ​ຂອງ​ທີ່​ຍາດ​ຊິງ​ມາ​ໄດ້​ນັ້ນ​ແບ່ງ​ປັນ​ກັນ” 15 ລູກ​ເອີຍ ເຈົ້າ​ຢ່າ​ເດີນ​ຕາມ​ທາງ​ຂອງ​ຄົນ​ເຊັ່ນ​ນັ້ນ ຈົ່ງ​ຫລົບ​ຫລີກ​ເສັຽ 16 ເພາະ​ວ່າ​ພວກ​ເຂົາ​ພ້ອມ​ສ​ເມີ​ທີ່​ຈະ​ທຳ​ຊົ່ວ ແລະ​ຂ້າ​ຄົນ 17 ເປັນ​ການ​ບໍ່​ຖືກ​ຕ້ອງ​ທີ່​ຈະ​ກາງ​ຂ່າຍ​ໃຫ້​ນົກ​ເຫັນ 18 ແຕ່​ຖ້າ​ເຈົ້າທຳເຊັ່ນ​ນັ້ນ ມັນ​ຈະ​ເປັນ​ເຫມືອນ​ກາງ​ຂ່າຍ​ໃສ່​ຕົວ​ເອງ ເພາະ​ວ່າ​ຈະ​ຈັບ​ຫຍັງ​ບໍ່​ໄດ້​ນອກ​ຈາກ​ຊີ​ວິດ​ຂອງ​ເຈົ້າ​ເອງ 19 ຄວາມ​ໂຫດ​ຮ້າຍ​ທາ​ຣຸ​ນ​ຍ່ອມ​ຕົກ​ຖືກ​ຕົນ​ຕົວ ແລະ​ຊີ​ວິດ​ຂອງ​ຜູ້​ທຳ​ສ​ເມີ ນີ້​ເປັນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ທຸກໆ​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ດ້ວຍ​ການ​ເປັນ​ຂະ​ໂມຍ

ສຽງ​ຮຽກ​ຮ້ອງ​ຂອງ​ປັນ​ຍາ

20 ຈົ່ງ​ຟັງ ປັນ​ຍາ​ຈະ​ຮ້ອງ​ອອກ​ໄປ​ຕາມ​ຖ​ນົນ ຕາມ​ທີ່​ສາ​ທາ​ລະ​ນະ​ 21 ຕາມ​ປະ​ຕູ​ເມືອງ ແລະ​ໃນ​ທຸກໆ​ບ່ອນ​ທີ່​ປະ​ຊາ​ຊົນ​ມາ​ຊຸມ​ນຸມ​ກັນ​ຢູ່ ປັນ​ຍາ​ຈະ​ຮ້ອງວ່າ, 22 “ຄົນ​ໂງ່​ເອີຍ ພວກ​ເຈົ້າ​ຍັງ​ຈະ​ດີ​ໃຈ​ເປັນ​ຄົນ​ໂງ່​ຢ່າງ​ນີ້​ຢູ່​ເຫິງ​ປານ​ໃດ? ຈະ​ຫມິ່ນ​ປ​ມາດ​ຄວາມ​ຮູ້​ຢູ່​ອີກ​ເຫິງ​ປານ​ໃດ? ຈະ​ບໍ່​ສຶກ​ສາ​ຮ່ຳ​ຮຽນ​ບໍ? 23 ຈົ່ງ​ຟັງ​ເມື່ອ​ເຮົາ​ຕັກ​ເຕືອນ​ເຈົ້າ ເຮົາ​ຈະ​ບອກ​ຖ້ອຍ​ຄຳ​ທີ່ດີ​ແກ່​ເຈົ້າ ແລະ​ແຈກ​ຢາຍ​ປັນ​ຍາ​ຄວາມ​ຮູ້​ຂອງ​ເຮົາ​ໃຫ້​ເຈົ້າ 24 ເຮົາ​ກຳ​ລັງ​ເອີ້ນ ແລະ​ເຊີນ​ເຈົ້າ​ມາ ແຕ່​ເຈົ້າ​ບໍ່​ຟັງ ແລະ​ບໍ່​ສົນ​ໃຈ​ໃນ​ເຮົາ 25 ບໍ່​ເອົາ​ໃຈ​ໃສ່​ໃນ​ຄຳ​ແນະ​ນຳ​ທັງ​ປວງ​ຂອງ​ເຮົາ ແລະ​ບໍ່​ເຊື່ອ​ຟັງ​ທີ່​ເຮົາ​ສອນ​ເຈົ້າ​ໃຫ້​ດີ 26 ດັ່ງ​ນັ້ນ ເມື່ອ​ເຈົ້າ​ຕົກ​ທຸກ​ໄດ້​ຍາກ ເຮົາ​ຈະ​ຫົວ​ຂວັນ​ເຈົ້າ ຈະ​ຫົວ​ເຍາະ​ເຍີ້ຍເມື່ອ​ເຈົ້າ​ຢ້ານ​ກົວ 27 ເມື່ອ​ຄວາມຢ້ານ​ແລະ​ຄວາມຍາກ​ລໍາ​ບາກ​ມາ​ຖືກ​ເຈົ້າ​ໂດຍ​ໄວ ເຫມືອນ​ລົມ​ພະ​ຍຸ​ແລະ​ລົມ​ຫົວ​ກຸດເຈົ້າຈະ​ເຈັບ​ປວດ ແລະ​ໄດ້​ຮັບ​ຄວາມ​ຈິບ​ຫາຍ 28 ເມື່ອ​ນັ້ນ​ເຈົ້າ​ຈະ​ເອີ້ນ​ຫາ​ເຮົາ ແຕ່​ເຮົາ​ຈະ​ບໍ່​ຕອບ ເຈົ້າ​ຈະ​ຊອກ​ຫາ​ເຣົາ​ໃນ​ທຸກໆ​ບ່ອນ ແຕ່ຈະ​ບໍ່​ພົບ​ເຫັນ​ເຮົາ​ຈັກ​ບ່ອນ 29 ເຈົ້າ​ບໍ່​ເຄີຍ​ໃຊ້​ຄວາມ​ຮູ້​ຈັກ​ເທື່ອ ບໍ່​ຍອມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ 30 ແລະ​ບໍ່​ຍອມ​ຮັບ​ເອົາ​ຄຳ​ແນະ​ນຳ​ຈາກ​ເຮົາ ຫລື​ບໍ່​ສົນ​ໃຈ​ໃດໆ​ເມື່ອ​ເຮົາ​ສອນ​ເຈົ້າ​ໃຫ້​ດີ 31 ດ້ວຍ​ເຫດ​ນີ້​ແຫລະ ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ສົມ​ຄວນ​ກັບ​ເຫດການ​ກະ​ທຳ​ຂອງ​ເຈົ້າ​ເອງ​ຈະ​ທຳໃຫ້​ເຈົ້າ​ເຈັບ​ປວດ 32 ຄົນ​ໂງ່​ຕາຍ​ຍ້ອນ​ຂາດ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ປ​ມາດ​ເປັນ​ທາງ​ແຫ່ງ​ຄວາມ​ຕາຍ 33 ແຕ່​ໃຜ​ກໍ​ຕາມ​ທີ່​ເຊື່ອ​ຟັງ​ເຮົາ​ຈະ​ປອດ​ພັຍ ແລະ​ຈະ​ບໍ່​ຢ້ານ​ອັນ​ຕະ​ຣາຍ​ໃດໆ​ທັງ​ສິ້ນ​“

ສຸພາສິດ 2

ປໂຍດ​ຂອງ​ປັນ​ຍາ

1 ລູກ​ເອີຍ ຈົ່ງ​ຈື່​ຈຳ​ສິ່ງ​ທີ່​ພໍ່ບອກ​ສອນ​ເຈົ້າ 2 ຈົ່ງ​ຕັ້ງ​ໃຈ​ຟັງ​ເອົາ​ປັນ​ຍາ ແລະ​ພ​ຍາ​ຍາມອ່ຽງ​ໃຈ​ຂອງ​ເຈົ້າ​ເຂົ້າ​ຫາ​ຄວາມ​ເຂົ້າ​ໃຈ 3 ໃຫ້​​ສ​ແວງ​ຫາຄວາມ​ຮູ້ ອ້ອນວອນ​ຂໍ​ຄວາມ​ເຂົ້າ​ໃຈ 4 ຈົ່ງ​ຊອກ​ຫາ​ປັນ​ຍາ​ເຫມືອນ​ຫາ​ເງິນ ຫລື​ຂຸມ​ຊັບທີ່​ເຊື່ອງ​ໄວ້ 5 ຖ້າ​ທຳ​ດັ່ງ​ນີ້​ເຈົ້າ​ຈະ​ຮູ້​ຈັກ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຮູ້​ເຣື່ອງ​ພຣະ​ເຈົ້າ​ເປັນ​ຢ່າງ​ດີ 6 ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ປັນ​ຍາ ພຣະ​ຄັມ​ຂອງ​ພຣະ​ອົງ​ທຳ​ໃຫ້​ມີ​ຄວາມ​ຮອບ​ຮູ້ ແລະ​ຄວາມ​ເຂົ້າ​ໃຈ 7 ພຣະ​ອົງ​ຊົງ​ຊ່ອຍ​ເຫລືອ​ຄຸ້ມ​ຄອງ​ຄົນ​ຊອບ​ທັມ ແລະ​ສັດ​ຊື່ 8 ຊົງ​ຮັກ​ສາ​ຄົນ​ທັງ​ຫລາຍ​ທີ່​ທຳຕໍ່​ຄົນ​ອື່ນ​ຢ່າງ​ຍຸດ​ຕິ​ທັມ ແລະ​ຊົງ​ເບິ່ງ​ແຍງ​ຄົນ​ທັງ​ຫລາຍ​ທີ່​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະ​ອົງ 9 ຖ້າ​ເຈົ້າ​ເຊື່ອ​ຟັງ​ເຮົາ ເຈົ້າ​ຈະ​ຮູ້​ຈັກ​ສິ່ງ​ທີ່​ຖືກ​ຕ້ອງ ສິ່ງ​ທີ່​ຍຸດ​ຕິ​ທັມ ສິ່ງ​ທີ່​ດີ​ງາມ​ແລະ​ທາງ​ແຫ່ງ​ຄວາມ​ສຸກ 10 ຈະ​ກາຍ​ເປັນ​ຄົນ​ສ​ລາດ ແລະ​ມີ​ຄວາມ​ຍິນ​ດີ​ຍ້ອນ​ຄວາມ​ຮູ້​ຂອງ​ເຈົ້າ 11 ຄວາມ​ສ​ລາດ​ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ເຈົ້າ​ຈະ​ຄຸ້ມ​ຄອງ​ເຈົ້າ 12 ມັນ​ຈະ​ຊ່ອຍ​ໃຫ້​ເຈົ້າ​ປະ​ທາງ​ຊົ່ວ​ຮ້າຍ​ເສັຽ ແລະ​ຊ່ອຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫລົ່າ​ນີ້ ຄື​ຄົນ​ທີ່​ເວົ້າ​ກໍ່​ກວນ 13 ຄົນ​ທີ່​ປະ​ຖິ້ມ​ທາງ​ຊອບ​ທັມ​ໄປ​ດຳ​ເນີນ​ຊີ​ວິດ​ໃນ​ທາງ​ບາບ 14 ຄົນ​ທີ່​ຫາ​ຄວາມ​ສຸກ​ໃນ​ທາງ​ຜິດ ແລະ​ທາງ​ຊົ່ວ​ຮ້າຍ 15 ຕລອດທັງ​ຄົນ​ໃຈ​ຄົດ​ທີ່​ໄວ້​ວາງ​ໃຈ​ບໍ່​ໄດ້ 16 ເຈົ້າ​ຈະ​ລອດ​ພົ້ນ​ຈາກ​ຍິງຊົ່ວ ຈາກ​ຍິງ​ສັນ​ຈອນ​ທີ່​ເວົ້າ​ຈາ​ພະ​ເນົ້າ​ພະ​ນໍ 17 ຜູ້​ປະ​ຖິ້ມ​ຄູ່​ຄຽງ​ທີ່​ນາງ​ໄດ້​ມາ​ເມື່ອຍັງ​ສາວໆ​ນັ້ນ​ເສັຽ ແລະ​ລືມ​ຄຳ​ຫມັ້ນ​ສັນ​ຍາ​ແຫ່ງ​ພຣະ​ເຈົ້າ​ຂອງ​ຕົນ 18 ເພາະ​ເຮືອນ​ຂອງ​ນາງ​ຈົມ​ລົງ​ໄປ​ສູ່​ຄວາມ​ມໍ​ຣະ​ນາ ແລະວິ​ຖີ​ຂອງ​ນາງ​ໄປ​ສູ່​ຄວາມ​ຕາຍ 19 ​​ຜູ້​ທີ່​ໄປ​ຫານາງ​ບໍ່ກັບ​ຄືນ​ມາ​ຈັກ​ຄົນ​ດຽວ ຫລື​ຫາ​ມີຜູ້​ໃດກັບ​ຄືນ​ມາ​ສູ່​ຫົນ​ທາງ​ແຫ່ງ​ຊີ​ວິດ​ອີກ​ຈັກ​ເທື່ອ 20 ດັ່ງ​ນັ້ນ ເຈົ້າ​ຄວນ​ຈະ​ດຳ​ເນີນ​ໃນ​ທາງ​ຂອງ​ຄົນ​ດີ ແລະ​ຮັກ​ສາ​ວິ​ຖີ​ຂອງ​ຄົນ​ຊອບ​ທັມ 21 ເພາະ​ວ່າ​ຄົນ​ທີ່​ທ່ຽງ​ທັມ​ຈະ​ໄດ້​ຢູ່​ໃນ​ແຜ່ນ​ດິນ ແລະ​ຄົນ​ສັດ​ຊື່​ຈະ​ຄົງ​ຢູ່​ໃນ​ນັ້ນ 22 ແຕ່​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ຕັດ​ຂາດ​ເສັຽ​ຈາກ​ແຜ່ນ​ດິນ ແລະ​ຄົນ​ທໍ​ຣະ​ຍົດ​ຈະ​ຖືກ​ຖອນ​ຮາກ​ອອກ​ໄປ

ສຸພາສິດ 3

ຄຳ​ແນະ​ນຳ​ພວກ​ຄົນ​ຫນຸ່ມ

1 ລູກ​ເອີຍ ຢ່າ​ລືມ​ຄຳ​ສອນ​ຂອງ​ເຮົາ ແຕ່​ໃຫ້​ໃຈ​ຂອງ​ເຈົ້າ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ 2 ເພາະ​ສິ່ງ​ເຫລົ່າ​ນີ້​ຈະ​ໃຫ້​ວັນເດືອນປີຊີ​ວິດ​ຍືນ​ຍາວ ແລະ​ອວຍ​ຄວາມ​ສຸກ​ສົມ​ບູນ​ແກ່​ເຈົ້າ 3 ຢ່າ​ໃຫ້​ຄວາມ​ຈົ່ງ​ຮັກ​ພັກ​ດີ ແລະ​ຄວາມ​ສັດ​ຊື່​ປະ​ຖິ້ມ​ເຈົ້າ ຈົ່ງ​ຜູກ​ມັນ​ໄວ້​ທີ່​ຄໍ​ຂອງ​ເຈົ້າ ຈົ່ງ​ຂຽນ​ມັນ​ໄວ້​ທີ່​ແຜ່ນ​ຈາ​ຣຶກ​ແຫ່ງ​ຫົວ​ໃຈ​ຂອງ​ເຈົ້າ 4 ດັ່ງ​ນັ້ນ ເຈົ້າ​ຈົ່ງ​ຫາ​ຄວາມ​ພໍ​ໃຈ ແລະ​ຊື່​ສຽງ​ດີ ໃນ​ສາຍ​ພຣະ​ເນດ​ພຣະຜູ້​ເປັນ​​ເຈົ້າ ແລະ​ໃນ​ສາຍ​ຕາ​ມະ​ນຸດ” 5 ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າໃຫ້​ສຸດ​ຈິດ​ສຸດ​ໃຈ​ຂອງ​ເຈົ້າ ຢ່າ​ເຊື່ອ​ຫມັ້ນ​ໃນ​ຄວາມ​ຮູ້​ຂອງ​ຕົນ 6 ເວ​ລາ​ທຳ​ທຸກ​ສິ່ງ​ໃຫ້​ລະ​ນຶ​ກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ພຣະ​ອົງ​ຈະ​ຊົງ​ສະ​ແດງ​ໃຫ້​ເຫັນ​ທາງ​ອັນ​ຖືກ​ຕ້ອງ 7 ຢ່າ​ຄິດ​ວ່າ​ຕົນ​ສ​ລາດ ຈົ່ງ​ເຄົາ​ຣົບ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຫ້​ເວັ້ນ​ຈາ​ກການ​ທຳຜິດ 8 ຖ້າ​ເຈົ້າ​ປະ​ຕິ​ບັດ​ຕາມ​ນີ້​ມັນ​ຈະ​ເປັນ​ເຫມືອນ​ຢາ​ວິ​ເສດ​ທີ່​ປິ່ນ​ປົວ​ບາດ​ແຜ​ຂອງ​ເຈົ້າ​ໃຫ້​ດີ ແລະ​ທຳ​ໃຫ້​ຄວາມ​ເຈັບ​ປວດ​ຂອງ​ເຈົ້າ​ຜ່ອນ​ຄາຍ​ລົງ 9 ຈົ່ງ​ຖວາຍ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ການ​ຖວາຍ​ຜົ​ນ​ລະ​ປູກ​ອັນ​ດີ​ທີ່​ສຸດແກ່​ພຣະ​ອົງ 10 ຖ້າ​ທຳ​ໄດ້​ດັ່ງ​ນີ້ ເຈົ້າ​ຈະ​ມີ​ເຂົ້າ​ເຕັມ​ເລົ້າ ແລະ​ມີ​ເຫລົ້າ​ອະ​ງຸ່ນ​ຫລາຍ​ຈົນ​ບໍ່​ມີ​ໄຫ​ໃສ່ 11 ລູກ​ເອີຍ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ສອນ​ເຈົ້າ ຈົ່ງ​ຕັ້ງ​ໃຈ​ຟັງ ແລະ​ຍຶດ​ຖື​ເປັນ​ເຄື່ອງ​ເຕືອນ​ໃຈ 12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ສອນ​ຜູ້​ທີ່​ພຣະ​ອົງ​ຊົງ​ຮັກ ເຫມືອນ​ບິ​ດາ​ບອກ​ສອນ​ລູກ​ຊາຍ​ຜູ້​ທີ່​ຕົນ​ຫວັງ​ເພິ່ງ 13 ມະ​ນຸດ​ຜູ້​ມີ​ປັນ​ຍາ ແລະ​ມີ​ຄວາມ​ເຂົ້າ​ໃຈ​ຍ່ອມ​ມີ​ຄວາມ​ສຸກ 14 ປ​ໂຍດ​ທີ່​ໄດ້​ຈາກ​ປັນ​ຍາ​ມີ​ຫລາຍກວ່າ​ທີ່​ໄດ້​ຈາກ​ເງິນ​ຄຳ​ມັນ​ມີ​ຄຸນ​ຄ່າ​ຫລາຍກວ່າ​ເພັດ 15 ບໍ່​ມີ​ອັນ​ໃດ​ໃນ​ໂລກ​ຈະ​ປຽບ​ກັບ​ປັນ​ຍາ​ໄດ້ 16 ປັນ​ຍາ​ໃຫ້​ເຈົ້າ​ມີ​ຊີ​ວິດ​ຍືນ​ຍາວ​ເຊັ່ນ​ດຽວ​ກັບ​ຊັບ​ສົມ​ບັດ​ແລະ​ກຽດ​ຕິ​ຍົດ 17 ທາງ​ຂອງ​ປັນ​ຍາ​ທຳ​ໃຫ້​ຊີ​ວິດ​ຂອງ​ເຈົ້າ​ມ່ວນ​ຊື່ນ​ປອດ​ພັຍ ຜູ້​ທີ່​ມີ​ປັນ​ຍາ​ຍ່ອມ​ມີ​ຄວາມ​ສຸກ 18 ປັນ​ຍາ​ຈະ​ໃຫ້​ຊີ​ວິດ​ແກ່​ເຂົາ​ເຫມືອນ​ກົກ​ໄມ້​ໃຫ້​ຫມາກ​ສັນ​ນັ້ນ 19 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ວາງ​ຮາກ​ແຜ່ນ​ດິນ​ໂລກໂດຍ​ປັນ​ຍາ ພຣະ​ອົງ​ຊົງ​ສະ​ຖາ​ປະ​ນາ​ຟ້າ​ສວັນ​ໂດຍ​ຄວາມ​ເຂົ້າ​ໃຈ 20 ໂດຍ​ຄວາມ​ຮູ້​ຂອງ​ພຣະ​ອົງ ທຳ​ໃຫ້​ແມ່​ນ້ຳ​ລ່ອງ​ໄຫລ ແລະ​ເມກກໍ​ເທຝົນລົງ​ມາ 21 ລູກ​ເອີຍ ຈົ່ງ​ຮັກ​ສາ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ສ​ລຽວ​ສ​ລາດ​ໄວ້ ຢ່າ​ໃຫ້​ທັງ​ສອງ​ນີ້​ຫນີ​ໄປ​ຈາກ​ສາຍ​ຕາ​ຂອງ​ເຈົ້າ 22 ແລະ​ທັງ​ສອງ​ຈະ​ເປັນຊີ​ວິດ​ແກ່​ເຈົ້າ ເປັນ​ອາ​ພອນ​ປະ​ດັບ​ຄໍ​ຂອ​ງ​ເຈົ້າ 23 ແລ້ວ​ເຈົ້າ​ຈະ​ດຳ​ເນີນ​ໃນ​ທາງ​ຂອງ​ເຈົ້າ​ຢ່າງ​ປອດ​ພັຍ ແລະ​ຕີນ​ຂອງ​ເຈົ້າ​ຈະ​ບໍ່​ສະ​ດຸດ 24 ຖ້າ​ເຈົ້າ​ນັ່ງ ເຈົ້າ​ຈະ​ບໍ່​ຢ້ານ ເມື່ອ​ເຈົ້າ​ນອນ ກໍ​ຈະ​ຫລັບ​ໄປ​ຢ່າງ​ຜາ​ສຸກ​ສົດ​ຊື່ນ 25 ຢ່າ​ຢ້ານ​ຄວາມ​ກົວ​ທີ່​ມາ​ເຖິງ​ປັດ​ຈຸ​ບັນ​ທັນ​ດ່ວນ ຫລື​ຢ້ານ​ຄວາມ​ພິ​ນາດ​ຂອງ​ຄົນ​ຊົ່ວ​ຮ້າຍ​ທີ່​ເກີດ​ຂຶ້ນ 26 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເປັນ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຈົ້າ ແລະ​ຈະ​ຊົງ​ຮັກ​ສາ​ຕີນຂອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ການ​ຖືກ​ຈັບ 27 ຢ່າ​ຍຶດ​ຄວາມ​ດີ​ໄວ້​ຈາກ​ຜູ້​ທີ່​ສົມ​ຄວນ​ຈະ​ໄດ້​ຮັບ ໃນ​ເມື່ອ​ສິ່ງ​ນີ້​ຢູ່​ໃນ​ອຳ​ນາດ​ຂອງ​ເຈົ້າ​ທີ່​ຈະ​ກະ​ທຳ​ໄດ້ 28 ຢ່າ​ເວົ້າ​ກັ​ບ​ເພື່ອນ​ບ້ານ​ຂອງ​ເຈົ້າ​ວ່າ, “ໄປ​ເຖີດ ແລ້ວ​ກັບ​ມາ​ອີກ ມື້​ອື່ນ​ນີ້​ເຮົາ​ຈະ​ໃຫ້” ໃນ​ເມື່ອ​ເຈົ້າ​ມີ​ໃຫ້​ຢູ່​ແລ້ວ 29 ຢ່າ​ວາງແຜນ​ງານ​ຊົ່ວ​ຮ້າຍຕໍ່​ເພື່ອນ​ບ້ານ​ຂອງ​ເຈົ້າ ຜູ້​ອາ​ໄສ​ຢ່າງ​ໄວ້​ວາງ​ໃຈ​ຢູ່​ຂ້າງໆ​ເຈົ້າ 30 ຢ່າ​ໂຕ້​ຕອບ​ກັບ​ຜູ້​ໃດ​ຢ່າງ​ໄຮ້​ເຫດ​ຜົນ ໃນ​ເມື່ອ​ເຂົາ​ບໍ່​ໄດ້​ທຳ​ອັນ​ຕະ​ຣາຍ​ຢ່າງ​ໃດ​ແກ່​ເຈົ້າ 31 ຢ່າ​ອິດ​ສາ​ຄົນ​ທີ່​ທາ​ຣຸນ ຢ່າ​ເລືອກ​ທາງ​ໃດໆ​ຂອງ​ເຂົາ​ເລີຍ 32 ເພາະ​ຄົນ​ຕະ​ລົບ​ຕະ​ແລງ​ເປັນ​ທີ່​ກຽດ​ຊັງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ຄົນ​ທ່ຽງ​ທັມ​ຢູ່​ໃນ​ຄວາມ​ໄວ້​ພຣະ​ທັຍ​ຂອງ​ພຣະ​ອົງ 33 ຄຳ​ສາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ເຣືອນ​ຂອງ​ຄົນ​ຊົ່ວ​ຮ້າຍ ແຕ່​ພຣະ​ອົງ​ຊົງ​ອວຍ​ພຣະ​ພອນ​ແກ່​ທີ່​ອາ​ໄສ​ຂອງ​ຄົນ​ຊອບ​ທັມ 34 ພຣະ​ອົງ​ຊົງ​ເຍາະ​ເຍີ້ຍ​ຄົນ​ທີ່​ມັກ​ເຍາະ​ເຍີ້ຍ ແຕ່​ພຣະ​ອົງ​ຊົງ​ສຳ​ແດງ​ພຣະ​ຄຸ​ນ​ແກ່​ຄົນ​ທີ່​ຖ່ອມ​ໃຈ 35 ຄົນ​ສ​ລາດ​ຈະ​ໄດ້​ກຽດ​ເປັນ​ມໍ​ຣະ​ດົກ ແຕ່​ຄົນ​ໂງ່​ຈະ​ໄດ້​ຄວາມ​ອັປ​ຍົດ

ສຸພາສິດ 4

ປັນ​ຍາ​ເປັນ​ປ​ໂຍດ​ອັນ​ຍິ່ງ​ໃຫຍ່

1 ລູກ​ເອີຍ ຈົ່ງ​ຟັງ​ຄຳ​ສັ່ງ​ສອນ​ຂອງ​ພໍ່​ເຈົ້າ ຢ່າງ​ຕັ້ງ​ໃຈ​ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ຄວາມຮອບ​ຮູ້ 2 ເພາະເຮົາ​ໃຫ້​ພາ​ສິດ​ດີ​ແກ່​ເຈົ້າ ຢ່າ​ປະ​ຖິ້ມ​ຄຳ​ສອນ​ຂອງ​ເຮົາ 3 ເມື່ອ​ເຮົາ​ເປັນ​ລູກ​ຢູ່​ກັບ​ພໍ່​ຂອງ​ເຮົາ ເປັນ​ແກ້ວ​ຕາ​ຂອງ​ແມ່​ເຮົາ ເບິ່ງ​ເປັນ​ຫນ້າ​ຮັກ​ແລະ​ອ່ອນ​ໂຍນ 4 ບິ​ດາ​ສອນ​ເຮົາ ແລະ​ເວົ້າ​ກັບ​ເຮົາ​ວ່າ, “ໃຫ້​ໃຈ​ຂອງ​ເຈົ້າ​ຍຶດ​ຄຳ​ສອນ​ຂອງ​ເຮົາ​ໄວ້​ໃຫ້​ຫມັ້ນ ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ແລະ​ມີ​ຊີ​ວິດ​ຢູ່ 5 ຢ່າ​ລືມ​ແລະ​ຝ່າ​ຝືນ​ຈາກ​ຖ້ອຍ​ຄໍາ​ແຫ່ງ​ປາກ​ຂອງ​ເຮົາ ຈົ່ງ​ເອົາ​ປັນ​ຍາ ແລະ​ເອົາ​ຄວາມ​ຮອບ​ຮູ້ 6 ຢ່າ​ປະ​ຖິ້ມ​ປັນ​ຍາ ແລະ​ປັນ​ຍາ​ຈະ​ຮັກ​ສາ​ເຈົ້າ​ໄວ້ ຈົ່ງ​ຮັກ​ປັນ​ຍາ ແລະ​ປັນ​ຍາ​ຈະ​ຊ່ອຍ​ລະ​ວັງ​ເຈົ້າ 7 ທີ່​ເລີ້ມ​ຕົ້ນ​ຂອງ​ປັນ​ຍາ​ເປັນ​ຢ່າງ​ນີ້ ຄື​ຈົ່ງ​ເອົາ​ປັນ​ຍາ ແມ້​ເຈົ້າ​ຈະ​ໄດ້​​ສິ່ງ​ໃດ​ກໍ​ຕາມ ຈົ່ງ​ເອົາ​ຄວາມ​ຮອບ​ຮູ້​ໄວ້ 8 ຈົ່ງ​ຕີ​ຣາ​ຄາ​ປັນ​ຍາ​ໃຫ້​ສູງ ແລະ​ປັນ​ຍາ​ຈະ​ຍົກ​ຍ່ອງ​ເຈົ້າ ຖ້າ​ເຈົ້າ​ກອດ​ປັນ​ຍາ​ໄວ້ ປັນ​ຍາ​ຈະ​ໃຫ້​ກຽດ​ເຈົ້າ 9 ປັນ​ຍາ​ຈະ​ເອົາ​ມົງ​ຄຸນ​ງາມ​ສວມ​ຫົວ​ເຈົ້າ ຈະ​ໃຫ້​ມົງ​ກຸດ​ງາມ​ແກ່​ເຈົ້າ” 10 ລູກ​ເອີຍ ຈົ່ງ​ຟັງ​ແລະ​ຮັບ​ຖ້ອຍ​ຄຳ​ຂອງ​ເຮົາ ເພື່ອ​ປີ​ເດືອນ​ແຫ່ງ​ຊີ​ວິ​ດຂອງ​ເຈົ້າ​ຈະ​ມີຫລາຍ 11 ເຮົາ​ໄດ້​ສອນ​ເຈົ້າ​ໃນ​ເຣື່ອງ​ທາງ​ປັນ​ຍາ​ແລ້ວ ເຮົາ​ໄດ້​ນຳ​ເຈົ້າ​ໃນ​ວິ​ຖີ​ຂອງ​ຄວາມ​ທ່ຽງ​ທັມ 12 ເມື່ອ​ເຈົ້າ​ເດີນ ກ້າວ​ຕີນ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ຂັດ​ຂວາງ ແລະ​ຖ້າ​ເຈົ້າ​ແລ່ນ ເຈົ້າ​ຈະ​ບໍ່​ສະ​ດຸດ 13 ຈົ່ງ​ຍຶດ​ວິ​ນັຍ​ໄວ້ ແລະ​ຢ່າ​ປ່ອຍ​ໄປ ຈົ່ງ​ລະ​ວັງ​ປັນ​ຍາ​ໄວ້ ເພາະ​ປັນ​ຍາ​ເປັນ​ຊີ​ວິດ​ຂອງ​ເຈົ້າ 14 ຢ່າ​ເຂົ້າ​ໄປ​ໃນ​ວິ​ຖີ​ຂອງ​ຄົນ​ຊົ່ວ​ຮ້າຍ ແລະ​ຢ່າ​ເດີນ​ໃນທາ​ງຂອງ​ຄົນ​ອະ​ທັມ 15 ຈົ່ງ​ຫລີກ​ເສັຽ ຢ່າ​ເດີນ​ທາງ​ນັ້ນ ລ້ຽວອອກ​ໄປ​ເສັຽ ແລະ​ຈົ່ງ​ຜ່ານ​ໄປ 16 ເພາະ​ຖ້າ​ຄົນ​ຊົ່ວ​ຮ້າຍ​ບໍ່​ໄດ້​ທຳ​ຄວາມ​ຜິດ ເຂົາ​ນອນ​ບໍ່​ຫລັບ ຖ້າ​ເຂົາ​ບໍ່​ໄດ້​ທຳ​ໃຫ້​ຄົນ​ໃດ​ສະ​ດຸດ​ເຂົາ​ຈະ​ຫລັບ​ບໍ່​ລົງ 17 ເພາະ​ເຂົາ​ຮັບ​ປະ​ທານ​ອາ​ຫານ​ຂອງ​ຄວາມ​ໂຫດ​ຮ້າຍ ແລະ​ດື່ມ​ເຫລົ້າ​ອະ​ງຸ່ນ​ແຫ່ງ​ຄວາມ​ທາ​ຣຸນ 18 ແຕ່​ວິ​ຖີ​ຂອງ​ຄົນ​ຊອບ​ທັມ​ເຫມືອນ​ແສງ​ອະ​ຣຸ​ນ ຊຶ່ງ​ສ່ອງ​ແສງ​ເຫລື້ອມ​ໃສ​ຍິ່ງໆ​ຂຶ້ນ​ຈົນ​ເຕັມ​ວັນ 19 ທາງ​ຂອງ​ຄົນ​ຊົ່ວ​ຮ້າຍ​ກໍ​ເຫມືອນ​ຄວາມ​ມືດ​ຕຶບ ເຂົາ​ບໍ່​ຮູ້​ວ່າ ເຂົາ​ສະ​ດຸດ​ອັນ​ໃດ 20 ລູກ​ເອີຍ ຈົ່ງ​ຕັ້ງ​ໃຈ​ຕໍ່​ຖ້ອຍ​ຄຳ​ຂອງ​ເຮົາ ຈົ່ງ​ອ່ຽງ​ຫູ​ຂອງ​ເຈົ້າ​ເຂົ້າ​ຫາ​ຄຳ​ເວົ້າ​ຂອງ​ເຮົາ 21 ຢ່າ​ໃຫ້​ມັນ​ຫນີ​ໄປ​ຈາກ​ສາຍ​ຕາ​ຂອງ​ເຈົ້າ ຈົ່ງ​ຮັກ​ສາ​ມັນ​ໄວ້​ພາຍ​ໃນ​ໃຈ​ຂອງ​ເຈົ້າ 22 ເພາະ​ມັນ​ເປັນ​ຊີ​ວິດ​ແກ່​ຜູ້​ທີ່​ຄົ້ນ​ພົບ ແລະ​ມັນ​ຮັ​ກ​ສາ​ເນື້ອ​ຂອງ​ຜູ້​ນັ້ນ​ທັງ​ສິ້ນ 23 ຈົ່ງ​ເຝົ້າລະວັງແນວຄິດຈິດ​ໃຈ​ຂອງ​ເຈົ້າ​ໃຫ້ດີ ເພາະ​ຊີ​ວິດ​ເລີ້ມ​ຕົ້ນ​ອອກ​ມາ​ຈາກແນວຄິດຈິດ​ໃຈ 24 ຈົ່ງ​ຖິ້ມ​ວາ​ຈາອັນບໍ່ແມ່ນຄວາມຈິງເສັຽ ແລະ​ໃຫ້​ຄໍາເວົ້າ​ຄົດ​ລ້ຽວ​ຫ່າງ​ຈາກ​ເຈົ້າ 25 ໃຫ້​ຕາ​ຂອງ​ເຈົ້າ​ເບິ່ງ​ໄປ​ຂ້າງ​ຫນ້າ ແລະ​ໃຫ້​ການ​ຈ້ອງ​ຂອງ​ເຈົ້າ​ຊື່​ໄປ​ຂ້າງ​ຫນ້າ​ເຈົ້າ 26 ຈົ່ງ​ສົນ​ໃຈ​ໃນ​ວິ​ຖີ​ແຫ່ງ​ຕີນ​ຂອງ​ເຈົ້າ ແລ້ວ​ທາງ​ທັງ​ສິ້ນ​ຂອ​ງ​ເຈົ້າ​ຈະ​ແນ່ນອນ 27 ຢ່າ​ເຫ​ໄປຂ້າງ​ຂວາ​ ຫລື​ຫັນ​ມາ​ຂ້າງ​ຊ້າຍ ຈົ່ງຫລີກ​ເວັ້ນທາງຂອງ​ເຈົ້າເສັຽ​ຈາກ​ຄວາມ​ຊົ່ວ​ຮ້າຍ

ສຸພາສິດ 5

ຄຳ​ເຕືອນ​ໃນ​ເຣື່ອງ​ຫລິ້ນ​ຊູ້

1 ລູກ​ເອີຍ ຈົ່ງ​ຕັ້ງ​ໃຈ​ຕໍ່​ປັນ​ຍາ​ຂອງ​ເຮົາ ຈົ່ງ​ອ່ຽງ​ຫູ​ຂອງ​ເຈົ້າ​ຟັງ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ 2 ເພື່ອ​ຈະ​ຮັກ​ສາ​ຄວາມ​ສ​ລຽວ​ສ​ລາດ​ໄວ້ ແລະ​ຮີມ​ຝີ​ປາກ​ຂອງ​ເຈົ້າ​ຈະ​ລະມັດລະ​ວັງ​ຄວາມ​ຮູ້ 3 ເພາະ​ຮີມ​ຝີ​ປາກ​ຂອງ​ຍິງ​ຊົ່ວ​ນັ້ນ​ກໍ​ຢາດ​ນ້ຳ​ເຜິ້ງ​ອອກ​ມາ ແລະ​ຄຳ​ເວົ້າ​ຂອງ​ນາງກໍ​ຫມື່ນ​ຍິ່ງກວ່າ​ນ້ຳ​ມັນ 4 ແຕ່​ໃນ​ທີ່​ສຸດ ນາງ​ຂົມ​ຂື່​ນຍິ່ງ​ກວ່າບໍ​ຣະ​ເພັດ ແລະ​ຄົມ​ຢ່າງ​ດາບ​ສອງ​ຄົມ 5 ຕີນຂອງ​ນາງ​ກ້າວລົງ​ໄປສູ່​ຄວາມ​ຕາຍ ບາດກ້າວຕີນຂອງ​ນາງ​ຕິດ​ຕາມ​ວິ​ຖີ​ສູ່ແດນ​ຜູ້​ຕາຍ 6 ນາງບໍ່​ສົນ​ໃຈ​ໃນ​ວິ​ຖີ​ແຫ່ງ​ຊີ​ວິດ ທາງ​ຂອງ​ນາງວົນ​ວຽນ​ໄປ ແລະບໍ່​ຮູ້​ຈັກ​ແຈ້ງວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ 7 ລູກ​ເອີຍ ບັດ​ນີ້​ຈົ່ງ​ຟັງ​ເຮົາ ແລະ​ຢ່າ​ພາກ​ຈາກ​ຖ້ອຍ​ຄຳ​ແຫ່ງ​ປາກ​ຂອງ​ເຮົາ 8 ຈົ່ງ​ຫລີກ​ທາງ​ຂ​ອງ​ເຈົ້າ​ໃຫ້​ໄກ​ຈາກ​ນາງ ຢ່າ​ໄປ​ໃກ້​ປະ​ຕູ​ເຮືອນ​ຂອງ​ນາງ 9 ຢ້ານວ່າ​ເຈົ້າ​ຈະ​ໃຫ້​ກຽດ​ຂອງ​ເຈົ້າ​ແກ່​ຄົນ​ອື່ນ ແລ​ະ​ໃຫ້​ປີ​ເດືອນ​ຂອງ​ເຈົ້າ​ແກ່​ຄົນ​ໄຮ້​ເມດ​ຕາ 10 ຢ້າ​ນວ່າ​ແຂກ​ແປກ​ຫນ້າ​ຈະ​ກິນ​ກຳ​ລັງ​ຂອງ​ເຈົ້າ​ຈົນ​ອີ່ມ ແລະ​ແຮງ​ງານ​ຂອງ​ເຈົ້າ​ຕົກ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຕ່າງ​ດ້າວ 11 ແລະ​ເຖິງບັ້ນ​ປາຍ​ຊີ​ວິດ​ຂອງ​ເຈົ້າ ເຈົ້າ​ຄ່ຳ​ຄວນ ເມື່ອ​ເນື້ອ​ແລະ​ກາຍ​ຂອງ​ເຈົ້າ​ຖືກ​ລ້າງ​ຜານ 12 ແລະ​ເຈົ້າ​ວ່າ, “ເຮົາ​ເຄີຍ​ກຽດ​ການ​ຕີ​ສອນ​ ແລະ​ຈິດ​ໃຈ​ຂອງ​ເຮົາ​ດູ​ຫມິ່ນ​ການ​ຕັກ​ເຕືອນ 13 ເຮົາ​ບໍ່​ເຄີຍ​ຟັງ​ສຽງ​ຄ​ຣູ​ຂອງ​ເຮົາ ຫລື​ອ່ຽງ​ຫູ​ໃຫ້​ແກ່​ຜູ້​ສັ່ງ​ສອນ​ຂອງ​ເຮົາ 14 ເຮົາ​ຈວນຈະ​ລົ້ມ​ລະ​ລາຍ​ສູ່​ຄວາມ​ພິ​ນາດ​ຢູ່​ແລ້ວ ໃນ​ຫມູ່​ຄົນ​ທີ່​ປະ​ຊຸມ​ກັນ​ຢູ່​ນັ້ນ” 15 ຈົ່ງ​ດື່ມ​ນ້ຳ​ຈາກ​ຖັງ​ເກັບ​ນ້ຳ​ຂອງ​ເຈົ້າ ດື່ມ​ນ້ຳ​ໄຫລ​ຈາກ​ບໍ່​ຂອງ​ເຈົ້າ​ເອງ 16 ຄວນ​ຫລື​ທີ່​ຈະ​ໃຫ້​ນ້ຳ​ພຸ​ຂອງ​ເຈົ້າ​ໄຫລເຝື່ອນ​ອອກ​ໄປ​ນອກ​ບ້ານ ແລະ​ໃຫ້​ທານ​ນ້ຳ​ນັ້ນ​ໄຫລ​ໄປ​ທີ່​ກາງ​ເມືອງ 17 ຈົ່ງ​ໃຫ້​ມັນ​ເປັນ​ຂອງ​ເຈົ້າ​ແຕ່​ຜູ້​ດຽວ ແລະ​ບໍ່​ແມ່ນ​ສຳ​ລັບ​ຄົນ​ແປ​ກ​ຫນ້າ​ດ້ວຍ 18 ຈົ່ງ​ໃຫ້​ນ້ຳ​ພຸ​ຂອງ​ເຈົ້າ​ໄດ້​ຮັບ​ພອນ ແລະ​ຍິນ​ດີ​ຢູ່​ກັບ​ເມັ​ຽ​ຄົນ​ທີ່​ເຈົ້າ​ໄດ້​ເມື່ອ​ຫນຸ່ມ​ນັ້ນ 19 ເຫມືອນ​ນາງກວາງ​ແມ່ທີ່​ຫນ້າ​ຮັກ ແລະ​ນິ້ມນວນ ຈົ່ງ​ໃຫ້​ສ​ເນ່​ຂອງ​ນາງ​ທຳ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ໃຈ ຈົ່ງ​ໃຫ້​ຄວາມ​ຮັກ​ຂອງ​ນາງ​ຈັບ​ໃຈ​ຂອງ​ເຈົ້າ​ໄວ້ 20 ລູກເອີຍ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຕ້ອງ​ເອົາ​ຄວາມ​ຮັກ​ຂອງ​ເຈົ້າ​ໃຫ້​ແກ່​ຍິງ​ອື່ນ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໄປ​ຫາ​ຄວາມ​ສຸກ​ກັບ​ເມັຽຂອງ​ຊາຍ​ອື່ນ 21 ເພາະ​ວ່າ​ທາງ​ຂອງ​ຄົນ​ກໍ​ຢູ່ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຊົງ​ເຝົ້າ​ເບິ່ງວິ​ຖີ​ທັງ​ສິ້ນ​ຂອງ​ເຂົາ 22 ຄວາມ​ບາບ​ຊົ່ວ​ຂອງ​ຄົນ​ຊົ່ວ​ຮ້າຍ​ດັກ​ຈັບ​ເຂົາ​ເອງ ແລະ​ເຂົາ​ກໍ​ຕິດ​ຢູ່​ກັບ​ຕາຂ່າຍ​ບາບ​ຂອງ​ເຂົາ 23 ເຂົາ​ຕາຍ​ເພາະ​ຂາດວິ​ນັຍ​ໃນ​ຊີ​ວິດ ແລະ​ເພາະ​ຄວາມ​ໂງ່​ຢ່າງ​ຍິ່ງ​ຂອງ​ເຂົາ ເຂົາ​ຈຶ່ງ​ຫລົງຫນີໄປ

ສຸພາສິດ 6

ຄຳແນະ​ນຳ​ຕັກ​ເຕືອນ

1 ລູກ​ເອີຍ ຖ້າ​ເຈົ້າ​ເປັນ​ຜູ້​ປະ​ກັນ​ເພື່ອນ​ບ້ານ​ຂອງ​ເຈົ້າ ໄດ້​ທຳ​ສັນ​ຍາ​ໃຫ້​ແກ່​ຄົນ​ອື່ນ 2 ຖ້າ​ເຈົ້າ​ຕິດ​ບ້ວງ​ເພາະ​ຄຳ​ຈາກ​ປາກ​ຂ​ອງ​ເຈົ້າ ແລະ​ເຈົ້າ​ຕິດ​ກັບ​ເພາະ​ຄຳ​ເວົ້າ​ຂອງ​ເຈົ້າ 3 ລູກ​ເອີຍ ຈົ່ງ​ທຳ​ຢ່າງ​ນີ້ ແລະ​ຊ່ອຍ​ຕົວ​ເຈົ້າ​ໃຫ້​ລອດ​ເຖີດ ເພາະ​ເຈົ້າ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ເພື່ອນ​ບ້ານ​ຂອງ​ເຈົ້າ​ແລ້ວ 4 ຢ່າ​ໃຫ້​ຕາ​ຂອງ​ເຈົ້າ​ຫລັບ​ລົງ ຢ່າ​ໃຫ້​ຫນັງ​ຕາ​ຂອງ​ເຈົ້າ​ງ່ວງ​ໄປ 5 ຈົ່ງ​ຫລີກ​ຫນີ​ຈາກ​ບ້ວງ​ແຮ້ວ​ ດັ່ງ​ກວາງ​ທີ່​ປົບ​ຫນີ​ຈາກ​ນາຍ​ພານ ດັ່ງ​ນົກ​ຈາກ​ມື​ຂອງ​ຄົນ​ຈັບ​ນົກ 6 ຄົນ​ຂີ້​ຄ້ານ​ເອີຍ ຈົ່ງ​ເບີ່ງ​ເອົາ​ຊີ​ວິດ​ຂອງ​ມົດ ເຈົ້າ​ຈຶ່ງ​ຈະ​ເປັນ​ຄົນ​ສ​ລາດ 7 ຄືມັນ​ບໍ່​ມີ​ຜູ້​ນຳ ບໍ່​ມີ​ຫົວ​ຫນ້າ ຫລື​ຜູ້​ປົກ​ຄອງ 8 ແຕ່​ມັນ​ກໍ​​ຮູ້​ຈັກສະ​ສົມ​ອາ​ຫານ​ໄວ້​ໃນ​ຣະ​ດູ​ຮ້ອນ ເພື່ອ​ຕຽມ​ໄວ້​ສຳ​ລັບ​ຣະ​ດູ​ຫນາວ 9 ຄົນ​ຂີ້​ຄ້ານ​ເອີຍ ເຈົ້າ​ຈະ​ນອນ​ຢູ່​ເຫິງ​ປານ​ໃດ ເມື່ອ​ໃດ​ຈະ​ຕື່ນ​ຂຶ້ນ 10 ຄົນ​ຂີ້​ຄ້ານ​ມັກ​ເວົ້າ​ວ່າ, “ເຮົາ​ຈະ​ນອນ​ພັກ​ຜ່ອນ​ຈັກ​ຫນ່ອຍ” 11 ແຕ່​ໃນ​ຂ​ນະ​ທີ່​ເຂົາ​ຫລັບ​ຢູ່​ນັ້ນ ຄວາມ​ທຸກ​ຍາກ​ຈະ​ມາ​ບຽດ​ບຽນ​ເຂົາ​ເຫມືອນ​ຄົນ​ມາ​ປຸ້ນ 12 ຄົນ​ໄຮ້​ຄ່າ ຄື​ຄົນ​ຊົ່ວ​ຮ້າຍ ທີ່​ທ່ຽວ​ໄປ​ດ້ວຍ​ວາ​ຈາ​ຄົດ​ລ້ຽວ 13 ຕາ​ຂອງ​ເຂົາ​ກໍ​ຂະ​ຫຍິບ ຕີນຂອງ​ເຂົາ​ກໍ​ຂະຫຍັບ ນີ້ວ​ຂອງ​ເຂົາ​ກໍ​ຊີ້​ໄປ 14 ປະ​ດິດ​ຄວາມ​ຊົ່ວ​ຮ້າຍ​ດ້ວຍ​ໃຈ​ຕ​ະ​ລົບ​ຕະ​ແລງ ຫວ່ານຄວາມ​ແຕກ​ແຍກຢູ່​ເລື້​ອຍ​ໄປ 15 ເຫດ​ສັນນັ້ນ ຄວາມ​ພິ​ນາດ​ຈະ​ມາ​ຫາ​ເຖິງ​ເຂົາ​ຢ່າງ​ປັດ​ຈຸ​ບັນ​ທັນ​ດ່ວນ ໃນ​ພິບ​ຕາ​ນັ້ນ​ເອງ​ເຂົາ​ຈະ​ແຕກ​ຢ່າງ​ແປງບໍ່​ໄດ້ 16 ມີ​ຫົກ​ສິ່ງຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຽດ ມີ​​ເຈັດ​ຢ່າງ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຽດ​ຊັງ​ຫລາຍ​ 17 ຕາ​ຈອງຫອງ ປາກ​ເວົ້າ​ຂີ້​ຕົວະ ແລະ​ມື​ທີ່​ຂ້າ​ຄົນ​ຜູ້​ບໍ່​ມີ​ຄວາມ​ຜິດ 18 ຈິດ​ໃຈ​ທີ່​ຄິດ​ແຜນ​ການ​ຊົ່ວ​ຮ້າຍ ຕີນ​ທີ່​ແລ່ນ​ໄປ​ທຳ​ຊົ່ວ 19 ພຍານ​ເວົ້າ​ຕົວະຕໍ່​ສູ້​ຄົນ​ອື່ນ ແລະ​ຜູ້​ຫາ​ເຣື່ອງ​ໃຫ້​ຍາດ​ພີ່​ນ້ອງ​ຜິດ​ຖຽງ​ກັນ

ຕັກ​ເຕືອນ​ໃຫ້​ລະ​ວັງ​ການ​ຫລິ້ນ​ຊູ້

20 ລູກ​ເອີຍ ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ພໍ່​ເຈົ້າ ແລະ​ຢ່າ​ປະ​ຖິ້ມ​ຄຳ​ສັ່ງ​ສອນ​ຂອງ​ແມ່​ເຈົ້າ 21 ມັດ​ມັນ​ຕິດ​ໄວ້​ໃນ​ໃຈ​ຂອງ​ເຈົ້າ​ສ​ເມີ ຜູກ​ມັນ​ໄວ້​ທີ່​ຄໍ​ຂອງ​ເຈົ້າ 22 ເມື່ອ​ເຈົ້າ​ຍ່າງ ມັນ​ຈະ​ນຳ​ເຈົ້າ ເມື່ອ​ເຈົ້າ​ນອນ​ລົງ ມັນ​ຈະ​ເຝົ້າ​ເຈົ້າ ແລະ​ເມື່ອ​ເຈົ້າ​ຕື່ນ​ຂຶ້ນ ມັນ​ຈະ​ເວົ້າ​ກັບ​ເຈົ້າ 23 ເພາະ​ພຣະ​ບັນ​ຍັດ​ເປັນ​ແສງ​ປະ​ທີບ ແລະ​ຄຳ​ສອນ​ເປັນ​ສວ່າງ ແລະ​ຄຳ​ຕັກ​ເຕືອນ​ຂອງວິ​ນັຍ​ເປັນ​ທາງ​ແຫ່ງ​ຊີ​ວິດ 24 ເພື່ອ​ສງວນ​ເຈົ້າ​ໄວ້​ຈາກ​ຍິງ​ຊົ່ວ​ຮ້າຍ ຈາກ​ລີ້ນ​ພະ​ເນົ້າ​ພະ​ນໍ​ຂອງ​ຍິງ​ສັນ​ຈອນ 25 ຢ່າ​ປາ​ຖ​ນາ​ຄວາມ​ງາມ​ຂອງ​ນາງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ ຢ່າ​ໃຫ້​ນາງ​ຈັບ​ເຈົ້າ​ດ້ວຍ​ຂົນ​ຕາ​ຂອງ​ນາງ 26 ເພາະ​ຈະ​ຈ້າງ​ຍິງ​ແພດ​ສະ​ຍາ​ດ້ວຍ​ເຂົ້າ​ຈີ່​ກ້ອນ​ດຽວ​ກໍ​ຍັງ​ໄດ້ ແຕ່​ຍິງ​ຫລີ້ນ​ຊູ້​ລ່າ​ເອົາຊີ​ວິດ​ປະ​ເສີດ​ຂອງ​ຊາຍ​ເຂົ້າ​ໄປ​ສ່ຽງ 27 ຜູ້​ຊາຍ​ຈະ​ຫອບ​ໄຟ​ໄວ້​ທີ່​ເອິກ​ຂອງ​ເຂົາ ໂດຍ​ບໍ່​ໃຫ້​ເຄື່ອງ​ນຸ່ງ​ຂອງ​ເຂົາ​ໄຫມ້​ໄດ້​ຫລື 28 ຫລື​ຜູ້​ໃດ​ຈະ​ເດີນ​ເທິງ​ຖ່ານ​ໄຟ​ແດງ​ແລ້ວ ໂດຍ​ບໍ່​ໃຫ້​ຕີນຂອງ​ເຂົາ​ຖືກ​ໄຟ​ລວກ​ໄດ້​ຫລື 29 ບຸກ​ຄົນ​ຜູ້​ເຂົ້າ​ຫາ​ເມັຽ​ຂອງ​ເພື່ອນ​ບ້ານກໍ​ເປັນ​ຢ່າງ​ນັ້ນ​ແຫລະ ບໍ່​ມີ​ຜູ້​ໃດ​ທີ່​ແຕະ​ຕ້ອງນາງ​ແລ້ວ​ຈະ​ບໍ່​ຖືກ​ປັບໂທດ 30 ຖ້າ​ຂ​ະ​ໂມຍ​ເຂົ້າ​ລັກ ເພື່ອ​ບັນ​ເທົາ​ຄວາມ​ຢາກ​ເມື່ອ​ເຂົາ​ຫີວ ຄົນ​ກໍ​ດູ​ຫມິ່ນ​ຂະ​ໂມຍ​ນັ້ນ​ບໍ່​ແມ່ນ​ຫລື 31 ຖ້າ​ຈັບ​ເຂົາ​ໄດ້ ເຂົາ​ຕ້ອງ​ຊຳ​ຮະ​ຄືນ​ເຈັດ​ເທົ່າ ເຂົາ​ຈະ​ຕ້ອງ​ໃຫ້​ສິ່ງ​ຂອງ​ທັງ​ສິ້ນ​ໃນ​ບ້ານ​ຂອງ​ເຂົາ 32 ຊາຍ​ໃດ​ທີ່​ລ່ວງ​ປະ​ເວ​ນີ​ຜົວ​ເມັຽ ຍ່ອມ​ບໍ່​ມີ​ສາ​ມັນ​ສຳ​ນຶກ ຜູ້​ໃດ​ທີ່​ກະ​ທຳ​ຢ່າງ​ນັ້ນ​ກໍ​ທຳ​ລາຍ​ຕົນ​ເອງ 33 ເຂົາ​ໄດ້​ຮັບ​ບາດ​ແຜ​ແລະ​ຄວາມ​ອັປ​ຍົດ ແລະ​ຈະ​ລ້າງ​ຄວາມຂາຍ​ຫນ້າ​ຂອງ​ຕົນ​ກໍ​ບໍ່​ໄດ້ 34 ເພາະ​ຄວາມໂມ​ໂຫ​ກະ​ທຳ​ໃຫ້​ຄົນ​ຫຶງ​ຫວງ ໃນ​ວັນ​ທີ່​ເຂົາ​ແກ້​ແຄ້ນ ເຂົາ​ຈະ​ບໍ່​ມີ​ຂອບ​ເຂດ 35 ເຂົາ​ຈະ​ບໍ່​ຮັບ​ຄ່າ​ທຳ​ຂວັນ​ໃດໆ ເຖິງ​ເຈົ້າ​ຈະ​ທະ​ວີ​ຂອງ​ກຳ​ນັນ ເຂົາ​ກໍ​ບໍ່​ຍອມ​ສ​ງົບ

ສຸພາສິດ 7

ເລ່​ຫລ່ຽມ​ມານ​ຍາ​ຂອງ​ຍິງ​ໂສ​ເພ​ນີ

1 ລູກ​ເອີຍ ຈົ່ງ​ຈົດ​ຈຳ​ສິ່ງ​ທີ່​ພໍ່​ເວົ້າ ແລະ​ຢ່າ​ລືມ​ສິ່ງ​ທີ່​ພໍ່​ບອກ​ໃຫ້​ເຈົ້າ​ທຳ ຈົ່ງ​ທຳ​ສິ່ງ​ທີ່​ພໍ່​ບອກ ແລ້ວ​ຊີ​ວິດ​ຂອງ​ເຈົ້າ​ຈະ​ຮຸ່ງ​ເຮືອງ 2 ຈົ່ງ​ບົວ​ລະ​ບັດ​ຮັກ​ສາ​ຄຳ​ສອນຂອງ​ເຮົາ​ເຫມືອນ​ເຈົ້າ​ຮັກ​ສາ​ຕາ 3 ໃຫ້​ຍຶດ​ຖື​ແລະ​ບັນ​ທຶກ​ຄຳ​ສອນ​ຂອງ​ເຮົາ​ໄວ້​ໃນ​ໃຈ​ຂອງ​ເຈົ້າ​ຕລອດເວ​ລາ 4 ຈົ່ງ​ຮັກ​ແພງ​ປັນ​ຍາ​ເຫມືອນ​ຮັກ​ແພງ​ນ້ອງ​ສາວ ແລະ​ເພື່ອນ​ສ​ນິດ​ຂອງ​ເຈົ້າ 5 ປັນ​ຍາ​ຈະ​ຮັກ​ສາ​ບໍ່​ໃຫ້​ເຈົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ເມັຽຂອງ​ຄົນ​ອື່ນ ແລະ​ກັບ​ຍິງ​ປາກ​ຫ​ວານ​ໃຈ​ຊົ່ວ​ທັງ​ຫລາຍ 6 ມື້​ນຶ່ງ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ອອກ​ໄປ​ທາງ​ປ່ອງ​ຢ້ຽມ​ເຮືອນ ໄດ້​ເຫັນ​ພວກ​ຄົນ​ຫນຸ່ມ​ທີ່​ຍັງ​ອ່ອນ​ຕໍ່​ໂລກ​ຫລາຍ​ຄົນ​ຍ່າງ​ໄປ​ມາ 7 ໃນ​ບັນ​ດາ​ຄົນ​ເຫລົ່າ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄົນ​ນຶ່ງ​ໂງ່ກວ່າ​ຫມູ່ 8 ຄື​ຄົນ​ນັ້ນ​ໄດ້​ຍ່າງ​ໄປ​ຕາມ​ຖ​ນົນ ເມື່ອ​ເຖິງ​ແຈ​ທາງ​ບ່ອນ​ຍິງ​ຄົນ​ນຶ່ງ​ອາ​ໄສ​ຢູ່ ເຂົາ​ກໍ​ຍ່າງ​ກາຍ​ໄປ​ໃກ້​ເຮືອນ​ນາງ 9 ໃນ​ເວ​ລາ​ຄ່ຳ​ພໍ​ມືດ​ຊຸ່ມ ເວ​ລາ​ຄ່ຳ​ຄືນ ແລະ​ຄວາມ​ມືດ 10 ຍິງ​ຄົນ​ນັ້ນ​ກໍ​ໄດ້​ພົບ​ຊາຍ​ຄົນ​ນີ້ ນາງ​ໄດ້​ແຕ່ງ​ຕົວ​ເຫມືອນ​ຍິງໂສ​ເພ​ນີ ແລະ​ມີ​ອຸ​ບາຍ​ຫລອກ​ລໍ້ 11 ນາງ​ເປັນ​ແມ່​ເລງ​ບໍ່​ມີ​ຢ່າງ​ອາຍ ແລະ​ມັກ​ອອກ​ໄປ​ຍ່າງ​ຫລິ້ນ​ຕາມ​ຖ​ນົນ​ສ​ເມີ 12 ນາງ​ມັກ​ຈະ​ຢືນ​ຄອຍ​ຢູ່​ແຈ​ທາງ​ແຍກ​ບ່ອນ​ໃດ​ບ່ອນ​ນຶ່ງ ລາງ​ເທື່ອກໍຢູ່​ຕາມ​ຖ​ນົນ ແລະ​ລາງ​ເທື່ອ​ກໍ​ຢູ່​ໃນ​ຕ​ລາດ 13 ນາງ​ໂດດກອດ​ຊາຍ​ຫນຸ່ມ ແລະ​ໃຊ້​ແສງ​ຕາ​ຫລຽວ​ເບິ່ງ​ຫນ້າ​ເຂົາ​ທັງ​ເວົ້າ​ວ່າ, 14 “ມື້​ນີ້​ນ້ອງ​ມີ​ອາ​ຫານ​ທີ່​ນຳ​ມາ ຢາກ​ເອົາ​ຖວາຍ​ບູ​ຊາ​ພຣະ​ຜູ້​ເປັນ​ເຈົ້າ 15 ດັ່ງ​ນັ້ນ ນ້ອງ​ຈຶ່ງ​ອອກ​ມາ​ຄອຍ​ຖ້າ​ພົບ​ກັບ​ອ້າຍ ດຽວ​ນີ້​ນ້ອ​ງ​ກໍ​ພົບອ້າຍ​ແລ້ວ 16 ນ້ອງ​ໄດ້​ເອົາ​ຜ້າ​ໄຫມ​ສີ​ຕ່າງໆ​ຈາກ​ເອ​ຢິບ​ປູ​ຕຽງ​ນອນ 17 ​ພ້ອມ​ກັບ​ອົບ​ຜ້າ​ປູ​ນອນ​ດ້ວຍ​ນ້ຳ​ຫອມກິ​ສ​ນາ​ ແລະ​ອົບ​ເຊີຍ 18 ໄປ​ເທາະ ໃຫ້​ພວກ​ເຮົາ​ໄປ​ມ່ວນ​ຊື່ນ​ກັນ​ດ້ວຍ​ຄວາມ​ຮັກ​ຕລອດ​ຄືນ​ ພວກ​ເຮົາ​ຈະ​ມີ​ຄວາມ​ສຸກ​ຢູ່​ໃນ​ອ້ອມ​ແຂນ​ເຊິ່ງ​ກັນ​ແລະ​ກັນ 19 ເພາ​ະ​ວ່າ​ຜົວ​ຂອງ​ນ້ອງ​ບໍ່​ຢູ່​ເຮືອນ ເຂົາ​ເດີນ​ທາງ​ໄປ​ໄກ 20 ພ້ອມ​ກັ​ບ​ຖື​ເງິນ​ໄປ​ນຳ​ຈຳ​ນວນ​ຫລາຍ ມື້​ເພັງ​ເຂົາ​ຈຶ່ງ​ຈະ​ກັບ​ມາ” 21 ນາງ​ໄດ້​ລໍ້​ຊາຍ​ຜູ້​ນັ້ນ​ດ້ວຍ​ຄວາມ​ອ່ອນ​ຫວານ​ອັນ​ຫນ້າ​ຮັກ​ດັ່ງ​ນີ້​ແຫລະ ເຂົາ​ຈຶ່ງ​ຫລົງ​ກົນ​ໃນ​ຄວາມ​ເວົ້າ​ອັນ​ຫວານ​ຊື່ນ​ຂອງ​ນາງ 22 ທັນ​ໃດ​ນັ້ນ ເຂົາ​ກໍ​ຕິດ​ຕາມ​ນາງ​ໄປ​ເຫມືອນ​ເຂົາ​ຈູງ​ງົວ​ເຖິກ​ໄປ​ສູ່​ບ່ອນ​ຂ້າ ຫລື​ເຫມືອນ​ຕ້ອນກວາງ​ລົງ​ໄປ​ໃນ​ຫລຸມ 23 ໃນ​ບ່ອນ​ນັ້ນ​ລູກ​ທະ​ນູ​ຈະ​ແທງ​ທະ​ລຸ​ເຂົ້າ​ໄປ​ເຖິງ​ຫົວ​ໃຈ​ຂອງ​ມັນ ຄົນ​ຜູ້​ນັ້ນ​ເປັນ​ເຫມືອນ​ນົກ​ເຂົ້າ​ໄປ​ຫາ​ຂ່າຍ ເຂົາ​ບໍ່​ຮູ້​ເລີຍ​ວ່າ​ຊີ​ວິດ​ຂອງ​ຕົນ​ຈະ​ເປັນ​ອັນ​ຕະ​ຣາຍ 24 ພວກ​ລູກ​ເອີຍ ບັດ​ນີ້​ຈົ່ງ​ຟັງ​ພໍ່ ຈົ່ງ​ເອົາ​ໃຈ​ໃສ່​ໃນ​ສິ່ງ​ທີ່​ພໍ່​ບອກ​ສອນ 25 ຢ່າ​ໃຫ້​ຜູ້​ຍິງ​ເຊັ່ນ​ນັ້ນ​ຊ​ນະ​ໃຈ​ໄດ້ ຢ່າ​ຫລົງ​ເດີນ​ໄປ​ນຳ​ນາງ ເພາະ​ວ່າ​ນາງ​ໄດ້​ເຮັດ​ໃຫ້​ຜູ້​ຊາຍ​ຈິບ​ຫາຍ​ໄປ​ຫລາຍ​ຄົນ​ແລ້ວ 26 ແລະ​ເປັນ​ເຫດ​ໃຫ້​ຄົນ​ຕາຍ​ກໍ​ຫລວງ​ຫລາຍ​ນັບ​ບໍ່​ຖ້ວນ 27 ການ​ໄປ​ຍັງ​ເຮືອນ​ຂອງ​ຜູ້​ຍິງ​ເຊັ່ນ​ນີ້ ກໍ​ຄື​ເຈົ້າ​ໄປ​ສູ່​ພິ​ພົບ​ຄົນ​ຕາຍ ມັນ​ເປັນ​ທາງ​ລັດ​ສຳ​ລັບ​ໄປ​ຕາຍ

ສຸພາສິດ 8

ປັນ​ຍາ​ເປັນ​ຂອງ​ປະ​ເສີດ

1 ຈົ່ງ​ຟັງ​ ປັນ​ຍາ​ຈະ​ເອີ້ນ​ອອກ​ໄປ ຄົນ​ທັງ​ຫລາຍ​ຈະ​ໄດ້​ຍິນ​ປັນ​ຍາ​ເອີ້ນ 2 ປັນ​ຍາ​ຢືນ​ຢູ່​ເທິງ​ຈອມ​ພູ​ຂ້າງ​ຖ​ນົນ ແລະ​ຢູ່​ທີ່​ສີ່​ແຍກ 3 ຢູ່​ທີ່​ປາກ​ປະ​ຕູ​ເຂົ້າ​ເມືອງ ປັນ​ຍາ​ໄດ້​ເອີ້ນ​ວ່າ, 4 “ມະ​ນຸດ​ເອີຍ ຈົ່ງ​ຟັງ​ສຽງ​ຮ້ອງ​ຂອງ​ເຮົາ ເຮົາ​ເອີ້ນ​ມະ​ນຸດ​ທຸກ​ຄົນ​ໃນ​ໂລກ 5 ພວກ​ເຈົ້າ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່​ບໍ ຖ້າ​ຢ່າງ​ນັ້ນ​ຈົ່ງ​ຮຽນ​ເປັນ​ຜູ້​ໃຫຍ່​ສາ ພວກ​ເຈົ້າ​ໂງ່ບໍ ຈົ່ງ​ຮ່ຳ​ຮຽນ​ໃຫ້​ສ​ລາດ​ສາ 6 ຈົ່ງ​ຟັງ​ຖ້ອຍ​ຄຳ​ອັນ​ລ້ຳ​ຄ່າ​ຂອງ​ເຣົາ ຖ້ອຍ​ຄຳ​ທັງ​ປວງ​ທີ່​ເຮົາ​ບອກ​ເຈົ້າ​ນັ້ນ​ຖືກ​ຕ້ອງ 7 ສິ່ງ​ທີ່​ເຮົາ​ເວົ້າ​ເປັນ​ຄວາມ​ຈິງ​ທັງ​ນັ້ນຄວາມໂຫດ​ຮ້າຍ​ເປັນ​ສິ່ງ​ຫນ້າ​ກຽດ​ຊັງ​ຕໍ່​ຮິມ​ຝີ​ປາກ​ຂອງ​ເຮົາ 8 ບັນ​ດາ​ຄຳ​ປາກ​ຂອງ​ເຮົາ​ນັ້ນ​ຊອບ​ທັມ ໃນ​ນັ້ນ​ບໍ່​ມີອັນ​ໃດ​ບໍ່​ຈິງ ຫລື​ທຳ​ໃຫ້​ຫລົງ​ທາງ 9 ​ສຳ​ລັ​ບ​ຜູ້​ທີ່​ເຂົ້າ​ໃຈ​ກໍ​ແຈ່ມ​ແຈ້ງ ແລະ​ສຳ​ລັບ​ຜູ້​ມີ​ຄວາມ​ຮູ້​ກໍ​ງ່າ​ຍດີ 10 ຈົ່ງ​ຊອກ​ຫາ​ຄຳ​ສອນ​ຂອງ​ເຮົາ​ຫລາຍກວ່າ​ຊອກ​ຫາ​ເງິນ ແລະ​ຊອກ​ຫາ​ຄວາມ​ຮູ້​ຫລາຍກວ່າ​ຊອ​ກ​ຫາ​ຄຳ 11 ເພາະ​ວ່າ​ປັນ​ຍາ​ປະ​ເສີດກວ່າ​ເພັດ ສິ່ງ​ທີ່​ເຈົ້າ​ປາ​ຖ​ນາ​ນັ້ນ​ຈະ​ທຽບ​ເທົ່າ​ກັບ​ປັນ​ຍາ​ບໍ່​ໄດ້ 12 ເຮົາ​ມີ​ຄວາມ​ຮອບ​ຮູ້​ແລະ​ເຫັນ​ແຈ້ງງ​ທຸກ​ຢ່າງ 13 ການ​ກຽດ​ຊັງ​ຄວາມ​ຊົ່ວ​ຄື​ການ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ກຽດ​ຊັງ​ຄວາມ​ທະ​ເຍີ​ທະ​ຍານ ກຽດ​ຊັງ​ຄວາມ​ຊົ່ວ​ຮ້າຍ​ແລະ​ຄຳ​ຕົວະ 14 ເຣົາ​ມີ​ແຜນ​ການ ແລະ​ດຳ​ເນີນ​ຕາມ​ແຜນ​ການ​ນັ້ນ ມີ​ຄວາມ​ເຂົ້າ​ໃຈ​ແລະ​ມີ​ກຳ​ລັງ 15 ເຮົາ​ຊ່ອຍ​ໃຫ້​ກະ​ສັດ​ທັງ​ຫລາຍ​ໄດ້​ຄອບ​ຄອງ​ເມື​ອງ ແລະ​ຊ່ອຍ​ພວກ​ປົກ​ຄອງ​ອອກ​ກົດ​ຫມາຍ​ຢ່າງ​ຍຸດ​ຕິ​ທັມ 16 ພວກ​ເຂົາ​ໃນ​ທົ່ວ​ໂລກ​ໄດ້​ປົກ​ຄອງ​ຍ້ອນ​ເຣົາ​ຊ່ອຍ​ເຫລືອ ພວກ​ບຸ​ຣຸດ ແລະ​ເຈົ້າ​ຂຸນມຸນ​ນາຍ​ກໍ​ເຫມືອນ​ກັນ 17 ເຮົາ​ຮັກ​ຜູ້​ທີ່​ຮັກ​ເຮົາ ໃຜ​ກໍ​ຕາມ​ທີ່​ສ​ແວງ​ຫາ​ເຮົາ​ກໍ​ຈະ​ພົບ​ເຣົາ 18 ເຣົາ​ມີ​ຊັບ​ສົມ​ບັດ ແລະ​ກຽດ​ຕິ​ຍົດ ມີ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ ແລະ​ທຳ​ທຸກ​ຢ່າງ​ສຳ​ເຣັດ​ຜົນ 19 ຫ​ມາກ​ຜົນ​ທີ່​ເຈົ້າ​ໄດ້​ຈາກ​ເຮົາ​ນັ້ນ​ດີກວ່າ​ເງິນ​ຄຳ​ບໍ​ຣິ​ສຸດ 20 ເຣົາ​ດຳ​ເນີນ​ຊີ​ວິດ​ໃນ​ທາງ​ຊອບ​ທັມ ແລະ​ເຄັ່ງ​ຄັດ​ຢູ່​ໃນ​ຄວາມ​ຍຸດ​ຕິທັມ 21 ໃຫ້​ຊັບ​ສົມ​ບັດ​ແກ່​ຜູ້​ທີ່​ເຣົາ​ຮັກ ແລະ​ບັນ​ຈຸ​ຊັບ​ໄວ້​ເຕັມ​ເຮືອນ​ຂອງ​ເຂົາ 22 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ສ້າງ​ເຮົາ​ກ່ອນ​ທຸກ​ສິ່ງ ເປັນ​ພຣະ​ຣາ​ຊ​ກິຈເບື້ອງ​ຕົ້ນ​ຂອງ​ພຣະ​ອົງ​ຕັ້ງ​ແຕ່​ເຫິງ​ມາ​ແລ້ວ 23 ເຣົາ​ຖືກ​ສ້າງ​ໄວ້​ຕັ້ງ​ແຕ່​ໃດໆ​ມາ ຕັ້ງ​ແຕ່​ກ່ອນເລີ້ມ​ສ້າງ​ໂລກ​ 24 ເຮົາ​ເກີດ​ກ່ອນ​ມະ​ຫາ​ສະ​ຫມຸດ ແລະບໍ່​ນ້ຳ 25 ກ່ອນ​ພູ​ນ້ອຍ ພູ​ໃຫຍ່​ທັງ​ຫລາຍ 26 ກ່ອນ​ພຣະ​ເຈົ້າ​ຊົງ​ສ້າງ​ໂລກ ແລະ​ພື້ນ​ດິນ ຫລື​ກ່ອນ​ດິນ​ແດນ​ເມັດ​ທຳ​ອິດ 27 ເມື່ອ​ພຣະ​ອົງ​ຊົງ​ສ້າງ​ທ້ອງ​ຟ້າ ຊົງ​ຄຶງ​ຂອບ​ຟ້າ​ຂ້າມ​ມະ​ຫາ​ສະ​ຫມຸດ 28 ຊົງ​ບັນ​ຈຸ​ເມກ​ໃສ່​ໃນ​ທ້ອງ​ຟ້າ ຊົງ​ໄຂ​ຮູ​ນ້ຳ​ບາ​ດານ 29 ຊົງ​ສັ່ງ​ໃຫ້​ນ້ຳ​ທະ​ເລ​ຢູ່​ເປັນ​ທີ່​ເປັນ​ບ່ອນ ແລະ​ເມື່ອຊົງ​ວາງ​ສີ​ລາ​ລຶກ​ຂອງ​ໂລກ ເຮົາ​ຢູ່​ທີ່​ນັ້ນ​ແລ້ວ 30 ເຮົາ​ເຫມືອນ​ນາຍ​ຊ່າງ​ຢູ່​ຄຽງ​ຂ້າ​ງ​ພຣະ​ອົງ ທຸກໆວັນເຮົາ​ທຳ​ໃຫ້​ພຣະ​ອົງ​ປິ​ຕິ​ຍິນ​ດີ 31 ເຮົາ​ຫລິ້ນ​ຢ່າງ​ມີ​ຄວາມ​ສຸກ​ຢູ່​ນຳ​ພຣະ​ອົງ ຢູ່​ນຳ​ໂລກ ແລະ​ມະ​ນຸດ​ຊາດ​ທັງ​ປວງ 32 ພວກ​ຄົນ​ຫນຸ່ມ​ເອີຍ ບັດ​ນີ້​ຈົ່ງ​ຟັງ​ເຮົາ ຈົ່ງ​ດຳ​ເນີນ​ຕາມ​ທາງ​ຂອງ​ເຣົາ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສຸກ 33 ໃຫ້​ຟັງ​ຄຳ​ສັ່ງ​ສອນ ຢ່າ​ລະ​ເລີຍ ແລະ​ໃຫ້​ສ​ລາດ 34 ຄົນ​ຜູ້​ທີ່​ຟັງ​ເຮົາ ຜູ້​ທີ່​ຢູ່​ໃນ​ປະ​ຕູ ແລະ​ຢູ່​ທາງ​ເຂົ້າ​ເຮືອນ​ຂອງ​ເຮົາ​ທຸກ​ວັນຈະ​ມີ​ຄວາມ​ສຸກ 35 ຜູ້​ທີ່​ພົບ​ເຫັນ​ເຮົາ​ກໍ​ພົບ​ຊີ​ວິດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ພໍ​ພ​ຣ​ະ​ທັຍ​ຜູ້​ນັ້ນ 36 ຜູ້​ທີ່​ທຳ​ຜິດ​ຕໍ່​ເຣົາ​ກໍ​ທຳ​ຮ້າຍ​ຕົວ​ເອງ ຜູ້​ໃດ​ຊັງ​ເຮົາ ຜູ້​ນັ້ນ​ຮັກ​ຄວາມ​ຕາຍ

ສຸພາສິດ 9

ການ​ເຊີນ​ຊວນ​ຂອງ​ປັນ​ຍາ​ແລະ​ຄວາມ​ໂງ່

1 ປັນ​ຍາ​ໄດ້​ສ້າງ​ເຮືອນ​ຂອງ​ຕົນ​ແລ້ວ ນາງ​ໄດ້​ຕັ້ງ​ເສົາ​ເຈັດ​ຕົ້ນ 2 ປັນ​ຍາ​ໄດ້​ຂ້າ​ສັດ​ຂອງ​ນາງ ໄດ້​ປະ​ສົມ​ເຫລົ້າ​ອະ​ງຸ່ນ​ຂອງ​ນາງ ໄດ້​ຈັດ​ໂຕະ​ຂອງ​ນາງ​ແລ້ວ 3 ແລະ​ໄດ້​ສົ່ງ​ສາວ​ໃຊ້​ຂອງ​ນາງ​ອອກ​ໄປ ສົ່ງ​ສ​ຽງ​ເອີ້ນ​ຈາກ​ທີ່​ສູງ​ໃນ​ເມືອງ 4 ວ່າ, “ຜູ້​ໃດ​ທີ່​ເປັນ​ຄົນ​ໂງ່ ໃຫ້​ເຂົາ​ຫັນ​ເຂົ້າ​ມາ​ທາງ​ນີ້” ນາງ​ເວົ້າ​ກັບ​ຜູ້​ທີ່​ໄຮ້​ສາ​ມັນ​ສຳ​ນຶກວ່າ 5 “ມາ​ເຖີດ ມາ​ຮັບ​ປະ​ທານ​ເຂົ້າ​ຈີ່​ຂອງ​ເຮົາ ແລະ​ດື່ມ​ເຫລົ້າ​ອະ​ງຸ່ນ​ທີ່​ເຮົາ​ໄດ້​ປະ​ສົມ 6 ຈົ່ງຖິ້ມ​ຄວາມ​ໂງ່​ເສັຽ ແລະ​ດຳ​ຣົງ​ຊີ​ວິດ​ຢູ່ ດຳ​ເນີນ​ໃນ​ທາງ​ຂອງ​ຄວາມ​ຮອບຮູ້​ນັ້ນ​ເຖີດ” 7 ຜູ້​ທີ່​ວ່າ​ກ່າວ​ຄົນມັກ​ເຍາະ​ເຍີ້ຍ ຈະ​ໄດ້​ຮັບ​ການ​ດູ​ຫມິ່ນ ແລະ​ຜູ້​ທີ່​ຕັກ​ເຕືອນ​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ກ່າວຫຍາບ​ຊ້າ 8 ຢ່າຕັກ​ເຕືອນ​ຄົນ​ມັກ​ເຍາະ​ເຍີ້ຍ ເພາະ​ເຂົາ​ຈະ​ກຽດ​ຊັງ​ເຈົ້າ ຈົ່ງ​ຕັກ​ເຕືອນຄົນ​ມີ​ປັນ​ຍາ ແລະ​ເຂົາ​ຈະ​ຮັກ​ເຈົ້າ 9 ຈົ່ງ​ໃຫ້​ຄຳ​ສັ່ງ​ສອນ​ແກ່​ຄົນ​ມີ​ປັນ​ຍາ ແລະ​ເຂົາ​ຈະ​ສ​ລາດ​ຍິ່ງ​ຂຶ້ນ ຈົ່ງ​ສອນ​ຄົນ​ຊອບ​ທັມ ແລະ​ເຂົາ​ຈະ​ເພີ້ມ​ການ​ຮຽນ​ຮູ້​ຫລາຍ​ຂຶ້ນ 10 ຄວາມ​ຢຳ​ເກງ​ພຣະ​ເຈົ້າ ເປັນ​ທີ່​ເລີ້ມ​ຕົ້ນ​ຂອງ​ປັນ​ຍາ ແລະ​ຊຶ່ງ​ຮູ້​ຈັກ​ອົງ​ບໍ​ຣິ​ສຸດ ເປັນ​ຄວາມ​ຮອບ​ຮູ້ 11 ເນື່ອງ​ຈາກ​ເຮົາ ວັນ​ຄືນ​ຂອງ​ເຈົ້າ​ຈະ​ເພີ້ມ​ທະ​ວີ​ຄູນ ແລະ​ປີ​ເດືອນ​ແຫ່ງ​ຊີ​ວິດ​ຂອງ​ເຈົ້າ​ຈະ​ເພີ້ມ​ພູນ 12 ຖ້າ​ເຈົ້າ​ສ​ລາດ ເຈົ້າ​ກໍ​ສ​ລາດ​ເພື່ອ​ຕົນ​ເອງ ຖ້າ​ເຈົ້າ​ເຍາະ​ເຍີ້ຍ ເຈົ້າ​ກໍ​ຈະ​ທົນ​ແຕ່​ລຳ​ພັງ 13 ຍິງ​ໂງ່​ນັ້ນ​ສຽງ​ປາກດັງ ນາງ​ປ່ອຍ​ຕົວ ​ແລະ​ບໍ່​ຮູ້​ຈັກ​ອາຍ 14 ນາງນັ່ງ​ທີ່​ປະ​ຕູ​ເຮືອນ​ຂອງ​ນາງ ແລະ​ໃນ​ທີ່​ສູງ​ໃນ​ເມືອງ 15 ແລະ​ເອີ້ນ​ໃສ່​ບັນ​ດາ​ຜູ້​ທີ່​ຜ່ານ​ໄປ​ ຜູ້​ເດີນຊື່ໄປ​ຕາມ​ທາງ​ຂອງ​ເຂົາ 16 ວ່າ, “ຜູ້​ໃດ​ທີ່​ເປັນ​ຄົນ​ໂງ່ ໃຫ້​ເຂົາ​ຫັນ​ເຂົ້າ​ມາ​ທີ່​ນີ້” ນາງ​ເວົ້າ​ກັບ​ເຂົາ​ຜູ້​ໄຮ້​ສາ​ມັນ​ສຳ​ນຶກ 17 ວ່າ, “ນ້ຳ​ທີ່​ຂະ​ໂມຍ​ມາ​ຫວານ​ດີ ແລະ​ຂະ​ຫນົມ​ທີ່​ຮັບ​ປະ​ທານ​ໃນ​ທີ່​ລັບ​ກໍ​ແຊບ” 18 ແຕ່​ເຂົາ​ບໍ່​ຮູ້​ວ່າ​ຄົນ​ຕາຍ​ຢູ່ທີ່​ນັ້ນ ແລະ​ແຂກ​ຂອງ​ນາງ​ກໍ​ຢູ່​ໃນ​ຫ້ວງ​ເລິກ​ຂອງ​ແດນ​ຜູ້​ຕາຍ

ສຸພາສິດ 10

ປຽບ​ທຽບ​ຄົນ​ທ່ຽງ​ທັມ​ກັບ​ຄົນ​ຊົ່ວ​ຮ້າຍ

1 ສຸ​ພາ​ສິດ​ຂອງ​ໂຊໂລ​ໂມນ ບຸດ​ຊາຍ​ທີ່​ສ​ລາດ​ກະ​ທຳ​ໃຫ້​ບິ​ດາ​ຍິນ​ດີ​ ແຕ່​ບຸດ​ຊາຍ​ທີ່​ໂງ່​ເປັນ​ຄວາມ​ໂສກ​ຂອງ​ມານ​ດາ​ເຂົາ 2 ຄັງ​ຊັບ​ອະ​ທັມ​ບໍ່​ເປັນ​ກຳ​ໄຣ ແຕ່​ຄວາມ​ຊອບ​ທັມ​ຊ່ອຍ​ກູ້​ຈາກ​ຄວາມ​ຕາຍ 3 ພຣະ​ຜູ້ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ປ່ອຍ​ໃຫ້​ຄົນ​ຊອບ​ທັມ​ຫິວ ແຕ່​ພຣະ​ອົງ​ຊົງ​ຂັດ​ຂວາງ​ຄວາມ​ຢາກ​ຂອງ​ຄົນ​ຊົ່ວ​ຮ້າຍ 4 ມື​ທີ່ຢ່ອນ​ເປັນ​ເຫດ​ໃຫ້​ເກີດ​ຄວາມ​ຍາກ​ຈົນ ແຕ່​ມື​ທີ່​ຂະ​ຫຍັນ​ຂັນ​ແຂງ​ກະ​ທຳ​ໃຫ້​ຮັ່ງ​ມີ 5 ບຸດ​ຊາຍ​ທີ່​ສະ​ສົມໄວ້​ໃນ​ຣະ​ດູ​ແລ້ງກໍ​ເປັນ​ຄົນ​ຫຍັ່ງ​ຮູ້ ແຕ່​ບຸດ​ຊາຍ​ຜູ້​ຫລັບ​ໃນ​ຣະ​ດູ​ກ່ຽວກໍ​ນຳ​ຄວາມ​ອັບ​ອາຍ​ມາ 6 ພຣະ​ພອນ​ຢູ່​ເທິງ​ຫົວ​ຂອງ​ຜູ້​ຊອບ​ທັມ ແຕ່​ຄວາມ​ທາ​ຣຸນ​ຖ້ວມ​ປາກ​ຄົນ​ຊົ່ວ​ຮ້າຍ 7 ການ​ຣະ​ລຶກ​ເຖິງ​ຂອງ​ຄົນ​ຊອບ​ທັມ​ເປັນ​ພຣະ​ພອນ ແຕ່​ຊື່​ສຽງ​ຂອງ​ຄົນ​ຊົ່ວ​ຮ້າຍ​ຈະ​ເນົ່າ​ເສັຽ 8 ໃຈ​ທີ່​ປະ​ກອບ​ດ້ວຍ​ປັນ​ຍາ​ຈະ​ສົນ​ໃຈ​ໃນ​ບັນ​ຍັດ ແຕ່​ຄົນ​ທີ່ເວົ້າ​ໂງ່​ຈະ​ເຖິງ​ຄວາມ​ພິນາດ 9 ຜູ້​ໃດ​ທີ່​ດຳ​ເນີນ​ໃນ​ຄວາມຊື່​ສັດ​ກໍ​ດຳ​ເນີນ​ຢ່າງ​ຫມັ້ນ​ຄົງ​ດີ ແຕ່​ຜູ້​ທີ່​ທຳ​ທາງ​ຂອງ​ຕົນ​ໃຫ້​ຊົ່ວ​ກໍ​ຈະ​ປາ​ກົດ​ແຈ້ງ​ແກ່​ຄົນ​ອື່ນ 10 ຜູ້​ທີ່​ຂະ​ຫຍິບ​ຕາ​ກໍ​ກວນ​ຄວາມ​ຫຍຸ້ງ​ຍາກ ແຕ່​ຜູ້​ທີ່​ຕັກ​ເຕືອນ​ຢ່າງ​ກ້າ​ຫານ​ຈະ​ສ້າງ​ສັນ​ຕິ​ພາບ 11 ປາກ​ຂອງ​ຄົນ​ຊອບ​ທັມ​ເປັນ​ບໍ່​ນ້ຳ​ຊີ​ວິດ ແຕ່​ປາກ​ຂອງ​ຄົນ​ຊົ່ວ​ຮ້າຍ​ປິດ​ບັງ​ຄວາມ​ທາ​ຣຸນ 12 ຄວາມ​ກຽດ​ຊັງ​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ວິ​ວາດ ແຕ່​ຄວາມ​ຮັກ​ຄອບ​ງຳ​ບັນ​ດາ​ການ​ທໍ​ຣະ​ຍົດ​ເສັຽ 13 ທີ່​ຮີມ​ຝີ​ປາກ​ຂອງ​ຜູ້​ທີ່​ມີ​ຄວາມ​ເຂົ້າ​ໃຈ​ຈະ​ພົບ​ປັນ​ຍາ ແຕ່​ໄມ້​ແສ້​ກໍ​ເຫມາະ​ສຳ​ລັບ​ຫລັງ​ຂອງ​ຄົນ​ໂງ່​ນຳ​ຄວາມ​ພິ​ນາດ​ມາ​ໃກ້ 14 ຄົນ​ມີ​ປັນ​ຍາ​ກໍ​ສະ​ສົມ​ຄວາມ​ຮູ້​ໄວ້ ແຕ່​ປາກ​ຂອງ​ຄົນ​ໂງ່​ນຳ​ຄວາມ​ເດືອດ​ຮ້ອນມາ​ໃກ້ 15 ຊັບ​ສົມ​ບັດ​ຂອງ​ຄົນ​ຮັ່ງ​ມີ ຄື​ເມືອງ​ເຂັ້ມ​ແຂງ​ຂອງ​ເຂົາ ແຕ່​ຄວາມ​ຍາກ​ຈົນ​ຂອງ​ຄົນ​ຈົນ ຄື​ຄວາມ​ທຸກ​ລຳ​ບາກ​ຂອງ​ເຂົາ 16 ຜົນ​ງານ​ຂອງ​ຄົນ​ຊອບ​ທັມ​ນຳ​ໄປ​ເຖິງ​ຊີ​ວິດ ແຕ່​ຂອງ​ຄົນ​ຊົ່ວ​ຮ້າຍ​ນຳ​ໄປ​ເຖິງ​ບາບ 17 ເຂົາ​ຜູ້​ສົນ​ໃຈ​ໃນ​ຄຳ​ສັ່ງ​ສອນ​ກໍ​ຢູ່​ໃນ​ວິ​ຖີ​ແຫ່ງ​ຊີ​ວິດ ແຕ່​ເຂົາ​ຜູ້​ປະ​ຕິ​ເສດ​ຄຳ​ເຕືອນ​ສະ​ຕິ​ກໍ​ຫລົງ​ຫນີ​ໄປ 18 ເຂົາ​ຜູ້​ປິດ​ບັງ​ຄວາມ​ກຽດ​ຊັງ​ມີ​ຮີມ​ຝີ​ປາກ​ມຸ​ສາ ແລະ​ເຂົາ​ຜູ້​ອອກ​ປາກ​ໃສ່​ຮ້າຍ​ເປັນ​ຄົນ​ໂງ່ 19 ການ​ເວົ້າ​ຫລາຍ​ກໍ​ສະ​ສົມ​ການ​ທໍ​ຣະ​ຍົດ ແຕ່​ເຂົາ​ຜູ້​ຢັບ​ຢັ້ງ​ຮິມ​ຝີ​ປາກ​ຂອງ​ຕົນ​ເປັນ​ຜູ້​ຫຍັ່ງ​ຮູ້ 20 ລີ້ນ​ຂອງ​ຄົນ​ຊອບ​ທັມ ຄື​ເງິນ​ເນື້ອ​ບໍ​ຣິ​ສຸດ ຄວາມ​ຄິດ​ຂອງ​ຄົນ​ຊົ່ວ​ຮ້າຍ​ມີ​ຄ່າ​ແຕ່​ຫນ້ອຍ 21 ຮິມ​ຝີ​ປາກ​ຂອງ​ຄົນ​ຊອບ​ທັມ​ລ້ຽງ​ຄົນ​ເປັນ​ອັນ​ມາກ ແຕ່​ຄົນ​ໂງ່​ຕາຍ​ເພາະ​ຂາດ​ສາ​ມັນ​ສຳ​ນຶກ 22 ພຣະ​ພອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ໃຫ້​ຮັ່ງ​ມີ ແລະ​ພຣະ​ອົງ​ບໍ່​ໄດ້​ແຖມ​ຄວາມ​ໂສກ​ເສົ້າ​ໄວ້​ດ້ວຍ 23 ຄົນ​ໂງ່​ກະ​ທຳ​ຄວາມ​ຜິດ​ເຫມືອນ​ການ​ຫລິ້ນ​ສນຸກ ແຕ່​ຄວາມ​ປະ​ພຶດ​ອັນ​ປະ​ກອບ​ດ້ວຍ​ປັນ​ຍາ ເປັນ​ຄວາມ​ເພີດ​ເພີນ​ແກ່​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ 24 ສິ່ງ​ໃດ​ທີ່​ຄົນ​ຊົ່ວ​ຮ້າຍ​ຄິດ​ຢ້ານ​ກົວ ມັນ​ຈະມາ​ເຖິງ​ເຂົາ ແຕ່​ສິ່ງ​ໃດ​ທີ່​ຄົນ​ຊອບ​ທັມ​ປາ​ຖ​ນາ ພຣະ​ອົງ​ຊົງທຳ​ຕາມ​ໃຫ້ 25 ເມື່ອ​ພະ​ຍຸ​ຮ້າຍ​ຜ່ານ​ໄປ​ແລ້ວ ຄົນ​ຊົ່ວ​ກໍ​ບໍ່​ມີ​ອີກ ແຕ່​ຄົນ​ຊອບ​ທັມ​ຈະ​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ໄວ້​ເປັນ​ນິດ 26 ຢ່າງ​ນ້ຳ​ສົ້ມ​ກັບ​ແຂ້ວ ແລ​ະ​ຄວັນ​ກັບ​ຕາ​ເປັນ​ສັນ​ໃດ ຄົນ​ຂີ້​ຄ້ານ​ກັບ​ຜູ້​ທີ່​ໃຊ້​ເຂົາ​ກໍ​ເປັນ​ສັນ​ນັ້ນ 27 ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຍຶດ​ຊີ​ວິດ​ໃຫ້​ຍາວ​ໄປ ແຕ່​ປີ​ເດືອນ​ຂອງ​ຄົນ​ຊົ່ວ​ຮ້າຍ​ນັ້ນ​ຈະ​ສັ້ນ​ເຂົ້າ 28 ຄວາມ​ຫວັງ​ຂອງ​ຄວາ​ມ​ຊອບທັມ​ຈົບ​ລົງ​ໃນ​ຄວາມ​ຍິນ​ດີ ແຕ່​ຄວາມ​ມຸ່ງ​ຫວັງ​ຂອງ​ຄວາມ​ຊົ່ວ​ຮ້າຍ​ກໍ​ສູນ​ເປົ່າ 29 ພຣະ​ເຈົ້າ​ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ແກ່​ຜູ້​ປະ​ພຶດ​ຢ່າງ​ທ່ຽງ​ທັມ ແຕ່​ຜູ້​ກະ​ທຳ​ຊົ່ວ​ພຣະ​ອົງ​ຊົງ​ທຳ​ລາຍ 30 ຜູ້​ຊອບ​ທັມ​ຈະ​ບໍ່​ຖືກ​ກຳ​ຈັດ​ເລີຍ ແຕ່​ຄົນ​ຊົ່ວ​ຮ້າຍ​ຈະ​ບໍ່​ໄດ້​ຢູ່​ໃນ​ແຜ່ນ​ດິນ 31 ປາກ​ຂອງ​ຄົນ​ຊອບ​ທັມ​ນຳ​ປັນ​ຍາ​ອອກ​ມາ ແຕ່​ລີ້ນ​ຂອງ​ຄົນ​ຕະ​ລົບ​ຕະ​ແລງ​ຈະ​ຖືກ​ຕັດ​ອອກ 32 ຮິມ​ຝີ​ປາກ​ຂອງ​ຄົນ​ຊອບ​ທັມ​ຮູ້​ວ່າ​ອັນ​ໃດພໍ​ຫູ​ຄົນ ແຕ່​ປາກ​ຂອງ​ຄົນ​ຊົ່ວ​ຮ້າຍ​ຮູ້​ວ່າ​ສິ່ງ​ໃດ​ຕ​ະ​ລົບ​ຕະ​ແລງ

ສຸພາສິດ 11

1 ຕາ​ຊັ່ງ​ຂີ້​ລັກ​ນັ້ນ​ເປັນ​ທີ່​ກຽດ​ຊັງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ລູກ​ຕຸ້ມ​ທີ່​ຍຸດ​ຕິທັມ​ເປັນ​ທີ່​ປິ​ຕິ​ຍິນ​ດີ​ແດ່​ພຣະ​ອົງ 2 ເມື່ອ​ຄວາມ​ເຍີ້​ຍິ່ງ​ມາ​ເຖິງ ຄວາມ​ຫຢາມ​ນ້ຳ​ຫນ້າ​ກໍ​ມາ​ດ້ວຍ ແຕ່​ປັນ​ຍາ​ຢູ່​ກັບ​ຄົນ​ຖ່ອມ​ໃຈ 3 ຄວາມ​ສັດ​ຊື່​ຂອງ​ຄົນ​ທີ່​ທ່ຽງ​ທັມຍ່ອມ​ນຳ​ເຂົາ ແຕ່​ຄວາມ​ຄົດ​ໂກງ​ຂອງ​ຄົນ​ທໍ​ຣະ​ຍົດ​ຍ່ອມ​ທຳ​ລາຍ​ເຂົາ 4 ຄວາມ​ຮັ່ງ​ມີ​ບໍ່​ອຳ​ນວຍ​ກຳ​ໄຣ​ໃນ​ວັນ​ຊົງ​ພຣະ​ພິ​ໂຣດ ແຕ່​ຄວາມຊອບ​ທັມ​ຊ່ອຍ​ກູ້​ໃຫ້​ພົ້ນ​ຄວາມ​ມໍ​ຣະ​ນາ 5 ຄວາມ​ຊອບ​ທັມ​ຂອງ​ຄົນ​ທີ່​ບໍ່​ມີ​ຕຳ​ຫນິ​ຍ່ອມ​ຮັກ​ສາ​ທາງ​ຂອງ​ເຂົາ​ໃຫ້​ຊື່ ແຕ່​ຄົນ​ຊົ່ວ​ຮ້າຍ​ກໍ​ລົ້ມ​ລົງ​ດ້ວຍ​ຄວາມ​ຊົ່ວ​ຮ້າ​ຍ່​ຂອງ​ເຂົາ​ເອງ 6 ຄວາມ​ຊອບ​ທັມ​ຂອງ​ຄົນ​ທ່ຽງ​ທັມ​ຍ່ອມຊ່ອຍ​ກູ້​ເຂົາ ແຕ່​ຄົນ​ທໍ​ຣະ​ຍົດ​ຈະ​ຖືກ​ຣາ​ຄະ​ຂອງ​ເຂົາ​ຈັບ​ເປັນ​ຊະ​ເລີຍ 7 ເມື່ອ​ຄົນ​ຊົ່ວ​ຮ້າຍ​ຕາຍ ຄວາມ​ຫວັງ​ຂອງ​ເຂົາ​ກໍ​ພິ​ນາດ ແລະ​ຄວາມ​ມຸ່ງ​ຫວັງ​ຂອງ​ຄົນ​ຊົ່ວ​ຊ້າກໍ​ສູນ​ເປົ່າ 8 ຄວາມ​ຊອບ​ທັມ​ຮັບ​ການ​ຊ່ອຍ​ເຫລືອ​ໃຫ້​ພົ້ນ​ຄວາມ​ລຳ​ບາກ ແລະ​ຄົນ​ຊົ່ວ​ຮ້າຍ​ເຂົ້າ​ໄປ​ແທນ​ທີ່ 9 ຄົນ​ບໍ່​ຮູ້​ພຣະ​ເຈົ້າ​ທຳ​ລາຍ​ເພື່ອນ​ບ້ານ​ຂອງ​ເຂົາ​ດ້ວຍ​ປາກ ແຕ່​ຄົນຊອບ​ທັມ​ໄດ້​ຮັບ​ການ​ຊ່ອຍ​ໃຫ້​ພົ້ນ​ດ້ວຍ​ອາ​ໄສ​ຄວາມ​ຮູ້ 10 ເມື່ອ​ຄົນ​ຊອ​ບທັມ​ຢູ່​ເຢັນ​ເປັນ​ສຸກ​ບ້ານ​ເມືອງ​ກໍ​ຊົມ​ຊື່ນ​ຍິນ​ດີ ແລະ​ເມື່ອ​ຄົນ​ຊົ່ວ​ຮ້າຍ​ພິ​ນາດ ກໍ​ມີ​ສຽງ​ໂຮ່​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ 11 ໂດຍ​ພອນ​ຂອງ​ຄົນ​ທ່ຽງ​ທັມ​ບ້ານ​ເມືອງ​ກໍ​ເປັນ​ທີ່​ຍົກ​ຍ້ອງ ແຕ່​ວ່າ​ມັນ​ຄວ່ຳ​ລົງ​ໂດ​ຍປາກ​ຂອງ​ຄົນຊົ່ວ​ຮ້າຍ 12 ບຸກ​ຄົນ​ດູ​ຖູກ​ເພື່ອນ​ບ້ານ​ຂອງ​ຕົນ​ຍ່ອມ​ຂາດ​ສາ​ມັນ​ສຳ​ນຶກ ແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈກໍ​ຍັງ​ມິດ​ງຽບ​ຢູ່ 13 ບຸກ​ຄົນ​ທີ່​ທ່ຽວ​ຊຸບ​ຊິບ​ກໍ​ເຜີຍ​ຄວາມ​ລັ​ບ ແຕ່​ບຸ​ກຄົນ​ທີ່​ໄວ້​ວາງ​ໃຈ​ໄດ້​ຍ່ອມ​ປິດບັງ​ສິ່ງ​ນຶ່ງ​ສິ່ງ​ໃດ​ໄວ້​ໄດ້ 14 ທີ່​ໃດ​ທີ່​ບໍ່​ມີ​ການ​ນຳ ປະ​ຊາ​ຊົນ​ກໍ​ລົ້ມ​ລົງ ແຕ່​ໃນ​ທີ່​ຊຶ່ງ​ມີ​ທີ່​ປຶກ​ສາ​ຫ​ລາຍຍ່ອມມີ​ຄວາມ​ປອດ​ພັຍ 15 ບຸກ​ຄົນ​ຜູ້​ຮັບ​ປະ​ກັນ​ຄົນ​ອື່ນ​ຈະ​ຕ້ອງ​ທົນ​ທຸກ ແຕ່​ຄົນ​ທີ່​ກຽດ​ການ​ຮັບ​ປະ​ກັນ​ຍ່ອມ​ປອດ​ພັຍ 16 ສະ​ຕ​ຣີ​ງາ​ມ​ສ​ງ່າ​ຍ່ອມ​ໄດ້​ຮັບ​ກຽດ ແລະ​ຊາຍ​ຫນ້າ​ເລືອດ​ຍ່ອມ​ຮັ່ງ​ມີ 17 ຊາຍ​ຜູ້​ມີ​ຄວາມ​ເອັນ​ດູ​ຍ່ອມ​ໃຫ້​ປ​ໂຍດ​ແກ່​ຕົນ ແຕ່​ຊາຍ​ທີ່​ດຸ​ຮ້າຍ​ຍ່ອມ​ທຳ​ໃຫ້​ຕົວ​ເອງ​ເຈັບ 18 ຊາຍ​ຊົ່ວ​ຮ້າຍ​ໄດ້​ຜົນ​ຈ້າງ​ທີ່​ຫລອກ​ລວງ ແຕ່ບຸກ​ຄົນ​ທີ່​ຫວ່ານຄວາມ​ຊອບ​ທັມ​ຈະ​ໄດ້​ບຳ​ເຫນັດ​ທີ່​ແນ່ນອນ 19 ບຸກ​ຄົນ​ຜູ້​ຕັ້ງ​ຫມັ້ນ​ຢູ່​ໃນ​ຄວາມ​ຊອບ​ທັມ​ຈະ​ມີ​ຊີ​ວິດ​ຢູ່ ແຕ່​ບຸກ​ຄົນຜູ້​ຕິດ​ຕາມ​ຄວາມ​ຊົ່ວ​ຮ້າຍ​ຈະ​ເຖິງ​ຄວາມ​ຕາຍ 20 ຄົນ​ທີ່​ຄວາມ​ຄິດ​ຕະ​ລົບ​ຕະ​ແລງ​ເປັນ​ທີ່​ຫນ້າ​ກຽດ​ຊັງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ຄົນ​ທີ່​ມີ​ທາງ​ໄຮ້​ຕຳ​ຫນິ​ຍ່ອມ​ເປັນ​ທີ່​ປິ​ຕິ​ຍິນ​ດີ​ຂອງ​ພຣະ​ອົງ 21 ຈົ່ງ​ແນ່​ໃຈ​ເຖີດ ​ຄົນ​ຊົ່ວ​ຮ້າຍ​ຈະ​ຕ້ອງ​ຖືກ​ທຳ​ລາຍ​ຢ່າງ​ແນ່ນອນ ແຕ່​ບັນ​ດາ​ຜູ້​ທີ່​ເປັນ​ຄົນ​ຊອບ​ທັມ​ຈະ​ໄດ້​ຮັບ​ການ​ຊ່ອຍ​ກູ້ 22 ສະ​ຕ​ຣີ​ງາມ​ທີ່​ປາ​ສ​ຈາກ​ຄວາມ​ສ​ລຽວ​ສ​ລາດ​ກໍ​ເຫມືອນ​ຮ່ວງ​​ຄຳ​ທີ່​ດັງຂອງ​ຫມູ 23 ຄວາມ​ປາ​ຖ​ນາ​ຂອງ​ຄົນ​ຊອບ​ທັມ​ຈົບ​ລົງ​ໃນ​ຄວາມ​ດີ​ເທົ່າ​ນັ້ນ ຄວາມ​ມຸ່ງ​ຫວັງ​ຂອງ​ຄົນ​ຊົ່ວ​ຮ້າຍ​ຈົບ​ລົງ​ໃນ​ຄວາມ​ພິ​ໂຣດ 24 ບາງ​ຄົນ​ຍິ່ງ​ຈຳ​ຫນ່າຍ​ຍິ່ງ​ຮັ່ງ​ມີ ບາງ​ຄົນ​ຍິ່ງ​ຍຶດ​ສິ່ງ​ທີ່​ຄວນ​ຈຳ​ຫນ່າຍ​ໄວ້​ຍິ່ງ​ຂັດ​ສົນ​ກໍ​ມີ 25 ບຸກ​ຄົນ​ທີ່​ໃຈກວ້າງ​ຂວາງ​ຍ່ອມ​ໄດ້​ຮັບ​ຄວາມ​ມັ່ງ​ຄັ່ງ ບຸກ​ຄົນ​ທີ່​ຫົດ​ນ້ຳ ​ເຂົາ​ເອງ​ຈະຮັບ​ການ​ຫົດ​ນ້ຳ 26 ປະ​ຊາ​ຊົນ​ສາບ​ແຊ່ງ​ຜູ້​ທີ່​ກັກ​ເຂົ້າ ແຕ່​ພຣະ​ພອນ​ຢູ່​ເທິງ​ຫົວຂອງ​ຜູ້​ທີ່​ຂາຍ​ເຂົ້າ 27 ບຸກ​ຄົນ​ຜູ້​ສ​ແວງ​ຄວາ​ມດີ ກໍ​ສ​ແວງ​ຄວາມ​ພໍ​ໃຈ ແຕ່​ຄວາມ​ເດືອດ​ຮ້ອນ​ມາ​ເຖິງ​ຜູ້​ທີ່​ສ​ແວງ​ຫາ​ທຳ​ຄວາມ​ຊົ່ວ​ 28 ບຸກ​ຄົນ​ຜູ້​ວາງ​ໃຈ​ໃນ​ຄວາມ​ຮັ່ງ​ມີ​ຈະ​ລົ້ມ​ລະ​ລາຍ ແຕ່​ຄົນ​ຊອບ​ທັມ​ຈະ​ຮຸ່ງ​ເຮືອງ​ຢ່າງ​ໃບ​ໄມ້​ຂຽວ 29 ບຸກ​ຄົນ​ຜູ້​ທຳ​ໃຫ້​ຄົວ​ເຮືອນ​ຂອງ​ເຂົາ​ລຳ​ບາກ​ຈະ​ຮັບ​ລົມ​ເປັນ​ມໍ​ຣະ​ດົກ ແລ​ະ​ຄົນ​ໂງ່​ຈະ​ເປັນ​ຄົນ​ໃຊ້​ຂອງ​ຄົນ​ສ​ລາດ 30 ຜົນ​ຂອງ​ຄົນ​ຊອບ​ທັມ​ເປັນ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ການ​ຝ່າ​ຝືນ​ກົດ​ຫມາຍ​ຍ່ອມ​ທຳ​ລາຍ​ຊີ​ວິດ 31 ເບິ່ງ​ແມ໋, ແມ້​ຄົນ​ຊອບ​ທັມ​ອາດ​ຈະ​ຖືກ​ທຳ​ໂທດ​ໃນ​ແຜ່ນ​ດິນ​ໂລກ ຄົນ​ຊົ່ວ​ຮ້າຍ​ແລະ​ຄົນ​ບາບ​ຈະ​ຍິ່ງກວ່າ​ນັ້ນ​ສັກ​ເທົ່າ​ໃດ

ສຸພາສິດ 12

1 ຜູ້​ໃດ​ທີ່​ຮັກ​ວິ​ນັຍ​ກໍ​ຮັກ​ຄວາມ​ຮູ້ ແຕ່​ບຸກ​ຄົນ​ທີ່​ກຽດ​ຊັງການ​ຕັກ​ເຕືອນ​ກໍ​ເປັນ​ຄົນ​ໂງ່​ຈ້າ 2 ຄົນ​ດີ​ເປັນ​ທີ່​ພໍ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ແຕ່​ຄົນ​ທີ່​ຄິດ​ການ​ຊົ່ວ​ຮ້າຍ​ພຣະ​ອົງ​ຊົງ​ລົງ​ໂທດ 3 ຄົນ​ຈະ​ຕັ້ງ​ຢູ່​ດ້ວຍ​ຄວາມ​ໂຫດ​ຮ້າຍ​ບໍ່​ໄດ້ ແຕ່​ຮາກ​ຂອງ​ຄົນ​ຊອບ​ທັມ​ຈະ​ບໍ່​ຮູ້​ຈັກ​ເຄື່ອນ​ຍ້າຍ 4 ເມັຽ​ດີ​ເປັນ​ມົງ​ກຸດ​ຂອງຜົວຕົນ ແຕ່​ນາງ​ຜູ້​ທີ່​ນຳ​ຄວາມ​ອັບ​ອາຍ​ມາ​ກໍ​ເຫມືອນ​ຄວາມ​ເນົ່າ​ເປື່ອຍ​ໃນ​ກະ​ດູກຜົວ 5 ຄວາມ​ຄິດ​ຂອງ​ຄົນ​ຊອ​ບທັມ​ນັ້ນ​ຍຸດ​ຕິ​ທັມ ແຕ່​ຄຳ​ຫາ​ຣື​ຂອງ​ຄົນ​ຊົ່ວ​ຮ້າຍ​ນັ້ນ​ທໍ​ຣະ​ຍົດ 6 ຖ້ອຍ​ຄຳ​ຂອງ​ຄົນ​ຊົ່ວ​ຮ້າຍ​ຫມອບ​ຄອຍ​ປະ​ຫັດ​ປະ​ຫານ ແຕ່​ປາກ​ຂອງ​ຄົນ​ທ່ຽງ​ທັມ​ຊ່ອຍ​ຄົນ​ໃຫ້​ລອດ 7 ຄົນ​ຊົ່ວ​ຮ້າຍ​ຄວ່ຳ​ແລ້ວ​ແລະ​ບໍ່​ມີ​ອີກ ແຕ່​ເຮືອນ​ຂອງ​ຄົນ​ຊອບ​ທັມ​ຍັງ​ດຳ​ຣົງ​ຢູ່ 8 ຄົນ​ຈະ​ໄດ້​ຄຳ​ຊົມ​ເຊີຍ​ຕາມ​ສາ​ມັນ​ສຳ​ນຶກ​ທີ່​ດີ​ຂອງ​ເຂົາ ແຕ່​ຄົນ​ທີ່​ຄວາມ​ຄິດ​ຕະ​ລົບ​ຕະ​ແລງ​ກໍ​ເປັນ​ທີ່​ດູ​ຫມິ່ນ 9 ຜູ້​ນ້ອຍ​ທີ່​ທຳ​ມາ​ຫາກິນ​ເອງ ກໍ​ດີກວ່າ​ຄົນ​ທີ່​ທຳ​ທີ່​ວ່າ​ເປັນ​ຜູ້​ຍິ່ງ​ໃຫຍ່​ແຕ່ຂາດ​ອາ​ຫານ 10 ຄົນ​ຊອບ​ທັມ​ຍ່ອມ​ເຫັນ​ແກ່​ຊີ​ວິດ​ສັດ​ຂອງ​ເຂົາ ແຕ່​ຄວາມ​ກະ​ຣຸ​ນາ​ຂອງ​ຄົນ​ໂຫດ​ຮ້າຍ​ຄື​ຄວາມ​ດຸ​ຮ້າຍ 11 ບຸກ​ຄົນ​ທີ່​ໄຖ​ນາ​ຂອງ​ຕົນ​ຈະ​ມີ​ອາ​ຫານ​ອຸ​ດົມ ແຕ່​ບຸກ​ຄົນ​ທີ່​ຕິດ​ຕາມ​ການ​ງານ​ທີ່​ໄຮ້​ຄ່າ​ຍ່ອມ​ບໍ່​ມີ​ສາ​ມັນ​ສຳ​ນຶກ 12 ຫໍ​ຄອຍ​ແຂງ​ແຮງ​ຂອງ​ຄົນ​ຊົ່ວ​ຮ້າຍ​ຫັກ​ພັງ​ລົງ ແຕ່​ຮາກ​ຖານ​ຂອງ​ຄົນ​ຊອບ​ທັມ​ຕັ້ງ​ຫມັ້ນ​ຄົງ​ຢູ່ 13 ຄົນ​ຊົ່ວ​ຮ້າຍ​ຍ່ອມ​ຕິດ​ບ້ວງ​ໂດຍ​ການ​ລະ​ເມີດ​ແຫ່ງ​ຮິມ​ຝີ​ປາກ​ຂອງ​ຕົນ ແຕ່​ຄົນ​ຊອບ​ທັມ​ຫນີ​ພົ້ນ​ຈາກ​ຄວາມ​ລຳ​ບາກ 14 ຈາກ​ຜົນ​ແຫ່ງ​ຖ້ອຍ​ຄຳ​ຂອງ​ຕົນ​ຄົນ​ກໍ​ອີ່ມ​ໃຈ​ໃນ​ຄວາມ​ດີ ແລະ​ຜົນ​ງານ​ແຫ່ງ​ມື​ຂອງ​ເຂົາ​ກໍ​ກັບ​ມາ​ຫາ​ເຂົາ 15 ທາງ​ຂອງ​ຄົນ​ໂງ່​ນັ້ນ​ຖືກ​ຕ້ອງ​ໃນ​ສາຍ​ຕາ​ຂອງ​ເຂົາ​ເອງ ແຕ່​ຄົນ​ມີ​ປັນ​ຍາ​ຍ່ອມ​ຟັງ​ຄຳ​ແນະ​ນຳ 16 ຈະ​ຮູ້​ຄວາມ​ຮ້ອນ​ໃຈ​ຂອງ​ຄົນ​ໂງ່​ໄດ້​ທັນ​ທີ ແຕ່​ຄົນ​ທີ່​ຫຍັ່ງ​ຮູ້​ຍ່ອມ​ບໍ່ສົນ​ໃຈ​ຕໍ່​ການດູ​ຫມິ່ນ 17 ບຸກ​ຄົນ​ຜູ້​ໃດ​ເວົ້າ​ຄວາມ​ຈິງ​ໃຫ້​ຫລັກ​ຖານ​ທີ່​ຊື່​ຕົງ ແຕ່​ພຍານ​ເທັດ​ກ່າວ​ຄຳ​ຫລອກ​ລວງ 18 ມີ​ບາງ​ຄົນ​ທີ່​ຄຳ​ເວົ້າ​ບໍ່​ຈິງ​ຂອງ​ເຂົາ​ເຫມືອນ​ດາບ​ແທງ ແຕ່​ລີ້ນ​ຂອງ​ຄົນ​ມີ​ປັນ​ຍາ​ນຳ​ການ​ຮັກ​ສາ​ມາ​ໃຫ້ 19 ຮິມ​ຝີ​ປາກ​ທີ່​ເວົ້າ​ຈິງ​ທົນ​ຢູ່​ໄດ້​ເປັນ​ນິດ ແຕ່​ລີ້ນ​ທີ່​ເວົ້າ​ຕົວະ​ຢູ່​ໄດ້​ພຽງ​ຊົ່ວ​ຄາວ 20 ຄວາມ​ຫລອກ​ລວງ​ຢູ່​ໃນ​ໃຈ​ຂອງ​ບັນ​ດາ​ຜູ້​ຄິດ​ແຜນ​ການ​ຊົ່ວ​ຮ້າຍ ແຕ່​ບັນ​ດາ​ຜູ້​ກະ​ແຜນ​ງານ​ທີ່​ດີ​ມີ​ຄວາມ​ຊື່ນ​ບານ 21 ບໍ່​ມີ​ຄວາມ​ຊົ່ວ​ຕົກ​ຢູ່​ກັບ​ຄົນ​ຊອບ​ທັມ ແຕ່​ຄົນ​ຊົ່ວ​ຮ້າຍ​ເຕັມ​ດ້ວຍ​ຄວາມ​ລຳ​ບາກ 22 ຮີມ​ຝີ​ປາກ​ທີ່​ເວົ້າ​ມຸ​ສາ​ເປັນ​ທີ່​ຫນ້າ​ກຽດ​ຊັງ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ບັນ​ດາ​ຜູ້​ທີ່​ປະ​ພຶດ​ຄວາມ​ຊື່​ສັດ​ເປັນ​ທີ່​ປິຕິ​ຍິນ​ດີ​ແດ່​ພຣະ​ອົງ 23 ຄົນ​ທີ່ຫຍັ່ງ​ຮູ້​ຍ່ອມ​ເກັບ​ຄວາມ​ຮູ້​ໄວ້ ແຕ່​ຄົນ​ໂງ່​ປ່າວ​ຮ້ອງ​ຄວາມ​ໂງ່​ຂອງ​ຕົນ 24 ມື​ຂອງ​ຄົນ​ທີ່​ດຸ​ຫມັ່ນ​ຈະ​ຄອບ​ຄອງ ຝ່າຍ​ຄົນ​ຂີ້​ຄ້ານ​ຈະ​ຖືກ​ບັງ​ຄັບ​ໃຫ້​ທຳ​ງານເປັນ​ທາດ 25 ຄວາມ​ກະ​ວົນ​ກະ​ວາຍ​ຂອງ​ຄົນ​ຖວ່ງ​ເຂົາ​ລົງ ແຕ່​ຖ້ອຍ​ຄຳ​ທີ່​ດີ​ກະ​ທຳ​ໃຫ້​ເຂົາ​ຊື່ນ​ຊົມ 26 ຄົນ​ຊອບ​ທັມຫັນ​ຈາກ​ທາງ​ຊົ່ວ​ຮ້າຍ ແຕ່ທາງ​ຂອງ​ຄົນ​ຊົ່ວ​ຮ້າຍ​ນຳ​ເຂົາ​ເອງ​ໃຫ້​ຫນີ​ໄປ 27 ຄົນ​ຂີ້​ຄ້ານ​ຈະ​ຈັບ​ເຫຍື່ອ​ຂອງ​ເຂົາ​ບໍ່​ໄດ້ ແຕ່​ຄົນ​ດຸ​ຫມັ່ນ​ຈະ​ໄດ້​ຊັບ​ສົມ​ບັດ​ປະ​ເສີດ 28 ໃນ​ວິ​ຖີ​ຂອງ​ຄວາມ​ຊອບ​ທັມ​ເປັນ​ຊີ​ວິດ ແຕ່​ທາງ​ຂອງ​ຄວາມ​ຜິດ​ນຳ​ໄປ​ເຖິງ​ຄວາມ​ມໍ​ຣະ​ນາ

ສຸພາສິດ 13

1 ບຸດ​ຊາຍ​ທີ່​ສ​ລາດ​ຍ່ອມ​ເອົາ​ໃຈ​ໃສ່​ເມື່ອ​ບິ​ດາບອກ​ສອນ ແຕ່​ບຸດ​ທີ່​ໂງ່​ບໍ່​ຍ່ອມ​ຮັບ​ຟັງ 2 ຄົນ​ດີ​ຈະ​ໄດ້​ຮັບ​ຮາງວັນ​ຍ້ອນ​ການ​ເວົ້າ​ດີ ແຕ່​ຄົນ​ໃຈ​ຊົ່ວ​ຕ້ອງ​ການ​ຄວາມ​ໂຫດ​ຮ້າຍ 3 ໃຫ້​ລະ​ມັດ​ລະ​ວັງ​ສິ່ງ​ທີ່​ເຈົ້າ​ເວົ້າ ເພື່ອ​ຮັ​ກ​ສາ​ຊີ​ວິດ​ຂອງ​ຕົນ ເພາະ​ຄົນ​ທີ່​ເວົ້າ​ບໍ່​ລະ​ມັດ​ລະ​ວັງ​ກໍທຳ​ລາຍ​ຕົນ​ເອງ​ 4 ຄົນ​ຂີ້​ຄ້າ​ນອາດ​ຢາກ​ໄດ້​ສິ່ງ​ໃດ​ສິ່ງນຶ່ງ​ຢ່າງ​ແຮງ​ກ້າ ແຕ່​ເຂົາ​ຈະ​ບໍ່​ໄດ້​ມັນ ຄົນ​ດຸ​ຫມັ່ນ​ຈະ​ໄດ້​ທຸກ​ສິ່ງ​ຕາມ​ຄວາມ​ຕ້ອງ​ການ 5 ຄົນສັດ​ຊື່​ກຽດ​ຊັງ​ການ​ຕົວະ ຄຳ​ເວົ້າ​ຂອງ​ຄົນ​ຊົ່ວ​ບໍ່​ມີ​ຄຸນ​ຄ່າ ແລະ​ເປັນ​ຫນ້າ​ລະ​ອາຍ 6 ຄວາມ​ຊ​ອບ​ທັມ​ຍ່ອມ​ຮັກ​ສາ​ຄົນ​ຊອບ​ທັມ ຄົນ​ອະ​ທັມ​ຍ່ອມ​ເຊື່ອມ​ເສັຽຍ້ອນ​ຄວາມ​ອະ​ທັມ 7 ບາງ​ຄົນສະ​ແດງ​ຕົນ​ວ່າ​ເປັນ​ຄົນ​ຮັ່ງ​ມີ ແຕ່​ວ່າ​ບໍ່​ມີ​ຫຍັງ​ເລີຍ ບາງ​ຄົນ​ສະ​ແດງຕົນ​ວ່າ​ເປັນ​ຄົນ​ທຸກ​ຍາກ ແຕ່​ມີ​ຊັບ​ສົມ​ບັດ​ຢ່າງ​ຫລວງ​ຫລາຍ 8 ຄົນ​ຮັ່ງ​ມີ​ໃຊ້​ເງິນ​ໄຖ່​ເອົາ​ຊີ​ວິດ​ໄວ້ ແຕ່​ຄົນ​ທຸກ​ຍາກ​ຈະ​ບໍ່​ຖືກຂູ່​ເຂັນ​ຍ້ອນ​ເງິນ 9 ຄົນຊອບ​ທັມ​ເປັນ​ເຫມືອນດວງອາ​ທິດ​ທີ່​ສ​ອ່ງ​ແສງ​ຮຸ່ງ​ເຮືອງ ຄົນ​ຊົ່ວ​ຮ້າຍ​ເປັນ​ເຫມືອນ​ຕະ​ກຽງ​ທີ່​ໃກ້​ຈະ​ມອດ​ແລ້ວ 10 ການຍອມ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ​ເປັນ​ການ​ສ​ລາດ ແຕ່​ການ​ບໍ່​ຍອມ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ​ເປັນ​ການ​ບໍ່​ດີ ເພາະ​ມັນ​ເປັນ​ເຫດ​ໃຫ້​ຄົນ​ເຣົາ​ຜິດ​ຖຽງ​ກັນ 11 ຊັບ​ສົມ​ບັດ​ທີ່​ເຈົ້າ​ຫາ​ມາ​ໄດ້​ດ້ວຍ​ວິ​ທີ​ງ່າຍໆ​ນັ້ນ ບໍ່​ເຫິງ​ມັນ​ກໍ​ຈະ​ສູນ​ເສັຽ​ຫມົດ ແຕ່​ຊັບ​ທີ່​ໄດ້​ມາ​ດ້ວຍ​ເຫື່ອ​ແຮງ​ຂອງ​ເຈົ້າ​ຈະ​ພາ​ໃຫ້​ເຈົ້າ​ຈະ​ເຣີນ​ຂຶ້ນ 12 ເມື່ອ​ຫມົດ​ຫວັງ​ຫົວ​ໃຈ​ກໍ​ເຈັບຊ້ຳ ແຕ່​ເມື່ອ​ໄດ້​ມາ​ສົມ​ຄວາມ​ປາ​ຖ​ນາກໍ​ຊົມ​ຊື່ນ​ຍິນ​ດີ 13 ການ​ບໍ່​ຍອມ​ຮັບ​ເອົາ​ຄຳ​ແນະ​ນຳ​ທີ່​ດີ ກໍ​ຄື​ເຈົ້າ​ແກວ່ງ​ຕີນ​ຫາ​ສ້ຽ​ນ ຖ້າ​ເຈົ້າ​ປະ​ພຶດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ເຈົ້າ​ ເຈົ້າ​ກໍ​ຈະ​ປອດ​ພັຍ 14 ຄຳ​ສອນ​ຂອງ​ນັກ​ປາ​ດ​ເປັນ​ບໍ່​ເກີດ​ແຫ່ງ​ຊີ​ວິດ ມັນ​ຈະ​ຊ່ອຍ​ໃຫ້​ເຈົ້າ​ຫລີກ​ຫນີ​ໄປ​ໄດ້​ເມື່ອ​ຕົກ​ຢູ່​ໃນ​ອັນ​ຕະ​ຣາຍ 15 ຜູ້​ສ​ລາດ​ຮອບ​ຄອບ​ຍ່ອມ​ໄດ້​ຮ​ບັ​ຄວາມ​ເຄົາ​ຣົບ​ນັບ​ຖື ແຕ່​ຄົນ​ໃຈ​ຄົດ​ຍ່ອມ​ນຳ​ໄພ​ວິ​ບັດ​ມາສູ່​ຕົນ​ເອງ 16 ຄົນ​ຜູ້​ມີ​ປັນ​ຍາ​ຍ່ອມ​ຄິດ​ກ່ອນ​ສ​ເມີ​ຈຶ່ງ​ກະ​ທຳ ແຕ່​ຄົນ​ໂງ່​ກໍ​ອວດ​ຄວາມ​ໂງ່​ຂອງ​ຕົນ 17 ທູດ​ທີ່​ບໍ່​ສັດ​ຊື່​ຍ່ອມ​ນຳ​ຄວາມ​ຍາກ​ລຳ​ບາກ​ມາ​ໃຫ້ ແຕ່​ຜູ້​ທີ່​ສັດ​ຊື່ກໍ​ນຳ​ສັນ​ຕິ​ມາ 18 ຄົນ​ທີ່​ບໍ່​ສຶກ​ສາ​ຮ່ຳ​ຮຽນ​ຈະ​ຍາກ​ຈົນ​ແລະ​ໄຮ້​ກຽດ ຜູ້​ທີ່​ເຊື່ອ​ຟັງ​ຄຳ​ຕັກ​ເຕືອນ​ຈະ​ໄດ້​ຮັບ​ການ​ຍ້ອງ​ຍໍ 19 ການ​ໄດ້​ມາ​ສົມ​ຄວາມ​ປາ​ຖ​ນາ​ກໍ​ດີ​ແທ້​ ສະ​ນັ້ນ​ຄົນ​ໂງ່​ຈຶ່ງ​ບໍ່​ຍອມ​ປະ​ຄວາມ​ປາ​ຖ​ນາ​ຊົ່ວ 20 ເມື່ອ​ເຈົ້າ​ຄົບ​ກັບ​ຄົນ​ດີ​ກໍ​ມີ​ສີ​ແກ່​ຕົວ ເມື່ອ​ຄົບ​ກັບ​ຄົນ​ຊົ່ວ​ກໍ​ພາ​ຕົວ​ເສົ້າ​ຫມອງ 21 ຄວາມ​ເຄາະ​ຮ້າຍ​ຕາມ​ຕິດ​ຄົນ​ບາບ ແຕ່​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ​ໃຫ້​ບຳ​ເຫນັດ​ແກ່​ຄົນ​ຊອບ​ທັມ 22 ຄົນ​ດີ​ປະ​ມໍ​ຣະ​ດົກ​ໄວ້​ໃຫ້​ແກ່​ຫລານໆ ແຕ່​ຊັບ​ສົມ​ບັດຂອງ​ຄົນ​ບາບ​ນັ້ນ​ສະ​ສົມ​ໄວ້​ໃຫ້​ຄົນ​ຊອບ​ທັມ 23 ດິນ​ຂອງ​ຄົນ​ຍາກ​ຈົນ​ທີ່​ໄຖ່​ຖິ້ມ​ໄວ້​ກໍ​ເກີດ​ຜົນ​ອຸ​ດົມ ແຕ່​ມັນ​ຖືກກວາດ​ໄປຕາມ​ຄ​ວາມ​ອະ​ຍຸດ​ຕິ​ທັມ 24 (ຮັກ​ງົວ​ໃຫ້​ຜູກ ຮັກ​ລູກ​ໃຫ້​ແອ​ບ​ສອນ) ບຸກ​ຄົນ​ທີ່​ສງ​ວນ​ໄມ້​ແສ້ກໍ​ກຽດ​ຊັງ​ບຸດ​​ຂອງ​ຕົນ ແຕ່​ຜູ້​ທີ່​ຮັກ​ເຂົາ​ພຍາ​ຍາມ​ຕີ​ສອນ​ເຂົາ 25 ຄົນ​ຊອບ​ທັມ​ຮັບ​ປະ​ທານ​ໄດ້​ຈົນ​ພໍ​ໃຈ ແຕ່​ທ້ອງ​ຂອງ​ຄົນ​ຊົ່ວ​ຮ້າຍ​ກໍ​ຫິວ

ສຸພາສິດ 14

1 ປັນ​ຍາ​ສ້າງ​ເຮືອນ​ຂອງ​ນາງ​ຂຶ້ນ ແຕ່​ຄວາມ​ໂງ່​ມ້າງມັນລົງ​ດ້ວຍ​ມື​ຂອງ​ຕົນ 2 ບຸກ​ຄົນຜູ້​ທີ່​ດຳ​ເນີນ​ໃນ​ຄວມ​ທ່ຽງ​ທັມ ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ບຸກ​ຄົນ​ທີ່​ຄົດ​ລ້ຽວ​ໃນ​ທາງ​ຂອງ​ເຂົາ​ກໍ​ດູ​ຫມິ່ນ​ພຣະ​ອົງ 3 ໃນ​ປາກ​ຂອງ​ຄົນ​ໂງ່​ມີ​ໄມ້​ແສ້​ສຳ​ລັບ​ຫລັງ​ຂອງ​ເຂົາ ແຕ່ຮິມ​ຝີ​ປາກ​ຂອງ​ນັກ​ປາດ​ຈະ​ສງ​ວນ​ເຂົາ​ໄວ້ 4 ທີ່ໃດ​ທີ່​ບໍ່​ມີ​ງົວ​ເຖິກ ທີ່​ນັ້ນ​ບໍ່​ມີ​ເຂົ້າ ແຕ່​ພືດ​ຜົນ​ອຸ​ດົມ​ໄດ້​ມາ​ດ້ວຍ​ແຮງງົວ 5 ພານ​ທີ່​ຊື່​ສັດ​ບໍ່​ຕົວະ ແຕ່​ພຍານ​ເທັດ​ຫາຍ​ໃຈ​ຄຳ​ຕົວະອອກ​ມາ 6 ຄົນ​ມັກ​ເຍາະ​ເຍີ້ຍ​ສ​ແວງ​ປັນ​ຍາເສັຽ​ເປົ່າ ແຕ່​ຄວາມ​ຮູ້​ນັ້ນ​ກໍ​ງ່າຍ​ແກ່​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ 7 ຈົ່ງ​ໄປ​ໃຫ້​ພົ້ນ​ຫນ້າ​ຄົນ​ໂງ່ ເພາະ​ທີ່​ນັ້ນ​ເຈົ້າ​ບໍ່​ພົບ​ຖ້ອຍ​ຄຳ​ແຫ່ງ​ຄວາມ​ຣຼ້ 8 ປັນ​ຍາ​ຂອງ​ຄົນ​ຫຍັ່ງ​ຮູ້​ຄື​ການ​ເຂົ້າ​ໃຈ​ທາງ​ຂອງ​ເຂົາ ແຕ່​ຄວາມ​ໂງ່​ຂອງ​ຄົນ​ໂງ່​ເປັນ​ທີ່​ຫລອກ​ລວງ 9 ພຣະ​ເຈົ້າ​ຊົງ​ເຍາະ​ເຍີ້ຍ​ຄົນ​ຊົ່ວ​ຮ້າຍ ແຕ່​ຄົນ​ທ່ຽງ​ທັມ​ຊື່ນ​ບານ​ໃນ​ຄວາມ​ໂປດ​ປານ​ຂອງ​ພຣະ​ອົງ 10 ຈິດ​ໃຈ​ຮູ້​ຄວາມ​ຂົມ​ຂື່ນ​ຂອງ​ໃຈ​ເອງ ແລະ​ບໍ່​ມີ​ໃຜ​ອື່ນ​ມາ​ເຂົ້າ​ສ່ວນ​ຄວາມ​ຊື່ນ​ບານ​ຂອງ​ມັນ 11 ເຮືອນ​ຂອງ​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ທຳ​ລາຍ ແຕ່​ເຕັນ​ຂອງ​ຄົນ​ທ່ຽງ​ທັມ​ຈະ​ຮຸ່ງ​ເຮືອງ 12 ມີ​ທາງ​ນຶ່ງ​ຊຶ່ງ​ຄົນ​ເຣົາ​ເບິ່ງ​ເຫມືອນ​ຖືກ ແຕ່​ມັນ​ສິ້ນ​ສຸດ​ລົງ​ທີ່​ທາງ​ຂອງ​ຄວາມ​ມໍ​ຣະ​ນາ 13 ແມ້​ໃຈ​ຂອງ​ຄົນ​ທີ່​ຫົວ​ເລາະ​ກໍ​ເສົ້າ ແລະ​ທີ່​ສຸດ​ຂອງ​ຄວາມ​ຊື່ນ​ບານ​ຄື​ຄວາມ​ໂສກ​ສ​ລົດ 14 ຄົນ​ຕະ​ລົບ​ຕະ​ແລງ​ຈະ​ໄດ້​ຜົນ​ຈາກ​ທາງ​ຂອງ​ເຂົາ​ຈົນ​ເຕັມ ແລະ​ຄົນ​ດີ​ກໍ​ຈະ​ໄດ້​ຜົນ​ແຫ່ງ​ການ​ກະ​ທຳ​ຂອງ​ເຂົາ 15 ຄົນ​ໂງ່​ເຊື່ອ​ຖື​ທຸກ​ຢ່າງ ແຕ່​ຄົນ​ຫຍັ່ງ​ຮູ້ມອງ​ເບິ່ງວ່າ​ເຂົາ​ກຳ​ລັງ​ໄປ​ທາງ​ໃດ 16 ຄົນ​ມີ​ປັນ​ຍາ​ກໍ​ລະ​ວັງ​ຕົວ ແລະ​ຫັນ​ເສັຽ​ຈາກ​ຄວາມ​ຊົ່ວ​ຮ້າຍ ແຕ່​ຄົນ​ໂງ່​ຂາດ​ຄວາມ​ຍັບ​ຍັ້ງ​ແລະຈຶ່ງ​ລົງ​ມື​ທຳ​ໄປ​ຢ່າງວ່ອງ​ໄວ 17 ຄົນ​ໂມ​ໂຫ​ຮ້າຍ​ປະ​ພຶດ​ໂງ່​ຈ້າ ແຕ່​ຄົນ​ສ​ລຽວ​ສ​ລາດ​ນັ້ນ​ອົດ​ທົນ 18 ຄົນ​ຈ້າ​ໄດ້​ຄວາມ​ໂງ່ ແຕ່​ຄົນ​ຫຍັ່ງ​ຮູ້​ກໍ​ມີ​ຄວາມ​ຮູ້​ເປັນ​ມົງ​ກຸດ 19 ຄົນ​ຊົ່ວ​ຮ້າຍ​ກົ້ມຂາບ​ຄົນ​ດີ ຄົນ​ຊົ່ວ​ຮ້າຍ​ກົ້ມ​ຂາບຢູ່​ທີ່​ປະ​ຕູ​ເມືອງ​ຂອງ​ຄົນ​ຊອບ​ທັມ 20 ຄົນ​ຍາກ​ຈົນ​ນັ້ນ​ແມ້​ເພື່ອນ​ບ້ານ​ຂອງ​ຕົນ​ກໍ​ລັງ​ກຽດ ແຕ່​ຄົນ​ຮັ່ງ​ມີກໍ​ມີ​ສະ​ຫາຍ​ມາກ​ມາຍ 21 ບຸກ​ຄົນ​ທີ່​ດູ​ຫມິ່ນ​ເພື່ອນ​ບ້ານ​ຂອງ​ຕົນ​ກໍ​ເປັນ​ຄົນ​ບາບ ແຕ່​ບຸກ​ຄົນ​ທີ່​ເອັນ​ດູ​ຄົນ​ຍາກ​ຈົນ​ກໍ​ເປັນ​ສຸກ​ 22 ຄົນ​ທີ່​ຄິດ​ການ​ຊົ່ວ​ນັ້ນ​ບໍ່​ຜິດ​ຫລື ບັນ​ດາ​ຜູ້​ທີ່​ຄິ​ດການ​ດີ​ກໍ​ພົບ​ຄວາມ​ຈົ່ງ​ຮັກ​ພັກ​ດີ ແລະ​ຄວາມຊື່​ສັດ 23 ມີ​ກຳ​ໄຣ​ຢູ່​ໃນ​ງານ​ທຸກ​ຢ່າງ ການ​ພຽງ​ແຕ່​ເວົ້າ​ນັ້ນ​ໂນ້ມ​ໄປ​ທາງ​ທຸກ​ລຳ​ບາກ 24 ມົງ​ກຸດ​ຂອງ​ນັກ​ປາດ​ຄື​ປັນ​ຍາ ແຕ່​ຄວາມ​ໂງ່​ເປັນ​ພວງ​ມາ​ລັຍ​ຂອງ​ຄົນ​ໂງ່ 25 ພ​ຍານ​ຊື່​ສັດ​ຊ່ອຍ​ຊີ​ວິດ​ໃຫ້​ລອດ ແຕ່​ຜູ້​ທີ່​ເປັ່ງ​ຄຳ​ຕົວະເປັນ​ຄົນ​ຂາຍ​ຄົນ 26 ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ໃຫ້​ຄົນ​ຢູ່​ຢ່າງ​ອຸ່ນ​ໃຈ ລູກ​ຫລານ​ຂອງ​ເຂົາ​ຈະ​ມີ​ທີ່​ເພິ່ງ 27 ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນ້ຳ​ພຸ​ແຫ່ງ​ຊີ​ວິດ ເພື່ອ​ຜູ້​ນຶ່ງ​ຜູ້​ໃດ​ຈະ​ຫລີກ​ຈາກ​ບ້ວງ​ຂອງ​ຄວາມ​ມໍ​ຣະ​ນາ​ໄດ້ 28 ໃນ​ມວນ​ປະ​ຊາ​ຊົນ​ກໍ​ມີ​ສັກ​ສີ​ຂອງ​ກະ​ສັດ ແຕ່​ໄຮ້​ປະ​ຊາ​ຊົນ​ເຈົ້າ​ນາຍກໍ​ໄຮ້​ຄ່າ 29 ບຸກ​ຄົນ​ທີ່​ໂກດ​ຊ້າກໍ​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ ແຕ່​ບຸກ​ຄົນ​ທີ່​ໂມ​ໂຫ​ໄວ​ກໍ​ຍົກ​ຍ້ອງ​ຄວາມ​ໂງ່ 30 ໃຈ​ທີ່​ສ​ງົບ​ໃຫ້​ຊີ​ວິດ​ແກ່​ເນື້ອ​ຫນັງ ແຕ່​ກິ​ເລດ​ກະ​ທຳ​ໃຫ້​ກະ​ດູກ​ຜຸ 31 ບຸກ​ຄົນ​ຜູ້​ບີບ​ບັງ​ຄັບ​ຄົນ​ຍາ​ກ​ຈົນ ດູ​ຖູກ​ພຣະ​ຜູ້​ສ້າງ​ຂອງ​ເຂົາ ແຕ່​ບຸກ​ຄົນ​ທີ່​ເອັນ​ດູ​ຕໍ່​ຄົນ​ຂັດ​ສົນ​ກໍ​ຖວາຍ​ກຽດ​ແດ່​ພຣະ​ອົງ 32 ຄົນ​ຊົ່ວ​ຮ້າຍກໍ​ຖືກ​ຄວ່ຳ​ລົງ​ຕາມ​ການ​ກະ​ທຳ​ຊົ່ວ​ຮ້າຍ​ຂອງ​ເຂົາ ແຕ່​ຄົນ​ຊອບ​ທັມ​ພົບ​ທີ່​ລີ້​ພັຍ​ດ້ວຍ​ໃຈ​ແນ່ວ​ແນ່​ຂອງ​ເຂົາ 33 ປັນ​ຍາ​ອາ​ໄສ​ຢູ່​ໃນ​ຄວາມ​ຄິດ​ຂອງ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ ແຕ່​ປັນ​ຍາ​ນັ້ນ​ບໍ່ປະ​ຈັກ​ໃນ​ໃຈ​ຂອງ​ຄົນ​ໂງ່ 34 ຄວມ​ຊອບ​ທັມ​ເຊີດ​ຊູ​ປະ​ຊາ​ຊາດນຶ່ງໆ ແຕ່​ຄວາມ​ບາບ​ເປັນ​ເຫດ​ໃຫ້​ຊົນ​ຊາດ​ນຶ່ງໆ​ຖືກ​ຕໍາ​ຫນິ 35 ຂ້າ​ຣາ​ຊ​ການ​ຜູ້​ປະ​ກອບ​ກິ​ຈຢ່າງ​ສ​ລຽວ​ສ​ລາດ​ກໍ​ໄດ້​ຮັບ​ຄວາມ​ໂປດ​ປານ​ຈາກ​ພຣະ​ຣາ​ຊາ ແຕ່​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ຕົກ​ລົງ​ເທິງ​ຜູ້​ທີ່​ປະ​ພຶດ​ຫນ້າ​ລະ​ອາຍ

ສຸພາສິດ 15

1 ຄຳ​ຕອບ​ອ່ອນ​ຫວານ​ຊ່ອຍ​ລະ​ງັບ​ຄວາມ​ໂກດ​ຮ້າຍ​ໃຫ້​ຫາຍ​ໄປ ແຕ່​ຄຳ​ຫຍາບ​ຄາຍຍົວະ​ໃຫ້ເກີດ​ຄວາມ​ໂກດ 2 ລີ້ນ​ຂອງ​ນັກ​ປາດ​ແຈກ​ຈ່າຍ​ຄວາມ​ຮູ້ ແຕ່​ປາກ​ຂອງ​ຄົ​ນ​ໂງ່​ພົ່ນຄວາມ​ໂງ່​ອອກ​ມາ​ 3 ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ເຫັນ​ທຸກ​ສິ່ງໃນ​ທຸກໆ​ບ່ອນ​ ພຣະ​ອົງ​ຊົງ​ເຫັນ​ທັງ​ຜູ້​ທຳ​ດີ​ແລະ​ທຳ​ຊົ່ວ 4 ຄຳ​ເວົ້າ​ທີ່​ສຸ​ພາບ​ອ່ອນ​ຫວານ​ທຳ​ໃຫ້​ມີ​ຊີ​ວິດ​ຊີ​ວາ ແຕ່​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ​ທຳ​ໃຫ້ຈິດ​ໃຈ​ຂອງ​ມະ​ນຸດ​ແຕກ​ສະ​ລາຍ 5 ຄົນ​ໂງ່​ຍ່ອມ​ລະ​ເລີຍ​ຕໍ່​ສິ່ງ​ທີ່​ບິ​ດາສອນ ແຕ່​ຄົນ​ສ​ລາດ​ຈະ​ຮັບ​ເອົາ​ຄຳ​ຕັກ​ເຕືອນ​ຂອງ​ບິ​ດາ 6 ເມື່ອ​ປະ​ສົບ​ຄວາມ​ຍາກ​ລຳ​ບາກ ຄົນ​ຊອບ​ທັມ​ຍ່ອມ​ຮັກ​ສາ​ຊັບ​ສົມ​ບັດ​ຂອງ​ຕົນ​ໄວ້​ໄດ້ ແຕ່​ຄົນ​ອະ​ທັມ​ຍ່ອມ​ທຳ​ໃຫ້​ມັນ​ສູນ​ເສັຽ​ໄປ 7 ຮິມ​ຝີ​ປາກ​ຂອງນັກ​ປາດ​ແພ່​ຜາຍ​ຄວາມ​ຮູ້​ອອກ​ໄປ ແຕ່​ພວກ​ຄົນ​ໂງ່​ບໍ່​ສາ​ມາດ​ທຳ​ໄດ້ 8 ເມື່ອ​ຄົນ​ດີ​ອ້ອນວອນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພໍ​ພຣະ​ທັຍ ແຕ່​ເມື່ອ​ຄົນ​ຊົ່ວ​ຖວາຍ​ບູ​ຊາ​ພຣະ​ອົງ​ຊົງ​ກຽດ​ຊັງ 9 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຽດ​ຊັງ​ຄວາມ​ປະ​ພຶດ​ຂອງຄົນ​ຊົ່ວ ແຕ່​ຊົງ​ພໍ​ພຣະ​ທັຍ​ຄົນ​ທີ່​ທຳ​ໃນ​ທາງ​ຊອບ​ທັມ 10 ມີ​ໂທດ​ຫນັກ​ສຳ​ລັບ​ຜູ້​ທີ່​ປະ​ຖິ້ມ​ທາງ​ດີ ບຸກ​ຄົນ​ຜູ້​ກຽດ​ຊັງ​ຄຳ​ເຕືອນ​ສະ​ຕິ​ຈະ​ຕາຍ​ເປົ່າ 11 ແດນ​ຜູ້​ຕາຍ​ແລະ​ແດນ​ພິ​ນາດກໍ​ປະ​ຈັກ​ແຈ້ງ​ຢູ່ຕໍ່ພ​ຣ​ະ​ເຈົ້າ ໃຈ​ຂອງ​ມະ​ນຸດ​ຈະ​ແຈ້ງຕໍ່ພຣະ​ອົງ​ຍິ່ງກວ່າ​ນັ້ນ​ສັກ​ເທົ່າ​ໃດ 12 ຄົນ​ມັກ​ເຍາະ​ເຍີ້ຍບໍ່​ມັກ​ຖືກ​ຕັກ​ເຕືອນ ເຂົາ​ຈະ​ບໍ່​ໄປ​ຫາ​ນັກ​ປາດ 13 ໃຈ​ທີ່​ຍິນ​ດີ​ທຳ​ໃຫ້ໃບ​ຫນ້າ​ສົດ​ຊື່ນ ແຕ່​ໂດຍ​ຄວາມ​ເສັຽ​ໃຈ​ດວງ​ຈິດ​ກໍ​ສ​ລາຍ​ລົງ 14 ຄວາມ​ຄິດ​ຂອງ​ບຸກ​ຄົນ​ຜູ້​ມີ​ຄວາມ​ເຂົ້າ​ໃຈ​ກໍ​ສ​ແວງ​ຫາ​ຄວາມ​ຮູ້ ແຕ່​ປາກ​ຂອງ​ຄົນ​ໂງ່​ກິນ​ຄວາມ​ໂງ່​ເປັນ​ອາ​ຫານ 15 ທຸກໆ​ມື້​ຂອງ​ຄົນ​ທີ່​ທຸກ​ໃຈ​ກໍ​ຮ້າຍ ແຕ່​ໃຈ​ເປັນ​ສຸກກໍ​ຊື່ນ​ໃຈ​ໄປ​ເລື້ອຍໆ 16 ມີ​ຊັບ​ຫນ້ອຍ​ແຕ່​ມີ​ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ດີກວ່າ​ມີ​ຄັງ​ຊັບ​ໃຫຍ່ ແຕ່​ມີ​ຄວາມ​ລຳ​ບາກ​ຢູ່​ດ້ວຍ 17 ກິນ​ຜັກ​ເປັນ​ອາ​ຫານ​ໃນ​ທີ່​ມີ​ຄວາມ​ຮັກ ກໍ​ດີກວ່າ​ກິນ​ເນື້ອ​ງົວ​ອ້ວນ​ພ້ອມ​ກັບ​ຄວາມ​ກຽດ​ຊັງ​ຢູ່​ດ້ວຍ 18 ຄົນ​ໃຈ​ຮ້ອນ​ກໍ່​ໃຫ້​ເກີດການ​ວິ​ວາດ ແຕ່​ບຸກ​ຄົນ​ຜູ້​ໂກດ​ຊ້າ​ກໍ​ລະ​ງັບ​ການ​ຊິງ​ດີ 19 ທາງ​ຂອງ​ຄົນ​ຂີ້​ຄ້ານ​ມີ​ຕົ້ນ​ຫນາມງອກ​ຢູ່​ເຕັມ ແຕ່​ວິ​ຖີ​ຂອງ​ຄົນ​ທ່ຽງ​ທັມ​ເປັນ​ທາງ​ຫລວງ​ຮາບ​ສ​ເມີ 20 ບຸດ​ຊາຍ​ທີ່​ສ​ລາດ​ກະ​ທຳ​ໃຫ້​ບິ​ດາ​ຍິນ​ດີ ແຕ່​ຄົນ​ໂງ່​ດູ​ຖູກມານ​ດາ​ຂອງ​ຕົນ 21 ຄວາມ​ໂງ່​ເປັນ​ຄວາມ​ຊື່ນ​ບານ​ແກ່​ບຸກ​ຄົນ​ຜູ້​ບໍ່​ມີ​ສາ​ມັນ​ສຳ​ນຶກ ແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ຈະ​ເດີນຕົງ​ໄປ 22 ປາສ​ຈາກ​ການ​ປຶກ​ສາ​ຫາ​ລື ແຜນ​ງານ​ກໍ​ລົ້ມ​ເຫລວ ແຕ່​ມີ​ຜູ້​ແນະ​ນຳ​ຫລາຍໆ​ແຜນ​ງານ​ນັ້ນ​ກໍ​ສຳ​ເຣັດ 23 ທີ່​ຈະ​ຕອບ​ໃຫ້​ເຫມາະ​ສົມ​ກໍເປັນ​ຄວາມ​ຊື່ນ​ບານ​ແກ່​ຄົນ ຄຳ​ດຽວ​ທີ່​ຖື​ກ​ກາ​ລະ​ກໍ​ດີ​ແທ້ 24 ທາງ​ຂອງ​ຄົນ​ສ​ລາດ​ນຳ​ຂຶ້ນ​ໄປ​ສູ່ຊີ​ວິດ ເພື່ອ​ເຂົາ​ຈະ​ໄດ້​ຫລີກ​ຫນີ​ຈາກ​ແດນ​ຜູ້​ຕາຍ​ເບື້ອງ​ລຸ່ມ 25 ພ​ຣ​ະ​ຜູ້​ເປັນ​ເຈົ້າ​ຊົງ​ມ້າງ​ເຮືອນ​ຂອງ​ຄົນ​ເຍີ້​ຍິ່ງ ແຕ່​ໃຫ້​ຂອບ​ເຂດຂອງ​ຍິງ​ຫມ້າຍ​ຄົງ​ຢູ່ 26 ຄວາມ​ຄິດ​ຂອງ​ຄົນ​ຊົ່ວ​ຮ້າຍ​ເປັນ​ສິ່ງທີ່ຫນ້າ​ກຽດ​ຊັງ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ຖ້ອຍ​ຄຳ​ຂອງ​ຄົນ​ບໍ​ຣິ​ສຸດ​ເປັນ​ທີ່​ພໍ​ພຣະ​ທັຍ​ຂອງ​ພຣະ​ອົງ 27 ບຸກ​ຄົນ​ຜູ້ທີ່​ຫາ​ກຳ​ໄຣ​ໃນ​ທາງ​ລັດ​ກໍ​ກະ​ທຳ​ຄວາມ​ລຳ​ບາກມາ​ສູ່​ຄອບ​ຄົວ​​ຂອງ​ຕົນ ແຕ່​ບຸກ​ຄົນ​ຜູ້​ກຽດ​ຊັງ​ສິນ​ບົນ​ຈະ​ມີ​ຊີ​ວິດ​ຢູ່ 28 ໃຈ​ຂອງ​ຄົນ​ຊອບ​ທັມ​ຣຳ​ພຶງວ່າ​ຈະ​ຕອບ​ຢ່າງ​ໃດ ແຕ່​ປາກ​ຂອງ​ຄົນ​ຊົ່ວ​ຮ້າຍຕອບ​ສິ່ງ​ຊົ່ວ​ຮ້າຍ​ອອກ 29 ພຣະ​ຜູ້ເປັນ​ເຈົ້າ​ຊົງ​ຢູ່​ຫ່າງ​ໄກ​ຈາກ​ຄົນ​ຊົ່ວ​ຮ້າຍ ແຕ່​ພຣະ​ອົງ​ຊົງ​ໄດ້​ຍິນ​ຄຳ​ອ້ອນວອນ​ຂອງ​ຄົນ​ຊອບ​ທັມ 30 ສວ່າງ​ຂອງ​ຕາ​ທຳ​ໃຫ້​ໃຈ​ຍິນ​ດີ ແລະ​ຂ່າວ​ດີ​ກະ​ທຳ​ໃຫ້​ມີ​ຈິດ​ໃຈ​ສະ​ບາຍ​ຂຶ້ນ 31 ຫູ​ທີ່​ຟັງ​ຄຳ​ຕັກ​ເຕືອນ​ທີ່​ໃຫ້​ຊີ​ວິດ​ຈະ​ຢູ່​ຖ້າມ​ກາງ​ນັກ​ປາດ 32 ບຸ​ກ​ຄົນ​ຜູ້​ເມີນ​ເສີຍ​ຕໍ່​ຄຳ​ຕັກ​ເຕືອນ​ສະ​ຕິກໍ​ດູ​ຫມິ່ນ​ຕົນ​ເອງ ແຕ່ບຸກ​ຄົນ​ຜູ້​ສົນ​ໃຈ​ການ​ທັກ​ທ້ວງກໍ​ໄດ້​ຄວາມ​ເຂົ້າ​ໃຈ 33 ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ການ​ສອນ​ໃຫ້​ເກີດ​ປັນ​ຍາ ແລະ​ຄວາມ​ຖ່ອມ​ໃຈ​ເດີນ​ຢູ່​ຂ້າງ​ຫນ້າ​ກຽດ

ສຸພາສິດ 16

1 ແຜນ​ງານ​ຂອງດວງ​ຄວາມ​ຄິດ​ເປັນ​ຂອງ​ມະ​ນຸດ ແຕ່​ຄຳ​ຕອບ​ຂອງ​ລີ້ນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 2 ທາງ​ທັງ​ສິ້ນ​ຂອງ​ມະ​ນຸດກໍ​ບໍ​ຣິ​ສຸດ​ໃນ​ສາຍ​ຕາ​ຂອງ​ເຂົາ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊັ່ງ​ຈິ​ດ​ໃຈ 3 ຈົ່ງ​ມອບ​ງານ​ຂອງ​ເຈົ້າ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ແຜນ​ງາ​ນ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ການ​ສຳ​ເຣັດ​ຜົນ 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ທຸກ​ສິ່ງ​ມີ​ເປົ້າ​ຫມາຍ​ຂອງ​ມັນ ແມ້​ຊະ​ຕາ​ກຳ​ຄົນ​ຊົ່​ວ​ຮ້າຍກໍ​ຄື​ຄວາ​ມພິ​ນາດ 5 ທຸກ​ຄົນ​ຜູ້​ຈອງ​ຫອງ​ເປັນ​ທີ່ຫນ້າ​ກຽດ​ຊັງ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ແນ່​ໃຈ​ເຖີດ ເຂົາ​ຈະ​ພົ້ນ​ໂທດ​ກໍ​ບໍ່​ໄດ້ 6 ຄວາມ​ຈົ່ງ​ຮັກ​ພັກ​ດີ ແລະ​ຄວາມ​ຊື່​ສັດ​ໄດ້​ລ້າງ​ມົນ​ທິນ​ບາບ​ຊົ່ວ ແລະ​ຄົນ​ຫລີກ​ຈາກ​ຄວາມ​ຊົ່ວ​ຮ້າຍ​ໄດ້​ໂດຍ​ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ 7 ເມື່ອ​ທາງ​ຂອງ​ມະ​ນຸດ​ເປັນ​ທີ່​ພໍ​ພຣະ​ທັຍແກ່​ພຣະ​ຜູ້​ເປັນ​ເຈົ້າ ແມ້​ສັດ​ຕຣູ​ຂອງ​ເຂົາ​ນັ້ນ​ພຣະ​ອົງ​ກໍ​ຊົງ​ກະ​ທຳ​ໃຫ້​ຄືນ​ດີ​ກັບ​ເຂົາ​ໄດ້ 8 ມີ​ແຕ່ຫນ້ອຍ​ແຕ່​ມີ​ຄວາມ​ຊອບ​ທັມ ກໍ​ດີກວ່າ​ມີ​ຣາຍ​ໄດ້​ຫລາຍ​ດ້ວຍ​ອະ​ຍຸດ​ຕິ​ທັມ 9 ໃຈ​ຂອງ​ມະ​ນຸດ​ກະ​ແຜນ​ງານ​ທາງ​ຂອງ​ເຂົາ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ບາດ​ກ້າວ​ຂອງ​ເຂົາ 10 ຄຳ​ຕັດ​ສິນ​ອັນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ທີ່​ຮິມ​ຝີ​ພຣະ​ໂອດ​ຂອງພຣະ​ຣາ​ຊາ ພຣະ​ໂອດ​ຂອງ​ພຣະ​ອົງ​ບໍ່​ບາບ​ໃນ​ການ​ພິ​ພາກ​ສາ 11 ຕາ​ຊູ ແລະ​ຕາ​ຊັ່ງ​ທ່ຽງ​ຕົງ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ລູກ​ຕຸ້ມ​ທັງ​ສິ້ນ​ໃນ​ຖົງ​ເປັນ​ພຣະ​ຣາ​ຊກິຈຂອງ​ພຣະ​ອົງ 12 ການ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ເປັນ​ສິ່ງ​ຫນ້າ​ກຽດ​ຊັງ​ຕໍ່​ພຣະ​ຣາ​ຊາ ເພາະ​ວ່າ​ພຣະ​ທີ່​ນັ່ງ​ນັ້ນ​ຖືກ​ສະ​ຖາ​ປະ​ນາ​ໄວ້​ດ້ວຍ​ຄວາມ​ຊອບ​ທັມ 13 ຮິມ​ຝີ​ປາກ​ທີ່​ຊອບ​ທັມ​ເປັນ​ທີ່​ປິ​ຕີ​ຍິນ​ດີ​ແກ່​ພຣະ​ຣາ​ຊາ ແລະ​ພຣະ​ອົງ​ຊົງ​ຮັກ​ບຸກ​ຄົນຜູ້​ເວົ້າ​ສິ່ງ​ທີ່​ຖືກ​ຕ້ອງ 14 ພຣະ​ພິ​ໂຣດ​ຂອງ​ພຣະ​ຣາ​ຊາ​ເປັນ​ຜູ້​ນຳ​ຂ່າວ​ຂອງ​ຄວາມ​ມໍ​ຣະ​ນາ ແຕ່​ນັກ​ປາດ​ຈະ​ຣະ​ງັບ​ເສັຽ​ໄດ້ 15 ມີ​ຊີ​ວິດ​ໃນ​ສວ່າງ​ແຫ່ງ​ພຣະ​ພັກ​ຂອງ​ພຣະ​ຣາ​ຊາ ແລະ​ໃນ​ຄວາມ​ພໍ​ພຣະ​ທັຍ​ຂອງ​ພຣະ​ອົງ​ກໍ​ເຫມືອນ​ເມກ​ທີ່​ນຳ​ຝົນ​ຫນັກ​ປາຍ​ຣະ​ດູ​ມາ 16 ໄດ້​ປັນ​ຍາ​ກໍ​ດີກວ່າ​ໄດ້​​ຄຳ​ຕັ້ງ​ຫລວງ​ຫລາຍ ທີ່​ຈະ​ເລືອກ​ເອົາ​ຄວາມ​ຮອບ​ຮູ້ກໍ​ດີກວ່າ​ເງິນ 17 ທາງ​ເດີນ​ຂອງ​ຄົນຊອບ​ທັມ​ຫລີ​ກ​ອອກ​ຈາກ​ຄວາມ​ຊົ່ວ​ຮ້າຍ ບຸກ​ຄົນ​ຜູ້​ລະ​ມັດລະ​ວັງ​ທາງ​ຂອງ​ຕົນ​ກໍ​ສງວນ​ຊີ​ວິດ​ຂອງ​ເຂົາ​ໄວ້ 18 ຄວາມ​ເຍີ້​ຍິ່ງ​ເດີນ​ຫນ້າ​ການ​ຖືກ​ທຳ​ລາຍ ແລະ​ຈິດ​ໃຈ​ທີ່​ຍະ​ໂສ​ນຳ​ຫນ້າ​ການ​ລົ້ມ 19 ທີ່​ຈະ​ເປັນ​ຄົນ​ມີ​ໃຈ​ຖ່ອມ​ຢູ່​ກັບ​ຄົນ​ຍາກ​ຈົນ ກໍ​ດີກວ່າ​ແບ່ງ​ຂອງ​ທີ່​ຍຶດມາ​ໄດ້​ກັບ​ຄົນ​ເຍີ້ຍິ່ງ 20 ບຸກ​ຄົນ​ຜູ້​ສົນ​ໃຈ​ໃນ​ພຣະ​ວັ​ຈ​ນະ​ຈະ​ພົບ​ຂອງ​ດີ ແລະ​ຄົນ​ທີ່​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສຸກ​ສະ​ບາຍ 21 ຄົນ​ໃຈ​ສ​ລາດ​ເອີ້ນ​ວ່າ​ເປັນ​ຄົນ​ມີ​ຄວາມ​ພິ​ນິດ ແລະ​ຄຳ​ເວົ້າ​ທີ່​ຫນ້າ​ຮັກ​ເພີ້ມ​ອຳ​ນາດ​ການ​ສັ່ງ​ສອນ 22 ປັນ​ຍາ​ເປັນ​ນ້ຳ​ພຸ​ແຫ່ງຊີວິດ ແກ່​ຜູ້​ທີ່​ມີ​ປັນ​ຍາ ແຕ່​ຄວາມ​ໂງ່​ເປັນ​ການ​ລົງ​ໂທດ​ແກ່​ຄົນ​ໂງ່ 23 ໃຈ​ຂອງ​ນັກ​ປາດ​ກະ​ທຳ​ໃຫ້​ວາ​ຈາ​ຂອງ​ເຂົາ​ສຸ​ຂຸມ ແລະ​ເພີ້ມ​ອຳ​ນາດ​ໃນ​ການ​ສັ່ງ​ສອນ​ແກ່​ຮິມ​ຝີ​ປາກ​ຂອງ​ເຂົາ 24 ຄຳ​ເວົ້າ​ທີ່​ດີ​ເຫມື​ອນດັ່ງ​ນ້ຳ​ເຜິ້ງ ເປັນ​ຄວາມ​ຫວານ​ແກ່​ວິນ​ຍານ​ຈິດ​ແລະ​ເປັນ​ອາ​ນາ​ມັຍ​ແກ່​ຮ່າງ​ກາຍ 25 ມີ​ທາງ​ນຶ່ງ​ຊຶ່ງ​ຄົນ​ເຮົາ​ຄິດ​ວ່າ​ຖືກ ແຕ່ມັນ​ສິ້ນ​ສຸດ​ລົງ​ທີ່​ທາງ​ຂອງ​ຄວາມ​ມໍ​ຣະ​ນາ 26 ຄວາມ​ຫິວ​ຂອງ​ຄົນ​ງານ​ທຳ​ງານ​ໃຫ້​ເຂົາ ເພາະ​ປາກ​ຂອງ​ເຂົາ​ກະ​ຕຸ້ນ​ເຂົາ​ໄປ 27 ຄົນ​ໄຮ້​ຄ່າ ປອງ​ທຳ​ຄວາມ​ຊົ່ວ ວາ​ຈາ​ຂອງ​ເຂົາ​ເຫມືອນ​ຢ່າງ​ໄຟ​ລວກ 28 ຄົນ​ຕະ​ລົບ​ຕະ​ແລງ​ແພ່ການ​ວິ​ວາດ ແລະ​ຜູ້​ກະ​ຊິບກໍ​ແຍກ​ເພື່ອນ​ສ​ນິດ​ອອກ​ຈາກ​ກັນ 29 ຄົນ​ທາ​ຣຸນ​ລໍ້​ຊວນ​ເພື່ອນ​ບ້ານ​ຂອງ​ເຂົາ ແລະ​ນຳ​ເຂົາ​ໄປ​ໃນ​ທາງ​ທີ່​ບໍ່​ດີ 30 ບຸກ​ຄົນ​ຜູ້ຂະ​ຫຍີບ​ຕາ​ກະ​ແຜນ​ງານ​ທີ່​ຈະ​ທຳ​ລາຍ ບຸກ​ຄົນ​ຜູ້​ເມັ້ມ​ຮິມ​ຝີ​ປາກ​ຂອງ​ເຂົາ​ນຳ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ເກີດ​ຂຶ້ນ 31 ຫົວທີ່​ມີ​ຜົມ​ຫງອກ​ເປັນ​ມົງ​ກຸດ​ແຫ່ງ​ສັກ​ສີ ຜູ້​ດຳ​ເນີນ​ຊີ​ວິດ​ດ້ວຍ​ຄວາມ​ຊອບທັມ​ຈຶ່ງ​ຈະ​ຫາ​ພົບ​ໄດ້ 32 ບຸກ​ຄົນ​ຜູ້​ໂກດ​ຊ້າ​ກໍ​ດີກວ່າ​ຄົນ​ມີ​ກຳ​ລັງ​ຫລາຍ ແລະ​ບຸກ​ຄົນ​ຜູ້​ປົກ​ຄອງ​ຈິດ​ໃຈ​ຂອງ​ຕົນ​ເອງ​ກໍ​ດີກວ່າ​ຜູ້​ທີ່​ຕີ​ເມືອງ​ໄດ້ 33 ສ​ລາກ​ນັ້ນ​ເຂົາ​ປະ​ລົງ​ທີ່​ຕັກ ແຕ່​ການ​ຕັດ​ສິນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ທັງ​ສິ້ນ

ສຸພາສິດ 17

1 ສະ​ບຽງ​ແຫ້ງ​ຫນ້ອຍ​ນຶ່ງ​ພ້ອມກັບ​ຄວາມ​ສ​ງົບ ກໍ​ດີກວ່າ​ເຮືອນ​ທີ່​ມີ​ການ​ລ້ຽງ​ເຕັມ​ພ້ອມ​ກັບ​ການ​ວິ​ວາດ 2 ທາດ​ທີ່​ກະ​ທຳ​ການ​ງານ​ສ​ລຽວ​ສ​ລາດ​ຈະ​ປົກ​ຄອງ​ບຸດ​ຊາຍ​ຜູ້​ປະ​ພຶດ​ຄວາມ​ອັບ​ອາຍ ແລະ​ຈະ​ໄດ້​ສ່ວນ​ແບ່ງ​ມໍ​ຣະ​ດົກ​ເທົ່າ​ກັບ​ພວກ​ພີ່​ນ້ອງ 3 ເບົ້າ​ມີ​ໄວ້​ສຳ​ລັບ​ເງິນ ເຕົາ​ຖະ​ລຸງ​ມີ​ໄວ້​ສຳ​ລັບ​ທອງ​ຄຳ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທົດ​ລອງ​ໃຈ 4 ຜູ້​ກະ​ທຳ​ຄວາມ​ຊົ່ວ​ຟັງ​ຮິມ​ຝີ​ປາກ​ຊົ່ວ​ຮ້າຍ ແລະ​ຄົນ​ຕົວະໃຫ້​ຄວາມ​ສົນ​ໃຈ​ແກ່​ລີ້ນທີ່​ຕົວະ​ຕົ້ມ 5 ບຸກ​ຄົນ​ທີ່​ເຍີ້ຍຫຍັນ​ຄົນ​ຍາກ​ຈົນ​ກໍ​ດູ​ຫມິ່ນ​ພຣະ​ຜູ້​ສ້າງ​ຂອງ​ເຂົາ ບຸກ​ຄົນ​ທີ່​ຍິນ​ດີ​ເມື່ອ​ມີ​ຄວາມ​ທຸກລຳ​ບາກ ກໍຈະ​ໄດ້​ຮັບ​ໂທດ 6 ຫລານໆ​ເປັນ​ມົງ​ກຸດ​ຂອງ​ຄົນ​ເຖົ້າ ແລະ​ສັກ​ສີ​ຂອງ​ບຸດ​ຊາຍ​ຄື​ບິ​ດາ​ຂອງ​ເຂົາ 7 ຄຳ​ເວົ້າ​ຄົນ​ຫນ້າ​ນັບ​ຖື​ເວົ້າ​ຕົວະ​ບໍ່​ໄດ້​ສັນ​ໃດ ຄົນ​ໂງ່​ຈ້າ​ກໍ​ເວົ້າ​ບໍ່​ເປັນ​ຕາ​ຟັງ​ສັນ​ນັ້ນ 8 ສິນ​ບົນ​ເຫມືອນ​ອຳ​ນາດ​ວິ​ເສດໃນ​ສາຍ​ຕາ​ຂອງ​ຜູ້​ໃຫ້ ເຂົາ​ຈະ​ຫັນ​ໄປ​ທາງ​ໃດ​ກໍ​ຈະ​ເຣີນ​ຮຸ່ງ​ເຮືອງ​ທາງ​ນັ້ນ 9 ບຸກ​ຄົນ​ຜູ້​ໃຫ້​ອະ​ພັຍ​ການ​ທໍ​ຣະ​ຍົດ​ກໍ​ມຸ່ງ​ຈະ​ສ້າງ​ມິດ​ຕະ​ພາບ ແຕ່​ຄົນ​ປາກ​ໂປ້ງ​ຈະ​ທຳ​ລາຍ​ຄວາມ​ເປັນ​ມິດ 10 ຄຳ​ຂະ​ຫນາບ​ເຂົ້າ​ໄປ​ໃນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ເລິກກວ່າ​ຂ້ຽນ​ຕີ​ຄົນ​ໂງ່​ຮ້ອຍ​ເທື່ອ 11 ຄົນ​ຊົ່ວ​ຮ້າຍ​ກໍ​ສ​ແວງ​ແຕ່​ການ​ກະ​ບົດ ແຕ່​ຈະ​ມີ​ຜູ້​ນຳ​ຂ່າວດຸ​ຮ້າຍ​ໄປ​ສູ້​ເຂົາ 12 ໃຫ້​ຄົນ​ໄປ​ພົບ​ແມ່​ຫມີ​ທີ່​ລູກ​ຖືກ​ຂະ​ໂມຍ​ໄປ ຍັງ​ດີກວ່າ​ໄປ​ພົບ​ຄົນ​ໂງ່​ໃນ​ຄວາມ​ໂງ່​ຂອງ​ເຂົາ 13 ຖ້າ​ຄົນ​ນຶ່ງ​ຄົນ​ໃດ​ທຳ​ຊົ່ວ​ຕອບ​ແທນ​ຄວາມ​ດີ ຄວາມ​ຊົ່ວ​ຈະ​ບໍ່​ພາກ​ຈາກ​ເຮືອນ​ຂອງ​ຄົນ​ນັ້ນ 14 ເມື່ອ​ເລີ້ມ​ຕົ້ນ​ວິ​ວາ​ດ​ກໍ​ເຫມືອນ​ປ່ອຍ​ໃຫ້​ນ້ຳ​ໄຫລ ສະ​ນັ້ນ​ຈົ່ງ​ເລີກ​ເສັຽກ່ອນ​ເກີດ​ການ​ວິ​ວາດ 15 ບຸກ​ຄົນ​ທີ່​ປ່ອຍ​ຜູ້​ກະ​ທຳ​ຜິດ​ແລະ​ບຸກ​ຄົນ​ທີ່​ລົງ​ໂທດ​ຄົນ​ຊອບ​ທັມ ທັງ​ສອງ​ກໍ​ເປັນ​ທີ່​ຫນ້າ​ກຽດ​ຊັງ​ແກ່​ພຣະ​ຜູ້​ເປັນ​ເຈົ້າ 16 ເປັນ​ຫຍັງ​ຄົນ​ໂງ່​ຈຶ່ງ​ມີ​ເງິນ​ໃນ​ມື​ເພື່ອ​ຊື້​ປັນ​ຍາ ໃນ​ເມື່ອ​ເຂົາ​ບໍ່​ມີ​ຄວາມ​ຄິດ 17 ມິດ​ສະ​ຫາຍກໍ​ມີ​ຄວາມ​ຮັກ​ຢູ່​ທຸກ​ເວ​ລາ ແລະ​ພີ່​ນ້ອງກໍ​ເກິດ​ມາ​ເພື່ອ​ຊ່ອຍ​ເຫລືອ​ກັນ​ໃນ​ຍາມ​ທຸກ​ຍາກ 18 ຄົນ​ທີ່ບໍ່​ມີ​ສາ​ມັນ​ສຳ​ນຶກ​ກໍ​ໃຫ້​ຄຳ​ປະ​ຕິ​ຍານ ແລະ​ເປັນ​ຜູ້​ຮັບ​ປະ​ກັນ​ຕໍ່​ຫນ້າ​ເພື່ອນ​ບ້ານ​ຂອງ​ຕົນ 19 ບຸກ​ຄົນ​ຜູ້​ຮັກ​ການ​ທໍ​ຣະ​ຍົດ​ກໍ​ຮັກ​ການ​ວິ​ວາດ ບຸກ​ຄົນ​ຜູ້​ທຳ​ປະ​ຕູ​ເຮືອນ​ຂອງ​ເຂົາ​ໃຫ້​ສູງ ກໍ​ສ​ແວງ​ການ​ທຳ​ລາຍ 20 ຜູ້​ນຶ່ງ​ຜູ້​ໃດ​ມີ​ໃຈ​ຄົດ​ກໍ​ບໍ່​ຈະ​ເຣີນ​ຮຸ່ງ​ເຮືອງ ແລະ​ຜູ້​ທີ່​ລີ້ນ​ຕະ​ລົບ​ຕະ​ແລງ​ກໍ​ຕົກ​ຢູ່​ໃນ​ຄວາມ​ຍາກ​ລຳ​ບາກ 21 ບິ​ດາ​ທີ່​ມີ​ບຸດ​ຊາຍ​ທີ່​ທຳ​ຊົ່ວ ກໍ​ມີ​ຄວາມ​ໂສກ​ເສົ້າ ແລະ​ບິ​ດາ​ຂອງ​ຄົນ​ໂງ່​ບໍ່​ມີ​ຄວາມ​ຊື່ນ​ບານ 22 ໃຈ​ຣ່າ​ເຣີງ​ເປັນ​ຢາ​ຢ່າງ​ດີ ແຕ່​ຈິດ​ໃຈ​ທີ່​ຫມົດ​ມາ​ນະ​ທຳ​ໃຫ້​ກະ​ດູກ​ແຫ້ງ 23 ຄົນ​ຊົ່ວ​ຮ້າຍ​ຮັບ​ສິນ​ບົນ​ຈາກ​ເອິກ​ເສື້ອ ເພື່ອ​ປ່ຽນ​ແປງທາງແຫ່ງ​ຄວາມ​ຍຸດ​ຕິ​ທັມ 24 ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ມຸ່ງ​ຫນ້າ​ຂອງ​ເຂົາ​ຕົງ​ໄປ​ສູ່​ປັນ​ຍາ ແຕ່​ຕາ​ຂອງ​ຄົນ​ໂງ່​ຢູ່​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ 25 ບຸດ​ຊາຍໂງ່​ເປັນ​ທີ່​ໂສກ​ສ​ລົດ​ແກ່​ບິ​ດາ ແລະ​ເປັນ​ຄວາມ​ຂົ​ມ​ຂື່ນ​ແກ່​ສະ​ຕ​ຣີ​ຜູ້​ໃຫ້​ກຳ​ເນີດ 26 ທີ່​ຈະ​ລົງ​ໂທດ​ຄົນ​ຊອບ​ທັມ​ກໍ​ບໍ່​ດີ ທີ່​ຈະ​ຕີ​ຄົນ​ດີ​ກໍ​ຜິດ 27 ບຸກ​ຄົນ​ທີ່​ຍັບ​ຢັ້ງ​ຖ້ອ​ຍຄຳ​ຂອງ​ເຂົາ​ເປັນ​ຄົນ​ມີ​ຄວາມ​ຮູ້ ແລະ​ບຸກ​ຄົນ​ຜູ້​ມີ​ຈິດ​ໃຈ​ເຢືອກ​ເຢັນ​ເປັນ​ຄົນ​ມີ​ຄວາມ​ເຂົ້າ​ໃຈ 28 ເຖິງ​ຄົນ​ໂງ່​ຫາກ​ມິດ​ເສັຽກໍ​ນັບ​ວ່າ​ເປັນ​ຄົນ​ສ​ລາດ ເມື່ອ​ເຂົາ​ຫຸບ​ຮິມຝີ​ປາກ​ຂອງ​ເຂົາ​ກໍ​ນັບ​ວ່າ​ເຂົາ​ມີ​ຄວາມ​ຄິດ

ສຸພາສິດ 18

1 ຄົນ​ທີ່​ຫລີກ​ຫນີໄປ​ຈາກ​ຜູ້​ອື່ນ​ຈົງ​ໃຈ​ກະ​ທຳ​ຕາມ​ໃຈ​ຕົນ​ເອງ ແລະ​ຄ້ານ​ຄະ​ຕິແຫ່ງ​ສະ​ຕິ​ປັນ​ຍາ​ທັງ​ຫລາຍ 2 ຄົນ​ໂງ່​ບໍ່​ເພີດ​ເພີນ​ໃນ​ຄວາມ​ເຂົ້າ​ໃຈ ແຕ່​ເພີດ​ເພີນ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ເທົ່າ​ນັ້ນ 3 ເມື່ອ​ຄວາມ​ຊົ່ວ​ຮ້າຍ​ມາ​ເຖິງ ຄວາມ​ຫມິ່ນ​ປ​ມາດກໍ​ມາ​ດ້ວຍ ແລະ​ຄວາມ​ອົດ​ສູ​ມາ​ກັບ​ຄວາມ​ໄຮ້​ກຽດ 4 ຄຳ​ປາກ​ຂອງ​ຄົນ​ເຣົາ​ເປັນ​ນ້ຳ​ເລິກ ນ້ຳ​ພຸ​ແຫ່ງ​ປັນ​ຍາ​ເຫມືອນ​ລຳ​ທານ​ນ້ຳ​ໄຫລ 5 ທີ່​ຈະ​ລຳ​ອຽງ​ເຂົ້າ​ຂ້າງ​ຄົນ​ຊົ່ວ​ຮ້າຍ​ນັ້ນ​ບໍ່​ດີ ຫລື​ຈະ​ບັງ​ຄັບ​ຄົນ​ຊອບ​ທັມ​ເຣື່ອງ​ຄວາມ​ຊອບ​ທັມ​ກໍ​ບໍ່​ດີ​ເຫມືອນ​ກັນ 6 ຮິມ​ຝີ​ປາກ​ຂອງ​ຄົນ​ໂງ່​ນຳ​ການ​ວິ​ວາດ​ມາ ແລະ​ປາ​ກຂອງ​ເຂົາ​ກໍ​ເຊື້ອ​ເຊີນ​ການ​ຊົກ​ຕ່ອຍ 7 ປາກ​ຂອງ​ຄົນ​ໂງ່​ເປັນ​ສິ່ງ​ທຳ​ລາຍ​ຕົວ​ຂ​ອງ​ເຂົາ​ເອງ ແລະ​ຮິມ​ຝີ​ປາກ​ຂ​ອງ​ເຂົາ​ກໍ​ເປັນ​ບ້ວງ​ດັກ​ຕົນ​ເອງ 8 ຄຳ​ເວົ້າ​ຂອງ​ຜູ້​ກະ​ຊິບ​ນີນທາ​ກໍ​ເຫ​ມືອນ​ຊີ້ນ​ອາ​ຫານ​ແຊບ ມັນ​ລ່ວງ​ເຂົ້າ​ໄປ​ໃນ​ສ່ວນຕ່າ​ງໆ​ຂອງ​ຮ່າງ​ກາຍ 9 ບຸກ​ຄົນ​ທີ່​ຂີ້​ຄ້ານ​ໃນການ​ງານ ກໍ​ເປັນ​ພີ່​ນ້ອງ​ກັບ​ຄົນ​ທີ່​ທຳ​ລາຍ 10 ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ປ້ອມ​ເຂັ້ມ​ແຂງ ຄົນ​ຊອບ​ທັມ​ແລ່ນ​ເຂົ້າ​ໄປ​ໃນ​ນັ້ນ ແລະ​ປອດ​ພັຍ 11 ຊັບ​ສົມ​ບັດ​ຂອງ​ເສ​ດຖີ​ເປັນ​ເມືອງ​ເຂັ້ມ​ແຂງ​ຂອງ​ເຂົາ ແລະ​ເປັນ​ເຫມືອນ​ກຳ​ແພງ​ສູງ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ 12 ໃຈ​ຂອງ​ຄົນ​ກໍ​ຈອງ​ຫອງ​ກ່ອນ​ເຖິງ​ການ​ຖືກ​ທຳ​ລາຍ ແຕ່​ຄວາມ​ຖ່ອມ​ໃຈ​ເດີນ​ຢູ່​ຫນ້າ​ກຽດ 13 ຖ້າ​ຄົນ​ນຶ່ງ​ຄົນ​ໃດ​ຕອບ​ກ່ອນ​ທີ່​ເຂົາ​ໄດ້​ຍິນ ກໍ​ເປັນ​ຄວາມ​ໂງ່​ແລະ​ຄວາ​ມອັບ​ອາຍ​ຂອງ​ເຂົາ 14 ຈິດ​ໃຈ​ຂອງ​ຄົນ​ຈະ​ທົນ​ຕໍ່​ຄວາມ​ເຈັບ​ປ່ວຍ​ໄດ້ ແຕ່​ຈິດ​ໃຈ​ທີ່​ຊອກ​ຊ້ຳ​ໃຜ​ຈະ​ທົນ​ໄດ້​ຫນໍ 15 ໃຈ​ທີ່​ມີ​ຄວາມ​ຄິດ​ຍ່ອມ​ຫາ​ຄວາມ​ຮູ້ ແລະ​ຫູ​ຂອງນັກ​ປາດ​ສ​ແວງ​ຫາ​ຄວາມ​ຮູ້ 16 ຂອງ​ກຳ​ນັນ​ຂອງ​ຜູ້​ນຶ່ງ​ຜູ້​ໃດ​ຍ່ອມ​ເປີດ​ທາງ​ໃຫ້​ຜູ້​ນັ້ນ ແລະ​ນຳ​ເຂົາ​ມາ​ເຖິງ​ຄົນ​ໃຫຍ່​ຄົນ​ໂຕ 17 ບຸກ​ຄົນ​ຜູ້​ຖ​ແລງ​ຄະ​ດີ​ຂອງ​ຕົນ​ກ່ອນ​ກໍ​ເບິ່ງ​ເຫມືອນ​ເປັນ​ຝ່າ​ຍຖືກ ຈົນ​ກວ່າ​ຝ່າຍ​ກົງກັນ​ຂ້າມ​ຈະ​ມາ​ສອບ​ສວນ​ເຂົາ 18 ການ​ຈັບ​ສລາກ​ກະ​ທໍາ​ໃຫ້​ການ​ທະ​ເລາະ​ສິ້ນ​ສຸດ ແລະ​ຕັດ​ສິນ​ຄູ່​ໂຕ້​ແຍ້ງ​ທີ່ມີ​ກຳ​ລັງ 19 ພີ່​ນ້ອງ​ທີ່​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ກໍ​ເຫມືອນ​ເມືອງ​ທີ່​ເຂັ້ມ​ແຂງ ແລະ​ການ​ທະ​ເລາະ​ວິ​ວາດ​ເຫມືອນ​ດ່ານ​ທີ່​ອັດ​ຕັນ​ຕົນ​ໄວ້ 20 ທ້ອງ​ຈະ​ອີ່ມ​ກໍ​ຈາກ​ຜົນ​ແຫ່ງ​ປາກ​ຂອງ​ເຂົາ ເຂົາ​ຫນຳ​ໃຈ​ເພາະ​ຜົນ​ອັນ​ເກີດ​ຈາກ​ຮີມ​ຝີ​ປາກ​ຂອງ​ຕົນ 21 ຄວາມ​ຕາຍ​ຄວາມ​ເປັນຢູ່​ທີ່​ອຳ​ນາດ​ຂອງ​ລີ້ນ ແລະ​ບັນ​ດາ​ຜູ້​ທີ່​ຮັກ​ມັນ​ກໍ​ຈະ​ກິນ​ຜົນ​ຂອງ​ມັນ 22 ບຸກ​ຄົນ​ທີ່​ພົບ​ເມັຽກໍ​ພົບ​ຂອງ​ດີ ແລະ​ໄດ້​ຄວາມ​ໂປດ​ປານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 23 ຄວາມ​ຍາກ​ຈົນ​ໃຊ້​ຄຳ​ວິງ​ວອນ ແຕ່​ຄົ​ນ​ຮັ່ງ​ຕອບ​ສຽງ​ຫ້ວນໆ 24 ມີ​ຫມູ່​ທີ່​ແກ້ງ​ເຮັດ​ເປັນ​ຫມູ່ ແຕ່​ມີ​ມິດ​ບາງ​ຄົນ​ທີ​ໃກ້​ຊິດ​ຍິ່ງກວ່າ​ພີ່​ນ້ອງ

ສຸພາສິດ 19

1 ຄົນ​ຍາກ​ຈົນ​ຜູ່​ດຳ​ເນີນ​ໃນ​ຄວາມ​ສັດ​ຊື່​ຂອງ​ເຂົາ ດີກວ່າ​ຄົນ​ຕະ​ລົບ​ຕະ​ແລງ​ຊຶ່ງ​ເປັນ​ຄົນ​ໂງ່ 2 ຄົນ​ທີ່ບໍ່​ມີ​ຄວາມ​ຮູ້​ກໍ​ບໍ່​ດີ ແລະ​ບຸກ​ຄົນ​ທີ່​ເລັ່ງ​ຝີຕີນ​ຫນັກ​ກໍ​ມັກ​ພາດ​ຜິດ 3 ເມື່​ອ​ຄວາມ​ໂງ່​ຂອງ​ຄົນ​ໃດ​ນຳ​ຄວາມ​ພິ​ນາດ​ມາ​ເຖິງ​ເຂົາ ໃຈ​ຂອງ​ເຂົາ​ກໍ​ກ້ຽວ​ກາດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 4 ຊັບ​ສົມ​ບັດ​ເພີ້ມ​ເພື່ອນ​ເປັນ​ຈຳ​ນວນ​ຫລາຍ ແຕ່​ຄົນ​ຍາກ​ຈົນ​ກໍ​ຖືກ​ເພື່ອນ​ບ້ານ​ຂອງ​ເຂົາ​ປະ​ໄປ 5 ພຍານ​ເທັດ​ຈະ​​ໄດ້ຮັບ​ໂທດ ແລະ​ບຸກ​ຄົນ​ທີ່​ເປັ່ງ​ຄຳ​ຕົວະຈະ​ຫນີ​ບໍ່​ພົ້ນ 6 ຄົນ​ເປັນ​ຈຳ​ນວນ​ຫລາຍ​ເອົາ​ອົກ​ເອົາ​ໃຈ​ຄົນ​ໃຈ​ກວ້າງ ແລະ​ທຸ​ກ​ຄົນ​ກໍ​ເປັນ​ມິດ​ກັບ​ຄົນ​ທີ່​ໃຫ້​ຂອງ​ກຳ​ນັນ 7 ພວກ​ພີ່​ນ້ອງ​ຂອງ​ຄົນ​ຍາກ​ຈົນ​ກໍ​ຍັງ​ກຽດ​ຊັງ​ເຂົາ ມິດ​ຂອງ​ເຂົາ​ຈະ​ຍິ່ງໄກ​ຈາກ​ເຂົາ​ຈັກ​ເທົ່າ​ໃດ ເຂົາ​ພຍາ​ຍາມ​ເວົ້າ ແຕ່​ບໍ່​ມີ​ໃຜ​ຍອມ​ຟັງ​ 8 ບຸກ​ຄົນ​ທີ່​ມີ​ປັນ​ຍາ​ກໍ​ຮັກ​ຕົນ​ເອງ ບຸກ​ຄົນ​ຜູ້​ຮັກ​ສາ​ຄວາມ​ເຂົ້າ​ໃຈ​ໄວ້​ຈະ​ຈຳເຣີນ​ຮຸ່ງ​ເຮືອງ 9 ພຍານເທັດ​ຈະ​ໄດ້​ຮັບ​ໂທດ​ ແລະ​ບຸກ​ຄົນ​ທີ່​ເປັ່ງ​ຄຳ​ຕົວະ​ຈະ​ພິ​ນາດ 10 ທີ່​ຄົນ​ໂງ່​ຈະ​ຢູ່​ຢ່າງ​ຟຸ່ມ​ເຟືອຍ​ກໍ​ບໍ່​ເຫມາະ​ຢູ່​ແລ້ວ ທີ່​ທາດ​ຈະ​ປົກ​ຄອງ​ເຈົ້າ​ນາຍ​ກໍ​ຍິ່ງ​ບໍ່​ເຫມາະ​ສົມ​ຫລາຍກວ່າ​ນັ້ນ​ອີກ 11 ສາ​ມັນ​ສຳ​ນຶກ​ທີ່​ດີ​ກະ​ທໍາ​ໃຫ້​ຄົນ​ໂກດ​ຊ້າ ແລະ​ທີ່​ມອງ​ຂ້າມ​ການ​ທໍ​ຣະ​ຍົດ​ໄປ​ເສັຽກໍ​ເປັນ​ສັກ​ສີ​ແກ່​ເຂົາ 12 ພຣະ​ພິ​ໂຣດ​ຂອງ​ພຣະ​ຣາ​ຊາເຫມືອນ​ສຽງ​ຄຳ​ຣາມ​ຂອງ​ສິງ​ຫນຸ່ມ ແຕ່​ຄວາມ​ໂປດປານ​ຂອງ​ພຣະ​ອົງ​ເຫມືອນ​ນ້ຳ​ຄ້າງ​ເທິງ​ຜັກ​ຫຍ້າ 13 ບຸດ​ໂງ່​ຈ້າ​ເປັນ​ຄວາມ​ພິ​ນາດ​ຂອງ​ບິ​ດາ​ຂອງ​ເຂົາ ແລະ​ການ​ທະ​ເລາະ​ວິ​ວາດ​ຂອງ​ເມັຽ​ກໍ​ເຫມືອນນ້ຳ​ຝົນ​ຍ້ອຍ​ຢົດ​ບໍ່​ຢຸດ 14 ເຮືອນ​ແລະ​ຊັບ​ສົມ​ບັດ​ເປັນ​ມໍ​ຣະ​ດົກ​ມາ​ຈາກ​ບິ​ດາ ແຕ່​ເມັຽ​ທີ່​ຢັ່ງ​ຮູ້​ກໍ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 15 ຄວາມ​ຂີ້​ຄ້ານ​ທຳ​ໃຫ້​ຫລັບ​ສ​ນິດ ແລະ​ຄົນ​ຂີ້​ຄ້ານ​ຈະ​ຕ້ອງ​ຫິວ 16 ບຸ​ກຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ກໍ​ຮັກ​ສາ​ຊີ​ວິດ​ຂອງ​ຕົນ ບຸກ​ຄົນ​ທີ່​ດູ​ຫມິ່ນ​ພຣະ​ວັ​ຈ​ນະ​ກໍ​ຈະ​ເຖິງ​ຕາຍ 17 ບຸກ​ຄົນ​ທີ່​ເອັນ​ດູ​ຄົນ​ຍາກ​ຈົນ​ກໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢືມ ແລະ​ພຣະ​ອົງ​ຈະ​ຊົງ​ຕອບ​ແທນ​ແກ່​ການ​ກະ​ທຳ​ຂອງ​ເຂົາ 18 ຈົ່ງ​ຕີ​ສອນ​ບຸດ​​ຂອງ​ຕົນ​ເມື່ອ​ຍັງ​ມີ​ຄວາມ​ຫວັງ ຢ່າ​ຈົງ​ໃຈ​ໃຫ້​ເຂົາ​ເຖິງ​ພິ​ນາດ​ໄປ 19 ຄົນ​ທີ່​ໂມໂຫ​ຈະ​ຕ້ອງ​ໄດ້​ຮັບ​ໂທດ ເພາະ​ຖ້າ​ເຈົ້າ​ຊ່ອຍ​ກູ້​ເຂົາ​ແລ້ວ ກໍ​ຕ້ອງ​ຊ່ອຍ​ກູ້​ເຂົາ​ອີກ 20 ຈົ່ງ​ຟັງ​ຄຳ​ແນະ​ນຳ​ແລະ​ຮັບ​ຄຳ​ເຕືອນ​ສະ​ຕິ ເພື່ອ​ເຈົ້າ​ຈະ​ໄດ້​ປັນ​ຍາ​ສຳ​ລັບ​ອາ​ນາ​ຄົດ 21 ໃນ​ໃຈ​ຂອງ​ມະ​ນຸດ​ມີ​ແຜນ​ງານ​ຢ່າງ​ຫລວງ​ຫລາຍ ແຕ່ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ນັ້ນ​ແຫລະ ຈະ​ດຳ​ຣົງ​ຢູ່​ໄດ້ 22 ສິ່ງ​ທີ່​ຫນ້າ​ປາ​ຖ​ນາ​ໃນ​ຕົວ​ມ​ະ​ນຸດ​ຄື ຄວາມ​ຈົ່ງ​ຮັກ​ພັກ​ດີ ແລະ​ຄົນ​ຍາກ​ຈົນ​ຍັງ​ດີ​ກວ່າ​ຄົນຕົວະ 23 ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ໄປ​ສູ່​ຊີ​ວິດ ແລະ​ບຸກ​ຄົນ​ຜູ້​ໄດ້​ຮັບ​ແລ້ວກໍ​ຢຸດ​ດ້ວຍ​ຄວາມ​ພໍ​ໃຈ ຈະ​ບໍ່​ມີ​ອັນ​ຕະ​ຣາຍ​ໃດ​ມາ​ຫາ​ເຂົາ 24 ຄົນ​ຂີ້ຄ້ານ​ຝັງ​ມື​ຂອງ​ຕົນ​ໄວ້​ໃນ​ຊາມ ແລະ​ບໍ່​ຍອມ​ແມ້​ແຕ່​ຈະ​ອາ​ຫານ​ມາ​ສູ່​ປາກ​ຂອງ​ຕົນ 25 ຈົ່ງ​ຕີ​ຄົນ​ທີ່​ມັກ​ເຍາະ​ເຍີ້ຍ ແລະ​ຄົນ​ໂງ່​ຈະ​ຮຽນ​ຄວາມ​ຢັ່ງ​ຮູ້​ເອງ ຈົ່ງ​ຕັກ​ເຕືອນ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ ແລະ​ເຂົາ​ຈະ​ໄດ້​ຄວາມ​ຮູ້ 26 ບຸກ​ຄົນ​ຜູ້​ທຳ​ທາ​ຣຸນ​ແກ່​ບິ​ດາ​ຂອງ​ເຂົາ ແລະ​ຂັບ​ໄລ່​ມານ​ດາ​ຂອງ​ເຂົາ​ໄປ​ເສັຽ ເປັນ​ບຸດ​ຊາ​ຍຜູ້​ກໍ່​ໃຫ້​ເກີດ​ຄວາມ​ອັບ​ອາຍ​ແລະ​ການ​ຖືກ​ຕຳ​ຫນິ 27 ລູກ​ເອີຍ ຜູ້​ທີ່​ເລີກ​ຮັກ​ສາ​ຄຳ​ສັ່ງ​ສອນ​ຂອງ​ບິ​ດາ ຈະ​ຫລົງ​ໄປ​ຈາກ​ຄຳ​ທີ່​ມີ​ປັນ​ຍາ 28 ພ​ຍານ​ທີ່​ໄຮ້​ຄ່າ​ກໍ​ເຍາະ​ເຍີ້ຍ​ຄວາມ​ຍຸດ​ຕິ​ທັມ ແລະ​ປາກ​ຂອງ​ຄົນ​ຊົ່ວ​ຮ້າຍ​ກໍ​ກືນ​ກິນ​ແຕ່​ຄວາມ​ບາບ​ຜິດ 29 ການ​ປັບ​ໂທດ​ມີ​ພ້ອມ​ຢູ່​ສຳ​ລັບ​ຄົນ​ມັກ​ເຍາະ​ເຍີ້ຍ ແລະ​ການ​ໂບຍ​ຕີ​ກໍ​ສຳ​ລັບ​ຫລັງ​ຂອງ​ຄົນ​ໂງ່

ສຸພາສິດ 20

1 ເຫລົ້າ​ທຸກ​ຊະ​ນິດ​ທຳ​ໃຫ້​ເຈົ້າ​ເປັນ​ຄົນ​ເກ​ເລ ແລະ​ເສັຽ​ສະ​ຕິ ຄົນ​ເມົາ​ເຫລົ້າ​ຄື​ຄົນ​ໂງ່ 2 ຈົ່ງ​ຢ້ານ​ຄວາມ​ໂກດ​ຂອງພຣະ​ຣາ​ຊາ​ເຫມືອນ​ຢ້ານ​ສິງ​ກຳ​ຣາບ ການ​ທຳ​ໃຫ້​ພຣະ​ຣາ​ຊາໂກດກໍ​ຄື​ການ​ຂ້າ​ຕົວ​ເອງ 3 ຄົ​ນ​ໂງ່​ຈະ​ທຳໃຫ້​ເກີດ​ການ​ວິ​ວາດ​ຜິດ​ຖຽງ​ກັນ ແຕ່​ຜູ້​ຫລີກ​ຫນີ​ຈາກ​ບ່ອນ​ຜິດ​ຖຽງ​ກັນ​ຈະ​ໄດ້​ຮັບ​ກຽດ 4 ຜູ້​ຂີ້​ຄ້ານ​ທຳ​ນາ​ຈະ​ບໍ່​ໄດ້​ຫຍັງ​ໃນ​ຍາມ​ເກັບ​ກ່ຽວ 5 ຄວາມ​ຄິດ​ໃນ​ໃຈ​ຂອງ​ມະ​ນຸດ​ເຫມືອນ​ນ້ຳ​ໃນ​ສ້າງ​ເລິກ ແຕ່​ຄົນ​ທີ່​ມີ​ປັນ​ຍາ​ກໍ​ສາ​ມາດ​ຢັ່ງ​ຮູ້​ໄດ້ 6 ທຸກ​ຄົນ​ເວົ້າ​ເຖິງ​ຄວາມ​ຈົ່ງ​ຮັກ​ພັກ​ດີ ແລະ​ຄວາມ​ສັດ​ຊື່​ຂອງ​ຕົນ​ເອງ ແຕ່​ຈະ​ພົບ​ຄົນ​ທີ່​ສັດ​ຊື່​ອີ​ຫລີ​ຈັກ​ຄົນ​ນຶ່ງກໍ​ຍາກ​ທີ່​ສຸດ 7 ຖ້າ​ບຸດ​ມີ​ບິ​ດາທີ່​ສັດ​ຊື່ ແລະ​ທຳ​ສິ່ງ​ທີ່​ຊອບ​ທັມ ບຸດ​ທັງ​ຫລາຍກໍມີ​ຄວາມ​ສຸກ 8 ພຣະ​ຣາຊາ​ຜູ້​ປະ​ທັບ​ເທິງ​ບັນ​ລັງ​ພິ​ພາກ​ສາ ຍ່ອມ​ຊົງ​ປັດ​ຄວາມ​ຊົ່ວ​ອອກ​ດ້ວຍ​ພຣະ​ເນດ​ຂອງ​ພຣະ​ອົງ 9 ຜູ້​ໃດ​ຈະ​ກ່າວ​ໄດ້​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ກະ​ທຳ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ສະ​ອາດ​ແລ້ວ ຂ້າ​ພະ​ເຈົ້າ​ບໍ​ຣິ​ສຸດ​ພົ້ນ​ບາບຂອງ​ຂ້າ​ພະ​ເຈົ້າ” 10 ລູກ​ຕຸ້ມ​ສໍ້ ແລະ​ເຄື່ອງ​ຕວງ​ໂກງ ທັງ​ສອງ​ເປັນ​ທີ່​ຫນ້າ​ກຽດ​ຊັງ​ແກ່​ພຣະ​ຜູ້​ເປັນ​ເຈົ້າ​ເຫມືອນ​ກັນ 11 ເຖິງ​ເດັກ​ນ້ອຍ​ກໍ​ສະ​ແດງ​ຕົວ​ໂດຍ​ການ​ປະ​ພຶດ​ຂອງ​ເຂົາ​ວ່າ​ສິ່ງ​ທີ່​ເຂົາ​ກະ​ທຳ​ຈະ​ບໍ​ຣິ​ສຸດ ແລະ​ຖືກ​ຕ້ອງ​ຫລື​ບໍ່ 12 ຫູ​ທີ່​ຟັງ​ໄດ້ ແລະ​ຕາ​ທີ່​ມອງ​ເຫັນ ພຣະ​ຜູ້​ເປັນເຈົ້າ​ຊົງ​ສ້າງ​ມັນ​ທັງ​ສອງ 13 ຢ່າ​ຮັກ​ການ​ຫລັບ​ໄຫລ ຢ້ານ​ວ່າ​ເຈົ້າ​ຈະ​ມາ​ເຖິງ​ຄວາມ​ຍາກ​ຈົນ ຈົ່ງ​ລືມ​ຕາ​ຂອງ​ເຈົ້າ ແລະ​ເຈົ້າ​ຈະ​ໄດ້​ກິນ​ອີ່ມ 14 ຜູ້​ຊື້​ເວົ້າ​ວ່າ, “ແພ​ງ ແພງ” ແຕ່​ເມື່ອ​ເຂົາ​ໄປ​ແລ້ວ​ເຂົາ​ຈຶ່ງອວດ 15 ມີ​​ຄຳ​ ແລະ​ທັບ​ທິມມີ​ຄ່າ​ເປັນ​ຈຳ​ນວນ​ຫລາຍ ແຕ່​ຮິມ​ຝີ​ປາກ​ທີ່​ມີ​ຄວາມ​ຮູ້​ເປັນ​ເພັດ​ນິນ​ຈີນ​ດາ​ປະ​ເສີດ 16 ຈົ່ງ​ຍຶດ​ເສື້ອ​ຜ້າ​ຂອງ​ເຂົາ​ໄວ້ ເມື່​ອ​ເຂົາ​ເປັນ​ປະ​ກັນ​ໃຫ້​ຄົນ​ອື່ນ ແລະ​ຍຶດ​ຕົວ​ເຂົາ​ໄວ້ ເມື່ອ​ເຂົາ​ປະ​ກັນ​ຄົນ​ຕ່າງ​ດ້າວ 17 ອາຫານ​ທີ່​ໄດ້​ມາ​ດ້ວຍ​ການ​ຫລອກ​ລວງ​ມີ​ຣົດ​ຫວານ​ແກ່​ຜູ້​ໄດ້​ມາ ແຕ່​ພາຍ​ຫລັງ​ປາກ​ຂອງ​ເຂົາ​ຈະ​ມີ​ແຕ່ຂີ້​ຊາຍ 18 ແຜນ​ງານ​ດຳ​ຣົງ​ຢູ່​ໄດ້​ດ້ວຍການ​ປຶກ​ສາ​ຫາ​ລື ຈົ່ງ​ທຳ​ສົງ​ຄາມ​ດ້ວຍ​ມີ​ການ​ນຳ​ທີ່​ສ​ລາດ 19 ບຸກ​ຄົນ​ທີ່​ທ່ຽວ​ຊຸບ​ຊິບ​ໄປ​ກໍ​ເຜີຍ​ຄວາມ​ລັບ​ໃຫ້​ກະ​ຈາຍ ສະ​ນັ້ນ​ຢ່າ​ເຂົ້າ​ສັງ​ຄົມ​ກັບ​ຄົນ​ປາກ 20 ຖ້າ​ຄົນ​ນຶ່ງ​ຄົນ​ໃດ​ແຊ່ງ​ບິ​ດາ ຫລື​ມານ​ດາ​ຂອງ​ຕົນ ປະ​ທີບຂອງ​ເຂົາ​ຈະ​ດັບ​ມືດ​ມິດ 21 ມໍ​ຣະ​ດົກ​ທີ່​ໄດ້​ຮັບ​ມາ​ຢ່າງ​ຊິງ​ສຸກ​ກ່ອນ​ຫາມ ທີ່​ສຸດ​ປາຍ​ກໍ​ບໍ່​ເປັນ​ມົງ​ຄົນ 22 ຢ່າ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ແກ້​ແຄ້ນ​ຄວາມ​ຊົ່ວ” ຈົ່ງ​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​ຊົງ​ຊ່ອຍ​ເຈົ້າ 23 ລູກ​ຕຸ້ມ​ສໍ້​ສົນ​ເປັນ​ທີ່​ຫນ້າ​ກຽດ​ຊັງ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕ​ຣາ​ຊູ​ທີ່​ໂກງ​ກໍ​ຊົ່ວ​ພໍໆ​ກັນ 24 ຍ່າງ​ບາດ​ກ້າວຂອງ​ມະ​ນຸດນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຜູ້​ສັ່ງ ແລ້ວ​ຄົນ​ຈະ​ເຂົ້າ​ໃຈ​ທາງ​ຂ​ອງ​ເຂົາ​ເອງ​ໄດ້​ຢ່າງ​ໃດ 25 ທີ່​ຄົນ​ຈະ​ເວົ້າ​ພ່ອຍໆ​ວ່າ, “ນີ້​ເປັນ​ຂອງ​ບໍ​ຣິ​ສຸດ” ກໍ​ເປັນ​ບ້ວງ​ດັກ​ຕົນ​ເອງ ແລ້​ວ​ຈະ​ມາ​ຄຶດ​ໄດ້​ເມື່ອ​ສັນ​ຍາໄປ​ແລ້ວ 26 ກະ​ສັດ​ທີ່​ສ​ລາດ​ຍ່ອມ​ປັດ​ຄວາມ​ຊົ່ວ​ຮ້າຍ ແລ້ວ​ຊົງ​ຂັບ​ກົງ​ຈັກ​ທັບ​ເຂົາ 27 ມະ​ໂນ​ທັມ​ຂອງ​ມະ​ນຸດ​ເປັນ​ປະ​ທີບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສ່ອງ​ເບິ່ງ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ເຂົາ​ທັງ​ສິ້ນ 28 ຄວາມ​ຈົ່ງ​ຮັກ​ພັກ​ດີ ແລະ​ຄວາມ​ຊື່​ສັດ​ສງ​ວນ​ກະ​ສັດໄວ້ ແລະ​ຄວາມ​ຊອບ​ທັມ​ກໍ​ເຊີດ​ຊູ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ໄວ້ 29 ສັກ​ສີ​ຂອງ​ຄົນ​ຫນຸ່ມ ຄື​ກຳ​ລັງ​ຂອງ​ເຂົາ ແຕ່​ຄວາມ​ງາມ​ຂອງ​ຄົນ​ແກ່​ຄື​ຜົມ​ຫງອກ​ຂອງ​ເຂົາ 30 ການ​ຂ້ຽ​ນ​ທີ່​ໃຫ້​ເປັນ​ບາດ​ແຜ ກໍ​ຊຳ​ຮະ​ຄວາມ​ຊົ່ວ​ເສັຽ ການ​ໂບຍຕີ​ກະ​ທຳ​ໃຫ້​ສ່ວນ​ເລິກ​ທີ່​ສຸດ​ສະ​ອາດ​

ສຸພາສິດ 21

1 ພຣະ​ທັຍ​ພຣະ​ຣາ​ຊາ​ເປັນ​ເຫມືອນ​ທານ​ນ້ຳ​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຫັນ​ໄປ​ທາງ​ໃດໆ​ຕາມ​ແຕ່​ພຣະ​ອົງ​ຊົງ​ໂຜດ 2 ທາງ​ຂອງ​ຄົນ​ທຸກ​ທາງ​ກໍ​ຖືກ​ຕ້ອງ​ໃນ​ສາຍ​ຕາ​ຂອງ​ຕົນ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊັ່ງ​ໃຈ 3 ທີ່​ຈະ​ກະ​ທຳ​ຄວາມ​ຊອບ​ທັມ ແລະ​ຄວາມ​ຍຸດ​ຕິທັມ ກໍ​ເປັນ​ທີ່​ພໍ​ພຣະ​ທັຍແດ່​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍກວ່າ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ 4 ຕາ​ຍະ​ໂສ ແ​ລະ​ໃຈ​ເຍີ້ຍິ່ງ ປະ​ທີບ​ຂອງ​ຄົນ​ຊົ່ວ​ຮ້າຍ​ເປັນ​ບາບ 5 ແຜນ​ງານ​ຂອງ​ຄົນ​ດຸ​ຫມັ່ນ​ນຳ​ສູ່​ຄວາມ​ອຸ​ດົມ​ແນ່ນອນ ແຕ່​ບຸກ​ຄົນ​ທີ່​ເລັ່ງ​ຮ້ອນ​ກໍ​ມາ​ສູ່​ຄວາ​ມຂັດ​ສົນ​ເທົ່າ​ນັ້ນ 6 ການ​ໄດ້​ຄັງ​ຊັບ​ມາ​ດ້ວຍ​ລີ້ນ​ມຸ​ສາ ກໍ​ຄື​ການ​ໄລ່​ຈັບ​ຂອງ​ອະ​ນິ​ຈັງ​ຈົນ​ຕິດ​ບ້ວງ​ຄວາມ​ຕາຍ 7 ຄວາມ​ທາ​ຣຸນ​ຂອງ​ຄົນ​ຊົ່ວ​ຮ້າຍ​ຈະ​ກວາດ​ເຂົາ​ໄປ ເພາະ​ເຂົາ​ປະ​ຕິ​ເສດ​ບໍ່​ຍອມ​ທຳ​ສິ່ງ​ທີ່​ຍຸດ​ຕິ​ທັມ 8 ທາງ​ຂອງ​ຄົນ​ທີ່​ມີ​ກັມ​ຊົ່ວ​ນັ້ນ​ຄົດ ແຕ່​ຄວາມ​ປະ​ພຶດ​ຂອງ​ຜູ້​ບໍ​ຣິ​ສຸດ​ນັ້ນ​ຖືກ​ຕ້ອງ 9 ຢູ່​ທີ່​ແຈ​ມຸມ​ເທິງ​ຫລັງ​ຄາ​ເຮືອນ​ດີກວ່າ​ຢູ່​ໃນ​ເຮືອນ​ຮ່ວມ​ກັບ​ຍິງ​ທີ່ຈູ້​ຈີ້ 10 ວິນ​ຍານ​ຂອງ​ຄົນ​ຊົ່ວ​ຮ້າຍ​ປາ​ຖ​ນາ​ຄວາມ​ຊົ່ວ ເພື່ອນ​ບ້ານ​ຂອງ​ເຂົາ​ບໍ່​ມີ​ຄວາມ​ກະ​ຣຸ​ນາ​ໃນ​ຫນ່ວຍ​ສາຍ​ຕາ​ຂອງ​ເຂົາ 11 ເມື່ອ​ຄົນ​ມັກ​ເຍາະ​ເຍີ້ຍ​ຖືກ​ລົງ​ໂທດ ຄົນ​ໂງ່​ກໍ​ສ​ລາດ​ຂຶ້ນ ເມື່ອ​ນັກ​ປາດ​ໄດ້​ຮັບການ​ສັ່ງ​ສອນ​ເຂົາ​ກໍ​ໄດ້​ຄວາມ​ຮູ້ 12 ຄົນ​ຊອບ​ທັມ​ສັງ​ເກດ​ຮູ້​ເບິ່ງ​ເຮືອນ​ຂອງ​ຄົນ​ຊົ່ວ​ຮ້າຍ ຄົນ​ຊົ່ວ​ຮ້າຍ​ກໍ​ຖືກແກວ່ງ​ລົງ​ເຖິງ​ຄວາມ​ພິ​ນາດ 13 ບຸກ​ຄົນ​ຜູ້​ອຸດ​ຫູ​ບໍ່​ຟັງ​ສຽງ​ຮ້ອງ​ຂອງ​ຄົນ​ຍາກ​ຈົນ ຕົວ​ເຂົາ​ເອງ​ຈະ​ຮ້ອງແລະ​ບໍ່​ມີ​ໃຜ​ໄດ້​ຍິນ 14 ໃຫ້​ຂອງ​ກຳ​ນັນ​ໃນ​ທີ່​ລັບລີ້​ຍ່ອມ​ແປ​ປ່ຽ​ນ​ຄວາມ​ໂກດ ໃຫ້​ສິນ​ບົນ​ໃນ​ເອິກ​ກໍ​ແປ​ປ່ຽນ​ຄວາມຄຽດຮ້າຍ 15 ເມື່ອ​ກະ​ທຳ​ການ​ຍຸດ​ຕິທັມ ກໍ​ເປັນ​ການ​ຊື່ນ​ບານ​ແກ່​ຄົນ​ຊອບ​ທັມ ແຕ່​ເປັນ​ຄວາມ​ພິ​ນາດ​ແກ່​ຄົນ​ກະ​ທຳ​ຊົ່ວ 16 ຜູ້ໃດ​ຫັນ​ຫນີໄປ​ຈາກທາງ​ແຫ່ງ​ຄວາມ​ເຂົ້າ​ໃຈ ຈະ​ພັກ​ຢູ່​ໃນ​ທີ່​ປະ​ຊຸມ​ຂອງ​ຄົນ​ຕາຍ 17 ບຸກ​ຄົນ​ທີ່​ຮັກ​ຄວາມ​ເພິດ​ເພີນ​ຈະ​ເປັນ​ຄົນ​ຍາກ​ຈົນ​ບຸກ​ຄົນທີ່​ຮັກ​ເຫລົ້າ​ອະ​ງຸ່ນ​ແລະ​ນ້ຳ​ມັນ ຈະ​ບໍ່​ຮັ່ງ​ມີ 18 ຄົນ​ຊົ່ວ​ຮ້າຍ​ເປັນ​ຄ່າ​ໄຖ່​ສຳ​ລັບ​ຄົນ​ຊອ​ບທັມ ແລະ​ຄົນ​ທີ່​ບໍ່​ເຊື່ອ​ກໍ​ສຳ​ລັບ​ຄົນ​ທ່ຽງ​ທັມ 19 ຢູ່​ໃນ​ແຜ່ນ​ດີນ​ກັນ​ດານ ດີກວ່າ​ຢູ່​ກັບ​ຜູ້​ຍີງ​ທີ່​ຈູ້​ຈີ້ ແລະມັກ​ຈົ່ມ 20 ຊັບ​ສົມ​ບັດ​ປະ​ເສີດ ແລະ​ນ້ຳ​ມັນ​ມີ​ຢູ່​ໃນ​ທີ່​ອາ​ໄສ​ຂອງ​ຄົນ​ສ​ລາດ ແຕ່​ຄົນ​ໂງ່​ກິນ​ມັນ​ຫມົດ 21 ບຸກ​ຄົນ​ຜູ້ຕິດ​ຕາມ​ຄວາມ​ຊອບ​ທັມ ແລະ​ຄວາມ​ເອັນ​ດູ​ຈະ​ພົບ​ຊີ​ວິດ​ ແລະ​ຄວາມ​ຊອບ​ທັມ​ກັບ​ກຽດ​ຕິ​ຍົດ 22 ນັກ​ປາດ​ທີ່​ປີນ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ຄົນ​ທີ່​ມີ​ກຳ​ລັງ ແລ​ະ​ພັງ​ທະ​ລາຍ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ທີ່​ເຂົາ​ໄວ້​ວາງ​ໃຈ 23 ບຸກ​ຄົນ​ທີ່​ຮັກ​ສາ​ປາກ ແລະ​ລີ້ນ​ຂອງ​ຕົນ ກໍ​ຮັກ​ສາ​ຕົວ​ເຂົາ​ເອງ​ໃຫ້​ພົ້ນ​ຄວາມ​ລຳ​ບາກ 24 “ຄົນ​ມັກ​ເຍາະ​ເຍີ້ຍ” ເປັນ​ຊື່​ຂອງ​ຄົນ​ເຍີ້ຍິ່ງ ແລະ​ຄົນ​ຈອງ​ຫອງ ຜູ້​ປະ​ພຶດ​ຕົວ​ດ້ວຍ​ຄວາມ​ເຍີ້ຍິ່ງ​ຍະ​ໂສ 25 ຄວາມ​ປາຖ​ນາ​ຂອງ​ຄົນ​ຂີ້​ຄ້ານ​ຂ້າ​ຕົວ​ເຂົາ​ເອງ ເພາະ​ມື​ຂອງ​ເຂົາ​ປະ​ຕິ​ເສດ​ບໍ່​ທຳ​ງານ 26 ຄົນ​ໂລບ​ກໍ​ໂລບ​ຢູ່ຕລອດ​ວັນ ແຕ່​ຄົນ​ຊອບ​ທັມໃຫ້​ແລະ​ບໍ່​ຫນ່ວງ​ຫນ່ຽວ​ໄວ້ 27 ເຄື່ອງ​ສັກ​ກາ​ຣະ​ບູ​ຊາ​ຂອງ​ຄົນ​ຊົ່ວ​ຮ້າຍ​ເປັນ​ສິ່ງ​ທີ່​ຫນ້າກຽດ​ຊັງ ເມື່ອ​ເຂົາ​ນຳ​ມາ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຊົ່ວ​ຈະ​ຍິ່ງກວ່າ​ນັ້ນ​ຈັກ​ເທົ່າໃດ 28 ພຍານ​ເທັດ​ຈະ​ຕ້ອງ​ພິ​ນາດ ແຕ່​ຖ້ອຍ​ຄຳ​ຂອງ​ຄົນ​ທີ່​ເຊື່ອ​ຟັງ​ຈະ​ຍັງ​ຄົງ​ຢູ່ 29 ຄົນ​ຊົ່ວ​ຮ້າຍ​ທຳ​ໃຫ້​ຫນ້າ​ຂອງ​ຕົນ​ດ້ານ​ໄປ ແຕ່​ຄົນ​ທ່ຽງ​ທັມ “​ພິ​ເຄາະ​ດູ​ທາງ​ຂອງ​ຕົນ” 30 ປັນ​ຍາ​ກໍ​ດີ ຄວາມ​ເຂົ້າ​ໃຈ​ກໍ​ດີ ຄຳ​ປຶກ​ສາກໍ​ດີ ຈະ​ເອົາ​ຊ​ະນະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້ 31 ມ້າກໍ​ຕຽມ​ໄວ້ພ້ອມ​ແລ້ວ​ສຳ​ລັບ​ວັນ​ສົງ​ຄາມ ແຕ່​ຄວາມ​ມີ​ຊັຍ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ສຸພາສິດ 22

1 ຖ້າ​ເຈົ້າ​ຈະ​ຕ້ອງ​ເລືອກ​ເອົາ​ລະ​ຫວ່າງ​ຊື່​ສຽງ​ດີ​ກັບ​ຄວາມ​ຮັ່ງ​ມີ ກໍ​ຂໍ​ໃຫ້​ເລືອກ​ເອົາ​ຊື່​ສຽງ​ດີ 2 ຄົນ​ຮັ່ງ​ມີ​ກັບ​ຄົນ​ທຸກ​ຍາກ​ບໍ່​ແຕກ​ຕ່າງ​ກັນ​ຫຍັງ ເພາະ​ວ່າ​ຄົນ​ສອງ​ປະ​ເພດ​ນີ້ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສ້າງ​ເຫມືອນ​ກັນ 3 ຄົນ​ຜູ້​ສ​ລາດ​ຮອບ​ຄອບ​ຍ່ອມ​ຮູ້​ອັນ​ຕະ​ຣາຍ​ຈະ​ເກີດ​ຂຶ້ນ ແລ້ວ​ຫລົບ​ຫລີກ​ເສັຽ ແຕ່​ຄົນ​ທຳ​ມະ​ດາ​ສາ​ມັນ​ຈະ​ເດີນ​ເລື້ອຍ​ໄປ ແລ້ວ​ກໍ​ເປັນ​ທຸກ​ໃນ​ພາຍ​ຫລັງ 4 ຈົ່ງ​ຖ່ອ​ມຕົວ ແລະ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ເຈົ້າ​ຈະ​ຮັ່ງ​ມີ ຈະ​ມີ​ກຽດ ແລະ​ມີ​ຊີ​ວິດ​ຍືນຍາວ 5 ຖ້າ​ເຈົ້າ​ຮັກ​ຊີ​ວິດ​ຂອງ​ເຈົ້າ ຈົ່ງ​ຜີກ​ຫນີ​ຈາກ​ທາງ​ຂອງ​ຄົນ​ຊົ່ວ​ທີ່​ມີ​ບ້ວງ​ແຮ້ວ​ຫ້າງ​ໄວ້ 6 ຈົ່ງ​ສັ່ງ​ສອນ​ລູກ​ໃຫ້​ຮູ້​ຈັກ​ທາງ​ດຳ​ເນີນ​ຊີ​ວິດ ເພື່ອ​ເຂົາ​ຈະ​ຈົດ​ຈຳ​ໄວ້​ຕລອດ​ຊີ​ວິດ 7 ຄົນ​ຮັ່ງ​ມີ​ປົກ​ຄອງ​ເຫນືອ​ຄົນ​ຍາກ​ຈົນ ແລະ​ຄົນ​ມັກ​ຢືມກໍ​ເປັນ​ທາດ​ຂອງ​ຄົນ​ໃຫ້​ຢືມ 8 ບຸກ​ຄົນ​ຜູ້​ຫວ່ານອະ​ຍຸດ​ຕິທັມ ຈະ​ກ່ຽວ​ຄວາມ​ຫາຍ​ຍະ​ນະ ແລະ​ໄມ້​ຖືແຫ່ງ​ຄວາມ​ດຸ​ເດືອດ​ຂອງ​ເຂົາ​ຈະ​ລົ້ມ​ເຫລວ 9 ບຸກ​ຄົນ​ທີ່​ມີ​ຕາ​ສະ​ແດງ​ໃຈ​ກວ້າງ​ຂວາງ​ກໍ​ຈະ​ຮັບ​ພອນ ເພາະ​ເຂົາ​ແບ່ງ​ສ່ວນ​ອາ​ຫານ​ຂອງ​ເຂົາ​ແກ່​ຄົນ​ຍາກ​ຈົນ 10 ຈົ່ງ​ໄລ່​ຄົນ​ມັກ​ເຍາະ​ເຍີ້ຍອອກ​ໄປ​ເສັຽ​ແລ້ວ​ການ​ວິ​ວາດ​ຈະ​ຫມົດ​ໄປ ການ​ວິ​ວາດ​ແລະ​ການດູ​ຫມິ່ນ​ຈະ​ຢຸດ​ລົງ 11 ບຸກ​ຄົນ​ທີ່​ຮັກ​ໃຈ​ບໍ​ຣິ​ສຸດ ແລະ​ວາ​ຈາ​ຂອງ​ເຂົາ​ມີ​ຄວາມ​ກະ​ຣຸ​ນາ​ຄຸນ ຈະ​ໄດ້​ພຣະ​ຣາ​ຊາ​ເປັນ​ມິດ 12 ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຝົ້າ​ຢູ່​ເຫນືອ​ຄວາມ​ຮູ້ ແຕ່​ພຣະ​ອົງ​ຊົງ​ຄວ່ຳ​ຖ້ອຍ​ຄຳຂອງ​ຄົນ​ໄຮ້​ຄວາມ​ເຊື່ອ​ເສັຽ 13 ຄົນ​ຂີ້​ຄ້ານ​ກ່າວ​ວ່າ, “ມີ​ສິງ​ຢູ່​ທາງນອກ ຂ້າ​ພະ​ເຈົ້າ​ຈະ​ຖືກ​ຂ້າ​ຢູ່​ກາງ​ເມືອງ” 14 ປາກ​ຂອງ​ຍິງ​ຊົ່ວ​ເປັນ​ຫລຸມ​ເລິກ ບຸກ​ຄົນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ຈະ​ຕົກ​ລົງ​ໃນ​ທີ່​ນັ້ນ 15 ຄວາມ​ໂງ່​ມັກ​ຢູ່​ໃນ​ໃຈ​ຂອງ​ເດັກ​ນ້ອຍ ແຕ່​ໄມ້​ແສ້​ທີ່​ຕີ​ສອນກໍ​ໄລ່​ມັນ​ໃຫ້​ຫ່າງ​ໄປ​ຈາກ​ເຂົາ 16 ບຸກ​ຄົນ​ຜູ້​ບີບ​ບັງ​ຄັບ​ຄົນ​ຍາກ​ຈົນເພີ້ມ​ຊັບ​ສົມ​ບັດ​ຂອງ​ຕົນ ຫລື​ເພີ້ມ​ໃຫ້​ແກ່ຄົນ​ຮັ່ງ​ມີ ຈະ​ມາ​ເຖິງ​ຄວາມ​ຂັດ​ສົນ​ເທົ່າ​ນັ້ນ

ຫລັກ​ທັມ​ແລະ​ຄຳ​ຕັກ​ເຕືອນ

17 ອ່ຽງ​ຫູຂອງ​ເຈົ້າ​ແລະ​ຟັງ​ຖ້ອຍ​ຄຳ​ຂອງ​ນັກ​ປາດ ແລະ​ເອົາ​ໃຈ​ໃສ່​ຄວາມ​ຮູ້​ຂອງ​ເຮົາ 18 ເພາະ​ຖ້າ​ເຈົ້າ​ຮັກ​ສາ​ຖ້ອຍ​ຄຳ​ແລະ​ຄວາມ​ຮູ້​ນັ້ນ​ໄວ້​ໃນ​ຕົວ​ເຈົ້າ ແລະ​ພ້ອມ​ທີ່​ຈະ​ເວົ້າ​ຄຳ​ເຫລົ່າ​ນັ້ນ​ສ​ເມີ ມັນ​ຈະ​ເປັນ​ຄວາມ​ຊື່ນ​ໃຈ​ແກ່​ໃຈ 19 ເພື່ອ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຈົ້າ​ຈະ​ຢູ່​ໃນ​ພຣະ​ຜູ້ເປັນ​ເຈົ້າ ເຮົາ​ໃຫ້​ແຈ້ງ​ປະ​ຈັກ​ແກ່​ເຈົ້າ​ໃນ​ວັນ​ນີ້ແມ້​ແກ່​ຕົວ​ເຈົ້າ​ເອງ 20 ເຮົາ​ໄດ້​ຂຽນ​ໃຫ້​ເຈົ້າ​ເຖິງ​ສາມ​ຂໍ້ ເຖິງ​ເຣື່ອງ​ການ​ທັກ​ທ້ວງ​ແລະ​ຄວາມ​ຮູ້​ແລ້ວ​ບໍ່​ແມ່ນ​ຫລື 21 ເພື່ອ​ສຳ​ແດງ​ແກ່​ເຈົ້າ​ວ່າ​ສິ່ງ​ໃດ​ຖືກ​ແລະ​ຈິງ ເພື່ອ​ເຈົ້າ​ຈະ​ໄດ້​ໃຫ້​ຄຳ​ຕອບ​ທີ່​ຈິງ​ແກ່​ຜູ້​ທີ່​ໃຊ້​ເຈົ້າ​ໄປ 22 ຢ່າ​ປຸ້ນ​ຄົນ​ຍາກ​ຈົນ ເພາະ​ເຂົາ​ເປັນ​ຄົນ​ຍາກ​ຈົນ ຫລື​ບີບ​ຄັ້ນ​ຄົນ​ທຸກ​ໃຈ​ທີ່​ປະ​ຕູ​ເມືອງ 23 ເພາະ​ວ່າ​ພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ວ່າ​ຄວາມ​ແທນ​ເຂົາ ແລະ​ຂົ່ມ​ຂູ່​ເອົາ​ຊີ​ວິດ​ຂອງ​ຜູ້​ທີ່​ຂົ່ມ​ຂູ່ເຂົາ 24 ຢ່າ​ເປັນ​ມິດກັ​ບ​ຄົນ​​ທີ່​ມັກ​ໂກດ ຫລື​ໄປ​ກັບ​ຄົນມັກ​ໂມ​ໂຫ 25 ຢ້ານ​ວ່າ​ເຈົ້າ​ຈະ​ຮຽ​ນ​ຮູ້​ທາງ​ຂອງ​ເຂົາ ແລະ​ພົວ​ພັນ​ຕົວ​ເຈົ້າ​ເຂົ້າ​ໃນ​ບ້ວງ 26 ຢ່າ​ເປັນ​ພວກ​ທີ່​ຕົກ​ປາກ​ລົງ​ຄຳ ຢ່າ​ເປັນ​ພວກ​ຜູ້ປະກັນ​ຫນີ້​ສິນ 27 ຖ້າ​ເຈົ້າ​ບໍ່​ສິ່ງ​ໃດ​​ຊຳ​ຮະ​ເຂົາ ເປັນ​ຫຍັງ​ຈຶ່ງ​ຄວນ​ໃຫ້​ເຂົາ​ເອົາ​ບ່ອນນອນໄປ​ຈາກໃຕ້​ຕົວ​ເຈົ້າ 28 ຢ່າ​ຍ້າຍ​ຫລັກ​ເຂດ​ເກົ່າ​ແກ່​ຊຶ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໄດ້​ປັກ​ໄວ້ 29 ເຈົ້າ​ເຫັນ​ຄົນ​ທີ່​ມີ​ຝີ​ມື​ໃນ​ງານ​ຂອງ​ເຂົາ ຫລື ​ເຂົາ​ຈະ​ໄດ້​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ເຂົາ​ຈະ​ຢືນ​ຢູ່​ຕໍ່​ຫນ້າ​ຄົນ​ທີ່​ມີ​ຊື່​ສຽງ

ສຸພາສິດ 23

1 ເມື່ອ​ເຈົ້າ​ນັ່ງ​ລົງ​ຮັບ​ປະ​ທານ​ກັບ​ຜູ້​ປົກ​ຄອງບ້ານ​ເມືອງ ຈົ່ງ​ສັງ​ເກດ​ໃຫ້​ດີ​ວ່າ​ສິ່ງ​ໃດ​ຢູ່​ຂ້າງ​ຫນ້າ​ເຈົ້າ 2 ຖ້າ​ເຈົ້າເປັນ​ຄົນ​ຕະ​ກະ ເຈົ້າ​ຈົ່ງ​ຈໍ່​ມີດ​ໄວ້​ທີ່​ຄໍ​ຂອງ​ເຈົ້າ 3 ຢ່າ​ປາ​ຖ​ນາ​ໃນ​ອາ​ຫານ​ທີ່​ຄົນ​ຍໍ​ມາ​ໃຫ້ ເພາະມັນ​ເປັນ​ອາ​ຫານ​ທີ່​ຫລອກ​ລວງ 4 ຢ່າ​ທຳ​ງານ​ເພື່ອ​ເຫັນ​ແກ່​ຊັບ​ສົມ​ບັດ ຈົ່ງ​ສ​ລາ​ດ​ພໍ​ທີ່​ຈະ​ຢັບ​ຢັ້ງ​ໄວ້ 5 ເຈົ້າ​ຈະ​ເພ່ງ​ຕາ​ຂອງ​ເຈົ້າ​ຢູ່​ທີ່​ຂອງ​ອະ​ນິ​ຈັງ​ ຫລື ເພາະ​ວ່າ​ເງິນ​ຂອງ​ເຈົ້າ​ມັນ​ສູນ​ເສັຽ​ໄປ​ໄດ້​ໃນ​ຊົ່ວ​ພິບ​ຕາ​ດຽວ​ເຫມືອ​ນກັບ​ວ່າ​ມັນ​ມີ​ປີກ​ບິນ​ໄດ້​ເຫມືອນ​ນົກ​ອີນ​ຊີ 6 ຢ່າ​ກິນ​ອາ​ຫານ​ຂອງ​ຄົນ​ທີ່​ຂີ້​ຖີ່ ຢ່າ​ປາ​ຖ​ນາ​ໃນ​ອາ​ຫານດີຂອງ​ເຂົາ 7 ເພາະ​ເຂົາ​ເປັນ​ເຫມືອນ​ຄົນ​ທີ່​ຄອຍ​ນັບ​ຢູ່​ທາງ​ໃນ ເຂົາ​ເວົ້າ​ກັບ​ເຈ​ົ້າ​ວ່າ, “ຈົ່ງ​ກິນ​ແລະ​ດື່ມ​ເຖີດ” ແຕ່​ໃຈ​ຂອງ​ເຂົາ​ບໍ່​ໄດ້​ຢູ່​ກັບ​ເຈົ້າ 8 ເຈົ້າ​ຈະ​ຕ້ອງ​ຮາກ​ອາ​ຫານ​ຊຶ່ງ​ເຈົ້າ​ໄດ້​ກິນ​ເຂົ້າ​ໄປ​ນັ້ນ​ອອກ​ມາ ແລະ​ເສັຽ​ຖ້ອຍ​ຄຳ​ຍີ້ມ​ແຍ້ມ​ຂອງ​ເຈົ້າ​ເສັຽ​ເປົ່າ 9 ຢ່າ​ເວົ້າ​ໃຫ້​ຄົນ​ໂງ່​ໄດ້​ຍິນ ເພາະ​ເຂົາ​ຈະ​ດູ​ຫມິ່ນ​ປັນ​ຍາ​ແຫ່ງ​ຖ້ອຍ​ຄຳ​ຂອງ​ເຈົ້າ 10 ຢ່າ​ໂຍກ​ຍ້າຍ​ຫລັກ​ເຂດ​ແດນ​ເດີມ ຫລື​ຍຶດ​ເອົາ​ທີ່​ດິນ​ຂອງ​ລູກ​ກຳ​ພ້າ 11 ເພາະ​ວ່າພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ອົງຄຸ້ມ​ຄອງ​ທີ່​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ ພຣະ​ອົງ​ຈະ​ຊົງ​ສູ້ຄວາມ​ກັບ​ເຈົ້າ​ແທນ​ເຂົາ 12 ຈົ່ງ​ເອົາ​ໃຈ​ຂອງ​ເຈົ້າ​ຮັບ​ຄຳ​ສັ່ງ​ສອນ ແລະ​ເອົາ​ຫູ​ຂອງ​ເຈົ້າ​ຮັບ​ຖ້ອຍ​ຄຳ​ແຫ່ງ​ຄວາມ​ຮູ້ 13 ຢ່າຢັບ​ຢັ້ງ​ການ​ຕີ​ສອນ​ເສັຽ​ຈາກ​ເດັກ​ນ້ອຍ ຖ້າ​ເຈົ້າ​ຕີ​ເຂົາ​ດ້ວຍ​ໄມ້​ແສ້ ເຂົາ​ຈະ​ບໍ່​ຕາຍ 14 ຖ້າ​ເຈົ້າ​ຕີ​ເຂົາ​ດ້ວຍ​ໄມ້​ແສ້ ເຈົ້າ​ຈະ​ຊ່ອຍ​ຊີ​ວິດ​ຂອງ​ເຂົາ​ໃຫ້​ລອດ​ຈາກ​ແດນ​ຜູ້​ຕາຍ 15 ລູກ​ເອີຍ ຖ້າ​ໃຈ​ຂອງ​ເຈົ້າ​ສ​ລາດ ໃຈ​ຂອງ​ເຮົາ​ເອງ​ກໍ​ຍີນ​ດີ 16 ວິນ​ຍານ​ຂອງ​ເຮົາ​ຈະ​ຊົມ​ຊື່ນ​ຍິນດີ ເມື່ອ​ຮິມ​ຝີ​ປາກ​ຂອງ​ເຈົ້າ​ເວົ້າ​ສິ່ງ​ທີ່​ຖືກ​ຕ້ອງ 17 ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ອິດ​ສາ​ຄົນ​ບາບ ແຕ່​ຈົ່ງ​ດຳ​ເນີນ​ໃນ​ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ຕລອດ​ວັນ 18 ມີ​ອາ​ນາ​ຄົດທີ່​ແນ່ນອນ​ ແລະ​ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ຕັດ​ອອກ 19 ຈົ່ງ​ຟັງ​ເທີນ​ລູກ​ເອີຍ ຈົ່ງ​ສ​ລາດ​ແລະ​ຄີດ​ໃຫ້​ຄັກ​ແນ່​ໃນ​ທາງ​ທີ່​ເຈົ້າ​ດຳ​ເນີນ​ນັ້ນ 20 ຢ່າ​ຢູ່ໃກ້​ບຸກ​ຄົນ​ທີ່​ເມົາ​ເຫລົ້າ ຫລື​ຜູ້​ກິນ​ຫລາຍ ຄົນ​ຂີ້​ເມົາ​ແລະ​ຄົນ​ຂີ້​ໂລບ​ຈະ​ຍາກ​ຈົນ​ລົງ 21 ຖ້າ​ພວກ​ເຈົ້າ​ທັງ​ປວງ​ມີ​ແຕ່​ກິນ ແລະ​ນອນ​ເທົ່າ​ນັ້ນ ບໍ່​ເຫິງ​ດອກ​ພວກ​ເຈົ້າ​ກໍ​ຈະ​ນຸ່ງ​ຜ້າ​ຂາດ 22 ຈົ່ງ​ຟັງ​ຄວາມ​ບິ​ດາຂອງ​ເຈົ້າຖ້າ​ບໍ່​ມີ​ທ່ານ​ເຈົ້າກໍ​ຈະ​ບໍ່​ມີ​ຊີ​ວິດ​ ເມື່ອ​ມານ​ດາຂອງ​ເຈົ້າ​ເຖົ້າ ຈົ່ງ​ຮູ້​ຈັກ​ຕອບ​ແທນ​ບຸນ​ຄຸນ​ທ່ານ 23 ເພາ​ະ​ວ່າ​ຄວາມ​ຈິງ​ປັນ​ຍາ ຄຳ​ສັ່ງ​ສອນ ແລະ​ຄວາມ​ເຂົ້າ​ໃຈ​ທີ່​ໄດ້​ຈາກ​ທ່ານ​ນັ້ນ​ມີ​ຄຸນ​ຄ່າ​ຫລາຍ ມັນ​ເປັນ​ສິ່ງ​ທີ່​ເຈົ້າ​ສົມ​ຄວນ​ຊີ້​ໄວ້ ແຕ່​ບໍ່ສົມ​ຄວນ​ຂາຍ 24 ຖ້າ​ລູກ​ເປັນ​ຄົນ​ຊອບ​ທັມ ບິ​ດາກໍ​ມີ​ຄວາມ​ສຸກ ແລະ​ຖ້າ​ເປັນ​ຄົນ​ສ​ລາດບິ​ດາ​ກໍ​ພາກ​ພູມ​ໃຈ 25 ຈົ່ງ​ທຳ​ໃຫ້​ບິ​ດາ​ມານ​ດາ​ຂອງ​ເຈົ້າ​ພາກ​ພູມ​ໃຈໃນ​ຕົວ​ເຈົ້າ ແລະ​ທຳ​ໃຫ້​ມານ​ດາ​ມີ​ຄວາມ​ສຸກ 26 ລູກ​ເອີຍ ຂໍ​ໃຈ​ຂອງ​ເຈົ້າ​ໃຫ້​ເຮົາ​ເຖີດ ແລະ​ໃຫ້​ຕາ​ຂອ​ງ​ເຈົ້າ​ສັງ​ເກດເບິ່ງ​ທາງ​ຂອງ​ເຮົາ 27 ເພາະ​ຍິງ​ແພ​ດ​ສະ​ຍາ​ເປັນ​ຫລຸມ​ເລິກ ແລະ​ຍິງ​ສັນ​ຈອນ​ເປັນ​ເຫມືອນ​ບໍ່​ແຄບ 28 ນາງ​ຫມ​ອບ​ຄອຍ​ຢູ່​ເຫມືອນ​ໂຈນ ແລະ​ເພີ້ມ​ຄົນ​ທີ່​ບໍ່​ຊື່​ຂຶ້ນຖ້າມ​ກາງ​ມະ​ນຸດ 29 ໃຜ​ທີ່​ຮ້ອງ​ໂອຍ ໃຜ​ທີ່​ຮ້ອງ​ອຸຍ ໃຜ​ທີ່​ມີ​ການ​ວິ​ວາດ ໃຜ​ທີ່​ມີ​ການ​ຮ້ອງ​ຄາງ ໃຜ​ທີ່​ມີ​ບາດ​ແຜ​ປາສ​ຈາກ​ສາ​ເຫດ ໃຜ​ທີ່​ມີ​ຕາ​ແດງ 30 ຄື​ຜູ້​ດື່ມ​ເຫລົ້າ​ຈະ​ມີ​ຄວາມ​ລຳ​ບາກ​ໃຈ ແລະ​ມີ​ສຽງ​ຮ້ອງ​ຄາງ​ສ​ເມີ ຕາ​ຂອງ​ເຂົາ​ຈະ​ແດງ​ກ່ຳ ແລະ​ມີ​ບາດ​ແຜ​ຕາມ​ຕົນ​ຕົວ 31 ສະ​ນັ້ນ​ ຢ່າ​ຄິດ​ສະ​ອອນ​ເຫລົ້າ​ອະ​ງຸ່ນ​ເລີຍ ເພາະ​ວ່າ​ເຖິງ​ແມ່ນ​ມັນ​ຈະ​ງາມ​ໃນ​ເວ​ລາ​ເຈົ້າ​ສັ່ນ ແລະ​ເປັນ​ສີ​ແດງ​ໃສ​ສະ​ອາດ​ຈົນ​ສ່ອງ​ເຫັນ​ເງົາ​ກໍ​ຕາມ 32 ແຕ່​ເມື່ອ​ເຈົ້າ​ດື່ມ​ແລ້ວ ສຸດ​ທ້າຍ​ເຈົ້າ​ກໍ​ຈະ​ຮູ້​ສຶກ​ເຈັບ​ເຫມືອນ​ຖືກ​ງູ​ພິດ​ຕອດ 33 ຕາ​ຂອງ​ເຈົ້າ​ຈະ​ເຫັນ​ສິ່ງ​ແປກໆ ແລະ​ໃຈ​ຂອງ​ເຈົ້າ​ຈະ​ເວົ້າ​ຕະ​ລົບ​ຕະ​ແລງ 34 ເຈົ້າ​ຈະ​ເປັນ​ເຫ​ມືອນ​ຄົນ​ທີ່​ນອນ​ຢູ່​ກາງ​ທະ​ເລ​ຢ່າງ​ຄົນ​ທີ່​ນອນ​ຢູ່​ເທິງ​ເສົາ​ກາງ​ເຮືອ 35 ເຈົ້າ​ຈະ​ວ່າ, “ເຂົາ​ຕີ​ຂ້າ​ພະ​ເຈົ້າ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຈັບ ເຂົາ​ທຸບ​ຂ້າ​ພະ​ເຈົ້າ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ສຶກ ຂ້າ​ພະ​ເຈົ້າ​ຈະ​ຕື່ນ​ເມື່ອ​ໃດ​ຫນໍ ຂ້າ​ພະ​ເຈົ້າ​ຈະ​ສ​ແວງ​ການ​ດື່ມ​ອີກ”

ສຸພາສິດ 24

1 ຢ່າ​ຄິດ​ຣີ​ສ​ຍາ​ຄົນ​ຊົ່ວ ຫລື​ປາຖ​ນາ​ຢູ່​ຮ່ວມ​ກັບ​ເຂົາ 2 ເພາະ​ວ່າ​ໃຈ​ຂອງ​ເຂົາ​ຄິດ​ປ​ະ​ກອບ​ການ​ທາ​ຣຸນ ແລະ​ຮິມ​ຝີ​ປາກ​ຂອງ​ເຂົາ​ເວົ້າໃຫ້​ຄົນ​ເຈັບ​ໃຈ 3 ມີ​ປັນ​ຍາ ແລະ​ມີ​ຄວາມ​ເຂົ້າ​ໃຈ​ຈຶ່ງ​ສ້າງ​ເຮືອນ​ໄດ້ 4 ມີ​ຄວາມ​ຮູ້​ຈຶ່ງ​ໄດ້​ຂອງ​ມີ​ຄ່າ​ແລະ​ຂອງ​ງົດ​ງາມ​ເຕັມ​ຢູ່​ໃນ​ຫ້ອງ 5 ຄົ​ນ​ສ​ລາດມີ​ກຳ​ລັງ​ຫລາຍ ແລະ​ຄົນ​ມີ​ຄວາມ​ຮູ້​​ກໍ​ເພີ້ມ​ກຳ​ລັງຂຶ້ນ 6 ຄື​ໂດຍ​ການ​ນຳ​ທີ່​ສ​ລາດ​ ເຈົ້າ​ກໍ​ເຂົ້າ​ສ​ະ​ຫນາມ​ຮົບ ໄດ້ ແລະ​ດ້ວຍ​ມີ​ທີ່​ປຶກ​ສາ​ຫລາຍໆ​ກໍ​ມີ​ຊັຍ​ຊ​ະນະ 7 ສຳ​ລັບ​ຄົນ​ໂງ່​ນັ້ນ​ປັນ​ຍາ​ສູງ​ເກີນ​ໄປ ທີ່​ປະ​ຕູ​ເມືອງ​ເຂົາ​ບໍ່​ອ້າ​ປາກ​ເວົ້າ 8 ບຸກ​ຄົນ​ຜູ້​ກະ​ແຜນ​ງານ​ທຳ​ຄວາມ​ຊົ່ວ ເຂົາ​ເອີ້ນກັນ​ວ່າ​ຄົນ​ເຈົ້າ​ເລ່ 9 ກາ​ນຄິດ​ປະ​ດີດ​ຄວາມ​ໂງ່​ເປັນ​ບາບ ແລະ​ຄົນ​ມັກ​ເຍາະ​ເຍີ້ຍ​ເປັນ​ທີ່​ຫນ້າ​ກຽດ​ຊັງ​ແກ່​ມະ​ນຸດ 10 ຖ້າ​ເຈົ້າ​ທໍ້​ຖອຍ​ໃຈ​ໃນ​ວັນ​ເຄາະ​ຮ້າຍ ກຳ​ລັງ​ຂອງ​ເຈົ້າ​ກໍ​ຫນ້ອຍ 11 ຈົ່ງ​ຊ່ອຍ​ບັນ​ດາ​ຜູ້​ທີ່​ຖືກ​ນຳ​ໄປ​ສູ່​ຄວາມ​ມໍ​ຣະ​ນາ ຈົ່ງ​ຊ່ອຍ​ຍຶດ​ບັນ​ດາ​ຜູ້​ທີ່​ພວມ​​ໄປເພື່ອ​ຖືກ​ຂ້າ 12 ຖ້າ​ເຈົ້າ​ຈະ​ວ່າ, “ເບິ່ງ​ແມ໋, ເຮົາ​ບໍ່​ຮູ້​ເຣື່ອງ​ນີ້​ເລີຍ” ພຣະ​ອົງ​ຜູ້​ຊົງ​ຊັ່ງ​ໃຈ​ຈະ​ບໍ່​ຊົງ​ເຫັນ​ຫລື ພຣະ​ອົງ​ຜູ້​ຊົງ​ເຝົ້າ​ວິນ​ຍານ​ຢູ່​ເຫນືອ​ເຈົ້າ​ຈະ​ບໍ່​ຊາບ​ຫລື ແລະ​ພຣະ​ອົງ​ຈະ​ບໍ່​ຊົງ​ເອີ້ນ​ເອົາ​ຈາກ​ຄົນ​ຕາມ​ການ​ກະ​ທຳ​ຂອງ​ເຂົາ​ຫລື 13 ລູກ​ເອີຍ ຈົ່ງ​ຮັບ​ປະ​ທານ​ນ້ຳ​ເຜິ້ງ​ເພາະ​ເປັນ​ຂອງ​ດີ ແລະ​ນ້ຳ​ເຜິ້ງ​ທີ່​ຢົດ​ຈາກ​ຮັງ​ນັ້ນ​ມີ​ຣົດ​ຫວານ​ 14 ຈົ່ງ​ຮູ້​ເຖີດ​ວ່າ​ປັນ​ຍາ​ກໍ​ເປັນ​ເຊັ່ນ​ນັ້ນ​ແກ່​ວິນ​ຍານ ຖ້າ​ເຈົ້າ​ພົບ​ປັນ​ຍາ​ກໍ​ຈະ​ມີ​ອານາ​ຄົດ ແລະ​ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ຕັດ​ອອກ 15 ຢ່າ​ຫມອບ​ຄອຍ​ຢ່າງ​ຄົນ​ຊົ່ວ​ຮ້າຍ​ເພື່ອ​ຕໍ່​ສູ້​ກັບ​ທີ່​ອາ​ໄສ​ຂອງ​ຄົນ​ຊອບ​ທັມ ຢ່າ​ທຳ​ທາ​ຣຸນ​ແກ່​ເຮືອນ​ຂອງ​ເຂົາ 16 ເພາະ​ຄົນ​ຊອບ​ທັມ​ລົ້ມ​ລົງ​ເຈັດ​ຄັ້ງ​ແລ້ວກໍ​ລຸກ​ຂຶ້ນ​ອີກ ແຕ່​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ຄວາມ​ຈິບ​ຫາຍ​ທຳ​ລາຍລົງ​ເລີຍ 16 ຢ່າ​ດີ​ໃຈເມື່ອ​ສັດ​ຕຣູ​ຂອງ​ເຈົ້າ​ໄດ້​ຮັບ​ໄພ​ວິ​ບັດ ຖ້າ​ເຈົ້າ​ດີ​ໃຈ ພຣະ​ຜູ້​ເປັ​ນ​ເຈົ້າ​ຈະ​ຊົງ​ຊາບ​ແລະ​ຈະບໍ່​ຊົງ​ພໍ​ພຣະ​ທັຍ 17 ແລ້ວ​ພຣະ​ອົງ​ອາດ​ຊົງ​ປ່ຽນ​ພຣະ​ທັຍ​ບໍ່​ຊົງ​ລົງ​ໂທດ​ສັດ​ຕຣູ​ຂອງ​ເຈົ້າ 18 ຢ່າ​ອຸກ​ໃຈ​ຍ້ອນ​ຄົນ​ຊົ່ວ ແລະ​ຢ່າອິດ​ສາ​ບັງ​ບຽດ​ເຂົາ 19 ເພາະ​ວ່າ​ຄົນ​ຊົ່ວ​ຈະ​ບໍ່​ໄດ້​ຫຍັງ​ໃນ​ອານາ​ຄົດ ຕະ​ກຽງ​ຂອງ​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ດັບ​ເສັຽ 20 ລູກ​ເອີຍ ຈົ່ງ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ຣາ​ຊາ ຢ່າ​ຂັດ​ຂືນ​ພຣະ​ທັຍ​ຂອງ​ທັງ​ສອງ​ພຣະ​ອົງ​ເລີຍ 21 ເພາະ​ໄພ​ວິບັດ​ຈາກ​ພຣະ​ອົງ​ທັງສອງ​ຈະ​ອຸ​ບັດຂຶ້ນ​ໂດຍ​ໄວ ແລະ​ຜູ້​ໃດ​ຈະ​ຊາບ​ເຖິງ​ຄວາມ​ພິ​ນາດ​ທີ່​ຈ​ະ​ມາ​ຈາກ​ພຣະ​ອົງ​ທັງ​ສອງ 22 ຂໍ້​ຄວາມ​ເຫລົ່າ​ນີ້​ເປັນ​ຄຳ​ກ່າວ​ຂອງ​ນັກ​ປາດ​ດ້ວຍ ການ​ລຳ​ອຽງ​ໃນ​ການ​ຕັດ​ສິນ​ນັ້ນ​ບໍ່​ດີ​ເລີຍ 23 ບຸກ​ຄົນ​ຜູ້​ກ່າວ​ແກ່​ຄົນ​ຊົ່ວ​ຮ້າຍ​ວ່າ, “ເຈົ້າ​ໄຮ້​ຄວາມ​ຜິດ” ຈະ​ຖືກ​ຊົນ​ຊາດທັງ​ຫລາຍ​ແຊ່ງ ແລະ​ປະ​ຊາ​ຊົນ​ລັງ​ກຽດ 24 ແຕ່​ບັນ​ດາ​ຜູ້​ຂະ​ຫນາບ​ເຂົາ​ຈະ​ມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ​ພອນ​ອັນ​ດີ​ຈະ​ມີ​ຢູ່​ກັບ​ເຂົາ 25 ຜູ້​ໃຫ້​ຄຳ​ຕອບທີ່​ຖືກ ຈະ​ຈູບ​ຮີມ​ຝີ​ປາກ 26 ຈົ່ງ​ຕຽມ​ງານ​ຂອງ​ເຈົ້າ​ທີ່​ພາຍນອກ ທຳ​ທຸກ​ຢ່າງ​ຂອງ​ເຈົ້າ​ໃຫ້​ພ້ອມ​ທີ່​ໃນ​ນາ​ແລະ​ຫລັງ​ຈາກ​ນັ້ນ​ກໍ​ຈົ່ງ​ສ້າງ​ເຮືອນ​ຂອງ​ເຈົ້າ 27 ຢ່າ​ເປັນ​ພ​ຍານ​ບໍ່​ຈິງ​ຕໍ່​ເພື່ອນ​ບ້ານຂອງ​ເຈົ້າ​ຢ່າງ​ບໍ່​ມີ​ສາ​ເຫດ ແລະ​ຢ່າ​ລໍ້​ລວງ​ດ້ວຍ​ຮິມ​ຝີ​ປາກ​ຂອງ​ເຈົ້າ 28 ຢ່າ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ກະ​ທຳ​ແກ່​ເຂົາ​ຢ່າງ​ທີ່​ເຂົາ​ໄດ້​ທຳ​ແລ້ວ​ແກ່​ຂ້າພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ທຳ​ຕອບ​ແກ່​ເຂົາ​ຢ່າງ​ທີ່​ເຂົາ​ໄດ້​ກະ​ທຳ” 29 ເຣົາ​ຜ່ານ​ໄປ​ທີ່​ໄຮ່​ນາ​ຂອງ​ຄົນ​ທີ່​ຂີ້​ຄ້ານ ຂ້າງ​ສວນ​ອະ​ງຸ່ນ​ຂອງ​ຄົນ​ທີ່​ໄຮ້​ສາ​ມັນ​ສຳ​ນຶກ 30 ແລະ​ນີ້​ແຫລະ ມີ​ຟຸ່ມ​ຫນາມ​ເຕັມ​ໄປ​ຫມົດ ແລະ​ແຜ່ນ​ດິນ​ກໍ​ເຕັມ​ໄປ​ດ້ວຍຫຍ້າ​ປົ່ງ​ຂຶ້ນທົ່ວ​ໄປ ແລະ​ກຳ​ແພງ​ຫີນ​ຂອງ​ມັນ​ກໍ​ເພ​ພັງລົງ 31 ແລ້ວເຣົາ​ໄດ້​ເຫັນ ແລະ​ພິ​ເຄາະ​ເບິ່ງ ເຮົາ​ມອງ​ເບິ່ງແລະ​ໄດ້​ຮັບ​ຄຳ​ສັ່ງ​ສອນ 32 “ມ້ອຍ​ຫລັບ​ໄປ​ພັກ​ນຶ່ງ​ພໍ​ຢຽດ​ເສັ້ນ​ຢຽດ​ເອັນ ແລະ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ໃຫ້​ສະ​ບາຍ” 33 ແລ້ວ​ຄວາມ​ຈົນ​ຈະ​ມາ​ຫາ​ເຈົ້າ​ຢ່າງ​ຂະ​ໂມຍ ຄວາມ​ຂັດ​ສົນ​ຢ່າງ​ຄົນ​ຖື​ອາ​ວຸດ

ສຸພາສິດ 25

ສຸພາ​ສິດ​ໂຊໂລ​ໂມນ

1 ຕໍ່​ໄປ​ນີ້​ເປັນ​ສຸ​ພາ​ສິດ​ຂອງ​ໂຊ​ໂລໂມນ​ເຫມືອນ​ກັນ ຊຶ່ງ​ຄົນ​ຂອງ​ເຮ​ເຊ​ກີ​ຢາ ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ​ໄດ້​ກ່າຍ​ອອກ​ໄວ້ 2 ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ຄື​ການ​ເຊື່ອງ​ສິ່ງ​ຕ່າງໆ​ໄວ້ ແຕ່​ສັກ​ສີ​ຂອງ​ພຣະ​ຣາ​ຊາ​ຄື​ການ​ຄົ້ນ​ສິ່ງ​ຕ່າງໆ​ໃຫ້​ປາ​ກົດ 3 ຟ້າ​ສວັນ​ສູງ​ສັນ​ໃດ ແລະ​ແຜ່ນ​ດິນ​ເລິກ​ສັນ​ໃດ ພຣະ​ທັຍ​ຂອງ​ພຣະ​ຣາ​ຊາ​ກໍ​ເຫລືອ​ຈະ​ຫຍັ່ງ​ຮູ້​ສັນ​ນັ້ນ 4 ຈົ່ງ​ໄລ່​ສິ່ງ​ເປິ​ເປື້ອນ​ອອກ​ຈາກ​ເງິນ​ເສັຽ ແລ້ວ​ຈະ​ມີ​ວັດ​ຖຸ​ສຳ​ລັບ​ຊ່າງ​ທຳ​ຂັນ 5 ຈົ່ງ​ຄົນ​ຊົ່ວ​ຮ້າຍ​ອອກ​ໄປ​ເສັຽ​ຈາກ​ພຣະ​ພັກ​ພຣະ​ຣາ​ຊາ ແລະ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ຈະ​ສະ​ຖາ​ປະ​ນາ​ໄວ້​ດ້ວຍ​ຄວາມ​ຊອບ​ທັມ 6 ຢ່າ​ເອົາ​ຕົວ​ເຈົ້າ​ຂຶ້ນ​ມາ​ຂ້າງ​ຫນ້າ​ຕໍ່​ພຣະ​ພັກ​ພຣະ​ຣາ​ຊາ ຫລື​ຢືນ​ຢູ່​ໃນ​ທີ່​ຂອງ​ຜູ້​ຫລັກ​ຜູ້​ໃຫຍ່ 7 ເພາະ​ທີ່​ຈະ​ໃຫ້​ເຂົາ​ວ່າ, “ເຊີນ​ມາ​ທີ່​ນີ້” ກໍ​ດີ​ກວ່າ​ຖືກ​ໄ​ລ່​ລົງ​ໄປທີ່​ຕ່ຳ​ຕໍ່​ຫນ້າ​ເຈົ້າ​ນາຍ ສິ່ງ​ທີ່​ຕາຂອງ​ເຈົ້າ​ນາຍ​ເຫັນ 8 ຢ່າຟ້າວ​ດ່ວນ​ນຳ​ເຂົ້າ​ມາ​ຍັງ​ໂຮງ​ສານ ເພາະ​ເມື່ອ​ເພື່ອນ​ບ້ານ​ຂອງ​ເຈົ້າ​ທຳໃຫ້​ເຈົ້າ​ໄດ້​ອາຍແລ້ວ ໃນ​ທີ່​ສຸດ​ເຈົ້າ​ຈະ​ທຳ​ຢ່າງ​ໃດ 9 ຈົ່ງ​ຕົກ​ລົງ​ເຣື່ອງ​ຂອງ​ເຈົ້າ​ກັບ​ເພື່ອນ​ບ້ານ​ຂອງ​ເຈົ້າ ແລະ​ຢ່າ​ທຳ​ໃຫ້​ເຜີຍ​ຄວາມ​ລັ​ບ​ຂອງ​ເຂົາ 10 ຢ້ານ​ວ່າ​ຜູ້​ທີ່​ໄດ້​ຍິນ​ຈະ​ນຳ​ຄວາມອາຍ​ມາ​ສູ່​ເຈົ້າ ແລະ​ຊື່​ສຽງ​ຂອງ​ເຈົ້າ​ຈະ​ມົວ​ຫມອງຢູ່​ນານ 11 ຄຳ​ເວົ້າ​ອັນ​ຖືກ​ຕ້ອງ​ເຫມືອນ​ລາຍ​ຄຳ​ປະ​ດັບ​ຢູ່​ໃນ​ເງິນ 12 ຖ້ອຍ​ຄຳ​ທີ່​ຄົນ​ສ​ລາດ​ເຕືອນຜູ້ຍອມ​ທຳ​ຕາມ​ກໍ​ມີ​ຄຸ​ນ​ຄ່າ​ເທົ່າ​ກັບ​ແຫວນ ຫລື​ເຄື່ອງ​ເອ້​ທີ່​ທຳ​ດ້ວຍ​ຄຳ​ບໍ​ຣິ​ສຸດ 13 ຜູ້​ສົ່ງ​ຂ່າວ​ທີ່​ຊື່​ສັດຍ່ອມ​ທຳ​ໃຫ້​ຜູ້​ໃຊ້​ເຂົາ​ໄປ​ໄດ້​ຮັບ​ຄວາມ​ຊື່ນ​ບານ​ເຫມືອນ​ນ້ຳ​ເຢັນ​ໃນ​ຍາມ​ຮ້ອນ 14 ບຸກ​ຄົນ​ຜູ້​ສັນ​ຍາ​ວ່າ​ຈະ​ໃຫ້​ແຕ່​ບໍ່​ໃຫ້​ກໍ​ເຫມືອນ​ເມກ​ແລະ​ລົມ​ທີ່​ບໍ່​ມີ​ຝົນ 15 ຄວາມ​ພາກ​ພຽນ​ອາດ​ຈະ​ຊັກ​ຈູງ​ຜູ້​ຄອງ​ໄດ້ ແລະ​ລີ້ນ​ທີ່​ອ່ອນ​ຫວານ​ອາດ​ຈະ​ໂນ້ມ​ນ້າວ​ຈິດ​ໃຈ​ໃຫ້​ອ່ອນ​ລົງ​ໄດ້ 16 ຖ້າ​ເຈົ້າ​ພົບ​ນ້ຳ​ເຜິ້ງ ຈົ່ງ​ກິນ​ແຕ່​ພໍ​ດີ ຢ້ານ​ວ່າ​ເຈົ້າ​ຈະ​ອີ່ມ​ແລະ​ອາ​ຈຽນ​ອອກ​ມາ 17 ຈົ່ງ​ໃຫ້​ຕີນ​ຂອງ​ເຈົ້າ​ຢູ່​ໃນ​ເຮືອນ​ເພື່ອນບ້ານ​ຂອງ​ເຈົ້າ​ດົນໆ​ເທື່ອ​ນຶ່ງ ຢ້ານ​ວ່າເຂົາ​ຈະ​ເມື່ອຍ​ເພາະ​ເຈົ້າ ແລະ​ກຽດຊັງ​ເຈົ້າ 18 ຄົນ​ໃດ​ທີ່​ເປັນ​ພຍານ​ເທັດ​ກ່າວ​ໂທດ​ເພື່ອນ​ບ້ານ​ຂອງ​ເຂົາ ກໍ​ເຫມືອນ​ກະ​ບອງ​ເສິກ ຫລື​ດາບ ຫລື​ລູກ​ທະ​ນູ​ທີ່​ຄົມ 19 ການ​ວາງ​ໃຈ​ໃນ​ຄົນ​ທີ່​ບໍ່​ຊື່​ໃນ​ຍາມ​ລຳ​ບາກ ກໍ​ເຫມືອນ​ແຂ້ວ​ທີ່​ເສັຽ​ຫລື​ຕີນທີ່​ຫລຸດ​ໂບກ 20 ບັນ​ດາ​ຄົນ​ທີ່​ຮ້ອງ​ເພງ​ໃຫ້​ຄົນ​ຫນັກ​ໃຈ​ຟັງ ກໍ​ເຫມືອນ​ຄົນ​ຖອດ​ເຄື່ອງ​ແຕ່ງກາຍ​ອອກ​ໃນ​ວັນ​ທີ່​ອາ​ກາດ​ຫນາວ ແລະ​ເຫມືອນ​ເອົາ​ນ້ຳ​ສົ້ມ​ມາ​ແປະໃສ່​​ແຜ 21 ຖ້າສັດ​ຕຣູ​ຂອງ​ເຈົ້າ​ຫິວ​ເຂົ້າ ຈົ່ງ​ໃຫ້​ເຂົາ​ກິນ ຖ້າ​ເຂົາ​ຫິວ​ນ້ຳ ຈົ່ງ​ໃຫ້​ເຂົາ​ດື່ມ 22 ແລ້ວ​ຜົນ​ທີ່​ເຈົ້າ​ທຳ​ນັ້ນຈະ​ທຳ​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ທີ່​ສຸດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປະ​ທານ​ຮາງວັນ​ໃຫ້​ແກ່​ເຈົ້າ 23 ລົມເຫນືອນຳ​ຝົນ​ມາ​ສັນ​ໃດ ລີ້ນ​ທີ່​ສໍ່​ສຽດ​ກໍ​ນຳ​ຄວາມ​ໂກດ​ສັນ​ນັ້ນ 24 ຢູ່​ທີ່​ແຈ​ມຸມ​ເທິງ​ຫລັງ​ຄາ​ເຮືອນ​ດີກວ່າ​ຢູ່​ໃນ​ເຮືອນ​ຮ່ວມ​ກັບ​ຍິງ​ທີ່​ຈູ້​ຈີ້ 25 ຂ່າວ​ດີ​ຈາກເມືອງ​ໄກ​ ກໍ​ເຫມືອນ​ນ້ຳ​ເຢັນ​ທີ່​ໃຫ້​ແກ່​ຄົນ​ຫິວ 26 ຄົນ​ຊອບ​ທັມ​ທີ່​ຍ່ອມ​ແພ້​ແກ່​ຄົນ​ຊົ່ວ​ຮ້າຍ ກໍ​ເຫມືອນ​ນ້ຳ​ພຸ​ມີ​ຂີ້​ຕົມ ຫລື​ເຫມືອນ​ນ້ຳ​ບໍ່​ທີ່​ສົກ​ກະ​ປົກ 27 ທີ່​ຈະ​ກິນ​ນ້ຳ​ເຜິ້ງ​ຫລາຍ​ກໍ​ບໍ່​ດີ ສະ​ນັ້ນ​ຈຶ່ງ​ຄວນ​ປະ​ຫຍັດ​ຄຳ​ເວົ້າ​ຊົມ​ເຊີຍ 28 ຄົນ​ທີ່​ປາສ​ຈາກ​ການ​ປົກ​ຄອງ​ຕົນ​ເອງ ກໍ​ເຫມືອນ​ເມືອງ​ທີ່​ປັກ​ຫັກ​ພັງ​ແລະ​ບໍ່​ມີ​ກຳ​ແພງ

ສຸພາສິດ 26

1 ກຽດ​ຕິ​ຍົດ​ບໍ່​ເຫມາະ​ສົມ​ກັບ​ຄົນ​ໂງ່​ເຊັ່ນ​ດຽວ​ກັບ​ຫິມ​ມະ​ໃນ​ຣະ​ດູ​ຮ້ອນ ແລະ​ຝົນ​ໃນ​ຣະ​ດູ​ກ່ຽວ 2 ຄຳ​ສາບ​ແຊ່ງ​ທີ່​ໄຮ້​ເຫດ​ຜົນ​ຍ່ອມ​ບໍ່​ມາ​ເກາະ ເຊັ່ນ​ດຽວ​ກັບ​ນົກ​ຈອກ​ທີ່​ກຳ​ລັງ​ບິນ​ໄປ​ມາ ​ແລະ​ນົກ​ນາງແອ່ນ​ທີ່​ກຳ​ລັງ​ບິນ 3 ແສ້​ສຳ​ລັ​ບ​ມ້າ ບັງ​ຫຽນ​ສຳ​ລັບ​ລໍ ແລະ​ໄມ້​ແສ້​ສຳ​ລັບ​ຫລັງ​ຄົນ​ໂງ່ 4 ຢ່າຕອບ​ຄົນ​ໂງ່​ຕາມ​ຄວາມ​ໂງ່​ຂອງ​ເຂົາ ຢ້ານ​ວ່າ​ເຈົ້າ​ເອງ​ຈະ​ເປັນ​ເຫມືອນ​ເຂົາ​ 5 ຈົ່ງ​ຕອບ​ຄົນ​ໂງ່​ຕາມ​ຄວາມ​ໂງ່​ຂອງ​ເຂົາ ຢ້ານ​ວ່າ​ເຂົາ​ຈະ​ສ​ລາດ​ໃນ​ສາຍ​ຕາ​ຂອງ​ເຂົາ​ເອງ 6 ບຸ​ກຄົນ​ທີ່​ສົ່ງ​ຂ່າວ​ໄປ​ດ້ວຍ​ມື​ຂອງ​ຄົນ​ໂງ່ກໍ​ຕັດ​ຕີນຂອງ​ເຂົາ​ເອງ​ອອກ ແລະ​ດື່ມ​ຄວາມ​ເສັຽ​ຫາຍ 7 ສຸ​ພາ​ສິດ​ທີ່​ຢູ່​ໃນ​ປາກ​ຂອງ​ຄົນ​ໂງ່ ກໍ​ເຫມືອນ​ຂາ​ຂອງ​ຄົນ​ພິ​ການ​ທີ່​ຫ້ອຍ​ລົງ​ມາ​ຢ່າງ​ໄຮ້​ປໂຍດ 8 ບຸກ​ຄົນ​ຜູ້​ໃຫ້​ກຽດ​ແກ່​ຄົນ​ໂງ່ ກໍ​ເຫມືອນ​ຜູ້​ທີ່​ມັດ​ກ້ອນ​ຫີນ​ໄວ້​ກັບ​ສ​ລິ່ງ 9 ສຸ​ພາ​ສິດ​ທີ່​ຢູ່​ໃນ​ປາກ​ຂອງ​ຄົນ​ໂງ່ ກໍ​ເຫມືອນ​ຫນາມ​ຢູ່​ໃນ​ມື​ຄົນ​ຂີ້​ເມົາ 10 ບຸ​ກ​ຄົນ​ທີ່​ຈ້າງ​ຄົນ​ໂງ່ ຫລື​ຄົນ​ຂີ້​ເມົາ​ທີ່​ຜ່ານ​ໄປ ກໍ​ເຫມືອນ​ນັກ​ທະ​ນູ​ທີ່​ຍິງ​ຄົນ​ທຸກ​ຄົນ​ບໍ່​ເລື​ອກ​ຫນ້າ 11 ຄົນ​ໂງ່​ທີ່​ທຳ​ຄວາມ​ໂງ່​ຊ້ຳ​ແລ້ວ​ຊ້ຳ​ອີກ ກໍ​ເຫມືອນ​ຫມາ​ທີ່​ກັບ​ຄືນ​ໄປ​ຫາ​ສິ່ງ​ທີ່​ມັນ​ຮາກ​ອອກ​ມາ 12 ທ່ານ​ເຫັນ​ຄົນ​ທີ່​ຄິດ​ວ່າ​ຕົນ​ເອງ​ສ​ລາດ ຫລື​ຍັງ​ມີ​ຫວັງ​ໃນ​ຄົນ​ໂງ່​ໄດ້​ຫລາຍກວ່າ​ໃນ​ຄົນ​ເຊັ່ນ​ນັ້ນ 13 ຄົນ​ຂີ້ຄ້ານ​ເວົ້າ​ວ່າ, “ມີ​ຣາ​ຊ​ສີ​ຢູ່​ທີ່​ຖ​ນົນ ມີ​ສິງ​ຢູ່​ທີ່​ກາງ​ເມືອງ” 14 ປະ​ຕູ​ຫັນ​ໄປ​ມາ​ດ້ວຍ​ບານ​ພັບ​ຂອງ​ມັນ​ສັນ​ໃດ ຄົນ​ຂີ້​ຄ້ານກໍ​ທຳ​ເຊັ່ນ​ນັ້ນ​ຢູ່​ເທິງ​ຕຽງນອນ​ຂອງ​ເຂົາ 15 ຄົນ​ກຽດ​ຄ້ານ​ຝັງ​ມື​ຂອງ​ເຂົາ​ໄວ້​ໃນ​ຊາມ ເຂົາ​ເມື່ອຍ​ທີ່​ຈະ​ນຳ​ມື​ກັບ​ມາ​ທີ່​ປາກ​ຂອງ​ຕົນ 16 ຄົນ​ຂີ້​ຄ້ານ​ເຫັນ​ວ່າ​ຕົວ​ເອງ​ສ​ລາດ​ກວ່າ​ຄົນ​ເຈັດ​ຄົນ​ທີ່​ຕອບ​ໄດ້​ຢ່າງ​ຫລັກ​ແຫລມ 17 ບຸກ​ຄົນ​ທີ່​ເຂົ້າ​ຫຍຸ້ງ​ໃນ​ການ​ທະ​ເລາະ​ວິ​ວາດ ຊຶ່ງ​ບໍ່​ແມ່ນ​ເຣື່ອງ​ຂອງ​ເຂົາ​ເອງ ກໍ​ເຫມືອນ​ຄົນ​ຈັບ​ຫູ​ຫມາ​ຕົວ​ທີ່​ກຳ​ລັງ​ຜ່ານ​ໄປ 18 ເຫມືອນ​ກັບ​ຄົນ​ບ້າ​ທີ່​ໂຍນ​ດົ້ນ​ໄຟ ລູກ​ທະ​ນູ ແລະ​ຄວາມ​ຕາຍ​ອອກ​ໄປ 19 ຄົນລໍ້​ລວງ​ເພື່ອນ​ບ້ານ​ຂອງ​ເຂົາ ແລະ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ລໍ້​ຫລິ້ນ​ເທົ່າ​ນັ້ນ​ເອງ” 20 ເພາະ​ຂາດ​ຟືນ ໄຟ​ກໍ​ດັບ ແລະ​ທີ່​ໃດ​ທີ່​ບໍ່​ມີ​ຄົນ​ຊຸບ​ຊິບ​ການ​ທະ​ເ​ລາ​ະ​ວິ​ວາດ​ກໍ​ຢຸດ​ໄປ 21 ຖ່ານເປັນ​ເຊື້ອ​ເພີງ ແລະ​ຟືນ​ເປັນ​ເຊື້ອ​ໄຟ​ສັນ​ໃດ ຄົນ​ທີ່​ມັກ​ທະ​ເລາະ​ວິວາດ​ກໍ​ເປັນ​ເຊື້ອ​ການ​ວິ​ວາດ​ສັນ​ນັ້ນ 22 ຖ້ອຍ​ຄຳ​ຂອງ​ຄົນ​ປາກບ​ອນ​ເປັນ​ອາ​ຫານ​ທີ່​ແຊບ ມັນ​ລົງ​ໄປ​ຍັງ​ສ່ວ​ນ່​ຂ້າງ​ໃນ​ຂອງ​ຮ່າງ​ກາຍ 23 ຮິມ​ຝີ​ປາກ​ທີ່​ລາບ​ຣື່​ນ​ກັບ​ໃຈ​ທີ່​ຊົ່ວ​ຮ້າຍ ກໍ​ເຫມືອນ​ນ້ຳ​ຢາ​ເຄືອບ​ທີ່​ອາບ​ຢູ່​ເທິງ​ພາ​ຊ​ນະ​ດິນ 24 ບຸກ​ຄົນ​ທີ່​ກຽດ​ຜູ້ອື່ນ ກໍ​ສໍ​ພໍ​ດ້ວຍ​ລີ້ນ​ຂອງ​ຕົນ ແລະ​ຕໍ​ແຫລ​ຢູ່​ໃນ​ໃຈ 25 ເມື່ອ​ເຂົາ​ເວົ້າ​ຢ່າງ​ໃຈ​ກະ​ຣຸ​ນາ​ຢ່າ​ເຊື່ອ​ເຂົາ ເພາະ​ມີ​ສິ່ງ​ຫນ້າ​ກຽດ​ຫນ້າ​ຊັງ​ຮ້ອຍ​ແປດ​ຢູ່​ໃນ​ໃຈ​ຂອງ​ເຂົາ 26 ເຖິງ​ແມ່ນ​ວ່າເຂົາ​ຈະ​ປິດ​ຄວາມ​ກຽດ​ຊັງ​ຂອງ​ເຂົາ​ໄວ້​ດ້ວຍ​ເລ່ ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ​ເຜີຍ​ອອກ​ໃນ​ທີ່​ປະ​ຊຸ​ມ 27 ບຸກ​ຄົນ​ທີ່ຂຸດ​ຫລຸມ​ພາງ ເຂົາ​ຈະ​ຕົກ​ລົງ​ໄປ​ເອງ ຜູ້​ໃດ​ໃຫ້​ກ້ອນ​ຫີນ​ກີ້ງ​ມາ ມັນ​ຈະ​ກັບ​ທັບ​ເຂົາ​ເອງ 28 ລີ້ນ​ທີ່​ມຸ​ສາ​ກຽດ​ຊັງ​ຜູ້​ທີ່​ມັນ​ທຳ​ລາ​ຍ ແລະ​ປາກ​ທີ່​ປ້ອຍ​ກໍ​ທຳ​ຄວາ​ມພິ​ນາດ

ສຸພາສິດ 27

1 ຢ່າ​ໂອ້ອວດ​ເຣື່ອງ​ມື້​ອື່ນ ເພາະ​ເຈົ້າ​ບໍ່​ຮູ້ດອກວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ໃນ​ບັດ​ນີ້​ແລະ​ຕໍ່​ໄປ 2 ຈົ່ງ​ທຳ​ໃຫ້​ຄົນ​ອື່ນ​ຍ້ອງ​ຍໍ​ເຈົ້າ ເຖິງ​ແມ່ນ​ເຂົາ​ເປັນ​ຄົນ​ຕ່າງ​ປະ​ເທດ​ກໍ​ຕາມ ແຕ່​ຢ່າ​ຍ້ອງ​ຍໍ​ຕົວ​ເອງ 3 ຄວາມ​ຫຍຸ້ງ​ຍາກ​ທີ່​ຄົນ​ໂງ່ກໍ່​ຂຶ້ນ​ຫນັກ​ກວ່າ​ຫີນແລະ​ຊາຍ 4 ຄວາມ​ໂກດ​ນັ້ນ​ໂຫດ​ຮ້າຍ​ແລະ​ເປັນ​ອັນ​ຕະ​ຣາຍ ແຕ່​ຄວາມ​ອິ​ດ​ສາ​ບັງ​ບຽດ​ແຮງ​ຮ້າຍກວ່າ​ນັ້ນ​ອີກ 5 ບ​ອກ​ສອນ​ກັນ​ຢ່າງ​ເປີດ​ເຜີຍ​ດີກວ່າ​ໃຫ້​ຜູ້​ນັ້ນ​ຄິດ​ວ່າ​ເຈົ້າ​ບໍ່​ຄິດ​ເຖິງ​ເຂົາ​ເລີຍ 6 ເພື່ອນ​ຮັກ​ແພງ​ກັນ​ທຳ​ໃຫ້​ເຈົ້າ​ເຈັບ​ໃຈ​ບໍ່​ສຳ​ຄັນ​ຫຍັງ ແຕ່​ຖ້າ​ສັດ​ຕຣູ​ເອົາ​ແຂນ​ກ່າຍ​ບ່າ​ຂອງ​ເຈົ້າ​ຕ້ອງ​ລະ​ວັງ​ໃຫ້​ດີ 7 ບຸກ​ຄົນ​ທີ່​ອີ່ມ​ແລ້ວ ນ້ຳ​ເຜິ້ງ​ກໍ​ຫນ້າ​ເບື່ອ ແຕ່​ສຳ​ລັບ​ຜູ້​ທີ່​ຫິວ ທຸກ​ສິ່ງ​ທີ່​ຂົມ​ກໍ​ກັບ​ຫວານ 8 ຄົນ​ທີ່​ຫນີ​ໄປ​ຈາກ​ບ້ານ​ຂອງ​ຕົນ ກໍ​ເຫມືອນ​ນົກ​ທີ່​ຫນີໄປ​ຈາກ​ຮັງ​ຂອງ​ມັນ 9 ນ້ຳ​ມັນ​ແລະ​ນ້ຳ​ຫອມ​ກະ​ທຳ​ໃຫ້​ໃຈ​ຍິນ​ດີ ແລະ​ຄຳ​ເຕືອນ​ສະຕິ​ອັນ​ອ່ອນ​ຫວານ​ຂອງ​ເພື່ອນ​ກໍ​ເປັນ​ທີ່​ໃຫ້​ຊື່ນ​ໃຈ 10 ຢ່າ​ປະ​ຖິ້ມ​ມິດ​ຂອງ​ເຈົ້າ ແລະ​ມິດ​ຂອງ​ບິ​ດາ​ເຈົ້າ ແລະ​ຢ່າ​ໄປ​ທີ່​ເຮືອນ​ພີ່​ນ້ອງ​ຂອງ​ເຈົ້າ​ໃນ​ວັນ​ລຳ​ບາກ​ຍາກ​ເຢັນ​ຂອງ​ເຈົ້າ 11 ລູກ​ເອີຍ ຈົ່ງ​ສ​ລາດ ແລະ​ກະ​ທຳ​ໃຈ​ຂອງ​ເຮົາ​ໃຫ້​ຍິນ​ດີ ເພື່ອ​ເຮົາ​ຈະ​ຕອບ​ບຸກ​ຄົນ​ທີ່​ຕຳ​ຫນິ​ເຮົາ​ໄດ້ 12 ຄົນ​ຫຍັ່ງ​ຮູ້ ເຫັນ​ອັນ​ຕະ​ຣາຍ ແລະ​ເຊື່ອງ​ຕົວ​ຂອງ​ເຂົາ​ເສັຽ ແຕ່​ຄົນ​ໂງ່​ເດີນ​ເລື້ອຍ​ໄປ ແລະ​ຮັບ​ອັນ​ຕະ​ຣາຍ​ນັ້ນ 13 ຈົ່ງ​ຍຶດ​ເສື້ອ​ຜ້າ​ຂອງ​ເຂົາ​ໄວ້ ເມື່ອ​ເຂົາ​ເປັນ​ປະ​ກັນ​ໃຫ້​ຄົນ​ອື່ນ ແລະ​ຍຶດ​ຕົວ​ເຂົາ​ໄວ້ ເມື່ອ​ເຂົາ​ຮັບ​ປະ​ກັນ​ຍິງ​ຕ່າງ​ດ້າວ 14 ບຸກ​ຄົນ​ທີ່​ຕື່ນ​ແຕ່​ເຊົ້າ​ມືດ​ໄປ​ອວຍ​ພອນ​ເພື່ອນ​ບ້ານ​ດ້ວຍ​ສຽງ​ດັງ ເຂົາ​ກັບ​ຈະ​ເຫັນ​ວ່າ​ເປັນ​ຄຳ​ສາບ​ແຊ່ງ 15 ຝົນ​ຍ້ອຍ​ແປະໆ​ບໍ່​ຢຸດ​ໃນ​ຣະ​ດູ​ຝົນ​ສັນ​ໃດ ຜູ້​ຍິງ​ທີ່​ຈູ້​ຈີ້​ກໍ​ເຫມືອນ​ກັນ​ສັນ​ນັ້ນ 16 ທີ່​ຈະ​ຍັບ​ຍັ້ງ​ນາງ​ກໍ​ເຫມືອນ​ຍັງ​ຍັ້ງ​ລົມ ຫລື​ກຳນ້ຳ​ມັນ​ດ້ວຍມື​ຂວາ 17 ເຫລັກ​ລັບ​ເຫລັກ​ໄດ້ ຄົນ​ນຶ່ງ​ກໍ​ຮັບ​ເພື່ອນ​ບ້ານ​ຂອງ​ຕົນ​ໄດ້ 18 ບຸກຄົນ​ທີ່​ດູ​ແລ​ຕົ້​ນ​ຫມາກ​ເດື່ອ​ຈະ​ໄດ້​ກິນ​ຜົນ​ຂອງ​ມັນ ແລະ​ບຸ​ກ​ຄົນ​ທີ່​ລະ​ມັດ​ລະ​ວັງ​ນາຍ​ຂອງ​ຕົນ​ຈະ​ໄດ້​ຮັບ​ກຽດ 19 ໃນ​ນ້ຳ ຄົນ​ເຫັນ​ຫນ້າ​ຄົນ​ສັນ​ໃດ ຄວາມ​ຄິດ​ຂອງ​ຄົນ​ກໍ​ສໍ່​ຄົນ​ສັນ​ນັ້ນ 20 ແດນ​ຜູ້​ຕາຍ​ແລະ​ແດນ​ພິ​ນາດ​ບໍ່​ຮູ້​ຈັກ​ອິ່ມ ຕາ​ຂອງ​ຄົນ​ເຮົາ​ກໍ​ບໍ່​ຮູ້​ຈັກ​ອີ່ມ 21 ເບົ້າ​ມີ​ໄວ້​ສຳ​ລັບ​ເງິນ ເຕົາ​ຖະ​ລຸງ​ມີ​ໄວ້​ສຳ​ລັບ​ຄຳ ຄຳ​ສັຣ​ເສີນ​ຂອງ​ຄົນ​ຈະ​ພິ​ສູດ​ຄົນ 22 ເອົາ​ຄົ​ນ​ໂງ່​ໃສ່​ຄົກ​ຕຳ​ດ້ວຍ​ສາກ ພ້ອມກັບ​ເຂົ້າ​ຕົ້ມ ຄົນ​ໂງ່​ກໍ​ຍັງ​ໂງ່​ຢູ່​ນັ້ນ​ເອງ 23 ຈົ່ງ​ຮູ້​ຄວາມທຸກ​ສຸກ​ຂອງ​ຝູງ​ແບ້ ແກະ​ຂອງ​ເຈົ້າ​ໃຫ້​ດີ ແລະ​ຈົ່ງ​ເອົາ​ໃຈ​ໃສ່​ຝູງ​ງົວ​ຂອງ​ເຈົ້າ 24 ເພາ​ະ​ຄວາມ​ຮັ່ງ​ມີ​ບໍ່​ໄດ້​ທົນ​ຢູ່​ໄດ້​ເປັນ​ນິດ ແລະ​ມົງ​ກຸດ​ທົນ​ຢູ່​ໄດ້​ຊົ່ວ​ຊາດ​ເຊື້ອ​ສາຍ​ຫລື 25 ເມື່ອ​ເກັບ​ຫຍ້າ​ແຫ້ງ​ໄປ​ແລ້ວ ແລະ​ຫຍ້າ​ງອກ​ໃຫມ່​ປາ​ກົດ​ຂຶ້ນ​ມາ ແລະ​ເຂົາ​ເກັບ​ຜັກ​ຫຍ້າ​ຕ່າງໆ​ທີ່​ພູ​ເຂົາ​ກັນ​ແລ້ວ 26 ເມື່ອ​ນັ້ນ​ລູກ​ແກະ​ຈະ​ໃຫ້​ເສື້ອ​ຜ້າ​ແກ່​ເຈົ້າ ແລະ​ແບ້​ກໍ​ຈະ​ເປັນ​ຄ່າ​ນາ 27 ຈະ​ມີ​ນົມ​ແບ້​ເປັນ​ອາ​ຫານ​ແກ່​ເຈົ້າ​ພຽງ​ພໍ ທັງ​ເປັນ​ອາ​ຫານ​ແກ່​ຄົວ​ເຮືອນ​ຂອງ​ເຈົ້າ ແລະ​ເປັນ​ເຄື່ອງ​ລ້ຽງ​ຊີ​ວິດສາວ​ໃຊ້​ຂອງ​ເຈົ້າ

ສຸພາສິດ 28

1 ຄົນ​ຊົ່ວ​ຮ້າຍກໍ​ຫນີ​ເມື່ອ​ບໍ່​ມີ​ໃຜ​ໄລ່​ຕາມ ແຕ່​ຄົນ​ຊອບ​ທັມ​ກໍ​ກ້າ​ຫານ​ຢ່າງ​ສິງ​ຫນຸ່ມ 2 ເມື່ອ​ແຜ່ນ​ດິນ​ທໍ​ຣະ​ຍົດ​ກໍ​ມີ​ຜູ້​ຄອບ​ຄອງ​ເພີ້ມຂຶ້ນ ແຕ່​ດ້ວຍ​ຄົນ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ຮູ້ ສະ​ຖຽນ​ຣະ​ພາບ​ແຜ່ນ​ດິນ​ນັ້ນ​ຈະ​ເຂັ້ມ​ແຂງ​ແລະ​ຫມັ້ນ​ຄົງ 3 ຄົນ​ຍາກ​ຈົນ​ທີ່​ບີບ​ບັງ​ຄັບ​ຄົນ​ຍາກ​ຈົນ ກໍ​ເຫ​ມືອນ​ຝົນທີ່​ເທ​ລົງ​ມາ ແຕ່​ບໍ່​ໃຫ້​ອາ​ຫານ 4 ບັນ​ດາ​ຜູ້​ທີ່​ປະ​ຖີ້ມ​ບັນ​ຍັດ​ຍ່ອມ​ສັຣເສີນ​ຄົນ​ຊົ່ວ​ຮ້າຍ ແຕ່​ບັນ​ດາ​ຜູ້​ທີ່​ຮັກ​ສາ​ບັນ​ຍັດ​ຍ່ອມ​ຄອຍ​ຕໍ່​ສູ້​ເຂົາ 5 ຄົນ​ຊົ່ວ​ຮ້າຍ​ບໍ່​ເຂົ້າ​ໃຈ​ຄວາມ​ຍຸດ​ຕິ​ທັມ ແຕ່​ບັນ​ດາ​ຜູ້​ທີ່​ສ​ແວງ​ຫາ​ພຣະ​ເຈົ້າ​ເຂົ້າ​ໃຈ​ຖີ່​ຖ້ວນ 6 ຄົນ​ຍາກ​ຈົນ​ທີ່​ດຳ​ເນີນ​ໃນ​ຄວາມ​ສັດ​ຊື່​ຂອງ​ເຂົາ​ກໍ​ດີກວ່າ​ຄົນ​ຮັ່ງ​ມີ​ທີ່​ສໍ້​ໂກງ​ໃນ​ທາງ​ຂອງ​ຕົນ 7 ບຸກ​ຄົນ​ທີ່​ຮັກ​ສາ​ບັນ​ຍັດ​ເປັນ​ບຸດ​ຊາຍ​ທີ່​ສລາດ ແຕ່​ເພື່ອນ​ຂອງ​ຄົນ​ຂີ້​ຂາດ​ນຳ​ຄວາມ​ອັບ​ອາຍ​ມາ​ເຖິງ​ບິດາ​ເຂົາ 8 ບຸກ​ຄົນ​ທີ່​ເພີ້ມ​ຊັບ​ສົມ​ບັດ​ຂອງ​ຕົນ​ດ້ວຍດອກ​ເບັ້ຽ​ແລະ​ເງິນ​ເພີ້ມ ພຣະ​ເຈົ້າ​ຈະ​ຊົງ​ເອົາ​ຊັບ​ນັ້ນ​ໄປ​ຈາກ​ເຂົາ​ເພື່ອ​ເພີ້ມ​ແກ່​ຄົນ​ທີ່​ເອັນ​ດູ​ຄົນ​ຍາກ​ຈົນ 9 ຖ້າ​ເຈົ້າ​ບໍ່​ທຳ​ຕາມ​ພຣະ​ທັມ ພຣະ​ເຈົ້າ​ກໍ​ຈະ​ກຽດ​ຊັງ​ຄຳ​ອ້ອນວອນ​ຂອງ​ເຈົ້າ 10 ຖ້າ​ເຈົ້າຫລອກ​ລວງ​ໃຫ້​ຄົນ​ສັດ​ຊື່​ທຳ​ຊົ່ວ ຄວາມ​ຊົ່ວ​ນັ້ນ​ຈະ​ຕົກ​ຖືກ​ເຈົ້າ​ເອງ ແຕ່​ຜູ້​ບໍ່​ທຳ​ຊົ່ວ​ຈະ​ໄດ້​ຮັບ​ຮາງວັນ​ຢ່າງ​ດີ 11 ຄົນ​ຮັ່ງ​ມີ​ມັກ​ຄິດ​ວ່າ​ຕົນ​ສລາດ​ສ​ເມີ ແຕ່​ຄົນ​ທຸກ​ຍາກ​ທີ່​ມີ​ປັນ​ຍາ​ອາດຮູ້​ຈັກ​ເຂົາ​ດີກ​ວ່າອີກ 12 ເມື່ອ​ຄົນ​ດີ​ມີ​ອຳ​ນາດ​ທຸກ​ໆ​ຄົນ​ກໍ​ມ່ວນ​ຊື່ນ​ຍິນ​ດີ ແຕ່​ເມື່ອ​ຄົນ​ອະ​ທັມ​ໄດ້​ປົກ​ຄອງ​ປະ​ຊາ​ຊົນ​ກໍ​ຫລົບ​ລີ້​ຢູ່ 13 ຖ້າ​ເຈົ້າ​ພຍາ​ຍາມ​ປິດ​ບັງ​ບາບ​ໄວ້ ຊີ​ວິດ​ຂອງ​ເຈົ້າ​ກໍຈະ​ບໍ່​ຈະ​ເຣີນ ຈົ່ງ​ສາ​ລະ​ພາບ​ແລະ​ປ່ຽນ​ໃຈ​ເສັຽ ແລ້ວ​ພຣະ​ເຈົ້າ​ຈະ​ຊົງ​ສຳ​ແດງ​ພຣະ​ກະ​ຣຸ​ນາ​ຕໍ່​ເຈົ້າ 14 ຄົນ​ທີ່​ເກງ​ກົວ​ຢູ່​ສ​ເມີກໍ​ໄດ້​ຮັບ​ພອນ ແຕ່​ບຸກ​ຄົນທີ່​ທຳ​ໃຈ​ຕົນ​ໃຫ້​ແຂງ​ກະ​ດ້າງ​ຈະ​ຕົກ​ໃນ​ຄວາມ​ລຳ​ບາກ​ຍາກ​ເຢັນ 15 ຜູ້​ຄອບ​ຄອງ​ທີ່​ຊົ່ວ​ຮ້າຍເຫນືອ​ຄົນ​ຍາກ​ຈົນ ກໍ​ເຫມືອນ​ສິງ​ຄຳ​ຣາມ​ຫລື​ຫມີ​ທີ່​ກຳ​ລັງ​ເຂົ້າ​ຕໍ່​ສູ້ 16 ຜູ້​ຄອບ​ຄອງ​ທີ່​ຂາດ​ຄວາມ​ເຂົ້າ​ໃຈ​ກໍ​ເປັນ​ຜູ້​ບີບ​ບັງ​ຄັບ​ທີ່​ດຸ​ຮ້າຍ ແຕ່​ບຸກ​ຄົນ​ທີ່​ກຽດ​ຊັງ​ກຳ​ໄຣ​ອະ​ທັມ​ຍ່ອມ​ຍືດ​ປີ​ເດືອນ​ຂອງ​ເຂົາ​ອອ​ກ​ໄປ 17 ຄົນ​ໃດ​ທີ່​ມີ​ກັມ​ຊົ່ວ​ເຣື່ອງ​ໂລ​ຫິດ​ຂອງ​ຄົນ​ອື່ນ ຄົນ​ນັ້ນ​ກໍ​ເປັນ​ຄົນ​ຫລົບ​ຫນີ​ຢູ່​ຈົນ​ຕາຍ ຢ່າ​ໃຫ້​ໃຜ​ຊ່ອຍ​ເຂົາ​ເລີຍ 18 ບຸກ​ຄົນ​ທີ່​ດຳ​ເນີນ​ໃນ​ຄວາມ​ສັດ​ຊື່​ຈະ​ໄດ້​ຮັບ​ການ​ຊ່ອຍ​ກູ້ ແຕ່​ຄົນ​ທີ່​ມີ​ເລ່​ໃນ​ທາງ​ຂອງ​ເຂົາ​ເອງ​ຈະ​ຕົກ​ໃນ​ຫລຸມ 19 ບຸກ​ຄົນ​ທີ່​ໄຖ່ໄຮ່​ນາ​ຂອງ​ຕົນ​ຈະ​ໄດ້​ອາ​ຫານ​ຫລວງ​ຫລາຍ ແຕ່​ຜູ້​ທີ່​ປະ​ກອບ​ການ​ງານ​ທີ່​ໄຮ້​ຄ່າ​ຈະ​ຍິ່ງ​ຈົມ​ລົງ 20 ຄົນທີ່​ຊື່​ສັດ​ຈະ​ໄດ້​ຮັບ​ພອນ​ມາກ​ມາຍ ແຕ່​ຜູ້​ທີ່​ຢາກ​ຮັ່ງ​ມີ​ໄວ​ກໍ​ຈ​ະ​ຫນີ​ໄປ​ບໍ່​ພົ້ນ​ໂທດ 21 ຊຶ່ງ​ຈະ​ສຳ​ແດງ​ຄວາມ​ລຳ​ອຽງ​ກໍ​ບໍ່​ດີ ຄົນ​ອາດ​ຈະ​ທໍ​ຣະ​ຍົດ​ເພາະ​ອາ​ຫານ​ຊີ້ນ​ນຶ່ງ​ກໍ​ເປັນ​ໄດ້ 22 ຄົນ​ທີ່​ມີ​ນັຍ​ຕາ​ຊົ່ວ​ກໍ​ເລັ່ງ​ຫາ​ຊັບ​ສົມ​ບັດ ແລະ​ບໍ່​ຮູ້​ວ່າ​ຄວາມ​ຂັດ​ສົນ​ຈະ​ມາ​ເຖິງ​ເຂົາ 23 ບຸກ​ຄົນ​ທີ່​ຂະ​ຫນາບ​ຄົນ​ນຶ່ງ​ຄົນ​ໃດ ທີ່​ຫລັງ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ຊອບ​ຫລາຍກວ່າ​ຄົນ​ທີ່​ປໍ້​ຍໍ​ດ້ວຍລີ້ນ​ຂອງ​ຕົນ 24 ບຸກ​ຄົນ​ທີ່​ຂະ​ໂມຍ​ສິ່ງ​ຂອງ​ຂອງ​ບິ​ດາ ຫລື​ມານ​ດາຂອງ​ຕົນ ແລະ​ກ່າວ​ວ່າ, “ຢ່າງ​ນີ້​ບໍ່​ທໍ​ຣະ​ຍົດ ເຂົາ​ກໍ​ເປັນ​ເພື່ອນ​ຂອງຄົນ​ທຳ​ລາຍ 25 ຄົນ​ເຫັນ​ແກ່​ຕົວ​ທຳ​ໃຫ້​ເກີດ​ການ​ວິ​ວາດ ແຕ່​ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຈະ​ຈະ​ເຣີ​ນ​ຂຶ້ນ 26 ບຸກ​ຄົນ​ທີ່​ວາງ​ໃຈ​ໃນ​ຄວາມ​ຄິດ​ຂອງ​ຕົວ​ເປັນ​ຄົນ​ໂງ່ ແຕ່​ບຸກ​ຄົນ​ທີ່​ດຳ​ເນີນ​ໃນ​ປັນ​ຍາ​ຈະ​ໄດ້​ຮັບ​ການ​ຊ່ອຍ​ກູ້ 27 ບຸກ​ຄົນ​ທີ່​ໃຫ້​ແກ່​ຄົນ​ຍາກ​ຈົນ​ຈະ​ບໍ່​ຮູ້​ຈັກ​ການ​ຂັດ​ສົນ ແຕ່​ບຸກ​ຄົນ​ທີ່​ປິດ​ຕາ​ຂອງ​ເຂົາ​ເສັຽ​ຈາກ​ການ​ນີ້​ຈະ​ໄດ້​ຮັບ​ການ​ສາບ​ແຊ່ງ​ຫລາຍ 28 ເມື່ອ​ຄົນ​ຊົ່ວ​ຮ້າຍ​ມີ​ອຳ​ນາດ​ຂຶ້ນ ຄົນ​ກໍ​ລີ້​ຊ່ອນ​ຕົວ​ເສັຽ ແຕ່​ເມື່ອ​ເຂົາ​ທັງ​ຫລາຍ​ພິ​ນາດ​ໄປ​ຄົນຊອບ​ທັມ​ກໍ​ເພີ້ມ​ຂຶ້ນ

ສຸພາສິດ 29

1 ບຸກ​ຄົນ​ທີ່​ຖືກ​ຕັ​ກ​ເຕືອນ​ເລື້ອຍໆ ແຕ່​ຍັງ​ແຂງ​ຄໍ ກໍ​ຈະ​ຫລົ້ມ​ຈົມ​ຈົນ​ເຫລືອ​ແກ້​ໃນ​ມື້​ນຶ່ງ 2 ເມື່ອ​ຄົນ​ຊອບ​ທັມ​ທະ​ວີ​ອຳ​ນາດ ປະ​ຊາ​ຊົນ​ກໍ​ເປັນ​ສຸກ ແຕ່​ເມື່ອ​ຄົນ​ຊົ່ວ​ຮ້າຍ​ຄອບ​ຄອງ​ປະ​ຊາ​ຊົນ​ກໍ​ເປັນ​ທຸກ 3 ບຸກ​ຄົນຜູ້​ຮັກ​ປັນ​ຍາ​ຍ່ອມ​ທຳ​ໃຫ້​ບິ​ດາ​ຂອງ​ເຂົາ​ຍິນ​ດີ ແຕ່​ຜູ້​ທີ່​ຄົບ​ຄ້າ​ຍິງ​ແພດ​ສະ​ຍາກໍ​ຜານ​ຊັບ​ສິ່ງ​ຂອງ​ຂອງ​ເຂົາ 4 ພຣະ​ຣາ​ຊາ​ຊົງ​ໃຫ້​ຄວາມ​ເປັນ​ຫ່ວງ​ແກ່​ແຜ່ນ​ດິນ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ ແຕ່​ອົງ​ທີ່​ຊົງ​ບີບ​ຄັ້ນ​ເອົາ​ຂອງ​ກຳ​ນັນ​ກໍ​ທຳ​ໃຫ້​ແຜ່ນ​ດິນ​ຫລົ້ມ​ຈົມ​ລົງ​ໄດ້ 5 ຄົນ​ທີ່​ປະ​ຈົບ​ປະ​ແຈງ​ເພື່ອນ​ບ້ານ​ຂອງ​ຕົນ​ຍ່ອມ​ກາງ​ຂ່າຍ​ໄວ້​ດັກ​ຈັບ​ຕີນຂອງ​ເຂົາ 6 ຄົນ​ຊົ່ວ​ຕິດກັບ​ຢູ່​ໃນ​ຄວາມ​ທໍ​ຣະ​ຍົດ​ຂອງ​ຕົນ ແຕ່​ຄົນ​ຊອບ​ທັມ​ຮ້ອງ​ເພງ​ແລະ​ຍິນ​ດີ 7 ຄົນ​ຊອບ​ທັມ​ຮູ້​ຈັກ​ສິດ​ທິ​ຂອງ​ຄົນ​ຍາກ​ຈົນ ຄົນ​ຊົ່ວ​ຮ້າຍ​ບໍ່​ເຂົ້າ​ໃຈ​ຄວາມ​ຮູ້​ຢ່າງ​ນີ້ 8 ຄົນ​ມັກ​ເຍາ​ະ​ເຍີ້ຍ​ກະ​ທຳ​ບ້ານ​ເມືອງ​ໃຫ້​ລຸກ​ເປັນ​ໄຟ ແຕ່​ນັກ​ປາດ​ແປ​ຄວາມ​ໂກດ​ຮ້າຍ​ໄປ​ເສັຽ 9 ຖ້າ​ນັກ​ປາດ​ມີ​ເຣື່ອງ​ໂຕ້​ຖຽງ​ກັບ​ຄົນ​ໂງ່ ຄົນ​ໂງ່​ກໍ​ດຸ​ເດືອດ​ທັງ​ຫົວ​ເລາະ ແລະບໍ່​ມີ​ວັນ​ສ​ງົບ​ລົງ​ໄດ້ 10 ຄົນ​ທີ່​ກະ​ຫາຍ​ເລືອດ​ຍ່ອມ​ກຽດ​ຄົນ​ທີ່​ໄຮ້​ຕຳ​ຫນິ ແລະ​ຄົນ​ຊົ່ວ​ຮ້າຍ​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຂົາ 11 ຄົນ​ໂງ່​ຍ່ອມ​ໃຫ້​ຄວາມ​ໂກດ​ຂອງ​ເຂົາ​ພຸ່ງ​ອອກ​ມາ​ເຕັມ​ທີ່ ແຕ່​ນັກ​ປາດ​ຍ່ອມ​ຢັບ​ຢັ້ງໂທ​ສະ​ໄວ້​ງຽບໆ 12 ຖ້າ​ຜູ້​ຄອບ​ຄອງ​ເຊື່ອ​ຟັງ​ຄວາມ​ເທັດ ຂ້າ​ຣາ​ຊ​ການ​ຂອງ​ທ່ານກໍ​ເປັນ​ຄົນ​ຊົ່ວ​ຮ້າຍ​ທັງ​ສິ້ນ 13 ຄົນ​ຍາກ​ຈົນ ແລະ​ຜູ້​ບີບ​ບັງ​ຄັບ​ມັກ​ມາ​ປະ​ຈັນ​ຫນ້າ​ກັນ​ສ​ເມີ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ຄວາມ​ສວ່າງ​ແກ່​ຕາ​ຂອງ​ຄົນ​ທັງ​ສອງ 14 ຖ້າ​ພຣະ​ຣາ​ຊາ​ພິ​ພາກ​ສາ​ຄົນ​ຍາກ​ຈົນ​ດ້ວຍ​ຄວາມ​ທ່ຽງ​ທັມ ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ຈະ​ສະ​ຖາ​ປະ​ນາ​ຢູ່​ເປັນ​ນິດ 15 ໄມ້​ແສ້​ ແລະ​ຄຳ​ຕັກ​ເຕືອນ​ໃຫ້​ເກີດ​ປັນ​ຍາ ແຕ່​ຖ້າ​ປ່ອຍ​ເດັກ​ໄວ້​ແຕ່​ລຳ​ພັງ​ຈະ​ນຳ​ຄວາ​ມອັບ​ອາຍ​ມາ​ສູ່​ມານ​ດາຂອງ​ຕົນ 16 ເມື່ອ​ຄົນ​ຊົ່ວ​ຮ້າຍ​ຢູ່​ໃນ​ອຳ​ນາດ​ຫນ້າ​ທີ່​ການ​ທໍ​ຣະ​ຍົດ​ກໍ​ທະ​ວີ​ຂຶ້ນ ແຕ່​ຄົນ​ຊອບ​ທັມ​ຈະ​ມອງ​ເບິ່ງ​ຄວາມ​ຫລົ້ມ​ຈົມ​ຂອງ​ເຂົາ 17 ຈົ່ງ​ຝຶກ​ສອນ​ບຸດ​​ຂອງ​ເຈົ້າ ແລະ​ເຂົາ​ຈະ​ໃຫ້​ເຈົ້າ​ໄດ້​ຢຸດ​ພັກ ເຂົາ​ຈະ​ໃຫ້​ຄວາມ​ປິ​ຕິ​ຍິນ​ດີ​ແກ່​ໃຈ​ຂອງ​ເຈົ້າ 18 ທີ່​ໃດໆ​ທີ່​ບໍ່​ມີ​ການ​ເຜີ​ຍທັມ ປະ​ຊາ​ຊົນ​ກໍ​ປະ​ຖິ້ມ​ຄວາມ​ຢັບ​ຢັ້ງ​ຊັ່ງ​ໃຈ​ເສັຽ ແຕ່​ຄົນ​ທີ່​ຮັກ​ສາ​ທັມ​ບັນ​ຍັດ​ຈະ​ເປັນ​ສຸກ 19 ບອກ​ສອນ​ຄົນ​ໃຊ້​ແຕ່​ປາກ​ກໍ​ບໍ່​ຫ່ອນ​ໄດ້ ເພາະ​ເຖິງ​ແມ່ນເຂົາ​ຈະ​ເຂົ້າ​ໃຈ ແຕ່​ເຂົາ​ກໍ​ບໍ່​ຟັງ 20 ເຈົ້າ​ເຫັນ​ຄົນ​ທີ່​ປາກ​ໄວ​ຫລື ຍັງ​ມີ​ຫວັງ​ໃນ​ຄົນ​ໂງ່​ຫລາຍກວ່າ​ເຂົາ 21 ບຸກ​ຄົນ​ທີ່​ທະ​ນຸ​ຖະ​ນອມ​ຄົນ​ໃຊ້​ຂອງ​ຕົນ​ຕັ້ງ​ແຕ່​ນ້ອຍໆ ທີ່​ສຸດ​ຈະ​ເຫັນ​ວ່າ​ເຂົາ​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຂອງ​ຕົນ 22 ຄົນ​ທີ່​ໂມ​ໂຫຍ່ອມ​ກໍ່​ໃຫ້​ເກີດ​ການ​ວິວາດ ແລະ​ຄົນ​ທີ່​ມັກ​ໂກດ​ກໍ​ເປັນ​ເຫດ​ໃຫ້​ມີ​ການ​ທໍ​ຣະ​ຍົດ​ຫລາຍ​ຂຶ້ນ 23 ຄວາມ​ເຍີ້​ຍິ່ງ​ຂອງ​ຄົນ​ນຳ​ເຂົາ​ໃຫ້​ຕ່ຳ​ລົງ ແຕ່​ຄົນ​ທີ່​ມີ​ໃຈຖ່ອມ​ຈະ​ໄດ້​ຮັບ​ກຽດ 24 ຜູ້​ເຂົ້າ​ສ່ວນ​ກັບ​ຂະ​ໂມຍກໍ​ກຽດ​ຊັງ​ຊີ​ວິດ​ຂອງ​ຕົນ ເຂົາ​ໄດ້​ຍິນ​ຄຳ​ສາ​ບານ ແຕ່​ບໍ່​ເປີດ​ເຜີຍ​ສິ່ງ​ໃດ​ເລີຍ 25 ຜູ້​ທີ່​ກັງ​ວົນ​ນຳ​ຄົນ​ເວົ້າ​ໃຫ້​ກໍ​ເປັນ​ອັນ​ຕະ​ຣາຍ ແຕ່​ບຸກ​ຄົນ​ທີ່​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ປອດ​ພັຍ 26 ຄົນ​ຈຳ​ນວນ​ຫລາຍ​ສ​ແວງ​ຄວາມ​ພໍ​ໃຈ​ຈາກ​ຜູ້​ຄອບ​ຄອງ ແຕ່​ຄົນ​ຈະ​ໄດ້​ຄວາມ​ຍຸດ​ຕິ​ທັມ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 27 ຄົນ​ອະ​ທັມ​ເປັນ​ທີ່ລັງ​ກຽດ​ຂອງ​ຄົນ​ຊອບ​ທັມ ແຕ່​ຄົນ​ຕົງ​ເປັນ​ທີ່ຫນ້າ​ກຽດ​ຊັງ​ແກ່​ຄົນ​ຊົ່ວ​ຮ້າຍ

ສຸພາສິດ 30

ຂໍ້​ສັງ​ເກດ​ຂອງ​ອາ​ກູ

1 ຖ້ອຍ​ຄຳ​ຂອງ​ອາ​ກູ ບຸດ​ຊາຍ​ຢາ​ເກ​ແຫ່ງ​ເມືອງ​ມັດ​ສາ “ພຣະ​ເຈົ້າ​ບໍ່​ຢູ່​ນຳ​ຂ້າ​ພະ​ເຈົ້າ ພຣະ​ເຈົ້າ​ບໍ່​ຢູ່​ນຳ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ກໍ​ຂາດ​ຜູ້​ຊ່ອຍ​ເຫລືອ” 2 ແທ້​ຈິງ​ຂ້າ​ພະ​ເຈົ້າ​ກໍ​ໂງ່​ເກີນ​ທີ່​ຈະ​ເປັນ​ຄົນ ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ຮອບ​ຮູ້​ຢ່າງ​ມະ​ນຸດ 3 ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຮຽນ​ຮູ້​ປັນ​ຍາ ທັງ​ບໍ່​ມີ​ຄວາມ​ຮູ້​ຂອ​ງອົງ​ບໍ​ຣິ​ສຸດ 4 ໃຜເດ່​ໄດ້​ຂຶ້ນ​ໄປ​ຍັງ​ສວັນ​ແລະ​ລົງ​ມາ ໃຜ​ເດ່​ໄດ້​ຮວບ​ຮວມ​ລົມ​ໄວ້​ໃນ​ກຳ​ມື​ຂອງ​ທ່ານ ໃຜ​ເດ່​ໄດ້​ເອົາ​ເຄື່ອງ​ແຕ່ງ​ກາຍ​ມາ​ຫໍ່​ນ້ຳ​ໄວ້ ໃຜ​ເດ່​ໄດ້​ສະ​ຖາ​ປະ​ນາ​ທີ່​ສຸດປາຍ​ແຫ່ງ​ແຜ່ນ​ດິນ​ໂລ​ກໄວ້ ນາມ​ຂອງ​ຜູ້​ນັ້ນ​ຄື​ໃຜ ແລະ​ນາມ​ບຸດ​ຊາຍ​ຂອງ​ຜູ້​ນັ້ນ​ຄື​ໃຜ ທ່ານ​ຈະ​ຕ້ອງ​ຮູ້​ເປັນ​ແນ່ 5 ພຣະ​ວັ​ຈ​ນະ​ທຸກ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ພິ​ສູດ​ເຫັນ​ຈິງ​ແລ້ວ ພຣະ​ອົງ​ຊົງ​ເປັນ​ໂລ່​ແກ່​ບັນ​ດາ​ຜູ້ລີ້​ພັຍ​ຢູ່​ໃນ​ພຣະ​ອົງ 6 ຢ່າ​ເພີ້ມ​ຫຍັງ​ເຂົ້າ​ກັບ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ ເກງວ່າ​ພຣະ​ອົງ​ຈະ​ຊົງ​ຂະ​ຫນາບ​ເຈົ້າ​ແລະ​ເຂົາ​ຈະ​ເຫັນ​ວ່າ​ເຈົ້າ​ເປັນ​ຄົນ​ມຸ​ສາ 7 ຂ້າ​ພຣະ​ອົງ​ຂໍ​ສອງ​ຢ່າງ​ຈາກ​ພຣະ​ອົງ ຂໍ​ຢ່າ​ຊົງ​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຂ້າ​ພຣະ​ອົງ​ກ່ອນ​ຂ້າ​ພຣະ​ອົງ​ຕາຍ 8 ຂໍ​ໃຫ້​ຄວາມ​ມຸ​ສາ ແລະ​ຄວາມ​ເທັດ​ໄກ​ຈາກ​ຂ້າ​ພຣະ​ອົງ ຂໍ​ຢ່າ​ປະ​ທານ​ຄວາມ​ຍາກ​ຈົນ ຫລື​ຄວາມ​ມັ່ງ​ຄັ່ງ​ແກ່​ຂ້າ​ພຣະ​ອົງ ຂໍ​ລ້ຽງ​ຂ້າ​ພຣະ​ອົງ​ດ້ວຍ​ອາ​ຫານ​ທີ່​ພໍ​ດີ​ແກ່​ຂ້າ​ພຣະ​ອົງ 9 ຢ້ານວ່າ​ຂ້າ​ພຣະ​ອົງ​ຈະ​ອີ່ມ ແລະ​ປະ​ຕິ​ເສດ​ພຣະ​ອົງ ແລ້ວ​ເວົ້າ​ວ່າ, “ພຣະ​ເຈົ້າ​ເປັນ​ຜູ້​ໃດ​” ຫລື​ຢ້ານວ່າ​ຂ້າ​ພຣະ​ອົງ​ຈະ​ຍາກ​ຈົນ​ແລະ​ຂະ​ໂມຍ ແລະ​ກະ​ທຳ​ໃຫ້​ພຣະ​ນາມ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ເປັນ​ມົນ​ທິນ 10 ຢ່າ​ນິນ​ທາ​ຄົນ​ໃຊ້​ໃຫ້​ນາຍ​ຂອງ​ເຂົາ​ຟັງ ເກງວ່າ​ເຂົາ​ຈະ​ແຊ່ງ​ເຈົ້າ ແລະ​ເຈົ້າ​ຈະ​ຕ້ອງ​ຮັບ​ກັມ​ຊົ່ວ 11 ມີ​ຄົນ​ທີ່​ແຊ່ງບິ​ດາ​ຂອງ​ຕົນ ແລະ​ບໍ່​ອວຍ​ພອນ​ແກ່​ມານ​ດາ​ຂອງ​ຕົນ 12 ມີ​ຄົນ​ທີ່​ຄິດ​ວ່າ​ຕົນ​ເອງ​ບໍ​ຣິ​ສຸດ ແຕ່​ບໍ່​ໄດ້​ຮັບ​ການ​ຊຳ​ຮະ​ຄວາມ​ເປື້ອນ​ເປິ​ຂອງ​ຕົນ 13 ມີ​ຄົນ​ເຊັ່ນ​ນັ້ນ​ຢູ່​ທົ່ວ​ໄປ ຕາ​ຂອງ​ເຂົາ​ສູງ​ຈິງ​ຫນໍ ແລະ​ຫນັງ​ຕາ​ຂອງ​ເຂົາ​ສູງ​ຍິ່ງ 14 ມີ​ຄົນ​ທີ່​ແຂ້ວ​ຂອງ​ເຂົາ​ເປັນ​ດາບ ທົນ​ຂອງ​ເຂົາ​ເປັນ​ມີດ ເພື່ອ​ຈະ​ທຳ​ລາຍ​ຄົນ​ຍາກ​ຈົນ​ເສັຽ​ຈາກ​ແຜ່ນ​ດິນ​ໂລກ ຄົນ​ຂັດ​ສົນ ເສັຽ​ຈາກ​ຖ້າມ​ກາງ​ມະ​ນຸດ 15 ປີງ​ມີ​ລູກ​ສາວ​ສອງໂຕ ມັນ​ຮ້ອງວ່າ, “ໃຫ້​, ໃຫ້” ແຕ່​ສິ່ງ​ສາມ​ສິ່ງ​ນີ້​ບໍ່​ເຄີຍ​ອີ່ມ ສີ່​ສິ່ງ​ບໍ່​ເຄີຍ​ເວົ້າ​ວ່າ, “ພໍ​ແລ້ວ” 16 ຄື​ແດນ​ຜູ້​ຕາຍ ຍິງ​ທີ່​ບໍ່​ມີ​ລູກ ແຜ່ນ​ດິນ​ໂລກ​ທີ່​ບໍ່​ອີ່ມ​ນ້ຳ ແລະ​ໄຟ​ທີ່​ບໍ່​ເຄີຍ​ເວົ້າ​ວ່າ, “ພໍ​ແລ້ວ” 17 ນັຍ​ຕາ​ທີ່​ເຍາະ​ເຍີ້ຍ​ບິ​ດາແລະ​ດູ​ຖູກ​ ບໍ່​ຟັງ​ມານ​ດາ​ຈະ​ຖືກ​ກາ​ແຫ່ງ​ຫຸບ​ເຂົາ​ຈິກ​ອອກ ແລະ​ແຮ້ງ​ຈະ​ກິນ​ເສັຽ 18 ມີ​ສາມ​ສີ່​ຢ່າງທີ່​ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈ ແລະ​ອັ​ດສ​ະຈັນ​ທີ່​ສຸດ​ຄື 19 ນົກ​ອີນ​ຊີ​ທີ່​ບິນ​ໄປ​ໃນ​ທ້ອງ​ຟ້າ ງູ​ທີ່​ເລືອ​ໄປ​ມາ​ເທິງ​ໂງ່ນ​ຫີນ ເຮືອ​ທີ່​ແລ່ນ​ໄປ​ໃນ​ນ້ຳ​ທະ​ເລ ແລະ​ທ່າ​ທີ​ຂອງ​ຊາຍ​ກັບ​ຍິງ​ສາວ 20 ນີ້​ເປັນ​ທາງ​ຂອງ​ຍິງ​ທີ່​ລ່ວງ​ປະ​ເວ​ນີ ຄື​ນາງ​ໄດ້​ຮັບ​ປະ​ທານ ແລະ​ນາງ​ເຊັດ​ປາກ ແລະ​ນາງ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ທຳ​ຜິດ” 21 ແຜ່ນ​ດິນ​ໂລກ​ສັ່ນ​ສະ​ເທືອນ​ຢູ່​ໃຕ້​ສາມ​ສິ່ງ ມັນ​ທົນ​ຢູ່​ໃຕ້​ສີ່​ສິ່ງບໍ່​ໄດ້ 22 ຄື​ ທາດ​ເມື່ອ​ໄດ້​ເປັນ​ພຣະ​ຣາ​ຊາ ຄົນ​ໂງ່​ເມື່ອ​ກິນ​ອີ່ມ 23 ຍິງ​ທີ່​ບໍ່​ມີ​ໃຜ​ຮັກ​ໄດ້​ຜົວ ແລະ​ສາວ​ໃຊ້​ທີ່​ໄດ້​ເປັນ​ນາຍ​ແທນ​ນາຍ​ຍິງ​ຂອງ​ຕົນ 24 ມີ​ສີ່​ຢ່າງ​ໃນ​ແຜ່ນ​ດິນ​ໂລກ​ທີ່​ນ້ອຍ​ເຫລືອ​ເກີນ ແຕ່​ມີ​ປັນ​ຍາ​ຫລາຍ​ເຫລືອ​ລົ້ນ 25 ມົດ​ເປັນ​ປະ​ຊາ​ກອນ​ທີ່​ບໍ່​ແຂງ​ແຮງ ແຕ່​ມັນ​ຍັງ​ຕຽມ​ອາ​ຫານ​ຂອງ​ມັນ​ໄວ້​ໃນ​ຣະ​ດູ​ແລ້ງ 26 ຕຸ່ນ ເປັນ​ປະ​ຊາ​ກອນ​ທີ່​ບໍ່​ມີ​ກຳ​ລັງ ແຕ່​ມັນ​ຍັງ​ສ້າງ​ບ້ານ​ຂອງ​ມັນ​ໃນ​ໂງ່ນ​ຫີນ 27 ຕັກ​ແຕນ​ບໍ່​ມີ​ຣາ​ຊາ ແຕ່​ມັນ​ຍັງ​ເດີນຂະ​ບ​ວນ​ເປັນ​ແຖວ 28 ຈີງ​ໂຈະ​ນັ້ນ ເຈົ້າ​ເອົາ​ມື​ຈັບ​ໄດ້ ແຕ່​ມັນ​ຍັງ​ຢູ່​ໃນ​ພຣະ​ຣາ​ຊວັງ 29 ມີສາມ​ສິ່ງທີ່​ສະ​ງ່າ​ງາມ​ຫລາຍ​ໃນ​ທ່າ​ເດີນ ມີ​ສີ່​ສິ່ງ​ຕີນ​ຂອງ​ມັນ​ຜ່າ​ເຜີຍ 30 ຄືສິງ ຊຶ່ງ​ເປັນ​ສັດ​ທີ່​ມີ​ກຳ​ລັງ​ຫລາຍ​ທີ່​ສຸດ ແລະ​ບໍ່​ຍອມ​ຫັນ​ຫລັງ​ກັບ​ເພາະ​ສິ່ງ​ໃດ​ເລີຍ 31 ພໍ່​ໄກ່​ທີ່​ເດີນ​ຢູ່ ແບ້​ຜູ້ ແລະ​ພຣະ​ຣາ​ຊາ​ທີ່​ສະ​ເດັດ​ພຣະ​ຣາ​ຊ​ດຳ​ເນີນ​ຢູ່​ຫນ້າ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ 32 ຖ້າ​ເຈົ້າ​ເປັນ​ຄົນ​ໂງ່​ຍົກ​ຍ້ອງ​ຕົນ​ເອງ ຫລື​ຄິດ​ແຜນ​ການ​ຊົ່ວ​ຮ້າຍ ຈົ່ງ​ເອົາ​ມື​ປິດ​ປາ​ກຂອງ​ເຈົ້າ​ເສັຽ​ເຖີດ 33 ເພາະ​ເມື່ອກວນ​ນ້ຳ​ນົມ​ກໍ​ໄດ້​ເນີຍ​ແຫລວ ເມື່ອ​ບີບ​ດັງ​ກໍ​ໄດ້​ໂລ​ຫິດ ແລະ​ເມື່ອກວນ​ໂທ​ໂສ​ກໍ​ໄດ້​ການ​ວິ​ວາດ

ສຸພາສິດ 31

ຄຳ​ຕັກ​ເຕືອນ​ກະ​ສັດ

1 ຖ້ອຍ​ຄຳ​ຂອງ​ເລ​ມູ​ເອນ ພຣະ​ຣາ​ຊາ​ແຫ່ງ​ເມືອງ​ມັດ​ສາ ພຣະ​ຣາ​ຊ​ຊົນ​ນີ​ໄດ້​ສອນ​ຄຳ​ນີ້​ໄວ້​ແກ່​ພຣະ​ອົງ 2 ລູກ​ແມ່​ເອີຍ ລູກ​ແຫ່ງ​ທ້ອງ​ແມ່​ເອີຍ ລູກ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ແມ່​ເອີຍ 3 ຢ່າໃຫ້​ກຳ​ລັງ​ຂອງ​ເຈົ້າ​ແກ່​ຜູ້​ຍິງ ແລະ​ໃຫ້​ທາງ​ຂອງ​ເຈົ້າ​ແກ່​ຜູ້​ທຳ​ລາຍ​ພຣະ​ຣາ​ຊາ​ໃດໆ 4 ໂອ ເລ​ມູ​ເອນ​ເອີຍ ບໍ່​ສົມ​ຄວນ​ທີ່​ພຣະ​ຣາ​ຊາ ບໍ່​ສົມ​ຄວນ​ທີ່​ພຣະ​ຣາ​ຊາ​ຈະ​ສເວີຍ​ເຫລົ້າ​ອະ​ງຸ່ນ ຫລື​ຜູ້​ທີ່​ຄອບ​ຄອງ​ຈະ​ປາຖ​ນາ​ສຸ​ຣາ 5 ຢ້ານວ່າ​ເຂົາ​ຈະ​ດື່ມ​ແລະ​ລືມ​ຄຳ​ທີ່​ຕາເປັນ​ກົດ​ຫມາຍ​ນັ້ນ​ເສັຽ ແລະ​ບໍ່​ຍອມ​ຮັບ​ຮູ້​ສິດ​ທີ​ຂອງ​ຄົນ​ຂັດ​ສົນ 6 ຈົ່ງ​ໃຫ້​ສຸ​ຣາ​ແກ່​ຜູ້​ທີ່​ກຳ​ລັງ​ພິ​ນາດ ແລະ​ນ້ຳ​ອະ​ງຸ່ນ​ແກ່​ຜູ້​ທີ່​ທຸກ​ໃຈ​ຢ່າງ​ຂົ່ມ​ຂື່ນ 7 ຈົ່ງ​ໃຫ້​ເຂົາ​ດື່ມ​ແລະ​ລືມ​ຄວາມ​ຍາກ​ຈົນ​ຂອງ​ເຂົາ ເພື່ອ​ຈະ​ຈົດ​ຈຳ​ຄວາມ​ຣະ​ທົມ​ທຸກ​ຂອງ​ເຂົາບໍ່​ໄດ້​ອີກ​ຕໍ່​ໄປ 8 ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ​ແທນ​ຄົນ​ໃບ້ ເພື່ອ​ສິດ​ຂອງ​ທຸກ​ຄົນ​ທີ່​ບໍ່​ມີ​ທີ່​ເພິ່ງ 9 ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ ພິ​ພາກ​ສາ​ຢ່າງ​ຊອບ​ທັມ ຮັກ​ສາ​ສິດ​ຂອງ​ຄົນ​ຈົນ​ແລະ​ຄົນ​ຂັດ​ສົນ​ໃຫ້​ຄົງ​ຢູ່

ເມັຽ​ທີ່​ດີ

10 ເມັຽ​ທີ່​ດີ​ຍ່ອມ​ປະ​ເສີດກວ່າ​ເພັດ​ນີນ​ຈີນ​ດາ ແຕ່​ຍາກ​ຫລາຍ​ທີ່​ຈະ​ໄດ້​ຍິງ​ເຊັ່ນ​ນັ້ນ 11 ຜົວ​ທີ່​ມີ​ເມັຽ​ດີ​ກໍ​ວາງ​ໃຈ​ໃນ​ນາງ​ໄດ້ ເຂົາ​ຈະ​ບໍ່​ເປັນ​ທຸກ​ເລີຍ 12 ເມັຽທີ່​ດີ​ນັ້ນ​ເປັນ​ດັ່ງ​ນີ້ ຄື​ທຳ​ແຕ່​ສິ່ງ​ທີ່​ດີ​ຕໍ່​ຜົວ ຈະ​ບໍ່​ທຳ​ໃຫ້​ຜົວ​ເຊື່ອມ​ເສັຽ​ຕລອດ​ຊີ​ວິດ 13 ຈັດ​ຫາ​ຂົນ​ແກະ ຜ້າ​ເນື້ອ​ດີ ພ້ອມ​ທັງເຣັດ​ວຽກ​ຢ່າງ​ຊຳ​ນິ​ຊຳ​ນານ 14 ຊອກ​ຫາ​ອາ​ຫານ​ຈາກ​ບ່ອນ​ໄກ​ມາ​ສູ່​ເຮືອນ​ເຫມືອນ​ເຮືອນ​ພໍ່​ຄ້າ 15 ນອນ​ເດິກ​ຕື່ນ​ເຊົ້າ ເພື່ອ​ຈັດ​ຕຽມ​ຫາ​ອາ​ຫານ​ສຳ​ລັບ​ຄອບ​ຄົວ ແລະ​ບອກວຽກ​ໃຫ້​ສາວ​ໃຊ້​ທຳ 16 ຊອກ​ຫາ​ທີ່​ດິນ​ເຮັດ​ສວນ​ອະ​ງຸ່ນ ແລ້ວ​ຊື້​ໄວ້​ດ້ວຍ​ເງິນ​ທີ່ນາງ​ຫາ​ມາ​ເອງ 17 ເປັນ​ຍິງ​ທີ່​ແຂງ​ແຮງ ມີ​ນ້ຳ​ໃຈ​ແລະ​ສຸ​ກຂ​ະ​ພາບ​ດີ 18 ຮູ້​ຈັກ​ຄຸນ​ຄ່າ​ຂອງ​ສິ່ງ​ທີ່​ຕົນ​ທຳ 19 ເຂັນ​ຝ້າຍ ແລະ​ຕ່ຳ​ຜ້າ​ເອງ 20 ໃຫ້​ຄວາມ​ຊ່ອຍ​ເຫ​ລືອ​ຄົນ​ທຸກ​ຍາກ​ແລະ​ຜູ້​ຂັດ​ສົນ 21 ເມື່ອ​ຍາມ​ຫນາວ​ກໍ​ບໍ່​ເດືອດ​ຮ້ອນ ເພາະ​ວ່າ​ນາງ​ມີ​ເຄື່ອງ​ກັນ​ຫນາວ​ສຳ​ລັບ​ລູກ​ຜົວ​ແລ້ວ 22 ນາງ​ຕ່ຳ​ຜ້າ​ປູ​ນອນ ແລະ​ນຸ່ງ​ຜ້າ​ໄຫມ​ສີ​ມ່ວງ​ເນື້ອ​ດີ 23 ຊ່ອ​ຍ​ໃຫ້​ຜົວ​ມີ​ຊື່​ສຽງ ແລະ​ເປັນ​ເຈົ້າ​ນາຍ​ຄົນ​ນຶ່ງ​ໃນ​ປະ​ເທດ 24 ນາງ​ຕ່ຳ​ເຄື່ອງ​ນຸ່ງ ແລະ​ທຳ​ສາຍ​ແອວ​ຂາຍ​ໃຫ້​ພວກ​ພໍ່​ຄ້າ 25 ເປັນ​ຍິງ​ທີ່​ແຂງ​ແຮງ ແລະ​ຫນ້າ​ເຄົາ​ຣົບ​ນັບ​ຖື ບໍ່​ເປັນ​ຫ່ວງ​ຫຍັງ​ໃນ​ອານາ​ຄົດ 26 ເປັນ​ຍິງ​ເວົ້າ​ຈາ​ຫລັກ​ແຫລມ ແລະ​ສຸ​ພາບ​ອ່ອນຫວານ 27 ຫຍຸ້ງ​ຢູ່​ກັບ​ວຽກ ແລະ​ເອົາ​ໃຈ​ໃສ່​ໃນ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ສ​ເມີ 28 ລູກຜົວຂອງ​ນາງ​ຈະ​ສະ​ແດງ​ຄວາມ​ພໍ​ໃຈ ແລະ​ຍ້ອງ​ຍໍ​ນາງ 29 ຜົວ​ຈະ​ເວົ້າ​ວ່າ, “ມີ​ຜູ້​ຍິງ​ຢູ່​ຫລາຍ​ຄົນ​ເປັນ​ເມັຽ​ທີ່​ດີ ແຕ່​ເຈົ້າ​ດີກວ່າ​ຜູ້​ຍິງ​ທັງ​ປວງ” 30 ສ​ເນ່​ເປັນ​ຂອງ​ຫລອກ​ລວງ ແລະ​ຄວາມ​ງາມ​ກໍ​ເປັນ​ຂອງ​ບໍ່​ແນ່​ນອນ ແຕ່​ຜູ້​ຍິງທີ່​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ສົມ​ຄວນ​ໄດ້​ຮັບ​ຄວາມ​ສັຣ​ເສີນ 31 ຍ້ອນ​ຜົນ​ງານ​ທັງ​ປວງ​ທີ່​ນາງ​ໄດ້​ທຳ​ມາ​ນັ້ນ ຈົ່ງ​ໃຫ້​ກຽດ​ແກ່​ນາງ ນາງ​ສົມ​ຄວນ​ໄດ້​ຮັບ​ຄວາມ​ເຄົາ​ຣົບ​ນັບ​ຖື​ຈາກ​ທຸກໆ​ຄົນ

ປັນຍາຈານ 1

ທຸກ​ຢ່າງ​ກໍ​ອະ​ນິ​ຈັງ

1 ຖ້ອຍ​ຄຳ​ຂອງ​ປັນ​ຍາ​ຈານ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ​ກະ​ສັດ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 2 ປັນ​ຍາ​ຈານ​ກ່າວ​ວ່າ ອະ​ນິ​ຈັງ ອະ​ນິ​ຈັງ ອະ​ນິ​ຈັງ ອະ​ນິ​ຈັງ ສາ​ຣະ​ພັດ​ອະ​ນິ​ຈັງ 3 ທີ່​ມະ​ນຸດ​ທຳ​ງານ​ຫນັກກາງ​ແດດ ເຂົາ​ໄດ້​ປໂຍດ​ອັນ​ໃດ​ຈາກ​ງານ​ທີ່​ເຂົາ​ທຳ​ນັ້ນ 4 ຊົ່ວ​ອາ​ຍຸ​ນຶ່ງ​ຜ່ານ​ໄປ ແລະ​ອີ​ກ​ຊົ່ວ​ອາ​ຍຸ​ນຶ່ງ​ຕ່າວ​ມາ ແຕ່​ແຜ່ນ​ດິນ​ໂລກ​​ຄົງ​ເດີມ​ຢູ່​ເປັນ​ນິດ 5 ດວງ​ອາ​ທິດ​ຂຶ້ນ ແລະ​ດວງ​ອາ​ທິດ​ຕົກ ແລ້ວ​ເຄື່ອນໄປ​ເຖິ່ງ​ທີ່​ຊຶ່ງ​ຂຶ້ນ​ມາ​ນັ້ນ 6 ລົມ​ພັດ​ໄປ​ທາງ​ທິດ​ໃຕ້ ແລ້ວ​ວຽນ​ກັບ​ໄປ​ທາງ​ເຫນືອ ລົມ​ພັດ​ວຽນ​ໄປ​ວຽນ​ມາ ແລ້ວ​ລົມ​ພັດ​ກັບ​ຕາມ​ທາງວຽນ​ຂອງ​ມັນ 7 ແມ່​ນ້ຳ​ທັງ​ຫລາຍ​ໄຫລ​ໄປ​ສູ່​ທະ​ເລ ແຕ່​ທະ​ເລ​ກໍ​ບໍ່​ເຕັມ ແມ່​ນ້ຳ​ໄຫລ​ໄປ​ສູ່​ທີ່​ໃດ​ກໍ​ໄຫລ​ໄປ​ສູ່ທີ່​ນັ້ນ​ອີກ 8 ສາ​ຣະ​ພັດ​ເມື່ອຍ​ກັນ​ຫມົດ ຄົນ​ໃດໆ​ກໍ​ປາກ​ບໍ່​ອອກ ດວງ​ຕາ​ກໍ​ເບິ່ງ​ບໍ່​ຮູ້​ຈັກ​ອີ່ມ ຫລື​ຫູ​ກໍ​ຟັງ​ບໍ່​ເຕັມ 9 ສິ່ງ​ທີ່​ເປັນ​ຂຶ້ນ​ແລ້ວ​ຄື​ສິ່ງ​ທີ່​ຈະ​ເປັນ​ຂຶ້ນ​ອີກ ສິ່ງ​ທີ່​ທຳ​ກັນ​ແລ້ວ ຄື​ສິ່ງ​ທີ່​ຈະ​ຕ້ອງ​ທຳ​ກັນ​ອີກ ແລະ​ບໍ່​ມີ​ສິ່ງ​ໃດ​ໃຫມ່​ພາຍ​ໃຕ້ດວງ​ອາ​ທິດ 10 ມີ​ອີກ​ສິ່ງ​ນຶ່ງ​ຫລື​ທີ່​ເຂົາ​ຈະ​ເວົ້າ​ໄດ້​ວ່າ, “ເບິ່ງ​ແມ໋, ສິ່ງ​ນີ້​ໃຫມ່” ສິ່ງ​ນັ້ນ​ມີ​ຢູ່​ແລ້ວ​ໃນ​ສະ​ໄຫມ​ກ່ອນ​ເຮົາ​ທັງ​ຫລາຍ 11 ບໍ່​ມີ​ການ​ຈົດ​ຈຳ​ເຖິງ​ສະ​ໄຫມ​ກ່ອນ ແລະ​ບໍ່​ມີ​ການ​ຈົດ​ຈຳ​ສິ່ງຫລັງໆ​ທີ່​ຈະ​ເກີດມາ ໃນ​ຖ້າມ​ກາງ​ບັນ​ດາ​ຜູ້​ທີ່​ມາ​ພາຍ​ຫລັງ 12 ຂ້າ​ພະ​ເຈົ້າ ປັນ​ຍາ​ຈານ ເຄີຍ​ເປັນ​ກະ​ສັດ​ເຫນືອ​ອິ​ສ​ຣາ​ເອນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 13 ແລະ​ຂ້າ​ພະ​ເຈົ້າ​ຕັ້ງ​ໃຈ​ຊອກ ແລະ​ສ​ແວງ​ຫາ​ໂດຍ​ສະ​ຕິ​ປັນ​ຍາ ສິ່ງ​ທີ່​ກະ​ທຳ​ກັນ​ພາຍ​ໃຕ້​ຟ້າ​ສວັນ ເປັນ​ເຣື່ອງ​ຍາກ​ລຳ​ບາກ​ຊຶ່ງ​ພຣະ​ເຈົ້າ​ປະ​ທານ​ໃຫ້​ມະ​ນຸດ​ທຳ​ກັນ​ຢູ່​ນັ້ນ 14 ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ການ​ທັງ​ປວງ​ຊຶ່ງ​ເຂົາ​ກະ​ທຳ​ກັນ​ພາຍ​ໃຕ້​ດວງ​ອາ​ທິດ ແລະ​ເບິ່ງ​ແມ໋, ສາ​ຣະ​ພັດ​ກໍ​ອະ​ນິຈັງ ຄື​ກິນ​ລົມ​ກິນ​ແລ້ງ 15 ສິ່ງ​ທີ່​ຄົດ​ຈະ​ທຳໃຫ້​ຊື່​ບໍ່​ໄດ້ ແລະ​ສິ່ງ​ທີ່​ຂາດ​ຢູ່​ຈະ​ນັບ​ໃຫ້​ຄົບ​ບໍ່​ໄດ້ 16 ຂ້າ​ພະ​ເຈົ້າ​ຣຳ​ພັນກັບ​ຕົນ​ເອງວ່າ, “ຂ້າ​ພະ​ເຈົ້າ​ມີ​ສະ​ຕິ​ປັນ​ຍາ​ຫລາຍ​ຍິ່ງກວ່າ​ຄົນ​ອື່ນໆ​ທີ່​ຄອງ​ຢູ່​ເຫນືອ​ກຸງ​ເຢ​ຣູ​ຊາ​ເລັມ​ມາ​ກ່ອນ​ຂ້າ​ພະ​ເຈົ້າ ໃຈ​ຂ້າ​ພະ​ເຈົ້າກໍ​ຊຳ​ນິ​ຊຳ​ນານ​ໃນ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຮູ້​ຢ່າງ​ຍິ່ງ” 17 ຂ້າ​ພະ​ເຈົ້າ​ກໍ​ຕັ້ງ​ໃຈ​ຮູ້​ສະ​ຕິ​ປັນ​ຍາ ຮູ້​ຄວາມ​ບ້າ​ບໍ ແລະ​ຄວາມ​ໂງ່ ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ວ່າ​ເຣື່ອງ​ນີ້ກໍ​ເປັນ​ແຕ່​ກີນ​ລົມ​ກິນ​ແລ້ງ​ດ້ວຍ 18 ເພາະ​ໃນ​ສະ​ຕິ​ປັນ​ຍາ​ຫລາຍໆ ກໍ​ມີ​ຄວາມ​ທຸກ​ຣະ​ທົມ​ຫລາຍ ແລະ​ບຸກ​ຄົນ​ທີ່​ເພີ້ມ​ຄວາມ​ຮູ້ກໍເພີ້ມ​ຄວາມ​ເສົ້າ​ໂສກ

ປັນຍາຈານ 2

1 ຂ້າ​ພະ​ເຈົ້າຣຳ​ພັນວ່າ, “ມາ​ເຖີດ ມາ​ລອງ​ສນຸກ​ສ​ນານກັ​ນ​ເບິ່ງ ຈົ່ງ​ສນຸກ​ສະ​ບາຍ​ໃຈ​ໄປ” ແຕ່ເບິ່ງ​ດູ ເຣື່ອງ​ນີ້​ກໍ​ອະ​ນິ​ຈັງ​ຄື​ກັນ 2 ຂ້າ​ພະ​ເຈົ້າ​ເວົ້າ​ກ່ຽວ​ກັບ​ການ​ຫົວ​ເລາະ​ວ່າ, “ບ້າໆ ບໍໆ” ແລະ​ກ່າວ​ເຖິງ​ຄວາມ​ສ​ນຸກ​ສ​ນານ​ວ່າ “ມີ​ປ​ໂຍດ​ຫຍັງ” 3 ຂ້າ​ພະ​ເຈົ້າ​ຄິດ​ເບິ່ງວ່າ​ຈະ​ທຳ​ຢ່າງ​ໃດ ກາຍ​ຈຶ່ງ​ຈະ​ຄຶກ​ຄັກ​ດ້ວຍ​ເຫລົ້າ​ອະ​ງຸ່ນ ແລະ​ໃຈ​ຍັງ​ຄົງ​ແນະ​ນຳ​ຂ້າ​ພະ​ເຈົ້າ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ​ຈະ​ຍຶດ​ຄວາມ​ໂງ່​ໄວ້​ຢ່າງ​ໃດ ຈົນ​ຂ້າ​ພະ​ເຈົ້າ​ຈະ​ເຫັນ​ໄດ້​ວ່າ ແມ່ນ​ຫຍັງ​ຈະ​ດີ​ສຳ​ລັບ​ໃຫ້​ບັນ​ດາ​ບຸດ​ຂອງ​ມະ​ນຸດ​ທຳພາຍ​ໃຕ້​ທ້ອງ​ຟ້າ​ຕລອດ​ຊີ​ວິດ​ຂອງ​ເຂົາ 4 ຂ້າ​ພະ​ເຈົ້າໄດ້​ທຳ​ສິ່ງ​ທີ່​ຍິ່ງ​ໃຫຍ່ ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ເຮືອນ​ຫລາຍ​ຫລັງ ແລະ​ທຳ​ສວນ​ອະ​ງຸ່ນ​ຫລາຍ​ບ່ອນ 5 ຂ້າ​ພະ​ເຈົ້າ​ທຳ​ສວນ​ຜົນ​ລະ​ໄມ້ ​ແລະ​ສວນ​ພັກ​ຜ່ອນ​ຢ່ອນ​ໃຈ​ຫລາຍບ່ອນ ປູກ​ຕົ້ນ​ໄມ້​ມີ​ຫມາກ​ຫລາຍ​ຢ່າງ​ໄວ້​ໃນ​ສວນ​ເຫລົ່າ​ນັ້ນ 6 ຂ້າ​ພະ​ເຈົ້າ​ສ້າງ​ສະ​ນ້ຳ​ຫລາຍສຳ​ລັບ​ຕົນ​ເອງ ເພື່ອ​ຈະ​ໃຊ້ນ້າ​ໃນ​ສະ​ນັ້ນ​ຫົດ​ຫມູ່​ໄມ້​ທີ່​ກຳ​ລັງ​ງອກ​ງາມ 7 ຂ້າ​ພະ​ເຈົ້າ​ຊື້​ທາດ​ຊາຍຍິງ​ໄວ້ ມີ​ທາ​ດ​ເກີດ​ຂຶ້ນ​ໃນ​ບ້ານ ຂ້າ​ພະ​ເຈົ້າ​ມີ​ຝູງງົວ ຝູງ​ແບ້ ຝູງ​ແກະ​ເປັນ​ສົມ​ບັດ​ຫ​ລາຍກວ່າ​ຂອ​ງບັນ​ດາ​ຄົນ​ທີ່​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ກ່ອນ​ຂ້າ​ພະ​ເຈົ້າ 8 ຂ້າ​ພະ​ເຈົ້າ​ສະ​ສົມ​ເງິນ​ທອງ​ໄວ້ ແລະ​ສະ​ສົມ​ຊັບ​ສົມ​ບັດ​ອັນ​ຄວນ​ຄູ່​ກັບ​ກະ​ສັດ ແລະ​ຄວນ​ຄູ່​ກັບ​ເມືອງ​ທັງ​ຫລາຍ ຂ້າ​ພະ​ເຈົ້າ​ມີ​ນັກ​ຮ້ອງ​ຊາຍ​ຍິງ​ສຳ​ລັບ​ຕົນ ແລະ​ເມັຽນ້ອຍ ​ຊຶ່ງ​ເປັນ​ສິ່ງ​ທີ່​ປາ​ຖ​ນາ​ຜູ້​ຊາຍ 9 ຂ້າ​ພະ​ເຈົ້າ​ຈຶ່ງ​ເປັນ​ໃຫຍ່​ເປັນ​ໂຕກວ່າ​ບັນ​ດາ​ຄົນ​ທີ່​ເຄີຍ​ຢູ່​ມາ​ກ່ອນ​ຂ້າ​ພະ​ເຈົ້າ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ສະ​ຕິ​ປັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ຄົງ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ 10 ສິ່ງ​ໃດໆ​ທີ່ນັຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ຢາກ​ເຫັນ ຂ້າ​ພະ​ເຈົ້າ​ກໍ​ບໍ່​ປິດ​ບັງ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຫ້າມ​ໃຈ​ຈາກ​ຄວາມ​ສນຸກ​ໃດ​ໆ ເພາະ​ໃຈ​ຂ້າ​ພະ​ເຈົ້າ​ຄວາມ​ເພີດ​ເພີນ​ໃນ​ບັນ​ດາ​ງານ​ຂອງ​ຂ້າ​ພະ​ເຈົ້າ ແລະ​ນີ້​ເປັນ​ຣາງ​ວັນ​ຈາກ​ງານ​ຂອງ​ຂ້າ​ພະ​ເຈົ້າ 11 ແລ້ວ​ຂ້າ​ພະ​ເຈົ້າ​ຫັນ​ມາ​ເບິ່ງ​ບັນ​ດາ​ສິ່ງ​ທີ່​ມື​ຂ້າ​ພະ​ເຈົ້າ​ໄດ້​ທຳ ແ​ລະ​ຄວາມ​ເມື່ອຍ​ທີ່​ຂ້າ​ພະ​ເຈົ້າ​ທຸ່ມ​ເທ​ລົງ​ໄປ ແລະ​ເບິ່ງ​ແມ໋, ທຸກ​ສິ່ງ​ກໍ​ອະ​ນິ​ຈັງ ຄື​ກິນ​ລົມ​ກິນແລ້ງ ແລະ​ບໍ່​ມີ​ປ​ໂຍດ​ອັນ​ໃດ​ພາຍ​ໃຕ້​ດວງ​ອາ​ທິດ 12 ຂ້າ​ພະ​ເຈົ້າ​ຈຶ່ງ​ຫັນ​ມາ​ພິ​ເຄາະ​ສະ​ຕິ​ປັນ​ຍາ ຄວາມ​ບ້າ​ບໍ ແລະ​ຄວາມ​ໂງ່ຈ້າ ເພາະ​ຄົນ​ທີ່​ມາ​ພາຍ​ຫລັງ​ກະ​ສັດ ຈະ​​ທຳ​ສິ່ງ​ໃດ​ໄດ້​ແດ່ ເຂົາ​ກໍ​ທຳສິ່ງ​ທີ່​ເຂົາ​ທຳ​ກັນ​ມາ​ດົນນານ​ແລ້ວ​ນັ້ນ​ໄດ້ 13 ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ສະ​ຕິ​ປັນ​ຍາ​ວິ​ເສດກວ່າ​ຄວາມ​ໂງ່​ຈ້າ ເຫມືອນ​ຄວາມ​ສວ່າງວິ​ເສດກວ່າ​ຄວາມ​ມືດ 14 ຄົນ​ມີ​ສະ​ຕິ​ປັນ​ຍາ​ມີ​ຕາ​ຢູ່​ໃນ​ສະຫ​ມອງ ແຕ່​ຄົນ​ໂງ່​ຈ້າ​ເດີນ​ໃນ​ຄວາມ​ມືດ ແຕ່​ຂ້າ​ພະ​ເຈົ້າ​ຍັງເຫັນ​ວ່າ ເຄາະ​ຢ່າງ​ດຽວ​ກັນ​ເກີດ​ຂຶ້ນ​ແກ່​ເຂົາ​ທັງມວນ 15 ຂ້າ​ພະ​ເຈົ້າ​ນຶກ​ໃນ​ໃຈ​ວ່າ, “ເຄາະ​ກັມ​ອັນ​ໃດ​ເກີດ​ແກ່​ຄົນ​ໂງ່​ຈ້າ​ສັນ​ໃດ ກໍ​ຄົງ​ຈະ​ເກີດກັ​ບ​ຂ້າ​ພະ​ເຈົ້າ​ສັນ​ນັ້ນ ຖ້າ​ເຊັ່ນ​ນັ້ນ​ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ມີ​ສະ​ຕິ​ປັນ​ຍາ​ຫລາຍ​ເຮັດ​ຫຍັງ” ຂ້າ​ພະ​ເຈົ້າ​ນຶກ​ໃນ​ໃຈ​ເຣື່ອງ​ນີ້​ກໍ​ອະ​ນິຈັງ​ເຫມືອນ​ກັນ 16 ເພາະ​ບໍ່​ມີ​ໃຜ​ລະ​ນຶກ​ເຖິງ​ຄົນ​ມີ​ສະ​ຕິ​ປັນ​ຍາ​ເຊັ່ນ​ດຽວ​ກັບ​ຄົນ​ໂງ່​ຈ້າ ດ້ວຍ​ເຫັນ​ວ່າ​ໃນ​ອານາ​ຄົດ​ກໍ​ລືມ​ກັນ​ໄປ​ຫມົດ​ແລ້ວ ຄົນ​ມີ​ສະ​ຕິ​ປັນ​ຍາ​ກໍ​ຕາຍ​ເຫມືອນ​ຄົນ​ໂງ່​ຈ້າ 17 ຂ້າ​ພະ​ເຈົ້າ​ຈຶ່ງ​ຊັງ​ຊີ​ວິດ ເພາະ​ວ່າ​ວຽກງານ​ທີ່​ເຂົາ​ທຳກັນ​ພາຍ​ໃຕ້ດວງ​ອາ​ທິດ ກໍ່​ຄວາມ​ສ​ລົດ​ໃຈ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ເພາະ​ສາ​ຣະ​ພັດ​ກໍ​ອະ​ນິ​ຈັງ​ຄື​ກິນ​ລົມ​ກິນ​ແລ້ງ 18 ຂ້າ​ພະ​ເຈົ້າ​ຊັງ​ວຽກ​ງານ​ທັງ​ສິ້ນ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ທຳ​ຢູ່​ພາຍ​ໃຕ້​ດວງ​ອາ​ທິດ ເພາະ​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ປະ​ສິ່ງ​ເຫລົ່ານັ້ນ​ໄວ້​ໃຫ້​ແກ່​ຄົນ​ທີ່​ມາ​ພາຍ​ຫລັງ​ຂ້າ​ພະ​ເຈົ້າ 19 ແລ້ວ​ໃຜ​ຈະ​ໄປ​ຮູ້​ວ່າ​ຄົນໆ​ນັ້ນຈະ​ເປັນ​ຄົນ​ມີ​ສະ​ຕິ​ປັນ​ຍາ​ຫລື​ຄົນ​ໂງ່ຈ້າ ປານ​ນັ້ນ​ເຂົາ​ກໍ​ຄອບ​ຄອງ​ບັນດາ​ການ​ງານ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຂ້າ​ພະ​ເຈົ້າ​ໄດ້ທຳຢ່າງຫນັກ​ຫນ່ວງ​ມາ ​ແລະ​ທີ່​ຂ້າ​ພະ​ເຈົ້າ​ໃຊ້​ສະ​ຕິ​ປັນ​ຍາ​​ທຳ​ພາຍ​ໃຕ້ດວງ​ອາ​ທິດ 20 ຂ້າ​ພະ​ເຈົ້າ​ຈຶ່ງ​ກັບ​ອັດ​ອັ້ນ​ຕັນ​ໃຈ​ເຖິງ​ເຣື່ອງ​ການ​ງານ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ທຳມາ​ພາຍ​ໃຕ້ດວງ​ອາ​ທິດ 21 ດ້ວຍວ່າ​ມີ​ຄົນ​ທີ່​ທຳ​ງານ​ໂດຍ​ໃຊ້​ສະ​ຕິ​ປັນ​ຍາ ຄວາມ​ຮູ້ ແລະ​ຄວາມ​ຊຳ​ນານ ແຕ່​ແລ້ວ​ກໍ​ປະ​ສິ່ງເຫລົ່າ​ນັ້ນ​ໃຫ້​ເປັນ​ສ່ວນ​ຂອງ​ອີກ​ຄົນ​ນຶ່ງ​ທີ່​ບໍ່ໄດ້​ອອກ​ແຮງ​ທຳ​ເພື່ອ​ການ​ນັ້ນ ນີ້​ກໍ​ອະ​ນິຈັງ​ດ້ວຍ​ແລະ​ບໍ່​ຖືກ​ຕ້ອງ​ເລີຍ 22 ເພາະ​ວ່າ​ເຂົາ​ໄດ້​ອັນ​ໃດ​ຈາກ​ບັນ​ດາ​ງານ​ທີ່​ທຳຫນັກຫນ່ວງ ທັງວິ​ຕົກ​ກັງ​ວົນທີ່​ເຂົາ​ຕ້ອງ​ທຳ​ພາຍ​ໃຕ້​ດວງ​ອາ​ທິດ 23 ດ້ວຍ​ວ່າ​ປີ​ ເດືອນ​ຂອງ​ເຂົາ​ມີ​ແຕ່​ຄວາມ​ເຈັບ​ປວດ ແລະ​ກິ​ຈ​ທຸ​ຣະຂອງ​ເຂົາ​ກໍ່​ຄວາມສ​ລົດ​ໃຈ ເຖິງ​ກາງ​ຄືນ​ຈິດ​ໃຈ​ຂອງ​ເຂົາ​ກໍບໍ່​ໄດ້​ຢຸດ​ພັກ​ສງົບ ນີ້​ກໍ​ອະ​ນິຈັງ​ດ້ວຍ 24 ສຳ​ລັບ​ມະ​ນຸດ​ນັ້ນ ບໍ່​ມີ​ອັນ​ໃດ​ດີ​ໄປ​ກວ່າ​ກິນ​ແລະ​ດື່ມ ກັບ​ຫາ​ຄວາມ​ຊື່ນ​ບານ​ໃນ​ການ​ງານ​ຂອງ​ເຂົາ ນີ້​ແຫລະ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ເປັນ​ມາ​ຈາກ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ 25 ຖ້າ​ບໍ່​ອາ​ໄສ​ພຣະ​ອົງ​ແລ້ວ ໃຜ​ຈະ​ກິນ​ໄດ້​ບໍ່ ຫລື​ໃຜ​ຈະ​ມີ​ຄວາມ​ຊື່ນ​ບານ​ໄດ້ 26 ເພາະ​ວ່າ​ພຣະ​ເຈົ້າ​ປະ​ທານ​ສະ​ຕິ​ປັນ​ຍາ ຄວາມ​ຮູ້ ແລະ​ຄວາມ​ຍິນ​ດີ​ໃຫ້​ແກ່​ຄົນ​ທີ່​ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ ແຕ່​ສ່ວນ​ຄົນ​ບາບ​ພຣະ​ອົງ​ປະ​ທານ​ງານ​ທີ່​ຕ້ອງ​ເກັບ​ກ່ຽວ​ແລະ​ສະ​ສົມ ເພື່ອ​ໃຫ້​ແກ່​ຜູ້​ທີ່​ພຣະ​ເຈົ້າ​ພໍ​ພຣະ​ທັຍ ນິ້​ກໍ​ອະ​ນິຈັງ​ດ້ວຍ​ຄື​ກິນ​ລົມ​ກິນ​ແລ້ງ

ປັນຍາຈານ 3

ມີ​ເວ​ລາ​ສຳ​ລັບ​ທຸກ​ສິ່ງ

1 ມີ​ຣະ​ດູ​ການ​ສຳ​ລັບ​ທຸກ​ສິ່ງ ແລະ​ມີ​ເວ​ລາ​ສຳ​ລັບ​ເຣື່ອງ​ຣາວ​ທຸກ​ຢ່າງ​ພາຍ​ໃຕ້​ຟ້າ​ສວັນ 2 ມີ​ເວ​ລາ​ເກີດ ແລະ​ເວ​ລາ​ຕາຍ ມີ​ເວ​ລາ​ປູກ ແລະ​ເວ​ລາ​ຖອນ​ສິ່ງ​ທີ່​ປູກ​ຖິ້ມ 3 ມີ​ເວ​ລາ​ຂ້າ ແລະ​ເວ​ລາ​ຮັກ​ສາ​ໃຫ້​ຫາຍ ມີ​ເວ​ລາ​ມ້າງ​ລົງ ແລະ​ເວ​ລາ​ກໍ່​ສ້າງ​ຂຶ້ນ 4 ມີ​ເວ​ລາ​ຮ້ອງ​ໄຫ້ ແລະ​ເວ​ລາ​ຫົວ​ເລາະ ມີ​ເວ​ລາ​ໄວ້​ທຸກ ແລະ​ເວ​ລາ​ເຕັ້ນ​ຣຳ 5 ມີ​ເວ​ລາ​ໂຍນ​ຫີນ​ຖິ້ມ ແລະ​ເວ​ລາ​ເກັບ​ຮວບ​ຮວມ​ຫີນ ມີ​ເວ​ລາ​ສວມກອດ ແລະ​ເວ​ລາ​ງົດ​ເວັ້ນ​ການ​ສວມກອດ 6 ມີ​ເວ​ລາ​ສ​ແວງ​ຫາ ແລະເວ​ລາ​ສູນ​ເສັຽ ເວ​ລາ​ເກັບ​ຮັກ​ສາ​ໄວ້ ແລະ​ເວ​ລາ​ໂຍນ​ຖີ້ມ​ໄປ 7 ມີ​ເວ​ລາ​ຈີກຂາດ ແລະ​ເວ​ລາ​ຫຍີບ ເວ​ລາ​ມິດ​ ເວ​ລາ​ເວົ້າ 8 ມີ​ເວ​ລາ​ຮັກ ແລະ​ເວ​ລາ​ຊັງ ເວ​ລາ​ສົງ​ຄາມ ແລະ​ເວ​ລາ​ສັນ​ຕິ 9 ຄົນ​ງານ​ໄດ້​ກຳ​ໄລ​ອັນ​ໃດ​ຈາ​ກການ​ງານ​ຂອງ​ເຂົາ 10 ຂ້າ​ພະ​ເຈົ້າ​ເຫັນ​ທຸ​ຣະ​ກິດ​ຊຶ່ງ​ພຣະ​ເຈົ້າ​ປະ​ທານ​ໃຫ້​ມະ​ນຸດ​ທຳ 11 ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ສັພ​ສິ່ງ​ງົດ​ງາມ​ຕາມ​ຣະ​ດູ​ການ​ຂອງ​ມັນ ພຣະ​ອົງຊົງ​ບັນ​ຈຸ​ນິ​ຣັນ​ດອນ​ໄວ້​ໃນ​ຈິດ​ໃຈ​ຂອງ​ມະ​ນຸດ ແຕ່​ມະ​ນຸດ​ຍັງ​ເບິ່ງ​ບໍ່​ເຫັນ​ວ່າ​ພຣະ​ເຈົ້າ​ຊົງ​ກະ​ທຳ​ອັນ​ໃດ​ໄວ້ ຕັ້ງ​ແຕ່​ປະ​ຖົມມະ​​ການຈົນ​ເຖິງ​ສຸດ​ປາຍ 12 ຂ້າ​ພະ​ເຈົ້າ​ຮູ້​ແລ້ວ​ວ່າ​ສຳ​ລັບ​ເຂົາ​ບໍ່​ມີ​ອັນ​ໃດ​ທີ່​ຈະ​ດີ​ໄປ​ກວ່າ​ຄວາມ​ຍິນ​ດີ​ແລະ​ຣ່າ​ເຣີງ​ຕລອດ​ຊີ​ວິດ 13 ແລະ​ວ່າ​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ​ແກ່​ມະ​ນຸດ ທີ່​ຈະ​ໃຫ້​ມະ​ນຸດ​ໄດ້​ກິນ​ດື່ມ​ແລະ​ເພີດ​ເພີນ​ໃນ​ບັນ​ດາ​ການ​ງານ​ຂອງ​ເຂົາ 14 ຂ້າ​ພະ​ເຈົ້າ​ຮູ້​ຢູ່​ວ່າ​ສາ​ຣະ​ພັດ​ທີ່​ພຣະ​ເຈົ້າ​ຊົງ​ກະ​ທຳ​ກໍ​ດຳ​ຣົງ​ຢູ່​ເປັນ​ນິດ ຈະ​ເພີ້ມ​ເຕີ​ມສິ່ງໃດ​ເຂົ້າ​ໄປອີກ​ກໍ​ບໍ່​ໄດ້ ຫລື​ຈະ​ເອົາ​ສິ່ງ​ໃດອອກ​ເສັຽກໍ​ບໍ່​ໄດ້ ພຣະ​ເຈົ້າ​ຊົງ​ກະ​ທຳ​ເຊັ່ນ​ນັ້ນ ເພື່ອ​ໃຫ້​ຄົນ​ທັງ​ຫລາຍ​ມີ​ຄວາມ​ຢຳ​ເກງ​ຕໍ່​ພຣະ​ພັກ​ພຣະ​ອົງ 15 ສິ່ງ​ໃດ​ໆ​ຊຶ່ງ​ເປັນຢູ່​ໃນ​ປະ​ຈຸ​ບັນກໍ​ເປັນ​ຢູ່​ນານ​ມາ​ແລ້ວ ສິ່ງ​ໃດໆ​ທີ່​ຈະ​ເປັນ​ມາກໍ​ເຄີຍ​ເປັນ​ຢູ່​ນານ​ມາ​ແລ້ວ ແລະ​ພຣະ​ເຈົ້າ​ຊົງ ​ສ​ແວງ​ສິ່ງ​ໃດໆ​ທີ່​ລ່ວງ​ໄປ​ນັ້ນ 16 ນອກ​ຈາກ​ນີ້ ທີ່​ພາຍ​ໃຕ້ດວງ​ອາ​ທິດ​ຂ້າ​ພະ​ເຈົ້າ​ເຫັ​ນ​ວ່າ ໃນ​ທີ່​ຂອງ​ຄວາມ​ຍຸດ​ຕິ​ທັມ​ມີ​ຄວາມ​ອະ​ທັມ​ຢູ່​ດ້ວຍ ແລະ​ໃນ​ທີ່​ຂອງ​ຄວາມ​ຊອບ​ທັມ​ມີ​ຄວາມ​ອະ​ທັມ​ຢູ່​ດ້ວຍ 17 ຂ້າ​ພະ​ເຈົ້າ​ນຶ​ກ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ຄົນ​ຊອບ​ທັມ​ແລະ​ຄົນ​ອະ​ທັມ ເພາະ​ມີ​ການ​ກຳ​ນົດ​ໄວ້​ສຳ​ລັບ​ທຸກ​ເຣື່ອງ ແລະ​ສຳ​ລັບ​ການ​ງານ​ທຸກ​ຢ່າງ 18 ຂ້າ​ພະ​ເຈົ້າ​ນຶກ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ບັນ​ດາ​ບຸດ​ຂອງ​ມະ​ນຸດ​ວ່າ ພຣະ​ເຈົ້າ​ຊົງ​ທົດ​ສອບ​ເຂົາ​ເພື່ອ​ຈະ​ສຳ​ແດງວ່າ​ເຂົາ​ບໍ່​​ດີ​ລື່ນ​ສັດ 19 ເພາະ​ວ່າ​ເຄາະ​ຂອງ​ບັນ​ດາ​ມະ​ນຸດ​ຊາດ​ກັບ​ເຄາະ​ຂອງ​ສັດ​ເດັຽ​ຣະ​ສານ​ນັ້ນ​ເຫມືອນ​ກັນ ຝ່າຍ​ນຶ່ງ​ຕາຍ ອີກ​ຝ່າຍ​ນຶ່ງ​ກໍ​ຕາຍ​ເຫມືອນ​ກັນ ທັງ​ສອງ​ມີ​ລົມ​ຫາຍ​ໃຈ​ຢ່າງ​ດຽວ​ກັນ ແລະ​ມະ​ນຸດ​ບໍ່​ມີ​ຫຍັງ​ດີກວ່າ​ສັດ​ເດັຽ​ຣະ​ສານ ເພາະ​ສາ​ຣະ​ພັດ​ກໍ​ອະ​ນິຈັງ 20 ​ທຸກ​ຢ່າງ​ໄປ​ຍັງ​ທີ່​ດຽວ​ກັນ ທຸກ​ຢ່າງ​ເປັນ​ມາ​ຈາກ​ຜົງ​ຂີ້​ດິນ ແລະ​ທຸກ​ຢ່າງ​ກັບ​ເປັນ​ຜົງ​ຂີ້​ດິນ​ອີກ 21 ໃຜ​ຮູ້​ວ່າ​ຈິດ​ວິນ​ຍານ​ຂອງ​ມະ​ນຸດ​ໄປ​ສູ່​ເບື້ອງ​ເທີງ​ຫລື​ບໍ່ ແລະ​ວິນ​ຍານ​ຂອງ​ສັດ​ເດັຽ​ຣະ​ສານ​ລົງ​ໄປ​ສູ່​ພິ​ພົບ​ໂລກ​ຫລື​ບໍ່ 22 ເຫດ​ສັນນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ເຫັນ​ວ່າ ບໍ່​ມີ​ສິ່ງ​ໃດ​ດີ​ໄປ​ກວ່າ​ທີ່​ມະ​ນຸດ​ຈະ​ຍິນ​ດີ​ໃນ​ການ​ງານ​ຂອງ​ຕົນ ດ້ວຍ​ວ່ານັ້ນ​ເປັນ​ສ່ວນ​ຂອງ​ເຂົາ ໃຜ​ຈະ​ນໍາເຂົາ​ໃຫ້​ເຫັນ​ວ່າ​ສິ່ງ​ໃດ​ຈະ​ເປັນ​ມາ​ພາຍ​ຫລັງ​ເຂົາ

ປັນຍາຈານ 4

1 ຂ້າ​ພະ​ເຈົ້າ​ເຫັນ​ບັນ​ດາ​ການ​ຂົ່ມ​ເຫັງ​ທີ່​ເກີດ​ຂຶ້ນ​ພາຍ​ໃຕ້ດວງ​ອາ​ທິດ​ອີກ ແລະ​ເບິ່ງ​ດູ ນ້ຳ​ຕາ​ຂອງ​ຜູ້​ທີ່​ຖືກ​ຂົ່ມ​ເຫັງ​ບໍ່​ມີ​ຄົນ​ເລົ້າ​ໂລມ​ເຂົາ ຝ່າຍ​ຜູ້​ຂົ່ມ​ເຫັງ​ນັ້​ນ​ກຸມ​ອຳ​ນາດ ແຕ່​ບໍ່ມີ​ຜູ້​ໃດ​ເລົ້າ​ໂລມ​ເຂົາ​ 2 ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຍິນ​ດີ​ວ່າ ຄົນ​ຕາຍ​ທີ່​ຕາຍ​ໄປ​ແລ້ວ​ມີ​ໂຊກ​ດີກວ່າ​ຄົນ​ເປັນ​ທີ່​ຍັງ​ເປັນ​ຢູ່ 3 ຄົນ​ທີ່​ຍັງ​ບໍ່​ເປັນ​ມາ ທີ່​ບໍ່​ເຫັນ​ການ​ຊົ່ວ​ທີ່​ເກີດ​ຂຶ້ນ​ພາຍ​ໃຕ້ດວງ​ອາ​ທິດ ກໍ​ຍິ່ງ​ດີກວ່າ​ຄົນ​ທັງ​ສອງ​ຈຳ​ພວກ​ນັ້ນ 4 ແລ້ວ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ບັນ​ດາ​ການ​ງານ​ຫນັກ​ຫນ່ວງ ແລະ​ບັນ​ດາ​ຝີ​ມື​ໃນການ​ງານ​ມາ​ຈາກ​ຄວາມ​ອິດ​ສາ​ຂອງ​ຄົນ​ທີ່​ມີ​ຕໍ່​ເພື່ອນ​ບ້ານ​ຂອງ​ຕົນ ນີ້​ກໍ​ອະ​ນິຈັງ​ດ້ວຍ ຄື​ກິນ​ລົມ​ກິນ​ແລ້ງ 5 ຄົນ​ໂງ່​ງໍ​ມື ແລະ​ກິນ​ເນື້ອ​ຂອງ​ຕົນ​ເອງ 6 ຄວາມ​ສ​ງົບ​ສຸກ​ກຳ​ມື​ນຶ່ງ​ຍັງ​ດີກວ່າ​ການ​ງານ​ຫນັກ​ສອງກຳ​ມື​ແລະ​ການ​ກິນ​ລົມ​ກິນ​ແລ້ງ 7 ແລ້ວ​ຂ້າ​ພະ​ເຈົ້າ​ເຫັນ​ອະ​ນິຈັງ​ພາຍ​ໃຕ້ດວງ​ອາ​ທິດ​ອີກ​ 8 ຄື ​ຄົນ​ນຶ່ງ​ຢູ່​ຕົວຄົນ​ດຽວ ບໍ່​ມີ​ບຸດ ຫລື​ພີ່​ນ້ອງ ແຕ່​ເຂົາ​ທຳ​ງານ​ບໍ່​ຢຸດ​ຢ່ອນ ຕາ​ຂອງ​ເຂົາ​ບໍ່​ເຄີຍ​ອີ່ມ​ຄວາມ​ຮັ່ງ​ມີ ເຂົາ​ບໍ່​ເຄີຍ​ຄິດ​ວ່າ, “ຂ້າ​ພະ​ເຈົ້າທຳ​ງານ​ຫນັກ​ຫນ່ວ​ງ ແລະ​ຕົວ​ຂ້າພະ​ເຈົ້າ​ອົດໆ ຢາກໆ ເພື່ອ​ຜູ້​ໃດ” ນີ້​ກໍ​ອະ​ນິ​ຈັງ​ດ້ວຍ ແລະ​ເປັນ​ເຣື່ອງວິ​ຕົກ​ກັງ​ວົນ 9 ສອງ​ຄົນ​ດີກວ່າ​ຄົນ​ດຽວ ເພາະ​ວ່າ​ເຂົາ​ທັງ​ສອງ​ໄດ້​ຮັບ​ຜົນ​ຂອງງານ​ດີ 10 ດ້ວຍ​ວ່າ​ຖ້າ​ຄົນ​ນຶ່ງ​ລົ້ມ​ລົງ ອີກ​ຄົນ​ນຶ່ງ​ຈະ​ໄດ້​ຈູງ​ເພື່ອນ​ຂອງ​ຕົນ​ໃຫ້​ລຸກ​ຂຶ້ນ ແຕ່​ວິ​ບັດ​ແກ່​ຄົນ​ນັ້ນ​ທີ່​ຢູ່​ຄົນ​ດຽວ​ເມື່ອ​ເຂົາ​ລົ້ມ​ລົງ ແລະ​ບໍ່​ມີ​ຜູ້​ອື່ນ​ຈູງ​ຍົກ​ເຂົາ​ໃຫ້​ລຸກ​ຂຶ້ນ 11 ອັນ​ນຶ່ງ ຖ້າ​ສອງ​ຄົນ​ນອນ​ຢູ່​ດ້ວຍ​ກັນ ເຂົາ​ກໍ​ອົບ​ອຸ່ນ ແຕ່​ຖ້າ​ນອນ​ຄົນ​ດຽວ​ຈະ​ອຸ່ນ​ໄດ້​ຢ່າງ​ໃດ 12 ແມ້​ຄົນ​ນຶ່ງ​ສູ້​ຄົນ​ດຽວໄດ້ ສອງ​ຄົນ​ຄົງ​ສູ້​ເຂົາ​ໄດ້​ແນ່ນອນ ເຊືອກ​ສາມກຽວ​ຈະ​ຂາດ​ງ່າຍ​ກໍບໍ່ໄດ້ 13 ຄົນ​ຫນຸ່ມ​ຍາກ​ຈົນ​ແລະ​ມີ​ສະ​ຕິ​ປັນ​ຍາ​ກໍ​ດີກວ່າ​ກະ​ສັດ​ເຖົ້າຊະ​ຣາ ​ແລະ​ໂງ່​ຈ້າ ​ຜູ້​ຮັບ​ຄຳ​ແນະ​ນຳ​ອີກ​ບໍ່​ໄດ້​ແລ້ວ 14 ເຖິງ​ແມ່ນ​ທ່ານ​ອອກ​ມາ​ຈາກ​ເຮືອນ​ຈຳ​ແລ້ວ​ຂຶ້ນ​ເປັນ​ກະ​ສັດ ຫລື​ເກີດ​ເປັນ​ຄົນ​ຍາກຈົນ​ໃນ​ຣາ​ຊ​ອາ​ນາ​ຈັກຂອງ​ທ່ານ​ເອງ 15 ຂ້າ​ພະ​ເຈົ້າ​ເຫັນ​ບັນ​ດາ​ຄົນ​ທີ່​ມີ​ຊີ​ວິດ​ເຄື່ອນ​ໄຫວ​ຢູ່​ພາຍ​ໃຕ້​ດວງ​ອາ​ທິດ ທັງ​ຫນຸ່ມຄົນ​ນັ້ນ​ທີ່​ຈະ​ຂຶ້ນ​ໄປ​ແທນ​ທ່ານ 16 ປະ​ຊາ​ຊົນ​ຜູ້​ຊຶ່ງ​ທ່ານ​ຢູ່​ເຫນືອ​ນັ້ນ​ບໍ່​ມີ​ທີ່​ສິ້ນ​ສຸດ ແຕ່​ບັນ​ດາ​ຄົນ​ທີ່​ມາ​ພາຍ​ຫລັງ​ກໍ​ບໍ່​ຍິນ​ດີ​ໃນ​ທ່ານ ແນ່ນອນ ນີ້​ກໍ​ອະ​ນິຈັງ​ດ້ວຍ ຄື​ກິນ​ລົມ​ກິນ​ແລ້ງ

ປັນຍາຈານ 5

ຄວາມ​ໂງ່​ຈ້າ​ຂອງ​ການ​ສັນ​ຍາ​ບໍ່​ຮອບ​ຄອບ

1 ເຈົ້າ​ຈົ່ງ​ລະ​ວັງ​ເທົ້າ​ຂອງ​ເຈົ້າ ເມື່ອ​ເຈົ້າໄປ​ຍັງ​ພຣະ​ວິ​ຫານຂອງ​ພຣະ​ເຈົ້າ ເພາະ​ການ​ເຂົ້າ​ໃກ້​ຊິດ​ເພື່ອ​ຈະ​ຟັງ​ກໍ​ດີກວ່າ​ຄົນ​ໂງ່​ຖວາຍ​ເຄື່ອງ​ບູ​ຊາ ດ້ວຍ​ວ່າ​ເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳ​ລັງ​ທຳ​ຊົ່ວ 2 ຄິດ​ກ່ອນ​ຈຶ່ງ​ເວົ້າ ແ​ລະ​ຢ່າ​ຟ້າວ​ຕັດ​ສິນ​ໃຈ​ຄຳ​ສັນ​ຍາ​ໃດໆ​ກັບ​ພຣະ​ເຈົ້າ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ໃນ​ສວັນ ແລະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ເຫ​ດ​ສະ​ນັ້ນ​ເຈົ້າ​ຈົ່ງ​ເວົ້າ​ຫນ້ອຍ​ຄຳ 3 ຝັນ​ເມື່ອ​ມີ​ງານ​ຫລາຍ ແລະ​ມີ​ສຽງ​ຄົນ​ໂງ່ຈ້າ​ເມື່ອ​ເວົ້າ​ຫລາຍ 4 ເມື່ອ​ເຈົ້າ​ປະ​ຕິ​ຍານ​ບົນໄວ້​ຕໍ່​ພຣະ​ເຈົ້າ ຢ່າ​ຊ້າ​ທີ່​ຈະ​ແກ້​ບົນ​ນັ້ນ​ໃຫ້​ສຳ​ເຣັດ ເພາະ​ພຣະ​ອົງ​ບໍ່​ພໍພຣະ​ທັຍກັບ​ຄົນ​ໂງ່​ຈ້າ ຈົ່ງແກ້​ບົນຕາມ​​ທີ່​ເຈົ້າ​ບົນ​ໄວ້​ເຖິດ 5 ທີ່​ເຈົ້າຈະ​ບໍ່​ບົນ​ກໍ​ຍັງ​ດີກວ່າ​ທີ່​ເຈົ້າ​ບົນ​ແລ້ວ​ບໍ່​ແກ້ 6 ຢ່າ​ໃຫ້​ປາກ​ຂ​ອງ​ເຈົ້າ​ເປັນ​ເຫດ​ນຳ​ຕົວ​ເຈົ້າ​ໃຫ້​ກະ​ທຳ​ຜິດ​ໄປ ແລະ​ຢ່າ​ເວົ້າ​ຕໍ່​ຫນ້າ​ຜູ້​ນຳ​ຂ່າວ​ຂອງ​ພຣະ​ເຈົ້າ​ວ່າ ນີ້​ແຫລະ​ເປັນ​ຄວາມ​ເຜີ​ຕົວໄປ ເຫດ​ໃດ​ຈະ​ໃຫ້​ພຣະ​ເຈົ້າ​ຊົງ​ພິ​ໂຣດ​ເພາະ​ສຽງ​ເວົ້າ​ຂອງ​ເຈົ້າ ແລ້ວ​ເລີຍ​ຊົງ​ທຳ​ລາຍ​ການ​ງານ​ແຫ່ງ​ນ້ຳ​ມື​ຂອງ​ເຈົ້າ​ເສັຽ​ 7 ເພາະ​ວ່າ​ເມື່ອ​ຝັນ​ຫລາຍ ຄຳ​ເວົ້າ​ຖ່ອຍໆ​ກໍ​ຫລາຍ ເຈົ້າ​ຈົ່ງ​ຢຳ​ເກງ​ພຣະເຈ​ົ້າ​ເຖີດ

ຄວາມ​ອະ​ນິຈັງ​ແຫ່ງ​ຊີ​ວິດ

8 ຖ້າ​ເຈົ້າ​ເຫັນ​ຄົນ​ຈົນ​ໃນ​ເມືອງ​ຖືກ​ຂົ່ມ​ເຫັງ​ກໍ​ດີ ເຫັນ​ຄວາມ​ຍຸດ​ຕິທັມ ແລະ​ສິດ​ທິ​ຖືກ​ປະ​ຕິ​ເສດ​ເອົາ​ໄປ​ເສັຽກໍ​ດີ ເຈົ້າ​ຢ່າ​ປລາດ​ໃຈ​ໃນ​ເຣື່ອງ​ນັ້ນ ດ້ວຍ​ວ່າ​ມີ​ເຈົ້າ​ຫນ້າ​ທີ່​ຄອຍ​ຈັບ​ຕາ​ເຈົ້າ​ຫນ້າ​ທີ່​ຢູ່ ແລ້ວ​ຍັງ​ມີ​ຜູ້ສູງກວ່າ​ອີກ​ຊັ້​ນ​ນຶ່ງ​ຈັບ​ຕາ​ຢູ່​ເຫນືອ​ພວກ​ເຂົາ​ທັງ​ສິ້ນ 9 ນອກ​ຈາກ​ນີ້ ຜົນ​ປ​ໂຍດ​ແຫ່ງ​ແຜ່ນ​ດິນ​ໂລກ ກໍ​ຢູ່​ທີ່​ເຂົາ​ເຫລົ່າ​ນັ້ນ​ທັງ​ຫມົດ ໄຮ່​ນາໃດໆ​ກໍ​ຍ່ອມ​ມີ​ກະ​ສັດ​ຢູ່​ເຫນືອ 10 ຄົນ​ຮັກ​ເງິນ​ຍ່ອມ​ບໍ່​ອີ່ມ​ເງິນ ແລະ​ຄົນ​ຮັກ​ສົມ​ບັດ​ບໍ່​ຮູ້​ຈັກ​ອີ່ມ​ກຳ​ໄລນີ້​ກໍ​ອະ​ນິຈັງ​ດ້ວຍ 11 ເມື່ອ​ຂອງ​ດີ​ເພີ້ມ​ພູນ​ຂຶ້ນ ຄົນ​ກິນ​ກໍ​ມີ​ຫລວງ​ຫລາຍ​ຂຶ້ນ ຄົນ​ທີ່​ເປັນ​ເຈົ້າ​ຂອງ​ຊັບ​ຈະ​ໄດ້​ປ​ໂຍດ​ອັນ​ໃດ ນອກ​ຈາກ​ຈະ​ໄດ້​ຊົມ​ຫລິ້ນ​ເປັນ​ຂວັນ​ຕາ​ເທົ່າ​ນັ້ນ 12 ການ​ຫລັ​ບ​ຂອງກໍາມະ​ກອນ​ກໍ​ຜາ​ສຸກ​ບໍ່​ວ່າ​ເຂົາ​ຈະ​ໄດ້​ກິນຫ​ນ້ອຍ​ຫລື​ໄດ້​ກິນ​ຫລາຍ ແຕ່​ຄວາມ​ອີ່ມ​ທ້ອງ​ຂອງ​ຄົນ​ຮັ່ງ​ມີກໍ​ບໍ່​ຊ່ອຍ​ເຂົາ​ໃຫ້​ຫລັບ 13 ຍັງ​ມີ​ສິ່ງສາ​ມານ​ອັນ​ຫນ້າ​ສ​ລົດ​ໃຈ​ອີກ​ຢ່າງ​ນຶ່ງ ທີ່​ຂ້າ​ພະ​ເຈົ້າ​ເຫັນ​ພາຍ​ໃຕ້​ດວງ​ອາ​ທິດ ຄື​ຊັບ​ສົມ​ບັດ​ທີ່​ເຈົ້າ​ຂອງ​ໄດ້​ເກັບ​ໄວ້​ຈົນ​ເກີດ​ເປັນ​ໄພ​ແກ່​ຕົນ 14 ແລະ​ຊັບ​ສົມ​ບັດ​ນັ້ນ​ສູນ​ເສັຽ​ໄປ​ໂດຍ​ການ​ລົງ​ທຶນ​ທີ່​ບໍ່ດີ ແລະ​ໄດ້​ບຸດ​ຊາຍ​ຄົນ​ນຶ່ງ​ເຂົາ​ກໍ​ເປັນ​ຄົນ​ສິ້ນ​ເນື້ອ​ປະ​ດາ​ຕົວ 15 ເຂົາ​ໄດ້​ຄອດ​ອອກ​ຈາກ​ທ້ອງ​ມານ​ດາ​ຕົວ​ເປື່ອ​ຍກາຍ​ສັນ​ໃດ ເຂົາ​ຈະ​ກັບ​ໄປ​ອີກ​ເຊັ່ນ​ດຽວ​ກັນ​ສັນ​ນັ້ນ ແລະ​ເຂົາ​ຈະ​ເອົາ​ອັນ​ໃດ​ຊຶ່ງ​ເປັນ​ຜົນ​ງານ​ຂອງ​ເຂົາ​ຕິດ​ມື​ໄປ​ບໍ່​ໄດ້​ຈັກ​ຢ່າງ​ດຽວ 16 ນີ້​ເປັນ​ສິ່ງ​ອັນ​ຫນ້າ​ສລົດ​ໃຈ​ອີກ ຄື​ເຂົາ​ໄດ້​ເກີດມາ​ຢ່າງ​ໃດ​ເຂົາ​ກໍ​ຕ້ອງ​ໄປ​ຢ່າງ​ນັ້ນ ເຂົາ​ຈະ​ໄດ້​ປ​ໂຍດ​ອັນ​ໃດ​ທີ່​ເຂົາ​ໄດ້​ລົງ​ແຮງ​ເພື່ອ​ລົມ​ແລ້ງ 17 ອັນ​ນຶ່ງ ເຂົາ​ມີ​ຊີ​ວິດ​ຢູ່​ໃນ​ຄວາມ​ມືດ​ຕລອດ​ປີ​ເດືອນ​ຂອ​ງ​ເຂົາ ເຂົາ​ມີ​ຄວາມຫຍຸ້ງ​ໃຈ​ຢ່າງ​ສາ​ຫັດ ມີ​ຄວາມ​ເຈັບ​ໄຂ້ ແລະ​ມີ​ໂມ​ໂຫໂທ​ໂສ 18 ເບິ່ງ​ແມ໋, ທີ່​ຂ້າ​ພະ​ເຈົ້າ​ເຫັນ​ຊອບ ແລະ​ສົມ​ຄວນ ຄື​ໃຫ້​ກິນ​ແລະ​ດື່ມ ກັບ​ຍິນ​ດີ​ໃນ​ບັນ​ດາ​ກິ​ຈ​ການ​ຂອງ​ຕົນ ທີ່​ຕົນ​ກະ​ທຳ​ພາຍ​ໃຕ້ດວງ​ອາ​ທິດ ຕລອດ​ຊົ່ວ​ອາ​ຍຸ​ອັນ​ສັ້ນໆ​ຂອງ​ຕົນ​ທີ່​ພຣະ​ເຈົ້າ​ປະ​ທານ​ແກ່​ຕົນ​ເພາະ​ການ​ນີ້​ແຫລະ​ເປັນ​ສ່ວນ​ຂອງ​ຕົນ 19 ອັນ​ນຶ່ງ​ທຸກໆ​ຄົນ​ທີ່​ພຣະ​ເຈົ້າ​ປະ​ທານ​ຊັບ​ສົມ​ບັດ​ໃຫ້ ກໍ​ໄດ້​ຊົງ​ໂຜດ​ໃຫ້​ຮັບ​ປະ​ທານ​ຂອງ​ເຫລົ່າ​ນັ້ນ​ໄດ້​ຮັບ​ສ່ວນ​ຂອງ​ຕົນ ແລະ​ຍິນ​ດີ​ໃນ​ການ​ງານ​ຂອງ​ຕົນ​ໄດ້ ນີ້​ແຫລະ​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ 20 ເຂົາ​ຈະ​ໄດ້​ບໍ່​ຕ້ອງ​ນຶກ​ເຖິງ​ປີ​ເດືອນ​ແຫ່ງ​ຊີ​ວິດ​ຂອງ​ຕົນ​ຫລາຍ ເພາະ​ພຣະ​ເຈົ້າ​ໃຫ້​ໃຈ​ເຂົາ​ສາ​ລະ​ວົນ​ຢູ່​ກັບ​ຄວາມ​ຊື່ນ​ໃຈ

ປັນຍາຈານ 6

1 ມີ​ສິ່ງ​ສາ​ມານ​ຢ່າງ​ນຶ່ງທີ່​ຂ້າ​ພະ​ເຈົ້າ​ເຫັນ​ພາຍ​ໃຕ້ດວງ​ອາ​ທິດ ແລະ​ສິ່ງ​ນັ້ນ​ຫນັກ​ແກ່​ມະ​ນຸດ 2 ຄື​ມະ​ນຸດ​ຄົນ​ໃດ​ທີ່​ພຣະ​ເຈົ້າ​ປະ​ທາ​ນຊັບ​ສົມ​ບັດ​ ສິ່ງ​ຂອງ​ແລະ​ຍົດ​ຖາ​ບັນ​ດາ​ສັກ​ໃຫ້ ຈົນ​ສິ່ງ​ໃດໆ​ທີ່​ເຂົາ​ປາ​ຖ​ນາ​ສຳ​ລັບ​ຕົນ ເຂົາ​ກໍ​ມີ​ຄົບ​ບໍ່​ຂາດ​ເລີຍ ແຕ່​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ໂຜດ​ໃຫ້​ເຂົາ​ຊື່ນ​ໃຈ​ໃຊ້​ສິ່ງ​ນັ້ນ ຄົນ​ນອກ​ບ້ານນອກ​ເມືອງ​ກັບ​ເອົາ​ໄປ​ຊື່ນ​ໃຈ​ໃຊ້​ເສັຽ ນີ້​ກໍ​ເປັນ​ອະ​ນິຈັງ ແລະ​ເປັນ​ຄວາມ​ທຸກ​ໃຈ​ຢ່າງ​ຮ້າຍ​ແຮງ 3 ແມ້​ວ່າ​ມະ​ນຸດ​ຄົນ​ໃດ​ມີ​ລູກ​ເຖິງຮ້ອຍ​ຄົນ ແລະ​ມີ​ອາ​ຍຸ​ຢູ່​ຫລາຍ​ປີ​ຈົນ​ປີ​ເດືອນ​ຂອງ​ເຂົາ​ມີ​ຫລວງ​ຫລາຍ ແຕ່​ຈິດ​ໃຈ​ຂອງ​ເຂົາ​​ບໍ່ໄດ້​ອີ່ມ​ດ້ວຍ​ຂອງ​ດີ ນອກ​ຈາກ​ນີ້ ເຂົາ​ບໍ່​ມີ​ງານ​ຝັງ​ສົບ​ຂອງ​ຕົນ​ດ້ວຍ ຂ້າ​ພະ​ເຈົ້າ​ວ່າ​ລູກ​ທີ່​ເກີດມາ​ແທ້ງ​ເສັຽຍັງ​ດີກວ່າ​ຄົນ​ນັ້ນ 4 ເພາະ​ເດັກ​ນັ້ນ​ເກີດ​ມາ​ອະ​ນິ​ຈັງ ແລະ​ຕາຍ​ໄປ​ໃນ​ຄວາມ​ມືດ ແລະ​ຊື່​ຂອງ​ເຂົາ​ຖືກ​ປິດ​ໄວ້​ໃນ​ຄວາມ​ມືດ 5 ນອກ​ຈາກ​ນີ້ ຍັງ​ບໍ່​ທັນ​ເຫັນ​ຕາ​ເວັນ ຫລື​ຍັງ​ບໍ່​ທັນ​ຮູ້​ເຣື່ອງ​ຣາວ​ອັນ​ໃດ ເດັກ​ຄົນ​ນີ້​ມີ​ຄວາມ​ສ​ງົບ​ສຸກ​ຍິ່ງກວ່າ​ຜູ້​ໃຫຍ່​ນັ້ນ​ເສັຽອີກ 6 ແມ້​ວ່າ​ເຂົາ​ມີ​ຊີ​ວິດ​ຢູ່​ພັນ​ປີ​ທະ​ວີ​ອີກ​ເທົ່າ​ຕົວ ແຕ່​ບໍ່​ໄດ້​ເຫັນ​ຂອງ​ດີ​ອັນ​ໃດ ທຸກ​ຄົນບໍ່​ໄດ້​ລົງ​ໄປ​ທີ່​ບ່ອນ​ດຽວ​ກັນ​ຫມົດ​ຫລື 7 ບັນດາ​ການ​ງານ​ຂອງ​ມະ​ນຸດ​ກໍ​ເພື່ອ​ປາກ​ຂອງ​ເຂົາ ແຕ່​ເຖິງປານ​ນັ້ນ​ເຂົາ​ກໍ​ບໍ່​ຮູ້​ຈັກ​ອີ່ມ 8 ດ້ວຍ​ວ່າ​ຄົນ​ມີ​ສະ​ຕິ​ປັນ​ຍາ​ໄດ້​ປຽບ​ອັນ​ໃດ​ກວ່າ​ຄົນ​ໂງ່​ ຫລື​ຄົນ​ຍາກ​ຈົນ​ທີ່ຮູ້​ຈັກ​ປະ​ພຶດ​ຕົວ​​ຢູ່​ຕໍ່​ຫນ້າ​ຄົນ​ທີ່​ມີ​ຊີ​ວິດ​ກໍ​ໄດ້​ປຽບ​ອັນ​ໃດ 9 ເຫັນ​ແລ້ວ​ກັບ​ນັຍ​ຕາ​ກໍ​ດີ​ກວ່າການ​ປ່ອຍໄປ​ຕາມ​ຄວາມ​ປາ​ຖ​ນາ​ ນີ້​ຄື​ອະ​ນິ​ຈັງ​ດ້ວຍ ຄື​ກິນ​ລົມ​ກິນ​ແລ້ງ 10 ສິ່ງ​ໃດ​ຊຶ່ງ​ມີ​ຢູ່​ດຽວ​ນີ້ ເຂົາ​ໄດ້​ໃຊ້​ຊື່​ເອີ້ນ​ສິ່ງ​ນັ້ນ​ນານ​ມາ​ແລ້ວ ແລະ​ກໍ​ຮູ້​ກັນ​ແລ້ວ​ວ່າ​ມະ​ນຸດ​ຄື​ຫຍັງ ແລະ​ເຂົາ​ບໍ່​ອາດ​ໂຕ້​ຖຽງ​ກັບ​ພຣະ​ອົງ​ຜູ້​ຊົງ​ຣິດ​ເດ​ຊາກວ່າ​ຕົນ​ໄດ້ 11 ເມື່ອ​ເວົ້າ​ຫລາຍ​ກໍ​ຍິ່ງ​ອະ​ນິ​ຈັງ​ຫລາຍ​ແລ້ວ​ຈະ​ເປັນ​ປ​ໂຍດ​ອັນ​ໃດ​ແກ່​ມະ​ນຸດ​ 12 ໃຜ​ຄົນ​ໃດຮູ້​ວ່າ​ສິ່ງ​ໃດ​ເປັນ​ສິ່ງ​ທີ່​ດີ​ສຳ​ລັບ​ມະ​ນຸດ ໃນ​ຊີ​ວິດ​ນີ້ ຄື​ໃນ​ລະ​ຍະ​ວັນ​ເດືອນ​ປີ​ທັງ​ຫລາຍ​ແຫ່ງ​ຊີ​ວິດ​ຂອງ​ຕົນ​ທີ່​ໄດ້​ເສັຽ​ໄປ​ດຸດ​ດັ່ງ​ເງົາ​ ຫລື​ໃຜ​ຜູ້​ໃດ​ອາດບອກ​ກັບ​ມະ​ນຸດ​ໄດ້​ວ່າ ສິ່ງ​ນີ້​ສິ່ງ​ນັ້ນ​ຈະ​ເກີດ​ຂຶ້ນ​ພາຍ​ຫລັງ​ຕົນ​ທີ່​ພາຍ​ໃຕ້ດວງ​ອາທິດ

ປັນຍາຈານ 7

ຄວາມ​ປະ​ເສີດ​ຂອງ​ສະ​ຕິ​ປັນ​ຍາ

1 ຊື່​ສຽງ​ດີກໍ​ປະ​ເສີດກວ່າ​ນ້ຳ​ມັນ​ຫອມ​ຢ່າງວິ​ເສດ ແລະ​ວັນ​ຕາຍ​ກໍ​ດີກ​ວ່າ​ວັນ​ເກີດ 2 ໄປ​ຍັງ​ເຮືອນ​ທີ່​ມີ​ການ​ໄວ້​ທຸກ ກໍ​ດີກວ່າ​ໄປ​ຍັງ​ເຮືອນ​ທີ່​ມີ​ການ​ລ້ຽງ​ກັນ ເພາະ​ນັ້ນ​ເປັນ​ວາ​ຣະ​ສຸດ​ທ້າຍ​ຂອງ​ມະ​ນຸດ​ທັງ​ປວງ ແລະ​ຜູ້​ທີ່​ຍັງ​ມີຊີ​ວິດ​ຢູ່​ຈະ​ເອົາ​ເຫດ​ການ​ນັ້ນ​ໃສ່​ໄວ້​ໃນ​ໃຈ 3 ຄວາມ​ໂສກເສົ້າ​ກໍ​ດີກວ່າ​ການ​ຫົວ​ເລາະ​ ເພາະ​ຄວາມ​ໂສກ​ເສົ້າ​ໃນ​ໃບ​ຫນ້າ​ທຳ​ໃຫ້​ຈິດ​ໃຈ​ຍິນ​ດີ 4 ຈິດ​ໃຈ​ຂອງ​ຄົນ​ທີ່​ມີ​ສະ​ຕິ​ປັນ​ຍາ ຍ່ອມ​ຢູ່​ໃນ​ເຮືອນ​ທີ່​ມີ​ຄວາມ​ໂສກ​ເສົ້າ ແຕ່​ຈິດ​ໃຈ​ຂອ​ງ​ຄົນ​ໂງ່ ຍ່ອມ​ຢູ່​ໃນ​ເຮືອນ​ທີ່​ມີ​ການ​ສນຸກ​ສ​ນານ 5 ຟັງ​ຄຳ​ຕຳ​ຫນີ​ຂອງ​ຄົນ​ທີ່​ມີ​ສະ​ຕິ​ປັນ​ຍາ ຍັງ​ດີກວ່າ​ຟັງ​ເພງ​ຂອງ​ຄົນ​ໂງ່ 6 ມີ​ສຽງ​ແຕກ​ຂອງ​ຮຽວຫນາມຢູ່​ໃຕ້​ຫມໍ້​ສັນ​ໃດ ສຽງ​ຫົວ​ເລາະ​ຂອງ​ຄົນ​ໂງ່​ຈ້າກໍ​ສັນ​ນັ້ນ ນີ້​ກໍ​ອະ​ນິ​ຈັງ​ດ້ວຍ 7 ແທ້​ຈິງ​ການ​ກົດ​ຂີ່​ຂົ່ມ​ເຫັງ​​ກະທຳ​ໃຫ້​ຜູ້​ມີ​ສະ​ຕິ​ປັນ​ຍາ​ໂງ່​ໄປ ແລະ​ສິນ​ບົນ​ກໍ​​ກະທຳ​ໃຫ້​ຄວາມ​ເຂົ້າ​ໃຈ​ເສັຽ​ໄປ 8 ເບື້ອງ​ປາຍ​ແຫ່ງ​ສິ່ງ​ໃດໆ​ກໍ​ດີກວ່າ​ເບື້ອງ​ຕົ້ນ​ແຫ່ງ​ສິ່ງ​ນັ້ນໆ ມີ​ໃຈ​ອົດ​ກັ້ນ​ກໍ​ດີກວ່າ​ມີ​ໃຈ​ຈອງ​ຫອງ 9 ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ໂກດ​ໄວ ເພາະ​ຄວາມ​ໂກດ​ມີ​ປະ​ຈຳ​ຢູ່​ໃຈ​ຊວງ​ເອີກ​ຂອງ​ຄົນ​ໂງ່ 10 ຢ່າ​ວ່າ, “ອັນ​ໃດ​ຫນໍ​ເປັນ​ເຫດ​ໃຫ້​ກາລກ່ອນ​ດີກວ່າ​ກາ​ລບັດ​ນີ້” ເພາະ​ທີ່​ເຈົ້າ​ໄດ້​ຖາມ​ນັ້ນ​ບໍ່​ໄດ້​ຖາມ​ດ້ວຍ​ສະ​ຕິ​ປັນ​ຍາ 11 ສະ​ຕິ​ປັນ​ຍາ​ປະ​ກອບ​ກັບ​ມໍ​ຣະ​ດົກ​ກໍ​ເປັນ​ຂອງ​ດີ ເປັນ​ປ​ໂຍດ​ແກ່​ຄົນ​ທີ່​ໄດ້​ເຫັນ​ດວງ​ຕາ​ເວັນ 12 ເງິນ​ເປັນ​ເຄື່ອງ​ປ້ອງ​ກັນ​ສັນ​ໃດ ສະ​ຕິ​ປັນ​ຍາ​ກໍ​ເປັນ​ເຄື່ອງ​ປ້ອງ​ກັນ​ສັນ​ນັ້ນ ແລະ​ຜົນ​ປ​ໂຍດ​ຂອງ​ຄວາມ​ຮູ້ ຄື​ສະ​ຕິ​ປັນ​ຍາ ຍ່ອມ​ຮັກ​ສາ​ຊີ​ວິດ​ຂອງ​ຜູ້​ທີ່​ມີ​ສະ​ຕິ​ປັນ​ຍາ​ນັ້ນ 13 ຈົ່ງ​ພິຈາ​ຣະ​ນາ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ເຈົ້າ ສິ່ງ​ໃດໆ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຄົດ​ຢູ່​ແລ້ວ ໃຜ​ຈະ​ຢຽດ​ສິ່ງ​ນັ້ນໆ​ໃຫ້​ຊື່​ໄປໄດ້​ 14 ເມື່ອ​ເວ​ລາ​ມີ​ຄວາມ​ຈະ​ເຣີນ​ກໍ​ຈົ່ງ​ຊື່​ນຊົມ​ຍິນ​ດີ ແຕ່​ເມື່ອ​ເຖິງ​ເວ​ລາ​ອັນ​ຈົນ​ກໍ​ຈົ່ງ​ພິ​ນິດ​ພິ​ຈາ​ຣະ​ນາ ພຣະ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ມີ​ທັງ​ສອງ​ຢ່າງ​ເພື່ອ​ມະ​ນຸດ​ຈະ​ບໍ່​ຄົ້ນ​ໄດ້​ວ່າ​ເມື່ອ​ເຂົາ​ລ່ວງ​ໄປ​ແລ້ວ​ຈະ​ມີ​ອັນ​ໃດ​ມາ 15 ຂ້າ​ພະ​ເຈົ້າ​ເຫັນ​ສິ່ງ​ເຫລົ່າ​ນີ້​ທັງ​ສິ້ນ​ໃນ​ຊີ​ວິດ​ອະ​ນິຈັງ​ຂອງ​ຂ້າ​ພະ​ເຈົ້າ ຄື​ຄົນ​ຊອບ​ທັມ​ພິ​ນາດ​ໃນ​ຄວາມ​ຊອບ​ທັມ​ຂອງ​ຕົນ ແລະ​ມີ​ຄົນ​ອະ​ທັມ​ມີ​ຊີ​ວິດ​ຍືນ​ຍາວ​ໃນການ​ກະ​ທຳ​ຊົ່ວ 16 ຢ່າ​ເປັນ​ຄົນ​ຊອບ​ທັມ​ເກີນ​ໄປ ແລະ​ຢ່າ​ສ​ລາດ​ເກີນ​ຕົວ ເຫດ​ໃດ​ເຈົ້າ​ຈະ​ທຳ​ຕົວ​ໃຫ້​ພິ​ນາດ​ເສັຽ​ເລົ່າ 17 ຢ່າ​ອະ​ທັມ​ມາກ​ຫນັກ ຫລື​ຢ່າ​ເປັນ​ຄົນ​ໂງ່ ເປັນ​ຫຍັງ​ເຈົ້າ​ຈະ​ໄປ​ຕາຍ​ເສັຽກ່ອນ​ເຖິງວາ​ຣະ​ຂອງ​ເຈົ້າ​ເລົ່າ 18 ກໍ​ດີ​ຢູ່​ແລ້ວ​ທີ່​ເຈົ້າ​ຈະ​ຍຶດ​ຖື​ສິ່ງ​ເຫລົ່າ​ນີ້​ໄວ້ ເຈົ້າ​ຢ່າ​ແບ​ມື​ປ່ອຍ​ສິ່ງ​ນັ້ນ​ໃຫ້​ຫລຸດ​ລອຍ​ເສັຽ​ໄປ ເພາະ​ວ່າ​ຜູ້​ທີ່​ເກງ​ກົວ​ພຣະ​ເຈົ້າ​ຈະ​ພົ້ນ​ຈາກ​ບັນ​ດາ​ສິ່ງ​ທີ່​ກ່າວ​ມາ​ນີ້ 19 ສະ​ຕິ​ປັນ​ຍາ​ເປັນ​ກຳ​ລັງ​ແກ່​ຄົນ​ສ​ລາດ​ດີ​ກວ່າ​ຜູ້​ຄອບ​ຄອງ​ສິບ​ຄົນ​ທີ່​ຢູ່ໃນ​ເມືອງ 20 ແນ່ນອນ ບໍ່​ມີ​ຄົນ​ຊອບ​ທັມ​ຈັກ​ຄົນ​ດຽວ​ເທິງ​ແຜ່ນ​ດິນ​ໂລກ ທີ່​ໄດ້​ປະ​ພຶດ​ລ້ວນ​ແຕ່​ຄວາມ​ດີ ແລະ​ບໍ່​ກະ​ທຳ​ບາບ​ເລີຍ 21 ຢ່າ​ສົນ​ໃຈ​ຟັງ​ບັນ​ດາ​ຖ້ອຍ​ຄຳ​ທີ່​ຄົນ​ອື່ນ​ກ່າວ ຢ້ານ​ວ່າ​ເຈົ້າ​ຈະ​ໄດ້​ຍິນ​ທາດ​ຂອງ​ເຈົ້າ​ແຊ່ງ​ດ່າ​ຕົວ​ເຈົ້າ 22 ດ້ວຍ​ວ່າ​ເຈົ້າ​ກໍ​ແຈ້ງ​ຢູ່​ກັບ​ໃຈ​ຂອງ​ເຈົ້າ​ເອງ​ຫລາຍ​ຄັ້ງ​ຫລາຍ​ຫົນ​ແລ້ວ​ວ່າ ຕົວ​ເຈົ້າ​ເອງ​ໄດ້​ແຊ່ງ​ດ່າ​ຄົນ​ອື່ນ​ເຫມືອນ​ກັນ

ການ​ສ​ແວງ​ຫາ​ສະ​ຕິ​ປັນ​ຍາ

23 ບັນ​ດາຂໍ້​ຄວາມ​ເຫລົ່າ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ພິ​ສູດ​ດ້ວຍ​ໃຊ້​ສະ​ຕິ​ປັນ​ຍາ​ແລ້ວ ຂ້າ​ພະ​ເຈົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ໄດ້​ປັນ​ຍາ” ແຕ່​ປັນ​ຍາ​ນັ້ນ​ກັບ​ຢູ່​ຫ່າງ​ໄກ​ຈາກ​ຂ້າ​ພະ​ເຈົ້າ 24 ສິ່ງ​ທີ່​ເປັນ​ຢູ່ກໍ​ຢູ່​ໄກ ແລະ​ທີ່​ເລິກ​ກໍ​ເລິກ​ລ້ຳ​ເຫລືອ​ເກີນ ໃຜ​ຜູ້​ໃດ​ຈະ​ຄົ້ນ​ອອກ​ມາ​ໄດ້ 25 ໃຈ​ຂ້າ​ພະ​ເຈົ້າ​ຫວນ​ກັບຄືນ​ມາ​ຮຽນ​ຮູ້ ແລະ​ຊອກ​ກັບ​ສ​ແວງ​ຫາ​ສະ​ຕິ​ປັນ​ຍາ ແລະ​ມູນ​ເຫດຂອງ​ສິ່ງ​ຕ່າງໆ ເພື່ອ​ໃຫ້​ຮູ້​ວ່າ​ຄວາມ​ອະ​ທັມ​ເປັນ​ຄວາມໂງ່​ ແລະ​ຄວາມ​ໂງ່​ເປັນ​ຄວາມບ້າບໍ 26 ຂ້າ​ພະ​ເຈົ້າ​ໄດ້​ພົບ​ອີກ​ສິ່ງ​ນຶ່ງ​ຊຶ່ງ​ຂົມ​ຂື່ນ​ຍິ່ງກວ່າ​ຄວາມ​ຕາຍ ຄື​ຜູ້​ຍິງ​ທີ່​ມີ​ໃຈ​ເປັນ​ບ່ວງ​ແຮ້ວ ແລະ​ຕາຫນ່າງ ມື​ຂອງ​ນາງ​ເປັນ​ໂຊ່​ທວນ ຄົນ​ໃດ​ເປັນ​ຄົນ​ທີ່ພໍ​ພຣະ​ທັຍ​ພຣະ​ເຈົ້າ​ຄົນ​ນັ້ນ​ຈະ​ຫນີ​ພົ້ນ​ນາງ ແຕ່​ຄົນ​ບາບ​ຈະ​ຖືກຜູ້​ຍິງ​ຄົນ​ນັ້ນ​ຈັ​ບ​ເອົາ​ໄປ 27 ປັນ​ຍາ​ຈານ​ກ່າວວ່າ ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ພົບ​ດັ່ງ​ຕໍ່​ໄປ​ນີ້ ໂດຍ​ເອົາ​ເຣື່ອງ​ນຶ່ງ​ມາ​ປະ​ດີດ​ຕິດ​ຕໍ່​ເຂົ້າ​ກັບ​ອີກ​ເຣື່​ອງ​ນຶ່ງ ເພື່ອ​ຫາ​ມູນ​ເຫດ 28 ຊຶ່ງ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ກຳ​ລັງ​ຫາ​ແລ້ວ​ຫາ​ອີກ ແຕ່​ຂ້າ​ພະ​ເຈົ້າ​ຫາ​ບໍ່​ພົບເທື່ອ ໃນ​ຊາຍ​ພັນ​ຄົນ​ຈະ​ພົບ​ຊາຍ​ຈິງ​ຈັກ​ຄົນ​ນຶ່ງ ແຕ່​ຈະ​ຫາ​ຍິງ​ແທ້​ຈັກ​ຄົນ​ນຶ່ງ​ໃນ​ຈຳ​ນວນ​ພັນ​ຄົນ​ກໍຫາ​ພົບ 29 ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ພົບ​ແຕ່​ຄວາມ​ນີ້​ຕ່າງ​ຫາກ ຄື​ພຣະ​ເຈົ້າ​ຊົງ​ສ້າງ​ມະ​ນຸດ​ໃຫ້​ເປັນ​ຄົນ​ທ່ຽງ​ທັມ ແຕ່​ມະ​ນຸດ​ທັງ​ຫລາຍ​ໄດ້​ຄົ້​ນ​ກົນ​ອຸ​ບາຍ​ຕ່າງໆ​ອອກ​ມາ

ປັນຍາຈານ 8

1 ໃຜ​ຜູ້​ໃດ​ຈະ​ເຫມືອນ​ນັກ​ປາດ ຫລື​ໃຜ​ເດ່​ຈະ​ອະ​ທິ​ບາຍ​ສິ່ງ​ອັນ​ໃດ​ກໍ​ໄດ້ ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ​ກະ​ທຳ​ໃຫ້​ໃບ​ຫນ້າ​ຂອງ​ເຂົາ​ຜ່ອງ​ໃສ ແລະ​ໃບ​ຫນ້າ​ຂອງ​ເຂົາ​ທີ່​ແຂງ​ກະ​ດ້າງ​ກໍ​ປ່ຽນ​ໄປ

ຈົ່ງ​ເຊື່ອ​ຟັງ​ກະ​ສັດ

2 ຈົ່ງ​ຖື​ຮັກ​ສາ​ພຣະ​ບັນ​ຊາ​ຂອງ​ກະ​ສັດ ແລະ​ທີ່​ກ່ຽວ​ຂ້ອງ​ກັບ​ຄຳ​ປະ​ຕິ​ຍານ​ອັນ​ສັກ​ສິດ​ຂອງ​ທ່ານ​ນັ້ນ ຢ່າ​ເມີນ​ເສີຍ 3 ຢ່າ​ຟ້າວ​ອອກ​ໄປ​ໃຫ້​ພົ້ນ​ພຣະ​ພັກກະ​ສັດ ເມື່ອ​ມີ​ເຫດ​ການ​ບໍ່​ດີ​ເກີດ​ຂຶ້ນ ຢ່າ​ຂັດ​ຂືນ ເພາະ​ກະ​ສັດຍ່ອມ​ຊົງ​ກະ​ທຳ​ສິ່ງ​ໃດໆ​ຕາມ​ຊອບ​ພຣະ​ທັຍ​ພຣະ​ອົງ 4 ດ້ວຍ​ວ່າ​ພຣະ​ດຳ​ຣັ​ດ​ຂອງ​ກະ​ສັດ​ນັ້ນ​ມີ​ອຳ​ນາດ ແລະ​ໃຜ​ຜູ້​ໃດ​ຈະ​ກາບ​ທູນ​ຖາມ​ພຣະ​ອົງ​ໄດ້​ວ່າ, “ຝ່າ​ພຣະ​ບາດຊົງ​ກະ​ທຳ​ເຊັ່ນ​ນັ້ນ” 5 ຜູ້​ທີ່​ກະ​ທຳ​ຕາມ​ພຣະ​ບັນ​ຊາ​ຈະ​ບໍ່​ປະ​ສົບ​ອັນ​ຕະ​ຣາຍ ແລະ​ຈິດ​ໃຈ​ຂອງ​ຄົນ​ທີ່​ມີ​ສະ​ຕິ​ປັນ​ຍາ​ກໍ​ເຂົ້າ​ໃຈ ວາ​ຣະແລະ​ວິ​ທີ​ການ

ວິ​ຖີ​ຂອງ​ພຣະ​ເຈົ້າ​ຫນືອ​ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ

6 ດ້ວຍ​ວ່າ​ບໍ່​ວ່າ​ສິ່ງ​ໃດ​ທັງ​ນັ້ນ​ຍ່ອມ​ມີ​ວາ​ຣະ ​ແລະ​ວິ​ທີ​ການ ແມ້​ວ່າ​ຄວາມ​ລຳ​ບາກ​ຂອງ​ມະ​ນຸດ​ເປັນ​ພາ​ຣະ​ຫນັກ​ແກ່​ຕົວ​ເຂົາ 7 ດ້ວຍ​ເຂົາ​ບໍ່​ຮູ້​ວ່າ​ສິ່ງ​ໃດ​ຈະ​ເກີດ​ຂຶ້ນ ດ້ວຍ​ໃຜ​ຈະ​ບອກ​ແກ່​ເຂົາ​ໄດ້​ວ່າ​ສິ່ງ​ນັ້ນ​ຈະ​ເກີດ​ຂຶ້ນ​ຢ່າງ​ໃດ 8 ບໍ່​ມີ​ມະ​ນຸດຄົນ​ໃດຢັ່ງ​ຈິດ​ວິນ​ຍານ​ໄດ້ ຫລື​ບໍ່​ມີ​ອຳ​ນາດ​ໃດ​ເຫນືອ​ວັນ​ຕາຍ ການ​ສົງ​ຄາມ​ຍ່ອມ​ບໍ່​ມີ​ການ​ປົດ​ປ່ອຍ ຄວາມ​ອະ​ທັມ​ຍ່ອມ​ບໍ່​ຊ່ອຍ​ຜູ້​ທີ່​ຖືກມອບ​ໃຫ້​ໄວ້ 9 ບັນ​ດາ​ການ​ນີ້​ຂ້າ​ພະ​ເຈົ້າ​ເຫັນ​ຫມົດ​ແລ້ວ ເມື່ອ​ຂ້າ​ພະ​ເຈົ້າ​ສົນ​ໃຈ​ກິ​ຈ​ການ​ທຸກ​ຢ່າງ​ທີ່​ເຂົາ​ກະ​ທຳ​ກັນ​ພາຍ​ໃຕ້ດວງ​ອາທິດ ມີ​ວາ​ຣະ​ຊຶ່ງ​ໃຫ້​ຄົນ​ນຶ່ງ​ມີ​ອຳ​ນາດ​ເຫນືອ​ອີກ​ຄົນ​ນຶ່ງ​ທີ່​ຈະ​ມາ​ທຳ​ອັນ​ຕະ​ຣາຍ​ເຂົາ 10 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເຂົາ​ຝັງ​ຄົນ​ອະ​ທັມ ຜູ້​ຊຶ່ງ​ເຄີຍ​ເຂົ້າ​ອອກ​ທີ່​ສະ​ຖານ​ບໍ​ຣິ​ສຸດ ແລະ​ມີ​ຄົນຍົກ​ຍ້ອງເຂົາ​ໃນ​ເມືອງ​ທີ່​ຄົນ​ອະ​ທັມ​ນັ້ນ​ເອງ​ກະ​ທຳ​ສິ່ງ​ນັ້ນ ນິ້ກໍ​ອະ​ນິ​ຈັງ 11 ເພາະ​ການ​ຕັດ​ສິນ​ການ​ກະ​ທຳ​ຊົ່ວ​ນັ້ນ ເຂົາ​ບໍ່​ໄດ້​ລົງ​ໂທດ​ໂດຍ​ໄວ ເຫດ​ສະ​ນັ້ນ​ໃຈ​ບັນ​ດາ​ບຸດ​ຂອງ​ມະ​ນຸດ​ຈຶ່ງ​ເຈ​ຕ​ນາ​ມຸ່ງ​ທີ່​ຈະ​ກະ​ທຳ​ຄວາມ​ອະ​ທັມ 12 ເຖິງ​ແມ່ນ​ວ່າ​ຄົນ​ບາບ ທຳ​ຊົ່ວ​ຕັ້ງ​ຮ້ອຍ​ເທື່ອ ແລະ​ອາ​ຍຸ​ເຂົາ​ຍັງ​ຍັ້ງ​ຍືນ​ຢູ່​ໄດ້ ເຖິງ​ປານນັ້ນ​ຂ້າ​ພະ​ເຈົ້າ​ຍັງ​ຮູ້​ແນ່​ວ່າ​ຈະ​ເປັນ​ໄປ​ໂດຍ​ດີ​ແກ່​ເຂົາ​ທັງ​ຫລາຍ​ທີ່​ຢຳ​ເກງ​ພຣະ​ເຈົ້າ ຄື​ທີ່​ມີ​ຄວາມ​ຢຳ​ເກງ​ຕໍ່​ພຣະ​ພັກ​ພຣະ​ອົງ 13 ແຕ່​ວ່າ​ຈະ​ບໍ່​ເປັນ​ໄປ​ໂດຍ​ດີແກ່​ຄົນ​ອະ​ທັມ ອາ​ຍຸ​ຂອງ​ເຂົາ​ທີ່​ເປັນ​ດັ່ງ​ເງົາ​ກໍ​ຈະ​ບໍ່​ຍືນ​ຍາວ​ອອກ​ໄປ​ໄດ້ ເພາະ​ເຂົາ​ບໍ່​ມີ​ຄວາມ​ຢຳ​ເກງ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 14 ຍັງ​ມີ​ອະ​ນິຈັງ​ອີກຢ່າງ​ນຶ່ງ​ທີ່​ກະ​ທຳ​ກັນ​ເທິງ​ແຜ່ນ​ດິນ​ໂລກ ຄື​ມີ​ຄົນ​ຊອບ​ທັມ​ຮັບ​ເຄາະ​ອັນ​ເປັນ​ເຄາະ​ທີ່​ຄົນ​ອະ​ທັມ​ຄວນ​ຮັບ ແລະ​ມີ​ຄົນ​ອະ​ທັມ​ຮັບ​ເຄາະ​ອັນ​ເປັນ​ເຄາະ​ທີ່​ຄົນ​ຊອບ​ທັມຄວນ​ຮັບ ຂ້າ​ພະ​ເຈົ້າ​ກ່າວ​ໄດ້​ວ່າ ນີ້​ກໍ​ເປັນ​ອະ​ນິຈັງ​ດ້ວຍ 15 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ສ​ນັບ​ສນູນ​ໃຫ້​ຫາ​ຄວາມ​ສ​ນຸກ​ສ​ນານ ດ້ວຍ​ວ່າ​ພາຍ​ໃຕ້ດວງ​ອາ​ທິດ ມະ​ນຸດ​ບໍ່​ມີ​ອັນ​ໃດ​ດີ​ໄປ​ກ​ວ່າ​ກິນ​ແລະ​ດື່ມ​ກັບ​ຊື່ນ​ຊົມ​ຍິນ​ດີ ດ້ວຍ​ວ່າ​ອາ​ການນີ້​ຮ່ວມ​ໄປ​ໃນ​ການ​ງານຂອງ​ຕົນ​ຕລອດ​ຊີ​ວິດຂອງ​ຕົນ ທີ່​ພຣະ​ເຈົ້າ​ຊົງ​ໂຜດ​ປະ​ທານ​ແກ່​ຕົນ​ພາຍ​ໃຕ້ດວງ​ອາ​ທິດ 16 ເມື່ອ​ຂ້າ​ພະ​ເຈົ້າ​ຕັ້ງ​ໃຈ​ຈະ​ເຂົ້າ​ໃຈ​ສະ​ຕິ​ປັນ​ຍາ ແລະ​ຮູ້​ທຸ​ຣກິ​ຈ​ທີ່​ກະ​ທຳ​ກັນ​ໃນ​ໂລກ ທີ່​ເຂົາ​ອົດຫລັບ​ອົດ​ນອນ​ທຳ​ກັນ​ຕລອດ​ວັນ​ຕລອດ​ຄືນ 17 ແລ້ວ​ຂ້າ​ພະ​ເຈົ້າ​ຈີ່ງ​ເຫັນ​ພາ​ຣະ​ກິ​ຈ​ຂອງ​ພຣະ​ເຈົ້າ​ວ່າ ມະ​ນຸດ​ຈະ​ຄົ້ນ​ຫາ​ຄວາມ​ເຂົ້າ​ໃຈ​ໃນ​ພຣະ​ພາ​ຣະ​ກິ​ຈ​ທີ່​ບັງ​ເກີດ​ຢູ່​ພາຍ​ໃຕ້ດວງ​ອາ​ທິດ​ຫາ​ບໍ່​ໄດ້ ເພາະ​ວ່າ​ມະນຸດ​ຈະ​ອອກ​ແຮງ​ຄົ້​ນ​ຫາ​ປານ​ໃດ​ກໍ​ຍັງ​ຈະ​ຄົ້ນ​ຫາ​ໃຫ້​ພົບ​ບໍ່​ໄດ້ ນອກ​ຈາກ​ນີ້ແມ້​ວ່າ​ນັກ​ປາດ​ຄົນ​ໃດ​ນຶກເອົາ​ວ່າ​ເຂົາ​ຈະ​ເຂົ້າ​ໃຈ​ແລ້ວ ເຂົາ​ກໍ​ຍັງ​ຄົ້ນ​ຫາ​ບໍ່​ພົບ

ປັນຍາຈານ 9

ຄວາມເຫລື່ອມ​ລ້ຳ​ຂອງຊີ​ວິດ

1 ຂ້າ​ພະ​ເຈົ້າ​ໄດ້​ນຳ​ເຣື່ອງ​ຣາວ​ເຫລົ່າ​ນີ້​ມາ​ຄິດ ກວດ​ພິ​ຈາ​ຣະ​ນາ​ເບິ່ງ​ວ່າ ຄົນ​ຊອບ​ທັມ​ ແລະ​ຄົນ​ມີ​ສະ​ຕິ​ປັນ​ຍາ​ຮ​ວມ​ທັງ​ກິ​ຈ​ການ​ຂອງ​ເຂົາ​ທັງ​ຫລາຍ ກໍ​ຢູ່ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ຈະ​ຊົງ​ຮັກ​ຫລື​ຊົງ​ກຽດ​ຊັງ​ກໍ​ຕາມ ມະ​ນຸດ​ກໍ​ບໍ່​ຮູ້ ທຸກ​ຢ່າງກໍ​ຢູ່​ຕໍ່​ຫນ້າ​ເຂົາ ​ທັງ​ຫລາຍ 2 ເຄາະ​ອັນ​ດຽວ​ກັນ​ຕົກ​ແກ່​ຄົນ​ທັງ​ປວງ​ເຫມືອນ​ກັນ​ຫມົດ ຄື​ຕົກ​ແກ່​ຄົນ​ຊອບ​ທັມ ແລະ​ຄົນ​ອະ​ທັມ ຕົກ​ແກ່​ຄົນ​ດີ ຕົກ​ແກ່​ຄົນ​ສະອາດ ແລະ​ຄົນ​ທີ່​ມີ​ມົນ​ທິນ ຕົກ​ແກ່​ຜູ້​ທີ່​ຖວາຍ​ສັຕ​ບູ​ຊາ ແລະ​ແກ່​ຜູ້​ທີ່​ບໍ່​ຖວາຍ​ ສັ​ຕ​ບູ​ຊາ ຕົກ​ແກ່​ຄົນ​ດີ​ຢ່າງ​ໃດ​ກໍ​ຕົກ​ແກ່​ຄົນ​ບາບ​ຢ່າງ​ນັ້ນ ຕົກ​ແກ່​ຄົນ​ສາ​ບານ​ຢ່າງ​ໃດ​ກໍ​ຕົກ​ແກ່​ຄົນ​ບໍ່​ກ້າ​ສາ​ບານ​ຢ່າງ​ນັ້ນ 3 ນີ້​ແຫລະ​ເປັນ​ສິ່ງ​ສາ​ມານ​ທີ່​ມີ​ຢູ່​ໃນ​ບັນ​ດາ​ການ​ທີ່​ບັງ​ເກີດ​ຂຶ້ນ​ພາຍ​ໃຕ້ດວງ​ອາ​ທິດ ຄືວ່າ​ມີ​ເຄາະ​ອັນ​ດຽວກັນ​ທີ່ຕົກ​ແກ່​ຄົນ​ທັງ​ປວງ ຈິດ​ໃຈ​ຂອງ​ມະ​ນຸດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ ແລະ​ຄວາມ​ບ້າ​ບໍ​ຢູ່​ໃນ​ໃຈ​ຂອງ​ເຂົາ​ເມື່ອ​ມີ​ຊີ​ວິດ ແລະ​ຕໍ່​ຈາກ​ນັ້ນ​ເຂົາ​ກໍ​ໄປ​ຢູ່​ກັບ​ຄົນ​ຕາຍ 4 ສ່ວນ​ຄົນ​ໃດ​ທີ່​ມົ້ວ​ສຸມ​ກັບ​ຄົນ​ທີ່​ມີ​ຊີ​ວິດ ຄົນ​ນັ້ນ​ກໍ​ມີ​ຄວາມ​ຫວັງ​ໃຈ​ໄດ້ ດ້ວຍ​ວ່າ​ຫມາ​ທີ່​ມີ​ຊີ​ວິດ​ກໍ​ຍັງ​ດີກວ່າ​ສິ່ງ​ທີ່​ຕາຍ​ແລ້ວ 5 ເພາະ​ວ່າ​ຄົນ​ເປັນຍ່ອມ​ຮູ້​ວ່າເຂົາ​ເອງຄົງ​ຈະ​ຕາຍ ແຕ່​ຄົນ​ຕາຍ​ແລ້ວ​ກໍບໍ່​ຮູ້​ອັນ​ໃດ​ເລີຍ​ ເຂົາ​ບໍ່​ໄດ້ຮັບ​ຣາງ​ວັນ​ອີກ ດ້ວຍ​ວ່າ​ໃຜໆ​ກໍ​ພາ​ກັນ​ລື​ມ​ເຂົາ​ເສັຽ​ຫມົດ 6 ຄວາມ​ຮັກ​ຂອງ​ເຂົາ​ບໍ່​ຫນ້ອຍກວ່າ​ຄວາມ​ຊັງ ແລະ​ຄວາມ​ອິ​ດ​ສາ​ຂອງ​ເຂົາ​ໄດ້​ສາບ​ສູນ​ໄປ​ຕາມ​ກັນ​ນານ​ມາ​ແລ້ວ ໃນ​ບັນ​ດາ​ການ​ທີ່​ບັງ​ເກີດ​ຂຶ້ນ​ພາຍ​ໃຕ້ດວງ​ອາ​ທິດ ເຂົາ​ທັງ​ຫລາຍ​ບໍ່​ມີ​ສ່ວນ​ຮ່ວມ​ອີກ​ຕໍ່​ໄປ 7 ໄປ​ເຖີດ ໄປ​ຮັບ​ປະ​ທານ​ອາ​ຫານ​ຂອງ​ເຈົ້າ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ​ໄປ​ດື່ມ​ເຫລົ້າ​ອະ​ງຸ່​ນ​ຂອງ​ເຈົ້າ​ດ້ວຍ​ຄວາມ​ຣ່າ​ເຣີງ ເພາະ​ພຣະ​ເຈົ້າ​ຊົງ​ເຫັນ​ຊອບ​ກັບ​ການ​ງານ​ຂອງ​ເຈົ້າ​ແລ້ວ 8 ຈົ່ງ​ໃຫ້​ເສື້ອ​ຜ້າ​ຂອງ​ເຈົ້າ​ຂາວ​ຢູ່​ສ​ເມີ ແລະ​ນ້ຳ​ມັນ​ທີ່​ຫົວ​ຂອງ​ເຈົ້າ​ກໍ​ຢ່າ​ໃຫ້​ຂາດ 9 ເຈົ້າ​ຈົ່ງ​ຢູ່​ກິນ​ດ້ວຍ​ຄວາມ​​ຊົມ​ຊື່ນຍິນ​ດີກັບ​ພັ​ຣ​ຍາ​ຊຶ່ງ​ເຈົ້າ​ຮັກ​ຕລອດ​ຊີ​ວິດ​ອະ​ນິຈັງ​ຂອງ​ເຈົ້າ ຊຶ່ງ​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ແກ່​ເຈົ້າ​ພາຍ​ໃຕ້​ດວງ​ອາ​ທິດ ຕ​ລ​ອດ​ປີ​ເດືອນ​ອະ​ນິຈັງ​ຂອ​ງ​ເຈົ້າ ດ້ວຍ​ວ່າ​ນັ້ນ​ເປັນ​ສ່ວນ​ໃນ​ຊີ​ວິດ ​ແລະ​ໃນ​ການ​ງານ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ອອກ​ແຮງ​ກະ​ທຳ​ພາຍ​ໃຕ້​ດວງ​ອາ​ທິດ 10 ມື​ຂ​ອງ​ເຈົ້າ​ຈັບ​ທຳ​ການ​ງານ​ອັນ​ໃດ ຈົ່ງ​ກະ​ທຳ​ການ​ນັ້ນ​ດ້ວຍ​ເຕັມ​ກຳ​ລັງ​ຂອງ​ເຈົ້າ ເພາະ​ວ່າ​ໃນ​ແດນ​ຄົນ​ຕາຍ​ທີ່​ເຈົ້າ​ຈະ​ໄປ​ນັ້ນ​ບໍ່​ມີ​ການ​ງານ​ຫລື​ແນວ​ຄິດ ຫລື​ຄວາມ​ຮູ້ ຫລື​ສະ​ຕິ​ປັນ​ຍາ 11 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາຍໃຕ້​ດວງ​ອາ​ທິດ​ອີກວ່າ ຄົນ​ໄວ​ບໍ່​ຊະນະ​ໃນ​ການ​ແລ່ນ​ແຂ່ງ​ສ​ເມີ​ໄປ ຫລື​ຄົນ​ສ​ລາດ​ບໍ່​ຮັບ​ປະ​ທານ​ສ​ເມີ​ໄປ ຫລື​ຄົນ​ມີ​ຄວາມ​ເຂົ້າ​ໃຈ​ບໍ່​ຮັ່ງ​ມີ​ສ​ເມີ​ໄປ ຫລື​ຜູ້​ທີ່​ຊຳ​ນານ​ບໍ່​ໄດ້​ຮັບ​ຄວາມ​ໂປດ​ປານ​ສ​ເມີ​ໄປ ແຕ່​ວາຣະ ແລະ​ໂອ​ກາດ​ມີ​ມາ​ເຖິງ​ເຂົາ​ທຸກ​ຄົນ 12 ເພາະ​ວ່າ​ມະ​ນຸດ​ບໍ່​ຮູ້​ວາ​ຣະ​ຂອງ​ຕົນ ດັ່ງປາ​ທີ່​ຖືກຕິດຢູ່​ໃນມອງ​ອັນ​ຮ້າຍສັນ​ໃດ ແລະ​ນົກ​ຖືກດັກ​ຕິດ​ຢູ່​ໃນ​ບ້ວງ​ແຮ້ວ​ສັນ​ໃດ ວາ​ຣະ​ອັນ​ຮ້າຍ​ກໍ​ມາ​ເຖີງ​ບັນ​ດາ​ບຸດ​ຂອງ​ມະ​ນຸດ ເຂົາ​ກໍ​ຖືກວາ​ຣະ​ອັນ​ຮ້າຍ​ນັ້ນ​ດັກ​ຈັບ​ຊົ່ວ​ບຶດ​ດຽວ​ເຫມືອນ​ກັນ​ສັນ​ນັ້ນ

ສະ​ຕິປັນ​ຍາກໍ​ດີກວ່າ​ກຳ​ລັງ​ວັງ​ຊາ

13 ຂ້າ​ພະ​ເຈົ້າເຫັນ​ເຣື່ອງ​ສະ​ຕິ​ປັນ​ຍາ​ພາຍ​ໃຕ້​ດວງ​ອາ​ທິດ ເຫັນ​ວ່າ​ເປັນ​ເຣື່ອງທີ່​ໃຫຍ່​ດັ່ງ​ຕໍ່ໄປ​ນີ້ 14 ຍັງ​ມີ​ເມືອງນ້ອຍໆ ເມືອງ​ນຶ່ງ​ມີ​ຄົນ​ຢູ່​ໃນ​ເມືອງ​ຫນ້ອຍ​ຄົນ ແລ້ວ​ມີ​ມະ​ຫາ​ຣາ​ຊາ​ມາ​ຕີ​ເມືອງ​ນັ້ນ ແລະ​ລ້ອມ​ເມືອງ​ນັ້ນ​ໄວ້ ແລະ​ສ້າງ​ເຄື່ອງ​ລ້ອມ​ໄວ້​ຮອບ​ເມືອງ 15 ແຕ່​ໃນ​ເມືອງ​ນັ້ນ​ມີ​ຊາຍ​ສ​ລາດ​ແຕ່​ຍາກ​ຈົນ​ຢູ່​ຄົນ​ນຶ່ງ ແລະ​ຊາຍ​ຄົນ​ນີ້​ຊ່ອຍ​ເມືອງ​ນັ້ນ​ໄວ້​ໃຫ້​ລອດ​ດ້ວຍ​ປັນ​ຍາ​ຂອງ​ຕົນ ແຕ່​ຫາບໍ່​ມີ​ໃຜ​ຈົດ​ຈຳ​ລະ​ຣຶກ​ເຖິງ​ຊາຍ​ຍາກ​ຈົນ​ຄົນ​ນີ້ 16 ແຕ່​ຂ້າ​ພະ​ເຈົ້າ​ວ່າ ສະ​ຕິ​ປັນ​ຍາ​ກໍ​ດີກວ່າ​ກຳ​ລັງ​ວັງ​ຊາ ເຖິງ​ສະ​ຕິ​ປັນ​ຍາ​ຂອງ​ຊາຍ​ຄົນ​ນັ້ນ​ຖືກ​ດູ​ຫມິ່ນ ແລະ​ຖ້ອຍ​ຄຳ​ຂອງ​ເຂົາ​ບໍ່​ມີ​ໃຜ​ຟັງ​ກໍ​ຕາມ 17 ຖ້ອຍ​ຄຳ​ຂອງ​ຄົນ​ສ​ລາດ​ຊຶ່ງ​ໄດ້​ຍິນ​ໃນ​ທີ່​ສ​ງັດ​ດີກວ່າ​ຟັງສຽງຮ້ອງ​ຂອງ​ຜູ້​ຄອບ​ຄອງ​ຄົນ​ໂງ່ 18 ສະ​ຕິ​ປັນ​ຍາ​ດີກ​ວ່າ​ເຄື່ອງ​ອາ​ວຸດ​ ແຕ່​ຄົນ​ບາບ​ຄົນ​ດຽວ​ຍ່ອມ​ລຶບ​ຄວາມ​ດີ​ໄດ້​ຢ່າງ​ຫລວງ​ຫລາຍ

ປັນຍາຈານ 10

ຜົນ​ຂອງ​ຄວາມ​ໂງ່

1 ແມງວັນ​ຕາຍ ຍ່ອມ​ທຳ​ໃຫ້​ນຳ​ມັນ​ທີ່​ກິ່ນ​ຫອມ​ບູດ​ເຫມັນ​ໄປ ຄວາມ​ໂງ່​ຫນ້ອຍ​ນຶ່ງ ກໍ​ຫນັກ​ກວ່າ​ສະ​ຕິ​ປັນ​ຍາ​ແລະ​ກຽດ​ຕິ​ຍົດ 2 ຈິດ​ໃຈ​ຂອງ​ຄົນ​ທີ່​ມີ​ສະ​ຕິ​ປັນ​ຍາ ຍ່ອມ​ຢູ່ຂ້າງ​ຂວາ​ມື​ຂອງ​ຕົນ ແຕ່​ຈິດ​ໃຈ​ຂອງ​ຄົນ​ໂງ່ ຍ່ອມ​ຢູ່​ທີ່​ຂ້າງ​ມື​ຊ້າຍ​ຂອງ​ຕົນ 3 ເມື່ອ​ຄົນ​ໂງ່ກຳ​ລັງ​ຍ່າງ​ໄປ​ຕາມ​ທາງ ເຂົາ​ກໍ​ຂາດ​ສຳ​ນຶກ ແລະ​ຕົວ​ເຂົາ​ມັກ​ສະ​ແດງ​ແກ່​ທຸກ​ຄົນ​ວ່າ ຕົນ​ເປັນ​ຄົນ​ໂງ່ 4 ຖ້າ​ໃຈ​ຂອງ​ເຈົ້າ​ນາຍ​ເກີດ​ໂມ​ໂຫ​ຂຶ້ນ​ຕໍ່​ທ່ານ ຢ່າ​ອອກ​ເສັຽ​ຈາກ​ທີ່​ຂອງ​ທ່ານ ເພາະ​ວ່າ​ອາ​ຣົມ​ເຢັນ​ຍ່ອມ​ລະ​ງັບ​ຄວາມ​ຜິດ​ອັນ​ໃຫຍ່​ຫລວງ​ໄວ້​ໄດ້ 5 ມີ​ສິ່ງ​ສາ​ມານ​ທີ່​ຂ້າ​ພະ​ເຈົ້າເຫັນ​ພາຍ​ໃຕ້​ດວງ​ອາ​ທິດ ​ເຫມືອນ​ວ່າເປັນ​ຄວາມ​ຜິດ​ຊຶ່ງ​ຈາກ​ຜູ້​ມີ​ອຳ​ນາດ 6 ຄື​ຄົນ​ໂງ່​ຖືກ​ແຕ່ງ​ຕັ້ງ​ໄວ້​ໃນ​ຕຳ​ແຫນ່ງ​ສູງ​ໃຫຍ່ ແລະ​ຄົນ​ຮັ່ງ​ມີ​ຮັບ​ຕຳ​ແຫນ່ງ​ຕ່ຳ​ຕ້ອຍ 7 ຂ້າ​ພະ​ເຈົ້າ​ເຫັນ​ທາດ​ຂີ່​ມ້າ ແລະ​ເຈົ້າ​ນາຍ​ຍ່າງ​ທີ່​ພື້ນ​ແຜ່ນ​ດິນ​ຢ່າງ​ທາດ 8 ຜູ້​ໃດ​ຂຸດ​ບໍ່​ໄວ້ ຜູ້​ນັ້ນ​ຈະ​ຕົກ​ລົງ​ໃນ​ບໍ່​ນັ້ນ ຜູ້​ໃດ​ພັງ​ກຳ​ແພງ​ທະລຸ​ເຂົ້າ​ໄປ ງູ​ຈະ​ຕອດຜູ້​ນັ້ນ 9 ຜູ້​ໃດ​ສະ​ກັດ​ຫີນ ຜູ້​ນັ້ນ​ອາດ​ເຈັບ​ເພາະ​ຫີນ​ນັ້ນ ຜູ້​ໃດ​ຜ່າ​ຂອນ​ໄມ້ ຜູ້​ນັ້ນ​ຈະ​ປະ​ສົບ​ອັນ​ຕະ​ຣາຍ​ເພາະ​ຂອນ​ໄມ້​ນັ້ນ​ໄດ້ 10 ຖ້າຂວານ​ປູ້​ແລ້ວ ແລະ​ເຂົາ​ບໍ່​ລັບ​ໃຫ້​ຄົມ ເຂົາກໍຕ້ອງອອກ​ແຮງ​ຫລາຍ ແຕ່​ສະ​ຕິ​ປັນຍາ​ຈະ​ຊ່ອຍ​ໃຫ້​ບັນ​ລຸ​ຄວາມ​ສຳ​ເຣັດ 11 ຖ້າ​ງູ​ຕອດ​ເສັຽກ່ອນ​ທີ່​ທຳ​ໃຫ້​ມັນ​ເຊື່ອງ ຫມໍ​ງູກໍ​ບໍ່​ເປັນ​ປ​ໂຍດ​ອັນ​ໃດ​ແລ້ວ 12 ຖ້ອຍ​ຄຳ​ຈາກ​ປາກ​ຂອງຜູ້​ມີ​ສະ​ຕິ​ປັນ​ຍາ​ກໍ​ມີ​ຄຸນ ແຕ່​ຮີມ​ຝີ​ປາກ​ຂອງ​ຄົນ​ໂງ່​ຈະ​ເຜົາ​ຜານ​ຕົວ​ເອ​ງເສັຽ 13 ຖ້ອຍ​ຄຳ​ຈາກ​ປາກ​ຂ​ອງ​ເຂົາ​ເປັນ​ຄວາມ​ໂງ່​ຕັ້ງ​ແຕ່​ເລີ້ມເວົ້າ ຕອນ​ຈົບ​ກໍ​ເປັນ​ຄວາມ​ບ້າ​ບໍ​ຢ່າງ​ຮ້າຍ 14 ຄົນ​ໂງ່​ເວົ້າ​ຫລາຍ​ຊ້ຳ​ຊາກ ມະ​ນຸດ​ຫາ​ຮູ້​ບໍ່​ວ່າ​ເຫດ​ອັນ​ໃດ​ຈະ​ບັງ​ເກີດ​ຂຶ້ນ ໃຜ​ເດ່​ຈະ​ບອກ​ເຂົາ​ໄດ້​ວ່າ​ມີ​ຫຍັງເກີດ​ຂຶ້ນ​ເມື່ອ​ເຂົາ​ລ່ວງ​ໄປ 15 ການ​ງານ​ຂອງ​ຄົນ​ໂງ່​ກະ​ທຳ​ໃຫ້​ເຂົາ​ອິດ​ເມື່ອຍ ດ້ວຍ​ວ່າ​ເຂົາ​ບໍ່​ຮູ້​ຈັກ​ທາງ​ທີ່​ຈະ​ເຂົ້າ​ໄປ​ໃນ​ເມືອງ 16 ໂອ ບ້ານ​ເມືອງ​ເອີຍ ວິ​ບັດ​ແກ່ເຈົ້າ​ ເມື່ອ​ກະ​ສັດ​ຂອງ​ເຈົ້າ​ເປັນ​ເດັກ ແລະ​ເຈົ້າ​ນາຍ​ທັງ​ຫລາຍ​ຂອງ​ເຈົ້າ​ມີ​ການ​ລ້ຽງ​ກັນ​ສນຸກ​ສ​ນານ​ແຕ່​ເຊົ້າ 17 ໂອ ບ້ານ​ເມືອງ​ເອີຍ ຄວາມ​ສຳ​ຣານ​ຈະ​ມີ​ແກ່​ເຈົ້າ ເມື່ອ​ກະ​ສັດ​ຂອງ​ເຈົ້າ​ເປັນ​ເຊື້ອ​ຂຸນ​ນາງ ແລະ​ເຈົ້າ​ນາຍ​ຂອງ​ເຈົ້າ​ມີ​ການ​ ລ້​ຽງ​ຕາມ​ກາ​ຣະ​ເທ​ສະ ເພື່ອ​ຈະ​ມີ​ກຳ​ລັງ​ວັງ​ຊາ ບໍ່​ແມ່ນ​ຈະ​ດື່ມ​ໃຫ້​ມືນ​ເມົາ 18 ເພາະ​ຄວາມ​ຂີ້​ຄ້ານ ຫລັງ​ຄາ​ຈຶ່ງ​ຫັກ​ພັງ​ລົງ ແລະ​ເພາະ​ຄວາມ​ຂີ້​ຄ້ານ​ເຮືອນ​ຈຶ່ງ​ຮົ່ວ 19 ເຂົາ​ທຳ​ອາ​ຫານ​ໄວ້​ເພື່ອໃຫ້​ຄົນ​ຫົວ​ເລາະ ແລະ​ເຫລົ້າ​ອະ​ງຸ່ນ​ທຳ​ໃຫ້​ຊີ​ວິດ​ຊື່ນ​ບານ ແລະ​ເງິນ​ທີ່​ຈັດ​ໃຫ້​ໄດ້​ທຸກ​ຢ່າງ 20 ຢ່າ​ແຊ່ງ​ດ່າ​ພຣະ​ຣາ​ຊາ ແມ້​ແຕ່​ຄິດ​ແຊ່ງ​ດ່າ​ໃນ​ໃຈ​ກໍ​ຢ່າ​ເລີຍ ແລະ​ຢ່າ​ແຊ່ງ​ຄົນ​ຮັ່ງ​ມີ​ທີ່​ໃນ​ຫ້ອງນອນ​ຂອງ​ເຈົ້າ ເພາະ​ນົກ​ໃນ​ອາ​ກາດ​ຈະ​ຄາບ​ສຽງ​ຂອງ​ເຈົ້າ​ໄປ ຫລື​ຕົວ​ທີ່​ມີ​ປີກ​ຈະ​ເລົ່າ​ເຣື່ອງ​ນັ້ນ

ປັນຍາຈານ 11

ຄວາມ​ປະ​ພຶດ​ຂອງ​ຄົນ​ມີ​ປັນ​ຍາ

1 ຈົ່ງ​ໂຍນ​ເຂົ້າ​ຫນົມ​ປັງ​ຂອງ​ເຈົ້າ​ລົງ​ເທິງ​ນ້ຳ​ອີກ​ຫລາຍ​ມື້​ເຈົ້າ​ຈະ​ພົບ​ມັນ​ໄດ້ 2 ຈົ່ງ​ປັນ​ສ່ວນ​ນຶ່ງ​ໃຫ້​ແກ່​ຄົນ​ເຈັດ​ຄົນ ຫລື​ເຖິງ​ແປດ​ຄົນ​ກໍ​ໃຫ້​ເຖີດ ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ສິ່ງ​ສາ​ມານ​ຢ່າງ​ໃດ​ຈະ​ບັງ​ເກີດ​ຂຶ້ນ​ເທິງ​ພື້ນ​ແຜ່ນ​ດິນ 3 ຖ້າ​ບັນ​ດາ​ເມກ​ມີ​ຝົນ​ຢູ່​ເຕັມ ມັນ​ກໍ​ຈະ​ເທ​ຫມົດ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ ແລະ​ຖ້າ​ຕົ້ນ​ໄມ້​ລົ້ມ​ລົງ​ທາງ​ໃຕ້ ຫລື​ທາງ​ເຫນືອ ມັນ​ລົ້ມ​ລົງ​ທາງ​ໃດ​ມັນ​ກໍນອນ​ຢູ່​ທາງ​ນັ້ນ​ 4 ຜູ້​ໃດ​ມົວ​ສັງ​ເກດ​ລົມ​ກໍ​ຈະ​ບໍ່​ຫວ່ານ​ພືດ ແລ​ຜູ້​ທີ່​ມອງ​ເບິ່ງເມກ​ກໍ​ຈະ​ບໍ່​ກ່ຽວ​ເຂົ້າ 5 ເຈົ້າ​ບໍ່​ຮູ້​ທາງ​ລົມ​ວ່າ​ໄປ​ທາງ​ໃດ ແລະ​ກະ​ດູກ​ມີ​ຂຶ້ນ​ໃນ​ມົດ​ລູກ​ຂອງ​ຍິງ​ທີ່​ມີ​ຄັນ​ຢ່າງ​ໃດ​ສັນ​ໃດ ເຈົ້າ​ກໍ​ຈະ​ບໍ່​ຮູ້​ເຖິງກິ​ຈ​ການ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ກະ​ທຳ​ສິ່ງ​ສາ​ຣະ​ພັດ​ສັນ​ນັ້ນ 6 ເວ​ລາ​ເຊົ້າ​ເຈົ້າ​ຈົ່ງ​ຫວ່ານ​ພືດ​ຂອງ​ເຈົ້າ ແລະ​ພໍ​ເວ​ລາ​ຄໍ່າກໍຢ່າ​ຫົດ​ມື​ຂອງ​ເຈົ້າ​ເສັຽ ເພາະ​ເຈົ້າ​ຫາ​ຮູ້​ບໍ່​ວ່າ​ການ​ໃດ​ຈະ​ຈະ​ເຣີນ ການ​ນີ້​ຫລື​ການ​ນັ້ນ ຫລື​ການ​ທັງ​ສອງ​ຈະ​ຈະ​ເຣີນ​ດີ​ເຫມືອນ​ກັນ 7 ແສງ​ສວ່າງ​ເປັນ​ທີ່​ຊື່ນ​ໃຈ ແລະ​ການ​ທີ່​ນັຍ​ຕາ​ເຫັນ​ດວງ​ຕາເວັນ​ກໍ​ເປັນ​ທີ່​ຊື່ນ​ບານ 8 ຖ້າ​ຄົນ​ໃດ​ມີ​ຊີ​ວິດ​ຢູ່​ໄດ້​ຕັ້ງ​ຫລາຍ​ປີ ຈົ່​ງ​ໃຫ້​ເຂົາ​ຍິນ​ດີ​ໃນ​ປີ​ເດືອນ​ເຫລົ່າ​ນັ້ນ ແຕ່​ໃຫ້​ເຂົາ​ລະ​ຣຶກ​ເຖິງວ່າ ວັນ​ມືດ​ກໍ​ມີ​ຫລາຍ ບັນ​ດາ​ເຫດ​ການ​ທີ່​ເກີດ​ຂຶ້ນ​ມາ​ນັ້ນ​ກໍ​ອະ​ນິ​ຈັງ

ແນະ​ນຳ​ເຍົາ​ວະ​ຊົນ

9 ໂອ ເຍົາ​ວະ​ຊົນ ຈົ່ງ​ຍິນ​ດີ​ໃນ​ປະ​ຖົມ​ວັຍ​ຂອງ​ເຈົ້າ ແລະ​ໃຫ້​ຈິດ​ໃຈ​ຂອງ​ເຈົ້າ​ກະ​ທຳ​ຕົວ​ເຈົ້າ​ຣ່າ​ເຣີງໃນ​ປະ​ຖົມ​ວັຍ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ດຳ​ເນີນ​ໃນ​ທາງ​ແຫ່ງ​ໃຈ​ຂອງ​ເຈົ້າ ແລະ​ຕາມ​ສາຍ​ຕາ​ຂອງ​ເຈົ້າ ແຕ່​ຈົ່ງ​ຮູ້​ວ່າ​ເນື່ອງ​ດ້ວຍ​ກິ​ຈ​ການ​ງານ​ທັງ​ປວງ​ເຫລົ່າ​ນີ້​ພຣະ​ເຈົ້າ​ຈະ​ຊົງ​ນຳ​ເຈົ້າ​ເຂົ້າ​ມາ​ເຖິງ​ການ​ພິ​ພາກ​ສາ 10 ຈົ່ງ​ຕັດ​ຄວາມເສົ້າ​ຫມອງ​ເສັຽ​ຈາກ​ໃຈ​ຂອງ​ເຈົ້າ ແລະ​ຈົ່ງ​ຖິ້ມ​ຄວາມ​ເຈັບ​ປວດ​ເສັຽ​ຈາກ​ເນື້ອ​ຫນັງ​ຂອງ​ເຈົ້າ​ເພາະ​ຄວາມ​ຫນຸ່ມ​ສາວ​ແລະ​ວັຍ​ສະ​ກັນ​ນັ້ນ​ເປັນ​ອະ​ນິ​ຈັງ

ປັນຍາຈານ 12

1 ໃນ​ປະ​ຖົມ​ວັຍ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ລະ​ຣຶກ​ເຖິງ​ພຣະ​ຜູ້​ເນ​ຣະ​ມິດ​ສ້າງ​ຂອງ​ເຈົ້າ ກ່ອນ​ທີ່​ຍາມ​ທຸກ​ຮ້ອນ​ຈະ​ມາ​ເຖິງ ແລະ​ປີ​ເດືອນ​ໃກ້​ເຂົ້າ​ມາ ເມື່ອ​ເຈົ້າ​ຈະ​ກ່າວ​ວ່າ, “ຂ້າ​ບໍ່​ມີ​ຄວາມ​ເພີດ​ເພີນ​ໃນ​ປີເດືອນ​ນັ້ນ​ເລີຍ” 2 ກ່ອນ​ທີ່​ດວງ​ອາ​ທິດ ແສງສວ່າງ ດວງ​ຈັນ ແລະ​ດວງ​ດາວ​ທັງ​ຫລາຍ​ອັບ​ແສງ ແລະ​ກ່ອນ​ທີ່​ເມກ​ກັບມາ​ເມື່ອ​ຫມົດ​ຝົນ​ແລ້ວ 3 ໃນ​ການ​ເມື່ອ​ຄົນ​ຍາມ​ເຝົ້າ​ເຮືອນ​ຈະ​ຕົວ​ສັ່ນ ແລະ​ຄົນ​ແຂງ​ແຮງ​ຈະ​ອ່ອນ​ເພັຽ​ລົງ ແລະ​ຍິງ​ໂມ່​ຈະ​ເລີກ​ໂມ່ ເພາະ​ຈຳ​ນວນ​ລົດ​ນ້ອຍ​ລົງ ແລະ​ບັນ​ດາ​ຜູ້​ທີ່​ສ່ອງ​ເບິ່ງ​ປ່ອງ​ອ້ຽມຈະ​ມືດ​ມົວໄປ 4 ແລະ​ປະ​ຕູ​ຄູ່​ທີ່​ເປີດ​ອອກ​ຖ​ນົນ​ຈະ​ປິດ​ເສັຽ ເມື່ອ​ສຽງ​ໂມ່​ຄ່ອຍ​ລົງ​ມີ​ສຽງ​ນົກ​ສຽງ​ກາ​ເຂົາ​ຈະ​ລຸກ​ຂຶ້ນ ແລະ​ສຽງ​ເພງ​ກໍ​ເບົາ​ລົງ 5 ເຂົາ​ທັ​ງ​ຫລາຍ​ຢ້ານ​ຄວາມ​ສູງ ແລະ​ສິ່ງ​ຫນ້າ​ສະ​ຍົດ​ສຍອງ​ກໍ​ຢູ່​ໃນ​ຫົນ​ທາງ ຕົ້ນ​ອັລມອນ​ມີ​ດອກ ແລະ​ຕັກ​ແຕນ​ໂມ່​ເປັນ​ພາ​ຣະ ຄວາມ​ປາ​ຖ​ນາ​ກໍ​ເຊື່ອມ​ລົງ ເພາະ​ມະ​ນຸ​ດກຳ​ລັງ​ໄປ​ບ້ານ​ອັນ​ຖາ​ວອນ​ຂອງ​ເຂົາ ສ່ວນ​ຜູ້​ໄວ້​ທຸກ​ກໍ​ວຽນ​ໄປມາ​ຕາມ​ຖ​ນົນ 6 ກ່ອນ​ທີ່​ສາຍ​ເງິນ​ຈະ​ຂາດ ຫລື​ຊາມ​​ຄຳ​ຈະ​ບັນ​ລັຍ ຫລື​ໄຫ​ນ້ຳ​ຈະ​ແຕກ​ເສັຽ​ທີ່​ນ້ຳ​ພຸ ຫລື​ລໍ້​ຈະ​ຫັກ​ເສັຽ​ໃນ​ທີ່​ຂັງ​ນໍ້າ 7 ແລະຜົງ​ຂີ້​ດິນ​ກັບ​ເປັນ​ດິນ​ຢ່າງເດີມ ແລະ​ຈິດ​ວິນ​ຍານ​ກັບ​ໄປ​ສູ່​ພຣະ​ເຈົ້າ​ຜູ້​ປະ​ທານ​ໃຫ້​ມາ​ນັ້ນ 8 ປັນ​ຍາ​ຈານ​ວ່າ ອະ​ນິຈັງ ອະ​ນິ​ຈັງ ສາ​ຣະ​ພັດ​ອະ​ນິ​ຈັງ

ຫນ້າ​ທີ່​ທັງ​ສິ້ນ​ຂອງ​ມະ​ນຸດ

9 ນອກ​ຈາກ​ທ່ານ​ເປັນ​ຄົນ​ສ​ລາດ​ແລ້ວ ປັນ​ຍາ​ຈານ​ຍັງ​ສອນ​ຄວາມ​ຮູ້​ໃຫ້​ປະ​ຊາ​ຊົນ​ອີກ​ດ້ວຍ ທ່ານ​ພິ​ເຄາະ ທ່ານ​ຄົ້ນ​ຄວ້າ ແລະ​ທ່ານ​ຮຽບ​ຮຽງສຸ​ພາ​ສິດ 10 ປັນ​ຍາ​ຈານຊອກ​ຫາ​ຖ້ອຍ​ຄຳ​ທີ່ມ່ວນ​ຫູ ແລະ​ທ່ານ​ຂຽນ​ຖ້ອຍ​ຄຳແຫ່ງ​ຄວາມ​ຈິງ​ໄວ້​ຢ່າງ​ທ່ຽງ​ຕົງ 11 ຖ້ອຍ​ຄຳ​ຂອງ​ນັກ​ປາດ​ເປັນ​ໄມ້​ເທົ້າ​ອັນ​ແຫລ​ມ​ຄົມ ແລະ​ຖ້ອຍ​ຄຳ​ທີ່​ທ່ານ​ຮວບ​ຮວມ​ໄວ້​ກໍ​ຕຶງ​ແຫນ້ນ​ຢ່າງຕະ​ປູ ທີ່​ຄົນ​ລ້ຽງ​ແກະ​ໃຊ້​ເພື່ອ​ນຳ​ພາ​ຝູງ​ແກະ 12 ບຸດ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ຈົ່ງ​ຮັບ​ຄຳ​ຕັກ​ເຕືອນ​ເຖີດ ຊຶ່ງ​ຈະ​ທຳ​ຫນັງ​ສືຫລາຍ​ກໍ​ບໍ່​ມີ​ສິ້ນ​ສຸດ ແລະ​ຮຽນ​ຫລາຍ​ກໍ​ເມື່ອຍ​ເນື້ອ​ຫນັງ 13 ຈົບ​ເຣື່ອງ​ແລ້ວ ໄດ້​ຟັງ​ກັນ​ທັງ​ຫມົດ​ແລ້ວ ຈົ່ງ​ຢຳ​ເກງ​ພຣະ​ເຈົ້າ ແລະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ເພາະ​ນີ້​ແຫລະ​ເປັນ​ຫນ້າ​ທີ່​ຂອງ​ມະ​ນຸດ​ທັງ​ປວງ 14 ດ້ວຍ​ວ່າ ພຣະ​ເຈົ້າ​ຈະ​ຊົງ​ເອົາ​ການ​ງານ​ທຸກ​ປະ​ການ​ເຂົ້າ​ສູ່​ການ​ພິພາກ​ສາ ພ້ອມ​ດ້ວຍ​ສິ່ງ​ເລິກ​ລັບ​ທຸກ​ຢ່າງ ບໍ່​ວ່າ​ດີ​ຫລື​ຊົ່ວ

ເພງໂຊໂລໂມນ 1

1 ບົດ​ຮ້ອງ​ເພງ​ອັນ​ຫນ້າ​ອອນ​ຊອນ​ຂອງ​ກະ​ສັດ​ໂຊໂລ​ໂມນ

ເຈົ້າ​ສາວ​ແລະ​ບຸດ​ຕ​ຣີ​ຂອງ​ເຢ​ຣູ​ຊາ​ເລັມ

ຍິງ​ສາວ:

2 ປາກ​ຂອງ​ອ້າຍ​ໄດ້​ຈູບ​ນ້ອງ ຄວາມ​ຮັກ​ຂອງ​ອ້າຍ​ຫວານກວ່າ​ນ້ຳ​ອະ​ງຸ່ນ 3 ຕົວ​ອ້າຍ​ມີ​ກິ່ນ​ຫອມ​ຫວນ ຊື່​ຂອງ​ອ້າຍ​ພາ​ໃຫ້​ນ້ອງ​ຄິດ​ເຖິງ​ກິ່ນຫອມ​ນັ້ນ ແລະ​ບໍ່ມີ​ຍິງ​ໃດ​ທີ່​ຈະ​ບໍ່​ຮັກ​ອ້າຍ 4 ຂໍ​ໃຫ້​ນ້ອງ​ໄປ​ກັບ​ອ້າຍ ແລະ​ພວກ​ເຮົາ​ພາ​ກັນ​ຫນີ ຈົ່ງ​ເປັນ​ພຣະ​ຣາ​ຊາ​ຂອງ​ນ້ອງ ແລະ​ພາ​ນ້ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ອ້າຍ ຖ້າ​ວ່າ​ອ້າຍ​ຢູ່​ທີ່​ນີ້ ພວກ​ເຮົາ​ທັງ​ສອງ​ກໍ​ຈະ​ມີ​ຄວາມ​ສຸກ ພວກ​ເຮົາ​ຈະ​ດື່ມ​ນ້ຳ​ອະ​ງຸ່ນ​ແລະ​ຊື່ນ​ຊົມ​ໃນ​ຄວາມ​ຮັກ ນ້ອງ​ພໍ​ໃຈ​ທີ່​ສຸດ​ທີ່​ໄດ້​ຮັກ​ກັບ​ອ້າຍ 5 ຍິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເອີຍ ແສງ​ຕາ​ເວັນ​ທຳ​ໃຫ້​ຂ້ອຍ​ແຫລ້ ແຕ່​ຍັງ​ສວຍ​ງາມຢູ່ ຕົວ​ຂ້ອຍ​ເປັນ​ສີ​ນ້ຳ​ຕານ​ເຫມືອນ​ຜ້າ​ເຕັນ​ກາງ​ໄວ້​ໃນ​ຖິ່ນ​ກັນ​ດານ ແລະ​ມີ​ສີ​ເຫມືອນ​ດັ່ງ​ຜ້າ​ກັ້ງ​ໃນ​ພຣະ​ຣາ​ຊວັງ​ກະ​ສັດ​ໂຊໂລ​ໂມນ 6 ຢ່າ​ຫລຽວ​ເບິ່ງ​ຢ່າງ​ດູ​ຫມິ່ນໃນ​ສີ​ຜິວ​ພັນ​ຂອງ​ຂ້ອຍ​ເພາະ​ຕາ​ເວັນ​ໄດ້​ແຜດ​ເຜົາ​ຂ້ອຍ ອ້າຍ​ນ້ອງ​ຂອງ​ຂ້ອຍ​ໃຈ​ຮ້າຍ​ຂ້ອຍ ແລະ​ໃຊ້​ຂ້ອຍ​ທຳ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ ຂ້ອຍ​ຈຶ່ງ​ບໍ່​ມີ​ເວ​ລາ​ຮັກ​ສາຕົວ​ຂ້ອຍ​ເອງ 7 ທີ່​ຮັກ​ຂອງ​ນ້ອງ​ເອີຍ ກະ​ຣຸ​ນາ​ບອກ​ນ້ອງ​ແດ່​ວ່າ ອ້າຍ​ຈະ​ພາ​ຝູງ​ສັດ​ຂອງ​ອ້າຍ​ໄປ​ກິນ​ຫຍ້າ​ຢູ່​ບ່ອນ​ໃດ ເວ​ລາ​ຕາ​ເວັນ​ທ່ຽງ​ອ້າຍ​ພາພວກ​ມັນ​ຢຸດ​ພັກ​ຢູ່​ໃສ ເປັນ​ຫຍັງ​ນ້ອງ​ຈຶ່ງ​ຕ້ອງ​ຊອກ​ຫາ​ອ້າຍ ຢູ່​ຖ້າມ​ກາງ​ຝູງ​ສັດ​ຂອງ​ພວກ​ຜູ້​ລ້ຽງ​ແກະ​ຄົນ​ອື່ນ

ຄົນ​ຮັກ​ຂອງ​ນາງ:

8 ຍິງ​ງາມ​ເດັ່ນ​ໃນ​ຖ້າມ​ກາງ​ຍິງ​ທັງ​ຫລາຍ​ເອີຍ ຖ້າ​ຣ້ອງ​ບໍ່​ຮູ້​ຈັກ​ບ່ອນ​ຈົ່ງ​ຕິດ​ຕາມ​ຝູງ​ສັດ​ນັ້ນ​ໄປ ແລ້ວ​ນ້ອງ​ຈະ​ພົບ​ເດີ່ນ​ຫຍ້າ​ສຳ​ລັບຝູງ​ແບ້​ຂອງ​ນ້ອງ ຢູ່​ໃກ້​ຜ້າ​ເຕັນ​ຂອງ​ພວກ​ຜູ້​ລ້ຽງ​ແກະ​ພຸ້ນ 9 ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ປຽບ​ເຫມືອນ​ມ້າ​ແມ່​ທີ່​ທຽມ​ຣົດ​ມ້າ​ຂອງ​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ 10 ນ້ອງ​ເປັຽ​ຜົມ​ງາມ ແລະ​ຢ່ອນ​ລົງ​ຕາມ​ຄໍ​ດັ່ງ​ເພັດ​ພອຍ 11 ແຕ່​ວ່າ​ອ້າຍ​ຈະ​ເອົາ​ສາຍ​ສ້ອຍ​ຄຳ​ກັບ​ເຄື່ອງ​ເອ້​ທີ່​ທຳ​ດ້ວຍ​ເງິນ​ໃຫ້​ນ້ອງ

ຍິງ​ສາວ:

12 ໃນ​ຂ​ນະ​ທີ່​ເຈົ້າ​ຊີ​ວິດ​ປະ​ທັບ​ຢູ່​ເທິງ​ຕຽງ​ນອນ ກິ່ນ​ນ້ຳ​ຫອມ​ຂອງ​ຂ້ອຍ​ໄດ້​ສົ່ງ​ກິ່ນ​ອອກ​ໄປ 13 ຄົນ​ຮັກ​ຂອງ​ຂ້ອຍ​ເຫມືອນ​ດັ່ງ​ຢາງ​ໄມ້​ຫອມທີ່​ວາງ​ໄວ້​ຢູ່​ເທິງ​ເອິກ​ຂອງ​ຂ້ອຍ 14 ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ເຫມືອນດອກ​ໄມ້​ປ່າ ຊຶ່ງ​ບານ​ຢູ່​ໃນ​ສວນ​ອະ​ງຸ່ນ​ທີ​ເມືອງ​ເອນ​ເກ​ດີ

ຄົນ​ຮັກ​ຂອງ​ນາງ:

15 ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ເປັນ​ຍິງ​ທີ່​ສວຍ​ງາ​ມທີ່​ສຸດ ຕາ​ຂອງ​ນ້ອງ​ສ່ອງ​ແສງ​ດ້ວຍ​ຄວາມ​ຮັກ

ຍິງສາວ:

16 ສຸດ​ທີ່​ຮັກ​ຂອງ​ນ້ອງ​ເອີຍ ອ້າຍ​ເປັນ​ຊາຍ​ສະ​ງ່າ​ງາມ ແລະ​ເຕັມ​ໄປ​ດ້ວຍ​ຄວາມສຳຣານ ຫຍ້າ​ຂຽວ​ສົດ​ຈະ​ເປັນຕຽງ​ນອນ​ຂອງ​ພວກ​ເຮົາ 17 ຕົ້ນ​ສົນ​ຈະ​ເປັນ​ເສົາ​ເຮືອນ​ຂອງ​ພວກ​ເຮົາ ແລະ​ໄມ້​ສົນ​ຈະ​ເປັນ​ເພ​ດານ​ຂອງ​ມັນ

ເພງໂຊໂລໂມນ 2

1 ນ້ອງ​ເປັນ​ພຽງ​ດອ​ກ​ກຸ​ຫລາບ​ປ່າ​ຢູ່​ໃນ​ທົ່ງ​ຊາ​ໂຣນ ແລະ​ເປັນ​ດອກ​ຊ້ອນ​ຢູ່​ຕາມ​ຮ່ອມ​ພູ

ຄົນ​ຮັກ​ຂອງ​ນາງ:

2 ດອກ​ຊ້ອນ​ຢູ່​ກາງ​ຫນາມ​ສັນ​ໃດ​ກໍ​ເຫມືອນ​ຄົນ​ຮັ​ກ​ຂອງ​ອ້າຍ​ຢູ່​ໃນ​ຖ້າມ​ກາງ​ຜູ້​ຍິງ​ອື່ນ​ສັນ​ນັ້ນ

ຍິງ​ສາວ:

3 ເມື່ອ​ປຽບທຽບ​ຄົນ​ຮັກ​ຂອງ​ຂ້ອຍ​ກັບ​ຊາຍ​ຄົນ​ອື່ນ ກໍ​ເຫມືອນ​ຕົ້ນ​ຫມາກ​ໂປມ​ທີ່​ຢູ່​ຖ້າມ​ກາງ​ຕົ້ນ​ໄມ້​ກາງ​ປ່າ ຂ້ອຍ​ຢາກ​ນັ່ງ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ ແລະ​ຫມາກ​ຂອງ​ມັນ​ກໍ​ຫວານ​ຖືກ​ປາກ​ຂ້ອຍ 4 ເຂົາ​ພາຂ້ອຍ​ໄປ​ໃນ​ງານ​ກິນ​ລ້ຽງ ແລະ​ຍົກ​ທຸງ​ແຫ່ງ​ຄວາມ​ຮັກ​ປົກ​ຫຸ້ມ​ຂ້ອຍ​ໄວ້ 5 ເຂົາ​ທຳ​ໃຫ້​ຂ້ອຍ​ມີ​ເຫື່ອ​ແຮງ​ດ້ວຍກິນ​ຫມາກ​ອະ​ງຸ່ນ ແລະ​ທຳ​ໃຫ້​ຂ້ອຍ​ຊື່ນ​ໃຈ​ດ້ວຍ​ກິ່ນ​ຫມາກ​ໂປມ ຂ້ອຍ​ອ່ອນ​ເພັຽ​ໄປ​ດ້ວຍ​ຄວາມ​ຫລົງ​ໄຫ​ລ 6 ເຂົາ​ເອົາ​ມື​ກ້ຳ​ຊ້າຍ​ຮອງ​ຫົວ​ຂ້ອຍ ແລະ​ເອົາ​ມື​ກ້ຳ​ຂວາ​ກອດ​ຂ້ອຍ​ໄວ້ 7 ຍິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ສັນ​ຍາ​ກັບ​ຂ້ອຍ​ເທີນ​ວ່າ, “ໃນ​ນາມ​ຂອງກວາງ​ແລະ​ເຍືອງ ເຈົ້າ​ຈະ​ບໍ່ປຸກ​ຄວາມ​ຮັກ​ຂອງ​ຂ້ອຍ​ກ່ອນ​ເວ​ລາ​ອັນ​ສົມ​ຄວນ”

ບົດ​ເພງ​ທີ່​ສອງ

ຍິງ​ສາວ:

8 ຂ້ອຍ​ໄດ້​ຍິນ​ສຽງ​ຄົນ​ຮັກ​ຂອງ​ຂ້ອຍ ເຂົາ​ກຳ​ລັງ​ແລ່ນ​ຢູ່​ເທິງ​ພູ​ນ້ອຍ ແລະ​ຟ້າວ​ຂ້າມ​ພູ​ນ້ອຍ​ມາ​ຫາ​ຂ້ອຍ 9 ຄົນ​ຮັກ​ຂອງ​ຂ້ອຍ​ປຽບ​ເຫມືອນ​ເຍືອງ ແລະ​ປຽບ​ເຫມືອນກວາງ​ຫນຸ່ມ ນີ້ເດ່ ເຂົາ​ກຳ​ລັງ​ຢືນ​ຢູ່​ທາງ​ດ້ານ​ຫລັງ​ຝາ​ເຮືອນ​ຂ້ອຍ ເຂົາ​ຫລຽວ​ເຂົ້າ​ມາ​ທາງ​ປ່ອງ​ຢ້ຽມ ແລະ​ຄອຍ​ຈອບ​ເບິ່ງ​ຂ້ອຍ​ຕາມ​ປ່ອງ​ລູກ​ກົງ​ໄມ້ 10 ຄົນ​ຂອງ​ຂ້ອຍ​ໄດ້​ເອີ່ຍ​ປາກ​ຕໍ່​ຂ້ອຍ​ວ່າ,ຄົນ​ຮັກ​ຂອງ​ນາງ:“ທີ່​ຮັກ​ຂອງ​ອ້າຍ​ຈົ່ງ​ມາ​ພີ້ ສຸດ​ທີ່​ຮັກ​ຂອງ​ອ້າຍ​ຈົ່ງ​ມາ​ນຳ​ອ້າຍ 11 ຣະ​ດູຫນາວ​ໄດ້​ຜ່ານ​ໄປ ຝົນ​ກໍ​ເຊົາ​ຕົກ 12 ຢູ່​ຕາມ​ຊົນ​ນະ​ບົດ​ມີດອກ​ໄມ້​ເບັ່ງ​ບານອ​ອກ​ມາ ນີ້​ເປັນ​ເວ​ລາ​ທີ່​ຮ້ອງ​ລຳ​ທຳ​ເພງ ສຽງ​ນົກ​ເຂົາ​ຂັນ​ກໍ​ໄດ້​ຍິນ​ໄປ​ທົ່ວ​ທົ່ງ​ນາ 13 ຫມາກ​ເດື່ອ​ກຳ​ລັງ​ເລີ້ມ​ສຸກ ນ້ອງ​ຈະ​ໄດ້​ດົມ​ກິ່ນ​ຂອງດອກ​ອະ​ງຸ່ນ ທີ່​ຮັ​ກ​ຂອງ​ອ້າຍ ຈົ່ງ​ມາ​ພີ້ ສຸດ​ທີ່​ຮັກ​ຂອງ​ອ້າຍ​ ຈົ່ງ​ມາ​ກັບ​ອ້າຍ 14 ນ້ອງ​ກຳ​ລັງ​ລີ້​ຊ່ອນ​ຕົວ​ຢູ່​ດັ່ງ​ນົກ​ເຂົາ ຢູ່​ໃນ​ຊ່ອງວ່າງ​ຂອງ​ກ້ອນ​ຫີນ ຂໍ​ໃຫ້​ອ້າຍ​ເຫັນ​ຫນ້າ​ອັນ​ເປັນ​ຕາ​ຮັກ​ຂອງ​ນ້ອງ ແລະ​ຂໍ​ໃຫ້​ອ້າ​ຍໄດ້​ຍິນ​ສຽງ​ເວົ້າ​ອັນ​ມີ​ສ​ເນ່​ຂອງ​ນ້ອງ​ເທີນ 15 ຈົ່ງ​ຈັ​ບ​ພວກ​ຫມາ​ຈອກ ພວກ​ຫມາກ​ຈອກ​ນ້ອຍ ກ່ອນ​ທີ່​ພວກ​ມັນ​ຈະ​ທຳ​ລາຍ​ສວນ​ອະ​ງຸ່ນ​ຂອງ​ພວກ​ເຮົາ​ທີ່​ກຳ​ລັງ​ເບັ່ງ​ບານ

ຍິງ​ສາວ:

16 ຄົນ​ຮັກ​ເປັນ​ຂອງ​ຂ້ອຍ ແລະ​ຂ້ອຍ​ກໍ​ເປັນ​ຂອງ​ເຂົາ ເຂົາ​ລ້ຽງ​ຝູງ​ສັດຢູ່​ຖ້າມ​ກາງ​ບ່ອນທີ່​ມີດ​ອກ​ຊ້ອນ 17 ຈົນ​ເຖິງ​ຍາມ​ເຊົ້າ​ຊຶ່ງ​ມີ​ລົມ​ພັດ​ມາ​ອ່ອນໆ ແລະ​ຈົນ​ເຖິງຄວາມ​ມືດ​ມົວ​ໄດ້​ຈືດ​ຈາງ​ຫາຍ​ໄປ ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ເອີຍ ຈົ່ງ​ກັບ​ມາ​ເຫມືອນເຍືອງ ແລະ​ເຫມືອນກວາງ​ຫນຸ່ມ​ທີ່​ຢູ່​ເທິງ​ພູ

ເພງໂຊໂລໂມນ 3

ຄຳ​ຣຳ​ພຶງ​ຂອງ​ເຈົ້າ​ສາວ

1 ຍາມ​ຣາ​ຕ​ຣີ​ການ​ເມື່ອຂ້ອຍ​ນອນ​ຢູ່ ຂ້ອຍຊອກ​ຫາ​ເຂົາ​ຜູ້​ນັ້ນ ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ​ໃຄ່ ຂ້ອຍ​ຊອກ​ຫາ​ເຂົາ ແຕ່​ກໍ​ບໍ່​ພົບ​ 2 “ບັດ​ນີ້​ຂ້ອຍ​ຈະ​ລຸກ​ຂຶ້ນ ແລ້ວ​ຈະ​ທ່ຽວ​ໄປ​ໃນ​ເມືອງ​ໃຫ້​ຕ​ລອດ ໄປ​ຕາມ​ທາງ​ນ້ອຍ​ແລະ​ກາງ​ເມືອງ ຂ້ອຍ​ຈະ​ສ​ແວງ​ຫາ​ເຂົາ​ຜູ້​ນັ້ນ ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ​ໃຄ່” ຂ້ອ​ຍຊອກ​ຫາ​ເຂົາ ແຕ່ກໍ​ບໍ່​ພົບ 3 ຄົນ​ຍາມ​ທີ່​ເລາະ​ລຽບ​ໄດ້​ເຫັນ​ຂ້ອຍ ແລ້ວ​ຂ້ອຍ​ໄດ້​ຖາມ​ເຂົາ​ວ່າ, “ທ່ານ​ເຫັນ​ເຂົາ​ຜູ້​ນັ້ນ ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ​​ບໍ່” 4 ພໍ​ຂ້ອຍ​ຜ່ານ​ຄົນ​ຍາມ​ພົ້ນ​ມາ​ຫນ້ອຍ​ດຽວ ຂ້ອຍກໍ​ພົບ​ເຂົາ​ຜູ້​ນັ້ນ ທີ່​ດວງ​ໃຈ​ຂອງ​ຂ້ອຍ​ຮັກ ຂ້ອຍ​ຈັບ​ຕົວ​ເຂົາ​ໄວ້​ແຫນ້ນ ແລະ​ບໍ່​ຍອມ​ປ່ອຍ​ມື​ໃຫ້​ເຂົາ​ຫລຸດ​ໄປ​ເລີຍ ຈົນ​ຂ້ອຍ​ພາ​ເຂົາ​ໃຫ້​ເຂົ້າ​ມາ​ໃນ​ເຣືອນຂອງ​ມານ​ດາ​ຂ້ອຍ ແລະ​ໃຫ້​ເຂົ້າ​ມາ​ໃນ​ຫ້ອງ​ຂອງ​ຜູ້​ທີ່​ໃຫ້​ຂ້ອຍ​ໄດ້​ເກີດ​ມາ​ນັ້ນ 5 ໂອ​ ເຫລົ່າ​ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຂ້ອຍ​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ສາ​ບານ​ຕໍ່​ເຍືອງ ຫລືກວາງ​ໂຕ​ເມັຽວ່າ ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ກຸ​ກວນ ຫລື​ປຸກ​ຄວາມ​ຮັກ​ໃຫ້​ຕື່ນ​ຂຶ້ນ​ຈົນ​ກວ່າ​ຄວາມ​ຮັກ​ຈະ​ຈຸ​ໃຈ​ແລ້ວ 6 ນັ້ນ​ແມ່ນ​ຫຍັງ​ຫນໍ​ທີ່​ກຳ​ລັງ​ຂຶ້ນ​ມາ​ຈາກ​ຖິ່ນ​ກັນ​ດານ ດຸດ​ດັ່ງ​ເສົາ​ຄວັນ​ຫອມ​ໄປ​ດ້ວຍ​ກິ່ນ​ເຄື່ອງ​ຫອມ ແລະ​ກຳ​ຍານ ທຳ​ດ້ວຍ​ເຄື່ອງ​ຫອມ​ຂອງ​ພໍ່​ຄ້າ 7 ເບິ່ງ​ແມ໋, ເປັນ​ພຣະ​ວໍຂອງ​ໂຊ​ໂລ​ໂມນ ຫ້ອມ​ລ້ອມມາ​ດ້ວຍ​ນັກ​ຮົບ​ຜູ້​ກ້າ​ຫານ​ຫົກ​ສິບ​ຄົນ​ ນັກ​ຮົບ​ຜູ້​ກ້າ​ຫານຄົນ​ອິ​ສ​ຣາ​ເອນ 8 ເຂົາ​ທັງ​ຫລາຍ​ຖື​ດາບ ແລະ​ເປັນ​ຜູ້​ຊຳ​ນານ​ເສິກ ເຂົາ​ທຸກ​ຄົນ​ເຫນັບ​ກະ​ບີ່​ໄວ້​ທີ່​ຕົ້ນ​ຂາ​ຂອງ​ຕົນ ເພາະ​ຢ້ານ​ໄພ​ໃນ​ຣາ​ຕ​ຣີ​ການ 9 ກະ​ສັດ​ໂຊ​ໂລ​ໂມນ​ສ້າງ​ພຣະ​ວໍ​ສຳ​ລັບ​ພຣະ​ອົງ ດ້ວຍ​ໄມ້​ມາ​ຈາກ​ເລ​ບາ​ນອນ 10 ພຣະ​ອົງ​ຊົງທຳ​ເສົາ​ພຣະ​ວໍ​ນັ້ນ​ດ້ວຍ​ເງິນ ແທ່ນ​ປະ​ທັບ​ທຳ​ດ້ວຍ​ຄຳ ແລະ​ເບາະ​ນັ່ງ​ດ້ວຍ​ຜ້າ​ສີ​ມ່ວງ ຂ້າງ​ໃນ​ພຣະ​ວໍ​ນັ້ນ​ເປັນ​ຜ້າ​ເບາະ​ງາມ​ຕ່ຳ​ໂດຍ​ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ 11 ໂອ ບຸດ​ຕ​ຣີ​ແຫ່ງ​ຊີ​ໂອນ​ເອີຍ ຈົ່ງ​ອອກ​ໄປ ໄປ​ເບິ່ງ​ກະ​ສັດ​ໂຊ​ໂລໂມນ​ເຖີດ ຊົງ​ມຸງ​ກຸດ​ຊຶ່ງ​ພຣະ​ຣາ​ຊ​ຊົນ​ນີ​ໄດ້​ສວມ​ໃຫ້ ໃນ​ວັນ​ທີ່​ພຣະ​ອົງ​ໄດ້​ຊົງ​ອະ​ພິ​ເສກ​ມະ​ເຫ​ສີ​ນັ້ນ ໃນ​ວັນ​ເມື່ອພຣະ​ທັຍ​ຂອງ​ພຣະ​ອົງຊົງ​ເບີກ​ບານ​ຢູ່

ເພງໂຊໂລໂມນ 4

ເຈົ້າ​ບ່າວ​ສັນ​ເສີນ​ເຈົ້າ​ສາວ

1 ທີ່ຮັກ​ຂອງ​ອ້າຍເອີຍ ເບິ່ງ​ແມ໋​, ນ້ອງ​ຊ່າງ​​ງາມຫລາຍ ດວງຕາ​ຂອງ​ນ້ອງດັ່ງ​ນົກ​ເຂົາ​ຢູ່​ໃນ​ຜ້າ​ຄຸມ ຜົມ​ຂອງ​ນ້ອງ​ດຸດ​ດັ່ງ​ຝູງ​ແບ້​ທີ່​ເຄື່ອນ​ມາ​ຕາມ​ເນີນ​ພູ​​ກິ​ເລ​ອາດ 2 ແຂ້ວ​ຂອງ​ນ້ອງ​ດັ່ງ​ຝູງ​ແກະ​ທີ່​ກຳ​ລັງ​ຈະ​ຕັດ​ຂົນ ຊຶ່ງ​ຂຶ້ນ​ມາ​ຈາກ​ການ​ຊຳ​ຣະ​ລ້າງ ມີ​ລູກແຝດ​ຕິດ​ມາ​ທຸກ​ໂຕ ແລະ​ບໍ່​ມີ​ໂຕ​ໃດ​ແທ້ງ​ລູກ 3 ຮີມ​ຝີ​ປາກ​ຂອງ​ນ້ອງ​ແດງ​ດຸ​ດດັ່ງ​ດ້າຍ​ສີ​ຕັບ​ຫມູ ແລະ​ປາກ​ຂອງ​ນ້ອງ​ກໍ​ງາມ​ຂຳ ພວງ​ແກ້ມ​ຂອງ​ນ້ອງ​ເຫມືອນຫມາກ​ພິ​ລາ​ຜ່າ​ກາງ​ຢູ່​ໃນ​ຜ້າ​ຄຸມ 4 ລຳ​ຄໍ​ຂອງ​ນ້ອງ​ດຸດ​ດັ່ງ​ປ້ອມ​ຂອງ​ດາ​ວິດທີ່ໄດ້​ກໍ່​ສ້າງ​ໄວ້​ເພື່ອ​ເກັບ​ເຄື່ອງ​ອາ​ວຸດ ມີ​ສ້ອຍ​ຮູບ​ໂລ່​ພັນ​ແນວ​ຄ້ອງ​ໄວ້ 5 ນົມ​ທັງ​ສອງ​ຂອງ​ນ້ອງ​ດັ່ງ​ລູກ​ສອງ​ໂຕ​ຊຶ່ງ​ເປັນ​ເຍືອງ​ຝາ​ແຝດ​ທີ່​ກຳ​ລັງ​ຫາ​ກິນ​ໃນ​ຖ້າມ​ກາງ​ຫມູ່​ຕົ້ນ​ດອກ​ຊ້ອນ​ 6 ຈົນ​ເວ​ລາ​ຄ່ຳ ແລະ​ເງົາ​ຫມົດ​ໄປ​ແລ້ວ ອ້າຍຈະ​ໄປ​ເນີນ​ພູ​ຢາງ​ໄມ້​ຫອມ ແລະ​ໄປ​ເນີນ​ພູ​ຜາ​ກຳ​ຍານ 7 ໂອ ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ຊ່າງ​ງາມໄປ​ຫມົດ ໃນ​ຕົວ​ນ້ອງ​ຈະ​ຫາ​ທີ່​ຕິ​ບໍ່​ໄດ້ 8 ຈົ່ງ​ຈາກ​ເລ​ບາ​ນອນ​ໄປ​ກັບ​ອ້າຍ​ເຖີດ ເຈົ້າ​ສາວ​ຂອງ​ອ້າຍ​ເອີຍ ຈົ່ງ​ຈາກ​ເລ​ບາ​ນອນ​ໄປ​ກັບ​ອ້າຍ​ເນາະ ໃຫ້​ລົງ​ໄປ​ຈາກຍອດ ​ເຂົາ​ອາ​ມາ​ນາ ຈາກຍອດ​ເຂົາ​ເຊ​ນີຣ໌ ແລະ​ຍອດ​ເຂົາ​ເຮີ​ໂມນໄປ​ຈາກ​ຖ້ຳ​ຣາ​ຊ​ສີ ຈາກ​ເຂົາ​ເສືອ​ດາວ 9 ນ້ອງ​ຂອງ​ອ້າຍ​ເອີຍ ນ້ອງ​ໄດ້​ປຸ້ນ​ເອົາ​ດວງໃຈ​ຂອງ​ອ້າຍ​ໄປ​ເສັຽ​ແລ້ວ ເຈົ້າ​ສາວ​ຂອງ​ອ້າຍ​ເອີຍ ເຈົ້າ​ໄດ້​ປຸ້ນ​ເອົາ​ດວງ​ໃຈ​ຂອງ​ອ້າຍ​ໄປ​ດ້ວຍ ການ​ຊາຍ​ຕາ​ພຽງ​ແວບ​ດຽວ​ເທົ່າ​ນັ້ນ​ຫລື ດ້ວຍ​ສ້ອຍ​ຄໍ​ສາຍ​ດຽວ​ຂອງ​ເຈົ້າ 10 ນ້ອງ​ຂອ​ງອ້າຍ​ເອີຍ ເຈົ້າ​ສາວ​ຂອງ​ອ້າຍ ຄວາມ​ຮັກ​ຂອງ​ນ້ອງ​ຊ່າງ​ຫວານກວ່າ​ເຫລົ້າ​ອະ​ງຸ່ນ ແລະ​ກິ່ນ​ນ້ຳ​ມັນ​ຂອງ​ນ້ອງ​ຊ່າງ​ຫອມກວ່າ​ເຄື່ອງ​ເທດ​ທັງ​ຫ​ລາຍ 11 ໂອ ເຈົ້າ​ສາວ​ຂອງ​ອ້າຍ​ເອີຍ ຮີມ​ຝີ​ປາກ​ຂອງ​ນ້ອງ​ປຽບ​ເຫມືອນ​ນ້ຳ​ເຜິ້ງ​ກຳ​ລັງ​ຈະ​ຢົດ​ຍ້ອຍ ນ້ຳ​ເຜິ້ງ​ແລະ​ນ້ຳ​ນົມ​ຢູ່​ໃຕ້​ລີ້ນ​ຂອງ​ນ້ອງ ກິ່ນ​ເສື້ອ​ຜ້າ​ຂອງ​ນ້ອງ​ຫອມ​ດຸ​ດດັ່ງ​ກິ່ນ​ມາ​ຈາກ​ເລ​ບາ​ນອນ 12 ເຈົ້າ​ສາວ​ຂອງ​ອ້າຍ​ເອີຍ ນ້ອງ​ຂອງ​ອ້າຍ​ປຽບ​ປະ​ດຸດ​ສວນ​ສງ​ວນ ດຸດ​ດັ່ງ​ອຸ​ທ​ຍານ​ທີ່​ຫວງ​ຫ້າມ​ໄວ້ ແລະ​ດຸ​ດດັ່ງ​ນ້ຳ​ພຸ​ທີ່​ຖືກ​ປະ​ທັບ​ຕ​ຣາ​ໄວ້ 13 ຜລິດ​ຜົນ​ຂອງ​ນ້ອງ​ດຸດ​ດັ່ງ​ສວນ​ຕົ້ນ​ພິ​ລາ ອີກທັງ​ຫມາກ​ໄມ້​ອັນ​ໂອ​ຊາຢ່າງ​ອື່ນໆ ອີ​ກ​ທັງ​ທຽ​ນ​ຂາວ ແລະ​ແຝກ​ຫອມ 14 ຕົ້ນ​ແຝກ​ຫອມ​ແລະ​ຕົ້ນ​ຂີ້ຫມິ່ນ ໄມ້​ອໍ້​ຫອມ ແລະ​ຕົ້ນ​ໃບ​ເຕີຍ ອີກ​ທັງ​ຕົ້​ນ​ໄມ້​ຫອມ​ນາໆ​ຊະນິດ​ສຳ​ລັບ​ທຳ​ກຳ​ຍານ​ຄື​ຕົ້ນ​ຢາງ​ໄມ້​ຫອມ ແລະ​ຕົ້ນ​ອາ​ໂລ ອີກ​ທັງ​ເຄື່ອງ​ຫອມ​ຊັ້ນ​ດີ​ທັງ​ສິ້ນ 15 ຕົ​ວ​ນ້ອງ​ປະ​ດຸ​ດດັ່ງ​ນ້ຳ​ພຸ​ໃນ​ອຸ​ທຍານ ປະ​ດຸດ​ບໍ່​ນ້ຳ​ໄຫລ ແລະ​ປະ​ດຸດ​ລຳ​ທານ​ໄຫລ​ຈາກ​ເລ​ບາ​ນອນ 16 ໂອ​ ລົມ​ເຫນືອ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ໂອ ລົມ​ໃຕ້​ເອີຍ ຈົ່ງ​ພັດມາ​ເຖີດ ຈົ່ງ​ພັດ​ໂຊຍ​ສວນ​ຂອງຂ້ອຍ ເພື່ອ​ຂອງ​ຫອມ​ໃນ​ສວນ​ນັ້ນ​ຈະ​ຫອມ​ຟຸ້ງ​ອອກ​ໄປ ຂໍ​ໃຫ້​ທີ່​ຮັກ​ຂອງ​ຂ້ອຍ​ເຂົ້າ​ມາ​ໃນ​ສວນ​ຂອງ​ເຂົາ ແລະ​ຮັບ​ປະ​ທານ​ຜົນ​ລະໄມ້​ອັນ​ໂອ​ຊາ​ເຖີດ

ເພງໂຊໂລໂມນ 5

1 ນ້ອງ​ຂອງ​ອ້າຍ​ເອີຍ ເຈົ້າ​ສາວ​ຂອງ​ອ້າຍ ອ້າຍ​ເຂົ້າ​ມາ​ໃນ​ສວນ​ຂອງ​ອ້າຍ​ແລ້ວ ອ້າຍ​ມາ​ເກັບ​ເອົາ​ໄມ້​ຢາງ​ຫອມ​ຂອງ​ອ້າຍ​ພ້ອມ​ກັບ​ໄມ້​ສີ​ສຽດ​ຂອງ​ອ້າຍ​ແລ້ວ ອ້າຍ​ດື່ມ​ເຫລົ້າ​ອະ​ງຸ່ນ​ກັບ​ນ້ຳ​ນົມ​ຂອງ​ອ້າຍ​ແລ້ວ ໂອ ສະ​ຫາຍ​ທັງ​ຫລາຍ ຈົ່ງ​ຮັບ​ປະ​ທານ ແລະ​ຈົ່ງ​ດື່ມ​ເຖີດ ທ່ານ​ຜູ້​ເປັນ​ທີ່​ຮັກ​ເອີຍ ຈົ່ງ​ດື່ມ​ໃຫ້​ອີ່ມ​ຫນຳ​ເຖີດ 2 ຂ້ອຍ​ຫລັບ​ແລ້ວ ແຕ່​ໃຈ​ຂອງ​ຂ້ອຍຍັງ​ຕື່ນ​ຢູ່ ຄື​ມີ​ສຽງ​ເຄາະ​ຂອງ​ທີ່​ຮັກ​ຂອງ​ຂ້ອຍ​ເວົ້າ​ວ່າ, “ນ້ອງ​ສາວ​ເອີຍ ທີ່​ຮັກ​ຂອງ​ອ້າຍ​ເອີຍ ເປີດ​ປະ​ຕູ​ໃຫ້​ອ້າຍ​ແດ່ ແມ່​ນົກ​ເຂົາ​ຂອງ​ອ້າຍ​ເອີຍ ແມ່​ຄົນ​ງາມ​ຂອ​ງອ້າຍ​ເອີຍ ເພາະ​ຫົວຂອງ​ອ້າຍ​ກໍ​ຖືກ​ນ້ຳ​ຄ້າງ​ກໍ​ເຕັມ​ຢູ່​ເທິງ​ຫົວ ແລະ​ເສັ້ນ​ຜົມ​ຂອງ​ອ້າຍ​ກໍ​ຊຸ່ມ​ດ້ວຍ​ລະ​ອ່ອງ​ນ້ຳ​ຟ້າ​ແຫ່ງຣາ​ຕ​ຣີ​ການ” 3 ຂ້ອຍ​ແກ້​ເສື້ອ​ຂອງ​ຂ້ອຍ​ອອກ​ເສັຽ​ແລ້ວ ເຫດ​ໃດຂ້ອຍ​ຈຶ່ງ​ຕ້ອງ​ນຸ່ງ​ເສື້ອ​ຄືນ​ອີກ ຂ້ອຍ​ລ້າງ​ຕີນຂອງ​ຂ້ອຍ​ແລ້ວ ເປັນ​ຫຍັງ​ຈະ​ໃຫ້​ຕີນ​ຂອງ​ຂ້ອຍ​ກັບ​ເປື້ອນ​ໄປ​ອີກ 4 ທີ່​ຮັກ​ຂອງ​ຂ້ອຍ​ສອດ​ມື​ຂອງ​ເຂົາ​ເຂົ້າ​ມາ​ທາງ​ຮູ​ປະ​ຕູ ແລະ​ໃຈ​ຂ້ອຍ​ກໍ​ເຕັ້ນ​ແຮງ​ເຖິງ​ເຂົາ 5 ຂ້ອຍ​ລຸກ​ຂຶ້ນ​ໄປ​ເປີດ​ປະ​ຕູ​ໃຫ້​ທີ່​ຮັກ​ຂອງ​ຂ້ອຍ ແລະ​ມື​ຂອງ​ຂ້ອຍ​ທຳ​ໃຫ້​ໄມ້​ຢາງ​ຫອມ​ຢົດ ແລະ​ນີ້ວ​ຂອງ​ຂ້ອຍ​ທຳ​ໃຫ້​ນ້ຳ​ໄມ້​ຫອມ​ຍ້ອຍ​ເທີງ​ຂໍ​ໄຂ​ປະ​ຕູ 6 ຂ້ອຍ​ເປີດ​ປະ​ຕູ​ໃຫ້​ທີ່​ຮັ​ກ​ຂອງ​ຂ້ອຍ ແຕ່​ທີ່​ຮັກ​ຂອງ​ຂ້ອຍ​ກັບ​ໄປ​ເສັຽ​ແລ້ວ ເມື່ອ​ເຂົາ​ກັບ​ໄປ ຂ້ອຍມົວ​ຕົກ​ຕະ​ລຶງ ຂ້ອຍ​ສ​ແວງ​ຫາ​ເຂົາ ແຕ່​ຂ້ອຍ​ຫາ​ເຂົາ​ບໍ່​ພົບ ຂ້ອຍຮ້ອງ​ຮຽກ​ເຂົາ ແຕ່​ເຂົາ​ບໍ່​ໄດ້​ຂາ​ນ​ຕອບ 7 ຄົນ​ຍາມ​ເຫັນ​ຂ້ອຍ ຂ​ນະ​ທີ່​ກວດ​ເວນ​ໃນ​ເມືອງ ເຂົາ​ຕີ​ຂ້ອຍ ເຂົາ​ທຳ​ໃຫ້​ຂ້ອຍ​ບາດ​ເຈັບ ຄົນ​ຍາມ​ຮັກ​ສາ​ກຳ​ແພງ​ເມືອງ​ຍາດ​ຊິງ​ເອົາ​ຜ້າ​ຄຸມ​ຕົວ​ຈາກ​ຂ້ອຍ​ໄປ 8 ໂອ ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຂ້ອຍ​ຂໍ​ໃຫ້​ພວກ​ເຈົ້າ​ສາ​ບານ​ວ່າ ຖ້າ​ຜູ້​ໃດ​ໄດ້​ພົບ​ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ຈະ​ຮັບ​ປາກ​ບອກ​ເຂົາ​ວ່າ ຂ້ອຍ​ກຳ​ລັງ​ເປັນ​ໄຂ້​ໃຈ

ເຈົ້າ​ສາວ​ສັນ​ເສີນ​ເຈົ້າ​ບ່າ​ວ

9 ໂອ ຄູ່​ຮັກ​ຂອງ​ອ້າຍນັ້ນ​ວິ​ເສດຫຍັງ​ໄປກວ່າ​ຄູ່​ຮັກ​ຂອງ​ຄົນ​ອື່ນ​ຫລື ແມ່​ສາວ​ງາມ​ລ້ຳ​ເລີດ​ໃນ​ຖ້າມ​ກາງ​ສາວ​ອື່ນໆ ຄູ່​ຮັກ​ຂອງ​ອ້າຍ​ນັ້ນ​ວິ​ເສດ​ຫຍັງ​ໄປ​ກວ່າ​ຄູ່​ຮັກ​ຂອງ​ຄົນ​ອື່ນ​ຫລື ອ້າຍ​ຈຶ່ງ​ໄດ້​ມາ​ໃຫ້​ພວກ​ຂ້ອຍ​ສາ​ບານ​ໃຫ້​ເຊັ່ນ​ນັ້ນ 10 ທີ່ຮັກ​ຂອງ​ຂ້ອຍ ຜິວ​ເປັ່ງ​ປັ່ງ​ອົມ​ເລືອດ ເຂົາ​ເປັນ​ນຶ່ງ​ໃນ​ຖ້າມ​ກາງ​ຫມື່ນ​ຄົນ 11 ຫົວຂອງ​ເຂົາ​ດັ່ງ​ຄຳ​ນົພ​ຄຸນ ຜົມ​ຂອງ​ເຂົາ​ຫຍິກ ແລະ​ດຳ​ເຫມືອນ​ນົກ​ກາ 12 ຕາ​ຂອງ​ເຂົາ​ປຽບ​ເຫມືອນ​ນົກ​ເຂົາ​ທີ່​ຮີມ​ຫ້ວຍ ອາບ​ນ້ຳ​ນົມ ແລະ​ຈັບ​ຢູ່​ທີ່​ຮີມ​ກະ​ແສ​ນ້ຳ​ເຕັມ​ຝັ່ງ 13 ແກ້ມ​ຂອງ​ເຂົາ​ເຫມືອນ​ຢ່າງ​ລານ​ປູກ​ໄມ້​ສີ​ສຽດ ສົ່ງ​ກິ່ນ​ຫອມ​ຫວນ ຮີມ​ຝີ​ປາກ​ຂອງ​ເຂົາ​ເຫມືອນ​ດອກ​ລິລີ ຢົດ​ນ້ຳ​ຢາງ​ໄມ້​ຫອມ 14 ມື​ຂອງ​ເຂົາ​ເຫມືອນ​ດັ່ງ​ວົງ​ແຫວນ​ຄຳ ອັນ​ປະ​ດັບ​ດ້ວຍ​ໄພ​ທູນ 15 ຂາ​ຂອງ​ເຂົາ​ຫມືອນ​ດັ່ງ​ເສົາ​ຫີນ​ອ່ອນ ຕັ້ງ​ເທິງ​ຖານ​ຄຳ​ນົພ​ຄຸນ ຮູບ​ຮ່າງ​ຂອງ​ເຂົາ​ມີ​ສ​ງ່າ​ດັ່ງ​ເລ​ບາ​ນອນ ປະ​ເສີດ​ຢ່າງ​ໄມ້​ສົນ​ 16 ວາ​ຈາ​ຂອງ​ເຂົາ​ອ່ອນ​ຫວານ​ທີ່​ສຸດ ທຸກ​ສິ່ງ​ໃນ​ຕົວ​ເຂົາ​ລ້ວນ​ແຕ່​ຫນ້າ​ຮັກ​ຫນ້າ​ໃຄ່ ໂອ ເຫລົ່າ​ບຸດຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ນີ້​ຄື​ທີ່​ຮັກ​ຂອງ​ຂ້ອຍ ແລະ​ນີ້​ຄື​ເພື່ອນ​ຍາກ​ຂອງ​ຂ້ອຍ

ເພງໂຊໂລໂມນ 6

ພວກ​ຜູ້​ຍິງ:

1 ແມ່​ສາວງາມ​ລ້ຳ​ເລີດ​ໃນ​ຖ້າມ​ກາງ​ສາວ​ອື່ນໆ ຄູ່​ຮັກ​ຂອງ​ອ້າຍ​ຢູ່​ທີ່​ໃດ ຄູ່​ຮັກ​ຂອງ​ອ້າຍ​ກັບ​ໄປ​ໃສ​ແລ້ວ ເພື່ອ​ພວກ​ເຮົາ​ຈະ​ໄປ​ສືບ​ຫາ​ກັບ​ອ້າຍ

ຍິງ​ສາວ:

2 ທີ່ຮັກ​ຂອງ​ຂ້ອຍ ລົງ​ໄປ​ໃນ​ສວນ​ຂອງ​ເຂົາ ເພື່​ອຈະ​ໄປ​ທີ່​ລານ​ປູກ​ໄມ້​ສີ​ສຽດ ແລະ​ເພື່ອ​ຈະ​ໄປ​ລ້ຽງ​ຝູງ​ສັດ​ໃນ​ສວນ​ກັບ​ເພື່ອ​ຈະ​ເກັບ​ດອກ​ລີ​ລີ 3 ຕົວ​ຂ້ອຍ​ເປັນ​ກຳ​ມະ​ສິດ​ຂອງ​ທີ່​ຮັກ​ຂອງ​ຂ້ອຍ ແລະ​ທີ່​ຮັກ​ກໍ​ເປັນ​ຂອງ​ຂ້ອຍ ເຂົາ​ລ້ຽງ​ຝູງ​ສັດ​ຢູ່​ຖ້າມກາງ​ຫມູ່​ຕົ້ນ​ລີ​ລີ

ເຈົ້າ​ບ່າວ​ສັນ​ເສີນ​ເຈົ້າ​ສາວ

4 ທີ່​ຮັກ​ຂອງ​ອ້າຍ​ເອີຍ ນ້ອງ​ຊ່າງ​ງາມ​ຫລາຍ​ເຫມືອນ​ເມືອງ​ຕີ​ຣ໌ຊາ ແລະ​ງາມ​ເຢັນ​ຕາ​ດັ່ງ​ເຢ​ຣູ​ຊາ​ເລັມ ແມ່​ເປັນ​ສະງ່າ​ຫນ້າ​ເກງ​ຂາມ​ດັ່ງ​ກອງ​ທັບ​ມີ​ທຸງ​ປະ​ຈຳ 5 ຂໍ​ຫັ​ນ​ຫນ້າ​ໄປ​ຈາກ​ອ້າຍ​ເຖີດ ເພາະ​ວ່າ​ອ້າຍ​ແພ້​ນັຍ​ຕາ​ຂອງ​ນ້ອງ​ແລ້ວ ຜົມ​ນ້ອງ​ດຸດ​ດັ່ງ​ຝູງ​ແບ້ ທີ່​ເຄື່ອນ​ໄປ​ມາ​ຕາມ​ເນີນ​ພູ​​ກິ​ເລ​ອາດ 6 ແຂ້ວ​ຂອງ​ນ້ອງ​ດັ່ງ​ຝູງ​ແກະ​ໂຕ​ເມັຽ ຊຶ່ງ​ຂຶ້ນ​ມາ​ຈາກ​ກາ​ນຊຳ​ຮະ​ລ້າງ ມີ​ລູກ​ແຝດ​ຕິດ​ມາ​ທຸກ​ໂຕ ແລະ​ບໍ່​ມີ​ໂຕ​ໃດ​ແທ້ງ​ລູກ 7 ພວງ​ແກ້ມ​ຂອງ​ນ້ອງ​ເຫມືອນ​ຫມາກ​ພິ​ລາ​ຜ່າ​ກາງ​ຢູ່​ໃນ​ຜ້າ​ຄຸມ 8 ມີ​ມະ​ເຫ​ສີ​ຫົກ​ສິບ​ອົງ ແລະ​ນາງ​ຫ້າມ​ແປດ​ສິບ​ຄົນ ສາວໆ​ອີກ​ຫລາຍ​ເຫລືອ​ຄະ​ນາ​ 9 ແມ່​ນົກ​ເຂົາ​ຂອງ​ອ້າຍ ແມ່​ຄົນ​ງາມຂອງ​ອ້າຍ ເປັນ​ຄົນ​ດຽວ ນ້ອງ​ເປັນ​ຄົນ​ດຽວ​ຂອງ​ແມ່​ທີ່​ເປັນ​ຫົວ​ຮັກ​ຫົວ​ໃຄ່​ຂອງ​ຜູ້​ໃຫ້​ກຳ​ເນີດ ສາວໆ​ທັງ​ຫລາຍ​ເຫັນ​ນ້ອງ ແລະ​ເອີ້​ນ​ວ່າ ຜາ​ສຸກ ທັງ​ເຫລົ່າ​ມະ​ເຫ​ສີ ແລະ​ເຫລົ່າ​ນາງ​ຫ້າມ ກໍ​ສັນ​ເສີນ​ຍ້ອງ​ຍໍ​ນ້ອງວ່າ, 10 “ແມ່​ສາວ​ຄົນ​ນີ້​ເປັນ​ຜູ້​ໃດ​ຫນໍ ເມື່ອ​ເບິ່ງ​ລົງ​ກໍ​ດັ່ງ​ຮຸ່ງ​ອາ​ຣຸນ​ຕອນເຊົ້າ ແຈ່ມ​ຈັດ​ດັ່ງ​ດວງ​ຈັນ ກະ​ຈ່າງ​ຈ້າ​ດັ່ງ​ດວງ​ສຸ​ຣິ​ຍັນ ສະງ່າ​ຫນ້າ​ເກງ​ຂາມ​ດັ່ງ​ກອງ​ທັບ​ມີ​ທຸງ​ປະ​ຈຳ 11 ຂ້ອຍ​ລົງ​ໄປ​ໃນ​ສວນ​ຫມາກ​ມັນ ເພື່ອ​ຈະ​ເບິ່ງ​ຫມູ່ໄມ້​ຂຽວ​ຕາມ​ຫຸບ​ເຂົາ​ວ່າ​ເຄືອ​ອະ​ງຸ່ນ​ມີ​ດອກ​ຈູມ​ອອກ​ຫລື​ບໍ່ ແລະ​ເພື່ອ​ຈະ​ເບິ່ງວ່າ​ຫມາກ​ພິ​ລາ​ມີ​ດອກ​ແລ້ວ​ຫລື​ຍັງ 12 ເມື່ອ​ຂ້ອຍ​ຍັງ​ບໍ່​ທັນ​ຮູ້​ຕົວ ມະ​ໂນ​ຄະ​ຕິ​ຂອງ​ຂ້ອຍ​ໄດ້​ກະ​ທຳ​ໃຫ້​ຂ້ອຍ​ເຄິ້ມ​ໄປວ່າ​ໄດ້​ຢູ່​ໃນ​ຣົດ​ຊົງ​ຄຽງ​ຂ້າງ​ເຈົ້າ​ນາຍ​ຂອງ​ຂ້ອຍ 13 ກັບ​ມາ​ເຖີດ ກັບ​ມາ​ເຖີດ ແມ່​ຊາວ​ຊູ​ລາມ ກັບ​ມາ​ເຖີດ ກັບ​ມາ​ເຖີດ ເພື່ອ​ພວກ​ຂ້ອຍ​ຈະ​ໄດ້​ເຈົ້າໄວ້ຊົມ​ເຊີຍ ເປັນ​ຫຍັງ​ເຈົ້າ​ທັງ​ຫລາຍຈຶ່ງ​ຢາກ​ເບິ່ງຕົວ​ແມ່​ຊາວ​ຊູ​ລາມ ດັ່ງ​ມອງ​ການ​ເຕັ້ນ​ລຳ​ແຫ່ງ​ມະ​ຮາ​ນາ​ອິມ

ເພງໂຊໂລໂມນ 7

ບົດ​ເພງ​ທີສາມ

ຄົນ​ຮັກ​ຂອງ​ນາງ:

1 ໂອ​ ຍິງ​ທີ່​ງາມ​ເລີດ ຕີນນ້ອງ​ທີ່​ສຸບ​ໃສ່​ເກີບ​ຢູ່​ນັ້ນ​ງາມ​ຫລາຍ ທ້າຍ​ຂອງນ້ອງ​ງາມ​ເຫມືອນ​ນັກ​ສິນ​ລະ​ປິນ​ແຕ້ມ 2 ສະ​ບື​ນ້ອງ​ເຫມືອນ​ຂັນ​ນ້ຳ ຊຶ່ງ​ເກັບ​ຮັກ​ສາ​ກິ່ນ​ເຫລົ້າ​ອະ​ງຸ່ນ​ບໍ່​ໃຫ້​ເຫີຍ​ໄປ ທ້ອງ​ນ້ອງເຫມືອນກອງ​ເຂົ້າ​ທີ່​ມີ​ດອກ​ຊ້ອນ​ອ້ອມ​ຮອບ​ໄວ້ 3 ນົມ​ຂອງ​ນ້ອງ​ງາມ​ເຫມືອນ​ລູກ​ກວາງ​ຝາ​ແຝ​ດ 4 ລຳ​ຄໍ​ຂອງ​ນ້ອງ​ເຫມືອນ​ຫໍ​ຄອຍ​ສູງ​ທີ່​ທຳ​ດ້ວຍ​ງາ​ຊ້າງ ຕາ​ຂອງ​ນ້ອງ​ເຫມືອນ​ຫນອງ​ນ້ຳ​ຢູ່​ໃນ​ເມືອງ​ເຮັ​ສໂບນ ຊຶ່ງ​ຫນອງ​ນີ້​ຢູ່​ໃກ້​ປະ​ຕູ​ກຳ​ແພງ​ເມືອງ ດັ່ງ​ນ້ອງ​ງາມ​ດັ່ງ​ຫໍ​ຄອຍ​ສູງ​ທີ່​ເລ​ບາ​ນອນ ຊຶ່ງ​ເປັນ​ບ່ອນ​ເຝົ້າ​ຍາມ​ຢູ່​ກົງ​ກັນ​ຂ້າມ​ກັບ​ເມືອງ​ດາ​ມັ​ສ​ກັ​ສ 5 ຫົວ​ຂອງ​ນ້ອງງ​ສູງ​ດັ່ງ​ພູ​ກາ​ຣ໌ເມນ ຜົມ​ເປັຽນ້ອງ​ມີ​ສີ​ສະ​ງ່າ​ງາມ​ດັ່ງ​ສີ​ມ່ວງ ຄວາມ​ງາມ​ຂອງ​ມັນ​ທຳ​ໃຫ້​ພຣະ​ຣາ​ຊາ​ກາຍ​ເປັນ​ຈຳ​ເລີຍ​ຮັກ 6 ທີ່​ຮັກ​ຂອງ​ອ້າຍ​ ນ້ອງ​ງາມ​ທີ່​ສຸດ ຄວາມ​ຍິນ​ດີ​ຢ່າງ​ພາກ​ພູມ​ໃຈ​ທີ່​ນ້ອງມອບ​ໃຫ້​ອ້ານ​ນັ້ນ​ມີ​ລົ້ນ​ເຫລືອ 7 ນ້ອງ​ເຕັມ​ໄປ​ດ້ວຍ​ຄວາມ​ງົດ​ງາມ​ເຫມືອນ​ດັ່ງ​ຕົ້ນ​ຕານ ນົມ​ນ້ອງ​ເຫມືອນ​ແຊງ​ຫມາກ​ຕານ 8 ອ້າຍ​ຈະ​ປີນ​ຂຶ້ນ​ຕົ້ນ​ຕານ ແລະ​ປິດ​ເອົາ​ຫມາກ​ຂອງ​ມັນ​ມາ ນົມ​ນ້ອງ​ປຽບ​ເຫມືອນ​ພົ້ວ​ຫມາກ​ອະ​ງຸ່ນ​ສຳ​ລັບ​ອ້າຍ ລົມ​ຫາຍ​ໃຈ​ຂອງ​ນ້ອງ​ເຫມືອນ​ກິ່ນ​ຫອມ​ຂອງ​ຫມາກ​ໂປມ 9 ແລະ​ປາກ​ຂອງນ້ອງ​ເຫມືອນ​ດັ່ງ​ເຫລົ້າ​ອະ​ງຸ່ນ​ຊັ້ນ​ດີ ຂໍ​ໃຫ້​ເຫລົ້າ​ອະ​ງຸ່ນໄຫລ​ຊື່​ໄປ​ຫາ​ຄົນ​ຮັກ​ຂອງ​ຂ້ອຍ ຂໍ​ໃຫ້​ໄຫລ​ໄປຜ່ານ​ສົບ ແລະ​ແຂ້ວ​ຂອງ​ເຂົາ 10 ຂ້ອຍ​ເປັນ​ຂອງ​ຄົນ​ຮັກ​ຂອງ​ຂ້ອຍ ແລະ​ເຂົາ​ກໍ​ຕ້ອງ​ການ​ຂ້ອຍ

ຍິງ​ສາວ:

11 ທີ່​ຮັກ ຈົ່ງ​ມາ​ພີ້ ໃຫ້​ພວກ​ເຮົາ​ອອກ​ໄປ​ທົ່ງ​ນາ​ດ້ວຍ​ກັນ ແລະ​ໄປ​ນອນ​ຄ້າງ​ຄືນ​ຢູ່​ຕາມ​ບ້ານ 12 ພວກ​ເຣົາ​ຈະ​ລຸກ​ແຕ່​ເຊົ້າ​ໄປ​ເບິ່ງ​ຕົ້ນ​ຫມາກ​ອະ​ງຸ່ນ ເພື່ອ​ຢາກ​ຮູ້​ວ່າ​ມັນ​ປົ່ງ​ຍອດ​ແລ້ວ​ຫລື​ຍັງ ດອກ​ຂອງ​ມັນ​ບານ​ແລ້ວ​ບໍ ແລະ​ເພື່ອ​ເບິ່ງວ່າ​ຕົ້ນ​ພິ​ລາ​ມີ​ດອກ​ແລ້ວ​ຫລື​ບໍ່ ຢູ່ບ່ອນ​ນັ້ນ​ນ້ອງ​ຈະ​ມອບ​ຄວາມ​ຮັກ​ໃຫ້​ແກ່​ອ້າຍ 13 ອ້າຍ​ຈະ​ດົມ​ກິ່ນ​ຫອມຂອງ​ຫມາກ​ເຂືອ ແລະ​ພວກ​ເຮົາ​ຈະ​ມີ​ຫມາກ​ໄມ້​ດີໆທຸກ​ຢ່າງ​ຢູ່​ຕໍ່​ຫນ້າ​ເຮືອນ ທີ່​ຮັກ ຫມາກ​ໄມ້​ຫອມ​ຫວານ​ທີ່​ເກັບ​ໄວ້​ແຕ່​ດົນ ແລະ​ເກັບ​ດຽວ​ນີ້ ນ້ອງ​ໄດ້​ຮັກ​ສາ​ໄວ້​ໃຫ້​ອ້າຍ​ສ​ເມີ

ເພງໂຊໂລໂມນ 8

1 ນ້ອງ​ປາ​ຖ​ນາ​ຢາກ​ໃຫ້​ອ້າຍ​ເປັນ​ຄີງໆ​ຂອງ​ນ້ອງ ຊຶ່ງ​ເປັນ​ຜູ້​ທີ່​ແມ່​ຂອງ​ນ້ອງ​ໄດ້​ລ້ຽງ​ມາ ເພື່ອ​ວ່າ​ຖ້າ​ນ້ອງ​ພົບ​ອ້າຍ​ຢູ່​ຕາມ​ຖ​ນົນ​ຫົນ​ທາງ ນ້ອງ​ຈະ​ຈູບ​ອ້າຍ​ໄດ້​ໂດບ​ບໍ່​ເກງ​ກົວ​ຄຳ​ນີນ​ທາ​ຂອງ​ໃຜ​ທັງ​ຫມົດ 2 ແລະ​ນ້ອງ​ກໍ​ຈະ​ພາ​ອ້າຍ​ໄປ​ຫາ​ແມ່​ຂອງ​ນ້ອງຢູ່​ເຮືອນ ນ້ອງ​ຈະ​ເອົາ​ເຫລົ້າ​ອະ​ງຸ່ນ​ຢ່າງ​ດີ ແລະ​ນ້ຳ​ຫມາກ​ພິ​ລາ​ໃຫ້​ອ້າຍ​ດື່ມ 3 ເຂົາ​ເອົາ​ມື​ກ້ຳຊ້າຍ​ຮອງ​ຫົວ​ຂ້ອຍ ແລະ​ເອົາ​ມື​ຂວາ​ກອດ​ຂ້ອຍ​ໄວ້ 4 ຍິງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ສັນ​ຍາ​ຕໍ່​ຂ້ອຍ​ເທີນ​ວ່າ ເຈົ້າ​ຈະ​ບໍ່​ປຸກ​ຄວາມ​ຮັກ​ຂອງ​ຂ້ອຍ​ກ່ອນ​ເວ​ລາ​ອັນ​ສົມ​ຄວນ

ບົດ​ເພງ​ທີ່​ສີ່

ພວກ​ຜູ້​ຍິງ:

5 ຜູ້​ທີ່​ຂຶ້ນ​ມາ​ຈາກ​ຖິ່ນ​ກັນ​ດານ ທີ່​ຢູ່​ໃນ​ອ້ອມ​ແຂນ​ຜູ້​ບ່າວ​ນັ້ນ​ແມ່ນ​ໃຜ

ຍິງ​ສາວ:

ນ້ອງ​ໄດ້​ປຸກອ້າຍ​ລຸກ​ຂຶ້ນ​ຢູ່​ໃຕ້​ຕົ້ນ​ຫມາກ​ໂປມ ຊຶ່ງ​ເປັນ​ບ່ອນ​ທີ່​ແມ່​ອ້າຍ​ຖື​ພາ ແລະ​ເປັນ​ບ່ອນ​ທີ່​ອ້າຍ​ເກີດ 6 ນອກ​ຈາກນ້ອງ​ແລ້ວ ຢ່າ​ຮັກ​ຄົນ​ອື່ນ ຂໍ​ຢ່າ​ໃຫ້​ມີຍິງ​ອື່ນ​ຢູ່​ໃນ​ອ້ອມກອດ​ຂອງ​ອ້າຍ ຄວາມ​ຮັກ​ມີ​ອຳ​ນາດ​ເທົ່າ​ກັບ​ຄວາມ​ຕາຍ ຄວາມ​ຫລົງ​ໄຫລ​ຮ້າຍ​ແຮງ​ເຫມືອນ​ປ່າ​ຊ້າ ມັນ​ໄດ້​ໄຫມ້​ເຫມືອນ​ແປວ​ໄຟ ແລະ​ໄຫມ້​ລຸກ​ລາມ​ຢ່າງ​ເຕັມ​ທີ 7 ນ້ຳ​ຫລວງ​ຫລາຍກໍ​ມອດ ຫລື​ຖ້ວມ​ມັນ​ບໍ່​ໄດ້ ແຕ່​ວ່າ​ຖ້າ​ມີ​ຄົນ​ໃດ​ເອົາ​ຄວາມ​ມັ່ງ​ຄັ່ງ​ສົມ​ບູນ​ຂອງ​ຕົນ​ມາ​ຊື້​ເອົາ​ຄວາມ​ຮັກ ເຂົາ​ກໍ​ຈະ​ໄດ້​ຮັບ​ແຕ່​ຄວາມ​ຫມິ່ນ​ປ​ມາດ

ພວ​ກ​ຜູ້​ຍິງ:

8 ພວກ​ຂ້ອຍ​ຍັງ​ມີ​ນ້ອງ​ສາວ​ຢູ່​ຄົນ​ນຶ່ງ ເຂົາ​ຍັງ​ບໍ່​ທັນ​ເປັນ​ສາວ ແລະ​ຫນ້າ​ເອິກກໍ​ບໍ່​ທັນ​ເຕັມ ພວກຂ້ອຍ​ຈະ​ທຳ​ຢ່າງ​ໃດ​ກັບ​ເຂົາ ຖ້າ​ມີ​ຊາຍ​ຫນຸ່ມ​ເຂົ້າ​ມາ​ຂໍ​ແຕ່ງ​ງານ​ກັ​ບ​ເຂົາ 9 ຖ້າ​ເຂົາ​ເປັນ​ກຳ​ແພງ ພວກ​ຂ້ອຍ​ຈະ​ເອົາ​ແທ່ງ​ເງິນ​ສ້າງ​ຫໍ​ຄອຍ​ປ້ອງ​ກັນ​ເຂົາ​ໄວ້ ຖ້າ​ເຂົາ​ເປັນ​ປະ​ຕູ​ກຳ​ແພງ ພວກ​ຂ້ອຍ​ຈະ​ເອົາ​ແຜ່ນ​ໄມ້​ສົນ​ໃສ່​ໄລ​ປ້ອງ​ກັນ​ເຂົາ​ໄວ້

ຍິງ​ສາວ:

10 ຂ້ອຍ​ເປັນ​ກຳ​ແພງ ແລະ​ນົມ​ຂ້ອຍ​ເປັນ​ເຫມືອນ​ຫໍ​ຄອຍ​ສູງ ໃນ​ສາຍ​ຕາ​ຂອງ​ຄົນ​ຮັກ​ແລ້ວ ຂ້ອຍ​ເປັ​ນ​ຜູ້​ນຶ່ງ​ທີ່​ນຳ​ຄວາມ​ສຸກ​ມາ​ໃຫ້

ຄົນ​ຮັກ​ຂອງ​ນາງ:

11 ກະ​ສັດ​ໂຊໂລ​ໂມນ​ມີ​ສວນ​ອະ​ງຸ່ນ​ທີ່​ບາ​ອານ​ຮາ​ໂມນ ພຣະ​ອົງ​ຊົງ​ໃຫ້​ຄົນ​ມາ​ເຊົ່າ​ສວນ​ນັ້ນ ແຕ່​ຜູ້​ເຊົ່າ​ທຸກ​ຄົນ​ຕ້ອງ​ຈ່າຍ​ເງິນ​ພັນ​ຫລຽນ​ໃຫ້ 12 ກະ​ສັດໂ​ຊ​ໂລ​ໂມນ​ເອີຍ ຂ້ອຍ​ມີ​ສວນ​ອະ​ງຸ່ນ​ຂອງ​ຂ້ອຍ​ເອງ ພຣະ​ອົງ​ຊົງ​ຮັບ​ເອົາ​ເງິນ​ພັນ​ຫລຽນ​ຂອງ​ພຣະ​ອົງ​ໄປ​ເທີນ ແລະ​ຜູ້​ເຊົ່າ​ສວນ​ນັ້ນ​ຈະ​ໄດ້​ຮັບ​ຄົນ​ລະ​ສອງ​ຮ້ອຍ 13 ນ້ອງ​ເອີຍ ຫມູ່​ເພື່ອນ​ຂອງ​ອ້າຍ​ກຳ​ລັງ​ຟັງ​ຢູ່ ຂໍ​ໃຫ້​ອ້າຍ​ໄດ້​ຍິນ​ສຽງ​ນ້ອງ​ຈາກ​ສວນ​ນັ້ນ​ເທີນ

ຍິງ​ສາວ:

14 ທີ່​ຮັກ​ຂອງ​ນ້ອງ ຂໍ​ອ້າຍ​ຈົ່ງ​ເປັນ​ເຫມືອນ​ເຍືອງ ແລະ​ກວາງ​ຫນຸ່ມ ແລະ​ມາ​ຫາ​ນ້ອງ​ທີ່​ພູ​ຕົ້ນ​ກະ​ຖິນ

ເອຊາຢາ 1

ປະ​ຊາ​ຊາດ​ທີ່​ບາບ​ຫນາ

1 ຫນັງ​ສື​ພຣະ​ທັມ​ນີ້ ແມ່ນ​ຖ້ອຍ​ຄຳ​ທີ່​ເວົ້າ​ເຖິງ​ພວກ​ຢູ​ດາ ແລະ​ເຢ​ຣູ​ຊາ​ເລັມ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ຕໍ່​ເອ​ຊາ​ຢາ​ບຸດ​ຂອງ​ອາ​ໂມ​ສ, ໃນ​ລະ​ຫວ່າງ​ເວ​ລາ​ອຸ​ສ​ຊີ​ຢາ, ໂຢ​ທາມ, ອາ​ຮັ​ສ, ແລະ​ເຮເຊ​ກີ​ຢາ, ເປັນ​ກະ​ສັດ​ຂອງ​ຢູ​ດາ.

ພຣະ​ເຈົ້າ​ຊົງ​ເຕືອນ​ໄພ່​ພົນ​ຂອງ​ພຣະ​ອົງ

2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າ​ວວ່າ, “ໂລ​ກ​ແລະ​ຟ້າ​ສວັນ​ເອີຍ, ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກ່າວ: ພວກ​ເດັກ​ນ້ອຍ​ທີ່​ເຮົາ​ລ້ຽງ​ໃຫຍ່​ແລ້ວ​, ໄດ້​ເປັນ​ກະ​ບົດ​ຕໍ່​ສູ້​ເຣົາ 3 ງົວ​ຄວາຍ​ມັນ​ຍັງ​ຮູ້​ຈັກ​ເຈົ້າ​ຂອງ ລໍ​ກໍຮູ້​ຈັກ​ບ່ອນ​ນາຍ​ມັນ​ເອົາ​ໄປ​ລ້ຽງ ແຕ່​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ບໍ່​ຮູ້​ຈັກ​ຫຍັງ​ເລີຍ 4 ຊົນ​ຊາດ​ບາບ ໃຈ​ຊົ່ວ​ແລະ​ໂຫດຮ້າຍ​ເອີຍ ພວກ​ເຈົ້າ​ຈະ​ໄດ້​ຮັບ​ເຄາະ​ກັມ​ດອກ ບາບ​ໄດ້​ລາກ​ຄໍ​ພວກ​ເຈົ້າ​ແລ້ວ ເພາະ​ວ່າ​ພວກ ​ເຈົ້າ​ໄດ້​ປະ​ຖິ້ມ​ແລະ​ຫັນ​ຫນີ​ຈາກ​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ 5 ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ເປັນ​ກະ​ບົດ​ຢູ່​ຕໍ່​ໄປ ຢາກ​ຈະ​ໃຫ້​ເຮົາ​ລົງ​ໂທດ​ຫນັກ​ຂຶ້ນຊັ້ນ​ບໍ ອິສຣາ​ເອນ​ເອີຍ ຫົວ​ຂອງ​ເຈົ້າ​ມີ​ແຕ່​ບາດ ຈິດ​ໃຈ​ກໍ​ເຈັບ​ຊ້ຳ 6 ຕັ້ງ​ແຕ່​ຕີ​ນ​ເຖິງ​ຫົວ​ທົ່ວ​ຮ່າງກາຍ​ຂອງ​ເຈົ້າ​ບໍ່ມີ​ບ່ອນ​ໃດ​ປອດ ມັນ​ມີ​ແຕ່​ບ່ອນ​ຟົກ​ຊ້ຳ​ດຳ​ຂຽວ ແລະ​ເປັນ​ແຜ ບາດ​ແຜ​ກໍ​ບໍ່​ໄດ້​ຫໍ່​ພັນ ບໍ່​ໄດ້​ຮັກ​ສາ​ໃຫ້​ສະ​ອາດ ແລະ​ໃສ່​ຢາ​ເລີຍ 7 ທົ່ວ​ປະ​ເທດ​ຂອງ​ເຈົ້າ​ຮ້າງ​ເປົ່າ ຫົວ​ເມືອງ​ທັງ​ຫລາຍ​ຖືກ​ເຜົາ​ໄຫ​ມ້​ຍັງ​ແຕ່​ດິນ ຊາວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ຍຶດ​ຄອງ ແລະ​ທຳ​ລາຍ​ທຸກ​ໆ​ສິ່ງ​ຖິ້ມ​ຕໍ່​ຫນ້າ​ພວກ​ເຈົ້າ 8 ນະ​ຄອນ​ເຢ​ຣູ​ຊາ​ເລັມ​ກໍ​ປະ​ຖິ້ມ​ໄວ້ ເປັນ​ນະ​ຄອນ​ຖືກ​ເຂົາ​ປິດ​ລ້ອມ​ແລະ​ປາ​ສ​ຈາກ​ແນວ​ປ້ອງ​ກັນ​ເຫມືອນ​ຕູບ​ຄົນ​ເຝົ້າ​ສວນ​ອະ​ງຸ່ນ ຫລື​ເຫມືອນ​ຖຽງ​ໄຮ່​ຫມາກ​ແຕ່ງກວາ 9 ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ບໍ່​ໂຜດ​ໃຫ້​ບາງ​ຄົນ​ລອດ​ຊີ​ວິດ​ຢູ່​ແລ້ວ ນະ​ຄອນ​ເຢ​ຣູ​ຊາ​ເລັມກໍ​ຈະ​ຖືກ​ທຳ​ລາຍ​ຢ່າງ​ສິ້ນ​ເຊີງ ມັນ​ຈະ​ເປັນ​ຄື​ດັ່ງ​ເມືອງ​ໂຊ​ໂດມ ແລະ​ເມືອງ​ໂກ​ໂມ​ຣາ 10 ເຢຣູ​ຊາ​ເລັມ​ເອີຍ ພວກ​ຜູ້​ປົກ​ຄອງ​ແລະ​ປະ​ຊາ​ຊົນ​ຂອງ​ເຈົ້າ​ຈະ​ເປັນ​ເຫມືອນ​ຊາວ​ໂຊ​ໂດມ​ແລະ​ໂກ​ໂມ​ຣາ ຈົ່ງ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ ພຣະ​ຜູ້ເປັນ​ເຈົ້າ​ຈະ​ບອກ​ສອນ​ເຈົ້າ 11 ພຣະ​ອົງ​ຊົງ​ກ່າວ​ວ່າ ເຈົ້າ​ຄິດ​ວ່າ​ເຮົາ​ຢາກ​ໄດ້​ສິ່ງ​ຂອງ​ທີ່​ເຈົ້າ​ເອົາ​ເຜົາ​ຖວາຍ​ບູ​ຊາ​ໃຫ້​ເຮົາ​ນັ້ນ​ຊັ້ນ​ບໍ ເຮົາ​ອີ່ມ​ພໍ​ແລ້ວ​ສຳ​ລັບ​ແກະ​ທີ່​ເຈົ້າ​ເຜົາ​ບູ​ຊາ ພ້ອມ​ທັງ​ນັ້ນ​ມັນ​ສັດ​ໂຕ​ອ້ວນ​ພີ​ຂອງ​ເຈົ້າ ເຮົາ​ເປິດ​ຫນ່າຍ​ເລືອດ​ງົວ ເລືອດ​ແກະ​ແລະ​ເລືອດ​ແບ້​ແລ້ວ 12 ເມື່ອ​ເຈົ້າ​ມາ​ຂາບ​ໄຫວ້​ເຮົາ ໃຜ​ບອກ​ໃຫ້​ນຳ​ເອົາ​ສິ່ງ​ເຫລົ່າ​ນັ້ນ​ມາ​ໃຫ້​ເຮົາ ໃຜ​ບອກ​ໃຫ້​ເຂົ້າ​ມາ​ຢຽບ​ຢ່ຳ​ພຣະ​ວິ​ຫານ​ຂອງ​ເຣົາ 13 ເຣົາ​ບໍ່​ຢາກ​ໄດ້​ອີກ​ແລ້ວ​ຂອງ​ຖວາຍ​ອັນ​ຕາຍໆ​ນັ້ນ ເຮົາ​ກຽດ​ຊັງ​ກິ່ນ​ທູບ​ຄວັນ​ທຽນ​ຂອງ​ເຈົ້າ ແລະ​ຫົນ​ຕໍ່​ງານ​ສ​ລອງວັນ​ເດືອນ​ອອກ​ໃຫມ່ ວັນ​ສະ​ບາ​ໂຕ ແລະ​ງານ​ຊຸມ​ນຸມ​ທາງ​ສາ​ສ​ນາ​ຂອງ​ເຈົ້າ​ບໍ່​ໄດ້ ງານ​ທັງ​ຫມົດ​ນີ້​ຊົ່ວ​ຮ້າຍ​ລົງ​ຍ້ອນ​ບາບ​ຂອງ​ເຈົ້າ 14 ເຮົາ​ກຽດ​ຊັງ​ງານ​ສ​ລອງວັນ​ເດືອນ​ອອກໃຫມ່ ແລະ​ວັນ​ບໍ​ຣິ​ສຸດ​ຂອງ​ເຈົ້າ ມັນ​ເປັນ​ພາ​ຣະ​ອັນ​ຫນັກ​ຫນ່ວງ​ສຳ​ລັບ​ເຮົາ 15 ເມື່ອ​ເຈົ້າ​ຍົກ​ຍໍ​ມື​ຂຶ້ນ​ອ້​ອນວອນ​ຕໍ່​ເຮົາ ເຮົາ​ຈະ​ບໍ່​ຫລຽວ​ເບິ່ງ ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ອ້ອນວອນ​ຍຶດ​ຍາວ​ປານ​ໃດ​ກໍ​ຕາມ ເຮົາ​ກໍ​ຈະ​ບໍ່​ຟັງ ເພາະ​ວ່າ​ມື​ຂອງ​ເຈົ້າ​ເປິ​​ເປື້ອນ​ດ້ວຍ​ເລືອດ 16 ຈົ່ງ​ຊຳ​ຮະ​ລ້າງ​ຕົວ​ເຈົ້າ​ໃຫ້​ສະ​ອາດ ໃຫ້​ຢຸດ​ການ​ກະ​ທຳ​ຊົ່ວ​ຮ້າຍ​ທີ່​ເຮົາ​ເຫັນຢູ່​ນີ້​ເສັຽ 17 ໃຫ້​ຝຶກແອບ​ກະ​ທຳ​ຄວາມ​ດີ ສ​ແວງ​ຫາ​ຄວາມ​ຍຸດ​ຕິ​ທັມ ຊ່ອຍ​ເຫລືອ​ຜູ້​ທີ່​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ຄຸ້​ມ​ຄອງ​ຮັກ​ສາ​ລູກ​ກຳ​ພ້າ ແລະ​ຊ່ອຍ​ເບິ່ງ​ແຍງ​ພວກ​ແມ່​ຫມ້າຍ 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຂໍ​ໃຫ້​ພວກ​ເຮົາ​ມາ​ເວົ້າ​ກັນ​ເທາະ ຄື​ເຖິງ​ແມ່ນ​ບາບ​ຂອງ​ເຈົ້າ​ຈະ​ເປັນ​ສີ​ແດງ ເຮົາ​ກໍ​ຈະ​ລ້າງ​ໃຫ້​ຂາວ​ສະ​ອາດ​ເຫມືອນນວນ​ຝ້າຍ ແລະ​ເຖິງມັນ​ຈະ​ແດງ​ເຂັ້ມ ເຮົາ​ກໍ​ຈະ​ເຮັດ​ໃຫ້​ຂາວ​ເຫມືອນ​ຂົນ​ແກະ 19 ຖ້າ​ເຈົ້າ​ເຊື່ອ​ຟັງ​ເຮົາ ເຈົ້າ​ຈະ​ໄດ້​ກິນ​ຂອງ​ດີ​ໃນ​ແຜ່ນ​ດິນ 20 ແຕ່​ຖ້າ​ປະ​ຕິ​ເສດ​ແລະ​ດື້​ດຶງ ເຈົ້າ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ”

ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ບາບ

21 ນະ​ຄອນ​ທີ່​ເຄີຍ​ສັດ​ຊື່​ໃນ​ຄັ້ງ​ນຶ່ງ ແຕ່​ບັດ​ນີ້​ເປັນ​ເຫມືອນ​ແມ່​ຈ້າງ ຄັ້ງ​ນຶ່ງ​ມີ​ຄົນ​ຊອບ​ທັມ​ອາ​ໄສ​ຢູ່ແຕ່​ບັດ​ນີ້​ມີ​ແຕ່​ພວກ​ອາດ​ຊະ​ຍາ​ກອນ​ອາ​ໄສ​ຢູ່ 22 ເຢ​ຣູ​ຊາ​ເລັມ​ເອີຍ ຄັ້ງ​ນຶ່ງ​ເຈົ້າ​ເປັນ​ເຫມືອນ​ເງິນ ແຕ່​ບັດ​ນີ້​ເຈົ້າ​ບໍ່​ມີຄຸນ​ຄ່າ​ເລີຍ ເຈົ້າ​ເຄີຍ​ເປັນເຫມືອນເຫລົ້າ​ອະ​ງຸ່ນ​ຊັ້ນ​ດີ ແຕ່​ບັດ​ນີ້​ເປັນ​ນ້ຳ​ລ້າໆ​ 23 ພວກ​ເຈົ້າ​ນາຍຂອງ​ເຈົ້າ​ກໍ​ເປັນ​ກະ​ບົດ ເປັນ​ມິດ​ກັບ​ຄົນ​ຂີ້​ລັກ ຮັບ​ສິນ​ບົນ​ແລະ​ສິນ​ຈ້າງ​ຮາງວັນ ເຂົາ​ບໍ່​ເຄີຍ​ຊ່ອຍ​ເຫລືອ​ລູກ​ກຳ​ພ້າ​ອາ​ນາ​ຖາ​ເພື່ອ​ສູ້​ຄະ​ດີ​ໃນ​ສານ ຫລື​ບໍ່​ຟັງ​ຄຳ​ໃຫ້​ການ​ໃດໆ​ຂອງ​ແມ່​ຫມ້າຍ​ເລີຍ 24 ດັ່ງ​ນັ້ນ ຈົ່ງ​ຟັງ​ຖ້ອຍ​ຄຳ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ແຫ່ງ​ຈັກ​ກະ​ວານ​ຂອງ​ອິສ​ຣາ​ເອນ ຊຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ແກ້​ແຄ້ນ​ເຈົ້າ​ຜູ້​ເປັນ​ສັດ​ຕຣູ​ຂອງ​ເຮົາ ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ທຳ​ໃຫ້​ເຮົາ​ຫຍຸ້ງ​ຍາກ​ອີກ 25 ເຮົາ​ຈະ​ຕໍ່​ສູ້​ຂັດ​ຂວາງ​ເຈົ້າ ຈະ​ທຳ​ໃຫ້​ເຈົ້າ​ສະ​ອາດ​ເຫມືອນ​ທໍາ​ໃຫ້​ເຫລັກ​ຂີ້​ຫມ້ຽງ​ກ້ຽງ​ສະ​ອາດ​ຄື​ເກົ່າ ແລະ​ຈະ​ເອົາ​ຂອງ​ເປິ​ເປື້ອນ​ທັງ​ຫມົດ​ໃນ​ຕົວ​ເຈົ້າ​ອອກ​ຫນີ​ໄປ 26 ເຮົາ​ຈະ​ໃຫ້​ເຈົາ​ມີ​ຜູ້​ນຳ ແລະ​ມີ​ທີ່​ປຶກ​ສາ​ເຫມືອນ​ເຄີຍ​ມີ​ມາ​ແຕ່​ກ່ອ​ນ​ແລ້ວ ເມື່ອ​ນັ້ນ​ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ເອີ້ນ​ວ່າ ນະ​ຄອນ​ທີ່​ຊອບ​ທັມ​ແລະ​ສັດ​ຊື່” 27 ຍ້ອນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊອບ​ທັມ​ນັ້ນ​ແຫລະ ພຣະ​ອົງ​ຈຶ່ງ​ຈະ​ຊ່ອຍ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ແລະ​ທຸກໆ​ຄົນ​ທີ່​ກັບ​ໃຈ​ໃຫມ່ ໃນ​ທີ່​ນັ້ນ​ໃຫ້​ໄດ້​ຮັບ​ຄວາມ​ປອດ​ພັຍ 28 ແຕ່​ຈະ​ຊົງ​ທຳ​ລາຍ​ທຸກ​ຄົນ​ທີ່​ທຳບາບ​ແລະ​ກະ​ບົດ​ຕໍ່​ສູ້​ພຣະ​ອົງ ພ້ອມ​ທັງ​ຈະ​ຊົງ​ຂ້າ​ທຸກ​ຄົນ​ທີ່​ປະ​ຖິ້ມ​ພຣະ​ອົງ 29 ເຈົ້າ​ຈະ​ເສັຽ​ໃຈ​ທີ່​ໄດ້​ຂາບ​ໄຫວ້​ກົກ​ໄມ້ ແລະ​ໄດ້​ປຸກ​ສ້າງ​ບ່ອນ​ຂາ​ບໄຫວ້​ໄວ້​ໃນ​ສວນ 30 ເຈົ້າ​ຈະ​ຫ່ຽວ​ແຫ້ງ​ເຫມືອນ​ກົກ​ສົນ​ຕາຍ​ ແລະ​ເຫມືອນ​ຫນ້າ​ດີນ​ທີ່​ຂາດ​ນ້ຳ 31 ສະ​ເກັດ​ໄຟ​ຍ່ອມ​ໄຫມ້​ໄມ້​ແຫ້ງ​ໄດ້​ສັນ​ໃດ ຄົນ​ແຂງ​ແຮງກໍ​ຈະ​ຖືກ​ຄວາມ​ຊົ່ວ​ຂອງ​ເຂົາ​ເອງ​ທຳ​ລາຍ​ໄດ້​ສັນ​ນັ້ນ ແລະ​ຈະ​ບໍ່​ມີ​ໃຜ​ສາ​ມາດ​ຢຸດ​ຢັ້ງ​ການ​ທຳ​ລາຍ​ນັ້ນ​ໄດ້

ເອຊາຢາ 2

ສັນ​ຕິ​ສຸກ​ຕລອດ​ໄປ​ເປັນ​ນິດ

1 ຕໍ່​ໄປ​ນີ້ ແມ່ນ​ເຣື່ອງ​ທີ່​ກ່ຽວ​ກັບ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ເອ​ຊາ​ຢາ ບຸດ​ຊາຍ​ອາ​ໂມ​ສວ່າ, 2 “ໃນ​ເວ​ລາ​ວັນ​ນັ້ນ​ມາ​ເຖິງ ພູ​ບ່ອນ​ຕັ້ງ​ພຣະ​ວິ​ຫານ ຈະ​ສູງ​ກວ່າ​ພູ​ທຸກໆ​ຫນ່ວຍ ຫລາຍໆ​ຊາດ​ຈະ​ຫລັ່ງ​ໄຫລ​ກັນ​ມາ​ຍັງ​ພູ​ນັ້ນ 3 ແລະ​ຊົນ​ຊາດ​ເຫລົ່າ​ນັ້ນ​ຈະ​ເວົ້າ​ວ່າ, “ໃຫ້​ພວກ​ເຣົາ​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທາະ ໄປ​ຍັງ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ ເພື່ອ​ພວກ​ເຮົາ​ຈະ​ຮູ້​ວ່າ​ພຣະ​ອົງ​ຊົງ​ປະ​ສົງ​ໃຫ້​ເຮົາ​ເຮັດ​ຫຍັງ ແລ້ວ​ເຮົາ​ກໍ​ຈະ​ໄດ້​ທຳ​ຕາມ​ພຣະ​ປະ​ສົງ​ນັ້ນ” ເພາະ​ວ່າ​ພຣະ​ທັມຈະ​ອອກ​ມາ​ຈາກ​ຊີ​ໂອນ ແລະ​ພຣະ​ຄຳ​ຂອງ​ພຣະຜູ້​ເປັ​ນເຈົ້າ​ຈະ​ອອກ​ມາ​ຈາກ​ເຢ​ຣູ​ຊາ​ເລັມ 4 ພຣະ​ອົງ​ຈະ​ຊົງ​ຕັດ​ສິນ​ພິ​ພາກ​ສາ​ຊົນ​ຊາດ​ໃຫຍ່​ທັງ​ຫລາຍ ພວກ​ເຂົາ​ຈະ​ເອົາ​ດາບ​ຕີ​ເປັນ​ຫມາກ​ສົບໄຖ ແລະ​ຕີ​ຫອກ​ເປັນ​ກ່ຽວ ຊາດ​ທັງ​ຫລາຍ​ຈະ​ບໍ່​ມີ​ສົງ​ຄາມ​ອີກ ຈະ​ບໍ່​ຈັດ​ຕຽມ​ເພື່ອ​ທຳ​ສົງ​ຄາມ​ອີກ

ການ​ທີ່​ພຣະ​ເຈົ້າ​ພິ​ພາກ​ສາ​ຄົນ​ຈອງ​ຫອງ

5 ໂອ ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ເອີຍ ມາ​ເຖີດໃຫ້​ພວກ​ເຮົາ​ດຳ​ເນີນ​ໄປ​ໃນ​ຄວາມ​ສວ່າງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້​ນັ້ນ​ເທີນ 6 ເພາະ​ພຣະ​ອົງ​ຊົງ​ປະ​ຖິ້ມ​ຊົນ​ຊາດ​ຂອງ​ພຣະ​ອົງ​ເສັຽ ຄື​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ເພາະ​ວ່າ​ເຂົາ​ເຕັມ​ດ້ວຍ​ຜູ້​ທຳ​ນ​ວາຍ​ຈາກ​ຕາ​ເວັນ​ອອກ ແລະ​ດ້ວຍ​ຫມໍ​ດູ​ຢ່າງ​ຄົນ​ຟີ​ລິ​ສ​ຕິນ ແລະ​ເຂົາ​ຕີ​ສ​ນິດ​ກັບ​ຄົນ​ຕ່າງ​ຊາດ 7 ແຜ່ນ​ດິນ​ຂອງ​ເຂົາ​ເຕັມ​ດ້ວຍ​ເງິນ ແລະ​ທອງ​ຄຳ ຊັບ​ສົມ​ບັດ​ຂອງ​ເຂົາບໍ່​ມີ​ສິ້ນ​ສຸດ ແຜ່ນ​ດິນ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ມ້າ ຣົດ​ຮົບ​ຂອງ​ເຂົາ​ບໍ່​ມີ​ສິ້ນ​ສຸດ 8 ແຜ່ນ​ດິນ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຮູບ​ເຄົາ​ຣົບ ເຂົາ​ຂາບ​ໄຫວ້​ຜົນ​ງານ​ແຫ່ງ​ມື​ຂອງ​ເຂົາ ຕໍ່​ສິ່ງ​ຊຶ່ງ​ນີ້ວ​ມື​ຂອງ​ເຂົາ​ໄດ້​ກະ​ທຳ 9 ມະ​ນຸດ​ຈຶ່ງ​ຕົກ​ຕ່ຳ​ລົງ ແລະ​ຄົນ​ກໍ​ດ້ອຍ​ລົງ ຢ່າ​ອະ​ພັຍ​ເຂົາ​ເລີຍ 10 ຈົ່ງ​ຫລົບ​ເຂົ້າ​ໄປ​ໃນ​ຫີນ ແລະ​ລີ້​ຊ່ອນ​ຢູ່​ໃນ​ຝຸ່ນ​ຂີ້​ດິນ ໃຫ້​ພົ້ນ​ຈາກ​ຄວາມ​ຫນ້າ​ຢ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈາກ​ພຣະ​ສ​ງ່າ​ຣາ​ສີ​ແຫ່ງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ 11 ແລະ​ທ່າ​ອັນ​ອວດ​ອົ່ງ​ຂອງ​ມະ​ນຸດ​ຈະ​ຕົກ​ຕ່ຳ​ລົງ ແລະ​ຄວາມ​ຈອງ​ຫອງ​ຂອງ​ຄົນ​ຈະ​ຖືກ​ປາບ​ລົງ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ຈະ​ເປັນ​ຜູ້​ເທີດ​ທູນ​ໃນ​ວັນ​ນັ້ນ 12 ເພາະ​ວ່າ​ພຣະ​ເຈົ້າ​ຈອມ​ໂຍ​ທາ​ມີ​ວັນ​ນຶ່ງ​ທີ່​ສູ້​ສາ​ຣະ​ພັດ​ທີ່​ເຍີ້​ຍິ່ງ​ແລະ​ສູງ​ສົ່ງ ​ທີ່​ສູ້​ສາ​ຣະ​ພັດ​ທີ່​ຖືກ​ຍົກ​ຂຶ້ນ​ແລະ​ສູງ 13 ທີ່ສູ້​ຕົນ​ສົນ​ສີ​ດາ​ທັງ​ສິ້ນ​ຂອງ​ເລ​ບາ​ນອນ​ທີ່​ສູງ ແລະ​ທີ່​ຖືກ​ຍົກ​ຂຶ້ນ ແລະ​ທີ່​ສູ້​ຕົ້ນ​ກໍ່​ທັງ​ສິ້ນ​ຂອງ​ບາ​ຊານ 14 ທີ່​ສູ້​ພູ​​ສູງ​ທັງ​ສິ້ນ ແລະ​ທີ່​ສູ້​ເນີນ​ພູ​ທັງ​ປວງ​ທີ່​ຖືກ​ຍົກ​ຂຶ້ນ 15 ທີ່​ສູ້​ຫໍ​ຄອຍ​ສູງ​ທຸກ​ແຫ່ງ ທີ່​ສູ້​ກຳ​ແພງ​ທີ່​ເຂັ້ມ​ແຂງ​ທຸກ​ແຫ່ງ 16 ທີ່​ສູ້​ກຳ​ປັ່ນ​ທັງ​ສິ້ນ​ຂອງ​ຕາ​ຣ໌​ຊິດ ແລະ​ທີ່​ສູ້​ເຮືອ​ງົດ​ງາມ​ທັງສິ້ນ 17 ແລະ​ຄວາມອວດ​ອົ່ງ​ຂອງ​ມະ​ນຸດ​ຈະ​ຕ້ອງ​ຖືກ​ປາບ​ລົງ ແລະ​ຄວາມ​ຈອງ​ຫອງ​ຂອງ​ຄົນ​ຈະ​ຕົກ​ຕ່ຳ​ລົງ ໃນ​ວັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ຈະ​ເປັນ​ທີ່​ເທີດ​ທູນ 18 ແລະ​ຮູບ​ເຄົາ​ຣົບ​ຈະດັບ​ສູນ​ສິ້ນ​ 19 ແລະ​ຄົນ​ຈະ​ເຂົ້າ​ໄປ​ໃນ​ຖ້ຳ ແລະຂຸດ​ຮູ​ຢູ່​ໃນ​ດິນ ໃຫ້​ພົ້ນ​ຈາກ​ຄວາມ​ຫນ້າ​ຢ້າ​ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈາກ​ພຣະ​ສະ​ງ່າ​ຣາ​ສີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ກະ​ທຳ​ໃຫ້​ໂລກ​ສັ່ນ​ສະ​ເທືອນ 20 ໃນ​ວັນ​ນັ້ນ​ຄົນ​ຈະ​ແກວ່ງ​ຮູບ​ເຄົາ​ຣົບ​ຂອງ​ຕົນ​ອອກ​ໄປ​ຊຶ່ງ​ທຳ​ດ້ວຍ​ເງິນ​ແລະ​ຮູບ​ເຄົາ​ຣົບ​ຂອງ​ຕົນ​ຊຶ່ງ​ທຳ​ດ້ວຍ​ທອງ​ຄຳ ຊຶ່ງ​ເຂົາ​ທຳ​ໄວ້​ເພື່ອ​ຕົນ​ເອງ​ຈະ​ນະ​ມັ​ສ​ການ​ໄປ​ຍັງໂຕ​ຫ​ນູ​ແລະ​ໂຕ​ເຈັຽ 21 ເພື່ອ​ເຂົາ​ຈະ​ເຂົ້າ​ຖ້ຳ​ຫີນ ແລະ​ເຂົ້າ​ໄປ​ໃນ​ໂງ່ນ​ຫີນ ໃຫ້​ພົ້ນ​ຈາກ​ຄວາມ​ຫນ້າ​ຢ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈາກ​ພຣະ​ສະ​ງ່າ​ຣາ​ສີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ກະ​ທຳ​ໃຫ້​ໂລ​ກ​ສັ່ນ​ສະ​ເທືອນ 22 ຢ່າ​ເຊື່ອ​ຫມັ້ນ​ຕາຍ​ໃຈ​ໃນ​ມະ​ນຸດ​ທີ່​ຕາຍ​ເປັນ ຊຶ່ງ​ໃນ​ດັງ​ຂອງ​ເຂົາ​ມີ​ລົມ​ຫາຍ​ໃຈ ເພາະ​ເຂົາ​ບໍ່​ມີ​ຄຸນ​ຄ່າ​ຫຍັງ

ເອຊາຢາ 3

ການ​ທີ່​ພຣະ​ເຈົ້າ​ພິ​ພາກ​ສາ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ

1 ບັດ​ນີ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຈອມ​ໂຍ​ທາ ຊົງ​ນຳ​ອອກ​ໄປ​ເສັຽ​ຈາກ​ເຢ​ຣູ​ຊາ​ເລັມ​ແລະ​ຈາກ​ຢູ​ດາ ຊຶ່ງ​ເຄື່ອງ​ຄ້ຳ​ແລະ​ເຄື່ອງ​ຈຸນ ເຄື່ອງ​ຄ້ຳ​ອັນ​ເປັນ​ອາ​ຫານ​ທັງ​ຫມົດ ແລະ​ເຄື່ອງ​ຄ້ຳ​ອັນ​ເປັນ​ນ້ຳ​ທັງ​ຫມົດ 2 ທະ​ຫານ​ເອກ​ແລະ​ພວກ​ທະ​ຫານ ຜູ້​ປົກ​ຄອງ​ແລະ​ຜູ້​ປະ​ກາດ​ພຣະ​ທັມ ຜູ້​ທຳ​ນ​ວາຍ ແລະ​ພວກ​ເຖົ້າ​ແກ່ 3 ນາຍ​ຫ້າ​ສິບ ແລະ​ຜູ້​ມີ​ຍົດ ທີ່​ປຶກ​ສາ​ແລະ​ຄົນ​ຫລິ້ນ​ກົນ​ທີ່​ມີ​ຝີ​ມື ແລະ​ຄົນ​ຊຳ​ນານ​ການ​ທຳ​ອາ​ຖັນ 4 ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເດັກ​ນ້ອຍ​ເປັນ​ເຈົ້າ​ນາຍ​ຂອງ​ເຂົາ ແລະ​ເດັກ​ນ້ອຍ​ຈະ​ປົກ​ຄອງ​ເຂົາ 5 ແລະ​ປະ​ຊາ​ຊົນ​ຈະ​ບີບ​ບັງ​ຄັບ​ກັນແລະ​ກັນ ທຸກ​ຄົນ​ບີບ​ບັງ​ຄັບ​ເພື່ອນ​ຂອງ​ຕົນ ແລະ​ທຸ​ກ​ຄົນ​ບີບບັງ​ຄັບ​ເພື່ອນ​ບ້ານ​ຂອງ​ຕົນ ເດັກ​ນ້ອຍ​ຈະ​ທະ​ລຶ້ງ​ຕໍ່​ຜູ້​ໃຫຍ່ ແລະ​ຄົນ​ຖ່ອຍ​ຕໍ່​ຄົນ​ຜູ້​ມີ​ກຽດ 6 ເມື່ອ​ຄົນ​ຜູ້​ນຶ່ງ​ໄປ​ຍຶດ​ຕົວ​ພີ່​ນ້ອງ​ຂອງ​ເຂົາ ໃນ​ເຮືອນ​ຂອງ​ບິ​ດາ​ຂອງ​ເຂົາ​ກ່າວ​ວ່າ, “ເຈົ້າ​ມີ​ເສື້ອ​ຄຸມ​ຢູ່​ແລ້ວ ເຈົ້າ​ຈົ່ງ​ເປັນ​ຜູ້​ນຳ​ຂອງ​ເຮົາ ແລະ​ຊາກ​ທີ່​ຢູ່​ນີ້​ຈະ​ຢູ່​ໃຕ້​ກຳ​ມື​ຂອງ​ເຈົ້າ” 7 ໃນ​ຄັ້ງ​ນັ້ນ​ເຂົາ​ຈະ​ຄັດ​ຄ້ານ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ຍອມ​ເປັນ​ຜູ້​ສມານ ໃນ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ທັງ​ອາ​ຫານ​ແລະ​ເສື້ອ​ຄຸມ ທ່ານ​ຈະ​ຕັ້ງ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ຜູ້​ນຳ​ຂອງ​ປະ​ຊາ​ຊົນ​ບໍ່​ໄດ້” 8 ເພາະ​ເຢ​ຣູ​ຊາ​ເລັມ​ກໍ​ສະ​ດຸດ ແລະ​ຢູ​ດາ​ກໍ​ລົ້ມ​ຄວ່ຳ ເພາະ​ວ່າ​ວາ​ຈາ​ຂອງ​ເຂົາ​ແລະ​ການ​ກະ​ທຳ​ຂອງ​ເຂົາ​ກໍ​ຕໍ່​ສູ້​ພຣະ​ເຈົ້າ ກະ​ບົດ​ຕໍ່​ພຣະ​ພັກ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ 9 ຄວາມ​ລຳ​ອຽງ​ຂອງ​ເຂົາ​ເປັນ​ພຍານ​ປັກ​ປຳ​ເຂົາ​ທັງ​ຫລາຍ ເຂົາ​ປ່າວ​ຮ້ອງ​ຄວາມ​ຜິດ​ຂອງ​ເຂົາ​ຢ່າງ​ໂຊ​ໂດມ ເຂົາ​ບໍ່​ໄດ້​ປິດ​ບັງ​ໄວ້ ວິ​ບັດ​ແກ່​ເຂົາ​ເພາະ​ວ່າ​ເຂົາ​ໄດ້​ນຳ​ຄວາມ​ຊົ່ວ​ຮ້າຍ​ມາ​ເຫນືອ​ຕົວ​ເຂົາ​ເອງ 10 ຈົ່ງ​ບອກ​ຄົນ​ຊອບ​ທັມ​ວ່າ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ສຸກ ເພາະ​ເຂົາ​ຈະ​ໄດ້​ຮັບ​ຜົນ​ແຫ່ງ​ການ​ກະ​ທຳ​ຂອງ​ເຂົາ 11 ວິບັດ​ແກ່​ຄົນ​ອະ​ທັມ ຄວາມ​ຮ້າຍ​ຈະ​ຕົກ​ແກ່​ເຂົາ ເພາະ​ວ່າ​ສິ່ງ​ໃດ​ທີ່​ມື​ເຂົາ​ໄດ້​ກະ​ທຳ ເຂົາ​ຈະ​ຖືກ​ກະ​ທຳ​ເຊັ່ນ​ກັນ 12 ສ່ວນ​ຊົນ​ຊາດ​ຂອງ​ເຣົາ ເດັກ​ນ້ອຍ​ເປັນ​ຜູ້​ບີບ​ບັງ​ຄັບ​ເຂົາ ແລະ​ຜູ້​ຍິງ​ປົກ​ຄອງ​ເຫນືອ​ເຂົາ ໂອ​ ຊົນ​ຊາດ​ຂອງ​ເຮົາ​ເອີຍ ຜູ້​ນຳ​ຂອງ​ເຈົ້າ​ທຳ​ເຈົ້າ​ໃຫ້​ຜິດ ແລະ​ກະ​ທຳ​ໃຫ້​ແນວ​ທາງຂອງ​ເຈົ້າ​ສັບ​ສົນ 13 ພຣະ​ເຈົ້າ​ຊົງ​ເຂົ້າ​ປະ​ທັບ​ສູ້​ຄວາມ​ ພຣະ​ອົງ​ປະ​ທັບ​ຢືນ​ພິ​ພາກ​ສາ​ຊົນ​ຊາດ​ຂອງ​ພຣະ​ອົງ 14 ພຣະ​ເຈົ້າ​ຊົງ​ເຂົ້າ​ພິ​ພາກ​ສາ ພວກ​ຜູ້​ໃຫຍ່​ແລະ​ເຈົ້າ​ນາຍ​ຊົນ​ຊາດ​ຂອງ​ພຣະ​ອົງ “ເຈົ້າ​ທັງ​ຫລາຍ​ນີ້​ແຫລະ ຊຶ່ງ​ໄດ້​ກືນ​ກິນ​ສວນ​ອະ​ງຸ່ນ​ເສັຽ ຂອງ​ທີ່​ຍຶດ​ມາ​ຈາກ​ຄົນ​ຍາກ​ຈົນ​ກໍ​ຢູ່​ໃນເຮືອນ​ຂອງ​ເຈົ້າ 15 ຊຶ່ງ​ເຈົ້າ​ໄດ້​ບີບ​ຄັ້ນ​ຊົນ​ຊາດ​ຂອງ​ເຮົາ ແລະ​ໄດ້​ບົດ​ບີ້​ຫນ້າ​ຂອງ​ຄົນ​ຈົນ​ນັ້ນ ເຈົ້າ​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ” ພຣະ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ໄວ້​ດັ່ງ​ນີ້​ແຫລະ

ການ​ຊົງ​ພິ​ພາກ​ສາ​ບຸດ​ຕ​ຣີ​ຂອງ​ຊີ​ໂອນ

16 ພຣະ​ເຈົ້າ​ກ່າວ​ວ່າ ເພາະ​ທິ​ດາ​ທັງ​ຫລາຍ​ຂອງ​ຊີ​ໂອນ​ນັ້ນ​ກໍ​ຜຍອງ ແລະ​ເດີນ​ຄໍ​ຍືດ​ຄໍ​ຍາວ ຕາ​ຂອງ​ເຂົາ​ຊະ​ມ້ອຍ​ຊະ​ມ້າຍ ເດີນ​ກະ​ຕຸ້ງ​ກະ​ຕີ້ງ ຫຍັບ​ຕີນ​ໃຫ້​ມີ​ສຽງ​ກຸ່ງ​ກິ່ງ 17 ພຣະ​ເຈົ້າ​ຈະ​ຊົງ​ລົງ​ໂທດ​ທີ່​ຫົວຂອງ​ບັນ​ດາ​ທິ​ດາ​ຂອງ​ຊີ​ໂອນ ແລະ​ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ຫນ້າ​ຜາກ​ຂອງ​ເຂົາ​ທັງ​ຫລາຍ​ໂລ້ນ​ໄປ 18 ໃນ​ວັນ​ນັ້ນ​ພຣະ​ເຈົ້າ​ຈະ​ຊົງ​ນຳ​ເອົາ​ເຄື່ອງວິ​ຈິດ​ງົດ​ງາມ​ໄປ​ເສັຽ ຄືເຄື່ອງ​ເອ້​ທີ່​ພວກ​ເຂົາ​ໃສ່​ຕາມ​ຂໍ້​ຕີນ ຕາມ​ເທິງ​ຫົວ ຕາມ​ຄໍ 19 ຈີ້ ກຳ​ໄລມື ຜ້າ​ປົກ​ຫນ້າ 20 ຜ້າ​ມາ​ລາ ກຳ​ໄລ​ຕົ້ນ​ແຂນ ຜ້າ​ຄາດ​ແອວ ຫີບ​ເຄື່ອງ​ນ້ຳ​ຫອມ ແລະ​ກະ​ຕຸດທັງ​ຫລາຍ 21 ແຫວນ​ຕາ ແລະ​ແຫວນໃສ່​ດັງ 22 ເສື້ອ​ງານ ແລະ​ເສື້ອ​ຄຸມ ຜ້າ​ຄຸມ ແລະ​ກະ​ເປົ່າ​ຖື 23 ເສື້ອ​ໃຫຍ່​ ເສື້ອ​ຜ້າ​ລີ​ນີນ ຜ້າ​ປົກຫົວ ແລະ​ຜ້າ​ຄຸມ​ຕົວ 24 ແທນ​ນ້ຳ​ຫອມຈະ​ມີ​ແຕ່​ຄວາມ​ເນົ່າ ແທນ​ຜ້າ​ຄາດແອວ​ຈະ​ມີ​ເຊືອກ ແທນ​ຜົມ​ດັດ​ຈະ​ມີ​ແຕ່​ຫົວລ້ານ ແທນ​ເສື້ອ​ງາມ​ລ້ຳ​ຄ່າ ຈະ​ຄາດແອວ​ດ້ວຍ​ຜ້າ​ກະ​ສອບ ແທນ​ຄວາມ​ງົດ​ງາມ​ຈະ​ມີ​ແຕ່​ຄວາມ​ຂາຍ​ຫນ້າ 25 ພວກ​ຜູ້​ຊາຍ​ຂອງ​ເຈົ້າ​ຈະ​ລົ້ມ​ລົງ​ດ້ວຍ​ດາບ ແລະ​ທະ​ຫານ​ທີ່​ເກັ່ງ​ກ້າ​ທະ​ຫານ​ຂອງ​ເຈົ້າ​ຈະ​ລົ້ມ​ໃນ​ສົງ​ຄາມ 26 ປະ​ຕູ​ຂອງ​ນາງ​ຈະ​ຮ້ອງ​ທຸກ​ແລະ​ໄວ້​ທຸກ ນາງ​ຈະ​ຖືກ​ເປືອຍ​ແລ້ວ​ນັ່ງ​ຢູ່​ເທິງ​ດິນ

ເອຊາຢາ 4

1 ໃນ​ວັນ​ນັ້ນ​ຍິງ​ເຈັດ​ຄົນ​ຈະ​ຍຶດ​ຊາຍ​ຄົນ​ນຶ່ງ​ໄວ້ ກ່າວ​ວ່າ, “ເຮົາ​ຈະ​ຫາ​ກິນ​ຂອງ​ເຮົາ ຫາ​ນຸ່ງ​ຫາ​ຫົ່ມ​ຂອງ​ເຮົາ​ເອງ ຂໍ​ພຽງ​ໃຫ້​ເຂົາ​ເອີ້ນ​ເຮົາ​ດ້ວຍ​ຊື່ຂອງນາງ ຂໍ​ຈົ່ງ​ປົດ​ຄວາມ​ອັບ​ອາຍ​ຂອງ​ເຮົາ​ເສັຽ”

ອາ​ນາ​ຄົດ​ອັນ​ຮຸ່ງ​ເຮືອງ​ຂອງ​ເຢ​ຣູ​ຊາ​ເລັມ

2 ໃນ​ວັນ​ນັ້ນ​ບັນ​ດາ​ສິ່ງ​ທີ່​ງອກ​ເພາະ​ພຣະ​ເຈົ້າຈະ​ງົດ​ງາມ​ແລະ​ຮຸ່ງ​ເຮືອງ ແລະ​ພືດ​ຜົນ​ຂອງ​ແຜ່ນ​ດິນ​ນັ້ນ​ຈະ​ເປັນ​ຄວາມ​ພູມ​ໃຈ ແລະ​ເປັນ​ກຽດ​ຂອງ​ອິສ​ຣາ​ເອນ​ຜູ້​ລອດ​ຕາຍ​ມາ 3 ແລະ​ຄົນ​ທີ່​ເຫລືອ​ຢູ່​ໃນ​ຊີ​ໂອນ​ແລະ​ຄ້າງຢູ່​ໃນ​ເຢ​ຣູ​ຊາ​ເລັມ ເຂົາ​ຈະ​ເອີ້ນ​ວ່າ​ບໍ​ຣິ​ສຸດ ຄື​ທຸກ​ຄົນ​ຜູ້​ມີ​ຊື່ໃນ​ທະ​ບຽນ​ຊີ​ວິດ​ໃນ​ເຢ​ຣູ​ຊາ​ເລັມ 4 ໃນ​ເມື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ລ້າງ​ຄວາມ​ໂສ​ໂຄກ​ຂອງ​ທິ​ດາ​ທັງ​ຫລາຍ​ຂອງ​ຊີ​ໂອນ ແລະ​ຊຳ​ຮະຮອຍ​ໂລ​ຫິດ​ຂອງ​ເຢ​ຣູ​ຊາ​ເລັມ​ຈາກ​ຖ້າມ​ກາງ​ເມືອງ​ນັ້ນ​ ດ້ວຍ​ອາ​ນຸ​ພາບ​ແຫ່ງ​ການ​ພິ​ພາກ​ສາ​ແລະ​ດ້ວຍ​ອາ​ນຸ​ພາບ​ຂອງ​ການ​ເຜົາ 5 ແລະ​ພຣະ​ເຈົ້າ​ຈະ​ຊົງ​ສ້າງ​ເມກ​ເພື່ອ​ກາງ​ຄືນ ເຫ​ນືອ​ສະ​ຖານ​ທັງ​ສິ້ນ​ຂອງ​ພູ​ຊີ​ໂອນ ແລະ​ເຫນືອປະ​ຊຸມ​ຊົນ​ເມືອງ​ນັ້ນ ເພາະ​ຈະ​ມີ​ຫລັງ​ຄາ​ແລະ​ກະ​ໂຈມ​ເຫນືອ​ພຣະ​ສະ​ງ່າ​ຣາ​ສີ​ທົ່ວ​ທັງ​ສິ້ນ 6 ຈະ​ມີ​ຮົ່ມ​ກາງ​ເວັນ​ບັງ​ແດດ ແລະ​ເປັນ​ທີ່​ລີ້​ພັຍ ແລະ​ທີ່​ກຳ​ບັງ​ພະ​ຍຸ​ແລະ​ຝົນ

ເອຊາຢາ 5

ຄຳ​ອຸ​ປ​ມາ​ເຣື່ອງ​ສວນ​ອະ​ງຸ່ນ

1 ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຮ້ອງ​ເພງ​ເຖິງ​ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ ເປັນ​ເພງ​ຂອງ​ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ສວນ​ອະ​ງຸ່ນ​ຂອງ​ເຂົາ ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ມີ​ສວນ​ອະ​ງຸ່ນ​ຕອນ​ນຶ່ງ ຢູ່​ເທິງ​ເນີນ​ພູອັນ​ອຸ​ດົມ​ສົມ​ບູນ 2 ເຂົາ​ຂຸດ​ແລ້ວ​ເກັບ​ກ້ອນ​ຫີນ​ອອກ​ຫມົດ ປູກ​ເບັ້ຽອະ​ງຸ່ນ​ພັນ​ດີ​ທີ່​ສຸດ​ໃສ່ ເຂົາ​ປຸກ​ຫໍ​ຄອຍ​ໄວ້​ສຳ​ລັບ​ເຝົ້າ​ສວນ​ພ້ອມ​ທັງ​ສະ​ກັດ​ຫີນ​ສຳ​ລັບ​ບີບ​ຫມາກ​ອະ​ງ່ນ ເຂົາ​ຄິດ​ວ່າ​ຈະ​ໄດ້​ຫມາກ​ອະ​ງຸ່ນ​ດີ ແຕ່​ໄດ້​ຮັບ​ຫມາກ​ອະ​ງຸ່ນ​ສົ້ມ​ຫມົດ 3 ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ຊາວ​ເຢ​ຣູ​ຊາ​ເລັມ ແລະ​ຄົນ​ຢູ​ດາ​ເອີຍ ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ດູ​ວ່າ ລະ​ຫວ່າງ​ຂ້າ​ພະ​ເຈົ້າ​ກັບ​ສວນ​ອະ​ງຸ່ນ 4 ວ່າ​ຍັງ​ມີ​ອັນ​ໃດ​ອີກ​ແດ່​ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ທຳ​ໃນ​ສວນ​ນີ້ ເປັນ​ຫຍັງ​ຫມາກ​ຂອງ​ມັນ​ຈຶ່ງ​ສົ້ມ ທັງ​ໆ​ທີ່​ຂ້າ​ພະ​ເຈົ້າ​ຄາດ​ຫວັງ​ວ່າ​ຈະ​ໄດ້​ຫມາ​ກຫວານ​ດີ 5 ບັດ​ນີ້ ສົມ​ຄວນ​ແລ້ວ​ທີ່​ຂ້າ​ພະ​ເຈົ້າ​ຈະ​ທຳ​ກັບ​ສວນ​ອະ​ງຸ່ນ​ຂອງ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້ ຄື​ຈະ​ຮື້​ຫນາມ​ແລະ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ເພື່ອ​ໃຫ້​ສັດ​ປ່າ​ມາ​ກິນ​ແລະ​ຢຽບ​ຢ່ຳ​ຖິ້ມ​ເສັຽ 6 ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດ​ຂຶ້ນ​ຈົນ​ເຕັມ ຈະ​ບໍ່​ລິ​ແຫນງ​ຫລື​ພວນ​ດິນ ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ຫນາມ​ປົ່ງ​ຂຶ້ນ ຂ້າ​ພະ​ເຈົ້າ​ຈະ​ບໍ່​ໃຫ້​ຝົນ​ຕົກ​ລົງ​ມາ​ຮຳ​ສວນ​ນີ້” 7 ອິສ​ຣາ​ເອນ​ແມ່ນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່ ຄົນ​ຢູ​ດາ​ແມ່ນ​ເບັ້ຽອະ​ງຸ່ນ​ທີ່​ພຣະ​ອົງ​ຊົງ​ປູກ​ໄວ້ ພຣະ​ອົງ​ຊົງ​ມຸ່ງ​ຫວັງ​ໃຫ​ເຂົາ​ເຮັດ​ຊອບ​ທັມ ແຕ່​ຊົງ​ໄດ້​ຍິນ​ຄົນ​ຮ້ອງ​ຂໍ​ຄວາມ​ຍຸດ​ຕິ​ທັມ

ປະ​ກາດ​ວິ​ບັດເຫນືອ​ຄົນ​ອະ​ທັມ

8 ວິບັດ​ແກ່​ຜູ້​ເຫລົ່າ​ນັ້ນ​ທີ່​ເສີມ​ບ້ານ​ຫລັງ​ນຶ່ງ​ເຂົ້າ​ກັບ​ອີກ​ຫລັງ​ນຶ່ງ ແລະ​ເສີມ​ນາເຂົ້າ​ກັບ​ນາ​ຈົນ​ບໍ່​ມີ​ບ່ອນ​ອີກ​ແລ້ວ ແລະ​ເຈົ້າ​ທັ​ງ​ຫລາຍ​ຕ້ອງ​ຢູ່​ລຳ​ພັງ​ໃນ​ຖ້າມ​ກາງ​ແຜ່ນ​ດິນ​ນັ້ນ 9 ພຣະ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ກ່າວ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ຍິນ “ແນ່ນອນ​ບ້ານ​ຫລາຍ​ຫລັງ​ຈະ​ຕ້ອງ​ຮ້າງ​ເປົ່າ ບ້ານ​ໃຫຍ່​ບ້ານ​ງາມ​ຈະ​ບໍ່​ມີ​ຄົນ​ອາ​ໄສ 10 ເພາະ​ວ່າ​ສວນ​ອະ​ງຸ່ນ​ຊາວ​ຫ້າ​ໄຮ່​ຈະ​ໄດ້​ຜົນ​ແຕ່​ພຽງ​ບັທ​ ດຽວແລະ​ເມັດ​ພືດ​ໂຮ​ເມີ​ຈະ​ໃຫ້​ຜົນ​ແຕ່ເອ​ຟາ​ດຽວ” 11 ວິ​ບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ ເພື່ອ​ຕັ້ງ​ຕົ້ນ​ດື່ມ​ເຫລົ້າ ແລະ​ພວກ​ເຈົ້າ​ກໍ​ເມົາ​ເຫລົ້າ​ຕລອດ​ຄືນ 12 ເຂົາ​ມີ​ພິນ​ເຂົາ​ຄູ່​ແລະ​ພິນ​ໃຫຍ່ ລຳມະ​ນາ ຂຸ່ຍ ແລະ​ເຫລົ້າ​ອະ​ງຸ່ນ​ໃນ​ການ​ລ້ຽງ​ສັດ​ຂອງ​ເຂົາ ແຕ່​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ເອົາ​ໃຈ​ໃສ່​ໃນ​ພຣະ​ຣາ​ຊ​ກິຈຂອງ​ພຣະ​ຜູ້​ເປັນ​ເຈົ້າ ຫລື​ພິ​ຈາ​ຣະ​ນາ​ພຣະ​ຫັດ​ຖະ​ກິດ​ຂອງ​ພຣະ​ອົງ 13 ເພາະ​ສະ​ນັ້ນຊົ​ນ​ຊາດ​ຂອງ​ເຮົາ​ຈຶ່ງ​ຕົກ​ໄປ​ເປັນ​ຊະ​ເລີຍ​ເພາະ​ຂາດ​ຄວາມ​ຮູ້ ຜູ້​ມີ​ກຽດ​ຂອງ​ເຂົາ​ກໍ​ຫິວ ແລະ​ສາ​ມັນ​ທຳ​ມະ​ດາ​ຂອງ​ເຂົາກໍ​ຈະ​ຕາຍ​ຍ້ອນ​ຫິວ​ນ້ຳ 14 ເຫດ​ສະ​ນັ້ນ​ພິ​ພົບ​ຄົນ​ຕາຍ​ກໍ​ຂະ​ຫຍາຍ​ຄໍ​ຂອງ​ມັນ​ອອກ ແລະ​ອ້າ​ປາກ​ເສັຽ​ເກີນ​ຂະ​ຫນາດ ແລະ​ພວກ​ເຈົ້າ​ນາຍ​ຂອງ​ເຢ​ຣູ​ຊາ​ເລັມ ແລະ​ສາ​ມັນ​ຊົນ​ຂອງ​ເມືອງ​ນັ້ນ​ກໍ​ລົງ​ໄປ ທັງ​ຄົນ​ຂອງ​ເມືອງ​ນັ້ນ​ແລະ​ເຂົາ​ຜູ້​ຮ້ອງ​ສຽງ​ດັງ​ຢ່າງ​ອຶກ​ກະ​ທຶກຢູ່​ໃນ​ນັ້ນ 15 ມະ​ນຸດ​ຕ້ອງ​ຂາບ​ລົງ​ແລະ​ຄົນ​ກໍ​ຕົກ​ຕ່ຳ ແລະ​ນັຍ​ຕາ​ຂອງ​ຜູ້​ຈອງ​ຫອງ​ກໍ​ຖືກ​ລົດ​ຕ່ຳ 16 ແຕ່​ພຣະ​ເຈົ້າ​ຈອມ​ໂຍ​ທາ​ໄດ້​ຮັບ​ການ​ເທີດ​ທູນ​ໄວ້​ໂດຍ​ຄວາມ​ຍຸດ​ຕິ​ທັມ ແລະ​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ໄດ້​ຊົງ​ສຳ​ແດງ​ຄວາມ​ບໍ​ຣິ​ສຸດ​ສັກ​ສິດ​ໂດຍ​ຄວາມ​ຊອບ​ທັມ 17 ແລ້ວ​ລູກ​ແກະ​ຈະ​ທ່ຽວ​ຫາ​ກິນ​ທີ່​ນັ້ນ​ເຫມືອນ​ເປັນ​ລານ​ຫຍ້າ​ຂອງ​ມັນ ສັດ​ທີ່​ອ້ວນ​ແລະ​ລູກ​ແບ້​ຈະ​ຫາ​ກິນ​ຢູ່​ໃນ​ທີ່​ຮົກ​ຮ້າງ​ເພ​ພັງ 18 ວິ​ບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ລາກ​ຄວາມ​ບາບ​ຜິດ​ດ້ວຍ​ສາຍ​ຂອງ​ຄວາມ​ເທັດ​ທຽ​ມ ຜູ້​ລາກ​ບາບ​ຢ່າງ​ກັບ​ໃຊ້​ເຊືອກ​ໂຍງກວຽນ 19 ຜູ້​ກ່າວ​ວ່າ, “ໃຫ້​ພຣະ​ອົງ​ຮີບ​ຮ້ອນ​ ໃຫ້​ພຣະ​ອົງ​ເລັ່ງ​ງານ​ຂອງ​ພຣະ​ອົງ ເພື່ອ​ເຮົາ​ຈະ​ໄດ້​ເຫັນ ໃຫ້​ພຣະ​ປະ​ສົງ​ຂອງ​ອົງ​ຜູ້​ບໍ​ຣິ​ສຸດ​ແຫ່ງ​ອິສ​ຣາ​ເ​ອນ​ສະ​ເດັດ​ມາໃກ້ ຂໍ​ໃຫ້​ມາ​ ເພື່ອ​ເຮົາ​ຈະ​ໄດ້​ຮູ້” 20 ວິ​ບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ຮຽກຄວາມ​ຊົ່ວ​ຮ້າຍ​ວ່າ​ຄວາມ​ດີ ແລະ​ຄວາມ​ດີ​ວ່າ​ຄວາມ​ຊົ່ວ​ຮ້າຍ ຜູ້​ຖື​ເອົາ​ວ່າ​ຄວາມ​ມືດ​ເປັນ​ຄວາມ​ສວ່າງ ແລະ​ຄວາມ​ສວ່າງ​ເປັນ​ຄວາມມືດ ຜູ້​ຖື​ເອົາ​ວ່າ​ຄວາມ​ຂົມ​ເປັນ​ຄວາມ​ຫວານ​ແລະ​ຄວາມ​ຫວານ​ເປັນ​ຄວາມ​ຂົມ 21 ວິບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ສ​ລາດ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ ແລະ​ສຽບ​ແຫລມ​ໃນ​ສາຍ​ຕາ​ຂອງ​ຕົນ 22 ວິບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ເປັນ​ວິ​ລະ​ຊົນ​ໃນ​ກາ​ນດື່ມ​ເຫລົ້າ​ອະ​ງຸ່ນ ແລະ​ເປັນ​ຄົນ​ເກັ່ງ​ໃນ​ການດື່ມ​ເຫລົ້າ 23 ຜູ້​ປ່ອຍ​ຕົວ​ຄົນ​ທຳ​ຜິດ​ເພາະ​ເຂົາ​ຮັບ​ສິນ​ບົນ ແລະ​ເອົາ​ຄວາມ​ຍຸດ​ຕິ​ທັມ​ໄປ​ຈາກ​ຜູ້​ປາ​ສ​ຈາກ​ຄວາມ​ຜິດ 24 ດັ່ງ​ນັ້ນ ແປວ​ໄຟ​ກືນ​ຕໍ​ເຂົ້າ​ສັນ​ໃດ ແລະ​ຫຍ້າ​ແຫ້ງ​ຍຸບ​ລົງ​ສັນ​ໃດ ຮາກ​ຂອງ​ເຂົາ​ກໍ​ຈະ​ເປັນ​ເຫມືອນ​ຄວາມ​ເນົ່າ​ເປື່ອຍ ແລະ​ດອກ​ບານ​ຂອ​ງ​ເຂົາ​ຈະ​ປິວ​ໄປ​ເຫມືອນ​ຝຸ່ນ​ຂີ້​ດິນ​ສັນ​ນັ້ນ ເພາະ​ເຂົາ​ທັງ​ຫລາຍ​ປະ​ຕິ​ເສດ​ບໍ່​ຮັບ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ຈອມ​ໂຍ​ທາ ແລະ​ໄດ້​ດູ​ຫມິ່ນ​ພຣະ​ຄຳ​ຂອງ​ອົງ​ບໍ​ຣິ​ສຸດ​ແຫ່ງອິສ​ຣາ​ເອນ 25 ເຫດ​ສັນ​ນັ້ນ ພຣະ​ພິ​ໂຣດຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ພຸ່ງ​ຂຶ້ນ​ຕໍ່​ຊົນ​ຊາດ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ສູ້​ເຂົາ​ແລະ​ຕີ​ເຂົາ ແລະ​ພູ​ທັງ​ຫລາຍ​ກໍ​ສັ່ນ​ສະ​ເທືອນ ແລະ​ຊາກ​ສົບ​ຂອງ​ເຂົາ​ທັງ​ຫລາຍ​ກໍ​ເຫມືອນ​ຂີ້​ເຫຍື້ອ​ໃນ​ກາງ​ທາງ ເຖິງ​ປານ​ນັ້ນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ຍັງເຊົາ​ໂກດ​ຮ້າຍ ແລະ​ພຣະ​ຫັດຂອງ​ພຣະ​ອົງ​ກໍ​ຍັງ​ຢຽດ​ອອກ​ຢູ່ 26 ພຣະ​ອົງ​ຈະ​ຊົງທຳ​ສັນ​ຍາ​ໃຫ້​ແກ່​ປະ​ຊາ​ຊາດ​ທີ່​ຫ່າງ​ໄກ ແລະ​ຊົງ​ຜິວ​ພຣະ​ໂອດ​ຮຽກ​ເຂົາ​ມາ​ຈາກ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ ແລະ​ເຂົາ​ມາ​ຢ່າງ​ໄວ​ໂດຍ​ບໍ່​ຊັກ​ຊ້າ 27 ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຂົາ​ອ່ອນ​ເພັຽ ບໍ່​ມີ​ຜູ້​ໃດ​ສະ​ດຸດ ບໍ່​ມີ​ຜູ້​ໃດ​ຫລັບ​ສ​ນິດ​ຫລື​ງ້ວງນອນ ຜ້າ​ຄາດ​ແອວ​ຈັກ​ຜືນ​ນື່ງ​ກໍ​ບໍ່​ຫລຸດ​ອອກ​ ​ສາຍ​ຮັດເກີບ​ກໍ​ບໍ່​ຂາດ​ຈັກ​ສາຍນຶ່ງ 28 ລູກ​ທະ​ນູ​ຂອ​ງ​ເຂົາ​ກໍ​ແຫລມ ຄັນ​ທະ​ນູ​ຂອ​ງ​ເຂົາ​ກໍ​ກົ່ງ​ໄວ້ ກີບ​ຕີນ​ມ້າທັງ​ຫລາຍ​ຂອງ​ເຂົາ​ເຫມືອນ​ກັບ​ຫີນ​ເຫລັກ​ໄຟ ແລະ​ລໍ້​ຂອງ​ເຂົາ​ທັງ​ຫລາຍ​ເຫມືອນ​ລົມ​ບ້າ​ຫມູ 29 ສຽງ​ຄຳ​ຣາມ​ຂອງ​ເຂົາ​ເຫມືອນ​ສິງ ເຫມືອນ​ສິງ​ຫນຸ່ມ ເຂົາ​ເຫລົ່າ​ນັ້ນ​ຄຳ​ຣາມ ແລະ​ຄຸບ​ເຫຍື່ອ​ຂອງ​ເຂົາ ແລະ​ເຂົາ​ຈະ​ຂົນ​ເອົາ​ໄປເສັຽ ແລະ​ບໍ່​ມີ​ຜູ້​ໃດ​ຊ່ອຍ​ເຂົາ 30 ໃນວັນ​ນັ້ນ​ເຂົາ​ທັງ​ຫລາຍ​ຈະ​ໂຮ່​ຮ້ອງ​ ເຫມືອນ​ສຽງ​ຄື້ນ​ອຶກ​ກະ​ທຶກ​ຂອງ​ທະ​ເລ ແລະ​ຖ້າ​ມີ​ຜູ້​ນຶ່ງ​ຜູ້​ໃດ​ມອງເບິ່ງ​ທີ່​ແຜ່ນດິນ​ ເບິ່ງ​ແມ, ຄວາມ​ມືດ​ແລະ​ຄວາມ​ທຸກ​ໃຈ ແລະ​ສວ່າງ​ກໍ​ຖືກ​ເມກ​ຂອງ​ແຜ່ນ​ດິນ​ປິດ​ບັງ​ເສັຽ

ເອຊາຢາ 6

ນິມິດ​ແລະ​ການ​ທີ່​ເອ​ຊາ​ຢາ​ຖືກ​ຊົງ​ເອີ້ນ

1 ໃນ​ປີ​ທີ່​ກະ​ສັດ​ອຸ​ສ​ຊີ​ຢາ​ສິ້ນ​ພຣະ​ຊົນນັ້ນ ຂ້າ​ພະ​ເຈົ້າ​ໄດ້ເຫັນ​​ພຣະ​ຜູ້​ເປັນ​ເຈົ້າ​ຊົງປະ​ທັບ​ເທິງ​ບັນ​ລັງ​ສູງ​ແລະ​ສະງ່າ​ຣາ​ສີ ແລະ​ເຄື່ອງ​ສະ​ຫລອງ​ຂອງ​ພຣະ​ອົງໄດ້​ເຕັມ​ພຣະ​ວິ​ຫານ 2 ຢູ່ເຫນືອ​ພຣະ​ອົງມີ​ເຊ​ຣັຟຫລາຍ​ຕົນ​ຢືນ​ຢູ່ ແຕ່​ລະ​ຕົນ​ມີ​ປິກ​ຫົກ​ປີກ ໃຊ້​ສອງ​ປີກ​ປົກ​ຫນ້າ ແລະ​ສອງ​ປີ​ກ​ປົກ​ຕົວ ແລະ​ອີກສອງ​ປີກ​ບີນ​ໄປ 3 ຕ່າງ​ກໍ​ຮ້ອງ​ຕໍ່​ກັນ​ແລະ​ກັນ​ວ່າ, “ບໍ​ຣິ​ສຸດ ບໍ​ຣິ​ສຸດ ບໍ​ຣິ​ສຸດ ພຣະຜູ້​ເປັນ​ເຈົ້າແຫ່ງ​ຈັກ​ກະ​ວານ​ຊົງ​ບໍ​ຣິ​ສຸດ ພຣະ​ຣັ​ສ​ມີ​ຂອງ​ພຣະ​ອົງ​ແຜ່​ກະ​ຈາຍ​ໄປ​ທົ່ວ​ໂລກ” 4 ແລະສຽງ​ຮ້ອງ​ຂອງ​ພວກ​ທ່ານ​ໄດ້​ທຳ​ໃຫ້​ຮາກ​ຖານ​ພຣະ​ວິ​ຫານ​ສັ່ນ​ສະ​ເທືອນ​ ແລະ​ກໍ​ມີ​ຄວັນ​ເຕັມ​ໄປ​ຫມົດ 5 ແລະຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “​ຂ້າ​ພະ​ເຈົ້າໄດ້​ຮັບ​ເຄາະ​ກຳ​ແລະ​ຫມົດ​ຫວັງ​ແລ້ວ ຄຳ​ເວົ້າ​ທຸກໆ​ຄຳ​ທີ່​ອອກ​ຈາກ​ປາກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ເປັນ​ບາບ ແລະ​ຂ້າ​ພະ​ເຈົ້າ​ຢູ່​ນຳ​ຊົນ​ຊາດ​ທີ່​ເວົ້າ​ແຕ່​ບາບ​ຫຍາບ​ຊ້າ ບັດ​ນີ້ນັຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກະ​ສັດ ຄື​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ກັບ​ຕາ​ຕົນ​ເອງ​ແລ້ວ” 6 ຕໍ່​ມາ ຕົນ​ນຶ່ງ​ໃນ​ເຊ​ຣັຟ​ບີນ​ມາ​ຫາ​ຂ້າ​ພະ​ເຈົ້າ ເທວະ​ດາ​ຕົນ​ນີ້​ໄດ້​ຄີບຖ່ານ​ໄຟ​​ແດງ​ມາ​ຈາກ​ແທ່ນ​ບູ​ຊາ 7 ແລະ​ເອົາ​ຖ່ານ​ນັ້ນ​ແປະ​ໃສ່​​ປາກ​ຂອງ​ຂ້າ​ພະ​ເຈົ້າ​ພ້ອມ​ກັບເວົ້າ​ວ່າ, “ສິ່ງ​ນີ້​ໄດ້​ຖືກ​ຕ້ອງ​ປາກ​ຂອງ​ເຈົ້າ​ແລ້ວ ຄວາມ​ຜິດ​ຂອງ​ເຈົ້າ​ກໍ​ຖືກ​ຍົກ​ເລີກ ແລະ​​ບາບກໍ​ໄດ້​ຮັບ​ອະ​ພັຍ” 8 ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມວ່າ, “ເຮົາ​ຈະ​ໃຊ້​ຜູ້​ໃດ​ໄປ ແລະ​ໃຜ​ຈະ​ເປັນ​ຜູ້​ສົ່ງ​ຂ່າວ​ຕາງ​ເຮົາ” ແລ້ວ​ຂ້າ​ພະ​ເຈົ້າ​ທູນຕອບ​ວ່າ, “ຂ້າ​ພຣະ​ອົງ​ນີ້​ຈະ​ໄປ​ດອກ ໂຜດໃຊ້​ຂ້າ​ພຣະ​ອົງ​ທ້ອນ” 9 ດ້ວຍ​ເຫດ​ນີ້ ພຣະ​ອົງ​ຊົງ​ສັ່ງ​ຂ້າ​ພະ​ເຈົ້າ​ໄປ​ບອກ​ປະ​ຊາ​ຊົນ​ວ່າ, “ໍ​ເຖິງ​ພວກ​ເຈົ້າ​ຈະ​ຟັງ​ຫລາຍ​ປານ​ໃດ ພວກເຈັ້າ​ກໍ​ຈະ​ບໍ່​ເຂົ້າ​ໃຈ ຈະ​ເບິ່ງ​ຄັກ​ປານ​ໃດ ກໍ​ຈະ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ” 10 ແລ້ວ​ພຣະ​ອົງ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ທຳ​ໃຫ້​ຈິດ​ໃຈ​ຂອງ​ຊົນ​ຊາດ​ນີ້​ເປັນ​ມືດ​ມົນ ຫູ​ຫນວກ ຕາ​ບອດ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ເຫັນ​ຮຸ່ງ ຫລື​ໄດ້​ຍິນ ແລະ​ເຂົ້າ​ໃຈ​ໄດ້ ແລ້ວ​ພວກ​ເຂົາ​ຈະ​ບໍ່​ກັບ​ຄືນ​ມາ​ຫາ​ເຮົາ ແລະ​ຖືກ​ຮັກ​ສາ​ໃຫ້​ດີ 11 ແລ້ວ​ຂ້າ​ພະ​ເຈົ້າ​ທູນ​ຖາມວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈະ​ໃຫ້​ເປັນ​ຢູ່​ຢ່າງ​ນີ້​ດົນປານ​ໃດ” ແລະ​ພຣະ​ອົງຊົງ​ຕອບ​ວ່າ, “ຈົນເທົ່າ​ຫົວ​ເມືອງ​ທັງ​ຫລາຍ​ຖືກ​ທຳ​ລາຍຮ້າງ​ເປົ່າ​ ຫມູ່​ບ້ານ​ທັງ​ຫລາຍ​ບໍ່​ມີ​ຄົນ​ອາ​ໄສ​ຢູ່ ແລະ​ຜືນ​ແຜ່ນ​ດິນ​ງຽບ​ເຫງົາ​ເປົ່າ​ປ່ຽວ 12 ເຣົາ​ຈະ​ກວາດຕ້ອນ​ຝູງ​ຄົນ​ອອກ​ຫນີໄປ​ໄກໆ ໃຫ້​ດິນດອນ​ຕອນ​ຫຍ້າ​ໂສກ​ເສົ້າ​ເຫງົາ​ຫງອຍ 13 ເຖິງ​ແມ່ນ​ວ່າຍັງ​​​ເຫລືອຄົນ​ຢູ່​ໃນ​ນັ້ນ​ພຽງນຶ່ງ​ໃນ​ສິບ​ກໍ​ຈະ​ຖືກ​ທຳ​ລາຍ​ເຫມືອນ​ກັນ ຊຶ່ງ​ຈະ​ເປັນເຫມືອນ​ຕົ້ນ​ສົນທີ່​ຖືກ​ຕັດ​ເຫລືອ​ແຕ່​ຕໍ” ຕໍນັ້ນ​ຫມາຍ​ເຖິງ ການ​ຮື້​ຟື້ນ​ການ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຂຶ້ນ​ໃຫມ່​

ເອຊາຢາ 7

ຂ່າວ​ແຣກ​ຂອງ​ເອ​ຊາ​ຢາ​ທີ່​ມີ​ເຖິງ​ອາ​ຮັ​ສ

1 ໃນ​ຣັ​ຊ​ການ​ຂອງ​ອາ​ຮັ​ສ​ໂອ​ຣົດ​ຂອງ​ໂຢ​ທາມ ໂອ​ຣົດ​ຂອງ​ອຸ​ສ​ຊີ​ຢາ ກະ​ສັດ​ຂອງ​ຢູ​ດາ ເຣ​ຊີນ​ກະ​ສັດ​ແຫ່ງ​ຊີ​ເຣັຽ (ອາ​ຣາມ) ແລະ​ເປ​ກາ​ໂອ​ຣົດຂອງເຣ​ມາ​ລີ​ຢາ ກະ​ສັດ​ແຫ່ງ​ອິສ​ຣາ​ເອນ​ໄດ້​ເຂົ້າ​ໂຈມ​ຕີ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແຕ່​ພວກ​ທ່ານ​ບໍ່​ສາ​ມາດ​ຍຶດ​ເອົາ​ເມືອງ​ນີ້​ໄດ້ 2 ເມື່ອ​ເຂົາ​ໄປ​ບ​ອກ​ທີ່​ຣາ​ຊ​ສຳ​ນັກ​ຂອງ​ດາ​ວິດ​ວ່າ, “ຊີ​ເຣັຽ​ໄປ​ຕັ້ງ​ຄ້າຍ​ຢູ່​ໃນ​ເຂດ​ເອ​ຟ​ຣາ​ອິມ​ແລ້ວ” ພຣະ​ອົງພ້ອມ​ທັງ​ປະ​ຊາ​ຊົນ​ກໍ​ຢ້ານ​ ແລະ​​ໃຈ​​ສັ່ນ​ແທບ​ຈະ​ຂາດ​ໃຈ​ຕາຍ 3 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງບອກ​ເອ​ຊາ​ຢາ​ວ່າ, “​ເຈົ້າ​ແລະ​ເຊ​ອາ​ຣ໌ຢາ​ຊຸບ ບຸດ​ຊາຍ​ຂອງ​ເຈົ້າ ຈົ່ງ​ໄປ​ເຝົ້າ​ກະ​ສັດ​ອາ​ຮັ​ສ ຢູ່​ບ່ອນ​ຮ່ອງນໍ້າ​ສະ​ໄຫລ​ມາ​ສຸດ​ເທິງ​ຖ​ນົນ​ບ່ອນ​ທຳ​ແຜ່ນ​ຜ້າ 4 ເພື່ອ​ບອກ​ໃຫ້​ພຣະ​ອົງ​ສ​ງົບ​ຈິ​ດ​ສ​ງົບ​ໃຈ ຢ່າ​ຢ້ານ​ຫລື​ເປັນ​ທຸກ​ໃຈ​ເລີຍ ຢ່າ​ໃຫ້​ພຣະ​ທັຍ​ຂອງ​ພຣະ​ອົງຢ້ານ​ດ້ວຍ​ເຫດ​ພວກ​ເຂົາ​ທັງ​ສອງ​ເປັນ​ເຫມືອນ​ດົ້ນ​ໄຟ​ມອດ​ຊຶ່ງ​ຍັງ​ແຕ່​ຄວັນ ເພາະ​​ຄວາມ​ຄຽດ​ແຄ້ນ​ຂອງ​ກະ​ສັດ​ເຣ​ຊີນ ແລະ​ຊີ​ເຣັຽ ແລະ​ໂອ​ຣົດ​ຂອງ​ເຣ​ມາ​ລີ​ຢາ 5 ເພາະ​ວ່າ​ຊີ​ເຣັຽ​ພ້ອມ​ກັບ​ເອ​ຟ​ຣາ​ອິມ ແລະ​ໂອ​ຣົດ​ຂອງ​ເຣ​ມາ​ລີ​ຢາ​ໄດ້​ຄິດ​ການ​ຊົ່ວ​ຮ້າຍຕໍ່​ພຣະ​ອົງ​ກ່າວ​ວ່າ, 6 “ໃຫ້​ເຣົາ​ທັງ​ຫລາຍ​ຂຶ້ນ​ໄປ​ຕໍ່​ສູ້​ກັບ​ຢູ​ດາ ແລະ​ເພື່ອ​ໃຫ້​ເຂົາ​ຢ້ານ​ແລະ​ຍຶດ​ເອົາ​ເປັນ​ເມືອງ​ຂຶ້ນ ແລະ​ຕັ້ງ​ບຸດ​ຊາຍ​ຂອງ​ຕາ​ເບ​ເອນ​ເປັນ​ກະ​ສັດ​ປົກ​ຄອງ​ປະ​ເທດ​ນີ້” 7 ແຕ່ເຮົາຄື​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ປະ​ກາດ​ວ່າ, “ເຣື່ອງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ດອກ 8 ເພາະສຽນ​ຂອງ​ຊີ​ເຣັຽຄືດາ​ມັ​ສ​ກັ​ສ ແລະສຽນ​ຂອງ​ດາ​ມັ​ສ​ກັ​ສ​ຄື​ກະ​ສັດ​ເຣ​ຊີນ (ພາຍ​ໃນ​ຫົກ​ສິບ​ຫ້າ​ປີ ເອ​ຟ​ຣາ​ອິມ​ກໍ​ຈະ​ສິ້ນ​ສຸດ​ຄວາມ​ເປັນ​ຊາດ) 9 ເພາະ​ສຽນຂອງ​ເອ​ຟ​ຣາ​ອິມ​ຄື​ຊາມາ​ເຣັຽ ແລະ​ສຽນ​ຂອງ​ຊາ​ມາ​ເຣັຽ​ຄື​ໂອ​ຣົດ​ຂອງ​ເຣ​ມາ​ລີ​ຢາ ແນ່ນອນ ຖ້າ​ຄວາມ​ເຊື່ອ​ຂອງ​ເຈົ້າ​ບໍ່​ຫລາຍ ເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້

ຫມາຍ​ສຳ​ຄັນ​ກ່ຽວ​ກັບ​ເອ​ມາ​ນູ​ເອນ

10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ອາ​ຮັ​ສ​ອີກວ່າ, 11 “ຈົ່ງ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ສະ​ແດງ​ຫມາຍ​ສຳ​ຄັນ​ຈາ​ກພິ​ພົບ​ຄົນ​ຕາຍ ຫລື​ຈາກ​ຟ້າ​ສວັນ​ໃຫ້​ເຈົ້າ​ເຫັນ 12 ອາ​ຮັ​ສ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ຈະ​ບໍ່​ຂໍ​ໃຫ້​ສະ​ແດງ​ຫມາຍ​ສຳ​ຄັນ ແລະ​ຈະ​ບໍ່​ທົດ​ລອງ​ພຣະ​ຜູ້​ເປັນ​ເຈົ້າ 13 ເອ​ຊາ​ຢາ​ຈຶ່ງ​ເວົ້າ​ວ່າ, “ຣາ​ຊວົງ​ດາ​ວິດ​ເອີຍ ຈົ່ງ​ຟັງ​ເທີນ ແຕ່​ກີ້​ທ່ານ​ໄດ້​ທຳ​ໃຫ້​ຄົນ​ທັງ​ຫລາຍ​ບໍ່​ພໍ​ໃຈ​ຈົນ​ເຂົາ​ອົດ​ທົນ​ບໍ່​ໄດ້ ບັດ​ນີ້ ທ່ານໄດ້​ທຳ​ໃຫ້​ພຣະ​ເຈົ້າ​ຊົງ​ອົດ​ທົນ​ບໍ່​ໄດ້​ອີກ 14 ດ້ວຍ​ເຫດ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ຊົງ​ສະ​ແດງ​ຫມາຍ​ສຳ​ຄັນ​ໃຫ້​ເຈົ້າ​ເຫັນ​ດັ່ງ​ນີ້ ຄື​ຍິງ​ສາວ​ຜູ້​ນຶ່ງ​ຈະ​ຖື​ພາ ແລະ​ອອກ​ບຸດ​ມາ​ເປັນ​ຊາຍ ນາງ​ຈະ​ຕັ້ງ​ຊື່ໃຫ້​ບຸດ​ນີ້​ວ່າ “ເອມາ​ນູ​ເອນ” 15 ເມື່ອ​ເວ​ລາ​ທ່ານ​ໃຫຍ່​ພໍ​ຮູ້​ຈັກ​ຜິດ​ຈັກ​ຖືກ​ໄດ້​ແລ້ວ ທ່ານ​ຈະ​ຮັບ​ປະ​ທານ​ນ້ຳ​ນົມ​ແລະ​ນ້ຳ​ເຜິ້ງ​ເປັນ​ອາ​ຫານ 16 ກ່ອນ​ເວ​ລາ​ທ່ານ​ຮູ້​ຈັກ​ຄວາມ​ນັ້ນ ແຜ່ນ​ດິນ​ຂອງ​ກະ​ສັດ​ສອງ​ອົງ​ທີ່​ເຈົ້າ​ຢ້ານ​ຈະ​ເພ​ພັງ​ຮ້າງ​ເປົ່າ 17 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັນ​ດານ​ໃຫ້​ວັນ​ໂຫດ​ຮ້າຍ​ມາ​ຖືກພຣະ​ອົງ ຖືກ​ປະ​ຊາ​ຊົນ​ແລະ​ຖືກ​ເຊື້ອ​ສາຍ​ແຫ່ງບິ​ດາຂອງ​ພຣະ​ອົງ ວັນ​ນັ້ນ​ຈະ​ໂຫດ​ຮ້າຍກວ່າ​ທຸກໆ​ວັນ​ທີ່​ເຄີຍ​ມີ​ມາ ​ຕັ້ງ​ແຕ່​ວັນ​ທີ່​ເອ​ຟ​ຣາ​ອິມ​ແຍກ​ອອກ​ຈາກ​ຢູ​ດາ ຄື​ກະ​ສັດ​ອັສ​ຊີ​ເຣັຽ​” 18 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຜີວ​ພຣະ​ໂອດ​ເອົາ​ຄົນ​ເອ​ຢິບ​ມາ​ຈາກ​ຕົ້ນ​ກຳ​ເນີດ​ແມ່ນ​ນ້ຳ​ນິນ​ເຫມືອນ​ຝູງ​ເຫລືອກ​ມາ ແລະ​ເອີ້ນ​ເຜິ້ງ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ອັສຊີ​ເຣັຽ 19 ແລະ​ມັນ​ຈະ​ມາ​ເຕັມ​ຢູ່​ໃນ​ຮ່ອມ​ພູ ໃນ​ຖ້ຳ ໃນ​ໂງ່ນ​ຫີນ ໃນ​ພຸ່ມ​ໄມ້​ແລະ​ເດີ່ນ​ຫຍ້າ 20 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຈ້າງ​ເອົາ​ຊ່າງ​ຕັດ​ຜົມ​ຈາກຟາກ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ເອີ​ຟ​ຣາດ ຄື​ກະ​ສັດ​ອັສ​ຊີ​ເຣັຽ ທ່ານ​ຈະ​ແຖ​ຫນວດ​ ແຖຜົມ ແລະ​ແຖ​ຂົນ​ໃນ​ຕົນ​ຕົວ​ຂອງ​ເຈົ້າ​ນັ້ນ 21 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ແມ່ນ​ແຕ່​ຊາວ​ນາ​ທີ່​ມີ​ງົວ​ນ້ອຍ​ພຽງ​ໂຕ​ດຽວ ແລ​ມີ​ແບ້​ພຽງ​ສອງ​ໂຕ 22 ກໍ​ຈະ​ມີ​ນ້ຳ​ນົມ​ກິນ​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ ແລະ​ຄົນ​ທັງ​ປວງ​ທີ່​ລອດ​ຊີ​ວິດ​ເຫລືອ​ຢູ່​ໃນ​ປະ​ເທດ ຈະ​ໄດ້​ກິນ​ນ້ຳ​ນົມ​ແລະ​ນ້ຳ​ເຜິ້ງ​ເປັນອາ​ຫານ 23 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ສວນ​ດີ​ທີ່​ມີ​ກົກ​ອະ​ງຸ່ນ​ພັນ​ກົກ ແລະ​ມີ​ຣາ​ຄາ​ພຽງ​ນຶ່ງ​ພັນ​ເຊເກ​ລ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຫນາມ​ແລະ​ໄມ້ 24 ທັງ​ຈະ​ບໍ່​ມີ​ໃຜ​ກ້າ​ໄປ​ໃນ​ສວນ​ນັ້ນ ເວັ້ນ​ໄວ້​ແຕ່​ຜູ້​ທີ່​ມີ​ຫນ້າ​ທະ​ນູ​ເປັນ​ອາ​ວຸດ​ຈຶ່ງ​ຈະ​ໄປ​ໄດ້ ທົ່ວ​ທັງ​ປະ​ເທດ​ຈະ​ເຕັມ​ໄປ​ດ້ວຍ​ໄມ້​ແລະ​ກົກ​ຫນາມ 25 ພູ​ທຸກ​ຫນ່ວຍ​ທີ່​ເຄີຍ​ປູກ​ຢູ່​ກະ​ທຳ​ກິນ​ຈະ​ມີ​ແຕ່ຫນາມ ຈະ​ບໍ່​ມີ​ໃຜ​ຂຶ້ນ​ໄປ​ທີ່​ນັ້ນ ມັນ​ຈະ​ເປັນ​ບ່ອນ​ງົວ​ຄວາຍ ແລະ​ແກະ​ກິນ​ຫຍ້າ

ເອຊາຢາ 8

ຊື່​ບຸດ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ

1 ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ເອົາປ້າຍແຜ່ນ​ໃຫຍ່​ມາ​ແຜ່ນ​ນຶ່ງ ແລ້ວ​​ຂຽນ​ຫນັງ​ສື​ໂຕ​ໃຫຍ່ໆ​ລົງໃສ່​ວ່າ “ມາ​ເຮີ​ຊັ​ນ​ລັນ​ຮັ​ສ​ບັ​ສ” 2 ແລ້ວ​ໃຫ້​ເອົາ​ຄົນ​ທີ່​ໄວ້​ໃຈ​ໄດ້​ສອງ​ຄົນ​ຄື ປະ​ໂຣ​ຫິດ​ອູ​ຣີ​ຢາ ແລະ​ເຊຄາ​ຣີ​ຢາ​ບຸດ​ຂອງ​ໂຢ​ເບ​ເຣ​ຄີ​ຢາ​ມາເປັນ​ພ​ຍານ​ເພື່ອ​ຂ້າ​ພະ​ເຈົ້າ 3 ແລະ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ຫາ​ຍິງ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ນາງ​ກໍ​ຕັ້ງ​ຄັນ ແລະ​ຄອດ​ບຸດ​ຊາຍ​ຄົນ​ນຶ່ງ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ເອີ້​ນ​ຊື່​ບຸດ​ນັ້ນ​ວ່າ ບາ​ເຮີ​ຊັນ​ລັນ​ຮັ​ສ​ບັ​ສ 4 ເພາະ​ກ່ອນ​ເດັກ​ນ້ອຍ​ຜູ້​ນີ້​ໃຫຍ່​ຂຶ້ນ​ມາພໍ​ຮູ້​ຈັກເອີ້ນພໍ່ ແມ່ໄດ້​ ຊັບ​ສົມ​ບັດ​ຂອງ​ດາ​ມັ​ສ​ກັ​ສ ແລະ​ຂອງ​ທີ່​ຍາດ​ຊີງ​ມາ​​ໄດ້​ຈາກ​ຊາ​ມາ​ເຣັຽ​ຈະ​ຖືກ​ພຣະ​ຣາ​ຊາ​ອັ​ສ​ຊີ​ເຣັຽຍຶດ​ເອົາ​ໄປ​ຫມົດ” 5 ​ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກວ່າ, 6 “ເພາະ​ວ່າ​ຊົນ​ຊາດ​ນີ້​ໄດ້​ປະ​ຕິ​ເສດ​ນ້ຳ​ແຫ່ງ​ຊີ​ໂລ​ອາ​ອາ​ທີ່​ງຽບ​ສ​ງັດ ແລະ​ຢ້ານ​ກົວ​ຕໍ່​ກະ​ສັດ​ເຣ​ຊີນ ​ແລະ​ໂອ​ຣົດ​ຂອງ​ເຣ​ມາ​ລີ​ຢາ 7 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ໃຫ້​ກະ​ສັດ​ອັສຊີ​ເຮັຽ ພ້ອມກອງ​ທັບ​ທັງ​ຫມົດ​ຂອງ​ພຣະ​ອົງ​ມາ​ໂຈມ​ຕີ​ຢູ​ດາ ກອງທັບ​ນີ້​ຈະ​ບຸກ​ຣຸກ​ໄປ​ເຫມືອນ​ນ້ຳ​ເອີ​ຟ​ຣາດ​ໄຫລນອງລົ້ນ​ຕາ​ຝັ່ງ 8 ຄົນ​ຢູ​ດາ​ຈະ​ຖືກກວາດ​ເອົາ​ໄປ​ເຫມືອນ​ຖືກ​ກະ​ແສ​ນ້ຳ​ພັດ​ ກອງ​ທັບ​ນີ້​ຈະ​ຂະ​ຫຍາຍ​ໄປ​ທົ່ວ​ເຂດ​ແດນ ແລະ​ຄວບ​ຄຸມ​ທຸກໆ​ສິ່ງ” ແຕ່​ວ່າ​ພຣະ​ເຈົ້າ​ຊົງ​ຢູ່​ກັບ​ເຣົາ ປີກ​ຂອງ​ພຣະ​ອົງ​ຊົງ​ປົກ​ຄຸມ​ແຜ່ນ​ດິນ​ນັ້ນ​ 9 ຊົນ​ຊາດ​ທັງ​ຫລາຍ​ເອີຍ ພວກ​ເຈົ້າ​ຈົ່ງ​ພາ​ກັນ​ຢ້ານ ບັນ​ດາ​ປະ​ເທດ​ໄກ​ທັງ​ຫມົດ​ຈົ່ງ​ຟັງ​ເຖີດ ຈົ່ງ​ຕຽມ​ຕົວ​ສູ້​ແຕ່​ຈົ່ງ​ຢ້ານ 10 ຈົ່ງ​ວາງ​ແຜນ​ໄວ້​ແຕ່​ຈະ​ບໍ່​ສຳ​ເຣັດ ຈົ່ງ​ປຶກ​ສາ​ຫາ​ລື​ກັນ ແຕ່​ມັນ​ຈະ​ບໍ່​ມີ​ປ​ໂຍດ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ກັບ​ເຮົາ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຕືອນ​ຜູ້​ປະ​ກາດ​ພຣະ​ທັມ

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຕືອນ​ຂ້າ​ພະ​ເຈົ້າ​ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ວ່າ​ບໍ່​ໃຫ້​ທຳ​ຕາມ​ທາງ​ທີ່​ຊົນ​ຊາດ​ນີ້​ທຳ​ກັນ ພຣະ​ອົງ​ຊົງ​ບອກວ່າ, 12 “ຢ່າ​ຮ່ວມ​ແຜນ​ການ​ກະ​ບົດ​ນຳ​ປະ​ຊາ​ຊົນ​ນີ້ ແລະ​ຢ່າ​ຢ້ານ​ສິ່ງ​ທີ່​ເຂົາ​ຢ້ານ 13 ຈົ່ງ​ລະ​ນຶກວ່າ ເຮົາ​ພຣະ​ຜູ້​ເປັນ​ເຈົ້​ແຫ່ງ​ຈັກ​ກະ​ວານ​ຊົງ​ບໍ​ຣິ​ສຸດ ເຮົາ​ຜູ້​ດຽວ​ທີ່​ເຈົ້າ​ຈະ​ຕ້ອງ​ຢ້ານ 14 ຍ້ອນ​ຄວາມ​ບໍ​ຣິ​ສຸດ​ອັ​ນ​ເຕັມ​ຂະ​ຫນາດ​ຂອງ​ເຮົາ​ນັ້ນ ເຮົາ​ຈຶ່ງ​ເປັນ​ເຫມືອນ​ຫີນ​ທີ່​ຕຳ​ຕີນ​ປະ​ຊາ​ຊົນ ແລະ​ເປັນ​ເຫມືອນ​ແຮ້ວ​ທີ່​ຫ້າງ​ໃສ່​ປະ​ຊາ​ຊົນ​ຢູ​ດາ ໃສ່​ອິສ​ຣາ​ເອນ ແລະ​ເຢ​ຣູ​ຊາ​ເລັມ 15 ມີ​ຫລາຍ​ຄົນ​ຈະ​ຕຳ​ສະ​ດຸດ​ລົ້ມ ພວກເຂົາ​ຈະ​ຖືກ​ບ້ວງ​ແຮ້ວ​ແລະ​ລົ້​ມ​ລົງ​ເປັນ​ບາດ​ແຜ”

ເຕືອນ​ບໍ່​ໃຫ້​ຖາມ​ເອົາ​ຄວາມ​ນຳ​ຜີ

16 ພວກ​ສາ​ວົກ​ທັງ​ຫລາຍ​ເອີຍ ຈົ່ງ​ປະ​ພຶດ​ປະ​ຕິ​ບັດ​ພຣະ​ທັມ​ທີ່​ພຣະ​ເຈົ້າ​ຊົງ​ປະ​ທານ​ໃຫ້​ຂ້າ​ພະ​ເຈົ້າ​ນັ້ນ​ 17 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລີ້​ບໍ່​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ເຫັນ ແຕ່​ຂ້າ​ພະ​ເຈົ້າ​ກໍ​ເຊື່ອ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ 18 ຂ້າ​ພະ​ເຈົ້າ​ຢູ່​ທີ່​ນີ້​ກັບ​ພວກ​ລູກ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ປະ​ທັບ​ຢູ່​ບັນ​ລັງ​ເທິງ​ພູ​ຊີ​ໂອນ ຂ້າ​ພະ​ເຈົ້າ​ກັບ​ພວກ​ລູກ​ເປັນ​ເຫມືອນ​ພຣະ​ທັມ​ທີ່​ເປັນ​ຫມາຍ​ສຳ​ຄັນ​ຕໍ່​ຊາວ​ອິສ​ຣາ​ເອນ 19 ປະ​ຊາ​ຊົນ​ຈະ​ບອກ​ໃຫ້​ພວກ​ທ່ານ ຖາມ​ເອົາ​ຄວາມ​ຈາກ​ພວກຫມໍ​ດູ ແລະ​ຫມໍ​ຜີ​ຊຶ່ງ​ເວົ້າ​ອອດໆ​ແອດໆ​ຢູ່​ໃນ​ລຳ​ຄໍ ພວກ​ເຂົາ​ຈະ​ບອກວ່າ, “ກ່ອນ​ອື່ນ​ຫມົດ ປະ​ຊາ​ຊົນ​ຄວນ​ຈະ​ຖາມ​ເອົາ​ຄວາມ​ນຳ​ຜີ ແລະ​ປຶກ​ສາ​ນຳ​ຄົນ​ຕາຍ​ແທນ​ຄົນ​ເປັນ” 20 ພວກ​ທ່ານ​ຈົ່ງ​ຕອບ​ເຂົາ​ວ່າ, “ຈົ່ງ​ຟັງ​ພຣະ​ທັມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້ ຢ່າ​ຟັງ​ຄວາມ​ຜີ ເພາະ​ວ່າ​ສິ່ງ​ທີ່​ເຂົາ​ບອກ​ໃຫ້​ເຈົ້າ​ທຳ​ນັ້ນ​ມັນ​ບໍ່​ດີ” 21 ປະ​ຊາ​ຊົນ​ຈະ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ທົ່ວ​ທັງ​ປະ​ເທດ​ດ້ວຍ​ຄວາມ​ຫມົດ​ຫວັງ ແລະ​ອຶດ​ຢາກ ເມື່ອ​ເຂົາ​ຫິວ​ຢາກ​ເຂົ້າ ເຂົາ​ຈະ​ຄຽດ​ແຄ້ນ ແລະ​ປ້ອຍ​ດ່າ​ກະ​ສັດ​ກັບ​ພຣະ​ເຈົ້າ​ຂອງ​ຕົນ ເຂົາ​ອາດ​ຈະ​ເງີຍ​ຫນ້າ​ຂຶ້ນ​ຟ້າ​ 22 ຫລື​ກົ້ມ​ລົງ​ດິນ ແຕ່​ຈະ​ບໍ່​ທັນ​ເຫັນ​ຫຍັງ ຈະ​ມີ​ແຕ່​ຄວາມ​ທຸກ​ໃຈ ແລະ​ຄວາມ​ມືດ ເຂົາ​ຈະ​ຖືກ​ຂັບ​ໄລ່​ເຂົ້າ​ໄປ​ໃນ​ຄວາມ​ມືດ​ອັນ​ຫນ້າ​ຢ້ານ​ນັ້ນ ຈະ​ຫນີ​ໄປ​ໃຫ້​ພົ້ນ​ຈາກ​ເວ​ລາ​ຍາກ​ລຳ​ບາກ​ນີ້​ບໍ່​ໄດ້

ເອຊາຢາ 9

ກະ​ສັດ​ໃນ​ອານາ​ຄົດ

1 ແຜ່ນ​ດິນ​ຂອງ​ຕະ​ກູນ​ເຊ​ບູ​ລູນ ແລະ​ເນັຟທາ​ລີ​ເຄີຍ​ເຊື່ອມ​ເສັຽ​ສັກ​ສີ​ມາ​ເທື່ອ​ນຶ່ງ​ແລ້ວ ແຕ່​ໃນ​ພາຍ​ຄັ້ງ​ຫນ້າ​ແຜ່ນ​ດິນ​ນີ້​ຕັ້ງ​ແຕ່​ທະ​ເລ​ເມ​ດິເຕ​ຣາ​ເນ​ເບື້ອງ​ຕາ​ເວັນ​ອອກ​ເຖິງ​ຟາກ​ແມ່​ນ້ຳ​ຈໍ​ແດນ​ເບື້ອງ​ນັ້ນ ແລະ​ເຖິງ​ຄາ​ລີ​ເລ​ບ່ອນ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່​ຈະ​ໄດ້​ຮັບ​ຄວາມ​ຈະ​ເຣີນ​ຮຸ່ງ​ເຮືອງ 2 ປະ​ຊາ​ຊົນ​ຜູ້​ດຳ​ເນີນ​ຢູ່​ໃນ​ຄວາມ​ມືດ​ກໍ​ໄດ້​ຮັບ​ແສງ​ສວ່າງ​ຢ່າງ​ຫລວງ​ຫລາຍ ພວກ​ເຂົາ​ຢູ່​ໃນ​ແຜ່ນ​ດິນ​ມືດ ແຕ່​ບັດ​ນີ້​ແສງ​ສວ່າງ​ໄດ້​ສ່ອງ​ເຖິງ​ເຂົາ​ແລ້ວ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ໃຫ້​ເຂົາ​ມີ​ຄວາມ​ມ່ວນ​ຊື່ນ​ຫລາຍ ຊົງ​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ສຸກ ພວກ​ເຂົາ​ຍິນ​ດີ​ໃນ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ເຫມືອນ​ຄົນ​ຍິນ​ດີ​ເມື່ອ​ຍາມເກັບ​ກ່ຽວ ຫລື​ເຫມືອນ​ຄາວ​ທີ່​ພວກ​ເຂົາ​ແບ່ງ​ປັນ​ຂອງ​ທີ່​ຍຶດ​ມາ​ໄດ້ 4 ເພາະ​ວ່າ​ພຣະ​ອົງ​ຊົງ​ຫັກ​ແອກ​ທີ່​ທຳ​ໃຫ້​ເຂົາ​ຫນັກ​ຫນ່ວງ​ກັບ​ໄມ້​ແສ້​ທີ່​ພາດ​ບ່າ​ເຂົາ​ນັ້ນ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ທຳ​ລາຍ​ຊົນ​ຊາດ​ທີ່​ກົດ​ຂີ່​ຂົ່ມ​ເຫັງ​ໄພ່​ພົນ​ຂອງ​ພຣະ​ອົງ ຢ່າງ​ດຽວ​ກັນ​ກັບ​ຊົງ​ທຳ​ລາຍກອງ​ທັບ​ຂອງ​ມາ​ດີ​ອານ​ແດ່​ດົນ​ນານ​ມາ​ແລ້ວ 5 ເກີບ​ທຸກ​ຄູ່​ຂອງ​ທະ​ຫານ​ທີ່​ຮຸກ​ຮານ ພ້ອມ​ທັງ​ເສື້ອ​ທຸກ​ຕົວ​ທີ່​ເປື້ອນ​ດ້ວຍ​ເລືອດ​ຈະ​ຖືກ​ເຜົາ​ໄຟ​ທຳ​ລາຍ​ຖີ້ມ​ຫມົດ 6 ເດັກ​ນ້ອຍ​ຜູ້​ນຶ່ງ​ໄດ້​ເກີດ​ມາ​ໃຫ້​ເຮົາ​ແລ້ວ ຊົງ​ປະ​ທານ​ບຸດ​ຊາຍ​ຜູ້​ນຶ່ງ​ໃຫ້​ເຣົາ ແລະ​ພຣະ​ອົງ​ຈະ​ຊົງ​ເປັນ​ຜູ້​ປົກ​ຄອງ​ຂອງ​ເຮົາ ພຣະ​ນາມ​ຂອງ​ພຣະ​ອົງ ຄື “ຜູ້​ປຶກ​ສາ​ທີ່​ສ​ລາດ​ສ້ຽມ​ແຫລມ” ພຣະ​ເຈົ້າ​ຜູ້​ຊົງ​ຣິດ” ອົງ​ເປັນ​ພຣະ​ບິ​ດາ​ຕລອດ​ໄປ “ອົງ​ສັນ​ຕິ​ຣາດ” 7 ພຣະ​ຣາ​ຊ​ອຳ​ນາດ​ຂອງ​ພຣະ​ອົງ​ຈະ​ເພີ້ມ​ພູນ​ຂຶ້ນ​ເລື້ອຍໆ ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ມີ​ຄວາມ​ສ​ງົ​ບ​ສຸກ​ຕລອດ​ໄປ ພຣະ​ອົງ​ຈະ​ປົກ​ຄອງ​ສືບ​ຕໍ່​ກະ​ສັດ​ດາ​ວິດ ຈະ​ຊົງ​ໃຫ້​ອຳ​ນາດ​ຢ່າງ​ຖືກ​ຕ້ອງ​ແລະ​ຍຸດ​ຕິ​ທັມ ເລີ້ມ​ແຕ່​ບັດ​ນີ້​ຈົນ​ເຖິງ​ເທົ່າ​ອາ​ວະ​ສານ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ຈະ​ຊົງ​ກະ​ທຳ​ການ​ນີ້​ທັງ​ຫມົດ​ດ້ວຍ​ຄວາມ​ຫວງ​ແຫນ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ອິສ​ຣາ​ເອນ

8 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ພິ​ພາກ​ສາ​ໂທດ​ຣາ​ຊອາ​ນາຈັກອິສ​ຣາເອນ ຄື​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ແລ້ວ 9 ຄົນ​ອິສ​ຣາ​ເອນ​ທັງ​ຫມົດ​ຮ່ວມ​ທັງ​ທຸກໆ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ຊາ​ມາ​ເຣັຽ ຈະ​ຮູ້​ວ່າ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ນີ້​ແລ້ວ ຄື​ພວກ​ເຂົາ​ໄດ້​ກ່າວ​ດ້ວຍ​ຄວາມເຍີ້ຍິ່ງ​ຈອງ​ຫອງວ່າ 10 “ຕຶກ​ທີ່​ສ້າ​ງ​ດ້ວຍ​ດິນ​ຈີ່​ໄດ້​ເພ​ພັງ​ລົງ​ແລ້ວ ແຕ່​ເຮົາ​ຈະ​ສ້າງ​ໃຫມ່​ດ້ວຍຫີນ ກົກ​ເດື່ອ​ຖືກ​ຕັດ​ລົງ​ແລ້ວ ແຕ່​ເຮົາ​ຈະ​ເອົາ​ກົກ​ສົນ​ໃສ່​ແທນ​ໄວ້” 11 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປຸກ​ປັ່ນ​ພວກ​ສັດ​ຕຣູ​ອິສ​ຣາ​ເອນ​ໃຫ້​ຕໍ່​ສູ້​ພວກ​ເຂົາ 12 ຄື​ພວກ​ຊີ​ເຣັຽ (ອາ​ຣາມ) ຢູ່​ທາງ​ທິດ​ຕາ​ເວັນ​ອອກ ແລະ​ພວກ​ຟີ​ລິ​ສ​ຕິນ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຈະ​ອ້າ​ປາກ​ກືນ​ກິນ​ອິສ​ຣາ​ເອນ ເຖິງ​ປານ​ນັ້ນ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ຈະ​ຍັງ​ບໍ່​ສິ້ນ​ສຸດ ແລະ​ພຣະ​ຫັດ​ກໍ​ຈະ​ຍັງ​ຢຽດ​ອອກ​ລົງ​ໂທດ​ພວກ​ເຂົາ​ຢູ່ 13 ເຖິງ​ແມ່ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ລົງ​ໂທດ ອິສ​ຣາ​ເອນ​ແລ້ວ​ກໍ​ຕາມ ພວກ​ເຂົາ​ກໍ​ບໍ່​ປ່ຽນ​ໃຈ​ກັບ​ຄືນ​ມາ​ຫາ​ພຣະ​ອົງ​ເລີຍ 14 ພຣະ​ຜູ້​ເປັນ​ເຈົ້າ​ຊົງລົງ​ໂທດ​ພວກ​ຜູ້​ນຳ​ອິສ​ຣາ​ເອນ ກັບ​ປະ​ຊາ​ຊົນ​ໃຫ້​ຫມົດ​ໄປ​ໃນ​ວັນ​ດຽວ ຄື​ຈະ​ຊົງ​ຕັດ​ຫົວຕັດ​ຕີນ​ພວກ​ເຂົາ​ຖິ້ມ 15 ຫົວນັ້ນ​ແມ່ນ​ອະ​ວຸ​ໂສ ແລະ​ຄົນ​ມີກຽດ ຕີນ​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ສອນ​ເທັດ 16 ພວກ​ເຂົາ​ໄດ້​ນຳ​ປະ​ຊາ​ຊົນ​ເຫລົ່າ​ນີ້​ໄປ​ໃນ​ທາງ​ຜິດ ແລະ​ສັບສົນ​ວຸ້ນ​ວາຍ 17 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ບໍ່​ຊົງ​ໃຫ້​ຄົນ​ຫນຸ່ມ​ຄົນ​ໃດ​ຫນີ​ພົ້ນ​ໄປ​ໄດ້ ທັງ​ຈະ​ບໍ່​ຊົງ​ເມດ​ຕາ​ສົງ​ສານ​ແມ່​ຫມ້າຍ​ແລະ​ລູກ​ກຳ​ພ້າ​ຄົນ​ໃດ​ເລີຍ ເພາະ​ວ່າ​ທຸກໆ​ຄົນ​ບໍ່​ມີ​ພຣະ​ເຈົ້າ ເຂົາ​ທຳ​ແລະ​ເວົ້າ​ທຸກ​ຢ່າງ​ຊົ່ວ​ຮ້າຍ ດ້ວຍ​ເຫດ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງບໍ່​ເຊົາ​ພິ​ໂຣດ ແຕ່​ຈະ​ຍັງ​ຢຽດ​ພຣະ​ຫັດ​ອອກ​ມາ​ລົງ​ໂທດ​ເຂົາ​ຢູ່ 18 ຄວາມ​ຊົ່ວ​ຮ້າຍ​ຂອງ​ປະ​ຊາ​ຊົນ​ນີ້​ໄດ້​ລຸກ​ລາມ​ຂຶ້ນ​ເປັນ​ແປວ​ເຫມືອນ​ໄຟ​ໄຫມ້​ປ່າ ຍ້ອນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ພິ​ໂຣດ 19 ​ພຣະ​ອົງ​ຊົງ​ລົງ​ໂທດແຜ່ນ​ດິນ​ ແລະ​ປະ​ຊາ​ຊົນ​ນັ້ນ​ເຫມືອນ​ໄຟ​ເຜົາ​ຜານ ໂດຍ​ບໍ່​ມີ​ໃຜ​ຢາກ​ຊ່ອຍ​ເຫລືອ​ເລີຍ 20 ປະ​ຊາ​ຊົນ​ທົ່​ວ​ທັງ​ປະ​ເທດ​ໄດ້​ເກັບ​ເລັມ​ເອົາ​ອາ​ຫານ​ມາ​ກິນ​ບ່ອນ​ລະ​ນ້ອຍ​ຕາມ​ທີ່​ຫາ​ໄດ້ ແຕ່​ພວກ​ເຂົາ​ກໍ​ບໍ່​ອີ່ມພວກ​ເຂົາ​ຈຶ່ງ​ກິນ​ຮອດ​ອ້າຍ​ນ້ອງ​ຂອງ​ຕົນເອງ 21 ປະ​ຊາ​ຊົນ​ມາ​ນັສ​ເຊ​ໄດ້​ສູ້​ຮົບ​ກັບເອ​ຟ​ຣາ​ອີມ ແລະ​ທັງ​ສອງ​ຍັງ​ຮ່ວມ​ກັນ​ຕໍ່​ສູ້​ຢູ​ດາ​ອີກ ເຖິງ​ປານ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ບໍ່​ເຊົາ​ພິ​ໂຣດ ແຕ່​ຍັງ​ຢຽດ​ພຣະ​ຫັດ​ມາ​ລົງ​ໂທດ​ເຂົາ​ຢູ່

ເອຊາຢາ 10

1 ວິ​ບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ອອກ​ກົດ​ຫມາຍ​ອະ​ທັມ ແລະ​ແກ່​ຜູ້​ຂຽ​ນ​ທີ່​ຂຽນ​ແຕ່ການ​ບີບ​ຄັ້ນ​ເລື້ອຍ​ໄປ 2 ເພື່ອ​ຫັນ​ຄົນ​ຂັດ​ສົນ​ໄປ​ຈາກ​ຄວາມ​ຍຸດ​ຕິ​ທັມ ແລະ​ປຸ້ນ​ສິດ​ຂອງ​ຄົນ​ທຸກ​ຍາກ​ແຫ່ງ​ຊົນ​ຊາດ​ຂອງ​ເຮົາ​ເສັຽ ເພື່ອ​ວ່າ​ຍິງ​ຫມ້າຍ​ຈະ​ເປັນ​ຂອງ​ຍຶດ​ຂອງ​ເຂົາ ແລະ​ເພື່ອ​ເຂົາ​ຈະ​ກະ​ທຳ​ໃຫ້​ຄົນ​ກຳ​ພ້າ​ເປັນ​ເຫຍື່ອ​ຂອ​ງ​ເຂົາ 3 ພວກ​ເຈົ້າ​ຈະ​ກະ​ທຳ​ຢ່າງ​ໃດ​ໃນ​ວັນ​ລົງ​ໂທດ​ທັນ ໃນ​ວັນ​ໄພ​ວິ​ບັດ​ຊຶ່ງ​ມາ​ຈາກ​ທີ່​ໄກ ເຈົ້າ​ຈະ​ຫນີ​ໄປ​ເພິ່ງ​ໃຜ ແລະ​ເຈົ້າ​ຈະ​ຝາກ ​ຊັ​ບ​ສົມ​ບັດ​ຂອງ​ເຈົ້າ​ໄວ້​ທີ່​ໃດ 4 ບໍ່​ມີ​ສິ່ງ​ໃດ​ເຫລືອນອກ​ຈາກ​ຈະ​ໄປ​ຫລັງ​ຄົດ​ຫລັງ​ງໍ​ຢູ່​ກັບ​ນັກ​ໂທດ ຫລື​ລົ້ມ​ລົງ​ໃນ​ຫມູ່​ພວກ​ຄົນ​ທີ່​ຖືກ​ຂ້າ ເຖິງ​ປານ​ນັ້ນ​ກໍ​ດີ ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ຍັງ​ບໍ່​ໄດ້​ຫັນ​ກັບ ແລະ​ພຣະ​ຫັດ​ຂອງ​ພຣະ​ອົງ​ຍັງ​ຢຽດ​ອອກ​ຢູ່

ພຣະ​ເຈົ້າ​ຊົງ​ໃຊ້​ອັ​ສ​ຊີ​ເຣັຽ

5 ວິ​ບັດ​ແກ່​ອັ​ສ​ຊີ​ເຣັຽ ຜູ້​ເປັນໄມ້​ຄ້ອນ​ແຫ່ງ​ຄວາມ​ກິ້ວ​ຂອງ​ເຮົາ ແລະ​ເປັນ​ໄມ້ຄ້ອນແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ເຮົາ 6 ເຮົາ​ຈະ​ໃຊ້​ເຂົາ​ໄປ​ສູ້​ປະ​ຊາ​ຊາດ​ທີ່​ປະ​ຕິ​ເສດ​ພຣະ​ເຈົ້າ ເຮົາ​ຈະ​ບັນ​ຊາ​ເຂົາ​ໃຫ້​ໄປ​ສູ້​ຊົນ​ຊາດ​ທີ່​ເຮົາ​ກິ້ວ ໄປ​ເອົາ​ຂອງ​ທີ່​ຍຶດ​ແລະ​ເອົາ​ຂອງ​ທີ່​ປຸ້ນ ແລະ​ໃຫ້​ຢຽບ​ຢ່ຳ​ເຫມືອນ​ຢຽບ​ຂີ້​ຝຸ່ນ​ໃນ​ຖ​ນົນ 7 ແຕ່​ເຂົາບໍ່​ໄດ້​ຕັ້ງ​ໃຈ​ຢ່າງ​ນັ້ນ ແລະ​ຈິດ​ໃຈ​ຂອງ​ເຂົາ​ກໍ​ບໍ່​ໄດ້​ຄິດ​ຢ່າງ​ນັ້ນ ແຕ່​ໃນ​ໃຈ​ຂອງ​ເຂົາ​ຄິດ​ຈະ​ທຳ​ລາຍ ແລະ​ຕັດ​ປະ​ຊາ​ຊາດ​ເສັຽບໍ່​ແມ່ນ​ຫນ້ອຍ 8 ເພາະ​ເຂົາ​ເວົ້າ​ວ່າ, “ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ເຮົາ​ເປັນ​ພຣະ​ຣາ​ຊາ​ຫມົດ​ບໍ່​ແມ່ນ​ຫລື 9 ເມືອງ​ຄານ​ໂນ​ກໍ​ເຫມືອນ​ເມືອງ​ກາ​ຣ໌​ເຄ​ມິ​ສ​ບໍ່​ແມ່ນ​ຫລື ເມືອງ​ຮາ​ມັ​ທກໍ​ເຫມືອນ​ເມືອງ​ອາ​ຣ໌​ປັ​ດ​ບໍ່​ແມ່ນ​ຫລື ເມືອງ​ຊາມາ​ເຣັຽກໍ​ເຫມືອນ​ເມືອງ​ດາ​ມັ​ສ​ກັ​ສ​ບໍ່​ແມ່ນຫລື 10 ເຫມືອນ​ຢ່າງ​ມື​ຂອງ​ເຣົາ​ໄປ​ເຖິງ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ຮູບ​ເຄົາ​ຣົບ ຊຶ່ງ​ຮູບ​ເຄົາ​ຣົບ​ແກະ​ສ​ລັກ​ຂອງ​ເຂົາ​ນັ້ນ​ໃຫຍ່ກວ່າ​ຂອງ​ເຢ​ຣູ​ຊາ​ເລັມ ແລະ​ຊາມາ​ເຣັຽ 11 ເຣົາ​ກໍ​ຈະ​ບໍ່​ທໍາ​ແກ່​ເຢ​ຣູ​ຊາ​ເລັມກັບ​ຮູບ​ເຄົາ​ຣົບ​ຂອ​ງເຂົາ​ດອກ​ຫລື ດັ່ງທີ່​ເຮົາ​ໄດ້​ທຳ​ແກ່​ຊາ​ມາ​ເຣັຽແ​ລະ​ຮູບ​ເຄົາ​ຣົບ​ຂອງ​ເຂົາ” 12 ເມື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງສຳ​ເຣັດ​ພຣະ​ຣາ​ຊ​ກິຈທັງ​ສິ້ນ​ຂອງ​ພຣະ​ອົງ​ທີ່​ພູ​​ຊີ​ໂອນ​ແລະ​ທີ່​ເຢ​ຣູ​ຊາ​ເລັມ​ແລ້ວ ພຣະ​ອົງ​ຈະ​ຊົງ​ລົງ​ທັນ​ແກ່​ຄວາມ​ໂອ້ອວດ​ອັນ​ຈອງ​ຫອງ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ ແລະ​ຄວາມເຍີ້ຍິ່ງ​ຢ່າງຍະ​ໂສ​ຂອງ​ເຂົາ 13 ເພາະ​ເຂົາ​ວ່າ, “ເຮົາ​ໄດ້​ກະ​ທຳ​ການ​ນີ້​ດ້ວຍ​ກຳ​ລັງ​ມື​ຂອງ​ເຮົາ ແລະ​ດ້ວຍ​ສະ​ຕິ​ປັນ​ຍາ​ຂອງ​ເຮົາ ເພາະ​ເຮົາ​ມີ​ຄວາມ​ເຂົ້າ​ໃຈ ເຮົາ​ຈະ​ຮື້​ເຂດ​ແດນ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ແລະ​ໄດ້​ປຸ້ນ​ຊັບ​ສົມ​ບັດ​ຂອງ​ເຂົາ ເຮົາໄດ້​ຂວິດ ຄົນ​ເຫລົ່າ​ນັ້ນ​ທີ່​ນັ່ງ​ເທິງພຣະ​ທີ່​ນັ່ງ​ລົງ​ມາ​ເຫມືອນ​ງົວ​ເຖິກ 14 ມື​ຂອງ​ເຮົາໄດ້​ສວຍ​ເອົາ​ຊັບ​ສົມ​ບັດ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ເຫມືອນ​ສວຍເອົາຮັງ​ນົກ ແລະ​ຢ່າງ​ຄົນ​ເກັ​ບ​ໄຂ່​ຊຶ່ງ​ປະ​ຖິ້ມ​ໄວ້ ຂ້ອຍ​ກໍ​ຮວບ​ຮວມ​ແຜ່​ນດິນ​ໂລກ​ທັງ​ສິ້ນ​ດັ່ງນັ້ນ​ແຫລະ ແລະ​ບໍ່​ມີ​ຜູ້​ໃດ​ຂະ​ຫຍັບ​ປີກ​ມາ​ປົກ ຫລື​ອ້າ​ປາກ​ຫລື​ຮ້ອງ​ສຽງ​ຈ໋ອກແຈ໋ກ 15 ເຫລັກ​ສະ​ກັດ​ຈະ​ຄຸຍ​ຂົ່ມ​ຄົນ​ທີ່​ໃຊ້​ມັນ​ສະ​ກັດ​ນັ້ນ​ຫລື ຫລື​ເລື່ອຍ​ຈະ​ທະ​ນົງ​ຕົວ​ເຫນືອ​ຜູ້​ທີ່​ໃຊ້​ມັນ​ເລື່ອຍ​ນັ້ນ​ຫລື ເຫມືອນ​ກັບ​ວ່າ​ກະ​ບອງ​ຈະ​ຍົກ​ຜູ້​ຊຶ່ງ​ຖື​ມັນ​ຂຶ້ນ​ຕີ ຫລື​ຢ່າງ​ໄມ້ຄ້ອນ​ບໍ່​ໄດ້​ຍົກ​ຄົນ​ຂຶ້ນ​ແຕ່​ຄົນ​ໄດ້​ຍົກ​ໄມ້​ຄ້ອນ​ຂຶ້ນ 16 ສະ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ ຈະ​ຊົງ​ໃຫ້​ໂຣກ​ຜອມ​ແຫ້ງ​ມາ​ໃນ​ຫມູ່​ພວກ​ຄົນ​ອ້ວນ​ພີ​ຂອງ​ເຂົາ​ພາຍ​ໃຕ້​ກຽດ​ຂອງ​ເຂົາ​ຈະ​ມີ​ການ​ໄຫມ້​ໃຫຍ່​ໂຕ​ເຫມືອນ​ຢ່າງ​ໄຟ​ໄຫມ້​ 17 ຄວາມ​ສວ່າງ​ແຫ່ງ​ອິສ​ຣາ​ເອນ​ຈະ​ເປັນ​ໄຟ ແລະ​ອົງ​ບໍ​ຣິ​ສຸດ​ຂອງ​ທ່ານ​ຈະ​ກາຍ​ເປັນ​ແປວ​ໄຟ ແລະ​ຈະ​ເຜົາ​ແລະ​ກິນ​ເສັຽ​ໃນ​ວັນ​ດຽວ ແມ່ນ​ແຕ່​ຕົ້ນ​ຫນາມ​ກັບ​ພຸ່ມ​ຫນາມ​ກໍ​ດີ 18 ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ສັກ​ສີ​ຂອງ​ປ່າ​ຂອງ​ເຂົາ​ແລະ​ແຫ່ງ​ສວນ​ຫມາກ​ໄມ້​ຂອງ​ເຂົາ ທັງ​ວິນ​ຍານ​ຈິດ​ແລະ​ຮ່າງກາຍ ແລະ​ຈະ​ເປັນ​ເຫມືອນ​ເວ​ລາ​ຄົນ​ເຈັບ​ຊູບ​ຊີດ​ລົງ​ໄປ 19 ຕົ້ນ​ໄມ້​ແຫ່ງ​ປ່າ​ຂອງ​ເຂົາ​ຈະ​ເຫລືອ​ຫນ້ອຍ​ເຕັມ​ທີ ຈົນ​ເດັກ​ນ້ອຍ​ຈະ​ຂຽນ​ລົງ​ໄດ້

ຄົນ​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່

20 ໃນ​ວັນ​ນັ້ນ ຄົນ​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່ ແລະ​ຄົນ​ລອດ​ຕາຍ​ແຫ່ງ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ຈະ​ບໍ່​ເພິ່ງ​ຜູ້​ທີ່​ຕີ​ເຂົາ​ອີກ ແຕ່ຈະ​ພັກ​ພິງ​ທີ່​ພຣະ​ເຈົ້າ ອົງ​ບໍ​ຣິສຸດ​ແຫ່ງ​ອິສ​ຣາ​ເອນ​ໂດຍ​ຄວາມ​ສັດ​ຈິງ 21 ສ່ວນ​ຄົນ​ທີ່​ເຫລືອ​ຢູ່​ຈະ​ກັບ​ມາ​ຍັງ​ພຣະ​ເຈົ້າ​ຜູ້​ຊົງ​ຍິ່ງ​ໃຫຍ່ ຄື​ຄົນ​ທີ່​ເຫລືອ​ຢູ່​ຂອງ​ຢາ​ໂຄບ 22 ອິສ​ຣາ​ເອນເອີຍ, ເພາະ​ແມ້​ວ່າ​ຊົນ​ຊາດຂອງ​ເຈົ້າ​ຈະ​ເປັນ​ດັ່ງ​ດິນ​ຊາຍ​ໃນ​ທະ​ເລ ຄົນ​ທີ່​ເຫລືອ​ຢູ່​ເທົ່າ​ນັ້ນ​ຈະ​ກັບ​ມາ ການ​ທຳ​ລາຍນັ້ນ​ກຳ​ນົດ​ໄວ້​ແລ້ວ ລົ້ນ​ລ່າມ​ໄປ​ດ້ວຍ​ຄວາມ​ຊອບ​ທັມ 23 ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ​ຈະ​ຊົງ​ກະ​ທຳ​ໃຫ້​ສິ້ນ​ສຸດ​ລົງ​ຕາມ​ທີ່​ກຳ​ນົດ​ໄວ້​ແລ້ວ​ໃນ​ຖ້າມ​ກາງ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ 24 ສັນ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ​ ຕ​ຣັ​ດ​ດັ່ງ​ນີ້​ວ່າ, “ຊົນ​ຊາດ​ຂອງ​ເຮົາ​ເອີຍ, ຜູ້​ຢູ່​ໃນ​ຊີ​ໂອນ ຢ່າ​ຢ້ານ​ຄົນ​ອັ​ສ​ຊີ​ເຣັຽ ເມື່ອ​ເຂົາ​ຕີ​ດ້ວຍ​ໄມ້​ຄ້ອນ ແລະ​ຍົກ​ໄມ້​ຄ້ອນ​ຂອງ​ເຂົາ​ຂຶ້ນ​ສູ້​ເຈົ້າ​ຢ່າງ​ທີ່​ໃນ​ເອ​ຢິບ 25 ເພາະ​ອີກ​ບໍ່​ດົນ​ຄວາມ​ກິ້ວ​ຂອງ​ເຈົ້າ​ຈະ​ສິ້ນ​ສຸດ ແລະ​ຄວາມ​ໂກດ​ຂອງ​ເຮົາ​ຈະ​ມຸ່ງ​ຕົງ​ທີ່​ການ​ທຳ​ລາຍ​ເຂົາ 26 ແລະ​ພຣະ​ເຈົ້າ​ຈອມ​ໂຍ​ທາ​ຈະ​ຊົງ​ໃຊ້​ໄມ້​ແສ້​ມາ​ສູ້​ເຂົາ ດັ່ງ​ທີ່​ພຣະ​ອົງ​ຊົງ​ໂຈມ​ຕີ​ຄົນ​ມີ​ດີ​ອານ​ໃນ​ສີ​ລາ​ໂອ​ເຣັບ ແ​ລະ​ໄມ້​ຄ້ອນ​ຂອງ​ພຣະ​ອົງ​ທີ່​ເຄີຍ​ຢູ່​ເຫນືອ​ທະ​ເລ ພຣະ​ອົງ​ຈະ​ຍົກ​ຂຶ້ນ​ຢ່າງ​ທີ່​ໃນ​ເອ​ຢິບ 27 ແລະ​ໃນ​ວັນ​ນັ້ນ​ພາ​ຣະ​ຂອງ​ເຂົາ​ຈະ​ພາກ​ໄປ​ຈາກ​ບ່າ​ຂອງ​ເຈົ້າ ແລະ​ແອກ​ຂອງ​ເຂົາ​ຈະ​ຖືກ​ທຳ​ລາຍ​ເສັຽ​ຈາກ​ຄໍ​ຂອງ​ເຈົ້າ”

ຄົນ​ອັ​ສ​ຊີ​ເຣັຽ​ເຄື່ອນ​ທັບ

ເຂົາ​ຂຶ້ນ​ໄປ​ຈາກ​ຊາ​ມາ​ເຣັຽ​ແລ້ວ 28 ເຂົາ​ໄດ້​ມາ​ເຖິງອັຍ​ອາ​ທ​ແລ້ວ ເຂົາ​ໄດ້​ຂ້າມມິກ​ໂຣນ ເຂົາ​ເກັບ​ສັມ​ພາ​ຣະ​ຂອງ​ເຂົາ​ໄວ້​ທີ່​ມິກ​ມັ​ສ 29 ເຂົາ​ເຫລົ່າ​ນັ້ນ​ຜ່ານ​ຊ່ອງ​ຫວ່າງ​ເຂົາ​ມາ​ແລ້ວ ເກ​ບາ​ເປັນ​ທີ່​ເຂົາ​ຄ້າງ​ຄືນ ຣາ​ມາ​ສະ​ທົກ​ສະ​ທ້ານ ກິ​ເບ​ອາ​ຂອງ​ຊາ​ອູນ​ຫນີ​ໄປ​ແລ້ວ 30 ທິດາ​ຂອງ​ກັນ​ລິມ​ເອີຍ ສົ່ງ​ສຽງ​ຮ້ອງ​ເດີ ລາ​ອີ​ຊາ​ເອີຍ ຟັງ​ເດີ ອາ​ນາ​ໂທດ​ເອີຍ ຫນ້າ​ສົງ​ສານ​ແທ້ 31 ມັດ​ເມ​ນາ​ກຳ​ລັງ​ຫນີ​ຢູ່ ຄົນ​ເກ​ບິມ​ຫນີ​ໃຫ້ພົ້ນພັຍ 32 ໃນ​ວັນ​ນີ້​ ເຂົາ​ຈະ​ຢຸດ​ຢູ່​ທີ່​ເມືອງ​ໂນບ ເຂົາ​ຈະ​ສັ່ນ​ກຳ​ປັ້ນ​ຂອງ​ເຂົາ ເຂົ້າ​ໃສ່​ພູ​ແຫ່ງ​ທິ​ດາ​ຊີ​ໂອນ ເນີນ​ພູ​ຂອງ​ເຢ​ຣູ​ຊາ​ເລັມ 33 ເບິ່ງ​ແມ໋, ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ ຈະ​ຊົງ​ຕັດ​ກິ່ງ​ໄມ້​ດ້ວຍ​ກຳ​ລັງ​ອັນ​ຫນ້າ​ຢ້ານ​ກົວ ຕົ້ນ​ທີ່​ສູງ​ຍິ່ງ​ຈະ​ຖືກ​ໂຄ່ນ​ລົງ​ມາ ແລະ​ຕົ້ນ​ທີ່​ສູງ​ຈະ​ຕ້ອງ​ຖືກ​ທຳ​ລາຍ​ລົງ 34 ພຣະ​ອົງ​ຈະ​ຊົງ​ໃຊ້​ຂວານ​ຟັນ​ປ່າ​ທຶ​ບ ແລະ​ເລ​ບາ​ນອນ​ຊຶ່ງ​ມີ​ຕົ້ນ​ໄມ້​ສູງທີ່​ງາມ​ທີ່​ສຸດ​ຈະ​ລົ້ມ​ລົງ

ເອຊາຢາ 11

ຣາ​ຊອາ​ນາ​ຈັກ​ສັນ​ຕິ​ສຸກ

1 ຣາ​ຊວົງ​ດາ​ວິດ​ເປັນ​ເຫມືອນ​ກົກ​ໄມ້​ທີ່​ບັກ​ລົງ​ແລ້ວ ແຕ່​ຕໍ​ໄມ້​ນັ້ນ​ກໍ​ຈະ​ຍັງ​ມີ​ຣຸ່ນ​ເກີດ​ຂຶ້ນ​ມາ​ອີກ ດັ່ງ​ນັ້ນ ຈະ​ມີ​ກະ​ສັດ​ອົງ​ໃຫມ່​ເກີດ​ຂຶ້ນ​ຈາກ​ເຊື້ອ​ສາຍ​ດາ​ວິດ 2 ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຈະ​ສະ​ຖິດ​ຢູ່​ນຳ​ພຣະ​ອົງ ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທານ​ປັນ​ຍາ​ໃຫ້​ພຣະ​ອົງ ຄື​ຄວາມ​ຮູ້ ແລະ​ຄວາ​ມຊໍາ​ນິ​ຊຳ​ນານ​ໃນ​ການ​ປົກ​ຄອງ ພຣະ​ອົງ​ຈະ​ຮູ້​ຈັກ​ນ້ຳ​ພຣະ​ທັຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຢຳ​ເກງ​ພຣະ​ອົງ 3 ທັງ​ມີ​ຄວາມ​ສຸກ​ໃນ​ຣາ​ຊ​ການ​ນັ້ນ ພຣະ​ອົງ​ຈະ​ບໍ່​ຕັດ​ສິນ​ຕາມ​ທີ່​ເຫັນ ຫລື​ໄດ້​ຍີນ 4 ຈະ​ຕັ​ດ​ສິນ​ໃຫ້​ຄົນ​ຍາກ​ຈົນ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ ແລະ​ປ້ອງ​ກັນ​ສິດ​ຂອງ​ຜູ້​ຕ່ຳ​ຕ້ອຍ ແຜ່ນ​ດິນ​ຈະ​ຖືກ​ລົງ​ໂທດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ອົງ ແລະ​ພວກ​ຄົນ​ຊົ່ວ​ຈະ​ຕາຍ​ດ້ວຍ​ຄຳ​ຕັດ​ສິນ​ຂອງ​ພຣະ​ອົງ 5 ພຣະ​ອົງ​ຈະ​ປົກ​ຄອງ​ພົລ​ເມືອງ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ ແລະ​ຊື່​ສັດ 6 ຫມາ​ໄນ​ກັບ​ແກະ​ຈະ​ຢູ່​ນຳ​ກັນ​ດ້ວຍ​ຄວາມ​ສ​ງົບ​ສຸກ ເສືອ​ດາວ​ກໍ​ຈະ​ນອນ​ນຳ​ແບ້ ລູກ​ງົວ​ກັບ​ລູກ​ສິງ​ຈະຫາ​ກິນ​ຢູ່​ນຳ​ກັນ ແລະ​ເດັກ​ນ້ອຍ​ຈະ​ເປັນ​ຜູ້​ລ້ຽງ​ມັນ 7 ງົວ​ແມ່​ກັບ​ຫມີ​ຈະ​ກິນ​ນຳ​ກັນ ລູກ​ຂອງ​ພວກ​ມັນກໍ​ຈະ​ນອນ​ຢູ່​ນຳ​ກັນ ສິງ​ຈະ​ກິນ​ເຟືອງ​ເຫມືອນ​ງົວ 8 ເຖິງ​ແມ່ນ​ເດັກ​ອ່ອນ​ຈະ​ຫລິ້ນ​ຢູ່​ໃກ້ໆ​ງູເຫົ່າ ກໍ​ຈະ​ບໍ່​ເປັນ​ອັນ​ຕະ​ຣາຍ 9 ຈະ​ບໍ່​ມີ​ອັນ​ຕະ​ຣາຍ​ຫລື​ສິ່ງ​ຮ້າຍ​ໃດໆ ຢູ່​ເທິງ​ພູ​ສັກ​ສິດ​ຂອງ​ເຮົາ ແຜ່ນ​ດິນ​ຈະ​ເຕັມ​ໄປ​ດ້ວຍ​ຄົນ​ທີ່​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ເຫມືອນ​ທະ​ເລ​ທີ່​ເຕັມ​ດ້ວຍ​ນ້ຳ 10 ເມື່ອ​ເຖິງວັນ​ນັ້ນ ກະ​ສັດ​ອົງ​ໃຫມ່​ຈາກ​ຣາ​ຊ​ວົງ​ດາ​ວິດ​ຈະ​ເປັນ​ສັນ​ຍາ​ລັກ​ຂອງ​ຊົນ​ຊາດ​ທັງ​ຫລາຍ ພວກ​ເຂົາ​ຈະ​ໄປ​ຮ່ວມ​ກັນ​ຢູ່ໃນ​ຣາ​ຊ​ທາ​ນີ​ຂອງ​ພຣະ​ອົງ ເພື່ອ​ເປັນ​ກຽດ​ຕິ​ຍົດ​ແກ່​ພຣະ​ອົງ

ຄົນ​ທີ່​ເຫລືອ​ຢູ່​ກັບ​ຢ່າງ​ມີ​ຊັຍ​

11 ໃນ​ວັນ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຍື່ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ໄປ​ເປັນ​ຄັ້ງ​ທີ່​ສອງ ເພື່ອ​ຈະ​ໄດ້​ສ່ວນ​ຊົນ​ຊາດ​ຂອງ​ພຣະ​ອົງ​ທີ່​ເຫລືອ​ຢູ່​ຄືນ​ມາ ເປັນ​ຄົນ​ເຫລືອ​ຈາກ​ອັ​ສ​ຊີ​ເຣັຽ ຈາກ​ເອ​ຢິບຈາກ​ປັ​ທ​ໂຣ​ສ ຈາກ​ເອ​ທິ​ໂອ​ເປັຽ ຈາກ​ເອ​ລາມ ຈາກ​ຊີ​ນາ​ຣ໌ ຈາກ​ຮາ​ມັ​ທ ແລະ​ແຜ່ນ​ດິນ​ຊາຍ​ທະ​ເລ 12 ພຣະ​ອົງ​ຈະ​ຊົງ​ຍົກ​ເຄື່ອງ​ຫມາຍ​ນັ້ນ​ຂຶ້ນ​ໃຫ້​ແກ່​ບັນ​ດາ​ປະ​ຊາ​ຊາດ ແລະ​ຈະ​ຊຸມ​ນຸມ​ອິສ​ຣາ​ເອນ​ທີ່​ພັດ​ພາກ ແລະ​ຮວບ​ຮວມ​ຢູ​ດາ​ທີ່​ກະ​ຈັດ​ກະ​ຈາຍ​ຈາກ​ສີ່​ມຸມ​ແຫ່ງ​ແຜ່​ນດິນ​ໂລກ 13 ຄວາມ​ອິດ​ສາຂອງ​ເອ​ຟ​ຣາ​ອິມ​ຈະ​ພາກ​ໄປ ແລະ​ບັນ​ດາ​ຜູ້​ທີ່​ຮົບ​ກວນ​ຢູ​ດາ​ຈະ​ຖືກ​ຕັດ​ອອກ​ໄປ ເອຟ​ຣາ​ອິມ​ຈະ​ບໍ່​ອິດ​ສາ​ຢູ​ດາ ແລະ​ຢູ​ດາ​ຈະ​ບໍ່​ຮົບ​ກວນ​ເອ​ຟ​ຣາ​ອິມ 14 ແຕ່​ເຂົາ​ທັງ​ຫລາຍ​ຈະ​ໂຈມ​ຕີ​ຊາວ​ຟີ​ລິ​ສ​ຕິນ​ທາງ​ຕາເວັນ​ຕົກ ແລະ​ເຂົາ​ຈະ​ຮ່ວມ​ກັນ​ປຸ້ນ​ປະ​ຊາ​ຊົນ​ທາງທິດ​ຕາ​ເວັນ​ອອກ ເຂົາ​ຈະ​ຍື່ນ​ມື​ອອກ​ຕໍ່​ສູ້​ເອ​ໂດມ​ ແລະ​ໂມ​ອາບ ແລະ​ຄົນ​ອັມ​ໂມນ​ຈະ​ເຊື່ອ​ຟັງ​ເຂົາ​ທັງ​ຫລາຍ 15 ​ພຣະຜູ້​ເປັນ​ເຈົ້າ​ຈະ​ຊົງ​ທຳ​ລາຍລີ້ນ​ຂອງ​ທະ​ເລ​ແຫ່ງ​ເອ​ຢິບ​ເສັຽ ແລະ​ຈະຊົງ​ໂບກ​ພຣະ​ຫັດ​ເຫນືອ​ແມ່​ນ້ຳ​ນັ້ນ ດ້ວຍ​ລົມ​ລວກ​ຂອງ​ພຣະ​ອົງ ແລະ​ຈະ​ໂຈມ​ຕີ​ມັນ​ໃຫ້​ເປັນ​ຮ່ອງ​ນ້ຳ​ເຈັ​ດ​ສາຍ ແລະ​ຄົນ​ສວມ​ເກີບ​ຈະ​ເດີນ​ຂ້າມ​ໄປ​ໄດ້ 16 ແລະ​ຈະ​ມີ​ຖນົນ​ຫລວງ​ຈາກ​ອັ​ສ​ຊີ​ເຣັຽ ສຳ​ລັບ​ຄົນ​ທີ່​ເຫລືອ​ຢູ່​ຈາກ​ຊົນ​ຊາດ​ຂອງ​ພຣະ​ອົງ ດັ່ງ​ທີ່​ມີ​ຢູ່​ສຳ​ລັບ​ອິສ​ຣາ​ເອນ ຄັ້ງ​ເມື່ອ​ເຂົາ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ​ເອຢິບ

ເອຊາຢາ 12

ບົດ​ເພງ​ໂມ​ທະ​ນາ

1 ໃນ​ວັນ​ນັ້ນ ທ່ານ​ຈະ​ກ່າວ​ວ່າ, “ຂ້າ​ແຕ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ຈະ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ອົງ ເພາະ​ແມ້​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ຕໍ່​ຂ້າ​ພຣະ​ອົງ ຄວາມ​ກິ້ວ​ຂອງ​ພຣະ​ອົງ​ກໍ​ຫັນ​ກັບ​ໄປ ແລະ​ພຣະ​ອົງ​ຊົງ​ເລົ້າ​ໂລມ​ຂ້າ​ພຣະ​ອົງ 2 ເບິ່ງ​ແມ໋, ພຣະ​ເຈົ້າ​ເປັນ​ຄວາມ​ລອດ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ວາງ​ໃຈ​ແລະ​ບໍ່​ຢ້ານ ເພາະ​ພຣະ​ເຈົ້າ​ຊົງ​ເປັນ​ກຳ​ລັງ​ແລະ​ບົດ​ເພງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ພຣະ​ອົງ​ຊົງ​ເປັນ​ຄວາມ​ລອດ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ” 3 ເຈົ້າ​ຈະ​ຕັກນ້ຳ​ດ້ວຍ​ຄວາມ​ຊື່ນ​ບານ​ຈາກ​ບໍ່​ແຫ່ງ​ຄວາມ​ລອດ 4 ແລະ​ໃນ​ວັນ​ນັ້ນເຈົ້າ​ຈະ​ກ່າວ​ວ່າ, “ຈົ່ງ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຮ້ອງ​ທູນ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ ຈົ່ງ​ປະ​ກາດ​ບັນ​ດາ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ ຈົ່ງ​ປ່າວ​ຮ້ອງວ່າ​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຊີດ​ຊູ 5 “ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ຊົງ​ກະ​ທຳ​ກິ​ຈ​ອັນ​ດີ​ເລີດ ໃຫ້​ເຣື່ອງ​ນີ້​ຮູ້​ກັນ​ທົ່ວ​ໄປ​ໃນ​ແຜ່ນ​ດິນ​ໂລກ 6 ຊາວ​ຊີ​ໂອນ​ເອີຍ, ຈົ່ງ​ໂຮ່ຮ້ອງ ແລະ​ຮ້ອງ​ດ້ວຍ​ຄວາມ​ຊື່ນ​ບານ ເພາະ​ອົງ​ບໍ​ຣິ​ສຸ​ດ​ແຫ່ງ​ອິສ​ຣາ​ເອນ​ນັ້ນ​ກໍ​ໃຫຍ່​ຍິ່ງ​ຢູ່​ໃນ​ຫມູ່​ພວກ​ເຈົ້າ

ເອຊາຢາ 13

ພຣະ​ເຈົ້າ​ລົງ​ໂທດ​ກຸງ​ບາ​ບິໂລນ

1 ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​ກ່ຽວ​ກັບ​ບາ​ບິໂລນ ຕາມ​ຊຶ່ງ​ເອ​ຊາ​ຢາ​ບຸດ​ຊາຍ​ຂອງ​ອາ​ໂມ​ສ​ໄດ້​ເຫັນ 2 ຈົ່ງ​ຊູ​ທຸງ​ສູ້​ຮົບ​ຂຶ້ນ​ເທິງ​ພູ​ຫົວ​ໂລ້ນ ຈົ່ງ​ຮ້ອງ​ເອີ້ນ​ເຂົາ​ທັງ​ຫລາຍ ຈົ່ງ​ໂບກ​ມື​ໃຫ້​ເຂົາ​ເຂົ້າ​ໄປ​ໃນ​ປະ​ຕູ​ເມືອງຂອງ​ເຈົ້າ​ນາຍ 3 ຕົວ​ເຮົາ​ເອງ​ໄດ້​ບັນ​ຊາ​ແກ່​ຜູ້​ທີ່​ເລືອກ​ສັນ​ຂອງ​ເຮົາ​ໄດ້​ເກນ​ຊາຍ​ສະ​ກັນ​ຂອງ​ເຮົາ ໃຫ້​ຈັດ​ການ​ຕາມ​ຄວາມ​ໂກດ​ຂອງ​ເຮົາ ຄື​ຜູ້​ທີ່​ເຕັ້ນ​ໂລດ​ຢ່າງ​ພູມ​ໃຈ​ຂອງ​ເຮົາ 4 ຟັງ​ເດີ ສຽງ​ອຶງ​ອົນ​ເທິງ​ພູ ດັ່ງ​ສຽງ​ມວນ​ຊົນມະ​ຫຶມມາ ຟັງ​ເດີ ສຽງ​ອຶງ​ຄະ​ນຶງ​ຂອງ​ຣາ​ຊອາ​ນາ​ຈັກ​ທັງ​ຫລາຍ ຂອງ​ບັນ​ດາ​ປະ​ຊາ​ຊາດ​ທີ່​ຮວມ​ເຂົ້າ​ດ້ວຍ​ກັນ ພຣະ​ເຈົ້າ​ຈອມ​ໂຍ​ທາ​ກຳ​ລັງ​ຣະ​ດົມ​ພົນ​ເພື່ອ​ສົງ​ຄາມ 5 ເຂົາ​ທັງ​ຫລາຍ​ມາ​ຈາກ​ແຜ່ນ​ດິນ​ອັນ​ໄກ​ຈາກ​ສຸດ​ປາຍ​ຟ້າ​ສວັນ ພຣະຜູ້​ເປັນ​ເຈົ້າ​ແລະ​ອາ​ວຸດ​ແຫ່ງ​ ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ ເພື່ອ​ຈະ​ທຳ​ລາຍ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ 6 ຮ້ອງ​ຄວນ​ຄາງ​ດ້ວຍ​ຄວາມ​ເຈັບ​ປວດ​ສາ​ເຖີດ ເພາະ​ວັນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ມາໃກ້​ແລ້ວ ວັນ​ນັ້ນ​ຈະ​ມາ​ເປັນ​ການ​ທຳ​ລາຍ​ຈາກ​ອົງ​ຜູ້​ຊົງ​ຣິດ​ອຳ​ນາດ​ຍິ່ງ​ໃຫຍ່ 7 ເພາະ​ສັນ​ນັ້ນ​ທຸກໆ​ວັນ​ກໍ​ຈະ​ອ່ອນ​ເປັ້ຽ ແລະ​ຈິດ​ໃຈ​ຂອງ​ທຸກ​ຄົນ​ກໍ​ຈະ​ລະ​ລາຍ​ໄປ 8 ແລະ​ເຂົາ​ທັງ​ຫລາຍ​ຈະ​ຕົກ​ໃຈ​ຢ້ານ​ກົວ​ຄວາມ​ເຈັບ​ແລະ​ຄວາມ​ປວດ​ຈະ​ເກາະ​ເຂົາ ເຂົາ​ຈະ​ທຸ​ຣົນ​ທຸ​ຣາຍ​ ດັ່ງ​ຍິງ​ກຳ​ລັງ​​ເກີດ​ລູກ ເຂົາ​ຈະ​ເບິ່ງ​ຕາ​ກັນ​ຢ່າງ​ຕົກ​ຕະ​ລຶງ ຫນ້າ​ຂອງ​ເຂົາ​ແດງ​ເປັນ​ແສງ​ໄຟ 9 ເບິ່ງ​ແມ໋, ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ ດຸ​ຮ້າຍ ດ້ວຍ​ຄວາມ​ພິ​ໂຣດ​ແລະ​ຄວາມ​ໂກດ​ອັນ​ກ້ຽວ​ກາດ​ທີ່​ຈະ​ກະ​ທຳ​ໃຫ້​ແຜ່ນ​ດິນ​ໂລກ​ເປັນ​ທີ່​ຮ້າງ​ເປົ່າ ແລະ​ເພື່ອ​ຈະ​ທຳ​ລາຍ​ຄົນ​ບາບ​ຂອງ​ໂລກ​ເສັຽ​ຈາກ​ໂລກ 10 ເພາະ​ດວງ​ດາວ​ແຫ່ງ​ຟ້າສວັນ ແລະ​ຫມູ່​ດາວ​ໃນ​ນັ້ນ​ຈະ​ບໍ່​ທໍ​ແສງ​ຂອງ​ມັນ ດວງ​ອາ​ທິດ​ກໍ​ຈະ​ມືດ​ເມື່ອ​ເວ​ລາ​ຂຶ້ນ ແລະ​ດວງ​ຈັນ​ຈະ​ບໍ່ສ່ອງ​ແສງ​ຂອງ​ມັນ 11 ເຮົາ​ຈະ​ລົງ​ໂທດ​ໂລກ​ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ​ຄົນ​ອະ​ທັມ​ເພາະ​ຄວາມ​ບາບ​ຜິດ​ຂອງ​ເຂົາ ເຮົາ​ຈະ​ກະ​ທຳ​ໃຫ້​ຄວາມ​ເຍີ້​ຍິ່ງ​ຂອງ​ຄົນ​ຈອງ​ຫອງ​ສິ້ນ​ສຸດ ແລະ​ປາບ​ຄວາມ​ຍະ​ໂສ​ຂອງ​ຄົນ​ໂຫດ​ຮ້າຍ 12 ເຮົາ​ຈະ​ກະ​ທຳ​ໃຫ້​ຫາ​ຄົນ​ຍາກ ເສັຽຍິ່ງກວ່າ​ຫາ​ທອງ​ຄຳ​ ແລະ​ຫາ​ມະ​ນຸດ​ໄດ້​ຍາກ​ຍິ່ງກວ່າ​ຫາ​ທອງ​ຄຳ​ແຫ່ງ​ໂອ​ຟີ​ຣ໌ 13 ເພາະ​ສັນ​ນັ້ນ ເຮົາ​ຈະ​ກະ​ທຳ​ໃຫ້​ຟ້າ​ສວັນ​ສັ່ນ​ສະ​ເທືອນ ແລະ​ແຜ່ນ​ດິນ​ໂລກ​ຈະ​ສະ​ທ້ານ​ພັດ​ຈາກ​ທີ່​ຂອງ​ມັນ ໂດຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ຈອມ​ໂຍ​ທາ ໃນ​ວັນ​ແຫ່ງ​ຄວາມ​ໂກດ​ອັນ​ກ້ຽວ​ກາດ​ຂອງ​ພຣະ​ອົງ 14 ຄົນ​ທຸກ​ຄົນ​ຈະ​ຫັນ​ເຂົ້າ​ສູ່​ຊົນ​ຊາດ​ຂອງ​ຕົນ​ເອງ ແລະ​ຄົນ​ທຸກ​ຄົນ​ຈະ​ຫນີ​ໄປ​ຍັງ​ແຜ່ນ​ດິນ​ຂອງ​ຕົນ​ເອງ ດັ່ງ​ກວາງ​ທີ່​ຖື​ກ​ລ່າ ຫລື​ເຫມືອນ​ແກະ​ທີ່​ບໍ່​ມີ​ຜູ້​ຮວມຝູງ 15 ຖ້າເຂົາ​ພົບ​ຜູ້​ໃດ​ເຂົ້າ​ກໍ​ຈະ​ຖືກ​ແທງ​ຊອດ ແລະ​ຖ້າໃຜ​ຖືກ​ຕັບ​ກໍ​ຈະ​ລົ້ມ​ລົງ​ດ້ວຍ​ດາບ 16 ລູກຂອງ​ເຂົາ​ຈະ​ຖືກ​ຟາດ​ລົງ​ຢ່າງຍັບ​ເຍີນ​ຕໍ່​ຫນ້າ​ຕໍ່​ຕາ ເຮືອນ​ຂອງ​ເຂົາ​ຈະ​ຖືກ​ປຸ້ນ ແລະ​ເມັຽ​ຂອງ​ເຂົາ​ຈະ​ຖືກ​ຂືນ​ໃຈ 17 ເບິ່ງ​ແມ໋, ເຮົາ​ກຳ​ລັງ​ຣົບ​ເຣົ້າ​ຊາວ​ເມ​ເດ​ສ​ມາ​ສູ້​ເຂົາ ຜູ້​ຊຶ່ງ​ບໍ່​ເອົາ​ໃຈ​ໃສ່​ໃນ​ເຣື່ອງ​ເງິນ ແລະ​ບໍ່​ສົນ​ໃຈ​ໃນ​ເຣື່ອງ​ທອງ​ຄຳ 18 ຄັນ​ທະ​ນູ​ຂອງ​ເຂົາ​ຈະ​ສັງ​ຫານ​ຊາຍ​ຫນຸ່ມ ເຂົາ​ຈະ​ບໍ່​ປາ​ນີ​ຕໍ່​ຜົນ​ຂອງ​ຄັນ ນັຍ​ຕາ​ຂອງ​ເຂົາ​ຈະ​ບໍ່​ສົງ​ສານ​ເດັກ 19 ແລະ​ບາ​ບິ​ໂລນ ຊຶ່ງ​ໂອ່​ອ່າ​ໃນ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ ເມືອງ​ທີ່​ສະ​ງ່າ​ແລະ​ເປັນ​ທີ່​ພູມ​ໃຈຂອງ​ຊາວ​ເຄນ​ເດ​ອານ ຈະ​ເປັນ​ດັ່ງ​ເມືອງ​ໂຊ​ໂດມ ແລະ​ເມືອງ​ໂກ​ໂມ​ຣາ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄວ່ຳ​ມັນ​ເສັຽນັ້ນ 20 ຈະ​ບໍ່​ມີ​ໃຜ​ເຂົ້າ​ຢູ່​ໃນ​ບາບິ​ໂລນ ຫລື​ອາ​ໄສ​ຢູ່​ຕລອດ​ທຸກ​ຊົ່ວ​ຊາດ​ເຊື້ອ​ສາຍ ຄົນ​ອາ​ຣັບ​ຈະ​ບໍ່​ກາງ​ເຕັນ​ຂອງ​ເຂົາ​ທີ່​ນັ້ນ ບໍ່​ມີ​ຜູ້​ລ້ຽງ​ແກະ​ທີ່​ຈະ​ໃຫ້​ແກະ​ຂອງ​ເຂົາ​ນອນ​ລົງ​ທີ່​ນັ້ນ 21 ແຕ່​ສັດ​ປ່າ​ຈະ​ນອນ​ລົງ​ທີ່​ນັ້ນ ແລະ​ບ້ານ​ເຮືອນ​ໃນ​ນັ້ນ​ຈະ​ເຕັມ​ໄປ​ດ້ວຍ​ໂຕ​ເຈັຽ ນົກ​ກະ​ຈອກ​ເທບຈະ​ອາ​ໄສ​ຢູ່​ທີ່​ນັ້ນ ແບ້ປ່າ​ຈະ​ເຕັ້ນ​ຣຳ​ຢູ່​ທີ່​ນັ້ນ 22 ຫມາ​ໄນ​ຈະ​ເຫົ່າ​ຫອນ​ຢູ່​ໃນ​ປ້ອມ​ປາ​ສາດ​ຂອງ​ເມືອງ​ນັ້ນ ແລະ​ຫມາ​ປ່າ​ຈະ​ຢູ່​ໃນ​ວັງ​ແສນ​ສຸກ ເວ​ລາ​ຂອງ​ເມືອງ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ແລະ​ວັນ​ເວ​ລາ​ຂອງ​ມັນ​ຈະ​ບໍ່​ຍືດ​ໃຫ້​ຍາວ​ໄປ

ເອຊາຢາ 14

ການ​ເຍີ້ຍ​ຫຍັນ​ພຣະ​ຣາ​ຊາ​ບາ​ບິ​ໂລນ

1 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ມີ​ເມດ​ຕາ​ຕໍ່​ຢາ​ໂຄບ ແລະ​ຈະ​ຊົງ​ເລືອກ​ອິສ​ຣາ​ເອນອີກ ແລະ​ຈະ​ຕັ້ງ​ເຂົາ​ທັງ​ຫລາຍ​ໄວ້​ໃນ​ແຜ່ນ​ດິນ​ຂອງ​ເຂົາ ຄົນ​ຕ່າງ​ດ້າວ​ຈະ​ສົມ​ທົບ​ກັບ​ເຂົາ​ແລະ​ຕິດ​ພັນ​ຢູ່ກັບ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ 2 ແລະ​ຊົນ​ຊາດ​ທັງ​ຫລາຍ​ຈະ​ຮັບ​ເຂົາ ແລະ​ນຳ​ເຂົາ​ທັງ​ຫລາຍ​ມາ​ຍັງ​ທີ່​ຂອງ​ເຂົາ ແລະ​ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນ​ຈະ​ມີ​ກຳ​ມະ​ສິດ​ໃນ​ເຂົາ ເປັນ​ທາດ​ຊາຍ​ຍິງ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ທີ່​ຈັ​ບ​ເຂົາ​ເປັນ​ຊະ​ເລີຍ​ຈະ​ຖືກ​ເຂົາ​ຈັບ​ເປັນ​ຊະ​ເລີຍ ແລະ​ຈະ​ປົກ​ຄອງ​ຜູ້​ທີ່​ເຄີຍ​ບີບ​ບັງ​ຄັບ​ເຂົາ 3 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ໃຫ້​ເຈົ້າ​ໄດ້​ຢຸດ​ພັກ​ຈາກ​ຄວາມ​ເຈັບ​ປວດ​ຂອງ​ເຈົ້າ ແລະ​ຈາກ​ຄວາມ​ວຸ້ນ​ວາຍ​ແລະ​ຈາກ​ງານ​ຫນັກ​ຊຶ່ງ​ເຈົ້າ​ຖືກ​ບັງ​ຄັບ​ໃຫ້​ກະ​ທຳ 4 ເຈົ້າ​ຈະ​ຍົກ​ຄຳ​ເຍີ້ຍ​ຫຍັນ​ນີ້​ກ່າວ​ຕໍ່​ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ​ວ່າ, “ຜູ້​ບີບ​ບັງ​ຄັບ​ກໍ​ສ​ງົບ​ໄປ​ແລ້ວ​ຫນໍ ຄວາມ​ທະ​ລຶ່ງ​ກ້ຽວ​ກາດ​ຂອງ​ເຂົາ​ກໍ​ສ​ງົບ​ໄປ​ດ້ວຍ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຫັກ​ໄມ້​ພອງຂອງ​ຄົນ​ອະ​ທັມ ຄະ​ທາ​ຂອງ​ຜູ້​ປົກ​ຄອງ 6 ຊຶ່ງ​ຕີ​ຊົນ​ຊາດ​ທັງ​ຫລາຍ​ດ້ວຍ​ຄວາມ​ພິ​ໂຣດ ດ້ວຍ​ການ​ຕີ​ຢ່າງ​ບໍ່​ຢຸດ​ຢັ້ງ ຊຶ່ງ​ໄດ້​ປົກ​ຄອງ​ປະ​ຊາ​ຊາດ​ດ້ວຍ​ຄວາມ​ໂກດ ດ້ວຍ​ການ​ຂົ່ມ​ເຫັງ​ຢ່າງ​ທີ່​ບໍ່​ອ່ອນ​ຂໍ້ 7 ໂລກ​ທັງ​ສິ້ນ​ກໍ​ພັກ​ແລະ​ສ​ງົບ​ຢູ່ ເຂົາ​ທັງ​ຫລາຍ​ຮ້ອງ​ເພງ​ອອກ​ມາ 8 ຕົ້ນ​ໄມ້​ແປກ​ຊົມ​ຊື່ນ​ຍິນ​ດີເພາະ​ເຈົ້າ ​ຕົ້ນ​ສົນ​ແຫ່ງ​ເລ​ບາ​ນອນ​ດ້ວຍ ​ແລະ​ກ່າວ​ວ່າ, “ຕັ້ງ​ແຕ່​ເຈົ້າ​ຕົກ​ຕ່ຳ ກໍ​ບໍ່​ມີ​ຜູ້​ໂຄ່ນ​ຂຶ້ນ​ມາ​ຕໍ່​ສູ້​ເຣົາ​ແລ້ວ” 9 ແດນ​ຄົນ​ຕາຍ​ເບຶ້ອງ​ລຸ່ມ​ກໍ​ຕື່ນ​ເຕັ້ນ ເພື່ອ​ຕ້ອນ​ຮັບ​ເຈົ້າ​ເມື່ອ​ເຈົ້າ​ມາ ມັນ​ປຸກ​ໃຫ້​ຊາວ​ແດນ​ມາ​ຕ້ອນ​ຮັບ​ເຈົ້າ ຄື​ຜູ້​ຊຶ່ງ​ເຄີຍ​ເປັນ​ຜູ້​ນຳ​ຂອງ​ໂລກ ມັນ​ທຳ​ໃຫ້​ບັນ​ດາ​ຜູ້​ທີ່​ເຄີຍ​ເປັນ​ພຣະ​ຣາ​ຊາ​ແຫ່ງ​ປະ​ຊາ​ຊາດ​ທັງ​ຫລາຍ​ລຸກ​ຂຶ້ນ​ມາ​ຈາກ​ພຣະ​ທີ່​ນັ່ງ​ຂອງ​ເຂົາ 10 ທຸກ​ຄົນ​ຈະ​ເວົ້າ ແລະ​ກ່າວ​ແກ່​ເຈົ້າ​ວ່າ “ເຈົ້າ​ກໍ​ອ່ອນ​ເພັຽຢ່າງ​ເຮົາ​ດ້ວຍ ເຈົ້າ​ກາຍ​ເປັນ​ຢ່າງ​ພວກ​ເຣົາ” 11 ຄວາມ​ໂອ່​ອ່າ​ຂອງ​ເຈົ້າ​ຖືກ​ນຳ​ລົງ​ມາ​ເຖິງ​ແດນ​ຄົນ​ຕາຍ ແລະ​ສຽງ​ພິນ​ຂອງ​ເຈົ້າ ຕົວ​ຫນອນ​ຈະ​ເປັນ​ທີ່​ນອນ​ຢູ່​ໃຕ້​ຕົວ​ເຈົ້າ ແລະ​ຕົວ​ຫນອນ​ຈະ​ເປັນ​ຜ້າ​ຫົ່ມ​ຂອງ​ເຈົ້າ 12 “ໂອ ດາວ​ປະ​ຈຳ​ກາງ​ເວັນ​ເອີຍ, ພໍ່​ໂອ​ຣົດ​ແຫ່ງ​ພຣະ​ອະ​ຣຸນ ເຈົ້າ​ລົ່ນ​ລົງ​ມາ​ຈາກ​ຟ້າ​ສວັນ​ແລ້ວ ເຈົ້າ​ຖືກ​ຕັດ​ລົງ​ມາ​ຍັງ​ພື້ນ​ດິນ​ຢ່າງ​ໃດ​ຫນໍ ເຈົ້າ​ຜູ້​ກະ​ທຳ​ໃຫ້​ບັນ​ດາ​ປະ​ຊາ​ຊາດ​ຕົກ​ຕ່ຳ 13 ເຈົ້າ​ຣຳ​ພຶງ​ໃນ​ໃຈ​ຂອ​ງ​ເຈົ້າ​ວ່າ “ຂ້າ​ຈະ​ຂຶ້ນ​ໄປ​ຍັງ​ຟ້າ​ສວັນ ເຫນືອດວງ​ດາວ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ ຂ້າຈະ​ຕັ້ງ​ພຣະ​ທີ່​ນັ່ງ​ຂອ​ງ​ຂ້າໃນ​ທີ່​ສູງ​ນັ້ນ ຂ້າ​ຈະ​ນັ່ງ​ເທິງ​ຂຸນ​ເຂົາ​ຊຸມ​ນຸມ​ສະ​ຖານ​ໃນ​ທີ່​ອຸ​ດອນ​ໄກ 14 ຂ້າ​ຈະ​ຂຶ້ນ​ໄປ​ເຫນືອ​ຄວາມ​ສູງ​ຂອງ​ເມກ ຂ້າຈະ​ກະ​ທຳ​ຕົວ​ຂອງ​ຂ້າ​ເຫມືອນ​ອົງ​ຜູ້​ສູງ​ສຸດ” 15 ແຕ່​ເຈົ້າ​ຖືກ​ນຳ​ລົງ​ມາ​ສູ່​ແດນ​ຄົນ​ຕາຍ ຍັງ​ທີ່​ເລິກ​ຂອງ​ປາກ​ແດນ 16 ບັນ​ດາ​ຜູ້​ທີ່​ເຫັນ​ເຈົ້າ​ຈະ​ຈ້ອງເບິ່ງ​ເຈົ້າ ແລະ​ຈະ​ພິ​ຈາ​ຣະ​ນາ​ເຈົ້າ​ວ່າ “ຊາຍ​ຄົນນີ້​ຫລື​ທີ່​ທຳ​ໃຫ້​ໂລກ​ສັ່ນ​ສະ​ເທືອນ ຜູ້​ຂະ​ເຫຍົ່າ​ຣາ​ຊ​ອາ​ນາ​ຈັກ​ທັງ​ຫລາຍ 17 ຜູ້​ທີ່​ໄດ້​ກະ​ທຳ​ໃຫ້​ໂລກ​ເປັນ​ເຫມືອນ​ຖິ່ນ​ກັນ​ດານ ແລະ​ຄວ່ຳ​ຫົວ​ເມືອງ​ຂອງ​ໂລກ​ເສັຽ ຜູ້ບໍ່​ຍອມ​ໃຫ້​ຊະ​ເລີຍ​ກັບ​ໄປ​ບ້ານ​ຂອງ​ເຂົາ” 18 ພຣະ​ຣາ​ຊາ​ທັງ​ສິ້ນ​ຂອງ​ບັນ​ດາ​ປະ​ຊາ​ຊາດນອນ​ຢູ່​ຢ່າງ​ມີ​ກຽດ ຕ່າງ​ກໍ​ຢູ່​ໃນ​ອຸບ​ໂມງ​ຂອງ​ຕົນ 19 ແຕ່​ເຈົ້າ​ຖືກ​ແກ່ວງ​ອອກ​ໄປ ຫ່າງ​ຈາກ​ຫລຸມ​ສົ​ບ​ຂອງ​ເຈົ້າ ເປັນ​ສົບ​ທີ່​ຫນ້າ​ລັງ​ກຽດ ສວມ​ເສື້ອ​ຂອງ​ຜູ້​ທີ່​ຖືກ​ຂ້າ ຄື​ທີ່​ຖືກ​ແທງ​ດ້ວຍ​ດາບ ຊຶ່ງ​ລົງ​ໄປ​ຍັງ​ສີ​ລາ​ຂອງ​ຫລຸມ​ສົບ ເປັນ​ສົບ​ທີ່​ຖືກຢຽບ​ຢ່ຳ 20 ເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ຝັງ​ສົບ​ຮ່ວມ​ກັບ​ເຂົາ ເພາະ​ເຈົ້າ​ໄດ້​ທຳ​ລາຍ​ແຜ່ນ​ດິນ​ຂອ​ງ​ເຈົ້າ ເຈົ້າ​ໄດ້​ສັງ​ຫານ​ປະ​ຊາ​ຊົນ​ຂອງ​ເຈົ້າ “ຂໍ​ຢ່າ​ໃຫ້​ຜູ້​ໃດ​ເອີຍ​ເຖິງ​ຊື່ຂອງ​ເຊື້ອ​ວົງ​ແຫ່ງ​ຜູ້​ກະ​ທຳ​ຄວາມ​ຊົ່ວ​ອີກ​ເລີຍ 21 ຈົ່ງ​ຕຽມ​ສັງ​ຫານ​ລູກໆ​ຂອງ​ເຂົາ​ເຖີດ ເພາະ​ກັມ​ຊົ່ວ​ແຫ່ງ​ບິ​ດາ​ຂອງ​ເຂົາ ຢ້ານ​ວ່າ​ເຂົາ​ທັງ​ຫລາຍ​ຈະ​ລຸກ​ຂຶ້ນ​ເປັນ​ເຈົ້າ​ຂອງ​ໂລກ ແລະ​ກະ​ທຳ​ໃຫ້​ພື້ນ​ໂລກ​ເຕັມ​ໄປ​ດ້ວຍ​ຫົວ​ເມືອງ” 22 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ, “ເຣົາ​ຈະ​ລຸກ​ຂຶ້ນ​ສູ້​ກັບ​ເຂົາ ແລະ​ຈະ​ຕັດ​ຊື່​ກັບ​ຄົນ​ທີ່​ເຫລືອ​ຢູ່​ເສັຽ​ຈາກ​ບາ​ບິ​ໂລນ ແລະ​ຕັດ​ລູກ​ຫລານແລະ​ເຊື້ອ​ສາຍ​ເສັຽ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 23 “ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ນົກ​ເຄົ້າ​ບ້ານ ແລະ​ເປັນ​ສະ​ນ້ຳ ແລະ​ຈະ​ກວາດ​ດ້ວຍ​ໄມ້​ກວາດ​ແຫ່ງ​ການ​ທຳ​ລາຍ” ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ

ອັ​ສ​ຊີ​ເຣັຽ​ຕ້ອງ​ຖືກ​ທຳ​ລາຍ

24 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ໄດ້​ຊົງ​ປະ​ຕິ​ຍານ​ວ່າ, “ເຣົາ​ກະ​ແຜນງານ​ໄວ້​ຢ່າງ​ໃດ ກໍ​ຈະ​ເປັນ​ໄປ​ຢ່າງ​ນັ້ນ ແລະ​ເຮົາ​ໄດ້​ມຸ່ງ​ຫມາຍ​ໄວ້​ຢ່າງ​ໃດ​ກໍ​ຈະ​ເກີດ​ຂຶ້ນ​ຢ່າງ​ນັ້ນ 25 ຄື​ວ່າ​ເຮົາ​ຈະ​ຕີ​ຄົນ​ອັ​ສ​ຊີ​ເຣັຽໃນ​ແຜ່ນ​ດິນ​ຂອງ​ເຮົາ​ໃຫ້​ພິ​ນາດ​ໄປ ແລະ​ເທິງ​ພູ​ຂອງ​ເຮົາ​ຢຽບ​ຢ່ຳ​ເຂົາ​ໄວ້ ແລະ​ແອກ​ຂອງ​ເຂົາ​ນັ້ນ​ຈະ​ພາກ​ໄປ​ຈາກ​ເຂົາ​ທັງ​ຫລາຍ ແລະ​ພາ​ຣະ​ຂອງ​ເຂົາ​ນັ້ນ​ຈາກ​ບ່າ​ຂອງ​ເຂົາ​ທັງ​ຫລາຍ” 26 ນີ້​ເປັນ​ຄວາມ​ມຸ່ງ​ຫມາຍ​ທີ່​ມຸ່ງ​ຫມາຍ​ໄວ້​ກ່ຽວ​ກັບ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ ແລະ​ນີ້​ເປັນ​ພຣະ​ຫັດ​ຊຶ່ງ​ຢຽດ​ອອກ​ເຫນືອ​ບັ​ນ​ດາ​ປະ​ຊາ​ຊາດ​ທັງ​ສິ້ນ 27 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ມຸ່ງ​ໄວ້​ແລ້ວ ຜູ້​ໃດ​ຫນໍ​ຈະ​ລົບ​ລ້າງ​ເສັຽ​ໄດ້ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢຽດ​ອອກ​ແລະ​ຜູ້​ໃດ​ຈະ​ຫັນ​ໃຫ້​ກັບ​ໄດ້

ຖ້ອຍ​ຄຳ​ກ່ຽວ​ກັບ​ຟີ​ລິ​ສ​ຕິນ

28 ໃນ​ປີ​ທີ່​ກະ​ສັດ​ອາ​ຮັ​ສ​ສິ້ນ​ພຣະ​ຊົນ ຖ້ອຍ​ຄຳ​ນີ້​ມີ​ມາ​ວ່າ, 29 “ປະ​ເທດ​ຟີ​ລິ​ສ​ຕິນ​ເອີຍ, ເຈົ້າ​ທຸກ​ຄົນ​ຢ່າ​ຊົມ​ຊື່ນ​ຍິ​ນ​ດີໄປ​ເລີຍ ວ່າ​ໄມ້​ຄ້ອນ​ຊຶ່ງ​ຕີ​ເຈົ້າ​ນັ້ນ​ຫັກ​ເສັຽ​ແລ້ວ ເພາະ​ງູ​ໂຕນຶ່ງ​ຕາຍ​ໄປ ງູ​ໂຕ​ໂຫດ​ຮ້າຍ​ທີ່​ສຸດ​ກໍ​ຂຶ້ນ​ມາ​ແທນ ໄຂ່​ງູ​ຟັກ​ອອກ​ເປັນ​ໂຕ​ມັງ​ກອນ 30 ແລະ​ລູກ​ຫົວ​ປີ​ຂອງ​ຄົນ​ຍາກ​ຈົນ​ຈະ​ມີ​ອາ​ຫານ​ກິນ ແລະ​ຄົນ​ຂັດ​ສົນ​ຈະ​ນອນ​ລົງຢ່າງ​ປອດ​ພັຍ ແຕ່​ເຮົາ​ຈະ​ຂ້າ​ຮາກ​ເຫງົ້າ​ຂອງ​ເຈົ້າ​ດ້ວຍ​ການ​ອຶດ​ອາ​ຫານ ແລະ​ຄົນ​ທີ່​ເຫລືອ​ຢູ່​ຂອງ​ເຈົ້າ​ຈະ​ຖືກ​ສັງ​ຫານ​ເສັຽ 31 ປະ​ຕູ​ເມືອງ​ເອີຍ, ຈົ່ງ​ຮ້ອງ​ໄຫ້ ໂອ ເມືອງ​ເອີຍ​ ພວກ​ເຈົ້າ​ທັງ​ຫລາຍ​ຢ້ານ​ຫລາຍ​ບໍ ປະ​ເທດ​ຟີ​ລິ​ສ​ຕິນ​ເອີຍ ເຈົ້າ​ທຸກ​ຄົນ​ຈົ່ງ​ລະ​ລາຍ​ເສັຽ​ໃນ​ຄວາມ​ຢ້ານ ເພາະ​ຄວັນ​ອອກມາ​ຈາກ​ອຸ​ດອນ​ແລະບໍ່​ມີ​ລ້າ​ຫລັງ​ໃນ​ແຖວ​ຂອງ​ເຂົາ​ເລີຍ” 32 ຈະ​ຕອບ​ທູກ​ຂອງ​ປະ​ຊາ​ຊາດ​ນັ້ນ​ວ່າ​ຢ່າງ​ໃດ ກໍ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສະ​ຖາ​ປະ​ນາ​ຊີ​ໂອນ ແລະ​ຜູ້​ຖືກ​ຂົ່ມ​ໃຈ​ໃນ​ຊົນ​ຊາດ​ຂອງ​ພຣະ​ອົງ​ໄດ້​ພົບ​ທີ່​ລີ້​ພັຍ​ໃນ​ທີ່​ນັ້ນ”

ເອຊາຢາ 15

ຖ້​ອຍ​ຄຳ​ກ່ຽວ​ກັບ​ໂມ​ອາບ

1 ຖ້ອຍ​ຄຳ​ກ່ຽວ​ກັບ​ໂມ​ອາບ ເພາະ​ນະ​ຄອນ​ອາ​ຣ໌​ຖືກ​ທຳ​ລາຍ​ຮ້າງ​ໃນ​ຄືນ​ດຽວ ໂອາບ​ໄດ້​ເຖິງ​ຄວາມ​ພິ​ນາດ ເພາະ​ນະ​ຄອນ​ກີ​ຣ໌ຖືກ​ທຳ​ລາຍ​ຮ້າງ​ໃນ​ຄືນ​ດຽວ ໂມອາບ​ໄດ້​ເຖິງ​ຄວາມ​ພິ​ນາດ 2 ດີ​ໂບນ​ໄດ້​ຂຶ້ນ​ໄປ​ຍັງ​ສະ​ຖານ​ທີ່​ນະ​ມັ​ສ​ການ​ທີ່​ສູງ​ເພື່ອ​ຈະ​ຮ້ອງ​ໄຫ້ ໂມອາບ​ຄ່ຳ​ຄວນ​ເຖິງ​ເນ​ໂບ​ແລະ​ເຖິງ​ເມ​ເດ​ບາ ຫົວ​ທຸກ​ຫົວ​ກໍ​ໂລ້ນ ແລະ​ຫນວດ​ທຸກ​ຄົນ​ກໍ​ຖືກ​ແຖ 3 ເຂົາ​ນຸ່ງ​ຜ້າ​ກະ​ສອບ​ຢູ່​ໃນ​ຖນົນ​ຫົນ​ທາງ ທຸກ​ຄົນ​ຮ້ອງ​ໄຫ້​ເປັນ​ຫນັກ​ຫນາ​ທີ່​ເທິງ​ຫລັງ​ຄາ​ເຮືອນ​ແລະ​ຕາມ​ເດີ່ນ​ເມືອງ 4 ເມືອງ​ເຮສ​ໂບນ​ແລະ​ເອ​ເລ​ອາ​ເລ​ສົ່ງ​ສຽງ​ຮ້ອງ ສຽງ​ຂອງ​ເຂົາ​ໄດ້​ຍິນ​ໄປ​ເຖິງ​ເມືອງ​ຢາ​ຮັ​ສ ເຫດ​ສັນ​ນັ້ນ ຊາຍ​ທີ່​ຖື​ອາ​ວຸດ​ຂອງ​ໂມ​ອາບ​ຈຶ່ງ​ຮ້ອງ​ສຽງ​ດັງ ຈິດ​ໃຈ​ຂອງ​ເຂົາ​ສັ່ນ​ສະ​ເທືອນ 5 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຮ້ອງອອກ​ມາ​ເພື່ອ​ໂມ​ອາບ ຜູ້​ຫລົບ​ໄພ​ຂອງ​ໂມ​ອາບ​ນັ້ນ​ຫນີ​ໄປ​ຍັງ​ໂຊ​ອາ​ຣ໌ ໄປ​ຍັງ​ເອກ​ລັ​ທ​ເຊ​ລິ​ຊີ​ຢາ ເພາະ​ຕາມ​ທາງ​ຂຶ້ນ​ໄປ​ເມືອງ​ລູ​ຮິ​ທ​ເຂົາ​ຂຶ້ນ​ໄປ​ຄ່ຳ​ຄວນ ຕາມ​ຖ​ນົນ​ສູ່​ເມືອງ​ໂຮ​ໂຣ​ນາ​ອິມ ເຂົາ​ເປັ່ງ​ສຽງ​ຮ້ອງ​ເຖິງ​ການ​ທຳ​ລາຍ 6 ທານ​ນ້ຳ​ທີ່​ນິມ​ຣິມ​ກໍ​ຖືກ​ປະ​ຮ້າງ ຫຍ້າ​ກໍ​ຫ່ຽວ​ແຫ້ງ ແລະ​ຫຍ້າ​ອ່ອນ​ກໍ​ບໍ່​ງອກ ຜັກ​ສົດ​ບໍ່​ມີ​ເລີຍ 7 ເຫດ​ສັນ​ນັ້ນ​ສ່ວນ​ທີ່​ເຫລື​ອ​ຊຶ່ງ​ເຂົາ​ເກັບ​ໄດ້ ແລະ​ທີ່​ເຂົາ​ສະ​ສົມ​ໄວ້​ເຂົາ​ຂົນ​ເອົາ​ໄປ​ຂ້າມ​ລຳ​ທານ​ຕົ້ນ​ໄຄ້ 8 ເພາະ​ສຽງ​ຮ້ອງ​ໄດ້​ກະ​ຈາຍ​ໄປ​ທົ່ວ​ແຜ່ນ​ດິນ​ໂມ​ອາບ ສຽງ​ຄ່ຳ​ຄວນ​ໄປ​ເຖິງ​ເບເອີ​ເອ​ລິມ 9 ເພາະ​ນ້ຳ​ຂອງ​ເມືອງ​ດີ​ໂບນ​ມີ​ເລືອດ​ເຕັມ​ໄປ​ຫມົດ ເຖິງ​ປານ​ນັ້ນ​ເຮົາ​ຍັງ​ຈະ​ເພີ້ມ​ໄພ​ແກ່​ດີ​ໂມນອີກ ຄື​ໃຫ້​ສິງ​ສຳ​ລັບ​ຊາວ​ໂມ​ອາບ​ທີ່​ຫນີ​ໄປ ແລະ​ສຳ​ລັບ​ຄົນ​ທີ່​ເຫລືອ​ຢູ່​ໃນ​ແຜ່ນ​ດິນ

ເອຊາຢາ 16

1 ເຂົາ​ໄດ້​ສົ່ງ​ລູກ​ແກະ​ໄປ​ຍັງ​ຜູ້​ປົກ​ຄອງ​ແຜ່ນ​ດິນ ຈາກ​ເຊ​ລາ​ຕາມ​ທາງ​ຖິ່​ນ​ກັນ​ດານ​ໄປ​ຍັງ​ພູ​ແຫ່ງ​ທິ​ດາ​ຂອງ​ຊີ​ໂອນ 2 ເຫມືອນ​ນົກ​ທີ່​ກຳ​ລັງ​ບິນ​ຫນີ ຢ່າງ​ລູກ​ນົກ​ທີ່​ພັດ​ຈາກ​ຮັງ ທິ​ດາ​ຂອງ​ໂມ​ອາບ​ເປັນ​ຢ່າງ​ນັ້ນ​ ຢູ່​ຕະ​ຝັ່ງ​ແມ່​ນ້ຳ​ອາ​ຣ໌​ໂນນ 3 “ຈົ່ງ​ໃຫ້​ຄຳ​ປຶກ​ສາ ຈົ່ງ​ອໍາ​ນວຍ​ຄວາມ​ຍຸດ​ຕິ​ທັມ ຈົ່ງ​ທຳ​ຮົ່ມ​ເງົາ​ຂອງ​ທ່ານ​ເຫມືອນ​ກາງ​ຄືນ​ໃນ​ເວ​ລາ​ທ່ຽງ​ວັນ ຈົ່ງ​ຊ່ອຍ​ເຊື່ອງ​ຜູ້​ຖືກ​ຂັບ​ໄລ່ ຢ່າ​ໄດ້​ຫັກ​ຫລັງ​ຜູ້​ລີ້​ພັຍ 4 ໃຫ້​ຜູ້​ຖືກ​ຂັບ​ໄລ່​ຂອງ​ໂມ​ອາບ​ອາ​ໄສ​ຢູ່​ຖ້າມ​ກາງ​ທ່ານ ຈົ່ງ​ເປັນ​ທີ່​ກຳ​ບັງ​ພັຍ​ແກ່​ເຂົາໃຫ້​ພົ້ນ​ຈາກ​ຜູ້​ທຳ​ລາຍ ເມື່ອ​ບໍ່​ມີ​ຜູ້​ບີບ​ບັງ​ຄັບ​ແລ້ວ ແລະ​ການ​ທຳ​ລາຍ​ໄດ້​ຢຸດ​ແລ້ວ ແລະ​ເມື່ອ​ຜູ້​ຢຽບຢໍ່າ​ໄວ້​ໄດ້​ຫາຍ​ຕົວ​ໄປ​ຈາກ​ແຜ່ນ​ດິນ​ແລ້ວ 5 ພຣະ​ທີ່​ນັ່ງ​ກໍ​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ດ້ວຍ​ຄວາມ​ຮັກ​ຫມັ້ນ​ຄົງ ເທິງ​ນັ້ນ​ຈະ​ມີ​ຜູ້​ນຶ່ງ​ນັ່ງ​ຢູ່​ດ້ວຍ​ຄວາມ​ຊື່​ສັດ​ສຸ​ຈ​ຣິດ​ໃນ​ເຕັນ​ຂອງ​ດາ​ວິດ ຄື​ທ່ານ​ຜູ້​ພິ​ພາກ​ສາ​ແລະ​ສ​ແວງ​ຄວາມ​ຍຸ​ດ​ຕິ​ທັມ ແລະ​ໄວ​ໃນ​ການ​ກະ​ທຳ​ຄວາມ​ຊອບ​ທັມ” 6 ເຣົາ​ໄດ້​ຍິນ​ເຖິງ​ຄວາມ​ເຍີ້​ຍິ່ງ​ຂອງ​ໂມ​ອາບ ວ່າ​ເຂົາ​ຍິ່ງ​ອີ​ຫລີ ເຖິງ​ຄວາມ​ຈອງ​ຫອງ​ຂອງ​ເຂົາ ຄວາມ​ທະ​ລຶ່ງ​ຂອງ​ເຂົາ ການ​ໂອ້ອວດ​ຂອງ​ເຂົາ​ເປັນ​ການ​ເທັດ 7 ເຫດ​ສັນ​ນັ້ນ​ ໂມ​ອາບ​ຈະ​ຄ່ຳ​ຄວນ​ເພື່ອ​ໂມ​ອາບ ທຸກ​ຄົນ​ຈະ​ຄ່ຳ​ຄວນ ເຈົ້າ​ທັງ​ຫລາຍ​ຈະ​ໂອດ​ຄວນ​ດ້ວຍ​ທຸກ ເນຶ່ອງ​ດ້ວຍ​ຂະ​ຫນົມ​ອະ​ງຸ່ນ​ແຫ້ງ​ຂອງ​ເມືອງ​ກີ​ຣ໌​ຮາ​ເຣ​ເຊ​ທ 8 ເພາະ​ທົ່ງ​ນາ​ແຫ່ງ​ເມືອງ​ເຮສ​ໂບນ​ອ່ອນ​ຣະ​ທວ​ຍ ທັງ​ເຄືອ​ອະ​ງຸ່ນ​ຂອງ​ຊິບ​ມາ ເຈົ້າ​ນາຍ​ທັງ​ຫລາຍ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ​ໄດ້​ຕີ​ກິ່ງ​ຂອງ​ມັນ​ລົງ ຊຶ່ງ​ໄປ​ເຖິງ​ເມືອງ​ຢາ​ເຊີ ແລະ​ຈົນໄປ​ເຖິງ​ຖິ່ນ​ກັນ​ດານ ຫນໍ່​ຂອງ​ມັນ​ກໍ​ແຕກກວ້າງ​ອອກ​ໄປແລະ​ຜ່ານ​ຂ້າມ​ທະ​ເລ​ໄປ 9 ເພາະ​ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້​ກັບ​ຄົນ​ຮ້ອງ​ໄຫ້​ຂອງ​ເມືອງ​ຢາ​ເຊີ ເນຶ່ອງ​ດ້ວຍ​ເຄືອ​ອະ​ງຸ່ນ​ຂອງ​ຊິບ​ມາ ເຮສ​ໂບນ ແລະ​ເອ​ເລ​ອາ​ເລ​ເອີຍ, ຂ້າ​ພະ​ເຈົ້າ​ຈະ​ຫົດ​ເຈົ້າ​ດ້ວຍ​ນ້ຳ​ຕາ​ຂອງ​ຂ້າ​ພະ​ເຈົ້າ ເພາະ​ສຽງ​ໂຮ່​ຣ້ອງ​ຂອງ​ສົງ​ຄາມ​ໄດ້​ມາ​ເຖິງ ຜົນ​ຣະ​ດູ​ຮ້ອນ​ຂອງ​ເຈົ້າ​ແລະ​ເຖິງ​ເຂົ້າ​ທີ່​ກ່ຽວ​ເກັບ​ຂອງ​ເຈົ້າ​ແລ້ວ 10 ເຂົາ​ເອົາ​ຄວາມ​ຊື່ນ​ບານ​ແລະ​ຄວາມມ​ຍິນ​ດີ​ໄປ​ເສັຽ ຈາກ​ທີ່​ສວນ​ຫມາກ​ໄມ້ ເຂົາ​ບໍ່​ຮ້ອງ​ເພງ​ກັນ​ຕາມ​ສວນ​ອະ​ງຸ່ນ​ບໍ່​ມີ​ໃຜ​ໂຮ່​ຮ້ອງ​ຕາມ​ບໍ່​ຢ່ຳ​ອະ​ງຸ່ນບໍ່ມີ​ຄົນ​ຢ່ຳ​ໃຫ້​ເລົ້າ​ອະ​ງຸ່ນ​ອອກ ສຽງ​ເຫ່​ຢ່ຳ​ອະ​ງຸ່ນ​ງຽບ​ເສັຽ​ແລ້ວ 11 ສະ​ນັ້ນ ຈິດ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້​ເຫມືອນ​ພິນ​ເຂົາ​ຄູ່​ເພື່ອ​ໂມ​ອາບ ແລະ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຮ້ອງ​ເພື່ອ​ກີ​ຣ໌​ເຮ​ເຣ​ສ 12 ແລະ​ເມື່ອໂມ​ອາບ​ໄປ​ເຝົ້າ ເມື່ອ​ເຂົາ​ອິດ​ເມື່ອຍ​ຢູ່​ທີ່​ບ່ອນ​ນະ​ມັ​ສ​ການ​ທີ່​ສູງ​ນັ້ນ ແລະ​ເມື່ອ​ເຂົາ​ເຂົ້າ​ມາ​ໃນ​ສະ​ຖານ​ສັກ​ສິດ​ຂອງ​ເຂົາ​ເພື່ອ​ຈະ​ອ້ອນວອນ ເຂົາ​ກໍ​ຈະ​ບໍ່​ໄດ້​ຮັບ​ຜົນ 13 ນີ້​ເປັນ​ພຣະ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຕ​ຣັ​ດ​ກ່ຽວ​ກັບ​ໂມ​ອາບ​ໃນ​ອະ​ດີດ 14 ແຕ່​ບັດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ພາຍ​ໃນ​ສາມ​ປີ ຕາມ​ປີ​ຈ້າງ​ລູກ​ຈ້າງ ສັກ​ສີ​ຂອງ​ໂມ​ອາບ​ຈະ​ຖືກ​ຢຽດ​ຫຍາ​ມເຖິງມວນ​ຊົນ​ທີ່​ຫລວງ​ຫລາຍ​ຂອງ​ເຂົາ​ທັງ​ສິ້ນ​ກໍ​ດີ ແລະ​ຄົນ​ທີ່​ເຫລືອ​ຢູ່​ນັ້ນ​ກໍ​ຈະ​ນ້ອຍ​ແລະ​ຕ່າງ​ກໍ​ອ່ອນ​ເພັຽກັນ​ທັງ​ນັ້ນ”

ເອຊາຢາ 17

ຖ້ອຍ​ຄຳ​ກ່ຽວກັບ​ເມືອງ​ດາ​ມັ​ສ​ກັ​ສ

1 ຖ້ອຍ​ຄຳ​ກ່ຽວ​ກັບ​ເມືອງ​ດາ​ມັ​ສ​ກັ​ສ ເບິ່ງ​ແມ, ດາ​ມັ​ສ​ກັ​ສ​ຈະ​ຢຸດ​ບໍ່​ເປັນ​ເມືອງ​ຫລວງ ແລະ​ຈະ​ກາຍ​ເປັນ​ກອງ​ສິ່ງ​ສະ​ລັກ​ຫັກ​ພັງ 2 ຫົວ​ເມືອງ​ຂອ​ງດາ​ມັ​ສ​ກັສ​ຈະ​ຮົກ​ຮ້າງ​ເປັນ​ນິດ ຈະ​ເປັນ​ບ່ອນ​ສຳ​ລັບ​ຝູງ​ແບ້​ແກະ ຊຶ່ງ​ມັນ​ຈະ​ນອນ​ລົງ​ແລະ​ບໍ່​ມີ​ຜູ້​ໃດ​ຈະ​ໃຫ້​ມັນ​ຢ້ານ 3 ປ້ອມ​ປຣາ​ການ​ຈະ​ສູ​ນຫາຍ​ໄປ​ຈາກ​ເອ​ຟ​ຣາ​ອິມ ແລະ​ຣາ​ຊ​ອາ​ນາ​ຈັກ​ຈະ​ສູນ​ຫາຍ​ໄປ​ຈາກ​ດາ​ມັ​ສ​ກັ​ສ ແລະ​ຄົນ​ທີ່​ເຫລືອ​ຢູ່​ຂອງ​ຊີ​ເຣັຽ​ຈະ​ເປັນ​ເຫມືອນ​ສັກ​ສີ​ຂອງ​ຄົນ​ອິສ​ຣາ​ເອນ ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ກ່າ​ວ​ດັ່ງ​ນີ້​ແຫລະ 4 ແລະ​ໃນ​ວັນ​ນັ້ນ ສັກ​ສີ​ຂອງ​ຢາ​ໂຄບ​ຈະ​ຕົກ​ຕ່ຳ ແລະ​ຄວາມ​ອ້ວນ​ທີ່​ເນື້ອ​ຂອງ​ເຂົາ​ຈະ​ຊູບ​ຜອມ​ລົງ 5 ແລະ​ຈະ​ເປັນ​ເຫມືອນ​ເມື່ອ​ຄົນ​ກ່ຽວ​ເຂົ້າ ເກັບ​ກ່ຽວ​ພືດ​ເຂົ້າ​ທີ່​ຕັ້ງ​ຢູ່ ແລະ​ແຂນ​ຂອງ​ເຂົາ​ຈະ​ກ່ຽວ​ຮວງ​ເຂົ້າ​ແລະ​ເຫມືອນ​ເມື່ອ​ຄົນ​ນຶ່ງ​ເກັບ​ຮວງ​ເຂົ້າ​ໃນ​ທີ່​ລຸ່ມ​ເຣ​ຟາ​ອິມ 6 ຈະ​ມີ​ເຫລືອ​ຢູ່​ແດ່​ໃນ​ນັ້ນ​ເຫມືອນ​ຢ່າງ​ເມື່ອ​ຕີ​ກົກ​ຫມາກກອກ​ເທດ​ໃຫ້​ຫມາກ​ຫລົ່ນ ຈະ​ມີ​ເຫລືອ​ຢູ່​ທີ່​ຍອດ​ສູງ​ທີ່​ສຸດ​ສອງ​ສາມ​ຫນ່ວຍ ຫລື​ທີ່​ເຫລືອ​ເທິງ​ກິ່ງ​ໄມ້ ຫມາກ​ສີ່​ຫ້າ​ຫນ່ວຍ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ແຫລະ 7 ໃນ​ວັນ​ນັ້ນ​ຄົນ​ຈະ​ເອົາ​ໃຈ​ໃສ່​ໃນ​ພຣະ​ຜູ້​ສ້າງ​ຕົນ ແລະ​ນັຍ​ຕາ​ເຂົາ​ຈະ​ເບິ່ງ​ເຫັນ​ອົງບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ 8 ເຂົາ​ຈະ​ບໍ່​ເອົາ​ໃຈ​ໃສ່​ແທ່ນ​ບູ​ຊາ ຜົນ​ງານ​ແຫ່ງ​ມື​ຂອງ​ເຂົາ ແລະ​ເຂົາ​ຈະບໍ່​ເບິ່ງ​ສິ່ງ​ທີ່​ນິ້ວ​ຂອງ​ເຂົາ​ເອງ​ໄດ້​ກະ​ທຳ​ຂຶ້ນ ບໍ່​ວ່າ​ຈະ​ເປັນ​ອາ​ເຊຣິມ ຫລື​ແທ່ນ​ເຜົາ​ເຄື່ອງ​ຫອມ 9 ໃນ​ວັນ​ນັ້ນ​ເມືອງ​ເຂັ້ມ​ແຂງ​ຂອງ​ເຂົາ​ຈະ​ເປັນ​ເຫມືອນ​ບ່ອນຮົກ​ຮ້າງຂອງ​ຄົນ​ຮີວີ ແລະ​ຄົນ​ອາ​ໂມ​ຣິດ ຊຶ່ງ​ເຂົາ​ໄດ້​ຫ​ປະ​ໃຫ້​ຮົ​ກ​ຮ້າງ​ເພາະ​ຄົນ​ອິສ​ຣາ​ເອນ ແລະ​ຈະ​ເປັນ​ບ່ອນ​ຮົກ​ຮ້າງ 10 ເພາະ​ເຈົ້າ​ໄດ້​ຫລົງ​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຄວາມ​ລອດ​ຂອງ​ເຈົ້າ​ເສັຽ ແລະ​ບໍ່​ໄດ້​ຈົດ​ຈຳ​ອົງ​ພຣະ​ສີ​ລາ​ລີ້​ພັຍ​ຂອງ​ເຈົ້າ ແມ້​ວ່າ​ເຈົ້າ​ປູກ​ຕົ້ນ​ອະ​ພິ​ຣົມ ແລະ​ປັກ​ກິ່ງ​ແຫ່ງ​ພຣະ​ຕ່າງ​ດ້າວ​ໄວ້ 11 ແມ້​ວ່າ​ເຈົ້າ​ທໍາ​ໃຫ້​ມັນ​ງອກ​ໃນ​ວັນ​ທີ່​ເຈົ້າ​ປູກ​ມັນ ແລະ​ທຳ​ໃຫ້​ມັນ​ອອກດອກ​ໃນ​ເຊົ້າ​ຂອງວັນ​ທີ່​ເຈົ້າ​ຫວ່ານ ເຖິງ​ປານ​ນັ້ນຜົນ​ການເກັບ​ກ່ຽວ​ກໍ​ຈະ​ຫນີ​ໄປ ໃນ​ວັນ​ແຫ່ງ​ຄວາມ​ກັດ​ກຸ້ມ​ແລະ​ຄວາມ​ເຈັບ​ຢ່າງ​ຮັກ​ສາ​ບໍ່​ໄດ້ 12 ສຽງ​ກຶກ​ກ້ອງ​ຂອງ​ຊົ​ນ​ຊາດທັງ​ຫລາຍ​ເປັນ​ອັນ​ມາກ​ພາກັນ​ອົ​ລ​ຫົນ​ວຸ້ນ​ວາຍ ຄ້າຍ​ສຽງ​ອຶກ​ກະ​ທຶກ​ຂອງ​ທ້ອງ​ທະ​ເລ​ ຄ້າຍ​ສຽງຄື້ນ​ອັນ​ໃຫຍ່​ໂຕ​ມາ​ກະ​ທົບ​ກັນ 13 ຊົນ​ຊາດ​ທັງ​ຫລາ​ຍອຶກ​ກະ​ທຶກ​ເຫມືອນ​ສຽງ​ຄື້ນ​ຂອງ​ນ້ຳ​ເປັນ​ອັນ​ມາກ ແຕ່​ພຣະ​ອົງ​ຈະ​ຊົງ​ຂະ​ຫນາບໄວ້ ແລະ​ມັນ​ຈະ​ຫນີ​ໄປ​ໄກ​ເສັຽ ຖືກ​ໄລ່​ໄປ​ເຫມືອນ​ແກບ​ຕ້ອງ​ລົມ​ເທິງ​ພູ ເຫມືອນ​ພືດ​ແຫ້ງ​ປິວ​ໄປ​ຕໍ່​ຫນ້າ​ພະ​ຍຸ 14 ເບິ່ງ​ແມ໋, ພໍ​ເວ​ລາ​ຄ່ຳ ກໍ​ນຳ​ເອົາ​ຄວາມ​ສະ​ຍົດ​ສະ​ຍອງ ກ່ອນ​ຮຸ່ງ​ເຊົ້າ​ກໍບໍ່​ມີ​ເຂົາ​ທັງ​ຫລາຍ​ແລ້ວ ນີ້​ເປັນ​ສ່ວນ​ຂອງ​ບັນ​ດາ​ຜູ້​ທີ່​ຍຶດ​ຂອງ​ຂອງ​ເຮົາ ແລະ​ເປັນສ່ວນ​ຂອງ​ຜູ້​ທີ່​ປຸ້ນ​ເຮົາ

ເອຊາຢາ 18

ຖ້ອຍ​ຄຳ​ກ່ຽວ​ກັບ​ເອ​ທິ​ໂອ​ເປັຽ

1 ແຜ່ນ​ດິນ​ແຫ່ງ​ປີກ​ທີ່​ກະ​ຫຶ່ມ ຊຶ່ງ​ຢູ່​ເລີຍ​ແມ່​ນ້ຳ​ແຫ່ງ​ເອ​ທິ​ໂອ​ເປັຽ 2 ຊຶ່ງ​ສົ່ງ​ທູດ​ໄປ​ໂດຍ​ທາງ​ທະ​ເລ ໂດຍ​ເຮືອ​ກົກ​ອໍ້​ເທິງ​ນ້ຳ ເຈົ້າ​ຜູ້​ສົ່ງ​ຂ່າວ​ທີ່​ໄວໆ​ເອີຍ, ຈົ່ງ​ໄປ​ຍັງ​ປະ​ຊາ​ຊາ​ດທີ່​ຄົນ​ຮ່າງ​ສູງ​ແລະ​ກ້ຽງ ຍັງ​ປະ​ຊົ​ນ​ຊາດ​ທີ່​ເຂົາ​ຢ້ານ​ທັງ​ໃກ້​ແລະ​ໄກ ຍັງ​ປະ​ຊາ​ຊາດ​ທີ່​ເຂັ້ມ​ແຂງ​ແລະ​ມັກ​ຊະ​ນະ ຊຶ່ງ​ແຜ່ນ​ດິນຂອງ​ເຂົາ​ມີ​ແມ່​ນ້ຳ​ແບ່ງ 3 ທ່ານ​ທັງ​ປວງ​ຜູ້​ເປັນ​ຊາວ​ພິ​ພົບ ທ່ານ​ອາ​ໄສ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ເມື່ອ​ມີ​ອາ​ຍັດ​ສັນ​ຍາ​ຍົກ​ຂຶ້ນ​ເທິງ​ພູ ຈົ່ງ​ມອງ​ເບິ່ງ ເມື່ອ​ມີ​ສຽງ​ເຂົາ​ສັດ​ປ່າ ຈົ່ງ​ຟັງ 4 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ດັ່ງ​ນີ້​ວ່າ “ເຮົາ​ຈະ​ຄ່ອຍໆ​ມອງ​ຈາກ​ທີ່​ອາ​ໄສ​ຂອງ​ເຮົາ ເຫມືອນ​ຄວາມ​ຮ້ອນ​ທີ່​ກະ​ຈ່າງ​ຢູ່​ໃນ​ແສງ​ແດດ ເຫມືອນ​ຢ່າງ​ເມກ​ແຫ່ງ​ນ້ຳ​ຄ້າງ​ໃນ​ຄວາມ​ຮ້ອນ​ຂອງ​ຣະ​ດູ​ກ່ຽວ” 5 ເພາະ​ກ່ອນ​ເຖິງ​ຣະ​ດູ​ກ່ຽວ ເມື່ອດອກ​ບານ​ພົ້ນ​ໄປ​ແລ້ວ ແລະ​ດອກ​ກາຍ​ເປັນ​ຫມາກ​ອະ​ງຸ່​ນກຳ​ລັງ​ສຸກ ພຣະ​ອົງ​ຈະ​ເອົາ​​ເຫ​ລັກ​ກ່ຽວ​ຕັດ​ຍອດ​ທັງ​ຫລາຍ​ແລະ​ຕັດ​ກິ່ງ​ທັງ​ຫລາຍ​ໄປ 6 ແລະ​ເຂົາ​ທັງ​ຫລາຍ​ຈະ​ຖືກ​ຖິ້ມ​ໄວ້​ທັງ​ຫມົດ ໃຫ້​ແກ່​ແຮ້ງທີ່​ຢູ່​ເທິງ​ພູ ແລະ​ແກ່​ສັດ​ແຫ່ງ​ແຜ່ນ​ດິນ​ໂລກ ແລະ​ນົກ​ກິນ​ເຫຍື່ອ​ຈະ​ກິນ​ເສັຽ​ໃນ​ຣະ​ດູ​ຮ້ອນ ແລະ​ບັນ​ດາ​ສັດ​ທັງ​ສິ້ນ​ແຫ່ງ​ແຜ່ນ​ດິນ​ໂລກ​ຈະ​ກິນ​ເສັຽ​ໃນ​ຣະ​ດູ​ຫນາວ 7 ໃນ​ຄັ້ງ​ນັ້ນ ເຂົາ​ຈະ​ນຳ​ຂອ​ງກຳ​ນັນ​ມາ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ຈາກ​ຊົນ​ຊາດ​ທີ່​ຄົນ​ຮ່າງ​ສູງ​ແລະ​ກ້ຽງ ຈາກ​ຊົນ​ຊາດ​ທີ່​ເຂົາ​ຢ້ານ​ທັງ​ໃກ້​ແລ​ໄກ ຈາກ​ປະ​ຊາ​ຊາດ​ທີ່​ເຂັ້ມ​ແຂງ​ແລະ​ມັກ​ຊະ​ນະ ຊຶ່ງ​ແຜ່ນ​ດິນ​ຂອງ​ເຂົາ​ມີ​ແມ່​ນ້ຳ​ແບ່ງ ຍັງ​ສະ​ຖານ​ທີ່​ແຫ່ງ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ຄື​ພູຊີໂອນ

ເອຊາຢາ 19

ຖ້ອຍ​ຄຳ​ກ່ຽວ​ກັບ​ເອຢິບ

1 ຖ້ອຍ​ຄຳ​ກ່ຽວ​ກັບ​ເອ​ຢິບ ເບິ່​ງ​ແມ໋​, ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເມກ​ອັນ​ໄວໆ ແລະ​ສະ​ເດັດ​ມາ​ຍັງ​ເອ​ຢິບ ຕໍ່​ພຣະ​ພັກ​ພຣະ​ອົງ ຮູບ​ເຄົາ​ຣົບ​ແຫ່ງ​ເອຢິບ​ຈະ​ສັ່ນ​ສະ​ເທືອນ ແລະ​ໃຈ​ຂອງ​ຄົນ​ເອ​ຢິບ​ຈະ​ລະ​ລາຍ​ໄປ​ພາຍ​ໃນ​ຕົວ​ເຂົາ 2 ແລະ​ເຣົາ​ຈະ​ກວນ​ໃຫ້​ຄົນ​ເອຢິບ​ຕໍ່​ສູ້​ກັບ​ຄົນ​ເອ​ຢິບ ແລະ​ເຂົາ​ຈະ​ສູ້​ຮົບ​ກັນ ທຸກ​ຄົນ​ຮົບ​ພີ່ນ້ອງ​ຂອງ​ຕົນ ແລະ​ທຸ​ກ​ຄົນ​ຮົບ​ເພື່ອນ​ບ້ານ​ຂອງ​ຕົນ ເມືອງ​ຮົບ​ກັບ​ເມືອງ ຣາ​ຊ​ອາ​ນາ​ຈັກ​ຮົບກັບ​ຣາ​ຊ​ອາ​ນາ​ຈັກ 3 ແລະ​ຄົນ​ເອ​ຢິບ​ກໍ​ຈະ​ຈົນ​ໃຈ ແລະ​ເຣົາ​ຈະ​ກະ​ທຳ​ໃຫ້​ແຜນ​ງານ​ຂອງ​ເຂົາ​ຫຍຸ້ງ ແລະ​ເຂົາ​ຈະ​ປຶກ​ສາ​ຮູບ​ເຄົາ​ຣົບ​ແລະ​ພວກ​ຫມໍດູ ແລະ​ຄົນ​ຊົງ ແລະ​ພໍ່​ມົດ​ແມ່​ມົດ 4 ແລະ​ເຣົາ​ຈະ​ມອບ​ຄົນ​ເອ​ຢິບ​ໄວ້​ໃນ​ມື​ຂອງ​ນາຍ​ທີ່​ແຂງ​ກະ​ດ້າງ ແລະ​ພຣະ​ຣາ​ຊາ​ດຸ​ຮ້າຍຄົນ​ນຶ່ງຈະ​ປົກ​ຄອງ​ເຫນືອ​ເຂົາ ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫ​ລະ 5 ແລະ​ນ້ຳ​ຈະ​ແຫ້ງ​ໄປ​ຈາກ​ທະ​ເລ ແລະ​ແມ່​ນ້ຳ​ແຫ້ງ​ລົງ​ເລື້​ອຍໆ 6 ຄອງ​ຂອງ​ຫ້​ວຍ​ນ້ຳທັງ​ຫລາຍຈະ​ເນົ່າ​ເຫມັນ​ ແລະແຄວ​ຂອງ​ແມ່​ນ້ຳ​ນິນ​ແຫ່ງ​ເອຢິບ​ຈະລົດ​ລົງ​ແລະ​ແຫ້ງ​ໄປ ກົກ​ອໍ້​ແລະ​ກົກ​ຫຍ້າ​ຈະ​ຫ່ຽວ​ແຫ້ງ​ໄປ 7 ພືດ​ຜົນ​ທີ່​ແມ່​ນ້ຳ​ນິນ ທີ່​ແຄມ​ຝັ່ງ​ແມ່​ນ້ຳ ແລະ​ທັງ​ສິ້ນ​ທີ່​ຫວ່ານ​ລົງ​ຂ້າງ​ແມ່​ນ້ຳ​ນັ້ນ​ຈະ​ແຫ້ງ​ໄປ ຈະ​ຖືກ​ໄລ່​ໄປ​ເສັຽ​ແລະ​ບໍ່​ມີ​ອີກ 8 ຊາວ​ປະ​ມົງ​ຈະ​ຮ້ອງ​ທຸກ ຄື​ບັນ​ດາ​ຜູ້​ທີ່​ຕຶກ​ເບັດ​ໃນ​ແມ່​ນ້ຳ​ນິນ​ຈະ​ໄວ້​ທຸກ ແລະ​ຜູ້​ທີ່​ຫວ່ານ​ແຫ​ໃນ​ນ້ຳ​ຈະ​ອ່ອນ​ຣະ​ທວຍໄປ 9 ຄົນ​ງານ​ທີ່​ເຮັດ​ຜ້າ​ປ່ານ​ຈະ​ຫມົດ​ຫວັງ ທັງ​ຄົນ​ທີ່​ຕ່ຳ​ຝ່າຍ​ຂາວ​ດ້ວຍ 10 ບັນ​ດາ​ຜູ້​ທີ່​ເປັນ​ຫລັກ​ຂອງ​ແຜ່ນ​ດິນ​ຕ້ອງ​ຖືກ​ບີບ​ຄັ້ນ ແລະ​ບັນ​ດາ​ຜູ້​ທີ່​ທຳ​ງານ​ຮັບ​ຈ້າງ​ຈະ​ເສົ້າ​ໃຈ 11 ພວກ​ເຈົ້າ​ນາຍ​ແຫ່ງໂຊ​ອານ ປ່ວງ​ບ້າ ທີ່​ປຶກ​ສາ​ທີ່​ສ​ລາດ​ຂອງ​ຟາ​ຣາ​ໂອ​ໃຫ້​ຄຳ​ປຶກ​ສາ​ຢ່າງ​ໂງ່​ຈ້າ ພວກ​ເຈົ້າ​ຈະ​ເວົ້າ​ກັບ​ຟາ​ຣາ​ໂອ​ໄດ້​ຢ່າງ​ໃດ​ວ່າ “ຂ້າ​ນ້ອຍ​ເປັນ​ບຸດ​ຂອງ​ນັກ​ປາດ ເປັນ​ເຊື້ອ​ສາຍ​ຂອງ​ກະ​ສັດ​ບູ​ຮານ” 12 ນັກ​ປາດ​ຂອງ​ທ່ານ​ຢູ່​ທີ່​ໃດ ໃຫ້​ເຂົາ​ບອກ​ທ່ານ​ແລະ​ໃຫ້​ເຂົາ​ເຮັດ​ໃຫ້​ແຈ້ງ​ເບິ່ງ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ມີ​ພຣະ​ປະ​ສົງ​ສິ່ງ​ໃດ​ກັບ​ເອ​ຢິບ 13 ເຈົ້າ​ນາຍ​ແຫ່ງ​ໂຊ​ອານ​ກາຍ​ເປັນ​ຄົນ​ໂງ່ ແລະ​ເຈົ້າ​ນາຍ​ແຫ່ງ​ເມມ​ຟິ​ສ​ຖືກ​ຫລອກ​ລວງ​ແລ້ວ ບັນ​ດາ​ຜູ້​ທີ່​ເປັນ​ສີ​ລາ​ມຸມ​ເອກ​ຂອງ​ເຜົ່າ​ຂອງ​ເອ​ຢິບ​ໄດ້​ນຳ​ເອຢິບ​ໃຫ້​ຫລົງ​ໄປ 14 ພຣະ​ຜູ້​ເປັນ​ເຈົ້າ​ປົນ​ດວງ​ຈິດ​ແຫ່ງ​ຄວາມ​ຫຍຸ້ງ​ໄວ້​ໃນ​ເອ​ຢິບ ແລະ​ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ໃຫ້​ເອ​ຢິບໃຫ້​ຫລົງ​ຜິດ​ໃນ​ການ​ກະ​ທຳ​ທັງ​ສິ້ນ​ຂອງ​ມັນ ດັ່ງ​ຄົນ​ເມົາ​ໂຊ​ເຊ​ຢູ່​ເທິງ​ສິ່ງ​ທີ່​ເຂົາ​ອາ​ຈຽນ 15 ບໍ່​ມີ​ຫຍັງ​ທີ່​ຈະ​ກະ​ທຳ​ໄດ້​ເພື່ອ​ຊ່ອຍ​ເອ​ຢິບ ຊຶ່ງ​ຫົວ​ກໍ​ດີ​ຫາງ​ກໍ​ດີ ຫລື​ໃບ​ຕານ​ກໍ​ດີ ກົກ​ອໍ້​ນ້ອຍ​ກໍ​ດີ ອາດ​ຈະ​ທຳ​ໄດ້ 16 ວັນ​ນັ້ນ​ຄົນ​ເອ​ຢິບ​ຈະ​ເປັນ​ເຫມືອນ​ຜູ້​ຍິງ ສັ່ນ​ສະ​ເທືອນ​ແລະ​ຢ້ານ​ຕໍ່​ພຣະ​ຫັດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ປັດ​ແກວ່ງ​ເຫນືອ​ເຂົາ 17 ແລະ​ແຜ່ນ​ດິນ​ຢູ​ດາ​ຈະ​ເປັນ​ທີ່​ຢ້ານ​ກົວ​ແກ່​ຄົນ​ເອ​ຢິບ ເມື່ອ​ກ່າວ​ຊື່​ໃຫ້​ຄົນ​ນຶ່ງ​ຄົນ​ໃດ​ເຂົາ​ກໍ​ຢ້ານ ເພາະ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ຊຶ່ງ​ຊົງ​ປະ​ສົງ​ຕໍ່​ເຂົາ​ທັງ​ຫລາຍ 18 ໃນ​ວັນ​ນັ້ນ ຈະ​ມີ​ຫ້າ​ຫົວ​ເມືອງ​ໃນ​ແຜ່ນ​ດິນ​ເອ​ຢິບ​ຊຶ່ງ​ເວົ້າ​ພາກ​ສາ​ຂອງ​ຄົນ​ກາ​ນາ​ອານ ແລະ​ສາ​ບານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ເມືອງ​ນຶ່ງ​ເຂົາ​ຈະ​ເອີ້ນ​ວ່າ ເມືອງ​ຕາເວັນ 19 ໃນວັນ​ນັ້ນ​ຈະ​ມີ​ແທ່ນ​ບູ​ຊາ​ແທ່ນ​ນຶ່ງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຖ້າມ​ກາງ​ແຜ່ນ​ດິນ​ເອ​ຢິບ ແລະ​ມີ​ເສົາ​ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເຂດ​ແດນ 20 ຈະ​ເປັນ​ຫມາຍ​ສຳ​ຄັນ​ແລະ​ເປັນ​ພ​ຍານ​ໃນ​ແຜ່ນ​ດິນ​ເອ​ຢິບ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ເມື່​ອ​ເຂົາ​ທັງ​ຫລາຍຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເຫດ​ດ້ວຍ​ຜູ້ບີບ​ບັງ​ຄັບ​ເຂົາ ພຣະ​ອົງ​ຈະ​ຊົງ​ສົ່ງ​ຜູ້​ຊ່ອຍ​ແລະ​ຜູ້​ປ້ອງ​ກັນ​ຜູ້​ນຶ່ງ​ມາ​ໃຫ້​ເຂົາ​ຜູ້​ຈະ​ຊ່ອຍ​ກູ້​ເຂົາ​ໄວ້ 21 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສຳ​ແດງ​ພຣະ​ອົງ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ຄົນ​ເອຢິບ ແລະ​ຄົນ​ເອ​ຢິບ​ຈະ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ນັ້ນ​ແລະ​ນະ​ມັ​ສ​ການ​ດ້ວຍ​ຖວາຍ​ເຄື່ອງ​ສັກກາ​ຣະ​ບູ​ຊາ​ແລະ​ເຄື່ອງ​ຖວາຍ​ແລະ​ເຂົາ​ທັງ​ຫລາຍ​ຈະ​ບົນ​ບານ​ແລະ​ແກ້​ບົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 22 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໂຈມ​ຕີ​ເອ​ຢິບ ຊົງ​ໂຈມ​ຕີ​ໄປ​ຊົງ​ຮັກ​ສາ​ໄປ ແລະ​ເຂົາ​ທັງ​ຫລາຍ​ຈະ​ຫັນ​ກັບ​ມາ​ຫານ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຈະ​ຊົງ​ຟັງ​ຄຳ​ວິງວອນ​ຂອງ​ເຂົາ​ແລະ​ຊົງ​ຮັກ​ສາ​ເຂົາ 23 ໃນ​ວັນ​ນັ້ນ​ຈະ​ມີ​ທາງ​ຫລວງ​ຈາກ​ເອ​ຢິບ​ເຖິງ​ອັ​ສ​ຊີ​ເຣັຽ ແລະ​ຄົນ​ອັ​ສ​ຊີ​ເຣັຽ​ຈະ​ເຂົ້າ​ມາ​ຍັງ​ເອ​ຢິບ ແລະ​ຄົນ​ເອ​ຢິບ​ຍັງ​ອັ​ສ​ຊີ​ເຣັຽ 24 ໃນ​ວັນ​ນັ້ນ​ອິສ​ຣາ​ເອນ​ຈະ​ເປັນ​ທີ່​ສາມ​ກັບ​ເອ​ຢິບ​ແລະ​ກັບ​ອິສ​ຊີ​ເຣັຽ ເປັນ​ພອນ​ຖ້າມ​ກາງ​ແຜ່ນ​ດິນ​ໂລກ 25 ເປັນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ອວຍ​ພຣະ​ພອນ​ວ່າ “ເອ​ຢິ​ບຊົນ​ຊາດ​ຂອງ​ເຮົາ​ຈົ່ງ​ໄດ້​ຮັບ​ພອນ ແລະ​ອັ​ສ​ຊີ​ເຣັຽ​ຜົນ​ງານ​ແຫ່ງ​ມື​ຂອງ​ເຮົາ ແລະ​ອິສ​ຣາ​ເອນມໍ​ຣະ​ດົກ​ຂອງ​ເຮົາ”

ເອຊາຢາ 20

ອັ​ສ​ຊີ​ເຮັຽ​ຈະ​ຊະ​ນະ​ເອ​ຢິບ​ແລະ​ເອ​ທິ​ໂອ​ເປັຽ

1 ໃນ​ປີ​ທີ່​ຜູ້​ບັງ​ຄັ​ບ​ບັນ​ຊາ​ໃຫຍ່​ຜູ້​ຊຶ່ງ​ຊາຣ໌​ໂກນ ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ຊົງ​ໃຊ້​ມາ​ນັ້ນ ໄດ້​ມາ​ເຖິງ​ອັ​ສ​ໂດດ ແລະ​ໄດ້​ຕໍ່​ສູ້​ຍຶດ​ເມືອງ​ນັ້ນ​ໄດ້ 2 ໃນ​ຄັ້ງ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໂດຍ​ເອ​ຊາ​ຢາ​ບຸດ​ອາ​ໂມ​ສວ່າ, “ຈົ່ງ​ໄປ ແກ້​ຜ້າ​ກະ​ສອບ​ອອກ​ຈາກ​ບັ້ນ​ແອວຂອງ​ເຈົ້າ​ແລະ​ເອົາ​ເກີບ​ອອກ​ຈາກ​ຕີນ​ຂອງ​ເຈົ້າ” ແລະ​ທ່ານ​ກໍ​ກະ​ທຳ​ຕາມເດີນ​ເປືອຍ​ກາຍ​ແລະ​ຕີນ​ເປົ່າ 3 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເອ​ຊາ​ຢາ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເດີນ​ເປືອຍ​ກາຍ​ແລະ​ຕີນ​ເປົ່າ​ສາມ​ປີ ເປັນ​ຫມາຍ​ສຳ​ຄັນ​ແລະ​ເປັນ​ລາງ​ແກ່​ເອ​ຢິບ ​ແລະ​ແກ່​ເອ​ທິ​ໂອ​ເປັຽ​ສັນ​ໃດ 4 ເຈົ້າ​ຊີ​ວິດ​ແຫ່ງອັ​ສ​ຊີ​ເຣັຽ​ຈະ​ນຳ​ຄົນ​ເອ​ຢິບ​ໄປ​ເປັນ​ຊະ​ເລີຍ​ແລະ​ຈະ​ກວາດ​ຄົນ​ເອ​ທິ​ໂອ​ເປັຽ​ໄປ ທັງ​ຄົນ​ຫນຸ່ມ​ສາວ​ແລະ​ຄົນ​ແກ່ ເປືອຍ​ກາຍ​ແລະ​ຕີນ​ເປົ່າ ເປີດ​ກົ້ນ ເປັນ​ທີ່​ອັ​ບ​ອາຍ​ແກ່​ເອ​ຢິບ 5 ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ທໍ້​ຖອຍ​ແລະ​ອັບ​ອາຍ​ດ້ວຍ​ເຫດເອ​ທິ​ໂອ​ເປັຽ​ຄວາມ​ຫວັງ​ຂອງ​ເຂົາ ແລະ​ເອ​ຢິບ​ຄວາມ​ໂອ່ອວດຂອງ​ເຂົາ 6 ແລະ​ຊາວ​ແຜ່ນ​ດິນ​ຊາຍ​ທະ​ເລ​ນີ້​ຈະ​ກ່າວ​ໃນ​ວັນ​ນັ້ນ​ວ່າ “ເບິ່ງ​ແມ໋, ນີ້​ແຫລະ​ຜູ້​ຊຶ່ງ​ເຮົາ​ຫວັງ​ໃຈ​ແລະ​ຜູ້​ຊຶ່ງ​ເຮົາ​ຫນີ​ໄປ​ຫາ​ຄວາມ​ຊ່ອຍ​ກູ້​ໃຫ້​ພົ້ນ​ຈາກ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ ແລະ​ເຮົາ ເຣົາ​ເດ່​ຈະ​ຫນີ​ໃຫ້​ພົ້ນ​ໄດ້​ຢ່າງ​ໃດ”

ເອຊາຢາ 21

ຖ້ອຍ​ຄຳ​ກ່ຽວ​ກັບ​ຖິ່​ນ​ກັນ​ດານ​ຂອງ​ທະ​ເລ

1 ຖ້ອຍ​ຄຳ​ກ່ຽວ​ກັບ​ຖິ່ນ​ກັນ​ດານ​ຂອງ​ທະ​ເລ ເຫມືອນ​ລົມ​ບ້າ​ຫມູ​ໃນ​ເນເກັບ​ພັດ​ກ້ຽງ​ໄປ ມັນ​ຈາກ​ຖິ່ນ​ກັນ​ດານ​ຈາກ​ແຜ່ນ​ດິນ​ອັນ​ຫນ້າ​ຢ້ານ​ກົວ 2 ເຂົາ​ບອກ​ນິ​ມິດ​ທີ່​ຫ້ຽມ​ຫານ​ແກ່​ຂ້າ​ພະ​ເຈົ້າ ວ່າ​ຜູ້​ປຸ້ນ​ເຂົ້າ​ປຸ້ນ​ ຜູ້​ທຳ​ລາຍ​ເຂົ້າ​ທຳ​ລາຍ ເອ​ລາມ​ເອີຍ, ຈົ່ງ​ເຂົ້າ​ລ້ອມ ຊຶ່ງ​ມັນ​ໃຫ້​ເກີດ​ການ​ຖ​ອນ​ຫາຍ​ໃຈ​ທັງ​ສິ້ນ ເຮົາ​ໄດ້​ກະ​ທຳ​ໃຫ້​ສິ້ນ​ໄປ​ແລ້ວ 3 ເພາະ​ສະ​ນັ້ນ ບັ້ນ​ແອວ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ເຕັມ​ດ້ວຍ​ຄວາມ​ແສນ​ຣະ​ທົມ ຄວາມ​ເຈັບ​ປວດ​ທີ່​ຍິງ​ກຳ​ລັງ​ເກີດ​ລູກ ຂ້າ​ພະ​ເຈົ້າ​ຈົນ​ໃຈ​ເພາະ​ສິ່ງ​ທີ່​ໄດ້​ຍິນ ຂ້າ​ພະ​ເຈົ້າ​ທໍ້​ຖອຍ​ເພາະ​ສິ່ງ​ທີ່​ໄດ້​ເຫັນ 4 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຟຸ້ງ​ຊ່ານ​ໄປ​ຄວາມ​ຫວາດ​ສຽວ​ກະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ຢ້າ​ນ​ກົວ ແສງ​ໂພ້​ເພ້​ຊຶ່ງ​ຂ້າ​ພະ​ເຈົ້າ​ຫວັງ​ກັບ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ສັ່ນ​ສະ​ເທືອນ 5 ເຂົາ​ຕຽມ​ສຳ​ລັບ​ໄວ້ ເຂົາ​ປູ​ພົມ ເຂົາ​ກິນ ເຂົາ​ດື່ມ ເຈົ້າ​ນາຍ​ທັງ​ຫລາຍ​ເອີຍ, ຈົ່ງ​ລຸກ​ຂຶ້ນ ຕຽມ​ໂລ່​ໄວ້​ດ້ວຍ​ນ້ຳ​ມັນ 6 ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້​ວ່າ “ຈົ່ງ​ໄປ ຕັ້ງ​ຍາມ ໃຫ້ເຂົາ​ໄປ​ຮ້ອງ​ປະ​ກາດ​ສິ່ງ​ທີ່​ເຂົາ​ເຫັນ 7 ເມື່ອ​ເຂົາ​ເຫັນ​ຄົນ​ຂີ່​ມ້າ ຄື​ພົນ​ມ້າ​ເປັນ​ຄູ່ໆ ຄົນ​ຂີ່​ລໍ ຄົນ​ຂີ່​ອູດ ໃຫ້​ເຂົາ​ຟັງ​ຢ່າງ​ພິ​ນິດ​ພິ​ເຄາະເບິ່ງ​ຢ່າງ​ລະ​ມັດ​ລະ​ວັງ” 8 ແ​ລ້ວ​ຜູ້​ເຫັນ​ໄດ້​ຮ້ອງວ່າ “ຂ້າ​ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຢືນ​ຢູ່​ເທິງ​ຫໍ​ຄອຍ​ຕລອດ​ໄປ​ໃນ​ກາງ​ເວັນ ຂ້າ​ພຣະ​ອົງ​ປະ​ຈຳ​ຢູ່​ທີ່​ຕຳ​ແຫນ່ງ​ຂອງ​ຂ້າ​ພຣະ​ອົງ​ຕລອດ​ຫລາຍ​ຄືນ 9 ແລະ​ເບິ່ງ​ແມ໋, ມີ​ຄົນ​ຂີ່​ມາ ຄື​ພົນ​ມ້າ​ເປັນ​ຄູ່ໆ” ແລະ​ເຂົາ​ຕອບ​ວ່າ, “ບາ​ບິ​ໂລນ​ຫລົ່ມ​ແລ້ວ ຫລົ່ມ​ແລ້ວ” ບັນ​ດາ​ຮູບ​ເຄົາ​ຣົບ​ທັງ​ສິ້ນ​ແຫ່ງ​ພຣະ​ຂອງ​ເຂົາ ພຣະ​ອົງ​ຊົງ​ທຳ​ລາຍ​ລົງ​ເຖິງ​ພື້ນ​ດິນ” 10 ທ່ານ​ຜູ້​ຖືກນວດ​ແລະ​ຜູ້​ຖືກ​ຝັດ​ຂອງ​ຂ້າ​ເອີຍ ຂ້າ​ໄດ້​ຍິນ​ຫຍັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ຂ້າ​ ພະ​ເຈົ້າ​ກໍ​ຮ້ອງ​ປະ​ກາດ​ແກ່​ທ່ານ​ຢ່າງ​ນັ້ນ

ຖ້ອຍ​ຄຳ​ກ່ຽວ​ກັບ​ດູ​ມາ

11 ຖ້ອຍ​ຄຳ​ກ່ຽວ​ກັບ​ດູ​ມາ ມີ​ຄົນ​ນຶ່ງ​ເອີ້ນ​ຂ້າ​ພະ​ເຈົ້າ​ຈາກ​ເຊ​ອີ​ຣ໌​ວ່າ “ຄົນ​ຍາມ​ເອີຍ, ເດິກ​ປານ​ໃດ​ແລ້ວ ຄົນ​ຍາມ​ເອີຍ ເດິກ​ປານ​ໃດ​ແລ້ວ” 12 ຄົນ​ຍາມ​ຕອບ​ວ່າ, “ເຊົ້າ​ມາ​ເຖິງ ກາງ​ຄືນ​ມາ​ດ້ວຍ ຖ້າ​ຈະ​ຖາມ ກໍ​ຖາມ​ເຖີດ ຈົ່ງ​ກັບ​ມາ​ອີກ”

ຖ້ອຍ​ຄຳ​ກ່ຽວ​ກັບ​ອາ​ຣະ​ເບັຽ

13 ຖ້ອຍ​ຄໍາ​ກ່ຽວ​ກັບ​ອາ​ຣະ​ເບັຽ ໂອ​ຂະ​ບວນ​ພໍ່​ຄ້າ​ຂອງ​ຄົນ​ເດ​ດານ​ເອີຍ ເຈົ້າ​ຈະ​ພັກ​ຢູ່​ໃນ​ດົງ​ຕຶບ​ໃນ​ອາ​ຣະ​ເບັຽ 14 ຊາວ​ແຜ່ນ​ດິນ​ເຕ​ມາ​ເອີຍ, ຈົ່ງ​ເອົາ​ນ້ຳ​ມາ​ໃຫ້​ຄົນ​ຫິວ​ນ້ຳ ເອົາ​ຂະ​ຫນົມ​ມາ​ຕ້ອນ​ຮັບ​ຄົນ​ລີ້​ພັຍ 15 ເພາະ​ເຂົາ​ໄດ້ຫນີ​ຈາກ​ດາບ ຈາກ​ດາບ​ທີ່​ຊັກ​ອອກ ຈາກ​ທະ​ນູ​ທີ່​ໂກ່ງ​ຢູ່ ແລະ​ຈາກ​ສົງ​ຄາມ​ທີ່​ກະ​ຊັ້ນ​ເຂົ້າ​ມາ 16 ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້​ວ່າ “ສັກ​ສີ​ທັງ​ສິ້ນ​ຂອງ​ເກ​ດາ​ຣ໌​ຈະ​ເຖິງ​ທີ່​ສຸດ​ພາຍ​ໃນ​ປີ​ດຽວ​ຕາມ​ປີ​ຈ້າງ​ລູກ​ຈ້າ​ງ 17 ແລະ​ນັກ​ທະ​ນູ​ທີ່​ເຫລືອ​ຢູ່​ຂອງ​ທະ​ຫານ​ຜູ້​ເກັ່ງ​ທີ່​ສຸດ​ແຫ່ງ​ຊາວ​ເກ​ດາ​ຈະ​ເຫລືອ​ນ້ອຍ ເພາະ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ໄດ້​ກ່າວ​ແລ້ວ”

ເອຊາຢາ 22

ຖ້ອຍ​ຄຳ​ກ່ຽວ​ກັບ​ທີ່​ລຸ່ມ​ແຫ່ງນິ​ມິດ

1 ຖ້ອຍ​ຄຳ​ກ່ຽວ​ກັບ​ທີ່​ລຸ່ມ​ແຫ່ງ​ນິ​ມິດ​ທີ່​ເຈົ້າ​ໄດ້​ຂຶ້ນ​ໄປ ເຈົ້າ​ທຸກ​ຄົນ​ທີ່​ເທິງ​ຫລັງ​ຄາ​ເຮືອນ​ນັ້ນ ເປັນ​ເຣື່ອງ​ຫຍັງ​ກັນ? 2 ເຈົ້າ​ຜູ້​ເປັນ​ເມືອງ​ທີ່​ເຕັມ​ດ້ວຍ​ການ​ໂຮ່​ຮ້ອງ ເມືອງ​ທີ່​ອຶກ​ກະ​ທຶກ​ຄຶກ​ໂຄມ ນະ​ຄອນ​ທີ່​ເຕັ້ນ​ໂລດ ຜູ້​ທີ່​ຖືກ​ຂ້າ​ຂອງ​ເຈົ້າ​ບໍ່​ໄດ້​ຖືກ​ຂ້າ​ດ້ວຍ​ດາບ ຫລື​ຕາຍ​ໃນ​ສົງ​ຄາມ 3 ຜູ້​ຄອງ​ເມືອງ​ຂອງ​ເຈົ້າ​ທັງ​ຫມົດ​ຫນີ​ກັນ​ໄປ​ແລ້ວ ເຂົາ​ຖືກ​ຈັບ​ໄດ້​ໂດຍ​ບໍ່​ມີ​ຄັນ​ທະ​ນູ ຊາຍ​ສະ​ກັນ​ຂອງ​ເຈົ້າ​ທຸກ​ຄົ​ນ​ຖືກ​ຈັບ ແມ້​ວ່າ​ເຂົາ​ໄດ້​ຫນີ​ໄປ​ໄກ​ແລ້ວ 4 ເຫດ​ສັນ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງວ່າ “ຢ່າ​ເບິ່ງ​ຂ້າ​ພະ​ເຈົ້າ​ໃຫ້​ຂ້າ​ພະ​ເຈົ້າ​ຫລັ່ງ​ນ້ຳ​ຕາ​ຢ່າງ​ຂົ່ມ​ຂື່ນ ຢ່າ​ອຸດ​ສາ​ເລົ້າ​ໂລມ​ຂ້າ​ພະ​ເຈົ້າ​ເລີຍ ເຫດ​ດ້ວຍ​ການ​ທຳ​ລາຍ​ຊົນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ” 5 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ມີ​ວັນ​ນຶ່ງ ເປັນ​ວາ​ຣະ​ແຫ່ງ​ຄວາມ​ວຸ້ນ​ວາຍ ວາ​ຣະ​ຢຽບ​ຢ່ຳ ແລະ​ວາ​ຣະ​ຫຍຸ້ງ​ເຫຍີງ​ໃນ​ທີ່​ລຸ່ມ​ແຫ່ງ​ນິ​ມິດ ຄື​ການ​ພັງ​ກຳ​ແພງ​ລົງ ແລະ​ໂຮ່​ຮ້ອງ​ໃຫ້​ແກ່​ພູ 6 ເອ​ລາມ​ຫຍິບ​ເອົາ​ຫນ້າ​ແລະ​ລູກ​ທະ​ນູ​ຄົບ​ມື ກັບ​ຣົດ​ຮົບ​ແລະ​ພົນ​ແລະ​ພົນ​ມ້າ ແລະ​ກີ​ຣ໌​ກໍ​ມີ​ໂລ່​ຕຽມ​ໄວ້​ພ້ອມ 7 ທີ່​ລຸ່ມ​ທີ່​ດີ​ທີ່​ສຸດ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຣົດ​ຮົບ ແລະ​ພົນ​ມ້າ​ກໍ​ເຂົ້າ​ປະ​ຈຳ​ທີ່​ປະ​ຕູ​ເມືອງງ 8 ພຣະ​ອົງ​ຊົງ​ເອົາ​ສິ່ງ​ປິດ​ບັງ​ຢູ​ດາ​ໄປ​ເສັຽ​ແລ້ວ ໃນ​ວັນ​ນັ້ນ​ທ່ານ​ໄດ້ນຳ​ອາ​ວຸດ​ອອກ​ຈາກ​ສາງ 9 ໄດ້​ເຫັນ​ຊ່ອງ​ໂວ່​ແຫ່ງ​ນະ​ຄອນ​ດາ​ວິດ​ວ່າ​ມີ​ຫລາຍ​ແຫ່ງ ແລ້ວ​ທ່ານ​ທັງ​ຫລາຍ​ກໍ​ເກັບ​ນ້ຳ​ໃນ​ບໍ່​ລຸ່ມ 10 ແລະ​ທ່ານກໍ​ນັບ​ເຮືອນ​ຂອງ​ເຢ​ຣູ​ຊາ​ເລັມ ແລະ​ທ່ານ​ກໍ​ພັງ​ເຮືອນ​ມາ​ເສີມ​ກຳ​ແພງ​ເມືອງ 11 ທ່ານ​ທຳບ່ອນ​ຂັງ​ນ້ຳ​ໄວ້​ລະ​ຫວ່າງ​ກຳ​ແພງ​ທັງ​ສອງ​ເພື່ອ​ຮັບ​ນ້ຳ​ຂອງ​ສະ​ເກົ່າ ແຕ່​ທ່ານ​ບໍ່​ໄດ້​ມອງ​ເບິ່ງ​ຜູ້​ທີ່​ໄດ້​ຊົງ​ບັນ​ດານ​ເຫດ ແລະ​ບໍ່​ໄດ້​ເອົາ​ໃຈ​ໃສ່​ຜູ້​ຊົງ​ວາງ​ແຜນ​ງານ​ນີ້​ໄວ້​ນານ​ມາ​ແລ້ວ 12 ໃນ​ວັນ​ນັ້ນ ພຣະ​ຜູ້ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ເອີ້ນ​ໃຫ້​ຮ້ອງ​ໄຫ້​ແລະ​ຄ່ຳ​ຄວນ ໃຫ້​ມີ​ຫົວ​ໂລ້ນ​ແລະ​ໃຫ້​ຄາດ​ຕົວ​ດ້ວຍ​ຜ້າ​ກະ​ສອບ 13 ເບິ່​ງແມ໋, ມີ​ຄວາມ​ຊື່ນ​ບານ​ແລະ​ຄວາມ​ຍິນ​ດີ ມີ​ການ​ຂ້າ​ງົວ​ແລະ​ຂ້າ​ແກະ ມີ​ການ​ກິນ​ເນື້ອ​ແລະ​ດື່ມ​ເຫລົ້າ​ອະ​ງຸ່ນ “ໃຫ້​ເຮົາ​ກິນ​ແລະ​ດື່ມ​ເຖີດ ເພາະ​ວ່າ​ມື້​ອື່ນ​ເຮົາ​ຈະ​ຕາຍ” 14 ພຣະ​ຜູ້ເປັນ​ເຈົ້າ​ຈອມ​ໂຍ​ທາ​ໄດ້​ຊົງ​ສຳ​ແດງ​ພຣະ​ອົງ ໃນ​ຫູ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ແນ່ນອນ​ທີ່​ຈະ​ບໍ່​ລົບ​ມົນ​ທິນ​ບາບ ອັນ​ນີ້​ໃຫ້​ເຈົ້າ​ຈົນ​ກວ່າ​ເຈົ້າຈະ​ຕາຍ” ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້ 15 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ, “ໄປ​ເຖີດ ໄປ​ຫາ​ພະ​ນັກ​ງານ​ຄົນ​ນີ້ ໄປ​ຍັງ​ເຊັບ​ນາ​ຜູ້​ດູ​ແລ​ຣາ​ຊ​ສຳ​ນັກ ແລະ​ຈົ່ງ​ເວົ້າ​ກັບ​ເຂົາ​ວ່າ 16 “ເຈົ້າ​ມີ​ສິດ​ຫຍັງ​ທີ່​ນີ້ ແລະ​ເຈົ້າ​ມີ​ໃຜ​ຢູ່​ທີ່​ນີ້ ເຈົ້າ​ຈຶ່ງ​ສະ​ກັດ​ອຸບ​ໂມງ​ທີ່​ນີ້​ເພື່ອ​ຕົວ​ເຈົ້າ​ເອງ ສະ​ກັ​ດ​ໃນ​ທີ່​ສູງ ແລະ​ສ​ລັກ​ທີ່​ຢູ່​ສຳ​ລັບ​ຕົນ​ເອງ​ໃນ​ສີ​ລາ 17 ເບິ່ງ​ແມ໋, ເຈົ້າ​ຄົນ​ແຂງ​ແຮງ​ເອີຍ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ແກວ່ງ​ເຈົ້າ​ອອກ​ໄປ​ຢ່າງ​ແຮງ ພຣະ​ອົງ​ຈະ​ຈັບ​ໃຫ້​ແຫນ້ນ 18 ແລະ​ມ້ວນ​ເຈົ້າ ແລະ​ແກ​ວ່ງເຈົ້າ​ໄປ​ຢ່າງ​ຫມາກ​ບານ​ຍັງ​ແຜ່ນ​ດິນກ​ວ້າງ ເຈົ້າ​ຈະ​ຕາຍ​ທີ່​ນັ້ນ ແລະ​ທີ່​ນັ້ນ​ຈະ​ມີ​ຕົດ​ຮົບ​ອັນ​ຕະ​ການ​ຂອງ​ເຈົ້າ ເຈົ້າ​ຜູ້ເປັນ​ທີ່​ອົດ​ສູ​ແກ່​ເຮືອນ​ນາຍ​ຂອງ​ເຈົ້າ 19 ເຮົາ​ຈະ​ຜັກ​ດັນ​ເຈົ້າ​ອອກ​ໄປ​ຈາກ​ຕຳ​ແຫນ່ງ​ຂອງ​ເຈົ້າ ແລະ​ເຈົ້າ​ຈະ​ຖືກດຶງ​ລົງ​ມາ​ຈາກ​ຫນ້າ​ທີ່​ຂອງ​ເຈົ້າ 20 ໃນ​ວັນ​ນັ້ນ ເຮົາ​ຈະ​ເອີ້ນ​ຜູ້​ຮັບ​ໃຊ້​ຂອງ​ເຣົາ ຄື​ເອ​ລີ​ອາ​ກິມ ບຸດ​ຊາຍ​ຮີ​ນ​ກີ​ຢາ 21 ເຮົາ​ຈະ​ເອົາ​ເສື້ອ​ຍົດ​ຂອງ​ເຈົ້າ​ມາ​ສວ​ມ​ໃຫ້​ເຂົາ ແລະ​ຈະ​ເອົາ​ຜ້າ​ຄາດ​ຂອງ​ເຈົ້າ​ຄາດ​ເຂົາ​ໄວ້ ແລະ​ຈະ​ມອບ​ອຳ​ນາດ​ປົກ​ຄອງ​ຂອງ​ເຈົ້າ​ໄວ້​ໃນ​ມື​ຂອງ​ເຂົາ ແລະ​ເຂົາ​ຈະ​ເປັນ​ດັ່ງ​ບິ​ດາ​ແກ່​ຊາວ​ເຢ​ຣູ​ຊາ​ເລັມ ແລະ​ແກ່​ເຊື້ອ​ວົງ​ຢູ​ດາ 22 ແລະ​ເຮົາ​ຈະ​ວາງ​ລູກ​ກະ​ແຈ​ຂອງວັງ​ດາ​ວິດ​ໄວ້​ເທິງ​ບ່າ​ຂອງ​ເຂົາ ເຂົາ​ຈະ​ເປີດ​ແລະ​ບໍ່​ມີ​ຜູ້​ໃດ​ປິດ ເຂົາ​ຈະ​ປິດ​ແລະ​ບໍ່​ມີ​ຜູ້​ໃດ​ເປີດ 23 ແລະ​ເຮົາ​ຈະ​ຕອກ​ເຂົາ​ໄວ້​ເຫມືອນ​ຕອກ​ຫລັກ​ໃນ​ທີ່​ຫມັ້ນ​ຄົງ ແລະ​ເຂົາ​ຈະ​ເປັນ​ທີ່​ນັ່ງ​ມີ​ກຽດ​ແກ່​ເຊື້ອ​ວົງ​ບິ​ດາ​ຂອງ​ເຂົາ 24 ແລະ​ເຂົາ​ທັງ​ຫລາຍ​ຈະ​ແຂວນ​ໄວ້​ເທິງ​ຕົວ​ເຂົາ​ຊຶ່ງ​ນ້ຳ​ຫນັກ​ທັງ​ສິ້ນ​ຂອງ​ເຊື້ອ​ວົງ​ບິ​ດາ​ຂອງ​ເຂົາ ລູກ​ຫລານ​ຜູ້​ສືບ​ສາຍ​ພາ​ຊ​ນະ​ນ້ອຍໆ​ທຸກ​ອັນ ຕັ້ງ​ແຕ່​ຖ້ວຍ​ຈົນ​ເຖິງ​ຫມໍ້​ທັງ​ສິ້ນ 25 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ​ໃນ​ວັນ​ນັ້ນ​ຫລັກ​ທີ່​ປັກ​ແຫນ້ນ​ຢູ່​ໃນ​ທີ່​ຫມັ້ນ​ຄົງ​ຈະ​ຫລຸດ ມັນ​ຈະ​ຖືກ​ໂຄ່​ນ​ລົງ​ແລະ​ຕົກ​ລົງ​ມາ ແລະ​ພາ​ຣະ​ທີ່​ຢູ່​ເທິງ​ນັ້ນ​ຈະ​ຖືກ​ຕັດ​ອອກ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້​ແລ້ວ

ເອຊາຢາ 23

ຖ້ອຍ​ຄຳ​ກ່ຽວ​ກັບ​ເມືອງ​ຕີເຣ​ແລະ​ຊີ​ໂດນ

1 ຖ້ອຍ​ຄຳ​ກ່ຽວ​ກັບ​ເມືອງ​ຕີ​ເຣ ໂອ​ບັນ​ດາ​ກຳ​ປັ່ນ​ແຫ່ງ​ຕາ​ຣ໌​ຊິດ ຈົ່ງ​ຄ່ຳ​ຄວນ ເພາະ​ວ່າ​ເມືອງ​ນັ້ນ​ຖືກ​ທຳ​ລາຍ​ຮ້າງ​ເສັຽ​ແລ້ວ ບໍ່​ມີ​ເຮືອນ​ຫລື​ທ່າ​ຈອດ​ເຮືອ ເຜີຍ​ໃຫ້​ເຂົາ​ທັງ​ຫລາຍ​ປະ​ຈັກ​ໃນ​ແຜ່ນ​ດິນ​ໄຊ​ປຣັ​ສ 2 ໂອ​ ຊາວ​ທະ​ເລເອີຍ ຈົ່ງ​ງຽບ​ເສັຽ ເຈົ້າ​ ຊຶ່ງ​ເປັນ​ພໍ່​ຄ້າ​ແຫ່ງ​ເມືອງ​ຊີ​ໂດນ ທີ່​ຜູ້ຜ່ານ​ຂ້າມ​ທະ​ເລ​ໄປ ໄດ້​ທຳ​ໃຫ້​ເຈົ້າ​ເຕັມ​ບໍ​ຣິ​ບູນ 3 ແລະ​ຂ້າມ​ແມ່​ນ້ຳ​ມາ​ກຫລາຍ ຣາຍ​ໄດ້​ຂອງ​ເມືອງ​ນັ້ນ​ຄື​ເຂົ້າ​ເມືອງ​ຊີ​ໂຮ​ຣ໌ ເປັນ​ຜົນ​ເກັ​ບ​ກ່ຽວ​ຂອງ​ແມ່ນ້ຳ​ນິນ ເມືອງ​ນັ້ນ​ເປັນ​ພໍ່​ຄ້າ​ຂອງບັນ​ດາ​ປະ​ຊາ​ຊາດ 4 ໂອ ຊີ​ໂດນ​ເອີຍ ຈົ່ງ​ອັບ​ອາຍ​ເຖີດ ເພາະ​ທະ​ເລ​ໄດ້​ເວົ້າ​ແລ້ວ ທີ່​ກຳ​ລັງ​ເຂັ້ມ​ແຂງ​ຂອງ​ທະ​ເລ​ເວົ້າ​ວ່າ “ຂ້ອຍບໍ່​ໄດ້​ເຈັບ​ທ້ອງ​ຫລື​ຂ້ອຍບໍ່​ໄດ້​ເກີດ​ລູກ ຂ້ອຍບໍ່ໄດ້​ລ້ຽງ​ດູ​ຄົນ​ຫນຸ່ມ ຫລື​ບຳ​ຣຸງ​ລ້ຽງ​ຍິງ​ພົມ​ມະ​ຈາ​ຣີ” 5 ເມື່ອ​ເຣື່ອງ​ຣາວ​ມາ​ເຖິງ​ເອ​ຢິບ ເຂົາ​ທັງ​ຫລາຍ​ຈະ​ແສນ​ຣະ​ທົມ​ຢູ່​ດ້ວຍ​ເຣື່ອງ​ຣາວ​ເມືອງ​ຕີ​ເຣ 6 ຈົ່ງ​ຂ້າມ​ໄປ​ຍັງ​ຕາ​ຣ໌​ຊິດ​ເຖີດ ໂອ ຊາວ​ທະ​ເລ​ເອີຍ ຈົ່ງ​ຄ່ຳ​ຄວນ 7 ນີ້​ເປັນ​ເມືອງ​ທີ່​ສ​ນຸກ​ສ​ນານ​ຂອງ​ເຈົ້າ​ທັງ​ຫລາຍ​ຫລື ຊຶ່ງ​ກຳ​ເນີດ​ມາ​ແຕ່​ການ​ໂບ​ຮານ ຊຶ່ງ​ຕີນ​ໄດ້​ພາ​ມັນ​ໄປ ຕັ້ງ​ຢູ່​ໄກ 8 ຜູ້​ໃດ​ໄດ້​ມຸ່ງ​ຫມາຍ​ໄວ້​ເຊັ່ນ​ນີ້ ຕໍ່​ເມືອງ​ຕີ​ເຣ ຜູ້​ໃຫ້​ມົງ​ກຸດ ຊຶ່ງບັນ​ດາ​ພໍ່​ຄ້າ​ຂອງ​ມັນ​ເປັນ​ເຈົ້າ​ນາຍ ຊຶ່ງ​ພວກ​ນາຍ​ຫ້າງຂອງ​ມັນ​ເປັນ​ຄົນ​ມີ​ກຽດ​ຂອງ​ໂລກ 9 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ມຸ່ງ​ຫມາຍ​ໄວ້ ເພື່ອ​ຈະ​ຫລູ່​ກຽດ​ຂອງ​ຜູ້​ມີ​ກຽດ​ທັງ​ສິ້ນ​ໃນ​ແຜ່ນ​ດິນ​ໂລກ 10 ໂອ​ ທິ​ດາ​ແຫ່ງ​ຕາ​ຣ໌​ຊິດ​ເອີຍ ຈົ່ງ​ຖ້ວມ​ແຜ່ນ​ດິນ​ຂອງ​ເຈົ້າ​ເຫມືອນ​ແມ່​ນ້ຳ​ນິນ ບໍ່​ມີ​ສິ່ງ​ຂັດ​ຂວາງ​ໃດໆ​ອີກ​ແລ້ວ 11 ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ເຫນືອ​ທະ​ເລ ພຣະ​ອົງ​ຊົງ​ສັ່ນ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນຊາ​ກ່ຽວ​ກັບ​ເຣື່ອງ​ກາ​ນາ​ອານ ເພື່ອ​ຈະ​ທຳ​ລາຍ​ທີ່​ກຳ​ບັງເຂັ້ມ​ແຂງ​ຂອງ​ມັນ​ເສັຽ 12 ແລະ​ພຣະ​ອົງ​ກ່າວ​ວ່າ “ໂອ ທິ​ດາພົມ​ມະ​ຈາ​ຣີ​ຜູ​ຖຶກບີບ​ບັງ​ຄັບ​ແຫ່ງ​ຊີ​ໂດນ​ເອີຍ ເຈົ້າ​ຈະ​ບໍ່​ລິງ​ໂລດ​ຕໍ່​ໄປ​ອີກ ຈົ່ງ​ລຸກ​ຂຶ້ນ​ຂ້າມ​ໄປ​ໄຊ​ປ​ຣັ​ສ​ເຖີດ ເຖິງວ່າ​ທີ່​ນັ້ນ​ເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມ​ສ​ງົບ” 13 ຈົ່ງ​ເບິ່ງ​ແຜ່ນ​ດິນ​ແຫ່ງ​ຄົນ​ຄັນ​ເດ​ອານ​ເຖີດ ເປັນ​ຊົນ​ຊາດ​ນີ້ ບໍ່​ແມ່ນ​ອັ​ສ​ຊີ​ເຣັຽ ເຂົາ​ລິ​ຂິດ​ໃຫ້​ຕີ​ເຣ​ເປັນ​ບ່ອນ​ສັດ​ປ່າ​ຢູ່ ເຂົາ​ໄດ້​ກໍ່​ຫໍ​ຄອຍ​ຂອງ​ເຂົາ​ຂຶ້ນ ເຂົາ​ທະ​ລາຍ​ວັງ​ທັງ​ຫລາຍ​ຂອ​ງມັນ​ລົງ ເຂົາ​ກະ​ທຳ​ໃຫ້​ມັນ​ເປັນ​ບ່ອນ​ຮົກ​ຮ້າງ​ເພພັງ 14 ໂອ ບັນ​ດາ​ກຳ​ປັ່ນ​ແຫ່ງ​ຕາ​ຣ໌​ຊິດ​ເອີຍ ຈົ່ງ​ຄ່ຳ​ຄວນ​ເຖີດ ເພາະ​ວ່າ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ເຈົ້າ​ຖືກ​ຮົກ​ຮ້າງ​ເສັຽ​ແລ້ວ 15 ໃນ​ເວ​ລາ​ນັ້ນ ເຂົາ​ຈະ​ລືມ​ເມືອງ​ຕີ​ເຣ​ເຈັດ​ສິບ​ປີ ຢ່າງ​ກັບ​ອາ​ຍຸ​ຂອງ​ພຣະ​ຣາ​ຊາ​ອົງ​ດຽວ ພໍ​ຄົບເຈັດ​ສິບ​ປີ ກໍ​ຈະ​ບັງ​ເກີດ​ແກ່​ຕີ​ເຣ​ຢ່າງ​ເພງ​ຂອງ​ຍິງ​ແພດ​ສະ​ຍາ​ວ່າ, 16 “ໂອ ຍິງແພດ​ສະ​ຍາ​ທີ່​ເຂົາ​ລືມ​ແລ້ວ​ເອີຍ ຈົ່ງ​ຈັບ​ພິນ​ເດີນ​ໄປ​ທົ່ວ​ເມືອງ ຈົ່ງບັນ​ເລງ​ເພງ​ໄພ​ເຣາະ ຮ້ອງ​ເພງ​ຫລາຍໆ​ບົດ​ເພື່ອ​ເຂົາ​ຈະ​ລະ​ນຶກ​ເຖິງ​ເຈົ້າໄດ້” 17 ເມື່ອ​ເຈັດ​ສິບ​ປີ​ນັ້ນ​ຫມົດ​ໄປ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຢ້ຽມ​ເຍືອນ​ເມືອງ​ຕີ​ເຣ ແລະ​ເມືອງ​ນັ້ນ​ຈະ​ກັບ​ໄປ​ຮັບ​ຈ້າງ​ໃຫມ່ ແລະ​ຈະ​ຫລິ້ນ​ຊູ້​ກັບ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ທັງ​ສິ້ນ​ເທິງ​ພື້ນ​ໂລກ 18 ສິນ​ຄ້າ​ຂອງ​ມັນ​ແລະ​ສິນ​ຈ້າງ​ຂອງ​ມັນ​ຈະ​ເປັນ​ຂອງ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຈະ​ບໍ່​ສະ​ສົມ​ໄວ້​ຫລືເກັບ​ໄວ້​ຊື່ໆ ແຕ່​ສິນ​ຄ້າ​ ຂອ​ງມັນ​ຈະ​ອຳ​ນວຍ​ອາ​ຫານ​ອຸ​ດົມ​ແລະ​ເຄື່ອງ​ນຸ່ງ​ງາມ​ແກ່​ບັນ​ດາ​ຜູ້​ທີ່​ຢູ່​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ

ເອຊາຢາ 24

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພິ​ພາກ​ສາ​ເຫນືອ​ໂລກ

1 ເບິ່ງ​ແມ໋, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປະ​ໂລກ​ນີ້​ໃຫ້​ເປົ່າ​ປ່ຽວ ແລະ​ຊົງ​ກະ​ທຳ​ໃຫ້​ຮ້າງ​ເປົ່າ ແລະ​ພຣະ​ອົງ​ຈະ​ຊົງ​ບິດ​ພື້ນ​ໂລກ​ແລະ​ກະ​ຈາຍ​ຜູ້​ອາ​ໄສ​ຂອງ​ມັນ 2 ແລະ​ຈະ​ເປັນ​ຢ່າງ​ນັ້ນ​ຕໍ່​ປະ​ໂຣ​ຫິດ​ຢ່າງ​ເປັນ​ກັບ​ປະ​ຊາ​ຊົນ ຕໍ່​ນາຍ​ຂອງ​ເຂົາ​ຢ່າງ​ເປັນ​ກັບ​ທາດ ຕໍ່​ນາຍ​ຜູ້​ຍິງ​ຂອງ​ເຂົາ​ຢ່າງ​ເປັນ​ກັບ​ສາວ​ໃຊ້ ຕໍ່​ຜູ້​ຊາຍ​ຢ່າງ​ເປັນ​ກັບ​ຜູ້​ຊື້ ຕໍ່​ຜູ້​ຢືມ​ຢ່າງ​ເປັນ​ກັບ​ຜູ້​ໃຫ້​ຢືມ ຕໍ່​ລູກ​ຫນີ້​ຢ່າງ​ເປັນ​ກັບ​ເຈົ້າ​ຫນີ້ 3 ໂລກ​ຈະ​ຖືກ​ປະ​ຮ້າງ​ຢ່າງ​ສິ້ນ​ເຊີງ ແລະ​ຖືກ​ປຸ້ນ​ຫມົດ​ສິ້ນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕ​ຣັ​ດ​ຄວາມ​ນີ້​ແລ້ວ 4 ໂລກ​ກໍ​ໄວ້​ທຸກ​ແລະ​ຫ່ຽວ​ແຫ້ງ​ໄປ ພິ​ພົບ​ກໍ​ອ່ອນ​ຣະ​ທວຍແລະ​ຫ່ຽວ​ແຫ້ງ ຄົນ​ສູງ​ສັກ​ຂອງ​ໂລກ​ກໍ​ອ່ອນ​ຣະ​ທວຍ​ໄປ 5 ໂລກ​ນີ້​ມີ​ຣາ​ຄີ​ເພາະ​ຜູ້​ອາ​ໄສ​ໃນ​ນັ້ນ ເພາະ​ເຂົາ​ທັງ​ຫລາຍ​ລະ​ເມີດ​ຕໍ່​ບົດ​ບັນ​ຍັດ ໄດ້​ຝ່າ​ຝືນ​ກົດ​ເກນ ໄດ້​ຫັກ​ຄຳ​ຫມັ້ນ​ສັນ​ຍາ​ນິ​ຣັນ​ດອນ​ນັ້ນ 6 ເຫດ​ສັນ​ນັ້ນ ຄໍາ​ສາ​ປ​ກໍ​ກືນ​ໂລກ ແລະ​ຜູ້​ທີ່​ອາ​ໄສ​ໃນ​ນັ້ນ​ກໍ​ມີ​ກັມ​ຊົ່ວ ເຫດ​ສັນ​ນັ້ນ ຜູ້​ອາ​ໄສ​ຂອງ​ໂລກ​ຈຶ່ງ​ຖືກ​ເຜົາ​ຜານ ມີ​ຄົນ​ເຫລືອ​ຫນ້ອຍ 7 ເຫລົ້າ​ອະ​ງຸ່ນ​ກໍ​ໄວ້​ທຸກ ເຄືອ​ອະ​ງຸ່ນ​ກໍ​ອ່ອນ​ຣະ​ທວຍ ຈິດ​ໃຈ​ທີ່​ເບີກ​ບານ​ທັງ​ປວງ​ກໍ​ຖອນ​ຫາຍ​ໃຈ 8 ສຽງ​ສ​ນຸກ​ສ​ນານ​ຂອງ​ຣຳ​ມະ​ນາ​ກໍ​ງຽ​ບ​ ສຽງ​ຂອງ​ຜູ້​ເບີກ​ບານ​ກໍ​ຢຸດ​ເສັຽ ສຽງ​ສ​ນຸກ​ສ​ນານ​ຂອງ​ພິນ​ເຂົາ​ຄູ່​ກໍ​ງຽບ 9 ເຂົາ​ບໍ່​ດື່ມ​ເຫລົ້າ​ອະ​ງຸ່ນ​ພ້ອມ​ກັບ​ການ​ຮ້ອງ​ເພງ​ອີກ ເມ​ຣັຍ​ກໍ​ເປັນ​ຂອງ​ຂົມ​ແກ່​ຜູ້​ທີ່​ດື່ມ 10 ເມືອງ​ທີ່ສັບ​ສົນ​ວຸ້ນ​ວາຍ​ແຕກຫັກ​ເສັຽ​ແລ້ວ ບ້ານ​ທຸກ​ຫລັງ​ກໍ​ປິດ​ຫມົດ​ບໍ່​ໃຫ້​ໃຜ​ເຂົ້າ​ໄປ 11 ມີ​ສຽງ​ຮ້ອງ​ທີ່ກາງ​ຖ​ນົນ​ດ້ວຍ​ເຣື່ອງ​ເຫລົ້າ​ອະ​ງຸ່ນ ຄວາມ​ຊື່ນບານ​ທັງ​ສິ້ນກໍ​ເຍືອກ​ເຢັນ​ລົງ​ແລ້ວ ຄວາມ​ຍິນ​ດີ​ຂອງ​ແຜ່ນ​ດິນ​ກໍ​ຫາຍ​ສູນ​ໄປ 12 ເຫລືອ​ຄວາມ​ວ່າງ​ເປົ່າ​ຢູ່​ໃນ​ເມືອງ ປະ​ຕູ​ເມືອງ​ກໍ​ຖືກ​ທຸບ​ທຳ​ລາຍ 13 ເພາະ​ຈະ​ເປັນ​ເຊັ່ນ​ນີ້​ຢູ່​ຖ້າມ​ກາ​ງໂລກ ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ ຢ່າງ​ກັບ​ເມື່ອ​ກົກ​ຫມາກກອກ​ເທດ​ຖືກ​ຂະ​ເຫຍົ່າ ຢ່າງ​ເມື່ອ​ການ​ເກັບ​ເລັມ​ຕາມ​ເຄືອອະ​ງຸ່ນ​ສີ້ນສຸດ​ລົງ 14 ເຂົາທັງ​ຫລາຍ​ເປັ່ງ​ສຽງ​ຂອງ​ເຂົາ​ຂຶ້ນ ເຂົາ​ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ ເຂົາ​ໂຮ່​ຮ້ອງ​ຈາກ​ຕາ​ເວັນ​ຕົກ​ສ​ລອງ ຄວາມ​ໂອ່​ອ່າ​ຕະ​ການ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 15 ເພາະ​ສະ​ນັ້ນ​ໃນ​ທາງ​ຕາເວັນ​ອອກ​ຈົ່ງ​ຖວາຍ​ພຣະ​ສະງ່າ​ຣາ​ສີ​ແກ່​ພຣະ​ຜູ້​ເປັນ​ເຈົ້າ ໃນ​ແຜ່ນ​ດິນ​ຊາຍ​ທະ​ເລ ຖວາຍ​ແດ່​ພຣະ​ນາມ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ 16 ຕັ້ງ​ແຕ່​ທີ່​ສຸດ​ປາຍ​ໂລກ​ເຮົາ​ໄດ້​ຍິນ​ສຽງ​ເພງສັຣເສີນ ວ່າ​ສັກ​ສີ​ຈົ່ງ​ມີ​ແກ່​ຜູ້​ຊອບ​ທັມ ແຕ່​ຂ້າ​ພະ​ເຈົ້າ​ວ່າ “ຂ້າ​ພະ​ເຈົ້າ​ກໍ​ຜ່າຍ​ຜອມ ຂ້າ​ພະ​ເຈົ້າ​ຜ່າຍ​ຜອມ ວິ​ບັດ​ແກ່​ຂ້າ​ພະ​ເຈົ້າ ເພາະ​ຄົນ​ທໍ​ຣະ​ຍົດ​ປະ​ພຶດ​ຢ່າງ​ທໍ​ຣະ​ຍົດ ຄົນ​ທໍ​ຣະ​ຍົດ​ແຮງປະ​ພຶ​ດຢ່າງຊົ່ວ​ຮ້າຍ​ຫລາຍ​ຂຶ້ນ” 17 ໂອ ຊາວ​ແຜ່ນ​ດິນ​ໂລກ​ເອີຍ ຄວາມ​ສະ​ຍົດ​ສຍອງ​ແລະ​ຫລຸມ​ພາງ​ແລະ​ກັບ​ກໍ​ມາ​ທັນ​ເຈົ້າ​ແລ້ວ 18 ຜູ້ໃດ​ຫນີ​ເມື່ອ​ໄດ້​ຍິນ​ສຽງ​ຄວາມ​ສະ​ຍົດ​ສຍອງ​ນັ້ນ​ຈະ​ຕົກ​ໃນ​ຫລຸມ​ພາງ ແລະ​ຜູ້​ທີ່​ປີນ​ອອກ​ມາ​ຈາກຫລຸມ​ພາງ​ກໍ​ຈະ​ຕິດກັບ ເພາະ​ວ່າ​ຫນ້າ​ຕ່າງ​ຂອງ​ຟ້າ​ສວັນ​ກໍ​ຖືກ​ເປີດ ແລະ​ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ​ກໍ​ຫວັ່ນ​ໄຫວ 19 ໂລກ​ແຕກ​ສ​ລາຍ​ສິ້ນ​ເຊີງ​ແລ້ວ ໂລກ​ແຕກ​ເປັນ​ປ່ຽງໆ ໂລກ​ຖືກ​ສັ່ນຢ່າງ​ຮຸນ​ແຮງ 20 ໂລກ​ກໍ​ຊວນ​ເຊໄປ​ຢ່າງ​ຄົນ​ເມົາເຫ​ລົ້າ ຫລື​ໂຢກ​ເຢກ​ດັ່ງ​ຕູບ​ໄມ້​ໃນ​ຖ້າມ​ກາງ​ພະ​ຍຸ​ຮ້າຍ ການ​ທໍ​ຣະ​ຍົດ​ຂອງ​ໂລກ​ຫນັກ​ຢູ່​ເທິງ​ມັນ ແລະ​ມັນ​ລົ້ມ​ແລະ​ຈະ​ບໍ່​ລຸກ​ອີກ 21 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ລົງ​ໂທດ​ບໍ​ຣິ​ວານ​ຂອງ​ຟ້າສວັນ ​ໃນ​ຟ້າ​ສວັນ ແລະ​ບັນ​ດາ​ພຣະ​ຣາ​ຊາ​ຂອງແຜ່ນ​ດິນ​ໂລກ ໃນ​ແຜ່ນ​ດິນ​ໂລກ 22 ເຂົາ​ທັງ​ຫລາຍ​ຈະ​ຖືກ​ຮວບ​ຮວມ​ໄວ້​ດ້ວຍ​ກັນ ດັ່ງ​ນັກ​ໂທດ​ໃນຄຸກ​ມືດ ເຂົາ​ທັງ​ຫລາຍ​ຈະ​ຖືກ​ກັກ​ຂັງ​ໄວ້​ໃນ​ຄຸກ ແລະ​ຕໍ່​ມາ​ຫ​ລາຍ​ວັນ​ເຂົາ​ຈຶ່ງ​ຈະ​ຖືກ​ລົງ​ໂທດ 23 ແ​ລ້ວດວງ​ຈັນ​ຈະ​ອົດ​ສູ ແລະ​ດວງ​ຕາ​ເວັນ​ຈະ​ອັບ​ອາຍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈະ​ຊົງ​ຣາ​ຊ ເທິງ​ພູ​ຊີ​ໂອນ​ແລະ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ພຣະ​ສະ​ງ່າ​ຣາ​ສີ​ຈະ​ປາ​ກົດ​ຕໍ່​ຫ​ນ້າ​ພວກ​ຜູ້​ໃຫຍ່​ຂອງ​ພຣະ​ອົງ

ເອຊາຢາ 25

ບົດ​ເພງ​ແຫ່ງ​ການ​ສັຣ​ເສີນ

1 ຂ້າ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຍໍ​ພຣະ​ກຽດ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ອັດ​ສະ​ຈັນ ຕາມ​ແຜນ​ງານ​ທີ່​ຊົງ​ດຳ​ຣິ​ໄວ້​ດົນ​ນານ​ມາ​ແລ້ວ ອັນ​ຫມັ້ນ​ຄົງ​ແລະ​ແນ່​ນອນ 2 ເພາະ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ເມືອງ​ເປັນ​ກອງ​ຂີ້​ເຫຍື້ອ ເມືອງ​ມີ​ປ້ອມ​ເປັນ​ບ່ອນ​ສ​ລັກ​ຫັກ​ພັງ ວັງ​ຂອງ​ຊົນ​ຕ່າງ​ດ້າວ​ບໍ່​ເປັນ​ເມືອງ​ຕໍ່​ໄປ​ອີກ ຈະບໍ່​ກໍ່​ສ້າງ​ຂຶ້ນ​ອີກ​ເລີຍ 3 ເພາະ​ສະ​ນັ້ນ ປະ​ຊາ​ຊາດ​ທີ່​ແຂງ​ແຮງ​ຈະ​ສັຣ​ເສີນພຣະ​ອົງ ຫົວ​ເມືອງຂອງ​ບັນ​ດາ​ປະ​ຊາ​ຊາດ​ທີ່​ທາຣຸນ​ຈະ​ຢ້ານ​ກົວ​ພຣະ​ອົງ 4 ເພາະ​ພຣະ​ອົງ​ໄດ້​ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ຄົນ​ຍາກ​ຈົນ ຊົງ​ເປັ​ນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ຄົນ​ຂັດ​ສົນ​ເມື່ອ​ເຂົາ​ທຸກ​ໃຈ ຊົງ​ເປັນ​ທີ່​ກຳ​ບັງ​ຈາກ​ພະ​ຍຸ​ແລະ​ເປັນ​ຮົ່ມ​ກັນ​ຄວາມ​ຮ້ອນ ເພາະ​ລົມ​ຂອງ​ຜູ້​ທີ່​ທາ​ຣຸນ​ກໍ​ເຫມືອນ​ພະ​ຍຸ​ພັດ​ກຳ​ແພງ 5 ເຫມືອນ​ຄວາມ​ຮ້ອນ​ໃນ​ທີ່​ແຫ້ງ ພຣະ​ອົງ​ຊົງ​ລະ​ງັບ​ສຽງ​ຂອງ​ຄົນ​ຕ່າງ​ດ້າວ ຮົ່ມ​ເມກ​ລະ​ງັບ​ຄວາມ​ຮ້ອນ​ສັນ​ໃດ​ ສຽງ​ເພງ​ຂອງ​ຜູ້​ທາ​ຣຸນກໍ​ງຽບ​ໄປ​ສັນ​ນັ້ນ 6 ເທິງ​ພູ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈະ​ຊົງ​ຈັດ​ງານ​ລ້ຽງ​ສຳ​ລັບ​ບັນ​ດາ​ປະ​ຊາ​ຊາດ​ທັງ​ຫລາຍ ຄື​ການ​ກິນ​ລ້ຽງ​ໃຫຍ່​ທີ່​ມີ​ອາ​ຫານບໍ​ຣິ​ບູນ​ທີ່​ສຸດ​ແລະ​ມີ​ເຫລົ້າ​ອະ​ງຸ່ນ​ທີ່​ດີ​ເລີດ 7 ແລະ​ເທິງ​ພູນີ້ ພຣະ​ອົງ​ຈະ​ຊົງທຳ​ລາຍ​ຜ້າ​ຄຸມ​ຫນ້າ​ຊຶ່ງ​ຄຸມ​ຫນ້າ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ ແລະ​ຜ້າ​ກັ້ງ​ຊຶ່ງ​ກາງ​ຢູ່​ເຫນືອ​ບັນ​ດາ​ປະ​ຊາ​ຊາດ 8 ພຣະ​ອົງ​ຈະ​ຊົງ​ກືນ​ຄວາມ​ຕາຍ​ເສັຽ​ເປັນ​ນິດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເຊັດ​ນ້ຳ​ຕາ​ຈາກ​ຫນ້າ​ທັງ​ປວງ ແລະ​ພຣະ​ອົງ​ຈະ​ຊົງ​ເອົາ​ການ​ຫລົບ​ລູ່​ຊົນ​ຊາດ​ຂອງ​ພຣະ​ອົງ​ໄປ​ເສັຽ​ຈາກ​ທົ່ວ​ແຜ່ນ​ດິນ​ໂລກ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ແລ້ວ 9 ໃນ​ວັນ​ນັ້ນ ເຂົາ​ຈະ​ກ່າວກັນ​ວ່າ “ນີ້​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ເຮົາ​ໄດ້​ລໍ​ຄອຍ​ພຣະ​ອົງ ເພື່ອ​ວ່າ​ພຣະ​ອົງ​ຈະ​ຊົງ​ຊ່ອຍ​ເຮົາ​ໃຫ້​ລອດ ນີ້​ຄື​ພຣະ​ຜູ້​ເປັນ​ເຈົ້າ ເຮົາໄດ້​ລໍ​ຄອຍ​ພຣະ​ອົງ​ໃຫ້​ເຮົາ​ຍິນ​ດີ​ແລະ​ຊົມ​ຊື່ນ​ຍິ​ນ​ດີໃນ​ຄວາມ​ລອດ​ຂອງ​ພຣະ​ອົງ” 10 ເພາະ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພັກ​ຢູ່​ເທິງ​ພູ​ນີ້ ແລະ​ໂມ​ອາບ​ຈະ​ຖືກ​ຢຽບ​ຢ່ຳ​ລົງ​ໃນ​ບ່ອນ​ຂອງ​ເຂົາ​ເຫມືອນ​ຢຽບ​ຢ່ຳ​ເຟືອງ​ລົງ​ໃນ​ຫລຸມ​ມູນ​ສັດ 11 ແລະ​ເຖິງ​ເຂົາ​ຈະ​ກາງ​ມື​ຂອງ​ເຂົາ​ຖ້າມ​ກາງ​ຫລຸມ​ນັ້ນ ເຫມືອນ​ຄົນ​ລອຍ​ນ້ຳ​ກາງ​ແຂນ​ລອຍ​ນ້ຳ ແຕ່​ພຣະ​ອົງ​ຈະ​ຊົງ​ໃຫ້​ຄວາມເຍີ້​ຍິ່ງ​ຂອ​ງ​ເຂົາ​ຕ່ຳ​ລົງ​ພ້ອມ​ກັບ​ຝີ​ມື​ຊຳ​ນານ​ຂອງ​ເຂົາ 12 ປ້ອມ​ສູງ​ຂອງ​ກຳ​ແພງ​ເມືອງ​ຂອງ​ເຈົ້າ​ນັ້ນ ພຣະ​ອົງ​ຈະ​ຊົງ​ໃຫ້​ຕ່ຳ​ລົງ ຊົງ​ຢຽດ​ລົງ ແລະ​ແກວ່ງ​ລົງ​ເຖິງ​ດິນ​ຈົນ​ກະ​ທັ່ງ​ເຖິງ​ຂີ້​ດິນ

ເອຊາຢາ 26

ພຣະ​ເຈົ້າ​ຈະ​ໃຫ້​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ມີ​ຊັຍ

1 ໃນ​ວັນ​ນັ້ນ ເຂົາ​ຈະ​ຮ້ອງ​ເພງ​ນີ້​ໃນ​ແຜ່ນ​ດິນ​ຢູ​ດາ “ເຮົາ​ມີ​ເມືອງ​ເຂັ້ມ​ແຂງ​ເມືອງນຶ່ງ ພຣະ​ອົງ​ຊົງ​ຕັ້ງ​ຄວາມ​ລອດ​ໄວ້ ເປັນ​ຝາ​ແລະ​ກຳ​ແພງ 2 ຈົ່ງ​ເປີດ​ປະ​ຕູ​ເມືອງ​ເຖີດ ເພື່ອ​ປະ​ຊາ​ຊາດ​ທີ່​ຊອບ​ທັມ​ຊຶ່ງ​ຮັກ​ສາ​ຄວາມ​ຊື່​ສັດ​ໄວ້​ຈະ​ໄດ້​ເຂົ້າ​ມາ 3 ໃຈ​ແນ່ວ​ແນ່​ນັ້ນ ພຣະ​ອົງ​ຊົງ​ຮັກ​ສາໄວ້​ໃນ​ສັນ​ຕິ​ພາບ​ອັນ​ສົມ​ບູນ ເພາະ​ເຂົາ​ວາງ​ໃຈ​ໃນ​ພຣະ​ອົງ​ 4 ຈົ່ງ​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນິດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ສີ​ລາ​ນິ​ຣັນ 5 ເພາະ​ພຣະ​ອົງ​ຊົງ​ໃຫ້​ຊາວ​ເມືອງ​ທີ່​ສູງ​ສົ່ງ​ນັ້ນ ຄື​ເມືອງ​ທີ່​ສູງ​ສົ່ງ​ນັ້ນ​ຕ່ຳ​ລົງ ພຣະ​ອົງ​ຊົງ​ໃຫ້​ມັນ​ຕ່ຳ​ລົງ ຕ່ຳ​ລົງ​ເຖິງ​ດິນ ໃຫ້​ມັນ​ລົງ​ທີ່​ຂີ້​ດິນ 6 ຕີນຢຽ​ບ​ມັນ ຄື​ຕີນ​ຂອງ​ຄົນ​ຍາກ​ຈົນ ຄື​ບາດ​ກ້າວ​ຂອງ​ຄົນ​ຂັດ​ສົນ” 7 ຫົນ​ທາງ​ຂອງ​ຄົນ​ຊອບ​ທັມ​ກໍ​ລາບ​ຣື່ນ ພຣະ​ອົງ​ຜູ້​ທ່ຽງ​ທັມ​ຊົງ​ກະ​ທໍາ​ໃຫ້​ວິ​ຖີ​ຂອງ​ຄົນ​ຊອບ​ທັມ​ລາບ​ຣື່​ນ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ລໍ​ຄອຍ​ພຣະ​ອົງ​ຢູ່ ໃນ​ວິ​ຖິ​ແຫ່ງ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ ພຣະ​ນາມ​ອັນ​ເປັນ​ທີ່​ລະ​ນຶກ​ຂອງ​ພຣະ​ອົງ ເປັນ​ທີ່​ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ປາ​ຖ​ນາ 9 ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ຢາກ​ໄດ້​ພຣະ​ອົງ​ໃນ​ກາງ​ຄືນ ຈິດ​ໃຈ​ພາຍ​ໃນ​ຂ້າ​ພຣະ​ອົງ​ສ​ແວງ​ຫາ​ພຣະ​ອົງ​ຢ່າງ​ຮ້ອນ​ຮົນ ເພາະ​ເມື່ອ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຢູ່​ໃນ​ແຜ່ນ​ດິນ​ໂລກ ຊາວ​ພິ​ພົບ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ຊອບ​ທັມ 10 ຖ້າສຳ​ແດງ​ພຣະ​ຄຸນ​ແກ່​ຄົນ​ອະ​ທັມ ເຂົາ​ກໍບໍ່​ຮຽນ​ຮູ້​ຄວາມ​ຊອບ​ທັມ ເຂົາ​ປະ​ພຶດ​ຊົ່ວ​ໃນ​ແຜ່ນ​ດິນ​ທີ່​ທ່ຽງ​ທັມ ແລະ​ມອງ​ບໍ່​ເຫັນ​ຄວາມ​ໂອ່​ອ່າ​ຕະ​ການ​ຂອງ​ພຣະ​ອົງ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຫັດ​ຂອງ​ພຣະ​ອົງ​ຊູ​ຂຶ້ນ ແຕ່​ເຂົາ​ກໍ​ມອງ​ບໍ່​ເຫັນ ຂໍ​ໃຫ້​ເຂົາ​ມອງ​ເຫັນ​ຄວາມ​ຮ້ອນ​ພຣະ​ທັຍ​ເພື່ອ​ຊົນ​ຊາດ​ຂອງ​ພຣະ​ອົງ ແລະ​ໄດ້​ອັບ​ອາຍ ສ່ວນ​ສັດ​ຕ​ຣູຂອງ​ພຣະ​ອົງ ຂໍ​ໃຫ້​ໄຟ​ເຜົາ​ຜານ​ເຂົາ 12 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​ສະ​ຖາ​ປະ​ນາ​ສັນຕິ​ພາບ​ເພື່ອ​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ບັນ​ດາ​ກິ​ຈ​ການ​ຂອງ​ພຣະ​ອົງ​ເພື່ອ​ຂ້າ​ພຣະ​ອົງ 13 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ເຈົ້າ​ນາຍ​ອື່ນນອກ​ເຫນືອພຣະ​ອົງ​ໄດ້​ປົກ​ຄອງ​ພວກ​ຂ້າ​ພຣະ​ອົງ ແຕ່​ຂ້າ​ ພຣະ​ອົງຮັບຮູ້ແຕ່​ພຣະ​ນາມ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ 14 ເຂົາ​ທັ​ງ​ຫລາຍ​ຕາຍ​ແລ້ວ ເຂົາ​ຈະ​ບໍ່​ມີ​ຊີ​ວິດ​ອີກ ເຂົາ​ເປັນ​ຊາວ​ແດນ​ຄົນ​ຕາຍ ເຂົາ​ຈະ​ບໍ່​ເປັນ​ຂຶ້ນ​ອີກ ເພື່ອ​ເປັນ​ເຊັ່ນ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ຢ້ຽມ​ເຍືອນ​ແລະ​ຊົງ​ທຳ​ລາຍ​ເຂົາ ແລະ​ຊົງ​ກວາດ​ອະ​ນຸ​ສອນ​ທັງ​ສິ້ນ​ຂອງ​ເຂົາ​ເສັຽ 15 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ເພີ້ມ​ປະ​ຊາ​ຊົນ​ຂຶ້ນ ພຣະ​ອົງ​ຊົງ​ເພີ້ມ​ປະ​ຊາ​ຊົນ​ຂຶ້ນ ພຣະ​ອົງ​ໄດ້​ຊົງ​ຣັບ​ພຣະ​ກຽດ ພຣະ​ອົງ​ຊົງ​ຂະ​ຫຍາຍ​ເຂດ​ແດນ​ທັງ​ສິ້ນ​ຂ​ອງ​ແຜ່ນ​ດິນ​ໃຫ້​ກວ້າງ​ໃຫຍ່ 16 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຍາມ​ທຸກ​ໃຈ ເຂົາ​ໄດ້​ສ​ແວງ​ຫາ​ພຣະ​ອົງ ເຂົາ​ທັງ​ຫລາຍ​ຫລັ່ງ​ຄຳ​ອ້ອນວອນ​ອອກ​ມາ ໃນ​ເມື່ອ​ການ​ຕີ​ສອນ​ຢູ່​ເຫນືອ​ເຂົາ​ທັງ​ຫລາຍ 17 ດັ່ງຜູ້​ຍິງຖື​ພາ ຜູ້​ບິດ​ຕົວ​ແລະ​ຮ້ອງ​ດ້ວຍ​ຄວາມ​ເຈັບ​ປວດ ເມື່ອງ​ນາງ​ໃກ້​ເຖິງ​ກຳ​ນົດ​ເວ​ລາ​ເກິດລູກ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ທັງ​ຫລາຍ​ກໍ​ເປັນ​ເຊັ່ນ​ນັ້ນ ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ 18 ຂ້າ​ພຣະ​ອົງ​ຖື​ພາ ຂ້າ​ພຣະ​ອົງ​ບິດ​ຕົວ ເປັນ​ເຫມືອນ​ຂ້າ​ພຣະ​ອົງໃຫ້​ກຳ​ເນີດ​ລົມ ຂ້າ​ພຣະ​ອົງ​ບໍ່​ໄດ້​ທຳ​ການ​ຊ່ອຍ​ກູ້​ໃນ​ແຜ່ນ​ດິນ​ໂລກ ແລະ​ຊາວ​ພິ​ພົບ​ບໍ່​ໄດ້​ເກີດ 19 ຄົນ​ຕາຍ​ຂອງ​ພຣະ​ອົງ​ຈະ​ມີ​ຊີ​ວິດ ສົ​ບ​ຂອງ​ເຂົາ​ທັງ​ຫລາຍ​ຈະ​ລຸກ​ຂຶ້ນ ໂອ ຜູ້​ອາ​ໄສ​ຢູ່​ໃນ​ຂີ້ດິນ ຈົ່ງ​ຕື່ນເຖີດ ແລະ​ຮ້ອງ​ເພງ​ເພາະ​ຄວາມຊື່ນ​ບານ ເພາະ​ນ້ຳ​ຄ້າງ​ຂອງ​ເຈົ້າ​ເປັນ​ນ້ຳ​ຄ້າງ​ຂອງ​ຄວາມ​ສວ່າງ ແລະ​ແຜ່ນດິນ​ໂລກ​ຈະ​ໃຫ້​ຊາວ​ແດນ​ຄົນ​ຕາຍ​ເປັນ​ຂຶ້ນ 20 ມາ​ເຖີດ ຊົ​ນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ ຈົ່ງ​ເຂົ້າ​ໃນ​ຫ້ອງ​ຂອງ​ເຈົ້າ ແລະ​ອັດ​ປະ​ຕູ​ເສັຽ ຈົ່ງ​ເຊື່ອງ​ຕົວ​ເຈົ້າ​ຢູ່​ຈັກ​ພັກ​ນຶ່ງ ຈົນ​ກວ່າ​ພຣະ​ພິ​ໂຣດ​ຈະ​ຜ່ານ​ໄປ 21 ເພາະ ເບິ່ງ​ແມ໋, ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສະ​ເດັດ​ອອກ​ມາ​ຈາກ​ສະ​ຖານ​ທີ່​ຂອງ​ພຣະ​ອົງ ເພື່ອ​ລົງ​ໂທດ​ຊາວ​ແຜ່ນ​ດິນ​ໂລກ ເພາະ​ຄວາມ​ບາບ​ຜິດ​ຂອງ​ເຂົາ​ທັງ​ຫລາຍ ແລະ​ແຜ່​ນດິນ​ໂລກ​ຈະ​ເປີດ​ເຜີຍ​ໂລຫິດ​ຊຶ່ງ​ຫລັ່ງ​ຢູ່​ເທິງ​ມັນ ແລະ​ຈະ​ບໍ່​ປິດ​ບັງ​ຜູ້​ຖືກ​ຂ້າ​ຂອງ​ມັນ​ໄວ້​ອີກ

ເອຊາຢາ 27

ການ​ຊ່ອຍ​ກູ້​ແລະ​ການ​ເກັບ​ກ່ຽວ​ອິສ​ຣາ​ເອນ​ເຂົ້າ​ມາ​ໄວ້

1 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ລົງ​ໂທດ​ດ້ວຍ​ພຣະ​ແສງ​ອັນ​ແຂງ​ກະ​ດ້າງ​ອັນ​ໃຫຍ່ ແລະ​ອັນ​ແຮງ​ກ້າ​ຂອງ​ພຣະ​ອົງ​ຕໍ່​ເລີ​ອາ​ທານ ຄື​ພ​ຍາ​ນາກ​ທີ່​ຫນີ​ໄປ​ນັ້ນ ເລ​ວີ​ອາ​ທານ ພ​ຍາ​ນາກ​ທີ່​ຂົດ ແລະ​ພຣະ​ອົງ​ຈະ​ຊົງ​ປະ​ຫານ​ມັງ​ກອນ​ທີ່​ຢູ່​ໃນ​ທະ​ເລ 2 ໃນ​ວັນ​ນັ້ນ “ສວນ​ອະ​ງຸ່ນ​ອັນ​ແສນ​ສຸກ ຈົ່ງ​ຮ້ອງ​ເພງ​ເຖິງ​ສວນ​ນັ້ນ 3 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຜູ້​ຮັ​ກ​ສາ​ດູ​ແລ​ມັນ ເຮົາ​ຫົດ​ນ້ຳ​ມັນ​ຢູ່​ທຸກ​ຂ​ນະ ຢ້ານ​ວ່າ​ຜູ້​ນຶ່ງ​ຜູ້​ໃດ​ຈະ​ທຳ​ອັນ​ຕະ​ຣາຍ​ມັນ ເຮົາ​ຈຶ່ງ​ເຝົ້າ​ມັນ​ໄວ້​ທັງກາງ​ຄືນ​ກາງ​ເວັນ 4 ເຣົາບໍ່​ມີ​ຄວາມ​ພິ​ໂຣດ ເຮົາ​ຢາກ​ໃຫ້​ມີ​ຫນາມ​ໃຫຍ່​ນ້ອຍ​ຂຶ້ນ​ມາ​ສູ້​ເຮົາ ເຮົາ​ຈະ​ອອກ​ຮົບ​ກັບ​ມັນ ເຮົາ​ຈະ​ເຜົາ​ມັນ​ເສັຽດ້ວຍ​ກັນ 5 ຫ​ລື​ໃຫ້​ເຂົາ​ເກາະ​ຢູ່​ກັບ​ການ​ປ້ອງ​ກັນ​ຂອງ​ເຮົາ ໃຫ້​ເຂົາ​ທຳ​ສັນຕິ​ພາບ​ກັບ​ເຣົາ ໃຫ້​ເຂົາ​ທຳ​ສັນ​ຕິ​ພາບ​ກັບ​ເຣົາ” 6 ໃນ​ວັນ​ຂ້າງ​ຫນ້າ ຢາ​ໂຄບ​ຈະ​ຢັ່ງ​ຮາກ ອິສ​ຣາ​ເອນ​ຈະ​ອອກ​ດອກ​ແ​ລະ​ແຕກ​ຫນໍ່ ກະ​ທຳ​ໃຫ້​ພິ​ພົບ​ທັງສິ້ນມີ​ຫມາກ​ເຕັມ 7 ພຣະ​ອົງ​ຊົງ​ຕີ​ສອນ​ເຂົາ​ຢ່າງ​ທີ່​ພຣະ​ອົງ​ຕີ​ສອນ​ຜູ້​ທີ່​ຕີ​ສອນ​ເຂົາ​ທັງ​ຫລາຍ​ຫລື ຫລື​ເຂົາ​ຖືກ​ຂ້າ​ເຫມືອນຢ່າງ​ຜູ້​ຂ້າ​ເຂົາ​ຖືກ​ຂ້າ 8 ດ້ວຍ​ການ​ຂັບ​ໄລ່ ດ້ວ​ຍການກວາດ​ໄປ​ເປັນ​ຊະ​ເລີຍ ພຣະ​ອົງ​ຊົງ​ຕໍ່​ສູ້​ແຍ້ງ​ກັບ​ເຂົາ ພຣະ​ອົງ​ຊົງ​ກວາດ​ເຂົາ​ໄປ​ດ້ວຍ​ລົມ​ດຸ​ເດືອດ​ຂອງ​ພຣະ​ອົງ​ໃນ​ວັນ​ແຫ່ງ​ລົມ​ຕາ​ເວັນ​ອອກ 9 ເຫດ​ສັນ​ນັ້ນ​ຈະ​ລົບ​ມົນ​ທິນ​ກັມ​ຊົ່ວ​ຂອງ​ຢາ​ໂຄບ​ຢ່າງ​ນີ້​ແຫລະ ແລະ​ນີ້​ຈະ​ເປັນ​ຜົນ​ເຕັມ​ຂະ​ຫນາດ​ໃນ​ການ​ປົດ​ບາບ​ຂອງ​ເຂົາ ຄື​ເມື່ອ​ເຂົາ​ທຳ​ສີ​ລາ​ທັງ​ສິ້ນ​ຂອງ​ແທ່ນ​ບູ​ຊາ ໃຫ້​ເປັນ​ເຫມືອນ​ຫີນ​ດິນ​ທີ່​ຖືກ​ບົດ​ໃຫ້​ຫມຸ່ນ ຈະ​ບໍ່​ມີ​ອາ​ເຊ​ຣາ​ຫລື​ແທ່ນ​ເຄື່ອງ​ຫອມ​ຕັ້ງ​ຢູ່​ໄດ້ 10 ເພາະ​ເມືອງ​ມີ​ປ້ອມ​ກໍ​ມີ​ຢູ່​ໂດດ​ດ່ຽວ ທີ່​ອາ​ໄສ​ກໍ​ຮົກ​ຮ້າງ​ຖືກ​ປະ​ຖິ້ມ​ຢ່າງ​ກັບ​ຖິ່ນ​ກັນ​ດານ ລູກ​ງົວ​ຫາ​ກິນ​ຢູ່​ບ່ອນນັ້ນ ມັນ​ນອນ​ລົງ​ບ່ອນ​ນັ້ນ ​ແລະຖິ້ມ​ງ່າ​ໄມ້ 11 ເມື່ອ​ງ່າ​ນັ້ນ​ແຫ້ງ ມັນ​ກໍ​ຫັກ ພວກ​ຜູ້​ຍິງ​ກໍ​ມາ​ເອົາ​ມັນ​ໄປ​ກໍ່​ໄຟ ເພາະ​ທີ່​ນັ້ນ​ເປັນ​ຊົນ​ຊາດ​ທີ່​ບໍ່​ມີ​ຄວາມ​ເຂົ້າ​ໃຈ ເຫດ​ສັນ​ນັ້ນ ຜູ້​ທີ່​ຊົງ​ສ້າງ​ເຂົາ​ກໍ​ຈະ​ບໍ່​ສົງ​ສານ​ເຂົາ ຜູ້​ທີ່​ຊົງ​ປັ້ນ​ເຂົາ​ຈະ​ບໍ່​ຊົງ​ສຳ​ແດງ​ພຣະ​ຄຸນ​ແກ່​ເຂົາ 12 ໃນ​ວັນ​ນັ້ນ ຕັ້ງ​ແຕ່​ແມ່​ນ້ຳ​ເອີ​ຟ​ຣາດ​ໄປ​ຈົນ​ເຖິງ​ລຳ​ທານ​ເອ​ຢິບ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ນວດ​ເອົາ​ເຂົ້າ ໂອ ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ ເຈົ້າ​ຈະ​ຖືກ​ເກັບ​ຮວມ​ເຂົ້າ​ມາ​ທີ່ລະ​ຄົນໆ 13 ໃນ​ວັນ​ນັ້ນ​ເຂົາ​ຈະ​ເປົ່າ​ເຂົາ​ສັດ​ໃຫຍ່ ແລະ​ບັນ​ດາ​ຜູ້​ທີ່​ກຳ​ລັງ​ພິ​ນາດ​ຢູ່​ໃນ​ແຜ່ນ​ດິນ​ອັ​ສ​ຊີ​ເຣັຽ ແລະ​ບັນ​ດາ​ຜູ້​ຖືກ​ຂັບ​ໄລ່​ອອກ​ໄປ​ຍັງ​ແຜ່ນ​ດິນ​ເອ​ຢິບ​ຈະ​ມາ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນເຈົ້າ ເທິງ​ພູ​ເຂົາ​ບໍ​ຣິ​ສຸດ​ທີ່​ເຢ​ຣູ​ຊາ​ເລັມ

ເອຊາຢາ 28

ຕັກ​ເຕືອນເອ​ຟ​ຣາ​ອິມ

1 ວິ​ບັດ​ແກ່​ມົງ​ກຸດ​ອັນ​ໂອ່​ອ່າ​ຂອງ​ຄົນຂີ້​ເມົາ​ແຫ່ງ​ເອຟ​ຣາ​ອິມ ແລະ​ແກ່ດອກ​ໄມ້​ທີ່​ກຳ​ລັງ​ຣ່ວງ​ໂຣຍ​ແຫ່ງ​ຄວາມ​ງາມ​ອັນ​ຮຸ່ງ​ເຮືອງ​ຂອງ​ເຂົາ ຊຶ່ງ​ຢູ່​ເທິງຍອດ​ພູ​ໃນ​ທີ່​ລຸ່ມ​ອັນ​ອຸ​ດົມ​ຂອງ​ບັນ​ດາ​ຜູ້​ທີ່​ເຫລົ້າ​ອະ​ງຸ່ນ​ມີ​ຊັຍ 2 ເບິ່ງ​ແມ໋, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຜູ້​ນຶ່ງທີ່​ມີ​ກຳ​ລັງ ແລະ​ແຂງ​ແຮງ​ເຫມືອນ​ພະ​ຍຸ​ລູກ​ເຫັບ​ອັນ​ເປັນ​ພະ​ຍຸ​ທຳ​ລາຍ ຫມືອນ​ພະ​ຍຸນ້ຳ​ທີ່​ກຳ​ລັງ​ໄຫລ​ຖ້ວ​ມ​ຊຶ່ງ​ຈະ​ແກ່ວງ​ລົງ​ເຖິງ​ດິນ​ດ້ວຍ​ຄວາມ​ຮຸນ​ແຮງ 3 ມົງ​ກຸດ​ອັນ​ໂອ່​ອ່າ​ຂອງ​ຄົນ​ຂີ້​ເມົາ​ແຫ່ງ​ເອ​ຟ​ຣາ​ອິມ ຈະ​ຖືກ​ຢຽບ​ຢູ່ໃຕ້​ຕີນ 4 ແລະ​ດອ​ກ​ໄມ້​ທີ່​ກຳ​ລັງ​ຣ່ວງ​ໂຣຍ​ແຫ່ງ​ຄວາມ​ງາມ​ຮຸ່ງ​ໂຣດ​ຂອງ​ເຂົາ ຊຶ່ງ​ຢູ່​ເທິງຍອດ​ພູ​​ໃນ​ທີ່​ລຸ່ມ​ອັນ​ອຸດົມ ຈະ​ເປັນ​ເຫມືອນ​ຫມາກ​ເດື່ອ​ທີ່​ແຣກ​ສຸກ​ກ່ອນ​ຣະ​ດູ​ຮ້ອນ ເມື່ອ​ຄົນ​ເຫັນ​ເຂົ້າ​ກໍ​ກິນ​ມັນ​ເສັຽ ພໍ​ເຖິງ​ມື​ເຂົາ​ເທົ່າ​ນັ້ນ 5 ໃນ​ວັນ​ນັ້ນ ພຣະ​ເຈົ້າ​ຈອມ​ໂຍ​ທາຈະ​ເປັນ​ມົງ​ກຸດ​ສັກ​ສີ ແລະ​ເປັນ​ມົງ​ກຸດ​ແຫ່ງ​ຄວາມ​ງາມ​ແກ່​ຄົນ​ທີ່​ເຫລືອ​ຢູ່​ແຫ່ງ​ຊົນ​ຊາດ​ຂອງ​ພຣະ​ອົງ 6 ແລະ​ເປັນ​ອະ​ນຸ​ພາບ​ແຫ່ງ​ຄວາມ​ຍຸດ​ຕິທັມ​ແກ່​ເຂົາ​ຜູ້​ນັ່ງ​ພິ​ພາກ​ສາ ແລະ​ເປັນ​ກຳ​ລັງ​ຂອງ​ຜູ້​ເຫລົ່າ​ນັ້ນ ຜູ້​ຫັນ​ການ​ສົງ​ຄາມ​ກັບ​ເສັຽ​ທີ່​ປະ​ຕູ​ເມືອງ 7 ເຂົາ​ຫລົ່າ​ນີ້​ຊົມ​ຊານ​ໄປ​ດ້ວຍ​ເຫລົ້າ​ອະ​ງຸ່ນ​ເຫມືອນ​ກັນ ແລະ​ໂຊ​ເຊ​ໄປ​ດ້ວຍ​ເຫລົ້າ ປະ​ໂຣ​ຫິດ​ແລະ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ດື່ມ​ເຫລົ້າ​ຈົນ​ເມົາ​ໂຊ​ເຊ ເຂົາ​ເຫັນ​ຜິດ​ໄປ ເຂົາ​ສະ​ດຸດໃນ​ການ​ໃຫ້​ຄຳ​ພິ​ພາກ​ສາ 8 ໂຕະ​ຕັ່ງ​ບ່ອນ​ເຂົາ​ນັ່ງ​ທຳ​ງານ​ໄດ້​ເປິເປື້ອນ​ໄປ​ດ້ວຍ​ຮາກ ບໍ່​ມີ​ບ່ອນ​ສະ​ອາດ​ເຫລື​ອ​ຢູ່​ໃຫ້​ເຫັນ​ເລີຍ 9 ພວກ​ເຂົາ​ໄດ້​ເວົ້າ​ກ່ຽວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຄົນ​ນີ້​ຄິດ​ວ່າ​ຈະ​ສອນ​ໃຜ ໃຜ​ຕ້ອງ​ການ​ຄຳ​ສອນ​ຂອງ​ເຂົາ ມັນ​ດີ​ສຳ​ລັບ​ເດັກ​ນ້ອຍ​ທີ່​ພວມ​ກິນ​ນົມ​ເທົ່າ​ນັ້ນ 10 ເຂົາ​ພຍາ​ຍາມ​ສອນ​ພວກ​ເຮົາ​ເປັນ​ຄຳໆ ເປັນ​ແຖວໆ ແລະ​ເປັນ​ຂໍ້ໆ” 11 ພຣະ​ອົງ​ຈະ​ຊົງ​ກ່າວ​ກັບ​ຊົນ​ຊາດ​ນີ້ ໂດຍ​ຕ່າງ​ພາ​ສາ ແລະ​ດ້ວຍ​ປາກ​ຂອງ​ຄົນ​ຕ່າງ​ດ້າວ 12 ພຣະ​ອົງ​ຊົງ​ໃຫ້​ພວກ​ທ່ານ​ທັງ​ຫມົດ​ພັກ​ຜ່ອນ ແລະ​ຊົງ​ເລົ້າ​ໂລມ​ໃຈ ແຕ່​ພວກ​ທ່ານກໍ​ຍັງ​ບໍ່​ຍອມ​ເຊື່ອ​ຟັງ​ພຣະ​ອົງ 13 ດ້ວຍ​ເຫດ​ນີ້ ພຣະຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເປັນ​ຢ່າງ​ນີ້​ແກ່​ເຂົາ ​ເປັນ​ຄຳໆ ເປັນ​ແຖວໆ ເປັນ​ຂໍ້ໆ ເພື່ອ​ເຂົາ​ຈະ​ໄປ​ແລະ​ຖອຍ​ຫລັງ​ ແລະ​ຈະ​ແຕກ ແລະຈະ​ຖືກ​ບ້ວງ​ແຮ້ວ ແລະຈະ​ຖືກ​ຈັບ​ໄປ

ຫີນ​ຮາກ​ແກ້ວ​ເທິງ​ພູ​ຊີ​ໂອນ

14 ເພາະ​ສະ​ນັ້ນ ພວກ​ເຈົ້າ​ທັງ​ຫລາຍ​ຜູ້ມັກ​ເຍາະ​ເຍີ້ຍ​ເອີຍ ຈົ່ງ​ຟັງ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ເຈົ້າຜູ້​ປົກ​ຄອງ​​ຊົນຊາດ​ນີ້​ໃນ​​ເຢ​ຣູ​ຊາ​ເລັມ 15 ເພາະ​ເຈົ້າ​ທັງ​ຫລາຍ​ໄດ້​ກ່າວ​ແລ້ວ​ວ່າ “ເຮົາ​ໄດ້​ທຳ​ສັນ​ຍາໄວ້​ກັບ​ຄ​ວາມຕາຍ ແລະ​ໄດ້​ຕົກ​ລົງ​ໄວ້​ກັບ​ພິ​ພົບ​ຄົນ​ຕາຍ​ແລ້ວ ໂດຍ​ແນ່​ໃຈ​ວ່າ ເມື່ອ​ໄພ​ວິບັດ​ມາ​ເຖິງ​ມັນ​ຈະ​ບໍ່​ທຳ​ລາຍ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ອາ​ໄສ​ພວກ​ຂີ້​ຕົວະ​ຄວາມ​ຫລອກ​ລວງ​ເປັນ​ເຄື່ອງ​ຊ່ອຍ 16 ດັ່ງ​ນັ້ນ​ແຫລະ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວວ່າ,”ເຮົາ​ຈະ​ຕັ້ງ​ຣາກ​ຖານ​ອັນ​ຫມັ້ນ​ຄົງ​ແຂງ​ແຮງ​ໃສ່​ພູ​ຊີ​ໂອນ ຈະ​ຝັງ​ຫີນ​ຮາກ​ແກ້ວ​ໃສ່​ໄວ້ ໃນ​ຫີນ​ນັ້ນ​ຈະ​ມີ​ຄຳ​ຂ​ຽນ​ໃສ່​ວ່າ ຄົນ​ທີ່​ເຊື່ອ​ຄື​ຜູ້​ຫມັ້ນ​ຄົງ ແລະ​ອົດ​ທົນ 17 ຄວາມ​ຍຸດ​ຕິ​ທັມ​ຈະ​ເປັນສາຍ​ແທກ​ຮາກ​ຖານ ແລະ​ຄວາມ​ສັດ​ຊື່​ເປັນ​ສາຍ​ຢັ່ງ​ລົງ​ໄປ ແຕ່​ພະ​ຍຸ​ຫມາກ​ເຫັບ​ຈະ​ກວາດ​ເອົາ​ຄວາມ​ຕົວະ​ທີ່​ເຈົ້າ​ອາ​ໄສ ແລະ​ນ້ຳ​ຈະ​ຖ້ວມ​ທຳ​ລາຍ​ແນວ​ປ້ອງ​ກັນ​ຂອງ​ເຈົ້າ” 18 ແລ້ວ​ຄຳສັນ​ຍາ​ຂອງ​ເຈົ້າ​ກັບ​ຄວາມ​ຕາຍ​ເປັນ​ໂມ​ຄະ ແລະ​ຂໍ້​ຕົກ​ລົງ​ຂອງ​ເຈົ້າ​ກັບ​ພິ​ພົບ​ຄົນ​ຕາຍຈະ​ບໍ່​ດຳ​ຣົງ ເມື່ອ​ໄພ​ວິ​ບັດ​ອັນ​ຖ້ວມ​ທົ້ນ​ຜ່ານ​ໄປ ເຈົ້າ​ຈະ​ຖືກຢຽບ​ຢ່ຳ​ລົງ​ດ້ວຍ​ໂທດ​ນັ້ນ 19 ມັນ​ຜ່ານ​ໄປຫລາຍ​ເທົ່າ​ໃດ​ມັນ​ກໍ​ຈະ​ເອົາ​ຕົວ​ເຈົ້າ ເພາະ​ມັນ​ຈະ​ຜ່ານ​ໄປ​ເຊົ້າ​ແລ້ວ​ເຊົ້າ​ອີກ ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເມື່ອ​ເຂົ້າ​ໃຈ​ຂ່າວກໍ​ຈະ​ເກີດແຕ່​ຄວາມ​ສະ​ຍົດ​ສະ​ຍອງ​ເທົ່າ​ນັ້ນ​ 20 ເພາະ​ບ່ອນນອນ​ນັ້ນ​ສັ້ນ​ເກີນ​ທີ່​ຄົນ​ນຶ່ງຄົນ​ໃດ​ຈະ​ຢຽ​ດ​ຢູ່​ເທິງ​ນັ້ນ ແລະ​ຜ້າ​ຫົ່ມ​ກໍ​ແຄບ​ບໍ່​ພໍ​ຄຸມ​ຕົວ 21 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ລຸກ​ຂຶ້ນເຫມືອນ​ທີ່​ເທິງ​ພູ​ເປ​ຣາ​ຊິມ ພຣະ​ອົງ​ຈະ​ພິ​ໂຣດ​ຢ່າງ​ທີ່​ໃນ​ຮ່ອມ​ພູ​ກິ​ເບ​ໂອນ ເພື່ອ​ກະ​ທຳ​ພຣະ​ຣາ​ຊ​ກິ​ຈ​ຂອງ​ພຣະ​ອົງ ພຣະ​ຣາ​ຊ​ກິ​ຈ​ຂອງ​ພຣະ​ອົງ​ນັ້ນ​ແປກປລາດ ແລະ​ເພື່ອ​ກະ​ທຳ​ງານ​ຂອງ​ພຣະ​ອົງ ງານ​ຂອງ​ພຣະ​ອົງ​ກໍ​ເລິກ​ລັບ 22 ເພາະ​ສະ​ນັ້ນ ຢ່າ​ເປັນ​ຄົນ​ເຍາະ​ເຍີ້ຍ ຢ້ານ​ວັນ​ພັນ​ທະ​ຂອງ​ເຈົ້າ​ຈະ​ເຂັ້ມ​ງວດ​ຂຶ້ນ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ຕັດ​ສິນ​ໃຈ​ກຳ​ນົດ​ການ​ທຳ​ລາຍ​ເຫນືອ​ແຜ່ນ​ດິນ​ທັງ​ສິ້ນ​ແລ້ວ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ 23 ງ່ຽງ​ຫູ​ລົງ ແລະ​ຟັງ​ສຽງ​ຂ້າ​ພະ​ເຈົ້າ​ ຈົ່ງ​ເອົາ​ໃຈ​ໃສ່​ແລະ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ 24 ເຂົາ​ຜູ້​ໄຖ່​ນາ​ເພື່ອ​ຫວ່ານ ໄຖ​ຢູ່​ສ​ເມີ​ຫລື ເຂົາ​ເບີກ​ດິນ​ແລະ​ຄາດ​ຢູ່​ເປັນ​ນິດ​ຫລື 25 ເມື່ອ​ເຂົາ​ຕຽມ​ດິນ​ແລ້ວ ເຂົາ​ບໍ່​ຫວ່ານ​ຂີ້​ຫມິ້ນ​ແລະ​ຜັກ​ຊີ ເຂົາ​ບໍ່​ໃສ່​ເຂົ້າ​ເດືອຍເປັນ​ແຖວ ແລະ​ເຂົ້າ​ບ​ເລ​ໃນ​ທີ່​ອັນ​ເຫມາະ​ສົມ​ຂອງ​ມັນ ແລະ​ຫວ່ານ​ພືດ​ເປັນ​ເມັດ​ແນວ​ອື່ນ​ຕາມ​ແຄມ​ນາ​ຫລື 26 ເພາະ​ພຣະ​ອົງ​ຊົງ​ສັ່ງ​ສອນ​ເຂົາ​ຖືກ​ຕ້ອງ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ​ໄດ້​ສອນ​ເຂົາ 27 ເຂົາ​ບໍ່​ນວດ​ຂີ້​ຫມິ້ນ​ດ້ວຍ​ໄມ້​ນວດ​ເຂົ້າ ແລະ​ເຂົາ​ບໍ່​ເອົາ​ລໍ້​ກວຽນ​ກິ້ງ​ທັບ​ເມັດ​ຜັກ​ຊີ ແຕ່​ເຂົາ​​ເອົາ​ໄມ້​ຂະ​ຫນາດ​ພໍ​ດີ​ຕີ​ຂີ້​ຫມິ້ນ​ແລະ​ຜັກ​ຊີໃຫ້​ຫລຸດ​ອອກ 28 ຄົນ​ໃດ​ບົດ​ເຂົ້າ​ທີ່​ເຮັດເຂົ້າ​ຈີ່​ຫລື ບໍ່​ເລີຍ ເຂົາ​ບໍ່​ນວດ​ມັນ​ເປັນ​ນິດ ເມື່ອ​ເຂົາ​ຂັບ​ລໍ້​ກວຽນ​ທຽມ​ມ້າ​ທັບ​ມັນ​ແລ້ວ ເຂົາ​ບໍ່​ໄດ້​ບົດ​ມັນ 29 ເຣື່ອງ​ນີ້​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ດ້ວຍ ພຣະ​ອົງ​ອັດ​ສະ​ຈັນ​ໃນ​ການ​ປຶກ​ສາ ແລະ​ວິ​ເສດ​ໃນ​ເຣື່ອງ​ສະ​ຕິ​ປັນ​ຍາ

ເອຊາຢາ 29

ຊາ​ຕາ​ກຳ​ຂອງ​ກຸງເຢ​ຣູ​ຊາ​ເລັມ

1 ໂອ ອາ​ຣີ​ເອນ ອາ​ຣີ​ເອນ ນະ​ຄອນ​ຊຶ່ງ​ດາ​ວິດ​ຊົງ​ຕັ້ງ​ຄ້າຍ ຈົ່ງ​ເພີ້ມ​ປີ​ເຂົ້າ​ກັບ​ປີ ຈົ່ງ​ໃຫ້​ມີ​ເທ​ສ​ການ​ຕາມ​ຮອບ​ຂອງ​ມັນ 2 ເຣົາ​ຍັງ​ຈະ​ໃຫ້​ອາ​ຣີ​ເອນ​ທຸກ​ໃຈ ຈະ​ມີ​ການ​ຮ້ອງ​ຄ່ຳ​ຄວນ​ແລະ​ຮ້ອງ​ທຸກ ແລະ​ທົ່ວ​ທັງ​ນະ​ຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນ​ບູ​ຊາ 3 ເຮົາ​ຈະ​ຕັ້ງ​ຄ້າຍ​ຢູ່​ຮອບ​ເຈົ້າ ແລະ​ເຮົາ​ຈະ​ລ້ອມ​ເຈົ້າ​ກັບ​ບັນ​ດາ​ຫໍ​ຮົບ ແລະ​ເຮົາ​ຈະ​ໂຈມຕີ​ເຈົ້າ 4 ເຈົ້າ​ຈະ​ເວົ້າ​ມາ​ຈາກ​ທີ່​ເລິກ​ຂອງ​ແຜ່ນ​ດິນ​ໂລກ ຄຳ​ຂອງ​ເຈົາ​ຈະ​ມາ​ຈາກ​ທີ່​ຕ່ຳ​ລົງ​ໃນ​ຂີ້​ຝຸ່ນດິນ ສຽງ​ຂອງ​ເຈົ້າ​ຈະ​ມາ​ຈາກ​ພື້ນ​ດິນ​ເຫມືອນ​ສຽງ​ຜີ ແລະ​ຄຳ​ເວົ້າ​ຂອງ​ເຈົ້າ​ຈະ​ກະ​ຊິບ​ອອກ​ມາ​ຈາກ​ຂີ້​ຝຸ່ນດິນ 5 ແຕ່​ມວນ​ສັດ​ຕ​ຣູ​ຂອງ​ເຈົ້າ​ຈະ​ເຫມືອນ​ຂີ້​ຝຸ່ນ​ດິນ​ລະ​ອຽດ ແລະ​ຜູ້​ຫນ້າ​ຢ້ານ​ທັງ​ມວນ​ຈະ​ເຫມືອນ​ແກບ​ທີ່​ຟົ້ງ​ຫາຍ​ໄປ ຊົ່ວ​ບຸດ​ດຽວ​ແລະ​ໃນ​ທັນ​ທີ່​ທັນ​ໃດ 6 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈະ​ຢ້ຽມ​ຢາມ​ເຈົ້າ ດ້ວຍ​ຟ້າ​ຮ້ອງຟ້າ​ແມບ​ແລະ​ດ້ວຍ​ແຜ່ນ​ດິນ​ໄຫວ ແລະ​ດ້ວຍ​ລົມ​ບ້າ​ຫມູ​ແລະ​ພະ​ຍຸ ດ້ວຍ​ແປວ​ແຫ່ງ​ໄຟ​ເຜົາ​ຜານ 7 ມວນ​ປະ​ຊາ​ຊາດ​ທັງ​ສິ້ນ​ທີ່​ຕໍ່​ສູ້​ກັບ​ອາ​ຣີ​ເອນທັງ​ຫມົດ​ທີ່​ຕໍ່​ສູ້​ກັບ​ເຂົາ​ແລະ​ກັບ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ເຂົາ ແລະ​ທຳ​ໃຫ້​ເຂົາ​ທຸກ​ໃຈ​ຈະ​ເປັນ​ເຫມືອນ​ຄວາມ​ຝັນ ຄື​ນິ​ມິດ​ໃນ​ກາງ​ຄືນ 8 ເຫມືອນ​ຢ່າງ​ເມື່ອ​ຄົນ​ຫິວ​ຝັນ​ວ່າ​ເຂົາ​ກຳ​ລັງ​ກິນ​ຢູ່ ແລະ​ຕື່ນ​ຂຶ້ນ​ກໍ​ຍັງ​ຫິວ​ຢູ່​ບໍ່​ອີ່ມ ຫລື​ເຫມືອນ​ຢ່າງ​ເມື່ອ​ຄົນ​ຫິວ​ນ້ຳ​ຝັນ​ວ່າ​ເຂົາ​ກຳ​ລັງ​ດື່ມ​ຢູ່ ແລ້ວ​ຕື່ນ​ຂຶ້ນ​ມາ​ອ່ອນ​ເພັຽ ຄໍ​ຂອງ​ເຂົາ​ຍັງ​ແຫ້ງ​ຜາກ ມວນ​ປະ​ຊາ​ຊາດ​ທັງ​ສິ້ນ​ທີ່​ຕໍ່​ສູ້​ກັບ​ພູ​ຊີ​ໂອນ​ກໍ​ຈະ​ເປັນ​ເຊັ່ນ​ນັ້ນ 9 ຈົ່ງ​ກະ​ທຳ​ຕົວ​ໃຫ້​ງົງງວຍ​ແລະ​ຢູ່​ໃນ​ສະພາບງວຍງົງ ຈົ່ງ​ກະ​ທຳ​ຕົວ​ໃຫ້​ບອດ​ແລະ​ເປັນ​ຄົນ​ຕາ​ບອດ ເຂົາ​ມຶນ​ເມົາ ແຕ່​ບໍ່​ແມ່ນ​ດ້ວຍ​ເຫລົ້າ​ອະ​ງຸ່ນ ເຂົາ​ໂຊ​ເຊ ແຕ່​ບໍ່​ແມ່ນ​ດ້ວຍ​ຣິດ​ເຫລົ້າ 10 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖອກ​ເທ​ອາ​ນຸ​ພາບ​ແຫ່ງ​ຄວາມ​ຫລັບ​ສ​ນິດ​ລົງ​ເຫນືອ​ເຈົ້າ ແລະ​ປິດ​ຕາ​ຄື​ທ່ານ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຈົ້າ​ແລ້ວ ແລະ​ຄຸມ​ຫົວ ຄື​ທ່ານ​ຜູ້​ເລັງ​ຍານ​ຂອງ​ເຈົ້າ​ໄວ້​ແລ້ວ 11 ແລະ​ແກ່​ທ່ານ​ທັງ​ຫລາຍ ນິ​ມິດ​ນີ້​ທັງ​ສິ້ນ​ໄດ້​ກາຍ​ເປັນ​ເຫມືອນ​ຖ້ອຍ​ຄຳ​ໃນ​ຫນັງ​ສື​ທີ່​ປະ​ທັບ​ຕາ ເມື່ອ​ຄົນ​ໃຫ້​ແກ່​ຄົນ​ນຶ່ງ​ທີ່​ອ່ານ​ໄດ້​ກ່າວ​ວ່າ “ອ່ານ​ນີ້​ເບິ່ງ” ເຂົາ​ວ່າ “ຂ້ອຍ​ອ່ານ​ບໍ່​ໄດ້​ເພາະ​ມີ​ຕາ​ປະ​ທັບ” 12 ເມື່ອ​ເຂົາ​ໃຫ້​ຫນັງ​ສື​ແກ່​ຄົນ​ນຶ່ງ​ທີ່​ອ່ານ​ບໍ່​ໄດ້​ກ່າວ​ວ່າ “ອ່ານ​ນີ້​ເບິ່ງ” ເຂົາ​ວ່າ “ຂ້ອຍ​ບໍ່​ຮູ້​ຫນັງ​ສື” 13 ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເພາະ​ຊົນ​ຊາດ​ນີ້​ເຂົ້າ​ມາ​ໃກ້​ດ້ວຍ​ປາກ​ຂອງ​ເຂົາ ແລະໃຫ້​ກຽດ​ເຣົາ​ດ້ວຍ​ຮິມ​ຝີ​ປາກ​ຂອງ​ເຂົາ ແຕ່​ເຂົາ​ໃຫ້​ຈິດ​ໃຈ​ຂອ​ງ​ເຂົາ​ຫ່າງ​ໄກ​ຈາກ​ເຣົາ ເຂົາ​ຢຳ​ເກງ​ເຮົາ​ພຽງ​ແຕ່​ເຫມືອນ​ເປັນ​ບັນ​ຍັດ​ຂອງ​ມະ​ນຸດ​ທີ່ທ່ອງ​ຈຳ​ກັນ​ມາ 14 ເຫດ​ສັນ​ນັ້ນ ເບິ່ງ​ແມ໋, ເຮົາ​ຈະ​ກະ​ທຳ​ສິ່ງ​ມະ​ຫັສ​ຈັນ​ກັບ​ຊົນ​ຊາດ​ນີ້​ອີກ ປລາດ​ແລະ​ອັດ​ສະ​ຈັນ ສະ​ຕິ​ປັນ​ຍາ​ຂອງ​ຄົນ​ມີ​ປັນ​ຍາ​ຂອງ​ເຂົາ​ຈະ​ພິ​ນາດ​ໄປ ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ຄົນ​ທີ່​ເຂົ້າ​ໃຈ​ຈະ​ຖືກ​ປິດ​ບັງ​ໄວ້ 15 ວິ​ບັດ​ແກ່​ຜູ້​ທີ່​ພ​ຍາ​ຍາມ​ເຊື່ອງ​ແຜນ​ການ​ຂອງ​ເຂົາ​ໄວ້​ເລິກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ການ​ກະ​ທຳ​ຂອງ​ເຂົາ​ຢູ່​ໃນ​ຄວາມ​ມືດ ຜູ້​ຊຶ່ງ​ກ່າວ​ວ່າ “ໃຜ​ເຫັນ​ເຮົາ ໃຜ​ຈື່​ເຮົາ​ໄດ້” 16 ເຈົ້າ​ກັບ​ປ່ຽນ​ທຸກ​ສິ່ງ​ຈາກຫນ້າ​ມື​ເປັນ​ຫລັງ​ມື ຈະ​ຖື​ວ່າ​ຊ່າງປັ້ນ​ຫມໍ້​ເທົ່າ​ກັບ​ດິນ​ຫນຽວ ແລະ​ສິ່ງ​ທີ່​ຖືກ​ສ້າງ​ຈະ​ເວົ້າ​ເຣື່ອງ​ຜູ້ ສ້າງ​ມັນ​ວ່າ “ເຂົາ​ບໍ່​ໄດ້​ສ້າງ​ຂ້ອຍ” ຫລື​ສິ່ງ​ທີ່​ຖືກ​ປັ້ນ​ຂຶ້ນ​ຈະ​ເວົ້າ​ເຣື່ອງ​ຜູ້​ປັ້ນ​ມັນ​ວ່າ “ເຂົາ​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ຫຍັງ​ເລີຍ” ຢ່າງ​ນີ້​ຫລື”

ຄວາມ​ຫວັງ​ສຳ​ລັບ​ອາ​ນາ​ຄົດ

17 ບໍ່​ແມ່ນ​ອີກ​ຫນ້ອຍ​ນຶ່ງ​ເທົ່າ​ນັ້ນ​ຫລື ທີ່​ເລບາ​ນອນ​ຈະ​ຖືກ​ປ່ຽນ​ໃຫ້​ເປັນ​ສວນ​ຫມາກ​ໄມ້ ແລະ​ສວນ​ຫມາກ​ໄມ້​ຈະ​ຖືກວ່າ​ເປັນ​ປ່າ 18 ໃນ​ວັນ​ນັ້ນ ຄົນ​ຫູ​ຫນວກ​ຈະ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ຫນັງ​ສື ແລະ​ຕາ​ຂອງ​ຄົນ​ຕາ​ບອດ​ຈະ​ເຫັນ​ອອກ​ມາ​ຈາກ​ຄວາມ​ມືດ​ຂອງ​ເຂົາ 19 ຄົນ​ໃຈ​ອ່ອນ​ສຸ​ພາບ​ຈະ​ໄດ້​ຄວາມ​ຊື່ນ​ບານ​ສົດ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຄົນ​ຍາກ​ຈົນ​ຖ້າມ​ກາງ​ມະ​ນຸດ​ຈະ​ເລີງ​ໂລດ​ໃນ​ອົງ​ບໍ​ຣິ​ສຸດ​ແຫ່ງ​ອິສ​ຣາ​ເອນ 20 ເພາະ​ວ່າ​ຜູ້​ຫນ້າ​ຢ້ານ​ຫົວ​ຈະ​ສູນ​ໄປ ແລະ​ຄົນ​ມັກ​ເຍາະ​ເຍີ້ຍ​ຈະ​ຫມົດ​ໄປ ແລະ​ຄົນ​ທັງ​ປວງ​ທີ່​ຫາ​ໂອ​ກາດ​ກະ​ທຳ​ຊົ່ວ​ຈະ​ຖືກ​ຕັດ​ຂາດ 21 ຄື​ຜູ້​ທີ່​ໃສ່​ຄວາມ​ຄົນ​ອື່ນ​ດ້ວຍ​ຖ້ອຍ​ຄຳ​ຂອງ​ເຂົາ ແລະ​ວ່າງ​ບ້ວງ​ໄວ້​ດັກ​ເຂົາ​ຜູ້​ກ່າວ​ຄຳ​ຂະ​ຫນາບ​ທີ່​ປະ​ຕູ​ເມືອງ ແລະ​ດ້ວ​ຍ​ຖ້ອຍ​ຄຳ​ທີ່​ບໍ່​ເປັນ​ແກ່ນ​ສານ ເຂົາ​ຂັດ​ຂວາງ​ຄົນ​ທີ່​ຢູ່​ຝ່າຍ​ຖືກ​ເສັຽ 22 ເພາະ​ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄຖ່​ອັບ​ຣາ​ຮາມ​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ວ່າ “ຢາ​ໂຄບ​ຈະ​ບໍ່​ຕ້ອງ​ອັບ​ອາຍ​ອີກ ຫນ້າ​ຂອງ​ເຂົາ​ຈະ​ບໍ່​ຊີດ​ລົງ​ອີກ​ຕໍ່​ໄປ 23 ເພາະ​ເມື່ອ​ເຂົາ​ເຫັນ​ລູກ​ຫລານ​ຂອງ​ເຂົາ​ຊຶ່ງ​ເປັນ​ຜົນ​ງານ​ແຫ່ງ​ມືຂອງ​ເຮົາ​ໃນ​ຫມູ່​ພວກ​ເຂົາ ເຂົາ​ທັງ​ຫລາຍ​ຈະ​ຖື​ວ່າ​ນາມ​ຂອງ​ເຮົາ​ສັກ​ສິດ ເຂົາທັງ​ຫລາຍ​ຈະ​ຖືວ່າ​ອົງ​ບໍ​ຣິ​ສຸດ​ຂອງ​ຢາ​ໂຄບ​ສັກ​ສິດ ແລະ​ຈະ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ 24 ບັນ​ດາ​ຜູ້​ທີ່​ຜິດ​ຝ່າຍ​ຈິດໃຈ​ຈະ​ມາ​ເຖິງ​ຄວາມ​ເຂົ້າ​ໃຈ ແລະ​ບັນ​ດາ​ຜູ້​ທີ່​ຈົ່ມ​ພຶມ​ພຳ​ຈະ​ຍອມ​ຮັບ​ຄວາມ​ຮອບ​ຮູ້”

ເອຊາຢາ 30

ຂໍ້​ສັນ​ຍາ​ກັບ​ເອຢິບ​ບໍ່​ມີ​ປ​ໂຍດ

1 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ວິບັດ​ແກ່​ລູກ​ຫລານ​ທີ່​ດື້​ດຶງ ຜູ້ກະ​ທຳ​ແຜນ​ການ ແຕ່​ບໍ່​ແມ່ນ​ຂອງ​ເຮົາ ຜູ້​ກະ​ທຳ​ສົນ​ທິ​ສັນ​ຍາ ແຕ່​ບໍ່​ແມ່ນ​ຕາມ​ນ້ຳ​ໃຈ​ເຮົາ ເຂົາ​ຈະ​ເພີ້ມ​ບາບ​ຊ້ອນ​ບາບ 2 ຜູ້​ອອກ​ເດີນ​ໄປ​ຍັງ​ເອຢິບ ໂດຍ​ບໍ່​ຂໍ​ຄຳ​ປຶກ​ສາ​ຂອງ​ເຮົາ ເພື່ອ​ຈະ​ໄປ​ລີ້​ພັຍ​ໃນ​ຄວາມ​ອາ​ຣັກ​ຂາ​ຂອງ​ຟາ​ຣາ​ໂອ ເພື່ອ​ຈະ​ຫາ​ທີ່​ກຳ​ບັງ​ໃນ​ຮົ່ມ​ເງົາ​ຂອງ​ເອຢິບ 3 ເຫດ​ສັນ​ນັ້ນ ການ​ອາ​ຣັກ​ຂາ​ຂອງ​ຟາ​ຣາ​ໂອ ຈະ​ກັບ​ເປັນ​ຄວາມ​ອັບ​ອາຍ​ຂອງ​ເຈົ້າ ແລະ​ທີ່​ກຳ​ບັງ​ໃນ​ຮົ່ມ​ເງົາ​ຂອງ​ເອ​ຢິບ​ກັບ​ເປັນ​ທີ່​ຂາຍ​ຫນ້າ​ຂອງ​ເຈົ້າ 4 ເພາະເຖິງ​ແມ່ນ​ວ່າ​ຂ້າ​ຣາ​ຊ​ການ​ຂອງ​ເຂົາ​ຢູ່​ທີ່​ໂຊ​ອານ ແລະ​ທູດ​ຂອງ​ເຂົາ​ໄປ​ເຖິງ​ຮາ​ເນ​ສ 5 ທຸກ​ຄົນ​ໄດ້​ຮັບ​ຄວາ​ມອັບ​ອາຍ ໂດຍ​ຊົນ​ຊາດ​ນຶ່ງ​ຊຶ່ງ​ຊ່ອຍ​ເຂົາ​ບໍ່​ໄດ້ ຊຶ່ງ​ບໍ່​ໄດ້​ນຳ​ຄວາມ​ຊ່ອຍ​ເຫລືອ​ຫລື​ປ​ໂຍດ​ມາ​ໃຫ້ ໄດ້​ແຕ່​ຄວາມ​ອັບ​ອາຍ​ແລະ​ຄວາມ​ຂາຍ​ຫນ້າ 6 ຖ້ອຍ​ຄຳ​ເຣື່ອງ​ສັດ​ປ່າ​ແຫ່ງ​ເນ​ເກັບ ເຂົາ​ທັງ​ຫລາຍ​ບັນ​ທຸກ​ຊັບ​ສິນ​ຂອງ​ເຂົາ​ເທິງ​ຫລັງ​ອູດໄປ​ຕລອດ​ແຜ່ນ​ດິນ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ແສນ​ຣະ​ທົມ ບ່ອ​ນຊຶ່ງ​ນາງ​ສິງ​ແລະ​ສິງ​ໂຕ​ຜູ້ ງູພິດ​ແລະ​ມັງ​ກອນ​ເຫາະ​ໄດ້ ໄປ​ຍັງ​ຊົນ​ຊາດ​ນຶ່ງ​ຊຶ່ງ​ຈະ​ຊ່ອຍ​ເຂົາ​ບໍ່​ໄດ້ 7 ເພາະ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເອ​ຢິບ​ນັ້ນ​ໄຮ້​ຄ່າ​ແລະບໍ່​ມີ​ປ​ໂຍດ ເຫດ​ສັນ​ນັ້ນ ເຮົາ​ຈຶ່ງ​ເອີ້ນ​ເຂົາ​ວ່າ “ຣາ​ຮັບ​ຜູ້​ນັ່ງ​ເສີຍ” 8 ບັດ​ນີ້ ໄປ​ເຖີດ ຂຽນ​ລົງ​ໄວ້​ເທິງ​ແຜ່ນ​ຈາ​ຣຶກ​ຕໍ່​ຫນ້າ​ເຂົາ​ແລະ​ຈົດ​ໄວ້​ໃນ​ຫນັງ​ສື ເພື່ອ​ໃນ​ເວ​ລາ​ທີ່​ຈະ​ມາ​ເຖິງ​ຈະ​ເປັນ​ສັກ​ຂີ​ພິ​ຍານ​ເປັນ​ນິດ 9 ເພາະ​ວ່າ​ເຂົາ​ທັງ​ຫລາຍ​ເປັນ​ຊົນ​ຊາດ​ດື້​ດຶງ ເປັນ​ລູກ​ທີ່​ຕົວະ ເປັນ​ຫລານ​ທີ່​ບໍ່​ຍອມ​ຟັງ​ພຣະ​ທັມ​ຂອງ​ພຣະ​ຜູ້ເປັນ​ເຈົ້າ 10 ຜູ້​ກ່າວ​ແກ່​ຜູ້​ເລັງ​ຍານ​ວ່າ “ຢ່າ​ເຫັນ​ເລີຍ” ແລະ​ແກ່​ປະ​ກາດ​ພຣະ​ຄຳ​ວ່າ “ຢ່າ​ພ​ຍາ​ກອນ​ສິ່ງ​ທີ່​ຖືກ​ຕ້ອງ​ແກ່​ເຮົາ​ເລີຍ ຈົ່ງ​ເວົ້າ​ສິ່ງທີ່​ພວກເຮົາ​ຢາກ​ຟັງ ໃຫ້ພວກ​ເຣົາ​ຍຶດ​ຖື​ສິ່ງ​ທີ່​ລວງ​ຕາ​ລວງ​ໃຈ​ໄວ້​ 11 ອອກ​ຈາກ​ທາງ​ເສັຽ ຫັນ​ເສັຽ​ຈາກວິ​ຖີ ໃຫ້​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ​ພົ້ນ​ຫນ້າ​ພົ້ນ​ຕາ​ຂອງ​ເຮົາ​ເສັຽ” 12 ເຫດ​ສັນ​ນັ້ນ ອົງ​ບໍ​ຣິສຸດ​ຂອງ​ອິສ​ຣາ​ເອນ​ກ່າວດັ່ງ​ນີ້​ວ່າ “ເພາະ​ເຈົ້າ​ດູ​ຫມິ່ນ​ຖ້ອຍ​ຄຳ​ນີ້ ແລະ​ວາງ​ໃຈ​ໃນ​ການບີບ​ບັງ​ຄັບ​ແລະ​ການ​ທຸຈ​ຣິດ ແລະ​ເພິ່ງ​ອາ​ໄສ​ສິ່ງ​ເຫລົ່າ​ນັ້ນ 13 ເພາະ​ສະ​ນັ້ນ ຄວາມ​ບາບ​ຜິດ​ນີ້​ຈະ​ເປັນ​ແກ່​ເຈົ້າ ເຫມືອນ​ກຳ​ແພງ​ສູງ​ແຍກ​ອອກ​ໂຜ່​ອອກ​ໄປ ກຳ​ລັງ​ຈະ​ພັງ ຊຶ່ງ​ຈະ​ພັງ​ຢ່າງ​ປັດ​ຈຸບັນ​ທັນ​ດ່ວນ​ໃນ​ພິບ​ຕາ​ດຽວ 14 ພຣະ​ອົງ​ຈະ​ຊົງກະ​ທຳ​ໃຫ້​ແຕກ​ເຫມືອນ​ພາ​ຊ​ນະ​ຂອງ​ຊ່າງ​ຫມໍ້​ແຕກ ຊຶ່ງ​ແຕກ​ແຍກ​ຢ່າງ​ບໍ່​ປາ​ນີ ປ່ຽງ​ທີ່​ແຕກ​ນັ້ນ​ບໍ່​ພົບ​ປ່ຽງ​ດີ ພໍ​ທີ່​ຈະ​ຕັກ​ໄຟ​ອອກ​ຈາກ​ເຕົາ ຫລື​ໃຊ້​ຕັກ​ນ້ຳ​ອອກ​ຈາກ​ບໍ່​ເກັບ​ນ້ຳ” 15 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ບໍ​ຣິ​ສຸດ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ “ໃນ​ການ​ກັບ​ແລະ​ຢຸດ​ພັກ ເຈົ້າ​ທັງ​ຫລາຍ​ຈະ​ລອດ ກຳ​ລັງ​ຂອງ​ເຈົ້າ​ຈະ​ຢູ່​ໃນ​ຄວາມ​ສ​ງົບ​ແລະ​ຄວາ​ມ​ໄວ້​ວາງ​ໃຈ ແລະເຈົ້າ​ກໍ​ບໍ່​ຍອມ​ທຳ​ຕາມ” 16 ແຕ່​ເຈົ້າ​ທັງ​ຫລາຍ​ວ່າ “ຢ່າ​ເລີຍ ເຮົາ​ຈະ​ຂີ່​ມ້າ​ຫນີ​ໄປ” ເຫດ​ສັນນັ້ນ ເຈົ້າ​ກໍ​ຈະ​ຫນີ​ໄປ ແລະ ເຮົາ​ຈະ ຂີ່​ມ້າ​ໄວ​ທີ່​ສຸດ” ເພາະ​ສະ​ນັ້ນ ຜູ້​ໄລ່​ຕາມ​ເຈົ້າ​ທັງ​ຫລາຍ​ຈະ​ໄວທີ່​ສຸດ 17 ຄົນ​ພັນ​ນຶ່ງ​ຈະ​ຫນີ​ເພາະ​ຄຳ​ຂູ່ເຂັນ​ຂອງ​ຄົນໆ​ດຽວ ເຈົ້າ​ທັງ​ຫລາຍ​ຈະ​ຫນີ​ເພາະ​ຄຳ​ຂູ່​ເຂັນ​ຂອງ​ຄົນ​ຫ້າ​ຄົນ ຈົນ​ຈະ​ເຫລືອ​ແຕ່​ເຈົ້າ​ເຫມືອນ​ເສົາ​ທຸງ​ເທິງຍອດ​ພູ​ ເຫມືອນ​ຫລັກ​ທຸງ​ທີ່​ຈອມເນີນ​ພູເທົ່າ​ນັ້ນ

ພຣະ​ຄຸ​ນ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ສັນ​ຍາ​ປະ​ທານ​ແກ່​ ອິສ​ຣາ​ເອນ

18 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄອຍ​ທີ່​ຈະ​ຊົງ​ພຣະ​ກະ​ຣຸ​ນາ​ເຈົ້າ​ທັງ​ຫລາຍ ເພາະ​ສະ​ນັ້ນ ພຣະ​ອົງ​ຈຶ່ງ​ຊົງ​ລຸກ​ຂຶ້ນ​ເພື່ອ​ເມດ​ຕາ​ເຈົ້າ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ເຈົ້າ​ແຫ່ງ​ຄວາມ​ຍຸດ​ຕິ​ທັມ ຜູ້​ທີ່​ຄອຍ​ຖ້າ​ພຣະ​ອົງ​ຈະ​ໄດ້​ຮັບ​ພຣະ​ພອນ 19 ປະ​ຊາ​ຊົນ​ຜູ້​ອາ​ໄສ​ໃນ​ຊີ​ໂອນ ຢູ່ໃນ​ເຢ​ຣູ​ຊາ​ເລັມ​ເອີຍ ເຈົ້າ​ຈະ​ບໍ່​ຮ້ອງ​ໄຫ້​ອີກ​ຕໍ່​ໄປ ເມື່ອໄດ້​ຍິນ​ສຽງ​ເຈົ້າ​ຮ້ອງ​ທູນ​ພຣະ​ອົງ​ຈະ​ຊົງ​ເມດ​ຕາ​ຕໍ່​ເຈົ້າ ເມື່ອ​ພຣະ​ອົງ​ຊົງ​ໄດ້​ຍິນ ​ພຣະ​ອົງ​ຈະ​ຕອບ​ເຈົ້າ 20 ເຖິງ​ແມ່ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ອາ​ຫານ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ແລະ​ນ້ຳ​ແຫ່ງ​ຄວາມ​ທຸກ​ໃຈ​ໃຫ້​ແກ່​ເຈົ້າ ເຖິງ​ປານ​ນັ້ນ​ພຣະ​ຄ​ຣູ​ຂອງ​ເຈົ້າ​ຈະ​ບ​ໍ່​ລີ້​ຊ່ອນ​ຕົວ​ອີ​ກເລີຍ ແຕ່​ຕາຂອງ​ເຈົ້າ​ຈະ​ເຫັນ​ພຣະ​ຄ​ຣູ​ຂອງ​ເຈົ້າ 21 ເມື່ອ​ເຈົ້າ​ຫັນ​ໄປ​ທາງ​ຂວາ​ຫລື​ຫັນ​ໄປ​ທາງ​ຊ້າຍ ຫູ​ຂອງ​ເຈົ້າ​ຈະ​ໄດ້​ຍິນ​ສຽງ​ເວົ້າ​ຕາມ​ຫລັງ​ເຈົ້າ​ວ່າ “ນີ້​ເປັນ​ຫົນ​ທາງ​ຈົ່ງ​ຍ່າງໃນ​ທາງ​ນີ້” 22 ແລ້ວ​ເຈົ້າ​ຈະ​ທຳ​ລາຍ​ຮູບ​ເຄົາ​ຣົບ​ຫລໍ່​ໂອບ​ດ້ວຍ​​ທອງ​ຄຳ​ຂອງ​ເຈົ້າ ເຈົ້າ​ຈະ​ກະ​ຈາຍ​ມັນ​ໄປ​ຢ່າງ​ຂອງ​ບໍ່​ສະ​ອາດ ແລະ​ເຈົ້າ​ຈະ​ກ່າວ​ແກ່​ມັນ​ວ່າ“ຫນີໄປ​ໃຫ້​ພົ້ນ” 23 ພຣະ​ອົງ​ຈະ​ປະ​ທານ​ຝົນ​ໃຫ້​ແກ່​ເມັດ​ພືດ​ຊຶ່ງ​ເຈົ້າ​ຫວ່ານ​ລົງ​ທີ່​ດິນ​ແລະ​ປະ​ທານ​ເຂົ້າ ຊຶ່ງ​ເປັນ​ຜ​ລິດ​ຜົນ​ຂອງ​ດິນ ແລະ​ເຂົ້າ​ຈະ​ອຸ​ດົມ​ແລະ​ສົມ​ບູນ​ ໃນ​ວັນ​ນັ້ນ​ງົວ​ຂອງ​ເຈົ້າ​ຈະ​ກິນ​ຢູ່​ໃນ​ເດີ່ນ​ຫຍ້າ​ກວ້າງ 24 ງົວກັບ​ລໍ​ທີ່​ໃຊ້​ທຳ​ນາ​ຈະ​ມີ​ຫຍ້າ​ແຫ້ງ​ຢ່າງ​ດີ​ກິນ 25 ເທິງ​ພູ​ສູງ​ທຸກ​ແຫ່ງ ແລະ​ເທິງເນີນ​ສູງ​ທຸກ​ແຫ່ງ​ຈະ​ມີ​ລຳ​ທານ​ມີນ້ຳ​ໄຫລ ໃນ​ວັນ​ທີ່​ມີ​ການ​ຂ້າ​ກັນ​ໃຫຍ່ ເມື່ອ​ຫໍ​ຄອຍ​ພັງ​ລົງ 26 ນອກ​ຈາກ​ນີ້ ​ແສງສວ່າງ​ຂອງດວງ​ຈັນ​ຈະ​ເຫມືອນ​ແສງ​ສວ່າງ​ຂອງດວງ​ຕາ​ເວັນ​ຈະ​ເປັນ​ເຈັດ​ເທົ່າ ແລະ​ເປັນ​ຢ່າງ​ແສງ​ສວ່າງ​ຂອງ​ເຈັດ​ວັນ ໃນ​ວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພັນ​ຮອຍ​ບາດ​ເຈັບ​ແຫ່ງ​ຊົນຊາດ​ຂອງ​ພຣະ​ອົງ​ ແລະ​ຮັກ​ສາ​ບາດ​ແຜ​ຊຶ່ງ​ເຂົາ​ຖືກ​ພຣະ​ອົງ​ຊົງ​ຕີ​ນັ້ນ 27 ເບິ່ງ​ແມ໋, ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຈາກ​ທີ່​ໄກ ຮ້ອນ​ດ້ວຍ​ຄວາມ​ກິ້ວ​ຂອງ​ພຣະ​ອົງ ໃນ​ຄວັນ​ຕຶບ​ຫນາ​ທີ່​ລອຍ​ສູງ​ຂຶ້ນ​ໄປ ຮີມ​ພຣະ​ໂອດ​ຂອງ​ພຣະ​ອົງ​ເຕັມ​ດ້ວຍ​ຄວາມ​ກິ້ວ ແລະ​ພຣະ​ອົງກ່າວ​ຈາ​ແລະ​ຖ້ອຍຄຳ​ຂອງ​ພຣະ​ອົງ​ເຫມືອນ​ໄຟ​ເຜົາ​ຜານ 28 ພຣະ​ອົງ​ທຳ​ໃຫ້​ລົມ​ພັດ​ຢູ່​ເບື້ອງ​ຫນ້າ​ຂອງ​ພຣະ​ອົງ​ເຫມືອນ​ລຳ​ທານ​ຖ້ວມ​ທົ້ນ ທີ່​ຖ້ວມ​ເຖິງ​ຄໍ ເພື່ອ​ຈະ​ຮ່ອນ​ບັນ​ດາ​ປະ​ຊາ​ຊາດ​ໄປ​ສູ່​ຄວາມ​ຈິບ​ຫາຍ ແລະ​ຈະ​ມີ​ບັງ​ຫຽນຊຶ່ງ​ພາ​ໃຫ້​ເຈີ່ນ​ທີ່​ຂາ​ມິດ​ຕັດ​ຂອງ​ຊົນ​ຊາດ​ທັງ​ຫລາຍ 29 ເຈົ້າ​ຈະ​ມີ​ບົດ​ເພງ​ຢ່າງ​ຄືນ​ທີ່​ມີເທ​ສ​ການ​ສັກ​ສິດ ແລະ​ມີ​ໃຈ​ຍິນ​ດີ​ຢ່າງ​ຄົນ​ທີ່​ອອກ​ເດີນ​ຕາມ​ສຽງ​ປີ່ ເພື່ອ​ໄປ​ຍັງ​ພູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ພຣະ​ສີລາ​ແຫ່ງ​ອິສ​ຣາ​ເອນ 30 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ໃຫ້​ພຣະ​ສຸ​ຣະ​ສຽງ​ອັນ​ຊົງ​ຣິດ​ອຳ​ນາດ​ຂອງ​ພຣະ​ອົງ​ເປັນ​ທີ່​ໄດ້​ຍິນ ແລະ​ຈະ​ຊົງ​ໃຫ້​ເປັນ​ພຣະ​ກອນ​ຟາດ​ລົງ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ກິ້ວ​ຢ່າງ​ກ້ຽວ​ກາດ ແລະ​ແປ​ວແຫ່ງ​ໄຟ​ເຜົາ​ຜານ​ພ້​ອມ​ກັບ​ຝົນ​ກະ​ຫນ່ຳ​ແລະ​ພະ​ຍຸ​ແລະ​ຫມາກ​ເຫັບ 31 ຄົນ​ອັ​ສ​ຊີ​ເຣັຽ​ຈະ​ສະ​ຍົດ​ສະ​ຍອງ​ດ້ວຍ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຕີສອນ​ດ້ວຍ​ພຣະ​ຄະ​ທາ​ຂອງ​ພຣະ​ອົງ 32 ແລະ​ຈັງ​ຫວະ​ໄມ້​ແສ້​ລົງ​ໂທດ​ທຸກ​ຈັງ​ຫວະ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໂບຍ​ລົງ​ເຫນືອ​ເຂົາ​ຈະ​ເຂົ້າ​ກັບ​ສຽງ​ລຳ​ມະ​ນາແລະ​ພີນ​ເຂົາ​ຄູ່ ພຣະ​ອົງ​ຈະ​ຊົງ​ຕໍ່​ສູ້​ເຂົາ​ດ້ວຍ​ສົງ​ຄາມ​ຟາດ​ຟັນ 33 ເພາະ​ບ່ອນ​ສຳ​ລັບ​ເຜົາ​ກໍ​ຈັດ​ໄວ້​ດົນ​ນານ​ແລ້ວ ຕຽມ​ໄວ້​ສຳ​ລັບ​ພຣະ​ຣາ​ຊາ ບ່ອນ​ນັ້ນ​ທັງ​ເລິກ​ທັງ​ກວ້າງ​ແລະ​ທັງ​ມີ​ກອງ​ຟືນ​ສູງ ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຫາຍ​ໃຈ​ເປັນ​ແປວ​ໄຟ​ເພື່ອ​ເຜົາ​ໄຫມ້​ບ່ອນ​ນັ້ນ

ເອຊາຢາ 31

ຄົນ​ເອ​ຢິບ​ຄື​ມະ​ນຸດ ບໍ່​ແມ່ນ​ພຣະ​ເຈົ້າ

1 ວິ​ບັດ​ແກ່​ຄົນ​ເຫລົ່າ​ນັ້ນ​ຜູ້​ລົງ​ໄປ​ທີ່​ເອ​ຢິບ​ເພື່ອ​ຂໍ​ຄວາມ​ຊ່ອຍ​ເຫລືອ ແລະ​ຫມາຍ​ເພິ່ງ​ມ້າ ຜູ້​ທີ່​ວາງ​ໃຈ​ໃນ​ຣົດ​ຮົບ​ເພາະ​ມີ​ຫລາຍ ແລະ​ວາງ​ໃນ​ພົນ​ມ້າ ເພາະ​ເຂົາ​ທັງ​ຫລາຍ​ແຂງ​ແຮງ ແຕ່ບໍ່​ໄດ້​ຫມາຍ​ເຖິງ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ ຫລື​ປຶກ​ສາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ 2 ແຕ່​ເຖິງ​ປານ​ນັ້ນ ພຣະ​ອົງ​ຍັງ​ຊົງ​ສ​ລຽວ​ສ​ລາດ​ແລະ​ນຳ​ໄພ​ວິ​ບັດ​ມາ​ໃຫ້ ພຣະ​ອົງ​ບໍ່​ໄດ້​ຊົງ​ເອີ້ນ​ພຣະ​ຄຳ​ຂອງ​ພຣະ​ອົງ​ຄືນ​ມາ ແຕ່​ຈະ​ຊົງ​ລຸກ​ຂຶ້ນ​ຕໍ່​ສູ້​ກັບ​ວົງ​ຜູ້​ກະ​ທຳ​ຄວາມ​ຜິດ ແລະ​ຕໍ່​ສູ້​ກັບ​ຜູ້​ຊ່ອຍ​ເຫລືອ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ກະ​ທຳ​ບາບ​ຜິດ 3 ຄົນ​ເອ​ຢິບ​ເປັນ​ຄົນ ແລະ​ບໍ່​ແມ່ນ​ພຣະ​ເຈົ້າ ແລະ​ມ້າ​ທັງ​ຫລາຍ​ຂອ​ງ​ເຂົາ​ເປັນ​ເນື້ອ​ຫນັງ ແລະ​ບໍ່​ແມ່ນ​ວິນຍານ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ ຜູ້​ຊ່ອຍ​ເຫລືອ​ກໍ​ຈະ​ສະ​ດຸດ ແລະ​ຜູ້​ທີ່​ຮັບ​ການ​ຊ່ອຍ​ເຫລືອ​ກໍ​ຈະ​ລົ້ມ ແລະ​ເຂົາ​ທັງ​ຫລາຍ​ຈະ​ພິ​ນາດ​ເສັຽດ້ວຍ​ກັນ 4 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວກັບ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້​ວ່າ ດັ່ງ​ສິງ​ຫລື​ສິງ​ຫນຸ່ມ​ຄຳ​ຣາມ​ຢູ່ເຫນືອ​ເຫຍື່ອ​ຂອງ​ມັນ ແລະ​ເມື່ອ​ເຂົາ​ເອີ້ນ​ຜູ້​ລ້ຽງ​ແກະ​ຫມູ່​ນຶ່ງ​ມາ​ສູ້​ມັນ ມັນ​ບໍ່​ຢ້ານ​ກົວ​ຕໍ່​ສຽງ​ໂຮ່​ຮ້ອງ​ຂອງ​ເຂົາ​ທັງ​ຫລາຍ ຫລືແລ່ນ​ຫນີ​ຕໍ່​ສຽງ​ອຶງ​ຄະ​ນຶງ​ຂອງ​ເຂົາ ດັ່ງ​ນັ້ນ​ແຫລະ​ ພຣະ​ຜູ້​ເປັນ​ເຈົ້າ​ຈ​ອມ​ໂຍທາ​ຈະ​ສະ​ເດັດ​ລົງ​ມາ​ເພື່ອ​ສູ້​ຮົບ​ເທິງ​ພູ​ຊີ​ໂອນ​ແລະ​ເທິງ​ເນີນ​ພູ​ຂອງ​ມັນ 5 ເຫມືອນ​ນົກ​ບິນ​ຢູ່ ດັ່ງ​ນັ້ນ​ແຫລະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈະ​ຊົງ​ອາ​ຣັກ​ຂາ​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ຈະ​ຊົງ​ອາ​ຣັກ​ຂາ​ແລະ ຊ່ອຍ​ກູ້​ພຣະ​ອົງ ຈະ​ຊົງ​ເວັ້ນ​ເສັຽ ແລະ​ຊ່ອຍ​ຊີ​ວິດ 6 ໂອ ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ ຈົ່ງ​ກັບ​ມາ​ຫາ​ພຣະ​ອົງ​ຜູ້​ທີ່​ພວກ​ເຈົ້າ​ໄດ້​ກະ​ບົດ​ຢ່າງ​ຮ້າຍ 7 ເພາະ​ໃນ​ວັນ​ນັ້ນ ທຸກ​ຄົນ​ຈະ​ຖິ້ມ​ຮູບ​ເຄົາ​ຣົບ​ຂອງ​ຕົນ​ທີ່​ທຳ​ດ້ວຍ​ເງິນ​ແລະ​ຮູບ​ເຄົາ​ຣົບ​ຂອງ​ຕົນ​ທີ່​ທຳ​ດ້ວຍ​ທອງ​ຄຳ ຊຶ່ງ​ມື​ຂອງ​ເຈົ້າ​ໄດ້​ທຳ​ຂຶ້ນ​ຢ່າງ​ບາບ​ຫນາ​ສຳ​ລັບ​ຕົວ​ເຈົ້າ 8 “ແລະ​ຄົນ​ອັ​ສ​ຊີ​ເຣັຽ​ຈະ​ລົ້ມ​ລົງ​ດ້ວຍ​ດາບ ຊຶ່ງ​ບໍ່​ແມ່ນ​ຂອງ​ມະ​ນຸດ​ຈະ​ກິນ​ເຂົາ​ເສັຽ ແລະ​ເຂົາ​ຈະ​ຫນີ​ຈາກ​ດາບ ແລະ​ຊາຍ​ສະ​ກັນ​ຂອງ​ເຂົາ​ຈະ​ຖືກ​ບັງ​ຄັບ​ໃຫ້​ທຳ​ງານ​ໂຍ​ທາ 9 ສີ​ລາ​ຂອງ​ເຂົາ​ຈະ​ສິ້ນ​ໄປ​ດ້ວຍ​ຄວາມ​ສະ​ຍົດ​ສະ​ຍອງ ແລະ​ນາຍໆ​ຂອງ​ເຂົາ​ຈະ​ຖິ້ມ​ທຸງ​ໄປ​ດ້ວຍ​ອາ​ການ​ອົກ​ສັ່​ນ​ຂວັນ​ຫາຍ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ທີ່​ໄຟ​ຂອງ​ພຣະ​ອົງ​ຢູ່​ໃນ​ຊີ​ໂອນ ແລະ​ຜູ້​ທີ່​ເຕົາ​ຂອງ​ພຣະ​ອົງ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ ກ່າວ​ດັ່ງ​ນີ້​ແຫລະ

ເອຊາຢາ 32

ກະ​ສັດ​ທີ່​ຊອບ​ທັມ

1 ວັນ​ນຶ່ງ​ຈະ​ມີ​ກະ​ສັດ​ທີ່​ຊອບ​ທັມ​ອົງ​ນຶ່ງ ແລະ​ຈະ​ມີ​ເຈົ້າ​ນາຍ​ທີ່​ປົກ​ຄອງ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ ​ 2 ເຈົ້າ​ນາຍ​ແຕ່​ລະ​ຄົນ​ຈະ​ເປັນ​ເຫມືອນ​ເຄື່ອງ​ບັງ​ລົມ ເຫມືອນບ​ອ່ນ​ຫລີກ​ພະ​ຍຸ ເຫມືອນ​ສາຍ​ນ້ຳ​ໄຫລ​ໃນ​ຖິ່ນ​ກັນ​ດານ ແລະ​ເຫມືອນ​ຮົ່ມ​ເງົາ​ຈາກ​ໂງ່ນ​ຫີນ​ໃຫຍ່​ໃນ​ແຜ່ນດິນ​ທີ່​ແຫ້ງ​ແລ້ງ 3 ພວກ​ທ່ານ​ຈະ​ເບິ່ງ​ແຍງ​ແລະ​ຮັບ​ຟັງ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ 4 ຈະ​ບໍ່​ໃຈ​ຮ້ອນ​ອີກ​ຕໍ່​ໄປ ແຕ່​ຈະ​ທຳ​ໂດຍ​ໃຊ້​ຄວາມ​ຮູ້​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ມີ​ປ​ໂຍດ 5 ຈະ​ບໍ່​ມີ​ໃຜ​ຄິດ​ວ່າ​ຄົນ​ໂງ່​ເປັນ​ຄົນ​ມີ​ກຽດ​ຫລື​ເວົ້າ​ວ່າ​ຄົນ​ໂກງ​ເປັນ​ຄົນ​ທີ່​ສັດ​ຊື່ 6 ຄົນ​ໂງ່​ກໍ​ເວົ້າ​ແຕ່ເຣື່ອງ​ໂງ່ໆ ແລະ​ຄິດ​ກະ​ທຳ​ແຕ່​ສິ່ງ​ທີ່​ບໍ່​ດີ ສິ່ງ​ທີ່​ເຂົາ​ທຳ​ແລະ​ເວົ້າ​ລ້ວນ​ແຕ່​ຫມິ່ນ​ປມາດ​ພຣະ​ເຈົ້າ​ຈະ​ບໍ່​ໃຫ້​ເຂົ້າ​ນ້ຳ​ແກ່​ຜູ້​ທີ່​ຫິວ 7 ສ່ວນ​ຄົນ​ຂີ້​ໂກງ​ເຂົາ​ເປັນ​ຄົນ​ຊົ່ວ​ແລະ​ທຳ​ແຕ່​ໃນ​ສິ່ງ​ທີ່​ຊົ່ວ​ຮ້າຍ ວາງ​ແຜນ​ທຳ​ຮ້າຍ​ຄົນ​ທຸກ​ຍາກ​ຈົນ​ດ້ວຍ​ການຕົວະ ແລະ​ກີດກັ້ນ​ສິດ​ຂອງ​ພວກ​ເຂົາ 8 ແຕ່​ຄົນ​ທີ່​ສັດ​ຊື່ກໍທຳ​ແຕ່​ຄວາມ​ສັດ​ຊື່ ແລະ​ຕັ້ງ​ຫມັ້ນ​ຢູ່​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ເທົ່າ​ນັ້ນ

ພິ​ພາກ​ສາ​ໂທດ​ແລະ​ທຳ​ໃຫ້​ດີ​ຄື​ເກົ່າ

9 ພວກ​ຜູ້​ຍິງ​ທີ່​ມີ​ຊີ​ວິດ​ເປັນ​ຢູ່​ຢ່າງ​ງ່າຍໆ ແລະ​ບໍ່​ເຄີຍ​ຫົວ​ຊາ​ນຳ​ຫຍັງ 10 ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ ດຽວ​ນີ້​ພວກ​ເຈົ້າ​ອີ່ມ​ຫນຳ​ສຳ​ລານ​ດີ ແຕ່​ໃນ​ປີ​ຕໍ່​ໄປ​ນີ້​ພວກ​ເຈົ້າ​ຈະ​ຫມົດ​ຫວັງ​ເພາະ​ວ່າ​ຈະ​ບໍ່​ມີ​ຫມາກ​ອະ​ງຸ່ນ​ກິນ 11 ພວກ​ຜູ້​ຍິງ​ທີ່​ມີ​ຊີ​ວິດ​ເປັນ​ຢ່າງ​ງ່າຍໆ​ແລະ​ບໍ່​ເຄີຍ​ຫົວ​ຊາ​ນຳ​ຫຍັງ ລະ​ວັງ​ເດີ ພວກ​ເຈົ້າ​ຈະ​ຢ້ານ​ກົວ​ຕົວ​ສັ່ນ ຈົ່ງ​ແກ້​ເຄື່ອງ​ນຸ່ງ​ອອກ ແລ້ວ​ເອົາ​ຜ້າ​ຂາດ​ມັດ​ແອວ​ໄວ້ 12 ຈົ່ງ​ຕິ​ຕາງ​ຮ້ອງ​ໄຫ້​ຂຶ້ນ ເພາະ​ວ່າ​ນາ​ດີ​ແລະ​ສວນ​ອະ​ງຸ່ນ​ຈະ​ຖືກ​ທຳ​ລາຍແລ້ວ​ຫຍ້າ​ແລະ​ໄມ້​ມີ​ຫນາມ​ໄດ້​ເກີດ​ຂຶ້ນ​ເທິງ​ທີ່​ດິນ​ໄພ່​ພົນ​ຂອງ​ເຮົາ 13 ຈົ່ງ​ຮ້ອງ​ໄຫ້​ເທີນ ເພາະ​ວ່າ​ເຮືອນ​ທຸກ​ຫລັງ​ທີ່​ປະ​ຊາ​ຊົນ​ອາ​ໄສຢູ່​ຢ່າງ​ມີ​ຄວາມ​ສຸກ ແລະ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ​ຍິນ​ດີ 14 ຕລອດ​ທັງ​ພຣະ​ຣາ​ຊວັງ ແລະ​ເມືອງ​ຫລວງ​ນັ້ນ ຖືກ​ປະ​ຖິ້ມ​ເພ​ພັງ​ຮ້າງ​ເປົ່າ​ຫມົດ ຫມູ່​ບ້ານ​ແລະ​ປ້ອມຍາມ​ຮັກ​ສາ​ການ​ຈະ​ເສັຽ​ຫາຍ​ຕລອດ​ໄປ ລໍ​ປ່າ​ຈະ​ໄປ​ທີ່​ນັ້ນ ແລະ​ມັນ​ຈະ​ເປັນ​ທົ່ງ​ຫຍ້າ​ຂອງ​ຫມູ່​ແກະ 15 ຈົນ​ກວ່າ​ພຣະ​ວິນ​ຍານ​ຈະ​ເທ​ລົງ​ມາ​ເທິງ​ເຮົາ​ຈາກ​ເບື້ອ​ງ​ເທິງ ແລະ​ແຜ່ນ​ດິນ​ທີ່​ເປົ່າ​ແປນ​ຈະ​ກາຍ​ເປັນ​ແຜ່ນ​ດິນອັນ​ອຸ​ດົມ​ສົມ​ບູນ ແລະ​ໄຮ່​ນາ​ຈະ​ເກີດດອກ​ອອກ​ຜົນ​ຢ່າງ​ຫລວງ​ຫລາຍ 16 ຄວາມ​ຊອບ​ທັມ​ແລະ​ຄວາມ​ຍຸດ​ຕິ​ທັມ​ຈະ​ມີ​ທົ່ວ​ໄປ​ໃນ​ປະ​ເທດ 17 ເພາະ​ວ່າ​ທຸກໆ​ຄົນຈະ​ເຮັດຖືກ​ຕ້ອງ​ຈຶ່ງ​ຈະ​ມີ​ຄວາມ​ສ​ງົບ​ສຸກ​ເກີດ​ຂຶ້ນ​ມາ ແລະ​ຫມັ້ນ​ຄົງ​ຕລອດ​ໄປ 18 ບ້ານ​ເຮືອນ​ແຫ່ງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ມີ​ຄວາມ​ສ​ງົບ​ສຸກ ແລະ​ປອດ​ພັຍ ພວກ​ເຂົາ​ຈະ​ບໍ່​ຖືກ​ຮົບກວນ 19 ເມື່ອ​ປ່າ​ພັງ​ທະ​ລາຍ ຫມາກ​ເຫັບ​ຈະ​ຕົກ​ລົງ​ມາ​ຕາມ​ປ່າ ແລະ​ເມືອງ​ຈະ​ເຈື່ອນ​ເພ​ພັງ 20 ທ່ານທີ່​ຫວ່ານ​ຢູ່​ຂ້າງ​ຫ້ວງ​ນ້ຳ​ທັງ​ປວງ​ກໍ​ເປັນ​ສຸກ ຜູ້​ທີ່​ປ່ອຍ​ໃຫ້​ຕີນ​ງົວ ແລະ​ຕີນ​ລາ​ທ່ຽວ​ຢູ່​ຢ່າງ​ອິສ​ຣະ

ເອຊາຢາ 33

ການ​ອ້ອນວອນ​ຂໍ​ຄວາມ​ຊ່ອຍ​ເຫລືອ

1 ພວກ​ສັດ​ຕ​ຣູ​ຂອງ​ເຮົາ​ຈະ​ປະ​ສົບ​ໄພ​ວິ​ບັດ ພວກ​ເຂົາ​ເປັນ​ພວກ​ປຸ້ນ ແລະ​ຄົນ​ທໍ​ຣະ​ຍົດ ເຖິງ​ແມ່ນ​ບໍ່​ມີ​ໃຜ​ປຸ້ນ ແລະ​ທໍ​ຣະ​ຍົດ​ພວກ​ເຂົາ ແຕ່​ວັນ​ເວ​ລາ​ແຫ່ງ​ການ​ຖືກ​ປຸ້​ນຖືກ​ທໍ​ຣະ​ຍົດ​ຈະ​ມາ​ເຖິງ​ເຂົາ ຄື​ພວກ​ເຂົາ​ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຖືກ​ປຸ້​ນຖືກ​ທໍ​ຣະ​ຍົດ 2 ໂອ ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ເມດ​ຕາ​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ ພວກ​ຂ້າ​ພຣະ​ອົງ​ຫວັງ​ເພິ່ງ​ພຣະ​ອົງ ຂໍ​ຊົງ​ຄຸ້ມ​ຄອງ​ຮັກ​ສາ​ພວກ​ຂ້າ​ພຣະ​ອົງ​ທຸກໆ​ວັນ ແລະ​ຂໍ​ຊົງ​ຊ່ອຍ​ພວກ​ຂ້າ​ພຣະ​ອົງ​ໃນ​ເວ​ລາ​ຖືກ​ຍາກ 3 ເມື່ອ​ພຣະ​ອົງ​ຊົງ​ຊ່ອຍ​ຮົບ​ແລະ​ມີ​ສຽງ​ຟ້າ​ຮ້ອງ ຊົນ​ຊາດ​ທັ​ງ​ຫລາຍ​ກໍ​ປົບ​ຫນີ​ໄປ​ຈາກ​ສະ​ຫນາມ​ຮົບ 4 ແລະ​ສິ່ງ​ຂອງທີ່​ພວກ​ເຂົາ​ມີ​ຢູ່ຈະ​ຖືກ​ຍຶດ​ເອົາ​ໄປ​ຈົນ​ຫມົດ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງຍິ່ງ​ໃຫຍ່​ແທ້ ພຣະ​ອົງ​ຊົງ​ຄອບ​ຄອງເຫນືອສັ​ພ​ສິ່ງ​ທັງ​ປວງ ຈະ​ຊົງ​ເຮັດ​ໃຫ້​ກຸງ​ເຢ​ຣູ​ຊາ​ເລັມຍຸດ​ຕິທັມ​ແລະ​ຊອບ​ທັມ 6 ແລະ​ຊົງ​ເຮັດ​ໃຫ້​ຊາດ​ມີ​ຄວາມ​ຫມັ້ນ​ຄົງ ພ້ອມ​ທັງ​ຊົງ​ເປັນ​ຄວາມ​ລອດ​ພົ້ນ ໃຫ້​ສະຕິ​ປັນ​ຍາ​ຄວາມ​ຮູ້​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ ຊັບ​ສົມ​ບັດ​ອັນ​ປະ​ເສີດ​ຂອງ​ພວກ​ເຂົາ​ຄື​ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ 7 ຄົນ​ກ້າ​ຫານ​ຈະ​ຮ້ອງ​ຂໍ​ໃຫ້​ຊ່ອຍ ຄ​ນະ​ທູດ​ສັນ​ຕິ​ພາບ​ຈະ​ຣ້ອງ​ໄຫ້​ດ້ວຍ​ຄວາມ​ຂົມ​ຂື່ນ 8 ຕາມ​ຖ​ນົນ​ຫົນທາງ​ຈະ​ເຕັມ​ໄປ​ດ້ວຍ​ອັນ​ຕະ​ຣາຍ​ແລະ​ບໍ່​ມີ​ຄົນ​ທ່ຽວ ສັນ​ຍາ​ແລະ​ຂໍ້​ຕົກ​ລົງ​ຕ່າງໆ​ຈະ​ຖືກລ່ວງ​ລະ​ເມີດ ຈະ​ບໍ່​ມີ​ການ​ເຄົາ​ຣົບ​ນັບ​ຖື​ຊຶ່ງ​ກັນ​ແລະ​ກັນ 9 ແຜ່ນ​ດິ​ນຖືກ​ປະ​ຮ້າງວ່າງ​ເປົ່າ ກົກ​ໄມ້​ໃນ​ພູ​ເລ​ບາ​ນອນ​ໄດ້​ຫ່ຽວ​ແຫ້ງ​ຕາຍ​ໄປ ຮ່ອມ​ພູ​ຊາ​ໂຣນ​ທີ່​ອຸ​ດົມ​ສົມ​ບູ​ນ​ກໍ​ເປັນ​ຄື​ຖິ່ນ​ກັນ​ດານ ໃບ​ໄມ້​ໃນ​ບາ​ຊານ​ແລະ​ເທິງ​ພູ​ກາ​ຣ໌​ເມນ​ກໍ​ຫລົ່ນ​ລົງ​ຫມົດ 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງບອກ​ຊົນ​ຊາດ​ທັງ​ຫລາຍ​ວ່າ, “ບັດ​ນີ້​ເຣົາ​ຈະ​ລົງ​ມື​ລະ ເຮົາ​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ມີ​ອຳ​ນາດ​ພຽງ​ໃດ 11 ເຈົ້າ​ອຸ້ມ​ທ້ອງ​ແຕ່​ແກບ ເຈົ້າ​ຄອດ​ແຕ່​ຕໍ ລົມ​ຫາຍ​ໃຈ​ຂອງ​ເຈົ້າ​ເປັນ​ໄຟ​ທີ່​ຈະ​ເຜົາ​ຜານ​ເຈົ້າ 12 ແລະຊົນ​ຊາດ​ທັ​ງຫລາຍ​ກໍ​ຈະເຫມືອນ​ຖືກ​ເຜົາ​ເປັນ​ປູນ ເຫມືອນ​ຫນາມ​ໃຫຍ່​ທີ່​ຖືກ​ຕັດ​ລົງ​ທີ່​ເຜົາ​ໃນ​ໄຟ” 13 ໃຫ້​ທຸກ​ຄົນ​ທັງ​ຢູ່ໃກ້​ແລະ​ຢູ່​ໄກ​ຟັງ​ວ່າ “ເຣົາ​ໄດ້​ກະ​ທຳ​ຫຍັງ​ແດ່ ແລະ​ຈົ່ງ​ຮັບ​ຮູ້​ກຳ​ລັງ​ຂອງ​ເຮົາ” 14 ພວກ​ຄົນ​ບາບ​ໃນ​ຊີ​ໂອນ​ຈະ​ສັ່ນ​ສະ​ທ້ານ​ຢ້ານ​ກົວ ພວກ​ເຂົາ​ເວົ້າ​ວ່າ, “ການ​ພິ​ພາກ​ສາ​ໂທດ​ຂອງ​ພຣະ​ເຈົ້າ​ເປັນ​ເຫມືອນ​ໄຟ​ເຜົາ​ຕລອດ​ໄປ ຈະ​ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຫນີ​ຈາກ​ໄຟຢ່າງ​ນັ້​ນ​ໄດ້” 15 ຖ້າ​ພວກ​ເຈົ້າ​ເວົ້າ​ແລະ​ເຮັດ​ແຕ່​ຊອບ​ທັມ ພວກ​ເຈົ້າ​ກໍ​ຈະ​ລອດ​ພົ້ນ ຢ່າ​ໃຊ້​ອຳ​ນາດ​ຂົ່ມ​ຂູ່​ຄົນ​ທຸກ​ຍາກ ຢ່າ​ຮັບ​ສິນ​ບົນ ຢ່າ​ຮ່ວມ​ມື​ກັບ​ຜູ້​ວາງ​ແຜນ​ຂ້າ​ຄົນ ຫລື​ຜູ້​ເຮັດ​ຊົ່ວ​ຮ້າຍ​ອື່ນໆ 16 ແລ້ວ​ເຈົ້າ​ຈະ​ສຳ​ເຣັດ​ຜົນ ຈະ​ມີ​ຊີ​ວິດ​ຫມັ້ນ​ຄົງ​ເຫມືອນ​ປ້ອມ​ອັນ​ແຂງ​ແກ່ງ ຈະ​ມີ​ອາ​ຫານ​ແລະ​ນ້ຳ​ກິນ​ພຽງ​ພໍ

ອານາ​ຄົດ​ທີ່​ຮຸ່ງ​ເຮືອງ

17 ເຈົ້າ​ຈະ​ເຫັນກະ​ສັດ​ອົງ​ມີ​ກຽດຂຶ້ນ​ປົກ​ຄອງ​ອີກເທື່ອ​ນຶ່ງ ແຜ່ນ​ດິນ​ນີ້​ຈະ​ຂະ​ຫຍາຍກວ້າງ​ອອກ​ໄປ​ທຸກ​ດ້ານ 18 ຄົນ​ເກັບ​ພາ​ສີ​ຊາວ​ຕ່າງ​ປະ​ເທດ​ທີ່​ເຈົ້າ​ເຄີຍ​ຢ້ານ​ກົວ​ມາ​ຕັ້ງ​ແຕ່​ກ່ອນ ກັບ​ພວກ​ນັກ​ສືບ​ສອດ​ແນມ​ຈະ​ເປັນ​ພຽງ​ອະ​ນຸ​ສອນ​ເຕືອນ​ໃຈ​ເທົ່າ​ນັ້ນ 19 ເຈົ້າ​ຈະ​ບໍ່ໄດ້​ເຫັນ​ຊາວ​ຕ່າງ​ປະ​ເທດ​ຜູ້​ໂອ້ອວດ​ແລະ​ເວົ້າ​ພາ​ສາ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ​ອີກ​ຕໍ່​ໄປ 20 ຈົ່ງ​ເບິ່ງ​ຊີ​ໂອນ​ເມືອງ​ທີ່​ເຮົາ​ສະ​ເຫລີມ​ສ​ລອງ​ພິ​ທີ​ທາງ​ສາ​ສ​ນາ ຈຶ່ງ​ເບິ່ງ​ເຢ​ຣູ​ຊາ​ເລັມ​ດູ ມັນ​ຈະ​ເປັນ​ບ່ອນ​ຢູ່​ອາ​ໄສ​ທີ່​ປອດ​ພັຍ ຈະ​ເປັນ​ເຫມືອນ​ຕູບ​ຜ້າ​ເຕັນ​ທີ່​ບໍ່​ຍ້າຍ​ຈັກ​ເທື່ອ ຄື​ຫລັກ​ເຕັນ​ຈະ​ບໍ່​ຖອນ​ແລະ​ເຊືອກ​ຜູກ​ກໍ​ຈະ​ບໍ່​ຂາດ​ຈັກ​ເທື່ອ 21 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສະ​ແດງ​ໃຫ້​ເຣົາ​ເຫັນ​ພຣະ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ພວກ​ເຮົາ​ຈະ​ໄດ້​ອາ​ໄສ​ຢູ່​ຕາມ​ແຄມ​ແມ່ນ້ຳ​ແລະ​ລຳ​ຫ້ວຍ​ທີ່​ກວ້າງ​ໃຫຍ່ ຈະ​ບໍ່​ມີ​ເຮືອ​ແພ​ຂອງ​ສັດ​ຕ​ຣູ​ແລ່ນ​ໄປ​ມາ​ໃນ​ແມ່​ນ້ຳ​ນີ້ 22 ສາຍ​ໂຍງ​ໃບ​ເຮືອ​ທຸກໆ​ສາຍ​ກໍ​ໃຊ້​ການ​ບໍ່​ໄດ້ ເປັນ​ເຫດ​ໃຫ້​ໃບ​ຂອງ​ມັນ​ບໍ່​ກາງ​ອອກ 23 ສິ່ງ​ຂອງ​ທັງ​ຫມົດ​ທີ່​ຖືກ​ຍຶດ​ເອົາ​ມາຈາກກອງ​ທັບ​ສັດ​ຕຣູ​ແມ່ນ​ແຕ່​ຄົນ​ພິ​ການ​ກໍ​ມີ​ສ່ວນ​ໄດ້​ຮັບ​ສິ່ງ​ຂອງ​ອັນ​ຫລວງ​ຫລາຍ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ເອງ​ຈະ​ຊົງ​ເປັນ​ກະ​ສັດ​ຂອງ​ເຮົາ 24 ຈະ​ຊົງ​ປົກ​ຄອ ງ​ແລະຄຸ້ມ​ກັນ​ພວກ​ເຮົາ ຈະບໍ່​ມີ​ໃຜ​ໃນ​ປະ​ເທດ​ຂອງ​ເຮົາ​ຮ້ອງວ່າ​ເຈັບ​ໃຂ້​ອີກ ທຸກ​ໆ​ຄົນ​ຈະ​ໄດ້​ຮັບ​ອະ​ພັຍ​ບາບ

ເອຊາຢາ 34

ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ປະ​ຊາ​ຊາດ

1 ໂອ ບັນ​ດາ​ປະ​ຊາ​ຊາດ​ເອີຍ ຈົ່ງ​ເຂົ້າ​ມາ​ໃກ້​ຈະ​ໄດ້​ຟັງ ແລະ​ໂອ ຊົນ​ຊາດ​ທັງ​ຫລາຍ​ເອີຍ ຟັງ​ເດີ ຂໍ​ໃຫ້​ແຜ່ນ​ດິນ​ໂລກ​ ແລະ​ສັ​ພ​ສິ່ງ​ໃນ​ນັ້ນ​ຟັງ ທັງ​ພິ​ພົບ​ແລະ​ບັນ​ດາ​ສິ່ງ​ທີ່​ມາ​ຈາກ​ພິ​ພົບ 2 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ້ຽວ​ກາດ​ຕໍ່​ປະ​ຊາ​ຊາດ​ທັງ​ສິ້ນ ແລະ​ດຸ​ເດືອດ​ຕໍ່​ພົນ​ໂຍ​ທາ​ທັງສິ້ນ​ຂອງ​ເຂົາ ພຣະ​ອົງ​ຊົງ​ຄາດ​ໂທດ​ເຂົາ ແລະ​ມອບ​ເຂົາ​ໄວ້​ແກ່​ການ​ຂ້າ 3 ຄົນ​ທີ່​ຖືກ​ຂ້າ​ຂອ​ເຂົາ​ຈະ​ຖືກແກວ່ງ​ອອກ​ໄປ ແລະ​ກິ່ນ​ເຫມັນ​ແຫ່ງ​ສົບ​ຂອງ​ເຂົາ​ຈະ​ຟຸ້ງ​ໄປ ພູ​ທັງ​ຫລາຍ​ຈະ​ນອງ​ໄປ​ດ້ວຍ​ເລືອດ 4 ບໍ​ຣິ​ວານ​ທັງ​ສິ້ນ​ຂອງ​ຟ້າ​ສວັນ​ຈະ​ເນົ່າ​ໄປ ແລະ​ທ້ອງ​ຟ້າ​ກໍ​ຈະ​ມ້ວນ​ເຫມືອນ​ຫນັງ​ສື​ມ້ວນ ບໍ​ຣິ​ວານ​ທັງ​ສິ້ນ​ຂອງ​ມັນ​ຈະ​ຣ່ວງ​ຫລົ່ນ​ເຫມືອນ​ໃບ​ໄມ້​ຫລົ່ນ​ຈາກ​ເຄືອ​ອະ​ງຸ່ນ ຢ່າງ​ໃບ​ໄມ້​ຫລົ່ນ​ຈາກ​ຕົ້ນ​ຫມາກ​ເດື່ອ 5 ເພາະ​ວ່າ​ດາບ​ຂອງ​ເຮົາ​ໄດ້​ດື່ມ​ຈົນ​ອີ່ມ​ໃນ​ຟ້າ​ສວັນ ເບິ່ງ​ແມ໋, ມັນ​ລົງ​ມາ​ເພື່ອ​ການ​ພິພາກ​ສາ​ເອ​ໂດມ ເຮົາ​ໄດ້​ຄາດ​ໂທດ​ຊົນ​ຊາດ​ນີ້​ແລ້ວ 6 ພຣະ​ຜູ້​ເປັນ​ເຈົ້າ​ມີ​ພຣະ​ແສງ​ດາບ​ອາບ​ເລືອດທີ່​ເຕັມ​ໄປ​ດ້ວຍ​ໄຂ​ມັນ ກັບ​ເລືອດ​ຂອງ​ລູກ​ແກະແລະ​ແບ້​ກັບ​ໄຂ​ມັນ​ຂອງໂຕ​ແກະ​ເຖິກ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ມີການ​ຂ້າ​ບູ​ຊາ​ໃນ​ເມືອງ​ໂບສ​ຣາ ການ​ຂ້າ​ຂະ​ຫນາດ​ໃຫຍ່​ໃນ​ແຜ່ນ​ດິນ​ເອ​ໂດມ 7 ງົວ​ກະ​ທິງ​ລົ້ມ​ລົງ​ພ້ອມ​ກັບ​ເຂົາ​ດ້ວຍ ແລະ​ງົວ​ຫນຸ່ມ​ລົ້ມ​ຢູ່​ກັບງົວ​ສະ​ກັນ ແຜ່ນ​ດິນ​ຂອງ​ເຂົາ​ຈະ​ນອງ​ໄປ​ດ້ວຍ​ເລືອດ ແລະ​ດິນ​ຈະ​ໄດ້​ອຸ​ດົມ​ດ້ວຍ​ໄຂ​ມັນ 8 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ວັນ​ເພື່ອ​ການ​ແກ້​ແຄ້ນ ມີ​ປີ​ແຫ່ງ​ການ​ຕອບ​ແທນ​ເພື່ອ​ເຫດ​ຂອງ​ຊີ​ໂອນ 9 ແລະ​ລຳ​ທານ​ແຫ່ງ​ເອ​ໂດມ​ຈະ​ກາຍ​ເປັນ​ນ້ຳ​ມັນ​ດິນ ແລະ​ດິນຂອງ​ເມືອງ​ນີ້​ຈະ​ກາຍ​ເປັນ​ມາດທີ່​ໄຫມ້​ເຜົາ​ຜານ​ທົ່ວ​ປະ​ເທດ 10 ທັງ​ກາງ​ຄືນ​ແລະ​ກາງ​ເວັນ​ຈະ​ບໍ່​ດັບ ຄວັນ​ຂອງ​ມັນ​ຈະ​ຂຶ້ນ​ຢູ່​ສ​ເມີ​ເປັນ​ນິດ ມັນ​ຈະ​ຖືກ​ປະ​ຮ້າງ​ຢູ່​ຊົ່ວ​ຊາດ​ພັນ ບໍ່​ມີ​ໃຜ​ຜ່ານ​ໄປ​ເນື່ອງ​ນິດ 11 ແຕ່​ນົກ​ກາ​ເວົາ​ແລະນົກ​ເຄົ້າຈະ​ຍຶດ​ມັນ​ເປັນ​ກຳ​ມະ​ສິດ ນົກ​ທຶດ​ທື​ແລະ​ກາ​ຈະ​ອາໄສ​ຢູ່​ບ່ອນ​ນັ້ນ ພຣະ​ອົງ​ຈະ​ຊົງ​ຄຶງ​ສາຍ​ແຫ່ງ​ຄວາມ​ຫຍຸ້ງ​ເຫຍີງ​ຫນືອ​ມັນ ແລະ​ປ່ອຍ​ຫມາກ​ກະ​ດິ່ງ​ແຫ່ງ​ຄວາມ​ວ່າງ​ເປົ່າ 12 ຝ່າຍ​ເຈົ້າ​ນາຍ​ຂອງ​ມັນ​ເຂົາ​ຈະ​ໃຫ້​ຊື່​ວ່າ ບໍ່​ມີ​ຣາ​ຊ​ອາ​ນາ​ຈັກ​ທີ່​ນັ້ນ ແລະ​ເຈົ້າ​ນາຍ​ຂອ​ງ​ມັນ​ຈະບໍ່​ມີ​ຄ່າ​ເລີຍ 13 ກົກ​ຫນາມໃຫ​ຍ່​ນ້ອຍ​ຈະ​ງອກ​ເຫນືອ​ຣາ​ຊວັງ​ແລະ​ກຳ​ແພງ​ເມືອງ ຈະ​ເປັນ​ບ່ອນ​ທີ່​ຫມາ​ປ່າຢູ່​ແລະ​ເປັນ​ເດີ່ນ​ຂອງ​ນົກ​ກະ​ຈອກ​ເທດ 14 ແລະ​ສັດ​ປ່າ​ຈະ​ພົບ​ກັບ​ຫມາ​ໄນ ຜີ​ປີ​ສາດ​ຈະ​ຮ້ອງ​ຫາ​ເພື່ອນ​ບ້ານ​ຂອງ​ມັນ ເອີ ຜີ​ລົງ​ມາ​ທີ່​ນັ້ນ​ແລະ​ຫາ​ບ່ອນ​​ຕົວ​ພັກ 15 ນົກ​ເຄົ້າ​ຈະ​ເຮັດ​ຮັງ​ຟັກ​ໄຂ່​ແລະ​ໂຮມ​ລູກ​ອ່ອນ​ໄວ້​ໃນ​ເງົາ​ຂອງ​ມັນ ແຮ້ງ​ຈະ​ບິນ​ມາ​ເທື່ອ​ລະ​ໂຕ​ເພື່ອ​ໂຮມ​ກັນ​ຢູ່​ໃນ​ບ່ອນ​ນັ້ນ 16 ຈົ່ງ​ຊອກ​ຫາ​ແລະ​ອ່ານ​ຈາກ​ຫນັງ​ສື​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສັດ​ເຫລົ່າ​ນີ້​ຈະ​ບໍ່​ຂາດ​ໄປ​ຈັກ​ຢ່າງ ບໍ່​ມີ​ໂຕ​ໃດ​ທີ່​ຈະ​ບໍ່​ມີ​ຄູ່ ເພາະ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໄວ້​ແລ້ວ ແລະ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໄດ້​ຮວບ​ຮວມ​ໄວ້ 17 ພຣະ​ອົງ​ຊົງ​ຈັບ​ສະ​ຫລາກ​ໃຫ້​ມັນ​ແລ້ວ ພຣະ​ຫັດ​ຂອງ​ພຣະ​ອົງ​ໄດ້​ປັນ​ສ່ວນ​ໃຫ້​ມັນ​ດ້ວຍ​ເຊືອກວັດ ມັນ​ທັງ​ຫລາຍ​ຈະ​ໄດ້​ກຳ​ມະ​ສິດ​ເປັນ​ນິດ ມັນ​ຈະ​ອາ​ໄສ​ຢູ່​ໃນ​ບ່ອນ​ນັ້ນ​ທຸກ​ຊົ່ວ​ຊາດ​ພັນ

ເອຊາຢາ 35

ທາງ​ບໍ​ຣິ​ສຸດ

1 ຖິ່ນ​ກັນ​ດານ ແລະ​ທີ່​ແຫ້ງ​ແລ້ງ​ຈະຍິນ​ດີ ທະ​ເລ​ຊາຍ​ຈະ​ຊົມ​ຊື່ນ​ຍິ​ນ​ດີ ແລະ​ເກີດດອກ​ຢ່າງ​ຕົ້ນ​ດອກ​ໂກ​ຣ​ກັ​ສ 2 ມັນ​ຈະ​ອອກ​ດອກ​ອຸ​ດົມ ແລະ​ຊົ​ມ​ຊື່ນ​ຍິນ​ດີ​ດ້ວຍ​ຄວາມ​ຊື່ນ​ບານ ແລະ​ການ​ຮ້ອງ​ເພງ ສັກ​ສີຂອງ​ເລ​ບາ​ນອນ​ກໍ​ຈະ​ປະ​ທານ​ໃຫ້​ມັນ ທັງ​ຄວາມ​ໂອ່​ອ່າ​ຕະ​ການ​ຂອງ​ກາ​ຣ໌​ເມນ ແລະ​ຊາ​ໂຣນ ບ່ອນເຫລົ່າ​ນີ້​ຈະ​ເຫັນ​ສະງ່າ​ຣາ​ສີຂອງ​ພຣະ​ເຈົ້າ ຄວາມ​ໂອ່​ອ່າ​ຕະ​ການ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ 3 ຈົ່ງ​ໃຫ້​ແຮງ​ແກ່​ມື​ທີ່​ເມື່ອຍ ແລະ​ແກ່​ຫົວ​ເຂົ່າ​ທີ່​ສັ່ນ​ດ້ວຍ​ຄວາມ​ອ່ອນ​ແຮງ 4 ຈົ່ງ​ຊູ​ໃຈ​ຄົນ​ຢ້ານ ໃຫ້​ມີ​ໃຈ​ເຂັ້ມ​ແຂງ ແລະ​ຢ່າ​ຢ້ານ ພຣະ​ເຈົ້າ​ຈະ​ສະ​ເດັດ​ມາ​ຊ່ອຍ ຈະ​ມາ​ແກ້​ແຄ້ນ​ສັດ​ຕ​ຣູ​ຂອງ​ເຂົາ 5 ​ຄົນ​ຕາບ​ອດ​ຈະ​ເຫັນ​ຮຸ່ງ ຄົນ​ຫູ​ຫນວກ​ຈະ​ໄດ້​ຍິນ 6 ຄົນ​ພິ​ການ​ກໍ​ຈະ​ເຕັ້ນ ແລະ​ຟ້ອນ​ຄື​ຟານ ຄົນ​ປາກ​ກືກ​ຈະ​ໂຮ່​ຣ້ອງ​ດ້ວຍ​ຄວາມ​ຍິນ​ດີ ສາຍ​ນ້ຳ​ຈະ​ໄຫລ​ຜ່ານ​ຖິ່ນ​ກັນ​ດານ 7 ຊາຍ​ທີ່​ຮ້ອນ​​ຈະ​ກາຍເປັນ​ຫນອງນ້ຳ ແລະ​ດິນ​ທີ່​ແຫ້ງ​ແ​ລ້ງຈະ​ມີ​ນ້ຳ​ອ​ອກ​ບໍ່ ໃນ​ບ່ອນ​ທີ່​ຫມາ​ຈອກ​ເຄີຍນອນ ຈະ​ມີຫຍ້າ​ແລະ​​ຕົ້ນ​ອໍ້ເກີດ​ຂຶ້ນ 8 ແລະ​ຈະ​ມີ​ທາງ​ຫລວງຢູ່ທີ່​ນັ້ນ ແລະ​ເຂົາ​ຈະ​ເອີ້ນ​ທາງ​ນັ້ນ​ວ່າ “ທາງ​ບໍ​ຣິ​ສຸດ” ຄົນ​ບາບ​ແລະ​ຄົນ​ໂງ່​ຈະ​ເດີນ​ທາງ​ນັ້ນ​ບໍ່​ໄດ້ 9 ຈະ​ບໍ່​ມີ​ສິງ​ທີ່​ນັ້ນ ຫລື​ຈະ​ບໍ່​ມີ​ສັດ​ຮ້າຍ​ມາ​ທາງ​ນັ້ນ ຄົນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກອບ​ກູ້​ແລ້ວ ຈະ​ເດີນ​ໄປ​ຕາມ​ທາງ​ນັ້ນໄດ້​ຢ່າງ​ສະ​ບາຍ 10 ຜູ້​ທີ່​ຮັບ​ການ​ໄຖ່ແລ້ວ​ຂອງ​ພຣະ​ເຈົ້າ​ຈະ​ກັບ ແລະ​ຈະ​ມາ​ຍັງ​ຊີ​ໂອນ​ດ້ວຍ​ຮ້ອງ​ເພງ ມີ​ຄວາມ​ຊື່ນ​ບານ​ເປັນນິດ​ເທິງ​ຫົວ​ຂອງ​ເຂົາ​ທັງ​ຫລາຍ ເຂົາ​ຈະ​ໄດ້​ຮັບ​ຄວາມ​ຊື່ນ​ບານ​ແລະ​ຄວາມ​ຍິນ​ດີ ຄວາມ​ໂສກ​ເສົ້າ​ແລະ​ການ​ຖອນ​ຫາຍ​ໃຈ​ຈະ​ຫນີ​ໄປ​ເສັຽ

ເອຊາຢາ 36

ເຊນ​ນາເຄ​ຣິບ​ບຸກ​ຢູ​ດາ

1 ໃນ​ປີ​ທີ່​ສິບ​ສີ່​ແຫ່ງ​ຣັ​ຊ​ການ​ກະ​ສັດ​ເຮ​ເຊ​ກີ​ຢາ ເຊນ​ນາ​ເຄ​ຣິບ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ​ໄດ້​ຍົກ​ຂຶ້ນ​ມາຕໍ່​ສູ້​ບັນ​ດາ​ນະ​ຄອນ​ທີ່​ມີ​ປ້ອມ​ຂອງ​ຢູ​ດາ​ແລະ​ຍຶດ​ໄດ້ 2 ແລະ​ພຣະ​ຣາ​ຊາ​ແຫ່ງ​ອັ​ສຊີ​ເຣັຽ​ໄດ້​ຮັບ​ສັ່ງ​ໃຫ້​ຣັບ​ຊາ​ເກ​ໄປ​ຈາກ​ເມືອງ​ລາ​ຄິ​ສ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ເຂົ້າ​ເຝົ້າ​ກະ​ສັດ​ເຮ​ເຊ​ກີ​ຢາ ພ້ອມ​ກັບ​ກອງ​ທັບ​ອັນ​ໃຫຍ່ ແລະ​ທ່ານ​ມາຢືນ​ຢູ່​ທາງ​ຮາງ​ສະ ລະ​ບາຍ​ນ້ຳເທິງ​ທີ່​ຖ​ນົນ​ເດີ່ນ​ຊັກຜ້າ 3 ເອ​ລີອາ​ກິມ​ບຸດ​ຮີນ​ກີ​ຢາ​ກໍ​ອອກ​ມາ​ຫາ​ທ່ານ ເອ​ລີ​ອາ​ກິມ​ເປັນ​ຜູ້​ບັນ​ຊາ​ການ​ຣາ​ຊ​ສຳ​ນັກ ພ້ອມ​ກັບ​ເຊບ​ນາຣາ​ຊ​ເລ​ຂາ​ແລະ​ໂຢ​ອາ​ບຸດ​ຊາຍ​ອາ​ສາ​ຟ​ເຈົ້າ​ກົມ​ສາ​ຣະ​ບັນ 4 ຣັບ​ຊາ​ເກ​ເວົ້າ​ກັບ​ເຂົາ​ວ່າ, “ຈົ່ງ​ທູນ​ເຮ​ເຊ​ກີ​ຢາ​ວ່າ “ພຣະ​ມະ​ຫາ​ຣາ​ຊາ ຄື​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽກ່າ​ວດັ່ງ​ນີ້​ວ່າ ທ່ານ​ວາງ​ໃຈ​ໃນ​ຫຍັງ 5 ທ່ານ​ຄິດ​ວ່າ​ພຽງ​ແຕ່​ຖ້ອຍ​ຄຳ​ກໍ​ເປັນ​ຍຸທ​ສາດ​ແລະ​ແສນ​ຍາ​ນຸ​ພາບ​ຫລື ດຽວ​ນີ້​ທ່ານ​ເພິ່ງຜູ້​ໃດ ທ່ານ​ຈຶ່ງ​ໄດ້​ກະ​ບົດ​ຕໍ່​ເຣົາ 6 ເບິ່ງ​ແມ໋, ດຽວ​ນີ້​ທ່ານ​ເພິ່ງ​ໄມ້​ເທົ້າ​ອໍ້​ທີ່​ເດາະ ຄື​ເອ​ຢິບ ຊຶ່ງ​ຈະ​ຕຳ​ມື​ຂອງ​ຄົນ​ໃດໆ​ທີ່​ໃຊ້​ໄມ້​ເທົ້າ​ນັ້ນ​ຢັນ​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ​ເປັນ​ເຊັ່ນ​ນັ້ນ​ຕໍ່​ຜູ້​ທີ່​ຫວັງ​ເພິ່ງ​ເຂົາ 7 ແຕ່​ຖ້າ​ທ່ານ​ຈະ​ບອກ​ເຮົາ​ວ່າ “ເຣົາ​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ” ກໍ​ບ່ອນ​ນະ​ມັ​ສ​ການ​ສະ​ຖານ​ທີ່​ສູງ​ແລະ​ແທ່ນບູ​ຊາ​ຂອງ​ພຣະ​ນັ້ນ​ບໍ່​ແມ່ນ​ຫລື​ທີ່​ເຮ​ເຊ​ກີ​ຢາ​ຮື້​ຖິ້ມ​ເສັຽ​ແລ້ວ ແລະ​ກ່າວ​ແກ່​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ​ວ່າ “ທ່ານ​ທັງ​ຫລາຍ​ຈົ່ງ​ນະ​ມັ​ສ​ການ​ທີ່​ຫນ້າ​ແທ່ນ​ບູ​ຊາ​ນີ້” 8 ມາ​ເຖີດ​ມາ​ທຳ​ສັນ​ຍາ​ກັນ​ກັບ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽນາຍ​ຂອງ​ຂ້າ ເຮົາ​ຈະ​ໃຫ້​ມ້າ​ສອງ​ພັນ​ໂຕ​ແກ່​ເຈົ້າ ຖ້າ​ຝ່າຍ​ເຈົ້າ​ຫາ​ຄົນ​ທີ່​ຂີ່​ມ້າ​ເຫລົ່າ​ນັ້ນ​ໄດ້ 9 ແລ້ວ​ຢ່າງ​ນັ້ນ​ເຈົ້າ​ຈະ​ຂັບ​ໄລ່​ນາຍກອງ​ແຕ່​ພຽງ​ຄົນ​ດຽວ​ໃນ​ຫມູ່​ຂ້າ​ຣາ​ຊ​ການ​ຜູ້​ນ້ອຍ​ທີ່​ສຸດ​ຂອງ​ນາຍ​ຂອງ​ເຮົາ​ຢ່າງ​ໃດ​ໄດ້ ແຕ່​ເຈົ້າ​ຍັງ​ວາງ​ໃຈ​ເພິ່ງ​ເອ​ຢິບ​ເພື່ອ​ຣົດ​ຮົບ​ແລະ​ເພື່ອ​ພົນ​ມ້າ 10 ນອກ​ຈາກ​ນີ້ ທີ່​ເຮົາ​ມາ​ຕໍ່​ສູ້​ແຜ່ນ​ດິນ​ນີ້​ເພື່ອ​ທຳ​ລາຍ​ເສັຽ ກໍ​ຂຶ້ນ​ມາ​ໂດຍ​ປາ​ສ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຫລື ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ຂ້າ​ວ່າ ຈົ່ງ​ຂຶ້ນ​ໄປ​ຕໍ່​ສູ້​ແຜ່ນ​ດິນ​ນີ້​ແລະ​ທຳ​ລາຍ​ເສັຽ” 11 ແລ້ວ​ເອ​ລີ​ອາ​ກິມ ເຊບ​ນາ ແລະ​ໂຢ​ອາ ຮຽນ​ຣັບ​ຊາ​ເກວ່າ “ຂໍ​ເຖີດ ຂໍ​ເວົ້າ​ກັບ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ເປັນ​ພາ​ສາ​ອາ​ຣາມ​ເຖີດ ເພາະ​ເຮົາ​ເຂົ້າ​ໃຈ​ພາ​ສາ​ນັ້ນ ຂໍ​ຢ່າ​ເວົ້າ​ກັບ​ເຮົາ​ເປັນ​ພາ​ສາ​ຢູ​ດາ​ໃຫ້​ປະ​ຊາ​ຊົນ​ຜູ້​ຢູ່​ເທິງ​ກຳ​ແພງ​ໄດ້​ຍິນ​ເລີຍ” 12 ແຕ່​ຣັບ​ຊາ​ເກວ່າ “ນາຍ​ຂອງ​ເຮົາ​ໃຊ້​ໃຫ້​ເຮົາ​ມາ​ເວົ້າ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແກ່​ນາຍ​ຂອງ​ເຈົ້າ​ແລະ​ແກ່​ເຈົ້າ ແລະບໍ່ໃຫ້​ເວົ້າ​ກັບ​ຄົນ​ທີ່​ນັ່ງ​ຢູ່​ເທິງ​ກຳ​ແພງ ຜູ້​ທີ່​ຈະ​ຕ້ອງ​ກິນ​ຂີ້​ແລະ​ກິນ​ຍ່ຽວ​ຂອງ​ເຂົາ​ພ້ອມ​ກັບ​ເຈົ້າ​ຢ່າງ​ນັ້ນ​ຫລື” 13 ແລ້ວ​ຣັບ​ຊາ​ເກ​ໄດ້​ຢືນ​ຮ້ອງ​ສຽງ​ດັງ​ເປັນ​ພາ​ສາ​ຢູ​ດາ​ວ່າ, “ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ມະ​ຫາຣາ​ຊາ ຄື​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ 14 ພຣະ​ຣາ​ຊາ​ກ່າວ​ດັ່ງ​ນີ້​ວ່າ “ຢ່າ​ໃຫ້​ເຮ​ເຊ​ກີ​ຢາ​ຫລອກ​ລວງເຈົ້າ ເພາະ​ເຂົາ​ບໍ່​ສາ​ມາດ​ທີ່​ຈະ​ຊ່ອຍ​ກູ້​ເຈົ້າ 15 ຢ່າ​ໃຫ້​ເຮ​ເຊ​ກີ​ຢາ​ກະ​ທຳ​ໃຫ້​ເຈົ້າ​ເພິ່ງໃນ​ພຣະ​ຜູ້​ເປັນ​ເຈົ້າໂດຍ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຊ່ອຍ​ກູ້​ເຮົາ​ ຈະ​ບໍ່​ຊົງ​ມອບ​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ພຣະ​ຣາ​ຊາ​ອັ​ສ​ຊີ​ເຣັຽ” 16 ຢ່າ​ຟັງ​ເຮາ​ເຊ​ກີ​ຢາ​ເພາະ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽກ່າວ​ດັ່ງ​ນີ້​ວ່າ ດີ​ກັນ​ເຖີດ ແລະ​ອອກ​ມາ​ຫາ​ເຣົາ​ແລ້ວ​ທຸກ​ຄົນ​ຈະ​ໄດ້​ກິນ​ຈາກ​ເຄືອ​ອະ​ງຸ່ນ​ຂອງ​ຕົນ​ແລະ​ກິນ​ຈາກ​ຕົ້ນ​ຫມາກ​ເດື່ອ​ຂອງ​ຕົນ ແລະ​ທຸກ​ຄົນ​ຈະ​ດື່ມ​ນ້ຳ​ຈາກ​ບ່ອ​ນຂັງ​ນ້ຳ​ຂອງ​ຕົນ 17 ຈົນ​ເຮົາ​ຈະ​ນຳ​ເຈົ້າ​ໄປ​ຍັງ​ແຜ່ນ​ດິນ​ທີ່​ເຫມືອນ​ແຜ່ນ​ດິນ​ຂອງ​ເຈົ້າ​ເອງ ເປັນ​ແຜ່ນ​ດິນ​ທີ່​ມີ​ເຂົ້າ​ແລະ​ເຫລົ້າ​ອະ​ງຸ່ນ ແຜ່ນ​ດິນ​ທີ່​ມີ​ເຂົ້າ​ຈີ່​ແລະ​ສວນ​ອະ​ງຸ່ນ 18 ຈົ່ງ​ລະ​ວັງ​ຢ້ານ​ວ່າ​ເຮ​ເຊ​ກີ​ຢາ​ຈະ​ນຳ​ເຈົ້າ​ຜິດ​ໄປ​ໂດຍ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຊ່​ອ່ຍ​ກູ້​ເຣົາ” ມີ​ພຣະ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ​ອົງ​ໃດ​ເຄີຍ​ກູ້​ແຜ່ນ​ດິນ​ຂອງ​ຕົນ​ໃຫ້​ພົ້ນ​ຈາກ​ພຣະ​ຫັດ​ແຫ່ງ​ພຣະ​ຣາ​ຊາ​ຂອງ​ອັ​ສ​ຊີ​ເຣັຽ​ໄດ້​ຫລື 19 ພຣະ​ຂອງ​ເມືອງ​ຮາ​ມັ​ທ ແລະ​ເມືອງ​ອາ​ຣ໌​ປັດ ພຣະ​ຂອງ​ເມືອງ​ເຊ​ຟາ​ຣ໌ວາ​ອິມ​ຢູ່​ທີ່​ໃດ ເຂົາ​ໄດ້​ຊ່ອຍ​ກູ້ຊາ​ມາ​ເຣັຽ​ຈາກ​ມືຂອງ​ເຮົາ​ຫລື 20 ພຣະ​ອົງ​ໃດ​ໃນ​ບັນ​ດາ​ພຣະ​ທັງ​ຫລາຍ​ຂອງ​ປະ​ເທດ​ເຫລົ່າ​ນີ້​ໄດ້​ຊ່ອຍ​ກູ້​ປະ​ເທດ​ຂອງ​ຕົນ​ຈາກ​ມື​ຂອງ​ເຮົາ ແລ້ວ​ພຣະ​ຜູ້​ເປັ​ນເຈົ້າ​ຈະ​ຊົງ​ຊ່ອຍ​ກູ້​ເຢ​ຣູ​ຊາ​ເລັມ​ຈາກ​ມື​ຂອງ​ເຮົາ​ຫລື” 21 ແຕ່​ເຂົາ​ທັງ​ຫລາຍ​ມິດ​ງຽບ​ບໍ່​ຕອບ​ເຂົາ​ຈັກ​ຄຳ​ດຽວ ເພາະ​ພຣະ​ບັນ​ຊາ​ຂອງ​ພຣະ​ຣາ​ຊາ​ມີ​ວ່າ “ຢ່າ​ຕອບ​ເຂົາ​ເລີຍ” 22 ແລ້ວ​ເອ​ລີ​ອາ​ກິມ​ບຸດ​ຮີນ​ກີ​ຢາ ຜູ້​ບັນ​ຊາ​ຣາ​ຊ​ສຳ​ນັກ ແລະ​ເຊບ​ນາ​ຣາ​ຊ​ເລ​ຂາ​ແລະ​ໂຢ​ອາ​ບຸດ​ອາ​ສາ​ຟ ເຈົ້າ​ກົມ​ສາ​ຣະ​ບັນ​ໄດ້​ເຂົ້າ​ເຝົ້າ​ເຮ​ເຊ​ກີ​ຢາ​ດ້ວຍ​ເສື້ອ​ຜ້າ​ຈີກ​ຂາດ ແລະ​ກາບ​ທູນ​ຖ້ອຍ​ຄຳ​ຂອງ​ຣັບ​ຊາ​ເກ

ເອຊາຢາ 37

ເຮ​ເຊ​ກີ​ຢາ​ຂໍຄຳ​ແນະ​ນຳ​ຈາກ​ເອ​ຊາ​ຢາ

1 ເມື່ອ​ກະ​ສັດ​ເຮ​ເຊ​ກີ​ຢາ​ຊົງ​ໄດ້​ຍິນ ພຣະ​ອົງ​ກໍຈີກ​ສ​ລອງ​ພຣະ​ອົງ​ເສັຽ ແລະ​ຊົງ​ເອົາ​ຜ້າ​ກະ​ສອບ​ຄຸມ​ພຣະ​ອົງ ແລະ​ສະ​ເດັດ​ເຂົ້າ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 2 ພຣະ​ອົງ​ຊົງ​ໃຊ້​ເອ​ລີ​ອາ​ກິມ ຜູ້​ບັນ​ຊາ​ການ​ຣາ​ຊ​ສຳ​ນັກ ແລະ​ເຊ​ບ​ນາ​ຣາ​ຊ​ເລ​ຂາ ແລະ​ປະ​ໂຣຫິດ​ຜູ້​ອະ​ວຸ​ໂສ​ຄຸມ​ຕົວ​ດ້ວຍ​ຜ້າ​ກະ​ສອບ ໄປ​ຫາ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ ບຸດ​ຊາຍຂອງ​ອາ​ໂມ​ສ 3 ເຂົາ​ທັງ​ຫລາຍ​ຮຽນ​ທ່ານ​ວ່າ, “ເຮ​ເຊ​ກີ​ຢາ​ກ່າວ​ດັ່ງ​ນີ້​ວ່າ ວັນ​ນີ້​ເປັນ​ວັນ​ທຸກ​ໃຈ ວັນ​ຖືກ​ຂະ​ຫນາບ​ແລະ​ອົດ​ສູ ເດັກ​ທີ່​ເຖິງ​ກຳ​ນົດ​ຈະ​ເກີດກໍ​ບໍ່​ມີ​ກຳ​ລັງ​ເບັ່ງ​ໃຫ້​ອອກ 4 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຄົງ​ໄດ້​ຍິນຖ້ອຍ​ຄຳ​ຂອງ​ຣັບ​ຊາ​ເກ ຜູ້​ຊຶ່ງ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽນາຍ​ຂອງ​ເຂົາໄດ້​ສັ່ງ​ມາ​ໃຫ້​ເຍີ້ຍ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະ​ຈະ​ຊົງ​ຂະຫນາບຖ້ອຍ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​​ຊົງ​ສະ​ດັບ ເພາະ​ສະ​ນັ້ນ​ກໍ​ຂໍ​ທ່ານ​ຖວາຍ​ຄຳ​ອ້ອນວອນ​ເພື່ອ​ສ່ວນ​ຄົນ​ທີ່​ເຫລືອ​ຢູ່​ນີ້” 5 ເມື່ອ​ຂ້າ​ຣາ​ຊ​ການ​ຂອງ​ກະ​ສັດ​ເຮ​ເຊກີ​ຢາ​ມາ​ເຖິງເອ​ຊາ​ຢາ 6 ເອ​ເຊ​ຢາກໍ​ບອກ​ເຂົາ​ທັງ​ຫ​ລາຍ​ວ່າ, “ຈົ່ງ​ທູນ​ນາຍ​ຂອງ​ທ່ານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ວ່າ “ຢ່າ​ຢ້ານ​ເພາະ​ຖ້ອຍ​ຄຳ​ທີ່​ເຈົ້າ​ໄດ້​ຍິນ​ນັ້ນ ຊຶ່ງ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ​ໄດ້​ກ່າວ​ຄຳ​ຫມິ່​ນ​ປ​ມາດ​ຕໍ່​ເຣົາ 7 ເບິ່ງ​ແມ໋, ເຮົາ​ຈະ​ບັນ​ຈຸ​ຈິດ​ໃຈ​ຢ່າງ​ນຶ່ງ​ໃນ​ເຂົາ ເພື່ອ​ເຂົາ​ຈະ​ໄດ້​ຍິນ​ຂ່າວ​ລື ແລະ​ກັບ​ໄປ​ຍັງ​ແຜ່ນ​ດິນ​ຂອງ​ເຂົາ ແລະ​ເຮົາ​ຈະ​ໃຫ້​ເຂົາ​ລົ້​ມ​ລົງ​ດ້ວຍ​ດາບ​ໃນ​ແຜ່ນ​ດິນ​ຂ​ອງ​ເຂົາ​ເອງ” 8 ຣັບ​ຊາເກ​ໄດ້​ກັບ​ໄປ ແລະ​ໄດ້​ພົບ​ກັບ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ສູ້​ຮົບ​ເມືອງ​ລິບນາ ເພາະ​ເຂົາ​ໄດ້​ຍິນ​ວ່າ​ພຣະ​ຣາ​ຊາ​ອອກ​ຈາກ​ລາ​ຄິ​ສ​ແລ້ວ 9 ພຣະ​ອົງ​ຊົງ​ໄດ້​ຍິນກ່ຽວ​ກັບ​ຕີ​ຣ໌​ຮາ​ກາ​ເຈົ້າ​ຊີ​ວິດ​ແຫ່ງ​ເອ​ທິ​ໂອ​ເປັຽວ່າ “ເຂົາ​ໄດ້​ອອກ​ມາ​ສູ້​ຮົບ​ກັບ​ພຣະ​ອົງ​ແລ້ວ” ແລະ​ເມື່ອ​ພຣະ​ອົງ​ຊົງ​ສະ​ດັບ​ແລ້ວ​ຈຶ່ງ​ສົ່ງ​ຜູ້​ສົ່ງຂ່າວ​ໄປ​ເຝົ້າ​ເຮ​ເຊ​ກີ​ຢາ​ທູນ​ວ່າ 10 “ເຈົ້າ​ຈົ່ງ​ເວົ້າ​ກັບ​ເຮ​ເຊ​ກີ​ຢາ​ເຈົ້າ​ຊີ​ວິດ​ຢູ​ດາ​ດັ່ງ​ນີ້​ວ່າ ຢ່າ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ຊຶ່ງ​ທ່ານ​ເພິ່ງ​ນັ້ນ​ຫລອກ​ລວງ​ທ່ານ ວ່າ​ເຢ​ຣູ​ຊາ​ເລັມ​ຈະ​ບໍ່​ໄດ້​ຖືກມອບ​ໄວ້​ໃນ​ມື​ຂອງ​ເຈົ້າ​ຊີວິດ​ອັ​ສ​ຊີ​ເຣັຽ 11 ເບິ່ງ​ແມ໋, ທ່ານ​ໄດ້​ຍິນ​ແລ້ວ​ວ່າ​ບັນ​ດາ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ໄດ້​ກະ​ທຳ​ສິ່ງ​ໃດ​ກັບ​ປະ​ເທດ​ທັງ​ສິ້ນ​ ທຳລາຍ​ເສັຽ​ຫມົດ​ຢ່າງ​ສິ້ນ​ເຊີງ​ ສ່ວນ​ທ່ານ​ເອງ​ຈະ​ຮັບ​ການ​ຊ່ອຍ​ກູ້​ໃຫ້​ພົ້ນ​ຫລື 12 ບັນ​ດາ​ພຣະ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ໄດ້​ຊ່ອຍ​ກູ້​ເຂົາ​ໃຫ້​ພົ້ນ​ຫລື ຄື​ປະ​ຊາ​ຊາດ​ຊຶ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຣົາ​ໄດ້​ທຳ​ລາຍ ຄື ໂກ​ເຊນ ຮາ​ຣານ ເຣ​ເຊ​ຟ ແລະ​ປະ​ຊາ​ຊົນ​ຂອງ​ເອ​ເດນ​ຊຶ່ງ​ຢູ່​ໃນ​ເຕ​ລັ​ສ​ຊາ​ຣ໌ 13 ເຈົ້າ​ຊີ​ວິດ​ຂອງ​ຮາ​ມັ​ທ ເຈົ້າ​ຊີ​ວິດຂອງ​ອາ​ຣ໌​ປັດ ເຈົ້າ​ຊີ​ວິດ​ຂອງ​ເມືອງ​ເຊ​ຟາ​ຣ໌​ວາ​ອິມ ເຮນາ ແລະ​ອິວ​ວາ​ຢູ່​ໃສ​

ຄຳ​ອ້ອນວອນ​ຂອງເຮ​ເຊ​ກີ​ຢາ

14 ເຮ​ເຊ​ກີ​ຢາ​ຊົງ​ຮັບ​ຈົດ​ຫມາຍ​ຈາກ​ມື​ຜູ້​ສົ່ງ​ຂ່າວ ແລະ​ຊົງ​ອ່ານ 15 ແລະ​ເຮ​ເຊ​ກີ​ຢາ​ໄດ້​ຂຶ້ນ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊົງ​ເປີດ​ຈົດ​ຫມາຍ​ນັ້ນ​ອອກ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຮ​ເຊ​ກີ​ຢາ​ຊົງ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, 16 “ຂ້າ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ຜູ້​ຊົງ​ປະ​ທັບ​ເຫນືອ​ເຊ​ຣູ​ບິມ ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ແຜ່ນ​ດິນ​ໂລກ ພຣະ​ອົງ​ແຕ່​ອົງ​ດຽວ ພຣະ​ອົງ​ໄດ້​ຊົງ​ສ້າງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ 17 ຂ້າ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ ຂໍຊົງ​ງ່ຽງ​ພຣະ​ກັນ​ສະ​ດັບ ຂ້າ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ຊົງ​ເບີກ​ພຣະ​ເນດ​ທອດ​ພຣະ​ເນດ ແລະ​ຂໍ​ຊົງ​ຟັງ​ບັນ​ດາ​ຖ້ອຍ​ຄຳ​ຂອງ​ເຊນ​ນາ​ເຄ​ຣິບ ຊຶ່ງ​ເຂົາ​ໄດ້​ໃຊ້​ມາ​ເຍີ້ຍ​ພຣະເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ 18 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຄວາມ​ຈິງ​ທີ່​ບັນ​ດາ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ໄດ້​ກະ​ທຳ​ໃຫ້​ປະ​ເທດ​ທັງ​ສິ້ນ​ແລະ​ແຜ່ນ​ດິນ​ຂອງ​ເຂົາ​ນັ້ນ​ຮ້າງ​ເປົ່າ 19 ແລະ​ໄດ້​ແກວ່ງ​ພຣະ​ຂອງ​ເຂົາ​ເຂົ້າ​ໄຟ ເພາະ​ເຂົາ​ບໍ່​ມີ​ພຣະ​ ເປັນ​ແຕ່​ຜົນ​ງານ​ຂອງ​ມື​ມະ​ນຸດ​ເປັນ​ໄມ້​ແລະ​ຫີນ ເພາະ​ສະ​ນັ້ນ​ເຂົາ​ຈຶ່ງ​ຖືກ​ທຳ​ລາຍ​ເສັຽ 20 ສະ​ນັ້ນ​ບັດ​ນີ້ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ມື​ຂອງ​ເຂົາ ເພື່ອ​ຣາ​ຊ​ອາ​ນາ​ຈັກ​ທັງ​ສິ້ນ​ແຫ່ງ​ແຜ່ນ​ດິນ​ໂລກ​ຈະ​ຊາບ​ວ່າ ພຣະ​ອົງ​ແຕ່​ພຣະ​ອົງ​ດຽວ​ຊົງ​ເປັນ​ພຣະ​ເຈົ້າ” 21 ແລ້ວ​ເອ​ຊາ​ຢາ​ບຸດ​ອາ​ໂມ​ສ​ໄດ້​ໃຊ້​ໃຫ້​ໄປ​ເຝົ້າ​ເຮ​ເຊ​ກີ​ຢາ​ທູນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ເຈົ້າ​ໄດ້​ອ້ອນວອນ​ຕໍ່​ເຮົາ​ກ່ຽວ​ກັບ​ເຊນ​ນາ​ເຄ​ຣິບ​ພຣະ​ຣາ​ຊາ​ແຫ່ງ​ອັ​ສ​ຊີ​ເຣັຽ 22 ຕໍ່​ໄປ​ນີ້​ເປັນ​ພຣະ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກ່ຽວ​ກັບ​ທ່ານ​ວ່າ “ທິ​ດາ​ພົມ​ມະ​ຈາ​ຣີ​ແຫ່ງ​ຊີ​ໂອນ ດູ​ຫມິ່ນ​ເຈົ້າ ແລະ​ເຍີ້ຍ​ເຈົ້າ ທິ​ດາ​ແຫ່ງ​ເຢ​ຣູ​ຊາ​ເລັມ​ສັ່ນ​ຫົວຕາມ​ຫລັງ​ໃສ່​ເຈົ້າ 23 “ເຈົ້າ​ເຍີ້ຍ​ແລະ​ຫມິ່​ນປ​ມາດ​ຕໍ່​ຜູ້​ໃດ ເຈົ້າ​ຂຶ້ນ​ສຽງ​ຂອງ​ເຈົ້າ​ຕໍ່​ຜູ້​ໃດ ແລະ​ເບິ່ງ​ຕາ​ຂອງ​ເຈົ້າ​ຢ່າງ​ເຍີ້​ຍິ່ງ​ຕໍ່​ຜູ້​ໃດ ເຈົ້າ​ບໍ່​ເຄີຍ​ເຄົາ​ຣົບ​ຢຳ​ເກງ​ເຮົາ ຕໍ່​ອົງ​ບໍ​ຣິ​ສຸດ​ແຫ່ງ​ອິສ​ຣາ​ເອນ 24 ເຈົ້າ​ໄດ້​ເຍີ້ຍ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ ແລະ​ເຈົ້າ​ໄດ້​ວ່າ ດ້ວຍ​ຣົດ​ຮົບ​ເປັນ​ອັນ​ມາກ​ຂອງ​ຂ້າ ຂ້າ​ໄດ້​ຂຶ້ນ​ທີ່​ສູງ​ຂອງ​ພູ​ເຖິງ​ທີ່​ໄກສຸດ​ຂອງ​ເລ​ບາ​ນອນ ຂ້າ​ໂຄ່​ນ​ຕົ້ນ​ສົນ​ທີ່​ສູງ​ທີ່​ສຸດ​ຂອງ​ມັນ​ລົງ ທັງ​ຕົ້ນ​ແປກ​ທີ່​ດີ​ທີ່​ສຸດ​ຂອງ​ມັນ ຂ້າ​ເຂົ້າ​ໄປ​ຍັງ​ທີ່​ຍອດ​ລິບ​ທີ່​ສຸດ​ຂອງ​ມັນ ປ່າ​ໄມ້​ທີ່​ຕຶບ​ຫນາ​ທີ່​ສຸດ​ຂອງ​ມັນ 25 ຂ້າ​ຂຸດ​ບໍ່ ແລະ​ດື່ມ​ນ້ຳ ຂ້າ​ຈະ​ເອົາ​ຝ່າ​ຕີນ​ຂອງ​ຂ້າກວາດ​ທານ​ນ້ຳ​ທັງ​ສິ້ນ​ຂອງ​ເອ​ຢິບ​ໃຫ້​ແຫ້ງ​ໄປ 26 “ເຈົ້າ​ບໍ່​ໄດ້​ຍິນ​ຫລື​ວ່າ ເຮົາ​ໄດ້​ຈັດ​ໄວ້​ນານ​ແລ້ວ ເຮົາ​ໄດ້​ກະ​ແຜນ​ການ​ໄວ້​ແຕ່​ດຶກ​ດຳ​ບັນ ຊຶ່ງ​ໃນ​ບັດ​ນີ້​ເຮົາ​ໃຫ້​ເປັນ​ໄປ​ແລ້ວ ຄື​ເຈົ້າ​ຈະ​ທຳ​ເມືອງ​ທີ່​ມີ​ປ້ອມ​ໃຫ້​ພັງລົງ​ ໃຫ້​ເປັນ​ກອງ​ສິ່ງສ​ລັກ​ຫັກ​ພັງ 27 ສ່ວນ​ປະ​ຊາ​ຊົນ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ​ບໍ່​ມີ​ກຳ​ລັງ​ແລະ​ອັບ​ອາຍ ແລະ​ກາຍ​ເປັນ​ເຫມືອນ​ຕົ້ນ​ໄມ້​ທີ່​ທົ່ງ​ນາ ແລະ​ເຫມືອນ​ຫຍ້າ​ອ່ອນ ເຫມືອນຫຍ້າ​ທີ່​ເທິງຍອດ​ຫລັງ​ຄາ​ເຮືອນ ເຫມືອນ​ຜັກ​ກ່ອນ​ມັນ​ຈະ​ໄດ້​ງອກ​ງາ​ມຢ່າງ​ນັ້ນ​ຫລື 28 “ແຕ່​ເຮົາ​ໄດ້​ຮູ້​ຈັກ​ການ​ທີ່​ເຈົ້າ​ນັ່ງ​ລົງ​ກັບ​ການ​ອອກ​ໄປ​ແລະ​ເຂົ້າ​ມາ​ຂອງ​ເຈົ້າ ແລະ​ການ​ກ້ຽວ​ກາດ​ຂອງ​ເຈົ້າ​ຕໍ່​ເຮົາ 29 ເພາະ​ເຈົ້າ​ໄດ້​ກ້ຽວ​ກາດ​ຕໍ່​ເຮົາ ແລະ​ຄວາມ​ຈອງ​ຫອງ​ຂອງ​ເຈົ້າ​ໄດ້​ມາ​ເຂົ້າ​ຫູ​ຂອງ​ເຣົາ ສະ​ນັ້ນ​ເຮົາ​ຈະ​ເອົາ​ຂໍ​ຂອງ​ເຮົາ​ກ່ຽວດັງ​ເຈົ້າ ແລະ​ບັງ​ຫຽນ​ຂອງ​ເຮົາ​ໃສ່​ປາກ​ເຈົ້າ ແລະ​ເຣົາ​ຈະ​ຫັນ​ເຈົ້າ​ກັບ​ໄປ​ຕາມ​ທາງ​ຊຶ່ງ​ເຈົ້າ​ມາ​ນັ້ນ” 30 “ແລະ​ນີ້​ຈະ​ເປັນ​ຫມາຍ​ສຳ​ຄັນ​ແກ່​ເຈົ້າ ຄື ປີ​ນີ້​ເຈົ້າ​ຈະ​ກິນ​ສິ່ງ​ທີ່​ງອກ​ຂຶ້ນ​ເອງ ແລະ​ໃນ​ປີ​ທີ່​ສອງ​ສິ່ງ​ທີ່​ປົ່ງ​ຈາກ​ເດີມ ແລ້ວ​ປີ​ທີ່​ສາມ ຈົ່ງ​ຫວ່ານ​ແລະ​ກ່ຽວ ແລະ​ທຳ​ສວນ​ອະ​ງຸ່ນ​ແລະ​ກີ​ນ​ຜົນ​ຂອງ​ມັນ 31 ສ່ວນ​ທີ່​ລອດ​ແລະ​ຄົນ​ທີ່​ເຫລືອ​ຢູ່​ແຫ່ງ​ເຊື້ອ​ວົງ​ຂອງ​ຢູ​ດາ​ຈະ​ຢັ່ງ​ຮາກ​ລົງ​ໄປ ແລະ​ເກີດ​ຜົນ​ຂຶ້ນ​ເທິງ 32 ເພາະ​ວ່າ​ສ່ວນ​ຄົນ​ທີ່​ເຫລືອ​ຢູ່​ຈະອອກ​ໄປ​ຈາກ​ເຢ​ຣູ​ຊາ​ເລັມ ແລະ​ສ່ວນ​ທີ່​ລອດ​ມາ​ຈະ​ອອກ​ມາ​ຈາກ​ພູ​ຊີ​ໂອນ ຄວາມ​ກະ​ຕື​ຣີ​ລົ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈະ​ກະ​ທຳ​ການ​ນີ້ 33 ເຫດ​ສັນ​ນັ້ນ​ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກ່ຽວ​ກັບ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽດັ່ງ​ນີ້​ວ່າ ທ່ານຈະ​ບໍ່​ເຂົ້າ​ໃນ​ນະ​ຄອນ​ນີ້​ຫລື​ຍິງ​ທະ​ນູ​ໄປ​ທີ່​ນັ້ນ ຫລື​ຖື​ໂລ່​ເຂົ້າ​ມາ​ຂ້າງ​ຫນ້າ​ນະ​ຄອນ​ຫລື​ສ້າງກອງ​ດິນ​ຂຶ້ນ​ຕໍ່​ສູ້​ມັນ 34 ທ່ານ​ມາ​ທາງ​ໃດ​ ທ່ານ​ຈະ​ຕ້ອງ​ກັບ​ໄປ​ທາງ​ນັ້ນ ທ່ານ​ຈະ​ບໍ່​ເຂົ້າ​ມາ​ໃນ​ນະ​ຄອນ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 35 ແລະ​ເຮົາ​ຈະ​ປ້ອງ​ກັນ​ນະ​ຄອນ​ນີ້​ໄວ້​ເພື່ອ​ໃຫ້​ລອດ ເພື່ອເຫັນ​ແກ່​ເຮົາ​ເອງ ແລະ​ເຫັນ​ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ” 36 ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອອກ​ໄປ ແລະ​ໄດ້​ປະ​ຫານ​ຄົນ​ໃນ​ຄ້າຍ​ແຫ່ງ​ຄົນ​ອັ​ສ​ຊີ​ເຣັຽ​ເສັຽນຶ່ງ​ແສນ​ແປ​ດ​ຫມື່ນ​ຫ້າ​ພັນ​ຄົນ ແລະ​ເມື່​ອລຸກ​ຂຶ້ນ​ໃນ​ເວ​ລາ​ເຊົ້າ​ມືດ ເບິ່ງ​ແມ໋, ພວກ​ເຫລົ່າ​ນັ້ນ​ເປັນ​ສົບ​ທັງ​ນັ້ນ​ 37 ແລ້ວ​ເຊນ​ນາ​ເຄ​ຣິບ​ເຈົ້າ​ຊີ​ວິດ​ແຫ່ງ​ອັ​ສ​ຊີ​ເຣັຽ​ກໍ​ໄດ້​ຍົກ​ໄປ​ແລະ​ກັບ​ບ້ານ ແລະ​ຢູ່​ໃນນິເນ​ເວ 38 ຂ​ນະ​ເມື່ອ​ທ່ານ​ນະ​ມັ​ສ​ການ​ໃນ​ໂບດ​ຂອງ​ພຣະ​ນິ​ສ​ໂຣກ​ພຣະ​ເຈົ້າ​ຂອງ​ທ່ານ ອັດ​ຣັມ​ເມ​ເລກ ແລະ​ຊາ​ເຣ​ເຊີ ໂອ​ຣົດ​ຂອງ​ທ່ານ​ກໍ​ປະ​ຫານ​ທ່ານ​ເສັຽດ້ວຍ​ດາບ ແລະ​ຫນີ​ໄປ​ຍັງ​ແຜ່ນ​ດິນ​ອາ​ຣາ​ຣັດ ແລະ​ເອ​ຊາ​ຣ໌​ຮັດ​ໂດນ​ໂອ​ຣົດ​ຂອງ​ທ່ານ​ຂຶ້ນ​ປົກ​ຄອງ​ແທນ​ທ່ານ

ເອຊາຢາ 38

ເຮ​ເຊ​ກີ​ຢາ​ຊົງ​ປະ​ຊວນ

1 ຄັ້ງ​ນັ້ນ​ເຮ​ເຊ​ກີ​ຢາ​ຊົງ​ປະ​ຊວນ​ໃກ້​ຈະ​ສິ້ນ​ພຣະ​ຊົນ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ເອ​ຊາ​ຢາ​ບຸດ​ອາ​ໂມ​ສ​ເຂົ້າ​ມາ​ເຝົ້າ​ພຣະ​ອົງ ແລະ​ທູນ​ພຣະ​ອົງ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ຈັດ​ຕຽມການ​ບ້ານ​ການ​ເມືອງໃຫ້​ຮຽບ​ຮ້ອຍ ເຈົ້າ​ຈະ​ຕ້ອງ​ຕາຍ ເຈົ້າ​ຈະ​ບໍ່​ຟື້ນ” 2 ແລ້ວ​ເຮ​ເຊ​ກີ​ຢາ​ຊົງ​ຫັນ​ພຣະ​ພັກ​ເຂົ້າ​ຂ້າງ​ຝາ ແລະ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, 3 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ ຂໍ​ຊົງ​ຣະ​ນຶກ​ເຖິງວ່າ ຂ້າ​ພຣະ​ອົງ​ໄດ້​ດຳ​ເນີນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ​ດ້ວຍ​ຄວາມ​ຊື່​ສັດ​ແລະ​ສິ້ນ​ສຸດ​ໃຈ ແລະ​ໄດ້ກະ​ທຳ​ສິ່ງ​ທີ່​ດີ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ອົງ” ແລະ​ເຮ​ເຊ​ກີ​ຢາ​ຊົງ​ກັນ​ແສ​ງມາກ​ຍິ່ງ 4 ແລ້ວ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ເອ​ຊາ​ຢາ​ວ່າ, 5 “ຈົ່ງ​ໄປ​ບອກ​ເຮ​ເຊ​ກີ​ຢາ​ວ່ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ໄດ້​ຍິນ​ຄຳ​ອ້ອນ ວອນ​ຂອງ​ເຈົ້າ​ແລ້ວ ເຮົາ​ໄດ້​ເຫັນ​ນ້ຳ​ຕາ​ຂອງ​ເຈົ້າ​ແລ້ວ ເບິ່ງ​ແມ໋, ເຮົາ​ຈະ​ເພີ້ມ​ຊີ​ວິດ​ໃຫ້​ເຈົ້າ​ສິບຫ້າ​ປີ 6 ເຮົາ​ຈະ​ຊ່ອຍ​ກູ້​ເຈົ້າ​ແລະ​ເມືອງ​ນີ້​ຈາກ​ມື​ຂອງ​ເຈົ້າ​ຊີ​ວິດ​ອັ​ສ​ຊີ​ເຣັຽ ແລະ​ປ້ອງ​ກັນ​ເມືອງ​ນີ້​ໄວ້ 7 ນີ້​ເປັນ​ຫມາຍ​ສຳ​ຄັນ​ສຳ​ລັບ​ພຣະ​ອົງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ພຣະ​ເຈົ້າ​ຊົງ​ກະ​ທຳ​ສິ່ງ​ນີ້​ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້ 8 ເບິ່ງ​ແມ໋, ເຣົາ​ຈະ​ກະ​ທຳ​ໃຫ້​ເງົາ​ທີ່​ດວງຕາ​ເວັນ​ທອດ​ມາ​ເທິງ​ນາ​ລິກາ​ແດດ​ຂອງ​ອາ​ຮັ​ສຍ້ອນ​ກັບ​ມາ​ສິບ​ຂັ້ນ ດວງຕາ​ເວັນ​ກໍ​ໄດ້​ຍ້ອນ​ກັບ​ເທິງ​ນາ​ລິກາ​ແດດ​ສິບ​ຂັ້ນ ຕາມ​ຂັ້ນ​ທີ່​ໄດ້​ຕົກ​ໄປ 9 ບົດ​ປະ​ພັນ​ຂອງ​ເຮ​ເຊ​ກີ​ຢາ​ເຈົ້າ​ຊີ​ວິດ​ຢູ​ດາ ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ຊວນແລະ​ຊົງ​ຟື້ນ​ຈາກ​ການ​ປະ​ຊວນ​ຂອງ​ພຣະ​ອົງ​ນັ້ນ​ມີ​ວ່າ 10 ຂ້າ​ພະ​ເຈົ້າ​ວ່າ ເມື່ອ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ກາງ​ຄົນ ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ພາກ​ໄປ ຂ້າ​ພະ​ເຈົ້າ​ຖືກມອບ​ໄວ້​ທີ່​ປະ​ຕູ​ແດນ​ຄົນ​ຕາຍ ຕລອດ​ຊີ​ວິດ​ບັ້ນ​ປາຍ​ຂອງ​ຂ້າ​ພະ​ເຈົ້າ 11 ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ແຜ່ນ​ດິນ​ຂອງ​ຜູ້​ມີ​ຊີ​ວິດ ຂ້າ​ພະ​ເຈົ້າ​ຈະ​ມອງ​ບໍ່​ເຫັນ​ມະ​ນຸດ​ອີກ​ທີ່​ໃນ​ຫມູ່​ຊາວ​ແຜ່ນ​ດິນ​ໂລກ 12 ບ່ອນ​ຢູ່​ຂອງຂ້າ​ພະ​ເຈົ້າ​ຖືກ​ຮຶ້​ຖອນ​ອອກ​ໄປ​ຈາກ​ຂ້າ​ພະ​ເຈົ້າ ເຫມືອນ​ກັບ​ເຕັນ​ຂອງ​ຜູ້​ລ້ຽງ​ແກະ ຂ້າ​ພະ​ເຈົ້າ​ໄດ້​ມ້ວນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເຫມືອນ​ຢ່າງ​ຄົນ​ຕ່ຳ​ຜ້າ ພຣະ​ອົງ​ຊົງ​ຕັດ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ຫູກ ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ອາ​ວະ​ສານ​ທັງ​ວັນ​ແລະ​ຄືນ 13 ຂ້າ​ພະ​ເຈົ້າ​ໄດ້​ຖ່ອມ​ຕົວ​ລົງ​ຈົນ​ຮຸ່ງ​ເຊົ້າ ພຣະ​ອົງ​ຊົງຫັກ​ກະ​ດູກ​ທັ​ງ​ສິ້ນ​ຂອງ​ຂ້າ​ພະ​ເຈົ້າ​ເຫມືອນ​ຢ່າງ​ສິງ ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ອາ​ວະ​ສານ​ທັງ​ວັນ​ແລະ​ຄືນ 14 ຂ້າ​ພະ​ເຈົ້າ​ຮ້ອງ​ຢ່າງ​ນົກ​ນາງ​ແອ່ນ​ຫລື ນົກ​ເຂົາ ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ຄາງເຫມືອນ​ນົກ​ກາງ​ແກ ຕາ​ຂອງ​ຂ້າ​ພະ​ເຈົ້າ​ເມື່ອຍ​ອ່ອນ​ດ້ວຍມອງ​ຂຶ້ນ​ຂ້າງ​ເທິງ ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຖືກ​ບີບ​ບັງ​ຄັບ ຂໍ​ພຣະ​ອົງ​ຊົງ​ເປັນ​ຜູ້​ປະ​ກັນ​ຂອງ​ຂ້າ​ພຣະ​ອົງ 15 ແຕ່​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ຫຍັງ​ໄດ້ ເພາະ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ແລ້ວ ແລະ​ພຣະ​ອົງ​ເອ​ງໄດ້​ຊົງ​ກະ​ທຳ​ເຊັ່ນ​ນັ້ນ ຂ້າ​ພະ​ເຈົ້າ​ກໍ​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສ​ງົບ​ສະ​ງ່ຽມ​ຕລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ເພາະ​ຄວາມ​ຂົມ​ຂື່ນ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ 16 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ມະ​ນຸດດຳ​ຣົງ​ຊີ​ວິດ​ຢູ່​ໄດ້​ດ້ວຍ​ສິ່ງ​ເຫລົ່າ​ນີ້ ແລະ​ຊີ​ວິດ​ແຫ່ງວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ກໍ​ຢູ່​ໃນ​ສິ່ງ​ເຫລົ່າ​ນີ້ ຂໍ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ຫາຍ​ດີ ແລະ​ຂໍ​ຊົງ​ທຳ​ໃຫ້​ຂ້າ​ພຣະ​ອົງ​ມີ​ຊີ​ວິດ 17 ເພາະ​ເຫັນ​ແກ່​ສະ​ວັດ​ດີ​ພາບ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈຶ່ງ​ມີ​ຄວາມ​ຂົມ​ຂື່ນ​ມາກ​ຍິ່ງ ແຕ່​ພຣະ​ອົງ​ຊົງ​ຮັກ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ ບໍ່​ໃຫ້​ຕົກ​ຫລຸ​ມ​ແຫ່ງ​ຄວາມ​ພິ​ນາດ ເພາະ​ການ​ບາບຂອງ​ຂ້າ​ພຣະ​ອົງ​ກໍ​ໄດ້​ຮັບ​ອະ​ພັຍ 18 ເພາະ​ແດນ​ຄົນ​ຕາຍ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ອົງ​ບໍ່​ໄດ້ ຄວາມມໍ​ຣະ​ນາ​ສັຣ​ເສີນ​ພຣະ​ອົງ​ບໍ່​ໄດ້ ບັນ​ດາ​ຄົນ​ທີ່​ລົງ​ໄປ​ຍັງ​ປາກ​ແດນ​ຄົນ​ຕາຍ​ນັ້ນ​ຈະ​ຫວັງ​ໃນ​ສັຈ​ທັມ​ຂອງ​ພຣະ​ອົງ​ບໍ່​ໄດ້ 19 ຄົນ​ເປັນ ຄົນ​ເປັນ ເຂົາ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ອົງ ເຫມືອນ​ທີ່​ຂ້າ​ພຣະ​ອົງ​ກະ​ທຳ​ໃນ​ວັນ​ນີ້ ບິ​ດາ​ໄດ້​ສຳ​ແດງ​ເຖິງ​ສັ​ຈ​ທັມ​ຂອງ​ພຣະ​ອົງ​ແກ່​ລູກ​ຂອງ​ເຂົາ 20 ພຣະ​ເຈົ້າ​ຈະ​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ລອດ ແລະ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຈະ​ຫລິ້ນ​ເຄື່ອງ​ສາຍ​ຂອງ​ຂ້າ​ພະ​ເຈົ້າ​ຕ​ລອ​ດ​ວັນ​ເວ​ລາ​ແຫ່ງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ທີ່​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 21 ຝ່າຍ​ເອ​ຊາ​ຢາ​ໄດ້​ກ່າວ​ວ່າ, “ໃຫ້​ເຂົາ​ເອົາ​ຂະ​ຫນົມ​ຫມາກ​ເດື່ອ​ມາ​ແຜ່ນ​ນຶ່ງ ແລະ​ແປະ​ໄວ້​ທີ່​ຍອດ ເພື່ອ​ພຣະ​ອົງ​ຈະ​ຟື້ນ” 22 ເຮ​ເຊ​ກີ​ຢາ​ໄດ້​ກ່າວ​ດ້ວຍ​ວ່າ, “ແມ່ນ​ຫຍັງ​ຈະ​ເປັນ​ຫມາຍ​ສຳ​ຄັນ​ວ່ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຂຶ້ນ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

ເອຊາຢາ 39

ເຮ​ເຊ​ກີ​ຢາ​ຊົງ​ຮັບ​ຄ​ນະ​ທູດ​ຈາກ​ກຸງ​ບາ​ບິໂລນ

1 ຄັ້ງ​ນັ້ນ ເມ​ໂຣດ​ດັກ​ບາ​ລາ​ດັນ​ໂອ​ຣົດ​ຂອງ​ບາ​ລາ​ດັນ ພຣະ​ຣາ​ຊາແຫ່ງ​ບາ​ບິໂລ​ນ ຊົງ​ສົ່ງ​ຣາ​ຊ​ສານ​ແລະ​ເຄື່ອງ​ບັນ​ນາ​ການ​ມາ​ຍັງ​ເຮເຊ​ກີ​ຢາ ເພາະ​ພຣະ​ອົງ​ຊົງ​ໄດ້​ຍິນ​ວ່າ​ເຮ​ເຊ​ກີ​ຢາ​ຊົງ​ປະ​ຊວນ​ແລະ​ຊົງ​ຫາຍ​ປະ​ຊວນ​ແລ້ວ 2 ເຮ​ເຊ​ກີ​ຢາ​ຊົງ​ຍິນ​ດີ​ເພາະ​ເຂົາ​ເຫລົ່າ​ນັ້ນ​ ແລະ​ຊົງ​ພາ​ເຂົາ​ຊົມ​ຄັງ​ຊັບ​ຂອງ​ພຣະ​ອົງ ຊົມ​ເງິນ ທອງ​ຄຳ ແລະ​ເຄື່ອງ​ເທດ ແລະ​ນ້ຳ​ມັນ​ປະ​ເສີດ ແລະ​ຄັງ​ແສງ​ຂອງ​ພຣະ​ອົງ ທຸກ​ຢ່າງ​ຊຶ່ງ​ມີ​ໃນ​ທ້ອງ​ພຣະ​ຄັງ ບໍ່​ມີ​ສິ່ງ​ໃດ​ທີ່​ໃນ​ພຣະ​ຣາ​ຊວັງ​ຫລື​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຊຶ່ງ​ເຮ​ເຊ​ກີ​ຢາ​ບໍ່​ໄດ້​ຊົງ​ສຳ​ແດງ​ແກ່​ເຂົາ 3 ແລ້ວ​ຜູ້​ປະ​ກາດ​ພຣະ​ທັມ​ເອຊາ​ຢາກໍ​ເຂົ້າ​ເຝົ້າ​ກະ​ສັດ​ເຮ​ເຊ​ກີ​ຢາ​ແລະ​ທູນ​ພຣະ​ອົງ​ວ່າ, “ຄົນ​ເຫລົ່າ​ນີ້​ທູນ​ສິ່ງ​ໃດ​ແດ່ ແລະ​ເຂົາ​ມາ​ແຕ່​ໃສ​ເຂົ້າ​ເຝົ້າ​ພຣະ​ອົງ” ເຮ​ເຊ​ກີ​ຢາ​ກ່າວ​ວ່າ, “ເຂົາ​ໄດ້​ມາ​ຫາ​ເຮົາ​ຈາກ​ເມືອງ​ໄກ ຈາກ​ບາ​ບິ​ໂລນ” 4 ທ່ານ​ທູນ​ວ່າ, “ເຂົາ​ເຫັນ​ສິ່ງ​ໃດແດ່​ໃນ​ພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ” ແລະ​ເຮ​ເຊ​ກີ​ຢາ​ກ່າວ​ຕອບ​ວ່າ, “ເຂົາ​ເຫັນ​ທຸກ​ຢ່າງ​ໃນ​ວັງ​ຂອງ​ເຮົາ ບໍ່​ມີ​ສິ່ງ​ໃດ​ໃນ​ພຣະ​ຄັງ​ຂອງ​ເຮົາ​ຊຶ່ງ​ເຮົາ​ບໍ່​ໄດ້​ສຳ​ແດງ​ແກ່​ເຂົາ” 5 ແລ້​ວ​ເອ​ຊາ​ຢາ​ທູນ​ເຮ​ເຊ​ກີ​ຢາ​ວ່າ, “ຂໍ​ຊົງ​ຟັງ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ 6 ເບິ່ງ​ແມ໋, ວັນ​ເວ​ລາ​ກຳ​ລັງ​ຍ່າງ​ເຂົ້າ​ມາ ເມື່ອ​ສັ​ພ​ສິ່ງ​ທັງ​ສິ້ນ​ໃນ​ວັງ​ຂອງ​ເຈົ້າ ແລະ​ສິ່ງຊຶ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໄດ້​ສະ​ສົມ​ຈົນ​ເຖິງ​ທຸກວັນ​ນີ້​ຈະ​ຕ້ອງ​ຖືກ​ເອົາ​ໄປ​ຍັງ​ບາ​ບິ​ໂລນ ຈະ​ບໍ່​ມີ​ສິ່ງ​ເຫລືອ​ເລີຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ, 7 ແລະ​ລູກ​ບາງ​ຄົນ​ຊຶ່ງ​ຖື​ກຳ​ເນີດ​ຈາກ​ເຈົ້າ ຜູ້​ຊຶ່ງ​ເກີດ​ມາ​ແກ່​ເຈົ້າ​ຈະ​ຖືກ​ນຳ​ເອົາ​ໄປ ແລະ​ເຂົາ​ຈະ​ເປັນ​ຂັນ​ທີ​ໃນ​ວັງ​ຂອງ​ຣາ​ຊາ​ແຫ່ງ​ບາ​ບິໂລນ” 8 ແລ້ວ​ເຮ​ເຊກີ​ຢາ​ກ່າວ​ກັບ​ເອ​ຊາ​ຢາ​ວ່າ, “ພຣະ​ຄຳ​ຂອງ​ພຣະ​ຜູ​ເປັ​ນ​ເຈົ້າ​ຊຶ່ງ​ທ່ານ​ກ່າວ​ນັ້ນ​ກໍ​ດີຢູ່” ເພາະ​ພຣະ​ອົງ​ດຳ​ຣິ​ວ່າ, “ຈະ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ແລະ​ຄວາມ​ປອດ​ພັຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ນີ້”

ເອຊາຢາ 40

ພຣະ​ທັມ​ທີ່​ກ່ຽວ​ກັບ​ຄວາມ​ຫວັງ

1 ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຊົງ​ກ່າວ​ວ່າ, “ຈົ່ງ​ເລົ້າ​ໂລມ ຈົ່ງ​ເລົ້າ​ໂລມ​ໄພ່​ພົນ​ຂອງ​ເຮົາ” 2 ຈົ່ງ​ສນັບ​ສະ​ຫນຸນ​ອູ້ມ​ຊູ​ຊາວ​ເຢ​ຣູ​ຊາ​ເລັມ ໃຫ້​ບອກວ່າ​ຄວາມ​ທຸກ​ຍາກ​ທໍ​ລະ​ມານ​ຂອງ​ພວກ​ເຂົາ​ນັ້ນ​ບໍ່​ມີ​ອີກ​ແລ້ວ ແລະ​ທີ່​ທຳ​ບາບ​ນັ້ນ​ກໍ​ໄດ້​ຮັບ​ອະ​ພັຍ​ຫມົດ ການ​ທີ່​ເຮົາ​ໄດ້​ລົງ​ໂທດ​ຢ່າງ​ຫນັກ ຍ້ອນ​ການ​ກະ​ທຳ​ບາບ​ຂອງ​ພວກ​ເຂົາ​ເອງ​ນັ້ນ​ໄດ້​ຄົບ​ຖ້ວນ​ຫມົດ​ແລ້ວ 3 ສຽງ​ນື່ງ​ຮ້ອງ​ຂື້​ນ​ວ່າ, “ຈົ່ງ​ຈັດ​ຕຽມ​ຫົນ​ທາງ​ໄວ້​ໃນ​ທະ​ເລ​ຊາຍ ເພື່ອ​ຕ້ອນ​ຮັບ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ປັດກວາດ​ຫົນ​ທາງ​ໃນ​ຖິ່ນ​ກັນ​ດານ​ໃຫ້​ສະ​ອາດ ເພື່ອ​ຕ້ອນ​ຮັບ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ 4 ຮ່ອມ​ພູ​ທຸກໆ​ແຫ່ງ​ຈະ​ຕ້ອງ​ຖົ່ມ​ໃຫ້​ເຕັມ ພູ​ທຸກໆ​ຫນ່ວຍ​ຈະ​ຕ້ອງ​ເປັນ​ດິນ​ພຽງ ເນີນ​ສູງ​ທັງ​ຫລາຍ​ຈະ​ຮາບ​ພຽງ​ຫມົດ ບ່ອນ​ສູງ​ບ່ອນ​ຕ່ຳ​ຈະ​ພຽງ​ສ​ເມີ​ກັນ 5 ແລ້ວ​ພຣະ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ປາ​ກົດ ມະ​ນຸດ​ໃນ​ໂລກ​ຈະ​ເຫັນ​ກັນ​ທຸກ​ຄົນ ພຣະ​ຜູ້​ເປັນ​ເຈົ້າ​ເອງ​ຊົງ​ສັນ​ຍາດັ່ງ​ນີ້” 6 ສຽງ​ນຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຈົ່ງ​ປ່າວ​ປະ​ກາດ​ເທີນ” ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້ອຍ​ຈະ​ປ່າວ​ປະ​ກາດ​ຫຍັງ?” “ຈົ່ງ​ປ່າວ​ປະ​ກາດ​ວ່າ ມະ​ນຸດ​ທັງ​ປວງ​ເປັນ​ເຫມືອນ​ກົກ​ຫຍ້າ ອາ​ຍຸ​ຂອງ​ເຂົາ​ກໍ​ບໍ່​ຫມັ້ນ​ຍືນກວ່າດອກ​ໄມ້​ປ່າ 7 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ລົມ​ພັດ​ມາ ຫຍ້າ​ກໍ​ຫ່ຽວ​ແຫ້ງ​ແລະ​ດອກ​ໄມ້​ກໍ​ຮ່ວງ​ໂຮຍ ແລະ​ມະ​ນຸດ​ກໍ​ບໍ່​ແຂງ​ແຮງ​ໄປ​ກວ່າ​ຫຍ້າ” 8 ແມ່ນ​ແລ້ວ ຫຍ້າ​ກໍ​ຫ່ຽວ​ແຫ້ງ​ແລະ​ດອກ​ໄມ້​ກໍ​ຮ່​ວງ​ໂຮຍ ແຕ່​ພຣະ​ທັມ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ມີ​ຢູ່​ຕລອດ​ໄປ” 9 ຊາວ​ເຢ​ຣູ​ຊາ​ເລັມ​ເອີຍ, ຈົ່ງ​ຂຶ້ນ​ໄປ​ເທິງ​ພູ​ສູງ ປ່າວ​ປະ​ກາດ​ຂ່າວ​ດີ​ນັ້ນ ຊາວ​ຊີ​ໂອນ​ເອີຍ ຈົ່ງ​ຮ້ອງ​ສຽງ​ດັງໆ ຈົ່ງ​ປ່າວ​ປະ​ກາດ​ຂ່າວ​ດີ​ນັ້ນ ແລະ​ເວົ້າ​ເຖີດ​ວ່າ ຢ່າ​ຢ້ານ​ເລີຍ ຈົ່ງບອກ​ຫົວ​ເມືອງ​ຂອງ​ຢູ​ດາ​ວ່າ ພຣະ​ເຈົ້າ​ຂອງ​ເຂົາ​ຈະ​ສະ​ເດັດ​ມາ 10 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ​ປົກ​ຄອງ​ໄພ່​ພົນ​ດ້ວຍ​ຣິດ​ທາ​ນຸ​ພາບ ພ້ອມ​ທັງ​ນຳ​ປະ​ຊາ​ຊົນ​ທີ່​ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ໃຫ້​ລອດ​ພົ້ນ​ນັ້ນ​ມາ​ພ້ອມ 11 ພຣະ​ອົງ​ຈະ​ຊົງ​ລ້ຽງ​ຝູງ​ສັດ​ຂອງ​ພຣະ​ອົງ​ເຫມືອນ​ຄົນ​ລ້ຽງ​ແກະ ຈະ​ຊົງ​ຮວບ​ຮວມ​ເອົາ​ລູກ​ແກະ​ແລະອຸ້ມ​ມັນ​ໄວ້ ຈະ​ຊົງ​ນຳ​ແມ່​ມັນ​ໄປ​ຄ່ອຍໆ​ຢ່າງ​ທະ​ນຸ​ຖະ​ນອມ

ຄວາມ​ຍິ່ງ​ໃຫຍ່​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

12 ໃຜ​ສາ​ມາດກອບ​ເອົາ​ນ້ຳ​ມະ​ຫາ​ສະ​ຫມຸດ​ທັງ​ຫມົດ​ມາ​ຊັ່ງ​ເບິ່ງ​ໄດ້ ຫລື​ແທກ​ທ້ອງ​ຟ້າ​ໄດ້​ດ້ວຍ​ມື​ຄືບ​ດຽວ ຄົນ​ໃດ​ແດ່​ສາ​ມາດ​ເອົາ​ດິນ​ທັງ​ຫມົດ​ໃນ​ໂລກ​ນີ້​ໃສ່​ກະ​ລຸມ​ດຽວ​ໄດ້? ຫລື​ເອົາ​ພູ​ແລະ​ໂນນ​ຂຶ້ນ​ຊັ່ງ​ເທິງ​ຊິງ​ໄດ້ 13 ຄົນ​ໃດ​ແດ່​ສາ​ມາດບອກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຣັດ​ຢ່າງ​ໃດ​ຢ່າງ​ນຶ່ງ​ໄດ້ ໃຜ​ສາ​ມາດ​ສອນ ຫລື​ແນະ​ນຳ​ພຣະ​ອົງ​ໄດ້ 14 ພຣະ​ເຈົ້າ​ຊົງ​ປຶກ​ສາ​ຜູ້​ໃດ​ແດ່ ພຣະ​ອົງ​ຈຶ່ງ​ຮູ້​ຈັກ​ແລະ​ເຂົ້າ​ໃຈ ໃຜ​ສອນ​ພຣະ​ອົງ​ໃຫ້​ມີ​ຄວາມ​ສ​ລຽວ​ສ​ລາດ ມີ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຍຸດ​ຕິ​ທັມ​ແດ່​ຈຶ່ງ​ກະ​ທຳ​ສິ່ງ​ທັງ​ຫລາຍ​ນີ້​ໄດ້ 15 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖື​ວ່າ​ຊົນ​ຊາດ​ທັງ​ຫລາຍ​ບໍ່​ສຳ​ຄັນ​ຫຍັງ ພວກ​ເຂົາ​ບໍ່​ສຳ​ຄັນ​ເທົ່າ​ນ້ຳ​ເມັດ​ນຶ່ງ​ຊ້ຳ ປະ​ເທດ​ຫ່າງ​ໄກ​ທັງ​ຫລາຍ​ກໍ​ເບົາ​ເທົ່າ​ກັບ​ຝຸ່ນ​ເມັດ​ນຶ່ງ 16 ແມ່ນ​ແຕ່​ສັດ​ທັງ​ຫມົດ​ໃນ​ປ່າ​ເລ​ບາ​ນອນ ກໍ​ບໍ່​ພໍ​ສຳ​ລັບ​ເຜົາ​ບູ​ຊາ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ໄມ້​ໃນ​ປ່າ​ນັ້ນ​ກໍ​ຫນ້ອຍໂພດ​ສຳ​ລັບ ດັງໄຟ 17 ຊົນ​ຊາດ​ທັງ​ຫລາຍ​ນັ້ນ​ກໍ​ບໍ່​ສຳ​ຄັນ​ເລີຍ​ສຳ​ລັບ​ພຣະ​ອົງ 18 ທ່ານ​ຈະ​ປຽບ​ພຣະ​ເຈົ້າ​ໃສ່​ຫຍັງ ພຣະ​ອົງ​ມີ​ລັກ​ສະນະ​ຢ່າງໃດ? 19 ພຣະ​ອົງ​ບໍ່​ເຫມືອນ​ຮູບ​ເຄົາ​ຣົບ​ທີ່​ຄົນ​ເຮັດ​ຂຶ້ນ ຮູບ​ນັ້ນ​ນາຍ​ຊ່າງ​ເອົາ​ຄຳ​ໂອບ​ແລະ​ຕົກ​ແຕ່ງ​ດ້ວຍ​ເງິນ 20 ຄົນ​ຜູ້​ທີ່​ບໍ່​ມີ​ເງິນ​ແລະ​ຄຳ ກໍ​ຫາ​ເລືອກ​ເອົາ​ໄມ້​ແນວ​ດີ ແລ້ວ​ຫາ​ເອົາ​ນາຍ​ຊ່າງ​ຜູ້​ຊຳ​ນານ​ມາ​ປະ​ດິດ​ແຕ່ງ​ໃຫ້​ເປັນ​ຮູບ​ທີ່​ບໍ່​ເຫນັງ​ຕີງ 21 ພວກ​ທ່ານ​ບໍ່​ຮູ້​ບໍ ບໍ່​ເຄີຍ​ໄດ້​ຍິນ​ບໍ ແຕ່​ກ່ອນໆ​ມາ​ບໍ່​ມີ​ຜູ້​ໃດ​ບອກ​ບໍ ທ່ານ​ເຄີ​ຍ​ໄດ້​ຍິນ​ການ​ເລີ້ມ​ຕົ້ນ​ສ້າງ​ໂລກ​ບໍ 22 ໂລກ​ນັ້ນ​ກໍ​ສ້າງ​ໂດຍ​ພຣະ​ອົງ​ຜູ້​ຊົງ​ປະ​ທັບ​ເທິງ​ບັນ​ລັງ ຊຶ່ງ​ຢູ່​ເຫນືອ​ໂລກ​ແລະ​ເທິງ​ທ້ອງ​ຟ້າ ມະ​ນຸດ​ສະ​ໂລກ​ເບື້ອງ​ລຸ່ມ​ກໍ​ນ້ອຍ​ເທົ່າ​ມົດ ພຣະ​ອົງ​ຊົງ​ກາງ​ທ້ອງ​ຟ້າ​ອອກ​ເຫມືອນກາງ​ຜ້າ​ກັ້ງ ເຫມືອນ​ກາງ​ຜ້າ​ເຕັນ​ໃຫ້​ຄົນ​ຢູ່​ອາ​ໄສ 23 ຊົງ​ເຮັດ​ໃຫ້​ຜູ້​ປົກ​ຄອງ​ຫມົດ​ອຳ​ນາດ ແລະ​ບໍ່ໃຫ້​ມີ​ຄວາມ​ຫມາຍ​ຫຍັງ​ຫມົດ 24 ພວກ​ເຂົາ​ເປັນ​ເຫມືອນ​ຫຍ້າ​ອ່ອນ ພໍ​ແຕ່​ຫວ່ານ​ລົງ​ແລະ​ປົ່ງ​ຮາກ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໃຫ້​ລົມ​ພັດ​ມາ ພວກ​ເຂົາ​ຈຶ່ງ​ຫ່ຽວ​ແຫ້ງ​ແລະ​ປິວ​ໄປ​ເຫມືອນ​ເຟືອງ 25 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ບໍ​ຣິ​ສຸດ​ຊົງ​ຖາມ​ວ່າ, “ຈະ​ປຽບ​ທຽບ​ຜູ້​ໃດ​ໃສ່​ເຮົາ ມີ​ຜູ້​ໃດ​ແດ່​ເຫມືອນ​ເຮົາ 26 ຈົ່ງ​ແຫງນ​ຫນ້າ​ຂຶ້ນ​ເບິ່ງ​ຟ້າ​ດູ ຜູ້​ໃດ​ສ້າງດາວ​ທັງ​ຫລາຍ​ທີ່​ທ່ານ​ເຫັນ​ນີ້ ພຣະ​ອົງ​ຜູ້​ຊົງ​ນຳ​ມັນ​ອອກ​ມາ​ເຫມືອນ​ຂະ​ບວນກອງ​ທັບ ຊົງ​ຮູ້​ຈັກ​ວ່າ​ມັນ​ມີ​ຫລາຍ​ປານ​ໃດ ແລະ​ຊົງ​ຕັ້ງ​ຊື່​ໃຫ້​ມັນ​ທຸກໆ​ດວງ ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ນັ້ນ ຈຶ່ງ​ບໍ່​ມີ​ຈັກ​ດວງ​ສູນ​ເສັຽ​ໄປ 27 ອິສ​ຣາ​ເອນ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຈົ່ມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຮູ້​ເຫັນ​ຄວາມ​ທຸກຂອງ​ພວກ​ເຈົ້າ ຫລື​ຊົງ​ກີດ​ກັ້ນ​ສິດ​ທິ​ຂອງ​ເຈົ້າ​ໄວ້ 28 ເຈົ້າ​ບໍ່​ຮູ້​ບໍ ບໍ່​ເຄີຍ​ໄດ້​ຍິນ​ບໍ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ​ຕລອດ​ໄປ​ເປັນ​ນິດ ພຣະ​ອົງ​ຊົງ​ສ້າງ​ໂລກ​ທັງ​ຫມົດ ພຣະ​ອົງ​ບໍ່​ເຄີຍ​ເມື່ອຍ ຫລື​ອ່ອນ​ແອ ບໍ່​ມີ​ໃຜ​ຢັ່ງ​ຮູ້​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ 29 ພຣະ​ອົງ​ຊົງ​ທຳ​ໃຫ້​ຜູ້​ອ່ອນ​ແຮງ​ແລະ​ອິດ​ເມື່ອຍ​ມີ​ກຳ​ລັງ​ວັງ​ຊາ 30 ແມ່ນ​ແຕ່​ພວກ​ຄົນ​ຫນຸ່ມ​ກໍ​ຈະ​ອ່ອນ​ແຮງ ແລະ​ຊາຍ​ສະ​ກັນ​ກໍ​ຈະ​ລົ້ມ​ລົງ 31 ແຕ່​ຄົນ​ທັງ​ຫລາຍ​ທີ່​ລໍ​ຄອຍ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ໄດ້​ຮັບ​ການ​ເສີມ​ສ້າງ​ເຫື່ອ​ແຮງ​ຂຶ້ນ​ໃຫມ່ ພວກ​ເຂົາ​ຈະ​ມີ​ປີກ​ບິນ​ໄປ​ເຫມືອນ​ນົກ​ອິນ​ຊີ ເມື່ອ​ເຂົາ​ແລ່ນ​ຫລື​ຍ່າງ​ໄປ​ຈະ​ບໍ່​ເມື່ອຍ​ແລະ​ອ່ອນ​ແຮງ

ເອຊາຢາ 41

ພຣະ​ເຈົ້າ​ຊົງ​ຣັບ​ປະ​ກັນ​ອິສ​ຣາ​ເອນ

1 ພຣະ​ເຈົ້າ​ຊົງ​ກ່າວ​ວ່າ, “ປະ​ເທດ​ຫ່າງ​ໄກ​ເອີຍ, ຈົ່ງ​ມິດ​ງຽບ​ແລະ​ຟັງ​ເຮົາ​ເທີນ ໃຫ້ຕຽມ​ຕົວ​ສູ້​ຄະ​ດີ​ໃນ​ສານ ພວກ​ເຈົ້າ​ຈະ​ມີ​ໂອ​ກາດ​ເວົ້າ ໃຫ້​ພວກ​ເຮົາ​ພ້ອມ​ໃຈ​ກັນ​ຕັດ​ສິນ​ວ່າ​ໃຜ​ເປັນ​ຜູ້​ຖືກ​ຕ້ອງ​ 2 ແມ່ນ​ໃຜ​ນຳ​ເອົາ​ຜູ້​ມີ​ຊັຍ​ມາ​ຈາກ​ຕາ​ເວັນ​ອອກ ແລະ​ເຮັດ​ໃຫ້​ທ່ານ​ມີ​ຊັຍ​ໃນ​ທຸກ​ຫົນ​ທຸກ​ແຫ່ງ ແມ່ນ​ໃຜ​ໃຫ້​ທ່ານ​ມີ​ຊັຍ​ຊະ​ນະ​ກະ​ສັດ​ແລະ​ຊົນ​ຊາດທັງ​ຫລາຍ ດາບ​ຂອງ​ທ່ານ​ໄດ້​ຟັນ​ເຂົາ​ລົ້ມ​ລົງ ພວກ​ເຂົາ​ເປັນ​ເຫມືອນ​ຝຸ່ນ​ຕໍ່​ຫນ້າ​ທ່ານ ຫນ້າ​ທະ​ນູ​ຂອງ​ທ່ານ​ໄດ້​ທຳ​ໃຫ້​ເຂົາ​ແຕກ​ກະ​ຈາຍ​ໄປ​ເຫມືອນ​ລົມ​ພັດ​ຕໍ​ເຟືອງ 3 ທ່ານ​ໄລ່​ຕິດ​ຕາມ​ໄປ​ໄວ​ຫລາຍ​ຈົນ​ແທບ​ຕີນ​ບໍ່​ຊຸນ​ດິນ​ແລະ​ຜ່ານ​ໄປ​ໄດ້​ຢ່າງ​ປອດ​ພັຍ 4 ໃຜ​ເປັນ​ຜູ້​ທຳ​ໃຫ້​ການ​ເຫລົ່າ​ນີ້​ບັງ​ເກີດ​ຂຶ້ນ ໃຜ​ເປັນ​ຜູ້​ກຳ​ນົດ​ລະ​ຍະ​ເວ​ລາ​ແຫ່ງ​ປະ​ຫວັດ​ສາດ ເຮົາ​ເປັນ​ຜູ້​ເລີ້ມ​ຕົ້ນ​ແລະ​ຜູ້​ປາຍ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ນີ້ແຫລະ​ແມ່ນ​ຜູ້​ນັ້ນ 5 ເມື່ອ​ຊົນ​ຊາດ​ຫ່າງ​ໄກ​ໄດ້​ເຫັນ​ການ​ກະ​ທຳ​ຂອງ​ເຮົາ​ແລ້ວ ພວກ​ເຂົາ​ກໍ​ຢ້ານ​ກົວ​ຕົວ​ສັ່ນ ດັ່ງ​ນັ້ນ​ພວກ​ເຂົາ​ທັງ​ຫມົດ​ຈຶ່ງ​ມາ​ໂຮມ​ກັນ 6 ພວກ​ນາຍ​ຊ່າງ​ໄດ້​ຊ່ອຍ​ເຫລືອ​ແລະ​ໃຫ້​ກໍາ​ລັງ​ໃຈ​ແກ່​ກັນ​ແລະ​ກັນ 7 ຊ່າງ​ໄມ້​ກໍ​ເວົ້າ​ກັບ​ຊ່າງ​ຄຳ​ວ່າ ດີ​ແລ້ວ ຜູ້​ທີ່​ເຮັດ​ໃຫ້​ຮູບ​ກ້ຽງ​ງາມ ກໍ​ຫນຸນ​ໃຈ​ຜູ້​ທີ່​ຕີ​ໃຫ້​ແຈບ ບາງ​ຄົນ​ເວົ້າ​ວ່າ ການ​ຈອດ​ນີ້​ດີ​ແລ້ວ ພວກ​ເຂົາ​ໄດ້​ເອົາ​ຕະ​ປູ​ຕິຮູບ​ໃຫ້​ແຫນ້ນ 8 ແຕ່​ເຈົ້າ​ ອິສ​ຣາ​ເອນ​ຄົນ​ໃຊ້ຂອງ​ເຮົາ​ເອີຍ, ພວກ​ເຈົ້າ​ເປັນໄພ່​ພົນ​ທີ່​ເຮົາ​ເລືອກ​ໄວ້ ເປັນ​ເຊື້ອ​ສາຍ​ອັບ​ຣາ​ຮາມ​ເພື່ອນ​ຂອງ​ເຮົາ 9 ເຣົາ​ໄດ້​ເອົາ​ພວກ​ເຈົ້າ​ນາຍ​ມາ​ຈາກ​ສົ້ນ​ສຸດ​ໂລກ ເອີ້ນ​ມາ​ຈາກ​ບ່ອນ​ໄກ​ສຸດ​ຂອງ​ໂລກ ແລະ​ເວົ້າ​ວ່າ​ພວກ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຮົາ​ບໍ່​ໄດ້​ປະ​ຖິ້ມ ແຕ່​ໄດ້​ເລືອກ​ເອົາ​ພວກ​ເຈົ້າ 10 ຢ່າ​ສູ່​ຢ້ານ​ເພາະ​ວ່າ​ເຣົາ​ຈະ​ຢູ່​ນຳ​ພວກ​ເຈົ້າ ເຮົາ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ ເຣົາ​ຈະ​ບໍ່​ໃຫ້​ພວກ​ເຈົ້າ​ຢ້ານ​ຫຍັງ​ຈະ​ຊ່ອຍ​ເຫລືອ​ແລະ​ຫນຸນ​ກຳ​ລັງ​ພວກ​ເຈົ້າ ຈະ​ຄຸ້ມ​ຄອງ​ແລະ​ຊ່ອຍ​ໃຫ້​ພົ້ນ​ໄພ 11 ໄພ່​ພົນ​ຂອງ​ເຮົາ​ເອີຍ, ຜູ້ໃດ​ຄຽດ​ຮ້າຍ​ພວກ​ເຈົ້າ ຈະ​ໄດ້​ຮັບ​ຄວາມ​ເຊື່ອມ​ເສັຽ​ແລະ​ຮູ້​ສຶກ​ລະ​ອາຍຜູ້​ໃດ​ຕໍ່​ສູ້​ເຈົ້າ ຜູ້ນັ້ນ​ຈະ​ຕາຍ 12 ຜູ້ໃດ​ຮົບ​ເລວ​ກັບ​ເຈົ້າ ຜູ້​ນັ້ນ​ຈະ​ສູນ​ຫາຍ​ໄປ​ຈາກ​ໂລກ 13 ເຣົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ເຮົາ​ຈະ​ຫນຸນ​ກຳ​ລັງ​ແລະ​ບອກ​ພວກ​ເຈົ້າ​ວ່າ ຢ່າ​ສູ່​ຢ້ານ ເພາະ​ເຮົາ​ຈະ​ຊ່ອຍ​ເຈົ້າ 14 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ອິສ​ຣາ​ເອນເອີຍ, ເຈົ້າ​ຍັງ​ເປັນ​ຜູ້​ນ້ອຍ​ແລະ​ອ່ອນ​ແອ ແຕ່​ຢ່າ​ສູ່​ຢ້ານ ເພາະ​ເຮົາ​ຈະຊ່ອຍ​ເຈົ້າ ເຮົາ​ຄື​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ ເຮົາ​ເປັນ​ຜູ້​ຊ່ອຍ​ໄຖ່​ເອົາ​ພວກ​ເຈົ້າ​ໃຫ້​ພົ້ນ​ໄພ 15 ເຣົາ​ຈະ​ທຳ​ໃຫ້​ເຈົ້າ​ເປັນ​ເຫມືອນ​ເຄື່ອງ​ໄຖ​ຄາດ​ທີ່​ຍັງ​ໃຫມ່​ແລະ​ແຫລມ​ຄົມ ເຈົ້າ​ຈະ​ທັບ​ແລະ​ທຳ​ລາຍ​ພູ​ທັງ​ຫລາຍ ພູ​ນ້ອຍ​ທັງ​ຫລາຍ​ຈະ​ຖືກ​ບົດ​ຂະ​ຍີ້​ໃຫ້​ເປັນ​ຝຸ່ນ 16 ເຈົ້າ​ຈະ​ຈັບ​ໂຍນ​ພວກ​ມັນ​ຂຶ້ນ​ເທິງ​ອາ​ກາດ ເຫມືອນ​ເຂົ້າ​ລີບ​ທີ່​ພັດ​ຈາກ​ກະ​ດົ້ງ​ຟັດ ລົມ​ແລະ​ລົມ​ພະ​ຍຸ​ຈະ​ພັດ​ມັນ​ໄປ​ກະ​ຈັດ​ກະ​ຈາຍ ແຕ່​ເຈົ້າ​ຈະ​ມີ​ຄວາມ​ສຸກ ຍ້ອນ​ວ່າ​ເຮົາ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ແລ້ວ​ເຈົ້າ​ຈະ​ກ່າວ​ສັຣ​ເສີນ​ເຮົາ ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ 17 ເມື່ອ​ໄພ່​ພົນ​ຜູ້​ຍາກ​ຈົນ​ຂອງ​ເຮົາ​ຕ້ອງ​ການ​ນ້ຳ ເມື່ອ​ຄໍ​ຂອງ​ເຂົາ​ແຫ້ງຍ້ອນ​ວ່າ​ຫິວ​ນ້ຳ ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕອບ​ຄຳ​ອ້ອນ ວອນ​ຂອງ​ພວກ​ເຂົາ ເຮົາ​ຄື​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຈະ​ບໍ່​ປະ​ຖິ້ມ​ເຂົາ 18 ເຮົາ​ຈະ​ທຳ​ໃຫ້​ແມ່​ນ້ຳ​ໄຫລ​ຜ່ານ​ຫົວ​ພູ​ໂລ້ນ ແລະ​ໃຫ້​ນ້ຳ​ພຸ​ໄຫລ​ອອກ​ໃນ​ຮ່ອມ​ພູ ຈະ​ທຳ​ໃຫ້​ຖິ່ນ​ກັນ​ດານ​ມີຫນອງ​ນ້ຳ ແລະ​ໃຫ້​ດິນ​ແຫ້ງ​ມີ​ນ້ຳ​ອອກ​ບໍ່ 19 ຈະ​ໃຫ້​ກົກ​ສົນ ກົກ​ກະ​ຖິນ​ເທດ ກົກ​ນ້ຳ​ມັນ​ຂຽວ ແລະ​ກົກ​ຫມາກກອກ​ເທດ​ເກີດ​ຂຶ້ນ​ໃນ​ຖິ່ນ​ກັນ​ດານ ໃນ​ບ່ອນ​ກ້ຽງ​ແປນ​ຈະ​ກາຍ​ເປັນ​ປ່າ​ກົກ​ສົນ 20 ຄົນ​ທັງ​ຫລາຍ​ຈະ​ເຫັນ​ແລະ​ຮູ້​ວ່າ ແມ່ນ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ການ​ນີ້ ພວກ​ເຂົາ​ຈະ​ພ້ອມ​ກັນ​ເຂົ້າ​ໃຈ​ວ່າ ແມ່ນ​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ​ຊົງ​ໃຫ້​ບັງ​ເກີດ​ຂຶ້ນ”

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທ້າ​ທາຍ​ພຣະ​ທຽມ

21 ພຣະ​ຜູ້​ເປັນ​ເຈົ້າ​ຄື​ເຈົ້າ​ຊີ​ວິດ​ຂອງ​ອິສ​ຣາ​ເອນ​ຊົງ​ກ່າວ​ດັ່ງ​ນີ້, 22 “ພຣະ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ເອີຍ, ຈົ່ງ​ນຳ​ຫລັກ​ຖານ​ແລະ​ຂໍ້​ໂຕ້​ຖຽງ​ທີ່​ດີ​ຂອງ​ເຈົ້າ​ມາ​ທີ່​ນີ້ ໃຫ້​ທຳ​ນ​ວາຍ​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ ຈົ່ງ​ອະ​ທິ​ບາຍ​ເຫດ​ການ​ໃຫ້​ອະ​ດີດ​ໃຫ້​ເຮົາ​ຮູ້ ແລະ​ຈົ່ງ​ບອກວ່າ​ມັນ​ເປັນ​ຂຶ້ນ​ມາ​ໄດ້​ຢ່າງ​ໃດ ເພື່ອ​ເຮົາ​ຈະ​ໄດ້​ຮູ້​ເມື່ອ​ມັນ​ເກີດ​ຂຶ້ນ 23 ຈົ່ງ​ບອກເຮົາ​ວ່າຕໍ່​ໄປ​ນີ້​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ ເພື່ອ​ເຮົາ​ຈະ​ໄດ້​ຮູ້​ວ່າ​ເຈົ້າ​ເປັນ​ພຣະ ຈົ່ງ​ທຳ​ດີ ຫລື​ທຳ​ຮ້າຍ ເພື່ອ​ເຮົາ​ຈະ​ໄດ້​ຢ້ານ​ແລະ​ຕື່ນ​ຕົກ​ໃຈ 24 ການ​ກະ​ທຳ​ຂອງ​ພວກ​ເຈົ້າ​ກໍ​ບໍ່​ມີ​ຫຍັງ ແລະ​ພວກ​ເຈົ້າ​ບໍ່​ມີ​ຫຍັງ​ເລີຍ ຄົນ​ທັງ​ຫລາຍ​ທີ່​ຂາບ​ໄຫວ້​ເຈົ້າ​ກໍ​ຫນ້າ​ກຽດ​ຊັງ 25 ເຣົາ​ໄດ້​ເລືອກ​ເອົາ​ຄົນ​ນຶ່ງ​ຈາກ​ທິດ​ຕາ​ເວັນ​ອອກ​ເຂົ້າ​ມາ​ທາງ​ເຫນືອ ເຂົາ​ຈະ​ຢຽບ​ຢ່ຳ​ພວກ​ຜູ້​ປົກ​ຄອງ​ເຫມືອນຢຽບ​ຂີ້​ຕົມ ເຫມືອນ​ຊ່າງ​ປັ້ນ​ຫມໍ້​ຢຽບ​ດິນ​ຫນຽວ 26 ໃຜ​ຈະ​ບອກ​ເຮົາ​ລ່ວງ​ຫນ້າ ຫລື​ທຳ​ນ​ວາຍ​ວ່າ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ ເພື່ອ​ເຮົາ​ຈະ​ໄດ້​ກ່າວ​ວ່າ​ຖືກ​ຕ້ອງ​ແລ້ວ ບໍ່​ມີ​ໃຜ​ເວົ້າ​ເຖິງ​ເຣື່ອງ​ນີ້ ບໍ່​ມີ​ໃຜ​ໄດ້​ຍິນ​ເຈົ້າ​ເວົ້າ​ເຣື່ອງ​ນີ້​ເລີຍ 27 ເຣົາ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ທຳ​ອິດ​ທີ່​ບອກ​ຂ່າວ​ແກ່​ຊາວ​ຊີ​ໂອນ ຄື​ເຢ​ຣູ​ຊາ​ເລັມ​ ເພື່ອ​ວ່າ​ປະ​ຊາ​ຊົນ​ຂອງ​ເຈົ້າ​ຈະ​ມາ ພວກ​ເຂົາ​ຈະ​ກັບ​ມາ​ບ້ານ 28 ເມື່ອ​ເຮົາ​ຫລຽວ​ເບິ່ງ​ພຣະ​ທັງ​ຫລາຍ ກໍ​ບໍ່​ມີຜູ້​ໃດ​ປາກ​ເວົ້າ ບໍ່​ມີ​ໃຜ​ຕອບ​ຄຳ​ຖາມ​ຂອງ​ເຮົາ 29 ພຣະ​ທັງ​ຫລາຍ​ເຫລົ່າ​ນີ້​ບໍ່​ມີ​ປ​ໂຍດ ມັນ​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ ຮູບ​ເຄົາ​ຣົບ​ຂອງ​ພວກ​ເຂົາ​ໃຊ້​ການ​ບໍ່​ໄດ້​ແລະ​ບໍ່​ມີ​ຣິດ​ເດດ”

ເອຊາຢາ 42

ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ນີ້​ແມ່ນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຜູ້​ທີ່​ເຮົາ​ອູ້ມ​ຊູ ຜູ້​ທີ່​ເຮົາ​ເລືອກ​ເອົາ​ໄວ້​ດ້ວຍ​ຄວາມ​ພໍ​ພຣະ​ທັຍ ເຮົາ​ໃຫ້​ເຂົາ​ມີ​ອຳ​ນາດ​ອັນ​ບໍ​ຣິ​ສຸດ ເຂົາ​ຈະ​ນຳ​ຄວາມ​ຍຸດ​ຕິ​ທັມ​ໄປ​ຍັງ​ຊົນ​ຊາດ​ທັງ​ຫລາຍ 2 ເຂົາ​ຈະ​ບໍ່​ຮ້ອງ ຫລື​ເປັ່ງ​ສຽງ​ອອກ​ໄປ ຫລື​ຈະ​ບໍ່​ປ່າວ​ປະ​ກາດ​ຕາມ​ຖນົນ​ຫົນ​ທາງ 3 ຕົ້ນ​ອໍ້​ທີ່​ບວມ​ແລ້ວ​ທ່ານ​ຍັງບໍ່​ທຳໃຫ້​ຂາດ ຕະ​ກຽງ​ໃກ້​ຈະ​ມອດ​ແລ້ວ ທ່ານ​ຍັງ​ບໍ່​ທຳ​ໃຫ້​ມອດ ຈະ​ນຳ​ເອົາ​ຄວາມ​ຍຸດ​ຕິ​ທັມ​ອັນ​ທ່ຽງ​ແທ້​ຖາ​ວອນ​ໄປ​ໃຫ້​ຄົນ​ທັງ​ປວງ 4 ເຂົາ​ຈະ​ບໍ່​ສູນ​ເສັຽ​ຄວາມ​ຫວັງ ຫລື​ຄວາມກ້າ​ຫານ ຈະ​ຕັ້ງ​ຄວາມ​ຍຸດ​ຕິ​ທັມ​ໄວ້​ໃນ​ໂລກ ແຜ່ນ​ດິນ​ທີ່​ຫ່າງ​ໄກ​ຈະ​ລໍ​ຄອຍ​ຄຳ​ສອນ​ຂອງ​ເຂົາ​ດ້ວຍ​ຄວາມ​ຮ້ອນ​ຮົນ” 5 ພຣະ​ເຈົ້າ​ຊົງ​ສ້າງ​ທ້ອງ​ຟ້າ​ແລະ​ກາງ​ມັນ​ອອກ​ໄປ ຊົງ​ຕົກ​ແຕ່​ງໂລກ​ແລະ​ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ ຊົງ​ໃຫ້​ຊີ​ວິດ​ແລະ​ລົມ​ຫາຍ​ໃຈ​ແກ່​ຄົນ​ທັງ​ປວງ ແລະ​ບັດ​ນີ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ, 6 “ເຣົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເຈົ້າ​ມາ ແລະ​ໃຫ້​ອຳ​ນາດ​ແກ່​ເຈົ້າ ເພື່ອ​ຈະ​ໃຫ້​ມີ​ສຳ​ພັນ​ທະ​ໄມ​ຕ​ຣີ​ກັບ​ຊົນ​ຊາດ​ທັງ​ປວງ ແລະ​ເຈົ້າ​ຈະ​ນຳ​ເອົາ​ຄວາມ​ສະ​ງ່າ​ຣາ​ສີ​ມາ​ຍັງ​ປະ​ຊາ​ຊາດ 7 ເຈົ້າ​ຈະ​ທຳ​ໃຫ້​ຄົນ​ຕາ​ບອດ​ເຫັນ​ຮຸ່ງ ແລະ​ຈະ​ປ່ອຍ​ຜູ້​ທີ່​ຢູ່​ໃນ​ຄຸກ​ມືດ​ເປັນ​ອິສ​ຣະ 8 ນີ້​ຄື​ພຣະ​ນາມ​ຂອງ​ເຮົາ ແມ່ນເຮົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ຈະ​ບໍ່​ແບ່ງ​ປັນ​ພຣະ​ຣັ​ສ​ມີ​ຂອງ​ເຮົາ​ໃຫ້​ພຣະ​ອື່ນ ແລະ​ຈະ​ບໍ່​ແບ່ງ​ປັນ​ຄວາມ​ສັຣ​ເສີນ​ໃຫ້​ຮູບ​ເຄົາ​ຣົບ 9 ສິ່ງທີ່​ເຮົາ​ໄດ້​ກ່າວ​ທຳ​ນ​ວາຍ​ໄວ້​ໄດ້​ກາຍ​ເປັນ​ຈິງ​ແລ້ວ ບັດ​ນີ້​ເຣົາ​ຈະ​ບອກ​ສິ່ງ​ໃຫມ່ໆ​ແກ່​ເຈົ້າ​ກ່ອນ​ທີ່​ສິ່ງ​ເຫລົ່າ​ນັ້ນ​ຈະ​ໄດ້​ເກີດ​ຂຶ້ນ”

ເພງ​ສັຣ​ເສີນ

10 ຈົ່ງ​ຮ້ອງ​ເພງ​ບົດ​ໃຫມ່​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ທົ່ວ​ໂລກ​ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ ພວກ​ເຈົ້າ​ທີ່​ແລ່ນ​ເຮືອ​ໄປ​ໃນ​ທະ​ເລ ຈົ່ງ​ສັຣ​ເສີນ​ພຣະ​ອົງ ທຸກໆ​ສິ່ງ​ທີ່​ຊົງ​ສ້າງ​ໄວ້​ໃນ​ທະ​ເລ ຈົ່ງ​ສັຣ​ເສີນ​ພຣະ​ອົງ ແຜ່ນ​ດິນ​ທີ່​ຢູ່​ຫ່າງ​ໄກ​ແລະ​ທຸກໆ​ຄົນ​ໃນ​ທີ່​ນັ້ນ ຈົ່ງ​ສັຣ​ເສີນ​ພຣະ​ອົງ 11 ຖິ່ນ​ກັນ​ດານ​ແລະ​ຫົວ​ເມືອງ​ທັງ​ຫລາຍ ຈົ່ງ​ສັຣ​ເສີນ​ພຣະເຈົ້າ ປະ​ຊາ​ຊົນ​ເກ​ດາ ຈົ່ງ​ສັຣ​ເສີນ​ພຣະ​ອົງ ຜູ້​ທີ່​ຢູ່​ໃນ​ເມືອງ​ເຊ​ລາ ຈົ່ງ​ຮ້ອງ​ໂຮ່​ມ່ວນ​ຊື່ນ​ຈາກ​ເທິງ​ຈອມ​ພູ 12 ຜູ້​ທີ່​ຢູ່​ໃນ​ປະ​ເທດ​ຫ່າງ​ໄກ ຈົ່ງ​ຖວາຍ​ຄຳ​ສັຣ​ເສີນ​ແລະ​ຄວາມ​ສະ​ງ່າ​ຣາ​ສີ​ແດ່​ພຣະ​ອົງ 13 ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ອອກ​ໄປ​ຕໍ່​ສູ້​ເຫມືອນ​ວິ​ຣະ​ບຸ​ຣຸດ ພຣະ​ອົງ​ຊົງ​ຕຽມ​ພ້ອມ​ແລະ​ຣ້ອນ​ຮົນ​ໃນ​ການ​ຕໍ່​ສູ້ ຊົງ​ເປັ່ງ​ສຽງ​ສັ່ງ​ຮົບ ຊົງ​ສະ​ແດງ​ຣິດ​ທາ​ນຸ​ພາບ​ຕໍ່​ຫນ້າ​ພວກ​ສັດ​ຕ​ຣູ

ພຣະ​ເຈົ້າ​ຊົງ​ສັນ​ຍາ​ຈະ​ຊ່​ອຍ​ໄພ່​ພົນ​ຂອງ​ພຣະ​ອົງ

14 ພຣະ​ເຈົ້າ​ຊົງ​ກ່າວ​ວ່າ, “ເຣົາ​ໄດ້​ມິດ​ງຽບ​ຢູ່​ເຫິງ​ນານ​ແລ້ວ ເຮົາ​ບໍ່​ໄດ້​ຕອບ​ໄພ່​ພົນ​ຂອງ​ເຮົາ ແຕ່​ບັດ​ນີ້​ໄດ້​ມາ​ເຖິງ​ແລ້ວ ເຮົາ​ຈະ​ຮ້ອງ​ອອກ​ມາ​ເຫມືອນ​ຍິງ​ກຳ​ລັງ​ອອກ​ລູກ 15 ເຮົາ​ຈະ​ທຳ​ລາຍ​ພູ​ນ້ອຍ​ພູ​ໃຫຍ່​ທັງ​ຫລາຍ ຈະ​ໃຫ້​ກົກ​ໄມ້​ແລະ​ຫຍ້າ​ຫ່ຽວ​ແຫ້ງ​ຕາຍ​ໄປ ຈະ​ໃຫ້​ແມ່​ນ້ຳ​ກາຍ​ເປັນ​ເກາະ​ດອນ ແລະ​ໃຫ້​ສະ​ທັງ​ຫລາຍ​ແຫ້ງ​ໄປ 16 ເຮົາ​ຈະ​ຈູງ​ຄົນ​ຕາ​ບອດ​ຂອງ​ເຮົາ​ໄປ​ຕາມ​ທາງ​ທີ່​ເຂົາ​ບໍ່​ເຄີຍ​ໄປ ຈະ​ໃຫ້​ຄວາມ​ມືດ​ຂອງ​ເຂົາ​ກາຍ​ເປັນ​ແສງ​ສວ່າງ ແລະ​ຈະ​ໃຫ້​ບ່ອນ​ສູງ​ຕ່ຳ​ເປັນ​ບ່ອນ​ຮາບ​ພຽງ ສິ່ງ​ເຫລົ່າ​ນີ້​ເຮົາ​ຈະ​ຕ້ອງ​ກະ​ທຳ 17 ຄົນ​ທັງ​ຫລາຍທີ່​ເຊື່ອ​ຖື​ໃນ​ຮູບ​ເຄົາ​ຣົບ ຜູ້​ທີ່​ຖື​ພຣະ​ນັ້ນ​ເປັນ​ພຣະ​ຂອງ​ເຂົາ​ຈະ​ອັບ​ອາຍ​ຂາຍ​ຫນ້າ​ແລະ​ເສັຽ​ສັກ​ສີ” 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຄົນ​ຫູ​ຫນວກ​ເອີຍ, ຈົ່ງ​ຟັງ​ເດີ ພວກ​ເຈົ້າ​ຜູ້​ຕາ​ບອດ​ເອີຍ, ຈົ່ງ​ຟັງ​ຄັກໆ 19 ໃຜ​ເປັນ​ຄົນ​ຕາ​ບອດກວ່າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ​ໃຜ​ຫູ​ຫນວກ​ຫນັກ​ກວ່າ​ຄົນ​ສົ່ງ​ຂ່າວ​ທີ່​ເຮົາ​ໃຊ້​ໄປ 20 ອິສ​ຣາ​ເອນ​ເອີຍ, ເຈົ້າ​ໄດ້​ເຫັນ​ຫລາຍ​ຢ່າງ ແຕ່​ບໍ່​ຮູ້​ທີບ​ຫຍັງ​ເລີຍ ເຈົ້າ​ມີ​ຫູ​ສຳ​ລັບ​ຟັງ ແຕ່​ເຈົ້າ​ໄດ້​ຍິນ​ຫຍັງ​ແດ່ 21 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ພຣະ​ປະ​ສົງ​ຢ່າງ​ແຮງ​ກ້າ​ຢາກ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ໄພ ຈຶ່ງ​ໄດ້​ແຕ່ງ​ຕັ້ງ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ​ຢ່າງ​ມີ​ກຽດ 22 ແຕ່​ໄພ່​ພົນ​ຂອງ​ພຣະ​ອົງ​ໄດ້​ຖືກ​ເຂົາ​ປຸ້ນ​ ຖືກ​ເຂົາ​ຈັບ​ຂັງ​ໄວ້​ໃນ​ຫ້ອງ​ມືດ ແລະ​ເອົາ​ເຊື່ອງ​ໄວ້​ໃນຄຸກ ພວກ​ເຂົາ​ຖືກ​ລັ​ກ ແລະ​ປຸ້ນ​ເອົາ​ໄປ​ໂດຍ​ບໍ່​ມີ​ໃຜ​ມາ​ຊ່ອຍ​ເຫລືອ​ເລີຍ 23 ມີ​ໃຜ​ໃນ​ພວກ​ເຈົ້າ​ຈະ​ຟັງ​ເຣື່ອງ​ນີ້​ແດ່ ຕໍ່​ແຕ່​ນີ້​ໄປ​ພວກ​ເຈົ້າ​ຈະຕັ້ງ​ໃຈ​ຟັງ​ບໍ 24 ໃຜ​ມອບ​ອິສ​ຣາ​ເອນ​ໃຫ້​ແກ່​ພວກ​ປຸ້ນ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ເອງ​ເປັນ​ຜູ້ມອບ ຍ້ອນ​ເຮົາ​ທຳ​ບາບ​ຕໍ່​ສູ້​ພຣະ​ອົງ ພວກ​ເຮົາ​ບໍ່​ໄດ້​ດຳ​ເນີນ​ຊີ​ວິດ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ ຫລື​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ສອນ​ທີ່​ພຣະ​ອົງ​ຊົງ​ບອກ 25 ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ພຣະ​ພິ​ໂຣດ​ພວກ​ເຮົາ ແລະ​ຊົງ​ໃຫ້​ປະ​ສົບ​ກັບ​ໄພ​ສົງ​ຄາມ​ຢ່າງ​ຮ້າຍ​ແຮງ ຄວາມ​ໂກດ​ຂອງ​ພຣະ​ອົງ​ຮ້ອນ​ໄປ​ທົ່ວ​ທັງ​ອິສ​ຣາ​ເອນ​ເຫມືອນ​ໄຟ​ເຜົາ ແຕ່​ພວກ​ເຮົາ​ບໍ່​ໄດ້​ຮູ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ ແລະ​ບໍ່​ສົນ​ໃຈ​ໃນ​ເຣື່ອງ​ນີ້​ເລີຍ

ເອຊາຢາ 43

ພຣະ​ເຈົ້າ​ຊົງ​ຊ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ

1 ອິສ​ຣາ​ເອນ​ເອີຍ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ສ້າງ​ເຈົ້າ​ໄດ້​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຮົາ​ຈະ​ຄຸ້ມ​ຄອງ​ເຈົ້າ ເຮົາ​ໄດ້​ເອີ້ນ​ເຈົ້າຕາມ​ຊື່ ເຮົາ​ໄດ້​ໄຖ່​ພວກ​ເຈົ້າ​ມາ​ເປັນ​ຄົນ​ຂອງ​ເຮົາ 2 ເມື່​ອ​ເຈົ້າ​ຜ່ານ​ໄຟ ຫລື​ລອຍນ້ຳ​ເລິກ ເຮົາ​ກໍ​ຈະ​ຢູ່​ນຳ​ເຈົ້າ ເຈົ້າ​ຈຶ່ງ​ຈະ​ຜ່ານ​ພົ້ນ​ຄວາມ​ຍາກ​ລຳ​ບາກ​ໄປ​ໄດ້ ເມື່ອ​ເຈົ້າ​ຍ່າງ​ຜ່ານ​ໄຟ​ໄປ ມັນ​ຈະ​ບໍ່​ໄຫມ້​ເຈົ້າ ເຈົ້າ​ຈະ​ຜ່ານ​ຝ່າ​ຄວາມຫຍຸ້ງ​ຍາກ​ເຫລົ່າ​ນີ້​ໄປ​ໄດ້ 3 ເພາະ​ວ່າ​ເຮົາເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ຄື​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ ອົງ​ຊົ​ງ​ຊ່ອຍ​ເຈົ້າ​ໃຫ້​ລອດ​ພົ້ນ ເຮົາ​ຈະ​ໃຫ້​ເອຢິບ​ເປັນ​ຄ່າ​ໄຖ່​ຂອງ​ເຈົ້າ ຈະ​ໃຫ້​ເອ​ທິ​ໂອ​ເປັຽ​ແລະ​ເຊ​ບາ​ເປັນ​ຄ່າ​ແລກ​ປ່ຽນ​ເອົາ​ເຈົ້າ 4 ແລະ​ເອົາ​ຊົນ​ຊາດ​ທັງ​ປວງ​ແລກ​ກັບ​ຊີ​ວິດ​ຂອງ​ເຈົ້າ ເພາະ​ວ່າ​ເຈົ້າ​ມີ​ຄຸນ​ຄ່າ​ສຳ​ລັບ​ເຮົາ ເຮົາ​ເປັນ​ຜູ້​ໃຫ້​ກຽດ​ແລະ​ຮັກ​ເຈົ້າ 5 ຢ່າ​ສູ່​ຢ້ານ ເພາະ​ວ່າ​ເຮົາ​ຈະ​ຢູ່ນຳ​ເຈົ້າ ເຮົາ​ຈະ​ໂຮມ​ເອົາ​ຍາດ​ຕິ​ເຊື້ອ​ສາຍຂອງ​ເຈົ້າ​ມາ​ຈາກ​ທິດ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ 6 ເຮົາ​ຈະ​ບອກ​ໃຫ້​ທິດ​ເຫນືອ​ປ່ອຍ​ເຂົາ​ໄປ ແລະ​ບອກ​ບໍ່​ໃຫ້​ທິດ​ໃຕ້​ຫນ່ວງ​ຫນ່ຽວ​ເຂົາ​ໄວ້ ຈົ່ງ​ປ່ອຍ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ມາ​ແຕ່​ທີ່​ໄກ​ເສັຽ ຄື​ມາ​ຈາກ​ທຸກ​ພາກ​ສ່ວນ​ຂອງ​ໂລກ 7 ພວ​ກ​ເຂົາ​ເປັນ​ຄົນ​ພິ​ເສດ​ຂອງເຮົາ​ເອງ ເຮົາ​ໄດ້​ສ້າງ​ເຂົາ​ເພື່ອ​ນຳ​ກຽດ​ມາ​ສູ່​ເຮົາ”

ອິສ​ຣາ​ເອນ​ເປັນ​ພ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

8 ພຣະ​ເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ເອີ້ນ​ເອົາ​ໄພ່​ພົນ​ຂອງ​ເຮົາ​ມາ​ຍັງ​ສານ ພວກ​ເຂົາ​ມີ​ຕາ​ແຕ່​ບໍ່​ເຫັນ​ຮຸ່ງ ມີ​ຫູ​ແຕ່​ບໍ່​ໄດ້​ຍິນ 9 ຈົ່ງ​ເອີ້ນ​ເອົາ​ຊົນ​ຊາດ​ທັງ​ຫລາຍມາ​ສັນ​ນະ​ສູດ​ເບິ່ງວ່າ​ພຣະ​ອັນ​ໃດ​ຂອງ​ພວກ​ເຂົາ​ໄດ້​ບອກ​ເຫດ​ການ​ລ່ວງ​ຫນ້າ ແລະ​ໄດ້​ທຳ​ນ​ວາຍ​ໃນ​ສິ່ງ​ທີ່​ກຳ​ລັງ​ຈະ​ເກີດ​ຂຶ້ນ​ດຽວ​ນີ້ ໃຫ້​ພຣະ​ເຫລົ່າ​ນີ້​ນຳ​ເອົາ​ພ​ຍານ​ມາ​ເບິ່ງ ເພື່ອ​ຢັ້ງ​ຢືນ​ວ່າ​ເຂົາ​ຖືກ​ຕ້ອງ ແລະ​ຄຳ​ເວົ້າ​ຂອງ​ເຂົາ​ເປັນ​ຈິງ​ ຫລື​ບໍ 10 ຊາວ​ອິສ​ຣາ​ເອນເອີຍ, ເຈົ້າ​ເປັນ​ພ​ຍານ​ຂອງ​ເຮົາ ເຮົາ​ເລືອກ​ເອົາ​ເຈົ້າ​ເປັນ​ຊົນ​ຊາດ​ຮັບ​ໃຊ້​ເຮົາ ເພື່ອ​ເຈົ້າ​ຈະ​ເຊື່ອ​ໃນ​ຕົວ​ເຮົາ​ແລະ​ຮູ້​ຈັກ​ວ່າ​ເຮົາ​ເທົ່າ​ນັ້ນ​ທີ່​ເປັນ​ພຣະ​ເຈົ້າ 11 ເຮົາ​ຜູ້​ດຽວ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ຊ່ອຍ​ເຈົ້າ​ໃຫ້​ພົ້ນ​ໄພ​ໄດ້ 12 ເຮົາ​ໄດ້​ບອກ​ໄວ້​ກ່ອນ​ແລ້ວ​ວ່າ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ ແລະ​ເຣົາ​ກໍ​ຈະ​ຊ່ອຍ​ເຈົ້າ ພຣະ​ຕ່າງ​ປະ​ເທດ​ເຮັດ​ດັ່ງ​ນີ້​ບໍ່​ໄດ້ ພວກ​ເຈົ້າ​ເປັນ​ ພ​ຍານ​ຂອງ​ເຣົາ 13 ເຮົາ​ເປັນ​ພຣະ​ເຈົ້າ ແລະ​ຈະ​ເປັນ​ຢູ່​ຢ່າງ​ນີ້​ຕລອດ​ໄປ ບໍ່​ມີ​ໃຜ​ຫນີ​ພົ້ນ​ອຳ​ນາດ​ຂອງ​ເຮົາ​ໄປ​ໄດ້ ແລະ​ທັງ​ປ່ຽນ​ແປງ​ການ​ກະ​ທຳ​ຂອງ​ເຮົາ​ບໍ່​ໄດ້”

ຫນີ​ຈາກ​ນະ​ຄອນ​ບາ​ບິ​ໂລນ

14 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ບໍ​ຣິສຸດ​ຂອງ​ອິສ​ຣາ​ເອນ ຜູ້​ຊົງ​ໄຖ່​ເຈົ້າ​ໃຫ້​ພົ້ນ​ໄພ​ຊົງກ່າວ​ວ່າ, “ເພື່ອ​ຊ່ອຍ​ເຈົ້າ ເຣົາ​ຈະ​ສົ່ງ​ກອງ​ທັບ​ໄປ​ໂຈມ​ຕີ​ບາ​ບິ​ໂລນ ຈະ​ທຳ​ລາຍ​ປະ​ຕູ​ເມືອງ ແລະ​ສຽງ​ໂຮ່​ຮ້ອງ​ຂອງ​ປະ​ຊາ​ຊົນ​ຈະ​ກາຍ​ເປັນ​ສຽງ​ຮ້ອງ​ໄຫ້​ໂອ່ຍ​ຄາງ 15 ເຣົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າອົງບໍ​ຣິ​ສຸດ​ຂອງ​ເຈົ້າ ອິສ​ຣາ​ເອນ​ເອີຍ, ເຮົາ​ໄດ້​ສ້າງ​ເຈົ້າ​ ແລະ​ເຮົາ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ເຈົ້າ” 16 ຕັ້ງ​ແຕ່​ດົນ​ນານ​ມາ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສ້າງ​ທາງ​ໃນ​ທະ​ເລ ຄື​ສ້າງ​ທາງ​ໃນ​ແປວ​ນ້ຳ​ບຸ້ນ 17 ພຣະ​ອົງ​ຊົງ​ນຳ​ກອງ​ທັບ​ອັນ​ເຂັ້ມ​ແຂງ ມີ​ຣົດ​ຮົບ​ແລະ​ມ້າ​ໄປ​ທຳ​ລາຍ​ພວກ​ເຂົາ ພວກ​ເຂົາ​ຈຶ່ງ​ລົ້​ມ ລົງ ແລະ​ລຸກ​ຂຶ້ນ​ບໍ່​ໄດ້ ເປັນ​ເຫມືອນ​ໄຟ​ທຽນ​ທີ່​ມອດ​ແລ້ວ 18 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຢ່າ​ຈົດ​ຈຳ​ເຣື່ອງ​ທີ່​ລ່ວງ​ມາ​ແລ້ວ ຫລື​ວິ​ພາກວິ​ຈານ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​ແລ້ວ 19 ຈົ່ງ​ເຝົ້າ​ເບິ່ງ​ສິ່ງ​ໃຫມ່ໆ​ທີ່​ເຮົາ​ຈະ​ກະ​ທຳ​ນີ້ ມັນ​ກຳ​ລັງ​ຈະ​ເກີດ​ຂຶ້ນ​ແລ້ວ ເຈົ້າ​ຈະ​ເຫັນ​ດຽ​ວ​ນີ້ລະ ເຮົາ​ຈະ​ສ້າງ​ທາງ​ຜ່ານ​ຖິ່ນ​ກັນ​ດານ ແລະ​ຈະ​ໃຫ້​ມີ​ແມ່​ນ້ຳ​ຢູ່​ໃນ​ທີ່​ນັ້ນ 20 ແມ່ນ​ແຕ່​ສັດ​ປ່າ​ກໍ​ຈະ​ໃຫ້​ກຽດ​ເຮົາ ພວກ​ຫມາ​ປ່າ​ແລະ​ນົກ​ກະ​ຈອກ​ເທດ​ກໍ​ຈະ​ສັຣ​ເສີນ​ເຮົາ ເພາະ​ວ່າ​ເຣົາ​ໄດ້​ໃຫ້​ນ້ຳ​ໄຫລ​ຜ່ານ​ຖິ່ນ​ກັນ​ດານ ເພື່ອ​ໃຫ້​ນ້ຳ​ແກ່​ໄພ່​ພົນທີ່​ເຮົາ​ໄດ້​ເລືອກ​ໄວ້ 21 ພວ​ກ​ເຂົາ​ເປັນໄພ່​ພົນ​ທີ່​ເຮົາ​ສ້າງ​ເພື່ອ​ເຮົາ​ເອງ ພວກ​ເຂົາ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ເຮົາ”

ບາບ​ຂອງ​ອິສ​ຣາ​ເອນ

22 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ອິສຣາ​ເອນ​ເອີຍ, ເຈົ້າ​ບໍ່​ໄດ້​ຂາບ​ໄຫວ້​ເຮົາ ເຈົ້າ​ບໍ່​ໄດ້​ເມື່ອຍ​ຍ້ອນ​ເຮົາ 23 ເຈົ້າ​ບໍ່​ໄດ້​ນຳ​ເອົາ​ແບ້​ມາ​ເຜົາ​ບູ​ຊາ​ເຮົາ ບໍ່​ໄດ້​ເຜົາ​ບູ​ຊາ​ເພື່ອ​ເປັນ​ກຽດ​ແກ່​ເຮົາ ເຣົາ​ບໍ່​ໄດ້​ໃຫ້​ເຈົ້າ​ບົວ​ລະ​ບັດ​ເຮົາ​ດ້ວຍ​ເຄື່ອງ​ຖວາຍ​ບູ​ຊາ ຫລື​ໃຫ້​ເຈົ້າ​ອິດ​ເມື່ອຍ​ດ້ວຍ​ເຄື່ອງ​ຫອມ​ບູ​ຊາ 24 ພວກ​ເຈົ້າ​ບໍ່​ໄດ້​ຊື້​ເຄື່ອງ​ຫອມ​ສຳ​ລັບ​ເຮົາ ຫລື​ບໍ່​ໄດ້​ທຳ​ໃຫ້​ເຮົາ​ພໍ​ໃຈ​ດ້ວຍ​ໄຂ​ມັນ​ສັດ ແຕ່​ໄດ້​ໃຫ້​ເຮົາ​ຮັບ​ພາ​ຣະ​ດ້ວຍ​ເຣື່ອງ​ບາບ​ຂອງ​ເຈົ້າ ເຮົາ​ອິດ​ເມື່ອຍ​ຍ້ອນ​ຄວາມ​ຜິດ​ຂອງ​ເຈົ້າ 25 ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ລົບ​ລ້າງ​ບາບ​ຂອງ​ເຈົ້າ ເຮົາ​ທຳ​ດັ່ງ​ນີ້​ຍ້ອນ​ເຫັນ​ແກ່​ເຮົາ​ເອງ ເຮົາ​ຈະ​ບໍ່​ຈົດ​ຈຳ​ບາບ​ຂອງ​ພວກ​ເຈົ້າ​ໄວ້ 26 ພວ​ກ​ເຮົາ​ພາ​ກັນ​ໄປ​ຍັງ​ສານ​ຕັດ​ສິນ​ເທາະ ເພື່ອ​ພິ​ສູດ​ເບິ່ງວ່າ ເຈົ້າ​ຖືກ ຫລື​ຜິດ 27 ບັນ​ພະ​ບຸ​ຣຸດ​ແຕ່​ເກົ່າ​ກ່ອນ​ຂອງ​ເຈົ້າ​ໄດ້​ທຳ​ບາບ ພວກ​ຜູ້​ນຳ​ກໍ​ໄດ້​ທຳ​ບາບ​ຕໍ່​ສູ້​ເຮົາ 28 ພວກ​ຜູ້​ປົກ​ຄອງ​ກໍ​ຫມິ່ນ​ປ​ມາດ​ສະ​ຖານ​ທີ່​ສັກ​ສິດ​ຂອງ​ເຮົາ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ທຳ​ລາຍ​ອິສ​ຣາ​ເອນ ແລະ​ປ່ອຍ​ໃຫ້​ເຂົາ​ດູ​ຫມິ່ນ​ໄພ່​ພົນ​ຂອງ​ເຮົາ​ເອງ”

ເອຊາຢາ 44

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ພຣະ​ເຈົ້າ​ແຕ່​ອົງ​ດຽວ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ບັດ​ນີ້ ອິສ​ຣາ​ເອນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ​ເຊື້ອ​ສາຍ​ຢາ​ໂຄບ​ໄພ່​ພົນ​ທີ່​ເຮົາ​ເລືອກ​ໄວ້ ຈົ່ງ​ຟັງ​ເດີ 2 ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ສ້າງ​ເຈົ້າ ເຮົາ​ຊ່ອຍ​ເຫລືອ​ເຈົ້າ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ ຢ່າ​ສູ່​ຢ້ານ ເພາະ​ວ່າ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ເຮົາ ເປັນ​ໄພ່​ພົນ​ທີ່​ເຮົາ​ໄດ້​ມອບ​ຄວາມ​ສັດ​ຊື່​ແລະ​ເລືອກ​ເອົາ​ໄວ້ 3 ເຮົາ​ຈະ​ເທ​ນ້ຳ​ລົງ​ເທິງ​ແຜ່ນ​ດິນ​ທີ່​ແຫ້ງ​ແລ້ງ ແລະ​ທຳ​ໃຫ້​ນ້ຳ​ໄຫລ​ໄປ​ໃນ​ຖິ່ນ​ກັນ​ດານ ຈະ​ເທ​ອຳ​ນາດ​ອັນ​ບໍ​ຣິ​ສຸດ​ຂອງ​ເຮົາ​ລົງ​ເທິງ​ລູ​ກ​ຫລານ​ເຈົ້າ ແລະ​ອວຍ​ຊັຍ​ໃຫ້​ພອນ​ເຊື້ອ​ສາຍ​ຂອງ​ເຈົ້າ 4 ພວກ​ເຂົາ​ຈະ​ງອກ​ງາມ​ຂຶ້ນ​ເຫມືອນ​ຫຍ້າ​ແຄມ​ນ້ຳ ເຫມືອນ​ກົກ​ໄມ້​ໃກ້​ສາຍ​ນ້ຳ​ໄຫລ​ລິ່ນ 5 ຄົນ​ຜູ້​ນຶ່ງ​ອາດ​ຈະ​ເວົ້າ​ວ່າ ຂ້ອຍ​ເປັນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຂົາ​ຈະ​ຮ່ວມ​ວົງ​ສາ​ຄະນາ​ຍາດ​ກັບ​ອິສ​ຣາ​ເອນ ອີກ​ຜູ້​ນຶ່ງ​ຈະ​ຂຽນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃສ່​ແຂນ​ຂອງ​ຕົນ ແລະ​ເອີ້ນ​ຕົນ​ເອງວ່າ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ” 6 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ມີ​ອຳ​ນາດ​ຍິ່ງ​ໃຫຍ່ ອົງ​ຊົງ​ໄຖ່​ແລະ​ຄຸ້ມ​ຄອງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້, “ເຮົາ​ເປັນ​ຜູ້​ຕົ້ນ ເປັນ​ຜູ້​ປາຍ ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ແຕ່​ຜູ້​ດຽວ ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນນອກ​ຈາກ​ເຮົາ 7 ມີ​ໃຜ​ແດ່​ເຮັດ​ໄດ້​ຄື​ເຮົາ ແລະ​ບອກ​ເຫດ​ການ​ຕັ້​ງ​ແຕ່​ເລີ້ມ​ຕົ້ນ​ທີ່​ເຮົາ​ໄດ້​ສ້າງ​ໂລກ ຈົນ​ເຖິງ​ເວ​ລາ​ສຸດ​ທ້າຍ​ໄດ້​ຢ່າງ​ຖືກ​ຕ້ອງ 8 ໄພ່​ພົນ​ຂອງ​ເຮົາ​ເອີຍ, ຢ່າ​ສູ່​ຢ້ານເດີ ເຮົາ​ໄດ້​ບອກ​ເຣື່ອງ​ທີ່​ຈະ​ເກີດ​ຂຶ້ນ​ແກ່​ເຈົ້າ ຕັ້ງ​ແຕ່​ເຫິງ​ນານ​ມາ​ແລ້ວ​ແມ່ນ​ບໍ ພວກ​ເຈົ້າ​ເປັນ​ພ​ຍານ​ຂອງ​ເຮົາ ມີ​ພຣະ​ເຈົ້າ​ອົງ​ອື່ນນອກ​ຈາກ​ເຮົາ​ບໍ ພຣະ​ເຈົ້າ​ອົງ​ມີ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ທີ່​ເຮົາ​ບໍ່​ຮູ້​ມີ​ບໍ”

ການ​ໄຫວ້​ຮູບ​ເຄົາ​ຣົບ

9 ຄົນ​ທັງ​ປວງ​ທີ່​ທຳ​ຮູບ​ເຄົາ​ຣົບ​ກໍ​ບໍ່​ຄຸນ​ຄ່າ​ຫຍັງ ພວ​ກເຂົາ​ພາກ​ພູມ​ໃຈ​ໃນ​ຮູບ​ທີ່​ບໍ່​ມີ​ປໂຍດ​ນັ້ນ​ທີ່​ສຸດ ຜູ້​ທີ່​ໄຫວ້​ຮູບ​ເຄົາ​ຣົບ​ກໍ​ເປັນ​ຄື​ຄົນ​ຫູ​ຫນວກ ຕາ​ບອດ ແລະ​ຈະ​ໄດ້​ຮັບ​ຄວາ​ມອັບ​ອາຍ​ຂາຍ​ຫນ້າ 10 ການ​ຫລໍ່​ຮູບ​ພຣະ​ສຳ​ລັບ​ຂາບ​ໄຫວ້​ນີ້​ກໍ​ບໍ່​ເປັນ​ປ​ໂຍດ​ເລີຍ 11 ທຸກໆ​ຄົນ​ທີ່​ຂາບ​ໄຫວ້​ຮູບ​ຈະ​ເສັຽ​ປຽບ​ລຽບ​ຫນ້າ ພວກ​ຜູ້​ເຣັດ​ຮູບ​ເຄົາ​ຣົບ​ກໍ​ເປັນ​ພຽງ​ມະ​ນຸດ ຊຶ່ງ​ບໍ່​ມີ​ຫຍັງ​ດີ​ວິ​ເສດ​ໃຫ້​ເອົາ​ພວກ​ເຂົາ​ມາ​ໂຮມ​ກັນ​ເບິ່ງ​ດູ ແລ້ວ​ພວກ​ເຂົາ​ຈະ​ຢ້ານ​ສັ່ນ ແລະ​ອັບ​ອາຍ​ຂາຍ​ຫນ້າ 12 ຊ່າງ​ເຫລັກ​ກໍ​ຈັບ​ບາຍ​ເຫລັກ ແລະ​ຕີ​ເຫລັກ​ນັ້ນ​ຢູ່​ໃນ​ເຕົາ​ໄຟ ແຂນ​ອັນ​ແຂງ​ແຮງຂອງ​ເຂົາ​ໄດ້​ຕີ​ເຫລັກ​ເປັນ​ຮູບ​ຮ່າງ​ຕາມ​ຄວາມ​ຕ້ອງ​ການ ເຂົາ​ຫິວ​ເຂົ້າ​ຫິວ​ນ້ຳ ແລະ​ອິດ​ເມື່ອຍ​ຫລາຍ 13 ຊ່າງ​ໄມ້​ກໍ​ຂີດ​ແທກ​ໄມ້​ແລະ​ເຊາະ​ກົບ​ໃຫ້​ກ້ຽງ​ດີ ເຂົາ​ເອົາ​ໄມ້​ນັ້ນ​ເຮັດ​ເປັນ​ຣູບ​ຄົນ​ທີ່​ມີ​ຮູບ​ຮ່າງ​ງາມ ແລ້ວ​ເອົາ​ໄປ​ຕັ້ງ​ໄວ້​ໃນ​ວິຫານ 14 ເຂົາ​ເລືອກ​ເອົາ​ໄມ້​ສົນໄມ້​ກໍ່​ຈາກ​ປ່າ​ມາ​ໃຊ້​ພ້ອມ​ທັງ​ປູກ​ກົກ​ແປກ​ໄວ້​ຖ້າ​ຟ້າ​ຝົນ​ຕົກ​ລົງ​ມາ​ຫົດ​ມັນ​ຈຶ່ງ​ໃຫຍ່​ຂຶ້ນ 15 ມະ​ນຸດ​ໄດ້​ໃຊ້​ກົກໄມ້​ນັ້ນ​ເຮັດ​ຟືນ​ແດ່ ເຮັດ​ຮູບ​ເຄົາ​ຣົບ​ແດ່ ເອົາ​ດັງ​ໄຟ​ຝີງ​ແລະ​ອົບ​ເຂົ້າ​ຫນົມ​ແດ່ ອີກ​ສ່ວນ​ນຶ່ງ​ເອົາ​ເຮັດ​ຮູບ​ພຣະ​ສຳ​ລັບ​ຂາບ​ໄຫວ້ 16 ເຄິ່ງ​ນຶ່ງ​ຂອງ​ໄມ້​ແຕ່​ລະ​ລຳ​ເຂົາ​ເອົາ​ດັງ​ໄຟ ແລະ​ປີ້ງ​ຊີ້ນ​ກິນ​ຢ່າງ​ອິ່ມ​ຫນຳ​ສຳ​ຣານ ເວ​ລາ​ຝີງ​ໄຟ​ອົບ​ອຸ່ນ​ນັ້ນ​ເຂົາ​ເວົ້າ​ວ່າ “ໄຟ​ນີ້​ຄັກ​ຫລາຍ ອຸ່ນ​ເຫລືອ​ທີ່​ສຸດ” 17 ໄມ້​ທີ່​ເຫລືອ​ເຂົາ​ເອົາ​ເຮັດ​ຮູບ​ເຄົາ​ຣົບ ແລ້ວ​ກໍ​ຂາບ​ໄຫວ້​ແລະ​ອ້ອນວອນ​ວ່າ, “ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ ໂຜດ​ຊ່ອຍ​ຮັກ​ສາ​ຂ້າ​ນ້ອຍ​ທ້ອນ” 18 ຄົ​ນ​ໂງ່​ງ່າວ​ເຫ​ມືອນ​ຄົນ​ເຊັ່ນ​ນີ້ ເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳ​ລັງ​ເຮັດ​ຫຍັງ ເພາະ​ວ່າ​ຕາ​ຂອງ​ເຂົາ​ຖືກ​ປິດ​ແລະ​ບໍ່​ຮູ້​ຄວາມ​ຈິງ 19 ຜູ້​ເຮັດ​ຮູບ​ເຄົາ​ຣົບ​ກໍ​ບໍ່​ມີ​ປັນ​ຍາ​ພໍ​ທີ່​ຈະ​ສຳ​ນຶກວ່າ “ຂ້ອຍ​ໄດ້​ເອົາ​ໄມ້​ສ່ວນ​ນຶ່ງ​ດັງ​ໄຟ​ເພື່ອ​ອົບ​ເຂົ້າ​ຫນົມ ແລະ​ປີ້ງ​ຊີ້ນ​ກິນ ທີ່​ເຫລືອ​ນັ້ນ​ຂ້ອຍ​ເອົາ​ເຮັດ​ຮູບ​ເຄົາ​ຣົບ ແລ້ວ​ຂ້ອຍ​ກໍ​ກົ້ມ​ລົງ​ຂາບ​ໄຫວ້​ທ່ອນ​ໄມ້​ນັ້ນ 20 ຄວາມ​ຈິງ​ແລ້ວ​ແມ່ນ​ເຂົາ​ກິນ​ຂີ້​ເຖົ່າ ຄວາມ​ຄິດ​ແບບ​ໂງ່​ໆ​ໄດ້​ນຳ​ເຂົາ​ໃຫ້​ຫລົງ​ຜິດ ແລະ​ເຂົາ​ບໍ່​ຮູ້​ເມື່ອ​ວ່າ​ຮູບ​ເຄົາ​ຣົບ​ໃນ​ມື້​ນັ້ນ​ບໍ່​ແມ່ນ​ສິ່ງວິ​ເສດ​ເລີຍ ແມ່ນ​ແຕ່​ຂອງ​ຫລອກ​ລວງ

ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ຜູ້​ສ້າງ​ແລະ​ຊ່ອຍ​ໃຫ້​ພົ້ນ

21 ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ​ວ່າ, “ອິສ​ຣາ​ເອນ​ເອີຍ, ຈົ່ງ​ຈົດ​ຈຳ​ສິ່ງ​ເຫລົ່າ​ນີ້ ຈົ່ງ​ລະ​ນຶກວ່າ​ເຈົ້າ​ເປັນຜູ້​ຮັບ​ໃຊ້​ຂອງ​ເຮົາ ເຮົາ​ໄດ້​ເປັນ​ຜູ້​ສ້າງ​ເຈົ້າ ແລະ​ເຮົາ​ກໍ​ຈະ​ບໍ່​ລືມ​ເຈົ້າ​ຈັກ​ເທື່ອ 22 ເຮົາ​ໄດ້​ລຶບ​ລ້າງ​ບາບ​ຂອງ​ເຈົ້າ​ຖິ້ມ​ເຫມືອນກວາດ​ເມກ​ຫນີ ຈົ່ງ​ກັບ​ຄືນ​ມາ​ຫາ​ເຣົາ ເພາະ​ວ່າ​ເຮົາ​ເປັນ​ຜູ້​ຊ່ອຍ​ໄຖ່​ໃຫ້​ເຈົ້າ​ພົ້ນ” 23 ໂອ ຟ້າ​ສວັນ​ເອີຍ ໃຕ້​ພື້ນ​ພິ​ພົບ​ເອີຍ, ພູ​​ແລະ​ກົກ​ໄມ້​ທັງ​ຫລາຍ​ເອີຍ ຈົ່ງ​ຮ້ອງ​ໂຮ່​ດ້ວຍ​ຄວາມ​ຍິນ​ດີ​ເທີນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ໄຖ່​ໃຫ້​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ໄພ ແລະ​ຊົງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ໃນ​ອິສ​ຣາ​ເອນ 24 ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ພຣະ​ຜູ້​ສ້າງ ແລະ​ຜູ້​ຊ່ອຍ​ໄຖ່​ໃຫ້​ລອດ​ພົ້ນ​ຂອງ​ເຈົ້າ ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ຄື​ພຣະ​ຜູ້​ສ້າງ​ສັ​ພ​ສິ່ງ​ທັງ​ປວງ ເຮົາ​ຜູ້​ດຽວ​ທີ່​ກາງ​ທ້ອງ​ຟ້າ​ອອກ ເມື່ອ​ເຮົາ​ສ້າງ​ໂລກບໍ່​ມີ​ໃຜ​ຊ່ອຍ​ເຮົາ​ເອີຍ 25 ເຮົາ​ໄດ້​ທຳ​ໃຫ້​ພວກ​ຫມໍ​ດູ​ເສັຽ​ຄວາມ​ສັກສິດ ແລະ​ລຶບ​ລ້າງ​ຄຳ​ທຳ​ນ​ວາຍ​ຂອງຫມໍ​ໂຫນ ເຮົາ​ບໍ່​ຍອມ​ຟັງ​ຖ້ອ​ຍຄຳ​ຂອງ​ພວກ​ນັກ​ປາດ ແລະ​ຊີ້​ໃຫ້​ເຫັນ​ວ່າ​ເຂົາ​ບໍ່​ມີ​ປັນ​ຫາ​ເລີຍ 26 ແຕ່​ເມື່ອ​ໃດ​ຄົນ​ໃຊ້​ຂອງ​ເຮົາ​ກ່າວ​ທຳ​ນ​ວາຍ ເມື່ອ​ໃດ​ເຮົາ​ໃຊ້​ຜູ້​ສົ່ງ​ຂ່າວ​ໄປ​ເຜີຍ​ແຜ່​ແຜນການ​ຂອງ​ເຮົາ ເຮົາ​ກໍ​ເຮັດ​ໃຫ້​​ແຜນ​ການເຫ​ລົ່າ​ນັ້ນ​ກັບ​ຄຳ​ທຳ​ນ​ວາຍ​ກາຍ​ເກີດ​ເປັນ​ຈິງ ເຮົາ​ບອກ​ເຢ​ຣູ​ຊາ​ເລັມ​ວ່າ​ປະ​ຊາ​ຊົນ​ຈະ​ໄດ້​ຢູ່​ທີ່​ນັ້ນ​ອີກ ແລະ​ບອກ​ຫົວ​ເມືອງ​ຢູ​ດາ​ວ່າ​ພວກ​ມັນ​ຈະ​ຖືກ​ສ້າງ​ຂຶ້ນ​ໃຫມ່​ອີກ ຫົວ​ເມືອງ​ທີ່​ສລັກ​ຫັກ​ພັງ​ເຫລົ່າ​ນີ້​ຈະ​ຖືກ​ຍົກ​ຍໍ​ຂຶ້ນ​ອີກ 27 ເຣົາ​ຈະ​ສັ່ງ​ບັນ​ຊາ​ໃຫ້​ນ້ຳ​ມະ​ຫາ​ສະ​ຫມຸດ​ແຫ້ງ 28 ເຮົາ​ບອກ​ກະ​ສັດ​ໄຊ​ຣັ​ສວ່າ ເຈົ້າ​ເປັນ​ຜູ້ນຶ່ງ​ທີ່​ເຮົາ​ຈະ​ໃຫ້​ປົກ​ຄອງ ເຈົ້າ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ຢາກ​ໃຫ້​ເຮັດ ເຈົ້າ​ຈະ​ສັ່ງ​ໃຫ້​ເຂົາ​ສ້າງ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃຫມ່ ແລະ​ສັ່ງ​ໃຫ້​ວາງ​ຮາກ​ຖານ​ພຣະ​ວິ​ຫານ​ຂຶ້ນ​ໃຫມ່”

ເອຊາຢາ 45

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ແຕ່ງ​ຕັ້ງ​ກະ​ສັດ​ໄຊ​ຣັ​ສ

1 ໄຊ​ຣັ​ສ​ເປັນ​ກະ​ສັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອົາ​ນ້ຳ​ມັນ​ຊະ​ໂລມ​ຫົດ​ສົງ ໃຫ້​ເປັນ​ກະ​ສັດ​ພິ​ເສດ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ໄຊ​ຣັ​ສ​ເພື່ອ​ຕີ​ຊະນະ​ປະ​ຊາ​ຊາດ​ທັງ​ຫລາຍ ເພື່ອ​ປົດ​ອຳ​ນາດ​ຂອງ​ກະ​ສັດ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໄຂ​ປະ​ຕູ​ເມືອງ​ຕ້ອນ​ຮັບ​ໄຊ​ຣັ​ສ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໄຊ​ຣັ​ສວ່າ, 2 “ເຮົາ​ເອງ​ຈະ​ຈັດ​ຕຽມ​ຫົນ​ທາງ ແລະ​ພູ​ນ້ອຍ​ໃຫຍ່​ໃຫ້​ຮາບ​ພຽງ​ຮຽງ​ງາມ ຈະ​ທຸບ​ຕີ​ປະ​ຕູ​ທອງ​ສຳ​ຣິດ​ໃຫ້​ແຕກ​ຫັກ ແລະ​ຕັດ​ໄລ​ປະ​ຕູ​ເຫລັກ​ອອກ 3 ເຮົາ​ຈະ​ມອບ​ຊັບ​ສົມ​ບັດ​ຈາກ​ບ່ອນ​ມືດ​ແລະ​ບ່ອນ​ລັບ​ລີ້​ໃຫ້​ເຈົ້າ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ວ່າ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຊົງ​ເລືອກ​ເອົາ​ເຈົ້າ 4 ເຮົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ ກໍ​ຍ້ອນ​ເຮົາ​ເຫັນ​ແກ່​ຄົນ​ໃຊ້​ຂອງ​ເຣົາ ຄື​ຢາ​ໂຄບ ແລະ​ອິສ​ຣາ​ເອນ​ທີ່​ເຣົາ​ໄດ້​ເລືອກ​ໄວ້ ເຖິງ​ແມ່ນ​ເຈົ້າ​ບໍ່​ຮູ້​ຈັກ​ເຮົາ​ ເຮົາ​ກໍ​ໃຫ້​ກຽດ​ຢ່າງ​ໃຫຍ່​ຫລວງ​ແກ່​ເຈົ້າ 5 ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນ​ອີກ ເຖິງ​ແມ່ນ​ເຈົ້າ​ບໍ່​ຮູ້​ຈັກ​ເຮົາ ເຮົາ​ກໍ​ຈະ​ໃຫ້​ອຳ​ນາດ​ແກ່​ເຈົ້າ 6 ເຣົາ​ໄດ້​ກະ​ທຳ​ການ​ນີ້​ເພື່ອ​ທຸກໆ​ຄົນ ຂໍ​ໃຫ້​ທົ່ວ​ໂລກ​ຮູ້​ວ່າ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຮູ້​ວ່າບໍ່​ມີ​ພຣະ​ເຈົ້າ​ອົງ​ອື່ນນອກ​ຈາກ​ເຣົາ 7 ເຮົາ​ໄດ້​ສ້າງ​ຕັ້ງ​ທັງ​ຄວາມ​ສວ່າງ​ແລະ​ຄວາມ​ມືດ ເຮົາ​ໃຫ້​ໂຊກ​ແລະ​ໄພ​ວິບັດ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ການ​ນີ້​ທັງ​ຫມົດ 8 ເຮົາ​ຈະ​ສົ່ງ​ອິສຣະ​ພາບ​ກັບ​ຄວາມ​ຍຸດ​ຕິ​ທັມ ລົງ​ມາ​ຈາກ​ຟ້າເຫມືອນ​ຫ່າ​ຝົນ ແຜ່ນ​ດິນ​ໂລກ​ຈະ​ໄດ້​ອ້າ​ຮັບ​ເອົາ ອິສຣະ​ພາບ​ກັບ​ຄວາມ​ຍຸດ​ຕິ​ທັມ​ນັ້ນ​ຈຶ່ງ​ຈະ​ຈຳ​ເຣີນ​ເຕີບ​ໂຕ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ໃຫ້​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ”

ພຣະ​ຜູ້​ສ້າງ​ແລະ​ເຣື່ອງເກົ່າ​ແກ່

9 ຫມໍ້​ດິນ ຫລື​ຫມໍ້​ອື່ນໆ​ຢ່າງ​ດຽວ​ກັນ​ນີ້ ຈະ​ກ້າ​ຖົກ​ຖຽງ​ຜູ້​ປັ້ນ​ມັນ​ບໍ ດິນ​ຫນຽວ​ຈະ​ຖາມ​ຊ່າງ​ປັ້ນ​ຫມໍ້​ບໍ​ວ່າ “ເຈົ້າ​ກຳ​ລັງ​ເຮັດ​ຫຍັງ” ຫມໍ້​ດິນ​ຈະ​ເວົ້າ​ເຖິງ​ຄວາມ​ຊຳ​ນິ​ຊຳ​ນານ​ຂອງ​ຜູ້​ປັ້ນ​ມັນ​ບໍ 10 ມີ​ໃຜ​ແດ່​ກ້າ​ເວົ້າ​ກັບ​ພໍ່​ແມ່​ຕົນ​ວ່າ “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ຫລໍ່​ຫລອມ​ໃຫ້​ຂ້ອຍຄື​ຜູ້​ນີ້” 11 ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ ຜູ້​ຊົງ​ສ້າງ​ປັ້ນ​ພວກ​ເຮົາ​ຊົງ​ກ່າວ​ວ່າ, “ເຈົ້າ​ບໍ່​ມີ​ສິດ​ຖາມ​ກ່ຽວ​ກັບ​ລູກ​ຂອງ​ເຮົາ​ດອກ ຫລື​ບໍ່​ມີ​ສິດບອກ​ໃຫ້​ເຮົາ​ກະ​ທຳ​ຫຍັງ​ໃຫ້​ດອກ 12 ເຮົາ​ເປັນ​ຜູ້​ສ້າງ​ໂລກ ແລະ​ສ້າງ​ມະ​ນຸດ​ໃຫ້​ອາ​ໄສ​ຢູ່​ທີ່​ນັ້ນ ເຮົາ​ກາງ​ທ້ອງ​ຟ້າ​ອອກ​ດ້ວຍ​ຣິດເດດ​ຂອງ​ເຮົາ ເຣົາ​ບັງ​ຄັບ​ບັນ​ຊາ​ຕາ​ເວັນ​ແລະ​ເດືອນ​ດາວ 13 ເຮົາ​ເອງ​ໄດ້​ຊັກ​ຊວນ​ໃຫ້​ກະ​ສັດ​ໄຊ​ຣັ​ສ​ທຳ​ດີ ເພື່ອ​ໃຫ້​ຄວາມ​ມຸ່ງ​ຫມາຍ​ແລະ​ຈຸດ​ປະ​ສົງ​ຂອງ​ເຮົາ​ສຳ​ເຣັດ​ຜົນ​ຖືກ​ຕ້ອງ ເຮົາ​ຈະ​ທຳ​ໃຫ້​ທາງ​ທຸກ​ສາຍ​ທີ່​ໄຊ​ຣັ​ສ​ເດີນ​ໄປ​ຊື່​ຕົງ ເຂົາ​ຈະ​ສ້າງ​ເຢຣູ​ຊາ​ເລັມ​ນະ​ຄອນ​ຂອ​ງ​ເຮົາ​ໃຫມ່ ແລະ​ປ່ອຍ​ພວກ​ຊະ​ເລີຍ​ຂອງ​ເຣົາ​ເປັນ​ອິສ​ຣະ ບໍ່​ມີ​ຜູ້​ໃດ​ຈ້າງ​ຫລື​ໃຊ້​ສິນ​ບົນ​ເຂົາ​ທຳ​ການ​ນີ້” ພຣະ​ຜູ້​ເປັນ​ເຈົ້າ​ອົງ​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຊົງ​ກ່າວ​ດັ່ງ​ນີ້​ແຫລະ 14 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ອິສ​ຣາ​ເອນ​ວ່າ, “ຊັບ​ພະ​ຍາ​ກອນ​ຂອງ​ເອ​ຢິບ​ແລະ​ຂອງ​ເອ​ທິ​ໂອ​ເປັຽ​ຈະ​ເປັນ​ຂອງ​ເຈົ້າ ຄົນ​ເຊ​ບາ​ທີ່​ສູງ​ໃຫຍ່​ຈະ​ຮັບ​ໃຊ້​ເຈົ້າ ແລະ​ຜູກ​ໂສ້​ຕິດ​ຕາມ​ເຈົ້າ​ໄປ ພວກ​ເຂົາ​ຈະ​ກົ້ມ​ລົງ​ຮັບ​ສາລະ​ພາບ​ວ່າ ພຣະ​ເຈົ້າ​ຊົງ​ຢູ່​ນຳ​ທ່ານ ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ແຕ່​ພຣະ​ອົງ​ດຽວ 15 ພຣະ​ເຈົ້າຂອງ​ອິສ​ຣາ​ເອນ​ ອົງ​ຊົງ​ຊ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ໄພ ຊົງ​ເປັນ​ພຣະ​ເຈົ້າ​ອົງ​ຊົງ​ລັ​ບ​ລີ້” 16 ຄົນ​ທັງ​ຫລາຍ​ທີ່​ສ້າງ​ຮູບ​ເຄົາ​ຣົບ​ຈະ​ອັບ​ອາຍ​ຂາຍ​ຫ​ນ້າ ທຸກໆ​ຄົນ​ຈະ​ເຊື່ອມ​ເສັຽ​ສັກ​ສີ 17 ແຕ່​ອິສ​ຣາ​ເອນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ໃຫ້​ພົ້ນ ພວກ​ເຂົາ​ຈະ​ມີ​ໄຊ​ຊະນະ​ຕລອດ​ໄປ ແລະ​ຈະ​ບໍ່​ເຊື່ອມ​ເສັຽ​ສັກ​ສີ​ຈັກ​ເທື່ອ 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສ້າງ​ຟ້າ​ສວັນ ພຣະ​ອົງ​ອົງ​ດຽວ​ຊົງ​ເປັນ​ພຣະ​ເຈົ້າ ຊົງ​ປັ້ນ​ແຕ່ງ​ໂລກ​ໃຫ້​ຫມັ້ນ​ຄົງ ພຣະ​ອົງບໍ່​ໄດ້​ຊົງ​ສ້າງ​ມັນ​ໃຫ້​ວ່າງ​ເປົ່າ ແຕ່​ຊົງ​ສ້າງ​ຄົນ​ໃຫ້​ອາ​ໄສ​ຢູ່ ແມ່ນ​ພຣະ​ອົງ​ທີ່​ຊົງ​ກ່າວວ່າ, “ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າບໍ່​ມີ​ພຣະ​ເຈົ້າ​​ອື່ນນອກ​ຈາກ​ເຣົາ 19 ເຣົາ​ບໍ່​ໄດ້​ເວົ້າ​ໃນ​ທີ່​ລັບ​ລີ້ ຫລື​ບໍ່​ໄດ້​ປິດ​ອຳ​ຄວາມ​ມຸ່ງ​ຫມາຍ​ໄວ້ ເຮົາ​ບໍ່​ໄດ້​ຂໍ​ຮ້ອງ​ໃຫ້​ຄົນ​ອິສ​ຣາ​ເອນ​ສ​ແວງ​ຫາ​ເຮົາ​ໃນ​ບ່ອນ​ມືດ ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເວົ້າ​ແຕ່​ຄວາມ​ຈິງ ເຮົາ​ຈຶ່ງ​ຮູ້​ຈັກ​ເວົ້າ​ປະ​ກາດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ 20 ພຣະ​ຜູ້​ເປັ​ນ​ເຈົ້າຊົງ​ກ່າ​ວວ່າ, “ໄພ່​ພົນ​ທີ່​ລອດ​ພົ້ນ​ຈາກ​ອຳ​ນາດ​ກະ​ສັດ​ທັງ​ຫລາຍ ຈົ່ງ​ມາ​ໂຮມ​ກັນ ເພື່ອ​ແຈ້ງ​ໂທດ​ຂອງ​ພວກ​ເຈົ້າ​ເ​ອງ ຄົນ​ທັງ​ຫລາຍ​ທີ່​ແຫ່​ຮູບ​ເຄົາ​ຣົບ​ທີ່​ທຳ​ດ້ວຍໄມ້ ແລະ​ອ້ອນວອນ​ຕໍ່​ພຣະ​ທີ່​ຊ່ອຍ​ຫຍັງ​ບໍ່​ໄດ້ ຄົນ​ເຫລົ່າ​ນີ້​ບໍ່​ຮູ້​ທີບ​ຫຍັງ​ເລີຍ 21 ພວກ​ເຈົ້າຈົ່ງ​ມາ ແລະ​ແຈ້ງ​ຄວາມ​ຕໍ່​ສານ ໃຫ້​ພວກ​ຈຳ​ເລີຍ​ປຶກ​ສາ​ຫາ​ລື​ຊຶ່ງ​ກັນ​ແລະ​ກັນ​ ໃຜ​ບອ​ກໍ​ລ່ວງ​ຫນ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ນັ້ນ​ໄດ້ ແລະ​ໃຜ​ທຳ​ນ​ວາຍ​ເຣື່ອງ​ນີ້​ໄວ້​ຕັ້ງ​ແຕ່​ເຫິງ​ມາ​ແລ້ວ ບໍ່​ແມ່ນ​ເຮົາ ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ຊ່ອຍ​ໄພ່​ພົນ​ໃຫ້​ພົ້ນ​ບໍ ບໍ່​ມີ​ພຣະ​ເຈົ້າ​ອື່ນນອກ​ຈາກ​ເຮົາ 22 ມະ​ນຸດ​ທຸກ​ມຸມ​ໂລກ​ເອີຍ ຈົ່ງ​ຄືນ​ມາ​ຫາເຣົາ ແລະ​ຮັບ​ເອົາ​ການ​ຊ່ອຍ​ໃຫ້​ພົ້ນ​ເຖີດ ເຣົາ​ເປັນ​ພຣະ​ເຈົ້າ​ແຕ່​ອົງ​ດຽວ ບໍ່​​ມີ​ພຣະ​ເຈົ້າ​ອົງ​ອື່ນ 23 ສິ່ງ​ທີ່​ເຮົາ​ເວົ້າ​ນີ້​ເປັນ​ຄວາມ​ຈິງ ຈະ​ບໍ່​ມີ​ການ​ປ່ຽນ​ແປງ ເຣົາ​ໄດ້​ປະ​ຕິ​ຍານ​ໄວ້​ຢ່າງເດັດ​ຂາດ​ວ່າ ທຸກໆ​ຄົນ​ຈະ​ຄຸ​ເຂົ່າ​ລົງ​ຕໍ່​ຫນ້າ​ເຣົາ ແລະ​ສາ​ບານ​ວ່າ​ຈະ​ຊື່​ສັດ​ຕໍ່​ເຣົາ 24 ພວກ​ເຂົາ​ຈະ​ເວົ້າ​ເຖິງ​ເຮົາ​ວ່າ ມີ​ໄຊ​ຊະນະ​ ແລະ​ມີ​ອາ​ນຸ​ພາບ ແຕ່​ຄົນ​ທັງ​ຫລາຍ​ທີ່​ກຽດ​ຊັງ​ເຣົາ​ຈະ​ໄດ້​ຄວາມ​ອັບ​ອາຍ​ຂາຍ​ຫນ້າ 25 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ອຍ​ເຊື້ອ​ສາຍ​ທັງ​ຫມົດ​ຂອງອິສ​ຣາ​ເອນ ແລະ​ພວກ​ເຂົາ​ຈະ​ມີ​ຄວາມ​ພາກ​ພູມໃຈ​ໃນ​ເຣົາ

ເອຊາຢາ 46

1 ພຣະ​ເບນກໍ​ເລື່ອນ​ລົງ ພຣະ​ເນ​ໂບ​ກໍ​ໂນ້ມລົງ ພຣະ​ເຫລົ່າ​ນີ້​ຢູ່​ເທິງ​ຫລັງ​ສັດ​ແລະ​ງົວ ສິ່ງ​ເຫລົ່າ​ນີ້​ທີ່​ເຈົ້າ​ຫາມ​ຢູ່ ກໍ​ມາ​ບັນ​ທຸກ​ເປັນ​ພາ​ຣະ​ເທິງ​ຫລັງ​ສັດ​ທີ່​ອິ​ດ​ເມື່​ອຍ 2 ມັນ​ໂນ້ມ​ລົງ​ແລະ​ເ​ລື່ອນ​ລົງ​ດ້ວຍ​ກັນ ມັນ​ຊ່ອຍ​ປ້ອງ​ກັນ​ພາ​ຣະ​ນັ້ນ​ບໍ່​ໄດ້ ມັນ​ເອງຕົກ​ໄປ​ເປັນ​ຊະ​ເລີຍ 3 ໂອ ວົງ​ຂອງ​ຢາ​ໂຄບ​ເອີຍ ຈົ່ງ​ຟັງ​ເຮົາ ຄື​ຄົນ​ທີ່​ເຫລືອ​ຢູ່​ໃນ​ວົງ​ຂອງ​ອິສ​ຣາ​ເອນ ຜູ້​ຊຶ່ງ​ເຮົາ​ອຸ້ມ​ມາ​ຕັ້ງ​ແຕ່​ກຳ​ເນີດ ຊູ​ມາ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ 4 ຈົນ​ເຖິງ​ເຈົ້າເຖົ້າ​ແກ່ ເຮົາ​ກໍ​ຄື ພຣະ​ອົງ​ນັ້ນ ເຮົາ​ຈະ​ອຸ້ມ​ເຈົ້າ​ຈົນ​ເຖິງ​ຜົມ​ຫງອກ ເຣົາ​ໄດ້​ສ້າງ ເຮົາ​ຈະ​ຊູ​ໄວ້ ເຮົາ​ຈະ​ອຸ້ມ​ແລະ​ເຮົາ​ຈະ​ຊ່ອຍ​ໃຫ້​ລອດ 5 “ເຈົ້າ​ຈະ​ທຽບ​ເຮົາ​ ແລະ​ທຳ​ໃຫ້​ເທົ່າ​ກັບ​ຜູ້​ໃດ ແລະ​ປຽບເຮົາ ​ວ່າ​ເຮົາ​ເຫມືອນ​ກັນ 6 ບັນ​ດາ​ຜູ້​ທີ່​ໂກຍ​ໄຂ​ກະ​ເປົ່າ​ແລະ​ຖ​ອກ​ທອງ​ຄຳ​ອອກ​ມາ ແລະ​ຊັ່ງ​ເງິນ​ໃນ​ຕາ​ຊິງ ຈ້າງ​ຊ່າງ​ທອງ​ຄົນ​ນຶ່ງ ແລະ​ເຂົາ​ກໍ​ທຳ​ໃຫ້​ເປັນ​ພຣະ ແລ້ວ​ເຂົາ​ທັງ​ຫລາຍ​ກໍ​ກາບ​ລົງ​ນະ​ມັ​ສ​ການ​ເລີຍ 7 ເຂົາ​ທັງ​ຫລາຍ​ເອົາ​ຮູບ​ນັ້ນ​ໃສ່​ບ່າ ເຂົາ​ຫາມ​ໄປ ເຂົາ​ຕັ້ງ​ໄວ້​ປະ​ຈຳ​ທີ່ ຮູບ​ນັ້ນ​ກໍ​ຢູ່​ທີ່​ນັ້ນ ຮູບ​ນັ້ນ​ໄປ​ຈາກ​ທີ່​ບໍ່​ໄດ້ ແມ້​ຜູ້​ໃດ​ຈະ​ມາ​ຮ້ອງ​ຂໍ ຮູບ​ນັ້ນ​ກໍ​ບໍ່​ຕອບ ຫລື​ຊ່ອຍ​ເຂົາ​ໃຫ້​ລອດ​ຈາກ​ຄວາມ​ຍາກ​ລຳ​ບາກ​ຂອງ​ເຂົາ​ໄດ້ 8 “ຈຳ​ຂໍ້​ນີ້​ໄວ້​ແລະ​ຕຶກ​ຕອງ ເຈົ້າຜູ້​ທໍ​ຣະ​ຍົດ​ທັງ​ຫລາຍ ຈຶ່ງ​ນຶກ​ໄວ້​ໃນ​ໃຈ 9 ຈົ່ງ​ຈຳ​ສິ່ງ​ລ່ວງ​ແລ້ວ​ໃນ​ສະ​ໄຫມ​ກ່ອນ​ໄວ້ ເພາະ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່​ມີ​ອື່ນ​ໃດ​ອີກ ເຮົາ​ເປັນ​ພຣະ​ເຈົ້າ ແລະບໍ່​ມີ​ອື່ນ​ໃດ​ເຫມືອນ​ເຮົາ 10 ຜູ້​ແຈ້ງ​ຕອນ​ຈົບ​ໃຫ້​ຊາບ​ຕັ້ງ​ແຕ່​ເລີ້ມ​ຕົ້ນ ແລະ​ແຈ້ງ​ເຖິງ​ສິ່ງ​ທີ່ຍັງ​ບໍ່​ໄດ້​ທຳ​ເລີຍ ໃຫ້​ຊາບ​ຕັ້ງ​ແຕ່​ການ​ໂບ​ຮານ​ກ່າວ​ວ່າ “ແຜນ​ການ​ຂອງ​ເຮົາ​ຈະ​ຢັ້ງ​ຍືນ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ຄວາມ​ປະ​ສົງ​ຂອງ​ເຮົາ​ສຳ​ເຣັດ​ທັງ​ສິ້ນ 11 ເອີ້ນ​ແຫລວ​ມາ​ຈາກ​ຕາ​ເວັນ​ອອກ ຄື​ເອີ້ນ​ຊາຍ​ທີ່​ທຳ​ຕາມ​ແຜນການຂອງ​ເຮົາ​ຈາກ​ເມືອງ​ໄກ ເຮົາ​ເວົ້າ​ແລ້ວ ແລະ​ເຣົາ​ຈະ​ໃຫ້​ເປັນ​ໄປ ເຣົາ​ມຸ່ງ​ແລ້ວ ແລະ​ເຣົາ​ຈະ​ກະ​ທຳ 12 “ເຈົ້າ​ຜູ້​ຈິດ​ໃຈ​ດື້​ດຶງ ເຈົ້າ​ຜູ້​ຫ່າ​ງໄກ​ຈາ​ກການ​ຊ່ອຍ​ກູ້ ຈົ່ງ​ຟັງ​ເຮົາ​ 13 ເຮົາ​ຈະ​ນຳ​ການ​ຊ່ອຍ​ກູ້​ຂອງ​ເຮົາ​ມາ​ໃກ້ ມັນ​ບໍ່​ໄກ​ເລີຍ ແລະ​ຄວາມ​ລອດ​ຂອງ​ເຮົາ​ຈະ​ບໍ່​ລໍ​ຊ້າ ເຮົາ​ຈະ​ໃສ່​ຄວາມ​ລອດ​ທີ່​ຊີ​ໂອນ ພຣະ​ກຽດ​ຂອງ​ເຮົາ​ແກ່​ອິສ​ຣາ​ເອນ

ເອຊາຢາ 47

ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ບາ​ບິ​ໂລນ

1 ໂອ ທິ​ດາພົມ​ມະ​ຈາ​ຣີ​ແຫ່ງ​ບາ​ບິ​ໂລນ​ເອີຍ ຈົ່ງ​ລົງ​ມາ​ນັ່ງ​ໃນ​ຝຸ່ນ​ຂີ້​ດິນ ໂອ ທິ​ດາ​ແຫ່ງ​ຊາວ​ຄັນ​ເດ​ອານເອີຍ ຈົ່ງ​ນັ່ງ​ລົງ​ເທິງ​ພື້ນ​ດິນ​ບໍ່​ມີ​ບັນ​ລັງ ເພາະ​ເຂົາ​ຈະ​ບໍ່​ເອີ້ນ​ເຈົ້າ​ອີກວ່າ​ ແມ່ເນື້ອ​ອ່ອນ​ແມ່ເນື້ອ​ລະ​ອຽດ 2 ຈົ່ງ​ຈັບ​ໂມ່ ຈົ່ງ​ໂມ່​ແປ້ງ​ສາ ເອົາ​ຜ້າ​ຄຸມ​ຫນ້າ​ຂອງ​ເຈົ້າ​ອອກ​ເສັຽ ຖອດ​ເສື້ອ​ຄຸມ​ຂອງ​ເຈົ້າ​ເສັຽ ບໍ່​ຕ້ອງ​ຄຸມ​ຂາ​ຂອງ​ເຈົ້າ ລຸຍ​ນ້ຳ​ໄປ 3 ເຈົ້າ​ຈະ​ຕ້ອ​ງຖືກ​ເປືອຍ ແລະ​ເຂົາ​ຈະ​ເຫັນ​ຄວາມ​ອາຍ​ຂອງ​ເຈົ້າ ເຮົາ​ຈະ​ທຳ​ການ​ແກ້​ແຄ້ນ ແລະ​ເຮົາ​ຈະ​ບໍ່​ສງວນ​ຄົນ​ໃດ​ໄວ້ 4 ພຣະ​ຜູ້​ໄຖ່​ຂອງ​ເຮົາ ພຣະ​ນາມ​ຂອງ​ພຣະ​ອົງ​ຄືພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ ຊົງ​ເປັນ​ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ 5 ໂອ ທິ​ດາ​ແຫ່ງ​ຊາວ​ຄັນ​ເດອານ​ເອີຍ ນັ່ງ​ມິດ​ງຽບໆ ແລະ​ຈົ່ງ​ເຂົ້າ​ໄປ​ໃນ​ຄວາມ​ມືດ ເພາະ​ເຂົາ​ຈະ​ບໍ່​ເອີ້ນ​ເຈົ້າ​ອີກວ່າ ນາງ​ພ​ຍາ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ທັງ​ຫລາຍ 6 ເຮົາ​ກິ້ວ​ຕໍ່​ຊົນ​ຊາດ​ຂອງ​ເຮົາ ເຣົາ​ຖອດ​ມໍ​ຣະ​ດົກ​ຂອງ​ເຮົາ​ເສັຽ ເຮົາ​ມອບ​ເຂົາ​ໄວ້​ໃນ​ມື​ຂອງ​ເຈົ້າ ເຈົ້າ​ບໍ່​ໄດ້​ສະ​ແພງ​ຄວາມ​ກະ​ຣຸ​ນາ​ຕໍ່​ເຂົາ ເຈົ້າ​ວາງແອກ​ຢ່າງ​ຫນັກ​ໄວ້​ເທິງ​ບ່າ​ຂອງ​ຄົນ​ເຖົ້າ 7 ເຈົ້າ​ວ່າ, ຂ້​ຈະ​ເປັນ​ນາງ​ພ​ຍາ​ເປັນ​ນິດ ເຈົ້າ​ຈຶ່ງ​ບໍ່​ໄດ້​ເອົາ​ເຣື່ອງ​ເຫລົ່າ​ນີ້​ເປັນ​ທີ່​ສອນ​ໃຈ ຫລື​ຈົດ​ຈຳ​ບັ້ນ​ປາຍ​ຂອງ​ເຣື່ອງ​ເຫລົ່າ​ນີ້​ໄວ້ 8 ສະ​ນັ້ນ​ເຈົ້າ​ຜູ້​ຮັກ​ຄວາມ​ເພີ​ດ​ເພີນ ຈົ່ງ​ຟັງ​ເຣື່ອງ​ນີ້ ຄື​ຜູ້​ນັ່ງ​ຢູ່​ຢ່າງ​ປອດ​ພັຍ ຜູ້​ຄຶດ​ໃນ​ໃຈ​ຂອງ​ຕົນ​ວ່າ “ຂ້ອຍ​ນີ້​ແຫລະ ແລະ​ບໍ່​ມີ​ຜູ້​ໃດ​ອື່ນ​ອີກ ຂ້ອຍຈະ​ບໍ່​ນັ່ງ​ຢູ່ເປັນ​ແມ່​ຫມ້າຍ ຫລື​ຮູ້​ຈັກ​ທີ່​ຈະ​ພາກ​ຈາກ​ລູກ” 9 ທັງ​ສອງ​ເຣື່ອງ​ນີ້​ຈະ​ມາ​ເຖິງ​ເຈົ້າ ໃນ​ຂ​ນະ​ດຽວ​ກັນ ໃນ​ວັນ​ດຽວ ຄື​ຄວາມ​ທີ່​ຕ້ອງ​ພາກ​ຈາກ​ລູກ ຄວາມ​ທີ່​ເປັນ​ແມ່​ຫມ້າຍ​ຈະ​ມາ​ເຖິງ​ເຈົ້າ​ຢ່າງ​ເຕັມ​ຂະ​ຫນາດ ທັງ​ທີ່​ມີ​ວິ​ຊາ​ອາ​ຄົມ​ເປັນ​ອັນ​ມາກ ແລະ​ອາ​ນຸພາບ​ໃຫຍ່​ຍິ່ງ​ໃນ​ເວດ​ມົນ​ຂອງ​ເຈົ້າ 10 ເຈົ້າ​ຮູ້​ສຶກ​ຫມັ້ນ​ຢູ່​ໃນ​ຄວາມ​ອະ​ທັມ​ຂອງ​ເຈົ້າ ເຈົ້າ​ວ່າ “ບໍ່​ມີ​ຜູ້​ໃດ​ເຫັນ​ຂ້ອຍ” ສະ​ຕິ​ປັນ​ຍາ​ຂອງ​ເຈົ້າ​ແລະ ຄວາມ​ຮູ້​ຂອງ​ເຈົ້າ​ທຳ​ໃຫ້​ເຈົ້າ​ຫນີ​ໄປ ແລະ​ເຈົ້າ​ຈຶ່ງວ່າ​ໃນ​ໃຈ​ຂອງ​ເຈົ້າ​ວ່າ “ຂ້ອຍນີ້​ແຫລະ ແລະບໍ່ມີ​ຜູ້​ໃດ​ອື່ນ​ອີກ” 11 ແຕ່​ຄວມ​ຊົ່ວ​ຮ້າຍ​ຈະ​ມາ​ເຫນືອ​ເຈົ້າ ຊຶ່ງ​ເຈົ້າ​ຈະ​ປັດ​ເປົ່າ​ບໍ່​ໄດ້ ໄພ​ວິ​ບັດ​ຈະ​ຕົກ​ເຫນືອ​ເຈົ້າ ຊຶ່​ງ​ເຈົ້າ​ຈະ​ບໍ່​ສາ​ມາດ​ຄາດ​ແຄ້ວ ແລະ​ຄວາມ​ພິ​ນາດ​ຈະ​ມາ​ເຖິງ​ເຈົ້າ​ທັນ​ທີ​ທັນ​ໃດ​ຊຶ່ງ​ເຈົ້າ​ບໍ່​ຮູ້​ເຣື່ອງ​ເລີຍ 12 ຈົ່ງ​ຕັ້ງ​ຫມັ້ນ​ຢູ່​ໃນ​ເວດ​ມົນ​ຂອງເຈົ້າ ແລະ​ວິ​ຊາ​ອາ​ຄົມ​ເປັນ​ອັນ​ມາກ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ທຳ​ມາ​ຫນັກ​ຫນາ​ຕັ້ງ​ແຕ່​ສາວໆ​ບາງ​ທີ່​ເຈົ້າຈະ​ສຳ​ເຣັດ​ໄດ້ ບາງ​ທີ່​ເຈົ້າ​ຈະ​ດົນ​ໃຈ​ໃຫ້​ສະ​ຍົດ​ສະ​ຍອງ​ໄດ້ 13 ເຈົ້າ​ອິດ​ເມື່ອຍ​ກັບ​ທີ່​ປຶກ​ສາ​ເປັນ​ອັນ​ມາກຂອງ​ເຈົ້າ ໃຫ້​ເຂົາ​ລຸກ​ຂຶ້ນ​ອອກ​ມາ​ແລະ​ຊ່ອຍ​ເຈົ້າ​ໃຫ້​ລອດ ຄື​ບັນ​ດາ​ຜູ້​ທີ່​ແບ່ງ​ຟ້າ​ສວັນ​ແລະ​ເພ່ງ​ເບິ່ງດວງດາວ ຜູ້​ຊຶ່ງ​ທຳ​ນ​ວາຍ​ໃຫ້​ເຈົ້າ​ໃນ​ວັນ​ຂຶ້ນ​ຄ່ຳ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ແກ່​ເຈົ້າ 14 ເບິ່​ງ​ແມ໋, ເຂົາ​ຈະ​ເປັນ​ເຫມືອນ​ຕໍ​ເຂົ້າ ໄຟ​ຈະ​ເຜົາ​ຜານ​ເຂົາ ເຂົາ​ຈະ​ຊ່ອຍ​ກູ້​ຕົວ​ເຂົາ​ເອງຈາກ​ກຳ​ລັງ​ຂອງ​ແປວ​ໄຟ​ບໍ່​ໄດ້ ນີ້​ບໍ່​ແມ່ນ​ຖ່ານ​ທີ່​ຈະ​ໃຫ້​ຜູ້​ໃດອຸ່ນ ບໍ່​ແມ່ນ​ໄຟ​ທີ່​ຈະ​ໃຫ້​ຜູ້​ໃດ​ຝີງ 15 ບັນ​ດາ​ທີ່​ເຈົ້າ​ທຳ​ງານ​ດ້ວຍ​ກັນ​ນັ້ນ​ຈະ​ເປັນ​ເຊັ່ນ​ນີ້​ແກ່​ເຈົ້າ ຜູ້​ຊຶ່ງ​ຄ້າ​ມາ​ກັບ​ເຈົ້າ​ຕັ້ງ​ແຕ່​ສາວໆ ເຂົາ​ຕ່າງ​ຈະ​ພະ​ເນ​ຈອນ​ໄປ​ມາ​ໃນ​ທາງ​ຂອງ​ເຂົາ​ເອງ ບໍ່​ມີ​ຜູ້​ໃດ​ຈະ​ຊ່ອຍ​ເຈົ້າ​ໃຫ້​ລອດ​ໄດ້

ເອຊາຢາ 48

ພຣະ​ເຈົ້າ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ອານາ​ຄົດ

1 ຟັງ​ຂໍ້​ນີ້​ເດີ ໂອ ວົງ​ຂອງ​ຢາ​ໂຄບ​ເອີຍ ຜູ້​ຊຶ່ງ​ເຂົາ​ເອີ້ນ​ດ້ວຍ​ນາມ​ຂອງ​ອິສ​ຣາ​ເອນ ແລະ​ຜູ້​ຊຶ່ງ​ອອກ​ມາ​ຈາກ​ບັ້ນ​ແອວ​ຂອງ​ຢູ​ດາ ຜູ້​ຊຶ່ງ​ປະ​ຕິ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຊີດ​ຊູ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ແຕ່​ບໍ່​ແມ່ນ​ດ້ວຍ​ສັດ​ຈະ​ແລະ​ຄວາມ​ຊອບ​ທັມ 2 ເພາະ​ເຂົາ​ຂະ​ຫນານ​ນາມ​ຂອງ​ເຂົາ​ເອງ​ຕາມ​ນະ​ຄອນ​ບໍ​ຣິ​ສຸດ ແລະ​ເພິ່ງ​ອາ​ໄສ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ພຣະ​ນາມ​ຂອງ​ພຣະ​ອົງ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ 3 “ສິ່ງ​ລ່ວງ​ແລ້ວ​ເຮົາ​ໄດ້​ແຈ້ງ​ໃຫ້​ຊາບ​ແຕ່​ເກົ່າ​ກ່ອນ ມັນ​ໄປ​ຈາກ​ປາກ​ຂອງ​ເຣົາ ແລະ​ເຮົາ​ໄດ້​ເລົ່າ​ໃຫ້​ຟັງ​ທົ່ວ ແລ້ວ​ໃນ​ທັນ​ໃດ​ນັ້ນ​ເຮົາ​ກໍ​ໄດ້​ກະ​ທຳ​ແລະ​ກໍ​ເປັນ​ໄປ​ຕາມ​ນັ້ນ 4 ເພາະ​ເຮົາ​ຮູ້​ຢູ່​ວ່າ​ເຈົ້າ​ດື້​ດ້ານ ແລະ​ຄໍ​ຂ​ອງ​ເຈົ້າ​ກໍ​ຄື​ເອັນ​ເຫລັກ ແລະ​ຫນ້າ​ຜາກ​ຂອງ​ເຈົ້າ​ເປັນ​ທອງ​ເຫລືອງ 5 ເຣົາ​ກໍ​ແຈ້ງ​ເຣື່ອງ​ເຫລົ່າ​ນັ້ນ​ແກ່​ເຈົ້າ​ໃຫ້​ຊາບ​ຕັ້ງ​ແຕ່​ເກົ່າ​ກ່ອນ ກ່ອນ​ທີ່​ມັນ​ຈະ​ເກີດ​ຂຶ້ນ​ເຮົາ​ກໍ​ໄດ້​ວ່າ​ໃຫ້​ເຈົ້າ​ຟັງ​ແລ້ວ ຢ້ານ​ເຈົ້າ​ຈະ​ວ່າ “ຮູບ​ເຄົາ​ຣົບ​ຂອງ​ຂ້ອຍ​ກະ​ທຳ​ເອງ ຣູບ​ເຄົາ​ຣົບ​ສ​ລັກ​ແລະ​ຮູບ​ເຄົາ​ຣົບ​ຫລໍ່​ຂອງ​ຂ້ອຍບັນ​ຊາ​ມັນ​ມາ” 6 “ເຈົ້າ​ໄດ້​ຍິນ​ແລ້ວ ຈົ່ງ​ຄອຍ​ເບິ່ງ​ສິ່ງ​ທັງ​ປວງ​ນີ້ ແລະ​ເຈົ້າ​ຈະ​ບໍ່​ແຈ້ງ​ໃຫ້​ຊາບ​ຫລື ຕັ້ງ​ແຕ່​ເວ​ລາ​ນີ້​ໄປ​ເຣົາ​ເລົ່າ​ສິ່ງ​ໃຫມ່​ໃຫ້​ເຈົ້າ​ຟັງ ເປັນ​ສິ່ງ​ທີ່​ປິດ​ເຊື່ອງ​ໄວ້​ຊຶ່ງ​ເຈົ້າ​ບໍ່​ຮູ້ 7 ເປັນ​ສິ່ງ​ທີ່​ສ້າງ​ຂຶ້ນ​ໃຫມ່ບໍ່​ແມ່ນ​ນານແລ້ວ ກ່ອນ​ວັນ​ນີ້​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ເຖິງ ຢ້ານ​ເຈົ້າ​ຈະ​ເວົ້າ​ວ່າ “ເບິ່ງ​ແມ໋, ເຮົາ​ຮູ້​ແລ້ວ” 8 ເຈົ້າບໍ່​ເຄີຍ​ໄດ້​ຍິນ ເຈົ້າ​ບໍ່​ເຄີຍ​ຮູ້ ຕັ້ງ​ແຕ່​ກ່ອນ​ມາ ຫູ​ຂອງ​ເຈົ້າ​ຍັງ​ບໍ່​ເປີດ ເພາະ​ເຮົາ​ຮູ້​ວ່າ​ເຈົ້າ​ຈະ​ປະ​ພຶດ​ຢ່າງ​ທໍ​ຣະ​ຍົດ​ຫນັກ ແລະ​ຮູ້​ວ່າ​ຕັ້ງ​ແຕ່​ກຳ​ເນີດ​ເຂົາ​ເອີ້ນ​ເຈົ້າ​ວ່າ ຜູ້​ກະ​ບົດ 9 “ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ເຮົາຫນ່ວງ​ຫນ່ຽວ​ຄວາມກິ້ວ​ຂອງ​ເຮົາ​ໄວ້ ເພາະ​ເຫັນ​ແກ່​ຄວາມ​ສັຣ​ເສີນ​ຂອງ​ເຮົາ ເຮົາ​ຈຶ່ງ​ລະ​ງັບ​ໄວ້​ເພື່ອ​ເຈົ້າ ເພື່ອ​ເຮົາ​ຈະ​ບໍ່​ໄດ້​ຕັດ​ເຈົ້າ​ອອກ​ໄປ​ເສັຽ 10 ເບິ່ງ​ແມ໋, ເຣົາ​ໄດ້​ຊຸບ​ເຈົ້າ​ແລ້ວ ແຕ່​ບໍ່​ເຫມືອນ​ເງິນ ເຮົາ​ໄດ້​ທົດ​ລອງ​ເບິ່ງ​ເຈົ້າ​ໃນ​ເຕົາ​ຂອງ​ຄວາມ​ທຸກ​ໃຈ​ 11 ເຮົາ​ກະ​ທຳ​ເຊັ່ນ​ນັ້ນ​ເພາະ​ເຫັນ​ແກ່​ເຮົາ​ເອງ ເພາະ​ເຫັນ​ແກ່​ເຮົາ​ເອງ ເພາະ​ວ່າ​ນາມ​ຂອງ​ເຮົາ​ຈະ​ຖືກ​ຢຽດ​ຫຍາມ​ຢ່າງ​ໃດ​ໄດ້ ພຣະ​ກຽດ​ຂອງ​ເຮົາ ເຣົາ​ຈະບໍ່​ໃຫ້​ໃຜ​ອື່ນ 12 ຟັງ​ເຮົາ​ເດີ ໂອ ຢາ​ໂຄບ​ເອີຍ ແລະ​ອິສ​ຣາ​ເອນ ຜູ້​ຊຶ່ງ​ເຮົາ​ເອີ້ນ ເຮົາ​ຄື​ພຣະ​ເຈົ້າ​ແຕ່ອົງ​ດຽວເທົ່າ​ນັ້ນ ເຮົາ​ເປັນ​ຕົ້ນ ແລະ​ເຮົາ​ເປັນ​ປາຍ 13 ມື​ຂອງ​ເຮົາ​ໄດ້​ວາງ​ຮາກ​ຖານ​ແຜ່ນ​ດິນ​ໂລກ ແລະ​ມື​ຂອງ​ເຮົາ​ໄດ້​ກາງ​ຟ້າ​ສວັນ​ອອກ ເມື່ອ​ເຮົາ​ເອີ້​ນ​ມັນ ມັນ​ກໍ​ອອກ​ມາ​ຢູ່​ດ້ວຍ​ກັນ 14 “ເຈົ້າ​ທັງ​ປວງ ຈົ່ງ​ຊຸມ​ນຸມ​ກັນ​ແລະ​ຄອຍ​ຟັງ ຜູ້​ໃດ​ໃນ​ຖ້າມ​ກາງ​ພວກ​ນັ້ນ​ໄດ້​ປະ​ກາດ​ສິ່ງ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ທ່ານ ທ່ານ​ຈະ​ກະ​ທຳ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ​ຕໍ່​ບາ​ບິ​ໂລນ ແລະ​ພຣະ​ກອນ​ຂອງ​ພຣະ​ອົງ​ຈະ​ຕໍ່​ສູ້​ກັບ​ຊາວ​ຄັນ​ເດ​ອານ 15 ເຮົາ ນີ້​ເຮົາ​ເອງ​ໄດ້​ເວົ້າ ເຮົາ​ໄດ້​ເອີ້ນ​ທ່ານ ເຣົາ​ໄດ້​ນຳ​ທ່ານ​ມາ ແລະ​ທ່ານ​ຈະ​ຈຳ​ເຣີນ​ໃນ​ທາງ​ຂອງ​ທ່ານ 16 ຈົ່ງ​ເຂົ້າ​ມາ​ໃກ້​ເຮົາ ຟັງ​ເຣື່ອງ​ນີ້ ຕັ້ງ​ແຕ່​ເລີ້ມ​ຕົ້ນ​ເຣົາ​ບໍ່​ໄດ້​ເວົ້າ​ໃນ​ທີ່​ລີ້​ລັບ ຕັ້ງ​ແຕ່​ມັນ​ເກີດ​ມາ​ເຣົາ​ກໍ​ໄດ້​ຢູ່​ທີ່​ນັ້ນ​ແລ້ວ” ແລະ​ບັດນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໃຊ້​ຂ້າ​ພະ​ເຈົ້າ ແລະ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ 17 ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ໄຖ່​ຂອງ​ເຈົ້າ ອົງ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ​ກ່າວດັ່ງ​ນີ້​ວ່າ “ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ຜູ້​ສັ່ງ​ສອນ​ເຈົ້າ​ເພື່ອ​ປ​ໂຍດ​ຂອງ​ເຈົ້າ ຜູ້​ນຳ​ເຈົ້າ​ໃນ​ທາງ​ທີ່​​ເຈົ້າຄວນ​ຈະ​ໄປ 18 ໂອ ຖ້າ​ເຈົ້າ​ໄດ້​ເຊື່ອ​ຟັງ​ບັນ​ຍັດ​ຂອງ​ເຮົາ ແລ້ວ​ຄວາມ​ສຸກ​ສົມ​ບູນ​ຂອງ​ເຈົ້າ​ຈະ​ເປັນ​ເຫມືອນແມ່​ນ້ຳ ແລະ​ຄວາມ​ຊອບ​ທັມ​ຂອງ​ເຈົ້າ​ຈະ​ເປັນ​ເຫມືອນ​ຄື່ນ​ທະ​ເລ 19 ລູກ​ຫລານ​ຂອງ​ເຈົ້າ​ຈະ​ເປັນ​ເຫມືອນ​​ທະ​ເລຊາຍ ແລະ​ເຊື້ອ​ສາຍ​ຂອງ​ເຈົ້າ​ເຫມືອນ​ເມັດ​ຊາຍ ຊື່​ຂອງ​ເຂົາ​ຈະ​ບໍ່​ຖືກ​ຕັດ​ອອກ​ເລີຍ ຫລືຖືກ​ທຳ​ລາຍ​ເສັຽ​ຈາກ​ຫນ້າ​ເຮົາ” 20 ຈົ່ງ​ໄປ​ເສັຽ​ຈາກບາ​ບິໂລນ ຈົ່ງ​ຫນີ​ອອກ​ຈາກ​ຄັນ​ເດ​ອານ ຈົ່ງ​ປະ​ກາດ​ຂໍ້​ນີ້​ດ້ວຍ​ໂຮ່​ຮ້ອງ​ຊື່ນ​ບານ ຈົ່ງ​ເລົ່າ​ໃຫ້​ຟັງ ຈົ່ງ​ສົ່ງ​ອອກ​ໄປ​ເຖິງ​ສຸດ​ປາຍ​ແຜ່ນ​ດິນ​ໂລກວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄຖ່​ຢາ​ໂຄບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ແລ້ວ” 21 ເມື່ອ​ພຣະ​ອົງ​ຊົງ​ນຳ​ເຂົາ​ທັ​ງ​ຫລາຍ​ໄປ​ທາງ​ທະ​ເລ​ຊາຍ ເຂົາ​ກໍ​ບໍ່​ໄດ້​ຫິວ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ນ້ຳ​ໄຫລ​ຈາກ​ສີ​ລາ​ເພື່ອ​ເຂົາ ພຣະ​ອົງ​ຊົງ​ທຳ​ໃຫ້​ຫີນຍະ​ອອກ​ແລະ​ນ້ຳ​ກໍ​ໄດ້​ໄຫລ​ອອກ​ມາ 22 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ບໍ່​ມີ​ສັນ​ຕິ​ສຸກ ແກ່​ຄົນ​ອະ​ທັມ”

ເອຊາຢາ 49

ຊົນ​ຊາດ​ທັງ​ຫລາຍ​ໄດ້​ຮັບ​ແສງ​ສວ່າງ

1 ຊົ​ນ​ຊາດ​ຫ່າງໄກ​ເອີຍ ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ ຄື​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ເອົາ​ຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງແມ່ ແລະ​ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ 2 ພຣະ​ອົງ​ຊົງ​ທຳ​ໃຫ້​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ແຫລມ​ຄົມ​ເຫມືອນ​ຄົມ​ດາບ ຊົງ​ຄຸ້ມ​ຄອງ​ຂ້າ​ພະ​ເຈົ້າ​ດ້ວຍ​ພຣະ​ຫັດ​ຂອງ​ພຣະ​ອົງ ຊົງ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ແຫລມ​ຄົມ​ເຫມືອນ​ລູກ​ທະ​ນູ ແລະ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ມ້ຽນ​ໄວ້​ໃນ​ບັ້ງ​ແຫລ້ງ​ຂອງ​ພຣະ​ອົງ 3 ພຣະ​ອົງ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ “ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ອິສ​ຣາ​ເອນ​ຈະ​ສັຣ​ເສີນ​ເຮົາ​ຍ້ອນ​ເຈົ້າ” 4 ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ເຣັດ​ວຽກ ແຕ່​ວຽກ​ນັ້ນ​ບໍ່​ມີ​ປ​ໂຍດ ຂ້າ​ພະ​ເຈົ້າ​ໄດ້​ເສັຽ​ແຮງ​ໄປ​ລ້າໆ ແຕ່​ບໍ່​ມີ​ຫຍັງ​ສຳ​ເຣັດ​ຜົນ” ຂ້າ​ພະ​ເຈົ້າ​ໄວ້​ວາງ​ໃຈ​ແລະ​ມອບ​ທຸກ​ສິ່ງ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຈະ​ມອບ​ຄ່າ​ຕອບ​ແທນ​ວຽກ​ງານໃຫ້​ຂ້າ​ພະ​ເຈົ້າ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ແຕ່ງ​ຕັ້ງ​ຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ແມ່ ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ນຳ​ພາ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ທີ່​ກະ​ຈັດ​ກະ​ຈາຍ​ກັນ​ຢູ່​ນັ້ນ​ກັບ​ຄືນ​ມາ​ຫາ​ພຣະ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ກຽດ​ແກ່​ຂ້າ​ພະ​ເຈົ້າ ແລະ​ຊົງ​ເປັນ​ເຫື່ອ​ແຮງ​ຂອງ​ຂ້າ​ພະ​ເຈົ້າ 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ “ເຮົາ​ມີ​ວຽກ​ສຳ​ຄັນ​ສຳ​ລັບ​ເຈົ້າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ດັ່ງ​ນີ້ ເຈົ້າ​ບໍ່​ພຽງ​ແຕ່​ທຳ​ໃຫ້​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່​ນັ້ນ​ຍິ່ງ​ໃຫຍ່​ຄື​ເກົ່າ​ເທົ່າ​ນັ້ນ ແຕ່​ເຮົາ​ຈະ​ທຳ​ໃຫ້​ເຈົ້າ​ເປັນ​ແສງ​ສວ່າງ​ແກ່​ຊົນ​ຊາດ​ທັງ​ຫລາຍ ເພື່ອ​ຄົນ​ໃນ​ທົ່ວ​ໂລກ​ນີ້​ຈະ​ໄດ້​ລອດ​ພົ້ນ” 7 ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ ແລະ​ຊ່ອຍ​ໄຖ່​ໃຫ້​ພົ້ນ​ຂອງ​ອິສ​ຣາ​ເອນ ຊົງ​ກ່າວ​ຕໍ່​ຄົນ​ທີ່​ຖືກ​ກຽດ​ຊັງ ແລະ​ຫມິ່ນ​ປ​ມາດ​ຢ່າງ​ຫນັກ​ຈາກ​ຊົນ​ຊາດ ແລະ​ຂ້ອຍ​ຂ້າ​ເຈົ້າ​ນາຍ​ວ່າ “ພຣະ​ຣາ​ຊາ​ທັງ​ຫລາຍ​ຈະ​ເຫັນ​ເຈົ້າ​ເປັນ​ອິສ​ຣະ ແລະ​ຈະ​ຊົງ​ລຸກ​ຂຶ້ນ​ສະ​ແດງ​ຄວາມ​ເຄົາ​ຣົບ ເຈົ້າ​ຊາຍ​ທັງ​ຫລາຍ​ກໍ​ຈະ​ເຫັນ​ເຫມືອນ​ກັນ ເຂົາ​ຈະ​ກົ້ມ​ຂາບ​ລົງ​ຄຳ​ນັບ​ເຈົ້າ ເຫດ​ການ​ນີ້​ຈະ​ເກີດ​ຂຶ້ນ​ກໍ​ຍ້ອນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ຄື​ພຣະ​ເຈົ້າ​ອົງ​ສັດ​ຊື່ ແລະ​ບໍ​ຣິ​ສຸດ​ຂອງອິສ​ຣາ​ເອນ​ຊົງ​ເລືອກ​ເອົາ​ຜູ້​ຮັບ​ໃຊ້ ແລະ​ທຳ​ຕາມ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ

ການ​ສ້າງ​ເຢ​ຣູ​ຊາ​ເລັມ​ໃຫມ່

8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໄພ່​ພົນ​​ຂອງ​ພຣະ​ອົງ​ວ່າ, “ເມື່ອ​ເຖິງ​ເວ​ລາ​ຊ່ອຍ​ໃຫ້​ເຈົ້າ​ພົ້ນ ເຮົາ​ຈະ​ສະ​ແດງ​ຄວາມ​ຮັກ​ໄຄ່​ໄມ​ຕ​ຣີ​ຕໍ່​ເຈົ້າ ແລະ​ຈະ​ຕອບ​ຄຳ​ຮ້ອງ​ໄຫ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເຈົ້າ ເຮົາ​ຈະ​ຄຸ້ມ​ຄອງ​ຮັ​ກ​ສາ​ເຈົ້າ ແລະ​ຈະ​ໃຫ້​ເຈົ້າ​ຜູກ​ສຳ​ພັນ​ທະ​ໄມ​ຕ​ຣີ​ກັບ​ຄົນ​ທັງ​ປວງ ເຮົາ​ຈະ​ໃຫ້​ເຈົ້າ​ຕັ້ງ​ຖິ່ນ​ຖານ​ບ້ານ​ເຮືອນ​ອີກ​ເທື່ອ​ນຶ່ງ​ຢູ່​ໃນ​ທີ່​ດິນ​ຮົກ​ຮ້າງວ່າງ​ເປົ່າ 9 ເຮົາ​ຈະ​ເວົ້າ​ກັບ​ນັກ​ໂທດ​ວ່າ, “ອອກ​ມາ​ເສັຽ” ແລະ​ເວົ້າ​ກັບ​ຜູ້​ຢູ່​ໃນ​ຄວາມ​ມືດ​ວ່າ “ອອກ​ມາ​ສູ່​ແສງ​ສວ່າງ​ເທີນ” ພວກ​ເຂົາ​ຈະ​ເປັນ​ເຫມືອນ​ແກະ​ທີ່​ກິນ​ຫຍ້າ​ຢູ່​ຕາມ​ພູ 10 ພວກ​ເຂົາ​ຈະ​ບໍ່​ອຶດ​ນ້ຳ​ຈັກ​ເທື່ອ ແສງ​ຕາ​ເວັນ​ແລະ​ລົມ​ຮ້ອນ​ຈະບໍ່​ຖືກ​ຕ້ອງ​ເຂົາ ເພາະ​ວ່າ​ພຣະ​ອົງ​ຜູ້​ຊົງ​ເມດ​ຕາ​ສົງ​ສານ​ຮັກ​ແພງ​ພວກ​ເຂົາ​ຈະ​ນຳ​ພາ​ໄປ​ຍັງ​ບໍ່​ນ້ຳ 11 ເຣົາ​ຈະ​ສ້າງ​ທາງ​ຫລວງ​ຂ້າມ​ພູ​ທັງ​ຫລາຍ ແລະ​ຈັດ​ຕຽມ​ທາງ​ໃຫ້​ໄພ່​ພົນ​ຂອງເຮົາ​ໄປ 12 ໄພ່​ພົນ​ຂອງ​ເຮົາ​ຈະ​ມາ​ແຕ່​ໄກ ຄື​ມາ​ຈາກ​ທາງ​ເຫນືອ ທາງ​ຕາ​ເວັນ​ອອກ ແລະ​ຈາກເມືອງ​ຊີ​ເອ​ເນ​ທາງ​ໃຕ້” 13 ໂອ​ ຟ້າ​ສວັນ​ເອີຍ ຈົ່ງ​ຮ້ອງ​ເພງ​ເຖີດ ໂອ ແຜ່ນ​ດິນ​ເອີຍ ຈົ່ງ​ມ່ວນ​ຊື່ນ​ເບີກ​ບານ​ເຖີດ ຂໍ​ໃຫ້​ພູ​ທັງ​ຫລາຍ​ຮ້ອງ​ເພງ​ອອກ​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລົ້າ​ໂລມ​ໄພ່​ພົນ​ຂອ​ງ​ພຣະ​ອົງ ແລະ​ຈະ​ຊົງ​ສົງ​ສານ​ໄພ່​ພົນ​ທີ່​ຕົກ​ທຸກ​ໄດ້​ຍາກ 14 ແຕ່​ຊາວ​ຊີ​ໂອນ​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຖິ້ມ​ພວກ​ເຣົາ​ແລ້ວ ພຣະ​ອົງ​ຊົງ​ຫລົງ​ລືມ​ພວກ​ເຮົາ​ແລ້ວ 15 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ຕອບ​ວ່າ, “ຜູ້​ຍິງ​ທີ່​ລືມ​ລູກ ແລະບໍ່​ຮັກ​ລູກ​ຂອງ​ຕົນ​ເອງ​ມີ​ບໍ ເຖິງ​ແມ່ນ​ວ່າ​ມີ​ຜູ້​ລືມ​ລູກ​ຂອງ​ຕົນ​ກໍ​ຕາມ ແຕ່​ເຣົາ​ຈະບໍ່​ລືມ​ພວກ​ເຈົ້າ​ຈັກ​ເທື່ອ 16 ເບິ່ງ​ແມ໋, ເຣົາ​ບໍ່​ເຄີຍ​ລືມ​ເຈົ້າ ເຮົາ​ໄດ້​ຂຽນ​ຊື່​ຂອງ​ເຈົ້າ​ໄວ້​ໃນ​ໂອ້ງ​ຝາ​ມື​ຂອງ​ເຮົາ​ແລ້ວ 17 ຜູ້​ທີ່​ຈະ​ສ້າງ​ເຈົ້າ​ຂຶ້ນໃຫມ່​ກຳ​ລັງ​ຈະ​ມາ​ແລ້ວ ແລະ​ຜູ້​ທີ່​ທຳ​ລາຍ​ເຈົ້າ​ກໍ​ຈະ​ຫນີ​ໄປ 18 ຈົ່ງ​ເບິ່ງ​ໃຫ້​ທົ່ວ​ວ່າ​ມີ​ຫຍັງ​ຈະ​ເກີດ​ຂຶ້ນ ປະ​ຊາ​ຊົນ​ຂອງ​ເຈົ້າ​ຈະ​ມາ​ໂຮມ​ກັນ ພວກ​ເຂົາ​ຈະ​ມາ​ທີ່​ບ້ານ ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຊີ​ວິດ​ແນ່ນອນ ເຈົ້າ​ຈະ​ດີ​ໃຈ​ນຳ​ປະ​ຊາ​ຊົນ​ຂອງ​ເຈົ້າ​ເຫມືອນ​ເຈົ້າ​ສາວ​ດີ​ໃຈ​ນຳ​ແຫວນ​ຫມັ້ນ​ຂອງ​ຕົນ 19 ແຜ່ນ​ດິນ​ຂອງ​ເຈົ້າ​ໄດ້​ຖືກ​ທຳ​ລາຍ​ຮ້າງ​ເປົ່າ ແຕ່​ບັດ​ນີ້​ມັນ​ຈະ​ແຄບ​ເກີນ​ໄປ​ສຳ​ລັບ​ຜູ້​ຈະ​ມາ​ຢູ່​ທີ່​ນັ້ນ ຄົນ​ທັງ​ຫລາຍ​ທີ່​ເຄີຍ​ກືນ​ກິນ​ພວກ​ເຈົ້າ​ຈະ​ຖືກ​ຂັບ​ໄລ່​ໃຫ້​ຫນີ​ໄປ​ໄກ 20 ລູກ​ທີ່​ເກີດ​ໃນ​ຍາມ​ທີ່​ເຈົ້າ​ຖືກ​ເນ​ລະ​ເທດ​ຈະ​ເວົ້າ​ຕໍ່​ເຈົ້າ​ໃນ​ວັນ​ນຶ່ງວ່າ, “ດິນ​ທີ່​ເຮົາ​ຢູ່​ນີ້​ແຄບ​ເກີນ​ໄປ​ແລ້ວ ພວກ​ເຮົາ​ຢາກ​ໄດ້​ບ່ອນ​ຢູ່​ທີ່ກວ້າງກວ່າ​ນີ້” 21 ແລ້ວ​ເຈົ້າ​ກໍ​ຈະ​ຖາມ​ຕົວ​ເອງວ່າ, “ໃຜ​ຫ​ນໍ​ອອກ​ລູກ​ເຫລົ່າ​ນີ້​ໃຫ້​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ສູນ​ເສັຽ​ລູກ​ໄປ ແລະ​ຈະ​ບໍ່​ມີ​ຄື​ເກົ່າ​ອີກ ຂ້າ​ພະ​ເຈົ້າ​ຖືກ​ເນ​ລະ​ເທດ​ໄປ​ໄກ ແມ່ນ​ໃຜ​ຫນໍ​ເອົາ​ລູກ​ເຫລົ່າ​ນີ້​ຄືນ​ມາ ຂ້າ​ພະ​ເຈົ້າ​ຖືກ​ປະ​ປ່ອຍ​ໃຫ້​ຢູ່​ຜູ້​ດຽວ​ແລ້ວ​ລູກ​ເຫລົ່າ​ນີ້​ມາ​ແຕ່​ໃສຫນໍ 22 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໄພ່​ພົນ​ຂອງ​ພຣະ​ອົງ​ວ່າ, “ເຣົາ​ຈະ​ກວັກ​ມື​ເອົາ​ຊົນ​ຊາດ​ທັງ​ຫລາຍ ພວກ​ເຂົາ​ຈະ​ນຳ​ເອົາ​ລູກ​ຂອງ​ເຈົ້າ​ມາ 23 ກະ​ສັດ​ທັງ​ຫລາຍ​ຈະ​ເປັນເຫມືອນ​ພໍ່​ຂອງ​ເຈົ້າ ແລະ​ພຣະ​ຣາ​ຊີ​ນີ​ທັງ​ຫລາຍ​ຈະ​ເປັນ​ເຫມືອນ​ແມ່​ຂອງ​ເຈົ້າ ພວກ​ທ່ານ​ຈະ​ກົ້ມ​ລົງ​ໃຫ້​ກຽດ​ເຈົ້າ ແລະ​ຈະ​ສະ​ແດງ​ຄວາມ​ເຄົາ​ຣົບ​ຢຳ​ເກງ​ເຈົ້າ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ທີ່​ລໍ​ຄອຍໃຫ້​ຊ່ອຍ​ເຫລືອ​ຈະ​ບໍ່​ຜິດ​ຫວັງ” 24 ຜູ້​ໃດ​ຈະ​ເອົາ​ຂອງ​ທີ່​ທະ​ຫານ​ຍາດ​ຊິງ​ມາ​ໄດ້ ຫລື​ຈະ​ຊ່ອຍ​ເອົາ​ນັກ​ໂທດ​ໃຫ້​ພົ້ນ​ຈາກ​ຜູ້​ກົດ​ຂີ່​ໄດ້​ບໍ 25 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ການ​ນີ້​ຈະ​ເກີດ​ຂຶ້ນ​ແນ່ນອນ ຄື​ພວກ​ຊະ​ເລີຍ​ທີ່​ທະ​ຫານ​ຈັບ​ມາ​ກໍ​ຈະ​ຖືກ​ເອົາ​ໄປ ແລະ​ສິ່ງ​ຂອງ​ທີ່​ຜູ້​ກົດ​ຂີ່​ຍາດ​ຊິງ​ມາ​ກໍ​ຈະ​ຖືກ​ຍຶດ​ໄປ ເຮົາ​ຈະ​ຕໍ່​ສູ້​ຜູ້​ທີ່​ຕໍ່​ສູ້​ເຈົ້າ ແລະ​ຈະ​ຊ່ອຍ​ລູກ​ຂອງ​ເຈົ້າ​ໃຫ້​ພົ້ນ 26 ເຮົາ​ຈະ​ໃຫ້​ຜູ້​ບີບ​ບັງ​ຄັບ​ເຈົ້າ​ຂ້າ​ຟັນ​ຊຶ່ງ​ກັນ​ແລະ​ກັນ ພວກ​ເຂົາ​ຈະ​ເມົາ​ເລືອດຂອງ​ຕົນ​ເອງ​ເຫມືອນ​ເມົາ​ເຫລົ້າ ແລ້ວ​ມະ​ນຸດ​ທັງ​ປວງ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ທີ່​ຊ່ອຍ​ໄຖ່​ເຈົ້າ​ໃຫ້​ເປັນ​ອິສ​ຣະ​ແລະ​ພົ້ນ​ໄພ ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ເປັນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ຂອງ​ຢາ​ໂຄບ”

ເອຊາຢາ 50

1 ພຣະ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ, “ຫນັງ​ສື​ຢ່າ​ຂອງແມ່​ເຈົ້າ ຊຶ່ງ​ເຮົາ​ໄດ້​ໃຊ້​ໄລ່​ນາງ​ໄປ​ເສັຽນັ້ນ​ຢູ່​ທີ່​ໃດ ຫລື​ເຈົ້າ​ຫນີ້​ຂອງ​ເຮົາ​ຄົນ​ໃດ​ທີ່​ເຮົາ​ໄດ້​ຂາຍ​ຕົວ​ເຈົ້າ​ໄປ ເບິ່ງ​ແມ໋, ເພາະ​ຄວາມ​ບາບ​ຊົ່ວ​ຂອງ​ເຈົ້າ ເຈົ້າ​ຈຶ່ງ​ຖືກ​ຂາຍ ແລະ​ເພາະ​ຄວາມ​ທໍ​ຣະ​ຍົດ​ຂອງ​ເຈົ້າ​ແມ່​ຂອງ​ເຈົ້າ​ຈຶ່ງ​ຖືກ​ໄລ່​ໄປ 2 ເປັນ​ຫຍັງ​ຫນໍ ເມື່ອ​ເຮົາ​ມາ​ຈຶ່ງ​ບໍ່​ມີ​ໃຜ​ເລີຍ ເມື່ອ​ເຮົາ​ຮ້ອງ​ເອີ້​ນ​ຈຶ່ງ​ບໍ່​ມີ​ໃຜ​ຕອບ ມື​ຂອງ​ເຮົາ​ສັ້ນ ໄຖ່​ບໍ່​ໄດ້​ຫລື ແລະ​ເຮົາ​ບໍ່​ມີ​ກຳ​ລັງ​ທີ່​ຈະ​ຊ່ອຍ​ກູ້​ຫລື ເບິ່ງ​ແມ໋, ເຮົາ​ໃຫ້​ນ້ຳ​ທະ​ເລ​ແຫ້ງ​ດ້ວຍ​ການ​ຂະ​ຫນາບ​ຂອງ​ເຮົາ ເຮົາ​ກະ​ທຳ​ໃຫ້​ແມ່​ນ້ຳ​ເປັນ​ຖິ່​ນ​ກັນ​ດານ ປາ​ຂອງ​ແມ່​ນ້ຳ​ນັ້ນ​ກໍ​ເຫມັນ​ເພາະ​ຂາດ​ນ້ຳ ແລະ​ຕາຍ​ເພາະ​ຫິວ 3 ເຮົາ​ຫົ່ມ​ຟ້າສວັນ​ໄວ້​ດ້ວຍ​ຄວາມ​ດຳ​ມືດ ແລະ​ເອົາ​ຜ້າ​ກະ​ສອບ​ມາ​ຄຸມ” ການ​ເຊື່ອ​ຟັງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ 4 ພຣະ​​ເຈົ້າ​ໄດ້​ປະ​ທານ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ລີ້ນ​ຂອງ​ບັນ​ດາ​ຜູ້​ທີ່​ພຣະ​ອົງ​ຊົງ​ສອນ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້ຮູ້​ທີ່​ຈະ​ຄ້ຳ​ຊູ​ຜູ້​ທີ່​ອິດ​ເມື່ອຍ​ໄວ້​ດ້ວຍ​ຖ້ອຍ​ຄຳ ທຸກໆ​ເຊົ້າ​ພຣະ​ອົງ​ຊົງ​ປຸກ ຊົງ​ປຸກ​ຫູ​ຂອງ​ຂ້າ​ພະ​ເຈົ້າ​ເພື່ອ​ໃຫ້​ຟັງ​ຢ່າງ​ຜູ້​ທີ່​ພຣະ​ອົງຊົງ​ສອນ 5 ພຣະ​ເຈົ້າ​ໄດ້​ຊົງ​ເບີກ​ຫູ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າກໍ​ຈະ​ບໍ່​ດື້​ດັນ ຂ້າ​ພະ​ເຈົ້າ​ບໍ່​ຫັນ​ກັບ 6 ຂ້າ​ພະ​ເຈົ້າ​ຫັນ​ຫລັງ​ໃຫ້​ແກ່​ຜູ້​ທີ່​ໂບຍ​ຕີ​ຂ້າ​ພະ​ເຈົ້າ ແລະ​ຫັນ​ແກ້ມ​ໃຫ້​ແກ່​ຄົນ​ທີ່​ດຶງ​ຫນວດ​ຂ້າ​ພະ​ເຈົ້າ​ອອກ ຂ້າ​ພະ​ເຈົ້າ​ບໍ່​ຫນີ​ຫນ້າ​ຈາກ​ຄວາມ​ອາຍ​ແກ່​ການ​ຖົ່ມ​ນ້ຳ​ລາຍ​ໃສ່ 7 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ ເພາະ​ສັນ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຕັ້ງ​ຫນ້າ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ຫີນ​ເຫລັກ​ໄຟ ແລະ​ຂ້າ​ພະ​ເຈົ້າ​ຊາບ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ໄດ້​ອາຍ 8 ພຣະ​ອົງ​ຜູ້​ຊົງ​ແກ້​ແທນ​ຂ້າ​ພະ​ເຈົ້າ​ກໍ​ຢູ່​ໃກ້ ໃຜ​ຈະ​ສູ້​ຄະ​ດີ​ກັບ​ຂ້າ​ພະ​ເຈົ້າ​ກໍ​ໃຫ້​ເຮົາ​ຢືນ​ຢູ່​ດ້ວຍ​ກັນ ໃຜ​ເປັນ​ປໍ​ຣະ​ປັກ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໃຫ້​ເຂົາ​ມາ​ໃກ້​ຂ້າ​ພະ​ເຈົ້າ 9 ເບິ່ງ​ແມ໋, ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ຂ້າ​ພະ​ເຈົ້າ ໃຜ​ຈະ​ກ່າວ​ໂທດ​ຂ້າ​ພະ​ເຈົ້າ​ວ່າ​ມີ​ຄວາມ​ຜິດ ເບິ່ງ​ແມ໋, ບັນ​ດາ​ເຂົາ​ທຸກ​ຄົນ​ຈະ​ສູນ​ຫາຍ​ໄປ​ເຫມືອນ​ຢ່າງ​ເສື້ອ​ຜ້າ ແມງ​ຈະ​ກິນ​ເຂົາ​ເຫລົ່າ​ນັ້ນ​ເສັຽ 10 ໃຜ​ແດ່​ໃນ​ພວກ​ເຈົ້າຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຊື່ອຟັງ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຜູ້​ດຳ​ເນີນ​ໃນ​ຄວາມ​ມືດ​ແລະ​ບໍ່​ມີ​ຄວາມ​ສວ່າງ ແຕ່​ຍັງ​ວາງ​ໃຈ​ໃນ​ພຣະ​ນາມ​ພຣະ​ເຈົ້າ ແລະ​ເພິ່ງ​ອາ​ໄສ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ 11 ເບິ່ງ​ແມ໋, ເຈົ້າ​ທັງ​ສິ້ນ​ຜູ້​ກໍ່​ໄຟ ຜູ້​ເອົາ​ດົ້ນ​ໄຟ​ຄາດ​ຕົວ​ເຈົ້າ​ໄວ້ ຈົ່ງ​ເດີນ​ດ້ວຍ​ແສງ​ໄຟ​ຂອງ​ເຈົ້າ ແລະ​ດ້ວຍ​ແສງ​ດົ້ນ​ໄຟ​ຊຶ່ງ​ເຈົ້າ​ໄດ້​ກໍ່ ເຈົ້າ​ຈະ​ໄດ້​ຮັບ​ຢ່າງ​ນີ້​ຈາກ​ມື​ຂອງ​ເຮົາ ຄື ເຈົ້າ​ຈະ​ຕ້ອງນອນ​ລົງ​ໃນ​ທີ່​ທໍ​ຣະ​ມານ

ເອຊາຢາ 51

ຄຳ​ເລົ້າ​ໂລມ​ມາ​ເຖິງ​ຊີ​ໂອນ

1 “ຈົ່ງ​ຟັງ​ເຮົາ​ ເຈົ້າ​ທັງ​ຫລາຍ​ຜູ້​ຂົນ​ຂວາຍ​ຫາ​ການ​ຊ່ອຍ​ກູ້ ເຈົ້າ​ຜູ້​ສ​ແວງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງມອງ​ເບິ່ງ​ຫີນ​ຊຶ່ງ​ໄດ້​ສະ​ກັດ​ຕົວ​ເຈົ້າ​ມາ ແລະຈົ່ງ​ມອງ​ເບິ່ງ​ບໍ່​ຫີນ​ຊຶ່ງ​ຊົງ​ຂຸດ​ເອົາ​ຕົວ​ເຈົ້າ​ທັງ​ຫລາຍ​ມາ 2 ຈົ່ງ​ເບິ່ງ​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ທັງ​ຫລາຍ ແລະ​ເບິ່ງ​ນາງຊາ​ຣາຜູ້​ຄອດ​ເຈົ້າ ເພາະ​ເມື່ອ​ມີ​ເຂົາ​ຢູ່​ແຕ່​ຜູ້​ດຽວ ເຮົາ​ໄດ້​ຮ້ອງ​ເອີ້ນ​ເຂົາ ແລະ​ເຮົາ​ອວຍ​ພອນ​ເຂົາ​ແລະ​ກະ​ທຳ​ໃຫ້​ເປັນ​ຄົນ​ຫລວງ​ຫລາຍ 3 ເພາະ​ວ່າ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ເລົ້າ​ໂລມ​ຊີ​ໂອນ ພຣະ​ອົງ​ຈະ​ຊົງ​ເລົ້າ​ໂລມບ່ອນ​ທີ່​ຮົກ​ຮ້າງ​ທັງ​ສິ້ນ​ຂອງ​ນາງ ແລະ​ຈະ​ທຳ​ຖິ່ນ​ກັນ​ດານ​ຂອງ​ນາງ​ເຫມືອນ​ສວນ​ເອ​ເດນ ແລະ​ທະ​ເລ​ຊາຍ​ຂອງ​ນາງ​ເຫມືອນ​ອຸ​ທ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ພົບ​ຄວາມ​ຊື່ນ​ບານ​ແລະ​ຄວາມ​ຍິນ​ດີ​ໃນ​ນາງ ທັງ​ການ​ໂມ​ທະ​ນາ​ແລະ​ສຽງ​ເພງ 4 ຊົນ​ຊາດ​ຂອງ​ເຣົາ​ເອີຍ ຈົ່ງ​ຟັງ​ສຽງ​ຂອງ​ເຮົາ ຊາດ​ຂອງ​ເຮົາ​ເອີຍ ຈົ່ງ​ງ່ຽງ​ຫູ​ຟັງ​ເຮົາ ເພາະ​ພຣະ​ທັມ​ຈະ​ອອ​ກ​ໄປ​ຈາກ​ເຮົາ ແລະ​ຄວາມ​ຍຸດ​ຕິ​ທັມ​ຈະ​ອອກ​ໄປ​ເປັນ​ຄວາມສວ່າງ​ຂອງ​ຊົນ​ຊາດ​ທັງ​ຫລາຍ 5 ການ​ຊ່ອຍ​ກູ້​ຂອງ​ເຣົາ​ໃກ້​ເຂົ້າ​ມາ​ໂດຍ​ໄວ ແລະ​ຄວາມ​ລອດ​ຂອງ​ເຮົາ​ໄດ້​ອອກ​ໄປ​ແລ້ວ ແຂນ​ຂອງ​ເຮົາ​ຈະ​ປົກ​ຄອງ​ຊົນ​ຊາດ​ທັງ​ຫລາຍ ແຜ່ນ​ດິນ​ຊາຍ​ທະ​ເລ​ລໍ​ຄອຍ​ເຮົາ ແລະ​ເຂົາ​ຫວັງ​ຄອຍ​ກຳ​ລັງແຂນ​ຂອງ​ເຣົາ 6 ຈົ່ງ​ແຫງນ​ຕາ​ເບິ່ງ​ຟ້າ​ສວັນ ແລະ​ມອງ​ເບິ່ງ​ໂລກ​ເບື້ອງ​ລຸ່ມ ເພາະ​ວ່າ​ຟ້າ​ສວັນ​ຈະ​ສູນ​ສິ້ນ​ໄປ​ເຫມືອນ​ຄວັນ ແລະ​ແຜ່ນ​ດິນ​ໂລກ​ຈະ​ສ​ລາຍ​ໄປ​ເຫມືອນ​ຢ່າງ​ເສື້ອ​ຜ້າ ແລະ​ເຂົາ​ທັງ​ຫລາຍ​ຜູ້ອາ​ໄສ​ຢູ່​ໃນ​ນັ້ນ​ຈະ​ຕາຍ​ໄປ​ເຫມືອນ​ຮີ້ນ ແຕ່​ຄວາມ​ລອດ​ຂອງ​ເຮົາ​ຈະ​ຢູ່​ເປັນ​ນິດ ແລະ​ກາ​ນຊ່ອຍ​ກູ້​ຂອງ​ເຮົາ​ຈະ​ບໍ່​ສິ້ນ​ສຸດ​ເລີຍ 7 “ຈົ່ງ​ຟັງ​ເຣົາ ເຈົ້າ​ທັງ​ຫລາຍ​ຜູ້​ຮູ້​ເຖິງ​ຄວາມ​ຊອບ​ທັມ ຊົນ​ຊາດຊຶ່ງ​ພຣະ​ທັມ​ຂອງ​ເຮົາ​ຢູ່​ໃນ​ໃຈ ຢ່າ​ຢ້ານ​ການ​ຕຳ​ຫນິ​ຂອງ​ມະ​ນຸດ ແລະ​ຢ່າ​ວິ​ຕົກ​ຕໍ່​ການ​ກ່າວ​ຫຍາບ​ຊ້າ​ຂອງ​ເຂົາ 8 ເພາະ​ວ່າ​ແມງຈະ​ກິນ​ເຂົາ​ເຫມືອນ​ກິນ​ເສື້ອ​ຜ້າ ແລະ​ຕົວ​ຫນອນ​ຈະ​ກິນ​ເຂົາ​ເຫມືອນ​ກິນ​ຂົນ​ແກະ ແຕ່​ການ​ຊ່ອຍ​ກູ້​ຂອງ​ເຮົາ​ຈະ​ຢູ່​ເປັນ​ນິດ ແລະ​ຄວາມ​ລອດ​ຂອງ​ເຮົາ​ຈະ​ຢູ່​ຕລອດ​ທຸກ​ຊົ່ວ​ຊາດເຊື້ອ​ສາຍ 9 ຂ້າ​ແຕ່​ພຣະ​ກອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຕື່ນ​ເຖີດ ຕື່ນ​ເຖີດ ຈົ່ງ​ສວມ​ກຳ​ລັງ ຈົ່ງ​ຕື່ນ​ຢ່າງ​ສະ​ໄຫມ​ເກົ່າ​ກ່ອນ ໃນ​ຊົ່ວ​ຊາດ​ເຊື້ອ​ສາຍ​ທີ່​ນານ​ມາ​ແລ້ວ ທ່ານ​ບໍ່​ແມ່ນຫລື​ທີ່​ຕັດ​ຣາ​ຮັບ​ໃນ​ທະ​ເລຂາດ​ເປັນ​ຕ່ອນໆ ແ​ລະ​ແທງ​ມັງ​ກອນ​ຈົນ​ຊອດ 10 ທ່ານ​ບໍ່​ແມ່ນ​ຫລື​ທີ່​ທຳ​ໃຫ້​ທະ​ເລ​ແຫ້ງ​ໄປ ຄື​ນ້ຳ​ຂອງ​ມະ​ຫາ​ສະ​ຫມຸດ​ໃຫຍ່​ດ້ວຍ ຊຶ່ງ​ທຳ​ທີ່​ເລິກ​ຂອງ​ທະ​ເລ​ໃຫ້​ເປັນ​ຫົນ​ທາງ ເພື່ອ​ໃຫ້​ຜູ້​ທີ່​ໄດ້​ໄຖ່​ໄວ້​ແລ້ວ​ເດີນ​ຜ່ານ​ໄປ​ 11 ແລະ​ຜູ້​ທີ​ໄຖ່​ໄວ້​ແລ້ວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກັບ ແລະ​ຮ້ອງ​ເພງ​ມາ​ຊີ​ໂອນ ຄວາມ​ຊື່ນ​ບານ​ເປັນ​ນິດ​ຈະ​ຢູ່​ເທິງ​ຫົວ​ຂອງ​ເຂົາ ເຂົາ​ຈະ​ໄດ້​ຣັບ​ຄວາມ​ຊື່ນ​ບານ​ແລະ​ຄວາມ​ຍິນ​ດີ ຄວາມ​ໂສກ​ເສົ້າ​ແລະ​ການ​ຖອນ​ຫາຍ​ໃຈ​ຈະ​ຫນີ​ໄປ​ເສັຽ 12 ເຣົາ ຄື​ເຮົາ​ເອງ​ຜູ້​ເລົ້າ​ໂລມ​ເຈົ້າ ເຈົ້າເປັນ​ຜູ້​ໃດ​ທີ່​ຢ້ານ​ມະ​ນຸດ​ຜູ້​ຊຶ່ງ​ຕ້ອງ​ຕາຍ ຄື​ຢ້ານ​ບຸດ​ຂອງ​ມະ​ນຸດ​ຊຶ່ງ​ຖືກ​ທຳ​ໃຫ້​ເຫມືອນ​ຫຍ້າ 13 ແລະ​ທີ່​ໄດ້​ລືມ​ພຣະ​ຜູ້​ເປັນ​ເຈົ້າຜູ້​ສ້າງ​ຂອງ​ຕົນ​ເສັຽ ຜູ້​ຊົງຄຶງ​ຟ້າ​ສວັນ ແລະ​ວາງ​ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ ແລະ​ທີ່​ຢ້ານ​ຢູ່​ເລື້ອຍ​ໄປ​ຕລອດ​ວັນ ເພາະ​ຄວາມ​ກ້ຽວ​ກາດ​ຂອງ​ຜູ້​ບີບ​ບັງ​ຄັບ​ ເມື່ອ​ເຂົາ​ຕັ້ງ​ຕົວ​ເຂົາ​ທີ່​ຈະ​ທຳ​ລາຍ ແລະ​ຄວາມ​ກ້ຽວ​ກາດ​ຂອງ​ຜູ້​ທີ່​ບີບ​ບັງ​ຄັບຢູ່​ທີ່​ໃດ 14 ຜູ້​ໃດ​ທີ່​ຖືກ​ກົດ​ຂີ່​ຈະ​ໄດ້​ຣັບ​ການ​ປົດ​ປ່ອຍ​ໂດຍ​ໄວ ເຂົາ​ຈະ​ບໍ່​ຕາຍ​ແລະ​ລົງ​ໄປ​ສູ່​ປາກ​ແດນ​ມໍ​ຣະ​ນາ ທັງ​ອາ​ຫານຂອງ​ເຂົາ​ຈະ​ບໍ່​ຂາດ 15 ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ຜູ້ກວນ​ທະ​ເລ​ແລະ​ຄື່ນ​ກໍ​ຄຶກຄະ​ນອງ ພຣະ​ນາມ​ຂອງພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ 16 ແລະ​ເຣົາ​ໄດ້​ໃສ່​ຖ້ອຍ​ຄຳ​ຂອງ​ເຮົາ​ໃນ​ປາກ​ຂອງ​ເຈົ້າ ແລະ​ເຊື່ອງ​ເຈົ້າ​ໄວ້​ໃນ​ຮົ່ມ​ມື​ຂອງ​ເຮົາ ຊຶ່ງ​ຄຶງ​ຟ້າສວັນ​ແລະ​ວາງ​ຮາກ​ຖານ​ຂອງ​ແຜ່​ນ​ດິນ​ໂລກ ແລະ​ກ່າວ​ແກ່​ຊີ​ໂອນ​ວ່າ “ເຈົ້າ​ເປັນ​ຊົນ​ຊາດ​ຂອງ​ເຮົາ” 17 ໂອ ເຢ​ຣູ​ຊາ​ເລັມ​ເອີຍ, ຈົ່ງ​ປຸກ​ຕົວ​ເອງ ຈົ່ງ​ປຸກ​ຕົວ​ເອງ ຈົ່ງ​ຢືນ​ຂຶ້ນ​ເຖີດ ເຈົ້າ​ຜູ້​ໄດ້​ດື່ມ​ຈາກ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຈອກ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ ຜູ້​ໄດ້​ດື່ມ​ເຖິງ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ​ອົງ ຈຶ່ງ​ເຮັດ​ໃຫ້​ເຈົ້າ​ໂຊ​ເຊ​ ຍ່າ​ງ​ໄປ​ບໍ່ທຸນ​ທ່ຽງ 18 ໃນ​ບັນ​ດາ​ບຸ​ດຊາຍ​ທີ່​ນາງ​ຄອດ​ມາ ກໍ​ບໍ່​ມີ​ຜູ້​ໃດ​ນຳ​ນາງ ໃນ​ບັນ​ດາ​ບຸ​ດ​ຊາຍ​ທີ່​ນາງ​ລ້ຽງ​ດູ​ມາ ກໍ​ບໍ່​ມີ​ໃຜ​ຈູງ​ນາງ 19 ສອງ​ສິ່ງ​ນີ້​ໄດ້​ເກີດ​ຂຶ້ນ​ແກ່​ເຈົ້າ ຜູ້​ໃດ​ຈະ​ປອບ​ໂຍນ​ເຈົ້າ ຄື​ການ​ລ້າງ​ຜານ​ແລະ​ການ​ທຳ​ລາຍ ການອຶດ​ອາ​ຫານ​ແລະ​ກາຍ ຜູ້​ໃດ​ຈະ​ເລົ້າ​ໂລມ​ເຈົ້າ 20 ບຸດ​ຊາຍ​ຂອງ​ເຈົ້າ​ສ​ລົບ​ໄປ​ແລ້ວ ເຂົາ​ນອນ​ຢູ່​ທີ່​ທຸກ​ຫົວ​ຖ​ນົນ​ເຫມື​ອນ​ກວາງ​ຕິດ​ຕາ​ຫນ່າງ ເຂົາ​ທັງ​ຫລາຍ​ໂຊກ​ໂຊນ​ດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ການ​ຂະ​ຫນາບ​ຂອງ​ພຣະ​ເຈົ້າ​ຂອງ​ເຈົ້າ 21 ສັນ​ນັ້ນ​ເຈົ້າ​ຜູ້​ຖືກ​ຂົ່ມ​ໃຈ ຜູ້​ຊຶ່ງ​ມຶນ​ເມົາ ແຕ່​ບໍ່​ແມ່ນ​ດ້ວຍ​ເຫລົ້າ​ອະ​ງຸ່ນ ຈົ່ງ​ຟັງ​ຂໍ້​ນີ້​ເຖີດ 22 ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ​ຜູ້​ຊົງ​ສູ້ຄະ​ດີ​ແຫ່ງ​ຊົນ​ຊາດ​ຂອງ​ພຣະ​ອົງ ພຣະ​ເຈົ້າ​ຂອງ​ເຈົ້າ​ຊົງ​ຕ​ຣັດ​ດັ່ງ​ນີ້​ວ່າ, “ເບິ່ງ​ແມ໋, ເຮົາ​ໄດ້​ເອົາ​ຈອກ​ແຫ່ງ​ຄວາມ​ໂຊ​ເຊ ມາ​ຈາກ​ມື​ຂອງ​ເຈົ້າ​ແລ້ວ ຂັນ​ແຫ່ງ​ຄວາມ​ພິ​ໂຣດ​ຂອງ​ເຮົາ ເຈົ້າ​ຈະ​ບໍ່​ຕ້ອງ​ດື່ມ​ອີກ 23 ແລະ​ເຮົາ​ຈະ​ໃສ່​ມັນ​ໄວ້​ໃນ​ມື​ຂອງ​ຜູ້​ທໍ​ຣະ​ມານ​ເຈົ້າ ຜູ້​ໄດ້​ເວົ້າ​ກັບ​ເຈົ້າ​ວ່າ “ກົ້ມ​ລົງ ເຮົາ​ຈະ​ໄດ້​ຂ້າມ​ໄປ” ແລະ​ເຈົ້າ​ໄດ້​ກະ​ທຳ​ໃຫ້​ຫລັງ​ຂອງ​ເຈົ້າ​ເຫມືອນ​ພື້ນ​ດິນ ແລະ​ເຫມືອນ​ຖ​ນົນ​ເພື່ອ​ໃຫ້​ເຂົາ​ຂ້າມ​ໄປ”

ເອຊາຢາ 52

ພຣະ​ເຈົ້າ​ຊົງ​ປົດ​ປ່ອຍ​ເຢ​ຣູ​ຊາ​ເລັມ

1 ໂອ​ ຊີ​ໂອນ​ເອີຍ ຈົ່ງ​ເຂັ້ມ​ແຂງ​ແລະ​ຕື່ນ​ຂື້ນ ນະ​ຄອນ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ເອີຍ ຈົ່ງ​ນຸ່ງ​ຫົ່ມ​ຜ້າ​ແພ​ງາມໆ​ເທີນ ຄົນ​ນອກ​ສາ​ສ​ນາ​ຈະ​ບໍ່​ເຂົ້າ​ມາ​ຫາ​ເຈົ້າ​ອີກ 2 ໂອ ເຢຣູຊາ​ເລັມ​ເອີຍ ຈົ່ງ​ຕໍ່​ສູ້​ເພື່ອ​ອິສຣະ​ພາບ ຈົ່ງ​ລຸກ​ຂຶ້ນ​ຈາກ​ດິນ​ແລະ​ນັ່ງ​ເທິງບັນ​ລັງ​ເທີນ ພວກ​ຊະ​ເລີຍ​ຊາວ​ຊີ​ໂອນເອີຍ ຈົ່ງ​ແກ້​ໂສ້​ທີ່​ເຂົາ​ຜູກ​ເຈົ້າ​ອອກ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໄພ່​ພົນ​ຂອງ​ພຣະ​ອົງ​ວ່າ, “ເຈົ້າ​ໄດ້​ຕົກ​ເປັນ​ທາດ​ໂດຍບໍ່​ມີ​ຣາ​ຄາ ເຈົ້າ​ຈະ​ບໍ່​ຖືກ​ໄຖ່​ດ້ວຍ​ເງິນ​ຫລື​ມູນ​ຄ່າ​ແຕ່​ຢ່າງ​ໃດ ແຕ່​ເຈົ້າ​ຈະ​ໄດ້​ເປັນ​ອິສ​ຣະ 4 ເພາະ​ພຣະ​ເຈົ້າ​​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ເຄີຍ​ເປັນຄົນ​ຕ່າງ​ຊາດ​ຢູ່​ໃນ​ປະ​ເທດ​ເອ​ຢິບ​ເທື່ອ​ນື່ງ​ແລ້ວ ພາຍ​ລຸນ​ມາ​ອັສຊີ​ເຣັຽໄດ້​ກົດ​ຂີ່​ເຈົ້າ​ຢ່າງ​ຫນັກ 5 ພຣະ​ເຈົ້າ​ກ່າວ​ວ່າ ແລ້ວ​ສິ່ງ​ດຽວ​ກັນ​ນີ້​ກໍ​ເກີດ​ຂຶ້ນ​ອີກ​ໃນ​ບາ​ບິໂລນ ເຈົ້າ​ຖືກ​ຈັບ​ເປັນ​ຊະ​ເລີຍ​ຢູ່​ທີ່​ນັ້ນ​ຢ່າງ​ບໍ່​ມີ​ຄຸນ​ຄ່າ ພຣະ​ເຈົ້າ​ກ່າວ​ວ່າ ຄົນ​ທັງ​ຫລາຍ​ທີ່​ປົກ​ຄອງ​ເຈົ້າ​ກໍ​ຂີ້​ຄຸຍອວດ​ດີ ແ​ລະ​ສະ​ແດງ​ຄວາມ​ດູ​ຫມິ່ນ​ຢຽບ​ຫຍາມ​ເຮົາ​ຢູ່​ສ​ເມີ 6 ແຕ່​ເມື່ອ​ເຖິງວັນ​ນັ້ນ ເຈົ້າ​ຈະ​ຍອມ​ຮັບ​ວ່າ ເຮົາ​ຜູ້​ເວົ້າ​ຕໍ່​ເຈົ້າ​ນີ້​ແຫລະ ຄື​ພຣະ​ຜູ້​ເປັນ​ເຈົ້າ” 7 ຜູ້​ສົ່ງ​ຂ່າວ​ທີ່​ກຳ​ລັງ​ຂ້າມ​ພູ​ມາ​ກໍ​ງາມ​ວິ​ເສດ​ຫລາຍ ທ່ານ​ນຳເອົາ​ຂ່າວ​ດີ ຂ່າວ​ສັນ​ຕິ​ສຸກ​ມາ ທ່ານ​ຮ້ອງ​ປະ​ກາດ​ຊັຍ​ຊະ​ນະ​ແລະ​ເວົ້າ​ຕໍ່​ພູ​ຊີ​ໂອນ​ວ່າ, “ພຣະ​ເຈົ້າ​ຂອງ​ເຈົ້າ​ຊົງ​ເປັນ​ກະ​ສັດ” 8 ພວກ​ທີ່​ຍາມ​ເມືອງ​ກໍ່​ຮ້ອງ​ສຽງ​ດັງ ຮ້ອງ​ເພງ​ພ້ອມ​ກັນ​ດ້ວຍ​ຄວາມ​ມ່ວນ​ຊື່ນ ເພາະ​ວ່າ​ພວກ​ເຂົາ​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ມາ​ທີ່​ພູ​ຊີ​ໂອນ​ດ້ວຍ​ຕາ​ຕົນ​ເອງ 9 ເຢ​ຣູ​ຊາ​ເລັມ​ທີ່​ຮ້າງ​ເປົ່າ​ເອີຍ ຈົ່ງ​ຮ້ອງ​ເພງ​ດ້ວຍ​ຄວາມ​ມ່ວນ​ຊື່ນ​ເທີນ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລົ້າ​ໂລມ​ຊົນ​ຊາດ​ຂອງ​ພຣະ​ອົງ ແລະ​ຊົງ​ຊ່ອຍ​ໄຖ່​ໃຫ້​ນະ​ຄອນ​ຂອງ​ພຣະ​ອົງ​ພົ້ນ​ໄພ 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຊ້​ອຳ​ນາດ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ ຊົງ​ຊ່ອຍ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ພົ້ນ​ໄພ ຄົນ​ທັງ​ໂລກ​ກໍ​ໄດ້​ເຫັນ​ການ​ຊ່ອຍ​ນັ້ນ 11 ພວກ​ເຈົ້າ​ທີ່​ຖື​ເຄື່ອງ​ສັກ​ສິດ ຈົ່ງ​ອອກ​ມາ​ຈາກ​ບາ​ບິໂລນ​ດຽວ​ນີ້ ຢ່າ​ແຕະ​ຕ້ອງ​ສິ່ງ​ທີ່​ຫວງ​ຫ້າມ ຈົ່ງ​ຮັກ​ສາ​ຕົວ​ໃຫ້​ບໍ​ຣິ​ສຸດ ແລະ​ອອກ​ໄປ​ຈາກ​ເມືອງ​ເສັຽ 12 ເວລາ​ນີ້​ເຈົ້າ​ບໍ່​ຕ້ອງ​ຟ້າວ​ອອກ​ໄປ ບໍ່​ຕ້ອງ​ຫລົບ​ຫລີ​ຫ​ນີ​ໄປ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ຈະ​ນຳ​ຫນ້າ​ເຈົ້າ​ໄປ ແລະ​ຈະ​ຊົງ​ຮັກ​ສາ​ທາງ​ຫລັງ​ຕື່ມ​ອີກ

ຄວາມ​ທຸກ​ລຳ​ບາກ​ຂອງ​ຜູ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ

13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຄົນ​ໃຊ້​ຂອງ​ເຮົາ​ຈະ​ທຳ​ພາ​ຣະ​ກິຈຂອງ​ຕົນ​ສຳ​ເຣັດ ເຂົາ​ຈະ​ເປັນ​ຜູ້​ຍິ່ງ​ໃຫຍ່ ແລະ​ມີກຽດ​ສູງ 14 ເມື່ອ​ຄົນ​ທັງ​ຫລາຍ​ເຫັນ​ເຂົາ​ຈະ​ສະ​ທ້ານ​ຢ້ານ​ກົວ ເຂົາ​ເສັຽ​ຮູບ​ໂສມ​ຫລາຍແທບຈະ​ບໍ່​ເປັນ​ມະ​ນຸດ 15 ແຕ່​ຊາດ​ທັງ​ຫລາຍ​ຈະ​ອັ​ດ​ສະ​ຈັນ​ເຂົາ ພວກ​ກະ​ສັດ​ກໍ​ຈະ​ເວົ້າ​ຫຍັງ​ບໍ່​ໄດ້​ຍ້ອນ​ວ່າ ເຂົາ​ທັງ​ຫລາຍ​ຈະ​ເຫັນ​ສິ່ງ​ທີ່ບໍ່​ເຄີຍ​ຮູ້​ເຄີຍ​ເຫັນ​ກໍ​ຈະ​ເຫັນ​ແລະ​ເຂົ້າ​ໃຈ”

ເອຊາຢາ 53

1 ຄົນ​ທັງ​ຫລາຍ​ໄດ້​ຕອບ​ວ່າ, “ແມ່ນ​ໃຜ​ຈະ​ເຊື່ອ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ເຂົາ​ແລ້ວ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສຳ​ແດງ​ຕໍ່​ຜູ້​ໃດ 2 ມັນ​ເປັນ​ຄວາມ​ມຸ່ງ​ມາດ​ປາຖ​ນາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຄົນ​ໃຊ້​ຂອງ​ພຣະ​ອົງ​ໄດ້​ຈະ​ເຣີນ​ເຕີບ​ໂຕ​ເຫມືອນ​ກົກ​ໄມ້​ປົ່ງ​ຮາກ​ໃນ​ດິນ​ແຫ້ງ ຄົນ​ໃຊ້​ນັ້ນ​ບໍ່​ໄດ້​ສະ​ງ່າ​ຜ່າ​ເຜີຍ ຫລື​ຈົບ​ງາມ​ເລີຍ ເຂົາ​ບໍ່​ມີ​ຫຍັງ​ພໍ​ໃຫ້​ເຮົາ​ສັງ​ເກດ ບໍ່​ມີ​ຫຍັງ​ພໍ​ທີ່​ຈະ​ຮັກ​ໃຄ່​ປາ​ຖ​ນາ​ເຂົາ ບໍ່​ມີ​ຫຍັງ​ພໍ​ທີ່​ຈະ​ດຶງດູດ​ເຮົາ 3 ເຣົາ​ໄດ້​ຫມິ່ນ​ປມາດ​ແລະ​ປະ​ຖິ້ມ​ເຂົາ ເຂົາ​ໄດ້​ຮັບ​ຄວາມ​ລຳ​ບາກ​ແລະ​ທົນ​ຕໍ່​ຄວາມ​ເຈັບ​ປວດ ບໍ່​ມີ​ໃຜ​ຈະ​ຫລຽວ​ແລ​ເຂົາ ເຮົາ​ໄດ້​ປະ​ຖິ້ມ​ເຂົາ​ເຫມືອນ​ເຂົາ​ບໍ່​ມີ​ຫຍັງ 4 ແຕ່​ເຂົາ​ໄດ້​ທົນ​ແບກ​ເອົາ​ຄວາມ​ລຳ​ບາກ​ຂອ​ງ​ເຮົາ ຄື​ຄວາມ​ເຈັບ​ປວດ​ທີ່​ເຮົາ​ແບກ​ຢູ່​ນັ້ນ ເຮົາ​ຄຶດ​ສ​ເມີ​ວ່າ​ຄວາມ​ລຳ​ບາກ​ຂອງ​ເຂົາ​ນັ້ນ ແມ່ນ​ການ​ລົງ​ໂທດ​ຂອງ​ພຣະ​ເຈົ້າ 5 ແຕ່​ເຂົາ​ຖືກ​ບາດ​ເຈັບ​ຍ້ອນ​ບາບ​ຂອງ​ພວກ​ເຣົາ​ທັງ​ຫລາຍ ເຂົາ​ຖືກ​ຕີ​ຍ້ອນ​ພວກ​ເຮົາ​ທຳ​ຊົ່ວ ການ​ລົງ​ໂທດ​ທີ່​ເຂົາ​ໄດ້​ຮັບ​ນັ້ນ​ທຳ​ໃຫ້​ພວກ​ເຮົາ​ເປັນ​ອິສ​ຣະ​ສົມ​ບູ​ນ ທີ່​ເຂົາ​ຖືກ​ຕີ​ນັ້ນ​ກໍ​ເພື່ອ​ໃຫ້​ເຮົາ​ຫາຍ​ດີ 6 ເຮົາ​ທັງ​ຫມົດ​ເປັນ​ເຫມືອນແກະ​ທີ່​ສູນ​ເສັຽ​ແລ້ວ ເຮົາ​ທຸກ​ຄົນ​ຕ່າງ​ເດີນ​ໄປ​ຕາ​ມ​ທາງ​ຂອງ​ຕົນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງລົງ​ໂທດ​ເຂົາ ຄື​ໂທດ​ທີ່​ເຮົາ​ທັງ​ຫມົດ​ສົມ​ຄວນ​ໄດ້​ຮັບ 7 ເຂົາ​ຖືກ​ຫມິ່ນ​ປ​ມາດ​ຢ່າງ​ເຈັບ​ແສ​ບ ແຕ່​ກໍ​ມີ​ຄວາມ​ສຸ​ພາບ​ອ່ອນ​ຫວານ ເຂົາ​ບໍ່​ເວົ້າ​ຈາ​ຫຍັງ​ເລີຍ​ເຫມືອນ​ລູກ​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ ແລະ​ເຫມືອນ​ແກະ​ທີ່​ຖືກ​ເຂົາ​ຕັດ​ຂົນ ເຂົາ​ບໍ່​ເວົ້າ​ຈາ​ຫຍັງ​ເລີຍ 8 ເຂົາ​ຖືກ​ພິ​ພາກ​ສາ​ລົງ​ໂທດ​ແລະ​ນຳ​ອ​ອກ​ໄປ​ປະ​ຫານ​ ບໍ່​ມີ​ໃຜ​ກັງ​ວົນ​ສົນ​ໃຈ​ໃນ​ເຄາະ​ກຳ​ຂອງ​ເຂົາ​ເລີຍ ເຂົາ​ຖືກ​ຂ້າ​ຍ້ອນ​ບາບ​ຂອງ​ຊົນ​ຊາດ​ເຮົາ 9 ເຖິງ​ແມ່ນ​ວ່າ​ເຂົາ​ບໍ່​ເຄີຍ​ຂ້າ​ຄົນ​ຫລື​ເວົ້າ​ຕົວະ​ກໍຕາມ ເຂົາ​ກໍ​ຈະ​ຖືກ​ຝັງ​ໄວ້​ໃນ​ອຸ​ບໂມງ​ດຽວ​ກັນ​ກັບ​ອາດ​ຊະ​ຍາ​ກອນ​ແລະ​ພວກ​ເສດ​ຖີ” 10 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ມັນ​ເປັນ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ເຂົາ​ຕ້ອງ​ຮັບ​ທຸກ​ນັ້ນ ຄວາມ​ຕາຍ​ເປັນ​ເຄື່ອງ​ໄຖ່​ບາບ​ເພື່ອ​ນຳ​ມາ​ຊຶ່ງ​ຄວາມ​ລອດ​ພົ້ນ ດັ່ງ​ນັ້ນ​ເຂົາ​ຈະ​ເຫັນ​ເຊື້ອ​ສາຍ​ຂອງ​ເຂົາ ຈະ​ມີ​ຊີ​ວິດ​ຍືນ​ຍາວ ແລະ​ແຜນ​ການ​ຂອງ​ເຮົາ​ຈະ​ສຳ​ເຣັດ​ຍ້ອນ​ເຂົາ 11 ຫລັງ​ຈາກ​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ທຸກ​ແລ້ວ ເຂົາ​ຈະ​ມີ​ຄວາມ​ສຸກ​ອີກ ເຂົາ​ຈະ​ຮູ້​ວ່າ​ຄວາມ​ທຸກ​ທີ່​ໄດ້​ຮັບ​ນັ້ນ​ມີ​ປ​ໂຍດ​ຫລາຍ ເຂົາ​ເປັນ​ຄົນ​ໃຊ້​ທີ່​ຊອບ​ທັມ​ຂອງ​ເຮົາ ເຂົາ​ຈະ​ແບກ​ເອົາ​ໂທດ​ຂອງ​ຄົນ​ທັງ​ຫລາຍ ແລະ​ຈະ​ທຳ​ໃຫ້​ເຂົາ​ເປັນ​ໄພ່​ພົນ​ຜູ້ສັດ​ຊື່​ຂອງ​ເຣົາ 12 ດັ່ງ​ນັ້ນ​ແຫລະ ເຮົາ​ຈະ​ໃຫ້​ເຂົາ​ໄດ້​ຮັບ​ກຽດ ໄດ້​ເປັນ​ໃຫຍ່ ແລະ​ມີ​ອຳ​ນາດ​ໃນ​ຖ້າມ​ກາງ​ຄົນ​ທັງ​ຫລາຍ ເຂົາ​ຍິນ​ດີ​ສຣະ​ຊີ​ວິດ ແລະ​ມີ​ສ່ວນ​ຮ່ວມ​ຢູ່​ນຳພວ​ກ​ອາດ​ຊະ​ຍາ​ກອນ ເຂົາ​ໄດ້​ຮັບ​ແບກ​ເອົາ​ບາບ​ຂອງ​ຄົນ​ຈຳ​ນວນ​ຫລາຍ ແລະ​ທົນ​ຮັບ​ເອົາ​ໂທດ​ທີ່​ພວກ​ເຂົາ​ໄດ້​ຮັບ”

ເອຊາຢາ 54

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ອິສ​ຣາ​ເອນ

1 ຈົ່ງ​ຮ້ອງ​ເພງເຖີດ ໂອ ຍິງ​ຫມັນ​ເອີຍ​ຜູ້ບໍ່​ຄອດ​ບຸດ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ເພງ ແລະ​ຮ້ອງ​ໃຫ້​ດັງ ເຈົ້າ​ຜູ້​ບໍ່ໄດ້​ເຈັບ​ທ້ອງ ດ້ວຍ​ວ່າ​ບຸດ​ຂອງ​ແມ່​ຮ້າງກໍ​ຍັງ​ຈະ​ມີ​ຫລາຍກວ່າ​ບຸດ​ຂອງ​ນາງ​ທີ່​ແຕ່ງ​ງາ​ນ ພຣະ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້ 2 ຈົ່ງ​ທຳ​ໃຫ້​ເຕັນ​ທີ່​ເຈົ້າ​ອາ​ໄສ​ຢູ່ກວ້າງ​ອອກ ຈົ່ງ​ຕໍ່​ເຊືອກ​ເຕັນ​ໃຫ້​ຍາວ ແລະ​ຝັງ​ຫລັກ​ມັນ​ໃຫ້​ແຫນ້ນ 3 ເຈົ້າ​ຈະ​ຂະ​ຫຍາຍ​ເຂດ​ແດນ​ອອກ​ໄປ​ທຸກ​ດ້ານ ປະ​ຊາ​ຊົນ​ຂອງ​ເຈົ້າ​ຈະ​ກັບ​ຄືນ​ປະ​ເທດ ຈະ​ໄດ້​ຊົນ​ຊາດ​ທັງ​ຫລາຍ​ມາ​ຢູ່​ພາຍໃຕ້​ການ​ປົກ​ຄອງ ເມືອງ​ຮ້າງ​ທັງ​ຫລາຍ​ຈະ​ມີ​ຄົນ​ເຕັມ​ຢູ່ 4 ຢ່າ​ສູ່​ຢ້ານ ເຈົ້າ​ຈະ​ບໍ່​ເຊື່ອມ​ເສັຽກຽດ​ອີກ ເຈົ້າ​ຈະ​ບໍ່​ເສັຽປຽບ​ລຽບ​ຫນ້າ ເຈົ້າ​ຈະ​ລືມ​ຄວາມ​ງຽບ​ເຫງົາ​ເປົ່າ​ປ່ຽວ​ທີ່​ສຸດ​ຄາວ​ເຈົ້າ​ເປັນ​ຫມ້າຍ 5 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ເຫມືອນ​ຜົວ​ຂອງ​ເຈົ້າ ພຣະ​ນາມ​ຂອງ​ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່ ພຣະ​ເຈົ້າ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ​ຈະ​ຊ່ອຍ​ໄຖ່​ເຈົ້າ​ໃຫ້​ພົ້ນ​ໄພ ພຣະ​ອົງ​ຊົງ​ເປັນ​ຜູ້​ປົກ​ຄອງ​ໂລກ 6 ເຈົ້າ​ເປັນ​ເຫມືອນ​ເມັຽ​ສາວ​ທີ່ຖືກ​ຜົວ​ປະ​ຖິ້ມ ແລະ​ອຸກ​ອັ່ງ​ທີ່​ສຸດ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເອີ້ນ​ເຈົ້າ​ມາ​ຫາ​ແລະ​ກ່າວ​ວ່າ, 7 “ເຮົາ​ໄດ້​ປະ​ຮ້າງ​ເຈົ້າ​ຊົ່ວ​ເວ​ລາ​ຫນ້ອຍ​ດຽວ ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ມາ​ດ້ວຍ​ຄວາມ​ຮັກ​ທີ່​ສຸດ 8 ເຣົາ​ໄດ້​ໂກດ​ຮ້າຍ​ເຈົ້າ​ໃນ​ຊົ່ວ​ລະ​ຍະ​ນຶ່ງ ເຮົາ​ຈຶ່ງ​ໄດ້​ເຊົາ​ເບິ່ງ​ແຍງ​ເຈົ້າ ແຕ່​ເຮົາ​ຈະ​ສຳ​ແດງ​ຄວາມ​ຮັກ​ຕໍ່​ເຈົ້າ​ຕລອດ​ໄປ” ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ຊ່ອຍ​ໄຖ່​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 9 “ເຮົາ​ໄດ້​ສັນ​ຍາ​ໄວ້​ໃນ​ສະ​ໄຫມ​ຂອງ​ໂນ​ອາ ວ່າ​ນ້ຳ​ຈະ​ບໍ່​ຖ້ວມ​ໂລກ​ອີກ ບັດ​ນີ້​ເຮົາສັນ​ຍາ​ວ່າ​ຈະ​ບໍ່​ໂກດ​ເຈົ້າ​ອີກ ເຮົາ​ຈະ​ບໍ່​ຕິ​ຕຽນ​ຫ​ລື​ລົງ​ໂທດ​ເຈົ້າ 10 ພູ​ໃຫຍ່​ແລະ​ນ້ອຍ​ທັງ​ຫລາຍ​ອາດ​ພັງ​ທະ​ລາຍ​ລົງ ແຕ່​ຄວາມ​ຮັກ​ຂອງ​ເຣົາ​ທີ່​ມີ​ຕໍ່​ເຈົ້າ​ຈະ​ບໍ່​ສິ້ນ​ສຸດ​ຈັກ​ເທື່ອ ເຮົາ​ຈະ​ຮັກ​ສາ​ສັນ​ຍາ​ສັນ​ຕິ​ພາບ​ຂອງ​ເຮົາ​ໄວ້​ຕລອດ​ໄປ” ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ເມດ​ຕາ​ສົງ​ສານ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ແຫລະ

ເຢ​ຣູ​ຊາ​ເລັມ​ໃຫມ່

11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ໂອ ນະ​ຄອນ​ທີ່​ລຳ​ບາກ ແລະ​ຂາດ​ການ​ຊ່ອຍ​ເຫລືອ​ເອີຍ ບໍ່​ມີ​ໃຜ​ປະ​ເລົ້າ​ປະ​ໂລມ​ເຈົ້າ ເຮົາ​ຈະ​ວາງ​ຮາກ​ຖານ​ຂອງ​ເຈົ້າ​ໄວ້​ດ້ວຍ​ເພັດ 12 ເຣົາ​ຈະ​ສ້າງ​ຫໍ​ຄອຍ​ຂອງ​ເຈົ້າ​ດ້ວຍ​ທັບ​ທີມ ສ້າງ​ປະ​ຕູ​ດ້ວຍຫີນ​ທີ່​ມີ​ສີ​ແດງ​ເຫມືອນ​ໄຟ ແລະ​ສ້າງ​ກຳ​ແພງ​ອ້ອມ​ເຈົ້າ​ໄວ້​ດ້ວຍ​ເພັດ​ນິນ​ຈິນ​ດາ 13 ເຮົາ​ເອງ​ຈະ​ສອນ​ປະ​ຊາ​ຊົນ​ຂອງ​ເຈົ້າ ຈະ​ໃຫ້​ເຂົາ​ຈະ​ເຣີນ​ຮຸ່ງ​ເຮືອງ​ແລະ​ມີ​ສັນ​ຕິ​ສຸກ 14 ຄວາມ​ຍຸດ​ຕິ​ທັມ ແລະ​ຄວາມ​ຖືກ​ຕ້ອງ​ຈະ​ທຳ​ໃຫ້​ເຈົ້າ​ຫມັ້ນ​ຄົງ​ຖາ​ວອນ ຈະ​ພົ້ນ​ຈາກ​ການ​ກົດ​ຂີ່ ແລະ​ຄວາມ​ຢ້ານ 15 ຖ້າ​ຜູ້​ໃດ​ໂຈມ​ຕີ​ເຈົ້າ ເຂົາ​ກໍ​ທໍາ​ໄປ​ໂດຍ​ຂາດຄວາມ​ເຫັນ​ຊອບ​ຈາກ​ເຮົາ ຜູ້​ໃດ​ຕໍ່​ສູ້​ຂັດ​ຂວາງ​ເຈົ້າ​ຈະ​ເຖິງ​ຄວາມ​ຈິບ​ຫາຍ 16 ເຮົາ​ໄດ້​ສ້າງ​ຊ່າງເຫລັກ ຄື​ຜູ້​ເປົ່າ​ໄຟ​ແລະ​ສ້າງ​ອາ​ວຸດ ເຣົາ​ໄດ້​ສ້າງ​ທະ​ຫານຄື​ຜູ້​ໃຊ້​ອາ​ວຸດ​ທຳ​ລາຍ​ດ້ວຍ 17 ແຕ່​ອາ​ວຸດ​ທີ່​ສ້າງ​ຂຶ້ນ​ຈະ​ບໍ່​ສາ​ມາດ​ທຳ​ລາຍ​ເຈົ້າ ເຈົ້າ​ຈະ​ຕ​ອບ​ໂຕ້​ທຸກ​ຄົນ​ທີ່​ຟ້ອງ​ຮ້ອງ​ເຈົ້າ ເຣົາ​ຈະ​ຄຸ້ມ​ຄອງ​ຂ້າ​ໃຊ້​ຂອງ​ເຣົາ ແລະ​ຈະ​ໃຫ້​ເຂົາ​ມີ​ຄວາມ​ອຸ​ດົມ​ສົມ​ບູນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ແຫລະ

ເອຊາຢາ 55

ພຣະ​ເຈົ້າ​ຊົງ​ປະ​ທານ​ພຣະ​ກະ​ຣຸ​ນາ​ທິ​ຄຸນ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ທຸກ​ຄົນ​ທີ່​ຢາກ​ນ້ຳ ເຊີນ​ມາ​ເຖີດ ນ້ຳ​ມີ​ຢູ່​ທີ່​ນີ້ ຜູ້​ທີ່​ບໍ່​ມີ​ເງິນ​ໃຊ້ ເຊີນ​ມາ​ເທີນ ມາ​ຊື້​ເຂົ້າ​ກິນ​ສາ ເຊີນ​ມາ​ຊື້​ເຫລົ້າ​ອະ​ງຸ່ນ​ແລະ​ນ້ຳ​ນົມ​ກິນ ເຈົ້າ​ບໍ່​ຕ້ອງ​ເສັຽ​ຄ່າ​ຫຍັງ​ດອກ 2 ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງ​ທີ່​ບໍ່​ແມ່ນ​ອາ​ຫານ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຈ່າຍ​ໄປ ແຕ່​ຍັງ​ຫິວ​ຢາກ​ຢູ່ ຈົ່ງ​ຟັງ​ເຮົາ ແລະ​ທຳ​ຕາມ​ເຮົາ​ບອກ​ເທີນ ແລ້ວ​ເຈົ້າ​ຈະ​ມ່ວນ​ຊື່ນ​ແລະ​ມີ​ອາ​ຫານ​ກິນ​ດີ​ທີ່​ສຸດ 3 ໄພ່​ພົນ​ຂອງ​ເຮົາ​ເອີຍ ຈົ່ງ​ຟັງ​ແລະ​ມາ​ຫາ​ເຮົາ​ເທີນ ຈົ່ງ​ມາ​ຫາ​ເຮົາ ແລ້ວ​ເຈົ້າ​ຈະ​ມີ​ຊີ​ວິດ ເຮົາ​ຈະ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ອັນ​ຕລອດ​ໄປ​ແກ່​ເຈົ້າ ຈະ​ອວຍ​ພອນ​ເຈົ້າ​ດັ່ງ​ທີ່​ເຮົາ​ສັນ​ຍາ​ແກ່​ດາ​ວິດ 4 ເຮົາ​ຈະ​ທຳ​ໃຫ້​ເຂົາ​ໄດ້​ເປັນ​ຜູ້​ນຳ ແລະ​ຜູ້​ບັນ​ຊາ​ການ​ທະ​ຫານ​ຂອງ​ຊົນ​ຊາດ​ທັງ​ຫລາຍ ຈະ​ໃຫ້​ເຂົາ​ເປັນ​ຜູ້​ສະ​ແດງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເຮົາ​ແກ່​ຊົນ​ຊາດ​ທັງ​ຫລາຍ 5 ເຈົ້າ​ຈະ​ຮຽກ​ຮ້ອງ​ຊາວ​ຕ່າງ​ປະ​ເທດ ຊຶ່ງ​ໃນ​ເວ​ລາ​ນຶ່ງ​ພວກ​ເຂົາ​ບໍ່​ຮູ້​ຈັກ​ເຈົ້າ ແຕ່​ບັດ​ນີ້​ພວກ​ເຂົາ​ຈະ​ແລ່ນ​ມາ​ຮ່ວມ​ກັບ​ເຈົ້າ ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ຄື​ພຣະ​ເຈົ້າ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ ຈະ​ທຳ​ໃຫ້​ສິ່ງ​ທັງ​ຫມົດ​ນີ້​ເກີດ​ຂຶ້ນ ເຮົາ​ຈະ​ໃຫ້​ກຽດ​ແລະ​ຄວາມ​ສະ​ງ່າ​ຣາສີ​ແກ່​ເຈົ້າ” 6 ຈົ່ງ​ຄື​ນມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ອ້ອນວອນ​ຕໍ່​ພຣະ​ອົງ ເພາະ​ວ່າ​ພຣະ​ອົງ​ຊົງ​ຢູ່ໃກ້ໆ 7 ຊົງ​ໃຫ້​ຄົນ​ອະ​ທັມ​ຫນີ​ຈາກ​ທາງ​ດຳ​ເນີນ​ຊີ​ວິດ​ຂອງ​ເຂົາ ແລະ​ຊົງ​ປ່ຽນ​ແນວ​ທາງ​ຄິດ​ຂອງ​ເຂົາ ຊົງ​ໃຫ້​ເຂົາ​ກັບ​ຄືນ​ມາ​ຫາພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ພຣະ​ອົງ​ຊົງ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ແລະ​ຊົ​ໃຫ້​ອະ​ພັຍ​ໄວ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຄວາມ​ຄິດ​ຂອງ​ເຮົາ​ບໍ່​ເຫມືອນ​ຂອງ​ພວ​ກ​ເຈົ້າ ທາງ​ຂອງ​ເຮົາ​ແຕກ​ຕ່າງ​ທາງ​ຂອງ​ເຈົ້າ 9 ຟ້າ​ສວັນ​ຢູ່​ສູງ​ກວ່າ​ໂລກ​ສັນ​ໃດ ທາງ​ແລະ​ແນວ​ຄິດ​ຂອງ​ເຣົາ​ກໍ​ສູງກວ່າ​ຂອງ​ເຈົ້າ​ສັນ​ນັ້ນ 10 ຖ້ອຍ​ຄຳ​ຂອງ​ເຮົາ​ເປັນ​ເຫມືອນ​ຫິມ​ມະ​ແລະ​ນ້ຳ​ຝົນ ຊຶ່ງ​ລົງ​ມາ​ຈາກ​ຟ້າ​ແລະ​ຫົດ​ໂລກ​ໃຫ້​ຊຸ່ມ​ຊື່ນ ແລ້ວ​ກັບ​ຄືນ​ຂຶ້ນ​ສູ່ຟ້າສວັນ ມັນ​ສາ​ມາດ​ທຳ​ໃຫ້​ເຄື່ອງ​ປູກ​ຈະ​ເຣີນງອກ​ງາມ​ຂຶ້ນ ມັນ​ສາ​ມາດ​ໃຫ້​ເມັດ​ສຳ​ລັບ​ຫວ່ານ ແລ​ໃຫ້​ອາ​ຫານ​ສຳ​ລັບ​ກິນ 11 ຖ້ອຍ​ຄຳ​ທີ່​ເຮົາ​ເວົ້າ​ໄປ​ນັ້ນ ຈະ​ທຳ​ໃຫ້​ສຳ​ເຣັດ​ຜົນ​ຕາມ​ທີ່​ເຮົາ​ວາງ​ໄວ້ ຈະ​ທຳ​ໃຫ້​ທຸກ​ໆ​ສີ່ງ​ຕາມ​ທີ່​ເຣົາ​ໃຊ້​ໄປ​ທຳ ແລະ​ກັບ​ຄືນ​ມາ​ຫາ​ເຮົາ 12 ເຈົ້າ​ຈະ​ອອກ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ ຈະ​ຖືກ​ນຳ​ອອກ​ຈາກ​ເມືອງ​ໄປ​ດ້ວຍ​ສວັດ​ດີ​ພາບ ພູ​ໃຫຍ່​ແລະ​ນ້ອຍ​ທັງ​ຫລາຍ​ຈະ​ເປັ່ງ​ສຽງ​ຮ້ອງ​ເພງ ກົກ​ໄມ້​ທັງ​ຫລາຍກໍ​ຈະຮ້ອງ​ດ້ວຍ​ຄວາມ​ມ່ວນ​ຊື່ນ 13 ກົກ​ໄມ້​ສົນ​ຈະ​ງອກ​ງາມ​ຂຶ້ນ​ມາ​ແທນ​ກົກ​ມີ​ຫນາມ ກົກ​ໄມ້​ຫອມກໍຈະ​ເກີດ​ຂຶ້ນ​ໃນ​ບ່ອນ​ທີ່​ມີ​ຫນາມ ການ​ນີ້​ຈະ​ເປັນ​ຫມາຍ​ສຳ​ຄັນ​ຕລອດ​ໄປ​ເປັນ​ນິດ ເປັນ​ອະ​ນຸ​ສອນ​ເຕືອນ​ວ່າ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ດັ່ງ​ນີ້​ແຫລະ

ເອຊາຢາ 56

ຮາງວັນ​ໃນ​ການ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ເຈົ້າ

1 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ຈົ່ງ​ຮັກ​ສາ​ຄວາມ​ຍຸດ​ຕິ​ທັມ​ໄວ້ ແລະ​ກະ​ທຳ​ຄວາມ​ຊອບ​ທັມ ເພາະ​ຄວາມ​ລອດ​ຂອງ​ເຮົາ​ໃກ້​ຈະ​ມາ ແລະ​ການ​ຊ່ອຍ​ກູ້ຂອງ​ເຮົາ​ຈະ​ເຜີຍ​ອອກ 2 ຄວາມ​ຍ່ອມ​ມີ​ແກ່​ຜູ້​ກະ​ທຳ​ເຊັ່ນ​ນີ້ ແລະ​ແກ່​ບຸດ​ຂອງ​ມະ​ນຸດ​ຜູ້​ຍຶດ​ໄວ້​ຫມັ້ນ ຜູ້​ຮັ​ກ​ສາ​ວັນ​ສະ​ບາ​ໂຕ ບໍ່​ຢຽດ​ຫຍາມ​ວັນ​ນັ້ນ ແລະ​ລະ​ວັງ​ມື​ຂອງ​ເຂົາ​ຈາກ​ການ​ກະ​ທຳ​ຊົ່ວ​ຮ້າຍ​ໃດໆ” 3 ຢ່າ​ໃຫ້​ຄົນ​ຕ່າງ​ຊາດ​ຜູ້​ເຂົ້າ​ຮ່ວມ​ຖື​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ແຍກ​ຂ້ອຍ​ອອກ​ຈາກ​ຊົນ​ຊາດຂອງ​ພຣະ​ອົງ” ແລະ​ຢ່າ​ໃຫ້​ຊາຍ​ຕອນ​ຄົນ​ນຶ່ງ​ເວົ້າ​ວ່າ “ເບິ່ງ​ແມ໋, ຂ້ອຍ​ເປັນ​ຕົ້ນ​ໄມ້​ແຫ້ງ” 4 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເຣື່ອງ​ຂັນ​ທີ​(ຜູ້​ຊາຍ​ທີ່​ຕອນ) ທັງ​ຫລາຍ​ຜູ້​ຮັກ​ສາ​ວັນ​ສະ​ບາ​ໂຕ​ຂອງ​ເຮົາ ຜູ້​ເລືອກ​ບັນ​ດາ​ສິ່ງ​ທີ່​ພໍ​ໃຈ​ເຮົາ ແລະ​ຮັກ​ສາ​ຄຳ​ຫມັ້​ນ​ສັນ​ຍາ​ຂອງ​ເຮົາ​ໄວ້​ຫມັ້ນ 5 ພາຍ​ໃນ​ວິ​ຫານ​ຂອງ​ເຮົາ​ແລະ​ພາຍ​ໃນ​ກຳ​ແພງ​ຂອງ​ເຮົາ ເຮົາ​ຈະ​ໃຫ້​ອະ​ນຸ​ສາ​ວະ​ລີ​ແລະ​ຊື່​ແກ່​ເຂົາ​ເຫລົ່າ​ນັ້ນ ທີ່​ດີກວ່າ​ບຸດ​ຊາຍ​ແລະ​ບຸດ​ຍິງ ເຮົາ​ຈະ​ໃຫ້​ຊື່​ນິ​ຣັນ​ແກ່​ເຂົາ​ທັງ​ຫລາຍ​ຊຶ່ງ​ຈະ​ບໍ່​ຕັດ​ອອກ​ເລີຍ 6 “ແລະ​ບັນ​ດາ​ຊົນ​ຕ່າງ​ຊາດ​ຜູ້​ເຂົ້າ​ຮ່ວມ​ຖື​ພຣະ​ຜູ້​ເປັນ​ເຈົ້າ ປົນ​ນິ​ບັດ​ພຣະ​ອົງ ແລະ​ຮັກ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ທຸກ​ຄົນ​ຜູ້​ຮັ​ກ​ສາ​ວັນ​ສະ​ບາ​ໂຕ ແລະ​ບໍ່​ໄດ້​ຢຽດ​ຫຍາມ ແລະ​ຮັກ​ສາ​ຄຳ​ຫມັ້ນສັນ​ຍາຂອງ​ເຣົາ​ໄວ້​ຫມັ້ນ 7 ຄົນ​ເຫລົ່າ​ນີ້​ເຮົາ​ຈະ​ນຳ​ມາ​ຍັງ​ພູ​ບໍ​ຣິ​ສຸດ​ຂອງ​ເຮົາ ແລະ​ກະ​ທຳ​ໃຫ້​ເຂົາ​ຊຶ່ນ​ບານ​ຢູ່​ໃນ​ວິ​ຫານ​ຂອງ​ເຮົາ​ສຳ​ລັ​ບ​ອ້ອນວອນ ເຄື່ອງ​ເຜົາ​ບູ​ຊາ​ຂອງ​ເຂົາ​ແລະ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ​ຂອງ​ເຂົາ​ຈະ​ເປັນ​ທີ່​ໂປດ​ປານ​ເທິງ​ແທ່ນ​ບູ​ຊາ​ຂອງ​ເຮົາ ເພາະ​ວິ​ຫານ​ຂອງ​ເຮົາ​ເຂົາ​ຈະ​ເອີ້​ນ​ວ່າ​ເປັນ​ວິ​ຫານ​ແຫ່ງ​ການ​ໄຫວ້ວອນ​ສຳ​ລັບ​ບັນ​ດາ​ຊົນ​ຊາດ​ທັ​ງ​ຫລາຍ 8 ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ຮວບ​ຮວມ​ອິສ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ​ກ່າວ​ວ່າ ເຮົາ​ຈະ​ຮວ​ບ​ຮວມ​ຄົນອື່ນ​ມາ​ໄວ້​ກັບ​ເຂົາ ນອກ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮວບ​ຮວມ​ໄວ້​ແລ້ວ” 9 ເຈົ້າ ບັນ​ດາ​ສັດ​ປ່າ​ທົ່ງ ມາ​ກິນ​ເດີ ທັງ​ເຈົ້າ​ບັນ​ດາ​ສັດ​ໃນ​ປ່າ 10 ຍາມ​ຂອງ​ເຂົາ​ຕາ​ບອດ ເຂົາ​ທັງ​ປວງ​ໄຮ້​ຄວາມ​ຮູ້ ເຂົາ​ທັງ​ປວງ​ເປັນ​ຫມາ​ໃບ້ ເຂົາ​ເຫົ່າ​ບໍ່​ໄດ້ ໄດ້​ແຕ່​ຝັນ ໄດ້​ແຕ່ນອນ ຮັກ​ແຕ່​ຫລັບ 11 ຫມາ​ເຫລົ່າ​ນັ້ນ​ຫິວ​ຈັດ ກິນ​ບໍ່​ຮູ້​ຈັກ​ອີ່ມ ຜູ້​ລ້ຽງ​ແກະ​ກໍ​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ເສັຽດ້ວຍ ເຂົາ​ທຸກ​ຄົນ​ກັບ​ໄປ​ຕາມ​ທາງ​ເຂົາ​ເອງ ຕ່າງກໍ​ຫາ​ກຳ​ໄຣ​ໃສ່​ຕົນ​ເອງ ບໍ່​ເວັ້ນ​ຈັກ​ຄົນ 12 ເຂົາ​ທັງ​ຫລາຍ​ວ່າ “ມາ​ເຖີດ ໃຫ້​ເຣົາ​ເອົາ​ເຫລົ້າ​ອະ​ງຸ່ນ ໃຫ້​ເຮົາ​ເຕີມ​ເຫລົ້າ​ໃຫ້​ເຕັມ​ຕົວ​ເຮົາ ແລະ​ມື້​ອື່ນກໍຈະ​ເຫມືອນ​ວັນ​ນີ້​ໃຫຍ່​ໂຕ​ເກີນ​ຂະ​ຫນາດ”

ເອຊາຢາ 57

1 ຄົນ​ຊອບ​ທັມ​ພິ​ນາດ ແລະບໍ່​ມີ​ໃຜ​ເອົາ​ໃຈ​ໃສ່ ພັກ​ຕິ​ຊົນຖືກ​ເອົາ​ໄປ​ເສັຽ ບໍ່ມີ​ໃຜ​ເຂົ້າ​ໃຈ ເພາະ​ຄົນ​ຊອບ​ທັມຖືກ​ເອົາ​ໄປ​ເສັຽ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ 2 ເຂົາ​ເຂົ້າ​ໄປ​ໃນ​ສັນ​ຕິ​ພາບ ຜູ້​ດຳ​ເນີນ​ໃນ​ຄວາມ​ທ່ຽງ​ທັມ​ຂອງ​ເຂົາ ກໍ​ພັກ​ຢູ່​ເທິງ​ບ່ອນນອນ​ຂອ​ງເຂົາ 3 ແຕ່​ເຈົ້າ​ທັງ​ຫລາຍ ບັນ​ດາ​ລູກ​ຊາຍ​ຂອງ​ແມ່​ມົດ ລູກ​ຫລານ​ຂອງ​ຄົນ​ລ່ວງ​ປະ​ເວນີ ແລະ​ຍິງ​ໂສ​ເພ​ນີ ຈົ່ງ​ເຂົ້າ​ມາ​ໃກ້​ທີ່​ນີ້ 4 ເຈົ້າ​ທັງ​ຫລາຍ​ເວົ້າ​ເຍີ້ຍ​ຫຍັນ​ໃຜ ເຈົ້າ​ອ້າ​ປາກ​ເຍີ້ຍ ແລບ​ລີ້​ນ​ຫລອກ​ຜູ້​ໃດ ເຈົ້າ​ເປັນ​ລູກ​ທີ່​ທໍຣະ​ຍົດ ເປັນ​ລູກ​ທີ່​ຫລອກ​ລວງ​ບໍ່​ແມ່ນ​ຫລື 5 ຄື​ເຈົ້າ​ຜູ້​ຮ້ອນ​ເລົ້າ​ດ້ວຍ​ຣາ​ຄະ​ຖ້າມ​ກາງ​ຕົ້ນ​ກໍ່ ພາຍ​ໃຕ້​ກົກ​ໄມ້​ຂຽວທຸກ​ກົກ ຜູ້​ຂ້າ​ລູກ​ຂອງ​ເຈົ້າ​ໃນ​ຮ່ອມ​ພູໃຕ້​ຊອກ​ຫີນ 6 ສວນ​ຂອງ​ເຈົ້າ​ຢູ່​ຖ້າມ​ກາງ​ຫີນ​ກ້ຽງ​ແຫ່ງ​ຮ່ອມ​ພູ ມັນ ມັນ​ເປັນ​ສ່ວນ​ຂອງ​ເຈົ້າ ເຈົ້າ​ໄດ້​ເທ​ເຄື່ອງ​ດື່ມ​ບູ​ຊາ ແລະ​ຖວາຍ​ທັນ​ຍາ​ບູ​ຊາ​ໃຫ້​ແກ່​ມັນ ເຮົາ​ຈະ​ລະ​ງັບ​ໂທ​ສະ​ຂອງ​ເຮົາ​ໃນ​ເຣື່ອງ​ນີ້​ຫລື 7 ເທິງ​ພູ​ສູງ​ ເຈົ້າ​ໄດ້​ຕັ້ງບ່ອນນອນ​ຂ​ອງ​ເຈົ້າ​ໄວ້ ແລະ​ທີ່​ນັ້ນ​ເຈົ້າ​ໄປ​ຖວາຍ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ 8 ເຈົ້າ​ໄດ້​ຕັ້ງ​ສັນ​ຍາ​ລັກ​ຂອງ​ເຈົ້າ​ໄວ້​ຫລັງ​ປະ​ຕູ​ແລະ​ເສົາ​ປະ​ຕູ ເພາະ​ປະ​ຮ້າ​ງ​ແລ້ວ ເຈົ້າ​ຈຶ່ງ​ເປີດ​ຜ້າ​ຄຸມ​ບ່ອນນອນ​ຂອງ​ເຈົ້າ ເຈົ້າ​ຂຶ້ນ​ໄປ​ເທິງ​ນັ້ນ ເຈົາ​ທຳ​ໃຫ້​ມັນ​ກວ້າງ ແລະ​ເຈົ້າ​ຕົກ​ລົງ​ກັບ​ມັນ​ເພື່​ອ​ເຈົ້າ​ເອງ ເຈົ້າ​ຮັກ​ບ່ອນນອນ​ຂອງ​ມັນ ແລະ​ເຈົ້າ​ໄດ້​ມອງ​ເບິ່ງ​ການ​ເປືອຍ 9 ເຈົ້າ​ເດີນ​ທາງ​ໄປ​ຫາ​ພຣະ​ໂມ​ເລກ​ພ້ອມ​ກັບ​ນ້ຳ​ມັນ ແລະ​ທະ​ວີ​ນ້ຳ​ຫອມ​ຂອງ​ເຈົ້າ ເຈົ້າ​ໄດ້​ສົ່ງ​ທູດ​ຂອງ​ເຈົ້າ​ໄປ​ໄກ ແມ້​ໃຫ້​ລົງ​ໄປ​ຈົນ​ເຖິງ​ແດນ​ຄົນ​ຕາຍ 10 ເຈົ້າ​ອິດ​ເມື່ອຍ​ເພາະ​ລະ​ຍະ​ທາງ​ໄກ​ຂອງ​ເຈົ້າ ແຕ່​ເຈົ້າ​ບໍ່​ໄດ້​ເວົ້າ​ວ່າ “ຫມົດ​ຫວັງ” ເຈົ້າ​ປະ​ສົບ​ການ​ຟື້ນ​ຟູ​ກຳ​ລັງ​ຂອງ​ເຈົ້າ ແລະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ອ່ອນ​ເພັຽ​ໄປ 11 ເຈົ້າ​ຫວາດ​ກົວ​ແລະ​ຢ້ານ​ໃຜ ເຈົ້າ​ຈຶ່ງ​ໄດ້​ມຸ​ສາ​ຢູ່​ນັ້ນ​ເອງ ແລະ​ບໍ່​ນຶກ​ເຖິງ​ເຮົາ ແລະບໍ່​ເອົາ​ໃຈ​ໃສ່​ເຣົາ​ຢ່າງ​ຫມົດ​ສິ້ນ ເຮົາ​ບໍ່​ໄດ້​ລະ​ງັບ​ປາກ​ຢູ່​ເປັນ​ເວ​ລາ​ນານ​ແລ້ວດອກ​ຫລື ຢ່າງ​ນັ້ນ​ເຈົ້າ​ຈຶ່ງບໍ່​ຢຳ​ເກງ​ເຮົາ 12 ເຣົາ​ຈະ​ບອກ​ເຖິງ​ຄວາມ​ຊອບ​ທັມ​ແລະ​ການ​ກະ​ທຳ​ຂອງ​ເຈົ້າ ແຕ່​ມັນ​ຈະ​ບໍ່ຊ່ອຍ​ເຈົ້າ 13 ເມື່ອ​ເຈົ້າ​ຮ້ອງ​ອອກ​ມາ​ກໍ​ໃຫ້​ສິ່ງ​ທີ່​ເຈົ້າ​ສະ​ສົມ​ໄວ້​ຊ່ອຍ​ກູ້​ເຈົ້າ ລົມ​ຈະ​ພັດ​ມັນ​ໄປ​ເສັຽ ພຽງ​ລົມ​ຫາຍ​ໃຈ​ຈະ​ຫອບ​ມັນ​ອອກ​ໄປ ແຕ່​ຜູ້​ລີ້​ພັຍ​ຢູ່​ໃນ​ເຮົາ​ຈະ​ໄດ້​ແຜ່​ນ​ດິນ​ນັ້ນ​ເປັນ​ກຳ​ມະ​ສິດ ແລະ​ຈະ​ໄດ້​ພູ​ບໍ​ຣິ​ສຸດ​ຂອງ​ເຮົາ​ເປັນ​ມໍ​ຣະ​ດົກ 14 ແລະ​ຈະ​ມີ​ສຽງ​ວ່າ “ພວນ​ດິນ ພວນ​ດິນ​ຂຶ້ນ ແລະ​ຈົ່ງ​ຕຽມ​ທາງ ຮື້​ຖອນ​ສິ່ງ​ທີ່​ຂັດ​ຂວາງ​ເສັຽ​ຈາກ​ທາງ​ຂອງ​ຊົນ​ຊາດ​ຂອງ​ເຮົາ” 15 ອົງ​ຜູ້​ສູງ​ເດັ່ນ ຄື​ຜູ້​ຢູ່​ໃນ​ນິຣັນ​ການ ຜູ້​ຊົງ​ພຣະ​ນາມ​ວ່າ​ບໍ​ຣິ​ສຸດ ກ່າ​ວດັ່ງ​ນີ້​ວ່າ “ເຮົາ​ຢູ່​ໃນ​ບ່ອນ​ທີ່​ສູງ​ແລະ​ບໍ​ຣິ​ສຸດ ແລະ​ຢູ່​ກັບ​ຜູ້​ທີ່​ມີ​ຈິດ​ໃຈ​ສຳ​ນຶກ​ຜິດ​ແລະ​ຖ່ອມ ເພື່ອ​ຈະ​ຮື້​ຟື້ນ​ຈິດ​ໃຈ​ຂອງ​ຜູ້​ໃຈ​ຖ່ອມ ແລະ​ຮື້​ຟື້ນ​ໃຈ​ຂອງ​ຜູ້​ສຳ​ນຶກ​ຜິດ 16 ເພາະ​ເຮົາ​ຈະ​ບໍ່​ຕໍ່​ສູ້​ແຍ້ງ​ຢູ່​ເປັນ​ນິດ ຫລື​ໂກດ​ຢູ່​ສ​ເມີ ເພາະ​ຈິດ​ວິນ​ຍານ​ອອກ​ມາ​ຈາກ​ເຣົາ ແລະ​ເຮົາ​ໄດ້​ສ້າງ​ລົມ​ຫາຍ​ໃຈ 17 ເຣົາ​ໂກດ​ເພາະ​ຄວາມ​ບາບ​ຜິດ​ແຫ່ງ​ຄວາມ​ໂລບ​ຂອງ​ເຂົາ ເຮົາ​ຕີ​ເຂົາ ເຮົາ​ລີ້​ຊ່ອນ​ຕົວ​ແລະ​ໂກດ ແຕ່​ເຂົາ​ຍັງ​ຫັນ​ກັບ​ເດີນ​ຕາມ​ຊອບ​ໃຈ​ຂອງ​ເຂົາ​ຢູ່ 18 ເຮົາ​ໄດ້​ເຫັນ​ວິ​ທີ​ການ​ຂອງ​ເຂົາ​ແລ້ວ ແຕ່​ເຮົາ​ຈະ​ຮັກ​ສາ​ເຂົາ​ໃຫ້​ຫາຍ ເຮົາ​ຈະ​ນຳ​ເຂົາ​ແລະ​ສນອງ​ເຂົາ​ດ້ວຍ​ການ​ເລົ້າ​ໂລມ ແ​ລະ​ສ້າງ​ຜົນ​ຂອງຮີມ​ຝີ​ປາກ​ໃຫ້​ຜູ້​ໄວ້​ທຸກ​ເຂົາ 19 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ສັນ​ຕິ​ພາບ ສັນ​ຕິ​ພາບ​ແກ່​ຄົນ​ໄກ​ແລະ​ຄົນ​ໃກ້ ແລະ​ເຮົາ​ຈະ​ຮັກ​ສາ​ເຂົາ​ໃຫ້​ຫາຍ 20 ແຕ່​ຄົນ​ອະ​ທັມ​ນັ້ນ​ເຫມືອນ​ທະ​ເລ​ທີ່​ປັ່ນ​ປ່ວນ ເພາະ​ມັນ​ບໍ່​ເຊົາ​ພັດ​ຕີ​ຕາ​ຝັ່ງ​ຈັກ​ເທື່ອ​ ແລະ​ນ້ຳ​ຂອງມັນ​ກໍ​ກວນ​ຕົມ​ແລະ​ນຳ​ເອົາ​ຂອງ​ເປື້ອນ​ເປິ​ມາ​ດ້ວຍ 21 ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ກ່າວ​ວ່າ “ບໍ່​ມີ​ສັນ​ຕິ​ສຸກ ແກ່​ຄົນ​ອະ​ທັມ”

ເອຊາຢາ 58

ການ​ຖືສິນ​ອົດ​ອາ​ຫານ​ທີ່​ຖືກ​ຕ້ອງ

1 ຈົ່ງ​ຮ້ອງ​ດັງໆ ຢ່າ​ອອມ​ໄວ້ ຈົ່ງ​ເປັ່ງ​ສຽງ​ຂອງ​ເຈົ້າ​ເຫມືອນ​ເປົ່າ​ເຂົາ​ສັດ ຈົ່ງ​ແຈ້ງ​ແກ່​ຊົນ​ຊາດ​ຂອງ​ເຮົາ​ໃຫ້​ຊາບ ເຖິງ​ເຣື່ອງ​ການ​ທໍ​ຣະ​ຍົດ​ຂອງ​ເຂົາ ແກ່​ເຊື້ອ​ສາຍ​ຂອງ​ຢາ​ໂຄບ ເຣື່ອງ​ບາບ​ຂອງ​ເຂົາ 2 ແຕ່​ຍັງ​ສ​ແວງ​ຫາ​ເຮົາ​ທຸກໆ​ວັນ ແລະ​ປິ​ຕິ​ຍິນ​ດີ​ທີ່​ຈະ​ຮູ້​ຈັກ​ທາງ​ຂອງ​ເຮົາ ເຫມືອນ​ກັບ​ວ່າເຂົາ​ເປັນ​ປະ​ຊາ​ຊາດ​ທີ່​ໄດ້​ທຳ​ຄວາມ​ຊອບ​ທັມ ແລະ​ບໍ່​ໄດ້​ປະ​ຖິ້ມ​ກົດ​ຫມາຍ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຂົາ ເຂົາ​ກໍ​ຂໍ​ຂໍ້​ກົດ​ຫມາຍ​ອັນ​ຊອບ​ທັມ​ຈາກ​ເຮົາ ເຂົາ​ທັງ​ຫລາຍ​ກໍ​ປິ​ຕິ​ຍິນ​ດີ​ທີ່​ຈະ​ເຂົ້າ​ມາ​ໃກ້​ພຣະ​ເຈົ້າ 3 “ເປັນ​ຫຍັງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ອົດ​ອາ​ຫານ ແລະ​ພຣະ​ອົງ​ບໍ່​ໄດ້​ທອດ​ພຣະ​ເນດ ເປັນ​ຫຍັງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຖ່ອມ​ຕົວ​ລົງ ແລະ​ພຣະ​ອົງ​ບໍ່​ໄດ້​ຊົງ​ສົນ​ພຣະ​ທັຍ” ເບິ່ງ​ແມ໋, ໃນ​ວັນ​ທີ່​ເຈົ້າ​ອົດ​ອາ​ຫານ ເຈົ້າ​ທຳ​ຕາມ​ໃຈ​ຂອງ​ເຈົ້າ ແລະ​ບີບ​ບັງ​ຄັບ​ຄົນ​ງານ​ຂອ​ງເຈົ້າ​ທັງ​ຫມົດ 4 ເບິ່ງ​ແມ໋, ເຈົ້າ​ອົດ​ອາ​ຫານ​ພຽງ​ເພື່ອ​ວິ​ວາດ​ແລະ​ຕໍ່​ສູ້ ແລະ​ເພື່ອ​ຕ່ອຍ​ຕີ​ດ້ວຍ​ຫມັດ​ອະ​ທັມ ການ​ອົດ​ອາ​ຫານ​ຢ່າງ​ຂອງ​ເຈົ້າ​ໃນ​ວັນ​ນີ້ ຈະບໍ່​ກະ​ທຳ​ໃຫ້​ສຽງ​ຂອງ​ເຈົ້າ​ໄດ້​ຍິນ​ໄປ​ເຖິງ​ທີ່​ສູງ 5 ຢ່າງ​ນີ້​ຫລື​ເປັນ​ການ​ອົດ​ອາ​ຫານ​ທີ່​ເຮົາ​ເລືອກ ຄື​ວັນ​ທີ່​ຄົນ​ຂົ່ມ​ຕົວ ການ​ກົ້ມ​ຫົວ​ຂອງ​ເຂົາ​ລົງ​ເຫ​ມືອນ​ອໍ້​ນ້ອຍ​ແລະ​ປູ​ຜ້າ​ກະ​ສອບ​ແລະ​ຂີ້​ເຖົ່າ​ຮອງ​ໃຕ້​ຢ່າງ​ນີ້​ຫລື ເຈົ້າ​ຈະ​ຮ້ອງ​ການ​ຢ່າງ​ນີ້​ວ່າ​ການ​ອົດ​ອາ​ຫານ ແລະ​ປັນ​ວັນ​ທີ່​ພຣະ​ເຈົ້າ​ໂປດ​ປານ​ຢ່າງ​ນັ້ນ​ຫລື 6 “ການ​ອົດ​ອາ​ຫານ​ຢ່າງ​ນີ້​ບໍ່​ແມ່ນ​ຫລື​ທີ່​ເຮົາ​ຕ້ອງ​ການ ຄື​ການ​ແກ້​ພັນ​ທະ​ນະ​ຂອງ​ຄວາມ​ອະ​ທັມ ການ​ແກ້​ສາຍ​ຣັດ​ແອກ ແລະ ການ​ປ່ອຍໃຫ້​ຜູ້​ຖືກ​ບີບ​ບັງຄັບ​ເປັນ​ອິສ​ຣະ ແລະ​ການ​ຫັກ​ແອກ​ເສັຽ​ທຸກ​ອັນ 7 ບໍ່​ແມ່ນ​ການ​ທີ່​ຈະ​ປັນ​ອາ​ຫານ​ຂອງ​ເຈົ້າ​ໃຫ້​ກັບ​ຜູ້​ຫິວ ແລະ​ນຳ​ຄົນ​ຍາກ​ຈົນບໍ່​ມີ​ບ້ານ​ເຂົ້າ​ໃນ​ບ້ານຂອງ​ເຈົ້າ ເມື່ອ​ເຈົ້າ​ເຫັນ​ຄົນ​ເປືອຍ​ກາຍ​ກໍ​ຄຸມ​ກາຍ​ເຂົາ​ໄວ້ ແລະບໍ່​ເຊື່ອງ​ຕົວ​ຂອງ​ເຈົ້າ​ຈາກ​ຍາດ​ຂອງ​ເຈົ້າ​ເອງດອກ​ຫລື 8 ແລ້ວ​ຄວາມ​ສວ່າງ​ຈະ​ພຸ່ງ​ອອກ​ມາ​ແກ່​ເຈົ້າ​ຢ່າງ​ອະ​ຣຸນ ແລະ​ແຜ​ຂອງເຈົ້າ​ຈະ​ເອີ້ນ​ເນື້ອ​ຂຶ້ນ​ມາ​ຢ່າງ​ໄວໆ ຄວາມ​ຊອ​ບທັມ​ຂ​ອງ​ເຈົ້າ​ຈະ​ເດີນ​ນຳ​ຫນ້າ​ເຈົ້າ ແລະ​ພຣະ​ສ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ຈະ​ລະ​ວັງ​ຫລັງ​ເຈົ້າ 9 ແລ້ວ​ເຈົ້າ​ຈະ​ທູນ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຕອບ ເຈົ້າ​ຈະ​ຮ້ອງ​ທູນ ແລະ​ພຣະ​ອົງ​ຈະ​ກ່າວ​ວ່າ ເຮົາ​ຢູ່​ນີ້ “ຖ້າ​ເຈົາ​ຈະ​ເອົາ​ອອກ​ໄປ​ຈາ​ກຖ້າມ​ກາງ​ເຈົ້າ​ເສັຽ ຊຶ່ງ​ແອກ ຊຶ່ງ​ການ​ຊີ້​ຫນ້າ ແລະ​ຊຶ່ງ​ການ​ເວົ້າ​ອະ​ທັມ 10 ຖ້າ​ເຈົ້າ​ທຸ່ມ​ເທ​ຊີ​ວິດ​ຂອງ​ເຈົ້າ​ແກ່​ຄົນ​ຫິວ ແລະ​ໃຫ້​ຜູຸ້​ຖືກ​ຂົ່ມ​ໃຈ​ໄດ້​ອີ່ມ​ໃຈ ແລ້ວ​ຄວາມ​ສວ່າງ​ຈະ​ໂຜ່​ຂຶ້ນ​ແກ່​ເຈົ້າ​ໃນ​ຄວາມ​ມືດ ແລະ​ຄວາມ​ມືດ​ທີ່​ອ້ອມ​ຮອບ​ເຈົ້າ​ນັ້ນ​ກໍ​ຈະ​ປ່ຽນ​ເປັນ​ແຈ້ງ​ໃນ​ຕອນ​ກາງ​ເວັນ 11 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ເຈົ້າ​ຢູ່​ເປັນ​ນິດ ແລະ​ໃຫ້​ເຈົ້າ​ອີ່ມ​ດ້ວຍຂອງ​ດີ ແລະ​ກະ​ທຳ​ໃຫ້ກະ​ດູກ​ຂອງ​ເຈົ້າ​ແຂງ ແລະ​ເຈົ້າ​ຈະ​ເປັນ​ເຫມືອນ​ສວນ​ທີ່​ມີ​ນ້ຳ​ຫົດ ເຫມືອນ​ນ້ຳ​ພຸ​ທີ່​ນ້ຳ​ຂອງ​ມັນ​ບໍ່​ຂາດ 12 ແລະ​ສິ່ງ​ສ​ລັກ​ຫັກ​ພັງ​ໂບ​ຮານ​ຂອງ​ເຈົ້າ ຈະ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃຫມ່ ເຈົ້າ​ຈະ​ໄດ້​ສ້ອມ​ຮາກ​ຖານ​ຂອງ​ຄົນ​ຫລາຍ​ຊົ່ວ​ອາ​ຍຸ​ມາ​ແລ້ວ​ຂຶ້ນ ເຈົ້າ​ຈະ​ໄດ້​ຊື່​ວ່າ​ເປັນ​ຜູ້​ສ້ອມ​ກຳ​ແພງ​ທີ່​ພັງ ຜູ້​ສ້ອມ​ແຊມ​ຖ​ນົນ​ໃຫ້​ຄືນ​ຄົງ​ເພື່ອ​ຈະ​ໄດ້​ອາ​ໄສ​ຢູ່ 13 “ຖ້າ​ເຈົ້າ​ຢຸດ​ຢຽບ​ຢ່ຳ​ວັນ​ສະ​ບາ​ໂຕ​ ຄື​ຈາ​ກການ​ທຳ​ຕາມ​ໃຈ​ຂອງ​ເຈົ້າ​ໃນ​ວັນ​ບໍ​ຣິ​ສຸດ​ຂອງ​ເຮົາ ແລະ​ເອີ້ນ​ສະ​ບາ​ໂຕວ່າ ວັນ​ປິ​ຕິ​ຍິນ​ດີ ແລະ​ເອີ້ນ​ວັນ​ບໍ​ຣິສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ວັນ​ມີກຽດ ຖ້າ​ເຈົ້າ​ໃຫ້​ກຽດ​ມັນ ບໍ່​ໄປ​ຕາມ​ທາງ​ຂອງ​ເຈົ້າ​ເອງ ຫລື​ທຳ​ຕາມ​ໃຈ​ຂອງ​ເຈົ້າ​ ຫລື​ເວົ້າ​ແຕ່​ເຣື່ອງ​ໄຮ້​ສາ​ຣະ 14 ແລ້ວ​ເຈົ້າ​ຈະ​ໄດ້​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຮົາ​ຈະ​ໄດ້​ເຈົ້າ​ຂຶ້ນ​ຂີ່​ຢູ່​ເທິງ​ບ່ອນ​ສູງ​ຂອງ​ແຜ່ນ​ດິນ​ໂລກ ແລະ​ເຮົາ​ຈະ​ລ້ຽງ​ເຈົ້າ​ດ້ວຍ​ມໍ​ຣະ​ດົກ​ຂອງ​ຢາໂຄບ​ບິ​ດາ​ຂອງ​ເຈົ້າ ເພາະ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ແລ້ວ”

ເອຊາຢາ 59

ການ​ສາ​ຣະ​ພາບ​ຄວາມ​ໂຫດ​ຮ້າ​ຍຂອງ​ຊາດ

1 ເບິ່ງ​ແມ໋, ພຣະ​ຫັດ​ຂອງພຣະຜູ້​ເປັນ​ເຈົ້າ​ບໍ່​ໄດ້ສັ້ນ​ລົງ ທີ່​ຈະ​ຊ່ອຍ​ໃຫ້​ລອດ​ບໍ່​ໄດ້ ຫລື​ພຣະ​ກັນ​ຕຶງ ຊຶ່ງ​ຈະ​ບໍ່​ຊົງ​ໄດ້​ຍິນ 2 ແຕ່​ວ່າຄວາ​ມ​ບາບ​ຊົ່ວ​ຂອງ​ເຈົ້າ​ທັງ​ຫລາຍ​ໄດ້​ກະ​ທຳ​ໃຫ້​ເກ​ດີ​ການ​ແຍກ​ລະ​ຫວ່າງ​ເຈົ້າ​ກັບ​ພຣະ​ເຈົ້າ​ຂອງ​ເຈົ້າ ແລະ​ບາບ​ຂອງ​ເຈົ້າ​ທັງ​ຫລາຍ​ໄດ້​ບັງ​ພຣະ​ພັກ​ຂອງ​ພຣະອົງ​ເສັຽ​ຈາກ​ເຈົ້າ ພຣະ​ອົງ​ຈຶ່ງ​ບໍ່​ໄດ້​ຍິນ​ 3 ເພາະ​ມື​ຂອງ​ເຈົ້າ​ມົນ​ທິນ​ດ້ວຍ​ໂລຫິດ ແລະ​ນິ້ວ​ມື​ຂອງ​ເຈົ້າ​ດ້ວຍ​ຄວາມ​ບາບ​ຊົ່ວ ຮີມ​ຝີ​ປາກ​ຂອງ​ເຈົ້າ​ໄດ້​ເວົ້າ​ຄຳ​ເທັດ ລີ້ນ​ຂອງ​ເຈົ້າ​ພຶມ​ພຳ​ຄວາມ​ອະ​ທັມ 4 ບໍ່​ມີ​ຜູ້ໃດ​ຟ້ອງ​ຢ່າງ​ຍຸດ​ຕິ​ທັມ ບໍ່​ມີ​ຜູ້​ໃດ​ຂຶ້ນ​ສານ​ຢ່າງ​ຊື່​ສັດ ເຂົາ​ທັງ​ຫລາຍ​ວາງ​ໃຈ​ຢູ່​ກັບ​ສິ່ງ​ທີ່​ບໍ່​ເປັນ​ສາ​ຣະ ເຂົາ​ເວົ້າ​ເທັດ ເຂົາ​ຕັ້ງ​ທ້ອງ​ຄວາມ​ຊົ່ວ ແລະ​ກຳ​ເນີດຄວາມ​ຜິດ​ບາບ 5 ເຂົາ​ຟັກ​ໄຂ່​ງູພິດ ເຂົາ​ທໍ​ໃຍ​ແມງ​ມຸມ ເຂົາ​ຜູ້​ກິນ​ໄຂ່​ນັ້ນ​ກໍ​ຕາຍ ແມ້​ໄຂ່​ຫນ່ວຍ​ໃດ​ຖືກ​ທຸບ ງູນັ້ນ​ກໍ​ເປັນ​ໂຕ​ຂຶ້ນ​ມາ 6 ໃຍ​ຂອງ​ມັນ​ຈະ​ໃຊ້​ເປັນ​ເສື້ອ​ຜ້າ​ບໍ່​ໄດ້ ຄົນ​ຈະ​ເອົາ​ສິ່ງ​ທີ່​ມັນ​ທຳ​ມາ​ຄຸມ​ຕົວ​ບໍ່​ໄດ້ ກິ​ຈ​ການ​ຂອງ​ມັນ​ເປັນ​ການ​ຊົ່ວ ແລະ​ການ​ກະ​ທຳ​ອັນ​ທາ​ຣຸນ​ກໍ​ຢູ່​ໃນ​ມື​ຂອງ​ເຂົາ​ 7 ຕີ​ນ​ຂອງ​ເຂົາ​ແລ່ນ​ໄປ​ຫາ​ຄວາມ​ຊົ່ວ ແລະ​ເຂົາ​ຟ້າວ​ໄປ​ຫລັ່ງ​ໂລ​ຫິດ​ທີ່​ບໍ່​ມີ​ຄວາມ​ຜິດ​ໃຫ້​ເຖິງ​ຕາຍ ຄວາມ​ຄິດ​ຂອງ​ເຂົາ​ເປັນ​ຄວາມ​ຄິດ​ຊົ່ວ ການ​ລ້າງ​ຜານແລະ​ການ​ທຳ​ລາຍ​ຢູ່​ໃນ​ຫົນ​ທາງ​ຂອງ​ເຂົາ 8 ເຂົາ​ບໍ່​ຮູ້​ຈັກ​ທາງ​ແຫ່ງ​ສັນ​ຕິ​ພາບ ບໍ່​ມີ​ຄວາມ​ຍຸດ​ຕິ​ທັມ​ໃນ​ວິ​ຖີ​ຂອງ​ເຂົາ ເຂົາ​ໄດ້​ທຳ​ໃຫ້​ຖ​ນົນ​ຂອງ​ເຂົາ​ຄົດ​ໂຄ້ງ ຜູ້​ໃດ​ທີ່​ເດີນ​ໃນ​ນັ້ນ​ບໍ່​ຮູ້​ຈັກ​ສັນ​ຕິ​ພາບ 9 ເຫດ​ສັນ​ນັ້ນ​ຄວາມ​ຍຸດ​ຕິທັມ​ຈຶ່ງ​ຢູ່​ຫ່າງ​ຈາກ​ເຣົາ​ທັງ​ຫລາຍ ແລະ​ຄວາມ​ຊອບ​ທັມ​ຕາມ​ເຮົາ​ບໍ່​ທັນ ເຮົາ​ທັງ​ຫລາຍມອງ​ຫາ​ຄວາມ​ສວ່າງ ແລະ​ເບິ່ງ​ເຖີດ​ຄວາມ​ມືດ​ຫາ​ຄວາມ​ຄວາມສຸກ​ໃສ ແຕ່​ເຮົາ​ດຳ​ເນີນ​ໃນ​ຄວາມ​ມືດ 10 ເຮົາ​ທັງ​ຫລາຍ​ຄຳ​ຫາ​ກຳ​ແພງ​ເຫມືອນ​ຄົນ​ຕາ​ບອດ ເຮົາ​ຄຳ​ຫາ​ເຫມືອນ​ຄົນ​ບໍ່​ມີ​ຫນ່ວຍ​ຕາ ເຮົາ​ສະ​ດຸດ​ໃນ​ເວ​ລາ​ທ່ຽງ​ເຫມືອນກັບ​ວ່າ​ເດີນ​ໄປ​ໃນຕອນກາງ​ຄືນ ຖ້າມ​ກາງ​ຄົນ​ທີ່​ມີ​ກຳ​ລັງ​ເຕັມ​ທີ່ ເຮົາ​ເຫມືອນ​ຄົນ​ຕາຍ 11 ເຣົາ​ທຸກ​ຄົນ​ຄາງ​ເຫມືອນ​ຫມີ ເຮົາ​ຄ່ຳ​ຄວນ​ດ້ວຍ​ຄວາມ​ໂສກ​ເສົ້າເຫມືອນ​ນົກ​ເຂົາ ແລະ​ມອງ​ຫາ​ຄວາມ​ຍຸດ​ຕິ​ທັມ​ແຕ່ບໍ່​ມີ​ເລີຍ ຫາ​ຄວາມ​ລອດ​ແຕ່ກໍ​ຢູ່ໄກ​ຈາກ​ເຮົາ 12 ເພາະ​ການ​ທໍ​ຣະ​ຍົດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ທະ​ວີ​ຂຶ້ນ​ຕໍ່​ພຣະ​ອົງ ແລະ​ບາ​ບ​ຂອງ​ຂ້າ​ພຣະ​ອົງ​ກໍ​ປັກ​ປຳ​ຂ້າ​ພຣະ​ອົງ ເພາະ​ການ​ທໍ​ຣະ​ຍົດ​ຂອງ​ຂ້າ​ພຣະ​ອົງ​ຢູ່​ກັບ​ຂ້າ​ພຣະ​ອົງ ສ່ວນ​ຄວາມ​ບາບ​ຊົ່ວ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ກໍ​ຮູ້​ຈັກ 13 ຄື​ການ​ທໍ​ຣະ​ຍົດ ການ​ປະ​ຕິ​ເສດ​ພຣະ​ຜູ້​ເປັນ​ເຈົ້າ ການ​ຫັນ​ໄປ​ຈາ​ກການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ການ​ເວົ້າ​ທີ່​ເປັນ​ການບີບ​ບັງ​ຄັບ ແລະ​ການ​ກະ​ບົດ ການ​ກໍ່​ແລະ​ການ​ກ່າວ​ຄຳ​ເທັດ​ຈາກ​ໃຈ 14 ຄວາມ​ຍຸດ​ຕິ​ທັມ​ກໍ​ຫັນ​ກັ​ບ ແລະ​ຄວາມ​ຊອບ​ທັມ​ກໍ​ຢືນ​ຢູ່​ແຕ່​ໄກ ເພາະ​ຄວາມ​ຈິງ​ລົ້ມ​ເສັຽ​ແລ້ວ​ທີ່​ສີ່​ແຍກ​ກາງ​ເມືອງ 15 ສັດ​ຈະ ຂາດ​ຢູ່ ແລະ​ຜູ້​ໃດ​ທີ່​ພາກ​ຈາກ​ຄວາມ​ຊົ່ວ​ກໍ​ທຳ​ຕົວ​ໃຫ້​ເປັນ​ເຫ​ຍື່ອ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫັນ ແລ້ວ​ບໍ່​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ອົງ ທີ່​ບໍ່​ມີ​ຄວາມຍຸດຕິ​ທັມ 16 ພຣະ​ອົງ​ຊົງ​ເຫັນ​ວ່າ​ບໍ່​ມີ​ຄົນ​ໃດ​ເລີຍ ຊົງ​ປ​ລາດ​ພຣະ​ທັຍ​ວ່າ​ບໍ່​ມີ​ໃຜ​ອ້ອນວອນ​ເພື່ອ ແລ້ວ​ພຣະ​ກອນ​ຂອງ​ພຣະ​ອົງ​ເອ​ງກໍ​ນຳ​ຄວາມ​ລອດ​ມາ ແລະ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ​ຊູ​ພຣະ​ອົງ​ໄວ້ 17 ພຣະ​ອົງ​ຊົງ​ສວມ​ຄວາມ​ຊອບ​ທັມ​ດັ່ງ​ສວມ​ເສື້ອ​ຫຸ້ມ​ເກາະ ແລະ​ພຣະ​ມາ​ລາ​ແຫ່ງ​ຄວາມ​ລອດ​ຢູ່​ເຫນືອ​ພຣະ​ສຽນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ສວມ​ສ​ລອງ​ພຣະ​ອົງ​ແຫ່ງ​ການ​ແກ້​ແຄ້ນ​ເປັນ​ຂອງ​ຄຸມ​ພຣະ​ກາຍ ແລະ​ເອົາ​ຄວາມ​ກະ​ຕື​ຣືລົ້ນ​ຫົ່ມ​ພຣະ​ອົງ 18 ພຣະ​ອົງ​ຈະ​ຊົງ​ຊຳ​ຮະ​ໃຫ້​ຕາມ​ການ​ກະ​ທຳ​ຂອງ​ເຂົາ ຄື​ພຣະ​ພິ​ໂຣດ​ແກ່​ປໍ​ຣະ​ປັກ​ຂອງ​ພຣະ​ອົງ ແລະ​ສິ່ງ​ສນອງ​ແກ່​ສັດ​ຕ​ຣູ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ຊົງມອບ​ການ​ສ​ເນີ​ແກ່​ແຜ່ນ​ດິນ​ຊາຍ​ທະ​ເລ 19 ເຂົາ​ຈຶ່ງ​ຢຳ​ເກງ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ຈາ​ກຕາ​ເວັນ​ຕົກ ແລະ​ພຣະ​ກຽດ​ຂອງ​ພຣະ​ອົງ​ຈາກ​ທີ່​ຕາ​ເວັນ​ຂຶ້ນ ເພາະ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ຢ່າງ​ແມ່​ນ້ຳ​ໄຫລ​ເຊາະ 20 ພຣະ​ຜູ້ເປັນ​ເຈົ້າ​ກ່າວ​ວ່າ “ແລະ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ຍັງ​ຊີ​ໂອນ​ເປັນ​ພຣະ​ຜູ້​ໄຖ່ ມາ​ຍັງ​ບັນ​ດາ​ຜູ້​ຢູ່​ໃນ​ຢາ​ໂຄບ​ຜູ້​ຫັນ​ຈາ​ກການ​ທໍ​ຣະ​ຍົດ” 21 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “​ຝ່າຍ​ເຮົາ ນີ້​ເປັນ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ກັບ​ເຂົາ​ທັງ​ຫລາຍ ຄື​ວິນ​ຍານ​ຂອງ​ເຮົາ​ຊຶ່ງ​ຢູ່​ເຫນືອ​ເຈົ້າ​ແລະ​ຄຳ​ຂອງ​ເຮົາ​ຊຶ່ງ​ເຣົາ​ໃສ່​ໄວ້​ໃນ​ປາກ​ຂ​ອງ​ເຈົ້າ​ຈະ​ບໍ່​ພາກ​ໄປ​ຈາກ​ປາກ​ຂອງ​ເຈົ້າ ຫລື​ຈາກ​ປາກ​ລູກ​ຂອງ​ເຈົ້າ ຫລື​ຈາກ​ປາກຂອງ​ລູກຂອງ​ລູກ​ຂອງ​ເຈົ້າ ຕັ້ງ​ແຕ່​ເວ​ລາ​ນີ້​ໄປ​ຈົນ​ກາລະ​ນິ​ຣັນ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້

ເອຊາຢາ 60

ຄວາມ​ສະ​ງ່າ​ຣາສີ​ຂອງ​ເຢ​ຣູ​ຊາ​ເລັມ​ໃນ​ອານາ​ຄົດ

1 ຈົ່ງ​ລຸກ​ຂຶ້ນ​ສ່ອງ​ແສງ​ເຫມືອນ​ຕາ​ເວັນ ຄວາມ​ສະ​ງ່າຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສ່ອງ​ແສງ​ໃນ​ເຈົ້າ 2 ຄວາມ​ມືດ​ຈະ​ປົກ​ຄຸມ​ຊົນ​ຊາດ​ອື່ນ ແຕ່​ແສງ​ສວ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສ່ອງ​ແສງ​ໃນ​ເຈົ້າ ຄວາມ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຢູ່​ນຳ​ເຈົ້າ 3 ຊົນ​ຊາດ​ທັງ​ຫລາຍ​ຈະ​ຖືກ​ນຳ​ມາ​ຍັງ​ແສງ​ສວ່າງ​ຂອງ​ເຈົ້າ ແລະ​ກະ​ສັດ​ທັງ​ຫລາຍ​ຈະ​ຖືກ​ນຳ​ມາ​ຍັງ​ຄວາມ​ແຈ້ງ​ໃນ​ວັນ​ໃຫມ່​ຂອງ​ເຈົ້າ 4 ຈົ່ງ​ເບິ່ງ​ຮອບ​ຕົວ​ເຈົ້າ ແລະ​ເບິ່ງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ປະ​ຊາ​ຊົນ​ຂອ​ງ​ເຈົ້າ​ຈະ​ໂຮມ​ກັນ​ມາ​ຍັງ​ບ້ານ ບຸ​ດຊາຍ​ທັງ​ຫລາຍ​ຂອງ​ເຈົ້າ​ຈະ​ມາ​ຈາກ​ທາງ​ໄກ ບຸດ​ສາວ​ທັງ​ຫລາຍຂອງ​ເຈົ້າ​ຈະ​ຖືກ​ອຸ້ມ​ມາ​ເຫມືອນ​ເດັກ​ນ້ອຍ 5 ເຈົ້າ​ຈະ​ເຫັນ​ສິ່ງ​ນີ້​ແລະ​ມີ​ຄວາມ​ສຸກ​ໃຈ ໃຈ​ຂອງ​ເຈົ້າ​ຈະ​ສັ່ນ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ຊັບ​ສົມ​ບັດ​ຂອງ​ຊາດ​ທັງ​ຫລາຍ​ຈະ​ຖືກ​ນຳ​ມາ​ໃຫ້​ເຈົ້າ ຊັບ​ທັງ​ຫລາຍ​ຈາກ​ທະ​ເລ​ຟາກ​ນັ້ນ​ຈະ​ມາ​ຍັງ​ເຈົ້າ 6 ບັ​ນ​ດາ​ຂະ​ບວນ​ອູດ​ຈະ​ມາ​ຈາກ​ມາ​ດີ​ອານ​ແລະ​ເອ​ຟາ ມັນ​ຈະ​ບັນ​ທຸກ​ຄຳ​ແລະ​ເຄື່ອງ​ຫອມ​ມາ​ຈາ​ກ​ເຊ​ບາ ປະ​ຊາ​ຊາດ​ທັງ​ຫລາຍ​ຈະ​ບອກ​ຂ່າວ​ດີ​ກ່ຽວ​ກັບ​ກິ​ຈ​ການ​ຂອງ​ພຣະ​ເຈົ້າ 7 ຝູງແກະ​ທັງ​ຫມົດ​ຈາກ​ເກ​ດາ​ແລະ​ຈາກ​ເນ​ບາ​ໂຢດ​ຈະ​ມາ​ຫາເຈົ້າ​ເພື່ອ​ເປັນ​ເຄື່ອງ​ບູ​ຊາ ແລະ​ຈະ​ຖືກ​ຖວາຍ​ໄວ້​ເທິງ​ແທ່ນ ເພື່ອ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພໍ​ພຣະ​ທັຍ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ໃຫ້​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ຈະ​ເຣີນ​ຮຸ່ງ​ເຮືອງ​ກວ່າ​ແຕ່​ກ່ອນ 8 ສິ່ງ​ເຫລົ່າ​ນີ້​ແມ່ນ​ຫຍັງ​ຈຶ່ງບິນ​ມາ​ເຫມືອນ​ເມກ ຫມືອນ​ນົກ​ກາງ​ແກ​ກັບ​ຄືນ​ຮັງ​ຂອງ​ມັນ 9 ພວກ​ມັນ​ເປັນ​ເຮືອ​ທີ່​ມາ​ຈາກ​ແດນ​ໄກ ມັນ​ຂົນ​ເອົາ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄປ​ຍັງ​ບ້ານ ພ້ອມ​ດ້ວຍ​ເງິນ​ຄຳ​ເພື່ອ​ເປັນ​ພຣະ​ກຽດ​ແດ່​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຫລື​ພຣະ​ເຈົ້າ​ບໍ​ຣິ​ສຸດ​ຂອ​ງອິສ​ຣາ​ເອນ ຜູ້​ຊົງ​ທຳ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ຈະ​ເຣີນ​ຮຸ່ງ​ເຮືອງ 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຊາວ​ເຢ​ຣູ​ຊາ​ເລັມ​ວ່າ, “ຄົນ​ຕ່າງ​ດ້າວ​ຈະ​ສ້າງ​ກຳ​ແພງ​ຂອງ​ເຈົ້າ​ຂຶ້ນ ກະ​ສັດ​ຂອງ​ພວກ​ເຂົາ​ຈະ​ຮັບ​ໃຊ້​ເຈົ້າ ເຮົາ​ໄດ້​ລົງ​ໂທດ​ເຈົ້າ​ດ້ວຍ​ຄວາມ​ໂກດ​ຂອງ​ເຮົາ ແຕ່​ເຮົາ​ຈະ​ສຳ​ແດງ​ຄວາມ​ເມດ​ຕາ​ປາ​ນີ​ຕໍ່​ເຈົ້າ 11 ປະ​ຕູ​ເມືອງ​ຂອງ​ເຈົ້າ​ຈະ​ໄຂ​ໄວ້​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເພື່ອ​ກະ​ສັດ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ຈະ​ນຳ​ຊັບ​ສົມ​ບັດ​ມາ​ໃຫ້​ເຈົ້າ 12 ແຕ່​ບັນ​ດາ​ຊົນ​ຊາດ​ທີ່ບໍ່​ຮັບ​ໃຊ້​ເຈົ້າ​ຈະ​ພິ​ນາດ​ຈິບ​ຫາຍ​ຫມົດ 13 ເຈົ້າ​ຈະ​ຖືກ​ສ້າງ​ຂື້​ໜ​ດ້ວຍ​ໄມ້​ສັກ​ຢ່າງ​ດີ​ທີ່​ສຸດ ຈາກ​ປ່າ​ເລບາ​ນອນ ເພື່ອ​ສ້າງ​ພຣະ​ວິ​ຫານ​ຂອງ​ເຮົາ​ຂຶ້ນ​ໃຫມ່​ໃຫ້​ມີ​ຄວາມ​ງົດ​ງາມ ແລະ​ເພື່ອ​ໃຫ້​ນະ​ຄອນ​ຂອງ​ເຮົາ​ມີ​ສະ​ງ່າ​ຣາ​ສີ 14 ພວກ​ບຸດ​ຊາຍ​ຂອງ​ຜູ້​ທີ່​ກົດ​ຂີ່​ເຈົ້າ​ຈະ​ມາ ພວກ​ເຂົາ​ຈະ​ກົ້ມ​ລົງ​ສະ​ແດງ​ຄວາມ​ເຄົາ​ຣົບ​ເຈົ້າ ຄົນ​ທັງ​ຫລາຍ​ທີ່​ຄັ້ງ​ນຶ່ງ​ເຄີຍ​ຫມິ່ນ​ປ​ມາດ​ເຈົ້າ​ຈະ​ຂາບ​ລົງ​ທີ່​ຕີນຂອ​ງ​ເຈົ້າ ພວກ​ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ “ພຣະ​ນະ​ຄອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ວ່າ “ຊີ​ໂອນ​ນະ​ຄອນ​ແຫ່ງ​ພຣະ​ເຈົ້າ​ບໍ​ຣິ​ສຸດ​ຂອງ​ອິສ​ຣາ​ເອນ” 15 ເຈົ້າ​ຈະ​ບໍ່​ຖືກ​ປະ​ຖິ້ມ​ແລະ​ເປັນ​ທີ່​ກຽດ​ຊັງ​ອີກ​ຕໍ່​ໄປ ບໍ່​ເປັນ​ນະ​ຄອນ​ຮ້າງ​ເປົ່າ​ແລະ​ເສົ້າ​ຫມອງ ເຮົາ​ຈະ​ທຳ​ໃຫ້​ເຈົ້າ​ຍິ່ງ​ໃຫຍ່​ແລະ​ສວຍ​ງາມ ເປັນ​ສະ​ຖານ​ທີ່​ມ່ວນ​ຊື່ນ​ຕລອດ​ໄປ 16 ບັນ​ດາ​ຊົນ​ຊາດ​ແລະ​ກະ​ສັດ​ທັງ​ຫລາຍ​ຈະ​ລ້ຽງ​ດູ​ເຈົ້າ ຈະ​ເປັນ​ເຫມືອນ​ແມ່​ລ້ຽງ​ລູກ ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ອຍ​ໄຖ່​ເຈົ້າ​ໃຫ້​ພົ້ນ​ໄພ ແລະ​ຮູ້​ວ່າ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ຂອງ​ອິສ​ຣາເອນ​ໄດ້​ຊ່ອຍ​ເຈົ້າ​ເປັນ​ອິສ​ຣະ 17 ເຮົາ​ຈະ​ນຳ​ຄຳ​ແທນ​ທອງ​ສຳ​ຣິດ​ມາ​ໃຫ້​ເຈົ້າ ນຳ​ເງິນ​ມາ​ແທນ​ເຫລັກ ເຫລັກ​ມາ​ແທນ​ຫີນ ແລະ​ນຳ​ທອງ​ສຳ​ຣິດ​ມາ​ແທນ​ໄມ້ ພວກ​ປົກ​ຄອງ​ຂອງ​ເຈົ້າ​ຈະ​ບໍ່​ກົດ​ຂີ່​ອີກ​ຕໍ່​ໄປ ເຮົາ​ຈະ​ທຳ​ໃຫ້​ເຂົາ​ປົກ​ຄອງ​ຢ່າງຍຸດ​ຕິທັມ ແລ​ມີ​ສັນ​ຕິ​ສຸກ 18 ສຽງ​ຂອງ​ຄວາມ​ໂຫດ​ຮ້າຍ​ຈະ​ບໍ່​ໄດ້​ຍິນ​ອີກ​ຕໍ່​ໄປ ປະ​ເທດ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ທຳ​ລາຍ​ອີກ​ຕໍ່​ໄປ ເຮົາ​ຈະ​ເປັນ​ເຫມືອນ​ກຳ​ແພງ​ຄຸ້ມ​ຄອງ​ປ້ອງ​ກັນ​ເຈົ້າ ເຈົ້າ​ຈະ​ສັຣເສີນ​ເຮົາ​ຍ້ອນ​ວ່າ​ເຮົາ​ໄດ້​ຊ່ອຍ​ເຈົ້າ​ໃຫ້​ພົ້ນ​ໄພ 19 ດວງ​ຕາ​ເວັນ​ຈະບໍ່​ເປັນ​ຄວາມ​ສວ່າງ​ຂອງ​ເຈົ້າ​ໃນກາງ​ເວັນ​ອີກ ຫລື​ດວງ​ເດືອນ​ຈະ​ບໍ່​ເປັນ​ຄວາມ​ສວ່າງ​ຂອງ​ເຈົ້າ​ໃນ​ກາງ​ຄືນ​ອີກ ແຕ່​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ຄວາມ​ສວ່າງ​ຂອງ​ເຈົ້າ​ຕລອດ​ໄປ​ເປັນ​ນິດ ຄວາມ​ສະ​ງ່າ​ຣາ​ສີ​ຂອງ​ເຮົາ​ຈະ​ເປັນ​ຄວາມ​ສວ່າງ​ສ່ອງ​ແສງ​ເທີງ​ເຈົ້າ 20 ວັນ​ໂສກ​ເສົ້າ​ທັງ​ຫລາຍ​ຂອງ​ເຈົ້າ​ຈະ​ສິ້ນ​ສຸດ​ລົງ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ຄວາມ​ສວ່າງ​ຂອງ​ເຈົ້າ​ຕ​ລອ​ດໄປ​ເປັນ​ນິດ ເປັນ​ຄວາມ​ສວ່າງ​ທີ່​ຖາ​ວອນກວ່າ​ຕາ​ເວັນ​ແລະ​ດວງ​ເດືອນ 21 ປະ​ຊາ​ຊົນ​ຂ​ອງ​ເຈົ້າ​ຈະ​ທຳ​ແຕ່​ສິ່ງຖືກ​ຕ້ອງ ແລະ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຕລອດ​ໄປ​ເປັນ​ນິດ ເຮົາ​ໄດ້​ປູກ​ແລະ​ສ້າງ​ມັນ ເພື່ອ​ສະ​ແດງ​ຄວາມ​ຍິ່ງໃຫຍ່​ຂອງ​ເຮົາ​ໃຫ້​ຄົນ​ທັງ​ປວງ​ຮູ້ 22 ເຖິງ​ແມ່ນ​ຄອບ​ຄົວ​ຂອງ​ເຈົ້າ​ນ້ອຍ​ແລະ​ຕ່ຳ​ຕ້ອຍ​ທີ່​ສຸດ​ກໍ​ຈະ​ກາຍ​ເປັນ​ຊາດ​ໃຫຍ່​ເຫມືອນ​ຊາດ​ມະ​ຫາ​ອຳ​ນາດ ເມື່ອ​ເຖິງວັນ​ເວ​ລາ​ອັນ​ເຫມາະ​ສົມ ເຮົາ​ຈະ​ທຳ​ໃຫ້​ການ​ນີ້​ເກີດ​ຂຶ້ນ​ໂດຍ​ໄວ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເອຊາຢາ 61

ຂ່າວ​ດີ​ແຫ່ງ​ຄວາມ​ລອດ​ມາ​ເຖິງ​ຊີ​ໂອນ

1 ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ຢູ່​ເຫນືອ​ຂ້າ​ພະ​ເຈົ້າ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເຈີມ​ຂ້າ​ພະ​ເຈົ້າ​ໄວ້ ເພື່ອ​ນຳ​ຂ່າວ​ດີ​ມາ​ຍັງ​ຜູ້​ທີ່​ທຸກ​ໃຈ ພຣະ​ອົງ​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ມາ​ໃຫ້​ເລົ້າ​ໂລມ​ຄົນ​ທີ່​ຊອກ​ຊ້ຳ​ຣະ​ກຳ​ໃຈ 2 ເພື່ອ​ປະ​ກາດ​ປີ​ແຫ່ງ​ຄວາມ​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ວັນ​ແຫ່ງ​ການ​ແກ້​ແຄ້​ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ເພື່ອ​ເລົ້າ​ໂລມ​ບັນ​ດາ​ຜູ້​ທີ່​ໄວ້​ທຸກ 3 ເພື່ອ​ຈັດ​ໃຫ້​ບັນ​ດາ​ຜູ້​ທີ່​ໄວ້​ທຸກ​ໃນ​ຊີ​ໂອນ ເພື່ອ​ປະ​ທານ​ພວງ​ມາ​ລັຍ​ແທນ​ຂີ້​ເຖົ່າ​ໃຫ້​ເຂົາ ນ້ຳ​ມັນ​ແຫ່ງ​ຄວາມ​ຍິນ​ດີ​ແທນ​ການ​ໄວ້​ທຸກ ຜ້າ​ຫົ່ມ​ແກ່ງ​ການ​ສັຣ​ເສີນ​ແທນ​ຈິດ​ໃຈ​ທີ່​ທໍ້​ຖອຍ ເພື່ອຄົນ​ຈະ​ເອີ້ນ​ເຂົາ​ວ່າ​ຕົ້ນ​ກໍ່​ຫລວງ​ແຫ່ງ​ຄວາມ​ຊອບ​ທັ​ມ ບ່ອນ​ຊຶ່ງ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປູກ​ໄວ້​ເພື່ອ​ພຣະ​ອົງ​ຈະ​ຊົງ​ສຳ​ແດງ​ພຣະ​ກຽດ​ຂອງ​ພຣະ​ອົງ 4 ເຂົາ​ທັງ​ຫລາຍ​ຈະ​ສ້າງສິ່ງ​ສ​ລັກ​ຫັກ​ພັງ​ໂບ​ຮານ​ຂຶ້ນ​ໃຫມ່ ເຂົາ​ຈະ​ສ້ອມແຊມ​ບ່ອນ​ຮົ​ກ​ຮ້າງ​ແຕ່​ເກົ່າ​ກ່ອນ​ຂຶ້ນ ເຂົາ​ຈະ​ກໍ່​ສ້າງຫົວ​ເມືອງທີ່​ສ​ລັກ​ຫັກ​ພັງ ຄື​ບ່ອນ​ທີ່​ປະ​ຮ້າງ​ມາ​ຫລາຍ​ຊົ່ວ​ອາ​ຍຸ​ຄົນ​ແລ້ວ​ນັ້ນ 5 ຄົນ​ຕ່າງ​ຖິ່ນ​ຈະ​ຢືນ​ລ້ຽງ​ຝູງ​ແກະ​ຂອງ​ເຈົ້າ​ທັງ​ຫລາຍ ຄົນ​ຕ່າງ​ດ້າວ​ຈະ​ເປັນ​ຄົນ​ໄຖ​ນາ ແລະ​ຄົນ​ແຕ່ງ​ເຄືອ​ອະ​ງຸ່ນ​ຂອງ​ເຈົ້າ 6 ແຕ່​ເຂົາ​ຈະ​ເອີ້​ນ​ເຈົ້າ​ທັງ​ຫລາຍ​ວ່າ​ປະ​ໂຣ​ຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄົນ​ຈະ​ເວົ້າ​ເຖິງ​ເຈົ້າ​ວ່າ​ເປັນ​ຜູ້​ບົວ​ຣະ​ບັດ​ຂອງ​ພຣະ​ຜູ້​ເປັນ ​ເຈົ້າ​ຂອງ​ເຮົາ ເຈົ້າ​ທັງ​ຫ​ລາຍ​ຈະ​ໄດ້​ຮັບ​ປະ​ທານ​ຄວາມ​ມັ່ງ​ຄັ່ງ​ຂອງ​ບັນດາ​ປະ​ຊາ​ຊາດ ແລະ​ເຈົ້າ​ຈະ​ອວດ​ຄວາມ​ມັ່ງ​ມີ​ຂອງ​ເຂົາ​ທັງ​ຫລາຍ 7 ແທນ​ຄວາມ​ອາຍ​ຂອງ​ເຈົ້າ​ທັງ​ຫລາຍ ເຈົ້າ​ຈະ​ໄດ້​ສ່ວນ​ສອງ​ສ່ວນ​ແທນ​ຄວາມ​ອົດ​ສູ ເຂົາ​ທັງ​ຫລາຍ​ຈະ​ຊົມ​ຊື່ນ​ຍິນ​ດີໃນ​ສ່ວນ​ຂອງ​ເຂົາ ເພາະ​ສະ​ນັ້ນ ໃນ​ແຜ່ນ​ດິນ​ຂອງ​ເຂົາ​ທັງ​ຫລາຍ ເຂົາ​ຈະ​ໄດ້​ສອງ​ສ່ວນ​ເປັນ​ກຳ​ມະ​ສິດ ຄວາມ​ຊື່ນ​ບານ​ເປັນ​ນິດ​ຈະ​ເປັນ​ຂອງ​ເຂົາ 8 ເພາະ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ຄວາມ​ຍຸດ​ຕິ​ທັມ ເຣົາ​ກຽດ​ການ​ໂຈ​ຣະ​ກັມ​ແລະ​ຄວາມ​ຜິດ ເຮົາ​ຈະ​ໃຫ້​ການ​ຕອບ​ແທນ​ແກ່​ເຂົາ​ທັງ​ຫລາຍ​ຢ່າງ​ແນ່ນອນ ແລະ​ເຮົາ​ຈະ​ກະ​ທຳ​ຄຳ​ຫມັ້ນ​ສັນ​ຍາ​ນິ​ຣັນ​ກັບ​ເຂົາ 9 ເຊື້ອ​ສາຍ​ຂອງ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ທີ່​ຮູ້​ຈັກ​ກັນ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ ແລະ​ລູກ​ຫລານ​ຂອງ​ເຂົາ​ໃນ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ ທຸກ​ຄົນ​ທີ່​ໄດ້​ເຫັນ​ເຂົາ​ຈະ​ຈຳ​ເຂົາ​ໄດ້​ວ່າ​ເຂົາ​ເປັນ​ປະ​ຊາ​ຊົນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ 10 ຂ້າ​ພະ​ເຈົ້າ​ຈະ​ຍິນດີ​ຢ່າງ​ຍິ່ງ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ລິງ​ໂລດ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ເພາະ​ພຣະ​ອົງ​ໄດ້ຊົງ​ສວມ​ຂ້າ​ພະ​ເຈົ້າ​ດ້ວຍ​ເສື້ອ​ຜ້າ​ແຫ່ງ​ຄວາມ​ລອດ ພຣະ​ອົງ​ຊົງ​ຄຸມ​ຂ້າ​ພະ​ເຈົ້າ​ດ້ວຍ​ເສື້ອ​ແຫ່ງ​ຄວາມ​ຊອບ​ທັມ​ເຫມືອນ​ເຈົ້າ​ບ່າວ​ປະ​ດັບ​ຕົວ​ດ້ວຍ​ພວງ​ມາ​ລັຍ ແລະ​ເຫມືອນ​ເຈົ້າ​ສາວ​ຕົກ​ແຕ່ງ​ຕົວ​ດ້ວຍ​ເພັດ​ນິນ​ຈີນ​ດາ 11 ເພາະ​ແຜ່ນ​ດິນ​ໂລກ​ໄດ້​ເກີດ​ຫນໍ່​ຂອງ​ມັນ ແລະ​ສວນ​ທຳ​ໃຫ້​ສິ່ງ​ທີ່​ຫວ່ານ​ໃນ​ນັ້ນ​ງອກ​ຂຶ້ນ​ມາ​ສັນ​ໃດ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ທຳ​ໃຫ້​ຄວາມ​ຊອບ​ທັມ​ແລະ​ຄວາມ​ສັຣ​ເສີນງອກ​ຂຶ້ນມາ​ຕໍ່​ຫນ້າ​ບັນ​ດາ​ປະ​ຊາ​ຊາດ​ສັນ​ນັ້ນ

ເອຊາຢາ 62

1 ເພື່ອ​ເຫັນ​ແກ່​ຊີ​ໂອນ ຂ້າ​ພະ​ເຈົ້າ​ຈະບໍ່​ລະ​ງັບ​ສຽງ ແລະ​ເພື່ອ​ເຫັນ​ແກ່​ເຢ​ຣູ​ຊາ​ເລັມ ຂ້າ​ພະ​ເຈົ້າ​ຈະ​ບໍ່​ມິດງຽບ​ຢູ່ ຈົນ​ກວ່າ​ການ​ຊ່ອຍ​ກູ້ກຸງ​ນີ້​ຈະ​ອອກ​ໄປ​ຢ່າງ​ຄວາມ​ສຸກ​ໃສ ແລະ​ຄວາມ​ລອດ​ຂອງ​ກຸງ​ນີ້​ເຫມືອນ​ທວນໄຟ​ທີ່​ລຸກ​ຢູ່ 2 ບັນ​ດາ​ປະ​ຊາ​ຊາດ​ຈະ​ເຫັນ​ການ​ຊ່ອຍ​ກູ້​ເຈົ້າ ແລະ​ພຣະ​ຣາ​ຊາ​ທັງ​ຫລາຍ​ເຫັນ​ສັກ​ສີ​ຂອງ​ເຈົ້າ ແລະ​ເຂົາ​ຈະ​ເອີ້ນ​ເຈົ້າ​ດ້ວ​ຍ​ຊື່​ໃຫມ່ ຊຶ່ງ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທານ 3 ເຈົ້າ​ຈະ​ເປັນ​ມົງ​ກຸດ​ງາມ​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເປັນ​ຣາ​ຊ​ມົງ​ກຸດ​ໃນ​ພຣະ​ຫັດ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຈົ້າ 4 ເຂົາ​ຈະບໍ່​ຂະ​ຫນານ​ນາມ​ເຈົ້າ​ອີກວ່າ ຖືກ​ປະ​ຖິ້ມ ແລະ​ເຂົາ​ຈະ​ບໍ່​ເອີ້ນ​ແຜ່ນ​ດິນ​ຂອງ​ເຈົ້າ​ວ່າ ຄວາມ​ປິ​ຕິ​ຍິນ​ດີ​ຂອງ​ເຮົາ​ຢູ່​ໃນ​ນາງ ແລະ​ເອີ້ນ​ແຜ່ນ​ດິນ​ຂອງ​ເຈົ້າ​ວ່າ ສົມ​ຣົດ​ແລ້ວ ເພາະ​ພຣະ​ຜູ້​ເປັນ​ເຈົ້າ ຊົງ​ປິ​ຕິ​ຍິນດີ​ໃນ​ເຈົ້າ​ແລະ​ແຜ່​ນດິນ​ຂອງ​ເຈົ້າ​ຈະ​ແຕ່ງງານ 5 ເພາະ​ຊາຍຫນຸ່ມ​ແຕ່ງງານ​ກັບ​ຍິງ​ພົມ​ມະ​ຈາ​ຣີ​ສັນ​ໃດ ບຸດ​ຊາຍ​ທັງ​ຫລາຍ​ຂອງ​ເຈົ້າ​ຈະ​ແຕ່ງ​ງານ​ກັບ​ເຈົ້າ​ສັນ​ນັ້ນ ແລະ​ເຈົ້າ​ບ່າວ​ຍິ​ນ​ດີເພາະ​ເຈົ້າ​ສາວ​ສັນ​ໃດ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ຈະ​ຍິນ​ດີ​ເພາະ​ເຈົ້າ​ສັນ​ນັ້ນ 6 ໂອ ເຢ​ຣູ​ຊາ​ເລັມ​ເອີຍ ເທິງ​ກຳ​ແພງ​ຂອງ​ເຈົ້າ ເຮົາ​ໄດ້​ວາງຍາມ​ໄວ້ ຕລອດ​ກາງ​ເວັນ​ແລະ​ຕລອດ​ກາງ​ຄືນ ເຂົາ​ທັງ​ຫລາຍ​ຈະ​ບໍ່​ລະ​ງັ​ບ​ສຽງ​ເລີຍ ເຈົ້າ​ທັງ​ຫລາຍ​ຜູ້​ທີ່​ຄອຍ​ຟື້ນ​ຄວາມ​ຊົງ​ຈຳ​ຂອງ​ພຣະ​ເຈົ້າ​ບໍ່​ຕ້ອງ​ຢຸດ​ພັກ 7 ແລະ​ຢ່າ​ໃຫ້​ພຣະ​ອົງ​ຢຸດ​ພັກ ຈົນ​ກວ່າ​ພຣະ​ອົງ​ຈະ​ສະ​ຖາ​ປະ​ນາ ແລະ​ກະ​ທຳ​ກຸງ​ເຢ​ຣູ​ຊາ​ເລັມ​ໃຫ້​ເປັນ​ທີ່​ສັຣ​ເສີນ​ໃນ​ແຜ່ນ​ດິນ​ໂລກ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຕິ​ຍານ​ດ້ວຍ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ ແລະ​ດ້ວຍ​ພຣະ​ກອນ​ອາ​ນຸ​ພາບ​ຂອງ​ພຣະ​ອົງ​ວ່າ “ເຮົາ​ຈະ​ບໍ່​ໃຫ້​ເຂົ້າ​ຂອງ​ເຈົ້າ​ເປັນ​ອາ​ຫານ​ຂອງ​ສັດ​ຕ​ຣູ​ຂອງ​ເຈົ້າ​ອີກ ແລະ​ຄົນ​ຕ່າງ​ດ້າວ​ຈະ​ບໍ່​ດື່ມ​ເຫລົ້າ​ອະ​ງຸ່ນ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ບາກ​ບັ່ນ​ໄດ້​ມາ 9 ແຕ່​ຜູ້​ໃດ​ທີ່ເກັບ​ກ່ຽວ​ໄວ້​ຈະ​ໄດ້​ກິນ ແລະ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບັນ​ດາ​ຜູ້​ທີ່​ເກັບ​ຮວບ​ຮວມ​ຈະ​ໄດ້​ດື່ມ ໃນ​ເດີ່ນ​ສະ​ຖານ​ສັກ​ສິດ​ຂອ​ງ​ເຮົາ” 10 ຈົ່ງ​ໄປ ຈົ່ງ​ໄປ​ທາງ​ປະ​ຕູ​ເມືອງ ຈັດ​ຕຽມ​ທາງ​ໄວ້ໃຫ້​ຊົນ​ຊາດ​ນີ້ ຈົ່ງ​ສ້າງ ຈົ່ງ​ສ້າງ​ທາງ​ຫລວງ​ຂຶ້ນ​ເກັບ​ກວາດ​ຫີນ​ເສັຽ​ໃຫ້​ຫມົດ ຈົ່ງ​ຍົກ​ສັນ​ຍານ​ໄວ້​ເຫນືອ​ຊົນ​ຊາດ​ທັງ​ຫລາຍ 11 ເບິ່ງ​ແມ໋, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຮ້ອງ​ປະ​ກາດ​ໃຫ້​ໄດ້​ຍິນ ເຖິງ​ປາຍ​ແຜ່ນ​ດິນ​ໂລກວ່າ ຈົ່ງ​ກ່າວ​ແກ່​ທິ​ດາ​ຂອງ​ຊີ​ໂອນ​ວ່າ “ເບິ່ງ​ແມ໋, ຄວາມ​ລອດ​ຂອງ​ເຈົ້າ​ມາ ເບິ່ງ​ແມ໋, ຮາງວັນ​ຂອງ​ພຣະ​ອົງ​ກໍ​ຢູ່​ກັບ​ພຣະ​ອົງ ແລະ​ຄ່າ​ຕອບ​ແທນ​ຂອງ​ພຣະ​ອົງ​ກໍ​ຢູ່​ຕໍ່​ຫນ້າ​ພຣະ​ພັກ​ຂອງ​ພຣະ​ອົງ” 12 ແລະ​ຄົນ​ຈະ​ເອີ້ນ​ເຂົາ​ທັງ​ຫລາຍ​ວ່າ “ປະ​ຊາ​ຊົນ​ບໍ​ຣະ​ສຸດ ຜູ້​ຮັບ​ໄຖ່​ໄວ້​ແລ້ວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ ຫາ​ມາ​ໄດ້​ເມືອງ​ທີ່ບໍ່​ໄດ້​ຖືກ​ປະ​ຖິ້ມ”

ເອຊາຢາ 63

ວັນ​ແຫ່ງ​ການ​ແກ້​ແຄ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

1 ແມ່ນ​ໃຜ​ຫນໍ​ທີ່​ມາ​ຈາກ​ເມືອງ​ເອ​ໂດມ ສວມ​ເສື້ອ​ຜ້າ​ຍ້ອມ​ສີ​ແດງ​ຈາກ​ເມືອງ​ໂບ​ສ​ຣາ ພຣະ​ອົງ​ຜູ້​ຊຶ່ງ​ໂອ່​ອ່າ​ໃນ​ເຄື່ອງ​ຊົງ​ຂອງ​ພຣະ​ອົງ ສະ​ເດັດ​ມາ​ດ້ວຍ​ກຳ​ລັງ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ “ນີ້​ເຣົາ​ເອງ​ຮ້ອງ​ປະ​ກາດ​ຊ່ອຍ​ກູ້​ແລະ​ມີ​ອາ​ນຸ​ພາບ​ທີ່​ຈະ​ຊ່ອຍ​ໃຫ້​ລອດ” 2 ເປັນ​ຫຍັງ​ເຄື່ອງ​ຊົງ​ຂອງ​ພຣະ​ອົງ​ຈຶ່ງ​ສີ​ແດງ ແລະ​ເສື້ອ​ຜ້າ​ຂອງ​ພຣະ​ອົງ​ເຫມືອນ​ກັບ​ຂອງ​ຄົນ​ທີ່​ຢ່ຳໃນ​ບໍ່ຢ່ຳ​ອະ​ງຸ່ນ 3 “ເຮົາ​ໄດ້​ຢ່ຳ​ບໍ່​ອະ​ງຸ່ນ​ແຕ່​ຄົນ​ດຽວ ແລະ​ບໍ່​ມີ​ໃຜ​ຈາກ​ຊົນ​ຊາດ​ທັງ​ຫລາຍ​ຢູ່​ກັບ​ເຮົາ​ເລີຍ ເຮົາ​ຢ່ຳ​ມັນ​ດ້ວຍ​ຄວາມ​ໂກດ​ຂອງ​ເຮົາ ເຮົາ​ຢຽບ​ມັນ​ດ້ວຍ​ຄວາມ​ພິ​ໂຣດ​ຂອງ​ເຣົາ ໂລ​ຫິດ​ຂອງ​ເຂົາ​ພົມ​ຢູ່​ເທິງ​ເສື້ອ​ຜ້າ​ຂອງ​ເຮົາ ແລະ​ເຮົາ​ໄດ້​ທຳ​ໃຫ້​ເສື້ອ​ຜ້າ​ຂອງ​ເຮົາ​ເປື້ອນ​ຫມົດ 4 ເພາະ​ວັນ​ແກ້​ແຄ້ນ​ຢູ່​ໃນ​ໃຈ​ຂອງ​ເຮົາ ແລະ​ປີ​ແຫ່ງ​ການ​ໄຖ່​ຂອງ​ເຮົາ​ໄດ້​ມາ​ເຖິງ 5 ເຮົາ​ແນມເບິ່ງ ແຕ່​ບໍ່​ມີ​ຜູ້​ໃດຊ່ອຍ​ເຫລືອ​ເຮົາ ເຣົາ​ປ​ລາດ​ໃຈ ແຕ່​ບໍ່​ມີ​ຜູ້​ໃດ​ຊູ​ໄວ້ ມື​ຂອງ​ເຮົາ​ເອງ​ຈຶ່ງ​ນຳ​ຊັຍ​ມາ​ໃຫ້​ເຮົາ ແລະ​ຄວາມ​ພິ​ໂຣດ​ຂອງ​ເຮົາ​ຊູ​ເຮົາ​ໄວ້ 6 ເຮົາ​ຢໍ່າ​ຊົນ​ຊາດ​ທັງ​ຫລາຍ​ລົງ​ດ້ວຍ​ຄວາມ​ໂກດ​ຂອງ​ເຮົາ ເຮົາ​ໄດ້​ທຳ​ໃຫ້​ເຂົາ​ເມົາ​ດ້ວຍ​ຄວາມ​ພິ​ໂຣດ​ຂອງ​ເຮົາ ແລະ​ເຣົາ​ໄດ້​ເທ​ໂລ​ຫິດ​ຂອງ​ເຂົາ​ເທິງ​ແຜ່ນ​ດິນ​ໂລກ” 7 ຂ້າ​ພະ​ເຈົ້າ​ຈະ​ກ່າວ​ໃຫ້​ຄິດ​ເຖິງ​ຄວາມ​ຮັກ​ຫມັ້ນ​ຄົງ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ບັນ​ດາ​ກິ​ຈ​ການ​ອັນ​ຫນ້າ​ສັຣ​ເສີນ​ຂອງ​ພຣະ​ຜູ້​ເປັນ ​ເຈົ້າ ຕາມ​ບັນ​ດາ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ແກ່​ພວກ​ເຮົາ ແລະ​ຄວາມ​ດີ​ຍິ່ງ​ໃຫຍ່​ຕໍ່​ວົງ​ຂອງ​ອິສ​ຣາ​ເອນ ຊຶ່ງ​ພຣະ​ອົງ​ຊົງ​ອະ​ນຸ​ມັດ​ໃຫ້​ຕາມ​ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ອົງ ຕາມ​ຄວາມ​ຮັກ​ຫມັ້ນ​ຄົງ​ອັນ​ອຸ​ດົມ​ສົມ​ບູນ​ຂອງ​ພຣະ​ອົງ 8 ເພາະ​ພຣະ​ອົງ​ກ່າວ​ວ່າ ແນ່ນອນ​ເຂົາ​ເປັນ​ຊົນ​ຊາດ​ຂອງ​ເຮົາ ບຸດ​ຜູ້​ຈະ​ບໍ່ປະ​ພຶດ​ຄົດ​ໂກງເຮົາ ແລະ​ພຣະ​ອົງ​ໄດ້​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຂົາ 9 ພຣະ​ອົງ​ຊົງ​ທຸກ​ພຣະ​ທັຍ​ໃນ​ຄວາມ​ທຸກ​ໃຈ​ທັງ​ສິ້ນ​ຂອງ​ເຂົາ ແລະ​ທູດ​ສວັນ​ທີ່​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ​ຊ່ອຍ​ເຂົາ​ທັງ​ຫລາຍ​ໃຫ້​ລອດ ພຣະ​ອົງ​ຊົງ​ໄຖ່​ເຂົາ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ​ດ້ວຍ​ຄວາມ​ສົງ​ສານ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ຍົກ​ເຂົາ​ຂຶ້ນ​ແລະ​ຫອບ​ເຂົາ​ໄປ​ຕລອດ​ກາ​ລ​ກ່ອນ 10 ແຕ່​ເຂົາ​ທັ​ງ​ຫລາຍ​ໄດ້​ກະ​ບົດ ແລະ​ທຳ​ໃຫ້​ວິນ​ຍານ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ເສັຽ​ພຣະ​ທັຍ ສັນ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ຫັນ​ເປັນ​ສັດ​ຕ​ຣູ​ຂອງ​ເຂົາ​ທັງ​ຫລາຍ ແລະ​ພຣະ​ອົງ​ຊົງ​ຕໍ່​ສູ້​ກັບ​ເຂົາ​ທັງ​ຫລາຍເອງ 11 ແລ້ວ​ພຣະ​ອົງ​ຊົງ​ຣະ​ລຶກ​ເຖິງ​ສະ​ໄຫມ​ເກົ່າ​ກ່ອນ ເຖິງ​ໂມ​ເຊ ເຖິງ​ຊົນ​ຊາດ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ນຳ​ເຂົາ​ທັງ​ຫລາຍ​ຂຶ້ນ​ມາ​ຈາກ​ທະ​ເລ ພ້ອມ​ກັບ​ຜູ້​ລ້ຽງ​ແກະ​ຂອງ​ພຣະ​ອົງ​ຢູ່​ທີ່​ໃດ ພຣະ​ອົງ​ຊົງ​ຢູ່​ທີ່ໃດ ຜູ້​ຊຶ່ງບັນ​ຈຸ​ວິນ​ຍານ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ຖ້າມ​ກາງ​ເຂົາທັງ​ຫລາຍ 12 ຜູ້​ໃຫ້​ພຣະ​ກອນ​ອັນ​ຮຸ່ງ​ໂຣດ​ຂອງ​ພຣະ​ອົງ​ໄປ​ກັບ​ມື​ຂວາ​ຂອງ​ໂມ​ເຊ ຜູ້​ແຍກ​ນ້ຳ​ອອກ​ຕໍ່​ຫນ້າ​ເຂົາ​ທັ​ງ​ຫລາຍ ເພື່ອ​ສ້າງ​ພຣະ​ນາມ​ນິ​ຣັນ​ໃຫ້​ພຣະ​ອົງ​ເອງ 13 ຜູ້ໄດ້​ນຳ​ເຂົາ​ຂ້າມ​ທະ​ເລ​ນັ້ນ​ເຫມືອນ​ມ້າ​ໃນ​ຖິ່ນ​ກັນ​ດານ ເຂົາ​ທັງ​ຫລາຍບໍ່​ໄດ້​ສະ​ດຸດ 14 ເຫມືອນ​ສັດ​ລ້ຽງ​ໄປ​ຍັງ​ຮ່ອມ​ພູ​ສັນ​ໃດ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ໃຫ້​ເຂົາ​ຢຸ​ດ​ພັກ​ສັນ​ນັ້ນ ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ນຳ​ຊົນ​ຊາດ​ຂອງ​ພຣະ​ອົງ​ເພື່ອ​ຈະ​ສ້າງ​ພຣະ​ນາມ​ອັນ​ຮຸ່ງ​ເຮືອງ​ແດ່​ພຣະ​ອົງ​ເອງ 15 ຂໍ​ທອດ​ພຣະ​ເນດ​ລົງ​ມາ​ຈາກ​ຟ້າ​ສວັນ​ແລະ​ຊົງ​ເພ່ງ​ເບິ່ງ​ຈາກ​ສະ​ຖານ​ບໍ​ຣິ​ສຸດ​ແລະ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ ຄວາມ​ກະ​ຕື​ຣື​ລົ້ນ​ແລະ​ອາ​ນຸ​ພາບ​ຂອງ​ພຣະ​ອົງ​ຢູ່​ທີ່​ໃດ ພຣະ​ທັຍ​ກະ​ຣຸ​ນາ​ຂອງ​ພຣະ​ອົງ​ແລະ​ຄວາມ​ສົມ​ເພດ​ຂອງ​ພຣະ​ອົງ​ໄດ້​ຖື​ກຍຶດ​ໄວ້​ຈາກ​ຂ້າ​ພຣະ​ອົງ 16 ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ແມ້​ອັບ​ຣາ​ຮາມບໍ່​ໄດ້​ຮູ້​ຈັກ​ຂ້າ​ພຣະ​ອົງ ແລະ​ອິສ​ຣາ​ເອນຈຳ​ຂ້າ​ພຣະ​ອົງ​ບໍ່​ໄດ້ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເປັນ​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ນາມ​ຂອງ​ພຣະ​ອົງ​ຄື​ພຣະ​ຜູ້​ໄຖ່​ຂອງ​ຂ້າ​ພຣະ​ອົງ​ແຕ່​ເກົ່າ​ກ່ອນ 17 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເຫດ​ໃດ​ພຣະ​ອົງຊົງ​ກະ​ທຳ​ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຜິດ​ໄປ​ຈາກ​ພຣະ​ມັນ​ຄາ​ຂອງ​ພຣະ​ອົງ ແລະ​ກະ​ທຳ​ໃຈ​ຂອງ​ຂ້າ​ພຣະ​ອົງ​ໃຫ້​ແຂງ​ກະ​ດ້າງ​ຈົນ​ຂ້າ​ພຣະ​ອົງ​ບໍ່​ຢຳ​ເກງ​ພຣະ​ອົງ ຂໍ​ພຣະ​ອົງ​ຊົງ​ກັບ​ມາ​ເພື່ອ​ເຫັນ​ແກ່​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຄື​ເຜົ່າ​ທັງ​ຫລາຍ​ອັນ​ເປັນ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ 18 ເຂົາ​ຂັບ​ໄລ່​ຊົນ​ຊາດ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ອອກ​ໄປ​ບຶດ​ນຶ່ງ ປໍ​ຣະ​ປັກ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ຢຽບ​ຢ່ຳ​ສະ​ຖານ​ສັກ​ສິດ​ຂອງ​ພຣະ​ອົງ​ມາ 19 ຂ້າ​ພຣະ​ອົງ​ທັງ​ຫລາຍ​ເປັນ​ເຫມືອນ​ກັບ​ຜູ້​ທີ່​ພຣະ​ອົງ​ບໍ່​ເຄີຍ​ປົກ​ຄອງ​ເລີຍ ເຫມືອນ​ກັບ​ຜູ້​ຊຶ່ງ​ເຂົາບໍ່​ໄດ້​ເອີ້ນ​ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ

ເອຊາຢາ 64

1 ໂອ ຖ້າ​ຫາກວ່າ​ພຣະ​ອົງ​ຊົງ​ແຍກ​ຟ້າ​ສວັນ​ລົງ​ມາ​ໄດ້​ຫນໍ ເພື່ອ​ພູ​ຈະ​ສັ່ນ​ສະ​ເທືອນ​ຕໍ່​ພຣະ​ພັກ​ພຣະ​ອົງ 2 ດັ່ງ​ເມື່ອ​ໄຟ​ຕິດກອ​ງກິ່ງ​ໄມ້ ແລະ​ໄຟ​ກະ​ທຳ​ໃຫ້​ນ້ຳ​ເດືອດ ເພື່ອ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ແກ່​ປໍ​ຣະ​ປັກ​ຂອງ​ພຣະ​ອົງ ເພື່ອ​ບັນ​ດາ​ປະ​ຊາ​ຊາດ​ຈະ​ສະ​ເທືອນ​ຕໍ່​ພຣະ​ພັກ​ພຣະ​ອົງ 3 ເມື່ອ​ພຣະ​ອົງ​ຊົງ​ກະ​ທຳ​ສິ່ງ​ທີ່​ຫນ້າ​ຢ້າ​ນ​ກົວ​ທີ່​ພວກ​ຂ້າ​ພຣະ​ອົງ​ຄາດ​ບໍ່​ເຖິງ ພຣະ​ອົງ​ສະ​ເດັດ​ລົງ​ມາ ພູກໍ​ຫວັ່ນ​ໄຫວ​ຕໍ່​ພຣະ​ພັກ​ພຣະ​ອົງ​ 4 ຕັ້ງ​ແຕ່​ເກົ່າ​ກ່ອນ​ບໍ່​ມີ​ຜູ້​ໃດ​ໄດ້​ຍິນ ຫລື​ຊາບ​ດ້ວຍ​ຫູ ຫລື​ຕາ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ຈັກ​ອົງ​ນອກ​ເຫນືອ​ພຣະ​ອົງ ຜູ້​ຊົງ​ກະ​ທຳ​ເພື່ອ​ບັນ​ດາ​ຜູ້​ທີ່​ລໍ​ຄອຍ​ພຣະ​ອົງ 5 ພຣະ​ອົງ​ຊົງ​ພົບ​ເຂົາ ທີ່​ກະ​ທຳ​ຄວາມ​ຊອບ​ທັມ​ຢ່າງ​ຊື່ນ​ບານ ບັນ​ດາ​ຜູ້​ທີ່​ຈຳ​ພຣະ​ອົງ​ໄດ້​ໃນ​ວິ​ທີ​ການ​ຂອງ​ພຣະ​ອົງ ເບິ່ງ​ແມ໋, ພຣະ​ອົງ​ຊົງ​ກິ້ວ ແລະ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ບາບ ຂ້າ​ພຣະ​ອົງ​ທັງ​ຫລາຍ​ຢູ່​ໃນ​ບາ​ບ​ເປັນ​ເວ​ລາ​ດົນ​ນານ ແລະ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ຈະ​ລອດ​ຫລື 6 ຂ້າ​ພຣະ​ອົງ​ທຸກ​ຄົນ​ໄດ້​ກາຍ​ເປັນ​ເຫມືອນ​ຄົນ​ທີ່​ບໍ່​ສະ​ອາດ ແລະ​ການ​ກະ​ທຳ​ອັນ​ຊອ​ບທັມ​ຂອງ​ຂ້າ​ພຣະ​ອົງ​ທັງ​ສິ້​ນ​ເຫມືອນ​ເສື້ອ​ຜ້າ​ທີ່​ເປື້ອນ​ເປິ ຂ້າ​ພຣະ​ອົງ​ທຸກ​ຄົນ​ຫ່ຽວລົງ​ຢ່າງ​ໃບ​ໄມ້ ແລະ​ຄວາມ​ບາບ​ຜິດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ພັດ​ພາ​ຂ້າ​ພຣະ​ອົງ​ໄປ​ເຫມືອນ​ລົມ 7 ບໍ່​ມີ​ຜູ້​ໃດ​ຮ້ອງ​ທູນ​ຕໍ່​ພຣະ​ນາມ​ຂອງ​ພຣະ​ອົງ ທີ່​ເລົ້າ​ຕົນ​ເອງ​ໃຫ້​ຍຶດ​ພຣະ​ອົ​ງ​ໄວ້ ເພາະ​ພຣະ​ອົງ​ຊົງ​ລີ້​ພຣະ​ພັກ​ຂອງ​ພຣະ​ອົງ​ຈາກ​ຂ້າ​ພຣະ​ອົງ​ທັງ​ຫລາຍ ແລະ​ໄດ້​ມອບ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ຄວາມ​ບາບ​ຜິດ​ຂອງ​ຂ້າ​ພຣະ​ອົງ 8 ຂ້າ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຍັງ​ຊົງ​ເປັນ​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ຂ້າພຣະ​ອົງ​ທັງ​ຫລາຍ ເປັນ​ດິນ​ຫນຽວ ແລະ​ພຣະ​ອົງ​ຊົງ​ເປັນ​ຊ່າງ​ປັ້ນ ຂ້າ​ພຣະ​ອົງ​ທຸກ​ຄົນ​ເປັນ​ຜົນພຣະ​ຫັ​ຖ​ກິຈ​ຂອງ​ພຣະ​ອົງ 9 ຂ້າ​ແດ່ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຢ່າ​ຊົງ​ກິ້ວ​ນັກ ແລະ​ຂໍ​ຢ່າ​ຊົງ​ຈົດ​ຈຳ​ຄວາມບາບ​ຜິດ​ໄວ້​ເປັນ​ນິດ ເບິ່ງ​ແມ໋, ຂໍ​ຊົງ​ພິ​ເຄາະ ຂ້າ​ພຣະ​ອົງ​ທັງ​ສິ້ນ​ເປັນ​ຊົນ​ຊາດ​ຂອງ​ພຣະ​ອົງ 10 ຫົວ​ເມືອງ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ກາຍ​ເປັນ​ຖິ່ນ​ກັນ​ດານ ຊີ​ໂອນ​ໄດ້​ກາຍ​ເປັນ​ຖິ່ນ​ກັນ​ດານ ເຢ​ຣູ​ຊາ​ເລັມ​ເປັນ​ທີ່​ຮ້າງ​ເປົ່າ 11 ວິ​ຫານ​ອັນ​ບໍ​ຣິ​ສຸດ​ແລະ​ງາມ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ບ່ອນ​ຊຶ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ສັຣ​ເສີນ​ພຣະ​ອົງ​ຖືກ​ໄຟ​ເຜົາ​ເສັຽ​ແລ້ວ ແລະ​ສິ່ງ​ອັນ​ມີ​ຄ່າ​ຂອງ​ຂ້າ​ພຣະ​ອົງ​ທັງ​ສິ້ນ​ໄດ້​ຖືກ​ປະ​ຮ້າງ​ 12 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຢ່າງ​ນີ້​ແລ້ວ ພຣະ​ອົງ​ຍັງ​ຈະ​ຊົງ​ຢັບ​ຢັ້ງ​ພຣະ​ອົງ​ໄວ້​ຫລື ພຣະ​ອົງ​ຈະ​ຊົງ​ມິດ​ງຽບ​ຢູ່​ແລະ​ຂົ່ມ​ໃຈ​ພວກ​ຂ້າ​ພຣະ​ອົງ​ຢ່າງ​ເຖິງ​ຂະ​ຫນາດ​ຫລື

ເອຊາຢາ 65

ການ​ລົງ​ໂທດ​ຜູ້​ມັກ​ກະ​ບົດ

1 ເຣົາ​ພ້ອມ​ທີ່​ຈະ​ໃຫ້​ຜູ້​ທີ່ບໍ່​ໄດ້​ຂໍ​ພົບ​ເຣົາ ຫາ​ເຮົາ​ໄດ້ ເຣົາ​ພ້ອມ​ທີ່​ຈະ​ໃຫ້​ຜູ້​ທີ່​ບໍ່​ສແວງ​ເຣົາ ພົບ​ເຮົາ​ໄດ້ ເຮົາ​ວ່າ “ເຣົາ​ຢູ່​ທີ່​ນີ້ ເຮົາ​ຢູ່​ທີ່​ນີ້” “ຕໍ່​ປະ​ຊາ​ຊາດ​ທີ່ບໍ່​ອອກ​ນາມ​ຂອງ​ເຮົາ” 2 ເຮົາ​ຍື່ນ​ມື​ຂອງ​ເຮົາ​ອອກ​ຕລອດ​ວັນ​ຕໍ່​ຊົ​ນ​ຊາດ​ທີ່​ມັກ​ກະ​ບົດ ຜູ້​ດຳ​ເນີນ​ໃນ​ທາງ​ທີ່​ບໍ່​ດີ ຕິດ​ຕາມ​ອຸ​ບາຍ​ຂອງ​ຕົນ​ເອງ​ 3 ຊົນ​ຊາດ​ທີ່ຍົວະ​ເຍົ້າ​ເຣົາ ຊຶ່ງ​ໆ​ຫນ້າ​ຢູ່​ສເມີ ທຳ​ການ​ສັກ​ກາ​ຣະ​ບູ​ຊາ​ຕາມ​ສວນ ແລະ​ເຜົາ​ເຄື່ອງ​ຫອມ​ຢູ່​ເທິງ​ອິທ 4 ຜູ້​ນັ່ງ​ຢູ່​ໃນ​ອຸບ​ໂມງ​ສົບ ແລະ​ຄ້າງ​ຄືນ​ໃນ​ທີ່​ເລິກ​ລັບ​ຜູ້​ກິນ​ເນື້ອ​ຫມູ ແລະ​ໃນ​ພາ​ຊ​ນະ​ຂອງ​ເຂົາ​ມີ​ແກງ ຊຶ່ງ​ທຳ​ດ້ວຍ​ເນື້ອ​ທີ່​ຫນ້າ​ກຽດ​ຊັງ 5 ຜູ້​ກ່າວ​ວ່າ “ອອກ​ໄປ​ຫ່າງໆ ຢ່າເຂົ້າ​ມາ​ໃກ້ ເພາະ​ຂ້າ​ບໍ​ຣິ​ສຸດກວ່າ​ເຈົ້າ” ເຫລົ່າ​ນີ້​ເປັນ​ຄວັນ​ຢູ່​ໃນ​ດັງ​ຂອງ​ເຮົາ ເປັນ​ໄຟ​ຊຶ່ງ​ໄຫມ້​ຢູ່​ຕລອດ​ວັນ​ 6 ເບິ່ງ​ແມ໋, ມີ​ຂ​ຽນ​ໄວ້​ຕໍ່​ຫນ້າ​ເຮົາ​ວ່າ “ເຮົາ​ຈະ​ບໍ່​ມິດ​ງຽບ ແຕ່​ເຮົາ​ຈະ​ຕອບ​ສນອງ ເຮົາ​ຈະ​ຕອບ​ສນອງ​ໄວ້​ໃນ​ເອິກ​ຂອງ​ເຂົາ 7 ທັງ​ຄວາມ​ບາ​ບ​ຊົ່ວ​ຂອງ​ເຂົາ ແລະ​ຄວາມ​ບາບ​ຊົ່ວ​ຂອ​ງບັນ​ພະ​ບຸ​ຣຸດ​ຂອ​ງເຂົາ​ທັງ​ຫລາຍ​ຮວມກັນ​ດ້ວຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ ເພາະ​ເຂົາ​ໄດ້​ເຜົາ​ເຄື່ອງ​ຫອມ​ເທິງ​ພູ ແລະ​ກ່າວ​ຄຳ​ຫມິ່ນ​ປມາດ​ຕໍ່​ເຮົາ​ເທິງ​ເນີນ ເຮົາ​ຈະ​ຕວງ​ກັມ​ເກົ່າ​ເຂົ້າ​ໄປ​ໃນ​ເອິກ​ຂອງ​ເຂົາ” 8 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເຫລົ້າ​ອະ​ງຸ່ນ​ຫາ​ໄດ້​ຈາກ​ພວງ​ອະ​ງຸ່ນ ແລະ​ເຂົາ​ກ່າວ​ວ່າ “ຢ່າ​ທຳ​ລາຍ​ມັນ​ເສັຽ ເພາະ​ມີ​ພຣະ​ພອນ​ຢູ່​ໃນ​ນັ້ນ” ສັນ​ໃດ ເຮົາ​ກໍ​ຈະ​ກະ​ທຳ​ດ້ວຍ​ເຫັ​ນ​ແກ່​ຜູ້​ຮັບ​ໃຊ້ຂອງ​ເຮົາ ແລະ​ບໍ່ທໍາ​ລາຍ​ເຂົາ​ຫມົດ​ທີ່​ດຽວ​ສັນ​ນັ້ນ 9 ເຮົາ​ຈະ​ນຳ​ເຊື້ອ​ສາຍ​ອອກ​ມາ​ຈາກຢາ​ໂຄບ​ແລະ​ຜູ້​ຮັບ​ມໍ​ຣະ​ດົກ​ພູ​ທັງ​ຫລາຍ​ຂອງ​ເຮົາ​ຈາກ​ຢູ​ດາ ແລະຜູ້​ເລືອກ​ສັນ​ຂອງ​ເຮົາ​ຈະ​ໄດ້​ຮັບ​ມັນ​ເປັນ​ມໍ​ຣະ​ດົ​ກ ແລະ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຈະ​ອາ​ໄສ​ຢູ່​ທີ່​ນັ້ນ 10 ຊາ​ໂຣນ​ຈະ​ເປັນ​ເດີ່ນ​ຫຍ້າ​ສຳ​ລັ​ບຝູງ​ແບ້ແກະ ແລະ​ທີ່​ຮ່ອ​ມພູ​ອາ​ໂຄ​ຣ໌​ເປັນ​ທີ່​ໃຫ້​ຝູງງົວ​ນອນ ເພື່ອ​ຊົນ​ຊາດ​ຂອງ​ເຮົາທີ່​ໄດ້​ສ​ແວງ​ເຮົາ 11 ແຕ່​ເຈົ້າ​ທັງ​ຫລາຍ​ຈະ​ປະ​ຖິ້ມ​ພຣະ​ຜູ້​ເປັ​ນ​ເຈົ້າ ຜູ້​ລືມ​ພູ​ບໍ​ຣິ​ສຸດ​ຂອງ​ເຣົາ ຜູ້​ຈັດ​ສຳ​ລັບ​ໄວ້​ໃຫ້​ແກ່ ພຣະ​ໂຊກ ແລະ​ເຕີມ​ເຫລົ້າ​ອະ ​ງຸ່ນ​ປະ​ສົມ​ໃຫ້​ແກ່​ພຣະ​ເຄາະ 12 ເຣົາ​ຈະ​ເອົາ​ເຈົ້າ​ທັງ​ຫລາຍ​ຟາດ​ເຄາະ​ໃຫ້​ດາບ​ໄປ ແລະ​ເຈົ້າ​ທຸກ​ຄົນ​ຈະ​ຕ້ອງ​ຫມອບ​ລົງ​ຕໍ່​ການ​ສັງ​ຫານ ເພາະ​ເມື່ອ​ເຮົາ​ເອີ້ນ ເຈົ້າ​ບໍ່​ຕອບ ເມື່ອ​ເຮົາ​ເວົ້າ ເຈົ້າ​ບໍ່​ຟັງ ແຕ່​ເຈົ້າ​ໄດ້​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ຕາ​ຂອງ​ເຮົາ ແລະ​ເລືອກ​ສິ່ງ​ທີ່​ເຮົາ​ບໍ່​ປິ​ຕິ​ຍິນ​ດີ​ດ້ວຍ” 13 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ຜູ້​ຮັບ​ໃຊ້​ທັງ​ຫລາຍ​ຂອງເຣົາ​ຈະ​ໄດ້​ຮັບ​ປະ​ທານ ແຕ່​ເຈົ້າ​ທັງ​ຫລາຍ​ຈະ​ຫິວ ເບິ່ງ​ແມ໋, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຈະ​ໄດ້​ດື່ມ​ ແຕ່​ເຈົ້າ​ຈະ​ກະ​ຫາຍ ເບິ່ງແມ໋, ຜູ້​ຮັບ​ໃຊ້​ຂອງເຣົາ​ຈະ​ຊົມ​ຊື່ນ​ຍິນ​ດີ ແຕ່​ເຈົ້າ​ຈະ​ອັບ​ອາຍ 14 ເບິ່ງ​ແມ໋, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຈະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຍິນ​ດີ ແຕ່​ເຈົ້າ​ທັງ​ຫລາຍ​ຈະ​ຮ້ອງ​ອອກ​ມາເພາະ​ເສັຽ​ໃຈ ແລະ​ຈະ​ຄວນ​ຄາງ​ເພາະ​ຈິດ​ຣະ​ທົມ 15 ເຈົ້າ​ທັງ​ຫລາຍ​ຈະ​ຖິ້ມ​ຊື່​ຂອງ​ເຈົ້າ​ໄວ້​ແກ່​ຜູ້​ເລືອກ​ສັນ​ຂອງ​ເຮົາ​ເພື່ອ​ໃຊ້​ສາບ​ແຊ່ງ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສັງ​ຫານ​ເຈົ້າ​ ແຕ່​ຈະ​ຊົງ​ເອີ້ນ​ຊື່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ​ຊື່​ອື່ນ 16 ດັ່ງ​ນັ້ນ ຜູ້​ໃດ​ທີ່​ຂໍ​ພອນ​ໃຫ້​ຕົນ​ເອງ​ໃນ​ແຜ່ນ​ດິນ ຈະ​ຂໍ​ພອນ​ໃຫ້​ຕົນ​ເອງ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ສັຈຈະ ແລະ​ຜູ້​ໃດ​ທີ່​ສາ​ບານ​ໃນ​ແຜ່ນ​ດິນ ຈະ​ສາ​ບານ​ໃນ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ສັຈ​ຈະ ເພາະ​ຄວາມ​ທຸກ​ລຳ​ບາກ​ເກົ່າ​ແກ່​ນັ້ນ​ກໍ​ລືມ​ເສັຽ​ແລ້ວ ແລະ​ລີ້​ຊ່ອນ​ເສັຽ​ຈາກ​ຕາ​ຂອງ​ເຮົາ 17 “ເພາະ ເບິ່ງ​ແມ໋, ເຣົາ​ຈະ​ສ້າງ​ຟ້າ​ສວັນ​ໃຫມ່ ແລະ​ແຜ່ນ​ດິນ​ໂລກ​ໃຫມ່ ເພາະ​ສິ່ງ​ເກົ່າ​ກ່ອນ​ນັ້ນ​ຈະ​ບໍ່​ຈຳ​ກັນ​ຫລື​ນຶກ​ໄດ້​ອີກ 18 ແຕ່​ຈົ່ງ​ຊື່ນ​ບານ​ແລະ​ຊົມ​ຊື່ນ​ຍິນ​ດີ​ເປັນ​ນິດ ໃນ​ສິ່ງ​ຊຶ່ງ​ເຮົາ​ສ້າງ​ຂຶ້ນ ເພາະ ເບິ່ງ​ແມ໋, ເຣົາ​ສ້າງ​ເຢ​ຣູ​ຊາ​ເລັມ​ໃຫ້​ເປັນ​ທີ່​ເປມ​ປ​ຣີ ແລະ​ຊົນ​ຊາດ​ຂອ​ງ​ເມືອງ​ນັ້ນ​ໃຫ້​ເປັນ​ຄວາ​ມ​ຊື່ນ​ບານ 19 ເຣົາ​ຈະ​ຊົມ​ຊື່ນ​ຍິນ​ດີດ້ວຍ​ເຢ​ຣູ​ຊາ​ເລັມ ແລະ​ຊື່ນ​ບານ​ດ້ວຍ​ຊົນ​ຊາດ​ຂອງ​ເຣົາ ຈະ​ບໍ່​ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ໃນ​ເມືອງ​ນັ້ນ​ອີກ ແລະ​ສຽງ​ຄວນ​ຄາງ 20 ໃນ​ນັ້ນ​ຈະບໍ່​ມີ​ທາ​ຣົກ​ທີ່​ມີ​ຊີ​ວິດ​ພຽງ​ສອງ​ສາມ​ວັນ ຫລື​ຄົນ​ເຖົ້າແກ່​ທີ່​ມີ​ອາ​ຍຸບໍ່​ຄົບ​ກຳ​ນົດ ເພາະ​ຄົນ​ຈະ​ມີ​ອາ​ຍຸ​ນຶ່ງ​ຮ້ອຍ​ປີ​ຈຶ່ງ​ຕາຍ ແລະ​ຄວາມ​ບາບ​ທີ່​ມີ​ອາ​ຍຸ​ພຽງ​ນຶ່ງ​ຮ້ອຍ​ປີ​ຈະ​ເປັນ​ທີ່​ສາບ​ແຊ່ງ 21 ເຂົາ​ຈະ​ສ້າງ​ບ້ານ​ແລະ​ເຂົ້າ​ອາ​ໄສ​ຢູ່​ໃນ​ນັ້ນ ເຂົາ​ຈະ​ປູກ​ສວນ​ອະ​ງຸ່ນ​ແລະ​ກິນ​ຫມາກ​ຂອງ​ມັນ 22 ເຂົາ​ຈະ​ບໍ່​ສ້າງ​ແລະ​ຄົນ​ອື່ນ​ເຂົ້າ​ອາ​ໄສ​ຢູ່ ເຂົາ​ຈະ​ບໍ່​ປູກ​ແລະ​ຄົນ​ອື່ນ​ກິນ ເພາະ​ອາ​ຍຸ​ຊົນ​ຊາດ​ຂອງ​ເຮົາ​ຈະ​ເປັນ​ເຫມືອນ​ອາ​ຍຸ​ຂອງ​ຕົ້ນ​ໄມ້ ແລະ​ຜູ້​ເລືອກ​ສັນ​ຂອງ​ເຮົາ​ຈະ​ໃຊ້​ຜົນ​ງານ​ນ້ຳ​ມື​ຂອງ​ເຂົາ​ນານ 23 ເຂົາ​ທັງ​ຫລາຍ​ຈະ​ບໍ່​ທຳ​ງານ​ໂດຍ​ເປົ່າ​ປ​ໂຍດ ຫລື​ເກີດ​ລູກ​ເພື່ອ​ຄວາມ​ສະ​ຍົດ​ສະ​ຍອງ ເພາະ​ເຂົາ​ເປັນ​ລູກ​ຫລານ​ຂອງ​ຜູ້​ທີ່​ໄດ້ ​ຮັບ​ພອນຂອງ​ພຣະ​ຜູ້​ເປັນ​ເຈົ້າ ກັບ​ລູກໆ​ຂອງ​ເຂົາ​ເຫມືອນ​ກັນ 24 ກ່ອນ​ທີ່​ເຂົາຮ້ອງ​ເອີ້ນ ເຮົາ​ຈະ​ຕອບ ຂ​ນະ​ທີ່​ເຂົາ​ຍັງ​ເວົ້າ​ຢູ່ ເຮົາ​ຈະ​ຟັງ 25 ຫມາ​ປ່າ​ແລະ​ລູກ​ແກະ​ຈະ​ຫາ​ກິນ​ຢູ່​ນຳ​ກັນ ສິງ​ຈະ​ກິນ​ຟາງ​ເຫມືອນ​ງົວ ແລະຝຸ່ນ​ຂີ້​ດິນ​ຈະ​ເປັນ​ອາ​ຫານ​ຂອງ​ງູ ມັນ​ທັງ​ຫລາຍ​ຈະ​ບໍ່​ທຳ​ອັນ​ຕະ​ຣາຍ​ຫລື​ທຳ​ລາຍ ທົ່ວ​ພູ​ບໍ​ຣິສຸດຂອງ​ເຮົາ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້

ເອຊາຢາ 66

ການ​ພິ​ພາກ​ສາ​ຂອງ​ພຣະ​ເປັນ​ເຈົ້າ​ແລະ​ຄວາມ​ຮັກ​ຫມັ້ນ​ຄົງ​ໃນ​ອານາ​ຄົດ​ຂອງ​ຊີ​ໂອນ

1 ພຣະ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ, “ສວັນ​ເປັນ​ບັນ​ລັງ​ຂອງ​ເຮົາ ແລະ​ແຜ່ນ​ດິນ​ໂລກ​ເປັນ​ແທ່ນ​ວາງ​ເທົ້າ​ຂອງ​ເຮົາ ວິ​ຫານ​ຊຶ່ງ​ເຈົ້າ​ຈະ​ສ້າງ​ໃຫ້​ເຣົາ​ນັ້ນ​ຈະ​ຢູ່​ທີ່​ໃດ ແລະ​ທີ່​ປະ​ທັບ​ຂອງ​ເຮົາ​ຈະ​ຢູ່​ທີ່​ໃດ 2 ສິ່ງ​ເຫລົ່າ​ນີ້​ມື​ຂອງ​ເຮົາ​ໄດ້​ກະ​ທຳ​ທັງ​ສິ້ນ ສິ່ງ​ເຫລົ່າ​ນັ້ນ​ຈຶ່ງ​ເປັນ​ຂຶ້ນ​ມາ ພຣະ​ເຈົ້າ​ຊົງ​ກ່າວດັ່ງ​ນີ້ ແຕ່​ນີ້​ຕ່າງ​ຫາກ​ທີ່​ເຣົາ​ຈະ​ມອງ​ເບິ່ງ ຄື​ເຂົາ​ຜູ້​ທີ່​ຖ່ອມ​ແລະ​ສຳ​ນຶກ​ຜິດ​ໃນ​ໃຈ ແລະ​ຕົວ​ສັ່ນ​ເພາະ​ຄຳ​ຂອງ​ເຣົາ 3 ເຂົາ​ຜູ້​ຂ້າ​ງົວ​ຢ່າງ​ກັບເຂົາ​ຜູ້​ຂ້າ​ຄົນ ເຂົາ​ຜູ້​ຂ້າ​ລູກ​ແກະ​ຖວາຍ​ຢ່າງ​ກັບ​ເຂົາ​ຜູ້​ຫັກ​ຄໍ​ຫມາ ເຂົາ​ຜູ້​ນຳ​ທັນ​ຍາ​ບູ​ຊາ​ມາ​ຢ່າງ​ກັບ​ເຂົາ​ຖວາຍ​ເລືອດ​ຫມູ ເຂົາ​ຜູ້​ທຳ​ອະ​ນຸສອນ​ບູ​ຊາ​ດ້ວຍ​ກຳ​ຍານ​ຢ່າງ​ກັບ​ເຂົາ​ຜູ້​ນັ້ນ​ສາ​ທຸການ​ຮູບ​ເຄົາ​ຣົບ ຄົນ​ເຫລົ່າ​ນີ້​ຕ່າງ​ກໍ​ເລືອກ​ທາງ​ຂອງ​ເຂົາ​ເອງ ແລະ​ຈິດ​ໃຈ​ຂອງ​ເຂົາ​ປິ​ຕິ​ຍິນ​ດີ​ຢູ່​ໃນ​ສິ່ງ​ຫນ້າຂີ້​ດຽດ​ຂອງ​ເຂົາ 4 ເຣົາ​ກໍ​ຈະ​ເລືອກ​ຄວາມ​ທຸກ​ໃຈ​ໃຫ້​ເຂົາ​ດ້ວຍ ແບະ​ນຳ​ສິ່​ງ​ທີ່​ເຂົາ​ຢ້ານ​ກົວ​ມາ​ໃຫ້​ເຂົາ ເພາະ​ເມື່ອ​ເຮົາ​ໄດ້​ເອີ້ນ​ບໍ່​ມີ​ຈັກ​ຄົນ​ນຶ່ງ​ຕອບ ເມື່ອ​ເຮົາ​ເວົ້າ ເຂົາ​ບໍ່​ຟັງ ແຕ່​ເຂົາ​ໄດ້​ກະ​ທຳ​ຄວາມ​ຊົ່ວ​ຣ້າຍ​ໃນ​ສາຍ​ຕາ​ຂອງ​ເຮົາ ແລະ​ເລືອກ​ສິ່ງ​ຊຶ່ງ​ເຮົາ​ບໍ່​ປິ​ຕິຍິນ​ດີ​ດ້ວຍ” 5 ເຈົ້າ​ຜູ້​ຕົວ​ສັ່ນ​ເພາະ​ພຣະ​ຄຳ​ຂອງ​ພຣະ​ອົງ ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ “ພີ່​ນ້ອງ​ຂອງ​ເຈົ້າ​ຜູ້​ຊຶ່ງ​ກຽດ​ຊັງ​ເຈົ້າ ແລະ​ແກວ່ງ ​ ເຈົ້າ​ອອກ​ໄປ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ໄດ້​ເວົ້າ​ວ່າ “ຂໍ​ພຣະ​ເຈົ້າ​ຊົງ​ຮັບ​ກຽດ ເພື່ອ​ເຣົາ​ຈະ​ໄດ້​ເຫັນ​ຄວາມ​ເບິກ​ບານ​ຂອງ​ ເຈົ້າ ແຕ່​ເຂົາ​ເຫລົ່າ​ນັ້ນ​ແຫລະ​ຈະ​ຕ້ອງ​ໄດ້​ຮັບ​ຄວາມ​ອາຍ 6 “ຟັງ​ເດີ ສຽງອຶກ​ກະ​ທຶກ​ຈາກ​ໃນ​ເມືອງ ສຽງ​ຈາກພຣະ​ວິ​ຫານ ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ໃຫ້​ການ​ຕອບ​ແທນ​ຕໍ່​ສັດ​ຕ​ຣູຂອງ​ພຣະ​ອົງ 7 ກ່ອນ​ທີ່​ນາງ​ຈະ​ເຈັບ​ທ້ອງ​ຄອດ ນາງ​ກໍ​ຄອດບຸດ ກ່ອນ​ທີ່​ຄວາມ​ເຈັບ​ປວດ​ຈະ​ມາ​ເຖິງ​ນາງ ນາງ​ກໍ​ໃຫ້​ກຳ​ເນິດ​ບຸດ​ຊາຍ​ຄົນ​ນຶ່ງ 8 ໃຜ​ແດ່ເຄີຍ​ໄດ້​ຍິນ​ສິ່ງ​ຢ່າງ​ນີ້​ ໃຜ​ແດ່​ເຄີຍໄດ້​ເຫັນ​ສິ່ງ​ຢ່າງ​ນີ້ ແຜ່ນ​ດິ​ນ​ຈະ​ເກີດ​ຂຶ້ນ​ໃນ​ວັນ​ດຽວ​ຫລື ປະ​ຊາ​ຊາດ​ຈະເກີດ​ມາ​ໃນ​ຊົ່ວ​ບຶດ​ດຽວ​ຫລື ເພາະ​ພໍ​ຊີ​ໂອນ​ເຈັບ​ທ້ອງ​ຄອດ ນາງ​ກໍ​ຄອດບຸດ​ທັງ​ຫລາຍ​ຂອງ​ນາງ 9 ເຣົາ​ຈະ​ນຳ​ມາ​ເຖິງ​ກຳ​ນົດເກີດ ແລ້ວ​ຈະ​ໃຫ້​ເກີດ​ຫລື ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ ເຮົາ​ເປັນ​ເຫດ​ໃຫ້​ຄອດ ຈະ​ປິດ​ຄັນ​ຫລື ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ​ກ່າວ​ດັ່ງ​ນີ້ 10 ຈົ່ງ​ຊົ​ມ​ຊື່ນ​ຍິນ​ດີກັບ​ເຢ​ຣູ​ຊາ​ເລັມ ແລະ​ຍິນ​ດີ​ກັບ​ນາງເຖີດ​ບັນ​ດາ​ເຈົ້າ​ທີ່​ຮັກ​ນາງ ຈົ່ງ​ຊົ​ມ​ຊື່ນ​ຍິນ​ດີ​ກັບ​ນາງ​ດ້ວຍ​ຄວາມ​ຊື່ນ​ບານ​ເຖີດ​ບັນ​ດາ​ເຈົ້າ​ທີ່​ໄວ້​ທຸກ​ເພື່ອ​ນາງ 11 ເພື່ອ​ເຈົ້າ​ຈະ​ໄດ້​ດູດ​ແລະ​ອີ່ມ​ໃຈ ດ້ວຍ​ເອິກ​ອັນ​ປະ​ເລົ້າ​ປະ​ໂລມ​ຂອງ​ນາງ ເພື່ອ​ເຈົ້າ​ຈະ​ໄດ້​ດື່ມ​ໃຫ້​ກ້ຽງ ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ ຈາກ​ສັກ​ສີ​ອັນ​ອຸ​ດົມ​ຂອງ​ນາງ 12 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ເຮົາ​ຈະ​ນຳ​ສະ​ວັດ​ດີ​ພາບ​ມາ​ເຖິງ​ນາງ​ຢ່າງ​ກັບແມ່​ນ້ຳ ແລະ​ຊັບ​ສົມ​ບັດ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ເຫມືອນ​ລຳ​ນ້ຳ​ທີ່​ກຳ​ລັງ​ລົ້ນ ແລະ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດູດ ນາງ​ຈະ​ອຸ້ມ​ເຈົ້າ​ໄວ້​ທີ່​ບັ້ນ​ແອວ​ຂອງ​ນາງ ແລະ​ຂະ​ເຫຍົ່າ​ຂຶ້ນ​ລົງ​ທີ່​ເຂົ່າ​ຂອງ​ນາງ 13 ດັ່ງ​ຜູ້​ທີ່​ມານ​ດາ​ຂອງ​ຕົນ​ເລົ້າ​ໂລມ ເຮົາ​ຈະ​ເລົ້າ​ໂລມ​ເຈົ້າ​ເຊັ່ນ​ນັ້ນ ແລະ​ເຈົ້າ​ຈະ​ຮັບ​ການ​ເລົ້າ​ໂລມ​ໃນ​ເຢ​ຣູ​ຊາ​ເລັມ 14 ເຈົ້າ​ຈະ​ເຫັນ ແລະ​ໃຈ​ຂອງ​ເຈົ້າ​ຈະ​ເບີກ​ບານ ກະ​ດູກ​ຂ​ອງ​ເຈົ້າ​ຈະ​ເຂັ້ມ​ແຂງ​ຂຶ້ນ​ແລະ​ສຸ​ຂະ​ພາບ​ດີ​ເຫມືອນ​ຢ່າງ​ຫຍ້າ​ອ່ອນ ແລະ​ເຂົາ​ຈະ​ຮູ້​ກັນ​ວ່າ​ຫັ​ດ​ຂອງ​ພຣະ​ເຈົ້າ​ຢູ່​ກັບ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ​ຄວາມ​ພິ​ໂຣດ​ຕໍ່​ສູ້​ສັດ​ຕ​ຣູ​ຂອງ​ພຣະ​ອົງ 15 ເພາະ ເບິ່ງ​ແມ໋, ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ​ດ້ວຍ​ໄຟ ແລະ​ຣົດ​ຮົບ​ຂອງ​ພຣະ​ອົງ​ເຫມືອນ​ລົມ​ພະ​ຍຸ ເພື່ອ​ສນອງ​ເຂົາ​ດ້ວຍຄວາມ​ກ້ຽວ​ກາດ ແລະ​ດ້ວຍ​ການ​ຂະ​ຫນາບ​ຂອງ​ພຣະ​ອົງ​ພ້ອມ​ດ້ວຍ​ແປວ​ໄຟ 16 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ການ​ພິ​ພາກ​ສາ​ດ້ວຍ​ໄຟ ແລະ​ດ້ວຍ​ພຣະ​ແສງ​ຂອງ​ພຣະ​ອົງ​ເຫນືອ​ເນື້ອ​ຫນັງ​ທັງ​ສິ້ນ ແລະ​ຜູ້​ທີ່​ພຣະ​ອົງ​ຊົງ​ສັງ​ຫານ​ເສັຽ​ຈະ​ມີ​ຫລວງ​ຫລາຍ 17 “ບັນ​ດາຜູ້​ທີ່​ລ້າງ​ຕົວ​ແລະ​ຊຳ​ຮະ​ຕົວ​ໃຫ້​ບໍ​ຣິ​ສຸດ​ເພື່ອ​ເຂົ້າ​ໄປ​ໃນ​ສວນ ຕິດ​ຕາມ​ຜູ້​ນຶ່ງ​ທີ່​ຢູ່​ຖ້າມ​ກາງ​ກິນ​ເນື້ອ​ຫມູ​ແລະ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ ແລະ​ຫນູ ຈະ​ເຖິງ​ສິ້ນ​ສຸດ​ດ້ວຍ​ກັນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ 18 “ເພາະ​ເຮົາ​ຊາບ​ການ​ງານ​ຂອງ​ເຂົາ​ແລະ​ຄວາມ​ຄິດ​ຂອງ​ເຂົາ ແລະ​ເຣົາ​ຈະ​ມາ​ຮວບ​ຮວມ​ບັນ​ດາ​ປະ​ຊາ​ຊາດ​ແລະ​ພາ​ສາ​ທັງ​ສິ້ນ ແລະ​ເຂົາ​ຈະ​ມາ​ເຫັນ​ພຣະ​ກຽດ​ຂອງ​ເຮົາ 19 ແລະ​ເຮົາ​ຈະ​ຕັ້ງ​ຫມາຍ​ສຳ​ຄັນ​ໄວ​ຖ້າມ​ກາງ​ເຂົາ ແລະ​ເຮົາ​ຈະ​ສົ່ງຜູ້​ລອດ​ຕາຍ​ຈາກ​ພວກ​ເຂົາ​ນັ້ນ​ໄປ​ຍັງ​ບັນ​ດາ​ປະ​ຊາ​ຊາດ ຍັງ​ຕາ​ຣ໌​ຊິດ ປູ​ທ ແລະ​ລູດ ຜູ້​ໂກ່ງ​ທະ​ນູ ຍັງ​ຕູ​ບານ​ແລະ​ຢາ​ວານ ຍັງ​ແຜ່ນ​ດິນ​ຊາຍ​ທະ​ເລ​ທີ່​ໄກ​ອອກ​ໄປ ທີ່​ເຂົາ​ຍັງ​ບໍ່​ໄດ້​ຍິນ​ຊື່​ສຽງ​ຂອງ​ເຮົາ​ແລະ​ເຫັນ​ພຣະ​ກຽດ​ຂອງ​ເຮົາ ແລະ​ເຂົາ​ຈະ​ປະ​ກາດ​ພຣະ​ກຽດ​ຂອງ​ເຮົາ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ 20 ແລະ​ເຂົາ​ຈະ​ນໍາ​ພີ່​ນ້ອງ​ທັງ​ສິ້ນ​ຂອ​ງ​ເຈົ້າ​ທັງ​ຫລາຍ​ຈາກ​ບັນ​ດາ​ປະ​ຊາ​ຊາດ​ທັງ​ສິ້ນ​ເປັນ​ເຄື່ອງ​ບູ​ຊາ​ພຣະ​ຜູ້​ເປັນ​ເຈົ້າ ມາດ້ວຍ​ມ້າ ດ້ວຍ​ຣົດ​ຮົບ ດ້ວຍກວຽນ ດ້ວຍລໍ​ແລະ​ດ້ວຍ​ອູດ ຍັງ​ເຢ​ຣູ​ຊາເລັມ​ພູ​ບໍ​ຣິ​ສຸດ​ຂອງ​ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ ເຊັ່ນ​ດຽວ​ກັບ​ຄົນ​ອິສ​ຣາ​ເອນ​ນຳ​ທັນ​ຍາ​ບູ​ຊາ​ໃສ່​ພາ​ຊ​ນະ​ສະ​ອາດ​ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 21 ແລະ​ເຮົາ​ຈະ​ເອົາ​ເຂົາ​ບາງ​ຄົນ​ເປັນ​ປະ​ໂຣ​ຫິດ ແລະ​ເປັນ​ພວກ​ເລ​ວີ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ 22 “ເພາະ​ສວັນ​ໃຫມ່ ແລະ​ແຜ່ນ​ດິ​ນໂລກ​ໃຫມ່ ຊຶ່ງ​ເຮົາ​ຈະ​ສ້າງ ຈະ​ຍັງ​ຢູ່​ຕໍ່​ຫນ້າ​ເຮົາ​ສັນ​ໃດ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ ເຊື້ອ​ສາຍ​ຂອງ​ເຈົ້າ​ແລະ​ຊື່​ຂອ​ງ​ເຈົ້າ​ຈະ​ຍັງ​ຢູ່​ສັນ​ນັ້ນ 23 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ທຸກວັນ​ຂຶ້ນ​ຄ່ຳ ແລະ​ທຸກວັນ​ສະ​ບາ​ໂຕ ມະ​ນຸດ​ທັງ​ສິ້ນ​ຈະ​ມາ​ນະ​ມັ​ສ​ການ​ຕໍ່​ເຮົາ 24 “ເຂົາ​ຈະ​ອອກ​ໄປ​ມອງ​ເບິ່ງ​ຊາກ​ສົບ​ຂອງ​ຄົນ​ທີ່​ໄດ້​ກະ​ບົດ​ຕໍ່​ເຮົາ ເພາະ​ວ່າ​ຫນອນ​ຂອງ​ຄົນ​ເຫລົ່າ​ນີ້​ຈະ​ບໍ່​ຕາຍ​ໄປ ໄຟ​ຂອງ​ເຂົາ​ຈະບໍ່​ດັບ ແລະ​ເຂົາ​ຈະ​ເປັນ​ທີ່​ຫນ້າ​ລັງ​ກຽດຕໍ່​ມະ​ນຸດ​ທັງ​ສິ້​ນ”

ເຢເຣມີ 1

1 ຕໍ່​ໄປ​ນີ້​ແມ່ນຖ້ອຍ​ຄຳ​ ​ແລະ​ການ​ກະ​ທຳ​ຂອງ​ເຢ​ເຣ​ມີ​ຢາ ບຸດ​ຂອງ​ຮິນ​ກີ​ຢາ ຜູ້​ເປັນ​ປະ​ໂຣ​ຫິດ​ຄົນ​ນຶ່ງ​ໃນ​ເມືອງ​ອາ​ນາ​ໂທດ ໃນ​ແຜ່ນ​ດິນ​ຂອງ​ເບັນ​ຢາ​ມິນ 2 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ຕໍ່​ເຢ​ເຣ​ມີ​ຢາໃນ​ຣັ​ຊ​ການ​ໂຢ​ຊີ​ຢາ ໂອຣົດ​ຂອງ​ອາ​ໂມນ ກະ​ສັດ​ແຫ່ງຢູ​ດາໃນ​ປີ​ທີ່​ສິບ​ສາມ​ຂອງ​ຣັ​ຊ​ການ​ນີ້ 3 ແລະ​ມີ​ມາ​ໃນ​ຣັ​ຊ​ການ​ຂອງ​ເຢ​ຮົວ​ອາ​ກິມ ໂອ​ຣົດ​ຂອງ​ໂຢ​ຊີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ ຈົນ​ເຖິງ​ປາຍ​ປີ​ທີ່​ສິບ​ເອັດ​ແຫ່ງ​ຣັ​ຊການ​ເຊ​ເດ​ກີ​ຢາ ໂອ​ຣົດ​ຂອງ​ໂຢ​ຊີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ ຈົນ​ເຖິງ​ການກວາດ​ເຢ​ຣູ​ຊາ​ເລັມ​ໄປ​ເປັນ​ຊະ​ເລີຍ​ໃນ​ເດືອນ​ທີ່​ຫ້າ 4 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 5 “ເຮົາ​ໄດ້​ຮູ້​ຈັກ​ເຈົ້າ ກ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ຕົວ​ຕົນ​ຢູ່​ໃນ​ທ້ອງ​ແມ່ ເຮົາ​ໄດ້​ເລືອກ​ເຈົ້າ​ໄວ້​ແລ້ວ ກ່ອນ​ເຈົ້າ​ເກີດ ເຮົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ເປັນ​ຜູ້​ບໍ​ຣິສຸດ​ແລ້ວ ແລະ​ໄດ້​ສະ​ຖາ​ປະ​ນາ​ໃຫ້​ເຈົ້າ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ແກ່​ນາໆ​ຊາດ” 6 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຢ່າງ​ໃດ ເພາະ​ວ່າ ຂ້າ​ພຣະ​ອົງ​ຍັງ​ນ້ອຍ” 7 ແຕ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຢ່າ​ເວົ້າ​ວ່າ​ເຈົ້າ​ຍັງ​ນ້ອຍ ເພາະ​ວ່າ​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ປະ​ຊາ​ຊົນ ແລ້ວ​ຈົ່ງ​ບອກ​ທຸກ​ສິ່ງ​ທີ່​ເຮົາ​ຈະ​ສັ່ງ​ເຈົ້າ​ແກ່​ພວກ​ເຂົາ 8 ເຈົ້າ​ຢ່າ​ສູ່​ຢ້ານ​ຄົນ​ເຫລົ່າ​ນັ້ນ ເພາະ​ວ່າ​ເຮົາ​ຈະ​ຢູ່​ປົກ​ປັກ​ຮັກ​ສາ​ເຈົ້າ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 9 ຄັນ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເດ່​ພຣະ​ຫັດ​ມາ​ໃສ່​ປາກ​ຂ້າ​ພະ​ເຈົ້າ ແລະ​ຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ, “ເບິ່ງດູ ເຮົາ​ໄດ້​ເອົາ​ຄຳ​ເວົ້າ​ຂອງ​ເຮົາ​ໃສ່​ໃນ​ປາກ​ຂອງ​ເຈົ້າ​ແລ້ວ 10 ມື້​ນີ້​ເຮົາ​ໃຫ້​ເຈົ້າ​ມີ​ອຳ​ນາດ​ເຫນືອ​ປະ​ຊາ​ຊາດ ແລະ​ຣາ​ຊ​ອາ​ນາ​ຈັກ​ທັງ​ຫລາຍ ເພື່ອ​ຖອນ​ຮາກ​ແລະ​ຮື້​ຖິ້ມ​ເສັຽ ເພື່ອ​ທຳ​ລາຍ​ແລະ​ເຮັດ​ໃຫ້​ລົ້ມ​ລົງ ເພື່ອ​ກໍ່​ຂຶ້ນ​ແລະ​ປູກ​ຝັງ​ໄວ້” 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເຢ​ເຣ​ມີ​ຢາ​ເອີຍ ເຈົ້າໄດ້​ເຫັນ​ຫຍັງ” ຂ້າ​ພະ​ເຈົ້າ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ໄດ້​ເຫັນ​ງ່າ​ຂອງ​ກົກອັ​ລ​ມັນ” 12 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຖືກ​ແລ້ວ ເຮົາ​ກຳ​ລັງ​ເຝົ້າ​ບັງ​ຄັບ​ໃຫ້​ຄຳ​ເວົ້າ​ຂອງ​ເຣົາ​ເປັນ​ຈິງ​ຂຶ້ນ” 13 ຕໍ່​ມາ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ອີກ​ບໍ” ຂ້າ​ພະ​ເຈົ້າ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ໄດ້​ເຫັນ​ຫມໍ້​ຫນ​ວ່ຍ​ນຶ່ງ​ຢູ່​ທາງ​ທິດ​ເຫນືອ ມັນ​ກຳ​ລັງ​ຟົດ​ແລະ​ປາກ​ຫມໍ້​ນັ້ນ​ປິ່ນ​ມາ​ທາງ​ພີ້” 14 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ, “ເຫດ​ຮ້າຍ​ຈະ​ເກີດ​ຂຶ້ນ​ທາງ​ທິດ​ເຫນືອ ແລ້ວ​ຈະ​ລຸກ​ລາມ​ເຜົາ​ຜານ​ຄົນ​ທັງ​ປວງທີ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນີ້ 15 ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ຄື​ເຮົາ​ຈະ​ເອີ້ນ​ຊົນ​ຊາດ​ທີ່​ຢູ່​ທາງ​ເຫນືອ​ນັ້ນ​ມາ​ຫມົດ ກະ​ສັດ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ຈະ​ມາ ກະ​ສັດ​ແຕ່​ລະ​ອົງ​ຈະ​ຕັ້ງ​ກອງ​ບັນ​ຊາ​ການ​ຂອງ​ຕົນ​ໄວ້​ຕໍ່​ຫນ້າ​ປະ​ຕູ​ກຸງ​ເຢ​ຣູ​ຊາ​ເລັມ​ຕິດ​ກັບ​ກຳ​ແພງ ແລະ​ຕໍ່​ຫນ້າ​ປະ​ຕູ​ຫົວ​ເມືອງ​ອື່ນໆ​ໃນ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ 16 ເຣົາ​ຈະ​ລົງ​ໂທດ​ຄົນ​ທັງ​ຫລາຍ​ດ້ວຍ​ວ່າ​ເຂົາ​ໄດ້​ເຮັດ​ບາບ ຄື​ໄດ້​ປະ​ຖິ້ມ​ເຮົາ ໄດ້​ເຜົາ​ເຄື່ອງ​ຫອມ​ບູ​ຊາ​ຖວາຍ​ແກ່​ພຣະ​ອື່ນ ແລະ​ໄດ້​ຂາບ​ໄຫວ້​ຮູບ​ເຄົາ​ຣົບ​ທີ່​ເຂົາ​ເອງ​ສ້າງ​ຂຶ້ນ 17 ເຈົ້າ​ຈົ່ງ​ກ້າຫານ ແລະ​ຈົ່ງ​ໄປ​ບອກ​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ນັ້ນ​ແກ່​ເຂົາ ບັດ​ນີ້ ເຈົ້າ​ຢ່າ​ສູ່​ຢ້ານ​ເຂົາ ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ເຣັດ​ໃຫ້​ເຈົ້າ​ຢ້ານ​ເຂົາ​ຫລາຍ​ຂຶ້ນ​ເມື່ອ​ເຈົ້າ​ຢູ່​ນຳ​ເຂົາ 18 ຈົ່ງ​ຟັງ ເຢ​ເຣ​ມີ​ຢາ​ເອີຍ ຄື​ທຸກໆ​ຄົນ​ໃນ​ປະ​ເທດ​ນີ້ ທັງ​ກະ​ສັດ​ຂອງ​ຊາວ​ຢູ​ດາ ຂ້າ​ຣາ​ຊ​ການ ປະ​ໂຣ​ຫິດ ແລະ​ປະ​ຊາ​ຊົນ​ທັງ​ປວງ​ 19 ເຂົາ​ທັງ​ຫລາຍຈະ​ຕໍ່​ສູ້​ເຈົ້າ ແຕ່​ມື້​ນີ້​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ສາ​ມາດ​ຕໍ່​ສູ້​ຂັດ​ຂວາງ​ເຂົາ​ໄດ້ ເຈົ້າ​ຈະ​ເປັນ​ເຫມືອນນະ​ຄອນ​ທີ່​ມີ​ການ​ປ້ອງ​ກັນ​ຢ່າງ​ດີ ຈະ​ເປັນ​ເຫມືອນ​ເສົາ​ເຫລັກ ແລະ​ກຳ​ແພງ​ທອງເຫລືອງ ພວກ​ເຂົາ​ຈະ​ບໍ່​ຊະ​ນະ​ເຈົ້າ ເພາະ​ວ່າ​ເຮົາ​ຈະ​ຢູ່​ປົກ​ປັກ​ຮັກ​ສາ​ເຈົ້າ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ”

ເຢເຣມີ 2

ການ​ບໍ່​ເຊື່ອ​ຟັງ​ຂອງ​ຊາວ​ອິສ​ຣາ​ເອນ

1 ພຣະ​ຄໍາ​ຂອງ​ພຣະຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, “ 2 ຈົ່ງ​ໄປ​ປະ​ກາດ​ໃສ່​ຫູ​ຂອງ​ກຸງ​ເຢ​ຣູ​ຊາ​ເລັມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ລະ​ນຶກ​ເຖິງ​ຄວາມ​ຊື່​ສັດ ຄາວ​ເມື່ອ​ເຈົ້າ​ຍັງ​ຫນຸ່ມ ລະ​ນຶກ​ເຖິງ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ເຮົາ​ຄາວ​ມື້​ແຕ່ງ​ງານ ພວກ​ເຈົ້າ​ຕິດ​ຕາມ​ເຮົາ​ໄປ​ທົ່ວ​ຖິ່ນ​ກັນ​ດານ ຄື​ພູ​ມີ​ປະ​ເທດ​ທີ່​ບໍ່​ໄດ້​ປູກ​ຝັງ 3 ຊາວ​ອິສ​ຣາ​ເອນ​ເອີຍ ໃນ​ເວ​ລາ​ນັ້ນ​ພວກ​ເຈົ້າ​ເປັນ​ຂອງ​ເຮົາ​ທັງ​ຫມົດ ເປັນ​ຫມາກ​ຜົນ​ອັນ​ດີ​ທີ່​ສຸດ​ຈາກ​ການ​ເກັບ​ກ່ຽວ​ຂອງ​ເຮົາ ເຮົາ​ເຮັດ​ໃຫ້​ທຸກ​ຄົນ​ທີ່​ທຳ​ຮ້າຍ​ເຈົ້າ​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ ແລະ​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ທຸກ​ຍາກ​ລຳ​ບາກ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ”

ບາບ​ຂອງ​ບັນ​ພະ​ບຸ​ຣຸດ​ຊາວ​ອິສ​ຣາ​ເອນ

4 ເຊື້ອ​ສາຍ​ຂອງຢາ​ໂຄບ ແລະ​ບັນ​ດາ​ຄອບ​ຄົວ​ອິສ​ຣາ​ເອນ​ເອີຍ ຈົ່ງ​ຟັງ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ 5 ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ​ວ່າ, “ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຈົ້າ​ເຫັນ​ວ່າ​ເຮົາ​ໄດ້​ເຮັດ​ຜິດ​ຫຍັງ ຈຶ່ງ​ໄດ້​ພາ​ກັນ​ຫນີ​ຈາກ​ໄປ ພວກ​ເຂົາ​ໄດ້​ນັບ​ຖື​ຮູບ​ອັນ​ໄຮ້​ປໂຍດ ຈຶ່ງ​ກາຍ​ເປັນ​ຄົນ​ທີ່​ບໍ່ມີ​ປ​ໂຍດ 6 ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ຊ່ອຍ​ເຂົາ​ໃຫ້​ອອກ​ຈາກ​ປະ​ເທດ​ເອ​ຢິບ ໄດ້​ນຳ​ພາເຂົາ​ຜ່ານ​ຖິ່ນ​ກັນ​ດານ ຜ່ານ​ປະ​ເທດ​ທີ່​ມີ​ພູ​ແລະ​ໂສກ​ເຫວ ຜ່ານ​ປະ​ເທດ​ທີ່​ແຫ້ງ​ແລ້ງ​ແລະ​ມີ​ອັນ​ຕະ​ຣາຍ ໃນ​ບ່ອນ​ທີ່ບໍ່​ມີ​ຄົນ​ຜ່ານ​ໄປ​ແລະ​ອາ​ໄສ​ຢູ່ ພ​ວ​ກ​ເຂົາ​ກໍ​ບໍ່​ໄດ້​ເອົາ​ໃຈ​ໃສ່​ໃນ​ເຮົາ 7 ເຮົາ​ໄດ້​ນຳ​ພວກ​ເຂົາ​ເຂົ້າ​ໄປ​ຢູ່​ໃນ​ແຜ່ນ​ດິນ​ທີ່​ອຸ​ດົມ​ສົມ​ບູ​ນ ເພື່ອ​ກິນ​ຜົນ​ລະ​ປູກ​ແລະ​ສິ່ງອື່ນໆ​ໃນ​ແຜ່ນ​ດິນ​ນັ້ນ ແຕ່​ພວກ​ເຂົາ​ໄດ້​ເຂົ້າ​ມາ​ສໍ້​ໂກງ​ແຜ່ນ​ດິນ​ຂອງ​ເຮົາ ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ທີ່​ເຮົາ​ຍົກ​ໃຫ້​ແກ່​ເຂົາ​ເຊື່ອມ​ເສັຽ​ໄປ 8 ພວກ​ປະ​ໂຣ​ຫິດ​ບໍ່​ໄດ້​ສົນ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ນັກ​ທັມ​ກໍ​ບໍ່​ຣູ້ຈັກ​ເຮົາ ຜູ້​ປົກ​ຄອງ​ກໍ​ເປັນ​ກະ​ບົດ​ຕໍ່​ສູ້​ເຮົາ ຜູ້​ປະ​ກາດ​ພຣະ​ທັມ​ກໍ​ປະ​ກາດ​ໃນ​ພຣະ​ນາມ​ຂອງ​ພຣະ​ບາ​ອານ ແລະ​ໄດ້​ຂາບ​ໄຫວ້​ຮູບ​ພຣະ​ທີ່​ຊ່ອຍ​ຫຍັງ​ບໍ່​ໄດ້

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພິ​ພາກ​ສາ​ໂທດ​ໄພ່​ພົນ​ຂອງ​ພຣະ​ອົງ

9 ດ້ວຍ​ເຫດ​ນີ້ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ນຳ​ຄະ​ດີ​ມາ​ຕໍ່​ສູ້​ໄພ່​ພົນ​ຂອງ​ເຮົາ​ອີກ ແລະ​ມາ​ຕໍ່​ສູ້​ພວກ​ຫລານ​ເຫລັນ​ຂອ​ງ​ເຂົາ​ດ້ວຍ 10 ຈົ່ງ​ຂ້າມ​ໄປ​ເຖິງ​ເກາະໄຊ​ປ​ຣັ​ສ ແລ້ວ​ກໍ​ເບິ່ງ ຫລື​ໃຊ້​ຄົນ​ໄປ​ເຖິງ​ເມືອງ​ເກ​ດາ​ຣ໌ ແລ້ວ​ພິ​ຈາ​ຣະ​ນາ​ເບິ່ງ​ຄັກໆ​ວ່າ​ເຄີຍ​ມີ​ຫຍັງ​ເກີດ​ຂຶ້ນ​ເຫມືອນ​ສິ່ງ​ນີ້​ຫລື​ບໍ່ 11 ໃນ​ໂລກ​ນີ້​ມີ​ຊາດ​ໃດ​ແດ່​ເຄີຍ​ມີ​ພຣະ​ຂອງ​ຕົນ ເຖິງ​ແມ່ນ​ວ່າ​ພຣະ​ເຫລົ່າ​ນັ້ນ​ບໍ່​ແມ່ນ​ພຣະ​ແທ້​ກໍ​ດີ ແຕ່​ໄພ່​ພົນ​ຂອງ​ເຣົາ​ໄດ້​ປະ​ເຮົາ​ແລ້ວ ຄື​ປະ​ພຣະ​ເຈົ້າ​ອົງ​ນຳ​ກຽດ​ມາ​ໃຫ້​ເຂົາ ໄປ​ຫາ​ພຣະ​ທີ່​ຊ່ອຍ​ເຫລືອ​ຫຍັງບໍ່​ໄດ້ 12 ດັ່ງ​ນັ້ນ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ສັ່ງ​ໃຫ້​ທ້ອງ​ຟ້າ​ຫວັ່ນ​ໄຫວ​ຢ່າງ​ຮຸນ​ແຮງ ເພື່ອ​ໃຫ້​ຄົນ​ເກີດ​ການ​ອັດ​ສະ​ຈັນ​ແລະ​ຕື່ນ​ຕົກ​ໃຈ 13 ໄພ່​ພົ​ນ​ຂອງ​ເຮົາ​ໄດ້​ເຮັດ​ບາບ​ສອງ​ຢ່າງ​ຄື ໄດ້​ປະ​ຖິ້ມ​ເຣົາ​ຜູ້​ເປັນ​ນ້ຳ​ບໍ່​ທີ່​ມີ​ຊີ​ວິດ ແລະ​ໄດ້​ຂຸດ​ນ້ຳ​ສ້າງ​ສຳ​ລັບ​ຕົນ​ເອງ ແຕ່​ສ້າງ​ນັ້ນ​ບໍ່​ມີ​ນ້ຳ”

ຜົນ​ແຫ່ງ​ຄວາມ​ບໍ່​ເຊື່ອ​ຟັງ​ຂອງ​ຊາວ​ອິສ​ຣາ​ເອນ

14 “ຊາວ​ອິສ​ຣາ​ເອນ​ບໍ່​ໄດ້​ເປັນ​ຂ້ອຍ​ທາດ ບໍ່​ໄດ້​ເກີດ​ມາ​ເປັນ​ຂ້ອຍ​ທາດ ຖ້າ​ຢ່າງ​ນັ້ນ​ເປັນ​ຫຍັງ​ສັດ​ຕ​ຣູ​ຈຶ່ງ​ຕາມ​ລ່າ​ຈັບ​ເຂົາ 15 ສັດ​ຕ​ຣູ​ໄດ້​ຮ້ອງ​ແຜດ​ສຽງ​ໃສ່​ເຂົາ​ເຫມືອນ​ດັ່ງ​ສິງ ພວກ​ເຂົາ​ໄດ້​ແຜດ​ສຽງ​ໃສ່​ຢ່າງ​ຮຸນ​ແຮງ ແລະ​ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ຂອງ​ອິສ​ຣາ​ເອນ​ເປັນ​ຖິ່ນ​ກັນ​ດານ ຫົວ​ເມືອງ​ຂອງ​ເຂົາ​ກໍ​ຖືກ​ທຳ​ລາຍ​ແລະ​ບໍ່​ມີ​ຄົນ​ອາ​ໄສ​ຢູ່ 16 ນອກ​ຈາກ​ນີ້​ຊາວ​ເມືອງ​ເມັມ​ຟິ​ສ ແລະ​ເມືອງ​ຕາ​ປານ​ເຮ​ສ ຍັງ​ໄດ້​ທຸບ​ຕີ​ຫົວ​ຂອງ​ຊາວ​ອິສ​ຣາ​ເອນແຕກ 17 ພວກ​ເຈົ້າ​ໄດ້​ນຳ​ສິ່ງ​ນີ້​ມາ​ໃສ່​ພວກ​ເຈົ້າ​ເອງ ໃນ​ຂ​ນະ​ທີ່​ເຮົາ​ພາເຈົ້າ​ໄປ​ຕາມ​ທາງ ເຈົ້າ​ໄດ້​ປະ​ຖິ້ມ​ເຮົາ ຄື​ພຣະຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ 18 ບັດ​ນີ້ ເຈົ້າ​ຫວັງ​ປ​ໂຍດ​ອັນ​ໃດ​ທີ່​ຈະ​ໄປ​ປະ​ເທດ​ເອ​ຢິບ ຫວັງ​ຈະ​ດື່ມ​ນ້ຳ​ໃນ​ແມ່​ນ້ຳ​ນິນ​ບໍ ຫວັງ​ປ​ໂຍດ​ອັນ​ໃດ​ທີ່​ຈະ​ໄປ​ປະ​ເທດ​ອັ​ສ​ຊີ​ເຣັຽ ຫວັງ​ຈະ​ດື່ມ​ນ້ຳ​ໃນແມ່​ນ້ຳ​ເອີ​ຟ​ຣາດ​ບໍ 19 ພວກ​ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມ​ຊົ່ວ​ຂອງ​ເຈົ້າ​ເອງ ແລະ​ຍ້ອນ​ປະ​ຖິ້ມ​ເຮົາ ທີ່​ພວກ​ເຈົ້າ​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ພວກ​ເຈົ້າ ແລະ​ບໍ່​ຢ້ານ​ກົວ​ເຮົາ​ອີກ​ຕໍ່​ໄປ​ນັ້ນ ພວ​ກ​ເຈົ້າ​ຈະ​ຮູ້ດອກວ່າ​ມັນ​ຂົມ​ຂື່ນ​ແລະ​ຊົ່ວ​ຮ້າຍ​ພຽ​ງ​ໃດ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຈອມ​ໂຍ​ທາໄດ້​ກ່າວ​ດັ່ງ​ນີ້​ແຫລະ”

ອິສ​ຣາເອນ​ບໍ່​ຍອມ​ຂາບ​ໄຫວ້​ພຣະ​ຜູ້​ເປັນ​ເຈົ້າ

20 “ເຫິງ​ນານ​ມາ​ແລ້ວ​ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ອຳ​ນາດ​ຂອງ​ເຮົາ ບໍ່​ຍອມ​ເຊື່ອ​ຟັງ​ເຮົາ​ແລະ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຮັບ​ໃຊ້​ພຣະ​ອົງ ແຕ່​ຢູ່​ເທິງ​ພູ​ແລະ​ໃຕ້​ກົກ​ໄມ້​ສັກ​ສິດ ພວ​ກ​ເຈົ້າ​ໄດ້​ເຮັດ​ປມາດ​ເຫມືອນ​ຍິງ​ໂສ​ເພ​ນີ 21 ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ເຫມືອນ​ເຄືອອະ​ງຸ່ນ​ພັນ​ດີ ເຫມືອນ​ແນວ​ພືດ​ຢ່າງ​ດີ​ທີ່​ສຸດ ແຕ່​ແລ້ວ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ກາຍ​ເປັນ​ເຫມືອນ​ອະ​ງຸ່ນ​ພັນ​ບໍ່​ດີ​ທີ່​ເຮົາ​ບໍ່​ສົນ​ໃຈ​ອີກ​ຕໍ່​ໄປ​ແລ້ວ 22 ເຖິງ​ແມ່ນ​ເຈົ້າ​ຈະ​ລ້າງ​ຕົວ​ຂອງ​ເຈົ້າ​ດ້ວຍ​ນ້ຳ​ຢາ ແລະ​ໃສ່​ສະ​ບູ​ຫລາຍໆ ເຮົາ​ກໍ​ຍັງ​ເຫັນ​ຄວາມ​ເປິະ​ເປື້ອນ​ອັນ​ເນື່ອງ​ມາ​ຈາກ​ບາບ​ຂອງ​ເຈົ້າ​ຢູ່ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 23 ເຈົ້າ​ຈະ​ເວົ້າ​ໄດ້​ຢ່າງ​ໃດ​ວ່າ​ບໍ່​ໄດ້​ເຮັດ​ຜິດ ແລະ​ເວົ້າ​ວ່າ​ເຄີຍ​ຂາບ​ໄຫວ້​ພຣະ​ບາ​ອານ ຈົ່ງ​ຄິດ​ເບິ່ງ​ດູ​ວ່າ ເຈົ້າ​ໄດ້​ເຮັດ​ບາບ​ໃນ​ຮ່ອມ​ພູ​ຢ່າງ​ໃດ​ແດ່ ຈົ່ງ​ສຳ​ນຶກ​ໃນ​ສິ່ງ​ທີ່​ໄດ້​ເຮັດ​ນັ້ນ ເຈົ້າ​ເປັນ​ເຫມືອນ​ອູດ​ແມ່​ທີ່​ກຳ​ລັງ​ຄຶກ​ຄະ​ນອງ​ທີ່​ປ່ອຍ​ໃຫ້​ມັນ​ໄປ​ໄດ້​ຕາມ​ໃຈ 24 ເຈົ້າ​ເປັນ​ເຫ​ມືອນ​ລໍ​ແມ່​ທີ່​ແລ່ນ​ຖື​ເຊີງ​ຢູ່​ໃນ​ຖິ່ນ​ກັນ​ດານ ເມື່ອ​ມັນ​ຢາກ​ຖື​ເຊີງ​ຢ່າງ​ຮຸນ​ແຮງ ໃຜ​ຈະ​ບັງ​ຄັບ​ມັນ​ໄດ້ ລໍ​ເຖິກ​ກໍ​ປະ​ສົມ​ພັນ​ກັບ​ມັນ​ໄດ້​ງ່າຍ ລໍ​ແມ່​ຈະ​ປາ​ກົດ​ໃຫ້​ເຫັນ​ເລື້ອຍໆ​ໃນ​ຣະ​ດູ​ຕິດ​ເຊີງ 25 ຢ່າ​ແລ່ນ​ຈົນ​ເກີບ​ເຮັ່ຽ​ແລະ​ຄໍ​ແຫ້ງ ແຕ່​ເຈົ້າ​ໄດ້​ເວົ້າ​ວ່າ, “ບໍ່​ເປັນ​ຫຍັງ​ດອກ ຂ້າ​ພະ​ເຈົ້າ​ຍິນ​ດີ​ນັບ​ຖື​ພຣະ​ຕ່າງ​ປະ​ເທດ​ແລະ​ຈະ​ຕິດ​ຕາມ​ໄປ” 26 “ຂະ​ໂມຍ​ນັ້ນ​ເມື່ອ​ຖືກ​ຈັບ​ຍ່ອມ​ລະ​ອາຍ​ສັນ​ໃດ ພວກ​ເຈົ້າ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ​ຮວມ​ທັງ​ກະ​ສັດ ເຈົ້າ​ນາຍ ປະ​ໂຣ​ຫິດ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຈະ​ລະ​ອາຍ​ສັນ​ນັ້ນ 27 ພວກ​ເຈົ້າ​ຈະ​ລະ​ອາຍ​ທີ່​ເວົ້າ​ກັ​ບ​ກົກ​ໄມ້​ວ່າ, “ອາດ​ຍາ​ເປັນ​ພໍ່​ຂອງ​ຂ້າ​ນ້ອຍ” ແລະ​ເວົ້າ​ກັບ​ກ້​ອນ​ຫີນ​ວ່າ, “ອາດ​ຍາ​ເປັນ​ແມ່​ຂອງ​ຂ້າ​ນ້ອຍ” ເຣື່ອງ​ນີ້​ຈະ​ເກີດ​ຂຶ້ນ​ຍ້ອນ​ເຈົ້າ​ປະ​ຖິ້ມ​ເຮົາ ແລະ​ບໍ່​ຕ່າວ​ມາ​ຫາ​ເຮົາ ແຕ່​ເມື່ອ​ເຈົ້າ​ຕົກ​ທຸກ​ໄດ້​ຍາກ ເຈົ້າ​ຈະ​ຮ້ອງ​ຂໍ​ໃຫ້​ເຮົາ​ມາ​ຊ່ອຍ 28 ພຣະ​ທີ່​ເຈົ້າ​ເຮັດ​ຂຶ້ນ​ສຳ​ລັບ​ຕົວ​ເອງ​ນັ້ນ​ຢູ່​ໃສ ເມື່ອ​ຕົກ​ທຸກ​ໄດ້​ຍາກ ຈົ່ງ​ໃຫ້​ມັນ​ຊ່ອຍ​ຕີ້​ຖ້າ​ວ່າ​ຈະ​ຊ່ອຍ​ໄດ້ ຊາວ​ຢູ​ດາ​ເອີຍ ພວກ​ເຈົ້າ​ນັ້ນ​ມີ​ພຣະ​ຫລາຍ​ທໍ່​ກັບ​ມີ​ເມືອງ 29 ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ຖາມ​ວ່າ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ທຸກ​ຕໍ່​ເຮົາ ພວກ​ເຈົ້າ​ທັງ​ຫມົດ​ໄດ້​ກະ​ບົດ​ຕໍ່​ສູ້​ເຮົາ 30 ເຮົາ​ໄດ້​ລົງ​ໂທດ​ເຈົ້າ ແຕ່​ພວກ​ເຈົ້າ​ບໍ່​ຫລາບ ເຈົ້າ​ບໍ່​ຍອມ​ຮັບ​ເອົາ​ການ​ດັດ​ສັນ​ດານ​ນັ້ນ ແລະ​ໄດ້​ຂ້າ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ຕົນ​ເຫມືອນ​ສິງ​ຕົວ​ຮ້າຍ​ກາດ 31 ຄົນ​ຣຸ່ນ​ນີ້​ເອີຍ ພວກ​ເຈົ້າ​ທັງ​ຫລາຍ​ຈົ່ງ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ເວົ້າ ເຮົາ​ເປັນ​ເຫມືອນ​ຖິ່ນ​ກັນ​ດານແກ່​ອິສ​ຣາ​ເອນ​ຫລື ແລະ​ເຫມືອນ​ແຜ່ນ​ດິນ​ທີ່​ເປັນ​ອັນ​ຕະ​ຣາຍ​ຕໍ່​ພວກ​ເຈົ້າ​ບໍ ໄພ່​ພົນ​ຂອງ​ເຮົາ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ເວົ້າ​ວ່າ ຈະ​ເຮັດ​ຕາມ​ໃຈ​ຂອງ​ຕົນ ແລະ​ຈະ​ບໍ່​ມາ​ຫາ​ເຮົາ​ອີກ​ຕໍ່​ໄປ” 32 ຍິງ​ສາວ​ຈະ​ລືມ​ເຄື່ອງ​ເອ້​ຂອງ​ຕົນ​ໄດ້​ບໍ ແລະ​ເຈົ້າ​ສາວ​ຈະ​ລືມ​ເຄື່ອງ​ແຕ່ງ​ຕົວ​ໃນ​ງານ​ສົມ​ຣົດ​ໄດ້​ບໍ ແຕ່​ໄພ່​ພົນ​ຂອງ​ເຮົາ​ໄດ້​ລືມ​ເຮົາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ 33 ເຈົ້າ​ຮູ້​ຈັກ​ວິ​ທີ​ຍົວະ​ເຍົ້າ​ໃຫ້​ຄົນ​ມາ​ຫລົງ​ຮັກ ແມ່ນ​ແຕ່​ແມ່ຈ້າງ​ກໍ​ຍັງ​ຮຽນ​ນຳ​ເຈົ້າ 34 ເສື້ອ​ຂອງ​ເຈົ້າ​ໄດ້​ເປິະ​ເປື້ອນ​ດ້ວຍ​ເລືອດ​ຂອງ​ຄົນ​ທຸກ​ຍາກ​ທີ່​ບໍ່​ມີ​ຄວາມ​ຜິດ ແລະ​ເລືອດ​ຂອງ​ຄົນ​ທີ່​ບໍ່​ເຄີຍ​ລັກ​ຂອງ​ໃນ​ເຮືອນ​ເຈົ້າ 35 ແຕ່​ທັງໆ​ທີ່​ເປັນ​ດັ່ງ​ນີ້​ພວກ​ເຈົ້າ​ກໍ​ຍັງ​ເວົ້າ​ວ່າ, “ຕົນ​ບໍ່​ມີ​ຄວາມ​ຜິດ ແລະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຄຽດ​ຮ້າຍ​ພວກ​ເຈົ້າ​ອີກ​ຕໍ່​ໄປ ແຕ່​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ລົງ​ໂທດ​ເຈົ້າ​ຍ້ອນ​ເຈົ້າ​ເວົ້າ​ວ່າ​ບໍ່​ໄດ້​ເຮັດ​ບາບ 36 ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ປ່ຽນ​ເສັ້ນ​ທາງ​ເດີນ​ຢ່າງ​ງ່າຍ​ດາຍ ເຈົ້າ​ຈະ​ຜິດ​ຫວັງ​ຍ້ອນ​ປະ​ເທດ​ເອ​ຢິບ ເຫມືອນ​ເຄີຍ​ຜິດ​ຫວັງ​ຍ້ອນ​ປະ​ເທດ​ອັ​ສ​ຊີ​ເຣັຽມາ​ແລ້ວ 37 ເຈົ້າ​ຈະ​ໄດ້​ອອກ​ໄປ​ຈາກ​ເອ​ຢິບ​ດ້ວຍ ຈະ​ລະ​ອາຍ​ຄົນ​ທັງ​ຫລາຍ​ຈົນ​ເບິ່ງ​ຫນ້າ​ໃຜ​ບໍ່​ໄດ້ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ຖິ້ມ​ຄົນ​ທັງ​ຫລາຍ​ທີ່​ເຈົ້າ​ໄວ້​ໃຈ ແລະ​ພວກ​ເຂົາ​ຈະ​ບໍ່​ນຳ​ຄວາມ​ສຳ​ເຣັດ​ມາ​ສູ່​ເຈົ້າ”

ເຢເຣມີ 3

ຄວາມ​ບໍ່​ຊຶ່​ສັດຂອງ​ອິສ​ຣາ​ເອນ

1 ຖ້າ​ຊາຍ​ຄົນ​ໃດ​ຢ່າ​ຮ້າງ​ພັ​ຣ​ຍາ​ຂອງ​ຕົນ ແລະ​ນາງ​ກໍ​ໄປ​ຈາກ​ເຂົາ​ເສັຽ ແລະ​ໄປ​ເປັນ​ພັ​ຣ​ຍາ​ຂອງ​ຊາຍ​ອີກ​ຄົນ​ນຶ່ງ ເຂົາ​ຈະ​ກັບ​ໄປ​ຫາ​ນາງ​ຫລື ແຜ່ນ​ດິນ​ນັ້ນ​ຈະ​ບໍ່​ເປິະ​ເປື້ອນ​ຫລາຍ​ຫລື ເຈົ້າ​ໄດ້​ຫລີ້ນ​ຊູ້​ກັບ​ຄົນ​ຮັກ​ຫລາຍ​ແລ້ວ ແລະ​ເຈົ້າ​ຈະ​ກັບ​ມາ​ຫາ​ເຮົາ​ຫລື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 2 ຈົ່ງ​ແຫງນ​ຫນ້າ​ຂຶ້ນ​ສູ່​ຈອມ​ພູສູງ​ພຸ້ນ​ດູ ມີ​ບ່ອນ​ໃດ​ແດ່​ທີ່​ບໍ່​ມີ​ຄົນ​ມານອນ ເຈົ້າ​ໄດ້​ນັ່ງ​ຄອຍ​ຄົນ​ຮັກ​ຂອງ​ເຈົ້າ​ຢູ່​ທີ່​ຮິມ​ທາງ​ຢ່າງ​ຄົນ​ອາ​ຣັບ​ໃນ​ຖິ່ນ​ກັນ​ດານ ເຈົ້າ​ໄດ້​ກະ​ທຳ​ໃຫ້​ແຜ່ນ​ດິນ​ເປິະ​ເປື້ອນ​ດ້ວຍ​ການ​ເປັນ​ຍິງ​ແມ່​ຈ້າງ​ຢ່າງ​ຊົ່ວ​ຮ້າຍ​ຂອງ​ເຈົ້າ 3 ເຫດ​ສັນ​ນັ້ນ​ຝົນ​ຈຶ່ງ​ບໍ່​ໄດ້​ຕົກ​ຕາມ​ຣະ​ດູ​ການ ແລະ​ຝົນ​ຍາມຣະ​ດູ​ໃບ​ໄມ້​ປົ່ງ​ຈຶ່ງຂາດ​ໄປ ແຕ່​ເຈົ້າ​ມີ​ຫນ້າ​ຜາກ​ຂອງ​ຍິງ​ແມ່​ຈ້າງ ເຈົ້າ​ປະ​ຕິ​ເສດ​ບໍ່​ຍອມ​ອາຍ 4 ບັດ​ນີ້​ເຈົ້າ​ຮ້ອງ​ເອີ້ນ​ເຮົາ​ບໍ່​ແມ່ນ​ຫລື​ວ່າ, “ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ສະ​ຫາຍ​ຕັ້ງ​ແຕ່​ຂ້າ​ພຣະ​ອົງ​ຍັງ​ສາວ 5 ພຣະ​ອົງ​ຈະ​ຊົງ​ພຣະ​ພິ​ໂຣດ​ຢູ່​ເປັນ​ນິດ​ຫລື ພຣະ​ອົງ​ຈະ​ຊົງ​ກິ້ວ​ຢູ່​ຈົນ​ເຖິງ​ທີ່​ສຸດ​ປາຍ​ຫລື “ເຈົ້າ​ລັ່ນ​ວາ​ຈາ​ແລ້ວ ແຕ່​ເຈົ້າ​ກໍ​ຍັງ​ກະ​ທຳ​ຄວາມ​ຊົ່ວ​ຊ້າ​ທຸກ​ຢ່າງ​ຊຶ່ງ​ເຈົ້າ​ກະ​ທຳ​ໄດ້”

ຊົງ​ອ້ອນວອນ​ໃຫ້​ອິສ​ຣາ​ເອນ​ແລະ​ຢູ​ດາ​ກັບ​ໃຈ​ໃຫ​ມ່

6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ໃນ​ຣັ​ຊ​ການ​ຂອງ​ກະ​ສັດ​ໂຢ​ຊີ​ຢາ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າເຂົາ​ເຮັດ​ຫຍັງ​ ຄື​ອິສ​ຣາ​ເອ​ນ​ຜູ້​ບໍ່​ສັດ​ຊື່ ເຂົາ​ຂຶ້ນ​ໄປ​ເທິງ​ພູ​ເຂົາ​ສູງ​ທຸກ​ຫນ່ວຍ ແລະ​ໃຕ້​ກົກ​ໄມ້​ຂຽວ​ສົດ​ທຸກ​ກົກ ແລ້ວ​ກໍ​ໄປ​ຫລີ້ນ​ຊູ້​ຢູ່​ທີ່​ນັ້ນ 7 ແລະ​ເຣົາ​ຄິດ​ວ່າ “ເມື່ອ​ເຂົາ​ເຮັດ​ຢ່າງ​ນີ້​ຈົນ​ຫມົດ​ແລ້ວ ເຂົາ​ຈະ​ກັບ​ມາ​ຫາ​ເຮົາ” ແຕ່ເຂົາ​ກໍ​ບໍ່​ກັບ​ມາ ແລະ​ຢູ​ດາ​ນ້ອງ​ສາວ​ທີ່​ທໍ​ຣະ​ຍົດ​ນັ້ນ​ກໍ​ເຫັນ 8 ນາງ​ເຫັນ​ວ່າ​ເພາະ​ການ​ລ່ວງ​ປະ​ເວນີ​ທັງ​ສິ້ນ​ຂອງ​ອິສ​ຣາ​ເອນ​ຜູ້​ບໍ່​ສັດ​ຊື່ ເຮົາ​ໄດ້​ໄລ່​ນາງ​ໄປພ້ອມ​ກັບ​ໃຫ້​ຫນັງ​ສື​ຢ່າ​ຮ້າງ ແຕ່​ຢູ​ດາ​ນ້ອງ​ສາວ​ທີ່​ທໍ​ຣະ​ຍົດ​ນັ້ນ​ກໍ​ບໍ່​ຢ້ານ​ກົວ ນາງ​ກໍ​ກັບ​ໄປ​ຫລີ້ນ​ຊູ້​ດ້ວຍ 9 ເພາະ​ການ​ແພ​ສ​ຍາ​ເປັນ​ການ​ເບົາ​ແກ່​ເຂົາ​ຫລາຍ ເຂົາ​ກໍ​ກະ​ທຳ​ໃຫ້​ແຜ່ນ​ດິນ​ເປິະ​ເປື້ອນ​ໄປ ໂດຍ​ໄປ​ລ່ວງ​ປະ​ເວ​ນີ​ກັບ​ໂງ່ນ​ຫີນ​ແລະ​ຕົ້ນ​ໄມ້ 10 ເຖີງ​ແມ່ນ​ເຂົາໄດ້​ເຮັດ​ສິ່ງ​ທັງ​ຫມົດ​ຢ່າງ​ນີ້​ແລ້ວ​ຢູ​ດາ​ນ້ອງ​ສາວ​ທີ່​ທໍ​ຣະ​ຍົດ​ຂອງ​ເຂົາ​ກໍ​ບໍ່​ໄດ້​ຫັນ​ກັບ​ມາ​ຫາ​ເຮົາ​ດ້ວຍ​ສິ້ນ​ສຸດ​ໃຈ ແຕ່​ແກ້ງ​ເຮັດ​ເປັນ​ກັບ​ມາ ພຣະ​ຜູ້ເປັນເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 11 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ອິສ​ຣາ​ເອນ​ຜູ້ບໍ່​ສັດ​ຊື່​ຍັງ​ສຳ​ແດງ​ຕົວ​ວ່າ ມີ​ຜິດ​ນ້ອຍກວ່າ​ຢູ​ດາ​ທີ່​ທໍ​ຣະ​ຍົດ 12 ຈົ່ງ​ໄປ​ປະ​ກາດ​ຖ້ອຍ​ຄຳ​ເຫລົ່າ​ນີ້​ໄປ​ທາງເຫນືອ​ກ່າວ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ອິສ​ຣາ​ເອນ​ຜູ້​ບໍ່​ຊື່​ສັດ​ເອີຍ ກັບ​ມາ​ເຖິດ ເຮົາ​ຈະ​ບໍ່​ເບິ່ງ​ເຈົ້າ​ດ້ວຍ​ຄວາມ​ກິ້ວ ເພາະ​ເຮົາ​ປະ​ກອບ​ດ້ວຍ​ພຣະ​ກະ​ຣຸ​ນາ​ຄຸນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງນີ້​ແຫລະ ເຮົາ​ຈະບໍ່​ກິ້ວ​ເປັນ​ນິດ 13 ພຽງ​ແຕ່ຍອມ​ຮັບ​ຄວາມ​ຜິດ​ຂອງ​ເຈົ້າ​ວ່າ​ເຈົ້າ​ໄດ້​ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ແລະ​ທ່ຽວ​ເອົາ​ໃຈ​ພຣະ​ອື່ນ​ທີ່ໃຕ້​ກົກ​ໄມ້​ຂຽວ​ສົດ​ທຸກ​ກົກ ແລະ​ເຈົ້າບໍ່​ໄດ້​ຟັງ​ສຽງ​ຂອງ​ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 14 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ລູກ​ຫລານ​ທີ່ບໍ່​ສັດ​ຊື່ ກັບ​ມາ​ເຖີດ ເພາະ​ເຮົາ​ເປັນ​ນາຍ​ຂອງ​ເຈົ້າ ເຮົາ​ຈະ​ຮັບ​ເຈົ້າ​ຈາກ​ເມືອງ​ແລະ​ຈາກ​ຕະ​ກູນລະ​ຄົນ​ສອງ​ຄົນ ແລະ​ເຮົາ​ຈະ​ນຳ​ເຈົ້າ​ມາ​ເຖິງ​ຊີ​ໂອນ 15 “ແລະ​ເຮົາ​ຈະ​ໃຫ້​ຜູ້​ລ້ຽງ​ແກະ​ຄົນ​ທີ່​ພໍ​ໃຈ​ເຮົາ​ແກ່​ເຈົ້າ ຜູ້​ຊຶ່ງ​ຈະ​ລ້ຽງ​ເຈົ້າ​ດ້ວຍ​ຄວາມ​ຮູ້ແລະ​ຄວາມ​ເຂົ້າ​ໃຈ 16 ແລະ​ເມື່ອ​ເຈົ້າ​ທະ​ວີ​ແລະ​ເພີ້ມ​ຂຶ້ນໃນ​ແຜ່ນ​ດິນ​ນັ້ນ ໃນ​ຄັ້ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ເຂົາ​ທັງ​ຫລາຍ​ຈະ​ບໍ່​ກ່າວ​ອີກວ່າ, “ຫິບ​ຄຳ​ສັນ​ຍາ​ແຫ່ງ​ພຣະ​ເຈົ້າ” ເຣື່ອງ​ນີ້​ຈະ​ບໍ່​ມີ​ຂຶ້ນ​ໃນ​ໃຈ ບໍ່​ມີ​ໃຜ​ກ່າວ​ເຖິງ ບໍ່​ມີ​ໃຜ​ນຶກ​ເຖິງ ຈະ​ບໍ່​ທຳ​ກັນ​ຂຶ້ນອີກ​ເລີຍ 17 ໃນ​ຄັ້ງ​ນັ້ນ​ຈະ​ເອີ້ນ​ກຸງ​ເຢ​ຣູ​ຊາ​ເລັມ​ວ່າ​ເປັນ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບັນ​ດາ​ປະ​ຊາ​ຊາດ​ຈະ​ຮວບ​ຮວມ​ກັນ​ເຂົ້າ​ມາ​ຫາ​ຍັງ​ພຣະ​ພັກ​ຂອງ ພຣະ​ຜູ້​ເປັນ​ເຈົ້າ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ຈະ​ບໍ່​ຕິດ​ຕາມ​ໃຈ​ອັນ​ຊົ່ວ​ຂອງ​ເຂົາ​ຢ່າງ​ດື້ດ້ານ​ອີກ​ຕໍ່​ໄປ 18 ໃນ​ສະ​ໄຫມ​ນັ້ນ​ເຊື້ອ​ສາຍ​ຂອງ​ຢູ​ດາ​ຈະ​ເດີນ​ມາ​ກັບ​ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນ ເຂົາ​ທັງ​ສອງ​ຈະ​ຮວມກັນ​ມາ​ຈາກ​ແຜ່ນ​ດິນ​ຝ່າຍ​ເຫນືອ​ມາ​ຍັງ​ແຜ່ນ​ດິນ​ຊຶ່ງ​ເຮົາ​ມອບ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໃຫ້​ເປັນ​ມໍ​ຣະ​ດົກ 19 “ເຮົາ​ຄິດ​ວ່າ ເຮົາ​ຈະ​ຕັ້ງ​ເຈົ້າ​ໄວ້​ຖ້າມ​ກາງ​ບຸດ​ທັງ​ຫລາຍ​ຂອງ​ເຮົາ​ຢ່າງ​ໃດ​ດີ​ຫນໍ ແລະ​ໃຫ້​ແຜ່ນ​ດິນ​ທີ່​ຫນ້າ​ປາ​ຖ​ນາ​ແກ່​ເຈົ້າ ເປັນ​ມໍ​ຣະ​ດົກ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ບັນ​ດາ​ປະ​ຊາ​ຊາດ ແລະ​ເຮົາ​ຄິດ​ວ່າ​ເຈົ້າ​ຈະ​ເອີ້ນ​ເຣົາ​ວ່າ​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ ແລະ​ຈະ​ບໍ່​ຫັນ​ກັບ​ຈາ​ກການ​ຕິດ​ຕາມ​ເຮົາ 20 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ເຊື້ອ​ສາ​ຍອິສ​ຣາ​ເອນ​ເອີຍ ແນ່ນອນ​ທີ່​ພັ​ຣ​ຍາ​ທໍ​ຣະ​ຍົດ​ປະ​ຖິ້ມ​ຜົວ​ຂອງ​ນາງ​ສັນ​ໃດ​ ເຈົ້າ​ກໍ​ໄດ້​ທໍ​ຣະ​ຍົດ​ຕໍ່​ເຮົາ​ສັນ​ນັ້ນ” 21 ເຂົາ​ໄດ້​ຍິນ​ສຽງ​ມາ​ຈາກ​ທີ່​ພູ​ສູງ​ ເປັນ​ສຽງ​ຮ້ອງ​ໄຫ້​ແລະ​ສຽງວິງວອນ​ຂອງ​ບຸດ​ທັງ​ຫລາຍ​ຂອງ​ອິສ​ຣາ​ເອນ ເພາະ​ເຂົາ​ໄດ້​ປ່ຽນ​ວິ​ຖີ​ຂອງ​ເຂົາ​ເສັຽແລ້ວ ເຂົາ​ໄດ້​ລືມ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ 22 “ບັນ​ດາ​ບຸດ​ທີ່​ບໍ່​ສັດ​ຊື່​ເອີຍ ຈົ່ງ​ກັບ​ມາ​ເຖີດ ເຮົາ​ຈະ​ຮັກ​ສາ​ໃຫ້​ດີ ແລະ​ເຮັດ​ໃຫ້​ສັດ​ຊື່” ເບິ່​ງ​ແມ໋ ຂ້າ​ພຣະ​ອົງ​ທັງ​ຫລາຍ​ມາ​ຫາ​ພຣະ​ອົງ​ແລ້ວ ເພາະ​ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ” 23 ແທ້​ຈິງ ເນີນ​ເຂົາ​ກໍ​ເປັນ​ແຕ່ສິ່ງ​ຫລອກ​ລວງ ແລະ​ການ​ສັ​ບ​ສົນ​ອົນ​ລະ​ຫມ່ານ​ເທິງ​ພູ​ເຂົາ​ກໍ​ເປັນ​ດ້ວຍ ແທ້​ຈິງ ຄວາມ​ລອດ​ຂອງ​ອິສ​ຣາ​ເອນ​ນັ້ນ​ຢູ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ 24 “ແຕ່​ວ່າ​ສິ່ງ​ທີ່ຫນ້າ​ອາຍ​ນັ້ນ​ໄດ້​ກັດ​ກິນ​ສິ່ງ​ທັງ​ປວງ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ເຣົາ​ໄດ້​ລົງ​ແຮງ​ທຳ​ໄວ້ ຕັ້ງ​ແຕ່​ເຣົາ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ຄື​ຝູງ​ແກະ​ ຝູງ​ງົວ ບຸດ​ຊາຍ ແລະ​ບຸດ​ຍິງ​ທັງ​ຫລາຍ​ຂອງ​ເຂົາ 25 ໃຫ້​ເຮົາ​ນອນ​ລົງ​ຈົມ​ໃນ​ຄວາມ​ອາຍ​ຂອງ​ເຮົາ ແລະ​ໃຫ້​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​​ຄຸມ​ເຮົາ​ໄວ້ ເພາະ​ເຮົາ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຣົາ ທັງ​ຕົວ​ເຣົາ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ຕັ້ງ​ແຕ່​ເຮົາ​ເປັນ​ເດັກ​ນ້ອຍ​ຢູ່​ຈົນ​ທຸກວັນ​ນີ້ ແລະ​ເຣົາ​ບໍ່​ໄດ້ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ເຣົາ”

ເຢເຣມີ 4

ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ເອີ້ນ​ໃຫ້​ປ່ຽນ​ໃຈ​ໃຫມ່

1 ພຣະຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ ຖ້າ​ພວກ​ເຈົ້າ​ຢາກ​ຈະ​ກັບ​ຄືນ​ມາ​ກໍ​ຈົ່ງ​ກັບ​ມາ​ຫາ​ເຣົາ​ເທີ​ນ ໃຫ້​ຖິ້ມ​ຮູບ​ເຄົາ​ຣົບ​ທີ່​ເຮົາ​ກຽດ​ຊັງ​ນັ້ນ​ເສັຽ ແລະ​ຢ່າ​ຫນີ​ຫ່າງ​ຈາກ​ເຮົາ​ໄປ 2 ຖ້າ​ພວກ​ເຈົ້າ​ສາ​ບານ​ໃນ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ຈິງ ຄວາມ​ຍຸດ​ຕິ​ທັມ​ແລະ​ຄວາມ​ສັດ​ຊື່ ຊາດ​ທັງ​ປວງ​ກໍ​ຈະ​ອ້​ອນວອນ​ໃຫ້​ເຮົາ​ອວຍ​ພອນ​ເຂົາ ແລະ​ເຂົາ​ທັງ​ຫລາຍ​ກໍ​ຈະ​ສັຣ​ເສີນ​ເຮົາ” 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຊາວ​ຢູ​ດາ ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ວ່າ, “ຈົ່ງ​ໄຖ​ນາ​ເຮື້ອ​ຂອງ​ເຈົ້າ ຢ່າ​ຫວ່ານ​ເມັດ​ເຂົ້າ​ລົງ​ໃນ​ກໍ​ຫນາມ 4 ຊາວ​ຢູ​ດາ ແລະ​​ເຢ​ຣູ​ຊາເລັມ​ເອີຍ ຈົ່ງ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຈົ້າ​ມີ​ຕໍ່​ເຮົາ​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ເຈົ້າ ແ​ລະ​ຈົ່ງ​ມອບ​ຈິດ​ໃຈ​ຂອງ​ເຈົ້າ​ໃຫ້​ແກ່​ເຮົາ ຢ້ານ​ວ່າ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ຈະ​ເຜົາ​ໄຫມ້​ເຫມືອນ​ໄຟ ເນື່ອງ​ຈາກ​ຄວາມ​ຊົ່ວ​ທີ່​ພວກ​ເຈົ້າ​ໄດ້​ກະ​ທຳ ໄຟ​ນັ້ນ​ຈະ​ເຜົາ​ໄຫມ້​ແລະ​ຈະ​ບໍ່ມີ​ໃຜ​ມອດ​ໄດ້

ຊາວ​ຢູ​ດາ​ຖືກ​ບຸກ​ຮຸກ

5 ຈົ່ງ​ເປົ່າ​ແກ​ໃຫ້​ດັງ​ໄປ​ທົ່ວ​ປະ​ເທດ ໃຫ້​ຮ້ອງ​ສຽງ​ດັງ​ຊັດ​ແຈ້ງ ເພື່ອບອກ​ປະ​ຊາ​ຊົນ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ ແລ່ນ​ເຂົ້າ​ໄປ​ໃນ​ເມືອງ​ທີ່​ມີ​ປ້ອມ​ປ້ອງ​ກັນ 6 ໃຫ້​ຍົກ​ທຸງ​ມຸ່ງ​ຫນ້າ​ໄປ​ຍັງ​ເມືອງ​ຊີ​ໂອນ ຈົ່ງ​ແລ່ນ​ໄປ​ໃຫ້​ພົ້ນ ຢ່າ​ຊ້າ​ຢູ່ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນໍາເອົາ​ຄວາມ​ຮ້າຍ ແລະ​ການ​ທຳ​ລາຍອັນ​ຍິ່ງ​ໃຫຍ່​ມາ​ຈາກ​ທາງ​ທິດ​ເຫນືອ 7 ສິງ​ໄດ້​ອອກ​ມາ​ຈາກ​ບ່ອນ​ລີ້​ຂອງ​ມັນ​ແລ້ວ ຜູ້​ທຳ​ລາຍ​ນາໆ​ຊາດ​ໄດ້​ເດີນ​ອອກ​ມາ​ຈາກ​ບ່ອນ​ຂອງ​ມັນ ເພື່ອ​ທຳ​ລາຍ​ຊາວ​ຢູ​ດາ​ໃຫ້​ຫມົດ​ສິ້ນ​ໄປ ຫົວ​ເມືອງ​ທັງ​ຫລາຍ​ຂອງ​ຊາວ​ຢູ​ດາ​ຈະ​ເພ​ພັງ​ຮ້າງ​ເປົ່າ ແລະ​ຈະ​ບໍ່​ມີ​ໃຜ​ອາ​ໄສ​ຢູ່​ໃນ​ເມືອງ​ເຫລົ່າ​ນັ້ນ 8 ດ້ວຍ​ເຫດ​ນີ້ ຈົ່ງ​ນຸ່ງ​ເຄື່ອງ​ໄວ້​ທຸກ​ແລະ​ຮ້ອງ​ໄຫ້​ຄວນ​ຄາງ ເພາະ​ວ່າ​ພຣະ​ພິ​ໂຣດ​ອັນ​ຮຸນ​ແຮງ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ບໍ່​ໄດ້​ຫັນ​ຫນີ​ໄປ​ຈາກ​ຊາວ​ຢູ​ດາ​ເລີຍ” 9 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ໃນ​ວັນ​ນັ້ນ​ທັງ​ກະ​ສັດ​ແລະ​ພວກ​ເຈົ້າ​ນາຍ​ຈະ​ຫມົດ​ກຳ​ລັງ​ໃຈ ບັນ​ດາ​ປະ​ໂຣ​ຫິດ​ຈະ​ຕົກ​ຕະ​ລຶງ​ແລະ​ຜູ້ປະ​ກາດ​ພຣະ​ທັມ​ກໍ​ຈະ​ອັດ​ສະ​ຈັນ​ໃຈ”​ 10 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ທູນ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ຊົງ​ລໍ້​ລວງ​ຊົນ​ຊາດ​ນີ້ ແລະ​ກຸງ​ເຢ​ຣູ​ຊາ​ເລັມ​ຢ່າງ​ຫມົດ​ສິ້ນ​ວ່າ “ເຈົ້າ​ທັງ​ຫລາຍ​ຈະ​ຢູ່​ເຢັນ​ເປັນ​ສຸກ” ແຕ່​ທີ່​ຈິງ​ດາບ​ໄດ້​ມາ​ເຖິງ​ຊີ​ວິດ​ຂອງ​ເຂົາ​ທັງ​ຫລາຍ” 11 ໃນ​ຄັ້ງ​ນັ້ນ ເຂົາ​ຈະ​ກ່າວ​ແກ່​ຊົນ​ຊາດ​ນີ້ ແລະ​ແກ່​ກຸງ​ເຢ​ຣູ​ຊາ​ເລັມ​ວ່າ ລົມ​ຮ້ອນ​ຈາກ​ທີ່​ພູ​ສູງ​ໃນ​ຖິ່ນ​ກັນ​ດານ​ພັດ​ມາ​ສູ່​ບຸດ​ຕ​ຣີ​ປະ​ຊາ​ຊົນ​ຂອງ​ເຣົາ ບໍ່​ແມ່ນ​ຈະ​ມາ​ຝັດ​ຫລື​ມາ​ຊຳ​ຮະ 12 ກະ​ແສ​ລົມ​ທີ່​ແຮງ​ເກີນ​ແກ່​ການ​ນີ້​ໄດ້​ມາ​ເຖິງ​ຕາມ​ຄຳ​ຂອງ​ເຮົາ ຜູ້​ທີ່​ກ່າວ​ຄຳ​ຕັດ​ສິນ​ເຂົາ​ນີ້​ຄື ເຮົາ​ເອງ” 13 ເບິ່ງ​ແມ໋, ເຂົາ​ຂຶ້ນ​ມາ​ເຫມືອນ​ເມກ ຣົດ​ຮົບ​ຂອງ​ເຂົາ​ເຫມືອນ​ລົມ​ບ້າ​ຫມູ ມ້າ​ທັງ​ຫລາຍ​ຂອງ​ເຂົາ​ໄວ​ຍິ່ງກວ່າ​ນົກ​ອິນ​ຊີ ວິ​ບັດ​ແກ່​ເຮົາ​ທັງ​ຫລາຍ ເພາະ​ວ່າ​ເຮົາ​ຈະ​ຕ້ອງ​ພິ​ນາດ 14 ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ລ້າງ​ຈິດ​ໃຈ​ຂອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວ​ຮ້າຍ ເພື່ອ​ເຈົ້າ​ຈະ​ລອດ​ໄດ້ ຄວາມ​ຄິດ​ຊົ່ວ​ຮ້າຍ​ຂອງ​ເຈົ້າ​ນັ້ນ​ຈະ​ສິງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ເຫິງປານ​ໃດ 15 ເພາະ​ວ່າ​ມີ​ສຽງ​ປະ​ກາດ​ມາ​ຈາກ​ເມືອງ​ດານ ແລະ​ໂຄ​ສະ​ນາ​ຄວາມ​ຊົ່ວ​ຮ້າຍ​ຈາກ​ພູ​ເຂົາ​ເອ​ຟ​ຣາອິມ 16 ຈົ່ງ​ເຕືອນ​ບັນ​ດາ​ປະ​ຊາ​ຊາດ​ວ່າ ເຂົາ​ກຳ​ລັງ​ມາ​ແລ້ວ ຈົ່ງ​ກ່າວ​ແກ່​ກຸງ​ເຢ​ຣູ​ຊາ​ເລັມ​ວ່າ ບັນ​ດາ​ຜູ້​ລ້ອມ​ມາ​ຈາກ​ແຜ່ນ​ດິນ​ໄກ ເຂົາ​ທັງ​ຫ​ລາຍ​ໂຮ່​ຮ້ອງ​ເຂົ້າ​ໃສ່​ຫົວ​ເມືອງ​ຢູ​ດາ 17 ເຂົາ​ທັງ​ຫລາຍ​ລ້ອມ​ຢູ​ດາ​ໄວ້​ຮອບ​ເຫມືອນ​ຜູ້​ດູ​ແລ​ເຝົ້າ​ນາ ເພາະ​ວ່າ​ຢູ​ດາ​ໄດ້​ກະ​ບົດ​ຕໍ່​ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ​ດັ່ງ​ນີ້​ແຫລະ 18 ວິ​ຖີ​ແລະ​ການ​ກະ​ທຳ​ທັງ​ຫລາຍ​ຂອງ​ເຈົ້າ ໄດ້​ນຳ​ເຣື່ອງ​ນີ້​ມາ​ເຫນືອ​ເຈົ້າ ນີ້​ແຫລະ​ເປັນ​ເຄາະ​ກັມ​ຂອງ​ເຈົ້າ​ແລະ​ມັນ​ຂົມ​ຂື່ນ ມັນ​ຈຶ່ງ​ແທງຈິດ​ໃຈ​ຂອງ​ເຈົ້າໃຫ້​ຊອດ” 19 ແສນ​ຣະ​ທົມ ແສນ​ຣະ​ທົມ ຂ້າ​ກໍ​ບິດ​ຕົວ​ດ້ວຍ​ຄວາມ​ເຈັບ​ປວດ ໂອ ຜ​ນັງ​ດວງ​ໃຈ​ຂອງ​ຂ້າ​ເອີຍ ຈິດ​ໃຈ​ຂອງ​ຂ້າ​ກໍ​ວຸ້ນ​ວາຍ ຂ້າ​ຈະ​ມິດ​ງຽບ​ຢູ່​ບໍ່​ໄດ້ ເພາະ​ຂ້າ​ໄດ້​ຍິນ​ສຽງ​ເຂົາ​ສັດ ສຽງ​ປຸກ​ຂອງ​ສົງ​ຄາມ 20 ຄວາມ​ຫາຍ​ນະ​ໄລ່​ຕິດ​ຕາມ​ຄວາມ​ຫາຍ​ນະ ແຜ່ນ​ດິນ​ທັງ​ສິ້ນ​ກໍ​ຖືກ​ປະ​ຮ້າງ ບັນ​ດາ​ເຕັນ​ຂອງ​ຂ້າ​ກໍ​ຖືກ​ທຳ​ລາຍ​ໃນ​ທັນ​ທີ​ທັນ​ໃດ ມ່ານ​ທັງ​ຫລາຍ​ຂອງ​ຂ້າ​ກໍ​ຖືກ​ທຳ​ລາຍ​ຢ່າງ​ໄວໆ 21 ຂ້າ​ຈະ​ຕ້ອງມອງ​ເບິ່ງ​ທຸງ ແລະ​ຟັງ​ສຽງ​ເຂົາ​ສັດ​ເຫິງ​ນານ​ປານ​ໃດ 22 “ເພາະ​ປະ​ຊາ​ຊົນ​ຂອງ​ເຮົາ​ໂງ່ຈ້າ ເຂົາ​ທັງ​ຫລາຍ​ບໍ່​ຮູ້​ຈັກ​ເຮົາ ເຂົາ​ທັ​ງ​ຫລາຍ​ເປັນ​ລູກ​ຫລານ​ທີ່​ໂງ່ ເຂົາ​ທັງ​ຫລາຍ​ບໍ່​ມີ​ຄວາມ​ເຂົ້າ​ໃຈ ເຂົາ​ທັງ​ຫລາຍ​ທຳ​ຄວາມ​ຊົ່ວ​ເກັ່ງ ແຕ່​ເຂົາ​ບໍ່​ເຂົ້າ​ໃຈ​ທີ່​ຈະ​ທຳ​ດີ” 23 ຂ້າ​ພະ​ເຈົ້າ​ມອງ​ເບິ່ງ​ພື້ນ​ດິນ​ໂລກ ແລະ​ເຫັນ​ເປັນບ່ອນ​ຮ້າງ​ແລະ​ວ່າ​ງ​ເປົ່າ ແລະ​ມອງ​ເບິ່ງ​ຟ້າ​ສວັນ ໃນ​ນັ້ນ​ກໍ​ບໍ່​ມີ​ຄວາ​ມ​ສວ່າງ 24 ຂ້າ​ພະ​ເຈົ້າ​ມອງ​ເບິ່​ງພູ​ເຂົາ ເຫັນ​ມັນ​ກຳ​ລັງ​ສັ່ນ​ຢູ່ ເນີນ​ເຂົາ​ກໍ​ແກວ່ງ​ໄປ​ແກວ່ງ​ມາ 25 ຂ້າ​ພະ​ເຈົ້າ​ມອງ​ເບິ່ງ ແລະ​ເຫັນ​ບໍ່​ມີ​ມະ​ນຸດ​ເລີຍ ນົກ​ທັງ​ປວງ​ແຫ່ງ​ທ້ອງ​ອາ​ກາດ​ໄດ້​ຫນີ​ໄປ​ແລ້ວ 26 ຂ້າ​ພະ​ເຈົ້າ​ມອງ​ເບິ່ງ ເຫັນ​ດິນແດນ​ທີ່​ແຕ່​ກ່ອນ​ເປັນ​ດິນ​ທີ່​ອຸ​ດົມ​ສົມ​ບູນກໍ​ກາຍ​ເປັນ​ຖິ່ນ​ກັນ​ດານ ແລະ​ຫົວ​ເມືອງ​ທັງ​ສິ້ນກໍ​ສ​ລັກ​ຫັກ​ພັງ​ໄປ ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ພຣະ​ພິ​ໂຣດ​ອັນ​ຮ້ອນ​ແຮງ​ຂອງພຣະ​ອົງ 27 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ວ່າ, “ແຜ່ນ​ດິນ​ທັງ​ຫມົດ​ຈະ​ເປັນ​ທີ່​ຮົກ​ຮ້າງ ຫວ່າງ​ເປົ່າ ແຕ່​ພຣະ​ອົງ​ຈະ​ບໍ່​ທຳ​ລາຍ​ແຜ່ນ​ດິນ​ໂລກ​ໃຫ້​ຈົນ​ກ້ຽງ 28 ເພາະ​ເຣື່ອງ​ນີ້​ໂລກ​ຈະ​ໄວ້​ທຸກ ແລະ​ຟ້າສວັນ​ເບື້ອງ​ເທິງ​ຈະ​ດຳ​ມືດ ເພາະ​ເຣົາ​ໄດ້​ລັ່ນ​ວາ​ຈາ​ແລ້ວ ເຮົາ​ໄດ້​ຫມາຍ​ໃຈ​ໄວ້​ແລ້ວ ເຮົາ​ຈະ​ບໍ່​ປ່ຽນ​ໃຈ​ຫລື​ຫັນ​ກັບ” 29 ເມື່ອ​ໄດ້​ຍິນ​ສຽງ​ພົນ​ມ້າ​ແລະ​ນັກ​ທະ​ນູ ຊາວ​ເມືອງ​ທຸກ​ແຫ່ງ​ກໍ​ຫນີ​ໄປ ເຂົາ​ເຂົ້າ​ໄປ​ຢູ່​ໃນ​ພຸ່ມ​ໄມ້ ແລະ​ປີນ​ປ່າຍ​ໄປ​ຖ້າມ​ກາງ​ໂງ່ນ​ຫີນ ຫົວ​ເມືອງ​ທຸກ​ແຫ່ງ​ກໍ​ຖືກ​ປະ​ຖິ້ມ ແລະບໍ່​ມີ​ມະ​ນຸດ​ອາ​ໄສ​ຢູ່​ໃນ​ເມືອງ​ເຫລົ່າ​ນັ້ນ​ເລີຍ 30 ເຈົ້າ​ຜູ້​ທີ່​ຖືກ​ປະ​ຮ້າງ​ເອີຍ ທີ່​ເຈົ້າ​ແຕ່ງ​ຕົວ​ສີ​ແດງ​ນັ້ນ​ເຈົ້າ​ເຮັດ​ຫຍັງ​ກັນ ແລະ​ທີ່​ເຈົ້າ​ປະ​ດັບ​ຕົວ​ດ້ວຍອາ​ພອນ​ທອງ​ຄຳ ທີ່​ເຈົ້າ​ຂະ​ຫຍາຍດວງ​ຕາ​ໃຫ້​ກວ້າງ​ດ້ວຍ​ແຕ້ມ​ສີ ເຈົ້າ​ແຕ່ງ​ຕົວ​ໃຫ້​ງາມ​ເສັຽເປົ່າ ຄົນ​ຮັກ​ຂອງ​ເຈົ້າ​ດູ​ຫມິ່ນ​ເຈົ້າ ເຂົາ​ທັງ​ຫລາຍ​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຈົ້າ 31 ເພາະ​ເຮົາ​ໄດ້​ຍິນ​ສຽງ​ເຫມືອນ​ສຽງ​ຍິງ​ຄອດ​ບຸດ​ຮ້ອງ ແສນ​ເຈັບ​ປວດ​ຢ່າງ​ກັບ​ຈະ​ຄອດ​ບຸດ​ຫົວ​ປີ ສຽງ​ຮ້ອງ​ແຫ່ງ​ບຸດ​ຕ​ຣີ​ຊີໂອນ​ນັ້ນ​ແທບ​ຈະ​ຂາດ​ໃຈ ຢຽດ​ແຂນ​ຂອງ​ນາງ​ອອກ​ຮ້ອງວ່າ “ວິ​ບັດ​ແກ່​ຂ້າ ຂ້າ​ອ່ອນ​ເປັ້ຽຢູ່​ຕໍ່​ຫນ້າ​ຜູ້​ຂ້າ​ຄົນ”

ເຢເຣມີ 5

ບາບ​ຂອງ​ເຢ​ຣູ​ຊາ​ເລັມ​ແລະ​ຢູ​ດາ

1 ຈົ່ງ​ແລ່ນ​ໄປ​ແລ່ນ​ມາ​ຢູ່​ໃນ​ຖ​ນົນ​ກຸງ​ເຢ​ຣູ​ຊາ​ເລັມ ຈົ່ງ​ມອງ​ແລະ​ສັງ​ເກດ ຈົ່ງ​ຄົ້ນ​ຕາມ​ລານ​ເມືອງ​ເບິ່ງ​ດູ​ວ່າ ຈະ​ຫາ​ມະ​ນຸດ​ຈັກ​ຄົນ​ນຶ່ງ​ໄດ້​ຫລື​ບໍ ຄື​ຄົນ​ທີ່​ກະ​ທຳ​ການ​ຍຸດ​ຕິ​ທັມ​ແລະ​ສ​ແວງ​ຫາ​ຄວາມ​ຈິງ ເພື່ອ​ເຮົາ​ຈະ​ໄດ້​ອະ​ພັຍ​ໂທດ​ໃຫ້​ແກ່​ເມືອງ​ນັ້ນ 2 ເຖິງ​ເຂົາ​ທັງຫລາຍ​ເວົ້າວ່າ, “ຕາບ​ໃດທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່​ແນ່” ເຂົາ​ກໍ​ຍັງ​ສາ​ບານ​ຢ່າງ​ເທັດ 3 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ເນດຂອງ​ພຣະ​ອົງ​ຊົງຫາ​ຄວາມ​ສັດ​ຊື່ບໍ່​ແມ່ນ​ຫລື ພຣະ​ອົງ​ຊົງ​ຂ້ຽ​ນ​ຕີ​ເຂົາ​ທັງ​ຫລາຍ ແຕ່​ເຂົາ​ກໍ​ບໍ່​ຮູ້​ສຶກ​ສຳ​ນຶກ ພຣະ​ອົງ​ຊົງ​ລ້າງ​ຜານ​ເຂົາ ແຕ່​ເຂົາ​ທັງ​ຫລາຍ​ປະ​ຕິ​ເສດ​ບໍ່​ຍອມ​ດີ​ຂຶ້ນ ເຂົາ​ໄດ້​ກະ​ທຳ​ໃຫ້​ຫນ້າ​ຂອງ​ເຂົາ​ກະ​ດ້າງ​ຍິ່ງກວ່າ​ຫີນ ເຂົາ​ປະ​ຕິ​ເສດບໍ່​ຍອມ​ກັບ​ໃຈ 4 ແລ້ວ​ຂ້າ​ພະ​ເຈົ້າ​ທູນ​ວ່າ, “ຄົນ​ເຫລົ່າ​ນີ້​ເປັ​ນ​ແຕ່​ຜູ້​ນ້ອຍ ເຂົາ​ບໍ່​ມີ​ຄວາມ​ຄຶດ ເພາະ​ເຂົາ​ບໍ່​ຮູ້​ຈັກ​ພຣະ​ມັນ​ຄາ​ຂອງ​ພຣະ​ເຈົ້າ ບໍ່​ຮູ້​ຈັກ​ພຣະ​ທັມ​ຂອງ​ພຣະ​ເຈົ້າຂອງ​ເຂົາ 5 ຂ້າ​ພຣະ​ອົງ​ຈະ​ໄປ​ຫາ​ພວກ​ຜູ້​ໃຫຍ່ ແລະ​ຈະ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ ເພາະ​ເຂົາ​ຮູ້​ຈັກ​ພຣະ​ມັນ​ຄາ​ຂອງ​ພຣະ​ເຈົ້າ ແລະ​ຮູ້​ຈັກ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ຂອງ​ເຂົາ” ແຕ່​ເຂົາ​ທັງ​ຫລາຍ​ທຸກ​ຄົນ​ໄດ້​ຫັກ​ແອກ​ເສັຽ ເຂົາ​ທັງ​ຫລາຍ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ອົງ​ອີກດ້ວຍ 6 ເຫດ​ສັນ​ນັ້ນ ສິງ​ຈາກ​ປ່າ​ຈະ​ມາ​ສັງ​ຫານ​ເຂົາ ຫມາ​ປ່າ​ຈາກ​ປ່າ​ດົງ​ຈະ​ທຳ​ລາຍ​ເຂົາ ທຸກ​ຄົນ​ທີ່​ໄປ​ຈາກ​ເມືອງ​ເຫລົ່າ​ນັ້ນ​ຈະ​ຖືກ​ຈີກ​ເປັນ​ຕອນ​ໆ ເພາະ​ວ່າ​ຄວາມ​ທໍຣະ​ຍົດ​ຂອງ​ເຂົາ​ຫລວງ​ຫລາຍ ການ​ກັບ​ສັຕ​ຂອງ​ເຂົາ​ກໍ​ໃຫຍ່​ຍິ່ງ​ 7 “ເຮົາ​ຈະ​ໃຫ້​ອະ​ພັຍ​ເຈົ້າ​ໄດ້​ຢ່າງ​ໃດ ລູກ​ຫລານ​ຂອງ​ເຈົ້າ​ໄດ້​ປະ​ຖິ້ມ​ເຮົາ​ແລ້ວ ແລະ​ໄດ້​ອ້າງ​ຜູ້​ທີ່​ບໍ່​ແມ່ນ​ພຣະ​ເຈົ້າ​ໃນ​ການ​ທຳ​ສັ​ຕ​ສາ​ບານ ເມື່ອ​ເຮົາ​ລ້ຽງ​ເຂົາ​ໃຫ້​ອີ່ມ ເຂົາ​ກໍ​ທຳ​ການ​ລ່ວງ​ປະ​ເວນີ ແລ້ວ​ກໍ​ຍົກ​ຂະ​ບ​ວນ​ກັນ​ໄປ​ທີ່​ເຮືອນ​ຂອງ​ຍິງ​ໂສ ເພ​ນີ 8 ເຂົາ​ທັງ​ຫລາຍ​ເຫມືອນ​ມ້າເຖິກ​ພັນ​ທີ່​ກັດ​ມັນ ທຸກ​ຄົນ​ກໍ​ຮ້ອງ​ຫາ​ພັ​ຣ​ຍາ​ຂອງ​ເພື່ອນ​ບ້ານ 9 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ສິ່ງ​ຢ່າງ​ນີ້ ເຮົາ​ຈະ​ບໍ່​ທຳ​ໂທດ​ເຂົາ​ຫລື ແລະ​ເຮົາ​ບໍ່​ຄວນ​ທີ່​ຈະ​ແກ້​ແຄ້ນ​ປະ​ຊາ​ຊາດທີ່​ເປັນ​ຢ່າງ​ນີ້​ຫລື 10 “ໄປ​ເຖີດ ໄປ​ຕາມ​ແຖວ​ຕົ້ນ​ຫມາກ​ອະ​ງຸ່ນ​ຂອງ​ມັນ​ແລະ​ທຳ​ລາຍ​ເສັຽ ແຕ່​ຢ່າ​ໄປ​ເຖິງອາ​ວະ​ສານ​ທີ່​ດຽວ ຕັດ​ກິ່ງ​ກ້ານ​ຂອງ​ມັນ​ອອກ ເພາະ​ນັ້ນ​ບໍ່​ແມ່ນ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 11 ເພາະ​ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນ ແລະ​ເຊື້ອ​ສາຍ​ຂອງ​ຢູ​ດາ​ໄດ້​ທໍ​ຣະ​ຍົດ​ຕໍ່​ເຮົາ​ຢ່າງ​ສິ້ນ​ເຊີງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 12 ເຂົາ​ທັງ​ຫລາຍ​ເວົ້າ​ມຸ​ສາ​ໃນ​ເຣື່ອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໄດ້​ກ່າວ​ວ່າ, “ພຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທຳ​ປະ​ການ​ໃດ ບໍ່​ມີ​ການ​ຮ້າຍ​ອັນ​ໃດ​ຈະ​ເກີດ​ຂຶ້ນ​ແກ່​ເຮົາ ເຮົາ​ກໍ​ຈະ​ບໍ່​ເຫັນ​ດາບ​ຫລື​ການ​ອຶດ​ຢາກ 13 ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຈະ​ເປັນ​ແຕ່​ລົມໆ ພຣະ​ວັ​ຈ​ນະ​ບໍ່​ມີ​ໃນ​ຄົນ​ເຫລົ່າ​ນັ້ນ ຂໍ​ໃຫ້​ເປັນ​ຢ່າງ​ນັ້ນ​ແກ່​ເຂົາ​ເຖີດ” 14 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຈອມ​ໂຍ​ທາ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ, “ເພາະ​ເຂົາ​ທັງ​ຫລາຍ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້ ເບິ່ງ​ແມ໋, ເຮົາ​ຈະ​ທຳ​ຖ້ອຍ​ຄຳ​ຂອງ​ເຮົາ​ທີ່​ຢູ່​ໃນ​ປາກ​ຂອງ​ເຈົ້າ​ໃຫ້​ເປັນ​ໄຟ ແລະ​ຊົນ​ຊາດ​ນີ້​ເປັນ​ຟືນ ແລະ​ໄຟ​ນັ້ນ​ຈະ​ເຜົາ​ຜານ​ເຂົາ​ເສັຽ 15 ເບິ່ງ​ແມ໋, ປະ​ຊາ​ອິສ​ຣາ​ເອນ​ເອີຍ, ເຮົາ​ຈະ​ນຳ​ປະ​ຊາ​ຊາດ​ຈາກ​ແດນ​ໄກ​ມາ​ສູ້​ເຈົ້າ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ ເປັນ​ປະ​ຊາ​ຊາດ​ທີ່​ທົນ​ທານ ເປັນ​ປະ​ຊາ​ຊາດ​ດຶກ​ດຳ​ບັນ ເປັນ​ປະ​ຊາ​ຊາດ​ທີ່​ເຈົ້າ​ບໍ່​ຮູ້​ພາ​ສາ​ຂອງ​ເຂົາ ເຂົາ​ຈະ​ເວົ້າ​ຫຍັງ​ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ 16 ແຫລ່ງ​ທະ​ນູ​ຂອງ​ເຂົາ​ເຫມືອນ​ອຸບ​ໂມງ​ເປີດ​ເຂົາ​ເປັນ​ທະ​ຫານ​ທີ່​ເກັ່ງ​ກ້າ​ທຸກ​ຄົນ 17 ເຂົາ​ຈະ​ກິນ​ຊຶ່ງ​ເຈົ້າ​ກ່ຽວ​ໄດ້ ແລະ​ກິນ​ອາ​ຫານ​ຂອງ​ເຈົ້າ​ເສັຽ ເຂົາ​ຈະ​ກິນ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ເຈົ້າ​ເສັຽ ເຂົາ​ຈະ​ກິນ​ຝູງ​ແກະ​ຝູງ​ງົວ​ຂອງ​ເຈົ້າ​ເສັຽ ເຂົາ​ຈະ​ກິນ​ເຄືດ​ອະ​ງຸ່ນ​ແລະ​ຕົ້ນ​ຫມາກ​ເດື່ອ​ຂອງ​ເຈົ້າ​ເສັຽ ເຂົາ​ຈະ​ທຳ​ລາຍ​ຕົວ​ເມືອງ​ທີ່​ມີ​ປ້ອມ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ວາງ​ໃຈ​ນັ້ນ​ເສັຽດ້ວຍ​ດາບ” 18 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເຖິງ​ແມ່ນ​ໃນ​ວັນ​ເຫລົ່າ​ນັ້ນ ເຮົາ​ກໍ​ຍັງ​ກະ​ທຳ​ແກ່​ເຈົ້າ​ໃຫ້​ເຖິງ​ອາ​ວະ​ສານ 19 ແລະ​ເມື່ອ​ເຈົ້າ​ທັງ​ຫລາຍ​ກ່າວ​ວ່າ, “ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຈຶ່ງ​ກະ​ທຳ​ບັນ​ດາ​ສິ່ງ​ເຫລົ່າ​ນີ້​ແກ່​ເຮົາ” ເຈົ້າ​ຈົ່ງ​ກ່າວ​ແກ່​ເຂົາ​ວ່າ, “ເພາະ​ເຈົ້າ​ໄດ້​ປະ​ຖິ້ມ​ເຣົາ​ໄປ​ບົວ​ລະ​ບັດ​ພຣະ​ຕ່າງ​ດ້າວ​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ ເຫດ​ສັນ​ນັ້ນ​ເຈົ້າ​ຈະ​ຕ້ອງ​ໄປ​ບົວ​ລະ​ບັດ​ຄົນ​ຕ່າງ​ຊາດ​ໃນແຜ່ນ​ດິນ​ຊຶ່ງ​ບໍ່​ແມ່ນ​ຂອງ​ເຈົ້າ” 20 ຈົ່ງ​ປະ​ກາດ​ຂໍ້​ຄວາມ​ຕໍ່​ໄປ​ນີ້​ໃນ​ປະ​ຊາ​ຢາ​ໂຄບ ຈົ່ງ​ໂຄ​ສະ​ນາ​ເຣື່ອງ​ນີ້​ໃນ​ຢູ​ດາ 21 “ຊົນ​ຊາດ​ທີ່​ໂງ່​ຈ້າ​ແລະ​ໄຮ້​ຄວາມ​ຄິດ​ເອີຍ, ຜູ້​ມີ​ຕາ ແຕ່​ເບິ່ງ​ບໍ່​ເຫັນ ຜູ້​ມີ​ຫູ ແຕ່​ຟັງ​ບໍ່​ໄດ້​ຍິນ ຈົ່ງ​ຟັງ​ຂໍ້​ຄວາມ​ນີ້ 22 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ບໍ່​ຢຳ​ເກງ​ເຮົາ​ຫລື ເຈົ້າ​ບໍ່​ຕົວ​ສັ່ນ​ຢູ່​ຕໍ່​ຫນ້າ​ເຮົາ​ຫລື ຄື​ເຣົາ​ຜູ້​ວາງກອງ​ຊາຍ​ໄວ້​ເປັນ​ເຂດ​ລ້ອມ​ທະ​ເລ ເປັນ​ເຄື່ອງ​ກີດ​ຂວາງ​ເປັນ​ນິດ​ບໍ່​ໃຫ້​ຜ່ານ​ໄປ​ໄດ້ ແມ້​ວ່າ​ຄື້ນ​ຈະ​ຊັດ ກໍ​ເອົາ​ຊະ​ນະ​ບໍ່​ໄດ້ ແມ້​ຄື້​ນ​ຈະ​ຄະ​ນອງ ກໍ​ຂ້າມ​ໄປ​ບໍ່​ໄດ້ 23 ແຕ່​ຊົນ​ຊາດ​ນີ້​ມີ​ໃຈ​ດື້​ດ້ານແລະ​ກະ​ບົດ ເຂົາ​ໄດ້​ຫັນ​ຫນີ​ແລະ​ຈາກ​ໄປ​ເສັຽ 24 ຂໍ້​ຄວາມນີ້​ເຂົາ​ບໍ່​​ຄີຍ​ຄິດ​ຢູ່​ໃນ​ໃຈ​ຂອງ​ເຂົາ​ທັງ​ຫລາຍ​ວ່າ “ໃຫ້​ເຮົາ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ ຜູ້​ຊົງ​ປະ​ທານ​ຝົນ​ຕາມ​ຣະ​ດູ​ຂອງ​ມັນ ຄື​ຝົນ​ຕົ້ນ​ຣະ​ດູ​ແລະ​ຝົນ​ຊຸກ​ປາຍ​ຣະ​ດູ ແລະ​ຊົງ​ຮັກ​ສາ​ສັ​ປ​ດາ​ທີ່​ກຳ​ນົດ​ການ​ກ່ຽວ​ເຂົ້າ​ໄວ້​ໃຫ້​ແກ່​ເຮົາ” 25 ບາບ​ຊົ່ວ​ຂອງ​ເຈົ້າ​ໄດ້​ກະ​ທຳ​ໃຫ້​ສິ່ງ​ເຫລົ່າ​ນີ້​ຫັນ​ໄປ​ເສັຽ ແລະ​ບາບ​ຂອງ​ເຈົ້າ​ທັງ​ຫລາຍ​ກໍ​ກັນ​ຄວາມ​ດີ​ໄວ້​ເສັຽ​ຈາກ​ເຈົ້າ 26 ເພາະ​ຖ້າມ​ກາງ​ໄພ່​ພົນ​ຂອງ​ເຮົາ​ຈະ​ພົບ​ຄົນ​ອະ​ທັມ ເຂົາ​ຊຸ່ມ​ຄອຍ​ເຫມືອນ​ຄົນ​ດັກ​ນົກ​ຊຸ່ມ​ຢູ່ ເຂົາ​ວາງ​ກັບ​ໄວ້​ເຂົາ​ດັກ​ຄົນ 27 ເຮືອນ​ຂອງ​ເຂົາ​ເຕັມ​ດ້ວຍ​ການ​ທໍ​ຣະ​ຍົດ​ເຫມືອນ​ຖາດ​ທີ່​ມີ​ນົກ​ເຕັມ ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ໃຫຍ່​ໂຕ​ແລະ​ຮັ່ງ​ມີ 28 ເຂົາ​ຈຶ່ງ​ອ້ວນ​ພີ​ຈົນ​ຕົວ​ກ້ຽງ​ ໃນ​ເຣື່ອງ​ການ​ກະ​ທຳ​ຄວາມ​ອະ​ທັມ​ເຂົາ​ລ້ຳ​ຫນ້າ ເຂົາ​ບໍ່​ໄດ້​ຕັດ​ສິນ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ ໃນ​ຄະ​ດີ​ຂອງ​ລູກ​ກຳ​ພ້າ ເພື່ອ​ໃຫ້​ຄະ​ດີ​ນັ້ນ​ເຖິງ​ທີ່​ສຸດ ເຂົາ​ບໍ່​ໄດ້​ປ້ອງ​ກັນ​ສິດ​ຂອງ​ຄົນ​ຂັດ​ສົນ 29 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ສິ່ງ​ຢ່າງ​ນີ້ ເຮົາ​ຈະ​ບໍ່​ທຳ​ໂທດ​ເຂົາ​ຫລື ແລະ​ບໍ່​ຄວນ​ທີ່​ເຮົາ​ຈະ​ແກ້​ແຄ້ນ​ປະ​ຊາ​ຊາດ​ທີ່​ເປັນ​ຢ່າງ​ນີ້​ຫລື 30 ສິ່ງ​ທີ່​ຫນ້າ​ຕົກ​ຕະ​ລຶງ​ແລະ​ຫນ້າຫວາດ​ສຽວ​ໄດ້​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ​ນີ້ 31 ຄື​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ປະ​ກາດ​ພຣະ​ທັມ​ເທັດ ແລະ​ບັນ​ດາ​ປະ​ໂຣ​ຫິດ​ກໍ​ປົກ​ຄອງ​ຕາມ​ການ​ຊີ້​ນິ້ວ​ຂອງ​ເຂົາ ແລະ​ໄພ່​ພົນ​ຂອງ​ເຮົາ​ມັກ​ທີ່​ມີ​ການ​ຢ່າງ​ນີ້ ແຕ່​ເຈົ້າ​ທັງ​ຫລາຍຈະ​ກະທຳ​ສິ່ງ​ໃດ​ເມື່ອ​ການ​ສຸດ​ປາຍ​ມາ​ເຖິງ

ເຢເຣມີ 6

ຄວາມ​ພິ​ນາດ​ທີ່​ຈະ​ມາ​ເຖິງ​ເຢ​ຣູ​ຊາ​ເລັມ ແລະ​ຢູ​ດາ

1 ປະ​ຊາ​ຊົນ​ເບັນ​ຢາ​ມິນເອີຍ ຈົ່ງ​ຫນີ​ໄປ​ເພື່ອ​ຄວາມ​ປອດ​ພັຍ ຈາກ​ກາງ​ກຸງ​ເຢ​ຣູ​ຊາ​ເລັມ ຈົ່ງ​ເປົ່າ​ເຂົາ​ສັດ​ໃນ​ເມືອງ​ເຕ​ໂກ​ອາ ແລະ​ຍົກ​ສັນ​ຍາ​ຂຶ້ນ​ໄວ້​ເທິງ​ເບທ​ຮັກ​ເຄ​ເຣມ ເພາະ​ເຫດ​ຮ້າຍ​ໂຜ່​ອອກ​ມາ​ຈາກ​ທິດ​ເຫນືອ ຄື​ການ​ທຳ​ລາຍ​ຢ່າງ​ໃຫຍ່​ຫ​ລວງ 2 ເຮົາ​ຈະ​ທຳ​ລາຍ​ສາວ​ງາມ​ແລະ​ບອບ​ບາງ ຄື​ບຸດຕ​ຣີ​ຂອງ​ຊີ​ໂອນ​ເສັຽ 3 ຜູ້​ລ້ຽງ​ແກະ​ພ້ອມ​ກັບ​ຝູງ​ແກະ​ຈະ​ມາສູ້​ນາງ ເຂົາ​ຈະ​ຕັ້ງ​ເຕັນ​ໄວ້​ຮອບ​ນາງ ຕ່າງ​ກໍ​ຈະ​ຫາ​ກິນ​ຢູ່​ໃນ​ທີ່​ຂອງ​ມັນ 4 “ຈົ່ງ​ຕຽມ​ທຳ​ສົງ​ຄາມ​ກັບ​ນາງ ລຸກ​ຂຶ້ນ ໃຫ້​ເຮົາ​ໂຈມ​ຕີ​ເວ​ລາ​ກາງ​ເວັນ” ວິ​ບັດ​ແກ່​ພວກ​ເຣົາ ເພາະວ່າ​ກາງ​ເວັນ​ຄ້ອຍ​ເສັຽ​ແລ້ວ ເງົາ​ຂອງ​ເວ​ລາ​ຄ່ຳ​ກໍ​ຍາວ​ອອກ​ໄປ” 5 “ລຸກ​ຂຶ້ນ ໃຫ້​ເຮົາ​ເຂົ້າ​ຕີ​ເວ​ລາ​ກາງ​ຄືນ ແລະ​ທຳ​ລາຍ​ບັນ​ດາ​ວັງ​ຂອງ​ນາງ​ເສັຽ” 6 ເພາະ​ພຣະ​ເຈົ້າ​ຈອມ​ໂຍທາ​ກ່າວ​ດັ່ງ​ນີ້​ວ່າ, “ຈົ່ງ​ປ້ຳ​ຕົ້ນ​ໄມ້​ຂອງ​ນາງ​ລົງ ຈົ່ງ​ຄູ​ນດິນ​ຂຶ້​ນອ້ອມ​ໄວ້​ສູ້​ກຸງເຢ​ຣູ​ຊາ​ເລັມ ນີ້​ແຫລະ​ນະ​ຄອນ​ທີ່​ຕ້ອງ​ຖືກ​ທຳ​ໂທດ ພາຍ​ໃນ​ນາງ​ບໍ່​ມີ​ສິ່ງໃດ​ນອກ​ຈາກ​ການ​ບີບ​ບັງ​ຄັບ 7 ບໍ່​ນ້ຳ​ຍັງ​ນ້ຳ​ເຢັນ​ໃຫ້​ມີ​ຢູ່​ສ​ເມີ​ສັນ​ໃດ ນາງ​ກໍ​ຍັງ​ຄວາມ​ອະ​ທັມ​ໃຫ້​ເກີດ​ຂຶ້ນ​ເລື້ອຍໆ​ສັນ​ນັ້ນ ໄດ້​ຍິນ​ເຖິງ​ຄວາມ​ທາ​ຣຸນ​ແລະ​ການ​ທຳ​ລາຍ​ມີ​ພາຍ​ໃນ​ນາງ ຄວາມ​ເຈັບ​ປວດ​ແລະ​ຄວາມ​ບາດ​ເຈັບ​ກໍ​ປາ​ກົດ​ຕໍ່​ເຮົາ​ສ​ເມີ 8 ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ຮັບ​ຄຳ​ຕັກ​ເຕືອນ​ເຖີດ ຢ້ານ​ວ່າ​ເຮົາ​ຈະ​ພາກ​ຮັກ​ຈາກ​ເຈົ້າ​ໄປ​ເສັຽ ຢ້ານ​ວ່າ​ເຮົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ບ່ອນຮົກ​ຮ້າງ ເປັນ​ແຜ່ນ​ດິນ​ປາສ​ຈາກ​ຄົນ​ອາ​ໄສ” 9 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ກ່າວ​ດັ່ງ​ນີ້ວ່າ, “ເຂົາ​ທັງ​ຫລາຍ​ຈະ​ກວາດ​ຊົນ​ອິສ​ຣາ​ເອນ ຊົນ​ທີ່​ເຫລືອ​ຢູ່​ນັ້ນ​ເສັຽ​ໃຫ້​ກ້ຽງ​ຢ່າງ​ເລັມ​ເຄືອ​ອະ​ງຸ່ນ ເຫມືອນ​ຄົນ​ເກັບ​ຫມາກ​ອະ​ງຸ່ນ​ເອົາ​ມື​ເກັບ​ຫມາກ​ຕາມ​ກິ່ງ​ຂອງ​ມັນ​ອີກ​ເທື່ອ​ນຶ່ງ 10 ຂ້າ​ພະ​ເຈົ້າ​ຄວນ​ຈະ​ເວົ້າ​ແລະ​ໃຫ້​ຄຳ​ຕັກ​ເຕືອນ​ແກ່​ຜູ້​ໃດ​ດີ​ຫນໍ ເພື່ອ​ເຂົາ​ຈະ​ໄດ້​ເຊື່ອ​ຟັງ ເບິ່ງ​ແມ໋, ຫູ​ຂອງ​ເຂົາ​ຕັນ​ເສັຽ​ແລ້ວ ເຂົາ​ຟັງບໍ່​ໄດ້ ເບິ່ງ​ແມ໋, ພຣະ​ວັ​ຈ ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ສິ່ງ​ທີ່​ເຂົາ​ດູ​ແຄນ ເຂົາ​ບໍ່​ພໍ​ໃຈ​ຟັງ 11 ເຫດ​ສັນນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຕັມ​ໄປ​ຫມົດ ຂ້າ​ພະ​ເຈົ້າ​ຈະ​ເກັບ​ໄວ້​ອີກ​ບໍ່​ໄຫວ​ແລ້ວ “ຈົ່ງ​ເທ​ອອກ​ຫົດ​ເດັກ​ນ້ອຍ​ທີ່​ຕາມ​ຖ​ນົນ ແລະ​ຫົດ​ພວກ​ຫນຸ່ມໆ​ທີ່​ຊຸມ​ນຸມ​ກັນ​ຢູ່​ດ້ວຍ ທັງ​ຜົວ​ແລະ​ເມັຽກໍ​ຈະ​ຕ້ອງ​ເອົາ​ໄປ ທັງ​ຄົນ​ແກ່​ແລະ​ຄົນ​ເຖົ້າ​ຊະ​ຣາ​ດ້ວຍ 12 ບ້ານ​ເຮືອນ​ຂອງເຂົາ​ຈະ​ຕ້ອງ​ຍົກ​ໃຫ້​ເປັນ​ຂອງ​ຄົນ​ອື່ນ ທັງ​ໄຮ່​ນາ​ແລະ​ເມັຽ​ຂອງ​ເຂົາ​ດ້ວຍ ເພາະ​ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່​ສູ້​ຊາວ​ແຜ່ນ​ດິນ” ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫ​ລະ 13 ເພາະ​ວ່າ ຕັ້ງ​ແຕ່​ຄົນ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ຈົນ​ເຖິງ​ຄົນ​ໃຫຍ່​ໂຕ​ທີ່​ສຸດ ທຸ​ກ​ຄົນ​ໂລບ​ຢາກ​ໄດ້​ກຳ​ໄລ ແລະ​ທຸກ​ຄົນ​ກໍ​ກະ​ທຳ​ການ​ດ້ວຍ​ຄ​ວາມ​ເທັດ ຕັ້ງ​ແຕ່​ຜູ້​ປະ​ກາດ​ພຣະ​ທັມ​ຄລອດ​ເຖິງ​ປະ​ໂຣ​ຫິດ 14 ເຂົາ​ທັງ​ຫລາຍ​ໄດ້​ຮັກ​ສາ​ແຜ​ແຫ່ງ​ໄພ່​ພົນ​ຂອງ​ເຮົາ​ແຕ່​ເລັກ​ນ້ອຍ​ກ່າວ​ວ່າ “ສັນ​ຕິ​ສຸກ ສັນ​ຕິ​ສຸກ” ເມື່ອ​ບໍ່​ມີ​ສັນ​ຕິ​ສຸກ​ເລີຍ 15 ເມື່ອ​ເຂົາ​ກະ​ທຳ​ການ​ຫນ້າ​ລັງ​ກຽດ​ຊັງ ເຂົາ​ລະ​ອາຍ​ຫລື ບໍ່​ເລີຍ ເຂົາ​ບໍ່​ລະ​ອາຍ​ເສັຽ​ເລີຍ ເຂົາ​ບໍ່​ຮູ້​ຈັກ​ວ່າ​ຢ່າງ​ໃດ​ຈຶ່ງ​ຈະ​ຂາຍ​ຫນ້າ ເພາະ​ສະ​ນັ້ນ​ເຂົາ​ຈະ​ລົ້ມ​ລົງ​ຖ້າມ​ກາງ​ພວກ​ທີ່​ລົ້ມແລ້ວ ເມື່ອ​ເຮົາ​ລົງ​ໂທດ​ເຂົາ​ທັງ​ຫລາຍ ເຂົາ​ຈະ​ຄວ່ຳ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ​ວ່າ, “ພວກ​ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ທາງ​ສີ່​ແຍກ ໃຫ້​ຖາມ​ຫາ​ທາງ​ດີ ຄື​ທາງ​ເກົ່າ​ນັ້ນ​ຢູ່​ໃສ ແລ້ວ​ໃຫ້​ຍ່າງ​ເຂົ້າ​ໄປ​ໃນ​ທາງ​ນັ້ນ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສ​ງົບ​ສຸກ ແຕ່​ພວກ​ເຈົ້າ​ໄດ້​ເວົ້າ​ວ່າ ພວກ​ເຮົາ​ຈະ​ບໍ່​ຍ່າງ​ເຂົ້າ​ໄປ​ໃນ​ທາງ​ນັ້ນ 17 ເຮົາ​ໄດ້​ແຕ່ງ​ຄົນ​ເຝົ້າ​ຍາມ ເພື່ອ​ເປົ່າ​ແກ​ເຕືອນບອກ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ໄດ້​ເວົ້າ​ວ່າ ພ​ວກ​ເຮົາ​ຈະ​ບໍ່​ຟັງ 18 ດ້ວຍ​ເຫດ​ນັ້ນ ຊາ​ດ​ຕ່າງໆ​ເອີຍ, ຈົ່ງ​ຟັງ​ແລະ​ຊາບ​ເທີນ​ວ່າ​ອັນ​ໃດ​ຈະ​ເກີດ​ຂຶ້ນ​ແກ່​ໄພ່​ພົນ​ຂອງ​ເຣົາ 19 ໂລກ​ເອີຍ, ຈົ່ງ​ຟັງ​ເທີນ ເຣົາ​ຈະ​ນຳ​ເອົາ​ໄພ​ວິ​ບັດ​ມາ​ຍັງ​ປະ​ຊາ​ຊົນ​ເຫລົ່າ​ນີ້ ຄື​ໄພ​ວິ​ບັດ​ທີ່​ເຂົາ​ສົມ​ຄວນ​ໄດ້​ຮັບ ເພາະ​ວ່າ​ເຂົາ​ບໍ່​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ ແລະ​ບໍ່​ໄດ້ສົນ​ໃຈ​ຄຳ​ສອນ​ຂອງ​ເຮົາ 20 ຈະ​ເປັນ​ປ​ໂຍດ​ອັນ​ໃດ​ແກ່​ເຮົາ ທີ່​ໄດ້ທູບຫອມ​ມາ​ແຕ່​ເມືອງ​ເຊ​ບາ ຫລື​ໄດ້​ເຄື່ອງ​ຫອມ​ມາ​ຈາກ​ທາງ​ໄກ ເຮົາ​ຈະ​ບໍ່​ຍິນ​ດີ​ຮັບ​ເອົາ​ເຄື່ອງ​ບູ​ຊາ​ຂອງ​ເຂົາ 21 ດັ່ງ​ນັ້ນ ເຮົາ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈະ​ທຳ​ໃຫ້​ຄົນ​ເຫລົ່າ​ນີ້​ຕຳ​ສະ​ດຸດ ບິ​ດາ​ແລະ​ບຸດ​ທັງ​ຫລາຍ​ຂອງ​ເຂົາ​ຈະ​ຕາຍ ມິດ​ສະ​ຫາຍແລະ​ເພື່ອນ​ບ້ານ​ກໍ​ຈະ​ຕາຍ​ເຫມືອນ​ກັນ” 22 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ “ປະ​ຊາ​ຊົນ​ຈະ​ມາ​ຈາກ​ປະ​ເທດ​ທາງ​ທິດ​ເຫນືອ ຊາດ​ຍິ່ງ​ໃຫຍ່​ທີ່​ຢູ່​ຫ່າງ​ໄກ​ກຳ​ລັງ​ຕຽມ​ຕົວ​ມາ​ຕໍ່​ສູ້ 23 ພວ​ກເຂົາ​ຖື​ຫນ້າ​ທະ​ນູ​ແລະ​ຫອກ ເປັນ​ຄົນ​ໂຫດ​ຮ້າຍ​ຂາດ​ເມດ​ຕາ​ຈິດ ພວກ​ເຂົາ​ຂີ່​ມ້າ​ແລະ​ຮ້ອງ ສຽງ​ດັງ​ເຫມືອນ​ສຽງ​ຄື້ນ​ທະ​ເລ ແລະ​ຕຽມ​ພ້ອມ​ສຳ​ລັບ​ຮົບ​ເສິກ​ຕໍ່​ສູ້​ເມືອງ​ຊີ​ໂອນ” 24 ປະ​ຊາ​ຊົນ​ເຢ​ຣູ​ຊາ​ເລັມ​ໄດ້​ເວົ້າ​ວ່າ, “ເມື່ອ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ນັ້ນ ມື​ຂອງ​ພວ​ກ​ເຣົາ​ໄດ້​ອ່ອນ​ເພັຽ ມີ​ຄວາມ​ຢ້ານ​ກົວ ແລະ​ເຈັບ​ປວດ​ເຫມືອນ​ຜູ້​ຍິງ​ກຳ​ລັງ​ຄອດ​ບຸດ 25 ພວກ​ເຣົາ​ບໍ່​ກ້າ​ອອກ​ໄປ​ຕາມ​ບ້ານນອກ ຫລື​ຍ່າງ​ໄປ​ຕາມ​ຖ​ນົນ​ຫົ​ນ​ທາງ ເພາະ​ວ່າ​ສັດ​ຕ​ຣູ​ໄດ້​ຕຽມ​ໂຈມ​ຕີ​ຢູ່ ແລະ​ຄວາມ​ຢ້ານ​ກົວ​ກໍ​ມີ​ຢູ່​ທຸ​ກດ້ານ” 26 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ໄພ່​ພົນ​ຂອງ​ເຮົາ​ເອີຍ ຈົ່ງ​ນຸ່ງ​ເຄື່ອງ​ໄວ້​ທຸກ ແລະ​ກິ້ງ​ເກືອກ​ຢູ່​ໃນ​ຂີ້​ເທົ່າ​ໄຟ ຈົ່ງ​ຮ້ອງ​ໄຫ້​ດ້ວຍ​ຄວາ​ມ​ຂົມ​ຂື່ນ​ເຫມືອນ​ລູກ​ຊາຍ​ຄົນ​ດຽວ​ຕາຍ ເພາະ​ວ່າ​ຜູ້​ທຳ​ລາຍ​ຈະ​ເຂົ້າ​ໂຈມ​ຕີ​ເຮົາໃນ​ທັນ​ທີ​ທັນ​ໃດ​ 27 “ເຮົາ​ໄດ້​ກະທຳ​ໃຫ້​ເຈົ້າ​ເປັນ​ຜູ້ໄປ​ທົດ​ລອງ​ເບິ່​ງໄພ່​ພົນ​ຂອງ​ເຮົາ ແລະ​ສຶກ​ສາ​ເບິ່ງ​ຄວາມ​ປະ​ພຶດ​ທັງ​ຫລາຍຂອງ​ເຂົາ 28 ເຂົາ​ທັງ​ຫລາຍ​ເປັນ​ກະ​ບົດ​ທີ່​ດຶ້​ດ້ານ ເປັນ​ຄົນ​ມັກ​ກ່າວ​ຂວັນ​ນິນ​ທາ​ຄົນອື່ນ ເຂົາ​ຫົວ​ແຂງ​ເຫມືອນ​ທອງ​ເຫລືອງ​ແລະ​ເຫລັກ​ກ້າ​ ເປັນ​ຄົນ​ສໍ້​ໂກງ​ທັງ​ສິ້ນ 29 ເຕົາ​ເຜົາ​ເງິນ​ກໍ​ຮ້ອນ​ແຮງ​ແລ້ວ ແຕ່​ສິ່ງ​ບໍ່​ດີ​ທີ່​ປົນຢູ່​ນຳ​ເງິນ​ບໍ່​ໄດ້​ເປື່ອຍ​ສູນ​ໄປ ວຽກ​ນັ້ນ​ຈຶ່ງ​ບໍ່​ເປັນ​ປ​ໂຍດ ຄົນ​ຊົ່ວ​ກໍ​ຢ່າງ​ດຽວ​ກັນ​ນັ້ນ ຄື​ຍັງ​ບໍ່​ໄດ້​ສູນ​ຫາຍ​ໄປ​ເລີຍ 30 ຄົນທັງ​ປວງ​ຈະ​ເອີ້ນ​ເຂົາ​ວ່າ​ເປັນ​ເງິນ​ໃຊ້​ບໍ່​ໄດ້ ເພາະ​ວ່າ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ຖິ້ມ​ເຂົາ​ແລ້ວ”

ເຢເຣມີ 7

ເຢ​ເຣ​ມີ​ຢາ​ເທສ​ນາ​ໃນ​ວິ​ຫານ

1 ພຣະ​ຄຳ​ຊຶ່ງ​ມາ​ຈາກພຣະ​ຜູ້​ເປັນ​ເຈົ້າ​ເຖິງເຢ​ເຣ​ມີ​ຢາ​ວ່າ, 2 “ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ປະ​ຕູ​ກຳ​ແພງພຣະ​ວິ​ຫານຂອງພຣະ​ຜູ້​ເປັນ​ເຈົ້າ​ແລະ​ໂຄ​ສະ​ນາ​ຖ້ອຍຄຳ​ເຫລົ່າ​ນີ້​ທີ່​ນັ້ນ​ວ່າ ບັນ​ດາຄົນ​ຢູ​ດາ​ທັງ​ປວງ​ຜູ້​ເຂົ້າ​ມາ​ໃນ​ປະ​ຕູ​ກຳ​ແພງ​ນີ້​ເພື່ອ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຟັງ​ພຣະ​ວັ​ຈ​ນະ​ພຣະ​ຜູ້​ເປັນ​ເຈົ້າ 3 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນຊົງ​ກ່າວ​ດັ່ງ​ນີ້​ວ່າ, “ຈົ່ງປ່ຽນ​ທາງ​ດຳ​ເນີນ​ຊີ​ວິດ​ແລະ​ການ​ກະ​ທຳ​ຂອງ​ພວກ​ເຈົ້າ​ເສັຽ ເພື່ອ​ເຮົາ​ຈະ​ໃຫ້​ເຈົ້າ​ອາ​ໄສ​ຢູ່​ໃນ​ທີ່​ນີ້ 4 ຢ່າ​ເຊື່ອ​ຄຳ​ຕົວະ​ທີ່​ວ່າ ນີ້​ແມ່ນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັ​ນເຈົ້າ” 5 ຈົ່ງ​ປ່ຽນ​ທາງ​ດຳ​ເນີນ​ຊີ​ວິດ ແລະ​ການ​ກະ​ທຳຂອງ​ພວກ​ເຈົ້າ​ເສັຽ​ໃຫ້​ເຮັດ​ຕໍ່​ກັນ​ແລະ​ກັນ​ຢ່າງ​ຍຸດ​ຕິ​ທັມ 6 ຢ່າ​ເອົາ​ປຽບ​ຄົນ​ຕ່າງ​ດ້າວພ້ອມ​ທັງ​ລູກ​ກຳ​ພ້າ​ແລະ​ແມ່​ຫມ້າຍ ໃຫ້​ຢຸດ​ປະ​ຫັດ​ປະ​ຫານ​ຜູ້​ບໍ່​ມີ​ຄວາມ​ຜິດ​ໃນ​ສະ​ຖານ​ທີ່​ສັກ​ສິດ​ນີ້ ແລະ​ໃຫ້​ຢຸດ​ຂາບ​ໄຫວ້​ພຣະ​ອື່ນ​ເສັຽ ເພາະ​ວ່າ​ການ​ກະ​ທຳ​ເຊັ່ນ​ນີ້​ຈະ​ເປັນ​ການ​ທຳ​ລາຍ​ພວກ​ເຈົ້າ​ເອງ 7 ແລ້ວ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ອາ​ໄສ​ຢູ່​ໃນ​ທີ່​ນີ້​ຕໍ່​ໄປ ຄື​ຢູ່​ໃນ​ດິນ​ແດນ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຈົ້າ​ເປັນ​ເຈົ້າ​ຂອ​ງ​ຄລອດ​ໄປ​ເປັນ​ນິດ​ນັ້ນ 8 ເບິ່ງ​ດູ ພວກ​ເຈົ້າ​ໄວ້​ໃຈ​ໃນ​ຄຳ​ຕົວະ 9 ເຈົ້າ​ຈະລັກ​ສິ່ງ​ຂອງ ຂ້າ​ຄົນ ລ່ວງ​ເກີນ​ຜົວ​ເມັຽ​ຜູ້​ອື່ນ ສາ​ບົດ​ສາ​ບານ​ດ້ວຍ​ຄຳ​ບໍ່​ຈິງ ຖວາຍ​ບູ​ຊາ​ແກ່​ພຣະ​ບາ​ອານ ແລະ​ຂາບ​ໄຫວ້​ພຣະ​ອື່ນ​ທີ່​ພວກ​ເຈົ້າ​ບໍ່​ຮູ້​ຈັກ 10 ທຳ​ແຕ່​ສິ່ງ​ທີ່​ເຮົາ​ກຽດ​ຊັງ ແລະ​ມາ​ຢືນ​ຢູ່​ຕໍ່​ຫນ້າ​ເຮົາ​ໃນ​ພຣະ​ວິ​ຫານ​ຂອງ​ເຮົາ ແລ້ວ​ກໍ​ເວົ້າ​ວ່າ​ພວກ​ເຮົາ​ປອດ​ພັຍ​ແລ້ວ 11 ພວກ​ເຈົ້າ​ຄິດ​ວ່າ​ພຣະ​ວິ​ຫານ​ຂອງ​ເຮົາ​ເປັນ​ບ່ອນ​ຫລົບ​ລີ້​ຂອງ​ພວກ​ເຈົ້າ​ຊັ້ນ​ບໍ ເຮົາ​ໄດ້​ເຫັນ​ສິ່ງ​ທີ່​ພວກ​ເຈົ້າ​ກະ​ທຳ​ແລ້ວ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 12 ຈົ່ງ​ໄປ​ເມືອງ​ຊີ​ໂລ​ບ່ອນ​ທີ່​ເຮົາ​ເລືອກ​ໄວ້​ເປັນ​ບ່ອນ​ຂາບ​ໄຫວ້​ແຕ່​ກ່ອນ ແລ້ວ​ຈົ່ງ​ເບິ່ງ​ສິ່ງ​ທີ່​ເຮົາ​ໄດ້​ກະ​ທຳ​ຕໍ່​ເມືອງ​ນັ້ນ 13 ຍ້ອນ​ຄວາມ​ຊົ່ວ​ຂອງ​ອິສ​ຣາ​ເອນ​ໄພ່​ພົນຂອງ​ເຮົາ ພວກ​ເຈົ້າ​ໄດ້​ກະ​ທຳ​ບາບ​ທີ່​ເຮົາ​ໄດ້​ກ່າວ​ນີ້​ທັງ​ຫມົດ ເຖິງ​ແມ່ນເຮົາ​ໄດ້​ເວົ້າ​ກັບ​ພວກ​ເຈົ້າ​ຫລາຍ​ເທື່ອ​ຫລາຍ​ທີ​ແລ້ວ​ກໍ​ດີ ພວກ​ເຈົ້າ​ກໍ​ຍັງ​ບໍ່​ຍ​ອມ​ຟັງ ແລະ​ເມື່ອ​ເຮົາ​ເອີ້ນ​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ບໍ່​ຕອບ ເຮົາ​

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ

14 ດ້ວຍ​ເຫດ​ນີ້​ເຮົາ​ຈະ​ກະ​ທຳ​ຕໍ່​ບ່ອນ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ຄື​ພຣະ​ວິ​ຫານ​ທີ່​ພວກ​ເຈົ້າ​ໄດ້​ອາ​ໄສ​ຢູ່​ນີ້ ເຫມືອນ​ກັບ​ໄດ້​ກະ​ທຳ​ທີ່​ເມືອງ​ຊີ​ໂລ​ນັ້ນ 15 ຈະ​ຂັບ​ໄລ່​ພວກ​ເຈົ້າ​ອອກ​ໄປ​ຈາກ​ສາຍ​ຕາຂອງ​ເຮົາ​ເຫມືອນ​ໄດ້​ກະ​ທຳ​ຕໍ່​ຊາວ​ເອ​ຟ​ຣາ​ອິມ​ຍາດ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ນັ້ນ

ຄວາມ​ບໍ່​ເຊື່ອ​ຟັງ​ຂອງ​ປະ​ຊາ​ຊົນ

16 ຝ່າຍ​ເຈົ້າ ເຈົ້າ​ຢ່າ​ອ້ອນວອນ​ສຳ​ລັ​ບ​ປະ​ຊາ​ຊົນ​ເຫລົ່າ​ນີ້ ຢ່າ​ຮ້ອງ​ໄຫ້​ຫລື​ອ້ອນວອນ​ຂໍ​ເພື່ອ​ເຂົາ ຢ່າ​ຂໍ​ອະ​ພັຍ​ໂທດ​ນຳ​ເຮົາ​ເພາະ​ວ່າ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ 17 ເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ເຂົາ​ທັງ​ຫລາຍ​ກຳ​ລັງ​ກະ​ທຳ​ໃນ​ເມືອງ​ທັງ​ຫລາຍ​ຂອງ​ຢູ​ດາ ແລະ​ຕາມ​ຖ​ນົນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຫລື 18 ຄື ເດັກ​ນ້ອຍ​ກໍ​ເກັບ​ເອົາ​ຟືນ ພວກ​ຜູ້​ຊາ​ຍ​ກໍ​ດັງ​ໄຟ ແລະ​ພວກ​ຜູ້​ຍິງ​ກໍ​ນວດ​ແປ້ງ ເຮັດ​ເຂົ້າ​ຫນົມ​ຫວານ​ຖວາຍ​ເຈົ້າ​ຍິງ​ເທິງ​ຟ້າ​ສວັນ ພວກ​ເຂົາ​ໄດ້​ເທ​ເຄື່ອງ​ດື່ມ​ຖວາ​ຍ​ແກ່​ພຣະ​ອື່ນ ເພື່ອ​ທຳ​ໃຫ້​ເຮົາ​ເສັຽ​ໃຈ 19 ແມ່ນ​ເຮົາ​ແທ້​ບໍ​ເປັນ​ຜູ້​ໄດ້​ຣັບ​ຄວາມ​ເສັຽ​ໃຈ ເຮົາ​ກ່າວ​ວ່າ ບໍ່​ແມ່ນ​ເຮົາ​ດອກ​ມັນ​ແມ່ນ​ເຂົາ​ເອງ​ເປັນ​ຜູ້​ເສັຽ​ໃຈ ແລະ​ຈະ​ນຳ​ຄວາມ​ລະ​ອາຍ​ມາ​ສູ່​ເຂົາ​ເອງ 20 ດ້ວຍ​ເຫດ​ນັ້ນ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເທ​ຄວາມ​ຮ້າຍ​ອັນ​ຮຸນ​ແຮງ​ຂອງ​ເຮົາ​ລົງ​ໃສ່​ບ່ອນ​ນີ້ ຈະ​ເທ​ລົງ​ໃສ່​ທັງ​ຄົນ ສັດ​ເດັຽ​ຣະ​ສານ ກົກ​ໄມ້​ແລະ​ເຄື່ອງ​ປູກ ຄວາມ​ຮ້າຍ​ຂອງ​ເຮົາ​ຈະ​ລຸກ​ໄຫມ້​ເຫມືອນ​ໄຟ ຊຶ່ງ​ບໍ່​ມີ​ໃຜ​ຈະ​ມອດ​ໄດ້ 21 ໄພ່​ພົນ​ຂອງ​ເຮົາ​ເອີຍ, ໃຫ້​ພວກ​ເຈົ້າ​ກິນ​ເຄື່ອງ​ເຜົາ​ບູ​ຊາ​ເຫມືອນ​ກິນ​ເຄື່ອງ​ບູ​ຊາ​ອື່ນໆ​ນັ້ນ​ເສັຽ ເຮົາ​ພຣະ​ຜູ້​ເປັ​ນ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຂອງ​ອິສ​ຣາ​ເອນ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 22 ເມື່ອ​ເຮົາ​ນຳ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອຢິບ​ນັ້ນ ເຮົາ​ບໍ່​ໄດ້ໃຫ້​ຄຳ​ສັ່ງ​ກ່ຽວ​ກັບ​ເຄື່ອງ​ເຜົາ​ບູ​ຊາ​ຫລື​ເຄື່ອງ​ບູ​ຊາ​ຊະ​ນິດ​ອື່ນໆ​ແກ່​ເຂົາ​ເລີຍ 23 ແຕ່​ໄດ້​ສັ່ງ​ໃຫ້​ເຂົາ​ເຊື່ອ​ຟັງ​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ເຂົາ​ຈະ​ໄດ້​ເປັນ​ໄພ່​ພົນ​ຂອງເຣົາ ເຮົາ​ໄດ້​ບອກ​ໃຫ້​ເຂົາ​ປະ​ພຶດ​ຕາມ​ທາງ​ທີ່​ໄດ້​ສັ່ງ​ນັ້ນ ເພື່ອ​ສິ່ງ​ທັງ​ຫລາຍ​ຈະ​ໄດ້ເປັນຜົນ​ດີ​ແກ່​ພວກ​ເຂົາ 24 ແຕ່​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ຫລື​ເອົາ​ໃຈ​ໃສ່​ເລີຍ ມີ​ແຕ່​ປະ​ພຶດ​ໄປ​ຕາ​ມ​ທາງ​ຄວາມ​ດື້ດ້ານ​ແລະ​ໃຈ​ຊົ່ວ​ຂອງ​ເຂົາ​ເອງ 25 ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ຊົ່ວ​ຫນັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ ຕັ້​ງ​ແຕ່ວັນ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ​ຈົນ​ເຖິງ​ທຸກມື້​ນີ້ ເຣົາ​ໄດ້​ໃຊ້​ບັນ​ດາ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຮົາ​ໄປ​ຫາ​ພວກ​ເຈົ້າ​ຢູ່​ສ​ເມີ 26 ແຕ່​ພວກ​ເຈົ້າ​ບໍ່​ຟັງ​ຫລື​ເອົາ​ໃຈ​ໃສ່​ເລີຍ ແຮງ​ເປັນ​ຄົນ​ຫົວ​ດື້ ແລະ​ປະ​ພຶດ​ຊົ່ວ​ກວ່າ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຈົ້າ​ເສັຽອີກ 27 ດ້ວຍ​ເຫດ​ນັ້ນ ເຈົ້າ​ຈະ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ສູ່ເຂົາ​ຟັງ ແຕ່​ເຂົາ​ຈະ​ບໍ່​ຟັງ ເຈົ້າ​ຈະ​ເອີ້ນ​ເຂົາ​ແຕ່​ເຂົາ​ຈະ​ບໍ່​ຕອບ​ເຈົ້າ 28 ເຈົ້າ​ຈະ​ບອກວ່າ​ພວກ​ເຂົາ​ເປັນ​ຊົນ​ຊາດ​ທີ່​ບໍ່​ເຊື່ອ​ຟັງ​ເຣົາ ທັງ​ບໍ່​ຍອມ​ຮັບເອົາ​ຄວາມ​ຕັກ​ເຕືອນ​ຂອງ​ເຮົາ ຄວາມ​ສັດ​ຊື່​ໄດ້​ສູນ​ຫາຍ​ໄປ​ຈາກ​ເຂົາ ພວ​ກ​ເຂົາ​ບໍ່​ເວົ້າ​ເຖິງ​ຄວາມ​ສັດ​ຊື່​ອີກ​ເລີຍ 29 ຈົ່ງ​ຮ້ອງ​ໄຫ້​ເສັຽ​ໃຈ ແລະ​ໄວ້​ທຸກ​ເທີນ ຈົ່ງ​ແຖ​ຜົມ​ຂອງ​ພວກ​ເຈົ້າ​ຖິ້ມ​ເສັຽ ແລະ​ຈົ່ງ​ຮ້ອງ​ໄຫ້​ອາ​ລັຍ​ເຖິງ​ຈອມ​ພູ​ທີ່​ສູງ ເພາະ​ວ່າ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ຖິ້ມ​ປະ​ຊາ​ຊົນ​ເຫລົ່າ​ນີ້​ດ້ວຍ​ຄວາມ​ຮ້າຍ​ຂອງ​ເຮົາ 30 ປະ​ຊາ​ຊົນ​ຢູ​ດາ​ໄດ້​ກະ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ ເຂົາ​ໄດ້​ເອົາ​ຮູບ​ພຣະ​ຂອງ​ເຂົາ​ທີ່​ເຮົາ​ກຽດ​ຊັງ​ມາ​ວາງ​ໄວ້​ໃນ​ວິ​ຫານ​ຂອງ​ເຮົາ ທຳ​ໃຫ້​ວິ​ຫານ​ນັ້ນ​ເຊື່ອມ​ເສັຽ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 31 ພວກ​ເຂົາ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຊຶ່ງ​ເອີ້ນ​ວ່າ ໂຕ​ເຟ​ທ​ໄວ້​ໃນ​ຮ່ອມ​ພູ​ແຫ່ງ​ບຸດ​ຊາຍ​ຂອງ ຮີນ​ໂນມ ເພື່ອ​ຈະ​ໄດ້​ເອົາ​ບຸດ​ຊາຍ​ຍິງຂອງ​ເຂົາ​ມາ​ເຜົາ​ບູ​ຊາ ເຮົາ​ບໍ່​ເຄີຍ​ນຶກ​ບໍ່​ເຄີຍ​ສັ່ງ​ໃຫ້​ເຂົາ​ກະ​ທຳ​ຢ່າງ​ນີ້​ເລີຍ 32 ດ້ວຍ​ເຫດ​ນີ້ ເວ​ລາ​ນັ້ນ​ຈະ​ຕ້ອງ​ມາ​ເຖິງ​ແນ່ນອນ ເມື່ອ​ນັ້ນ​ຈະບໍ່​ໄດ້​ເອີ້ນ​ວ່າ​ໂຕ​ເຟ​ທ ຫລື​ຮ່ອມ​ພູ​ບຸດ​ຊາຍ​ຂອງ​ຮີນ​ໂນມ​ອີກ​ຕໍ່​ໄປ ແຕ່​ຈະ​ໄດ້​ເອີ້ນ​ວ່າ​ຮ່ອມ​ພູ​ແຫ່ງ​ການ​ຂ້າ​ຟັນ​ກັນ ເພາະ​ວ່າ​ເຂົາ​ຈະ​ໄດ້​ຝັງ​ສົບ​ຄົນ​ໄວ້​ໃນ​ໂຕ​ເຟ​ທ​ຈົນ​ ເພາະ​ແຫ່ງ​ອື່ນບໍ່ມີ​ບ່ອນ​ວ່າງແລ້ວ 33 ແລະ​ສົບ​ຂອງ​ຊົນ​ຊາດ​ນີ້​ຈະ​ເປັນອາ​ຫານ​ຂອງ​ນົກ​ໃນ​ອາ​ກາດ ແລະ​ແກ່​ສັດ​ແຫ່ງ​ແຜ່ນ​ດິນ​ໂລກ ແລະ​ບໍ່​ມີ​ໃຜ​ຈະ​ຂັບ​ໄລ່​ໃຫ້​ມັນ​ໄປ​ເສັຽ​ໄດ້ 34 ເຮົາ​ຈະ​ທຳ​ໃຫ້​ສຽງ​ຂອງ​ຄວາມ​ມ່ວນ​ຊື່ນ​ຍິນ​ດີ ແລະ​ສຽງ​ຂອງ​ເຈົ້າ​ບ່າວ​ເຈົ້າ​ສາວ​ໃນ​ເມືອງ​ທັງ​ຫລາຍ​ຂອງ​ຢູ​ດາ ແລະ​ໃນ​ຖ​ນົນ​ກຸງ​ເຢ​ຣູ​ຊາ​ເລັມ​ສິ້ນ​ສຸດ​ລົງ”

ເຢເຣມີ 8

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ ໃນ​ການ​ຄັ້ງ​ນັ້ນ ກະ​ດູກ​ຂອງ​ບັນ​ດາ​ກະ​ສັດ​ຢູ​ດາ​ ກະ​ດູກ​ເຈົ້າ​ນາຍ​ຂອງ​ຢູ​ດາ ກະ​ດູກ​ປະ​ໂຣ​ຫິດ ກະ​ດູກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ກະ​ດູກ​ຂອງ​ຊາວ​ເມືອງ​ເຢ​ຣູ​ຊາ​ເລັມຈະ​ມີຄົນ​ເອົາ​ອອກ​ມາ​ຈາກ​ອຸ​ບໂມງ​ຂອງ​ເຂົາ​ທັງ​ຫລາຍ​ ເຫລົ່າ​ນັ້ນ 2 ແລະ​ເຂົາ​ກະ​ຈາຍ​ກະ​ດູກ​ເຫລົ່າ​ນັ້ນ​ອອກ​ຕໍ່​ຫນ້າ​ດວງອາທິດ ດວງ​ຈັນ ແລະ​ບໍ​ຣິ​ວານ​ແຫ່ງ​ຟ້າ​ສວັນ​ທັງ​ສິ້ນ ຊຶ່ງ​ເຂົາ​ທັງ​ຫລາຍ​ຮັກ​ແລະ​ບົວ​ຣະ​ບັດ ຊຶ່ງ​ເຂົາ​ໄດ້​ຕິດ​ສອຍ​ຫ້ອຍ​ຕາມ ຊຶ່ງ​ເຂົາ​ໄດ້​ສ​ແວງ​ຫາ​ແລະ​ນະມັ​ສ​ການ ຈະ​ບໍ່​ມີ​ໃຜ​ຮວບ​ຮວມ​ຫລື​ຝັງ​ກະ​ດູກ​ເຫລົ່າ​ນີ້ ແຕ່​ຈະ​ເປັນ​ເຫມືອນ​ຝຸ່ນ​ຢາຍ​ເດັຽ​ຣະ​ດາດ​ຢູ່​ຕາມ​ຫນ້າ​ດິນ 3 ບັນດາ​ຄົນ​ທີ່​ເຫລືອ​ຢູ່​ຈາກ​ຄອບ​ຄົວ​ຮ້າຍ​ນີ້ ຊຶ່ງ​ຕົກ​ຄ້າງ​ຢູ່​ໃນ​ສະ​ຖານ​ທີ່​ທັງ​ສິ້ນ​ຊຶ່ງ​ເຮົາ​ໄດ້​ຂັບ​ໄລ່​ເຂົາ​ໄປ ຈະ​ນິ​ຍົມ​ຄວາມ​ຕາຍ​ຍິ່ງກວ່າ​ທີ່​ຈະ​ມີ​ຊີ​ວິດ​ຢູ່ ພຣະ​ຜູ້ເປັນ​ເຈົ້າ​ກ່າວ​ວ່າ​ດັ່ງ​ນີ້

ບາບ​ແລະ​ການ​ພິ​ພາກ​ສາ​ລົງ​ໂທດ

4 “ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ມະ​ນຸດ​ລົ້ມ​ລົງ ເຂົາ​ຈະ​ບໍ່​ລຸກ​ຂຶ້ນ​ອີກ​ຫລື ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ຫັນ​ໄປ ເຂົາ​ຈະ​ບໍ່​ກັບ​ມາ​ຫລື 5 ເປັນ​ຫຍັງ​ຊົນ​ຊາດ​ນີ້​ຄື​ເຢ​ຣູ​ຊາ​ເລັມ​ຈຶ່ງ​ໄດ້​ຫັນ​ໄປ ເປັນ​ການ​ກັບ​ສັຕ​ຢູ່​ເປັນ​ນິດ ເຂົາ​ຍຶດ​ການ​ຫລອກ​ລວງ​ໄວ້​ຫມັ້ນ ເຂົາ​ທັງ​ຫລາຍ​ປະ​ຕິ​ເສດ​ບໍ່​ຍອມ​ກັບ 6 ເຮົາ​ໄດ້​ຕັ້ງ​ໃຈ​ແລະ​ຄອຍ​ຟັງ ແຕ່​ເຂົາ​ທັງ​ຫລາຍ​ກໍ​ເວົ້າ​ບໍ່​ຖືກ​ຕ້ອງ ບໍ່​ມີ​ຄົນ​ໃດ​ກັບ​ໃຈ​ຈາກ​ການ​ອະ​ທັມ​ຂອງ​ຕົນ ກ່າວ​ວ່າ, “ຂ້າ​ໄດ້​ເຮັດ​ຫຍັງ​ແດ່” ທຸກ​ຄົນ​ຫັນ​ໄປ​ຕາມ​ທາງ​ຂອງ​ເຂົາ​ເອງ​ເຫມືອນ​ມ້າ​ແລ່ນ​ຫົວ​ທຶ່ມ​ເຂົ້າ​ໄປ​ໃນ​ສົງ​ຄາມ 7 ແມ້ວ່າ​ນົກ​ກະ​ສາ​ດຳ​ເທິງ​ຟ້າ ຍັງ​ຮູ້​ຈັກ​ເວ​ລາ​ກຳ​ນົດ​ຂອງ​ມັນ ແລະ​ນົກ​ເຂົາ ນົກ​ນາງ​ແອ່ນ ແລະ​ນົກ​ກຽນ ໄດ້​ຮັກ​ສາ​ເວ​ລາ​ມາ​ຂອງ​ມັນ ແຕ່​ປະ​ຊາ​ກອນ​ຂອງ​ເຮົາ ບໍ່​ຮູ້​ຈັກ​ກົດ​ຫມາຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 8 “ເຈົ້າ​ຈະ​ເວົ້າ​ໄດ້​ຢ່າງ​ໃດ​ວ່າ ເຮົາ​ມີ​ປັນ​ຍາ ແລະ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຢູ່​ກັບ​ເຮົາ” ແຕ່​ເບິ່ງ​ແມ໋, ປາກ​ກາ​ຂອງ​ພວກ​ອາ​ຣັກ​ໄດ້​ກະ​ທຳ​ໃຫ້​ພຣະ​ທັມ​ເປັນ​ຄຳ​ຕົວະ 9 ຄົນ​ມີ​ປັນ​ຍາຈະ​ໄດ້​ຮັບ​ຄວາມ​ອາຍ ເຂົາ​ຈະ​ຢ້ານ​ກົວ​ແລະ​ຖືກ​ຈັບ​ຕົວ​ໄປ ເຂົາ​ໄດ້​ປະ​ຕິ​ເສດ​ພຣະ​ວັຈ​ນະ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ປັນ​ຍາ​ຢ່າງ​ໃດ​ມີ​ໃນ​ຕົວ​ເຂົາ 10 ເຫດ​ສັນ​ນັ້ນ ເຮົາ​ຈະ​ໃຫ້​ເມັຽ​ຂອງ​ເຂົາ​ຕົກ​ໄປ​ເປັນ​ຂອງຄົນ​ອື່ນ ໃຫ້​ໄຮ່​ນາ​ຂອງ​ເຂົາ​ຕົກ​ແກ່​ຜູ້​ທີ່​ຈະ​ໄດ້​ຮັບ ເພາະ​ວ່າ​ຕັ້ງ​ແຕ່​ຄົນ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ເຖິງ​ຄົນ​ທີ່​ໃຫຍ່ທີ່​ສຸດ ທຸກ​ຄົນ​ໂລບ​ຢາກ​ໄດ້​ກຳ​ໄລ ຕັ້ງ​ແຕ່ຜູ້​ປະ​ກາດ​ພຣະ​ທັມ​ເຖິງ​ປະ​ໂຣ​ຫິດ ທຸກ​ຄົນ​ກໍ​ທຳ​ການ​ສໍ້​ໂກງເຂົາ 11 ເຂົາ​ໄດ້​ຮັກ​ສາ​ແຜ​ແຫ່ງ​ປະ​ຊາ​ກອນ​ຂອງ​ເຮົາ​ແຕ່​ເລັກ​ນ້ອຍ ກ່າວ​ວ່າ, “ສັ​ນ​ຕິ​ສຸກ ສັກ​ຕິ​ສຸກ” ໃນ​ເມື່ອ​ບໍ່​ມີ​ສັນ​ຕິ​ສຸກ​ເສັຽ​ເລີຍ 12 ເມື່ອ​ເຂົາ​ກະ​ທຳ​ການ​ຫນ້າ​ກຽດ​ຊັງ ເຂົາ​ລະ​ອາຍ​ຫລື ບໍ່​ເລີຍ ​ເຂົາ​ບໍ່​ເຄີຍລະ​ອາຍ​ເສັຽ​ເລີຍ ເຂົາ​ບໍ່​ຮູ້​ຈັກ​ວ່າຢ່າງ​ໃດ​ຈຶ່ງ​ຈະ​ຂາຍ​ຫນ້າ ເຫ​ດສັນ​ນັ້ນ​ເຂົາ​ຈະ​ລົ້ມ​ລົງ​ຖ້າມ​ກາງ​ພວກ​ທີ່​ລົ້ມ​ແລ້ວ ເມື່ອ​ເຮົາ​ລົງ​ໂທດ​ເຂົາ​ທັງ​ຫລາຍ ເຂົາ​ຈະ​ລົ້ມ​ຄວ່ຳ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 13 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເມື່ອ​ເຮົາ​ຈະ​ຮວບ​ຮວມ​ເຂົາ ກໍ​ເຫັນ​ວ່າ​ເຄືອ​ອະ​ງຸ່ນ​ບໍ່​ມີ​ຜົນ ຫລື​ຕົ້ນ​ຫມາກ​ເດື່ອ​ບໍ່​ມີ​ຜົນ ເຖິງ​ແມ່ນ​ວ່າ​ໃບ​ກໍ​ຫ່ຽວ​ແຫ້ງ​ໄປ ແລະ​ສິ່ງ​ໃດ​ທີ່​ເຮົາ​ໃຫ້​ເຂົາ​ກໍ​ອັນ​ຕະ​ທານ​ຫາຍ​ໄປ​ຈາກ​ເຂົາ” 14 ເປັນ​ຫຍັງ​ເຮົາ​ຈຶ່ງ​ນັ່ງ​ເສີຍໆ ຈົ່ງ​ພາກັນ​ມາ ໃຫ້​ເຮົາ​ເຂົ້າ​ໄປ​ໃນ​ຫົວ​ເມືອງ​ທີ່​ມີ​ປ້ອມ ແລະ​ພິ​ນາດ​ເສັຽ​ທີ່​ນັ້ນ​ເຖີດ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ຊົງ​ໃຫ້​ເຮົາ​ພິ​ນາດ ແລະ​ຊົງ​ປະ​ທານ​ນ້ຳ​ບີ​ຫມີ​ໃຫ້​ເຮົາ​ດື່ມ ເພາະ​ເຮົາ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 15 ເຮົາ​ມອງ​ຫາ​ສັນ​ຕິ​ພາບ ແຕ່​ບໍ່​ມີ​ຄວາມ​ດີຫຍັງ​ມາ​ເລີຍ ເຮົາ​ມອງ​ຫາ​ເວ​ລາ​ຮັກ​ສາ​ໃຫ້​ຫາຍ ແຕ່​ປະ​ສົບ​ຄວາມ​ສະ​ຍົດ​ສະ​ຍອງ 16 “ສຽງ​ຄະ​ນອງ​ແຫ່ງ​ມ້າ​ຂອງ​ເຂົາ​ກໍ​ໄດ້​ຍິນ​ມາ​ຈາກ​ເມືອງ​ດານ ແຜ່ນ​ດິນ​ທັງ​ສິ້ນ​ກໍ​ຫ​ວັ່ນ​ໄຫວ ດ້ວຍ​ສຽງ​ຮ້ອງ​ຂອງກອງ​ມ້າ​ຂອງ​ເຂົາຫັນ​ໃຈ ມັນ​ທັງ​ຫລາຍ​ມາ​ກິນ​ແຜ່ນ​ດິນ​ແລະ​ສິ່ງ​ທັງ​ປວງ​ທີ່​ຢູ່​ເທິງ​ນັ້ນ​ຈົນ​ຫມົດ ທັງ​ເມືອງ​ແລະ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ເມືອງ 17 ເພາະ ເບິ່ງແມ໋, ເຮົາ​ກຳ​ລັງ​ສົ່ງ​ງູ​ເຂົ້າ​ມາ​ຖ້າມ​ກາງ​ເຈົ້າ ຄື​ງູ​ພິດ​ຊຶ່ງ​ຈະ​ຜູກ​ດ້ວຍ​ມົນ​ບໍ່​ໄດ້ ແລະ​ມັນ​ຈະ​ກັດ​ເຈົ້າ​ທັງ​ຫລາຍ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວດັ່ງ​ນີ້​ແຫລະ” 18 ຄວາມ​ທຸກ​ລະ​ທົມ​ຂອງ​ຂ້າ​ພະ​ເຈົ້າ​ນີ້​ເຫລືອ​ທີ່​ຈະ​ຮັກ​ສາ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ປ່ວຍ​ຢູ່​ພາຍ​ໃນ 19 ຟັງ​ເດີ ສຽງ​ຮ້ອງ​ໄຫ້​ແຫ່ງ ບຸດ​ຕຣີໄພ່​ພົນຂອງ​ຂ້າ​ພະ​ເຈົ້າ ຈາກ​ແຜ່​ນດິນ​ທັງ​ສ່ວນກວ້າງ​ແລະ​ສ່ວນ​ຍາວ “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ສະ​ຖິດ​ໃນ​ຊີ​ໂອນ​ຫລື ພຣະ​ຣາ​ຊາ​ຂອງ​ເມືອງ​ນັ້ນ​ບໍ່​ຢູ່​ໃນ​ນັ້ນ​ຫລື “ເປັນ​ຫຍັງເຂົາ​ຍົວະ​ຍຸ​ເຮົາ​ໃຫ້​ໂກດ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງ​ເຂົາ ແລະ​ດ້ວຍ​ພຣະ​ຕ່າງ​ດ້າວຂອງ​ເຂົາ” 20 ຣະ​ດູ​ກ່ຽວ​ກໍ​ຜ່ານ​ໄປ ຣະ​ດູ​ແລ້ງ​ກໍ​ສິ້ນ​ລົງ​ແລ້ວ ແລະ​ເຮົາ​ທັງ​ຫລາຍ​ກໍ​ບໍ່​ລອດ” 21 ເພາະ​ແຜ​ແຫ່ງ​ບຸດ​ຕ​ຣີ​​ຂອງ​ຂ້າ​ພະ​ເຈົ້າ ຫົວ​ໃຈຂ້າ​ພະ​ເຈົ້າ​ຈຶ່ງ​ເປັນ​ແຜ ຂ້າ​ພະ​ເຈົ້າ​ເສົ້າ​ຫມອງ ແລະ​ຄວາມ​ສະ​ຍົດ​ສະ​ຍອງ​ກໍ​ຍຶດ​ຂ້າ​ພະ​ເຈົ້າ​ໄວ້​ຫມັ້ນ 22 ບໍ່​ມີ​ຢາ​ນ້ຳ​ມັນ​ໃນ​ກິ​ເລ​ອາດ​ຫລື ບໍ່​ມີ​ຫມໍປິ່ນ​ປົວ​ທີ່​ນັ້ນ​ຫລື ເປັນ​ຫຍັງ​ບາດ​ແຜ​ແຫ່ງ​ບຸດ​ຕ​ຣີ​ໄພ່​ພົນຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ກັບ​ຄືນ​ສູ່​ສະ​ພາບ​ເດີມ​ໄດ້

ເຢເຣມີ 9

1 ຖ້າ​ຫົວ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ນ້ຳ ແລະ​ດວງ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ບໍ່​ນ້ຳ​ຕາ​ພຸກໍ​ຈະ​ດີ ເພື່​ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮ້ອງ​ໄຫ້​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເພາະ​ບຸດ​ຕ​ຣີ​ຊົນຊາດ​ຂອງ​ຂ້າ​ພະ​ເຈົ້າ​ທີ່ຖືກ​ຂ້າ 2 ຖ້າ​ຂ້າ​ພະ​ເຈົ້າ​ມີ​ທີ່​ພັກ​ສຳ​ລັບ​ຄົນ​ເດີນ​ທາງ ຢູ່​ທີ່​ໃນ​ຖິ່ນ​ກັນ​ດານ​ກໍ​ຈະ​ດີ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ພາກ​ຈາກ​ຊົນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ ແລະ​ໄປ​ໃຫ້​ພົ້ນ​ເຂົາ​ເສັຽ ເພາະ​ເຂົາ​ທັ​ງ​ຫລາຍ​ເປັນ​ຄົນ​ລ່ວງ​ປະ​ເວ​ນີ​ທັງ​ຫມົດ ແລະ​ເປັນ​ຫມູ່​ຄົນ​ທີ່​ມັກ​ທໍ​ຣະ​ຍົດ 3 ເຂົາ​ທັງ​ຫລາຍງໍ​ລີ້ນ​ຂອງ​ເຂົາ​ເຫມືອນ​ຄັນ​ທະ​ນູ ຄວາມ​ເທັດ​ແລະ​ບໍ່​ແມ່ນ​ສັ​ຈ​ຈະ​ທີ່​ຈະ​ເຣີນ​ແຂງ​ແຮງ​ຂຶ້ນ​ໃນ​ແຜ່ນ​ດິນ ເພາະ​ເຂົາ​ທັງ​ຫລາຍ​ຈາກ​ຄວາມ​ຊົ່ວ​ຢ່າງ​ນີ້​ໄປ​ສູ່​ຄວາມ​ຊົ່ວ​ຢ່າງ​ນັ້ນ ແລະ​ເຂົາ​ທັງ​ຫລາຍ​ບໍ່​ຮູ້​ຈັກ​ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 4 ຂໍ​ໃຫ້​ທຸກ​ຄົນ​ລະ​ວັງ​ເພື່ອນ​ບ້ານ​ຂອງ​ຕົນ ແລະ​ຢ່າ​ວາງ​ໃຈ​ໃນ​ພີ່​ນ້ອງ​ຄົນ​ໃດ​ເລີຍ ເພາະ​ວ່າ​ພີ່​ນ້ອງ​ທຸກ​ຄົນ​ເປັນ​ຄົນ​ຫລອ​ກລໍ້ ແລະ​ເພື່ອນ​ບ້ານ​ທຸກ​ຄົນ​ທ່ຽວ​ໄປ​ເປັນ​ຄົນ​ຄອນ​ຫາ​ນິນ​ທາ 5 ທຸກ​ຄົນ​ລໍ້​ລວງ​ເພື່ອນ​ບ້ານ​ຂອງ​ຕົວ ບໍ່​ມີ​ຜູ້​ໃດ​ເວົ້າ​ຄວາມ​ຈິງ​ຈັກ​ຄົນ​ດຽວ ເຂົາ​ໄດ້​ສອນ​ລີ້ນ​ຂອງ​ເຂົາ​ໃຫ້​ເວົ້າ​ຕົວະ ເຂົາ​ໄດ້​ກະ​ທຳ​ບາບ​ຊົ່ວ​ແລະ​ກັບ​ໃຈ​ອີກ​ບໍ່​ໄດ້​ແລ້ວ 6 ເຂົາ​ເອົາ​ການ​ບີບ​ບັງ​ຄັບ​ກອງ​ທັບການ​ບີບ​ບັງ​ຄັບ ແລະ​ເອົາ​ການ​ລໍ້​ລວງກອງ​ທັບ​ການ​ລໍ້​ລວງ ເຂົາ​ປະ​ຕິ​ເສດ​ທີ່​ຈະ​ຮູ້​ຈັກ​ເຣົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ແຫລະ 7 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ, “ເບິ່ງ​ແມ໋, ເຮົາ​ຈະ​ຫລອມ​ເຂົາ ແລະ​ທົດ​ລອງ​ເຂົາ ເຫດ​ໄພ່​ພົນ​ຂອງ​ເຮົາ ເຣົາ​ຈະ​ທຳ​ຢ່າງ​ອື່ນ​ໄດ້​ຢ່າງ​ໃດ 8 ລີ້ນ​ຂອງ​ເຂົາ​ເປັນ​ລູກ​ສອນ​ມະ​ຣິດ​ຕະ​ຍູ ມັນ​ເວົ້າ​ມານ​ຍາ ທຸກ​ຄົນ​ເວົ້າ​ຢ່າງ​ສັນ​ຕິ​ກັບ​ເພື່ອນ​ບ້ານ​ຂອງ​ເຂົາ​ດ້ວຍ​ປາກ ແຕ່​ໃນ​ໃຈ​ຂອງ​ເຂົາ ເຂົາ​ວາງ​ແຜນ​ການ​ຄອຍ​ດັກ​ຈັບ​ເຂົາ​ຢູ່ 9 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ບໍ່​ຄວນ​ທີ່​ເຮົາ​ຈະ​ລົງ​ໂທດ​ເຂົາ​ເພາະ​ສິ່ງ​ເຫລົ່າ​ນີ້​ຫລື ບໍ່​ຄວນ​ທີ່​ເຮົາ​ຈະ​ແກ້​ແຄ້ນ​ປະ​ຊາ​ຊາດ​ທີ່​ເປັນ​ຢ່າງ​ນີ້​ຫລື 10 “ຈົ່ງ​ຮ້ອງ​ໄຫ້​ແລະ​ຄ​ວນ​ຄາງ​ເຫດ​ພູ​ນັ້ນ ແລະ​ຄ່ຳ​ຄວນ​ເຫດ​ລານ​ຫຍ້າ​ໃນ​ຖິ່ນ​ກັນ​ດານ ເພາະ​ວ່າ​ມັນ​ຖືກ​ປະ​ຮ້າງ ບໍ່​ມີ​ຜູ້​ໃດ​ຜ່ານ​ໄປ​ມາ ບໍ່​ໄດ້​ຍິນ​ສຽງ​ສັດ​ລ້ຽງ​ຮ້ອງ​ທັງ​ນົກ​ໃນ​ອາ​ກາດ​ແລະ​ສັດ​ໄດ້​ຫນີ​ໄປ​ເສັຽ​ແລ້ວ 11 ເຮົາ​ຈະ​ກະ​ທຳ​ໃຫ້​ເຢ​ຣູ​ຊາ​ເລັມ​ເປັ​ນກອງ​ສິ່ງ​ສ​ລັ​ກຫັກ​ພັງ ເປັນ​ທີ່​ຢູ່​ຂອງ​ຫມາ​ປ່າ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ຫົວ​ເມືອງ​ຂອງ​ຢູ​ດາ​ເປັນ​ທີ່​ຮົກ​ຮ້າງ​ບໍ່​ມີ​ຊາວ​ເມືອງ”

ວ່າ​ຈະ​ຕ້ອງ​ພິ​ນາດ​ແລະ​ຖືກ​ເນ​ຣະ​ເທດ

12 ໃຜເປັນ​ຄົນ​ມີ​ປັນ​ຍາທີ່​ຈະ​ເຂົ້າ​ໃຈ​ຄວາມ​ນີ້​ໄດ້ ແລະ​ມີ​ຜູ້​ໃດ​ທີ່​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ແກ່​ເຂົາ ເຂົາ​ຈຶ່ງ​ປະ​ກາດ​ຄວາມ​ນັ້ນ​ໄດ້ ເຫດ​ໃດ​ແຜ່ນ​ດິນ​ຈຶ່ງ​ພັງ​ທຳ​ລາຍ​ແລະ​ຖິ້ມ​ໄວ້​ໃຫ້​ຮ້າງ​ເປົ່າ​ເຫມືອນ​ຖິ່ນ​ກັນ​ດານ ຈຶ່ງ​ບໍ່​ມີ​ຜູ້ໃດ​ຜ່ານ​ໄປ​ມາ 13 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເພາະ​ເຂົາ​ທັງ​ຫລາຍ​ປະ​ຖິ້​ມ​ພຣະ​ທັມ​ຂອງ​ເຮົາ​ຊຶ່ງ​ເຮົາ​ໄດ້​ຕັ້ງໄວ້​ຕໍ່​ຫນ້າ​ເຂົາ ແລະບໍ່ໄດ້​ເຊື່ອ​ຟັງສຽງ​ຂອງ​ເຮົາ​ຫລື​ດຳ​ເນີນ​ຕາມ​ນັ້ນ 14 ແຕ່​ໄດ້​ດຳ​ເນີນ​ຕາມ​ໃຈ​ຂອງ​ຕົນ​ເອງ​ຢ່າງ​ດື້​ດ້ານ ແລະ​ຕິດ​ສອຍ​ຫ້ອຍ​ຕາມ​ພວກ​ພຣະ​ບາ​ອານ​ຢ່ງ​ທີ່​ບັນ​ພະ​ບຸ​ຣຸດ​ໄດ້​ສັ່ງ​ສອນ​ເຂົາ​ໄວ້ 15 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຈຶ່ງ​ກ່າວ​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ລ້ຽງ​ຊົນ​ຊາດ​ນີ້​ກິນ​ພືດ​ຂົມ​ແລະ​ໃຫ້​ນ້ຳ​ບີ​ຫມີ​ເຂົາ​ດື່ມ 16 ເຮົາ​ຈະ​ກະ​ຈາຍ​ເຂົາ​ໄປ​ຖ້າມ​ກາງ​ປະ​ຊາ​ຊາດ​ທີ່​ຕົວ​ເຂົາ​ເອງ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ບໍ່​ຮູ້​ຈັກ ແລະ​ເຮົາ​ຈະ​ສົ່ງ​ດາບ​ໃຫ້​ໄລ່​ຕາມ​ເຂົາ​ທັງ​ຫລາຍ ຈົນ​ເຮົາ​ຈະ​ຜານ​ເຂົາ​ສິ້​ນ” 17 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ກ່າວ​ດັ່ງ​ນີ້​ວ່າ, “ຈົ່ງ​ຕຶກ​ຕອງ​ເບິ່ງ ແລະ​ເອີ້ນ​ນາງ​ຮ້ອງ​ໄຫ້​ໃຫ້​ມາ ຈົ່ງ​ໃຫ້​ຄົນ​ໄປ​ຕາມ​ຍິງ​ທີ່​ຊຳ​ນານ​ມາ 18 ໃຫ້​ເຂົາ​ຟ້າວ​ສົ່ງ​ສຽງ​ຄ່ຳ​ຄວນ​ເພື່ອ​ເຣົາ​ທັງ​ຫລາຍ ເພື່ອ​ນໍ້າ​ຕາ​ຈະ​ອາບ​ຕາ​ຂອງ​ເຮົາ ແລະ​ຫນັງ​ຕາ​ຂອງ​ເຮົາ​ຈະ​ມີ​ນ້ຳ​ຕາ​ພຸ​ອອກ​ມາ 19 ເພາະ​ໄດ້​ຍິນ​ສຽງ​ຄ່ຳ​ຄວນ​ຈາກ​ຊີ​ໂອນ “ເຮົາ​ທັງ​ຫລາຍຍ່ອ​ຍຍັບ​ພຽງ​ໃດ​ແລ້ວ ເຮົາ​ອັບ​ອາຍ​ນັກ​ຫນາ ເພາະ​ເຣົາ​ໄດ້​ອອກ​ຈາກ​ແຜ່ນ​ດິນ ເພາະ​ເຂົາ​ໄດ້​ທຳ​ລາຍ​ທີ່​ອາ​ໄສ​ຂອງ​ເຮົາ​ລົງ” 20 ຍິງ​ເອີຍ, ຈົ່ງ​ຟັງ​ພຣະ​ວັຈນະ​ຈາກ​ພຣະ​ໂອດ​ຂອງພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຫ້​ຫູ​ຂອງ​ເຈົ້າ​ຮັບ​ພຣະ​ວັ​ຈ​ນະ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ ຈົ່ງ​ສອນ​ບົດ​ຄ່ຳ​ຄວນ​ແກ່​ບຸດ​ຕ​ຣີ​ຂອງ​ເຈົ້າ ຈົ່ງ​ສອນ​ບົດ​ເພງ​ສົບ​ແກ່​ເພື່ອນ​ບ້ານ​ຂອງ​ນາງ​ທຸກ​ຄົນ 21 ເພາະ​ຄວາມ​ຕາຍ​ໄດ້​ຂຶ້ນ​ມາ​ເຂົ້າປ່ອງ​ອ້ຽມຂອ​ງ​ເຮົາ ມັນ​ເຂົ້າ​ມາ​ໃນ​ວັງ​ທັງ​ຫລາຍ​ຂອງ​ເຮົາ ຕັດ​ພວກ​ເດັກ​ນ້ອຍໆ​ອອກ​ເສັຽ ຈາກ​ຖ​ນົນ​ຫົນ​ທາງ ແລະ​ຕັດ​ຄົນ​ຫນຸ່ມ​ອອກ​ເສັຽ​ຈາກ​ລານ​ເມືອງ” 22 ຈົ່ງ​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ສົບ​ມະ​ນຸດ​ຈະ​ລົ້ມ​ລົງ ເຫມືອນ​ຂີ້​ສັດ​ຕົກ​ຕາມ​ພື້ນ​ທົ່ງ ເຫ​ມືອນ​ຟ່ອນ​ເຂົ້າ​ລົ້ມ​ຕາມ​ຜູ້​ກ່ຽວ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ເກັບ” ຄວາມ​ຮູ້​ເຣື່ອງ​ພຣະ​ເຈົ້າ​ເປັນ​ສັ​ກ​ສີ​ຂອງ​ມະ​ນຸດ 23 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ຢ່າ​ໃຫ້​ຜູ້​ມີ​ປັນ​ຍາ​ອວດ​ໃນ​ສະ​ຕິ​ປັນ​ຍາ​ຂອງ​ຕົນ ຢ່າ​ໃຫ້​ຊາ​ຍ​ສະ​ກັນ​ອວດ​ໃນ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ ຢ່າ​ໃຫ້​ຄົນ​ຮັ່ງ​ມີ​ອວດ​ໃນ​ຄວາມ​ມັ່ງ​ຄັ່ງ​ຂອງ​ຕົນ 24 ແຕ່​ໃຫ້​ຜູ້ອວດ ອວດ​ໃນ​ສິ່ງ​ນີ້​ຄືໃນ​ການ​ທີ່​ເຂົາ​ເຂົ້າ​ໃຈ​ແລະ​ຮູ້​ຈັກ​ເຮົາ ວ່າ​ເຮົາ​ຄື​ພຣະ​ຜູ້​ເປັ​ນ​ເຈົ້າ ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ ຄວາມ​ຍຸດ​ຕິ​ທັມ ແລະ​ຄວາມ​ຊອບ​ທັມ​ໃນ​ໂລກ ເພາະ​ວ່າ​ເຮົາ​ພໍ​ໃຈ​ໃນ​ສິ່ງ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 25 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເບິ່ງ​ແມ໋, ວັນ​ເວ​ລາ​ກຳ​ລັງ​ມາ​ເຖິງ​ແລ້ວ ເມື່ອ​ເຮົາ​ຈະ​ລົງ​ໂທດ​ບັນ​ດາ​ຜູ້​ທີ່​ຣັບ​ພິ​ທີ​ຕັດ​ແລະ​ເຫມືອນ​ບໍ່​ໄດ້​ຮັບພິ​ທີ​ຕັດ ຄື 26 ເອຢິບ ຢູ​ດາ ເອ​ໂດມ ແລະ​ຄົນ​ອັມ​ໂມນ ໂມ​ອາບ ແລະ​ທຸກ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ຖິ່​ນ​ກັນ​ດານ ບັນ​ດາ​ຄົນ​ທີ່​ແຖ​ຜົມ​ຈອນ​ຫູ ເພາະ​ບັນ​ດາ​ປະ​ຊາ​ຊາດ​ເຫລົ່າ​ນີ້​ບໍ່​ໄດ້ເຂົ້າຮັບ​ພິ​ທີ​ຕັດ ແລະ​ບັນ​ດາ​ປະ​ຊາຊົນ​ອິສ​ຣາ​ເອນ​ກໍ​ບໍ່​ໄດ້​ຮັບ​ເຂົ້າ​ພິ​ທີ​ຕັດ​ທາງ​ໃຈ”

ເຢເຣມີ 10

ພຣະ​ເຈົ້າ​ເທັດ​ແລະ​ພຣະ​ເຈົ້າ​ແທ້

1 ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ ຈົ່ງ​ຟັງ​ຖ້ອຍ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ເຈົ້າ 2 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ຢ່າ​ເອົາ​ຢ່າ​ງບັນ​ດາ​ປະ​ຊາ​ຊາດ ຫລື​ຢ່າ​ຢ້ານ​ກົວ​ເພາະ​ຫມາຍ​ສຳ​ຄັນ​ຂອງ​ທ້ອງ​ຟ້າ ຕາມ​ທີ່​ບັນ​ດາ​ປະ​ຊາ​ຊາດ​ຢ້ານ​ກົວ​ນັ້ນ 3 ເພາະ​ທັມ​ນຽມ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ກໍ​ເທັດ ເຂົາ​ຕັດ​ຕົ້ນ​ໄມ້​ມາ​ຈາກ​ປ່າ​ຕົ້​ນ​ນຶ່ງ ເປັນ​ສິ່ງ​ທີ່​ມື​ຊ່າງ​ໄດ້​ກະ​ທຳ​ດ້ວຍ​ຂວານ 4 ເຂົາ​ທັງ​ຫລາຍ​ກໍ​ເອົາ​ເງິນ​ແລະ​ທອງ​ມາ​ປະ​ດັບ ເຂົາ​ຕອກ​ໄວ້​ແຫນ້ນ​ດ້ວຍ​ຄ້ອນ​ແລະ​ຕະ​ປູ ມັນ​ກໍ​ເຄື່ອນ​ໄຫວ​ໄປ​ມາ​ບໍ່​ໄດ້ 5 ຮູບ​ເຄົາ​ຣົບ​ຂອງ​ເຂົາ​ກໍ​ເຫມືອນ​ຫຸ່ນ​ຫລອ​ກກາ​ຢູ່​ໃນ​ສວນ​ຫມາກ​ແຕງກວາ ມັນ​ເວົ້າ​ບໍ່​ໄດ້ ຄົນ​ຕ້ອງ​ຂົນ​ມັນ​ໄປ ເພາະ​ມັນ​ຍ່າງ​ບໍ່​ໄດ້ ຢ່າ​ຢ້ານ​ມັນ​ເລີຍ ເພາະ​ມັນ​ທຳ​ຮ້າຍ​ບໍ່​ໄດ້ ມັນ​ກໍ​ທຳ​ດີ​ບໍ່​ໄດ້​ເຫມືອນ​ກັນ” 6 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ມີ​ຜູ້​ໃດ​ເຫມືອນ​ພຣະ​ອົງ ພຣະ​ອົງ​ຊົງ​ເປັນ​ໃຫຍ່ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ມີ​ຣິດ​ຫລາຍ 7 ຂ້າ​ແດ່​ພຣະ​ຣາ​ຊາ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ ຜູ້​ໃດ​ຈະ​ບໍ່​ຢຳ​ເກງ​ພຣະ​ອົງ ເພາະ​ພຣະ​ອົງ​ສົມ​ຄວນ​ແກ່​ການ​ຢ່າງ​ນີ້ ເພາະ​ໃນ​ບັນ​ດາ​ນັກ​ປາດ​ຂອງ​ບັນ​ດາ​ປະ​ຊາ​ຊາດ ແລະ​ໃນ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ທັງ​ສິ້ນ​ຂອ​ງເຂົາ ບໍ່​ມີ​ຜູ້​ໃດ​ເຫມືອນ​ພຣະ​ອົງ 8 ເຂົາ​ທັງ​ຫລາຍ​ທັງ​ຊົ່ວ​ຊ້າ​ແລະ​ໂງ່​ຈ້າ ການ​ຕີ​ສອນ​ຂອງ​ຮູບ​ເຄົາ​ຣົບ​ນັ້ນ​ກໍ​ເປັນ​ແຕ່​ໄມ້ 9 ເຄື່ອງ​ເງິນ​ທຸບ​ນັ້ນ​ເຂົາ​ເອົາ​ມາ​ຈາກ​ຕາ​ຣ໌​ຊິດ ແລະ​ເອົາ​ທອງ​ຄຳ​ມາ​ຈາ​ກ​ເມືອງ​ອຸ​ຟາ​ສ ເປັນ​ຜົນ​ງານ​ຂອງ​ຊ່າງ​ຝີ​ມື ແລະ​ເປັນ​ຜົນ​ນ້ຳ​ມື​ຂອງ​ຮູບ​ເຄົາ​ຣົບ​ນັ້ນ​ສີ​ຄາມ​ແລະ​ສີ​ມ່ວງ ເປັນ​ຜົນ​ງານ​ຂອງ​ຄົນ​ຊຳ​ນານ​ທັງ​ນັ້ນ 10 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ເຈົ້າ​ທ່ຽງ​ແທ້ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ແລະ​ເປັນ​ພຣະ​ມະ​ຫາ​ກະ​ສັດໄປ​ຄລອດ​ເປັນ​ນິດ ພໍ​ຊົງ​ພຣະ​ພິ​ໂຣດ​ແຜ່ນ​ດິນ​ກໍ​ຫວັ່ນ​ໄຫວ ແລະ​ບັນ​ດາ​ປະ​ຊາ​ຊາດ​ຈະ​ທົນ​ຕໍ່​ຄວາມ​ກິ້ວ​ຂອງ​ພຣະ​ອົງ​ບໍ່​ໄດ້ 11 (ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ​ທັງ​ປວງ​ດັ່ງ​ນີ້​ວ່າ, “ບັນ​ດາພຣະ​ເຈົ້າ​ທີ່​ບໍ່​ໄດ້​ຊົງ​ສ້າງ​ສວັນ​ແລະ​ໂລກ​ຈະ​ພິ​ນາດ​ໄປ​ຈາກ​ໂລກ​ແລະ​ຈາກ​ພາຍ​ໃຕ້​ສວັນ”)​ 12 ຜູ້​ຊົງ​ສ້າງ​ໂລກ​ດ້ວຍ​ຣິດ​ເດດຂອງ​ພຣະ​ອົງ ຜູ້​ຊົງ​ສະ​ຖາ​ປະ​ນາ​ພິ​ພົບ​ໄວ້​ດ້ວຍ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ ແລະ​ຊົງ​ແຜ່​ທ້ອງ​ຟ້າ​ອອກ​ດ້ວຍ​ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ອົງ 13 ເມື່ອ​ພຣະ​ອົງ​ຊົງ​ເປັ່ງ​ພຣະ​ສຸ​ຣະ​ສຽງ​ກໍ​ມີ​ສຽງ​ນ້ຳ​ຄະ​ນອງ​ໃນ​ທ້ອງ​ຟ້າ ແລະ​ຊົງ​ກະ​ທຳ​ໃຫ້​ຫມອກ​ລອຍ​ຂຶ້ນຈາກ​ປາຍ​ພິ​ພົບ ຊົງ​ກະ​ທຳ​ຟ້າ​ແລບ​ເພື່ອ​ຝົນ ແລະ​ຊົງ​ນຳ​ລົມ​ມາ​ຈາກ​ພຣະ​ຄັງ​ຂອງ​ພຣະ​ອົງ 14 ມະ​ນຸດ​ທຸກ​ຄົ​ນ​ຊົ່ວ​ຊ້າ ແລະ​ບໍ່​ມີ​ຄວາມ​ຮູ້ ຊ່າງ​ທອງ​ທຸກ​ຄົນ​ຈະ​ໄດ້​ອາຍ​ເພາະ​ຮູບ​ເຄົາ​ຣົບ​ຂອ​ງຕົນ ເພາະ​ຮູບ​ເຄົາ​ຣົບ​ຫລໍ່​ຂອງ​ເຂົາ​ເປັນ​ຂອງ​ເທັດ ແລະ​ບໍ່​ມີ​ລົມ​ຫາຍ​ໃຈ​ໃນ​ຮູບ​ເຄົາ​ຣົບ​ນັ້ນ 15 ມັນ​ເປັນ​ຂອງ​ໄຮ້​ຄ່າ ແລະເ​ປັນ​ຜົນ​ງານທີ່​ຫນ້າ​ເຍາະ​ເຍີ້ຍ ມັນ​ຈະ​ຕ້ອງ​ພິ​ນາດ​ເມື່ອ​ເຖິງ​ເວ​ລາການ​ລົງ​ໂທດ 16 ພຣະ​ອົງ​ຜູ້​ຊົງເປັນ​ສ່ວນ​ຂອງ​ຢາ​ໂຄບ​ບໍ່​ເຫ​ມືອນ​ສິ່ງ​ເຫລົ່າ​ນີ້ ເພາະ​ພຣະ​ອົງ​ຊົງ​ເປັນ​ຜູ້​ທີ່​ກໍ່​ຮ່າງ​ທຸກ​ສິ່ງ​ຂຶ້ນ ແລະ​ອິສ​ຣາ​ເອນ​ເປັນ​ເຜົ່າ​ທີ່​ເປັນ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຈອມ​ໂຍ​ທາ​ເປັນ​ພຣະ​ນາມ​ຂອງ​ພຣະ​ອົງ

ຄວາມ​ຮົກ​ຮ້າງ​ຂອງ​ຢູ​ດາ

17 ເຈົ້າ​ທັງ​ຫລາຍ​ທີ່​ອາ​ໄສ​ຢູ່​ພາຍ​ໃຕ້​ການ​ຖືກ​ລ້ອມ​ເອີຍ ຈົ່ງ​ເກັບ​ສິ່ງ​ຂອງ​ຂອງ​ເຈົ້າ​ຈາກ​ພື້ນ​ດິນ 18 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເບິ່ງ​ແມ໋, ເຮົາ​ຈະ​ແກວ່ງ​ຊາວ​ແຜ່ນ​ດິນ​ອອກ​ໄປ​ເສັຽ ໃນ​ເວ​ລາ​ນີ້ ແລະ​ເຮົາ​ຈະ​ນຳ​ຄວາມ​ທຸກ​ໃຈ​ມາ​ເຖິງ​ເຂົາ​ເພື່ອ​ໃຫ້​ເຂົາ​ຮູ້​ສຶກ” 19 ວິບັດແກ່​ຂ້າ​ພະ​ເຈົ້າ ເພາະ​ຄວາມ​ເຈັບ​ປວດ​ຂອງ​ຂ້າ​ພະເຈົ້າ ບາດ​ແຜ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຮ້າຍ​ຫນັກ ແຕ່​ຂ້າ​ພະ​ເຈົ້າ​ເຄີຍ​ວ່າ “ແທ້​ຈິງ​ນີ້​ເປັນ​ຄວາມ​ທຸກ​ໃຈ ແລະ​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ທົນ​ເອົາ” 20 ເຕັນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຖືກ​ທຳ​ລາຍ ແລະ​ເຊືອກ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຂາດ​ສິ້ນ ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ຂ້າ​ພະ​ເຈົ້າ​ໄປ​ຫມົດ ແລະ​ບໍ່​ມີ​ເຂົາ​ອີກ​ແລ້ວ ບໍ່​ມີ​ຜູ້​ນຶ່ງ​ຜູ້​ໃດ​ທີ່​ຈະ​ກາງ​ເຕັນ​ໃຫ້​ຂ້າ​ພະ​ເຈົ້າ​ອີກ ແລະ​ແຂວນ​ມ້ານ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້ 21 ເພາະ​ວ່າ​ຜູ້​ລ້ຽງ​ແກະ​ກໍ​ຊົ່ວ​ຮ້າຍ ແລະ​ບໍ່​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ບໍ່​ໄດ້​ຈຳ​ເຣີນ​ຂຶ້ນ​ແລະ​ຝູງ​ແກະ​ຂອງ​ເຂົາ​ກໍ​ກະ​ຈັດ​ກະ​ຈາຍ​ໄປ 22 ຈົ່ງ​ຟັງ​ເດີ ນັ້ນ​ເປັນ​ສຽງ​ລື ເບິ່ງ​ແມ໋, ມາ​ເຖິງ​ແລ້ວ ສຽງ​ໂກ​ລາ​ຫົນ​ຍິ່ງ​ໃຫຍ່​ຈາກ​ແດນ​ເຫນືອ ມາ​ກະ​ທຳ​ໃຫ້​ຫົວ​ເມືອງ​ຢູ​ດາ​ເປັນ​ທີ່​ຮົກ​ຮ້າງໃຫ້​ເປັນ​ທີ່​ຢູ່​ຂອງ​ຫມາ​ປ່າ 23 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຊາບ​ແລ້​ວວ່າ​ທາງ​ຂອງ​ມະ​ນຸດ​ບໍ່​ຢູ່​ທີ່ຕົວ​ເຂົາ ຄື​ບໍ່​ຢູ່​ທີ່​ມະ​ນຸດ​ຜູ້​ຊຶ່ງ​ດຳ​ເນີນ​ໄປ​ທີ່​ຈະ​ນຳ​ບາດ​ກ້າວ​ຂອງ​ຕົນ​ເອງ 24 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໂຜດ​ຕີ​ສອນ​ຂ້າ​ພຣະ​ອົງ​ພຽງ​ຕາມ​ຂະ​ຫນາດ ບໍ່​ແມ່ນ​ດ້ວຍ​ຄວາ​ມກິ້ວ​ຂອງ​ພຣະ​ອົງ​ ຢ້ານ​ວ່າ​ພຣະ​ອົງ​ຈະ​ຊົງ​ນຳ​ຂ້າ​ພຣະ​ອົງ​ມາ​ເຖິງ​ຄວາມ​ສູນ​ເປົ່າ 25 ຂໍ​ພຣະ​ອົງ​ຊົງ​ເທ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ເຫນືອ​ເຫລົ່າ​ປະ​ຊາ​ຊາດ​ທີ່​ບໍ່​ຮູ້​ຈັກ​ພຣະ​ອົງ ແລະ​ເຫນືອ​ບັນ​ດາ​ຕະ​ກູນ​ຜູ້​ບໍ່​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ເຜົາ​ຜານ​ຢາ​ໂຄບ ເຂົາ​ໄດ້​ກິນ​ທ່ານ​ເສັຽ​ແລະ​ເຜົາ​ຜານ​ທ່ານ​ເສັຽ ແລະ​ກະ​ທຳ​ທີ່​ອາ​ໄສ​ຂອງ​ທ່ານ​ໃຫ້​ຖືກ​ຮົກ​ຮ້າງ

ເຢເຣມີ 11

ເຢ​ເຣ​ມີ​ຢາ​ກັບ​ຄຳ​ຫມັ້ນ​ສັນ​ຍາ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ເຢ​ເຣ​ມີ​ຢາ​ວ່າ, 2 “ເຈົ້າຈົ່ງ​ຟັງ​ເນື້ອ​ແທ້​ແຫ່ງ​ຄຳ​ຫມັ້ນ​ສັນ​ຍາ​ນີ້ ແລ້ວ​ໃຫ້​ບອກ​ຊາວ​ຢູ​ດາ​ແລະ​ຊາວ​ກຸງເຢ​ຣູ​ຊາ​ເລັມວ່າ 3 ເຮົາ​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງອິສຣາ​ເອນ​ໄດ້​ສາບ​ແຊ່ງ​ທຸກໆ​ຄົນ​ທີ່​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ​ນີ້​ 4 ມັນ​ເປັນ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ໄດ້​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຂົາ ເມື່ອ​ຄາວ​ເຮົາ​ພາ​ເຂົາ​ອອກ​ມາ​ຈາກ​ເອ​ຢິບ ຄື​ປະ​ເທດ​ທີ່​ເປັນ​ເຫມືອນ​ເຕົາ​ຫລອມ​ເຫລັກ​ສຳ​ລັບ​ພວກ​ເຂົາ​ນັ້ນ ເຣົາ​ໄດ້​ບອກ​ໃຫ້​ເຂົາ​ເຊື່ອ​ຟັງ​ຄຳ​ຂອງ​ເຮົາ ແລະ​ໃຫ້​ກະ​ທຳ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້ ເຮົາ​ໄດ້​ບອກ​ເຂົາ​ວ່າ ຖ້າ​ພວກ​ເຂົາ​ເຊື່ອ​ຟັງ​ເຂົາ​ຈະ​ໄດ້​ເປັນ​ໄພ່​ພົນ​ຂອງ​ເຮົາ 5 ເຮົາ​ຈະ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ ແລ້ວ​ເຮົາ​ຈະ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ວ່າ ຈະ​ຍົກ​ປະ​ເທດ​ອັນ​ຮັ່ງ​ມີ​ແລະ​ອຸ​ດົມ​ສົມ​ບູນ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ດັ່ງ​ທີ່​ພວກ​ເຂົາ​ໄດ້​ມີ​ແລ້ວ​ໃນ​ທຸກວັນ​ນີ້” ແລ້ວ​ເຢ​ເຣ​ມີ​ຢາ​ໄດ້​ທູນ​ຕອບ​ວ່າ, “ໂດຍ, ຂ້າ​ພຣະ​ອົງ​ຈະ​ເວົ້າ​ດັ່ງ​ນັ້ນ” 6 ຂ​ນະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ບອກ​ເຢ​ເຣມີ​ຢາ​ວ່າ, “ຈົ່ງ​ໄປ​ຍັງ​ຫົວ​ເມືອງ​ຕ່າງໆ​ຂອງ​ຊາວ​ຢູ​ດາ​ແລະ​ໄປ​ຕາມ​ຖ​ນົນ​ຫົນ​ທາງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລ້ວ​ປ່າວ​ປະ​ກາດ​ຖ້ອຍ​ຄຳ​ຂອງ​ເຮົາ​ຢູ່ທີ່​ນັ້ນ ໃຫ້​ບອກ​ປະ​ຊາ​ຊົນ​ຟັງ​ເນື້ອ​ແທ້​ແຫ່​ງຄຳ​ຫມັ້ນ​ສັນ​ຍາ​ນີ້ ແລະ​ໃຫ້​ເຂົາ​ປະ​ພຶດ​ຕາມ 7 ເມື່ອ​ເຮົາ​ພາ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ອອກ​ຈາກ​ເອ​ຢິບ ເຣົາ​ໄດ້​ເຕືອນ​ເຂົາ​ຢ່າງ​ເດັດ​ຂາດ​ໃຫ້​ເຊື່ອ​ຟັງ​ຄຳ​ຂອງ​ເຮົາ ແລະ​ໄດ້​ເຕືອນ​ເຂົາ​ຕໍ່​ມາ​ຈົນ​ເຖິງ​ທຸກວັນ​ນີ້ ແຕ່​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ເລີຍ 8 ພວກ​ເຂົາ​ທຸກ​ຄົນ​ຍິ່ງ​ພາ​ກັນ​ດຶ້​ດ້ານ​ແລະ​ທຳ​ຊົ່ວ​ຕໍ່​ໄປ​ເຫມືອນ​ເດີມ ເຮົາ​ໄດ້​ສັ່ງ​ເຂົາ​ໃຫ້​ເຊື່ອ​ຟັງ​ຄຳ​ຫມັ້ນ​ສັນ​ຍາ ແຕ່​ເຂົາ​ໄດ້​ປະ​ຕິ​ເສດ ດັ່ງ​ນັ້ນ ເຮົາ​ຈຶ່ງນຳ​ໂທດ​ທັງ​ປວງ​ທີ່​ກ່າວ​ຢູ່​ໃນ​ນັ້ນ​ມາ​ຖືກ​ພວ​ກ​ເຂົາ” 9 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ເຢ​ເຣ​ມີ​ຢາ​ວ່າ, “ປະ​ຊາ​ຊົນ​ຢູ​ດາ ແລະ​ຊາວກຸງ​ເຢ​ຣູ​ຊາ​ເລັມ​ກຳ​ລັງ​ຄິດ​ກະ​ບົດ​ຕໍ່​ສູ້​ເຮົາ 10 ພວກ​ເຂົາ​ໄດ້​ກັບ​ຄືນ​ໄປ​ເຮັດ​ບາບ ແລະ​ບໍ່​ຍອມ​ທຳ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ເຫມືອນ​ບັນ​ພະ​ບຸ​ຣຸດ​ຂອງເຂົາ ເຂົາ​ໄດ້​ຂາບ​ໄຫວ້​ພຣະ​ອື່ນ ຊາວ​ອິສ​ຣາ​ເອນ​ແລະ​ຊາວ​ຢູ​ດາ​ໄດ້​ທຳ​ຜິດ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ໃຫ້​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ 11 ດັ່ງ​ນັ້ນ​ແຫລະ, ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເຕືອນ​ວ່າ​ຈະ​ນຳ​ໄພ​ວິ​ບັດ​ມາ​ສູ່​ເຂົາ ເຂົາ​ຈະ​ຫລົບ​ຫລີກ​ບໍ່​ໄດ້ ແລະ​ເມື່ອ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ອຍ​ເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອ​ງ​ເຂົາ 12 ເມື່ອ​ນັ້ນ​ປະ​ຊາ​ຊົນ​ຢູ​ດາແລະ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ​ຈະ​ໄປ​ຮ້ອງ​ໄຫ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ທີ່​ເຂົາ​ຖວາຍ​ບູ​ຊາ ແຕ່​ວ່າ​ເມື່ອ​ໄພ​ວິ​ບັດ​ມາ​ເຖິງ ພຣະ​ເຫລົ່າ​ນີ້ຈະ​ຊ່ອຍ​ພວກ​ເຂົາ​ໃຫ້​ລອດ​ພົ້ນ​ບໍ່​ໄດ້ 13 ປະ​ຊາ​ຊົນ​ຢູ​ດາ​ມີ​ພຣະ​ເຊື່ອ​ຖື​ຫລາຍ​ທໍ່​ກັນ​ກັບ​ມີ​ເມືອງ ແລະ​ຊາວ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ກໍ​ຕັ້ງ​ແທ່ນ​ສຳ​ລັບ​ຖວາຍ​ບູ​ຊາ​ພຣະ​ບາ​ອານ​ຫລາຍ​ທໍ່​ກັນ​ກັບ​ຖນົນ​ຫົນ​ທາງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 14 ເຢ​ເຣ​ມີ​ຢາເອີຍ, ເຈົ້າ​ຢ່າ​ອ້ອນວອນ​ຫລື​ທູນ​ຂໍ​ຕໍ່​ເຮົາ​ເພື່ອ​ປະ​ຊາ​ຊົນ​ເຫລົ່າ​ນີ້ ເມື່ອ​ເຂົາ​ຕົກ​ທຸກ​ໄດ້​ຍາກ​ແລະ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ອຍ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ເຂົາ” 15 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ປະ​ຊາ​ຊົນ​ຜູ້​ທີ່​ເຮົາ​ຮັກ​ກຳ​ລັງ​ທຳ​ຊົ່ວ ເຂົາ​ມີ​ສິດ​ຫຍັງ​ຈຶ່ງ​ມາ​ຢູ່​ໃນ​ວິ​ຫານ​ຂອງ​ເຮົາ ເຂົາ​ຄິດ​ວ່າ​ຈະ​ຫນີ​ພົ້ນ​ຈາກ​ຄວາມ​ຫລົ້ມ​ຈົມ​ໄດ້​ດ້ວຍການ​ບະ​ບົນ​ຂອ​ງ​ເຂົາ ແລະ​ດ້ວຍ​ການ​ເຜົາ​ສັ​ຕ​ບູ​ຊາ​ຢ່າງ​ນັ້ນ​ບໍ ເຂົາ​ຄຶດ​ຈະ​ຫນີ​ໃຫ້​ພົ້ນ​ດ້ວຍ​ວິ​ທີ​ຢ່າງ​ນີ້​ບໍ 16 ຄັ້ງ​ນຶ່ງ​ເຮົາ​ໄດ້​ເອີ້ນເຂົາ​ວ່າ ກົກ​ຫມາກກອກ​ໃບ​ຂຽວ​ສົດ​ແລະ​ມີ​ຫມາກ​ງາມ ແຕ່​ບັດ​ນີ້​ເຣົາ​ຈະ​ມາ​ຢ່າງ​ສນັ່ນ​ຫວັ່ນ​ໄຫວ​ເຫມືອນ​ສຽງ​ຟ້າ​ຮ້ອງ ເພື່ອ​ຈູດ​ໃບ​ແລະ​ຫັກ​ງ່າ​ມັນ​ຖິ້ມ 17 ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່ ຜູ້​ໄດ້​ປູກ​ຝັງ​ຊາ​ວອິສ​ຣາ​ເອນ​ແລະ​ຊາວ​ຢູ​ດາ ແຕ່​ບັດ​ນີ້​ເຣົາ​ຈະ​ນາບ​ຂູ່​ເຂົາ​ດ້ວຍ​ໄພ​ວິ​ບັດ​ອັນ​ຮ້າຍ​ແຮງ ມັນ​ແມ່ນ​ເຂົາ​ເອງ​ນຳ​ໄພ​ວິ​ບັດ​ນີ້​ມາ​ໃສ່​ຕົນ​ເອງ ເພາະ​ວ່າ​ເຂົາ​ໄດ້​ກະ​ທຳ​ຜິດ​ ເຮົາ​ໄດ້​ຮ້າຍ​ເຂົາ​ດ້ວຍ​ວ່າ​ເຂົາ​ໄດ້​ຖວາຍ​ບູ​ຊາ​ແກ່​ພຣະ​ບາ​ອານ”

ການ​ປອງ​ຮ້າຍ​ເຢ​ເຣ​ມີ​ຢາ

18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສຳ​ແດງ​ແກ່​ຂ້າ​ພະ​ເຈົ້າ​ ແລະ​ຂ້າ​ພະ​ເຈົ້າ​ກໍ​ຮູ້ ແລ້ວ​ພຣະ​ອົງ​ຊົງ​ສຳ​ແດງ​ກັມ​ຂອງ​ເຂົາ​ແກ່​ຂ້າ​ພຣະ​ອົງ 19 ແຕ່​ຂ້າ​ພຣະ​ອົງ​ເປັນ​ເຫມືອນ​ລູກ​ແກະ​ສຸ​ພາບ​ໂຕ​ນຶ່ງ ຊຶ່ງ​ຖືກ​ພາ​ມາ​ເຖິງ​ບ່ອນ​ຂ້າ ຂ້າ​ພຣະ​ອົງ​ບໍ່​ຊາບ​ເລີຍ​ວ່າ​ຂ້າ​ພຣະ​ອົງ​ເອງ​ໄດ້​ຖືກ​ເຂົາ​ວາງ​ແຜນ​ການ​ຕໍ່​ສູ້ໂດຍ​ກ່າວ​ວ່າ “ໃຫ້​ເຮົາ​ທຳ​ລາຍ​ຕົ້ນ​ໄມ້​ກັບ​ຜົນ​ຂອງ​ມັນ​ເສັຽດ້ວຍ ໃຫ້​ເຮົາ​ຕັດ​ເຂົາ​ອອກ​ເສັຽ​ຈາກ​ແດນ​ຄົນ​ເປັນ ເພື່ອ​ຊື່​ຂອງ​ເຂົາ​ຈະ​ບໍ່​ເປັນ​ທີ່​ຣະ​ລຶກ​ເຖິງ​ອີກ​ເລີຍ” 20 ແຕ່​ວ່າ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ຜູ້​ຊົງ ພິ​ພາກ​ສາ​ຢ່າງ​ຊອບ​ທັມ ຜູ້​ຊົງ​ທົດ​ລອງ​ດູ​ທັງ​ໃຈ​ແລະ​ຈິດ ຂໍ​ໃຫ້​ຂ້າ​ພຣະ​ອົງ​ແລ​ເຫັນ​ການ​ແກ້​ແຄ້ນ​ຂອງ​ພຣະ​ອົງ​ຕົກ​ແກ່​ເຂົາ ເພາະ​ຂ້າ​ພຣະ​ອົງ​ໄດ້​ມອບ​ເຣື່ອງ​ຂອງ​ຂ້າ​ພຣະ​ອົງ​ໄວ້​ກັບ​ພຣະ​ອົງ​ແລ້ວ 21 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ຄົນ​ເມືອງ​ອາ​ນາ​ໂທດ ຜູ້​ສ​ແວງ​ຫາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ແລະ​ກ່າວ​ວ່າ “ຢ່າ​ປະ​ກາດ​ພຣະ​ຄຳໃນ​ ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ຫລື​ບໍ່​ດັ່ງ​ນັ້ນ​ເຈົ້າ​ຈະ​ຕາຍ​ດ້ວຍ​ມື​ຂອງ​ເຮົາ” 22 ເຫດ​ສັນນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ກ່າວ​ວ່າ “ເບິ່ງ​ແມ໋, ເຮົາ​ຈະ​ລົງ​ໂທດ​ເຂົາ​ທັງ​ປວງ ພວກ​ຄົນ​ຫນຸ່ມ​ຈະ​ຕາຍ​ດ້ວຍ​ດາບ ບັນ​ດາ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂ​ອງ​ເຂົາ​ຈະ​ຕາຍ​ດ້ວຍ​ການ​ອຶດ​ຢາກ 23 ຈະ​ບໍ່​ມີ​ເຫລືອ​ຈັກ​ຄົນ​ດຽວ ເພາະ​ເຮົາ​ຈະ​ນຳ​ຄວາມ​ຮ້າຍມາ​ສູ່​ເມືອງ​ອາ​ນາ​ໂທດ ຄື​ປີ​ແຫ່ງ​ການ​ລົງ​ໂທດ​ເຂົາ

ເຢເຣມີ 12

ເຢ​ເຣມີ​ຢາ​ຮັບ​ທຸກ​ແລະ​ພຣະ​ເຈົ້າ​ຮັບ​ຕອບ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ຂ້າ​ພຣະ​ອົງ​ສູ້​ຄະ​ດີ​ກັບ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ເປັນ​ຝ່າຍ​ຖືກ ເຖິງ​ປານ​ນັ້ນ​ຂ້າ​ພຣະ​ອົງ​ຍັງ​ຂໍ​ທູນ​ສ​ເນີ​ມູນ​ຄະ​ດີ​ຂອງ​ຂ້າ​ພຣະ​ອົງ​ຕໍ່​ພຣະ​ອົງ ເຫດ​ໃດ​ທາງ​ຂອງ​ຄົນ​ອະ​ທັມ​ຈຶ່ງ​ຈະ​ເຣີນ​ຂຶ້ນ ເຫດ​ໃດ​ທຸກ​ຄົນ​ທີ່​ທໍ​ຣະ​ຍົດ​ກໍ​ຢູ່​ເຢັນ​ເປັນ​ສຸກ 2 ພຣະ​ອົງ​ຊົງ​ປຸກ​ເຂົາ​ທັງ​ຫລາຍ​ແລະ​ເຂົາ​ທັງ​ຫລາຍ​ກໍ​ຢັ່ງ​ຮາກ​ລົງ ເຂົາ​ທັງ​ຫລາຍງອກ​ງາມ​ຂຶ້ນ​ແລະ​ບັງ​ເກີດ​ຜົນ ພຣະ​ອົງ​ຊົງ​ຢູ່​ໃກ້​ທີ່​ປາກ​ຂອງ​ເຂົາ ແຕ່​ໄກ​ຈາກ​ໃຈ​ຂອງ​ເຂົາ 3 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ຮູ້​ຈັກ​ຂ້າພຣະ​ອົງ ພຣະ​ອົງ​ຊົງ​ເຫັນ​ຂ້າ​ພຣະ​ອົງ ແລະ​ຊົງ​ທົດ​ລອງ​ຄວາມ​ຄິດ​ຂອງ​ຂ້າ​ພຣະ​ອົງ​ທີ່​ມີ​ຕໍ່​ພຣະ​ອົງ ຂໍ​ຊົງ​ດຶງ​ເຂົາ​ອອກ​ມາ​ເຫມືອນ​ແກະ​ສຳ​ລັບ​ການ​ຂ້າ ແລະ​ຕັ້ງ​ເຂົາ​ທັງ​ຫລາຍ​ໄວ້​ຕ່າ​ງຫາກ​ເພື່ອ​ວັນ​ຂ້າ 4 ແຜ່ນ​ດິນ​ນີ້​ຈະ​ໄວ້​ທຸກ​ດົນ​ປານ​ໃດ ແລະ​ຜັກ​ຫຍ້າ​ຕາມ​ທ້ອງ​ນາ​ທຸກ​ແຫ່ງ​ຈະ​ຫ່ຽວ​ແຫ້ງ​ໄປ​ດົນ​ປານ​ໃດ ເພາະ​ຄວາມ​ອະ​ທັມ​ຂອງ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ ສັດ​ແລະ​ນົກ​ກໍ​ຖືກກວາດ​ເອົາ​ໄປ​ສິ້​ນ ເພາະ​ເຂົາ​ວ່າ “ພຣະ​ອົງ​ຈະ​ບໍ່​ທອດ​ພຣະ​ເນດ​ບັ້ນ​ສຸດ​ປາຍ​ຂອງ​ເຮົາ​ທັງ​ຫລາຍ” 5 “ຖ້າ​ເຈົ້າ​ແລ່ນ​ແຂ່ງ​ກັບ​ມະ​ນຸດ ແລະ​ເຂົາເຮັດໃຫ້​ເຈົ້າ​ອິດ​ເມື່ອຍ ເຈົ້າ​ຈະ​ແຂ່ງ​ກັບ​ມ້າ​ໄດ້​ຢ່າງ​ໃດ ແລະ​ຖ້າເຈົ້າ​ຍັງ​ລົ້ມ​ລົງ​ໃນ​ແຜ່ນ​ດິນ​ທີ່​ປອດ​ພັຍ ເຈົ້າ​ຈະ​ທຳ​ຢ່າງ​ໃດ​ໃນ​ດົງ​ລຸ່ມ​ແມ່​ນ້ຳ​ຈໍ​ແດນ 6 ເຫດ​ວ່າ​ພີ່​ນ້ອງ​ຂອງ​ເຈົ້າ​ແລະ​ເຊື້ອ​ສາຍ​ຂອງ​ບິ​ດາ​ເຈົ້າ ເຖິງວ່າ​ເຂົາ​ກໍ​ໄດ້​ກະ​ທຳ​ການ​ທໍ​ຣະ​ຍົດ​ຕໍ່​ເຈົ້າ ເຂົາ​ຍັງ​ຮ້ອງ​ໄລ່​ຕາມ​ເຈົ້າ​ໄປ​ຢ່າງ​ເຕັມ​ສຽງ ເຖິງ​ວ່າ​ເຂົາ​ເວົ້າ​ຖ້ອຍຄໍາ​ຢ່າງ​ດີ​ແກ່​ເຈົ້າ ຢ່າ​ເຊື່ອ​ເຂົາ​ເລີຍ 7 “ເຮົາ​ໄດ້​ປະ​ຖິ້ມ​ວິ​ຫານ​ຂອງ​ເຮົາ ເຮົາ​ໄດ້​ແກວ່ງມໍ​ຣະ​ດົກ​ຂອງ​ເຮົາ​ຖິ້ມ ເຮົາ​ໄດ້​ມອບ​ຜູ້​ທີ່​ຮັກ​ຂອງ​ຈິດ​ໃຈ​ເຣົາ​ໄວ້​ໃນ​ມື​ສັດ​ຕ​ຣູ​ຂອງ​ເຂົາ 8 ມໍ​ຣະ​ດົກ​ຂອງ​ເຮົາ​ໄດ້​ກາຍ​ເປັນ​ເຫມືອນ​ສິງ​ໃນ​ປ່າ​ຕໍ່​ເຮົາ ເຂົາ​ແຜດສ​ຽງຮ້ອງ​ຂອງ​ເຂົາ​ເຂົ້າ​ໃສ່​ເຮົາ ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ກຽດ​ຊັງ​ເຂົາ 9 ມໍ​ຣະ​ດົກ​ຂອງ​ເຮົາ​ເປັນ​ແກ່​ເຮົາ​ເຫມືອນ​ນົກ​ລາຍ​ດ່າງ​ທີ່​ກິນ​ເຫຍື່ອ​ຫລື ນົກ​ທີ່​ກິນ​ເຫຍື່ອ​ຢູ່ຮອບ​ນົກ​ນັ້ນ​ຫລື ໄປ​ເຖີດ ໄປ​ຊຸມ​ນຸມ​ສັດ​ປ່າ​ທົ່ງ​ທັງ​ສິ້ນ ນຳ​ມັນ​ໃຫ້​ມາ​ກິນ​ເສັຽ 10 ຜູ້​ລ້ຽງ​ແກະ​ເປັນ​ອັນ​ມາກ​ໄດ້​ທຳ​ລາຍ​ສວນ​ອະ​ງຸ່ນ​ຂອງ​ເຮົາ​ເສັຽ ເຂົາ​ທັງ​ຫລາຍ​ໄດ້​ຢຽບ​ຢ່ຳ​ສ່ວນ​ຂອງ​ເຮົາ​ລົງ ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ສ່ວນ​ທີ່ເຣົາ​ມັກ​ຫລາຍ ກາຍ​ເປັນ​ຖິ່ນ​ກັນ​ດານ​ທີ່​ຮ້າງ​ເປົ່າ 11 ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ສ່ວນ​ຂອງ​ເຮົາ​ໃຫ້​ຮ້າງ​ເປົ່າ ເມື່ອ​ຮ້າງ​ເປົ່າ​ສ່ວນ​ນັ້ນ​ກໍ​ໄວ້​ທຸກ​ຕໍ່​ເຮົາ ແຜ່​ນ​ດິນ​ທັງ​ສິ້ນ​ກໍ​ຖືກ​ປະ​ໃຫ້​ຮ້າງ​ເປົ່າ ເພາະ​ບໍ່​ມີ​ຜູ້​ໃດ​ເອົາ​ໃຈ​ໃສ່​ເຣື່ອງ​ນັ້ນ 12 ຜູ້​ທຳ​ລາຍ​ລ້າງ​ໄດ້​ມາເທິງ​ບັນ​ດາ​ທີ່​ສູງ​ທັງ​ປວງ​ໃນ​ຖິ່ນ​ກັນ​ດານ ເພາະ​ວ່າ​ແສງ​ດາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ລາຍ​ຈາກ​ປາຍ​ແຜ່ນ​ດິນ​ນີ້​ໄປ​ເຖິງ​ປາຍ​ອີກ​ຂ້າງ​ນຶ່ງ ມະ​ນຸດ​ບໍ່​ມີ​ສັນ​ຕິ​ພາບ 13 ເຂົາ​ທັງ​ຫລາຍ​ໄດ້​ຫວ່ານ​ເຂົ້າ​ສາລີ​ແຕ່​ໄດ້​ກ່ຽວ​ຫນາມ ເຂົາ​ໄດ້​ກະ​ທຳ​ໃຫ້​ຕົວ​ອິດ​ເມື່ອຍ​ແຕ່​ບໍ່​ໄດ້​ກຳ​ໄລ​ຫຍັງ ເຈົ້າ​ທັງ​ຫລາຍ​ຈົ່ງ​ລະ​ອາຍ​ດ້ວຍ​ຜົນ​ການ​ກ່ຽວ​ຂອງ​ເຈົ້າ ດ້ວຍ​ເຫດ​ຄວາມ​ໂກດ​ກ້ຽວ​ກາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 14 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ດ້ວຍ​ເຣື່ອງ​ເພື່ອນ​ບ້ານ​ທີ່​ຊົ່ວ​ຊ້າ​ຂອງ​ເຮົາ ຜູ້​ທີ່​ໄດ້​ແຕະ​ຕ້ອງມໍ​ຣະ​ດົກ​ຊຶ່ງ​ເຮົາ​ໄດ້​ໃຫ້​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ສືບ​ມໍ​ຣະ​ດົກ​ນັ້ນ ເບິ່ງ​ແມ໋, ເຮົາ​ຈະ​ຖອນ​ເຂົາ​ທັງ​ຫລາຍ​ຂຶ້ນ​ຈາກ​ແຜ່ນ​ດິນ​ຂອງ​ເຂົາ ແລະ​ເຮົາ​ຈະ​ຖອນ​ເຊື້ອ​ສາຍ​ຢູ​ດາ​ຈາກ​ຖ້າມ​ກາງ​ເຂົາ​ທັງ​ຫລາຍ 15 ແລະ​ຫລັງ​ຈາກ​ທີ່​ເຮົາ​ໄດ້​ຖອນ​ເຂົາ​ທັງ​ຫລາຍ​ຂຶ້ນ​ແລ້ວ ເຮົາ​ຈະ​ກັບ​ມີ​ຄວາມ​ເມດ​ຕາ​ຕໍ່​ເຂົາ​ອີກ ໃຫ້​ຕ່າງ​ກໍ​ມາ​ຍັງ​ມໍ​ຣະ​ດົກ​ຂອງ​ຕົນ​ແລະ​ຍັງ​ແຜ່ນ​ດິນ​ຂອງ​ຕົນ 16 ແລະ​ຈະ​ເກີດ​ກໍ​ຣະ​ນີ​ຂຶ້ນ​ວ່າ ຖ້າ​ເຂົາ​ທັງ​ຫລາຍ​ຈະ​ອົດ​ສາ​ສຶກ​ສາ​ທາງ​ແຫ່ງ​ປະ​ຊາ​ກອນ​ຂອງ​ເຣົາ ຄື​ປະ​ຕິ​ຍານ​ໃນ​ນາມ​ຂອງ​ເຮົາ​ວ່າ “ຕາບ​ໃດ​ທີ່​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່” ຢ່າງ​ທີ່​ເຂົາ​ໄດ້​ສອນ​ໄພ່​ພົນ​ຂອງ​ເຮົາ​ໃຫ້​ປະ​ຕິຍານ​ໂດຍ​ພຣະ​ບາ​ອານ ແລ້ວ​ເຂົາ​ຈະ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໄວ້​ຖ້າມ​ກາງ​ໄພ່​ພົນ​ຂອງ​ເຮົາ 17 ແຕ່​ຖ້າ​ເຂົາ​ທັ​ງ​ຫລາຍ​ບໍ່​ຟັງ ແລ້ວ​ເຮົາ​ຈະ​ຖອນ​ປະ​ຊາ​ຊາດ​ນັ້ນ​ຂຶ້ນ​ແລະ​ທຳ​ລາຍ​ເຂົາ​ຈົນ​ສິ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ເຢເຣມີ 13

ບົດ​ຮຽ​ນ​ຈາກ​ຜ້າ​ຄາດ​ແອວ​ທີ່​ເປື່ອຍ

1 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບຂ້າ​ພະ​ເຈົ້າ​ດັ່ງ​ນີ້​ວ່າ, “ຈົ່ງ​ໄປ​ຊື້​ຜ້າ​ປ່ານ​ຄາດ​ແອວ​ມາ​ຜືນ​ນຶ່ງ ຄາດ​ແອວ​ຂອງ​ເຈົ້າ​ໄວ້​ແລະ​ຢ່າ​ຈຸ່ມ​ນ້ຳ” 2 ຂ້າ​ພະ​ເຈົ້າ​ຈຶ່ງ​ຊື້​ຜ້າ​ຄາດແອວ​ຜືນ​ນຶ່ງ​ຕາມ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ເຈົ້າ ແລະ​ຄາດ​ແອວ​ຂອງ​ຂ້າ​ພະ​ເຈົ້າ​ໄວ້ 3 ແລະ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ຄັ້ງ​ທີ່​ສອງວ່າ, 4 “ຈົ່ງ​ເອົາ​ຜ້າ​ຄາດ​ແອວ​ຊຶ່ງ​ເຈົ້າ​ໄດ້​ຊື້​ມາ ຊຶ່ງ​ຢູ່​ທີ່​ແອວ​ຂອງ​ເຈົ້າ ແລະ​ຈົ່ງ​ລຸກ​ຂຶ້ນ​ໄປ​ຍັງ​ແມ່​ນ້ຳ​ເອີ​ຟ​ຣາດ ແລະ​ເຊື່ອງ​ຜ້າ​ນັ້ນ​ໄວ້​ໃນ​ຊອກ​ຫີນ​ແຫ່ງ​ນຶ່ງ” 5 ຂ້າ​ພະ​ເຈົ້າ​ກໍ​ໄປ ແລະ​ເຊື່ອງ​ຜ້າ​ນັ້ນ​ໄວ້​ຂ້າງ​ແມ່​ນ້ຳ​ເອີ​ຟ​ຣາດ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ຂ້າ​ພະ​ເຈົ້າ 6 ຕໍ່​ມາ​ອີກ​ຫລາຍ​ວັນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ​ຍັງ​ແມ່​ນ້ຳ​ເອີ​ຟ​ຣາດ ແລະ​ເອົາ​ຜ້າ​ຄາດແອວ​ຊຶ່ງ​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຊື່ອງ​ໄວ້​ທີ່​ນັ້ນ ເອົາ​ອອກ​ມາ​ເສັຽ​ຈາກ​ທີ່​ນັ້ນ 7 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄປ​ທີ່​ແມ່​ນ້ຳ​ເອີ​ຟ​ຣາດ ແລະ​ຂຸດ​ເອົາ​ຜ້າ​ຄາດແອວ​ມາ​ຈາກ​ທີ່​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຊື່ອງ​ໄວ້ ເບິ່​ງ​ແມ໋, ຜ້າ​ຄາດ​ແອວ​ນັ້ນ​ເປື່ອຍ​ຫ​ມົດ​ຈົນໃຊ້​ການຫຍັງບໍ່​ໄດ້ 8 ແລ້ວ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍມາ​ຍັງ​ຂ້າ​ພະ​ເຈົ້າ​ວ່າ, 9 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ກໍ​ຈະ​ທຳ​ລາຍ​ຄວາມ​ທະ​ນົງ​ໃຈ​ຂອງ​ຢູ​ດາ ແລະ​ຄວາມ​ທະ​ນົງ​ໃຈ​ຂອງ​ຍິ່ງ​ໃຫຍ່​ຂອງ​ເຢ​ຣູ​ຊາ​ເລັ​ມ​ເສັຽຢ່າງ​ນັ້ນ​ແຫລະ 10 ຄື​ຊົນ​ຊາດ​ທີ່​ຊົ່ວ​ຮ້າຍ​ນີ້ ຜູ້​ປະ​ຕິ​ເສດ​ບໍ່​ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ ຜູ້​ທີ່​ດື້​ກະ​ທຳ​ຕາມ​ໃຈ​ຂອງ​ຕົນ​ເອງ ແລະ​ໄດ້​ຕິດ​ສອຍ​ຫ້ອຍ​ຕາມ​ພຣະ​ອື່ນ​ເພື່ອ​ຈະ​ບົວ​ລະ​ບັດ​ແລະ​ນະ​ມັ​ສ​ການ​ພຣະ​ເຫລົ່າ​ນັ້ນ ຈະ​ເປັນ​ເຫມືອນ​ຜ້າ​ຄາດ​ແອວ​ນີ້​ຊຶ່ງ​ຈະ​ໃຊ້​ການ​ຫຍັງ​ກໍບໍ່​ໄດ້ 11 ເພາະ​ຜ້າ​ຄາດແອວ​ຕິດ​ຢູ່​ທີ່​ແອວ​ຂອງ​ມະ​ນຸດ​ສັນ​ໃດ​ເຣົາ​ກໍ​ໄດ້​ກະ​ທຳ​ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ຂອງ​ອິສ​ຣາ​ເອນ​ແລະ​ປະ​ຊາ​ຊົນ​ທັງ​ປ​ວງ​ຂອງ​ຢູ​ດາ​ຕິດ​ຢູ່​ກັບ​ເຣົາ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ໄພ່​ພົນ​ ຊື່​ສຽງ ທີ່​ສັຣ​ເສີນ ແລະ​ທີ່​ພູມ​ໃຈ​ແກ່​ເຮົາ ແຕ່​ເຂົາ​ທັງ​ຫລາຍ​ກໍ​ບໍ່​ຟັງ 12 “ສະ​ນັ້ນ ເຈົ້າ​ຈົ່ງ​ກ່າວ​ຖ້ອຍ​ຄຳ​ນີ້​ແກ່​ເຂົາ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ “ເຫລົ້າ​ອະ​ງຸ່ນ​ຈະ​ເຕັມ​ໄຫ​ທຸກ​ຫນ່ວຍ” ແລະ​ເຂົາ​ທັ​ງ​ຫລາຍ​ຈະ​ເວົ້າ​ກັບ​ເຈົ້າ​ວ່າ “ເຣົາ​ບໍ່​ຮູ້​ຫລື​ວ່າ​ເຫລົ້າ​ອະ​ງຸ່ນ​ຈະ​ຕ້ອງ​ເຕັມ​ໄຫ​ທຸກ​ຫນ່ວຍ” 13 ແລ້ວ​ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ໃຫ້​ຊາວ​ແຜ່ນ​ດິນ​ນີ້​ທັງ​ສິ້ນ​ເຕັມ​ໄປ​ດ້ວຍ​ຄວາມ​ມຶນ​ເມົາ ຄື​ກະ​ສັດ​ທັງ​ຫລາຍ​ຂອງ​ຜູ້​ປະ​ທັບ​ເທິງ​ບັນ​ລັງ​ຂອງ ດາ​ວິດ ພວກ​ປະ​ໂຣ​ຫິດ ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ​ທັງ​ສິ້ນ 14 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ແກ່ວງ​ເຂົາ​ທັງ​ຫລາຍ​ໃຫ້​ຊົນ​ກັນ​ແລະ​ກັນ ພວກ​ພໍ່​ກໍ​ຊົນ​ກັບ​ລູກ ເຮົາ​ຈະ​ບໍ່​ສົງ​ສານ​ຫລື​ບໍ່​ໄວ້​ຊີ​ວິດ ຫລື​ມີ​ຄວາມ​ເມດ​ຕາ​ທີ່​ເຮົາ​ຈະ​ບໍ່​ທຳ​ລາຍ​ເຂົາ” 15 ຈົ່ງ​ຟັງ​ແລະ​ງ່ຽງ​ຫູ​ຟັງ ຢ່າ​ຍິ່​ງຍະ​ໂສ​ໄປ​ເລີຍ ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ລັ່ນ​ພຣະ​ວາ​ຈາ​ແລ້ວ 16 ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງເຈົ້າ​ທັງ​ຫລາຍ ກ່ອນ​ທີ່​ພຣະ​ອົງຈະ​ຊົງ​ນຳ​ຄວາມ​ມືດ​ມາ ກ່ອນ​ທີ່​ຕີນ​ຂອງ​ເຈົ້າ​ຈະ​ສະ​ດຸດ​ເທິງ​ພູ​ທີ່​ມີ​ແສງ​ໂພ້​ເພ້ ແລະ​ຂນະ​ເມື່ອ​ເຈົ້າ​ທັງ​ຫລາຍ​ມອງ​ຫາ​ຄວາມ​ສວ່າງ ພຣະ​ອົງ​ຊົງ​ກັບ​ໃຫ້​ເປັນ​ຄວາມ​ມືດ​ຄຸ້ມ ແລະ​ຊົງ​ກະ​ທຳ​ໃຫ້​ເປັນ​ຄວາມ​ມືດ​ຕຶບ 17 ແຕ່​ຖ້າ​ເຈົ້າ​ທັງ​ຫລາຍ​ບໍ່​ຟັງ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຈະ​ຮ້ອງ​ໄຫ້​ລັບໆ​ເພາະ​ຄວາມ​ທະ​ນົງ​ໃຈ​ຂອງ​ເຈົ້າ ຕາ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ໄຫ້​ມາກ​ນັກ ແລະ​ມີ​ນ້ຳ​ຕາ​ອາບ​ຫນ້າ ເພາະ​ຝູງ​ແກະ​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ຕ້ອນ​ເອົາ​ໄປ​ເປັນ​ຊະ​ເລີຍ 18 ຈົ່ງ​ກ່າວ​ແກ່​ພຣະ​ຣາ​ຊາ​ແລະ​ພຣະ​ຣາ​ຊີ​ນີ​ວ່າ “ຂໍ​ຊົງ​ປະ​ທັບ​ໃນ​ທີ່​ຕ່ຳ ເພາະ​ວ່າ​ມົງ​ກຸດ​ອັນ​ງາມ​ຂອງ​ພຣະ​ອົງ​ໄດ້​ຫລົ່ນ​ມາ​ຈາກ​ພຣະ​ສຽນ​ຂອງ​ພຣະ​ອົງ​ແລ້ວ” 19 ຫົວ​ເມືອງ​ແຫ່ງ​ເນເກັບ​ກໍ​ຖືກ​ປິດ ຊຶ່ງ​ບໍ່​ມີ​ໃຜ​ຈະ​ເປີດ​ໄດ້ ຢູ​ດາ​ທັງ​ສິ້ນ​ກໍ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ແລ້ວ ພວກ​ທັງ​ສິ້ນ​ນີ້ຖືກກວາດ​ໄປແ​ລ້ວ 20 “ຈົ່ງ​ເງີຍ​ຫນ້າ​ຂອງ​ເຈົ້າ​ຂຶ້ນ​ເບິ່ງ ເຂົາ​ເຫລົ່າ​ນັ້ນ​ທີ່​ມາ​ຈາກ​ທິດ​ເຫນືອ ຝູງ​ແກະ​ທີ່​ໄດ້​ມອບ​ໄວ້​ໃຫ້​ແກ່​ເຈົ້າ​ນັ້ນ​ຢູ່​ໃສ ຄືຝູງ​ແກະ​ທີ່​ງົດ​ງາມ​ຂອງ​ເຈົ້າ​ນັ້ນ 21 ເຈົ້າ​ຈະ​ວ່າ​ຢ່າງ​ໃດ​ເມື່ອ​ເຂົາ​ຕັ້ງ​ຄົນ​ເຫລົ່າ​ນັ້ນ ຜູ້ຊຶ່ງ​ຕົວ​ເຈົ້າ​ເອງ​ໄດ້​ສອນ​ໃຫ້​ເປັນ​ມິດກັບ​ເຈົ້າ ໄວ້​ເປັນ​ປະ​ມຸກ​ຂອງ​ເຈົ້າ ຄວາມ​ເຈັບ​ປວດ​ຈະ​ບໍ່​ເຂົ້າ​ມາ​ຄອບ​ງຳ​ເຈົ້າ ເຫມືອນຢ່າງ​ຄວາມ​ເຈັບ​ປວດ​ຂອງ​ຜູ້​ຍິງ​ທີ່​ກຳ​ລັງ​ເກີດ​ລູກ​ຫລື 22 ແລະ​ຖ້າ​ເຈົ້າ​ວ່າ​ໃນ​ໃຈ​ຂອ​ງ​ເຈົ້າ​ວ່າ “ເປັນ​ຫຍັງ​ສິ່ງ​ເຫລົ່າ​ນີ້​ຈຶ່ງ​ເກີດ​ກັບ​ຂ້ອຍ” ກໍ​ເພາະ​ບາບ​ຊົ່ວ​ທີ່​ຫລວງ​ຫລາຍ​ໃຫຍ່​ໂຕ​ຂອງ​ເຈົ້າ ຊ່າຍເສື້ອ​ຂອງ​ເຈົ້າ​ຈຶ່ງ​ຕ້ອງ​ຖືກຍົກຂຶ້ນ​ແລະ​ເຈົ້າ​ຖືກ​ຂົ່ມ​ຂືນ 23 ຄົນ​ເອ​ທິ​ໂອ​ເປັຽ​ປ່ຽນ​ວັນ​ນະ​ຂອງ​ຕົນ​ເອງ​ໄດ້​ຫລື ຫ​ລື​ເສືອ​ດາວ​ປ່ຽນ​ລາຍ​ຂອງ​ມັນ ຖ້າ​ໄດ້​ແລ້ວ​ເຈົ້າ​ທັງ​ຫລາຍ​ຜູ້​ທີ່​ເຄີຍ​ຕໍ່​ການ​ກະ​ທຳ​ຄວາມ​ຊົ່ວ​ຈະ​ມາ​ກະ​ທຳ​ຄວາມ​ດີ​ກໍ​ໄດ້ 24 ເຮົາ​ຈະ​ກະ​ຈັດ​ກະ​ຈາຍ​ເຂົາ​ທັງ​ຫລາຍ​ໄປ​ເຫມືອນແກບ​ທີ່​ຖືກ​ລົມ​ຈາກ​ຖິ່ນ​ກັນ​ດານ 25 ນີ້​ເປັນ​ສ່ວນ​ຂອງ​ເຈົ້າ ເປັນ​ສ່ວນ​ທີ່​ເຮົາ​ໄດ້​ຕວງ​ອອກ​ໃຫ້​ແກ່​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ ເພາະ​ເຈົ້າ​ໄດ້​ລືມ​ເຮົາ ແລະ​ໄວ້​ວາງ​ໃຈ​ໃນ​ກາ​ນມຸ​ສາ 26 ສະ​ນັ້ນ ເຮົາ​ເອງ​ຈະ​ຍົກ​ເສື້ອ​ຄຸມ​ຂອງ​ເຈົ້າ​ມາ​ປົກ​ຫນ້າ​ເຈົ້າ ຄື​ໃຫ້​ເຫັນ​ຄວາ​ມອັບ​ອາຍ​ຂາຍ​ຫ​ນ້າ​ຂອງ​ເຈົ້າ 27 ເຮົາ​ໄດ້​ເຫັນ​ການ​ທີ່​ຫນ້າ​ກຽດ​ຊັງ​ຂອງ​ເຈົ້າ ການ​ລ່ວງ​ປະ​ເວ​ນີ​ຂອງ​ເຈົ້າ​ແລະ​ການ​ຄວນ​ຫາ​ ການ​ຫລິ້ນ​ຊູ້​ຕາມ​ຣາ​ຄະ​ຂອງ​ເຈົ້າ​ເທິງ​ເນີນ​ເຂົາ​ທັງ​ຫລາຍ​ທີ່​ໃນ​ທົ່ງ​ນາ ໂອ ເຢ​ຣູ​ຊາ​ເລັມ​ເອີຍ, ວິ​ບັດ​ແກ່​ເຈົ້າ​ອີກ​ດົນ​ປານ​ໃດ ເຈົ້າ​ຈຶ່ງ​ຈະ​ຍອມ​ກະ​ທຳ​ໃຫ້​ເຈົ້າ​ສະ​ອາດ​ໄດ້”

ເຢເຣມີ 14

ຂ່າວ​ກ່ຽວ​ກັບ​ຄວາມ​ແຫ້ງແລ້ງ

1 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ມາ​ເຖິງ​ເຢ​ເຣ​ມີ​ຢາ ກ່ຽວ​ດ້ວຍ​ເຣື່ອງ​ຄວາມ​ແຫ້ງ​ແລ້ງວ່າ, 2 “ຢູ​ດາ​ໄວ້​ທຸກ ແລະ​ປະ​ຕູ​ເມືອງ​ທັງ​ປວງ​ຂອງ​ນາງ​ກໍ​ອ່ອນ​ກຳ​ລັງ​ລົງ ປະ​ຊາ​ຊົນ​ຂອງ​ນາງ​ກໍ​ແຕ່ງ​ດຳ ຫນ້າ​ກົ້ມ​ຢູ່​ເທິງ​ແຜ່ນ​ດິນ ແລະ​ສຽງ​ຮ້ອງ​ຂອງ​ເຢ​ຣູ​ຊາ​ເລັມ​ກໍ​ຂຶ້ນ​ໄປ 3 ເຈົ້າ​ນາຍ​ຂອງ​ນາງ​ສັ່ງຄົນ​ໃຊ້​ຂອງ​ເຂົາ​ໃຫ້​ໄປ​ຕັກ​ນ້ຳ ເຂົາ​ທັງ​ຫລາຍ​ໄປ​ຍັງ​ທີ່​ຂັງ​ນ້ຳ​ເຫັນ​ວ່າ​ບໍ່​ມີ​ນ້ຳ ເຂົາ​ທັງ​ຫລາຍ​ກໍ​ກັບ​ໄປ​ດ້ວຍ​ພາ​ຊ​ນະ​ເປົ່າ ເຂົາ​ທັງ​ຫລາຍ​ໄດ້​ອາຍ​ແລະ​ຂາຍ​ຫນ້າ ເຂົາ​ຈຶ່ງ​ຄຸມ​ຫົວ​ຂ​ອງ​ເຂົາ​ທັ​ງ​ຫລາຍ​ເສັຽ 4 ເພາະ​ເຣື່ອງ​ແຜ່ນ​ດິນ​ທີ່​ແຫ້ງ​ແລ້ງ ເນື່ອງ​ຈາກ​ບໍ່​ມີ​ຝົນ​ຕົກ​ເທິງ​ແຜ່ນ​ດິນ ຊາວ​ນາ​ທັງ​ຫລາຍ​ກໍ​ອັບ​ອາຍ ເຂົາ​ທັງ​ຫລາຍ​ຈຶ່​ງຄຸມ​ຫົວ​ຂອງ​ເຂົາ​ເສັຽ 5 ແມ້ກວາງ​ໂຕ​ແມ່​ທີ່​ຢູ່​ໃນ​ທ້ອງ​ທົ່ງ​ກໍ​ປະ​ຖິ້ມ​ລູກ​ທີ່​ອອກ​ໃຫມ່ຂອງ​ມັນ​ເສັຽ ເພາະ​ວ່າ​ບໍ່​ມີ​ຫຍ້າ 6 ລໍ​ປ່າ​ຢືນ​ຢູ່​ເທິງ​ທີ່​ສູງ​ໂລ້ນ ມັນ​ຫອບ​ເຫມືອນ​ກັບ​ຫມາ​ປ່າ ຕາ​ຂອງ​ມັນ​ກໍ​ມືດ​ມົວ ເພາະ​ວ່າ​ບໍ່​ມີ​ຜັກ​ຫຍ້າ 7 “ແມ້​ວ່າ​ບາບ​ຊົ່ວ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ກໍ​ເປັນ​ພ​ຍານ​ປັກ​ປຳ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ໂຜດ ເພື່​ອ​ເຫັນ​ແກ່​ພຣະ​ນາມ​ຂອງ​ ພຣະ​ອົງ ບັນ​ດານ​ການ​ກັບ​ສັຕ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ກໍ​ມາກ​ຍິ່ງ​ ຂ້າ​ພຣະ​ອົງ​ທັງ​ຫລາຍ​ກະ​ທຳ​ບາບ​ຕໍ່​ພຣະ​ອົງ 8 ຂ້າ​ແດ່​ພຣະ​ອົງ​ຜູ້​ເປັນ​ຄວາມ​ຫວັງ​ແຫ່ງ​ອິສ​ຣາ​ເອນ ເປັນ​ພຣະ​ຜູ້​ຊ່ອຍ​ຂອງ​ເຂົາ​ຍາມ​ລຳ​ບາກ ເຫດ​ໃດພຣະ​ອົງ​ຈະ​ຊົງ​ເປັນ​ເຫມືອນ​ແຂກ​ເມືອງ​ໃນ​ແຜ່ນ​ດິນ ຫລື​ເຫມືອນ​ຄົນ​ເດີນ​ທາງ​ແລະ​ອາ​ໄສ​ຄ້າງ​ພຽງ​ຄືນ​ດຽວ 9 ເຫດ​ໃດ​ພຣະ​ອ​ງົ​ຈະ​ຊົງ​ເປັນ​ເຫມືອນ​ຊາຍ​ທີ່​ກຳ​ລັງງົງ ຫລື​ເຫມືອນ​ຄົນ​ທີ່ມີ​ກຳ​ລັງ​ຫລາຍ​ແຕ່​ຊ່ອຍ​ໃຜ​ບໍ່​ໄດ້ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແມ້​ກະ​ນັ້ນ​ກໍ​ດີ​ພຣະ​ອົງ​ຊົງ​ສະ​ຖິດ​ຖ້າມ​ກາງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຄົນ​ເຂົາ​ເອີ້ນ​ພວກ​ຂ້າ​ພຣະ​ອົງ​ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ ຂໍ​ຢ່າ​ຊົງ​ປະ​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄວ້​ເສັຽ” 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ຊົ​ນ​ຊາດ​ນີ້​ວ່າ ເຂົາ​ທັງ​ຫລາຍ​ຮັກ​ທີ່​ຈະ​ພະ​ເນ​ຈອນ​ໄປ​ຢ່າງ​ນີ້ ເຂົາ​ທັງ​ຫລາຍ​ບໍ່​ຢັບ​ຢັ້ງ​ຕີນ​ຂອງ​ເຂົາ​ໄວ້ ສະ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບໍ່​ຊົງ​ໂຜດ​ເຂົາ ພຣະ​ອົງ​ຈະ​ຊົງ​ຣະ​ລຶກ​ເຖິງ​ບາບ​ຊົ່ວ​ຂອງ​ເຂົາ ແລະ​ລົງ​ໂທດ​ການ​ຜິດ​ບາບ​ຂອງເຂົາ” 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຢ່າ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ອຍ​ເຫລືອ​ຄົນ​ເຫລົ່າ​ນີ້ 12 ຖ້າ​ຫາກ​ເຂົາ​ຖື​ສີນ​ອົດ​ອາ​ຫານ ເຮົາ​ກໍ​ຈະ​ບໍ່​ຟັງ​ສຽງ​ຮ້ອງ​ໄຫ້​ຂໍ​ຄວາມ​ຊ່ອຍ​ເຫລືອ​ຂອງ​ເຂົາ ຖ້າ​ຫາກ​ເຜົາ​ສັ​ຕ​ແລະ​ຖວາຍ​ອາ​ຫານ​ແກ່​ເຮົາ ເຮົາ​ກໍ​ຈະ​ບໍ່​ຮັບ​ເອົາ ແຕ່​ຈະ​ຂ້າ​ເຂົາ​ໃນ​ເວາ​ສົງ​ຄາມ ໂດຍ​ໃຫ້​ອຶດ​ຢາກ​ແລະ​ເຈັບ​ໂຊ​ພ​ຍາດ​ 13 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຊາບ​ແລ້ວ​ວ່າ ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຈະ​ບອກ​ປະ​ຊາ​ຊົນ​ວ່າ​ບໍ່​ມີ​ສົງ​ຄາມ ແລະ​ກາ​ນອຶດ​ຢາກດອກ ເພາະ​ວ່າ​ພຣະ​ອົງ​ຈະ​ໃຫ້​ມີ​ແຕ່​ຄວາມ​ສ​ງົບ​ສຸກ​ເທົ່າ​ນັ້ນ​ໃນ​ແຜ່ນ​ດິ​ນ​ຂອງ​ພວກ​ຂ້າ​ພຣະ​ອົງ” 14 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ພ​ວກ​ຜູ້​ປະ​ກາດ​ພຣະ​ທັມ​ຈະ​ໃຊ້​ນາມ​ຂອງເຮົາ​ເວົ້າ​ຕົວະ ເຮົາ​ບໍ່​ໄດ້​ໃຊ້​ໃຫ້​ເຂົາ​ໄປ ບໍ່​ໄດ້​ສັ່ງຫລື​ບອກ​ເຂົາ​ສິ່ງ​ທີ່​ເຂົາ​ບອກ​ເຈົ້າ​ແມ່ນ​ນິ​ມິດ​ທີ່​ບໍ່​ໄດ້​ມາ​ຈາກ​ເຮົາ ເປັນ​ຄຳ​ປະ​ກາດ​ທີ່​ໄຮ້​ຜົນ ແລະ​ເປັນ​ສິ່ງ​ທີ່​ເຂົາ​ນຶກ​ຝັນ​ເອົາ​ເອງ 15 ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບອກ​ເຈົ້າ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກ​ປະ​ກາດ​ພຣະ​ທັມ​ຜູ້​ທີ່​ເຮົາ​ບໍ່​ໄດ້​ໃຊ້​ໄປ ຄື​ພວກ​ທີ່​ເວົ້າ​ໃນ​ນາມ​ຂອງ​ເຮົາ​ວ່າ ເສິກ​ສົງ​ຄາມ​ແລະ​ການ​ອຶດ​ຢາກ​ຈະ​ບໍ່​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ​ນີ້ ເຮົາ​ຈະ​ຂ້າ​ຜູ້​ນັ້ນ​ໃຫ້​ຕາຍ​ດ້ວຍ​ເສິກ​ສົງ​ຄາມ ແລະ​ການ​ອຶດ​ຢາກ 16 ປະ​ຊາ​ຊົນ​ຜູ້​ທີ່​ໄດ້​ຍິນ​ພວກ​ປະ​ກາດ​ກ່າວ​ດັ່ງ​ນີ້ ກໍ​ຈະ​ຕາຍ​ດ້ວຍ​ເສິກ​ສົງ​ຄາມ​ແລະ​ການ​ອຶກ​ຢາກ​ເຫມືອນ​ກັນ ຊາກ​ສົບ​ຂອງ​ເຂົາ​ຈະ​ຖືກ​ຖິ້ມ​ໄວ້​ຕາມ​ຖ​ນົນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ຝັງ​ສົບ​ຂອງ​ເຂົາ ເຫດ​ການ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ​ທັງ​ຫມົດ ທັງ​ລູກ​ເມັຽ​ຂອງ​ພວກ​ເຂົາ​ດ້ວຍ ເຣົາ​ຈະ​ທຳ​ໃຫ້​ເຂົາ​ໄດ້​ຮັບ​ຜົນ​ຊົ່ວ​ຍ້ອນ​ການ​ກະ​ທຳ​ຊົ່ວ​ຂອງ​ເຂົາ​ເອງ 17 ດຽວ​ນີ້ ເຈົ້າ​ຈົ່ງ​ເວົ້າ​ກັບ​ປະ​ຊາ​ຊົນ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ຮ້ອງ​ໄຫ້​ຄລອດ​ໄປ ຢາກ​ໃຫ້​ນ້ຳ​ຕາ​ອອກ​ຄລອດ​ມື້​ຄລອດ​ຄືນ ເພາະ​ວ່າບຸດ​ສາວ​ພົມ​ມະ​ຈາ​ຣີແຫ່ງຊົນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ​ເຈັບ​ໂຊ​ຫລາຍ ຍ້ອນ​ພວກ​ເຂົາ​ຖືກ​ທຳ​ຮ້າຍ​ຢ່າງ​ຮຸ​ນ​ແຮງ 18 ເມື່ອ​ຂ້າ​ພະ​ເຈົ້າ​ອອກ​ໄປ​ຕາມ​ທົ່ງ​ນາ​ກໍ​ພົບ​ເຫັນ​ຊາກ​ສົບ​ຄົນ​ຕາຍ​ຍ້ອນ​ເສິກ​ສົງ​ຄາມ ເມື່ອ​ເຂົ້າ​ໄປ​ໃນ​ເມືອງ​ກໍ​ພົບ​ເຫັນ​ຄົນ​ຕາຍ​ຍ້ອນ​ການ​ອຶດ​ຢາກ ແຕ່​ພວກ​ປະ​ກາດ​ພຣະ​ທັມ​ແລະ​ປະ​ໂຣ​ຫິດ​ໄດ້​ເຮັດ​ວຽກ​ຕໍ່​ໄປ​ໂດຍ​ພວກ​ເຂົາ​ບໍ່​ຮູ້​ວ່າ​ມີ​ຫຍັງ​ໄດ້​ເກີດ​ຂຶ້ນ

ປະ​ຊາ​ຊົນ​ສາ​ລະ​ພາບ​ຜິດ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ

19 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ປະ​ຖິ້ມ​ຊາວ​ຢູ​ດາ​ເດັດ​ຂາດ​ແລ້ວ​ບໍ ຊົງ​ກຽດ​ຊັງ​ປະ​ຊາ​ຊົນ​ເມືອງ​ຊີ​ໂອນ​ແລ້ວ​ບໍ ເປັນ​ຫຍັງ​ຈຶ່ງ​ຊົງ​ທຳ​ຮ້າຍ​ພວກ​ຂ້າ​ ພຣະ​ອົງ​ຢ່າງ​ຫນັກ​ຈົນ​ພວກ​ຂ້າ​ພຣະ​ອົງ​ບໍ່​ສາ​ມາດ​ຮັກ​ສາ​ໃຫ້​ດີໄດ້ ພວກ​ຂ້າ​ພຣະ​ອົງ​ໄດ້​ລໍ​ຄອຍ​ຄວາມ​ສ​ງົບ​ສຸກ​ແຕ່​ບໍ່​ເຫັນ​ຫຍັງ​ເກີ​ດຂຶ້ນ​ເລີຍ ພວກ​ຂ້າ​ພຣະ​ອົງ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຮັກ​ສາ​ໃຫ້​ດີ​ແຕ່​ໄພ​ວິ​ບັດ​ກັບ​ເກີ​ດ​ມາ​ແທ​ນ 20 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພວກ​ຂ້າ​ພຣະ​ອົງ​ຍອມ​ສາ​ລະ​ພາບ​ທີ່​ໄດ້​ທຳ​ບາບ ແລະ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພຣະ​ອົງ​ໄດ້​ທຳ​ກໍ​ດີ ພວກ​ຂ້າ​ພຣະ​ອົງ​ໄດ້​ທຳ​ບາບ​ຕໍ່​ສູ້​ພຣະ​ອົງ​ແທ້​ 21 ຢ່າ​ຄຽດ​ຊັງ​ພວກ​ຂ້າ​ພຣະ​ອົງ​ຖ້ອນ ຈົ່ງ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ ຂໍ​ຢ່າ​ນຳ​ຄວາມ​ເຊື່ອມ​ເສັຽມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ບ່ອນ​ພຣະ​ບັນ​ລັງ​ອັນ​ສ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ຕັ້ງ​ຢູ່ ຂໍ​ຈົ່ງ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ພຣະ​ອົງ​ຊົງ​ໃຫ້​ໄວ້​ກັບ​ພວກ​ຂ້າ​ພຣະ​ອົງ ຂໍ​ຢ່າ​ຍົກ​ເລີກ​ເສັຽ 22 ຝົນ​ບໍ່​ໄດ້​ຕົກ​ລົງ​ມາ​ຍ້ອນ​ພຣະ​ນາໆ​ຊາດ ຫລື​ຍ້ອນ​ທ້ອງ​ຟ້າ ມີ​ແຕ່​ພຣະ​ອົງໆ​ດຽວ​ທໍ່​ນັ້ນ​ທີ່​ທຳ​ສິ່ງ​ເຫລົ່າ​ນີ້​ໄດ້ ພວກ​ຂ້​ພຣະ​ອົງ​ຫວັງ​ໃຈ​ໃນ​ພຣະອົງ

ເຢເຣມີ 15

ຄາວ​ພິ​ພາກ​ສາ​ປະ​ຊາ​ຊົນ​ຢູ​ດາ

1 ຕໍ່ມາ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມ​ເຊ​ແລະ​ຊາ​ມູ​ເອນ​ຈະ​ຢືນ​ອ້ອນວອນ​ຢູ່​ຕໍ່​ຫນ້າ​ເຮົາ ເຣົາ​ກໍ​ຈະ​ບໍ່​ມີ​ໃຈ​ເມດ​ຕາ​ປະ​ຊາ​ຊົນ​ເຫລົ່າ​ນີ້​ເລີຍ ຈົ່ງ​ໃຫ້​ເຂົາ​ຫນີ​ໄປ​ພົ້ນ​ສາຍ​ຕາ​ຂອງ​ເຮົາ​ເສັຽ 2 ຖ້າ​ພວກ​ເຂົາ​ຖາມ​ເຈົ້າ​ວ່າ ຈະ​ໃຫ້​ພວກ​ເຮົາ​ໄປ​ໃສ ຈົ່ງ​ບອກ​ເຂົາ​ດັ່ງ​ນີ້, “ຄົນ​ເຫລົ່າ​ນັ້ນ​ທີ່​ກຳ​ນົດ​ໃຫ້​ຕາຍ​ດ້ວຍ​ເຊື້​ອໂຣກ​ກໍ​ຈະ​ຕາຍ​ຢ່າງ​ນັ້ນ ຄົນ​ເຫລົ່າ​ນັ້ນທີ່​ກຳ​ນົດ​ໃຫ້​ຕາຍ​ດ້ວຍ​ເສິກ​ສົງ​ຄາມ​ກໍ​ຈະ​ຕາຍ​ຢ່າງ​ນັ້ນ ຄົນ​ເຫລົ່າ​ນັ້ນທີ່​ກຳ​ນົດ​ໃຫ້​ຕາຍ​ດ້ວຍ​ການອຶດ​ຢາກກໍ​ຈະ​ຕາຍ​ຢ່າງ​ນັ້ນ ຄົນ​​ທີ່​ກຳ​ນົດ​ໃຫ້​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ກໍ​ຈະ​ຖືກ​ຈັບ​ໄປ 3 ເຣົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ຫນ້າ​ຢ້ານ​ສີ່ຢ່າງ​ນີ້​ເກີດ​ຂຶ້ນ​ກັບ​ພວກ​ເຂົາ ຄື​ເຂົາ​ຈະ​ຕ້ອງ​ຕາຍ​ດ້ວຍ​ເສິກ​ສົງ​ຄາມ ຊາກ​ສົບ​ຈະ​ຖືກ​ຫມາ​ດຶງ​ແກ່​ໄປ ຝູງ​ນົກ​ຈະ​ສັບ​ຕອດ​ກິນ ແລະ​ເຫລືອ​ນັ້ນ​ສັດ​ປ່າ​ຈະ​ກິນ​ອີກ 4 ເຣົາ​ຈະ​ເຮັດ​ໃຫ້​ນາໆ​ຊາດ​ທົ່ວ​ໂລກ​ຕົ​ກ​ໃຈ​ຢ້ານ ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ເຂົາ ເນື່ອງ​ຈາກ​ສິ່ງ​ທີ່​ມາ​ນັ​ສ​ເຊ ບຸດ​ເຮ​ເຊ​ກີ​ຢາ​ໄດ້​ກະ​ທຳ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ເມື່ອ​ຄາວ​ພຣະ​ອົງ​ຊົງ​ເປັນ​ກະ​ສັດ​ຂອງ​ຊາວ​ຢູ​ດາ​ນັ້ນ” 5 ເຢ​ຣູ​ຊາ​ເລັມ​ເອີຍ ໃຜ​ຈະ​ສົງ​ສານ​ເຈົ້າ​ຫລື​ໃຜ​ຈະ​ເສັຽ​ໃຈ​ກັບ​ເຈົ້າ ໃຜ​ຈະ​ແວະ​ມາ​ຖາມ​ທຸກ​ສຸກ​ຂອງ​ເຈົ້າ 6 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ ເຈົ້າ​ໄດ້​ປະ​ຕິ​ເສດ​ເຮົາ ເຈົ້າ​ຖອຍ​ຫລັງ​ເລື້ອຍ​ໄປ ເຮົາ​ຈຶ່ງໄດ້​ຢຽດ​ມື​ອອກ​ໄປ​ຕໍ່​ສູ້​ເຈົ້າ ແລະ​ທຳ​ລາຍ​ເຈົ້າ ເຮົາ​ເມື່ອຍ​ອົດ​ຕໍ່​ການ​ຜ່ອນ​ຜັນ​ແລ້ວ 7 ເຮົາ​ໄດ້ຊັດ​ເຂົາ​ດ້ວຍ​ສ້ອມ​ຊັດ​ເຂົ້າ ໃນ​ບັນ​ດາ​ປະ​ຕູ​ແຫ່ງ​ເມືອງ​ນັ້ນ ເຮົາ​ໄດ້​ທຳ​ໃຫ້​ລູກ​ຂອງ​ເຂົາ​ທັ​ງ​ຫລາຍ​ຕາຍ ເຮົາ​ໄດ້​ທຳ​ລາຍ​ປະ​ຊາ​ຊົນ​ຂອງ​ເຣົາ ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຫັນ​ກັບ​ຈາກ​ພຶດ​ຕິການ​ຂອງ​ເຂົາ 8 ເຮົາ​ກະ​ທຳ​ໃຫ້​ຍິງ​ຫມ້າຍ​ຂອງ​ເຂົາ​ມີ​ຫລາຍ ຍິ່ງກວ່າ​ຊາຍ​ໃນ​ທະ​ເລ ໃນ​ຕອນ​ກາງ​ເວັນ ເຮົາ​ໄດ້​ນຳ​ຜູ້​ທໍາລາຍ​ມາ​ສູ່ບັນ​ດາ​ແມ່​ຂອງ​ຄົນ​ຫນຸ່ມ​ທັງ​ຫລາຍ ເຮົາ​ໄດ້​ກະ​ທຳ​ໃຫ້​ຄວາມ​ແສນ​ຣະ​ທົມ​ແລະ​ຄວາມ​ສະ​ຍົດ​ສະ​ຍອງ​ຕົກ​ເຫນືອ​ນາງ​ໂດຍ​ທັນ​ທີ​ທັນ​ໃດ 9 ນາງ​ທີ່​ມີ​ບຸດ​ເຈັດ​ຄົນ​ກໍ​ອ່ອນ​ກຳ​ລັງ ນາງ​ສ​ລົບ​ໄປ​ແລ້ວ ດວງຕາ​ເວັນ​ຂອງ​ນາງ​ຕົກ​ເມື່ອ​ຍັງ​ເວັນ​ຢູ່ ນາງ​ໄດ້​ຮັບ​ຄວາມ​ລະ​ອາຍ​ແລະ​ຖືກ​ຫຍາມ​ນ້ຳ​ຫນ້າ ເຮົາ​ຈະ​ມອບ​ຜູ້​ທີ່​ເຫລືອ​ຢູ່​ໃຫ້​ແກ່ດາບ​ຕໍ່​ຫນ້າ​ສັດ​ຕ​ຣູ​ຂອງ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ແຫລະ” 10 ແມ່​ເອີຍ, ວິບັດ​ແກ່​ຂ້າ​ນ້ອຍ ທີ່​ແມ່​ໄດ້​ເກີດ​ຂ້າ​ນ້ອຍ​ມາ ເປັນ​ຄົນ​ທີ່​ໃຫ້​ເກີດ​ການ​ແບ່ງ​ແຍກ​ແລະ​ການ​ຊີງ​ດີ​ແກ່​ແຜ່ນ​ດິນ​ທັງ​ສິ້ນ ຂ້າ​ນ້ອຍ​ກໍ​ບໍ່​ໄດ້ໃຫ້ຢືມ ຫລື​ຂ້າ​ນ້ອຍ​ກໍ​ບໍ່​ໄດ້ຢືມ​ເຂົາ ແຕ່​ເຂົາ​ທຸກ​ຄົນ​ແຊ່ງ​ຂ້າ​ນ້ອຍ 11 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຖ້າ​ຂ້າ​ພຣະ​ອົງ​ບໍ່​ໄດ້​ອ້ອນວອນ​ພຣະ​ອົງ​ເພື່ອ​ຄວາມ​ດີ​ຂອງ​ເຂົາ ຖ້າ​ຂ້າ​ພຣະ​ອົງ​ບໍ່​ໄດ້​ທູນ​ຂໍຕໍ່​ພຣະ​ອົງ​ເພື່ອ​ສັດ​ຕ​ຣູ​ໃນ​ເວ​ລາ​ລຳ​ບາກ​ແລະ​ໃນ​ເວ​ລາ​ທຸກ​ໃຈ​ກໍ​ປ່ອຍ​ໃຫ້​ເປັນ​ໄປ​ຢ່າງ​ນັ້ນ​ເຖີດ ພຣະ​ອົງ​ເຈົ້າ​ຂ້າ 12 ມີ​ຜູ້​ນຶ່ງ​ຜູ້​ໃດ​ຫັກ​ເຫລັກ​ໄດ້​ຫລື ຄື​ເຫລັກ​ຈາກ​ທິ​ດ​ເຫນືອແລະ​ທອງ​ສຳ​ຣິດ 13 ຫ​ລັກ​ຖານ​ບ້ານ​ຊ່ອງ​ແລະ​ຊັບ​ສົມ​ບັດ​ຂອງ​ເຈົ້າ​ຈະ​ມອບ​ໃຫ້​ເປັນ​ຂອງ​ຍຶດ​ບໍ່​ຄິດ​ຄ່າເພາະ​ບາບ​ທັງ​ສິ້ນ​ຂອງ​ເຈົ້າ​ຄລອດ​ທົ່ວ​ດິນ​ແດນ​ຂອງ​ເຈົ້າ 14 ເຣົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ບົວ​ຣະ​ບັດ​ສັດ​ຕ​ຣູ​ຂອງ​ເຈົ້າ​ໃນ​ແຜ່ນ​ດິນ​ຊຶ່ງ​ເຈົ້າ​ບໍ່​ຮູ້​ຈັກ​ເພາະ​ຄວາມ​ໂກດ​ຂອງ​ເຮົາ ເຮົາ​ກໍ່​ໄຟ​ຂຶ້ນ​ຊຶ່ງ​ຈະ​ໄຫມ້​ຢູ່​ເປັນ​ນິດ

ພຣະ​ເຈົ້າ​ຊົງ​ເລົ້າ​ໂລມ​ເຢ​ເຣ​ມີ​ຢາ

15 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຊາບ ຂໍ​ຊົງ​ຣະ​ລຶກ​ເຖິງ​ຂ້າ​ພຣະ​ອົງ ແລະ​ຢ້ຽມ​ເຍືອນ​ຂ້າ​ພຣະ​ອົງ ຂໍ​ຊົງ​ແກ້​ແຄ້ນ​ຜູ້​ຂົ່ມ​ເຫັງ​ຂ້າ​ພຣະ​ອົງ​ເພື່ອ​ຂ້າ​ພຣະ​ອົງ ເພາະ​ການ​ອົດ​ກັ້ນ​ພຣະ​ທັຍ​ຂອງ​ພຣະ​ອົງ​ນັ້ນ ຂໍ​ຢ່າ​ຊົງ​ນຳ​ຂ້າ​ພຣະ​ອົງ​ໄປ​ເສັຽ ຂໍ​ຊົງ​ຕຳ​ຫນັກ​ວ່າ​ຂ້າ​ພຣະ​ອົງ​ທົນ​ການ​ຕິ​ຕຽນ​ດ້ວຍ​ເຫັນ​ແກ່​ພຣະ​ອົງ 16 ເມື່ອ​ພົບ​ພຣະ​ວັ​ຈນະຂອງ​ພຣະ​ອົງ​ແລ້ວ ຂ້າ​ພຣະ​ອົງ​ກໍ​ກິນ​ເສັຽ ພຣະວັ​ຈ​ນະຂອງ​ພຣະ​ອົງເປັນ​ຄວາມ​ຊື່ນ​ບານ​ແກ່​ຂ້າ​ພຣະ​ອົງ ແລະ​ເປັນ​ຄວາມ​ປິ​ຕິ​ຍີນ​ດີ​ແຫ່ງ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຈອມ​ໂຍ​ທາ ເພາະ​ວ່າ​ເຂົາ​ເອີ້ນ​ຂ້າ​ພຣະ​ອົງ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ 17 ຂ້າ​ພຣະ​ອົງ​ບໍ່​ໄດ້​ນັ່ງ​ຢູ່​ໃນ​ຫມູ່​ຄົນ​ທີ່​ສນຸກ​ສ​ນານ​ກັນ​ ທັງ​ຂ້າ​ພຣະ​ອົງ​ກໍ​ບໍ່​ໄດ້​ຍິນ​ດີ ຂ້າ​ພຣະ​ອົງ​ນັ່ງ​ຢູ່​ຄົນ​ດຽວ ເພາະ​ວ່າ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ເທິງ​ຂ້າ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ເຕັມ​ດ້ວຍ​ຄວາມ​ກິ້ວ 18 ເຫດ​ໃດ​ຄວາມ​ເຈັບ​ຂອງ​ຂ້າ​ພຣະ​ອົງ​ບໍ່​ໄດ້​ຢຸດ​ຢັ້ງ ບາດ​ແຜ​ຂອງ​ຂ້າ​ພຣະ​ອົງ​ກໍ​ຣັກ​ສາ​ບໍ່​ຫາຍ ມັນ​ບໍ່​ຍອມ​ຫາຍ ພຣະ​ອົງ​ຊົງ​ເປັນ​ເຫມືອນ​ລໍາທານ​ຫລອກ​ລວງ​ແກ່​ຂ້າ​ພຣະ​ອົງ​ຫລື ຫລື​ຢ່າງ​ນ້ຳ​ທີ່​ເຫືອດ​ແຫ້ງ 19 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ວ່າ, “ຖ້າເຈົ້າ​ກັບ​ມາ ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ສູ່​ສະ​ພາບ​ດີ ແລະ​ເຈົ້າ​ຈະ​ຢືນ​ຢູ່​ຕໍ່​ຫນ້າ​ເຮົາ ຖ້າ​ເຈົ້າ​ອອກ​ປາກ​ເວົ້າ​ແຕ່​ສິ່ງ​ປະ​ເສີດ ແລະບໍ່​ເວົ້າ​ສິ່ງ​ຊົ່ວ ເຈົ້າ​ຈະ​ເປັນ​ເຫມືອນ​ປາກ​ຂ​ອງ​ເຮົາ ເຂົາ​ທັງ​ຫລາຍ​ຈະ​ຫັນ​ກັບ​ມາ​ຫາ​ເຈົ້າ ແຕ່​ເຈົ້າ​ຢ່າ​ຫັນ​ໄປ​ຫາ​ເຂົາ 20 ເຮົາ​ຈະກະ​ທຳ​ໃຫ້​ເຈົ້າ​ເປັນ​ກຳ​ແພງ​ປ້ອມ​ທອງ​ສຳ​ຣິດ​ແກ່​ຊົນ​ຊາດ​ນີ້ ເຂົາ​ທັງ​ຫລາຍ​ກໍ​ຈະຕໍ່​ສູ້​ກັບ​ເຈົ້າ ແຕ່​ເຂົາ​ຈະ​ບໍ່​ຊະ​ນະ​ເຈົ້າ ເພາະ​ເຮົາ​ຢູ່​ກັບ​ເຈົ້າ ຈະ​ຊ່ອຍ​ໃຫ້​ລອດ​ແລະ​ຊ່ອຍ​ກູ້​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້ 21 ເຮົາ​ຈະ​ຊ່ອຍ​ກູ້​ເຈົ້າ​ຈາກ​ມື​ຂອງຄົນ​ອະ​ທັມ ແລະ​ໄຖ່​ເຈົ້າ​ຈາກ​ກຳ​ມື​ຂອງ​ຄົນ​ອຳ​ມະ​ຫິດ”

ເຢເຣມີ 16

ພຣະ​ເຈົ້າ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ປະ​ຊາ​ຊົນ

1 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ເຈົ້າ​ຢ່າ​ມີ​ພັ​ຣ​ຍາ ເຈົ້າ​ຢ່າ​ມີ​ບຸດ​ຊາຍ​ຫລື​ບຸດ​ຍິງ​ໃນ​ທີ່​ນີ້ 3 ເພາະ​ພຣະຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ​ເຣື່ອງ​ບຸດ​ຊາຍ​ແລະ​ບຸດ​ຍິງ​ທີ່​ເກີດ​ໃນ​ທີ່​ນີ້ ແລະ​ຊົງ​ກ່າວ​ເຖິງ​ພວກ​ແມ່​ທີ່​ຄອດ​ບຸດ​ເຫລົ່າ​ນັ້ນ ແລະ​ພວກ​ພໍ່​ທີ່​ໃຫ້​ບັງ​ເກີດ​ຄົນ​ເຫລົ່າ​ນັ້ນ​ໃນ​ແຜ່ນ​ດິນ​ນີ້​ວ່າ 4 ເຂົາ​ທັງ​ຫລາຍ​ຈະ​ຕາຍ​ດ້ວຍ​ໂຣກ​ຮ້າຍ ຈະ​ບໍ່​ມີ​ການ​ໂອດ​ຄວນ​ອາ​ລັຍ​ເຂົາ​ທັງ​ຫລາຍ ຫລື​ຈະ​ບໍ່​ມີ​ໃຜ​ຈັດ​ການ​ຝັງ​ເຂົາ ເຂົາ​ຈະ​ເປັນ​ເຫ​ມືອນກອງ​ຝຸ່ນ​ທີ່​ຢູ່​ເທິງ​ພື້ນ​ແຜ່ນ​ດິນ ເຂົາ​ທັງ​ຫລາຍ​ຈະ​ພິ​ນາດ​ດ້ວຍ​ດາບ​ແລະ​ການ​ອຶດ​ຢາກ ແລະ​ສົ​ບ​ທັງ​ຫລາຍ​ຂອງ​ເຂົາ​ຈະ​ເປັນ​ອາ​ຫານ​ຂອງ​ນົກ​ໃນ​ອາ​ກາດ​ແລະ​ຂອງ​ສັດ​ແຫ່ງ​ແຜ່ນ​ດິນ 5 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຢ່າ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ຄວນ​ຄ່ຳ ຫລື​ໄປ​ໂອດ​ຄວນ ຫລື​ໄປ​ເສັຽ​ໃຈ​ດ້ວຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ເຮົາ​ໄດ້​ເອົາ​ພອນ​ສັນ​ຕິ​ສຸກ​ຂອງ​ເຮົາ​ໄປ​ຈາກ​ຊົນ​ຊາດ​ນີ້​ແລ້ວ ທັງ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ກະ​ຣຸ​ນາ​ຄຸນ​ຂອງ​ເຮົາ 6 ທັງ​ຜູ້​ໃຫຍ່ຜູ້​ນ້ອຍຈະ​ຕາຍ​ໃນ​ແຜ່ນດິນ​ນີ້ ຈະ​ບໍ່​ມີ​ໃຜ​ຈັດ​ການ​ຝັງ​ເຂົາ ບໍ່​ມີ​ໃຜ​ມາ​ໂອດ​ຄວນ​ອາ​ລັຍ​ເຂົາ ຫລື​ມາ​ຂີດ​ຕົວ ຫລື​ມາ​ແຖ​ຫົວ​ເພື່ອ​ເຂົາ 7 ບໍ່​ມີ​ຜູ້​ໃດ​ຫັກ​ເຂົ້າ​ຈີ່​ໃຫ້​ແກ່​ຄົນ​ໄວ້​ທຸກ ເພື່ອ​ຈະ​ອອຍ​ໃຈເຂົາ​ເພາະ​ເຫດ​ຄົນ​ທີ່​ຕາຍ​ນັ້ນ ເພາະ​ພໍ່​ແມ່​ຂອງ​ເຂົາ​ຈຶ່ງ​ບໍ່​ມີ​ໃຜ​ມອບ​ຖ້ວຍ​ແຫ່ງ​ຄວາມ​ເລົ້າ​ໂລມໃຈ​ໃຫ້​ເຂົາ​ດື່ມ 8 ເຈົ້າ​ຢ່າ​ເຂົ້າ​ໄປ​ນັ່ງ​ກິນ​ແລະ​ດື່ມ​ກັບ​ເຂົາ​ໃນ​ເຮືອນ​ທີ່​ມີ​ການ​ລ້ຽງ 9 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ, “ເບິ່ງ​ແມ໋ ເຮົາ​ຈະ​ກະ​ທຳ​ໃຫ້​ສຽງ​ບັນ​ເທີງ​ແລະ​ສຽງ​ຣື່ນ​ເຣີງ ສຽງ​ເຈົ້າ​ບ່າວ​ແລະ​ສຽງ​ເຈົ້າ​ສາວ ຂາດ​ຈາກ​ສະ​ຖານ​ທີ່​ນີ້​ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ເຈົ້າ​ທັງ​ຫລາຍ​ແລະ​ໃນ​ວັນ​ຂອງ​ເຈົ້າ 10 “ເມື່ອ​ເຈົ້າ​ບອກ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແກ່​ຊົນ​ຊາດ​ນີ້ ແລະ​ເຂົາ​ທັງ​ຫລາຍ​ເວົ້າ​ກັບ​ເຈົ້າ​ວ່າ, “ເປັນ​ຫຍັງ​ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ປະ​ກາດ​ໂທດ​ຍິ່ງ​ໃຫຍ່​ທັງ​ສິ້ນ​ນີ້​ໃຫ້​ຕົກ​ແກ່​ເຮົາ ບາບ​ຊົ່ວ​ຂອງ​ເຣົາ​ຄື​ຫຍັງ ເຣົາ​ໄດ້​ກະ​ທຳ​ບາບ​ຫຍັງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ” 11 ແລ້ວ​ເຈົ້າ​ຈົ່ງ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໄດ້​ປະ​ຖິ້ມ​ເຮົາ ແລະ​ໄດ້​ຕິດ​ສອຍ​ຫ້ອຍ​ຕາມ​ພຣະ​ອື່ນ ແລະ​ໄດ້​ບົວ​ຣະ​ບັດ ແລະ​ນະ​ມັ​ສ​ການ​ພຣະ​ນັ້ນ ແລະ​ໄດ້​ປະ​ຖິ້ມ​ເຣົາ ແລະ​ບໍ່​ໄດ້​ຮັກ​ສາ​ພຣະ​ທັມ​ຂອງ​ເຮົາ 12 ແລະ​ເພາະ​ເຈົ້າ​ທັງ​ຫລາຍ​ໄດ້​ກະ​ທຳ​ຊົ່ວ​ຮ້າຍ​ຍິ່ງ​ກວ່າ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ເພາະ​ເບິ່ງ​ແມ໋ ເຈົ້າ​ທຸກໆ​ຄົນ​ໄດ້​ຕິດ​ຕາມ​ເຈ​ຕະ​ນາ​ຊົ່ວ​ຮ້າຍ​ດື້​ດ້ານຂອງ​ຕົ​ນ​ເອງ ປະ​ຕິ​ເສດ​ບໍ່​ຍອມ​ຟັງ​ເຮົາ 13 ເຫດ​ສັນນັ້ນ ເຮົາ​ຈະ​ແກວ່ງ​ເຈົ້າ​ອອກ​ເສັຽ​ຈາກ​ແຜ່ນ​ດິນ​ຊຶ່ງ​ເຈົ້າ​ຫລື​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ບໍ່​ຮູ້​ຈັກ ແລະ​ທີ່​ນັນ​ເຈົ້າ​ຈະ​ບົວ​ຣະ​ບັດ​ພຣະ​ອື່ນ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເພາະ​ເຮົາ​ຈະ​ບໍ່​ສຳ​ແດງ​ພຣະ​ຄຸນ​ແກ່​ເຈົ້າ​ເລີຍ” 14 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ສັນ​ນັ້ນ ເບິ່ງ​ແມ໋, ວັນ​ເດືອນ​ຈະ​ມາ​ເຖິງ ເມື່ອ​ບໍ່​ມີ​ໃຜ​ກ່າວ​ຕໍ່​ໄປ​ອີກວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ອອກ​ມາ​ຈາກ​ແຜ່ນ​ດິນ​ເອ​ຢິບ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ” 15 ແຕ່​ຈະ​ເວົ້າ​ວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ນຳ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ອອກ​ມາ​ຈາກ​ແດນ​ເຫນືອ ແລະ​ອອກ​ມາ​ຈາກ​ບັນ​ດາ​ປະ​ເທດ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຂັບ​ໄລ່​ເຂົາ​ໃຫ້​ໄປ​ຢູ່​ນັ້ນ ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ” ເພາະ​ເຮົາ​ຈະ​ນຳ​ເຂົາ​ທັ​ງ​ຫລາຍ​ກັບ​ມາ​ສູ່​ແຜ່ນ​ດິນ​ຂອງ​ເຂົາ​ເອງ ຊຶ່ງ​ເຮົາ​ໄດ້​ຍົກ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ແລ້ວ​ນັ້ນ 16 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເບິ່​ງ​ແມ໋, ເຮົາ​ຈະ​ສົ່ງ​ຊາວ​ປະ​ມົງ​ມາ​ເປັນ​ອັນ​ມາກ ແລະ​ເຂົາ​ຈະ​ຈັບ​ເຂົາ​ທັງ​ຫລາຍ ພາຍ​ຫລັງ​ເຮົາ​ຈະ​ໃຫ້​ເຂົາ​ພາ​ພານ​ມາ​ເປັນ​ອັນມາກ ພານ​ຈະ​ລ່າ​ເຂົາ​ທັງ​ຫລາຍ​ຕາມ​ພູ​ເຂົາ​ທຸກ​ແຫ່ງ ແລະ​ຕາມ​ເນີນ​ເຂົາ​ທຸກ​ຫນ່ວຍ​ແລະ​ຕາມ​ໂງ່ນ​ຫີນ 17 ເພາະ​ວ່າ ເຮົາ​ມອງ​ເບິ່ງ​ພຶດ​ຕິ​ການ​ທັງ​ສິ້ນ​ຂອງ​ເຂົາ ຈະ​ປິດ​ບັງ​ໄວ້​ຈາກ​ເຮົາ​ບໍ່​ໄດ້ ແລະ​ບາບ​ຊົ່ວ​ຂອງ​ເຂົາ​ທັ​ງ​ຫລາຍ​ຈະ​ເຊື່ອງ​ພົ້ນ​ຕາ​ເຣົາ​ບໍ່​ໄດ້ 18 ແລະ​ເຮົາ​ຈະ​ທົບ​ການ​ຕ​ອບ​ສນອງ​ຄວາມ​ຊົ່ວ​ແລະ​ບາບ​ຂອງ​ເຂົາ​ເປັນ​ສອງ​ເທົ່າ ເພາະ​ເຂົາ​ໄດ້​ກະ​ທຳ​ໃຫ້​ແຜ່ນ​ດິນ​ເຮົາ​ມົນ​ທິນ​ໄປ​ດ້ວຍ​ຊາກ​ຂອງ​ສິ່ງ​ທີ່ຫນ້າສະ​ອິດ​ສະ​ອຽນ ແລະ​ກະ​ທຳ​ໃຫ້​ມໍ​ຣະ​ດົກ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່ຫນ້າ​ກຽດ​ຊັງ​ຂອງ​ເຂົາ​ທັງ​ຫລາຍ” 19 ຂ້າ​ແດ່​ພຣະ​ເຈົ້າ ພຣະ​ກຳ​ລັງ​ແລະ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ຂ້າ​ພຣະ​ອົງ ເປັນ​ທີ່​ລີ້​ພັຍ​ຂອງ​ຂ້າ​ພຣະ​ອົງ​ໃນ​ວັນ​ຍາກ​ລຳ​ບາກ ບັນ​ດາ​ປະ​ຊາ​ຊາດ​ຈະ​ມາ​ເຝົ້າ​ພຣະ​ອົງ​ຈາກ​ທີ່​ສຸດປາຍ​ໂລກ​ແລະ​ທູນ​ວ່າ, “ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ບໍ່​ໄດ້​ຮັບ​ມໍ​ຣະ​ດົກ​ອັນ​ໃດ ນອກ​ຈາກ​ສິ່ງ​ມຸ​ສາ ຄື​ສິ່ງ​ໄຮ້​ຄ່າ​ຊຶ່ງ​ບໍ່​ມີ​ປ​ໂຍດ​ຫຍັງ​ໃນ​ຕົວ 20 ມະ​ນຸດ​ຈະ​ສ້າງ​ພຣະ​ໄວ້​ສຳ​ລັບ​ຕົນ​ເອງ​ໄດ້​ຫລື ສິ່ງ​ຢ່າງ​ນັ້ນບໍ່​ແມ່ນ​ພຣະ” 21 “ເພາະ​ສະ​ນັ້ນ ເບິ່ງ​ແມ໋, ເຮົາ​ຈະ​ກະ​ທຳ​ໃຫ້​ເຂົາ​ຮູ້​ຈັກ ການ​ຄັ້ງ​ນີ້​ເຮົາ​ຈະ​ກະ​ທຳ​ໃຫ້​ເຂົາ​ຮູ້​ຈັກ​ຣິດ​ເດດ​ຂອ​ງ​ເຮົາແລະ​ຣິດ​ທາ​ນຸ​ພາບ​ຂອງ​ເຮົາ ແລະ​ເຂົາ​ທັງ​ຫລາຍ​ຈະ​ຮູ້​ວ່ານາມ​ຂອງ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເຢເຣມີ 17

ບາບ​ຊຶ່ງ​ຈາ​ຣຶກ​ໄວ້​ໃນ​ທີ່​ຈິດ​ໃຈ​ຂອງ​ຢູ​ດາ

1 “ບາບ​ຂອງ​ຢູ​ດາ​ນັ້ນ​ບັນ​ທຶກ​ໄວ້​ດ້ວຍ​ປາກ​ກາ​ເຫລັກ ດ້ວຍ​ປາຍ​ເພັດ​ຈາ​ຣຶກ​ໄວ້​ເທິງ​ແຜ່ນ​ແຫ່ງ​ຈິດ​ໃຈ​ຂອງ​ເຂົາ​ແລະ​ເທິງ​ຍອດ​ທີ່​ແທ່ນ​ບູ​ຊາ​ຂອງ​ເຂົາ​ທັງ​ຫລາຍ 2 ຝ່າຍ​ບຸ​ດ​ຫລານ​ຂອງ​ເຂົາ​ກໍ​ລະ​ຣຶກ​ເຖິງ​ແທ່ນ​ບູ​ຊາ​ແລະເຫລົ່າ​ອາ​ເຊ​ຣິມ​ຂອງ​ເຂົາ​ຂ້າ​ງ​ຕົ້ນ​ໄມ້​ສົດ​ທຸກ​ກົກ ແລະ​ເທິງ​ເນີນ​ພູ​ສູງ 3 ເທິງ​ພູ​ທີ່​ຢູ່​ກາງ​ທົ່ງ ເຮົາ​ຈະ​ໃຫ້​ຫລັກ​ຖານ​ບ້ານ​ຊ່ອງ​ແລະ​ຊັບ​ສົມ​ບັດ​ຂອງ​ເຈົ້າ​ເປັນ​ຂອງ​ຍຶດ ເປັນ​ຄ່າ​ແຫ່ງ​ບາບ​ຂອງ​ເຈົ້າ​ຄລອດ​ທົ່ວ​ແຜ່ນ​ດິນ​ຂອງ​ເຈົ້າ 4 ເຈົ້າ​ຈະ​ຕ້ອງ​ປ່ອຍ​ມື​ຂອງ​ເຈົ້າ​ຈາກມໍ​ຣະ​ດົກ​ຊຶ່ງ​ເຮົາ​ໄດ້​ຍົກ​ໃຫ້​ແກ່​ເຈົ້າ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ບົວ​ຣະ​ບັດ​ສັດ​ຕ​ຣູ​ຂອງ​ເຈົ້າ​ໃນ​ແຜ່ນ​ດິນ​ຊຶ່ງ​ເຈົ້າ​ບໍ່​ຮູ້​ຈັກ ເພາະ​ຄວາມ​ໂກດ​ຂອງ​ເຮົາ ເຮົາ​ກໍ່​ໄຟ​ຂຶ້ນ​ຊຶ່ງ​ຈະ​ໄຫມ້​ຢູ່​ເປັນ​ນິດ” 5 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ຄົນ​ທີ່​ວາງ​ໃຈ​ໃນ​ມະ​ນຸດ ແລະ​ໃຫ້​ເນື້ອ​ຫນັງ​ເປັນ​ມື​ຂອງ​ເຂົາ ແລະ​ໃຈ​ຂອງ​ເຂົາ​ຫັນ​ອອກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຄົນ​ນັ້ນ​ກໍ​ເປັນ​ທີ່​ສາບ​ແຊ່ງ 6 ເຂົາ​ເປັນ​ເຫ​ມືອນ​ພຸ່ມ​ໄມ້​ທີ່​ຢູ່​ໃນ​ທະ​ເລ​ຊາຍ ແລະ​ບໍ່​ເຫັນ​ຄວາມ​ດີ​ອັນ​ໃດ​ມາ​ເຖິງ​ເລີຍ ເຂົາ​ຈະ​ອາ​ໄສ​ຢູ່​ໃນ​ແຜ່ນດິນ​ທີ່​ແຕກ​ຣະ​ແຫງ​ທີ່​ໃນ​ຖິ່ນ​ກັນ​ດານ ໃນ​ແຜ່ນ​ດິນ​ເຄັມ​ທີ່​ບໍ່​ມີ​ຄົນ​ອາ​ໄສ 7 “ຄົນ​ທີ່​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຍອມ​ໄດ້​ຮັບ​ພຣະ​ພອນ ຄື​ຜູ້​ທີ່​ຄວາມ​ວາງ​ໃຈ​ຂອງ​ເຂົາ​ຢູ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ 8 ເຂົາ​ເປັນ​ເຫມືອນ​ຕົ້ນ​ໄມ້​ທີ່​ປູກ​ໄວ້​ຮີມ​ນ້ຳ ຊຶ່ງ​ຢັ່ງ​ຮາກ​ຂອງ​ມັນ​ອອກ​ໄປ​ຂ້າງ​ລຳ​ນ້ຳ​ ເມື່ອ​ແດດ​ສ່ອງ​ມາ​ເຖິງ​ກໍບໍ່​ຢ້ານ​ເພາະ​ໃບ​ຂອງ​ມັນ​ຄົງ​ຂຽວ​ຢູ່​ສ​ເມີ ແລະ​ບໍ່​ກະ​ວົນ​ກະ​ວາຍ​ໃນ​ປີ​ທີ່​ແຫ້ງ​ແລ້ງ ເພາະ​ມັນ​ບໍ່​ຢຸດ​ທີ່​ຈະ​ອອກ​ຜົນ” 9 ຈິດ​ໃຈ​ກໍ​ເປັນ​ຕົວ​ລໍ້​ລວງ​ເຫນືອກວ່າ​ສິ່ງ​ໃດ​ທັງ​ຫມົດ ມັນ​ເສື່ອ​ມ​ຊາມ​ຢ່າງ​ຮ້າຍ​ທີ່​ດຽວ ຜູ້​ໃດ​ຈະ​ຮູ້​ຈັກ​ໃຈ​ນັ້ນ 10 “ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ກວດ​ຄົ້ນ​ເບິ່ງ​ຈິດ ແລະ​ທົດ​ລອງ​ດູ​ໃຈ ເພື່ອ​ໃຫ້​ແກ່​ທຸກ​ຄົນ​ຕາມ​ພຶດ​ຕິ​ການ​ຂອງ​ເຂົາ ຕາມ​ຜົນ​ແຫ່ງ​ການ​ກະ​ທຳ​ຂອງ​ເຂົາ 11 ເຫມືອນນົກ​ກະ​ທາ​ທີ່​ຮວບ​ຮວມ​ລູກ​ຊຶ່ງ​ມັນ​ບໍ່​ໄດ້​ຟັກ​ສັນ​ໃດ ຄົນ​ທີ່​ໄດ້​ຄວາມ​ມັ່ງ​ຄັ່ງ​ມີ​ມາ​ຢ່າງ​ບໍ່​ເປັນ​ທັມ​ກໍ​ເປັນ​ສັນ​ນັ້ນ ພໍ​ເຖິງ​ກາງ​ວັຍ ມັນ​ກໍ​ພາກ​ຈາກ​ຄົນ​ນັ້ນ​ເສັຽ ແລະ​ໃນ​ຕອນ​ປາຍ​ຂອງ​ເຂົາ ເຂົາ​ຈະ​ເປັ​ນ​ຄົນ​ບ້າ 12 ທີ່​ຕັ້ງ​ແຫ່ງ​ສະ​ຖານ​ສັກ​ສິດ​ຂອງ​ເຮົາ​ທັງຫລາຍ ເປັນ​ພຣະ​ທີ່​ນັ່ງ​ຮຸ່ງ​ເຮືອງ​ຊຶ່ງ​ຕັ້ງ​ຢູ່​ສູງ​ຕັ້ງ​ແຕ່​ເດີມ​ນັ້ນ 13 ຂ້າ​ແດ່​ພຣະ​ເຈົ້າ ຄວາມ​ຫວັງ​ແຫ່ງ​ອິສ​ຣາ​ເອນ ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ທີ່​ປະ​ຖິ້ມ​ພຣະ​ອົງ​ຈະ​ຕ້ອງ​ຮັບ​ຄວາມ​ອັບ​ອາຍ ບັນ​ດາ​ຄົນ​ທັງ​ປວງ​ທີ່​ຫັນ​ໄປ​ຈາກ​ພຣະ​ອົງ​ຈະ​ຕ້ອງ​ຈາ​ຣຶກ​ໄວ້​ໃນ​ແຜ່ນ​ດິນ​ໂລກ ເພາະ​ເຂົາ​ໄດ້​ປະ​ຖິ້ມ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ເປັນ​ແຫລ່ງ​ນ້ຳ​ແຫ່ງຊີ​ວິດ​ເສັຽ 14 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຮັກ​ສາ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ໄດ້​ຫາຍ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ຂ້າ​ພຣະ​ອົງ​ຈຶ່ງ​ຈະ​ລອດ ເພາະ​ພຣະ​ອົງ​ເປັນ​ທີ່​ສັຣ​ເສີນ​ຂອງ​ຂ້າ​ພຣະ​ອົງ 15 ເບິ່ງ​ແມ໋, ເຂົາ​ທັງ​ຫລາຍ​ໄດ້​ເວົ້າ​ກັບ​ຂ້າ​ພຣະ​ອົງ​ວ່າ, “ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃສ ໃຫ້​ມາ​ເຖີດ” 16 ຂ້າ​ພຣະ​ອົງ​ບໍ່​ໄດ້​ຄາດ​ຄັ້ນ​ໃຫ້​ພຣະ​ອົງ​ສົ່ງ​ເຫດ​ຮ້າຍ ຂ້າ​ພຣະ​ອົງ​ກໍ​ບໍ່​ປະ​ສົງ​ວັນ​ແຫ່ງ​ຄວາມ​ຫາຍ​ນະ ພຣະ​ອົງ​ຊົງ​ຊາບ​ແລ້ວ​ສິ່ງ​ຊຶ່ງ​ອອກ​ມາ​ຈາກ​ຮິມ​ຝີ​ປາກ​ຂອງ​ຂ້າ​ພຣະ​ອົງ​ກໍ​ຢູ່ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ 17 ຂໍ​ຢ່າ​ຊົງ​ເປັນ​ເຫດ​ໃຫ້​ຂ້າ​ພຣະ​ອົງ​ຕົກ​ໃຈ​ຢ້ານ​ກົວ​ເລີຍ ພຣະ​ອົງ​ຊົງ​ເປັນ​ທີ່​ລີ້​ພັຍ​ແຫ່ງ​ຂ້າ​ພຣະ​ອົງ​ໃນ​ວັນ​ຮ້າຍ 18 ຜູ້​ໃດ​ຂົ່ມ​ເຫັງ​ຂ້າ​ພຣະ​ອົງ​ຂໍ​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ລະ​ອາຍ ແຕ່​ຂໍ​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ຮັບ​ຄວາມ​ລະ​ອາຍ ຂໍ​ໃຫ້​ເຂົາ​ຕົກ​ໃຈ​ຢ້ານກົວ ແຕ່​ຢ່າ​ໃຫ້​ຂ້າ​ພຣະ​ອົງ​ຕົກ​ໃຈ​ຢ້ານ​ກົ​ວ​ເລີຍ ຂໍ​ຊົງ​ນຳ​ວັນ​ຮ້າຍ​ມາ​ຕົກ​ເຫນືອ​ເຂົາ ຂໍ​ຊົງ​ທຳ​ລາຍ​ເຂົາ​ດ້ວຍ​ການທໍາລາ​ຍ ຊັບຊ້ອນ

ຕ້ອງ​ຮັກ​ສາ​ວັນ​ສະ​ບາ​ໂຕ​ໃຫ້​ບໍຣິ​ສຸດ

19 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ດັ່ງ​ນີ້​ວ່າ, “ຈົ່ງ​ໄປ​ຢືນ​ໃນ​ປະ​ຕູ​ເມືອງ ຊຶ່ງ​ບັນ​ດາ​ກະ​ສັດ​ແຫ່ງ​ຢູ​ດາ​ສະ​ເດັດ​ເຂົ້າ ແລະ​ຊຶ່ງ​ພຣະ​ອົງ​ສະ​ເດັດ​ອອກ ແລະ​ໃນ​ປະ​ຕູ​ທັງ​ຫລາຍ​ຂອງ​ເຢ​ຣູ​ຊາ​ເລັມ 20 ແລະ​ກ່າວແກ່​ເຂົາ​ທັງ​ຫລາຍ​ວ່າ “ທ່ານ​ທັງ​ຫລາຍ​ຜູ້​ເປັນ​ກະ​ສັດ​ຂອງ​ຢູ​ດາ ແລະ​ບັນ​ດາ​ຄົນ​ຢູ​ດາ ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ທັງ​ສິ້ນ ຜູ້​ຊຶ່ງ​ເຂົ້າ​ທາງ​ປະ​ຕູ​ເຫລົ່າ​ນີ້ ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 21 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ຈົ່ງ​ລະ​ວັງ​ເພື່ອ​ເຫັນ​ແກ່​ຊີ​ວິດ​ຂອງ​ເຈົ້າ​ທັງ​ຫລາຍ ຢ່າ​ໄດ້​ຫາບຫາມ​ສິ່ງ​ໃດ​ໃນ​ວັນ​ສະ​ບາ​ໂຕ ຫລື​ນຳ​ຂອງ​ນັ້ນ​ເຂົ້າ​ທາງ​ບັນ​ດາ​ປະ​ຕູ​ເຢ​ຣູຊາ​ເລັມ 22 ແລະ​ຢ່າ​ຫາບຫາມ​ສິ່ງ​ໃດ​ຂອງ​ເຈົາ​ອອກ​ຈາກ​ບ້ານ​ໃນ​ວັນ​ສະ​ບາ​ໂຕ ຫລື​ກະ​ທຳ​ງານ​ໃດໆ ແຕ່​ຈົ່ງ​ຮັກ​ສາ​ວັນ​ສະ​ບາ​ໂຕ​ໄວ້​ໃຫ້​ບໍ​ຣິ​ສຸດ ດັ່ງ​ທີ່​ເຮົາ​ໄດ້​ສັ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໄວ້ 23 ເຖິງ​ປານ​ນັ້ນ​ເຂົາ​ກໍ​ບໍ່​ຟັງ​ຫລື​ງ່ຽງ​ຫູ​ຟັງ ແຕ່​ກະ​ທຳ​ຄໍ​ຂອງ​ເຂົາ​ທັງ​ຫລາຍ​ໃຫ້​ແຂງ ເພື່ອ​ຈະ​ບໍ່​ໄດ້​ຍິນ​ແລະ​ບໍ່​ຮັບຄຳ​ຕັກ​ເຕືອນ 24 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ຖ້າ​ເຈົ້າ​ເຊື່ອ​ຟັງ​ເຣົາ ແລະ​ບໍ່​ນຳ​ສິ່ງ​ຂອງໃດໆ​ເຂົ້າ​ມາ​ທາງ​ປະ​ຕູ​ເມືອງ​ນີ້​ໃນ​ວັນ​ສະ​ບາ​ໂຕ ແຕ່​ຮັກ​ສາ​ວັນ​ສະ​ບາ​ໂຕ​ໃຫ້​ບໍ​ຣິ​ສຸດ ແລະ​ບໍ່​ກະ​ທຳ​ງານ​ໃນ​ວັນ​ນັ້ນ 25 ແລ້ວ​ຈະ​ມີ​ກະ​ສັດ​ແລະ​ເຈົ້າ​ນາຍ ຜູ້​ປະ​ທັບ​ເທິງ​ບັນ​ລັງ​ແຫ່ງ​ດາວິດ​ສະ​ເດັດ​ເຂົ້າ​ທາງ​ປະ​ຕູ​ທັງ​ຫລາຍ​ຂອງ​ເມືອງ​ນີ້ສະ​ເດັດ​ມາ​ໃນ​ຣົດ​ຮົບ ແລະ​ເທິງ​ມ້າ ທັງ​ບັນ​ດາ​ກະ​ສັດ​ແລະ​ເຈົ້າ​ນາຍ​ຂອງ​ພຣະ​ອົງ ທັງ​ຄົນ​ຢູ​ດາ​ແລະ​ຊາວ​ເຢ​ຣູ​ຊາ​ເລັມ ແລະ​ເມືອງ​ນີ້​ຈະ​ມີ​ຄົນ​ອາ​ໄສ​ຢູ່​ເປັນ​ນິດ 26 ແລະ​ປະ​ຊາ​ຊົນ​ຈະ​ມາ​ຈາກ​ຫົວ​ເມືອງ​ແຫ່ງ​ຢູ​ດາ ແລະ​ຈາກ​ທີ່​ຊຶ່ງ​ຢູ່​ຮອບ​ເຢ​ຣູ​ຊາ​ເລັມ ຈາກ​ແຜ່ນ​ດິນ​ເບັນ​ຢາ​ມິນ ຈາກ​ຕີນ​ພູ​ຕ່າງໆ ຈາກພູ​ທັງ​ຫລາຍ ແລະ​ຈາກ​ເນ​ເກັບ ນໍາ​ເອົາ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ສັກ​ກາ​ຣະ​ບູ​ຊາ ເຄື່ອງ​ທັນ​ຍາ​ບູ​ຊາ​ແລະ​ກຳ​ຍານ ແລະ​ນຳ​ເຄື່ອງ​ບູ​ຊາ​ໂມ​ທະ​ນາ​ພຣະ​ຄຸນ​ມາ​ຍັງ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 27 ແຕ່​ຖ້າ​ເຈົ້າ​ທັ​ງ​ຫລາຍ​ບໍ່​ຟັງ​ເຣົາ​ທີ່​ຈະ​ຮັກ​ສາ​ວັນ​ສະ​ບາ​ໂຕ​ໃຫ້​ບໍ​ຣິ​ສຸດ ແລະ​ທີ່​ຈະ​ບໍ່​ແບກ​ສິ່ງ​ຂອງ​ເຂົ້າ​ທາງປະ​ຕູ​ທັງ​ຫລາ​ຍຂອງ​ເຢ​ຣູ​ຊາ​ເລັມ​ໃນ​ວັນ​ສະ​ບາ​ໂຕແລ້ວ​ເຮົາ​ຈະ​ກໍ່​ໄຟ​ໄວ້​ໃນ​ປະ​ຕູເມືອງ​ເຫລົ່າ​ນັ້ນ ແລະ​ໄຟ​ນັ້ນ​ຈະ​ເຜົາ​ຜານ​ຣາ​ຊວັງ​ທັງ​ຫລາຍ​ຂອງ​ເຢ​ຣູ​ຊາ​ເລັມ ແລະ​ຈະ​ດັບ​ກໍ​ບໍ່​ໄດ້”

ເຢເຣມີ 18

ເຢ​ເຣ​ມີ​ຢາ​ທີ່​ເຮືອນ​ຂອງ​ຊ່າງ​ປັ້ນ​ຫມໍ້

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, 2 “ຈົ່ງ​ລຸກ​ຂຶ້ນ​ໄປ​ຍັງ​ເຮືອນ​ຂອງ​ຊ່າງ​ປັ້ນ​ຫມໍ້ ແລ້ວ​ເຮົາ​ຈະ​ເວົ້າ​ໃຫ້​ເຈົ້າ​ຟັງ​ຢູ່​ທີ່​ນັ້ນ” 3 ດ້ວຍ​ເຫດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ລົງ​ໄປ​ທີ່​ນັ້ນ ແລະ​ເຫັນ​ຊ່າງ​ປັ້ນ​ຫມໍ້​ກຳ​ລັງ​ຊ່ຽນ​ຫມໍ້​ຂອງ​ເຂົາ​ຢູ່ 4 ໃນ​ເວ​ລາ​ນັ້ນ ເມື່ອ​ໃດ​ເຂົາ​ປັ້ນ​ດິນ​ຫນຽວ​ເປັນ​ພາ​ຊ​ນະ​ຢ່າງ​ນຶ່ງ​ບໍ່​ໄດ້ ເຂົາ​ກໍ​ເອົາ​ດິນ​ຫນຽວ​ອັນ​ເກົ່າ​ນັ້ນ ເຮັດ​ເປັນ​ພາ​ຊນະ​ຢ່າງ​ອື່ນ​ອີກ​ 5 ຂ​ນະ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, 6 “ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ ເຮົາ​ຈະ​ທຳ​ກັບ​ເຈົ້າ​ເຫມືອນ​ຢ່າງ​ຊ່າງ​ປັ້ນ​ຫມໍ້​ທຳ​ກັບ​ດິນ​ຫນຽວ​ນັ້ນ​ບໍ່​ໄດ້​ບໍ ດິນ​ຫນຽວ​ຢູ່​ໃນ​ມື​ຊ່າງ​ປັ້ນ​ຫມໍ້​ສັນ​ໃດ ພວກ​ເຈົ້າ​ກໍ​ຢູ່​ໃນ​ມື​ຂອງ​ເຮົາ​ສັນ​ນັ້ນ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 7 ຖ້າ​ເວ​ລາ​ໃດ​ເຮົາ​ກ່າວ​ວ່າ​ຈະ​ຖອນ​ຮາກ ຈະ​ຮື້​ຖິ້ມ ຈະ​ທຳ​ລາ​ຍ​ຊາດ​ຫລື​ອາ​ນາ​ຈັກ​ໃດໆ 8 ແຕ່​ຖ້າ​ຊາດ​ນັ້ນ​ຫັນ​ຫນີ​ຈາກ​ການ​ທຳ​ຊົ່ວ​ເສັຽ ເຮົາ​ກໍ​ຈະ​ປ່ຽນ​ໃຈ​ຈາກ​ສິ່ງ​ທີ່​ເຮົາ​ກ່າວ​ວ່າ​ຈະ​ກະ​ທຳ​ນັ້ນ​ເສັຽ 9 ອີກ​ຢ່າງ​ນຶ່ງ ຖ້າ​ເຮົາ​ກ່າວ​ວ່າ​ຈະ​ປຸກ ຫລື​ສ້າງ​ປະ​ເທດຫລື​ອາ​ນາ​ຈັກ​ໃດ​ຂຶ້ນ 10 ແຕ່​ຖ້າ​ຊາດ​ນັ້ນ​ກະ​ທຳ​ຊົ່ວ​ບໍ່​ເຊື່ອ​ຟັງ​ເຣົາ ເຮົາ​ກໍ​ຈະ​ປ່ຽນ​ໃຈ​ຈາກ​ສິ່ງ​ທີ່​ເຣົາ​ກ່າວ​ວ່າ​ຈະ​ກະ​ທຳ​ນັ້ນ​ເສັຽ 11 ດັ່ງ​ນັ້ນ​ແຫລະ ເຈົ້າ​ຈົ່ງ​ບອກ​ປະ​ຊາ​ຊົນ​ຢູ​ດາ ແລະ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ​ວ່າ ເຮົາ​ກຳ​ລັງ​ວາງ​ແຜນ​ການ​ຕໍ່​ສູ້ ແລະ​ຈັດ​ຕຽມ​ການ​ລົງ​ໂທດ​ເຂົາ​ຢູ່ ຈົ່ງ​ບອກ​ໃຫ້​ເຂົາ​ເຊົາ​ດຳ​ເນີນ​ຊີ​ວິດ​ໃນ​ທາງ​ບາບ​ເສັຽ ໃຫ້​ປ່ຽນ​ທາງ​ແລະ​ສິ່ງ​ທີ່​ກຳ​ລັງ​ເຣັດ​ຢູ່​ນັ້ນ 12 ແຕ່​ພວກ​ເຂົາ​ຈະ​ຕອບ​ວ່າ ພວກ​ເຮົາບໍ່​ປ່ຽນ​ດອກ ຈະ​ເຮັດ​ຊົ່ວ​ຕໍ່​ໄປ​ຕາມ​ຄວາມ​ພໍ​ໃຈ​ຂອງ​ເຮົາ​ເອງ” 13 ດັ່ງ​ນັ້ນ​ແຫລະ, ເຣົາ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ໄປ​ທ່ຽວ​ຖາມ​ເບິ່ງ​ຖ້າມ​ກາງ​ປະ​ຊາ​ຊາດ​ວ່າ ຜູ້​ໃດ​ເຄີຍ​ໄດ້​ຍິນ​ເຫມືອນ​ຢ່າງ​ນີ້ ອິສ​ຣາ​ເອນ​ພົມ​ມະ​ຈາ​ຣີ​ນັ້ນ​ໄດ້​ກະ​ທຳ​ສິ່ງ​ອັນ​ຫນ້າ​ຫວາດ​ສຽວ 14 ພູ​ສູງ​ເລບາ​ນອນ​ບໍ່​ເຄີຍ​ຂາດ​ຫິມ​ມະ ກະ​ແສ​ນ້ຳ​ເຢັນ​ໃນ​ພູບໍ່​ເຄີຍ​ບົກ​ແຫ້ງ ສິ່ງ​ເຫລົ່າ​ນີ້​ບໍ່​ເຄີຍ​ມີ​ຈັກ​ເທື່ອ ແຕ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ເຮັດ​ສິ່ງ​ນຶ່ງ​ອັນ​ຫນ້າ​ຢ້ານ​ພິ​ລຶກ 15 ຄື​ພວກ​ເຂົາ​ໄດ້​ລືມ​ເຮົາ​ເສັຽ ໄດ້​ເຜົາ​ເຄື່ອງ​ຫອມ​ບູ​ຊາ​ແກ່​ພຣະ​ອື່ນ ໄດ້​ຕຳ​ສະ​ດຸດ​ໃນ​ທາງ​ທີ່​ເຂົາ​ເດີນ ບໍ່​ໄດ້​ເຮັດ​ຕາ​ມຮີດ​ເກົ່າ​ຄອງ​ຫລັງ​ອີກ​ຕໍ່​ໄປ ແຕ່​ເດີນ​ຕາມ​ທາງ​ທີ່​ຍັງ​ບໍ່​ໄດ້​ດັດ​ແປງ 16 ໄດ້​ເຣັດ​ໃຫ້​ແຜ່ນ​ດິນ​ນີ້​ເຊື່ອມ​ເສັຽ​ໄປ ຈະ​ເປັນ​ແຜ່ນ​ດິນ​ທີ່​ຫນ້າ​ກຽດ​ຊັງ​ຄລອດ​ໄປ​ເປັນ​ນິດ ຄົນ​ທັງ​ປວງ​ທີ່​ຜ່ານ​ໄປ​ທີ່​ນັ້ນ​ຈະ​ເຫັນ​ສິ່ງ​ອັນ​ຫນ້າຫວາດ​ສຽວເຂົາ​ຈະ​ສັ່ນ​ຫົວ​ດ້ວຍ​ຄວາມ​ປລາດ​ໃຈ 17 ເຮົາ​ຈະ​ເຮັດ​ໃຫ້​ໄພ່​ພົນ​ຂອ​ງ​ເຮົາ​ກະ​ຈັດ​ກະ​ຈາຍ​ໄປ​ຕໍ່​ຫນ້າ​ສັດ​ຕ​ຣູ​ຂອງ​ເຂົາ ເຫມືອນ​ລົມ​ຕາ​ເວັນ​ອອກ​ພັດ​ເປົ່າ​ຂີ້​ດິນ ເຮົາ​ຈະ​ຫັນ​ຫລັງ​ໃສ່​ເຂົາ​ເມື່ອ​ໄພ​ວິບັດ​ມາ​ເຖິງ​ເຂົາ ແລະ​ຈະ​ບໍ່​ຊ່ອຍ​ເຫລືອ​ເຂົາ” 18 ຂ​ນະ​ນັ້ນ​ປະ​ຊາ​ຊົນ​ພາ​ກັນ​ເວົ້າ​ວ່າ, “ໃຫ້​ພວກ​ເຮົາ​ຫາ​ເຣື່ອງ​ໂຈມ​ຕີ ແລະ​ກຳ​ຈັດ​ເຢ​ເຣ​ມີ​ຢາ​ເທາະ ເພາະ​ວ່າ​ພວກ​ເຮົາ​ມີ​ພວກ​ປະ​ໂຣ​ຫິດ​ສຳ​ລັບ​ສັ່ງ​ສອນ ມີ​ພວກ​ນັກ​ປາດ​ສຳ​ລັບ​ປຶກ​ສາ ແລະ​ມີ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ສຳ​ລັບ​ເທ​ສ​ນາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢູ່ ສະ​ນັ້ນ​ຈົ່ງ​ຢ່າ​ຟັງ​ສິ່ງ​ທີ່​ເຂົາ​ເວົ້າ” 19 ດ້ວຍ​ເຫດ​ນັ້ນ ເຢ​ເຣ​ມີ​ຢາ​ຈຶ່ງ​ອ້ອນວອນ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປ​ນັ​ເຈົ້າ ຂໍ​ພຣະ​ອົງ​ຊົງ​ຟັງ​ຖ້ອຍ​ຄຳ​ທີ່​ຂ້າ​ພຣະ​ອົງ​ຈະ​ກາບ​ທູນ ແລະ​ຟັງ​ເຣື່ອງ​ທີ່​ສັດ​ຕ​ຣູ​ກ່າວ​ຮ້າຍ​ປ້າຍ​ສີ​ໃສ່​ຂ້າພຣະ​ອົງ​ແດ່​ຖ້ອນ 20 ຄື​ວ່າ​ເຂົາ​ຈະ​ເຮັດ​ການ​ຮ້າຍ​ຕອບ​ແທນ​ການ​ດີ​ຂອງ​ຂ້າ​ພຣະ​ອົງ ດ້ວຍ​ວ່າ​ພ​ວກ​ເຂົາ​ໄດ້​ຂຸດ​ຫລຸມ​ໃຫ້​ຂ້າ​ພຣະ​ອົງ​ຕົກ​ລົງ ຂໍ​ຊົງ​ໂຜດ​ລະ​ຣຶກ​ເຖິງ​ທີ່​ຂ້າ​ພຣະ​ອົງ​ໄດ້​ມາກາບ​ທູນບໍ່​ໃຫ້​ພຣະ​ອົງ​ຊົງ​ລົ​ງ​ໂທດ​ເຂົາ​ດ້ວຍ​ພຣະ​ພິ​ໂຣດ 21 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ບັດ​ນີ້ ຂໍ​ພຣະ​ອົງ​ຊົງ​ທຳ​ໃຫ້​ລູກ​ຂອງ​ເຂົາ​ອຶ​ດຢາກ​ຈົນ​ເຖິງ​ແກ່​ຄວາມ​ຕາຍ ໃຫ້​ພວກ​ເຂົາ​ຕາຍ​ໃນ​ເສິກ​ສົງ​ຄາມ ພວກ​ແມ່​ຍິງ​ກໍ​ໃຫ້​ສູນ​ເສັຽ​ຜົວ​ແລະ​ລູກ​ຂອງ​ຕົນ ໃຫ້​ຜູ້​ຊາຍ​ຕາຍ​ດ້ວຍ​ພ​ຍາດ​ຕ່າງໆ ພວກ​ຄົນ​ຫນຸ່ມ​ກໍ​ໃຫ້​ຕາຍ​ໃນ​ສະ​ຫນາມ​ຮົບ 22 ຂໍ​ຊົງ​ໂຜດ​ສົ່ງ​ກອງ​ທະ​ຫານ​ເຂົ້າ​ໄປ​ປຸ້ນ​ບ້ານ​ເຮືອນ​ຂອງ​ເຂົາ​ຢ່າງ​ທີ່​ເຂົາ​ບໍ່​ຮູ້​ຕົວ ຂໍ​ຊົງ​ທຳ​ໃຫ້​ເຂົາ​ຮ້ອງ​ໄຫ້​ດ້ວຍ​ຄວາມ​ຢ້ານ ເພາະ​ວ່າ​ເຂົາ​ໄດ້​ຂຸດ​ຫລຸມ​ໃຫ້​ຂ້າ​ພຣະ​ອົງ​ຕົກ​ລົງ​ແລະ​ໄດ້​ເຣັດ​ແຮ້ວດັກ​ຈັບ​ຂ້າ​ພຣະ​ອົງ 23 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ຊາບ​ແຜນ​ການ​ເຂົາ​ຈະ​ສັງ​ຫານ​ຂ້າ​ພຣະ​ອົງ​ແລ້ວ ຂໍ​ຢ່າ​ໃຫ້​ອະ​ພັຍ​ຄວາມ​ຜິດ​ແລະ​ຍົກ​ໂທດ​ໃຫ້​ເຂົາ​ເລີຍ ຈົ່ງ​ທຳ​ໃຫ້​ເຂົາ​ລົ້ມ​ລົງ​ດ້ວຍ​ຄວາມ​ຜ່າຍ​ແພ້​ແລະ​ລົງ​ໂທດ​ດ້ວຍ​ພຣະ​ພິ​ໂຣດ​ຖ້ອນ”

ເຢເຣມີ 19

ບົດ​ຮຽ​ນ​ຈາກ​ພາ​ຊ​ນະ​ແຕກ

1 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ຈົ່ງ​ໄປ​ຊື້​ຫມໍ້​ດິນ​ຂອງ​ຊ່າງ​ປັ້ນ​ຫມໍ້​ມາ​ຫນ່ວຍ​ນຶ່ງ ແລ້ວ​ໃຫ້ເອົາ​ຫົວ​ຫນ້າ​ປະ​ຊາ​ຊົນ​ກັບ​ປະ​ໂຣຫິດ​ອະ​ວຸ​ໂສບາງ​ຄົນ​ 2 ແລ້ວ​ໃຫ້​ໄປ​ຍັງ​ຮ່ອມ​ພູຮິນ​ໂນມ ອອກ​ໄປ​ທາງ​ປະ​ຕູ​ເມືອງ​ທີ່​ມີ​ຊື່​ວ່າ ປະ​ຕູ​ໂຮງ​ປັ້ນ​ຫມໍ້​ດິນ ໃຫ້​ຂ້າ​ພະ​ເຈົ້າ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ອົງ​ຢູ່​ທີ່​ນັ້ນ 3 ພຣະ​ຜູ້​ເປັນ​ເຈົ້າຊົງ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ “ພວກ​ກະ​ສັດ​ຢູ​ດາ​ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ຟັງ​ເທີນ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ຂອງ​ຊາວ​ອິສ​ຣາ​ເອນ​ໄດ້​ກ່າວດັ່ງ​ນີ້​ ເຮົາ​ຈະ​ນຳ​ໄພ​ວິ​ບັດ​ມາ​ຍັງ​ບ່ອນ​ນີ້ ຊຶ່ງ​ຈະ​ດັງ​ກ້ອງ​ກັງ​ວານ​ຢູ່​ໃນ​ຫູ​ຂອງ​ທຸກໆ​ຄົນ​ທີ່​ໄດ້​ຍິນ​ເຣື່ອງ​ນີ້ 4 ທີ່​ທຳ​ດັ່ງ​ນີ້ກໍ​ເພາະ​ວ່າ​ປະ​ຊາ​ຊົນ​ໄດ້​ປະ​ຖິ້ມ​ເຮົາ ແລະ​ໄດ້ທຳ​ສະ​ຖານ​ທີ່​ນີ້​ເຊື່ອມ​ເສັຽດ້ວຍ​ການ​ເຜົາ​ຖວາຍ​ບູ​ຊາ​ແກ່​ພຣະ​ອື່ນ ຄື​ພຣະ​ທີ່​ເຂົາ​ເອງ​ຫລື​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ຫລື​ພວກ​ກະ​ສັດ​ຂອງ​ຊາວ​ຢູ​ດາ​ບໍ່​ຮູ້ຈັກ ພວກ​ເຂົາ​ໄດ້​ຂ້າ​ຄົນ​ຜູ້​ບໍ່​ມີ​ຄວາມ​ຜິດ​ຈຳ​ນວນ​ຫລາຍ​ຢູ່​ໃນ​ສະ​ຖານ​ທີ່​ນີ້ 5 ໄດ້​ກໍ່​ແທ່ນ​ສຳ​ລັບພຣະ​ບາ​ອານ ເພື່ອ​ຈະ​ເຜົາ​ບຸດ​ຊາຍຂອງ​ເຂົາ​ເສັຽ​ໃນ​ໄຟ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ບາ​ອານ ຊຶ່ງ​ເຮົາ​ບໍ່​ໄດ້​ບັນ​ຊາ​ຫລື​ໃຫ້​ປະ​ກາ​ສິດ ຫລື​ໄດ້​ນຶກ​ໃນ​ໃຈ​ຂອງ​ເຮົາ 6 ດັ່ງ​ນັ້ນ​ແຫລະ, ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ວ່າ ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ສະ​ຖານ​ທີ່​ນີ້​ຈະ​​ບໍ່​ໄດ້​ເອີ້ນ​ວ່າ ໂຕ​ເຟ​ທຫລື​ຮ່ອມ​ພູ​ຮີນ​ໂນມອີກ​ເລີຍ ແຕ່​ຈະ​ຖືກ​ເອີ້ນ​ວ່າ​ຮ່ອມ​ພູ​ແຫ່ງ​ການ​ຂ້າ​ຟັນ​ກັນ 7 ໃນ​ສະ​ຖານ​ທີ່​ນີ້​ເຣົາ​ຈະ​ທຳ​ລາຍແຜນ​ການ​ທັ​ງປວງຂອງ​ຊາວ​ຢູ​ດາ​ແລະ​ຊາວ​ເຢ​ຣູ​ຊາເລັມ ຈະ​ໃຫ້​ສັດ​ຕ​ຣູ​ຂອງ​ເຂົາ​ມີ​ຊັຍ​ຊະ​ນະ​ແລະ​ຂ້າ​ເຂົາ​ຕາຍ​ໃນ​ສະ​ຫນາມ​ຮົບ ຈະ​ໃຫ້​ນົກ​ແລະ​ສັດ​ປ່າ​ທັງ​ຫລາຍ​ກິນ​ຊາກ​ສົບ​ຂອງ​ເຂົາ 8 ຈະ​ໄພ​ວິ​ບັດ​ອັນ​ຫນ້າ​ຢ້ານ​ເຊັ່ນ​ນີ້​ມາ​ຍັງ​ເມືອງ​ນີ້ ເພື່ອ​ທຸກ​ຄົນ​ທີ່​ຍ່າງ​ຜ່ານ​ໄປ​ມາ​ຈະ​ໄດ້​ຕົກ​ໃຈ ແລະ​ອັດ​ສະ​ຈັນ​ໃນ​ເຫດ​ການ​ທີ່​ເກີດ​ຂຶ້ນ 9 ເມື່ອ​ເວ​ລາ​ສັດ​ຕ​ຣູ​ລ້ອມ​ເມືອງ​ແລະ​ຈະ​ຂ້າ​ເຂົາ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ຄົນ​ຜູ້​ອາ​ໄສ​ຢູ່​ທີ່​ນັ້ນ​ກິນ​ລູກ​ຂອງ​ຕົນ ແລະ​ກິນ​ເພື່ອນ​ບ້ານ​ເປັນ​ອາ​ຫານ​ໃນ​ເວ​ລາ​ຄັບຂັນ” 10 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອ​ກ​ໃຫ້​ຂ້າ​ພະ​ເຈົ້າ ທັບ​ຫມໍ້​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ​ທີ່​ມີ​ດ້ວຍ​ກັນ ແລະ​ຊົງ​ບອກ​ໃຫ້​ເວົ້າ​ຕໍ່​ເຂົາ​ວ່າ 11 “ພຣະ​ຜູ້​ເປັນ​ເຈົ້າຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຊົງ​ກ່າວ​ດັ່ງ​ນີ້ ເຮົາ​ຈະ​ທຸບ​ຕີ​ປະ​ຊາ​ຊົນ​ແລະ​ມ້າງ​ເພ​ເມືອງ​ນີ້​ຢ່າງ​ດຽວ​ກັນ​ກັບ​ທັບ​ຫມໍ້​ດິນ ຊຶ່ງ​ຈະ​ຈອດ​ໃຫ້​ດີ​ອີກ​ບໍ່​ໄດ້ ພວກ​ເຂົາ​ຈະ​ຝັງ​ສົບ​ຄົນ​ຕາຍ​ໄວ້​ໃນໂຕ​ເຟ​ທ ເພາະ​ວ່າ​ໃນ​ບ່ອນ​ອື່ນ​ຈະ​ບໍ່​ມີ​ບ່ອນ​ຝັງ 12 ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ຈະ​ທຳ​ຕໍ່​ເມືອງ​ແລະ​ຄົນ​ຜູ້​ຢູ່​ໃນ​ເມືອງ​ນີ້ ຈະ​ທຳ​ໃຫ້​ເປັນ​ເຫມືອນ​ໂຕ​ເຟ​ທ ເຣົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 13 ເຮືອນ​ທັງ​ຫລາຍໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ວັງ​ທັງ​ຫລາຍ​ຂອງ​ກະ​ສັດ​ຢູ​ດາ​ຈະ​ເຊື່ອມ​ເສັຽ​ເຫມືອນ​ດັ່ງ​ຮ່ອມ​ພູໂຕ​ເຟ​ທ ເພາະ​ວ່າ​ເຂົາ​ຈະ​ໄດ້​ເຜົາ​ເຄື່ອງ​ຫອມ​ຖວາຍດວງ​ດາວ ແລະ​ໄດ້​ເທ​ເຄື່ອງ​ດື່ມ​ຖວາຍ​ແກ່​ພຣະ​ອື່ນ​ຢູ່​ເທິງ​ຫລັງ​ຄາ​ເຮືອນ​ເຫລົ່າ​ນີ້” 14 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ອອກ​ຈາກ​ ໂຕ​ເຟ​ທ ຄື​ບ່ອນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ໄປ​ປະ​ກາດ​ພຣະ​ວັ​ຈນະ​ຂອງ​ພຣະ​ອົງ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຢູ່​ໃນ​ເດິ່ນ​ພຣະວິຫານ ແລະ​ເວົ້າ​ກັບ​ປະ​ຊາ​ຊົນ​ທັງ​ປວງວ່າ, 15 “ພຣະ​ຜູ້​ເປັນ​ເຈົ້າ​ຜູ້ມີ​ອຳ​ນາດອັນ​ຍິ່ງ​ໃຫຍ່​ຂອງ​ຊາວ​ອິສ​ຣາ​ເອນ​ຊົງ​ກ່າວ​ວ່າ ເຣົາ​ຈະ​ນຳ​ໄພ​ວິ​ບັດ​ມາ​ຍັງ​ເມືອງ​ນີ້ ແລະ​ມາ​ຍັງ​ບ້ານ​ເມືອງ​ທັງ​ຫລາຍ​ທີ່​ຢູ່ໃກ້​ຄຽງ ເພາະວ່າ​ພວກ​ເຈົ້າ​ຫົວ​ດື້​ແລະບໍ່​ເຊື່ອ​ຟັງ​ຄຳ​ຂອງ​ເຮົາ”

ເຢເຣມີ 20

ເຢ​ເຣ​ມີ​ຢາ​ຖືກ​ຈັບ​ຂັງ​ໄວ້

1 ເມື່ອ​ປັ​ສ​ຮູ​ຣ໌​ປະ​ໂຣ​ຫິດ​ບຸດ​ຂອງ​ອິມ​ເມີ ຜູ້​ເປັນ​ນາຍ​ໃຫຍ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຍິນ​ເຢ​ເຣ​ມີ​ຢາ​ປະ​ກາດ​ພຣະ​ທັມ​ເຖິງ​ສິ່ງ​ເຫລົ່າ​ນີ້ 2 ປັ​ສຮູ​ຣ໌​ກໍ​ຕີ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ຈັບ​ທ່ານ​ໃສ່​ກັບ​ຕີນ​ໄວ້​ໃນ​ປະ​ຕູ​ສູງ ຊຶ່ງ​ຕັ້ງ​ຢູ່​ທາງ​ປະ​ຕູ​ເບັນ​ຢາ​ມິນ​ດ້ານ​ເທິງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 3 ມື້​ອື່ນ​ເຊົ້າ​ມາ​ ​ປັ​ສ​ຮູ​ຣ໌ກໍ​ເອົາ​ເຢ​ເຣ​ມີ​ຢາ​ອອກ​ຈາກ​ກັບ​ຕີນ ເຢ​ເຣ​ມີ​ຢາ​ເວົ້າ​ຕໍ່​ທ່ານ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເອີ້ນ​ຊື່​ຂອງ​ທ່ານ​ວ່າປັ​ສ​ຮູ​ຣ໌ ແຕ່​ຊົງ​ເອີ້ນ​ວ່າ ຜູ້​ຢ້ານ​ກົວ​ຄວາມ​ວຸ້ນ​ວາຍ​ໃນ​ທຸກໆ​ບ່ອນ 4 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະ​ຫາຍ​ຂອງ​ເຈົ້າ​ຢ້ານ​ກົວ​ວຸ້ນ​ວາຍ ເຈົ້າຈະ​ເຫັນ​ເຂົາ​ທັງ​ຫມົດ​ຕາຍ​ດ້ວຍ​ດາບ​ຂອງ​ສັດ​ຕ​ຣູ ເຮົາ​ຈະ​ມອບ​ຊາວ​ຢູ​ດາ​ທັງ​ປ​ວງ​ຢູ່​ໃຕ້​ອຳ​ນາດ​ຂອງ​ກະ​ສັດ​ບາ​ບິ​ໂລນ ແລະ​ຄົນ​ອື່ນໆ​ກໍ​ຈະ​ຖືກ​ຂ້າ​ຕາຍ 5 ເຮົາ​ຈະ​ໃຫ້​ສັດ​ຕ​ຣູ​ຂອງ​ເຂົາ​ປຸ້ນ​ເອົາ​ຊັບ​ສົມ​ບັດ​ອັນ​ມີ​ຄ່າ​ຂອງ​ກະ​ສັດ​ຢູ​ດາ ແລະ​ທຸກໆ​ສິ່ງ​ກໍ​ຈະ​ຖືກ​ນຳ​ໄປ​ຍັງ​ເມືອງ​ບາ​ບິ​ໂລນ 6 ສຳ​ລັບ​ເຈົ້າ​ກັບ​ຄອບ​ຄົວ​ຂອງ​ເຈົ້າ ຈະ​ຖືກ​ຈັບ​ໄປ​ຍັງ​ບາ​ບິ​ໂລນ​ເຫມືອນ​ກັນ ເຈົ້າ​ຈະ​ຕາຍ​ແລະ​ຖືກ​ຝັງ​ໄວ້​ນຳ​ມິດ​ສະ​ຫາຍ​ຜູ້​ເຈົ້າ​ເວົ້າ​ຕົວະ​ເຂົາ​ນັ້ນ”

ບົດ​ຄ່ຳ​ຄວນ​ຂອງ​ເຢ​ເຣ​ມີ​ຢາ

7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຫລອກ​ລວງ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ກໍ​ຖືກ​ຫລອກ​ລວງ ພຣະ​ອົງ​ຊົງ​ມີ​ກໍາລັງ​ຍິ່ງກວ່າ​ຂ້າ​ພຣະ​ອົງ ແລະພຣະອົງ​ກໍ​ຊະ​ນະຂ້າ​ພຣະ​ອົງ​ເປັນ​ທີ່​ໃຫ້​ເຂົາຫົວ​ເລາະ​ຂ້າ​ພຣະ​ອົງ​ຄລອດ​ມື້ ທຸກ​ຄົນ​ເຍາະ​ເຍີ້ຍ​ຂ້າ​ພຣະ​ອົງ 8 ເພາະ​ວ່າ​ຂ້າ​ພຣະ​ອົງ​ເວົ້າເມື່ອ​ໃດ​ຂ້າ​ພຣະ​ອົງ​ຮ້ອງ​ໃຫ້​ຊ່ອຍ ຂ້າ​ພຣະ​ອົງ​ຮ້ອງ​ຂຶ້ນ​ວ່າ, “ຮຸນ​ແຮງ ພິ​ນາດ” ເພາະ​ວ່າ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປັນ​ເຫດ​ໃຫ້​ຂ້າ​ພຣະ​ອົງ​ເປັນ​ທີ່​ຕຳ​ຫນິ​ແລະ​ເຍາະ​ເຍີ້ຍ​ຄລອດ​ມື້ 9 ຖ້າ​ຂ້າ​ພຣະ​ອົງ​ຈະ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ບໍ່ອ້າງ​ເຖິງພຣະ​ອົງ ຫລື​ກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ອີກ” ກໍ​ມີ​ສິ່ງ​ໃນ​ໃຈ​ຂອງ​ຂ້າ​ພຣະ​ອົງ​ເຫມືອນ​ໄຟ​ໄຫມ້ອັດ​ຢູ່​ໃນ​ກະ​ດູກ​ຂອງ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ກໍ​ອ່ອນ​ເປັ້ຽ​ທິ່​ຕ້ອງ​ອັດ​ມັນ​ໄວ້ ແລະ​ຂ້າ​ ພຣະ​ອົງ​ກໍ​ອັດ​ໄວ້​ບໍ່​ໄຫວ 10 ເພາະ​ຂ້າ​ພຣະ​ອົງ​ໄດ້​ຍິນ​ສຽງ​ຊຸບ​ຊິບ​ຫລາຍ ຄວາມ​ຫວາດ​ສຽວ​ຢູ່​ຮອບ​ທຸກ​ດ້ານ ມິດ​ສະ​ຫາຍ​ທີ່​ຄຸ້ນ​ເຄີຍ​ທັງ​ສິ້ນ​ຂອງ​ຂ້າ​ພຣະ​ອົງ​ກ່າວ​ວ່າ, “ໃສ່​ຄວາມ​ເຂົາ ໃຫ້​ເຮົາ​ໃສ່​ຄວາມ​ເຂົາ” ເຂົາ​ເຝົ້າ​ເບິ່ງ​ຄວາມຫ​ລົ້ມ​ຈົມ​ຂອງ​ຂ້າ​ພຣະ​ອົງ “ຫາກວ່າ​ເຂົາ​ຈະ​ຖືກ​ຫລອກ​ລວງ​ແລ້ວ​ເຮົາ​ຊະ​ນະ​ເຂົາ​ໄດ້ ແລະ​ທຳ​ການ​ແກ້​ແຄ້ນ​ເຂົາ” 11 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ຂ້າງ​ຂ້າ​ພະ​ເຈົ້າ ດັ່ງ​ນັກຮົບ​ທີ່​ຫນ້າ​ຢ້ານ ເຫດ​ສັນ​ນັ້ນ​ຜູ້​ຂົ່ມ​ເຫັງ​ຂ້າ​ພະ​ເຈົ້າ​ຈະ​ສະ​ດຸດ ເຂົາ​ຈະ​ບໍ່​ຊະ​ນະ​ຂ້າ​ພະ​ເຈົ້າ ເຂົາ​ຈະ​ຂາຍ​ຫນ້າ​ຫລາຍ ເພາະ​ເຂົາ​ກະ​ທຳ​ບໍ່​ສຳ​ເຣັດ ຄວາມ​ອັ​ປ​ຍົດ​ອົດ​ສູ​ເປັນ​ນິດ​ຂອງ​ເຂົາ​ນັ້ນ​ຈະ​ບໍ່​ມີ​ວັນ​ລືມ 12 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຜູ້​ຊົງ​ທົດ​ລອງ​ຄົນ​ຊອບ​ທັມ ຜູ້​ທອດ​ພຣະ​ເນດ​ທັງ​ໃຈ​ແລະ​ຈິດ ຂໍ​ໃຫ້​ຂ້າ​ພຣະ​ອົງ​ໄດ້​ເຫັນ​ການ​ແກ້​ແຄ້ນ​ຂອງ​ພຣະ​ອົງ​ເຫນືອ​ເຂົາ​ທັງ​ຫລາຍ ເພາະ​ຂ້າ​ພຣະ​ອົງ​ໄດ້​ຫ​ທູນ​ສ​ເນີ​ຄະ​ດີ​ຂອງ​ຂ້າ​ພຣະ​ອົງ​ແລ້ວ 13 ຈົ່ງ​ຮ້ອງ​ເພງ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ຊົງ​ຊ່ອຍ​ກູ້​ຊີ​ວິດ​ຂອງ​ຜູ້​ຂັດ​ສົນ ໃຫ້​ພົ້ນ​ຈາກ​ມື​ຂອງ​ຜູ້​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ 14 ຂໍ​ຢ່າ​ໃຫ້​ວັນ​ທີ່​ຂ້າ​ພະ​ເຈົ້າ​ເກີດ​ມາ​ນັ້ນ​ຮັບ​ພອນ ຢ່າ​ໃຫ້​ວັນ​ທີ່​ມານ​ດາ​ຂອງ​ຂ້າ​ພະ​ເຈົ້າ​ຄອດ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ 15 ຂໍ​ໃຫ້​ຊາຍ​ຄົນ​ນັ້ນ​ຖືກ​ສາບ ຄື​ຄົນ​ທີ່​ເຂົາ​ນຳ​ຂ່າວ​ໄປ​ບອກ​ບິ​ດາຂ້າ​ພະ​ເຈົ້າ​ວ່າ “ບຸດ​ຊາຍ​ຄົນ​ນຶ່ງເກີດ​ມາ​ແກ່​ທ່ານ​ແລ້ວ” ອັນ​ກະ​ທຳ​ໃຫ້​ບິ​ດາ​ມີຄວາມ​ຍິນ​ດີ​ຫລາຍ 16 ຂໍ​ໃຫ້​ຊ່ອຍຄົນ​ນັ້ນ​ເຫມືອນ​ກັບ​ບັນ​ດາ​ເມືອງ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄວ່ຳ​ເສັຽ​ແລະ​ບໍ່​ໄດ້​ຊົງ​ກັບ​ພຣະ​ທັຍ​ ຂໍ​ໃຫ້​ເຂົາ​ໄດ້​ຍິນ​ສ​ຽງ​ຮ້ອງ​ໄຫ້​ຊ່ອຍ​ໃນ​ເວ​ລາ​ຕອນ​ເຊົ້າແລະ​ໃຫ້​ໄດ້​ຍິນ​ສຽງ​ໂວຍ​ວາຍ​ໃນ​ເວ​ລາ​ທ່ຽງ 17 ເພາະ​ເຂົາ​ບໍ່​ໄດ້​ຂ້າ​ຂ້າ​ພະ​ເຈົ້າ​ເສັຽ​ຕັ້ງ​ແຕ່​ໃນ​ທ້ອງ ໃຫ້​ມານ​ດາ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຫລຸມ​ຝັງ​ສົບ​ຂອງ​ຂ້າ​ພະ​ເຈົ້າ ແລະ​ທ້ອງ​ນັ້ນ​ຈະ​ໄດ້​ໃຫຍ່​ຢູ່​ເປັນ​ນິດ 18 ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ອອກ​ມາ​ຈາກ​ທ້ອງ ມາ​ເຫັນ​ຄວາມ​ລຳ​ບາກ​ແລະ​ຄວາມ​ທຸກ ແລະ​ວັນ​ຄືນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ສິ້ນ​ເປືອງ​ໄປ​ດ້ວຍ​ຄວາມ​ອັບ​ອາຍ

ເຢເຣມີ 21

ທຳ​ນ​ວາຍ​ເຖິງ​ການ​ທີ່​ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ທຳ​ລາຍ

1 ຕໍ່​ໄປ​ນີ້​ເປັນ​ຖ້ອຍ​ຄຳ​ຊຶ່ງ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ເຢ​ເຣ​ມີ​ຢາ ເມື່ອ​ກະ​ສັດ​ເຊ​ເດ​ກີ​ຢາຊົງ​ໃຊ້​ໃຫ້​ປັ​ສ​ຮູ​ຣ໌ ບຸດ​ມັນ​ຄີ​ຢາ ແລະ​ເຊຟັນ​ຢາ​ປະ​ໂຣ​ຫິດ ບຸດ​ມາ​ອາ​ຊັຍ​ຢາ​ໄປ​ຫາ​ເຢ​ເຣ​ມີ​ຢາ​ວ່າ, 2 “ຂໍ​ຈົ່ງ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ເຮົາ ເພາະ​ເນບຸກາ​ດ​ເຣ​ສ​ຊາ​ຣ໌​ກະ​ສັດ​ບາ​ບິ​ໂລ​ນ​ກຳ​ລັງ​ທຳ​ສົງ​ຄາມ​ກັບ​ເຮົາ ບາງ​ທີ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ກະ​ທຳ​ກັບ​ເຮົາ​ຕາມ​ບັນ​ດາ​ພຣະ​ຣາ​ຊ​ກິດ​ອັນ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ ແລະ​ຈະ​ຊົງ​ກະ​ທໍາ​ໃຫ້​ເນ​ບຸ​ກາດ​ເຣ​ສ​ຊາ​ຣ໌ຖອຍ​ທັບ​ໄປ​ຈາກ​ເຣົາ” 3 ແລ້ວ​ເຢ​ເຣ​ມີ​ຢາ​ບອກ​ເຂົາ​ທັງ​ສອງວ່າ, 4 “ທ່ານ​ຈົ່ງ​ທູນ​ແກ່​ເຊ​ເດ​ກີ​ຢາ​ດັ່ງ​ນີ້​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່​ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ຫັນ​ກັບ​ຊຶ່ງ​ຍຸດ​ໂທ​ປະ​ກອນ​ອັນຢູ່​ໃນ​ມື​ຂອງ​ເຈົ້າ​ແລະ​ຊຶ່ງ​ເຈົ້າ​ໃຊ້​ສູ້​ຮົບ​ກັບ​ກະ​ສັດ​ບາ​ບິ​ໂລນ​ແລະ​ກັບ​ຊົນ​ຄັນ​ເດ​ອານ​ຊຶ່ງ​ກຳ​ລັງ​ລ້ອມ​ເຈົ້າ​ຢູ່ນອກ​ກຳ​ແພງ ແລະ​ເຮົາ​ຈະ​ຮວບ​ຮວມ​ມັນ​ມາ​ໄວ້​ໃນ​ໃຈ​ກາງ​ເມືອງ​ນີ້ 5 ເຣົາ​ເອງ​ຈະ​ຕໍ່​ສູ້​ກັບ​ເຈົ້າ​ດ້ວຍ​ມື​ທີ່​ຢຽດ​ອອກ​ແລະ​ດ້ວຍ​ແຂນ​ທີ່​ແຂງ​ແຮງ​ດ້ວຍ​ຄວາມ​ກິ້ວ ດ້ວຍ​ຄວາມ​ກ້ຽວ​ກາດ​ແລະ​ພິ​ໂຣດ​ມາກຍິ່ງ 6 ແລະ​ເຮົາ​ຈະ​ໂຈມ​ຕີ​ຊາວກຸງ​ນີ້ ທັງ​ຄົນ​ແລະ​ສັດ ແລ້ວ​ກໍ​ຈະ​ຕາຍ​ລົງ​ດ້ວຍ​ໂຣກ​​ລະ​ບາດ​ຂະ​ຫນາດ​ຫນັກ 7 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ພາຍ​ຫລັງ​ເຮົາ​ຈະ​ມອບ​ເຊ​ເດ​ກີຢາ​ກະ​ສັດ​ຂອງ​ຢູ​ດາ ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຂອງ​ເຂົາ ແລະ​ປະ​ຊາ​ຊົນ​ເມືອງ​ນີ້​ຊຶ່ງ​ລອດ​ຕາຍ​ຈາກ​ໂຣກ​ລະ​ບາດ ດາບ​ແລະ​ການ​ອຶດ​ຢາກໄວ້​ໃນ​ມື​ຂອງ​ເນ​ບຸ​ກາດ​ເຣ​ສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ແລະ​ມອບ​ໄວ້​ໃນ​ມື​ຂອງ​ສັດ​ຕ​ຣູ​ຂອງ​ເຂົາ​ທັງ​ຫລາຍ ໃນ​ມືຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຂົາ ທ່ານ​ຈະ​ຟັນ​ເຂົາ​ເສັຽດ້ວຍ​ຄົມ​ດາບ ທ່ານ​ຈະ​ບໍ່​ສົງ​ສານ​ເຂົາ​ທັງ​ຫລາຍ ຫລື​ໄວ້​ຊີວິດ​ເຂົາ ຫລື​ມີ​ຄວາມ​ເມດ​ຕາ​ຕໍ່​ເຂົາ” 8 “ແລະ​ເຈົ້າ​ຈົ່ງ​ເວົ້າ​ກັບ​ຊົນ​ຊາດ​ນີ້​ວ່າ “ພຣະ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ໄດ້​ຕັ້ງ​ວິ​ຖີ​ແຫ່ງ​ຊີ​ວິດ​ແລະ​ທາງ​ແຫ່ງ​ຄວາມ​ຕາຍ​ໄວ້​ຕໍ່​ຫນ້າ​ເຈົ້າ 9 ຄົນ​ທີ່​ຢູ່​ໃນ​ເມືອງ​ນີ້​ຈະ​ຕາຍເສັຽດ້ວຍ​ດາບ ດ້ວຍການ​ອຶດ​ຢາກ​ແລະ​ດ້ວຍ​ໂຣກ​ລະ​ບາດ ແຕ່​ຜູ້​ທີ່​ອອກ​ໄປ​ຍອມມອບ​ຕົວ​ກັບ​ຊົນ​ຄັນ​ດີ​ອານ​ຜູ້​ຕັ້ງ​ລ້ອມ​ຢູ່​ນັ້ນ​ກໍ​ຈະ​ມີ​ຊີ​ວິດ​ຢູ່​ໄດ້ ແລະ​ຈະ​ມີ​ຊີ​ວິດ​ຂອງ​ຕົນ​ເປັນ​ຮາງວັນ​ແຫ່ງ​ການ​ສົງ​ຄາມ 10 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ເຮົາ​ໄດ້​ມຸ່ງ​ຫນ້າ​ຕໍ່​ສູ້​ເມືອງ​ນີ້​ດ້ວຍ​ຄວາມ​ຮ້າຍ​ບໍ່​ແມ່ນ​ດ້ວຍ​ຄວາມ​ດີ ຄື​ເມືອງ​ນີ້​ຈະ​ຖືກມອບ​ໄວ້​ໃນ​ມື​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ແລະ​ທ່ານ​ຈະ​ເຜົາ​ມັນ​ເສັຽດ້ວຍໄຟ”

ຄຳ​ພະ​ຍາ​ກອນ​ກ່ຽວ​ກັບ​ກະ​ສັດ​ຢູ​ດາ

11 ຈົ່ງ​ກ່າວ​ຕໍ່​ວົງ​ວານ​ຂອງ​ກະ​ສັດ​ຢູ​ດາ​ວ່າ “ວົງ​ວານ​ດາ​ວິດ​ເອີຍ 12 ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ຈົ່ງ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ໃນ​ເວ​ລາ​ເຊົ້າ ຈົ່ງ​ຊ່ອຍ​ກູ້​ຜູ້​ທີ່​ຖືກ​ປຸ້ນ ໃຫ້​ພົ້ນ​ຈາກ​ມື​ຜູ້​ທີ່​ບີບ​ບັງ​ຄັບ ຢ້ານ​ວ່າ​ຄວາມ​ພິ​ໂຣດ​ຂອງ​ເຮົາ​ຈະ​ອອກ​ໄປ​ເຫມືອນ​ໄຟ ແລະ​ເຜົາ​ໄຫມ້​ຢ່າງ​ທີ່​ບໍ່​ມີ​ໃຜ​ດັບ​ໄດ້ ເພາະ​ການ​ກະ​ທຳ​ອັນ​ຊົ່ວ​ຊ້າ​ຂອງ​ເຈົ້າ​ທັງ​ຫລາຍ” 13 ຊາວ​ທີ່​ລຸ່ມ​ເອີຍ ເບິ່ງ​ແມ໋, ເຮົາ​ຕໍ່​ສູ້​ເຈົ້າ ສີ​ລາ​ແຫ່ງ​ຖ້າມ​ກາງ​ທົ່ງ​ພຽງ​ເອີຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ, ພວກ​ເຈົ້າ​ຜູ້​ກ່າວ​ວ່າ “ໃຜ​ຈະ​ລົງ​ມາ​ຕໍ່​ສູ້​ກັບ​ເຮົາ ຫລື​ໃຜ​ຈະ​ເຂົ້າ​ມາ​ໃນ​ທີ່​ອາ​ໄສ​ຂອງ​ເຮົາ” 14 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ລົງ​ໂທດ​ເຈົ້າ​ທັງ​ຫລາຍ​ຕາມ​ຜົນ​ແຫ່ງ​ການ​ກະ​ທຳ​ຂອງ​ເຈົ້າ ເຮົາ​ຈະ​ກໍ່​ໄຟໄວ້​ໃນ​ປ່າ​ຂອງ​ເມືອງ​ນັ້ນ ແລະ​ໄຟ​ນັ້ນ​ຈະ​ເຜົາ​ຜານ​ສິ່ງ​ຕ່າງໆ​ທີ່​ຢູ່​ຮອບ​ເມືອງ​ນັ້ນ​ຫ​ມົດ”

ເຢເຣມີ 22

1 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ຈົ່ງ​ລົງ​ໄປ​ຍັງ​ຣາ​ຊ​ສຳ​ນັກ​ຂອງ​ກະ​ສັດຢູ​ດາ ແລະ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ທີ່​ນັ້ນ 2 ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ​ແຫ່ງ​ຢູ​ດາ ຜູ້​ປະ​ທັບ​ເທິງພຣະ​ທີ່​ນັ່ງ​ຂອງ​ດາ​ວິດ ຈົ່ງ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທັງ​ຕົວ​ທ່ານ ຂ້າ​ຣາ​ຊ​ກາ​ນຂອງ​ທ່ານ ແລະ​ປະ​ຊາ​ຊົນ​ຂອງ​ທ່ານ​ຜູ້​ເຂົ້າ​ມາ​ໃນ​ປະ​ຕູ​ເມືອງ​ນີ້ 3 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ກະ​ທຳ​ຄວາມ​ຍຸດ​ຕິ​ທັມແລະ​ຄວາມ​ຊອບ​ທັມ ຈົ່ງ​ຊ່ອຍ​ກູ້​ຜູ້​ທີ່​ຖືກ​ປຸ້ນ​ໃຫ້​ພົ້ນ​ມື​ຂອງ​ຜູ້​ທີ່​ບີບ​ບັງ​ຄັບ ແລະ​ຢ່າ​ໄດ້​ກະ​ທຳ​ຄວາມ​ຜິດ​ຫລື​ຄວາມ​ທາ​ຣຸນ​ແກ່​ຊົນ​ຕ່າງ​ດ້າວ ລູກ​ກຳ​ພ້າ​ພໍ່​ແລະ​ຍິງ​ຫມ້າຍ ຫລື​ຫລັ່ງ​ໂລ​ຫິດ​ທີ່​ໄຮ້​ຄວາມ​ຜິດ​ໃຫ້​ເຖິງ​ຕາຍ​ໃນ​ສະ​ຖານ​ທີ່​ນີ້ 4 ຖ້າ​ທ່ານ​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂໍ້​ນີ້​ຈິງ ແລ້ວ​ຈະ​ມີ​ພຣະ​ຣາ​ຊາ​ຜູ້​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ດາ​ວິ​ດ​ເຂົ້າ​ມາ​ທາງ​ປະ​ຕູ​ຂອງ​ພຣະ​ຣາ​ຊວັງ​ນີ້ ສະ​ເດັດ​ມາ​ໂດຍ​ຣົດ​ຮົບ​ແລະ​ມ້າ​ທັງ​ຕົວ​ພຣະ​ຣາ​ຊາ ບັນ​ດາ​ຂ້າ​ຣາ​ຊ​ຫານ​ແລະ​ປະ​ຊາ​ຊົນ​ຂອງ​ທ່ານ​ນັ້ນ 5 ແຕ່​ຖ້າ​ທ່ານ​ບໍ່​ຟັງ​ຖ້ອຍ​ຄຳ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ປະ​ຕິ​ຍານ​ໃນ​ນາມ​ຂອງ​ເຮົາ​ເອງວ່າ​ຣາ​ຊ​ສຳ​ນັກ​ນີ້​ຈະ​ເປັນ​ທີ່​ຮ້າງ​ເປົ່າ 6 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ຣາ​ຊ​ສຳ​ນັກ​ແຫ່ງ​ກະ​ສັດ​ຂອງ​ຢູ​ດາ​ວ່າ, “ເຈົ້າ​ເປັນ​ເຫມືອນ​ກິ​ເລ​ອາດ​ແກ່​ເຣົາ ເປັນ​ດັ່ງ​ຍອດ​ພູສູງ​ເລບານອນ ເຖິງ​ປານ​ນັ້ນ ເຮົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ຖິ່ນ​ກັນ​ດານ ເປັນ​ເມືອງ​ທີ່​ບໍ່​ມີ​ຄົນ​ອາ​ໄສ 7 ເຮົາ​ຈະ​ຕຽມ​ຜູ້​ທຳ​ລາຍ​ໄວ້​ຕໍ່​ສູ້​ເຈົ້າ​ຕ່າງກໍ​ມີ​ອາ​ວຸ​ດ​ຂອງ​ຕົນ ແລະ​ເຂົາ​ທັງ​ຫລາຍ​ຈະ​ຕັດ​ຕົ້ນ​ສົນ​ຢ່າງ​ດີ​ຂອງ​ເຈົ້າ​ລົງ​ແລະ​ໂຍນ​ເຂົ້າ​ໃນ​ໄຟ 8 “ແລະ​ປະ​ຊາ​ຊົນ​ຫລວງ​ຫລາຍ​ຈະ​ຜ່ານ​ເມືອງ​ນີ້​ໄປ ແລະ​ທຸກ​ຄົນ​ຈະ​ເວົ້າ​ກັບ​ເພື່ອນ​ຂອງ​ຕົນ​ວ່າ “ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກະ​ທຳ​ເຊັ່ນ​ນີ້​ແກ່​ເມືອງ​ໃຫຍ່​ນີ້” 9 ແລະ​ເຂົາ​ທັງ​ຫລາຍ​ໄດ້​ປະ​ຖິ້ມ​ຄຳ​ຫມັ້ນສັນ​ຍາ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ນະມັ​ສ​ການ​ກັບ​ບົວ​ລະ​ບັດ​ພຣະ​ອື່ນ” 10 ຢ່າ​ຮ້ອງ​ໄຫ້​ອາ​ລັຍ​ແກ່​ຜູ້​ທີ່​ຕາຍ​ໄປ ຢ່າ​ເສັຽ​ໃຈ​ດ້ວຍ​ເຂົາ​ເລີຍ ແຕ່​ຈົ່ງ​ຮ້ອງ​ໄຫ້​ອາ​ລັຍ​ຜູ້​ທີ່​ໄປ​ແລ້ວ ເພາະ​ເຂົາ​ຈະ​ບໍ່​ໄດ້​ກັບ​ມາ​ເຫັນ​ບ້ານ​ເກີດ​ເມືອງນອນ​ຂອງ​ເຂົາ​ອີກ​ເລີຍ 11 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ​ກ່ຽວ​ກັບ​ຊັນ​ລູມບຸດ​ໂຢ​ຊີ​ຢາ ກະ​ສັດ​ແຫ່ງ​ຢູ​ດາ ຜູ້​ຊຶ່ງ​ຄອງ​ຣາ​ຊ​ແທນ​ໂຢ​ຊີ​ຢາ​ຣາ​ຊ​ບິ​ດາ ແລະ​ຜູ້​ທີ່​ໄປ​ຈາກ​ສະ​ຖານ​ທີ່​ນີ້ “ທ່ານ​ຈະ​ບໍ່​ໄດ້​ກັບ​ມາ​ທີ່​ນີ້​ອີກ 12 ທ່ານ​ຈະ​ສິ້ນ​ຊີ​ວິດ ໃນ​ທີ່​ຊຶ່ງ​ເຂົາ​ຈັບ​ທ່ານ​ໄປ​ເປັນ​ຊະ​ເລີຍ ແລະ​ທ່ານ​ຈະ​ບໍ່​ເຫັນ​ແຜ່ນ​ດິນ​ນີ້​ອີກ​ເລີຍ” 13 “ວິບັດແກ່​ເຂົາ​ຜູ້​ສ້າງວັງ​ຂອງ​ຕົນ​ດ້ວຍ​ຄວາມ​ບໍ່​ຊອບ​ທັມ ແລະ​ສ້າງ​ຫ້ອງ​ຊັ້ນ​ເທິງ​ໄວ້​ດ້ວຍ​ຄວາມ​ບໍ່​ຍຸດ​ຕິ​ທັມ ຜູ້​ທີ່​ທຳ​ໃຫ້​ເພື່ອນ​ບ້ານ​ຂອງ​ເຂົາ​ບົວ​ລະ​ບັດ​ເຂົາ​ໂດຍ​ບໍ່​ໄດ້​ສິ່ງ​ໃດ​ເລີຍ ແລະ​ບໍ່​ໄດ້​ຈ່າຍ​ຄ່າ​ຈ້າງ​ໃຫ້​ແກ່​ເຂົາ 14 ຜູ້​ກ່າວ​ວ່າ, “ເຮົາ​ຈະ​ສ້າງວັງ​ໃຫຍ່​ຢູ່​ເອງ ກັບ​ມີ​ຫ້ອງ​ຊັ້ນ​ເທິງກວ້າງ​ຂວາງ ແລະ​ເຈາະ​ຫນ້າ​ຕ່າງ​ໃຫ້​ຫ້ອງ​ນັ້ນ ແລະ​ແອ້ມ​ຝາ​ດ້ວຍ​ໄມ້​ສົນ​ແລະ​ທາ​ສີ​ແດງ​ດ້ວຍ 15 ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ກະ​ສັດ ເພາະ​ເຈົ້າ​ແຂ່ງ​ໄມ້​ສົນ​ກັນ​ຫລື ຣາ​ຊ​ບິ​ດາ​ຂອງ​ເຈົ້າ​ບໍ່​ໄດ້​ກິນ​ແລະ​ດື່ມ ແລະ​ກະ​ທຳ​ຄວາມຍຸດ​ຕິທັມ​ແລະ​ຄວາມ​ຊອບ​ທັມ​ດອກ​ຫລື ຝ່າຍ​ຣາ​ຊ​ບິ​ດາ​ກໍ​ຢູ່​ເຢັນ​ເປັນ​ສຸກ 16 ເຂົາ​ພິ​ພາກ​ສາ​ຄະ​ດີ​ຂອງ​ຄົນ​ຈົນ​ແລະ​ຄົນ​ຂັດ​ສົນ ເຂົາ​ກໍ​ຢູ່​ເຢັນ​ເປັນ​ສຸກ ເຮັດຢ່າງ​ນີ້​ເປັນ​ການ​ຮູ້​ຈັກ​ເຣົາ​ຫລື ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 17 ແຕ່​ເຈົ້າ​ມີ​ຕາ​ແລະ​ໃຈ ໄວ້​ພຽງ​ມຸ່ງ​ເອົາ​ກຳ​ໄ​ລສ່ວນ​ຕົວ​ເພື່ອ​ຫລັ່ງ​ໂລ​ຫິດ​ທີ່​ໄຮ້​ຄວາມ​ຜິດ​ໃຫ້​ເຖິງ​ຕາຍ ແລະ​ເພື່ອ​ປະ​ຕິ​ບັດ​ການບີບ​ບັງ​ຄັບ​ແລະ​ຄວາມ​ທາ​ຣຸນ” 18 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ເຢ​ຮົວ​ອາ​ກິມ​ບຸດ​ຂອງ​ໂຢ​ຊີ​ຢາ​ວ່າ​ກະ​ສັດ​ແຫ່ງ​ຢູ​ດາ​ວ່າ, “ເຂົາ​ທັງ​ຫລາຍ​ຈະ​ບໍ່​ໂອ່ຍ​ຄວນ​ອາ​ລັຍ​ເຂົາ​ວ່າ “ອະ​ນິ​ຈາ ອ້າຍ​ເອີຍ” ຫລື “ອະ​ນິ​ຈາ​ ເອື້ອຍ​ເອີຍ” ເຂົາ​ທັງ​ຫລາຍ​ຈະບໍ່​ໂອ່ຍ​ຄວນ​ອາ​ລັຍ​ເຂົາ​ວ່າ “ອະ​ນິ​ຈາ ພຣະ​ອົງ​ທ່ານ” ຫລື “ອະ​ນິ​ຈາ ພຣະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ຢູ່​ຫົວ” 19 ທ່ານ​ຈະ​ຖືກ​ຝັງ​ໄວ້​ຢ່າງ​ຝັງ​ລາ ຄື​ຖືກ​ລາກ​ໄປ​ໂຍນ​ຖິ້ມ​ໄວ້​ຂ້າງນອກ​ປະ​ຕູ​ເມືອງ​ເຢ​ຣູ​ຊາ​ເລັມ” 20 “ຈົ່ງ​ຂຶ້ນ​ໄປ​ທີ່​ເລ​ບາ​ນອນ ແລະ​ຮ້ອງວ່າ ແລະ​ຈົ່ງ​ເປັ່ງ​ສຽງ​ຂອງ​ເຈົ້າ​ໃນ​ເມືອງ​ບາ​ຊານ ຈົ່ງ​ຮ້ອງ​ຈາກ​ອາ​ບາ​ຣິມ ເພາະ​ວ່າ​ຄົນ​ຮັກ​ທັງ​ສິ້ນ​ຂອງ​ເຈົ້າ​ຖືກ​ທຳ​ລາຍ 21 ເຣົາ​ໄດ້​ເວົ້າ​ກັບ​ເຈົ້າ​ເມື່ອ​ເຈົ້າ​ຢູ່​ສຸກ​ສະ​ບາຍ ແຕ່​ເຈົ້າ​ກ່າວ​ວ່າ “ເຣົາ​ຈະ​ບໍ່​ຟັງ” ນີ້​ເປັນ​ວິ​ທີ​ການ​ຂອງ​ເຈົ້າ​ຕັ້ງ​ແຕ່​ຍັງ​ຫນຸ່ມໆ ຄື​ເຈົ້າ​ບໍ່ເຊື່ອ​ຟັງ​ສຽງ​ຂອງ​ເຮົາ 22 ລົມ​ຈະ​ຄວບ​ຄຸມ​ດູ​ແລ​ຜູ້​ລ້ຽງ​ແກະ​ທັງ​ຫລາຍ​ຂອງ​ເຈົ້າ ແລະ​ບັນ​ດາ​ຄົນ​ຮັກ​ຂອງ​ເຈົ້າ​ຈະ​ໄປ​ເປັນ​ຊະ​ເລີຍ ແລ້ວ​ເຈົ້າ​ຈະ​ອັບ​ອາຍ​ຂາຍ​ຫນ້າ ເນື່ອງ​ດ້ວຍ​ຄວາມ​ອະ​ທັມ​ທັງ​ສິ້ນ​ຂອງ​ເຈົ້າ 23 ຊາວ​ເມືອງ​ເລ​ບາ​ນອນ​ເອີຍ ທີ່​ສ້າງ​ຮັງ​ຢູ່​ຖ້າມ​ກາງ​ໄມ້​ສົນ ເຈົ້າ​ຈະ​ຄ່ຳ​ຄວນ​ຈັກ​ເທົ່າ​ໃດ​ເມື່ອ​ຄວາມ​ເຈັບ​ປວດມາ​ເຫນືອ​ເຈົ້າ ເຫມືອນ​ຢ່າງ​ຄວາມ​ເຈັບ​ປວດ​ຂອງ​ຍິງ​ທີ່​ຄອດ​ບຸດ” 24 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວວ່າ ຕາບ​ໃດເຮົາ​ມີ​ຊີ​ວິດ​ຢູ່​ ແມ້​ວ່າ​ໂກ​ນິ​ຢາ ຣາ​ຊ​ບຸດ​ຂອງ​ເຢ​ຣົວ​ອາ​ຄິນ ກະ​ສັດ​ແຫ່ງ​ຢູ​ດາ​ເປັນ​ແຫວນ​ຕາ​ຢູ່​ທີ່​ມື​ຂວາ​ຂອງ​ເຮົາ ເຖິງ​ປານ​ນັ້ນ​ເຮົາ​ຈະ​ຖອດ​ອອກ​ເສັຽ 25 ແລະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ເຫລົ່າ​ນັ້ນທີ່​ສ​ແວງ​ຫາຊີ​ວິດ​ຂອງ​ເຈົ້າ ໃນ​ມື​ຂອງ​ຄົນ​ເຫລົ່າ​ນັ້ນ​ຊຶ່ງ​ພວກ​ເຈົ້າ​ຢ້ານ ຄື​ວ່າ​ໃນ​ມື​ຂອງ​ເນ​ບູ​ກາ​ເຣ​ສ​ຊາ​ຣ໌​ ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ ແລະ​ໃນ​ມື​ຂອງ​ຄົນ​ຄັນ​ເດ​ອານ 26 ເຮົາ​ຈະ​ແກ່ວງ​ເຈົ້າ​ແລະ​ມານ​ດາ​ຜູ້​ທີ່​ຄອດ​ເຈົ້າ​ໄປ​ຍັງ​ອີກ​ປະ​ເທດ​ນຶ່ງ ທີ່​ຊຶ່ງ​ເຈົ້າ​ບໍ່​ໄດ້​ເກີດ​ທີ່​ນັ້ນ ແລະ​ເຈົ້າ​ຈະ​ຕາຍ​ທີ່​ນັ້ນ 27 ແຕ່​ແຜ່ນ​ດິນ​ຊຶ່ງ​ເຂົາ​ອາ​ລັຍ​ຢາກຈະ​ກັບ​ນັ້ນ​ ເຂົາ​ຈະ​ບໍ່​ໄດ້​ກັບ​ໄປ​ສູ່​ໄດ້” 28 ໂກ​ນີ​ຢາ ຊາຍ​ຜູ້​ນີ້​ເປັນ​ຫມໍ້​ທີ່​ຖືກ​ດູ​ຫມິ່ນ​ແລະ​ແຕກ​ຫລື ເປັນ​ພາ​ຊ​ນະ​ທີ່​ບໍ່​ມີ​ຜູ້​ໃດ​ມັກຫລື ເປັນ​ຫຍັງ​ຕົວ​ເຂົາ​ແລະ​ລູກ​ຂອງ​ເຂົາ​ຈຶ່ງ​ຖືກ​ແກ່ວງ​ແລະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ແຜ່​ນດິນ​ຊຶ່ງ​ເຂົາ​ທັງ​ຫລາຍ​ບໍ່​ຮູ້​ຈັກ 29 ໂອ ແຜ່ນ​ດິນ ແຜ່ນ​ດິນ ແຜ່ນ​ດິນ​ເອີຍ ຈົ່ງ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 30 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ຈົ່ງ​ຂ​ຽນ​ລົງ​ວ່າຊາຍ​ຄົນ​ນີ້​ບໍ່​ມີ​ບຸດ ເປັນ​ຊາຍ​ຊຶ່ງ​ບໍ່​ມີ​ຄວາມ​ສຳ​ເຣັດ​ໃນ​ຊົ່ວ​ຊີ​ວິດ​ຂອງ​ເຂົາ ເພາະ​ບໍ່​ມີ​ລູກ​ຂອງ​ເຂົາ​ຈັກ​ຄົນ​ນຶ່ງ​ທີ່​ຈະ​ສຳ​ເຣັດ​ໃນ​ການ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ດາ​ວິດ ແລະ​ປົກ​ຄອງ​ໃນ​ຢູ​ດາ​ອີກ

ເຢເຣມີ 23

ຄວາມ​ຫວັງ​ໃນ​ອະ​ນາ​ຄົດ

1 ພຣະ​ຜູ້​ເປັນ​ເຈົ້າຈະ​ຊົງ​ພິ​ພາກ​ສາ​ໂທດ​ພວກ​ປົກ​ຄອງ​ທັງ​ຫລາຍ​ຢ່າງ​ຮ້າຍ​ແຮງ ຍ້ອນ​ວ່າ​ເຂົາ​ໄດ້​ເຮັດ​ໃຫ້​ໄພ່​ພົນ​ອ​ຂງ​ພຣະ​ອົງ​ຖືກ​ຂ້າ ແລະ​ແຕ​ກກະ​ຈັດ​ກະ​ຈາຍ​ໄປ​ 2 ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​ທີ່​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຊົງ​ກ່າວ​ເຖິງ​ພວກ​ປົກ​ຄອງ ຄື​ຜູ້​ລ້ຽງ​ດູ​ໄພ່​ພົນ​ຂອງ​ພຣະ​ອົງ​ວ່າ, “ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ ໄດ້​ຂັບ​ໄລ່​ໃຫ້​ເຂົາ​ຫນີ​ໄປ ບໍ່​ໄດ້​ລ້ຽງ​ດູ​ເຂົາ ບັດ​ນີ້​ເຮົາ​ຈະ​ລົງ​ໂທດ​ເຈົ້າ ຍ້ອນ​ວ່າ​ເຈົ້າ​ໄດ້​ກະ​ທຳ​ການ​ຊົ່ວ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 3 ເຮົາ​ຈະ​ເຕົ້າ​ໂຮມ​ເອົາ​ໄພ່​ພົນ​ຂອງ​ເຮົາ​ທີ່​ຍັງ​ເຫລືອ​ຢູ່​ອອກ​ມາ​ຈາກ​ປະ​ເທດ​ຕ່າງໆ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ເຂົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ ແລ້ວ​ນຳ​ກັບ​ຄືນ​ມາ​ບ້ານ​ເມືອງ​ຂອງ​ເຂົາ ເຂົາ​ຈະ​ມີ​ລູກ​ຫລານ​ເພີ້ມ​ທະ​ວີ​ຂຶ້ນ​ຢ່າງ​ຫລວງ​ຫລາຍ 4 ເຮົາ​ຈະ​ໃຫ້​ມີ​ຜູ້​ປົກ​ຄອງ​ຊຶ່ງ​ຈະ​ເບິ່ງ​ແຍງ​ເຂົາ ເຂົາ​ຈະ​ບໍ່​ຢ້ານ​ຫລື​ຕື່ນ​ເຕັ້ນ​ວຸ້ນ​ວາຍ​ອີກ​ຕໍ່​ໄປ ຈະ​ບໍ່​ມີ​ໃຜ​ຈັກ​ຄົນ​ສູນ​ເສັຽ​ໄປ ເຮົາ​ພຣະ​ຜູ້ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ວັນ​ເວ​ລາ​ນັ້ນ​ຈະ​ມາ​ເຖິງ​ແນ່ນອນ ໃນ​ເວ​ລາ​ນັ້ນ​ເຮົາ​ຈະ​ເລືອກ​ເອົາ​ຄົນ​ນຶ່ງ​ຈາກ​ເຊື້ອ​ສາຍ​ຂອງ​ດາ​ວິດ​ມາ​ເປັນ​ກະ​ສັດ​ຜູ້​ຊອບ​ທັມ ກະ​ສັດ​ອົງ​ນີ້​ຈະ​ປົກ​ຄອງ​ຢ່າງ​ສ​ລາດ​ຫລັກແຫລມ ຈະ​ເຮັດ​ແຕ່​ສິ່​ງທີ່​ຊອບ​ທັ​ມແລະ​ຍຸດ​ຕິ​ທັມ​ຕໍ່​ໄພ່​ຟ້າ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ 6 ໃນ​ລະ​ຫວ່າງ​ກະ​ສັດ​ອົງ​ນີ້​ສະ​ເຫວີຍ​ຣາ​ຊຢູ່​ນັ້ນ ປະ​ຊາ​ຊົນ​ຢູ​ດາ​ແລະ​ອິສ​ຣາ​ເອນ​ຈະ​ມີ​ຄວາມ​ສ​ງົບ​ສຸກ ພວກ​ເຂົາ​ຈະ​ເອີ້ນ​ຊື່​ກະ​ສັດ​ອົງ​ນີ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊ່ອຍ​ເຮົາ​ໃຫ້​ລອດ​ພົ້ນ” 7 ເຫດ​ສັນ​ນັ້ນ​ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເວ​ລາ​ນັ້ນ​ມາ​ເຖິງ ເມື່ອ​ນັ້ນ​ຄົນ​ທັງ​ຫລາຍ​ຈະ​ບໍ່​ກ່າວ​ສາ​ບານ​ອີກ​ຕໍ່​ໄປ​ວ່າ ແມ່ນ​ພຣະ​ເຈົ້າ​ຜູ້​ຊົງ​ມີ​ຊີ​ວິດ​ນຳ​ພາ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ອອກ​ຈາກ​ປະ​ເທດເອ​ຢິບ 8 ແຕ່​ຈະ​ກ່າວ​ສາ​ບານ​ວ່າ ແມ່ນ​ພຣະ​ເຈົ້າຜູ້​ຊົງ​ມີ​ຊີ​ວິດ​ນຳ​ພາ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ອອກ​ຈາກ​ປະ​ເທດ​ຝ່າຍ​ເຫນືອ ແລະ​ອອກ​ມາ​ຈາກ​ປະ​ເທດ​ທັງ​ປວງ​ທີ່​ເຮົາ​ໄດ້​ໃຫ້​ເຂົາ​ກະ​ຈັດ​ກະ​ຈາຍ​ໄປ​ນັ້ນ ແລ້ວ​ພວກ​ເຂົາ​ຈະ​ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເອງ” 9 ກ່ຽວ​ກັບ​ເຣື່ອງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ມີ​ວ່າ ໃຈ​ຂອງ​ຂ້າ​ເປັນ​ທຸກ​ຢູ່​ພາຍ​ໃນ​ຂ້າ ແລະ​ດູກ​ທັງ​ສິ້ນ​ຂອງ​ຂ້າ​ກໍ​ສັ່ນ ຂ້າເປັນ​ເຫມືອນ​ຄົນ​ເມົາ​ເຫລົ້າ​ອະ​ງຸ່ນ ເນື່ອງ​ດ້ວຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເນື່ອງ​ດ້ວຍ​ພຣະ​ວັ​ຈ​ນະ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ 10 ເພາະ​ວ່າ ແຜ່ນ​ດິນ​ນັ້ນ​ເຕັມ​ໄປ​ດ້ວຍ​ການ​ລ່ວງ​ປະ​ເວ​ນີ ດ້ວຍ​ເຫດ​ຄຳ​ສາບ​ແຊ່ງ​ແຜ່​ນດິນ​ນັ້ນ​ກໍ​ໄວ້​ທຸກ ແລະ​ລານ​ຫຍ້າ​ໃນ​ຖິ່ນ​ກັນ​ດານ​ກໍ​ແຫ້ງ​ໄປ ວິ​ຖີຂອງ​ເຂົາ​ທັງ​ຫລາຍ​ກໍ​ຊົ່ວ​ຊ້າ ແລະ​ອຳ​ນາດ​ຂອງ​ເຂົາ​ທັງ​ຫລາຍ​ກໍ​ບໍ່​ເປັນ​ທັມ 11 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ, “ທັງ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ປະ​ໂຣ​ຫິດ​ກໍ​ອະ​ທັມ ເຖິງ​ແມ່ນ​ວ່າ​ໃນ​ວິ​ຫານ​ຂອງ​ເຮົາ ເຮົາ​ກໍ​ໄດ້​ເຫັນ​ຄວາມ​ຊົ່ວ​ຂອງ​ເຂົາ 12 ເຫດ​ສັນ​ນັ້ນ ຫົນ​ທາງ​ຂອງ​ເຂົາ​ທັງ​ຫລາຍ​ຈະ​ຫມື່ນໃນ​ຄວາມ​ມືດ​ແກ່​ເຂົາ ເຂົາ​ຈະ​ຖືກ​ຂັບ​ໄລ່​ເຂົ້າ​ໄປ​ແລະ​ລົ້ມ​ລົງ​ໃນ​ນັ້ນ ເພາະ​ເຮົາ​ຈະ​ນຳ​ເຫດ​ຮ້າຍ​ມາ​ເຫນືອ​ເຂົາ​ໃນ​ປີ​ແຫ່ງ​ການ​ລົງ​ໂທດ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 13 ໃນບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ແຫ່ງ​ຊາ​ມາ​ເຣັຽ ເຮົາ​ໄດ້​ເຫັນ​ສິ່ງ​ທີ່​ບໍ່​ເຫມາະ​ຢ່າງ​ຍິ່ງ ເຂົາ​ໄດ້​ປະ​ກາດ​ພຣະ​ທັມ​ໃນ​ນາມ​ຂອງ​ພຣະ​ບາ​ອານ ແລະ​ໄດ້​ໃຫ້​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ຫລົງ​ໄປ 14 ແຕ່​ໃນ​ຜູ້​ປະ​ກາດ​ພຣະ​ທັມ​ແຫ່ງ​ເຢ​ຣູ​ຊາ​ເລັມ ເຮົາ​ໄດ້​ເຫັນ​ສິ່ງ​ອັນ​ຫນ້າ​ຫວາດ​ສຽວ ເຂົາ​ລ່ວງ​ປະ​ເວ​ນີ​ແລະ​ດຳ​ເນີນ​ຢູ່​ໃນ​ຄວາມ​ມຸ​ສາ ເຂົາ​ທັງ​ຫລາຍ​ຫນຸ​ນກໍາລັງມື​ຂອງ​ຜູ້​ກະ​ທຳ​ຄວາມ​ຊົ່ວ ຈຶ່ງ​ບໍ່​ມີ​ຜູ້​ນຶ່ງ​ຜູ້​ໃດ​ຫັນ​ຈາກ​ຄວາມ​ອະ​ທັມ​ຂອງ​ເຂົາ ເຂົາ​ທຸກ​ຄົນ​ກາຍ​ເປັນ​ເຫມືອນ​ໂຊ​ໂດມ​ແກ່​ເຮົາ ແລະ​ຊາວ​ເມືອງ​ນັ້ນ​ກໍ​ເຫມືອນ​ໂກ​ໂມ​ຣາ 15 ເຫດ​ສັນ​ນັ້​ນ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ຈຶ່ງ​ຕ​ຣັດ​ກ່ຽວ​ກັບ​ເຣື່ອງ​ຜູ້​ປະ​ກາດ​ພຣະ​ທັມ​ເຫລົ່າ​ນັ້ນ​ວ່າ, “ເບິ່ງ​ແມ໋, ເຮົາ​ຈະ​ລ້ຽງ​ເຂົາ​ດ້ວຍ​ພືດ​ຂົມ ແລະ​ໃຫ້​ນ້ຳ​ບີ​ຫມີ​ເຂົາ​ດື່ມ ເພາະ​ວ່າ​ຄວາມ​ອະ​ທັມ​ໄດ້​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ນີ້ ຈາກ​ຜູ້​ປະ​ກາດ​ພຣະ​ທັມ​ແຫ່ງ​ເຢ​ຣູ​ຊາ​ເລັມ” 16 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ, “ຢ່າ​ຟັງ​ຖ້ອຍ​ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ຜູ້​ປະ​ກາດ​ໃຫ້​ທ່ານ​ຟັງ​ກະ​ທຳ​ໃຫ້​ທ່ານ​ເຕັມ​ດ້ວຍ​ຄວາມ​ຫວັງ​ລົມໆ​ແລ້ງໆ ເຂົາ​ກ່າວ​ເຖິງ​ນິ​ມິດ​ແຫ່ງ​ໃຈ​ຂອງ​ເຂົາ​ເອງ ບໍ່​ແມ່ນ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 17 ເຂົາ​ເວົ້າ​ກັບ​ຄົນ​ທີ່​ດູ​ຫມິ່ນ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສ​ເມີ​ວ່າ “ທ່ານ​ຈະ​ສຸກ​ສະ​ບາບ” ແລະ​ແກ່​ທຸກ​ຄົນ​ທີ່​ດື້​ຕາມ​ໃຈ​ຂອງ​ຕົນ​ເອງ ເຂົາ​ທັງ​ຫລາຍ​ກ່າວ​ວ່າ “ຈະ​ບໍ່​ມີ​ເຫດ​ຮ້າຍ​ມາ​ເຫນືອ​ເຈົ້າ” 18 ເພາະ​ວ່າ​ຜູ້​ໃດແດ່​ທີ່​ໄດ້​ຢືນ​ຢູ່​ໃນພົນ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ​ພິ​ເຄາະ​ເຫັນ​ແລະ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ ຫລື​ຜູ້​ໃດ​ທີ່​ເຊື່ອ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ອົງ​ແລະ​ຄອຍ​ຟັງ 19 ເບິ່ງ​ແມ໋, ນັ້ນ​ພະ​ຍຸ​ຂອງ​ພຣະຜູ້​ເປັນ​ເຈົ້າ ຄື​ພຣະ​ພິ​ໂຣດ​ໄດ້​ອອກ​ໄປ​ແລ້ວ​ເປັນ​ພະ​ຍຸ​ຫມຸນວຽນ ມັນ​ຈະ​ລະ​ເບີດ​ຂຶ້ນ​ເຫນືອ​ຫົວ​ຂອງ​ຄົນ​ອະ​ທັມ 20 ຄວາມ​ກິ້ວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຫັນ​ກັບ​ຈົນ​ກວ່າ​ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ສຳ​ເຣັດ ຕາມ​ພຣະ​ເຈ​ຕ​ນາ​ແຫ່ງ​ພຣະ​ຫັຖ​ທັຍ​ຂອງ​ພຣະ​ອົງ ໃນ​ວັນ​ຫລັງໆ​ເຈົ້າ​ທັງ​ຫລາຍ​ຈະ​ເຂົ້າ​ໃຈ​ເຣື່ອງ​ນີ້​ແຈ່ມ​ແຈ້ງ 21 “ເຮົາ​ບໍ່​ໄດ້​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ​ເຫລົ່າ​ນັ້ນ ແຕ່​ເຂົາ​ທັງ​ຫລາຍ​ຍັງ​ແລ່ນ​ໄປ ເຮົາ​ບໍ່​ໄດ້​ເວົ້າ​ກັບ​ເຂົາ​ທັງ​ຫລາຍ ແຕ່​ເຂົາ​ທັງ​ຫລາຍ​ຍັງ​ປະ​ກາດ​ພຣະ​ທັມ 22 ແຕ່​ຖ້າ​ເຂົາ​ທັງ​ຫລາຍ​ໄດ້​ຢືນ​ຢູ່​ໃນ​ການ​ປະ​ຊຸມ​ຂອງ​ເຮົາ​ ແລ້ວ​ເຂົາ​ຄົງ​ຈະ​ໄດ້​ປ່າວ​ຮ້ອງ​ຖ້ອຍ​ຄຳ​ຂອງ​ເຮົາ​ຕໍ່​ໄພ່​ພົນ​ຂອງ​ເຮົາ ແລະ​ເຂົາ​ທັງ​ຫລາຍ​ຄົງ​ຈະ​ໄດ້​ໃຫ້​ປະ​ຊາ​ຊົນ​ຫັນ​ກັບ​ຈາກ​ທາງ​ຊົ່ວ​ຂອງ​ເຂົາ​ແລ້ວ ແລະ​ຫັນ​ກັບ​ຈາກ​ຄວາມ​ຊົ່ວ​ຊ້າ​ໃນ​ການ​ກະ​ທຳ​ຂອງ​ເຂົາ 23 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ແຄ່​ຄືບ ບໍ່​ແມ່ນ​ພຣະ​ເຈົ້າ​ທີ່​ຢູ່​ໄກ​ດ້ວຍດອກ​ຫລື 24 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ຄົນ​ໃດ​ຈະຫລົບ​ລີ້​​ຈາກ​ເຮົາ​ໄປ​ຢູ່​ໃນ​ທີ່​ລັບ​ເພື່ອ​ເຮົາ​ຈະ​ບໍ່​ໄດ້​ເຫັນ​ເຂົາ​ໄດ້​ຫລື ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ບໍ່​ໄດ້​ຢູ່ເຕັມ​ຟ້າ​ສວັນ​ແລະ​ໂລກດອກ​ຫລື 25 ເຣົາ​ໄດ້​ຍິນ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ຊຶ່ງ​ປະ​ກາດ​ພຣະ​ທັມ​ໃນ​ນາມ​ຂອງ​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ “ຂ້າ​ພະ​ເຈົ້າ​ຝັນ​ໄປ ຂ້າ​ພະ​ເຈົ້າ​ຝັນ​ໄປ” 26 ອີກ​ດົນ​ປານ​ໃດ​ທີ່​ຄຳ​ມຸ​ສາ​ຈະ​ຢູ່​ໃນ​ໃຈ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ຊຶ່ງ​ປະ​ກາດ​ເຣື່ອງ​ເທັດ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ຕາມ​ການ​ຫລອກ​ລວງ​ແຫ່ງ​ຈິດ​ໃຈ​ຂອງ​ເຂົາ​ເອງ 27 ຜູ້​ຊຶ່ງ​ຄິດ​ວ່າ​ຈະ​ກະ​ທຳ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ລືມ​ຊື່​ຂອງ​ເຮົາ ໂດຍ​ຄວາມ​ຝັນ​ຂອງ​ເຂົາ​ທັງ​ຫລາຍ​ຊຶ່ງ​ເຂົາ​ເລົ່າສູ່​ກັນ​ແລະ​ກັນ​ຟັງ ເຫມືອນ​ຢ່າງ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ລືມ​ນາມ​ຂອງ​ເຮົາ ໄປ​ຕິດຕາມ​ພຣະ​ບາ​ອານ 28 ຈົ່ງ​ໃຫ້​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ຝັນ​ເລົ່າ​ຄວາມ​ຝັນ ແຕ່​ໃຫ້​ຄົນ​ທີ່​ມີ​ຖ້ອຍ​ຄຳ​ຂອງ​ເຮົາ​ກ່າວ​ຖ້ອຍ​ຄຳ​ຂອງ​ເຮົາ​ຢ່າງ​ສຸ​ຈ​ຣິດ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຟືອງ​ເຂົ້າ​ມີ​ຫຍັງ​ແກ່​ທີ່​ເຫມືອນ​ເຂົ້າ​ສາ​ລີ 29 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ຖ້ອຍ​ຄຳ​ຂອງ​ເຮົາ​ບໍ່​ເຫມືອນ​ໄຟ​ຫລື ຫລື​ເຫມືອນ​ຄ້ອນ​ທີ່​ທຸບ​ຫີນ​ໃຫ້​ແຕກ​ເປັນ​ປ່ຽງໆ 30 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເຫ​ດ​ສັນ​ນັ້ນ ເບິ່ງ​ແມ໋, ເຮົາ​ຕໍ່​ສູ້​ກັບ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ຜູ້​ຂະ​ໂມຍ​ຖ້ອຍ​ຄຳ​ຂອງ​ເຮົາ​ຈາກ​ກັນ​ແລະ​ກັນ 31 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເຮົາ​ຕໍ່​ສູ້​ກັບ​ຜູ້​ປະ​ກາດ​ພຣະ​ທັມ ຜູ້​ໃຊ້​ລີ້ນ​ຂອງ​ເຂົາ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ວ່າ” 32 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເບິ່​ງແມ໋, ເຮົາ​ຕໍ່​ສູ້​ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ປະ​ກາດ​ຄວາມ​ຝັນ​ເທັດ ແລະ​ຜູ້​ຊຶ່ງບອກ​ແລະ​ນຳ​ໄພ່​ພົນ​ຂອງ​ເຮົາ​ໃຫ້​ຫລົງ​ໄປ ໂດຍ​ຄຳ​ຕົວະ​ແລະ​ຄຳ​ໂອ້ອວດ​ຂອງ​ເຂົາ ເມື່ອ​ເຮົາ​ບໍ່​ໄດ້​ໃຊ້​ເຂົາ​ຫລື​ສັ່ງ​ເຂົາ ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ບໍ່​ເປັນ​ ປ​ໂຍດ​ແກ່​ຊົນ​ຊາດ​ນີ້​ຢ່າງ​ໃດ​ເລີຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 33 “ເມື່ອ​ມີ​ໄພ່​ພົນ​ຄົນ​ນຶ່ງ​ຄົນ​ໃດ ຫລື​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ໃດ ຫລື​ປະ​ໂຣ​ຫິດ​ຄົນ​ໃດ​ຖາມ​ເຈົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຢ່າງ​ໃດ” ເຈົ້າ​ຈົ່ງ​ຕອບ​ເຂົາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຈົ້າ​ທັງ​ຫລາຍ​ນັ້ນ​ແຫລະ​ເປັນ​ພາ​ຣະ​ຫນັກ ແລະ​ເຮົາ​ຈະ​ປະ​ຖິ້ມ​ເຈົ້າ​ເສັຽ 34 ແລະ​ສ່ວນ​ຜູ້​ປະ​ກາດ​ພຣະ​ທັມ ປະ​ໂຣ​ຫິດ​ຫລື​ປະ​ຊາ​ຊົນ​ຜູ້​ນຶ່ງ​ຜູ້​ໃດ​ຊຶ່ງ​ເວົ້າ​ວ່າ “ພາ​ລະ​ຫນັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ເຮົາ​ຈະ​ລົງ​ໂທດ​ຜູ້​ນັ້ນ​ແລະ​ທັງ​ຄົວ​ເຮືອນ​ຂອງ​ເຂົາ 35 ເຈົ້າ​ທັງ​ຫລາຍ​ຈົ່ງ​ເວົ້າ​ດັ່ງ​ນີ້ ຄື​ທຸກ​ຄົນ​ເວົ້າ​ກັບ​ເພື່ອນ​ບ້ານ​ຂອງ​ຕົນ​ຫລື​ທຸກ​ຄົນ​ເວົ້າ​ກັບ​ພີ່​ນ້ອງ​ຂອງ​ຕົນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ວ່າ​ຢ່າງ​ໃດ” ຫລື “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລັ່ນ​ວາ​ຈາ​ວ່າ​ຢ່າງ​ໃດ” 36 ແຕ່​ເຈົ້າ​ທັ​ງ​ຫລາຍ​ຢ່າ​ເອີຍ​ວ່າ “ພາ​ລະ​ຫນັກຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ອີກ​ເລີຍ ເພາະ​ວ່າ​ພາ​ລະ​ຫນັກ​ນັ້ນ​ເປັນ​ຄຳ​ຂອງ​ແຕ່​ລະ​ຄົນ ແລະ​ເຈົ້າ​ໄດ້​ຜັນ​ແປ​ພຣະ​ວັຈນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ຂອງ​ເຮົາ 37 ເຈົ້າ​ຈົ່ງ​ກ່າວ​ກັບ​ຜູ້​ປະ​ກາດ​ພຣະ​ທັມ​ດັ່ງ​ນີ້​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ທ່ານ​ວ່າ​ຢ່າງ​ໃດ” ຫລື ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລັ່ນ​ວາ​ຈາ​ຢ່າງ​ໃດ” 38 ແຕ່​ຖ້າ​ເຈົ້າ​ທັງ​ຫລາຍ​ເວົ້າ​ວ່າ “ພາ​ລະ​ຫນັກຂອງ​ພຣະ​ຜູ້​ເປັນ​ເຈົ້າ” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ “ເພາະ​ເຈົ້າ​ທັງ​ຫລາຍ​ໄດ້​ກ່າວ​ຄຳ​ເຫລົ່າ​ນີ້​ວ່າ “ພາ​ລະ​ຫນັກຂອງ​ພຣະ​ຜູ້​ເປັນ​ເຈົ້າ” ເມື່ອ​ເຮົາ​ໃຊ້​ໄປ​ຫາ​ເຈົ້າ​ທັງ​ຫ​ລາຍ​ເຣົາ​ວ່າ ເຈົ້າ​ຢ່າເວົ້າ​ວ່າ “ພາ​ລະ​ຫນັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 39 ເຫດ​ສັນ​ນັ້ນ ເຮົາ​ຈະ​ຍົກ​ເຈົ້າ​ທັງ​ຫລາຍ​ຂຶ້ນ​ເປັນ​ແນ່ ແລະ​ໂຍນ​ເຈົ້າ​ທັງ​ຫລາຍ​ຂຶ້ນ​ເປັນ​ແນ່ ທັງ​ເຈົ້າ​ແລະ​ເມືອງ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ເຈົ້າ​ແລະ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ 40 ແລະ​ເຮົາ​ຈະ​ນຳ​ຄວາມ​ຖືກ​ຕຳ​ຫນິ​ເປັນ​ນິດ ແລະ​ຄວາມ​ອາຍ​ເນື່ອງ​ນິດ​ມາ​ເຫນືອ​ເຈົ້າ​ທັງ​ຫລາຍ ຊຶ່ງ​ລືມ​ເສັຽບໍ່​ໄດ້​ເລີຍ”

ເຢເຣມີ 24

ບົດ​ຮຽນ​ຈາກ​ຫມາກ​ເດື່ອ​ດີ​ແລະ​ບໍ່​ດີ

1 ຫລັງ​ຈາກ​ເນ​ບຸ​ກາດ​ເຣ​ສ​ຊາ​ຣ໌​ກະ​ສັດ​ແຫ່ງບາ​ບິ​ໂລນໄດ້​ຈັບ​ເຢ​ໂກ​ນິ​ຢາ ຣາ​ຊ​ບຸດ​ຂອງ​ເຢ​ຮົວ​ອາ​ກິມ​ກະ​ສັດ​ແຫ່ງ​ຢູ​ດາ​ໄປ​ເປັນ​ຊະ​ເລີຍ​ເສັຽ​ຈາກ​ເຢ​ຣູ​ຊາ​ເລັມ​ພ້ອມ​ກັບ​ເຈົ້າ​ນາຍ​ແຫ່ງ​ຢູ​ດາ ທັງ​ພວກ​ຊ່າງ​ແລະ​ຊ່າງ​ເຫລັກ​ແລະ​ນຳ​ເຂົາ​ມາ​ຍັງ​ກຸງບາ​ບິ​ໂລນ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ສຳ​ແດງ​ນິ​ມິດ​ແກ່​ຂ້າ​ພະ​ເຈົ້າ​ດັ່ງ​ນີ້​ ເບິ່ງ​ແມ໋, ມີ​ກະ​ຕ່າສອງ​ຫນ່ວຍໃສ່​ຫມາກ​ເດື່ອ ວາງ​ໄວ້​ຫນ້າ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 2 ກະ​ຕ່າຫນ່ວຍ​ນຶ່ງ​ມີ​ຫມາກເດື່ອ​ຢ່າງ​ດີ ເຫມືອນ​ຫມາກ​ເດື່ອ​ທີ່​ສຸກ​ຕົ້ນ​ຣະ​ດູ ແຕ່​ກະ​ຕ່າ​ອີກ​ຫນ່ວຍ​ນຶ່ງ​ນັ້ນ​ມີ​ຫມາກ​ເດື່ອ​ທີ່​ບໍ່​ດີ ຄື​ຈົນ​ກິນ​ບໍ່​ໄດ້​ 3 ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ, “ເຢ​ເຣ​ມີ​ຢາ​ເອີຍ ເຈົ້າ​ເຫັນ​ຫຍັງ” ຂ້າ​ພະ​ເຈົ້າ​ທູນ​ຕອບ​ວ່າ, “ເຫັນ​ຫມາກ​ເດື່ອ​ທີ່​ດີກໍ​ດີ​ຫລາຍ ແລະ​ທີ່​ບໍ່​ດີ​ກໍ​ຫລາຍ ບໍ່​ດີ​ຈົນ​ກິນ​ບໍ່​ໄດ້ ພຣະ​ເຈົ້າ​ຂ້າ” 4 ແລ້ວ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 5 “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ກໍ​ເຫມືອນ​ຢ່າງ​ຫມາກ​ເດື່ອ​ທີ່​ດີເຫລົ່າ​ນີ້​ແຫລະ, ເຮົາ​ຈະ​ຖື​ວ່າ​ພວກ​ເຫລົ່າ​ນັ້ນ​ທີ່​ຖືກກວາດ​ໄປ​ຈາກ​ຢູ​ດາ​ຍັງ​ດີ​ຢູ່ ຄື​ຜູ້​ທີ່​ເຮົາ​ໄດ້​ສົ່ງ​ໄປ​ຈາກ​ສະ​ຖານ​ທີ່​ນີ້​ໄປ​ສູ່​ແຜ່ນ​ດິນ​ຂອງ​ຊາວ​ຄັນ​ເດ​ອານ 6 ເຮົາ​ຈະ​ຕັ້ງ​ຕາ​ຂ​ອງ​ເຮົາມອງເບິ່ງເຂົາ​ເພື່ອ​ຈະ​ກະ​ທຳ​ຄວາມ​ດີ​ແລະ​ເຮົາ​ຈະ​ພາ​ເຂົາ​ທັງ​ຫລາຍ​ກັບ​ມາ​ຍັງ​ແຜ່ນ​ດິນ​ນີ້​ອີກ ເຮົາ​ຈະ​ສ້າງ​ເຂົາ​ທັງ​ຫລາຍ​ຂຶ້ນ ແລະ​ຈະ​ບໍ່​ຮື້​ລົງ ເຮົາ​ຈະ​ປູກ​ຝັງ​ເຂົາ​ແລະ​ບໍ່​ຖອນ​ເຂົາ​ເສັຽ 7 ເຣົາ​ຈະ​ໃຫ້​ຈິດ​ໃຈ​ແກ່​ເຂົາ​ທີ່​ຈະ​ຮູ້​ຈັກ​ວ່າ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ​ເພາະ​ເຂົາ​ທັງ​ຫລາຍ​ຈະ​ກັບ​ມາ​ຫາ​ເຮົາ​ດ້ວຍ​ຄວາມ​ເຕັມ​ໃຈ 8 “ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຫມືອນ​ຢ່າງ​ຫມາກ​ເດື່ອ​ທີ່​ບໍ່​ດີ​ຊຶ່ງ​ບໍ່​ດີ​ຫລາຍ​ຈົນ​ກິນ​ບໍ່​ໄດ້​ນັ້ນ ເຮົາ​ຈະກະ​ທຳ​ຕໍ່​ເຊເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ ທັງ ເຈົ້າ​ນາຍ​ຂອງ​ເຂົາ ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ທີ່​ເຫລືອ​ຢູ່ ຜູ້​ຊຶ່ງ​ຍັງ​ຄ້າງ​ຢູ່​ໃນ​ແຜ່​ນດິນ​ນີ້ ແລະ​ຜູ້​ທີ່​ຍັງ​ອາ​ໄສ​ຢູ່​ໃນ​ເອ​ຢິບ 9 ເຮົາ​ຈະ​ກະ​ທຳ​ໃຫ້​ເຂົາ​ເປັນ​ທີ່​ຫນ້າ​ຫວາດ​ສຽວ​ແກ່​ຣາ​ຊ​ອາ​ນາ​ຈັກ​ທັງ​ສິ້ນ​ໃນ​ໂລກ ໃຫ້​ເປັນ​ທີ່​ຖືກ​ຕຳ​ຫນິ​ ເປັນ​ຂີ້​ປາກ ເປັນ​ຄຳ​ເຍາະ​ເຍີ້ຍ ແລະ​ເປັນ​ຄຳ​ແຊ່ງ​ທົ່ວ​ໄປ​ທຸກ​ແຫ່ງ ຊຶ່ງ​ເຮົາ​ຂັບ​ໄລ່​ເຂົາ​ໃຫ້​ໄປ​ຢູ່ 10 ແລະ​ເຮົາ​ຈະ​ສົ່ງ​ດາບ​ແລະ​ກາ​ນອຶດ​ຢາກ​ ແລະ​ໂຣກ​ລະ​ບາດ​ມາ​ເຫນືອ​ເຂົາ ຈົ​ນ​ເຂົາ​ຈະ​ຖືກ​ທຳ​ລາຍ​ຢ່າງ​ສິ້ນ​ເຊີງ​ຈາກ​ແຜ່​ນດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ເຂົາ​ແລະ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ”

ເຢເຣມີ 25

ບາ​ບິ​ໂລນ​ທຳ​ໃຫ້​ເລີກ​ຮ້າງ​ເຈັດ​ສິບ​ປີ

1 ຖ້ອຍ​ຄຳ​ຊຶ່ງ​ມາ​ເຖິງ​ເຢ​ເຣ​ມີ​ຢາ​ກ່ຽວ​ກັບ​ເຣື່ອງ​ຊົນ​ຊາດ​ຢູ​ດາ​ທັງ​ສິ້ນ ໃນ​ປີ​ທີ່​ສີ່​ແຫ່ງ​ຣັ​ຊ​ການ​ເຢ​ຮົວ​ອາ​ກິມ ຣາ​ຊ​ບຸດຂອງ​ໂຢ​ຊີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ (ປິນັ້ນ​ເປັນ​ປີ​ຕົ້ນ​ຣັ​ຊ​ການ​ຂອງ​ເນ​ບຸ​ກາດ​ເຣ​ສ​ຊາ​ຣ໌ກະ​ສັດ​ຂ​ອງ​ກຸງ​ບາ​ບິ​ໂລນ) 2 ຊຶ່ງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ແກ່​ປະ​ຊາ​ຊົນ​ຢູດາ​ແລະ​ແກ່​ຊາວ​ເຢ​ຣູ​ຊາ​ເລັມ​ທັງ​ຫມົດ​ວ່າ, 3 “ຕັ້ງ​ແຕ່​ປີ​ທີ່​ສິບ​ສາມ​ຂອ​ງໂຢ​ຊີ​ຢາ ຣາ​ຊ​ບຸດ​ຂອງ​ອາ​ໂມນ​ແຫ່ງ​ຢູ​ດາ ຈົນ​ເຖິງວັນ​ນີ້​ເປັນ​ເວ​ລາ​ຊາວສາມ​ປີ ພຣະ​ວັ​ຈ​ນະ​ຂອງ​ພຣະ​ເຈົ້າມາ​ຍັງ​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ບອກ​ແກ່​ທ່ານ​ທັງ​ຫລາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ແຕ່​ທ່ານ​ບໍ່​ໄດ້​ຟັງ 4 ທ່ານ​ບໍ່​ໄດ້​ຟັງ​ຫ​ລື​ອ່ຽງ​ຫູ​ຂອງ​ທ່ານ​ຟັງ ເຖິງ​ແມ່ນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສົ່ງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ມາ​ຢ່າງ​ບໍ່​ຢຸດ​ຢັ້ງ 5 ກ່າວ​ວ່າ, “ບັດ​ນີ້​ເຈົ້າ​ທຸກ​ຄົນ​ຈົ່ງ​ຫັນ​ກັບ​ຈາກ​ທາງ​ຊົ່ວ​ຂອງ​ຕົນ​ແລະ​ຈາ​ກການ​ກະ​ທຳ​ຜິດ​ຂອງ​ຕົນ ແລະ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ແກ່​ເຈົ້າ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ຕັ້ງ​ແຕ່​ບູ​ຮານ​ແລະ​ຕໍ່​ໄປ​ເປັນ​ນິດ 6 ຢ່າ​ໄປ​ຕິດ​ສອຍ​ຫ້ອຍ​ຕາມ​ພຣະ​ອື່ນ​ເພື່ອ​ຈະ​ບົວ​ລະ​ບັດ​ແລະ​ນະ​ມັ​ສ​ການ​ພຣະ​ເຫລົ່າ​ນັ້ນ ຫລືຍົວະ​ເຍົ້າ​ເຣົາ​ໃຫ້​ໂກດ​ດ້ວຍ​ຜົນ​ງານ​ແຫ່ງ​ມື​ຂອງ​ເຈົ້າ ແລ້ວ​ເຮົາ​ຈະ​ບໍ່​ທຳ​ອັນ​ຕະ​ຣາຍ​ແກ່​ເຈົ້າ” 7 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຖິງປານ​ນັ້ນ​ເຈົ້າ​ທັງ​ຫລາຍ​ກໍບໍ່​ຟັງ​ເຮົາ​ເພື່ອ​ເຈົ້າ​ຈະ​ໄດ້​ຍົວະ​ເຍົ້າ​ເຣົາ​ໃຫ້​ກິ້​ວ​ດ້ວຍ​ຜົນ​ງານ​ແຫ່ງ​ມື​ຂອງ​ເຈົ້າ​ຊຶ່ງ​ເປັນ​ຜົນ​ຮ້າຍ​ແກ່ເຈົ້າ​ເອງ 8 “ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ເຈົ້າ​ບໍ່​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ 9 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ເອີ້ນ​ເຜົ່າ​ຊົນ​ທັງ​ປວງ​ຂອງ​ທິດ​ເຫນືອ ​ແລະ​ເນ​ບູ​ກາດ​ເນສ​ຊາ​ຣ໌​ກະ​ສັດ​ບາ​ບິ​ໂລນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ​ເຮົາ​ຈະ​ນຳ​ເຂົາ​ທັງ​ຫລາ​ຍາ​ມາ​ຕໍ່ສູ້​ແຜ່ນ​ດິນ​ນີ້​ແລະ​ຊາວ​ເມືອງ​ນີ້​ແລະ​ບັນ​ດາ​ປະ​ຊາ​ຊາດ​ເຫລົ່າ​ນີ້​ຊຶ່ງ​ຢູ່​ລ້​ອມ​ຮອບ ເຮົາ​ຈະ​ທຳ​ລາຍ​ເຂົາ​ທັງ​ຫລາຍ​ໃຫ້​ສິ້ນ​ເຊີງ ແລະ​ເຮົາ​ຈະ​ກະ​ທຳ​ເຂົາ​ໃຫ້​ເປັນ​ທີ່​ຫນ້າ​ຫວາດ​ສຽວ ​ແລະ​ເປັນ​ທີ່​ເຍາະ​ເຍີ້ຍ​ແລະ​ເປັນ​ທີ່​ຮ້າງ​ເປົ່າ​ເປັນ​ນິດ 10 ນອກ​ຈາກ​ນີ້ ເຣົາ​ຈະ​ກຳ​ຈັດ​ສຽງ​ບັນ​ເທິງ​ແລະ​ສຽງ​ຣ່າ​ເຣີງ ສຽງ​ເຈົ້າ​ບ່າວ​ແລະ​ສຽງ​ເຈົ້າ​ສາວ ສຽງ​ຫີນ​ໂມ້​ແລະ​ແສງ​ຕະ​ກຽງ​ເສັຽ​ຈາກ​ເຈົ້າ 11 ແຜ່ນ​ດິນ​ນີ້​ທັງ​ສິ້​ນ​ຈະ​ເປັນ​ທີ່​ຮົກ​ຮ້າງ​ແລະ​ປະ​ຖິ້ມ ແລະ​ບັນດາ​ປະ​ຊາ​ຊາດ​ເຫລົ່າ​ນີ້​ຈະ​ບົວ​ລະ​ບັດ​ກະ​ສັດ​ກຸງ​ບາ​ລິ​ໂລນ​ຢູ່​ເຈັດ​ສິບ​ປີ 12 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ ເມື່ອ​ຄົບ​ເຈັດ​ສິບ​ປີ​ແລ້ວ ເຣົາ​ຈະ​ລົງ​ໂທດ​ກະ​ສັດ​ບາ​ບິ​ໂລນ​ແລະ​ປະ​ຊາ​ຊົນ​ຊາດ​ນັ້ນ ຄື​ແຜ່ນ​ດິນ​ຂອງ​ຊາວ​ຄັນ​ເດ​ອານ ເພາະ​ບາບ​ຊົ່ວ​ຂອງ​ເຂົາ​ທັງ​ຫລາຍ​ກະ​ທຳ​ໃຫ້​ແຜ່ນ​ດິນ​ນັ້ນ​ປະ​ຮ້າງຢູ່​ເປັນ​ນິດ 13 ເຮົາ​ຈະ​ນໍາ​ຖ້ອຍ​ຄຳ​ທັງ​ສິ້ນ​ໃຫ້​ສຳ​ເຣັດ​ທີ່​ແຜ່​ນດິນ​ນັ້ນ ຄື​ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ສູ້​ເມືອງ​ນັ້ນ ຄື​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ຫນັງ​ສື​ນີ້ ຊຶ່ງ​ເຢ​ເຣ​ມີ​ໄດ້​ປະ​ກາດ​ພຣະ​ທັມ​ແກ່​ບັນ​ດາ​ປະ​ຊາ​ຊາດ​ທັງ​ສິ້ນ 14 ເພາະ​ວ່າ​ຈະ​ມີ​ຫລາຍ​ປະ​ຊາ​ຊາດ​ແລະ​ບັນ​ດາ​ມະ​ຫາ​ກະ​ສັດ​ກະ​ທຳ​ໃຫ້​ເຂົາ​ເຫລົ່າ​ນັ້ນ​ເປັນ​ທາດ​ ແມ້ວ່າ​ເຂົາ​ທັງ​ຫລາຍ​ກໍ​ດີ ແລະ​ເຮົາ​ຈະ​ຕອບ​ແທນ​ເຂົາ​ທັງ​ຫລາຍ​ຕາມ​ການ​ກະ​ທຳ​ແລະ​ຜົນ​ງານ​ແຫ່ງ​ມື​ຂອງ​ເຂົາ”

ຖ້ວຍ​ພຣະ​ພິ​ໂຣດ​ສຳ​ລັ​ບ​ປະ​ຊາ​ຊາດ

15 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ເອົາ​ຖ້ວຍ​ອະ​ງຸ່ນ​ແຫ່ງ​ຄວາມ​ພິ​ໂຣດ​ນີ້​ໄປ​ຈາກ​ມື​ເຮົາ ແລະ​ບັງ​ຄັບ​ບັນດາ​ປະ​ຊາ​ຊາດ​ຊຶ່ງ​ເຣົາ​ສົ່ງ​ເຈົ້າ​ໄປ​ນັ້ນ​ໃຫ້​ດື່ມ​ຈາກ​ຖ້ວຍ​ນັ້ນ 16 ເຂົາ​ຈະ​ດື່ມ​ແລະ​ເດີນ​ໂຊ​ເຊ​ແລະ​ບ້າ​ຄັ່ງ​ໄປ ເນື່ອງ​ດ້ວຍ​ດາບ​ຊຶ່ງ​ເຮົາ​ສົ່ງ​ໄປ​ຖ້າມ​ກາງເຂົາ​ທັງ​ຫລາຍ” 17 ດັ່ງ​ນັ້​ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຮັບ​ຖ້ວຍ​ມາ​ຈາກ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ແລະ​ບັງ​ຄັບ​ປະ​ຊາ​ຊາດທັງ​ສິ້ນ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຊ້​ໃຫ້​ຂ້າ​ພະເຈົ້າ​ໄປ​ຫາ​ນັ້ນ​ດື່ມ 18 ຄື​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ຫົວ​ເມືອງ​ແຫ່ງ​ຢູ​ດາ ທັງ​ບັນ​ດາ​ກະ​ສັດ​ແລະ​ເຈົ້າ​ນາຍ​ຂອ​ງ​ເມືອງ​ນັ້ນ​ກະ​ທຳ​ໃຫ້​ເປັນ​ທີ່​ຮ້າງ​ເປົ່າ​ແລະ​ປະ​ຮ້າງເປັນ​ທີ່​ເຍີ້ຍ​ຫຍັນ​ແລະ​ເປັນ​ທີ່​ແຊ່ງ​ສາບ​ຢ່າງ​ທຸກວັນ​ນີ້ 19 ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ​ກັບ​ບັນ​ດາ​ຂ້າ​ຣາ​ຊ​ການ​ແລະ​ເຈົ້າ​ນາຍ​ແລະ​ປະ​ຊາ​ຊົນ​ຂອງ​ທ່ານ​ນັ້ນ 20 ແລະ​ບັນ​ດາ​ຊົນ​ຕ່າ​ງ​ດ້າວ​ທີ່​ຢູ່​ຖ້າມ​ກາງ​ເຂົາ ບັນ​ດາ​ກະ​ສັດ​ແຫ່ງ​ແຜ່ນ​ດິນ​ອູ​ຊ ແລະ​ບັນ​ດາ​ກະ​ສັດ​ແຫ່ງ​ແຜ່ນ​ດິນ​ຟີ​ລິສ​ຕິນ (ຄື​ເມືອງ​ອັ​ສ​ເກ​ໂບນ​ ກາ​ຊາ ເອກ​ໂຣນ ແລະ​ສ່ວນ​ຊາວ​ເມືອງອັ​ສ​ໂດດ​ທີ່​ເຫລືອ​ຢູ່) 21 ເອ​ໂດມ ໂມ​ອາບ ແລະ​ຄົນ​ອັມ​ໂມນ 22 ບັນ​ດາ​ກະ​ສັດ​ແຫ່ງ​ເມືອງ​ຕີ​ເຣ ບັນ​ດາ​ກະ​ສັດ​ເມືອງ​ຊີ​ໂດນ ແລະ​ບັນ​ດາ​ກະ​ສັດ​ແຫ່ງ​ເມືອງ​ຊາຍ​ທະ​ເລ​ຟາກ​ພຸ້ນ 23 ເມືອງ​ເດດານ ເຕ​ມາ ບູ​ຊ ແລະ​ບັນ​ດາ​ຄົນ​ທີ່​ແຖ​ຜົມ​ຈອນ​ຫູ 24 ບັນ​ດາ​ກະ​ສັດ​ແຫ່ງ​ອາ​ຣະ​ເບັຽ ແລະ​ບັນ​ດາ​ຫະ​ສັດ​ແຫ່ງ​ເຜົ່າ​ທີ່​ປະ​ປົນ​ກັນ​ຢູ່​ໃນ​ຖິ່ນ​ກັນ​ດານ 25 ບັນ​ດາ​ກະ​ສັດ​ແຫ່ງ​ຊິມ​ຣີ ແລະ​ບັນ​ດາ​ກະ​ສັດ​ແຫ່ງ​ເອ​ລາມ ແລະ​ບັນ​ດາ​ກະ​ສັດ​ຂອງ​ມີ​ເດັຽ 26 ບັນ​ດາ​ກະ​ສັດ​ແຫ່ງ​ເມືອງ​ທິດ​ເຫນືອ ທັງ​ໄກ​ແລະ​ໃກ້​ທີ່​ລະ​ເມືອງ ແລະ​ບັນ​ດາ​ຣາ​ຊອານາ​ຈັກ​ແຫ່ງ​ໂລກ​ຊຶ່ງ​ຢູ່​ເທິງ​ພື້ນ​ພິ​ພົບ​ແລະ​ກະ​ສັດ​ແຫ່ງ​ເຊ​ຊັກ ຈະ​ດື່ມ​ພາຍ​ຫລັງ​ກະ​ສັດ​ເຫລົ່າ​ນີ້ 27 “ແລ້ວ​ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ດື່ມ​ໃຫ້​ເມົາ​ແລ້ວ​ກໍ​ອາ​ຈຽນ ຈົ່ງ​ລົ້​ມ​ລົງ​ແລະ​ຢ່າ​ລຸກ​ຂຶ້ນ​ອີກ​ເລີຍ ເນື່ອງ​ດ້ວຍ​ດາບ​ຊຶ່ງ​ເຮົາ​ຈະ​ສົ່ງ​ມາ​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ” 28 “ແລະ​ຖ້າ​ເຂົາ​ປະ​ຕິ​ເສດ​ບໍ່​ຮັບຖ້ວຍ​ຈາກ​ມື​ຂອງ​ເຈົ້າ​ດື່ມ ເຈົ້າ​ຈົ່ງ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ຕ້ອງ​ດື່ມ 29 ເພາະ ເບິ່ງ​ແມ໋, ເຮົາ​ໄດ້​ເລີ້ມ​ທຳ​ໂທດ​ເມືອງ​ຊຶ່ງ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ​ແລ້ວ ແລະ​ເຈົ້າ​ຈະ​ລອຍນວນ​ໄປ​ໄດ້​ໂດຍ​ບໍ່​ຖືກ​ໂທດ​ຫລື ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ເຈົ້າ​ຈະ​ລອຍນວນ​ໄປ​ບໍ່​ໄດ້ ເພາະ​ເຮົາ​ກຳ​ລັງ​ເອີ້​ນ​ດາບ​ເຫລັ້ມ​ນຶ່ງ​ມາ​ເຫນືອ​ຊາວ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ” 30 ເພາະ​ສະ​ນັ້ນ ເຈົ້າ​ຈົ່ງ​ປະ​ກາດ​ພຣະ​ທັມ​ເຫລົ່າ​ນີ້​ທັງ​ສິ້ນ​ສູ້​ເຂົາ​ທັງ​ຫລາຍ ແລະ​ກ່າວ​ແກ່​ເຂົາ​ວ່າ “ພຣະ​ຜູ້ເປັ​ນ​ເຈົ້າ​ຈະ​ຊົງ​ເປັ່ງ​ພຣະ​ສຸ​ຣະ​ສຽງ​ຈາກ​ທີ່​ສູງ ແລະ​ຈາກ​ທີ່​ພຳ​ນັກ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ພຣະ​ອົງ​ຈະກ່າວ ພຣະ​ອົງ​ຈະ​ເປັ່ງ​ພຣະ​ສຸ​ຣະ​ສຽງ​ມາກ​ມາຍ​ຕໍ່​ຝູງ​ແກະ​ຂອງ​ພຣະ​ອົງ ແລະ​ຊົງ​ໂຮ່ຮ້ອງ​ຢ່າງ​ກັບ​ຄົນ​ທີ່​ຢ່ຳ​ຫມາກ​ອະ​ງຸ່ນ​ໂຮ່ຮ້ອງ​ຕໍ່​ຊາວ​ພິ​ພົບທັງ​ສິ້ນ 31 ສຽງ​ດັງ​ນັ້ນ​ຈະ​ກ້ອງ​ໄປ​ທົ່ວ​ປາຍ​ພິ​ພົບ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ມີ​ຄະ​ດີ​ກັບ​ບັນ​ດາ​ປະ​ຊາ​ຊາດ ພຣະ​ອົງ​ຊົງ​ເຂົ້າ​ພິ​ພາກ​ສາ​ເນື້ອ​ຫນັງ​ທັງ​ສິ້​ນ ສ່ວນ​ຄົນ​ອະ​ທັມ​ນັ້ນ ພຣະ​ອົງ​ຈະ​ຊົງ​ຟັນ​ເສັຽດ້ວຍ​ດາບ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 32 “ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ໂທ​ດ​ຈະ​ໄປ​ຈາກ​ປະ​ຊາ​ຊາດ​ນີ້​ເຖິງ​ປະ​ຊາ​ຊາດ​ນັ້ນ ແລະ​ພະ​ຍຸ​ໃຫຍ່​ຈະ​ປັ່ນ​ປ່ວນ​ຂຶ້ນ​ມາ​ຈາກ​ສ່ວນ​ພິ​ພົບ​ໂລກ​ທີ່​ໄກ​ທີ່​ສຸດ 33 “ແລະ​ບັນ​ດາ​ຜູ້​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ປະ​ຫານ​ໃນ​ວັນ​ນັ້ນ ຈະ​ມີ​ຈາກ​ປາຍ​ໂລກ​ຂ້າງ​ນີ້​ເຖິງ​ປາຍ​ໂລກ​ຂ້າງ​ນັ້ນ ເຂົາ​ເຫລົ່າ​ນັ້ນ​ຈະ​ບໍ່​ມີຜູ້ໃດ​ໂອດ​ຄວນ​ໃຫ້ ຫລື​ຮວບ​ຣວມ​ຫລື​ຝັງ​ໄວ້ ແຕ່​ຈະ​ເປັນ​ເຫມືອນ​ຂີ້​ສັດ​ຢູ່​ເທິງ​ພື້ນ​ດິນ 34 ທ່ານ​ຜູ້​ລ້ຽງ​ແກະ​ທັງ​ຫລາຍ​ເອີຍ ຈົ່ງ​ຄ່ຳ​ຄວນ​ແລະ​ຮ້ອງ​ເຖີດ ທ່ານ​ເຈົ້າ​ຂອງ​ຝູງ​ແກະ ຈົ່ງ​ກິ້ງ​ເກືອກ​ໃນ​ຂີ້​ເທົ່າ ເພາະ​ວັນ​ເວ​ລາ​ຂ​ອງ​ການ​ສັງ​ຫານ​ເຈົ້າ​ແລະ​ທີ່​ເຈົ້າ​ຕ້ອງ​ກະ​ຈັດ​ກະ​ຈາຍ​ມາ​ເຖິງ​ແລ້ວ ແລະ​ເຈົ້າ​ທັງ​ຫລາຍ​ຈະ​ລົ້ມ​ລົງ​ເຫມືອນ​ແກະ​ເຖິກ​ໂຕ​ງາມ 35 ຜູ້​ລ້ຽງ​ແກະ​ຈະ​ບໍ່​ມີ​ທາງ​ຫນີ ຫລື​ເຈົ້າ​ຂອງ​ຝູງ​ແກະ​ບໍ່​ມີ​ທາງ​ລອດ 36 ຈົ່ງ​ຟັງ​ສຽງ​ຮ້ອງ​ຂອງ​ຜູ້​ລ້ຽງ​ແກະ​ແລະ​ສຽງ​ຄ່ຳ​ຄວນ​ຂອງ​ເຈົ້າ​ຝູງ​ແກະ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກຳ​ລັງທຳ​ລາຍ​ລານ​ຫຍ້າ​ຂອງ​ເຂົາ​ທັງ​ຫລາຍ​ເສັຽ 37 ແລະ​ຄອກ​ແກະ​ທີ່​ສ​ງົບ​ສຸກ​ກໍ​ງຽບ​ເສັຽ​ແລ້ວ ເນື່ອງ​ດ້ວຍ​ຄວາມ​ກິ້ວ​ອັນ​ແຮງ​ກ້າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 38 ພຣະ​ອົງ​ຊົງ​ອອກ​ຈາກ​ທີ່​ຊຸ່ມ​ຂອງ​ພຣະ​ອົງ​ຢ່າງ​ສິງ​ຫນຸ່ມ ເພາະ​ວ່າ​ແຜ່ນ​ດິນ​ຂອງ​ເຂົາ​ທັງ​ຫລາຍ​ເປັນ​ທີ່​ຮ້າງ​ເປົ່າ ເຫດ​ດ້ວຍ​ພຣະ​ແສງ​ດາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຫດ​ດ້ວຍ​ຄວາມ​ກິ້ວ​ອັນ​ແຮງ​ກ້າ​ຂອງ​ພຣະ​ອົງ

ເຢເຣມີ 26

ເຢ​ເຣ​ມີ​ຢາ​ຖືກຟ້ອງ​ຮ້ອງ

1 ພາຍ​ຫລັງ​ເຢ​ຮົວ​ອາ​ກິມ​ພຣະ​ຣາ​ຊ​ໂອ​ຣົດ​ຂອງ​ໂຢ​ຊີ​ຢາ​ໄດ້​ເປັນ​ກະ​ສັດ​ຢູ​ດາ​ບໍ່​ເຫິງ ພຣະ​ວັ​ຈ​ນະ​ນີ້​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 2 ພຣະ​ຜູ້​ເປັນ​ເຈົ້າໄດ້​ຊົງ​ບອກ​ເຢ​ເຣມີ​ຢາ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຂຶ້ນ​ໃນ​ເດີ່ນ​ພຣະ​ວິ​ຫານ ແລ້ວ​ປະ​ກາດ​ຖ້ອຍຄຳ​ທັງ​ຫມົດທີ່​ເຮົາ​ໄດ້​ບອກ​ເຈົ້າ​ໃຫ້​ຊາວ​ຢູ​ດາ​ທີ່​ມາ​ອ້ອນວອນ​ຢູ່​ທີ່​ນັ້ນ​ຟັງ ຢ່າ​ໄດ້​ເວັ້ນ​ຈັກ​ຄຳ​ເລີຍ 3 ເພາະ​ວ່າ​ບາງ​ທີ​ເຂົາ​ອາດ​ຈະ​ເຊື່ອ​ຟັງ ແລະ​ຕັດ​ສິນ​ໃຈ​ເວັ້ນ​ຈາກ​ທາງ​ຊົ່ວ​ກໍ​ໄດ້ ຖ້າ​ເຂົາ​ເຮັດ​ໄດ້​ດັ່ງ​ນີ້ ເຮົາ​ກໍ​ຈະ​ປ່ຽນ​ຄວາມ​ຕັ້ງ​ໃຈ​ບໍ່​ນຳ​ໄພ​ວິ​ບັດ​ຍ້ອນ​ການເຮັດ​ຊົ່ວ​ນັ້ນ​ມາ​ຍັງ​ເຂົາ” 4 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ບອກ​ເຢ​ເຣ​ມີ​ຢາເວົ້າ​ຕໍ່​ປະ​ຊາ​ຊົນ​ວ່າ, “ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ເຣົາ ໂດຍ​ເຮັດ​ຕາມ​ພຣະ​ທັມ​ຄຳ​ສອນ​ທີ່​ເຮົາ​ໄດ້​ບອກ​ແລ້ວ 5 ຕ້ອງ​ເອົາ​ໃຈ​ໃສ່​ເຮັດ​ຕາມ​ຖ້ອຍ​ຄຳ​ຂອງ​ຜູ້​ຮັບ​ໃຊ້​ເຮົາ ຄື​ພວກຜູ້​ປະ​ກາດ​ພຣະ​ທັມ​ທີ່​ເຮົາ​ໃຊ້​ມາ​ຫາ​ພວກ​ເຈົ້າ​ນັ້ນ ພວກ​ເຈົ້າ​ບໍ່​ເຄີຍ​ຟັງ​ຄວາມ​ເຂົາ​ເລີຍ 6 ຖ້າ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ເຫລົ່າ​ນີ້ ເຮົາ​ຈະ​ທຳ​ໃຫ້​ວິ​ຫານ​ນີ້​ເປັນ​ຫມືອນ​ເມືອງ​ຊີ​ໂລ ຊົນ​ຊາດ​ທັງ​ປວງ​ທົ່ວ​ໂລກ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳ​ສາບ​ແຊ່ງ 7 ພວກ​ປະ​ໂຣ​ຫິດ ພວກຜູ້​ປະ​ກາດ​ພຣະ​ທັມ ແລະ​ປະ​ຊາ​ຊົນ​ທັງ​ປວງ​ໄດ້​ຍິນ​ເຢ​ເຣ​ມີ​ຢາ​ກ່າວ​ດັ່ງ​ນີ້​ໃນວິ​ຫານ 8 ພໍ​ເຢ​ເຣ​ມີ​ຢາ​ກ່າວ​ຖ້ອຍ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ສິ້ນ​ສຸດ​ລົງ ພວ​ກ​ປະ​ໂຣ​ຫິດ ພວກ​ຜູ້ປະ​ກາດພຣະ​ທັມ ແລະ​ປະ​ຊາ​ຊົນ​ກໍ​ຈັບ​ກຸມ​ເອົາ​ເຢ​ເຣ​ມີ​ຢາ​ພ້ອມ​ທັງ​ຮ້ອງ​ໃສ່​ວ່າ, “ເຈົ້າ​ຄວນ​ຈະ​ຕາຍ​ຍ້ອນ​ຄຳ​ເວົ້າ​ຂອງ​ເຈົ້າ 9 ເປັນ​ຫຍັງ​ຈຶ່ງ​ເວົ້າ​ໃນ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ວິຫານ​ນີ້ຈະ​ເປັນ​ເຫມືອນ​ຊີ​ໂລ ແລະ​ວ່າ​ເມືອງ​ນີ້​ຈະ​ຖືກ​ທຳ​ລາຍ ຈະ​ບໍ່​ມີ​ຄົນ​ອາ​ໄສ​ຢູ່​ໃນ​ເມືອງ​ນີ້​ເລີຍ” ແລ້ວ​ຝູງ​ຊົນ​ໃນ​ວິ​ຫານ​ໄດ້​ເຂົ້າ​ລ້ອມ​ເຢ​ເຣ​ມີ​ຢາ​ໄວ້ 10 ເມື່ອ​ພວກ​ເຈົ້າ​ນາຍ​ຂອງ​ຊາວ​ຢູ​ດາ​ໄດ້​ຊາບ​ເຣື່ອງ​ນີ້ ກໍ​ພາ​ກັນ​ອອກ​ຈາກ​ພຣະ​ຣາ​ຊສຳ​ນັກ ໄປ​ນັ່ງ​ຢູ່​ໃນ​ທາງ​ເຂົ້າ​ປະ​ຕູ​ໃຫມ່​ຂອງວິ​ຫານ​ນັ້ນ 11 ຂນະ​ນັ້ນ​ພວກ​ປະ​ໂຣ​ຫິດ​ກັບ​ພວກ​ປະ​ກາດ​ພຣະ​ທັມ​ໄດ້​ເວົ້າ​ຕໍ່​ພວກ​ເຈົ້າ​ນາຍ​ແລະ​ປະ​ຊາ​ຊົນ​ວ່າ, “ຄົນ​ຜູ້​ນີ້​ສົມ​ຄວນ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ເພາະ​ວ່າ​ເຂົາ​ໄດ້​ເວົ້າ​ໃສ່​ຮ້າຍ​ປ້າຍ​ສີ​ເມືອງ​ນີ້ ດັ່ງ​ທີ່​ພວກ​ທ່ານ​ໄດ້​ຍິນ​ກັບ​ຫູ​ຕົນ​ເອງ​ແລ້ວ” 12 ຕໍ່​ມາ ເຢ​ເຣ​ມີ​ຢາ​ໄດ້​ເວົ້າ​ກັບ​ພວກ​ເຈົ້າ​ນາຍ​ແລະ​ປະ​ຊາ​ຊົນ​ວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ມາ​ກ່າວ​ໃສ່​ຮ້າຍ​ປ້າຍ​ສີ​ວິ​ຫານ ແລະ​ເມືອງ​ນີ້ ຄື​ກ່າວ​ບັນ​ດາ​ຖ້ອຍ​ຄຳ​ທີ່​ພວກ​ທ່ານ​ໄດ້​ຍິນ​ແລ້ວ​ນັ້ນ 13 ພວກ​ທ່ານ​ຕ້ອງ​ປ່ຽນ​ທາງ​ດຳ​ເນີນ​ຊີ​ວິດ​ແລະ​ການ​ປະ​ພຶດ ຈົ່ງ​ເຊື່ອ​ຖ້ອຍ​ຄຳແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານ ແລ້ວ​ພຣະ​ອົງ​ຈະ​ຊົງ​ປ່ຽນ​ພຣະ​ທັຍ​ບໍ່​ນໍາເອົາ​ໄພ​ວິ​ບັດ​ທີ່​ພຣະ​ອົງ​ຊົງ​ກ່າວ​ນັ້ນ​ມາ​ໃສ່​ພວກທ່ານ 14 ສຳ​ລັບ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ເງື້ອມ​ມື​ຂອງ​ພວກ​ທ່ານ​ແລ້ວ ຈົ່ງ​ເຮັດ​ກັບ​ຂ້າ​ພະ​ເຈົ້າ​ຕາມ​ທີ່​ເຫັນ​ດີ​ແລະ​ຖືກ​ຕ້ອງ​ເທີນ 15 ຖ້າ​ວ່າ​ທຳ​ຮ້າຍ​ຂ້າ​ພະ​ເຈົ້າ​ເຖິງ​ຕາຍ ແນ່ນອນ​ທ່ານ​ກັບ​ປະ​ຊາ​ຊົນ​ໃນ​ເມືອງ​ນີ້​ກໍ​ຈະ​ເປັນ​ຜູ້​ຂ້າ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຜິດ ເພາະ​ວ່າ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ແທ້​ທີ່​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ມາ​ບອກ​ຖ້ອຍ​ຄຳ​ທັງ​ປວງ​ນີ້​ແກ່​ພວກ​ທ່ານ” 16 ແລ້ວ​ພວກ​ເຈົ້າ​ນາຍ​ກັບ​ປະ​ຊາ​ຊົນ​ໄດ້​ເວົ້າ​ຕໍ່​ພວກ​ປະ​ໂຣ​ຫິດ ແລະ​ພວກ​ຜູ້ປະ​ກາດ​ພຣະ​ທັມ​ວ່າ, “ບໍ່​ຄວນ​ຈະ​ລົງ​ໂທດ​ຄົນ​ຜູ້​ນີ້​ເຖິງ​ຕາຍ ເພາະ​ວ່າ​ທີ່​ເຂົາ​ເວົ້າ​ຕໍ່​ພວກ​ເຮົາ​ນັ້ນ ກໍ​ເວົ້າ​ໃນ​ນາມ​ພຣະ​ຜູ້​ເປັນ​ເຈົ້າ​ຂອ​ງ​ເຮົາ” 17 ຫລັງ​ຈາກ​ນັ້ນ ມີ​ຜູ້​ອະ​ວຸ​ໂສ​ບາງ​ຄົນ​ໄດ້​ຢືນ​ຂຶ້ນ​ເວົ້າ​ກັບ​ປະ​ຊາ​ຊົນ​ທີ່​ຊຸມ​ນຸມ​ກັນ​ຢູ່​ວ່າ, 18 “ໃນ​ຄາວ​ເຣ​ເຊ​ກີ​ຢາ​ເປັນ​ກະ​ສັດ​ຢູ​ດາ​ນັ້ນ ມີ​ຜູ້​ປະ​ກາດ​ພຣະ​ທັມ​ຊາວ​ໂມ​ເຣ​ເຊ​ທ​ຜູ້​ນຶ່ງ​ຊື່ ມີ​ກາ ໄດ້​ບອກ​ປະ​ຊາ​ຊົນ​ທັງ​ປວງວ່າ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຊົງ​ກ່າວ​ດັ່ງ​ນີ້ “ເມືອງ​ຊີ​ໂອນ​ຈະ​ຖືກ​ໄຖ​ເຫມືອນ​ດັ່ງ​ໄຖ​ນາ ກຸງ​ເຢ​ຣູ​ຊາ​ເລັມ​ຈະ​ກາຍ​ເປັນ​ກອງ​ຫີນ​ໃຫຍ່ ແລະ​ເທິງ​ພູ​ທີ່​ຕັ້ງ​ພຣະ​ວິ​ຫານ​ຈະ​ກາຍ​ເປັນ​ປ່າ​ດົງ” 19 ກະ​ສັດ​ເຮ​ເຊ​ກີ​ຢາ ແລະ​ຊາ​ວ​ຢູ​ດາ​ທັງ​ປວງ​ບໍ່​ໄດ້​ຂ້າ​ມີ​ກາ ແຕ່​ຊົງ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຊົງ​ທຳ​ໃຫ້​ພຣະ​ອົງ​ຊອບ​ພຣະ​ທັຍ ແລ້ວ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ປ່ຽນ​ພຣະ​ທັຍ​ບໍ່​ນຳ​ໄພ​ວິ​ບັດ​ມາ​ສູ່​ພວກ​ເຂົາ ບັດ​ນີ້​ພວກ​ເຮົາ​ກຳ​ລັງ​ນຳ​ໄພ​ວິ​ບັດ​ອັນ​ຫນ້າ​ຢ້ານ​ມາ​ສູ່​ພວກ​ເຣົາ​ເອງ” 20 (ມີ​ຊາຍ​ອີກ​ຄົນ​ນຶ່ງ​ໄດ້​ເວົ້າ​ໃນ​ນາມ​ພຣະ​ຜູ້​ເປັນ​ເຈົ້າ ຊາຍ​ຜູ້​ນີ້​ຊື່​ວ່າ ອຸ​ຣີ​ຢາ​ບຸດ​ຂອງ​ເຊ​ມັຍ​ຢາຊາວ​ເມືອງ​ກິ​ຣິ​ອາດ​ເຢ​ອາ​ຣິມ ເຂົາ​ໄດ້​ເວົ້າ​ໃສ່​ຮ້າຍ​ເມືອງ​ແລະ​ປະ​ເທດ​ນີ້​ເຫມືອນ​ເຢ​ເຣ​ມີ​ຢາ​ໄດ້​ເວົ້າ 21 ເມື່ອ​ກະ​ສັດ​ເຢ​ຮົວ​ອາ​ກິມ​ກັບ​ພວກ​ນາຍ​ທະ​ຫານ​ຂອງ​ພຣະ​ອົງ ແລະ​ພວກ​ເຈົ້າ​ນາຍ​ໄດ້​ຍິນ​ອຸ​ຣິ​ຢາ​ເວົ້າ​ແລ້ວ ພຣະ​ອົງ​ກໍ​ຫາ​ຊ່ອງ​ທາງ​ຈະ​ຂ້າ​ອຸ​ຣິ​ຢາ​ເສັຽ ແຕ່​ເມື່ອ​ອຸ​ຣິ​ຢາ​ໄດ້​ຮູ້​ເຣື່ອງ​ນີ້​ແລ້ວ ເຂົາ​ກໍ​ຢ້ານ​ຈົ່ງ​ປົບ​ຫນີ​ໄປ​ຍັງ​ປະ​ເທດ​ເອ​ຢິບ 22 ກະ​ສັດ​ເຢ​ຮົວ​ອາ​ກິມ​ຈຶ່ງ​ສົ່ງ​ເອນ​ນາ​ທານ ບຸດ​ຂອງ​ອັກ​ໂບ​ຣ໌​ກັບ​ຄົນ​ອື່ນ​ອີກ​ບາງ​ຄົນ​ໄປ​ຈັບ​ເອົາ​ອຸ​ຣິ​ຢາ​ມາ​ຈາກ​ເອ​ຢິບ 23 ພວກ​ເຂົາ​ໄດ້​ນຳ​ອຸ​ຣິ​ຢາ​ມາ​ໃຫ້​ກະ​ສັດ​ເຢ​ຮົວ​ອາ​ກິມ ແລ້ວ​ພຣະ​ອົງ​ໄດ້​ຂ້າອຸ​ຣິ​ຢາ ແລະ​ໄດ້​ໂຍນ​ສົບ​ຂອງ​ເຂົາ​ເຂົ້າ​ໄປ​ໃນ​ບ່ອນ​ຝັງ​ສົບ​ຂອ​ງປະ​ຊາ​ຊົນ​ທົ່ວ​ໄປ) 24 ແຕ່​ເຢ​ເຣ​ມີ​ຢາ​ນັ້ນ​ບໍ່​ໄດ້​ຖືກມອບ​ໃຫ້​ປະ​ຊາ​ຊົນ​ປະ​ຫານ​ຊີ​ວິດ ຍ້ອນ​ວ່າ​ອາ​ຮີ​ກາມບຸດ​ຂອ​ງ​ຊາຟານ​ໄດ້​ຊ່ອຍ​ເຫລືອ​ໄວ້

ເຢເຣມີ 27

ບົດ​ຮຽນ​ຈາກ​ເຣື່ອງ​ແອກ

1 ໃນ​ຕົ້ນ​ຣັ​ຊ​ການ​ເຊ​ເດ​ກີ​ຢາ ຣາ​ຊ​ບຸດ​ຂອງ​ໂຢ​ຊີ​ຢາ ກະ​ສັດ​ແຫ່ງ​ຢູ​ດາ ພຣະ​ວັ​ຈ​ນະ​ນີ້​ມາຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ເຢ​ເຣ​ມີ​ຢາ 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້​ວ່າ “ຈົ່ງ​ທຳ​ສາຍ​ຮັດ​ແລະ​ແອກ​ສຳ​ລັບ​ຕົວ​ເຈົ້າ ຈົ່ງ​ສວມ​ຄໍ​ຂອງ​ເຈົ້າ 3 ແລະ​ສົ່ງ​ມັນ​ໄປ​ຍັງ​ກະ​ສັດ​ແຫ່ງເອ​ໂດມ​ກະ​ສັດ​ແຫ່ງ​ໂມ​ອາບ​ແລະ​ກະ​ສັດ​ແຫ່ງ​ຄົນ​ອັມ​ໂມນ ກະ​ສັດ​ແຫ່ງ​ຕີ​ເຣ ແລະ​ກະ​ສັດ​ແຫ່ງ​ຊີ​ໂດນ ດ້ວຍ​ມື​ຂອງ​ທູດ​ທີ່​ມາ​ເຂົ້າ​ເຝົ້າ​ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ 4 ຈົ່ງ​ຝາກ​ຄຳ​ກຳ​ຊັບ​ເຫລົ່າ​ນີ້​ແກ່​ບັນ​ດາ​ນາຍ​ຂອງ​ເຂົາ​ວ່າ, “ພຣະ​ຜູ້ເປັ​ນ​ເຈົ້າ​ຈອມໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວດັ່ງ​ນີ້​ວ່າ ເຈົ້າ​ຈົ່ງ​ກ່າວ​ເຣື່ອງ​ຕໍ່​ໄປ​ນີ້​ໃຫ້​ນາຍ​ຂອງ​ເຈົ້າ​ຟັງ​ວ່າ 5 ນີ້​ຄື​ເຮົາ​ເອງ ຜູ້​ໄດ້​ສ້າງ​ໂລກ ທັງ​ມະ​ນຸດ​ແລະ​ສັດ​ຊຶ່ງ​ຢູ່​ໃນ​ໂລກ​ດ້ວຍ​ຣິດ​ທາ​ນຸ​ພາບ​ຍິ່ງ​ໃຫຍ່ ແລະ​ດ້ວຍ​ແຂນ​ທີ່​ເດ່​ອອກ​ຂອງ​ເຮົາ ແລະ​ເຮົາ​ຈະ​ໃຫ້​ແກ່​ຜູ້​ໃດ​ກໍ​ໄດ້​ສຸດ​ແຕ່​ເຮົາ​ເຫັນ​ຊອບ 6 ບັດ​ນີ້ ເຮົາ​ໄດ້​ໃຫ້​ແຜ່ນ​ດິນ​ເຫລົ່າ​ນີ້​ທັງ​ສິ້ນ​ໄວ້​ໃນ​ມື​ຂອງ​ເນ​ບຸ​ກາ​ດ​ເນສ​ຊາຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ​ເຮົາ​ໄດ້​ໃຫ້​ສັດ​ປ່າຢູ່​ທົ່ງ​ແກ່​ເຂົາ​ດ້ວຍ​ທີ່​ຈະ​ບົວ​ຣະ​ບັດ​ເຂົາ 7 ບັນ​ດາ​ປະ​ຊາ​ຊາດ​ທັງ​ສິ້ນ​ຈະ​ຕ້ອງ​ບົວ​ຣະ​ບັດ​ເຂົາ ລູກ​ແລະ​ຫລານ​ຂອງ​ເຂົາ ຈົນ​ກວ່າ​ເວ​ລາ​ກຳ​ນົດ​ແຫ່ງ​ແຜ່ນ​ດິນ​ຂອງ​ທ່ານ​ເອງ​ຈະ​ມາ​ເຖິງ​ແລ້ວ​ຫລາຍ​ປະ​ຊາ​ຊາດ​ແລະ​ບັນ​ດາ​ມະ​ຫາ​ກະ​ສັດ​ຈະກະ​ທຳ​ໃຫ້​ທ່ານ​ເປັນ​ທາດ​ຂອງ​ເຂົາ​ທັງ​ຫລາຍ 8 “ແຕ່​ຖ້າ​ປະ​ຊາ​ຊາດ​ໃດ ຫລື​ຣາ​ຊ​ອາ​ນາ​ຈັກ​ໃດ ຈະ​ບໍ່​ບົວ​ຣະ​ບັດ​ເນ​ບຸ​ກາດ​ເນ​ສ​ຊາຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ຄົນ​ນີ້ ແລະ​ບໍ່​ຍອມ​ວາງ​ຄໍ​ໄວ້​ໃຕ້​ແອກ​ຂອງ​ກະ​ສັດ​ບາ​ບິ​ໂລນ ເຮົາ​ຈະ​ລົງ​ໂທດ​ປະ​ຊາ​ຊາດ​ນັ້ນ​ດ້ວຍ​ດາບ ດ້ວຍ​ການ​ອຶດ​ຢາກ ແລະ​ດ້ວຍ​ໂຣ​ກ​ລະ​ບາດ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ, ຈົນ​ກວ່າ​ເຮົາ​ຈະ​ລ້າງ​ຜານ​ເສັຽດ້ວຍ​ມື​ຂອງ​ເຂົາ 9 ເຫດສັນ​ນັ້ນ​ຢ່າ​ຟັງ​ຜູ້​ປະ​ກາດ​ພຣະ​ທັມ ຫລື​ຜູ້​ທຳ​ນ​ວາຍ​ຫລື​ຄົນ​ຊ່າງ​ຝັນ​ຂອງ​ເຈົ້າ ຜູ້​ຊຶ່ງ​ກ່າວ​ແກ່​ເຈົ້າ​ວ່າ “ທ່ານ​ຈະ​ບໍ່​ບົວ​ຣະ​ບັດ​ກະ​ສັດ​ແຫ່ງ​ບາ​ບິ​ໂລນດອກ” 10 ເພາະ​ຊຶ່ງ​ເຂົາ​ປະ​ກາດ​ພຣະຄຳໃຫ້​ທ່ານ​ນັ້ນ​ເປັນ​ຄວາມ​ເທັດ ອັນ​ຍັງ​ຜົນ​ໃຫ້​ທ່ານ​ຕ້ອງ​ຍົກ​ຍ້າຍ​ໄກ​ໄປ​ຈາກ​ແຜ່ນ​ດິນ​ຂອງ​ທ່ານ ແລະ​ເຮົາ​ຈະ​ຂັບ​ໂລ່​ທ່ານ​ອອກ​ໄປ ແລະ​ທ່ານ​ຈະ​ພິ​ນາດ 11 ແຕ່​ປະ​ຊາ​ຊາດ​ໃດ​ຊຶ່ງ​ເອົາ​ຄໍ​ຂອງ​ຕົນ​ວາງ​ໄວ້​ໃຕ້​ແອກ​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ແລະ​ບົວ​ຣະ​ບັດ​ທ່ານ ເຮົາ​ຈະ​ປະ​ເຂົາ​ໄວ້​ເທິງ​ແຜ່ນ​ດິນ​ຂອງ​ເຂົາ ເພື່ອ​ໃຫ້​ທຳ​ໄຮ່​ໄຖນາ​ແລະ​ໃຫ້​ອາ​ໄສ​ຢູ່​ທີ່​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 12 ຂ້າ​ພະ​ເຈົ້າ​ໄດ້​ທູນ​ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ​ໃນ​ທຳ​ນອງ​ດຽວ​ກັນ​ວ່າ “ຈົ່ງ​ເອົາ​ຄໍ​ຂອງ​ທ່ານ​ໄວ້​ໃຕ້​ແອກ​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ແລະ​ບົວ​ຣະ​ບັດ​ເຂົາ​ແລະ​ປະ​ຊາ​ຊົນ​ຂອງ​ເຂົາ ແລະ​ຈົ່ງ​ມີ​ຊີ​ວິດ​ຢູ່ 13 ເປັນ​ຫຍັງ​ທ່ານ​ກັບ​ຊົນ​ຊາດ​ຂອງ​ທ່ານ​ຈະ​ມາ​ຕາຍ​ເສັຽດ້ວຍດາບ ດ້ວຍ​ການ​ອຶດ​ຢາ​ກ ​ແລະ​ດ້ວຍ​ໂຣກ​ລະ​ບາດ ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ຊົງ​ລັ່ນ​ວາ​ຈາກ່ຽວ​ດ້ວຍ​ປະ​ຊາ​ຊາດ​ໃດໆ ຊຶ່ງ​ຈະ​ບໍ່​ບົວ​ຣະ​ບັດ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ 14 ຢ່າ​ຟັງ​ຖ້ອຍ​ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ກ່າວ​ແກ່​ເຈົ້າ​ວ່າ “ທ່ານ​ຈະ​ບໍ່​ບົວ​ຣະ​ບັດ​ກະ​ສັດ​ແຫ່ງ​ບາ​ບິ​ໂລນດອກ” ເພາະ​ຊຶ່ງ​ທ່ານ​ທັງ​ຫລາຍ​ປະ​ກາດ​ພຣະ​ຄຳ​ແກ່​ທ່ານ​ນັ້ນ​ກໍ​ເປັນ​ການ​ມຸ​ສາ 15 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເຮົາ​ບໍ່​ໄດ້​ໃຊ້​ເຂົາ ແຕ່​ເຂົາ​ປະ​ກາດ​ພຣະວັ​ຈ​ນະເທັດ​ໃນ​ນາມ​ຂອງ​ເຮົາ ຊຶ່ງ​ຍັງ​ຜົນ​ໃຫ້​ເຮົາ​ຕ້ອງ​ຂັບ​ໄລ່​ເຈົ້າ​ອອກ​ໄປ​ແລະ​ເຈົ້າ​ຈະ​ຕ້ອງ​ພິ​ນາດ ທັງ​ຕົວ​ເຈົ້າ​ແລະ​ຜູ້​ປະ​ກາດພຣະ​ທັມ​ທັງ​ຫລາຍ​ຊຶ່ງ​ປະ​ກາດ​ພຣະ​ທັມ​ໃຫ້​ແກ່ເຈົ້າ” 16 ແລະ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເວົ້າ​ກັບ​ປະ​ໂຣຫິດ​ແລະ​ປະ​ຊາ​ຊົນ​ນີ້​ທັງ​ສິ້ນ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋ ບໍ່​ຊ້າ​ເຂົາ​ຈະ​ນຳ​ເຄື່ອງ​ໃຊ້ຂອງ​ພຣະ​ວິ​ຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ມາ​ຈາກ​ກຸງ​ບາ​ບິ​ໂລນ ເພາະ​ຊຶ່​ງເຂົາ​ປະ​ກາດ​ພຣະ​ທັມ​ແກ່​ທ່ານ​ນັ້ນ​ກໍ​ເປັນ​ຄວາມ​ເທັດ” 17 ຢ່າ​ເຊື່ອ​ຟັງ​ເຂົາ​ເລີຍ ຈົ່ງ​ບົວ​ຣະ​ບັດ​ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ ແລະ​ມີ​ຊີ​ວິດ​ຢູ່ ເປັນ​ຫຍັງ​ເມືອງ​ຈະ​ຮ້າງ​ເປົ່າ 18 ຖ້າ​ເຂົາ​ເຫລົ່າ​ນັ້ນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຖ້າ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ກັ​ບ​ເຂົາ ກໍ​ຂໍ​ໃຫ້​ເຂົາ​ທູນວິງວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ວ່າ ໃຫ້​ເຄື່ອງ​ໃຊ້​ຊຶ່ງ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ໃນ​ພຣະ​ຣາ​ຊວັງ​ຂອງ​ກະ​ສັດ​ແຫ່ງ​ຢູ​ດາ ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ຢ່າ​ໃຫ້​ໄປ​ຍັງ​ບາ​ບິ​ໂລນ 19 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ບັນ​ດາ​ຕົ້ນເສົາ ອ່າງ​ທອງ​ສໍາຣິດ ແລະ​ຂາ​ຕັ້ງ ແລະ​ເຄື່ອງ​ໃຊ້​ອື່ນໆ​ທີ່​ເຫລືອ​ຢູ່​ໃນ​ເມືອງ​ນີ້ 20 ທີ່ເນ​ບຸ​ກາດເນ​ສ​ຊາ​ຣ໌ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ບໍ່​ໄດ້​ຍຶດ​ເອົາ​ໄປ ເມື່ອ​ທ່ານ​ໄດ້​ຈັບ​ເອົາ​ເຢ​ໂກ​ນິ​ຢາ​ ຣາ​ຊ​ບຸດ​ຂອງ​ເຢ​ຮົວ​ອາ​ກິມ​ກະ​ສັດ​ຂອງ​ຢູ​ດາ ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຜູ້​ໃຫຍ່​ຂອງ​ເຢ​ຣູ​ຊາ​ເລັມ​ຖືກກວາດ​ຕ້ອນ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ເປັນ​ຊະ​ເລີຍ​ຍັງ​ກຸງ​ບາ​ບິ​ໂລນ 21 ພຣະ​ຜູ້​ເປັນ​ເຈົ້າ​ຈອມໂຍທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ກ່ຽວ​ດ້​ວຍ​ເຣື່ອງ​ເຄື່ອງ​ໃຊ້​ຊຶ່ງ​ຍັງ​ເຫລືອ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນພຣະ​ຣາ​ຊວັງ​ຂອງ​ກະ​ສັດ​ແຫ່ງ​ຢູ​ດາ​ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 22 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຄື່ອງ​ໃຊ້​ເຫລົ່າ​ນີ້​ຈະ​ຖືກ​ຂົນ​ໄປ​ຍັງ​ບາ​ບິ​ໂລນ ແລະ​ຈະ​ຄ້າງ​ຢູ່​ທີ່​ນັ້ນ​ຈົນ​ເຖິງວັນ​ທີ່​ເຮົາ​ເອົາ​ໃຈ​ໃສ່​ມັນ ແລ້ວ​ເຮົາ​ຈຶ່ງ​ຈະ​ນຳ​ມັນ​ກັບ​ມາ ແລະ​ໃຫ້​ກ​ກັບ​ສູ່​ສະ​ຖານ​ທີ່​ນີ້”

ເຢເຣມີ 28

ຄຳ​ປະ​ກາດ​ພຣະ​ທັມ​ເທັດ​ຂອງ​ຮາ​ນາ​ນິ​ຢາ

1 ໃນ​ປີ​ດຽວ​ກັນ​ນັ້ນ​ເມື່ອ​ຕົ້ນ​ຣັ​ຊ​ການ​ເຊ​ເດ​ກີ​ຢາ ກະ​ສັດ​ແຫ່ງ​ຢູ​ດາ​ໃນ​ເດືອນ​ທີ່​ຫ້າ​ປີ​ທີ່​ສີ່ ຮາ​ນາ​ນິ​ຢາ ບຸດ​ຊາຍ​ຂອງ​ອັ​ສ​ຊູ​ຣ໌ ຜູ້​ປະ​ກາດ​ພຣະ​ທັມ​ຈາກ​ກິ​ເບ​ໂອນ ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ຫນ້າ​ບັນ​ດາ​ປະ​ໂຣ​ຫິດ​ແລະ​ປະ​ຊາ​ຊົນ​ທັງ​ຫລາຍ​ວ່າ, 2 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ “ເຮົາ​ໄດ້​ຫັກ​ແອກ​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ແລ້ວ 3 ພາຍ​ໃນ​ສອງ​ປີ ເຮົາ​ຈະ​ນຳ​ເຄື່ອງ​ໃຊ້​ທັງ​ສິ້ນ​ຂອງພຣະ​ວິ​ຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ມາ​ຍັງ​ທີ່​ນີ້ ຊຶ່ງ​ເປັນ​ພາ​ຊນະ​ທີ່​ເນ​ບຸ​ກາດ​ເນ​ສ​ຊາ​ຣ໌ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ຍຶດ​ໄປ​ຈາກ​ທີ່​ນີ້​ແລະ​ຂົນ​ໄປ​ຍັງ​ບາ​ບິ​ໂລນ 4 ເຣົາ​ຈະ​ນຳ​ເຢ​ໂກ​ນິ​ຢາ ຣາ​ຊ​ບຸດ​ຂອງ​ເຢ​ຮົວ​ອາ​ກິມ​ກະ​ສັດ​ແຫ່​ງຢູ​ດາ​ແລະ​ບັນ​ດາ​ຜູ້​ທີ່​ຖືກກວາດ​ຈາກ​ຢູ​ດາ ຜູ້​ຊຶ່ງ​ໄປ​ຍັງ​ບາ​ບິ​ໂລນ ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວ​ດັ່ງ​ນີ້​ແຫລະ​ວ່າ ເພາະ​ເຮົາ​ຈະ​ຫັກ​ແອກ​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ” 5 ແລ້ວ​ເຢ​ເຣມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ເວົ້າ​ກັບ​ຮາ​ນັຍ​ຢາ​ຕໍ່​ຫນ້າ​ບັ​ນ​ດາ​ປະ​ໂຣ​ຫິດ​ແລະ​ປະ​ຊາ​ຊົນ​ທັງ​ຫລາຍ​ຜູ້​ຊຶ່ງ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 6 ແລະ​ເຢ​ເຣ​ມີຢາ​ຜູ້​ປະ​ກາດ​ພຣະ​ທັມ​ກ່າວ​ວ່າ, “ອາ​ແມນ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ເຊັ່ນ​ນັ້ນ​ເຖີດ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ຖ້ອຍ​ຄຳ​ຊຶ່ງ​ທ່ານ​ປະ​ກາດ​ພຣະ​ທັມ​ນັ້ນ​ເປັນ​ຈິງ ແລະ​ນຳ​ເຄື່ອງ​ໃຊ້​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ບັນ​ດາ​ຜູ້​ຖືກ ກວາດ​ໄປ​ທັງ​ສິ້ນ​ກັບ​ມາ​ຈາກ​ບາ​ບິ​ໂລນ​ຍັງ​ທີ່​ນີ້ 7 ແຕ່​ກໍຂໍ​ຟັງ​ຖ້ອຍ​ຄຳ​ນີ້ຊຶ່ງ​ຂ້າ​ພະ​ເຈົ້າ​ເວົ້າ​ໃຫ້ທ່ານ​ໄດ້​ຍິນ​ແລະ​ໃຫ້​ປະ​ຊາ​ຊົນ​ທັງ​ຫລາຍ​ນີ້​ໄດ້​ຍິນ 8 ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ຊຶ່ງ​ຢູ່​ກ່ອນ​ທ່ານ​ແລະ​ຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ບູ​ຮານ​ນະ​ການ​ໄດ້​ປະ​ກາດ​ພຣະ​ທັມ​ເຖິງ​ສົງ​ຄາມ ການ​ອຶດ​ຢາກ ແລະ​ໂຣກ​ລະ​ບາດ​ອັນ​ມີ​ແກ່​ຫລາຍ​ປະ​ເທດ​ແລະ​ຫລາຍ​ຣາ​ຊ​ອາ​ນາ​ຈັກ​ໃຫຍ່​ໆ 9 ສ່ວນ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ປະ​ກາດ​ວ່າ​ຈະ​ມີ​ສັນ​ຕິ​ພາບ ເມື່ອ​ເປັນ​ຈິງ​ຕາມ​ຖ້ອຍ​ຄຳ​ຂອງ​ຜູ້​ປະ​ກາດ​ນັ້ນ ຈຶ່ງ​ຮູ້ກັນ​ວ່າ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ຈິງ” 10 ແລ້ວ​ຮາ​ນັຍ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ປົດ​ແອກ​ອອກ​ຈາກ​ຄໍ​ຂອງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ຫັກ​ມັນ​ເສັຽ 11 ແລະ​ຮາ​ນັຍ​ຢາ​ໄດ້​ກ່າວ​ຕໍ່​ຫນ້າ​ປະ​ຊາ​ຊົນ​ທັງ​ສິ້ນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຢ່າງ​ນັ້ນ​ແຫລະ, ເຮົາ​ຈະ​ຫັກ​ແອກ​ຂ​ອງ​ເນ​ບຸ​ກາດ​ເນ​ສ​ຊາຣ໌​ກະ​ສັດ​ຂອງ​ບາ​ບິ​ໂລນ ຈາກ​ຄໍ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ທັງ​ສິ້ນ​ພາຍ​ໃນ​ສອງ​ປີ” ແຕ່​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ອອກ​ໄປ​ເສັຽ 12 ຫລັງ​ຈາກທີ່​ຮາ​ນັຍ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຫັກ​ແອກ​ຈາກ​ຄໍ​ຂອງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ເຢ​ເຣ​ມີ​ຢາ​ວ່າ, 13 “ຈົ່ງ​ໄປ​ບອກ​ຮາ​ນັຍ​ຢາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວດັ່ງ​ນີ້​ວ່າ ເຈົ້າ​ໄດ້​ຫັກ​ແອກ​ໄມ້ ແຕ່​ເຮົາ​ຈະ​ທຳ​ແອກ​ເຫລັກ​ໄວ້​ແທນ 14 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ໄດ້​ວາ​ງແອກ​ເຫລັກ​ໄວ້​ເທິງ​ຄໍ​ບັນ​ດາ​ປະ​ຊາ​ຊາດ​ເຫລົ່າ​ນີ້​ທັງ​ສິ້ນ ໃຫ້​ເປັນ​ທາດ​ຂ​ອງ​ເນ​ບຸ​ກາດ​ເນ​ສ​ຊາຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ແລະ​ເຂົາ​ທັງ​ຫລາຍ​ຈະບົວ​ຣະ​ບັດ​ເຂົາ ເພາະ​ເຮົາ​ໄດ້​ຍົກ​ໃຫ້​ເຂົາ​ແລ້ວ​​ແມ່ນ​ແຕ່ສັດ​ປ່າ​ຢູ່​ທົ່ງ​ດ້ວຍ” 15 ແລະ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ເວົ້າ​ກັບ​ຮາ​ນັຍ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ຮາ​ນັຍ​ຢາຂໍ​ທ່ານ​ຟັງ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ໃຊ້​ທ່ານ ແລະ​ທ່ານ​ໄດ້​ກະ​ທຳ​ໃຫ້​ຊົນ​ຊາດ​ນີ້​ວາງ​ໃຈ​ໃນ​ຄວາມ​ເທັດ 16 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ເບິ່ງ​ແມ໋, ເຮົາ​ຈະ​ຍ້າຍ​ເຈົ້າ​ໄປ​ຈາກ​ພື້ນ​ໂລກ ໃນ​ປີ​ດຽວ​ນີ້​ເອງ​ເຈົ້າ​ຈະ​ຕ້ອງ​ຕາຍ ເພາະ​ເຈົ້າ​ໄດ້​ກ່າວ​ຖ້ອຍ​ຄຳ​ເປັນ​ການ​ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ” 17 ໃນ​ປີ​ດຽວ​ກັນ​ນັ້ນ ໃນ​ເດືອນ​ທີ່​ເຈັດ ຮາ​ນັຍ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຕາຍ

ເຢເຣມີ 29

ຈົດ​ຫມາຍ​ຂອງ​ເຢ​ເຣ​ມີ​ຢາ ມີ​ໄປ​ເຖິງ​ພວກ​ທີ່​ຖືກກວາດ​ຕ້ອນ

1 ຕໍ່​ໄປ​ນີ້​ເປັນ​ຖ້ອຍ​ຄຳ​ໃນ​ຈົດ​ຫມາຍ​ຊຶ່ງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຝາກ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ເຖິງ​ພວກ​ຜູ້​ໃຫຍ່​ຂອງ​ພວກ​ທີ່​ເປັນ​ຊະ​ເລີຍ ແລະ​ເຖິງ​ບັນ​ດາ​ປະ​ໂຣ​ຫິດ ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ປະ​ຊາ​ຊົນ​ທັງ​ສິ້ນ ຜູ້​ຊຶ່ງ​ເນ​ບຸ​ກາດ​ເນ​ສ​ຊາຣ໌​ໄດ້​ໃຫ້​ກວາດ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ເຖິງ​ບາ​ບິ​ໂລນ 2 ນີ້​ເປັນ​ເຣື່ອງ​ຫລັງ​ຈາກ​ກະ​ສັດ​ເຢ​ໂກ​ນິ​ຢາ ແລະ​ພຣະ​ຣາ​ຊິ​ນີ ພວກ​ຂັນ​ທີບັນ​ດາ​ເຈົ້າ​ນາຍ​ຂອງ​ຢູ​ດາ​ແລະ​ເຢ​ຣູ​ຊາ​ເລັມ ແລະ​ບັນ​ດາ​ຊ່າງ ​ແລະ​ຊ່າງ​ເຫລັກ​ໄດ້​ອອກ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມແລ້ວ 3 ຈົດ​ຫມາຍ​ນັ້ນ​ໄດ້​ສົ່ງ​ໄປ​ດ້ວຍ​ມື​ຂອງ​ເອ​ລາ​ຊາ​ບຸດ​ຂອງ​ຊາ​ຟານ​ແລະ​ເກ​ມາ​ຣິ​ຢາ​ບຸດ​ຮີນກີ​ຢາ ຜູ້ຊຶ່ງ​ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ​ສົ່ງ​ໄປທີ່​ບາ​ບິ​ໂລນ​ຍັງ​ເນ​ບູ​ກາດ​ເນ​ສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ຈົດ​ຫມາຍ​ນັ້ນ​ວ່າ 4 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ກ່າວ​ດັ່ງ​ນີ້​ແກ່​ບັນ​ດາ​ຜູ້​ເປັນ​ຊະ​ເລີຍ ຜູ້​ຊຶ່ງ​ເຮົາ​ໄດ້​ເນ​ລະ​ເທດ​ເຂົາ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ເຖິງ​ບາ​ບິ​ໂລນ​ນັ້ນ​ວ່າ 5 ຈົ່ງ​ສ້າງ​ເຮືອນ​ແລະ​ເຂົ້າ​ຢູ່​ໃນ​ເຮືອນ​ນັ້ນ ຈົ່ງ​ປູກ​ສວນ​ແລະ​ກິນ​ຜົນ​ຫມາກ​ໄມ້​ທີ່​ໄດ້​ນັ້ນ 6 ຈົ່ງ​ມີ​ພັ​ຣ​ຍາ​ແລະ​ມີ​ບຸດ​ຊາຍ​ຍິງ ຈົ່ງ​ຫາ​ພັ​ຣ​ຍາໃຫ້​ບຸດ​ຊາຍຂອງ​ເຈົ້າ​ທັງ​ຫລາຍ ແລະ​ຍົກ​ບຸດ​ຍິງ​ຂອງ​ເຈົ້າ​ໃຫ້​ແຕ່ງ​ງານ​ເສັຽ ເພື່​ອນາງ​ຈະ​ໄດ້​ມີ​ບຸດ​ຊາຍ​ແລະ​ບຸດ​ຍິງ​ທະ​ວີ​ມາກ​ຂຶ້ນ​ທີ່​ນັ້ນ​ແລະ​ບໍ່​ຫນ້ອຍ​ລົງ 7 ແຕ່​ຈົ່ງ​ສົ່ງ​ເສີມ​ສັນ​ຕິ​ພາບ​ຂອງ​ເມືອງ ຊຶ່ງ​ເຮົາ​ໄດ້​ກວາດ​ເຈົ້າ​ໃຫ້​ໄປ​ເປັນ​ຊະ​ເລີຍ​ຢູ່​ນັ້ນ ແລະ​ຈົ່ງ​ອ້ອນ​ວອນ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ​ເພື່ອ​ເມືອງ​ນັ້ນ ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ຈະ​ພົບ​ສັ​ນ​ຕິ​ພາບ​ຂອງ​ເມືອງ​ນັ້ນ 8 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ຢ່າ​ຍອມ​ໃຫ້​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຈົ້າ​ທັງ​ຫລາຍ​ຫລື​ຜູ້​ທຳ​ນ​ວາຍ​ຂອງ​ເຈົ້າ​ຜູ້​ຢູ່​ຖ້າມ​ກາງ​ຫລອກ​ລວງ​ເຈົ້າ​ ແລະ​ຢ່າ​ເຊື່ອ​ຄວາມ​ຝັນ​ຊຶ່ງ​ເຂົາ​ທັງ​ຫລາຍ​ໄດ້​ຝັນ​ເຫັນ 9 ເພາະ​ທີ່​ເຂົາ​ປະ​ກາດ​ພຣະ​ທັມ​ແກ່​ເຈົ້າ​ໃນ​ນາມ​ຂອງ​ເຮົາ​ນັ້ນ​ເປັນ​ຄວາມ​ເທັດ ເຮົາ​ບໍ່​ໄດ້​ໃຊ້​ເຂົາ​ໄປ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 10 “ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ເຈັດ​ສິບ​ປີ ແຫ່ງ​ບາ​ບິ​ໂລນ​ຄົບ​ແລ້ວ ເຣົາ​ຈະ​ຢ້ຽມ​ຢາມ​ເຈົ້າ​ແລະ​ຈະ​ໃຫ້​ຄຳ​ສັນ​ຍາ​ຂອງ​ເຮົາ​ສຳ​ເຣັດ​ເພື່ອ​ເຈົ້າ​ແລະ​ຈະ​ນຳ​ເຈົ້າ​ກັບ​ມາ​ສູ່​ສະ​ຖານ​ທີ່​ນີ້ 11 ພຣະ​ຜູ້ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ເຮົາ​ຮູ້​ແຜນ​ງານ​ທີ່​ເຮົາ​ມີ​ໄວ້​ສຳ​ລັບ​ເຈົ້າ ເປັນ​ແຜນ​ງານ​ເພື່ອ​ສັນ​ຕິ​ພາບ ບໍ່​ແມ່ນ​ເພື່ອ​ເປັນອັນ​ຕະ​ຣາຍ ເພື່ອ​ຈະ​ໃຫ້​ອະ​ນາ​ຄົດ​ແລະ​ຄວາມ​ຫວັງ​ໃຈ​ແກ່​ເຈົ້າ 12 ແລ້ວ​ເຈົ້າ​ຈະ​ທູນ​ຂໍ​ຕໍ່​ເຣົາ ແລະ​ມາ​ອ້ອນວອນ​ຕໍ່​ເຮົາ ແລະ​ເຮົາ​ຈະ​ຟັງ​ເຈົ້າ 13 ເຈົ້າ​ຈະ​ສ​ແວງ​ຫາ​ເຣົາແລະ​ພົບ​ເຮົາ ເມື່ອ​ເຈົ້າ​ສ​ແວງ​ຫາ​ເຮົາ​ດ້ວຍ​ສິ້ນ​ສຸດ​ໃຈ​ຂອງ​ເຈົ້າ 14 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ໃຫ້ເຈົ້າ​ພົບ​ເຮົາ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ສູ່​ສະ​ພາບ​ດີ​ແລະ​ຮວບ​ຮວມ​ເຈົ້າ​ມາ​ຈາກ​ບັນ​ດາ​ປະ​ຊາ​ຊາດ​ແລະ​ຈາກ​ທຸກ​ບ່ອນ​ທີ່​ເຣົາ​ຂັບ​ໄລ່​ເຈົ້າ​ໃຫ້​ໄປ​ຢູ່​ນັ້ນ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ ແລະ​ເຮົາ​ຈະ​ນຳ​ເຈົ້າ​ກັບ​ມາ​ຍັງ​ທີ່​ຊຶ່ງ​ເຮົາ​ເນ​ລະ​ເທດ​ເຈົ້າ​ໃຫ້​ຈາກ​ໄປ​ນັ້ນ 15 “ເພາະ​ເຈົ້າ​ທັງ​ຫລາຍ​ໄດ້​ກ່າ​ວວ່າ “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ໃຫ້​ມີ​ຜູ້​ປະ​ກາດ​ພຣະ​ທັມ​ສຳ​ລັບ​ເຮົາ​ທັ​ງຫລາຍ​ຂຶ້ນ​ໃນ​ບາ​ບິ​ໂລນ 16 (ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ພຣະ​ຣາ​ຊາ​ຜູ້​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ດາ​ວິດ​ແລະ​ກ່ຽວ​ກັບ​ປະ​ຊາ​ຊົນ​ທັງ​ສິ້​ນ​ຜູ້​ອາ​ໄສ​ຢູ່​ໃນ​ເມື​ອງ​ນີ້ ຄື​ຍາດ​ພີ່​ນ້ອງ​ຂອງ​ທ່ານ ຜູ້​ບໍ່​ໄດ້​ຖືກ​ເນ​ລະ​ເທດ​ໄປ​ກັບ​ທ່ານ​ວ່າ 17 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ສົ່ງ​ດາບ ການ​ອຶດ​ຢາກ ແລະ​ໂຣກ​ລະ​ບາດ​ມາ​ເຫນືອ​ເຂົາ​ທັງ​ຫລາຍ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເຂົາ​ທັງ​ຫລາຍ​ເຫມືອນ​ກັບ​ຫມາກ​ເດື່ອ​ທີ່​ເສັຽ​ຊຶ່ງ​ບໍ່​ດີ​ຈົນ​ເຂົາ​ກິນ​ບໍ່​ໄດ້ 18 ເຮົາ​ຈະ​ຂັບ​ຕິດ​ຕາມ​ເຂົາ​ດ້ວຍ​ດາບ ການ​ອຶດ​ຢາ​ກ ແລະ​ໂຣກ​ລະ​ບາດ ແລະ​ຈະ​ກະ​ທຳ​ເຂົາ​ໃຫ້​ເປັນ​ທີ່​ຫວາດ​ສຽວ​ແກ່​ຣາ​ຊ​ອາ​ນາ​ຈັກ​ທັງ​ສິ້ນ​ແຫ່ງ​ແຜ່ນ​ດິນ​ໂລກ ໃຫ້​ເປັນ​ຄຳ​ສາບ ໃຫ້​ເປັນ​ຄວາມ​ສະ​ຍົດ​ສະ​ຍອງ ໃຫ້​ເປັນ​ທີ່​ເຍີ້ຍ​ຫຍັນ ເປັນ​ຂີ້​ປາກ ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ຊຶ່ງ​ເຮົາ​ໄດ້​ຂັບ​ໄລ່​ໃຫ້​ເຂົາ​ໄປ​ຢູ່​ນັ້ນ 19 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ວ່າ​ເຂົາ​ທັງ​ຫລາຍ​ບໍ່​ເຊື່ອ​ຟັງ​ຖ້ອຍຄຳ​ຂອງ​ເຮົາ​ທີ່​ສົ່ງ​ມາ​ຍັງ​ເຂົາ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ແຕ່​ເຈົ້າ​ທັງ​ຫລາຍ​ບໍ່​ຍອມ​ຟັງ​ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”) 20 ເຈົ້າ​ທັງ​ປວງ​ຜູ້​ຖືກ​ເນ​ລະ​ເທດ ຜູ້​ຊຶ່ງ​ເຮົາ​ສົ່ງ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ເຖິງບາບິ​ໂລນ ຈົ່ງ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ວ່າ 21 ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ອາ​ຮັບ​ບຸດ​ຊາຍ​ຂອງ​ໂກ​ລັຍ​ຢາ ແລະ​ເຊ​ເດ​ກີ​ຢາບຸດ​ມາ​ອາ​ຊັຍຢາ ຜູ້​ຊຶ່ງໄດ້​ປະ​ກາດ​ພຣະ​ທັມ​ເທັດ​ແກ່​ເຈົ້າ​ໃນ​ນາມ​ຂອງ​ເຮົາ ເບິ່ງ​ແມ໋, ເຮົາ​ຈະ​ມອບ​ເຂົາ​ທັງ​ສອງ​ໄວ້​ໃນ​ມື​ຂອງ​ເນ​ບູ​ກາດ​ເນ​ສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ແລະ​ທ່ານ​ຈະ​ຂ້າ​ເຂົາ​ທັງ​ສອງ​ເສັຽ​ຕໍ່​ຫນ້າ​ຕໍ່​ຕາ​ເຈົ້າ 22 ເຫດ​ວ່າ​ເຂົາ​ທັງ​ສອງ​ບັນ​ດາ​ຜູ້​ທີ່​ຖືກ​ເນ​ລະ​ເທດ​ຈາກ​ຢູ​ດາ​ໄປ​ເຖິງ​ບາ​ບິ​ໂລນ​ຈະ​ໃຊ້​ຄຳ​ສາບ​ຕໍ່​ໄປ​ນີ້​ວ່າ “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ເຈົ້າ​ເຫມືອນ​ເຊເດ​ກີ​ຢາ​ແລະ​ອາ​ຮາບ ຜູ້​ທີ່​ກະ​ສັດ​ບາ​ບິ​ໂລນ​ໄດ້​ປີ້ງ​ເຂົາ​ເສັຽດ້ວຍ​ໄຟ” 23 ເພາະ​ເຂົາ​ທັງ​ສອງ​ໄດ້​ກະ​ທຳ​ຄວາມ​ໂງ່​ຈ້າ​ໃນ​ອິສ​ຣາ​ເອນ ໄດ້​ລ່ວງ​ປະ​ເວ​ນີ​ກັບ​ເມັຽ​ຂອງ​ເພື່ອນ​ບ້ານ ແລະ​ໄດ້​ເວົ້າ​ຖ້ອຍ​ຄຳ​ເທັດ​ໃນ​ນາມ​ຂອງ​ເຮົາ ຊຶ່ງ​ເຮົາ​ບໍ່​ໄດ້​ບັນ​ຊາ​ເຂົາ ເຣົາ​ເປັນ​ຜູ້​ທີ່​ຮູ້ ແລະ​ເຮົາ​ເປັນ​ພ​ຍານ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 24 ເຈົ້າ​ຈົ່ງ​ບອກ​ແກ່​ເຊ​ມັຍ​ຢາ​ຊາວ​ເນ​ເຮ​ລາມ​ວ່າ, 25 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ໄດ້​ສົ່ງ​ຈົດ​ຫມາຍ​ໃນ​ນາມ​ຂອງ​ເຈົ້າ​ໄປ​ຍັງ​ປະ​ຊາ​ຊົນ​ທັງ​ປວງ​ຜູ້​ຢູ່​ໃນ​ກຸຸງ​ເຢ​ຣູ​ຊາ​ເລັມ​ແລະ​ຍັງ​ເຊ​ຟັນ​ຢາ​ບຸດ​ມາ​ອາ​ຊັຍ​ຢາ​ປະ​ໂຣ​ຫິດ ແລະ​ຍັງ​ປະ​ໂຣ​ຫິດ​ທັງ​ປວງວ່າ, 26 “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ປະ​ໂຣ​ຫິດ​ແທນປະ​ໂຣ​ຫິດ​ເຢ​ຮົວ​ອາ​ດາ​ ໃຫ້​ດູ​ແລ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄວບ​ຄຸມ​ຄົນ​ບ້າ​ທຸກ​ຄົນ​ທີ່​ປະ​ກາດ​ພຣະ​ທັມ ໃຫ້​ຈັ​ບ​ເຂົາ​ໃສ່​ຄຸກ​ແລະ​ໃສ່​ໂຊ່​ເສັຽ 27 ບັດ​ນີ້​ເປັນ​ຫຍັງ​ເຈົ້າ​ບໍ່​ໄດ້​ຕໍ່​ວ່າ​ເຢ​ເຣ​ມີ​ຢາຊາວ​ອາ​ນາ​ໂທດ​ຜູ້​ຊຶ່ງ​ປະ​ກາດ​ພຣະ​ທັມ​ແກ່​ເຈົ້າ 28 ເພາະ​ເຂົາ​ໄດ້​ສົ່ງ​ຈົດ​ຫມາຍ​ມາ​ຍັງ​ເຮົາ​ໃນ​ບາ​ບິ​ໂລນ​ວ່າ “ການ​ທີ່​ເຈົ້າ​ເປັນ​ຊະ​ເລີຍ​ນັ້ນ​ຈະ​ດົນ​ນານ ຈົ່ງ​ສ້າງ​ເຮືອນ​ຂອງ​ເຈົ້າ​ແລະ​ອາ​ໄສ​ຢູ່​ໃນ​ນັ້ນ ແລະ​ປູກ​ສວນ​ແລະ​ກິນ​ຜົນ​ຫມາກ​ໄມ້​ທີ່​ໄດ້​ນັ້ນ” 29 ເຊຟັນ​ຢາ​ປະ​ໂຣ​ຫິດ​ອ່ານ​ຈົດ​ຫມາຍ​ນີ້​ໃຫ້​ເຢ​ເຣ​ມີ​ຢາຜູ້​ປະ​ກາດ​ພຣະ​ທັມ​ຟັງ 30 ແລ້ວ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ຍັງ​ເຢ​ເຣ​ມີ​ຢາວ່າ, 31 “ຈົ່ງ​ຂຽນ​ໄປ​ເຖິງ​ບັນ​ດາ​ຜູ້​ເປັນ​ຊະ​ເລີຍ​ທັງ​ປວງວ່າ “ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ກ່ຽວ​ກັບ​ເຊ​ມັຍ​ຢາ​ໄດ້​ປະ​ກາດ​ພຣະ​ທັມ​ແກ່​ເຈົ້າ​ເມື່ອ​ເຣົາ​ບໍ່​ໄດ້​ໃຊ້​ເຂົາ ແລະ​ໄດ້​ກະ​ທຳ​ໃຫ້​ເຈົ້າ​ວາງ​ໃຈ​ໃນ​ຄຳ​ເທັດ 32 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ລົງ​​ໂທດເຊ​ມັຍ​ຢາ​ຊາວ​ເນ​ເຮ​ລາມ​ແລະ​ເຊື້​ອ​ສາຍ​ຂອງ​ເຂົາ ເຂົາ​ຈະ​ບໍ່​ມີ​ຈັກ​ຄົນ​ນຶ່ງ​ທີ່​ມີ​ຊີ​ວິດ​ຢູ່​ໃນ​ຖ້າມ​ກາງ​ຊົ​ນ​ຊາດ​ນີ້​ທີ່​ຈະ​ໄດ້​ເຫັນ​ຄວາມ​ດີ ຊຶ່ງ​ເຮົາ​ຈະ​ກະ​ທຳ​ແກ່​ໄພ່​ພົນ​ຂອງ​ເຮົາ ເພາະ​ເຂົາ​ໄດ້​ເວົ້າ​ເປັນ​ການ​ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ

ເຢເຣມີ 30

ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ເຊື້ອ​ສາຍ​ຢາ​ໂຄບ

1 ພວກຜູ້​ເປັນ​ເຈົ້າ​ຂອງ​ຊາວ​ອິສ​ຣາ​ເອນຊົງ​ກ່າວ​ຕໍ່​ເຢ​ເຣ​ມີ​ຢາ​ວ່າ, 2 ຖ້ອຍ​ຄຳ​ທັງ​ຫມົດ​ທີ່​ເຣົາ​ໄດ້​ບອກ​ເຈົ້າ​ນັ້ນ ຈົ່ງ​ຂຽນ​ໄວ້​ໃນ​ປື້ມ​ຫົວ​ນຶ່ງ ເພາະ​ວ່າ​ວັນ​ເວ​ລາ​ຈະ​ມາ​ເຖິງ 3 ເມື່ອ​ນັ້ນເຮົາ​ຈຶ່ງ​ຈະ​ໃຫ້​ອິສ​ຣາ​ເອນ​ແລະ​ຢູ​ດາ​ໄພ່​ພົນ​ຂອງ​ເຣົາ​ຄືນ​ສູ່​ສະ​ພາບ​ເດີມ ແລະ​ຈະ​ນຳ​ເຂົາ​ມາ​ຍັງ​ແຜ່ນ​ດິນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຂົາ ພວ​ກ​ເຂົາ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ນັ້ນ​ອີກ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ ນີ້​ແຫລະ” 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ເຖິງ​ອິສ​ຣາ​ເອນ​ແລະ​ຢູ​ດາ​ດັ່ງ​ນີ້, 5 “ເຣົາ​ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ຍ້ອນ​ຕື່ນ​ຕົກ​ໃຈ ເປັນ​ສຽງ​ຢ້ານ​ບໍ່​ແມ່ນ​ສຽງ​ມ່ວນ​ຊື່ນ 6 ບັດ​ນີ້​ຈົ່ງ​ຖາມ ແລະ​ຄິດ​ເບິ່ງວ່າ​ຜູ້​ຊາຍ​ອອກ​ລູກ​ມີ​ບໍ ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນ​ຜູ້​ຊາຍ​ທຸກ​ຄົນ​ເອົາ​ມື​ອູ້ມ​ທ້ອງ​ເຫມືອນຜູ້​ຍິງ​ຈະ​ອ​ອກ​ລູກ ເປັນຫຍັງ​ຫນ້າ​ຕາ​ຂອງ​ທຸກ​ຄົນ​ຈຶ່ງ​ຂາວ​ຊີດ​ໄປ 7 ວັນ​ອັນ​ຫນ້າ​ຢ້ານ​ນັ້ນ​ຈະ​ມາ​ເຖິງ ບໍ່​ມີ​ວັນ​ໃດ​ເຫມືອນ​ກັບ​ວັນ​ນັ້ນ ເພາະ​ວ່າ​ເປັນ​ເວ​ລາ​ທຸກ​ໃຈ​ຂອງ​ເຊື້ອ​ສາຍ​ຢາ​ໂຄບ ແຕ່​ພວກ​ເຂົາ​ຈະ​ຜ່ານ​ພົ້ນ​ວັນ​ນັ້ນ​ໄປ​ໄດ້” 8 ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ມີ​ອໍາ​ນາດ​ຍິ່ງ​ໃຫຍ່​ຊົງ​ກ່າວ​ວ່າ, “ເມື່ອ​ວັນ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົດ​ແອກ​ອອກ​ຈາກ​ຄໍ​ແລະ​ແກ້​ໂສ້​ອອກ​ຈາກ​ເຂົາ​ ພວກ​ເຂົາ​ຈະ​ບໍ່​ເປັນ​ທາດ​ຮັບ​ໃຊ້​ຄົນ​ຕ່າງ​ຊາດ​ອີກ​ຕໍ່​ໄປ 9 ແຕ່​ຈະ​ຮັບ​ໃຊ້​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ​ແລະ​ຮັບ​ໃຊ້​ດາ​ວິດ​ຜູ້​ເຮົາ​ຈະ​ໃຫ້​ເປັນ​ກະ​ສັດ​ຂອງ​ພວກ​ເຂົາ 10 ຢາ​ໂຄບ​ຜູ້​ຮັບ​ໃຊ້​ຂອງ​ເຣົາ​ເອີຍ ຢ່າ​ສູ່ຢ້ານ​ເລີຍ ຊາວ​ອິສ​ຣາ​ເອນ​ເອີຍ ຢ່າ​ຕື່ນ​ຕົກ​ໃຈ ເຮົາ​ຈະ​ຊ່ອຍ​ໃຫ້​ໄດ້​ກັບ​ຄືນ​ມາ​ຈາກ​ປະ​ເທດ​ອັນ​ໄກ​ນັ້ນ ຄື​ຈາກ​ແຜ່ນ​ດິນ​ທີ່​ພວກ​ເຈົ້າ​ຕົກ​ເປັນ​ນັກ​ໂທດ ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ຈະ​ກັບ​ມາ​ມີ​ຊີ​ວິດ​ຢູ່​ຢ່າງ​ສ​ງົບ​ສຸກ ຈະ​ປອດ​ພັຍ​ແລະ​ຈະບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາ​ຢ້ານ​ກົວ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 11 ເຮົາ​ຈະ​ຢູ່​ກັບເຈົ້າ ເພື່ອ​ຊ່ອຍ​ເຈົ້າ​ໃຫ້​ພົ້ນ​ໄພ ຈະ​ທຳ​ລາຍ​ບັນ​ດາ​ປະ​ເທດ​ທີ່​ເຮົາ​ໃຫ້​ເຈົ້າ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ນັ້ນ ຈະ​ບໍ່​ທຳ​ລາຍ​ເຈົ້າ​ແຕ່​ຈະ​ລົງ​ໂທດ​ສະ​ຖານ​ເບົາ​ເສັຽກ່ອນ​ຈຶ່ງ​ຈະ​ປ່ອຍ​ໄປ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ປະ​ຊາ​ຊົນ​ວ່າ, “ບາດ​ແຜ​ຂອງ​ເຈົ້າ​ບໍ່​ສາ​ມາດ​ປິ່ນ​ປົວ​ໃຫ້​ດີ​ໄດ້ ຄວາມ​ເຈັບ​ປວດ​ກໍ​ປິ່ນ​ປົວ​ໄດ້ 13 ຈະ​ບໍ່​ມີ​ໃຜ​ບົວ​ຣະ​ບັດ​ຮັກ​ສາ​ເຈົ້າ ບໍ່​ມີ​ຢາ​ຮັກ​ສາ​ບາດ​ແຜ​ແລະ​ບໍ່​ມີ​ການ​ປິ່ນ​ປົວເຈົ້າ 14 ຄົນ​ຮັກ​ແພງ​ຂອງ​ເຈົ້າ​ທັງ​ຫມົດ​ໄດ້​ລືມ​ເຈົ້າ​ແ​ລ້ວ ພວກ​ເຂົາ​ບໍ່​ສົນ​ໃຈ​ເຈົ້າ​ອີກ​ຕໍ່​ໄປ ເຮົາ​ໂຈ​ມ​ຕີ​ເຈົ້າ​ເຫມືອນ​ດັ່ງ​ສັດ​ຕ​ຣູ ໂທດ​ຂອງ​ເຈົ້າ​ກໍ​ຮຸນ​ແຮງ​ເພາະ​ວ່າ​ບາບ​ຂອງ​ເຈົ້າ​ມີ​ຫລາຍ​ແທ້​ແລະ​ຄວາມ​ຊົ່ວ​ກໍ​ຮ້າຍ​ແຮງ 15 ຢ່າ​ຮ້ອງ​ໄຫ້​ຍ້ອນ​ຄວາມ​ເຈັບ​ປວດ​ອີກ​ເລີຍ ຄວາມ​ເຈັບ​ປວດ​ນັ້ນ​ປິ່ນ​ປົວ​ໃຫ້​ດີ​ບໍ່​ໄດ້​ດອກ ທີ່​ເປັນ​ດັ່ງ​ນີ້​ແມ່ນ​ເຮົາ​ລົງ​ໂທດ​ເຈົ້າ ເພາະ​ວ່າ​ບາບ​ຂອງ​ເຈົ້າ​ມີ​ຫລາຍ​ແທ້ ແລະ​ຄວາມ​ຊົ່ວ​ກໍ​ຮ້າຍ​ແຮງ 16 ຜູ້​ໃດ​ທຳ​ຮ້າຍ​ເຈົ້າ ຈະ​ຖືກ​ທຳ​ຮ້າຍ​ຕອບ ສັດ​ຕ​ຣູ​ຂອງ​ເຈົ້າ​ທັງ​ຫມົດ​ຈະ​ຕົກ​ເປັນ​ຊະ​ເລີຍ ຜູ້​ໃດ​ກົດ​ຂີ່​ຂົ່ມ​ເຫັງ​ເຈົ້າ​ຈະ​ໄດ້​ຮັບ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຕອບ ແລະ​ຜູ້​ໃດ​ປຸ້ນ​ເຈົ້າ​ຈະ​ຖືກ​ປຸ້ນ​ຕອບ 17 ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ດີ​ເປັນ​ປົກ​ກະ​ຕິ​ອີກ ຈະ​ປິ່ນ​ປົວ​ບາດ​ແຜ​ໃຫ້​ດີ ເຖິງ​ແມ່ນ​ສັດ​ຕ​ຣູ​ຂອງ​ເຈົ້າ​ເວົ້າ​ວ່າ ເມືອງ​ຊີ​ໂອນ​ຖືກ​ເຂົາ​ປະ​ຖິ້ມ​ແລ້ວ ບໍ່​ມີ​ໃຜ​ສົນ​ໃຈ​ອີກ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ເຊື້ອ​ສາຍ​ຢາ​ໂຄບ​ກັບ​ຄືນ​ສູ່​ສະ​ພາບ​ດີອມ ແລະ​ຈະ​ເອັ​ນ​ດູ​ກູນາ​ຄອບ​ຄົວ​ເຂົາ​ທັງ​ຫມົດ ເມືອງ​ທຸກ​ເມືອງ​ຈະ​ຖືກ​ສ້າງ​ຂຶ້ນ​ໃຫມ່ ແລະ​ເຮືອນ​ທຸກ​ຫລັງ​ຈະ​ເຮັດ​ໃຫ້​ຄືນ​ດີ​ຄື​ເກົ່າ 19 ປະ​ຊາ​ຊົນ​ໃນ​ທີ່​ນັ້ນ​ຈະ​ຮ້ອງ​ເພງ​ສັຣ​ເສີນ ຈະ​ຮ້ອງ​ໂຮ​ມ່ວນ​ຊຶ່ນ ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເພີ້ມ​ທະ​ວີ​ຫລາຍ​ຂຶ້ນ ແລະ​ຈະ​ນຳ​ກຽດ​ມາ​ໃຫ້​ພວກ​ເຂົາ 20 ເຮົາ​ຈະ​ນຳ​ອຳ​ນາດ​ເກົ່າ​ຄືນ​ມາ​ໃຫ້​ຊົນ​ຊາດນີ້ ຈະ​ຈັດ​ຕັ້ງ​ເຂົາ​ຂຶ້ນ​ອີກ​ຢ່າງ​ຫມັ້ນ​ຄົງ ແລະ​ຈະ​ລົງ​ໂທດ​ຄົນ​ທັງ​ປວງ​ທີ່​ກົດ​ຂີ່​ຂົ່ມ​ເຫັງ​ເຂົາ 21 ເຈົ້າ​ນາຍ​ຂອງ​ເຂົາ​ຈະ​ເປັນ​ຄົນ​ນຶ່ງ​ໃນ​ພວກ​ເຂົາ​ທັງ​ຫລາຍ ຜູ້​ປົກ​ຄອງ​ຈະ​ອອກ​ມາ​ຈາກຖ້າມ​ກາງ​ເຂົາ​ເອງ ເຮົາ​ຈະ​ກະ​ທຳ​ໃຫ້​ທ່ານ​ນັ້ນ​ເຂົ້າ​ມາ​ໃກ້ ແລະ​ທ່ານ​ນັ້ນ​ຈະ​ເຂົ້າ​ໃກ້​ເຮົາ ເພາະ​ໃຜ​ຈະ​ກ້າ​ເຂົ້າ​ມາ​ໃຫ້​ເຮົາ​ໄດ້​ເອງ ພຣະ​ເຈົ້າ​ກ່າວ 22 ແລະ​ເຈົ້າ​ທັງ​ຫລາຍ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ” 23 ຈົ່ງ​ເບິ່ງ​ພະ​ຍຸ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄວາມ​ຄຽດ​ຮ້າຍ​ຂອງ​ພຣະ​ອົງ​ເປັນ​ດັ່ງ​ພະ​ຍຸ ລົມ​ໂຫດ​ຮ້າຍ​ນີ້​ຈະ​ພັດ​ເປົ່າ​ວົນ​ວຽນ​ຢູ່​ເທິງ​ຫົວ​ຂອງ​ຄົນ​ອະ​ທັມ 24 ຄວາມ​ຄຽດ​ຮ້າຍ​ນີ້​ຈະ​ບໍ່​ຢຸດ​ຢັ້ງ ຈະ​ມີ​ເລື້ອຍໆ​ຈົນ​ເທົ່າ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ສຳ​ເຣັດ​ຕາມ​ພຣະ​ປະ​ສົງ​ແລ້ວ ໃນ​ຄັ້ງ​ສຸດ​ທ້າຍ​ໄພ່​ພົນ​ຂອງ​ພຣະ​ອົງ​ຈະ​ເຂົ້າ​ໃຈ​ເຣື່ອງ​ນີ້​ຢ່າງ​ແຈ່ມ​ແຈ້ງ

ເຢເຣມີ 31

ຄົນ​ອິສ​ຣາ​ເອນ​ຈະ​ກັບ​ຄືນ​ປະ​ເທດ​ຂອງ​ຕົນ

1 ພຣະ​ເຈົ້າ​ຊົງ​ກ່າວ​ວ່າ, “ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ​ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ແຫ່ງ​ຕະ​ກູນ​ທັງ​ປວງ​ຂອງອິສ​ຣາ​ເອ​ນ ພວກ​ເຂົາ​ຈະ​ເປັນ​ໄພ່​ພົນ​ຂອ​ງ​ເຮົາ 2 ເມື່ອ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ທີ່​ເຫລືອ​ມາ​ຈາກ​ຕາຍ​ໃນ​ຖິ່ນ​ກັນ​ດານ​ຕ້ອງ​ການ​ພັກ​ຜ່ອນ 3 ເຮົາ​ກໍ​ໄດ້​ສະ​ແດງ​ຄວາມ​ເມດ​ຕາ​ແລະ​ປາ​ກົດ​ໃຫ້​ເຂົາ​ເຫັນ ຊາວ​ອິສ​ຣາ​ເອນ​ເອີຍ ເຮົາ​ໄດ້​ຮັກ​ແພງ​ພວກ​ເຈົ້າ​ສ​ເມີ​ມາ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຈະ​ຮັກ​ແພງ​ພວກ​ເຈົ້າ​ຢ່າງ​ຫມັ້ນ​ຄົງ​ສືບ​ຕໍ່​ໄປ 4 ເຮົາ​ຈະ​ສ້າງ​ເຈົ້າ​ຂຶ້ນ​ໃຫມ່ ເຈົ້າ​ຈະ​ມີ​ກອງ​ໂທນ​ແລະ​ໄດ້​ຟ້ອນ​ລຳ​ດ້ວຍ​ຄວາມ​ມ່ວນ​ຊື່ນ 5 ຈະ​ໄດ້​ປູກ​ກົກ​ອະ​ງຸ່ນ​ເທິງ​ພູ​ຊາ​ມາ​ເຣັຽອີກ ແລະ​ຄົນ​ທັງ​ຫລາຍ​ທີ່​ປູກ​ກົກ​ອະ​ງຸ່ນ​ນັ້ນ​ຈະ​ໄດ້​ກິນ​ຫມາກ​ຂອງ​ມັນ 6 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ຄົນ​ເຝົ້າ​ຍາມ​ຈະ​ເອີ້ນ​ຢູ່​ເທິງ​ພູ​ເອ​ຟ​ຣາອິມ​ວ່າ “ມາ​ເທາະ ເຮົາ​ຈົ່ງ​ພ້ອມ​ກັນ​ຂຶ້ນ​ໄປ​ເທິງ​ພູ​ຊີ​ໂອນ​ເທາະ ໄປ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າຂອງ​ເຮົາ” 7 ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ​ວ່າ, “ຈົ່ງ​ຮ້ອງ​ເພງ​ສັຣ​ເສີນ​ດ້ວຍ​ຄວາມ​ມ່ວນ​ຊື່ນ​ສຳ​ລັບ​ອິສ​ຣາເອນ​ທີ່​ເປັນ​ຊົນ​ຊາດ​ຍິ່ງ​ໃຫຍ່ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊ່ອຍ​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ​ໄພ ຊົງ​ຊ່ອຍ​ຄົນ​ທັງ​ປວງທີ່​ເຫລືອ​ຢູ່ 8 ເຮົາ​ຈະ​ໂຮມ​ເອົາ​ເຂົາ​ທັງ​ຫລາຍ​ມາ​ຈາກ​ທາງ​ທິດ​ເຫນືອ ແລະ​ມາ​ຈາກ​ທົ່ວ​ໂລກ ພ້ອມທັງ​ຄົນ​ຕາ​ບອດ​ແລະ​ຄົນ​ເສັຽ​ຂາ ຜູ້​ຍິງ​ຖື​ພາ​ທີ່​ກຳ​ລັງ​ຈະ​ອອກ​ລູກ​ກໍ​ຈະ​ມາ ຈະ​ກັບ​ຄືນ​ມາ​ເປັນ​ຊົນ​ຊາດ​ໃຫຍ່ 9 ໄພ່​ພົນ​ຂອງ​ເຮົາ​ຈະ​ກັບ​ມາ​ດ້ວຍ​ນ້ຳ​ຕາ ແຕ່​ເຮົາ​ຈະ​ເລົ້າ​ໂລມ​ແລະ​ເບິ່ງ​ແຍງເຂົາ ຈະ​ນຳ​ເຂົາ​ມາ​ຮອດ​ກະ​ແສ​ນ້ຳ​ໄຫລ ໃຫ້​ຍ່າງ​ໄປ​ຕາ​ມທາງ​ພຽງ​ບ່ອນ​ ບໍ່​ມີ​ສະ​ດຸດ ເຮົາ​ເປັນ​ພໍ່​ຂອງ​ອິສ​ຣາ​ເອນ ແລະ​ເອ​ຟ​ຣາອິມ​ເປັນ​ລູກ​ກົກ​ຂອງ​ເຮົາ 10 ຊົນ​ຊາດ​ທັງ​ຫລາຍ​ເອີຍ ຈົ່ງ​ຟັງ​ເດີ ຈົ່ງ​ປະ​ກາດ​ຖ້ອຍ​ຄຳ​ຂອງ​ເຮົາ​ໃນ​ແຜ່ນ​ດິນ​ແຄມ​ທະ​ເລ​ທີ່​ຢູ່​ຫ່າງ​ໄກ ເຮົາ​ຜູ້​ທຳ​ໃຫ້​ອິສ​ຣາ​ເອນ​ກະ​ຈັດ​ກະ​ຈາຍ​ໄປ ຈະ​ເຕົ້າ​ໂຮມ​ແລະ​ເບິ່ງ​ແຍງ​ເຂົາ​ເຫມືອນ​ຄົນ​ລ້ຽງ​ແກະ​ເບິ່ງ​ແຍງ​ແກະ​ຂອງ​ຕົນ 11 ເຮົາ​ໄດ້​ຊ່ອຍ​ໃຫ້​ອິສ​ຣາ​ເອນ​ເປັນ​ອິສ​ຣະ ແລະ​ໃຫ້​ພົ້ນ​ຈາກ​ເງື້ອມ​ມື​ຂອງ​ຊົນຊາດ​ໃຫຍ່ 12 ພວກ​ເຂົາ​ຈະ​ມາ​ຮ້ອງ​ເພງ​ດ້ວຍ​ຄວາມ​ມ່ວນ​ຊື່ນ​ຢູ່​ເທິງ​ພູ​ຊີ​ໂອນ ຈະ​ຊົມ​ຊື່ນ​ຍິນ​ດີ​ໃນ​ສິ່ງ​ຂອງ​ທີ່​ເຮົາ​ໃຫ້ ຄື​ເມັດ​ເຂົ້າ ເຫລົ້າ​ອະ​ງຸ່ນ ນ້ຳ​ມັນ ຝູງ​ແກະ​ແລະ​ງົວ​ຄວາຍ ພວ​ກ​ເຂົາ​ຈະ​ເປັນ​ເຫມືອນ​ສວນ​ທີ່​ມີ​ນ້ຳ​ຫົດ ແລະ​ຈະ​ບໍ່​ມີ​ຄວາມ​ໂສກ​ເສົ້າ​ເສັຽ​ໃຈ​ອີກ​ເລີຍ 13 ຂ​ນະ​ນັ້ນ​ພວກ​ຍິງ​ສາວ​ຈະ​ຟ້ອນ​ລຳ​ຢ່າງ​ມີ​ຄວາມ​ສຸກ ພວກ​ຄົນ​ຫນຸ່ມ​ແລະ​ແກ່​ເຖົ້າ​ຈະ​ມ່ວນ​ຊື່ນ​ຍິນ​ດີ ເຮົາ​ຈະ​ເລົ້າ​ໂລມ​ເຂົາ​ແລະ​ປ່ຽນ​ຄວາມ​ໂສກ​ເສົ້າ​ເປັນ​ຄ​ວາມ​ມ່ວນ​ຊື່ນ ຄວາມ​ເສັຽ​ໃຈ​ຈະ​ກາຍ​ເປັນ​ຄວາມ​ຍິນ​ດີ 14 ຈະ​ເຮັດ​ໃຫ້​ປະ​ໂຣ​ຫິດ​ມີ​ອາ​ຫານ​ກິນ​ຢ່າງ​ສົມ​ບູນ ແລະ​ຈະ​ໃຫ້​ປະ​ຊາ​ຊາດ​ຂອງ​ເຮົາ​ມີ​ທຸ​ກຢ່າງ​ຕາມ​ຄວາມ​ຕ້ອງ​ການ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 15 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ສຽງ​ທີ່​ໄດ້​ຍິນ​ຢູ່​ໃນ​ເມືອງ​ຣາ​ມາ​ນັ້ນ ເປັນ​ສຽງ​ຮ້ອງ​ໄຫ້​ດ້ວຍ​ຄວາມ​ຂົມ​ຂື່ນ ນາງ​ຣາ​ເຊັນ​ຣ້ອງ​ໄຫ້​ຍ້ອ​ນລູກ​ຂອງ​ຕົນ ນາງ​ບໍ່​ຍອມ​ຟັງ​ສຽງ​ເລົ້າ​ໂລມ ຍ້ອນ​ວ່າ​ລູກ​ຂອງ​ນາງ​ໄດ້​ຕາຍ​ແລ້​ວ 16 ເຈົ້າ​ຈົ່ງ​ເຊົາ​ຮ້ອງ​ໄຫ້​ແລະ​ເຊັດ​ນ້ຳ​ຕາ​ເສັຽ ເພາະ​ວ່າ​ຈະ​ມີ​ບຳ​ເຫນັດ​ສຳ​ລັບ​ຜົນ​ງານ​ທີ່​ເຈົ້າ​ໄດ້​ເຮັດ​ເພື່ອ​ລູກ​ຂອງ​ເຈົ້າ ເຂົາ​ທັງ​ຫລາຍ​ຈະ​ໄດ້​ກັບ​ມາ​ຈາກ​ແຜ່ນ​ດິນ​ຂອງ​ສັດ​ຕຣູ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 17 ຄວາມ​ຫວັງ​ຂອງ​ເຈົ້າ​ຍັງ​ມີ​ຢູ່ ເພາະ​ວ່າ​ລູກ​ຫລານ​ຂອງ​ເຈົ້າ​ຈະ​ໄດ້​ກັບ​ມາ​ອີກ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 18 ເຣົາ​ໄດ້​ຍິນ​ຊາວ​ອິສ​ຣາ​ເອນ​ເວົ້າ​ດ້ວຍ​ຄວາມ​ທຸກ​ໃຈ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພວກ​ຂ້າ​ພຣະ​ອົງ​ເປັນ​ເຫມືອນ​ງົວ​ປ່າ​ທີ່​ດື້ດ້ານ ແຕ່​ພຣະ​ອົງ​ຊົງ​ສອນ​ພວກ​ຂ້າ​ພຣະ​ອົງ​ໃຫ້​ເຊື່ອ​ຟັງ ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້າ​ພຣະ​ອົງ​ກັບ​ຄືນ​ຖ້ອນ ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ 19 ພວກ​ຂ້າ​ພຣະ​ອົງ​ໄດ້​ຫລີກ​ຫນີ​ຈາກ​ພຣະ​ອົງ ແຕ່​ບໍ່​ເຫິງ​ພວກ​ຂ້າ​ພຣະ​ອົງ​ກໍ​ຢາກ​ຄືນ​ມາ​ອີກ ຫລັງ​ຈາກ​ພຣະ​ອົງ​ຊົງ​ລົງ​ໂທດ​ແລ້ວ ພ​ວກ​ຂ້າ​ພຣະ​ອົງ​ກໍ​ຕີ​ຕົນ​ເອງ​ດ້ວຍ​ຄວາມ​ເສັຽໃຈ ແລະ​ຮູ້​ສຶກ​ລະ​ອາຍ​ຂາຍ​ຫນ້າ ເພາະ​ວ່າ​ໄດ້​ເຮັດ​ບາບ​ເມື່ອ​ຄາວ​ຍັງ​ຫນຸ່ມ 20 ຊາວ​ອິສ​ຣາ​ເອນ​ເອີຍ ພວກ​ເຈົ້າ​ເປັນ​ລູກ​ທີ່​ຮັກ​ຍິ່ງ​ຂອງ​ເຮົາ ເມື່ອ​ໃດ​ເຮົາ​ກ່າວ​ເຖິງ​ຊື່​ຂອງ​ພວກ​ເຈົ້າ ເຮົາ​ກໍ​ຄິດ​ເຖິງ​ດ້ວຍ​ຄວາມ​ຮັກ​ແພງ ຈິດ​ໃຈ​ຂອງ​ເຮົາ​ຄິດ​ເຖິງ​ແຕ່​ພວກ​ເຈົ້າ​ ເຮົາ​ຈະ​ເມດ​ຕາ​ສົງ​ສານ​ພວກ​ເຈົ້າ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 21 ຈົ່ງ​ຫມາຍ​ທາງ​ທີ່​ພວກ​ເຈົ້າ​ຈາກ​ໄປ​ນັ້ນ ຊາວ​ອິສ​ຣາ​ເອນ​ເອີຍ ຈົ່ງ​ກັບ​ຄືນ​ມາ​ບ້ານ​ເມືອງ​ທີ່​ໄດ້​ຈາກ​ໄປ 22 ລູກ​ທີ່​ບໍ່​ສັດ​ຊື່​ເອີຍ ຈະ​ຍັງ​ລັ່ງ​ເລ​ໃຈ​ຢູ່ດົນ​ປານ​ໃດ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ແນວໃຫ​ມ່​ຂຶ້ນ​ມາ​ແລ້ວ ຄື​ຜູ້​ຍິງ​ທີ່​ອ່ອນແອ​ຈະ​ແຂງ​ແຮງ​ເຫມືອນ​ຜູ້​ຊາຍ” 23 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ມີ​ອຳ​ນາດ​ຍີ່ງ​ໃຫຍ່​ຂອງ​ອິສ​ຣາ​ເອນ​ຊົງ​ກ່າວ​ວ່າ, “ເມື່ອ​ເຮົາ​ທຳ​ໃຫ້​ປະ​ຊາ​ຊົນ​ກັບ​ຄືນ​ດີ​ຄື​ເກົ່າ​ແລ້ວ ເຂົາ​ທັງ​ຫລາຍ​ຈະ​ກ່າວ​ຖ້ອຍ​ຄຳໃນແຜ່ນ​ດິນ​ຂອງຢູ​ດາ​ແລະ​ໃນ​ຫົວ​ເມືອງ​ຕ່າງໆ​ອີກ​ເທື່ອ​ນຶ່ງວ່າ ຄື “ໂອ ທີ່​ຢູ່​ແຫ່ງ​ຄວາ​ມຊອບ​ທັມ​ເອີຍ ພູ​ທີ່​ບໍ​ຣິ​ສຸດ​ເອີຍ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ເຈົ້າ” 24 ຢູດາແລະ​ຫົວ​ເມືອງ​ທັງ​ສິ້ນ​ນັ້ນ​ ທັງ​ບັນ​ດາຊາວ​ນາ ຄົນ​ລ້ຽງ​ສັດ​ພ້ອມ​ກັ​ບ​ສັດ​ທັງ​ຫມົດ​ຈະ​ອາ​ໄສ​ຢູ່​ດ້ວຍ​ກັນ​ທີ່​ນັ້ນ​ 25 ເພາະ​ເຮົາ​ຈະ​ໃຫ້​ຈິດ​ໃຈ​ທີ່ເມື່ອຍ​ມີ​ແຮງ​ຂຶ້ນ ແລະ​ຈິດ​ໃຈ​ທີ່​ອ່ອນ​ຣະ​ທວຍ​ທຸກດວງ​ເຮົາ​ຈະໃຫ້​ບໍ​ຣິ​ບູນ 26 ເມື່ອ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຕື່ນ​ຂຶ້ນ​ແລະ​ມອງ​ເບິ່ງ ແລະ​ການ​ຫລັບ​ນອນ​ຂອງ​ຂ້າ​ພະ​ເຈົ້າ​ຕື່ນ​ຂຶ້ນ​ດ້ວຍ​ຄວາມ​ຊື່ນ​ບານ 27 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ໃຫ້​ປະ​ເທດ​ອິສ​ຣາ​ເອນ​ແລະ​ຢູ​ດາ ເຕັມ​ໄປ​ດ້ວຍ​ຄົນ​ແລະ​ສັດ​ທັງ​ຫລາຍ 28 ແຕ່ກ່ອນ​ເຣົາ​ໄດ້​ເຝົ້າ​ເບິ່ງ​ເພື່ອ​ທຳ​ລາຍ​ເຂົາ ຄື​ເພື່ອ​ຖອນ​ອອກ ເພື່ອ​ເຮັດ​ໃຫ້​ລົ້ມ​ລົງ​ແລະ​ນຳ​ເຫດ​ຮ້າຍ​ມາ​ສັນ​ໃດ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຈະ​ເຝົ້າ​ເບິ່ງ​ເຂົາ​ເພື່ອ​ປູກ​ຝັງ​ແລະ​ສ້າງ​ຂຶ້ນ​ສັນ​ນັ້ນ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 29 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ປະ​ຊາ​ຊົນ​ຈະ​ບໍ່​ກ່າວ​ຕໍ່​ໄປ​ອີກວ່າ, “ພໍ່​ກິນ​ຫມາກ​ອະ​ງຸ່ນ​ດິບ ແຕ່ລູກ​ຊ້ຳ​ພັດ​ເຂັດ​ແຂ້ວ 30 ແຕ່​ວ່າ​ໃຜ​ກໍ​ຕາມ​ທີ່​ກິນ​ຫມາກ​ອະ​ງຸ່ນ​ດິບ​ຈະ​ຕ້ອງ​ເຂັດ​ແຂ້ວ ແລະ​ທຸກ​ຄົນ​ທີ່​ເຮັດ​ບາບ​ຈະ​ຕ້ອງ​ຕາຍ​ຍ້ອນ​ບາບ​ນັ້ນ 31 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເມື່ອ​ວັນ​ເວ​ລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ໃຫມ່​ແກ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ແລະ​ຢູ​ດາ 32 ຄຳ​ຫມັ້ນ​ສັນ​ຍາ​ນີ້​ຈະ​ບໍ່​ເຫມືອນ​ທີ່​ເຣົາ​ໃຫ້​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ຄາວ​ຈູງ​ມື​ເຂົາ​ອອກ​ຈາກ​ເອ​ຢິບ​ນັ້ນ ເຖິງ​ແມ່ນ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ ເຂົາ​ກໍ​ບໍ່​ຊື່​ສັຕຕໍ່​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ໄດ້​ໃຫ້ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 33 ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ແກ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ດັ່ງ​ນີ້ ຄື​ຈະ​ບັນ​ຈຸ​ພຣະ​ທັມ​ຂອງ​ເຮົາ​ໄວ້​ໃນ​ຈິດ​ໃຈ​ຂອງ​ເຂົາ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ເຂົາ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 34 ຕໍ່​ໄປ​ຈະ​ບໍ່​ມີ​ໃຜ​ໃນ​ພວກ​ເຂົາ​ສອນ​ເພື່ອນ​ບ້ານ ແລະ​ພີ່​ນ້ອງ​ຂອງ​ຕົນ​ວ່າ ຈົ່ງ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ເຂົາ​ທັງ​ຫມົດ​ຕັ້ງ​ແຕ່​ຜູ້​ນ້ອຍ​ທີ່​ສຸດ​ເຖິງ​ຜູ້​ໃຫຍ່​ທີ່​ສຸດ​ຈະ​ຮູ້​ຈັກ​ເຮົາ ເຮົາ​ຈະ​ໃຫ້​ອະ​ພັຍ​ບາບ​ແກ່​ເຂົາ ແລະ​ຈະ​ບໍ່​ຈົດ​ຈຳ​ຄວາມ​ຜິດ​ຂອງ​ເຂົາ​ອີກ​ຕໍ່​ໄປ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ” 35 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ດວງ​ອາ​ທິດ​ສ່ອງ​ແສງ​ໃນ​ກາງ​ເວັນ ແລະ​ຊົງ​ໃຫ້​ເດືອນ​ດາວ​ສ່ອງ​ແສງ​ໃນ​ກາງ​ຄືນ ຊົງ​ກວນ​ໃຫ້​ທະ​ເລ​ມີ​ຄື້ນ​ດັງ​ສັ່ນ​ສະ​ເທືອນ ພຣະ​ນາມ​ຂອງ​ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຍິ່ງ​ໃຫຍ່ 36 ພຣະ​ອົງ​ຊົງ​ສັນ​ຍາ​ວ່າ ຕາບ​ໃດ​ທີ່​ໂລກ​ນີ້​ຍັງ​ບໍ່​ສູນ​ສິ້ນ​ໄປ ຕາບ​ນັ້ນຊົນ​ຊາດ​ອິສ​ຣາ​ເອນ​ກໍ​ຈະ​ຍັງ​ຢູ່ 37 ຖ້າ​ວັດ​ແທກ​ຟ້າ​ເບື້ອງ​ເທິງ ແລະ​ສຳ​ຫລວດ​ຮາກ​ຖານ​ໂລກ​ເບື້ອງ​ລຸ່ມ​ໄດ້ ພຣະ​ອົງ​ຈຶ່ງ​ຈະ​ປະ​ຖິ້ມ​ປະ​ຊາ​ຊົນ​ອິສ​ຣາ​ເອນ ຍ້ອນ​ຄວາມ​ຊົ່ວ​ທັງ​ປວງ​ຂອງ​ເຂົາ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ແຫລະ” 38 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເມື່ອເວ​ລາ​ນັ້ນ​ມາ​ເຖິງ ເມືອງ​ນີ້​ທັງ​ຫມົດ​ຕັ້ງ​ແຕ່​ຫໍ​ຄອ​ຍຮາ​ນາ​ເນນ ເຖິງ​ປະ​ຕູ​ແຈ​ຈະ​ຖືກ​ສ້າງ​ຂຶ້ນ​ໃຫ​ມ່ 39 ເສັ້ນ​ເຂດ​ແດນ​ຈະ​ຍາວ​ໄປ​ເຖິງ​ເທິງ​ພູ ກາ​ເຣັບ ແລ້ວ​ຈະ​ລ້ຽວ​ໄປ​ເຖິງ​ໂກ​ອາ 40 ເຖິງ​ຮ່ອມ​ພູ​ບ່ອນ​ຝັງ​ຊາກ​ສົ​ບ​ກັບ​ຂີ້​ເທົ່າ​ໄຟ ແລະ​ທົ່ງ​ນາ​ທັງ​ຫມົດ​ຕາມ​ລຳ​ນ້ຳ ກິດ​ໂຣນ ຈົນ​ເຖິງ​ປະ​ຕູ​ມ້າ​ໄປ​ທາງ​ຕາເວັນ​ອອກ ຈະ​ເປັນ​ບ່ອນ​ສັກ​ສິດ​ສຳ​ລັ​ບ​ເຮົາ ເມືອງ​ນີ້​ຈະ​ບໍ່​ຖືກ​ຖອນ​ຮາ​ກຫລື​ທຳ​ລາຍ​ອີກ​ຕໍ່​ໄປ”

ເຢເຣມີ 32

ເຢ​ເຣ​ມີ​ຢາ​ຊື້​ນາ​ທີ່​ອາ​ນາ​ໂທດ

1 ຖ້ອຍ​ຄຳ​ຊຶ່ງ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ເຢ​ເຣ​ມີ​ຢາ​ໃນ​ປີ​ທີ່​ສິບ​ແຫ່ງ​ເຊ​ເດ​ກີ​ຢາ​ກະ​ສັດ​ຂອງ​ຢູ​ດາ ຊຶ່ງ​ເປັນ​ປີ​ທີ່​ສິບແປດ​ຂອງ​ເນ​ບຸ​ກາດ​ເນສ​ຊາຣ໌ 2 ຄັ້ງ​ນັ້ນ​ກອງ​ທັບ​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ກຳ​ລັງ​ລ້ອມ​ກຸງ​ເຢຣູ​ຊາ​ເລັມ​ຢູ່ ແລະ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຖືກ​ຂັງ​ຢູ່​ໃນ​ບໍ​ຣິ​ເວນ​ທະ​ຫານ​ຮັກ​ສາ​ພຣະ​ອົງ ຊຶ່ງ​ຢູ່​ໃນ​ພຣະ​ຣາ​ຊວັງ​ຂອງ​ກະ​ສັດ​ແຫ່ງ​ຢູ​ດາ 3 ເພາະ​ເຊເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ​ໄດ້​ຈຳ​ຂັງ​ທ່ານ​ໄວ້​ກ່າວ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ປະ​ກາດ​ພຣະ​ທັມ​ແລະ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ໃຫ້​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ແລະ​ເຂົາ​ຈະ​ຍຶດ​ເມືອງ​ນີ້ 4 ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ​ຈະ​ຫນີ​ໄປ​ບໍ່​ພົ້ນ​ຈາກ​ມື​ຂອງ​ຄົນ​ຄັນ​ເດ​ອານ ແຕ່​ຈະ​ຖືກມອບ​ໄວ້​ໃນ​ມື​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ແນ່ນອນ ແລະ​ຈະ​ໄດ້​ເວົ້າ​ກັນ​ປາກ​ຕໍ່​ປາກ ແລະ​ແລ​ເຫັນ​ຕາ​ຕໍ່​ຕາ 5 ແລະ​ເຂົາ​ຈະ​ນຳ​ເຊ​ເດ​ກີ​ຢາ​ໄປ​ຍັງ​ບາ​ບິ​ໂລນ ແລະ​ທ່ານ​ຈະ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຣົາ​ຈະ​ໄປ​ຢ້ຽມ​ທ່ານ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ ຖ້າ​ເຈົ້າ​ຈະ​ຕໍ່​ສູ້​ກັບ​ຊາວ​ຄັນ​ເດ​ອານ ເຈົ້າ​ຈະ​ເຮັດ​ບໍ່​ສຳ​ເຣັດ” 6 ເຢ​ເຣ​ມີ​ຢາ​ທູນ​ວ່າ, “ຖ້ອຍ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ຂ້າ​ນ້ອຍວ່າ 7 ເບິ່ງ​ແມ໋, ຮາ​ນາ​ເມນ​ບຸດ​ຊັນ​ລູມ​ອາ​ຂອງ​ເຈົ້າ​ຈະ​ມາ​ຫາ​ເຈົ້າ​ແລະ​ກ່າວ​ວ່າ “ຈົ່ງ​ຊື້​ນາຂອງ​ຂ້າ​ພະ​ເຈົ້າ​ຊຶ່ງ​ຢູ່​ທີ່​ອາ​ນາ​ໂທດ ເພາະ​ວ່າ​ສິດ​ຂອງ​ການ​ໄຖ່​ດ້ວຍ​ການ​ຊື້​ນັ້ນ​ເປັນ​ຂອງ​ທ່ານ” 8 ແລ້ວ​ຮາ​ນາ​ເມນ​ລູກ​ອ້າຍ​ລູກ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ມາ​ຫາ​ຂ້າ​ພະ​ເຈົ້າ​ທີ່​ບໍ​ຣິ​ເວນ​ຂອງ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ຖືກ​ຕ້ອງ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເວົ້າ​ກັ​ບ​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງ​ຊື້​ນາ​ຂອງ​ຂ້າ​ພະ​ເຈົ້າ​ຊຶ່ງ​ຢູ່​ທີ່​ອາ​ນາ​ໂທດ​ໃນ​ແຜ່ນ​ດິນ​ເບັນຢາ​ມິນ ເພາະ​ສິດ​ຂອງ​ການ​ຖື​ກຳ​ມະ​ສິດ​ແລະ​ການ​ໄຖ່​ເປັນ​ຂອງ​ທ່ານ ຈົ່ງ​ຊື້​ໄວ້​ເຖີດ” ແລ້ວ​ຂ້າ​ນ້ອຍ​ຈຶ່ງ​ຊາບ​ວ່າ​ນີ້​ເປັນ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 9 “ແລະ​ຂ້າ​ນ້ອຍ​ກໍ​ຊື້​ນາ​ທີ່​ອາ​ນາ​ໂທດ​ຈາກ​ຮາ​ນາ​ເມນ​ລູ​ກອ້າຍ​ລູກ​ນ້ອງ​ຂອງ​ຂ້າ​ນ້ອຍ ແລະ​ໄດ້​ຊັ່ງ​ເງິນ​ໃຫ້​ແກ່​ເຂົາ​ສິບ​ເຈັດ​ເຊເກ​ລ 10 ຂ້າ​ນ້ອຍ​ກໍ​ລົງ​ນາມ​ໃນ​ໃບ​ຕາ​ດິນ​ປະ​ທັບ​ຕາ​ໄວ້ ໄດ້​ພ​ຍານ​ແລະ​ເອົາ​ຕາ​ຊັ່ງ​ຊັ່ງ​ເງິນ 11 ແລ້ວ​ຂ້າ​ນ້ອຍ​ກໍ​ຮັບ​ໃບ​ຕາ​ດິນ​ຂອງ​ການ​ຊື້​ທີ່​ປະ​ທັບ​ຕາ​ແລ້ວ ຊຶ່ງ​ມີ​ຂໍ້​ຕົກ​ລົງ​ແລະ​ເງື່ອນ​ໄຂ​ແລະ​ສະ​ບັບ​ທີ່​ເປີດ​ຢູ່ 12 ແລະ​ຂ້າ​ນ້ອຍ​ກໍ​ມອບ​ໃບ​ຕາ​ດິນ​ຂອງ​ການ​ຊື້​ໃຫ້​ແກ່​ບາ​ຣຸກ​ບຸດ​ເນ​ຣີ​ຢາ ຜູ້​ເປັນ​ບຸດ​ມາ​ຊັຍ​ຢາ ຕໍ່​ຫນ້າ​ຮາ​ນາ​ເມນ​ລູກ​ອ້າຍ​ລູກ​ນ້ອງ​ຂອງ​ຂ້າ​ນ້ອຍ ຕໍ່​ຫນ້າ​ພ​ຍານຜູ້​ທີ່​ລົງ​ນາມໃນ​ສະ​ໂນດ​ການ​ຊື້ ແລະ​ຕໍ່​ຫນ້າ​ພວກ​ຢິວ ຜູ້​ຊຶ່ງ​ນັ່ງ​ຢູ່​ໃນ​ບໍ​ຣິ​ເວນ​ທະ​ຫານ​ຮັກ​ສາ​ພຣະ​ອົງ 13 ຂ້າ​ນ້ອຍ​ກໍ​ກຳ​ຊັບ​ບາ​ຣຸກຕໍ່​ຫນ້າເຂົາ​ທັງ​ຫລາຍ​ວ່າ, 14 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ເອົາ​ໃບ​ຕາ​ດິນ​ເຫລົ່າ​ນີ້​ໄປ​ເສັຽ ທັງ​ໃບ​ຕາ​ດິນ​ຂອງ​ການ​ຊື້​ທີ່​ປະ​ທັບ​ຕາ​ກັບ​ສະ​ບັບ​ທີ່​ເປີດ​ນີ້ ແລະ​ບັນ​ຈຸ​ໄວ້​ໃນ​ພາ​ຊ​ນະ​ດິນ​ເພື່ອ​ຈະ​ທົນ​ຢູ່​ໄດ້​ນານ 15 ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ບ້ານ​ເຮືອນ​ແລະ​ໄຮ່​ນາ​ແລະ​ສວນ​ອະ​ງຸ່ນ​ຈະ​ມີ​ການ​ຊື້​ຂາຍ​ກັນ​ອີກ​ໃນ​ແຜ່ນ​ດິນ​ນີ້” 16 “ຫລັງ​ຈາກ​ທີ່​ຂ້າ​ນ້ອຍມອບ​ໃບ​ຕາ​ດິນ​ການ​ຊື້​ໃຫ້​ແກ່​ບາ​ຣຸກ ບຸດ​ເນ​ຣິ​ຢາ​ແລ້ວ ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ 17 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຄື​ພຣະ​ອົງ​ເອງ ຜູ້​ໄດ້​ຊົງ​ສ້າງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ​ດ້ວຍ​ຣິດ​ທາ​ນຸ​ພາບ​ໃຫຍ່​ຍິ່ງ​ຂອງ​ພຣະ​ອົງ ແລະ​ດ້ວຍ​ພຣະ​ຫັດ​ຊຶ່ງ​ຢຽດ​ອອກ​ຂອງ​ພຣະ​ອົງ ສຳ​ລັບ​ພຣະ​ອົງ​ບໍ່​ມີ​ສິ່ງ​ໃດ​ທີ່ຍາກ​ເກີນ 18 ຜູ້​ຊົງ​ສຳ​ແດງ​ຄວາມ​ຮັກ​ຫມັ້ນຄົງ​ຕໍ່​ຄົນ​ເປັນ​ພັ​ນໆ ແຕ່​ຊົງ​ຕອບ​ສນອງ​ຄວາມ​ຜິດ​ບາບ​ຂອງ​ບິ​ດາ​ໃຫ້​ຕົກ​ເຖິງ​ລູກ​ຫລານ​ສື​ບ​ຕໍ່​ມາ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຍິ່ງ​ໃຫຍ່​ແລະ​ຊົງ​ຣິດ ພຣະ​ນາມ​ຂອງ​ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈ​ອມ​ໂຍ​ທາ 19 ພຣະ​ອົງ​ຊົງ​ເປັນ​ໃຫຍ່​ໃນ​ການ​ໃຫ້​ຄຳ​ປຶກ​ສາ ຊົງ​ຣິດ​ທາ​ນຸ​ພາບ​ໃນ​ພຣະ​ຣາ​ຊ​ກິດ ພຣະ​ເນດ​ຂອງ​ພຣະ​ອົງ​ເຫັນ​ທຸກວິ​ຖີ​ທາງ​ຂອງ​ມະ​ນຸດ ປະ​ທານ​ຮາງ​ວັນ​ແກ່​ທຸກ​ຄົນ​ຕາ​ມພຶດ​ຕິ​ການ​ຂອງ​ເຂົາ ແລະ​ຕາມ​ຜົນ​ແຫ່ງ​ການ​ກະ​ທຳ​ຂອງ​ເຂົາ 20 ຊົງ​ເປັນ​ຜູ້​ສຳ​ແດງ​ຫມາຍ​ສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ​ໃນ​ແຜ່ນ​ດິນ​ເອ​ຢິບ ແລະ​ຈົນ​ເຖິງ​ສະ​ໄຫມ​ນີ້​ກໍ​ຊົງ​ສຳ​ແດງ​ໃນ​ອິສ​ຣາ​ເອນ​ແລະ​ຖ້າມ​ກາງ​ມະ​ນຸດ​ຊົນ ແລະ​ຊົງ​ທຳ​ໃຫ້​ພຣະ​ນາມ​ເລື່ອງ​ລື​ໄປ​ຢ່າງ​ທຸກວັນ​ນີ້ 21 ພຣະ​ອົງ​ໄດ້​ຊົງ​ນຳ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ດ້ວຍ​ຫມາຍ​ສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ ແລະ​ດ້ວຍ​ພຣະ​ຫັດ​ເຂັ້ມ​ແຂງ​ແລະ​ພຣະ​ກອນ​ທີ່​ຢຽດ​ອອກ ແລະ​ດ້ວຍ​ຄວາມ​ຫນ້າ​ຢ້ານກົວ​ຍິ່ງ​ນັກ 22 ແລະ​ພຣະ​ອົງ​ປະ​ທານ​ແຜ່ນ​ດິນ​ນີ້​ແກ່​ເຂົາ​ທັງ​ຫລາຍ ຊຶ່ງ​ພຣະ​ອົງ​ຊົງ​ສັນ​ຍາ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ​ວ່າ​ຈະ​ປະ​ທານ​ແກ່​ເຂົາ ຄື​ແຜ່ນ​ດິນ​ຊຶ່ງ​ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜິ້ງ​ໄຫລ​ບໍ​ຣິ​ບູນ 23 ແລະ​ເຂົາ​ທັງ​ຫລາຍ​ກໍ​ໄດ້​ເຂົ້າ​ໄປ​ແລະ​ຖື​ກຳ​ມະ​ສິດ​ແຜ່ນ​ດິນ​ນັ້ນ ແຕ່​ເຂົາ​ທັງ​ຫລາຍບໍ່ໄດ້​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ຫລື​ດຳ​ເນີນ​ຕາມ​ພຣະ​ທັມ​ຂອງ​ພຣະ​ອົງ ສິ່ງ​ຊຶ່ງ​ພຣະ​ອົງ​ຊົງ​ບັນ​ຊາ​ເຂົາ​ໃຫ້​ກະ​ທຳ​ນັ້ນ ເຂົາ​ທັງ​ຫລາຍ​ບໍ່​ໄດ້​ກະ​ທຳ​ເສັຽ​ເລີຍ ເຫດ​ສັນ​ນັ້ນ​ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ເຫດ​ຮ້າຍ​ທັງ​ສິ້ນ​ນີ້​ມາ​ເຖິງ​ເຂົາ​ທັງ​ຫລາຍ 24 ເບິ່ງ​ແມ໋, ເຄື່ອງ​ປິດລ້ອມໄດ້​ມາ​ເຖິງກຸງ​ເພື່ອ​ຈະ​ຍຶດ​ເອົາ​ແລ້ວ​ແລະ​ເພາະ​ເຫດ​ດ້ວຍ​ດາບ ການ​ອຶດ​ຢາກ​ອາ​ຫານ ແລະ​ໂຣ​ກ​ລະ​ບາດ ເມືອງ​ນີ້​ກໍ​ໄດ້​ຖືກມອບ​ໄວ້​ໃນ​ມື​ຂອງ​ຄົນ​ຄັນ​ເດ​ອານ​ຜູ້​ກຳ​ລັງ​ຕໍ່​ສູ້​ຢູ່​ນັ້ນ​ແລ້ວ ພຣະ​ອົງ​ກ່າວ​ສິ່ງ​ໃດ​ກໍ​ເປັນ​ໄປ​ຢ່າງ​ນັ້ນ​ແລ້ວ ແລະ​ພຣະ​ອົງ​ທອດ​ພຣະ​ເນດ​ເຫັນ 25 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ອົງ​ຍັງ​ຊົງ​ຕ​ຣັດ​ແກ່​ຂ້າ​ພຣະ​ອົງ​ວ່າ, “ຈົ່ງ​ເອົາ​ເງິນ​ຊື້​ນາ​ແລະ​ຫາ​ພ​ຍານ​ເສັຽ” ແມ້​ວ່າ​ເມືອງ​ນັ້ນ​ຈະ​ຖືກມອບ​ໄວ້​ໃນ​ມື​ຂອງ​ຄົນຄັນ​ເດ​ອານ” 26 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ຍັງ​ເຢ​ເຣ​ມີ​ຢາ​ວ່າ, 27 ເບິ່ງ​ແມ໋, ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ບັນ​ດາ​ມະ​ນຸດ​ແລະ​ສັດ​ທັງ​ສິ້ນ ສຳ​ລັບ​ເຮົາ​ມີ​ສິ່ງ​ໃດ​ທີ່​ຍາກ​ເກີນ​ຫລື 28 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ມອບ​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ຊາວ​ຄັນ​ເດອານ ແລະ​ໃນ​ມື​ຂອງ​ເນ​ບຸກາດ​ເນ​ສ​ຊາຣ໌ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ແລະ​ເຂົາ​ຈະ​ຍຶດ​ເອົາ 29 ຊາວ​ຄັນ​ເດ​ອານ​ຜູ້​ຕໍ່​ສູ້​ກັບ​ເມືອງ​ນີ້ ຈະ​ມາ​ເຜົາ​ເມືອງ​ນີ້​ເສັຽດ້ວຍ​ໄຟ​ໃຫ້​ໄຫມ້​ຫມົດ ທັງ​ບັນ​ດາ​ບ້ານ​ທີ່​ເຂົາ​ເຜົາ​ເຄື່ອງ​ຖວາຍ​ພຣະ​ບາ​ອານ​ທີ່​ເທິງ​ຫລັງ​ຄາ ແລະ​ເທດ​ເຄື່ອງ​ດື່ມ​ບູ​ຊາ​ຖວາຍ​ແກ່​ພຣະ​ອື່ນ​ເພື່ອ​ຍົວະ​ເຍົ້າ​ເຮົາ​ໃຫ້​ກິ້ວ 30 ເພາະ​ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນ​ແລະ​ເຊື້ອ​ສາຍ​ຂອງ​ຢູ​ດາບໍ່​ໄດ້​ກະ​ທຳ​ສິ່ງ​ໃດ​ເລີຍ ນອກ​ຈາກ​ຄວາມ​ຊົ່ວ​ໃນ​ສາຍ​ຕາ​ຂອງ​ເຮົາ​ຕັ້ງ​ແຕ່​ຫນຸ່ມໆ​ມາ ພຣະ​ຜູ້​ເປັນ​ເຈົ້າ​ຕຣັດ​ວ່າ ເຊື້ອ​ສາຍ​ອິສ​ຣາ​ເອນ​ບໍ່ໄດ້​ກະ​ທຳ​ສິ່ງ​ໃດ​ເລີຍ​ນອກ​ຈາກ​ຍົວະ​ເຍົ້າ​ໃຫ້​ກິ້ວ​ດ້ວຍ​ຜົນ​ງານ​ແຫ່​ງມື​ຂອງ​ເຂົາ 31 ເມືອງ​ນີ້​ໄດ້​ເຣົ້າ​ຄວາມ​ກິ້ວ​ແລະ​ຄວາມ​ພິ​ໂຣດ​ຂອງ​ເຮົາ ຕັ້ງ​ແຕ່​ວັນ​ທີ່​ໄດ້​ສ້າງ​ມັນ​ຂຶ້ນ​ຈົນ​ເຖິງວັນ​ນີ້ ເຫດ​ສັນ​ນັ້ນ​ເຣົາ​ຈະ​ຖອນ​ອອກ​ໄປ​ເສັຽ​ຈາກ​ສາຍ​ຂອງ​ເຮົາ 32 ເພາະ​ວ່າ​ຄວາມ​ຊົ່ວ​ທັງ​ສິ້​ນ​ຂອງ​ເຊື້ອ​ສາຍ​ອິສ​ຣາ​ເອນ ແລະ​ເຊື້ອ​ສາຍ​ຢູ​ດາ ຊຶ່ງເຂົາ​ໄດ້ກະ​ທຳ​ອັນ​ຍົວະ​ເຍົ້າ​ໃຫ້​ໂກດ ຄື​ທັງ​ຕົວ​ເຂົາ ບັນ​ດາ​ກະ​ສັດ​ແລະ​ເຈົ້າ​ນາຍ​ຂອງ​ເຂົາ ບັນ​ດາ​ປະ​ໂຣຫິດ​ແລະ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຂົາ ຄົນ​ຢູ​ດາ​ແລະ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ 33 ເຂົາ​ທັງ​ຫລາຍ​ໄດ້​ຫັນ​ຫລັງ​ໃຫ້​ເຮົາ ບໍ່​ແມ່ນ​ຫັນ​ຫນ້າ ແມ້​ວ່າ​ເຮົາ​ໄດ້​ສອນ​ເຂົາ​ຢູ່​ຢ່າງ​ບໍ່​ຢຸດ​ຢັ້ງ ເຂົາ​ກໍ​ບໍ່​ໄດ້​ຟັງ​ທີ່​ຈະ​ຮັບ​ຄຳ​ສັ່ງ​ສອນ​ຂອງ​ເຮົາ 34 ແຕ່​ເຂົາ​ທັງ​ຫລາຍ​ໄດ້​ຕັ້ງ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ຂອງ​ເຂົາ​ໄວ້​ໃນວິ​ຫານ ຊຶ່ງ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ​ກະ​ທຳ​ໃຫ້​ມີ​ມົນ​ທິນ 35 ເຂົາ​ທັງ​ຫລາຍ​ໄດ້​ສ້າງແທ່ນ​ບູ​ຊາ​ສຳ​ລັບ​ພຣະ​ບາ​ອານ​ໃນ​ຮ່ອມ​ພູ​ແຫ່ງ​ບຸດຊາຍ​ຮີນ​ໂນມ ເພື່ອ​ຖວາຍ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ເຂົາ​ແຫ່​ພ​ຣ​ໂມ​ເລກ ໂດຍ​ໃຫ້​ລຸຍ​ໄຟ​ ແມ້​ວ່າ​ເຣົາ​ບໍ່​ໄດ້​ບັນ​ຊາ​ເຂົາ ຫລື​ມີ​ຢູ່​ໃນ​ຈິດ​ໃຈ​ຂອງ​ເຮົາ​ວ່າ ເຂົາ​ຄວນ​ຈະ​ກະ​ທຳ​ສິ່ງ​ຫນ້າ​ກຽດ​ຊັງ​ເພື່ອ​ໃຫ້​ຢູ​ດາ​ຜິດ​ໄປ 36 “ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ກັບ​ເມືອງ​ນີ້​ແກ່​ເຈົ້າ​ທັງ​ຫລາຍ​ວ່າ ເມືອງ​ນີ້ໄດ້​ຫ​ຖືກ​ຍົກ​ໃຫ້​ໄວ້​ໃນ​ມື​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ດ້ວຍ​ດາບ ດ້ວຍ​ການ​ອຶດ​ຢາກ​ ແລະ​ດ້ວຍ​ໂຣກ​ລະ​ບາດ” 37 ເຮົາ​ຈະ​ຮວບ​ຮ​ວມ​ເຂົາ​ມາ​ຈາກ​ປະ​ເທດ​ທັງ​ປວງ ຊຶ່ງ​ເຮົາ​ໄດ້​ຂັບໄລ່​ເຂົາ​ໃຫ້​ໄປ​ຢູ່ ດ້ວຍ​ຄວາມ​ກິ້ວ ດ້ວຍ​ຄວາມ​ພິ​ໂຣດ ແລະ​ຄວາມ​ຄຽດຂອງ​ເຮົາ​ນັ້ນ ເຮົາ​ຈະ​ນຳ​ເຂົາ​ທັງ​ຫລາຍ​ກັບ​ມາຍັງ​ທີ່​ນີ້ ແລະ​ຈະ​ກະ​ທຳ​ໃຫ້​ເຂົາ​ອາ​ໄສ​ຢູ່​ຢ່າງ​ປອດ​ພັຍ 38 ເຂົາ​ທັງ​ຫລາຍ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ 39 ເຣົາ​ຈະ​ໃຫ້​ໃຈ​ດຽວ​ແລະ​ທາງ​ດຽວ​ແກ່​ເຂົາ ເພື່ອ​ເຂົາ​ຈະ​ຢຳ​ເກງ​ເຣົາ​ຢູ່​ເປັນ​ນິດ ເພື່ອ​ເປັນ​ປ​ໂຍດ​ແກ່​ເຂົາ​ ແລະ​ແກ່​ລູກ​ຫລານ​ຂອງ​ເຂົາ​ທີ່​ຕາມ​ເຂົາ​ມາ 40 ເຮົາ​ຈະ​ກະ​ທຳ​ຄຳ​ຫມັ້ນ​ສັນ​ຍາ​ນິ​ຣັນ​ກັບ​ເຂົາ​ທັງ​ຫລາຍ ອັນ​ວ່າ​ເຮົາ​ຈະ​ບໍ່​ຫັນ​ຈາກ​ການ​ກະ​ທຳ​ຄວາມ​ດີ​ແກ່​ເຂົາ​ທັງ​ຫລາຍ ແລະ​ເຣົາ​ຈະ​ບັນ​ຈຸ​ຄວາມ​ຢຳ​ເກງ​ເຣົາ​ໄວ້ໃນ​ໃຈ​ຂອງ​ເຂົາ​ທັງ​ຫລາຍ ເພື່ອ​ວ່າ​ເຂົາ​ຈະ​ບໍ່​ໄດ້​ຫັນ​ໄປ​ຈາກ​ເຮົາ 41 ເຣົາ​ຈະ​ຊົມ​ຊື່ນ​ຍິນ​ດີ​ໃນ​ການ​ທີ່​ຈະ​ກະ​ທຳ​ຄວາມ​ດີ​ແກ່​ເຂົາ ແລະ​ເຮົາ​ຈະ​ປູກ​ເຂົາ​ໄວ​ໃນ​ແຜ່ນ​ດິນ​ນີ້​ດ້ວຍ​ຄວາມ​ຫມັ່ນ​ຫມັ້ນ ດ້ວຍ​ສຸດ​ໃຈ​ຂອງ​ເຮົາ​ ແລະ​ສຸດ​ຈິ​ດ​ຂອງ​ເຮົາ 42 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ໄດ້​ນຳ​ຄວາມ​ຮ້າຍ​ຍິ່ງ​ໃຫຍ່​ມາ​ເຫນືອ​ຊົນ​ຊາດ​ນີ້​ສັນ​ໃດ ເຮົາ​ຈະ​ນຳ​ຄວາມ​ດີ​ທັງ​ສິ້ນ​ຊຶ່ງ​ເຮົາ​ໄດ້​ສັນ​ຍາ​ໄວ້​ນັ້ນ​ມາ​ເຫນືອ​ເຂົາ​ສັນ​ນັ້ນ 43 ເຂົາ​ຈະ​ຊື້​ຂາຍ​ນາ​ກັນ​ໃນ​ແຜ່ນ​ດິນ​ຊຶ່ງ​ເຈົ້າ​ກ່າວ​ເຖິງວ່າ​ເປັນ​ທີ່​ຮົກ​ຮ້າງ​ບໍ່​ມີ​ມະ​ນຸດ​ຫລື​ສັດ ຖືກມອບ ໄວ້​ໃນ​ມື​ຂອງ​ຄົນ​ຄັນ​ເດ​ອານ 44 ທີ່​ນາ​ນັ້ນຈະ​ຊື້ກັນ​ດ້ວຍ​ເງິນ ໃບ​ສະ​ໂນດ​ກໍ​ຈະ​ຕ້ອງ​ລົງ​ນາມ​ແລະ​ປະ​ທັບ​ຕາ ແລະ​ລົງ​ນາມ​ພ​ຍານ ທີ່​ໃນ​ແຜ່​ນດິນ​ຂອງ​ເບັນ​ຢາ​ມີນ ໃນ​ທີ່​ຕ່າງໆ​ແຖບ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໃນ​ຫົວ​ເມືອງຢູ​ດາ ໃນ​ຫົວ​ເມືອງ​ແຖບ​ແດນ​ເຊ​ຟາ​ລາ ແລະ​ໃນ​ຫົວ​ເມືອງ​ແຖບ​ເນ​ເກັບ ເພາະ​ເຮົາ​ຈະ​ໃຫ້​ເຂົາ​ທັງ​ຫລາຍ​ກັບ​ສູ່​ສະ​ພາບ​ເດີມ” ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ

ເຢເຣມີ 33

ການ​ໃຫ້​ເຢ​ຣູ​ຊາ​ເລັມ​ກັບ​ຄືນ​ສຸ່​ສະ​ພາບ​ເດີມ

1 ຖ້ອຍ​ຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ​ມາ​ເຖິງ​ເຢ​ເຣ​ມີ​ຢາ​ຄັ້ງ​ທີ່​ສອງ ເມື່ອ​ທ່ານ​ຍັງ​ຖືກ​ກັກ​ຂັງ​ຢູ່​ໃນ​ບໍ​ຣິ​ເວນ​ຂອງ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ນັ້ນ​ວ່າ, 2 “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປັ້ນ​ແຜ່ນ​ດິນ​ໂລກ​ເພື່ອ​ສະ​ຖາ​ປະ​ນາ​ໄວ້ ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ນາມ​ຂອງ​ພຣະ​ອົງ​ກ່າວ​ດັ່ງ​ນີ້​ວ່າ 3 ຈົ່ງ​ທູນ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ ແລະ​ຈະ​ບອ​ກ​ສິ່ງ​ທີ່​ໃຫຍ່​ຍິ່ງ​ແລະ​ທີ່​ລີ້​ຊ່ອນ​ຢູ່ ຊຶ່ງ​ເຈົ້າ​ບໍ່​ຮູ້​ນັ້ນ​ໃຫ້​ແກ່​ເຈົ້າ 4 ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່​ງອິສ​ຣາ​ເອນ​ໄດ້​ກ່າວ​ດັ່ງ​ນີ້​ກ່ຽວ​ດ້ວຍ​ເຣື່ອງ​ບ້ານ​ໃນ​ກຸງ​ນີ້ ແລະ​ພຣະ​ຣາ​ຊວັງ​ຂອງ​ບັນ​ດາ​ກະ​ສັດ​ແຫ່ງ​ຢູ​ດາ ຊຶ່ງ​ຖືກ​ຮື້​ລົງ ເພື່ອ​ທຳ​ການ​ຕໍ່​ຕ້ານກອງ​ດິນ​ແລະ​ດາບ 5 ເຂົາ​ທັງ​ຫລາຍ​ຈະ​ມາ​ຮົບ​ກັບ​ຊາວ​ຄັນ​ເດ​ອານ​ແລະ​ທຳ​ໃຫ້​ຄົນ​ເປັນ​ສົບ​ໄປ​ເຕັມ​ບ້ານ​ເຕັມ​ເຮືອນ ເປັນ​ຄົນ​ທີ່​ເຮົາ​ສັງຫານ​ດ້ວຍ​ຄວາມ​ກິ້ວ​ແລະ​ຄວາມ​ພິ​ໂຣດ​ຂອງ​ເຮົາ ເພາະ​ໄດ້​ຫັ​ນ​ຫນ້າ​ຂອງ​ເຮົາ​ຫນີຈາກ​ກຸງ​ນີ້​ເຫດ​ດ້ວຍຄວາມ​ອະ​ທັມ​ຂອງ​ເຂົາ​ທັງ​ຫລາຍ 6 ເຮົາຈະນຳ​ການ​ປິ່ນ​ປົວ​ແລະ​ຮັກ​ສາມາ​ໃຫ້ ແລະ​ເຮົາ​ຈະ​ຮັ​ກ​ສາ​ເຂົາ​ທັງ​ຫລາຍ​ໃຫ້ຫາຍ​ແລະ​ປະ​ກາດ​ສັນ​ຕິ​ພາບ​ແລະ​ຄວາມ​ຫມັ້​ນຄົງ​ຢ່າງ​ອຸ​ດົມ 7 ເຮົາ​ຈະ​ໃຫ້​ຢູ​ດາ​ແລະ​ອິສ​ຣາ​ເອນ​ກັບ​ສູ່​ສະ​ພາບ​ເດີມ ແລະ​ສ້າງ​ເຂົາ​ທັງ​ຫລາຍ​ເສັຽ​ໃຫມ່​ຢ່າງ​ທີ່​ເຂົາ​ເປັນ​ມາ​ແຕ່ເດີມ​ນັ້ນ 8 ເຮົາ​ຈະ​ຊຳ​ຮະ​ເຂົາ​ຈາກ​ໂທດ​ບາບ​ຂອງ​ເຂົາ​ຊຶ່ງ​ມີ​ຕໍ່​ເຮົາ ແລະ​ຈະ​ໃຫ້​ອະ​ພັຍ​ໂທດ​ບາບ​ແລະ​ການ​ກະ​ບົດ​ຕໍ່​ເຣົາ 9 ແລະ​ກຸງ​ນີ້​ຈະ​ໃຫ້​ເຮົາ​ມີ​ຊື່​ອັນ​ໃຫ້​ຄວາມ​ຊື່ນ​ບານ​ເປັນ​ທີ່​ສັຣ​ເສີນ​ແລະ​ເປັນ​ສັກ​ສີ​ຕໍ່​ຫນ້າ​ບັນ​ດາ​ປະ​ຊາ​ຊາດ​ທັ​ງ​ສິ້ນ​ແຫ່ງ​ແຜ່​ນດິນ​ໂລກ ຊຶ່ງ​ຈະ​ໄດ້​ຍິນ​ເຖິງ​ຄວາມດີ​ທັງ​ສິ້​ນ​ຊຶ່ງ​ເຮົາ​ໄດ້​ກະ​ທຳ​ເພື່ອ​ເຂົາ​ທັງ​ຫລາຍ ເຂົາ​ຈະ​ຢ້ານ​ແລະ​ສະ​ທົກ​ສະ​ທ້ານ ເພາະ​ຄວາມ​ດີ​ແລະ​ສັນ​ຕິ​ພາບ​ທັງສິ້ນ​ຊຶ່ງ​ເຮົາ​ໄດ້​ຈັດ​ຫາ​ໃຫ້​ເມືອງ​ນັ້ນ 10 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໃນ​ສະ​ຖານ​ທີ່​ນີ້​ຊຶ່ງ​ເຈົ້າ​ກ່າວ​ວ່າ “ເປັນ​ບ່ອນ​ປະ​ຮ້າງ ບໍ່​ມີ​ມະ​ນຸດ​ຫລື​ສັດ” ໃນ​ຫົວ​ເມືອງ​ແຫ່ງ​ຢູ​ດາ​ແລະ​ຕາມ​ຖ​ນົນ​ກຸງ​ເຢ​ຣູ​ຊາ​ເລັມ​ຊຶ່ງ​ຮ້າງ​ເປົ່າ ບໍ່​ມີ​ມະ​ນຸດ​ຫລື​ຊາວ​ເມືອງ​ຫລື​ສັດ 11 ທີ່​ນັ້ນ​ຈະ​ໄດ້​ຍິນ​ສຽງ​ບັນ​ເທີງ​ແລະ​ສຽງ​ລື້ນ​ເຣີງ​ແລະ​ສຽງ​ເຈົ້າ​ບ່າວ​ແລະ​ສຽງ​ເຈົ້າ​ສາວ ແລະ​ສຽງ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ທີ່​ຮ້ອງ​ເພງ ຂ​ນະ​ທີ່​ເຂົາ​ນຳ​ເຄື່ອງ​ບູ​ຊາ​ໂມ​ທະ​ນາ​ພຣະ​ຄຸນ​ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ວ່າ “ຈົ່ງ​ຖວາຍໂມ​ທະ​ນາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ເສີດ ເພາະ​ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ ເພາະ​ເຮົາ​ຈະ​ໃຫ້​ແຜ່ນ​ດິນນັ້ນ​ກັບ​ສຸ່​ສະ​ພາບເດີມ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 12 “ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ໃນ​ສະ​ຖານ​ທີ່​ນີ້​ຊຶ່ງ​ເປັນ​ທີ່​ປະ​ຮ້າງ ບໍ່​ມີ​ມະ​ນຸດ​ຫລື​ສັດ ແລະ​ທີ່​ໃນ​ຫົວ​ເມືອງ​ທັງ​ສິ້​ນ​ຂອງ​ທີ່​ນີ້ ຈະ​ເປັນ​ທີ່​ອາ​ໄສ​ຂອງ​ຜູ້​ລ້ຽງທີ່​ຈະ​ໃຫ້​ຝູງ​​ແກະ​ໄດ້​ພັກເຊົາ​ເມື່ອຍ 13 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ໃນ​ຫົວ​ເມືອງ​ແຖບ​ແດນ​ພູ​ດອຍ ໃນ​ຫົວ​ເມືອງ​ແຖບ​ເນີນ​​ເຊ​ເຟ​ລາ ໃນ​ຫົວ​ເມືອງແຖບ​ເນເກັບ ໃນ​ແຜ່ນ​ດິນ​ແຫ່ງ​ເບັນ​ຢາ​ມີນ ຕາມ​ສະ​ຖານ​ທີ່​ຮອບ​ກຸງ​ເຢ​ຣູ​ຊາ​ເລັມ ໃນ​ຫົວ​ເມືອງ​ຢູ​ດາຈະ​ມີ​ຝູງ​ແກະ​ຜ່ານ​ໃຕ້​ມື​ຂອງ​ຜູ້​ທີ່​ນັບ​ອີກ 14 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເບິ່​ງ​ແມ໋, ວັນ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຮົາ​ຈະ​ໃຫ້​ຄຳ​ສັນ​ຍາ​ທີ່​ເຮົາ​ຈະ​ກະ​ທຳ​ໄວ້​ຕໍ່​ເຊື້ອ​ສາຍ​ອິສ​ຣາ​ເອນ​ແລະ​ເຊື້ອ​ສາຍ​ຂອງ​ຢູ​ດາ​ສຳ​ເຣັດ 15 ໃນ​ວັນ​ເຫລົ່າ​ນັ້​ນ​ແລະ​ໃນ​ເວ​ລາ​ນັ້ນ ເຮົາ​ຈະ​ໃຫ້​ຍອດ​ແຫ່ງ​ຄວາມ​ຊອບ​ທັມ​ເກີດ​ມາ​ເພື່ອ​ດາ​ວິດ ແລະ​ທ່ານ​ຈະ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແລະ​ຄວາມ​ຊອບ​ທັມ​ໃນ​ແຜ່ນ​ດິນ​ນັ້ນ 16 ໃນ​ການ​ຄັ້ງ​ນັ້ນ ຢູ​ດາ​ຈະ​ໄດ້​ຮັບ​ການ​ຊ່ອຍ​ໃຫ້​ລອດ​ແລະ​ເຢ​ຣູ​ຊາເລັມ​ຈະ​ອາ​ໄສ​ຢູ່​ຢ່າງ​ຫມັ້ນ​ຄົງ ແລະ​ນີ້​ເປັນ​ຊື່​ຊຶ່ງ​ເຂົາ​ຈະ​ເອີ້ນ​ເມືອງ​ນັ້ນ​ຄື “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຄວາມ​ຊອບ​ທັມ​ຂອງ​ເຮົາ” 17 “ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ດາ​ວິດ​ຈະ​ບໍ່​ຂັດ​ສົນ​ບຸ​ຣຸດ​ທີ່​ຈະ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ແຫ່ງ​ເຊື້ອ​ສາຍ​ອິສ​ຣາ​ເອນ 18 ແລະ​ປະ​ໂຣ​ຫິດ​ເຜົ່າ​ເລ​ວີ​ຈະ​ບໍ່​ຂັດ​ສົນ​ບຸ​ຣຸດ​ທີ່​ຢູ່​ຕໍ່​ຫນ້າ​ເຮົາ ເພື່ອ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຜົາ​ເຄື່ອງ​ທັນ​ຍາ​ບູ​ຊາ ແລະ​ກະ​ທຳ​ການ​ສັກກາ​ຣະ​ບູ​ຊາ​ເປັນ​ນິດ” 19 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ເຢ​ເຣ​ມີ​ຢາ​ວ່າ, 20 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຖ້າ​ເຈົ້າ​ຫັກ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ດ້ວຍ​ວັນ​ແລະ​ຫັກ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ດ້ວຍ​ຄືນ​ໄດ້ ຈົນ​ວັນ​ແລະ​ຄືນ​ມາ​ເຖິງ​ຕາ​ມ​ເວ​ລາ​ກຳ​ນົດ​ບໍ່​ໄດ້ 21 ແລ້ວ​ຈຶ່ງ​ຈະ​ຫັກ​ຄຳ​ຫມັ້​ນ​ສັນ​ຍາ​ຂອງ​ເຮົາ​ຊຶ່ງ​ມີ​ຕໍ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້ ຈົນ​ທ່ານ​ບໍ່​ມີ​ໂອຣົດ​ທີ່​ຈະ​ສ​ເວີຍ​ຣາຊ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ທ່ານ ແລະ​ຫັກ​ຄຳ​ຫມັ້​ນ​ສັນ​ຍາ​ຂອງ​ເຮົາ​ຊຶ່ງ​ມີ​ຕໍ່​ປະ​ໂຣ​ຫິດ​ເຜົ່າ​ເລ​ວີ​ຜູ້​ບົວ​ລະ​ບັດ​ຂອງ​ເຮົາ​ເສັຽ​ໄດ້ 22 ບໍ​ຣິວານ​ຂອງ​ຟ້າ​ສວັນ​ຈະ​ນັບ​ບໍ່​ໄດ້ ແລະ​ເມັດ​ຊາຍ​ທີ່​ທະ​ເລ​ກໍ​ຕວງ​ບໍ່​ໄດ້​ສັນ​ໃດ ເຮົາ​ກໍ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ດາ​ວິດ​ຜູ້​ຣັບ​ໃຊ້​ຂອງ​ເຮົາ​ແລະ​ປະ​ໂຣ​ຫິດ​ເຜົາ​ເລ​ວີ​ຜູ້​ບົວ​ລະ​ບັດ​ຂອງ​ເຮົາ​ທະ​ວີ​ຫລາຍ​ຂຶ້ນ​ສັນ​ນັ້ນ” 23 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ເຢ​ເຣ​ມີ​ຢາ​ວ່າ, 24 “ເຈົ້າ​ບໍ່​ໄດ້​ສັງ​ເກດ​ເຫັນດອກ​ຫລື​ວ່າ ປະ​ຊາ​ຊົນ​ເຫລົ່າ​ນີ້​ເວົ້າ​ກັນ​ຢ່າງ​ໃດ ຄື​ເວົ້າ​ກັນ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົງປະ​ຖິ້ມ​ສອງ​ຕະ​ກູນ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້​ເສັຽ​ແລ້ວ” ດັ່ງ​ນີ້​ແຫລະ ເຂົາ​ທັງ​ຫລາຍ​ໄດ້​ດູ​ຫມິ່ນ​ໄພ່​ພົນ​ຂອງ​ເຮົາ ສັນ​ນີ້​ເຂົາ​ຈຶ່ງບໍ່​ເປັນ​ປະ​ຊາ​ຊາດ​ໃນ​ສາຍ​ຕາ​ຂອງ​ເຂົາ​ທັງ​ຫລາຍ​ອີກ​ຕໍ່​ໄປ 25 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຖ້າ​ເຮົາ​ບໍ່​ໄດ້​ສະ​ຖາ​ປະ​ນາ​ຄໍາ​ຫມັ້ນ​ສັນ​ຍາ​ຂອງ​ເຣົາ​ກັບ​ວັນ​ແລະ​ຄືນ ແລະ​ສະ​ຖາ​ປະ​ນາ​ກົດ​ຕ່າງໆ​ຂອງ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ​ແລ້ວ 26 ເຮົາ​ຈຶ່ງ​ຈະ​ປະ​ຖິ້ມ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ແລະ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ​ຈະ​ບໍ່​ເລືອກ​ຜູ້​ນຶ່ງ​ຈາກ​ເຊື້ອ​ສາຍ​ຂອງ​ເຂົາ​ໃຫ້​ປົກ​ຄອງ​ເຫນືອ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ອີ​ຊາກ​ ແລະ​ຢາ​ໂຄບ ເພາະ​ເຣົາ​ຈະ​ໃຫ້​ເຂົາ​ກັບ​ສູ່​ສະ​ພາບ​ເດີມ ແລະ​ຈະ​ມີ​ຄວາມ​ກະ​ຣຸ​ນາ​ເຫນືອ​ເຂົາ”

ເຢເຣມີ 34

ຄຳ​ທີ່​ເຢ​ເຣ​ມີ​ຢາ​ເຕືອນ​ເຊ​ເດ​ກີ​ຢາ

1 ຖ້ອຍ​ຄຳ​ຊຶ່ງ​ມາ​ຈາກ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ເຖິງ​ເຢ​ເຣ​ມີ​ຢາ ເມື່ອ​ເນ​ບຸ​ກາດ​ເນສ​ຊາຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ແລະ​ກອງ​ທັບ​ທັງ​ຫມົດ​ຂອງ​ພຣະ​ອົງ​ແລະ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ໃນ​ແຜ່ນ​ດິນ​ໂລກ​ຊຶ່ງ​ຢູ່​ໃຕ້​ການ​ປົກ​ຄອງ​ຂອງ​ພຣະ​ອົງ ແລະ​ຊົນ​ຊາດ​ທັງ​ຫລາຍ​ທີ່​ຕໍ່​ສູ້​ກັບ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຫົວ​ເມືອງ​ທັງ​ປວງ​ຂອງ​ກຸງນັ້ນ​ວ່າ 2 “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ໄປ​ເວົ້າ​ກັບ​ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ ແລະ​ກ່າວ​ແກ່​ທ່ານ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ມອບ​ກຸງ​ນີ້​ໄວ້​ໃນ​ມື​ຂອງ​ກະ​ສັດ​ບາ​ບິ​ໂລນ ແລະ​ເຂົາ​ຈະ​ເຜົາ​ເສັຽດ້ວຍ​ໄຟ 3 ທ່ານ​ຈະບໍ່​ລອດ​ໄປ​ຈາກ​ມື​ຂອງ​ເຂົາ ແຕ່​ຈະ​ຖືກ​ຈັບ​ແນ່ນອນ ແລະ​ຖືກມອບ​ໄວ້​ໃນ​ມືຂອງ​ເຂົາ ທ່ານ​ຈະ​ໄດ້​ເຫັນ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ຕາ​ຕໍ່​ຕາ ແລະ​ຈະ​ໄດ້​ເວົ້າ​ກັນ​ປາກ​ຕໍ່​ປາກ ແລະ​ທ່ານ​ຈະ​ຕ້ອງ​ໄປ​ຍັງ​ບາ​ບິ​ໂລນ” 4 ຂ້າ​ແດ່​ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ ຢ່າງ​ໃດ​ກໍ​ດີ ຂໍ​ຊົງ​ສະ​ດັບ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກ່ຽວ​ກັບ​ພຣະ​ອົງ​ດັ່ງ​ນີ້​ວ່າ ທ່ານ​ຈະ​ບໍ່​ຕາຍ​ດ້ວຍ​ດາບ 5 ທ່ານ​ຈະ​ຕາຍ​ດ້ວຍ​ຄວາມ​ສ​ງົບ ແລະ​ເຂົາ​ເຜົາ​ເຄື່ອງ​ຫອມ​ເພື່ອ​ສົບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ຄື​ບັນ​ດາ​ກະ​ສັດ​ຊຶ່ງ​ຢູ່​ກ່ອນ​ທ່ານ​ສັນ​ໃດ ຄົນ​ເຂົາ​ກໍ​ຈະ​ເຜົາ​ເຄື່ອງ​ຫອມ​ເພື່ອ​ທ່ານ​ວ່າ “ອະ​ນິດ​ຈາ​ເອີຍ, ພຣະ​ອົງ​ເຈົ້າ​ຂ້າ” ເພາະ​ເຮົາ​ໄດ້​ລັ່ນ​ວາ​ຈາ​ໄວ້​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໄວ້​ດັ່ງ​ນີ້​ແຫລະ 6 ແລ້ວ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ທູນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຕໍ່​ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 7 ຂ​ນະ​ເມື່ອກອງ​ທັບ​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ກຳ​ລັງ​ສູ້​ຮົບ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ຫົວ​ເມືອງ​ແຫ່ງ​ຢູ​ດາ​ທັງ​ສິ້ນ​ທີ່​ຍັງ​ເຫລືອ​ຢູ່ ຄື​ເມືອງ​ລາ​ຄິ​ສ ແລະ​ເມືອງ ອາ​ເຊ​ກາ ເພາະ​ຍັງ​ເຫລືອ​ຢູ່​ສອງ​ເມືອງ​ນີ້​ເທົ່າ​ນັ້ນ​ທີ່​ເປັນ​ຫົວ​ເມືອງ​ຢູ​ດາ​ທີ່​ມີ​ກຳ​ແພງ​ປ້ອມ 8 ຖ້ອຍ​ຄຳ​ຊຶ່ງ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ເຢ​ເຣ​ມີ​ຢາ ຫລັງ​ຈາກ​ທີ່​ກະ​ສັດ​ເຊ​ເດ​ກີ​ຢາ​ໄດ້​ຊົງ​ກະ​ທຳ​ພັນ​ທະ​ສັນ​ຍາ​ກັບ​ປະ​ຊາ​ຊົນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ວ່າ​ຈະ​ປ່າວປະ​ກາດເຣື່ອງ​ອິສ​ຣະ​ພາບ​ແກ່​ເຂົາ​ທັງ​ຫລາຍ​ດັ່ງ​ນີ້ 9 ໃຫ້​ທຸກ​ຄົນ​ປ່ອຍ​ທາດ​ເຮັບ​ເຣີ​ຂອງ​ຕົນ​ທັງຊາຍ​ແລະ​ຍິງ​ເສັຽ​ໃຫ້​ເປັນ​ອິສ​ຣະ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້​ໃດ​ກະ​ທຳ​ໃຫ້​ຢິວ​ພີ່​ນ້ອງ​ຂອງ​ຕົນ​ເປັນ​ທາດ 10 ແລະ​ເຂົາ​ທັງ​ຫລາຍ​ກໍ​ເຊື່ອ​ຟັງ ຄື​ທັງ​ບັນ​ດາ​ເຈົ້າ​ນາຍ​ແລະ​ບັນ​ດາ​ປະ​ຊາ​ຊົນ​ຜູ້​ເຂົ້າ​ກະ​ທຳ​ຄຳ​ສັນ​ຍາ​ວ່າ​ທຸກ​ຄົນ​ຈະ​ປ່ອຍ​ທາດ​ຂອງ​ຕົນ​ທັງ​ຊາຍ​ແລະ​ຍິງ ເພື່ອ​ວ່າ​ເຂົາ​ທັງ​ຫລາຍ​ຈະ​ບໍ່​ຖືກ​ກະ​ທຳ​ໃຫ້​ເປັນ​ທາດ​ອີກ ເຂົາ​ທັງ​ຫລາຍ​ກໍ​ໄດ້​ເຊື່ອ​ຟັງ​ແລະ​ປ່ອຍ​ທາດ​ໃຫ້​ເປັນ​ອິສ​ຣະ 11 ແຕ່​ພາຍ​ຫລັງ​ເຂົາ​ໄດ້​ຫວນ​ກັບ​ແລະ​ຈັບ​ທາດ​ຊາຍ​ແລະ​ຍິງ​ຊຶ່ງ​ເຂົາ​ໄດ້​ປ່ອຍ​ໃຫ້​ເປັນ​ອິສ​ຣະ​ນັ້ນ​ມາ​ໃຫ້​ຢູ່​ໃຕ້​ບັງ​ຄັບ​ຂອງ​ການ​ເປັນ​ທາດ​ອີກ 12 ພຣະ​ວັຈ​ນະ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ເຢ​ເຣ​ມີ​ຢາ​ວ່າ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, 13 “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ໄດ້​ກະ​ທຳ​ຄຳ​ຫມັ້ນ​ສັນ​ຍາ​ກັບ​ບັນ​ພະບຸ​ຣຸດ​ຂອງ​ເຈົ້າ ເມື່​ອ​ເຣົາ​ນຳ​ເຂົາ​ອອກ​ມາ​ຈາກ​ແຜ່​ນດິນ​ເອຢິບ ອອກ​ຈາກ​ເຮືອນ​ທາດ​ວ່າ 14 ເມື່ອ​ສິ້ນ​ເຈັດ​ປີ​ແລ້ວ​ເຈົ້າ​ທຸກ​ຄົນ​ຈະ​ຕ້ອງ​ປ່ອຍ​ພີ່​ນ້ອງ​ເຮັບ​ເຣີ​ຜູ້​ທີ່​ເຂົາ​ເອົາ​ມາ​ຂາຍ​ໄວ້​ກັບ​ເຈົ້າ ແລະ​ໄດ້​ຮັບ​ໃຊ້​ເຈົ້າ​ມາ​ຫົກ​ປີ ເຈົ້າ​ຕ້ອງ​ປ່ອຍ​ເຂົາ​ໃຫ້​ເປັນ​ອິສ​ຣະ​ພົ້ນ​ຈາ​ກການ​ຮັບ​ໃຊ້​ເຈົ້າ ແຕ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ບໍ່​ເຊື່ອ​ຟັງ​ເຣົາ ແລະບໍ່​ງ່ຽງ​ຫູ​ຟັງ​ເຣົາ 15 ເມື່ອ​ໄວໆ​ນີ້​ເຈົ້າ​ໄດ້​ກັບ​ໃຈ​ແລະ​ກະ​ທຳ​ສິ່ງ​ຊຶ່ງຖືກ​ຕ້ອງ​ໃນສາຍ​ຕາ​ຂອງ​ເຮົາ​ໂດຍ​ການ​ປະ​ກາດ​ອິສ​ຣະ​ພາບ ທຸກ​ຄົນ​ຕໍ່​ເພື່ອນ​ບ້ານ​ຂອງ​ຕົນ ແລະ​ເຈົ້າ​ໄດ້​ກະ​ທຳ​ຄຳ​ສັນ​ຍາ​ຕໍ່​ຫນ້າ​ເຮົາ​ໃນ​ວິ​ຫານ​ຊຶ່ງ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ 16 ແຕ່​ແລ້ວ​ເຈົ້າ​ກັບ​ຫວນ​ຄືນ​ກະ​ທຳ​ໃຫ້​ນາມ​ຂອງ​ເຮົາ​ເປັນ​ມົນ​ທິນ ໃນ​ເມື່ອ​ເຈົ້າ​ທຸກ​ຄົນ​ຈັບ​ທາດ​ຊາຍ​ຍິງ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ປ່ອຍ​ໃຫ້​ເປັນ​ອິສ​ຣະ​ໄປ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ເຂົາ​ທັງ​ຫລາຍ​ແລ້ວ​ນັ້ນ​ກັ​ບ​ມາ​ໃຫ້​ຢູ່​ໃຕ້​ບັງ​ຄັບຂອງ​ການ​ເປັນ​ທາດ​ອີກ 17 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ​ກ້ວຍ​ການ​ປ່າວ​ຮ້ອງ​ເຣື່ອງ​ອິສ​ຣະ​ພາບ​ຕໍ່​ພີ່​ນ້ອງ​ແລະ​ເພື່ອນ​ບ້ານ​ຂອງ​ຕົນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເບິ່​ງ​ແມ໋, ເຣົາ​ປ່າວ​ຮ້ອງວ່າ ເຈົ້າ​ທັງ​ຫລາຍ​ເປັນ​ອິສ​ຣະ​ຕໍ່​ດາບ ຕໍ່​ໂຣກ​ລະ​ບາດ ແລະ​ຕໍ່​ການ​ອຶດ​ຢາກ ເຮົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ທີ່​ຫວາດ​ສຽວ​ແກ່​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ແຜ່ນ​ດິນ​ໂລກ 18 ແລະ​ຄົນ​ທີ່​ກະ​ທຳ​ຜິດ​ຕໍ່​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ ແລະ​ບໍ່​ໄດ້ກະ​ທຳ​ຕາມ​ຂໍ້​ຕົກ​ລົງ​ໃນ​ຄຳ​ຫມັ້ນ​ສັນ​ຍາ​ຊຶ່ງ​ເຮົາ​ໄດ້​ກະ​ທຳ​ຕໍ່​ຫນ້າເຮົາ​ນັ້ນ ແລະ​ເຣົາ​ຈະ​ກະ​ທຳ​ໃຫ້​ເຂົາ​ເຫລົ່າ​ນັ້ນ​ເປັນ​ເຫມືອນ​ລູກ​ງົວ​ທີ່​ເຂົາ​ຕັດ​ອອກ​ເປັນ​ສອງ​ທ່ອນ ແລະ​ເດີນ​ຜ່ານ​ກາງ​ທ່ອນ​ເຫລົ່າ​ນັ້ນ​ໄປ 19 ເຈົ້າ​ນາຍ​ແຫ່ງ​ຢູ​ດາ​ກໍ​ດີ ເຈົ້າ​ນາຍ​ແຫ່ງ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ດີ ຂັນ​ທີ​ກໍ​ດີ ປະ​ໂຣ​ຫິດ​ແລະ​ບັນ​ດາ​ປະ​ຊາ​ຊົນ​ແຫ່ງ​ແຜ່ນ​ດິນ​ນັ້ນ​ກໍ​ດີ ຜູ້​ຜ່ານ​ລະ​ຫວ່າງ​ທ່ອນ​ລູກ​ງົວ​ນັ້ນ 20 ເຮົາ​ຈະ​ມອບ​ເຂົາ​ໄວ້​ໃນ​ມື​ສັດ​ຕ​ຣູ​ຂອງ​ເຂົາ​ ແລະ​ໃນ​ມື​ຂອງ​ບັນ​ດາ​ຜູ້​ທີ່​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຂົາ ສົບ​ຂອງ​ເຂົາ​ຈະ​ປັນ​ອາ​ຫານ​ຂອງ​ນົກ​ໃນ​ອາ​ກາດ​ແລະ​ຂອງ​ສັດ​ໃນ​ແຜ່ນ​ດິນ​ໂລກ 21 ສ່ວນ​ເຊ​ເດກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ​ແລະ​ເຈົ້າ​ນາຍ​ທັງ​ຫລາຍ​ຂອງ​ເຂົາ​ນັ້ນ ເຮົາ​ຈະ​ມອບ​ໄວ້​ໃນ​ມື​ສັດ​ຕ​ຣູ​ຂອງ​ເຂົາ​ແລະ​ໃນ​ມື​ຂອງ​ບັນ​ດາ​ຜູ້​ທີ່​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຂົາ ໃນ​ມື​ຂອງກອງ​ທັບ​ແຫ່ງ​ກະ​ສັດ​ບາ​ບິ​ໂລນ​ຊຶ່ງ​ໄດ້​ຖອຍ​ໄປ​ຈາກ​ເຈົ້າ​ແລ້ວ​ນັ້ນ 22 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ບັນ​ຊາ​ແລະ​ຈະ​ນຳ​ເຂົາ​ກັບ​ມາ​ຍັງ​ກຸງ​ນີ້ ແລະ​ເຂົາ​ຈະ​ສູ້​ຮົບ​ກັບ​ເມື​ອງ​ນັ້ນ​ຍຶດ​ເອົາ​ຈົນ​ໄດ້ ແລະ​ເຜົາ​ເສັຽດ້ວຍ​ໄຟ ເຣົາ​ຈະ​ກະ​ທຳ​ໃຫ້​ຫົວ​ເມືອງ​ຢູ​ດາເປັນ​ທີ່​ຮ້າງ​ເປົ່າ​ບໍ່​ມີ​ຄົນ​ອາ​ໄສ”

ເຢເຣມີ 35

ຄວາມ​ເຊື່ອ​ຟັງ​ຂອງ​ຄົນ​ຕະ​ກູນ​ເຣ​ກາບ

1 ຖ້ອຍ​ຄຳ​ຊຶ່ງ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ເຢ​ເຣ​ມີ​ຢາ​ໃນ​ຣັ​ຊ​ການ​ເຢຮົວອາ​ກິມ ຣາ​ຊ​ບຸດ​ຂອງ​ໂຢ​ຊິ​ຢາ​ກະ​ສັດ​ແຫ່​ງຢູ​ດາ​ວ່າ, 2 “ຈົ່ງ​ໄປ​ຫາ​ຄົນ​ຕະ​ກູນ​ເຣ​ກາບ​ແລະ​ເວົ້າ​ກັບ​ເຂົາ ແລະ​ນຳ​ເຂົາ​ມາ​ທີ່​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຂົ້າ​ມາ​ໃນ​ຫ້ອງ​ສະ​ລຽງ​ຫ້ອງ​ນຶ່ງ ແລ້ວ​ເຊີນ​ໃຫ້​ເຂົາ​ດື່ມ​ເຫລົ້າ​ອະ​ງຸ່ນ” 3 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ນຳ​ຢາ​ອາ​ຊັນ​ຢາ ບຸດ​ເຢ​ເຣ​ມີ​ຢາ​ຜູ້​ເປັນ​ບຸດ​ຮາ​ບັ​ສ​​ຊີ​ນ​ຢາ ແລະ​ພີ່​ນ້ອງ​ຂອງ​ເຂົາ ແລະ​ບຸ​ດ​ຊາຍຂອງ​ເຂົາ​ທັງ​ຫມົດ ແລະ​ຄົນ​ຕະ​ກູນ​ເຣ​ກາບ 4 ຂ້າ​ພະ​ເຈົ້າ​ນຳ​ເຂົາ​ມາ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມາ​ໃນ​ຫ້ອງ​ສະ​ລຽງ​ຂອງ​ບຸດ​ຊາຍ​ຂອງ​ຮາ​ນານ ຜູ້​ເປັນ​ບຸດ​ອິກ​ດາ​ລີ​ຢາ ຜູ້​ເປັນ​ຄົນ​ຂອງພຣະ​ເຈົ້າ ຊຶ່ງ​ຢູ່ໃກ້​ກັບ​ຫ້ອງ​ສະ​ລຽງ​ຂອງ​ເຈົ້າ​ນາຍ ເຫນືອ​ຫ້ອງ​ສະ​ລຽງຂອງ​ມາ​ອາ​ຊັຍ​ຢາ​ບຸດ​ຊັນ​ລູມ ຜູ້​ດູ​ແລ​ປະ​ຕູ 5 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ວາງ​ຖົງ​ເຫລົ້າ​ອະ​ງຸ່ນ​ແລະ​ຈອກ​ຫລາຍຫນ່ວຍ​ໄວ້​ຫນ້າ​ຄົນ​ຕະ​ກູນ​ເຣ​ກາບ ແລະ​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ “ເຊີນ​ດື່ມ​ເຫລົ້າ​ອະ​ງຸ່ນ” 6 ແຕ່​ເຂົາ​ທັງ​ຫລາຍ​ຕອບ​ວ່າ, “ເຮົາ​ບໍ່​ດື່ມ​ເຫລົ້າ​ອະ​ງຸ່ນ ເພາະ​ໂຢ​ນາດາບ​ບຸດ​ເຣ​ກາບ​ຜູ້​ເປັນ​ບິ​ດາ​ຂອງ​ເຣົາ​ບັນ​ຊາ​ເຣົາ​ວ່າ “ເຈົ້າ​ທັງ​ຫລາຍ​ຢ່າ​ດື່ມ​ເຫລົ້າ​ອະ​ງຸ່ນ ທັງ​ຕົວ​ເຈົ້າ​ແລະ​ລູກ​ຫລານ​ຂອງ​ເຈົ້າ​ເປັນ​ນິດ 7 ເຈົ້າ​ຢ່າ​ສ້າງ​ເຮືອນ ເຈົ້າ​ຢ່າ​ຫວ່ານ​ພືດ ເຈົ້າ​ຢ່າ​ປູກ​ຫລື​ມີ​ສວນ​ອະ​ງຸ່ນ ແລະ​ເຈົ້າ​ຈົ່ງ​ຢູ່​ໃນ​ເຕັນ​ຄລອດ​ຊີ​ວິດ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ຊີ​ວິດ​ຍືນ​ນານໃນ​ແຜ່ນ​ດິນ​ຊຶ່ງ​ເຈົ້າ​ອາ​ໄສ​ຢູ່” 8 ເຮົາ​ທັງ​ຫລາຍ​ໄດ້​ເຊື່ອ​ຟັງ​ສຽງ​ຂອງ​ໂຢ​ນາ​ດາບ​ບຸດ​ເຣ​ກາບ​ຜູ້​ເປັນ​ບິ​ດາ​ຂອງ​ເຮົາ​ໃນ​ສິ່ງ​ທັງ​ປວງ​ຊຶ່ງ​ທ່ານ​ໄດ້​ບັນ​ຊາ​ເຣົາ ຄື​ບໍ່​ດື່ມ​ເຫລົ້າ​ອະ​ງຸ່ນ​ຕລອດ​ຊີ​ວິດ​ຂອງ​ເຮົາ ທັງ​ຕົວ​ເຮົາ ພັ​ຣ​ຍາ ບຸດ​ຊາຍ ບຸດ​ຍິງ​ຂອງ​ເຮົາ 9 ແລະ​ບໍ່​ສ້າງ​ເຮືອນ​ເພື່ອ​ຈະ​ອາ​ໄສ​ຢູ່ ເຮົາ​ບໍ່​ມີສວນ​ອະ​ງຸ່ນ​ຫລື​ນາ​ຫລື​ພືດ 10 ແຕ່​ເຮົາ​ເຄີຍ​ຢູ່​ໃນ​ເຕັ​ນ ແລະ​ໄດ້​ເຊື່ອ​ຟັງ​ແລະ​ກະ​ທຳ​ທຸກ​ສິ່ງ​ຊຶ່ງໂຢ​ນາ​ດາບ​ບິ​ດາ​ຂອງ​ເຮົາ​ໄດ້​ສັ່ງ​ໄວ້ 11 ແຕ່​ເມື່ອ​ເນ​ບູ​ກາດ​ເນ​ສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໄດ້​ຍົກ​ມາ​ຕໍ່​ສູ້​ກັບ​ແຜ່​ນດິນ​ນີ້ ເຮົາ​ເວົ້າ​ວ່າ “ມາ​ເຖີດ ໃຫ້​ເຮົາ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ເພາະ​ຢ້ານກອງ​ທັບ​ຄົນ​ຄັນ​ເດ​ອານ ແລະ​ກອງ​ທັບ​ຄົນ​ຊີ​ເຣັຽ” ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ” 12 ແລ້ວ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ມາ​ເຖິງ​ເຢ​ເຣ​ມີ​ຢາ​ວ່າ, 13 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ໄປ​ບອກ​ບັນ​ດາ​ຜູ້​ຊາຍ​ຂອງ​ຢູດາ ແລະ​ບອກ​ຊາວ​ເຢ​ຣູ​ຊາ​ເລັມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຈົ້າ​ຈະ​ບໍ່​ຮັບ​ຄຳ​ແນະ​ນຳ​ແລະ​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ເຣົາ​ຫລື 14 ຄຳ​ສັ່ງ​ໂຢນາ​ດາບ​ບຸດ​ເຣກາບ​ໃຫ້​ໄວ້​ແກ່​ບຸດ​ຊາຍ​ທັງ​ຫລາຍ​ຂອງ​ຕົນ ບໍ່​ໃຫ້​ດື່ມ​ເຫລົ້າ​ອະ​ງຸ່ນ​ນັ້ນ ເຂົາ​ກໍ​ໄດ້​ຮັກ​ສາ​ກັນ​ໄວ້​ແລ້ວ ແລະ​ເຂົາ​ທັງ​ຫລາຍ​ບໍ່​ໄດ້​ດື່ມ​ເລີຍ​ຈົນ​ເຖິງວັນ​ນີ້ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ແຫ່ງ​ບິ​ດາ​ຂອງ​ເຂົາ ແຕ່​ເຣົາ​ໄດ້​ເວົ້າ​ກັບ​ພວກ​ເຈົ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ແຕ່​ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຟັງ​ເຣົາ​ເລີຍ 15 ເຮົາ​ໄດ້​ສົ່ງ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຄື​ຜູ້​ປະ​ກາດ​ພຣະ​ທັມ​ມາ​ຫາ​ເຈົ້າ​ສົ່ງ​ເຂົາ​ມາ​ຢ່າງ​ບໍ່​ຢຸດ​ຢັ້ງ​ກ່າວ​ວ່າ, “ບັດ​ນີ້​ເຈົ້າ​ທຸກ​ຄົນ​ຈົ່ງ​ຫັນ​ກັບ​ຈາກ​ທາງ​ຊົ່ວ​ຂອງ​ຕົນ ແລະ​ແກ້​ໄຂ​ກາ​ນກະ​ທຳ​ຂອງ​ເຈົ້າ​ທັງ​ຫລາຍ​ເສັຽ ຢ່າ​ໄປ​ຕິດ​ສອຍ​ຫ້ອຍ​ຕາມ​ພຣະ​ອື່ນ​ເພື່ອ​ບົວ​ລະ​ບັດ​ພຣະ​ເຫລົ່າ​ນັ້ນ ແລ້ວ​ເຈົ້າ​ຈະ​ໄດ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ ຊຶ່ງ​ເຮົາ​ໄດ້​ປະ​ທານ​ແກ່​ເຈົ້າ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ” ແຕ່​ເຈົ້າ​ບໍ່​ໄດ້​ງ່ຽງ​ຫູ​ຫລື​ຟັງ​ເຮົາ 16 ບຸດ​ທັງ​ຫລາຍ​ຂອງ​ໂຢ​ນາ​ດາບ​ບຸດ​ຂອງ​ເຣ​ກາບ ໄດ້​ຮັກ​ສາ​ຄຳ​ສັ່ງ​ຊຶ່ງ​ບິ​ດາ​ຂອງ​ເຂົາ​ໄດ້​ສັ່ງ​ໄວ້ ແຕ່​ຊົນ​ຊາດ​ນີ້​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ 17 ເຫດ​ສັນ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຈອມໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຣົາ​ນຳ​ໂທດ​ທັງ​ສິ້​ນຊຶ່ງ​ເຣົາ​ປະ​ກາດ​ໄວ້​ມາ​ເຫນືອ​ຢູ​ດາ ແລະ​ບັນ​ດາ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ ເພາະ​ວ່າ​ເຮົາ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ແລະ​ເຂົາ​ກໍ​ບໍ່​ຟັງ ເຮົາ​ໄດ້​ເອີ້ນ​ເຂົາ​ແລະ​ເຂົາ​ບໍ່​ຂານ​ຕອບ” 18 ແຕ່​ເຢ​ເຣ​ມີ​ຢາ​ໄດ້​ເວົ້າ​ກັບ​ຕະ​ກູນ​ເຣ​ກາບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ວ່າ​ເຈົ້າ​ໄດ້​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ໂຢ​ນາ​ດາບ​ບິດາ​ຂອງ​ເຈົ້າ​ແລະ​ຖື​ຮັກ​ສາ​ຂໍ້​ບັງ​ຄັບ​ຂອ​ງທ່ານ​ທັງ​ສິ້ນ ແລະ​ກະ​ທຳ​ທຸກ​ຢ່າງ​ທີ່​ທ່ານ​ສັ່ງ​ເຈົ້າ 19 ເຫດ​ສະ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ດ່າວ​ດັ່ງ​ນີ້​ວ່າ ໂຢ​ນາ​ດາບ​ບຸດ​ເຣ​ກາບ​ຈະ​ບໍ່​ຂັດ​ສົນ​ຜູ້​ຊາຍ​ທີ່​ຢືນ​ຢູ່​ຕໍ່​ຫນ້າ​ເຣົາ​ເລີຍ”

ເຢເຣມີ 36

ບາ​ຣຸກ​ອ່ານ​ຫນັງ​ສື​ມ້ວນ​ໃນ​ວິ​ຫານ

1 ໃນ​ປີ​ທີ່​ສີ່​ແຫ່ງ​ຣັ​ຊ​ການ​ເຢ​ຮົວ​ອາ​ກິມ​ກະ​ສັດ​ແຫ່ງ​ຢູ​ດາ ພຣະ​ຣາ​ຊ​ໂອ​ຣົດ​ຂອງ​ໂຢ​ຊີ​ຢາາ​ນັ້ນ ຖ້ອຍ​ຄຳ​ຕໍ່​ໄປ​ນີ້​ມາ​ຈາກພຣະ​ຜູ້​ເປັນ​ເຈົ້າເຖິງ​ເຢ​ເຣ​ມີ​ຢາ​ວ່າ, 2 “ເຈົ້າ​ຈົ່ງ​ເອົາ​ເຈັ້ຽ​ມ້ວນ​ນຶ່ງ​ມາ ແລ້ວ​ຂຽນ​ຖ້ອຍ​ຄຳ​ທັງ​ຫມົດ​ທີ່​ກ່ຽວ​ກັບອິສ​ຣາ​ເອນ ຢູ​ດາແລະ​ຊົນ​ຊາດ​ທັງ​ປວງທີ່​ເຮົາ​ໄດ້​ບອກ​ເຈົ້າ​ຕັ້ງ​ແຕ່​ຄາວ​ໂຢ​ຊີ​ຢາ​ເປັນ​ກະ​ສັດ​ຈົນ​ເຖິງ​ທຸກມື້​ນີ້​ລົງ​ໃນ​ເຈັ້ຽນັ້ນ 3 ບາງ​ທີ​ເມື່ອ​ປະ​ຊາ​ຊົນ​ຢູ​ດາ​ໄດ້​ຍິນ​ເຣື່ອງ​ການ​ທຳ​ລາຍ​ທີ່​ເຮົາ​ຕັ້ງ​ໃຈ​ຈະ​ນຳ​ມາ​ຍັງ​ເຂົາ​ນັ້ນ ພວ​ກ​ເຂົາ​ທຸກ​ຄົນ​ອາດ​ຫລີກ​ຫນີ​ຈາກ​ທາງ​ຊົ່ວ​ຮ້າຍ​ເສັຽ ແລ້ວ​ເຮົາກໍ​ຈະ​ໃຫ້​ອະ​ພັຍ​ບາບ​ແລະ​ຄວາມ​ຊົ່ວ​ຮ້າຍ​ແກ່​ເຂົາ” 4 ດັ່ງ​ນັ້ນ​ເຢ​ເຣ​ມີ​ຢາ​ຈຶ່ງ​ໃຫ້​ບາ​ຣຸກ​ບຸດ​ເນ​ຣີຢາ​ຂຽນ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ບອກ​ລົງ​ໃນ​ເຈັ້ຽນັ້ນ 5 ເຢ​ເຣ​ມີ​ຢາ​ໄດ້​ບອກ​ບາ​ຣຸກວ່າ, “ຂ້າ​ພະ​ເຈົ້າ​ນັ້ນ​ຖືກ​ຫ້າມ​ບໍ່​ໃຫ້​ໄປ​ວິ​ຫານ​ອີກ​ຕໍ່​ໄປ 6 ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງຢາ​ກ​ໃຫ້​ທ່ານ​ໄປ​ທີ່​ນັ້ນ​ໃນ​ວັນ​ປະ​ຊາ​ຊົນ​ຖື​ສິນ​ອົດ​ອາ​ຫານ ແລ້ວ​ຈົ່ງ​ອ່ານ​ຫນັງ​ສື​ມ້ວນ​ທີ່​ທ່ານ​ໄດ້​ຂຽນ​ຕາມ​ຄຳ​ບອກ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ປະ​ຊາ​ຊົນ​ຟັງ ຮວມ​ທັງ​ປະ​ຊາ​ຊົນ​ທີ່​ມາ​ຈາກ​ຫົວ​ເມືອງ​ຕ່າງໆ​ດ້ວຍ ເພື່ອ​ໃຫ້​ເຂົາ​ໄດ້​ຍິນ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄດ້​ບອກ​ຂ້າ​ພະ​ເຈົ້າ 7 ແລ້ວ​ເຂົາ​ອາດ​ຈະ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຫລີກ​ຫນີ​ຈາກ​ທາງ​ຊົ່ວ​ກໍ​ໄດ້ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຂົ່ມ​ຂູ່​ປະ​ຊາ​ຊົນ​ນີ້​ດ້ວຍ​ພຣະ​ພິ​ໂຣດ​ຢ່າງ​ຮຸນ​ແຮງ” 8 ດັ່ງ​ນັ້ນ ບາ​ຣຸກ​ຈຶ່ງ​ເຮັດ​ຕາມ​ເຢ​ເຣມີ​ຢາ​ບອກ ຄື​ເຂົາ​ໄດ້​ອ່ານ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວິ​ຫານ​ຢ່າງ​ຖືກ​ຕ້ອງ 9 ໃນ​ເດືອນ​ທີ່​ເກົ້າ​ຂອງ​ປີ​ທີ່​ຫ້າ​ແຫ່ງ​ຣັ​ຊ​ການ​ເຢ​ຮົວ​ອາ​ກິມ​ກະ​ສັດ​ຢູ​ດາ ຜູ້​ເປັນ​ພຣະ​ຣາ​ຊໂອ​ຣົດ​ຂອງ​ໂຢ​ຊີ​ຢາ ປະ​ຊາ​ຊົນ​ທັງ​ປວງໄດ້​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ທີ່​ມາ​ຈາກ​ຫົວ​ເມືອງ​ຕ່າງໆ​ໃນ​ປະ​ເທດ​ ຢູ​ດາ ໄດ້​ຈັດ​ພິ​ທີ​ຖື​ສິນ​ອົດ​ອາ​ຫານ​ຂຶ້ນ​ຊ້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ 10 ຂ​ນະ​ນັ້ນ​ຢູ່​ທີ່​ພຣະ​ຣາ​ຊ​ສຳ​ນັກ​ຊັ້ນ​ເທິງ​ທາງ​ເຂົ້າ​ປະ​ຕູ​ໃຫມ່​ຂອງວິ​ຫານ ໃນ​ຫ້ອງ​ຂອ​ງ​ເກ​ມາ​ຣິ​ຢາ​ບຸດ​ຂອງ​ຊາ​ຟານ​ຜູ້​ເປັນ​ຣາ​ຊ​ເລ​ຂາ ບາ​ຣຸກ​ໄດ້​ອ່ານ​ຖ້ອຍ​ຄຳ​ຂອງ​ເຢ​ເຣ​ມີ​ຢາ​ໃນ​ຫນັງ​ສືມ້ວນ​ໃຫ້​ປະ​ຊາ​ຊົນ​ຟັງ 11 ເມື່ອ​ມີ​ກັຍ​ຢາ​ບຸດຂອງ​ເກ​ມາ​ຣີ​ຢາ ຜູ້​ເປັນ​ຫລານ​ຊາຍ​ຂອງ​ຊາ​ຟານ​ໄດ້​ຟັງ​ບາ​ຣຸກ​ອ່ານ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຫນັງ​ສື​ມ້ວນ​ແລ້ວ ເຂົາ​ກໍ​ໄປ​ຍັງ​ພຣະ​ຣາ​ຊວັງ​ທີ່ຫ້ອງ​ຂອງ​ຣາ​ຊ​ເລ​ຂາ 12 ແລະ​ມີ​ພວກ​ເຈົ້າ​ນາຍ​ຫລາຍ​ຄົນ​ນັ່ງ​ປະ​ຊຸມ​ຢູ່​ທີ່​ນັ້ນ ຄື ເອ​ລິ​ຊາ​ມາ​ຜູ້​ເປັນ​ຣາ​ຊ​ເລ​ຂາ ເດ​ລັຍ​ຢາບຸດ​ຂອງ​ເຊ​ມັຍ​ຢາ ເອນ​ນາ​ທານ​ບຸດຂອງ​ອັກ​ໂບ​ຣ໌ ເກ​ມາ​ຣິ​ຢາ​ບຸດ​ຂອງ​ຊາ​ຟານ ເຊ​ເດ​ກີ​ຢາ​ບຸດ​ຂອງ​ຮາ​ນາ​ນີ​ຢາ ແລະ​ເຈົ້າ​ນາຍ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ 13 ມີ​ກັຍ​ຢາ​ຈຶ່ງ​ເລົ່າ​ເຣື່ອງ​ທີ່​ຕົນ​ໄດ້​ຍິນ​ມາ​ທັງ​ຫມົດ​ໃຫ້​ພວກ​ເຈົ້າ​ນາຍ​ຟັງ 14 ແລ້ວ​ພວກ​ເຈົ້າ​ນາຍ​ໄດ້​ໃຊ້​ເຢ​ຮູ​ດີ​ບຸດ​ຂອງ​ເນ​ທາ​ນີ​ຢາ ຜູ້​ເປັນ​ບຸດ​ຂອງ​ເຊ​ເລ​ມີ​ຢາບຸດ​ຂອງ​ກູ​ຊີ ໄປ​ບອກ​ໃຫ້​ບາ​ຣຸກ​ນໍາ​ເອົາ​ຫນັງ​ສື​ມ້ວນ​ທີ່​ເຂົາ​ອ່ານ​ໃຫ້​ປະ​ຊາ​ຊົນ​ຟັງ​ນັ້ນ​ມາ ບາ​ຣຸກ​ຈຶ່ງ​ໄດ້​ຖື​ຫນັງ​ສື​ມ້ວນ​ມາ​ຫາ​ພວກ​ເຈົ້າ​ນາຍ 15 ພວກ​ເຈົ້າ​ນາຍ​ໄດ້​ເວົ້າ​ກັບ​ບາ​ຣຸກວ່າ, “ເຊີນ​ນັ່ງ​ລົງ ແລະ​ອ່ານ​ຫນັງ​ສື​ມ້ວນ​ນັ້ນ​ໃຫ້​ພວກ​ເຮົາ​ຟັງ​ເບິ່ງ​ດູ” ບາ​ຣຸກ​ຈຶ່ງ​ອ່ານ​ໃຫ້​ພວກ​ທ່ານ​ຟັງ 16 ຫລັງ​ຈາກ​ອ່ານ​ຈົບ​ແລ້ວ ພວກ​ທ່ານ​ກໍ​ຫລຽວ​ເບິ່ງ​ຫນ້າ​ກັນ​ດ້ວຍ​ຄວາມ​ຢ້ານ ແລະ​ເວົ້າ​ຕໍ່​ບາ​ຣຸກວ່າ, “ພວກ​ເຮົາ​ຕ້ອງ​ຣາຍ​ງານ​ເຣື່ອງ​ນີ້​ໃຫ້​ກະ​ສັດ​ຊົງ​ຊາບ” 17 ຕໍ່​ມາ​ພວກ​ເຈົ້າ​ນາຍ​ໄດ້​ຖາມ​ບາ​ຣຸກວ່າ, “ບັດ​ນີ້ ຈົ່ງ​ບອກ​ພວກ​ເຣົາ​ວ່າ ເຈົ້າ​ຂຽນ​ຖ້ອຍ​ຄຳ​ທັງ​ຫມົດ​ນີ້​ໄດ້​ຢ່າງ​ໃດ ຂຽນ​ຕາມ​ຄຳ​ບອກ​ຂອງ​ເຢ​ເຣ​ມີ​ຢາ​ບໍ” 18 ບາ​ຣຸ​ກໄດ້​ຕອບ​ວ່າ, “ເຢ​ເຣ​ມີ​ຢາ​ໄດ້​ບອກ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແກ່​ຂ້າ​ນ້ອຍ ຂ້າ​ນ້ອຍ​ຈຶ່ງ​ບັນ​ທຶກ​ໄວ້​ໃນ​ເຈັ້ຽມ້ວນ​ດ້ວຍ​ນ້ຳ​ມຶກ” 19 ແລ້ວ​ພວກ​ເຈົ້າ​ນາຍ​ໄດ້​ບ​ອກ​ບາ​ຣຸກວ່າ, “ເຈົ້າ​ກັບ​ເຢ​ເຣ​ມີ​ຢາ​ຕ້ອງ​ໄປ​ລີ້​ຢູ່​ສາ ຢ່າ​ໃຫ້​ໃຜ​ຮູ້​ວ່າ​ພວກ​ເຈົ້າ​ລີ້​ຢູ່​ທີ່​ໃດ” 20 ພວກ​ເຈົ້າ​ນາຍ​ໄດ້​ມ້ຽນ​ຫນັງ​ສື​ມ້ວນ​ນັ້ນ​ໄວ້​ໃນ​ຫ້ອງ​ຂອງ​ເອ​ລີ​ຊາ​ມາ​ຜູ້​ເປັນ​ຣາ​ຊ​ເລ​ຂາ ແລ້ວ​ພວກ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ພຣະ​ຣາ​ຊ​ສໍາ​ນັກ ເພື່ອກາບ​ທູນ​ຖ້ອຍ​ຄຳ​ທັງ​ຫມົດ​ນັ້ນ​ຕໍ່​ພຣະ​ຣາ​ຊາ 21 ຕໍ່​ມາ​ພຣະ​ຣາ​ຊາ​ໄດ້​ຊົງ​ສັ່ງ​ໃຫ້​ເຢ​ຮູ​ດີ​ໄປ​ເອົາ​ຫນັງ​ສື​ມ້ວນ​ນັ້ນ​ມາ ເຂົາ​ຈຶ່ງ​ໄປ​ເອົາ​ມາ​ຈາກ​ຫ້ອງ​ຂອງ​ເອ​ລີ​ຊາ​ມາ ແລ້ວ​ໄດ້​ອ່ານ​ຖວາຍ​ພຣະ​ຣາ​ຊາ​ກັບ​ພວກ​ເຈົ້າ​ນາຍ​ທັງ​ຫມົດ​ທີ່​ຢືນ​ຢູ່​ຂ້າງໆ 22 ເວ​ລາ​ນັ້ນ​ເປັນເດືອນ​ທີ່​ເກົ້າ ພຣະ​ຣາ​ຊາ​ໄດ້​ຊົງ​ນັ່ງ​ຝີງ​ໄຟ​ຢູ່​ໃນ​ພຣະ​ຣາ​ຊວັງສຳ​ລັບ​ຣະ​ດູ​ຫນາວ ແ​ລະ​ມີ​ໄຟ​ລຸກ​ຢູ່​ໃນ​ໂຖ​ໄຟ​ຫນ້າ​ພຣະ​ພັກ 23 ເມື່ອ​ເຢ​ຮູ​ດີ​ອ່ານ​ສຸດ​ສາມ​ສີ່​ຕອນ ພຣະ​ຣາ​ຊາ​ກໍ​ຊົງ​ເອົາ​ມີດ​ນ້ອຍ​ຕັດ​ຕອນ​ນັ້ນ​ຖິ້ມ​ໃສ່​ໄຟ ຊົງ​ເຮັດ​ດັ່ງ​ນີ້​ເລື້ອຍ​ໄປ​ຈົນ​ຫນັງ​ສື​ມ້ວນ​ນັ້ນ​ຖືກ​ເຜົາ​ໄຟ​ຫມົດ 24 ແຕ່​ບໍ່​ເຫັນ​ພຣະ​ຣາ​ຊາ​ກັບ​ຂ້າ​ຣາ​ຊ​ການ​ຢ້ານ ຫລື​ສະ​ແດງ​ອາ​ການ​ເສັຽ​ໃຈ​ຢ່າງ​ໃດ​ເລີຍ 25 ເຖິງ​ແມ່ນ​ວ່າ​ເອນ​ນາ​ທານ ເດ​ລັຍ​ຢາ ແລະ​ເກ​ມາ​ຣິ​ຢາ​ໄດ້​ທູນ​ຂໍ​ບໍ່​ໃຫ້​ພຣະ​ຣາ​ຊາ​ເຜົາ​ຫນັງ​ສື​ມ້ວນພຣະອົງ​ກໍບໍ່​ຊົງ​ຮັບ​ຟັງ 26 ຕໍ່​ມາພຣະ​ຣາ​ຊາ​ໄດ້​ຫ​ຊົງ​ສັ່ງ​ໃຫ້​ເຈົ້າ​ຊາຍ​ເຢ​ຣາ​ເມ​ເອນ ພ້ອມ​ດ້ວຍ​ເຊ​ຣັຍ​ຢາບຸດ​ອັ​ສ​ຣີ​ເອນ ແລະ​ເຊ​ເລ​ມີ​ຢາບຸດ​ອັບ​ເດ​ເອນ ໄປ​ຈັບ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກັບ​ບາ​ຣຸກ​ສະ​ຫມຽນ​ຂອງ​ທ່ານ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເຊື່ອງ​ບຸກ​ຄົນ​ທັງ​ສອງ​ນີ້​ໄວ້ 27 ຫລັງ​ຈາກ​ພຣະ​ຣາ​ຊາຊົງ​ເຜົາ​ຫນັງ​ສື​ມ້ວນ​ທີ່​ບາ​ຣຸກ​ໄດ້​ຂຽນ​ຕາມ​ຄຳ​ບອກ​ຂອງ​ເຢ​ເຣ​ມີ​ຢາ​ແລ້ວ 28 ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ບອກ​ໃຫ້​ເຢ​ເຣ​ມີ​ຢາ​ຂຽນ​ຖ້ອຍ​ຄຳ​ທັງ​ຫມົດ​ທີ່​ມີ​ຢູ່​ໃນ​ຫນັງ​ສື​ມ້ວນ​ສະ​ບັບ​ກ່ອນ​ນັ້ນ​ໄວ້​ອີກ 29 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຫ້​ເຢ​ເຣມີ​ຢາ​ບອກ​ກະ​ສັດ​ເຢ​ຮົວ​ອາ​ກິມ​ວ່າ, “ພຣະ​ອົງ​ໄດ້​ເຜົາ​ຫນັງ​ສື​ມ້ວນ​ແລະ​ໄດ້​ຖາມ​ຂ້າ​ນ້ອຍ​ວ່າ “ເປັນ​ຫຍັງ​ຈຶ່ງ​ຂຽນ​ຄຳ​ວ່າ​ກະ​ສັດ​ບາ​ບິ​ໂລນ​ຈະ​ມາ​ທຳ​ລາຍ​ປະ​ເທດ​ນີ້​ຢ່າງ​ແນ່ນອນ ແລະ​ຈະ​ຂ້າ​ມະ​ນຸດ​ກັບ​ສັດ​ໃນ​ປະ​ເທດ​ນີ້​ເສັຽ 30 ດັ່ງ​ນັ້ນ​ແຫລະ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງບອກ​ພຣະ​ອົງ​ວ່າ ເຊື້ອ​ສາຍ​ຂອງ​ພຣະ​ອົງ​ຈະ​ບໍ່​ໄດ້​ເປັນ​ກະ​ສັດ​ອີກ ເຂົາ​ຈະ​ເອົາ​ສົບ​ຂອງ​ພຣະ​ອົງ​ຕາກ​ແດດ​ໄວ້​ໃນ​ເວ​ລາ​ກາງ​ເວັນ ແລະ​ຕາກ​ນ້ຳ​ຫມອກ​ໃນ​ເວ​ລາ​ກາງ​ຄືນ 31 ຍ້ອນ​ການ​ກະ​ທຳ​ຂອງ​ພຣະ​ອົງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ລົງ​ໂທດ​ພຣະ​ອົງ​ກັບ​ເຊື້ອ​ສາຍ​ແລະ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ພຣະ​ອົງກັບ​ຊາວ​ເຢ​ຣູ​ຊາ​ເລັມ​ແລະ​ຊາວ​ຢູ​ດາ​ບໍ່​ໄດ້​ເຊື່ອ​ຟັງ​ຄຳ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ນຳ​ໄພ​ວິ​ບັດ​ມາ​ຍັງ​ພຣະ​ອົງ​ກັບ​ປະ​ຊາ​ຊົນ​ທັງ​ຫມົດ​ຕາມ​ທີ່​ໄດ້​ຂູ່​ໄວ້” 32 ຕໍ່​ມາ​ເຢ​ເຣ​ມີ​ຢາ​ໄດ້​ເອົາ​ເຈັ້ຽອີກ​ມ້ວນ​ນຶ່ງມອບ​ໃຫ້​ບາຣຸກ​ສະ​ຫມຽນ​ຂອງ​ຕົນ ບາຣຸກ​ຈຶ່ງ​ຂຽນ​ຕາມ​ຄຳ​ບອກ​ຂອງ​ເຢ​ເຣ​ມີ​ຢາ​ລົງ​ໃສ່​ເຈັ້ຽມ້ວນ​ນັ້ນ ເຂົາ​ໄດ້​ຂຽນ​ຖ້ອຍ​ຄຳ​ທີ່​ມີ​ຢູ່​ໃນ​ຫນັງ​ສື​ມ້ວນ​ສະ​ບັບ​ທີ່​ກະ​ສັດ​ເຢ​ຮົວ​ອາ​ກິມ​ເຜົາ​ໄຟ​ນັ້ນ​ທັງ​ຫມົດ ແລະ​ເຢ​ເຣ​ມີ​ຢາ​ໄດ້​ເພີ້ມ​ຕື່ມ​ຫລາຍ​ຄຳ​ທີ່​ເຫມືອນ​ກັນ​ລົງ​ດ້ວຍ

ເຢເຣມີ 37

ກະ​ສັດ​ເຊ​ເດ​ກີ​ຢາ​ຂໍ​ຮ້ອງ​ເຢ​ເຣ​ມີ​ຢາ

1 ເນ​ບຸ​ກາດ​ເນ​ສ​ຊາຣ໌​ກະ​ສັດ​ບາ​ບິ​ໂລນ ໄດ້​ແຕ່ງ​ຕັ້ງ​ເຊ​ເດ​ກີ​ຢາ​ພຣະ​ຣາ​ຊ​ໂອ​ຣົດ​ຂອງ​ໂຢ​ຊີ​ຢາ​ເປັນ​ກະ​ສັດ​ຢູ​ດາ​ແທນ​ໂກ​ນີ​ຢາ​ພຣະ​ຣາ​ຊ​ໂອ​ຣົດ​ຂອງ​ເຢ​ຮົວ​ອາ​ກິມ 2 ແຕ່​ເຊ​ເດ​ກີ​ຢາ​ເອງພ້ອມ​ທັງ​ຂ້າ​ຣາ​ຊ​ການ​ຂອງ​ທ່ານ ​ແລະ​ປະ​ຊາ​ຊົນ​ທັງ​ຫລາຍ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ເຢ​ເຣ​ມີ​ຢາ​ເວົ້າ 3 ກະ​ສັດ​ເດ​ເຊ​ກີ​ຢາ​ຊົງ​ໃຊ້​ເຢ​ຮູ​ຄານ​ບຸດ​ເຊ​ເລ​ມີ​ຢາ ແລະ​ປະ​ໂຣ​ຫິດ​ເຊ​ຟັນ​ຢາ​ບຸດ​ຂອງ​ມາ​ອາ​ຊັຍ​ຢາ​ໄປ​ຫາ​ເຢ​ເຣ​ມີ​ຢາ ພວ​ກ​ເຂົາ​ໄດ້​ເວົ້າ​ກັບ​ເຢ​ເຣ​ມີ​ຢາ​ວ່າ, “ຂໍ​ໃຫ້​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າຂອງ​ພວກ​ເຮົາ​ສຳ​ລັບ​ເຮົາ​ແດ່” 4 ເຢ​ເຣ​ມີ​ຢາ​ນັ້ນ​ຍັງ​ບໍ່​ຖືກ​ຄຸມ​ຂັງ​ທ່ານ​ຍັງ​ໄປ​ຫາ​ມາ​ສູ່​ກັບ​ປະ​ຊາ​ຊົນ​ໄດ້​ຢ່າງ​ເສ​ຣີ 5 ໃນ​ລະ​ຫວ່າງ​ນັ້ນ​ກອງ​ທັບ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ໄດ້​ເຄື່ອນ​ອອກ​ມາ​ຈາກ​ເອຢິບ ເມື່ອ​ຊາວ​ບາ​ບິ​ໂລ​ນ​ຜູ້​ຊຶ່ງ​ກຳ​ລັງ​ໂຈມ​ຕີ​ກຸງ​ເຢ​ຣູ​ຊາ​ເລັມ​ຢູ່​ໄດ້​ຮູ້​ຂ່າວ​ນັ້ນ ພວກ​ເຂົາ​ກໍ​ຖອຍ​ທັບ​ອອກ​ຈາກກຸງ​ເຢ​ຣູ​ຊາ​ເລັມ​ໄປ 6 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ອິສ​ຣາ​ເອນ​ຊົງ​ກ່າວ​ຕໍ່​ເຢ​ເຣ​ມີ​ຢາ​ວ່າ, 7 “ເຈົ້າ​ຈົ່ງ​ບອກ​ກະ​ສັດ​ຢູ​ດາ​ຜູ້​ຊຶ່ງ​ໃຊ້​ເຈົ້າ​ມາ​ປຶກ​ສາ​ກັບ​ເຣົາ​ນັ້ນ​ວ່າ ກອງ​ທັບ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ທີ່​ເຄື່ອນ​ອອກ​ມາ​ຊ່ອຍ​ເຈົ້າ​ນັ້ນ​ກຳ​ລັງ​ຈະ​ກັບ​ຄືນ​ເອ​ຢິບ​ບ້ານ​ເມືອງ​ຂອງ​ເຂົາ 8 ແລ້ວ​ຊາວ​ບາ​ບິ​ໂລນ​ຈະ​ກັບ​ມາ​ໂຈມ​ຕີ​ເມືອງ​ນີ້ ພວກ​ເຂົາ​ຈະ​ຍຶດ​ເອົາ​ເມືອ​ງ​ແລະ​ເຜົາ​ຖິ້ມ​ເສັຽ 9 ເຣົາ​ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ເຈົ້າ​ວ່າ ຢ່າ​ຫລອກ​ລວງ​ຕົນ​ເອງ​ໂດຍ​ຄິດ​ວ່າ​ຊາວ​ບາ​ບິ​ໂລນ​ຈະ​ບໍ່​ກັບ​ມາ ເພາະ​ວ່າ​ເຂົາ​ທັງ​ຫລາຍ​ຈະ​ກັບ​ມາ​ອີກ 10 ເຖິງແມ່ນ​ເຈົ້າ​ຈະ​ເຮັດ​ໃຫ້​ກອງ​ທັບ​ທັງ​ຫມົດ​ຂອງ​ບາ​ບິ​ໂລນ​ທີ່​ກຳ​ລັງ​ຕໍ່​ສູ້​ກັບ​ເຈົ້າ​ຜ່າຍ​ແພ້​ໄປ​ຈົນ​ຍັງ​ເຫລືອ​ແຕ່​ຄົນ​ທີ່​ບາດ​ເຈັບ​ນອນ​ຢູ່​ໃນ​ຕູບ​ຜ້າ​ເຕັນ​ເທົ່າ​ນັ້ນ ຄົນ​ເຫລົ່າ​ນີ້​ກໍ​ຈະ​ລຸກ​ຂຶ້ນ​ຕໍ່​ສູ້​ເຜົາ​ເມືອງ​ນີ້​ຖິ້ມ”

ເຢ​ເຣ​ມີ​ຢາ​ຖືກ​ຄຸມ​ຂັງ

11 ກອງ​ທັບ​ບາ​ບິ​ໂລນໄດ້​ຖອຍ​ອອກ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ເພາະ​ວ່າ​ກອງ​ທັບ​ຂອງ​ກະ​ສັດ​ຟາ​ຣາ​ໂອ​ໄດ້​ເຄື່ອນ​ເຂົ້າ​ມາ​ໃກ້ 12 ຂ​ນະ​ນັ້ນ​ເຢ​ເຣ​ມີ​ຢາ​ພວມ​ອອກ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ມຸ່ງ​ຫນ້າ​ໄປ​ຍັງ​ດິນ​ແດນ​ເບັນ​ຢາ​ມິນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຂອງ​ຕົນ​ຕໍ່​ຫນ້າ​ປະ​ຊາ​ຊົນ 13 ເມື່ອ​ທ່ານ​ມາ​ເຖິງ​ປະ​ຕູ​ເບັນ​ຢາ​ມິນ ກໍ​ມີ​ທະ​ຫານຍາມ​ຄົນ​ນຶ່ງ​ຊື່ ອີຣີ​ຢາ​ບຸດ​ຂອງ​ເຊ​ເລ​ມີ​ຢາ ຜູ້​ເປັນ​ບຸດ​ຮາ​ນາ​ນີ​ຢາ​ໄດ້​ຈັບ​ເຢ​ເຣ​ມີ​ຢາ​ແລະ​ເວົ້າ​ຂູ່​ວ່າ, “ເຈົ້າ​ກຳ​ລັງ​ຫນີ​ໄປ​ຫາຊາວ​ບາ​ບິ​ໂລນ​ບໍ” 14 ເຢ​ເຣ​ມີ​ຢາ​ໄດ້​ຕອບ​ວ່າ, “ບໍ່​ແມ່ນ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຫນີ​ໄປ​ຫາ​ຊາວ​ບາ​ບິ​ໂລນ” ແຕ່​ອີ​ຣິ​ຢາ​ບໍ່​ໄດ້​ເຊື່ອ​ທ່ານ​ຈຶ່ງ​ຈັບ​ເຢ​ເຣ​ມີ​ຢາ​ນຳ​ໄປ​ຫາ​ເຈົ້າ​ນາຍ ພວກ​ເຈົ້າ​ນາຍ​ກໍ​ຄຽດ​ແຄ້ນ​ແລະ​ຂ້ຽນ​ຕີ​ເຢ​ເຣ​ມີ​ຢາ 15 ແລ້ວ​ຈັບ​ຂັງ​ໄວ້​ໃນ​ເຮືອນ​ຂອງ​ໂຢ​ນາ​ທານ​ຜູ້​ເປັນ​ຣາ​ຊ​ເລ​ຂາ (ເຮືອນ​ຫລັງ​ນີ້​ໄດ້​ປ່ຽ​ນ​ໃຫ້​ເປັນ​ຄຸກ) 16 ເຢ​ເຣ​ມີ​ຢາ​ຖືກ​ເຂົາ​ຂັງ​ໄວ້​ໃນ​ຫ້ອງໃຕ້​ດິນ ທ່ານ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວ​ລາ​ເຫິງ​ນານ 17 ກະ​ສັດ​ເຊເດ​ກີ​ຢາ​ໄດ້​ໃຊ້​ໃຫ້​ຄົນ​ໄປ​ນຳ​ເອົາ​ເຢ​ເຣ​ມີ​ຢາ ແລ້ວ​ຊົງ​ຖາມ​ທ່ານ​ເປັນ​ຄວາມ​ລັບ​ທີ່​ພຣະ​ຣາ​ຊວັງ​ວ່າ, “ມີ​ຖ້ອຍ​ຄຳ​ຫຍັງ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ” ເຢ​ເຣ​ມີ​ຢາ​ໄດ້​ທູນ​ຕອບ​ວ່າ, “ມີ​ຢູ່ ຂ້າ​ນ້ອຍ” ທ່ານ​ໄດ້​ທູນ​ຕໍ່​ໄປ​ວ່າ, “ເຂົາ​ຈະ​ມອບພຣະ​ອົງ​ໄວ້​ໃນ​ກຳ​ມື​ຂອງ​ກະ​ສັດ​ບາ​ບິ​ໂລນ” 18 ແລ້ວທູ​ນຖາມ​ວ່າ, “ຂ້າ​ນ້ອຍ​ໄດ້​ເຮັດ​ຜິດ​ຫຍັງ​ແດ່​ຕໍ່​ສູ້​ພຣະ​ອົງ ຕໍ່​ສູ້​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ ຫລື​ຕໍ່​ປະ​ຊາ​ຊົນ​ນີ້ ພຣະ​ອົງ​ຈຶ່ງ​ໄດ້​ຈັບ​ຂ້າ​ນ້ອຍຂັງ​ໄວ້​ໃນ​ຄຸກ 19 ພວກ​ປະ​ກາດ​ພຣະ​ທັມ​ທີ່​ບອກ​ພຣະ​ອົງ​ວ່າ ກະ​ສັດ​ບາ​ບິ​ໂລນ​ຈະ​ບໍ່​ມາ​ໂຈມ​ຕີ​ພຣະ​ອົງ ຫລື​ໂຈມ​ຕີ​ປະ​ເທດ​ນີ້ ດຽວ​ນີ້​ພວກ​ເຂົາ​ຢູ່​ໃສ 20 ຂ້າ​ແດ່​ພຣະ​ຣາ​ຊາ ບັດ​ນີ້​ຂໍ​ພຣະ​ອົງ​ຊົງ​ຟັງ​ແລະ​ເຮັດ​ຕາມ​ຂ້າ​ນ້ອຍ​ທູນ​ນີ້​ຖ້ອນ ຄື​ຢ່າ​ສົ່ງ​ຂ້າ​ນ້ອຍ​ຄືນ​ໄປ​ເຮືອນ​ຂອງ​ໂຢ​ນາ​ທານ ຜູ້​ເປັນ​ຣາ​ຊ​ເລຂາ​ຂອງ​ພຣະ​ອົງ ຖ້າ​ຊົງ​ສົ່ງ​ຂ້າ​ນ້ອຍ​ກັບ​ຄືນ​ໄປ ຂ້າ​ນ້ອຍ​ກໍ​ຈະ​ຕ້ອງ​ຕາຍ​ຢູ່​ທີ່​ນັ້ນ​ແນ່ນອນ” 21 ດ້ວຍ​ເຫດ​ນັ້ນ​ກະ​ສັດ​ເຊ​ເດ​ກີ​ຢາ​ຈຶ່ງ​ມີ​ຄຳ​ສັ່ງ​ໃຫ້​ກັກ​ຂັງ​ເຢ​ເຣ​ມີ​ຢາ​ໄວ້​ໃນ​ກາງເດີ່ນ​ພຣະ​ຣາ​ຊວັງ ຢູ່​ທີ່​ນັ້ນ​ທ່ານ​ໄດ້​ຮັບ​ເຂົ້າ​ຈີ່​ມື້​ລະ​ກ້ອນ​ຈາກ​ຜູ້​ເຮັດ​ເຂົ້າ​ຈີ່ ໄດ້​ຮັບ​ທຸກ​ມື້​ຈົນ​ເທົ່າ​ເຂົ້າ​ຈີ່​ໃນ​ເມືອງ​ນັ້ນ​ຫມົດ​ໄປ ເຢ​ເຣ​ມີ​ຢາ​ໄດ້​ຢູ່​ໃນ​ເດີ່ນ​ພຣະ​ຣາ​ຊວັງ​ໄປ​ຢ່າງ​ນີ້​ແຫລະ

ເຢເຣມີ 38

ເຢ​ເຣ​ມີ​ຢາ​ຖືກ​ຂັງ​ໄວ້​ໃນ​ສ້າງ

1 ເຊ​ຟາ​ຕິ​ຢາ​ບຸດ​ມັ​ດຕານ ເກດາ​ລີ​ຢາ​ບຸດ​ປັ​ສ​ຮູ​ຣ໌ ຢູການ​ບຸດ​ຂອງ​ເຊ​ເລ​ມີ​ຢາ ແລະ​ປັ​ສ​ຮູ​ຣ໌​ບຸດ​ຂອງ​ມັນ​ຄີ​ຢາ ໄດ້​ຍິນ​ຖ້ອຍ​ຄຳ​ທີ່​ເຢ​ເຣ​ມີ​ຢາ​ບອກ​ປະ​ຊາ​ຊົນ ຄື​ເຢ​ເຣ​ມີ​ຢາ​ໄດ້​ບອກວ່າ, 2 “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວວ່າ ຜູ້​ໃດ​ຢູ່​ໃນ​ເມືອງ​ຈະ​ຕ້ອງ​ຕາຍ​ຍ້ອນ​ເສິກ​ສົງ​ຄາມ ຫລື​ຍ້ອນ​ການ​ອຶດ​ຢາກ​ແລະ​ໂຣກ​ພັຍ​ໃຂ້​ເຈັບ​ ແຕ່​ຖ້າ​ຜູ້​ໃດ​ອອກ​ໄປ​ຍອມ​ຈຳ​ນົນ​ຕໍ່​ຊາວ​ບາ​ບິ​ໂລ​ນ​ຈະ​ບໍ່​ຖືກ​ຂ້າ ເຂົາ​ຈະ​ພົ້ນ​ໄພ​ມີ​ຊີວິດ​ຢູ່​ໄດ້” 3 ເຢ​ເຣ​ມີ​ຢາ​ໄດ້​ບອກ​ພວກ​ເຂົາ​ດ້ວຍ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ກອງ​ທັບ​ຂອງ​ກະ​ສັດ​ບາ​ບິ​ໂລນ​ໄວ້” 4 ຂ​ນະ​ນັ້ນ ພວກ​ເຈົ້າ​ນາຍ​ໄດ້​ທູນ​ກະ​ສັດ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ ເພາະ​ວ່າ​ເຂົາ​ໄດ້​ເຮັດ​ໃຫ້​ທະ​ຫານ​ໃນ​ເມືອງ​ນີ້​ເສັຽກຳ​ລັງ​ໃຈ ແລະ​ເຂົາ​ຈະ​ເຮັດ​ຢ່າງ​ດຽວ​ກັນ​ນີ້ອີກ​ຕໍ່​ທຸກ​ຄົນ​ທີ່​ເຫລືອ​ຢູ່​ໃນ​ເມືອງ​ນີ້ ຄົນ​ຜູ້​ນີ້​ບໍ່​ໄດ້​ຄຶດ​ຫາ​ທາງ​ຊ່ອຍເຫລືອ​ປະ​ຊາ​ຊົນ​ມີ​ແຕ່​ຫາ​ຄວາມ​ທຸກ​ຍາກ​ມາ​ໃສ່​ເຂົາ” 5 ແລ້ວ​ກະ​ສັດ​ເຊ​ເດ​ກີ​ຢາ​ຊົງ​ກ່າວ​ວ່າ, “ແມ່ນ​ແລ້ວ ພວກ​ເຈົ້າ​ຢາກ​ຈະ​ເຮັດ​ຫຍັງ​ກັບ​ເຂົາ​ກໍ​ໄດ້ ເຮົາ​ຈະ​ຫ້າມ​ບໍ່​ໄດ້​ດອກ” 6 ດັ່ງ​ນັ້ນ​ພວກ​ເຈົ້າ​ນາຍ​ຈຶ່ງຈັບ​ເຢ​ເຣ​ມີ​ຢາ​ຜູກ​ເຊືອກ​ຢ່ອນ​ລົງ​ສ້າງ​ຂີ້​ຕົມ​ຂອງ​ເຈົ້າ​ຊາຍ​ມັນ​ກີ​ຢາ​ທີ່​ເດີ່ນ​ພຣະ​ຣາ​ຊວັງ ເຢ​ເຣ​ມີ​ຢາ​ກໍ​ຈົມ​ລົງ​ໄປ​ໃນ​ຂີ້​ຕົມ 7 ເມື່ອ​ເອ​ເບດ​ເມ​ເລກ​ຊາວ​ເອ​ທີ​ໂອ​ເປັຽ​ທີ່​ເຮັດ​ວຽກ​ຢູ່​ໃນ​ພຣະ​ຣາ​ຊວັງ​ໄດ້​ຍິນ​ຂ່າວ​ວ່າ​ເຂົາ​ຈັບ​ເຢ​ເຣ​ມີ​ຢາ​ຢ່ອນ​ລົງ​ໃນ​ສ້າງ 8 ເອ​ເບດ​ເມ​ເລກ​ກໍ​ອອກຈາກ​ພຣະ​ຣາ​ຊວັງ​ໄປ​ທູນພຣະ​ຣາ​ຊາ​ທີ່​ປະ​ຕູ​ເບັນ​ຢາ​ມິນ​ວ່າ, 9 “ຂ້າ​ແດ່​ພຣະ​ຣາ​ຊາ ຄົນ​ພວກ​ນີ້​ໄດ້​ເຮັດ​ຊົ່ວ​ຮ້າຍ​ຕໍ່​ເຢເຣ​ມີ​ຢາ ຄື​ພວກ​ເຂົາ​ໄດ້​ຈັບ​ທ່ານ​ຂັງ​ໄວ້​ໃນ​ສ້າງ ທ່ານ​ຈະ​ຕ້ອງ​ອຶດ​ຢາກ​ຕາຍ​ຢູ່​ທີ່​ນັ້ນ ເພາະ​ວ່າ​ໃນ​ເມືອງ​ນີ້​ບໍ່​ມີ​ອາ​ຫານ​ເຫລືອ​ຢູ່​ອີກ​ເລີຍ” 10 ເມື່ອ​ພຣະ​ຣາ​ຊາ​ຊົງ​ຊາບ​ດັ່ງ​ນັ້ນ ກໍ​ຊົງ​ສັ່ງ​ໃຫ້​ເອ​ເບດ​ເມ​ເລກ​ນຳ​ຄົນ​ສາມ​ສິບ​ຄົນ​ຈາກ​ທີ່​ນັ້ນ​ໄປ​ດຶງ​ເຢ​ເຣ​ມີ​ຢາ​ຂຶ້ນ​ມາ​ຈາກ​ສ້າງ​ກ່ອນ​ທ່ານ​ຈະ​ຕາຍ 11 ດັ່ງ​ນັ້ນ ເອ​ເບດ​ເມ​ເລກ​ຈຶ່ງ​ໄດ້​ພາຄົນ​ເຫລົ່າ​ນັ້ນ​ໄປ​ຍັງ​ຫ້ອງ​ເກັບຂອງ​ທີ່​ພຣະ​ຣາ​ຊວັງ ເພື່ອ​ເອົາ​ເສື້ອ​ຜ້າ​ທີ່​ຂາດ​ແລະ​ເກົ່າ​ແລ້ວ​ຢ່ອນ​ລົງ​ໃຫ້​ເຢ​ເຣ​ມີ​ຢາ 12 ແລະ​ເອ​ເບ​ດ​ເມ​ເລກບອກ​ທ່ານ​ວ່າ, “ຈົ່ງ​ເອົາ​ຜ້າ​ຂາດ​ນີ້​ຮອງ​ຂີ້​ແຮ້​ຂອງ​ທ່ານ​ເພື່ອ​ບໍ່​ໃຫ້​ເຊືອກ​ບາດ” ເຢ​ເຣ​ມີ​ຢາ​ກໍ​ໄດ້​ເຮັດ​ຕາມ 13 ແລ້ວ​ພວກ​ເຂົາ​ໄດ້​ດຶງ​ເຊືອກ​ເອົາ​ທ່ານ​ຂຶ້ນ​ມາ​ຈາກ​ສ້າງ ແລະ​ໃຫ້​ຢູ່​ໃນ​ເດີ່ນ​ພຣະ​ຣາ​ຊວັງ​ນັ້ນ​ຕໍ່​ໄປ

ກະ​ສັດ​ເຊ​ເດ​ກີ​ຢາ​ຂໍ​ຄຳ​ປຶກ​ສາ​ຈາກ​ເຢ​ເຣ​ມີ​ຢາ

14 ກະ​ສັດ​ເຊ​ເດ​ກີ​ຢາ​ໄດ້​ຊົງ​ຣັບ​ສັ່ງ​ໃຫ້​ເອົາ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມເຂົ້າ​ເຝົ້າ​ພຣະ​ອົງ ຢູ່​ທີ່​ທາງ​ເຂົ້າ​ວິ​ຫານ​ປ່ອງ​ທີ່​ສາມ​ຊົງ​ເວົ້າ​ກັບ​ເຢ​ເຣ​ມີ​ຢາ​ວ່າ, “ເຮົາ​ຈະ​ຖາມ​ເຈົ້າ​ຈັກ​ຂໍ້​ນຶ່ງ​ແລະ​ບໍ່​ຢາກ​ໃຫ້​ເຈົ້າ​ປິດ​ບັງ​ສິ່ງ​ໃດ​ໄວ້” 15 ເຢ​ເຣ​ມີ​ຢາ​ໄດ້​ທູນ​ວ່າ, “ຖ້າ​ຂ້າ​ນ້ອຍທູນ​ຄວາມ​ຈິງ ພຣະ​ອົງ​ກໍ​ຈະ​ລົງ​ໂທດ​ຂ້າ​ນ້ອຍ​ເຖິງ​ຕາຍ ແຕ່​ຖ້າ​ຖວາຍ​ຄຳ​ປຶກ​ສາ​ພຣະ​ອົງ​ກໍ​ຈະ​ບໍ່​ຮັບ​ຟັງ​ຂ້າ​ນ້ອຍ” 16 ດັ່ງ​ນັ້ນ​ກະ​ສັດ​ເຊ​ເດ​ກີ​ຢາ​ຈຶ່ງ​ຊົງ​ສັນ​ຍາ​ຕໍ່​ເຢ​ເຣ​ມີ​ຢາ​ເປັນ​ຄວາມ​ລັບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ປະ​ທານ​ຊີ​ວິດ​ໃຫ້​ເຮົາ​ຊົງ​ພຣະ​ຊົນ​ຢູ່​ສັນ​ໃດ​ເຮົາ​ຈະ​ບໍ່​ລົງ​ໂທດ​ເຈົ້າ​ເຖິງ​ຕາຍ ແລະ​ຈະ​ບໍ່​ມອບ​ເຈົ້າ​ໄວ້​ໃນ​ກຳ​ມື​ຂອງ​ຄົນ​ທີ່​ຢາກ​ຈະ​ຂ້າ​ເຈົ້າ​ສັນ​ນັ້ນ” 17 ແລ້ວ​ເຢ​ເຣ​ມີ​ຢາ​ໄດ້​ທູນ​ກະ​ສັດ​ເຊ​ເດ​ກີ​ຢາ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ຂອງ​ອິສ​ຣາ​ເອນ​ຊົງ​ກ່າວດັ່ງ​ນີ້ ຖ້າ​ພຣະ​ອົງ​ຊົງ​ຍອມ​ແພ້​ພວກ​ເຈົ້າ​ນາຍ​ຂອງ​ກະ​ສັດ​ບາ​ບິ​ໂລນ ຊີ​ວິດ​ຂອງ​ພຣະ​ອົງ​ຈະ​ຊົງ​ປອດ​ພັຍ ແລະ​ເມືອງ​ນີ້​ກໍ​ຈະ​ບໍ່​ຖືກ​ເຜົາ​ພິ​ນາດ ພຣະ​ອົງ​ກັບ​ພຣະ​ຣາ​ຊວົງ​ຂອງ​ພຣະ​ອົງ​ຈະ​ມີຊີ​ວິດ​ຢູ່ 18 ແຕ່​ຖ້າ​ບໍ່​ຊົງ​ຍອມ​ແພ້ ເມືອງ​ນີ້​ຈະ​ຖືກ​ຊາວບາ​ບິ​ໂລນ​ຍຶດ​ເອົາ ເຂົາ​ຈະ​ເຜົາ​ມັນ​ໃຫ້​ພິ​ນາດ ສ່ວນ​ພຣະ​ອົງ​ກໍ​ຈະ​ຫນີ​ຈາກ​ເງື້ອມ​ມື​ຂອງ​ເຂົາ​ໄປ​ບໍ່​ໄດ້” 19 ແຕ່​ກະ​ສັດ​ເຊ​ເດ​ກີ​ຢາ​ຊົງ​ຕອບ​ວ່າ, “ເຮົາ​ຢ້ານ​ຊາວ​ຢູ​ດາ​ພວກ​ທີ່​ລັກ​ຫນີ​ໄປ​ຫາ​ຊາວບາ​ບິ​ໂລນ ຄື​ເຂົາ​ອາດມອບ​ເຮົາ​ໃຫ້​ແກ່​ຄົນ​ເຫລົ່າ​ນັ້ນ​ແລ້ວ​ເຂົາ​ກໍ​ຈະ​ທໍ​ຣະ​ມານ​ເຮົາ” 20 ເຢ​ເຣ​ມີ​ຢາ​ໄດ້​ທູນ​ວ່າ, “ພຣະ​ອົງ​ຈະ​ບໍ່​ຖືກມອບ​ໃຫ້​ເຂົາ​ດອກ ຂ້າ​ນ້ອຍ​ຂໍ​ໃຫ້​ພຣະ​ອົງ​ຊົງ​ເຊື່ອ​ຟັງ​ພຣະ​ດຳ​ຣັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ທີ່​ຂ້າ​ນ້ອຍ​ໄດ້​ທູນ​ພຣະ​ອົງ​ນັ້ນ ແລ້ວ​ທຸກໆ​ສິ່ງ​ກໍ​ຈະ​ເປັນ​ໄປ​ດ້ວຍ​ດີ​ສຳ​ລັບ​ພຣະ​ອົງ ທັງ​ຊີ​ວິດ​ຂອງ​ພຣະ​ອົງ​ກໍ​ຈະ​ປອດ​ໄພ 21 ແຕ່​ຖ້າ​ບໍ່​ຍອມມອບ​ຕົວ ພຣະ​ອົງ​ກໍຈະ​ປະ​ສົບ​ຄວາມ​ລຳ​ບາກ​ຕາມ​ນິ​ມິດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ຕໍ່​ຂ້າ​ນ້ອຍ​ແລ້ວ 22 ຄື​ຜູ້​ຍິງ​ທັງ​ປວງ​ທີ່​ເຫລືອ​ຢູ່​ໃນ​ພຣະ​ຣາ​ຊວັງ​ຂອງ​ກະ​ສັດ​ຢູ​ດາ​ຈະ​ຖືກ​ນຳ​ອອກ​ໄປ​ມອບ​ໃຫ້​ພວກ​ເຈົ້າ​ນາຍ​ຂອງ​ກະ​ສັດ​ບາ​ບິ​ໂລນ ພວກ​ຜູ້ຍິງ​ເຫລົ່າ​ນີ້​ຈະ​ກ່າວ​ໃນ​ຂ​ນະ​ທີ່​ໄປ​ວ່າ “ພຣະ​ສະ​ຫາຍ​ຜູ້​ສ​ນິດ​ຂອງ​ກະ​ສັດ​ໄດ້​ຫລອກ​ລວງ​ພຣະ​ອົງ ພວກ​ເຂົາ​ໄດ້​ບັງ​ຄັບ​ໃຫ້​ພຣະ​ອົງ​ເຮັດ​ຕາມ​ຄວາມ​ຄິດ​ຂອງ​ເຂົາ ແລະ​ບັດ​ນີ້​ພຣະ​ອົງ​ໄດ້​ຕົກ​ຢູ່​ໃນ​ອັນ​ຕະ​ຣາຍ​ແລ້ວ ພຣະ​ສະ​ຫາຍ​ກໍ​ຫລີກ​ຫນີ​ຈາກ​ພຣະ​ອົງ​ໄປ” 23 ຕໍ່ມາ​ເຢ​ເຣ​ມີ​ຢາ​ໄດ້​ທູນ​ວ່າ, “ພວກ​ນາງ​ນັກ​ສະ​ຫນົມ​ພ້ອມ​ດ້ວຍ​ມະ​ເຫ​ສີ​ແລະ​ບຸດ​ທັງ​ຫລາຍ​ຂອງ​ພຣະ​ອົງ​ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາ​ບິ​ໂລນ​ແລະ​ພຣະ​ອົງ​ເອງ​ກໍ​ຈະ​ບໍ່​ລອດ​ພົ້ນ​ໄປ​ຈາກ​ພວກ​ເຂົາ ຈະ​ຖືກ​ກະ​ສັດ​ບາ​ບິ​ໂລນ​ຈັບ​ໄດ້​ແລະ​ເມືອງ​ນີ້​ກໍ​ຈະ​ຖືກ​ເຜົາ​ພິ​ນາດ” 24 ກະ​ສັດ​ເຊ​ເດ​ກີ​ຢາ​ຊົງ​ຕອບ​ວ່າ, “ຢ່າ​ໃຫ້​ຜູ້​ໃດ​ຮູ້​ຈັກ​ເຣື່ອງ​ທີ່​ເວົ້າ​ມາ​ນີ້ ຖ້າ​ເຈົ້າ​ບໍ່​ໃຫ້​ໃຜ​ຮູ້​ຊີ​ວິດ​ຂອງ​ເຈົ້າ​ຈະ​ປອດ​ພັຍ 25 ຖ້າພວກ​ເຈົ້ານາຍ​ຮູ້​ວ່າ ເຮົາ​ໄດ້​ພົບ​ກັບ​ເຈົ້າ ເຂົາ​ກໍ​ຈະ​ມາ​ຖາມ​ເຣື່ອງ​ທີ່​ເຮົາ​ເວົ້າ​ກັນ​ນັ້ນ ຄື​ເຂົາ​ຈະ​ສັນ​ຍາ​ວ່າ​ຊິ​ບໍ່​ຂ້າ​ເຈົ້າ ຖ້າ​ວ່າ​ບອກ​ເຣື່ອງ​ທີ່​ເຮົາ​ເວົ້າ​ກັນ​ນັ້ນ​ແກ່​ເຂົາ ແຕ່​ຈົ່ງ​ບອກ​ເຂົາ​ວ່າ 26 ເຈົ້າ​ໄດ້​ຂໍ​ຮ້ອງ​ບໍ່​ໃຫ້​ເຮົາ​ສົ່ງ​ເຈົ້າ​ກັບ​ຄືນ​ໄປ​ຕາຍ​ທີ່​ເຮືອນ​ຂອງ​ໂຢ​ນາ​ທານ” 27 ຕໍ່​ມາ​ມີ​ພວກ​ເຈົ້າ​ນາຍ​ໄດ້​ມາ​ຫາ​ເຢ​ເຣ​ມີ​ຢາ​ແລະ​ຊັກ​ຖາມ​ທ່ານ ທ່ານ​ກໍ​ບອກ​ເຂົາ​ຕາມ​ທີ່​ພຣະ​ຣາ​ຊາ​ຊົງ​ສັ່ງ ແລ້ວ​ພວກ​ເຂົາ​ກໍ​ບໍ່​ຊັກ​ຖາມ​ຫຍັງ​ອີກ​ຕໍ່​ໄປ ເພາະ​ວ່າ​ເຣື່ອງທີ່​ສົນ​ທະ​ນາ​ກັນ​ນັ້ນ​ບໍ່​ມີ​ໃຜ​ໄດ້​ຍິນ 28 ເຢ​ເຣ​ມີ​ຢາ​ຖືກ​ຄວບ​ຄຸມ​ຢູ່​ໃນ​ເດີ່ນ​ພຣະ​ຣາ​ຊວັງ​ຈົນ​ເຖິງວັນ​ທີ່​ເຢ​ຣູ​ຊາ​ເລັມ​ຖືກ​ຍຶດ

ເຢເຣມີ 39

ກຸງ​ເຢ​ຣູ​ຊາ​ເລັມ​ແຕກ

1 ເນ​ບຸ​ກາດ​ເຣສ​ຊາຣ໌ກະ​ສັດ​ບາບິ​ໂລນ​ໄດ້​ຍົກ​ທັບ​ມາ​ຕີ​ກຸງ​ເຢ​ຣູ​ຊາ​ເລັມ ໃນ​ເດືອນ​ສິບ​ປີ​ທີ່​ເກົ້າແຫ່ງ​ຣັ​ຊ​ການ​ເຊ​ເດ​ກີ​ຢາ​ກະ​ສັດ​ຢູ​ດາ 2 ຕໍ່​ມາ​ໃນ​ປີ​ທີ່​ສິບ​ເອັດແຫ່ງ​ຣັ​ຊ​ການ​ເຊ​ເດ​ກີ​ຢາ ເມືອວັນ​ທີ່​ເກົ້າ​ເດືອນ​ສີ່ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ແຕກ 3 (ເມື່ອ​ເຂົາ​ຍຶດ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ແລ້ວ ບັນ​ດາ​ພວກ​ເຈົ້າ​ນາຍ​ຊັ້ນ​ຜູ້​ໃຫຍ່​ຂອງ​ກະ​ສັດ​ບາ​ບິ​ໂລນ ຄື ເນ​ຣ໌​ການ​ຊາ​ເຣ​ເຊີ ຊັມ​ກາ​ຣ໌​ເນ​ໂບ ຊາ​ຣ໌​ເຊ​ຄິມຜູ້​ເປັນ ຣັບ​ຊາ​ຣິ​ສ ເນີກັນ​ຊາ​ເຣ​ເຊີຜູ້​ເປັນ ຣັບ​ມັກ ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຄົນອື່ນໆ​ອີກ ໄດ້​ເຂົ້າ​ມາ​ຕັ້ງ​ກອງ​ບັນ​ຊາ​ການ​ຢູ່​ທີ່​ປະ​ຕູ​ໃຫຍ່​ທາງ​ເຂົ້າ​ເມືອງ) 4 ເມື່ອ​ເຊ​ເດ​ກີ​ຢາ​ກະ​ສັດ​ຢູ​ດາ ກັບ​ທະ​ຫານ​ທັງ​ຫມົດ​ຂອງ​ພຣະ​ອົງ​ໄດ້​ເຫັນ​ເຫດ​ການ​ດັ່ງ​ນັ້ນ ກໍ​ພາ​ກັນ​ຫນີ​ອອກ​ຈາກ​ເມືອງ​ໃນ​ເວ​ລາ​ກາງ​ຄືນ​ທາງ​ພຣະ​ຣາ​ຊ​ອຸ​ທະ​ຍານ ຜ່ານ​ໄປ​ທາງ​ປະ​ຕູ​ລະ​ຫວ່າງ​ກຳ​ແພງ​ທັງ​ສອງ​ແລ້ວ​ໄດ້​ມຸ່ງ​ຫນ້າ​ໄປ​ທາງ​ຮ່ອມ​ພູ​ອາ​ຣາ​ບາ 5 ແຕ່ກອງ​ທັບ​ຂອງ​ບາ​ບິ​ໂລນ​ໄດ້ໄລ່​ຕິດ​ຕາມ​ໄປ ແລະ​ໄດ້​ໄປ​ທັນ​ກະ​ສັດ​ເຊ​ເດ​ກີ​ຢາ​ຢູ່​ໃນ​ທົ່ງ​ຮາບ​ພຽງ​ໃກ້​ເມືອງ​ເຢ​ຣິ​ໂກ ພວກ​ເຂົາ​ໄດ້​ພຣະ​ອົງ​ໄວ້​ແລ້ວ​ນຳ​ໄປ​ມອບ​ໃຫ້​ກະ​ສັດ​ເນ​ບຸ​ກາດ​ເຣ​ສ​ຊາ​ຣ໌​ທີ່​ເມືອງ​ຣິບ​ລາ​ໃນ​ດິນ​ແດນ​ຮາ​ເມ​ທ ຢູ່ທີ່​ນັ້ນ​ກະສັດ​ເນ​ບຸ​ກາດ​ເຣ​ສ​ຊາຣ໌ໄດ້ລົງ​ໂທດພຣະ​ອົງ 6 ກະ​ສັດ​ບາ​ບິ​ໂລນ​ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິດ​ພວກ​ບຸ​ດ​ຊາຍ​ຂອງ​ເຊ​ເດ​ກີ​ຢາ ຢູ່​ທີ່​ເມືອງ​ຣິບ​ລາ​ຕໍ່​ຫນ້າ​ຕໍ່​ຕາ​ເຊ​ເດ​ກີ​ຢາ​ເອງ ແລະ​ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິດ​ພວກ​ເຈົ້າ​ນາຍ​ຂອງ​ຢູ​ດາ​ດ້ວຍ 7 ແລ້ວ​ພຣະ​ອົງ​ຊົງ​ຄວັດ​ຫນ່ວຍ​ຕາ​ຂອງ​ເຊ​ເດ​ກີ​ຢາ​ອອກ ແລະ​ເອົາ​ໂສ້​ຜູກ​ທ່ານ​ໄວ້ ເພື່ອ​ຈະ​ນຳ​ໄປ​ກຸງ​ບາ​ບິ​ໂລນ ໃນ​ເວ​ລາ​ທີ່​ເຊ​ເດ​ກີ​ຢາ​ຖືກ​ລົງ​ໂທດ​ນີ້​ 8 ທະ​ຫານ​ຊາວ​ບາ​ບິ​ໂລນ​ໄດ້​ເຜົາ​ພຣະ​ຣາ​ຊວັງ​ແລະ​ບ້ານ​ເຮືອນຂອງ​ປະ​ຊາ​ຊົນກັບ​ໄດ້​ທຳ​ລາຍ​ກຳ​ແພງ​ກຸງ​ເຢ​ຣູ​ຊາ​ເລັມ​ຖິ້ມ 9 ແລ້ວ​ເນ​ບູຊາ​ຣາ​ດານ​ຜູ້​ບັນ​ຊາ​ການ​ທະ​ຫານ​ຈັບ​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ໃນ​ເມືອງ ຮວມ​ທັງ​ຄົນທີ່​ຫນີ​ເຂົ້າ​ມາ​ມອບ​ຕົວ​ຕໍ່​ທ່ານ​ໄປ​ເປັນ​ຊະ​ເລີຍ​ທີ່​ບາ​ບິ​ໂລນ 10 ເນ​ບູຊາ​ຣາ​ດານໄດ້​ປະ​ແຕ່​ຄົນ​ທຸກ​ຍາກບາງ​ຄົນ​ທີ່​ບໍ່​ມີ​ໄຮ່​ນາ​ໄວ້​ໃນ​ປະ​ເທດ​ຢູ​ດາ ພ້ອມ​ທັງ​ໄດ້​ມອບ​ສວ​ນ​ອະ​ງຸ່ນ​ແລະ​ໄຮ່​ນາ​ໃຫ້​ພວກ​ເຂົາ​ດ້ວຍ

ເນ​ບູ​ກາດ​ເຣ​ສ​ຊາ​ຣ໌​ຊົງ​ດູ​ແລ​ເຢ​ເຣ​ມີ​ຢາ

11 ຕໍ່​ມາ​ເນ​ບູ​ກາດ​ເຣສ​ຊາ​ຣ໌​ກະ​ສັດ​ບາ​ບິ​ໂລນ ຊົງບອກ​ເນ​ບູ​ຊາ​ຣາ​ດານ​ຜູ້ບັນ​ຊາ​ກາ​ນ​ທະ​ຫານ​ວ່າ, 12 “ຈົ່ງ​ແຕ່ງ​ຄົນ​ໄປ​ຮັບ​ເອົາ​ເຢ​ເຣ​ມີ​ຢາ​ມາ​ແລ້ວ ເບິ່ງ​ແຍງ​ເຂົາ​ໃຫ້​ດີ ຢ່າ​ທຳ​ຮ້າຍ​ເຂົາ ແຕ່​ຈົ່ງ​ຊົດ​ຊ່ອ​ຍ່​ເຂົາ​ຕາມ​ທີ່​ເຂົາ​ຕ້ອງ​ການ” 13 ດັ່ງ​ນັ້ນ ເນ​ບູ​ຊາ​ຣາ​ດານຜູ້​ບັນ​ຊາ​ການ​ທະ​ຫານ​ຮັກ​ສາພຣະ​ອົງ ​ແລະ​ເນ​ບູ​ຊັ​ສບານຜູ້​ເປັນ​ຣັບ​ຊາ​ຣິ​ສ ເນີກັນ​ຊາ​ເຣ​ເຊີ​ຜູ້​ເປັນ​ຣັບ​ມັກ ແລະ​ນາຍ​ທະ​ຫານ​ຊັ້ນ​ຜູ້​ໃຫຍ່​ອື່ນໆ​ອີກ​ແຫ່ງ​ບາ​ບິ​ໂລນ 14 ຈຶ່ງ​ໃຊ້​ຄົນ​ໄປຮັບ​ເອົາ​ເຢ​ເຣ​ມີ​ຢາ​ໄວ້​ໃຕ້​ຄວາມ​ເບິ່ງ​ແຍງ​ຂອງ​ເກ​ດາ​ລີຢາບຸດ​ອາ​ຮີ​ກາມ ຜູ້​ເປັນ​ບຸດ​ຊາ​ຟານ ໃຫ້​ນຳ​ພາ​ເຢ​ເຣ​ມີ​ຢາ​ໄປ​ເຖິງ​ບ້ານ​ເຮືອນ ດ້ວຍ​ເຫດ​ນັ້ນ ເຢ​ເຣ​ມີ​ຢາ​ຈຶ່ງ​ໄດ້​ຢູ່​ນຳ​ປະ​ຊາ​ຊົນ

ຊົງ​ສັນ​ຍາ​ວ່າ​ຈະ​ຊ່ອຍ​ເອ​ເບດ​ເມ​ເລກ​ໃຫ້​ລອດ

15 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າມາ​ຍັງ​ເຢ​ເຣ​ມີ​ຢາ​ ຂ​ນະ​ທີ່​ທ່ານ​ຖືກ​ຂັງ​ຢູ່​ໃນ​ບໍ​ຣິ​ເວນ​ທະ​ຫານ​ຮັກ​ສາພຣະ​ອົງ​ນັ້ນ​ວ່າ, 16 “ຈົ່ງ​ໄປ​ບອກ​ເອ​ເບດ​ເມ​ເລກ​ຄົນ​ເອ​ທິ​ໂອ​ເປັຽວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ໃຫ້​ຖ້ອຍ​ຄຳ​ຂອງ​ເຮົາ​ທີ່​ມີ​ຢູ່​ຕໍ່​ກຸງ​ນີ້​ສຳ​ເຣັດ​ໃນ​ທາງ​ຮ້າຍ​ບໍ່​ແມ່ນ​ທາງ​ດີ ແລະ​ຈະ​ສຳ​ເຣັດ​ຕໍ່​ຫນ້າ​ເຈົ້າ​ໃນ​ວັນນັ້ນ 17 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ແຕ່​ເຮົາ​ຈະ​ຊ່ອຍ​ກູ້​ເຈົ້າ​ໃນ​ວັນ​ນັ້ນ ແລະ​ເຂົາ​ຈະ​ບໍ່​ມ​ອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ເຈົ້າ​ຢ້ານ 18 ເພາະ​ເຮົາ​ຈະ​ຊ່ອຍ​ເຈົ້າ​ໃຫ້​ລອດ​ເປັນ​ແນ່ ແລະ​ເຈົ້າ​ຈະ​ບໍ່​ລົ້ມ​ລົງ​ດ້ວຍດາບ ແຕ່​ເຈົ້າ​ຈະ​ມີ​ຊີ​ວິດ​ເປັນ​ບຳ​ເຫນັດ​ແຫ່ງ​ການ​ສົງ​ຄາມ​ ເພາະ​ເຈົ້າ​ໄດ້​ໄວ້​ວາງ​ໃຈ​ໃນ​ເຮົາ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ເຢເຣມີ 40

ເຢ​ເຣ​ມີ​ຢາ​ກັບ​ພວກ​ທີ່​ເຫລືອຢູ່​ກັບ​ເກດາ​ລີ​ຢາ

1 ຖ້ອຍ​ຄຳ​ຊຶ່ງ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ເຢ​ເຣ​ມີ​ຢາ ຫລັງ​ຈາກ​ທີ່​ເນ​ບູຊາ​ຣາ​ດານ ຜູ້​ບັນ​ຊາ​ການ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ໄດ້​ປ່ອຍ​ໃຫ້​ທ່ານ​ໄປ​ຈາກ​ຣາ​ມາ ຄັ້ງ​ເມື່ອ​ເຂົາ​ຈັບ​ທ່ານ​ໃສ່​ໂສ້​ມາ​ພ້ອມກັບ​ຊະ​ເລີຍ​ພວກ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ຢູ​ດາ ຜູ້​ທີ່​ຕ້ອງ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ຍັງ​ບາ​ບິ​ໂລນ 2 ຜູ້​ບັນ​ຊາ​ການ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ໄດ້​ນຳ​ເຢ​ເຣ​ມີ​ຢາ​ມາ​ແລ້ວ​ເວົ້າ​ກັບ​ທ່ານ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ປະ​ກາດ​ໂທດ​ຕໍ່​ສະ​ຖານ​ທີ່​ນີ້ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ເປັນ​ໄປ​ແລະ​ຊົງ​ກະ​ທຳ​ຕາມ​ທີ່​ພຣະ​ອົງ​ຊົງ​ກ່າວ​ໄວ້ ເພາະ​ທ່ານ​ທັງ​ຫລາຍ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ບໍ່​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ສິ່ງ​ນີ້​ຈຶ່ງ​ໄດ້​ເປັນ​ມາ​ເຫນືອ​ທ່ານ 4 ເບິ່ງ​ແມ໋, ວັນ​ນີ້​ຂ້າ​ພະ​ເຈົ້າ​ປ່ອຍ​ທ່ານ​ຈາກ​ໂສ້​ທວນ​ທີ່​ມື​ຂອງ​ທ່ານ ຖ້າ​ທ່ານ​ເຫັນ​ຊອບ​ທີ່​ຈະ​ມາ​ຍັງ​ກຸງ​ບາ​ບິ​ໂລ​ນ​ກັບ​ຂ້າ​ພະ​ເຈົ້າ ກໍ​ຈົ່ງ​ມາ​ເຖີດ ຂ້າ​ພະ​ເຈົ້າ​ຈະ​ດູ​ແລ​ທ່ານ​ໃຫ້​ດີ ແຕ່​ຖ້າ​ທ່ານບໍ່​ເຫັນ​ຊອບ​ທີ່​ຈະ​ມາ​ຍັງ​ກຸງ​ບາ​ບິ​ໂລນ​ກັບ​ຂ້າ​ພະເຈົ້າ​ກໍ​ຢ່າ​ມາ ຈົ່ງ​ເບິ່ງ, ແຜ່ນ​ດິນ​ທັງ​ຫມົດ​ນີ້​ຢູ່​ຕໍ່​ຫນ້າ​ທ່ານ ທ່ານ​ຈະໄປ​ທີ່​ໃດ​ກໍ​ໄດ້​ຕາມແຕ່​ທ່ານ​ເຫັນ​ດີ​ເຫັນ​ຊອບ​ທີ່​ຈະ​ໄປ 5 ຖ້າ​ທ່ານ​ຍັງ​ຢູ່​ທີ່​ນີ້ ທ່ານ​ຈົ່ງ​ກັບ​ໄປ​ຫາ​ເກ​ດາ​ລິ​ຢາ​ບຸດ​ອາ​ຮິ​ຄາມຜູ້​ເປັນ​ບຸດ​ຊາ​ຟານ ຜູ້​ຊຶ່ງ​ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ວ່າ​ຣາ​ຊ​ການ​ບັນ​ດາ​ຫົວ​ເມືອງ​ຢູດາ ແລະຢູ່​ກັບ​ເຂົາ​ຖ້າມ​ກາງ​ປະ​ຊາ​ຊົນ ຫລື​ຈະ​ໄປ​ທີ່​ໃດ​ທີ່​ທ່ານ​ເຫັນ​ຊອບ​ຈະ​ໄປ​ກໍ​ໄດ້ ຜູ້​ບັນ​ຊາ​ການ​ທະ​ຫານ​ຮັກ​ສາ​ພຣະ​ອົງ ຈຶ່ງ​ສັ່ງ​ອະ​ນຸ​ມັດ​ສະ​ບ່ຽງ​ແລະ​ໃຫ້​ຂອງ​ຂວັນ​ແກ່​ເຢ​ເຣ​ມີ​ຢາ ແລ້ວ​ກໍ​ປ່ອຍ​ທ່ານ​ໄປ 6 ເຢ​ເຣ​ມີ​ຢາ​ກໍ​ໄປ​ຫາ​ເກ​ດາ​ລິ​ຢາບຸດ​ອາ​ຮີຄາມທີ່​ມິ​ສ​ປາ ແລະ​ອາ​ໄສ​ຢູ່​ກັບ​ເຂົາ​ຖ້າມ​ກາງ​ປະ​ຊາ​ຊົນ​ຊຶ່ງ​ເຫລືອ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ 7 ເມື່ອ​ບັນ​ດາ​ຫົວ​ຫນ້າ​ຂອງກອງ​ທະ​ຫານ​ແລະ​ຄົນ​ຂອງ​ເຂົາ​ທັງ​ຫລາຍ​ໄດ້​ຍິນ​ວ່າ​ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ​ໄດ້​ແຕ່ງ​ຕັ້ງ​ເກ​ດາ​ລິ​ຢາ​ບຸດ​ອາ​ຮີ​ຄາມ​ໃຫ້​ເປັນ​ຜູ້​ວ່າ​ຣາ​ຊ​ການ​ໃນ​ແຜ່ນ​ດິນ​ນັ້ນ ແລະ​ໄດ້​ມອບ​ຊາຍ​ຍິງ​ກັບ​ເດັກ​ຜູ້​ທີ່​ເປັນ​ຄົນ​ຈົນ​ທີ່ສຸດ​ໃນ​ແຜ່ນ​ດິນ ຊຶ່ງ​ບໍ່​ໄດ້​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ຍັງ​ບາ​ບິ​ໂລນ​ໄວ້​ໃຫ້​ທ່ານນັ້ນ 8 ເຂົາ​ທັງ​ຫລາຍ​ກໍ​ໄປ​ຫາ​ເກ​ດາ​ລິ​ຢາ​ທີ່​ມິ​ສ​ປາ ມີ​ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ ໂຢ​ຮາ​ນານ​ບຸດກາ​ເຣ​ອາ ເຊ​ຣັຍ​ຢາ​ບຸດ​ຕັນ​ຮູ​ເມ​ທ ບັນ​ດາ​ບຸດ​ຂອງ​ເອ​ຟັຍ​ຊາວ​ເນ​ໂທ​ຟາ ເຢ​ຊາ​ນິ​ຢາ​ບຸດ​ຊາວ​ມາ​ອາ​ກາ​ທັງ​ຕົວ​ເຂົາ​ແລະ​ຄົນ​ຂອງ​ເຂົາ 9 ເກ​ດາ​ລິ​ຢາ​ບຸດ​ອາ​ຮິ​ຄາມ ຜູ້​ເປັນ​ບຸດ​ຂອງ​ຊາຟານ​ກໍ​ໄດ້​ສາ​ບານ​ໃຫ້​ແກ່​ເຂົາ​ແລະ​ຄົນ​ຂອງ​ເຂົາ​ກ່າວ​ວ່າ, “ຢ່າ​ຢ້ານ​ໃນ​ການ​ທີ່​ຈະ​ບົວ​ລະ​ບັດ​ຄົນ​ຄັນ​ເດ​ອານ ຈົ່ງ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ແລະ​ປົນ​ນິ​ບັດ​ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ ແລ້ວ​ທ່ານ​ທັງ​ຫລາຍ​ກໍ​ຈະ​ຢູ່​ເຢັນ​ເປັນ​ສຸກ 10 ສ່ວນ​ຕົວ​ຂ້າ​ພະ​ເຈົ້າ ຂ້າ​ພະເຈົ້າ​ຈະ​ອາ​ໄສ​ຢູ່​ທີ່​ມິ​ສ​ປາ ເພື່ອ​ຈະ​ເປັນ​ຜູ້​ແທນ​ທ່ານ​ທັງ​ຫລາຍ​ຄອຍ​ຮັບ​ຮອງ​ຄົນ​ຄັນ​ເດ​ອານ ຜູ້​ຊຶ່ງ​ຈະ​ມາ​ຫາ​ເຣົາ ແຕ່​ຝ່າຍ​ທ່ານ​ຈົ່ງ​ເກັບ​ເຫລົ້າ​ອະ​ງຸ່ນ ຫມາກ​ໄມ້​ຣະ​ດູ​ຮ້ອນ ແລະ​ນ້ຳ​ມັນ ແລະ​ເກັບ​ໄວ້​ໃນ​ພາ​ຊ​ນະ ແລະ​ຈົ່ງ​ຢູ່ໃນ​ຫົວ​ເມືອງ​ຊຶ່ງ​ທ່ານ​ຍຶດ​ໄດ້​ນັ້ນ” 11 ໃນ​ທຳ​ນອງ​ດຽວ​ກັນ ເມື່ອ​ພວກ​ຢິວ ຊຶ່ງ​ຢູ່​ທີ່ໂມ​ອາບ​ແລະ​ຖ້າມ​ກາງ​ຄົນ​ອັມ​ໂມນ ແລະ​ໃນ​ເອ​ໂດມ ແລະ​ໃນ​ແຜ່ນ​ດີນອື່ນໆ​ໄດ້​ຍິນ​ວ່າ​ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ​ໄດ້​ຖິ້ມ​ຄົນ​ໃຫ້​ເຫລືອ​ໄວ້​ສ່ວນ​ນຶ່ງ​ໃນ​ຢູ​ດາ​ແລະ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເກ​ດາ​ລິ​ຢາ​ບຸດ​ອາ​ຮີ​ຄາມ ຜູ້​ເປັນ​ບຸດ​ຊາ​ຟານ​ໃຫ້​ເປັນ​ຜູ້​ວ່າ​ຣາ​ຊ​ການ​ເຫນືອ​ເຂົາ​ທັງ​ຫລາຍ 12 ແລ້ວ​ພວກ​ຢິວ​ທັງ​ປວງ​ກໍ​ໄດ້​ກັບ​ມາ​ຈາກ​ທຸກ​ບ່ອນ​ຊຶ່ງ​ເຂົາ​ຖືກ​ຂັບ​ໄລ່​ໃຫ້​ໄປ​ຢູ່​ນັ້ນ ແລະ​ມາ​ຍັງ​ແຜ່ນ​ດິນ​ຢູດາ​ມາ​ຫາ​ເກ​ດາ​ລິ​ຢາ​ທີ່​ມິ​ສ​ປາ ແລະ​ເຂົາ​ທັງ​ຫລາຍ​ໄດ້​ເກັບ​ເຫລົ້າ​ອະ​ງຸ່ນ​ແລະ​ຫມາກ​ໄມ້ໃນ​ຣະ​ດູຮ້ອນ​ໄດ້​ເປັນ​ອັນ​ມາກ​

ເກ​ດາ​ລິ​ຢາ​ຖືກ​ລອບ​ສັງ​ຫານ

13 ຝ່າຍ​ໂຢ​ຮາ​ນານບຸດ​ຂອງ​ກາ​ເຣ​ອາ ແລະ​ບັນ​ດາ​ປະ​ມຸກ​ຂອງກອງ​ທະ​ຫານ​ໄດ້​ມາ​ຫາ​ເກ​ດາ​ລິ​ຢາ​ທີ່​ມິ​ສ​ປາ 14 ແລະ​ກ່າວ​ແກ່​ທ່ານ​ວ່າ, “ທ່ານ​ຮູ້​ຫລື​ບໍ່​ວ່າ ບາ​ອາ​ລິ​ສ​ກະ​ສັດ​ຂອງ​ຄົນ​ອັມ​ໂມນ​ໄດ້​ສົ່ງ​ໃຫ້​ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ມາ​ເອົາ​ຊີ​ວິດ​ຂອງ​ທ່ານ” ຝ່າຍ​ເກ​ດາ​ລິ​ຢາ​ບຸດ​ອາ​ຮີ​ຄາມ​ບໍ່​ເຊື່ອ​ເຂົາ​ທັງ​ຫລາຍ 15 ແລ້ວ​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາ​ໄດ້​ເວົ້າ​ກັບ​ເກ​ດາ​ລິ​ຢາ​ເປັນ​ການ​ລັບ​ທີ່​ມິ​ສ​ປາ​ວ່າ, “ຈົ່ງ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ຂ້າ​ອິຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ເສັຽ ແລະ​ຈະ​ບໍ່​ມີ​ໃຜ​ຮູ້​ເຣື່ອງ ເປັນ​ຫຍັງ​ຈະ​ໃຫ້​ເຂົາ​ເອົາ​ຊີ​ວິດ​ຂອງ​ທ່ານ ແລ້ວ​ພວກ​ຢິວ​ຊຶ່ງ​ມາ​ຮວບ​ຮ​ວມ​ຢູ່​ກັບ​ທ່ານ​ຈະ​ກະ​ຈັດ​ກະ​ຈາຍ​ກັນ​ໄປ ແລະ​ຄົນ​ຢູ​ດາ​ທີ່​ເຫລືອ​ຢູ່​ນີ້​ກໍ​ຈະ​ພິ​ນາດ” 16 ແຕ່​ເກ​ດາ​ລິ​ຢາ​ບຸດ​ອາ​ຮີ​ຄາມ​ເວົ້າ​ກັບ​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາ​ວ່າ, “ທ່ານ​ຢ່າ​ທຳ​ສິ່ງ​ນີ້​ເລີຍ ເພາະ​ທີ່​ທ່ານ​ເວົ້າ​ເຖິງ​ອິຊ​ມາ​ເອນ​ນັ້ນ​ເປັນ​ຄວາມ​ເທັດ”

ເຢເຣມີ 41

1 ໃນ​ເດືອນ​ທີ່​ເຈັດ​ອິ​ຊ​ມາ​ເອນ ບຸດ​ເນ​ທາ​ນິ​ຢາ ຜູ້​ເປັນ​ບຸດ​ເອ​ລີ​ຊາ​ມາ​ເຊື້ອ​ພຣະ​ວົງ ເປັນ​ຂ້າ​ຣາ​ຊ​ການ​ຜູ້​ໃຫຍ່​ຄົນ​ນຶ່ງ​ຂອງ​ກະ​ສັດ ໄດ້​ມາ​ຫາ​ເກ​ດາ​ລິ​ຢາບຸດ​ອາ​ຮີ​ຄາມ​ພ້ອມ​ກັບ​ຄົນ​ສິບ​ຄົນ​ທີ່​ມິ​ສ​ປາ ຂນະ​ເມື່ອ​ເຂົາ​ຮັບ​ປະ​ທານ​ອາ​ຫານ​ຢູ່​ດ້ວຍ​ກັນ​ທີ່​ມິ​ສ​ປາ 2 ອິ​ຊມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ກັບ​ຄົນ​ທັງ​ສິບ​ທີ່​ຢູ່​ກັບ​ເຂົາ​ກໍ​ໄດ້​ລຸກ​ຂຶ້ນ​ຂ້າ​ເກ​ດາ​ລິ​ຢາ ບຸດ​ອາ​ຮີ​ຄາມ​ຜູ້​ເປັນ​ບຸດ​ຊາຟານ​ຜູ້​ທີ່​ພຣະ​ຣາ​ຊາ​ແຫ່ງ​ບາ​ບິ​ໂລນ​ໄດ້​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ວ່າ​ຣາ​ຊການ​ທີ່​ແຜ່ນ​ດິນ​ນັ້ນ​ເສັຽດ້ວຍ​ດາບ​ຈົນ​ຕາຍ 3 ອິຊມາ​ເອນ​ໄດ້​ຂ້າ​ພວກ​ຢິວ​ທັງ​ຫລາຍ​ທີ່​ຢູ່​ກັບ​ເກ​ດາ​ລິ​ຢາ​ທີ່​ມິ​ສ​ປາ ແລະ​ທະ​ຫານ​ຄົນ​ຄັນ​ເດ​ອານ​ຜູ້​ບັງ​ເອີນ​ຢູ່​ທີ່​ນັ້ນ​ດ້ວຍ 4 ຫລັງ​ຈາກວັນ​ທີ່​ເກ​ດາ​ລິ​ຢາ​ຖືກ​ຂ້າ ກ່ອນ​ທີ່​ຜູ້​ໃດ​ຮູ້​ເຣື່ອງ 5 ມີ​ຊາຍ​ແປດ​ສິບ​ຄົນ​ມາ​ຈາກ​ເມືອງ​ເຊ​ເຄມ ແລະ​ເມືອງ​ຊີໂລ ແລະ​ເມືອງ​ຊາ​ມາ​ເຣັຽ ທີ່​ໄດ້​ແຖ​ຫນວດ​ແລະ​ເສື້ອ​ຜ້າ​ຂາດ ແ​ລະໄດ້​ປາດ​ຕົວ​ເປັນ​ບາດ ນຳ​ເຄື່ອງ​ທັນ​ຍາ​ບູ​ຊາ​ແລະ​ກຳ​ຍານ​ມາ​ຖວາຍ​ທີ່​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 6 ແລະ​ອິ​ຊມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ມາ​ຈາກ​ມິ​ສ​ປາ​ໄດ້​ຮ້ອງ​ໄຫ້​ທັງ​ເດີນ​ໄປ ເມື່​ອເຂົາ​ພົບ​ຄົນ​ເຫລົ່າ​ນັ້ນ​ຈຶ່ງ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ເຊີນ​ເຂົາ​ມາ​ຫາ​ເກ​ດາ​ລິ​ຢາ​ບຸດ​ອາ​ຮິ​ຄາມ​ເຖີດ” 7 ເມື່ອ​ເຂົາ​ທັງຫລາຍ​ເຂົ້າ​ມາ​ໃນ​ເມືອງ ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ ແລະ​ຄົນ​ທີ່​ຢູ່​ກັບ​ທ່ານ​ກໍ​ຂ້າ​ເຂົາ​ທັງ​ຫລາຍ​ເສັຽ ແລະ​ໂຍນ​ເຂົາ​ລົງ​ໄປ​ໃນ​ທີ່​ຂັງ​ນ້ຳ 8 ແຕ່​ໃນ​ພວກ​ນັ້ນ​ມີ​ຢູ່​ສິບ​ຄົນ​ດ້ວຍ​ກັນ​ທີ່​ເວົ້າ​ກັບ​ອິ​ຊ​ມາ​ເອນ​ວ່າ, “ຂໍ​ຢ່າ​ຂ້າ​​ເຮົາ​ເລີຍ ເພາະ​ເຮົາ​ມີ​ເຂົ້າ​ເປືອກ ເຂົ້າ​ບ​ເລ ນ້ຳ​ມັນ ແລະ​ນ້ຳ​ເຜິ້ງ​ເຊື່ອງ​ໄວ້​ໃນ​ທົ່ງ​ນາ” ແ​ລະ​ທ່ານ​ໄດ້​ຢ່າ​ບໍ່​ໄດ້​ຂ້າ​ເຂົາທັງ​ຫລາຍ​ກັບ​ເພື່ອນໆ​ເສັຽ 9 ທີ່​ຂັງ​ນ້ຳ​ຊຶ່ງ​ອິ​ຊ​ມາ​ເອນ​ໂຍນ​ສົບ​ຂອງ​ຜູ້​ທີ່​ເຂົາ​ຂ້າ​ຕາ​ຍລົງ​ໄປ​ນັ້ນ​ເປັນ​ບ່ອນ​ໃຫຍ່ ຊຶ່ງ​ກະ​ສັດ​ອາ​ຊາ​ສ້າງ​ໄວ້​ເພື່ອ​ປ້ອງ​ກັນ​ບາ​ອາ​ຊາ​ກະ​ສັດ​ແຫ່ງ​ອິສ​ຣາ​ເອນ ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ກໍ​ໃສ່​ຄົນ​ທີ່​ຖືກ​ຂ້າ​ໄວ້​ຈົນ​ເຕັມ 10 ແລ້ວ​ອິ​ຊ​ມາ​ເອນ​ກໍ​ຈັບ​ຄົນ​ທັງ​ຫມົດ​ທີ່​ເຫລືອ​ຢູ່​ໃນ​ມິ​ສ​ປາ​ໄປ​ເປັນ​ຊະ​ເລີຍ ຄື​ພວກ​ຣາ​ຊ​ທິ​ດາ​ແລະ​ປະ​ຊາ​ຊົນ​ທັງ​ປວງ​ທີ່​ເຫລືອ​ຢູ່​ທີ່​ມິ​ສ​ປາ ຜູ້​ທີ່​ເນ​ບູ​ຊາ​ຣາ​ດານ​ຜູ້​ບັນ​ຊາ​ການ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ໄດ້​ມອບ​ຫມາຍ​ໃຫ້​ແກ່​ເກ​ດາ​ລິ​ຢາ​ບຸດ​ອາ​ຮິຄາມ ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ໄດ້​ຈັບ​ເຂົາ​ເປັນ​ຊະ​ເລີຍ ແລະ​ອອ​ກ​ເດີນ​ຂ້າມ​ຟາກ​ໄປ​ຫາ​ຄົນ​ອັມ​ໂມນ 11 ແຕ່​ເມື່ອ​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາ​ແລະ​ບັນ​ດາ​ຫົວ​ຫນ້າ​ຂອງກອງ​ໂຈນ​ຊຶ່ງ​ຢູ່​ກັບ​ເຂົາ​ຊາບ​ເຣື່ອງ​ຄວາມ​ຊົ່ວ​ຮ້າຍ​ຊຶ່ງ​ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ໄດ້​ກະ​ທຳ​ແລ້ວ​ນັ້ນ 12 ເຂົາ​ກໍ​ຈັດ​ເອົາ​ຄົນ​ທັງ​ຫມົດ​ຂອງ​ເຂົາ​ໄປ​ຕໍ່​ສູ້​ກັບ​ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ ເຂົາ​ທັງ​ຫລາຍ​ໄດ້​ປະ​ທະ​ກັນ​ທີ່​ສະ​ໃຫຍ່​ຊຶ່ງ​ຢູ່​ທີ່​ເມື​ອງ​ກິ​ເບ​ໂອນ 13 ແລະ​ເມື່ອ​ປະ​ຊາ​ຊົນ​ຜູ້​ຊຶ່ງ​ຢູ່​ກັບ​ອິ​ຊ​ມາ​ເອນ​ເຫັນ​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາ​ແລະ​ບັນ​ດາ​ຫົວ​ຫນ້າ​ກອງ​ທະ​ຫານ​ທີ່​ຢູ່​ກັບ​ເຂົາ ເຂົາ​ທັງ​ຫລາຍ​ກໍ​ຊົມ​ຊື່ນ​ຍິນ​ດີ 14 ປະ​ຊາ​ຊົນ​ທັງ​ປວງ​ຊຶ່ງ​ອິ​ຊ​ມາ​ເອນ​ຈັບ​ເປັນ​ຊະ​ເລີຍ​ມາ​ຈາກ​ມິ​ສ​ປາ​ຈຶ່ງ​ຫັນ​ຫລັງ​ແລະ​ກັບ​ໄປ ເຂົາ​ໄປ​ຫາ​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາ 15 ແຕ່​ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ໄດ້​ຫນີ​ລອດ​ຈາກ​ໂຢ​ຮາ​ນານ​ພ້ອມ​ກັບ​ຊາຍ​ແປດ​​ຄົນ​ໄປ​ຫາ​ຄົນ​ອັມ​ໂມນ 16 ແລ້ວ​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາ​ແລະ​ບັນ​ດາ​ຫົວ​ຫນ້າ​ຂອງກອງ​ທະ​ຫານ ຊຶ່ງ​ຢູ່​ກັບ​ທ່ານ​ໄດ້​ນຳ​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ທັງ​ຫມົດ​ຊຶ່ງ​ອິ​ຊ​ມາ​ເອນ​ບຸດ​ເນ​ທາ​ນິ​ຢາ​ໄດ້​ຈັບ​ເປັນ​ຊະ​ເລີຍ​ຈາກ​ມິ​ສ​ປາ ຫລັງ​ຈາກ​ທີ່​ໄດ້​ຂ້າ​ເກ​ດາ​ລິ​ຢາ​ບຸດ​ອາ​ຮີ​ຄາມ​ແລ້ວ​ນັ້ນ ຄື​ທະ​ຫານ ຜູ້​ຍິງ ເດັນ​ນ້ອຍ ແລະ​ຂັນ​ທີ ຜູ້​ຊຶ່ງ​ໂຢ​ຮາ​ນານ​ນຳ​ກັບ​ມາ​ຍັງ​ກິ​ເບ​ໂອນ 17 ແລະ​ເຂົາ​ທັງ​ຫລາຍ​ກໍ​ໄປ​ຢູ່​ທີ່​ເກ​ຣູ​ທ​ຄິມ​ຮາມ​ໃກ້​ເບັດ​ເລ​ເຮັມ ຕັ້ງ​ໃຈ​ຈະ​ໄປ​ຍັງ​ເອ​ຢິບ 18 ເຫດ​ວ່າເຂົາ​ຢ້ານ​ຄົນ​ຄັນ​ເດ​ອານ ເພາະ​ວ່າ​ອິ​ຊ​ມາ​ເອນ​ບຸດ​ອາ​ຮິ​ຄາມ ຜູ້​ຊຶ່ງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໄດ້​ຕັ້ງ​ໃຫ້​ເປັນ​ຜູ້​ວ່າ​ຣາ​ຊ​ການ​ເຫນືອ​ແຜ່​ນດິນ​ນັ້​ນເສັຽ

ເຢເຣມີ 42

ຂ່າວ​ຂອງ​ເຢ​ເຣ​ມີ​ຢາ​ເຖິງ​ໂຢ​ຮາ​ນານ

1 ຝ່າຍ​ຜູ້​ຫົວ​ຫນ້າ​ກອງ​ທະ​ຫານ​ແລະ​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາ ແລະ​ອາ​ຊາ​ຣີ​ຢາ​ບຸດ​ໂຮ​ຊັຍ​ຢາ ແລະ​ປະ​ຊາ​ຊົນ​ທັງ​ປວງ​ຈາກ​ຜູ້​ນ້ອຍ​ທີ່​ສຸດ​ເຖິງ​ຜູ້​ໃຫຍ່​ທີ່​ສຸດ​ໄດ້​ເຂົ້າ​ມາ​ໃກ້ 2 ແລະ​ເວົ້າກັບ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ຂໍ​ໃຫ້​ຄຳ​ອ້ອນວອນ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ມາ​ຢູ່​ຕໍ່​ຫນ້າ​ທ່ານ​ແລະ​ຂໍ​ທ່ານ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ເພື່ອ​ເຮົາ​ທັງ​ຫລາຍ ເພື່ອ​ຄົນ​ທີ່​ເຫລືອ​ຢູ່​ນີ້​ທັງ​ສິ້​ນ (ເພາະ​ເຮົາ​ມີ​ເຫລືອ​ນ້ອຍ​ຈາກ​ຄົນ​ຫລາຍ ຕາມ​ທີ່​ທ່ານ​ເຫັນ​ຢູ່​ກັບ​ຕາ​ແລ້ວ) 3 ຂໍ​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອ​ງທ່ານ​ສຳ​ແດງ​ຫົນ​ທາງ​ແກ່​ເຮົາ​ວ່າ​ເຮົາ​ຄວນ​ຈະ​ໄປ​ທາງ​ໃດ ແລະ​ຂໍ​ສຳ​ແດງ​ສິ່ງ​ທີ່​ເຮົາ​ຄວນ​ຈະ​ກະ​ທຳ” 4 ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຍິນ​ທ່ານ​ແລ້ວ ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ຈະ​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ທ່າ​ນ​ທັງ​ຫລາຍ​ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ທ່ານ​ປະ​ການ​ໃດ​ຂ້າ​ພະ​ເຈົ້າ​ຈະ​ບອກ​ແກ່​ທ່ານ ຂ້າ​ພະ​ເຈົ້າ​ຈະ​ບໍ່​ປິດ​ບັງ​ສິ່ງ​ໃດ​ໄວ້​ຈາກ​ທ່ານ​ເລີຍ” 5 ແລ້ວ​ເຂົາ​ທັງ​ຫລາ​ຍເວົ້າ​ກັ​ບ​ເຢ​ເຣ​ມີ​ຢາ​ວ່າ, “ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ເປັນ​ພ​ຍານ​ທີ່​ຊື່​ສັດ​ແລະ​ແນ່ນອນ​ຕໍ່​ສູ້​ຂ້າ​ພະ​ເຈົ້າ​ທັງ​ຫລາຍ ຖ້າ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ກະ​ທຳ​ຕາມບັນ​ດາ​ພຣະ​ວັຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຜູ້​ຊົງ​ໃຊ້​ທ່ານ 6 ບໍ່​ວ່າ​ຈະ​ດີ​ຫລື​ຮ້າຍ ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ຈະ​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະເຈົ້າ​ຂອງ​ເຮົາ ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ສົ່ງ​ທ່ານ​ໃຫ້​ໄປ​ຫາ​ນັ້ນ ເພື່ອ​ເຣົາ​ຈະ​ຢູ່​ເຢັນ​ເປັນ​ສຸກ ເມື່ອ​ເຣົາ​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ແຫ່​ງພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ” 7 ຄັນ​ຄົບ​ສິບ​ວັນ​ແລ້ວ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ເຢ​ເຣ​ມີ​ຢາ 8 ແລ້ວ​ທ່ານ​ຈຶ່ງ​ໃຫ້​ໄປ​ນຳ​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາ ແລະ​ບັນ​ດາ​ຜູ້​ຫົວ​ຫນ້າ​ຂອງກອງ​ທະ​ຫານ​ຜູ້​ຢູ່​ກັບ​ທ່ານ ແລະ​ປະ​ຊາ​ຊົນ​ທັ​ງ​ປວງ​ຕັ້ງ​ແຕ່​ນ້ອຍ​ທີ່​ສຸດ​ເຖິງ​ຄົນ​ໃຫຍ່​ທີ່​ສຸດ 9 ແລະ​ບອກ​ເຂົາ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ ຜູ້​ຊຶ່ງ​ທ່ານ​ໄດ້​ໃຊ້​ໃຫ້​ຂ້າ​ພະ​ເຈົ້າ​ນຳ​ເອົາ​ຄຳ​ອ້ອນວອນ​ຂອງ​ທ່ານ​ໄປ​ສ​ເນີ​ພຣະ​ອົງ​ນັ້ນ ໄດ້​ຊົງ​ກ່າວ​ດັ່ງ​ນີ້​ວ່າ 10 “ຖ້າ​ເຈົ້າ​ທັງ​ຫລາຍ​ຈະ​ຢູ່​ຕໍ່​ໄປ​ໃນ​ແຜ່ນ​ດິນ​ນີ້ ເຮົາ​ຈະ​ສ້າງ​ເຈົ້າ​ທັງ​ຫລາຍ​ຂຶ້ນ​ແລະ​ບໍ່​ທຳ​ລາຍ​ລົງ ເຮົາ​ຈະ​ປູກ​ເຈົ້າ​ໄວ້ ແລະ​ບໍ່​ຖອນ​ເຈົ້າ​ເສັຽ ເພາະ​ເຣົາໄ​ດ້​ກັບ​ໃຈ​ຈາກ​ເຫດ​ຮ້າຍ​ຊຶ່ງ​ເຣົາ​ໄດ້​ກະ​ທຳ​ໄປ​ແລ້ວ 11 ຢ່າ​ຢ້ານ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ຜູ້ຊຶ່ງ​ເຈົ້າ​ຢ້ານ​ຢູ່​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ຢ່າ​ຢ້ານ​ເຂົາ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ ເພື່ອ​ຊ່ອຍ​ເຈົ້າ​ແລະ​ຊ່ອຍ​ກູ້​ເຈົ້າ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຂົາ 12 ເຣົາ​ຈະ​ໃຫ້​ຄວາ​ມກະ​ຣຸ​ນາ​ແກ່​ເຈົ້າ ເພື່ອ​ເຂົາ​ຈະ​ໄດ້​ກະ​ຣຸ​ນາ​ເຈົ້າ​ແລະ​ຍອມ​ໃຫ້​ເຈົ້າ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ​ເອງ 13 ແຕ່​ຖ້າ​ເຈົ້າ​ທັງ​ຫລາຍ​ເວົ້າ​ວ່າ “ເຣົາ​ຈະ​ບໍ່​ຢູ່​ໃນ​ແຜ່ນ​ດິນ​ນີ້” ໂດຍ​ບໍ່​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 14 ແລະ​ກ່າວ​ວ່າ “ບໍ່​ເອົາ ເຮົາ​ຈະ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ເອ​ຢິບ ບ່ອນ​ຊຶ່ງ​ເຣົາ​ຈະ​ບໍ່​ເຫັນ​ສົງ​ຄາມ ຈະບໍ່​ໄດ້​ຍິນ​ສຽງ​ເຂົາ​ສັດ ຈະ​ບໍ່​ຫິວ​ເຂົ້າ​ຈີ່ 15 ແລະ​ເຣົາ​ທັງ​ຫລາຍ​ຈະ​ອາ​ໄສ​ຢູ່​ທີ່​ນັ້ນ” ຄົນ​ຢູ​ດາ​ທີ່​ເຫລືອ​ຢູ່​ເອີຍ ຂໍ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນເຈົ້າ​ຈອ​ມໂຍ​ທາພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ຖ້າ​ເຈົ້າ​ມຸ່ງ​ຫນ້າ​ຈະ​ເຂົ້າ​ເອ​ຢິບ​ແລະ​ໄປ​ອາ​ໄສ​ທີ່​ນັ້ນ 16 ແລ້ວ​ດາບ​ຊຶ່ງ​ເຈົ້າ​ຢ້ານ​ຢູ່​ນັ້ນ​ຈະ​ຕາມ​ທັນ​ເຈົ້າ​ທີ່​ນັ້ນ​ໃນ​ແຜ່ນ​ດິນ​ເອ​ຢິບ ແລະ​ການ​ອຶດ​ຢາກ​ຊຶ່ງ​ເຈົ້າ​ຢ້ານ​ຢູ່​ນັ້ນ​ຈະ​ຕິດ​ຕາມ​ເຈົ້າ​ໄປ​ເຖິງ​ເອ​ຢິບ​ແລະ​ເຈົ້າ​ຈະ​ຕາຍ​ທີ່​ນັ້ນ 17 ທຸກ​ຄົນ​ຊຶ່ງ​ມຸ່ງ​ຫນ້າໄປ​ຍັງ​ເອ​ຢິບ ເພື່ອ​ຈະ​ຢູ່​ທີ່​ນັ້ນ​ຈະ​ຕາຍ​ເສັຽດ້ວຍ​ດາບ ດ້ວຍ​ການ​ອຶດ​ຢາກ ດ້ວຍ​ໂຣກ​ລະ​ບາດ ເຂົາ​ຈະ​ບໍ່​ມີ​ຄົນ​ທີ່​ເຫລືອ​ຢູ່​ຫລື​ທີ່​ລອດ​ຕາຍ​ຈາກ​ເຫດ​ຮ້າຍ​ຊຶ່ງ​ເຮົາ​ຈະ​ນຳ​ມາ​ເຫນືອ​ເຂົາ 18 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນກ່າວ​ດັ່ງ​ນີ້​ວ່າ ເຮົາ​ຖອກ​ເທ​ຄວາມ​ກິ້ວ​ຂອງ​ເຮົາ ແລະ​ຄວາມ​ພິ​ໂຣດ​ຂອງ​ເຮົາ​ລົງ​ເຫນືອ​ຊາວ​ເຢ​ຣູ​ຊາ​ເລັມ​ຢ່າງ​ໃດ​ເຣົາ​ຈະ​ຖອກ​ເທ​ຄວາມ​ກິ້ວ​ຂອງ​ເຮົາ​ເຫນືອ​ເຈົ້າ​ທັງ​ຫລາຍ ເມື່ອ​ເຈົ້າ​ໄປ​ຍັງ​ເອ​ຢິບ​ຢ່າງ​ນັ້ນ ເຈົ້າ​ຈະ​ເປັນ​ຄຳ​ສາບ ເປັນ​ທີ່​ຫນ້າ​ຫວາດ​ສຽວ ເປັນ​ຄຳ​ແຊ່ງ​ແລະ​ເປັນ​ຂີ້​ປາກ ເຈົ້າ​ຈະ​ບໍ່​ເຫັນ​ທີ່​ນີ້​ອີກ 19 ຄົນ​ຢູ​ດາ​ທີ່ຍັງ​ເຫລືອ​ຢູ່​ເອີຍ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ທ່ານ​ແລ້ວ​ວ່າ “ຢ່າ​ໄປ​ຍັງ​ເອຢິບ” ຈົ່ງ​ຮູ້​ເປັນ​ແນ່​ວ່າ​ໃນ​ວັນ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ຕັກ​ເຕືອນ​ທ່ານ 20 ວ່າ​ທ່ານ​ທັງ​ຫລາຍ​ໄດ້​ຫລົງ​ລໍ້​ລວງ​ຈິດ​ໃຈ​​ຂອງ​ທ່ານ​ເອງ ເພາະ​ທ່ານ​ໄດ້​ໃຊ້​ຂ້າ​ພະ​ເຈົ້າ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ວ່າ “ຂໍ​ອ້ອນວອນ​ເພື່ອ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າພຣະ​ເຈົ້າ​ຂອງ​ເຮົາ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ກາວ​ປະ​ການ​ໃດ ຂໍ​ບອກ​ແກ່​ເຮົາ ແລະ​ເຮົາ​ຈະ​ກະ​ທຳ​ຕາມ” 21 ແລະ​ໃນ​ວັນ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ປະ​ກາ​ດ​ພຣະ​ທັມ​ນັ້ນ​ແກ່​ທ່ານ​ທັງ​ຫລາຍ​ແລ້ວ ແຕ່​ທ່ານ​ບໍ່​ໄດ້​ຟັງ​ພຣະ​ສຸ​ຣະ​ສຽງ​ແຫ່​ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ໃນ​ສິ່ງ​ໃດໆ ຊຶ່ງ​ພຣະ​ອົງ​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ມາ​ບອກ​ທ່ານ 22 ເຫດ​ສັນ​ນັ້ນ​ ບັດ​ນີ້​ຈົ່ງ​ຮູ້​ເປັນ​ແນ່​ແທ້​ວ່າ ທ່ານ​ທັງ​ຫລາຍ​ຈະ​ຕາຍ​ດ້ວຍ​ດາບ ດ້ວຍ​ການ​ອຶດ​ຢາກ ແລະ​ດ້ວຍ​ໂຣກ​ລະ​ບາດ​ໃນ​ສະ​ຖານ​ທີ່​ຊຶ່ງ​ທ່ານ​ທັງ​ຫລາຍ​ປາ​ຖ​ນາ​ຈະ​ໄປ​ອາ​ໄສ​ຢູ່”

ເຢເຣມີ 43

ຍ້າຍ​ພູມ​ລຳ​ເນົາ​ໄປ​ເອ​ຢິບ

1 ເມື່ອ​ເຢ​ເຣ​ມີ​ຢາ​ຈົບ​ການ​ເວົ້າຕໍ່​ປະ​ຊາ​ຊົນ​ທັງ​ປວງ​ເຖິງ​ພຣະ​ຄຳ​ເຫລົ່າ​ນີ້​ທັງ​ສິ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ໄດ້​ຊົງ​ໃຊ້​ທ່ານ​ໃຫ້​ໄປ​ເວົ້າ​ກັບ​ເຂົາ​ທັງ​ຫລາຍ​ນັ້ນ​ແລ້ວ 2 ອາ​ຊາ​ຣິ​ຢາບຸດ​ໂຮຊັຍຢາ ແລະ​ໂຢ​ຣາ​ນານ​ບຸດ​ກາ​ເຣ​ອາ​ແລະ​ບັນ​ດາ​ຜູ້​ຊາຍ​ທີ່​ໂອ​ຫັງ​ໄດ້​ເວົ້າ​ກັບ​ເຢ​ເຣ​ມີ​ຢາ​ວ່າ, “ທ່ານ​ເວົ້າ​ຕົວະ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ບໍ່​ໄດ້​ໃຊ້ທ່ານ​ໃຫ້​ມາ​ເວົ້າ​ວ່າ “ຢ່າ​ໄປ​ເອ​ຢິບ​ທີ່​ຈະ​ອາ​ໄສ​ຢູ່​ທີ່​ນັ້ນ” 3 ແຕ່​ບາ​ຣຸກບຸດ​ເນ​ຣິ​ຢາ ໄດ້​ຍົວະ​ທ່ານ​ໃຫ້​ຕໍ່​ສູ້ກັບ​ເຣົາ ເພື່ອ​ຈະ​ມອບ​ເຣົາ​ໄວ້​ໃນ​ມື​ຂອງ​ຄົນ​ຄັນ​ເດ​ອານ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ຂ້າ​ເຮົາ​ຫລືກວາດ​ເຮົາ​ໄປ​ເປັນ​ຊະ​ເລີຍ​ໃນ​ບາ​ບິ​ໂລນ 4 ໂຢ​ຣາ​ນານ​ບຸດ​ກາ​ເຣອາ​ແລະ​ບັນ​ດາ​ຫົວ​ຫນ້າ​ຂອງກອງ​ທະ​ຫານ​ແລະ​ປະ​ຊາ​ຊົນ​ທັງ​ສິ້ນ​ບໍ່​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າທີ່​ຈະ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຢູ​ດາ 5 ແຕ່​ໂຢ​ຮາ​ນານ​ບຸດ​ກາ​ເຣ​ອາແ​ລະ​ບັນ​ດາ​ຜູ້​ຫົວ​ຫນ້າ​ຂອງກອງ​ທະ​ຫານ​ໄດ້​ພາຄົນ​ຢູ​ດາ​ທີ່​ເຫລືອ​ຢູ່​ໄປ ຄື​ຜູ້​ຊຶ່ງ​ກັບ​ມາ​ຢູ່​ໃນ​ແຜ່ນ​ດິນ​ຢູ​ດາ ຈາກ​ບັນ​ດາ​ປະ​ຊາ​ຊາດ​ທີ່​ເຂົາ​ຖືກ​ຂັບ​ໄລ່​ໃຫ້​ໄປ​ຢູ່​ນັ້ນ 6 ຄື​ພວກ​ຜູ້​ຊາຍ ຜູ້​ຍີງ ເດັກນ້ອຍ ບັນ​ດາ​ທິ​ດາ ແລະ​ທຸກ​ຄົນຊຶ່ງ​ເນ​ບູ​ຊາ​ຣາ​ດານ​ຜູ້​ບັນ​ຊາ​ການ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ໄດ້​ເຫລືອ​ໄວ້​ໃຫ້​ແກ່​ເກ​ດາ​ລິ​ຢາ​ບຸດ​ອາ​ຮິ​ຄາມ​ຜູ້​ເປັນ​ບຸດ​ຊາ​ຟານ ທັງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ບາ​ຣຸກ​ບຸດ​ເນ​ຣິ​ຢາ 7 ແລະ​ເຂົາ​ທັງ​ຫລາຍ​ໄດ້​ມາ​ຍັງ​ແຜ່ນ​ດິນ​ເອ​ຢິບ ເພາະ​ເຂົາ​ທັງ​ຫລາຍ​ບໍ່​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຂົາ​ກໍ​ມາ​ເຖິງ​ນະ​ຄອນ​ຕາ​ປານ​ເຮ​ສ 8 ແລ້ວ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ຍັງ​ເຢ​ເຣ​ມີ​ຢາ​ໃນ​ນະ​ຄອນ​ຕາ​ປານ​ເຮ​ສວ່າ, 9 “ຈົ່ງ​ຖື​ກ້ອນ​ຫີນ​ໃຫຍ່ໆ​ໄວ້ ຈົ່ງ​ເຊື່ອງ​ໄວ້​ທີ່​ໃນ​ດິນ​ຫນຽວ​ທີ່​ທາງ​ຍ່າງ​ຊຶ່ງ​ຢູ່​ທີ່​ທາງ​ເຂົ້າ​ໄປສູ່​ນະ​ຄອນ​ຕາ​ປານ​ເຣ​ສ​ຕໍ່​ຫ​ນ້າ​ຕໍ່​ຕາ​ຄົນ​ຢູ​ດາ 10 ແລະ​ຈົ່ງ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເບິ່​ງ​ແມ໋, ເຣົາ​ຈະ​ໃຊ້​ແລະ​ນຳ​ເນ​ບູ​ກາດເຣ​ສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ​ທ່ານ​ຈະ​ຕັ້ງ​ພຣະ​ທີ່​ນັ່ງ​ຂອງ​ທ່ານ​ເຫນືອ​ຫນີ​ເຫລົ່າ​ນີ້ ຊຶ່ງ​ເຣົາ​ໄດ້​ເຊື່ອງ​ໄວ້ ແລະ​ທ່ານ​ຈະ​ເອົາ​ທັບ​ອາ​ໄສ​ອັນ​ມີ​ຍົດ​ສັກ​ຫລາຍ​ຂອງ​ທ່ານ​ມາ​ຕັ້ງ​ໄວ້​ເທິງ​ຫີນ​ເຫລົ່າ​ນີ້ 11 ທ່ານ​ຈະ​ມາ​ໂຈມ​ຕີ​ແຜ່ນ​ດິ​ນ​ເອຢິບມອບ​ຜູ້​ທີ່​ກຳ​ນົດ​ໃຫ້​ເກີດ​ໂຣກ​ລະ​ບາດ​ແກ່​ໂຣກ​ລະ​ບາດ ຜູ້​ຖືກ​ກຳ​ນົດ​ໃຫ້​ເປັນ​ຊະ​ເລີຍ​ແກ່​ການ​ເປັນ​ຊະ​ເລີຍ ແລະ​ຜູ້​ທີ່​ກຳ​ນົດ​ໃຫ້​ຖືກ​ດາບ​ໃຫ້​ແກ່​ດາບ 12 ແ​ລະ​ທ່ານ​ຈະ​ກໍ່​ໄຟ​ໃນ​ວິ​ຫານ​ຂອງ​ພຣະ​ແຫ່ງ​ເອຢິບ ແລະ​ທ່ານ​ຈະ​ເຜົາ​ເສັຽ​ແລະ​ເກັບ​ໄປ​ເປັນ​ຊະ​ເລີຍ ແລະ​ຈະ​ຊຳ​ຮະ​ແຜ່ນ​ດິນ​ເອ​ຢິບ​ເຫມືອນ​ຜູ້​ລ້ຽງ​ແກະ​ຊຳ​ຮະ​ເສື້ອ​ຄຸມ​ໃຫ້​ຫມົດໂຕ​ເຫົາ ແລະ​ທ່ານ​ຈະ​ໄດ້​ໄປ​ເສັຽ​ຈາກ​ທີ່​ນັ້ນ​ດ້ວຍ​ຄວາມ​ສຸກ 13 ທ່ານ​ຈະ​ຫັກ​ເສົາ​ສັກ​ສິດ​ແຫ່ງ​ເມືອງ​ເຮ​ລີ​ໂອໂປ​ຣິ​ສເສັຽ ແລະ​ທ່ານ​ຈະ​ເອົາ​ໄຟ​ເຜົາ​ວິ​ຫານ​ຂອງ​ພຣະ​ແຫ່ງ​ເອ​ຢິບ​ເສັຽ”

ເຢເຣມີ 44

ເຢ​ເຣ​ມີ​ຢາ​ກ່າວ​ທຳ​ນ​ວາຍ​ໃຫ້​ພວກ​ຢິວ​ທີ່​ຢູ່​ໃນ​ເອ​ຢິບ

1 ພຣະ​ຄຳ​ທີ່​ມາ​ເຖິງ​ເຢ​ເຣ​ມີ​ຢາ​ກ່ຽວ​ດ້ວຍ​ບັນ​ດາ​ຢິວ​ທີ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ເອ​ຢິບ​ທີ່ມິກ​ໂດນ ທີ່​ຕາ​ປານ​ເຮ​ສ ທີ່​ເມັມ​ຟິ​ສ ແລະ​ໃນ​ແຜ່ນ​ດິນ​ປັ​ທ​ໂຣ​ສ 2 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ໄດ້​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ທັງ​ຫລາຍ​ໄດ້​ເຫັນ​ບັນ​ດາ​ເຫ​ດຮ້າຍ​ທີ່​ເຮົາ​ນຳ​ມາ​ເຫນືອ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ເຫນືອ​ຫົວ​ເມືອງ​ຢູ​ດາ​ທັງ​ສິ້ນ ເບິ່ງ​ແມ໋, ທຸກ​ມື້​ນີ້​ເມືອງ​ເຫລົ່າ​ນັ້ນ​ກໍ​ເປັນ​ທີ່​ຮ້າງ​ເປົ່າ​ບໍ່​ມີ​ຜູ້​ໃດ​ອາ​ໄສ​ຢູ່​ໃນ​ນັ້ນ 3 ເພາະ​ຄວາມ​ອະ​ທັມ​ຊຶ່ງ​ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ໄດ້​ຍົວະ​ເຍົ້າ​ເຮົາ​ໃຫ້​ມີ​ຄວາມ​ໂກດ ດ້ວຍ​ການ​ທີ່​ເຂົາ​ທັງ​ຫລາຍ​ໄປ​ເຜົາ​ເຄື່ອງ​ຫອມ​ແລະ​ບົວ​ຣະ​ບັດ​ພຣະ​ອື່ນ​ຊຶ່ງ​ເຂົາ​ບໍ່​ຮູ້​ຈັກ ບໍ່​ວ່າ​ເຂົາ​ເອງ​ຫລື​ເຈົ້າ​ທັງ​ຫລາຍ​ຫລື​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ 4 ຢ່າງ​ໃດ​ກໍ​ດີ​ເຮົາ​ໄດ້​ໃຊ້​ບັນ​ດາ​ຜູ້​ຮັບໃຊ້​ຂອງ​ເຮົາ ຄື​ຜູ້​ປະ​ກາດ​ພຣະ​ຄຳ​ມາ​ຍັງ​ເຈົ້າ​ຢ່າງ​ບໍ່​ຢຸດຢ່ອນ​ກ່າວ​ວ່າ “ຢ່າ​ກະ​ທຳ​ສິ່ງ​ອັນ​ຫນ້າ​ກຽດ​ນີ້ ຊຶ່ງ​ເຮົາ​ກຽດ​ຊັງ” 5 ແຕ່​ເຂົາ​ບໍ່​ຟັງ​ຫລື​ງ່ຽງ​ຫູ​ຟັງ ເພື່ອ​ຈະ​ຫັນ​ກັບ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ​ແລະ​ບໍ່​ເຜົາ​ເຄື່ອງ​ຫອມ​ແກ່​ພຣະ​ອື່ນ 6 ເຫ​ດສັນ​ນັ້ນ ເຮົາ​ຈຶ່ງ​ໄດ້​ເທ​ຄວາມ​ພິ​ໂຣດ​ແລະ​ຄວາມ​ໂກດ​ຂອງ​ເຮົາ​ອອກ​ໃຫ້​ພຸ່ງ​ຂຶ້ນ​ໃນ​ຫົວ​ເມືອງ​ຢູ​ດາ​ແລະ​ໃນ​ຖ​ນົນ​ຫົນ​ທາງ​ຂອ​ງກຸງ​ເຢ​ຣູ​ຊາ​ເລັມ ແລະ​ເມືອງ​ເຫລົ່າ​ນັ້ນ​ກໍ​ກາຍ​ເປັນ​ທີ່​ປະ​ຮ້າງ ແລະ​ທີ່​ຮ້າງ​ເປົ່າ ຢ່າງ​ທຸກວັນ​ນີ້ 7 ບັດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເປັນ​ຫຍັງ​ເຈົ້າ​ທັງ​ຫລາຍ​ຈຶ່ງທຳ​ຄວາມ​ຊົ່ວ​ຮ້າຍ​ນີ້​ແກ່​ຕົວ​ເຈົ້າ​ເອງ ແລະ​ຕັດ​ເອົາ​ຜູ້​ຊາຍ​ຜູ້​ຍິງ​ທັງ​ເດັກ​ນ້ອຍແລະ​ຜູ້​ກິນ​ນົມ​ເສັຽ​ຈາກ​ເຈົ້າ​ແລະ ເສັຽ​ຈາກ​ຖ້າມ​ກາງ​ຢູ​ດາ ບໍ່​ມີ​ຊົນ​ທີ່​ເຫລືອ​ຢູ່​ໄວ້​ແກ່​ເຈົ້າເລີຍ 8 ເປັນ​ຫຍັງ​ເຈົ້າ​ທັງ​ຫລາຍ​ຈຶ່ງ​ຍົວະ​ເຍົ້າ​ເຣົາ​ໃຫ້​ໂກດ​ດ້ວຍ​ການ​ທີ່​ມື​ຂອງ​ເຈົ້າ​ກະ​ທຳ​ດ້ວຍ​ການ​ເຜົາ​ເຄື່ອງ​ຫອມ​ໃຫ້​ແກ່​ພຣະ​ອື່ນ​ໃນ​ແຜ່ນ​ດິນ​ເອ​ຢິບ​ທີ່​ເຈົ້າ​ມາ​ຢູ່​ນັ້ນ ເພື່ອ​ເຈົ້າ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ແລະ​ເປັນ​ທີ່​ສາບ​ແຊ່ງ ແລະ​ເປັນ​ຂີ້​ປາກ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ແຫ່ງ​ແຜ່ນ​ດິນ​ໂລກ 9 ເຈົ້າ​ໄດ້​ລືມ​ຄວາ​ມອະ​ທັມ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ຄວາມ​ອະ​ທັມ​ຂອ​ງບັນ​ດາ​ກະ​ສັດ​ແຫ່ງ​ຢູ​ດາ ບັນດາ​ຄວາມ​ອະ​ທັມ​ຂອງ​ນາງ​ສະ​ຫນົມ​ແລະ​ມະ​ເຫ​ສີ​ຂອງ​ເຂົາ​ທັງ​ຫລາຍ ຄວາມ​ອະ​ທັມ​ຂອງ​ເຈົ້າ​ເອງ ແລະ​ຄວາມ​ອະ​ທັມ​ຂອງ​ເມັຽ​ຂອງ​ເຈົ້າ ຊຶ່​ງ​ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ໃນ​ແຜ່ນ​ດິນ​ຢູ​ດາ​ແລະ​ໃນ​ຖນົນ​ຫົນ​ທາງ​ຂອງ​ກຸງ​ເຢ​ຣູ​ຊາ​ເລັມ​ເສັຽ​ແລ້ວ​ຫລື 10 ຈົນ​ເຖິງວັນ​ນີ້​ແລ້ວ​ເຂົາ​ທັງ​ຫລາຍ​ກໍ​ຍັງ​ບໍ່​ໄດ້​ຖ່ອມ​ຕົວ​ລົງ ຫລື​ຢ້ານ​ກົວ​ຫລືດຳ​ເນີນ​ຕາມ​ພຣະ​ທັມ​ຫລື​ຕາມ​ກົດ​ຫມາຍ​ຂອງ​ເຮົາ ຊຶ່ງ​ເຣົາ​ໃຫ້​ມີ​ໄວ້​ຫນ້າ​ເຈົ້າ​ທັງ​ຫລາຍ​ແລະ​ຫນ້າ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ 11 “ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ມຸ່ງ​ຫນ້າ​ຂອງ​ເຮົາ​ຕໍ່​ສູ້​ເຈົ້າ​ຫມາຍ​ລົງ​ໂທດ ຈະ​ຕັດ​ຢູ​ດາອອກ​ເສັຽ​ໃຫ້​ສິ້ນ 12 ເຮົາ​ຈະ​ເອົາ​ຊົນ​ຢູ​ດາ​ທີ່​ເຫລືອ​ຢູ່​ຜູ້​ຊຶ່ງ​ມຸ່ງ​ຫນ້າ​ມາ​ທີ່​ແຜ່​ນດິນ​ເອ​ຢິບ​ເພື່ອ​ຈະ​ອາ​ໄສ​ຢູ່​ນັ້ນ ແລະ​ເຂົາ​ທັງ​ຫລາຍ​ຈະ​ຖືກ​ຜານ​ເສັຽ​ຫມົດ ເຂົາ​ຈະ​ລົ້ມ​ລົງ​ໃນ​ແຜ່ນ​ດິນ​ເອ​ຢິບ ເຂົາ​ຈະ​ຖືກ​ຜານ​ດ້ວຍ​ດາບ​ແລະ​ດ້ວຍ​ການ​ອຶດ​ຢາກ ຕັ້ງ​ແຕ່​ຜູ້ນ້ອຍທີ່​ສຸດ​ຈົນ​ເຖິງ​ຜູ້ໃຫຍ່​ໂຕ​ທີ່​ສຸດ ເຂົາ​ທັງ​ຫລາຍ​ຈະ​ຕາຍ​ດ້ວຍ​ດາບ​ແລະ​ດ້ວຍ​ກາ​ນອຶດ​ຢາກ ແລະ​ເຂົາ​ຈະ​ກາຍ​ເປັນ​ຄຳ​ສາບ ເປັນ​ທີ່​ຫນ້າ​ກຽດ ເປັນ​ຄຳ​ແຊ່ງ​ແລະ​ເປັນ​ຂີ້​ປາກ 13 ເຣົາ​ຈະ​ຕ້ອງລົງ​ໂທດ​ຄົນ​ເຫລົ່າ​ນັ້ນ ຜູ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ເອ​ຢິບ ດັ່ງ​ທີ່​ເຮົາ​ລົງ​ໂທດ​ກຸງ​ເຢ​ຣູ​ຊາ​ເລັມ​ດ້ວຍ​ດາບ​ດ້ວຍ​ການ​ອຶດຢາກ ແລະ​ດ້ວຍ​ໂຣກ​ລະ​ບາ​ດ 14 ຈົນ​ຄົນ​ຢູ​ດາ​ທີ່​ເຫລືອ​ຢູ່​ຜູ້​ຊຶ່ງ​ອາ​ໄສ​ໃນ​ແຜ່ນ​ດິນ​ເອ​ຢິບ​ນັ້ນ​ຈະ​ບໍ່​ລອດ​ພົ້ນ​ຫລື​ເຫລືອ​ກັບ​ໄປ​ຍັງ​ແຜ່ນ​ດິນ​ຢູ​ດາ ບ່ອນ​ຊຶ່ງ​ເຂົາ​ປາ​ຖ​ນາ​ຈະ​ກັບ​ໄປ​ອາ​ໄສ​ຢູ່ ເພາະ​ວ່າ​ເຂົາ​ຈະ​ບໍ່​ໄດ້​ກັບ​ໄປ ນອກ​ຈາກ​ຜູ້​ລີ້​ໄພ​ບາງ​ຄົນ” 15 ແລ້ວ​ບັນ​ດາ​ຜູ້​ຊາຍ​ຜູ້​ຮູ້ວ່າ​ເມັຽ​ຂອງ​ຕົນ​ໄດ້​ຖວາຍ​ເຄື່ອງ​ຫອມ​ແກ່​ພຣະ​ອື່ນ ແລະ​ບັນ​ດາ​ຜູ້​ຍິງ​ທີ່​ຢືນ​ຢູ່​ໃກ້​ເປັນ​ທີ່​ຊຸມ​ນຸມ​ໃຫຍ່ ຄື​ບັນ​ດາ​ປະ​ຊາ​ຊົນຜູ້​ອາ​ໄສ​ໃນ​ປັ​ທ​ໂຣ​ສ​ໃນ​ແຜ່ນ​ດິນ​ເອ​ຢິບ​ໄດ້​ຕອບ​ເຢ​ເຣ​ມີ​ຢາ​ວ່າ, 16 “ສຳ​ລັບ​ຖ້ອຍ​ຄຳ​ຊຶ່ງ​ທ່ານ​ໄດ້​ບອກ​ແກ່​ເຣົາ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ເຮົາ​ຈະ​ບໍ່​ຟັງ​ທ່ານ 17 ແຕ່​ເຮົາ​ຈະ​ກະ​ທຳ​ທຸກ​ສິ່ງ​ທີ່​ເຣົາ​ໄດ້ບົນ​ໄວ້ ຄື​ເຜົາ​ເຄື່ອງ​ຫອມ​ຖວາຍ​ເຈົ້າ​ແມ່​ແຫ່ງ​ຟ້າ​ສວັນ ແລະ​ເທ​ເຄື່ອງ​ດື່ມ​ຖວາຍ​ແກ່​ພຣະ​ນາງ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ກະ​ທຳ ທັງ​ພວກ​ເຮົາ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ ບັນ​ດາ​ກະ​ສັດ​ແລະ​ເຈົ້າ​ນາຍ​ຂອງ​ເຮົາ ໃນ​ຫົວ​ເມືອງ​ຢູ​ດາ​ແລະ​ໃນ​ຖ​ນົນ​ຫົນ​ທາງ​ກຸງ​ເຢ​ຣູ​ຊາ​ເລັມ ທຳ​ຢ່າງ​ນັ້ນ​ແລ້ວ​ເຮົາ​ຈຶ່ງ​ມີ​ອາ​ຫານ​ບໍ​ຣິ​ບູນ​ແລະ​ຢູ່​ເຢັນ​ເປັນ​ສຸກ​ແລະ​ບໍ່​ເຫັນ​ເຄາະ​ຮ້າຍ​ຢ່າງ​ໃດ 18 ຕັ້ງ​ແຕ່​ເຮົາ​ເຊົາການ​ເຜົາ​ເຄື່ອງ​ຫອມ​ແຫ່ງ​ເຈົ້າ​ຟ້າ​ສວັນ ແລະ​ເທ​ເຄື່ອງ​ດື່ມ​ຖວາຍ​ແກ່​ພຣະ​ນາງ​ເຈົ້າ ເຮົາ​ກໍ​ຂັດ​ສົນ​ທຸກ​ຢ່າງ ແລະ​ຖືກ​ຜານ​ດ້ວຍ​ດາບ​ແລະ​ດ້ວຍ​ການ​ອຶດ​ຢາກ” 19 ແລະ​ພວກ​ຜູ້​ຍິງ​ເວົ້າ​ວ່າ, “ເມື່ອ​ເຮົາ​ເຜົາ​ເຄື່ອງ​ຫອມ​ຖວາຍ​ເຈົ້າ​ແມ່​ແຫ່ງ​ເຈົ້າ​ຟ້າ​ສວັນ ແລະ​ເທ​ເຄື່ອງ​ດື່ມ​ຖວາຍ​ແກາ​ພຣະ​ນາງ​ເຈົ້າ​ທີ່​ເຮົາ​ໄດ້​ເຮັດ​ເຂົ້າ​ຫນົມ​ຕາມ​ຮູບ​ນາງ ແລະ​ທີ່​ໄດ້​ເທ​ເຄື່ອງ​ດື່ມ​ຖວາຍ​ແກ່​ພຣະ​ນາງ​ເຈົ້າ ເຣົາ​ກະ​ທຳ​ນອກ​ເຫນືອ​ຄວາມ​ຊອບ​ຂອງ​ຜົວ​ຂອງ​ເຮົາ​ຫລື 20 ແລ້ວ​ເຢ​ເຣ​ມີ​ຢາ​ໄດ້​ຕອບ​ບັນ​ດາ​ປະ​ຊາ​ຊົນ ທັງ​ພວກ​ຜູ້​ຊາຍ​ແລະ​ຜູ້​ຍິງ ຄື​ປະ​ຊາ​ຊົນ​ທັງ​ປວງ​ຜູ້​ໃຫ້​ຄຳ​ຕອບ​ແກ່​ທ່ານ​ວ່າ, 21 “ສຳ​ລັບ​ເຄື່ອງ​ຫອມ​ທີ່​ທ່ານ​ໄດ້​ເຜົາ​ຖວາຍ​ໃນ​ຫົວ​ເມືອງ​ຢູ​ດາ ແລະ​ໃນ​ຖນົນ​ຫົນ​ທາງ​ກຸງ​ເຢ​ຣູ​ຊາ​ເລັມ ທັງ​ຕົວ​ທ່ານ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ບັນ​ດາ​ພຣະ​ຣາ​ຊາ​ແລະ​ເຈົ້າ​ນາຍ​ຂອງ​ທ່ານ​ແລະ​ຣາ​ສດອນ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ຈົດ​ຈຳ​ໄວ້​ດອກ​ຫລື ພຣະ​ອົງ​ບໍ່​ໄດ້​ຊົງ​ນຶກ​ເຖິງ​ຫລື 22 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ທົນ​ຕໍ່​ການ​ກະ​ທຳ​ອັນ​ຊົ່ວ​ຮ້າຍ​ຂອງ​ທ່ານ​ແລະ​ການ​ອັນ​ຫນ້າ​ກຽດ​ຊຶ່ງ​ທ່ານ​ໄດ້​ກະ​ທຳ​ນັ້ນ ຕໍ່​ໄປ​ອີກ​ບໍ່​ໄດ້​ແລ້ວ ເຫ​ດສັນ​ນັ້ນ​ແຜ່ນ​ດິນ​ຂອງ​ທ່ານ​ຈຶ່ງ​ໄດ້​ກາຍ​ເປັນ​ທີ່​ຮ້າງ​ເປົ່າ​ແລະ​ທີ່​ປະ​ຮ້າງ ແລະ​ເປັນ​ທີ່​ສາບ​ແຊ່ງ ປາ​ສ​ຈາກ​ຄົນ​ອາ​ໄສ​ດັ່ງ​ທຸກວັນ​ນີ້ 23 ເພາະ​ວ່າ​ທ່ານ​ໄດ້​ເຜົ່າ​ເຄື່ອງ​ຫອມ​ແລະ​ເພາະ​ວ່າ​ທ່ານ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະບໍ່​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ຫລື​ດຳ​ເນີນ​ຕາມ​ພຣະ​ທັມ​ຂອງ​ພຣະ​ອົງ ແລະ​ຕາມ​ພຣະ​ໂອ​ວາດ​ຂອງ​ພຣະ​ອົງ ໂທດ​ນີ້​ຈຶ່ງ​ໄດ້​ຕົກ​ແກ່​ທ່ານ ດັ່ງ​ທຸກວັນ​ນີ້” 24 ເຢ​ເຣ​ມີ​ຢາ​ໄດ້​ກ່າວ​ແກ່​ປະ​ຊາ​ຊົນ​ທັງ​ສິ້ນ​ແລະ​ແກ່​ພວກ​ຜູ້​ຍິງ​ທັງ​ສິ້ນ​ວ່າ, “ບັນ​ດາ​ທ່ານ​ທັງ​ຫລາຍ​ແຫ່ງ​ຢູ​ດາ​ຜູ້​ຢູ່​ໃນ​ແຜ່ນ​ດິນ​ເອ​ຢິບ ຈົ່ງ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 25 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ຕົວ​ເຈົ້າ​ແລະ​ເມັຽ​ຂອງ​ເຈົ້າ​ໄດ້​ຢືນ​ຢັນ​ດ້ວຍ​ປາກ​ຂອງ​ເຈົ້າ​ທັງ​ຫລາຍ​ເອງ ແລະ​ໄດ້​ກະ​ທຳ​ດ້ວຍ​ມື​ຂອງ​ເຈົ້າ​ທັງ​ຫລາຍ​ໃຫ້​ສຳ​ເຣັດ ກ່າວ​ວ່າ “ເຣົາ​ຈະ​ແກ້​ບົນ​ຂອງ​ເຣົາ​ຊຶ່ງ​ເຣົາ​ໄດ້​ບົນ​ໄວ້​ແນ່ນອນ ຄື​ເຜົາ​ເຄື່ອງ​ຫອມ​ຖວາຍ​ຣາ​ຊີ​ນີ​ແຫ່ງ​ຟ້າ​ສວັນ ແລະ​ເທ​ເຄື່ອ​ງ​ດື່ມ​ຖວາຍ​ແກ່​ພຣະ​ນາງ​ເຈົ້າ” ແລ້ວກໍ​ດຳ​ຣົງ​ການ​ບົນ​ຂອງ​ເຈົ້າ​ແລະ​ແກ້​ບົນ​ຂອງ​ເຈົ້າ 26 ເຫດ​ສັນ​ນັ້ນ​ບັນ​ດາ​ເຈົ້າ​ທັງ​ຫລາຍ​ແຫ່ງ​ຢູ​ດາ​ຜູ້​ຢູ່​ໃນ​ແຜ່ນ​ດິນ​ເອ​ຢິບ ຈົ່ງ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເບິ່ງ​ແມ໋, ເຣົາ​ວ່າ​ປາກ​ຂອງ​ຄົນ​ໃດ​ແຫ່ງ​ຢູ​ດາ​ຕລອດ​ທົ່ວ​ແຜ່ນ​ດິນ​ເອ​ຢິບ​ຈະ​ບໍ່​ອອກ​ຊື່​ຂອງ​ເຮົາໂດຍ​ກ່າວ​ວ່າ “ຕາບ​ໃດພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່” 27 ເບິ່ງ​ແມ໋, ເຮົາ​ຄອຍ​ເບິ່ງ​ຢູ່​ເພື່ອ​ໃຫ້​ລົງ​ໂທດ ບໍ່​ແມ່ນ​ຄວາມ​ດີ ​ຊົນ​ຢູ​ດາ​ທັງ​ສິ້ນ​ຜູ້​ຢູ່​ໃນ​ແຜ່ນ​ດິນ​ເອ​ຢິບ​ຈະ​ຖືກ​ຜານ​ເສັຽດ້ວຍ​ດາບ ແລະ​ດ້ວຍ​ການ​ອຶດ​ຢາກ ຈົນ​ກວ່າ​ຈະ​ເຖິງ​ທີ່​ສຸດ​ຂອງ​ເຂົາ 28 ແລະ​ບັນ​ດາ​ຜູ້​ທີ່​ຫນີ​ພົ້ນ​ດາບ​ຈະ​ກັບ​ຈາກ​ແຜ່​ນ​ດິນ​ເອ​ຢິບ​ໄປ​ຍັງ​ແຜ່ນ​ດິນ​ຢູ​ດາ ມີ​ຈຳ​ນວນ​ຫນ້ອຍ ແລະ​ຄົນ​ຢູ​ດາ​ທີ່​ເຫລືອ​ຢູ່​ທັງ​ສິ້ນ ຊຶ່ງ​ມາ​ອາ​ໄສ​ຢູ່​ທີ່​ແຜ່ນ​ດິນ​ເອ​ຢິບ ຈະ​ຮູ້​ວ່າ​ຄຳ​ຂອງ​ໃຜ​ຈະ​ຢັ້ງ​ຢືນ ເປັນ​ຄຳ​ຂອງ​ເຂົາ​ຫລື​ຄຳ​ຂອງ​ເຣົາ​ທັ​ງ​ຫລາຍ 29 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ​ນີ້​ຈະ​ເປັນ​ຫມາຍ​ສຳ​ຄັນ​ແກ່​ເຈົ້າ ຄື​ເຮົາ​ຈະ​ລົງ​ໂທດ​ເຈົ້າ​ໃນ​ທີ່​ນີ້​ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ຄຳ​ຂອງ​ເຣົາ​ຈະ​ຕັ້​ງ​ຫມັ້ນ​ຄົງ​ຢູ່​ຕໍ່​ເຈົ້າ​ເປັນ​ໂທດ​ແນ່ນອນ 30 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່​ງ​ແມ໋, ເຣົາ​ຈະ​ມອບ​ຟາ​ຣາ​ໂອ​ໂຣ​ຟ​ຣາ ກະ​ສັດ​ແຫ່ງ​ເອ​ຢິບ​ໄວ້​ໃນ​ມື​ສັດ​ຕ​ຣູ​ຂອງ​ເຂົາ ແລະ​ໃນ​ມື​ຂອງ​ຄົນ​ເຫລົ່າ​ນັ້ນ​ ທີ່​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຂົາ ດັ່ງ​ທີ່​ເຮົາ​ໄດ້​ມອບ​ກະ​ສັດ​ແຫ່ງ​ຢູ​ດາ​ໄວ້​ໃນ​ມື​ຂອງ​ເນ​ບູ​ກາດ​ເຣສ​ຊາ​ຣ໌​ແຫ່ງ​ບາ​ບິ​ໂລນ ຜູ້​ຊຶ່ງ​ເປັນ​ສັດ​ຕ​ຣູ​ຂອງ​ເຂົາ​ແລະ​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຂົາ”

ເຢເຣມີ 45

ຂ່າວ​ຂອງ​ເຢ​ເຣ​ມີ​ຢາ​ເຖິງ​ບາ​ຣຸກ

1 ຖ້ອຍ​ຄຳ​ຊຶ່ງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ບອກ​ແກ່​ບາຣຸກ​ບຸດ​ເນ​ຣິ​ຢາ ເມື່ອ​ເຂົາ​ຂຽນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ລົງ​ໃນ​ຫນັງ​ສື​ຕາມ​ຄຳ​ບອກ​ຂອງ​ເຢ​ເຣ​ມີ​ຢາ ໃນ​ປີ​ທີ່​ສີ່​ແຫ່ງ​ຣັ​ຊ​ການ​ເຢ​ຮົວ​ອາ​ກິມ ຣາ​ຊ​ບຸດ​ຂອງ​ໂຢ​ຊີ​ຢາ​ ກະ​ສັດ​ແຫ່ງ​ຢູ​ດາ​ວ່າ, 2 ບາ​ຣຸກ​ເອີຍ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ຊົງກ່າວ​ແກ່​ທ່ານ​ດັ່ງ​ນີ້​ວ່າ 3 ເຈົ້າ​ວ່າ “ວິ​ບັດ​ແກ່​ຂ້າ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເພີ້ມ​ຄວາມ​ທຸກ​ເຂົ້າ​ທີ່​ຄວາມ​ເຈັບ​ຂອງ​ຂ້າ ຂ້າ​ກໍ​ເມື່ອຍ​ດ້ວຍ​ການ​ຄ່ຳ​ຄວນ​ຂອງ​ຂ້າ ຂ້າ​ບໍ່​ປະສົບ​ຄວາມ​ສ​ງົບ​ເລີຍ” 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ຈົ່ງ​ບອກ​ເຂົາ​ວ່າ ເບິ່ງ​ແມ໋​, ສິ່ງ​ໃດ​ທີ່​ເຮົາ​ກໍ່​ສ້າງ​ຂຶ້ນ ເຮົາ​ຈະ​ທຳ​ລາຍ​ລົງ ແລະ​ສິ່ງ​ໃດ​ທີ່​ໄດ້​ປູກ​ເຮົາ​ຈະ​ຖອນ​ຂຶ້ນ ຄື​ແຜ່ນ​ດິນ​ທັງ​ຫມົດ 5 ແ​ລະ​ເຈົ້າ​ຈະ​ຫາ​ສິ່ງ​ໃຫຍ່​ໂຕ​ເພື່ອ​ຕົວ​ເອງ ຫລືຢ່າ​ຫາ​ມັນ​ເລີຍ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ ເບິ່​ງ​ແມ໋, ເຮົາ​ຈະ​ນຳ​ເຫດ​ຮ້າຍ​ມາ​ເຫນືອ​ມະ​ນຸດ​ທັງ​ສິ້ນ ແຕ່​ເຮົາ​ຈະ​ໃຫ້ຊີ​ວິດ​ຂອງ​ເຈົ້າ​ແກ່​ເຈົ້າ​ເປັນ​ບຳ​ເຫນັດ​ແຫ່ງ​ການ​ສົງ​ຄາມ​ໃນ​ທຸກ​ສະ​ຖານ​ບ່ອນ​ທີ່​ເຈົ້າ​ຈະ​ໄປ”

ເຢເຣມີ 46

ຄຳ​ທຳ​ນ​ວາຍ​ກ່ຽວ​ກັບ​ເອ​ຢິບ

1 ຖ້ອຍ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າຊຶ່ງ​ມາ​ເຖິງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກ່ຽວ​ດ້ວຍ​ເຣື່ອງ​ບັນ​ດາ​ປະ​ຊາ​ຊາດ​ 2 ເຣື່ອງ​ເອ​ຢິບ ກ່ຽວ​ດ້ວຍກອງ​ທັບ​ຂອງ​ຟາ​ຣາ​ໂອ ​ເນ​ໂກ ກະ​ສັດ​ແຫ່ງ​ເອ​ຢິບ​ຊຶ່ງຢູ່ທີ່​ຮິມ​ແມ່​ນ້ຳ​ເອີຟ​ຣາດ ທີ່​ເມືອງ​ກາ​ຣ໌​ເຄ​ມິ​ສ ແລະ​ຊຶ່ງ​ເນ​ບຸ​ກາດເນ​ສ​ຊາຣ໌ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໄດ້​ໂຈມ​ຕີ​ແຕກ​ໃນ​ປີ​ທີ່​ສີ່​ແຫ່ງ​ຣັ​ຊ​ການ​ເຢ​ຮົວ​ອາ​ກິມ​ຣາ​ຊ​ບຸດ​ຂອງ​ໂຢ​ຊີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ​ວ່າ 3 ຈົ່ງ​ຕຽມ​ເຂນ​ແລະ​ໂລ່ ແລະ​ປະ​ຊິດ​ເຂົ້າ​ສົງ​ຄາມ 4 ຈົ່ງ​ຜູກ​ອານ​ມ້າ ພົນ​ມ້າ​ເອີຍ ຈົ່ງ​ຂຶ້ນ​ມ້າ​ເຖີດ ຈົ່ງ​ສວມ​ຫມວກຂອ​ງ​ເຈົ້າ​ເຂົ້າ​ປະ​ຈຳ​ທີ່ ຈົ່ງ​ຂັດ​ຫອກ​ຂອງ​ເຈົ້າ ຈົ່ງ​ສວມ​ເສື້ອ​ເກາະ​ຂອງ​ເຈົ້າ​ໄວ້ 5 ເປັນ​ຫຍັງ​ເຣົາ​ເຫັນ​ເຂົາ​ທັງ​ຫລາຍ​ຕົກ​ໃຈ​ແລະ​ຖອຍ​ຫລັງ​ໄປ ເຂົາ​ທັງ​ຫລາຍ​ບໍ່​ຫລຽວ​ກັບ ຄວາມ​ສະ​ຍົດ​ສະ​ຍອງ​ຢູ່ທຸກ​ດ້ານ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 6 ຄົນ​ທີ່​ແລ່ນ​ໄວ​ກໍ​ຫນີ​ໄປ​ບໍ່​ລອດ ນັກ​ຮົບ​ກໍ​ຫນີ​ໄປ​ບໍ່​ລອດ ເຂົາ​ທັງ​ຫລາຍ​ໄດ້​ສະ​ດຸດ​ແລະ​ລົ້ມ​ລົງ ໃນ​ແດນ​ເຫນືອ​ຂ້າງ​ແມ່​ນ້ຳ​ເອີ​ຟ​ຣາດ 7 ຜູ້​ໃດ​ໂຜ່​ຂຶ້ນ​ມາ​ເຫມືອນ​ດັ່ງ​ແມ່​ນ້ຳ​ນິນ ເຫມືອນ​ດັ່ງ​ແມ່​ນ້ຳ​ຊຶ່ງ​ນ້ຳຂອງ​ມັນ​ຊັດ​ຂຶ້ນ 8 ເອ​ຢິບ​ໂຜ່ຂຶ້ນ​ມາ​ຫມືອນ​ດັ່ງ​ແມ່​ນ້ຳ​ນິນ ເຫມືອນ​ດັ່ງ​ແມ່​ນ້ຳ​ຂອງ​ມັນ​ຊັດ​ຂຶ້ນ ເຂົາ​ວ່າ ຂ້າ​ຈະ​ຂຶ້ນ ຂ້າ​ຈະ​ຄຸມ​ໂລກ ຂ້າຈະ​ທຳ​ລາຍ​ຫົວ​ເມືອງ​ແລະ​ຊາວ​ເມືອງ​ນັ້ນ 9 ມ້າ​ທັງ​ຫລາຍ​ເອີຍ ຣຸດ​ຫນ້າ​ໄປ​ເຖີດ ຣົດ​ຮົບ​ທັງ​ຫລາຍ​ຈົ່ງ​ແລ່ນ​ເທີນ ຈົ່ງ​ໃຫ້​ນັກ​ຮົບ​ອອກ​ໄປ ຄື​ເອ​ທິ​ໂອ​ເປັຽ​ແລະ​ຄົນ​ປູ​ທ​ຜູ້​ຖື​ໂລ່ ຄົນ​ລູ​ດິມ​ນັກຖື​ແລະ​ກົ່ງ​ທະ​ນູ 10 ວັນ​ນັ້ນ​ເປັນ​ວັນ​ແຫ່ງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍທາ ເປັນ​ວັນ​ແຫ່ງ​ການ​ແກ້​ແຄ້ນ ທີ່​ຈະ​ແກ້​ແຄ້ນ​ສັດ​ຕ​ຣູ​ຂອງ​ພຣະ​ອົງ ດາບ​ຈະ​ກິນ​ຈົນ​ອີ່ມ ແລະ​ດື່ມ​ໂລ​ຫິດ​ຂອງ​ເຂົາ​ຈົນ​ເຕັມ​ຄາບ ເພາະ​ພຣະ​ອົງ​ເຈົ້າ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ທຳ​ການ​ບູ​ຊາ​ໃນ​ແດນ​ເຫນືອ​ຂ້າງ​ແມ່​ນ້ຳ​ເອີ​ຟ​ຣາດ 11 ທິ​ດາ​ພົມ​ມະ​ຈາ​ຣີ​ແຫ່ງ​ເອຢິບ​ເອີຍ ຈົ່ງ​ຂຶ້ນ​ໄປ​ທີ່​ກິ​ເລ​ອາດ ແລະ​ໄປ​ເອົາ​ຢາ ເຈົ້າ​ໄດ້​ໃຊ້​ຢາ​ເປັນ​ອັນ​ມາກ​ແລ້ວ ແລະ​ກໍ​ໄຮ້​ຜົນ ສຳ​ລັບ​ເຈົ້າ​ນັ້ນ​ຮັກ​ສາ​ບໍ່​ຫາຍ 12 ບັນ​ດາ​ປະ​ຊາ​ຊາດ​ໄດ້​ຍິນ​ເຖິງ​ຄວາມ​ອາຍ​ຂອງ​ເຈົ້າ ແລະ​ໂລກ​ກໍ​ເຕັມ​ດ້ວຍ​ສຽງ​ຄ່ຳ​ຄວນ​ຂອງ​ເຈົ້າ ເພາະ​ວ່າ​ນັກ​ຣົບ​ສະ​ດຸດ​ກັນ ເຂົາ​ທັງ​ຫລາຍ​ໄດ້​ລົ້ມ​ລົງ​ດ້ວຍ​ກັນ” 13 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວກັບ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາ​ດ​ພຣະ​ທັມ​ວ່າ ເຣື່ອງ​ການ​ມາ​ຂອງ​ເນ​ບູ​ກາດ​ເຣສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ເພື່ອ​ຈະ​ໂຈມ​ຕີ​ແຜ່ນ​ດິນ​ເອ​ຢິບ​ວ່າ, 14 “ຈົ່ງ​ປະ​ກາດ​ໃນ​ເອ​ຢິບ ແລະ​ປ່າວ​ຮ້ອງ​ໃນ​ມິກ​ໂດນ ຈົ່ງ​ປ່າວ​ຮ້ອງມນ​ເມມ​ຟິ​ສ ແລະ​ຕາ​ປານ​ເຮ​ສ ຈົ່ງ​ກ່າວ​ວ່າ “ຢືນ​ໃຫ້​ພ້ອມ​ໄວ້​ແລະ​ຕຽມ​ຕົວ​ພ້ອມ ເພາະ​ວ່າ​ດາບ​ຈະ​ກິນ​ຢູ່​ຮອບ​ຕົວ​ເຈົ້າ 15 ເປັນ​ຫຍັງ​ພຣະ​ອາ​ປິ​ສ​ຈຶ່ງ​ຫນີ​ເສັຽ ເປັນ​ຫຍັງ​ຮູບ​ງົວ​ເຖິກ​ຂອງ​ເຈົ້າ​ບໍ່​ຢືນ​ຫມັ້ນ​ຢູ່ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຊຸກ​ເຂົາ​ລົ້ມ​ລົງ 16 ຝູງ​ຊົນ​ຂອງ​ເຈົ້າ​ກໍ​ສະ​ດຸດ​ແລະ​ລົ້ມ​ລົງ ແລະ​ເຂົາ​ທັງ​ຫລາຍ​ເວົ້າ​ແກ່​ກັນ​ແລະ​ກັນ​ວ່າ “ລຸກ​ຂຶ້ນ​ເທີນ ໃຫ້​ເຮົາ​ກັບ​ໄປ​ຍັງ​ຊົນ​ຊາດ​ຂອງ​ເຮົາ ໄປ​ຍັງ​ແຜ່ນ​ດິນ​ທີ່​ເຮົາ​ຖື​ກຳ​ເນີດ ເພາະ​ເຣື່ອງ​ດາບຂອງ​ຜູ້​ບີບ​ບັງ​ຄັບ” 17 ຈົ່ງ​ເອີ້​ນຊື່​ຟາ​ຣາ​ໂອ ກະ​ສັດ​ແຫ່ງ​ເອ​ຢິບ​ວ່າ “ຜູ້​ເວົ້າ​ສາມ​ຫາວ ຜູ້​ປ່ອຍ​ໃຫ້​ໂອ​ກາດ​ຜ່ານ​ໄປ” 18 ພຣະ​ບໍ​ຣົມ​ມະ​ຫາ​ກະ​ສັດ ຜູ້​ຊຶ່ງ​ພຣະ​ນາມຂອງ​ພຣະ​ອົງ ຄື​ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ “ຕາບ​ໃດ​ເຣົາ​ມີ​ຊີ​ວິດ​ຢູ່ ຈະ​ມີ​ຜູ້​ນຶ່ງ​ມາ​ເຫມືອນ​ດັ່ງ​ພູ​ຕາ​ໂບ​ຣ໌​ຖ້າມ​ກາງ​ພູ​ທັງ​ຫລາຍ ແລະ​ເຫມືອນ​ດັ່ງ​ພູ​ກາ​ຣ໌​ເມນ​ຂ້າງ​ທະ​ເລ 19 ຊາວ​ເອ​ຢິບ​ເອີຍ ຈົ່ງ​ຕຽມ​ສິ່ງຂອງ​ສຳ​ລັບ​ຕົວເຈົ້າ​ເພື່ອ​ການ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ເພາະ​ວ່າ​ເມືອງ​ເມມ​ຟິ​ສ​ຈະ​ກາຍ​ເປັນທີ່​ປະ​ຮ້າງ ເປັນ​ທີ່​ສລັກ​ຫັກ​ພັງ​ປາ​ສ​ຈາກ​ຜູ້​​ອາ​ໄສ 20 “ເອ​ຢິບ ເປັນ​ງົວ​ສາວ​ໂຕ​ງາມ ແຕ່​ໂຕ​ເຫລືອກຈາກ​ທິດ​ເຫນືອ​ມາ​ຈັບ​ນາງ 21 ແມ່ນ​ແຕ່​ຄົນ​ທີ່​ຮັບ​ຈ້າງ​ມາ​ທີ່​ຢູ່​ຖ້າມ​ກາງ​ນາງ​ກໍ​ເຫມືອນ​ລູກ​ງົວ​ທີ່​ໄດ້​ເກືອ​ໄວ້ ເຂົາ​ທັງ​ຫລາຍ​ຫັນ​ກັບ​ແລະ​ຫນີ​ໄປ​ດ້ວຍ​ກັນ ເຂົາ​ທັງ​ຫລາຍ​ບໍ່​ຕໍ່​ຕ້ານ ເພາະ​ວັນ​ແຫ່ງ​ໄພ​ວິ​ບັດ​ໄດ້​ມາ​ເຫນືອ​ເຂົາ​ທັງ​ຫລາຍ​ເປັນ​ເວ​ລາ​ແຫ່ງ​ການ​ລົງ​ໂທດ​ເຂົາ 22 “ນາງ​ທໍາ​ສຽງ​ເຫມືອນ​ດັ່ງ​ງູ​ທີ່​ກຳ​ລັງ​ເລື້ອຍ​ອອກ​ໄປ ເພາະ​ສັດ​ຕ​ຣູ​ຂອງ​ນາງ​ເດີນ​ຂະ​ບ​ວນ​ເຂົ້າ​ມາ​ດ້ວຍ​ກຳ​ລັງ​ທັບ​ແລະ​ມາ​ສູ້​ກັບ​ນາງ​ດ້ວຍ​ຂວານ ເຫມືອນ​ດັ່ງ​ຄົນ​ເຫລົ່າ​ນັ້ນ​ທີ່​ປ້ຳຕົ້ນ​ໄມ້ 23 ພຣະ​ຜູ້​ເປັນ​ເຈົ້າ​ກ່າວວ່າ ເຂົາ​ທັງ​ຫລາ​ຍຈະ​ຕັດປ່າຂອງ​ນາງ​ລົງ ແມ້​ວ່າ​ປ່າ​ນັ້ນ​ຜູ້​ໃດ​ຈະ​ເຂົ້າ​ໄປ​ບໍ່​ໄດ້ ເພາະ​ວ່າ​ພວກ​ເຂົາ​ທັ​ງ​ຫລາຍ​ມີ​ຈຳ​ນວນຫລາຍກວ່າ​ຕັກ​ແຕນ​ນັບ​ບໍ່​ຖ້ວນ 24 ທິ​ດາ​ຂອງ​ເອ​ຢິບ​ຈະ​ຖືກ​ກະ​ທຳ​ໃຫ້​ໄດ້​ອາຍ ນາງ​ຈະ​ຖືກມອບ​ໄວ້​ໃນ​ມື​ຂອງ​ຊົ​ນ​ຊາດ​ນຶ່ງ​ຈາກ​ທິດ​ເຫນືອ” 25 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ວ່າ, “ເຣົາ​ຈະ​ນຳ​ການ​ລົງ​ໂທດ​ມາ​ເຫນືອ​ພຣະ​ອາ​ໂມນ​ແຫ່ງ​ເທ​ເບ​ສ ແລະ​ຟາ​ຣາ​ໂອ ແລະ​ເອ​ຢິບ​ແລະ​ບັນ​ດາ​ພຣະ​ແລະ​ກະ​ສັດ​ທັງ​ປວງ​ຂອງ​ເມືອງ​ນັ້ນລົງ​ເຫນືອ​ຟາ​ຣາ​ໂອ​ແລະ​ຄົນ​ເຫລົ່າ​ນັ້ນ​ກໍ​ວາງ​ໃຈ​ໃນ​ທ່ານ 26 ເຣົາ​ຈະ​ມອບເຂົາ​ທັງ​ຫລາຍ​ໄວ້​ໃນ​ມື​ຂອງ​ບັນ​ດາ​ຜູ້​ທີ່​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຂົາ​ໃນ​ມື​ຂອງ​ເນ​ບູ​ກາດ​ເຣ​ສ​ຊາ​ຣ໌ ກະ​ສັດ​ແຫ່ງ​ບາ​ບິ​ໂລນ ແລະ​ຂ້າ​ຣາ​ຊ​ການ​ຂອງ​ທ່ານ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ພາຍ​ຫລັງ​ເອ​ຢິບ​ຈຶ່ງ​ຈະ​ມີ​ຄົນ​ອາ​ໄສ​ຢ່າງ​ສະ​ໄຫມ​ກ່ອນ 27 ຢາ​ໂຄບ ຜູ້​ຮັບ​ໃຊ້​ຂອງ​ເຣົາ​ເອີຍ ຢ່າຢ້ານ​ເລີຍ ຫລື​ອິສ​ຣາ​ເອນ​ເອີຍ ຢ່າ​ຕົກ​ໃຈ​ເລີຍ ເພາະ​ເຮົາ​ຈະ​ຊ່ອຍ​ເຈົ້າ​ໃຫ້​ລອດ​ໄດ້​ຈາກ​ທີ່​ໄກ ແລະ​ຊ່ອຍ​ລູກ​ຫລານ​ຂອ​ງ​ເຈົ້າ​ຈາກ​ແຜ່ນ​ດິນ​ທີ່​ເຂົາ​ເປັນ​ຊະ​ເລີຍ ຢາ​ໂຄບ​ຈະ​ກັບ​ມາ​ແລະ​ມີ​ຄວາມ​ສງົບ​ແລະ​ຄວາມ​ສະ​ບາຍ ແລະ​ບໍ່​ມີ​ຜູ້​ໃດ​ກະ​ທຳ​ໃຫ້​ເຂົາ​ຢ້ານ​ກົວ 28 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ຢາ​ໂຄບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເອີຍ ຢ່າ​ຢ້ານ​ເລີຍ ເພາະ​ເຣົາ​ຢູ່​ກັບ​ເຈົ້າ ເຮົາ​ຈະ​ກະ​ທຳ​ໃຫ້​ບັນ​ດາ​ປະ​ຊາ​ຊາດ​ທັງ​ສິ້ນ​ມາ​ເຖິງ​ຊຶ່ງ​ອາ​ວະ​ສານ ຄື​ປະ​ຊາ​ຊາດ​ທີ່​ເຮົາ​ໄດ້​ຂັບ​ເຈົ້າ​ໃຫ້​ໄປ​ຢູ່​ນັ້ນ ແຕ່​ສ່ວນ​ເຈົ້າ​ເຣົາ​ຈະ​ບໍ່​ກະ​ທຳ​ໃຫ້​ເຖິງ​ອາ​ວະ​ສານທີ່​ດຽວ ເຮົາ​ຈະ​ຕີ​ສອນ​ເຈົ້າ​ຕາມ​ຂະ​ຫນາດ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ເຈົ້າ​ບໍ່​ຖືກ​ທຳ​ໂທດ​ເປັນ​ອັນ​ຂາດ”

ເຢເຣມີ 47

ຄຳ​ທຳ​ນວາຍ​ກ່ຽວ​ກັບ​ຟີ​ລິ​ສ​ຕີນ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ມາ​ເຖິງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກ່ຽວດ້ວຍ​ເຣື່ອງ​ຟີ​ລິ​ສ​ຕີນ ກ່ອນ​ທີ່​ຟາ​ຣາ​ໂອ​ໂຈມ​ຕີ​ເມືອງ​ກາ​ຊາ 2 “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ນ້ຳ​ທັ​ງ​ຫລາຍ​ກຳ​ລັງ​ຂຶ້ນ​ຈາກ​ທິດ​ເຫນືອ ແລະ​ຈະ​ກາຍ​ເປັນ​ກະ​ແສ​ນ້ຳ​ຖ້ວມ ມັນ​ຈະ​ຖ້ວມ​ແຜ່ນ​ດິ​ນ​ແລະ​ສາ​ຣະ​ພັດ​ຊຶ່ງ​ຢູ່​ໃນ​ນັ້ນ ທັງ​ເມືອງ​ແລະ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ເມືອງ ຄົນ​ຈະ​ຮ້ອງ​ໄຫ້ ແລະ​ຊາວ​ແຜ່ນ​ດິນ​ນັ້ນ​ທຸກ​ຄົນ​ຈະ​ຄ່ຳ​ຄວນ 3 ເມື່ອ​ໄດ້​ຍິນ​ສຽງຕີນ​ມ້າ​ແລ່ນ​ກະ​ທືບ​ພື້ນ​ດິນ ແລະ​ສຽງ​ຣົດ​ຮົບຂອງ​ເຂົາ​ກະ​ທົບ​ພື້ນ​ດິນ​ແລະ​ສຽງ​ລໍ້​ຣົດ​ກໍ​ດັງ​ກຶກ​ກ້ອງ ພວກ​ພໍ່​ກໍ​ບໍ່​ໄດ້​ຫັນ​ກັບ​ມາ​ເບິ່​ງລູກ​ທັງ​ຫລາຍ​ຂອງ​ຕົນ ເພາະ​ມື​ຂອງ​ເຂົາ​ກໍ​ອ່ອນ​ເພັຽ​ເຕັມ​ທີ​ແລ້ວ 4 ເພາະ​ວັນ​ທີ່​ຈະ​ມາ​ເຖິງ​ຊຶ່ງ​ຈະ​ທຳ​ລາຍ​ຟີ​ລິ​ສ​ຕິນ​ທັງ​ສິ້ນ ຊຶ່ງ​ຈະ​ຕັດ​ຈາກ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດນ ຜູ້​ອຸ​ປະ​ຖັມ​ທຸກ​ຄົນ​ທີ່ເຫລືອ​ຢູ່ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ທຳ​ລາຍ​ຄົນຟີ​ລິ​ສ​ຕິນ ຄື​ຊາວ​ຊາຍ​ທະ​ເລ​ແຖບ​ກັ​ຟ​ໂຕ​ຣ໌​ທີ່​ເຫລືອ​ຢູ່​ນັ້ນ 5 ເມືອງ​ກາ​ຊາ​ໄດ້​ເລີຍ​ເປັນ​ຫົວ​ລານ ແລະ​ເມືອງ​ອັ​ສ​ເກ​ໂລນ​ກໍ​ພິ​ນາດ ຄົນ​ອາ​ນາກິມທີ່​ເຫລືອ​ຢູ່​ເອີຍເຈົ້າ​ຈະ​ປາດ​ເນື້ອ​ຫນັງ​ຂອງ​ເຈົ້າ​ອີກ​ດົນ​ປານ​ໃດ 6 ດາບ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ອີກ​ເຫິງ​ປານ​ໃດ​ທ່ານ​ຈຶ່ງ​ຈະ​ຢຸດ ຈົ່ງ​ສອດ​ຕົ​ວ​ເຂົ້າ​ໄວ້​ໃນ​ຝັກ​ເສັຽເທີນ ຈົ່ງ​ຢຸດ​ພັກ ແລະ​ຢູ່​ເສີຍໆ​ເສັຽ 7 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ ມັນ​ຈະ​ຢຸດ​ໄດ້​ຢ່າງ​ໃດ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ແຕ່ງ​ຕັ້ງ​ໃຫ້​ດາບ​ນັ້ນ ຕໍ່​ສູ້ອັ​ສ​ເກ​ໂລນ​ແລະ​ຕໍ່​ສູ້າ​ຊາຍ​ທະ​ເລ”

ເຢເຣມີ 48

ຄຳ​ທຳ​ນ​ວາຍ​ກ່ຽວ​ກັບ​ໂມ​ອາບ

1 ກ່ຽວ​ດ້ວຍ​ເຣື່ອງ​ໂມ​ອາບ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສຣາ​ເອນ​ຊົງ​ກ່າວ​ດັ່ງ​ນີ້​ວ່າ “ວິ​ບັດ​ແກ່​ເນໂບ ເພາະ​ເປັນ​ທີ່​ຖືກ​ປະ​ຮ້າງ ກິ​ຣິ​ອາທາ​ອິມ​ໄດ້​ອາຍ​ແລະ​ພັງ​ລົງ 2 ບໍ່​ມີ​ການ​ສັຣ​ເສີນ​ໂມ​ອາບ​ອີກ ແລ້ວ​ໃນ​ເມືອງເຮ​ສ​ໂບນ​ນັ້ນ​ເຂົາ​ປອງ​ຮ້າຍ​ເຂົ້າ​ຕໍ່​ສູ້​ກັບ​ໂມ​ອາບ​ວ່າ, “ມາ​ເຖິດ ໃຫ້​ເຮົາ​ຕັດ​ມັນ​ອອກ​ເສັຽ ຢ່າ​ໃຫ້​ເປັນ​ປະ​ຊາ​ຊາດ” ເມືອງ​ມັດ​ເມນ​ເອີຍ ເຈົ້າ​ກໍ​ຈະ​ຖືກ​ກະ​ທຳ​ໃຫ້​ງຽ​ບ​ເຫມືອນ​ກັນ ດາບ​ຈະ​ໄລຕິດ​ເຈົ້າ​ໄປ 3 “ຟັງ​ເດີ ມີ​ສຽງ​ຮ້ອງ​ມາ​ແຕ່​ໂຮ​ໂຣ​ນາ​ອິມ​ວ່າ “ການທຳ​ລາຍ​ມ້າງ​ເພຢ່າງ​ໃຫຍ່​ຫລວງ” 4 ເມືອງ​ໂມ​ອາບ​ຖືກ​ທຳ​ລາຍ​ເສັຽ​ແລ້ວ ໄດ້​ຍິນ​ສຽງ​ຮ້ອງ​ໃຫ້​ຊ່ອຍ​ຈົນ​ເຖິງ​ເມືອງ​ໂຊ​ອາ​ຣ໌ 5 ເພາະ​ເຂົາ​ທັງ​ຫລາຍ​ຂຶ້ນ​ໄປ​ຮ້ອງ​ໄຫ້​ທີ່​ທາງ​ຂຶ້ນ​ເມືອງ​ລູຮິ​ທ ເພາະ​ເຂົາ​ໄດ້​ຍິນ​ສຽງ​ຮ້ອງ​ໄຫ້ ເພາະ​ການ​ທຳ​ລາຍ​ທີ່​ທາງ​ລົງ​ຈາກ​ເມືອງ​ໂຮ​ໂຣນາ​ອິມ 6 ຫນີ​ເທາະ ເອົາ​ຕົວ​ລອດ​ເຖິດ ຈະ​ເປັນ​ເຫມືອນ​ລໍ​ປ່າ​ທີ່​ໃນ​ຖິ່ນ​ກັນ​ດານ 7 ເພາະ​ວ່າ​ເຈົ້າ​ໄດ້​ວາງ​ໃຈ​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ແລະ​ໃນ​ຊັບ​ສົມ​ບັດ​ຂອງ​ເຈົ້າ ເຈົ້າ​ຈະ​ຕ້ອງ​ຖືກ​ຍຶດ​ດ້ວຍ ເພາະ​ເຄ​ໂມ​ສຈະ​ຕ້ອງ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ພ້ອມ​ກັ​ບ​ປະ​ໂຣ​ຫິດ​ແລະ​ເຈົ້າ​ນາຍ​ຂອງ​ເຂົາ 8 ຜູ້​ທຳ​ລາຍ​ຈະ​ມາ​ເຫນືອ​ເມືອງ​ທຸກ​ເມືອງ​ແລະ​ບໍ່​ມີເມືອງ​ໃດ​ຈະ​ລອດ​ພົ້ນ​ໄປ​ໄດ້ ທີ່​ທາງ​ລຸ່ມ​ຈະ​ຕ້ອງ​ພິ​ນາດ ແລະ​ທີ່​ຮັບ​ພຽງ​ຈະ​ຕ້ອງ​ຖືກ​ທຳ​ລາຍ​ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລັ່ນ​ພຣະ​ວາ​ຈາ​ໄວ້ 9 ຈົ່ງ​ໃຫ້​ປີກ​ແກ່​ໂມ​ອາບ ເພື່ອ​ວ່າ​ມັນ​ຈະ​ບິນ​ໄປ​ເສັຽ ຫົວ​ເມືອງ​ຂອງ​ມັນ​ຈະ​ກາຍ​ເປັນ​ທີ່​ຖືກ​ສາບ ບໍ່​ມີ​ຄົນ​ອາ​ໄສ​ຢູ່​ໃນ​ນັ້ນ​ເລີຍ 10 “ຜູ້​ໃດ​ກະ​ທຳ​ງານ​ຂອງ​ພຣະ​ເຈົ້າ​ຢ່າງ​ອືດ​ອາດ ຜູ້​ນັ້ນ​ກໍ​ຖືກ​ສາບ ຜູ້​ທີ່​ກັນ​ບໍ່​ໄຫ້​ດາບ​ຂອງ​ຕົນ​ກະ​ທຳ​ໃຫ້​ໂລຫິດ​ຕົກ​ຜູ້​ນັ້ນ​ຈະ​ຖືກ​ສາບ 11 ໂມ​ອາບ​ສະ​ບາຍ​ຕັ້ງ​ແຕ່​ຫນຸ່ມໆ​ມາ​ແລະ​ໄດ້​ຢູ່​ຢ່າງ​ສ​ງັດ​ງຽບເທິງ​ຂີ້​ຕະ​ກອນ ມັນ​ບໍ່​ໄດ້​ຖືກ​ຖອກ​ຈາກ​ພາ​ຊ​ນະ​ນີ້​ໃສ່​ອີກ​ພາ​ຊ​ນະ​ນຶ່ງ​ຈັກ​ເທື່ອ ຫລື​ຕ້ອງ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ດັ່ງ​ນັ້ນ ຣົດ​ຊາດຈຶ່ງ​ຍັງຢູ່​ໃນ​ນັ້ນ 12 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເຫດ​ສັນ​ນັ້ນ ເບິ່​ງ​ແມ໋, ວັນ​ເວ​ລາ​ຈະ​ມາ​ເຖິງ ເມື່ອ​ເຮົາ​ຈະ​ສົ່ງ​ຜູ້​ເທ​ມາ​ໃຫ້​ເຂົາ​ເພື່ອ​ຖ່າຍ​ເທ​ເຂົາ ແລະເທ​ພາ​ຊ​ນະ​ຂອງ​ເຂົາ​ໃຫ້​ກ້ຽງ ແລະ​ທຸບ​ໄຫ​ຂອງ​ເຂົາ​ໃຫ້​ແຕກ​ເປັນ​ປ່ຽງໆ 13 ແລ້ວ​ໂມ​ອາບ​ກໍ​ຈະ​ໄດ້​ອາຍ​ເພາະ​ພຣະ​ເຄ​ໂມ​ສ ເຫມືອນ​ຢ່າງ​ທີ່​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ອາຍ​ເພາະ​ເບັດ​ເອນ ອັນ​ເປັນ​ທີ່​ວາງ​ໃຈ​ຂອງ​ເຂົາ 14 “ເຈົ້າ​ວ່າ​ຢ່າງ​ໃດ​ໄດ້​ວ່າ ເຣົາ​ເປັນ​ພວກວິ​ຣະ​ຊົນ​ແລະ​ທະ​ຫານ​ເອກ 15 ຜູ້​ທຳ​ລາຍ​ເມືອ​ງໂມ​ອາບ​ແລະ​ຫົວ​ເມືອງ​ຂອງ​ມັນ​ມາ​ເຖິງ​ແລ້ວ ແລະ​ຄົນ​ຫນຸ່ມໆ​ທີ່​ເກັ່ງ​ທີ່​ສຸດ​ຂອງ​ເມືອງ​ກໍ​ລົງ​ໄປ​ປ​ສູ່​ການ​ຖືກ​ຂ້າ ພຣະ​ບໍ​ຣົມ​ມະ​ຫາ​ກະ​ສັດ​ຜູ້​ຊົງ​ພຣະ​ນາມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ກ່າວ​ດັ່ງ​ນີ້​ແຫລະ 16 ໄພ​ວິບັດ​ຂອງ​ໂມ​ອາບ​ຢູ່ໃກ້​ແຄ່​ຄືບ​ແລ້ວ ແລະ​ຄວາມ​ທຸ​ກ​ໃຈ​ຂອງ​ເຂົາ​ກໍ​ເລັ່ງ​ກ້າວ​ເຂົ້າ​ມາ 17 ບັນ​ດາ​ທ່ານ​ທີ່​ຢູ່​ຮອບ​ເຂົາ ຈົ່ງ​ເສັຽ​ໃຈ​ດ້ວຍ​ເຂົາ​ເຖີດ ທັງ​ຄົນ​ທີ່​ຮູ້​ຈັກ​ຊື່​ເຂົາ​ດ້ວຍ ຈົ່ງ​ກ່າວ​ວ່າ “ໄມ້​ຄ້ອນ​ອັນ​ຊົງ​ຣິດ​ຫັ​ກ​ເສັຽ​ແລ້ວ ຄື​ໄມ້​ຄ້ອນ​ອັນ​ຮຸ່ງ​ເຮືອງນັ້ນ” 18 ຊາວ​ເມືອງ​ດິ​ໂບນ​ເອີຍ ຈົ່ງ​ລົງ​ມາ​ຈາກ​ສັກ​ສີ​ຂອງ​ເຈົ້າ ແລະ​ນັ່ງ​ເທິງ​ດິນ​ທີ່​ແຕກ​ຣະ​ແຫງ ເພາະ​ຜູ້​ທຳ​ລາຍ​ໂມ​ອາບໄດ້​ມາ​ສູ້​ກັບ​ເຈົ້າ ເຂົາ​ໄດ້​ທຳ​ລາຍ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ເຈົ້າ​ແລ້ວ 19 ຊາວ​ເມືອງ​ອາ​ໂຣ​ເອີ​ເອີຍ ຈົ່ງ​ຢືນ​ເຝົ້າ​ຢູ່​ຂ້າງ​ທາງ ຈົ່ງ​ຖາມ​ຜູ້​ຊາຍທີ່​ຫນີ​ມາ​ແລະ​ຜູ້​ຍິງ​ທີ່​ລອດ​ພົ້ນ​ມາ​ວ່າ “ມີ​ເຣື່ອງ​ຫຍັງ​ເກີດ​ຂຶ້ນ” 20 ໂມ​ອາບ​ຖືກ​ກະ​ທຳ​ໃຫ້​ໄດ້​ອາຍ ເພາະ​ມັນ​ແຕກ​ເສັຽ​ແລ້ວ ຄ່ຳ​ຄວນ​ແລະ​ຮ້ອງ​ຮ່ຳ​ໄຮ​ຢູ່ ຈົ່ງ​ບອ​ກແຖວ​ແມ່​ນ້ຳ​ອາ​ຣ໌​ໂນນ​ວ່າ ໂມ​ອາບ​ຖືກ​ປະ​ຮ້າງ​ເສັຽ​ແລ້ວ 21 “ການ​ພິ​ພາກ​ສາ​ໄດ້​ຕົກ​ເຫນືອ​ທີ່​ຮາບ​ພຽງ​ເຫນືອ​ໂຮ​ໂລນ ແລະ​ຢາ​ຊາ ແລະ​ເມ​ຟາ​ອາດ 22 ແລະ​ດີ​ໂບນ ແລະ​ເນ​ໂບ ແລະ​ເບັດ​ດິບ​ລາ​ທາ​ອິມ 23 ແລະ​ກີ​ຣິ​ອາ​ທາ​ອິມ ແລະ​ເບັດ​ກາ​ມູນ ແລະ​ເບັດ​ເມ​ໂອນ 24 ແລະ​ເກ​ຣີ​ໂອ​ທ ແລະ​ໂບ​ສ​ຣາ ແລະ​ຫົວ​ເມືອງ​ທັງ​ສິ້ນ​ຂອງ​ແຜ່ນ​ດິນ​ໂມ​ອາບ ທັງ​ໄກ​ແລະ​ໃກ້ 25 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ ສັດ​ຂອງ​ໂມ​ອາບ​ຖືກ​ຕັດ​ອອກ​ແລ້ວ ແລະ​ແຂນ​ຂອງ​ມັນ​ຫັກ​ໄປ 26 “ຈົ່ງ​ທຳ​ໃຫ້​ເຂົາ​ມືນ​ເມົາ ເພາະ​ວ່າ​ເຂົາ​ໄດ້​ຍົກ​ຍໍ​ຕົວ​ຂຶ້ນ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ ເຫດ​ສັນ​ນັ້ນ​ໂມ​ອາບ​ຈະ​ຕ້ອງ​ກິ້ງ​ເກືອກ​ຕົວ​ຢູ່​ໃນ​ອາ​ຈຽນ​ຂອງ​ຕົວ ແລະ​ເຂົາ​ຈະ​ຖືກເຍາະເຍີ້ຍດ້ວຍ 27 ອິສ​ຣາ​ເອນ​ບໍ່​ຖືກ​ເຈົ້າ​ເຍາະ​ເຍີ້ຍຫລື ໄປ​ພົບ​ເຂົາ​ຖ້າມ​ກາງ​ໂຈນ​ຫລື ເມື່ອ​ເຈົ້າ​ເວົ້າ​ເຖິງ​ເຂົາ ເຈົ້າ​ຈຶ່ງ​ສັ່ນ​ຫົວ 28 ຊາວ​ເມືອງ​ໂມ​ອາບ​ເອີຍ ຈົ່ງ​ອອກ​ເສັຽ​ຈາກ​ຫົວ​ເມືອງ ໄປ​ອາໄສຢູ່​ໃນ​ຫີນ ຈົ່ງ​ເປັນ​ເຫມືນ​ນົກກາງ​ແກ ຊຶ່ງ​ເຣັດ​ຮັງ​ຢູ່​ທີ່​ຂ້າງ​ປາກ​ຖ້ຳ 29 ເຣົາ​ໄດ້​ຍິນ​ເຖິງ​ຄວາມ​ຈອງ​ຫອງ​ຂອງ​ໂມ​ອາບ ເຂົາ​ຈອງ​ຫອງ​ຫລາຍ ໄດ້​ເຖິງ​ຍິນ​ເຖິງ​ຄວາມ​ຫຍາບ​ຊ້າ ຄວາມ​ຈອງ​ຫອງ ແລະ​ເຖິງ​ຄວາມ​ຍົກ​ຕົນ​ຂົ່ມ​ທ່ານ​ໃນ​ໃຈ​ຂອງ​ເຂົາ 30 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຮູ້​ຄວາມ​ໂອ​ຫັງ​ຂອງ​ເຂົາ ຄວາມ​ໂອ້ອວດ​ຂອງ​ເຂົາ​ເປັນ​ຄວາມ​ເທັດ ການ​ກະ​ທຳ​ທັງ​ຫລາຍ​ຂອງ​ເຂົາ​ກໍ​ບໍ່​ເປັນ​ຄວາມ​ຈິງ 31 ເຫດ​ສັນ​ນັ້ນ ເຮົາ​ຈຶ່ງ​ຄ່ຳ​ຄວນ​ເພື່ອ​ໂມ​ອາບ ເຣົາ​ຮ້ອງ​ຮ່ຳ​ໄຮ​ເພື່ອ​ໂມ​ອາບ​ທັງ​ມວນ ເຮົາ​ໂອ່ຍ​ຄວນ​ເພື່ອ​ຄົນ​ຂອງກີ​ຣ໌​ເຮ​ເຣ​ສ 32 ເຄືອ​ອະ​ງຸ່ນ​ແຫ່ງ​ຊິບ​ມາ ເຣົາ​ຮ້ອງ​ໄຫ້​ເພື່ອ​ເຈົ້າ​ຫລາຍກວ່າ​ເພື່ອ​ຢາ​ເຊີ ກິ່ງ​ທັງ​ຫລາຍ​ຂອງ​ເຈົ້າ​ໄດ້​ລາມ​​ຂ້າມ​ທະ​ເລໄປ​ຈົນ​ເຖິງ​ຢາ​ເຊີ ຜູ້​ທຳ​ລາຍ​ໄດ້​ໂຈມ​ຕີ​ຫມາກ​ໄມ້​ຣະ​ດູ​ຮ້ອນ​ແລະ​ການ​ເກັບ​ຫມາກ​ອະ​ງຸ່ນ​ຂອງ​ເຈົ້າ 33 ຄວາມ​ຍິນ​ດີ​ແລະ​ຄວາມ​ຊື່ນ​ບານ​ໄດ້​ຖືກກວາດ​ອອກ​ໄປ​ເສັຽ ຈາກ​ເຮືອນ​ສວນ​ໄຮ່​ນາ​ແລະ​ແຜ່ນ​ດິນ​ຂອງ​ໂມ​ອາບ ເຮົາ​ໄດ້​ກະ​ທຳ​ໃຫ້​ເຫລົ້າ​ອະ​ງຸ່ນ​ຢຸດ​ໄຫລ​ຈາກ​ບໍ່​ຢ່ຳ​ອະ​ງຸ່ນ ບໍ່​ມີ​ຄົນ​ຢໍ່າດ້ວຍ​ສຽງ ໂຮ່ຮ້ອງ​ເພາະ​ຄວາມ​ຊື່ນບານ ສຽງ​ໂຮ່​ຮ້ອງ​ນັ້ນ​ບໍ່​ແມ່ນ​ສຽງ​ໂຮ່ຮ້ອງ​ແຫ່ງ​ຄວາມ​ຊື່ນ​ບານ 34 “ເມືອງ​ເຮ​ສ​ໂບນ​ແລະ​ເມືອງ​ເອ​ເລ​ອາ​ເລ​ໄດ້​ຮ້ອງ​ຮ່ຳ​ໄຮ ເຂົາ​ທັງ​ຫລາຍ​ສົ່ງ​ສຽງ​ຮ້ອງ​ໄກ​ເຖິງ​ເມືອງ​ຢາ​ຮັ​ສ​ຈາກ​ໂຊ​ອາ​ຣ໌​ເຖິງ​ໂຮ​ໂຣ​ນາ​ອິມ ແລະ​ເອກ​ລາ​ທ​ເຊ​ລິ​ຊີ​ຢາ ເພາະ​ນ້ຳ​ທັງ​ຫລາຍ​ແຫ່ງ​ນິມ​ຣິມ​ກໍ​ຮ້າງເ​ປົ່າ​ດ້ວຍ 35 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ນຳ​ອາ​ວະ​ສານ​ມາ​ສູ່​ຜູ້​ທີ່​ຖວາຍ​ເຄື່ອງ​ບູ​ຊາ​ໃນ​ສະ​ຖານ​ນະ​ມັ​ສ​ການ​ທີ່​ສູງ​ແລະ​ເຜົາ​ເຄື່ອງ​ຫອມ​ບູ​ຊາ​ຖວາຍ​ພຣະ​ຂອງ​ເຂົາ​ໃນ​ໂມ​ອາບ 36 ເຫດ​ສັນ​ນັ້ນ​ໃຈ​ຂອງ​ເຮົາ​ຈຶ່ງ​ໂອດ​ຄວນ​ເພື່ອ​ໂມ​ອາບ​ເຫມືອນ​ດັ່ງ​ປີ່ ແລະ​ໃຈ​ຂອງ​ເຮົາ​ໂອດ​ຄວນ​ເຫມືອນ​ດັ່ງ​ປີ່​ເພື່ອ​ຄົນ​ເມືອງ​ກີ​ຣ໌​ເຮ​ເຣ​ສ ເພາະ​ສະ​ນັ້ນ​ຊັບ​ສົມ​ບັດ​ທີ່​ເຂົາ​ໄດ້​ມາ​ກໍ​ໄດ້​ພິ​ນາດ 37 ທຸກ​ຫົວ​ກໍ​ຖືກ​ແຖ ແລະ​ທຸກ​ຫນວດ​ກໍຖືກ​ຕົດ ເທິງ​ມື​ທັງ​ປວງ​ກໍ​ມີ​ຮອຍ​ບາດປາດ ແລະ​ມີ​ຜ້າ​ກະ​ສອບ​ທີ່​ບັ້ນ​ແອວ 38 ເທິງ​ຫລັງ​ຄາ​ເຮືອນ​ທັງສິ້​ນ​ຂອງ​ໂມ​ອາບ​ແລະ​ຕາມ​ບັນ​ດາ​ລານ​ເມືອງ ມີ​ແຕ່ສຽງ​ໂອດ​ຄວນ​ທົ່ວ​ໄປ ເພາະ​ເຮົາ​ທຸບ​ໂມ​ອາບ​ເຫມືອນເຮົາ​ທຸບ​ພາ​ຊ​ນະ​ທີ່​ເຮົາ​ບໍ່​ຕ້ອງ​ການ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 39 ໂມ​ອາບ​ແຕກ​ແລ້ວ ເຂົາ​ທັງ​ຫລາຍ​ຄ່ຳ​ຄວນ​ໂມ​ອາບ​ຫັນ​ຫລັງ​ກັບ​ດ້ວຍ​ຄວາມ​ອັບ​ອາຍ​ແລ້ວ ດັ່ງ​ນັ້ນ​ແຫລະ​ໂມ​ອາບ​ໄດ້​ກາຍ​ເປັນ​ທີ່​ເຍາະ​ເຍີ້ຍ ແລະ​ເປັນ​ທີ່​ຕົກ​ໃຈ​ແກ່​ບັນ​ດາຜູ້​ທີ່​ຢູ່​ລ້ອມ​ຮອບ​ເຂົາ” 40 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ຜູ້​ນຶ່ງ​ຈະ​ບິ​ນ​ຄື​ນົກ​ອິ​ນ​ຊີ ແລະ​ກາງ​ປີກ​ອອກ​ສູ້​ໂມ​ອາບ 41 ເຂົາ​ຈະ​ເອົາ​ຫົວ​ເມືອງ​ໄປ ແລະ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຈະ​ຖືກ​ຍຶດ ຈິດ​ໃຈ​ຂອງ​ບັນ​ດາ​ນັກ​ຮົບ​ແຫ່ງ​ໂມ​ອາບ​ໃນ​ວັນ​ນັ້ນ ຈະ​ເຫມືອນ​ຈິດ​ໃຈ​ຂອງ​ຜູ້​ຍິງຊຶ່ງ​ກຳ​ລັງ​ເຈັບ​ທ້ອງ​ຄອດ​ລູກ 42 ໂມ​ອາບ​ຈະ​ຖືກ​ທຳ​ລາຍ​ແລະ​ບໍ່​ເປັນ​ຊົນ​ຊາດ​ນຶ່ງ​ອີກ​ຕໍ່​ໄປ ເພາະ​ວ່າ​ເຂົາ​ຍົກ​ຕົວ​ຂຶ້ນ​ຕໍ່​ສູ້​ພຣະ​ຜູ້​ເປັນ​ເຈົ້າ 43 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ຊາວ​ເມືອງ​ໂມ​ອາບ​ເອີຍ ຄວາມ​ຕົກ​ໃຈ ຫລຸມ​ພາງ​ແລະ​ກັບ ຢູ່​ຕໍ່​ຫນ້າ​ເຈົ້າ 44 ຜູ້​ໃດ​ທີ່​ຫນີ​ຍ້ອນ​ຄວາມ​ຕົກ​ໃຈ​ຈະ​ຕົກ​ຫລຸມ​ພາງ​ກໍ​ຈະ​ຕິດ​ກັບ ເພາະ​ເຮົາ​ຈະ​ນຳ​ສິ່ງເຫລົ່າ​ນີ້​ມາ​ເຫນືອ​ໂມ​ອາບ​ໃນ​ປີ​ແຫ່ງ​ການ​ລົງ​ໂທດ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 45 “ຜູ້​ລີ້​ໄພ​ໄດ້​ໄປ​ຢືນ​ຢູ່​ຢ່າງ​ຫມົດ​ແຮງ​ທີ່​ໃນ​ເງົາ​ເມືອງ​ເຮສ​ໂບນ ເພາະ​ວ່າ​ໄຟ​ໄດ້​ອອກ​ມາ​ຈາກ​ເຮືອນ​ຊີ​ໂຮນ ມັນ​ໄດ້​ທຳ​ລາຍ​ຫນ້າ​ຜາກ​ຂອງ​ໂມ​ອາບ ແລະ​ຍອດ​ຫົວ​ຂອງ​ພວກ​ບຸດ​ແຫ່ງ​ຄວາມ​ອຶກ​ກະ​ທຶກ 46 ໂມ​ອາບ​ເອີຍ, ວິບັດ​ແກ່​ເຈົ້າ​ ຊົນ​ຊາດ​ແຫ່ງ​ພຣະ​ເຄ​ໂມ​ສກຳ​ລັງ​ວອດ​ວາຍ​ຢູ່​ແລ້ວ ເພາະ​ບັນ​ດາ​ບຸດ​ຊາຍ​ຂອງ​ເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ ແລະ​ບຸດ​ຕ​ຣີ​ຂອງ​ເຈົ້າ​ກໍ​ເຂົ້າ​ໃນຄວາມ​ເປັນ​ຊະ​ເລີຍ 47 ແຕ່​ເຮົາ​ຍັງ​ຈະ​ໃຫ້​ໂມ​ອາບ​ກັບ​ສູ່ສະ​ພາບ​ເດີມໃນ​ການ​ຕໍ່​ໄປ ພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” ເທົ່າ​ນີ້​ເປັນ​ຂໍ້​ພິ​ພາກ​ສາ​ໂມ​ອາບ

ເຢເຣມີ 49

ຄຳ​ທຳ​ນ​ວາຍ​ກ່ຽວ​ກັບ​ຄົນ​ອັມ​ໂມນ

1 ກ່ຽວ​ດ້ວຍ​ເຣື່ອງ​ຄົນ​ອັມ​ໂມນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ “ອິສຣາ​ເອນ​ບໍ່​ມີ​ບຸດ​ເອີຍ ເຂົາ​ບໍ່​ມີ​ທາ​ຍາດ​ຫລື ແລ້ວ​ເປັນ​ຫຍັງ​ພຣະ​ມິນ​ໂກມ​ຈຶ່ງ​ເຂົ້າ​ຍຶດ​ກາດ ແລະ​ປະ​ຊາ​ຊົນ​ຂອງ​ພຣະ​ນັ້ນ​ທີ່​ຕັ້ງ​ຢູ່​ໃນ​ຫົວ​ເມືອງ​ຂອ​ງກາດ​ເຫລົ່າ​ນັ້ນ 2 ພຣະ​ຜູ້​ເປັນ​ເຈົ້າ​ກ່າວວ່າ ເຫດ​ສັນ​ນັ້ນ ວັນ​ເວ​ລາ​ຈະ​ມາ​ເຖິງ​ ເມື່​ອເຮົາ​ຈະ​ກະ​ທຳ​ໃຫ້​ໄດ້​ຍິນ​ສຽງ​ສັນ​ຍານ​ສົງ​ຄາມ ສູ້​ກັບ​ນະ​ຄອນ​ຣັບ​ບາ​ຂອງ​ຄົນ​ອັມ​ໂມນ ມັນ​ຈະ​ກາຍ​ເປັນ​ກອງ​ຊາກ​ເມືອງ​ທີ່​ຮ້າງ​ເປົ່າ ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ນັ້ນ​ຈະ​ຖືກ​ເຜົາ​ເສັຽດ້ວຍ​ໄຟ ແລ້ວ​ອິສ​ຣາ​ເອນ​ຈະ​ເຂົ້າ​ຍຶດ​ຜູ້​ທີ່​ເຂົ້າ​ຍຶດ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 3 ເຮ​ສ​ໂບນ​ເອີຍ ຈົ່ງ​ຄ່ຳ​ຄວນ ເພາະ​ເມືອງ​ອາ​ອີ​ຖືກ​ປະ​ຮ້າງ ບຸດ​ຕ​ຣີ​ແຫ່ງ​ນະ​ຄອນ​ຣັບ​ບາ​ເອີຍ ຈົ່ງ​ຮ້ອງ​ຮໍ່າ​ໄຮ ຈົ່ງ​ເອົາ​ຜ້າ​ກະ​ສອບ​ຄາດ​ແອວ​ໄວ້ ຈົ່ງ​ໂອ່ຍ​ຄວນ ແລ່ນ​ໄປ​ແລ່ນ​ມາ​ຢູ່​ຖ້າມ​ກາງ​ຄ້າຍ​ທັງ​ຫລາຍ ເພາະ​ພຣະ​ມິນ​ໂກມ​ຈະ​ຕ້ອງ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ພ້ອມ​ກັບ​ປະ​ໂຣ​ຫິດ​ແລະ​ເຈົ້າ​ນາຍ​ຂອງ​ມັນ 4 ບຸດ​ຕ​ຣີ​ຜູ້​ບໍ່​ສັດ​ຊື່ເອີຍ, ເປັນ​ຫຍັງ​ເຈົ້າ​ໂອ້ອວດ​ຕົວ​ດ້ວຍ​ຮ່ອມ​ທັງ​ຫລາຍ ທີ່​ຮ່ອມ​ຂອງ​ເຈົ້າມີ​ນ້ຳ​ໄຫລ ຜູ້​ວາງ​ໃຈ​ໃນ​ສົມ​ບັດ​ຂອງ​ຕົນວ່າ “ຜູ້​ໃດ​ຈະ​ມາ​ສູ້​ຂ້ອຍ” 5 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ເຮົາ​ຈະ​ນຳ​ຄວາມ​ຕື່ນ​ຕົກ​ໃຈ​ມາ​ເຫນືອ​ເຈົ້າ ຈາກ​ທຸກ​ຄົນ​ທີ່​ຢູ່​ຮອບ​ຕົວ​ເຈົ້າ ແລະ​ເຈົ້າ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ ຊາຍ​ທຸກ​ຄົນ​ຕໍ່​ຫນ້າ​ເຂົາ​ອອກ​ໄປ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ຮວບ​ຮວມ​ຄົນ​ລີ້​ໄພ​ໄດ້ 6 ແຕ່​ພາຍ​ຫລັງ​ເຣົາ​ຈະ​ໃຫ້​ຄົນ​ອັມ​ໂມນ​ກັບ​ສູ່​ສະ​ພາບ​ເດີມ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ

ຄຳ​ພຍາ​ກອນ​ກ່ຽກັບ​ເມືອງ​ເອ​ໂດມ

7 ກ່ຽວ​ກັບ​ເຣື່ອງ​ເມືອງ​ເອ​ໂດມ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ “ສະ​ຕິ​ປັນ​ຍາບໍ່​ມີ​ໃນ​ເຕ​ມານ​ອີກ​ແລ້ວ​ຫລື ຄຳ​ປຶກ​ສາ​ພິ​ນາດ​ໄປ​ຈາກ​ຜູ້​ສ​ລຽວ​ສ​ລາດ​ແລ້ວ​ຫລື ສະ​ຕິ​ປັນ​ຍາ​ຂອງ​ເຂົາ​ຫາຍ​ສູນ​ໄປ​ເສັຽແລ້ວ​ຫລື 8 ຊາ​ວ​ເມືອງ​ເດ​ດານ​ເອີຍ ຈົ່ງ​ຫນີ ຈົ່ງ​ຫັນ​ກັບ ຈົ່ງ​ອາ​ໄສ​ໃນ​ທີ່​ເລິກ ເພາະ​ວ່າ​ເຣົາ​ຈະ​ນຳ​ໄພ​ວິ​ບັດ​ຂອງອ​ຊາວ​ມາ​ເຫນືອ​ເຂົາ ເວ​ລາ​ເມື່ອ​ເຮົາ​ລົງ​ໂທດ​ເຂົາ 9 ຖ້າ​ຄົນ​ເກັບ​ຫມາກ​ອະ​ງຸ່ນ​ມາ​ຫາ​ເຈົ້າ ເຂົາ​ຈະ​ບໍ່​ຖິ້ມ​ຫມາກ​ອະ​ງຸ່ນ​ຄ້າງ​ໄວ້​ດອກ​ຫລື​ ຖ້າຂະ​ໂມຍ​ມາ​ເວ​ລາ​ກາງ​ຄືນ ເຂົາ​ຈະ​ບໍ່​ທຳ​ລາຍ​ພຽງ​ພໍ​ແກ່​ຕົວ​ເຂົາ​ເທົ່າ​ນັ້ນ​ຫລື 10 ແຕ່​ເຮົາ​ໄດ້​ເປືອຍ​ເອ​ຊາວ​ໃຫ້​ເປືອຍ​ເລີຍ ເຣົາ​ໄດ້​ເປີດ​ທີ່​ຫລົບ​ລີ້​ຂອງ​ເຂົາ ແລະ​ເຂົາ​ບໍ່​ສາ​ມາດ​ລີ້​ຕົວ​ໄດ້ ລູກ​ຫລານ​ຂອງ​ເຂົາ​ຖືກ​ທຳ​ລາຍ​ແລະ​ພີ່​ນ້ອງ​ຂອງ​ເຂົາ ແລະ​ເພື່ອນ​ບ້ານ​ຂອງ​ເຂົາ ບໍ່​ມີ​ເຂົາ​ອີກ​ແລ້ວ 11 ຈົ່ງ​ຖິ້ມ​ເດັກ​ກຳ​ພ້າ​ພໍ່​ຂອງ​ເຈົ້າ​ໄວ້​ເທີນ ເຮົາ​ຈະ​ໃຫ້​ເຂົາ​ມີ​ຊີ​ວິດ​ຢູ່ ແລະ​ໃຫ້​ແມ່​ຫມ້າຍ​ຂອງ​ເຈົ້າ​ວາງ​ໃຈ​ໃນ​ເຮົາ​ເຖີດ” 12 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ຖ້າ​ຄົນ​ທີ່​ຍັງ​ບໍ່​ສົມ​ຄວນ​ຈະ​ດື່ມ​ຈາກ​ຖ້ວຍ​ນັ້ນ​ຍັງ​ຕ້ອງ​ດື່ມ ເຈົ້າ​ຈະ​ພົ້ນ​ໂທດ​ໄປ​ໄດ້​ຫລື ເຈົ້າ​ຈະ​ພົ້ນ​ໂທດ​ໄປ​ບໍ່​ໄດ້ ເຈົ້າ​ຈະ​ຕ້ອງ​ດື່ມ 13 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ໄດ້​ປະ​ຕິ​ຍານ​ໂດຍ​ຊື່​ຂອງ​ເຮົາ​ແລ້ວ​ວ່າ ໂບ​ສ​ຣາຈະ​ຕ້ອງ​ກາຍ​ເປັນ​ຄວາມ​ຮ້າງ​ເປົ່າ ເປັນ​ຂີ້​ປາກ ເປັນ​ທີ່​ປະ​ຮ້າງ ແລະ​ເປັນ​ຄຳ​ສາບ​ແຊ່ງ​ແລະ​ຫົວ​ເມືອງ​ທັງ​ສິ້​ນ​ຂອງ​ເຂົາ​ຈະ​ເປັນ​ບ່ອນ​ປະ​ຮ້າງ​ເປັນ​ນິດ” 14 ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຂ່າວ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ທູດ​ຄົນ​ນຶ່ງ​ຖືກ​ສົ່ງ​ໄປ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ ບອກວ່າ “ຈົ່ງ​ຮວບ​ຮວມ​ເຈົ້າ​ທັງ​ຫລາຍ​ເຂົ້າ​ແລະ​ມາ​ຕໍ່​ສູ້​ເມືອງ​ນັ້ນ ແລະ​ລຸກ​ຂຶ້ນ​ເພື່ອ​ກະ​ທຳ​ສົງ​ຄາມ​ເທີນ 15 ເພາະ​ວ່າ ເຮົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ນ້ອຍ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ ໃຫ້​ເປັນ​ທີ່​ດູ​ຫມິ່ນ​ຖ້າມ​ກາງ​ມະ​ນຸດ 16 ເພາະ​ຄວາມອວດ​ດີ​ຂອງ​ເຈົ້າ​ໄດ້​ຫລອກ​ລວງ​ເຈົ້າ ທັງ​ຄວາມທະ​ນົງ​ຕົວ​ແຫ່ງ​ໃຈ​ຂອງ​ເຈົ້າ ເຈົ້າ​ຜູ້​ຊຶ່ງ​ອາ​ໄສ​ຢູ່​ໃນ​ໂກນ​ຫີນ​ດານ ຜູ້​ຍຶດຍອດ​ພູ​ໄວ້ ເຖິງ​ເຈົ້າ​ເຮັດ​ຮັງ​ຂອງ​ເຈົ້າ​ສູງ​ເຫມືອນ​ດັ່ງ​ຮັງ​ນົກ​ອິນ​ຊີ ເຮົາ​ຈະ​ຊຸກ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 17 “ເອ​ໂດມຈະ​ກາຍ​ເປັນ​ຄວາມ​ທີ່​ຮ້າງ​ເປົ່າ ທຸກ​ຄົນ​ທີ່​ຜ່ານ​ເຂົາ​ໄປ​ຈະ​ປ​ລາດ​ໃຈ ແລະ​ເຍາະ​ເຍີ້ຍ​ເພາະ​ຄວາມ​ຫາຍ​ນະ​ທັງ​ສິ້ນ​ຂອງ​ມັນ​ 18 ຢ່າງເມື່ອ​ເມືອງ​ໂຊ​ໂດມ ແລະເມືອງ​ໂກ​ໂມ​ຣາ ແລະ​ຫົວ​ເມືອງ​ໃກ້​ຄ​ຽງ​ຂອງ​ມັນ​ຖືກ​ທຳ​ລາຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ ບໍ່​ມີ​ຜູ້​ໃດ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ ບໍ່​ມີ​ຜູ້​ໃດ​ຈະ​ອາ​ໄສ​ໃນ​ເມືອງ​ນັ້ນ 19 ເບິ່ງ​ແມ໋, ເຣົາ​ຈະ​ກະ​ທຳ​ໃຫ້​ເຂົາ​ທັງ​ຫລາຍ​ຫນີ​ໄປ​ຈາກ​ມັນ​ໂດຍ​ໄວ ເຫມືອນ​ດັ່ງ​ສິງ​ຂຶ້ນ​ມາ​ຈາກ​ດົງ​ລຸ່ມ​ແມ່​ນ້ຳ​ຈໍ​ແດນ​ໂດດ​ເຂົ້າ​ໃສ່​ຄອກ​ແກະ​ທີ່​ແຂງ​ແຮງ ແລະ​ເຮົາ​ຈະ​ແຕ່ງ​ຕັ້ງ​ຜູ້ທີ່​ເຣົາ​ເລືອກ​ສັນ​ໄວ້​ເຫນືອ​ມັນ ໃຜ​ເປັນ​ເຫມືອນ​ເຣົາ ໃຜ​ຈະ​ນັດ​ເຣົາ ຜູ້​ລ້ຽງ​ແກະ​ຄົນ​ໃດ​ຈະ​ທົນ​ຢືນ​ຢູ່​ຕໍ່​ຫນ້າ​ເຣົາ​ໄດ້ 20 ເຫດ​ສັນ​ນັ້ນ​ຈົ່ງ​ຟັງ​ແຜນ​ງານ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າຊົງ​ກະ​ທຳ​ໄວ້​ຕໍ່​ສູ້​ເມືອງ​ເອ​ໂດມ ແລະ​ບັນ​ດາ​ພຣະ​ປະ​ສົງ​ຊຶ່ງ​ພຣະ​ອົງ​ໄດ້​ດຳ​ຣິ​ຂຶ້ນ​ຕໍ່​ສູ້​ຊາວ​ເມືອງ​ເຕ​ມານ ຄື​ເຖິງ​ໂຕ​ນ້ອຍໆ​ທີ່​ຢູ່​ໃນ​ຝູງ​ກໍ​ຕ້ອງ​ຖືກ​ລາກ​ເອົາ​ໄປ ແນ່ນອນຄອກຂອງເຂົານັ້ນ ຈະຮ້ອງຄວນຄາງ ເພາະເຄາະກໍາຂອງຕົນ 21 ແຜ່ນ​ດິນ​ໂລກ​ຈະ​ສັ່ນ​ສະ​ເທືອນ​ເພາະ​ສຽງ​ທີ່​ມັນ​ລົ້ມ ສຽງຄ່ຳ​ຄວນ​ຂອງ​ເຂົາ​ຈະ​ໄດ້​ຍິນ​ເຖິງ​ທະ​ເລ​ແດງ 22 ຜູ້​ນຶ່ງ​ຈະ​ເຫາະ​ຂຶ້ນ​ແລະ​ບິນ​ລົງ​ເຫມືອນ​ດັ່ງ​ນົກ​ອິນ​ຊີ ແລະ​ກາງ​ປີກ​ຂອງ​ມັນ​ອອກ​ສູ້​ໂບ​ສ​ຣາ ແລະ​ຈິດ​ໃຈ​ຂອງ​ນັ​ກ​ຮົບ​ແຫ່ງ​ເອ​ໂດມ​ໃນ​ວັນ​ນັ້ນ​ຈະ​ເປັນ​ເຫມືອນ​ຈິດ​ໃຈ​ຂອງ​ຍິງ​ປວດ​ທ້ອງ​ຄອດ​ລູກ”

ຄຳ​ພະ​ຍາ​ກອນ​ກ່ຽວ​ກັບເມືອງ​ດາ​ມັ​ສ​ກັ​ສ

23 ກ່ຽວດ້ວຍ​ເຣື່ອງ​ເມືອງ​ດາ​ມັ​ສ​ກັ​ສ ເມືອງ​ຮາ​ມັ​ທ ແລະ​ເມືອງ​ອາ​ຣ໌​ປັດ​ໄດ້​ຂາຍ​ຫນ້າ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ຍິນ​ຂ່າວ​ຮ້າຍ ເຂົາ​ກໍ​ຢ້ານ ເຂົາ​ເສັຽ​ໃຈ​ເຫມືອນ​ລົມ​ພະ​ຍູ​ໃນ​ນ້ຳ​ທະ​ເລ​ແລະ​ມັນ​ສ​ງັດ​ງຽບ​ບໍ່​ໄດ້ 24 ເມືອງ​ດາມັ​ສ​ກັ​ສ​ກໍ​ອ່ອນ​ເພັຽ​ແລ້ວ ເຂົາ​ຫັນ​ຫນີ ແລະ​ຄວາມ​ຢ້ານ​ກົວ​ຈົນ​ຕົວ​ສັ່ນ​ຈັບ​ເຂົາ​ໄວ້ ຄວາມ​ແສ​ນ​ລະ​ທົມ​ແລະ​ຄວາມ​ເສົ້າ​ຍຶດ​ເຂົາ​ໄວ້ ເຫມືອນ​ດັ່ງ​ຜູ້​ຍິງ​ກຳ​ລັງ​ຄອດ​ລູກ 25 ເມື​ອງ​ທີ່​ມີ​ຊື່​ສຽງ​ນັ້ນ​ຖືກ​ປະ​ຖິ້ມ​ແລ້ວ ຄື​ເມືອງ​ທີ່​ເຕັມດ້ວຍຄວາມ​ຊື່ນ​ບານ​ນັ້ນ 26 ເຫດ​ສັນ​ນັ້ນ​ຄົນ​ຫນຸ່ມໆ​ຂອງ​ເມືອງ​ນັ້ນ​ຈະ​ລົ້ມ​ລົງ​ຕາມ​ລານ​ເມືອງ ແລະ​ບັນ​ດາ​ທະ​ຫານ​ຂອງ​ເມືອງ​ນັ້ນ​ຈະ​ຖືກ​ທຳ​ລາຍ​ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າ​ວ​ດັ່ງ​ນີ້​ແຫລະ 27 ແລະ​ເຣົາ​ຈະ​ກໍ່​ໄຟ​ຂຶ້ນ​ໃນ​ກໍາ​ແພງ​ເມືອງ​ດາ​ມັ​ສ​ກັ​ສ ແລະ​ໄຟ​ນັ້ນ​ຈະ​ກິນ​ພຣະ​ຣາ​ຊວັງ​ຂອງ​ເບ​ນ​ຮາ​ດາດ​ເສັຽ”

ຄໍາ​ພ​ຍາ​ກອນ​ກ່ຽວ​ກັບ​ເຜົ່າ​ເກ​ດາ​ຣ໌ ແລະ​ຣາ​ຊອາ​ນາ​ຈັກຮາ​ໂຊ​ຣ໌

28 ກ່ຽວ​ດ້ວຍ​ເຣື່ອງ​ເຜົ່າ​ເກ​ດາ​ຣ໌ ແລະ​ຣາ​ຊ​ອາ​ນາ​ຈັກ​ຮາ​ໂຊ​ຣ໌ ຊຶ່ງ​ເນ​ບູ​ກາດ​ເຣ​ສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໂຈມ​ຕີ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ລຸກ​ຂຶ້ນ ຣຸດ​ເຂົ້າ​ໄປ​ສູ້​ເຜົ່າ​ເກ​ດາ​ຣ໌ ຈົ່ງ​ທຳ​ລາຍ​ປະ​ຊາ​ຊົນ​ແຫ່ງ​ຕາ​ເວັນ​ອອກ​ເສັຽ 29 ເຕັນ​ແລະ​ຝູງ​ແບ້ ແກະ​ຂອງ​ເຂົາ​ຈະ​ຖືກ​ຍຶດ​ເສັຽ ທັງ​ມ່ານ​ແລະ​ເຄື່ອງ​ຂອງ​ທັງ​ສິ້​ນ​ຂ​ອງ​ເຂົາ ອູດ​ຂອງ​ເຂົາ​ຈະ​ຖືກ​ນຳ​ເອົາ​ໄປ​ຈາກ​ເຂົາ ແລະ​ຄົນ​ຈະ​ຮ້ອງ​ແກ່​ເຂົາ​ວ່າ “ຄວາມ​ຢ້ານ​ພິ​ລຶກ​ເພິງ​ກົວ​ມີ​ຢູ່​ທົ່ວ​ທີບ” 30 ພຣະ​ຜູ້​ເປັນ​ເຈົ້າ​ກ່າວວ່າ ຊາວ​ເມືອງ​ຮາ​ໂຊ​ຣ໌​ເອີຍ ຫນີ​ເທີນ ຈົ່ງ​ສັນ​ຈອນ​ໄປ​ໄກ ໄປ​ອາ​ໄສ​ໃນ​ທີ່​ເລິກ ເພາະ​ເນ​ບູ​ກາດ​ເຣ​ສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໄດ້​ສັ່ງ​ແຜນ​ງານ​ຕໍ່ສູ້​ເຈົ້າ ແລະ​ກໍ່​ຕັ້ງ​ຄວາມ​ປະ​ສົງ​ໄວ້​ສູ້​ເຈົ້າ 31 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ ຈົ່ງ​ລຸກ​ຂຶ້ນ ຣຸດ​ຫນ້າ​ໄປ​ສູ້​ປະ​ຊາ​ຊາດ​ນຶ່ງ​ທີ່​ຢູ່​ສະ​ບາຍ ຊຶ່ງອາ​ໄສ​ຢູ່​ຢ່າງ​ຫມັ້ນ​ຄົງ ບໍ່​ມີ​ປະ​ຕູ​ເມືອງ ແລະ​ບໍ່​ມີ​ດານ​ປະ​ຕູ​ຢູ່​ແຕ່​ລຳ​ພັງ 32 ອູດ​ຂອງ​ເຂົາ​ທັງ​ຫລາຍ​ຈະ​ກາຍ​ເປັນ​ຂອງ​ທີ່​ປຸ້ນມາ​ໄດ້ ແລະ​ຝູງ​ງົວ​ຂອງ​ເຂົາ​ຈະ​ເປັນ​ຂອງ​ທີ່​ຍຶດ​ມາ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ກະ​ຈັດ​ກະ​ຈາຍ​ເຂົາ​ໄປ​ທຸກ​ທິດ​ລົມ ຄື​ເຂົາ​ທີ່​ແຖ​ຜົມ​ຈອນ​ຫູ​ຂອງ​ເຂົາ ແລະ​ເຮົາ​ຈະ​ນຳ​ໄພ​ວິ​ບັດ​ມາ​ຈາກ​ທຸ​ກດ້ານ​ຂອງ​ເຂົາ 33 ເມືອງ​ຮາ​ໂຊ​ຣ໌​ຈະ​ເປັນ​ທີ່​ອາ​ໄສ​ຂອ​ງ​ຫມາ​ປ່າ ເປັນ​ບ່ອນ​ປະ​ຮ້າງ​ຢູ່​ເປັນ​ນິດ ບໍ່​ມີ​ໃຜ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ອາ​ໄສ​ໃນ​ນັ້ນ”

ຄຳ​ພ​ຍາ​ກອນ​ກ່ຽວ​ກັບ​ເມືອງ​ເອ​ລາມ

34 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ມາ​ຍັງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ກ່ຽວ​ດ້ວຍ​ເຣື່ອງ​ເມືອງ​ເອ​ລາມ ໃນ​ຕອນ​ຕົ້ນ​ຣັ​ຊການ​ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ 35 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ກ່າວ​ດັ່ງ​ນີ້​ວ່າ, “ເບິ່ງ​ແມ໋, ເຣົາ​ຈະ​ຫັກ​ຄັນ​ທະ​ນູ​ຂອງ​ເອ​ລາມ ຊຶ່ງ​ເປັນ​ຫົວ​ໃຈ​ແຫ່ງ​ກຳ​ລັງ​ຂອງ​ເຂົາ​ທັງ​ຫລາຍ 36 ແລະ​ເຮົາ​ຈະ​ນຳ​ລົມ​ທັງ​ສີ່​ທິດ​ຈາກ​ຟ້າ​ທັງ​ສີ່​ສ່ວນ​ມາ​ສູ້​ເອ​ລາມ ແລະ​ເຮົາ​ຈະກະ​ຈາຍ​ເຂົາ​ໄປ​ຕາມ​ລົມ​ເຫລົ່າ​ນັ້ນ​ທັງ​ຫມົດ ຈະ​ບໍ່​ມີ​ປະ​ຊາ​ຊາດ​ໃດ​ຊຶ່ງ​ຜູ້​ຖືກ​ຂັບ​ໄລ່​ອອກ​ໄປ​ຈາກ​ເອ​ລາມ​ຈະ​ມາ​ບໍ່​ເຖິງ 37 ເຮົາ​ຈະ​ກະ​ທຳ​ໃຫ້​ເອ​ລາມສັ່ນ​ຕໍ່​ຫນ້າສັດ​ຕ​ຣູ​ຂອງ​ເຂົາ​ທັງ​ຫລາຍ ແລະ​ຕໍ່​ຫນ້າ​ຜູ້​ທີ່​ສ​ແວງ​ຫາ​ຊີ​ວິດ​ຂອງ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ນຳ​ເຫດ​ຮ້າຍ​ມາ​ເຖິງ​ເຂົາ​ທັ​ງ​ຫລາຍ ຄື​ຄວາມ​ພິ​ໂຣດ​ອັນ​ແຮງ​ກ້າ ເຮົາ​ຈະ​ໃຊ້​ໃຫ້​ດາບ​ໄລ່​ຕາມ​ເຂົາ​ທັງ​ຫລາຍ ຈົນ​ກວ່າ​ເຣົາ​ຈະ​ໄດ້​ເຜົາ​ຜານ​ເຂົາ​ເສັຽ 38 ແລ້ວ​ເຮົາ​ຈະ​ຕັ້ງ​ພຣະ​ທີ່​ນັ່ງ​ຂອງ​ເຮົາ​ໃນ​ເອ​ລາມ ແລະ​ທຳ​ລາຍ​ກະ​ສັດ​ແລະ​ບັນ​ດາ​ເຈົ້າ​ນາຍ​ຂອງ​ເຂົາ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວດັ່ງ​ນີ້ 39 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ແຕ່​ໃນ​ການ​ຕໍ່​ໄປ ເຮົາ​ຈະ​ໃຫ້​ເອ​ລາມ​ກັບ​ສູ່​ສະ​ພາບ​ເດີມ

ເຢເຣມີ 50

ຄຳ​ທຳ​ນວາຍ​ກ່ຽວ​ກັບ​ກຸງ​ບາ​ບິ​ໂລນ

1 ພຣະ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດ້ວຍ​ເຣື່ອງ​ບາ​ບິ​ໂລນ ກ່ຽວ​ດ້ວຍ​ເຣື່ອງ​ແຜ່​ນດິນ​ຂອງ​ຊາວ​ຄັນ​ເດ​ອານ​ໂດຍ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, 2 “ຈົ່ງ​ປະ​ກາດ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ແລະ​ປ່າວ​ຮ້ອງ​ ຈົ່ງ​ຕັ້ງ​ທຸງ​ຂຶ້ນ​ແລະ​ປ່າວ​ຮ້ອງ ຢ່າ​ປິດ​ບັງ​ໄວ້​ເລີຍ ແລະ​ວ່າ “ບາ​ບິ​ໂລນ​ຖືກ​ຍຶດ​ແລ້ວ ພຣະ​ເບນ​ກໍ​ໄດ້​ອາຍ ພຣະ​ເມ​ໂຣ​ດັກ​ກໍ​ຢ້ານກົວ ຮູບ​ເຄົາ​ຣົບ​ທັງ​ຫລາຍ​ຂອງ​ເມືອງ​ນັ້ນ​ຖືກ​ກະ​ທຳ​ໃຫ້​ໄດ້​ອາຍ ແລະ​ຮູບ​ປັ້ນ​ທັງ​ຫລາຍ​ກໍ​ຢ້ານກົວ” 3 ເພາະ​ວ່າ​ມີ​ປະ​ຊາ​ຊາດ​ນຶ່ງ​ອອກ​ຈາກ​ທິ​ດ​ເຫນືອ​ໄດ້​ມາ​ຕໍ່​ສູ້​ເມືອງ​ນັ້ນ ຊຶ່ງ​ກະ​ທຳ​ໃຫ້​ແຜ່ນ​ດິນ​ຂອງ​ນາງ​ເປັນ​ທີ່​ຮ້າງ​ເປົ່າ ແລະ​ບໍ່​ມີ​ຈັກ​ຄົນ​ນຶ່ງ​ອາໄສ​ໃນ​ນັ້ນ ທັງ​ມະ​ນຸດ​ແລະ​ສັດ​ຈະ​ຫນີ​ໄປ​ຫມົດ 4 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ໃນ​ວັນ​ເຫລົ່າ​ນັ້ນ ແລະ​ໃນ​ເວ​ລາ​ນັ້ນ ປະ​ຊາ​ຊົນ​ອິສ​ຣາ​ເອນ​ແລະ​ປະ​ຊາ​ຊົນ​ຢູ​ດາ​ຈະ​ມາ​ຮ​ວມ​ກັນຈະ​ຮ້ອງ​ໄຫ້ ແລະ​ເຂົາ​ທັ​ງ​ຫລາຍ​ຈະ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ 5 ເຂົາ​ທັງ​ຫລາຍ​ຈະ​ຖາມ​ຫາ​ທາງ​ໄປ​ຊີ​ໂອນ​ໂດຍ​ຫັນ​ຫນ້າ​ຕົງ​ເປັນ​ເມືອງ​ນັ້ນ ກ່າວ​ວ່າ “ມາ​ເຖີດ ໃຫ້​ພວກ​ເຮົາ​ມາ​ຕິດ​ສ​ນິດ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ທຳ​ຄຳ​ຫມັ້ນ​ສັນ​ຍາ​ເນື່ອງ​ນິດ​ຊຶ່ງ​ຈະ​ບໍ່​ລືມ​ເລີຍ” 6 “ປະ​ຊາ​ຊົນ​ຂອງ​ເຮົາ​ເປັນ​ແກະ​ທີ່​ຫລົງ ບັນ​ດາ​ຜູ້​ລ້ຽງ​ຂອງ​ເຂົາ​ທັງ​ຫລາຍ​ໄດ້​ພາ​ເຂົາ​ຫລົງ​ໄປ ຫັນ​ເຂົາ​ທັງ​ຫລາຍ​ໄປ​ເສັຽ​ເທິງ​ພູ ເຂົາ​ທັງ​ຫລາຍ​ໄດ້​ເດີນ​ຈາກ​ພູ​ໄປ​ຫາ​ເນີນ​ພູ ເຂົາ​ລືມຄອກ​ຂອງ​ເຂົາ​ເສັຽ​ແລ້ວ 7 ບັ​ນ​ດາ​ຜູ້​ທີ່​ພົບ​ເຂົ້າ​ກໍ​ກິນ​ເຂົາ ແລະ​ສັດ​ຕ​ຣູ​ຂອ​ງ​ເຂົາ​ໄດ້​ກ່າວ​ວ່າ “ເຮົາ​ບໍ່​ມີ​ຄວາມ​ຜິດ ເພາະ​ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ເປັນ​ທີ່​ຢູ່​ອັນ​ແທ້​ຈິງ​ຂອງ​ເຂົາ​ທັ​ງ​ຫລາຍ ຄື​ພຣະ​ຜູ້​ເປັນ​ເຈົ້າ​ອັນ​ເປັນ​ຄວາມ​ຫວັງ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ທັງ​ຫລາຍ 8 “ຈົ່ງ​ຫນີ​ຈາກ​ຖ້າມ​ກາງ​ບາ​ບິ​ໂລນ ຈົ່ງ​ອອກ​ໄປ​ເສຽ​ຈາກ​ແຜ່ນ​ດິນ​ຂອງ​ຊາວ​ຄັນ​ເດ​ອານ ແລະ​ເປັນ​ເຫມືອນໂຕ​ແບ້​ທີ່​ນຳ​ຫນ້າ​ຝູງ 9 ເພາະ ເບິ່ງ​ແມ໋, ເຮົາ​ຈະ​ເລົ້າ​ແລະ​ນຳ​ບັນ​ດາ​ປະ​ຊາ​ຊາດ​ໃຫຍ່​ຫມູ່​ນຶ່ງ​ຈາກ​ປະ​ເທດ​ເຫນືອ​ມາ​ຕໍ່ສູ້​ບາ​ບິ​ໂລນ ແລະ​ເຂົາ​ທັງ​ຫລານ​ຈະ​ລຽນ​ແຖວ​ພວກ​ເຂົາ​ມາ​ຕໍ່​ສູ້​ກັບ​ນາງ ຊຶ່ງ​ນັ້ນ​ແຫລະ​ນາງ​ຈະ​ຖືກ​ຍຶດ ລູກ​ທະ​ນູ​ຂອງ​ເຂົາ​ທັງ​ຫລາຍ​ກໍ​ເຫມືອນ​ນັກ​ຮົບ​ທີ່​ມີ​ຝີ​ມື​ຜູ້ບໍ່​ເຄີຍ​ກັບ​ມື​ເປົ່າ 10 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ປະ​ເທດ​ຄັນ​ເດ​ອານ​ຈະ​ຖືກ​ປຸ້ນ ບັນ​ດາ​ຜູ້​ທີ່​ປຸ້ນ​ເຂົາ​ຈະ​ອີ່ມ​ຫນຳ 11 “ບັນ​ດາ​ຜູ້​ປຸ້ນມໍ​ຣະ​ດົກ​ຂອງ​ເຮົາ​ເອີຍ ແມ້​ວ່າ​ເຈົ້າ​ຈະ​ຍິນ​ດີ ແມ້​ວ່າ​ເຈົ້າ​ຈະ​ລິງ​ໂລດ ແມ້​ເຈົ້າ​ຈະ​ລະ​ເລີງ​ຢ່າງ​ງົວ​ແມ່​​ຢູ່​ທີ່ຫຍ້າ ແລະ​ຮ້ອງ​ຢ່າງ​ມ້າ​ພັນ​ເຖິກ 12 ມານ​ດາ​ຂອງ​ເຈົ້າ​ຈະ​ລະ​ອາ​ຍຢ່າງ​ອົດ​ສູ ແລະ​ນາງ​ທີ່​ໄດ້​ເກີດ​ເຈົ້າ​ມາ​ຈະ​ຖືກ​ຫລູ່​ກຽດ ນາງ​ຈະ​ເປັນ​ບັນ​ດາ​ປະ​ຊາ​ຊາດ​ທີ່​ບໍ່ຢູ່​ທາງ​ທ້າຍ ເປັນ​ຖິ່ນ​ກັນ​ດານ​ທີ່​ແຫ້ງ​ແລ້ງ​ແລະ​ທະ​ເລ​ຊາຍ 13 ເມືອງ​ນັ້ນ​ຈະ​ບໍ່​ມີ​ຄົນ​ເຂົ້າ​ອາ​ໄສ ເພາະ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ຈະ​ເປັນ​ບ່ອນ​ຮ້າງ​ເປົ່າ​ຢ່າງ​ທີ່​ສຸດ ຊຶ່ງ​ຄົນ​ທີ່​ຜ່ານ​ເມືອງ​ບາ​ບິ​ໂລນ​ໄປ​ຈະ​ຕົກ​ຕະ​ລຶງ ແລະ​ເຍີ້ຍ​ຫຍັນ​ເພາະ​ຮອຍ​ຕີ​ທັງ​ສິ້ນ​ຂອງ​ເມືອງ​ນັ້ນ 14 ຈົ່ງ​ລ​ຽນ​ແຖວ​ຕົວ​ຂອງ​ເຈົ້າ​ທັງ​ຫລາຍ​ເຂົ້າ​ມາ​ສູ້​ບາ​ບິ​ໂລນ​ໃຫ້​ຮອບ​ຂ້າງ ບັນ​ດາ​ເຈົ້າ​ທີ່​ໂກ່ງ​ຄັນ​ທະ​ນູ ຈົ່ງ​ຍິງ​ນາງ ຢ່າ​ເສັຽດາຍ​ລູກ​ທະ​ນູ ເພາະ​ນາງ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 15 ເປັ່ງ​ສຽງ​ໂຮ່​ຣ້ອງ​ສູ້​ນາງ​ໃຫ້​ຮອບ​ຂ້າງ ນາງຍອມ​ແພ້​ແລ້ວ ເຄື່ອງ​ປ້ອງ​ກັນ​ຂອງ​ນາງ​ລົ້ມ​ລົງ​ແລ້ວ ກຳ​ແພງ​ຂອງ​ນາງ​ຖືກ​ພັງ​ລົງ​ມາ​ແລ້ວ ເພາະ​ນີ້​ເປັນ​ການ​ແກ້​ແຄ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ທຳ​ການ​ແກ້​ແຄ້ນ​ນາງ ທຳ​ກັບ​ນາງ​ເຫມືອນ​ນາງ​ໄດ້​ກະ​ທຳ​ມາ​ແລ້ວ 16 ຈົ່ງ​ຕັດ​ຜູ້​ຫວ່ານ​ເສັຽ​ຈາກ​ບາ​ບິ​ໂລນ ແລະ​ຕັດ​ຜູ້​ທີ່​ຖື​ກ່ຽວ​ໃນ​ຣະ​ດູ​ກ່ຽວ ເຫດ​ເພາະ​ດາບ​ຂອງ​ຜູ້​ບີບ​ບັງ​ຄັບ ທຸກ​ຄົນ​ຈຶ່ງ​ຫັນ​ເຂົ້າ​ຫາ​ຊົນ​ຊາດ​ຂອງ​ຕົນ ແລະ​ທຸກ​ຄົນ​ຈະ​ຫນີ​ໄປ​ຍັງ​ແຜ່ນ​ດິນ​ຂອງ​ຕົນ 17 “ອິສ​ຣາ​ເອນ​ເປັນ​ເຫມືອນ​ແກະ​ທີ​ຖືກ​ສິງ​ຂັບ​ລ່າ​ໄປ ທຳ​ອິດ​ກະ​ສັດ​ອັ​ສ​ຊີ​ເຣັຽກິນ​ເຂົາ ໃນ​ທີ່​ສຸດ​ນີ້​ເນ​ບຸ​ກາດ​ເນ​ສ​ຊາ​ຣ໌ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໄດ້​ແທະ​ກະ​ດູກ​ຂອງ​ເຂົາ 18 ເ​ຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ນຳ​ການ​ລົງ​ໂທດ​ມາ​ເຫນືອ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ແລະ​ແຜ່ນ​ດິນ​ຂອງ​ທ່ານ ດັ່ງ​ທີ່​ເຮົາ​ໄດ້​ລົງ​ໂທດ​ກະ​ສັດ​ແຫ່ງ​ອັ​ສ​ຊີ​ເຣັຽ 19 ເຮົາ​ຈະ​ໃຫ້​ອິສ​ຣາ​ເອນ​ກັບ​ສູ່ເດີ່ນ​ຫຍ້າ​ຂອງ​ເຂົາ ແລະ​ເຂົາ​ຈະ​ກິນ​ຢູ່​ເທິງ​ກາ​ຣ໌​ເມນ​ແລະ​ໃນ​ບາ​ຊານ ແລະ​ເຂົາ​ຈະ​ອີ່ມ​ໃຈ​ເທິງ​ເນີນ​ພູ​ເອ​ຟ​ຣາອິມ​ແລະ​ໃນ​ກິ​ເລ​ອາດ 20 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ໃນ​ວັນ​ເຫລົ່າ​ນັ້ນ​ແລະ​ໃນ​ເວ​ລາ​ນັ້ນ ຈະ​ຫາ​ບາບ​ຜິດ​ໃນ​ອິສ​ຣາ​ເອນ​ແລະ​ຈະ​ຫາ​ບໍ່​ໄດ້​ເລີຍ ຈະ​ຫາ​ບາບ​ໃນ​ຢູ​ດາ​ກໍ​ຈະ​ຫາ​ບໍ່​ໄດ້​ເລີຍ ເພາະ​ເຮົາ​ຈະ​ໃຫ້​ອະ​ພັຍ​ແກ່​ຊົນ​ທີ່​ເຫລືອ​ຢູ່​ເຫລົ່າ​ນັ້ນ​ຜູ້​ທີ່​ເຮົາ​ເຫລືອ​ໄວ້​ໃຫ້ 21 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ຈົ່ງ​ຂຶ້ນ​ໄປ​ສູ້​ແຜ່ນ​ດິນເມ​ຣາ​ທາ​ອິມ ແລະ​ຕໍ່​ສູ້​ເມືອງ​ເປ​ໂກດ ຈົ່ງ​ຂ້າ​ເຂົາ​ແລະ​ຕາມ​ທຳ​ລາຍ​ເສັຽ​ໃຫ້​ສິ້​ນ ແລະ​ຈົ່ງ​ກະ​ທຳ​ທຸກ​ຢ່າງ​ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ​ໄວ້ 22 ສຽງ​ສົງຄາມ​ຢູ່​ໃນ​ແຜ່ນ​ດິນ ແລະ​ການ​ທຳ​ລາຍ​ຢ່າງ​ໃຫຍ່​ຫລວງ​ກໍ​ຢູ່​ໃນ​ນັ້ນ 23 ຄ້ອນ​ທຸບ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ຫມົດ ໄດ້​ຖືກ​ຕັດ​ລົງ​ແລະ​ຖືກຫັກ​ເສັຽ​ແລ້ວ ບາ​ບິ​ໂລນ​ກາຍ​ເປັນ​ຄວາມ​ສະ​ດຸ້ງ​ໃຈ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ 24 ບາ​ບິ​ໂລນ​ເອີຍ ເຮົາ​ວາງບ້ວງ​ນັ້ນ​ແລະ​ເຈົ້າ​ບໍ່​ຮູ້​ເຣື່ອງ ເຂົາ​ມາ​ພົບ​ເຈົ້າ​ແລະ​ຈັບ​ເຈົ້າ ເພາະ​ເຈົ້າ​ໄດ້​ຂັນ​ສູ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ 25 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເປີດ​ຄັງ​ອາ​ວຸດ​ຂອງ​ພຣະ​ອົງ ແລະ​ຊົງ​ໃຫ້​ອາ​ວຸດ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະອົງ​ອອກ​ມາ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອ​ມໂຍ​ທາ ຊົງ​ມີ​ພຣະ​ຣາ​ຊ​ກິ​ດ​ທີ່​ຈະ​ກະ​ທຳ​ໃນ​ແຜ່ນ​ດິນແຫ່ງ​ຊາວ​ຄັນ​ເດອານ 26 ຈົ່ງ​ມາແຕ່​ທຸກ​ທີ່​ທຸກ​ບ່ອນ​ໄປ​ຕໍ່​ສູ້​ກັບ​ນາງ​ ຈົ່ງ​ເປີດ​ບັນ​ດາ​ສາງ​ຂອງ​ນາງບ ຈົ່ງ​ກອງ​ນາງ​ໄວ້​ເຫມືອນ​ດັ່ງ​ກອງ​ເຂົ້າ​ແລະ​ທຳ​ລາຍ​ເສັຽ​ຈົນ​ສິ້​ນ ຢ່າ​ໃຫ້​ນາງ​ເຫລືອ​ຢູ່​ເລີຍ 27 ຈົ່ງ​ຂ້າ​ງົວ​ເຖິກ​ຂອງ​ນາງ​ໃຫ້​ຫມົດ ໃຫ້​ມັນ​ທັງ​ຫລາຍ​ລົງ​ໄປ​ຍັງ​ການ​ຂ້າ​ວິ​ບັດ​ແກ່​ມັນ​ທັງ​ຫລາຍ ເພາະ​ວັນ​ເວ​ລາ​ຂອງ​ມັນ​ມາ​ເຖິງ​ແລ້ວ ຄື​ເວ​ລາ​ແຫ່ງ​ການ​ລົງ​ໂທດ​ມັນ 28 “ຟັງ​ເດີ ເຂົາ​ທັງ​ຫລາຍ​ໄດ້ຫນີ​ແລະ​ລອດ​ພົ້ນ​ຈາກ​ແຜ່ນ​ດິນ​ບາ​ບິ​ໂລນ ໄປ​ປະ​ກາດ​ການ​ແກ້​ແຄ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ໃນ​ຊີ​ໂອນ ຄື​ການ​ແກ້​ແຄ້ນ​ແທນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ 29 “ຈົ່ງ​ເອີ້ນ​ນັກ​ທະ​ນູ​ມາ​ຕໍ່​ສູ້​ກັບ​ບາ​ບິ​ໂລນ ຄື​ບັນ​ດາ​ຄົນ​ທີ່​ກົ່ງ​ທະ​ນູ ຈົ່ງ​ຕັ້ງ​ຄ້າຍ​ໄວ້​ຮອບ​ມັນ ຢ່າ​ໃຫ້​ຜູ້​ໃດ​ຫນີ​ລອດ​ພົ້ນ​ໄປ​ໄດ້​ຈົ່ງ​ກະ​ທຳ​ກັບ​ມັນ​ຕາ​ມາ​ການ​ກະ​ທໍາ​ຂອງ​ມັນ ຈົ່ງ​ກະ​ທຳ​ແກ່​ມັນ​ຢ່າງທີ່​ມັນ​ໄດ້​ກະ​ທຳ​ແລ້ວ ເພາະ​ມັນ​ຈອງ​ຫອງລອງ​ດີ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຜູ້​ບໍ​ຣິ​ສຸດ​ແຫ່ງ​ອິສ​ຣາ​ເອນ 30 ເຫດ​ສັນ​ນັ້ນ ຄົນ​ຫນຸ່ມໆ​ຂອງ​ມັນ​ຈະ​ລົ້ມ​ລົງ​ທີ່​ລານ​ຂອງ​ມັນ ແລະ​ທະ​ຫານ​ຂອງ​ມັນ​ທັງ​ສິ້​ນຈະ​ຖືກ​ທຳ​ລາຍ​ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ 31 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ຜູ້​ຈອງ​ຫອງ​ເອີຍ ເຣົາ​ຕໍ່​ສູ້​ກັບ​ເຈົ້າ ເພາະ​ວ່າ​ວັນ​ເວ​ລາ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ ຄື​ເວ​ລາ​ທີ່​ເຮົາ​ຈະ​ລົງ​ໂທດ​ເຈົ້າ 32 ຜູ້​ຈອງ​ຫອງ​ຈະ​ສະ​ດຸດ​ແລະ​ລົ້ມ​ລົງ ຈະ​ບໍ່​ມີ​ຜູ້​ໃດ​ຈູງ​ເຂົາ​ຂຶ້ນ​ໄດ້ ແລະ​ເຮົາ​ຈະ​ກໍ່​ໄຟ​ໃນ​ບັນ​ດາ​ຫົວ​ເມືອງ​ຂອງ​ມັນ ແລະ​ໄຟ​ຈະ​ກິນ​ບັນ​ດາ​ທີ່​ຢູ່​ຮອບ​ມັນ​ເສັຽ​ສິ້ນ 33 “ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ປະ​ຊາ​ຊົນ​ອິສ​ຣາ​ເອນ​ຖືກ​ບີບ​ບັງ​ຄັບ ແລະ​ປະ​ຊາ​ຊົນ​ຢູ​ດາກໍ​ພອຍ​ໄປ​ດ້ວຍ ຜູ້​ທີ່​ຈັບ​ເຂົາ​ທັງ​ຫ​ລາຍ​ໄປ​ເປັນ​ຊະ​ເລີຍ​ໄດ້​ຍຶດ​ເຂົາ​ໄວ້​ຫມັ້ນ ເຂົາ​ທັງ​ຫລາຍ​ປະ​ຕິ​ເສດ​ບໍ່​ຍອມ​ໃຫ້​ເຂົາ​ໄປ 34 ພຣະ​ຜູ້​ໄຖ່​ຂອງ​ເຂົາ​ທັງ​ຫລາຍ​ນັ້ນ​ເຂັ້ມ​ແຂງ ພຣະ​ນາມ​ຂອງ​ພຣະ​ອົງ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ອົງ​ຈະ​ຊົງ​ແກ້​ຄະ​ດີ​ຂອງ​ເຂົາ​ເປັນ​ແນ່ ເພື່ອ​ພຣະ​ອົງ​ຈະ​ປະ​ທານ​ຄວາມ​ສ​ງົບ​ແກ່​ແຜ່ນ​ດິນ​ໂລກ ແຕ່​ປະ​ທານ​ຄວາມ​ບໍ່​ສ​ງົບ​ແກ່​ຊາວ​ເມືອງ​ບາ​ບິ​ໂລນ 35 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ໃຫ້​ດາບ​ຢູ່​ເຫນືອຊາວ​ຄັນ​ເດ​ອານ ແລະ​ເຫນືອ​ຊາວ​ເມືອງ​ບາ​ບິ​ໂລນ ແລະ​ເຫນືອ​ເຈົ້າ​ນາຍ​ແລະ​ນັກ​ປາດ​ຂອງ​ເຂົາ 36 ໃຫ້​ດາບ​ຢູ່​ເຫນືອຜູ້​ທຳ​ນ​ວາຍ ເພື່ອ​ເຂົາ​ຈະ​ກາຍ​ເປັນ​ຄົນ​ໂງ່​ໄປ ໃຫ້​ດາບ​ຢູ່​ເຫນືອ​ບັນ​ດາ​ນັກ​ຮົ​ບຂອງ​ເຂົາ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ຕົກ​ໃຈ 37 ໃຫ້​ດາບ​ຢູ່​ເຫນືອ​ມ້າ​ທັງ​ຫລາຍ​ຂອງ​ເຂົາ ແລະ​ຣົດ​ຮົບ​ຂອງ​ເຂົາ ແລະ​ຢູ່​ເຫນືອກອງ​ທະ​ຫານ​ຊົນ​ຕ່າງ​ດ້າວ​ຖ້າມ​ກາງ​ເຂົາ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ກາຍ​ເປັນ​ຜູ້​ຍິງ​ໄປ ໃຫ້​ດາບ​ຢູ່​ເຫນືອ​ຊັບ​ສົມ​ບັດ​ທັງ​ສິ້ນ​ຂອງ​ເຂົາ ເພື່ອ​ວ່າ​ຊັບ​ສົມ​ບັດ​ນັ້ນ​ຈະ​ຖືກ​ປຸ້ນ​ເສັຽ 38 ໃຫ້​ຄວາມ​ແຫ້ງ​ແລ້ງ​ຢູ່​ເຫນືອ​ນ້ຳ​ທັງ​ຫລາຍ​ຂອງ​ມັນ ເພື່ອ​ນ້ຳ​ທັງ​ຫລາຍ​ນັ້ນ​ຈະ​ໄດ້​ແຫ້ງ​ໄປ ເພາະ​ເປັນ​ແຜ່ນ​ດິນ​ແຫ່ງ​ຮູບ​ເຄົາ​ຣົບ ແລະ​ເຂົາ​ທັງ​ຫລາຍ​ກໍ​ບ້າ​ຮູບ​ນັ້ນ 39 “ເຫດ​ສັນ​ນັ້ນ ສັດ​ປ່າ​ທັງ​ຫລາຍ​ແລະ​ບັ​ນດາ​ຫມາ​ຈິກ​ຈອກ​ຈະ​ອາ​ໄສ​ໃນ​ບາ​ບິ​ໂລນ ແລະ​ນົກ​ກະ​ຈອກ​ເທດ​ຈະ​ອາ​ໄສ​ຢູ່​ໃນ​ນັ້ນ ເມືອງ​ນັ້ນ​ຈະ​ບໍ່​ມີ​ປະ​ຊາ​ຊົນ​ຢູ່​ອີກ​ຕໍ່​ໄປ​ເປັນ​ນິດ ຄື​ບໍ່​ມີ​ຊາວ​ເມືອງ​ອາ​ໄສ​ຢູ່​ຄລອດ​ຊົ່ວ​ຊາດ​ເຊື້ອ​ສາຍ 40 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເມື່ອ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ຄວ່ຳ​ເມືອງ​ໂຊ​ໂດມ​ແລະ​ເມືອງ​ໂກ​ໂມ​ຣາ​ແລະ​ຫົວ​ເມືອງ​ໃກ້​ຄຽງ ດັ່ງ​ນັ້ນ ຈະ​ບໍ່​ມີ​ຄົນ​ຕັ້ງ​ຢູ່ທີ່​ນັ້ນ ແລະ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ 41 “ເບິ່ງ​ແມ໋, ຊົນ​ຊາດ​ນຶ່ງ​ມາ​ຈາກ​ທິດ​ເຫນືອ ປະ​ຊາ​ຊາດ​ອັນ​ເຂັ້ມ​ແຂງ​ຊາດ​ນຶ່ງແລະ​ກະ​ສັດ​ຫລາຍ​ອົງ​ຈະ​ຖືກ​ເລົ້າ​ໃຈ​ໃຫ້​ມາ​ຈາກ​ທີ່​ໄກ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ 42 ເຂົາ​ທັງ​ຫລາຍ​ຈັບ​ຄັນ​ທະ​ນູ​ແລະ​ຫອກ ເຂົາ​ທັງ​ຫລາຍ​ໂຫດ​ຮ້າຍ ແລະ​ບໍ່​ມີ​ຄວາມ​ກະ​ຣຸ​ນາ ສຽງ​ຂອງ​ເຂົາ​ທັງ​ຫລາຍກໍ​ເຫມືອນ​ສຽງ​ທະ​ເລ​ຄະ​ນອງ ເຂົາ​ທັງ​ຫລາຍ​ຂີ່​ມ້າ​ຣຽງ​ຣາຍ​ກັນ​ເປັນ​ຄົນ​ເຂົ້າ​ສູ້​ສົງ​ຄາມ​ກັບ​ເຈົ້າ ບຸດ​ຕ​ຣີ​ແຫ່ງ​ບາ​ບິ​ໂລນ​ເອີຍ 43 “ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໄດ້​ຍິນ​ຂ່າວ​ເຣື່ອງ​ນັ້ນ ແລະ​ພຣະ​ຫັດ​ຂ​ແງ​ພຣະ​ອົງ​ກໍ່​ອ່ອນ​ລົງ ຄວາມ​ແສນ​ຣະ​ທົມ​ຈັບ​ຫົວ​ໃຈ​ເຂົາ ເຈັບ​ປວດ​ເຫມືອນ​ດັ່ງ​ຜູ້​ຍິງ​ກຳ​ລັງ​ຄອດ​ລູກ 44 “ເບິ່ງ​ແມ໋, ເຣົາ​ຈະ​ກະ​ທຳ​ໃຫ້​ເຂົາ​ທັງ​ຫລາຍ​ຫນີ​ໄປ​ຈາກ​ມັນ​ຢ່າງ​ກະ​ທັນ​ຫັນ ເຫມືອນດັ່ງ​ສິ​ງຂຶ້ນ​ມາ​ຈາກ​ດົງ​ລຸ່ມ​ແມ່ນ້ຳ​ຈໍ​ແດນ​ໂດດ​ເຂົ້າໃສ່​ຄອກ​ແກະ​ທີ່​ແຂງ​ແຮງ​ແລະ​ເຣົາ​ຈະ​ແຕ່ງ​ຕັ້ງ​ຜູ້​ທີ່​ເຣົາ​ເລືອກ​ສັນ​ໄວ້​ເຫນືອ​ມັນ ​ໃຜ​ເປັນເຫມືອນ​ເຣົາ​ ໃຜ​ຈະ​ນັ​ດ​ເຮົາ ຜູ້​ລ້ຽງ​ແກະ​ຄົນ​ໃດ​ຈະ​ທົນ​ຢືນ​ຢູ່​ຕໍ່​ຫນ້າ​ເຣົາ​ໄດ້ 45 ເຫດ​ສັນ​ນັ້ນ​ຈັ່ງ​ຟັງ​ແຜນ​ງານ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ໄວ້​ຕໍ່​ສູ້​ບາ​ບິ​ໂລນ ແລະ​ບັນ​ດາ​ພຣະ​ປະ​ສົງ​ຊຶ່ງ​ພຣະ​ອົງ​ໄດ້​ດຳ​ຣິ​ຂຶ້ນ​ຕໍ່​ສູ້​ກັບ​ແຜ່ນ​ດິນ​ຂອງ​ຊາວ​ຄັນ​ເດ​ອານ ແມ່ນ​ແຕ່​ໂຕ​ນ້ອຍໆ​ທີ່​ຢູ່​ໃນ​ຝູງ​ກໍ​ຕ້ອງ​ຖືກ​ລາກ​ເອົາ​ໄປ ແລະ​ທຸກ​ຄົນ​ຈະ​ເກີດ​ຢ້ານ​ກົວ​ອັນ​ໃຫຍ່ 46 ແຜ່ນ​ດິນ​ໂລກ​ຈະ​ສັ່ນ​ສະ​ເທືອນ​ເພາະ​ສຽງ​ຂອງ​ການ​ທີ່​ບາ​ບິ​ໂລນຖືກ​ຈັບ​ເປັນ​ຊະ​ເລີຍ ແລະ​ສຽງ​ຄ່ຳ​ຄວນ​ຂອງ​ມັນ​ດັງ​ໄປ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ”

ເຢເຣມີ 51

ພຣະ​ເຈົ້າ​ຊົງ​ພິ​ພາກ​ສາ​ລົງ​ໂທດກຸງ​ບາບິ​ໂລນ

1 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເບິ່​ງ​ແມ໋, ເຣົາ​ຈະ​ປຸກວິນ​ຍານ​ຂອງ​ຜູ້​ທຳ​ລາຍ ຕໍ່​ສູ້​ກັບ​ບາ​ບິ​ໂລນ ຕໍ່​ສູ້​ກັບ​ຊາວ​ປະ​ເທດ​ຄັນ​ເດ​ອານ 2 ເຮົາ​ຈະ​ສົ່ງ​ຜູ້​ຝັດ​ໄປ​ຍັງ​ບາ​ບິ​ໂລນ ແລະ​ເຂົາ​ທັງ​ຫລາຍ​ຈະ​ຝັດ​ມັນ ແລະ​ເຂົາ​ທັງ​ຫລາຍ​ຈະ​ບໍ່​ໃຫ້​ແຜ່ນ​ດິນ​ຂອງ​ມັນ​ຮ້າ​ງ​ເປົ່າ ເມື່ອ​ເຂົາ​ທັງ​ຫລາຍ​ ມາ​ລ້ອມ​ມັນ​ໄວ້​ທຸ​ກດ້ານ​ໃນ​ວັນ​ແຫ່ງ​ຄວາມ​ຍາກ​ລຳ​ບາກ 3 ຢ່າ​ໃຫ້​ນັກ​ທະ​ນູ​ກົ່ງ​ຄັນ​ທະ​ນູ​ໄດ້ ຢ່າ​ໃຫ້​ເຂົາ​ສວມ​ເສື້ອ​ເກາະ​ລຸກ​ຂຶ້ນ​ໄດ້ ຢ່າ​ໄວ້​ຊີ​ວິດ​ຄົນ​ຫນຸ່ມໆ​ອງ​ມັນ​ເລີຍ ຈົ່ງ​ທຳ​ລາຍ​ພົນ​ໂຍ​ທາ​ຂອງ​ມັນ​ທັງ​ຫມົດ 4 ເຂົາ​ທັງ​ຫລາຍ​ຈະ​ຖືກ​ຂ້າ​ລົ້ມ​ລົງ​ໃນ​ແຜ່ນ​ດິນຂອງ​ຊາວ​ຄັນ​ເດ​ອານ ແລະ​ບາດ​ເຈັບ​ຢູ່​ທີ່​ຖ​ນົນ​ເມືອງ​ນັ້ນ 5 ເພາະ​ວ່າອິສ​ຣາ​ເອນ​ແລະ​ຢູ​ດາ​ບໍ່​ໄດ້​ຖືກ​ປະ​ຖິ້ມ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ ແຕ່​ແຜ່ນ​ດິນ​ຂອງ​ຊາ​ຄັນ​ເດ​ອານ​ນັ້ນ​ເຕັມ​ດ້ວຍ​ຄວາມ​ຜິດ​ຕໍ່​ອົງ​ບໍ​ຣິສຸດ​ແຫ່ງ​ອິສ​ຣາເອນ 6 “ຈົ່ງ​ຫນີ​ເສັຽ​ຈາກ​ຖ້າມ​ກາງ​ບາ​ບິ​ໂລນ ໃຫ້​ທຸກ​ຄົນ​ເອົາ​ຊີ​ວິດ​ຂອງ​ຕົນ​ລອດ​ເຖີດ ໃນ​ການ​ລົງ​ໂທດ​ມັນ​ນັ້ນ​ເຈົ້າ​ຢ່າ​ຖືກ​ຕັດ​ອອກ​ເລີຍ ເພາະ​ນີ້​ເປັນ​ເວ​ລາ​ແກ້​ແຄ້ນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ການ​ຊຶ່ງ​ພຣະ​ອົງ​ຊົງ​ຕອບ​ສນອງ 7 ບາ​ບິ​ໂລນ​ໄດ້​ເຄີຍ​ເປັນ​ຖ້ວຍ​ທອງ​ຄຳ​ໃນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ກະ​ທຳ​ໃຫ້​ແຜ່ນ​ດິນ​ໂລກ​ທັງ​ສິ້ນ​ມຶນ​ເມົາ​ໄປ ບັນ​ດາ​ປະ​ຊາ​ຊາດ​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ​ຂອງ​ມັນ ເຫດ​ສັນ​ນັ້ນ ປະ​ຊາ​ຊາດ​ຕ່າງໆ​ຈຶ່ງບ້າ​ໄປ 8 ບາ​ບິ​ໂລນ​ໄດ້​ລົ້ມ​ລົງ​ແລະ​ແຕກ​ໄປ​ຢ່າງ​ກະ​ທັນ​ຫັນ ຈົ່ງ​ຄ່ຳ​ຄວນ​ເພື່ອ​ມັນ​ເຖີດ ຈົ່ງ​ເອົາ​ຢາ​ມາ​ໃຫ້​ມັນ​ບັນ​ເທົາ​ຄວາມ​ປວດ ບາງ​ທີ່​ຈະ​ຮັ​ກ​ສາ​ມັນ​ໃຫ້​ຫາຍ​ໄດ້ 9 ເຮົາ​ທັງ​ຫລາຍ​ຢາກ​ຈະ​ຮັກ​ສາ​ບາ​ບິ​ໂລນ​ໃຫ້​ຫາຍ ແຕ່​ມັນ​ບໍ່​ຫາຍ ປະ​ຖິ້ມ​ມັນ​ເສັຽ​ເຖິດ ແລະ​ໃຫ້​ເຮົາ​ໄປ​ ຕ່າງ​ໄປຍັງປະ​ເທດ​ຂອງ​ຕົນ ເພາະ​ວ່າ​ການ​ພິ​ພາກ​ສາ​ມັນ​ໄດ້​ຂຶ້ນ​ໄປເຖິງ​ຟ້າ​ສວັນ ແລະ​ໄດ້​ຖືກ​ຍົກ​ຂຶ້ນ​ເຖິງ​ຟາກ​ຟ້າ 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ຄວາມ​ຍຸດ​ຕິ​ທັມ​ອອກ​ມາ​ໃຫ້​ເຣົາ ມາ​ເຖີດ ໃຫ້​ເຮົາ​ປະ​ກາດ​ພຣະ​ຣາ​ຊ​ກິ​ດຂອງພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຮົາ​ທີ່​ໃນ​ຊີ​ໂອນ 11 “ຈົ່ງ​ຝົນ​ລູກ​ທະ​ນູ ຈົ່ງ​ຈັບ​ໂລ່​ຂຶ້ນ​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລົ້າ​ໃຈບັນ​ດາ​ກະ​ສັດ​ຂອງ​ພຣະ​ອົງ​ກ່ຽວ​ດ້ວຍ​ເຣື່ອງ​ບາ​ບິ​ໂລ​ນ ກໍ​ຄື​ການ​ທຳ​ລາຍ​ມັນ​ເສັຽ ເພາະ​ນັ້ນ​ແຫລະ​ເປັນ​ການ​ແກ້​ແຄ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ການ​ແກ້​ແຄ້ນ​ແທນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ 12 ຈົ່ງ​ຍົກ​ທຸງ​ເທິງ​ກຳ​ແພງ​ເມືອງ​ບາ​ບິ​ໂລນ​ ຈົ່ງ​ທຳ​ຄົນ​ເຝົ້າ​ໃຫ້​ເຂັ້ມ​ແຂງ ຈົ່ງ​ຕັ້ງ​ຄົນ​ຍາມ​ຂຶ້ນ ຈົ່ງ​ຕຽມ​ກອງ​ຊຸ່ມ​ໄວ້ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ວາງ​ແຜນ​ງານ​ແລະ​ທັງ​ຊົງ​ກະ​ທຳ​ເສັດ​ຕາມ​ທີ່​ພຣະ​ອົງ​ຊົງ​ລັ່ນ​ພຣະ​ວາ​ຈາ​ກ່ຽວ​ດ້ວຍ​ຊາວ​ເມືອງ​ບາ​ບິ​ໂລນ 13 ເຈົ້າ​ຜູ້​ອາ​ໄສ​ຕາມ​ນ້ຳ​ມາກ​ຫລາຍ ຜູ້​ມີ​ສົມ​ບັດ​ມາກ​ມາຍ​ເອີຍ ອາ​ວະ​ສານ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ ເສັ້ນ​ຊີ​ວິດ​ຂອງ​ເຈົ້າ​ໄດ້​ຖືກ​ຕັດ​ຂາດ​ເສັຽ​ແລ້ວ 14 ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ໄດ້​ຊົງ​ປະ​ຕິ​ຍານ​ເອງວ່າ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຄົນ​ເຕັມ​ເມືອງ​ໃຫ້​ຫລາຍ​ຢ່າງ​ຕັກ​ແຕ​ນ ແລະ​ເຂົາ​ທັງ​ຫລາຍ​ຈະ​ເປັ່ງ​ສຽງ​ໂຮ່​ຮ້ອງ​ມີ​ຊັຍເຫນືອ​ເຈົ້າ 15 ຜູ້​ຊົງ​ສ້າງ​ໂລກ​ດ້ວຍ​ຣິດ​ເດດ​ຂອງ​ພຣະ​ອົງ ຜູ້​ຊົງ​ສະ​ຖາ​ປະ​ນາ​ພິ​ພົບ​ໄວ້​ດ້ວຍ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ ແລະ​ຊົງ​ແຜ່​ທ້ອງ​ຟ້າ​ອອກ​ດ້ວຍ​ຄວາມ​ເຂົ້າ​ໃຈ​ຂອງ​ພຣະ​ອົງ 16 ເມື່ອ​ພຣະ​ອົງ​ຊົງ​ເປັ່ງ​ພຣະ​ສຸ​ຣະ​ສຽງ​ກໍ​ມີ​ສຽງ​ນ້ຳ​ຄະ​ນອງ​ໃນ​ທ້ອງ​ຟ້າ ແລະ​ຊົງ​ກະ​ທຳ​ໃຫ້​ຫມອກ​ລອຍ​ຂຶ້ນ​ຈາກ​ປາຍ​ພິ​ພົບ ຊົງ​ກະ​ທຳ​ຟ້າ​ແມບ​ເພື່ອ​ຝົນ ແລະ​ຊົງ​ນຳ​ລົມ​ມາ​ຈາກ​ພຣະ​ຄັງ​ຂອງ​ພຣະ​ອົງ 17 ມະ​ນຸດ​ທຸກ​ຄົນ​ຊົ່ວ​ຊ້າ​ແລະບໍ່​ມີ​ຄວາມ​ຮູ້ ຊ່າງ​ທອງ​ທຸກ​ຄົນ​ຈະ​ໄດ້​ອາຍ​ເພາະ​ຮູບ​ເຄົາ​ຣົບ​ຂອງ​ຕົນ ເພາະ​ຮູບ​ເຄົາ​ຣົບ​ຫລໍ່​ຂອງ​ເຂົາ​ເປັນ​ຂອງ​ເທັດ ແລະ​ບໍ່​ມີ​ລົມ​ຫາຍ​ໃຈ​ໃນ​ຮູບ​ເຄົາ​ຣົບ​ນັ້ນ​ 18 ມັນ​ເປັນ​ຂອງ​ໄຮ້​ຄ່າ ແລະ​ເປັນ​ຜົນ​ງານ​ທີ່​ຫນ້າ​ເຍາະ​ເຍີ້ຍ ມັນ​ຈະ​ຕ້ອງ​ພິ​ນາດ​ເມື່ອ​ເຖິງ​ເວ​ລາ​ການ​ລົງ​ໂທດ 19 ພຣະ​ອົງ​ຜູ້​ຊົງ​ເປັນ​ສ່ວນ​ຂອງ​ຢາ​ໂຄບ​ບໍ່​ເຫມືອນ​ສິ່ງ​ເຫລົ່າ​ນີ້ ເພາະ​ພຣະ​ອົງ​ຊົງ​ເປັນ​ຜູ້​ທີ່​ກໍ່​ຮ່າງ​ທຸກ​ສິ່ງ​ຂຶ້ນ ແລະ​ອິສ​ຣາ​ເອນ​ເປັນ​ເຜົ່າ​ທີ່​ເປັນ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ເປັນ​ພຣະ​ນາມ​ຂອງ​ພຣະ​ອົງ 20 “ເຈົ້າ​ເປັນ​ຄ້ອນ​ແລະ​ຍຸ​ດ​ໂທ​ປະ​ກ​ອນ​ຂອງ​ເຮົາ ເຮົາ​ທຸບບັນ​ດາ​ປະ​ຊາ​ຊາດ​​ເປັນ​ປ່ຽງໆດ້ວຍ​ເຈົ້າ ເຮົາ​ທຳ​ລາຍ​ຣາ​ຊອາ​ນາ​ຈັກ​ທັງ​ຫລາຍ​ດ້ວຍ​ເຈົ້າ 21 ເຮົາທຸບ​ມ້າ​ແລະ​ຄົນ​ຂີ່​ໃຫ້​ແຕກ​ຊະ​ຊາຍ​ໄປ​ດ້ວຍ​ເຈົ້າ 22 ເຮົາ​ທຸບ​ບັນ​ດາ​ຣົດ​ຮົບ​ແລະ​ຄົນ​ຂັບ​ໃຫ້​ເປັນ​ປ່ຽງໆດ້ວຍ​ເຈົ້າ ເຮົາ​ທຸບ​ຜູ້​ຊາຍ​ແລະຜູ້​ຍິງ​ເປັນ​ປ່ຽງໆດ້ວຍ​ເຈົ້າ ເຮົາ​ທຸບ​ຄົນ​​ແກ່ແລະຄົນ​ຫນຸ່ມ​ເປັ​ນ​ປ່ຽງໆ​ດ້ວຍ​ເຈົ້າ ເຮົາ​ທຸບ​ຄົນ​ຫນຸ່ມ​ແລະ​ຍິງ​ພົມ​ມະ​ຈາ​ຣີ​ເປັນ​ປ່ຽງໆດ້ວຍ​ເຈົ້າ 23 ເຮົາ​ທຸບ​ຜູ້​ລ້ຽງ​ແກະ​ແລະ​ຝູງ​ແກະ​ເປັນ​ປ່ຽງໆ​ດ້ວຍ​ເຈົ້າ ເຮົາ​ທຸບ​ຊາວ​ນາ​ແລະ​ງົວ​ຄູ່​ແອກ​ຂອງ​ເຂົາ​ເປັນ​ປ່ຽງໆ​ດ້ວຍ​ເຈົ້າ ເຮົາ​ທຸບ​ເຈົ້າ​ເມືອງ​ແລະ​ປັດ​ເປັນ​ປ່ຽງໆ​ດ້ວຍ​ເຈົ້າ 24 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ສະ​ຫນອງ​ບາ​ບິ​ໂລນ​ແລະ​ບັນ​ດາ​ຊາວ​ປະ​ເທດ​ຄັນ​ເດ​ອານ​ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ເຈົ້າ ຊຶ່ງ​ບັນ​ດາ​ຄວາມ​ຊົ່ວ​ຮ້າຍ​ອັນ​ເຂົາ​ໄດ້​ກະ​ທຳ​ໃນ​ຊີ​ໂອນ 25 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ພູ​ຊຶ່ງ​ທຳ​ລາຍ​ເອີຍ ເຣົາ​ຕໍ່​ສູ້​ເຈົ້າ ເຈົ້າ​ຜູ້​ທຳ​ລາຍ​ແຜ່ນ​ດິນ​ໂລກ​ທັງ​ສິ້ນ ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່​ສູ້​ເຈົ້າ ແລະ​ກິ້ງ​ເຈົ້າ​ລົງ​ມາ​ຈາກ​ຫນ້າ​ຜາ​ແລະ​ກະ​ທຳ​ໃຫ້​ເຈົ້າ​ເປັນ​ພູ​ທີ່​ຖືກ​ໄຫມ້ 26 ເຂົາ​ຈະບໍ່​ເອົາ​ຫີນ​ຈາກ​ເຈົ້າ​ໄປ​ທຳ​ສີ​ລາ​ຫົວ​ມຸມ ແລະ​ບໍ່​ເອົາ​ໄປ​ທຳ​ຮາກ​ຖານ ແຕ່​ເຈົ້າ​ຈະ​ເປັນ​ຂອງ​ປະ​ຮ້າງ​ເປັນ​ນິດ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ 27 “ຈົ່ງ​ຕັ້ງ​ທຸງ​ໄວ້​ເທິງ​ແຜ່ນ​ດິນ​ໂລກ ຈົ່ງ​ເປົ່າ​ເຂົາ​ສັດ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ ຈົ່ງ​ຕຽມ​ປະ​ຊາ​ຊາດ​ທັງ​ຫລາຍ​ໄວ້​ທຳ​ສົງ​ຄາມ​ກັບ​ມັນ ຈົ່ງ​ເອີ້ນ​ຣາ​ຊ​ອາ​ນາ​ຈັກ​ຕໍ່​ໄປ​ນີ້​ມາ​ສູ້​ກັບ​ມັນ ອາ​ຣາ​ຣັດ ມິນ​ນີ ແລະ​ອັ​ສ​ເຄ​ນັ​ຊ ຈົ່ງ​ຕັ້ງ​ຈອມ​ທັບ​ໄວ້​ຕໍ່​ສູ້​ມັນ ຈົ່ງ​ໃຊ້​ຝູງ​ມ້າ​ຂຶ້ນ​ໄປ​ເຫມືອນ​ດັ່ງ​ຝູງ​ຕັກ​ແຕນ​ໂຕ​ມີ​ຂົນ​ນັ້ນ 28 ຈົ່ງ​ຕຽມ​ບັນ​ດາ​ປະ​ຊາ​ຊາດ​ມາ​ທຳ​ສົງ​ຄາມ​ກັບ​ມັນ ຄື​ຕຽມ​ບັນ​ດາກະ​ສັດ​ແຫ່ງ​ເມ​ເດ​ສ ພ້ອມ​ທັງ​ເຈົ້າ​ເມືອງ​ແລະ​ເຈົ້າ​ແຂວງ​ທັງ​ຫລາຍ ແລະ​ທຸກ​ແຜ່ນ​ດິນ​ທີ່​ຂຶ້ນ​ແກ່​ເມ​ເດ​ສ 29 ແຜ່ນ​ດິນ​ທີ່​ສັ່ນ​ສະ​ເທືອນ ແລະ​ບິດ​ໂຕ​ດ້ວຍ​ຄວາມ​ເຈັບ ເພາະ​ບັນ​ດາ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ບາ​ບິ​ໂລນ​ກໍ​ຕັ້ງ​ຫມັ້ນ​ຢູ່ ທີ່​ຈະ​ກະ​ທຳ​ໃຫ້​ແຜ່ນ​ດິນ​ບາ​ບິ​ໂລ​ນ​ເປັນ​ທີ່​ຮ້າງ​ເປົ່າ​ປາ​ສ​ຈາກ​ຄົນ​ອາ​ໄສ 30 ນັກ​ຮົບ​ແຫ່ງ​ບາ​ບິ​ໂລນ​ຢຸດ​ຮົບ​ແລ້ວ ເຂົາ​ທັງ​ຫລາຍ​ຄ້າງ​ຢູ່​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ເຂົາ ກຳ​ລັງ​ຂອງ​ເຂົາ​ຖອຍ​ເສັຽ​ແລ້ວ ເຂົາ​ທັງ​ຫລາຍ​ກາຍ​ເປັນ​ເຫມືອນ​ດັ່ງ​ຜູ້​ຍິງ​ ທີ່​ອາ​ໄສ​ຂອງ​ມັນ​ກໍ​ກຳ​ລັງ​ໄຟ​ໄຫມ້ ແລະ​ດານ​ປະ​ຕູ​ຂອງ​ມັນ​ກໍ​ຫັກ 31 ນັກ​ແລ່ນ​ຄົນ​ນຶ່ງ​ແລ່ນ​ໄປ​ພົບ​ນັກ​ແລ່ນ​ອີກ​ຄົນ​ນຶ່ງ ທູດ​ຄົນ​ນຶ່ງ​ແລ່ນ​ໄປ​ພົບ​ທູດ​ອີກ​ຄົນນຶ່ງ ເພື່ອ​ທູນ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ວ່າ​ເມືອງ​ຂອງ​ພຣະ​ອົງ​ຖືກ​ຍຶດ​ໄວ້​ທຸ​ກ​ດ້ານ​ແລ້ວ 32 ທ່າ​ລຸຍ​ຂ້າມ​ກໍ​ຖືກ​ຍຶດ​ແລ້ວ ເຄື່ອງ​ປ້ອງ​ກັນ​ກໍ​ຖືກ​ໄຟ​ໄຫມ້ ແລະ​ບັນ​ດາ​ທະ​ຫານ​ກໍ​ເກີດ​ຕື່ນ​ຕົກ​ໃຈ 33 ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ແຫ່ງອິສ​ຣາ​ເອນ​ກ່າວ​ດັ່ງ​ນີ້​ວ່າ ບຸດ​ຕ​ຣີ​ແຫ່ງ​ບາບິ​ໂລນ​ກໍ​ເຫມືອນ​ລານນວດ​ເຂົ້າ​ໃນ​ເວ​ລາ​ທີ່​ມັນ​ຖືກ​ຢຽບ​ຢ່ຳ ໃນ​ບໍ່​ຊ້າ​ເວ​ລາ​ກ່ຽວ​ກໍ​ຈະ​ມາ​ເຖິງ​ແລ້ວ” 34 ໃຫ້​ຊາວ​ເມືອງ​ຊີ​ໂອນ​ເວົ້າ​ວ່າ, “ເນ​ບູ​ກາດ​ເຣສ​ຊາ​ຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໄດ້​ກິນ​ຂ້າ​ພະ​ເຈົ້າ​ເສັຽ​ແລ້ວ ທ່ານ​ໄດ້​ທຳ​ລາຍ​ຂ້າ​ພະ​ເຈົ້າ​ເສັຽ​ແລ້ວ ທ່ານ​ໄດ້​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ພາ​ຊ​ນະ​ຫວ່າງ​ເປົ່າ ທ່ານ​ໄດ້​ກືນ​ຂ້າ​ພະ​ເຈົ້າ​ດັ່ງ​ແຂ້ ທ່ານ​ກິນ​ຂອງ​ແຊບ​ຂອງ​ຂ້າ​ພະ​ເຈົ້າ​ຈົນ​ເຕັມ​ທ້ອງ ແລະ​ທ່ານ​ໄດ້​ໄລ່​ຂ້າ​ພະ​ເຈົ້າອ​ອກ​ໄປ 35 ໃຫ້​ຊາວຊີ​ໂອນ​ກ່າວ​ວ່າ, “ຄວາມ​ທາ​ຣຸນ​ທີ່​ໄດ້​ກະ​ທຳ​ແກ່​ຂ້າ​ພະເຈົ້າ​ແລະ​ແກ່​ຍາດ​ຂອງ​ຂ້າ​ພະ​ເຈົ້າ​ຈົ່ງ​ຕົກ​ເຫນືອ​ບາ​ບາ​ໂລນ” ໃຫ້​ເຢ​ຣູ​ຊາ​ເລັມ​ກ່າວ​ວ່າ, “ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ຕາຍ​ນັ້ນ​ຊາວ​ປະ​ເທດ​ຄັນ​ເດ​ອານ​ກໍ​ຮັບ​ຜິດ​ຊອບ” 36 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເບິ່ງ​ແມ໋, ເຣົາ​ຈະ​ແກ້​ຄະ​ດີ​ຂອງ​ເຈົ້າ​ ແລະ​ກະ​ທຳ​ການ​ແກ້​ແຄ້ນ​ເພື່ອ​ເຈົ້າ ເຮົາ​ຈະ​ທຳ​ທະ​ເລ​ຂອງ​ມັນ​ໃຫ້​ບົກ ແລະ​ກະ​ທຳ​ແມ່ນ້ຳທັງ​ຫລາຍ​ຂອງ​ມັນ​ໃຫ້ແຫ້ງ 37 ແລະ​ບາ​ບິ​ໂລນ​ຈະ​ກາຍ​ເປັນ​ສິ່ງ​ສ​ລັກ​ຫັກ​ພັງ ເປັນ​ບ່ອນ​ທີ່​ຫມາ​ປ່າ​ຢູ່ ເປັນ​ຄວາມ​ຫວາດ​ສຽວ ແລະ​ເປັນ​ທີ່​ເຍາະ​ເຍີ້ຍ​ປາ​ສ​ຈາກ​ຄົນ​ອາ​ໄສ 38 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ເຂົາ​ທັ​ງ​ຫລາຍ​ຈະ​ຄຳ​ຣາມ​ດ້ວຍ​ກັນ​ເຫ​ມືອນ​ດັ່ງ​ສິງ ເຂົາ​ທັງ​ຫລາຍ​ຈະ​ຄາງ​ເຫມືອນ​ສິງ​ຫນຸ່ມ 39 ຂ​ນະ​ທີ່​ເຂົາ​ທັງ​ຫລາຍ​ຮ້ອນ​ໃຈ ເຮົາ​ຈະ​ຕຽມ​ການ​ລ້ຽງ​ໃຫ້ ແລະ​ກະ​ທຳ​ໃຫ້​ເຂົາ​ທັງ​ຫລາຍ​ມຶນ​ເມົາ ຈົນ​ເຂົາ​ທັງ​ຫລາຍ​ຈະ​ສ​ລົບສ​ໄລ​ໄປ ແລະ​ນອນ​ຫລັບ​ຢູ່​ເປັນ​ນິດ ບໍ່ຕື່ນ​ເລີຍ 40 ເຣົາ​ຈະ​ນຳ​ເຂົາ​ທັງ​ຫລາຍ​ລົງ​ມາ​ດັ່ງ​ລູກ​ແກະ​ໄປ​ຍັງ​ການ​ຂ້າ ເຫມື​ອນ​ແກະ​ເຖິກ​ແລະ​ແບ້​ເຖິກ 41 “ບາ​ບິ​ໂລນ​ຖືກ​ຍຶດ​ແລ້ວ ຊຶ່ງ​ເປັນ​ທີ່​ສັຣ​ເສີນ​ຂອງ​ແຜ່ນ​ດິນ​ໂລກ​ຖືກ​ຈັບ​ແລ້ວ ບາ​ບິ​ໂລນ​ໄດ້​ກາຍ​ເປັນ​ສາ​ເຫດ​ໃຫ້​ປລາດ​ໃຈ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ເສັຽ​ແລ້ວ 42 ທະ​ເລ​ຂຶ້ນ​ມາ​ເຫນືອ​ບາ​ບິ​ໂລນເມືອງ​ນັ້ນ​ຄຸມ​ແລ້ວ​ດ້ວຍ​ສຽງອຶກ​ກະ​ທຶກ​ຂອງຄື້ນ​ຟອງທະ​ເລນັ້ນ 43 ຫົວ​ເມືອງ​ຂອງ​ມັນ​ກາຍ​ເປັນ​ຄວາມ​ຮ້າງ​ເປົ່າ ເປັນ​ແຜ່ນ​ດິນ​ທີ່​ແຫ້ງ​ແລ້ງ​ແລະ​ເປັນ​ທະ​ເລ​ຊາຍ ເປັນ​ແຜ່ນ​ດິນ​ທີ່​ບໍ່​ມີ​ຜູ້​ໃດ​ອາ​ໄສ​ຢູ່ ແລະ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຂ້າມ​ໄປ 44 ແລະ​ເຣົາ​ຈະ​ລົງ​ໂທດ​ພຣະ​ເບນ​ໃນ​ບາ​ບິ​ໂລນ ທ່ານ​ກືນ​ຫຍັງ​ເຂົ້າ​ໄປ​ແລ້ວ ເຮົາ​ຈະ​ເອົາ​ອອກ​ຈາກ​ປາກ​ທ່ານ​ເສັຽ ບັນ​ດາ​ປະ​ຊາ​ຊາດ​ຈະ​ບໍ່​ໄຫລ​ໄປ​ຫາ​ທ່ານ​ອີກ ກຳ​ແພງ​ແຫ່ງ​ບາ​ບິ​ໂລນ​ລົ້ມ​ລົງ​ແລ້ວ 45 “ໄພ່​ພົນ​ຂອງ​ເຮົາ​ເອີຍ ຈົ່ງ​ອອກ​ໄປ​ເສັຽ​ຈາກ​ຖ້າມ​ກາງ​ມັນ ໃຫ້​ທຸກ​ຄົນ​ເອົາ​ຊີ​ວິດ​ຂອງ​ຕົນ​ລອດ​ຈາກ​ຄວາມ​ພິ​ໂຣດ​ອັນ​ຮ້ອນ​ແຮງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ 46 ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ວິ​ຕົກ​ແລະ​ຢ່າ​ໃຫ້​ຢ້ານ ຕໍ່​ຂ່າວ​ຊຶ່ງ​ໄດ້​ຍິນ​ໃນ​ແຜ່ນ​ດິນ​ນັ້ນ ເມື່ອ​ມີ​ຂ່າວ​ມາ​ໃນ​ປີ​ນຶ່ງ ຕໍ່​ມາ​ອີກ​ປີ​ນຶ່ງ​ກໍ​ມີ​ຂ່າວ​ມາ ແລະ​ຄວາມ​ທາ​ຣຸນ​ກໍ​ມີ​ຢູ່​ໃນ​ແຜ່​ນດິນ ແລະ​ຜູ້​ປົກ​ຄອງ​ກໍ​ຕໍ່ສູ້​ກັບ​ຜູ້​ປົກ​ຄອງ 47 “ເຫດ​ສັນ​ນັ້ນ ວັນ​ເວ​ລາ​ຈະ​ມາ​ເຖິງ ເມື່ອ​ເຮົາ​ຈະ​ລົງ​ໂທດ​ຮູບ​ເຄົາ​ຣົບ​ແຫ່ງ​ບາ​ບິ​ໂລນ ແຜ່ນ​ດິນ​ທັງ​ສິ້ນ​ຂອງ​ມັນ​ຈະ​ຕ້ອງ​ໄດ້​ອາຍ ແລະ​ບັນ​ດາ​ຊາວ​ບາ​ບິ​ໂລນ​ຊຶ່ງ​ຖືກ​ຂ້າ​ຈະ​ລົ້ມ​ລົງ​ທີ່​ຖ້າມ​ກາງ​ມັນ 48 ແລ້ວ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ ແລະ​ສັ​ພ​ສິ່ງ​ທີ່​ມີ​ຢູ່​ໃນ​ນັ້ນ ຈະ​ຮ້ອງ​ເພງ​ເພາະ​ຄວາມ​ຊື່ນ​ບານ​ເຫນືອ​ບາ​ບິ​ໂລນ ເພາະ​ວ່າ​ຜູ້​ທຳ​ລາຍ​ຈະ​ມາ​ຈາກ​ທິດ​ເຫນືອ​ຕໍ່​ສູ້ກັບ​ເຂົາ​ທັ​ງ​ຫລາຍ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້ 49 ບາ​ບິ​ໂລນ​ຈະ​ຕ້ອງ​ລົ້ມ​ລົງ​ເຫດດ້ວຍ​ຄົນ​ທີ່​ຖືກຂ້າແຫ່ງ​ອິສ​ຣາ​ເອນ ດັ່ງ​ຜູ້​ທີ່​ຖືກ​ຂ້າ​ແຫ່ງ​ແຜ່ນ​ດິນ​ໂລກ​ທັງ​ມວນໄດ້​ລົ້ມ​ລົງ​ເພາະ​ບາ​ບິ​ໂລນ 50 “ເຈົ້າ​ທັງ​ຫລາຍ​ຜູ້​ທີ່​ລອດ​ພົ້ນ​ໄປ​ຈາກ​ດາບ ຟ້າວ​ໄປ​ເທີນ ຢ່າ​ຢືນ​ເສີຍ​ຢູ່ ຈົ່ງ​ຣະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ທີ່​ໄກ ແລະ​ໃຫ້ກຸງ​ເຢ​ຣູ​ຊາ​ເລັມ​ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ເຈົ້າ 51 ວ່າ “ເຮົາ​ໄດ້​ອາຍ ເພາະ​ເຮົາ​ໄດ້​ຍິນ​ຄຳ​ເຍາະ​ເຍີ້ຍ ຄວາມ​ອັ​ປ​ຍົດ​ຄຸມ​ຫນ້າ​ເຮົາ​ໄວ້ ເພາະ​ຄົນ​ຕ່າງ​ຊາດ​ໄດ້​ເຂົ້າ​ໃນ​ສະ​ຖານ​ບໍ​ຣິ​ສຸດ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 52 ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວ່​ວ່າ, “ເຫດ​ສັນນັ້ນ ວັນ​ເວ​ລາ​ຈະ​ມາ​ເຖິງ ເມື່ອ​ເຮົາ​ຈະ​ລົງ​ໂທດ​ຮູບ​ເຄົາ​ຣົບ​ຂອ​ງ​ມັນ ແລະ​ຄົນ​ທີ່​ບາດ​ເຈັບ​ຈະ​ຄ່ຳ​ຄວນ​ຢູ່ທົ່ວ​ແຜ່ນ​ດິນ​ທັງ​ສິ້​ນ​ຂອງ​ມັນ 53 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຖິງ​ແມ່ນ​ບາ​ບີ​ໂລນ​ຈະ​ຂຶ້ນ​ໄປ​ເທິງ​ສວັນ ແລະ​ເຖິງ​ແມ່ນ​ມັນ​ຈະ​ສ້າງ​ປ້ອມ​ກັນ​ທີ່​ສູງ​ອັນ​ເຂັ້ມ​ແຂງ​ຂອງ​ມັນ​ໄວ້ ບັນ​ດາ​ຜູ້​ທຳ​ລາຍ​ກໍ​ຍັງ​ມາ​ຈາກ​ເຮົາ​ເຫນືອ​ມັນ 54 “ຟັງ​ເດີ ມີ​ສຽງ​ຮ້ອງ​ມາ​ຈາກ​ບາ​ບິ​ໂລນ​ ສຽງ​ໄວ້​ທຸກ​ຈາກ​ແຜ່ນ​ດິນ​ຂອງ​ຄົນ​ຄັນ​ເດ​ອານ 55 ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າ ກໍາ​ລັງ​ຊົງ​ກະ​ທຳ​ໃຫ້​ບາ​ບິ​ໂລນ​ເປັນ​ບ່ອນ​ປະ​ຮ້າງ ແລະ​ກະ​ທຳ​ສຽງ​ທີ່​ໃຫຍ່​ໂຕ​ຂອງ​ມັນ​ໃຫ້​ງຽບ​ ຄື້ນ​ຂອງ​ເຂົາ​ທັງ​ຫ​ລາຍ​ຄະ​ນອງ​ເຫມືອນ​ນ້ຳ​ມາກ ສຽງ​ອຶກ​ກະ​ທຶກ​ຂອງ​ເຂົາ​ກໍ​ເປັ່ງ​ອອກ​ມາ 56 ເພາະ​ວ່າ​ຜູ້​ທຳ​ລາຍ​ໄດ້​ມາ​ເຫນືອ​ມັນ​ ມາ​ເຫນືອ​ບາ​ບິ​ໂລນ ບັນ​ດາ​ນັກ​ຮົບ​ຂອງ​ມັນ​ຖືກ​ຍຶດ​ແລ້ວ ຄັນ​ທະ​ນູ​ຂອງ​ເຂົາ​ທັ​ງ​ຫລາຍ​ຖືກ​ຫັກ​ຖິ້ມ ເພາະ​ພຣະ​ຜູ້​ເປັ​ນ​ເຈົ້າຊົງ​ເປັນ​ພຣະ​ເຈົ້າ​ແຫ່ງ​ການ​ຕອບ​ແທນ ພຣະ​ອົງ​ຈະ​ຊົງ​ສນອງ​ເປັນ​ແນ່ 57 ເຣົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ນາຍ​ຂອ​ງມັນ ແລະ​ນັກ​ປາດ​ຂອງ​ມັນ​ມືນ​ເມົາ ເຈົ້າ​ເມືອງ​ຂອງ​ມັນ ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ມັນ ແລະ​ນັກ​ຮົບ​ຂອງມັນ ເຂົາ​ທັງ​ຫລາຍ​ຈະ​ນອນ​ຫລັບ​ຢູ່​ເປັນ​ນິດ ບໍ່​ຕື່ນ​ອີກ​ເລີຍ ພຣະ​ບໍ​ຣົມ​ມະ​ຫາ​ກະ​ສັດ​ຜູ້​ຊົງ​ພຣະ​ນາມ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້ 58 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ກຳ​ແພງ​ອັນ​ກວ້າງ​ຂວາງ​ຂອງ​ບາ​ບິ​ໂລນ ຈະ​ຖືກ​ມ້າງ​ເພລົງ​ໃຫ້​ພຽງ​ສ​ເມີ​ພື້ນ​ດິນ ແລະ​ປະ​ຕູ​ເມືອງ​ສູງ​ຂອງ​ມັນ​ຈະ​ຖືກ​ເຜົາດ້ວຍ​ໄຟ ບັນ​ດາ​ປະ​ຊາ​ຊົນ​ທຳ​ງານ​ຢ່າງ​ໄຮ້​ປ​ໂຍດ ແລະ​ຊົນ​ຊາດ​ທັງ​ຫລາຍ​ຈະ​ໄດ້​ເຮັດ​ວຽກ​ສຳ​ລັບ​ໄຟ​ຈົນເມື່ອຍ​ໄປ​ແລ້ວ 59 ຖ້ອຍ​ຄຳ​ຊຶ່ງ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ສັ່ງ​ແກ່​ເຊ​ມັຍ​ຢາ​ບຸດ​ເນຣິ​ຢາ​ຜູ້​ເປັນ​ບຸດ​ມາ​ຊັຍ​ຢາ ເມື່ອ​ເຂົາ​ໄປ​ຍັງ​ບາ​ບິ​ໂລນ​ກັບ​ເຊ​ເດ​ກີ​ຢາ​ກະ​ສັດ​ແຫ່ງ​ຢູ​ດາ ໃນ​ປີ​ທີ່​ສີ່​ແຫ່ງ​ຣັ​ຊ​ການ​ຂອງ​ທ່ານ​ນັ້ນ ເຊ​ຣັຍ​ຢາ​ເປັນ​ຫົວ​ຫນ້າ​ຈັດ​ທີ່​ພັກ 60 ເຢ​ເຣ​ມີ​ຢາ​ໄດ້​ຂຽນ​ບັນດາ​ໂທດ​ທັງ​ສິ້ນ​ຊຶ່ງ​ຈະ​ມາ​ເຖິງ​ບາ​ບິ​ໂລນ​ນັ້ນ​ໄວ້​ໃນ​ຫນັງ​ສື ຖ້ອຍ​ຄຳ​ເຫລົ່າ​ນີ້​ເປັນ​ຄຳ​ທີ່​ຂ​ຽນ​ໄວ້​ກ່ຽດ້ວຍ​ເຣື່ອງ​ບາ​ບິ​ໂລນ 61 ແລະ​ເຢ​ເຣ​ມີ​ຢາ​ເວົ້າ​ກັບ​ເຊ​ຣັຍ​ຢາ​ວ່າ, “ເມື່ອ​ທ່ານ​ມາ​ເຖິງ​ບາ​ບິ​ໂລນ​ແລ້ວ ທ່າ​ນ​ຈົ່ງ​ອ່ານ​ຖ້ອຍ​ຄຳ​ເຫລົ່າ​ນີ້​ທັງຫມົດ​ເດີ 62 ແລະ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ກ່າວ​ກັບ​ສະ​ຖານ​ດທີ່​ນີ້​ວ່າ ພຣະ​ອົງ​ຈະ​ຊົງ​ຕັດ​ອອກ​ເສັຽ ເພື່ອ​ວ່າ​ຈະບໍ່​ມີ​ສິ່ງ​ໃດ​ອາ​ໄສ​ຢູ່​ໃນ​ນັ້ນ ບໍ່​ວ່າ​ມະ​ນຸດ​ຫລື​ສັດ ແລະ​ຈະ​ເປັນ​ບ່ອນ​ຮ້າງ​ເປົ່າ​ຢູ່​ເປັນ​ນິດ 63 ເມື່ອ​ທ່ານ​ອ່ານຫນັງ​ສື​ນີ້​ຈົບ​ແລ້ວ ຈົ່ງ​ເອົາ​ກ້ອນ​ຫີນ​ນຶ່ງ​ມັດ​ຕິດ​ມັນ​ໄວ້ ແລະ​ໂຍນ​ມັນ​ຖິ້ມ​ໄປ​ກາງ​ແມ່​ນ້ຳ​ເອີ​ຟ​ຣາດ 64 ແລະ​ຈົ່ງ​ກ່າວ​ວ່າ, “ບາ​ບິ​ໂລນ​ຈະ​ຈົມ​ລົງ​ຢ່າງ​ນີ້​ແຫລະ ບໍ່​ລອຍ​ຂຶ້ນ​ອີກ​ເລີຍ ເຫດ​ດ້ວຍ​ໂທດຊຶ່ງ​ເຣົາ​ຈະ​ນໍາ​ມາ​ເຫນືອ​ມັນ”ຖ້ອຍ​ຄຳ​ຂອງ​ເຢ​ເຣ​ມີ​ຢາ​ມີ​ພຽງ​ນີ້

ເຢເຣມີ 52

ເຊ​ເດ​ກີ​ຢາ​ຖືກ​ຄຸກ​ຈົນ​ເທົ່າ​ຕາຍ

1 ເຊ​ເດ​ກີ​ຢາ​ໄດ້​ເປັນ​ກະ​ສັດ​ເມື່ອ​ອາ​ຍຸ​ຊາວ​ເອັດ​ປີ ຊົງ​ປົກ​ຄອງ​ຢູ່​ທີ່​ກຸງ​ເຢຣູ​ຊາ​ເລັມ​ເປັນ​ເວ​ລາ​ສິບ​ເອັດ​ປີ ພຣະ​ມານ​ດາ​ຂອງ​ພຣະ​ອົງ​ຊື່ ຮາ​ມູ​ຕານ ຊຶ່ງ​ເປັນ​ບຸດສາວ​ຂອງເຢ​ເຣ​ມີ​ຢາ​ຊາວ​ເມືອງ​ລີບ​ນາ 2 ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ຊົງ​ເຫັນ​ວ່າ​ກະ​ສັດ​ເຊ​ເດ​ກີ​ຢາ​ໄດ້​ຊົງ​ທຳ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຫລາຍ ເຊັ່ນ​ດຽວ​ກັນ​ກັບ​ກະ​ສັດ​ເຢ​ຮົວ​ອາ​ຄິມ​ໄດ້​ທຳ 3 ສະ​ນັ້ນ ສະ​ພາບ​ຂອງ​ສັງ​ຄົ​ມ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໃນ​ຢູ​ດາ​ຈຶ່ງ​ຊົ່ວ​ຮ້າຍ​ຫລາຍ ຈົນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ແລະ​ປະ​ຖິ້ມ​ຊາວ​ເມືອງ​ນີ້ ກະ​ສັດ​ເຊ​ເດ​ກີ​ຢາ​ໄດ້​ກະ​ບົດ​ຕໍ່​ສູ້​ກະ​ສັດ​ບາ​ບິ​ໂລນ 4 ຕໍ່​ມາ​ໃນ​ວັນ​ທີ່​ສິບ​ເດືອນສິບ​ຂອງ​ປີ​ທີ່​ເກົ້າ​ແຫ່ງ​ຣັ​ຊ​ການ​ເຊ​ເດ​ກີ​ຢາ​ກະ​ສັດ​ຢູ​ດາ ເນ​ບູ​ກາດ​ເຣ​ສ​ຊາ​ຣ໌​ກະ​ສັດ​ບາ​ບິ​ໂລ​ນ​ໄດ້​ຍົກທັບ​ມາ​ອ້ອມ​ກຸງ​ເຢ​ຣູ​ຊາ​ເລັມ ໄດ້​ຕັ້ງ​ຄ້າຍ​ໄວ້​ນອກ​ເມືອງ ແລະ​ສ້າງ​ກຳ​ແພງ​ອ້ອມ​ເມືອງ 5 ກຸງ​ເຢ​ຣູ​ຊາ​ເລັມ​ຈຶ່ງ​ຖືກ​ປິດ​ລ້ອມ​ຈົນ​ເຖິງ​ປີ​ທີ່​ສິບ​ເອັດ​ແຫ່ງ​ຣັ​ຊ​ການ​ເຊ​ເດ​ກີ​ຢາ 6 ເມື່ອ​ວັນ​ທີ່​ເກົ້າ​ເດືອນ​ສີ່​ປີ​ດຽວ​ກັນ​ນັ້ນ ໄດ້​ເກີດ​ການ​ອຶດ​ຢາກ​ຂຶ້ນ​ຢ່າງ​ຮ້າຍ​ແຮງ ຈົນ​ປະ​ຊາ​ຊົນ​ບໍ່​ມີ​ຫຍັງ​ຈະ​ກິນ 7 ແລ້ວ​ພວກ​ສັດ​ຕ​ຣູ​ໄດ້​ມ້າງ​ກຳ​ແພງ​ເມືອງ​ບ່ອນ​ນຶ່ງ​ອອກ ທະ​ຫານ​ທັງ​ຫມົດ​ທີ່​ຢູ່​ໃນ​ເມືອງ​ຈຶ່ງ​ພາ​ກັນ​ຫນີ​ ໄປ​ຕາມ​ທາງ​ປະ​ຕູ​ເມືອງ​ລະ​ຫວ່າງກຳແພງ​ທັງ​ສອງ ​ພວກ​ເຂົາ​ໄດ້​ຫນີອ​ອ​ກ​ໄປ​ທາງ​ສວນ​ອຸ​ທະ​ຍານ​ໃນ​ເວ​ລາ​ກາງ​ຄືນ ຝ່າຍ​ຄົນ​ຄັນ​ເດ​ອານ​ກໍ​ລ້ອມ​ຢູ່​ຮອບ​ກຸງ ແລະ​ເຂົາ​ທັງ​ຫລາຍ​ມຸ່ງ​ຫນ້າ​ໄປ​ທາງ​ຮ່ອມ​ພູ​ອາ​ຣາ​ບາ 8 ແຕ່ກອງ​ທັບ​ຂອງ​ຄົນ​ຄັນ​ເດ​ອານ​ໄດ້​ໄລ່​ຕິດ​ຕາມ​ກະ​ສັດ​ໄປ ແລະ​ໄປ​ທັນ​ເຊ​ເດກີ​ຢາ​ໃນ​ທີ່​ທົ່ງ​ຮາບ​ພຽງ​ໃກ້​ເມືອງ​ເຢ​ຣິ​ໂກ ທະ​ຫານ​ທັງ​ຫມົດ​ຂອງ​ພຣະ​ອົງ​ໄດ້​ຫນີ​ປະ​ພຣະ​ອົງ​ໄປ 9 ຫລັງ​ຈາກ​ຈັບ​ເຊ​ເດ​ກີ​ຢາ​ໄດ້​ແລ້ວ ເຂົາ​ກໍນຳ​ພຣະ​ອົງ​ມາ​ມອບໃຫ້​ກະ​ສັດ​ເນ​ບູ​ກາດ​ເຣ​ສ​ຊາ​ຣ໌ ຊຶ່ງ​ຊົງ​ປະ​ທັບ​ຢູ່​ເມືອງ​ຣິບ​ລາ​ໃນ​ດິນ​ແດນ​ຮາ​ມັ​ທ​ ແລະ​ຊົງ​ຕັດ​ສິນ​ລົງ​ໂທດ​ກະ​ສັດ​ເຊ​ເດ​ກີ​ຢາ​ຢູ່​ທີ່​ນັ້ນ 10 ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ໄດ້​ປະ​ຫານ​ບຸດ​ຊາຍ​ທັງ​ຫລາຍຂອງ​ເຊ​ເດກີ​ຢາຕໍ່​ຫນ້າ​ຕໍ່​ຕາ​ທ່ານ​ແລະ​ໄດ້​ປະ​ຫານ​ຊີ​ວິດ​ພວກ​ເຈົ້າ​ນາຍ​ທັງ​ສິ້ນ​ຂອງ​ຢູ​ດາ​ເສັຽ​ທີ່​ເມືອງ​ຣິບ​ລາ 11 ພຣະ​ອົງ​ໄດ້​ຄວັດຫນ່ວຍ​ຕາ​ຂອງ​ເຊເດ​ກີ​ຢາ​ອອກ ແລະ​ໄດ້​ຜູກ​ໂສ້​ນຳ​ໄປ​ຍັງ​ບາ​ບິ​ໂລນ ແລ້ວ​ຂັງ​ໄວ້​ໃນຄຸກ​ຈົນ​ວັນ​ທີ່​ທ່ານ​ສິ້​ນ​ຊີ​ວິດ 12 ມື້​ວັນ​ທີ່​ສິບ​ເດືອນ​ຫ້າ ຊຶ່ງ​ເປັນ​ປີ​ທີ່​ສິບ​ເກົ້າ​ແຫ່ງ​ຣັ​ຊ​ການ​ເນ​ບູ​ກາດ​ເຣ​ສ​ຊາຣ໌​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ເນ​ບູ​ຊາ​ເຣ​ດານ​ຜູ້​ເປັນ​ຣາ​ຊ​ເລ​ຂາ​ແລະ​ຜູ້​ບັນ​ຊາ​ການ​ທະ​ຫານ ໄດ້​ເຂົ້າ​ໄປ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 13 ແລ້ວ​ເຂົາໄດ້​ເຜົາພຣະ​ວິ​ຫານຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ຣາ​ຊວັງ ແລະ​ບັນ​ດາ​ເຮືອນ​ທັງ​ສິ້ນຂອງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ບ້ານ​ເຮືອນ​ຂອງ​ບຸກ​ຄົນ​ສຳ​ຄັນ​ຖິ້ມ 14 ສ່ວນ​ກອງ​ທັບ​ທັງ​ສິ້ນ​ຂອງ​ຄົນ​ຄັ​ນ​ເດ​ອານ ຜູ້​ຢູ່ກັບ​ຜູ້​ບັງ​ຄັບ​ບັນ​ຊາ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ໄດ້​ທຳ​ລາຍ​ກຳ​ແພງ​ເມືອງທັງ​ຫມົດ​ທີ່​ຢູ່​ຮອບ​ກຸງ​ເຢ​ຣູ​ຊາ​ເລັ​ມ​ລົງ 15 ແລະ​ເນ​ບູ​ກາ​ດ​ເຣ​ສ​ຊາ​ຣ໌​ໄດ້​ຈັບ​ປະ​ຊາ​ຊົນ​ທີ່ເຫລືອ​ຢູ່​ໃນ​ເມືອງ ຮວມ​ທັງ​ຄົນ​ທີ່​ຫນີ​ເຂົ້າ​ມາ​ມອບ​ຕົວ​ຕໍ່​ທ່ານ​ກັບ​ພວກ​ນາຍ​ຊ່າງ​ທີ່​ເຫລືອ​ຢູ່​ໄປ​ເປັນ​ຊະ​ເລີຍ​ທີ່​ບາ​ບິ​ໂລນ 16 ແຕ່​ເນ​ບູ​ຊາ​ເຣ​ດານ​ຜູ້​ບັນ​ຊາ​ການ​ທະ​ຫານ​ຮັ​ກ​ສາ​ພຣະ​ອົງ​ໄດ້​ປະ​ຄົນ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ແຜ່ນ​ດິນ​ໄວ້​ໃຫ້​ເປັນ​ຄົນ​ທຳ​ສວນ​ອະ​ງຸ່ນ ແລະ​ເຮັດ​ໄຮ່​ໄຖ່​ນາ 17 ບັນ​ດາ​ເສົາ​ທອງ​ສຳ​ຣິດ​ຊຶ່ງຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເສົາ​ແລະ​ຂັນ​ນັ້ນ​ທອງ​ສຳ​ຣິດ ຊຶ່ງ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຄົນ​ຄັນ​ເດ​ອານ​ໄດ້​ທຸບ​ເສັຽ​ເປັນ​ທ່ອນໆ ແລະ​ຂົນ​ເອົາ​ທອງ​ສຳ​ຣິດ​ທັງ​ຫມົດໄປ​ຍັງ​ບາ​ບິ​ໂລນ 18 ພວກ​ເຂົາ​ຍັງ​ໄດ້​ຂົນ​ເອົາ​ເຄື່ອງ​ໃຊ້​ສຳ​ລັບ​ທຳ​ຄວາມ​ສະ​ອາດ​ແທ່ນ​ບູ​ຊາ ຄື​ສຽມ ຊວ້ານ ຄຸ​ໃສ່ຂີ້​ເທົ່າ​ໄຟ ຖາດ​ແລະ​ມີດ​ຕັດ​ໄສ້​ຕະ​ກຽງ ໂອ​ໃສ່​ເລືອດ​ເວ​ລາ​ຂ້າ​ສັດ​ຖວາຍ​ບູ​ຊາ ຫມໍ້​ສຳ​ລັບ​ເຄື່ອງ​ຫອມ​ບູ​ຊາ ແລະ​ເຄື່ອງ​ທອງ​ສຳ​ຣິດ​ທັງ​ຫມົດ​ທີ່​ໃຊ້​ໃນ​ພິ​ທີ​ການ​ຂອງວິ​ຫານ 19 ພວກ​ເຂົາ​ໄດ້​ຂົນ​ເອົາ​ທຸກ​ສິ່ງ​ທີ່​ທຳ​ດ້ວຍ​ຄຳ​ຫລື​ເງິນ​ໄປ ຄື ຫມໍ້​ນ້ອຍ ອ່າງ​ໃສ່​ຖ່ານ​ຫີນ ໂອ​ໃສ່​ເລືອດ ຄຸ​ໃສ່​ຂີ້​ເທົ່າ​ໄຟ ຕີນ​ຕັ້ງ​ຕະ​ກຽງ ຖາດ​ເຄື່ອງ​ຫອມ​ບູ​ຊາ ຈອກ​ເຄື່ອງ​ດື່ມ​ບູ​ຊາ 20 ເຄື່ອງ​ທອງ​ສຳ​ຣິດ​ທີ່​ກະ​ສັດ​ໂຊ​ໂລ​ໂມນ​ທຳ​ໄວ້​ໃນ​ພຣະ​ວິ​ຫານ ຄື​ເສົາ​ສອງ​ເສົາ ຕີນ​ເສົາ ອ່າງ​ໃຫຍ່​ໃສ່​ນ້ຳ ຮູບ​ງົວ​ສິບ​ສອງ​ໂຕ​ທີ່​ຮອງ​ຮັບ​ອ່າງໃຫຍ່​ນັ້ນ ເຄື່ອງ​ເຫລົ່າ​ນີ້​ຫນັກ​ຫລາຍ​ຈົນຊັ່ງ​ບໍ່​ໄດ້ 21 ເສົາ​ສອງ​ເສົາ​ນັ້ນ ແຕ່​ລະ​ເສົາ​ແທກ​ໄດ້​ດັ່ງ​ນີ້ ລວງ​ສູງ​ສິບ​ແປດ​ສອກ ລວງ​ອ້ອມ​ສິບ​ສອງສອກ ຂ້າງ​ໃນ​ເປັນ​ໂກນ ຄວາມ​ຫນາ​ຂອງ​ເສົາ​ສີ່​ນິ້ວ 22 ຢູ່​ເທິງ​ຫົວ​ເສົາ​ມີ​ບົວ​ທອງ​ສຳ​ຣິດ ບົວ​ແຕ່ລະ​ດອກ​ສູງ​ຫ້າ​ສອກ ມີ​ຮູບ​ພວງ​ມາ​ລັຍ​ແລະ​ຮູບ​ຫມາກ​ພິ​ລາ​ອ້ອມ​ຮອບ​ບົວ​ນັ້ນ ສິ່ງ​ທັງ​ຫມົດ​ນີ້​ທຳ​ດ້ວຍ​ທອງ​ສຳ​ຣິດ 23 ເທິງ​ພວງມາ​ລັຍ​ໂດຍ​ຮອບ​ມີ​ຮູບ​ຫມາກ​ພິ​ລາ​ຮ້ອຍ​ຫນ່ວຍ ແຕ່​ຫລຽວ​ຂຶ້ນ​ໄປ​ຈາກ​ເບື້ອງ​ລຸ່ມ​ເຫັນ​ມີ​ເກົ້າ​ສິບ​ຫົກ​ຫນ່ວຍ 24 ນອກ​ຈາກ​ນັ້ນ ຜູ້​ບັນ​ຊາ​ການ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ໄດ້​ຈັບ​ເຊ​ຣັຍ​ຢາ​ມະ​ຫາ​ປະ​ໂຣ​ຫິດ ເຊຟັນ​ຢາ​ຜູ້​ຮອງ​ປະ​ໂຣ​ຫິດ ແລະ​ຄົນ​ອື່ນໆ​ອີກ​ທີ່​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ​ສາມ​ຄົນ​ໄປ​ເປັນ​ຊະ​ເລີຍ 25 ທ່ານ​ໄດ້​ຈັບ​ເອົາ​ຜູ້​ບັນ​ຊາ​ການ​ທະ​ຫານ​ຄົນ​ນຶ່ງ ທີ່​ປຶກ​ສາ​ມະ​ຫາກະ​ສັດ​ເຈັດ​ຄົນ ຮອງ​ຜູ້​ບັນ​ຊາ​ການ​ທະ​ຫານ​ຊຶ່ງ​ຮັບ​ຫນ້າ​ທີ່​ເກນ​ທະ​ຫານ ແລະ​ຄົນ​ສຳ​ຄັນ​ອື່ນ​ໆ​ອີກ​ຫົກ​ສິບ​ຄົນ​ໄປ​ຈາກ​ເມືອງ​ນັ້ນ 26 ເນ​ບູ​ຊາ​ຣາ​ດານ​ໄດ້​ຈັບ​ຄົນ​ເຫລົ່າ​ນີ້​ນຳ​ໄປ​ມອບ​ໃຫ້​ກະ​ສັດ​ບາ​ບິ​ໂລນ​ທີ່​ເມືອງ​ຣິບ​ລາ 27 ກະ​ສັດແຫ່ງ​ບາ​ບິ​ໂລນ​ຊົງ​ຕີ​ເຂົາ ແລະ​ລົງ​ໂທດ​ເຂົາ​ຈົນ​ຕາຍ​ຢູ່​ເມືອງ​ຣິບ​ລາ ດິນ​ແດນ​ຮາ​ມັ​ທ 28 ຕໍ່​ໄປ​ນີ້​ແມ່ນ​ຈຳ​ນວນ​ປະ​ຊາ​ຊົນ​ຢູ​ດາ​ທີ່​ຖືກ​ກະ​ສັດ​ເນ​ບູ​ກາດ​ເຣ​ສ​ຊາ​ຣ໌ກວາດ​ຕ້ອນ​ອອກ​ຈາກ​ປະ​ເທດດ​ໄປ​ເປັນ​ຊະ​ເລີຍ ຄື​ໃນ​ຣັ​ຊ​ການ​ປີ​ທີ່​ເຈັດ​ກວາດ​ຕ້ອນ​ໄປ ພວກ​ຢິວ​ສາມ​ພັນ​ຊາວ​ສາມ​ຄົນ 29 ໃນ​ປີ​ທີ່​ສິບ​ແປດ​ແຫ່ງ​ຣັ​ຊ​ການ​ເນ​ບູ​ກາດ​ເຣ​ສ​ຊາ​ຣ໌​ທ່ານ​ຂົນ​ຊະ​ເລີຍ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ແປດ​ຮ້ອຍ​ສາມ​ສິບ​ສອງ​ຄົນ​ 30 ໃນ​ປີ​ທີ່​ຊາວ​ສາມ​ແຫ່ງ​ຣັ​ຊ​ການ​ເນ​ບູ​ກາດ​ເຣ​ສ​ຊາ​ຣ໌ ເນ​ບູ​ຊາ​ຣາ​ດານ​ຜູ້​ບັງ​ຄັບ​ບັນ​ຊາ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ຈັບ​ຢິວ​ເປັນ​ຊະ​ເລີຍ​ເຈັດ​ຮ້ອຍ​ສີ່​ສິບ​ຫ້າ​ຄົນ ຮວມ​ຄົນ​ທັງ​ຫມົດ​ເປັນ​ສີ່​ພັນ​ກັບຫົກ​ຮ້ອຍ​ຄົນ

ເຢ​ຮົວ​ອາ​ຄິນ​ຮັບ​ການ​ປົດ​ປ່ອຍ​ແລະ​ຮັບ​ກຽດ​ໃນ​ບາ​ບິ​ໂລນ

31 ແລະ​ໃນ​ປີ​ທີ່​ສາມ​ສິບ​ເຈັດ​ແຫ່ງ​ການ​ເປັນ​ຊະ​ເລີຍ​ຂອງ​ເຢ​ຮົວ​ອາ​ຄິນກະ​ສັດ​ແຫ່ງ​ຢູ​ດາ​ນັ້ນ ເມື່ອ​ວັນ​ທີ່​ຊາວ​ຫ້າ​ໃນ​ເດືອນ​ທີ່​ສິບ​ສອງ ເອ​ວິນ​ເມ​ໂຣ​ດັກ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ໃນ​ປີ​ທີ່​ທ່ານ​ຂຶ້ນ​ສ​ເວີຍ​ຣາ​ຊ ທ່ານ​ໄດ້​ຍົກ​ຫົວ​ຂອງ​ເຢ​ຣົວ​ອາ​ຄິນ​ກະ​ສັດ​ແຫ່ງ​ຢູ​ດາ​ຂຶ້ນ ແລະ​ໄດ້​ນຳ​ທ່ານ​ອອກ​ມາ​ຈາກ​ຄຸກ 32 ພຣະ​ອົງ​ກ່າວ​ຢ່າງ​ເມດ​ຕາ​ຕໍ່​ທ່ານ ແລະ​ໃຫ້​ນັ່ງ​ເທິງ​ທີ່​ນັ່ງ​ເຫນືອກວ່າ​ບັນ​ດາ​ກະ​ສັດ​ທັງ​ຫລາຍ​ທີ່​ຢູ່​ໃນ​ບາ​ບິ​ໂລນ 33 ດັ່ງ​ນັ້ນ​ເຢ​ຣົວ​ອາຄິນ​ຈຶ່ງ​ໄດ້​ຖ່າຍ​ເຄື່ອງ​ນຸ່ງ​ນັກ​ໂທດ​ອອກ​ຈາກ​ກາຍ​ແລະ​ໄດ້​ຮັບ​ປະ​ທານ​ອາ​ຫານ​ທີ່​ໂຕະ​ສ​ເວີຍ​ຂອງ​ພຣະ​ຣາ​ຊາ​ທຸກວັນ​ຈົນ​ສິ້ນ​ພຣະ​ຊົນ 34 ສ່ວນ​ງົບ​ປະ​ມານ​ທີ່​ໃຫ້​ນັ້ນທ່ານ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊທາ​ນ​ຈາກ​ກະ​ສັດ​ຕາມ​ຄວາມ​ຕ້ອງການ​ຢູ່​ສ​ເມີ ຄລອດ​ເມື່ອ​ທ່ານ​ມີ​ຊີ​ວິດ​ຢູ່​ຈົນ​ວັ​ນ​ຕາຍ​ຂອງ​ທ່ານ

ເພງຄໍ່າຄວນ 1

ຄວາມ​ໂສກ​ເສົ້າ​ຂອງ​ຊີ​ໂອນ​ທີ່​ເປັນ​ຊະ​ເລີຍ

1 ກຸ​ງ​ທີ່​ແຫນ້ນ​ຫນາ​ດ້ວຍ​ພົ​ລ​ເມືອງມາອ້າງວ້າງ​ຢູ່​ໄດ້​ຫນໍ ນະ​ຄອນທີ່​ຮຸ່ງ​ເຮືອງ​ຢູ່​ຖ້າມ​ກາງ​ປະ​ຊາ​ຊາດມາ​ກາຍ​ເປັນ​ດັ່ງ​ຍິງ​ຫມ້າຍ​ຫນໍ ນະ​ຄອນທີ່​ເປັນ​ດັ່ງ​ເຈົ້າ​ຍິງ​ຖ້າມ​ກາງ​ເມືອງ​ທັງ​ຫລາຍ ກໍ​ກັ​ບ​ເປັນ​ເມືອງ​ຂຶ້ນ​ເຂົາ​ໄປ 2 ນະ​ຄອນ​ນັ້ນ​ຮ້ອງ​ໄຫ້​ສະ​ອື້ນ​ໃນ​ຣາ​ຕ​ຣີ​ກາ​ນ ແລະ​ນ້ຳ​ຕາ​ຂອງ​ນາງ​ກໍ​ອາບ​ແກ້ມ ນາງ​ຈະ​ຫາ​ໃຜ​ຖ້າມ​ກາງ​ຄົນ​ທີ່​ຮັກ​ນາງ​ໃຫ້​ມາ​ເລົ້າ​ໂລມ​ກໍ​ຫາ​ບໍ່​ພົບ ບັນ​ດາ​ຫມູ່​ເພື່ອນ​ຂອງ​ນາງ​ຫມົດ​ທຸກ​ຄົນ​ໄດ້​ທໍ​ຣະ​ຍົດ​ຕໍ່​ນາງ ເຂົາ​ທັງ​ປວງ​ກັບ​ເປັນ​ສັດ​ຕຣູ​ຂອງ​ນາງ 3 ຢູ​ດາ​ໄດ້​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ໄດ້​ຮັບ​ຄວາມ​ທຸກ​ໃຈ ຕ້ອງ​ທຳ​ງານ​ຢ່າງ​ທາດ ນາງ​ຕ້ອງ​ອາ​ໄສ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ ນາງ​ບໍ່​ພົບ​ທີ່​ພັກ​ສ​ງົບ​ເລີຍ ບັນ​ດາ​ຜູ້​ຂົ່ມ​ເຫັງ​ໄດ້​ໄລ່​ທັນ​ນາງ ເມື່ອ​ເວ​ລາ​ນາງ​ທຸກ​ໃຈ 4 ຖ​ນົນ​ຫົນ​ທາງ​ທີ່​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ໂສກ​ເສົ້າ​ຢູ່ ເພາະ​ບໍ່​ມີ​ຜູ້​ໃດ​ເດີນ​ໄປ​ໃນ​ງານ​ເທ​ສ​ການ ບັນ​ດາ​ປະ​ຕູ​ເມືອງ​ຂອງ​ນາງ​ຫວ່າງ​ເປົ່າ ພວກ​ປະ​ໂຣ​ຫິດ​ທັງ​ປວງ​ຂອງ​ນາງ​ໄດ້​ພາ​ກັນ​ຖອນ​ໃຈ ສາວ​ພົມ​ມະ​ຈາ​ຣີ​ທັງ​ຫລາຍ​ຂອງ​ນາງ​ກໍຕ້ອງ​ທົນ​ທຸກ ແລະ​ຕົວ​ນາງ​ເອງ​ກໍ​ໄດ້​ຣັບ​ຄວາມ​ຂົ່ມ​ຂືນ​ຍິ່ງ​ນັກ 5 ພວກ​ຄົ​ນ​ທີ່​ຂັດ​ຂວາງນາງ​ກາຍ​ເປັນ​ຫົວ​ຫນ້າ ພວກສັດ​ຕຣູ​ຂອງ​ນາງ​ໄດ້​ຈະ​ເຣີນ​ຂຶ້ນ ດ້ວຍ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໃຫ້​ນາງ​ທົນ​ທຸກ ເພາະ​ຄວາມ​ທໍ​ຣະ​ຍົດ​ອັນ​ມະ​ຫັນ​ຂອງ​ນາງ ລູກ​ເຕົ້າ​ທັງ​ຫລາຍ​ຂອງ​ນາງ​ຕົກ​ເປັນ​ຊະ​ເລີຍ​ຕໍ່​ຫນ້າ​ສັດ​ຕ​ຣູ 6 ແລະ​ຄວາມຮຸ່ງ​ເຮືອງ​ຕະ​ກາ​ນ ໄດ້​ພາກ​ໄປ​ຈາກ​ທິ​ດາ​ແຫ່ງ​ຊີ​ໂອນ​ເສັຽ​ແລ້ວ ພວກ​ເຈົ້າ​ນາຍ​ຂອງ​ນາງ​ກໍ​ກັບ​ເປັນ​ດັ່ງ​ຝູງກວາງ ທີ່​ຫາ​ທົ່ງ​ຫຍ້າ​ລ້ຽງ​ຊີ​ວິດ​ບໍ່​ໄດ້ ແລະ​ໄດ້​ແລ່ນ​ຫນີ​ໄປ​ຂ້າງ​ຫນ້າ​ຜູ້​ໄລ່​ຕິດ​ຕາມ 7 ເຢ​ຣູ​ຊາ​ເລັມ​ເມື່ອ​ຕົກ​ຢູ່​ໃນ​ຍາມທຸກ​ໃຈ ແລະ​ຍາມ​ລຳ​ເຄັນ​ກໍ​ໄດ້​ຫວນ​ລະ​ນຶກ​ເຖິງ​ສິ່ງ​ປະ​ເສີດ ທີ່​ຕົນ​ເຄີຍ​ມີໃນ​ຄັ້ງ​ກ່ອນ ເມື່ອ​ພົລ​ເມືອງ​ຂອງ​ນາງ​ຕົກຢູ່​ໃນ​ມື​ຂອງ​ສັດ​ຕຣູ ແລະ​ຫາ​ບໍ່ມີ​ຜູ້​ໃດ​ຈະ​ສົງ​ເຄາະ​ນາງ ພວກ​ສັດ​ຕຣູ​ເຫັນ​ນາງ​ແລ້ວກໍເຍາະ​ເຍີ້ຍ​ຄວາມ​ລົ້ມ​ຈົມ​ຂອງ​ນາງ 8 ເຢ​ຣູ​ຊາ​ເລັມ​ໄດ້​ທຳ​ບາບ​ຢ່າງ​ໃຫຍ່​ຫລວງ ເຫດ​ສະ​ນີ້​ນາງ​ຈຶ່ງ​ເປັນ​ສິ່ງ​ມົນ​ທິນ ບັນ​ດາ​ຄົນ​ທີ່​ເຄີຍ​ໃຫ້​ກຽດ​ນາງ​ກໍ​ລົ​ບ​ລູ່​ນາງ ເພາະ​ເຫດ​ເຂົາ​ທັງ​ຫລາຍ​ເຫັນ​ຄວາມ​ອັປຍົດ​ຂອງ​ນາງ ໂອ ນາງ​ເອງ​ໄດ້​ຖອນ​ໃຈ​ ແ​ລະ​ຫັນ​ຫນ້າ​ຂອງ​ນາງ​ໄປເສັຽ 9 ມົນ​ທິນ​ຂອງ​ນາງ​ກໍ​ຂັງ​ໃນ​ກະ​ໂປງ​ຂອງ​ນາງ ແລະ​ນາງ​ບໍ່​ໄດ້​ຄຳ​ນຶງ​ເຖິງ​ອະ​ນາ​ຄົດ​ ດັ່ງ​ນັ້ນ​ນາງ​ຈຶ່ງ​ເສື່ອມ​ໂຊມ​ລົງ​ໄວ​ຢ່າງ​ຫນ້າ​ໃຈ​ຫາຍ ນາງກໍ​ບໍ່​ມີຜູ້​ໃດ​ເລົ້າ​ໂລມ “ຂ້າ​ແດ່​ພຣະ​ເຈົ້າ ຂໍ​ທອດ​ພຣະ​ເນດ ຄວາມ​ທຸກ​ໃຈ​ຂອງ​ຂ້າ​ພຣະ​ອົງ ເພາະ​ພວກ​ສັດ​ຕຣູ​ໄດ້ລຳ​ພອງ​ຕົວ​ຂຶ້ນ​ແລ້ວ” 10 ພວກ​ສັດ​ຕຣູ​ໄດ້​ຍື່ນ​ມື​ຂອງ​ເຂົາ ຍຶດ​ເອົາ​ບັນ​ດາ​ຂອງ​ປະ​ເສີດ​ຂອງ​ນາງ ດ້ວຍ​ນາງ​ໄດ້​ເຫັນ​ບັນ​ດາ​ປະ​ຊາ​ຊາດ​ບຸກ​ເຂົ້າ​ມາ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ນາງ ຄື​ຄົນ​ທີ່​ພຣະ​ອົງ​ໄດ້​ຊົງ​ຫ້າມ​ບໍ່​ໃຫ້​ເຂົ້າມາ​ໃນຊຸມ​ນຸມ​ຊົນ​ຂອງ​ພຣະ​ອົງ 11 ບັນ​ດາ​ພົລເມືອງ​ຂອງ​ນາງ​ໄດ້​ຖອນ​ໃຈ​ໃຫຍ່ ເມື່ອ​ເຂົາ​ທັງ​ຫລາຍ​ຊອ​ກຫາ​ອາ​ຫານ​ແລະ​ພວກ​ເຂົາ​ໄດ້​ເອົາ​ຊັບ​ສິນ​ຂອງ​ຕົວ​ອອກ​ແລກ​ອາ​ຫານ​ກິນ​ເພື່ອ​ຈະ​ໄດ້​ລ້ຽງ​ຊີ​ວິດ “ຂ້າ​ແຕ່​ພຣະເຈົ້າ ຂໍ​ຊົງ​ທອດ​ພຣະ​ເນດ ເພາະ​ຂ້າ​ພຣະ​ອົງ​ເປັນ​ທີ່ຢຽດ​ຫຍາມ​ເສັຽ​ແລ້ວ” 12 ດູ​ກ່ອນ ທ່ານ​ທັງ​ຫລາຍ​ທີ່​ເດີນ​ຜ່ານ​ໄປ ທ່ານ​ບໍ່​ໄດ້​ເກີດມີ​ຄວາມ​ຮູ້​ສຶກຫຍັງ​ບໍ ຈົ່ງ​ເບິ່ງ​ດູ ວ່າ​ມີ​ຄວາມ​ທຸກ​ອັນ​ໃດ​ແດ່​ທີ່​ເຫມືອນ​ຄວາມ​ທຸກ​ທີ່​ມາ​ສູ່​ຂ້າ​ພະ​ເຈົ້າ ເປັນ​ຄວາມ​ທຸກ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ແກ່​ຂ້າ​ພະ​ເຈົ້າ ໃນ​ວັນ​ທີ່​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ຂ້າ​ພະ​ເຈົ້າ​ຢ່າງ​ຮ້າຍ​ແຮງ​ນັ້ນ 13 “ພຣະ​ອົງ​ໄດ້​ຊົງ​ສົ່ງ​ໄຟ​ລົງມາ​ຈາກ​ເບື້ອງ​ເທິງ ໃຫ້​ເຂົ້າ​ໄປ​ໃນ​ກະ​ດູກ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ຫ້າງ​ແຮ້ວ​ໄວ້​ດັກ​ຕີນຂອງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ຕ້ອງ​ຫັນ​ກັບ​ຄືນ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ຢູ່​ໂດດ​ດ່ຽວ ​ແລະ​ອ່ອນ​ລະ​ອາ​ຢູ່​ຕລອດ​ວັນ 14 “ພາ​ຣະ​ແຫ່ງ​ການ​ທໍ​ຣະ​ຍົດ​ທັງ​ມວນ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຖືກ​ຮວມ​ເຂົ້າ​ກັນ​ເປັນ​ແອກ ໂດຍ​ພຣະ​ຫັດ​ຂອງ​ພຣະ​ອົງ​ຊົງ​ຮວບ​ມັດ​ໄວ້ ແອກ​ນັ້ນ​ຮັດ​ຕຶງຮອບ​ຄໍ​ຂ້າ​ພະ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ກຳ​ລັງ​ຂ້າ​ພະ​ເຈົ້າ​ຖອຍ​ໄປ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ມອບ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ມື​ຂອງ​ເຂົາ​ທັງ​ຫລາຍ ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຕໍ່​ຕ້າ​ນໄດ້ 15 “ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ຖິ້ມ​ນັກ​ຮົບ​ຂອງ​ຂ້າ​ພະ​ເຈົ້າ​ຖ້າມ​ກາງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ເກນ​ຊຸມ​ນຸມ​ຊົນ​ເຂົ້າ​ມາ​ຕໍ່​ສູ້​ຂ້າ​ພະ​ເຈົ້າ ເພື່ອ​ຈະ​ຢຽບ​ຢໍ່າຊາຍ​ສະ​ກັນ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ແຫລກ​ໄປ ພຣະ​ເຈົ້າ​ໄດ້​ຊົງ​ຍ່ຳ​ລູກ​ສາວ​ພົມ​ມະ​ຈາ​ຣີ​ແຫ່ງ​ຢູ​ດາ ດັ່ງ​ຢຽບ​ຫມາກອະ​ງຸ່ນ​ລົງ​ໃນ​ບໍ່​ຍ່ຳ​ຫມາກ​ອະ​ງຸ່ນ 16 “ເພາະ​ເຫດ​ນີ້​ເອງ​ທີ່​ຂ້າ​ພະ​ເຈົ້າ​ຮ້ອງ​ໄຫ້ ໃນ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ມີ​ນ້ຳ​ຕາ​ໄຫລ​ລົງ​ມາ ເພາະ​ຜູ້​ອອຍ​ໃຈ​ຢູ່ໄກ​ຈາກ​ຂ້າ​ພະ​ເຈົ້າ ຄື​ຜູ້​ທີ່​ໃຫ້​ກຳ​ລັງ​ໃຈ​ຂ້າ​ພະ​ເຈົ້າ ແລະ​ພວກ​ລູກ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໂດດ​ດ່ຽວ​ເພາະ​ພວກ​ສັດ​ຕຣູ​ໄດ້​ໄຊ​ຊະ​ນະ” 17 ເມືອງ​ຊີ​ໂອນ​ໄດ້​ຢຽດ​ມື​ທັງ​ສອງ​ອອກອ້ອນວອນ ແຕ່​ກໍ​ບໍ່​ມີ​ໃຜ​ທີ່​ເລົ້າ​ໂລມ​ນາງ​ໄດ້ ພຣະ​ເຈົ້າ​ຊົງ​ມີ​ພຣະ​ບັນ​ຊາ ກ່າວ​ໂທດ​ຢາ​ໂຄບ ວ່າ​ໃຫ້​ພວ​ກ​ທີ່​ຢູ່​ອ້ອມ​ຮອບ​ຢາ​ໂຄບ​ຕັ້ງ​ຕົວ​ຂຶ້ນ​ເປັນ​ຄູ່​ສັດ​ຕຣູ ເຢ​ຣູ​ຊາ​ເລັ​ມ​ເປັນ​ສິ່ງ​ເປິະເປື້ອນ​ຖ້າມ​ກາງ​ເຂົາ​ທັງ​ຫລາຍ 18 “ພຣະ​ເຈົ້າ​ຊົງ​ຊອບ​ທັມ​ແລ້ວ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຂັດ​ຂືນ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ດູ​ກ່ອນ ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ ຂ້າ​ພະ​ເຈົ້າ​ຂໍ​ທ່ານ​ໄດ້​ຟັງ ແລະ​ຂໍ​ມາ​ມອງ​ເບິ່ງ​ຄວາມ​ທົນ​ທຸກ​ຂອງ​ຂ້າ​ພະ​ເຈົ້າ ສາວ​ພົມ​ມະ​ຈາ​ຣີ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຫນຸ່ມໆ​ຂອງ​ຂ້າ​ພະ​ເຈົ້າ​ຕົກ​ໄປເປັນ​ຊະ​ເລີຍ​ແລ້ວ 19 “ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ເອີ້​ນບັນ​ດາ​ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແຕ່​ເຂົາ​ທັງ​ຫລາຍ​ໄດ້​ຫລອກ​ລວງ​ຂ້າ​ພະ​ເຈົ້າ ພວກ​ປະ​ໂຣ​ຫິດ​ແລະ​ພວກ​ຜູ້​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຕາຍ​ທີ່​ກາງ​ເມືອງ ຂ​ນະ​ເມື່ອ​ເຂົາ​ອອກ​ຫາ​ອາ​ຫານ​ເພື່ອ​ລ້ຽງ​ຊີ​ວິດ​ຂອງ​ຕົນ 20 “ຂ້າ​ແດ່​ພຣະ​ເຈົ້າ ໂຜດ​ທອດ​ພຣະ​ເນດ ເພາະ​ຂ້າ​ພຣະ​ອົງ​ມີ​ຄວາມ​ທຸກ ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ມີ​ຄວາມ​ທຸ​ລົນ​ທຸ​ລາຍ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເຈັບ​ປວດ ເພາະ​ຂ້າ​ພຣະ​ອົງ​ມັ​ກ​ກະ​ບົດ​ຢ່າງ​ຮ້າຍ​ກາດ ນອກ​ບ້ານ​ມີ​ຄົນ​ຕ້ອງ​ຄົມ​ດາບ​ຕາຍ ໃນ​ບ້ານ​ກໍ​ມີ​ຄົນ​ຕາຍ​ດ້ວຍ 21 ເຂົາ​ທັງ​ຫລາຍ​ໄດ້​ຍິນ​ວ່າ ຂ້າ​ພຣະ​ອົງ​ຖອນ​ໃຈ​ຢ່າງ​ໃດ ຫາ​ມີ​ຜູ້​ໃດ​ມາ​ເລົ້າ​ໂລມ​ໃຈ​ຂ້າ​ພຣະ​ອົງ ບັນ​ດາ​ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ໄດ້​ຍິນ​ເຖິງ​ເຫດ​ຮ້າຍ​ທີ່​ຕົກ​ແກ່​ຂ້າ​ພຣະ​ອົງ ເຂົາ​ທັງ​ຫລາຍ​ກໍ​ພາ​ກັນ​ດີ​ໃຈ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຢ່າງ​ນີ້ ຂໍ​ໂຜດ​ນຳ​ເອົາ​ມື້​ທີ່​ພຣະ​ອົງ​ຊົງ​ປະ​ກາດ​ໄວ້​ນັ້ນ​ໃຫ້​ມາ​ເຖິງ ແລະ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ຢ່າງ​ທີ່​ຂ້າ​ພຣະ​ອົງ​ເປັນ​ຢູ່​ນີ້ 22 “ຂໍ​ໃຫ້​ບັນ​ດາ​ການ​ຊົ່ວ​ຂອງ​ເຂົາ​ທັງ​ຫລາຍ​ມາ​ປາ​ກົດ​ຕໍ່​ພຣະ​ພັກ​ພຣະ​ອົງ ແລະ​ຂໍ​ຊົງ​ກະ​ທຳ​ແກ່​ເຂົາ​ທັງ​ຫລາຍ​ເຫມືອນ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ແກ່​ຂ້າ​ພຣະ​ອົງ ເພາະ​ການ​ທໍ​ຣະ​ຍົດ​ທັງ​ສິ້ນ​ຂອງ​ຂ້າ​ພຣະ​ອົງ​ເຖີດ ດ້ວຍ​ຄວາມ​ສະ​ທ້ອນ​ຖອນ​ໃຈ​ຂອງ​ຂ້າ​ພຣະ​ອົງ​ນັ້ນ​ມິ​ຫ​ລາຍ​ຄັ້ງ ແລະ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ອົງ​ກໍ​ອ່ອນ​ເພັຽ​ເຕັມ​ທີ​ແລ້ວ”

ເພງຄໍ່າຄວນ 2

ຄວາມ​ເສົ້າ​ໂສກ​ຂອງ​ຊີ​ໂອນ​ຈາກ​ພຣະ​ເຈົ້າ

1 ດ້ວຍ​ພຣະ​ພິ​ໂຣດ ພຣະ​ເຈົ້າ​ຊົງ​ໃຊ້​ເມກ​ບັງທິ​ດາ​ຂອງ​ຊີ​ໂອນ​ຫນໍ ພຣະ​ອົງ​ໄດ້​ຊົງ​ແກວ່ງ​ສະ​ງ່າ​ຣາ​ສີ​ຂອງ​ອິສ​ຣາ​ເອນ​ໃຫ້​ຕົກ​ລົງ​ຈາກ​ຟ້າ​ເຖິງ​ດິນ ພຣະ​ອົງ​ບໍ່​ໄດ້​ຊົງ​ລະ​ນຶກ​ເຖິງ​ແທ່ນ​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ​ເລີຍ ໃນ​ຍາມ​ທີ່​ພຣະ​ອົງ​ຊົງ​ໂກດ​ຣ້າຍ 2 ພຣະ​ເຈົ້າ​ຊົງ​ທຳ​ລາຍ​ທີ່ຢູ່​ຂອງ​ຢາ​ໂຄບ​ເສັຽ​ສິ້ນ​ແລ້ວ​ໂດຍ​ປາ​ສ​ຈາກ​ພຣະ​ກະ​ຣຸ​ນາ ດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ໄດ້​ຊົງ​ພັງ​ ທີ່​ກຳ​ບັງທັງ​ຫລາຍ​ຂອງ​ທິ​ດາ​ແຫ່ງ​ຢູ​ດາ​ໃຫ້​ທະ​ລາຍ​ລົງ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ຕ່ຳ​ລົງ​ເຖິງ​ດິນ ແລະ​ຊົງ​ໃຫ້​ຣາ​ຊ​ອາ​ນາ​ຈັກ​ແລະ​ເຈົ້າ​ນາຍ​ເປັນ​ສິ່ງ​ມົນ​ທິນ 3 ດ້ວຍ​ພຣະ​ພິ​ໂຣດ​ພຣະ​ອົງ​ໄດ້​ຊົງ​ຕັດ​ບັນ​ດາ​ອຳ​ນາດ​ແຫ່ງ​ອິສ​ຣາເອນ​ໃຫ້​ຂາດ​ສິ້ນ​ໄປ ພຣະ​ອົງ​ຊົງ​ຫົດ​ພຣະ​ຫັດເບື້ອງ​ຂວາ​ມາ​ເສັຽ​ຈາກ​ເຂົາ​ຕໍ່​ຫນ້າ​ສັດ​ຕຣູ ພຣະ​ອົງ​ຊົງ​ເຜົາ​ຜານ​ຕະ​ກູນ​ຢາ​ໂຄບ​ດັ່ງ​ໄຟ​ທີ່​ລຸກ​ເຜົາ​ໄຫມ້​ໄປ​ຮອບໆ 4 ພຣະ​ອົງ​ຊົງ​ກົ່ງ​ທະ​ນູ​ຂອງ​ພຣະ​ອົງ​ຢ່າງ​ສັດ​ຕຣູ ຊົງ​ຍົກ​ພຣະ​ຫັດ​ເບື້ອງ​ຂວາ​ເຫມືອນ​ດັ່ງ​ເປັນ​ຜູ້​ຂັດ​ຂວາງ ແລະ​ໄດ້​ຊົງ​ປະ​ຫານ​ບັນ​ດາ​ຄົນ​ທີ່ຕາ​ຂອງ​ເຮົາ​ຈະ​ອວດ​ໄດ້​ນັ້ນ​ເສັຽໃນ​ກະ​ໂຈມ​ທິ​ດາ​ແຫ່ງ​ຊີ​ໂອນ ພຣະ​ອົງ​ໄດ້​ຊົງ​ລະ​ບາຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ອອກ​ມາ​ເຫມືອນ​ດັ່ງໄຟ 5 ພຣະ​ເຈົ້າ​ຊົງ​ກາຍ​ເປັນ​ສັດ​ຕຣູ ພຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ພວກ​ອິສ​ຣາ​ເອນ​ເສັຽ ພຣະ​ອົງ​ໄດ້​ຊົງ​ທຳ​ລາຍ​ບັນ​ດາ​ວັງ​ຂອງ​ເຂົາ​ຫມົດ ແລະ​ໄດ້​ຊົງ​ທຳ​ລາຍ​ທີ່​ກຳ​ບັງ​ຂອງ​ເຂົາ​ໃຫ້​ຫັກເພ​ພັງ ຊົງ​ເພີ້ມ​ຄວາມ​ເສົ້າ​ໂສກ​ແລະ​ການ​ຄ່ຳ​ຄວນ​ໃນ​ທິ​ດາ​ແຫ່ງ​ຢູ​ດາ 6 ພຣະ​ອົງ​ໄດ້​ຊົງທຳ​ລາ​ຍພຣະ​ວິ​ຫານ​ຂອງ​ພຣະ​ອົງ​ເສັຽ​ເຫມືອນ​ນຶ່ງ​ເປັນ​ໄຟ​ໃນ​ສວນ ຊົງ​ໃຫ້ສະ​ຖານ​ທີ່​ປະ​ຊຸມ​ຂອງ​ພຣະ​ອົງ​ມຸ່ນ​ທະ​ລາຍ​ໄປ ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ທັງ​ເທ​ສ​ການ​ແລະ​ວັນ​ສະ​ບາ​ໂຕ​ໃຫ້​ຫມົດ​ສິ້ນ​ໄປ​ໃນ​ຊີ​ໂອນ​ດ້ວຍ​ພຣະ​ພິ​ໂຣດ ພຣະ​ອົງ​ຊົງ​ດູ​ຫມິ່ນອົງ​ກະ​ສັດ​ແລະ​ປະ​ໂຣ​ຫິດ 7 ພຣະ​ເຈົ້າ​ໄດ້​ຊົງ​ຖິ້ມ​ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ​ເສັຽ ພຣະ​ອົງ​ຊົງ​ກຽດ​ຊັງ​ສະ​ຖານ​ທີ່​ນະ​ມັ​ສ​ການ​ຂອງ​ພຣະ​ອົງ ກຳ​ແພງວັງ​ທັງ​ຫລາຍ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ມອບ​ໄວ້​ໃນ​ເງື້ອມ​ມືຂອງ​ສັດ​ຕຣູ ເຂົາ​ທັງ​ຫລາຍ​ໄດ້​ສົ່ງ​ສຽງ​ອຶກ​ກະ​ທຶກ​ໃນ​ພຣະ​ວິ​ຫານແຫ່ງ​ພຣະ​ເຈົ້າ​ເຫມືອນ​ຢ່າງ​ໃນ​ວັນ​ເທ​ສ​ການ 8 ພຣະ​ເຈົ້າໄດ້​ຊົງ​ຕັ້ງ​ພຣະ​ທັຍ​ໄວ້​ແລ້ວ​ທີ່​ຈະ​ທຳ​ລາຍ ກຳ​ແພງ​ຂອງ​ທິ​ດາ​ຊີ​ໂອນ​ເສັຽ ພຣະ​ອົງ​ໄດ້​ຊົງ​ຂີດ​ເສັ້ນ​ວັດແທກ​ໄວ້​ແລ້ວ ພຣະ​ອົງ​ບໍ່​ໄດ້​ຊົງຫົດ​ພຣະ​ຫັດເລີກ​ການ​ທຳ​ລາຍ ເຫດ​ສັນ​ນີ້ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ຫໍ​ຄອນ​ແລະ​ກຳ​ແພງ​ນັ້ນ​ຄ່ຳ​ຄວນ ໃຫ້​ຫັກ​ເພ​ພັງ​ຮ່ວງ​ໂຮຍ​ໄປ​ດ້ວຍ​ກັນ 9 ປະ​ຕູ​ເມືອງ​ຊີ​ໂອນ​ທັງ​ຫມົດ​ຍຸບ​ລົງ​ໃນ​ດິນ​ແລ້ວ ພຣະ​ອົງ​ໄດ້​ຊົງ​ທຳ​ລາຍ ແລະ​ຊົງ​ຫັກ​ດານ​ປະ​ຕູ​ທັງ​ປວງ​ເສັຽ​ສິ້ນ ກະ​ສັດ​ແລະ​ເຈົ້າ​ນາຍ​ທັງ​ຫລາຍ​ແຫ່ງ​ຊີ​ໂອນ​ກໍ​ຕົກ​ຢູ່​ໃນ​ຖ້າມ​ກາງ​ປະ​ຊາ​ຊາດ​ທີ່​ບໍ່​ມີ​ທັມ​ບັນ​ຍັດ ໂອ ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ແຫ່ງ​ເມືອງ​ຊີ​ໂອນບໍ່​ໄດ້​ຮັບ​ນີ​ມິດ​ຈາກ​ພຣະ​ເຈົ້າ​ອີກ 10 ພວກ​ຜູ້​ໃຫຍ່​ຂອງ​ທິ​ດາ​ແຫ່ງ​ຊີ​ໂອນ” ກໍ​ກຳ​ລັງ​ນັ່ງ​ງຽບ​ຢູ່​ເທິງ​ພື້ນ​ແຜ່ນ​ດິນ ເຂົາ​ທັງ​ຫລາຍ​ເອົາ​ຜົງ​ຂີ້​ດິນ​ໂຮຍ​ໃສ່​ຫົວ​ຂອງ​ຕົວ ແລະ​ນຸ່ງ​ຫົ່ມ​ຜ້າ​ກະ​ສອບ ສາວ​ພົມ​ມະ​ຈາ​ຣີ​ທັງ​ຫລາຍ​ແຫ່ງ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ພາກັນ​ກົ້ມ​ຫົວລົງ​ກັ​ບ​ພື້ນ 11 ນັຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ອິດ​ອ່ອນ​ເພາະ​ຮ້ອງ​ໄຫ້ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ລະ​ທົມ ເພາະ​ຄວາມ​ພິ​ນາດ​ຂອງ​ທິ​ດາ​ແຫ່ງ​ຊົນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ລະ​ທົມ ແລະ​ເພາະ​ເຫ​ລົ່າ​ເດັກ​ເລັກ​ເດັກ​ນ້ອຍ​ທີ່​ດູດ​ນົມ​ຢູ່​ນັ້ນ ເປັນ​ລົມ​ສະ​ລົບ​ຢູ່​ຕາມ​ທາງ​ໃນ​ກຸງ 12 ລູກ​ທັງ​ຫລາຍຖາມ​ແມ່​ຂອງ​ຕົວ​ວ່າ, “ແມ່​ເອີຍ ເຂົ້າ​ແລະ​ເຫລົ້າ​ອະ​ງຸ່ນ​ຢູ່​ໃສ?” ເຂົາ​ພາ​ກັນ​ຖາມ ຂນະ​ທີ່​ເຂົາ​ເປັນລົມ​ເຫມືອນ​ຄົນ​ທີ່​ຖືກ​ບາດ​ເຈັບຢູ່​ຕາມ​ທາງ​ໃນ​ກຸງ ເມື່ອ​ຊີ​ວິດ​ຂອງ​ເຂົາ​ຕ້ອງ​ສິ້ນ​ໄປ ທີ່​ເອີກ​ແມ່​ຂອງ​ເຂົາ​ທັງ​ຫລາຍ 13 ໂອ ທິ​ດາ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຂ້າ​ພະ​ເຈົ້າ​ຈະເອົາ​ມາ​ປຽບ​ກັບ​ເຈົ້າ​ໄດ້ ຂ້າ​ພະ​ເຈົ້າ​ຈະ​ປຽບ​ເຈົ້າ​ກັບ​ຫຍັງ ໂອ ທິ​ດາ​ພົມ​ມະ​ຈາ​ຣີ​ແຫ່ງ​ຊີ​ໂອນ​ເອີຍ ຂ້າ​ພະ​ເຈົ້າຈະ​ເອົາ​ເຈົ້າ​ໄປ​ປຽບ​​ແກ່ຫຍັງ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ເລົ້າ​ໂລ​ມ​ເຈົ້າ​ໄດ້ ເພາະ​ຄວາມອັ​ບ​ປາງ​ຂອງ​ເຈົ້າ​ກໍ​ໃຫຍ່​ທຽມ​ເທົ່າ​ມະ​ຫາ​ສະ​ມຸດ ຜູ້​ໃດ​ຈະ​ໃຫ້​ເຈົ້າ​ກັບ​ຄືນ​ສູ່ພາບ​ເດີມ 14 ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຈົ້າ​ໄດ້​ເຫັນ​ນິມິດ​ລວງ ແລະ​ນິມິດ​ບໍ່​ເປັນ​ເຣື່ອງ​ເປັນ​ຣາ​ວ​ມາ​ບອກ​ເຈົ້າ ແທນ​ທີ່​ເຂົາ​ຈະ​ເຜີຍ​ບາບ​ຂອງ​ເຈົ້າ​ອອກ​ມາ​ໃຫ້​ປະ​ຈັກ ເພື່ອ​ຈະ​ໃຫ້​ເຈົ້າ​ກັບ​ສູ່​ສະ​ພາບ​ດີ ແຕ່ເຂົາ​ທັງ​ຫລາຍ​ໄດ້​ເຫັນ​ຄຳ​ໂອ​ວາດ​ເປັນ​ຄວາມ​ເປົ່າໆ​ແລະ​ຄວາມ​ລໍ້​ລວງ​ສຳ​ລັບ​ເຈົ້າ 15 ບັນ​ດາ​ຄົນ​ທີ່​ໄດ້​ຜ່ານ​ເຈົ້າ​ໄປ​ກໍ​ໄດ້​ຕົບ​ມື​ເຍາະ​ເຍີ້ຍ​ເຈົ້າ ເຂົາ​ທັງ​ຫລາຍ​ໄດ້​ຫຍໍ້​ຫຍັນ ແລະ​ໄດ້​ສັ່ນ​ຫົວ​ເຍາະ​ເຍີ້ຍ​ທິ​ດາ​ແຫ່ງ​ເຢ​ຣູ​ຊາ​ເລັມ​ແລ້ວ​ວ່າ, “ນີ້​ຫລື​ຄື​ກຸງ ທີ່​ຄົນ​ທັງ​ຫລາຍ​ໄດ້​ຂະ​ຫນານ​ນາມວ່າ​ງາມ​ຫມົດ​ຈົດ​ວ່າ​ເປັນ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຂອງ​ຄົນ​ທົ່ວ​ທັງ​ໂລກ” 16 ບັນ​ດາ​ສັດ​ຕຣູ​ຂອງ​ເຈົ້າ ໄດ້​ອ້າ​ປາກ​ຮ້ອງ​ໃສ່​ເຈົ້າ ເຂົາ​ທັງ​ຫລາຍ​ເບະ​ປາກ ແລະ​ກັດ​ແຂ້ວ​ຄ້ຽວ​ຟັນ ເຂົາ​ພາ​ກັນ​ຮ້ອງວ່າ, “ພວກ​ເຮົາ​ໄດ້​ທຳ​ລາຍ​ເມືອງ​ນີ້​ແລ້ວ ວັນ​ນີ້​ແຫລະ​,ຄື​ວັນ​ທີ່​ພວກ​ເຮົາ​ໄດ້​ຄອງ​ຫາ ພວກ​ເຮົາ​ໄດ້​ພົບ​ແລ້ວ ພວ​ກ​ເຮົາ​ເຫັນ​ແລ້ວ” 17 ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ຕາມ​ແລະ​ພຣະ​ປະ​ສົງ​ແລ້ວ ໄດ້​ຊົງ​ກະ​ທຳ​ໃຫ້​ພຣະ​ດຳ​ຣັ​ດຂອງ​ພຣະ​ອົງ​ສຳ​ເຣັດ ຕາມ​ທີ່​ພຣະ​ອົງ​ໄດ້​ສະ​ຖາ​ປະ​ນາ​ໄວ້​ນານ​ແລ້ວ ພຣະ​ອົງ​ກໍ​ໄດ້​ຊົງ​ທຳ​ລາຍ​ລົງ​ຢ່າງບໍ່​ມີ​ພຣະ​ເມດ​ຕາ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ສັດ​ຕຣູ​ຍິນ​ດີ​ເຍີ້ຍ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ຊູ​ກຳ​ລັງ​ຂອງ​ພວກ​ສັດ​ຕຣູ​ຂອງ​ເຈົ້າ​ຂຶ້ນ 18 ຈິດ​ໃຈ​ຂ​ອງ​ເຂົາ​ທັງ​ຫລາຍ​ຮ້ອງ​ທູນ​ພຣະ​ເຈົ້າ​ວ່າ ໂອ​ ກໍາ​ແພງ​ຂອງ​ທິ​ດາ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ຫລັ່ງ​ນ້ຳ​ຕາ​ໃຫ້​ໄຫລ​ອາບ ທັງ​ກາງເວັນ​ແລະ​ກາງ​ຄືນ​ດັ່ງ​ນ້ຳ​ໃນ​ລຳ​ທານ ເຈົ້າ​ຢ່າ​ໄດ້​ຢຸດ​ຢ່ອນ​ເລີຍ ຢ່າ​ໃຫ້​ນ້ຳ​ຕາ​ແຫ້ງ​ຈາກ​ຫນ່ວຍ​ຕາ​ເລີຍ 19 ຈົ່ງ​ລຸກ​ຂຶ້ນຮ້ອງ​ໄຫ້​ໃນ​ກາງ​ຄືນ​ຕາມ​ຍາມ​ລະ​ບາຍ​ຄວາມ​ໃນ​ໃຈ​ຂອງ​ເຈົ້າ​ອອກ​ມາ​ຢ່າງ​ນ້ຳ ຕໍ່​ພຣະ​ພັກ​ພຣະ​ເຈົ້າ ຈົ່ງ​ຊູ​ມື​ທັງ​ສອງ​ຂອງ​ເຈົ້າ​ຂຶ້ນ​ຕໍ່​ໄປ​ຍັງ​ພຣະ​ອົງ ເພື່ອ​ຂໍ​ຊີ​ວິດ​ຂອງ​ບັນ​ດາ​ລູກ​ໆ​ຂອງ​ເຈົ້າ​ທີ່​ຫິວ​ຈົນ​ເປັນ​ລົມ​ສ​ລົ​ບ​ໄປ ຕາມ​ຖ​ນົນ​ຫົນ​ທາງ​ທຸກ​ແຫ່ງ 20 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ທອດ​ພຣະ​ເນດ​ເຖີດ​ວ່າ ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ເຊັ່ນ​ນີ້​ແກ່​ຜູ້​ໃດ ຄວນ​ທີ່​ພວກ​ຜູ້​ຍິງ​ຈະ​ກິນ​ລູກ​ຂອງ​ຕົນ ຫລື​ຈະ​ກິນ​ທາ​ຣົກ​ທີ່​ຍັງອຸ້ມ​ຢູ່​ຫລື ພ​ວກ​ປະ​ໂຣ​ຫິດ ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຄວນ​ຈະ​ຖືກ​ປະ​ການ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຫລື 21 ຄົນ​ຫນຸ່ມ​ແລະ​ຄົນ​ແກ່​ ນອນ​ຢຽດ​ຢູ່​ຕາມ​ພື້ນ​ດິນ​ໃນ​ຖ​ນົນ ສາວ​ພົມ​ມະ​ຈາ​ຣີ ແລະ​ຊາຍ​ຫນຸ່ມ​ຂອງ​ຂ້າ​ພຣະ​ອົງ​ຖືກ​ຄົມ​ດາບ​ຫ​ວດ​ລົ້ມ​ລົງ ພຣະ​ອົງ​ໄດ້​ຊົງ​ປະ​ຫານ​ເຂົາ​ໃນ​ວັນ​ເມື່ອ​ພຣະ​ອົງ​ຊົງ​ກິ້ວ ໄດ້​ຊົງ​ສັງ​ຫານ​ເຂົາ​ເສັຽ​ໂດຍ​ປາ​ສ​ຈາກ​ພຣະ​ກະ​ຣຸ​ນາ 22 ພຣະ​ອົງ​ໄດ້​ຊົງ​ເຊີນ​ເຫລົ່າ​ສັດ​ຕຣູ​ຜູ້​ທີ່​ຂ້າ​ພຣະ​ອົງຢ້ານ​ອ້ອມ​ຮອບ​ທຸ​ກດ້ານ​ມາ ຢ່າງ​ໃນ​ວັນ​ເທ​ສ​ການ ພໍ​ເຖິງວັນ​ທີ່​ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ກໍ​ບໍ່​ມີ​ຈັກ​ຄົນ​ນຶ່ງ​ຫນີ​ເອົາ​ຕົວ​ລອດ​ໄດ້ ຫລື​ຄົງ​ເຫລືອ​ຕົກ​ຄ້າງ​ລອດ​ຕາຍ​ຢູ່ ຜູ້​ທີ່​ຂ້າ​ພຣະ​ອົງ​ໄດ້​ອຸ້ມ​ຊູ​ແລະ​ລ້ຽງ​ດູ​ມາ​ນັ້ນ ສັດ​ຕຣູ​ຂອງ​ຂ້າ​ພຣະ​ອົງ​ໄດ້​ເຜົາ​ຜານ​ເສັຽ​ຫມົດ​ແລ້ວ

ເພງຄໍ່າຄວນ 3

ຄວາມ​ຫວັງ​ທີ່​ໄດ້​ຮັບ​ຄວາມ​ບັນ​ເທົາ​ໂດຍ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ເຈົ້າ

1 ຂ້າ​ພະ​ເຈົ້າ​ເປັນ​ຄົນ​ທີ່​ໄດ້​ເຫັນ​ຄວາມ​ທຸກ​ໃຈ ໂດຍ​ໄມ້​ແສ້​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ 2 ພຣະ​ອົງ​ຊົງ​ນຳ ແລະ​ພາ​ຂ້າ​ພະ​ເຈົ້າ​ມາ​ໃນ​ຄວາມ​ມືດ​ແລະ​ບໍ່​ແມ່ນໃນ​ຄວາມ​ສວ່າງ 3 ແທ້​ຈິງ​ພຣະ​ອົງ​ຊົງ​ພິກ​ພຣະ​ຫັດ​ຂອງ​ພຣະ​ອົງ ຕໍ່​ສູ້​ຂ້າ​ພະ​ເຈົ້າ​ຢູ່​ຕລອດ​ວັນ​ 4 ເນື້ອ​ແລະ​ຫນັງ​ຂ້າ​ພະ​ເຈົ້າ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຊູບ​ຊີບ​ລົງ ພຣະ​ອົງ​ຊົງ​ຫັກ​ກະ​ດູກ​ຂ້າ​ພະ​ເຈົ້າ​ແລ້ວ 5 ພຣະ​ອົງ​ຊົງ​ສ້າງ​ຮົ້ວ​ຂັງ​ຂ້າ​ພະ​ເຈົ້າ ຊົງ​ເອົາ​ຄວາມ​ຂົມ​ຂື່ນ​ແລະ​ຄວາມ​ທຸກ​ຍາກ​ລຳ​ບາກ​ລ້ອມ​ຂ້າ​ພະ​ເຈົ້າ​ໄວ້ 6 ພຣະ​ອົງ​ໄດ້​ຊົງ​ບັງ​ຄັບ​ຂ້າ​ພະ​ເຈົ້າ​ໃຫ້​ຢູ່​ໃນ​ທີ່​ມືດ ດັ່ງ​ຄົນ​ທີ່​ຕາຍ​ນານ​ແລ້ວ 7 ພຣະ​ອົງ​ຊົງ​ກະ​ທຳ​ຮົ້ວ​ລ້ອມ​ຂ້າ​ພະ​ເຈົ້າ​ໄວ້​ເພື່ອ​ຈະ​ກັກ​ຂັງບໍ່​ໃຫ້​ອອກ​ໄປ​ໄດ້ ພຣະ​ອົງ​ຊົງ​ຕີ​ໂຊ່​ລ່າມ​ຂ້າ​ພະ​ເຈົ້າ​ໄວ້ 8 ເມື່ອ​ຂ້າ​ພະ​ເຈົ້າ​ຮ້ອງ​ກາບທູນ​ຂໍ​ຄວາມ​ຊ່ອຍ​ເຫລືອ ພຣະ​ອົງ​ບໍ່​ຊົງ​ຟັງ​ຄຳ​ອ້ອນວອນ​ຂອງ​ຂ້າ​ພະ​ເຈົ້າ 9 ພຣະ​ອົງ​ຊົງ​ລ້ອມ​ຂ້າ​ພະ​ເຈົ້າ​ດ້ວຍກ້ອນ​ຫີນ​ທີ່​ສະ​ກັດ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຫົນ​ທາງ​ຂ້າ​ພະ​ເຈົ້າ​ຄົດ​ລ້ຽວ​ໄປ 10 ທີ່​ຂ້າ​ພະ​ເຈົ້າ ພຣະ​ອົງ​ຊົງ​ທຳ​ທ່າ ເຫມືອນ​ຫມີ​ຄອຍ​ຕະ​ຄຸບ ແລະດັ່ງ​ສີງ​ແອ​ບ​ຊຸ່ມ​ຢູ່​ໃນ​ທີ່​ລັບ 11 ພຣະ​ອົງ​ຊົງ​ພາຂ້າ​ພະ​ເຈົ້າ​ໄຫລ​ໄປ​ຈາກ​ທາງ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຈີກ​ຂ້າ​ພະ​ເຈົ້າ​ເປັນ​ຕ່ອນໆ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຂ້າ​ພະ​ເຈົ້າ​ຖືກ​​ຖີ້ມ​ໄວ້ 12 ພຣະ​ອົງ​ຊົງ​ກົ່ງ​ທະ​ນູ​ຂອງ​ພຣະ​ອົງ ແລະ​ເອົາ​ຂ້າ​ພະ​ເຈົ້າ​ຕັ້ງ​ເປັນ​ເປົ້າ​ສຳ​ລັບ​ລູກ​ທະ​ນູ 13 ພຣະ​ອົງ​ຊົງ​ເອົາ​ລູກ​ທະ​ນູ​ໃນ​ແຫລ່ງ​ຂອງ​ພຣະ​ອົງ ຍິງ​ເຂົ້າ​ໃນ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ 14 ຂ້າ​ພະ​ເຈົ້າ​ໄດ້​ກາຍ​ເປັນ​ຂີ້​ປາກ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ຫົວ​ເລາະ​ເຍາະເຍີ້ຍ ເປັນ​ເນື້ອ​ເພງ​ໃຫ້​ເຂົາ​ຮ້ອງ​ຫລິ້ນ​ຕລອດ​ທັງ​ວັນ 15 ພຣະ​ອົງ​ໃຫ້​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າເຕັມ​ແຕ່​ຄວາມ​ຂົ່ມ​ຂື່ນ ໃຫ້​ໂສກເສົ້າ​ເຫງົາ​ຫງ່ອຍ​ຕລອດ​ເວ​ລາ 16 ພຣະ​ອົງ​ກະ​ທຳ​ໃຫ້​ແຂ້ວຂ້າ​ພະ​ເຈົ້າໄດ້​ຫັກ​ດ້ວຍ​ຫີນ​ແຮ່ ແລະ​ຊົງ​ຢຽດ​ຂ້າ​ພະ​ເຈົ້າ​ໃຫ້​ຢູ່​ໃນ​ກອງ​ຂີ້​ເຖົ່າ 17 ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຂາດ​ຄວາມ​ສງົບ​ສຸກ ຈົນ​ຂ້າ​ພະ​ເຈົ້າ​ລື​ມ​ຄວາມ​ສຳ​ຣານ​ວ່າ​ເປັນ​ຢ່າງໃດ 18 ຂ້າ​ພະ​ເຈົ້າ​ຈຶ່ງວ່າ, “ສັກ​ສີ​ຂອງ​ຂ້າ​ພະ​ເຈົ້າ​ສູນ​ໄປ​ແລ້ວ ແລະ​ຄວາມ​ຫວັງ​ໃນ​ພຣະ​ເຈົ້າ​ກໍ​ດັບ​ຫມົດ” 19 ຂໍ​ຊົງ​ຈຳ​ຄວາມທຸກ​ໃຈ ແລະ​ຄວາມ​ຖືກ​ບີບ​ຄັ້ນ​ຂອງ​ຂ້າ​ພະ​ເຈົ້າ​ ກໍ​ເຕັມ​ດ້ວຍ​ຢາ​ພິດ​ອັນ​ຂົມ​ຂື່ນ 20 ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ນຶກ​ເຖິງ​ຢ່າງ​ບໍ່​ສິ້ນ​ສຸດ ແລະ​ຕ້ອງ​ຄ້ອມ​ລົງ​ພາຍ​ໃນ​ຕົວ​ຂ້າ​ພະ​ເຈົ້າ 21 ຂ້າ​ພະ​ເຈົ້າ​ຫວນ​ຄິດ​ຂຶ້ນ​ມາ​ໄດ້ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຂຶ້ນ​ເມື່ອ​ຄິດ​ໄດ້​ວ່າ 22 ຄວາມ​ຮັກ​ຫມັ້ນ​ຄົງ​ຂອງ​ພຣະ​ເຈົ້າ​ບໍ່​ເຄີຍຢຸດ​ຢັ້ງ ແລະ​ພຣະ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ສິ້ນ​ສຸດ 23 ເປັນ​ຂອງ​ໃຫມ່​ຢູ່​ທຸກ​ເວ​ລາ​ເຊົ້າ ຄວາມ​ທ່ຽງ​ຕົງ​ຂອງ​ພຣະ​ອົງ​ຍິ່ງ​ໃຫຍ່​ນັກ 24 ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ພຣະ​ເຈົ້າ​ຊົງ​ເປັນ​ສ່ວນ​ຂອງ​ຂ້າ​ພະ​ເຈົ້າ ເຫດ​ສັນ​ນີ້​ຂ້າ​ພະ​ເຈົ້າ​ຈະ​ຫວັງ​ໃນ​ພຣະ​ອົງ” 25 ພຣະ​ເຈົ້າ​ຊົງ​ດີ​ຕໍ່​ຄົນ​ທັງ​ປວງ​ທ່​ຄອຍ​ຖ້າ​ພຣະ​ອົງ​ຢູ່ ແລະ​ຊົງ​ດີ​ຕໍ່​ຄົນ​ທີ່​ສ​ແວງຫາ​ພຣະ​ອົງ 26 ເປັນ​ການ​ດີ​ທີ່​ຈະ​ຫ​ວັງ​ໃຈ ແລະ​ລໍ​ຄອຍ​ຄວາມ​ລອດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 27 ເປັນ​ການ​ດີ​ທີ່​ຄົນ​ເຮົາ​ຈະ​ແບກ​ແອກ​ໃນ​ປະ​ຖົມ​ວັຍ 28 ໃຫ້​ເຂົາ​ນັ່ງ​ງຽບໆ ຢູ່​ແຕ່​ລຳ​ພັງ ເພາະ​ພຣະ​ອົງ​ຊົງ​ວາງ​ແອກ​ນັ້ນ​ເອງ 29 ໃຫ້​ເຂົາ​ເອົາ​ປາກ​ຈົດ​ໄວ້​ໃນ​ຜົງ​ຂີ້​ດິນ (ຖ້າ​ທຳ​ດັ່ງ​ນັ້ນຍັງ​ຈະ​ມີ​ຫວັງ) 30 ໃຫ້​ເຂົາ​ອ່ຽງ​ແກ້ມ​ໃຫ້​ຜູ້​ທີ່​ຕົບ​ເຂົາ ໃຫ້​ເຂົາ​ຍອ​ມຮັບ​ຄວາ​ມອັບ​ອາຍ​ຢ່າງ​ເຕັມ​ປ່ຽມ​ເຖີດ 31 ດ້ວຍ​ວ່າ​ພຣະ​ເຈົ້າ​ຈະ​ບໍ່​ຊົງ​ປະ​ຖິ້ມ​ເປັນ​ນິດ​ດອກ 32 ແຕ່​ວ່າ​ຖ້າພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ເກີດ​ຄວາມ​ເສົ້າ​ໂສກ​ ພຣະ​ອົງ​ຈະ​ຊົງ​ພຣະ​ກະ​ຣຸ​ນາ​ຕາມ​ຄວາມ​ຮັກ​ຫມັ້ນ​ຄົງ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ 33 ເພາະ​ພຣະ​ອົງ​ບໍ່​ຊົງ​ພໍ​ພຣະ​ທັຍ​ທີ່​ໄດ້​ທຳ​ໃຫ້​​ເກີດ​ຄວາມ​ທຸກ​ໃຈ ຫລື​ລູກ​ຫລານ​ມະ​ນຸດ​ມີ​ຄວາມ​ໂສກ 34 ການ​ຢຽບ​ຢໍ່າ ບັນ​ດາ​ຊະ​ເລີຍ​ແຫ່ງ​ແຜ່ນ​ດິນ​ໂລກ​ໄວ້​ໃຕ້​ຕີນກໍ​ດີ 35 ການ​ຕັດ​ສີດ​ຂອງ​ມະ​ນຸດ​ຜູ້​ນຶ່ງ​ຜູ້​ໃດ​ຕໍ່​ພຣະ​ພັກ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ກໍ​ດີ 36 ຖ້າ​ເຂົາ​ທຳ​ຜິດ​ຕໍ່​ຜູ້​ນຶ່ງຜູ້ໃດ​ໃນ​ຄະ​ດີ​ແຫ່ງ​ຕົນ ພຣະ​ເຈົ້າ​ບໍ່​ຊົງ​ພໍ​ພຣະ​ທັຍ​ເລີຍ 37 ຜູ້​ໃດ​ຈະ​ສັ່ງ​ແລະ​ໃຫ້​ເປັນ​ໄປ​ໄດ້​ນອກ​ຈາກ​ເມື່ອ​ພຣະ​ເຈົ້າ​ຊົງ​ສະ​ຖາ​ປະ​ນາ​ໃຫ້​ເປັນ​ໄປ 38 ນອກ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ສູງ​ສຸດ​ນັ້ນ​ບໍ່​ແມ່ນ​ມີ​ມາ​ທັງ​ຮ້າຍ​ແລະ​ດີ ຍາກ​ແລະ​ສະ​ບາຍ​ຫລື 39 ມະ​ນຸດ​ເປັນໆ​ຈະ​ໄປ​ຈົ່ມ​ເອົາ​ກັບ​ໃຜ ຄື​ມະ​ນຸດ​ທີ່​ຖືກ​ທຳ​ໂທດ​ເພາະ​ບາບ​ຂອງ​ຕົນ 40 ໃຫ້​ພວກ​ເຮົາ​ທົດ​ສອບ ແລະ​ພິ​ຈາ​ຣະ​ນາ​ວິ​ຖີ​ຂອງ​ພວ​ກ​ເຮົາ ແລະ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ 41 ໃຫ້​ພວກ​ເຣົາ​ຍົກ​ຈິດ​ໃຈ ແລະ​ມື​ຂອງ​ພວກ​ເຮົາ​ຂຶ້ນ​ຕໍ່​ພຣະ​ພຣະ​ເຈົ້າ​ໃນ​ຟ້າ​ສວັນ​ທູນ​ວ່າ, 42 “ພວກ​ຂ້າ​ພຣະ​ອົງ​ໄດ້​ທໍ​ຣະ​ຍົດ ແລະ​ໄດ້​ກະ​ບົດ​ແລ້ວ ແລະ​ພຣະ​ອົງ​ຍັງ​ບໍ່​ໄດ້​ຊົງ​ອະ​ພັຍ​ໂທດ” 43 “ພຣະ​ອົງ​ຊົງ​ຫົ່ມ​ຄວາມ​ກີ້ວ ແລະ​ໄລ່​ຕາມ​ພວກ​ຂ້າ​ພຣະ​ອົງ​ໄດ້​ຊົງ​ປະ​ຫານ​ຢ່າງ​ບໍ່​ສົງ​ສານ 44 ພຣະ​ອົງ​ຊົງ​ຄຸມ​ພຣະ​ອົງ​ໄວ້​ເສັຽ​ດ້ວຍ​ເມກ ເພື່ອ​ວ່າ​ການ​ອ້ອນວອນ​ຂອງ​ພວກ​ຂ້າ​ພຣະ​ອົງ​ຈະ​ບໍ່​ທະ​ລຸ​ໄປ​ເຖິງ​ພຣະ​ອົງ​ໄດ້ 45 ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ພວກ​ຂ້າ​ພຣະ​ອົງເປັນ​ເຫມືອນ​ສິ່ງ​ເສດ​ເຫລືອແລະ​ຂີ້​ເຍື່ອ​ທີ່​ຖິ້ມ​ຢູ່​ໃນ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ 46 “ບັນ​ດາ​ສັດ​ຕຣູ​ຂອງ​ພວກ​ຂ້າ​ພຣະ​ອົງ​ໄດ້​ອ້າ​ປາກ​ຮ້ອງ​ໃສ່​ພວກ​ຂ້າ​ພຣະ​ອົງ 47 ເຫດ​ສະຍົດ​ສຍອງແລະ​ຫລຸມ​ພາງ​ມາ​ເຖິງ​ຂ້າ​ພຣະ​ອົງ ທັງ​ຄວາມ​ວ່າງ​ເປົ່າ​ແລະ​ຄວາມ​ພິ​ນາດ 48 ນ້ຳ​ຕາ​ຂອງ​ຂ້າ​ພຣະ​ອົງ​ໄຫລ​ເປັນ​ແມ່​ນ້ຳ ເນື່ອງ​ດ້ວຍ​ຄ​ວາມ​ພິ​ນາດ​ແຫ່ງ​ທິ​ດາ​ຂອ​ງ​ຊົນ​ຊາດ​ຂອງ​ຂ້າ​ພຣະ​ອົງ 49 “ນ້ຳ​ຕາ​ຂອງ​ຂ້າ​ພຣະ​ອົງ​ໄຫລ​ລົງ​ບໍ່​ຢຸດ ແລະ​ບໍ່​ມີ​ເວ​ລາ​ສ່າງ​ເລີຍ 50 ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທອດ​ພຣະ​ເນດ​ລົງ​ແລ​ດູ​ຈາກ​ສວັນ 51 ນັຍ​ຕາ​ຂອງ​ຂ້າ​ພຣະ​ອົງ​ທຳ​ໃຫ້​ລະ​ທົມ​ເພາະ​ເຄາະ​ກັມ​ຂອງ​ບັນ​ດາບຸດ​ຕ​ຣີ​ແຫ່ງ​ກຸງ​ຂ້າ​ພຣະ​ອົງ 52 “ພວກ​ທີ່​ຕັ້ງ​ຕົນ​ເປັນ​ສັດ​ຕຣູ​ຕໍ່​ຂ້າ​ພຣະ​ອົງ​ໂດຍ​ບໍ່​ມີ​ເຫດ​ຜົນ​ນັ້ນ ໄດ້​ຂັບ​ໄລ່​ຂ້າ​ພຣະ​ອົງ​ດັ່ງ​ຂັບ​ໄລ່​ນົກ 53 ເຂົາ​ທັງ​ຫລາຍ​ແກ່ວງ​ຂ້າ​ພຣະ​ອົງ​ລົງ​ໃນ​ບໍ່​ໃຫ້​ຕາຍ ແລະ​ເອົາ​ຫີນ​ຖົມ​ທັບ​ຂ້າ​ພຣະ​ອົງ​ເສັຽ 54 “ນ້ຳ​ໄດ້​ຖ້ວມ​ຫົວຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ວ່າ, “ຂ້າ​ພະ​ເຈົ້າ​ສູນເສັຽ​ແນ່​ແລ້ວ” 55 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ໄດ້​ຣ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ​ຈາກ​ທີ່​ເລິກ​ໃນ​ບໍ່ 56 ພຣະ​ອົງ​ຊົງ​ສະ​ດັບ​ສຽງ​ຂ້າ​ພຣະ​ອົງ​ທີ່​ວ່າ, “ຂໍ​ຢ່າ​ຊົງບັງ​ພຣະ​ກັນ​ຕໍ່​ຄຳ​ຂອງ​ຂ້າ​ພຣະ​ອົງ​ທີ່​ຮ້ອງ​ທູນ​ຂໍ​ໃຫ້​ຊ່ອຍ” 57 ພຣະ​ອົງ​ຊົງ​ເຂົ້າ​ມາ​ໃກ້​ໃນ​ວັນ​ທີ່​ຂ້າ​ພຣະ​ອົງ​ຮ້ອງ​ທູນ​ພຣະ​ອົງ ພຣະ​ອົງ​ຕຣັສວ່າ, “ບໍ່​ຕ້ອງ​ຢ້ານ” 58 “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ໄດ້​ຊົງ​ເຂົ້າ​ກັບ​ຄະ​ດີ​ຂອງ​ຂ້າ​ພຣະ​ອົງ​ແລ້ວ ພຣະ​ອົງ​ຊົງ​ໄຖ່​ຊີ​ວິດຂ້າ​ພຣະ​ອົງ 59 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ເຫັນ​ທີ່​ເຂົາ​ຜິດ​ຕໍ່​ຂ້າ​ພຣະ​ອົງ​ແລ້ວ ຂໍ​ຊົງ​ພິ​ພາກ​ສາ​ຄະ​ດີ​ຂອງ​ຂ້າ​ພຣະ​ອົງ​ເຖີດ 60 ພຣະ​ອົງ​ໄດ້​ຊົງ​ເຫັນ​ໃຈ​ແກ້​ແຄ້ນ​ຂອງ​ເຂົາແລະແຜນ​ການ​ທຳ​ຮ້າຍ​ຂ້າ​ພຣະ​ອົງ​ແ​ລ້ວ 61 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ໄດ້​ຍິນ​ຄຳ​ເຍາະ​ເຍີ້ຍ ແລະ​ແຜນ​ການ​ທຳ​ຮ້າຍ​ຂ້າ​ພຣະ​ອົງ​ແລ້ວ 62 ຄື​ຮີມ​ຝີ​ປາກ​ແລະ​ຄວາມ​ຄິດ​ຂອງ​ຜູ້​ທີ່​ໄດ້​ຮຸກ​ຮານ​ຂ້າ​ພຣະ​ອົງ ກໍ​ຕໍ່​ສູ້​ຂ້າ​ພຣະ​ອົງ​ຢູ່​ຕລອດ​ວັນ 63 ເບິ່ງ​ແມ໋, ບໍ່​ວ່າ​ເຂົາ​ຈະ​ນັ່ງ​ຫລື​ລຸກ ຕົວ​ຂ້າ​ພຣະ​ອົງ​ກຳ​ເປັນ​ເນື້ອ​ເພງ​ໃຫ້​ເຂົາ​ຮ້ອງ​ຫລິ້ນ 64 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ສະ​ຫນອງ​ເຂົາ​ທັງ​ຫລາຍ ຕາມ​ກັມ​ແຫ່ງ​ນ້ຳ​ມື​ຂອງ​ເຂົາ 65 ພຣະ​ອົງ​ຄົງ​ຈະ​ຊົງ​ກະ​ທຳ​ໃຫ້​ໃຈ​ຂອງ​ເຂົາ​ທັງ​ປວງ​ມືດ​ມົວ​ໄປ ຄຳ​ສາບ​ຂອງ​ພຣະ​ອົງ​ຄົງ​ຕົກ​ເຫນືອ​ເຂົາ 66 ພຣະ​ອົງ​ຍັງ​ຄົງ​ໄລ່​ຕິດ​ເຂົາ​ໄປ​ດ້ວຍ​ພຣະ​ພິ​ໂຣດ​ແລະ​ທຳ​ລາຍ​ເຂົາ​ເສັຽ ຈາກ​ໃຕ້​ຟ້າສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

ເພງຄໍ່າຄວນ 4

ສໍາ​ເຣັດ​ການ​ລົງ​ໂທດ​ຊີ​ໂອນ

1 ນີ້​ຢ່າງ​ໃດ​ຫນໍ ທອງ​ຄຳ​ຈຶ່ງ​ມີ​ສີ​ສະ​ຫລົວ ແລະ​ທອງ​ນົ​ພ​ຄຸນ​ກໍ​ປ່ຽນ​ໄປ ເພັດ​ພອຍ​ສັກ​ສິດ​ກໍ​ແຕກ​ກະ​ຈາຍ​ຕາມ​ທຸກ​ທາງ​ຖ​ນົນ 2 ບຸດ​ຊາຍ​ຜູ້​ປະ​ເສີດ​ຂອງ​ກຸງ​ຊີ​ໂອນ ມີ​ຄ່າ​ປຽບ​ໄດ້​ກັບ​ທອງ​ນົ​ພ​ຄຸນ​ນັ້ນ ຖືກ​ຕີ​ຣາ​ຄາ​ພຽງ​ເທົ່າ​ຫມໍ້​ດິນ​ທີ່​ປັ້ນ​ຂຶ້ນ​ດ້ວຍ​ມື​ຂອງ​ຊ່າງ​ຫມໍ້​ເທົ່າ​ນັ້ນ​ຫນໍ 3 ແມ້​ແຕ່​ຫມາ​ປ່າ​ຍັງ​ໄດ້​ເອົາ​ນົມ​ອອກ​ໃຫ້​ລູກ​ຂອງ​ມັນ​ດູດ ແຕ່​ທິ​ດາ​ແຫ່ງ​ຊົນຊາດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໃຈ​ຮ້າຍ​ດັ່ງ​ນົກ​ກະ​ຈອກ​ເທດ​ໃນ​ຖິ່ນ​ການ​ດານ 4 ລີ້ນຂອງ​ທາ​ຣົກ​ທີ່​ຍັງ​ບໍ່​ຢ່າ​ນົມ​ກະ​ຫາຍ​ຈົນ​ຕິດ​ເພ​ດານ ພວກ​ເດັກ​ໄດ້​ຂໍ​ອາ​ຫານ​ແຕ່​ບໍ່​ມີ​ໃຜ​ຍື່ນ​ໃຫ້​ເຂົາ 5 ຄົນ​ທັງ​ປວງ​ທີ່​ເຄີຍ​ຮັບ​ປະ​ທານ​ອາ​ຫານ​ຢ່າງວິ​ເສດ​ກັບ​ຕ້ອງ​ພິ​ນາດ​ຢູ່​ຕາມ​ຖ​ນົນ​ ຄົນ​ທັງ​ຫລາຍ​ທີ່​ເຄີຍ​ສວມ​ເສື້ອ​ສີ​ມ່ວງ​ກັບ​ຕ້ອງນອນ​ເທິງກອງ​ຂີ້​ເຍື່ອ 6 ເພາະ​ໂທດ​ຜິດ​ຂອງ​ທິ​ດາ​ແຫ່ງ​ຊົນ​ຊາດ ຂ້າ​ພະ​ເຈົ້າ​ນັ້ນ​ກໍ​ຍິ່ງ​ໃຫຍ່ກວ່າ​ໂທດ​ຂອງ​ເມືອງ​ໂຊ​ໂດມ ທີ່​ຕ້ອງ​ຄວ່ຳ​ທະ​ລາຍ​ລົງ​ໃນ​ພິບ​ຕາ​ດຽວ​ໂດຍ​ບໍ່​ມີ​ມື​ໃຜ​ໄດ້​ແຕະ​ຕ້ອງ​ເລີຍ 7 ພວກ​ເຈົ້າ​ນາຍ​ນັ້ນ​ບໍ​ຣິ​ສຸດກວ່າ​ຫິມ​ມະ ແລະ​ຂາວກວ່າ​ນ້ຳ​ນົມ ຜິວ​ພັນ​ຂອງ​ເຂົາ​ເປັ່ງ​ປັ່ງ່​ຍິ່ງກວ່າ​ຫີນ​ແກ້ວ​ພິ​ລາ ເຂົາ​ມີ​ຮູບ​ຮ່າງ​ງາມ​ດັ່ງ​ໄພ​ທູນ 8 ບັດ​ນີ້​ຜິວ​ພັນ​ຂອງ​ເຂົາ​ກໍ​ມືດກວ່າສີ​ດຳ ໃຜໆຕາມ​ ຖ​ນົນ​ກໍ​ຈື່​ເຂົາ​ບໍ່​ໄດ້ ຫນັງ​ຂອງ​ເຂົາ​ຫ່ຽວຫຸ້ມກະ​ດູກ ແລະ​ຈ່ອຍ​ຜອມ​ສ່ຳ​ກັບ​ຟືນ 9 ຄົນ​ທີ່​ຕາຍ​ດ້ວຍ​ຄົມ​ດາບ​ຍັງ​ດີກວ່າ ຄົນ​ທີ່​ຕ້ອງ​ອົດ​ຢາກ​ຕາຍ ເພາະ​ຄົນ​ເຫລົ່ານີ້​ຄ່ອຍ​ຜອມ​ຄ່ອຍ​ຕາຍ​ໄປ ເພາະ​ຂາດ​ຜົນ​ຈາກ​ທ້ອງ​ນາ 10 ມື​ຂອງ​ຍິງທີ່​ໃຈ​ອ່ອນ​ກັບ​ເອົາ​ລູກ​ຂອງ​ຕົວ​ຕົ້ມ​ກິນ ລູກ​ທີ່​ຖືກ​ຕົ້ມ​ກິນ​ເປັນ​ອາ​ຫານ​ນັ້ນ ກິນ​ກັນ​ເມື່ອ​ຍາມ​ໄພ​ວິບັດ​ມາ​ສູ່​ທິ​ດາ​ແຫ່ງ​ຊົນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ດານ​ໂທ​ໂສ​ອອກ​ມາ​ແລ້ວ​ ພຣະ​ອົງ​ຊົງ​ເທ​ພຣະ​ພິ​ໂຣດ​ອັນ​ກ້ຽວ​ກາດ​ຂອງ​ພຣະ​ອົງ​ລົງ​ແລ້ວ ແລະ​ໄດ້​ຊົງ​ຈຸດ​ໄຟ​ຂຶ້ນ​ໃນ​ກຸງ​ຊີ​ໂອນ ຊຶ່ງ​ເຜົາ​ຜານ​ແມ້​ແຕ່​ຮາກ​ຂອງ​ເມືອງ​ນັ້ນ 12 ກະ​ສັດ​ທັງ​ປວງ​ແຫ່ງ​ແຜ່ນ​ດິນ​ໂລກ ແລະ​ບັນ​ດາ​ຊາວ​ພິ​ພົບ​ພາ​ກັນ​ບໍ່​ເຊື່ອ​ວ່າ ສັດ​ຕຣູ​ຈະ​ໄດ້​ເຂົ້າ​ໄປ​ໃນ​ປະ​ຕູ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້ 13 ເພາະ​ຄວາມ​ຜິດ​ບາບ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ກຸງ​ຊີ​ໂອນ ແລະ​ເພາະ​ການ​ບາບ​ຂອງ​ພວກ​ປະ​ໂຣ​ຫິດ​ຂອງ​ກຸງ​ນັ້ນ ທີ່​ໄດ້ກະ​ທຳ​ໂລ​ຫິດ​ຂອງ​ຜູ້​ຊອບ​ທັມ​ໃຫ້​ໄຫລ​ອອກ​ໃນ​ຖ້າມ​ກາງ​ກຸງ 14 ເຂົາ​ທັງ​ຫລາຍ​ຍ່າງ​ເປະ​ປະ​ແລະ​ຕາ​ບອດ​ໄປ​ຕາມ​ຖນົນ ທຳ​ຕົວ​ໃຫ້​ມົນ​ທິນ​ດ້ວຍ​ໂລ​ຫິດ ຈົນ​ຄົນ​ຈະ​ຈັບ​ຕ້ອງ​ບໍ່​ໄດ້​ທີ່​ເສື້ອ​ຜ້າ​ຂອງ​ເຂົາ 15 “ຫນີ​ໄປ​ສາ ຄົນ​ມີ​ມົນ​ທິນ”ຄົນ​ທັງ​ຫລາຍ​ຮ້ອງວ່າ​ໃສ່​ເຂົາ​ “ຫນີ​ໄປ ຫນີ​ໄປ ຢ່າ​ມາ​ແຕະ​ຕ້ອງ” ສະ​ນັ້ນ​ເຂົາ​ຈຶ່ງ​ຫນີ​ໄປ​ເປັນ​ຄົນ​ພະ​ເນ​ຈອນ ພົລເມືອງຂອງ ປະ​ຊາ​ຊາດ​ເວົ້າ​ກັນ​ວ່າ,”ເຂົາ​ບໍ່​ຄວນ​ຢູ່​ທີ່​ນີ້​ອີກ​ຕໍ່ໄປ” 16 ພຣະ​ຜູ້​ເປັນ​ເຈົ້າ​ເອງ​ຊົງ​ກະ​ທຳ​ໃຫ້​ເຂົາ​ທັງ​ປວງ​ກະ​ຈັດ​ກະ​ຈາຍ​ໄປ ພຣະ​ອົງ​ຈະ​ບໍ່​ຊົງ​ສົນ​ພຣະ​ທັຍ​ໃນ​ເຂົາ​ອີກ​ເລີຍ ຄົນ​ທັງ​ຫລາຍ​ຈຶ່ງ​ບໍ່​ນັບ​ຖື​ພວກ​ປະ​ໂຣ​ຫິດ ບໍ່​ໃຫ້​ຄວາມ​ນັບ​ຖື​ຕໍ່​ພວກ​ຜູ້​ນຳ 17 ນັຍ​ຕາ​ຂອງ​ພວກ​ເຮົາ​ມອງ​ຫາ​ຄວາມ​ຊ່ອຍ​ເຫລືອ ການ​ຊ່ອຍ​ເຫລືອ​ນັ້ນ​ເປັນ​ລົມ​ເປັນ​ແລ້ງ ສ່ວນ​ການ​ເຝົ້າ​ລໍ​ຄອຍ​ພວກ​ເຮົາ​ໄດ້​ຄອຍ ເມື​ອງ​ທີ່​ບໍ່​ອາດ​ຊ່ອຍ​ເຮົາ​ໄດ້ 18 ມີ​ຄົນ​ສະ​ກົດ​ຮອຍ​ຕາມ​ເຮົາ​ ຈົນ​ພວກ​ເຮົາ​ຍ່າງ​ທີ່​ລານ​ເມືອ​ງຂອງ​ພວກ​ເຮົາ​ບໍ່​ໄດ້ ເບື້ອງ​ປາຍ​ຂອງ​ພວກ​ເຮົາ​ກໍໃກ້​ເຂົ້າ​ມາ​ແລ້ວ ວັນ​ເດືອນ​ທັງ​ຫລາຍ​ຂອງ​ພວກ​ເຣົາກໍ​ຈະ​ຈົມ​ຢູ່​ເພາະ​ບັ້ນ​ປາຍ​ຂອງ​ພວກ​ເຮົາ​ມາ​ເຖິງ 19 ພວກ​ທີ່​ໄລ່​ຕາມ​ຈັບ​ເຮົາ​ກໍ​ໄວ​ກວ່າ​ນົກ​ອີນ​ຊີ​ໃນ​ທ້ອງ​ຟ້າ ເຂົາ​ທັງ​ຫລາຍ​ແລ່ນກວາດ​ພວກ​ເຮົາ​ເທິງ​ພູ ເຂົາ​ທັງ​ຫລາຍ​ຊຸ່ມ​ຄອຍ​ຈັບ​ເຣົາ​ໃນ​ຖິ່ນ​ກັນ​ດານ 20 ເຈົ້າ​ຊີ​ວິດ​ຂອງ​ພວກ​ຂ້າ​ພະ​ເຈົ້າ ຄື​ກະ​ສັດ​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ນັ້ນ​ກໍ​ຕົກ​ຫລຸມ​ພາງ​ຂອງ​ເຂົາ​ທັງ​ຫລາຍ​ແລ້ວ ຄື​ພວກ​ເຮົາ​ກ່າວ​ຂວັນ​ເຖິງ​ພຣະ​ອົງ​ທ່ານ​ວ່າ,” ເຮົາ​ຈະ​ດຳ​ຣົງ​ຊີ​ວິດ​ຂອງ​ເຣົາ​ຖ້າ​ມກາງ​ປະ​ຊາ​ຊາດ​ໄດ້ ກໍ​ດ້ວຍ​ອາ​ໄສ​ຮົ່ມ​ເງົາ​ຂອງ​ພຣະ​ອົງ​ທ່ານ” 21 ໂອ​ ທິ​ດາ​ແຫ່ງ​ເມືອງ​ເອ​ໂດມ ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ອູ​ຊ ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ເຖີດ ຂັນ​ໃບ​ນັ້ນ​ຄົງ​ຈະ​ສົ່ງ​ຜ່ານ​ມາ​ເຖິງ​ເຈົ້າ​ດ້ວຍ​ເປັນ​ແນ່ ເຈົ້າ​ຈະ​ຕ້ອງ​ເມົາ​ໄປ ແລະ​ຈະ​ຕ້ອງ​ແກ້​ຜ້າເປື່ອຍ​ຕົວ​ລ້ອນ​ຈ້ອນ 22 ໂອ​ ທິ​ດາ​ແຫ່ງ​ກຸງ​ຊີ​ໂອນ​ເອີຍ ການ​ລົງ​ໂທດ​ເພາະ​ການ​ອະ​ທັມ​ຂອງ​ເຈົ້າ​ກໍ​ຄົບ​ແລ້ວ ພຣະ​ອົງ​ຈະ​ບໍ່​ຊົງ​ພາເຈົ້າ​ອອກ​ໄປ​ໃຫ້​ເປັນ​ຊະ​ເລີ​ຍອີກ​ຕໍ່​ໄປ ໂອ ທິ​ດາ​ແຫ່ງ​ເມືອງ​ເອ​ໂດມ​ເອີຍ ພຣະ​ອົງ​ຈະ​ຊົງ​ລົງ​ໂທດ ເພາະ​ຄວາມ​ບາບ​ຜິດ​ຂອງ​ເຈົ້າ ພຣະ​ອົງ​ຈະ​ຊົງ​ເປີດເຜີຍ​ບາບ​ຂອງ​ເຈົ້າ​

ເພງຄໍ່າຄວນ 5

ຄໍາ​ອ້ອນວອນ​ຂອງ​ພຣະ​ກະ​ຣຸ​ນາ​ທິ​ຄຸນ

1 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ລະ​ຣຶກວ່າ​ມີ​ສິ່ງ​ໃດ​ຕົກ​ເຖິງ​ຂ້າ​ພຣະ​ອົງ ເບິ່ງ​ແມ໋, ຂໍ​ຊົງ​ພິ​ຈາ​ຣະ​ນາ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຂອງ​ຂ້າ​ພຣະ​ອົງ 2 ມໍ​ຣະ​ດົກ​ຂອງ​ພວກ​ຂ້າ​ພຣະ​ອົງ​ໄດ້​ໄປ​ຕົກ​ຢູ່​ກັບ​ພວກ​ຕ່າງ​ປະ​ເທດ ບ້າ​ນ​ເຮືອນ​ຂອງ​ພວກ​ຂ້າ​ພຣະ​ອົງ​ເປັນ​ຂອງຄົນ​ຕ່າງ​ດ້າວ 3 ພວກ​ຂ້າ​ພຣະ​ອົງ​ເປັນ​ຄົນ​ກຳ​ພ້າ​ພໍ່ ແລະ​ເຫລົ່າ​ແມ່ຂອງ​ຂ້າ​ພຣະ​ອົງ​ເປັນ​ດັ່ງ​ຍິງ​ຫມ້າຍ 4 ນ້ຳ​ກໍ​ຕ້ອງ​ຊື້​ເຂົາ​ດື່ມ ຟືນກໍ​ຕ້ອງ​ຊື້ເຂົາ​ໃຊ້ 5 ຜູ້​ຂົ່ມ​ຂີ່​ໄດ້​ຂີ່​ຄໍ​ພວກ​ຂ້າ​ພຣະ​ອົງ​ໄວ້ ພວກ​ຂ້າ​ພຣະ​ອົງ​ອ່ອນ​ເພັຽ ແລະ​ເຂົາ​ບໍ່​ໃຫ້​ມີ​ເວ​ລາ​ພັກ​ເລີຍ 6 ພວກ​ຂ້າ​ພຣະ​ອົງ​ພະ​ນົມ​ມື​ໃຫ້​ຄົນ​ເອ​ຢິບ ແລະ​ຄົນ​ອັສຊີ​ເຣັຽ ເພື່ອ​ຈະ​ໄດ້​ອາ​ຫານ​ກິນ​ອີ່ມ​ 7 ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພຣະ​ອົງ​ໄດ້​ກະ​ທຳ​ບາບ ແລະ​ກໍ​ຕາຍ​ຫມົດ​ແລ້ວ ພວກ​ຂ້າ​ພຣະ​ອົງ​ຕ້ອງ​ຖືກ​ໂທດ​ເພາະ​ບາບ​ຂອງ​ພວກ​ເຂົາ 8 ທາດ​ກັບ​ປົກ​ຄອງ​ພວກ​ຂ້າ​ພຣະ​ອົງ ບໍ່​ມີ​ຜູ້​ໃດ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ມື​ຂອງ​ເຂົາ​ໄດ້ 9 ຂ້າ​ພຣະ​ອົງ​ທັງ​ຫລາຍ​ໄດ້​ອາ​ຫານ​ມາ​ໂດຍ​ເອົາ​ຊີ​ວິດ​ເຂົ້າ​ສ່ຽງ ເພາະ​ດາບ​ແຫ່ງ​ຖິ່ນ​ກັນ​ດານ 10 ຜີວ​ຫນັງ​ຂອງ​ພວກ​ຂ້າ​ພຣະ​ອົງ​ກໍ​ຮ້ອນ​ປານ​ເຕົາ​ອົບ ເພາະ​ຄວາມ​ເດືອດ​ຮ້ອນ​ເຮັດ​ໃຫ້​ເຈັບ​ໄຂ້ 11 ເຂົາ​ທັງ​ຫລາຍ​ຂືນ​ໃຈ​ພວກ​ຜູ້​ຍິງ​ໃນ​ກຸງ​ຊີ​ໂອນ ແລະ​ຂົ່ມ​ໃຈ​ສາວ​ພົມ​ມະ​ຈາ​ຣີ​ໃນ​ຫົວ​ເມືອງ​ແຫ່ງ​ຢູ​ດາ 12 ພວກ​ເຈົ້າ​ນາຍ​ຕ້ອງ​ຖືກ​ຜູກ​ມື​ແຂວນ​ບໍ່​ມີ​ໃຜ​ນັບ​ຖື​ພວກ​ຜູ້​ນຳ 13 ພວກ​ຄົນ​ຫນຸ່ມ​ຖືກ​ບັງ​ຄັບ​ໃຫ້​ໂມ່​ແປ້ງ ແລະ​ພວກ​ເດັກ​ຕ້ອງ​ແບກ​ຟືນ​ຫນັກ​ລົ້ມ​ລຸກ​ຄຸກ​ຄານ 14 ພວກ​ຜູ້​ໃຫຍ່​ຫາຍ​ຕົວ​ໄປ​ຈາກ​ປະ​ຕູ​ເມືອງ ພວກ​ຄົນ​ຫນຸ່ມ​ໄດ້​ຢຸດ​ດີດ​ສີ​ຕີ​ເປົ່າ​ແລ້ວ 15 ຄວາມ​ສຸກ​ຫາຍ​ໄປ​ສິ້ນ​ຈາກ​ໃຈ​ຂອງ​ພວກ​ຂ້າ​ພຣະ​ອົງ ການ​ເຕັ້ນ​ຣຳ​ຂອງ​ພວກ​ຂ້າ​ພຣະ​ອົງ​ກາຍ​ເປັນ​ການ​ໂສກ​ເສົ້າ 16 ມົງ​ກຸດ​ໄດ້​ຣ່ວງ​ຫລົ່ນ​ຈາກ​ຫົວ​ຂ້າ​ພຣະ​ອົງ​ແລ້ວ ວິບັດ​ແກ່​ພວກ​ຂ້າ​ພຣະ​ອົງ​ເພາະ​ພວກ​ຂ້າ​ພຣະ​ອົງ​ກະ​ທຳ​ບາບ​ໄວ້ 17 ເຫດ​ນີ້​ເອງ​ໃຈ​ພວກ​ຂ້າ​ພຣະ​ອົງ​ຈຶ່ງ​ເຈັບ​ປວດ ເພາະ​ການ​ເຫລົ່າ​ນີ້​ເອງ ນັຍ​ຕາ​ຂ້າ​ພຣະ​ອົງ​ຈຶ່ງ​ມົວ​ໄປ 18 ເຫດ​ດ້ວຍ​ພູ​ຊີ​ໂອນ​ຊຶ່ງ​ເກີດ​ຮ້າງ​ເປົ່າ ພວກ​ຫມາ​​ຈອກ​ມາ​ຍ່າງ​ເພ່ນ​ພ່ານ​ຢູ່​ເທິງນັ້ນ 19 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຊົງ​ຄອບ​ຄອງຢູ່​ເປັນ​ນິດ ພຣະ​ທີ່​ນັ່ງ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ທຸກ​ຊົ່ວ​ຊາດ​ພັນ 20 ເຫດ​ໃດພຣະ​ອົງ​ຊົງ​ລືມ​ພວກ​ຂ້າ​ພຣະ​ອົງ​ເສັຽ​ເປັນ​ນິດ ເຫດ​ໃດ​ໄດ້​ຊົງ​ປະ​ຖິ້ມ​ພວກ​ຂ້າ​ພຣະ​ອົງ​ເສັຽນານ​ດັ່ງ​ນີ້ 21 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ຊ່ອຍ​ຂ້າ​ພຣະ​ອົງ​ໃຫ້​ກັບ​ສູ່​ພຣະ​ອົງ​ເຖີດ ແລ້ວ​ພວກ​ຂ້າ​ພຣະ​ອົງ​ຈະ​ກັບ​ສູ່​ພຣະອົງ ຂໍ​ຊົງ​ຟື້ນ​ເດືອນ​ປີຂອງ​ຂ້າ​ພຣະ​ອົງ​ໃຫ້​ເຫມືອນ​ດັ່ງ​ກ່ອນ 22 ເວັ້ນ​ເສັຽ​ແຕ່ພຣະ​ອົງ​ຊົງ​ປະ​ຖິ້ມ​ພວກ​ຂ້າ​ພຣະ​ອົງ​ເສັຽ​ແລ້ວ ແລະ​ພຣະ​ອົງ​ຊົງ​ກີ້ວ​ພວກ​ຂ້າ​ພຣະ​ອົງ​ຢ່າງ​ລົ້ນ​ເຫລືອ

ເອເຊກຽນ 1

ເອ​ເຊ​ກຽນ​ເຫັນ​ພຣະ​ຣາ​ຊບັນ​ລັງ​ຂອງ​ພຣະ​ເຈົ້າ​ທາງ​ນີ​ມິດ

1 ເມື່ອ​ວັນ​ທີ່​ຫ້າ ເດືອນ​ສີ່​ປີ​ທີ່​ສາມ​ສິບ ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ກັບ​ພວກ​ຊະ​ເລີຍ​ຊາວ​ຢູ​ດາ ທີ່​ແມ່​ນ້ຳ​ເຄ​ບາຣ໌ ໃນ​ປະ​ເທດ​ບາ​ບິ​ໂລນ ທ້ອງ​ຟ້າ​ໄດ້​ຍະ​ອອກ ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ເຫັນ​ພຣະ​ເຈົ້າ​ທາງ​ນີ​ມິດ 2 ໃນ​ເວ​ລາ​ນັ້ນ​ພໍ​ດີ​ກົງ​ກັບ​ເວ​ລາ​ທີ່​ກະ​ສັດ​ເຢ​ຮົວ​ອາ​ຄິນ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ​ໄດ້​ຫ້າ​ປີ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ຄື ເອ​ເຊກຽນ​ບຸດ​ຂອງ​ປະ​ໂຣ​ຫິດ​ບູ​ຊີ ຢູ່​ແຄມ​ແມ່​ນ້ຳ​ເຄ​ບາ​ຣ໌​ໃນ​ປະ​ເທດ​ບາ​ບິ​ໂລນ ໃນ​ທີ່​ນັ້ນ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ໄດ້​ຖືກ​ຕ້ອງ​ຕົວ​ຂ້າ​ພະ​ເຈົ້າ 4 ຂ້າ​ພະ​ເຈົ້າ​ໄດ້​ເງີຍ​ຫນ້າ​ຂຶ້ນ ແລ້ວ​ເຫັນ​ລົມ​ພະ​ຍຸ​ພັດ​ມາ​ແຕ່​ທາງ​ເຫນືອ ມີ​ແສງ​ສວ່າງ​ສ່ອງ​ຮຸ່ງ​ເຮືອງ​ອອກ​ມາ​ຈາກ​ເມກກ້ອນໃຫຍ່ ແລະ​ທ້ອງ​ຟ້າ​ກໍ​ລຸກ ເປັນ​ໄຟ​ອ້ອມ​ຮອບ​ເມກ​ນັ້ນ ຢູ່​ທີ່​ນັ້ນ​ແສງ​ສວ່າງ​ສ່ອງ​ແສງ​ເຫລື້ອມ​ເຫມືອນ​ທອງ​ສຳ​ຣິດ​ໃນ​ຖ້າມ​ກາງ​ພະ​ຍຸ​ນັ້ນ 5 ຂ້າ​ພະ​ເຈົ້າໄດ້​ເຫັນ​ສິ່ງ​ນຶ່ງ​ເຫມືອນ​ສັດ​ສີ່​ຕົວ ມັນ​ມີ​ຮູບ​ຮ່າງ​ເຫມືອນມະ​ນຸດ 6 ແຕ່​ລະ​ຕົວ​ມີ​ສີ່​ຫນ້າ ແລະ​ສີ່​ປີກ ຂາ​ຂອງມັນ​ຊື່ ແຕ່ຕີນຂອງ​ມັນ​ມີ​ເລັບ​ເຫມືອນ​ເລັບ​ງົວ 7 ສັດ​ທັງ​ສີ່​ນັ້ນ​ມີ​ແສງ​ເຫລື້ອມ​ເຫມືອນ​ທອງ​ສຳ​ຣິດ 8 ຢູ່​ລຸ່ມ​ປີກ​ທັງ​ສີ່ຂອງ​ມັນ ຍັງ​ມີ​ມື​ສີ່​ມື​ເຫມືອນ​ມື​ມະ​ນຸດ 9 ປີກ​ທັງ​ສອງ​ຂອງ​ແຕ່​ລະ​ຕົວ ໄດ້​ພື​ອອກ​ໄປ​ຈຸ​ກັນ​ກັບ​ປີກ​ສັດ​ຕົວ​ອື່ນ​ເປັນ​ຮູບ​ສີ່​ຫລ່ຽມ ແລ້ວ​ບິນ​ໄປ​ທາງ​ດຽວ​ກັນ​ໂດຍ​ບໍ່​ຫັນ​ເຫ​ໄປ​ຕ່າງ​ທິດ​ທາງ​ກັນ 10 ຫນ້າທັງ​ສີ່​ຂອງ​ສັດ​ແຕ່​ລະ​ຕົວ​ບໍ່​ຄື​ກັນ ຄື​ຫນ້າ​ຢູ່​ຂ້າງ​ຫນ້າ​ເຫມືອນ​ມະ​ນຸດ ຫນ້າ​ຂ້າງ​ຂວາ​ເຫມືອນ​ຫນ້າ​ສິງ ຫນ້າ​ຂ້າງ​ຊ້າຍ​ເຫມືອນ​ຫນ້າ​ງົວ ແລະ​ຫນ້າ​ຂ້າງ​ຫລັງ​ເຫ​ມືອນ​ຫນ້າ​ນົກ​ອິນ​ຊີ 11 ປີກ​ທັງ​ສອງ​ຂອງ​ສັດ​ແຕ່​ລະ​ຕົວ​ພື​ອອກ​ໄປ​ຈຸ​ກັບ​ປາຍ​ປີກ​ຂອງ​ຕົວ​ອື່ນ ແລະ​ອີກ​ປີກ​ສອງ​ປີກ​ໄດ້​ປົກ​ຫຸ້ມ​ຕົວ​ມັນ​ໄວ້ 12 ສັດ​ທຸກ​ຕົວ​ໄດ້​ປິ່ນ​ຫນ້າ​ໄປ​ສູ່​ທິດ​ທັງ​ສີ່ ເມື່ອ​ມັນ​ປະ​ສົງ​ຈະ​ໄປ​ທາງ​ໃດ ກໍ​ບິນ​ໄປ​ພ້ອມ​ກັນ​ບໍ່​ປິ່ນ​ຫນ້າ​ໄປ​ທາງ​ອື່ນ​ເລີຍ 13 ຢູ່​ໃນ​ສັດ​ເຫລົ່າ​ນັ້ນ ມີ​ສິ່ງ​ນຶ່ງ​ເບິ່ງ​ຄ້າຍ​ຄື ໂຄມ​ໄຟ​ເຄື່ອນ​ໄຫວ​ຢູ່​ເປັນ​ນິດ ເປັນ​ສຸກ​ໃສ​ ແລະ​ມີ​ແສງ​ຟ້າ​ແມບ​ເຫລື້ອມ 14 ສັດ​ເຫລົ່າ​ນັ້ນ​ພຸ່ງ​ໄປ​ມາ​ເຫມືອນ​ຟ້າ​ແມບ​ເຫລື້ອມ 15 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ຫລຽວ​ເບິ່ງ​ສັດ​ທັງ​ສີ່​ຕົວ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກົງ​ລໍ້​ສີ່​ອັນ​ຢູ່​ເທິງ​ດິນ​ແປະ​ຢູ່​ຂ້າງ​ສັດ​ແຕ່​ລະ​ຕົວ 16 ລໍ້​ແຕ່​ລະ​ອັນ​ສ່ອງ​ແສງ​ເຫມືອນ​ເພັດ​ເບິ່ງ​ເຫມືອນ​ກັນ​ຫມົດ​ທັງ​ສີ່​ລໍ້ ແຕ່​ລະ​ລໍ້​ມີ​ລໍ້​ອີກ​ອັນ​ນຶ່ງ​ຕັດ​ຜ່ານ​ທາງ​ກາງ​ 17 ເພື່ອ​ວ່າ​ພວກ​ມັນ​ຈະ​ຍ້າຍ​ໄປ​ໄດ້​ໃນ​ທຸກ​ທີ່​ທຸກ​ທາງ 18 ແລະ​ລໍ້​ນັ້ນ​ໃຫຍ່​ເປັນ​ຕາ​ຢ້ານ ມີ​ຫນ່ວຍ​ຕາ​ຕິດ​ຢູ່​ອ້ອມຮອບ 19 ເມື່ອ​ໃດ​ສັດ​ເຫລົ່າ​ນັ້ນ​ຍ້າຍ​ໄປ ລໍ້​ກໍ​ຍ້າຍ​ໄປ​ນຳ ເມື່ອ​ສັດ​ນັ້ນ​ເຫາະ​ຂຶ້ນ​ຈາກ​ພື້ນ​ດິນ ລໍ້​ກໍ​ເຫາະ​ຂຶ້ນ​ນຳ 20 ເມື່ອ​ສັດ​ເຫລົ່າ​ນັ້ນ​ໄປ​ທີ່​ໃດ ລໍ້​ກໍ​ໄປ​ນຳ​ທັນ​ທີ ເພາະ​ວ່າ​ສັດ​ເປັນ​ຜູ້​ຄວບ​ຄຸມ​ລໍ້ 21 ທຸກ​ໆ​ເວ​ລາ​ທີ່​ສັດ​ນັ້ນ​ເຄື່ອນ​ຍ້າຍ​ໄປ ເມື່ອ​ຢຸດ​ເຊົາ​ຫລື​ເຫາະ​ຂຶ້​ນເທິງ​ອາ​ກາດ ລໍ້​ກໍ​ເຄື່ອນ​ຍ້າຍ​ໄປ​ນຳ​ທັນ​ທີ 22 ຢູ່​ເທິງ​ຫົວ​ຂອງ​ສັດ​ມີ​ສິ່ງ​ນຶ່ງ​ເບິ່ງ​ຄ້າຍຍອດ​ຊໍ່​ຟ້າ​ແກ້ວ​ຜະ​ລຶກ​ສີ​ສຸກ​ໃສ​ຢູ່​ລຸ່ມຍອດ​ຊໍ່​ຟ້າ​ນັ້ນ 23 ສັດ​ແຕ່​ລະ​ຕົວ​ໄດ້​ພື​ສອງ​ປີກ​ອອກ​ໄປ​ຈຸ​ກັບ​ປາຍ​ປີກ​ຕົວ​ອື່ນ ແຕ່​ອີກ​ສອງ​ປີກ​ໄດ້​ປົກ​ຫຸ້ມ​ຕົວ​ມັນ​ໄວ້ 24 ເມື່ອ​ສັດ​ເຫລົ່າ​ນີ້​ບິນ​ໄປ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ປີກ​ຂອງ​ມັນ​ດັງ​ເຫມືອນ​ສຽງ​ຄື້ນ​ທະ​ເລ ເຫມືອນ​ສຽງ​ກອງ​ທັບ​ໃຫຍ່​ເດີນ​ໄປ ແລະ​ເຫມືອນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່ 25 ເມື່ອ​ພວກ​ມັນ​ເຊົາ​ບິນ​ມັນ​ກໍ​ຫຸບ​ປີກ​ໄວ້ ແຕ່​ຍັງ​ມີ​ສຽງ​ອີກ​ຢ່າງ​ນຶ່ງ​ດັງ​ມາ​ຈາກຍອດ​ຊໍ່​ຟ້າ​ເຫນືອ​ຫົວ​ຂອງ​ສັດ​ນັ້ນ 26 ຢູ່​ເທິງຍອດ​ຊໍ່​ຟ້າ ມີ​ສິ່ງ​ນຶ່ງ​ເບິ່ງ​ຄ້າຍ​ບັນ​ລັງ​ແກ້ວມໍລະ​ກົດ ແລະ​ມີ​ຮູບ​ຮ່າງ​ອັນ​ນຶ່ງ​ເບິ່ງ​ຄື​ມະ​ນຸດ​ນັ່ງ​ຢູ່​ເທິງ​ບັນ​ລັງ 27 ເທິງແອວ​ຂອງ​ຮູບ​ຮ່າງ​ນັ້ນ​ສ່ອງ​ແສງ​ເຫລື້ອມ​ເຫມືອນ​ທອງ​ສຳ​ຣິດ​ຢູ່​ໃນ​ກາງກອງ​ໄຟ ແລະ​ລຸ່ມ​ແອວ​ລົງ​ມາ​ມັນ​ສ​ອ່ງ​ແສງ​ເຫລື້ອມ​ເຫມືອນ​ໄຟ​ໄປ​ທົ່ວ​ທຸກ​ແຫ່ງ 28 ລັກ​ສະ​ນະແສງ​ສວ່າງ​ນີ້​ສ່ອງ​ແສງ​ເຫມືອນ​ຮຸ້ງ​ກິນ​ນ້ຳ​ຢູ່​ໃນ​ເມກ​ເມື່ອ​ຝົນ​ຕົກ ລັກ​ສະ​ນະແຫ່ງພຣະ​ຣັ​ສມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ດັ່ງ​ນີ້​ແຫລະ ແລະ​ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ກົ້ມ​ຫນ້າ​ລົງ​ເຖິງ​ດິນ ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ທ່ານ​ຜູ້​ນຶ່ງ​ກ່າວ

ເອເຊກຽນ 2

ການ​ຊົງ​ເອີ້ນ​ເອ​ເຊ​ກຽນ

1 ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຢືນ​ຂຶ້ນ ເຮົາ​ຈະ​ເວົ້າ​ກັບ​ເຈົ້າ” 2 ແລະ​ເມື່ອ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ພຣະ​ວິນ​ຍານ​ໄດ້​ເຂົ້າ​ໄປ​ໃນ​ຂ້າ​ພະ​ເຈົ້າ​ແລະ​ຕັ້ງ​ຂ້າ​ພະ​ເຈົ້າ​ໃຫ້​ຢືນ​ຂຶ້ນ ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ອົງ​ນັ້ນ​ຜູ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ 3 ແລະ​ພຣະ​ອົງກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ, “ມະ​ນຸດ​ເອີຍ, ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ອິສ​ຣາ​ເອນ ຜູ້​ເປັນ​ກະ​ບົດ​ຕໍ່​ສູ້​ເຮົາ ພວກ​ເຂົາ​ຍັງ​ເປັນ​ກະ​ບົດ​ເຊັ່ນ​ດຽວ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ເທົ່າ​ທຸກວັນ​ນີ້ 4 ພວກ​ເຂົາ​ເປັນ​ຄົນ​ຫົວ​ດື້ ແລະ​ບໍ່​ເຄົາ​ຣົບ​ນັບ​ຖື​ເຮົາ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ບອກ​ສິ່ງ​ທີ່​ເຮົາ​ຈະ​ເວົ້າ​ກັບ​ເຂົາ 5 ພວກ​ເຂົາ​ຈະ​ຟັງ​ຫລື​ບໍ່​ຟັງ​ກໍ​ຕາມ ແຕ່​ເຂົາ​ກໍ​ຈະ​ຮູ້​ວ່າ ມີ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ນຶ່ງ​ຢູ່​ຖ້າມ​ກາງ​ເຂົາ 6 ແຕ່​ເຈົ້າ​ຜູ້​ເປັນ​ມະ​ນຸດ​ເອີຍ, ຢ່າ​ຢ້ານ​ເຂົາ​ຫລື​ຢ້ານ​ສິ່ງ​ທີ່​ເຂົາ​ເວົ້າ ເຖິງ​ແມ່ນ​ເຂົາ​ຈະ​ເປັນ​ເຫມືອນ​ຫນາມ​ປິດ​ລ້ອມ​ເຈົ້າ ແລະ​ເປັນ​ເຫມືອນ​ແມງງອດ​ຢູ່​ອ້ອມ​ຮອບ​ເຈົ້າ ກໍ​ຢ່າ​ຢ້ານ​ພວກ​ກະ​ບົດ​ເຫລົ່າ​ນັ້ນ ຫລື​ຢ້ານ​ຄຳ​ເວົ້າ​ຂອງ​ເຂົາ​ເລີຍ 7 ຈົ່ງ​ບອກ​ເຂົາ​ສິ່ງ​ທີ່​ເຮົາ​​ບອກ ຢ່າ​ເປັນ​ກະ​ບົດ​ເຫມືອນ​ເຂົາ ຈົ່ງ​ອ້າ​ປາກ​ແລ້ວ​ກິນ​ສິ່ງ​ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ນີ້” 8 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ບອກ ຢ່າ​ເປັນ​ກະ​ບົດ​ເຫມືອນ​ພວກ​ເຂົາ ຈົ່ງ​ອ້າ​ປາກ​ແລ້ວ​ກິນ​ສິ່ງ​ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ນິ້” 9 ຕໍ່​ມາ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມື​ເບື້ອງ​ນຶ່ງ ຖືຫນັງ​ສື​ມ້ວນ​ຢຽດ​ອອກ​ມາ​ທາງ​ຂ້າ​ພະ​ເຈົ້າ 10 ມື​ນັ້ນ​ໄດ້​ພື​ຫນັງ​ສື​ມ້ວນ ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຫັນ​ຄຳ​ຂຽນ​ໄວ້​ທັງ​ສອງ​ຫນ້າ​ແລະ​ອ່ານ​ໄດ້​ຄ​ວາມ​ວ່າ, “ມີ​ບົດ​ຄ່ຳ​ຄວນ ຄຳ​ໄວ້​ທຸກ ແລະ​ຄຳ​ວິ​ບັດ​ຂຽນ​ຢູ່ເທິງ​ນັ້ນ”

ເອເຊກຽນ 3

1 ພຣະ​ອົງຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຮັບ​ປະ​ທານ​ສິ່ງ​ທີ່​ເຈົ້າ​ໄດ້​ພົບ ຈົ່ງ​ຮັບ​ປະ​ທານ​ຫນັງ​ສື​ມ້ວນ​ນີ້​ແລ້ວ ໄປ​ເວົ້າ​ກັບ​ປະ​ຊາ​ຊົນ​ອິສ​ຣາ​ເອນ” 2 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ອ້າ​ປາກ​ກິນ​ຫນັງ​ສື​ມ້ວນ ທີ່​ພຣະ​ອົງ​ຊົງ​ຍື່ນ​ໃຫ້ ພຣະ​ອົງ​ຊົງ​ກ່າວ​ອີກວ່າ, 3 “ບຸດແຫ່ງ​ມະ​ນຸດ​ເອີຍ, ຈົ່ງກິນ​ຫນັງ​ສື​ມ້ວນ​ທີ່​ເຮົາ​ໄດ້​ໃຫ້​ເຈົ້າ​ນັ້ນ​ໃຫ້​ອີ່ມ” ຂ້າ​ພະ​ເຈົ້າ​ກໍ​ກິນ​ຫນັງ​ສື​ມ້ວນ​ນັ້ນ ມັນ​ມີ​ຣົດ​ຫວານ​ເຫມືອນ​ນ້ຳ​ເຜີ້ງ 4 ຕໍ່​ມາພຣະ​ເຈົ້າ​ຊົງ​ກ່າວ​ວ່າ, “ບຸດ​ແຫ່ງມະ​ນຸດເອີຍ, ຈົ່ງ​ໄປ​ບອກ​ສິ່ງ​ທີ່​ເຮົາ​ບອກ​ແກ່​ເຈົ້າ​ແກ່​ປະ​ຊາ​ຊົນ​ອິສ​ຣາ​ເອນ 5 ເຮົາ​ຈະ​ບໍ່​ສົ່ງ​ເຈົ້າ​ໄປ​ຫາ​ຊົນ​ຊາດ​ທີ່​ເວົ້າ​ພາ​ສາ​ຕ່າງ​ປະ​ເທດ​ແລະ​ພາ​ສາ​ທີ່​ຍາກ ແຕ່​ຈະ​ສົ່ງ​ໄປ​ຫາ​ພວກ​ອິສ​ຣາ​ເອນ 6 ຖ້າ​ສົ່ງ​ໄປ​ຫາ​ປະ​ເທດ​ໃຫຍ່​ຊຶ່ງ​ເວົ້າ​ພາສາ​ທີ່​ຍາກ ໂດຍ​ທີ່​ເຈົ້າ​ບໍ່​ເຂົ້າ​ໃຈ​ຊົນ​ຊາດ​ນັ້ນ​ອາດ​ຟັງ​ເຈົ້າ​ຢູ່ 7 ແຕ່​ຈະ​ບໍ່​ມີ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຄົນ​ໃດ​ມີ​ນ້ຳ​ໃຈ​ຢາກ​ຟັງ​ເຈົ້າ ແມ່ນ​ແຕ່​ເຮົາ​ເຂົາ​ກໍ​ຈະ​ບໍ່​ຟັງ​ຄື​ກັນ ເພາະ​ວ່າ​ເຂົາ​ເປັນ​ຄົນ​ຫົວ​ດື້​ແລະ​ໃຈ​ແຂງ 8 ບັດ​ນີ້ ເຮົາ​ຈະ​ທຳ​ໃຫ້​ເຈົ້າ​ເປັນ​ຄົນ​ຫົວ​ດື້​ແລະ​ໃຈ​ແຂງ​ເຫມືອນ​ເຂົາ ຈະ​ທຳ​ໃຫ້​ແຂງກວ່າ​ຫີນ​ແລະ​ເພັດ 9 ສະ​ນັ້ນ ເຈົ້າ​ຢ່າ​ຢ້ານ ພວກ​ກະ​ບົດ​ເຫລົ່າ​ນີ້​ເລີຍ 10 ພຣະ​ເຈົ້າ​ຊົງ​ກ່າວ​ຕໍ່​ໄປ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຈົດ​ຈຳ ແລະ​ເອົາ​ໃຈ​ໃສ່​ຢ່າງ​ແທ້​ຈິງ ໃນ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ນັ້ນ 11 ແລ້ວ​ໃຫ້​ໄປ​ຫາ​ຊົນ​ຊາດ​ຂອງ​ເຈົ້າ​ທີ່​ຕົກ​ເປັນ​ຊະ​ເລີຍ ແລະ​ໃຫ້​ບອກ​ເຂົາ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ບອກ​ເຈົ້າ ​ເຖິງ​ເຂົາ​ຈະ​ຟັງ​ຫລື​ບໍ່​ຟັງ​ກໍ​ຕາມ” 12 ຕໍ່​ມາ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ຍົກ​ຂ້າ​ພະ​ເຈົ້າ​ຂຶ້ນ ແລ້ວ​ມີ​ພຣະ​ສຽງ​ຢ່າງ​ນຶ່ງ​ດັງ​ກ້ອງ​ອອກ​ມາ​ເຫມືອນ​ສຽງ​ແຜ່ນ​ດິນ​ໄຫວ ຢູ່​ທາງ​ຫລັງ​ຂ້າ​ພະ​ເຈົ້າ​ສຽງ​ນັ້ນ​ 13 ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ປີກ​ສັດ​ດັງ​ໃນ​ອາ​ກາດ ແລະ​ສຽງ​ລໍ້​ດັງ​ກ້ອງ​ເຫມືອນ​ແຜ່ນ​ດິນ​ໄຫວ 14 ຂ​ນະ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ຍົກ​ຂ້າ​ພະ​ເຈົ້າ​ຂຶ້ນ​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຂົມ​ຂື່ນ ແລະ​ຄຽດ​ແຄ້ນ ເພາະ​ວ່າ​ຣິ​ດທາ​ນຸ​ພາບ​ຂອງ​ພຣະ​ອົງ​ໄດ້​ຊົງ​ບັງ​ຄັບ​ຢູ່ 15 ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຖິງ​ບ່ອນ​ພວກ​ຊະ​ເລີຍ​ອາ​ໄສ​ຢູ່​ທີ່​ເມືອງ​ເທນ​ອາ​ບິບ ແຄມ​ແມ່​ນ້ຳ​ເຄ​ບາ​ຣ໌​ທີ່​ປະ​ເທດ​ບາ​ບິ​ໂລນ ແລະ​ໄດ້​ພັກ​ຢູ່​ທີ່​ນັ້ນ​ດ້ວຍ​ຄວາມ​ຕົກ​ຕະ​ລຶງ​ເປັນ​ເວ​ລາ​ເຈັດ​ວັນ

ພຣະ​ເຈົ້າ​ຊົງ​ແຕ່ງ​ຕັ້ງເອ​ເຊ​ກຽນ​ເປັ​ນ​ຄົນ​ຍາມອິສ​ຣາ​ເອນ

16 ພໍ​ຄົບ​ເຈັດ​ວັນ​ແລ້ວ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍມາ​ເຖິງຂ້າ​ພະ​ເຈົ້າ​ວ່າ, 17 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຮົາ​ຈະ​ແຕ່ງ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຄົນ​ຍາມ​ຊົນ​ຊາດ​ອິສ​ຣາ​ເອນ ຈົ່ງ​ຕັກ​ເຕືອນ​ເຂົາ​ດ້ວຍ​ຖ້ອຍ​ຄຳ​ທີ່​ເຣົາ​ໄດ້​ບອກ​ເຈົ້າ​ 18 ຖ້າ​ເຮົາ​ປະ​ກາດ​ວ່າ ຄົນ​ຊົ່ວ​ຜູ້​ນຶ່ງ​ຈະ​ຕ້ອງ​ຕາຍ ແຕ່​ຖ້າ​ເຈົ້າ​ບໍ່​ຕັກ​ເຕືອນ​ໃຫ້​ເຂົາ​ປ່ຽນ​ທາງ​ເພື່ອ​ຊ່ອຍ​ຊີ​ວິດ​ເຂົາ​ໄວ້ ຄົນ​ຊົ່ວ​ຜູ້​ນັ້ນ​ກໍ​ຈະ​ຕາຍ​ເສັຽຍ້ອນ​ບາບ​ຂອງ​ຕົນ​ເອງ ແລ້ວ​ເຮົາ​ຈະ​ຖື​ວ່າ​ການ​ຕາຍ​ຂອງ​ຜູ້​ນັ້ນ​ເປັນ​ຄວາມ​ຜິດ​ຂອງ​ເຈົ້າ 19 ຖ້າ​ວ່າ​ເຈົ້າ​ໄດ້​ຕັກ​ເຕືອນ​ຄົນ​ຊົ່ວຮ້າຍ​ແລ້ວ ແຕ່​ເຂົາ​ບໍ່​ເຊົາ​ທຳ​ບາບ ເຂົາ​ກໍ​ຈະ​ຕາຍ​ຍ້ອນ​ບາບ​ນັ້ນ ແຕ່​ຊີ​ວິດ​ຂອງ​ເຈົ້າ​ຈະ​ປອດ​ພັຍ 20 ຖ້າຄົນ​ດີ​ມີ​ສິນ​ທັມ​ຜູ້​ນຶ່ງ​ເລີ້ມ​ທຳ​ບາບ ເຮົາ​ຈະ​ທຳ​ໃຫ້​ເຂົາ​ຕົກ​ຢູ່​ໃນ​ອັນ​ຕະ​ຣາຍ ແລະ​ຖ້າ​ເຈົ້າ​ບໍ່​ເຕືອນ​ເຂົາ ເຂົາ​ກໍ​ຈະ​ຕາຍຍ້ອນ​ການ​ທຳ​ບາບ​ນັ້ນ ເຮົາ​ຈະ​ບໍ່​ລະ​ນຶກ​ເຖິງ​ຄຸນງາມ​ຄວາມ​ດີ​ທີ່​ເຂົາ​ໄດ້​ທຳ​ມາ ແຕ່​ຈະ​ຖື​ວ່າ​ເປັນ​ຄວາມ​ຜິດ​ຂອງ​ເຈົ້າ 21 ຖ້າ​ເຈົ້າ​ຫາກ​ຕັກ​ເຕືອນ​ບໍ່​ໃຫ້​ເຂົາ​ທຳ​ບາບ ເຂົາ​ກໍ​ຈະ​ເຊື່ອ​ຟັງ​ບໍ່​ທຳ​ບາບ​ນັ້ນ ແລະ​ຊີ​ວິດ​ຂ​ອງ​ເຈົ້າ​ແລະ​ຊີ​ວິດ​ຂອງ​ເຂົາ​ກໍ​ຈະ​ປອດ​ພັຍ”

ເອ​ເຊ​ກຽນ​ປາກ​ບໍ່​ໄດ້

22 ເມື່ອ​ຕົກ​ຢູ່​ໃນ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຍິນພຣະ​ອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລ້ວ​ອອກ​ໄປ​ຍັງ​ຮ່ອມ​ພູ ເຮົາ​ຈະ​ເວົ້າ​ກັບ​ເຈົ້າ​ຢູ່​ທີ່​ນັ້ນ”​ 23 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ອອ​ກ​ໄປ​ໃນ​ທີ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຢ່າງ​ດຽວ​ກັນ​ກັບ​ຄາວ​ທີ່​ເຫັນ​ຢູ່​ແຄມ​ແມ່​ນ້ຳ​ເຄບາ​ຣ໌ ແລະຂ້າ​ພະ​ເຈົ້າ​ໄດ້​ຫມູບ​ລົງ​ດິນ 24 ແຕ່​ພຣະ​ວິນ​ຍານ​ໄດ້​ສະ​ເດັດ​ເຂົ້າ​ສິງ​ໃນ​ຕົວ​ຂ້າ​ພະ​ເຈົ້າ​ແລະ​ເຮັດ​ໃຫ້​ຢືນ​ຂຶ້ນ ພຣະ​ວິນ​ຍານ​ນັ້ນ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຫ​ລົບ​ເມືອ​ບ້ານ​ສາ ແລ້ວ​ລີ້​ຢູ່​ໃນ​ເຮືອນຂອງ​ເຈົ້າ 25 ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເບິ່ງ​ແມ໋, ເຈົ້າ​ຈະ​ຖືກ​ມັດ​ດ້ວຍ​ເຊືອກ​ໄປ​ໃສ​ບໍ່​ໄດ້ 26 ແລະ​ເຮົາ​ຈະທຳ​ໃຫ້​ລີ້ນ​ຂອງ​ເຈົ້າ​ແຂງ​ຈົນ​ປາກ​ບໍ່​ໄດ້ ເພື່ອ​ບໍ່​ໃຫ້​ຕັກ​ເຕືອນ​ພວກ​ກະ​ບົດ​ເຫລົ່າ​ນັ້ນ​ໄດ້ 27 ເມື່ອເຮົາ​ຈະ​ເວົ້າ​ກັບ​ເຈົ້າ​ອີກ ເຮົາ​ກໍ​ຈຶ່ງ​ຈະ​ໃຫ້​ເຈົ້າ​ເວົ້າ​ໄດ້ ແລ້ວ​ເຈົ້າ​ຈຶ່ງ​ບອກ​ເຂົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້ “ພວກ​ເຂົາ​ບາງ​ຄົນ​ຈະ​ເຊື່ອ​ຟັງ​ເຮົາ ແຕ່​ບາງ​ຄົນ​ຈະ​ບໍ່​ເຊື່ອ​ຟັງ​ເຣົາ ເພາະ​ວ່າ​ພວ​ກ​ເຂົາ​ເປັນ​ຊົນ​ຊາດ​ກະ​ບົດ”

ເອເຊກຽນ 4

ສະ​ແດງ​ພາບ​ການ​ລ້ອມ​ກຸ​ງ​ເຢ​ຣູ​ຊາ​ເລັມ

1 “ເຈົ້າ, ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ຈົ່ງ​ເອົາ​ກ້ອນ​ຫີນ​ມາ​ວາງ​ໄວ້​ຂ້າງ​ຫນ້າ​ເຈົ້າ ແລະ​ແກະ​ຮູບ​ເມືອງ​ນຶ່ງ​ໄວ້​ເທິງ​ນັ້ນ​ຄື​ນະ​ຄອນ​ເຢ​ຣູ​ຊາ​ເລັມ 2 ຈົ່ງ​ລ້ອມ​ນະ​ຄອນ​ນັ້ນ​ໄວ້ ແລະ​ກໍ່​ກຳ​ແພງ​ລ້ອມ​ໄວ້​ຮອບ​ນະ​ຄອນ​ນັ້ນ​ດ້ວຍ​ ແລະ​ຄູນ​ດິນ​ໄວ້ສູງ​ສູ້​ນະ​ຄອນ​ນັ້ນ ແລະ​ຕັ້ງ​ຄ້າຍ​ຮອບ​ນະ​ຄອນ​ໄວ້ ແລະ​ຕັ້ງ​ເຄື່ອງ​ທະ​ລວງ​ກຳ​ແພງ​ໄວ້​ຮອບ​ນະ​ຄອນ 3 ຈົ່ງ​ຫາ​ເຫລັກ​ແຜ່ນ​ມາ ແລະ​ວາງ​ເຫລັກ​ແຜ່ນ​ນັ້ນ​ຕ່າງ​ເປັນ​ກຳ​ແພງ​ເຫລັກ​ລະ​ຫວ່າງ​ເຈົ້າ​ກັບ​ນະ​ຄອນ​ນັ້ນ ແລະ​ເຈົ້າ​ຈົ່ງຫັນ​ຫນ້າ​ສູ່​ນະ​ຄອນ​ນັ້ນ ໃຫ້​ນະ​ຄອນ​ນັ້ນ​ຖືກ​ລ້ອມ ແລ້ວ​ເຈົ້າ​ເອງ​ເປັນ​ຜູ້​ປິດ​ລ້ອມ​ເມືອງ ນີ້​ເປັນ​ຫມາຍ​ສຳ​ຄັນສຳ​ລັບ​ເຊື້ອ​ສາຍອິສ​ຣາ​ເອນ 4 “ແລ້ວ​ເຈົ້າ​ຈົ່ງ​ນອນ​ຕະ​ແຄງ​ຂ້າງ​ຊ້າຍ ແລະ​ເຮົາ​ຈະ​ວາງ​ການ​ລົງ​ທັນ​ເຊື້ອ​ສາຍ​ອິສ​ຣາ​ເອນ​ໄວ້​ເຫນືອ​ເຈົ້າ ເຈົ້າ​ນອນ​ທັບ​ຢູ່​ຈັກ​ມື້ ເຈົ້າ​ຈະ​ແບກ​ການ​ລົງ​ທັນ​ຂອງ​ນະ​ຄອນ​ນັ້ນ​ເທົ່າ​ນັ້ນ​ມື້ 5 ເພາະ​ເຣົາ​ໄດ້​ກຳ​ນົດ​ວັນ​ໃຫ້​ແກ່​ເຈົ້າ​ແລ້ວ ຄື​ສາມ​ຮ້ອຍ​ເກົ້າ​ສິບ​ວັນ​ເທົ່າ​ກັບ​ຈຳ​ນວນ​ປີ​ແຫ່ງ​ການ​ລົງ​ທັນ​ຂອງ​ເຂົາ ເຈົ້າ​ຈະ​ຕ້ອງ​ແບ​ກການ​ລົງ​ທັນ​ເຊື້ອ​ສາຍ​ອິສ​ຣາ​ເອນ​ນານ​ເທົ່າ​ນັ້ນ 6 ແລະ​ເມື່ອ​ເຈົ້າ​ກະ​ທຳ​ເຊັ່ນ​ນີ້​ຄົບ​ວັນ​ແລ້ວ ເຈົ້າ​ຈະ​ຕ້ອງນອນ​ລົງ​ເປັນ​ຄັ້ງ​ທີ່​ສອງ ແຕ່ນອນ​ຕະ​ແຄງ​ຂ້າງ​ຂວາ ແລະ​ແບກ​ການ​ລົງ​ທັນ​ເຊື້ອ​ສາຍ​ຂອງ​ຢູ​ດາ ເຮົາ​ກຳ​ນົດ​ໃຫ້​ເຈົ້າ​ສີ່​ສິບ​ວັນ ວັນ​ແທນ​ປີ 7 ແລະ​ເຈົ້າ​ຕ້ອງ​ຕັ້ງ​ຫນ້າເຈົ້າ​ສູ່​ການ​ລ້ອມ​ເຢ​ຣູ​ຊາ​ເລັມ​ໄວ້​ດ້ວຍ​ແຂນ​ເປືອຍ​ເປົ່າ ແລະ​ເຈົ້າ​ຈົ່ງ​ປະ​ກາດ​ພຣະ​ທັມ​ສູ້​ນະ​ຄອນ​ນັ້ນ 8 ເບິ່ງ​ແມ໋, ເຮົາ​ຈະ​ເອົາ​ເຊືອກ​ມັດ​ເຈົ້າ​ໄວ້ ເຈົ້າ​ຈະ​ພິກ​ຈາກ​ຂ້າງ​ນີ້​ໄປ​ຂ້າງ​ນັ້ນ​ບໍ່​ໄດ້​ຈົນ​ກວ່າ​ເຈົ້າ​ຈະ​ຄົບ​ການ​ລ້ອມ​ນະ​ຄອນ​ຕາມ​ກຳ​ນົດ​ວັນ​ຂອງ​ເຈົ້າ 9 “ເຈົ້າ​ຈົ່ງ​ເອົາ​ເຂົ້າ​ເດື່ອຍ ເຂົ້າ​ບ​ເລ ຫມາກ​ຖົ່ວຂ​ຽວ ແລະ​ຫມາ​ກຖົ່ວ​ແດງ ເຂົ້າ​ຟາງ ແລະ​ເຂົ້າບ​ເລ​ແຂງ ຈົ່ງ​ປົນ​ສິ່ງ​ທັງ​ຫມົດ​ເຂົ້າ​ກັນ​ແລະ​ເຮັດ​ເຂົ້າ​ຈີ່ໃຫ້​ເຈົ້າ​ ລະ​ຫວ່າງ​ທີ່​ເຈົ້າ​ນອນ​ຕະ​ແຄງ​ຕາມ​ກຳ​ນົດ​ວັນ​ສາມ​ຮ້ອຍ​ເກົ້າ​ສິບ​ວັນ​ນັ້ນ ເຈົ້າ​ຈົ່ງ​ຮັບ​ປະ​ທານອາ​ຫານ​ນີ້ 10 ແລະ​ອາ​ຫານ​ທີ່​ເຈົ້າ​ກິນ​ຈະ​ຕ້ອງ​ຊັ່ງ ເປັນ​ວັນ​ລະ​ຊາວ​ເຊ​ເກ​ລ ເຈົ້າ​ຈົ່ງ​ຮັບ​ປະ​ທານ​ຕາມ​ເວ​ລາ​ກຳ​ນົດ 11 ແລະ​ນ້ຳ​ເຈົ້າ​ຕ້ອງ​ຕວງດື່ມ ຄື​ນຶ່ງ​ໃນ​ຫົກ​ຂອງ​ຮິນ​ນຶ່ງ ເຈົ້າ​ຈົ່ງ​ດື່ມ​ນ້ຳ​ຕາມ​ເວ​ລາ​ກຳ​ນົດ 12 ແລະ​ເຈົ້າ​ຈະ​ຕ້ອງ​ຣັບ​ປະ​ທານ​​ເຂົ້າ​ຈີ່ ເຂົ້າ​ບ​ເລ ໂດຍ​ໃຊ້​​ໄຟ​ດັງ​ດ້ວຍອາ​ຈົມ​ຂອງ​ມະ​ນຸດ​ທີ່​ແຫ້ງ​ແລ້ວ​ປີ້ງ ຕໍ່​ຫນ້າ​ຕໍ່​ຕາ​ເຂົາ​ທັງ​ຫລາຍ” 13 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ປະ​ຊາ​ຊົນ​ອິສ​ຣາ​ເອນ​ຈະ​ຕ້ອງ​ຮັບ​ປະ​ທານ​ເຂົ້າ​ຈີ່​ຂອງ​ເຂົາ​ທີ່​ເປັນ​ມົນ​ທິນ​ຢ່າງ​ນີ້​ແຫລະ​ໃນ​ຖ້າມ​ກາງ​ປະ​ຊາ​ຊາດ ຊຶ່ງ​ເຮົາ​ຈະ​ຂັບ​ໄລ່​ເຂົາ​ໄປ​ຢູ່” 14 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ກ່າວ​ວ່າ, “ພຣະ​ເຈົ້າ​ຂ້າ ອະ​ນິຈາ ຂ້າ​ພຣະ​ອົງ​ບໍ່​ເຄີຍ​ກະ​ທຳ​ຕົວ​ໃຫ້​ເປັນ​ມົນ​ທິນ​ເລີຍ ຕັ້ງ​ແຕ່​ຍັງ​ຫນຸ່ມ​ມາ​ຈົນ​ບັດ​ນີ້ ຂ້າ​ພຣະ​ອົງ​ບໍ່​ເຄີຍ​ຮັບ​ປະ​ທານ​ສິ່ງ​ທີ່​ຕາຍ​ເອງ ຫລື​ທີ່​ຖືກ​ສັດ​ຈີກ​ກັດ​ຕາຍ ບໍ່​ມີ​ຊີ້ນ​ສັດ​ມົນ​ທິນ​ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້າ​ພຣະ​ອົງ”​ 15 ແລ້ວ​ພຣະ​ອົງ​ຈຶ່ງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເອົາ​ເຖີດ ເຮົາ​ຈະ​ຍອມ​ໃຫ້​ເຈົ້າ​ໃຊ້​ຂີ້​ງົວ​ແທນ​ອາ​ຈົມຊຶ່​ງ​ເຈົ້າ​ຈະ​ໃຊ້​ຕຽມ​ເຂົ້າ​ຈີ່​ຂອງ​ເຈົ້າ” 16 ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເບິ່ງ​ແມ໋, ເຮົາ​ຈະ​ທຳ​ລາຍ​ອາ​ຫານ​ຫລັກ​ໃນ​ເຢ​ຣູ​ຊາ​ເລັມ​ເສັຽ ເຂົາ​ຈະ​ຕ້ອງ​ຊັ່ງ​ເຂົ້າ​ຈີ່​ຮັບ​ປະ​ທານ ທັງ​ຮັບ​ປະ​ທານ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ​ເຂົາ​ຈະ​ຕວງນ້ຳ​ດື່ມ ທັງ​ດື່ມ​ດ້ວຍ​ອາ​ການ​ອົກ​ສັ່ນ​ຂວັນ​ຫາຍ 17 ເພື່ອ​ໃຫ້​ຂາດ​ເຂົ້າ​ຈີ່​ແລະ​ນ້ຳ ໃຫ້​ຕ່າງ​ຄົນ​ຕ່າງ​ອົກ​ສັ່ນ​ຂວັນ​ຫາຍ ແລະ​ຊູບ​ຜອມ​ໄປ​ເພາະ​ໂທດ​ບາບ​ຂອງ​ເຂົາ​ທັງ​ຫລາຍ

ເອເຊກຽນ 5

1 “ເຈົ້າ, ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ຈົ່ງ​ເອົາ​ດາບ​ຄົມ​ເຫລັ້ມ​ນຶ່ງ ຈົ່ງ​ໃຊ້​ດາບນັ້ນ​ເຫມືອນ​ດັ່ງ​ມີດ​ໂກນ​ຂອງ​ຊ່າງ​ຕັດ​ຜົມ ຈົ່ງ​ແຖ​ຫົວ​ແລະ​ແຖ​ຫນວດ​ຂອງ​ເຈົ້າ ເອົາ​ຕາ​ຊັ່ງ​ສຳ​ລັບ​ຊັ່ງ​ມາແບ່ງ​ຜົມ​ນັ້ນ​ອອກ 2 ເມື່ອວັນ​ການ​ລ້ອມ​ຄົບ​ຖ້ວນ​ແລ້ວ ເຈົ້າ​ຈົ່ງ​ເຜົາ​ນຶ່ງ​ໃນ​ສາມ​ສ່ວນ​ເສັຽ​ໃນ​ໄຟ​ທີ່​ກາງ​ເມືອງ ແລະ​ເອົາ​ນຶ່ງ​ໃນ​ສາມ​ສ່ວນ​ນຶ່ງ​ມາ ເອົາ​ດາບ​ຟັນ​ໃຫ້​ຮອບ​ເມືອງ ແລະ​ນຶ່ງ​ໃນ​ສາມ​ອີ​ກສ່ວນນຶ່ງ​ນັ້ນ ເຈົ້າ​ຈົ່ງ​ໃຫ້​ລົມ​ພັດ​ກະ​ຈາຍ​ໄປ ແລະ​ເຮົາ​ຈະ​ຊັກ​ດາບ​ອອກ​ຕາມ​ໄປ 3 ແລະ​ເຈົ້າ​ຈົ່ງ​ເອົາ​ເສັ້ນ​ຜົມ​ນັ້ນ​ມາ​ຫນ້ອຍ​ນຶ່ງ​ມັດ​ຕິດໄວ້​ທີ່​ເສື້ອ​ຄຸມ​ຂອງ​ເຈົ້າ 4 ແລະ​ເຈົ້າ​ຈົ່ງ​ເອົາ​ຜົມ​ເຫລົ່າ​ນີ້​ມາ​ອີກ​ຈົ່ງ​ໂຍນ​ເຂົ້າ​ໄປ​ໃນ​ໄຟ​ໃຫ້​ໄຫມ້​ເສັຽ​ໃນ​ໄຟ​ນັ້ນ ຈາກ​ທີ່​ນັ້ນ​ຈະ​ມີ​ໄຟ​ເຂົ້າ​ໄປ​ໃນ​ເຊື້ອ​ສາຍ​ອິສ​ຣາ​ເອນ​ທັງ​ຫມົດ 5 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ນີ້​ຄື​ເຢ​ຣູ​ຊາ​ເລັມ ເຮົາ​ຕັ້ງ​ນາງ​ໄວ້​ໃນ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ ມີ​ຫລາຍ​ປະ​ເທດ​ຢູ່​ອ້ອມ​ຮອບ 6 ແລະ​ເຢ​ຣູ​ຊາ​ເລັມ​ໄດ້​ກະ​ບົດ​ຕໍ່​ກົດ​ຫມາຍ​ຂອງ​ເຮົາ​ຢ່າງ​ຮ້າຍ​ກາດ​ຍິ່ງກວ່າ​ປະ​ຊາ​ຊາດ​ໃດໆ ແລະ​ກະ​ບົດ​ຕໍ່​ກົດ​ເກນ​ຂອງ​ເຮົາ​ຫລາຍ​ຍິ່ງກວ່າ​ປະ​ເທດ​ທີ່​ຢູ່​ອ້ອມ​ຮອບ ໂດຍ​ປະ​ຕິ​ເສດ​ບໍ່​ຮັບ​ກົດ​ຫມາຍ​ຂອງ​ເຮົາ ແລະ​ບໍ່​ດຳ​ເນີນ​ຕາມ​ກົດ​ເກນ​ຂອງ​ເຮົາ 7 ເຫດ​ສັ​ນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ເຫດ​ວ່າ​ເຈົ້າ​ດື້​ດ້ານ​ຍິ່ງກວ່າ​ປະ​ຊາ​ຊາດ​ທີ່​ຢູ່​ຮອບ​ເຈົ້າ ແລະ​ບໍ່​ໄດ້​ດຳ​ເນີນ​ຕາມ​ກົດ​ເກນ ຫລື​ຮັກ​ສາ​ກົດ​ຫມາຍຂອງ​ເຮົາ ແຕ່​ໄດ້​ປະ​ພຶດ​ຕາມ​ກົດ​ຫມາຍ​ຂອງ​ປະ​ຊາ​ຊາດ​ທີ່​ຢູ່​ຮອບ​ເຈົ້າ 8 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຣົາ ເຖິງວ່າ​ເຮົາ​ນີ້​ແຫລະ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ ເຮົາ​ຈະ​ພິ​ພາກ​ສາ​ລົງ​ໂທດ​ຖ້າມ​ກາງ​ເຈົ້າ​ຕໍ່​ຫນ້າ​ປະ​ຊາ​ຊາດ​ທັງ​ຫລາຍ 9 ແລະ​ເພາະ​ສິ່ງ​ຫນ້າ​ກຽດ​ຊັງ​ທັງ​ສິ້ນ​ຂອງ​ເຈົ້າ ເຮົາ​ຈະ​ກະ​ທຳ ແລະ​ເຮົາ​ຈະ​ກະ​ທຳ​ແກ່​ເຈົ້າ​ຢ່າງ​ທີ່​ເຮົາ​ບໍ່​ເຄີຍ​ກະ​ທຳ ແລະ​ເຮົາ​ຈະບໍ່​ກະ​ທຳ​ຢ່າງ​ນັ້ນ​ຕໍ່​ໄປ​ອີກ 10 ເຫດ​ສັນ​ນັ້ນ​ພໍ່​ຈະ​ກິນ​ລູກ​ຂອງ​ຕົນ​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ ແລະ​ບັນ​ດາລູກ​ຈະ​ກິນ​ບັນ​ດາພໍ່ຂອງ​ເຂົາ​ທັງ​ຫລາຍ ແລະ​ເຮົາ​ຈະ​ພິ​ພາກ​ສາ​ລົງ​ໂທດ​ເຈົ້າ ຜູ້​ໃດ​ໃນ​ພວກ​ເຈົ້າ​ທີ່​ເຫລືອ​ຢູ່ ເຮົາ​ຈະ​ໃຫ້​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ລົມ​ທຸກ​ທິດ 11 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເພາະ​ເຈົ້າ​ໄດ້​ກະ​ທຳ​ໃຫ້​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ​ເປັນ​ມົນ​ທິນ​ໄປ​ດ້ວຍ​ສິ່ງ​ທີ່​ຫນ້າ​ລັງ​ກຽດ​ທັງ​ສິ້ນ​ຂອງ​ເຈົ້າ ແລະ​ດ້ວຍ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ທັງ​ສິ້ນ​ຂອງ​ເຈົ້າ ເຫດ​ສັນ​ນັ້ນ​ເຮົາ​ຈະ​ຕັດ​ເຈົ້າ​ລົງ ນັຍ​ຕາ​ຂອງ​ເຮົາ​ຈະ​ບໍ່​ປາ​ນີ ເຮົາ​ຈະ​ບໍ່​ສົງ​ສານ​ເຫມືອນ​ກັນ 12 ພວກ​ເຈົ້າ​ນຶ່ງ​ໃນ​ສາມ​ສ່ວນ​ຈະ​ລົ້ມ​ຕາຍ​ເພາະ​ໂຣກ​ລະ​ບາດ ແລະ​ຖືກ​ຜານ​ດ້ວຍ​ຄວາ​ມອຶດ​ຢາກ ໃນ​ຫມູ່​ພວກ​ເຈົ້າ ອີກ​ນຶ່ງ​ໃນ​ສາມສ່ວນ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ​ຢູ່​ຮອບ​ເຈົ້າ ແລະ​ອີກ​ນຶ່ງ​ໃນ​ສາມ​ສ່​ວນ​ເຮົາ​ຈະ​ໃຫ້​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ລົມ​ທຸກ​ທິດ​ແລະ​ເຮົາ​ຈະ​ຊັກ​ດາບ​ອອກ​ໄລ່​ຕາ​ມເຂົາ​ທັງ​ຫລາຍ​ໄປ 13 “ເຊັ່ນ​ນີ້​ແຫລະ ຄວາມ​ກິ້ວ​ຂອງ​ເຮົາ​ຈະ​ມອດ​ລົງ ແລະ​ເຮົາ​ຈະ​ລະ​ບາຍ​ຄວາມ​ໂກດ​ຂອງ​ເຮົາ​ຈົນ​ຫມົດ ແລະ​ພໍ​ໃຈ​ແລ້ວ ເຂົາ​ທັງ​ຫລາຍ​ຈະ​ໄດ້​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ເຊັ່ນ​ນີ້​ດ້ວຍ​ຄວາມ​ຫວງ​ແຫນ ເມື່ອ​ຄວາມ​ໂກດ​ຂອງ​ເຮົາ​ຕໍ່​ເຂົາ​ມອດ​ລົງ​ແລ້ວ 14 ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ຮ້າງ​ເປົ່າ ແລະ​ເປັນ​ທີ່​ເຂົາ​ປະ​ນາມ​ກັນ​ຖ້າມ​ກາງ​ປະ​ຊາ​ຊາດ​ທີ່​ຢູ່​ອ້ອມ​ຮອບ​ເຈົ້າ​ແລະ​ໃນ​ສາຍ​ຕາ​ຂອງ​ຜູ້​ທີ່​ຜ່ານ​ໄປ 15 ເຈົ້າ​ຈະ​ເປັນ​ທີ່​ເຂົາ​ປະ​ນາມ​ແລະ​ເຍີ້ຍ​ຫຍັນ ເປັນ​ຄຳ​ເຕືອນ ແລະ​ເປັນ​ທີ່​ຫນ້າ​ລັງ​ກຽດ​ແກ່​ປະ​ຊາ​ຊາດ​ທີ່​ຢູ່​ອ້ອມ​ຮອບ​ເຈົ້າ ເມື່ອ​ເຮົາ​ຈະ​ພິ​ພາກ​ສາ​ລົງ​ໂທດ​ເຈົ້າ ດ້ວຍ​ຄວາມກິ້ວ ແລະ​ຄວາມ​ກ້ຽວ​ກາດ ແລະ​ການ​ຕີ​ສອນ​ຢ່າງໂກດ​ຮ້າຍ​ຂອງ​ເຮົາ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ວາ​ຈາ​ເຊັ່ນ​ນີ້​ແລ້ວ 16 ເມື່ອ​ເຮົາ​ປ່ອຍ​ລູກ​ທະ​ນູ​ແຫ່ງ​ຄວາມ​ອຶດ​ຢາກ ຄື​ລູກ​ທະ​ນູ​ແຫ່ງ​ການ​ທຳ​ລາຍ​ໃນ​ຖ້າມ​ກາງ​ເຈົ້າ ຊຶ່ງ​ເຣົາ​ຈະ​ປ່ອຍ​ໄປ​ທຳ​ລາຍ​ເຈົ້າ ແລະ​ເມື່ອ​ເຮົາ​ເພີ້ມ​ຄວາມ​ອຶດ​ຢາກ​ໃຫ້​ເຈົ້າ ແລະ​ທຳ​ລາຍ​ອາ​ຫານ​ຫລັກ​ຂອງ​ເຈົ້າ​ເສັຽ 17 ເຮົາ​ຈະ​ສົ່ງ​ຄວາມ​ອຶດ​ຢາກ​ແລະ​ສັດ​ປ່າ​ຮ້າຍ​ມາ​ສູ້​ເຈົ້າ ແລະ​ມັນ​ຈະ​ເອົາ​ລູກ​ຫລານ​ຂອງ​ເຈົ້າ​ໄປ​ເສັຽ ໂຣກ​ລະ​ບາດ ແລະ​ໂລ​ຫິດ​ຈະ​ຜ່ານ​ເຈົ້າ ແລະ​ເຮົາ​ຈະ​ນຳ​ດາ​ບ​ມາ​ເຫນືອ​ເຈົ້າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ວາ​ຈາ​ເຊັ່ນ​ນີ້​ແລ້ວ”

ເອເຊກຽນ 6

ພຣະ​ຜູ້​ເປັນ​ເຈົ້າກ່າວໂທດ​ບັນ​ດາ​ພູ​ຂອງ​ ອິສ​ຣາ​ເອນ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ມຸ່ງ​ຫນ້າ​ຂອງ​ເຈົ້າ​​ຊື່​ພູ​ທັງ​ຫລາຍ​ຂອງ​ອິສ​ຣາ​ເອນ ແລະ​ຈົ່ງ​ປະ​ກາດ​ພຣະ​ທັມ​ກ່າວ​ໂທດ​ພູ​ນັ້ນ 3 ແລະ​ກ່າວ​ວ່າ, “ພູ​ທັງ​ຫລາຍ​ຂອງ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແກ່​ພູ​ທັງ​ຫລາຍ​ ແລະ​ແກ່​ເນີນ​ພູ ແລະ​ຫ້ວຍ​ແລະ​ຮ່ອມ​ພູ​ທັງ​ຫລາຍ​ວ່າ ເບິ່ງ​ແມ໋, ເຣົາ​ຈະ​ນຳ​ດາບ​ມາ​ເຫນືອ​ເຈົ້າ ແລະ​ເຮົາ​ຈະ​ທຳ​ລາຍ ບ່ອນ​ສູງ​ຕ່າງໆ​ທີ່​ປະ​ຊາ​ຊົນ​ຂາບໄຫວ້​ເສັຽ 4 ແທ່ນ​ບູ​ຊາ​ຂອງ​ເຈົ້າ​ຈະ​ຮ້າງ​ເປົ່າ ແລະ​ແທ່​ນ​ບູ​ຊາ​ເຄື່ອງ​ຫອມ​ຂອງ​ເຈົ້າ​ຈະ​ພັງ​ທະ​ລາຍ ແລະ​ຄົນ​ທີ່​ຖືກ​ຂ້າ​ເທິງ​ເຈົ້າ​ນັ້ນ ເຮົາ​ຈະ​ແກວ່ງ​ລົງ​ຕໍ່​ຫນ້າ​ຮູບ​ເຄົາ​ຣົບ​ຂອງ​ເຈົ້າ 5 ເຮົາ​ຈະ​ວາງ​ສົບ​ຄົນອິສ​ຣາ​ເອນ​ໄວ້​ຫນ້າ​ຮູບ​ເຄົາ​ຣົບ​ຂອງ​ເຂົາ ແລະ​ເຮົາ​ຈະ​ກະ​ຈາຍ​ກະ​ດູກ​ຂອງ​ເຈົ້າ​ຮອບ​ແທ່ນ​ບູ​ຊາ​ຂອງ​ເຈົ້າ 6 ເຈົ້າ​ອາ​ໄສ​ຢູ່​ທີ່​ໃດ ເມືອງ​ຂ​ອງ​ເຈົ້າ​ຈະ​ຮ້າງ ແລະ​ບ່ອນ​ສູງ​ທັງ​ຫລາຍຂອງ​ເຈົ້າ​ຈະ​ພັງ​ທະ​ລາຍ ດັ່ງ​ນັ້ນ​ແຫລະ ແທ່ນ​ບູ​ຊາ​ຂອງ​ເຈົ້າ​ຈະ​ຮ້າງ​ແລະ​ຖືກ​ທຳ​ລາຍ ຮູບ​ເຄົາ​ຣົບ​ຂອງ​ເຈົ້າ​ຈະ​ຫັກ​ແລະ​ຖືກ​ທຳ​ລາຍ ແທ່ນ​ບູ​ຊາ​ເຄື່ອງ​ຫອມ​ຂອງ​ເຈົ້າ​ຈະ​ຖືກ​ຕັດ​ລົງ ແລະ​ການ​ງານ​ຂອງ​ເຈົ້າ​ຈະ​ຖືກກວາດ​ຖິ້ມ​ເສັຽ​ສິ້ນ 7 ແລະ​ຄົນ​ທີ່​ຖືກ​ຂ້າ​ຈະ​ລົ້ມ​ລົງ​ຖ້າມ​ກາງ​ເຈົ້າ ແລະ​ເຈົ້າ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 8 “ແຕ່​ເຮົາ​ຈະ​ໃຫ້​ເຈົ້າ​ເຫລືອຢູ່​ບາງ​ຄົນ ເມື່ອ​ເຈົ້າ​ມີ​ບາງ​ຄົນ​ຖ້າມ​ກາງ​ປະ​ຊາ​ຊາດ​ທີ່​ຫນີ​ພົ້ນ​ດາບ​ໄປ ແລະ​ເມື່ອ​ເຈົ້າ​ກະ​ຈາຍ​ໄປ​ຢູ່​ໃນ​ປະ​ເທດ​ຕ່າງໆ 9 ແລ້ວ​ຄົນ​ໃນ​ພວກ​ເຈົ້າ​ທີ່​ຫນີ​ໄປ​ໄດ້​ນັ້ນ ຈະ​ຣະ​ລຶກ​ເຖິງ​ເຣົາ​ຖ້າມ​ກາງ​ປະ​ຊາ​ຊາດ ຊຶ່ງ​ເຂົາ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ນັ້ນ ເມື່ອ​ເຮົາ​ທຳ​ລາຍ​ໃຈ​ຣິ​ສ​ຍາ​ຊຶ່ງ​ໄດ້​ພາກ​ຈາກ​ເຮົາ​ໄປ​ນັ້ນ​ແລ້ວ ແລະ​ທຳ​ລາຍ​ຕາ​ທີ່​ມອ​ງເບິ່ງ​ຮູບ​ເຄົາ​ຣົບ​ຢ່າງ​ໃຈ​ອິດ​ສາ​ນັ້ນ​ເສັຽ ແລະ​ເຂົາ​ຈະ​ກຽດ​ຕົວ​ເອງ​ ເຫດດ້ວຍ​ຄວາມ​ຊົ່ວ​ຊຶ່ງ​ເຂົາ​ໄດ້​ກະ​ທຳ ແລະ​ສິ່ງ​ທີ່​ຫນ້າ​ກຽດ​ຫນ້າ​ຊັງ​ທັງ​ສິ້ນ​ຂອງ​ເຂົາ​ດ້ວຍ 10 ເຂົາ​ຈະ​ຊາບ​ວ່າ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເຣົາ​ບໍ່​ໄດ້​ເວົ້າ​ພ່ອຍໆ​ວ່າ ເຮົາ​ຈະ​ກະ​ທຳ​ການ​ຮ້າຍ​ນີ້​ແກ່​ເຂົາ” 11 ພຣະ​ຜູ້​ເປັນ​ເຈົ້າ​ກ່າວດັ່ງ​ນີ້​ວ່າ, “ຈົ່ງ​ຕົບ​ມື​ແລະ​ກະ​ທືບ​ຕີນ​ຂອງ​ເຈົ້າ ແລະ​ກ່າວ​ວ່າ ອະ​ນິ​ຈາ​ເອີຍ ເພາະ​ຄວາມ​ຊົ່ວ​ທີ່​ຫນ້າ​ກຽດ​ຫນ້າ​ຊັງ​ແຫ່ງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ຫນໍ ເຫດ​ວ່າ​ເຂົາ​ທັງ​ຫລາຍ​ຈະ​ລົ້ມ​ລົງ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດ​ຢາກ​ແລະ​ດ້ວຍ​ໂຣກ​ລະ​ບາດ 12 ຜູ້​ທີ່​ຢູ່​ຫ່າງ​ໄກ​ອອກ​ໄປ​ຈະ​ຕາຍ​ດ້ວຍ​ໂຣກ​ລະ​ບາດ ຜູ້​ທີ່​ຢູ່​ໃກ້​ກໍ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ​ ແລະ​ຜູ້​ທີ່​ເຫລືອ​ຢູ່​ຍັງ​ບໍ່​ຕາຍ​ຈະ​ຕາຍ​ດ້ວຍ​ຄວາມ​ອຶດ​ຢາກ ເຮົາ​ຈະ​ໃຫ້​ຄວາມ​ກ້ຽວ​ກາດ​ຂອງ​ເຮົາ​ມີ​ເຫນືອ​ເຂົາ​ຈົນ​ກວ່າ​ຈະ​ມອດ​ລົງ ເຊັ່ນ​ນີ້​ແຫລະ 13 ແລະ​ເຈົ້າ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ຄົນ​ທີ່​ຖືກ​ຂ້າ​ນອນ​ຢູ່​ຖ້າມ​ກາງ​ຮູບ​ເຄົາ​ຣົບ​ຂອງ​ເຂົາ​ຮອບ​ແທ່ນ​ບູ​ຊາ​ຂອງ​ເຂົາ​ເທິງ​ເນີນ​ພູ​ສູງ​ທຸກ​ແຫ່ງ​ເທິງຍອດ​ພູ​ທັງ​ຫລາຍ ທີ່​ໃຕ້​ຕົ້ນ​ໄມ້​ຂຽວ​ທຸກ​ຕົ້ນ ແລະ​ໃຕ້​ຕົ້ນ​ກໍ່​ຫລວງ​ໃບ​ດົກ​ທຸກ​ຕົ້ນ​ບໍ່​ວ່າ​ຢູ່​ທີ່​ໃດໆ ທີ່​ເຂົາ​ຖວາຍ​ກິ່ນ​ທີ່​ພໍ​ໃຈ​ແກ່​ຮູບ​ເຄົາ​ຣົບ​ທັງ​ສິ້​ນ​ຂອງ​ເຂົາ 14 ແລະ​ເຮົາ​ຈະ​ຍື່ນ​ມື​ຂອງ​ເຮົາ​ອອກ​ຕໍ່​ສູ້​ເຂົາ ແລະ​ກະ​ທຳ​ໃຫ້​ແຜ່ນ​ດິນ​ນັ້ນ​ຮ້າງ​ເປົ່າ ແລະ​ຖິ້ມ​ຮ້າງ​ຕ​ລອດ​ທີ່​ອາ​ໄສ​ທັງ​ສິ້ນ​ຂອງ​ເຂົາ ຄື​ຕັ້ງ​ແຕ່​ຖິ່ນ​ກັນ​ດານ​ເຖິງ​ດິບ​ລາ ແລ້ວ​ເຂົາ​ຈຶ່ງ​ຈະ​ຮູ້​ວ່າ ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເອເຊກຽນ 7

ທີ່​ສຸດ​ປາຍ​ມາ​ເຖິງ

1 ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ​ມາ​ເຖິງຂ້າ​ພະ​ເຈົ້າ​ອີກວ່າ, 2 “ເຈົ້າ, ບຸດ​ແຫ່ງ​ມະ​ນຸດ​ເອີຍ, ພຣະ​ເຈົ້າ​ກ່າວ​ກັບ​ແຜ່ນ​ດິນ​ອິສ​ຣາ​ເອນ​ດັ່ງ​ນີ້​ວ່າ ອາວະ​ສານ ຄວາມ​ສິ້ນ​ສຸດ​ໄດ້ມາ​ເຖິງ​ທັງ​ສີ່​ມຸມ​ຂອງ​ແຜ່ນ​ດິນ​ແລ້ວ 3 ບັດ​ນີ້​ຄວາມ​ສິ້ນ​ສຸດ​ກໍ​ມາ​ເຖິງ​ເຈົ້າ ແລະ​ເຮົາ​ຈະ​ປ່ອຍ​ໃຫ້​ຄວາມ​ກິ້ວ​ຂອງ​ເຮົາ​ມາ​ເຫນືອ​ເຈົ້າ​ທັງ​ຫລາຍ ແລະ​ຈະ​ພິ​ພາກ​ສາ​ເຈົ້າ​ໃຫ້​ສົມ​ກັບ​ທາງ​ປະ​ພືດ​ຂອງ​ເຈົ້າ ແລະ​ເຮົາ​ຈະ​ລົງ​ໂທດ​ເຈົ້າ​ເພາະ​ຄວາມ​ລາ​ມົກ​ທັງ​ຫລາຍ​ຂອງ​ເຈົ້າ 4 ນັຍ​ຕາຂອງ​ເຮົາ​ຈະ​ບໍ່​ປາ​ນີ​ເຈົ້າ ແລະ​ເຣົາ​ກໍ​ຈະ​ບໍ່​ສົງ​ສານ ແຕ່​ເຮົາ​ຈະ​ລົງ​ທັນ​ເຈົ້າໃຫ້​ສົມ​ກັບ​ທາງ​ປະ​ພຶດ​ຂອງ​ເຈົ້າ ຂນະ​ເມື່ອ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຍັງ​ຢູ່​ຖ້າມ​ກາງ​ເຈົ້າ ແລ້ວເຈົ້າ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 5 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ວິ​ບັດ​ແລ້ວ ວິ​ບັດ​ອີກ ເບິ່ງ​ແມ໋, ວິ​ບັດ​ມາ​ເຖິງ​ແລ້ວ 6 ຄວາມ​ສິ້​ນ​ສຸດ​ມາ​ເຖິງ​ແລ້ວ ອາ​ວະ​ສານ​ນັ້ນ​ມາ​ເຖິງ ມັນ​ຕື່ນ​ຂຶ້ນ​ຕໍ່​ສູ້​ເຈົ້າ ເບິ່ງ​ແມ໋, ວິ​ບັດ​ມາ​ເຖິງ​ແລ້ວ 7 ຊາວ​ແຜ່ນ​ດິນ​ໂລກ​ເອີຍ, ຊາ​ຕາ​ຮ້າຍ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ ເວ​ລາ​ມາ​ເຖິງ​ແລ້ວ ວັນ​ກໍ​ໃກ້​ເຂົ້າ​ມາ ຄື​ວັນ​ແຫ່ງ​ຄວາມ​ໂກ​ລາ​ຫົນ ແລະ​ບໍ່​ແມ່ນ​ສຽງ​ໂຮ່​ຮ້ອງ​ຍິນ​ດີ​ທີ່​ເທິງ​ພູ 8 ບັດ​ນີ້ ບໍ່ດົນ​ເຮົາ​ຈະ​ລະ​ບາຍ​ຄວາມ​ພິ​ໂຣດ​ຂອງ​ເຮົາ​ອອກ​ເຫນືອ​ເຈົ້າ ແລະ​ປ່ອຍ​ໃຫ້​ຄວາມ​ກິ້ວ​ຂອງ​ເຮົາ​ມີ​ຕໍ່​ເຈົ້າ​ຈົນ​ມອດ​ລົງ ແລະ​ພິ​ພາກ​ສາ​ເຈົ້າ​ໃຫ້​ສົມ​ກັບ​ການ​ປະ​ພຶດ​ຂອງ​ເຈົ້າ ແລະ​ເຮົາ​ຈະ​ລົງ​ໂທດ​ເຈົ້າ​ເພາະ​ຄວາມຫນ້າ​ກຽດ​ຫນ້າ​ຊັງ​ທັງ​ສິ້ນ​ຂອງ​ເຈົ້າ​ 9 ນັຍ​ຕາ​ຂອງ​ເຮົາ​ຈະ​ບໍ່​ປາ​ນີ ແລະ​ເຮົາ​ຈະ​ບໍ່​ສົງ​ສານ ເຣົາ​ຈະ​ລົງ​ໂທດ​ເຈົ້າ​ໃຫ້​ສົມ​ກັບ​ການ​ປະ​ພຶດ​ຂອງ​ເຈົ້າ ຂ​ນະ​ເມື່ອ​ສິ່ງ​ຫນ້າ​ກຽດ​ຫນ້າ​ຊັງ​ຂອງ​ເຈົ້າ​ຍັງຢູ່​ຖ້າມ​ກາງ​ເຈົ້າ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ທຳ​ໂທດ 10 “ວັນ​ນັ້ນ ເບິ່​ງ​ແມ໋, ມາ​ເຖິງ​ແລ້ວ ຊາ​ຕາ​ຮ້າຍ​ຂອງ​ເຈົ້າ​ອອກ​ມາ​ແລ້ວ ຄວາມ​ຮຸນ​ແຮງ​ຈະ​ເພີ້ມ​ຂຶ້ນ ຄວາມ​ເຍີ້​ຍິ່ງ​ກໍ​ສູງ​ຂຶ້ນ​ສຸດຍອດ 11 ຄວາມ​ທາ​ຣຸນ​ໄດ້​ຈະ​ເຣີນ​ເປັນ​ຄວາມ​ຮຸນ​ແຮງ ຈະ​ບໍ່​ມີ​ຜູ້​ໃດ​ເຫລືອ​ຢູ່ເລີຍ ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ເຂົາ​ກໍ​ບໍ່​ມີ ຄວາມ​ມັ່ງ​ຄັ່ງ​ຂອງ​ເຂົາ​ກໍ​ບໍ່​ມີ ຄວາມ​ເປັນ​ຜູ້​ໃຫຍ່​ໃນ​ພວກ​ເຂົາ​ກໍ​ບໍ່​ມີ 12 ເວ​ລາ​ນັ້ນ​ມາ​ເຖິງ​ແລ້ວ ວັນ​ນັ້ນ​ກໍ​ໃກ້​ເຂົ້າ ຢ່າ​ໃຫ້​ຜູ້​ຊື້​ດີ​ໃຈ ຢ່າ​ໃຫ້​ຜູ້​ຂາຍ​ເສັຽ​ໃຈ ເພາະ​ພຣະ​ພິ​ໂຣດ​ຢູ່​ເຫນືອ​ໄພ່​ພົນ​ຂອງ​ນາງ 13 ເພາະ​ວ່າ​ຜູ້​ຂາຍ​ຈະ​ບໍ່​ໄດ້​ກັບ​ໄປ​ຍັງ​ສິ່ງ​ທີ່​ເຂົາ​ໄດ້​ຂາຍ​ໄປ ຂ​ນະ​ເມື່ອ​ເຂົາ​ຍັງ​ມີ​ຊີ​ວິດຢູ່ ເພາະ​ວ່າ​ນິ​ມິດ​ນັ້ນ​ກໍ​ກ່ຽວ​ຂ້ອງ​ກັບ​ໄພ່​ພົນ​ທັ​ງ​ຫລາຍ ແລະ​ຈະ​ບໍ່​ຫັນ​ກັບ ແລະ​ເພາະ​ຄວາມ​ບາບ​ຜິດ​ຂອງ​ເຂົາ ຈຶ່ງ​ບໍ່​ມີ​ຜູ້​ໃດ​ຮັກ​ສາ​ຊີ​ວິດ​ໄວ້​ໄດ້ 14 “ເຂົາ​ໄດ້​ເປົ່າ​ແກ​ແລ້ວ ແລະ​ໄດ້​ຕຽມ​ທຸກ​ຢ່າງ​ໄວ້​ພ້ອມ ແຕ່​ບໍ່ມີ​ໃຜ​ເຂົ້າ​ສົງ​ຄາມ ເພາະ​ວ່າ​ພຣະ​ພິ​ໂຣດ​ຂອງ​ເຮົາ​ຢູ່​ເຫນືອ​ໄພ່​ພົນ​ຂອງ​ນາງ 15 ດາບ​ກໍຢູ່​ຂ້າງນອກ ໂຣກ​ລະ​ບາດ​ແລະ​ຄວາມ​ອຶດ​ຢາກ​ແລະ​ໂຣກ​ລະ​ບາດ​ກໍ​ກິນ​ເສັຽ 16 ແລະ​ຖ້າ​ມີ​ຜູ້​ນຶ່ງ​ຜູ້​ໃດ​ລອດ​ຕາຍ​ຫນີ​ໄປ​ໄດ້​ເຂົາ​ຈະ​ຢູ່​ເທິງ​ພູ ເຫມືອນ​ນົກ​ກາງ​ແກ​ແຫ່ງ​ຮ່ອມ​ພູ ທຸກ​ຄົນ​ກໍ​ຮ້ອງ​ຄ່ຳ​ຄວນ​ເພາະ​ຄວາມ​ບາບ​ຜິດ​ຂອງ​ຕົນ 17 ມື​ທັງ​ສິ້ນ​ກໍ​ອ່ອ​ນແອ ແລະ​ເຂົ່າ​ທັງ​ຫມົດ​ກໍ​ອ່ອນ​ເປັ້ຽ 18 ເຂົາ​ທັງ​ຫລາຍ​ຄາດ​ແອວ​ໄວ້​ດ້ວຍ​ຜ້າ​ກະ​ສອບ ແລະ​ຄວາມ​ສັ່ນ​ສະ​ທ້ານ​ຄອບ​ງຳ​ເຂົາ​ໄວ້ ຄວາມ​ລະ​ອາຍ​ຢູ່​ທີ່​ໃບ​ຫນ້າ​ຂອ​ງ​ເຂົາ​ທຸກ​ຄົນ ແລະ​ຫົວ​ຂອງ​ເຂົາ​ກໍ​ລ້ານ​ຫມົດ 19 ເຂົາ​ໂຍນ​ເງິນ​ຂອງ​ເຂົາ​ໄປ​ໃນ​ຖນົນ ແລະ​ທອງ​ຄຳ​ຂອງ​ເຂົາ​ກໍ​ເຫມືອນ​ສິ່ງ​ທີ່​ມົນ​ທິນ ເງິນ​ແລະ​ທອງ​ຂອງ​ເຂົາ​ບໍ່​ອາດ​ທີ່​ຈະ​ຊ່ອຍ​ກູ້​ເຂົາ​ໄວ້​ໃນ​ວັນ​ແຫ່ງພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຂົາ​ຈະ​ໃຫ້​ເຊົາ​ຫິວ ຫລື​ບັນ​ຈຸໃຫ້​ເຕັມ​ທ້ອງ​ດ້ວຍ​ເງິນ​ທອງ​ກໍ​ບໍ່​ໄດ້ ເພາະ​ວ່າ​ເປັນ​ສິ່ງ​ທີ່​ສະ​ດຸດ​ໃຫ້​ເຂົາ​ທຳ​ບາບ​ຜິດ 20 ຄວາມ​ໂອ່​ອ່າ​ຂອງ​ສິ່ງ​ເຫລົ່າ​ນັ້ນ ເຂົາ​ໃຊ້​ເພື່ອ​ກຽດ​ຈອມ​ປອມ ເຂົາ​ໃຊ້​ສ້າງ​ຮູບ​ເຄົາ​ຣົບ​ອັນ​ຫນ້າ​ກຽດ​ຫນ້າ​ຊັງ​ແລະ​ຫນ້າ​ລັງ​ກຽດ​ຂອງ​ເຂົາ ເຫດ​ສັນ​ນັ້ນ​ຈະ​ກະ​ທຳ​ສິ່ງ​ເຫລົ່າ​ນັ້ນ​ໃຫ້​ເປັນ​ສິ່ງ​ທີ່​ມົນ​ທິນ​ແກ່​ເຂົາ 21 ແລະ​ເຮົາ​ຈະ​ມອບ​ສິ່ງ​ເຫ​ລົ່າ​ນັ້ນ​ໄວ້​ໃນ​ມື​ຂອງ​ຊົນ​ຕ່າງ​ດ້າວ​ໃຫ້​ເປັນ​ຂອງ​ຍຶດ ແລະ​ມອບ​ຄົນ​ອະ​ທັມ​ໃນ​ແຜ່ນ​ດິນ​ໂລກ​ໃຫ້​ເປັນ​ຂອງ​ປຸ້ນ​ໄດ້ ແລະ​ເຂົາ​ທັງ​ຫລາຍ​ຈະ​ກະ​ທຳ​ໃຫ້​ເປັນ​ມົນ​ທິນ 22 ເຮົາ​ຈະ​ຫັນ​ຫນ້າ​ຂອງ​ເຮົາ​ໄປ​ເສັຽ​ຈາກ​ເຂົາ​ດ້ວຍ ເຂົາ​ຈຶ່ງ​ຈະ​ກະ​ທຳ​ສະ​ຖານ​ປະ​ເສີດ​ຂອງ​ເຮົາ​ໃຫ້ເປັນ​ມົນ​ທິນ ໂຈນ​ຈະ​ເຂົ້າ​ມາ​ກະ​ທຳ​ໃຫ້​ເປັນ​ມົນ​ທິນ 23 ແລະທຳ​ໃຫ້​ເປັນ​ທີ່​ຮ້າງ​ເປົ່າ “ເພາະ​ວ່າ​ແຜ່ນ​ດິນ​ນັ້ນ​ເຕັມ​ດ້ວຍ​ຄະ​ດີ​ທີ່​ເປິ​ເປື້ອນ​ດ້ວຍ​ໂລ​ຫິດ ແລະ​ເມືອງ​ກໍ​ເຕັມ​ດ້ວຍ​ຄວາມ​ທາ​ຣຸນ 24 ສັນ​ນັ້ນ​ເຮົາ​ຈະ​ນຳ​ປະ​ຊາ​ຊາດ ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ມາ​ຖື​ກຳ​ມະ​ສິດ​ບ້ານ​ເຮືອນ​ຂອງ​ເຂົາ ແລະ​ເຮົາ​ຈະ​ໃຫ້​ທິ​ຖິ​ຂອງ​ຄົນ​ທີ່​ແຂງ​ແຮງ​ນັ້ນ​ສິ້ນ​ສຸດ​ລົງ ແລະ​ສະ​ຖານ​ທີ່​ບໍ​ຣິ​ສຸດ​ຂອງ​ເຂົາ​ຈະ​ເປັນ​ມົນ​ທິນ 25 ເມື່ອ​ຄວາມ​ວິ​ຕົກ​ມາ​ເຖິງ ເຂົາ​ຈະ​ສ​ແວງ​ຫາ​ສັນ​ຕິ​ພາບ ແຕ່​ກໍບໍ່​ມີ​ເລີຍ 26 ວິ​ບັດ​ມາ​ເຖິງ​ແລ້ວ ວິ​ບັດ​ມາ​ເຖິງ​ອີກ ກິດ​ຕິ​ສັບ​ເກີດ​ຕາມ​ກິດ​ຕິ​ສັບ ເຂົາ​ສ​ແວງ​ຫາ​ນິ​ມິດ​ຈາກ​ຜູ້​ປະ​ກາດ​ພຣະ​ທັມ ແຕ່​ພຣະ​ທັມ​ກໍ​ພິ​ນາດ​ໄປ​ຈາກ​ປະ​ໂຣຫິດ ແລະບັນ​ດາ​ເຖົ້າ​ແກ່​ກໍ​ຈະ​ບໍ່​ໃຫ້​ຄຳ​ປຶກ​ສາ​ຫຍັງ 27 ເຈົ້າ​ຊີ​ວິດ​ກໍ​ໄວ້​ທຸກ ແລະ​ເຈົ້າ​ນາຍ​ກໍ​ຄຸມ​ກາຍ​ດ້ຍ​ຄວາມ​ທອດ​ອາ​ລັຍ ແລະ​ມືຂອງ​ຣາ​ສດອນ​ກໍ​ສັ່ນ​ເຊັນ ເຮົາ​ຈະ​ກະ​ທຳ​ເຂົາ​ຕາມ​ທາງ​ຂອງ​ເຂົາ ແລະ​ເຣົາ​ຈະ​ພິ​ພາກ​ສາ​ເຂົາ​ຕາມ​ຫລັກ​ການ​ພິ​ພາກ​ສາ​ຂອງ​ເຂົາ ແລະ​ເຂົາ​ຈະ​ຊາບ​ວ່າ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເອເຊກຽນ 8

ນິ​ມິດ​ເຣື່ອງ​ການ​ຫນ້າ​ກຽດ​ຫນ້າ​ຊັງໃນ​ເຢ​ຣູ​ຊາ​ເລັມ​ທີ່​ຜູ້​ປະ​ກາດ​ພຣະ​ທັມ​ເຫັນ

1 ເມື່ອ​ວັນ​ທີ່​ຫ້າ​ເດືອນ​ທີ່​ຫົກ ໃນ​ປີ​ທີ່​ຫົກ ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ນັ່ງ​ຢູ່​ໃນ​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ ແລະ​ພວກ​ຜູ້​ໃຫຍ່​ຂອງ​ພວກ​ຢູ​ດາ​ນັ່ງ​ຢູ່​ຫນ້າ​ຂ້າ​ພະ​ເຈົ້າ ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ລົງ​ມາ​ເທິງ​ຂ້າ​ພະ​ເຈົ້າ​ໃນ​ທີ່​ນັ້ນ 2 ແລ້ວ​ຂ້າ​ພະ​ເຈົ້າກໍ​ມອງ​ເບິ່ງ ແລະ​ມີ​ລັກ​ສະ​ນະດັ່ງ​ຊາຍ​ຄົນ​ນຶ່ງ ເບື້ອງ​ລຸ່ມ​ຂອງ​ສ່ວນ​ທີ່​ເຫດເປັນ​ແອວ​ນັ້ນ ເປັນ​ໄຟ​ ເຫນືອ​ຂຶ້ນ​ໄປ​ເປັນ​ຄື​ແຈ້ງ​ເຫລື້ອມ​ຄື​ທອງ​ສຳ​ຣິດ​ອັນ​ເຫລື້ອມ​ໃສ 3 ທ່ານ​ຢຽດ​ຮູບ​ປະ​ພັນ​ມືນັ້ນ​ອອກ​ມາ​ຈັບ​ຜົມ​ຂອງ​ຂ້າ​ພະ​ເຈົ້າ​ປອຍ​ນຶ່ງ ແລະ​ພຣະ​ວິນ​ຍານ​ໄດ້​ຍົກຂ້າ​ພະ​ເຈົ້າ​ຂຶ້ນ​ລະ​ຫວ່າງ​ພິ​ພົບ​ແລະ​ສວັນ ແລະ​ນຳ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ເຢ​ຣູ​ຊາ​ເລັມ​ໃນ​ນິ​ມິດ​ຂອງ​ພຣະ​ເຈົ້າ ມາຍັງ​ທາງ​ເຂົ້າ​ປະ​ຕູ​ດ້ານ​ເຫນືອ​ຂອງ​ລານ​ຊັ້ນ​ໃນ ຊຶ່ງ​ເປັນ​ທີ່​ຕັ້ງ​ຮູບ​ຂອງ​ຄວາມ​ຫວງ​ແຫນ ຊຶ່ງ​ກະ​ທຳ​ໃຫ້​ບັ​ງ​ເກີດ​ຄວາມ​ຫວງ​ແຫນ 4 ເບິ່ງ​ແມ໋, ພຣະ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ກໍ​ຢູ່​ທີ່​ນັ້ນ​ເຫມືອນ​ດັ່ງ​ນິ​ມິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃນ​ທີ່​ຮ່ອມ​ນັ້ນ 5 ແລ້ວ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ບັດ​ນີ້​ຈົ່ງ​ເງີຍ​ຫນ້າ​ຂຶ້ນ​ໄປ​ເບິ່ງ​ທາງ​ທິດ​ເຫນືອ” ຂ້າ​ພະ​ເຈົ້າ​ຈຶ່ງ​ເງີຍ​ຫນ້າ​ຂຶ້ນມອງ​ໄປ​ເບິ່ງ​ທາງ​ທິດ​ເຫນືອ ແລະ​ເບິ່ງ​ແມ໋, ທາງ​ທິດ​ເຫນືອ​ຂອງ​ປະ​ຕູແທ່ນ​ບູ​ຊາ​ໃນ​ທາງ​ເຂົ້າ ຮູບ​ຄວາມ​ຫວງ​ແຫນ​ນີ້​ຢູ່​ທີ່​ນັ້ນ 6 ແລະ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸ​ດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ເຫັນ​ຫ​ລື​ບໍ່​ວ່າ​ເຂົາ​ເຮັດ​ຫຍັງ​ຢູ່ ຄື​ການຫນ້າ​ກຽດ​ຫນ້າ​ຊັງ​ອັນ​ໃຫຍ່ ຊຶ່ງ​ເຊື້ອ​ສາຍອິສ​ຣາ​ເອນ​ກະ​ທຳ​ກັນ​ຢູ່​ທີ່​ນີ້​ອັນ​ທີ່​ຈະ​ໃຫ້​ເຣົາ​ໄປ​ໄກ​ຈາກ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ ແຕ່​ເຈົ້າ​ຍັງ​ຈະ​ໄດ້​ເຫັນ​ການ​ຫນ້າ​ກຽດ​ຫນ້າ​ຊັງ​ອັນ​ໃຫຍ່ກວ່າ​ນີ້​ອີກ” 7 ແລະ​ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ປະ​ຕູ​ລານ ແລະ​ເມື່ອ​ຂ້າ​ພະ​ເຈົ້າ​ມອງ​ດູ ເບິ່ງ​ແມ໋, ກໍ​ເຫັນ​ປ່ອງ​ນຶ່ງ​ຢູ່​ໃນ​ກຳ​ແພງ 8 ແລ້ວ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ເຈາະ​ເຂົ້າ​ໄປ​ໃນ​ກຳ​ແພງ” ແລະ​ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຈາະ​ເຂົ້າ​ໄປ​ໃນ​ກຳ​ແພງ​ແລ້ວ ມີ​ປະ​ຕູ​ຢູ່​ປະ​ຕູ​ນຶ່ງ 9 ແລະ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຂົ້າ​ໄປ​ເລີຍ ໄປ​ເບິ່ງ​ການ​ຫນ້າ​ກຽດ​ຫນ້າ​ຊັງ​ຢ່າງ​ຮ້າຍ​ແຮງ​ຊຶ່ງ​ເຂົາ​ກະ​ທຳ​ທີ່​ນີ້” 10 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເຂົ້າ​ໄປ​ແລະ​ໄດ້​ເຫັນ ເບິ່​ງ​ແມ໋, ເປັນ​ພາບ​ເທິງ​ຝາ​ຜະ​ນັງ​ໂດຍ​ຮອບ ມີ​ສັດ​ເລື້ອຍ​ຄານ​ທຸກ​ຊະ​ນິດ ແລະ​ສັດ​ທີ່​ຫນ້າ​ຂີ້​ດຽດ ແລະ​ຮູບ​ເຄົາ​ຣົບ​ທັງ​ສິ້ນ​ຂອງ​ເຊື້ອ​ສາຍ​ອິສ​ຣາ​ເອນ 11 ແລະ​ມີ​ພວກ​ຜູ້​ໃຫຍ່​ແຫ່ງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ເຈັດ​ສິບ​ຄົນ​ຢືນ​ຢູ່​ຂ້າງ​ຫນ້າ​ຮູບ​ເຫລົ່າ​ນັ້ນ ແລະ​ມີ​ຢາອັ​ສອາ​ນິ​ຢາ​ບຸດ​ຊາ​ຟານ​ຢືນ​ຢູ່​ໃນ​ຫມູ່​ພວກ​ເຂົາ​ທັງ​ຫລາຍ ຕ່າງ​ກໍ​ມີ​ຫມໍ້​ຂາງ​ໄຟ​ຢູ່​ໃນ​ມື ແລະ​ຄວັນ​ຫອມ​ແຫ່ງ​ເຄື່ອງ​ບູ​ຊາ​ກໍ​ຂຶ້ນ​ໄປ​ຂ້າງ​ເທິງ 12 ແລ້ວ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ໄດ້​ເຫັນ​ແລ້​ວ​ບໍ່​ແມ່ນ​ຫລື​ວ່າ​ພວກ​ຜູ້​ໃຫຍ່​ຂອງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ກະ​ທຳ​ສິ່ງ​ໃດ​ຢູ່​ໃນ​ທີ່​ມືດ​ທຸກ​ຄົນ​ຕ່າງ​ກໍ​ຢູ່​ໃນ​ຫ້ອງ​ຮູ​ບ​ພາບ​ຂອງ​ຕົນ ເພາະ​ເຂົາ​ທັງ​ຫລາຍ​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ທອດ​ພຣະ​ເນດ​ເຫັນ​ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຖິ້ມ​ແຜ່ນ​ດິນ​ນີ້​ເສັຽ​ແລ້ວ” 13 ພຣະ​ອົງ​ກ່າວ​ກັບ​ຂ້າ​ພະເຈົ້າ​ດ້ວຍ​ວ່າ “ເຈົ້າ​ຍັງ​ຈະ​ເຫັນ​ການ​ຫນ້າ​ກຽດ​ຫນ້າ​ຊັງ​ຊຶ່ງ​ເຂົາ​ກະ​ທຳ​ຍິ່ງກວ່າ​ນີ້​ອີກ” 14 ແລ້ວ​ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ທາງ​ເຂົ້າ​ປະ​ຕູ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ານ​ເຫນືອ​ແລະ ເບິ່ງ​ແມ໋, ທີ່​ນັ້ນ​ມີ​ຜູ້​ຍິງ​ຫລາຍ​ຄົນ​ນັ່ງ​ຮ້ອງ​ໄຫ້​ອາ​ລັຍ​ຍ້ອນທາມ​ມູ​ສ ແລ້ວ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, 15 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ເຫັນ​ແລ້ວ​ຫລື ເຈົ້າ​ຍັງ​ຈະ​ເຫັນ​ການ​ຫນ້າ​ກຽດ​ຫນ້າ​ຊັງ​ອັນ​ຍິ່ງ​ໃຫຍ່​ກວ່າ​ສິ່ງ​ເຫລົ່າ​ນີ້​ອີກ” 16 ແລ້ວ​ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ເຂົ້າ​ມາ​ໃນ​ລານ​ຊັ້ນ​ໃນ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເບິ່ງ​ແມ໋, ທາງ​ປະ​ຕູ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ລະ​ຫວ່າງ​ມຸກ​ແລະ​ແທ່ນ​ບູ​ຊາ ມີຜູ້​ຊາຍ​ປະ​ມານ​ຊາວ​ຫ້າ​ຄົນ​ຫັນ​ຫລັງ​ໃຫ້​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ ຫນ້າ​ຂອງ​ເຂົາ​ຫັນ​ໄປ​ທາງ​ທິດ​ຕາ​ເວັນ​ອອກ ກຳ​ລັງ​ນະ​ມັ​ສ​ການ​ພຣະ​ອາ​ທິດ​ດ້ານ​ຕາເວັນ​ອອກ​ນັ້ນ 17 ແລ້ວ​ພຣະ​ອົງ​ຊົງ​ກ່າວກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ເຫັນ​ແລ້ວ​ຫລື​ທີ່​ເຊື້ອ​ສາຍ​ຢູ​ດາ​ກະ​ທຳ​ການ​ຫນ້າ​ກຽດ​ຫນ້າ​ຊັງ​ຊຶ່ງ​ເຂົາ​ກະ​ທຳ​ຢູ່​ທີ່​ນີ້ ເປັນ​ສິ່ງ​ເລັກ​ນ້ອຍ​ຫລື ເຂົາ​ຈຶ່ງ​ກະ​ທຳ​ໃຫ້​ແຜ່ນ​ດິນ​ເຕັມ​ໄປ​ດ້ວຍ​ຄວາມ​ທາ​ຣຸນ​ແລະ​ກະ​ທຳ​ໃຫ້​ເຮົາ​ກິ້ວ​ຍິ່ງ​ຂຶ້ນ ເຂົາ​ທັງ​ຫລາຍ​ເອົາ​ກິ່ງ​ໄມ້​ມາ​ແຕະ​ດັງ​ຂອງ​ເຂົາ 18 ເຫ​ດສັນ​ນັ້ນ ເຮົາ​ຈະ​ກະ​ທຳ​ດ້ວຍ​ຄວາມ​ພິ​ໂຣດ ນັຍ​ຕາ​ຂອງ​ເຮົາ​ຈະ​ບໍ່​ປາ​ນີ ແລະ​ເຣົາ​ຈະ​ບໍ່​ສົງ​ສານ ເຖິງ​ເຂົາ​ຈະ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ໃສ່​ຫູ​ຂອງ​ເຮົາ ເຮົາ​ຈະ​ບໍ່​ຟັງ​ເຂົາ”

ເອເຊກຽນ 9

ເຣື່ອງ​ການ​ເຂັ່ນ​ຂ້າ​ຜູ້​ມີ​ບາບ

1 ແລ້ວ​ພຣະ​ອົງ​ຊົງ​ເປັ່ງ​ພຣະ​ສຸ​ຣະ​ສຽງ​ດັງ​ເຂົ້າ​ຫູ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ທັງ​ຫລາຍ​ຜູ້​ເປັນ​ພະ​ນັກ​ງານ​ທຳ​ໂທດ​ປະ​ຈຳ​ເມືອງ ຈົ່ງ​ເຂົ້າ​ມາ​ໃກ້ ໃຫ້​ຕ່າງ​ຄົນ​ຖື​ເຄື່ອງ​ມື​ທຳ​ລາຍ​ມາ​ດ້ວຍ” 2 ແລະ​ເບິ່ງ​ແມ໋, ມີ​ຊາຍ​ຫົກ​ຄົນເຂົ້າ​ມາ​ຈາກ​ປະ​ຕູ​ເທິງ ຊຶ່ງ​ຫັນ​ຫນ້າ​ໄປ​ທາງ​ເຫນືອ ແຕ​ລະ​ຄົນ​ຖື​ອາ​ວຸດທຸກ​ຄົນ​ ມີ​ຊາຍ​ຄົນ​ນຶ່ງນຸ່ງ​ຫົ່ມ​ຜ້າ​ປ່ານຖືເຄື່ອງ​ຂຽນ​ມາ​ກັບ​ຄົນ​ເຫລົ່າ​ນັ້ນ​ດ້ວຍ ແລະ​ເຂົາ​ທັງ​ຫລາຍ​ເຂົ້າ​ໄປ​ຢືນ​ຢູ່​ທີ່​ຂ້າງ​ແທ່​ນທອງ​ສຳ​ຣິດ 3 ພຣະ​ຣັສ​ມີ​ຂອງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ໄດ້​ເຫາະ​ຂຶ້ນ​ໄປ​ຈາກ​ເຊ​ຣູບິມ ແລ້ວ​ຊຶ່ງ​ເປັນ​ທີ່​ເຄີຍສະ​ຖິດ ໄປ​ຍັງ​ປະ​ຕູ​ພຣະ​ວິ​ຫານ​ແລະ​ພຣະ​ອົງ​ກ່າວ​ເອີ້ນ​ຊາຍຜູ້​ທີ່​ນຸ່ງ​ຫົ່ມ​ຜ້າ​ປ່ານ ຜູ້​ທີ່​ຖື​ເຄື່ອງ​ຂຽນ 4 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ວ່າ, “ຈົ່ງ​ໄປ​ຕ​ລອດ​ນະ​ຄອນ​ຄື​ຕລອດ​ເຢ​ຣູ​ຊາ​ເລັ​ມ ແລະ​ທຳ​ເຄື່ອງ​ຫມາຍ​ໄວ້​ທີ່​ຫນ້າ​ຜາກ ຂອງ​ປະ​ຊາ​ຊົນ​ທີ່​ຖອນ​ຫາຍ​ໃຈ​ແລະ​ຄ່ຳ​ຄວນ ເພາະ​ຄວາມ​ຫນ້າ​ກຽດ​ຫນ້າ​ຊັງ​ທັງ​ສິ້ນ​ທີ່​ກະ​ທຳ​ກັນ​ໃນ​ເມືອງ” 5 ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ກັບ​ຄົນ​ອື່ນໆ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ, “ຈົ່ງ​ຜ່ານ​ໄປ​ຕລອດ​ນະ​ຄອນ​ຕາມ​ຊາຍ​ຄົນ​ນັ້ນ​ໄປ ແລະ​ຂ້າ​ຟັນ​ເສັຽ ນັຍ​ຕາ​ຂອງ​ເຈົ້າ​ຢ່າ​ໄດ້​ປາ​ນີ ແລະ​ເຈົ້າ​ຢ່າ​ສົງ​ສານ​ເລີຍ 6 ຈົ່ງ​ຂ້າ​​ຄົນເຖົ້າ​ແກ່ ຄົນ​ຫນຸ່ມສາວ ທັງ​ເດັກ​ນ້ອຍ​ແລະ​ຜູ້​ຍິງ ແຕ່​ຢ່າ​ແຕະ​ຕ້ອງ​ຜູ້​ທີ່​ມີ​ເຄື່ອງ​ຫມາຍ ແລະ​ຈົ່ງ​ເລີ້ມ​ຕົ້ນ​ທີ່​ສຸ​ດການ​ນະ​ມັ​ສ​ການ​ຂອງ​ເຮົາ” ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຕັ້ງ​ຕົ້ນ​ກັບ​ພວກ​ຄົນເຖົ້າ​ຜູ້​ຊຶ່ງ​ຢູ່​ຫນ້າ​ພຣະ​ວິ​ຫານ 7 ແລ້ວ​ພຣະ​ອົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ກະ​ທຳ​ໃຫ້​ພຣະ​ວິ​ຫານ​ເປັນ​ມົນ​ທິນ ຈົ່ງ​ຖິ້ມ​ຜູ້​ທີ່​ຖືກ​ຂ້າ​ໃຫ້​ເຕັມ​ລານ ຈົ່ງ​ໄປ​ເທີນ” ເຂົາ​ທັງ​ຫລາຍ​ຈຶ່ງ​ອອກ​ໄປ​ແລະ​ຂ້າ​ຟັນ​ທີ່​ໃນ​ນະ​ຄອນ 8 ຂ​ນະ​ທີ່​ເຂົາ​ກຳ​ລັງ​ຂ້າ​ຟັນ​ຢູ່​ນັ້ນ​ເຫລືອ​ຂ້າ​ພະ​ເຈົ້າ​ແຕ່​ຜູ້​ດຽວ ຂ້າ​ພະ​ເຈົ້າ​ກໍ​ຊົບ​ຫນ້າ​ລົງ​ດິນ​ຮ້ອງວ່າ, “ອະ​ນິ​ຈາ ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ຄົນ​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່​ນັ້ນ​ທັງ​ສິ້​ນ​ໃນ​ການ​ທີ່​ພຣະ​ອົງ​ຊົງ​ລະ​ບາຍ​ຄວາມ​ກິ້ວ​ຂອງ​ພຣະ​ອົງ​ເຫນືອເຢ​ຣູ​ຊາ​ເລັມ​ຫລື” 9 ແລ້ວ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບາບ​ຂອງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ແລະ​ຢູ​ດາ​ຍິ່ງ​ໃຫຍ່​ນັກ ແຜ່ນ​ດິນ​ກໍ​ເຕັມ​ໄປ​ດ້ວຍ​ໂລຫິດ​ ແລະ​ຄວາມ​ອະ​ຍຸດ​ຕິ​ທັມ​ກໍ​ເຕັມ​ນະ​ຄອນ ເພາະ​ເຂົາ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ຖິ້ມ​ແຜ່ນ​ດິນ​ນີ້​ແລ້ວ​ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ທອດ​ພຣະ​ເນດ​ອີກ” 10 ສຳ​ລັບ​ເຣົາ ນັຍ​ຕາ​ຂອງ​ເຣົາ​ຈະ​ບໍ່​ປາ​ນີ ແລະ​ເຮົາ​ຈະ​ບໍ່​ສົງສານ ແຕ່​ເຮົາ​ຈະ​ລົງ​ໂທດ​ທັນ​ຕາມ​ການ​ປະ​ພຶດ​ຂອງ​ເຂົາເຫນືອ​ຫົວ​ຂອງ​ເຂົາ​ທັງ​ຫລາຍ” 11 ແລະ​ເບິ່ງ​ແມ໋, ຊາຍ​ຄົນ​ທີ່​ນຸ່ງຫົ່ມ​ຜ້າ​ປ່ານ​ທີ່​ຖື​ເຄື່ອງ​ຂຽນນັ້ນ ໄດ້​ນຳ​ຖ້ອຍ​ຄຳ​ກັບ​ມາ​ກ່າວ​ວ່າ, “ຂ້າ​ພຣະ​ອົງ​ໄດ້​ກະ​ທຳ​ຕາມ​ທີ່​ພຣະ​ອົງ​ຊົງ​ສັ່ງ​ຂ້າ​ພຣະ​ອົງ​ໄວ້​ນັ້ນ​ແລ້ວ”

ເອເຊກຽນ 10

ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ຫນີຈາກພຣະ​ວິ​ຫານ

1 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ມອງ​ດູ ເບິ່ງ​ແມ໋, ທີ່​ທ້ອງ​ຟ້າ​ຊຶ່ງ​ຢູ່​ເຫນືອ​ຫົວ​ຂອງ​ເຫລົ່າ​ເຊຣຸບ​ບິມ ມີ​ສິ່ງ​ນຶ່ງ​ປາ​ກົດ​ຂຶ້ນ​ເຫນືອ​ເຊ​ຣຸ​ບິມນັ້ນ​ເຫມືອນ​ໄພ​ທູນ 2 ແ​ລະ​ພຣະ​ອົງ​ກ່າວ​ກັບ​ຊາຍ​ທີ່​ນຸ່ງ​ຫົ່ມ​ຜ້າ​ປ່ານ​ວ່າ, “ຈົ່ງ​ເຂົ້າ​ໄປ​ຖ້າມ​ກາງ​ວົງ​ລໍ້​ຊຶ່ງ​ຢູ່​ພາຍ​ໃຕ້​ເຊ​ຣູບິມ ຈົ່ງ​ເອົາ​ມື​ກອບ​ເອົາ​ຖ່ານ​ຄຸ​ຈາ​ກຖ້າມ​ກາງ​ເຫລົ່າ​ເຊ​ຣູ​ບິມ ນຳ​ໄປ​ໂຮຍ​ເຫນືອ​ນະ​ຄອນ​ນັ້ນ” ແລະ​ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ​ໄປ​ຕໍ່​ຫນ້າ​ຕໍ່​ຕາ​ຂ້າ​ພະ​ເຈົ້າ 3 ຝ່າຍ​ເຫລົ່າ​ເຊ​ຣູ​ບິມ​ນັ້ນ​ຢືນ​ທີ່​ດ້ານ​ໃຕ້​ຂອງ​ພຣະ​ວິ​ຫານ ຂ​ນະ​ເມື່ອ​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ ແລະ​ເມກ​ກໍ​ຄຸມ​ຢູ່​ເຕັມລານ​ຊັ້ນ​ໃນ 4 ແລະ​ພຣະ​ຣັສ​ມີ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ຂຶ້ນ​ຈາກ​ເຊ​ຣູ​ບິມ​ໄປ​ຍັງ​ປະ​ຕູ​ພຣະ​ວິ​ຫານ ແລະ​ພຣະ​ວິ​ຫານ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ໃສ​ແຫ່ງ​ພຣະ​ຣັສ​ມີ​ຂອງພຣະ​ຜູ້​ເປັນ​ເຈົ້າ 5 ແລະ​ສຽງ​ປີກ​ຂອງ​ເຫລົ່າ​ເຊ​ຣູ​ບິມ​ກໍ​ໄດ້​ຍິນ​ໄປ​ເຖິງ​ລານ​ຊັ້ນ​ນອກ ເຫມືອນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຜູ້​ຊົງ​ຣິດ​ອຳ​ນາດ​ຍິ່ງ​ໃຫຍ່​ເມື່ອ​ພຣະ​ອົງ​ຊົງ​ກ່າວ 6 ແລະ​ເມື່ອ​ພຣະ​ອົງ​ມີ​ພຣະ​ບັນ​ຊາ​ສັ່ງ​ຊາຍທີ່​ນຸ່ງ​ຫົ່ມ​ຜ້າ​ປ່ານ​ວ່າ, “ຈົ່ງ​ໄປ​ເອົາ​ໄຟ​ມາ​ຈາກ​ກາງວົງ​ລໍ້ ແລະ​ຈາກກອງ​ເຫລົ່າ​ເຊ​ຣູບິມ” ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ​ໄປ​ຢືນ​ຢູ່​ຂ້າງໆ​ວົງ​ລໍ້​ອັນ​ນຶ່ງ 7 ເຊ​ຣູ​ບິມ​ຕົນ​ນຶ່ງ​ໄດ້​ຢຽດ​ມື​ຂອງ​ຕົນ​ອອກ​ມາ​ລະ​ຫວ່າງ​ເຫລົ່າ​ເຊ​ຣູ​ບິມ​ໄປຍັງ​ໄຟ​ຊຶ່ງ​ຢູ່​ລະ​ຫວ່າງ​ເຫລົ່າ​ເຊ​ຣູ​ບິມ​ ຈັບ​ໄຟ​ຂຶ້ນ​ມາ ແລະ​ໃສ່​ມື​ຂອງ​ຊາຍ​ທີ່​ນຸ່ງ​ຫົ່ມ​ຜ້າ​ປ່ານ ຊາຍ​ນັ້ນ​ກໍ​ນຳ​ໄຟ​ອອກ​ໄປ 8 ປາ​ກົດ​ວ່າ​ໃນ​ເຫລົ່າ​ເຊ​ຣູ​ບິມ​ນັ້ນ​ມີ​ຫຍັງ​ຢູ່​ໃຕ້​ປີກ​ເຫມືອນ​ດັ່ງ​ມື​ມະ​ນຸດ 9 ແລະ​ຂ້າ​ພະ​ເຈົ້າ​ມອງ​ເບິ່ງ ເບິ່ງ​ແມ໋, ມີ​ວົງ​ລໍ້​ຢູ່​ສີ່​ອັນ​ຂ້າງໆ​ເຫລົ່າ​ເຊ​ຣູ​ບິມ ຢູ່​ຂ້າ​ງ​ເຊ​ຣູ​ບິມ​ຕົນ​ລະ​ນຶ່ງວົງ​ລໍ້ ລັກ​ສະນະ​ຂອງວົງ​ລໍ້​ນັ້ນ​ເຫມືອນ​ແສງແກ້ວ​ປະ​ເສີດ 10 ລັກ​ສະ​ນະ​ກົງ​ຈັກ​ວົງ​ລໍ້​ທັງ​ສີ່​ນັ້ນ​ກໍ​ເຫມືອນ​ກັນ ເຫມືອນ​ວົງ​ລໍ້​ຊ້ອນ​ໃນ​ວົງ​ລໍ້ 11 ເມື່ອ​ວົງ​ລໍ້​ນີ້ໄປ ກໍ​ໄປ​ໄດ້​ຂ້າງ​ນຶ່ງຂ້າງ​ໃດ​ໃນ​ຂ້າງ​ທັງ​ສີ່ ໂດຍບໍ່​ຕ້ອງ​ຫັນ​ເລີຍ​ໃນ​ເວ​ລາ​ໄປ ຖ້າ​ອັນ​ຫນ້າ​ມຸ່ງ​ຫນ້າ​ໄປ​ທາງ​ໃດ ວົງ​ລໍ້​ອັນ​ອື່ນ​ກໍ​ຕາມ​ໄປ​ໂດຍ​ບໍ່​ຕ້ອງ​ຫັນ​ໃນ​ຂ​ນະ​ທີ່​ໄປ 12 ແລະ​ທັງ​ຕົວ ດ້ານ​ຫລັງ ມື ປີກ ແລະ​ວົງ​ລໍ້​ມີ​ຕາ​ຢູ່​ຮອບ ທັງ​ສີ່​ນັ້ນ​ກໍ​ມີ​ວົງ​ລໍ້​ຂອງ​ຕົ​ວ 13 ວົງ​ລໍ້​ເຫລົ່າ​ນັ້ນ ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ກັບ​ຫູ​ເຂົາ​ເອີ້ນ​ວ່າ ກົງ​ຈັກ​ເອີຍ 14 ມີ​ຫນ້າ​ສີ່​ຫນ້າ ຫນ້າ​ແຣກ​ເປັນ​ຫນ້າ​ເຊ​ຣູ​ບິມ ຫນ້າ​ທີ່​ສອງ​ເປັນ​ຫນ້າ​ມະ​ນຸດ ແລະ​ຫນ້າ​ທີ່​ສາມ​ເປັນ​ຫນ້າ​ສິງ ແລະ​ຫ​ນ້າ​ທີ່​ສີ່​ເປັນ​ຫນ້າ​ນົກ​ອິນ​ຊີ 15 ແລະ​ເຫລົ່າ​ເຊ​ຣູ​ບິມ​ກໍ​ເຫາະ​ຂຶ້ນ ເປັນ​ສັດ​ທີ່​ຂ້າ​ພະເຈົ້າ​ເຄີຍ​ເຫັນ​ຢູ່​ຮິມແມ່​ນ້ຳ​ເຄ​ບາຣ໌ ເມື່ອ​ເຫລົ່າ​ເຊ​ຣູ​ບິມ​ໄປ ວົງ​ລໍ້​ກໍ​ຕາມ​ຂ້າງ​ໄປ​ດ້ວຍ 16 ແລະ​ເມື່ອ​ເຫລົ່າ​ເຊຣູ​ບິມ​ກາງ​ປີກ​ອອກ​ເພື່ອ​ບິນ​ຂຶ້ນ​ຈາກ​ພິ​ພົບ ວົງ​ລໍ້​ເຫລົ່າ​ນັ້ນ​ກໍ​ບໍ່​ຫັນ​ໄປ​ຈາກ​ຂ້າງໆ​ເຫລົ່າ​ເຊ​ຣູ​ບິມ​ເລີຍ 17 ເມື່ອ​ເຫລົ່າ​ເຊ​ຣູ​ບິມ​ຢຸດ​ຢູ່​ເຫລົ່າ​ວົງ​ລໍ້ກໍ​ເຊົາ​ຢູ່​ດ້ວຍ ເມື່ອ​ເຫລົ່າ​ເຊ​ຣູ​ບິມ​ເຫາະ​ຂຶ້ນ ເຫລົ່າ​ວົງ​ລໍ້​ກໍ​ເຫາະ​ຂຶ້ນ​ໄປ​ດ້ວຍ ເພາະ​ວ່າ​ວິນ​ຍານ​ຂອງ​ສັດ​ນັ້ນ​ຢູ່​ໃນ​ວົງ​ລໍ້ 18 ແລ້ວ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໄປ​ຈາກ​ປະ​ຕູ​ພຣະ​ວິ​ຫານ ສະ​ຖິດ​ເຫນືອ​ເຫລົ່າ​ເຊ​ຣູ​ບິມ 19 ເມື່ອ​ເຫລົ່າ​ເຊ​ຣູ​ບິມ​ອອກ​ໄປ​ກໍ​ກາງ​ປີກ​ອອກ​ບິນ​ຂຶ້ນ​ໄປ​ຈາກ​ພິ​ພົບ​ຕໍ່​ຫນ້າ​ຕໍ່​ຕາ​ຂ້າ​ພະ​ເຈົ້າ ວົງ​ລໍ້​ກໍ​ຕາມ​ຂ້າງ​ໄປ​ດ້ວຍ ແລະ​ໄປ​ຢືນ​ຢູ່​ທີ່​ທາງ​ເຂົ້າ​ປະ​ຕູ​ດ້ານ​ຕາ​ເວັນ​ອອກ​ຂອງ​ພຣະ​ວິ​ຫານ​ຂອງ​ແຫ່ງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ກໍ​ຢູ່​ເຫນືອ​ເຊ​ຣູ​ບິມ​ເຫລົ່າ​ນັ້ນ 20 ເຫລົ່າ​ນີ້​ເປັນ​ສັດຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພາຍ​ໃຕ້​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ທີ່​ຮິມ​ແມ່​ນ້ຳ​ເຄ​ບາ​ຣ໌ ແລະ​ຂ້າ​ພະ​ເຈົ້າ​ຊາບ​ວ່າ ເປັນ​ເຫລົ່າ​ເຊ​ຣູ​ບິມ 21 ເຊ​ຣູ​ບິມ​ທຸກ​ຕົນ​ມີ​ສີ່​ຫນ້າ​ແລະ​ສີ່​ປີກ ແລະ​ພາຍ​ໃຕ້​ປີກ​ມີ​ຮູບ​ປະ​ພັນ​ມື​ມະ​ນຸດ 22 ສ່ວນ​ຮູບ​ປະ​ພັນ​ຂອງ​ຫນ້າ​ເຫລົ່າ​ນັ້ນ ເປັນ​ຫນ້າ​ທັງ​ຮູບ​ທັງ​ຕົວ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທີ່​ຮິມ​ແມ່​ນ້ຳ​ເຄ​ບາ​ຣ໌ ເຊ​ຣູ​ບິມ​ທຸກ​ຕົນ​ອອກ​ໄປ​ຂ້າງ​ຫນ້າ​ຂອງ​ຕົນ

ເອເຊກຽນ 11

ຊົງ​ຂະ​ຫນາບ​ເຈົ້າ​ນາຍ​ທີ່​ຊົ່ວ

1 ພຣະ​ວິນ​ຍານ​ໄດ້​ຍົກ​ຂ້າ​ພະ​ເຈົ້າ​ຂຶ້ນ ແລະ​ນຳ​ຂ້າ​ພະ​ເຈົ້າ​ມາ​ຍັງ​ປະ​ຕູ​ດ້ານ​ຕາ​ເວັນ​ອອກ​ຂອງ​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ​ຊຶ່ງ​ຫັນ​ຫນ້າ​ໄປ​ທິດ​ຕາ​ເວັນ​ອອກ ເບິ່​ງ​ແມ໋, ທີ່​ທາງ​ເຂົ້າ​ປະ​ຕູ​ມີ​ຜູ້​ຊາຍ​ຢູ່​ຊາວ​ຫ້າຄົນ ແລະ​ຖ້າມ​ກາງ​ນັ້ນ​ຂ້າ​ພະ​ເຈົ້າ​ເຫັນຢາ​ອັສອາ​ນີ​ຢາ​ບຸດ​ອັ​ສ​ຊູ​ຣ໌ ແລະ​ເປ​ລາ​ຕີ​ຢາ​ບຸດ​ເບ​ນາ​ນີ​ຢາ ເຈົ້າ​ນາຍ​ແຫ່ງ​ປະ​ຊາ​ຊົນ 2 ແລະ​ພຣະ​ອົງ​ກ່າ​ວກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ອອກ​ອຸບາຍ​ທຳ​ຄວາມ​ບາບ​ຜິດ ແລະ​ເປັນ​ຜູ້​ໃຫ້​ຄຳ​ປຶກ​ສາ​ທີ່​ຊົ່ວ​ຮ້າຍ​ໃນນະ​ຄອນ​ນີ້ 3 ຜູ້​ກ່າວ​ວ່າ “ເວ​ລາ​ທີ່​ຈະ​ປຸກ​ເຮືອນ​ຍັງ​ບໍ່​ມາ​ໃກ້​ເລີຍ ນະ​ຄອນ​ນີ້​ເປັນ​ຫມໍ້​ແລະ​ເຣົາ​ເປັນ​ເນື້ອ” 4 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຫດ​ສັນ​ນັ້ນ​ຈົ່ງ​ປະ​ກາດ​ພຣະ​ທັມ​ກ່າວ​ໂທດ​ເຂົາ ຈົ່ງ​ປະ​ກາດ​ເທີນ” 5 ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ມາ​ປະ​ທັບ​ເທິງ​ຂ້າ​ພະ​ເຈົ້າ ແລະ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ກ່າວ​ເຖີດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຊື້ອ​ສາຍ​ອິສ​ຣາ​ເອນ​ເອີຍ ເຈົ້າ​ຄິດ​ດັ່ງ​ນັ້ນ ແລະ​ເຮົາ​ຮູ້​ສິ່ງ​ທີ່​ເຂົ້າ​ມາ​ໃນ​ໃຈ​ຂອງ​ເຈົ້າ 6 ເຈົ້າ​ໄດ້​ທະ​ວີ​ຄົນ​ທີ່​ເຈົ້າ​ໄດ້​ຂ້າ​ໃນ​ນະ​ຄອນ​ນີ້ ແລະ​ຖິ້ມ​ຄົນ​ທີ່​ຖືກ​ຂ້າ​ເຕັມ​ຕາມ​ຖ​ນົນ​ຫົນ​ທາງ​ໄປ​ຫມົດ 7 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ ບັນ​ດາ​ຜູ້​ທີ່​ເຈົ້າ​ໄດ້​ຂ້າ ຊຶ່ງ​ເຈົ້າ​ໄດ້​ຖິ້ມ​ໄວ້​ຖ້າມ​ກາງ​ນະ​ຄອນ​ນີ້​ເຂົາ​ທັງ​ຫລາຍ​ເປັ​ນ​ເນື້ອ ແລະ​ນະ​ຄອນ​ນີ້​ເປັນ​ຫມໍ້ ແຕ່​ເຈົ້າ​ຈະ​ຖືກ​ນຳ​ອອກ​ມາ​ຈາກ​ຖ້າມ​ກາງ​ນັ້ນ 8 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຈົ້າ​ຢ້ານ​ດາ​ບ ແລະ​ເຮົາ​ຈະ​ນຳ​ດາບ​ມາ​ເຫນືອ​ເຈົ້າ 9 ເຮົາ​ຈະ​ນຳ​ເຈົ້າ​ອອກ​ມາ​ຈາກ​ຖ້າມ​ກາງ​ນັ້ນ ແລະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ຕ່າງ​ດ້າວ ແລະ​ທຳ​ການ​ພິ​ພາກ​ສາລົງ​ໂທດ​ເຈົ້າ 10 ເຈົ້າ​ຈະ​ຖືກ​ດາບ​ລົ້ມ​ລົງ ເຮົາ​ຈະ​ລົງ​ໂທດ​ເຈົ້າ​ທີ່​ເຂດ​ແດນ​ອິສ​ຣາ​ເອນ ແລະ​ເຈົ້າ​ຈະ​ໄດ້​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ 11 ນະ​ຄອນ​ນີ້​ຈະ​ບໍ່​ແມ່ນ​ຫມໍ້​ຂອງ​ເຈົ້າ ທີ່​ເຈົ້າ​ຈະ​ເປັນ​ເນື້ອໃນ​ຖ້າມ​ກາງນັ້ນ ເຮົາ​ຈະ​ລົງ​ໂທດ​ເຈົ້າ​ທີ່​ເຂດ​ແດນ​ອິສ​ຣາ​ເອນ 12 ແລະ​ເຈົ້າ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເຈົ້າ​ບໍ່​ໄດ້​ດຳ​ເນີນ​ຕາມ​ກົດ​ເກນ​ຂອງ​ເຮົາ ຫລື​ປະ​ຕິ​ບັດ​ຕາມ​ກົດ​ຫມາຍ​ຂອງ​ເຮົາ ແຕ່​ໄດ້​ປະ​ພຶດ​ຕາມ​ກົດ​ຫມາຍ​ຂອງ​ປະ​ຊາ​ຊາດ​ທັງ​ຫລາຍ​ທີ່​ຢູ່​ຮອບ​ເຈົ້າ” 13 ຢູ່​ມາ​ເມື່ອ​ຂ້າ​ພະ​ເຈົ້າ​ກຳ​ລັງ​ປະ​ກາດ​ພຣະ​ທັມ​ຢູ່ ເປ​ລາ​ຕີ​ຢາ​ບຸດ​ເບ​ນາ​ນີ​ຢາ​ກໍ​ສິ້ນ​ຊີ​ວິດ ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ກົ້ມ​ຫນ້າ​ລົງ​ດິນ​ຮ້ອງ​ສຽງ​ດັງ​ວ່າ “ພຣະ​ເຈົ້າ ເຈົ້າ​ຂ້າ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຄົນ​ອິສ​ຣາ​ເອນ​ທີ່​ເຫລືອ​ຢູ່​ນັ້ນ​ສິ້ນ​ສຸດ​ເລີຍ​ຫລື ພຣະ​ເຈົ້າ​ຂ້າ”

ຄຳ​ສັນ​ຍາ​ແຫ່ງ​ການ​ໃຫ້​ສູ່​ສະ​ພາບ​ເດີມ​ແລະ​ການ​ຟື້ນ​ຈິດ​ໃຈ

14 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 15 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ພີ່​ນ້ອງ​ຂອງ​ເຈົ້າ ຄື​ຍາດ​ທີ່​ມີ​ສິດ​ໄຖ່​ຄືນ​ສິ້​ນ​ທັງ​ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນ​ຫມົດ​ດ້ວຍ​ກັນ ຄື​ບຸກ​ຄົນ​ທີ່​ຊາວ​ເຢ​ຣູ​ຊາ​ເລັມ​ໄດ້​ກ່າວ​ວ່າ “ເຂົາ​ທັງ​ຫລາຍ​ໄດ້​ຫ່າງ​ເຫີນ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແຜ່ນ​ດິນ​ນີ້​ຊົງ​ມອບ​ໄວ້​ແກ່​ເຣົາ​ເປັນ​ກຳ​ມະ​ສິດ” 16 ເຫດ​ສັນ​ນັ້ນ​ຈົ່ງ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ແມ້​ເຮົາ​ຈະ​ໄດ້​ຍ້າຍ​ເຂົາ​ໃຫ້​ຫ່າງ​ອອກ​ໄປ​ຢູ່​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ ແມ້​ເຮົາ​ໄດ້​ກະ​ຈັດ​ກະ​ຈາຍ​ເຂົາ​ໄປ​ຢູ່​ຖ້າມ​ກາງ​ປະ​ເທດ​ທັງ​ປວງ ເຮົາ​ກໍ​ຍັງ​ເປັນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຂົາ​ຂ​ນະ​ນຶ່ງ​ໃນ​ປະ​ເທດ​ທີ່​ເຂົາ​ໄດ້​ໄປ​ຢູ່” 17 ເຫດ​ສັນ​ນັ້ນ​ຈົ່ງ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ຮວບ​ຮວມ​ເຈົ້າ​ມາ​ຈາກ​ຊົນ​ຊາດ​ທັງ​ຫລາຍ ແລະ​ຊຸມ​ນຸມ​ເຈົ້າ​ຈາກ​ປະ​ເທດ​ທີ່​ເຈົ້າ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ນັ້ນ ແລະ​ເຮົາ​ຈະ​ມອບ​ແຜ່ນ​ດິນ​ອິສ​ຣາ​ເອນ​ໃຫ້​ແກ່​ເຈົ້າ” 18 ແລະ​ເມື່ອ​ເຂົາ​ມາ​ຢູ່​ທີ່​ນັ້ນ ເຂົາ​ຈະ​ຮື້​ສິ່ງ​ທີ່ຫນ້າ​ຂີ້​ດຽດ​ຂອງ​ເມືອງ​ນັ້ນ​ທັງ​ສິ້ນ​ ແລະ​ສິ່ງ​ທີ່ຫນ້າ​ກຽດ​ຫນ້າ​ຊັງ​ຂອງ​ເມືອງ​ນັ້ນ​ທັງ​ສິ້ນ​ອອກ​ໄປເສັຽ​ຈາກ​ທີ່​ນັ້ນ 19 ແລະ​ເຮົາ​ຈະ​ໃຫ້​ຈິດ​ໃຈ​ດຽວ​ແກ່​ເຂົາ ແລະ​ເຮົາ​ຈະ​ບັນ​ຈຸ​ຈິດ​ວິນ​ຍານ​ໃຫມ່​ໄວ້​ໃນ​ເຂົາ ເຮົາ​ຈະ​ນຳ​ໃຈ​ຫີນ​ອອກ​ໄປ​ເສັຽ​ຈາກ​ເນື້​ອາ​ຂອງ​ເຂົາ ແລະ​ໃຫ້​ໃຈ​ເນື້ອ​ແກ່​ເຂົາ 20 ເພື່ອ​ເຂົາ​ຈະ​ດຳ​ເນີນ​ຕາມ​ກົດ​ເກນ​ຂອງ​ເຮົາ ແລະ​ຮັ​ສາ​ກົດ​ຫ​ມາຍ​ຂອງ​ເຮົາ ແລະ​ກະ​ທຳ​ຕາມ ເຂົາ​ທັງ​ຫລາຍ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ 21 ແຕ່​ບຸກ​ຄົນ​ເຫລົ່າ​ນັ້ນ​ທີ່​ຈິດ​ໃຈ​ຂອງ​ເຂົາ​ດຳ​ເນີນ​ຕາມ​ສິ່ງ​ທີ່​ຫນ້າຂີ້​ດຽດ​ແລະ​ສິ່ງ​ທີ່ຫນ້າ​ກຽດ​ຫນ້າ​ຊັງຂອງ​ເຂົາ​ເຣົາ​ຈະ​ລົງ​ໂທດ​ທັນ​ໃຫ້​ສົມ​ກັບ​ການ​ປະ​ພຶດ​ຂອງ​ເຂົາ​ເຫນືອ​ຫົວ​ຂອງ​ເຂົາ​ເອງ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 22 ແລ້ວ​ເຫລົ່າ​ເຊ​ຣູ​ບິມ​ກໍ​ກາງປີກ​ອອກ​ວົງ​ລໍ້​ກໍ​ຢູ່​ຂ້າງໆ ແລະ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ​ກໍ​ຢູ່ເຫນືອ​ສິ່ງ​ເຫລົ່າ​ນັ້ນ 23 ພຣະ​ຣັ​ສ​ມີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂຶ້ນ​ໄປ​ຈາ​ກກາງ​ນະ​ຄອນ ໄປ​ສະ​ຖິດ​ຢູ່​ເທິງ​ພູຊຶ່ງ​ຢູ່​ທາງ​ດ້ານ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ນັ້ນ 24 ແລະ​ພຣະ​ວິນ​ຍາ​ນ​ໄດ້​ຍົກ​ຂ້າ​ພະ​ເຈົ້າ​ຂຶ້ນ ນຳ​ຂ້າ​ພະ​ເຈົ້າ​ມາ​ດ້ວຍ​ນິ​ມິດ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເຖິງ​ເມືອງ​ຄັນ​ເດ​ອາ ມາ​ສູ່​ພວກ​ທີ່ກວາດ​ໄປ​ເປັນ​ຊະ​ເລີຍ ແລ້ວ​ນິ​ມິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນັ້ນ​ກໍ​ຂຶ້ນ​ໄປ​ຈາກ​ຂ້າ​ພະ​ເຈົ້າ 25 ຂ້າ​ພະ​ເຈົ້າ​ຈຶ່ງບອກ​ເຖິງ​ບັນ​ດາ​ສິ່ງ​ຕ່າງໆ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສຳ​ແດງ​ແກ່​ຂ້າ​ພະ​ເຈົ້າ​ໃຫ້​ພວກ​ທີ່​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ຮູ້

ເອເຊກຽນ 12

ເອ​ເຊ​ກຽນ​ສະ​ແດງ​ພາບ​ການ​ຂົນ​ຍ້າຍ​ເຂົ້າ​ໄປ​ເປັນ​ຊະ​ເລີຍ

1 ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ອາ​ໄສ​ຢູ່​ຖ້າມ​ກາງ​ເຊື້ອ​ສາຍ​ທີ່​ມັນ​ກະ​ບົດ ຜູ້​ມີ​ຕາ​ເພື່ອ​ເບິ່ງ​ແຕ່​ເບິ່ງ​ບໍ່​ເຫັນ ຜູ້​ມີ​ຫູ​ເພື່ອ​ຟັງ ແຕ່​ຟັງບໍ່​ໄດ້​ຍິນ ເພາະ​ເຂົາ​ທັງ​ຫລາຍ​ເປັນ​ເຊື້ອ​ສາຍ​ທີ່​ມັກ​ກະ​ບົດ 3 ເຫດ​ສັນ​ນັ້ນ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ຈົ່ງ​ຈັດ​ຕຽມ​ສິ່ງ​ຂອງ​ສຳ​ລັບ​ຕົນ​ເພື່ອ​ການ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ ແລະ​ຈົ່ງ​ໄປ​ເປັນ​ຊະ​ເລີຍໃນ​ເວລາ​ກາງ​ເວັນ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ ເຈົ້າ​ຈະ​ຕ້ອງ​ໄປ​ເປັນ​ຊະ​ເລີຍ​ຈາກ​ສະ​ຖານ​ທີ່​ຂອງ​ເຈົາ​ໄປ​ຍັງ​ອີກ​ທີ່​ນຶ່ງ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ ຕາມເຂົາ​ຈະ​ເຂົ້າ​ໃຈ​ແມ້​ວ່າ​ເຂົາ​ເປັນ​ເຊື້ອ​ສາຍ​ທີ່​ມັກ​ກະ​ບົດ 4 ເຈົ້າ​ຈົ່ງ​ນຳ​ສິ່ງ​ຂອງ​ຂອງ​ເຈົ້າ​ອອກ​ມາ​ກາງ​ເວັນ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ ເຫມືອນ​ສິ່ງ​ຂອງ​ເພື່ອ​ການຖືກກວາດ​ໄປ​ເປັນ​ຊະ​ເລີຍ ໃນ​ເວ​ລາ​ຄ່ຳ​ເຈົ້າ​ຈົ່ງ​ອອກ​ໄປ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ ອອກ​ໄປ​ຢ່າງຜູ້​ຖືກກວາດ​ໄປ​ເປັນ​ຊະ​ເລີຍ 5 ຈົ່ງ​ເຈາະ​ກຳ​ແພງ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ ແລ້ວ​ອອກ​ໄປ​ຕາມ​ຮູ​ກຳ​ແພງ​ນັ້ນ 6 ຈົ່ງ​ຍົກ​ສິ່ງ​ຂອງ​ໃສ່​ບ່າ​ຂອງ​ເຈົ້າ​ຕໍ່​ຫ​ນ້າ​ຕໍ່​ຕາ​ເຂົາ ແລ້ວ​ແບກ​ອອກ​ໄປ​ໃນ​ເວ​ລາ​ມືດ ເຈົ້າ​ຈົ່ງ​ຄຸມ​ຫນ້າ​ເສັຽຢ່າ​ໃຫ້​ເຫັນ​ແຜ່ນ​ດິນ ເພາະ​ເຣົາ​ກະ​ທຳ​ໃຫ້​ເຈົ້າ​ເປັນ​ຫມາຍ​ສຳ​ຄັນ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ” 7 ຂ້າ​ພະ​ເຈົ້າ​ກໍ​ກະ​ທຳ​ຕາ​ມທີ່​ຂ້າ​ພະ​ເຈົ້າ​ຮັບ​ບັນ​ຊາ​ມາ ຂ້າ​ພະ​ເຈົ້າ​ນຳ​ສິ່ງ​ຂອງ​ອອກ​ມາ​ໃນ​ເວ​ລາ​ກາງ​ເວັນ ເຫມືອນສິ່ງ​ຂອງ​ເພື່ອ​ການກວາດ​ໄປ​ເປັນ​ຊະ​ເລີຍ ໃນ​ເວລາ​ຄ່ຳ​ຂ້າ​ພະ​ເຈົ້າ​ກໍ​ເຈາະ​ກຳ​ແພງ​ດ້ວຍ​ມື​ຂອງ​ຂ້າ​ພະ​ເຈົ້າ​ເອງ ຂ້າ​ພະ​ເຈົ້າ​ອອກ​ໄປ​ໃນ​ເວ​ລາ​ມືດ ແບກ​ສັມ​ພາ​ຣະ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ 8 ໃນ​ຕອນ​ເຊົ້າ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 9 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຊື້ອ​ສາຍ​ອິສ​ຣາ​ເອນ​ຄື​ເຊື້ອ​ສາຍ​ທີ່​ມັກ​ກະ​ບົດ​ນັ້ນ ໄດ້​ເວົ້າ​ກັບ​ເຈົ້າ​ບໍ່​ແມ່ນ​ຫລື​ວ່າ “ເຈົ້າ​ເຮັດ​ຫຍັງ” 10 ຈົ່ງ​ກ່າວ​ແກ່​ເຂົາ​ວ່າ “ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຖ້ອຍ​ຄຳ​ໂອ​ວາດ​ນີ້ກ່ຽວ​ກັບ​ເຈົ້າ​ນາຍຄົນ​ນັ້ນ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ເຊຶ້​ອ​ສາຍ​ອິສ​ຣາ​ເອນ​ທັງ​ຫມົດ​ຊຶ່ງ​ຢູ່​ໃນ​ນະ​ຄອນ​ນັ້ນ” 11 ຈົ່ງ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເປັນ​ຫມາຍ​ສຳ​ຄັນ​ສຳ​ລັບ​ທ່ານ ທີ່​ຂ້າ​ພະ​ເຈົ້າ​ໄດ້​ກະ​ທຳ​ແລ້ວ​ນີ້ ເຂົາ​ທັງ​ຫລາຍ​ຈະ​ຖືກ​ກະ​ທຳ​ຢ່າງ​ດຽວ​ກັນ ເຂົາ​ຈະ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ” 12 ແລະ​ເຈົ້າ​ນາຍ​ຄົນ​ນັ້ນ​ຜູ້​ຢູ່​ຖ້າມ​ກາງ​ເຂົາ ຈະ​ຍົກ​ສິ່ງ​ຂອງ​ຂຶ້ນ​ໃສ່​ບ່າ​ໃນ​ເວ​ລາ​ມືດ ແລະ​ອອກ​ໄປ ເຂົາ​ທັງ​ຫລາຍ​ຈະ​ຄຸມ​ຫນ້າ​ຂອງ​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ບໍ່​ແລ​ເຫັນ​ແຜ່ນ​ດິນ​ດ້ວຍ​ຕາ​ຂອງ​ທ່ານ​ເອງ 13 ແລະ​ເຮົາ​ຈະ​ກາງ​ຂ່າຍ​ຂອງ​ເຮົາ​ຄຸມ​ທ່ານ​ແລະ​ທ່ານ​ຈະ​ຕິດ​ກັບ​ຂອງ​ເຮົາ ແລະ​ເຣົາ​ຈະ​ນຳ​ທ່ານ​ເຂົ້າ​ໄປ​ໃນ​ບາ​ບິ​ໂລນ​ແຜ່ນ​ດິນ​ຂອງ​ຄົນ​ຄັນ​ເດ​ອານ ເຖິງ​ປານ​ນັ້ນ​ທ່ານ​ກໍ​ຍັງ​ເບິ່ງ​ບໍ່​ເຫັນ​ແຜ່ນ​ດິນ​ນັ້ນ ແລະ​ທ່ານ​ຈະ​ຕ້ອງ​ຕາຍ​ທີ່​ນັ້ນ 14 ບັນ​ດາ​ຜູ້​ທີ່​ຢູ່​ຮອບ​ທ່ານ​ນັ້ນ ເຮົາ​ຈະ​ກະ​ຈາຍ​ເຂົາ​ໄປ​ຕາມ​ລົມ​ທຸກ​ທິດທຸກ​ທາງ ຮວມ​ທັງ​ຜູ້​ຊ່ອຍ​ແລະ​ກອງ​ທັບ​ຂອງ​ທ່ານ​ດ້ວຍ ແລະ​ເຮົາ​ຈະ​ຊັກ​ດາບ​ອອກ​ໄລ່​ຕາມ​ເຂົາ​ໄປ 15 ແລະ​ເມື່ອ​ເຣົາ​ໃຫ້​ເຂົາ​ກະ​ຈັດ​ພັດ​ພາກ​ໄປ​ຢູ່​ຖ້າມ​ກາງ​ປະ​ຊາ​ຊາດ ແລະ​ກະ​ຈາ​ຍາ​ເຂົາ​ໄປ​ຕາມ​ປະ​ເທດ​ຕ່າງໆ​ເຂົາ​ຈຶ່ງ​ຈະ​ຊາບ​ວ່າ​ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 16 ແຕ່​ເຣົາ​ຈະ​ໃຫ້​ເຂົາ​ບາງ​ຄົນ​ພົ້ນ​ຈາກ​ດາບ ຈາກ​ການ​ອຶດ​ຢາກ ແລະ​ຈາກ​ໂຣກ​ລະ​ບາດ ເພື່ອ​ເຂົາ​ຈະ​ໄດ້​ເລົ່າ​ການ​ຫນ້າ​ກຽດ​ຫນ້າຊັງ​ທັງ​ສິ້​ນ​ຂອງ​ເຂົາ ຖ້າມ​ກາງ​ປະ​ຊາ​ຊາດ​ຊຶ່ງ​ເຂົາ​ຢູ່​ນັ້ນ ແລະ​ເຂົາ​ຈະ​ຮູ້​ວ່າ ເຮົາ ຄື​ພຣະ​ຜູ້​ເປັນ​ເຈົ້າ” 17 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ອີກວ່າ, ​ 18 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຮັບ​ປະ​ທານ​ອາ​ຫານ​ຂອງ​ເຈົ້າ​ດ້ວຍ​ຕົວ​ສັ່ນ ແລະ​ດື່ມ​ນ້ຳ​ດ້ວຍ​ຄວາມ​ສະ​ທົກ​ສະ​ທ້ານ​ແລະ​ດ້ວຍ​ຄວາມ​ຢ້ານ​ກົວ 19 ແລະ​ກ່າວ​ແກ່​ປະ​ຊາ​ຊົນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ຊາວ​ເຢ​ຣູ​ຊາ​ເລັມ​ໃນ​ແຜ່ນ​ດິນ​ອິສ​ຣາ​ເອນ​ວ່າ ເຂົາ​ຈະ​ຮັບ​ປະ​ທານອາ​ຫານ​ຂອງ​ເຂົາ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ​ດື່ມ​ນ້ຳ​ດ້ວຍ​ອົກ​ສັ່ນ​ຂວັນ​ຫາຍ ເພາະ​ວ່າ​ສາ​ຣະ​ພັດ​ທີ່​ມີ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຂົາ​ຈະ​ຕ້ອງ​ຖືກ​ຍຶດ​ໄປ ເນື່ອງ​ດ້ວຍ​ຄວາມ​ທາ​ຣຸນ​ຂອງ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ແຜ່ນ​ດິນ​ນັ້ນ 20 ແລະ​ເມືອງ​ທີ່​ມີ​ຄົນ​ອາ​ໄສ​ຢູ່​ຈະ​ຮົກ​ຮ້າງ ແລະ​ແຜ່ນ​ດິນ​ນັ້ນ​ກໍ​ຈະ​ຮ້າງ​ເປົ່າ ແລະ​ເຈົ້າ​ຈະ​ຮູ້​ວ່າ​ ເຮົາ ຄື​ພຣະ​ຜູ້​ເປັນ​ເຈົ້າ” 21 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 22 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ສຸ​ພາ​ສິດ​ຊຶ່ງ​ເຈົ້າ​ທັງ​ຫລາຍມີ​ທີ່​ກ່າວ​ເຖິງ​ແຜ່ນ​ດິນ​ອິສ​ຣາ​ເອນ​ວ່າ “ວັນ​ນັ້ນ​ກໍ​ໄກ​ອອກ​ໄປ ແລະ​ນິ​ມິດ​ທຸກ​ເຣື່ອງ​ບໍ່​ກາຍ​ເປັນ​ຈິງ​ຈັກ​ເທື່ອ” ນັ້ນ ເຈົ້າ​ຫມາຍ​ວ່າ​ຫຍັງ 23 ເຫດ​ສັນ​ນັ້ນ​ຈົ່ງ​ບອກ​ເຂົາ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ໃຫ້​ສຸພາ​ສິດ​ບົດ​ນີ້​ສິ້ນ​ສຸດ​ເສັຽ​ທີ່ ເຂົາ​ຈະ​ບໍ່​ໃຊ້​ເປັນ​ສຸພາ​ສິດ​ອີກ​ໃນ​ອິສ​ຣາ​ເອນ ແຕ່​ຈົ່ງ​ກ່າວ​ແກ່​ເຂົາ​ວ່າ ວັນ​ນັ້ນ​ກໍ​ໃກ້​ແຄ່​ຄືບ ແລະ​ນິມິດ​ທຸກ​ເຣື່ອງ​ກໍ​ຈະ​ສຳ​ເຣັດ 24 ເພາະ​ຈະ​ບໍ່​ມີ​ນິ​ມິດ​ປອມ​ຫລື​ຄຳ​ທຳ​ນ​ວາຍ​ປະ​ຈົບ​ປະ​ແຈງ​ໃນ​ເຊື້ອ​ສາຍ​ອິສ​ຣາ​ເອນ​ອີກ​ເລີຍ 25 ແຕ່​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເວົ້າ​ຄຳ​ທີ່​ເຮົາ​ຈະ​ເວົ້າ ແລະ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ຄຳ​ນັ້ນ​ຈະ​ບໍ່​ລ້າ​ຊ້າ​ຕໍ່​ໄປ​ອີກ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ​ເຊື້ອ​ສາຍ​ທີ່ມັກ​ກະ​ບົດ​ເອີຍ ໃນ​ສະ​ໄຫມ​ຂອງ​ເຈົ້າ​ນີ້​ແຫລະ ເຣົາ​ຈະ​ລັ່ນ​ວາ​ຈາແລະ​ກະ​ທຳ​ຕາມ​ນັ້ນ” 26 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 27 “ເບິ່ງ​ແມ໋, ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນກ່າວ​ວ່າ “ນິ​ມິດ​ທີ່​ເຂົາ​ເຫັນ​ເປັນ​ເຣື່ອງ​ຂອງ​ອີກ​ຫລາຍ​ວັນ​ຂ້າງ​ຫນ້າ ແລະ​ເຂົາ​ປະ​ກາດ​ພຣະ​ທັມ​ເຖິງ​ເວ​ລາ​ທີ່​ຫ່າງ​ໄກ​ພຸ້ນ” 28 ເຫດ​ສັນ​ນັ້ນ​ຈົ່ງ​ກ່າວ​ແກ່​ເຂົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ບັນ​ດາ​ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ບໍ່​ລໍ​ຊ້າ​ອີກ​ຕໍ່​ໄປ​ເລີຍ ແຕ່​ວາ​ຈາ​ທີ່​ເຮົາ​ລັ່ນ​ອອກ​ມາ​ນັ້ນ​ຈະ​ຕ້ອງ​ເປັນ​ໄປ​ຈິງ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ເອເຊກຽນ 13

ກ່າວ​ໂທດ​ຜູ້​ປະ​ກາດ​ພຣະ​ທັມ​ເທັດ

1 ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ຈົ່ງ​ປະ​ກາດ​ພຣະ​ທັມກ່າວ​ໂທດ​ຜູ້​ປະ​ກາດ​ພຣະ​ທັມ​ຂອງອິສ​ຣາ​ເອນ ຈົ່ງ​ເຜີຍ​ແລະ​ກ່າວ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ປະ​ກາດ​ພຣະ​ທັມ​ຕາມ​ອຳ​ເພີ​ໃຈ​ຂອງ​ຕົນ​ວ່າ, “ຈົ່ງ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ເຈົ້າ” 3 ພຣະ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ, “ວິບັດ​ແກ່​ຜູ້​ປະ​ກາດ​ພຣະ​ທັມໂງ່ ຜູ້​ຕິດ​ຕາມ​ວິນ​ຍານ​ຂອງ​ຕົນ​ເອງ​ແລະ​ບໍ່​ເຄີຍ​ໄດ້​ເຫັນ​ສິ່ງ​ໃດ​ເລີຍ 4 ອິສ​ຣາ​ເອນ​ເອີຍ ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຈົ້າ​ເຫມືອນ​ຫມາ​ໄນ​ຖ້າມ​ກາງສິ່ງ​ສ​ລັກ​ຫັກ​ພັງ 5 ເຈົ້າ​ບໍ່​ໄດ້​ຂຶ້ນ​ໄປ​ເຖິງ​ກຳ​ແພງ​ຫລຸ ແລະ​ບໍ່​ໄດ້​ສ້າງ​ກຳ​ແພງ​ເພື່ອ​ເຊື້ອ​ສາຍ​ອິສ​ຣາ​ເອນ ເພື່ອ​ໃຫ້​ຕັ້ງ​ຢູ່​ໄດ້​ໃນ​ສົງ​ຄາມ​ໃນ​ວັນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ 6 ເຂົາ​ທັງ​ຫລາຍ​ເຫັນ​ນິ​ມິດ​ບໍ່​ຈິງ ​ແລະ​ທຳ​ນວາຍ​ຕົວະ ເຂົາ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ໃນ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ໃຊ້​ເຂົາ​ໄປ ເຖິງ​ປານ​ນັ້ນ​ເຂົາ​ກໍ​ຍັງ​ຫວັງ​ທີ່​ຈະ​ໃຫ້​ສຳ​ເຣັດ​ຕາມ​ຖ້ອຍ​ຄຳ​ຂອງ​ເຂົາ 7 ເຈົ້າ​ໄດ້​ເຄີຍ​ເຫັນ​ນິ​ມິດ​ບໍ່​ຈິງ ແລະ​ເຄີຍ​ທຳ​ນ​ວາຍ​ຕົວະ​ບໍ່​ແມ່ນ​ຫລື ໃນ​ເມື່ອ​ເຈົ້າ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ທັງ​ທີ່​ເຮົາ​ບໍ່​ໄດ້​ເວົ້າ​ເລີຍ” 8 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັ​ນເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເພາະ​ເຈົ້າ​ກ່າວ​ບໍ່​ຈິງ​ແລະ​ໄດ້​ເຫັນ​ນິ​ມິດ​ມຸ​ສາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຫດ​ສັນ​ນັ້ນ ເຮົາ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ 9 ມື​ຂອງ​ເຮົາ​ຈະ​ຕໍ່​ສູ້​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ເຫັນ​ນິ​ມິດ​ບໍ່​ຈິງ​ແລະ​ຜູ້​ໃຫ້​ຄຳ​ທຳ​ນ​ວາຍ​ຕົວະ ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ສະ​ພາ​ແຫ່ງ​ປະ​ຊາ​ຊົນ​ຂອງ​ເຮົາ ຫລື​ຂຶ້ນ​ທະ​ບ​ຽນ​ຢູ່​ໃນ​ທະ​ບຽນ​ຂອງ​ເຊື້ອ​ສາ​ຍອິສ​ຣາເອນ ແລະ​ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ໃນ​ແຜ່ນ​ດິນ​ອິສ​ຣາ​ເອນ ແລະ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 10 ເພາະ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ນຳ​ປະ​ຊາ​ຊົນ​ຂອງ​ເຮົາ​ໃຫ້​ຫລົງ ໂດຍ​ກ່າວ​ວ່າ “ສັນ​ຕິ​ພາບ” ເມື່ອບໍ່​ມີ​ສັນ​ຕິ​ພາບ​ເລີຍ ແລະ​ເພາະ​ວ່າ​ເມື່ອ​ມີ​ຄົນ​ສ້າງ​ກຳ​ແພງ ຜູ້​ປະ​ກາດ​ພຣະ​ທັມ​ນັ້​ນ​ກໍ​ເອົາ​ປູນ​ຂາວທາ​ໂອບ 11 ຈົ່ງ​ກ່າວ​ແກ່​ຜູ້​ທີ່​ເອົາ​ປູນ​ຂາວ​ທາ​ນັ້ນ​ວ່າ ກຳ​ແພງ​ນັ້ນ​ຈະ​ພັງ ຈະ​ມີ​ຝົນ​ຕົກ​ຖ້ວມ ຫມາກ​ເຫັບ​ໃຫຍ່​ຈະ​ຕົກ​ລົງ​ມາ ແລະ​ລົມ​ພະ​ຍຸຈະ​ເກີດ​ຂຶ້ນ 12 ເມື່ອ​ກຳ​ແພງ​ພັງ​ລົງ ເຂົາ​ຈະ​ບໍ່​ເວົ້າ​ກັບ​ທ່ານ​ຫລື​ວ່າ ປູນ​ຂາວ​ທີ່​ເຈົ້າ​ໄດ້​ທາ​ນັ້ນ​ຢູ່​ໃສ 13 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ກະ​ທຳ​ໃຫ້​ລົມ​ພະ​ຍຸ​ເກີດ​ຂຶ້ນ​ດ້ວຍ​ຄວາມ​ກິ້ວ​ຂອງ​ເຮົາ ແລະ​ດ້ວຍ​ຄວາມ​ໂກດ​ຂອງ​ເຮົາ​ຈະ​ມີ​ຝົນ​ຖ້ວມ ດ້ວຍ​ຄວາມ​ກິ້ວ​ຂອງ​ເຮົາ ຈະ​ມີ​ຫມາກ​ເຫັບ​ໃຫຍ່​ທຳ​ລາຍ​ເສັຽ 14 ແລະ​ເຮົາ​ຈະ​ພັງ​ກຳ​ແພງ​ຊຶ່ງ​ເຈົ້າ​ທາ​ດ້ວຍ​ປູນຂາວ​ນັ້ນ ແລະ​ໃຫ້​ພັງ​ລົງ​ເຖິງ​ດິນ ຮາກ​ກຳ​ແພງ​ນັ້ນ​ຈຶ່ງ​ຈະ​ປາ​ກົດ ເມື່ອ​ກຳ​ແພງ​ພັງ ເຈົ້າ​ທັງ​ຫລາຍ​ຈະ​ພິ​ນາດ​ຢູ່​ທີ່​ກາງ​ກຳ​ແພງ ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 15 ເຮົາ​ຈະ​ໃຫ້​ຄວາມ​ພິ​ໂຣດ​ຂອງ​ເຮົາ​ສຳ​ເຣັດ​ເທິງ​ກຳ​ແພງ​ແລະ​ເທິງ​ຄົນ​ເຫລົ່າ​ນັ້ນ​ທີ່​ທາ​ກຳ​ແພງດ້ວຍ​ປູນ​ຂາວ ແລະ​ເຮົາ​ຈະ​ເວົ້າ​ກັບ​ເຈົ້າ​ວ່າ ກຳ​ແພງ​ບໍ່​ມີ​ອີກ​ແລ້ວ ຜູ້​ທີ່​ທາ​ປູນ​ຂາວ​ກໍ​ບໍ່​ມີ​ດ້ວຍ 16 ຄື​ຜູ້​ປະ​ກາດ​ພຣະ​ທັມ ອິສ​ຣາ​ເອນ​ຜູ້​ປະ​ກາດ​ພຣະ​ທັມ​ກ່ຽວ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ເຫັນ​ນິ​ມິດ​ແຫ່ງ​ສັນ​ຕິ​ພາບ​ຂອງ​ເມືອງ​ນັ້ນ ໃນ​ເມື່ອ​ບໍ່​ມີ​ສັນ​ຕິ​ພາບ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 17 “ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ຈົ່ງ​ມຸ່ງ​ຫນ້າ​ຕໍ່​ສູ້​ບັນ​ດາ​ບຸດ​ສາວ​ແຫ່ງ​ຊົນ​ຊາດ​ຂອງ​ເຈົ້າ ຜູ້​ປະ​ກາດ​ພຣະ​ທັມ​ຕາມ​ຄວາມຄິດ​ຂອງ​ຕົ​ນ​ເອງ ຈົ່ງ​ປະ​ກາດ​ພຣະ​ທັມ​ກ່າວ​ໂທ​ດເຂົາ 18 ແລະ​ກ່າວ​ວ່າ ພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ວິ​ບັດ​ແຫ່ງ​ຍິງ​ທີ່​ຫ​ຍິບ​ຜ້າ​ຍັນ​ສຳ​ລັບ​ຂໍ້​ມື ແລະ​ເຮັດ​ຜ້າ​ຄຸມ​ຫົວ​ໃຫ້​ຄົນ​ທຸກ​ຂະ​ຫນາດ​ ເພື່ອ​ລ່າ​ວິນ​ຍານ​ອື່ນໆ​ໃຫ້​ຄົງ​ຊີ​ວິດ​ຢູ່​ເພື່ອ​ຜົນ​ກຳ​ໄຣ​ຂອງ​ເຈົ້າ​ຫລື 19 ເຈົ້າ​ໄດ້​ລຶບ​ກຽດ​ຂອງ​ເຮົາ​ຖ້າມ​ກາງ​ໄພ່​ພົນ​ຂອງ​ເຮົາ ດ້ວຍ​ເຫັນ​ແກ່​ເຂົ້າ​ບ​ເລ​ເປັນ​ກຳໆ ແລະ​ປ່ຽງ ເຂົ້າ​ຈີ່​ເທົ່າ​ນັ້ນ ຄົນ​ທີ່​ບໍ່​ຄວນ​ຈະ​ຕາຍ ເຈົ້າ​ກໍ​ກະ​ທຳ​ໃຫ້​ຕາຍ​ເສັຽ ຄົນ​ທີ່​ບໍ່​ຄວນ​ໄວ້​ຊີ​ວິດ ເຈົ້າ​ກໍ​ໄວ້​ຊີ​ວິດ ໂດຍ​ເຈົ້າ​ເວົ້າ​ຕົວະຕໍ່​ໄພ່​ພົນ​ທີ່​ຟັງ​ຄຳ​ຕົວະ 20 “ດ້ວຍ​ເຫດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຕໍ່​ສູ້​ຜ້າ​ຍັນ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໃຊ້​ລ່າ​ວິນ​ຍານ​ເຫມືອນ​ດັ່ງ​ລ່າ​ນົກ ແລະ​ເຮົາ​ຈະ​ຈີກ​ຜ້າ​ຍັນ​ນັ້ນ​ເສັຽ​ຈາກ​ແຂນ​ຂອງ​ເຈົ້າ​ທັງ​ຫລາຍ ແລະ​ເຮົາ​ຈະ​ປ່ອຍ​ວິນ​ຍານ​ເຫລົ່າ​ນັ້ນ​ໄປ ຄື​ວິນ​ຍານ​ທີ່​ເຈົ້າ​ລ່າ​ເຫມືອນ​ດັ່ງ​ລ່າ​ນົກ 21 ຜ້າຄຸມ​ຂອງ​ເຈົ້າ ເຮົາ​ກໍ​ຈະ​ຈີກ​ເສັຽດ້ວຍ ແລະ​ຊ່ອຍ​ກູ້ໄພ່​ພົນ​ຂອງ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຈົ້າ ແລະ​ເຂົາ​ຈະ​ບໍ່​ເປັນ​ເຫຍື່ອ​ໃນ​ມື​ຂອງ​ເຈົ້າ​ຕໍ່​ໄປ ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 22 ເພາະ​ເຈົ້າ​ໄດ້​ກະ​ທຳ​ໃຫ້​ຄົນ​ຊອບ​ທັມ​ທໍ້​ຖອຍ​ໃຈ​ດ້ວຍ​ການ​ຕົວະ ທັງ​ທີ່​ເຮົາ​ບໍ່​ໄດ້​ກະ​ທຳ​ໃຫ້​ເຂົາ​ເສົ້າ​ໃຈ​ເລີຍ ແລະ​ເຈົ້າ​ໄດ້​ຫນຸນ​ໃຈ​ຄົນ​ອະ​ທັມ ເພື່ອ​ບໍ່​ໃຫ້​ເຂົາ​ຫັນ​ກັບ​ຈາກ​ທາງ​ອະ​ທັມ​ຂອງ​ເຂົາ​ຈະ​ໄດ້​ຮັກ​ສາ​ຊີ​ວິດ​ຂອງ​ເຂົາ​ໄວ້ 23 ເຫດ​ສັນ​ນັ້ນ​ເຈົ້າ​ຈະ​ໄດ້​ເຫັນ​ນິ​ມິດ​ທີ່​ຫລອກ​ລວງ ຫລື​ກະ​ທຳ​ການ​ທຳ​ນ​ວາຍ​ອີກ ເຮົາ​ຈະ​ຊ່ອຍ​ກູ້​ໄພ່​ພົນ​ຂອງ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຈົ້າ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເອເຊກຽນ 14

ການ​ພິ​ພາກ​ສາ​ຄົນ​ໄຫວ້​ຮູບ​ເຄົາ​ຣົບ ຜູ້​ປຶກ​ສາ​ຜູ້​ປະ​ກາດ​ພຣະ​ທັມ​ເທັດ

1 ພວກ​ຜູ້​ໃຫຍ່​ຂອງ​ອິສ​ຣາ​ເອນ​ບາງ​ຄົນ​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ​ມາ​ນັ່ງ​ຢູ່​ຫນ້າ​ຂ້າ​ພະ​ເຈົ້າ 2 ແລະ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 3 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຄົນ​ເຫລົ່າ​ນີ້​ໄດ້​ຍຶດ​ເອົາ​ຮູບ​ເຄົາ​ຣົບ​ຂອງ​ເຂົາ​ໄວ້​ໃນ​ໃຈ ແລະ​ວາງ​ສິ່ງ​ທີ່​ສະ​ດຸດໃຫ້​ທຳ​ບາບ​ຜິດ​ໄວ້​ຂ້າງ​ຫນ້າ​ເຂົາ ຄວນ​ທີ່​ເຮົາ​ຈະ​ຍອມ​ຕົວ​ໃຫ້​ເຂົາ​ຖາມ​ເຮົາ​ຫລື 4 ເຫດ​ສັນ​ນັ້ນ​ຈົ່ງ​ເວົ້າ​ກັບ​ເຂົາ ແລະ​ກ່າວ​ແກ່​ເຂົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ ຄົນ​ໃດ​ໃນ​ເຊື້ອ​ສາຍ​ອິສ​ຣາ​ເອນ​ເອົາ​ຮູບ​ເຄົາ​ຣົບ​ຂອງ​ເຂົາ​ໄວ້​ໃນ​ໃຈ ແລະ​ວາງ​ສິ່ງ​ທີ່​ສະ​ດຸດ​ໃຫ້​ທຳ​ບາບ​ຜິດ​ໄວ້​ຂ້າງ​ຫນ້າ​ເຂົາ ແລະ​ຍັງ​ມາ​ຫາ​ຜູ້​ປະ​ກາດ​ພຣະ​ທັມ ເຣົາ​ຄືພຣະ​ຜູ້​ເປັນ​ເຈົ້າຈະ​ຕອບ​ເຂົາ​ເອງ​ໃນ​ເຣື່ອງ​ຮູບ​ເຄົາ​ຣົບ​ຫລວງ​ຫລາຍ​ຂອງ​ເຂົາ​ນັ້ນ 5 ເພື່ອ​ເຮົາ​ຈະ​ໄດ້​ຍຶດ​ຈິດ​ໃຈ​ຂອງ​ເຊື້ອ​ສາຍ​ອິສ​ຣາ​ເອນ ຜູ້​ເຫີນ​ຫ່າງ​ໄປ​ຈາກ​ເຮົາ​ທຸກ​ຄົນ​ດ້ວຍ​ເຣື່ອງ​ຮູບ​ເຄົາ​ຣົບ​ຂອງ​ເຂົາ 6 “ເຫດ​ສັນ​ນັ້ນ​ຈົ່ງ​ກ່າ​ວ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ກັບ​ໃຈ ແລະ​ຫັນ​ກັບ​ຈາກ​ຮູບ​ເຄົາ​ຣົບ​ຂອງ​ເຈົ້າ​ເສັຽ ແລະ​ຈົ່ງ​ຫັນຫນ້າ​ຂອງ​ເຈົ້າ​ເສັຽ​ຈາກ​ສິ່ງ​ຫນ້າ​ກຽດຫນ້າ​ຊັງຂອງເຈົ້າ 7 ເພາະ​ວ່າ​ຄົນ​ໃດ​ໃນ​ເຊື້ອ​ສາຍ​ອິສ​ຣ​ເອນ ຫລືຄົນ​ຕ່າງ​ດ້າວ​ຄົນ​ໃດ​ທີ່​ອາ​ໄສ​ຢູ່​ໃນ​ອິສ​ຣາ​ເອນ ຜູ້​ຊຶ່ງ​ແຍກ​ຕົວ​ເຂົາຈາກ​ເຮົາ ຍຶດ​ເອົາ​ຮູບ​ເຄົາ​ຣົບ​ຂອງ​ເຂົາ​ໄວ້​ໃນ​ໃຈ​ຂອງ​ເຂົາ ແລະ​ວາງ​ສິ່ງ​ທີ່​ສະ​ດຸດ​ໃຫ້​ທຳ​ບາບ​ຜິດ​ໄວ້ຊື່​ຫນ້າ​ຂອງ​ເຂົາ ແລ້ວ​ຍັງ​ຈະ​ມາ​ຫາ​ຜູ້​ປະ​ກາດ​ພຣະ​ທັມ​ເພື່ອ​ຂໍ​ຖາມ​ຈາກ​ເຮົາ​ເພື່ອ​ປ​ໂຍດ​ຂອງ​ເຂົາ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕອບ​ເຂົາ​ເອງ 8 ແລະ​ເຮົາ​ຈະ​ມຸ່ງ​ຫນ້າ​ຂອງ​ເຮົາ​ຕໍ່​ສູ້​ຄົນ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ເຂົາ​ເປັນ​ຫມາຍ​ສຳ​ຄັນ​ແລະ​ເປັນ​ຂີ້​ປາກ ແລະ​ກຳ​ຈັດ​ເຂົາ​ເສັຽ​ຈາກ​ຖ້າມ​ກາງ​ໄພ່​ພົນ​ຂອງ​ເຮົາ ແລະ​ເຈົ້າ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 9 ຖ້າ​ຜູ້​ປະ​ກາດ​ພຣະ​ທັມ​ຖືກ​ຫລອກ​ລວງ​ກ່າວ​ຄຳ​ນຶ່ງ​ຄຳ​ໃດ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລວງ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ນັ້ນ ແລະ​ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່​ສູ້​ເຂົາ ແລະ​ຈະ​ທຳ​ລາຍ​ເຂົາ​ເສັຽ​ຈາກ​ຖ້າມ​ກາງ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ 10 ເຂົາ​ທັງ​ຫລາຍ​ຈະ​ຕ້ອງ​ທົນ​ຮັບ​ໂທດ​ຂອງ​ເຂົາ (ໂທດ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໂທດ​ຂອງ​ຜູ້​ຂໍ​ຖາມ​ຈະ​ເຫມືອນ​ກັນ) 11 ເພື່ອ​ວ່າ​ເຊື້ອ​ສາຍ​ອິສ​ຣາ​ເອນ​ຈະ​ບໍ່​ຫລົງ​ຫນີ​ໄປ​ຈາກ​ເຮົາ​ອີກ ຫລື​ບໍ່​ກະ​ທຳ​ຕົວ​ໃຫ້​ມົນ​ທິນ​ດ້ວຍ​ການ​ທໍ​ຣະ​ຍົດ​ຂອງ​ຕົນ​ອີກ ແຕ່​ເຂົາ​ທັງ​ຫລາຍ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ຄວາມ​ຍຸດ​ຕິ​ທັມ​ຂອງ​ການ​ທີ່​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ເຢ​ຣູ​ຊາ​ເລັມ

12 ແລະ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 13 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເມື່ອ​ແຜ່ນ​ດິນ​ກະ​ທຳ​ບາບ​ຕໍ່​ເຮົາ​ໂດຍ​ປະ​ພືດ​ທໍ​ຣະ​ຍົດ ແລະ​ເຮົາ​ຢຽດ​ມື​ຂອ​ງ​ເຮົາ​ອອກ​ຕໍ່​ສູ້​ແຜ່​ນ​ດິນ​ນັ້ນ ແລະ​ທຳ​ລາຍ​ມະ​ນຸ​ດ​ແລະ​ສັດ​ເສັຽ​ຈາກ​ແຜ່ນ​ດິນ​ນັ້ນ 14 ເຖິງ​ແມ່ນ​ວ່າ​ມະ​ນຸດ​ທັງ​ສາມ​ນີ້ ຄື ໂນ​ອາ ດາ​ນີ​ເອນ ແລະ​ໂຢບ ຢູ່​ໃນ​ແຜ່ນ​ດິນ​ນັ້ນ ເຂົາ​ກໍ​ຈະ​ກູ້​ເອົາແຕ່​ຊີ​ວິດ​ຂອງ​ຕົນ​ເທົ່າ​ນັ້ນ ອອກ​ມາ​ດ້ວຍ​ຄວາມ​ຊອບ​ທັມ​ຂອງ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ 15 ຖ້າ​ເຮົາກະ​ທຳ​ໃຫ້​ສັດ​ຮ້າຍ​ຜ່ານ​ເຂົ້າ​ແຜ່ນ​ດິນ​ນັ້ນ ແລະ​ສັດ​ເຫລົ່າ​ນັ້ນ​ທຳ​ໃຫ້​ຄົນ​ຫ​ມົດ​ໄປ ໃຫ້​ເປັນ​ທີ່​ຮ້າງ​ເປົ່າ ຈົນ​ມະ​ນຸດ​ຜ່ານ​ເຂົ້າ​ໄປ​ບໍ່​ໄດ້​ເພາະ​ສັດ​ປ່າ​ນັ້ນ 16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຖິງວ່າ​ບຸ​ຣຸດ​ທັງ​ສາມ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ ເຂົາ​ທັງ​ຫລາຍ​ຈະ​ຊ່ອຍ​ບຸດ​ທັງ​ຊາຍ​ຍິງ​ໃຫ້​ລອດ​ບໍ່​ໄດ້ ສະ​ເພາະ​ຕົວ​ເຂົາ​ເອງ​ຈະ​ລອດ​ໄປ​ໄດ້ ແຕ່​ແຜ່ນ​ດິນ​ນັ້ນ​ຈະ​ຮ້າງ​ເປົ່າ 17 ຫລື​ຖ້າ​ເຮົາ​ນໍາ​ດາບ​ມາ​ຍັງ​ແຜ່ນ​ດິນ​ນັ້ນ ແລະ​ກ່າວ​ວ່າ ໃຫ້​ດາບ​ຜ່ານ​ຂ້າມ​ແຜ່ນ​ດິນ​ນັ້ນ ເຮົາ​ຈະ​ທຳ​ລາຍ​ມະ​ນຸດ​ແລະ​ສັດ​ເສັຽ​ຈາກ​ແຜ່ນ​ດິນ​ນັ້ນ 18 ພຣະ​ຜູ້​ເປັນ​ເຈົ້າ​​ກ່າວ​ວ່າ ແມ້​ບຸ​ຣຸດ​ທັງ​ສາມ​ຈະ​ຢູ່​ໃນ​ນັ້ນ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຂົາ​ທັງ​ຫລາຍ​ຈະ​ຊ່ອຍ​ບຸດ​ທັງ​ຊາຍ​ຍິງ​ໃຫ້​ລອດບໍ່​ໄດ້ ສະ​ເພາະ​ຕົວ​ເຂົາ​ເອງ​ຈະ​ລອດ​ໄປ​ໄດ້ 19 ຫລື​ຖ້າ​ເຣົາ​ສົ່ງໂຣກ​ລະ​ບາດ​ເຂົ້າ​ມາໃນ​ແຜ່ນ​ດິນ​ນັ້ນ ແລະ​ລະ​ບາຍ​ຄວາມ​ກິ້ວ​ຂອງ​ເຮົາ​ອອກ​ເຫນືອ​ເມືອງ​ນັ້ນ​ດ້ວຍ​ໂລຫິດ ເພື່ອ​ກຳ​ຈັດ​ມະ​ນຸດ​ແລະ​ສັດ​ຈາກ​ແຜ່ນ​ດິນ​ນັ້ນ​ເສັຽ 20 ເຖິງ​ແມ່ນ​ວ່າ ໂນ​ອາ ດາ​ນີ​ເອນ ແລະ​ໂຢບ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຂົາ​ທັງ​ຫລາຍ​ຈະ​ຊ່ອຍບຸດ​ທັງ​ຊາຍ​ຍິງ​ໃຫ້​ລອດ​ບໍ່​ໄດ້ ເຂົາ​ຈະ​ຊ່ອຍ​ສະ​ເພາະ​ຊີ​ວິດ​ຂອງ​ເຂົາ​ໄວ້​ໄດ້​ດ້ວຍ​ຄວາມ​ຊອບ​ທັມ​ຂອງ​ເຂົາ 21 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈະ​ຮ້າຍ​ແຮງ​ຍິ່ງກວ່າ​ນັ້ນສັກ​ເທົ່າໃດ​ ເມື່ອ​ເຮົາ​ສົ່ງ​ໄພ​ແຫ່ງ​ການ​ພິ​ພາກ​ສາ​ທັງ​ສີ່​ປະ​ການ​ຂອງ​ເຮົາ​ມາ​ຫນືອ​ເຢ​ຣູ​ຊາ​ເລັມ ຄື​ດາບ ການ​ອຶດ​ຢາກ​ ສັດ​ຮ້າຍ​ແລະ​ໂຣກ​ລະ​ບາດ ເພື່ອ​ກຳ​ຈັດ​ມະ​ນຸດ​ແລະ​ສັດ​ເສັຽ​ຈາກ​ເມືອງ​ນັ້ນ 22 ເບິ່ງ​ແມ໋, ເຖິງ​ຈະ​ມີ​ຄົນ​ລອດ​ຕາຍ​ເຫລືອ​ຢູ່​ໃນ​ນະ​ຄອນ​ນັ້ນ ນຳ​ເອົາ​ບຸດ​ຊາຍ​ແລະ​ບຸດ​ຍິງ​ທັງ​ຫລາຍ​ຂອງ​ເຂົາ​ອອກ​ມາ ເມື່ອ​ເຂົາ​ທັງ​ຫລາຍ​ອອກ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ໄດ້​ເຫັນ​ທາງ​ແລະ​ການ​ກະ​ທຳ​ຂອງ​ເຂົາ ເຈົ້າ​ຈະ​ເບົາ​ໃຈ​ໃນ​ເຣື່ອງ​ການ​ຮ້າຍ ຊຶ່ງ​ເຮົາ​ໄດ້​ນຳ​ມາ​ເຫນືອ​ເຢ​ຣູ​ຊາ​ເລັມ ອັນ​ໄດ້​ນຳ​ມາ​ເຫນືອ​ນະ​ຄອນ​ນັ້ນ 23 ຄົນ​ເຫລົ່າ​ນັ້ນ​ຈະ​ທຳ​ໃຫ້​ເຈົ້າ​ເບົາ​ໃຈ ເມື່ອ​ເຈົ້າ​ໄດ້​ເຫັນ​ທາງ​ແລະ​ການ​ກະ​ທຳ​ທັງ​ຫລາຍ​ຂອງ​ເຂົາ​ແລ້ວ ແລະ​ເຈົ້າ​ຈະ​ຊາບ​ວ່າ ເຮົາ​ບໍ່​ໄດ້​ກະ​ທຳ​ບັນ​ດາ​ສິ່ງທີ່​ເຮົາ​ໄດ້​ກະ​ທຳ​ໄວ້​ແລ້ວ​ໃນ​ນະ​ຄອນ​ນັ້ນ​ດ້ວຍ​ປາ​ສ​ຈາກ​ເຫດ​ຜົນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ເອເຊກຽນ 15

ເຢ​ຣູ​ຊາ​ເລັມ​ເຫມືອນ​ເຄືອ​ອະ​ງຸ່ນ​ທີ່​ໃຊ້​ບໍ່​ໄດ້

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ໄມ້​ຕົ້ນ​ເຄືອ​ອະ​ງຸ່ນ ຄື​ໄມ້​ກິ່ງ​ອະ​ງຸ່ນ​ຊຶ່ງ​ຢູ່​ໃນ​ຫມູ່​ພວກ​ໄມ້​ປ່າ ວິ​ເສດກວ່າ​ໄມ້​ຢ່າງ​ອື່ນ​ຫລື 3 ເຂົາ​ເອົາ​ໄມ້​ຕົ້​ນ​ອະ​ງຸ່ນ​ເຣັດ​ສິ່ງ​ນຶ່ງ​ສິ່ງ​ໃດ​ໄດ້​ຫລື ຄົນ​ເອົາ​ໄປ​ເຮັດ​ຂໍ​ສຳ​ລັບ​ແຂວນ​ພາ​ຊ​ນະ​ອັນ​ໃດ​ຫລື 4 ເບິ່ງ​ແມ໋, ເຂົາ​ໃຊ້​ເປັນ​ຟືນ​ໃສ່​ໄຟ ເມື່ອ​ໄຟ​ໄຫມ້​ປາຍ​ທັງ​ສອງ​ແລ້ວ ກາງ​ກໍ​ເປັນ​ຖ່ານ ຈະ​ໃຊ້​ປ​ໂຍ​ດ​ອັນ​ໃດ​ໄດ້​ຫລື 5 ເບິ່ງ​ແມ໋, ເມື່ອ​ມັນ​ຍັງ​ດີ​ຢູ່​ກໍ​ບໍ່​ໄດ້​ໃຊ້​ປໂຍດ​ຫຍັງ ເມື່ອ​ຖືກ​ໄຟ​ໄຫມ້​ເປັນ​ຖ່ານ​ແລ້ວ​ແຮ່ງ​ມີປໂຍດ​ນ້ອຍ​ລົງ ຈະ​ໃຊ້​ເຮັດ​ການ​ຫຍັງ​ໄດ້​ແດ່ 6 ເຫດ​ສັນນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ ໄມ້​ຕົ້ນ​ອະ​ງຸ່ນ​ຊຶ່ງ​ຢູ່​ຖ້າມ​ກາງ​ໄມ້​ປ່າ ເຮົາ​ຖິ້ມ​ໃຫ້​ມັນ​ເປັນ​ຟືນ​ໃສ່​ໄຟ​ເສັຽ​ສັນ​ໃດ ເຣົາ​ຈະ​ຖິ້ມ​ຊາວ​ເຢ​ຣູ​ຊາ​ເລັ​ມ​ສັນ​ນັ້ນ 7 ເຮົາ​ຈະ​ມຸ່ງ​ຫນ້າ​ຂອງ​ເຮົາ​ຕໍ່​ສູ້​ເຂົາ ເຖິງວ່າ​ເຂົາ​ຈະ​ຫນີ​ອອກ​ຈາກ​ໄຟ ໄຟ​ກໍ​ຍັງ​ຈະ​ເຜົາ​ຜານ​ເຂົາ ແລະ​ເມື່ອ​ເຮົາ​ມຸ່ງ​ຫນ້າ​ຂອງ​ເຮົາ​ຕໍ່​ສູ້​ເຂົາ ເຈົ້າ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 8 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ກະ​ທຳ​ໃຫ້​ແຜ່ນ​ດິນ​ນັ້ນ​ຮ້າງ​ເປົ່າ ເພາະ​ເຂົາ​ໄດ້​ປະ​ພຶດ​ທໍ​ຣະ​ຍົດ

ເອເຊກຽນ 16

ກຸງ​ເຢ​ຣູ​ຊາ​ເລັມ​ບໍ່​ຊື່​ສັດ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ອີກວ່າ, 2 ບຸດ​ແຫ່ງມະ​ນຸດ​ເອີຍ, ຈົ່ງ​ໃຫ້​ເຢ​ຣູ​ຊາ​ເລັມ​ຊາບ​ເຖິງ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ຂອງ​ຕົວ 3 ແລະ​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່ວ​ຢາງ​ນີ້​ແກ່​ເຢ​ຣູ​ຊາ​ເລັມ​ວ່າ ຕົ້ນ​ເດີມ​ແລະ​ກຳ​ເນີດ​ຂອງ​ເຈົ້າ​ເປັນ​ແຜ່ນ​ດິນ​ຂອງ​ຄົນ​ກາ​ນາ​ອານ ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອາ​ໂມ​ຣິດ ແລະ​ແມ່​ຂອງ​ເຈົ້າ​ເປັນ​ຄົນ​ຮິດ​ຕີ 4 ເວົ້າ​ເຖິງ​ກຳ​ເນີດ​ຂອງ​ເຈົ້າ ໃນ​ວັນ​ທີ່​ເຈົ້າ​ເກີດ​ມາ​ນັ້ນ​ເຂົາ​ບໍ່​ໄດ້​ຕັດ​ສາຍ​ສະ​ບື ແລະ​ເຂົາ​ກໍ​ບໍ່​ໄດ້​ລ້າງ​ຊຳ​ຣະ​ເຈົ້າ ບໍ່​ໄດ້​ເອົາ​ເກືອ​ທາ ບໍ່​ໄດ້​ເອົາ​ຜ້າ​ພັນ​ເຈົ້າ​ໄວ້ 5 ບໍ່​ມີ​ຕາ​ຈັກ​ຫນ​ວ່ຍ​​ໄດ້​ສົງ​ສານ​ເຈົ້າ ທີ່​ຈະ​ເມດ​ຕາ​ເຈົ້າ​ແລະ​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ໃຫ້​ເຈົ້າ ເຈົ້າ​ຖືກ​ປະ​ຖິ້ມ​ໃນ​ພື້ນ​ທົ່ງ ເພາະ​ໃນ​ວັນ​ທີ່​ເຈົ້າ​ເກີດ​ນັ້ນ​ເຈົ້າ​ເປັນ​ທີ່​ຫນ້າ​ລັງ​ກຽດ 6 “ເມື່ອ​ເຮົາ​ຜ່ານ​ເຈົ້າ​ໄປ ເຫັນ​ເຈົ້າ​ດິ້ນ​ຢູ່​ໃນ​ກອງ​ໂລ​ຫິດ​ຂອງ​ເຈົ້າ ເຮົາ​ກໍ​ເວົ້າ​ກັບ​ເຈົ້າ​ໃນ​ກອງ​ໂລ​ຫິດ​ຂອງ​ເຈົ້າ​ວ່າ “ຈົ່ງ​ມີ​ຊີ​ວິດ​ຢູ່ 7 ແລະ​ຈະ​ເຣີນ​ເຕີບ​ໃຫຍ່​ຂຶ້ນ ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ເຫມືອນ​ຢ່າງ​ພືດ​ໃນ​ທ້ອງ​ນາ” ເຈົ້າ​ກໍ​ໃຫຍ່​ແລະ​ສູງ​ຂຶ້​ນ​ຈົນ​ເປັນ​ສາວ​ເຕັມ​ໂຕ​ ຫນ້າ​ເອິກ​ຂອງ​ເຈົ້າ​ກໍ​ກໍ່​ຮູບ​ຂຶ້​ນມາ ແລະ​ຂົນ​ຂອງ​ເຈົ້າ​ກໍ​ງອກ​ ແຕ່​ເຈົ້າ​ພັດເປືອຍ​ຕົວ 8 “ເມື່ອ​ເຮົາ​ຜ່ານ​ເຈົ້າ​ໄປ​ອີກ​ຄັ້ງ​ນຶ່ງ​ແລະ​ມອງ​ເບິ່ງ​ເຈົ້າ ເບິ່ງ​ແມ໋, ເຈົ້າ​ມີ​ອາ​ຍຸ​ຮູ້​ຈັກ​ຮັກ​ແລ້ວ ເຮົາ​ກໍ​ຂະ​ຫຍາຍ​ຮົ່ມ​ປີ​ກຄຸມ​ເຈົ້າ​ໄວ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຣົາ​ກໍ​ປະ​ຕິ​ຍານ​ແລະ​ກະ​ທຳ​ຄຳ​ສັນ​ຍາ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງ​ເຮົາ 9 ເຣົາ​ກໍ​ເອົາ​ເຈົ້າ​ອາບ​ນ້ຳ ລ້າງ​ໂລ​ຫິດ​ເສັຽ​ຈາກ​ເຈົ້າ ແລະ​ເຈີມ​ເຈົ້າ​ດ້ວຍ​ນ້ຳ​ນົມ 10 ເຮົາ​ແຕ່ງ​ຕົວ​ເຈົ້າ​ດ້ວຍ​ເສື້ອ​ປັກ ແລະ​ເອົາ​ເກີບ​ຫນັງ​ສວມ​ໃຫ້​ເຈົ້າ ເຮົາ​ພັນ​ເຈົ້າ​ໄວ້​ດ້ວຍ​ຜ້າ​ປ່ານ​ເນື້ອ​ລະ​ອຽດ​ແລະ​ຄຸມ​ເຈົ້າ​ໄວ້​ດ້ວຍ​ຜ້າ​ຣາ​ຄາ​ແພງ 11 ເຮົາ​ແຕ່ງ​ຕົວ​ເຈົ້າ​ດ້ວຍ​ເຄື່ອງ​ອາ​ພອນ ສວມ​ກຳ​ໄລ​ມື​ໃຫ້​ເຈົ້າ ແລະ​ສວມ​ສ້ອຍ​ຄຳ​ໃຫ້​ເຈົ້າ 12 ເຮົາ​ເອົາ​ແຫວນ​ໃສ່​ດັງ​ເຈົ້າ​ແລະ​ໃສ່​ຕຸ້ມ​ຫູ​ທີ່​ຫູຂອງ​ເຈົ້າ ແ​ລະ​ສວມ​ມົງ​ກຸດ​ໄວ້​ເທິງ​ຫົວ​ຂອງ​ເຈົ້າ 13 ເຮົາ​ກໍ​ປະ​ດັບ​ເຈົ້າ​ດ້ວຍ​ທອງ​ຄຳ​ແລະ​ເງິນ ແລະ​ເຄື່ອງ​ນຸ່ງ​ຂອ​ງ​ເຈົ້າ​ກໍ​ເປັນຜ້າ​ປ່ານ​ເນື້ອ​ລະ​ອຽດ ຜ້າ​ຣາ​ຄາ​ແພງ​ແລະ​ຜ້າ​ປັກ ເຈົ້າ​ກິນຍອດ​ແປ້ງ ນ້ຳ​ເຜິ້ງ ແລະ​ນ້ຳ​ມັນ ເຈົ້າ​ງາມ​ເລີດ​ບາດ​ຕາບາດ​ໃຈ ແລະ​ເຈົ້າ​ຈະ​ເຣີນ​ຂຶ້ນ​ເປັນ​ຊັ້ນ​ເຈົ້າ 14 ຊື່​ສຽງ​ຂອງ​ເຈົ້າ​ກໍ​ລື​ໄປ​ຖ້າມ​ກາງ​ປະ​ຊາ​ຊາດ​ເພາະ​ຄວາມ​ງາມຂອງ​ເຈົ້າ ດ້ວຍ​ຄວາມ​ງາມ​ນັ້ນ​ກໍ​ສົມ​ບູນ​ ເນື່ອງ​ຈາກ​ຄວາມ​ສະ​ງ່າ​ງາມ​ທີ່​ເຮົາ​ໄດ້​ທຸ້ມ​ເທ​ໃຫ້​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 15 “ແຕ່​ເຈົ້າ​ວາງ​ໃຈ​ໃນ​ຄວາມ​ງາ​ມຂອງ​ເຈົ້າ ແລະ​ໄດ້​ຫລິ້ນ​ຊູ້​ເພາະ​ຊື່​ສຽງ​ຂອງ​ເຈົ້າ​ບໍ່​ວ່າ​ຜູ້​ໃດ​ຈະ​ຜ່ານ​ມາ ເຈົ້າ​ກໍ​ໃຫ້​ຫລົງ​ລະ​ເລີງ​ໄປ​ດ້ວຍ​ການ​ຫລິ້ນ​ຊູ້​ຂອງ​ເຈົ້າ 16 ເຈົ້າ​ເອົາ​ເຄື່ອງ​ນຸ່ງ​ຂອງ​ເຈົ້າ​ແດ່ ແລະ​ເຈົ້າ​ໄດ້​ສ້າງ​ບ່ອນ​ສູງ​ທັງ​ຫລາຍ​ທີ່​ຕ່າງໆ ປະ​ດັບ​ຢ່າງ​ຫຣູ​ຫຣາ ແລ້ວ​ກໍ​ຫລິ້ນ​ຊູ້​ຢູ່​ເທິງ​ນັ້ນ ບໍ່​ເຄີຍ​ມີ​ເຫມືອນ​ຢ່າງ​ນີ້ ຕໍ່​ໄປ​ກໍບໍ່​ມີ​ເຫມືອນ 17 ເຈົ້າ​ຍັງ​ເອົາ​ເຄື່ອງ​ຮູບ​ເອ້​ອັນ​ງາມ​ຂອງ​ເຈົ້າ ຊຶ່ງ​ເປັນ​ທອງ​ຄຳ​ຂອງ​ເຮົາ ແລະ​ເງິນ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ເຈົ້າ ແລ້ວ​ເຈົ້າ​ສ້າງ​ເປັນ​ຮູບ​ຜູ້​ຊາຍ​ສຳ​ລັບ​ເຈົ້າ ແລະ​ເຈົ້າ​ກໍ​ຫລິ້ນ​ຊູ້​ຢູ່​ກັ​ບ​ຮູບ​ເຫລົ່າ​ນັ້ນ 18 ເຈົ້າ​ເອົາ​ເຄື່ອງ​ແຕ່ງ​ກາຍ​ທີ່​ປັກ​ໄປ​ຫົ່ມ​ຮູບ​ເຫລົ່າ​ນັ້ນ​ໄວ້ ແລະ​ວາງ​ນ້ຳ​ມັນ​ແລະ​ເຄື່ອງ​ຫອມ​ຂອງ​ເຮົາ​ໄວ້​ຂ້າງ​ຫນ້າ​ມັນ 19 ອາ​ຫານ​ທີ່​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ເຫມືອນ​ກັນ ຄື​ເຮົາ​ລ້ຽງ​ເຈົ້າ​ດ້ວຍຍອດ​ແປ້ງ ນ້ຳ​ມັນ ແລະ​ນ້ຳ​ເຜິ້ງ ເຈົ້າ​ກໍ​ເອົາ​ມາ​ວາງ​ຂ້າງ​ຫນ້າ​ມັນ ໃຫ້​ເປັນ​ກິ່ນ​ຫອມ​ທີ່​ເພິ່ງ​ພໍ​ໃຈ ແລະ​ກໍ​ເປັນ​ຢ່າງ​ນັ້ນ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 20 ນອກ​ຈາກ​ນີ້ ເຈົ້າ​ໄດ້​ນຳ​ບຸດ​ຊາຍ​ຂອງ​ເຈົ້າ​ແລະ​ບຸດ​ຍິງ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ໃຫ້​ບັງ​ເກີດ​ມາ​ເພື່ອ​ເຣົາ ແລະ​ເຈົ້າ​ກໍ​ໄດ້​ຖວາຍ​ບູ​ຊາ​ແກ່​ມັນ​ເພື່ອ​ໃຫ້​ມັນ​ເຜົາ​ຜານ ການ​ຫລິ້ນ​ຊູ້​ຂອງ​ເຈົ້າ​ເປັນ​ສິ່ງ​ເລັກ​ນ້ອຍ​ຫລື 21 ເຈົ້າ​ຈຶ່ງ​ໄດ້​ຂ້າ​ລູກ​ຂອງ​ເຮົາ​ຖວາຍ​ແກ່​ຮູບ​ເຫລົ່າ​ນັ້ນ​ໂດຍ​ໃຫ້​ລຸຍ​ໄຟ 22 ຕ​ລອດ​ສິ່ງອັ​ນ​ຫນ້າ​ກຽດ​ຊັງຂອງ​ເຈົ້າ ແລະ​ການ​ຫລິ້ນ​ຊູ້​ຂອງ​ເຈົ້າ ເຈົ້າ​ບໍ່​ໄດ້​ຈົດ​ຈຳ​ວັນ​ທີ່​ເຈົ້າ​ຍັງ​ນ້ອຍ​ຢູ່ ເມື່ອ​ເຈົ້າ​ເປືອຍ​ຕົວ​ແລະ​ດີ້ນ​ກະ​ແດ່ວໆ​ຢູ່​ໃນ​ກອງ​ເລືອດ​ຂອງ​ເຈົ້າ 23 “ພາຍ​ຫລັງ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທັງ​ສິ້ນ​ຂອງ​ເຈົ້າ (ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ວິ​ບັດ ວິ​ບັດ​ແກ່​ເຈົ້າ) 24 ເຈົ້າ​ໄດ້​ສ້າງ​ຫ້ອງ​ຫລັງ​ຄາ​ໂຄ້ງ​ສຳ​ລັບ​ຕົວ ລານ​ເມືອງ​ທຸກ​ແຫ່ງ​ເຈົ້າ​ກໍ​ສ້າງ​ສະ​ຖານ​ນະ​ມັ​ສ​ການທີ່​ສູງ​ສຳ​ລັບ​ຕົວ 25 ຫົວ​ຖ​ນົນ​ທຸກ​ແຫ່ງ​ເຈົ້າໄດ້​ກໍ່​ສ້າງ​ບ່ອນ​ສູງ​ຂອງ​ເຈົ້າ ແລະ​ເອົາ​ຄວາມ​ງາມ​ຂອງ​ເຈົ້າ​ມາ​ທຳ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ ອ້າ​ຂາ​ຂອງ​ເຈົ້າ​ໃຫ້​ຜູ້​ທີ່​ຜ່ານ​ໄປ​ມາ​ບໍ່​ວ່າ​ໃຜ ແລະ​ທະ​ວີ​ການ​ຫລິ້ນ​ຊູ້​ຂອງ​ເຈົ້າ 26 ເຈົ້າ​ຢ່າ​ຫລິ້ນ​ຊູ້​ກັບ​ຄົນ​ເອ​ຢິບ ຊຶ່ງ​ເປັນ​ເພື່ອນ​ບ້ານ​ທີ່​ມີ​ຕັນ​ຫາ​ຫລາຍ ທະ​ວີ​ການ​ຫລິ້ນ​ຊູ້​ຂອງ​ເຈົ້າ​ເພື່ອ​ກະ​ທຳ​ໃຫ້​ເຮົາ​ກິ້ວ 27 ເບິ່ງ​ແມ໋, ເຣົາ​ຈຶ່ງ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່​ສູ້​ເຈົ້າ ແລະ​ລົດ​ອາ​ຫານ​ສ່ວນ​ແບ່ງ​ຂອງ​ເຈົ້າ​ລົງ ແລະ​ມອບ​ເຈົ້າ​ໄວ້​ໃຫ້​ແກ່​ສັດ​ຕ​ຣູ​ຂອງ​ເຈົ້າ​ໃຫ້​ເຂົາ​ກະ​ທຳ​ຕາມ​ໃຈ​ຊອບ ຄື​ບັນ​ດາ​ບຸດ​ສາວ​ຄົນ​ຟີ​ລິ​ສ​ຕິນ ຜູ້​ຊຶ່ງ​ລະ​ອາຍ​ໃນ​ຄວາມ​ປະ​ພຶດ​ອັນ​ແກ່​ກາມ​ຂອງ​ເຈົ້າ 28 ເຈົ້າ​ຍັງ​ຫລິ້ນ​ຊູ້​ກັບ​ຄົນ​ອັ​ສ​ຊີ​ເຣັຽດ້ວຍ ເພາະ​ວ່າ​ເຈົ້າ​ບໍ່​ຮູ້​ຈັກ​ອີ່ມ ເຈົ້າ​ຫລິ້ນ​ຊູ້​ກັບ​ເຂົາ​ທັງ​ຫລາຍ ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຍັງ​ບໍ່​ອີ່ມ​ໃຈ 29 ເຈົ້າ​ຍັງ​ທະ​ວີ​ການ​ຫລິ້​ນ​ຊູ້​ຂອງ​ເຈົ້າ​ກັ​ບ​ແຜ່ນ​ດິນ​ນັກ​ທຸ​ຣະ​ກິດ​ຂອງ​ຄົນ​ຄັນ​ເດ​ອາ ເຖິງ​ແມ່ນ​ກັບ​ແຜ່ນ​ດິນ​ນີ້​ເຈົ້າ​ກໍ​ຍັງ​ບໍ່​ອີ່ມ​ໃຈ 30 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຈົ້າ​ໄດ້​ເຮັດ​ສິ່ງ​ທັງ​ຫມົດ​ເຫລົ່າ​ນັ້ນ ດັ່ງ​ໂສ​ເພ​ນີ​ທີ່​ບໍ່​ມີ​ຢ່າງ​ອາຍ 31 ຄື​ສ້າງ​ຫ້ອງ​ຫລັງ​ຄາ​ໂຄ້ງ​ໄວ້​ທີ່​ຫົວ​ຖ​ນົນ​ທຸກ​ແຫ່ງ ແລະ​ໄດ້​ຕັ້ງ​ບ່ອນ​ສູງຂອງ​ເຈົ້າໄວ້​ຕາມ​ລານ​ເມືອງ​ທຸກໆ​ແຫ່ງ ເຖິງ​ປານ​ນັ້ນ​ເຈົ້າກໍ​ຍັງ​ບໍ່​ເຫ​ມືອນ​ຍິງ​ໂສ​ເພ​ນີ ເພາະ​ເຈົ້າ​ດູ​ຫມິ່ນ​ສິນ​ຈ້າງ 32 ເປັນ​ເມັຽ​ທີ່​ໂສ​ເພ​ນີ​ຈັດ ຍອມ​ຕ້ອນ​ຮັບ​ແຂກ​ແປກ​ຫນ້າ​ແທນ​ທີ່​ຈະ​ຕ້ອນ​ຮັບ​ຜົວ 33 ຜູ້​ຊາຍ​ຍ່ອມ​ໃຫ້​ຂອງ​ແກ່​ຍິງ​ໂສ​ເພ​ນີ ແຕ່​ເຈົ້າ​ກັບ​ໃຫ້​ສິ່ງ​ຂອງ​ແກ່​ຄົນ​ຮັກ​ຂອງ​ເຈົ້າ ໃຫ້​ສິນ​ບົນ​ນຳ​ໃຫ້ເຂົາ​ເຂົ້າ​ມາ​ຈາກ​ທຸ​ກດ້ານ​ເພື່ອ​ການ​ຫລິ້ນ​ຊູ້​ຂອງ​ເຈົ້າ 34 ສະ​ນັ້ນ ເຈົ້າ​ຈຶ່ງ​ຜິດ​ກັບ​ຍິງ​ອື່ນ​ໃນ​ເຣື່ອງ​ການ​ຫລິ້​ນ​ຊູ້​ ແລະ​ເຈົ້າ​ກັບ​ໃຫ້​ສິນ​ຈ້າງ ຂ​ນະ​ເມື່ອ​ບໍ່​ມີ​ຜູ້ໃດ​ໃຫ້​ສິນ​ຈ້າງ​ແກ່​ເຈົ້າ ເພາະ​ສະ​ນັ້ນ​ເຈົ້າ​ຈຶ່ງ​ແຕກ​ຕ່າງ​ກັນ 35 “ເຫດ​ສັນ​ນີ້ ຍິງ​ແມ່​ຈ້າງເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 36 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ຄວາມ​ລະ​ອາຍ​ຂອງ​ເຈົ້າ​ກໍ​ແຈ້ງ​ປະ​ຈັກ ແລະ​ຕົວ​ປະ​ເປືອຍ​ເຈົ້າໄດ້​ປາ​ກົດ ໃນ​ການ​ຫລິ້ນ​ຊູ້​ຂອງ​ເຈົ້າ​ກັບ​ຄົນ​ຮັກ​ຂອງ​ເຈົ້າ ແລະ​ເພາະ​ຮູບ​ເຄົາ​ຣົບ​ອັນ​ຫນ້າ​ກຽດ​ຊັງ​ຂອງ​ເຈົ້າ​ທັງ​ສິ້​ນ ແລະ​ເພາະ​ໂລ​ຫິດ​ລູກ​ຂອງ​ເຈົ້າ​ທີ່​ເຈົ້າ​ຖວາຍ​ໃຫ້​ແກ່​ມັນ 37 ເຫດ​ສັນ​ນັ້ນ ເບິ່ງ​ແມ໋, ເຣົາ​ຈະ​ຮວບ​ຮວມ​ຄົນ​ຮັກ​ຂອງ​ເຈົ້າ​ທັງ​ສິ້ນ ຊຶ່ງ​ເປັນ​ຜູ້​ທີ່​ເຈົ້າ​ເພີດ​ເພີນ​ດ້ວຍ ທຸກ​ຄົນທີ່​ເຈົ້າ​ຮັກ ແລະ​ທຸກ​ຄົນ​ທີ່​ເຈົ້າ​ກຽດ ເຮົາ​ຈະ​ຮວບ​ຮວມເຂົາ​ໃຫ້​ມາ​ຕໍ່​ສູ້​ເຈົ້າ​ຈາກ​ທຸກ​ດ້ານ ແລະ​ຈະ​ເຜີຍ​ຕົວ​ປະເປືອຍ​ຂອງ​ເຈົ້າ​ຕໍ່​ຫນ້າ​ເຂົາ ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ຕົວ​ປະ​ເປືອຍ​ທັງສິ້ນ​ຂອງ​ເຈົ້າ 38 ເຮົາ​ຈະ​ພິ​ພາກ​ສາ​ເຈົ້າ​ດັ່ງ​ທີ່​ເຂົາ​ພິ​ພາກ​ສາ​ຍິງ​ທີ່​ລ່ວງ​ປະ​ເວນີ ແລະກະ​ທຳໃຫ້​ໂລ​ຫິດ​ຕົກ ແລະ​ເຮົາ​ຈະ​ນຳ​ເອົາ​ໂລ​ຫິດ​ແຫ່ງ​ຄວາມ​ກິ້ວ​ແລະ​ຄວາມ​ຫວງ​ແຫນ​ມາ​ເຫນືອ​ເຈົ້າ 39 ແລະ​ມອບ​ເຈົ້າ​ໄວ້​ໃນ​ມື​ຊູ້​ຂອງ​ເຈົ້າ ເຂົາ​ຈະ​ທຳ​ລາຍ​ຫ້ອງ​ຫລັງ​ຄາ​ໂຄ້ງ​ຂອງ​ເຈົ້າ​ລົງ ແລະ​ທຳ​ລາຍບ່ອນ​ສູງ​ທັງ​ຫລາຍ​ຂອງ​ເຈົ້າ ເຂົາ​ຈະ​ປົດ​ເອົາ​ເຄື່ອງ​ນຸ່ງ​ຂອງ​ເຈົ້າ ແລະ​ເອົາ​ເຄື່ອງ​ຮູບ​ເອ້​ອັນ​ງາມ​ຂອງ​ເຈົ້າ​ໄປ​ເສັຽ ແລະປ່ອຍ​ໃຫ້​ເຈົ້າ​ເປືອຍ​ກາຍ 40 ເຂົາ​ທັງ​ຫລາຍຈະ​ນຳ​ຝູງ​ຄົນ​ມາຕໍ່​ສູ້​ເຈົ້າ ແລະ​ເຂົາ​ຈະ​ແກວ່ງ​ກ້ອນ​ຫີນ​ໃສ່​ເຈົ້າ ແລະ​ຟັນ​ເຈົ້າ​ດ້ວຍ​ດາບ​ຂອງ​ເຂົາ 41 ເຂົາ​ຈະ​ເອົາ​ໄຟ​ເຜົາ​ບ້ານ​ເຮືອນ​ຂອງ​ເຈົ້າ​ແລະ​ທຳ​ການພິ​ພາກ​ສາ​ລົງ​ໂທດ​ເຈົ້າ ຕໍ່​ຫນ້າ​ຜູ້​ຍິງ​ຈຳ​ນວນ​ຫລາຍ ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ຢຸດ​ການ​ຫລິ້ນ​ຊູ້ ແລະ​ເຈົ້າ​ຈະ​ບໍ່​ໃຫ້​ສິນ​ຈ້າງ​ອີກ​ຕໍ່​ໄປ​ 42 ເຮົາ​ຈະ​ລະ​ບາຍ​ຄວາມ​ກິ້ວ​ຂອງ​ເຮົາ​ໃສ່​ເຈົ້າ​ໃຫ້​ຫມົດ ຄວາມ​ຫວງ​ແຫນ​ຈະ​ພາກ​ຈາກ​ເຈົ້າ​ໄປ ເຮົາ​ຈະ​ສ​ງົບ​ແລະບໍ່​ກິ້ວ​ອີກ​ຕໍ່​ໄປ 43 ເພາະ​ວ່າ​ເຈົ້າ​ບໍ່​ໄດ້​ລະ​ຣຶກ​ເຖິງວັນ​ເມື່ອ​ເຈົ້າ​ຍັງ​ນ້ອຍ ແຕ່​ໄດ້​ກະ​ທຳ​ໃຫ້​ເຣົາ​ກິ້ວ​ຈັດ​ດ້ວຍ​ສິ່ງ​ເຫລົ່າ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ສະ​ນັ້ນ ເບິ່ງ​ແມ໋, ເຮົາ​ຈະ​ລົງ​ທັນ​ຕາມ​ທາງ​ປະ​ພຶດ​ຂອງ​ເຈົ້າ​ເຫນືອ​ຫົວ​ເຈົ້າ “ເຈົ້າ​ບໍ່​ໄດ້​ປະ​ພຶດ​ຕົວ​ດ້ວຍ​ຣາ​ຄະ​ເພີ້ມ​ເຂົ້າ​ກັບ​ສິ່ງ​ທີ່ຫນ້າ​ກຽດຊັງ​ທັງ​ສິ້ນ​ຂອງ​ເຈົ້າ​ດອກ​ຫລື 44 ເບິ່ງ​ແມ໋, ທຸກ​ຄົນ​ທີ່​ໃຊ້​ສຸ​ພາ​ສິດ​ຈະ​ໃຊ້​ສຸພາ​ສິດ​ຕໍ່​ໄປ​ນີ້​ໃນ​ເຣື່ອງ​ເຈົ້າ ຄື “ແມ່​ເປັນ​ຢ່າງ​ໃດ ລູກ​ສາວ​ກໍ​ເປັນ​ຢ່າງ​ນັ້ນ” 45 ເຈົ້າ​ເປັນ​ລູກ​ສາວ​ຂອງ​ແມ່​ຂອງ​ເຈົ້າ ຜູ້​ກຽດ​ຜົວ​ແລະ​ບຸດຂອງ​ຕົນ ເຈົ້າ​ເປັນ​ສາວ​ຄົນ​ກາງ​ຂອງ​ເອື້ອຍ​ແລະ​ນ້ອງ​ສາວ​ຂອງ​ເຈົ້າ ຜູ້​ກຽດ​ຊັງ​ຜົວ​ແລະ​ລູກ​ຂອງ​ຕົ​ນ ແມ່ຂອງ​ເຈົ້າ​ເປັນ​ຄົນ​ຮິດ​ຕີ ພໍ່​ຂອງ​ເຈົ້າ​ເປັນ​ຄົນ​ອາ​ໂມ​ຣິດ 46 ແລະ​ເອື້ອຍ​ຂອງ​ເຈົ້າ ຄື​ຊາ​ມາ​ເຣັຽ​ຜູ້​ຢູ່​ກັບ​ບຸດ​ສາວ​ເຫນືອເຈົ້າ​ຂຶ້ນ​ໄປ ແລະ​ນ້ອງ​ສາວ​ຂອງ​ເຈົ້າ​ຜູ້​ຢູ່​ຂ້າງ​ທິດ​ໃຕ້​ຂອງ​ເຈົ້າ​ຄື ໂຊ​ໂດມ​ກັບ​ລູກ​ສາວ​ຂອງ​ເຂົາ​ 47 ເຖິງ​ປານ​ນັ້ນ ເຈົ້າ​ກໍ​ຍັງ​ບໍ່​ພໍ​ໃຈ​ທີ່​ຈະ​ດຳ​ເນີນ​ໃນ​ທາງ​ທັງ​ຫລາຍ​ຂອງ​ເຂົາ ຫລື​ກະ​ທຳ​ຕາມ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ຂອງ​ເຂົາ ພາຍ​ໃນ​ເວ​ລາ​ອັນ​ເລັກ​ນ້ອຍ​ເຈົ້າ​ກໍ​ຊົ່ວ​ຊ້າກວ່າ​ໃນ​ບັນ​ດາ​ທາງ​ທັງ​ສິ້ນ​ຂອງ​ເຈົ້າ 48 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຣົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ໂຊ​ໂດມ​ນ້ອງ​ສາວ​ຂອງ​ເຈົ້າ​ກັບ​ບຸດ​ສາວ​ຂອງເຂົາ ກໍ​ບໍ່​ໄດ້​ກະ​ທຳ​ຢ່າງ​ທີ່​ເຈົ້າ​ແລະ​ລູກ​ສາວ​ຂອງ​ເຈົ້າ​ໄດ້​ກະ​ທຳ 49 ເບິ່ງ​ແມ໋, ນີ້​ແຫລະ​ເປັນ​ຄວາມ​ຊົ່ວ​ຂອງ​ໂຊ​ໂດມ​ນ້ອງ​ສາວ​ຂອງ​ເຈົ້າ ຄື​ຕົວ​ເຂົາ​ແລະ​ລູກ​ສາວ​ຂອງ​ເຂົາ​ມີ​ຄວາມ​ຈອງ​ຫອງ ມີ​ອາ​ຫານ​ເຫລືອ​ກິນ ແລະ​ມີ​ຄວາມ​ສະ​ບາຍ​ເຫລືອ​ເກີນ ບໍ່​ຊ່ອຍ​ເຫລືອ​ຄົນ​ຍາກ​ຈົນ ແລະ​ຄົນ​ຂັດ​ສົນ 50 ເຂົາ​ເຍີ້​ຍີ່ງ ແລະ​ກະ​ທຳ​ສິ່ງ​ທີ່​ຫນ້າ​​ກຽດ​ຊັງຕໍ່​ຫນ້າ​ເຮົາ ເຫດ​ສັນ​ນັ້ນ ເມື່ອ​ເຮົາ​ເຫັນ​ແລ້ວ ເຮົາ​ຈຶ່ງ​ທໍາລາຍເຂົາ​ເສັຽ 51 ຊາ​ມາ​ເຣັຽບໍ່​ໄດ້​ທຳ​ບາບ​ເຖິງ​ເຄິ່ງ​ນຶ່ງ​ຂອງ​ເຈົ້າ ເຈົ້າ​ທຳ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ຍິ່ງກວ່າ​ເຂົາ​ທັງ​ສອງ ແລະ​ໂດຍ​ຄວາມ​ຫນ້າ​ກຽດຊັງ​ທັງ​ສິ້ນ​ທີ່​ເຈົ້າ​ທຳ​ນັ້ນ ຈຶ່ງ​ກະ​ທຳ​ໃຫ້​ເອື້ອຍ​ແລະ​ນ້ອງ​ສາວ​ຂອງ​ເຈົ້າ​ເບິ່ງ​ເຫມືອນ​ຊອບ​ທັມ 52 ເຈົ້າ​ຈົ່ງ​ທົນ​ຮັບ​ຄວາ​ມອັບ​ອາຍ​ຂາຍ​ຫນ້າ​ດ້ວຍ ເພາະ​ເຈົ້າ​ໄດ້​ກະ​ທຳ​ໃຫ້ ກາ​ນພິ​ພາກ​ສາ​ເອນ​ອ່ຽງ​ໄປ​ທາງ​ເອື້ອຍ​ແລະ​ນ້ອງ​ສາວ​ຂອງ​ເຈົ້າ ເຂົາ​ຖືກ​ຫລາຍກວ່າ​ເຈົ້າ ເພາະ​ບາບ​ຂອງ​ເຈົ້າ​ຊຶ່ງ​ເຈົ້າ​ໄດ້​ທຳ ຫນ້າ​ລັງ​ກຽດ​ຫລາຍກວ່າ​ເຂົາ​ໄປ​ອີກ ເຈົ້າ​ຈົ່ງ​ລະ​ອາຍ​ດ້ວຍ ແລະ​ຈົ່ງ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຂອງ​ເຈົ້າ ເພາະ​ເຈົ້າ​ໄດ້​ກະ​ທຳ​ໃຫ້​ເອື້ອຍ​ແລະ​ນ້ອງ​ສາວ​ຂອງ​ເຈົ້າ​ເບິ່ງເຫມືອນ​ຊອບ​ທັມ 53 “ເຮົາ​ຈະ​ໃຫ້​ເຂົາ​ກັບ​ສູ່​ສະ​ພາບ​ເດີມ​ທັງ​ສະພາບ​ເດີມ​ຂອງ​ໂຊ​ໂດມ​ແລະ​ບຸດສາວ ແລະສະພາບເດີມ​ຂອງ​ຊາ​ມາ​ເຣັຽ​ແລະ​ບຸດ​ສາວ ແລະ​ເຮົາ​ຈະ​ໃຫ້​ກັບສູ່​ສະ​ພາບ​ເດີ​ມຂອງ​ເຈົ້າ​ຖ້າມ​ກາງເຂົາ​ດ້ວຍ 54 ເພື່ອ​ເຈົ້າ​ຈະ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຂອງ​ເຈົ້າ ແລະ​ລະ​ອາຍ​ສິ່ງ​ທີ່​ເຈົ້າ​ກະ​ທຳ​ແລ້ວ​ທັງ​ສິ້​ນ​ໃຫ້​ເປັນ​ການ​ເລົ້າ​ໂລມ​ແກ່​ເຂົາ 55 ສ່ວນ​ເອື້ອຍ​ແລະ​ນ້ອງ​ສາວ​ຂອງ​ເຂົາ​ຈະ​ໄດ້​ກັບ​ສູ່​ພາ​ວະ​ເດີ​ມຂອງ​ຕົນ ແລະ​ຊາ​ມາ​ເຣັຽກັບ​ບຸດ​ສາວ​ຂອງ​ຕົນ​ຈະ​ກັບ​ສູ່​ພາ​ວະ​ເດີມ​ຂອງ​ຕົນ ສ່ວນ​ເຈົ້າ​ແລະ​ບຸດ​ສາວ​ຂອງ​ເຈົ້າ​ຈະ​ກັບ​ໄປ​ຍັງ​ພາ​ວະ​ເດີມ​ຂອງ​ເຈົ້າ 56 ໃນ​ສະ​ໄຫມ​ທີ່​ເຈົ້າ​ເຍີ້​ຍິ່ງ​ນັ້ນ ໂຊ​ໂດມ​ນ້ອງ​ສາວ​ຂອງ​ເຈົ້າ​ເປັນ​ຄວາມ​ເຍີ້ຍ​ຫຍັນ​ໃນ​ປາກ​ຂອງ​ເຈົ້າ​ບໍ່​ແມ່ນ​ຫລື 57 ຄື່​ກ່ອນຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ​ຈະ​ໄດ້​ເຜີຍ​ອອກ ບັດ​ນີ້​ເຈົ້າ​ກາຍ​ເປັນ​ເຫມືອນ​ເຂົາ​ແລ້ວ ເປັນ​ສິ່ງ​ທີ່​ຫນ້າ​ຕຳ​ຫນິ​ແກ່​ບຸດ​ສາວ​ຂອງ​ໂຊ​ໂດມ ແລະ​ເພື່ອນ​ບ້ານ​ທັງ​ສິ້ນ​ຂອງ​ເຂົາ ແລະ​ແກ່​ບຸດ​ສາວ​ຂອງ​ຟີ​ລິສ​ຕີນ ຄື​ຜູ້​ທີ່​ຢູ່​ອ້ອມ​ຮອບ​ຊຶ່ງ​ດູ​ຫມິ່ນ​ເຈົ້າ 58 ເຈົ້າ​ຕ້ອງ​ຮັບ​ໂທດ​ຣາ​ຄະ​ຂອງ​ເຈົ້າ ແລະ​ສິ່ງ​ທີ່​ຫນ້າ​ກຽດຊັງ​ຂອງ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 59 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ກະ​ທຳ​ແກ່​ເຈົ້າ​ຢ່າງ​ທີ່​ເຈົ້າ​ໄດ້​ກະ​ທຳ​ແລ້ວ​ນັ້ນ ຜູ້​ດູ​ຫມິ່ນ​ຄຳ​ສາ​ບານແລະ​ຫັກ​ຄຳ​ສັນ​ຍາ 60 ເຖິງ​ປານ​ນັ້ນ​ເຣົາ​ຈະ​ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ຂອງ​ເຮົາ ຊຶ່ງ​ເຮົາ​ທຳ​ໄວ້​ກັບ​ເຈົ້າ​ໃນ​ສະ​ໄຫມ​ເມື່ອ​ເຈົ້າ​ຍັງ​ສາວ​ຢູ່ ແລະ​ເຮົາ​ຈະ​ສະ​ຖາ​ປະ​ນາ​ຄຳ​ສັນ​ຍາ​ນິ​ຣັນ​ໄວ້​ກັບ​ເຈົ້າ 61 ແລ້ວ​ເຈົ້າ​ຈະ​ຣະ​ລຶກ​ເຖິງ​ທາງ​ຂອງ​ເຈົ້າ ແລະ​ມີ​ຄວາມ​ລະ​ອາຍ ເມື່ອ​ເຈົ້າ​ຮັບ​ທັງ​ເອື້ອຍ​ແລະ​ນ້ອງ​ສາວ​ຂອງ​ເຈົ້າ ແລະ​ເຮົາ​ມອບ​ໃຫ້​ແກ່​ເຈົ້າ​ເປັນ​ບຸດ​ສາວ ແຕ່ບໍ່​ແມ່ນ​ຕາມ​ຄຳ​ສັນ​ຍາ​ຊຶ່ງ​ທຳ​ໄວ້​ກັບ​ເຈົ້າ 62 ເຣົາ​ຈະ​ສະ​ຖາ​ປະ​ນາ​ຄຳ​ສັ​ນ​ຍາ​ຂອງ​ເຮົາ​ໄວ້​ກັບ​ເຈົ້າ ແລະ​ເຈົ້າຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 63 ເພື່ອ​ເຈົ້າ​ຈະ​ຈື່​ໄດ້​ແລະ​ສົນ​ເທ່ ແລະ​ເພາະ​​ຄວາມ​ລະ​ອາຍ​ຂອງ​ເຈົ້າ ເຈົ້າ​ຈະ​ບໍ່​ອ້າ​ປາກ​ເວົ້າ​ອີກ ເມື່ອ​ເຮົາ​ລົບ​ມົນ​ທິນ​ບາບ​ທຸກ​ສິ່ງ​ທີ່​ເຈົ້າ​ໄດ້​ກະ​ທຳ​ມາ​ແລ້ວ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້”

ເອເຊກຽນ 17

ຄຳ​ອຸ​ປ​ມາ​ເຣື່ອງ​ນົກ​ອິນ​ຊີ​ແລະ​ເຄືອ​ອະ​ງຸ່ນ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸ​ດ​ເອີຍ, ຈົ່ງ​ຍົກ​ປິ​ສ​ນາ​ແລະ​ກ່າວ​ເປັນ​ຄຳ​ອຸ​ປ​ມາ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ 3 ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ມີ​ນົກ​ອິນ​ຊີ​ໃຫຍ່​ໂຕ​ນຶ່ງ ປີກ​ໃຫຍ່​ແລະ​ຂົນ​ປີກ​ກໍ​ຍາວ ມີ​ຂົນ​ມາ​ກ​ມາຍ​ຫລາຍ​ສີ ມາ​ຍັງ​ເລ​ບາ​ນອນ​ແລະ​ສັບ​ຍອດ​ຕົ້​ນ​ສົນ 4 ມັນ​ຫັກ​ຍອດ​ກິ່ງ​ອ່ອນ​ແລ້ວ​ກໍ​ຄາບ​ໄປ​ຍັງ​ແຜ່ນ​ດິນ​ທີ່​ມີ​ການ​ຄ້າຂາຍ ແລະ​ວາງໄວ້​ໃນ​ຫົວ​ເມືອງ​ຂອງ​ພໍ່​ຄ້າ​ທັງ​ຫລາຍ 5 ແລ້ວ​ມັນ​ກໍ​ເອົາເມັດ​ພືດ​ແຫ່ງ​ແຜ່​ນດິນ​ໂລກ​ໄປ​ປູກ​ໄວ້​ໃນ​ທີ່​ດິນ​ອຸ​ດົມ ມັນ​ເອົາ​ເມັດ​ໄວ້​ຂ້າງ​ນ້ຳ​ມາກ​ຫລາຍ ຕັ້ງ​ໄວ້​ເຫມື​ອນ​ກັບ​ກິ່ງ​ຕົ້ນ​ໄມ້​ຊະ​ໂນ 6 ເມັດ​ກໍ​ປົ່ງຂຶ້ນ​ມາ ​ແລະ​ເບັ້ຽ​ນັ້ນ​ໄດ້​ກາຍ​ເປັນ​ເຄືອ​ເຕັ້ຽທີ່​ລາມ​ໄປ​ແຕ່​ວ່າ​ບໍ່​ຂຶ້ນ​ສູງ ກິ່ງ​ທັງ​ຫລາຍ​ແຕ່​ເຄືອ​ນັ້ນ​ໄດ້​ລາມ​ໄປ​ສູ່​ນົກ​ອິນ​ຊີ ແລະ​ຮາກ​ກໍ​ຍັງ​ຢູ່​ລຸ່ມ​ມັນ ເມັດ​ຈຶ່ງ​ບັງ​ເກີດ​ເປັນ​ເຄືອ ແຕກ​ກິ່ງ​ອອກ​ແລະ​ມີ​ໃບ​ແຕກ​ອອກ​ໄປ 7 “ແຕ່ວ່າ​ມີ​ນົກ​ອິນ​ຊີ​ໂຕ​ໃຫຍ່​ອີກ​ໂຕ​ນຶ່ງ ມີ​ປີກ​ໃຫຍ່​ແລະ​ຂົນ​ຫລາຍ ເບິ່ງ​ແມ໋, ເຄືອ​ອະ​ງຸ່ນ​ນັ້ນ​ໄດ້​ປົ່ງ​ຮາກ​ມາ​ຫາ​ນົກ​ອິນ​ຊີ​ໂຕ​ນີ້​ແລະ​ແຕກ​ກິ່ງ​ລາມ​ໄປ​ຫາ​ນົກ​ນີ້ ເພື່ອ​ໃຫ້​ມັນ​ຫົດ​ນ້ຳ​ໃຫ້ ຈາ​ກຮ່ອງ​ທີ່​ປູກ​ຢູ່​ນັ້ນ 8 ນົກ​ໄດ້​ຍ້າຍ​ມັນ​ໄປ​ປູກໄວ້​ໃນ​ບ່ອນ​ດິນ​ດີ​ໃຫ້​ນ້ຳ​ມາກ​ຫລາຍ ເພື່ອ​ໃຫ້​ແຕກ​ກິ່ງ​ແລະ​ບັງ​ເກີດ​ຜົນ ແລະ​ເປັນ​ເຄືອ​ອະ​ງຸ່ນ​ທີ່​ມີ​ກຽດ 9 ຈົ່ງ​ກ່າວ​ວ່າ ພຣະຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຄືອ​ນັ້ນ​ຈະຈະ​ເຣີນ​ຂຶ້ນ​ໄດ້​ຫລື ນົກ​ນັ້ນ​ຈະ​ບໍ່​ຖອນ​ຮາກ​ມັນ​ຂຶ້ນ​ແລະ​ເດັດ​ຜົນ​ເພື່ອ​ໃຫ້​ໃບ​ອ່ອນ​ຫ່ຽວ​ແຫ້ງ​ເສັຽ​ຫລື ຈະ​ບໍ່​ຕ້ອງ​ມີແຂນ​ອັນ​ໃຫຍ່ຫລື​ມີ​ປະ​ຊາ​ຊົນ​ຫລາຍ​ຄົນ ເພື່ອ​ຖອນ​ເຄືອ​ອອກ​ຈາກ​ຮາກ 10 ເບິ່ງ​ແມ໋, ເມື່ອ​ມັນ​ຍ້າຍ​ໄປ​ປູກ ເຄືອ​ນັ້ນ​ກໍ​ປົ່ງ​ງາມ​ດີ​ຫລື ເມື່ອ​ລົມ​ທິດ​ຕາ​ເວັນ​ອອກ​ພັດ​ຖືກ​ມັນເຂົ້າ ມັນ​ຈະ​ບໍ່​ຫ່ຽວ​ແຫ້ງ​ໄປ​ຫລື ມັນ​ຄົງ​ຫ່ຽວ​ແຫ້ງ​ໄປ​ເຖິງ​ຮ່ອງ​ທີ່​ມັນ​ເກີດ​ມາ​ນັ້ນ​ບໍ່​ແມ່ນ​ຫລື” 11 ຖ້ອ​ຍຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ຂ້າ​ພະ​ເຈົ້າ​ອີກວ່າ, 12 “ບັດ​ນີ້​ຈົ່ງ​ກ່າວ​ເຊື້ອ​ສາຍທີ່​ມັກ​ກະ​ບົດ​ນັ້ນ​ວ່າ ທ່ານ​ທັງ​ຫລາຍ​ບໍ່​ຊາບ​ຫລື​ວ່າ ສິ່ງ​ເຫລົ່າ​ນີ້​ມີ​ຄວາມ​ຫມາຍ​ວ່າ​ຢ່າງ​ໃດ ຈົ່ງ​ບອກ​ເຂົາ​ວ່າ ເບິ່ງ​ແມ໋, ພຣະ​ຣາ​ຊາ​ກຸງ​ບາ​ບິ​ໂລນ​ໄດ້​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ກວາດ​ເອົາ​ກະ​ສັດ​ແລະ​ເຈົ້າ​ນາຍ​ທັງ​ຫລາຍ​ພາ​ມາ​ຍັງ​ພຣະ​ຣາ​ຊາ​ທີ່​ກຸງ​ບາ​ບິ​ໂລນ 13 ແລະ​ພຣະ​ອົງ​ໄດ້​ຊົງ​ເອົາ​ເຊື້ອ​ພຣະ​ວົງ​ຜູ້​ນຶ່ງ​ແລະ​ທຳ​ຄຳ​ສັນ​ຍາ​ກັບ​ທ່ານ​ຜູ້​ນັ້ນ​ໃຫ້​ເຂົາ​ສາ​ບານ​ຕົວ (ຄົນ​ສຳ​ຄັນໆ​ຂອງ​ແຜ່ນ​ດິນ ພຣະ​ອົງ​ໄດ້​ກວາດ​ຕ້ອນ​ເອົາ​ໄປ 14 ເພື່​ອ​ວ່າ​ຣາ​ຊ​ອາ​ນາ​ຈັກ​ນັ້ນ​ຈະ​ຕ່ຳ​ຕ້ອຍ​ຍົກ​ຕົວ​ຂຶ້ນ​ອີກ​ບໍ່​ໄດ້ ແລະ​ໃນ​ການ​ທີ່​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຈະ​ຄົງ​ຢັ້ງ​ຍື​ນ​ຢູ່​ໄດ້) 15 ແຕ່​ກະ​ສັດ​ໄດ້​ກະ​ບົດ​ຕໍ່​ພຣະ​ອົງ ໂດຍ​ສົ່ງ​ຣາ​ຊ​ທູດ​ໄປ​ຍັງ​ເອ​ຢິບ ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ມ້າ​ແລະ​ກອງ​ທັບ​ໃຫຍ່​ໂຕ ກະ​ສັດ​ຈະ​ກະ​ທຳ​ສຳ​ເຣັດ​ຫລື ຜູ້​ທີ່​ກະ​ທຳ​ເຊັ່ນ​ນີ້​ຈະ​ຫນີ​ໄປ​ລອດ​ຫລື ຖ້າ​ທ່ານ​ຫັກ​ຄຳ​ສັນ​ຍາ​ຍັງ​ຈະ​ລອດ​ໄດ້​ອີກ​ຫລື 16 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ ເຣົາ​ຜູ້​ຊົງ​ມີ​ພຣະ​ຊົນ​ຢູ່ສັນ​ໃດ ທ່ານ​ຈະ​ຕ້ອງ​ຕາຍໃນ​ບາ​ບິ​ໂລນ ໃນ​ບ່ອນ​ທີ່​ພຣະ​ຣາ​ຊາ​ອົງ​ນັ້ນ​ປະ​ທັບ​ຢູ່ ຄື​ພຣະ​ຣາ​ຊາ​ຜູ້​ໄດ້​ຊົງ​ຕັ້ງ​ທ່ານ​ໃຫ້​ເປັນ​ກະ​ສັດ ແລະ​ທ່ານ​ໄດ້​ດູ​ຫມິ່ນ​ຄໍາ​ສາ​ບານ​ຕໍ່​ພຣະ​ອົງ ແລະ​ໄດ້​ຫັກ​ຄຳ​ສັນ​ຍາ​ທີ່​ທຳ​ໄວ້​ກັບ​ພຣະ​ອົງ 17 ຟາ​ຣາ​ໂອ​ປະ​ກອບ​ດ້ວຍກອງ​ທັບ​ອັນ​ໃຫຍ່​ໂຕ ແລະ​ຜູ້​ຄົນມາກມາຍ​ຈະ​ບໍ່​ຊ່ອຍ​ທ່ານ​ຜູ້​ນັ້ນ ໃນການ​ສົງ​ຄາມ ໃນ​ເມື່ອ​ເຂົາຈະຍົກ​ກອງ​ດິນສູງ ແລະ​ກໍ່​ກຳ​ແພງ​ລ້ອມ ເພື່ອ​ຈະ​ທຳ​ລາຍ​ຊີ​ວິດ​ເປັນ​ອັນ​ມາກ​ເສັຽ 18 ເພາະ​ເຫດ​ທ່ານ​ດູຫ​ມິ່ນ​ຄຳ​ສາບານ​ແລະ​ຫັກ​ຄຳ​ສັນ​ຍາ ແລະ​ເພາະ​ທ່ານ​ປະ​ຕິ​ຍານ​ຕົວ​ແລະ​ຍັງ​ກະ​ທຳ​ສິ່ງ​ເຫລົ່າ​ນີ້ ທ່ານ​ຈຶ່ງ​ຈະ​ຫນີ​ໄປ​ໃຫ້​ພົ້ນ​ບໍ່​ໄດ້ 19 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ມີ​ພຣະ​ຊົນ​ຢູ່​ສັນ​ໃດ​ເພາະ​ຄຳ​ປະ​ຕິ​ຍານ​ຕໍ່​ເຮົາ​ທີ່​ເຂົາ​ດູ​ຫມິ່ນ​ແລະ​ຄຳ​ສັນ​ຍາ​ຂອງ​ເຮົາ​ທີ່​ເຂົາ​ຫັກ​ເສັຽ ເຮົາ​ຈະ​ລົງໂທດ​ທັນ​ໃຫ້​ຕົ​ກ​ເຫນືອຫົວ​ຂອງ​ທ່ານ​ຜູ້​ນັ້ນ 20 ເຣົາ​ຈະ​ກາງ​ຕາ​ຫນ່າງ​ຂອງ​ເຮົາ​ຄຸມ​ເຂົາ​ແລະ​ເຂົາ​ຈະ​ຕິດ​ກັບ​ຂອງ​ເຮົາ ແລະ​ເຮົາ​ຈະ​ນຳ​ເຂົາ​ເຂົ້າ​ໄປ​ໃນ​ບາ​ບິ​ໂລນ ແລະ​ພິ​ຈາ​ຣະ​ນາ​ພິ​ພາກ​ສາ​ເຂົາ​ທີ່​ນັ້ນ​ໃນ​ເຣື່ອງ​ທີ່​ເຂົາ​ໄດ້​ທໍ​ຣະ​ຍົດ​ເຣົາ 21 ແລະ​ກອງ​ທັບ​ທີ່​ເຂົາ​ໄດ້​ເລືອກ​ສັນ​ໄວ້​ນັ້ນ​ຈະ​ລົ້ມ​ລົງ​ດ້ວຍ​ດາບ ແລະ​ຜູ້​ທີ່​ລອດ​ຕາຍ​ຈະ​ພາກ​ຈາກ​ກັນ​ໄປ​ທົ່​ວ​ທີບ ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ ຄື​ພຣະ​ຜູ້​ເປັ​ນ​ເຈົ້າ​ທີ່​ໄດ້​ລັ່ນ​ວາ​ຈາ​ໄວ້​ແລ້ວ” 22 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເຮົາ​ເອງ​ຈະ​ເອົາ​ກິ່ງ​ຈາກຍອດ​ສູງ​ຂອງ​ຕົ້ນ​ສົນ ແລະ​ປູກ​ໄວ້ ເຮົາ​ຈະ​ຫັກ​ກິ່ງ​ອ່ອນ​ຂອງ​ມັນ​ອອກ​ເສັຽ ແລະ​ເຣົາ​ເອງ​ຈະ​ປູກ​ມັນ​ໄວ້​ເທິງ​ພູ​ຍອດ​ສູງ 23 ເຮົາ​ຈະ​ປູກ​ມັນໄວ້​ເທິງ​ພູ​ສຸງ​ຂອງ​ອິສ​ຣາ​ເອນ ເພື່ອ​ຈະ​ແຕກ​ກິ່ງ​ແລະ​ບັງ​ເກີດ​ຜົນ ແລະ​ເປັນ​ຕົ້​ນ​ສົນ​ທີ່​ມີ​ກຽດ ແລະ​ນົກ​ທຸກ​ຊະ​ນິດ​ຈະ​ມາ​ອາ​ໄສ​ຢູ່​ທີ່​ຮົ່ມ​ກິ່ງ​ຂອງ​ມັນ 24 ແລະ​ຕົ້ນ​ໄມ້​ທຸກ​ຕົ້ນ​ໃນ​ທົ່ງ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ຕົ້ນ​ໄມ້​ສູງ​ໃຫ້​ຕ່ຳ​ລົງ ແລະ​ກະ​ທຳ​ຕົ້ນ​ຕ່ຳ​ໃຫ້​ສູງ​ຂຶ້ນ ທຳ​ຕົ້ນ​ໄມ້​ຂຽວ​ໃຫ້​ແຫ້ງ​ໄປ ແລະ​ທຳ​ຕົ້ນ​ໄມ້​ແຫ້ງ​ໃຫ້​ງາມ​ສົດ​ຂຶ້ນ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ວາ​ຈາແລ້ວ ເຮົາ​ຈະ​ກະ​ທຳ​ເຊັ່ນ​ນັ້ນ”

ເອເຊກຽນ 18

ການ​ຣັບ​ຜິ​ດຊອບ​ຂອງ​ແຕ່​ລະ​ຄົນ

1 ຖ້ອຍ​ຄຳ​ຂອງພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ, 2 “ເປັນ​ຫຍັງ​ປະ​ຊາ​ຊົນ​ຈຶ່ງ​ເວົ້າ​ຄຳ​ພັງ​ເພີຍ​ນີ້​ໃນ​ປະ​ເທດ​ອິສ​ຣາ​ເອນ​ວ່າ ພໍ່​ແມ່​ກິນຫມາກ​ອະ​ງຸ່ນ​ດິບ ແຕ່​ພວກ​ລູກ​ຊ້ຳ​ພັດເຂັດ​ແຂ້ວ” 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໄປ​ວ່າ ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ມີ​ຊີ​ວິດ​ຢູ່​ແນ່ນອນ ສະ​ນັ້ນ​ພວກ​ເຈົ້າ​ບໍ່​ຕ້ອງ​ເວົ້າ​ຄຳ​ພັງ​ເພີຍ​ຂ້າງ​ເທິງ​ນີ້​ໃນ​ອິສ​ຣາ​ເອນ​ອີກ 4 ຊິ​ວິດ​ທັງ​ສິ້ນ​ເປັນ​ຂອງ​ເຮົາ ຊີ​ວິດ​ພໍ່ ຊີ​ວິດ​ລູກ ແລະ​ຊີ​ວິດ​ຂອງ​ທຸກໆ​ຄົນ​ເປັນ​ຂອງ​ເຮົາ ສະ​ນັ້ນ​ບຸກ​ຄົນ​ຜູ້​ໃດ​ເຮັດ​ບາບ​ບຸກ​ຄົນ​ນັ້ນ​ກໍ​ຕ້ອງ​ຕາຍ 5 ສົມ​ມຸດ​ວ່າ​ມີ​ຄົນ​ດີ​ທີ່​ຊື່​ສັດ​ແລະ​ຊອບ​ທັມ​ແທ້​ຈັກ​ຄົນ​ນຶ່ງ 6 ຖ້າຄົນ​ນັ້ນ​ບໍ່​ຂາບ​ໄຫວ້​ຮູບ​ເຄົາ​ຣົບ​ຂອງ​ຊາວ​ອິສ​ຣາ​ເອນ ຫລື​ບໍ່​ກິນ​ຂອງ​ທີ່​ເອົາ​ບູ​ຊາ​ໃນ​ສະ​ຖານ​ທີ່​ເຮົາ​ຫ້າມ ບໍ່​ລໍ້​ລວງ​ຫລິ້ນ​ເມັຽ​ຂອງ​ຄົນ​ອື່ນ ບໍ່​ຮ່ວມ​ເພດ​ກັບ​ຍິງ​ທີ່​ກຳ​ລັງ​ເປັນ​ລະ​ດູ ບໍ່​ສໍ້​ໂກງຫລືບີບ​ບີ້​ຄົນ​ນຶ່ງ​ຄົນ​ໃດ 7 ແຕ່​ສົ່ງ​ສິ່ງ​ຂອງ​ຈຳ​ນຳ​ຄືນ​ໃຫ້​ແກ່​ລູກ​ຫນີ້ ໃຫ້​ອາ​ຫານ​ແກ່​ຜູ້​ທີ່​ອຶ​ດຢາກ ແລະ​ໃຫ້​ເສື້ອ​ຜ້າ​ແກ່​ຜູ້​ບໍ່​ມີ 8 ບໍ່​ໄດ້​ໃຫ້​ຄົນ​ຢືມ​ເງິນ​ເພື່ອ​ເອົາ​ດອກ​ເບັ້ຽ ປະ​ຕິ​ເສດ​ບໍ່​ຍອມ​ເຣັດ​ຄວາມ​ຊົ່ວ ໃຫ້​ຄວາມ​ຍຸດ​ຕິ​ທັມ​ແກ່​ຜູ້​ເປັນ​ຄວາມ 9 ເຊື່ອ​ຟັງ​ຄຳ​ສັ່ງ​ແລະ​ເຮັດ​ຕາມ​ພຣະ​ທັມ​ຂອງ​ເຣົາ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ແລະ​ຊື່​ສັດ​ສຸ​ຈ​ຣິດ ຜູ້​ນັ້ນ​ແຫລະ​ຄື​ຄົນ​ຊອບທັມ ເຂົາ​ຈະ​ມີ​ຊີ​ວິດ​ຢູ່ ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ດັ່ງ​ນີ້​ແຫລະ 10 ອີກ​ຢ່າງ​ນຶ່ງ​ສົມ​ມຸດ​ວ່າ ເຂົາ​ຜູ້​ນັ້ນ​ມີ​ລູກ​ຊາຍ​ຂີ້​ລັກ​ແລະ​ຂ້າ​ຄົນ 11 ເປັນ​ຜູ້​ກະ​ທຳ​ສິ່ງ​ທີ່​ພໍ່​ຂອງ​ຕົນ​ບໍ່​ເຄີຍ​ກະ​ທໍາ​ມາ​ກ່ອນ ເຂົາ​ກິນ​ຂອງ​ທີ່​ເອົາ​ບູ​ຊາ​ໃນ​ສະ​ຖານ​ທີ່​ເຮົາ​ຫ້າມ ລໍ້​ລວງ​ຫລິ້ນ​ເມັຽ​ຂອງ​ຄົນ​ອື່ນ 12 ບັງ​ຄັບ​ສໍ້​ໂກງ​ຄົນ​ຍາກ​ຈົນ ກະ​ທຳ​ໂຈ​ຣະ​ກຳ ບໍ່​ຍອມ​ຄືນ​ຂອງ​ໃຫ້​ແກ່​ຜູ້​ເອົາ​ມາ​ຈຳ​ນຳ ຂາບ​ໄຫວ້​ຮູບ​ເຄົາ​ຣົບ ເຣັດ​ສິ່ງ​ທີ່​ຫນ້າ​ຂີ້​ດຽດ​ລະ​ອາຍ 13 ໃຫ້​ຄົນ​ຢືມ​ເງິນ​ເພື່ອ​ເອົາ​ດອກ​ເບັ້ຽ​ແລ້ວ​ຄົນ​ຜູ້​ນີ້​ຄວນ​ຈະ​ມີ​ຊີ​ວິດ​ຢູ່​ບໍ? ເຂົາ​ຈະ​ມີ​ຊີ​ວິດຢູ່​ບໍ່​ໄດ້ ເພາະ​ວ່າ​ເຂົາ​ໄດ້​ກະ​ທຳ​ໃນ​ສິ່ງ​ທີ່​ຫນ້າ​ຂີ້​ດຽດ​ແລະ​ລະ​ອາຍ​ເຫລົ່າ​ນີ້​ມາ​ແລ້ວ ເຂົາ​ຈະ​ຕ້ອງ​ຕາຍຍ້ອນ​ການ​ກະ​ທຳ​ນັ້ນ ແລະ​ຕ້ອງ​ຮັບ​ຜິດຊອບ​ເອົາ​ເອງ​ໃນ​ການ​ຕາຍ​ນັ້ນ 14 ບັດ​ນີ້ ສົມ​ມຸດ​ວ່າ​ຄົນ​ຜູ້​ນີ້​ມີ​ລູກ​ຊາຍ​ຢູ່​ຜູ້​ນຶ່ງ ລູກ​ຊາຍ​ຄົນ​ນີ້​ໄດ້​ເຫັນ​ພໍ່​ທຳ​ບາບ​ທຸກ​ຢ່າງ​ແຕ່​ບໍ່​ໄດ້​ເຮັດ​ຕາມ 15 ບໍ່​ໄດ້​ຂາບ​ໄຫວ້​ຮູບ​ເຄົາ​ຣົບ​ຂອງ​ອິສ​ຣາ​ເອນ ບໍ່​ກິນ​ຂອງ​ທີ່​ເອົາ​ບູ​ຊາ​ໃນ​ສະ​ຖານ​ທີ່​ເຮົາ​ຫ້າມ ບໍ່​ລໍ້​ລວງ​ຫລິ້​ນ​ເມັຽ​ຂອງ​ຄົນ​ອື່ນ 16 ບໍ່​ກົດ​ຂີ່​ຂົ່ມ​ເຫັງ​ຫລື​ໂລບ​ເອົາ​ຂອງ​ຄົນ​ນຶ່ງ​ຄົນ​ໃດ ເຂົາ​ຄືນ​ຂອງ​ຈຳ​ນຳ​ໃຫ້​ແກ່​ລູກ​ຫນີ້ ໃຫ້​ອາ​ຫານ​ແກ່​ຜູ້​ທີ່​ຫິວ​ແລະ​ໃສ່​ເສື້​ອຜ້າ​ແກ່​ຜູ້​ທີ່​ບໍ່​ມີ 17 ບໍ່​ຍອມ​ເຮັດ​ຊົ່​ວ ບໍ່​ໄດ້​ໃຫ້​ຄົນ​ຢືມ​ເງິນ​ເພື່ອ​ເອົາ​ດອກ​ເບັ້ຽ ເປັນ​ຜູ້​ປະ​ພຶດ​ຕາມ​ພຣະ​ທັມ​ແລະ​ຄຳ​ສັ່ງ​ຂອງ​ເຮົາ ສະ​ນັ້ນ​ເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ບາບ​ທີ່​ພໍ່​ໄດ້​ທຳ ແຕ່​ຈະ​ມີ​ຊີ​ວິດ​ຢູ່​ຢ່າງ​ແນ່ນອນ 18 ສ່ວນ​ພໍ່​ຂອງ​ເຂົາ​ນັ້ນ​ສໍ້​ໂກງ ໂຈ​ຣະ​ກຳ ແລະ​ທຳ​ຊົ່ວ​ກັບ​ຄົນ​ທຸກ​ຄົນ​ສ​ເມີ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຕ້ອງ​ຕາຍ​ຍ້ອນ​ບາບ​ຂອງ​ຕົນ 19 ແຕ່​ເຈົ້າ​ຖາມ​ວ່າ ເປັນ​ຫຍັງ​ລູກ​ຊາຍ​ຈຶ່ງ​ບໍ່​ໄດ້​ຮັບ​ໂທດ​ຍ້ອນ​ບາບ​ຂອງ​ພໍ່ ຄຳ​ຕອບ​ກໍ​ຄື ລູກ​ຊາຍ​ໄດ້​ເຮັດ​ດີ​ແລະ​ຊອບ​ທັມ ໄດ້​ຮັກ​ສາ​ພຣະ​ທັມ​ແລະ​ໄດ້​ປະ​ພຶດ​ຕາມ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່​ນອນ 20 ຜູ້​ໃດ​ເຮັດ​ບາບ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ ບໍ່​ແມ່ນ​ວ່າ​ລູກ​ຊາຍ​ຕ້ອງ​ໄດ້​ຮັບ​ໂທດ​ຍ້ອນ​ບາບ​ຂອງ​ພໍ່ ຫລື​ພໍ່ຕ້ອງ​ຮັບ​ໂທດ​ຍ້ອນ​ບາບ​ຂອງ​ລູກດອກ ຄົນ​ດີ​ກໍ​ຈະ​ໄດ້​ຮັບ​ຜົນ​ດີ ແລະ​ຄົນ​ຊົ່ວ​ກໍ​ຈະ​ໄດ້​ຮັບ​ຜົນ​ຊົ່ວ 21 ຖ້າ​ຄົນ​ຊົ່ວ​ເຊົາ​ເຮັດ​ບາບ ແລະ​ປະ​ພຶດ​ຕາມ​ພຣະ​ທັມ​ຂອງ​ເຮົາ ເຮັດ​ແຕ່​ສິ່ງ​ທີ່​ດີ​ແລະ​ຊອບ​ທັມ ເຂົາ​ກໍ​ຈະ​ບໍ່​ຕາຍ ແຕ່​ຈະ​ມີ​ຊີ​ວິດ​ຢູ່​ຢ່າງ​ແນ່ນອນ 22 ເຣົາ​ຈະ​ຊົງ​ໃຫ້​ອະ​ພັຍ​ບາບ​ທັງ​ປວງ​ແກ່​ເຂົາ ແລ້ວ​ເຂົາ​ຈະ​ມີ​ຊີວິດ​ຢູ່​ເພາະ​ວ່າ​ໄດ້​ເຮັດ​ຊອບ​ທັມ” 23 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ, “ເຈົ້າ​ຄິດ​ວ່າ​ເຣົາ​ດີ​ໃຈ​ທີ່​ເຫັນ​ຄົນ​ຊົ່ວ​ຕາຍ​ຊັ້ນ​ບໍ ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເຮົາ​ຈະ​ດີ​ໃຈ​ແຕ່​ເມື່ອ​ເຫັນ​ຄົວ​ຊົ່ວ​ປ່​ຽນ​ໃຈ ​ແລະ​ມີ​ ຊີ​ວິດ​ຢູ່​ເທົ່າ​ນັ້ນ 24 ແຕ່​ຖ້າ​ຄົນ​ຊອບ​ທັມ​ເຊົາ​ເຮັດ​ດີ ເລີ້ມ​ຕົ້ນ​ເຮັດ​ຊົ່ວ​ຕ່າງໆ ກະ​ທຳ​ສິ່ງ​ທີ່​ຫນ້າ​ຂີ້​ດຽດ​ລະ​ອາຍ​ເຊັ່ນ​ດຽວ​ກັນ​ກັບ​ຄົນ​ຊົ່ວ ຄົນ​ຜູ້​ນັ້ນ​ຄວນ​ຈະ​ມີ​ຊີ​ວິດ​ຢູ່ບໍ ບໍ່​ມີ​ເລີຍ ຄວາມ​ດີ​ທີ່​ເຂົາ​ໄດ້​ກະ​ທຳ​ມາ​ຈະ​ບໍ່​ປາ​ກົດ ເຂົາ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ບໍ່​ສັດ​ຊື່ ແລະ​ຍ້ອນ​ບາບ​ຂອງ​ເຂົາ​ເອງ 25 ແຕ່​ເຈົ້າ​ຊ້ຳ​ພັດ​ເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຣັດ​ບໍ່​ຍຸດ​ຕິທັມ ໂອ ອິສ​ຣາ​ເອນ​ເອີຍ, ຈົ່ງ​ຟັງ​ເຮົາ​ກ່ອນ ເຈົ້າ​ຄິດ​ວ່າ​ວິ​ທີ​ການ​ຂອງ​ເຮົາ​ບໍ່​ຍຸດ​ຕິ​ທັມ​ຊັ້ນ​ບໍ ວິ​ທີ​ການ​ຂອງ​ພວກ​ເຈົ້າ​ນັ້ນ​ແຫລະ​ບໍ່​ຍຸດ​ຕິ​ທັມ 26 ເມື່ອ​ຄົນ​ຊອບ​ທັມ​ເຊົາ​ເຣັດ​ດີ ແລະ​ເລີ້ມ​ຕົ້ນ​ເຮັດ​ຊົ່ວ​ກໍ​ຕ້ອງ​ຕາຍ​ໄປ ເຂົາ​ຕາຍ​ຍ້ອນ​ຄວາມ​ຊົ່ວ​ທີ່​ເຂົາ​ເຮັດ 27 ເມື່ອ​ຄົນ​ຊົ່ວ​ປ່ຽນ​ໃຈ​ຈາກ​ການ​ກະ​ທຳ​ບາບ ມາກະ​ທຳ​ສິ່ງ​ທີ່​ດີ​ແລະ​ຊອບ​ທັມ ກໍ​ເປັນ​ການ​ຊ່ອຍ​ຊີ​ວິດ​ຂອງ​ເຂົາ​ເອງ​ໄວ້ 28 ເພາະ​ວ່າ​ເຂົາ​ຄິດ​ຮູ້​ເມືອ​ໃນ​ໃຈ​ເຖິງ​ສິ່ງ​ທີ່​ໄດ້​ກະ​ທຳ​ມາ ແລ້ວ​ປ່ຽນ​ໃຈ​ບໍ່​ກະ​ທຳ​ອີກ ດັ່ງ​ນັ້ນ​ແຫລະ, ເຂົາ​ຈຶ່ງ​ຈະ​ບໍ່​ຕາຍ​ຢ່າງ​ແນ່ນອນ ແຕ່​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ 29 ອິສ​ຣາ​ເອນ​ເອີຍ ພວກ​ເຈົ້າ​ເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກະ​ທຳ​ບໍ່​ຍຸດ​ຕິ​ທັມ ເຈົ້າ​ຄິດ​ວ່າ ວິ​ທີ​ການ​ຂອງ​ເຮົາ​ບໍ່​ຍຸດ​ຕິ​ທັມ​ຊັ້ນ​ບໍ? ວິ​ທີການ​ຂອງ​ເຈົ້າ​ນັ້ນ​ແຫລະ ບໍ່​ຍຸດ​ຕິ​ທັມ 30 ອິສ​ຣາ​ເອນ​ເອີຍ, ບັດ​ນີ້ ເຮົາ​ພຣະ​ຜູ້ເປັນ​ເຈົ້າ​ຈະ​ບອກ​ເຈົ້າ​ວ່າ ເຮົາ​ຈະ​ພິ​ພາກ​ສາ​ພວກ​ເຈົ້າ​ແຕ່​ລະ​ຄົນ​ຕາມ​ການ​ກະ​ທຳ​ຂອງ​ຕົນ ຈົ່ງ​ຫລີກ​ຫນີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທັງ​ປວງ​ທີ່​ເຈົ້າ​ກຳ​ລັງ​ເຮັດ​ຢູ່​ນັ້ນ​ເສັຽ ຢ່າ​ໃຫ້​ບາບ​ທຳ​ລາຍ​ເຈົ້າ ຈົ່ງ​ຫລີກ​ຫນີ​ຈາ​ກການ​ທຳ​ຊົ່ວ​ທັງ​ປວງ 31 ໃຫ້​ປ່ຽ​ນ​ຄວາມ​ຄິດ ແລະ​ຈິດ​ໃຈ​ເສັຽ​ໃຫມ່ ໂອ ອິສ​ຣາ​ເອນ​ເອີຍ, ຫລື​ວ່າ​ພວກ​ເຈົ້າ​ຢາກ​ຕາຍ​ຊັ້ນ​ບໍ” 32 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໄປ​ອີກວ່າ, “ເຣົາ​ບໍ່​ຢາກ​ໃຫ້​ຄົນ​ນຶ່ງ​ຄົນ​ໃດ​ຕາຍ ສະ​ນັ້ນ ຈົ່ງ​ເຊົາ​ເຣັດ​ບາບ ແລະ​ມີ​ຊີ​ວິດ​ຢູ່​ເທີນ”

ເອເຊກຽນ 19

ບົດ​ຄ່ຳ​ຄວນ​ເຣື່ອງ​ເຈົ້າ​ນາຍ​ອິສ​ຣາ​ເອນ

1 ຝ່າຍ​ເຈົ້າ​ຈົ່ງ​ເປັ່ງ​ສຽງ​ຮ້ອງ​ບົດ​ຄ່ຳ​ຄວນ​ເຣື່ອງ​ເຈົ້າ​ນາຍ​ອິສ​ຣາ​ເອນ 2 ກ່າວ​ວ່າ ແມ່​ຂອງ​ເຈົ້າ​ເຫມືອນ​ແມ່ສິງ​ຖ້າມ​ກາງຝູງ​ສິງ​ ນາງນອນ​ຢູ່​ກາງ​ສິງ​ຫນຸ່ມ​ລ້ຽງ​ດູ​ລູກ​ຂອງ​ນາງ 3 ນາງ​ລ້ຽງ​ລູກ​ສິງ​ໂຕ​ນຶ່ງ​ໃຫ້​ເຕີບ​ໃຫຍ່​ຂຶ້ນ ກາຍ​ເປັນ​ສິງ​ຫນຸ່ມ ມັນ​ຝຶກ​ຫັດ​ຈັບ​ເຫຍື່ອ ແລະ​ມັກ​ກິນ​ຄົນ 4 ປະ​ຊາ​ຊາດ​ໄດ້​ຍິນ​ເຣື່ອງ​ຂອງ​ມັນ ເຂົາ​ກໍ​ຈັບມັນ​ໄດ້​ໃນ​ຫລຸມ​ພາງ​ຂອງ​ເຂົາ ເຂົາ​ເອົາ​ຂໍ​ກ່ຽວ​ນຳ​ມັນມາ​ຍັງ​ແຜ່ນ​ດິນ​ເອ​ຢິບ 5 ເມື່ອ​ແມ່​ສິງ​ເຫັນ​ວ່າ​ນາງ​ຄອຍນານ​ແລ້ວ ແລະ​ຄວາມ​ຫວັງ​ຂອງ​ນາງ​ສູນ​ໄປ ນາງ​ກໍ​ເອົາ​ລູກ​ມາ​ອີກ​ໂຕ​ນຶ່ງ​ລ້ຽງ​ໃຫ້​ເປັນ​ສິງ​ຫນຸ່ມ 6 ມັນ​ໄປໆ​ມາ​ຖ້າມ​ກາງ​ສິງ ແລະ​ກາຍ​ເປັນສິງ​ຫນຸ່ມ ແລະ​ມັນຝຶກ​ຫັດ​ຈັບ​ເຫຍື່ອ ມັນ​ກິນ​ຄົນ 7 ມັນປຸ້ນ​ບັນ​ດາ​ປ້ອມ​ປຣາ​ການ​ຂອງ​ເຂົາ ແລະ​ກະ​ທຳ​ໃຫ້​ເມືອງ​ທັງ​ຫລາຍ​ຂອງ​ເຂົາ​ຫວ່າງ​ເປົ່າ ແຜ່ນ​ດິນ​ແລະ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ກໍ​ຕື່ນ​ຕົກ​ໃຈ​ເມື່ອ​ໄດ້​ຍິນ​ສຽງ​ຄຳ​ຣາມ​ຂອງ​ມັນ 8 ແລ້ວ​ບັນດາ​ປະ​ຊາ​ຊາດ​ກໍ​ລ້ອມ​ຕໍ່​ສູ້​ມັນ ທຸກ​ດ້ານ​ຈາກ​ແຂວງ​ທັງ​ປວງ ເຂົາ​ທັງ​ຫລາຍ​ກາງ​ຂ່າຍ​ອອກ​ຄຸມ​ມັນ ມັນ​ກໍ​ຖືກ​ຈັບ​ຢູ່​ໃນ​ຫລຸມ​ພາງ​ຂອງ​ເຂົາ​ທັງ​ຫລາຍ 9 ເຂົາ​ເອົາ​ຂໍ​ກ່ຽວ​ພາ​ມາ​ຂັງ​ມັນ​ໄວ້​ໃນ​ກົງ ແລະ​ນຳ​ມັນ​ມາ​ຍັງ​ກະ​ສັດບາ​ບິ​ໂລນ ເຂົາ​ກໍ​ຂັງ​ມັນ​ໄວ້​ໃນ​ທີ່​ກຳ​ບັງ​ເຂັ້ມ​ແຂງ ເພື່ອ​ບໍ່​ໃຫ້​ໄດ້​ຍິນ​ສຽງ​ຂອງ​ມັນ​ອີກ​ທີ່​ເທິງ​ພູ​ແຫ່ງ​ອິສ​ຣາ​ເອນ 10 ມານ​ດາ​ຂອງ​ເຈົ້າ​ເຫມືອນ​ເຄືອ​ອະ​ງຸ່ນ​ທີ່​ຢູ່​ໃນ​ສວນ​ອະ​ງຸ່ນ ເອົາ​ມາ​ປູກ​ໄວ້​ຮິມ​ນ້ຳ ມີ​ຫມາກດົກ​ແລະ​ມີ​ກິ່ງ​ມາກ​ຫລາຍ​ເຫດ​ດ້ວຍ​ນ້ຳ​ບໍ​ຣິ​ບູນ 11 ກິ່ງ​ທີ່​ແຂງ​ແຮງ​ທີ່​ສຸດ​ກາຍ​ເປັນ​ໄມ້​ຄ້ອ​ນສຳ​ລັບ​ພວກ​ຜູ້​ປົກ​ຄອງ ມັນ​ຊູ​ຂຶ້ນ​ສູງ​ຖ້າມ​ກາງ​ກິ່ງ​ທີ່​ຫນາ​ຕຶບ ຜູ້​ໃດ​ກໍ​ເຫັນ​ສ່ວນ​ສູງ​ຂອງ​ມັນ 12 ແຕ່​ວ່າ​ເຄືອ​ອະ​ງຸ່ນ​ຖືກ​ຖອນ​ອອກ​ດ້ວຍ​ຄວາມ​ຄຽດ​ຮ້າຍ ຖືກ​ຖິ້ມ​ລົງ​ຍັງ​ພື້ນ​ດິນ ລົມ​ຕາ​ເວັນ​ອອກ​ກະ​ທຳ​ໃຫ້​ມັນ​ຫ່ຽວ​ໄປ ເຂົາ​ເດັດ​ຫມາກ​ອອກ​ໄປ​ເສັຽ​ຫມົດ ກິ່ງ​ທີ່​ແຂງ​ແຮງກໍ​ຫ່ຽວ​ແຫ້ງ​ໄປ ໄຟ​ກໍ​ໄຫມ້​ເສັຽ 13 ຄາວ​ນີ້​ຖອນ​ໄປ​ປູກ​ໄວ້​ໃນ​ຖິ່ນ​ກັນ​ດານ ໃນ​ແຜ່ນ​ດິນ​ທີ່​ແຫ້ງ​ແລ້ງ​ກັນ​ດານ​ນ້ຳ 14 ໄຟ​ໄດ້​ອອກ​ມາ​ຈາກ​ກິ່ງ​ໃຫຍ່​ນັ້ນ ເຜົາ​ຜານ​ກິ່ງ​ອື່ນ​ແລະ​ຫມາກ​ເສັຽ​ຫມົດ ຈຶ່ງ​ບໍ່​ມີ​ກິ່ງ​ແຂງ​ແຮງ​ເຫລືອ​ຢູ່​ໃນ​ຕົ້ນ​ອີກ​ເລີຍ ບໍ່ມີ​ໄມ້​ຄ້ອນ​ສຳ​ລັບ​ຜູ້​ປົກ​ຄອງ ນີ້​ເປັນ​ບົດ​ເພງ​ຄ່ຳ​ຄວນ ແລະ​ໃຊ້​ເປັນ​ບົດ​ເພງ​ຄ່ຳ​ຄວນ

ເອເຊກຽນ 20

ການ​ກະ​ທຳ​ຂອງ​ພຣະ​ເຈົ້າ​ຕໍ່​ອິສ​ຣາ​ເອນ

1 ຢູ່​ມາ​ວັນ​ທີ່​ສິບ ເດືອນ​ທີ່​ຫ້າ​ໃນ​ປີ​ທີ່​ເຈັດ ພວກ​ຜູ້​ໃຫຍ່​ແຫ່ງ​ອິສ​ຣາ​ເອນ​ບາງ​ຄົນ​ໄດ້​ມາ​ທູນ​ຖາມ​ພຣະ​ຜູ້​ເປັນເຈົ້າ ແລະ​ມາ​ນັ່ງ​ຢູ່​ຂ້າງ​ຫນ້າ​ຂ້າ​ພະ​ເຈົ້າ 2 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 3 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ເວົ້າ​ກັບ​ພວກ​ຜູ້​ໃຫຍ່​ແຫ່ງ​ອິສ​ຣາ​ເອນ ແລະ​ກ່າວ​ແກ່​ເຂົາ​ວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ທີ່​ເຈົ້າ​ມາ​ກັນ​ນີ້​ຈະ​ມາ​ຖາມ​ເຮົາຫລື ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່ສັນ​ໃດ ເຮົາ​ຈະ​ບໍ່​ຍອມ​ໃຫ້​ເຈົ້າ​ມາ​ຖາມ​ເຮົາ 4 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ຈະ​ພິ​ພາກ​ສາ​ເຂົາ​ຫລື ເຈົ້າ​ຈະ​ພິ​ພາກ​ສາ​ເຂົາ​ຫລື ຈົ່ງ​ໃຫ້​ເຂົາ​ທັງ​ຫລາຍ​ຊາບ​ເຖິງ​ສິ່ງ​ທີ່​ຫນ້າ​ຂີ້​ດຽດ​ລະ​ອາຍຂອງບັນ​ພະ​ບຸ​ຣຸດ​ຂອງ​ເຂົາ 5 ແລະ​ຈົ່ງ​ກ່າວ​ແກ່​ເຂົາ​ວ່າ ພຣະ​ຜູ້​ເປັ​ນເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໃນ​ວັນ​ນັ້ນ​ເມື່ອ​ເຮົາ​ເລືອກ​ສັນ​ອິສ​ຣາ​ເອນ​ໄວ້ ເຮົາ​ປະ​ຕິ​ຍານ​ຕໍ່​ເຊື້ອ​ສາຍ​ແຫ່ງວົງ​ຂອງ​ຢາ​ໂຄບ ໂດຍ​ສຳ​ແດງ​ຕົວ​ເຮົາ​ໃຫ້​ເຂົາ​ຮູ້​ຈັກ​ໃນ​ແຜ່ນ​ດິນ​ເອ​ຢິບ ເຮົາ​ປະ​ຕິຍານ​ກັບ​ເຂົາ​ວ່າ ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ 6 ໃນ​ວັນ​ນັ້ນ ເຮົາ​ປະ​ຕິ​ຍານ​ຕໍ່​ເຂົາ​ວ່າ ເຮົາ​ຈະ​ນຳ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ໄປ​ຍັງ​ແຜ່ນ​ດິນ​ທີ່​ເຣົາ​ຫາ​ໃຫ້​ເຂົາ​ທັງ​ຫລາຍ​ເປັນ​ແຜ່ນ​ດິນ​ທີ່​ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜິ້ງ​ໄຫລ​ບໍ​ຣິ​ບູນ ເປັນ​ແຜ່ນ​ດິນ​ທີ່​ມີ​ສັກ​ສີ​ທີ່​ສຸດ​ໃນ​ແຜ່ນ​ດິນ​ທັງ​ຫລາຍ 7 ແລະ​ເຮົາ​ກ່າວ​ແກ່​ເຂົາ​ວ່າ ເຈົ້າ​ທຸກ​ຄົນ​ຈົ່ງ​ຖິ້ມ​ສິ່ງ​ທີ່​ຫນ້າ​ຂີ້​ດຽດ​ຊຶ່ງ​ນັຍ​ຕາ​ຂອງ​ເຈົ້າ​ທັງ​ຫລາຍ​ກຳ​ລັງ​ເພີດ​ເພີນ​ຢູ່​ນັ້ນ​ເສັຽ ຢ່າ​ກະ​ທຳ​ຕົວ​ຂອງ​ເຈົ້າ​ໃຫ້​ມົນ​ທິນ​ໄປ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງ​ເອ​ຢິບ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 8 ແຕ່​ເຂົາ​ທັງ​ຫລາຍ​ໄດ້​ກະ​ບົດ​ຕໍ່​ເຮົາ​ແລະ​ບໍ່​ຍອມ​ຟັງ​ເຣົາ ເຂົາ​ທັງ​ຫລາຍ​ບໍ່​ໄດ້​ຖິ້ມ​ສິ່ງ​ທີ່​ຫນ້າ​ຂີ້​ດຽດ ຊຶ່ງ​ນັຍ​ຕາ​ຂອງ​ເຂົາ​ເພີດ​ເພີນ​ຢູ່​ນັ້ນ​ທຸກ​ຄົນ ທັງ​ເຂົາ​ກໍ​ບໍ່​ໄດ້​ຖິ້ມ​ຮູບ​ເຄົາ​ຣົບ​ຂອງ​ເອ​ຢິບ “ແລ້ວ​ເຮົາ​ກໍ​ຄິດ​ວ່າ ເຮົາ​ຈະ​ລະ​ບາຍ​ຄວາມ​ກິ້ວ​ຂອງ​ເຮົາ​ອອກ​ເຫນືອ​ເຂົາ ແລະ​ໃຫ້​ຄວາມ​ໂກດ​ຂອງ​ເຮົາ​ທີ່​ມີ​ຕໍ່​ເຂົາ​ໃນ​ຖ້າມ​ກາງ​ແຜ່ນ​ດິນ​ເອ​ຢິບ​ຈົນ​ມອດ​ລົງ 9 ແຕ່ເຮົາ​ກໍ​ກະ​ທຳ​ໂດຍ​ເຫັນ​ແກ່​ຊື່​ຂອງ​ເຮົາ​ເອງ ເພື່ອ​ບໍ່​ໃຫ້​ຊື່​ນັ້ນ​ມົນ​ທິນ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ຊຶ່ງ​ເຂົາ​ອາ​ໄສ​ຢູ່ ເຮົາ​ຈຶ່ງ​ໄດ້​ສຳ​ແດງ​ຕົວ​ຂອງ​ເຮົາ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ​ໃຫ້​ເຂົາ​ຮູ້​ຈັກ ໃນ​ການ​ທີ່​ເຮົາ​ນະ​ຄົນ​ອິສ​ຣາ​ເອນ​ອອກ​ມາ​ຈາກ​ແຜ່ນ​ດິນ​ເອ​ຢິບ 10 ດັ່ງ​ນັ້ນ ເຮົາ​ຈຶ່ງ​ນຳ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເອ​ຢິບ ແລະ​ນຳ​ເຂົາ​ເຂົາ​ມາ​ໃນ​ຖິ່ນ​ກັນ​ດານ 11 ເຣົາ​ໃຫ້​ກົດ​ເກນ​ຂອງ​ເຮົາ​ແກ່​ເຂົາ ແລະ​ສຳ​ແດງ​ກົດ​ຫມາຍ​ຂອງ​ເຮົາ​ໃຫ້​ເຂົາ​ຮູ້ ຊຶ່ງ​ຖ້າ​ມະ​ນຸດ​ໄດ້​ຮັກ​ສາ​ໄວ້​ກໍ​ຈະ​ດໍາຣົງ​ຊີ​ວິດ​ຢູ່​ໄດ້ 12 ນອກ​ຈາກ​ນີ້​ອີກ ເຮົາ​ໄດ້​ໃຫ້​ສະ​ບາ​ໂຕ​ຂອງ​ເຮົາ​ແກ່​ເຂົາ ເປັນ​ຫມາຍ​ສຳ​ຄັນ​ລະ​ຫວ່າງ​ເຣົາ​ແລະ​ເຂົາ​ທັງ​ຫລາຍ ເພື່ອ​ເຂົາ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ຜູ້​ກະ​ທຳ​ໃຫ້​ເຂົາ​ບໍ​ຣິ​ສຸດ 13 ແຕ່​ເຊື້ອ​ສາຍອິສ​ຣາ​ເອນ​ໄດ້​ກະ​ບົດ​ຕໍ່​ເຮົາ​ໃນ​ຖິ່ນ​ກັນ​ດານ ເຂົາ​ບໍ່​ໄດ້​ດຳ​ເນີ​ນ​ຕາມ​ກົດ​ເກນ​ຂອງ​ເຮົາ ແຕ່ໄດ້​ປະ​ຕິ​ເສດ​ບໍ່​ຮັບ​ກົດ​ຫມາຍ​ຂອງ​ເຮົາ ຊຶ່ງ​ຖ້າ​ມະ​ນຸດ​ໄດ້​ຮັກ​ສາ​ໄວ້​ກໍ​ຈະ​ດຳ​ຣົງ​ຊີ​ວິດ​ຢູ່​ໄດ້ ແລະ​ເຂົາ​ໄດ້​ກະ​ທຳ​ໃຫ້​ສະ​ບາ​ໂຕ​ຂອງ​ເຮົາ​ເຂົາ​ໄດ້​ປມາດ​ໄປ​ຢ່າງ​ຫນັກ “ແລ້ວ​ເຣົາ​ກໍ​ຄິດ​ວ່າ​ເຮົາ​ຈະ​ລະ​ບາຍ​ຄວາມ​ກິ້ວຂອງເຮົາ​ອອກ​ເຫນືອ​ເຂົາ​ໃນ​ຖິ່ນ​ກັນ​ດານ ແລະ​ທຳ​ໃຫ້​ເຂົາ​ຈົບ​ສິ້ນ​ເສັຽ​ທີ່ 14 ແຕ່​ເຮົາ​ກໍ​ກະ​ທຳ​ໂດຍ​ເຫັນ​ແກ່​ຊື່​ຂອງ​ເຮົາ​ເອງ ເພື່ອບໍ່​ໃຫ້​ຊື່​ນັ້ນ​ມົນ​ທິນ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ຫລາຍ ຊຶ່ງ​ເຮົາ​ໄດ້​ນຳ​ຄົນ​ອິສ​ຣາ​ເອນ​ອອກ​ມາ​ຕໍ່​ຫນ້າ​ເຂົາ 15 ນອກ​ຈາກ​ນີ້ ເຮົາ​ໄດ້​ປະ​ຕິ​ຍານ​ຕໍ່​ເຂົາ​ໃນ​ຖິ່ນ​ກັນ​ດານ​ວ່າ ເຮົາ​ຈະ​ບໍ່​ນຳ​ເຂົາ​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ເຂົາ ເປັນ​ແຜ່​ນ​ດິນ​ທີ່​ມີ​ນ້ຳ​ນົມ​ແລະ​ນ້ຳ​ເຜິ້ງ​ໄຫລ​ບໍ​ຣິ​ບູນ​ ເປັນ​ແຜ່ນ​ດິນ​ທີ່​ມີ​ສັກ​ສີ​ທີ່​ສຸດ​ໃນ​ແຜ່ນ​ດິນ​ທັງ​ຫລາຍ 16 ເພາະ​ເຂົາ​ປະ​ຕິ​ເສດ​ບໍ່​ຮັບ​ກົດ​ຫມາຍ​ຂອງ​ເຮົາ ແລະ​ບໍ່​ດຳ​ເນີນ​ຕາມ​ກົດ​ເກນ​ຂອງ​ເຮົາ ແລະ​ໄດ້​ກະ​ທຳ​ໃຫ້​ສະ​ບາ​ໂຕ​ຂອງ​ເຣົາ​ຖືກ​ປ​ມາດ ເພາະ​ວ່າ​ຈິດ​ໃຈ​ຂອງ​ເຂົາ​ໄປ​ຕິດ​ຕາມ​ຮູບ​ເຄົາ​ຣົບ​ຂອງ​ເຂົາ 17 ເຖິງ​ປານ​ນັ້ນ​ກໍ​ດີ ນັຍ​ຕາ​ຂອງ​ເຮົາ​ກໍ​ຍັງ​ປາ​ນີ​ເຂົາ ແລະ​ເຣົາ​ບໍ່​ໄດ້​ທຳ​ລາຍ​ເຂົາ ຫລື​ກະ​ທຳ​ໃຫ້​ເຂົາ​ຈົບ​ສິ້ນ​ລົງ​ໃນ​ຖິ່ນ​ກັນ​ດານ​ນັ້ນ 18 “ແລະ​ເຮົາ​ເວົ້າ​ກັບ​ບຸດ​ຫລານ​ຂອງ​ເຂົາ​ໃນ​ຖິ່ນ​ກັນ​ດານນັ້ນ​ວ່າ ຢ່າ​ດຳ​ເນີນ​ຕາມກົດ​ເກນ​ຂອ​ງບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ຫລື​ຮັ​ກ​ສາ​ກົດ​ຫມາຍ​ຂອງ​ເຂົາ ຫລື​ກະ​ທຳ​ຕົວ​ເຈົ້າ​ໃຫ້​ມົນ​ທິນ​ໄປ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງ​ເຂົາ 19 ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ ຈົ່ງ​ດຳ​ເນີນ​ຕາມ​ກົດ​ເກນຂອງ​ເຣົາ ແລະ​ຈົ່ງ​ຮັກ​ສາກົດ​ຫມາຍຂອງ​ເຮົາ ແລະ​ປະ​ພຶດ​ຕາມ 20 ແລະ​ນັບ​ຖື​ບັນ​ດາ​ສະ​ບາ​ໂຕ​ຂອງ​ເຮົາ ເພື່ອ​ຈະ​ເປັນ​ຫມາຍ​ສຳ​ຄັນ​ລະ​ຫວ່າງ​ເຮົາ​ກັບ​ເຈົ້າ ເພື່ອ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ 21 ແຕ່​ລູກ​ຫລານ​ເຫລົ່າ​ນັ້ນ​ກໍ​ກະ​ບົດ​ຕໍ່​ເຮົາ ເຂົາ​ທັງ​ຫລາຍ​ບໍ່​ໄດ້​ດຳ​ເນີນ​ຕາມ​ກົດ​ເກນຂອງ​ເຮົາ ແລະ​ບໍ່​ຮັ​ກ​ສາ​ກົດ​ຫມາຍ​ຂອງ​ເຮົາ ແລະບໍ່​ປະ​ພຶດ​ຕາມ ຊຶ່ງ​ຖ້າມະ​ນຸດ​ໄດ້​ຮັກ​ສາ​ໄວ້​ກໍ​ຈະ​ດຳ​ຣົງ​ຊີວິດ​ຢູ່​ໄດ້ ເຂົາ​ໄດ້​ກະ​ທຳ​ໃຫ້​ບັນ​ດາ​ສະ​ບາ​ໂຕ​ຂອງ​ເຮົາ​ຖືກປ​ມາດ “ແລ້ວ​ເຮົາ​ກໍ​ຄິດ​ວ່າ​ເຮົາ​ຈະ​ລະ​ບາຍ​ຄວາມ​ກິ້ວອ​ຂງ​ເຮົາ​ອອກ​ເຫນືອ​ເຂົາ ແລະ​ໃຫ້​ຄວາມ​ໂກດ​ຂອງ​ເຮົາ​ມີ​ຕໍ່​ເຂົາ ທີ່​ໃນ​ຖິ່ນ​ກັນ​ດານ​ຈົນ​ມອດ​ລົງ 22 ແຕ່​ເຮົາ​ໄດ້​ຫົດ​ມືຂອງ​ເຮົາ​ໄວ້ ແລະ​ກະ​ທຳ​ໂດຍ​ເຫັນ​ແກ່​ຊື່​ຂອງ​ເຮົາ​ໄວ້ ແລະ​ກະ​ທຳ​ໂດຍ​ເຫັນ​ແກ່​ຊື່​ຂອງ​ເຮົາ​ເອງ ເພື່ອ​ບໍ່​ໃຫ້​ຊື່​ນັ້ນ​ມົນ​ທິນ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ຫລາຍ ຊຶ່ງ​ເຮົາ​ໄດ້​ນຳ​ຊົນ​ອິສ​ຣາ​ເອນ​ອອກ​ມາ​ຕໍ່​ຫນ້າ​ເຂົາ 23 ນອກ​ຈາກ​ນີ້ ເຮົາ​ໄດ້​ປະ​ຕິຍານ​ຕໍ່​ເຂົາ​ທັງ​ຫລາຍ​ໃນ​ຖິ່ນ​ກັນ​ດານ​ວ່າ ເຮົາ​ຈະ​ໃຫ້​ພັດ​ພາກ​ຈາກ​ກັນ​ໄປ​ໃນ​ຖ້າ​ມກາງ​ປະ​ຊາ​ຊາດ​ແລະ​ກະ​ຈາຍ​ເຂົາ​ໄປ​ຢູ່​ຕາມ​ປະ​ເທດ​ຕ່າງໆ 24 ເພາະ​ວ່າ​ເຂົາ​ບໍ່​ໄດ້​ກະ​ທຳ​ຕາມ​ກົດ​ຫມາຍ​ຂອງ​ເຮົາ ແຕ່​ໄດ້​ປະ​ຕິ​ເສດບໍ່​ຮັບ​ກົດ​ເກນຂອງ​ເຮົາ ແລະ​ກະ​ທຳ​ໃຫ້​ບັນ​ດາ​ສະ​ບາ​ໂຕ​ຂອງ​ເຮົາ​ຖືກ​ປມາດ ແລະ​ນັຍ​ຕາ​ຂອງ​ເຂົາ​ກໍ​ຈັບ​ຢູ່​ທີ່​ຮູບ​ເຄົາ​ຣົບ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ 25 ນອກ​ຈາກ​ນີ້ ເຮົາ​ໄດ້​ໃຫ້​ກົດ​ເກນ​ທີ່​ບໍ່​ດີ​ແລະ​ໃຫ້​ກົດ​ຫມາຍ ຊຶ່ງ​ຕາມ​ນັ້ນ​ເຂົາ​ຈະ​ດຳ​ຣົງ​ຊີ​ວິດ​ບໍ່​ໄດ້ 26 ແລະ​ເຮົາ​ກໍ​ໄດ້​ໃຫ້​ເຂົາ​ມົນ​ທິນ​ໄປ​ດ້ວຍ​ຂອງ​ຖວາຍ​ຂອງ​ເຂົາ​ເອງ ໂດຍ​ໃຫ້​ເຂົາ​ຖວາຍ​ບຸດ​ຫົວ​ປີ​ໃຫ້​ລຸຍ​ໄຟ ເພື່ອ​ເຮົາ​ຈະ​ກະ​ທໍາໃຫ້​ເຂົາ​ຢ້ານ​ກົວ ເພື່ອ​ໃຫ້​ເຂົາ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 27 “ເຫດ​ສັນ​ນັ້ນ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ເວົ້າ​ກັບ​ເຊື້ອ​ສາຍ​ອິສ​ຣາ​ເອນ​ແລະ​ກ່າວ​ແກ່​ເຂົາ​ວ່າ ພຣະຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໃນ​ເຣື່ອງ​ນີ້​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໄດ້​ຫມິ່ນ​ປ​ມາດ​ເຮົາ​ອີກ ໂດຍ​ກະ​ທຳ​ແກ່​ເຮົາ​ຢ່າງ​ທໍ​ຣະ​ຍົດ 28 ເພາະ​ວ່າ​ເມື່ອ​ເຮົາ​ໄດ້​ນຳ​ເຂົາ​ເຂົ້າ​ມາ​ໃນແຜ່​ນດິນທີ່​ເຮົາ​ໄດ້​ສັນ​ຍາ​ວ່າ​ຈະ​ໃຫ້​ເຂົາ​ນັ້ນ​ແລ້ວ ເມື່ອ​ເຂົາ​ເຫັນ​ເນີນ​ເຂົາ​ສູງ​ໃນ​ທີ່​ໃດ​ຫລື​ເຫັນ​ຕົ້ນ​ໄມ້​ໃບ​ດົກ​ທີ່​ໃດ ເຂົາ​ກໍ​ຖວາຍ​ເຄື່ອງ​ສັຕ​ບູ​ຊາ​ຂອງ​ເຂົາ​ທີ່​ນັ້ນ ແລະ​ຖວາຍ​ເຄື່ອງ​ບູ​ຊາອັນ​ເປັນ​ເຫດ​ໃຫ້​ເຣົາ​ເຄື​ອງ​ໃຈ ແລະ​ເຂົາ​​ເທ​​ເຄື່ອງດື່ມ​ບູ​ຊາ​ອອກ​ທີ່​ນັ້ນ 29 (ເຮົາ​ໄດ້​ຖາມ​ເຂົາ​ວ່າ​ສະ​ຖານ​ທີ່​ສູງ​ຊຶ່ງ​ເຈົ້າ​ເຂົ້າ​ໄປ​ນັ້ນ​ແມ່ນ​ຫຍັງ ແລະ​ເຂົາ​ຈຶ່ງ​ເອີ້ນ​ຊື່​ທີ່​ນັ້ນ​ວ່າ ບາ​ມາ​ສືບໆ​ມາ​ຈົນ​ທຸກວັນ​ນີ້) 30 ເຫດ​ສັນ​ນັ້ນ​ຈົ່ງ​ກ່າວ​ແກ່​ເຊື້ອ​ສາຍອິສ​ຣາ​ເອນ​ວ່າພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ກະ​ທຳ​ຕົວ​ໃຫ້​ມົນ​ທິນ​ໄປ​ຕາມ​ຢ່າງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ແລະ​ຫລິ້ນ​ຊູ້​ກັບ​ສິ່ງ​ທີ່​ຫນ້າ​ຂີ້​ດຽດ​ຂອງ​ເຂົາ​ຫລື 31 ເມື່ອ​ເຈົ້າ​ຖວາຍ​ເຄື່ອງ​ບູ​ຊາ​ແລະ​ຖວາຍ​ບຸດ​ຊາຍ​ໃຫ້​ລຸຍ​ໄຟ ເຈົ້າ​ໄດ້​ກະ​ທຳ​ຕົວ​ໃຫ້​ມົນ​ທິນ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງ​ເຈົ້າ​ຈົນ​ທຸກວັນ​ນີ້ ໂອ ເຊື້ອ​ສາຍ​ອິສ​ຣາ​ເອນ​ເອີຍ, ເຣົາ​ຈະ​ໃຫ້​ເຈົ້າ​ມາ​ຖາມເຮົາ​ຫລື ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຮົາ​ຈະ​ບໍ່​ໃຫ້​ເຈົ້າ​ມາ​ຖາມ​ເຣົາ​ສັນ​ນັ້ນ 32 ສິ່ງ​ໃດ​ຢູ່ໃນ​ໃຈຂອງ​ເຈົ້າຈະ​ບໍ່​ບັງ​ເກີດ​ຂຶ້ນ​ໄດ້​ເລີຍ ຄື​ຄວາມ​ຄຶດ​ທີ່​ວ່າ “ໃຫ້​ເຮົາ​ເປັນ​ເຫມືອນ​ປະ​ຊາ​ຊາດ​ທັງ​ຫລາຍ​ໃຫ້​ເປັນ​ເຫມືອນ​ເຜົ່າ​ຕ່າງໆ​ໃນ​ປະ​ເທດ​ທົ່ວ​ໄປ ຄືໃຫ້​ເຣົາ​ບົວ​ລະ​ບັດ​ໄມ້​ແລະ​ສີ​ລາ” 33 ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຮົາ​ຈະ​ເປັນ​ກະ​ສັດ​ເຫນືອ​ເຈົ້າ​ແນ່ນອນ​ດ້ວຍ​ມື​ທີ່​ມີ​ຣິດ ແລະ​ດ້ວຍ​ແຂນ​ທີ່​ຢຽດ​ອອກ ແລະ​ດ້ວຍ​ຄວາມ​ພິ​ໂຣດ​ທີ່​ເທ​ລົງ​ມາ 34 ເຣົາ​ຈະ​ນຳ​ເຈົ້າ​ອອກ​ມາ​ຈາກ​ຊົນ​ຊາດ​ທັງ​ຫລາຍ ແລະ​ຮວບ​ຮວມ​ເຈົ້າ​ອອກ​ມາ​ຈາກ​ປະ​ເທດ​ທັງ​ປວງ​ຊຶ່ງ​ເຈົ້າ​ຕ້ອງ​ກະ​ຈັດ​ກະ​ຈາຍ​ກັນ​ໄປ​ຢູ່​ນັ້ນ ດ້ວຍ​ມື​ທີ່​ມີ​ຣິດ​ແລະ​ດ້ວຍ​ແຂນ​ທີ່ຢຽດ​ອອກ ແລະ​ດ້ວຍ​ຄວາມ​ພິ​ໂຣດ​ທີ່​ເທ​ລົງ​ມາ 35 ແລະ​ເຮົາ​ຈະ​ນຳ​ເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ​ແຫ່ງ​ຊົນ​ຊາດ​ທັງ​ຫລາຍ ແລະ​ທີ່​ນັ້ນ​ເຮົາ​ຈະ​ເຂົ້າ​ສູ່​ການ​ພິ​ພາກ​ສາ​ກັບ​ເຈົ້າ ຫນ້າ​ຕໍ່​ຫນ້າ 36 ເຣົາ​ເຂົ້າ​ສູ່​ການ​ພິ​ພາກ​ສາ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ໃນ​ຖິ່ນ​ກັນ​ດານ​ແຫ່ງ​ແຜ່ນ​ດິນ​ເອ​ຢິບ​ຢ່າງ​ໃດ ພຣະ​ຜູ້​ເປັ​ນເຈົ້າ​ກ່າວ​ວ່າ ເຮົາ​ຈະ​ເຂົ້າ​ສູ່​ການ​ພິ​ພາກ​ສາ​ກັບ​ເຈົ້າ​ຢ່າງ​ນັ້ນ 37 ເຮົາ​ຈະ​ນັບ​ເຈົ້າ​ໂດຍ​ໃຫ້​ລອດ​ໄປ​ໃຕ້ໄມ້​ແສ້ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ເຂົ້າມາ​ໃນ​ເຄື່ອງ​ຜູກ​ຄຳ​ສັນ​ຍາ 38 ເຮົາ​ຈະ​ຊຳ​ຮະ​ພວ​ກກະ​ບົດ​ເສັຽ​ຈາກ​ຖ້າມ​ກາງ​ເຈົ້າ​ທັງ​ຜູ້​ທໍ​ຣະ​ຍົດ​ຕໍ່​ເຣົາ ເຮົາ​ຈະ​ນຳ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ທີ່​ເຂົາ​ໄປ​ອາ​ໄສ​ຢູ່​ນັ້ນ ແຕ່​ເຂົາ​ຈະບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ອິສ​ຣາ​ເອນ” ແລ້ວ​ເຈົ້າ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 39 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໂອ ເຊື້ອ​ສາຍ​ອິສ​ຣາ​ເອນ​ເອີຍ, ຝ່າຍ​ເຈົ້າ​ທັງ​ຫລາຍ​ທຸກ​ຄົນ​ຈົ່ງ​ໄປ​ບົວ​ລະ​ບັດ​ຮູບ​ເຄົາ​ຣົບ​ຂອງ​ເຈົ້າ​ດຽວ​ນີ້ ແລະ​ຕໍ່​ໄປ​ຖ້າ​ເຈົ້າ​ບໍ່​ຟັງ​ເຣົາ ແຕ່​ຊື່​ອັນ​ບໍ​ຣິ​ສຸດ​ຂອງ​ເຮົາ​ນັ້ນ​ເຈົ້າ​ຢ່າ​ກະ​ທຳ​ໃຫ້​ມົນ​ທິນ​ອີກ​ດ້ວຍ​ຂອງ​ຖວາຍ​ແລະ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງ​ເຈົ້າ​ 40 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ດ້ວຍ​ວ່າ​ເທິງ​ພູ​ບໍ​ຣິ​ສຸດ​ຂອງ​ເຮົາ ຄື​ພູ​ສູງ​ຂອງ​ອິສ​ຣາ​ເອນ ບັນ​ດາ​ເຊື້ອ​ສາຍ​ທັງ​ຫມົດ​ຂອງ​ອິສ​ຣາ​ເອນ​ຈະ​ບົວ​ລະ​ບັດ​ເຮົາ​ໃນ​ແຜ່ນ​ດິນ​ນັ້ນ ເຮົາ​ຈະ​ໂຜດ​ເຂົາ​ທີ່​ນັ້ນ ໃນ​ທີ່​ນັ້ນ​ເຮົາ​ຈະ​ເອີ້ນ​ຂອງ​ຖວາຍ​ຂອງ​ເຈົ້າ ແລະ​ຂອງ​ສັກ​ກາ​ຣະ​ທີ່​ຄັດ​ເລືອກ​ດີ​ທີ່​ສຸດ​ນັ້ນ ກັບ​ເຄື່ອງ​ຖວາຍ​ບູ​ຊາ​ອັນ​ສັກ​ສິດ​ທັງ​ສິ້ນ​ຂອງ​ເຈົ້າ 41 ເມື່ອ​ເຮົາ​ນຳ​ເຈົ້າ​ອອກ​ມາ​ຈາກ​ຊາດ​ທັງ​ຫລາຍ ແລະ​ຮວບ​ຮ​ວມ​ເຈົ້າ​ອອກ​ມາ​ຈາ​ກ​ປະ​ເທດ​ທີ່​ເຈົ້າ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ນັ້ນ ເຮົາ​ຈະ​ໂຜດ​ເຈົ້າ​ດັ່ງ​ເປັນ​ກິ່ນ​ທີ່​ພໍ​ໃຈ​ຂອງ​ເຮົາ ແລະ​ເຮົາ​ຈະ​ສຳ​ແດງ​ຄວາມບໍ​ຣິສຸດ​ສັກ​ສິດ​ຂອງ​ເຮົາ​ຖ້າມ​ກາງ​ເຈົ້າ​ຕໍ່​ຫນ້າ​ຕໍ່​ຕາ​ປະ​ຊາ​ຊາດ​ທັງ​ຫລາຍ 42 ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ໃນ​ເມື່ອ​ເຮົາ​ນຳ​ເຈົ້າ​ເຂົ້າ​ໃນ​ແຜ່ນ​ດິນ​ອິສ​ຣາ​ເອນ ອັນ​ເປັນ​ປະ​ເທດຊຶ່ງ​ເຣົາ​ສັນ​ຍາ​ໄວ້​ວ່າ​ຈະ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ 43 ໃນ​ທີ່​ນັ້ນ​ເຈົ້າ​ຈະ​ລະ​ນຶ​ກ​ເຖິງ​ທາງ​ແລະ​ການ​ກະ​ທຳ​ທັງ​ສິ້ນ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ໃຊ້​ກະ​ທຳ​ໃຫ້​ຕົວ​ຂອງ​ເຈົ້າ​ມົນ​ທິນ ແລະ​ເຈົ້າ​ຈະ​ກຽດຊັງ​ຕົວ​ຂອງ​ເຈົ້າ ເພາະ​ຄວາມ​ຊົ່ວ​ທັງ​ຫລາຍ​ຊຶ່ງ​ເຈົ້າ​ໄດ້​ກະ​ທຳ​ນັ້ນ 44 ໂອ ເຊື້ອ​ສາຍ​ອິສ​ຣາ​ເອນ​ເອີຍ, ເມື່ອ​ເຮົາ​ໄດ້​ກະ​ທຳ​ກັບ​ເຈົ້າ​ດ້ວຍ​ເຫັນ​ແກ່​ຊື່​ຂອງ​ເຮົາ ບໍ່​ແມ່ນ​ຕາມ​ທາງ​ອັນ​ຊົ່ວ​ຂອງ​ເຈົ້າ ຫລື​ຕາມ​ການ​ກະ​ທຳ​ອັ​ນ​ຖ່ອຍ​ຮ້າຍຂອງ​ເຈົ້າ ແລ້ວ​ເຈົ້າ​ຈຶ່ງ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 45 ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 46 “ບຸດ​ແຫ່ງ​ມະ​ນຸ​ດ​ເອີຍ, ຈົ່ງ​ມຸ່ງ​ຫນ້າ​ໄປ​ທາງ​ທິດ​ໃຕ້​ແລະ​ເທ​ສ​ນາ​ກ່າວ​ໂທດ​ພວກ​ຖິ່ນ​ໃຕ້ ຈົ່ງ​ປະ​ກາດພຣະ​ທັມ​ຕໍ່​ແດນ​ປ່າ​ໄມ້​ທີ່​ໃນ​ຖິ່ນ​ໃຕ້ 47 ຈົ່ງ​ກ່າວ​ແກ່​ປ່າໄມ້​ແຫ່ງ​ຖິ່ນ​ໃຕ້​ວ່າ​ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຣົາ​ຈະ​ກໍ່​ໄຟ​ໄວ້​ໃນ​ເຈົ້າ ມັນ​ຈະ​ເຜົາ​ຜານ​ຕົ້ນ​ໄມ້​ຂຽວ​ແລະ​ຕົ້ນ​ໄມ້​ແຫ້ງ​ທຸກ​ຕົ້ນ​ທີ່​ຢູ່​ໃນ​ເຈົ້າ​ເສັຽ ຈະ​ດັບ​ແປວ​ໄຟ​ອັນ​ລຸ​ກໂພງ​ນັ້ນ​ບໍ່​ໄດ້ ແລະ​ດວງ​ຫນ້າ​ທຸກ​ຫນ້າ​ຕັ້ງ​ແຕ່​ທິດ​ໃຕ້​ຈົນ​ເຖິງ​ທິດ​ເຫນືອ​ຈະ​ຖືກ​ໄຟ​ລວກ 48 ມະ​ນຸດ​ທັງ​ສິ້ນ​ຈະ​ເຫັນ​ວ່າ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າຜູ້​ໄດ້​ກໍ່​ໄຟ​ນັ້ນ ຜູ້​ໃດ​ຈະ​ດັບ​ກໍ​ບໍ່​ໄດ້” 49 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ກ່າວ​ວ່າ, “ພຣະ​ເຈົ້າ​ ເຈົ້າ​ຂ້າ ເຂົາ​ທັງ​ຫລາຍ​ກຳ​ລັງ​ກ່າວ​ເຖິງ​ຂ້າ​ພຣະ​ອົງ​ວ່າ “ເຂົາ​ບໍ່​ແມ່ນ​ເປັນ​ຄົນ​ສ້າງ​ຄຳ​ອຸ​ປ​ມາ​ດອກ​ຫລື”

ເອເຊກຽນ 21

ດາບ​ອັນ​ຄົມ​ຂອງ​ພຣະ​ເຈົ້າ

1 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ມຸ່ງ​ຫນ້າ​ຂອງ​ເຈົ້າ​ຕໍ່​ສູ້​ເຢ​ຣູ​ຊາ​ເລັມ ແລະ​ເທ​ສ​ນາ​ກ່າວ​ໂທດ​ສະ​ຖານ​ສັກ​ສິດ​ທັງ​ຫລາຍ ຈົ່ງເຜີຍ​ພຣະ​ທັມ​ກ່າວ​ໂທດ​ແຜ່ນ​ດິນ​ອິສ​ຣາ​ເອນ 3 ແລະ​ກ່າວ​ແກ່​ແຜ່ນ​ດິນ​ອິສ​ຣາ​ເອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຣົາ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ ແລະ​ເຣົາ​ຈະ​ຊັກ​ດາບ​ຂອງ​ເຮົາ​ອອກ​ຈາກ​ຝັກ ແລະ​ເຣົາ​ຈະ​ທຳ​ລາຍ​ທັງ​ຄົນ​ຊອບ​ທັມ​ແລະ​ຄົນ​ອະ​ທັມ​ອອກ​ຈາກ​ເຈົ້າ​ເສັຽ 4 ເພາະ​ເຮົາ​ຈະ​ຕັດ​ເອົາທັງ​ຄົນ​ຊອບ​ທັມແລະ​ຄົນ​ອະ​ທັມ​ອອກ​ຈາກ​ເຈົ້າ​ເສັຽ ເຫດ​ສັນນັ້ນ​ດາບ​ຂອງ​ເຮົາ​ຈະ​ອອກ​ຈາກ​ຝັກ​ໄປ​ຕໍ່​ສູ້​ມະ​ນຸດ​ທັງ​ສິ້ນ​ຈາກ​ທິດ​ໃຕ້​ຈົນ​ເຖິງ​ທິດ​ເຫນືອ 5 ແລະ​ມະ​ນຸ​ດ​ທັງ​ສິ້ນ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊັກ​ດາບ​ຂອງ​ເຮົາ​ອອກ​ຈາກ​ຝັ​ກ​ແລ້ວ​ ແລະ​ຈະ​ບໍ່​ເກັບ​ໃສ່​ຝັກ​ອີກ 6 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຫດ​ສັນ​ນັ້ນ​ຈົ່ງ​ຖອນ​ຫາຍ​ໃຈ ຖອນ​ຫາຍ​ໃຈ​ດ້ວຍ​ຄວາມ​ລະ​ທົມ​ໃຈ​ແລະ​ຄວາມ​ຂົມ​ຂື່ນ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ​ທັງ​ຫລາຍ 7 ແລະ​ເມື່ອ​ເຂົາ​ທັງ​ຫລາຍ​ກ່າວ​ແກ່​ເຈົ້າ​ວ່າ “ເປັນ​ຫຍັງ​ເຈົ້າ​ຖອນ​ຫາຍ​ໃຈ” ເຈົ້າ​ຈົ່ງ​ກ່າວ​ວ່າ “ເພາະ​ເຣື່ອງ​ຂ່າວ​ນັ້ນ ເມື່ອ​ຂ່າວ​ນັ້ນ​ມາ​ເຖິງ​ຫົວ​ໃຈ​ທຸກດວງ​ຈະ​ລະ​ລາຍ​ແລະ​ມື​ທັງ​ສິ້ນ​ຈະ​ອ່ອນ​ເພັຽລົງ ແລະ​ບັນ​ດາ​ຈິດ​ວິນ​ຍານ​ຈະອ່ອນ​ແອ​ໄປ ແລະ​ຫົ​ວ​ເຂົ່າ​ທຸກ​ເຂົ່າ​ຈະ​ອ່ອນ​ເພັຽດັ່ງ​ນ້ຳ ເບິ່​ງ​ແມ໋, ຂ່າວ​ນັ້ນ​ມາ​ເຖິງ​ແລະ​ຈະ​ສຳ​ເຣັດ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 8 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 9 “ບຸດ​ແຫ່ງມະ​ນຸດ​ເອີຍ, ຈົ່ງ​ປະ​ກາດ​ພຣະ​ທັມ​ແລະ​ກ່າວ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ດາບ​ເຫລັ້ມ​ນຶ່ງ​ຊຶ່ງ​ເຂົາ​ລັບ​ໃຫ້​ຄົມ ແລະ​ຂັດ​ມັນ​ດ້ວຍ 10 ລັບ​ໃຫ້​ຄົມ​ເພື່ອ​ຈະ​ເຂັ່ນ​ຂ້າ ຂັດມັນ​ໄວ້​ເພື່ອ​ຈະ​ໃຫ້​ວາວ​ວັບ​ເຫມືອນ​ຟ້າ​ແມບ ເຮົາ​ຈະ​ລ່າ​ເຣີງ​ຫລື ລູກ​ຂອງ​ເຮົາ​ເອີຍ ເຈົ້າ​ໄດ້​ປມາດ​ຄຳ​ເຕືອນ ແລະ​ໄມ້​ແສ້​ທຸກ​ຢ່າງ 11 ເຫດ​ສັນ​ນັ້ນ​ຈຶ່ງມອບ​ດາບ​ໃຫ້​ຂັດ​ມັນ ເພື່ອ​ຈະ​ຖື​ໄວ້​ໄດ້ ດາບ​ນັ້ນ​ຄົມ​ແລ້ວ​ແລະ​ຂັດ​ມັນ ເພື່ອ​ຈະ​ມອບ​ໄວ້​ໃນ​ມື​ຂອງ​ຜູ້​ຂ້າ 12 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຮ້ອງ​ໄຫ້​ແລະ​ຄ່ຳ​ຄວນ​ເທີນ ເພາະ​ເປັນ​ເຣື່ອງ​ຕໍ່​ສູ້​ກັບ​ໄພ່​ພົນ​ຂອງ​ເຮົາ ແລະ​ຕໍ່​ສູ້​ກັບ​ບັນດາ​ເຈົ້າ​ນາຍ​ຂອງ​ອິສ​ຣາ​ເອນ ເຂົາ​ຖືກມອບ​ໄວ້​ແກ່​ດາບ​ພ້ອມກັບ​ໄພ່​ພົນ​ຂອງ​ເຣົາ ເຫດ​ສັນ​ນັ້ນ​ຈົ່ງ​ຕີ​ທີ່​ໂງ່ນ​ຂາ​ຂອງ​ເຈົ້າ​ເທີນ 13 ເພາະ​ມີ​ການ​ທົດ​ລອງເບິ່ງ​ປະ​ຊາ​ຊົນ​ຂອງ​ເຮົາ ແລະ​ຖ້າ​ເຂົາ​ບໍ່​ກັບ​ໃຈ ທຸກ​ສິ່ງ​ເຫລົ່າ​ນີ້​ກໍ​ຈະ​ເກີດ​ຂຶ້ນ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 14 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຫດ​ສັນ​ນັ້ນ​ຈຶ່ງ​ປະ​ກາດພຣະ​ທັມ​ເຖີດ ຈົ່ງ​ຕົບ​ມື​ແລະ​ປ່ອຍ​ໃຫ້​ດາບ​ລົງ​ມາ​ສອງ​ຄັ້ງ ສາມ​ຄັ້ງ ຄື​ດາບ​ສຳ​ລັບ​ຄົນ​ເຫລົ່າ​ນັ້ນ​ທີ່​ຈະ​ຖືກ​ຂ້າ ເປັນ​ດາບ​ແຫ່ງ​ກາ​ນາ​ຄາ​ຕ​ກັມ​ອັນ​ໃຫຍ່​ຫລວງ​ຊຶ່ງ​ລ້ອມ​ຕົວ​ພວກ​ເຂົາ​ທັງ​ຫລາຍ​ໄວ້ 15 ເພື່ອ​ວ່າ​ໃຈ​ຂອງ​ເຂົາ​ຈະ​ລະ​ລາຍ​ແລະ​ເພື່ອການ​ສະ​ດຸດ​ຈະ​ທະ​ວີ​ຄູນ​ທີ່​ປະ​ຕູ​ເມືອງ​ທັງ​ຫມົດ​ຂອງ​ເຂົາ ເຮົາ​ຈຶ່ງ​ໄດ້​ມອບ​ດາບ​ທີ່​ແວບ​ວາບ​ນັ້ນ​ແລ້ວ ທຳ​ເສັຽ​ເຫມືອນ​ດັ່ງ​ກັບ​ຟ້າ​ແມບ ເຂົາ​ຂັດ​ມັນ​ເພື່ອ​ຈະ​ເຂັ່ນ​ຂ້າ 16 ຮວມ​ກັນ​ເຂົ້າ​ມາ ໄປ​ທາງ​ຂວາຣຽງ​ແຖວ ແລ້ວ​ໄປ​ທາງ​ຊ້າຍ ບໍ່​ວ່າ​ຫນ້າ​ຂອງ​ເຈົ້າ​ມຸ່ງ​ໄປ​ທາງ​ໃດ 17 ເຮົາ​ຈະ​ຕົບ​ມື​ຂອງ​ເຮົາ​ດ້ວຍ ແລະ​ເຮົາ​ຈະ​ລະ​ບາຍ​ຄວາມ​ໂກດ​ຂອງ​ເຮົາ​ຈົນ​ຫມົດ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ວາ​ຈາ​ແລ້ວ” 18 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 19 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຂີດ​ທາງ​ໄວ້​ສອງ​ທາງ​ໃຫ້​ດາບ​ແຫ່ງ​ກະ​ສັດ​ບາ​ບິ​ໂລນ​ເຂົ້າ​ມາ ທັງ​ສອງ​ທາງ​ໃຫ້​ອອກ​ມາ​ຈາກ​ແຜ່​ນດິນ​ດຽວ​ກັນ ແລະ​ຈົ່ງ​ທຳ​ປ້າຍບອກ​ທາງ ຈົ່ງ​ທຳ​ໄວ້​ທີ່​ຫົວ​ຖ​ນົນ​ທີ່​ເຂົ້າ​ໄປ​ຫາ​ກຸງ 20 ທຳ​ທາງ​ນຶ່ງ​ໃຫ້​ດາບ​ມາ​ຍັງ​ຣັບ​ບາ​ແຫ່ງ​ຄົນ​ອັມ​ໂມນ ແລະ​ມາ​ຍັງ​ຢູ​ດາ​ແລະ​ມາ​ຍັງ​ເຢ​ຣູ​ຊາ​ເລັມ​ເມືອງ​ທີ່​ມີ​ກຳ​ແພງ 21 ເພາະ​ວ່າ​ກະ​ສັດ​ບາ​ບິ​ໂລນ​ຢືນ​ຢູ່​ທີ່​ທາງປ້າຍ​ທີ່​ຢູ່​ຫົວ​ຖ​ນົນ​ສອງ​ຖນົນ ກຳ​ນົດ​ຫາ​ຄຳທຳ​ນ​ວາຍ ທ່ານ​ສັ່ນ​ລູກ​ທະ​ນູ ແລະ​ປຶກ​ສາ​ເຕ​ຣາ​ຟິມ ທ່ານມອງ​ເບິ່ງ​ທີ່​ຕັບ 22 ໃນ​ມື​ຂ້າງ​ຂວາ ທ່ານ​ມີ​ສ​ລາກ​ເຢ​ຣູ​ຊາ​ເລັມ ເພື່ອ​ຕັ້ງ​ເຄື່ອງ​ທະ​ລວງ ເພື່​ອຈະ​ໃຫ້​ອ້າ​ປາກ​ໃນ​ການ​ຂ້າ ເພື່ອ​ຈະ​ສົ່ງ​ສຽງ​ຮ້ອງ ເພື່ອ​ວາງ​ເຄື່ອງ​ທະ​ລວງ​ກຳ​ແພງ​ເຂົ້າ​ທີ່​ປະ​ຕູ​ເມືອງ​ເພື່ອ​ກໍ່​ຄັນ​ຄູ​ຂຶ້ນ ແ​ລະ​ກໍ່​ກຳ​ແພງ​ລ້ອມ 23 ສຳ​ລັບ​ຄົນ​ເຫລົ່າ​ນັ້ນ​ເປັນ​ເຫມືອນ​ຄຳ​ທຳ​ນ​ວາຍ​ເທັດ ເຂົາ​ທຳ​ພິ​ທີ​ສາ​ບານ ຟື້ນ​ໃຫ້​ລະ​ນຶກ​ເຖິງ​ຄວາມ​ຜິດ ເພື່ອ​ເຂົາ​ທັງ​ຫລາຍ​ຈະ​ຖືກ​ຈັບ​ເອົາ​ໄປ 24 “ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ວ່າ​ເຈົ້າ​ໄດ້​ກະ​ທຳ​ບາບ​ຂອງ​ເຈົ້າ​ໃຫ້​ເຮົາ​ລະ​ນຶກ​ໄດ້ ໂດຍ​ການ​ທໍ​ຣະ​ຍົດ​ຂອງ​ເຈົ້າ​ທີ່​ເຜີຍອອກ ຈົນ​ບາບ​ຂອງ​ເຈົ້າ​ປາ​ກົດໃນ​ການ​ກະ​ທຳ​ທັງ​ສິ້ນ​ຂອງ​ເຈົ້າ ເພາະ​ເຈົ້າ​ໃຫ້​ເຮົາ​ລະ​ນຶກ​ຂຶ້ນ​ໄດ້ ເຈົ້າ​ຈຶ່ງ​ຕ້ອງ​ຖືກ​ຈັບ​ເອົາ​ໄປ​ໂດ​ຍເຫລົ່າ​ສັດ​ຕ​ຣູ 25 ແລະ​ເຈົ້າ ໂອ ຜູ້​ອະ​ທັມ​ທີ່​ຂາດ​ສິນທັມ ຄື​ເຈົ້າ​ນາຍອິສ​ຣາ​ເອນ​ເອີຍ, ຜູ້​ທີ່​ວັນ​ກຳ​ນົດ​ມາ​ເຖິງ​ແລ້ວ ຄື​ເວ​ລາ​ແຫ່ງ​ການ​ລົງ​ໂທດ​ຄັ້ງ​ສຸດ​ທ້າຍ 26 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ແກ້​ຜ້າ​ຄຽນ​ຫົວ​ແລະ​ຖອດ​ມົງກຸດ​ອອກ​ເສັຽ ສິ່ງ​ຕ່າງໆ​ຈະ​ບໍ່​ຄົງ​ຢູ່​ຢ່າງ​ທີ່​ເຄີຍ​ເປັນ ໃຫ້​ຍົ​ກ​ຍ້ອງ​ສິ່ງ​ທີ່​ຕ່ຳ​ຂຶ້ນ ແ​ລະ​ໃຫ້​ກົດ​ສິ່ງ​ທີ່​ສູ​ງລົງ 27 ເຣົາ​ຈະ​ກະ​ທຳ​ໃຫ້ເປັນ​ທີ່​ພັງ​ທະ​ລາຍ ພັງ​ທະ​ລາຍ ພັງ​ທະ​ລາຍ ແລະ​ຈະ​ບໍ່​ມີ​ເລີຍ​ຈົ​ນ​ກວ່າ​ຜູ້​ມີ​ສິດ​ອັນ​ຊອບ​ທັມ​ຈະ​ມາ​ເຖິງ ແລະ​ເຮົາ​ຈະ​ປະ​ທານ​ໃຫ້​ແກ່​ທ່ານ​ຜູ້​ນັ້ນ 28 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ແລະ​ເຈົ້າ​ຈົ່ງ​ປະ​ກາດ​ພຣະ​ຄຳ​ແລະ​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ກ່າວ​ກັບ​ຄົນ​ອັມ​ໂມນ ແລະ​ກ່ຽວ​ກັບ​ເຣື່ອງ​ທີ່​ຫນ້າ​ຕຳ​ຫນິ​ຂອງ​ເຂົາ​ທັງ​ຫລາຍ​ວ່າ ດາບ​ເຫລັ້ມ​ນຶ່ງ ດາບ​ເຫລັ້ມ​ນຶ່ງ​ຖືກ​ຊັດ​ອອກ​ເພື່ອ​ການ​ເຂັ່ນ​ຂ້າ ເຂົາ​ຂັດ​ເຫ​ລື້ອມ​ໃຫ້​ດື່ມ​ໂລ​ຫິດ ແ​ລະ​ໃຫ້​ວາວ​ວັບ​ເຫມືອນ​ຟ້າ​ແມບ 29 ຂ​ນະ​ເມື່ອ​ເຂົາ​ເຫັນ​ນິ​ມິດ​ເທັດ​ມາ​ບອກ​ທ່ານ ຂ​ນະ​ເມື່ອ​ເຂົາ​ໃຫ້​ຄຳ​ທຳ​ນ​ວາຍ​ມຸ​ສາ​ແກ່​ທ່ານ ເພື່ອ​ຈະ​ວາງ​ທ່ານ​ໄວ້​ເທິງ​ຄໍ​ຂອງ​ຜູ້​ອະ​ທັມ​ທີ່​ຊົ່ວ​ຊ້າ​ເວ​ລາ​ກຳນົດ​ຂອງ​ເຂົາ​ມາເຖິງ​ແລ້ວ ຄື​ເວ​ລາ​ແຫ່ງ​ການ​ລົງ​ໂທດ​ຄັ້ງ​ສຸດ​ທ້າຍ 30 ຈົ່ງ​ໃຫ້​ດາບ​ກັບ​ເຂົ້າ​ຝັກ ເຮົາ​ຈະ​ພິ​ພາກ​ສາ​ເຈົ້າ​ໃນ​ສະ​ຖານ​ທີ່​ດັ້ງ​ເດີມ​ຂອງ​ເຈົ້າ​ໃນ​ແຜ່ນ​ດິນ​ດັ້ງ​ເດີມ​ຂອງ​ເຈົ້າ 31 ເຮົາ​ຈະ​ເທ​ຄວາມ​ກິ້ວຂອງ​ເຮົາ​ເຫນືອ​ເຈົ້າ ແລະ​ເຮົາ​ຈະ​ພົ່ນ​ເຈົ້າ​ດ້ວຍ​ໄຟ​ແຫ່ງ​ຄວາມ​ພິ​ໂຣດ​ຂອງ​ເຮົາ ແລະ​ເຮົາ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ໃຈ​ສັຕ ຜູ້​ມີ​ຝີ​ມື​ໃນ​ການ​ທຳ​ລາຍ 32 ເຈົ້າ​ຈະ​ເປັນ​ຟືນ​ໄວ້​ໃສ່​ໄຟ ໂລ​ຫິດ​ຂອງ​ເຈົ້າ​ຈະ​ຢູ່​ກາງ​ແຜ່ນ​ດິນ ຈະ​ບໍ່​ມີ​ໃຜ​ຈົດ​ຈຳ​ເຈົ້າ​ໄວ້​ອີກ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ລັ່ນ​ວາ​ຈາ​ແລ້ວ”

ເອເຊກຽນ 22

ບາບ​ຂອງ​ເຢ​ຣູ​ຊາ​ເລັມ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຕົວ​ເຈົ້າ​ຈະ​ພິ​ພາກ​ສາ​ຫລື ເຈົ້າ​ຈະ​ພິ​ພາກ​ສາ​ເມືອງ​ທີ່​​ເປື້ອນ​ດ້ວຍ​ໂລ​ຫິດ​ນັ້ນ​ຫລື ດັ່ງ​ນັ້ນ​ເຈົ້າ​ຈົ່ງ​ບອກເຖິງການ​ກະ​ທຳສິ່ງ​ອັນ​ຫນ້າ​ຂີ້​ດຽດ​​ຂອງ​ເມື​ອງນັ້ນ​ໃຫ້​ເມືອງ​ນັ້ນ​ຟັງ 3 ເຈົ້າ​ຈົ່ງ​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ນີ້​ເປັນ​ເມືອງ​ທີ່​ທຳ​ໃຫ້​ໂລ​ຫິດ​ຕົກ​ຢູ່​ທີ່​ກາງ​ຕົນ​ເອງ ເພື່ອ​ໃຫ້​ເວ​ລາ​ກຳ​ນົດ​ຂອງ​ຕົນ​ມາ​ເຖິງ ແລະ​ເປັນ​ເມືອງ​ທີ່​ທຳ​ຮູບ​ເຄົາ​ຣົບ​ໄວ້​ໃຫ້​ຕົວ​ມົນ​ທິນ​ໄປ 4 ເຈົ້າ​ມີ​ກັມ​ຊົ່ວ​ດ້ວຍ​ໂລ​ຫິດ​ທີ່​ເຈົ້າ​ກະ​ທຳ​ໃຫ້​ຕົກ​ນັ້ນ ແລະ​ມົນ​ທິນ​ໄປ​ດ້ວຍ​ຮູບ​ເຄົາ​ຣົບ​ທີ່​ເຈົ້າ​ກະ​ທຳ​ໄວ້ ແລະ​ເຈົ້າ​ໄດ້​ນຳ​ໃຫ້​ເວ​ລາ​ຂອງ​ເຈົ້າ​ເຂົ້າ​ມາ​ໃກ້ ເວ​ລາ​ກຳ​ນົດ​ແຫ່ງ​ປີ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ ເຫດ​ສັນ​ນັ້ນ ​ເຮົາ​ຈຶ່ງ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ທີ່​ປະ​ນາມ​ກັນ​ຖ້າມ​ກາງ​ປະ​ຊາ​ຊາດ ແລະ​ເປັນ​ທີ່​ເຍາະເຍີ້ຍ​​ແກ່​ປະ​ເທດ​ທັງ​ຫລາຍ 5 ຜູ້​ທີ່​ຢູ່​ໃກ້ ແລະ​ທີ່​ທີ່​ຢູ່ໄຫ​ເຈົ້າ ຈະເຍາະ​ເຍີ້ຍ​​ເຈົ້າ ຜູ້​ເປັນ​ເມືອງທີ່​ເສັຽ​ຊື່ ແລະ​ເຕັມ​ດ້ວຍ​ຄວາມ​ໂກ​ລາ​ຫົນ 6 “ເບິ່ງ​ແມ໋, ເຈົ້າ​ນາຍ​ແຫ່ງ​ອິສ​ຣາ​ເອນ​ຊຶ່ງ​ຢູ່​ໃນ​ເຈົ້າ ທຸກ​ຄົນ​ກໍ​ນ້ອມ​ໄປ​ໃນ​ທາງ​ທີ່​ທຳ​ໃຫ້​ໂລ​ຫິດ​ຕົກ​ຕາມ​ອຳ​ນາດ​ຂອງ​ເຂົາ 7 ບິ​ດາ​ມານ​ດາ​ຖືກ​ຢຽດ​ຫຍາມ​ຢູ່​ໃນ​ເຈົ້າ ຄົນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ກໍ​ຖືກ​ບຽດ​ບຽນ​ຢູ່​ຖ້າມ​ກາງ​ເຈົ້າ ລູກ​ກຳ​ພ້າ​ແລະ​ຍິງ​ຫມ້າຍ​ກໍ​ຖືກ​ຂົ່ມ​ເຫັງ​ຢູ່​ໃນ​ເຈົ້າ 8 ເຈົ້າ​ໄດ້​ດູ​ຫ​ມິ່ນ​ສິ່ງ​ບໍ​ຣິ​ສຸດ​ຂອງ​ເຮົາ ແລະ​ເຈົ້າ​ບໍ່​ໄດ້​ຍຶດ​ຖືວັນ​ສະ​ບາ​ໂຕ​ 9 ໃນ​ເຈົ້າ​ມີ​ຄົນ​ກ່າວ​ຮ້າຍ​ເພື່ອ​ຈະ​ທຳ​ໃຫ້​ໂລ​ຫິດ​ຕົກ ແລະ​ມີ​ຄົນ​ໃນ​ເຈົ້າ​ທີ່​ຮັບ​ປະ​ທານ​ເທິງ​ພູ​ເຂົາ ເຂົາ​ໄດ້​ທຳ​ການ​ຫນ້າ​ລະ​ອາຍທັງ​ຫລາຍ 10 ໃນ​ເຈົ້າ​ມີ​ຊາຍ​ລາງ​ຄົນ​ລ່ວງ​ປະ​ເວ​ນີ​ກັບ​ພັ​ຣ​ຍາ​ຂອງບິ​ດາ​ເຂົາ ໃນ​ເຈົ້າ​ມີ​ຄົນ​ທີ່​ຂົ່ມ​ຂືນ​ຜູ້​ຍິງ​ທີ່​ຍັງ​ມີ​ມົນ​ທິນ​ເພາະ​ມີ​ປະ​ຈະ​ເດືອນ 11 ຄົນ​ນຶ່ງ​ກະ​ທຳການ​ຫນ້າ​ກຽດ​ຊັງ​ກັ​ບ​ພັ​ຣ​ຍາ​ເພື່ອນ​ບ້ານ ອີກ​ຄົນ​ນຶ່ງ​ຂົ່ມ​ຂືນ​ລູກ​ສະ​ໃພ້​ຂອງ​ຕົນ​ຢ່າງ​ຫນ້າ​ລະ​ອາຍ ໃນ​ເຈົ້າ​ມີ​ອີກ​ຄົນ​ນຶ່ງ​ກະ​ທຳ​ນ້ອງ​ສາວ​ໃຫ້​ເປັນ​ມົນ​ທິນ ຄື​ລູກ​ສາວ​ຂອງ​ບິ​ດາ​ຂອງ​ຕົນ 12 ໃນ​ເຈົ້າ​ມີ​ຄົນ​ຮັບ​ສິນ​ບົນ ເພື່ອ​ກະ​ທຳ​ໃຫ້​ໂລ​ຫິດ​ຕົກ ເຈົ້າ​ເອົາ​ດອກ​ເບັ້ຽ ແລະ​ເອົາ​ເງິນ​ເພີ້ມ ແລະ​ທຳ​ກຳ​ໄລ​ຈາກ​ເພື່ອນ​ບ້ານ​ຂອງ​ເຈົ້າ​ໂດຍ​ການ​ບີບ​ບັງ​ຄັບ ແລະ​ເຈົ້າ​ໄດ້​ລືມ​ເຣົາ​ເສັຽ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 13 “ເບິ່ງ​ແມ໋, ເຫດ​ສັນນັ້ນ ເຮົາ​ຈະ​ຍື່ນ​ກຳ​ປັ້ນ​ເນື່ອງ​ຈາກ​ຜົນ​ກຳ​ໄລ​ອະ​ທັມ​ທີ່​ເຈົ້າ​ໄດ້​ ແລະ​ເນື່ອງ​ຈາກ​ໂລ​ຫິດ​ທີ່​ຢູ່​ໃນ​ຫມູ່​ພວກ​ເຈົ້າ​ທັງ​ຫລາຍ 14 ໃຈ​ເຈົ້າ​ຈະ​ທົນ​ໄດ້​ຫລື ແລະ​ມືຂອງ​ເຈົ້າ​ຈະ​ແຂງ​ແຮງ​ຢູ່​ຫລື ໃນ​ວັນ​ທີ່​ເຮົາ​ຈະ​ເອົາ​ເຣື່ອງ​ກັບ​ເຈົ້າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ວາ​ຈາ​ແລ້ວ ແລະ​ເຮົາ​ຈະ​ກະ​ທຳ 15 ເຮົາ​ຈະ​ໃຫ້​ເຈົ້າ​ກະ​ຈັດ​ພັດ​ພາກ​ໄປ​ໃນ​ຫມູ່​ປະ​ຊາ​ຊາດ ແລະ​ກະ​ຈາຍ​ເຈົ້າ​ໄປ​ຕາມ​ປະ​ເທດ​ຕ່າງໆ ແລະເຮົາ​ຈະ​ເຜົາ​ເອົາ​ຄວາມເປື້ອນ​ເປິ​ອອກ​ຈາກ​ເຈົ້າ​ເສັຽ 16 ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ເຈົ້າ​ຈະ​ເປັນ​ມົນ​ທິນ​ໄປ​ເພາະ​ເຈົ້າ​ເອງ ແລະ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 17 ແລະ​ພຣະ​ຄຳ​ຂອງ​ພຣະ​ອົງ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 18 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ສໍາ​ລັບ​ເຣົາ​ເຊື້ອ​ສາຍ​ອິສ​ຣາ​ເອນ​ກາຍ​ເປັນ​ຂີ້​ໂລ​ຫະ ເຂົາ​ທັງ​ສິ້ນ​ເປັນ​ທອງ​ສຳ​ຣິດ ​ກົວ ​ເຫລັກ ແລະ​ຊື່ນ​ໃນ​ເຕົາ​ຫລອມ ເຂົາ​ເປັນ​ຂີ້​ໂລ​ຫະ​ເງິນ​ໄປ​ຫມົດ 19 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວດັ່ງ​ນີ້​ວ່າ ເພາະ​ວ່າ​ເຈົ້າ​ເປັນ​ຂີ້​ໂລ​ຫະ​ໄປ​ເສັຽ​ທັງ​ສິ້ນ​ແລ້ວ ເຫດ​ສັນ​ນັ້ນ ເບິ່ງ​ແມ໋, ເຮົາ​ຈະ​ຮວບ​ຮ​ວມ​ເຈົ້າ​ໄວ້​ຖ້າມ​ກາງ​ເຢ​ຣູ​ຊາ​ເລັມ 20 ເຫມືອນ​ຄົນ​ທີ່​ຮວບ​ຮ​ວມ​ເງິນ ທອງ​ສຳ​ຣິດ ແລະ​ເຫລັກ ແລະ​ຊື່ນ ແລະ​ກົວ​ໄວ​ໃນ​ເຕົາ​ຫລອມ ເພື່ອ​ເອົາ​ໄຟ​ພົ່ນ​ໃສ່ໃຫ້​ມັນ​ລະ​ລາຍ ດັ່ງ​ນັ້ນ​ເຮົາ​ຈະ​ຮວບ​ຮວມ​ເຈົ້າ​ດ້ວຍ​ຄວາມ​ກິ້ວ​ແລະ​ດ້ວຍ​ຄວາມ​ພິ​ໂຣດ​ຂອ​ງເຮົາ ແລະ​ເຮົາ​ຈະໃສ່​ເຈົ້າ​ຮວມ​ໄວ້​ໃຫ້​ເຈົ້າ​ລະ​ລາຍ 21 ເຣົາ​ຈະ​ຮວບ​ຮວມ​ເຈົ້າ ແລະ​ເອົາ​ໄຟ​ແຫ່ງ​ຄວາມ​ພິ​ໂຣດ​ຂອງ​ເຮົາ​ພົ່ນ​ໃສ່​ເຈົ້າ ແລະ​ເຈົ້າ​ຈະ​ລະ​ລາຍ​ຢູ່​ຖ້າມ​ກາງ​ນັ້ນ 22 ເງິນ​ລະ​ລາຍ​ຢູ່​ໃນ​ເຕົາ​ຫລອມ​ສັນ​ໃດ ເຈົ້າ​ທັງ​ຫລາຍ​ຈະ​ລະ​ລາຍ​ຢູ່​ຖ້າມ​ກາງ​ໄຟ​ສັນ​ນັ້ນ ແລະ​ເຈົ້າ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລະ​ບາຍ​ຄວາມ​ກິ້ວ​ຂອງ​ເຮົາ​ອອກ​ເຫນືອ​ເຈົ້າ” 23 ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າພະ​ເຈົ້າ​ວ່າ, 24 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ເວົ້າ​ກັບ​ແຜ່ນ​ດິນ​ນັ້ນ​ວ່າ ເຈົ້າ​ເປັນ​ແຜ່ນ​ດິນ​ທີ່​ບໍ່​ໄດ້​ຮັບ​ກາ​ນຊຳ​ຮະ ຫລື​ຝົນ​ບໍ່​ໄດ້​ຕົກ​ຮຳ​ໃນ​ວັນ​ພິ​ໂຣດ 25 ເຈົ້າ​ນາຍ​ຖ້າມ​ກາງ​ແຜ່ນ​ດິນ​ນັ້ນ​ກໍ​ເປັນ​ເຫມືອນ​ສິງ​ຄຳ​ຣາມ​ຈີກ​ເຫຍື່ອ​ຢູ່ ເຂົາ​ທັງ​ຫລາຍ​ກິນ​ຊີ​ວິດ​ມະ​ນຸດ ເຂົາ​ຍຶດ​ຊັບ​ສົມ​ບັດ​ແລະ​ສິ່ງ​ປະ​ເສີດ​ໄປ ເຂົາ​ໄດ້​ກະ​ທຳ​ໃຫ້​ເກີດ​ຍິງ​ຫມ້າຍ​ມີ​ຂຶ້ນ​ຫລວງ​ຫລາຍ​ຖ້າມ​ກາງ​ແຜ່ນ​ດິນ​ນັ້ນ 26 ປະ​ໂຣ​ຫິດ​ຂອງ​ເຂົາ​ໄດ້​ລະ​ເມີດ​ທັມ​ບັນ​ຍັດ​ຂອງ​ເຣົາ​ແລະ​ໄດ້​ກະ​ທຳ​ປວງສິ່ງ​ບໍ​ຣິ​ສຸດຂອງ​ເຮົາ​ໃຫ້​ມົນ​ທິນ​ໄປ ສິ່ງ​ທີ່​ບໍ​ຣິ​ສຸດ​ແລະ​ສິ່ງ​ທີ່​ຖ່ອຍ​ຮ້າຍ​ເຂົາ​ຫໍ​ບໍ່​ແຍກ​ໃຫ້ຕ່າງ​ກັນ ເຂົາ​ບໍ່​ໄດ້​ສອນ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຂອງ​ທີ່​ມົນ​ທິນ​ແລະ​ຂອງ​ສະ​ອາດ ເຂົາ​ບໍ່​ນຳ​ພາ​ວັນ​ສະ​ບາ​ໂຕ​ຂອງ​ເຮົາ ດັ່ງ​ນັ້ນ​ແຫລະ, ເຮົາ​ຈຶ່ງ​ຫມົດ​ກຽດ​ຖ້າມ​ກາງ​ເຂົາ​ທັງ​ຫລາຍ 27 ເຈົ້າ​ນາຍ​ໃນ​ຖ້າມ​ກາງ​ແຜ່​ນ​ດິນ​ເປັນ​ເຫມືອນ​ຫມາ​ປ່າ​ທີ່​ກັດ​ເຫຍື່ອ ທຳ​ໃຫ້​ໂລ​ຫິດ​ຕົກ ທຳ​ລາຍ​ຊີ​ວິດ​ເພື່ອ​ຈະ​ໄດ້​ກຳ​ໄລ​ອັນ​ບໍ່​ສັດ​ຊື່ 28 ແລະ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ແຜ່ນ​ດິນ​ນັ້ນ ກໍ​ທາ​ດ້ວຍ​ປູນ​ຂາວ​ໃຫ້​ເຂົາ​ເຫັນ​ນິ​ມິດ​ເທັດ ແລະ​ໃຫ້​ຄຳ​ທຳ​ນ​ວາຍ​ຕົວະ​ແກ່​ເຂົາ ໂດຍ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້” ໃນ​ເມື່ອ​ພຣະ​ຜູ້​ເປັ​ນ​ເຈົ້າ​ບໍ່​ໄດ້​ກ່າວ​ເລີຍ 29 ຣາ​ສດອນກະ​ທຳ​ການ​ບີບ​ຄັ້ນ​ແລະ​ກະ​ທຳ​ໂຈ​ຣະ​ກັມ ເຂົາ​ບີບ​ບັງ​ຄັບ​ຄົນ​ຍາກ​ຈົນ​ແລະ​ຄົນ​ຂັດ​ສົນ ແລະ​ບີບ​ຄັ້ນ​ຜູ້​ທີ່​ອາ​ໄສ​ຢູ່​ຢ່າງ​ຍຸດ​ຕິ​ທັມ 30 ແລະ​ເຮົາ​ກໍ​ສ​ແວງ​ຫາຈັກ​ຄົນ​ນຶ່ງ​ໃນ​ພວກ​ເຂົາ​ຊຶ່ງຈະ​ສ້າງ​ກຳ​ແພງ​ແລະ​ຢືນ​ຢູ່​ໃນ​ຊ່ອງ​ຫວ່າງ​ຕໍ່​ຫນ້າ​ເຮົາ​ເພື່ອ​ແຜ່ນ​ດິນ​ນັ້ນ ເພື່ອ​ເຮົາ​ຈະ​ບໍ່​ໄດ້​ທຳ​ລາຍ​ມັນ​ເສັຽ ແຕ່​ກໍ​ຫາ​ບໍ່​ໄດ້​ຈັກ​ຄົນ​ດຽວ 31 ສັນ​ນັ້ນ​ເຮົາ​ຈຶ່ງ​ເທ​ຄວາມ​ກິ້ວ​ຂອງ​ເຮົາ​ລົງ​ເຫນືອ​ເຂົາ ເຮົາ​ໄດ້​ເຜົາ​ຜານ​ເຂົາ​ດ້ວຍ​ໄຟ​ພິ​ໂຣດ​ຂອ​ງ​ເຮົາ ເຮົາ​ຈະ​ລົງ​ທັນ​ຕາມ​ການ​ປະ​ພຶດ​ຂອງ​ເຂົາ​ເຫນືອ​ຫົວ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ເອເຊກຽນ 23

ເອື້ອຍ​ນ້ອງ​ສອງ​ສາວ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງມະ​ນຸດ​ເອີຍ ມີ​ຜູ້​ຍິງ​ສອງ​ຄົນ​ເປັນ​ບຸດ​ສາວ​ມານ​ດາ​ດຽວ​ກັນ 3 ນາງ​ຫລິ້ນ​ຊູ້​ໃນ​ເອ​ຢິບ ນາງ​ຫ​ລິ້ນ​ຊູ້​ຕັ້ງ​ແຕ່​ສາວໆ ໃນ​ທີ່​ນັ້ນ​ນົມ​ຂອງ​ນາງ​ຖືກ​ບີບ​ຄັ້ນ ແລະ​ເອິກ​ພົມ​ມະ​ຈາ​ຣີ​ຂອງ​ນາງ​ກໍ​ຖືກ​ຈັບ​ຕ້ອງ 4 ຄົນ​ເອື້ອຍ​ຊື່ ໂອ​ໂຮ​ລາ ແ​ລະ​ນ້ອງ​ສາວ​ຊື່ ໂອ​ໂຮ​ລີບາ ທັງ​ສອງ​ມາ​ເປັນ​ຂອງ​ເຣົາ ທັງ​ສອງ​ເກີດ​ບຸດ​ຊາຍ​ຍິງ ເຣື່ອງ​ຊື່​ນັ້ນ ໂອ​ໂຮ​ລາ ຄື​ຊາ​ມາ​ເຣັຽ ແລະ​ໂອ​ໂຮ​ລີ​ບາ ຄື​ເຢ​ຣູ​ຊາ​ເລັມ 5 “ໂອ​ໂຮ​ລາ​ຫລິ້ນ​ຊູ້​ເມື່ອ​ນາງ​ເປັນ​ຂອງ​ເຮົາ ນາງ​ລຸ່ມຫລົງອັ​ສ​ຊີ​ເຣັຽພວກ​ຄົນ​ຮັກ​ຂອງ​ນາງ 6 ຊຶ່ງ​ເປັນ​ນັກ​ຮົບ​ແຕ່ງ​ເຄື່ອງ​ສີ​ມ່ວງ​ແລະ​ເປັນ​ເຈົ້າ​ເມືອງ​ແລະ​ຜູ້​ບັງ​ຄັບ​ບັນ​ຊາ ທຸກ​ຄົນ​ເປັນ​ຊາຍ​ຫນຸ່ມ​ທີ່​ພຶງ​ປາ​ຖ​ນາ ພົນ​ມ້າ​ຂີ່​ມ້າ 7 ນາງ​ຫລິ້ນ​ຊູ້​ກັບ​ຄົນ​ເຫລົ່າ​ນີ້ ຊຶ່ງ​ເປັນ​ບຸກ​ຄົນຊັ້ນ​ຍອດ​ຂອງ​ອັ​ສ​ຊີ​ເຣັຽ​ທຸກ​ຄົນ ແລະ​ນາງ​ກໍ​ກະ​ທຳ​ຕົວ​ໃຫ້​ເປັນ​ມົນ​ທິນ​ດ້ວຍ​ຮູ​ບ​ເຄົາ​ຣົບ​ຂອງ​ທຸ​ກຄົນ​ທີ່​ນາງລຸ່ມ​ຫລົງ​ນັ້ນ 8 ນາງ​ບໍ່​ໄດ້​ເລີກ​ການ​ຫລີ້ນ​ຊູ້​ຊຶ່ງ​ນາງ​ໄດ້​ທຳ​ຕັ້ງ​ແຕ່​ຄັ້ງ​ຢູ່​ໃນ​ເອ​ຢິບ​ເພາະ​ວ່າ​ເມື່ອ​ຍັງ​ສາວ​ຢູ່ ຄົນ​ຫນຸ່ມ​ກໍ​ເຂົ້າ​ນອນ​ກັບ​ນາງ ແລະ​ຈັບ​​ຕ້ອງ​ເອິກ​ພົມ​ມະ​ຈາ​ຣີ​ຂອງ​ນາງແລະ​ຖອກການ​ຫລີ້ນ​ຊູ້​ຂອງ​ເຂົາ​ໃຫ້​ແກ່​ນາງ 9 ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງມອບ​ນາງ​ໃຫ້​ຕົ​ກ​ຢູ່​ໃນ​ມື​ພວກ​ຄົນ​ຮັກ​ຂອງ​ນາງ ຄື​ອັ​ສ​ຊີ​ເຣັຽ ຊຶ່ງນາງ​ຫລຸ່ມ​ຫລົງ​ນັ້ນ 10 ຜູ້​ເຫລົ່າ​ນີ້​ເຜີຍ​ຄວາມ​ປະ​ເປືອຍຕົວ​ຂອງ​ນາງ ເຂົາຈັບ​ບຸດ​ຊາຍ​ຍິງ​ຂອງ​ນາງ ແລະ​ຂ້າ​ນາງ​ເສັຽດ້ວ​ຍດາບ ນາງ​ຈຶ່ງ​ເປັນ​ຄຳ​ເຍາະ​ເຍີ້ຍ​ຖ້າມ​ກາງ​ຜູ້​ຍິງ​ທັງ​ຫລາຍ ໃນ​ເມື່​ອໄດ້​ພິ​ພາກ​ສາ​ລົງ​ໂທດ​ນາງ​ແລ້ວ 11 “ໂອໂຮ​ລີ​ບານ້ອງ​ສາວ​ຂອງ​ນາງ​ເຫັນ​ເຊັ່ນ​ນັ້ນ ນາງ​ກໍ​ຖ່ອຍ​ຮ້າຍ​ຫລາຍກວ່າເອື້ອຍ​ອີກ​ດ້ວຍ​ຣາ​ຄະ​ຕັນ​ຫາ ແລະ​ໃນ​ການ​ຫລີ້ນ​ຊູ້​ຫລາຍກວ່າ​ເອື້ອຍ 12 ນາງ​ຫລຸ່ມ​ຫລົງ​ອັ​ສ​ຊີ​ເຣັຽ ເຈົ້າ​ເມື​ອງ​ແລະ​ຜູ້​ບັງ​ຄັບ​ບັນ​ຊາ ນັກ​ຮົບ​ທີ່​ນຸ່ງເຄື່ອງ​ອັນລະ​ອຽດ ພົນ​ມ້າຂີ່​ມ້າ ທຸກ​ຄົນ​ເປັນ​ຊາຍ​ຫນຸ່ມ​ທີ່​ພຶງ​ປາ​ຖ​ນາ 13 ແລະ​ເຣົາ​ເຫັນ​ວ່າ​ນາງ​ມີ​ມົນ​ທິນ​ເສັຽ​ແລ້ວ ນາງ​ທັງ​ສອງ​ກໍ​ເດີນ​ທາງ​ດຽວ​ກັນ 14 ແຕ່​ນາງ​ຍັງ​ຫລີ້ນ​ຊູ້ຕື່ມ​ອີກ ນາງ​ເຫັນ​ຮູບ​ຄົນ​ຢູ່​ເທິງ​ຝາ ເປັນ​ຮູບ​ຄົນ​ຄັນ​ເດ​ອານ​ຂຽນ​ດ້ວຍ​ສີ​ແດງ​ເຂັ້ມ 15 ມີ​ສາຍ​ແອວ​ຂັດ​ຄາດ​ແອວ ມີ​ຜ້າ​ຄຽນ​ຫົວ​ທີ່​ຢ່ອນ​ລົງ ທຸກ​ຄົນ​ເປັນ​ເຫມືອນ​ນາຍ​ທະ​ຫານ ເປັນ​ຮູບ​ຊາວບາ​ບິ​ໂລນ ຊຶ່ງ​ແຜ່ນ​ດິນ​ເດີມ​ຂອງ​ເຂົາ​ຄື​ຄັນ​ເດ​ອານ 16 ເມື່ອ​ນາງ​ເຫັນຮູບ​ນັ້ນ​ກໍ​ຫລຸ່ມ​ຫລົງ​ເຂົາ​ເສັຽ​ແລ້ວ ແລະ​ສົ່ງ​ຜູ້​ນຳຂ່າວ​ໄປ​ຫາເຂົາ​ທີ່​ຄັນ​ເດ​ອານ 17 ຊາວ​ບາ​ບິ​ໂລນ​ກໍ​ມາ​ຫາ​ນາງ​ເຖິງ​ຕຽງ​ຮັກ ແລະ​ເຂົາ​ກໍ​ກະ​ທຳ​ໃຫ້​ນາງ​ເປັນ​ມົນ​ທິນ​ດ້ວຍ​ຣາ​ຄະ​ຂອງ​ເຂົາ ຫລັງຈາກ​ທີ່​ນາ​ງເປື້ອນ​ເປິ​ກັບ​ເຂົາ​ແລ້ວ ນາງ​ກໍ​ເບື່ອ​ຫນ່າຍ 18 ເມື່ອ​ນາງ​ໄດ້​ທຳ​ການ​ຫລີ້ນ​ຊູ້​ເສັຽຢ່າງ​ເປີດ​ເຜີຍ ແລະ​ນາງ​ສຳ​ແດງ​ຄວາມ​ປະ​ເປືອຍຕົວ​ຂອງ​ນາງ ເຮົາ​ກໍ​ເບື່ອ​ຫນ່າຍ​ເຫ​ມືອນ​ຢ່າງ​ເຮົາ​ເບື່ອ​ຫນ່າຍ​ເອື້ອຍ​ຂອງ​ນາງ 19 ເຖິງ​ປານ​ນັ້ນ​ນາງ​ຍັງ​ທະ​ວີ​ການ​ຫລີ້ນ​ຊູ້​ຂອງ​ນາງ​ຂຶ້ນ​ອີກ ໂດຍ​ຫວນ​ລະ​ນຶກ​ເຖິງ​ເມື່ອຄັ້ງ​ຍັງ​ສາວ​ຢູ່ ເມື່ອ​ນາງ​ຫລີ້ນ​ຊູ້ຢູ່​ໃນ​ແຜ່ນ​ດິນ​ເອ​ຢິບ 20 ນາງ​ຫລຸ່ມ​ຫລົງ​ຊູ້​ຂອງ​ນາງ​ທີ່​ນັ້ນ ລຳ​ເນື້ອ​ຂອງ​ເຂົາ​ກໍ​ເຫມືອນ​ຂອງ​ລາ ແລະ​ຂອງ​ເຂົາກໍ​ເຫມືອນ​ຂອງ​ມ້າ 21 ດັ່ງ​ນີ້​ແຫລະ, ເຈົ້າ​ກໍ​ອາ​ລັຍ​ໃນ​ຣາ​ຄະ​ເມື່ອ​ເຈົ້າ​ຍັງ​ສາວ​ຢູ່ ເມື່ອ​ຄົນ​ເອ​ຢິບ​ຈັບ​ຕ້ອງ​ເອິກ​ຂອງ​ເຈົ້າ ແລະ​ລູບ​ຄຳ​ຫົວ​ນົມ​ຂອງ​ເຈົ້າ” 22 ເຫດ​ສັນ​ນັ້ນ ໂອ​ໂຮ​ລີ​ບາ​ເອີຍ, ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ເຮົາ​ຈະ​ໃຫ້​ຄົນ​ຮັກ​ທີ່ເຈົ້າ​ເບື່ອ​ຫນ່າຍ​ແລ້ວ​ນັ້ນ​ໃຫ້​ມາ​ສູ້​ເຈົ້າ ແລະ​ເຮົາ​ຈະ​ນຳ​ເຂົາ​ມາ​ສູ້​ເຈົ້າ​ຈາກ​ທຸ​ກດ້ານ 23 ມີ​ຄົນ​ບາ​ບິ​ໂລນ​ແລະ​ຄົນ​ຄັນ​ເດ​ອານ​ທັງ​ສິ້ນ ເປ​ໂກດ ແລະ​ໂຊ​ອາ ແລະ​ໂກ​ອາ ທັງ​ຄົນ​ອັ​ສ​ຊີ​ເຣັຽ​ທັງ​ສິ້ນ​ດ້ວຍ ເປັນ​ຄົນ​ຫນຸ່ມ​ທີ່​ເພິງ​ປາ​ຖ​ນາ ເຈົ້າ​ເມືອງ ຜູ້​ບັງ​ຄັບ​ບັນ​ຊາ​ທັງ​ສິ້ນ ເປັນ​ນາຍ​ທະ​ຫານ​ແລະ​ນັກ​ຮົບ ທຸກ​ຄົນ​ຂີ່​ມ້າ 24 ເຂົາ​ຈະ​ມາ​ຈາກ​ທິດ​ເຫນືອ​ຕໍ່​ສູ້​ເຈົ້າ ມີ​ຣົດ​ຮົບ ກຽນ ແລະ​ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ ເຂົາ​ຈະ​ຕັ້ງ​ຕົນ​ຕໍ່​ສູ້​ເຈົ້າ​ທຸກ​ດ້າ​ນ ດ້ວຍ​ໂລ່​ໃຫຍ່​ແລະໂລ່​ນ້ອຍ ແລະ​ຫມວກ​ເຫລັກ ແລະ​ເຮົາ​ຈະ​ມອບ​ການ​ພິ​ພາກ​ສາ​ໃຫ້​ເຂົາ ແລະ​ເຂົາ​ທັງ​ຫລາຍ​ຈະ​ພິ​ພາກ​ສາ​ເຈົ້າ​ຕາມ​ຫລັກ​ການ​ພິ​ພາ​ກ​ສາ​ຂອງ​ເຂົາ​ທັງ​ຫລາຍ 25 ເຮົາ​ຈະ​ມຸ່ງ​ຄວາມ​ກິ້ວ​ຂອງ​ເຣົາ​ຕໍ່ສູ້​ເຈົ້າ ແລະ​ເຂົາ​ຈະ​ກະ​ທຳ​ກັບ​ເຈົ້າ​ດ້ວຍ​ຄວາມ​ກ້ຽວ​ກາດ ແລະ​ເຂົາ​ຈະ​ຕັດ​ດັງ​ເຈົ້າ​ແລະ​ຕັດ​ຫູ​ຂອງ​ເຈົ້າ​ອອກ​ເສັຽ ແລະ​ຜູ້​ທີ່​ລອດ​ຕາຍ​ຈະ​ລົ້ມ​ລົງ​ດ້ວຍ​ດາບ ເຂົາ​ຈະ​ຈັບ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ເຈົ້າ ແລະ​ຄົນ​ທີ່​ລອດ​ຕາຍ​ຂອງ​ເຈົ້າ​ຈະ​ຖືກ​ເຜົາ​ດ້ວຍ​ໄຟ 26 ເຂົາ​ຈະ​ແກ້​ເອົາ​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ນຳ​ເອົາ​ເຄື່ອງ​ຮູບ​ປະ​ພັນ​ງາມໆ​ຂອງ​ເຈົ້າ​ໄປ​ເສັຽ 27 ເຮົາ​ຈະ​ໃຫ້​ຣາ​ຄະ​ແລະ​ການ​ຫລີ້ນ​ຊູ້​ ຊຶ່ງ​ເຈົ້າ​ນຳ​ມາ​ຈາກ​ແຜ່ນ​ດິນ​ເອຢິບ​ສູນ​ສິ້ນ​ລົງ ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ເງີຍ​ຫນ້າ​ຂຶ້ນ​ເບິ່ງ​ຄົນ​ເອຢິບ​ແລະ​ລະ​ນຶກ​ເຖິງ​ເຂົາ​ອີກ​ຕໍ່​ໄປ​ 28 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ມອບ​ເຈົ້າໄວ້​ໃນ​ມື​ຂອງ​ຜູ້​ທີ່​ເຈົ້າ​ກຽດ​ຊັງ ໃນ​ມື​ຂອງ​ຜູ້​ເຫລົ່າ​ນັ້ນ​ທີ່​ເຈົ້າ​ເບື່ອ​ຫນ່າຍ 29 ເຂົາ​ທັງ​ຫລາຍ​ຈະ​ກະ​ທຳ​ກັບ​ເຈົ້າ​ດ້ວຍ​ຄວາມ​ກຽດ​ຊັງ​ແລະ​ຍຶດ​ເອົາ​ຜົນ​ແຫ່ງ​ການ​ງານ​ຂອງ​ເຈົ້າ​ໄປ​ເສັຽ ແລະ​ຖິ້ມ​ເຈົ້າ​ໄວ້​ໃຫ້ຕົວ​ປະ​ເປືອຍຢູ່​ບໍ່​ມີ​ຜ້າ​ຫົ່ມ​ການປະ​ເປືອຍຢູ່ແລະການ​ຫນ້າ​ລະ​ອາຍ​ ແລະ​ການ​ຫລີ້ນ​ຊູ້​ຂອງ​ເຈົ້າຈະ​ຕ້ອງ​ປາ​ກົດ​ແຈ້ງ 30 ຣາ​ຄະແລະ​ການ​ຫລີ້​ນ​ຊູ້​ຂອງ​ເຈົ້າ​ໄດ້​ນຳ​ສິ່ງ​ເຫລົ່າ​ນີ້​ມາເຫນືອ​ເຈົ້າ ເພາະ​ເຈົ້າ​ຫລີ້ນ​ຊູ້​ກັບ​ປະ​ຊາ​ຊາດ​ທັງ​ຫລາຍ ຍ້ອນ​ເຈົ້າ​ໄດ້​ໃຫ້​ຕົວ​ຖືກ​ຖ່ອຍ​ຮ້າຍ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງ​ເຂົາ​ທັງ​ຫລາຍ 31 ເຈົ້າ​ດຳ​ເນີນ​ຕາມ​ທາງ​ແຫ່ງ​ເອື້ອຍ​ຂອງ​ເຈົ້າ ເຫດ​ສັນ​ນັ້ນ​ເຣົາ​ຈຶ່ງມອບ​ຈອກ​ຂອງ​ນາງ​ໃສ່​ມື​ເຈົ້າ 32 ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວດັ່ງ​ນີ້​ວ່າ ເຈົ້າ​ຈະ​ຕ້ອງ​ດື່ມ​ຈາກ​ຈອກ​ຂອງ​ເອື້ອຍ​ເຈົ້າ ຊຶ່ງ​ເລິກ​ແລະກວ້າງເຈົ້າ​ຈະ​ຖືກ​ຫົວເລາະ​ຫົວ​ຂວັນ ແລະ​ຖືກ​ສົບ​ປ​ມາດ​ເພາະ​ຈອກ​ນັ້ນເຕັມ​ຈົນວ່າ​ມັນ​ລົ້ນ​ອອກ 33 ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ມືນ​ເມົາ​ແລະ​ຄວາມ​ໂສກ ຈອກ​ຂອງ​ຊາ​ມາ​ເຣັຽ​ເອື້ອຍ​ຂອງ​ເຈົ້າ​ນັ້ນ​ເປັນ​ຈອກ​ແຫ່ງ​ຄວາມຢ້ານ​ກົວ​ແລະ​ຫນ້າ​ສະ​ຍົດ​ສະ​ຍອງ 34 ເຈົ້າ​ຈະ​ດື່ມ​ແລະ​ດື່​ມ​ຈົນ​ກ້ຽງເຈົ້າ​ຈະ​ກັດ​ຈອກ​ນັ້ນ​ເປັນ​ປ່ຽງເສດ​ ແລະຈີກ​ຫົວ​ນົມຂອງ​ເຈົ້າ​ເສັຽ ເພາະ​ເຮົາ​ໄດ້​ລັ່ນ​ວາ​ຈາແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 35 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ເຈົ້າ​ລືມ​ເຣົາ​ແລະ​ແກ່ວງ​ເຮົາ​ໄປ​ໄວ້​ເບື້ອງ​ຫລັງ​ເຈົ້າ​ເສັຽ ເພາະ​ສະ​ນັ້ນ​ເຈົ້າ​ຈົ່ງ​ຮັບ​ໂທດ​ຣາ​ຄະ ແລະ​ການ​ຫລີ້ນ​ຊູ້​ຂອງ​ເຈົ້າ​ເທີນ” 36 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ຈະ​ພິ​ພາກ​ສາ​ໂອ​ໂຮ​ລາ​ແລະ​ໂອ​ໂຮ​ລີ​ບາ​ຫລື ແລ້ວ​ຈົ່ງ​ປະ​ກາດ​ການ​ກະ​ທຳ​ທີ່​ຫນ້າຂີ້​ດຽດ​ຂອງ​ນາງ​ໃຫ້​ເຂົາ​ຮູ້ 37 ເພາະ​ວ່າ​ນາງ​ໄດ້​ກະ​ທຳ​ການ​ລ່ວງ​ປະ​ເວ​ນີ ແລະ​ໂລ​ຫິດ​ຢູ່​ໃນ​ມື​ຂອງ​ນາງ ນາງ​ກະ​ທຳ​ການ​ລ່ວງ​ປະ​ເວ​ນີ​ກັບ​ຮູບ​ເຄົາ​ຣົບ​ຂອງ​ນາງ ແລະ​ນາງ​ຍັງ​ຖວາຍ​ບຸດ​ຊາຍ​ຊຶ່ງ​ນາງ​ບັງ​ເກີດ​ໃຫ້​ແກ່​ເຮົາ​ນັ້ນ​ໃຫ້​ລຸຍ​ໄຟ​ເປັນ​ອາ​ຫານ​ແຫ່ງ​ຮູບ​ເຄົາ​ຣົບ​ນັ້ນ​ດ້ວຍ 38 ນອກ​ຈາກ​ນັ້ນ​ນາງ​ໄດ້​ກະ​ທຳ​ເຊັ່ນ​ນີ້​ແກ່​ເຮົາ ຄື​ນາງ​ໄດ້​ກະ​ທຳ​ໃຫ້​ສະ​ຖານ​ສັກ​ສິດ​ຂອງ​ເຮົາ​ເປັນ​ມົນ​ທິນ​ໃນ​ວັນ​ດຽວ​ກັນ ແລະ​​ໄດ້​ປ​ມາດ​ວັນສະ​ບາ​ໂຕ​ທັງ​ຫລາຍຂອງ​ເຮົາ 39 ຄື​ຂ​ນະ​ເມື່ອ​ນາງ​ຂ້າລູກ​ຂອງ​ນາງ​ເປັນ​ເຄື່ອງ​ບູ​ຊາ​ຮູບ​ເຄົາ​ຣົບ ໃນ​ວັນ​ນັ້ນ​ນາງ​ກໍ​ເຂົ້າ​ມາ​ໃນ​ສະ​ຖານ​ສັກ​ສິດ​ຂອງ​ເຮົາ ແລະ​ກະ​ທຳ​ສະ​ຖານທີ່​ນັ້ນ​ໃຫ້​ເປັນ​ມົນ​ທິນ ນາງ​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ໃນ​ວິ​ຫານ​ຂອງ​ເຮົາ 40 ນອກ​ຈາກ​ນີ້ນາງຍັງ​ໄດ້​ໃຫ້​ໄປ​ຫາ​ຜູ້​ຊາຍ​ມາ​ຈາກເມືອງ​ໄກ ຄື​ນາງ​ໃຊ້​ຜູ້​ນຳ​ຂ່າວ​ໄປ​ຫາ ແລະ​ເບິ່ງ​ແມ໋, ເຂົາ​ກໍ​ມາ ເຈົ້າ​ກໍ​ຊໍາ​ຮະ​ຕົວ​ຂອງ​ເຈົ້າ ເຈົ້າ​ທາ​ຕາ​ຂອງ​ເຈົ້າ ແລະ​ແຕ່ງ​ກາຍ​ຂອງ​ເຈົ້າ​ດ້ວຍ​ເຄື່ອງ​ປະ​ດັບ ເພື່ອ​ຄົນ​ເຫລົ່າ​ນັ້ນ 41 ເຈົ້າ​ນັ່ງ​ຢູ່​ເທິງ​ຕັ່ງ​ອັນ​ສູງ​ສັກ ມີ​ໂຕະ​ວາງ​ຢູ່​ຂ້າງ​ຫນ້າ ຊຶ່ງ​ເປັນ​ໂຕະ​ທີ່​ເຈົ້າ​ໄດ້​ວາງ​ເຄື່ອງ​ຫອມ​ແລະ​ນ້ຳ​ມັນ​ຂອງ​ເຮົາ 42 ສຽງ​ຂອງ​ປະ​ຊາ​ຊົນ​ທີ່​ປ່ອຍ​ຕົວ​ກໍ​ດັງ​ຢູ່​ກັບ​ນາງ ພ້ອມ​ກັບ​ຄົນ​ສາ​ມັນ​ເຂົາ​ນຳ​ຄົນ​ເມົາ​ມາ​ຈາກ​ຖິ່ນ​ກັນ​ດານ​ດ້ວຍ ແລະ​ເຂົາ​ເອົາ​ກຳ​ໄລ​ມື​ສວມ​ໃສ່​ແຂນ​ຂອງ​ຜູ້​ຍິງ​ແລະ​ສວມ​ມົງ​ກຸດ​ງາມໆ​ໃສ່​ເທິງ​ຫົວ​ຂອງ​ນາງ​ທັງ​ສອງ 43 “ເຮົາ​ຈຶ່ງ​ກ່າວ​ເຣື່ອງ​ນາງ ຜູ້​ທີ່​ຣ່ວງ​ໂຣຍ​ໂດຍ​ການ​ລ່ວງ​ປະ​ເວ​ນີ​ວ່າ ເຂົາ​ຍັງ​ຫລີ້ນ​ຊູ້​ກັບ​ນາງ​ຫລື 44 ເພາະ​ຊາຍ​ເຫລົ່າ​ນັ້ນ​ຍັງ​ເຂົ້າ​ຫາ​ນາງ ຢ່າງ​ດຽວ​ກັບ​ຜູ້​ຊາຍເຂົ້າ​ຫາ​ໂສ​ເພ​ນີ ດັ່ງ​ນັ້ນ​ເຂົາ​ກໍ​ເຂົ້າ​ຫາໂອ​ໂຮ​ລາ​ກັບ​ໂອ​ໂຮ​ລີ​ບາ​ຊຶ່ງ​ເປັນ​ຍິງ​ມີ​ຣາ​ຄະ 45 ແຕ່​ຄົນ​ຊອບ​ທັມ​ຈະ​ພິ​ພາກ​ສາ​ນາງ​ດ້ວຍ​ຄຳ​ພິ​ພາກ​ສາ​ອັນ​ຄວນ​ຕົກ​ແກ່​ຍິງ​ຜູ້ລ່ວງ​ປະ​ເວນີ ແລະ​ດ້ວຍ​ຄຳ​ພິ​ພາກ​ສາ​ອັນ​ຄວນ​ຕົກ​ແກ່​ຍິງ​ຜູ້​ກະ​ທຳ​ໃຫ້​ໂລ​ຫິດ​ຕົກ ເພາະ​ນາງ​ເປັນ​ຍິງ​ລ່​ວງ​ປະ​ເວ​ນີ ແລະ​ເພາະ​ຄວາມ​ຜິດ​ທີ່​ທຳ​ໃຫ້ ນາງ​ເຖິງ​ຕາຍ​ຢູ່​ກັບ​ນາງ” 46 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ນຳ​ກອງ​ທັບ​ມາ​ສູ້​ກັບ​ນາງ​ທັງ​ສອງ​ນີ້ ແລະ​ມອບ​ນາງ​ໄວ້​ແກ່​ຄວາມ​ຢ້ານ​ກົວ​ແລະ​ການ​ຖືກ​ຍຶດ 47 ແລະ​ກອງ​ທັບ​ຈະ​ເອົາ​ຫີນ​ຄວ່າງ​ໃສ່​ນາງ​ແລະ​ຂ້າ​ນາງ​ເສັຽດ້ວຍ​ດາບ ເຂົາ​ຂ້າ​ບຸດ​ຊາຍ​ຍິງ​ຂອງ​ນາງ ແລະ​ເຜົາ​ເຮືອນ​ທັງ​ຫລາຍ​ຂອງ​ນາງ​ເສັຽ 48 ດັ່ງ​ນີ້​ແຫ​ລະ, ເຮົາ​ຈະ​ໃຫ້​ຣາ​ຄະ​ໃນ​ແຜ່​ນດິນ​ນັ້ນ​ສູນ​ສິ້ນໄປ ເພື່ອ​ຜູ້​ຍິງ​ທັງ​ຫລາຍ​ຈະ​ໄດ້​ຮັບ​ຄວາມ​ຕັກ​ເຕືອນ​ແລະ​ບໍ່​ປະ​ພຶດ​ຣາ​ຄະ​ຢ່າງ​ທີ່​ເຈົ້າ​ໄດ້​ກະ​ທຳ​ແລ້ວ​ນັ້ນ 49 ສ່ວນ​ຣາ​ຄະ​ຂອງ​ເຈົ້າ​ນັ້ນ​ເຈົ້າ​ຈະ​ຕ້ອງ​ຣັບ​ໂທດ ແລະ​ເຈົ້າ​ຈະ​ຕ້ອງ​ຮັບ​ໂທດ​ເຣື່ອງ​ການ​ບູ​ຊາ​ຮູບ​ເຄົາ​ຣົບ​ຢ່າງ​ບາບ​ຫນາ​ຂອງ​ເຈົ້າ ແລະ​ເຈົ້າ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນເຈົ້າ”

ເອເຊກຽນ 24

ຄຳ​ອຸ​ປ​ມາ​ເຣື່ອງ​ຫມໍ້​ເດືອດ

1 ເມື່ອ​ວັນ​ທີ່​ສິບ​ເດືອນ​ທີ່​ສິບ​ປີ​ທີ່​ເກົ້າ ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຂຽນ​ຊື່​ຂອ​ງວັນ​ນີ້​ໄວ້ ວັນ​ນີ້​ກະ​ສັດ​ບາ​ບິ​ໂລນ​ລ້ອມ​ເຢ​ຣູ​ຊາ​ເລັມ ໃນ​ວັນ​ນີ້​ເອງ 3 ແລະ​ຈົ່ງ​ກ່າວ​ຄຳ​ອຸ​ປ​ມາ​ແກ່​ເຊື້ອ​ສາຍ​ທີ່​ມັກ​ກະ​ບົດ ແລະ​ເວົ້າ​ກັບ​ເຂົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ຕັ້ງ​ຫມໍ້​ໄວ້ ຕັ້ງ​ໄວ້​ເດີ ເທ​ນ້ຳ​ໃສ່​ຫມໍ້​ນຳ 4 ໃສ່​ຊີ້ນເຂົ້າ​ໄປ ເອົາ​ຊີ້ນ​ດີໆ ຄື​ຊີ້ນ​ໂຄ່ນ​ຂາ ແ​ລະ​ຊີ້ນ​ສັນ​ຂາ​ຫນ້າ ເລືອກ​ກະ​ດູກ​ດີ​ມາ​ໃສ່​ໃຫ້​ເຕັມ 5 ຈົ່ງ​ເລືອກ​ແກະ​ທີ່​ດີ​ທີ່​ສຸດ​ມາ​ໂຕ​ນຶ່ງ ກອງ​ຟືນ​ໄວ້​ໃຕ້​ນັ້ນ ຈົ່ງ​ຕົ້ມ​ໃຫ້​ດີ​ເພື່ອ​ຄ້ຽວ​ກະ​ດູກ​ທີ່​ຢູ່​ໃນ​ນັ້ນ​ດ້ວຍ 6 “ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວດັ່ງ​ນີ້​ວ່າ ວິ​ບັດ​ແກ່​ກຸງ​ທີ່​ຊຸ່ມ​ໂລ​ຫິດ ວິບັດ​ແກ່​ຫມໍ້​ທີ່​ມີ​ຂີ້​ໝ້​ຽງ​ຂ້າງ​ໃນ ແລະ​ຊຶ່ງ​ຂີ້​ໝ້ຽງບໍ່​ໄດ້​ຫລຸດ​ອອກ​ມາ ຈົ່ງ​ເອົາ​ເນື້ອ​ອອກ​ທີ່​ລະ​ຕ່ອນໆ ຢ່າ​ຈັບ​ສ​ລາກ​ເລີຍ 7 ເພາະ​ວ່າ​ໂລ​ຫິດ​ທີ່​ນາງ​ກະ​ທຳ​ໃຫ້​ຕົ​ກ​ນັ້ນ​ຍັງ​ຢູ່​ຖ້າມ​ກາງ​ນາງ ນາງວາງ​ໄວ້​ເທິງ​ຫີນ​ໂລ້ນ ນາງ​ບໍ່​ໄດ້​ເທ​ລົງ​ໄວ້​ເທິງ​ຫີນ​ໂລ້ນ ນາງ​ບໍ່​ໄດ້​ເທ​ລົງ​ດິນ​ເພື່ອ​ເອົາຂີ້​ຝຸ່ນດິນ​ປົກ​ປິດໄວ້ 8 ເຣົາ​ໄດ້​ວາງ​ໂລ​ຫິດ​ທີ່​ນາງ​ທຳ​ໃຫ້​ຕົກ​ນັ້ນ​ໄວ້​ເທິງ​ກ້ອນ​ຫີນ ເພື່ອ​ບໍ່​ໃຫ້​ປິດ​ໂລ​ຫິດ​ນັ້ນ​ໄວ້ ເພື່ອ​ເລົ້າ​ຄວາມ​ພິ​ໂຣດ ແລະ​ທຳ​ການ​ແກ້​ແຄ້ນ 9 ເຫ​ດສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວດັ່ງ​ນີ້​ວ່າ ວິບັດ​ແກ່​ກຸງ​ທີ່​ຊຸ່ມ​ໂລຫິດ ເຮົາ​ຈະ​ກະ​ທຳ​ໃຫ້​ກອງ​ນັ້ນ​ໃຫຍ່​ຂຶ້ນ​ດ້ວຍ 10 ຈົ່ງ​ສຸມ​ຟືນ​ເຂົ້າ​ໄປ​ແລະ​ກໍ່​ໄຟ​ຂຶ້ນ ຕົ້ມ​ຊີ້ນ​ໃຫ້​ດີ ແລ້ວ​ເທ​ນ້ຳ​ຕົ້ມ​ຊີ້ນ​ນັ້ນ​ອອກ​ເສັຽ ແລະ​ປ່ອຍ​ກະ​ດູກ​ໃຫ້​ໄຫມ້ 11 ແລະ​ວາງ​ຫມໍ້​ເປົ່າ​ໄວ້​ເທິງ​ຖ່ານ​ເພື່ອ​ໃຫ້​ຮ້ອນ ໃຫ້​ທອງ​ແດງ​ໄຫມ້ ໃຫ້​ຄວາມ​ເປື້ອນ​ເປິ​ລະ​ລາຍ​ເສັຽ​ໃນ​ນັ້ນ ໃຫ້​ຂີ້​ໝ້ຽງຂອງ​ມັນ​ໄຫມ້​ໄຟ 12 ເຮົາ​ກະ​ທຳ​ຕົວ​ຂອງ​ເຣົາ​ໃຫ້​ເມື່ອຍ​ໄປ​ລ້າໆ ຂີ້​ໝ້ຽງ​ທີ່​ຫນາ​ຂອງ​ມັນ​ກໍ​ບໍ່​ຫລຸດ​ອອກ​ດ້ວ​ຍ​ໄຟ 13 ຂີ້​ໝ້ຽງນັ້ນ​ໄດ້​ແກ່ຣາ​ຄະ​ອັນ​ເປື້ອນ​ເປິ​ຂອງ​ເຈົ້າ ເພາະ​ວ່າ​ເຮົາ​ຈະ​ຊຳ​ຮະ​ເຈົ້າ​ແລ້ວ ແຕ່​ເຈົ້າ​ບໍ່​ຊຳ​ຮະ​ຕົວ​ຈາກ​ຄວາມ​ເປື້ອນ​ເປິ​ຂອງ​ເຈົ້າ ເຈົ້າ​ຈະ​ບໍ່​ຖືກຊຳ​ຮະ​ອີກ​ຕໍ່​ໄປ ຈົນ​ກວ່າ​ເຣົາ​ຈະ​ລະ​ບາຍ​ຄວາມ​ກ້ຽວ​ກາດ​ຂອງ​ເຮົາ​ອອກ​ເຫນືອ​ເຈົ້າ​ຈົນ​ຫມົດ 14 ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ວາ​ຈາ​ແລ້ວ ຈະ​ເປັນ​ໄປ​ຢ່າງ​ນັ້ນ ເຮົາ​ຈະ​ກະ​ທຳ​ເຊັ່ນ​ນັ້ນ ເຮົາ​ຈະ​ບໍ່​ຖອຍ​ກັບ ເຮົາ​ຈະ​ບໍ່​ສງວນ​ໄວ້ ແລະ​ເຮົາ​ຈະ​ບໍ່​ປ່ຽນ​ໃຈ ເຮົາ​ຈະ​ພິ​ພາກ​ສາ​ເຈົ້າ​ຕາມ​ວິ​ທີ​ການ​ແລະ​ການ​ກະ​ທຳ​ຂອງ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

​ຣະ​ນະ​ກັມ​ຂອງ​ພັ​ຣ​ຍາ​ເອ​ເຊ​ກຽນ

15 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ອີກວ່າ, 16 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເບິ່ງ​ແມ໋, ເຮົາ​ຈະ​ເອົາ​ສິ່ງ​ທີ່​ພໍ​ຕາ​ຂອງ​ເຈົ້າ​ໄປ​ເສັຽ​ຈາກ​ເຈົ້າ​ດ້ວຍ​ການ​ປະ​ຫານ​ເສັຽ​ແລ້ວ ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ຢ່າ​ຄ່ຳ​ຄວນ​ຫລື​ຮ້ອງ​ໄຫ້ ຫລື​ໃຫ້​ນ້ຳ​ຕາ​ຕົກ 17 ຖອນ​ຫາຍ​ໃຈ​ເຖີດ ແຕ່​ຢ່າ​ໄຫ້​ອອກ​ສຽງ ຢ່າ​ໄວ້​ທຸກ​ໃຫ້​ຄົນ​ທີ່​ຕາຍ ຈົ່ງ​ປົກ​ຫົ​ວ​ຂອງ​ເຈົ້າ ແລະ​ໃສ່​ເກີບ​ຂອງ​ເຈົ້າ ຢ່າ​ປິດຫນວດ​ຫລື​ຮັບ​ປະ​ທານ​ອາ​ຫານ​ຂອງ​ເຂົາ” 18 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ປະ​ຊາ​ຊົນ​ຕອນ​ເຊົ້າ ແລະ​ພັ​ຣ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ສິ້ນ​ຊີ​ວິດ​ຕອນ​ຄ່ຳ ຮຸ່ງ​ເຊົ້າ​ຂຶ້ນ​ຂ້າ​ພະ​ເຈົ້າ​ກໍ​ກະ​ທຳ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ພຣະ​ບັນ​ຊາ 19 ປະ​ຊາ​ຊົນ​ກໍຖາມ​ຂ້າ​ພະ​ເຈົ້າ​ວ່າ, “ທ່ານ​ຈະ​ບໍ່​ບອກ​ເຣົາ​ທັງ​ຫລາຍ​ຫລື​ວ່າ ສິ່ງ​ນີ້​ມີ​ຄວາມ​ຫມາຍ​ຫຍັງແກ່​ເຣົາ ຊຶ່ງ​ທ່ານ​ກະ​ທຳ​ເຊັ່ນ​ນີ້” 20 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ເວົ້າ​ກັບ​ເຂົາ​ວ່າ “ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາເຖິງ​ຂ້າ​ພະເຈົ້າ​ວ່າ 21 “ຈົ່ງ​ກ່າວ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ກະ​ທຳ​ສະ​ຖານ​ສັກ​ສິດ​ຂອງ​ເຮົາ​ອັນ​ເປັນ​ຄວາມ​ພາກ​ພູມ​ໃຈໃນ​ອຳ​ນາດ​ຂອງ​ເຈົ້າ ແລະ​ຄວາມ​ປາ​ຖ​ນາ​ແຫ່ງວິນ​ຍານ​ຈິດ​ຂອງ​ເຈົ້າ ໃຫ້​ກາຍ​ເປັນ​ບ່ອນຖ່ອຍ​ຮ້າຍ ບຸດ​ຊາຍ​ຍິງ​ຂອງ​ເຈົ້າ​ຊຶ່ງ​ເຈົ້າ​ຖິ້ມ​ໄວ້​ເບຶ້ອງຫລັງ​ຈະ​ລົ້ມ​ລົງ​ດ້ວຍ​ດາບ 22 ແລະ​ເຈົ້າ​ທັງ​ຫລາຍ​ຈະ​ກະ​ທຳ​ຢ່າງ​ທີ່​ເຣົາ​ກະ​ທຳ ເຈົ້າ​ຈະບໍ່​ປິດ​ຫນວດ ຫລື​ຮັບ​ປະ​ທານ​ອາ​ຫານ​ຂອງ​ເຂົາ 23 ຜ້າ​ຄຽນ​ຫົວ​ຈະ​ຢູ່​ເທິງ​ຫົວ​ຂອງ​ເຈົ້າ ແລະ​ເກີບຈະ​ຢູ່​ທີ່​ຕີນ​ຂອງ​ເຈົ້າ ເຈົ້າ​ຈະ​ບໍ່​ໄວ້​ທຸກ​ຫລື​ຮ້ອງ​ໄຫ້ ແຕ່​ເຈົ້າ​ຈະ​ຈິບ​ຫາຍ​ໄປ​ເພາະ​ຄວາມ​ບາບ​ຊົ່ວ​ຂອງ​ເຈົ້າ ແລະ​ຈະ​ໂອດ​ຄວນ​ແກ່​ກັນ​ແລະ​ກັນ 24 ເອ​ເຊ​ກຽນ​ຈະ​ເປັນ​ເຄື່ອງ​ຫມາຍ​ສຳ​ຄັນ​ແກ່​ເຈົ້າ​ທັງ​ຫລາ​ຍ​ດັ່ງ​ນີ້ ເຂົາ​ໄດ້​ກະ​ທຳ​ສິ່ງ​ໃດ ເຈົ້າ​ຈະ​ກະ​ທຳ​ຢ່າງ​ນັ້ນ ເມື່ອ​ເຫດ​ການ​ເຫລົ່າ​ນີ້​ມາ​ເຖິງ ເຈົ້າ​ຈະ​ໄດ້​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 25 “ແລະ​ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ໃນ​ວັນ​ທີ່​ເຮົາ​ເອົາ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ເຂົາ​ທັງ​ຫລາຍ​ອອກ​ໄປ ອັນ​ເປັນ​ຄວາມ​ລ່າ​ເຣິງ ແລະ​ເປັນ​ສັກ​ສີ​ຂອງ​ເຂົາ ສິ່ງ​ທີ່​ພໍ​ຕາ​ຂອງ​ເຂົາ​ທັງ​ຫລາຍ ແລະ​ສິ່ງ​ທີ່​ໃຈ​ຂອງ​ເຂົາ​ປາ​ຖ​ນາ ທັງ​ບຸດ​ຊາຍ​ແລະ​ບຸດ​ຍິງ​ຂອງ​ເຂົາ 26 ໃນ​ວັນ​ນັ້ນ ຜູ້​ຫນີ​ພັຍ​ຈະ​ມາ​ຫາ​ເຈົ້າ ເພື່ອ​ຈະ​ຣາຍ​ງານ​ຂ່າວ​ໃຫ້​ເຈົ້າ​ໄດ້​ຍິນ​ເອງ 27 ໃນ​ວັນ​ນັ້ນ ປາກ​ຂອງ​ເຈົ້າ​ຈະ​ຫາຍ​ໃບ້​ຕໍ່​ຫນ້າ​ຜູ້​ຫນີ​ພັຍ ແລະ​ເຈົ້າ​ຈະ​ເວົ້າ​ແລະ​ຈະ​ບໍ່​ເປັນ​ໃບ້​ອີກ​ຕໍ່​ໄປ ດັ່ງ​ນັ້ນ​ເຈົ້າ​ເປັນ​ເຄື່ອງ​ຫມາຍ​ສຳ​ລັບ​ເຂົາ ແລະ​ເຂົາ​ທັງ​ຫລາຍ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເອເຊກຽນ 25

ຄຳ​ເຜີຍ​ພຣະ​ຄຳກ່າວ​ໂທດ​ຄົນ​ອັມ​ໂມນ

1 ຖ້ອຍຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ມຸ່ງ​ຫນ້າ​ຂອງ​ເຈົ້າ​ໄປ​ຍັງ​ຄົນ​ອັມ​ໂມນ ແລະ​ຈົ່ງ​ປະ​ກາ​ດ​ພຣະ​ຄຳກ່າວ​ໂທດ​ເຂົາ 3 ຈົ່ງ​ກ່າວ​ແກ່​ຄົນ​ອັມ​ໂມນ​ວ່າ ຈົ່ງ​ຟັງ​ພຣະ​ຄຳຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ອາ​ຮາ” ເຫນືອ​ສະ​ຖານ​ສັກ​ສິດ​ຂອງ​ເຮົາ​ເມື່ອ​ທີ່​ນັ້ນ​ເປັນ​ມົນ​ທິນ ແລະ​ເຫນືອ​ແຜ່ນ​ດິນ​ອິສ​ຣາ​ເອນ​ເມື່ອ​ໄດ້​ຖືກ​ກະ​ທຳ​ໃຫ້​ຮ້າງ​ເປົ່າ ແລະ​ເຫນືອ​ເຊື້ອ​ສາຍ​ຢູ​ດາ​ເມື່​ອຖືກກວາດ​ໄປ​ເປັນ​ຊະ​ເລີຍ 4 ເຫ​ດ​ສັນ​ນັ້ນ ເບິ່ງ​ແມ໋, ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ປະ​ຊາ​ຊົນ​ທາງ​ທິດ​ຕາ​ເວັນ​ອອກ​ໃຫ້​ເປັນ​ກຳ​ມະ​ສິດ ເຂົາ​ຈະ​ຕັ້ງ​ຄ້າຍ​ຢູ່​ຖ້າ​ມກາງ​ເຈົ້າ ແລະ​ສ້າງ​ທີ່​ຢູ່​ຂອງ​ເຂົາ​ກາງ​ພວກ​ເຈົ້າ ເຂົາ​ທັງ​ຫລາຍ​ຈະ​ຮັບ​ປະ​ທານ​ຫມາກ​ໄມ້​ຂອງ​ເຈົ້າ ແລະ​ຈະ​ດື່ມ​ນ້ຳ​ນົມ​ຂອງ​ເຈົ້າ 5 ເຣົາ​ຈະ​ກະ​ທຳ​ໃຫ້​ເມືອງ​ຣັບ​ບາ​ເປັນ​ທົ່ງ​ຫຍ້າ​ສຳ​ລັບ​ອູດ ແລະ​ທຳ​ໃຫ້​ທີ່​ຂອງ​ຄົນ​ອັມ​ໂມນ​ເປັນ​ຄອກ​ສຳ​ລັບ​ຝູງ​ແກະ​ແບ້ ແລ້ວ​ເຈົ້າ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 6 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ເຈົ້າ​ໄດ້​ຕົບ​ມື​ແລະ​ກະ​ທືບ​ຕີນ​ແລະ​ປິ​ຕິ​ດ້ວຍ​ໃຈ​ຄິດ​ຮ້າຍ​ຕໍ່​ແຜ່ນ​ດິນ​ອິສ​ຣາ​ເອນ 7 ເຫດ​ສັນ​ນັ້ນ ເບິ່ງ​ແມ໋, ເຮົາ​ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ຕໍ່​ສູ້​ເຈົ້າ ແລະ​ຈະ​ມອບ​ເຈົ້າ​ໄວ້​ແກ່​ປະ​ຊາ​ຊົນ​ທັງ​ຫລາຍ​ໃຫ້​ເປັນ​ຂອງ​ຍຶດ ແລະ​ເຮົາ​ຈະ​ຕັດ​ເຈົ້າ​ອອກ​ເສັຽ​ຈາກ​ຊົນ​ຊາດ​ທັງ​ຫລາຍ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ພິ​ນາດ​ໄປ​ຈາກ​ປະ​ເທດ​ຕ່າງໆ ເຮົາຈະ​ທຳ​ລາຍ​ເຈົ້າ​ແລ້ວ​ເຈົ້າ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ

ຄຳ​ເຜີຍ​ພຣະ​ຄຳ​ກ່າວ​ໂທດ​ໂມ​ອາບ

8 “ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ໂມ​ອາບ​ແລະ​ເຊ​ອີຣ໌​ກ່າວ​ວ່າ ເບິ່ງ​ແມ໋, ເຊື້ອ​ສາຍ​ຢູ​ດາກໍ​ເຫມືອນ​ປະ​ຊາ​ຊາດ​ອື່ນໆ​ທັງ​ສິ້ນ 9 ເຫດ​ສັນ​ນັ້ນ ເບິ່ງ​ແມ໋, ເຮົາ​ຈະ​ເປີດ​ໄຫລ່​ໂມ​ອາບ ຈົນ​ບໍ່​ມີ​ເມືອງ​ເຫລືອ​ຄື​ເມືອງ​ຂອງ​ເຂົາ​ຈາກ​ດ້ານ​ນັ້ນ ສັກ​ສີ​ຂອງ​ປະ​ເທດ​ນັ້ນ​ຄື​ເມືອງ​ເບ​ທ​ເຢ​ຊີ​ໂມ​ທ ເມືອງ​ບາ​ອານ​ເມ​ໂອນແລະ​ເມືອງ​ກີ​ຣີ​ອາ​ທາ​ອິມ 10 ເຮົາ​ຈະ​ມອບ​ໃຫ້​ແກ່​ປະ​ຊາ​ຊົນ​ທາງ​ທິດ​ຕາ​ເວັນ​ອອກ ພ້ອມ​ກັບ​ຄົນ​ອັມ​ໂມນ​ໃຫ້​ເປັນ​ກໍາ​ມະ​ສິດ​ແກ່​ເຈົ້າ ເພື່ອ​ວ່າ​ຈະ​ບໍ່​ມີ​ໃຜ​ນຶກ​ເຖິງ​ຄົນ​ອັມ​ໂມນ​ອີກ​ໃນ​ຖ້າມ​ກາງ​ປະ​ຊາ​ຊາດ 11 ແລະ​ເຮົາ​ຈະ​ພິ​ພາກ​ສາ​ລົງ​ໂທດ​ໂມອາບ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຊາບວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ

ຄຳ​ເຜີຍ​ພຣະ​ຄຳ​ກ່າວ​ໂທດ​ເອ​ໂດມ

12 “ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວ​ດັ່ງ​ນີ້​ວ່າ ເພາະ​ວ່າ​ເອ​ໂດມ​ໄດ້​ປະ​ພຶດ​ຢ່າງ​ຄຽດ​ແຄ້ນ​ຕໍ່​ເຊື້ອ​ສາຍ​ຢູ​ດາ ແລະ​ໄດ້​ກະ​ທຳ​ກັມ​ຊົ່ວ​ນັກ​ຫນາ​ໃນ​ການ​ທີ່​ແກ້​ແຄ້ນ​ເຂົາ 13 ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ຍື່ນ​ມື​ຂອງ​ເຮົາ​ອອກ​ຕໍ່​ສູ້​ເອ​ໂດ​ມ ແລະ​ຕັດ​ຄົນ​ແລະ​ສັດ​ອອກ​ເສັຽ​ຈາກ​ເມືອງ​ນັ້ນ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເມືອງ​ນັ້ນ​ຮ້າງ​ເປົ່າ​ຕັ້ງ​ແຕ່​ເມືອງ​ເຕ​ມານ​ເຖິງ​ເມືອງ​ເດ​ດານ ເຂົາ​ທັງ​ຫລາຍ​ກໍ​ຈະ​ລົ້ມ​ລົງ​ດ້ວຍ​ດາບ 14 ແລະ​ເຮົາ​ຈະ​ວາງ​ການ​ແກ້​ແຄ້ນ​ຂອງ​ເຮົາ​ລົງ​ເຫນືອ​ເມືອງ​ເອ​ໂດມ​ດ້ວຍ​ມື​ຂອງ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຂົາ​ຈະ​ກະ​ທຳ​ຕາມ​ຄວາມ​ກິ້ວ​ແລະ​ຄວາມ​ພິ​ໂຣດ​ຂອງ​ເຮົາ​ໃນ​ເມືອງ​ເອ​ໂດມ ແລະ​ເຂົາ​ຈະ​ຊາບ​ເຖິງ​ການ​ແກ້ແຄ້ນ​ຂອງ​ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້ແຫລະ

ຄຳ​ເຜີຍ​ພຣະ​ຄຳ​ກ່າວ​ໂທດ​ຄົນ​ຟີ​ລິ​ສ​ຕິນ

15 “ພຣະ​​ຜູ້​ເປັນເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ວ່າ​ຄົນ​ຟີ​ລິ​ສ​ຕິນ​ໄດ້​ກະ​ທຳ​ຢ່າງ​ຄຽດ​ແຄ້ນ​ແລະ​ທຳ​ການ​ແກ້​ແຄ້ນ​ດ້ວຍ​ໃຈ​ຄິດ​ຮ້າຍ​ຫມາຍ​ທຳ​ລາຍ ໂດຍ​ຄວາມ​ເປັນ​ສັດ​ຕ​ຣູ​ອັນ​ບໍ່​ຮູ້​ຈັກ​ຈົບ​ສິ້ນ​ນັ້ນ​ເສັຽ 16 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ຍື່ນ​ມື​ຂອງ​ເຮົາ​ອອກ​ຕໍ່​ສູ້​ຄົນ​ຟີລິ​ສ​ຕິ​ນ ແລະ​ເຣົາ​ຈະ​ຕັດ​ຄົນເຄ​ເຣ​ທີ​ອອກ ແລະ​ທຳ​ລາຍ​ຄົນ​ທີ່​ເຫລືອ​ຢູ່​ຕາມ​ຝັ່ງ​ທະ​ເລ​ນັ້ນ​ເສັຽ 17 ເຣົາ​ຈະ​ກະ​ທຳ​ການ​ແກ້​ແຄ້ນ​ໃຫຍ່​ຍິ່ງ​ເຫນືອ​ເຂົາ​ດ້ວຍ​ການ​ຊຳ​ຮະ​ຢ່າງ​ພິ​ໂຣດ​ຂອງ​ເຮົາ ແລ້ວ​ເຂົາ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ໄດ້​ວາງ​ການ​ແກ້​ແຄ້ນ​ຂອງ​ເຮົາ​ໄວ້​ເຫນືອ​ເຂົາ”

ເອເຊກຽນ 26

ຄຳ​ເຜີຍ​ພຣະ​ຄຳກ່າວ​ໂທດ​ເມືອງ​ຕີ​ເຣ

1 ຢູ່​ມາ​ໃນ​ວັນ​ຕົ້​ນ​ເດືອນ​ປີ​ທີ່​ສິບ​ເອັດ ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເພາະ​ວ່າ​ເມືອງ​ຕີ​ເຣ ໄດ້​ເວົ້າ​ກ່ຽວ​ພັນ​ກັບ​ເຢ​ຣູ​ຊາ​ເລັມ​ວ່າ “ປະ​ຕູ​ເມືອງ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ຫັກ​ເສັຽ​ແລ້ວ ມັນ​ເປີດກວ້າງ​ໄວ້​ຮັບ​ຂ້າ ມັນ​ຮ້າງ​ເປົ່າ​ແລ້ວ ຂ້າ​ຈະ​ບໍ​ຣິ​ບູນ​ຂຶ້ນ” 3 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເບິ່ງ​ແມ໋, ເມືອງ​ຕີ​ເຣ​ເອີຍ, ເຮົາ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ ແລະ​ຈະ​ນຳ​ປະ​ຊາ​ຊາດ​ເປັນ​ອັນ​ມາກ​ມາຕໍ່​ສູ້​ເຈົ້າ ດັ່ງ​ທະ​ເລ​ກະ​ທຳ​ໃຫ້​ຄື້ນ​ຂອງ​ມັນ​ຂຶ້ນ​ມາ 4 ເຂົາ​ທັງ​ຫລາຍ​ຈະ​ທຳ​ລາຍ​ກຳ​ແພງ​ເມືອງ​ຕີ​ເຣ ແລະ​ພັງ​ທະ​ລາຍ​ຫໍ​ຄອ​ຍ​ຂ​ອງ​ເມືອງ​ນັ້ນ​ເສັຽ ແລະ​ເຮົາ​ຈະ​ຂຸດ​ດິນ​ເສັຽ​ຈາກ​ເມືອງ​ນັ້ນ ກະ​ທຳ​ໃຫ້​ເປັນ​ຫີນ​ໂລ້ນໆ 5 ເມືອງ​ນັ້ນ​ເປັນ​ທີ່​ສຳ​ລັບ​ຕາກມອງ​ຢູ່​ກາງ​ທະ​ເລ ເພາະ​ເຣົາ​ໄດ້​ລັ່ນ​ວາ​ຈາ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ ແລະ​ເມືອງ​ນັ້ນ​ຈະ​ເປັນ​ຂອງ​ປຸ້ນ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ 6 ແລະ​ພວກ​ທິ​ດາຂອງ​ເມືອງ​ນີ້​ຊຶ່ງ​ຢູ່​ເທິງ​ແຜ່​ນດິນ​ໃຫຍ່​ຈະ​ຕ້ອງ​ຖືກ​ຂ້າ​ເສັຽດ້ວຍ​ດາບ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 7 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຣົາ​ຈະ​ນຳ​ເນ​ບຸ​ກາດ​ເນ​ສ​ຊາ​ຣ໌ກະ​ສັດ​ບາ​ບິ​ໂລນ ຜູ້​ເປັນ​ຈອມ​ກະ​ສັດ​ມາ​ຍັງ​ເມືອງ​ຕີ​ເຣ​ຈາກ​ທິດ​ເຫນືອ ພ້ອມ​ທັງ​ມ້າ​ແລະ​ຣົດ​ຮົບ​ກັບ​ພົນ​ມ້າ​ແລະ​ກອງ​ທະ​ຫານ​ຫລວງ​ຫລາຍ 8 ທ່ານ​ຈະ​ຂ້າ​ທິ​ດາຂອງ​ເຈົ້າ​ເທິງ​ແຜ່ນ​ດິນ​ໃຫຍ່​ເສັຽດ້ວຍ​ດາບ ທ່ານ​ຈະ​ກໍ່​ກຳ​ແພງ​ລ້ອມ​ເຈົ້າ​ໄວ້ ແລະ​ສ້າງ​ຄັນ​ຄູ​ຕໍ່​ສູ້​ກັບ​ເຈົ້າ ແລະ​ຈະ​ຍົກ​ຫລັງ​ຄາ​ເປັນ​ໂລ່​ຕໍ່​ສູ້​ກັບ​ເຈົ້າ 9 ທ່ານ​ຈະ​ຕັ້ງ​ເຄື່ອງ​ທະ​ລວງ​ຕໍ່​ສູ້​ກັບ​ກຳ​ແພງຂອງ​ເຈົ້າ​ແລະ​ທ່ານ​ຈະ​ເອົາ​ຂວານ​ຂອງ​ທ່ານ​ຟັນ​ຫໍ​ຄອຍ​ຂອງ​ເຈົ້າ​ລົງ 10 ມ້າ​ຂອງ​ທ່ານ​ຫລວງ​ຫລາຍ​ຈົນ​ຂີ້​ຝຸ່ນມ້າ​​ທີ່​ຟົ້ງ​ຂຶ້ນປົກຄຸ​ມ​ເຈົ້າ​ໄວ້ ກຳ​ແພ​ງເມືອງ​ຂອງ​ເຈົ້າ​ຈະ​ສັ່ນ​ສະ​ເທືອນ ດ້ວຍ​ສຽງ​ພົນ​ມ້າ​ແລະ​ກຽນ​ແລະ​ຣົດ​ຮົບ ເມື່ອ​ທ່ານ​ຈະ​ຍົກ​ເຂົ້າ​ປະ​ຕູ​ເມືອງ​ຂອງ​ເຈົ້າ ເຫ​ມືອນ​ຢ່າງ​ຄົນ​ເດີນ​ເຂົ້າ​ເມືອງ ເມື່ອ​ເມືອງ​ນັ້ນ​ແຕກ​ແລ້ວ 11 ທ່ານ​ຈະ​ຢຽບ​ຢໍ່າທີ່​ຖ​ນົນ​ຂອງ​ເຈົ້າ​ດ້ວຍ​ກີບ​ມ້າ ທ່ານ​ຈະ​ຂ້າ​ຊົນ​ຊາດ​ຂອງ​ເຈົ້າ​ເສັຽດ້ວຍ​ດາບ ແລະ​ເສົາ​ຫານ​ອັນ​ແຂງ​ແຮງ​ຂອງ​ເຈົ້າ​ຈະ​ລົ້ມ​ລົງ​ເຖິງ​ດິນ 12 ຊັບ​ສົມ​ບັດ​ຂອງ​ເຈົ້າ ທ່ານ​ຈະ​ເອົາ​ມາ​ເປັນ​ຂອງ​ປຸ້ນ ເຂົາ​ທັງ​ຫລາຍ​ຈະ​ພັງ​ກຳ​ແພງຂອງ​ເຈົ້າ​ລົງ ແລະ​ຈະ​ທຳ​ລາຍ​ບ້ານ​ອັນ​ສວຍ​ງາມຂອງ​ເຈົ້າ​ເສັຽ ຫິນ ໄມ້​ແລະ​ດິນ​ຂອງ​ເຈົ້າ​ນັ້ນ​ເຂົາ​ຈະ​ໂຍ​ນ​ຖິ້ມ​ເສັຽກາງ​ນ້ຳ 13 ສຽງ​ເພງ​ຂອງ​ເຈົ້າ​ນັ້ນ​ເຮົາ​ກໍ​ຈະ​ໃຫ້​ຢຸດ ແລະ​ສຽງ​ພິນ​ເຂົາ​ຄູ່​ຂອງ​ເຈົ້າ​ຈະ​ບໍ່​ໄດ້​ຍິນ​ອີກ 14 ເຮົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ສີ​ລາ​ໂລ້ນ ເຈົ້າ​ຈະ​ເປັນ​ສະ​ຖານ​ທີ່​ສຳ​ລັບ​ຕາກມອງ ຈະ​ບໍ່​ມີ​ຜູ້​ໃດ​ສ້າງ​ເຈົ້າ​ຂຶ້ນ​ໃຫມ່​ເລີຍ ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ວາ​ຈາແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 15 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແກ່​ເມືອງ​ຕີ​ເຣ​ວ່າ ແຜ່ນ​ດິນ​ຊາຍ​ທະ​ເລ​ຈະ​ບໍ່​ໄດ້​ສັ່ນ​ສະ​ເທືອ​ນ​ດ້ວຍ​ສຽງ​ທີ່​ເຈົ້າ​ລົ້ມ​ເມື່ອ​ຜູ້​ບາດ​ເຈັບ​ຮ້ອງ​ຄວນ​ຄາງ ເມື່ອ​ການ​ເຂັ່ນ​ຂ້າ​ໄດ້​ເກີດ​ຢູ່​ຖ້າມ​ກາງ​ເຈົ້າ​ຫລື 16 ແລ້ວ​ເຈົ້າ​ນາຍ​ທັງ​ສິ້ນ​ທີ່​ຈະ​ກ້າວ​ລົງ​ມາ​ຈາ​ກບັນ​ລັງ​ແລະ​ແກ້​ເຄື່ອງ​ທົງ​ອອກ ແລະ​ປົດເຄື່ອງ​ແຕ່ງ​ກາຍທີ່​ປັກ​ອອກ​ເສັຽ ແລະ​ຈະ​ເອົາ​ຄວາມ​ສັ່ນ​ກົວ​ມາ​ເປັນ​ເຄື່ອງ​ທົງ ຈະ​ປະ​ທັບ​ຢູ່​ເທິງ​ພື້​ນ​ດິນ​ແລະ​ສັ່ນ​ຢູ່​ທຸກ​ຂ​ນະ​ແລະ​ຫວາດ​ກົວ​ເພາະ​ເຈົ້າ ເມືອງ​ຕີ​ເຣ 17 ທ່ານ​ເຫລົ່າ​ນີ້​ຈະ​ເປັ່ງ​ສຽງ​ບົດ​ຄ່ຳ​ຄວນ​ເຣື່ອງ​ເຈົ້າ ແລະ​ກ່າວ​ແກ່​ເຈົ້າ​ວ່າ “ໂອ ເຈົ້າ ຜູ້​ມີ​ພົ​ລ​ເມືອງ​ຫນາ​ແຫນ້ນ​ເອີຍ, ເຈົ້າ​ສູ​ນໄປ​ຈາກ​ທະ​ເລ​ເສັຽ​ແລ້​ວ ເຈົ້າ​ເປັນ​ເມືອງ​ແຂງ​ກ້າ​ຢູ່​ທີ່​ທະ​ເລ ທັງ​ເຈົ້າ​ແລະ​ຊາວ​ເມືອງ​ຂອງ​ເຈົ້າ​ວ່າ​ເຖິງ​ຄົນ​ທີ່​ນັ້ນ​ແລ້ວ ເຈົ້າ​ໃຫ້​ເຂົາ​ຢ້ານ 18 ບັດ​ນີ້ ເກາະ​ທັງ​ຫລາຍກໍ​ສັ່ນ​ສະ​ເທືອນ​ໃນວັນ​ທີ່​ເຈົ້າ​ລົ້ມ​ລົງ ບັນ​ດາ​ເກາະ​ທີ່​ຢູ່​ໃນ​ທະ​ເລ​ກໍ​ຢ້ານ​ເພາະ​ເຈົ້າ​ສິ້ນ​ໄປ​ເສັຽ” 19 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ເຮົາ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ເມືອງ​ຮ້າງ​ເປົ່າ​ເຫມືອນ​ຢ່າງ​ເມືອງ​ທີ່ບໍ່ມີ​ຄົນ​ອາ​ໄສ ເມື່ອ​ເຮົາ​ນຳ​ທະ​ເລ​ມາ​ຖ້ວມ​ເຈົ້າ ແລະ​ນ້ຳ​ມາກ​ຫລາຍ​ປົກ​ຄຸມ​ເຈົ້າ​ໄວ້ 20 ແລ້ວ​ເຮົາ​ຈະ​ຊຸກ​ເຈົ້າ​ລົງ​ໄປ​ພ້ອມ​ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ລົງ​ໄປ​ຍັງ​ປາ​ກແດນ​ຄົນ​ຕາຍ ໄປ​ຍັງ​ຄົນ​ສະ​ໄຫມ​ເກົ່າ ເຮົາ​ຈະ​ກະທຳ​ເຈົ້າ​ໃຫ້​ອາ​ໄສ​ຢູ່​ທີ່​ໂລກ​ບາ​ດານ​ຖ້າມ​ກາງ​ສິ່ງ​ສ​ລັກ​ຫັກພັງ​ໃນ​ສະ​ໄຫມ​ດຶກ​ດຳ​ບັນ ພ້ອມ​ກັບ​ຜູ້​ທີ່​ລົງ​ໄປ​ຍັງ​ປາກ​ແດນ​ຄົນ​ຕາຍ ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້​ໃດ​ອາ​ໄສ​ຢູ່​ໃນ​ເຈົ້າ ແລະ​ເຈົ້າ​ຈະ​ບໍ່​ຕັ້ງ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ຜູ້​ມີ​ຊີ​ວິດ 21 ເຮົາຈະ​ກະ​ທຳ​ໃຫ້​ເຈົ້າ​ເປັນ​ທີ່​ຫນ້າ​ຕົກ​ໃຈ ຈະ​ບໍ່​ມີ​ເຈົ້າ​ອີກ​ແລ້ວ ເຖິງ​ຜູ້​ໃດ​ຈະ​ມາ​ຫາເຈົ້າ ເຂົາ​ຈະ​ມາ​ຫາ​ເຈົ້າ​ບໍ່​ພົບ​ອີກ​ຕໍ່​ໄປ​ເປັນ​ນິດ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ເອເຊກຽນ 27

ບົດ​ຄ່ຳ​ຄວນ​ເຣື່ອງ​ເມືອງ​ຕີ​ເຣ

1 ພຣະຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ເປັ່ງ​ສຽງ​ບົດ​ຄ່ຳ​ຄວນ​ເຣື່ອງ​ເມືອງ​ຕີ​ເຣ 3 ແລະ​ຈົ່ງ​ກ່າວ​ແກ່​ເມືອງ​ຕີ​ເຣ ຜູ້​ຢູ່​ທາງ​ເຂົ້າ​ສູ່​ທະ​ເລ ເປັນ​ພໍ່​ຄ້າ​ແຫ່ງ​ຊົນ​ຊາດ​ທັງ​ຫລາຍ​ທີ່​ຢູ່​ຕາມ​ແຜ່ນ​ດິນ​ຊາ​ຍທະ​ເລ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເມືອງ​ຕີ​ເຣ​ເອີຍ, ເຈົ້າ​ໄດ້​ກ່າວ​ວ່າ ຂ້າ​ນີ້​ມາ​ພ້ອມ​ຄວາມ​ງາມ​ອັນ​ສົມ​ບູນ​ແບບ 4 ເຂດ​ແດນ​ຂອງ​ເຈົ້າ​ຢູ່​ທີ່​ກາງ​ທະ​ເລ ຜູ້​ກໍ່​ສ້າງ​ໄດ້ກະ​ທຳ​ໃຫ້​ຄວາມ​ງົດ​ງາມ​ຂອງ​ເຈົ້າ​ເປັນດັ່ງ​ເຮືອລຳ​ງາມ 5 ​ເຂົາ​ໄດ້​ເອົາໄມ້​ແປກ​ມາ​ຈາກ​ເຊ​ນີ​ຣ໌ ເຂົາ​ເອົາ​ໄມ້​ສົນ​ມາ​ຈາກ​ເລ​ບາ​ນອນ​ທຳ​ເປັນ​ເສົາ​ຄ້ຳ​ທັງ​ຫລາຍ​ໃຫ້​ເຈົ້າ 6 ເອົາ​ໄມ້​ກໍ່​ແຫ່ງ​ເມືອງບາ​ຊານ ມາ​ທຳ​ເປັນ​ໄມ້​ພາຍ​ຂອງ​ເຈົ້າ ເຂົາ​ທຳ​ດາດ​ຟ້າ​ຂອງ​ເຈົ້າ​ດ້ວຍ​ໄມ້​ສົນ ໄດ້​ມາ​ຈາກ​ຊາຍ​ຝັ່ງ​ເກາະ​ໄຊ​ປ​ຣັ​ສ​ຝັງ​ດ້ວຍ​ງາ​ຊ້າງ 7 ສ່ວນ​ໃບ​ຂອງ​ເຈົ້າ​ນັ້ນ ທຳ​ດ້ວຍ​ຜ້າ​ປ່ານ​ເນື້ອລະ​ອຽດ​ຈາກ​ເອ​ຢິບ ໃຊ້​ຕາງ​ທຸງ​ຂອງ​ເຈົ້າ​ ຜ້າສີ​ຟ້າ​ສີ​ມ່ວງ​ມາ​ຈາກ​ຝັ່ງ​ເມືອງ​ເອ​ລີ​ຊາກໍ​ເປັນ​ທັບ​ອາ​ໄສ​ຂອງ​ເຈົ້າ 8 ຊາວ​ເມືອງ​ຊີ​ໂດນແລະ​ເມືອງຊີ​ໂດນ​ແລະ​ອາ​ຣ໌​ວັດ ເປັນ​ພວກ​ຊາວ​ແຈວຂອງ​ເຈົ້າ ໂອ ຕີ​ເຣ ຊ່າງ​ຝີ​ມື​ທີ່ຢູ່​ໃນກາງ​ເຈົ້າ ກໍ​ເປັນພວກ​ນາຍ​ທ້າຍ​ຂອງ​ເຈົ້າ 9 ຜູ້ໃຫຍ່​ຂອງ​ເມືອງ​ເກ​ບານ​ແລະ​ຊ່າງ​ຝີ​ມື​ຂອງ​ເມືອງ​ນີ້​ກໍ​ຢູ່​ໃນ​ເຈົ້າ ເປັນ​ຊ່າງ​ໄມ້​ປະ​ຈຳ​ເຮືອ​ໃຫ້​ເຈົ້າ ​ບັນ​ດາ​ເຮືອ​ທະ​ເລ​ທັງ​ສິ້ນ​ພ້ອມທີ່​ນ້ຳ​ທະ​ເລ​ກັບ​ລູກ​ສະ​ເພົາ​ນັ້ນ​ໄດ້​ຢູ່​ນຳ​ເຈົ້າ​ ເພື່ອ​ແລກ​ປ່ຽນ​ສິນ​ຄ້າ​ກັບ​ເຈົ້າ 10 “ຊາວ​ເປີ​ເຊັຽ ລູດ ແລະ​ພູ​ທ ກໍ​ຢູ່​ໃນກອງ​ທັບ​ຂອງ​ເຈົ້າ ເຂົາ​ທັງ​ຫລາຍ​ເປັນ​ທະ​ຫານ​ຂອງ​ເຈົ້າ ເຂົາ​ແຂວນ​ໂລ່​ແລະ​ຫມວກ​ເຫລັກ​ໃນ​ເຈົ້າ ເຂົາ​ກະທຳ​ໃຫ້​ເຈົ້າ​ມີ​ສະ​ງ່າ 11 ຊາວ​ອາ​ຣ໌​ວັດ​ແລະ​ຊາວ​ເຮ​ເລກ​ຢູ່​ເທິງ​ກຳ​ແພງ​ໂດຍ​ຮອບ ຊາວ​ກາ​ມັດ​ຢູ່​ໃນ​ຫໍ​ຄອຍ​ຂອງ​ເຈົ້າ ເຂົາ​ແຂວນ​ໂລ່​ໄວ້​ຕາມ​ກຳ​ແພງ​ຂອງ​ເຈົ້າ​ໂດຍ​ຮອບ ເຂົາ​ກະ​ທຳ​ໃຫ້​ຄວາມ​ງາມ​ຂອງ​ເຈົ້າ​ດີ​ທີ່​ສຸດ 12 “ຕາ​ຣ໌​ຊິ​ສ​ໄປ​ມາ​ຄ້າ​ຂາຍ​ກັບ​ເຈົ້າ ເພາະ​ເຈົ້າ​ມີ​ຊັບພ​ຍາ​ກອນ​ມາກ​ມາຍ​ຫລາຍ​ຊະ​ນິດ ເຂົາ​ເອົາ ເງິນ ເຫລັກ ຊື່ນ ແລະ​ກົ່ວ​ມາ​ແລກ​ປ່ຽນ​ກັບ​ສິນ​ຄ້າ​ຂອງ​ເຈົ້າ 13 ເມືອງ​ຢາ​ວານ ຕູ​ບານ ແລະ​ເມ​ເຊກ ຄ້າ​ຂາຍ​ກັບ​ເຈົ້າ ເຂົາ​ແລກ​ປ່ຽນ​ຄົນ​ແລະ​ພາ​ຊ​ນະ​ທອງ​ສຳ​ຣິດ​ກັບ​ສິນ​ຄ້າ​ຂອງ​ເຈົ້າ 14 ເມືອງ​ເບ​ທ​ໂຕ​ກາ​ຣ໌​ມາ ເອົາ​ຝູງ​ມ້າ​ກັບ​ຄົນ​ຂີ່​ມ້າ ຝູງ​ລໍ​ມາ​ແລກ​ກັບ​ສິນ​ຄ້າ​ຂອງ​ເຈົ້າ 15 ຊາວ​ເດ​ດານ​ທຳ​ການ​ຄ້າ​ຂາຍ​ກັບ​ເຈົ້າ ແຜ່ນ​ດິ​ນ​ຊາຍ​ທະ​ເລ​ເປັນ​ອັນ​ມາກ​ເປັນ​ຕ​ລາດ​ປະ​ຈຳ​ຂອງ​ເຈົ້າ ເຂົາ​ນຳ​ງາ​ຊ້າງ​ແລະ​ໄມ້​ຍຸງ​ມາ​ເປັນ​ຄ່າ​ຂອງ​ສິນ​ຄ້າ 16 ເມືອງ​ອາ​ຣາມ ໄປ​ມາ​ຄ້າຂາຍ​ກັບ​ເຈົ້າ ເພາະ​ເຈົ້າ​ມີ​ສິນ​ຄ້າ​ອຸ​ດົມ ເຂົາ​ເອົາ​ມໍ​ຣະ​ກົດ ຜ້າ​ສີ​ມ່ວງ ຜ້າ​ແສ່ວ ຜ້າ​ປ່ານ​ເນື້ອ​ລະ​ອຽດ ຫິ​ນ​ງອກ ແລະ​ທັບ​ທິມ​ມາ​ແລກກັບ​ສິນ​ຄ້າ​ຂອງ​ເຈົ້າ 17 ຢູ​ດາ​ແລະ​ແຜ່ນ​ດິນ​ອິສ​ຣາ​ເອນ​ກໍ​ຄ້າ​ຂາຍ​ກັບ​ເຈົ້າ ເຂົາ​ເອົາ​ເຂົ້າ​ບ​ເລ​ເມືອງ​ມິນ​ນິ​ທ ຫມາກກອກ​ເທດ​ແລະ​ຫມາກ​ເດື່ອ​ຕົ້ນ​ຣະ​ດູ ນ້ຳ​ເຜິ້ງ ນ້ຳ​ມັນ ກຳ​ຍານ ມາ​ແລກ​ກັບ​ສິນ​ຄ້າ​ຂອງ​ເຈົ້າ 18 ດາ​ມັ​ສ​ກັ​ສ​ໄປ​ມາ​ຄ້າ​ຂາຍກັບ​ເຈົ້າ ເພາະ​ເຈົ້າ​ມີ​ສິນ​ຄ້າ​ອຸ​ດົມ ເພາະ​ຊັບ​ພ​ຍາ​ກອນ​ມາກ​ມາຍ​ຫລາຍ​ຊະ​ນິດ​ຂອງ​ເຈົ້າ ມີ​ເຫລົ້າ​ອະ​ງຸ່ນ​ເຣນ​ໂບນ ແລະ​ຂົນ​ແກະ​ຂາວ 19 ເຂົາ​ເອົາ​ເຫລົ້າ​ຈາກ​ເມືອງອູ​ຊານ ມາ​ແລກ​ກັບ​ສິນ​ຄ້າຂອງ​ເຈົ້າ ເຂົາ​ເອົາ​ເຫລັກ​ຫລໍ່ ແລະ​ເຄື່ອງ​ເທດ​ຕ່າງໆ​ມາ​ແລກ​ກັບ​ສິນ​ຄ້າ​ຂອງ​ເຈົ້າ 20 ເມືອງ​ເດ​ດານ​ຄ້າ​ຂາຍ​ກັບ​ເຈົ້າ​ໃນ​ເຣື່ອງ​ຜ້າ​ອານສຳ​ລັບ​ຂັບ​ຂີ່ 21 ເມືອງ​ອາ​ຣະ​ເບັຽ​ແລະ​ເຈົ້າ​ນາຍ​ທັງ​ຫລາຍ​ຂອງ​ເມືອງເກ​ດາ​ຣ໌ ເປັນ​ພໍ່​ຄ້າ​ຂາ​ປະ​ຈຳ​ໃນ​ເຣື່ອງ​ລູກ​ແກະ ແກະ​ເຖິກ ແບ້ ເຂົາ​ໄປ​ມາ​ຄ້າ​ຂາຍ​ກັບ​ເຈົ້າ​ໃນ​ເຣື່ອງ​ເຫລົ່າ​ນີ້ 22 ພໍ່​ຄ້າ​ທັງ​ຫລາຍ​ຂອງ​ເມືອງ​ເຊ​ບາ ແລະ​ເມືອງ​ຣາ​ອາ​ມາ​ກໍ​ຄ້າ​ຂາຍ​ກັບ​ເຈົ້າ ເຂົາ​ເອົາ​ເຄື່ອງ​ເທດ​ຊະ​ນິດ​ດີໆ​ທັງ​ສິ້ນ​ແລະ​ເພັດ​ພອຍ​ທຸກ​ຊະ​ນິດ ແລະ​ທອງ​ຄຳ​ມາ​ແລກ​ສິນ​ຄ້າ​ກັບ​ເຈົ້າ 23 ເມືອງ​ຮາ​ຣານ ການ​ເນ ແລະ​ເອ​ເດນ ພໍ່​ຄ້າ​ທັງ​ຫລາຍ​ຂອງ​ເມືອງ​ເຊ​ບາ ອັ​ສ​ຊູ​ຣ໌ ແລະ​ຄິນ​ມາດ ກໍ​ຄ້າ​ຂາຍ​ກັບ​ເຈົ້າ 24 ເມືອງ​ເຫລົ່າ​ນີ້​ທຳ​ການ​ຄ້າ​ຂາຍ​ກັບ​ເຈົ້າ​ໃນ​ຕ​ລາດ​ຂອງ​ເຈົ້າ​ໃນ​ເຣື່ອງ​ເຄື່ອງ​ແຕ່ງ​ກາຍ​ຢ່າງ​ດີ​ວິ​ເສດ ເສື້ອ​ສີ​ຟ້າ ແລະ​ເສື້ອ​ແສ່ວ ແລະ​ພົມ​ທຳ​ດ້ວຍ​ດ້າຍ

ສີ​ຕ່າງໆ​ມັດ​ໄວ້​ແຫນ້ນດ້ວຍ​ດ້າຍ​ຝັ້ນ

25 ກຳ​ປັ່ນ​ເຮືອທັງ​ຫລາຍ​ຂອງ​ເມືອງ​ຕາ​ຣ໌​ຊິສ​ບັນ​ທຸກ​ສິນ​ຄ້າ​ຂອງ​ເຈົ້າ “ດັ່ງ​ນັ້ນ ເຈົ້າ​ຈຶ່ງ​ບໍ​ຣິ​ບູນ​ແລະ​ບັນ​ທຸກ​ໄວ້​ຢ່າງ​ຫນັກ​ໃນ​ທ້ອງ​ທະ​ເລ 26 ພວກ​ພາຍ​ເຮືອ​ຂອງ​ເຈົ້າ​ນຳ​ເຈົ້າ​ອອກ​ໄປ​ທີ່​ໃນ​ທະ​ເລ​ເລິກ ລົມ​ຕາ​ເວັນ​ອອກ​ທຳ​ໃຫ້​ເຮືອເຈົ້າ​ແຕກ​ໃນ​ທ້ອງ​ທະ​ເລ 27 ຊັບ​ສິນ​ຂອງ​ເຈົ້າ ຂອງ​ຂາຍ​ຂອງ​ເຈົ້າ ສິນ​ຄ້າ​ຂອງ​ເຈົ້າ ລູກ​ເຮືອຂອງ​ເຈົ້າ ແລະ​ນາຍ​ທ້າຍ​ຂອງເຈົ້າ ຊ່າງ​ໄມ້​ປະ​ຈຳ​ຂອງ​ເຈົ້າ ຜູ້​ຄ້າ​ສິນ​ຄ້າ​ຂອງ​ເຈົ້າ ນັກ​ຮົບ​ທັງ​ສິ້​ນ​ຂອງ​ເຈົ້າ​ຜູ້​ຢູ່​ໃນ​ເຈົ້າ ພ້ອມ​ກັບ​ພັກ​ພວກ​ທັງ​ສິ້ນ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ຖ້າມ​ກາງ​ເຈົ້າ​ຈົມ​ລົງ​ໃນ​ທ້ອງ​ທະ​ເລ 28 ແຜ່ນ​ດິນ​ກໍ​ສັ່ນ​ສະ​ເທືອນ ເມື່ອ​ໄດ້​ຍິນ​ສຽງ​ໂວຍ​ວາຍ​ຂອງ​ພວກນາຍ​ທ້າຍຂອງ​ເຈົ້າ 29 ຜູ້​ທີ່​ຖື​ໄມ້​ພາຍ​ກໍ​ລົງ​ມາ​ຈາກ​ເຮືອ​ຂອງ​ເຂົາ ພວກ​ລູກ​ເຮືອແລະພວກ​ນາຍ​ທ້າຍມາ​ຢືນ​ຢູ່​ເທິງ​ຝັ່ງ​ທັງ​ຫມົດ 30 ເຂົາ​ລ້ວນ​ແຕ່​ໄວ້​ທຸກ​ໃຫ້​ເຈົ້າ​ແລະ​ຮ້ອງ​ໄຫ້​ຫນັກ​ຫນາ ເຂົາ​ເອົາ​ຂີ້​ຝຸ່ນ​ດິນ​ຊັດ​ໃສ່​ຫົວ​ຂອງ​ເຂົາ ແລະ​ກິ້ງ​ເກືອກ​ຢູ່​ທີ່ກອງ​ຂີ້​ເທົ່າ​ 31 ເຂົາ​ແຖ​ຜົມ​ເພາະ​ເຈົ້າ ແລະ​ເອົາ​ຜ້າ​ກະ​ສອບ​ຄາດແອວ​ໄວ້ ເຂົາ​ຣ້ອງ​ໄຫ້​ເພາະ​ເຈົ້າ​ດ້ວຍ​ຈິດ​ໃຈ​ອັນ​ຂົມ​ຂື່ນ ກັບ​ໄວ້​ທຸກ​ຫນັ​ກ 32 ໃນ​ການ​ຮ້ອງ​ຮ່ຳ​ໄຮນັ້ນ ເຂົາ​ເປັ່ງ​ສຽງ​ບົດ​ຄ່ຳ​ຄວນ​ເພື່ອ​ເຈົ້າ ແລະ​ໄດ້​ຮ້ອງ​ທຸກ​ເພື່ອ​ເຈົ້າ​ວ່າ, “ມີ​ຜູ້​ໃດ​ຫລື​ທີ່​ຖືກ​ທຳ​ລາຍ​ເຫມືອນ​ເມືອງ​ຕີ​ເຣ ໃນ​ຖ້າມ​ກາງ​ທະ​ເລ 33 ເມື່ອ​ສິນ​ຄ້າ​ຂອງ​ເຈົ້າ​ມາ​ຈາກ​ທະ​ເລກໍ​ກະ​ທຳ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ​ພໍ​ໃຈ ເຈົ້າ​ໄດ້​ກະ​ທຳ​ໃຫ້​ບັນ​ດາ​ກະ​ສັດ​ແຫ່ງ​ໂລກ​ມັ່ງ​ຄັ່ງ ດ້ວຍ​ສົມ​ບັດ​ແລະ​ສິນ​ຄ້າ​ອັນ​ອຸ​ດົມ​ຂອງ​ເຈົ້າ 34 ບັດ​ນີ້ ເຈົ້າ​ອັບ​ປາງ​ເສັຽດ້ວຍທະ​ເລ​ໃນ​ຮ້ວງ​ນ້ຳ​ເລິກ ສິນ​ຄ້າ​ຂອງ​ເຈົ້າ​ແລະ​ລູກ​ເຮືອ​ຂອງ​ເຈົ້າ ໄດ້​ຈົມ​ລົງ​ພ້ອມ​ກັບ​ເຈົ້າ 35 ພວກ​ຊາວ​ແຜ່ນ​ດິນ​ຊາຍ​ທະ​ເລທັງ​ສິ້ນ ກໍ​ຕົກ​ຕະ​ລຶງ​ເພາະ​ເຈົ້າ ກະ​ສັດ​ທັງ​ຫລາຍ​ຂອງ​ເມືອງ​ນັ້ນ​ກໍ​ຢ້ານ​ຍິ່ງ​ນັກ ດວງ​ຫນ້າກໍ​ຂາວ​ຊີດ 36 ພໍ່​ຄ້າ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ​ໂຣ່​ເຈົ້າ ເຈົ້າ​ສູນ​ສີ້ນ​ເປັນ​ເຫດ​ໃຫ້​ຕົກ​ໃຈ ແລະ​ຈະ​ບໍ່​ດຳ​ຣົງ​ຢູ່​ອີກ​ຕໍ່​ໄປ​ເປັນ​ນິດ

ເອເຊກຽນ 28

ຄຳ​ທຳ​ນ​ວາຍ​ກ່າວ​ໂທດ​ກະ​ສັດ​ແຫ່ງ​ ເມືອງ​ຕີ​ເຣ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ບຸດ​ມະ​ນຸດ​ເອີຍ, ຈົ່ງ​ກ່າວ​ແກ່​ເຈົ້າ​ເມືອງຕີ​ເຣ​ວ່າ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້ວ່າ “ເພາະ​ໃຈ​ຂອງ​ເຈົ້າ​ຜະ​ຍອງ​ຂຶ້ນ ແລະ​ເຈົ້າ​ໄດ້​ກ່າວ​ວ່າ ຂ້າ​ເປັນ​ພຣະເຈົ້າ​ ຂ້າ​ນັ່ງ​ຢູ່​ໃນ​ທີ່​ນັ່ງ​ແຫ່ງ​ພຣະ​ເຈົ້າ​ໃນ​ທ້ອງ​ທະ​ເລ” ແຕ່​ເຈົ້າ​ເປັນ​ພຽງ​ມະ​ນຸດ​ບໍ່​ແມ່ນ​ພຣະ​ເຈົ້າ ແມ້​ເຈົ້າ​ຈະ​ພິ​ຈາ​ຣະ​ນາ​ຕົນ​ເອງວ່າ​ສ​ລາ​ດຢ່າງ​ພຣະ​ເຈົ້າ 3 ເຈົ້າ​ສ​ລາດ​ກວ່າ​ດາ​ນີ​ເອນ​ຈິງ ບໍ່​ມີ​ຄວາມ​ລັບ​ອັນ​ໃດ​ທີ່​ເຊື່ອງ​ໃຫ້​ພົ້ນ​ເຈົ້າ​ໄດ້ 4 ເຈົ້າ​ຫາ​ຊັບ​ສົມ​ບັດ​ມາ​ສຳ​ລັບ​ຕົນ​ໂດຍ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ເຈົ້າ ແລະ​ໄດ້​ຮວບ​ຮວມ​ທອງ​ຄຳ​ແລະ​ເງິນ​ມາ​ໄວ້​ໃນ​ຄັງ​ຂອງ​ເຈົ້າ 5 ດ້ວຍ​ສະ​ຕິ​ປັນ​ຍາ​ຍິ່ງ​ໃຫຍ່​ໃນ​ການ​ຄ້າ​ຂອງ​ເຈົ້າ ເຈົ້າ​ໄດ້​ທະ​ວີ​ຊັບ​ສົມ​ບັດ​ຂອງ​ເຈົ້າ​ຂຶ້ນ ແລະ​ຈິດ​ໃຈ​ຂອ​ງ​ເຈົ້າ​ກໍ​ຜະ​ຍອງ​ຂຶ້ນ​ໃນ​ຊັບ​ສົມ​ບັດ​ຂອງ​ເຈົ້າ 6 ເຫດ​ສັນ​ນັ້ນ ພຣະຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ເພາະ​ເຈົ້າ​ຖື​ຕົວ​ເຈົ້າ​ວ່າ​ສ​ລາດ​ເຫມືອນ​ຢ່າງພຣະ​ເຈົ້າ 7 ເຫດ​ສັນ​ນັ້ນ​ ເບິ່ງ​ແມ໋, ເຮົາ​ຈະ​ນຳ​ຄົນ​ຕ່າງ​ດ້າວມາ​ສູ້​ເຈົ້າ ເປັນ​ຊົນຊາດ​ທີ່​ທາ​ຣຸນ​ທີ່​ສຸດ​ໃນ​ບັນ​ດາ​ປະ​ຊາ​ຊາດ ເຂົາ​ທັງ​ຫລາຍ​ຈະ​ຊັກ​ດາບ​ອອກ​ຕໍ່​ສູ້ກັບ​ຄວາມງາມ​ແຫ່ງ​ສະ​ຕິ​ປັນ​ຍາ​ຂອງ​ເຈົ້າ ແລະ​ເຂົາ​ຈະ​ປມາດ​ປະ​ຈານຍົດສັກ​ຂອງ​ເຈົ້າ​ 8 ເຂົາ​ທັງ​ຫລາຍ​ຈະ​ດັນ​ເຈົ້າ​ລົງ​ໄປ​ທີ່​ໃນ​ປາກ​ແດນ​ຄົນ​ຕາຍ ແລະ​ເຈົ້າ​ຈະ​ຕາຍ​ຢ່າງ​ຄົນ​ທີ່​ຖືກ​ຂ້າ​ຂ້າ​ໃນ​ທ້ອງ​ທະ​ເລ 9 ເຈົ້າ​ຍັງ​ຈະ​ກ່າວ​ອີກ​ຫລື ວ່າ “ຂ້າ​ເປັນ​ພຣະ​ເຈົ້າ” ຕໍ່​ຫນ້າ​ຄົນ​ທີ່​ຂ້າ​ເຈົ້າ ເຖິງ​ເຈົ້າ​ເປັນ​ພຽງ​ມະ​ນຸດ ບໍ່​ແມ່ນ​ພຣະ​ເຈົ້າ​ຢູ່​ໃນ​ມື​ຂອງ​ຄົນ​ທີ່​ໃຫ້​ເຈົ້າ​ບາດ​ເຈັບ 10 ເຈົ້າ​ຈະ​ຕາຍ​ຢ່າງ​ຄົນທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ​ຕາຍ ໂດຍ​ມື​ຂອງ​ຄົນ​ຕ່າງ​ດ້າວ ເພາະ​ເຮົາ​ໄດ້​ລັ່ນ​ວາ​ຈາ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ” 11 ພຣະ​ຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 12 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ເປັ່ງ​ສຽງ​ບົດ​ຄ່ຳ​ຄວນ​ເພື່ອ​ກະ​ສັດ​ເມືອງ​ຕີ​ເຣ ແລະ​ຈົ່ງ​ກ່າວ​ແກ່​ທ່ານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ນີ້​ວ່າ “ເຈົ້າ​ເປັນ​ຕາ​ແຫ່ງຄວາມ​ສົມ​ບູນ​ແບບ​ເຕັມ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ​ມີ​ຄວາມ​ງາມ​ຢ່າງ​ຄົບ​ບໍ​ຣິ​ບູນ 13 ເຈົ້າ​ຢູ່​ໃນ​ເອ​ເດນ ສວນຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພັດ​ພອຍ​ທຸກ​ຢ່າງ​ເປັນ​ເສື້ອ​ຂອງ​ເຈົ້າ ຄື​ທັບ​ທິມ ເພັດ​ນິນ​ຈິນ​ດາ ພອຍ​ເຫລືອງ ນິນ ​ມະ​ນີ​ໂຊ​ດ ໂມ​ລາ ນິນ​ສີ​ຄາມ ມໍຣະ​ກົດ ແລະໂກເມນ ເພັດ​ພອຍ​ເຫລົ່າ​ນີ້​ຝັງ​ໃນ​ທອງ​ຄຳ ແລະ​ລວດ​ລາຍ​ແກະ​ສ​ລັກ​ກໍ​ເປັນ​ທອງ​ຄຳ ສິ່ງ​ເຫລົ່າ​ນັ້ນ​ຈັດ​ຕຽມ​ໄວ້​ໃນ​ວັນ​ທີ່​ສ້າງ​ເຈົ້າ​ຂຶ້ນ​ມາ 14 ເຮົາ​ຕັ້ງ​ເຈົ້າ​ໃຫ້​ຢູ່​ກັບ​ເຊ​ຣູ​ບິມ ຜູ້​ພິ​ທັກ​ທີ່​ໄດ້​ເຈີມ​ຕັ້ງ​ໄວ້ ເຈົ້າ​ຢູ່​ເທິງ​ພູ​ອັນ​ສັກ​ສິດ​ແຫ່ງ​ພຣະ​ເຈົ້າ ແລະ​ເຈົ້າ​ເດີນ​ຢູ່​ຖ້າ​ມ​ກາງ​ສີ​ລາ​ໄຟ 15 ເຈົ້າ​ກໍ​ປາ​ສ​ຈາກ​ຕຳ​ຫນິ​ໃນ​ວິ​ທີ​ການ​ທັງ​ຫລາຍ​ຂອງ​ເຈົ້າ ຕັ້ງ​ແຕ່​ວັນ​ທີ່​ເຈົ້າ​ໄດ້​ຖືກ​ສ້າງ​ຂຶນ​ມາ​ຈົນ​ພົບ​ຄວາມບາບ​ຊົ່ວ​ໃນ​ຕົວ​ເຈົ້າ 16 ໃນ​ຄວາມ​ອຸ​ດົມ​ສົມ​ບູນ​ແຫ່ງ​ການ​ຄ້າ​ຂອງ​ເຈົ້າ​ນັ້ນ ເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ການ​ທາ​ຣຸນ ເຈົ້າ​ກະ​ທຳ​ບາບ ເຮົາ​ຈະ​ກຳ​ຈັດ​ເຈົ້າ​ເສັຽ​ຈາກ​ພູ​ແຫ່ງ​ພຣະ​ເຈົ້າ ແລະ​ເຊ​ຣູ​ບິມ​ຜູ້​ພິ​ທັກ​ນັ້ນ​ກໍ​ຂັບ​ເຈົ້າ​ອອກ​ໄປ​ຈາກ​ຖ້າມ​ກາງ​ສີ​ລາ​ໄຟ 17 ຈິດ​ໃຈ​ຂອງ​ເຈົ້າ​ຜະ​ຍອງ​ຂຶ້ນ​ເພາະ​ຄວາມ​ງາມ​ຂອງ​ເຈົ້າ ເຈົ້າ​ກະ​ທຳ​ໃຫ້​ສະ​ຕິ​ປັນ​ຍາ​ຂອງ​ເຈົ້າ​ເສື່ອມ​ເສັຽ​ລົງ ເພາະ​ເຫັນ​ແກ່​ຄວາມ​ງາມ​ຂອງ​ເຈົ້າ ເຮົາ​ຄວ່າງ​ເຈົ້າ​ລົງ​ທີ່​ດິນ​ແລ້ວ ເຮົາ​ຕີ​ແຜ່​ເຈົ້າ​ຕໍ່​ຫນ້າ​ກະ​ສັດ​ທັງ​ຫລາຍ ເພື່ອ​ຕາ​ຂອງ​ທ່ານ​ທັງ​ຫລາຍ​ເຫລົ່າ​ນັ້ນ​ຈະ​ເພີນ​ຢູ່​ທີ່​ເຈົ້າ​ 18 ເຈົ້າ​ກະ​ທຳ​ໃຫ້​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຈົ້າ​ເສື່ອມ​ເສັຽ​ໂດຍ​ຄວາມ​ບາບ​ຊົ່ວ​ມາກ​ມາຍ​ຂອງ​ເຈົ້າ ໃນ​ການ​ຄ້າ​ອັນ​ບໍ່​ຊອບ​ທັມ​ຂອງ​ເຈົ້າ​ ເຫດ​ສັນ​ນັ້ນ​ເຣົາ​ຈຶ່ງ​ນຳ​ໄຟ​ລົງ​ມາ​ຈາກ​ຫມູ່​ພວກ​ເຈົ້າ ໄຟ​ກໍ​ເຜົາ​ຜານ​ເຈົ້າ ເຮົາ​ກະ​ທຳ​ໃຫ້​ເຈົ້າ​ກັບ​ເປັນ​ຂີ້​ເທົ່າ​ໄປ​ເທິງ​ພື້ນ​ໂລກ ໃນ​ສາຍ​ຕາ​ຂອງ​ຄົນ​ທັງ​ປວງ​ທີ່​ເຫັນ​ເຈົ້າ 19 ບັນ​ດາ​ຜູ້​ທີ່​ຮູ້​ຈັກ​ເຈົ້າ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ ເຂົາ​ກໍ​ຕົກ​ຕະ​ລຶງ​ເພາະ​ເຈົ້າ ເຈົ້າ​ສິ້ນ​ສູນ​ລົງ​ກາຍ​ເປັນ​ເຫດໃຫ້​ສະ​ດຸ້ງ​ຕົກ​ໃຈ ແລະ​ຈະ​ບໍ່​ເປັນອີກ​ຕ​ລອດ​ໄປ​ເປັນ​ນິດ”

ຄຳ​ພ​ຍາ​ກອນ​ກ່າວ​ໂທດ​ເມືອງ​ຊີ​ໂດນ

20 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 21 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ມຸ່ງ​ຫນ້າ​ຕໍ່​ສູ້​ຊີ​ໂດນ ແລະ​ພ​ຍາ​ກອນ​ກ່າວ​ໂທດ​ເມືອງ​ນັ້ນ 22 ແລະ​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ຊີ​ໂດນ ເຮົາ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ ເຣົາ​ຈະ​ສຳ​ແດງ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ເຮົາ​ຖ້າມ​ກາງ​ເຈົ້າ ແລະ​ເຂົາ​ທັງ​ຫລາຍ​ຈະ​ຊາບວ່າ​ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ທຳ​ການ​ພິ​ພາກ​ສາ​ລົງ​ໂທດ​ໃນ​ເມືອງ​ນັ້ນ ແລະ​ສຳ​ແດງ​ຄວາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ໃນ​ເມືອງ​ນັ້ນ 23 ເພາະ​ເຮົາ​ຈະ​ສົ່ງ​ໂຣກ​ລະ​ບາດ​ເຂົ້າ​ມາ​ໃນ​ເມືອງ​ນັ້ນ ແລະ​ສົ່ງ​ໂລ​ຫິດ​ເຂົ້າ​ມາ​ໃນ​ຖ​ນົນ​ຂອງ​ເມືອງ​ນັ້ນ ຄົນ​ທີ່​ຖືກ​ຂ້າ​ຕາຍ​ຈະ​ລົ້ມ​ລົງ​ຖ້າມ​ກາງ​ເມືອງ​ນັ້ນ ລົ້ມ​ລົງ​ດ້ວຍ​ດາບ​ທີ່​ຢູ່​ຮອບ​ເມືອງ​ນັ້ນ​ທຸກ​ດ້ານ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຊາບ​ວ່າ​ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 24 “ສ່ວນ​ເຊື້ອ​ສາຍ​ອິສ​ຣາ​ເອນ​ນັ້ນ ຈະ​ບໍ່​ມີ​ເຫລັກ​ໄຫລ​ທີ່​ໃຫ້​ເປັນ​ບາດ​ກັບ​ຫນາມ​ທີ່​ໃຫ້​ເຈັບ​ຖ້າມ​ກາງ​ເພື່ອນ​ບ້ານ​ທັງ​ປວງ​ຊຶ່ງ​ໄດ້​ເຄີຍ​ກະ​ທຳ​ແກ່​ເຂົາ​ດ້ວຍ​ຄວາມດູ​ຫມິ່ນ ແລ້ວ​ເຂົາ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 25 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ເຮົາ​ຮວບ​ຮວມ​ເຊື້ອ​ສາຍ​ອິສ​ຣາ​ເອນ ຈາກ​ຊົນ​ຊາດ​ທັງ​ຫລາຍ ຊຶ່ງ​ເຂົາ​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ຖ້າມ​ກາງ​ນັ້ນ ແລະ​ເມື່ອ​ເຮົາ​ສຳ​ແດງ​ຄວາມ​ບໍ​ຣິສຸດ​ຂອງ​ເຮົາ​ຖ້າມ​ກາງ​ເຂົາ​ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ຫລາຍ​ແລ້ວ ເຂົາ​ທັງ​ຫລາຍ​ຈະ​ໄດ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຂົາ​ເອງ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາ​ໂຄບ​ຜູ້​ຣັບ​ໃຊ້​ຂອງ​ເຮົາ​ 26 ເຂົາ​ທັງ​ຫລາຍ​ຈະ​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ​ຢ່າງ​ປອດ​ພັຍ ເຂົາ​ຈະ​ສ້າງ​ບ້ານ​ເຮືອນ​ແລະ​ປູກ​ສວນ​ອະ​ງຸ່ນ ເມື່ອ​ເຮົາ​ກະ​ທຳ​ການ​ພິ​ພາກ​ສາ​ລົງ​ໂທດ​ເພື່ອນ​ບ້ານ​ຂອງ​ເຂົາ​ທັງ​ສິ້​ນ ຜູ້​ໄດ້​ກະ​ທຳ​ຕໍ່​ເຂົາ​ດ້ວຍ​ຄວາມ​ດູ​ຫມິ່ນ​ນັ້ນ ເຂົາ​ທັງ​ຫລາຍ​ຈະ​ອາ​ໄສ​ຢູ່​ຢ່າງ​ປອດ​ພັຍ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຊາບວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ

ເອເຊກຽນ 29

ຄຳ​ທຳ​ນວາຍ​ກ່າວ​ໂທດ​ເອ​ຢິບ

1 ເມື່ອ​ວັນ​ທີ່​ສິບ​ສອງ ເດືອນ​ສິບ​ໃນ​ປີ​ທີ່​ສິບ ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ມຸ່ງ​ຫນ້າ​ຂອງ​ເຈົ້າ​ຕໍ່​ສູ້​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ ທຳ​ນ​ວາຍ​ກ່າວ​ໂທດ​ກະ​ສັດ​ແລະ​ເອຢິບ​ທັງ​ສິ້ນ 3 ເວົ້າ​ໄປ​ເຖີດ​ແລະ​ກ່າວ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ເຮົາ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ​ ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ ຜູ້ຈະ​ເປັນ​ແຂ້​ໂຕ​ຮ້າ​ຍກາດ ນອນຢູ່​ກາງ​ລຳ​ທານ​ທັງ​ຫລາຍ​ຂອງ​ມັນ ຜູ້​ກ່າວ​ວ່າ “ແມ່​ນ້ຳ​ນີນ​ຂອງ​ຂ້າ​ກໍ​ເປັນ​ຂອງ​ຂ້າ ຂ້າ​ສ້າງ​ມັນ​ຂຶ້ນ” 4 ເຮົາ​ຈະ​ເອົາ​ເບັດ​ເກາະ​ຄາງ​ຂອງ​ເຈົ້າ ແລະ​ກະ​ທຳ​ໃຫ້​ປາ​ໃນ​ລຳ​ທານ​ທັງ​ຫລາຍ​ຂອງ​ເຈົ້າ​ຊຶ່ງ​ຕິດ​ຢູ່​ກັບ​ເກັດ​ຂອງ​ເຈົ້າ 5 ເຣົາ​ຈະ​ຄວ່າງ​ເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນ​ກັນ​ດານ​ທັງ​ຕົວ​ເຈົ້າ​ແລະ​ປາ​ໃນ​ລຳ​ທານ​ທັງ​ຫລາຍ​ຂອງ​ເຈົ້າ ເຈົ້າ​ຈະ​ຕົກ​ລົງ​ທີ່​ພື້ນ​ທົ່ງ​ບໍ່​ມີ​ຜູ້​ໃດ​ຮວ​ບຮວມ​ແລະ​ຝັງ​ເຈົ້າ​ໄວ້ ເຮົາ​ໄດ້​ມອບ​ເຈົ້າ​ໄວ້​ໃຫ້​ເປັນ​ອາ​ຫານຂອງ​ສັດ​ປ່າ​ດິນ​ແລະ​ຂອງ​ນົກ​ໃນ​ອາ​ກາດ 6 “ແລ້ວ​ຄົນ​ທີ່​ຢູ່​ໃນ​ເອ​ຢິບ​ທັງ​ສິ້ນ​ຈະ​ຮູ້​ວ່າ ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເຈົ້າ​ເປັນ​ໄມ້​ເທົ້າ​ອໍ້​ຂອງ​ເຊື້ອ​ສາຍ​ອິສ​ຣາ​ເອນ 7 ເມື່ອ​ເຂົາ​ເອົາ​ມື​ຈັບ​ເຈົ້າ ເຈົ້າ​ກໍ​ຫັກ​ແລະ​ຈີກບ່າ​ຂອງ​ເຂົາ​ທຸກ​ຄົນ ແລະ​ເມື່ອ​ເຂົາອີງ​ເຈົ້າ ເຈົ້າ​ກໍ​ຫັກ​ແລະ​ກະ​ທຳ​ໃຫ້​ບັ້ນ​ແອວ​ຂອງ​ເຂົາ​ທຸກ​ຄົນ​ຫວັ່ນ​ໄຫວ​ໄປ 8 ດັ່ງ​ນັ້ນ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຣົາ​ຈະ​ນຳ​ດາບ​ມາ​ເຫນືອ​ເຈົ້າ ແລະ​ຕັດ​ມະ​ນຸດ​ແລະ​ສັດ​ໃຫ້​ຂາດ​ຈາກ​ເຈົ້າ​ເສັຽ 9 ແຜ່ນ​ດິນ​ເອ​ຢິບ​ຈະ​ເປັນ​ທີ່​ຮ້າງ​ແລະ​ທີ່ຫວ່າງ​ເປົ່າ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ແມ່​ນ້ຳ​ນິນ​ເປັນ​ຂອງ​ຂ້າ ແລະ​ຂ້າ​ສ້າງ​ມັນ” 10 ເຫດ​ສັນ​ນັ້ນ ເບິ່ງ​ແມ໋, ເຣົາ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ ແລະ​ກັບ​ລຳ​ທານ​ທັງ​ຫລາຍ​ຂອງ​ເຈົ້າ ເຮົາ​ຈະ​ກະ​ທຳ​ໃຫ້​ແຜ່ນ​ດິນ​ເອ​ຢິບ​ຫວ່າງ​ເປົ່າ​ແລະ​ຮ້າງ​ເສັຽ ຕັ້ງ​ແຕ່​ມິກ​ໂດນ​ເຖິງ​ຊີ​ເອ​ເນ​ໄກ​ໄປ​ຈົນ​ເຖິງ​ເຂດ​ແດນ​ເອ​ທິ​ໂອ​ເປັຽ 11 ບໍ່​ມີ​ຕີນ​ມະ​ນຸດ​ຂ້າມ​ແຜ່ນ​ດິນ​ນັ້ນ ແລະ​ບໍ່​ມີ​ຕີນ​ສັດ​ຂ້າມ​ແຜ່ນ​ດິນ​ນັ້ນ ຈະ​ບໍ່​ມີ​ຜູ້​ໃດ​ອາ​ໄສ​ຢູ່​ເຖິງ​ສີ່​ສິບ​ປີ 12 ເຣົາ​ຈະ​ກະ​ທຳ​ໃຫ້​ແຜ່ນ​ດິນ​ເອ​ຢິບ​ເປັນ​ທີ່​ຮ້າງ​ເປົ່າ​ຖ້າມ​ກາງ​ປະ​ເທດ​ຮ້າງ​ເປົ່າ​ທັງ​ຫລາຍ ແລະ​ຫົວ​ເມືອງ​ຂອງ​ເຈົ້າ​ຈະ​ຫວ່າງ​ເປົ່າ​ຢູ່​ສີ່​ສິບ​ປີ​ຖ້າມ​ກາງ​ຫົວ​ເມືອງ​ທີ່​ຫວ່າງ​ເປົ່າ​ທັງ​ຫລາຍ ເຮົາ​ຈະ​ໃຫ້​ຄົນ​ເອ​ຢິບ​ກະ​ຈັດ​ພັດ​ພາກ​ໄປ​ຖ້າມ​ກາງ​ປະ​ຊາ​ຊາດ ແລະ​ກະ​ຈາຍ​ເຂົາ​ໄປ​ຕາມ​ປະ​ເທດ​ຕ່າງໆ 13 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ສິ້ນ​ສີ່​ສິບ​ປີ​ແລ້ວ ເຮົາ​ຈະ​ຮວບ​ຮວມ​ຄົນ​ເອ​ຢິບ​ຈາກ​ຖ້າ​ມກາງ​ຊົນ​ຊາດ​ທັງ​ຫລາຍ ຊຶ່ງ​ເຂົາ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ດ້ວຍ​ກັນ 14 ເຣົາ​ຈະ​ໃຫ້​ເອ​ຢິບ​ກັບ​ສູ່​ສະ​ພາບ​ເດີມ ແລະ​ນຳ​ຂ​ເກັບ​ມາ​ຍັງ​ແຜ່ນ​ດິນ​ປັ​ທ​ໂຣສ ຊຶ່ງ​ເປັນ​ແຜ່ນ​ດິນ​ດັ້ງ​ເດີມ​ຂອງ​ເຂົາ ແລະ​ເຂົາ​ທັງ​ຫລາຍ​ຈະເປັນ​ຣາ​ຊ​ອາ​ນາ​ຈັກ​ຕ່ຳ​ຕ້ອຍທີ່​ນັ້ນ 15 ຈະ​ເປັນ​ຣາ​ຊ​ອາ​ນາ​ຈັກ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ທັງ​ຫລາຍ ແລະ​ຈະ​ບໍ່​ເຄີຍ​ຍົກ​ຕົນ​ຂຶ້ນ​ເຫນືອ​ປະ​ຊາ​ຊາດ​ທັງ​ຫລາຍ​ອີກ​ເລີຍ ແລະ​ເຣົາ​ຈະ​ທຳ​ໃຫ້​ເຂົາ​ເປັນ​ຣາ​ຊ​ອາ​ນາ​ຈັກ​ນ້ອຍ​ຈົນ​ບໍ່​ສາ​ມາດ​ຈະ​ປົກ​ຄອງ​ປະ​ຊາຊາດ​ອື່ນ​ໄດ້ 16 ແລະ​ຈະ​ບໍ່​ເປັນ​ທີ່​ວາງ​ໃຈ​ຂອງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ອີກ ອັນ​ທຳ​ໃຫ້​ສຳ​ນຶກ​ເຖິງ​ຄວາມ​ບາບ​ຊົ່ວ​ຂອງ​ເຂົາ​ເມື່ອ​ຫັນ​ໄປ​ເພິ່ງ​ພາ​ເອ​ຢິບ​ນີ້ ແລ້ວ​ເຂົາ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ເຈົ້າ” 17 ເມື່ອ​ວັນ​ທີ່​ນຶ່ງ​ເດືອນ​ທີ່​ນຶ່ງ​ໃນ​ປີ​ທີ່​ຊາວ​ເຈັດ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 18 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເນ​ບຸ​ກາດ​ເນ​ສ​ຊາ​ຣ໌ ກະ​ສັດ​ແຫ່ງ​ບາ​ບິໂລນ​ໄດ້​ໃຫ້​ກອງ​ທັບ​ມາ​ສູ້​ຮົບ​ກັບ​ເມືອງ​ຕີ​ເຣ​ຢ່າງ​ຫນັກ​ຈົນ​ຫົວ​ທຸກ​ຫົວ​ໂລ້ນ ແລະ​ບ່າ​ທຸກ​ບ່າ​ກໍ​ລອກ ເຖິງ​ປານ​ນັ້ນ​ທ່ານ​ເອງ​ຫລື​ກອງ​ທັບ​ຂອງ​ທ່ານ​ກໍ​ບໍ່​ໄດ້​ສິ່ງ​ໃດ​ໄປ​ຈາກ​ຕີ​ເຣ​ອັນ​ເປັນ​ຄ່າ​ແຮງ​ຊຶ່ງ​ທ່ານ​ໄດ້​ກະ​ທຳ​ຕໍ່​ເມືອງ​ນັ້ນ 19 ເຫ​ດສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຣົາ​ຈະ​ມອບ​ແຜ່ນ​ດິນ​ເອ​ຢິບ​ໄວ້​ກັບ​ເນ​ບຸ​ກາດ​ເນ​ສ​ຊາ​ຣ໌​ກະ​ສັດ​ບາ​ບິ​ໂລນ ແລະ​ທ່ານ​ຈະ​ຂົນ​ເອົາ​ຊັບ​ສົມ​ບັດ​ໄປ​ແລະ​ຍຶດ​ເຂົ້າ​ຂອງ​ໄປ ແລະ​ປຸ້ນ​ເອົາ​ໄປ​ເປັນ​ຄ່າ​ຈ້າງກອງ​ທັບ​ຂອງ​ທ່ານ 20 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ໄດ້​ມອບ​ແຜ່ນ​ດິນ​ເອ​ຢິບ​ໃຫ້​ໄວ້​ແກ່​ທ່ານ​ເພື່ອ​ເປັນ​ຄ່າ​ແຮງ​ງານ​ ຊຶ່ງ​ເຂົາ​ທັງ​ຫລາຍ​ໄດ້​ກະ​ທຳ​ເພື່ອ​ເຣົາ 21 “ໃນ​ວັນ​ນັ້ນ​ເຣົາ​ຈະ​ກະ​ທຳ​ໃຫ້​ມີ​ເຂົາງອກ​ຂຶ້ນ​ມາ​ທີ່​ເຊື້ອ​ສາຍ​ອິສ​ຣາ​ເອນ ແລະ​ເຮົາ​ຈະ​ໃຫ້​ເຈົ້າ​ອ້າ​ປາກ​ເວົ້າ​ຖ້າມ​ກາງ​ເຂົາ​ທັງ​ຫລາຍ ແລ້ວ​ເຂົາ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເອເຊກຽນ 30

ຄວາມ​ຮ້າງ​ເປົ່າ​ຂອງ​ເມືອງ​ເອ​ຢິບ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງທຳ​ນ​ວາຍ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ໂຮ່ຣ້ອງ​ຂຶ້ນ​ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້​ສາ​ວ່າ ອະ​ນິ​ຈາ​ຫນໍ ວັນ​ນັ້ນ” 3 ເພາະ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ ວັນ​ແຫ່ງ​ພຣະ​ເຈົ້າ​ໃກ້​ເຂົ້າ​ມາ​ ຈະ​ເປັນ​ວັນ​ມີ​ເມກເປັນ​ເວ​ລາ​ທີ່​ກຳ​ນົດ​ຂອງ​ປະ​ຊາ​ຊາດ 4 ດາບ​ເຫລັ້ມ​ນຶ່ງ​ຈະ​ມາ​ເຫນືອ​ເອ​ຢິບ ແ​ລະ​ຄວາມ​ແສນ​ຣະ​ທົມ​ຈະ​ຢູ່​ໃນ​ເອ​ທິ​ໂອ​ເປັຽ ເມື່ອ​ຄົນ​ທີ່​ຖືກ​ຂ້າ​ລົ້ມ​ໃນ​ເອ​ຢິບ ແລະ​ເຂົາ​ຂົນ​ເອົາ​ຊັບ​ສິນ​ໄປ​ເສັຽ ແລະ​ຮາກ​ຖານ​ຂອງ​ເມືອງ​ນັ້ນ​ກໍ​ຖືກ​ທະ​ລາຍ​ລົງ 5 ເອ​ທິ​ໂອ​ເປັຽ ແລະ​ພູ​ທ ແລະ​ລູດ ແລະ​ອາ​ຣະ​ເບັຽ ແລະ​ລິບ​ຢາ ແລະ​ປະ​ຊາ​ຊົນ​ແຫ່ງ​ແຜ່ນ​ດິນ​ນັ້ນ​ທີ່​ຢູ່​ໃນ​ປະ​ເທດ​ແຫ່ງ​ຄຳ​ສັນ​ຍາ​ຈະ​ລົ້ມ​ລົງ​ດ້ວຍ​ດາບ​ດ້ວຍ​ກັນ​ກັບ​ເຂົາ 6 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຜູ້​ເຫລົ່າ​ນັ້ນ​ທີ່​ສ​ນັບ​ສນຸນ​ເອຢິບ​ຈະ​ຫລົ່ມ​ຈົມ ແລະ​ອາ​ນຸ​ພາບ​ອັນ​ຜະ​ຍອງ​ຂອງ​ມັນ​ຈະ​ລົງ​ມາ​ແລະ​ຈາກ​ມິກ​ໂດນ​ເຖິງ​ຊີ​ເອ​ເນ ເຂົາ​ຈະ​ລົ້ມ​ລົງ​ພາຍ​ໃນ​ປະ​ເທດ​ນັ້ນ​ດ້ວຍ​ດາບ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 7 ມັນ​ຈະ​ຮ້າງ​ເປົ່າ​ຢູ່​ຖ້າມ​ກາງ​ປະ​ເທດ​ທີ່​ຮ້າງ​ເປົ່າ​ທັງ​ຫລາຍ ແລະ​ຫົວ​ເມືອງ​ຂອງ​ມັນ​ຈະ​ຢູ່​ຖ້າມ​ກາງ​ເມືອງ​ທີ່​ປະ​ຮ້າງ 8 ເຂົາ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ວາງ​ໄຟ​ທີ່​ເອຢິບ ແລະ​ຜູ້​ຊ່ອຍ​ທັງ​ຫມົດ​ຂອງ​ມັນ​ກໍ​ທະ​ລາຍ​ແລ້ວ 9 “ໃນ​ວັນ​ນັ້ນ​ທູດ​ຈະ​ລົງ​ເຮືອ​ໄປ​ຈາກ​ເຮົາ ເພື່ອ​ຈະ​ກະ​ທຳ​ໃຫ້​ຄົນ​ເອ​ທິ​ໂອ​ເປັຽທີ່​ເລິ່ນ​ເລີ່​ຢູ່​ນັ້ນ​ມີ​ຄວາມ​ຢ້ານ​ກົວ​ແລະ​ໃນ​ວັນ​ກຳ​ນົດ​ຂອງ​ເອ​ຢິບ ຄວາມ​ແສນ​ຣະ​ທົມ​ຈະ​ມາ​ເຖິງ​ເຂົາ​ເຫລົ່າ​ນັ້ນ ເພາະ​ວັນ​ນັ້ນມາ​ເຖິງ​ອີ່​ຫລີ 10 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ກະ​ທຳ​ໃຫ້​ຊັບ​ສົມບັດ​ຂອງ​ເອ​ຢິບ​ສິ້ນ​ສຸດ​ລົງ ດ້ວຍ​ມື​ຂອງ​ເນ​ບຸ​ກາດ​ເນ​ສ​ຊາ​ຣ໌​ກະ​ສັດ​ບາ​ບິ​ໂລນ 11 ຕົວ​ທ່ານ​ພ້ອມ​ກັບ​ຊົນ​ຊາດ​ຂອງ​ທ່ານ ຄື​ຊົນ​ຊາດ​ທີ່​ທາ​ຣຸນ​ທີ່​ສຸດ​ໃນ​ບັນ​ດາ​ປະ​ຊາ​ຊາດ​ຈະ​ຖືກ​ນຳ​ເຂົ້າ​ມາ​ເພື່ອ​ທຳ​ລາຍ​ແຜ່ນ​ດິນ​ນັ້ນ ແລະ​ເຂົາ​ຈະ​ຊັກ​ດາບ​ອອກ​ຕໍ່​ສູ້​ເອ​ຢິບ ກະ​ທຳ​ໃຫ້​ແຜ່​ນດິນ​ເຕັ​ມ​ໄປ​ດ້ວຍ​ຄົນ​ທີ່​ຖືກ​ຂ້າ 12 ເຣົາ​ຈະ​ກະ​ທຳ​ໃຫ້​ແມ່​ນ້ຳ​ນິນ​ແຫ້ງ​ໄປ ເຣົາ​ຈະ​ຂາຍ​ແຜ່ນ​ດິນ​ນັ້ນ​ໄວ້​ໃນ​ມື​ຂອງ​ຄົນ​ຊົ່ວ ກະ​ທຳ​ໃຫ້​ແຜ່ນ​ດິນ​ແລະ​ສາ​ຣະ​ພັດ​ທີ່​ຢູ່​ເທິງ​ແຜ່ນ​ດິນ​ນັ້ນ​ຮ້າງ​ເປົ່າ ໂດຍ​ມື​ຂອງ​ຄົນ​ຕ່າງ​ດ້າວ 13 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ທຳ​ລາຍ​ຮູບ​ເຄົາ​ຣົບ ແລະ​ກະ​ທຳ​ໃຫ້​ຮູບ​ທັງ​ຫລາຍ​ທີ່​ໃນ​ເມືອງ​ເມມ​ຟິ​ສ​ສິ້​ນ​ສຸດ​ລົງ ແລະ​ຈະ​ບໍ່​ມີ​ເຈົ້າ​ຈາກແຜ່ນ​ດິນ​ເອ​ຢິບ​ອີກ ດັ່ງ​ນັ້ນ​ເຮົາ​ຈະ​ໃສ່​ຄວາມ​ຢຳ​ເກງ​ໄວ້​ໃນແຜ່ນ​ດິນ​ເອ​ຢິບ 14 ເຣົາ​ຈະ​ກະ​ທຳ​ປັ​ທ​ໂຣ​ສ​ໃຫ້​ເປັນ​ທີ່​ຮ້າງ​ເປົ່າ ແລະ​ວາງ​ໄຟ​ທີ່​ໂຊ​ອານ ແລະ​ຈະ​ກະ​ທຳ​ການ​ພິ​ພາກ​ສາ​ລົງ​ໂທດ​ເມືອງ​ເທ​ເບ​ສ 15 ເຮົາ​ຈະ​ເທ​ຄວາມວ​ພິ​ໂຣດ​ຂອງ​ເຮົາ​ລົງ​ເທິງ​ເມືອງ​ເປ​ລູ​ຊີ​ອູມ ທີ່​ກຳບັງ​ເຂັ້ມ​ແຂງ​ຂອງ​ເອ​ຢິບ ແລະ​ຕັດ​ຫມູ່​ທັງ​ປວງ​ອອກ​ເສັຽ​ຈາກ​ເມືອງ​ເທ​ເບສ 16 ເຣົາ​ຈະ​ວາງ​ໄຟ​ໃນ​ເອ​ຢິບ ເມືອງ​ເປ​ລູ​ຊີ​ອູມ​ຈະ​ຢູ່​ໃນ​ຄວາມ​ຂັດ​ສົນ​ຫລາຍ ເມືອງ​ເທ​ເບ​ສ​ຈະ​ແຕກ ແລະ​ເມືອງ​ເມມ​ຟິ​ສ​ຈະ​ມີ​ປໍ​ຣະ​ປັກ​ໃນ​ເວ​ລາ​ກາງ​ເວັນ 17 ຊາຍ​ສະ​ກັນ​ຂອງ​ເມືອງ​ໂອນ​ແລະ​ເມືອງ​ປີ​ເບ​ເສ​ທ​ຈະ​ລົ້ມ​ລົງ​ດ້ວຍ​ດາບ ແລະ​ເມືອງ​ນັ້ນ​ຈະ​ຕົກ​ໄປ​ເປັນ​ຊະ​ເລີຍ 18 ທີ່​ເມືອງ​ເຕ​ຮັ​ຟ​ກາງ​ເວັນ​ຈະ​ມືດ​ ເມື່ອ​ເຮົາ​ທຳ​ລາຍ​ແອກ​ຂອງ​ເອ​ຢິບ ແລະ​ອາ​ນຸ​ພາບ​ອັນ​ຜະ​ຍອງ​ຂອງ​ເມືອງ​ນັ້ນ​ຈະ​ສິ້​ນ​ສຸດ​ລົງ ຈະ​ມີ​ເມກ​ມາ​ປົກ​ຄຸມ​ເມືອງ​ນັ້ນ​ໄວ້ ແລະ​ເຫລົ່າ​ທິ​ດາ​ຂອງ​ເມືອງ​ນັ້ນ​ຈະ​ຕົກ​ໄປ​ເປັນ​ຊະ​ເລີຍ 19 ເຣົາ​ຈະ​ກະ​ທຳ​ການ​ພິ​ພາກ​ສາ​ລົງ​ໂທດ​ເອຢິບ​ດັ່ງ​ນີ້​ແຫລະ ແລ້ວ​ເຂົາ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 20 ເມື່ອ​ວັນ​ທີ່​ເຈັດ ເດືອນ​ທີ່​ນຶ່ງ ໃນ​ປີ​ທີ່​ສິບ​ເອັດ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 21 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຣົາ​ໄດ້​ກະ​ທຳ​ໃຫ້​ແຂນ​ຂອງ​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອຢິບ​ຫັກ ບໍ່​ມີ​ຜູ້​ໃດ​ພັນ​ແຂນ​ໃຫ້ ບໍ່​ມີ​ຜູ້​ໃດ​ເອົາ​ຜ້າ​ມາ​ພັນ​ແຂນ​ເພື່ອ​ຈະ​ຮັກ​ສາ​ໃຫ້​ຫາຍ ເພື່ອ​ໃຫ້​ເຂັ້ມ​ແຂງ​ທີ່​ຈະ​ແກວ່ງ​ດາບ​ໄດ້​ອີກ 22 ເຫດ​ສັນ​ນັ້ນ​ພຣະ​ຜູ້ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາເປັນ​ປໍ​ຣະ​ປັກ​ກັບ​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ ເຣົາ​ຈະ​ຫັກ​ແຂນ​ຂອງ​ເຂົາ ທັງ​ແຂນ​ທີ່​ຍັງແຂງ​ແຮງແລະ​ແຂນ​ທີ່​ຫັກ​ແລ້ວ​ນັ້ນ ເຮົາ​ຈະ​ກະ​ທຳ​ໃຫ້​ດາບ​ຫລຸດ​ຈາກ​ມື​ຂອງ​ເຂົາ 23 ເຮົາ​ຈະ​ໃຫ້​ຄົນ​ເອຢິບ​ກະ​ຈັດ​ພັດ​ພາກ​ໄປ​ຢູ່​ຖ້າມ​ກາງ​ປະ​ຊາ​ຊາດ ແລະ​ກະ​ຈາຍ​ເຂົາ​ໄປ​ຕາມ​ປະ​ເທດ​ຕ່າງໆ 24 ເຮົາ​ຈະ​ເສິມ​ກຳ​ລັງ​ແຂນ​ຂອງ​ກະ​ສັດ​ບາ​ບິ​ໂລນ ແລະ​ເອົາ​ດາບ​ຂອງ​ເຣົາ​ໃສ່​ມື​ໃຫ້ ແຕ່​ເຣົາ​ຈະ​ຫັກ​ແຂນ​ຂອງ​ຟາ​ຣາ​ໂອ ແລະ​ເຂົາ​ຈະ​ຄ່ຳ​ຄວນ​ຕໍ່​ຫນ້າ​ທ່ານ​ຢ່າງ​ຄົນ​ຖືກ​ບາດ​ເຈັບ​ເກືອບ​ຈະ​ຕາຍ 25 ເຮົາ​ຈະ​ເສີມ​ກຳ​ລັງ​ແຂນ​ຂອງ​ກະ​ສັດ​ແຫ່ງບາ​ບິ​ໂລນ ແຕ່​ແຂນ​ຂອງ​ຟາ​ຣາ​ໂອ​ຈະ​ຕົກ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຊາບວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ເມື່ອເຮົາ​ເອົາ​ດາບຂອງ​ເຮົາ​ໃສ່​ມື​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ ທ່ານ​ຈະ​ຍື່ນ​ມັນ​ອອກ​ຕໍ່​ສູ້​ແຜ່ນ​ດິນ​ເອ​ຢິບ 26 ແລະ​ເຮົາ​ຈະ​ໃຫ້​ຄົນ​ກະ​ຈັດ​ພັດ​ພາກ​ໄປ​ຢູ່​ຖ້າມ​ກາງ​ປະ​ຊາ​ຊາດ ແລະ​ກະ​ຈາຍ​ເຂົ້າ​ໄປ​ຕາມ​ປະ​ເທດ​ຕ່າງໆ​ແລ້ວ​ເຂົາ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເອເຊກຽນ 31

ຊະ​ຕາ​ກັມ​ຂອງ​ຟາ​ຣາ​ໂອ ແລະ​ຊົນ​ຊາດ​ຂອງ​ ພຣະ​ອົງ

1 ແລະ​ຢູ່​ມາ ເມື່ອ​ວັນ​ທີ່​ນຶ່ງ ເດືອນ​ທີ່​ສາມ ໃນ​ປີ​ທີ່​ສິບ​ເອັດ ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ກ່າວ​ແກ່​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ​ແລະ​ແກ່​ຫມູ່​ປະ​ຊາ​ຊົນ​ຂອງ​ທ່ານ​ວ່າ ໃນ​ຄວາມ​ເປັນ​ໃຫຍ່​ເປັນ​ໂຕ​ຂອງ​ທ່ານ​ນັ້ນ ທ່ານ​ເຫມືອນ​ຜູ້​ໃດ 3 ເບິ່ງ​ແມ໋, ເຣົາ​ຈະ​ປຽບ​ເຈົ້າ​ກັບ​ໄມ້​ສົນ​ໃນ​ເລບາ​ນອນ ມີ​ກິ່ງ​ງາມແລະ​ມີ​ໃບ​ຮົ່ມ ແລະ​ສູງ​ຫລາຍ ຍອດ​ຢູ່​ທີ່​ຖ້າມ​ກາງ​ເມກ 4 ມີ​ນ້ຳ​ຫລໍ່​ລ້ຽງ ນ້ຳ​ບາ​ດານ​ທຳ​ໃຫ້​ມັນ​ງອກ​ສູງ ກະ​ທຳ​ໃຫ້​ແມ່​ນ້ຳ​ຂອງ​ບາ​ດານ​ໄຫລ​ຮອບ​ບ່ອນ​ທີ່​ປູກ​ມັນ​ໄວ້ ກະ​ທຳ​ໃຫ້​ລຳ​ທານ​ຂອງ​ບາ​ດານ​ແຕກ​ແຍກ​ອອກ​ມາ​ໄປ​ທົ່ວ​ຕົນ​ໄມ້​ໃນ​ປ່າ​ທັງ​ສິ້ນ 5 ດັ່ງ​ນັ້ນ​ມັນ​ຈຶ່ງ​ສູງ​ເຫນືອ​ຕົ້ນ​ໄມ້​ໃນ​ປ່າ​ທັງ​ຫລາຍ ກິ່ງ​ໄມ້​ກໍ​ແຕກ​ໃຫຍ່ ແລະ​ກ້ານ​ກໍ​ຍາວ ເພາະ​ນ້ຳ​ມາກ​ຫລໍ່​ລ້ຽງ​ຢ່າງ​ດີ 6 ນົກ​ໃນ​ອາ​ກາດ​ທັງ​ສິ້ນ​ໄດ້​ມາ​ທຳ​ຮັງ​ຢູ່​ໃນ​ກິ່ງຂ​ອງ​ມັນ ສັດ​ປ່າ​ທົ່ງ​ທັງ​ສິ້ນ​ເກີດລູກ​ອອກ​ມາ​ຢູ່​ໃຕ້​ກ້ານ ປະ​ຊາ​ຊາດ​ໃຫຍ່​ໂຕ​ທັງ​ສິ້ນ ອາ​ໄສ​ຢູ່​ໃຕ້​ຮົ່ມ​ຂອງ​ມັນ 7 ມັນກໍ​ງົດ​ງາມ​ດ້ວຍ​ຄວາມ​ຍິ່ງ​ໃຫຍ່​ຂອງ​ມັນ ດ້ວຍ​ຄວາມ​ຍາວ​ແຫ່ງ​ກ້ານ​ຂອງ​ມັນ​ເພາະ​ຮາ​ກ​ຂອງ​ມັນ​ຢັ່ງ​ເລິກ​ລົງ​ໄປ​ຍັງ​ນ້ຳ​ອຸ​ດົມ 8 ຕົ້ນ​ສົນ​ທີ່​ຢູ່​ໃນ​ອຸ​ທ​ຍານ​ຂອງ​ພຣະເຈົ້າ ກໍ​ຍັງ​ສູ້​ບໍ່​ໄດ້ ຕົ້ນ​ແປກ​ກໍ​ຍັງ​ບໍ່​ເທົ່າ​ກິ່ງ​ຂອງ​ມັນ ຕົ້ນ​ໂພ​ກໍ​ບໍ່​ທໍ່​ຖ້າ​ປຽບ​ກັບ​ກິ່ງ​ຂອງ​ມັນ ບໍ່​ມີ​ໄມ້​ຕົ້ນ​ໃດ​ໃນ​ອຸ​ທ​ຍານ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຄວາມ​ງາມ​ເຫມືອນ​ມັນ 9 ເຮົາ​ໄດ້​ກະ​ທຳ​ໃຫ້​ມັນ​ງາມດ້ວຍ​ກິ່ງ​ກ້ານ​ມາກ​ມາຍ​ຂອງ​ມັນ ຕົ້ນ​ໄມ້​ທັງ​ສິ້ນ​ໃນ​ສວນ​ເອເດນ​ກໍ​ອິ​ດ​ສາ​ມັນ ຄື​ຕົ້ນ​ໄມ້​ຊຶ່ງ​ຢູ່​ໃນ​ອຸ​ທ​ຍານ​ຂອງ​ພຣະ​ເຈົ້າ 10 “ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ວ່າ​ມັນ​ສູງ​ແລະ​ຊູ​ຍອດ​ຂອງ​ມັນ​ຂຶ້ນ​ຢູ່​ຖ້າມ​ກາງ​ເມກ ແລະ​ຈິດ​ໃຈ​ຂອງ​ມັນ​ກໍ​ເຍີ້​ຍິ່ງ​ເພາະ​ຄວາມ​ສູງ​ຂອງ​ມັນ 11 ເຣົາ​ຈະ​ມອບ​ມັນ​ໄວ້​ໃນ​ມື​ຂອງ​ຜູ້​ນຶ່ງ​ທີ່​ຊົງ​ອາ​ນຸ​ພາບ​ໃນ​ບັນ​ດາ​ປະ​ຊາ​ຊາດ ທ່ານ​ນັ້ນ​ຈະ​ກະ​ທຳ​ຕໍ່​ມັນ​ໃຫ້​ສາ​ສົມ​ກັບ​ຄວາມ​ຊົ່ວ​ຣ້າຍ​ຂອງ​ມັນ​ເປັນ​ແນ່ ເຮົາ​ໄດ້​ໄລ່​ມັນ​ອອກ 12 ຄົນ​ຕ່າງ​ດ້າວ ຄື​ຊົນ​ຊາດ​ທີ່​ທາ​ຣຸນ​ທີ່​ສຸດ​ໃນ​ບັນ​ດາ​ປະ​ຊາ​ຊາດ ຈະ​ປ້ຳ​ມັນ​ລົງ​ແລະ​ຖິ້ມ​ໄວ້ ກິ່ງ​ຂອງ​ມັນ​ຈະ​ຕົກ​ລົງ​ເທິງ​ພູ​ທັງ​ຫລາຍ​ແລະ​ໃນ​ຮ່ອມ​ພູ​ທັງ​ສິ້ນ ແລະ​ກ້ານ​ຫັກ​ຂອງ​ມັນະ​ຢູ່​ໃນ​ຫ້ວຍ​ທັງ​ສິ້​ນ​ຂອງ​ແຜ່ນ​ດິນ ແລະ​ບັນ​ດາ​ປະ​ຊົນ​ຊາດ​ທັງ​ຫລາຍ​ຂອງ​ພິ​ພົບ​ຈະ​ລົງ​ໄປ​ເສັຽ​ຈາກ​ຮົ່ມ​ເງົາ​ຂອງ​ມັນ​ແລະ​ຖິ້ມ​ມັນ​ເສັຽ 13 ນົກ​ໃນ​ອາ​ກາດ​ທັງ​ສິ້​ນ​ຈະ​ອາ​ໄສ​ຢູ່​ເທິງ​ສິ່ງ​ສ​ລັກ​ຫັກ​ພັງ​ຂອງ​ມັນ ແລະ​ສັດ​ປ່າ​ທົ່ງ​ຈະ​ຢູ່​ເທິງ​ກ້ານ​ຂອງ​ມັນ 14 ທີ່​ເປັນ​ເຊັ່ນ​ນີ້​ກໍ​ເພື່ອ​ຕົ້ນ​ໄມ້​ທີ່​ຢູ່​ຮິມ​ນ້ຳ​ຈະ​ບໍ່​ງອກ​ຂຶ້ນ​ສູງ ຫລື​ຊູ​ຍອດ​ຂຶ້ນ​ຖ້າມ​ກາງ​ເມກ ແລະ​ເພື່ອ​ບໍ່​ໃຫ້​ຕົ້ນ​ໄມ້​ທີ່​ດື່ມ​ນ້ຳ​ຂຶ້ນ​ສູງ​ຢ່າງ​ນັ້ນ​ໄດ້ ເພາະ​ວ່າ​ມັນ​ທັງ​ຫລາຍ​ຕ້ອງມອບ​ໃຫ້​ແກ່​ຄວາມ​ຕາຍ ມອບ​ໃຫ້​ແກ່​ຖິ່ນ​ມັດ​ຈຸ​ຣາ​ຊ​ຖ້າມ​ກາງ​ບຸດ​ແຫ່ງ​ມະ​ນຸດ​ກັບ​ຜູ້​ທີ່​ໄດ້​ລົງ​ໄປ​ຍັງ​ປາກ​ແດນ​ຄົນ​ຕາຍ 15 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ມັນ​ລົງ​ໄປ​ຍັງ​ແດນ​ຄົນ​ຕາຍ ເຮົາ​ຈະ​ກະ​ທຳ​ໃຫ້​ບາ​ດານ​ຄຸມ​ຕົວ​ໄວ້​ທຸກ​ໃຫ້​ມັນ ແລະ​ຢັບ​ຢັ້ງ​ແມ່​ນ້ຳ​ຂອງ​ມັນ​ໄວ້​ແລະ​ນ້ຳ​ເປັນ​ອັນ​ມາກ​ຈະ​ຢຸດ​ຢັ້ງ ເຣົາ​ຈະ​ຄຸມ​ເລ​ບາ​ນອນ​ໄວ້​ໃຫ້​ຮ້ອງ​ໄຫ້​ທຸກ​ໂສ​ກ​ເພື່ອ​ມັນ ແລະ​ຕົ້​ນ​ໄມ້​ໃນ​ທົ່ງ​ນາ​ທັງ​ສິ້ນ​ຈະ​ສ​ລົບ​ເພາະ​ມັນ 16 ເຮົາ​ຈະ​ກະ​ທໍາ​ໃຫ້​ປະ​ຊາ​ຊາດ​ສັ່ນ​ສະ​ເທືອນ​ດ້ວຍ​ສຽງ​ທີ່​ມັນ​ລົ້ມ ເມື່ອ​ເຮົາ​ແກວ່ງ​ມັນ​ລົງ​ໄປ​ທີ່​ແດນ​ຄົນ​ຕາຍ​ພ້ອມ​ກັບ​ບັນ​ດາ​ຜູ້​ທີ່​ລົງ​ໄປ​ຍັງ​ປາກ​ແດນ ແລະ​ຕົ້​ນ​ໄມ້​ທັງ​ສິ້ນ​ໃນ​ເອ​ເດນ​ຕົ້​ນໄມ້​ທີ່​ຄັດ​ເລືອກ​ແລ້ວແລະ​ຕົ້ນໄມ້​ທີ່​ດີ​ທີ່​ສຸດ​ຂອງ​ເລ​ບາ​ນອນ ຕົ້ນ​ໄມ້​ທີ່​ດື່ມ​ນ້ຳ​ຈະ​ໄດ້​ຮັບ​ຄວາມເລົ້າ​ໂລມ​ທີ່​ໃນ​ໂລກ​ບາ​ດານ 17 ປະ​ຊາ​ຊາດ​ເຫລົ່າ​ນີ້​ຈະ​ລົງ​ໄປ​ຍັງ​ແດນ​ຄົນ​ຕາຍ​ກັບ​ເຂົາ​ດ້ວຍ ໄປ​ຢູ່​ກັບ​ບັນ​ດາ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ ຄື​ບັນ​ດາ​ຜູ້​ຊ່ອຍ​ເຂົາ​ທີ່​ຢູ່​ໃຕ້​ຮົ່ມ​ຂອງ​ເຂົາ​ຖ້າມ​ກາງ​ປະ​ຊາ​ຊາດ 18 ດັ່ງ​ນີ້ ເຈົ້າ​ເຫມືອນ​ຜູ້​ໃດ​ໃນ​ເຣື່ອງ​ສັກ​ສີ​ ແລະ​ຄວາມເປັນ​ໃຫຍ່​ຖ້າມ​ກາງຕົ້​ນ​ໄມ້​ແຫ່ງ​ເອ​ເດນ ເຈົ້າ​ຈະ​ຖືກ​ນຳ​ລົງ​ມາ​ພ້ອມ​ກັບ​ຕົ້ນ​ໄມ້​ແຫ່ງ​ເອ​ເດນ​ໄປ​ຍັງ​ໂລກ​ບາ​ດານ ເຈົ້າ​ຈະ​ນອນ​ຢູ່​ຖ້າມ​ກາງ​ຜູ້​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ ພ້ອມ​ກັບ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ ນີ້​ຄື​ຟາ​ຣາ​ໂອ​ແລະ​ຄົນ​ທັງ​ຫລາຍ​ທັງ​ສິ້​ນ​ຂອງ​ທ່ານ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ເອເຊກຽນ 32

ບົດ​ຄ່ຳ​ຄວນ​ເຣື່ອງ​ຟາ​ຣາ​ໂອ

1 ເມື່ອ​ວັນ​ທີ່​ນຶ່ງ ເດືອນ​ທີ່​ສິບ​ສອງ ໃນ​ປີ​ທີ່​ສິບ​ສອງ ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ເປັ່ງ​ສຽງ​ບົດ​ຄ່ຳ​ຄວນ​ເຣື່ອງ​ຟາ​ຣາ​ໂອ​ກະ​ສັດ​ແຫ່ງ​ເອ​ຢິບ ແລະ​ກ່າວ​ໃຫ້​ທ່ານ​ຟັງ​ດັ່ງ​ນີ້​ວ່າ “ທ່ານ​ຖື​ວ່າ​ທ່ານ​ເຫມືອນ​ສິງ​ຫນຸ່ມ​ຖ້າມ​ກາງ​ປະ​ຊາ​ຊາດ ແຕ່​ທ່ານ​ເປັນ​ເຫມືອນ​ມັງ​ກອນ​ໃນ​ທະ​ເລ​ທັງ​ຫລາຍ ທ່ານ​ໄດ້ອອກ​ມາ​ໃນ​ແມ່​ນ້ຳ​ທັງ​ຫລາຍ ເອົາ​ຕີນ​ຂອງ​ທ່ານ​ກວນ​ນ້ຳ ແລະ​ກະ​ທຳ​ແມ່​ນ້ຳ​ຂອງ​ມັນ​ໃຫ້​ມົນ​ທິນ​ໄປ 3 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ຈະ​ກາງ​ຂ່າຍ​ຂອງ​ເຮົາ​ຄຸມ​ທ່ານ​ໂດຍກອງ​ທັບ​ຊົ​ນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ ແລະ​ເຂົາ​ເຫລົ່າ​ນັ້ນຈະ​ລາກ​ທ່ານ​ຂຶ້ນ​ມາ​ດ້ວຍອວນ​ຂອງ​ເຮົາ 4 ແລະ​ເຮົາ​ຈະ​ແກວ່ງ​ທ່ານ​ລົງ​ເທິງ​ດິນ ແລະ​ເຮົາ​ຈະ​ຟາດ​ທ່ານ​ລົງ​ເທິງ​ພື້ນ​ທົ່ງ ແລະ​ຈະ​ກະ​ທຳ​ໃຫ້​ນົກ​ທັງ​ສິ້ນ​ໃນ​ອາ​ກາດ​ມາ​ຈັບ​ຢູ່​ເທິງ​ທ່ານ ແລະ​ເຮົາ​ຈະ​ໃຫ້​ທ່ານ​ເປັນ​ອາ​ຫານ​ອິ່ມ​ຂອງ​ສັດ​ທົ່ວ​ທັງ​ໂລກ 5 ເຮົາ​ຈະ​ເອົາ​ເນື້ອ​ຂອງ​ທ່ານມາ​ວາງ​ໄວ້​ເທິງ​ພູ ແລະ​ຖົມ​ຮ່ອມ​ພູ​ດ້ວຍ​ສົບ​ຂອງ​ທ່ານ 6 ເຣົາ​ຈະ​ໃຫ້​ແຜ່ນ​ດິນ​ແມ້​ແຕ່​ພູ​ເຂົາຊຸ່ມ​ໄປ​ດ້ວຍ​ເລືອດ​ກຳ​ລັງ​ໄຫລ​ຂອງ​ທ່ານ ແລະ​ຫ້ວຍ​ຈະ​ເຕັມ​ໄປ​ດ້ວຍ​ທ່ານ 7 ເມື່ອ​ເຮົາ​ດັບທ່ານ ເຮົາ​ຈະ​ຄຸມ​ຟ້າ​ສວັນ​ໄວ້ ແລະ​ກະ​ທຳ​ໃຫ້​ດວງ​ດາວ​ມືດ​ໄປ ເຮົາ​ຈະ​ເອົາ​ເມກ​ບັງ​ດວງ​ອາ​ທິດ ແລະ​ດວງ​ຈັນ​ຈະ​ບໍ່​ສ່ອງ​ແຈ້ງ 8 ດວງ​ແຈ້ງ​ທັງ​ປວງ​ທີ່​ສ່ອງ​ແຈ້ງ​ແຫ່ງ​ສວັນ​ນັ້ນ ເຣົາ​ຈະ​ກະ​ທຳ​ໃຫ້​ມືດ​ຢູ່​ເຫນືອ​ທ່ານ ແລະ​ວາງ​ຄວາມ​ມືດ​ໄວ້​ເຫນືອ​ແຜ່ນ​ດິນ​ຂອງ​ທ່ານ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 9 “ເມື່ອ​ເຣົາ​ທຳ​ລາຍ​ທ່ານ​ຖ້າມ​ກາງ​ປະ​ຊາ​ຊາດ​ໃນ​ປະ​ເທດ​ຊຶ່ງ​ທ່ານ​ບໍ່​ຮູ້​ຈັກ​ນັ້ນ ເຮົາ​ຈະ​ກະ​ທຳ​ໃຫ້​ຈິດ​ໃຈ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ​ລຳ​ບາກ 10 ເມື່ອ​ເຣົາ​ແກວ່ງ​ດາບ​ຂອງ​ເຮົາ​ຕໍ່​ຫນ້າ​ເຂົາ​ທັ​ງ​ຫລາຍ ເຮົາ​ຈະ​ກະ​ທຳ​ໃຫ້​ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ​ເບິ່ງ​ຕະ​ລຶງ​ທີ່​ທ່ານ​ແລະ​ກະ​ສັດ​ຂອງ​ເຂົາ​ທັງ​ຫລາຍ​ຈະ​ສະ​ທົກ​ສະ​ທ້ານ​ເພາະ​ທ່ານ ໃນ​ວັນ​ທີ່​ທ່ານ​ລົ້ມ​ລົງ​ນັ້ນ​ເຂົາ​ທັງ​ຫລາຍ​ຈະ​ຕົວ​ສັ່ນ​ທຸກ​ຂ​ນະ​ຈິດ​ທົ່ວ​ກັນ​ເພາະ​ຫ່ວງ​ຊີ​ວິດ​ຂອງ​ຕົນ​ເອງ 11 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ດາບ​ຂອງ​ກະ​ສັດ​ແຫ່ງ​ບາ​ບິ​ໂລນ​ຈະ​ມາ​ເຫນືອ​ທ່ານ 12 ເຣົາ​ຈະ​ທຳ​ໃຫ້​ຄົນ​ທັງ​ປວງ​ຂອງ​ທ່ານ​ລົ້ມ​ລົງ​ດ້ວຍ​ດາບ​ຂອງ​ຜູ້​ມີ​ກຳ​ລັງ ທຸກ​ຄົນ​ກໍ​ລ້ວນ​ເປັນ​ທີ່​ທາ​ຣຸນ​ທີ່​ສຸດ​ໃນ​ບັ​ນ​ດາ​ປະ​ຊາ​ຊາດ “ເຂົາ​ຈະ​ນຳ​ຄວາມ​ທະ​ເຍີ​ທະ​ຍານ​ຂອງ​ເອ​ຢິບ​ໃຫ້​ມາ​ເຖິງ​ທີ່​ສິ້ນ​ສຸດ ແລະ​ຄົນ​ທັງ​ຫລາຍ​ທັງ​ສິ້ນ​ຂອງ​ມັນ​ຈະ​ພິ​ນາດ 13 ເຮົາ​ຈະ​ທຳ​ລາຍ​ສັດ​ຂອງ​ເມືອງ​ນັ້ນ​ທັງ​ສິ້ນ​ຈາກ​ຂ້າງ​ນ້ຳ​ມາກ​ຫລາຍ ແລະ​ບໍ່​ມີ​ຕີນ​ມະ​ນຸດ​ຄົນ​ໃດ​ ກະ​ທຳ​ໃຫ້​ນຳ​ນັ້ນ​ຂຸ່ນ​ອີກ ກີບ​ສັດ​ກໍ​ຈະ​ບໍ່​ກະ​ທຳ​ໃຫ້​ນ້ຳ​ນັ້ນ​ຂຸ່ນ​ອີກ​ເຊັ່ນ​ກັນ 14 ແລ້ວ​ເຮົາ​ຈະ​ທຳ​ໃຫ້​ນ້ຳ​ຂອງ​ເຂົາ​ທັງຫ​ລາຍ​ໃສ ແລະ​ກະ​ທຳ​ໃຫ້​ແມ່​ນ້ຳ​ທັງ​ຫລາຍ​ຂອງ​ເຂົາ​ໄຫລ​ໄປ​ເຫມືອນ​ນ້ຳ​ມັນ​ໄຫລ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 15 ເມື່ອ​ເຣົາ​ກະ​ທຳ​ໃຫ້​ແຜ່ນ​ດິນ​ເອ​ຢິບ​ຮ້າງ​ເປົ່າ ແລະ​ເມື່ອ​ແຜ່ນ​ດິນ​ຖືກ​ຍຶດ​ເອົາ​ເຂົ້າ​ຂອງ​ທີ່​ມີ​ຢູ່​ໃນ​ແຜ່ນ​ດິນ​ໄປ​ຫມົດ​ແລ້ວ ເມື່ອ​ເຣົາ​ທຳ​ລາຍ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ນັ້ນ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 16 ນີ້​ເປັນ​ບົດ​ຄ່ຳ​ຄວນ​ທີ່​ຈະ​ຮ້ອງ​ຄ່ຳ​ຄວນ ເຫລົ່າ​ທິ​ດາ​ແຫ່ງ​ປະ​ຊາ​ຊາດ​ຈະ​ຮ້ອງ​ບົດ​ນັ້ນ ເຂົາ​ຈະ​ຣ້ອງ​ເຣື່ອງ​ເອ​ຢິບ​ແລະ​ຄົນ​ທັງ​ຫລາຍ​ຂອງ​ເອ​ຢິບ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 17 ເມື່ອ​ວັນ​ທີ່​ສິບ​ຫ້າ ເດືອນ​ທີ່​ນຶ່ງ​ ໃນ​ປີ​ທີ່​ສິບ​ສອງ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 18 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຮ້ອງ​ຄາງ​ຢູ່​ຍ້ອນ​ຊາວ​ເອ​ຢິບ​ທັງ​ປວງ ແລະ​ຈົ່ງ​ສົ່ງ​ເຂົາ​ລົງ​ໄປ ທັງ​ຕົວ​ເຂົາ​ແລະ​ເຫລົ່າ​ທິ​ດາ​ແຫ່ງ​ປະ​ຊາ​ຊາດ​ທີ່​ໂອ່ອ່າ​ໄປ​ຍັງ​ຖິ່ນ​ມັດ​ຈຸ​ຣາ​ຊ ໄປ​ຍັງ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ທີ່​ໄປ​ຍັງ​ປາກ​ແດນ​ຄົນ​ຕາຍ​ແລ້ວ 19 ໃນ​ເຣື່ອງ​ຄວາມ​ງາມ​ ທ່ານ​ງາມ​ເລີດກວ່າ​ຜູ້​ໃດໆ​ຫລື ຈົ່ງ​ລົງ​ໄປ ໄປ​ນອນ​ກັບ​ຜູ້​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ” 20 ເຂົາ​ທັງ​ຫລາຍ​ຈະ​ລົ້ມ​ລົງ​ກາງ​ບັນ​ດາ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ ມີ​ດາບ​ກຳ​ນົດ​ໄວ້​ແລ້ວ​ຈົ່ງ​ລາກ​ເອ​ຢິບ​ໄປ​ເສັຽ​ພ້ອມ​ກັບ​ຊາວ​ເອຢິບ​ທັງ​ສິ້ນ​ຂອງ​ເຂົາ 21 ເຫລົ່າ​ຊາຍ​ສະ​ກັນ​ໃນ​ບັນ​ດາ​ຜູ້​ທີ່​ເກັ່ງ​ກ້າ​ຈະ​ເວົ້າ​ເຣື່ອງ​ຂອງ​ເຂົາ​ກັບ​ຜູ້ຊ່ອຍ​ຂອງ​ເຂົາ​ຈາກ​ກາງ​ແດນ​ຄົນ​ຕາຍ​ວ່າ “ເຂົາ​ໄດ້​ລົງ​ມາ​ແລ້ວ ເຂົາ​ນອນ​ຢູ່ ຄື​ຄົນ​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ ທີ່​ຖືກ​ຂ້າ​ດ້ວຍ​ດາບ” 22 ອັ​ສ​ຊີ​ເຣັຽກໍ​ຢູ່​ທີ່​ນັ້ນ​ຮວມ​ທັງ​ຄ​ນະ​ມີ​ຫລຸມ​ສົບ​ຢູ່​ຮອບ​ຕົວ ທຸກ​ຄົນ​ຖືກ​ຂ້າ​ແລະ​ລົ້ມ​ລົງ​ດ້ວຍ​ດາບ 23 ທີ່​ຝັງ​ສົບ​ຂອງ​ຄົນ​ເຫລົ່າ​ນີ້​ຢູ່​ທີ່​ແດນ​ມໍ​ຣະ​ນາ​ສ່ວນ​ທີ່​ໄກ​ທີ່​ສຸດ​ແລະ​ຄ​ນະ​ຂອງ​ນາງ​ກໍ​ຢູ່ຮອບ​ຫລຸ​ມ​ຝັງ​ສົບ​ຂອງ​ນາງ ທຸກ​ຄົນ​ຖືກ​ຂ້າ ລົ້ມ​ລົງ​ດ້ວຍ​ດາບ​ເປັນ​ພວກ​ທີ່​ໃຫ້​ເກີດ​ຄວາມ​ສະ​ດຸ້ງ​ຕົກ​ໃຈ​ກົວ​ໃນ​ແຜ່ນ​ດິນ​ຂອງ​ຜູ້​ມີ​ຊີ​ວິດ​ຢູ່ 24 “ເອ​ລາມ​ກໍ​ຢູ່​ທີ່​ນັ້ນ ທັງ​ຝູງ​ຊົນ​ແຫ່ງ​ຕົນ​ກໍ​ຢູ່ຮອບ​ຫລຸມ​ສົບ​ຂອງ​ນາງ ທຸກ​ຄົນ​ຖືກ​ຂ້າ ແລະ​ລົ້ມ​ລົງ​ດ້ວຍ​ດາບ ຜູ້​ລົງ​ໄປ​ສູ່​ໂລກ​ບາ​ດານ​ໂດຍ​ບໍ່​ເຂົ້າ​ພິ​ທີ​ຕັດ ເປັນ​ພວກທີ່​ໃຫ້​ເກີດ​ຄວາມ​ສະ​ດຸ້ງ​ຕົກ​ໃຈ​ກົວ​ໃນ​ແຜ່ນ​ດິນຂອງ​ຜູ້​ມີ​ຊີ​ວິດ ແລະ​ເຂົາ​ຕ້ອງ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ກັບ​ຜູ້​ທີ່​ລົງ​ໄປ​ປາກ​ແດນຄົນ​ຕາຍ 25 ເຂົາ​ໄດ້ເຣັດ​ບ່ອນໃຫ້​ນາງນອນໃນ​ຫມຸ່​ພວກ​ຜູ້​ທີ່​ຖືກ​ຂ້າ​ພ້ອມ​ກັບ​ຝູງ​ຄົນ​ທັງ​ສິ້ນ​ຂອງ​ນາງ ມີ​ຫລຸມ​ສົບ​ຢູ່​ຮອບ​ຕົວ ເປັນ​ຜູ້​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ​ທຸກ​ຄົນ ຖືກ​ຂ້າ​ດ້ວຍ​ດາບ ເພາະ​ວ່າ​ຄວາມ​ສະ​ດຸ້ງ​ຕົກ​ໃຈ​ກົວ​ເຂົາ​ທັງ​ຫລາຍ​ນັ້ນ​ໄດ້​ກະ​ຈາຍ​ໄປ​ໃນ​ແຜ່ນ​ດິນ​ຂອງ​ຜູ້​ມີ​ຊີ​ວິດ ແລະ​ເຂົາ​ຕ້ອງ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ກັບ​ຜູ້​ທີ່​ລົງ​ໄປ​ຍັງ​ປາກ​ແດນ​ຄົນ​ຕາຍ ເຂົາ​ມີ​ທີ່​ຢູ່​ໃນ​ຫມູ່​ພວກ​ຜູ້​ຖືກ​ຂ້າ 26 “ເມ​ເຊ​ກ ແລະ​ຕູ​ບານ​ກໍ​ຢູ່​ທີ່​ນັ້ນ ທັງ​ຝູງ​ຊົນ​ທັງ​ສິ້ນ​ຂອງ​ນາງ ຫລຸມ​ສົບ​ຂອງ​ເຂົາ​ທັງ​ຫລາຍ​ຢູ່​ຮອບ​ນາງ​ທັງ​ສອງ ເປັນ​ຜູ້​ທີ່​ບໍ່​ເຂົ້າ​ພິ​ທີ​ຕັດ​ທຸກ​ຄົນ ຖືກ​ຂ້າ​ດ້ວຍ​ດາບ ເພາະ​ເຂົາ​ໃຫ້​ເກີດ​ຄວາມ​ສະ​ດຸ້ງ​ຕົກ​ໃຈ​ກົວ​ລື​ໄປໃນ​ແຜ່ນ​ດິນ​ຂອງ​ຜູ້​ມີ​ຊີ​ວິດ 27 ເຂົາ​ທັງ​ຫລາຍ​ບໍ່​ໄດ້​ນອນ​ຢູ່​ກັບ​ຜູ້​ເກັ່ງ​ກ້າ​ໃນ​ຈຳ​ພວກ​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ​ທີ່​ໄດ້​ລົ້ມ​ລົງ ລົງ​ໄປ​ຍັງ​ແດນ​ຄົນ​ຕາຍ​ພ້ອມ​ກັບຍຸດ​ໂທ​ປະ​ກອນ​ຂອງ​ເຂົາ ຜູ້​ຊຶ່ງ​ມີ​ດາບ​ວາງ​ໄວ້​ໃຕ້​ຫົວ​ຂອງ​ເຂົາ ແລະ​ເກາະ​ກໍ​ຢູ່​ເທິງ​ກະ​ດູກ​ຂອງ​ເຂົາ ເພາະ​ວ່າ​ຄວາມ​ສະ​ດຸ້ງ​ຕົກ​ໃຈ​ກົວລື​ໄປ​ໃນ​ແຜ່ນ​ດິນ​ຂອງ​ຜູ້​ມີ​ຊີ​ວິດ 28 ດັ່ງ​ນັ້ນ​ທ່ານ​ຈະ​ຕ້ອງ​ຖືກ​ຫັກ​ແລະ​ນອນ​ຢູ່​ໃນ​ຫມູ່​ພວກ​ຜູ້​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ 29 “ເອ​ໂດມກໍຢູ່​ທີ່​ນັ້ນ ຄື​ບັນ​ດາ​ກະ​ສັດ​ແລະ​ບັນ​ດາ​ເຈົ້າ​ນາຍ​ທັງ​ຫລາຍ​ຂອງ​ນາງ ແມ້​ວ່າ​ເຂົາ​ທັງ​ຫລາຍ​ມີ​ອາ​ນຸ​ພາບ​ເຂົາ​ຍັງ​ຖືກ​ນຳ​ມາ​ວາງໄວ້​ກັບ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ ເຂົາ​ນອນ​ຢູ່​ກັບ​ຜູ້​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີຕັດ ກັບ​ບັນ​ດາ​ຄົນ​ທີ່​ໄດ້​ລົງ​ໄປ​ຍັງ​ປາກ​ແດນຄົນ​ຕາຍ 30 “ເຈົ້າ​ນາຍ​ຈາກທິດ​ເຫນືອ​ກໍ​ຢູ່​ທີ່​ນັ້ນ​ກັນ​ຫມົດ ຄົນ​ຊີ​ໂດນ​ທັງ​ຫມົດ ຜູ້​ທີ່​ລົງ​ໄປ​ດ້ວຍ​ຄວາມ​ອາຍ​ພ້ອມ​ກັບ​ຜູ້​ທີ່​ຖືກ​ຂ້າ​ເພາະ​ເຫດ​ຄວາມ​ສະ​ດຸ້ງ​ຕົກ​ໃຈ​ກົວ​ທັງ​ສິ້ນ​ຊຶ່ງເຂົາ​ໄດ້​ກະ​ທຳ​ຂົນ​ດ້ວຍ​ກຳ​ລັງ​ຂອງ​ເຂົາ ເຂົາ​ນອນ​ຢູ່​ທີ່​ນັ້ນ​ບໍ່​ເຂົ້າ​ພິ​ທີ​ຕັດ​ພ້ອມ​ກັບ​ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ ແລະ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ກັບ​ບັນ​ດາ​ຜູ້​ທີ່​ລົງ​ໄປ​ຍັງ​ປາກ​ແດນ​ຄົນ​ຕາຍ 31 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເມື່ອ​ຟາ​ຣາ​ໂອ​ເຫັນ​ພວກ​ເຫລົ່າ​ນັ້ນ​ແລ້ວ ທ່ານ​ກໍ​ຈະ​ເບົາ​ໃຈ​ໃນ​ເຣື່ອງ​ກອງ​ທັບ​ທັງ​ສິ້ນ​ຂອງ​ທ່ານ ຟາ​ຣາ​ໂອ​ແລະ​ກອງ​ທັບ​ທັງ​ສິ້​ນ​ຂອງ​ທ່ານ​ຖືກ​ຂ້າ​ດ້ວຍ​ດາບ 32 ເພາະ​ເຂົາ​ໄດ້​ໃຫ້​ເກີດ​ຄວາມ​ສະ​ດຸ້ງ​ຕົກ​ໃຈ​ກົວ​ລື​ໃນແຜ່ນ​ດິນ​ຂອງ​ຜູ້​ມີ​ຊີ​ວິດ ເຫດ​ສັນ​ນັ້ນ​ເຂົາ​ຈະ​ຖືກວາງ​ໄວ້​ຖ້າມ​ກາງ​ຜູ້​ບໍ່​ເຂົ້າ​ພິ​ທີ​ຕັດ ພ້ອມ​ກັບ​ ຜູ້​ເຫລົ່າ​ນັ້ນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ ທັງ​ຟາ​ຣາ​ໂອ​ແລະ​ກອງ​ທັບ​ທັງ​ສິ້ນ​ຂອງ​ທ່ານ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫ​ລະ”

ເອເຊກຽນ 33

ຫນ້າ​ທີ່​ຂອງ​ຍາມ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ບອກ​ປະ​ຊາ​ຊົນ​ວ່າ ເມື່ອ​ເຮົາ​ເຮັດ​ໃຫ້​ສົງ​ຄາມ​ເກີດ​ຂຶ້ນ​ໃນ​ປະ​ເທດ​ນຶ່ງ​ ປະ​ຊາ​ຊົນ​ໃນ​ປະ​ເທດ​ນັ້ນ​ກໍ​ຈະ​ແຕ່ງ​ຕັ້ງ​ຄົນ​ນຶ່ງ​ເປັນ​ຜູ້​ຍາມ 3 ເມື່ອ​ຄົນ​ຍາມ​ເຫັນ​ສັດ​ຕ​ຣູ​ເຂົ້າ​ມາ​ໃກ້ ເຂົາ​ຈະ​ເປົ່າ​ແກ​ປຸກ​ເຕືອນ​ທຸກໆ​ຄົນ 4 ຖ້າ​ຫາກ​ຄົນ​ນຶ່ງ​ໄດ້​ຍິ​ນສຽງ​ແກ ແຕ່​ບໍ່​ເອົາ​ໃຈ​ໃສໃນ​ສຽງ​ຕັກ​ເຕືອນ ສັດ​ຕ​ຣູ​ກໍ​ຈະ​ມາ​ຂ້າ​ຄົນ​ນັ້ນ​ເສັຽ ແລ້ວ​ຄວາມ​ຜິດ​ຈະ​ເປັນ​ຂອງ​ຜູ້​ຕາຍ​ເອງ 5 ເພາະ​ວ່າ​ບໍ່​ເອົາ​ໃຈ​ໃສ່​ໃນ​ສຽງ​ຕັກ​ເຕືອນ ຖ້າ​ເຂົາ​ເອົາ​ໃຈ​ໃສ່​ກໍ​ຈະ​ສາ​ມາດ​ຫນີ​ໄປ​ໄດ້ 6 ແຕ່​ຖ້າ​ຄົນ​ເຝົ້າ​ຍາມ​ເຫັນ​ສັດ​ຕ​ຣູ​ມາ ແຕ່​ບໍ່​ເປົ່າ​ແກ​ປຸກ​ເຕືອນ ສັດ​ຕ​ຣູ​ກໍ​ຈະ​ມາ​ຂ້າ​ຄົນ​ບາບ​ທັງ​ຫລາຍ​ຖິ້ມ ແລ້ວ​ເຮົາ​ກໍ​ຈະ​ຖື​ວ່າ ການ​ຕາຍ​ຂອງ​ພວກ​ນັ້ນ​ເປັນ​ຄວາມ​ຜິດ​ຂອງ​ຜູ້​ເຝົ້າ​ຍາມ 7 ສັນ​ນີ້​ແຫລະ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຮົາ​ຈະ​ແຕ່ງ​ຕັ້ງ​ໃຫ້​ເຈົ້າ​ເປັນ​ຜູ້​ເຝົ້າ​ຍາມ​ຊົນ​ຊາດ​ອິສ​ຣາ​ເອນ​ທັງ​ຫມົດ ຈົ່ງ​ນຳ​ຖ້ອຍ​ຄຳ​ທີ່​ເຮົາ​ບອກ​ໃຫ້​ໄປ​ຕັກ​ເຕືອນ​ເຂົາ 8 ຖ້າ​ເຮົາ​ປະ​ກາດ​ວ່າ ມີ​ຄົນ​ຊົ່ວ​ຜູ້​ນຶ່ງ​ກຳ​ລັງ​ຈະ​ຕາຍ ແຕ່​ເຈົ້າ​ບໍ່​ຕັກ​ເຕືອນ​ໃຫ້​ເຂົາ​ປ່ຽນ​ຊີ​ວິດ​ໃຫມ່ ເຂົາ​ກໍ​ຈະ​ຕາຍ​ເສັຽຍ້ອນ​ບາບ​ຂອງ​ຕົນ​ເອງ ແລ້ວ​ເຮົາ​ກໍ​ຈະ​ຖືວ່າ​ການ​ຕາຍ​ຂອງ​ຜູ້​ນັ້ນ​ເປັນ​ຄວາມ​ຜິດ​ຂອງ​ເຈົ້າ 9 ຖ້າ​ວ່າ​ເຈົ້າ​ຕັກ​ເຕືອນ​ເຂົາ​ແລ້ວ​ແຕ່​ເຂົາ​ຍັງ​ບໍ່​ເຊົາ ເຂົາ​ກໍ​ຈະ​ຕາຍ​ຍ້ອນ​ບາບ​ນັ້ນ ແຕ່​ຊີ​ວິດ​ຂອງ​ເຈົ້າ​ຈະ​ປອດ​ພັຍ

ການ​ຣັບ​ຜິດ​ຊອບ​ຂອງ​ແຕ່​ລະ​ບຸກ​ຄົນ

10 “ເຈົ້າ​ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ຈົ່ງ​ກ່າວ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ ພວກ​ເຈົ້າ​ເຄີຍ​ກ່າວ​ດັ່ງ​ນີ້​ວ່າ ຜົນ​ຂອງ​ການ​ເຮັດ​ບາບ​ໄດ້​ຕົກ​ຖືກ​ເຮົາ​ແລ້ວ ພວກ​ເຮົາ​ກຳ​ລັງ​ເຊື່ອມ​ເສັຽ​ໄປ ສະ​ນັ້​ນ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ຊີ​ວິດ​ຢູ່​ໄດ້ 11 ຈົ່ງ​ບອກ​ເຂົາ​ວ່າ ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ມີ​ຊີ​ວິດ​ຢູ່ ສະ​ນັ້ນ ເຮົາ​ຈຶ່ງ​ບໍ່​ພໍ​ໃຈ​ທີ່​ເຫັນ​ຄົນ​ບາບ​ຕາຍ ແຕ່​ຢາກ​ຈະ​ເຫັນ​ເຂົາ​ເຊົາ​ທຳບາບ​ແລະ​ມີ​ຊີ​ວິດ​ຢູ່ ອິສ​ຣາ​ເອນ​ເອີຍ ເຈົ້າ​ຈົ່ງ​ເຊົາ​ທຳ​ບາບ​ເສັຽ ຫລື​ວ່າ​ພວກ​ເຈົ້າ​ຢາກ​ຕາຍ​ຊັ້ນ​ບໍ 12 ບຸດ​ແຫ່ງ​ມະ​ນຸດ​ເອີຍ, ບັດ​ນີ້​ເຈົ້າ​ຈົ່ງ​ບອກ​ພວກ​ອິສ​ຣາ​ເອນ​ວ່າ ເມື່ອ​ຄົນ​ຊອບ​ທັມ​ທຳ​ບາບຄວາມ​ດີ​ທີ່​ເຂົາ​ເຄີຍ​ທຳ​ມາ​ນັ້ນ​ຈະ​ບໍ່​ຊ່ອຍ​ຫຍັງ​ເຂົາ​ເລີຍ ຖ້າ​ຄົນ​ຊົ່ວ​ເຊົາ​ທຳ​ຊົ່ວ ເຂົາ​ຈະ​ບໍ່​ໄດ້​ຖືກ​ລົງ​ໂທດ​ຍ້ອນ​ຄວາມ​ຊົ່ວ​ນັ້ນ ແລະ​ຖ້າ​ຄົນ​ຊອບ​ທັມ​ເລີ້ມ​ຕົ້ນ​ທຳ​ບາບ​ເຂົາ​ກໍ​ຈະ​ມີ​ຊີ​ວິດ​ຢູ່​ບໍ່​ໄດ້ 13 ຖ້າ​ຫາກເຮົາ​ສັນ​ຍາ​ວ່າ ຈະ​ໃຫ້​ຄົນ​ຊອບ​ທັມ​ມີ​ຊີ​ວິດ​ຢູ່ ແຕ່​ເຂົາ​ເຊື່ອ​ຄວາມ​ດີ​ທີ່​ຕົນ​ໄດ້​ກະ​ທຳ​ມາ​ແລ້ວ​ແຕ່​ອະ​ດີດ ແລ້ວ​ເລີ້ມ​ຕົ້ນ​ທຳ​ບາບ ເຮົາ​ຈະ​ບໍ່​ລະ​ນຶກ​ເຖິງ​ຄວາມ​ດີ​ໃດໆ​ທີ່​ຜູ້​ນັ້ນ​ໄດ້​ກະ​ທຳ​ມາ ເຂົາ​ຈະ​ຕ້ອງ​ຕາຍ​ຍ້ອນ​ບາບ​ຂອງ​ເຂົາ​ເອງ 14 ຖ້າ​ເຮົາ​ເຕືອນ​ຄົນ​ຊົ່ວ​ວ່າ​ເຂົາ​ຈະ​ຕ້ອງ​ຕາຍ ແຕ່​ເຂົາ​ເຊົາ​ທຳ​ບາບ​ຂອ​ງ​ເຂົາ​ເສັຽ​ຫັນ​ມາ​ທຳ​ສິ່ງ​ທີ່​ຖືກ​ຕ້ອງ​ແລະ​ດີ​ງາມ 15 ເຊັ່ນວ່າ​ຄືນ​ຂອງ​ຈຳ​ນຳ​ໃຫ້​ແກ່​ລູ​ກ​ຫນີ້​ສົ່ງ​ຂອງ​ທີ່​ລັກ​ມາ​ຄືນ​ໃຫ້​ແກ່​ເຈົ້າ​ຂອງ​ເຂົາ ຖ້າ​ເຂົາ​ເຊົາ​ທຳ​ບາບ ແລະ​ປະ​ພຶດ​ຕາມ​ພຣະ​ທັມ​ທີ່ໃຫ້​ມີ​ຊີ​ວິດ ເຂົາ​ກໍ​ຈະ​ບໍ່​ຕາຍ ແຕ່​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ 16 ສ່ວນ​ເຮົາ​ຈະ​ໃຫ້​ອະ​ພັຍ​ບາບ​ທີ່​ໄດ້​ເຄີຍ​ກະ​ທຳ​ມາ ຍ້ອນ​ການ​ທຳ​ດີ​ແລະ​ການ​ທຳ​ສິ່ງ​ຖື​ກຕ້ອງ​ນັ້ນ ເຂົາ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ 17 ປະ​ຊາ​ຊົນ​ຂອງ​ເຈົ້າ​ເວົ້າ​ວ່າ ເຮົາ​ທຳ​ບໍ່​ຍຸດ​ຕິ​ທັມ ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ມັນ​ແມ່ນ​ພວກ​ເຂົາ​ຕ່າງ​ຫາກ​ບໍ່​ຍຸດ​ຕິ​ທັມ 18 ເມື່ອ​ຄົນ​ຊອບ​ທັມ​ເຊົາ​ທຳ​ດີ ແລະ​ເລີ້ມ​ຕົ້ນ​ທຳ​ຊົ່ວ ເຂົາ​ກໍ​ຈະ​ຕາຍ​ຍ້ອນ​ທຳ​ຊົ່ວ​ນັ້ນ 19 ເມື່ອ​ຄົນ​ຊົ່ວ​ປ່ຽນ​ໃຈ​ບໍ່​ທຳ​ບາບ ຫັນ​ມາ​ທຳ​ດີ​ແລະ​ຖືກ​ຕ້ອງ ຊີ​ວິດ​ຂອງ​ເຂົາ​ກໍ​ຈະ​ປອດ​ພັຍ 20 ໂອ ອິສ​ຣາ​ເອນເອີຍ ແຕ່​ປານ​ນັ້ນ​ພວກ​ເຈົ້າ​ຍັງ​ເວົ້າ​ວ່າ ເຮົາ​ທຳ​ບໍ່​ຍຸດ​ຕິ​ທັມ​ຢູ່ ສະ​ນັ້ນ ເຮົາ​ຈະ​ພິ​ພາກ​ສາ​ໂທດ​ຕາມ​ທີ່​ເຈົ້າ​ໄດ້​ກະ​ທຳ”

ຂ່າວ​ກຸງ​ເຢ​ຣູ​ຊາ​ເລັມ​ແຕກ

21 ສິບ​ສອງ​ປີ ຫລັງ​ຈາກ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຫ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ ເມື່ອ​ວັນ​ທີ່​ຫ້າເດືອນ​ສິບ ມີ​ຊາຍ​ຄົນ​ນຶ່ງ​ຫນີ​ອອກ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ບອກ​ຂ້າ​ພະ​ເຈົ້າ​ວ່າ ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ແຕກ​ແລ້ວ 22 ໃນ​ຕອນ​ຄ່ຳ​ກ່ອນ​ຊາຍ​ຜູ້​ນັ້ນ​ມາ​ເຖິງ ຂ້າ​ພະ​ເຈົ້າ​ໄດ້​ຕົກ​ຢູ່​ໃນ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ​ນ​ເວົ້າ​ບໍ່​ໄດ້ ແລ້ວ​ໃນ​ຕອນ​ເຊົ້າ​ມື້​ອື່ນ ເມື່ອ​ຊາຍ​ຄົນ​ນັ້ນ​ມາ​ເຖິງ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ໂຜດ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ໄດ້ 23 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ຂ້າ​ພະ​ເຈົ້າ​ວ່າ, 24 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ປະ​ຊາ​ຊົນ​ທີ່​ເຄີຍ​ອາ​ໄສ​ຢູ່​ຕາມ​ຫົວ​ເມືອງ​ຮ້າງ​ໃນ​ປະ​ເທດ​ອິສ​ຣາ​ເອນ​ເວົ້າ​ວ່າ ແຕ່​ກ່ອນ​ມີ​ແຕ່​ອັບ​ຣາ​ຮາມ​ຄົນ​ດຽວ ສະ​ນັ້ນ ທ່ານ​ຈຶ່ງ​ໄດ້​ຮັບ​ທີ່​ດິນ​ຈາກ​ພຣະ​ເຈົ້າ​ແຕ່​ຜູ້​ດຽວ ມາ​ບັດ​ນີ້​ພວກ​ເຮົາ​ມີ​ຫລາຍ​ຄົນ ທີ່​ດິນ​ນັ້ນ​ຈຶ່ງ​ເປັນ​ຂອງ​ພວກ​ເຮົາ​ທຸກໆ​ຄົນ 25 ຈົ່ງ​ບອກ​ພວກ​ເຂົາ​ວ່າ​ເຮົາ​ເວົ້າ​ດັ່ງ​ນີ້ ພວກ​ເຈົ້າ​ກິນ​ເລືອດ​ພ້​ອມ​ກັບ​ຊີ້ນ ຂາບ​ໄຫວ້ຮູບ​ເຄົາ​ຣົບ ແລະ​ຂ້າ​ຄົນ​ແລ້ວ​ຍັງ​ຈະ​ຄິດ​ວ່າ​ແຜ່ນ​ດິນ​ນັ້ນ​ເປັນ​ຂອງ​ພວກ​ເຈົ້າ​ຢູ່​ບໍ 26 ພວກ​ເຈົ້າ​ໄດ້​ວາງ​ໃນ​ໃນ​ດາບ​ຂອງ​ຕົນ ການ​ກະ​ທຳກໍ​ເປັນ​ຫນ້າ​ກຽດຊັງ ມີ​ການ​ລ່ວງ​ເກີນ​ຜົວ​ເມັຽຄົນ​ອື່ນ ສະ​ນັ້ນ ເປັນ​ຫຍັງ​ຈຶ່ງ​ຄິດ​ວ່າ​ທີ່​ດິນ​ນັ້ນ​ເປັນ​ຂອງ​ພວກ​ເຈົ້າ 27 ຈົ່ງ​ບອກ​ພວກ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຕືອນ​ດັ່ງ​ນີ້ ເຣົາ​ເປັນພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຊີ​ວິດ ສະ​ນັ້ນ ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ຮ້າງ​ຈະ​ຖືກ​ຂ້າ​ຕາຍ ຜູ້​ທີ່​ຢູ່ນອກ​ເມືອງ​ຈະ​ຖືກ​ສັດ​ປ່າ​ກິນ ຜູ້​ທີ່​ລີ້​ຢູ່ຕາມ​ພູ​ແລະ​ຖ້ຳ​ເຫວ​ຈະ​ເຈັບ​ປ່ວຍ​ລົ້ມ​ຕາຍ 28 ເຮົາ​ຈະ​ທຳ​ໃຫ້​ປະເທດ​ນັ້ນ​ຮ້າງ​ເປົ່າ​ເສົ້າ​ຫມອງ ອຳ​ນາດ​ທີ່​ພວ​ກ​ເຂົາ​ມີ​ແລະ​ພາກ​ພູມ​ໃຈ​ຢູ່​ນັ້ນ​ຈະ​ຫມົດ​ສິ້ນ​ລົງ ພູ​ທັງ​ຫລາຍ​ໃນ​ອິສ​ຣາ​ເອນ​ຈະ​ເປັນ​ປ່າ​ຮ້າງ​ເປົ່າ ຈະ​ບໍ່​ມີ​ຄົນອາ​ໄສ​ແລະ​ເດີນ​ຜ່ານ​ໄປ​ມາ 29 ເມື່ອ​ເຮົາ​ລົງ​ໂທດ​ປະ​ຊາ​ຊົນ​ຍ້ອນ​ເຂົາ​ກະ​ທຳ​ບາບ ແລະ​ທຳ​ໃຫ້​ປະເທດ​ນັ້ນ​ຮ້າງ​ເປົ່າ​ແລ້ວ ພວກ​ເຂົາ​ຈຶ່ງ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 30 “ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເມື່ອ​ປະ​ຊາ​ຊົນຂອງ​ເຈົ້າ​ພົບ​ກັນ​ຢູ່​ໃກ້​ກຳ​ແພງ​ເມືອງ ຫລື​ຕາມ​ປະ​ຕູ​ບ້ານ​ເຮືອນ​ນັ້ນ ພວກ​ເຂົາ​ກໍ​ຊັກ​ຊວນ​ກັນ​ໄປ​ຟັງ​ຖ້ອຍ​ຄຳ​ທີ່​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 31 ດັ່ງ​ນັ້ນ​ໄພ່​ພົນ​ຂອງ​ເຮົາ​ຈຶ່ງ​ຫລັ່ງ​ໄຫລ​ກັນ​ມາ​ຟັງ ແຕ່​ພວກ​ເຂົາ​ບໍ່​ໄດ້​ທຳ​ຕາມ​ເຈົ້າ​ບອກ ເພາະ​ວ່າ​ພວກ​ເຂົາ​ມັນ​ເວົ້າ​ຕົວະ ແລະ​ມັກ​ເງິນ​ຄຳ​ຫລາຍກວ່າ​ ພຣະ​ທັມ​ຂອງ​ພຣະ​ເຈົ້າ 32 ດ້ວຍ​ວ່າ ພວກ​ເຂົາ​ມາ​ຟັງ​ຖ້ອຍ​ຄຳ​ທັງ​ຫມົດ​ຂອງ​ເຈົ້າ​ເຫມືອນມາ​ຟັງ​ຫມໍ​ລຳ ຫລື​ການ​ເປົ່າ​ແຄນ​ເທົ່າ​ນັ້ນ​ ຈຶ່ງ​ບໍ່​ມີ​ໃຜ​ເຊື່ອ​ຟັງ​ເລີຍ 33 ສະ​ນັ້ນ ເມື່ອ​ຖ້ອຍ​ຄຳ​ທັງ​ຫມົດ​ຂ​ອງ​ເຈົ້າ​ເປັນ​ຈິງ​ຂຶ້ນ​ມາ ພວກ​ເຂົາ​ຈຶ່ງ​ຈະ​ຮູ້​ວ່າ​ຜູ້​ປະ​ກາດ​ພຣະ​ທັມ​ມີ​ຢູ່​ໃນ​ພວກ​ເຂົາ​ແທ້”

ເອເຊກຽນ 34

ຄຳ​ທຳ​ນ​ວາຍ​ກ່າວ​ໂທດ​ຜູ້​ລ້ຽງ​ແກະ​ແຫ່ງ​ ອິສ​ຣາ​ເອນ

1 ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ​ມາ​ຍັງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດເອີຍ, ຈົ່ງທຳ​ນ​ວາຍ​ກ່າວ​ໂທດ​ບັນ​ດາ​ຜູ້​ລ້ຽງ​ແກະ​ແຫ່ງ​ອິສ​ຣາ​ເອນ ຈົ່ງ​ທຳ​ນວາຍ​ກ່າວ​ໂທດ​ວ່າ​ແກ່​ເຂົາ ຄື​ຜູ້​ລ້ຽງ​ແກະ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ວິບັດ​ແກ່​ຜູ້​ລ້ຽງ​ແກະ​ແຫ່ງ​ອິສ​ຣາ​ເອນ​ຜູ້​ລ້​ຽງຕົວ​ເອງ ​ຜູ້​ລ້ຽງ​ແກະ​ຍອມ​ລ້ຽງ​ແກະບໍ່​ແມ່ນ​ຫລື 3 ເຈົ້າ​ກິນໄຂ​ມັນ ເຈົ້າ​ນຸ່ງ​ເຄື່ອງຂອງ​ເຈົ້າ​ທີ່​ເຮັດດ້ວຍ​ຂົນ​ແກະ ແລະ​ເຈົ້າ​ຂ້າ​ແກະ​ໂຕ​ອ້ວນໆ ແຕ່​ບໍ່​ໄດ້​ລ້ຽງ​ມັນ 4 ແລະ​ບໍ່​ໄດ້​ເບິ່ງ​ແຍງ​ແກະ​ໂຕ​ທີ່​ຈ່ອຍ​ຜອມ ບໍ່​ໄດ້​ປິ່ນ​ປົວ​ໂຕ​ທີ່​ເຈັບ​ໂຊ ບໍ່​ໄດ້​ພັນ​ບາດແຜ​ໃຫ້​ໂຕ​ທີ່​ຖືກ​ທຳ​ຮ້າຍ ບໍ່​ໄດ້​ນຳ​ໂຕ​ທີ່​ຫລົງຝູງກັບ​ຄືນ​ມາ ຫລືບໍ່​ໄດ້​ຊອກ​ຫາ​ໂຕ​ທີ່​ສູນ​ເສັຽ​ໄປ ມີ​ແຕ່​ເຮັດ​ໂຫດ​ຮ້າຍ​ທາຣຸນ​ຕໍ່​ມັນ​ເທົ່າ​ນັ້ນ 5 ຈົນ​ພວກ​ມັນ​ໄດ້​ແຕ​ກກະ​ຈັດ​ກະ​ຈາຍ​ໄປ​ຍ້ອນ​ບໍ່​ມີ​ຜູ້​ລ້ຽງ ອັນ​ເປັນ​ເຫດ​ໃຫ້​ສັດ​ປ່າ​ມາ​ກັດ​ກິນ​ມັນ​ເສັຽ 6 ດັ່ງ​ນັ້ນ​ແກະ​ຂອງ​ເຮົາ​ຈຶ່ງ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ຕາມ​ພູ​ແລະ​ເນີ​ນ​ເຂົາ ພວກ​ມັນ​ໄດ້​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ໂລກ ໂດຍ​ບໍ່​ມີ​ໃຜ​ຊອກ​ຄົ້ນ​ຫລື​ສ​ແວງ​ຫາ​ມັນ​ເລີຍ 7 ບັດ​ນີ້ ພວກ​ເຈົ້າ​ຜູ້​ລ້ຽງ​ແກະ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ບອກ 8 ເຮົາ​ເປັນ​ພຣະ​ເຈົ້າ​ຜູ້​ມີ​ຊີ​ວິດ​ຢູ່ ສະ​ນັ້ນ ຄວນ​ຟັງ​ເຮົາ​ດີກວ່າ ແກະ​ຂອງ​ເຮົາ​ໄດ້​ຖືກ​ຝູງ​ສັດ​ປ່າ​ກັດ​ກິນ​ແລ້ວ ເພາະ​ວ່າ​ມັນ​ບໍ່​ມີ​ຜູ້​ລ້ຽງ ຜູ້​ລ້ຽງ​ຂອງ​ເຮົາ​ບໍ່​ໄດ້​ຊອກ​ຫາ​ມັນ ພວກ​ເຂົາ​ລ້ຽງ​ຕົວ​ເອງ​ບໍ່​ແມ່ນ​ລ້ຽງ​ແກະ 9 ດັ່ງ​ນັ້ນ ຜູ້​ລ້ຽງ​ແກະ​ຂອງ​ເຮົາ​ເອີຍ ຈົ່ງ​ຟັງ​ເຮົາ​ເດີ 10 ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ປະ​ກາດ​ວ່າ ເຮົາ​ຈະ​ເປັນ​ສັດຕ​ຣູ​ກັບ​ພວກ​ເຈົ້າ ຈະ​ເອົາແກະ​ຂອງ​ເຮົາ​ຫນີ​ໄປ​ຈາກ​ເຈົ້າ ຈະ​ບໍ່​ໃຫ້​ພວກ​ເຈົ້າ​ລ້ຽງ​ມັນ ແລະ​ລ້ຽງ​ຕົວ​ເອງ​ຕໍ່​ໄປ​ອີກ ເຮົາ​ຈະ​ຊ່ອຍ​ເອົາ​ມັນ​ຫນີ​ໄປ​ຈາກ​ເຈົ້າ ຈະ​ບໍ່​ໃຫ້​ມັນ​ເປັນ​ອາ​ຫານ​ຂອງ​ພວກ​ເຈົ້າ​ອີກ

ຜູ້​ລ້ຽງ​ແກະ​ທີ່​ດີ

11 ເຮົາ ພຣະ​ຜູ້​ເປັນ​ເຈົ້າ​ບອກ​ເຈົ້າ​ວ່າ ເຮົາ​ຈະ​ຄົ້ນຫາ​ແກະ​ຂອງ​ເຮົາ ແລະ​ລ້ຽງ​ດູ​ມັນ​ເອງ 12 ຜູ້ລ້ຽງ​ຍ່ອມ​ເຕົ້າ​ໂຮມ​ເອົາ​ແກະ​ໂຕ​ທີ່​ແຕ​ກຝູງ​ໄປ​ເຂົ້າ​ກັນ​ອີກ​ສັນ​ໃດ ເຮົາ​ກໍ​ຈະ​ນຳ​ເອົາ​ແກະ​ໂຕ​ທີ່​ແຕກ​ຝູງ​ໄປ​ໃນ​ຍາມ​ອັນ​ຕະ​ຣາຍ ແລະ​ບ່ອນ​ທີ່​ມືດ​ຕຶບ​ກັບ​ຄືນ​ມາ​ຈາກ​ທຸກໆ​ບ່ອນ​ສັນ​ນັ້ນ 13 ເຮົາ​ຈະ​ເອົາ​ມັນ​ອອກ​ມາ​ຈາກ​ຕ່າງ​ປະ​ເທດ​ແລະ​ເຕົ້າ​ໂຮມ​ເຂົ້າ​ກັນ​ຈະ​ນຳ​ມາໄວ້​ໃນ​ປະ​ເທດ​ຂອງ​ມັນ​ເອງ ຈະ​ລ້ຽງ​ດູ​ມັນ​ຢູ່​ເທິງ​ພູ​ອິສ​ຣາ​ເອນ ຢູ່​ໃກ້​ຫ້ວຍ​ຮ່ອງ ແລະ​ໃນ​ທຸກ​ບ່ອນ​ທີ່​ມີ​ຄົນ​ອາ​ໄສ​ຢູ່ 14 ຈະ​ປ່ອຍ​ມັນ​ກິນ​ຫຍ້າ​ຢູ່​ຕາມ​ພູ ແລະ​ທົ່ງ​ຫຍ້າ​ອັນ​ຂຽວ​ສົດ​ໃນ​ປະ​ເທດ​ອິສ​ຣາ​ເອນ​ຢ່າງ​ປອດ​ພັຍ 15 ເຮົາ​ເອງ​ຈະ​ເປັນ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ ແລະ​ຈະ​ຊອກ​ຫາ​ບ່ອນ​ໃຫ້​ມັນ​ພັກ​ຜ່ອນ ເຮົາພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 16 ເຣົາ​ຈະ​ຊອກ​ຫາ​ແກະ​ໂຕ​ທີ່​ສູນ​ເສັຽ​ໄປ ຈະ​ນຳ​ໂຕ​ທີ່​ຫລົງ​ທາງ​ກັບ​ມາ ຈະ​ພັນ​ແຜ​ແລະ​ປິ່ນ​ປົວ​ໂຕ​ທີ່​ບາດ​ເຈັບ​ໃຫ້​ດີ ຈະ​ປ່ອຍ​ໂຕ​ທີ່​ຕຸ້ຍ​ພີ ແລະ​ແຂງ​ແຮງ​ຢູ່​ຢ່າງ​ສະ​ບາຍ ເພາະ​ວ່າ​ເຮົາ​ເປັນ​ຜູ້​ລ້ຽງ​ຢ່າງ​ຍຸດ​ຕິ​ທັມ 17 ຝູງ​ແກະ​ຂອງ​ເຮົາ​ເອີຍ ບັດ​ນີ້ ເຮົາ​ບອກ​ເຈົ້າ​ວ່າ ເຮົາ​ຈະ​ພິ​ພາ​ກສາ​ພວກ​ເຈົ້າ​ທຸກ​ໂຕ ຈະ​ແຍກ​ໂຕ​ດີ​ອອກ​ຈາກ​ໂຕ​ບໍ່​ດີ ແລະ​ແຍກ​ແກະ​ອອກ​ຈາກ​ແບ້ 18 ມີ​ບາງ​ໂຕ​ໃນ​ພວກ​ເຈົ້າ​ບໍ່​ພໍ​ໃຈ​ກິນ​ຫຍ້າ​ຢ່າງ​ດີ ຈຶ່ງ​ພາ​ກັນ​ຢຽ​ບ​ຢ່ຳ​ຫຍ້າ​ທີ່​ຕົນ​ບໍ່​ກິນ ພວກ​ເຈົ້າ​ດື່ມ​ນ້ຳ​ໃສ​ແລ້ວ​ກໍ​ກວນ​ນ້ຳ​ທີ່​ຍັງ​ເຫລືອ​ໃຫ້​ຂຸ່ນ 19 ແກະ​ໂຕ​ອື່ນໆ​ອີກ​ຂອງ​ເຮົາ​ຈຶ່ງ​ຈຳ​ເປັນ​ຕ້ອງ​ກິນ​ຫຍ້າ​ທີ່​ພວກ​ເຈົ້າ​ຢຽບ ແລະ​ຕ້ອງ​ດື່ມ​ນ້ຳ​ທີ່​ພວກ​ເຈົ້າ​ກວນ 20 ດັ່ງ​ນັ້ນ​ແຫລະ, ເຮົາ​ຈຶ່ງບອກວ່າ​ເຮົາ​ຈະ​ພິ​ພາກ​ສາ​ເຈົ້າ ຄື​ແກະ​ຕຸ້ຍ​ແລະ​ແກະ​ຈ່ອຍ 21 ເພາະ​ວ່າ​ເຈົ້າ​ໄດ້​ຊົນ​ແກະ​ໂຕ​ເຈັບ​ໂຊ​ໃຫ້​ອອກ​ຫນີ​ຈາກ​ຝູງ 22 ແຕ່​ເຣົາ​ຈະ​ຊ່ອຍ​ແກະ​ຂອງ​ເຮົາ​ໃຫ້​ພົ້ນ​ພັຍ ຈະ​ບໍ່​ໃຫ້​ມັນ​ຖື​ກຂົ່ມ​ເຫັງ​ອີກ​ຕໍ່​ໄປ 23 ຈະ​ແຕ່ງ​ຕັ້ງໃຫ້​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເປັນ​ຜູ້​ລ້ຽງ​ມັນ 24 ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ມັນ ສ່ວນ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຈະ​ເປັນ​ນາຍ​ຂອງ​ມັນ ເຮົາ​ໄດ້ ​ກ່າວ​ດັ່ງ​ນີ້​ແຫລະ 25 ເຮົາ​ຈະ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ແລະ​ຮັບ​ປະ​ກັນ​ຄວາມ​ປອດ​ພັຍ​ໃຫ້​ພວກ​ມັນ ຈະ​ກຳ​ຈັດ​ສັດ​ຮ້າຍ​ທັງ​ຫມົດ​ອອກ​ຈາກ​ແຜ່ນ​ດິນ ເພື່ອ​ວ່າ​ແກະ​ຂອງ​ເຮົາ​ຈະ​ໄດ້​ອາ​ໄສ​ຢູ່​ໃນທົ່ງ​ນາ​ແລະ​ນອນ​ໃນ​ປ່າ​ຢ່າງ​ປອດ​ພັຍ 26 ເຮົາ​ຈະ​ອວຍ​ພອນ​ພວກ​ມັນ​ໃຫ້​ອາ​ໄສ​ຢູ່​ພູ​ສັກ​ສິດ​ຂອງ​ເຮົາ ຈະ​ໃຫ້​ຝົນ​ຕົກ​ລົງ​ມາ ຕາມ​ຄວາມ​ຕ້ອງ​ການ​ຂອງ​ມັນ 27 ເພື່ອ​ກົກໄມ້​ທັງ​ຫລາຍ​ຈະ​ເກີດ​ຫມາກ ທົ່ງ​ນາ​ຈະ​ມີ​ເຈົ້າ ແລະ​ແກະ​ທຸກໆ​ໂຕ​ຈະ​ມີ​ຊີ​ວິດ​ຢູ່​ໃນ​ປະ​ເທດ​ຂອງ​ມັນ​ເອງ​ຢ່າງ​ປອດ​ພັຍ ເມື່ອ​ໃດ​ເຮົາ​ປ່ອຍ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ພົ້ນ​ຈາກ​ການ​ເປັນ​ທາດ ແລະແກ້​ໂສ້​ອອກ​ເປັນ​ອິສ​ຣະ​ແລ້ວ ເມື່ອ​ນັ້ນ​ແຫລະ ພວກ​ເຂົາ​ຈຶ່ງ​ຈະ​ຮູ້​ວ່າ​ເຮົາ​ຄື ພຣະ​ຜູ້​ເປັນ​ເຈົ້າ 28 ພວກ​ເຂົາ​ຈະ​ບໍ່​ຖືກ​ຊົນ​ຊາດ​ອື່ນ​ມາ​ຮົບ​ກວນ​ອີກ​ຕໍ່​ໄປ ຈະ​ບໍ່​ຖືກ​ພວກ​ສັດ​ປ່າ​ມາ​ກັດ​ກິນ ແຕ່​ຈະ​ມີ​ຊີ​ວິດ​ຢູ່​ຢ່າງ​ປອດ​ພັຍ​ບໍ່​ຢ້ານ​ກົວຫຍັງ 29 ເຮົາ​ຈະ​ຍົກ​ທົ່ງ​ນາ​ອັນ​ອຸ​ດົມ​ສົມ​ບູນ​ໃຫ້​ແກ່​ພວກ​ເຂົາ ຈະ​ໃຫ້​ຄວາມ​ອຶດ​ຢາກ​ໃນ​ແຜ່​ນດິນ​ນັ້ນ​ສິ້ນ​ສຸດ​ລົງ ຊົນຊາດ​ອື່ນ​ຈະ​ບໍ່​ຫຍໍ້​ຫຍັນ​ພວກ​ເຂົາ​ອີກ 30 ແລ້ວ​ຄົນ​ທັງ​ປວງ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ຄຸ້ມ​ຄອງ​ອິສ​ຣາ​ເອນ ແລະ​ຮູ້​ວ່າ​ພວກ​ເຂົາ​ເປັນ​ໄພ່​ພົນ​ຂອງ​ເຮົາ ເຮົາ​ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 31 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໄປ​ວ່າ, “ຝູງ​ແກະ​ທີ່​ເຮົາ​ລ້ຽງ​ເອີຍ, ພວກ​ເຈົ້າ​ເປັນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ”

ເອເຊກຽນ 35

ຄຳ​ທຳ​ນ​ວາຍ​ກ່າວ​ໂທດ​ພູ​ເຊ​ອີ​ຣ໌

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ ຈົ່ງ​ມຸ່ງ​ຫນ້າ​ຂອງ​ເຈົ້າ​ຕໍ່​ສູ້​ພູ​ເຊອີຣ໌ ແລະ​ທຳ​ນ​ວາຍ​ຕໍ່​ມັນ 3 ແລະ​ກ່າວ​ແກ່​ມັນ​ວ່າ​ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ພູ​ເຊ​ອີ​ຣ໌​ເອີຍ, ເຮົາ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ ແລະ​ເຮົາຈະ​ຢຽດ​ມື​ຂອງ​ເຮົາ​ຕໍ່​ສູ້​ເຈົ້າ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ຮ້າງ​ເປົ່າ​ແລະປະ​​ຮ້າງ 4 ເຮົາ​ຈະ​ໃຫ້​ຫົວ​ເມືອງ​ຂອງ​ເຈົ້າ​ຖືກ​ປະ​ຖິ້ມ ແລະ​ເຈົ້າ​ຈະ​ເປັນ​ບ່ອນ​ຮ້າງ​ເປົ່າ ແລະ​ເຈົ້າ​ຈະຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 5 ເພາະ​ເຫດ​ເຈົ້າ​ມີ​ຄວາມ​ກຽດຊັງ​ອັນຕ​ລອດ​ໄປ​ເປັນ​ນິດ ແລະ​ມອບ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໃຫ້​ແກ່​ອຳ​ນາດ​ດາບ​ໃນ​ເວ​ລາ​ໄພ​ວິບັດ​ຂອງ​ເຂົາ ໃນ​ເວ​ລາ​ແຫ່ງ​ການ​ລົງ​ໂທດ​ຄັ້ງ​ສຸດ​ທ້າຍ 6 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຫດ​ສັນ​ນັ້ນ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຮົາ​ຈະ​ຕຽມ​ເຈົ້າ​ເພື່ອ​ຮັບ​ໂທດ​ແຫ່ງ​ການ​ໃຫ້​ໂລ​ຫິດ​ຕົກ ແລະ​ໂລ​ຫິດ​ຈະ​ໂລ່​ຕາມ​ເຈົ້າ ເພາະ​ເຈົ້າ​ມີ​ກັມ​ຊົ່ວ​ເຣື່ອງ​ໂລ​ຫິດ ເຫດ​ສັນນັ້ນ​ໂລ​ຫິດ​ຈຶ່ງ​ໄລ່​ຕາມ​ເຈົ້າ​ໄປ 7 ເຮົາ​ຈະ​ກະ​ທຳ​ພູ​ເຊ​ອີ​ຣ໌ໃຫ້​ປະ​ຮ້າງ​ແລະ​ຮ້າງ​ເປົ່າ ແລະ​ເຮົາ​ຈະ​ຕັດ​ຜູ້​ທີ່​ໄປໆ​ມາໆ​ເສັຽ​ຈາ​ກມັນ 8 ພູ​ຂອງ​ເຈົ້າ​ນັ້ນ ເຮົາ​ຈະ​ໃຫ້​ມີ​ຜູ້​ທີ່​ຖືກ​ຂ້າ​ເຕັມ​ໄປ​ຫມົດ ຜູ້​ທີ່​ຖືກ​ຂ້າ​ດ້ວຍ​ດາບ​ຈະ​ລົ້ມ​ລົງ​ຕາມ​ເນີນ​ເຂົາ​ຂອງ​ເຈົ້າ ຕາມ​ຮ່ອມ​ພູ​ຂອງເຈົ້າ ແລະ​ໃນ​ຫ້ວຍ​ທັງ​ສິ້ນ​ຂອງ​ເຈົ້າ 9 ເຣົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ເປັນບ່ອນ​ຮ້າງ​ເປົ່າ​ເປັນ​ນິດ ແລະ​ຕາມ​ຫົວ​ເມືອງ​ຂອງ​ເຈົ້າ​ຈະ​ບໍ່​ມີ​ຄົນ​ອາ​ໄສ ແລ້ວ​ເຈົ້າ​ຈະ​ຊາບ​ວ່າ​ເຣົາ ຄື​ພຣະ​ຜູ້​ເປັນ​ເຈົ້າ 10 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ປະ​ຊາ​ຊາດ​ທັງ​ສອງ​ນີ້​ແລະ​ປະ​ເທດ​ທັງ​ສອງ​ນີ້​ຈະ​ຕ້ອງ​ເປັນ​ຂອງ​ເຮົາ ເຮົາ​ຈະ​ເອົາ​ເຂົາ​ມາ​ເປັນ​ກຳ​ມະ​ສິດ” ແມ້​ວ່າພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ທີ່​ນັ້ນ 11 ເຫດ​ສັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຮົາ​ຈະ​ກະ​ທຳ​ຕໍ່​ເຈົ້າ​ຕາມ​ຄວາມ​ກິ້ວ ແລະ​ຄວາມ​ອິດ​ສາ​ຂອງ​ເຈົ້າ ​ຊຶ່ງ​ເຈົ້າ​ສຳ​ແດງ​ເພາະ​ຄວາມ​ກຽດ​ຊັງ​ຂອງ​ເຈົ້າຊຶ່ງ​ມີ​ຕໍ່​ເຂົາ ເມື່ອ​ເຮົາ​ພິ​ພາກ​ສາ​ເຈົ້າ ເຮົາ​ຈຶ່ງ​ຈະ​ສຳ​ແດງ​ຕົວ​ຂອງ​ເຮົາ​ໃນ​ຫມູ່​ພວກ​ເຈົ້າ​ໃຫ້​ເຈົ້າ​ຮູ້​ຈັກ 12 ແລະ​ເຈົ້າ​ຈະ​ຊາບ​ວ່າ ເຮົາ ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຍິນ​ຄຳ​ຫຍາບ​ຊ້າ​ທັງ​ປວງ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ເວົ້າ​ປັກ​ປຳ​ພູ​ທັງ​ຫລາຍ​ແຫ່ງ​ອິສ​ຣາ​ເອນ​ວ່າ “ມັນ​ຖືກ​ປະ​ໄວ້​ໃຫ້​ຮ້າງ​ເປົ່າ ມັນ​ຖືກມອບ​ໄວ້​ໃຫ້​ເຣົາ​ກິນ” 13 ດ້ວຍ​ປາກ​ຂອງ​ເຈົ້າ ເຈົ້າ​ໄດ້​ຍົກ​ຍໍ​ຕົວເຈົ້າ​ຂຶ້ນ​ຕໍ່​ສູ້​ເຮົາ ແລະ​ວ່າ​ເຮົາ​ອີກ​ມາ​ກ​ຫລາຍ​ເຣົາ​ໄດ້​ຍິນ​ແລ້ວ 14 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພື່ອ​ໃຫ້​ພິ​ພົບ​ລ່າ​ເຣີງ ເຮົາ​ຈຶ່ງ​ກະ​ທຳ​ເຈົ້າ​ໃຫ້​ຮ້າງ​ເປົ່າ 15 ໃນ​ເມື່ອ​ມໍ​ຣະ​ດົກ​ແຫ່ງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ນັ້ນ​ຕ້ອງ​ຖືກ​ໃຫ້​ຮ້າງ​ເປົ່າ​ໄປ ເຈົ້າ​ລ່າ​ເຣີງ​ຍິນ​ດີ​ສັນ​ໃດ​ເຣົາ​ຈຶ່ງ​ຕ້ອງ​ກະ​ທຳ​ແກ່​ເຈົ້າ​ສັນ​ນັ້ນ ພູ​ເຊ​ອີ​ຣ໌ເອີຍ ຮວມ​ທັງ​ເອ​ໂດມ​ທັງ​ຫມົດ ທັງ​ຫມົດ​ເລີຍ ເຈົ້າ​ຈະ​ຕ້ອງ​ເປັນ​ບ່ອນ​ຮ້າງ​ເປົ່າ ແລ້ວ​ເຂົາ​ທັງ​ຫລາຍ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ

ເອເຊກຽນ 36

ການ​ໃຫ້​ຊາດ​ອິສ​ຣາ​ເອນ​ຄືນ​ສູ່​ສະ​ພາບ​ເດີມ​ໃນ​ອາ​ນາ​ຄົດ

1 “ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ທຳ​ນ​ວາຍ​ຕໍ່​ສູ້​ພູ​ເຂົາ​ທັງ​ຫລາຍ​ແຫ່ງ​ອິສ​ຣາ​ເອນ​ວ່າ ພູ​ແຫ່ງ​ອິສ​ຣາ​ເອນ​ເອີຍ ຈົ່ງ​ຟັງ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ 2 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ສັດ​ຕ​ຣູ​ກ່າວຂວັນ​ເຖິງ​ເຈົ້າ​ວ່າ “ອ໋າ​ຮາ” ແລະ”ບ່ອນ​ສູງ​ບູ​ຮານ​ເຫລົ່າ​ນັ້ນ​ໄດ້​ຕົກ​ເປັນ​ກຳ​ມະ​ສິດ​ຂອງ​ເຮົາ​ແລ້ວ” 3 ເຫດ​ສັນ​ນັ້ນ​ຈົ່ງ​ທຳ​ນ​ວາຍ​ແລະ​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ວ່າ​ເຂົາ​ກະ​ທຳ​ໃຫ້​ເຈົ້າ​ຮ້າງ​ເປົ່າ ແລະ​ບີບ​ເຈົ້າ​ທຸ​ກດ້ານ​ຈົນ​ເຈົ້າ​ຕົກ​ເປັນ​ກຳ​ມະ​ສິດ​ຂອງ​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ນັ້ນ ແລະ​ເຈົ້າ​ກາຍ​ເປັນ​ຂີ້​ປາກ​ເປັນ​ທີ່​ນິນ​ທາ​ຂອງ​ປະ​ຊາ​ຊົນ 4 ພູ​ແຫ່ງ​ອິສ​ຣາ​ເອນ​ເອີຍ, ເຫດ​ສັນ​ນັ້ນ​ຈົ່ງ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແກ່​ພູ​ແລະ​ເນີນ​ເຂົາ ຫ້ວຍ​ແລະ​ຮ່ອມ​ພູ ທີ່​ປະຖິ້ມ​ແລະ​ຮ້າງ​ເປົ່າ ແລະ​ຫົວ​ເມືອງ​ທີ່​ຄົນ​ຫນີ​ໄປ​ຫມົດ ຊຶ່ງໄດ້​ກາຍ​ເປັນ​ເຫ​ຍື່ອ​ແລະ​ເປັນ​ທີ່​ຫຍໍ້​ຫຍັນ​ແກ່​ປະ​ຊາ​ຊາດ​ອ້ອມ​ຮອບ​ທີ່​ເຫລືອ​ຢູ່ 5 ເຫດ​ສັນນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ດ້ວຍ​ຄວາມ​ຫວງ​ແຫນ​ຢ່າງ​ເດືອດ​ດານ​ຂອງ​ເຮົາ ເຮົາ​ເວົ້າ​ກ່າວ​ໂທດ​ປະ​ຊາ​ຊາດ​ທີ່​ເຫລືອ​ຢູ່ ແລະ​ແກ່​ເອ​ໂດມ​ທັງ​ສິ້ນ ຜູ້​ທີ່​ມອບ​ແຜ່ນ​ດິນ​ຂອງ​ເຮົາ​ໃຫ້​ແກ່​ຕົນ​ເອງ​ໃຫ້​ເປັນກໍາ​ມະ​ສິດ ດ້ວຍ​ຄວາມ​ລ່າ​ເຣີງ​ຢ່າງ​ເຕັມ​ໃຈ ແລະ​ຄວາມ​​ຫມິ່ນປ​ມາ​ດຢ່າງ​ທີ່​ສຸດ ເພື່ອ​ເຂົາ​ຈະ​ໄດ້​ໄລ່​ຄົນ​ແຜ່ນ​ດິນ​ນັ້ນ​ອອກ​ໄປ ເພື່ອ​ຈະ​ໄດ້​ປຸ້ນ​ເອົາ​ໄປ​ເສັຽ 6 ເຫດ​ສັນ​ນັ້ນ​ຈົ່ງ​ກ່າວ​ຄຳ​ທຳ​ນ​ວາຍ​ກ່ຽວ​ກັບ​ແຜ່ນ​ດິນ​ອິສ​ຣາ​ເອນ ແລະ​ຈົ່ງ​ກ່າວ​ແກ່​ພູ​ແລະ​ເນີນ​ເຂົາ ແກ່​ຫ້ວຍ​ແລະ​ຮ່ອມພູ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ເວົ້າ​ດ້ວຍ​ຄວາມ​ຫວງ​ແຫນ ແລະ​ຄວາມ​ພິ​ໂຣດ​ຂອງ​ເຮົາ ເພາະ​ເຈົ້າ​ໄດ້​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຈາກ​ປະ​ຊາຊາດ 7 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າກ່າວ​ວ່າ ເຮົາ​ປະ​ຕິ​ຍານ​ວ່າ​ປະ​ຊາ​ຊາດ​ທີ່​ຢູ່​ຮອບ​ເຈົ້າ​ນັ້ນ​ຈະ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ 8 “ພູ​ທັງ​ຫລາຍ​ແຫ່ງ​ອິສ​ຣາ​ເອນ​ເອີຍ, ແຕ່​ເຈົ້າ​ຈະ​ແຕກ​ກິ່ງ​ຂອງ​ເຈົ້າ​ອອກ​ມາ ແລະ​ອ​ອກ​ຜົນ​ໃຫ້​ແກ່​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ ເພາະບໍ່ເຫິງ​ເຂົາ​ຈະ​ໄດ້ກັບ​ມາ 9 ເພາະ ເບິ່ງ​ແມ໋, ເຮົາ​ຢູ່​ຝ່າ​ຍ​ເຈົ້າ ເຮົາ​ຈະ​ຫັນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ຈະ​ຖືກ​ໄຖ​ແລະ​ຖືກ​ຫວ່ານ 10 ແລະ​ເຣົາ​ຈະ​ທະ​ວີ​ຄົນ​ໃຫ້​ແກ່​ເຈົ້າ ຄື​ບັນ​ດາ​ເຊື້ອ​ສາຍ​ອິສ​ຣາ​ເອນ​ທົ່ວ​ຫມົດ ຫົວ​ເມືອງ​ຈະ​ມີ​ຄົນ​ມາ​ອາ​ໄສ​ຢູ່ ແລະ​ສະ​ຖານ​ທີ່​ຮ້າງ​ເປົ່າ​ຈະ​ຖືກ​ສ້າງ​ຂຶ້ນ​ໃຫມ່ 11 ເຮົາ​ຈະ​ທະ​ວີ​ທັງ​ຄົນ​ແລະ​ສັດ​ໃຫ້​ແກ່​ເຈົ້າ ຈະ​ເພີ້ມ​ຂຶ້ນ​ແລະ​ມີ​ລູກ​ດົກ ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ມີ​ຄົນ​ອາ​ໄສ​ຢູ່​ຢ່າງ​ໃນ​ການ​ກ່ອນ ແລະ​ຈະ​ເປັນ​ປ​ໂຍດ​ແກ່​ເຈົ້າ​ຫລາຍກວ່າ​ແຕ່ກ່ອນ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 12 ເຣົາ​ຈະ​ໃຫ້​ຄົນ​ທຽວ​ເທິງ​ເຈົ້າ ຄື​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ດ້ວຍ ແລະ​ເຂົາ​ທັງ​ຫລາຍ​ຈະ​ໄດ້​ເຈົ້າເປັນ​ກຳ​ມະ​ສິດ ແລະ​ເຈົ້າ​ຈະ​ເປັນ​ມໍ​ຣະ​ດົກ​ຂອງ​ເຮົາ​ ແລະ​ເຈົ້າ​ຈະ​ບໍ່​ເອົາ​ລູກຂອ​ງ​ເຂົາ​ໄປ​ອີກ 13 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເພາະ​ຄົນ​ກ່າວ​ແກ່​ເຈົ້າ​ວ່າ ເຈົ້າ​ກິນ​ຄົນ ແລະ​ເຈົ້າ​ໄດ້​ເອົາ​ລູກຂອ​ງ​ປະ​ຊາ​ຊາດ​ຂອງ​ເຈົ້າ​ໄປ 14 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຫດ​ສະ​ນັ້ນ ເຈົ້າ​ຈະ​ບໍ່​ກິນ​ຄົນ ແລະ​ຈະ​ບໍ່​ເອົາ​ລູກ​ຂ​ອງ​ເຈົ້າ​ຈາກ​ປະ​ຊາ​ຊາດ​ຂອງ​ເຈົ້າ​ໄປ​ອີກ​ເລີຍ 15 ເຣົາ​ຈະ​ບໍ່​ໃຫ້​ເຈົ້າ​ໄດ້​ຍິນ​ຄຳ​ປ​ມາດ​ຫມິ່ນ​ຂອງ​ປະ​ຊາ​ຊາດ​ຕ່າງໆ​ອີກ ແລະ​ເຈົ້າ​ບໍ່​ຕ້ອງ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ອີກ​ເລີຍ ແລະ​ບໍ່​ຕ້ອງ​ກະ​ທຳ​ໃຫ້​ປະ​ຊາ​ຊາດ​ຂອງ​ເຈົ້າ​ສະ​ດຸດ​ອີກ​ເລີຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ” 16 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ຂ້າ​ພະ​ເຈົ້າ​ອີກວ່າ, 17 “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເມື່ອ​ເຊື້ອ​ສາຍ​ອິສ​ຣາ​ເອນ​ໄດ້​ມາ​ອາ​ໄສ​ຢູ່​ໃນ​ແຜ່​ນດິນ​ຂອງ​ຕົນ ເຂົາ​ກະ​ທຳ​ໃຫ້​ແຜ່ນ​ດິນ​ເປັນ​ມົນ​ທິນ​ດ້ວຍ​ວີ​ຖີ​ແລະ​ກາ​ນກະ​ທຳ​ຂອງ​ເຂົາ ຄວາມ​ປະ​ພຶດ​ຂອງ​ເຂົາ​ທີ່​ມີ​ຕໍ່​ເຮົາ​ກໍ​ເຫມືອນ​ມົນ​ທິນ​ອັນ​ເກີດ​ຈາກ​ຣະ​ດູ 18 ດັ່ງ​ນັ້ນ ເຮົາ​ຈຶ່ງ​ລະ​ບາຍ​ຄວາມ​ກິ້ວ​ຂອງ​ເຮົາ​ອອກ​ເຫນືອ​ເຂົາ​ດ້ວຍ​ເຣື່ອງ​ໂລຫິດ​ ດ້ວຍ​ເຣື່ອງ​ຮູບ​ເຄົາ​ຣົບຊຶ່ງ​ເຂົາ​ໄດ້​ກະ​ທຳ​ໃຫ້​ຕົກ​ເທິງ​ແຜ່​ນດິນນັ້ນ​ເປັນ​ມົນ​ທິນ​ 19 ເຣົາ​ຈຶ່ງ​ໃຫ້​ເຂົາ​ກະ​ຈັດ​ພັດ​ພາຍ​ໄປ​ຖ້າມ​ກາງ​ປະ​ຊາ​ຊາດ​ແລະ​ເຂົາ​ຖືກ​ກະ​ຈາຍ​ໄປ​ຕາມ​ປະ​ເທດ​ຕ່າງໆ ເຮົາ​ພິ​ພາກ​ສາ​ເຂົາ​ຕາມ​ວິ​ຖີ​ແລະ​ກາ​ນ​ກະ​ທຳ​ຂອງ​ເຂົາ 20 ແຕ່ເມື່ອ​ເຂົາ​ມາ​ຍັງ​ບັນ​ດາ​ປະ​ຊາ​ຊາດ ເຂົາ​ຈະ​ມາ​ທີ່​ໃດ​ກໍ​ຕາມ ເຂົາ​ໄດ້​ກະ​ທຳ​ໃຫ້​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ຖືກ​ປມາດຫມິ່ນ ຊຶ່ງ​ຄົນ​ກ່າວ​ຂວັນ​ເຖິງ​ເຂົາ​ວ່າ “ຄົນ​ເຫລົ່າ​ນີ້​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ເຖິງ​ປານ​ນັ້ນ​ເຂົາ​ຍັງ​ຕ້ອງ​ອອກ​ໄປ​ຈາກແຜ່ນ​ດິນ​ຂອງ​ພຣະ​ອົງ” 21 ແຕ່​ເຮົາ​ຍັງ​ເປັນ​ຫ່ວງ​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ ຊຶ່ງ​ເຊື້ອ​ສາຍອິສ​ຣາ​ເອນ​ກະທໍາໃຫ້ຫມິ່ນປມາດ​​ຖ້າມ​ກາງ​ປະ​ຊາ​ຊາດ​ຊຶ່ງ​ເຂົາ​ຕົ​ກ​ໄປ​ຢູ່​ນັ້ນ 22 “ດັ່ງ​ນັ້ນ ຈົ່ງ​ກ່າວ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຊື້ອ​ສາຍ​ອິສ​ຣາ​ເອນ​ເອີຍ ສິ່ງ​ທີ່​ເຮົາ​ກຳ​ລັງ​ຈະ​ທຳ​ນີ້ ບໍ່​ແມ່ນ​ເຫັນ​ແກ່​ຊາວ​ອິສ​ຣາ​ເອນ ແຕ່​ເຫັນ​ແກ່​ພຣະ​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ ຄື​ນາມ​ທີ່​ພວກ​ເຈົ້າ​ດູ​ຫມິ່ນ​ຢຽບ​ຫຍາມ​ຄາວ​ຢູ່​ໃນ​ຕ່າງ​ປະ​ເທດ​ນັ້ນ 23 ເມື່ອ​ໃດ​ເຣົາ​ສະ​ແດງ​ໃຫ້​ຊາດ​ຕ່າງໆ​ເຫັນ​ຄວາມ​ບໍ​ຣິ​ສຸດ​ແຫ່ງ​ນາມ​ອັນ​ຍິ່ງ​ໃຫຍ່​ຂອງ​ເຮົາ ຄື ນາມ​ທີ່​ພວກ​ເຈົ້າ​ໄດ້​ຫມິ່ນ​ປ​ມາດ​ໃນ​ຖ້າມ​ກາງ​ພວກ​ເຂົາ​ແລ້ວ ເມື່ອ​ນັ້ນ​ແຫລະ ພວກ​ເຂົາ​ຈຶ່ງ​ຈະ​ຮູ້​ວ່າ ເຮົາ​ຄື ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ບອກວ່າ​ຈະ​ເອົາ​ພວກ​ເຈົ້າ​ເປັນ​ຕົວ​ຢ່າງ​ສະ​ແດງ​ໃຫ້​ຊາດ​ຕ່າງໆ​ເຫັນ​ວ່າ ເຮົາ ຄື​ຜູ້​ບໍ​ຣິ​ສຸດ 24 ຈະ​ເອົາ​ພວກ​ເຈົ້າ​ອອກ​ຈາກ​ຊົ​ນ​ຊາດ​ ແ​ລະ​ປະ​ເທດ​ຕ່າງໆ ແລ້ວ​ນຳ​ກັບ​ຄືນ​ມາ​ໂຮມ​ກັນ​ຢູ່​ໃນ​ປະ​ເທດ​ຂອງ​ເຈົ້າ​ເອງ 25 ຈະ​ເອົາ​ນ້ຳ​ບໍ​ຣິ​ສຸດ​ຫົດ​ສົງ​ເຈົ້າ​ໃຫ້​ພົ້ນ​ຈາກ​ບາບ​ທີ່​ຂາບ​ໄຫວ້​ຮູບ​ເຄົາ​ຣົບ ແລະ​ພົ້ນ​ຈາກ​ທຸກໆ​ສິ່ງ​ທີ່​ທຳ​ໃຫ້​ເຈົ້າ​ມີ​ມົນ​ທິນ 26 ຈະ​ໃຫ້​ຈິດ​ວິນ​ຍານ​ໃຫມ່​ແກ່​ເຈົ້າ ຈະ​ເອົາ​ໃຈ​ແຂງ​ເຫມືອນ​ຫີນ​ຂອງ​ເຈົ້າ​ອອກ​ໄປ​ແລະ​ເອົາ​ໃຈ​ຄົນ​ໃສ່​ໃຫ້​ໃຫມ່ 27 ເອົາ​ຈິດ​ວິນ​ຍານ​ຂອງ​ເຮົາ​ເອງ​ໃສ່​ໃຫ້​ເຈົ້າ ທຳ​ໃຫ້​ເຈົ້າ​ປະ​ພຶດ​ຕາມ​ພຣະ​ທັມ ແລະ​ຂໍ້​ຄຳ​ສັ່ງ​ທັງ​ປວງ​ທີ່​ເຮົາ​ໄດ້​ບອກ 28 ແລ້ວ​ເຈົ້າ​ຈະ​ໄດ້​ອາ​ໄສຢູ່​ໃນ​ແຜ່ນ​ດິນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ເຈົ້າ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ 29 ຈະ​ຊ່ອຍ​ໃຫ້​ເຈົ້າ​ພົ້ນ​ຈາກ​ການ​ເປັນ​ມົນ​ທິນ​ຍ້ອນ​ສິ່ງ​ທັງ​ປວງ ຈະ​ສັ່ງ​ໃຫ້​ມີ​ເຂົ້າ​ອຸ​ດົມ​ສົມ​ບູ​ນ ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ອຶດ​ຢາກ​ອີກ​ຕໍ່​ໄປ 30 ຈະ​ໃຫ້​ກົກ​ໄມ້​ແລະ​ໄຮ່​ນາ​ເກີດ​ຫມາກ​ຜົນ​ເພີ້ມ​ພູນ​ຂຶ້ນ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ຖືກ​ຊົນ​ຊາດ​ອື່ນ​ຫມິ່ນ​ປມາ​ດຍ້ອນ​ກາ​ນອຶດ​ຢາກ​ອີກ 31 ແລ້ວ​ເຈົ້າ​ຈະ​ຮູ້​ເມື່ອ​ຄວາມ​ຊົ່ວ​ແລະ​ຄວາມ​ຜິດ​ທີ່​ໄດ້​ກະ​ທຳ​ມາ ຈະ​ກຽດ​ຊັງ​ຕົວ​ເອງ​ຍ້ອນ​ຄວາມ​ບາບ​ແລະ​ຄວາມ​ບໍ່​ຍຸດ​ຕິ​ທັມ​ນັ້ນ 32 ອິສ​ຣາ​ເອນ​ເອີຍ, ເຮົາ​ຢາກ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ຈະ​ບໍ່​ກະ​ທຳ​ສິ່ງ​ທັງ​ປວງ​ນີ້​ຍ້ອນ​ເຫັນ​ແກ່​ເຈົ້າ ເພາະ​ວ່າ​ຢາກ​ໃຫ້​ເຈົ້າ​ຮູ້​ສຶກ​ລະ​ອາຍ​ໃຈ​ໃນ​ການ​ກະ​ທຳ​ນັ້ນ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນັ້ນ​ແຫລະ 33 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າ​ວວ່າ, “ເມື່ອ​ເຮົາ​ຊຳ​ຮະ​ບາບ​ໃຫ້​ຫມົດ​ໄປຈາກ​ເຈົ້າ​ແລ້ວ ຈະ​ໃຫ້​ເຈົ້າ​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ທັງ​ຫລາຍ​ອີກ ແລະ​ຈະ​ໃຫ້​ສ້າງ​ສາ​ສິ່ງ​ທີ່​ເພ​ພັງ​ຂຶ້ນ​ໃຫ​ມ່ 34 ທົ່ງ​ນາ​ຂອງ​ເຈົ້າ​ທີ່​ທຸກ​ຄົນ​ເຄີຍ​ເຫັນ​ມັນ​ກ​ມີ​ຫຍ້າ​ແລະ​ເປັນ​ປ່າ​ນັ້ນ ເຣົາ​ຈະ​ໃຫ້​ເຈົ້າ​ຂຸດ​ໄຖ​ມັນ​ອີກ 35 ຄົນ​ທັງ​ປວງ​ຈະ​ເວົ້າ​ເຖິງ​ດິນ​ຕອນ​ນີ້​ວ່າ ແຕ່​ກີ້​ມັນ​ເປັນ​ປ່າ ແຕ່​ດຽວ​ນີ້​ມັນ​ເປັນ​ເຫມືອນ​ສວນ​ເອ​ເດັນ ແຕ່​ກ່ອນ​ຫົວ​ເມືອງ​ທັງ​ຫລາຍ​ໄດ້​ເພ​ພັງ​ຮ້າງ​ເປົ່າ​ແລະ​ຖືກ​ທຳ​ລາຍ ແຕ່​ບັດ​ນີ້​ໄດ້​ມີ​ກຳ​ແພງ​ແລະ​ມີ​ຄົນ​ອາ​ໄສ​ຢູ່ 36 ແລ້ວ​ຊົນ​ຊາດ​ໃກ້​ຄຽງ​ທີ່​ຍັງ​ມີ​ຊີ​ວິດ​ເຫລືອ​ຢູ່ ຈະ​ຮູ້​ວ່າ ເຮົານີ້​ແຫລະ​ເປັນ​ຜູ້​ສ້າງ​ຫົວ​ເມືອງ​ທີ່​ເພ​ພັງ​ແລະ​ປູກ​ພືດ​ໃສ່​ດິນ​ຮົ​ກ​ຮ້າງ​ເຫລົ່າ​ນີ້ ເຮົາ​ຈະ​ກະ​ທຳ​ຕາມ​ທີ່​ໄດ້​ກ່າວ​ມາ​ນີ້​ແທ້” 37 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ກະ​ທຳ​ຫລາຍ​ກວ່າ​ນັ້ນອີກ ຄື​ຈະ​ໃຫ້​ຊາວ​ອິສ​ຣາ​ເອນ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ເຮົາ ເພື່ອ​ທຳ​ໃຫ້​ເຂົາ​ມີ​ຄົ​ນ​ຫລວງ​ຫລາຍ​ເຫມືອນ​ດັ່ງ​ຝູງແກະຄື​ແຕ່​ກ່ອນ​ນັ້ນ 38 ຝູງ​ແກະ​ເຜົາ​ບູ​ຊາ​ໃນ​ວັນ​ເທ​ສ​ການ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ​ມີ​ຫລາຍ​ສັນ​ໃດ ຝູງ​ຄົນ​ໃນ​ເມືອງ​ຮ້າງ​ເປົ່າ​ເຫລົ່າ​ນີ້ກໍ​ຈະ​ຫລາຍ​ສັນ​ນັ້ນ ແລ້ວ​ເຂົາ​ທັ​ງ​ຫລາຍ​ຈະ​ຮູ້​ວ່າ ເຮົາ ຄື​ພຣະ​ຜູ້​ເປັນ​ເຈົ້າ”

ເອເຊກຽນ 37

ຮ່ອມ​ພູ​ກະ​ດູກ​ຫລ້ອນ

1 ຂ້າ​ພະ​ເຈົ້າ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ຣິດ​ເດດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ອອກ​ມາປ່ອຍ​ໄວ້​ໃນ​ຮ່ອມ​ພູ​ແຫ່ງ​ນຶ່ງ ຊຶ່ງ​ມີ​ກະ​ດູກ​ເຕັມ​ໄປ​ຫມົດ​ຊົງ​ນຳ​ໄປທົ່ວ​ບໍ​ຣິ​ເວນ​ຮ່ອມ​ພູ​ນັ້ນ 2 ຂ້າ​ພະ​ເຈົ້າ​ໄດ້ເຫັນ​ກະ​ດູກ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ທີ່​ນັ້ນ ເປັນ​ກະ​ດູກ​ຫລ້ອນ​ທັງ​ຫມົດ 3 ພຣະ​ອົງ​ຊົງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ກະ​ດູກ​ເຫລົ່າ​ນີ້​ຄືນ​ມີ​ຊີ​ວິດ​ອີກ​ໄດ້​ບໍ” ຂ້າ​ພະ​ເຈົ້າ​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຊົງ​ຮູ້​ເຣື່ອງ​ນີ້​“ 4 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ປະ​ກາດ​ພຣະ​ທັມ​ຕໍ່​ກະ​ດູກ​ຫລ້ອນ​ເຫລົ່າ​ນີ້ ຈົ່ງ​ບອກ​ພວກ​ມັນ​ຟັງ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 5 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແກ່​ກະ​ດູກ​ເຫລົ່າ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ເອົາ​ລົມ​ຫາຍ​ໃຈ​ເຂົ້າ​ໄປ​ໃນ​ພວກ​ມັນ ຈະ​ໃຫ້​ມີ​ຊີ​ວິດ 6 ເຮົາ​ຈະ​ວາງ​ເສັ້ນ​ເອັນ ມີ​ກ້າມ​ຊີ້ນ​ແລະ​ມີ​ຫນັງ​ປົກຫຸ້ມ​ອີກ ແລ້ວ​ພວກ​ມັນ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ” 7 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ປະ​ກາດ​ພຣະ​ທັມ​ຕາມ​ທີ່​ພຣະ​ອົງ​ຊົງ​ບອກ ໃນ​ຂ​ນະ​ທີ່​ປ່າວ​ປະ​ກາດ​ຢູ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ດັງ​ກຸກ​ກຶກ ແລ້ວ​ກະ​ດູກ​ທັງ​ຫລາຍ​ກໍ​ເລີ້ມ​ເຊື່ອມ​ເຂົ້າ​ກັນ 8 ໃນ​ຂ​ນະ​ທີ່​ເຝົ້າ​ເບິ່ງ​ຢູ່​ນັ້ນ ພວກ​ເສັ້ນ​ເອັນ ແລະ​ກ້າມ​ຊີ້ນ​ໄດ້​ຕິດ​ກັບ​ກະ​ດູກ ແລະ​ມີ​ຫນັງ​ຫຸ້ມ​ຢູ່​ຂ້າງນອກ​ແຕ່​ຍັງ​ບໍ່​ທັນ​ມີ​ລົມ​ຫາຍ​ໃຈ​ເທື່ອ 9 ພຣະ​ຜູ້​ເປ​ນັ​ເຈົ້າ​ຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ປະ​ກາດ​ພຣະ​ທັມ​ໃຫ້​ລົມ​ຟັງ ໃຫ້​ບອກວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ສັ່ງ​ໃຫ້​ມັນ​ມາ​ຈາກ​ທຸກ​ທາງ ແລ້ວ​ໃຫ້​ເຂົ້າ​ໄປ​ເປັນ​ລົມ​ຫາຍ​ໃຈ​ຢູ່​ໃນ​ຊາກ​ສົບ​ເຫລົ່າ​ນັ້ນ ເພື່ອ​ໃຫ້​ພວກ​ເຂົາ​ເລີ້ມ​ມີ​ຊີ​ວິດ​ຄືນ​ມາໃຫ​ມ່​ອີກ” 10 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ປະ​ກາດ​ພຣະ​ທັມ​ຕາມ​ທີ່​ພຣະ​ອົງ​ຊົງ​ບອກ ລົມ​ກໍ​ເຂົ້າ​ສູ່​ຊາກ​ສົບ​ແລະ​ເຣັດ​ໃຫ້​ມີ​ລົມ​ຫາຍ​ໃຈ​ຄືນ​ມີ​ຊີ​ວິ​ດອີກ ພວກ​ເຂົາ​ຈຶ່ງ​ໄດ້​ພ້ອມ​ກັນ​ຢືນ​ຂຶ້ນ ເປັນ​ຄົນ​ຫລວງ​ຫລາຍ​ພໍ​ທີ່​ຈະ​ປະ​ກອບ​ເປັນ​ກອງ​ທັບ​ນຶ່ງ​ໄດ້ 11 ພຣະ​ເຈົ້າ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຄົນ​ອິສ​ຣາ​ເອນ​ເປັນ​ເຫມືອນ​ກະ​ດູກ​ເຫລົ່າ​ນີ້​ແຫລະ ພວກ​ເຂົາ​ເວົ້າ​ວ່າ ເຂົາ​ເອງ​ຫ່ຽວ​ແຫ້ງ​ປາ​ສ​ຈາກ​ຄວາມ​ຫວັງ​ແລະ​ບໍ່​ມີ​ອະ​ນາ​ຄົດ 12 ເພາະ​ສະນັ້ນ ຈົ່ງ​ປະ​ກາດ​ພຣະ​ທັມ​ຕໍ່​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋, ໂອ ໄພ່​ພົນຂອງ​ເຮົາ​ເອີຍ, ເຮົາ​ຈະ​ໄຂ​ຂຸມ​ຝັງ​ສົບ​ຂອງ​ເຈົ້າ ແລະ​ຈະນໍາເຈົ້າ​ກັບ​ມາ​ຍັງ​ແຜ່ນ​ດິນ​ອິສ​ຣາ​ເອນ 13 “ໂອ ໄພ່​ພົນ​ຂອງ​ເຮົາ​ເອີຍ ເຈົ້າ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຍົກເຈົ້າ​ອອກ​ມາ​ຈາກ​ຫລຸມ​ຝັງ​ສົບ​ຂອງ​ເຈົ້າ 14 ເຮົາ​ຈະບັນ​ຈຸ​ວິນ​ຍານ​ຂອງ​ເຮົາ​ໄວ້​ໃນ​ເຈົ້າ ແລະ​ເຈົ້າ​ຈະ​ມີ​ຊີວິດ ແລະ​ເຮົາ​ຈະ​ວາງ​ເຈົ້າ​ໄວ້​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ ແລ້ວ​ເຈົ້າ​ຈະ​ຊາບ​ວ່າ​ເຮົາ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ວາ​ຈາ​ແລ້ວ ແລະ​ເຮົາ​ໄດ້​ກະ​ທຳ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ຢູດາ​ແລະ​ອິສ​ຣາ​ເອນ​ຈະ​ເປັນ​ຣາ​ຊ​ອາ​ນາ​ຈັກ​ດຽວ

15 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ວ່າ, 16 “ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ໃຫ້​ເອົາ​ໄມ້​ລຳ​ນຶ່ງ​ມາ​ແລ້ວ​ຂຽນ​ໃສ່​ວ່າ “ສຳ​ລັບ​ຢູ​ດາແລະ​ສຳ​ລັບ​ຊົນອິສ​ຣາ​ເອນ​ທີ່​ສັງ​ຄົມກັບ​ຢູ​ດາ” ຈົ່ງ​ເອົາໄມ້​ມາ​ອີກ​ລຳ​ນຶ່ງ​ແລ້ວ​ຂຽ​ນ​ໃສ່​ວ່າ “ສຳ​ລັບ​ໂຢ​ເຊັບ (ໄມ້​ຂອງ​ເອ​ຟ​ຣາ​ອິ​ມ) ແລະ​ເຊື້ອ​ສາຍ​ອິສ​ຣາ​ເອນ​ທີ່​ສັງ​ຄົມ​ກັບ​ໂຢເຊັບ” 17 ແລ້ວ​ໃຫ້​ກຳ​ໄມ້​ທັງ​ສອງ​ນັ້ນ​ໄວ້​ໃນ​ມື​ເພື່ອ​ໃຫ້​ເຫັນ​ເປັນ​ໄມ້​ລຳ​ດຽວ 18 ເມື່ອ​ຊົນ​ຊາດ​ຂອງ​ເຈົ້າ​ຖາມ​ເຈົ້າ​ວ່າ “ທ່ານ​ຈະ​ບໍ່​ສໍາແດງ​ໃຫ້​ເຮົາ​ຮູ້​ຫລື​ວ່າ ໄມ້​ນີ້​​​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ” 19 ຈົ່ງ​ກ່າວ​ແກ່​ເຂົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົາ​ຈະ​ເອົາ​ໄມ້​ຂອງ​ໂຢ​ເຊັບ (ຊຶ່ງ​ຢູ່ໃນ​ມື​ຂອງ​ເອ​ຟ​ຣາ​ອິມ) ແລະ​ເຜົ່າ​ອິສ​ຣາ​ເອນ​ທີ່​ສົງ​ຄົມ​ກັບ​ເຂົາ ແລະ​ເຮົາ​ຈະ​ເອົາ​ໄມ້​ຂອງ​ຢູ​ດາ​ມາ​ຮວມ​ເຂົ້າ​ກັນ ແລະ​ເຮັດ​ໃຫ້​ໄມ້​ສອງ​ລຳ​ນີ້​ເປັນ​ອັນ​ດຽວ​ກັນ​ແລະຈະ​ຖື​ມັນ​ໄວ້​ໃນ​ມື​ຂອງ​ເຮົາ 20 ຕໍ່​ໄປ ຈົ່ງ​ຖື​ເອົາ​ໄມ້​ສອງ​ລຳ​ທີ່​ເຈົ້າ​ຂຽນ​ໃສ່​ນັ້ນ​ໃຫ້​ຄົນ​ທັ​ງ​ຫລາຍ​ເບິ່ງ​ 21 ແລ້ວ​ຈົ່ງກ່າວ​ແກ່​ເຂົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຣົາ​ຈະ​ນຳ​ຄົນ​ອິສ​ຣາ​ເອນ​ມາ​ຈາກ​ຖ້າມ​ກາງ​ປະ​ຊາ​ຊາດ ຊຶ່​ງາ​ເຂົາ​ໄດ້​ເຂົ້າ​ໄປ​ຢູ່​ດ້ວຍ​ນັ້ນ ແລະ​ຈະ​ຮວບ​ຮວມ​ເຂົາ​ມາ​ຈາກ​ທຸກ​ດ້ານ ແລະ​ນຳ​ເຂົາ​ມາ​ຍັງ​ແຜ່ນ​ດິນ​ຂອງ​ເຂົາ​ເອງ 22 ຈະ​ທຳ​ໃຫ້​ເປັນ​ຊົນ​ຊາດ​ດຽວ​ຢູ່​ໃນ​ພູ​ທັງ​ຫລາຍ​ຂອງ​ອິສ​ຣາ​ເອນ ຈະ​ມີ​ກະ​ສັດ​ອົງ​ນຶ່ງ​ຊົງ​ເປັນ​ປະ​ມຸກ ແລະ​ຈະ​ບໍ່​ຖືກ​ແບ່ງ​ອອກ​ເປັນ​ສອງ​ຊາດ ຫລື​ສອງ​ອາ​ນາ​ຈັກ​ອີກ​ຕໍ່​ໄປ 23 ພວກ​ເຂົາ​ຈະ​ບໍ່​ມີ​ມົນ​ທິນ​ຍ້ອນ​ຂາບ​ໄຫວ້​ຮູບ​ເຄົາ​ຣົບ ຫລື​ການ​ເຮັດ​ບາບ​ອີກ ເຮົາ​ຈະ​ຊ່ອຍ​ໃຫ້​ເຂົາ​ພົ້ນ​ຈາກ​ການ​ທຳ​ຊົ່ວ ແລະ​ທໍ​ຣະ​ຍົດ​ຕໍ່​ເຮົາ ຈະ​ທຳ​ໃຫ້ສະອາດ​ບໍ​ຣິ​ສຸດ ພວກ​ເຂົາ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ 24 ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຈະ​ເປັນ​ກະ​ສັດເຫນືອ​ເຂົາທັງ​ຫລາຍ ພວ​ກເຂົາ​ທັງ​ຫມົດ​ຈະ​ມີ​ຜູ້​ປົກ​ຄອງ​ຜູ້​ດຽວ ແລະ​ຈະ​ປະ​ພຶດ​ຕາມ​ກົດ​ຫມາຍຂອງ​ເຮົາ​ແລະ​ຮັກ​ສາ​ກົດ​ເກນຂອງ​ເຮົາ ແລະ​ກະ​ທຳ​ຕາມ​ພຣະ​ທັຍ​ຂອງ​ເຮົາດ້ວຍ​ຄວາມ​ສັດ​ຊື່ 25 ພວກ​ເຂົາ​ຈະ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຂົາ​ໄດ້​ອາ​ໄສ​ຢູ່​ນັ້ນ ພວກ​ເຂົາ​ພ້ອມ​ທັງ​ລູກ​ຫລານ​ທັງ​ຫມົດ​ຈະ​ຢູ່​ທີ່​ນັ້ນ​ຕ​ລອດ​ໄປ ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ກໍ​ຈະ​ປົກ​ຄອງ​ເຂົາ​ຕລອດ​ໄປ 26 ຈະ​ໃຫ້​ຄຳ​ຫມັ້ນ​ສັນ​ຍາ​ໃຫ້​ເຂົາ​ໄດ້​ຢູ່​ຢ່າງ​ສ​ງົ​ບ​ສຸກ​ຕລອດ​ໄປ ຈະ​ເພີ້ມ​ພົ​ລ​ເມືອງ​ແລະ​ທຳ​ໃຫ້​ພຣະ​ວິ​ຫານມີ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເຂົາ​ຕ​ລອດ​ໄປ 27 ເຮົາ​ຈະ​ຢູ່​ທີ່​ນັ້ນ​ນຳ​ພວກ​ເຂົາ ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ເຂົາ​ກໍ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ 28 ເມື່ອ​ເຮົາ​ທຳ​ໃຫ້​ພຣະ​ວິ​ຫານ​ຂອງ​ເຮົາ​ມີ​ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ແລ້ວ ຊົນ​ຊາດ​ທັງ​ຫລາຍ​ຈຶ່ງ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ກະ​ທຳ​ໃຫ້​ອິສ​ຣາ​ເອນ​ເປັນ​ຊົນ​ຊາດ​ພິ​ເສດ​ຂອງ​ເຮົາ”

ເອເຊກຽນ 38

ຄຳ​ເຜີຍ​ພຣະ​ຄຳກ່າວ​ໂທດ​ໂກກ

1 ຖ້ອຍ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຂ້າ​ພະເຈົ້າ​ວ່າ, 2 “ບຸດ​ແຫ່ງ​ມະ​ນຸດ​ເອີຍ ຈົ່ງ​ມຸ່ງ​ຫນ້າ​ຂອງ​ເຈົ້າ​ຕໍ່​ສູ້​ໂກກ​ແຫ່ງ​ແຜ່ນ​ດິນ​ມາ​ໂກກ ເຈົ້າ​ອົງ​ສຳ​ຄັນ​ຂອງ​ເມ​ເຊກ ແລະ​ທູ​ບັນ ແລະ​ຈົ່ງ​ປະ​ກາດ​ພຣະ​ທັມ​ກ່າວ​ໂທດ​ເຂົາ 3 ຈົ່ງ​ກ່າວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ໂກກ​ເອີຍ ເຮົາ​ເປັນ​ປໍ​ຣະ​ປັກ​ກັບ​ເຈົ້າ​ຜູ້​ເປັນ​ເຈົ້າ​ອົງ​ສໍາ​ຄັນ​ແຫ່ງ​ເມເຊກ​ແລະ​ຕູ​ບານ 4 ເຮົາ​ຈະ​ໃຫ້​ເຈົ້າ​ຫັນ​ກັບ ແລະ​ເອົາ​ເບັດ​ເກາະ​ທີ່​ຄາງ​ກະ​ໄຕ​ຂອງ​ເຈົ້າ ແລະ​ເຣົາ​ຈະ​ນຳ​ເຈົ້າ​ອອກ​ມາ​ພ້ອມ​ທັງ​ກອງ​ທັບ​ທັງ​ສິ້ນ​ຂອງ​ເຈົ້າ ທັງ​ມ້າ​ແລະ​ພົນ​ມ້າ ສວມ​ເຄື່ອງ​ຮົບ​ຄົບ​ທຸກ​ຄົນ ເປັນ​ກອງ​ທັບ​ໃຫຍ່ ມີ​ໂລ່​ແລະ​ດັ້ງ ຖື​ດາບ​ທຸກ​ຄົນ 5 ເປີ​ເຊັຽ ກູ​ຊ ແລະ​ພູ​ທຢູ່​ກັບ​ເຂົາ​ດ້ວຍ ທຸກ​ຄົນ​ມີ​ໄລ່​ແລະ​ຫມວກ​ເຫລັກ 6 ໂກ​ເມີ ແລະ​ກອງ​ທັບ​ທັງ​ສິ້ນ​ຂອງ​ເຂົາ ເບັດ​ໂຕ​ກາ​ຣ໌​ມາ ຈາກ​ສ່ວນ​ເຫນືອ​ສຸດ ພ້ອມ​ກັບ​ກອງ​ທັບ​ທັງ​ສິ້ນ​ຂອງ​ເຂົາ ມີ​ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ​ຢູ່​ກັບ​ເຈົ້າ 7 ເຈົ້າ​ແລະ​ບັນ​ດາ​ກອງ​ທັບ​ຊຶ່ງ​ປະ​ຊຸມ​ຢູ່​ກັບ​ເຈົ້າ ຈົ່ງ​ຕຽມ​ຕົວ​ພ້ອມ​ແລະ​ໃຫ້​ພ້ອ​ມ​ໄວ້​ສ​ເມີ ແລະ​ຈົ່ງ​ເປັນ​ຍາມ​ເຝົ້າ​ເຂົາ​ທັງ​ຫລາຍ 8 ເມື່ອ​ລ່ວງ​ໄປ​ຫລາຍ​ວັນ​ແລ້ວ ເຈົ້າ​ຈະ​ຕ້ອງ​ຖືກ​ເອີ້ນ​ຕົວ​ ໃນ​ປີ​ຫລັງໆເຈົ້າ​ຈະ​ຍົກ​ເຂົ້າ​ໄປ​ຕໍ່​ສູ້​ກັບ​ແຜ່​ນດິນ​ຊຶ່ງ​ໄດ້​ຄືນ​ມາ​ຈາກ​ສົງ​ຄາມ ເປັນ​ແຜ່ນ​ດິນ​ທີ່​ປະ​ຊາ​ຊົນຮວບ​ຮວມກັນ​ມາ​ຈາກ​ຊົນ​ຊາດ​ຫລາຍ​ຊາດ​ຢູ່​ທີ່​ເທິງ​ພູ​ອິສ​ຣາ​ເອນ ຊຶ່ງ​ໄດ້​ເຄີຍ​ເປັນ​ທີ່​ຖິ້ມ​ຮ້າງ​ມາ​ນານ​ແລ້ວ ປະ​ຊາ​ຊົນຂອງ​ແຜ່ນ​ດິນ​ນັ້ນ​ອອກ​ມາ​ຈາກ​ຊົນ​ຊາດ​ອື່ນໆ ບັດ​ນີ້​ອາ​ໄສ​ຢູ່​ຢ່າງ​ປອດ​ພັຍ​ແລ້ວ​ທັງ​ສິ້ນ 9 ເຈົ້າ​ຈະ​ຮຸກ​ອອກ​ໄປ ມາ​ເຫມືອນ​ພະ​ຍຸ ເຈົ້າ​ຈະ​ເປັນ​ເຫມືອນ​ເມກ​ຄຸມ​ແຜ່ນ​ດິນ​ທັງ​ເຈົ້າ​ແລະ​ກອງ​ທັບ​ທັງ​ສິ້​ນ​ຂອງ​ເຈົ້າ​ແລະ​ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ​ທີ່​ຢູ່​ກັບ​ເຈົ້າ 10 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໃນ​ວັນ​ນັ້ນ ຈະ​ບັງ​ເກີດ​ຄວາມ​ຄິດ​ໃນ​ໃຈ​ຂອງ​ເຈົ້າ ແລະ​ເຈົ້າ​ຈະ​ຄິດ​ແຜນ​ການ​ຊົ່ວ 11 ແລະ​ກ່າວ​ວ່າ “ເຮົາ​ຈະ​ຍົກ​ກອງ​ທັບ​ໄປ​ຍັງ​ແຜ່ນ​ດິນ​ທີ່​ຊົນ​ນະ​ບົດ​ບໍ່​ມີ​ກຳ​ແພງ​ລ້ອມ ເຣົາ​ຈະ​ໂຈມ​ຕີ​ປະ​ຊາ​ຊົນ​ທີ່​ສ​ງົບ​ຊຶ່ງ​ອາ​ໄສ​ຢູ່​ຢ່າງ​ປອດ​ພັຍ ທຸກ​ຄົນ​ອາ​ໄສ​ຢູ່​ໂດຍບໍ່​ມີ​ກຳ​ແພງ ບໍ່​ມີດານ​ ບໍ່​ມີ​ປະຕູ 12 ເພື່ອ​ຊິງ​ເຂົ້າ​ຂອງ​ປຸ້ນ​ເອົາ​ໄປ​ເພື່ອ​ຈະ​ເຂົ້າ​ຍຶດ​ບ່ອນ​ທີ່​ຖິ້​ມ​ຮ້າງ ຊຶ່ງ​ຂ​ນະ​ນີ້​ມີ​ຄົນ​ອາ​ໄສ​ຢູ່ ແລະ​ປະ​ຊາ​ຊົນ​ຊຶ່ງ​ຮວບ​ຮວມ​ຈາກ​ບັນ​ດາ​ປະ​ຊາ​ຊາດ ຜູ້​ທີ່​ໄດ້​ສັດ​ແລະ​ເຂົ້າ​ຂອງ​ຄື​ຜູ້ອາ​ໄສ​ຢູ່​ໃນ​ສູນກາງ​ພິ​ພົບ​ໂລກ 13 ເຊ​ບາ​ແລະ​ເດ​ດານ ແລະ​ບັນ​ດາ​ພໍ່​ຄ້າ​ແຫ່ງ​ຕາ​ຣ໌​ຊິສ ແລະ​ສິງ​ຫນຸ່ມ​ໃນ​ເມືອງ​ນັ້ນ​ຈະ​ກ່າວ​ແກ່​ເຈົ້າ​ວ່າ “ທ່ານ​ມາ​ເພື່ອ​ຈະ​ຊິງ​ເຂົ້າ​ຂອງ​ຫລື ທ່ານ​ຊຸມ​ນຸມກອງ​ທັບ​ເພື່ອ​ຈະ​ປຸ້ນ ເພື່ອ​ຈະ​ຂົນ​ເອົາ​ເງິນ​ແລະ​ທອງ​ໄປ ຂົນ​ເອົາ​ສັດ​ແລະ​ເຄື່ອງ​ຂອງ​ໄປ ເພື່ອຈະ​ຊິງ​ຂອງ​ຫລວງ​ຫລາຍ​ຫລື” 14 “ເຫດ​ສັນ​ນັ້ນ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ປະ​ກາດ​ພຣະ​ທັມ​ແລະ​ກ່າວກັບ​ໂກກວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໃນ​ວັນ​ນັ້ນ​ເມື່ອ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ອາ​ໄສ​ຢູ່​ຢ່າງປອດ​ພັຍ​ແລ້ວ ເຈົ້າ​ຈະ​ບໍ່​ໄດ້​ຮູ້​ຫລື 15 ທ່ານ​ຈະ​ມາ​ຈາກ​ທີ່​ຂອງ​ເຈົ້າ​ຊຶ່ງ​ຢູ່​ສ່ວນ​ເຫນືອ​ທີ່​ສຸດ ທັງ​ເຈົ້າ​ແລະ​ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ​ທີ່​ຢູ່​ກັບ​ເຈົ້າ ທຸກ​ຄົນ​ຂີ່​ມ້າ​ເປັນ​ກອງ​ທັບ​ມະ​ຫຶມາ ເປັນ​ກອງ​ທັບ​ຊົງ​ກຳ​ລັງ​ຍິ່ງ​ນັກ 16 ເຈົ້າ​ຈະ​ມາ​ຕໍ່​ສູ້​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ ເຫມືອນ​ຢ່າງ​ເມກ​ຄຸມ​ແຜ່ນ​ດິນ​ໃນ​ການ​ພາຍ​ຫນ້າ ເຮົາ​ຈະ​ນຳ​ເຈົ້າ​ມາ​ຕໍ່​ສູ້ກັບ​ແຜ່ນ​ດິນ​ຂອງ​ເຮົາ ເພື່ອ​ປະ​ຊາ​ຊາດ​ທັງ​ຫລາຍ​ຈະ​ຮູ້ວ່າ​ຈັກ​ເຮົາ ໂກກ​ເອີຍ, ໃນ​ເມື່ອ​ເຣົາ​ສຳ​ແດງ​ຄວາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ຖ້າມ​ກາງ​ເຈົ້າ​ຕໍ່​ຫນ້າ​ຕໍ່​ຕາ​ເຂົາ 17 “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ວ່າ ເຈົ້າ​ເປັນ​ຜູ້​ນັ້​ນ​ຫລື​ຜູ້​ທີ່​ໃນ​ສະ​ໄຫມ​ກ່ອນ​ເຮົາ​ໄດ້​ເວົ້າ​ເຖິງ​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ອິສ​ຣາ​ເອນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຜູ້​ຊຶ່ງ​ໃນ​ສະ​ໄຫມ​ນັ້ນ​ໄດ້​ປະ​ກາດ​ພຣະ​ທັມ​ຢູ່​ຫລາຍ​ປີ​ວ່າ ເຮົາ​ຈະ​ນຳ​ເຈົ້າ​ມາ​ຕໍ່​ສູ້​ກັບ​ເຂົາ 18 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ ແຕ່​ໃນ​ວັນ​ນັ້ນ​ເມື່ອ​ໂກກ​ຈະ​ຍົກ​ມາ​ຕໍ່​ສູ້​ກັບ​ແຜ່ນ​ດິນ​ອິສ​ຣາ​ເອນ ຄວາມ​ພິ​ໂຣດ​ຂອງ​ເຮົາ​ຈະ​ພຸ່ງ​ຂຶ້ນ 19 ເພາະ​ເຣົາ​ຂໍ​ປະ​ກາດ​ດ້ວຍ​ຄວາມ​ຫວງ​ແຫນ​ແລະ​ດ້ວຍ​ຄວາມ​ພິ​ໂຣດດັ່ງ​ໄຟ​ພຸ່ງ​ຂອງ​ເຮົາ​ວ່າ ໃນ​ວັນ​ນັ້ນ​ຈະ​ມີ​ການ​ສັ່ນ​ສະ​ເທືອນ​ໃຫຍ່​ຍິ່ງ​ໃນ​ແຜ່ນ​ດິນອິສ​ຣາ​ເອນ 20 ປາ​ໃນ​ທະ​ເລ​ແລະ​ນົກ​ໃນ​ອາ​ກາດ ແລະ​ສັດ​ປ່າ​ທົ່ງ​ນາ​ແລະ​ສັດ​ເລື້ອຍ​ຄານ​ທີ່​ຄານ​ຢູ່​ເທິງ​ແຜ່ນ​ດິນ ແລະ​ປະ​ຊາ​ຊົນ​ທັງ​ສິ້ນ​ຢູ່​ເທິງ​ພື້ນ​ພິ​ພົບ​ຈະ​ສັ່ນ​ສະ​ເທືອນ​ຕໍ່​ຫນ້າ​ເຮົາ ພູ​ຈະ​ພັງທະ​ລາຍລົງ ແລະ​ຫນ້າ​ຈະ​ເຈື່ອນ​ລົງ ແລະ​ກຳ​ແພງ​ທຸກ​ແຫ່ງ​ຈະ​ລົ້ມ​ລົງ​ທີ່​ດິນ 21 ເຣົາ​ຈະ​ຮ້ອງ​ເຖິງ​ພູ​ທັງ​ຫລາຍ​ຂອງ​ເຮົາ​ເອີ້ນ​ດາບ​ມາ​ຕໍ່​ສູ້​ກັບ​ໂກກ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ ແລະ​ດາບ​ຂອງ​ທຸກ​ຄົນ​ຈະ​ຕໍ່​ສູ້ກັບ​ພີ່ນ້ອງ​ຂອງ​ເຂົາ 22 ເຣົາ​ຈະ​ພິ​ພາກ​ສາ​ລົງ​ໂທດ​ເຂົາ​ດ້ວຍ​ໂຣກ​ລະ​ບາດ ແລະ​ໂລ​ຫິດ​ຕົກ ເຮົາ​ຈະ​ໃຫ້​ຝົນ​ຕົກ​ຢ່າງ​ນ້ຳ​ໄຫລ​ຊ່ຽວ ທັງ​ລູກ​ເຫັບ​ແລະ​ໄຟ ແລະ​ໄຟ​ມາດ​ຕົກ​ໃສ່​ເຂົາ​ແລະ​ກອງ​ທັບ​ຂອງ​ເຂົາ​ແລະ​ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ​ທີ່​ຢູ່​ກັບ​ເຂົາ 23 ດັ່ງ​ນັ້ນ ເຣົາ​ຈະ​ສຳ​ແດງ​ຄວາມ​ຍິ່ງ​ໃຫຍ່​ແລະ​ຄວາມ​ບໍ​ຣິ​ສຸດ​ຂອງ​ເຮົາ ແລະ​ກະ​ທຳ​ຕົວ​ໃຫ້​ເປັນ​ທີ່​ຮູ້​ຈັກ​ໃນສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ຫລາຍ ແລ້ວ​ເຂົາ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ

ເອເຊກຽນ 39

1 “ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ປະ​ກາດ​ພຣະ​ທັມ​ກ່າວ​ໂທດ​ໂກກ ແລະ​ກ່າ​ວວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າ​ວດັ່ງ​ນີ້​ວ່າ ເບິ່ງ​ແມ໋, ໂກກ​ເອີຍ, ເຮົາ​ເປັນ​ປໍ​ຣະ​ປັກກັບ​ເຈົ້າ ຜູ້​ເປັນ​ເຈົ້າ​ອົງ​ສຳ​ຄັນ​ແຫ່ງ​ເມ​ເຊກ​ແລະ​ຕູ​ບານ 2 ເຮົາ​ຈະ​ປິ່ນ​ເຈົ້າໄປ​ສູ່​ທິດ​ທາງ​ໃຫມ່ ແລະ​ໃຫ້​ເຈົ້າ​ຂຶ້ນ​ມາ​ຈາກ​ສ່ວນ​ເຫນືອ​ທີ່​ສຸ​ດ ແລະ​ໃຫ້​ເຈົ້າ​ເຂົ້າ​ໄປ​ຕໍ່​ສູ້​ພູ​ທັງ​ຫລາຍ​ແຫ່ງ​ອິສ​ຣາ​ເອນ 3 ແລ້ວ​ເຮົາ​ຈະ​ຕີ​ຄັນ​ທະ​ນູ​ໃຫ້​ຫລຸດ​ຈາກ​ມື​ຊ້າ​ຍຂອງ​ເຈົ້າ ແລະ​ເຮົາ​ຈະ​ໃຫ້​ລູກ​ທະ​ນູ​ຕົກ​ຈາກ​ມື​ຂວາ​ຂອງ​ເຈົ້າ 4 ເຈົ້າ​ຈະ​ລົ້​ມລົງ​ເທິງ​ພູ​ແຫ່ງ​ອິສ​ຣາ​ເອນ ທັງ​ເຈົ້າ​ແລະ​ກອງ​ທັບ​ທັງ​ສິ້ນ​ຂອງ​ເຈົ້າ ແລະ​ຊົນ​ຊາດ​ທັງ​ຫລາຍ​ທີ່​ຢູ່​ກັບ​ເຈົ້າ ເຮົາ​ຈະ​ມອບ​ໃຫ້​ເປັນ​ອາ​ຫານ​ແກ່ແຮ້ງ​ທຸກ​ຊະ​ນິດ​ແລະ​ແກ່​ສັດ​ປ່າ​ໃນ​ທົ່ງ 5 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຈົ້າ​ຈະ​ລົ້ມ​ລົງ​ເທິງ​ພື້​ນ​ທົ່ງ​ນາ ເພາະ​ເຮົາ​ໄດ້​ລັ່ນ​ວາ​ຈາ​ແລ້ວ 6 ເຮົາ​ຈະ​ສົ່ງ​ໄຟ​ມາ​ເຫນືອ​ໂກກ ແລະ​ເຫນືອ​ຜູ້​ທີ່​ອາ​ໄສ​ຢູ່​ຢ່າງ​ປອດ​ພັຍ​ຕາມ​ແຜ່ນ​ດິນ​ຊາຍ​ທະ​ເລ ແລະ​ເຂົາ​ທັງ​ຫລາຍ​ຈະ​ຊາບ​ວ່າ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ 7 “ແລະ​ເຮົາ​ຈະ​ກະ​ທຳ​ໃຫ້​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ເປັນ​ທີ່​ຣູ້​ຈັກ​ໃນ​ຖ້າມ​ກາງ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ ເຮົາ​ຈະ​ບໍ່​ຍອມ​ໃຫ້​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ປ​ມາດ​ຫມິ່ນ​ອີກ​ຕໍ່​ໄປ ແລະ​ປະ​ຊາ​ຊາດ​ທັງ​ຫລາຍ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ອົງ​ບໍ​ຣິ​ສຸດ​ໃນ​ອິສ​ຣາ​ເອນ 8 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເບິ່ງ​ແມ໋, ມາ​ແລ້ວ ແລະ​ຈະ​ເປັນ​ຢ່າງ​ນັ້ນ ຄື​ວັນ​ນັ້ນ​ຊຶ່ງ​ເຮົາ​ໄດ້​ລັ່ນ​ວາ​ຈາ​ໄວ້ 9 “ແລ້ວ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ທີ່​ອາ​ໄສ​ຢູ່​ໃນ​ບັນ​ດາ​ຫົວ​ເມືອງ​ອິສ​ຣາ​ເອນ​ຈະ​ອອ​ກ​ໄປ ແລະ​ເອົາ​ໄຟ​ສຸມ​ເຄື່ອງ​ອາ​ວຸດ​ເຜົາ​ເສັຽ​ຄື​ດັ້ງ​ແລະ​ໂລ່ ຄັນ​ທະ​ນູ​ແລະ​ລູກ​ທະ​ນູ ຫອກ​ຍາວ​ແລະ​ຫອກ​ຊັດ ແລະ​ເຂົາ​ຈະ​ເອົາ​ໄຟ​ສຸມ​ເປັນ​ເວ​ລາ​ເຈັດ​ປີ 10 ດັ່ງ​ນັ້ນ ເຂົາ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ເອົາ​ຟືນ​ມາ​ຈາກ​ທົ່ງ​ນາ​ຫລື​ຕັດ​ຟືນ​ມາ​ຈາກ​ປ່າ ເພາະ​ເຂົາ​ຈະ​ກໍ່​ໄຟ​ດ້ວຍ​ເຄື່ອງ​ອາ​ວຸດ ແລະ​ເຂົາ​ທັງ​ຫລາຍ​ຈະ​ຍາດ​ຊິງ​ຜູ້​ທີ່​ຍາດ​ຊິງ​ເຂົາ ແລະ​ຈະ​ປຸ້​ນ​ຜູ້​ທີ່​ປຸ້ນ​ເຂົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 11 “ໃນ​ວັນ​ນັ້ນ ເຣົາ​ຈະ​ໃຫ້​ໂກກ​ມີ​ບ່ອນຝັງ​ສົບ​ຢູ່​ໃນ​ອິສ​ຣາ​ເອນ ຄື​ຮ່ອມ​ພູ​ຂອງ​ຄົນ​ເດີນ​ຜ່ານ​ໄປ​ມາ ຊຶ່ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ທະ​ເລ ມັນ​ຈະ​ກີດ​ຂວາງ​ຄົນ​ເດີນ​ຜ່ານ​ໄປ​ມາ ເພາະ​ວ່າ​ໂກກ​ແລະ​ບັນ​ດາ​ຝູງ​ຄົນ​ທັງ​ປວງ​ຂອງ​ທ່ານ​ຈະ​ຖືກ​ຝັງ​ໄວ້​ທີ່​ນັ້ນ ເຂົາ​ຈະ​ເອີ້​ນ​ກັນ​ວ່າ ຮ່ອມ​ພູ ຮາ​ໂມນ​ໂກກ 12 ເຊື້ອ​ສາຍ​ຂອງ​ອິສ​ຣາ​ເອນ​ຈະ​ຝັງ​ເຂົາ​ທັງ​ຫລາຍ​ຢູ່​ເຖິງ​ເຈັດ​ເດືອນ ເພື່ອ​ຈະ​ໃຫ້​ແຜ່ນ​ດິນ​ນັ້ນ​ສະ​ອາດ 13 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ຣາ​ສດອນ​ທຸກ​ຄົນ​ຈະ​ຝັງ​ເຂົາ​ທັງ​ຫລາຍ ໃນ​ວັນ​ນັ້ນ​ເມື່ອ​ເຮົາ​ສຳ​ແດງ​ພຣະ​ສະ​ງ່າ​ຣາ​ສີ​ຂອງເຮົາ ປະ​ຊາ​ຊົນ​ນັ້ນ​ຈະ​ໄດ້​ຮັບ​ກຽດ​ເພາະ​ການ​ຝັງ​ສົບ​ນັ້ນ 14 ເຂົາ​ທັງ​ຫລາຍ​ຈະ​ຕັ້ງ​ຄົນ​ໃຫ້​ເດີນ​ຜ່ານ​ໄປ​ມາ​ໃນ​ແຜ່ນ​ດິນ​ເລື້ອຍ​ໄປ ໃຫ້​ຝັງ​ສົບ​ຄົນ​ເຫລົ່າ​ນັ້ນ​ທີ່​ເຫລືອ​ຢູ່​ເທິງ​ພື້​ນ​ແຜ່ນ​ດິນ ເພື່ອ​ຈະ​ທຳ​ແຜ່ນ​ດິນ​ໃຫ້​ສະ​ອາດ ເຂົາ​ຈະ​ອອກກວດ​ຄົ້ນ​ເມື່ອ​ສິ້ນ​ເຈັດ​ເດືອນ​ແລ້ວ 15 ເມື່ອ​ຄົນ​ເຫລົ່າ​ນັ້ນ​ຜ່ານ​ໄປ​ມາ​ໃນ​ແຜ່ນ​ດິນ ຖ້າຜູ້​ໃດ​ເຫັນ​ກະ​ດູກຄົນ​ເຂົ້າ ເຂົາ​ຈະ​ເອົາ​ເຄື່ອງ​ຫມາຍ​ປັກ​ໄວ້​ຂ້າງ​ກະ​ດູກ​ນັ້ນ ຈົນ​ກວ່າ​ຄົນ​ຝັງ​ຈະ​ມາ​ຝັງ​ເຂົາ​ໄວ້​ໃນ​ຮ່ອມ​ພູ​ຮາ​ໂມນ​ໂກກ 16 (ຫົວ​ເມືອງ​ນຶ່ງ​ຊື່ ຮາ​ໂມ​ນາ ກໍ​ຢູ່​ທີ່​ນັ້ນ​ເຫມືອນ​ກັນ) ເຂົາ​ຈະ​ທຳ​ໃຫ້​ແຜ່ນ​ດິນ​ສະ​ອາດ​ດັ່ງ​ນີ້​ແຫລະ 17 “ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ພຣະ​ຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ເວົ້າ​ກັບ​ນົກ​ທຸກ​ຊະ​ນິດ ແລະ​ເວົ້າ​ກັບ​ສັດ​ປ່າ​ທົ່ງ​ວ່າ, “ຈົ່ງ​ຊຸມ​ນຸມ​ແລະ​ມາ​ເຖິດ ຮວມ​ກັນ​ມາ​ຈາກ​ທຸ​ກ​ດ້ານ​ມາ​ຍັງ​ການ​ລ້ຽງ​ສັກ​ກາ​ຣະ​ບູ​ຊາ ຊຶ່ງ​ເຮົາ​ກຳ​ລັງ​ຕຽມ​ໄວ້​ໃຫ້​ເຈົ້າ ເປັນ​ການ​ລ້ຽງ​ສັກ​ກາ​ຣະ​ບູ​ຊາ​ໃຫຍ່​ເທິງ​ພູ​ທັງ​ຫລາຍ​ແຫ່ງ​ອິສ​ຣາ​ເອນ ແລະ​ເຈົ້າ​ຈະ​ກິນ​ຊີ້ນ​ແລະ​ດື່ມ​ເລືອດ 18 ເຈົ້າ​ຈະ​ກິນ​ຊີ້ນ​ຂອງ​ຜູ້​ເກັ່ງ​ກ້າ ແລະ​ດື່ມ​ເລືອດ​ຂອງ​ເຈົ້າ​ນາຍ​ແຫ່ງ​ພິ​ພົບ ດັ່ງ​ຂ​ອງ​ແກະ​ເຖິກ ຂອງ​ລູກ​ແກະ ແລະ​ຂອງແບ້​ກັບ​ຂອງງົວ​ເຖິກ ທັງ​ສິ້ນເປັນ​ສັດ​ຕຸ້ຍ​ພີ​ແຫ່ງ​ເມືອງ​ບາ​ຊານ 19 ແລະ​ເຈົ້າ​ຈະ​ກິນ​ໄຂ​ມັນ​ຈົນ​ເຈົ້າ​ອີ່ມ​ ແລະ​ດື່ມ​ເລືອດ​ຈົນ​ເມົາ​ໃນ​ການ​ລ້ຽງ​ສັກ​ກາ​ຣະ​ບູ​ຊາ​ຊຶ່ງ​ເຮົາ​ໄດ້​ຕຽມ​ໄວ້​ໃຫ້​ແກ່​ເຈົ້າ 20 ແລະ​ເຈົ້າ​ຈະ​ອີ່ມ​ທີ່​ສຳ​ລັບ​ຂອງ​ເຮົາ​ດ້ວຍ​ຊີ້ນ​ມ້າ​ແລະ​ຜູ້​ຂັບ​ຂີ່ ທັງ​ຊີ້ນ​ຂອງ​ຜູ້​ເກັ່ງ​ກ້າ ແລະ​ຂອງ​ນັກ​ຮົບ​ທຸກ​ຊະ​ນິດ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 21 “ແລະ​ເຣົາ​ຈະຕັ້ງ​ພຣະ​ຣັ​ສ​ມີຂອງ​ເຮົາ​ໄວ້ໃນ​ຫມູ່​ປະ​ຊາ​ຊາດ​ທັງ​ປວງ​ຈະ​ເຫັນ​ການ​ພິ​ພາກ​ສາ​ລົງ​ໂທດ​ຂອງ​ເຮົາ​ຊຶ່ງ​ເຣົາ​ໄດ້​ກະ​ທຳ ແລະ​ເຫັນ​ມື​ຂອງ​ເຮົາ​ຊຶ່ງ​ເຮົາ​ວາງ​ໄວ້​ເທິງ​ເຂົາ​ທັງ​ຫລາຍ 22 ຕັ້ງ​ແຕ່​ວັນ​ນັ້ນ​ເປັນ​ຕົ້ນ​ໄປ ເຊື້ອ​ສາຍ​ອິສ​ຣາ​ເອນ​ຈະ​ຊາບ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ 23 ແລະ​ປະ​ຊາ​ຊາດ​ທັງ​ຫລາຍ​ກໍ​ລົ້ມ​ລົງ​ດ້ວຍ​ດາບ​ສິ້ນ​ທຸກ​ຄົນ 24 ເຣົາ​ໄດ້​ກະ​ທຳ​ຕໍ່​ເຂົາ​ຕາມ​ມົນ​ທິນ​ຂອງ​ເຂົາ ແລະ​ຕາມ​ການ​ທໍ​ຣະ​ຍົດ​ຂອງ​ເຂົາ​ທັງ​ຫລາຍ ແລະ​ເຮົາ​ລີ້ຊ່ອນ​ຫນ້າ​ຂອງ​ເຮົາ​ເສັຽ​ຈາ​ກເຂົາ​ທັງ​ຫລາຍ 25 “ເຫດ​ສັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ບັດ​ນີ້ ເຣົາ​ຈະ​ໃຫ້​ຢາ​ໂຄບ​ກັບ​ສູ່​ສະ​ພາບ​ເດີມ ແລະ​ຈະ​ມີ​ຄວາມ​ກະ​ຣຸ​ນາ​ຕໍ່​ເຊື້​ອ​ສາຍ​ອິສ​ຣາ​ເອນ​ທັງ​ປວງ ແລະ​ເຣົາ​ຈະ​ຫວງ​ແຫນ​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ 26 ເມື່ອ​ເຂົາ​ທັງ​ຫລາຍ​ມາ​ອາ​ໄສ​ຢູ່​ຢ່າງ​ປອດ​ພັຍ​ໃນ​ແຜ່ນ​ດິນ ໂດຍບໍ່​ມີ​ຜູ້​ໃດ​ກະ​ທຳ​ໃຫ້​ເຂົາ​ຫວາດ​ກົວ ເຂົາ​ທັງ​ຫລາຍ​ຈະ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຂອງ​ເຂົາ ທັງການ​ທໍ​ຣະ​ຍົດ​ຊຶ່ງ​ເຂົາ​ທັງ​ຫລາຍ​ໄດ້​ເຄີຍ​ປະ​ພຶດ​ຕໍ່​ເຮົາ 27 ເມື່ອ​ເຮົາ​ໄດ້​ນຳ​ເຂົາ​ກັບ​ມາ​ຈາກ​ແຜ່ນ​ດິນ​ສັດ​ຕ​ຣູ​ຂອງ​ເຂົາ ແລະ​ເມື່ອ​ເຮົາ​ສຳ​ແດງ​ຄວາມ​ບໍ​ຣິ​ສຸດ​ຂອງ​ເຣົາ​ຖ້າມ​ກາງ​ເຂົາ​ທັງ​ຫລາຍ​ຕໍ່​ຫນ້າ​ຕໍ່​ຕາ​ປະ​ຊາດ​ຊາດ​ທັງ​ຫລາຍ 28 ແລ້ວ​ເຂົາ​ຈະ​ຊາບ​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ ເພາະ​ເຮົາ​ໄດ້​ສົ່ງ​ໃຫ້​ເຂົາ​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ຢູ່​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ ແລ້ວ​ກໍ​ຮວບ​ຮ​ວມ​ເຂົາ​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ຂອງ​ເຂົາ​ທັ​ງ​ຫລາຍ ເຣົາ​ຈະ​ບໍ່​ປ່ອຍ​ໃຫ້ຈັກ​ຄົນ​ນຶ່ງ​ໃນ​ພວກ​ເຂົາ​ເຫລືອ​ຢູ່​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ອີກ​ເລີຍ 29 ແລະ​ເຮົາ​ຈະ​ບໍ່​ບັງ​ຫນ້າ​ຂອງ​ເຮົາ​ໄວ້​ຈາກ​ເຂົາ​ທັງ​ຫລາຍອີກ​ເລີຍ ເມື່ອ​ເຮົາ​ເທວິນ​ຍານ​ຂອງ​ເຮົາ​ເຫນືອ​ເຊື້ອ​ສາຍ​ອິສ​ຣາ​ເອນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ”

ເອເຊກຽນ 40

ນິ​ມິດ​ເຣື່ອງ​ພຣະ​ວິ​ຫານ ທີ່​ຜູ້​ປະ​ກາດ​ພຣະ​ທັມ​ເຫັນ

1 ເມື່ອ​ປີ​ທີ່​ຊາວ​ຫ້າ​ທີ່​ເຮົາ​ໄດ້​ຖືກກວາດ​ໄປ​ເປັນ​ຊະ​ເລີຍ​ນັ້ນ ໃນ​ຕົ້​ນ​ປີ​ເມື່ອ​ວັນ​ທີ່​ສິບ ໃນ​ປີ​ທີ່​ສິບ​ສີ່​ຫລັງ​ຈາກ​ທີ່​ເຂົາ​ຊະ​ນະ​ກຸງ​ນັ້ນ​ເມືອງ​ຂອງ​ເຮົາ ໃນ​ວັນ​ນັ້ນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຢູ່​ເຫນືອ​ຂ້າ​ພະ​ເຈົ້າ ແລະ​ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ໄປ​ທີ່​ນັ້ນ 2 ແລະ​ຊົງ​ນຳ​ຂ້າ​ພະ​ເຈົ້າມາ​ໃນ​ນິ​ມິດ​ແຫ່ງພຣະ​ເຈົ້າ​ມາ​ເຖິງ​ແຜ່ນ​ດິນ​ອິສ​ຣາ​ເອນ ແລະ​ພຣະ​ອົງ​ຊົງ​ວາງ​ຂ້າ​ພະ​ເຈົ້າ​ໄວ້​ເທິງ​ພູ​ສູງ​ທີ່​ສຸດ ຊຶ່ງ​ທີ່​ນັ້ນ​ທາງ​ທິດ​ໃຕ້​ມີ​ສິ່ງ​ກໍ່​ສ້າງ​ເຫມືອນ​ເມືອງ​ນຶ່ງ 3 ເມື່ອ​ພຣະ​ອົງ​ຊົງ​ນຳ​ຂ້າ​ພະ​ເຈົ້າ​ມາ​ໃນ​ທີ່​ນັ້ນ ເບິ່ງ​ແມ໋, ມີ​ຊາຍ​ຄົນ​ນຶ່ງ ປາ​ກົດ​ການ​ຂອງ​ເຂົາ​ຄ້າຍ​ທອງ​ສຳ​ຣິດ ມີ​ເຊືອກ​ປ່ານ​ເສັ້ນ​ນຶ່ງ ແລະ​ໄມ້​ແທກອັນ​ນຶ່ງ​ຢູ່​ໃນ​ມື ແລະ​ທ່ານ​ຢືນ​ຢູ່​ທີ່​ຫໍ​ປະ​ຕູ 4 ຊາຍ​ຄົນ​ນັ້ນ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ, “ມະ​ນຸດ​ເອີຍ, ຈົ່ງ​ມອງ​ເບິ່ງ​ດ້ວຍ​ຕາ​ເອງ​ເຖີດ ແລະ​ຈົ່ງ​ຟັງ​ດ້ວຍ​ຫູ​ຂອງ​ເຈົ້າ ແລະ​ຈົ່ງ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່​ເຮົາ​ຈະ​ສຳ​ແດງ​ໃຫ້​ແກ່​ເຈົ້າ ເພາະ​ວ່າ​ທີ່​ນຳ​ເຈົ້າ​ມາ​ທີ່​ນີ້​ກໍ​ເພື່ອ​ຈະ​ສຳ​ແດງ​ໃຫ້​ແກ່​ເຈົ້າ ສິ່ງ​ທັງ​ສິ້ນ​ທີ່​ເຈົ້າ​ເຫັນນັ້ນ ຈົ່ງ​ປະ​ກາດ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ” 5 ແລະ​ເບິ່ງ​ແມ໋, ມີ​ກຳ​ແພງ​ອ້ອມ​ຢູ່​ຮອບ​ບໍ​ຣິ​ເວນນອກ​ຂອງ​ພຣະ​ວິ​ຫານ ແລະ​ໃນ​ມື​ຂອງ​ຊາຍ​ຜູ້​ນັ້ນ​ມີ​ໄມ້​ແທກຍາວ​ຫົກ​ສອກ ແຕ່​ລະ​ສອກ​ຍາວ​ເທົ່າ​ກັບ​ສອກ​ຄືບ ດັ່ງ​ນັ້ນ​ທ່ານ​ຈຶ່ງແທກ​ຄວາມ​ຫນາ​ຂອງ​ກຳ​ແພງ​ໄດ້​ນຶ່ງ​ໄມ້ແທກ ແລະ​ຄວາມ​ສູງ​ໄດ້​ນຶ່ງ​ໄມ້​ແທກ 6 ແລ້ວ​ທ່ານ​ເຂົ້າ​ໄປ​ຕາມ​ຫໍ​ປະ​ຕູ​ຊຶ່ງ​ຫັນ​ຫນ້າ​ໄປ​ທິດ​ຕາ​ເວັນ​ອອກ ຂຶ້ນ​ໄປ​ຕາມ​ຂັ້ນ​ໄດ ແລະ​ທີ່​ເທິງ​ຈອມ​ນັ້ນ​ທ່ານ​ແທກ​ທາງ​ເຂົ້າ​ຫໍ​ປະ​ຕູໄດ້​ເລິກ​ນຶ່ງ​ໄມ້​ແທກ 7 ແລະ​ຫ້ອງ​ຍາມ​ຍາວນຶ່ງ​ໄມ້​ແທກ ແລະ​ກວ້າງ​ນຶ່ງ​ໄມ້​ແທກ ແລະບ່ອນ​ຫວ່າງ​ລະ​ຫວ່າງ​ຫ້ອງ​ຍາມ​ເຫລົ່າ​ນັ້ນ​ຍາວ​ຫ້າ​ສອກ ແລະຫໍ​ປະ​ຕູ​ທີ່​ຢູ່​ຮິມ​ຫ້ອງ​ໂຖງ​ທີ່​ຂໍ​ປະ​ຕູ​ຕອນ​ປາຍ​ຊັ້ນ​ໃນ​ໄດ້​ນຶ່ງ​ໄມ້​ແທກ 8 ແລ້ວ​ທ່ານ​ກໍ​ແທກ​ຫ້ອງ​ໂຖງ​ຂອງ​ຫໍ​ປະ​ຕູ​ໄດ້​ແປດ​ສອກ 9 ແລະ​ເສົາ​ຫ້ອງ​ໂຖງ​ນັ້ນ​ສອງ​ສອກ ແລະ​ຫ້ອງ​ໂຖງ​ຂອງ​ຫໍ​ປະ​ຕູ​ຢູ້​ທີ່​ຕອນ​ປາຍ​ຂ້າງ​ໃນ 10 ແຕ່​ລະ​ດ້ານ​ຂອງ​ຫໍ​ປະ​ຕໍ​ຕາ​ເວັນ​ອອກ​ມີ​ຫ້ອງ​ຍາມ​ຢູ່​ສາມ​ຫ້ອງ ຫ້ອງ​ທັງ​ສາມ​ມີ​ຂະ​ຫນາດ​ດຽວ​ກັນ ແລະ​ເສົາ​ທີ່​ຢູ່​ທັງ​ສອງ​ຂ້າງ​ກໍ​ມີ​ຂະ​ຫນາດ​ດຽວ​ກັນ 11 ແລ້ວ​ທ່ານ​ຈຶ່ງ​ແທກ​ຄວາມກວ້າງ​ຂອງ​ທາງ​ເຂົ້າ​ຫໍປະ​ຕູໄດ້​ສິບ​ສອກ ແລະ​ຄວາມ​ຍາວ​ຂອງ​ຫໍ​ປະ​ຕູ​ສິບ​ສາມ​ສອກ 12 ຫນ້າ​ຫ້ອງ​ຍາມ​ນັ້ນ​ມີ​ເຄື່ອງ​ກັ້ນ​ດ້ານ​ລະ​ນຶ່ງ​ສອກ ແລະ​ຫ້ອງ​ຍາມ​ນັ້ນ​ຍາວ​ດ້ານ​ລະ​ຫົກ​ສອກ 13 ແລ້ວ​ທ່ານ​ກໍ​ແທກ​ຫໍ​ປະ​ຕູ​ຈາກ​ຫລັງ​ຄາ​ຂອງ​ຫ້ອງ​ຍາມ​ຫ້ອງ​ນຶ່ງ​ໄປ​ຍັງ​ຫລັງ​ຄາ​ຂອງ​ຫ້ອງ​ຍາມ​ອີກ​ຫ້ອງ​ນຶ່ງ ໄດ້​ກວ້າງ​ຊາວ​ຫ້າ​ສອກ ຈາກ​ທາງເຂົ້າ​ຂ້າງ​ນຶ່ງ​ໄປ​ຍັງ​ອີກ​ທາງ​ເຂົ້າ​ຂ້າງນຶ່ງ 14 ແລະ​ທ່ານ​ໄດ້​ທຳ​ເສົາ​ທັງ​ຫລາຍ​ໄດ້​ຫົກ​ສິບ​ສອກ ແລະ​ຮອບ​ຫໍ​ປະ​ຕູ​ມີ​ລານ​ໄປ​ເຖິງ​ເສົາ 15 ແທກ​ຈາ​ກຂ້າງ​ຫນ້າ​ຫໍ​ປະ​ຕູ​ຊື່​ທາງ​ເຂົ້າ​ໄປ​ຍັງ​ປາຍ​ຫ້ອງ​ໂຖງ​ຊັ້ນ​ໃນ​ຂອງ​ຫໍ​ປະ​ຕູ​ໄດ້​ຫ້າ​ສິບ​ສອກ 16 ຕາມ​ຫໍ​ປະ​ຕູ​ນັ້ນ​ມີ​ປ່ອງ​ຢ້ຽມ​ຮອບ ຄ​ອ່ຍໆ​ແຄບ​ເຂົ້າ​ໄປ​ຂ້າງ​ໃນ​ທັງ​ໃນ​ເສົາ​ແລະ​ໃນ​ຫ້ອງ​ຍາມ ແລະ​ຫ້ອງ​ໂຖງກໍ​ມີ​ປ່ອງ​ຢ້ຽມ​ຢູ່​ຮອບ​ຂ້າງ​ໃນ​ເຫມືອນ​ກັນ ທີ່​ເສົາ​ມີ​ຕົ້ນ​​ພ​ລັມ 17 ແລ້ວ​ທ່ານ​ນຳ​ຂ້າ​ພະ​ເຈົ້າ​ອອກ​ມາ​ທີ່​ລານ​ຊັ້ນ​ນອກ ແລະ​ເບິ່ງ​ແມ໋, ມີ​ຫ້ອງ​ຫລາຍ​ຫ້ອງ​ແລະ​ມີ​ພື້ນ​ຫີນ​ທຳ​ໄວ້​ຮອບ​ລານ ມີ​ຫ້ອງ​ສາມ​ສິບ​ຫ້ອງ​ຫັນ​ຫນ້​ເຂົ້າ​ຫາ​ພື້ນຫີນ 18 ແລະ​ພື້ນຫີນ​ນັ້ນ​ມີ​ຢູ່​ຕາມ​ດ້ານ​ຂ້າງ​ທາງ​ເຂົ້າ​ຫໍ​ປະ​ຕູ ເທົ່າ​ກັບ​ຄວາມ​ຍາວ​ຂອງ​ຫໍ​ປະ​ຕູ ນີ້​ເປັນ​ພື້ນ​ຫີນ​ທາງ​ຕ່ຳ 19 ແລ້ວ​ທ່ານກໍ​ແທກ​ລະ​ຍະ​ຈາກ​ຫນ້າ​ຫໍ​ປະ​ຕູຂ້າງ​ລຸ່ມ​ໄປ​ຍັງ​ຫນ້າ​ລານ​ຂ້າງ​ໃນ​ດ້ານນອກ​ໄດ້​ນຶ່ງ​ຮ້ອຍ​ສອກ ຢູ່​ທາງ​ຕາ​ເວັນ​ອອກ​ແລະ​ທາງ​ເຫນືອ 20 ສ່ວນ​ຫໍ​ປະ​ຕູ​ແຫ່ງ​ລານນອກ​ຫັນ​ຫນ້າ​ໄປ​ທາງ​ເຫນືອ ທ່ານ​ກໍ​ແທກ​ຄວາມ​ຍາວ​ ແລະ​ຄວາມ​ກວ້າງ​ຂອງ​ມັນ 21 ຫ້ອງ​ຍາມ​ດ້ານ​ລະ​ສາມ​ຫ້ອງ ກັບ​ເສົາ​ແລະ​ຫ້ອງ​ໂຖງມີ​ຂະ​ຫນາດ​ດຽວ​ກັບ​ຫໍ​ປະ​ຕູ​ທຳ​ອິດ ຍາວ​ຫ້າ​ສິບ​ສອກກວ້າງ​ຊາວ​ຫ້າ​ສອກ 22 ປ່ອງ​ອ້ຽມ ມຸກ ​ຕົ້ນ​ອິນ​ພ​ລັມ​ຂອງ​ຫໍ​ປະ​ຕູ​ນີ້​ມີ​ຂະ​ຫນາດ​ດຽວ​ກັບ​ຂອງ​ຫໍ​ປະ​ຕູ ຊຶ່ງ​ຫັນ​ຫນ້າ​ໄປ​ທາງ​ທິດ​ຕາ​ເວັນ​ອອກ ແລະ​ມີ​ຂັ້ນ​ໄດ​ເຈັດ​ຂັ້ນ​ນຳ​ຂຶ້ນ​ໄປ​ເຖິງ ແລະ​ມຸກ​ນັ້ນ​ຢູ່​ຂ້າງ​ໃນ 23 ກົງ​ຂ້າມ​ກັບປະ​ຕູ​ຊຶ່ງ​ຢູ່​ຂ້າງ​ເຫນືອ​ເຊັ່ນ​ດຽວ​ກັບ​ປະ​ຕູ​ທີ່​ຢູ່​ຂ້າງ​ຕາ​ເວັນ​ອອກ​ມີ​ປະ​ຕູ​ເປີດ​ໄປ​ສູ່​ລານ​ຊັ້ນ​ໃນ ແລະ​ທ່ານ​ກໍ​ແທກ​ຈາກ​ປະ​ຕູ​ນຶ່ງ​ໄປ​ຍັງ​ອີກ​ປະ​ຕູ​ນຶ່ງ​ໄດ້​ນຶ່ງ​ຮ້ອຍ​ສອກ 24 ແລະ​ທ່ານ​ໄດ້​ນຳ​ຂ້າ​ພະ​ເຈົ້າ​​ໄປ​ຍັງ​ທິດ​ໃຕ້ ແລະເບິ່​ງ​ແມ໋, ມີ​ຫໍ​ປະ​ຕູ​ທາງ​ທິດ​ໃຕ້​ນຶ່ງ​ຫໍ​ປະ​ຕູ ທ່ານ​ກໍ​ແທກ​ເສົາ​ແລະ​ແທກ​ມຸກ ກໍ​ມີ​ຂະ​ຫນາດ​ດຽວ​ກັບ​ທີ່​ອື່ນ 25 ມີ​ປ່ອງ​ອ້ຽມ​ທີ່​ຫໍ​ປະ​ຕູ​ປ​ລະ​ມີ​ມຸກ​ໂດຍ​ຮອບ​ເຫມືອນ​ປ່ອງ​ອ້ຽມ​ບ່ອນ​ອື່ນ ຍາວ​ຫ້າ​ສິບ​ສອກ​ແລະ​ກວ້າງ​ຊາວ​ຫ້າສອກ 26 ມີ​ຂັ້ນ​ໄດ​ເຈັດ​ຂັ້ນ​ນຳ​ຂຶ້ນ​ໄປ​ເຖິງ ແລະ​ມຸກ​ນັ້ນ​ຢູ່​ຂ້າງ​ໃນ​ມີ​ຕົ້ນ​ອັນ​ພ​ລັມ​ຢູ່​ທີ່​ເສົາ​ດ້ານ​ລະ​ຕົ້ນ 27 ແລະ​ມີ​ປະ​ຕູ​ນຶ່ງ​ຢູ່​ທ​ທາງ​ທິດ​ໃຕ້​ຂອງ​ລານ​ຊັ້ນ​ໃນ ແລະ​ທ່ານ​ກໍ​ແທກ​ຈາກ​ປະ​ຕູ​ນຶ່ງ​ໄປ​ຍັງ​ອີກ​ປະ​ຕູ​ນຶ່ງ​ຕົງ​ໄປ​ທາງ​ທິດໃຕ້​ໄດ້​ນຶ່ງ​ຮອຍ​ສອກ 28 ແລ້ວ​ທ່ານ​ນຳ​ຂ້າ​ພະ​ເຈົ້າ​ມາ​ຍັງ​ລານ​ຊັ້ນ​ໃນ​ໂດຍ​ປະ​ຕູ​ທິດ​ໃຕ້ ແລະ​ທ່ານ​ກໍ​ແທກ​ປະ​ຕູ​ທິດ​ໃຕ້ ມີ​ຂະ​ຫນາດ​ຢ່າງ​ດຽວ​ກັບ​ປະ​ຕູ​ອື່ນໆ 29 ຫ້ອງ​ຍາມ ເສົາ​ ແລະ​ມຸກ​ຂອງ​ຫໍ​ປະ​ຕູນີ້​ມີ​ຂະ​ຫນາດ​ດຽວ​ກັບ​ບ່ອນ​ອື່ນ ມີ​ປ່ອງ​ອ້​ຽມ​ທີ່​ຫໍ​ປະ​ຕູ​ແລະ​ທີ່​ມຸກ​ໂດຍ​ຮອບ ຍາວ​ຫ້າ​ສິບ​ສອກ ແລະ​ກວ້າງ​ຊາວ​ຫ້າ​ສອກ 30 ມີ​ຫ້ອ​ງໂຖງ​ຢູ່​ຮອບ​ຍາ​ວາ​ຊາວ​ຫ້າ​ສອກ ກວ້າງ​ຫ້າ​ສິບ​ສອກ 31 ຫ້ອງ​ໂຖງ​ນັ້ນ​ຫັນ​ຫນ້າ​ສູ່​ລານ​ຊັ້ນ​ນອກ ມີ​ຕົ້ນ​ພ​ລັມ​ຢູ່​ທີ່​ເສົາ ແລະ​ຂັ້ນ​ໄດ​ນີ້​ມີ​ແປດ​ຂັ້ນ 32 ແລ້ວ​ທ່ານ​ກໍ​ພາ​ຂ້າ​ພະ​ເຈົ້າ​ມາ​ທີ່​ລານ​ຊັ້ນ​ໃນ​ດ້າ​ນ​ຕາເວັນ​ອອກ ແລະ​ທ່ານ​ກໍ​ແທກ​ຫໍ​ປະ​ຕູ​ຂະ​ຫນາດ​ດຽວ​ກັບ​ຫໍ​ປະ​ຕູ​ອື່ນ 33 ຫ້ອງ​ຍາມ ເສົາ ແລະ​ຫ້ອງ​ໂຖງ​ຂອງ​ຫໍ​ປະ​ຕູ​ນີ້​ມີ​ຂະ​ຫນາດ​ດຽວ​ກັນ​ກັບ​ທີ່​ອື່ນ ມີ​ປ່ອງ​ຢ້ຽມ​ທີ່​ຫໍ​ປະ​ຕູ​ແລະ​ທີ່​ຫ້ອງ​ໂຖງ​ໂດຍ​ຮອບ ຍາວ​ຫ້າ​ສິບ​ສອກ ແລະ​ກວ້າງ​ຊາວ​ຫ້າ​ສອກ 34 ຫ້ອງ​ໂຖງ​ຂອ​ງດ້ານ​ນີ້​ຫັນ​ຫນ້າ​ສູ່​ລານ​ຊັ້ນ​ນອກ ແລະ​ມີ​ຕົ້ນ​ພລັມ​ຢູ່​ທີ່​ເສົາ​ດ້ານ​ລະ​ຕົ້​ນ ແລະ​ຂັ້ນ​ໄດ​ນີ້​ມີ​ແປດ​ຂັ້ນ​ 35 ແລ້ວ​ທ່ານ​ກໍ​ນຳ​ຂ້າ​ພະ​ເຈົ້າ​ມາ​ຍັງ​ປະ​ຕູ​ເຫນືອ ແລ້ວ​ທ່ານ​ກໍ​ແທກ​ຫໍ​ປະ​ຕູ​ນັ້ນ​ມີ​ຂະ​ຫນາດ​ດຽວ​ກັບ​ຫໍ​ປະ​ຕູ​ອື່ນ 36 ຫ້ອງ​ຍາມ​ເສົາ ແລະ​ຫ້ອງ​ໂຖງ​ຂອງ​ຫໍ​ປະ​ຕູ​ນີ້​ມີ​ຂະ​ຫນາດ​ດຽວ​ກັນ​ກັບ​ທີ່​ອື່ນ ມີ​ປ່ອງ​ຢ້ຽມ​ໂດຍ​ຮອບ ຍາວ​ຫ້າ​ສິບ​ສອກ​ແລະ​ກວ້າງ​ຊາວ​ຫ້າ​ສອກ 37 ຫ້ອ​ງໂຖງ​ຂອງ​ດ້ານ​ນີ້​ຫັນ​ຫນ້າ​ສູ່​ລານ​ຊັ້ນ​ນອກ ແລະ​ມີ​ຕົ້ນ​ພ​ລັມ​ຢູ່​ທີ່​ເສົາ​ດ້ານ​ລະ​ຕົ້ນ ແລະ​ຂັ້ນ​ໄດນີ້​ມີ​ແແປດ​ຂັ້ນ 38 ມີ​ຫ້ອງໆ​ນຶ່ງ​ມີ​ທາງ​ເຂົ້າ​ຢູ່​ທີ່​ເສົາ​ຂອງ​ຫໍ​ປະ​ຕູ ເປັນ​ບ່ອນ​ລ້າງ​ເຄື່ອງ​ເຜົາ​ບູ​ຊາ 39 ແລະ​ທີ່​ຫ້ອ​ງໂຖງ​ຂອງ​ຫໍ​ປະ​ຕູ​ມີ​ໂຕະ​ດ້ານ​ລະ​ສອງ​ໂຕະ ເທິງ​ນີ້​ສຳ​ລັບ​ຂ້າ​ເຄື່ອງ​ເຜົາ​ບູ​ຊາ ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ເຄື່ອງ​ບູ​ຊາ​ໄຖ່​ຄວາມ​ຜິດ 40 ແລະ​ທາງ​ດ້ານນອກ ທາງ​ທີ່​ເຂົາ​ຂຶ້ນ​ໄປ​ເຖິງ​ທາງ​ເຂົ້າ​ຫໍ​ປະ​ຕູ​ເຫນືອ​ມີ​ໂຕະ​ສອງ​ໂຕະ ອີກ​ດ້ານ​ນຶ່ງ​ຂອງ​ຫ້ອງ​ໂຖງ​ຂອງ​ຫໍ​ປະ​ຕູ​ມີ​ໂຕະ​ສອງ​ໂຕະ 41 ມີ​ໂຕະ​ຢູ່​ຂ້າງ​ນີ້​ສີ່​ໂຕະ ແລະ​ມີ​ໂຕະ​ຢູ່​ຂ້າງ​ນັ້ນ​ຂ້າງໆ​ຫໍ​ປະ​ຕູ​ສີ່​ໂຕະ​ເປັນ​ແປດ​ໂຕະ​ດ້ວຍ​ກັນ ຊຶ່ງ​ເຂົາ​ໃຊ້​ເປັນ​ບ່ອນ​ຂ້າ​ເຄື່ອງ​ສັ​ຕ​ບູ​ຊາ 42 ມີ​ໂຕະ​ສີ່​ໂຕະ​ທຳ​ດ້ວຍ​ຫີນ​ສະ​ກັດ​ສຳ​ລັບ​ເຄື່ອງ​ເຜົາ​ບູ​ຊາ​ຍາວ​ນຶ່ງ​ສອກ​ຄືບ​ແລະ​ກວ້າງ​ນຶ່ງ​ສອກ​ຄືບ ສູງນຶ່ງ​ສອກ ສຳ​ລັບ​ວາງ​ເຄື່ອງ​ມື​ຊຶ່ງ​ເຂົາ​ໃຊ້​ຂ້າ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ສັຕ​ບູ​ຊາ 43 ມີ​ຊັ້ນ​ຍາວ​ຄືບ​ນຶ່ງ​ຕິດ​ຢູ່​ຂ້າງ​ໃນ​ໂດຍ​ຮອບ ເທິງ​ໂຕະ​ນີ້​ເຂົາ​ວາງ​ຊີ້ນ​ຂອງ​ເຄື່ອງ​ບູ​ຊາ 44 ແລ້ວ​ທ່ານ​ກໍ​ນະ​ຂ້າ​ພະ​ເຈົ້າ​ຈາກ​ຂ້າງນອກ​ເຂົ້າ​ໄປ​ໃນ​ລານ​ຊັ້ນ​ໃນ ແລະ​ເບິ່ງ​ແມ໋, ມີ​ຫ້ອງ​ສອງ​ຫ້ອງ​ໃນ​ລານ​ຊັ້ນ​ໃນ ຫ້ອງ​ນຶ່ງ​ຢູ່​ຂ້າງ​ຫໍ​ປະ​ຕູ​ເຫນືອ​ຫັນ​ຫນ້າ​ໄປ​ທິດ​ໃຕ້ ອີກ​ຫ້ອງນຶ່ງ​ຢູ່​ຂ້າງ​ຫໍ​ປະ​ຕູ​ໃຕ້ ຫັນ​ຫນ້າ​ໄປ​ທິດ​ເຫນືອ 45 ແລະ​ທ່ານບອກ​ຂ້າ​ພະ​ເຈົ້າ​ວ່າ ຫ້ອງ​ນີ້​ຊຶ່ງ​ຫັນ​ຫນ້າ​ໄປ​ທາງ​ທິດ​ໃຕ້ ສຳ​ລັບ​ປະ​ໂຣ​ຫິດ​ຜູ້ດູ​ແລພຣະ​ວິ​ຫານ 46 ແລະ​ຫ້ອງ​ຊຶ່ງ​ຫັນ​ຫນ້າ​ໄປ​ທາງ​ເຫນືອ ສຳ​ລັບ​ປະ​ໂຣ​ຫິດ​ຜູ້ດູ​ແລ​ແທ່ນ​ບູ​ຊາ ປະ​ໂຣ​ຫິດ​ເຫລົ່າ​ນີ້​ເປັນ​ບຸດ​ຊາຍ​ຂອງ​ຊາ​ໂດກ ໃນບັນ​ດາ​ບຸດ​ຂອງ​ເລ​ວີ​ກໍ​ມີ​ພວກ​ເຂົາ​ເທົ່າ​ນັ້ນ​ທີ່​ເຂົ້າ​ມາ​ໃກ້​ພຣະຜູ້​ເປັນ​ເຈົ້າ​ເພື່ອ​ຈະ​ບົວ​ລະ​ບັດ​ພຣະ​ອົງ 47 ແລະ​ທ່ານ​ກໍ​ແທກ​ລານ ໄດ້​ຍາວ​ນຶ່ງ​ຮ້ອຍ​ສອກ ແລະ​ກວ້າງ​ນຶ່ງ​ຮ້ອຍ​ສອກ​ເປັນ​ສີ່​ຫລ່ຽມ​ມົນ​ທົນ ແລະ​ແທ່ນ​ບູ​ຊາ​ຢູ່​ຂ້າງ​ຫນ້າ​ພຣະ​ວິ​ຫານ 48 ແລ້ວ​ທ່ານ​ນຳ​ຂ້າ​ພະ​ເຈົ້າ​ມາ​ທີ່​ຫ້ອງ​ໂຖງ​ຂອງ​ພຣະ​ວິ​ຫານ ແລະ​ແທກ​ເສົາ​ຂອງ​ຫ້ອງ​ໂຖງ​ໄດ້​ຫ້າ​ສອກ​ທັງ​ສອງ​ດ້ານ ແລະ​ຫໍ​ປະ​ຕູກວ້າງ​ສິບ​ສີ່​ສອກ ກຳ​ແພງ​ຂ້າງ​ຫໍ​ປະ​ຕູ​ນັ້ນ​ມີ​ດ້ານ​ແລະ​ສາມ​ສອກ 49 ຫ້ອງ​ໂຖງ​ນັ້ນ​ຍາວ​ຊາວ​ສອກ ແລະ​ກວ້າງ​ສິບ​ສອງ​ສອກ ຂັ້ນ​ໄດ​ສິບ​ຂັ້ນ​ນຳ​ໄປ​ເຖິງ​ທີ່​ນີ້ ແລະ​ມີ​ເສົາ​ຫານ​ຢູ່​ຂ້າງ​ເສົາ​ທັງ​ສອງ​ຂ້າງ

ເອເຊກຽນ 41

1 ແລ້ວ​ທ່ານ​ນຳ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ຫ້ອງ​ໂຖງ ແລະ​ໄດ້​ແທກເສົາ ກວ້າງ​ດ້ານ​ລະ​ຫົກ​ສອກ 2 ແລະ​ສ່ວນກວ້າງ​ຂອງ​ທາງ​ເຂົ້າ​ນັ້ນ​ສິບສອກ ແລະ​ກຳ​ແພງ​ຂ້າງ​ທາງ​ເຂົ້າ​ດ້ານ​ລະ​ຫ້າ​ສອກ ແລະ​ທ່ານ​ກໍ​ວັດ​ຄວາມ​ຍາວ​ຂອງ​ຫ້ອງ​ໂຖງ​ໄດ້​ສີ່​ສິບ​ສອກ ກວ້າງ​ຊາວ​ສອກ 3 ແລ້ວ​ທ່ານ​ກໍ​ເຂົ້າ​ໄປ​ໃນ​ຫ້ອງ​ຊັ້ນ​ໃນ ແລະ​ແທກເສົາ​ຂອງ​ທາງ​ເຂົ້າ​ໄດ້​ສອງ​ສອກ ທາງ​ເຂົ້າ​ນັ້ນ​ກວ້າງຫົກ​ສອກ ແລະ​ກຳ​ແພງ​ຂ້າງ​ທາງ​ເຂົ້າ​ນັ້ນ​ເຈັດ​ສອກ 4 ແລະ​ທ່ານ​ກໍແທກ​ຄວາມ​ຍາວ​ຂອງ​ຫ້ອງ​ໄດ້​ຊາວ​ສອກ ກວ້າງ​ຊາວ​ສອກ ພົ້ນ​ຫ້ອງ​ໂຖງ​ອອກ​ໄປ ແລະ​ທ່ານບອກ​ຂ້າ​ພະ​ເຈົ້າ​ວ່າ ນີ້​ເປັນ​ບ່ອນ​ບໍ​ຣິ​ສຸດ​ທີ່​ສຸດ 5 ແລ້ວ​ທ່ານ​ກໍ​ແທກ​ກຳ​ແພງ​ພຣະ​ວິ​ຫານ​ໄດ້​ຫນາ​ຫົກ​ສອກ ຢູ່​ຮອບ​ພຣະ​ວິ​ຫານ​ທຸ​ກດ້ານ 6 ຫ້ອງ​ທັງ​ຫລາຍ​ທີ່​ຂ້າງວິ​ຫານ​ໄດ້​ຢູ່​ຊ້ອນ​ກັນມີ​ສາມ​ຊັ້ນ​ ​ມີ​ຊັ້ນ​ລະ​ສາມ​ສິບ​ຫ້ອງ ຫ້ອງ​ທັງ​ຫລາຍ​ນັ້ນ​ໄດ້​ເຂົ້າ​ໄປໃນ​ກຳ​ແພງວິຫານ​ສຳ​ລັບ​ຫ້ອງ​ທີ່​ຂ້າງວິ​ຫານ​ທົ່ວ​ຮອບ ເພື່ອ​ຫ້ອງ​ທັງ​ຫລາຍ​ນັ້ນ​ຈະ​ຕັ້ງ​ຢູ່​ທີ່​ກຳ​ແພງ​ແຕ່​ວ່າ​ບໍ່​ແມ່ນ​ພາຍ​ໃນ​ກຳ​ແພງວິ​ຫານ 7 ຫ້ອງ​ທັງ​ຫລາຍ​ນັ້ນ​ຍິ່ງ​ສູງ​ຂຶ້ນ​ກໍ​ຍິ່ງກວ້າງ​ອອກ​ໄປ ຕາມ​ສ່ວນ​ຂະ​ຫຍາຍ​ຂອງ​ທີ່​ຕັ້ງ​ຈາກ​ຫ້ອງ​ນຶ່ງ​ຊ້ອນ​ຢູ່​ເທິງ​ອີກ​ຫ້ອງ​ນຶ່ງ​ໂດຍ​ຮອບ ທີ່ຂ້າງ​ພຣະ​ວິ​ຫານ​ມີ​ຂັ້ນ​ໄດ​ນຳ​ຂຶ້ນ​ຂ້າງ​ເທິງ ດັ່ງ​ນີ້​ແຫລະ​ຜູ້​ໃດ​ທີ່​ຂຶ້ນ​ໄປ​ຈາ​ກຫ້ອງ​ຕ່ຳ​ທີ່​ສຸດ​ເຖິງ​ຫ້ອງ​ເທິງ​ກໍ​ຕ້ອງ​ລອດ​ຜ່ານ​ຫ້ອງ​ກາງ 8 ຂ້າ​ພະ​ເຈົ້າ​ຍັງ​ເຫັນ​ອີກວ່າ ພຣະ​ວິ​ຫານ​ນັ້ນ​ມີ​ຍົກ​ພື້​ນ​ຢູ່​ໂດຍ​ຮອບ ຖານ​ຂອງ​ຫ້ອງ​ແທກ​ໄດ້​ນຶ່ງ​ໄມ້​ວັດ​ເຕັມ ຍາວ​ຫົກ​ສອກ 9 ກຳ​ແພງ​ຫ້ອງ​ທັງ​ຫລາຍ​ທີ່​ຂ້າງວິ​ຫານດ້ານນອກ​ຂອງ​ຫ້ອງ​ຫນາ​ຫ້າ​ສອກ​ແລະ​ສ່ວນ​ຂອງ​ຍົກ​ພື້ນ​ທີ່​ຫວ່າງ​ນັ້ນ​ຫ້າ​ສອກລະ​ຫວ່າງ​ຍົກ​ພື້ນ​ຂອງ​ພຣະ​ວິ​ຫານ​ 10 ກັບ​ຫ້ອງ​ທັງ​ຫລາຍ​ຮອບ​ວິ​ຫານ​ກໍ​ກວ້າງ​ຊາວ​ສອກທົ່ວ​ຮອບ 11 ແລະ​ທາງ​ປະ​ຕູ​ຂອງ​ຫ້ອງ​ທັງ​ຫລາຍ​ນັ້ນ​ເປີດ​ເຂົ້າ​ໄປ​ທາງ​ເຫນືອ ແລະ​ອີກ​ປະ​ຕູ​ນຶ່ງ​ຫັນ​ໄປ​ທາງ​ໃຕ້ ຄວາມກວ້າງ​ຂອງ​ສ່ວນ​ທີ່​ຫວ່າງ​ນັ້ນ​ຄື​ຫ້າ​ສອກ​ໂດຍ​ຣອບ 12 ອາ​ຄານ​ທີ່​ຫັນ​ຫນ້າ​ມາ​ຍັງ​ສ​ນາມ​ຂອງ​ພຣະ​ວິ​ຫານ​ທາງ​ດ້ານ​ຕາ​ເວັນ​ຕົກ​ນັ້ນ​ກວ້າງ​ເຈັດ​ສິບ​ສອກ ແລະ​ກຳ​ແພງ​ຂອງ​ອາ​ຄານ​ຫນ້າ​ຫ້າ​ສອກ​ແລະ​ຍາວ​ເກົ້າ​ສິບ​ສອກ 13 ແລ້ວ​ທ່ານ​ກໍ​ແທກ​ພຣະ​ວິ​ຫານ​ໄດ້​ຍາວ​ນຶ່ງ​ຮ້ອຍ​ສອກ ສ​ນາມ​ແລະ​ອາ​ຄານ​ພ້ອມ​ກັບ​ກຳ​ແພງ​ນຶ່ງ​ຮ້ອຍ​ສອກ 14 ຄວາມ​ກວ້າງ​ດ້ານ​ຕາ​ເວັນ​ອອກ​ຂອງ​ດ້ານຫນ້າ​ຂອງ​ພຣະ​ວິ​ຫານ​ທັງ​ຂອງ​ສ​ນາມ ຍາວ​ນຶ່ງ​ຮ້ອຍ​ສອກ 15 ແລ້ວ​ທ່ານ​ກໍ​ແທກ​ຄວາມ​ຍາວຂ​ອງ​ອາ​ຄານ​ຊຶ່ງ​ຫັນ​ຫນ້າ​ໄປສູ່​ສ​ນາມ​ອັນ​ຢູ່​ທາງ​ທິດ​ຕາ​ເວັນຕົກ ພ້ອມ​ທັງ​ກຳ​ແພງ​ຂ້າງໆ​ຍາວ​ນຶ່ງ​ຮ້ອຍ​ສອກ ຫ້ອງ​ໂຖງ​ຂອງ​ພຣະ​ວິ​ຫານ​ນັ້ນ​ ແລະ​ຫ້ອງຊັ້ນ​ໃນ​ແລະ​ຫ້ອ​ງ​ສັກ​ສິດ​ທີ່​ສຸດ 16 ໄດ້​ປູ​ດ້ວຍ​ໄມ້​ແລະ​ທັງ​ສາມ​ນັ້ນ​ມີ​ປ່ອງ​ຢ້ຽມ​ຣອບ​ຊຶ່ງ​ມີ​ຂອບ​ປະ​ຕູ​ຝັງ​ເລິກ ກົງ​ຂ້າມ​ປະ​ຕູ​ທີ່​ປູ​ດ້ວຍ​ໄມ້​ໂດຍ​ຮອບ ຕັ້ງ​ແຕ່​ພື້ນ​ເຖິງ​ປ່ອງ​ຢ້ຽມ (ປ່ອງ​ຢ້ຽມ​ນີ້ມີ​ຜ້າ​ກັ້ງ) 17 ແລະ​ຮອດ​ປະ​ຕູ​ແລະ​ເຖິງວີ​ຫານ​ພາຍ​ໃນ​ແລະ​ທັງ​ນອກ ແລະ​ເທີງ​ກຳ​ແພງ​ທັງສິ້ນ​ທີ່​ຫ້ອງ​ຊັ້ນ​ໃນ​ແລະ​ຫ້ອງ​ໂຖງ​ກໍ​ມີ​ຮູບ​ສ​ລັກ 18 ເປັນ​ຮູບ​ເຊ​ຣູ​ບິມ ຮູບ​ຕົ້ນ​ຕານ ແລະ​ຮູບ​ຕົ້ນ​ຕານລະ​ຫວ່າງ​ເຊ​ຣູ​ບິມ​ທຸກ​ຮູບ ເຊ​ຣູ​ບິມ​ທຸກ​ຕົນ​ມີ​ສອງ​ຫນ້າ 19 ຫນ້າ​ຂອງ​ຜູ້​ຊາ​ຍໄດ້​ປິ່ນ​ໄປ​ທາງ​ຕົ້ນ​ຕານທີ່​ຢູ່​ດ້ານນຶ່ງ​ແລະ​ຫນ້າ​ຂອງສິງ​ຫນຸ່ມ​ໄດ້​ປິ່ນ​ໄປ​ທາງ​ຕົ້ນ​ຕານ​ອີກ​ດ້ານ​ນຶ່ງ ມີ​ຮູບ​ຢ່າງ​ນີ້​ແກະໄວ້​ຮອບ​ພຣະ​ວິ​ຫານ 20 ຈາກ​ພື້ນ​ເຖິງ​ທີ່​ເຫນືອ​ປະ​ຕູ ມີ​ຮູບ​ເຊ​ຣູ​ບິມ​ແລະ​ຮູບ​ຕົ້ນ​ຕານສ​ລັກ​ຢູ່​ທີ່​ຝາ​ 21 ຝ່າຍ​ເສົາ​ປະ​ຕູ​ຂອງ​ຫ້ອ​ງໂຖງ​ນັ້ນ​ສີ່​ຫລ່ຽມ ຕໍ່ຫນ້າ​ທາງ​ເຂົ້າ​ບ່ອນ​ສັກ​ສິດ​ນັ້ນ​ມີສິ່ງ​ນຶ່ງ​ເຫມືອນ​ກັບ​ 22 ແທ່ນ​ບູ​ຊາ​ທຳ​ດ້ວຍ​ໄມ້​ ສູງ​ສາມ​ສອກ​ຍາວ​ສອງສ​ອກ ແລະ​ກວ້າງ​ສອງ​ສອກ ທີ່​ມຸມ ທີ່​ຖານ ແລະ​ທີ່​ຝາ​ທຳ​ດ້ວຍ​ໄມ້ ທ່ານບອກ​ຂ້າ​ພະ​ເຈົ້າ​ວ່າ “ນີ້​ເປັນ​ໂຕະ​ຊຶ່ງ​ຢູ່​ຕໍ່ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 23 ຫ້ອງ​ໂຖງ​ຄື​ບ່ອນ​ສັກ​ສິດ ມີ​ປະ​ຕູ​ຄູ່​ແຫ່ງ​ລະ​ຄູ່ 24 ປະ​ຕູ​ນັ້ນມີ​ສອງ​ບານ ເປັນ​ບານ​ປະ​ຕູ​ຄູ່​ທີ່​ເປີດ​ໄປ​ມາ​ໄດ້​ທາງ​ກາງ 25 ແລະ​ເທິງ​ປະ​ຕູ​ຂອງ​ຫ້ອ​ງໂຖງ ມີ​ເຊ​ຣູ​ບິມ​ແລະ​ຕົ້ນຕານແກະໄວ້ ເຊັ່ນ​ດຽວ​ກັບ​ທີ່​ແກະໄວ້​ເທິງ​ຝາ​ ທາງ​ຍ່າງ​ໄປ​ສູ່​ຫ້ອງ​ທາງ​ເຂົ້າ​ນັ້ນ​ແມ່ນ​ໄດ້​ປູ​ດ້ວຍ​ໄມ້​ທັງ​ນັ້ນ​ 26 ມີ​ປ່ອງ​ຢ້ຽມ​ທີ່​ມີ​ຂອບ​ຝັງ​ເລິກ ແລະ​ມີ​ຕົ້ນ​ຕານ​ຢູ່​ທັງ​ສອງ​ຂ້າງ​ທີ່​ເທິງ​ຝາ​ດ້ານ​ຂ້າງ​ມຸກ​ ແລະທັງ​ຫ້ອງ​ລະ​ບຽງ​ພຣະ​ວິ​ຫານ​

ເອເຊກຽນ 42

1 ແລ້ວ​ທ່ານ​ພາ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ລານ​ຊັ້ນ​ໃນ ຊື່​ທິດ​ເຫນືອ ແລະ​ທ່ານ​ນຳ​ຂ້າ​ພະ​ເຈົ້າ​ມາ​ເຖິງ​ຫ້ອງ ຊຶ່ງ​ຢູ່​ກົງ​ຂ້າມ​ກັບ​ສະ​ຫນາມ​ແລະ​ກົງ​ຂ້າມ​ກັບ​ຕຶກ​ທາງ​ດ້ານ​ທິດ​ເຫນືອ 2 ຄວາມ​ຍາວ​ຂອງ​ຕຶກ​ທີ່​ຢູ່​ທາງ​ດ້ານ​ເຫນືອ​ນັ້ນ​ເປັນ​ນຶ່ງ​ຮ້ອຍ​ສອກ ແລະ​ກວ້າງ​ຫ້າ​ສິບ​ສອກ 3 ຕິດ​ຕໍ່​ກັບ​ສ່ວນ​ຊາວ​ສອກ ຊຶ່ງ​ເປັນ​ສ່ວນ​ຂອງ​ລານ​ຊັ້ນ​ໃນ ຫັນ​ຫນ້າ​ເຂົ້າ​ສູ່​ພື້ນ​ຫີນຊຶ່ງ​ເປັນ​ສ່ວນ​ຂອງ​ລານ​ຂ້າງ​ນອກ​ເປັນ​ລະ​ບຽງ​ສາມ​ຊັ້ນ 4 ແລະ​ຂ້າງ​ຫນ້າ​ຫ້ອງ​ມີ​ທາງ​ເຂົ້າ​ຂ້າງ​ໃນ​ກວ້າງ​ສິບ​ສອກ ຍາວ​ນຶ່ງ​ຮ້ອຍ​ສອກ ບັນ​ດາ​ປະ​ຕູຫ້ອງ​ເຫລົ່າ​ນີ້​ຢູ່​ທາງ​ດ້ານ​ເຫນືອ 5 ຫ້ອງ​ຂ້າງ​ເທິງ​ແຄບກວ່າ ເພາະ​ລະ​ບຽ​ງ​ກິນ​ເນື້ອ​ທີ່​ໄປ​ຫລາຍກວ່າ​ລະ​ບ່ຽງ​ຫ້ອງ​ຊັ້ນ​ລຸ່ມ ແລະ​ຊັ້ນ​ກາງ​ໃນ​ຕຶກ​ນັ້ນ​ 6 ເພາະ​ວ່າ​ເປັນ​ຫ້ອງ​ສາມ​ຊັ້ນ ແລະ​ບໍ່ມີ​ເສົາ​ອງ​ເຫມືອນ​ເສົາ​ທີ່​ລານ​ຂ້າງນອກ ເຫດ​ສັນ​ນັ້ນ​ຫ້ອງ​ຊັ້ນ​ເທິງ​ຈຶ່ງຄັບ​ແຄບກວ່າ​ຫ້ອງ​ທັງ​ຫລາຍ​ຊັ້ນ​ລຸ່ມ​ແລະ​ຊັ້ນ​ກາງ 7 ແລະ​ມີ​ຝາ​ຂ້າງນອກ​ລຽບ​ກັບ​ຫ້ອງ​ໄປ​ຍັງ​ລານ​ຂ້າງນອກ​ກົງ​ຂ້າມ​ກັບ​ຫ້ອງ ຍາວ​ຫ້າ​ສິບ​ສອກ 8 ເພາະ​ວ່າ​ຫ້ອງ​ທີ່​ລານ​ຂ້າງນອກ​ຍາວ​ຫ້າ​ສິບ​ສອກ ສ່ວນ​ຫ້ອງ​ເຫລົ່າ​ນັ້ນ​ທີ່​ກົງ​ຂ້າມ​ກັບ​ພຣະ​ວິ​ຫານ​ຍາງ​ນຶ່ງ​ຮ້ອຍ​ສອກ 9 ໃຕ້​ຫ້ອງ​ເຫລົ່າ​ນັ້ນ​ມີ​ທາງ​ເຂົ້າ​ຢູ່​ດ້ານ​ຕາເວັນ​ອອກ ຖ້າ​ເຂົ້າ​ໄປ​ຈາ​ກລານ​ຂ້າງນອກ 10 ທີ່ຝາ​ດ້ານນອກ​ເລີ້ມ​ຕົ້ນ ດ້ານ​ໃຕ້​ກໍ​ເຊັ່ນ​ດຽວ​ກັນ ກົງ​ຂ້າມ​ກັບ​ສ​ນາມ​ແລະ​ກົງ​ຂ້າມ​ກັບ​ຕຶກ​ມີ​ຫ້ອງ​ຫລາຍ​ຫ້ອງ 11 (ມີ​ທາງ​ເດີນ​ຢູ່​ຫນ້າ​ຫ້ອງ) ເຫມືອນ​ກັບ​ຫ້ອງ​ທາງ​ທິດ​ເຫນືອ ຍາງ​ແລະ​ກວ້າງ​ຂະ​ຫນາດ​ດຽວ​ກັນ ມີ​ທາງ​ອອກ ແຜນ​ຜັງ​ແລະ​ປະ​ຕູ​ຢ່າງ​ດຽວ​ກັນ 12 ຂ້າງ​ລຸ່​ມຫ້ອງ​ທິດ​ໃຕ້​ມີ​ທາງ​ເຂົ້າ​ຢູ່​ດ້ານ​ຕາ​ເວັນ​ອອກ​ບ່ອນ​ທີ່​ເຂົ້າ​ມາ​ຕາມ​ທາງເດີນ ກົງ​ຂ້າມ​ມີ​ຝາ​ແບ່ງ 13 ແລ້ວ​ທ່ານ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ “ຫ້ອງ​ດ້ານ​ເຫນືອ​ແລະ​ຫ້ອງ​ດ້ານ​ໃຕ້​ກົງ​ຂ້າມ​ສ​ນາມ​ເປັນ​ຫ້ອງ​ບໍ​ຣິ​ສຸດ​ທີ່​ປະ​ໂຣ​ຫິດ​ຜູ້​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຮັບ​ປະ​ທານ​ຂອງ​ຖວາຍ​ອັນ​ບໍ​ຣິ​ສຸດ​ທີ່​ສຸດ ເຂົາ​ຈະ​ວາງ​ຂອງ​ຖວາຍ​ອັ​ນ​ບໍ​ຣິ​ສຸດ​ທີ່​ສຸດ​ນັ້ນ​ໄວ້​ທີ່​ນັ້ນ ຄື​ທັນ​ຍາ​ບູ​ຊາ ເຄື່ອງ​ບູ​ຊາ​ໄຖ່​ບາບ ເຄື່ອງ​ບູ​ຊາ​ໄຖ່​ຄວາມ​ຜິດ ເພາະ​ວ່າ​ທີ່​ນັ້ນ​ບໍ​ຣິ​ສຸດ 14 ເມື່ອ​ປະ​ໂຣ​ຫິດ​ເຂົ້າ​ໄປ​ໃນ​ທີ່​ບໍ​ຣິ​ສຸດ ເຂົາ​ຈະ​ບໍ່​ອອກ​ໄປ​ຈາກ​ຫ້ອງ​ນີ້​ເຂົ້າ​ສູ່​ລານ​ຂ້າງນອກ ນອກ​ຈາກ​ຈະ​ແກ້​ເຄື່ອງ​ແຕ່ງ​ກາຍ​ທີ່​ເຂົາ​ໃສ່​ປະ​ຕິ​ບັດ​ຫນ້າ​ທີ່​ວາງໄວ້​ທີ່​ນັ້ນ ເພາະ​ສິ່ງ​ເຫລົ່າ​ນີ້​ບໍ​ຣິ​ສຸດ ເຂົາ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ອື່ນ​ກ່ອນ​ທີ່​ເຂົາ​ຈະ​ເຂົ້າ​ໄປ​ສູ່​ສ່ວນ​ທີ່​ມີ​ໄວ້​ສຳ​ລັບ​ປະ​ຊາ​ຊົນ” 15 ເມື່ອ​ທ່ານ​ໄດ້​ແທກ​ຂ້າງ​ໃນ​ບໍ​ຣິ​ເວ​ນພຣະ​ວິ​ຫານ​ເສັດ​ແລ້ວ ທ່ານ​ກໍ​ນຳ​ຂ້າ​ພະ​ເຈົ້າ​ອອກ​ມາ​ທາງ​ປະ​ຕູ ຊຶ່ງ​ປິ່ນ​ຫນ້າ​ໄປ​ທາງ​ທິດ​ຕາເວັນ​ອອກ ແລະ​ແທກ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ໂດຍ​ຮອບ 16 ທ່ານ​ແທກ​ດ້ານ​ຕາເວັນ​ອອກ​ດ້ວຍ​ໄມ້​ແທກ​ໄດ້​ຫ້າ​ຮ້ອຍຕາມ​ໄມ້​ແທກ 17 ແລ້ວ​ທ່ານ​ກໍ​ຫັນ​ມາ​ແທກ​ທາງ​ດ້ານ​ເຫນືອ​ໄດ້​ຫ້າ​ຮ້ອຍສອກ​ຕາມ​ໄມ້​ແທກ 18 ແລ້ວ​ທ່ານ​ກໍ​ຫັນ​ມາ​ແທກ​ດ້ານ​ໃຕ້​ໄດ້​ຫ້າ​ຮ້ອຍ​ສອກຕາມ​ໄມ້​ແທກ 19 ແລ້ວ​ທ່ານ​ໄດ້​ຫັນ​ມາ​ດ້າ​ນ​ຕາ​ເວັນ​ຕົກ​ແລ້ວ​ແທກ​ໄດ້​ຫ້າ​ຮ້ອຍ​ສອກ​ຕາມ​ໄມ້​ແທກ 20 ທ່ານ​ແທກ​ທັງ​ສີ່​ດ້ານ​ມີ​ກຳ​ແພງ​ລ້ອມ​ຮອບ​ຍາວ​ຫ້າ​ຮ້ອຍ​ສອກ ກວ້າງ​ຫ້າ​ຮ້ອຍ​ສອກ ເປັນ​ທີ່ແບ່ງ​ລະ​ຫວ່າງທີ່​ບໍ​ຣິ​ສຸດ​ແລະ​ທີ່​ສາ​ທາ​ຣະ​ນະ

ເອເຊກຽນ 43

ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ເຕັມ​ພຣະ​ວິ​ຫານ

1 ພາຍ​ຫລັງ​ທ່ານ​ນຳ​ຂ້າ​ພະ​ເຈົ້າ​ມາ​ຍັງ​ປະ​ຕູ ຄື​ປະ​ຕູ​ທີ່​ຫັນ​ຫນ້າ​ໄປ​ທິດ​ຕາ​ເວັນ​ອອກ 2 ແລະ​ເບິ່ງ​ແມ໋, ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ມາ​ຈາກ​ທິດ​ຕາ​ເວັນ​ອອກ ແລະ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ກໍ​ເຫມືອນ​ສຽງ​ນ້ຳ​ມາກ​ຫລາຍ ແລະ​ພິ​ພົບ​ກໍ​ຮຸ່ງ​ໂຣດ​ດ້ວຍ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ 3 ແລະ​ນິ​ມິດ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ນັ້ນ​ກໍ​ເຫມືອນ​ກັບ​ນິມິດ​ຊຶ່​ງ​ຂ້າ​ພະ​ເຈົ້າ​ເຫັນ​ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ທຳ​ລາຍ​ເມືອງ​ນັ້ນ ແລະ​ເຫມືອນ​ກັບ​ນິ​ມິດ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທີ່​ຮິມ​ແມ່​ນ້ຳ​ເຄ​ບາ​ຣ໌ ແລະ​ຂ້າ​ພະ​ເຈົ້າ​ກໍ​ຫມູບ​ຫນ້າ​ຂອງ​ຂ້າ​ພະ​ເຈົ້າ​ລົງ​ເຖິງ​ດິນ 4 ເມື່ອ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ທາງ​ປະ​ຕູ​ທີ່​ຫັນ​ໄປ​ທາງ​ທິດ​ຕາ​ເວັນ​ອອກ 5 ພຣະ​ວິນ​ຍານ​ກໍ​ຍົກ​ຂ້າ​ພະ​ເຈົ້າ​ຂຶ້ນ ແລະ​ນຳ​ຂ້າ​ພະ​ເຈົ້າ​ມາ​ທີ່​ລານ​ຊັ້ນ​ໃນ ແລະ​ເບິ່ງ​ແມ໋, ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນເຈົ້າ​ກໍ​ເຕັມ​ພຣະ​ວິ​ຫານ 6 ຂ​ນະ​ທີ່​ຊາຍ​ຄົນ​ນັ້ນ​ຍັງ​ຢືນ​ຢູ່​ທີ່​ຂ້າງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະເຈົ້າ​ດັງ​ອອກ​ມາ​ຈາກ​ພຣະ​ວິ​ຫານ 7 ແລະ​ພຣະ​ອົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ບັນ​ລັງ​ຂອງ​ເຮົາ​ແລະ​ສະ​ຖານ​ທີ່​ວາງ​ຕີນ​ຂອງ​ເຮົາ​ຢູ່​ທີ່​ນີ້ ເປັນ​ບ່ອນ​ທີ່ເຮົາ​ຈະ​ຢູ່​ຖ້າມ​ກາງ​ຊົນ​ຊາດ​ອິສ​ຣາ​ເອນ​ເປັນນິດ ແລະ​ເຊື້ອ​ສາຍ​ອິສ​ຣາ​ເອນ​ຈະ​ບໍ່​ກະ​ທຳ​ໃຫ້​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ເປັນ​ມົນ​ທິນ ໂດຍ​ຕົວ​ຂອງ​ເຂົາ​ທັງ​ຫລາຍ​ເອງ​ຫລື​ກະ​ສັດ​ຂອງ​ເຂົາ​ທັງ​ຫລາຍ ດ້ວຍ​ການ​ຫລິ້​ນ​ຊູ້​ຂອງ​ເຂົາ​ທັງ​ຫລາຍ​ແລະ​ດ້ວຍ​ຝັງສົບຂອງ​ພຣະ​ເຈົ້າ​ແຜ່​ນດິນ​ຂອງ​ເຂົາ​ທັງ​ຫລາຍ​ເມື່ອ​ສິ້ນ​ພຣະ​ຊົນ 8 ໂດຍ​ການວາງຂອບ​ປະ​ຕູຂອງ​ເຂົາ​ທັງ​ຫລາຍ​ໄວ້​ຂ້າງ​ຂອບ​ປະ​ຕູ​ຂອງ​ເຮົາ ແລະ​ໂດຍ​ຕັ້ງ​ເສົາ​ປະ​ຕູ​ຂອງ​ເຂົາ​ທັງ​ຫລາຍ​ໄວ້​ຂ້າງ​ເສົາ​ປະ​ຕູ​ຂອງ​ເຮົາ ມີ​ພຽງ​ຝາ​ກັ້ນ​ໄວ້​ລະ​ຫວ່າງ​ເຮົາ​ກັບ​ເຂົາ​ທັງ​ຫລາຍ​ເທົ່າ​ນັ້ນ ເຂົາ​ໄດ້​ກະ​ທຳ​ນາມ​ບໍ​ຣິ​ສຸດ​ຂອງ​ເຮົາ​ໃຫ້​ເປັນ​ມົນ​ທິນ​ໂດຍ​ສິ່ງ​ທີ່​ຫນ້າ​ກຽດ​ຊັງ​ຂອງ​ເຂົາ​ຊື່ງ​ເຂົາ​ທັ​ງ​ຫລາຍ​ໄດ້​ກະ​ທຳ ດັ່ງ​ນັ້ນ​ເຣົາ​ຈຶ່ງ​ເຜົາ​ຜານ​ເຂົາ​ເສັຽດ້ວຍຄວາມ​ກິ້ວ​ຂອງ​ເຮົາ​ 9 ບັດ​ນີ້​ໃຫ້​ເຂົາ​ຖິ້ມ​ການ​ຫລິ້ນ​ຊູ້​ທັງ​ຫລາຍ​ຂອງ​ເຂົາ​ແລະ​ສົບ​ຂອງ​ກະ​ສັດ​ທັງ​ຫລາຍ​ຂອງ​ເຂົາ​ໃຫ້​ຫ່າງ​ໄກ​ຈາກ​ເຣົາ ແລະ​ເຮົາ​ຈະ​ຢູ່​ຖ້າມ​ກາງ​ເຂົາ​ທັງ​ຫລາຍ​ເປັນ​ນິດ

ລະ​ບຽບ​ຂອງ​ພຣະ​ວິ​ຫານ​ແລະ​ແທ່ນ​ບູ​ຊາ

10 “ເຈົ້າ ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າຈົ່ງ​ບັນ​ລະ​ຍາຍ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ​ໃຫ້​ຊາບ​ເຖິງ​ພຣະ​ວິ​ຫານ​ແລະ​ສັນ​ຖານ​ແລະ​ແຜນ​ຜັ​ງ່​ຂອງ​ພຣະ​ວິ​ຫານ​ນັ້ນ ເພື່ອ​ວ່າ​ເຂົາ​ຈະ​ໄດ້​ລະ​ອາຍ​ໃນ​ເຣື່ອງ​ຄວາມ​ບາບ​ຊົ່ວ​ຂອງ​ເຂົາ 11 ແລະ​ຖ້າ​ເຂົາ​ລະ​ອາຍ​ໃນ​ສິ່ງ​ທັງ​ຫລາຍ​ທີ່​ເຂົາ​ກະ​ທຳ​ມາ​ແລ້ວ ຈົ່ງ​ສຳ​ແດງາ​ພາບ ແຜນ​ຜັງ ທາງ​ອອກ​ທາງ​ເຂົ້າ ແລະ​ລັກ​ສະ​ນະ​ທັງສິ້​ນ​ຂອງ​ພຣະ​ວິ​ຫານ​ນັ້ ແລະ​ຈົ່ງ​ໃຫ້​ເຂົາ​ຊາບ​ເຖິງ​ກົດ​ເກນ​ແລະ​ກົດ​ທັງ​ ສິ້​ນຂອງ​ພຣະ​ວິ​ຫານ ຈົ່ງ​ຂຽນ​ລົງ​ໄວ້​ຕໍ່​ຫນ້າ​ຕໍ່​ຕາ​ຂອງ​ເຂົາ ເພື່ອ​ເຂົາ​ຈະ​ໄດ້​ຮັກ​ສາ​ກົດ​ແລະ​ກົດ​ເກນ​ທັງ​ສິ້ນ​ຂອງ​ພຣະ​ວິ​ຫານ ແລະ​ປະ​ພຶດ​ຕາມ 12 ຕໍ່​ໄປ​ນີ້​ເປັນ​ກົດ​ຂອງ​ພຣະ​ວິ​ຫານ ຄື​ບໍ​ຣິ​ເວນ​ໂດຍ​ຮອບ​ທີ່​ຢູ່​ເທິງຍອດ​ພູ​ຈະ​ເປັນ​ທີ່​ບໍ​ຣິ​ສຸດ​ທີ່​ສຸດ ເບິ່ງ​ແມ໋, ນີ້​ເປັນ​ກົດ​ຂອງ​ພຣະ​ວິ​ຫານ

ແທ່ນ​ບູ​ຊາ

13 ຕໍ່​ໄປ​ນີ້​ເປັນ​ຂະ​ຫນາດ​ຂອງ​ແທ່ນ​ບູ​ຊາ​ແທກ​ເປັນ​ສອກ (ສອກ​ນຶ່ງ​ຄື​ຄວາມ​ຍາວ​ນຶ່ງ​ສອກ​ກັບ​ນຶ່ງ​ຄືບ) ຕອນ​ຖານ​ສູງ​ນຶ່ງ​ສອກ ແລະ​ກວ້າງ​ນຶ່ງ​ສອກ ແລະ​ມີ​ຂອບ​ນອກ​ສູງຄືບ​ນຶ່ງ ແລະ​ຄວາມ​ສູງ​ຂອງ​ແທ່ນ​ບູ​ຊາ​ເປັນ​ດັ່ງ​ນີ້ 14 ຈາກ​ຕອນ​ຖານ​ທີ່​ຢູ່​ເທິງ​ດິນ​ມາ​ເຖິງ​ຂ້າງ​ລຸ່ມ​ສູງ​ສອງ​ສອກ ກວ້າງ​ນຶ່ງ​ສອກ ຈາກ​ຂັ້ນ​ນ້ອຍ​ໄປ​ເຖິງ​ຂັ້ນ​ໃຫຍ່​ສູງ​ສີ່​ສອກ ກວ້າງ​ນຶ່ງ​ສອກ 15 ແລະ​ເຕົາ​ຂອງ​ແທ່ນ​ນັ້ນ​ສີ່​ສອກ ແລະ​ຈາກ​ເຕົາ​ແທ່ນ​ມີ​ຍອດ​ຍື່ນ​ຂຶ້ນ​ໄປ​ສູງ​ສອກ​ນຶ່ງ​ສິ່​ຍອດ 16 ເຕົາ​ແທ່ນ​ນັ້ນ​ເປັນ​ສີ່ຫລ່ຽມ​ມົນ​ທົນຍາວ​ສິບ​ສອງ​ສອກ ກວ້າງ​ສິບ​ສອງ​ສອກ 17 ຂັ້ນ​ຂ້າງ​ເຕົາ​ກໍ​ສີ່​ຫລ່ຽມ​ມົນ​ທົນ​ເຫມືອນ​ກັນ ຍາວ​ສິບ​ສີ່​ສອກ ​ກວ້າງ​ສິບ​ສີ່​ສອກ ຊຶ່ງ​ແຕ່​ລະ​ຂ້າງ​ກວ້າງ​ເຄິ່ງ​ສອກ ຖາ​ນກວ້າງ​ສອກ​ນຶ່ງ​ໂດຍ​ຮອບ​ຂັ້ນ​ໄດ​ແທ່ນ​ບູ​ຊາ​ປິ່ນ​ຫນ້າ​ໄປ​ທາງ​ທິດ​ຕາເວັນ​ອອກ” 18 ແລະ​ທ່ານ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດແຫ່ງ​ມະ​ນຸດ​ເອີຍ, ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຕໍ່​ໄປ​ນີ້ເປັນ​ກົດ​ເກນ​ຂອງ​ແທ່ນ​ບູ​ຊາ ໃນ​ວັນ​ທີ່​ສ້າງ​ເສັດ​ແລ້ວ​ເພື່ອ​ຈະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເພື່ອຈະ​ຊິດ​ດ້ວຍ​ເລືອດ 19 ທ່ານ​ຈົ່ງ​ມອບ​ງົວ​ຫນຸ່ມ​ໂຕນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ແກ່​ປະ​ໂຣ​ຫິດ​ຄົນ​ເລ​ວີ​ຄອບ​ຄົວ​ຊາ​ໂດກ ຜູ້​ທີ່​ເຂົ້າ​ມາ​ໃກ້​ເພື່ອ​ປົນ​ນິ​ບັດ​ເຣົາ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 20 ເຈົ້າ​ຈົ່ງ​ເອົາ​ເລືອດ​ງົວ​ນັ້ນ​ໃສ່​ໄວ້​ທີ່​ຍອດ​ທັງ​ສີ່​ຂອງ​ແທ່ນ ແລະ​ແຈ​ທັງ​ສີ່​ຂອງ​ຂັ້ນ​ຂ້າງ​ເຕົາ ແລະ​ທີ່​ອ້ອມ​ຮອບ​ທີ່​ຂອບ​ທັງ​ຫມົດ​ຂອງ​ແທ່ນ​ດ້ວຍ ທຳ​ດັ່ງ​ນີ້​ແຫລະ​ທ່ານ​ຈະ​ໄດ້​ຊຳ​ຮະ​ແທ່ນ​ແລະ​ທຳ​ການ​ລົບ​ມົນ​ທິນ​ຂອງ​ແທ່ນ​ນັ້ນໄວ້ 21 ທ່ານ​ຈົ່ງ​ເອົາ​ງົວ​ເຖິກ​ຊຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ທ່ານ​ຈົ່ງ​ເຜົາ​ມັນ​ເສັຽ​ໃນ​ບ່ອນ​ທີ່​ກຳ​ນົດ​ໄວ້​ຊຶ່ງ​ເປັນ​ບ່ອນຂອງ​ພຣະ​ວິ​ຫານ​ພາຍນອກ​ສະ​ຖານ​ນະ​ມັ​ສ​ການ 22 ແລະ​ໃນ​ວັນ​ທີ່​ສອງ​ທ່ານ​ຈົ່ງ​ຖວາຍ​ແບ້​ໂຕ​ເຖິກ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ຊຳ​ຮະ​ແທ່ນ​ບູ​ຊາ ເຫມືອນ​ທີ່​ຊຳ​ຮະ​ດ້ວຍງົວ​ເຖິກ 23 ເມື່ອ​ທ່ານ​ໄດ້​ຊຳ​ຮະ​ແທ່ນ​ເສັດ​ແລ້ວ ທ່ານ​ຈົ່ງ​ຖວາຍ​ງົວ​ຫນຸ່ມ​ປາ​ສ​ຈາກ​ຕຳ​ຫນິ​ແລະ​ແກະ​ເຖິກ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ຈາກ​ຝູງ 24 ທ່ານ​ຈົ່ງ​ນຳ​ມາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ປະ​ໂຣ​ຫິດ​ຈະ​ເອົາ​ເກືອ​ຊິດ​ລົງ​ເທິງ​ນັ້ນ ແລະ​ຖວາຍ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 25 ທ່ານ​ຈົ່ງ​ຖວາຍ​ແບ້​ໂຕນຶ່ງ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ທຸກວັນ​ຈົນ​ຄົບ​ເຈັດ​ວັນ ແລະ​ຈົ່ງຖວາຍ​ງົວ​ຫນຸ່ມ​ແລະ​ແກະ​ເຖິກ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ຈາກ​ຝູງ​ດ້ວຍ 26 ເຂົາ​ທັງ​ຫລາຍ​ຈະ​ຕ້ອງ​ທຳ​ການ​ລົບ​ມົນ​ທິນ​ແທ່ນ​ບູ​ຊາ​ຢູ່​ເຈັດ​ວັນ​ຈຶ່ງ​ຊຳ​ຣະ​ເສັດ ແລະ​ຖວາຍ​ໃຫ້​ເປັນ​ທີ່​ສັກ​ສິດ 27 ແລະ​ເມື່ອ​ເຂົາ​ກະ​ທຳ​ຄົບ​ຕາມ​ກຳ​ນົດ​ເຫລົ່າ​ນີ້​ແລ້ວ ຕັ້ງ​ແຕ່​ວັນ​ທີ່​ແປດ​ເປັນ​ຕົ້ນ​ໄປ​ປະ​ໂຣ​ຫິດ​ຈະ​ຕ້ອງ​ຖວາຍ​ເຄື່ອງ​ສານ​ຕິ​ບູ​ຊາ​ຂອງ​ທ່ານ​ທີ່​ເທິງ​ແທ່ນ​ນັ້ນ ແລະ​ເຮົາ​ຈະ​ພໍ​ໃຈ​ເຈົ້າ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ

ເອເຊກຽນ 44

ງາ​ນບົວ​ລະ​ບັດ​ໃນ​ພຣະ​ວິ​ຫານ

1 ແລ້ວ​ທ່ານ​ກໍ​ນຳ​ຂ້າ​ພະເຈົ້າ​ກັບມາ​ທີ່​ປະ​ຕູ​ນອກ​ຂອງ​ສະ​ຖານ​ນະ​ມັ​ສ​ການ ຊຶ່ງ​ຫັນ​ຫນ້າ​ໄປ​ທາງ​ຕະ​ເວັນ​ອອກ ແລະ​ປະ​ຕູ​ນັ້ນ​ປິດ​ຢູ່ 2 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ປະ​ຕູ​ນີ້​ຈະ​ປິດ​ຢູ່​ເລື້ອ​ຍ​ໄປ ຢ່າ​ໃຫ້​ເປີດ ແລະ​ບໍ່​ໃຫ້​ຜູ້​ໃດ​ເຂົ້າ​ໄປ​ທາງ​ນີ້ ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ແຫ່ງ​ອິສ​ຣາ​ເອນ​ໄດ້​ສະ​ເດັດ​ເຂົ້າ​ໄປ​ທາງ​ນີ້ ເຫ​ດ​ສັນ​ນັ້ນ​ຈຶ່ງ​ໃຫ້​ປີດ​ໄວ້ 3 ສະ​ເພາະ​ເຈົ້າ​ນາຍ​ເທົ່ານັ້ນ​ທີ່​ຈະ​ປະ​ທັບ​ສະ​ເວີຍ​ພຣະ​ກະ​ຍາ​ຫານ​ຕໍ່​ພຣະ​ພັກ​ພຣະຜູ້​ເປັນ​ເຈົ້າ​ໃນ​ປະ​ຕູ​ນີ້​ໄດ້ ທ່ານ​ຈະ​ຕ້ອງ​ເຂົ້າ​ມາ​ທາງ​ມຸກ​ຂອງ​ຫໍ​ປະ​ຕູ​ແລະ​ຕ້ອງ​ອອກ​ໄປ​ຕາມ​ທາງ​ດຽວ​ກັນ” 4 ແລ້ວ​ທ່ານກໍນຳ​ຂ້າ​ພະ​ເຈົ້າ​ມາ​ຕາມ​ທາງ​ຂອງ​ປະ​ຕູ​ເຫນືອ​ມາ​ທີ່​ຂ້າງ​ຫນ້າ​ພຣະ​ວິ​ຫານ ແລະ​ຂ້າ​ພະ​ເຈົ້າ​ມອງ​ດູ ແລະ​ເບິ່ງ​ແມ໋, ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ເຕັມ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ກໍ​ກົ້ມ​ຫນ້າລົງ​ເຖິງ​ດິນ 5 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ຈົ່ງ​ຕັ້ງ​ໃຈ​ໃຫ້​ດີ ທຸກ​ສິ່ງ​ທີ່​ເຮົາ​ຈະ​ບອກ​ເຈົ້າ​ກ່ຽວ​ກັບ​ກົດ​ເກນ​ທັງ​ສິ້​ນ​ຂອງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ກົດ​ທັງ​ສິ້​ນ​ຂອງ​ພຣະ​ວິ​ຫານ​ນັ້ນ ຈົ່ງ​ເບິ່ງ​ດ້ວຍ​ຕາ​ຂອງ​ເຈົ້າ ແລະ​ຟັງ​ດ້ວຍ​ຫູ​ຂອງ​ເຈົ້າ ແລະ​ຈົດ​ຈຳ​ເຣື່ອງ​ທາງ​ເຂົ້າ​ພຣະ​ວິ​ຫານ​ແລະ​ທາງ​ອອກ​ຈາກ​ສະ​ຖານ​ນະ​ມັ​ສ​ການ​ໄວ້​ໃຫ້​ດີ 6 ແລ້ວ​ຈົ່ງ​ບອກ​ແກ່​ເຊື້ອ​ສາຍ​ທີ່ມັກ​ກະ​ບົດ ຄື​ເຊື້ອ​ສາຍ​ອິສ​ຣາ​ເອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໂອ ເຊື້ອ​ສາຍ​ອິສ​ຣາ​ເອນ​ເອີຍ, ຂໍ​ໃຫ້​ການ​ຖ່ອຍ​ຮ້າຍ​ຂອງ​ເຈົ້າ​ສິ້ນ​ສຸດ​ເຖີດ 7 ຄື​ການ​ຍິນຍອມ​ໃຫ້​ຄົນ​ຕ່າງ​ດ້າວ​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ​ທາງ​ຈິດ​ໃຈ​ແລະ​ເນື້ອ​ຫນັງ​ເຂົ້າ​ມາ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ ກະ​ທຳ​ໃຫ້​ສະ​ຖານ​ນັ້ນ​ມົນ​ທິນ ໃນ​ເມື່ອ​ເຈົ້າ​ຖວາຍ​ອາ​ຫານ​ຂອງ​ເຮົາ​ແກ່​ເຣົາ ຄື​ໄຂ​ມັນ​ແລະ​ເລືອດ ເຈົ້າ​ໄດ້​ທຳ​ລາຍ​ຄຳ​ສັນ​ຍາ​ຂອງ​ເຮົາ​ດ້ວຍ​ການ​ຫນ້າ​ກຽດ​ຊັງ​ທັງ​ສິ້ນ​ຂອງ​ເຈົ້າ 8 ເຈົ້າ​ບໍ່​ໄດ້​ດູ​ແລ​ຮັກ​ສາ​ສິ່ງ​ບໍ​ຣິ​ສຸດ​ຂອງ​ເຮົາ ແຕ່​ເຈົ້າ​ໄດ້​ຕັ້ງ​ຄົນ​ຕ່າງ​ດ້າ​ວ​ໃຫ້​ດູ​ແລ​ຮັ​ກ​ສາ​ຢູ່​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ ເພື່ອ​ປ​ໂຍ​ດ​ແກ່​ຕົວ​ເຈົ້າ​ເອງ 9 “ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ ຢ່າ​ໃຫ້​ຕ່າງ​ດ້າວ​ທີ່​ບໍ່​ໄດ້​ເຂົ້າ​ພິ​ທີ​ຕັດ​ທາງ​ຈິ​ດ​ໃຈ​ຄົນ​ແລະ​ເນື້ອ​ຫນັງ ຄື​ຊົນ​ຕ່າງ​ດ້າວ​ທັງ​ສິ້ນ​ທີ່​ຢູ່​ຖ້າມ​ກາງ​ຊົນ​ຊາດ​ອິສ​ຣາ​ເອນ​ເຂົ້າ​ໄປ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ 10 ແຕ່​ຄົນ​ເລ​ວີ​ຜູ້​ທີ່​ໄດ້​ໄປ​ໄກ​ຈາກ​ເຮົາ ຫລົງ​ໄປ​ຈາກ​ເຮົາ​ໄປ​ຕິດ​ຕາມ​ຮູບ​ເຄົາ​ຣົບ​ຂອງ​ເຂົາ​ເມື່ອຄົນ​ອິສ​ຣາ​ເອນ​ຫລົງ​ໄປ​ນັ້ນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ຂອງ​ຕົນ 11 ເຂົາ​ທັງ​ຫລາຍ​ຈະ​ຕ້ອງ​ປົນ​ນິ​ບັດ​ຢູ່​ໃນ​ສະ​ຖານ​ນະມັ​ສ​ການ​ຂອງ​ເຣົາ ກວດ​ກາ​ເບິ່ງ​ຢູ່​ທີ່​ປະ​ຕູ​ພຣະ​ວິ​ຫານ ແລະ​ປະ​ຕິ​ບັດ​ຢູ່​ໃນ​ພຣະ​ວິ​ຫານ ເຂົາ​ຈະ​ຂ້າ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ສັຕ​ບູ​ຊາ​ໃຫ້​ປະ​ຊາ​ຊົນ ແລະ​ເຂົາ​ຈະ​ຕ້ອງ​ຄອຍ​ເຝົ້າ​ປະ​ຊາ​ຊົນ ເພື່ອ​ຈະ​ຮັບ​ໃຊ້​ເຂົາ​ທັ​ງ​ຫລາຍ 12 ເພາະ​ເຂົາ​ທັງ​ຫລາຍ​ໄດ້​ປົນ​ນິ​ບັດ​ປະ​ຊາ​ຊົນ​ຢູ່​ຫນ້າ​ຮູບ​ເຄົາ​ຣົບ​ຂອງ​ເຂົາ ຈຶ່ງ​ກາຍ​ເປັນ​ສິ່ງ​ສະ​ດຸດ​ໃຫ້​ທຳ​ບາບ​ຜິດ​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຫດ​ສັນ​ນັ້ນ​ເຣົາ​ຈຶ່ງ​ໄດ້​ປະ​ຕິ​ຍານ​ດ້ວຍ​ເຣື່ອງ​ເຂົາ​ທັງ​ຫລາຍ​ວ່າ ເຂົາ​ທັງ​ຫລາຍ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ຂອງ​ເຂົາ 13 ຢ່າ​ໃຫ້​ເຂົາ​ທັງ​ຫລາຍ​ເຂົ້າ​ມາ​ໃກ້​ເຣົາ ເພື່ອ​ຈະ​ຮັບ​ໃຊ້​ເຮົາ​ໃນ​ຕຳ​ແຫນ່ງປະ​ໂຣ​ຫິດ ຫລື​ເຂົ້າ​ມາ​ໃກ້​ສິ່ງ​ສັກ​ສິດ​ທັງ​ຫລາຍ​ຂອງ​ເຣົາ​ແລະ​ສິ່ງ​ຊຶ່ງ​ສັກ​ສິດ​ທີ່​ສຸດ​ນັ້ນ ແຕ່​ເຂົາ​ຕ້ອງ​ທົນ​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ ເພາະ​ສິ່ງ​ອັນ​ຫນ້າ​ກຽດ​ຊັງຊຶ່ງ​ເຂົາ​ໄດ້​ກະ​ທຳ​ນັ້ນ 14 ແຕ່​ເຖິງ​ປານ​ນັ້ນ​ເຂົາ​ຈະ​ກຳ​ນົດ​ໃຫ້​ເຂົາ​ເປັນ​ຜູ້​ດູ​ແລ​ພຣະ​ວິ​ຫານ ໃຫ້​ກະ​ທຳ​ບໍ​ຣິ​ການ​ທັງ​ສິ້ນ​ແລະ​ກະ​ທຳ​ສິ່ງ​ທີ່​ຕ້ອງ​ກະ​ທຳ​ໃນ​ພຣະ​ວິ​ຫານ​ນັ້ນ​ທັງ​ສິ້ນ 15 “ແຕ່​ປະ​ໂຣ​ຫິດ​ຄົນ​ເລ​ວີ ບັ​ນ​ດາ​ບຸດ​ຂອງ​ຊາ​ໂດກ ຜູ້​ຍັງ​ດູ​ແລ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ ເມື່ອ​ຄົນ​ອິສ​ຣາ​ເອນ​ຫລົງ​ໄປ​ຈາກ​ເຮົາ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ໃຫ້​ເຂົາ​ເຂົ້າ​ມາ​ໃກ້​ເຣົາ​ເພື່ອ​ບົວ​ລະບັດ​ເຣົາ ແລະ​ໃຫ້​ຄອຍ​ຮັບ​ໃຊ້​ເຣົາ​ທີ່​ຈະ​ຖວາຍ​ໄຂ​ມັນ​ແລະ​ເລືອດ 16 ເຂົາ​ຈະ​ເຂົ້າ​ມາ​ໃນ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ເຮົາ​ໄດ້ ແລະ​ໃຫ້​ເຂົາ​ເຂົ້າ​ມາ​ໃກ້​ໂຕະ​ຂອງ​ເຮົາ​ເພື່ອ​ຈະ​ບົວ​ລະ​ບັດ​ເຣົາ ແລະ​ໃຫ້​ເຂົາ​ຮັກ​ສາ​ຫນ້າ​ທີ່ການ​ທີ່​ເຣົາ​ຝາກ​ກັບ​ເຂົາ 17 ເມື​ອ່​ເຂົາ​ເຂົ້າ​ປະ​ຕູ​ລານ​ຊັ້ນ​ໃນ​ນັ້ນ ໃຫ້​ເຂົາ​ສວມເສື້ອ​ຜ້າ​ປ່ານ​ເນື້ອ​ລະ​ອຽດ ຢ່າ​ໃຫ້​ເຂົາ​ມີ​ສິ່ງ​ໃດ​ທີ່​ທຳ​ດ້ວຍ​ຂົນ​ແກະ​ເລີຍ ຂ​ນະ​ເມື່ອ​ເຂົາ​ທຳ​ການ​ບົວ​ລະ​ບັດຢູ່​ທີ່​ປະ​ຕູ​ລານ​ຊັ້ນ​ໃນ ແລະ​ຢູ່​ຂ້າງ​ໃນ 18 ໃຫ້​ເຂົາ​ຄຽນ​ຜ້າ​ປ່ານ​ໄວ້​ຫນືອ​ຫົວ​ ແລະ​ໃສ່​ສົ້ງ​ຜ້າ​ປ່ານ​ພຽງ​ແອວ ຢ່າ​ໃຫ້​ເຂົາ​ຄາດ​ຕົວ​ດ້ວຍ​ສິ່ງ​ໃດ​ທີ່​ໃຫ້​ມີ​ເຫື່ອ 19 ແລະ​ເມື່ອ​ເຂົາ​ອອກ​ໄປ​ຍັງ​ລານນອກ​ເພື່ອ​ໄປ​ຫາ​ປະ​ຊາ​ຊົນ ໃຫ້​ເຂົາ​ແກ້​ເສື້ອ​ຜ້າ​ຊຸດ​ທີ່​ບົວ​ລະ​ບັດ​ງານ​ນັ້ນ​ອອກ​ເສັຽ ແລະ​ວາງ​ໄວ້​ເສັຽ​ໃນ​ຫ້ອງ​ບໍ​ຣິ​ສຸດ ແລ້ວ​ຈຶ່ງ​ໃສ່​ເສື້ອ​ຜ້າ​ອື່ນ ຢ້ານ​ວ່າ​ເຂົາ​ຈະ​ນຳ​ຄວາມ ບໍ​ຣິ​ສຸດ​ສັກ​ສິດ​ໄປ​ຕິດ​ຕໍ່​ກັບ​ປະ​ຊາ​ຊົນ​ດ້ວຍ​ເສື້ອ​ຜ້າ​ຂອງ​ເຂົາ 20 ຢ່າ​ໃຫ້​ເຂົາ​ແຖ​ຫົວ ຫລື​ປ່ອຍ​ຜົມຕົນ​ໃຫ້​​ຍາວ ໃຫ້​ເຂົາ​ຮັກ​ສາ​ໄວ້​ໃຫ້​ຍາວ​ພໍ​ດີ​ພໍ​ງາມ 21 ເມື່ອ​ປະ​ໂຣ​ຫິດ​ເຂົ້າ​ໄປ​ໃນ​ລານ​ຊັ້ນ​ໃນ​ຈະ​ດື່ມ​ເຫລົ້າ​ອະ​ງຸ່ນ​ບໍ່​ໄດ້ 22 ຢ່າ​ໃຫ້​ປະ​ໂຣ​ຫິດ​ແຕ່ງ​ງານ​ກັບ​ຍິງ​ຫມ້າຍ​ຫລື​ຍິງ​ທີ່​ຖືກ​ຢ່າ​ຮ້າງ​ແລ້ວ ແຕ່​ໃຫ້​ແຕ່ງ​ງານ​ກັບ​ຍິງ​ພົມ​ມະ​ຈາ​ຣີເຊື້ອ​ສາຍ​ຄອບ​ຄົວ​ອິສ​ຣາ​ເອນ ຫລື​ຍິງ​ຫມ້າຍ​ຊຶ່ງ​ເປັນ​ຍິງ​ຫມ້າຍ​ຂອງ​ປະ​ໂຣ​ຫິດ 23 ເຂົາ​ທັງ​ຫລາຍ​ຈະ​ຕ້ອງ​ສັ່ງ​ສອນ​ໄພ່​ພົນ​ຂອງ​ເຮົາ​ເຖິງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ສິ່ງຂອງ​ບໍ​ຣິ​ສຸດ​ແລະ​ສິ່ງຂອງ​ຖ່ອຍ​ຮ້າຍ ແລະ​ສຳ​ແດງ​ໃຫ້​ເຂົາ​ສັງ​ເກດ​ໄດ້​ວ່າ​ສິ່ງ​ໃດ​ເປັນ​ມົນ​ທິນ​ແລະ​ສິ່ງໃດ​ບໍ່​ເປັນ​ມົນ​ທິນ 24 ຖ້າ​ມີ​ຄະ​ດີ ເຂົາ​ຈະ​ຕ້ອງ​ກະ​ທຳ​ຫນ້າ​ທີ່​ຜູ້​ພິ​ພາກ​ສາ ແລະ​ເຂົາ​ຈະ​ຕ້ອງ​ພິ​ພາກ​ສາ​ຕາມ​ກົດ​ຫມາຍ​ຂອງ​ເຣົາ ໃນ​ງາ​ນາ​ເທ​ສ​ການ​ຕາມ​ກຳ​ນົດ​ຂອງ​ເຮົາ​ນັ້ນ​ເຂົາ​ຈະ​ຕ້ອງ​ຮັກ​ສາ​ກົດ​ແລະ​ກົດ​ເກນ​ຂອງ​ເຮົາ​ແລະ​ເຂົາ​ຈະ​ຕ້ອງ​ຮັກ​ສາ​ວັນ​ສະ​ບາ​ໂຕ​ຂອງ​ເຮົາ​ໃຫ້​ບໍ​ຣິ​ສຸດ 25 ຢ່າ​ໃຫ້​ເຂົາ​ກະ​ທຳ​ຕົວ​ໃຫ້​ເປັນ​ມົນ​ທິນ​ດ້ວຍ​ເຂົ້າ​ໄປ​ໃກ້​ຜູ້​ຕາຍ​ເວັ້ນ​ແຕ່​ເປັນ​ບິ​ດາ​ຫລື​ມານ​ດາ ຫລື​ບຸດ​ຊາຍ​ຫລືບຸດ​ຍິງ ຫລື​ພີ່​ນ້ອງ​ຜູ້​ຊາຍ ຫລື​ພີ່​ນ້ອງ​ຜູ້​ຍິງ​ທີ່​ບໍ່​ມີ​ສາ​ມີ ກໍ​ຈະ​ກະ​ທຳ​ຕົວ​ໃຫ້​ເປັນ​ມົນ​ທິນ​ໄດ້ 26 ຫລັງ​ຈາກ​ທີ່​ເຂົາ​ຮັບ​ການ​ຊຳ​ຮະ​ແລ້ວ ມີ​ກຳ​ນົດ​ອີກ​ເຈັດ​ວັນ 27 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ໃນ​ວັນ​ທີ່​ເຂົາ​ເຂົ້າ​ໄປ​ໃນ​ທີ່​ນະ​ມັ​ສ​ການ ຄື​ທີ່​ລານ​ຊັ້ນ​ໃນ​ເພື່ອ​ຈະ​ບົວ​ລະ​ບັດ​ຢູ່​ໃນ​ທີ່​ນະ​ມັ​ສ​ການ ເຂົາ​ຈະ​ຕ້ອງ​ຖວາຍ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ເສັຽກ່ອນ 28 “ເຂົາ​ຈະ​ບໍ່​ມີມໍ​ຣະ​ດົກ​ຕົກ​ທອດ ເຮົາ​ເປັນ​ມໍຣະ​ດົກ​ຂອງ​ເຂົາ ແລະ​ເຈົ້າ​ບໍ່​ຕ້ອງ​ໃຫ້​ເຂົາ​ຖື​ກຳ​ມະ​ສິດ​ໃດໆ​ໃນ​ອິສ​ຣາ​ເອນ ເຮົາ​ເປັ​ນ​ກຳ​ມະ​ສິດ​ຂອງ​ເຂົາ 29 ໃຫ້​ເຂົາ​ຮັບ​ປະ​ທານ​ເຄື່ອງ​ທັນ​ຍາ​ບູ​ຊາ ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ເຄື່ອງ​ບູ​ຊາ​ໄຖ່​ຄວາມ​ຜິດ ແລະ​ທຸກ​ສິ່ງ​ທີ່​ຖວາຍ​ໄວ້​ໃນ​ອິສ​ຣາ​ເອນ​ເປັນ​ຂອງ​ເຂົາ​ທັງ​ຫລາຍ 30 ແລະ​ຫມາກ​ໄມ້​ດີ​ທີ່​ສຸດ​ຂອງ​ຫມາກ​ໄມ້​ຣຸ່ນແຣກ​ທຸກ​ຊະ​ນິດ​ແລະ​ຂອງ​ຖວາຍ​ທຸກ​ຊະ​ນິດ​ຈາກ​ເຄື່ອງ​ຖວາຍ​ບູ​ຊາ​ທັງ​ສິ້ນ​ຂອງ​ເຈົ້າ​ຈະ​ເປັນ​ຂອງ​ບັນ​ດາ​ປະ​ໂຣ​ຫິດ​ທັງ​ຫລາຍ ເຈົ້າ​ຈົ່ງ​ມອບ​ແປ້ງ​ຜົນ​ແຣກ​ຂອງ​ເຈົ້າ​ໃຫ້​ແກ່​ປະ​ໂຣ​ຫິດ ເພື່ອ​ວ່າ​ພຣະ​ພອນ​ຈະ​ມີ​ຢູ່​ເຫນືອ​ຄົວ​ເຮືອນ​ຂອງ​ເຈົ້າ 31 ປະ​ໂຣ​ຫິດ​ຈະ​ຕ້ອງ​ບໍ່​ຣັບ​ປະ​ທານ​ສິ່ງ​ໃດໆ​ບໍ່​ວ່າ​ຈະ​ເປັນ​ນົກ​ຫລື​ສັດ​ທີ່​ຕາຍ​ເອງ​ຫ​ລື​ຖືກ​ຈີກ​ກັດ​ຕາຍ

ເອເຊກຽນ 45

ການ​ແບ່ງ​ແຜ່ນ​ດິນ​ແລະ​ເຄື່ອງ​ຊັ່ງ​ຕວງ ທີ່​ທ່ຽງ​ຕົງ

1 “ເມື່ອ​ເຈົ້າ​ແບ່ງ​ແຜ່ນ​ດິນ​ໃຫ້​ເປັນ​ກຳ​ມະ​ສິດ​ນັ້ນ ເຈົ້າ​ຈົ່ງ​ຖວາຍ​ທີ່​ດິນ​ສ່ວນ​ນຶ່ງ​ໄວ້​ເ​ພື່ອ​ພຣະ​ຜູ້​ເປັນ​ເຈົ້າໃຫ້​ເປັນ​ເມືອງ​ບໍ​ຣິ​ສຸດ​ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ ແລະ​ກວ້າງ​ສອງ​ຫມື່ນ​ສອກ ຈະ​ເປັນ​ທີ່​ບໍ​ຣິ​ສຸດ​ຕ​ລອດ​ບໍ​ຣິ​ເວນ​ນັ້ນ 2 ໃນ​ບໍ​ຣິ​ເວນ​ນີ້​ໃຫ້​ມີ​ທີ່​ສີ່​ຫລ່ຽມ​ຕອນນຶ່ງ​ຍາວ​ຫ້າ​ຮ້ອຍ ກວ້າງ​ຫ້າ​ຮ້ອຍ​ສອກ​ສຳ​ລັບ​ສະ​ຖານ​ນະ​ມັ​ສ​ການ​ໃຫ້​ມີ​ບໍ​ຣິ​ເວນ​ເປົ່າຫວ່າງ​ໄວ້​ໂດຍ​​ຮອບ​ອີກ​ຫ້າ​ສິບສອກ 3 ໃນ​ເມືອງ​ບໍ​ຣິ​ສຸດ​ນັ້ນ ເຈົ້າ​ຈົ່ງ​ແທກ​ສ່ວນ​ນຶ່ງ​ອອກ ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ ກວ້າງ​ນຶ່ງ​ຫມື່ນ​ສອກ ໃນ​ບໍ​ຣິ​ເວນ​ນີ້​ໃຫ້​ເປັນ​ທີ່​ຕັ້ງ​ຂອງ​ສະ​ຖານ​ນະ​ມັ​ສ​ການ ຄື​ທີ່​ບໍ​ຣິ​ສຸດ​ທີ່​ສຸດ 4 ໃຫ້​ເປັນ​ສ່ວນ​ແຜ່ນດິນ​ທີ່​ບໍ​ຣິ​ສຸດ ໃຫ້​ເປັນ​ຂອງ​ປະ​ໂຣ​ຫິດ ຜູ້​ບົວ​ລະ​ບັດ​ຢູ່​ໃນ​ສະ​ຖານ​ນະ​ມັ​ສ​ການ ແລະ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຈະ​ປົນ​ນິ​ບັດ​ພຣະ​ອົງ​ ໃຫ້​ເປັນ​ທີ່​ສຳ​ລັບ​ປູກ​ບ້ານ​ເຮືອນ​ຂອງ​ເຂົາ ແລະ​ເປັນ​ທີ່​ບໍ​ຣິ​ສຸດ​ສຳ​ລັບ​ສະ​ຖານ​ນະ​ມັ​ສ​ການ 5 ອີກ​ສ່ວນ​ນຶ່ງຊຶ່ງ​ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ​ແລະ​ກວ້າງ​ນຶ່ງ​ຫມື່ອນ​ສອກ​ນັ້ນ​ເປັນ​ທີ່ຂອງ​ຄົນ​ເລ​ວີຜູ້​ບົວ​ລະບັດ​ຢູ່​ທີ່​ພຣະ​ວິ​ຫານ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ເຂົາ ທີ່​ຈະ​ສ້າງ​ເມືອງ​ເພື່ອ​ອາ​ໄສ​ຢູ່ 6 “ໃກ້ໆ​ກັບ​ສ່ວນ​ທີ່​ຕັ້ງ​ໄວ້​ເປັນ​ເມືອງ​ບໍ​ຣິ​ສຸດ​ນັ້ນ ເຈົ້າ​ຈະ​ຕ້ອງ​ກຳ​ນົດ​ທີ່​ດິນ​ບ່ອນ​ນຶ່ງກວ້າງ​ຫ້າ​ພັນ​ສອກ ຍາວ​ສອງ​ຫມື່ອນ​ຫ້າ​ພັນ​ສອກ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ເມືອງ ໃຫ້​ເປັນ​ຂ​ອງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ທັງ​ຫມົດ 7 “ແຜ່ນ​ດິນ​ທັງ​ສອງ​ຂ້າງ​ຂອງ​ເມືອງ​ບໍ​ຣິ​ສຸດແລະ​ສ່ວນ​ຂອງ​ເມືອງ​ນັ້ນ ໃຫ້​ຍົກ​ເປັນ​ທີ່​ດິນ​ຂອງ​ເຈົ້າ​ນາຍ​ຄຽງ​ຂ້າງ​ກັບ​ເມືອງ​ບໍ​ຣິ​ສຸດ ແລະ​ສ່ວນ​ຂອງ​ເມືອງ​ດ້ານ​ຕາ​ເວັນ​ຕົກ​ແລະ​ຕາ​ເວັນ​ອອກ​ມີ​ສ່ວນ​ຍາວ​ເທົ່າ​ກັບ​ສ່ວນ​ທີ່​ຍົກ​ໃຫ້​ຄົນ​ເຜົ່າ​ນຶ່ງ ຍາວອ​ອກ​ໄປ​ຕາມ​ທາງ​ຕາ​ເວັນ​ຕົກ​ແລະ​ທາງ​ຕາ​ເວັນ​ອອກ​ຂອງ​ເຂດ​ແດນ​ແຜ່ນ​ດິນ 8 ໃຫ້​ເປັນ​ສ່ວນ​ຂອງ​ເຈົ້າ​ນາຍ​ໃນ​ອິສ​ຣາ​ເອນ ແລະ​ເຈົ້າ​ນາຍ​ຂອງ​ເຮົາ​ຈະ​ບໍ່​ບີບ​ຄັ້ນ​ປະ​ຊາ​ຊົນຂອງ​ເຮົາ​ອີກ ແຕ່​ເຈົ້າ​ນາຍ​ເຫລົ່າ​ນັ້ນ​ຈະ​ຍອມ​ໃຫ້​ເຊື້ອ​ສາຍ​ອິສ​ຣາ​ເອນ​ໄດ້​ແຜ່ນ​ດິນ​ຕາມ​ສ່ວນ​ເຜົ່າ​ຂອງ​ຕົນ 9 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໂອ ບັນ​ດາ​ເຈົ້າ​ນາຍ​ແຫ່ງ​ອິສ​ຣາ​ເອນ​ເອີຍ, ພໍ​ເຖີດ ຈົ່ງ​ຖິ້ມ​ການ​ທາ​ຣຸນ​ແລະ​ການ​ບີບ​ຄັ້ນ​ເສັຽ​ແລະ​ກະ​ທຳ​ຄວາມ​ຍຸດ​ຕິ​ທັມ​ແລະ​ຄວາ​ມ​ຊອບ​ທັມ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ ຈົ່ງ​ເລີ​ກ​ການ​ຂັບ​ໄລ່​ປະ​ຊາ​ຊົນ​ຂອງ​ເຮົາ​ໃຫ້​ອອກ​ຈາກ​ທີ່​ດິນ​ອັນ​ເປັນ​ກຳ​ມະ​ສິດ​ຂອງ​ເຂົາ​ເສັຽ 10 “ເຈົ້າ​ຈົ່ງ​ມີ​ຕາ​ຊັ່ງ ເອ​ຟາ​ແລະ​ບັ​ທ​ທີ່​ທ່ຽງ​ຕົງ ​ 11 ເອ​ຟາແລະ​ບັ​ທ​ນັ້ນ​ໃຫ້​ເປັນ​ຂະ​ຫນາດ​ດຽວ​ກັນ ນຶ່ງ​ບັ​ທ​ເທົ່າ​ກັບ​ນຶ່ງ​ໃນ​ສິບ​ຂອງ​ໂຮ​ເມີ ແລະ​ເອ​ຟາ​ກໍ​ເທົ່າ​ກັບ​ນຶ່ງ​ໃນ​ສິບ​ຂອງ​ໂຮ​ເມີ ໃຫ້​ໂຮເມີ​ເປັນ​ເຄື່ອງວັດ​ມາ​ຕຖານ 12 ເຊ​ເກ​ລ​ນຶ່ງ​ມີ​ຊາວ​ເກ​ຣາ ນ້ຳ​ຫນັກ​ຫ້າ​ເຊ​ເກ​ລ​ກໍ​ໃຫ້​ເປັນ​ຫ້າ​ເຊ​ເກ​ລ ສິບ​ເຊເກ​ລ​ກໍ​ໃຫ້​ເປັນ​ສິບ​ເຊເກລ ແລະ​ມາ​ເນ​ຂອງ​ເຈົ້າ​ກໍ​ໃຫ້​ມີ​ຫ້າ​ສິບ​ເຊ​ເກ​ລ

ບັນ​ດາ​ຂອງ​ຖວາຍ​

13 “ຕໍ່​ໄປ​ນີ້​ເປັນ​ກຳ​ນົດ​ຂອງ​ຖວາຍ​ທີ່​ເຈົ້າ​ທັງ​ຫລາຍ​ຈະ​ຕ້ອງ​ຖວາຍ ຄື​ເຂົ້າ​ບ​ເລ​ໂຣ​ເມີ​ນຶ່ງ​ໃຫ້​ຖວາຍ​ນຶ່ງ​ໃນ​ຫົກ​ເອ​ຟາ ເຂົ້າ​ເດື່ອຍ​ໂຮ​ເມີ​ນຶ່ງໃຫ້​ຖວາຍ​ນຶ່ງ​ໃນ​ຫົກ​ຂອງ​ເອ​ຟາ 14 ແລະ​ສ່ວນ​ກຳ​ນົດ​ປະ​ຈຳ​ຂອງ​ນ້ຳ​ມັນ ນ້ຳ​ມັນ​ໂກ​ຣ໌ ນຶ່ງ​ຖວາຍ​ນຶ່ງ​ໃນ​ສິບ​ຂອງ​ບັ​ທ (ໂກ​ຣ໌​ກໍ​ເຫມືອນ​ໂຣ​ເມີ ເທົ່າ​ກັບ​ສິບ​ບັ​ທ) 15 ແກະ​ຝູງ​ສອງ​ຮ້ອຍ​ໂຕ​ກໍ​ໃຫ້​ຖວາຍ​ໂຕ​ນຶ່ງ ຈາກ​ບັນ​ດາ​ຄອບ​ຄົວ​ອິສ​ຣາ​ເອນ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ນີ້​ແຫລະ​ເປັນ​ຂອງ​ຖວາຍ​ສຳ​ລັບ​ທັນ​ຍາ​ບູ​ຊາ ເຄື່ອງ​ເຜົາ​ບູ​ຊາ ແລະ​ສານ​ຕິ​ບູ​ຊາ ເພື່ອ​ທຳ​ການ​ລົບ​ມົນ​ທິນໃຫ້​ເຂົາ​ທັງ​ຫລາຍ 16 ໃຫ້​ປະ​ຊາ​ຊົ​ນ​ທັງ​ສິ້ນ​ແຫ່ງ​ແຜ່ນ​ດິນ​ນີ້​ມອບ​ຂອງ​ຖວາຍ​ເຫລົ່າ​ນີ້​ແກ່​ເຈົ້າ​ນາຍ​ແຫ່ງ​ອິສ​ຣາ​ເອນ 17 ໃຫ້​ເປັນ​ຫນ້າ​ທີ່​ຂອງ​ເຈົ້າ​ນາຍ​ທີ່​ຈະ​ຈັດ ເຄື່ອງ​ເຜົາ​ບູ​ຊາ ທັນ​ຍາ​ບູ​ຊາ ເຄື່ອງ​ດື່ມ​ບູ​ຊາ ໃນ​ງານ​ເທ​ສ​ການ​ທັງ​ຫລາຍ​ໃນ​ວັນ​ຂຶ້ນ​ຄ່ຳ​ແລະ​ສະ​ບາ​ໂຕ ໃນ​ງານ​ເທ​ສ​ການ​ທີ່​ກຳ​ນົດ​ໄວ້​ຂອງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ທັງ​ສິ້​ນ ໃຫ້​ເຂົາ​ຈັດ​ເຄື່ອງ​ບູ​ຊາ​ໄຖ່​ບາບ ທັນ​ຍາ​ບູ​ຊາ ເຄື່ອງ​ເຜົາ​ບູ​ຊາ ແລະ​ສານ​ຕິ​ບູ​ຊາ ເພື່ອ​ກະ​ທຳ​ການ​ລົບ​ບາບ​ໃຫ້​ແກ່​ເຊື້ອ​ສາຍ​ອິສ​ຣາ​ເອນ

ສ​ລອງເທສ​ການ

18 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ໃນ​ວັນ​ທີ່​ນຶ່ງ​ຂອງ​ເດືອນ​ທີ່​ນຶ່ງ ເຈົ້າ​ຈົ່ງ​ເອົາ​ງົວ​ຫນຸ່ມ​ທີ່​ປາ​ສ​ຈາກ​ຕຳ​ຫນິ​ໂຕ​ນຶ່ງ ແລະ​ເຈົ້າ​ຈົ່ງ​ຊຳ​ຮະ​ສະ​ຖານ​ນະ​ມັ​ສ​ການ​ເສັຽ 19 ໃຫ້​ປະ​ໂຣ​ຫິດ​ເອົາ​ເລືອດ​ຂອງ​ເຄື່ອງ​ບູ​ຊາ​ໄຖ່​ບາບ​ມາ ແລະ​ຈົ່ງ​ຊິດ​ໃສ່​ທີ່​ເສົາ​ປະ​ຕູ​ພຣະ​ວິ​ຫານ ທີ່​ຂັ້ນ​ສີ່​ແຈ​ຂອງ​ແທ່ນ​ບູ​ຊາ ແລະ​ເທິງ​ເສົາ​ປະ​ຕູ​ຂອງ​ລານ​ຊັ້ນ​ໃນ 20 ໃນ​ວັນ​ທີ່​ເຈັດ​ຂອງ​ເດືອນ​ນັ້ນ​ເຈົ້າ​ຈົ່ງ​ກະ​ທຳ​ເຊັ່ນ​ດຽວ​ກັນ ເພື່ອ​ຜູ້​ນຶ່ງ​ຜູ້​ໃດ​ທີ່​ກະ​ທຳ​ບາບ​ດ້ວຍ​ຄວາມ​ເຜີ​ພັ້ງ​ຫລືຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ກະ​ທຳ​ການ​ລົບ​ມົນ​ທິນ​ພຣະ​ວິ​ຫານ 21 “ໃນ​ວັນ​ທີ່​ສິບ​ສີ່​ຂອງ​ເດືອນ​ຕົ້ນ ເຈົ້າ​ຈົ່ງ​ສ​ລອງ​ເທສ​ການ​ປັ​ສ​ຄາ ຈົ່ງ​ຮັບ​ປະ​ທານ​ເຂົ້າຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ​ຕ​ລອດ​ເທ​ສການ​ເຈັດ​ວັນ 22 ໃນ​ວັນ​ນັ້ນ​ໃຫ້​ເຈົ້າ​ນາຍ​ຈັດ​ຫາ​ງົວ​ຫນຸ່ມ​ໂຕ​ນຶ່ງ​ສຳ​ລັບ​ຕົນ​ເອງ​ແລະ​ປະ​ຊາ​ຊົນ​ທັງ​ສິ້ນ ເພື່ອ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 23 ແລະ​ໃນ​ເຈັດ​ວັນ​ທີ່​ມີ​ເທ​ສ​ການ​ລ້ຽງ​ໃຫ້​ເຈົ້າ​ນາຍ​ຈັດ​ຫາ​ງົວ​ຫນຸ່ມ​ເຈັດ​ໂຕ​ກັບ​ແກະ​ເຖິກ​ເຈັດ​ໂຕ​ທີ່​ປາ​ສ​ຈາກ​ຕຳ​ຫນິ ໃຫ້​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ທຸກໆ​ວັນ​ຕລອດ​ເຈັດ​ວັນ​ນັ້ນ​ແລະ​ຈັດ​ຫາ​ແບ້​ເຖິກ​ໂຕ​ນຶ່ງ​ທຸກວັນ​ໃຫ້​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ 24 ແລະ​ໃຫ້​ເຈົ້າ​ນາຍ​ຈັດ​ຫາ​ທັນ​ຍາ​ບູ​ຊາ​ເອ​ຟາ​ນຶ່ງ​ຄູ່​ກັບ​ງົວ​ເຖິກ​​ນຶ່ງ ແລະ​ເອ​ຟາ​ນຶ່ງ​ຄູ່​ກັບ​ແກະ​ເຖິກ​​ນຶ່ງ ແລະ​ນ້ຳ​ມັນ​ນຶ່ງ​ຮິນ​ຕໍ່​ແປ້ງ​ທຸກ​ເອ​ຟາ 25 ໃນ​ວັນ​ທີ່​ສິ​ບ​ຫ້າ​ຂອງ​ເດືອນ​ທີ່​ເຈັດ ແລະ​ໃນ​ເທ​ສ​ການ​ລ້ຽງ​ທັງ​ເຈັດ​ວັນ ໃຫ້​ທ່ານ​ຈັດ​ຫາ​ຂອງ​ເຊັ່ນ​ດຽວ​ກັນ​ສຳ​ລັບ​ເປັນ​ເຄື່ອງ​ບູ​ຊາ​ໄຖ່​ບາບ ເຄື່ອງ​ເຜົາ​ບູ​ຊາ ທັນ​ຍາ​ບູ​ຊາ ແລະ​ເຄື່ອງ​ນ້ຳ​ມັນ

ເອເຊກຽນ 46

1 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ປະ​ຕູ​ລານ​ຊັ້ນ​ໃນ​ທີ່​ຫັນ​ຫນ້າ​ໄປ​ທິດ​ຕາ​ເວັນ​ອອກ​ນັ້ນ​ໃຫ້​ປິດ​ຢູ່​ໃນ​ວັນ​ທຳ​ງານ​ຫົກ​ວັນ ແຕ່ໃນ​ວັນ​ສະ​ບາ​ໂຕ​ນັ້ນ​ໃຫ້​ເປີດ ແລະ​ໃນ​ວັນ​ຂຶ້ນ​ຄ່ຳ​ນຶ່ງ​ກໍ​ໃຫ້​ເປີດ 2 ຝ່າຍ​ເຈົ້າ​ນາຍ​ນັ້ນ​ໃຫ້​ເຂົ້າ​ມາ​ຈາກ​ຂ້າງ​ນອກ​ທາງ​ຫ້ອງ​ໂຖງຂອງ​ຫໍປະ​ຕູ ແລະ​ໃຫ້​ມາ​ຢືນ​ຢູ່​ທີ່​ເສົາ​ປະ​ຕູ ໃຫ້​ປະ​ໂຣ​ຫິດ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ສານ​ຕິ​ບູ​ຊາ​ຂອງ​ທ່ານ ແລະ​ທ່ານ​ຈະ​ນະ​ມັ​ສ​ການ​ຢູ່​ທີ່​ປະ​ຕູ​ໃຫຍ່ ແລ້ວ​ທ່ານ​ຈະ​ອອກ​ໄປ ແຕ່​ຢ່າ​ປິດ​ປະ​ຕູ​ນັ້ນ​ຈົນ​ກວ່າ​ຈະ​ເຖິງ​ເວ​ລາ​ຄ່ຳ 3 ປະ​ຊາ​ຊົນ​ຈະ​ນະ​ມັ​ສ​ການ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ທາງ​ເຂົ້າ​ປະ​ຕູ​ນັ້ນ ໃນ​ວັນ​ສະ​ບາ​ໂຕ​ແລະ​ໃນ​ວັນ​ຂຶ້ນ​ຄ່ຳ 4 ເຄື່ອງ​ເຜົາ​ບູ​ຊາ​ທີ່​ເຈົ້າ​ນາຍ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ສະ​ບາ​ໂຕ​ນັ້ນ ຄືລູກ​ແກະ​ປາ​ສ​ຈາກ​ຕຳ​ຫນິ​ຫົກ​ໂຕ ແລະ​ແກະ​ເຖິກ​ປາ​ສ​ຈາກ​ຕຳ​ຫນິ​ໂຕ​ນຶ່ງ 5 ແລະ​ທັນ​ຍາ​ບູ​ຊາ​ທີ່​ຄູ່​ກັບ​ແກະ​ນັ້ນ​ຄື​ແປ້ງ​ເອ​ຟາ​ນຶ່ງ ແລະ​ທັນ​ຍາ​ບູ​ຊາ​ທີ່​ຄູ່​ກັບ​ລູກ​ແກະ​ນັ້ນ​ກໍ​ສຸດ​ແທ້​ແຕ່​ທີ່​ທ່ານ​ຈະ​ສາ​ມາດ​ຈະ​ຖວາຍ​ໄດ້ ພ້ອມ​ກັບ​ນ້ຳ​ມັນ​ຮິນ​ນຶ່ງ​ຕໍ່​ແປ້ງ​ນຶ່ງ​ເອ​ຟາ 6 ໃນ​ວັນ​ຂຶ້ນ​ຄ່ຳ​ທ່ານ​ຈະ​ຖວາຍ​ງົວ​ຫນຸ່ມ​ປາ​ສ​ຈາກ​ຕຳ​ຫນິ​ໂຕ​ນຶ່ງ ແລະ​ລູກ​ແກະ​ຫົກ​ໂຕ​ກັບ​ແກະ​ເຖິ​ກ​ໂຕ​ນຶ່ງ ຊຶ່ງ​ຕ້ອງ​ປາ​ສ​ຈາກ​ຕຳ​ຫນິ 7 ສ່ວນ​ທັນ​ຍາ​ບູ​ຊາ​ນັ້ນ​ທ່ານ​ຈະ​ຈັດແປ້ງ​ນຶ່ງ​ເອ​ຟາ​ຄູ່​ກັບ​ງົວ​ເຖິກ​ໂຕ​ນຶ່ງ​ນັ້ນ ແລະ​ນຶ່ງ​ເອ​ຟາ​ຄູ່​ກັບ​ແກະ​ເຖິກ​ໂຕ​ນຶ່ງ ແລະ​ຄູ່​ກັບ​ລູກແກະ​ທ່ານ​ຈະ​ຈັດ​ຕາມທີ່​ສາ​ມາດ​ຈັດ​ໄດ້ ພ້ອມກັບ​ນ້ຳ​ມັນ​ນຶ່ງ​ຮິນຕໍ່​ແປ້ງ​ນຶ່ງ​ເອ​ຟາ 8 ເມື່ອ​ເຈົ້າ​ນາຍ​ເຂົ້າ​ມາທ່ານ​ຈະ​ເຂົ້າ​ໄປ​ທາງ​ຫ້ອງ​ໂຖງ​ຂອງ​ຫໍ​ປະ​ຕູ​ແລະ​ກັບ​ອອກ​ໄປ​ຕາມ​ທາງ​ດຽວ​ກັນ​ນັ້ນ 9 “ເມື່ອ​ປະ​ຊາ​ຊົນ​ເຂົ້າ​ມາ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ເທ​ສ​ການ​ລ້ຽງ​ຕາມ​ກຳ​ນົດ ຜູ້​ທີ່​ເຂົ້າ​ມາ​ທາງ​ປະ​ຕູ​ເຫນືອ​ເພື່ອ​ນະ​ມັ​ສ​ການ​ຈະ​ຕ້ອງ​ກັບ​ອອກ​ໄປ​ທາງ​ປະ​ຕູ​ໃຕ້ ແລະ​ຜູ້​ທີ່ເຂົ້າ​ມາ​ທາງ​ປະ​ຕູ​ໃຕ້ ຈະ​ຕ້ອງ​ກັບ​ອອກ​ໄປ​ທາງ​ປະ​ຕູ​ເຫນືອ ຢ່າ​ໃຫ້​ໃຜ​ກັບ​ທາງ​ປະ​ຕູ​ຕາມ​ທີ່​ເຂົາ​ເຂົ້າ​ມາ ແຕ່​ໃຫ້​ທຸກ​ຄົນ​ອ​ອກ​ຊື່​ໄປ​ຂ້າງ​ຫນ້າ 10 ເມື່ອ​ປະ​ຊາ​ຊົນ​ເຂົ້າ​ໄປ ເຈົ້າ​ນາຍ​ຈະ​ເຂົ້າ​ໄປ​ພ້ອມ​ກັນ​ດ້ວຍ ແລະ​ເມື່ອ​ປະ​ຊາ​ຊົນ​ອອກ​ໄປ ເຈົ້າ​ນາຍ​ຈະ​ອອກ​ໄປ​ດ້ວຍ 11 “ທັນ​ຍາ​ບູ​ຊາ​ທີ່​ໃຊ້​ໃນ​ເທ​ສ​ການ​ລ້ຽງ​ແລະ​ເທ​ສ​ການ​ທີ່​ກຳ​ນົດ​ນັ້ນ ໃຫ້​ເປັນ​ເອ​ຟາ​ນຶ່ງ​ຄູ່​ກັບ​ງົວ​ຫນຸ່ມ​ໂຕ​ນຶ່ງ ແລະ​ຄູ່​ກັບ​ແກະ​ເຖິກ​ກໍ​ເອ​ຟາ​ນຶ່ງ ແລະ​ຄູ່​ກັບ​ລູກ​ແກະ​ກໍ​ຕາມ​ແຕ່​ສາ​ມາດ​ຈະ​ຖວາຍ​ໄດ້ ພ້ອມ​ກັບ​ນ້ຳ​ມັນ​ຮິນ​ນຶ່ງ​ຕໍ່​ແປ້ງ​ນຶ່ງ​ເອ​ຟາ​ນຶ່ງ 12 ເມື່ອ​ເຈົ້າ​ນາຍ​ຖວາຍ​ເຄື່ອງ​ບູ​ຊາ​ຕາມ​ໃຈ​ສ​ມັກ ຈະ​ເປັນ​ເຄື່ອງ​ເຜົາ​ບູ​ຊາ ຫລື​ສານ​ຕິ​ບູ​ຊາ ເປັນ​ເຄື່ອງ​ບູ​ຊາ​ຕາມ​ໃຈ​ສ​ມັກ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເປີດ​ປະ​ຕູ​ທີ່​ປິ່ນ​ຫນ້າ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ໃຫ້​ທ່ານ ແລະ​ທ່ານ​ຈະ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ ຫລື​ສານ​ຕິ​ບູ​ຊາ​ຂອງ​ທ່ານ​ຢ່າງ​ທີ່​ທ່ານ​ທຳ​ໃນ​ວັນ​ສະບາ​ໂຕ​ແລ້ວ​ທ່ານ​ຈະ​ອອກ​ໄປ ເມື່ອ​ທ່ານ​ອອກ​ໄປ​ແລ້ວ​ກໍ​ໃຫ້​ປິດ​ປະ​ຕູ​ເສັຽ 13 “ທ່ານ​ຈະ​ຈັດ​ການ​ຫາ​ລູກ​ແກະ​ໂຕ​ນຶ່ງ​ອາ​ຍຸ​ນຶ່ງ​ປີ​ປາ​ສ​ຈາກ​ຕຳ​ຫນິ​ຖວາຍ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ປະ​ຈຳ​ວັນ ທ່ານ​ຈະ​ຈັດ​ຫາ​ທຸກໆ​ເຊົ້າ 14 ແລະ​ທ່ານ​ຈະ​ຈັດ​ຫາ​ເຄື່ອງ​ທັນ​ຍາ​ບູ​ຊາ​ຄູ່​ກັນ​ທຸກໆ​ເຊົ້າ​ນຶ່ງ​ໃນ​ຫົກ​ຂອງ​ເອຟາ ແລະ​ນ້ຳ​ມັນ​ນຶ່ງ​ໃນ​ສາມ​ຂອງ​ຮິນ​ເພື່ອ​ປົນ​ແປ້ງ​ໃຫ້​ຊຸ່ມ​ໃຫ້​ເປັນ​ທັ​ນ​ຍາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ນີ້​ເປັນ​ລະ​ບຽບ​ຕ​ລອດ​ໄປ​ເປັນ​ນິດ 15 ດັ່ງ​ນີ້​ແຫລະ​ຈະ​ຕ້ອງ​ຈັດ​ຫາ​ລູກ​ແກະ​ແລະ​ເຄື່ອງ​ທັນ​ຍາ​ບູ​ຊາ ພ້ອມ​ກັບ​ນ້ຳ​ມັນ​ທຸ​ກໆ​ເຊົ້າ ເພື່ອ​ເປັນ​ເຄື່ອງ​ເຜົາ​ບູ​ຊາ​ຕ​ລອດ​ໄປ​ເປັນ​ນິດ 16 “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ຖ້າ​ເຈົ້າ​ນາຍ​ນຳ​ເອົາ​ສ່ວນ​ນຶ່ງ​ຂອງມໍ​ຣະ​ດົກ​ຂອງ​ທ່ານ​ມາ​ມອບ​ໃຫ້​ແກ່​ບຸດ​ຊາຍ​ເປັນ​ຂອງ​ຂວັນ ກໍໃຫ້​ຂອງ​ນັ້ນ​ຕົກ​ເປັນ​ຂອງບຸດ​ຊາຍ​ຂອງ​ທ່ານ​ໂດຍມໍ​ຣະ​ດົກ​ນັ້ນ​ເປັນ​ຊັບ​ສິນ​ຂອງ​ເຂົາ​ຕາມ​ມໍ​ຣະ​ດົກ 17 ແຕ່​ຖ້າ​ທ່ານ​ນຳ​ເອົາ​ສ່ວນ​ນຶ່ງ​ຂອງມໍ​ຣະ​ດົກ​ຂອງ​ທານ​ມາ​ມອບ​ໃຫ້​ຄົນໃຊ້​ຂອງ​ທ່ານ​ຄົນ​ນຶ່ງ​ເປັນ​ຂອງ​ຂວັນ ຂອງ​ນັ້ນ​ຈະ​ເປັນ​ຂອງ​ຄົນ​ໃຊ້​ນັ້ນ​ຈົນ​ເຖິງ​ປີ​ອິສ​ຣະ​ພາບ ແລ້ວ​ຂອງ​ນັ້ນ​ຈະ​ກັບ​ມາ​ເປັນ​ຂອງ​ເຈົ້າ​ນາຍ ສະ​ເພາະ​ບຸດ​ຂອ​ງທ່ານ​ເທົ່າ​ນັ້ນ​ທີ່​ຈະ​ເກັບ​ສ່ວນມໍ​ຣະ​ດົກ​ຂອງ​ທ່ານ​ມາ​ເປັນ​ຂອງ​ຂວັນ​ໄດ້ 18 ນອກ​ຈາກ​ນັ້ນ​ເຈົ້າ​ນາຍ​ຈະ​ຍຶດ​ສິ່ງ​ໃດ​ອັນ​ເປັນ​ມໍ​ຣະ​ດົກ​ຂອງ​ປະ​ຊາ​ຊົນ​ບໍ່​ໄດ້​ໂດຍ​ໄລ່​ປະ​ຊາ​ຊົນ​ອອກ​ໄປ ຈາກ​ຊັບ​ສິນ​ທີ່​ດິນ​ຂອງ​ເຂົາ ທ່ານ​ຈະ​ຕ້ອງມອບ​ຊັບ​ສິນ​ຂອງ​ທ່ານ​ເອງ​ໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ບຸດ​ຂອງ​ທ່ານ ເພື່ອ​ວ່າ​ຈະ​ບໍ່​ມີ​ໄພ່​ພົນ​ຂອງ​ເຮົາ​ຈັກ​ຄົນ​ນຶ່ງ​ທີ່​ຕ້ອງ​ຖືກ​ຂັບ​ໄລ່​ຈາກ​ກຳ​ມຳ​ສິດ​ຂອງ​ຕົນ” 19 ແລ້ວ​ທ່ານ​ກໍ​ນຳ​ຂ້າ​ພະ​ເຈົ້າ​ມາ​ຕາມ​ທາງ​ເຂົ້າ​ຊຶ່ງ​ຢູ່​ຂ້າງ​ປະ​ຕູ ມາ​ຍັງ​ຫ້ອງ​ບໍ​ຣິ​ສຸດແຖວ​ເຫນືອ ຊຶ່ງ​ເປັນ​ຂອງ​ປະ​ໂຣ​ຫິດ​ໃນ​ທີ່​ນັ້ນ ຂ້າ​ພະ​ເຈົ້າ​ເຫັນ​ບ່ອນ​ນຶ່ງ ຢູ່​ທາງ​ສຸດ​ປາຍ​ທິດ​ຕາ​ເວັນ​ຕົກ 20 ແລະ​ທ່ານ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ, “ນີ້​ເປັນ​ສະ​ຖານ​ທີ່​ຊຶ່ງ​ປະ​ໂຣ​ຫິດ​ຈະ​ຕ້ອງ​ຕົ້ມ​ເຄື່ອງ​ບູ​ຊາ​ໄຖ່​ຄວາມ​ຜິດ​ແລະ​ເຄື່ອງ​ບູ​ຊາ​ໄຖ່​ບາບ ແລະ​ເປັນ​ທີ່​ຊຶ່ງ​ເຂົາ​ຈະ​ປິ້ງ​ທັ​ນ​ຍາ​ບູ​ຊາ ເພື່ອ​ຈະ​ບໍ່​ຕ້ອງ​ນຳ​ອ​ອກ​ໄປ​ໃນ​ລາ​ນຊັ້ນ​ນອກ ອັນ​ເປັນ​ການ​ທີ່​ຈະ​ນຳ​ຄວາມ​ບໍ​ຣິ​ສຸດ​ສັກ​ສິດ​ໄປ​ເຖິງ​ປະ​ຊາ​ຊົນ” 21 ແລ້ວ​ທ່ານ​ຈຶ່ງ​ນຳ​ຂ້າ​ພະ​ເຈົ້າ​ອອກ​ມາ​ທີ່​ລາ​ນຊັ້ນ​ນອກ ແລະ​ພາ​ຂ້າ​ພະເຈົ້າ​ໄປ​ທີ່​ແຈ​ມຸມ​ທັງ​ສີ່​ຂອງ​ລານ​ນັ້ນ ແລະ​ເບິ່​ງ​ແມ໋, ທີ່​ແຈ​ລານທຸກ​ແຈ​ກໍ​ມີ​ລານ​ຢູ່​ລານ​ນຶ່ງ 22 ຄື​ທີ່​ແຈ​ທັງ​ສີ່​ຂອງ​ລານ ມີ​ລານ​ນ້ອຍໆ​ຍາວ​ສີ່​ສິບ​ສອກກວ້າງ​ສາມ​ສິບ​ສອກ ລານ​ທັງ​ສີ່​ຂະ​ຫນາດ​ດຽວ​ກັນ 23 ພາຍ​ໃນ​ຮອບ​ລານ​ທັງ​ສີ່​ນັ້ນ​ມີ​ສິ່ງ​ທີ່​ກໍ່​ດ້ວຍ​ປູນ​ເປັນ​ແຖວ ມີ​ເຕົາ​ຢູ່​ທີ່​ກົ້ນ​ຂອງ​ສິ່ງ​ທີ່​ກໍ່​ນັ້ນ​ໂດຍ​ຮອບ 24 ແລ້ວ​ທ່ານ​ຈຶ່ງ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ, “ທີ່​ເຫລົ່າ​ນີ້​ເປັນ​ຄົວ ຊຶ່ງ​ຜູ້​ບົວ​ລະ​ບັດ​ຢູ່​ທີ່​ພຣະ​ວິ​ຫານ​ຈະ​ຕົ້ມ​ເຄື່ອງ​ສັຕ​ບູ​ຊາ​ຂອງ​ປະ​ຊາ​ຊົນ”

ເອເຊກຽນ 47

ນ້ຳ​ຈາກ​ພຣະ​ວິ​ຫານ​ຮັກ​ສາ​ໂຣ​ກ

1 ແລ້ວ​ທ່ານ​ກໍ​ນຳ​ຂ້າ​ພະ​ເຈົ້າ​ກັບ​ມາ​ທີ່​ປະ​ຕູ​ພຣະ​ວິ​ຫານ ແລະ​ເບິ່​ງ​ແມ໋, ມີ​ນ້ຳ​ໄຫລ​ອອກ​ມາ​ຈາກ​ໃຕ້​ທໍ​ຣະ​ນີ​ປະ​ຕູ​ພຣະ​ວິ​ຫານ ໄປສູ່ທາງທິດ​ຕາ​ເວັນ​ອອກ (ເພາະ​ພຣະ​ວິ​ຫານ​ຫັນ​ຫນ້າ​ໄປ​ທາງ​ທິດ​ຕາເວັນ​ອອກ) ແລະ​ນ້ຳ​ໄຫລ​ລົງ​ມາ​ຈາກ​ຂ້າງ​ລຸ່ມ ຜ່ານ​ດ້ານ​ໃຕ້​ຂອງ​ປະ​ຕູ​ພຣະ​ວິ​ຫານ ທິດ​ໃຕ້​ຂອງ​ແທ່ນ​ບູ​ຊາ 2 ແລ້ວ​ທ່ານ​ຈຶ່ງນໍາ​ຂ້າ​ພະ​ເຈົ້າ​ອອກ​ມາ​ທາງ​ປະ​ຕູ​ເຫນືອ ແລະ​ນຳ​ຂ້າ​ພະ​ເຈົ້າ​ອ້ອມ​ໄປ​ພາຍນອກ​ເຖິງ​ປະ​ຕູ​ຊັ້ນ​ນອກ ຊຶ່ງ​ຫັນ​ຫນ້າ​ໄປ​ທາງ​ຕາ​ເວັນ​ອອກ ແລະ​ນ້ຳ​ນັ້ນ​ອອກ​ມາ​ທາງ​ດ້ານ​ໃຕ້ 3 ຊາຍ​ຜູ້​ນັ້ນ​ໄດ້​ເດີນ​ໄປ​ທາງ​ຕາ​ເວັນ​ອອກ​ມີ​ເຊືອກ​ແທກ​ຢູ່​ໃນ​ມື ທ່ານ​ແທກ​ໄດ້​ນຶ່ງ​ພັນ​ສອກ ແລ້ວ​ນຳ​ຂ້າ​ພະ​ເຈົ້າ​ລຸຍ​ນ້ຳ​ໄປ ແລະ​ນ້ຳ​ເລິກ​ພຽງ​ແຕ່ຂໍ້ຕີນ 4 ແລ້ວ​ທ່ານ​ກໍ​ແທກ​ໄດ້​ອີກ​ນຶ່ງ​ພັນ ແລ້ວ​ນຳ​ຂ້າ​ພະ​ເຈົ້າ​ລຸຍ​ນ້ຳ​ໄປ​ແລະ​ນ້ຳ​ເລິກ​ເຖິງ​ເຂົ່າ ແລ້ວ​ທ່ານ​ກໍ​ແທກໄດ້​ອີກ​ນຶ່ງ​ພັນ ແລ້ວນຳ​ຂ້າ​ພະ​ເຈົ້າລຸຍ​ນ້ຳ​ໄປ ນ້ຳ​ນັ້ນ​ເລິກ​ພຽງ​ແອວ 5 ແລ້ວ​ທ່ານ​ກໍ​ແທກ​ໄດ້​ອີກ​ນຶ່ງ​ພັນ ແລະ​ກາຍ​ເປັນແມ່​ນ້ຳ​ທີ່​ຂ້າ​ພະ​ເຈົ້າ​ລຸຍ​ຂ້າມ​ບໍ່​ໄດ້ ເພາະ​ນ້ຳ​ນັ້ນ​ຂຶ້ນ​ແລ້ວ​ເລິກ​ພໍ​ທີ່​ຈະ​ລອຍ​ໄດ້ ເປັນ​ແມ່​ນ້ຳ​ທີ່​ລຸຍ​ຂ້າມ​ບໍ່​ໄດ້ 6 ແລະທ່ານ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ບຸດ​ແຫ່ງ​ມະ​ນຸດ​ເອີຍ, ເຈົ້າ​ເຫັນ​ສິ່ງ​ນີ້​ຫລື” ແລ້ວ​ທ່ານ​ກໍ​ພາ​ຂ້າ​ພະ​ເຈົ້າ​ກັບ​ມາ​ຕາມ​ຝັ່ງ​ແມ່​ນ້ຳ 7 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ກັບ​ຄືນ ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ເຫັນ​ຕົ້ນ​ໄມ້​ຫລວ​ງ​ຫລາຍ​ຢູ່​ທີ່​ຝັ່ງ​ແມ່​ນ້ຳ​ທັງ​ສອງ​ຟາກ 8 ແລະ​ທ່ານ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ນ້ຳ​ນີ້​ໄຫລ​ຊື່​ຕົງ​ໄປ​ທາງ​ທ້ອງ​ຖິ່ນ​ຕາ​ເວັນ​ອອກ ແລະ​ໄຫລ​ລົງ​ໄປ​ເຖິງ​ອາ​ຣາ​ບາ ແລະ​ເມື່ອ​ນ້ຳ​ໄຫລ​ອອກ​ມາ​ນັ້ນ​ໄປ​ເຖິງ​ແມ່ນ້ຳ​ທະ​ເລ ນ້ຳ​ນັ້ນ​ກໍ​ກັບ​ຈືດ​ດີ 9 ແມ່​ນ້ຳ​ນັ້ນ​ໄປ​ເຖິງ​ທີ່​ໃດ ສັດ​ມີ​ຊີ​ວິດ​ທີ່​ຢູ່​ກັນ​ເປັນ​ຝູງກໍຈະ​ມີ​ຊີ​ວິດ​ໄດ້ ແລະ​ທີ່​ນັ້ນ​ມີ​ປາ​ຫລວງ​ຫລາຍ ເພາະ​ວ່າ​ນ້ຳ​ນີ້​ໄປ​ເຖິງ​ທີ່​ນັ້ນ​ນ້ຳ​ທະ​ເລ​ກໍ​ຈືດ ເຫດ​ສັນ​ນັ້ນ​ແມ່​ນ້ຳ​ໄປ​ເຖິງ​ທີ່ໃດ​ ທຸກ​ສິ່ງ​ກໍ​ມີ​ຊີ​ວິດ 10 ຊາວຫາ​ປາ​ກໍ​ຢືນ​ຢູ່​ທີ່​ຂ້າງ​ທະ​ເລ ຈາກ​ເອນ​ເກ​ດີ​ເຖິງ​ເອນ​ເອກລາ​ອິມ ຈະ​ເປັນ​ທີ່​ສຳ​ລັບ​ກາງ​ມອງ​ຕາກ​ໄວ້ ປາໃນ​ທີ່​ນັ້ນ​ມີ​ຫລາຍ​ຊະ​ນິດ​ເຫມືອນ​ປາ​ໃນ​ທະ​ເລ​ໃຫຍ່ 11 ແຕ່​ທີ່​ເປັນ​ບຶງ​ແລະ​ຫນອງ​ນ້ຳ​ຈະ​ບໍ່​ຈືດ ຕ້ອງ​ຖິ້ມໄວ້​ໃຫ້​ເປັນ​ເກືອ 12 ຕາມ​ຝັ່ງ​ທັງ​ສອງ​ຟາກ​ແມ່​ນ້ຳ ມີ​ຕົ້ນ​ໄມ້​ທຸກ​ຊະ​ນິດ​ທີ່​ໃຊ້​ເປັນ​ອາ​ຫານ ໃບ​ຂອງ​ມັນ​ຈະ​ບໍ່​ຫ່ຽວ​ແລະ​ຕົ້ນ​ໄມ້​ນັ້ນ​ຈະ​ບໍ່​ຢຸດ​ເກີດ​ຫ​ມາກ​ຈັກ​ເທື່ອ ແຕ່​ຈະ​ເກີດ​ຫມາກ​ໃຫມ່​ທຸກ​ເດືອນ ເພາະ​ວ່າ​ນ້ຳ​ສຳ​ລັບ​ຕົ້ນ​ໄມ້​ນັ້ນ​ໄຫລ​ຈາກ​ສະ​ຖານ​ນະ​ມັ​ສ​ການ ຫມາກ​ໄມ້​ນັ້ນ​ໃຊ້​ເປັນ​ອາ​ຫານ​ແລະ​ໃບ​ກໍ​ໃຊ້​ເປັນ​ຢາ”

ເຂດ​ແລະ​ການ​ແບ່ງ​ແຜ່ນ​ດິນ

13 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ, “ນີ້​ເປັນ​ເຂດ​ແດນ​ຊຶ່ງ​ເຈົ້າ​ຈະ​ໃຊ້​ແບ່ງ​ແຜ່ນ​ດິນ​ສຳ​ລັບ​ມໍຣະ​ດົກ​ຖ້າ​ມ​ກາງ​ອິສ​ຣາ​ເອນ​ທັງ​ສິບ​ສອງ​ເຜົ່າ ໂຢ​ເຊັບ​ໄດ້​ສອງ​ສ່ວນ 14 ແລະ​ເຈົ້າ​ຈົ່ງ​ແບ່ງ​ໃຫ້​ເທົ່າໆ​ກັນ ເຣົາ​ປະ​ຕິ​ຍານ​ທີ່​ຈະ​ມອບ​ໃຫ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ແລະ​ແຜ່ນ​ດິນ​ນີ້​ຈະ​ຕົກ​ແກ່​ເຈົ້າ​ເປັນ​ມໍ​ຣະ​ດົກ​ຂອງ​ເຈົ້າ 15 “ຕໍ່​ໄປ​ນີ້​ເປັນ​ເຂດ​ແດນ​ຂອງ​ແຜ່ນ​ດິນ​ນີ້ ດ້ານ​ທິດ​ເຫນືອ​ຈາກ​ທະ​ເລ​ໃຫຍ່​ໄປ​ຕາມ​ທາງ​ເມືອງ​ເຮ​ທ​ໂລນ ເຖິງ​ທາງ​ເຂົ້າ​ເມືອງ​ເລ​ໂບ​ຮາ​ມັ​ທ ແລະຕໍ່​ໄປ​ເຖິງ​ເມືອງ​ເຊ​ດາດ 16 ເມືອງ​ເບ​ໂຣ​ທາ ເມືອງ​ສິບ​ຣາ​ອິມ (ຊຶ່ງ​ຢູ່​ທີ່​ເຂດ​ແດນ​ລະ​ຫວ່າງ​ເມືອງ​ດາ​ມັ​ສ​ກັ​ສ​ກັບ​ເມືອງ​ຮາ​ມັ​ທ) ຈົນ​ເຖິງ​ເມືອງ​ຮາ​ເຊີ​ຮັດ​ຕີ​ໂກນ ຊຶ່ງ​ຢູ່​ທີ່​ເຂດ​ແດນ​ເມືອງຮາ​ອູ​ຣານ (Hauran) 17 ດັ່ງ​ນັ້ນ ເຂດ​ແດນ​ຕັ້ງ​ແຕ່​ຈາກ​ທະ​ເລ​ເຖິງ​ເມືອງ​ຮາ​ຊາ​ເຣ​ໂນນ ຊຶ່ງ​ຢູ່​ທີ່​ເຂດ​ແດນ​ດ້ານ​ເຫນືອ​ຂອງ​ເມືອງ​ດາ​ມັ​ສ​ກັ​ສ ທາງ​ທິດ​ເຫນືອ​ມີ​ເຂດ​ແດນ​ຂອງ​ເມືອງ​ຮາ​ມັ​ທ ນີ້​ເປັນ​ແດນ​ດ້ານ​ເຫນືອ 18 “ທາງ​ດ້ານ​ຕາ​ເວັນ​ອອກ ເຂດ​ແດນ​ຕັ້ງ​ແຕ່​ຈາກ​ເມືອງ​ຮາ​ຊາ​ເຣ​ໂນນ ລະ​ຫວ່າງ​ເມືອງ​ຮາ​ຣານ​ແລະ​ດາ​ມັ​ສ​ກັ​ສ ລະ​ຫວ່າງ​ກິເລ​ອາດ​ກັບ​ແຜ່ນ​ດິນ​ອິສ​ຣາ​ເອນ ເລື້ອຍ​ໄປ​ຕາມ​ແມ່​ນ້ຳ​ຈໍ​ແດນ ໄປ​ເຖິງ​ທະ​ເລ​ດ້ານ​ຕາ​ເວັນ​ອອກ ທ່ານ​ທັງ​ຫລາຍ​ຈົ່ງ​ແທກ ນີ້​ເປັນ​ເຂດ​ດ້ານ​ຕາ​ເວັນ​ອອກ 19 “ທາງ​ດ້ານ​ໃຕ້​ເຂດ​ແດນ​ຕັ້ງ​ແຕ່​ຈາກ​ຕາ​ມາ​ຣ໌​ຈົນ​ເຖິງ​ແມ່​ນ້ຳ​ເມ​ຣີ​ບັ​ທ​ກາ​ເດ​ສ ແລ້ວ​ອອກ​ໄປ​ຕາມ​ລຳ​ທານ​ເອ​ຢິບ​ເຖິງ​ທະ​ເລ​ໃຫຍ່​ນີ້​ເປັນ​ເຂດ​ດ້ານ​ໃຕ້ 20 “ທາງ​ດ້ານ​ຕາ​ເວັນ​ຕົກ ທະ​ເລ​ໃຫຍ່​ເປັນ​ເຂດ​ແດນ​ຖັດ​ໄປຈົນ​ເຖິງ​ເມືອງ​ທີ່​ຢູ່​ກົງ​ຂ້າມ​ທາງ​ເຂົ້າ​ເມືອງ​ຮາ​ມັ​ທ ນີ້​ເປັນ​ເຂດ​ແດນ​ດ້ານ​ຕາ​ເວັນ​ຕົກ 21 “ດັ່ງ​ນັ້ນ ເຈົ້າ​ຈົ່ງ​ແບ່ງ​ແຜ່ນ​ດິນ​ນີ້​ຖ້າມ​ກາງ​ເຈົ້າ​ຕາມ​ເຜົ່າ​ອິສ​ຣາ​ເອນ 22 ເຈົ້າ​ທັງ​ຫລາຍ​ຈົ່ງ​ແບ່ງ​ສ່ວນ​ເປັນ​ມໍ​ຣະ​ດົກ​ຂອງ​ຕົວ​ເຈົ້າ​ທັງ​ຫລາຍ ແລະ​ສຳ​ລັບ​ຄົນ​ຕ່າງ​ດ້າວ​ຜູ້​ອາ​ໄສ​ຢູ່​ຖ້າມ​ກາງ​ເຈົ້າ ແລະ​ບັງ​ເກີດ​ລູກ​ຫລານ​ຢູ່​ຖ້າມ​ກາງ​ເຈົ້າ ເຂົາ​ທັງ​ຫລາຍ​ຈະ​ມີ​ສັນ​ຊາດ​ອິສ​ຣາ​ເອນ ໃຫ້​ເຂົາ​ໄດ້​ຮັບ​ສ່ວນມໍ​ຣະ​ດົກ​ຖ້າມ​ກາງ​ເຜົ່າ​ອິສ​ຣາ​ເອນ​ພ້ອມ​ກັບ​ເຈົ້າ​ທັງ​ຫລາຍ 23 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ຄົນ​ຕ່າງດ້າວ​ຈະ​ຢູ່​ໃນ​ເຂດ​ຂອງ​ຄົນ​ເຜົ່າ​ໃດ​ກໍ​ໄດ້ ເຈົ້າ​ຈົ່ງ​ກຳ​ນົດ​ທີ່​ດິນ​ໃຫ້​ເປັນ​ມໍ​ຣະ​ດົກ​ຂອງ​ເຂົາ​ທີ່​ນັ້ນ

ເອເຊກຽນ 48

1 ຕໍ່​ໄປ​ນີ້​ເປັນ​ຊື່​ຂອງ​ເຜົ່າ​ຕ່າງໆ ຕັ້ງ​ຕົ້ນ​ທີ່​ເຂດ​ແດນ​ດ້ານ​ເຫນືອ​ຈາກ​ທະ​ເລ​ໄປ​ຕາມ​ທາງ​ເຮ​ທ​ໂລນ​ ເຖີງ​ທາງ​ເຂົ້າ​ເມືອງ​ຮາ​ມັ​ທ​ຈົນ​ເຖິງ​ຮາຊາ​ເຣ​ໂນນ (ຊຶ່ງ​ຢູ່​ທາງ​ເຂດ​ແດນ​ດ້ານ​ເຫນືອ​ຂອງ​ດາ​ມັ​ສ​ກັ​ສ ຕິດ​ເມືອງ​ຮາ​ມັ​ທ) ແລະ​ທີ່​ຕໍ່​ອອກ​ໄປຈາກດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາເວັນ​ຕົກ ເປັນ​ສ່ວນ​ຂອງ​ເຜົ່າ​ດານ 2 ຕິດ​ກັບ​ເຂດ​ແດນ​ຂອງ​ດານ​ຈາກ​ທິດ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ທິດ​ຕາ​ເວັນ​ຕົກ ເປັນ​ສ່ວນ​ຂອງ​ເຜົ່າ​ອາ​ເຊີ 3 ຕິດ​ກັບເຂດ​ແດນຂອງ​ອາ​ເຊີ​ຈາກ​ດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ ເປັນ​ສ່ວນ​ຂອງເຜົ່າ​ເນັ​ຟ​ທາ​ລີ 4 ຕິດ​ກັບ​ເຂດ​ແດນຂອງ​ເນັ​ຟ​ທາ​ລີ​ຈາກ​ດ້ານ​ຕາເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ​ ເປັນ​ສ່ວນ​ຂອງ​ເຜົ່າ​ມານັສ​ເຊ 5 ຕິດ​ກັບ​ເຂດ​ແດນ​ຂອງ​ມາ​ນັ​ສ​ເຊ​ຈາ​ກ​ດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ ເປັນ​ສ່ວນ​ຂອງ​ເຜົ່າ​ເອ​ຟຣາ​ອິມ 6 ຕິດ​ກັບ​ເຂດ​ແດນເອ​ຟ​ຣາ​ອິມ​ຈາກ​ດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາເວັນ​ຕົກ ເປັນ​ສ່ວນ​ຂອງເຜົ່າ​ຣູ​ເບນ 7 ຕິດ​ກັບ​ເຂດ​ແດນ​ຣູ​ເບນ​ຈາກ​ດ້ານ​ຕາເວັນ​ອອກ​ໄປ​ເຖິງ​ດ້ານ​ຕາເວັນ​ຕົກ ເປັນ​ສ່ວນ​ຂອງ​ເຜົ່າ​ຢູ​ດາ 8 “ຕິດ​ກັບ​ເຂດ​ແດນ​ຢູ​ດາ​ຈາກ​ດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ ຈະ​ເປັນ​ສ່ວນ​ຊຶ່ງ​ເຈົ້າ​ຈະ​ຕ້ອງ​ແຍກ​ໄວ້​ຕ່າ​ງຫາກກວ້າງ​ສອງ​ຫມື່ນ​ຫ້າ​ພັນ​ສອກ ແລະ​ຍາວ​ເທົ່າ​ກັບ​ສ່ວນ​ຂອງ​ຄົນ​ເຜົ່າ​ນຶ່ງ ຈາ​ກດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ ເປັນ​ທີ່​ມີ​ສະ​ຖານ​ນະ​ມັ​ສ​ການ​ຢູ່​ກາງ 9 ສ່ວນ​ຊຶ່ງ​ເຈົ້າ​ທັງ​ຫລາຍ​ຈະ​ແບ່ງ​ໄວ້​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ໃຫ້​ມີ​ດ້າ​ນາ​ຍາວ​ສ​ອງ​ຫມື່ນ​ຫ້າ​ພັນ​ສອກ ແລະ​ດ້ານກວ້າງ​ສອງ​ຫມື່ນ 10 ນີ້​ຈະ​ເປັນ​ສ່ວນ​ແບ່ງ​ຂອງ​ສ່ວນ​ບໍ​ຣິ​ສຸດ ຄື​ປະ​ໂຣ​ຫິດ​ຈະ​ໄດ້​ສ່ວນ​ແບ່ງ​ແທກ​ຈາກ​ທາງ​ດ້ານ​ເຫນືອ​ໃຫ້​ໄດ້​ສອງ​ຫມື່ນ​ຫ້າ​ພັນ​ສອກ ທາງ​ດ້ານ​ຕາເວັນ​ຕົກ​ກວ້າງ​ນຶ່ງຫມື່ນ​ສອກ ທາງ​ດ້ານ​ຕາເວັນ​ອອກກວ້າງ​ນຶ່ງ​ຫມື່ນ​ສອກ ທາງ​ດ້ານ​ຕາ​ເວັນ​ອອກກວ້າງ​ນຶ່ງ​ຫມື່ນ​ສອກ ທາງ​ດ້ານໃຕ້​ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ ມີ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະຜູ້​ເປັນ​ເຈົ້າ​ຢູ່​ກາງ 11 ສ່ວນ​ນີ້​ໃຫ້​ເປັນ​ສ່ວນ​ຂອງ​ປະ​ໂຣ​ຫິດ​ທີ່​ຊຳ​ຮະ​ໄວ້​ໃຫ້​ບໍ​ຣິສຸດ ບຸດ​ຂອງ​ຊາ​ໂດກ ຜູ້​ໄດ້​ຮັກ​ສາ​ຄຳ​ສັ່ງ​ຂອງ​ເຮົາ ຜູ້​ທີ່​ບໍ່​ໄດ້​ຫລົງ​ໄປ​ເມື່ອ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຫລົງ ດັ່ງ​ທີ່​ຄົນ​ເລ​ວີ​ກະ​ທຳ​ນັ້ນ 12 ແລະ​ໃຫ້​ທີ່​ດິນ​ນີ້​ຕົກ​ແກ່​ເຂົາ​ທັງ​ຫລາຍ​ເປັນ​ສ່ວນ​ນຶ່ງ​ຈາກ​ສ່ວນ​ຖວາຍ​ຂອງ​ແຜ່ນ​ດິນ ເປັນ​ສະ​ຖານ​ທີ່​ບໍ​ຣິ​ສຸດ​ທີ່​ສຸດ ຕິດ​ກັບ​ເຂດ​ແດນ​ຂອງ​ຄົນ​ເລ​ວີ 13 ຄ​ຽງ​ຂ້າງ​ກັບ​ເຂດ​ແດນ​ຂອງ​ປະ​ໂຣ​ຫິດ​ນັ້ນ​ໃຫ້​ຄົນ​ເລ​ວີ​ມີ​ສ່ວນ​ແບ່ງ​ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ ກວ້າງ​ນຶ່ງ​ຫມື່ນ​ສອກ ສ່ວນ​ຍາວ​ທັງ​ສິ້ນ​ຈະ​ເປັນ​ສອງ​ຫມື່ນ​ຫ້າ​ພັນ​ສອກ ແລະ​ສ່ວນກ​ວ້າງ​ສອງ​ຫມື່ນ 14 ຢ່າ​ໃຫ້​ເຂົາ​ຂາຍ​ຫລື​ແລກ​ປ່ຽນ​ສ່ວນ​ນຶ່ງ​ສ່ວນ​ໃດ​ເລີຍ ຢາ​ໃຫ້​ເຂົາ​ປ່ຽນ​ກຳ​ມະ​ສິດ​ຂອງ​ທີ່​ດິນ​ດີ​ນີ້ ເພາະ​ເປັນ​ສ່ວນ​ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ 15 “ສ່ວນ​ທີ່​ເຫລືອ​ຢູ່​ຊຶ່ງກວ້າງ​ຫ້າ​ພັນ​ສອກ​ແລະ​ຍາວ​ສອງ​ຫມື່ນ​ຫ້າ​ພັນ​ສອກ​ນັ້ນ ໃຫ້​ເປັນ​ທີ່​ສາ​ທາ​ຣະ​ນະ​ປ​ໂຍດ​ຂອງ​ເມືອງ​ຄື​ໃຊ້​ເປັນ​ທີ່​ຢູ່​ອາ​ໄສ ແລະ​ໃຊ້​ເປັນ​ທົ່ງ​ຫຍ້າ ໃຫ້​ຕົວ​ນະ​ຄອນ​ຢູ່​ກາງ 16 ຕໍ່​ໄປ​ນີ້​ເປັນ​ຂະ​ຫນາດ​ຂອງດ້ານ​ຕ່າງໆ ດ້ານ​ເຫນືອ​ສີ່​ພັນ​ຫ້າ​ຮ້ອຍ​ສອກ ດ້ານໃຕ້​ສີ່​ພັນ​ຫ້າ​ຮ້ອຍ​ສອກ ດ້ານ​ຕາ​ເວັນ​ອອກ​ສີ່​ພັນ​ຫ້າ​ຮ້ອຍ ແລະ​ດ້ານ​ຕາ​ເວັນ​ຕົກ​ສີ່​ພັນ​ຫ້າ​ຮ້ອຍ 17 ນະ​ຄອນ​ນັ້ນ​ຈະ​ຕ້ອງ​ມີ​ທົ່ງ​ຫຍ້າ ທິດ​ເຫນືອ​ສອງ​ຮ້ອຍ​ຫ້າ​ສິບ​ສອກ ທິດໃຕ້​ສອງ​ຮ້ອຍ​ຫ້າ​ສິບ ແລະ​ທິດ​ຕາ​ເວັນ​ອອກ​ສອງ​ຮ້ອຍ​ຫ້າ​ສິບ ແລະ​ທິດ​ຕາ​ເວັນ​ຕົກ​ສອງ​ຮ້ອຍ​ຫ້າ​ສິບ 18 ດ້ານ​ຍາວ​ສ່ວນ​ທີ່​ເຫລືອ​ຢູ່​ຄຽງ​ຂ້າງ​ກັບ​ສ່ວນ​ບໍ​ຣິ​ສຸດນັ້ນ ທິດ​ຕາເວັນ​ອອກ​ຍາວ​ນຶ່ງ​ຫມື່ນ​ສອກ ແລະ​ທິດ​ຕາ​ເວັນ​ຕົກ​ຍາວ​ນຶ່ງ​ຫມື່ນ​ແລະ​ໃຫ້​ຢູ່​ຄຽງ​ຂ້າງ​ກັບ​ສ່ວນ​ບໍ​ຣິ​ສຸດ ພືດ​ຜົນ​ທີ່​ໄດ້​ໃນ​ສ່ວນ​ນີ້​ໃຫ້​ເປັນ​ອາ​ຫານ​ຂອງ​ຄົນ​ງານ​ໃນ​ນະ​ຄອນ​ນັ້ນ 19 ຄົນ​ງາ​ນຂອງ​ນະ​ຄອນ​ນັ້ນ​ຊຶ່ງ​ມາ​ຈາກ​ອິສ​ຣາ​ເອນ​ທຸກ​ເຜົ່າ​ໃຫ້​ເຂົາ​ເປັນ​ຄົນ​ໄຖ​ທີ່​ດິນຕອນ​ນີ້ 20 ສ່ວນ​ເຕັນ​ຊຶ່ງ​ເຈົ້າ​ຈະ​ຕ້ອງ​ແບ່ງ​ອອກ​ໄວ້​ນັ້ນ​ໃຫ້​ເປັນ​ສີ່​ຫລ່ຽມ​ດ້ານ​ລະ​ສອງ​ຫມື່ນ​ຫ້າ​ພັນ​ສອກ ນັ້ນ​ຄື​ສ່ວນ​ບໍ​ຣິ​ສຸດ​ຮວມ​ກັບ​ສ່ວນ​ຂອງ​ຕົວ​ນະ​ຄອນ 21 “ສ່ວນ​ທີ່​ເຫລືອ​ຢູ່​ທັງ​ສອງ​ຂ້າງ​ຂອງ​ສ່ວນ​ບໍ​ຣິ​ສຸດ​ແລະ​ສ່ວນ​ຂອງ​ຕົວ​ນະ​ຄອນ ໃຫ້​ຕົກ​ເປັນ​ຂອງ​ເຈົ້າ​ນາຍ ຕໍ່​ຈາກ​ສ່ວນ​ບໍ​ຣິ​ສຸດ​ຊຶ່ງ​ຍາວ​ສອງ​ຫ​ມື່ນ​ຫ້າ​ພັນ​ສອກ​ໄປ​ຍັງ​ເຂດ​ແດນ​ຕາ​ເວັນ​ອອກ ແລະ​ທາງ​ດ້ານ​ຕາ​ເວັນ​ຕົກ​ຈາກ​ສອງ​ຫມື່ນ​ຫ້າ​ພັນ​ສ​ອກໄປ​ຍັງ​ເຂດ​ແດນ​ຕາ​ເວັນ​ຕົກ ລຽບໄປ​ກັບ​ສ່ວນ​ຂອງ​ເຜົ່າ ສ່ວນ​ນີ້​ໃຫ້​ຕົກ​ເປັນ​ຂອງ​ເຈົ້າ​ນາຍ ສ່ວນ​ບໍ​ຣິ​ສຸດ​ພ້ອມ​ກັບ​ສະ​ຖານ​ນະ​ມັ​ສ​ການ​ຂອງ​ພຣະ​ວິ​ຫານ​ນັ້ນ​ຢູ່​ຖ້າມ​ກາງ 22 ນອກ​ຈາກ​ສ່ວນ​ທີ່​ຕົກ​ເປັນ​ຂອງ​ຄົນ​ເລ​ວີ ແລະ​ສ່ວນ​ຂອງ​ນະ​ຄອນ​ນັ້ນ ຊຶ່ງ​ຢູ່​ກາງ​ສ່ວນ​ອັນ​ຕົກ​ເປັນ​ຂອງ​ເຈົ້າ​ນາຍ ລະ​ຫວ່າງ​ເຂດ​ແດນ​ຢູ​ດາ​ແລະ​ເຂດ​ແດນ​ເບັນ​ຢາ​ມິນ ໃຫ້​ເປັນ​ສ່ວນ​ຂອງ​ເຈົ້າ​ນາຍ​ທັງ​ຫມົດ 23 ເຜົ່າ​ຄົນ​ທີ່​ເຫລືອ​ຢູ່​ນັ້ນ ຈາກ​ດ້ານ​ຕາ​ເວັນ​ອອກ​ໄປ​ດ້ານ​ຕາເວັນ​ຕົກ ເປັນ​ສ່ວນ​ຂອງ​ເຜົ່າ​ເບັນ​ຢາ​ມິນ 24 ຕິດ​ກັບ​ເຂດ​ແດນ​ຂອງ​ເບັນ​ຢາ​ມິນ​ຈາ​ກດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ ເປັນ​ສ່ວນ​ຂອງ​ເຜົ່າ​ຊີ​ເມ​ໂອນ 25 ຕິດ​ກັບ​ເຂດ​ແດນ​ຂອງ​ຊີ​ເມ​ໂອນ ຈາກ​ດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ ເປັນ​ສ່ວນ​ຂອງ​ເຜົ່າ​ອິສ​ຊາ​ຄາ 26 ຕິດ​ກັບ​ເຂດ​ແດນ​ຂອງ​ອິສ​ຊາ​ຄາ​ຈາກ​ດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ ເປັນ​ສ່ວນ​ຂອງ​ເຜົ່າ​ເຊ​ບູ​ລຸນ 27 ຕິດກັບ​ເຂດ​ແດນ​ຂອງ​ເຊ​ບູ​ລຸນ ຈາກ​ດ້ານ​ຕາ​ເວັນ​ອອກ​ໄປ​ເຖິງ​ດ້ານ​ຕາ​ເວັນ​ຕົກ ເປັນ​ສ່ວນຂອງ​ເຜົ່າ​ກາດ 28 ຕິດ​ກັບ​ເຂດ​ແດນ​ຂອງ​ກາດ​ທາງ​ທິດໃຕ້​ດ​ເຂດ​ແດນ​ນັ້ນ​ຈະ​ຕໍ່​ອອກ​ຈາກ​ເມືອງ​ຕາ​ມາ​ຣ໌ ຈາກ​ເຂດ​ນ້ຳເມ​ຣີ​ບັ​ທ​ກາ​ເດ​ສ ແລ້ວ​ເລີຍ​ໄປ​ຕາມ​ລຳ​ທານ​ເອ​ຢິບ​ເຖິງ​ທະ​ເລ​ໃຫຍ່ 29 ນີ້​ເປັນ​ບ່ອ​ນ​ຊຶ່ງ​ເຈົ້າ​ຈະ​ແບ່ງ​ໃຫ້​ເປັນ​ມໍ​ຣະ​ດົກ​ຖ້າມ​ກາງ​ເຜົ່າ​ຕ່າງໆ​ຂອງ​ອິສ​ຣາ​ເອນ ນີ້​ເປັນ​ສ່ວນ​ຕ່າງໆ​ຂອງ​ເຂົາ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 30 “ຕໍ່​ໄປ​ນີ້​ເປັນ​ທາງ​ອອກ​ຂອງ​ນະ​ຄອນ​ທາງ​ດ້ານ​ເຫນືອ​ຊຶ່ງ​ແທກ​ໄດ້​ສີ່​ພັນ​ຫ້າ​ຮ້ອຍ​ສອກ 31 ມີ​ປະ​ຕູ​ສາມ​ປະ​ຕູ ປະ​ຕູ​ຂອງ​ຣູ​ເບນ ປະ​ຕູ​ຂອງ​ຢູ​ດາ ປະ​ຕູ​ຂອງ​ເລ​ວີ ປະ​ຕູ​ນະ​ຄອນ​ນັ້ນ​ຕັ້ງ​ຊື່​ຕາມ​ຊື່​ເຜົ່າ​ຄົນ​ອິສ​ຣາ​ເອນ 32 ທາງ​ດ້ານ​ຕາ​ເວັນ​ອອກ​ຊຶ່ງ​ຍາວ​ສີ່​ພັນ​ຫ້າ​ຮ້ອຍ​ສອກ ມີ​ປະ​ຕູສາມ​ປະ​ຕູ ຄື​ປະ​ຕູ​ຂອງ​ຊີ​ເມ​ໂອນ ປະ​ຕູ​ຂອງ​ອິສ​ຊາ​ຄາ ປະ​ຕູ​ຂອງ​ເຊ​ບຸ​ລູນ 33 ທາງ​ດ້ານ​ໃຕ້​ຊຶ່ງ​ແທກ​ໄດ້​ສີ່​ພັນ​ຫ້າ​ຮ້ອຍ​ສອກ ມີ​ປະ​ຕູ​ສາມ​ປະ​ຕູ ຄື​ປະ​ຕູ​ຂອງ​ຊີ​ເມ​ໂອນ ປະ​ຕູ​ຂອງອິສ​ຊາ​ຄາ ປະ​ຕູ​ຂອງ​ເຊ​ບູ​ລູນ 34 ທາງດ້ານ​ຕາ​ເວັນ​ຕົກ​ຊຶ່ງ​ຍາວ​ສີ່​ພັນ​ຮ້ອຍ​ສອກ ມີ​ປະ​ຕູ​ສາມ​ປະ​ຕູ ຄື ປະ​ຕູ​ຂອງ​ກາດ ປະ​ຕູ​ຂອງ​ເນັ​ຟ​ທາ​ລີ 35 ແທກ​ຮອບ​ນະ​ຄອນ​ນັ້ນ​ໄດ້​ນຶ່ງ​ຫມື່ນ​ແປ​ດພັນ​ສອກ ຕັ້ງ​ແຕ່​ນີ້​ໄປ​ນະ​ຄອນ​ມີ​ຊື່​ວ່າ ພຣະ​ຜູ້​ເປັນເຈົ້າ​ສະ​ຖິດທີ່​ນັ້ນ”

ດານີເອນ 1

ເຍົາ​ວະ​ຊົນ​ອິສ​ຣາ​ເອນ​ທີ່​ຣາ​ຊ​ສຳ​ນັກ ເນ​ບຸກາດ​ເນສຊາ

1 ໃນ​ປີ​ທີ່​ສາມ​ແຫ່ງ​ຣາ​ຊ​ການ​ເຢ​ຮົວ​ອາ​ກີມ ກະ​ສັດ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ ເນ​ບຸ​ກາດ​ເນສ​ຊາ​ກະ​ສັດ​ຣາ​ຊ​ອາ​ນາ​ຈັກ​ບາ​ບິ​ໂລນ ໄດ້​ເຂົ້າ​ໂຈມ​ຕີ​ກຸງ​ເຢ​ຣູ​ຊາ ເລັມ​ແລະ​ໄດ້​ລ້ອມ​ເມືອງ​ໄວ້ 2 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໃຫ້​ເນ​ບຸ​ກາດ​ເນສ​ຊາ ຈັບ​ເອົາ​ກະ​ສັດ​ເຢ​ຮົວ​ອາ​ກິມ ແລະ​ຍຶດ​ເອົາ​ສິ່ງ​ຂອງບາງ​ຢ່າງ​ຈາກ​ຄັງ​ພຣະ​ວິ​ຫານ ແລ້ວ​ເນ​ບຸ​ກາດ​ເນສ​ຊາ​ໄດ້​ເອົາ​ພວກ​ຊະ​ເລີຍ​ໄປ​ຍັງ​ບາ​ບີ​ໂລນ ແລະ​ເອົາ​ສິ່ງ​ຂອງ​ທີ່ຍຶດ​ໄດ້​ນັ້ນ​ໄປ​ເກັບ​ມ້ຽນ​ໄວ້​ໃນ​ພຣະ​ຄັງ 3 ພຣະ​ອົງ​ໄດ້​ຊົງ​ສັ່ງ​ໃຫ້​ຫົວ​ຫນ້າ​ຂັນ​ທີ​ເລືອກ​ເອົາ​ພວກ​ຊະ​ເລີຍ​ອິສ​ຣາ​ເອນ​ທີ່​ເປັ​ນ​ຄົນ​ຫນຸ່ມບາງ​ຄົນ​ຊຶ່ງ​ເປັນ​ເຊື້ອ​ສາຍ​ພຣະ​ວົງ​ແລະ​ເຊື້ອ​ສາຍ​ເຈົ້າ​ນາຍ 4 ຄົນ​ເຫລົ່າ​ນີ້​ຈະ​ຕ້ອງ​ເປັນ​ຜູ້​ງາມ ມີ​ສຸ​ຂະ​ພາບ​ສົມ​ບູນ ມີ​ຄວາມ​ສ​ລາດ ໄດ້​ຮັບ​ການ​ຝຶກ​ຫັດ​ເປັນ​ຢ່າງ​ດີ ແລະ​ມີ​ປັນ​ຍາ​ສ້ຽມ​ແຫລມ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ມີ​ຄຸນ​ສົມ​ບັດ​ເຂົ້າ​ຮັບ​ໃຊ້​ໃນ​ພຣະ​ຣາ​ຊ​ສຳ​ນັກ ອັ​ສເປ​ນັສ​ຈະ​ເປັນ​ຜູ້​ສອນ​ໃຫ້​ພວກ​ເຂົາ​ອ່ານ ແລະ​ຂຽນ​ພາສາ​ບາ​ບີ​ໂລ​ນ​ໄດ້ 5 ພຣະ​ຣາ​ຊາ​ຊົງ​ສັ່ງ​ໃຫ້​ນຳ​ອາ​ຫານ​ແລະ​ເຫລົ້າ​ອະ​ງຸ່ນ ທີ່​ພຣະ​ອົງ​ຊົງ​ສ​ເວີຍ​ມາ​ໃຫ້​ພວກ​ເຂົາ​ກິນ​ດື່ມ​ທຸກມື້ ໃຫ້​ລ້ຽງ​ດູ​ເຂົາ​ຢູ່​ເປັນ​ເວ​ລາ​ສາມ​ປີ ແລ້ວ​ພວກ​ເຂົາ​ຈຶ່ງ​ຈະ​ຖືກ​ນຳ​ເຂົ້າເຝົ້າ​ພຣະ​ຣາ​ຊາ 6 ໃນ​ບັນ​ດາ​ຄົນ​ທີ່​ຖືກ​ຄັດ​ເລືອກ​ເຫລົ່າ​ນີ້​ມີ​ຊາວ​ຢູດາ​ດ້ວຍ ຄື​ດາ​ນີ​ເອນ ຮາ​ນາ​ນີ​ຢາ ມີ​ຊາ​ເອນ ແລະ​ອາ​ຊາຮີ​ຢາ 7 ຫົວ​ຫນ້າ​ພະ​ນັກ​ງານ​ໄດ້​ເອີ້ນ​ຊື່​ພວກ​ເຂົາ​ໃຫມ່​ດັ່ງ​ນີ້ ດາ​ນີ​ເອນ​ເອີ້ນ​ວ່າ ​ເບນ​ເຕ​ຊັສ​ຊາ​ ຣາ​ນາ​ນີ​ຢາ​ເອີ້ນ​ວ່າ ຊັດຣັຄ ມີ​ຊາ​ເອນ​ເອີ້ນ​ວ່າ ເມ​ຊາກ ແລະ​ອາ​ຊາ​ຣີ​ຢາ​ເອີ້ນ​ວ່າ ອາ​ເບດ​ເນ​ໂກ 8 ດາ​ນີ​ເອນ​ໄດ້​ຕັດ​ສິນ​ໃນ​ວ່າ ຈະ​ບໍ່​ເຮັດ​ຜິດ​ພຣະ​ເຈົ້າ​ຍ້ອນ​ອາ​ຫານ​ແລະ​ນ້ຳ​ອະ​ງຸ່ນ​ຂອງ​ພຣະ​ຣາ​ຊາ ເຂົາ​ໄດ້​ຂໍ​ຮ້ອງ​ຫົວ​ຫນ້າ​ຂັນ​ທີ​ໃຫ້​ຊ່ອຍ​ເຫລືອ​ເຂົາ 9 ພຣະ​ເຈົ້າ​ຈຶ່ງ​ຊົງ​ເຣັດ​ໃຫ້​ຫົວ​ຫນ້າຂັນ​ທີມີ​ເມດ​ຕາ​ຈິດ​ແລະ​ສົງ​ສານ​ດາ​ນີ​ເອນ 10 ແຕ່​ຫົວ​ຫນ້າ​ຂັນທີບອກ​ດາ​ນີ​ເອນ​ວ່າ, “ຂ້າພະ​ເຈົ້າຢ້ານ​ພຣະ​ຣາ​ຊາ ພຣະອົງ​ຊົງ​ສັ່ງ​ໃຫ້​ເຈົ້າ​ກິນ​ແລະ​ດື່ມ​ຂອງ​ເຫລົ່າ​ນີ້ ຖ້າ​ເຈົ້າ​ບໍ່​ຕຸ້ຍ​ພີ​ເຫມືອນ​ຄົນ​ຫນຸ່ມ​ອື່ນໆ ພຣະ​ອົງ​ອາດ​ຈະ​ຊົງ​ສັ່ງ​ປະ​ຫານ​ຊີວິດ​ຂ້າພະ​ເຈົ້າ​ກໍ​ໄດ້” 11 ດັ່ງ​ນັ້ນ ​ດາ​ນີ​ເອນ​ຈຶ່ງ​ໄປ​ຫາ​ຄົນ​ຍາມ​ທີ່​ຫົວ​ຫນ້າ​ຂັນ​ທີ​ແຕ່ງ​ໃຫ້​ດູ​ແລ​ດາ​ນີ​ເອນ ຮາ​ນານີ​ຢາ ມີ​ຊາ​ເອນ ແລະ​ອາ​ຊາ​ຣີ​ຢາ 12 ​​ວ່າ, “ຂໍ​ທ່ານ​ຈົ່ງ​ທົດ​ລອງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຈັກ​ສິບ​ມື້ ຂໍ​ໃຫ້​ເຂົາ​ນຳ​ຜັກ​ມາ​ໃຫ້​ເຣົາ​ກິນ ແລະ​ນ້ຳ​ມາ​ໃຫ້​ເຮົາ​ດື່ມ 13 ແລ້ວໃຫ້​ທ່ານ​ສັງ​ເກດ​ເບິ່ງ​ພວກ​ເຮົາ​ກັບ​ຄົນ​ຫນຸ່ມ​ທີ່​ກິນ​ອາ​ຫານ​ຂອງ​ພຣະ​ຣາ​ຊາ ແລ້ວ​ທ່ານ​ຈຶ່ງ​ຕັດ​ສິນ​ໃຈ​ຕາມ​ທີ່​ເຫັນ​ສົມ​ຄວນ” 14 ຄົນ​ຍາມ​ໄດ້​ຕົກ​ລົງ​ໃຫ້​ພວກ​ເຂົາ​ທົດ​ລອງ​ເບິ່ງ​ສິບ​ມື້ ເມື່ອ​ຫມົດ​ກຳ​ນົດ​ສິບ​ມື້​ແລ້ວ 15 ກໍ​ເຫັນ​ວ່າ​ພວກ​ເຂົາ​ມີ​ສຸ​ຂະ​ພາບ​ແຂງ​ແຮງກວ່າ​ພວກ​ທີ່​ກິນ​ອາ​ຫານ​ຂອງ​ພຣະ​ຣາ​ຊາ 16 ດັ່ງ​ນັ້ນ ຄົນ​ຍາມ​ຈຶ່ງ​ບໍ່​ເອົາ​ອາ​ຫານ​ແລະ​ນ້ຳ​ອະ​ງຸ່ນ​ຂອງ​ພຣະ​ຣາ​ຊາ​ໃຫ້​ພວກ​ເຂົາ​ກິນ ໃຫ້​ກິນ​ແຕ່​ຜັກ​ກັບ​ນ້ຳ​ລ້າໆ​ຕາມ​ທີ່​ເຂົາ​ສ​ເນີ​ມາ 17 ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້​ພວກ​ຄົນ​ຫນຸ່ມ​ສີ່​ຄົນ​ນີ້​ມີ​ຄວາມ​ຮູ້ ມີ​ຄວາມ​ຊຳ​ນິ​ຊຳ​ນານ​ວັນ​ນະ​ຄະ​ດີ ແລະ​ປັນ​ຍາ​ເປັນ​ຢ່າງ​ດີ ພຣະ​ອົງ​ຊົງ​ໂຜດ​ໃຫ້​ດາ​ນີ​ເອນ​ຊຳ​ນານການ​ແປ​ນິ​ມິດ​ແລະ​ແກ້​ຄວາມ​ຝັນ 18 ເມື່ອ​ຖ້ວນ​ກຳ​ນົດ​ສາມ​ປີ​ທີ່​ພຣະ​ຣາ​ຊາ​ຊົງ​ກຳ​ນົດ​ໄວ້ ຫົວ​ຫນ້າ​ຂັນ​ທີ​ກໍ​ນຳ​ຄົນ​ຫ​ນຸ່ມ​ທັງ​ຫມົດ​ເຂົ້າ​ເຝົ້າ​ກະ​ສັດ​ເນ​ບຸ​ກາດ​ເນສ​ຊາ 19 ພຣະ​ອົງ​ຊົງ​ສົນ​ທະ​ນາ​ກັບ​ພວກ​ເຂົາ ກໍ​ຊົງ​ເຫັນ​ວ່າ​ດາ​ນີ​ເອນ ຮາ​ນາ​ນີຢາ ມີ​ຊາ​ເອນ ແລະ​ອາ​ຊາ​ຣີ​ຢາ​ສ​ລາດກວ່າ​ຄົນ​ອື່ນໆ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ເຂົ້າ​ຮັບ​ຣາ​ຊ​ການ​ໃນ​ພຣະ​ຣາ​ຊສຳ​ນັກ 20 ບັນ​ຫາ​ຫລື​ຄຳ​ຖາມ​ທີ່​ພຣະ​ຣາ​ຊາ​ຊົງ​ຍົກ​ຂຶ້ນ​ມາ​ນັ້ນ ພວກ​ເຂົາ​ຮູ້​ຫມົດ ພຣະ​ອົງ​ຈຶ່ງ​ຊົງ​ເຫັນ​ວ່າ​ທັງ​ສີ່​ຄົນ​ນີ້​ຕອບ​ໄດ້​ດີກວ່າ​ພວກ​ຫມໍ​ດູ ຫລື​ຫມໍ​ມົນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ເຖິງ​ສິບ​ເທົ່າ 21 ດາ​ນີ​ເອນ​ໄດ້​ຮັບ​ຣາ​ຊ​ການ​ເລື້ອຍ​ມາ​ຈົນ​ເຖິງ​ສະ​ໄຫມ​ໄຊ​ຣັສເປັນ​ກະ​ສັດ​ຣາ​ຊ​ອາ​ນາ​ຈັກ​ບາ​ບີ​ໂລນ

ດານີເອນ 2

ພຣະ​ສຸ​ບິນ​ຂອງ​ກະ​ສັດ​ເນ​ບຸ​ກາດ​ເນສ​ຊາ

1 ເມື່​ອເນ​ບຸ​ກາດ​ເນສ​ຊາ​ຊົງ​ເປັນ​ກະ​ສັດ​ໄດ້​ສອງ​ປີ ກໍ​ຊົງ​ຝັນ​ເປັນ​ທຸກ​ໃນ​ພຣະ​ທັຍ​ຈົນ​ບັນ​ທົມ​ບໍ່​ຫລັບ 2 ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງຊົງ​ຮັບ​ສັ່ງ​ໃຫ້​ພວກ​ຫມໍ​ດູ ຫ​ມໍ​ມົນ ຫມໍ​ຜີ ແລະ​ຫມໍ​ວິ​ຊາ​ອາ​ຄົມ​ມາ​ທູນ​ຄວາມ​ຝັນ​ນັ້ນ​ແກ່​ພຣະ​ອົງ ເມື່ອ​ພວກ​ເຂົາ​ໄດ້​ເຂົ້າ​ມາ​ເຝົ້າ​ພຣະ​ຣາ​ຊາ​ແລ້ວ 3 ພຣະ​ອົງ​ຊົງ​ກ່າວຕໍ່​ພວກ​ເຂົາ​ວ່າ, “ເຮົາ​ໄດ້​ຝັນ​ບໍ່​ດີ​ເປັນ​ທຸກ​ໃຈ​ຫ​ລາຍ ເຮົາ​ຢາກ​ຮູ້​ວ່າ​ຄວາມ​ຝັນ​ນັ້ນ​ເປັນ​ຢ່າງ​ໃດ” 4 ພວກ​ເຂົາ​ໄດ້​ກາບ​ທູນ​ພຣະ​ຣາ​ຊາ​ເປັນ​ພາ​ສາ​ອາ​ຣາມ​ວ່າ, “ຂໍ​ພຣະ​ອົງ​ຊົງ​ພຣະ​ຈະເຣີນ​ເທີນ ຂໍ​ຊົງ​ເລົ່າ​ຄວາມ​ຝັນ​ຂອງ​ພຣະ​ອົງ​ໃຫ້​ພວກ​ຂ້າ​ພຣະ​ອົງ​ຟັງ ເພື່ອ​ພວກ​ຂ້າ​ພຣະ​ອົງ​ຈະ​ໄດ້​ທູນ​ຖວາຍ​ຄວາມ​ແກ້​ແດ່​ພຣະ​ອົງ” 5 ພຣະ​ຣາ​ຊາ​ຊົງ​ກ່າວ​ຕໍ່​ພວກ​ຫມໍ​ວິ​ຊາ​ອາ​ຄົມ​ວ່າ, “ເຮົາ​ໄດ້​ຕັດ​ສິນ​ໃຈ​ແລ້ວ​ວ່າ ຖ້າ​ພວກ​ເຈົ້າ​ບອກ​ຄວາມ​ຝັນ ແລະ​ແກ້​ຄວາມ​ຝັນ​ໃຫ້​ເຮົາ​ບໍ່​ໄດ້ ເຮົາ​ຈະ​ຂ້າ​ພວກ​ເຈົ້າ​ຢ່າງ​ທາ​ຣຸນ ແລະ​ທຳ​ລາຍ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ​ຖິ້ມ 6 ແຕ່​ຖ້າ​ພວກ​ເຈົ້າ​ບອກ​ແລະ​ແກ້​ຄວາມ​ຝັນ​ໃຫ້​ເຮົາ​ໄດ້ ເຮົາ​ຈະ​ໃຫ້​ລາງ​ວັນ​ແລະ​ກຽດ​ຕິ​ຍົດ​ອັນ​ຍິ່ງ​ໃຫຍ່​ແກ່​ພວກ​ເຈົ້າ ດັ່ງ​ນັ້ນ ຈົ່ງ​ບອກ​ຄວາມ​ຝັນ​ແລະ​ແກ້​ຄວາມ​ຝັນ​ໃຫ້​ເຮົາ​ເສັຽ” 7 ພວກ​ເຂົາ​ໄດ້​ທູນ​ພຣະ​ຣາ​ຊາ​ອີກວ່າ, “ຖ້າ​ພຣະ​ອົງ​ຊົງ​ເລົ່າ​ຄວາມ​ຝັນ​ໃຫ້​ຂ້າ​ພ​ຣະ​ອົງ​ຮູ້ ພວກ​ຂ້າ​ພຣະ​ອົງ​ຈຶ່ງ​ຈະ​ແກ້​ຄວາມ​ຝັນ​ນັ້ນ​ໄດ້” 8 ແລ້ວ​ພຣະ​ຣາ​ຊາ​ຊົງ​ກ່າວ​ວ່າ, “ເຮົາ​ຄິດ​ແລ້ວ​ວ່າ​ພວ​ກ​ເຈົ້າ​ພ​ຍາ​ຍາມ​ທ່ວງ​ດຶງ​ເວ​ລາ​ໄວ້ ເພາະ​ພວກ​ເຈົ້າ​ຮູ້​ວ່າ​ເຮົາ​ເປັນ​ຄົນ​ຕັດ​ສິນ​ໃຈ​ເດັດ​ຂາດ 9 ຖ້າ​ພວກ​ເຈົ້າ​ບໍ່​ບອກ​ຄວາມ​ຝັນ​ໃຫ້​ເຮົາ​ຮູ້ ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ຢ່າງ​ດຽວ​ກັນ ພວກ​ເຈົ້າ​ຕົກ​ລົງ​ກັນ​ຕົວະ​ຈົນ​ເທົ່າ​ເຮົາ​ຈະ​ປ່ຽນ​ໃຈ ແຕ່​ເຮົາ​ຊິ​ບໍ່​ປ່​ຽນ​ ຈົ່ງ​ບອກ​ຄວາມ​ຝັນ​ແກ່​ເຮົາ​ເສັຽ ເຮົາ​ຈຶ່ງ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ແກ້​ຄວາມ​ຝັນ​ນັ້ນ​ໄດ້” 10 ພວກ​ຫມໍ​ວິ​ຊາ​ອາ​ຄົມ​ໄດ້​ທູນ​ພຣະ​ຣາ​ຊາ​ວ່າ, “ບໍ່​ມີ​ຄົນ​ໃດ​ດອກ​ໃນ​ພື້ນ​ພິ​ພົບ​ນີ້​ທີ່​ສາ​ມາດບອກ​ສິ່ງ​ທີ່ພຣະ​ອົງ​ຢາກ​ຮູ້​ໄດ້ ບໍ່​ມີ​ພຣະ​ຣາ​ຊາ​ອົງ​ຍິ່ງ​ໃຫຍ່​ແລະ​ຊົງ​ຣິດ​ອົງ​ໃດ​ໄຕ່​ຖາມ​ເຊັ່ນ​ນີ້​ກັບ​ພວກ​ຫມໍ​ດູ ຫມໍ​ມົນ​ແລະ​ຫມໍ​ວິ​ຊາ​ອາ​ຄົມ 11 ສິ່ງ​ທີ່​ພຣະ​ຣາ​ຊາ​ຖາມ​ມາ​ນັ້ນ​ຍາກ​ຫລາຍ ບໍ່​ມີ​ໃຜ​ຈະ​ຖວາຍ​ຄຳ​ຕອບ​ແກ່​ພຣະ​ອົງ​ໄດ້ ນອກ​ຈາກ​ພວກ​ພຣະ​ຊຶ່ງ​ບໍ່​ໄດ້​ເປັນ​ມະ​ນຸດ” 12 ຍ້ອນ​ການ​ເວົ້າ​ຢ່າງ​ນີ້​ພຣະ​ຣາ​ຊາ​ຈຶ່ງ​ຊົງ​ພິ​ໂຣດ ແລະ​ຊົງ​ຮັບ​ສັ່ງ​ໃຫ້​ປະ​ຫານ​ຊີ​ວິດ​ພວກ​ຫມໍ​ຕ່າງໆ​ຊຶ່ງ​ເປັນ​ທີ່​ປຶກ​ສາ​ມະ​ຫາ​ກະ​ສັດ​ໃນ​ກຸງ​ບາ​ບີ​ໂລນ 13 ດັ່ງ​ນັ້ນ ຈຶ່ງ​ມີ​ພຣະ​ຣາ​ຊ​ອົງ​ການ​ປະ​ກາດ​ອອກ​ໄປ​ວ່າ ໃຫ້​ຂ້າ​ພວກ​ຣາ​ຊ​ບັນ​ດິດ​ທັງ​ຫມົດ ເຂົາ​ຈຶ່ງ​ຊອກ​ຫາດາ​ນີ​ເອນ​ແລະ​ເພື່ອນ​ຝູງ​ຂອງ​ເຂົາເພື່ອ​ຈະ​ຂ້າ​ເສັຽ 14 ຕໍ່​ມາ ດາ​ນີ​ເອນ​ໄດ້​ບອກ​ຢ່າງ​ມີ​ພິກ​ໄຫວ​ແກ່​ອາ​ຣິ​ໂອກ ຜູ້​ບັນ​ຊາການ​ທະ​ຫານ​ປະ​ຈຳ​ພຣະ​ຣາ​ຊວັງ ຜູ້​ຊຶ່ງ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ອອກ​ໄປ​ຂ້າ​ທີ່​ປຶກ​ສາ​ທັງ​ຫລາຍ 15 ທ່ານຖາມ​ອາ​ຣິ​ໂອກວ່າ, “ເປັນ​ຫຍັງ​ພຣະ​ຣາ​ຊາ​ຈຶ່ງ​ອອກ​ຄຳ​ສັ່ງ​ຮຸນ​ແຮງ​ເຊັ່ນ​ນີ້?” ອາ​ຣິ​ໂອກ​ກໍເລົ່າ​ເຣື່ອງ​ທີ່​ເກີດ​ຂຶ້ນ​ໃຫ້​ດາ​ນີ​ເອນ​ຮູ້ 16 ດາ​ນີ​ເອນ​ໄດ້​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ​ໃນ​ທັນ​ທີ ແລະ​ທູນ​ຂໍ​ໃຫ້​ພຣະ​ອົງ​ເລື່ອນ​ກຳ​ນົດ​ເວ​ລາ​ປະ​ຫານ ເພື່ອ​ວ່າທ່ານ​ຈະ​ໄດ້​ຖວາຍ​ຄຳ​ແກ້​ຄວາມ​ຝັນ​ແດ່​ພຣະ​ອົງ

ພຣະ​ເຈົ້າ​ຊົງ​ບອກ​ຄຳ​ແກ້​ຄວາມ​ຝັນ​ແກ່​ດາ​ນີ​ເອນ

17 ແລ້ວ​ດາ​ນີ​ເອນ​ໄດ້​ກັບ​ຄືນ​ເມືອ​ເຮືອນ​ຂອງ​ຕົນ ແລະ​ບອກ​ເຣື່ອງ​ທີ່​ເກີດ​ຂຶ້ນ​ໃຫ້ ຮາ​ນາ​ນີ​ຢາ ມີ​ຊາ​ເອນ ແລະ​ອາ​ຊາ​ຣີ​ຢາ​ເພື່ອນ​ຂອງ​ຕົນ​ຮູ້ 18 ແລະໄດ້ບອກໃຫ້​ພວກ​ເພື່ອນ​ອ້ອນວອນ ຂໍ​ໃຫ້​ພຣະ​ເຈົ້າ​ທີ່​ຢູ່​ເທິງຟ້າ​ສວັນ​​ຊົງ​ໂຜດ​ອະ​ທິ​ບາຍ​ເຣື່ອງ​ເລິກ​ລັບ​ນີ້​ໃຫ້​ແກ່​ພວກ​ເຂົາ ເພື່​ອ​ພວກ​ເຂົາ​ຈະ​ບໍ່​ຖືກ​ຂ້າ​ຕາຍ​ເຫມືອນ​ຢ່າງ​ທີ່​ປຶກ​ສາ​ຄົນ​ອື່ນໆ​ໃນ​ກຸງ​ບາ​ບີ​ໂລນ 19 ແລ້ວ​ໃນ​ຄືນ​ນັ້ນ ພຣະ​ເຈົ້າ​ໄດ້​ຊົງ​ເຜີຍ​ເຣື່ອງ​ເລິກ​ລັບ​ນີ້​ໃຫ້​ດາ​ນີ​ເອນ​ຮູ້​ທາງ​ນີ​ມິດ ດັ່ງ​ນັ້ນ ດາ​ນີ​ເອນ​ຈຶ່ງ​ສັຣເສີນ​ພຣະ​ເຈົ້າ​ເທິງ​ຟ້າສວັນ​​ວ່າ, 20 “ຂໍ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຕ​ລອດ​ໄປ​ເປັນ​ນິດ ພຣະ​ອົງ​ຊົງ​ມີ​ປັນ​ຍາ​ແລະ​ມີ​ເດ​ຊາ​ນຸ​ພາບ 21 ພຣະ​ອົງ​ຊົງ​ບັງ​ຄັບ​ກາ​ລ​ເວລາ ຊົງ​ແຕ່ງ​ຕັ້ງ​ແລະ​ປົດ​ພຣະ​ຣາ​ຊາ ຊົງ​ປະ​ທານ​ປັນ​ຍາ​ແລະ​ຄວາມ​ຮູ້​ຮອບ​ດ້ານ​ໃຫ້​ມະ​ນຸດ 22 ຊົງ​ເປິດ​ເຜີຍ​ສິ່ງ​ເລິກ​ແລບ​ແລະ​ລັບລີ້ ຊົງ​ຮູ້​ສິ່ງ​ທີ່ຢູ່​ໃນ​ຄວາມ​ມືດ ແລະ​ຊົງ​ມີ​ແສງ​ສວ່າງ​ຢູ່​ອ້ອມ​ຮອບ 23 ໂອ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ສັຣ​ເສີນ​ແລະ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ອົງ ພຣະ​ອົງຊົງ​ປະ​ທານ​ປັນ​ຍາ​ແລະ​ກຳ​ລັງ​ໃຫ້​ຂ້າ​ພຣະ​ອົງ ຊົງ​ຕອບ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ ແລະ​ຊົງ​ໃຫ້​ພວກ​ຂ້າ​ພຣະ​ອົງ​ຮູ້​ຈັກ​ຕອບ​ພຣະ​ຣາ​ຊາ

ດາ​ນີ​ເອນບອກ ແລະ​ແກ້​ຄວາມ​ຝັນ​ໃຫ້​ ພຣະ​ຣາ​ຊາ

24 ຕໍ່​ມາ ດາ​ນີ​ເອນ​ໄດ້​ເຂົ້າ​ໄປ​ຫາ​ອາ​ຣິ​ໂອກ ຜູ້​ທີ່​ພຣະ​ຣາ​ຊາ​ຊົງ​ແຕ່ງ​ຕັ້ງ​ໃຫ້​ຂ້າ​ນັກ​ປາ​ດ​ແຫ່ງ​ກຸງ​ບາ​ບີ​ໂລນ ທ່ານ​ໄດ້​ເຂົ້າ​ໄປ ​ແລະ​ກ່າວ​ແກ່ອາ​ຣີ​ໂອກວ່າ, “ຂໍ​ຢ່າ​ຂ້າ​ພວກ​ນັກ​ປາດ​ທ້ອນ ໂຜດ​ນຳ​ຕົວ​ຂ້າ​ພະ​ເຈົ້າເຂົ້າ​ໄປ​ເຝົ້າ​ພຣະ​ຣາ​ຊາ​ ຂ້າ​ພະ​ເຈົ້າ​ຈະ​ແກ້​ຄວາມ​ຝັນ​ຖວາຍ​ພຣະ​ອົງ” 25 ແລ້ວ​ອາ​ຣິ​ໂອກ​ກໍ​ຟ້າວ​ນຳ​ຕົວ​ດາ​ນີ​ເອນ​ເຂົ້າ​ເຝົ້າ​ພຣະ​ຣາ​ຊາ ແລະ​ທູນ​ພຣະ​ອົງວ່າ, “ຂ້າ​ພຣະ​ອົງ​ພົບ​ຄົນ​ຢູດາ​ຜູ້​ນຶ່ງ​ໃນ​ຫມູ່​ພວ​ກຊະ​ເລີຍ ຊາຍ​ຜູ້​ນີ້​ສາ​ມາດ​ແກ້​ຄວາມ​ຝັນ​ຂອງ​ພຣະ​ອົງ​ໄດ້” 26 ພຣະ​ຣາ​ຊາ​ຊົງ​ກ່າວ​ກັບ​ດາ​ນີ​ເອນ (ຜູ້​ມີ​ຊື່​ອີກ​ຢ່າງ​ນຶ່ງ ເບ​ນ​ເຕ​ຊັສຊາ) ວ່າ, “ເຈົ້າ​ສາ​ມາດບອກ ແລະ​ແກ້​ຄວາມ​ຝັນ​ຂອງ​ເຮົາ​ໄດ້​ບໍ່?” 27 ດາ​ນີ​ເອນ​ທູນ​ພຣະ​ຣາ​ຊາ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ບໍ່​ມີ​ຫມໍ​ວິ​ຊາ​ອາ​ຄົມ ຫມໍມົນ ຫມໍ​ມໍ ຫລື​ຫມໍ​ດູ​ຣືກ​ຍາມ​ຄົນ​ໃດ​ດອກບອກ​ພຣະ​ອົງ​ຢ່າງ​ນັ້ນ​ໄດ້ 28 ມີ​ແຕ່​ພຣະ​ເຈົ້າ​ເທິງຟ້າ​ສວັນ​ທີ່​ຊົງ​ສາ​ມາດ​ເຜີຍ​ຄວາມ​ເລິກ​ລັບ​ທັງ​ຫລາຍ​ໄດ້ ຂ້າ​ແດ່​ພຣະ​ຣາ​ຊາ ພຣະ​ເຈົ້າ​ໄດ້​ຊົງ​ບອກ​ໃຫ້​ພຣະ​ອົງ​ຮູ້​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ ຄວາມ​ຝັນ​ແລະ​ນິມິດ​ທີ່​ເກີດ​ຂຶ້ນ​ໃນ​ຂ​ນະ​ທີ່​ພຣະ​ອົງຊົງ​ບັນ​ທົມ​ນັ້ນ​ມີ​ດັ່ງ​ນີ້: 29 ຄື​ພຣະ​ອົງ​ຊົງ​ຝັນ​ເຖິງ​ເຣື່​ອງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ ເພາະ​ພຣະ​ເຈົ້າ​ຜູ້​ຊົງ​ເຜີຍ​ເຣື່ອງ​ເລິກ​ລັບ​ໄດ້​ສະ​ແດງ​ໃຫ້​ພຣະ​ອົງ​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ 30 ເຣື່ອງ​ເລິກ​ລັບ​ນີ້​ຊົງ​ເຜີຍ​ໃຫ້​ຂ້າ​ພຣະ​ອົງ​ຮູ້ ບໍ່​ແມ່ນ​ຍ້ອນ​ຂ້າ​ພຣະ​ອົງເປັນ​ຄົນ​ສ​ລາດກວ່າ​ຄົນ​ອື່ນໆ​ດອກ ແຕ່​ຍ້ອນ​ພຣະ​ເຈົ້າ​ຢາກ​ໃຫ້​ພຣະ​ຣາ​ຊາ​ຮູ້​ຄຳ​ແກ້​ຄວາມ​ຝັນ ແລະ​ເຂົ້າ​ໃຈ​ພຣະ​ດຳ​ຣິ​ໃນ​ພຣະ​ທັຍ​ຂອງ​ພຣະ​ອົງ​ເອງ 31 ຂ້າ​ແດ່​ພຣະ​ຣາ​ຊາ ໃນນີ​ມິດ​ຂອງ​ພຣະ​ອົງ​ນັ້ນ ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເຫັນ​ຮູບ​ຂ​ນາດ​ໃຫຍ່​ຢືນ​ຢູ່​ຊ້ອງ​ພຣະ​ພັກ ຮູບ​ນີ້​ສ່ອງ​ແສງ​ເຫລື້ອມ​ແລະ​ເປັນ​ຕາ​ຢ້ານ 32 ຫົວຂອງ​ຮູບ​ນີ້​ເປັນ​ຄຳ​ຢ່າງ​ດີ​ທີ່​ສຸດ ເອິກ​ແລະ​ແຂນ​ເປັນ​ເງິນ ແອວ​ແລະ​ກະ​ໂພກ​ເປັນ​ທອງ​ສຳ​ລິດ 33 ຂາ​ເປັນ​ເຫລັກ ຕີນ​ເປັນ​ເຫ​ລັກ​ປົນ​ດິນ 34 ຂ​ນະ​ພຣະ​ອົງ​ທອດ​ພຣະ​ເນດ​ຢູ່​ນັ້ນ ມີ​ຫີນ​ໃຫຍ່​ກ້ອນ​ນຶ່ງ​ແຕກ​ອອກ​ມາ​ເອງ​ໂດຍ​ບໍ່​ມີ​ໃຜ​ເຮັດ ຫີນ​ນີ້​ໄດ້​ກະ​ທົບ​ໃສ່​ຕີນ​ເຫລັກ​ປົນ​ດິນ​ຂອງ​ຮູບ​ນັ້ນ​ຈົ​ນ​ແຕກ​ຫມຸ່ນ​ໄປ 35 ແລ້ວ​ໃນ​ທັນ​ໃດ​ນັ້ນ ສ່ວນ​ເປັນ​ເຫລັກ ເປັນ​ດິນ ເປັນ​ທອງ​ສຳ​ລິດ ເປັນ​ເງິນແລະ​ຄຳ​ກໍ​ແຕກ​ຫມຸ່ນ​ໄປ​ເຫມືອນ​ເຂົ້າ​ລີບ​ໃນ​ລານ ທີ່​ລົມ​ພັດ​ປີວ​ໄປ​ໃນ​ຍາມ​ຮ້ອນ ໂດຍ​ບໍ່​ມີ​ຮ່ອງ​ຮອຍ​ໃຫ້​ພົບ​ເຫັນ​ເລີຍ ແຕ່​ກ້ອນ​ຫີນ​ນັ້ນ​ໄດ້​ກາຍ​ເປັນ​ພູ​ເຕັມ​ພື້ນ​ພິ​ພົບ ຄວາມ​ຝັນ​ນັ້ນ​ເປັນ​ດັ່ງ​ນີ້​ແຫລະ 36 ຕໍ່​ໄປ ຂ້າ​ພຣະ​ອົງຂໍ​ແກ້​ໃຫ້​ພຣະ​ອົງ​ຊົງ​ຊາບ ຂ້າ​ແດ່ພຣະ​ຣາ​ຊາ ພຣະ​ອົງ​ຊົງ​ເປັນ​ຈອມ​ພຣະ​ຣາ​ຊາ​ທັງ​ປວງ 37 ພຣະ​ເຈົ້າ​ເທິງ​ຟ້າສວັນ​ໄດ້​ຊົງ​ແຕ່ງ​ຕັ້ງ​ໃຫ້​ພຣະ​ອົງ​ເປັນ​ພຣະ​ຣາ​ຊາ ຊົງ​ປະ​ທານ​ຣິດອຳ​ນາດ​ແລະ​ກຽດ​ຕິ​ຍົດ​ໃຫ້​ພຣະ​ອົງ 38 ພຣະ​ເຈົ້າ​ໄດ້​ຊົງ​ແຕ່ງ​ຕັ້ງ​ໃຫ້​ພຣະ​ອົງ​ເປັນ​ຜູ້​ປົກ​ຄອງ​ຄົນຕ​ລອດ​ທັງ​ສັດ​ແລະ​ນົກ​ທັງ​ປວງ​ທີ່​ອາ​ໄສ​ຢູ່​ໃນ​ໂລກ ຫົວຄຳ​ນັ້ນ​ແມ່ນ​ພຣະ​ອົງ​ເອງ 39 ຕໍ່​ຈາກ​ພຣະ​ອົງ​ໄປ​ຈະ​ມີ​ຣາ​ຊ​ອາ​ນາ​ຈັກ​ນຶ່ງ​ອີກ ເປັນ​ຣາ​ຊ​ອາ​ນາ​ຈັກ​ນ້ອຍກວ່າ​ຂອ​ງ​ພຣະ​ອົງ ແລະ​ຫລັງ​ຈາກ​ນັ້ນ​ແມ່ນ​ຣາ​ຊ​ອາ​ນາ​ຈັກ​ທີ່​ສາມ ເປັນ​ ຣາ​ຊ​ອາ​ນາ​ຈັກ​ທອງສໍາ​ລິດ ຊຶ່ງ​ຈະ​ມີ​ອຳ​ນາດແຜ່​ໄປ​ທົ່ວ​ໂລກ 40 ແລ້ວ​ຈະ​ມີ​ຣາ​ຊ​ອາ​ນາ​ຈັກ​ທີ່​ສີ່ ​ເປັນ​ອາ​ນາ​ຈັກ​ທີ່​ມີ​ອຳ​ນາດ​ແລະ​ແຂງ​ດັ່ງ​ເຫລັກ ຊຶ່ງ​ສາ​ມາດ​ຕີ​ສິ່ງ​ທັງ​ຫລາຍ​ໃຫ້​ຫັກ​ແລະ​ແຕກ​ຫມຸ່ນ​ໄດ້ ຣາ​ຊ​ອາ​ນາ​ຈັກ​ນີ້​ຈະ​ຫັກ​ແລະ​ທັບ​ມ້າງ​ຣາ​ຊ​ອາ​ນາ​ຈັກ​ກ່ອນໆ​ທັງ​ປວງ 41 ທີ່​ພຣະອົງ​ທອດ​ພຣະ​ເນດ​ເຫັນ​ຕີນ​ແລະ​ນີ້ວ​ຕີນ​ເປັນ​ດີນ​ປົນ​ເຫລັກ​ນັ້ນ ຫມາຍ​ຄວາມ​ວ່າ​ຈະ​ເປັນ​ຣາ​ຊ​ອາ​ນາ​ຈັກ​ປະ​ສົມ ມັນ​ຈະ​ມີ​ຄວາມ​ແຂງຂອງ​ເຫລັກ​ປົນ​ຢູ່​ດ້ວຍ ເພາະ​ວ່າ​ໄດ້​ມີ​ເຫລັກ​ປະ​ສົມ​ຢູ່​ກັບ​ດິນຫນຽວ 42 ນີ້ວ​ຕີນ​ເປັນ​ເຫລັກ​ປົນ​ດິ​ນ​ນັ້ນ ຫມາຍ​ຄວາມ​ວ່າ​ຣາ​ຊ​ອາ​ນາ​ຈັກ​ນັ້ນ​ຈະ​ແຂງ​ແຮງ​ແຕ່​ເສັຽ​ຫາຍ​ງ່າຍ 43 ທີ່​ພຣະ​ອົງ​ທອດ​ພຣະ​ເນດ​ເຫັນ​ເຫລັກ​ປະ​ສົມ​ດ້ວຍ​ດິນ​ຫນຽວ​ນັ້ນ ພວກ​ຜູ້​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ​ນັ້ນ ຈະ​ພຍາ​ຍາມ​ຮວບ​ຮວມ​ຄອບ​ຄົວ​ຂອງ​ເຂົາ​ເຂົ້າ​ກັນ​ດ້ວຍ​ການ​ແຕ່ງ​ງານ ແຕ່​ພວກ​ເຂົາ​ຈະ​ເຮັດ​ບໍ່​ໄດ້​ຢ່າງ​ດຽວ​ກັບ​ເຫລັກ​ທີ່​ປະ​ສົມ​ເຂົ້າ​ກັບ​ດິນ​ບໍ່​ໄດ້ 44 ໃນ​ສະ​ໄຫມ​ພຣະ​ຣາ​ຊາ​ເຫລົ່າ​ນັ້ນ​ປົກ​ຄອງ​ຢູ່ ພຣະ​ເຈົ້າ​ເທິງຟ້າ​ສວັນ​ຈະ​ຊົງ​ຈັດ​ຕັ້ງ​ຣາ​ຊ​ອາ​ນາ​ຈັກ​ອັນ​ນຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ຖືກ​ທຳ​ລາຍ​ແລະ​ຈະ​ຕັ້ງ​ຢູ່​ຕ​ລອດ​ ໄປ ຣາ​ຊ​ອາ​ນາ​ຈັກ​ນີ້​ຈະ​ບໍ່​ປຣາ​ໄຊ​ແຕ່​ຈະ​ທຳ​ລາຍ​ຣາ​ຊ​ອາ​ນາ​ຈັກ​ອື່ນ​ທັງ​ປວງໃຫ້​ຫມົດ​ສິ້ນ 45 ທີ່ພຣະອົງ​ທອດ​ພຣະ​ເນດ​ເຫັນ​ກ້ອນ​ຫີນ​ແຕກ​ອອກ​ຈາກ​ພູ​ເອງ​ໂດຍ​ບໍ່​ມີ​ໃຜ​ເຮັດ ກ້ອນ​ຫີນ​ນັ້ນ​ໄດ້​ກະ​ທົບ​ກັບ​ຮູບ​ເຫລັກ ຮູບ​ທອງ​ສຳ​ລິດ ຮູບ​ດິນ ແລະ​ຮູບ​ເງິນ​ແລະ​ຄຳ​ນັ້ນ ແມ່ນ​ພຣະ​ເຈົ້າ​ອົງ​ຍິ່ງ​ໃຫຍ່​ ໄດ້​ຊົງ​ບອກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ​ໃຫ້​ພຣະ​ຣາ​ຊາ​ຊົງ​ຊາ​ບ ຂ້າ​ພຣະ​ອົງ​ໄດ້​ທູນ​ຖວາຍ​ຄວາມ​ຝັນ​ແລະ​ຄຳ​ແກ້​ແດ່​ພຣະ​ອົງ​ຢ່າງ​ຖືກ​ຕ້ອງ​ແລະ​ເປັນ​ຈີງ

ກະ​ສັດຊົງ​ມອບ​ຮາງວັນ​ໃຫ້​ດາ​ນີເອນ

46 ແລ້ວ​ກະ​ສັດ​ເນ​ບຸ​ກາດ​ເນສຊາ​ໄດ້​ຊົງ​ຂາບ​ລົງ​ຕໍ່​ຫນ້າ​ດາ​ນີ​ເອ​ນ​ ຊົງ​ສັ່ງ​ໃຫ້​ນຳ​ເຄື່ອງ​ເຜົາ​ບູ​ຊາ ແລະ​ເຄື່ອງ​ຫອມ​ບູ​ຊາ​ມາ​ມອບ​ໃຫ້​ດາ​ນີເອນ 47 ພຣະ​ອົງ​ຊົງ​ກ່າວວ່າ, “ພຣະ​ເຈົ້າ​ຂອງ​ທ່ານ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ ແລະ​ຂອງ​ພຣະ​ຣາ​ຊາ​ທັງ​ປວງ ແລະ​ຊົ​ງ​ເປັນ​ຜູ້​ເຜີຍ​ຄວາມ​ເລິກ​ລັບ ເພາະ​ວ່າ​ທ່ານ​ສາ​ມາດ​ອະ​ທິ​ບາຍ​ຄວາມ​ເລິກ​ລັບ​ນີ້​ໄດ້” 48 ແລ້ວ​ພຣະ​ຣາ​ຊາ​ໄດ້​ມອບ​ຕຳ​ແຫນ່ງ​ສູງ​ແລະ​ສິ່ງ​ຂອງ​ອັນ​ປະ​ເສີດ​ຫລາຍຢ່າງ​ໃຫ້​ແກ່​ດາ​ນີ​ເອນ ຄື​ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປົກ​ຄອງ​ແຂວງ​ບາ​ບີ​ໂລນ 49 ແລະ​ເປັນ​ຫົວ​ຫນ້າ​ພວກ​ທີ່​ປຶກ​ສາ​ຊາວ​ບາ​ບີ​ໂລນ ເພື່ອ​ຕອບ​ສນອງ​ຄຳ​ທູນ​ຂໍ​ຂອງ​ດາ​ນີ​ເອນ ພຣະ​ຣາ​ຊາ​ຊົງ​ແຕ່ງ​ຕັ້ງ​ໃຫ້​ຊັດ​ຣັຄ ເມ​ຊາກ ແລະ​ອາ​ເບດ​ເນ​ໂກ ຮັບ​ຣາ​ຊ​ການ​ຢູ່​ໃນ​ແຂວງ​ບາ​ບີ​ໂລນ ແລະ​ຍັງ​ຊົງ​ໃຫ້​ດາ​ນີ​ເອນ​ຮັບ​ຕຳ​ແຫນ່ງ​ຢູ່​ໃນ​ພຣະ​ຣາ​ຊ​ສຳ​ນັກ​ຕໍ່​ໄປ

ດານີເອນ 3

ກະ​ສັດ​ເນ​ບຸ​ກາດ​ເນສຊາ ສັ່ງ​ໃຫ້​ທຸກ​ຄົນ​ຂາບ​ໄຫວ້​ຮູບ​ຄຳ

1 ກະ​ສັດ​ເນ​ບຸ​ກາດ​ເນສຊາ​ໄດ້​ຊົງ​ສ້າງ​ຮູບ​ຄຳ​ຮູບ​ນຶ່ງ ສູງຫົກ​ສິບ​ສອກ ແລະ​ກວ້າງ​ຫົກ​ສອກ ຊົງ​ແຕ່ງ​ໄວ້​ໃນ​ທີ່​ຮາບ​ພຽງ​ດຸ​ແລ​ໃນ​ແຂວງ​ບາ​ບີ​ໂລນ 2 ແລ້ວ​ພຣະ​ອົງ​ຊົງ​ຮັບ​ສັ່ງ​ໃຫ້​ບັນ​ດາ​ຂ້າ​ຣາ​ຊ​ການ​ຜູ້​ໃຫຍ່​ຂອງ​ພຣະ​ອົງ ຄື​ພວກ​ເຈົ້າ​ອຸປຣາ​ຊ ເຈົ້າ​ແຂວງ ຮອງ​ເຈົ້າ​ແຂວງ ຜູ້​ປົກ​ຄອງ​ກຳ​ແພງ​ນະ​ຄອນ ນາຍ​ຄັງ ຜູ້​ພິ​ພາກ​ສາ ຕຸ​ລາ​ການ​ແລະ​ບັນ​ດາ​ຂ້າ​ຣາ​ຊ​ການ​ຄົນ​ອື່ນໆ​ໃນ​ແຂວງ​ທັງ​ຫມົດ ມາ​ຮ່ວມ​ໃນ​ງານ​ສ​ລອງ​ຮູບ​ຄຳ​ທີ່​ພຣະ​ອົງ​ຊົງ​ສ້າງ​ຂຶ້ນ 3 ແລ້ວ​ບັນ​ດາ​ຂ້າ​ຣາ​ຊ​ການ​ທັງ​ຫມົດ​ນີ້​ໄດ້​ມາ​ສ​ລອງ​ພ້ອມ​ກັນ ແລະ​ໄດ້​ຢືນ​ຢູ່​ຕໍ່​ຫນ້າ​ຮູບ​ຄຳ​ນັ້ນ 4 ໂຄສົ​ກ​ຜູ້​ນຶ່ງ​ໄດ້​ປະ​ກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຄົນ​ທຸກໆ​ປະ​ເທດ ທຸກໆ​ເຊື້ອ​ຊາດ​ແລະ​ພາ​ສາ 5 ຕໍ່​ໄປ​ນີ້ພວກ​ທ່ານ​ຈະ​ໄດ້​ຍິນ​ສຽງ​ເປົ່າ​ແກ​ຕິດ​ຕາມ​ດ້ວຍ​ສຽງ​ປີ່ ສຽງ​ພິນ ສຽງ​ກະ​ຈັບ​ປີ່ ​ແລະສຽງແຄນ​ ແລ້ວ​ຈະ​ມີ​ສຽງ​ດົນ​ຕຣີ​ອື່ນ​ໆ​ດັງ​ຂຶ້ນ ພໍ​ໄດ້​ຍິນ​ສຽງ​ດົນ​ຕ​ຣີ​ໃຫ້​ທ່ານ​ທັງ​ຫລາຍ​ຂາບ​ໄຫວ້​ຮູບ​ຄຳ​ທີ່​ກະ​ສັດ​ເນ​ບຸ​ກາດ​ເນສ​ຊາ​ຊົງ​ສ້າງ​ນີ້ 6 ຜູ້​ໃດ​ບໍ່​ຂາບ​ໄຫວ້​ຈະ​ຖືກໂຍນ​ເຂົາ​ໄປ​ໃນ​ເຕົາ​ໄຟ​ທັນ​ທີ” 7 ດັ່ງ​ນັ້ນ ພໍ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ສຽງ​ດົນ​ຕ​ຣີ​ດັງ​ຂຶ້ນ​ຄົນ​ທຸກ​ໆ​ປະ​ເທດ ທຸກໆ​ເຊື້ອ​ຊາດ​ແລະ​ພາ​ສາ​ກໍ​ຂາບ​ໄຫວ້​ຮູບ​ຄຳ​ທີ່​ກະ​ສັດເນ​ບຸ​ກາດ​ເນສຊາ​ຊົງ​ສ້າງ​ນັ້ນ

ຄົນ​ຢູດາ​ສາມ​ຄົນ​ຖືກ​ຟ້ອງ​ຮ້ອງ

8 ມີ​ຊາວ​ບາ​ບີ​ໂລນ​ບາງ​ຄົນ​ໄດ້​ສວຍ​ໂອ​ກາດ​ນີ້ ກ່າວ​ຟ້ອງ​ຄົນ​ຢູດາ 9 ພວກ​ເຂົາທູນ​ກະ​ສັ​ດ​ເນ​ບຸ​ກາດ​ເນສຊາ​ວ່າ, “ຂໍ​ຊົງ​ພຣະ​ຈະເຣີນ​ເທີນ, 10 ພຣະ​ອົງ​ຊົງ​ອອກ​ຄຳ​ສັ່ງ​ແລ້ວ​ວ່າ ພໍ​ສຽງ​ດົນ​ຕ​ຣີ​ເລີ້ມ​ດັງ​ຂຶ້ນ ທຸກໆ​ຄົນ​ຈະ​ຕ້ອງ​ຂາບ​ໄຫວ້​ຮູບ​ຄຳ 11 ຜູ້​ໃດ​ບໍ່​ຂາບ​ໄຫວ້​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ເຕົາ​ໄຟ 12 ມີ​ຄົນ​ຢູດາ​ບາງ​ຄົນ​ທີ່​ພຣະ​ຣາ​ຊາ​ຊົງ​ແຕ່ງ​ຕັ້ງ​ໃຫ້​ຮັບ​ຣາ​ຊ​ການ​ຢູ່​ໃນ​ແຂວງ​ບາ​ບີ​ໂລນ ຄື​ ຊັດ​ຣັ​ຄ ເມ​ຊາກ ແລະ​ອາ​ເບດ​ເນ​ໂກ ສາມ​ຄົນ​ນີ້​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພຣະ​ອົງ ພວກ​ເຂົາ​ບໍ່​ນັບ​ຖື​ພຣະ​ຂອງ​ພຣະ​ອົງແລະ​ບໍ່​ຍອມ​ຂາບ​ໄຫວ້​ຮູບ​ທີ່​ພຣະ​ອົງ​ຊົງ​ສ້າງ” 13 ດ້ວຍ​ເຫດ​ນີ້ ພຣະ​ຣາ​ຊາ​ຈຶ່ງ​ຊົງ​ພິ​ໂຣດ ແລະ​ຊົງ​ສັ່ງ​ໃຫ້​ນຳ​ຊາຍ​ສາມ​ຄົນ​ນັ້ນ​ມາ​ເຝົ້າ 14 ແລ້ວ​ຊົງ​ຖາມ​ພວກ​ເຂົາ​ວ່າ, “ຊັດ​ຣັ​ຄ ເມ​ຊາກ ແລະ​ອາ​ເບດ​ເນ​ໂກ ພວກ​ເຈົ້າ​ບໍ່​ຍອມ​ນັບ​ຖື​ພຣະ​ຂອງ​ເຮົາ ແລະ​ບໍ່​ຍອມ​ຂາບ​ໄຫວ້​ຮູບ​ຄຳ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ແມ່ນ​ບໍ່? 15 ເອົາ​ລະ ບັດ​ນີ້​ພໍ​ພວກ​ເຈົ້າ​ໄດ້​ຍິນ​ສຽງ​ແກ​ສຽງ​ປີ່ ສຽງ​ພິນ ສຽງ​ກະ​ຈັບ​ປີ່ ສຽງ​ແຄນ ແລະ​ສຽງ​ດົນ​ຕ​ຣີ​ອື່ນໆ​ທັງ​ຫມົດ​ໃຫ້​ພວກ​ເຈົ້າ​ຈົ່ງ​ຂາບ​ໄຫວ້​ຮູບ​ຄຳ​ນັ້ນ ຖ້າ​ພວກ​ເຈົ້າ​ບໍ່​ຍອມ​ຂາບ​ໄຫວ້ ພວກ​ເຈົ້າ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າເຕົາ​ໄຟ​ທັນ​ທີ ຫລື​ພວ​ກ​ເຈົ້າ​ຄິດ​ວ່າ​ມີ​ພຣະ​ອົງ​ອື່ນ​ທີ່​ຈະ​ຊ່ອຍ​ພວກ​ເຈົ້າ​ໃຫ້​ລອດ​ພົ້ນ​ຈາກ​ອຳ​ນາດ​ຂອງ​ເຮົາ​ບໍ່? 16 ຊັດ​ຣັ​ຄ ເມ​ຊາກ ແລະ​ອາ​ເບດ​ເນ​ໂກ​ທູນ​ພຣະ​ຣາ​ຊາ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ພວກ​ຂ້າ​ພຣະ​ອົງ​ຈະ​ບໍ່​ຂໍ​ປ້ອງ​ກັນ​ຕົວ​ເອ​ງໄວ້ 17 ຖ້າ​ພຣະ​ເຈົ້າ​ອົງ​ທີ່​ພວກ​ຂ້າ​ພຣະ​ອົງ​ຮັບ​ໃຊ້​ຢູ່​ຊົງ​ພໍພຣະ​ທັຍ​ຈະ​ຊ່ອຍ​ພວກ​ຂ້າ​ພຣະ​ອົງ​ໃຫ້​ພົ້ນ​ຈາກ​ເຕົາ​ທີ່ໄຟລຸກ​ຢູ່ ຂ້າ​ແດ່​ພຣະ​ຣາ​ຊາ ພຣະ​ອົງ​ກໍ​ຈະ​ຊົງ​ຊ່ອຍ​ກູ້​ພ​ວກ​ຂ້າ​ພຣະ​ອົງ​ໃຫ້​ພົ້ນຈາກພຣະ​ຣາ​ຊ​ອຳ​ນາດ​ຂອງພຣະຣາ​ຊາ 18 ແຕ່​ຖ້າ​ບໍ່​ເປັນ​ເຊັ່ນ​ນັ້ນ ຂ້າ​ແດ່​ພຣະ​ຣາ​ຊາ ຂໍ​ພຣະ​ອົງ​ຊົງ​ຊາບ​ວ່າ ພວກ​ຂ້າ​ພຣະ​ອົງ​ຈະ​ບໍ່​ນັບ​ຖື​ພຣະ​ຂອງ​ພຣະ​ອົງ ແລະ​ຈະ​ບໍ່​ຂາບ​ໄຫວ້​ຮູບ​ຄຳ​ທີ່​ພຣະ​ອົງ​ຊົງ​ສ້າງຂຶ້ນ”

ຄົນ​ຢູດາ​ຖືກໂຍນ​ເຂົ້າ​ເຕົາ​ໄຟ

19 ແລ້ວ​ກະ​ສັດ​ເນ​ບຸ​ກາດ​ເນສ​ຊາ​ຊົງ​ພິ​ໂຣດ ຊັດ​ຣັ​ຄ ເມ​ຊາກ ແລະ​ອາ​ເບດ​ເນ​ໂກ​ຢ່າງ​ສຸດ​ຂີດ​ຈົນ​ຫນ້າ​ດຳ​ຕາ​ແດງ ພຣະ​ອົງ​ຊົງ​ສັ່ງ​ໃຫ້​ຄົນ​ຂອງ​ພຣະ​ອົງ​ໄປ​ເຮັດ​ໃຫ້​ເຕົາ​ໄຟ​ຮ້ອນ​ຂຶ້ນກວ່າ​ເກົ່າ​ເຖິງ​ເຈັດ​ເທົ່າ 20 ແລ້ວ​ຊົງ​ສັ່ງ​ໃຫ້​ຄົນ​ຜູ້​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ກອງ​ທັບ​ຂອງ​ພຣະ​ອົງ​ຜູກ​ຊາຍ​ສາມ​ຄົນ​ນີ້ 21 ດັ່ງ​ນັ້ນ ພວກ​ເຂົາ​ທັງ​ສາມ​ຈຶ່ງ​ຖືກ​ມັດ​ຄາ​ເຄື່ອງ​ນຸ່ງ ມີ​ເສື້ອ​ຊັ້ນ​ໃນ​ຊັ້ນ​ນອກ ມີ​ຫມວກ​ແລະ​ຂອງ​ອື່ນໆ ແລ້ວ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ 22 ເພາະ​ວ່າ​ຄຳ​ສັ່ງ​ຂອງ​ພຣະ​ຣາ​ຊາ​ນັ້ນ​ເດັດ​ຂາດ ເຕົາ​ໄຟ​ນັ້ນ​ກໍ​ຮ້ອນ​ທີ່​ສຸດ ຈົນ​ພວກ​ຄົນ​ທີ່​ໂຍນ​ພວກ​ເຂົາ​ເຂົ້າ​ໄປ​ໄດ້​ຖືກ​ໄຟ​ໄຫມ້​ຕາຍ 23 ຊັດ​ຣັ​ຄ ເມ​ຊາກ ແລະ​ອາ​ເບດ​ເນ​ໂກ​ກໍ​ຕົກ​ລົງ​ກາງກອງ​ໄຟ​ທັງໆ​ທີ່​ຍັງ​ມັດ​ຢູ່ 24 ໃນ​ເວ​ລາ​ນັ້ນ ກະ​ສັດ​ເນ​ບຸ​ກາດ​ເນສ​ຊາ ໄດ້​ຊົງ​ລຸກ​ຂຶ້ນ​ໂດຍ​ໄວ​ຍ້ອນ​ປະ​ຫລາດ​ພຣະ​ທັຍ ແລະ​ຊົງ​ຖາມ​ພວກ​ທີ່​ປຶກ​ສາ​ວ່າ, “ພວກ​ເຮົາ​ໄດ້​ມັດ​ຊາຍ​ສາມ​ຄົນ​ນັ້ນ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ບໍ່​ແມ່ນ​ບໍ່?” ພ​ວ​ກ​ເຂົາ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ຈິງ​ພຣະ​ເຈົ້າ​ຂ້າ” 25 ພຣະ​ອົງ​ຊົງ​ຖາມ​ອີກວ່າ, “ແລ້ວ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນ​ຊາຍ​ສີ່​ຄົນ​ກຳ​ລັງ​ຍ່າງ​ຢູ່​ໃນ​ເຕົາ​ໄຟ ພວ​ກ​ເຂົາ​ບໍ່​ໄດ້​ມັດ​ແລະ​ບໍ່​ເຫັນ​ເປັນ​ອັນ​ຕະ​ຣາຍ​ຫຍັງ​ເລີຍ ຄົນ​ທີ່​ສີ່​ຊ້ຳ​ພັດ​ເບິ່ງ​ຄ້າຍ​ຄື​ກັນ​ກັບ​ເທວະ​ດາ”

ຄົນ​ຢູດາ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລະ​ໄດ້​ເລື່ອນ​ຊັ້ນ

26 ແລ້ວ​ກະ​ສັດ​ເນ​ບຸ​ກາດ​ເນສ​ຊາ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ເທິງ​ປາກ​ເຕົາ​ໄຟ ແລະ​ຊົງ​ເອີ້ນ​ວ່າ, “ຊັດ​ຣັ​ຄ ເມ​ຊາກ ອາ​ເບດ​ເນ​ໂກ ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ອົງ​ສູງ​ສຸດ​ເອີຍ, ຈົ່ງ​ອອກ​ມາ​ສາ” ພວກ​ເຂົາ​ຈຶ່ງ​ໄດ້​ອອກ​ມາ​ໃນ​ທັນ​ທີ 27 ຝ່າຍ​ເຈົ້າ​ອຸ​ປຣາຊ ເຈົ້າ​ແຂວງ ຮອງ​ເຈົ້າ​ແຂວງ ແລະ​ພວ​ກທີ່​ປຶກ​ສາ​ທັງ​ຫ​ມົດ​ໄດ້​ພ້ອມ​ກັນ​ມາ​ເບິ່ງ​ຄົນ​ເຫລົ່າ​ນີ້ ຊຶ່ງ​ບໍ່​ໄດ້​ຮັບ​ອັນ​ຕະ​ຣາຍ​ຫຍັງ​ເລີຍ ຜົມ​ແລະ​ເຄື່ອງ​ນຸ່ງ​ກໍ​ບໍ່​ໄດ້​ໄຫມ້ ແລະ​ທັງ​ບໍ່​ມີ​ກິ່ນ​ຄວັນ​ໄຟ​ໃນ​ຕົນ​ຕົວ​ຂອງ​ເຂົາ 28 ພຣະ​ຣາ​ຊາ​ຊົງ​ກ່າວ​ວ່າ, “ສາ​ທຸ​ການ​ແດ່​ພຣະ​ເຈົ້າ​ຂອງ​ຊັດ​ຣັ​ຄ ຂອງ​ເມ​ຊາກ ແລະ​ອາ​ເບດ​ເນ​ໂກ ພຣະ​ອົງ​ຊົງ​ໃຊ້​ເທວະ​ດາ​ລົງມາ​ຊ່ອຍ​ຄົນ​ເຫລົ່າ​ນີ້ ຊຶ່ງ​ໄດ້​ຮັບ​ໃຊ້​ແລະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ ແລະ​ຍ່ອມ​ສ່ຽງ​ຊີ​ວິດ​ຂອງ​ເຂົາ​ດີກວ່າ​ທີ່​ຈະ​ຂາບ​ໄຫວ້​ພຣະ​ໃດໆ​ເວັ້ນ​ໄວ້​ແຕ່​ພຣະ​ເຈົ້າ​ຂອງ​ເຂົາ​ເອງ 29 ບັດ​ນີ້ ເຮົາ​ອອກ​ຄຳ​ສັ່ງ​ວ່າ ຖ້າ​ຄົນ​ໃດ ປະ​ເທດ​ໃດ ເຊື້ອ​ຊາດ​ໃດ ຫລື​ພາ​ສາ​ໃດ​ເວົ້າ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ​ຂອງ​ຊັດ​ຣັ​ຄ ຂອງ​ເມ​ຊາກ ແລະ​ອາ​ເບດ​ເນ​ໂກ ເຂົາ​ຜູ້​ນັ້ນ​ຈະ​ຖືກ​ຂ້າ​ຢ່າງ​ທຳ​ຣຸນ ແລະ​ທຳ​ລາຍ​ເຮືອນ​ຊານ​ຖິ້ມ ເພາະ​ວ່າ​ບໍ່​ມີ​ພຣະ​ອື່ນ​ໃດ​ທີ່​ສາມາດ​ຊ່ອຍ​ໄດ້​ເຫມືອນ​ພຣະ​ເຈົ້າ​ນີ້” 30 ແລ້ວ​ກະ​ສັດ​ເນ​ບຸ​ກາດ​ເນສຊາ ໄດ້​ພຣະ​ຣາ​ຊທານ​ເລື່ອນ​ຍົດ​ໃຫ້​ຊັດ​ຣັ​ຄ ໃຫ້​ເມ​ຊາກ ແລະ​ອາ​ເບດ​ເນ​ໂກ​ໃນ​ແຂວງ​ບາ​ບີ​ໂລນ

ດານີເອນ 4

ຄວາມ​ຝັນ​ເທື່​ອທີ່​ສອງ​ຂອງ​ກະ​ສັດ​ເນ​ບຸ​ກາດ​ເນສຊາ

1 ກະສັດ​ເນ​ບຸ​ກາດ​ເນ​ສ​ຊາ​ຊົງ​ສົ່ງ​ເອກ​ກະ​ສານ​ທີ່​ມີ​ເນື້ອ​ຄວາມ​ຕໍ່​ໄປ​ນີ້​ໄປ​ຍັງ​ປະ​ຊາ​ຊົນ​ທຸກໆ​ປະ​ເທດ ທຸກໆ​ເຊື້ອ​ຊາດ​ແລະ​ພາສາ​ທົ່ວ​ໂລກວ່າ, “ຂໍ​ຄວາມ​ສຸກ​ຄວາມ​ຈະ​ເຣີນ​ຈົ່ງ​ມີ​ແດ່​ທ່ານ​ທັງ​ຫລາຍ, 2 ຕໍ່​ໄປ​ນີ້ ເຮົາ​ຈະ​ບອກ​ທ່ານ​ທັງ​ຫລາຍ​ກ່ຽວ​ກັບ​ຫມາຍ​ສຳ​ຄັນ ແລະ​ການ​ອັ​ດສະ​ຈັນ​ທີ່​ພຣະ​ເຈົ້າອົງ​ສູງ​ສຸດຊົງ​ສະ​ແດງ​ຕໍ່​ເຮົາ 3 ຫມາຍ​ສຳ​ຄັນ​ທີ່​ພຣະ​ເຈົ້າ​ຊົງ​ສະ​ແດງ​ຕໍ່​ເຮົາ​ຍິ່ງ​ໃຫຍ່​ແທ້ໆ ການ​ອັ​ດສະ​ຈັນ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ມີ​ຣິດ​ທາ​ນຸ​ພາບ​ຫລາຍ ພຣະ​ເຈົ້າ​ຊົງ​ເປັນ​ເຈົ້າ​ຊິ​ວິດ​ຕ​ລອດ​ໄປ​ເປັນ​ນິດ ແລະ​ຊົງ​ປົກຄອງ​ຕ​ລອດ​ໄປ 4 ເຮົາ​ເນບຸ​ກາດ​ເນສຊາ ໄດ້​ມີ​ຊີ​ວິດ​ຢູ່​ຢ່າງ​ສ​ງົບ​ງຽບ​ໃນ​ວັງ​ຂອງ​ເຮົາ ມີ​ຄວາມ​ສຸກ​ໃນ​ຊັບ​ສົມ​ບັດ​ອັນ​ຫລວງ​ຫລາຍ 5 ແຕ່​ເຮົາ​ຕື່ນ​ຕົກ​ໃຈ​ໃນ​ຄວາມ​ຝັນ ແລະ​ໄດ້​ເຫັນ​ນີ​ມິດ​ອັນ​ຫນ້າ​ຢ້ານ​ໃນ​ຂ​ນະ​ນອນ​ຫລັບ 6 ເຮົາ​ໄດ້ອອກ​ຄໍາສັ່ງ​​ຮຽກນັກ​ປາ​ດທັງ​ຫມົດ​ປະ​ຈຳ​ກະ​ສັດ​ໃນ​ກຸງ​ບາ​ບີ​ໂລ​ນ​ໃຫ້​ມາ​ຫາ​ເຮົາ​ເພື່ອ​ແກ້​ຄວາມ​ຝັນ​ໃຫ້​ແກ່​ເຮົາ​ 7 ພວກ​ຫມໍ​ດູ ຫມໍ​ມົນ ຫມໍ​ວິ​ຊາ​ອາ​ຄົມ ແລະ​ຫມໍ​ດູ​ຣື​ກ​ຍາມ​ທັງ​ຫມົດ​ໃນ​ກຸງ​ບາ​ບີ​ໂລນ​ມາ​ແກ້​ຄວາມ​ຝັນ​ໃຫ້ ພວກ​ເຂົາ​ກໍ​ມາ ເຮົາ​ຈີ່ງ​ເລົ່າ​ຄວາມ​ຝັນ​ໃຫ້​ເຂົາ​ຮູ້ ແຕ່​ເຂົາ​ບໍ່​ສາມາດ​ແກ້​ໄດ້ 8 ຕໍ່​ມາ ດາ​ນີ​ເອນ​ໄດ້​ເຂົ້າ​ມາ (ດາ​ນີ​ເອນ​ມີ​ຊື່​ອີກ​ຢ່າງ​ນຶ່ງວ່າ ເບນ​ເຕ​ຊັສຊາ​ ຕາມ​ຊື່​ພຣະ​ຂອງ​ເຮົາ) ວິນ​ຍານ​ຂອງ​ພວກ​ພຣະ​ບໍ​ຣິ​ສຸດ​ກໍ​ສະ​ຖິດ​ຢູ່​ນຳເຂົາ ເຮົາ​ຈຶ່ງບອກ​ຄວາມ​ຝັນ​ຂອງ​ເຮົາ​ໃຫ້​ເຂົາ​ຮູ້ 9 ເຣົາ​ບອກວ່າ ເບນ​ເຕ​ຊັສຊາ​ ຫົວ​ຫນ້າ​ພວກ​ຫມໍ​ດູ​ເອີຍ, ເຮົາ​ຮູ້ວ່າ​ວິນ​ຍານ​ຂອງ​ພວກ​ພຣະ​ບໍ​ຣິ​ສຸດ​ສະ​ຖິດ​ຢູ່​ນຳ​ເຈົ້າ ແລະ​ຮູ້​ວ່າ​ເຈົ້າ​ໄດ້​ເຂົ້າ​ໃຈ​ຄວາມ​ເລິກ​ລັບ​ທັງ​ປວງ ຕໍ່​ໄປ​ນີ້ ແມ່ນ​ຄວາມ​ຝັນ​ຂອງ​ເຣົາ​ຈົ່ງ​ແກ້​ໃຫ້​ເຮົາ​ແດ່ 10 ຄື​ໃນ​ຂນະ​ທີ່​ເຮົາ​ນອນ​ຫລັບ​ຢູ່ ເຮົາ​ໄດ້​ເຫັນ​ນີ​ມິດ​ອັນ​ນຶ່ງ​ເປັນ​ຕົ້ນ​ໄມ້​ສູງ​ຕັ້ງ​ແຕ່​ຖ້າມ​ກາງ​ໂລກ 11 ຕົ້ນ​ໄມ້​ນັ້ນ​ສູງ​ຂຶ້ນ​ເລື້ອຍໆ​ຈົນ​ຍອດ​ຈຸ​ຟ້າ ຈົນ​ທຸກໆ​ຄົນ​ທົ່ວ​ໂລກ​ສາ​ມາດ​ເຫັນ​ໄດ້ 12 ໃບ​ຂອງ​ມັນ​ງົດ​ງາມ ມີ​ຫມາກ​ຫລາຍ​ພໍ​ທີ່​ຄົນ​ຫມົດ​ໂລກ​ຈະ​ກິນ​ອີ່ມ ສັດ​ປ່າ​ທັງ​ຫລາຍ​ໄດ້​ອາ​ໄສຢູ່​ໃຕ້​ຮົ່ມ​ຂອງ​ມັນ ຝູງ​ນົກ​ກໍ​ເຮັດ​ຮັງ​ຢູ່​ໃນ​ງ່າ ທັງ​ຄົນ​ແລະ​ສັດ​ໄດ້​ລ້ຽງ​ຊີບ​ດ້ວຍ​ຫມາກ​ມັນ​ນັ້ນ 13 ຂ​ນະ​ທີ່​ເຮົາ​ຄິດ​ເຖິງ​ນິມີດ​ນີ້ ເຮົາ​ໄດ້​ເຫັນ​ອາ​ຣັກ​ຂາ​ເທວະ​ດາ​ຕົນ​ນຶ່ງລົງ​ມາ​ຈາກຟ້າສວັນ​ 14 ເທວະ​ດາ​ຕົນ​ນີ້​ໄດ້​ປະ​ກາດ​ດ້ວຍ​ສຽງ​ດັງ​ວ່າ ຈົ່ງ​ບັກ​ກົກ​ໄມ້​ນີ້ ຮານງ່າ​ລິ​ໃບ​ຂອງ​ມັນ​ຖິ້ມ ເຮັດ​ໃຫ້​ພວກ​ຂອງ​ມັນ​ກະ​ຈັດ​ກະ​ຈາຍ​ໄປ ແລ້ວ​ສັດ​ປ່າ​ກໍ​ຈະ​ຫນີ​ອອກ​ຈາກ​ຮົ່ມ ຝູງ​ນົກ​ກໍ​ຈະ​ຫນີ​ອອກ​ຈາກ​ງ່າ 15 ແລະ​ໃຫ້​ເອົາ​ເຫລັກ​ກັບ​ທອງ​ສຳ​ລິດ​ມັດ​ກ້ຽວຕໍ​ມັນ​ປະ​ໄວ້​ໃນ​ທົ່ງ​ຫຍ້າ ໃຫ້​ນ້ຳ​ຫມອກຕົກ​ລົງ​ມາ​ຖືກ​ຄົນ​ຜູ້​ນີ້ ໃຫ້​ເຂົາ​ລ້ຽງ​ຊີບ​ດ້ວຍ​ສັດ​ປ່າ​ແລະ​ພືດ​ຜົນ 16 ເຂົາຈະ​ບໍ່​ມີ​ຈິດ​ໃຈ​ມະ​ນຸດເຫລືອ​ຢູ່​ອີກ ຈະ​ມີ​ຈິດ​ໃຈ​ສັດ​ປ່າ​ເປັນ​ເວ​ລາ​ເຈັດ​ປີ 17 ຄຳ​ຕັດ​ສິນ​ຂອງ​ອາ​ຣັກ​ຂາ​ເທວະ​ດາ​ຕົນ​ນັ້ນ​ເປັນ​ດັ່ງ​ນີ້​ແຫລະ, ດັ່ງ​ນັ້ນ ຈົ່ງ​ໃຫ້​ຄົນ​ທັງ​ປ​ວງ​ທຸກ​ທີ່​ທຸກ​ບ່ອນ​ຮູ້​ວ່າ ພຣະ​ເຈົ້າ​ອົງ​ສູງ​ສຸດ​ຊົງ​ມີ​ເດ​ຊາ​ນຸ​ພາບ​ເຫນືອ​ຣາ​ຊ​ອາ​ນາຈັກ​ຂອງ​ມະ​ນຸດ ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ກະ​ສັດ​ຂອງ​ຊາດ​ໃດ​ຊາດ​ນຶ່ງ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ຄົນ​ຕ່ຳ​ຕ້ອຍ​ກໍ​ຕາມ” 18 ກະ​ສັດ​ເນ​ບຸ​ກາດ​ເນສຊາ​ຊົງ​ກ່າວ​ວ່າ, “ຄວາມ​ຝັນ​ຂອງ​ເຮົາ​ເປັນ​ດັ່ງ​ນີ້​ແຫລະ ເບນ​ເຕ​ຊັສ​ຊາ​ເອີຍ ບັດ​ນີ້ ຈົ່ງ​ແກ້​ຄວາມ​ຝັນ​ນີ້​ໃຫ້​ເຮົາ​ແດ່ ບໍ່​ມີ​ທີ່​ປຶກ​ສາ​ຄົນ​ໃດ​ຂອງ​ເຮົາ​ແກ້​ໄດ້ ແຕ່​ເຈົ້າ​ນັ້ນ​ອາດ​ສາ​ມາດ​ແກ້​ໄດ້ ເພາະ​ວ່າ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຜູ້​ບໍ​ຣິ​ສຸ​ດໄດ້​ສະ​ຖິດ​ຢູ່​ນຳ​ທ່ານ” 19 ແລ້ວ​ດາ​ນີເອນ (ຜູ້​ມີ​ຊື່​ອີກ​ຢາງ​ນຶ່ງວ່າ​ ເບນ​ເຕ​ຊັສ​ຊາ​) ກໍ​ອຸກ​ໃຈ ບໍ່​ສາ​ມາດ​ຈະ​ເວົ້າ​ອັນ​ໃດ​ໄດ້ ພຣະ​ຣາ​ຊາ​ຊົງ​ກ່າວ​ວ່າ, “ເບນ​ເຕ​ຊັສ​ຊາ​​ເອີຍ ຢ່າ​ໃຫ້​ຄວາມ​ຝັນ​ແລະ​ສິ່ງທີ່​ຈະ​ເກີດ​ຂຶ້ນ​ຕາມ​ນັ້ນ ເຮັດ​ໃຫ້ທ່ານ​ຕົກ​ໃຈ​ເລີຍ” ເບນ​ເຕ​ຊັສຊາ​​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ຂໍ​ໃຫ້​ຄວາມ​ຝັນ​ແລະ​ຄຳ​ແກ້​ຄວາມ​ຝັນ​ນັ້ນ ຕົກ​ຖືກ​ພວກ​ສັດ​ຕຣູ​ຂອງ​ພຣະ​ອົງ​ເສັຽ 20 ພຣະ​ອົງ​ຊົງ​ຝັນ​ເຫັນ​ຕົ້ນ​ໄມ້​ໃຫຍ່​ສູງ​ຈົນ​ຍອດ​ຈຸຟ້າ ທຸກໆ​ຄົນ​ທົ່ວ​ໂລກ​ສາ​ມາດ​ເຫັນ​ໄດ້ 21 ໃບ​ຂອງ​ມັນ​ງົດ​ງາມ ແລະ​ຫມາກ​ຂອງ​ມັນ​ກໍ​ພໍ​ທີ່​ຄົນ​ຫມົດ​ໂລກ​ຈະ​ກິນອີ່ມ​ໄດ້ ສັດ​ປ່າ​ທັງ​ຫລາຍ​ອາ​ສັຍ​ຢູ່ໃຕ້​ຮົ່ມ​ຂອງ​ມັນ ແລະ​ຝູງ​ນົກ​ກໍ​ເຮັດ​ຮັງ​ຢູ່​ຕາມ​ກີ່ງ​ກ້ານ 22 ຂ້າ​ແດ່​ພຣະ​ຣາ​ຊາ ຕົ້ນ​ໄມ້​ນັ້ນ​ຫມາຍ​ເຖິງ​ພຣະ​ອົງ​ຜູ້​ຊົງ​ຍິ່ງ​ໃຫຍ່​ແລະ​ເຂັ້ມ​ແຂງ ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ສູງ​ສົ່ງ​ຈົນ​ຈຸ​ຟ້າ ແລະ​ພຣະ​ເດ​ຊາ​ນຸ​ພາບ​ກໍ​ແຜ່​ກະ​ຈາຍ​ໄປ​ທົ່ວ​ໂລກ 23 ຂ​ນະ​ທີ່​ພຣະ​ຣາ​ຊາ​ຊົງ​ເຝົ້າ​ເບິ່ງ ມີ​ເທວະ​ດາ​ຕົນ​ນຶ່ງ​ມາ​ຈາກ​ຟ້າສວັນ​ ​ແລະ​ເວົ້າ​ວ່າ ຈົ່ງ​ບັກ​ກົກ​ໄມ້​ນີ້​ແລະ​ທຳ​ລາຍ​ຖິ້ມ​ໃຫ້​ປະ​ແຕ່​ຕໍ​ມັນ​ໄວ້​ໃນ​ດິນ ແລ້ວ​ໃຫ້​ເອົາ​ເຫລັກ​ແລະ​ທອງ​ສຳ​ຣິດ​ມັດ​ກ້ຽວ​ມັນ​ປະ​ໄວ້​ທີ່​ນັ້ນ​ໃນ​ທົ່ງ​ນາ​ບ່ອນ​ທີ່​ມີ​ຫຍ້າ ໃຫ້​ນ້ຳ​ຫມອກ​ຕົກ​ລົງ​ມາ​ຖືກ​ໂຕ​ມັນ​ແລະ​ໃຫ້​ມັນ​ຢູ່​ທີ່​ນັ້ນ​ກັບ​ສັດ​ປ່າ​ເປັນ​ເວ​ລາ​ເຈັດ​ປີ 24 ຂ້າ​ແດ່​ພ​ຣະ​ຣາ​ຊາ ການ​ນີ້​ແມ່ນ​ພຣະ​ເຈົ້າ​ອົງ​ສູງ​ສຸດ​ຊົງ​ປະ​ກາດ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພຣະ​ອົງ 25 ຄື​ພຣະ​ອົງ​ຈະ​ຖືກ​ຂັບ​ໄລ່​ອອກ​ຈາກ​ສັງ​ຄົມ​ນຸດ ຈະ​ຊົງ​ມີ​ຊີ​ວິດ​ຢູ່​ກັບ​ສັດ​ປ່າ ຈະ​ສ​ເວີຍ​ຫຍ້າ​ແທນອາ​ຫານ​ເຫມືອນ​ງົວ ແລະ​ຈະ​ຊົງ​ບັນ​ທົມ​ຫລັບ​ຢູ່​ກາງ​ປ່າ​ເປັນ​ເວ​ລາ​ເຈັດ​ປີ ແລ້ວ​ພຣະ​ອົງ​ຈະ​ຊົງ​ປ່ຽນ​ໃຈ​ຍອມ​ຮັບ​ວ່າ ພຣະ​ເຈົ້າ​ອົງ​ສູງ​ສຸດ​ຊົງ​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ມະ​ນຸດ ແລະ​ຊົງ​ແຕ່ງ​ຕັ້ງ​ກະ​ສັດ​ທັງ​ປວງ​ຕາມ​ທີ່​ພຣະ​ອົງຊົງ​ພໍ​ພຣະ​ທັຍ 26 ທີ່​ເທວະ​ດາ​ໄດ້​ສັ່ງ​ໃຫ້​ຕໍ​ຮາກ​ເຫລືອ​ໄວ້​ໃນ​ດິນ​ນັ້ນ ຫມາຍ​ຄວາມ​ວ່າ​ພຣະ​ອົງ​ຈະ​ໄດ້​ເປັນ​ກະ​ສັດ​ອີກ ໃນ​ເມື່ອ​ພຣະ​ອົງ​ຊົງ​ປ່ຽນ​ໃຈ​ຍອມ​ຮັບ​ວ່າ​ພຣະ​ເຈົ້າ​ຊົງ​ປົກ​ຄອງ​ໂລກ 27 ຂ້າ​ແດ່​ພຣະ​ຣາ​ຊາ ດ້ວຍ​ເຫດ​ນີ້​ຂໍ​ຊົງ​ຮັບ​ເອົາ​ຄຳ​ກາບ​ທູນ​ຂອງ​ຂ້າ​ພຣະ​ອົງ ຂໍ​ພຣະ​ອົງ​ເລີກ​ເຮັດ​ບາບ ແລະ​ເຮັດ​ແຕ່​ຄວາມ​ດີ​ຈົ່ງ​ເມດ​ຕາ​ສົງ​ສານ​ຄົນ​ທຸກ​ຍາກ ຍ້ອນ​ການ​ເຮັດ​ດີ​ຢ່າງ​ນີ້​ຈຶ່ງ​ຈະ​ກຳ​ຈັດ​ຄວາມ​ຊົ່ວ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ມາ​ນັ້ນ​ອອກ​ໄດ້ ແລ້ວ​ພຣະ​ອົງ​ຈະ​ຈະ​ເຣີນ​ຮຸ່ງ​ເຮືອງ​ສືບ​ຕໍ່​ໄປ 28 ຫລັງ​ຈາກ​ນັ້ນ​ມາ​ໄດ້​ສິບ​ສອງ​ເດືອນ ຄວາມ​ຝັນ​ທັງ​ຫມົດ​ນີ້​ກໍ​ໄດ້​ກາຍ​ເປັນ​ຈິງ​ຕໍ່​ກະ​ສັດ​ເນ​ບຸ​ກາດ​ເນສ​ຊາ 29 ຄື​ເມື່ອ​ພຣະ​ອົງ​ຊົງ​ຍ່າງ​ຢູ່​ໃນ​ສວນ​ເທິງ​ຫລັງ​ຄາ​ພຣະ​ຣາ​ຊວັງ​ກຸງ​ບາບີ​ໂລນ 30 ພຣະ​ອົງ​ໄດ້​ຊົງ​ກ່າວ​ວ່າ, “ກຸງ​ບາ​ບີ​ໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ມັນ​ມາ​ໃຫ້​ເປັນ​ເມືອງ​ຫລວງ​ຂອງ​ເຮົາ ເພື່ອ​ສະ​ແດງເຖິງ​ອຳ​ນາດວາ​ສ​ນາ ແລະ​ກຽດ​ຕິ​ຍົດ​ຊື່​ສຽງ​ຂອງ​ເຮົາ” 31 ແລ້ວໃນ​ຂ​ນະ​ທີ່​ພຣະ​ອົງ​ຊົງ​ກຳ​ລັງ​ຍ່າງ​ຢູ່​ນັ້ນ ໄດ້​ມີ​ພຣະ​ສຸ​ຣະ​ສຽງ​ດັງ​ລົງ​ມາ​ຈາກ​ຟ້າສວັນ​ວ່າ, “ກະ​ສັດ​ເນ​ບຸ​ກາດ​ເນສຊາ​ເອີຍ, ຈົ່ງ​ຟັງ​ເຮົາ​ເວົ້າ ບັດ​ນີ້​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຈົ້າ​ໄດ້​ພາກ​ຈາກ​ເຈົ້າ​ໄປ​ແລ້ວ 32 ເຈົ້າ​ຈະ​ຖືກ​ຂັບ​ໄລ່​ອອກ​ຈາກ​ສັງ​ຄົມ​ມະ​ນຸດ ແລະ​ຈະ​ມີ​ຊີ​ວິດ​ຢູ່​ກັບ​ພວກ​ສັດ​ປ່າ ຈະ​ກິນ​ຫຍ້າ​ເຫມືອນ​ງົວ​ຢູ່​ເປັນ​ເວ​ລາ​ເຈັດ​ປີ ແລ້ວເຈົ້າ​ຈະ​ປ່ຽນ​ໃຈຍອມ​ຮັບ​ວ່າ ພຣະ​ເຈົ້າ​ອົງ​ສູງ​ສຸດ​ຊົງ​ມີ​ຣິດ​ອຳ​ນາດ​ເຫນືອ​ຣາ​ຊ​ອາ​ນາ​ຈັກ​ຂອງ​ມະ​ນຸດ ແລະ​ຍອມ​ຮັບ​ວ່າ​ພຣະ​ອົງ​ຊົງ​ແຕ່ງ​ຕັ້ງ​ກະ​ສັດ​ຂອງ​ຊາດ​ໃດ​ຊາດ​ນຶ່ງ​ຕາມ​ທີ່​ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ” 33 ເພາະ​ຄຳ​ນີ້​ໄດ້​ກາຍ​ເປັນ​ຈິງ​ໃນ​ທັນ​ທີ ຄື​ກະ​ສັດ​ເນ​ບຸ​ກາດ​ເນສຊາ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສັງ​ຄົມ​ມະ​ນຸດ ແລະ​ໄດ້​ກິນ​ຫຍ້າ​ເຫມືອນ​ງົວ ນ້ຳ​ຫມອກ​ໄດ້​ຕົກ​ຖືກ​ພຣະ​ກາຍ​ຂອງ​ພຣະ​ອົງ ຜົມ​ກໍ​ຍາວ​ເຫມືອນ​ຂົນ​ນົກ​ອີນ​ຊີ ແລະ​ເລັບ​ພຣະ​ຫັດ​ຂອງ​ພຣະ​ອົງ​ກໍ​ຍາວ​ເຫມືອນ​ເລັບ​ນົກ

ກະ​ສັດ​ເນບຸ​ກາດ​ເນສຊາ​ສັຣ​ເສີນ​ພຣະ​ເຈົ້າ

34 ເມື່ອ​ຫມົດ​ກຳ​ນົດ​ເວ​ລາ​ນັ້ນ​ແລ້ວ ເຮົາ​ເນ​ບຸ​ກາດ​ເນສ​ຊາ​ໄດ້​ເງີຍ​ຫນ້າ​ຂຶ້ນ​ທ້ອງ​ຟ້າ ແລ້ວ​ຈິດ​ໃຈ​ຂອງ​ເຮົາ​ກໍ​ກັບ​ກາຍ​ເປັນ​ປົກ​ກະ​ຕິ ເຮົາ​ຈຶ່ງ​ກ່າວ​ສັຣ​ເສີນ​ພຣະ​ເຈົ້າ​ອົງ​ສູງ​ສຸດ ຖວາຍ​ພຣະ​ກຽດ​ແລະ​ຄວາມ​ສະງ່າ​ຣາ​ສີ​ແດ່​ພຣະ​ອົງ​ຜູ້​ຊົງ​ພຣະ​ຊົນ​ຢູ່​ເປັນ​ນິດ ພຣະ​ອົງ​ຊົງ​ຄອບຄອງ​ຕ​ລອດ​ໄປ ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ດຳ​ຣົງ​ຢູ່​ເປັນ​ນິດ 35 ພຣະ​ອົງ​ຊົງ​ຖື​ວ່າ​ພົນ​ໂລກ​ບໍ່​ສຳ​ຄັນ​ຫຍັງ ເທວະ​ດາ​ຢູ່​ເທິ​ງຟ້າ​ສວັນ​ແລະ​ມະ​ນຸດ​ໃນ​ໂລກ​ກໍ​ຢູ່​ໃຕ້​ການ​ປົກ​ຄອງ​ຂອງ​ພຣະ​ອົງ ບໍ່​ມີ​ໃຜ​ຈະ​ຂັດ​ຂວາງ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ຫລື​ຄັດ​ຄ້ານ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ໄດ້ 36 ເມື່ອ​ຈິດ​ໃຈ​ຂອງ​ເຮົາ​ເປັນ​ປົກ​ກະ​ຕິ​ແລ້ວ ຄວາມ​ສະ​ງ່າຣາ​ສີ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຮົາ ກຽດ​ຕິ​ຍົດ​ແລະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເຮົາ​ໄດ້​ຖືກມອບ​ໃຫ້​ເຮົາ​ອີກ ພວກ​ທີ່​ປຶກ​ສາ​ແລະ​ເຈົ້າ​ນາຍ​ຊັ້ນ​ຜູ້ໃຫຍ່​ຂອງ​ເຮົາ​ກໍ​ຍິນ​ດີ​ຕ້ອນ​ຮັບ​ເຮົາ ພຣະ​ຣາ​ຊ​ອຳ​ນາດ​ຂອງ​ເຮົາ​ກໍ​ໄດ້​ຖືກມອບ​ຄືນ​ມາ​ໃຫ້​ເຮົາ​ພ້ອມ​ກັບ​ກຽດ​ຕິ​ຍົດ​ອັນ​ຍິ່ງ​ໃຫຍ່ກວ່າ​ແຕ່​ກ່ອນ 37 ບັດ​ນີ້ ເຮົາ​ເນ​ບຸ​ກາດ​ເນສ​ຊາ ຂໍ​ສັຣເສີນ​ຍ້ອງ​ຍໍ ຖວາຍ​ພຣະ​ກຽດ​ແລະ​ຄວາມ​ສະ​ງ່າ​ຣາ​ສີ​ແດ່​ພຣະ​ເຈົ້າ​ເທິງຟ້າ​ສວັນ​ ພຣະ​ອົງ​ຊົງ​ກະ​ທຳ​ທຸກ​ສິ່ງ​ຖືກ​ຕ້ອງ ການ​ກະ​ທຳ​ຂອງ​ພຣະ​ອົງ​ຍຸດ​ຕິ​ທັມ​ດີ​ສ​ເມີ​ແລະ​ຊົງ​ເຮັດ​ໃຫ້​ບຸກ​ຄົນ​ຜູ້​ທະ​ເຍີ​ທະ​ຍານ​ຖ່ອມ​ຕົວ​ລົງ

ດານີເອນ 5

ງານ​ລ້ຽງ​ຂອງ​ເບນ​ຊັສຊາ​

1 ເມື່ອ​ເບນ​ຊັສຊາ​ໄດ້​ເປັນ​ກະ​ສັດ ພຣະ​ອົງ​ໄດ້​ເຊີນ​ເຈົ້າ​ນາຍ​ນຶ່ງ​ພັນ​ຄົນ​ມາ​ໃນ​ງານ​ລ້ຽງ​ທີ່​ຈັດ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫຣານ ແລະ​ໄດ້​ສ​ເວີຍ​ນ້ຳ​ອະ​ງຸ່ນ​ກັບ​ພວກ​ເຫລົ່າ​ນັ້ນ 2 ຂ​ນະ​ພິດ​ເຫລົ້າ​ພວມ​ຂຶ້ນ ກະ​ສັດ​ເບນ​ຊັສຊາ​ໄດ້​ຊົງ​ສັ່ງ​ໃຫ້​ເອົາ​ຈອກ​ແລະ​ຖ້ວຍ​ທີ່​ເຮັດ​ດ້ວຍ​ເງິນ​ດ້ວຍ​ຄຳ​ມາ​ໃຊ້ ຖ້ວຍ​ເຫລົ່າ​ນີ້​ກະ​ສັດ​ເນ​ບຸ​ກາດ​ເນສ​ຊາ ພຣະ​ຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໄດ້​ເອົາ​ມາ​ຈາກວິ​ຫານ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ໄດ້​ຊົງ​ໃຊ້​ເຂົາ​ໄປ​ເອົາ​ຈອກ​ແລະ​ຖ້ວຍ​ເຫລົ່າ​ນັ້ນ​ມາ​ກໍ​ເພື່ອພຣະ​ອົງ​ພ້ອມ​ທັງ​ມະ​ເຫ​ສີ​ ກັບ​ພວກ​ເຈົ້າ​ນາຍແລະ​ນາງ​ສນົມ​ທັງ​ຫລາຍ​ຈະ​ໄດ້​ດື່ມ​ຈາກ​ພາ​ຊ​ນະເຫລົ່າ​ນີ້ 3 ດັ່ງ​ນັ້ນ​ຈອກ​ແລະ​ຖ້ວຍ​ຄຳ​ຈຶ່ງ​ຖືກ​ນຳ​ມາ​ໃນ​ທັນ​ທີ ທຸກໆ​ຄົນ​ໄດ້​ດື່ມ​ຈາກ​ຈອກ​ເຫລົ່າ​ນີ້ 4 ພວກ​ເຂົາ​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ​ແລະ​ສັຣເສີນ​ຮູບ​ພຣະ​ທີ່​ເຮັດ​ດ້ວຍ​ຄຳ ເງິນ ທອງ​ສຳ​ຣິດ ເຫລັກ ໄມ້​ແລະ​ຫີນ 5 ໃນ​ທັນນັ້ນ​ມີ​ມື​ມະ​ນຸດ​ປາ​ກົດ​ໃຫ້​ເຫັນ ມື​ນັ້ນ​ໄດ້​ຂຽນ​ຝາ​ພຣະ​ຣາ​ຊວັງ​ບ່ອນ​ມີ​ໂຄມ​ໄຟ​ໄຕ້​ຮຸ່ງ​ຢູ່ ພຣະ​ຣາ​ຊາ​ໄດ້​ເຫັນຂ​ນະ​ກຳ​ລັງ​ຂຽ​ນ​ຢູ່ 6 ພຣະ​ພັກ​ຂອງ​ພຣະ​ອົງ​ໄດ້​ຂາວ​ຊີດ ແລະ​ຕົກ​ພຣະ​ທັຍ​ຫລາຍ​ຈົນ​ຂາ​ສັ່ນ 7 ພຣະ​ອົງ​ຈຶ່ງ​ຊົງ​ຮ້ອງບອກ​ໃຫ້​ຄົນ​ນຳ​ເອົາ​ຫມໍ​ມົນ ຫມໍ​ວິ​ຊາ​ອາ​ຄົມ​ ແລະ​ຫມໍ​ດູ​ຣືກ​ຍາມ​ເຂົ້າ​ມາ​ເຝົ້າ ເມື່ອ​ພວກ​ເຂົາ​ມາ​ເຖິງ​ພຣະ​ອົງ​ໄດ້​ຊົງ​ກ່າວ​ກັບ​ພວກ​ເຂົາ​ວ່າ, “ໃຜອ່ານ​ແລະ​ແປ​ຄວາມ​ຫມາຍ​ທີ່​ຂຽນ​ນີ້​ໄດ້ ຜູ້​ນັ້ນຈະ​ໄດ້​ຫົ່ມ​ເສື້ອ​ສາ​ມາດ​ສີ​ມ່ວງ​ແຂວນ​ສາຍ​ສ້ອ​ຍຄຳ​ກຽດ​ຕິ​ຍົດ ແລະ​ຈະ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ອຸ​ປ​ຣາຊຕ​ຣີ​ໃນ​ຣາ​ຊ​ອາ​ນາ​ຈັກ” 8 ພວກ​ທີ່​ປຶກ​ສາ​ທັງ​ຫມົດ​ຂອງ​ພຣະ​ຣາ​ຊາ​ຈຶ່ງ​ໄດ້​ເຂົ້າ​ມາ​ແຕ່​ບໍ່​ມີ​ໃຜ​ສາ​ມາດ​ອ່ານ​ຄຳ​ຂຽນ​ຫລື​ບອກຄວາມ​ຫມາຍ​ໃຫ້​ພຣະ​ຣາ​ຊາ​ໄດ້ 9 ດ້ວຍ​ເຫດ​ນີ້ ພຣະ​ຣາ​ຊາ​ຈຶ່ງ​ເສັຽ​ພຣະ​ທັຍ ແລະ​ມີພຣະ​ພັກ​ຂາວ​ຊີດ ພວກ​ເຈົ້າ​ນາຍ​ຊັ້ນ​ສູງ​ຂອງ​ພຣະ​ອົງ​ກໍ​ບໍ່​ຣູ້​ວ່າ​ຈະ​ເຮັດ​ແນວ​ໃດ 10 ເມື່ອ​ພຣະ​ຣາ​ຊ​ມານ​ດາ​ໄດ້​ຍິນ​ສຽງ​ເວົ້າ​ຂອງ​ພຣະ​ຣາ​ຊາ ແລະ​ພວກ​ເຈົ້າ​ນາຍ ພຣະ​ນາງ​ກໍ​ສະ​ເດັດ​ເຂົ້າ​ມາ​ໃນ​ຫ້ອງ​ຈັດ​ງານ​ລ້ຽງ​ແລ້ວ​ຊົງ​ກ່າວ​ວ່າ, “ຂໍ​ຈົ່ງ​ພຣະ​ຈະເຣີນ​ເທີນ ຂໍ​ພຣະ​ອົງຢ່າ​ຕົກ​ໃຈ​ຈົນ​ຫນ້າ​ຂາວ​ຊີດ​ເລີຍ 11 ເພາະ​ວ່າ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ຍັງ​ມີ​ຊາຍ​ຜູ້​ນຶ່ງມີ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຜູ້ບໍ​ຣິ​ສຸດ​ສະ​ຖິດ​ຢູ່​ນຳ ຊາຍ​ຜູ້​ນີ້​ເມື່ອ​ຄາວ​ບິ​ດາ​ຂອງ​ພຣະ​ອົງເປັນ​ກະ​ສັດ ເຂົາໄດ້​ສະ​ແດງ​ຄວາມ​ສ​ລາດ​ຫລັກ​ແຫລມ ຄວາມ​ຮອບ​ຮູ້​ແລະ​ມີ​ສະ​ຕິ​ປັນ​ຍາ​ດີ​ເຫມືອນ​ປັນ​ຍາ​ຂອງ​ພວກພຣະ ກະ​ສັດ​ເນ​ບຸ​ກາດ​ເນສ​ຊາພຣະ​ຣາ​ຊ​ບິ​ດາ​ຂອງ​ຝ່າ​ບາ​ທໄດ້​ແຕ່ງ​ຕັ້ງ​ໃຫ້​ເຂົາ​ເປັນ​ຫົວ​ຫນ້າ​ພວກ​ຫມໍ​ດູ ຫມໍ​ມົນ ຫ​ມໍ​ວິ​ຊາ​ອາ​ຄົມ ແລະ​ຫມໍ​ດູ​ຣືກ​ຍາມ 12 ເຂົາ​ມີຄວາມສາ​ມາດ​ທີ່​ສຸດ ມີ​ຄວາມ​ສ​ລາດແລະ​ຊຳ​ນິ​ຊຳ​ນານ​ໃນ​ການ​ແກ້​ຄວາມ​ຝັນ ແກ້​ບັນ​ຫາ​ແລະ​ແກ້​ຄວາມ​ເລິກ​ລັບ​ທັງ​ຫລາຍ​ໄດ້ ດັ່ງ​ນັ້ນ ຂໍ​ຈົ່ງ​ເອີ້ນ​ເອົາ​ດາ​ນີ​ເອນ​ຄົນ​ນີ້ (ຜູ້​ຊຶ່ງ​ພຣະ​ຣາ​ຊາ​ໄດ້​ເອີ້ນ​ເຂົາ​ວ່າ​ເບນ​ເຕ​ຊັສ​ຊາ) ເຂົ້າ​ມາ​ເຝົ້າ ແລ້ວ​ໃຫ້​ເຂົາບອກ​ຄວາມ​ຫມາຍ​ທັງ​ຫມົດ​ນີ້​ໃຫ້​ແກ່​ຝ່າ​ບາ​ທ”

ດາ​ນີ​ເອນ​ແປ​ຄຳ​ທີ່​ຂຽນ

13 ດາ​ນີ​ເອນ​ໄດ້​ຖືກ​ຮຽກ​ຕົວ​ນຳ​ມາ​ເຝົ້າ​ພຣະ​ຣາ​ຊາ​ທັນ​ທີ ພຣະ​ຣາ​ຊາ​ຊົງ​ກ່າວ​ຕໍ່​ດາ​ນີ​ເອນ​ວ່າ, “ທ່ານ​ແມ່ນ​ດາ​ນີ​ເອນ​ບໍ່? ແລະ​ເປັນ​ຄົນ​ນຶ່ງ​ໃນ​ບັນ​ດາ​ພວກ​ຊະ​ເລີຍ​ທີ່​ເປັນ​ຊາວ​ຢູດາ ຊຶ່ງ​ພຣະ​ຣາ​ຊ​ບິ​ດາ​ຂອງ​ເຮົາ​ໄດ້​ນຳ​ມາ​ຈາກ​ປະ​ເທດ​ຢູດາ​ແມ່ນບໍ່? 14 ເຮົາ​ໄດ້​ຍິນ​ວ່າ​ວິນ​ຍານ​ຂອງ​ພວກ​ພຣະ​ສະ​ຖິດ​ຢູ່​ນຳ​ທ່ານ ແລະ​ວ່າ​ທ່ານ​ເປັນ​ຜູ້ຊຳ​ນານ ມີ​ຄວາມ​ຮູ້​ແລະ​ສະ​ຕິ​ປັນ​ຍາ​ຢ່າງ​ແປກ​ປ​ລາດ 15 ພວກ​ທີ່​ປຶກ​ສາ​ແລະ​ພວກ​ຫມໍ​ມົນ​ໄດ້​ເຂົ້າ​ມາ​ອ່ານ​ແລະ​ແປ​ຄວາມ​ຫມາຍ​ຂໍ້​ຂຽນ​ນີ້​ໃຫ້​ເຮົາ​ຮູ້ ແຕ່​ເຂົາ​ບໍ່​ສາ​ມາດ​ຄົ້​ນ​ຄວ້າ​ຫາ​ຄວາມ​ຫມາຍ​ໄດ້ 16 ບັດ​ນີ້​ເຮົາ​ໄດ້​ຍິນ​ວ່າ​ທ່າ​ນ​ສາ​ມາດ​ຄົ້ນ​ຫາ​ຄວາມ​ຫມາຍ ແລະ​ອະ​ທິ​ບາຍ​ຄວາມ​ເລິກ​ລັບ​ໄດ້ ສະ​ນັ້ນ ຖ້າ​ທ່ານ​ສາ​ມາດ​ອ່ານ​ແລະ​ບອກ​ຄວາມ​ຫມາຍ​ຂໍ້​ຂຽນ​ນີ້​ໃຫ້​ເຮົາ​ຮູ້​ໄດ້ ທ່ານ​ຈະ​ໄດ້​ຫົ່ມ​ເສື້ອ​ສາ​ມາດ​ສີ​ມ່ວງ ແຂວນ​ສາຍ​ຄໍ​ຄຳ​ກຽດ​ຕິ​ຍົດ ແລະ​ຈະ​ໄດ້​ເປັນ​ອຸ​ປ​ຣາຊ​ຕ​ຣີ​ໃນ​ຣາ​ຊ​ອາ​ນາ​ຈັກ” 17 ດາ​ນີ​ເອນ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ຂໍພຣະ​ອົງ​ເກັບ​ຂອງ​ພຣະ​ຣາ​ຊາ​ນັ້ນ​ໄວ້ ຈົ່ງ​ພຣະ​ຣາ​ຊ​ທານ​ໃຫ້ຜູ້​ອື່ນ​ເສັຽ ສ່ວນ​ຂ້າ​ພຣະ​ອົງຈະ​ຂໍ​ອ່ານ ແລະ​ທູນ​ຖວາຍ​ຄວາມ​ຫມາຍ​ຂໍ້​ຂຽນ​ນີ້​ໃຫ້​ພຣະ​ອົງ​ລ້າໆ 18 ຄື​ພຣະ​ເຈົ້າ​ອົງ​ສູງ​ສຸດ​ໄດ້​ຊົງ​ແຕ່ງ​ຕັ້ງ​ເນ​ບຸ​ກາດ​ເນສຊາ​ພຣະຣາ​ຊ​ບິ​ດາ​ຂອງ​ພຣະ​ອົງ​ໃຫ້​ເປັນ​ມະ​ຫາ​ຣາ​ຊາ ຊົງ​ປະ​ທານ​ກຽດ​ຕິ​ຍົດ​ແລະ​ຊື່​ສຽງ​ໃຫ້​ພຣະ​ອົງ 19 ພຣະ​ອົງ​ຈຶ່ງ​ຊົງ​ຍິ່ງ​ໃຫຍ່​ຫລາຍ​ຈົ​ນ​ຄົນ​ທຸກ​ປະ​ເທດ ທຸກ​ເຊື້ອ​ຊາດ​ແລະ​ພາ​ສາ​ຢ້ານ​ກົວ​ຕົວ​ສັ່ນ ຖ້າ​ພຣະ​ອົງ​ປະ​ສົງ​ຈະ​ປະ​ຫານ​ຊີ​ວິດ​ຜູ້​ໃດ​ກໍ​ຊົງ​ປະ​ຫານ​ໄດ້​ໂລດ ຖ້າ​ປະ​ສົງ​ຈະ​ໃຫ້​ໃຜ​ມີ​ຊີ​ວິດ​ຢູ່​ກໍ​ຊົງ​ໂຜດ​ໃຫ້​ຜູ້​ນັ້ນ​ມີ​ຊີ​ວິດ​ຢູ່​ໄດ້ ຊົງ​ປະ​ທານ​ຍົດ ແລະ​ຖອດ​ຍົດ​ທຸກ​ຄົນ​ໄດ້​ຕາມ​ພຣະ​ປະ​ສົງ 20 ແຕ່​ຍ້ອນ​ພຣະ​ອົງ​ມີ​ຄວາມ​ທະ​ເຍີ​ທະ​ຍານ ມີ​ພຣະ​ທັຍ​ແຂງ​ກະ​ດ້າງ​ແລະ​ກະ​ທຳ​ການ​ຊົ່ວ​ຮ້າຍ ພຣະ​ອົງ​ຈຶ່ງ​ຖືກ​ປົດ​ອອກ​ຈາກ​ພຣະ​ຣາ​ຊບັນ​ລັງ​ແລະ​ສູນ​ເສັຽກຽດ​ຕິ​ຍົດ 21 ຊົງ​ຖືກ​ຂັບ​ໄລ່​ອອກ​ຈາກ​ສັງ​ຄົມ​ມະ​ນຸດ ແລະ​ມີ​ນ້ຳ​ພຣະ​ທັຍ​ເຫມືອນ​ດັ່ງ​ໃຈ​ສັດ ຊົງ​ມີ​ຊີ​ວິດ​ຢູ່​ກັບ​ຝູງ​ລໍ​ປ່າ ຊົງ​ກິນ​ຫຍ້າ​ເຫມືອນ​ງົວ ແລະ​ຊົງ​ບັນ​ທົມ​ຫລັບ​ຢູ່​ກາງ​ປ່າ​ຈົນ​ເທົ່າ​ຮອດ​ມື້​ພຣະ​ອົງ​ຊົງ​ປ່ຽນ​ໃຈ​ຍອມ​ຮັບ​ວ່າ ພຣະ​ເຈົ້າ​ອົງ​ສູງ​ສຸ​ດຊົງ​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ມະ​ນຸດ ແລະ​ຊົງ​ແຕ່ງ​ຕັ້ງ​ກະ​ສັດ​ທັງ​ປວງ​ຕາມ​ທີ່​ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ 22 ຂ້າ​ແດ່​ພຣະ​ຣາ​ຊ​ໂອ​ຣົດ​ຂອງ​ກະ​ສັດ​ເນ​ບຸ​ກາດ​ເນສຊາ ແຕ່​ພຣະ​ອົງ​ນັ້ນ​ເຖິງແມ່ນ​ວ່າ​ຊົງ​ຊາບ​ເຣື່ອງ​ນີ້​ແລ້ວ​ກໍ​ຕາມ​ກໍ​ບໍ່​ໄດ້​ຖ່ອມ​ພຣະ​ທັຍ​ເລີຍ 23 ຄື​ພຣະ​ອົງ​ຊົງ​ຖື​ຕົນ​ວ່າ​ຍິ່ງ​ໃຫຍ່​ເທົ່າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ເທິງຟ້າ​ສວັນ​ ຊົງ​ນຳ​ເອົາ​ຈອກ​ແລະ​ຖ້ວຍ​ມາ​ຈາກວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ພ້ອມ​ດ້ວຍ​ພວກ​ເຈົ້າ​ນາຍ​ຊັ້ນ​ສູງ ມະ​ເຫ​ສີ​ແລະ​ນາງ​​ສນົມ​ທັງ​ຫລາຍ​ຂອງ​ພຣະ​ອົງ​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ​ຈາກ​ຈອກ​ເຫລົ່າ​ນັ້ນ ແລ້ວ​ກ່າວ​ສັຣ​ເສີນ​ຮູບ​ພຣະ​ທີ່​ເຮັດ​ດ້ວຍ​ຄຳ ດ້ວຍ​ເງິນ ດ້ວຍ​ທອງ​ສຳ​ຣິດ ດ້ວຍ​ເຫລັກ ດ້ວຍ​ໄມ້​ແລະ​ຫີນ ພຣະ​ເຫລົ່າ​ນີ້​ບໍ່​ສາ​ມາດ​ຮູ້​ເຫັນ​ແລະ​ໄດ້​ຍິນ​ອັນ​ໃດ​ໄດ້ ແຕ່​ພຣະ​ອົງ​ບໍ່​ໄດ້​ຖວາຍ​ພຣະ​ກຽດ​ແດ່​ພຣະ​ເຈົ້າ​ອົງ​ປົກ​ຄອງ​ຊີ​ວິດ​ຂອງ​ພຣະ​ອົງ ແລະ​ປົກ​ຄອງ​ທຸກໆ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ 24 ດ້ວຍ​ເຫດ​ນີ້​ແຫລະ ພຣະ​ເຈົ້າ​ຈຶ່ງ​ສົ່ງ​ມື​ມາ​ຂຽນ​ຂໍ້​ຄວາມ​ເຫລົ່າ​ນີ້ 25 ຕໍ່​ໄປ​ນີ້​ແມ່ນຂໍ້​ຄວາມ​ທີ່​ຂຽນ​ຄື: ເມ​ເນ ເມເນ ເຕ​ເກຣ ແລະ​ປາ​ຣ​ສີນ 26 ຄວາມ​ຫ​ມາຍ​ຂອງ​ມັນ​ມີ​ດັ່ງ​ນີ້ ຄຳ​ວ່າ​ ເມ​ເນ ແມ່ນ​ພຣະ​ເຈົ້າ​ຊົງ​ນັບ​ຈຳ​ນວນ​ມື້​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໄວ້​ແລ້ວ ແລະ​ຊົງ​ເຮັດ​ໃຫ້​ຣາ​ຊ​ອານາຈັກ​ນັ້ນ​ສິ້ນ​ສຸດ​ລົງ 27 ຄຳ​ວ່າ ເຕ​ເກຣ ແມ່ນ​ພຣະ​ອົງ​ຊົງ​ຖືກ​ຊັ່ງ​ນ້ຳ​ຫນັກ​ໃນ​ເຄື່ອງ​ຊັ່ງ ແລະ​ຊົງ​ເຫັນ​ວ່າ​ຍັງ​ເບົາ​ຢູ່​ຫລາຍ 28 ຄຳ​ວ່າ​ ເປ​ເຣສ ແມ່ນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ຖືກ​ແບ່ງ​ອອກ​ໃຫ້​ຄົນ​ເມເ​ດັຽ ​ແລະ​ຄົນ​ເປີເຊັຽ” 29 ແລ້ວ​ກະ​ສັດ​ເບນ​ຊັສຊາ​ຊົງ​ສັ່ງ​ໃຫ້​ເຂົາ​ຫົ່ມ​ເສື້ອ​ສາມາດ​ສີ​ມ່ວງ​ໃຫ້​ດາ​ນີ​ເອນ​ທັນ​ທີ ແລະ​ໃຫ້​ແຂວນ​ສາຍ​ຄໍ​ຄຳ​ກຽດ​ຕິ​ຍົດ​ພ້ອມ​ກັບ​ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ອຸ​ປ​ຣາຊ​ຕ​ຣີ​ໃນ​ຣາ​ຊ​ອາ​ນາ​ຈັກ 30 ໃນ​ຄືນ​ມື້​ນັ້ນ​ເອງ ເບນ​ຊັສ​ຊາ​ກະ​ສັດ​ບາ​ບີ​ໂລນ​ກໍ​ຖືກ​ປະ​ຫານ​ຊີ​ວິດ 31 ກະ​ສັດ​ດາ​ຣິ​ອຸສ​ຄົນ​ເມ​ເດັຽ ຈຶ່ງ​ຍຶດ​ອຳ​ນາດ ແລະ​ໄດ້​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ (ເວ​ລາ​ນັ້ນ​ກະ​ສັດ​ດາ​ຣິ​ອຸສ​ຊົງ​ມີ​ພຣະ​ຊົນ​ໄດ້ຫົກ​ສິບສອງປີ)

ດານີເອນ 6

ດາ​ນີ​ເອນ​ໃນ​ຖ້ຳ​ສິງ

1 ກະສັດດາຣິອຸສໄດ້ຊົງແຕ່ງຕັ້ງເຈົ້າແຂວງຮ້ອຍຊາວ​ຄົນ ໃຫ້​ປົກ​ຄອງ​ທົ່ວ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ 2 ຄັນ​ແລ້ວ ພຣະ​ອົງ​ຊົງ​ເລືອກ​ດາ​ນີ​ເອນ​ກັບ​ອີກ​ສອງ​ຄົນ​ເປັນ​ຜູ້ກວດ​ຣາ​ຊ​ການ​ແຜ່ນ​ດິນ ເພື່ອ​ດູ​ແລ​ຮັກ​ສາ​ຜົນ​ປ​ໂຍດ​ຂອງ​ພ​ຣະ​ຣາ​ຊາ 3 ໃນ​ບໍ່​ເຫິງ​ດາ​ນີ​ເອນ​ກໍ​ສະ​ແດງ​ໃຫ້​ກະ​ສັດ​ດາ​ຣິ​ອຸສເຫັນ​ວ່າ ທ່ານ​ກະ​ທຳ​ການ​ໄດ້​ດີກວ່າ​ຜູ້ກວດ​ຣາ​ຊ​ການ​ແລະ​ເຈົ້າ​ແຂວງ​ຄົນ​ອື່ນໆ ເພາະ​ວິນ​ຍານ​ປະ​ເສີດ​ສະ​ຖິດ​ຢູ່​ກັບ​ທ່ານ​ແລະພຣະ​ຣາ​ຊາ​ຈຶ່ງ​ຊົງ​ພິ​ຈາ​ຣະ​ນາ​ແຕ່ງ​ຕັ້ງ​ທ່ານໃຫ້​ເປັນ​ຜູ້​ຄອບ​ຄອງ​ທົ່ວ​ຣາ​ຊ​ອາ​ນາ​ຈັກ 4 ແລ້ວ​ຜູ້ກວດ​ກາ​ແລະ​ເຈົ້າ​ແຂວງ​ຄົນ​ອື່ນໆ ໄດ້​ພ​ຍາ​ຍາມ​ຊອກ​ຈັບ​ເອົາ​ຄວາມ​ຜິດ​ພາດ​ໃນ​ການ​ບໍ​ຣິ​ຫານ​ຣາ​ຊ​ການ​ແຜ່ນ​ດິນ​ຂອງ​ດາ​ນີ​ເອນ ແຕ່​ພວກ​ເຂົາ​ບໍ່​ສາ​ມາດ​ພົບ​ເຫັນ​ຄວາມ​ຜິດ​ຫລື​ການ​ທຸ​ຈ​ຣິດ​ໃດໆ​ໄດ້ ຍ້ອນ​ວ່າ​ດາ​ນີ​ເອນ​ທ່ານ​ເປັນ​ຄົນ​ສັດ​ຊື່ ແລະ​ບໍ່​ເຮັດ​ສິ່ງ​ທີ່​ຜິດ​ຫລື​ການ​ເສື່ອມ​ເສັຽ​ໃດໆ 5 ພວກ​ເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນ​ແລະ​ກັນ​ວ່າ, “ເຮົາ​ຈະ​ຫາ​ເຣື່ອງ​ມາ​ຟ້ອງ​ຮ້ອງ​ດາ​ນີ​ເອນ​ບໍ່​ໄດ້​ດອກ ນອກ​ຈາກ​ເຣື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ສາ​ສ​ນາ​ຂອງ​ເຂົາ​ເທົ່າ​ນັ້ນ” 6 ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ດາຣິ​ອຸສແລ້ວ​ກາບ​ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ຂໍ​ຊົງ​ພຣະ​ຈະ​ເຣີນ​ເທີ​ນ 7 ພວກ​ຂ້າ​ພຣະ​ອົງ​ທັງ​ຫມົດ​ຜູ້​ບໍ​ຣິ​ຫານ​ຣາ​ຊ​ການ​ແຜ່ນ​ດິນ​ຂອງ​ພຣະ​ອົງ ຄື​ຜູ້ກວດ​ຣາ​ຊ​ການ​ແຜ່ນ​ດິນ ເຈົ້າ​ແຂວງ ຮອງ​ເຈົ້າ​ແຂວງ ແລະ​ຜູ້​ປຶກ​ສາ​ໄດ້​ຕົກ​ລົງ​ເຫັນ​ດີ​ກັນ​ວ່າ ພຣະ​ຣາ​ຊາ​ສົມ​ຄວນ​ຈະ​ຊົງອອກ​ຄຳ​ສັ່ງ​ວ່າ ໃນ​ສາມ​ສິບ​ວັນ​ນີ້​ບໍ່​ໃຫ້​ໃຜ​ທູນ​ຂໍ​ສິ່ງ​ນຶ່ງ​ສິ່ງ​ໃດ​ຈາກ​ພຣະ​ຫລື​ຄົນ​ໃດໆ ເວັ້ນ​ໄວ້​ແຕ່​ທູນ​ຂໍ​ຈາກ​ພຣະ​ອົງ ຜູ້​ໃດ​ຝ່າ​ຝືນ​ຄຳ​ສັ່ງ​ນີ້​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖ້ຳ​ສິງ 8 ດັ່ງ​ນັ້ນ ຂໍ​ພຣະ​ອົງ​ຊົງ​ອອກ​ຄຳ​ສັ່ງ​ນີ້​ແລະ​ລົງ​ພຣະ​ນາມ​ໄວ້ ເພື່ອ​ຈະ​ໄດ້​ນຳ​ອອກ​ໃຊ້​ບັງ​ຄັບ​ເປັນ​ກົດ​ຫມາຍ​ເມ​ເດັຽແລະ​ເປີເຊັຽ ຊຶ່ງ​ເປັນ​ກົດ​ຫມາຍ​ປ່ຽນ​ແປງ​ບໍ່​ໄດ້” 9 ດ້ວຍ​ເຫດ​ນີ້ ກະ​ສັດ​ດາ​ຣິ​ອຸສ​ຈຶ່ງ​ຊົງ​ລົງ​ພຣະ​ນາມ​ໃນ​ຫນັງ​ສື​ຄຳ​ສັ່ງ​

ດາ​ນີ​ເອນ​ໃນ​ຖ້ຳ​ຂອງ​ສິງ

10 ເມື່ອ​ດາ​ນີ​ເອນ​ຮູ້​ວ່າ ກະ​ສັດ​ຊົງ​ລົງ​ພຣະ​ນາມ​ໃນ​ຫນັງ​ສື​ຄຳ​ສັ່ງນັ້ນ​ແລ້ວ ທ່ານ​ກໍ​ໄປ​ຍັງ​ເຮືອນ​ຂອງ​ຕົນ ໃນ​ເຮືອນ​ນັ້ນ​ມີ​ປ່ອງ​ຢ້​ຽມ​ຊັ້ນ​ເທິງ​ສາມ​ປ່ອງ​ຢູ່​ເຊິ່ງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ຢູ່​ທີ່​ນັ້ນ​ທ່ານ​ຄຸ​ເຂົ່າ​ລົງ​ຕໍ່​ຫນ້າ​ປ່ອງ​ຢ້ຽມ​ທີ່​ໄຂ​ໄວ້ ແລ້ວ​ອ້ອນວອນ​ຕໍ່​ພຣະ​ເຈົ້າ​ມື້​ລະ​ສາມ​ເທື່ອ​ເຫມືອນ​ເຄີຍ​ປະ​ຕິ​ບັດ​ມາ 11 ຄົນ​ເຫລົ່າ​ນີ້​ກໍ​ໄດ້​ສັງ​ເກດ​ເຫັນ​ດາ​ນີ​ເອນ ອ້ອນວອນ​ຕໍ່​ພຣະ​ເຈົ້າ 12 ພວກ​ເຂົາ​ທັງ​ຫມົດ​ຈຶ່ງ​ພາກັນ​ໄປ​ຟ້ອງ​ດາ​ນີເອນ​ຕໍ່​ພຣະ​ຣາ​ຊາ ທູນ​ວ່າ, “ຂ້າ​ແດ່​ພຣະ​ຣາ​ຊາ ພຣະ​ອົງ​ໄດ້​ຊົງ​ລົງ​ພຣະ​ນາມ​ໃນ​ຄຳ​ສັ່ງ​ທີ່​ວ່າ ໃນ​ສາມ​ສິບ​ມື້​ຕໍ່​ໄປ​ນີ້ ຖ້າ​ບຸກ​ຄົນຜູ້​ໃດ​ທູນ​ຂໍ​ສິ່ງ​ນຶ່ງ​ສິ່ງ​ໃດ​ຈາກ​ພຣະ​ຫລື​ຄົນ​ໃດໆ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖ້ຳ​ສິງ ເວັ້ນ​ໄວ້​ແຕ່​ທູນ​ຂໍ​ຈາກ​ພຣະ​ອົງ” ພຣະ​ຣາ​ຊາ​ຊົງ​ກ່າວ​ຕອບ​ວ່າ, “ແມ່ນ​ແລ້ວ ເປັນ​ຄຳ​ສັ່ງ​ທີ່​ເດັດ​ຂາດ​ຕາມ​ກົດ​ຫມາຍ​ຂອງ​ເມ​ເດສ​ແລະ​ເປີເຊັຽ ຈະ​ແກ້​ໄຂ​ປ່​ຽນ​ແປງ​ບໍ່​ໄດ້” 13 ແລ້ວ​ພວກ​ເຂົາ​ໄດ້​ກາບ​ທູນ​ອົງ​ພຣະ​ຣາ​ຊາ​ວ່າ, “ດາ​ນີ​ເອນ​ຜູ້ເປັນ​ຊະ​ເລີຍ​ຄົນ​ນຶ່ງ​ທີ່​ຖືກກວາດຕ້ອນ​ມາ​ຈາກ​ຢູ​ດາ ເຂົາ​ບໍ່​ໄດ້​ເຄົາ​ຣົບ​ພຣະ​ຣາ​ຊາ ຫລື​ເຊື່ອ​ຟັງ​ຄຳ​ສັ່ງ​ທີ່​ພຣະ​ອົງ​ຊົງ​ປະ​ກາດ​ອອກ​ໄປ ເຂົາໄດ້​ອ້ອນວອນ​ຕໍ່​ພຣະ​ເຈົ້າ​ຂອງ​ເຂົາ​ມື້​ລະ​ສາມ​ເທື່ອ​ເປັນ​ປະ​ຈຳ” 14 ເມື່ອ​ພຣະ​ຣາ​ຊາ​ຊົງ​ຊາບ​ດັ່ງ​ນັ້ນ ພຣະ​ອົງ​ກໍ​ຊົງ​ເປັນ​ທຸກ​ໃນ​ພຣະ​ທັຍ ຈຶ່ງ​ຊົງ​ຄິດ​ຫາ​ຊ່ອງ​ທາງ​ຊ່ອຍ​ເຫລືອ​ດາ​ນີ​ເອນ ພຣະ​ອົງ​ຊົງ​ພ​ຍາ​ຍາມ​ຢູ່​ຈົນ​ຄ່ຳ 15 ແລ້ວ​ຄົນ​ເຫລົ່າ​ນັ້ນ​ກໍ​ພາ​ກັນ​ກັບ​ມາ​ເຝົ້າ​ພຣະ​ຣາ​ຊາ​ແລະ​ທູນ​ວ່າ, “ພຣະ​ຣາ​ຊາ​ຊົງ​ຊາບ​ແລ້ວ​ວ່າ ຕາມ​ກົດ​ຫມາຍ​ຂອງ​ເມ​ເດັຽ ​ແລະ​ເປີເຊັຽນັ້ນ ບໍ່​ມີ​ຄຳ​ສັ່ງ​ໃດ​ທີ່​ພຣະ​ຣາ​ຊາ​ຊົງ​ປະ​ກາດ​ອອກ​ໄປ​ແລ້ວ​ຈະ​ປ່ຽນ​ແປງ​ໄດ້” 16 ຕໍ່​ມາ ພຣະ​ຣາ​ຊາ​ຊົງ​ອອກ​ຄຳ​ສັ່ງ​ໃຫ້​ເອົາ​ດານີ​ເອນ​ໂຍນ​ເຂົ້າ​ໄປ​ໃນ​ຖ້ຳ​ສິງ ພຣະ​ອົງ​ຊົງ​ກ່າວ​ຕໍ່​ດາ​ນີ​ເອນ​ວ່າ, “ຂໍ​ພຣະ​ເຈົ້າ​ຂອງ​ທ່ານ ຜູ້​ທີ່​ທ່ານ​ໄດ້​ຮັບ​ໃຊ້​ດ້ວຍ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ນັ້ນ ຈົ່ງ​ຊ່ອຍ​ເຫລືອ​ທ່ານ​ສາ” 17 ພວກ​ເຂົາ​ໄດ້​ນຳ​ກ້ອນ​ຫີນ​ມາ​ອັດ​ປາກ​ຖ້ຳ​ໄວ້ ພຣະ​ຣາ​ຊາ​ໄດ້​ຊົງ​ປະ​ທັບ​ຕຣາ​ຂອງ​ພຣະ​ອົງ ແລະ​ຕ​ຣາ​ຂອງ​ເຈົ້າ​ນາຍ​ຊັ້ນ​ສູງ​ໃສ່​ໃນ​ກ້ອນ​ຫີນ ເພື່ອ​ບໍ່​ໃຫ້​ໃຜ​ຊ່ອຍ​ດາ​ນີ​ເອນ​ໄດ້ 18 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ຄືນພຣະ​ຣາ​ຊວັງ ໃນ​ຄືນ​ນັ້ນ​ພຣະ​ອົງ​ບໍ່​ໄດ້​ສ​ເວີຍ​ອາ​ຫານ ບໍ່​ຍອມ​ໃຫ້​ມີ​ການ​ລື້​ນ​ເລີງມ່ວນ​ຊື່ນ ແລະ​ບັນ​ທົມ​ບໍ່​ຫລັບ​ຕ​ລອດ​ຄືນ

ດາ​ນີ​ເອນ​ປອດ​ພັຍ​ຈາກ​ສິງ

19 ພຣະ​ຣາ​ຊາ​ຊົງ​ຕື່ນ​ຈາກ​ບັນ​ທົມ​ແຕ່​ເດິກ ແລະ​ຟ້າວ​ສະ​ເດັດ​ໄປ​ຍັງ​ຖ້ຳ​ສິງ 20 ເມື່ອ​ພຣະ​ອົງ​ຊົງສະ​ເດັດ​ເຂົ້າ​ມາ​ໃກ້​ຖ້ຳ ກໍ​ຊົງ​ຮ້ອງ​ສຽງ​ດັງ​ດ້ວຍ​ຄວາມ​ກະ​ວົນ​ກະ​ວາຍ​ວ່າ, “ດາ​ນີ​ເອນ​ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່​ເອີຍ ພຣະ​ເຈົ້າ​ອົງ​ທີ່​ທ່ານ​ຮັບ​ໃຊ້​ດ້ວຍ​ຄວາມ​ຈົ່ງ​ຮັກ​ພັກ​ດີ ໄດ້​ຊ່ອຍ​ທ່ານ​ໃຫ້​ພົ້ນ​ຈາກ​ສິງ​ບໍ່” 21 ດາ​ນີ​ເອນ​ໄດ້​ທູນ​ຕອບ​ວ່າ, “ຂໍ​ຈົ່ງ​ຊົງ​ພຣະ​ຈະເຣີນ​ເທີນ 22 ພຣະ​ເຈົ້າ​ຊົງ​ໃຊ້​ເທວະ​ດາ​ຂອງ​ພຣະ​ອົງ​ມາ​ອັດ​ປາກ​ສິງ​ໄວ້ ເພື່ອ​ບໍ່​ໃຫ້ມັນ​ທຳ​ຮ້າຍ​ຂ້າ​ພຣະ​ອົງ ຂ້າ​ແດ່​ພຣະ​ຣາ​ຊາ ພຣະ​ເຈົ້າ​ຊົງ​ເຮັດ​ດັ່ງ​ນີ້​ຍ້ອນ​ພຣະ​ອົງ​ຊົງ​ຊາບ​ວ່າ ຂ້າ​ພຣະ​ອົງບໍ່​ມີ​ຄວາມ​ຜິດ​ຫຍັງ​ເລີຍ ແລະ​ຍ້ອນ​ຂ້າ​ພຣະ​ອົງ​ບໍ່​ໄດ້​ເຮັດ​ຜິດ​ແນວ​ໃດ​ຕໍ່​ພຣະ​ຣາ​ຊາ” 23 ພຣະ​ຣາ​ຊາໄດ້​ຊົງ​ຊົມ​ຊື່ນ​ຍິນ​ດີ​ທີ່​ສຸດ ແລະ​ມີ​ຄຳ​ສັ່ງ​ໃຫ້​ນຳ​ດາ​ນີ​ເອນ​ຂຶ້ນ​ມາ​ຈາກ​ຖ້ຳ ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ຊ່ອຍ​ກັນ​ເອົາ​ດາ​ນີ​ເອນ​ຂຶ້ນ​ມາ ແລະ​ບໍ່​ປາ​ກົດ​ວ່າ​ທ່ານໄດ້​ຖືກ​ທຳ​ຮ້າຍ​ເລີຍ ຍ້ອນ​ວ່າ​ທ່າ​ນໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ 24 ແລ້ວ​ພຣະ​ຣາ​ຊາ​ຊົງ​ອອກ​ຄຳ​ສັ່ງ​ໃຫ້​ໂຍນ​ຄົນ​ທັງ​ປວງ​ທີ່​ຟ້ອງ​ດາ​ນີ​ເອນ​ລົງ​ໄປ​ໃນ​ຖ້ຳ​ສິງ ພ້ອມ​ດ້ວຍ​ລູກ​ເມັຽ​ທັງ​ຫລາຍ ກ່ອນ​ທີ່​ພ​ວກ​ເຂົາ​ຈະ​ຕົກ​ລົງ​ເຖິງ​ພື້ນ​ຖ້ຳ ສິງກໍ​ໂດດ​ສວບ​ກິນ​ຈົນ​ຫມົດ​ສິ້ນ 25 ຕໍ່​ມາ ກະສັດ​ດາ​ຣິ​ອຸສຊົງ​ມີ​ພຣະ​ຣາ​ຊ​ສານ​ໄປ​ເຖິງ​ປະ​ຊາ​ຊົນ​ທຸກ​ປະ​ເທດ ທຸກ​ເຊື້ອ​ຊາດ​ແລະ​ພາ​ສາ​ໃນ​ໂລກວ່າ, “ຂໍ​ຄວາມ​ສຸກ​ຄວາມ​ຈະເຣີນ​ຈົ່ງ​ມີ​ແກ່​ທ່ານ​ທັງ​ຫລາຍ 26 ເຮົາ​ຂໍ​ສັ່ງ​ວ່າ ໃຫ້​ທຸກ​ຄົນ​ທົ່ວ​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຮົາ ຈົ່ງ​ຢຳ​ເກງ​ແລະ​ເຄົາ​ຣົບ​ນັບ​ຖື​ພຣະ​ເຈົ້າ​ຂອງ​ດາ​ນີ​ເອນ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະ​ຈະ​ປົກ​ຄອງ​ຕ​ລອດ​ໄປ ຣາ​ຊ​ອາ​ນາ​ຈັກ​ຂອງພຣະ​ອົງ​ຈະ​ບໍ່​ຖືກ​ທຳ​ລາຍ ແລະ​ພຣະ​ຣາ​ຊ​ອຳ​ນາດ​ຂອງ​ພຣະ​ອົງ​ຈະ​ບໍ່​ຫມົດ​ສິ້ນ​ຈັກ​ເທື່ອ 27 ພຣະ​ອົງ​ຊົງ​ຊ່ອຍ​ຊີ​ວິດ​ໃຫ້​ພົ້ນ​ພັຍ ຊົງ​ສະ​ແດງ​ຫມາຍ​ສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ​ໃນ​ຟ້າສວັນ​​​ແລະ​ໃນ​ແຜ່ນ​ດິນ ພຣະ​ອົງ​ຊົງ​ຊ່ອຍ​ດາ​ນີ​ເອນ​ໃຫ້​ພົ້ນ​ຈາກ​ແຂ້ວ​ສິງ” 28 ດັ່ງ​ນັ້ນ ດາ​ນີ​ເອນ​ກໍ​ຈະເຣີນ​ຮຸ່ງ​ເຮືອງ​ຢູ່​ໃນ​ຣາ​ຊ​ການ​ຂອງ​ກະ​ສັດ​ດາ​ຣິ​ອຸສ ແລະ​ໃນ​ຣາ​ຊ​ການ​ຂອງ​ກະ​ສັດ​ໄຊ​ຣັສ​ຄົນ​ເປີ​ເຊັຽ

ດານີເອນ 7

ນີ​ມິດ​ເຣື່ອງ​ສັດ​ສີ່​ຊະ​ນິດ

1 ໃນ​ປີ​ທຳ​ອິດ​ແຫ່ງ​ຣາ​ຊ​ການ​ເບນ​ຊັສ​ຊາ​ ກະ​ສັດ​ບາ​ບີ​ໂລນ ຂ້າ​ພະ​ເຈົ້າ​ດາ​ນີ​ເອນ​ໄດ້​ຝັນ​ເຫັນ​ນີ​ມິດ​ໃນ​ເວ​ລາ​ກາງ​ຄືນ ແລ້ວ​ໄດ້​ບັນ​ທຶກ​ຄຳ​ຝັນ​ແລະ​ສິ່ງ​ທີ່​ເຫັນ​ໃນ​ຄືນ​ນັ້ນ​ໄວ້​ດັ່ງ​ນີ້: 2 ດາ​ນີ​ເອນ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນີ​ມິດ​ໃນ​ເວ​ລາ​ກາງ​ຄືນ ແລະ​ເບິ່ງ​ແມ໋, ມີ​ລົມ​ພັດ​ມາ​ຈາກ​ທິດ​ທັງ​ສີ່ ມາ​ຕີ​ຫນ້າ​ນ້ຳ​ມະ​ຫາ​ສ​ມຸດ​ໃຫ້​ເປັນ​ຟອງ 3 ແລ້ວ​ມີ​ສັດ​ໃຫຍ່​ສີ່​ໂຕຂຶ້ນ​ມາ​ຈາກ​ມະ​ຫາ​ສ​ມຸດ ສັດ​ແຕ່​ລະ​ໂຕ​ມີ​ຮູບ​ຮ່າງ​ແຕກ​ຕ່າງ​ກັນ 4 ຕົວ​ທຳ​ອິດ​ເບິ່ງ​ຄ້າຍ​ຄື​ສິງ ແລະ​ມີ​ປີກ​ເຫມືອນ​ນົກ​ອີນ​ຊີ ໃນ​ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ເຝົ້າ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ໄດ້​ຖືກ​ດຶງ​ອອກ ສັດ​ໂຕນັ້ນ​ໄດ້​ຖືກ​ຍົກ​ຂຶ້ນ ແລະ​ໄດ້​ຢືນ​ຢູ່​ເຫມືອນ​ຄົນ ແລ້ວ​ຈິດ​ໃຈ​ຂອງ​ມະ​ນຸດ​ໄດ້​ຖືກມອບ​ໃຫ້​ມັນ 5 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສັດ​ໂຕ​ທີ່​ສອງ ມັນ​ມີ​ຮູບ​ຮ່າງ​ເຫມືອນ​ຫມີ​ທີ່​ກຳ​ລັງ​ຢືນ​ຢູ່​ດ້ວຍ​ຂາ​ຫລັງ​ຂອງ​ມັນ ມີ​ກະ​ດູກ​ຂ້າງ​ສາມ​ອັນ​ຢູ່​ໃນ​ປາກ​ຂອງ​ມັນ ແລະ​ມີ​ສຽງ​ບອກ​ມັນ​ວ່າ, “ຈົ່ງ​ໄປ​ກິນ​ຊີ້ນ​ໃຫ້​ຫລາຍໆ” 6 ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ຕໍ່​ໄປ ແລະ​ໄດ້​ເຫັນ​ສັດ​ອີກ​ໂຕ​ນຶ່ງ​ເຫມືອນ​ເສືອ​ດາວ ທາງ​ຫລັງ​ຂອງ​ມັນ​ມີ​ປີກ​ເຫມືອນ​ປີກ​ນົກ ມີ​ຫົວ​ສີ່​ຫົວ​ແລະ​ມີ​ອຳ​ນາດ​ຫລາຍ 7 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ເຝົ້າ​ເບິ່ງ​ຢູ່​ນັ້ນ ກໍ​ໄດ້​ເຫັນ​ສັດ​ໂຕ​ທີ່​ສີ່​ ສັດ​ໂຕ​ນີ້​ຫນ້າ​ຢ້ານ ຮ້າຍ​ກາດ​ແລະ​ແຂງ​ແຮງ​ທີ່​ສຸດ ມັນ​ມີ​ແຂ້ວ​ເຫລັກ​ຂ​ນາດ​ໃຫຍ່ ກິນ​ແລະ​ທຳ​ລາຍ​ທຸກໆ​ສິ່ງ ມັນ​ມີ​ສິບ​ເຂົາ​ແລະ​ບໍ່​ເຫມືອນ​ກັບ​ສັດ​ໂຕ​ອື່ນໆ 8 ຂ​ນະ​ທີ່​ຊ່ອມ​ເບິ່ງ​ເຂົາ​ເຫລົ່າ​ນັ້ນ ມັນ​ໄດ້​ເຮັດ​ໃຫ້​ສາມ​ເຂົາ​ທຳ​ອິດ​ຫລ່ອນ​ອອກ ເຂົາ​ອັນ​ນີ້​ມີ​ຕາ​ແລະ​ປາກ​ເຫມືອນ​ມະ​ນຸດ ປາກ​ຂອງ​ມັນ​ຄຸຍອວດ​ເຣື່ອງ​ໃຫຍ່​ໂຕ

ດາ​ນີ​ເອນ​ເຫັນ​ນິມິດ​ກ່ຽວ​ກັບ​ພຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່

9 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຫລ​ຽວ​ເບິ່ງ ໄດ້​ມີ​ບັນ​ລັງ​ຫລາຍ​ອັນ​ຖືກ​ນຳ​ມາ​ຕັ້ງ​ໄວ້​ເທິງ​ບັນລັງ​ແຕ່ລະ​ອັນ ມີອົງ​ຜູ້​ຊົງ​ພຣະ​ຊົນ​ຢູ່​ເປັນ​ນິດ​ປະ​ທັບ​ຢູ່ ເຄື່ອງ​ ສ​ລອງ​ຂອງ​ພຣະ​ອົງ​ຂາວ​ເຫ​ມືອນນວນ​ຝ້າຍ ຜົມ​ເຫມືອນ​ຂົນ​ແກະ​ບໍ​ຣິ​ສຸດ ພຣະ​ບັນ​ລັງ​ຂອງ​ພຣະ​ອົງ​ເປັນ​ແປວ​ໄຟ ກົງ​ຈັກ​ຂອງ​ບັນ​ລັງ​ນັ້ນ​ເປັນ​ໄຟ​ລຸກ​ຢູ່ ແລະ​ແປວ​ໄຟ​ໄດ້​ພຸ່ງ​ອອກ​ຈາກ​ທີ່​ນັ້ນ 10 ມີ​ຄົນ​ເປັນ​ຈຳ​ນວນ​ລ້ານ​ບົວ​ຣະ​ບັດ​ພຣະ​ອົງ​ຢູ່​ທີ່​ນັ້ນ ແລະ​ມີ​ຄົນ​ເປັນ​ໂກດໆ​ຢືນ​ຢູ່​ຊ້ອງ​ພຣະ​ພັກ​ຂອງ​ພຣະ​ອົງ ພວກ​ຜູ້​ພິ​ພາກ​ສາ​ກໍ​ເລີ້ມ​ພິ​ພາກ​ສາ ແລະ​ເປີດ​ຫນັງ​ສື​ອອກ​ມາ​ອ່ານ 11 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຫລຽວ​ເບິ່ງ ກໍ​ໄດ້​ຍິນ​ສຽງ​ເຂົາ​ນ້ອຍ​ນັ້ນ​ເວົ້າ​ໂອ້ອວດ​ຂຶ້ ນ ແລະ​ສັດ​ໂຕ​ທີ່​ສີ່​ໄດ້​ຖືກ​ຂ້າ ຊາກ​ສົ​ບ​ຂອງ​ມັນ​ຖືກ​ໂຍນ​ໃສ່​ໄຟ​ເພື່​ອທຳ​ລາຍ​ຖິ້ມ 12 ສ່ວນ​ສັດ​ໂຕອື່ນ​ນັ້ນ​ໄດ້​ຖືກ​ຖອດ​ອຳ​ນາດ ແຕ່ອະ​ນຸ​ຍາດ​ໃຫ້​ມັນ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ໄດ້​ຊົ່ວ​ລະ​ຍະ​ນຶ່ງ 13 ລະ​ຫວ່າງ​ເກີດ​ນີ​ມິດ​ນີ້​ໃນ​ເວ​ລາ​ກາງ​ຄືນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຜູ້​ນຶ່ງ​ມີ​ຮູບ​ຮ່າງ​ເຫມືອນ​ມະ​ນຸດ ທ່ານ​ໄດ້​ເຂົ້າ​ມາ​ໃກ້ໆ​ອ້ອມ​ຮອບ​ດ້ວຍ​ເມກ ແລະ​ໄດ້​ເຂົ້າ​ເຝົ້າ​ພຣະ​ຜູ້​ຊົງ​ພຣະ​ຊົນ​ຢູ່​ເປັນນິດ 14 ຢູ່​ທີ່​ນັ້ນ ທ່ານ​ໄດ້​ຮັບ​ອຳ​ນາດ​ກຽດ​ຕິ​ຍົດ​ແລະ​ເດ​ຊາ​ນຸ​ພາບ ເພື່ອ​ປະ​ຊາ​ຊົນ​ທຸກ​ປະ​ເທດ ທຸກ​ເຊື້ອ​ຊາດ ແລະ​ພາ​ສາ​ຈະ​ຮັບ​ໃຊ້​ທ່ານ ເດ​ຊາ​ນຸ​ພາບ​ຂອງ​ທ່ານ​ຈະ​ມີ​ຢູ່​ຕ​ລອ​ດໄປ ແລະ​ຣາ​ຊ​ອາ​ນາ​ຈັກ​ກໍ​ຈະ​ບໍ່​ມີ​ເວ​ລາ​ສິ້ນ​ສຸດ​ລົງ

ການ​ແກ້​ນິມິດ

15 ນິມິດ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ນັ້ນ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕື່ນ​ຕົກ​ໃຈ​ແລະ​ເປັນ​ທຸກ​ຢ່າງ​ໃຫຍ່​ຫລວງ 16 ຂ້າ​ພະ​ເຈົ້າ​ຈຶ່ງ​ຂຶ້ນ​ໄປ​ຫາ​ທ່ານ​ຜູ້​ນຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ ເພື່ອ​ຂໍ​ຮ້ອງ​ໃຫ້​ທ່ານ​ອະ​ທິ​ບາຍ​ເຣື່ອງ​ທັງ​ຫມົດ​ນີ້ ທ່ານ​ຈຶ່ງບອກ​ຄວາມ​ຫມາຍ​ແກ່​ຂ້າ​ພະ​ເຈົ້າ​ວ່າ, 17 “ສັດ​ໃຫຍ່​ທັງ​ສີ່​ໂຕ​ນັ້ນ ແມ່ນ​ຣາ​ຊ​ອາ​ນາ​ຈັກ​ທັງ​ສີ່​ຈະ​ເກີດ​ຂຶ້ນ​ໃນ​ໂລກ 18 ໄພ່​ພົນ​ຂອງ​ພຣະ​ເຈົ້າ​ອົງ​ສູງ​ສຸດ​ຈະ​ໄດ້​ຮັບ​ພຣະ​ຣາ​ຊ​ອຳ​ນາດ​ແລະ​ຈະ​ໄດ້​ຄອບ​ຄອງ​ຣາ​ຊ​ອາ​ນາຈັກ​​ນັ້ນ​ຕ​ລອດ​ໄປ​ເປັນ​ນິດ” 19 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ສົນ​ໃຈ​ຢາກ​ຮູ້​ເຣື່ອງ​ກ່ຽ​ວ​ກັບ​ສັດ​ໂຕ​ທີ່​ສີ່ ຊຶ່ງ​ບໍ່​ເຫມືອນ​ກັບ​ສັດ​ຕົວ​ອື່ນໆ ມັນ​ເປັນ​ສັດ​ຫນ້າ​ຢ້ານ​ທີ່​ສຸດ ມີ​ແຂ້ວ​ເຫລັກ​ແລະ​ເລັບ​ຕີນ​ທອງ​ສຳ​ລິດ ມັນ​ກິນ​ແລະ​ທຳ​ລາຍ​ທຸກ​ສິ່ງ 20 ຂ້າ​ພະ​ເຈົ້າ​ໄດ້​ສົນ​ໃຈ​ຢາກ​ຮູ້​ເຣື່ອງ​ກ່ຽວ​ກັບ​ເຂົາ​ສິບ​ເຂົາ​ຢູ່​ເທິງ​ຫົວ​ຂອງ​ມັນ ຄື​ມີ​ເຂົາ​ອັນ​ນຶ່ງ​ທີ່​ປົ່ງ​ຊອນ​ອອກ​ມາ​ຕາມ​ຫລັງ ໄດ້​ເຮັດ​ໃຫ້​ເຂົາ​ສາມ​ເຂົາ​ຫລ່ອນ​ອອກ ເຂົາ​ນີ້​ມີ​ຕາ​ແລະ​ປາກ​ທີ່​ຄຸຍອວດ​ເຣື່ອງ​ໃຫຍ່​ໂຕ ມັນ​ຫນ້າ​ເກງ​ຂາມກວ່າ​ເຂົາ​ອື່ນໆ 21 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຫລຽວ​ເບິ່ງ ເຂົາ​ອັນ​ນັ້ນ​ໄດ້​ຮົບ​ຊະນະ​ໄພ່​ພົນ​ຂອງ​ພຣະ​ເຈົ້າ 22 ແລ້ວ​ອົງ​ຜູ້​ຊົງ​ພຣະ​ຊົນ​ຢູ່​ເປັນ​ນິດ​ໄດ້​ມາ​ຕັດ​ສິນ​ເຂົ້າ​ຂ້າງໄພ່​ພົນ​ຂອງ​ພຣະ​ເຈົ້າ​ອົງ​ສູງ​ສຸດ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ພຣະ​ຣາ​ຊ​ອຳ​ນາດ 23 ຕໍ່​ໄປ​ນີ້​ແມ່ນ​ຄຳ​ແກ້​ຄວາມ​ຝັນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ ຄື​ສັດ​ໂຕ​ທີ່​ສີ່​ແມ່ນ​ຣາ​ຊ​ອາ​ນາ​ຈັກ​ອັນ​ທີ່​ສີ່​ຈະ​ເກີດ​ຂຶ້ນ​ໃນ​ໂລກ ຈະ​ແຕກ​ຕ່າງ​ຈາກ​ຣາ​ຊ​ອາ​ນາ​ຈັກ​ອື່ນໆ​ທັງ​ປວງ ມັນ​ຈະ​ກືນ​ກິນ​ໂລ​ກທັງ​ຫມົດ ຈະ​ທຳ​ລາຍ​ແລະ​ກຳ​ຈັດເສັຽ​ໃຫ້​ຫມົດ 24 ເຂົາ​ສິບ​ເຂົາ​ນັ້ນ​ແມ່​ນກະ​ສັດ​ສິບ​ອົງ ຊຶ່ງ​ຈະ​ເກີດ​ຂຶ້ນ​ໃນ​ຣາ​ຊ​ອາ​ນາ​ຈັກ​ນັ້ນ ແລ້ວ​ຈະ​ມີ​ກະ​ສັດ​ອີກ​ອົງ​ນຶ່ງ​ເກີດ​ຂຶ້ນ ກະ​ສັດ​ອົງ​ນີ້​ຈະ​ແຕກ​ຕ່າງ​ຈາກ​ກະ​ສັດ​ອົງ​ກ່ອນໆ ແລະ​ຈະ​ໂຄ່ນ​ລົ້ມ​ກະ​ສັດ​ສາມ​ອົງ​ເສັຽ 25 ທ່ານຈະ​ເວົ້າ​ຕໍ່​ສູ້​ພຣະ​ເຈົ້າ​ອົງ​ສູງ​ສຸດ ຈະ​ກົດ​ຂີ່​ໄພ່​ພົນ​ຂອງ​ພຣະ​ອົງ ຈະ​ພຍາ​ຍາມ​ປ່​ຽນ​ແປງ​ພຣະ​ບັນ​ຍັດ​ແລະ​ພິ​ທີ​ທາງ​ສາ​ສ​ນາ​ຂອງ​ພວກ​ເຂົາ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ຢູ່​ໃຕ້​ອຳ​ນາ​ດຂອງ​ທ່ານ​ ຕ​ລອດ​ນຶ່ງ​ວາ​ຣະ ສອງວາ​ຣະ ກັບ​ເຄິ່ງວາ​ຣະ 26 ແລ້ວ​ສານ​ກໍ​ຈະ​ເລີ້ມ​ພິ​ພາກ​ສາ ຈະ​ຕັດ​ສິນ​ຖອດ​ຖອນ​ພຣະ​ຣາ​ຊ​ອຳ​ນາດແ​ລະ​ທຳ​ລາຍ​ທ່ານຈົນ​ຫມົດ​ສິ້ນ 27 ອຳ​ນາດ​ແລະ​ຄວາມ​ຍິ່ງ​ໃຫຍ່​ແຫ່ງ​ພຣະ​ຣາ​ຊ​ອານາ​ຈັກ​ທັງ​ປວງ​ໃນ​ໂລກ ຈະ​ຖືກມອບ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ອົງ​ສູງ​ສຸດ ພຣະ​ຣາ​ຊ​ອຳ​ນາດ​ຂອງ​ພວກ​ເຂົາ​ນັ້ນ​ຈະ​ບໍ່​ຫມົດ​ສິ້ນ​ໄປ ຜູ້​ປົກ​ຄອງ​ທັງ​ປວງ​ໃນ​ໂລກ​ຈະ​ຮັບ​ໃຊ້​ແລະ​ເຊື່ອ​ຟັງ​ພວກ​ເຂົາ 28 ເຣື່ອງ​ຣາວ​ໄດ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້ ຂ້າ​ພະ​ເຈົ້າ​ດາ​ນີ​ເອນ​ໄດ້​ຕົກ​ໃຈ​ຫລາຍ​ຈົນ​ຫນ້າ​ຂາວ​ຊີດ​ໄປ ແຕ່​ກໍ​ຍັງ​ສາ​ມາດ​ຈື່​ຈຳ​ເຣື່ອງ​ຣາວ​ທັງ​ຫມົດ​ນີ້​ໄວ້​ໄດ້

ດານີເອນ 8

ນິມິດ​ເຣື່ອງ​ແກະ​ແລະ​ແບ້

1 ໃນ​ປີ​ທີ​ສາມ​ແຫ່ງ​ຣາ​ຊ​ການ​ກະ​ສັດ​ເບນ​ຊັສຊາ​ນັ້ນ ຂ້າ​ພະ​ເຈົ້າ​ດາ​ນີ​ເອນ​ໄດ້​ເຫັນ​ນິມິດ​ເປັນ​ເທື່ອ​ທີ່​ສອງ 2 ໃນ​ນິມິດ​ນັ້ນ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຕົວ​ເອງ​​ຢູ່ທີ່​ນະ​ຄອນ​ຊູ​ຊາ ຊຶ່ງ​ຢູ່​ໃນ​ແຂວງ​ເມືອງ​ເອ​ລາມ ແລະ​ຂ້າ​ພະ​ເຈົ້າ​ໄດ້​ຢືນຢູ່ໃກ້​ແມ່​ນ້ຳ​ອູ​ລັຍ 3 ຂ້າ​ພະ​ເຈົ້າ​ໄດ້​ເງີຍ​ຫນ້າ​ຂຶ້ນ​ເຫັນ​ແກະ​ເຖິກ​ຕົວ​ນຶ່ງ​ຢືນ​ຢູ່​ແຄມ​ແມ່​ນ້ຳ​ນັ້ນ ມັນມີ​ເຂົາ​ໃຫຍ່​ສອງ​ເຂົາ ເຂົາ​ທີ່​ປົ່ງ​ອອກ​ມາ​ພາຍ​ຫລັງ​ໃຫຍ່ກວ່າ​ເຂົາ​ທຳ​ອິດ 4 ຂ້າ​ພະ​ເຈົ້າ​ໄດ້​ຊອມ​ເບິ່ງ​ແກະ​ນັ້ນ​ຊົນ​ແກະ​ຕົວ​ທີ່​ຢູ່​ທາງ​ຕາ​ເວັນ​ຕົກ ທາງ​ເຫນືອ​ແລະ​ທາງ​ໃຕ້ ບໍ່​ມີ​ສັດ​ຕົວ​ໃດ​ຕ້ານ​ທານ​ຫລື​ຫນີ​ລອດ​ຈາກ​ອຳ​ນາດ​ຂອງ​ມັນ​ໄດ້ ມັນ​ເຮັດ​ຕາມ​ໃຈ​ແລະ​ມັກ​ໃຫຍ່​ໃຝ່​ສູງ 5 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ພວມ​ຄິດ​ສົງ​ໃສ​ໃນ​ສິ່ງ​ນີ້​ຢູ່​ນັ້ນ ໄດ້​ມີ​ແບ້​ຕົວ​ນຶ່ງ​ແລ່ນ​ມາ​ຈາກ​ທາງ​ຕາ​ເວັນ​ຕົກ​ດ້ວຍ​ຄວາມ​ໄວ​ເກືອບ​ຕີນ​ບໍ່​ຕິດ​ດິນ ມັນ​ມີ​ເຂົາ​ສຳ​ຄັນ​ເຂົາ​ນຶ່ງ​ຢູ່​ລະ​ຫວ່າງ​ຕາ​ສອງ​ເບື້ອງ 6 ເມື່ອ​ມັນ​ມາ​ເຖິງ​ແກະ​ຕົວ​ທີ່​ມີ​ເຂົາ​ສອງ​ເຂົາ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັນ​ຢືນ​ຢູ່​ແຄມ​ແມ່​ນ້ຳ​ນັ້ນ ມັນ​ໄດ້​ແລ່ນ​ເຂົ້າ​ຊົນ​ແກະ​ຕົວ​ນັ້ນ​ຫມົດ​ແຮງ​ຂອງ​ມັນ 7 ຂ້າ​ພະ​ເຈົ້າ​ໄດ້​ຊອມ​ເບິ່ງ​ມັນ​ຊົນ​ແກະ​ຕົວ​ນີ້​ຢູ່ ມັນ​ຕໍ່​ສູ້​ດ້ວຍ​ຄວາມ​ຄຽດ​ຮ້າຍ​ຫລາຍ ຈົນ​ເຂົາ​ສອງ​ເຂົາ​ຂອ​ງມັນ​ຫັກ​ໄປ ຝ່າຍ​ແກະ​ບໍ່​ມີ​ແຮງ​ຕ້ານ​ທານ​ມັນ​ໄດ້ ຈຶ່ງ​ຖືກ​ແບ້ຊິດ​ລົ້​ມ​ລົງ​ດີນ​ແລະ​ຂຶ້ນ​ຢຽບ ບໍ່​ມີ​ໃຜ​ຊ່ອຍ​ແກະ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ​ໄດ້ 8 ຝ່າຍ​ແບ້​ມີ​ຄວາມ​ເຍີ້​ຍິ່ງ​ຈອງ​ຫອງ​ຫລາຍ ແຕ່​ໃນ​ເວ​ລາທີ່​ມັນ​ແຂງ​ແຮງ​ຫລາຍ​ນັ້ນ ເຂົາ​ຂອງ​ມັນ​ໄດ້​ຫັກ​ອອກ ແຕ່​ມີ​ເຂົາ​ທີ່​ສຳ​ຄັນ​ສີ່​ເຂົາ​ໄດ້​ປົ່ງ​ອອກ​ມາ​ແທນ​ອີກ ເຂົາ​ເຫ​ລົ່າ​ນີ້​ໄດ້​ຊີ້​ໄປ​ຕ່າງ​ທິດ​ທາງ​ກັນ 9 ມີ​ເຂົາ​ນ້ອຍ​ອັນ​ນຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ອັນ​ນຶ່ງ​ໃນ​ສີ່​ເຂົາ​ນີ້ ມັນ​ໄດ້​ສະ​ແດງອຳ​ນາດ​ຂອງ​ມັນ​ໄປ​ໃນ​ທາງ​ທິດ​ໃຕ້ ທິດ​ຕາ​ເວັນ​ອອກ ແລະ​ໄປ​ຍັງ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາ​ໄວ້ 10 ມັນ​ແຂງ​ແຮງ​ພໍ​ທີ່​ຈະ​ໂຈມ​ຕີ​ກອງ​ທັບ​ດວງ​ດາວ​ເທິງຟ້າ​ສວັນ​ ມັນ​ໄດ້​ໂຍນດວງ​ດາວ​ບາງ​ກຸ່ມ​ເຫລົ່າ​ນັ້ນ​ລົງ​ມາ​ຍັງ​ດິນ​ແລ້ວ​ຢຽບ​ຖິ້ມ 11 ມັນ​ຂັດ​ຂືນກອງ​ທັບ​ແຫ່ງ​ຟ້າ​ສວັນ ໂດຍ​ຫ້າມ​ປາມ​ບໍ່​ໃຫ້​ໃຜ​ຂາບ​ໄຫວ້​ນະ​ມັ​ສ​ການ​ພຣະ​ອົງ​ຢູ່​ໃນ​ພຣະວິ​ຫານ 12 ດັ່ງ​ນັ້ນ ຈຶ່ງ​ມີ​ການ​ເຮັດ​ບາບ​ແທນ​ການ​ເຜົາ​ບູ​ຊາ​ປະ​ຈຳ​ວັນ ແລະ​ປະ​ຖິ້ມ​ຄວາມ​ຈິງ ເຂົາ​ອັນ​ນີ້​ໄດ້​ກະ​ທຳ​ທຸກໆ​ສິ່ງ​ເປັນ​ຜົນ​ສຳ​ເຣັດ 13 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເທວະ​ດາ​ສອງ​ຕົນ​ຖາມ​ກັນ​ວ່າ, “ຍັງ​ອີກ​ເຫິງ​ປານ​ໃດ ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ນິມິດ​ນີ້​ຈຶ່ງ​ຈະ​ຫມົດ​ໄປ ຄື​ການ​ເຮັດ​ບາບ​ອັນ​ຊົ່ວ​ຮ້າຍ​ແທນ​ການ​ເຜົາ​ບູ​ຊາ​ປະ​ຈຳ​ວັນ ກັບ​ກອງ​ທັບ​ສວັນ​ແລະ ພຣະ​ວິຫານ​ຖືກ​ທຳ​ລາຍ​ນັ້ນ” 14 ເທວະ​ດາ​ຕົນ​ນຶ່ງ​ໄດ້​ຕອບ​ວ່າ, “ຍັງ​ເຫິງ​ເທົ່າ​ກັບ ເວ​ລາ​ເຜົາ​ບູ​ຊາ​ທັງ​ເຊົ້າ​ແລະ​ແລງ​ຜ່ານ​ໄປ​ໄດ້​ສອງ​ພັນ​ສາມ​ຮ້ອຍ​ເທື່ອ ແລ້ວ​ພຣະ​ວິ​ຫານ​ຈະ​ຄືນ​ສູ່​ສະ​ພາບ​ເດີມ”

ເທ​ວະ​ດາ​ຄັບ​ຣີ​ເອນ​ອະ​ທິ​ບາຍ​ເຣື່ອງ​ນິມິດ

15 ຂ້າ​ພະ​ເຈົ້າ​ດາ​ນີ​ເອນ ເມື່ອ​ໄດ້​ເຫັນ​ນິ​ມິດ​ນັ້ນ​ກໍ​ພ​ຍາຍາມ​ໃຫ້​ເຂົ້າ​ໃຈ ແຕ່​ທັນ​ໃດ​ນັ້ນມີ​ເທວະ​ດາ​ຕົນ​ນຶ່ງ​ຊຶ່ງ​ມີ​ຮູບ​ຮ່າງ​ເຫມືອນ​ມະ​ນຸດ​ຢືນ​ຢູ່​ຕໍ່​ຫນ້າ​ຂ້າ​ພະ​ເຈົ້າ 16 ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຄົນ​ຮ້ອງ​ມາ​ແຕ່​ແມ່​ນ້ຳ​ອູ​ລັຍ​ວ່າ, “ຄັບ​ຣີ​ເອນ​ເອີຍ, ຈົ່ງ​ອະ​ທິ​ບາຍ​ຄວາມ​ຫມາຍ​ສິ່ງ​ທີ່​ເຂົາ​ເຫັນ​ນັ້ນໃຫ້​ເຂົາ​ຮູ້​ແດ່” 17 ຄັບ​ຣີ​ເອນ​ໄດ້​ມາ​ຢືນ​ຢູ່​ຂ້າງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຕົກ​ໃຈ​ຫລາຍ​ຈົນ​ລົ້​ມ​ລົງ​ດິນ ເທວະ​ດາ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ມະ​ນຸດ​ເອີຍ ຈົ່ງ​ເຂົ້າ​ໃຈ​ຄວາມ​ຫມາຍ​ເດີ ຄື​ນິມິດ​ທີ່​ເຈົ້າ​ເຫັນ​ນັ້ນ​ເປັນ​ຈຸດ​ຊີ້​ບອກເວ​ລາ​ອະ​ວະ​ສານ” 18 ຂ​ນະ​ທີ່​ເທວະ​ດາ​ກຳ​ລັງ​ເວົ້າ​ຢູ່ ຂ້າ​ພະ​ເຈົ້າ​ໄດ້​ຫມົດ​ສະ​ຕິ​ແລະ​ລົ້ມ​ສະຫລົ​ບ​ລົງ​ຢູ່​ທີ່​ນັ້ນ 19 ເທວະ​ດາ​ໄດ້​ໂຊມ​ຂ້າ​ພະ​ເຈົ້າ​ຂຶ້ນ ແລ້ວ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ທ່ານ​ເຫັນ​ຜົນ​ແຫ່ງ​ຄວາມ​ຄຽດ​ຮ້າຍຂອງ​ພຣະ​ເຈົ້າ ນິມິດ​ນັ້ນ​ກ່ຽວ​ກັບ​ເຣື່ອງ​ເວ​ລາ​ສຸດ​ທ້າຍ 20 ແກະ​ທີ່​ມີ​ເຂົາ​ສອງ​ເຂົາ​ທີ່​ທ່ານ​ເຫັນ​ນັ້ນ ສະ​ແດງ​ເຖິງ​ຣາ​ຊ​ອາ​ນາ​ຈັກ​ເມ​ເດັຽ ແລະ​ເປີເຊັຽ 21 ແບ້​ແມ່ນ​ຣາ​ຊ​ອາ​ນາ​ຈັກ​ກຣິກ ແລະ​ເຂົາ​ສຳ​ຄັນ​ຢູ່​ລະ​ຫວ່າງ​ຕາ​ຂອງ​ມັນ​ແມ່ນ​ກະ​ສັດ​ອົງ​ທຳ​ອິດ 22 ເຂົາ​ສີ່​ເຂົາ​ທີ່​ປົ່ງ​ອອກ​ມາ​ແທນ​ເຂົາ​ທຳ​ອິດ​ທີ່​ຫັກ​ອອກ​ນັ້ນ ​ແມ່ນ​ຣາ​ຊ​ອາ​ນາ​ຈັກ​ທັງ​ສີ່​ທີ່​ຈະ​ເກີດ​ຂຶ້ນຈາກ​ຊົນ​ຊາດ​ນັ້ນ ແຕ່​ຈະ​ບໍ່​ເຂັ້ມ​ແຂງ​ເຫມືອນ​ຣາ​ຊ​ອາ​ນາ​ຈັກ​ທຳ​ອີດ 23 ເມື່ອ​ຣາ​ຊ​ອາ​ນາ​ຈັກ​ເຫລົ່າ​ນີ້​ໃກ້​ຈະ​ສິ້ນ​ສຸດ​ລົງ ຄວາມ​ຊົ່ວ​ຮ້າຍ​ຈະ​ມີ​ຫລາຍ​ທີ່​ສຸດ​ໃນ​ຣາ​ຊ​ອາ​ນາ​ຈັກ​ນີ້ ແລ້ວ​ຈະ​ມີ​ກະ​ສັດ​ຫົວ​ດື້ ໂຫດ​ຮ້າຍ ແລະ​ສໍ້​ໂກງ​ອົງ​ນຶ່ງ​ເກີດ​ຂຶ້ນ 24 ກະ​ສັດ​ອົງ​ນີ້​ຈະ​ເຂັ້ມ​ແຂງ​ຂຶ້ນ ແຕ່​ບໍ່​ແມ່ນ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ​ເອງ ພຣະ​ອົງ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ພິ​ນາດ​ຢ່າງ​ຫນ້າ​ຢ້ານ ຈະ​ເຮັດ​ທຸກ​ສິ່ງ​ໃຫ້​ສຳ​ເຣັດ ຈະ​ທຳ​ລາຍ​ຄົນ​ຜູ້​ມີ​ອຳ​ນາດແລະ​ໄພ່​ພົນ​ຂອງ​ພຣະ​ເຈົ້າ 25 ຍ້ອນ​ວ່າ​ພຣະ​ອົງ​ມີ​ຄວາມ​ສ​ລາດ ຈຶ່ງ​ສໍ້​ໂກງ​ສຳ​ເຣັດ​ແລະ​ທະ​ເຍີ​ທະ​ຍານ ​ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ຈະ​ຖືກ​ທໍາ​ລາຍ​ໂດຍ​ບໍ່​ທັນ​ຮູ້​ຕົວ ແມ່ນ​ແຕ່​ມະ​ຫາ​ກະ​ສັດ​ອົງ​ຍິ່ງ​ໃຫຍ່​ພຣະ​ອົງ​ກໍ​ຈະ​ບໍ່​ຢ້ານ ແຕ່​ພາຍ​ຫລັງ​ພຣະ​ອົງ​ເອງ​ຈະ​ຖືກ​ທຳ​ລາຍ​ດ້ວຍ​ອຳ​ນາດ​ທີ່​ບໍ່​ແມ່ນ​ມາ​ຈາກ​ມະ​ນຸດ 26 ນິມິດ​ແຫ່ງ​ການ​ຖວາຍ​ບູ​ຊາ​ທັງ​ເຊົ້າ​ແລະ​ແລງ ຊຶ່ງ​ໄດ້​ອະ​ທິ​ບາຍ​ຕໍ່​ທ່ານ​ນີ້​ເປັນ​ຄວາມ​ຈິງ ທ່ານ​ຈົ່ງ​ຮັກ​ສາ​ໄວ້​ເປັນ​ຄວາມ​ລັບ ເພາະ​ເວ​ລາ​ທີ່​ນິມິດ​ນີ້​ຈະ​ເປັນ​ຈິງ​ຂຶ້ນ​ມາ​ກໍ​ຍັງ​ຢູ່​ເຫິງ​ນານ” 27 ຂ້າ​ພະ​ເຈົ້າ​ດາ​ນີ​ເອນ​ໄດ້​ອ່ອນ​ແຮງ​ແລະ​ເຈັບ​ປ່ວຍຢູ່​ເປັນ​ເວ​ລາ​ຫລາຍ​ມື້ ຈຶ່ງ​ສາ​ມາດ​ລຸກ​ໄປ​ປະ​ຕິ​ບັດ​ພາ​ຣະ​ກິດ​ທີ່​ພຣະ​ຣາ​ຊາ​ຊົງ​ມອບ​ຫມາຍ​ໃຫ້​ໄດ້ ຂ້າ​ພະ​ເຈົ້າ​ຈຶ່ງ​ງຶດ​ງໍ້​ແລະ​ບໍ່​ເຂົ້າ​ໃຈ​ນິມິດ​ນັ້ນ​ເລີຍ

ດານີເອນ 9

ດາ​ນີ​ເອນ​ອ້ອນວອນ​ເພື່ອ​ຊົນ​ຊາດ​

1 ດາ​ຣິ​ອຸສ​ຣາ​ຊ​ໂອ​ຣົດ​ຂອງ​ກະ​ສັດ​ອາ​ຮາ​ຊູ​ເອ​ຣູ​ສ ຜູ້​ຊຶ່ງ​ເປັນ​ຄົນ​ເຊື້ອ​ສາຍ​ເມ​ເດັຽ​ໄດ້​ປົກ​ຄອງ​ຣາ​ຊ​ອາ​ນາ​ຈັກ​ບາ​ບີ​ໂລ​ນ 2 ໃນ​ປີ​ທຳ​ອິດ​ທີ່​ພຣະ​ອົງ​ຊົງ​ເປັນ​ກະ​ສັດ​ນັ້ນ ຂ້າ​ພະ​ເຈົ້າ​ດາ​ນີ​ເອນ​ໄດ້​ຮ່ຳ​ຮຽນ​ພຣະ​ຄັມ​ພີ ແລະ​ຄິດ​ເຖິງ​ເຣື່ອງ​ເຈັດ​ສິບ​ປີ​ທີ່​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ທຳ​ລາຍ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄວ້ 3 ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ດ້ວຍ​ໃຈ​ຮ້ອນ​ຮົນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮ້ອງ​ຂໍ​ຕໍ່​ພຣະ​ອົງ ໄດ້​ອົດ​ອາ​ຫານ ​ໄດ້​ນຸ່ງ​ເຄື່ອງໄວ້​ທຸກ​ແລະ​ນັ່ງ​ໃນ​ຂີ້​ເຖົ່າ​ໄຟ 4 ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຍອມ​ຮັບ​ສາ​ຣະ​ພາບ​ສິ່ງ​ທີ່​ຊົນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ບາບ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຍິ່ງ​ໃຫຍ່​ແລະ​ຫນ້າ​ຢຳ​ເກງ ຊົງ​ເຮັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ ຊົງ​ສະ​ແດງ​ຄວາມ​ຮັກ​​ຫມັ້ນ​ຄົງ​ຕໍ່​ຄົນ​ທັງ​ຫລາຍ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ພຣະ​ອົງ ແລະ​ທີ່​ປະຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ອົງ 5 ພວກ​ຂ້າ​ພຣະ​ອົງໄດ້​ເຮັດ​ບາບ ໄດ້​ເຮັດ​ຊົ່ວ​ແລະ​ເຮັດ​ຜິດ ບໍ່​ເຮັດ​ສິ່ງ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ເຮັດ ແລະ​ໄດ້​ປະ​ຕິ​ເສດ​ສິ່ງ​ທີ່​ພຣະ​ອົງ​ຊົງ​ບອກວ່າ​ຖືກ​ຕ້ອງ 6 ພວກ​ຂ້າ​ພຣະ​ອົງ​ບໍ່​ເຄີຍ​ເຊື່ອ​ຟັງ​ພວກຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ​ຜູ້ຮັບ​ໃຊ້​ຂອງ​ພຣະ​ອົງ​ຜູ້ເວົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຕໍ່​ກະ​ສັດ ຕໍ່​ຜູ ປົກ​ຄອງ ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພຣະ​ອົງ ແລະ​ຕໍ່​ຊົນ​ຊາດ​ທັງ​ຫມົດ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຊົງ​ຊອບ​ທັມ​ສ​ເມີ ​ຂ້າພຣະ​ອົງທັງ​ຫລາຍ ພ້ອມ​ທັງ​ປະ​ຊາ​ຊົນ​ຜູ້​ຢູ່​ໃນ​ແຂວງ​ຢູດາ​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ ແລະ​ຊາວ​ອິສ​ຣາ​ເອນ​ທີ່​ພຣະ​ອົງຊົງ​ເຮັດ​ໃຫ້​ເຂົາ​ແຕກ​ໄປ​ຢູ່​ໃນ​ປະ​ເທດໃກ້​ແລະ​ໄກ ຍ້ອນ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ພຣະ​ອົງ​ນັ້ນ​ໄດ້​ກະ​ທຳ​ສິ່ງ​ທີ່​ຫນ້າ​ອັບ​ອາຍ​ສ​ເມີ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ພວກ​ກະ​ສັດ ພວກ​ຜູ້​ປົກ​ຄອງ ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພຣະ​ອົງໄດ້​ກະ​ທຳ​ສິ່ງ​ທີ່​ຫນ້າ​ອັບ​ອາຍ​ແລະ​ສິ່ງ​ທີ່​ເປັນ​ບາບ​ຕໍ່​ ສູ້​ພຣະ​ອົງ 9 ພຣະ​ອົງ​ຊົງ​ເມດ​ຕາ​ແລະ​ຊົງ​ໃຫ້​ອະ​ພັຍ ແຕ່​ພວກ​ຂ້າ​ພຣະ​ອົງໄດ້​ກະ​ບົດ​ຕໍ່​ສູ້​ພຣະ​ອົງ 10 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ຊົງ​ບອກໃຫ້​ພວກ​ຂ້າ​ພຣະ​ອົງ​ເຮັດ​ຕາມ​ພຣະ​ບັນ​ຍັດ ໂດຍ​ຊົງ​ບອກ​ຜ່ານ​ທາງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ ພວກ​ຂ້າ​ພຣະ​ອົງ​ກໍ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ອົງ 11 ຊາວ​ອິສ​ຣາ​ເອນ​ທັງ​ປວງ​ໄດ້​ເຮັດ​ຜິດ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະ​ອົງ​ຊົງ​ບອກ ພວກ​ຂ້າ​ພຣະ​ອົງໄດ້​ເຮັດ​ບາບ​ຕໍ່​ສູ້​ພຣະ​ອົງ ພຣະ​ອົງ​ໄດ້​ຊົງ​ນຳ​ເອົາ​ຄຳ​ປ້ອຍ​ດ່າ​ທີ່​ຂຽນ​ໄວ້​ໃນ​ບັນ​ຍັດ​ຂອງ​ໂມ​ເຊ ຜູ້ຮັບ​ໃຊ້​ຂອງ​ພຣະ​ອົງ​ມາ​ລົງ​ໂທດ​ພວກ​ຂ້າພຣະ​ອົງ 12 ຊົງ​ເຮັດ​ຕໍ່​ພວກ​ຂ້າ​ພຣະ​ອົງ​ແລະ​ພວກ​ຜູ້​ປົກ​ຄອງ​ຕາມ​ທີ່​ພຣະ​ອົງ​ຊົງ​ກ່າວ​ໄວ້ ຊົງ​ລົງ​ໂທດ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ແຮງ​ກວ່າ​ນະ​ຄອນ​ອື່ນໆ​ໃນ​ໂລກ 13 ພວກ​ຂ້າ​ພຣະ​ອົງ​ໄດ້​ຮັບ​ໂທດ​ທຸກ​ຢ່າງ​ຕາມ​ທີ່​ກ່າວ​ໄວ້​ໃນ​ບັນ​ຍັດ​ຂອງ​ໂມ​ເຊ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າພຣະ​ອົງ ແຕ່​ຈົນ​ດຽວ​ນີ້​ພວກ​ຂ້າ​ພຣະ​ອົງ​ກໍ​ຍັງບໍ່​ໄດ້​ເຮັດ​ໃຫ້​ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ ຄື​ຍັງ​ເຮັດ​ບາບ ​ຫລື​ປະ​ພຶດ​ບໍ່​ສັດ​ຊື່​ຢູ່ 14 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ ພຣະ​ອົງ​ໄດ້​ຊົງ​ຈັດ​ຕຽມ​ການ​ລົງ​ໂທດ​ພວກ​ຂ້າ​ພຣະ​ອົງ ແລະ​ໄດ້​ຊົງ​ກະ​ທຳ​ການ​ນັ້ນ​ແລ້ວ ເພາະ​ວ່າ​ທຸກ​ໆ​ສິ່ງ​ທີ່ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ລ້ວນ​ແຕ່​ຖືກ​ຕ້ອງ ແຕ່​ພວກ​ຂ້າ​ພຣະ​ອົງ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ອົງ 15 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ ພຣະ​ອົງ​ຊົງ​ສະ​ແດງ​ຣິດ​ອຳ​ນາດ ໂດຍ​ສາ​ມາດ​ນຳ​ເອົາ​ໄພ່​ພົນ​ຂອງ​ພຣະ​ອົງ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ ພວກ​ຂ້າ​ພຣະ​ອົງ​ຍັງ​ຈື່​ຈຳ​ຣິດ​ອຳ​ນາດ​ຂອງ​ພຣະ​ອົງ​ຢູ່ ແຕ່​ປານ​ນັ້ນ​ພວກ​ຂ້າ​ພຣະ​ອົງ​ກໍ​ຍັງ​ເຮັດ​ບາບ​ແລະ​ເຮັດ​ຜິດ​ຢູ່ 16 ພຣະ​ອົງ​ໄດ້​ຊົງ​ເຮັດ​ການ​ອັນ​ຊອບ​ທັມ​ມາ​ແລ້ວ ດັ່ງ​ນັ້ນ​ຂໍ​ຢ່າ​ຊົງ​ຄຽດ​ຮ້າຍ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ອີກ​ຕໍ່​ໄປ​ທ້ອນ ເພາະ​ວ່າ​ມັນ​ເປັນ​ນະ​ຄອນ​ແລະ​ເປັນ​ພູ​ສັກ​ສິດ​ຂອງ​ພຣະ​ອົງ ປະ​ເທດ​ເພື່ອນ​ບ້ານ​ທັງ​ປວງ​ຕ່າງ​ກໍ​ດູ​ຫມິ່ນ​ຢຽບ​ຫຍາມ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ແລະ​ໄພ່​ພົນ​ຂອງ​ພຣະ​ອົງ ຍ້ອນ​ວ່າ​ພວກ​ຂ້າພຣະ​ອົງ​ໄດ້​ເຮັດ​ບາບ ແລະ​ຍ້ອນ​ການ​ເຮັດ​ຊົ່ວ​ຂອງ​ພວກ​ບັນ​ພະ​ບຸ​ຣຸດ​ນັ້ນ 17 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໄປ​ນີ້​ຂໍ​ຊົງ​ໂຜດ​ຮັບ​ຟັງ​ຄຳ​ອ້ອນວອນ ຍອມ​ສາ​ລະ​ພາບ​ຜິດ​ຂອງ​ຂ້າ​ພຣະ​ເອົງ​ແດ່​ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ພຣະວິ​ຫານ​ຂອງ​ພຣະ​ອົງ​ທີ່​ຖືກ​ທຳ​ລາຍ​ນັ້ນ​ກັບ​ຄືນ​ເປັນ​ຄື​ເກົ່າ ເພື່ອ​ທຸກ​ໆ​ຄົນ​ຈະ​ໄດ້​ຮູ້​ວ່າ​ພຣະ​ອົງຊົງ​ເປັນ​ພຣະ​ເຈົ້າ 18 ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ຮັບ​ຟັງ​ສຽງ​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ ຈົ່ງ​ດູ​ແລ ແລະ​ທອດ​ພຣະ​ເນດ​ເບິ່ງ​ຄວາມ​ທຸກ​ຍາກ​ທີ່​ພວກ​ຂ້າ​ພຣະ​ອົງປະ​ສົບ​ຢູ່ ພ້ອມ​ທັງ​ຄວາມ​ທຸກ​ຍາກ​ໃນ​ນະ​ຄອນ​ຂອງ​ພຣະ​ອົງ ພວກ​ຂ້າ​ພຣະ​ອົງ​ອ້ອນວອນ​ພຣະ​ອົງ ຍ້ອ​ນ​ວ່າ​ພຣະ​ອົງ​ຊົງ​ພຣະ​ເມດ​ຕາ ບໍ່​ແມ່ນ​ຍ້ອນ​ພວກ​ຂ້າ​ພຣະ​ອົງ​ເປັນ​ຄົນ​ຊອບ​ທັມ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ຊົງ​ຮັບ​ຟັງ​ພວກ​ຂ້າ​ພຣະ​ອົງ​ແດ່ 19 ໂອ ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ຊົງ​ຍົກ​ໂທດ​ໃຫ້​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ ຂໍ​ຊົງ​ຮັບ​ຟັງ​ພວກ​ຂ້າ​ພຣະ​ອົງ​ແລ້ວ​ຊົງ​ຮີບ​ກະ​ທຳ ເພື່ອ​ໃຫ້​ທຸກໆ​ຄົນ​ຮູ້​ຈັກ​ວ່າ​ພຣະ​ອົງ​ຊົງເປັນ​ພຣະ​ເຈົ້າ ຂໍ​ຢ່າ​ຊົງ​ລ້າ​ຊ້າ​ຢູ່ ເພາະ​ວ່າ​ນະ​ຄອນ​ແລະ​ປະ​ຊາ​ຊົນ​ນີ້​ເປັນ​ຂອງ​ພຣະ​ອົງ” ຄັບ​ຣີ​ເອນ​ອະ​ທິ​ບາຍ​ຄຳ​ເວົ້າ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ 20 ຂ້າ​ພະ​ເຈົ້າ​ໄດ້​ອ້ອນວອນ ແລະ​ສາ​ລະ​ພາບ​ບາບ​ຂອງ​ຂ້າ​ພະ​ເຈົ້າ​ພ້ອມ​ທັງ​ບາບ​ຂອງ​ອິສ​ຣາ​ເອນ​ຊົນຊາດ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ໄປ ແລະ​ໄດ້​ຮ້ອງ​ຂໍ​ໃຫ້ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຊົງ​ເຮັດ​ໃຫ້​ພຣະວິ​ຫານ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ກັບ​ຄືນ​ເປັນ​ຄື​ເກົ່າ 21 ເມື່ອ​ຂ້າ​ພະ​ເຈົ້າ​ອ້ອນວອນ​ຢູ່​ມີ​ເທວະ​ດາ​ຕົນ​ນຶ່ງ​ຊື່​ຄັບ​ຣີ​ເອນ ຄື​ຕົນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໃນ​ນິມິດ ເທື່ອ​ທຳ​ອິດ​ນັ້ນ​ໄດ້​ເຫາະ​ລົງ​ມາ​ຍັງ​ບ່ອນ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ເວ​ລາ​ຖວາຍ​ເຄື່ອງ​ບູ​ຊາ​ຕອນ​ຄ່ຳ 22 ທ່ານ​ໄດ້​ອະ​ທິ​ບາຍວ່າ, “ດາ​ນີ​ເອນ​ເອີຍ, ເຮົາ​ໄດ້​ມາ​ທີ່​ນີ້​ເພື່ອ​ຊ່ອຍ​ໃຫ້​ເຈົ້າ​ເຂົ້າ​ໃຈຄຳ​ເວົ້າ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ 23 ຄື​ເມື່ອ​ເຈົ້າ​ເລີ້ມ​ຕົ້ນ​ຮ້ອງ​ຂໍ​ຕໍ່​ພຣະ​ເຈົ້າ ພຣະ​ອົງ​ກໍ​ຊົງ​ຕອບ​ເຈົ້າ ເຮົາ​ຈຶ່ງ​ມາ​ອະ​ທິ​ບາຍ​ຄຳ​ຕອບ​ນັ້ນ​ໃຫ້​ເຈົ້າ​ຮູ້ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ເຈົ້າ ບັດ​ນີ້​ເຮົາ​ຈະ​ອະ​ທິ​ບາຍ​ນິມິດ​ນັ້ນ ຈົ່ງ​ຕັ້ງ​ໃຈ​ຟັງ​ໃຫ້​ດີ 24 ມີເຈັດສິບສັ​ປ​ດາແຫ່ງ​ປີ​ກຳ​ນົ​ດ​ໄວ້ສຳ​ລັບຊົນ​ຊາດ​ແລະ​ນະ​ຄອນ​ອັນ​ສັກ​ສິດ​ຂອງ​ທ່ານ​ ເພື່ອ​ໃຫ້​ສິ້ນ​ສຸ​ດການ​ທໍ​ຣະ​ຍົດ​ ໃຫ້​ບາບຈົບ​ສິ້ນ ແລະ​ໃຫ້​ລົບ​ມົນ​ທິນ ເພື່ອ​ນຳ​ຄວາມ​ຍຸ​ດຕິ​ທັມ​ຕ​ລອດ​ໄປ​ເປັນ​ນິດເຂົ້າ​ມາ ເພື່ອ​ວ່າ​ນິມີດ​ແລະ​ຄຳ​ເວົ້າ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ຈະ​ໄດ້​ສຳ​ເຣັດ​ເປັນ​ຈິງ ແລະ​ເພື່ອ​ພຣະ​ວິ​ຫານ​ອັນ​ສັກ​ສິດ​ຈະ​ໄດ້​ເປັນ​ທີ່​ຖວາຍ​ແດ່​ພຣະ​ເຈົ້າ 25 ຈົ່ງ​ສັງ​ເກດ​ແລະ​ເຂົ້າ​ໃຈ​ດັ່ງ​ນີ້ ນັບ​ຕັ້ງ​ແຕ່​ອອກ​ຄຳ​ສັ່ງ​ໃຫ້​ສ້າງ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ຂຶ້ນ​ໃຫມ່ ໄປ​ຈົນ​ເຖິງ​ພວກ​ຜູ້​ນຳ​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄດ້​ມາ​ຄອບ​ຄອງ​ຈະ​ເປັນ​ເວ​ລາ​ເຈັດ​ອາ​ທິດ ເຂົາ​ຈະ​ສ້າງ​ນະ​ຄອນ​ເຢູ​ຊາ​ເລັມ​ຂຶ້ນໃຫມ່ ຈະ​ມີ​ຖ​ນົນ​ຫົນ​ທາງ​ແລະ​ປ້ອມ​ປ້ອງກັນ​ເມືອງ​ຢ່າງ​ເຂັ້ມ​ແຂງ ແລ້ວ​ເມືອງ​ນີ້​ຈະ​ຫມັ້ນ​ຄົງ​ຢູ່​ເປັນ​ເວ​ລາ​ຫົກ​ສິບ​ສອງ​ສັ​ປ​ຕະ ແຕ່​ຈະ​ເປັນ​ສະ​ໄຫມ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ 26 ຫລັງ​ຈາກ​ຫົກ​ສິບ​ສອງ​ສັ​ປ​ຕະແລ້ວ ທ່ານ​ຜູ້​ນຶ່ງ​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ຈະ​ຖືກ​ຕັດ​ອອກ​ແລະ​ຈະ​ບໍ່​ມີ​ຫຍັງ​ສຳ​ລັບ​ທ່ານ ນະ​ຄອນ​ແລະ​ພຣະ​ວິ​ຫານ​ກໍ​ຈະ​ຖືກກອງ​ທັບ​ຂອງ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຄົນ​ນຶ່ງ​ບຸກ​ລຸກ​ທຳ​ລາຍ ຄາວ​ສິ້ນ​ສຸດ​ນີ້​ຈະ​ມາ​ທຳ​ລາຍ​ເຫມືອນ​ນ້ຳ​ຖ້ວມ ຕອນ​ສຸດ​ທ້າຍ​ຈະ​ມີ​ສົງຄາມ​ແລະ​ການ​ທຳ​ລາຍ​ທີ່​ພຣະ​ເຈົ້າ​ຊົງ​ສັ່ງ​ໃຫ້​ເກີດ​ຂຶ້ນ 27 ຜູ້​ນຳ​ຄົນ​ນັ້ນ​ຈະ​ມີ​ສຳ​ພັນ​ທະ​ໄມ​ຕ​ຣີ​ຢ່າງ​ຫນຽວ​ແຫນ້ນ​ກັບ​ຄົນ​ຈຳ​ນວນ​ຫລາຍ​ເປັນ​ເວ​ລາ​ນຶ່ງ​ສັ​ປ​ຕະ ແລະ​ພາຍ​ໃນ​ເຄິ່ງ​ສັ​ປ​ຕະ ທ່ານ​ຈະ​ສັ່ງ​ເລີກ​ບໍ່ໃຫ້​ມີ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ບູ​ຊາ​ ເທິງ​ທີ່​ສູງ​ສຸດ​ຂອງ​ພຣະ​ວິ​ຫານ​ນັ້ນ​ຈະ​ມີຂອງ​ແປກ​ປ​ລາດ​ອັນ​ຫນ້າ​ຢ້ານ​ຕັ້ງ​ຢູ່ ຈະ​ມີ​ຢູ່​ທີ່​ນັ້ນຈົນ​ຮອດ​ເວ​ລາ​ທີ່​ພຣະ​ເຈົ້າ​ຊົງ​ເຮັດ​ໃຫ້​ຜູ້ຕັ້ງ​ມັນ​ໄວ້​ໄດ້​ພົບ​ກັບ​ຈຸດ​ຈົບ”

ດານີເອນ 10

ດາ​ນີ​ເອນ​ເຫັນ​ນິມິດ​ໃກ້​ແມ່​ນ້ຳ​ຕີກ​ຣິດ

1 ໃນ​ປີ​ທີ່​ສາມ​ແຫ່ງ​ຣາ​ຊ​ການ​ໄຊ​ຣັສ​ ກະ​ສັດ​ເປີ​ເຊັຽນັ້ນ​ໄດ້​ມີ​ການ​ເປີດ​ເຜີຍ​ຖ້ອຍ​ຄຳ​ໃຫ້​ດາ​ນີ​ເອນ​ຮູ້​ທາງ​ນິມິດ (ດາ​ນີ​ເອນ​ມີ​ຊື່​ອື່ນ​ເອີ້​ນອີກວ່າ ເບນ​ເຕ​ຊັສຊາ​) ຖ້ອຍ​ຄຳ​ນັ້ນ​ເປັນ​ຄວາມ​ຈິງ​ແຕ່​ເຂົ້າ​ໃຈ​ຍາກ​ທີ່​ສຸດ 2 ໃນ​ເວ​ລາ​ນັ້ນ​ຂ້າ​ພະ​ເຈົ້າ​ດາ​ນີ​ເອນ​ໄດ້​ເປັນ​ທຸກ​ຢູ່​ສາມ​ອາ​ທິດ 3 ບໍ່​ໄດ້​ກິນ​ຂອງ​ແຊບ​ຫລື​ຊີ້ນ​ໃດໆ ບໍ່​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ ບໍ່​ໄດ້​ຫວີ​ຜົມ​ຈົນ​ຕ​ລອດ​ສາມ​ອາ​ທິດ 4 ໃນ​ວັນ​ທີ່​ຊາວ​ສີ່​ຂອງ​ເດືອນ​ທຳ​ອິດ ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຢູ່​ແຄມ​ຕາ​ຝັ່ງ​ແມ່​ນ້ຳ​ໃຫຍ່​ຕີກ​ຣິດ 5 ແລະ​ໄດ້​ເງີຍ​ຫນ້າ​ຂຶ້ນ​ເຫັນ​ຊາຍ​ຜູ້​ນຶ່ງ​ນຸ່ງ​ຫົ່ມ​ເຄື່ອງ​ທີ່​ສະງ່າ​ງາມ​ແລະ​ຂັດ​ສາຍ​ແອ​ວຄຳ 6 ຕົນ​ຕົວ​ຂອງ​ທ່ານ​ສ​ອ່ງ​ແສງ​ເປັນ​ປະ​ກາຍ​ເຫມືອນ​ເພັດ ຫນ້າ​ມີ​ແສງ​ເຫລື້ອມ​ເຫມືອນຟ້າ​ແມບ​ເຫລື້ອມ​ ຕາ​ມີ​ແສງ​ເຫມືອນ​ໄຟ ແຂນ​ຂາ​ເຫລື້ອມ​ເປັນ​ເງົາ​ເຫມືອນ​ທອງ​ສຳ​ຣິດ​ທີ່​ຂັດ​ສີ​ແລ້ວ ແລະ​ສຽງ​ຮ້ອງ​ຂອງ​ທ່ານ​ດັງ​ເຫມືອນ​ສຽງ​ຮ້ອງ​ຂອງ​ຝູງ​ຊົນ​ຈຳ​ນວນ​ຫລາຍ 7 ຂ້າ​ພະ​ເຈົ້າຜູ້​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ເຫັນ​ນິ​ມິດ​ນີ້ ຄົນ​ທັງ​ຫລາຍ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ຫຍັງ ແຕ່​ພວກ​ເຂົາ​ກໍ​ຢ້ານ​ແລະ​ແລ່ນ​ໄປ​ລີ້​ຢູ່ 8 ຂ້າ​ພະ​ເຈົ້າຜູ້​ດຽວ​ໄດ້​ຢູ່​ເບິ່ງ​ນິ​ມິດ​ອັນ​ແປ​ກ​ປລາດ​ນີ້ ຂ້າ​ພະ​ເຈົ້າ​ບໍ່​ມີ​ເຫື່ອ​ແຮງ​ເຫລືອ​ຢູ່​ເລີຍ​ສີ​ຫນ້າ​ກໍ​ປ່ຽນ​ແປງ​ໄປ 9 ເມື່ອ​ໄດ້​ຍິນ​ທ່ານເວົ້າ​ແລ້ວ ​ຂ້າ​ພະ​ເຈົ້າ​ກໍ​ລົ້ມ​ລົງ​ດິນ​ຫມົດ​ຄວາມ​ຮູ້​ສຶກ​ແລະ​ຫມູບ​ຫນ້າ​ຢູ່​ທີ່​ນັ້ນ 10 ແລ້ວ​ມີ​ມື​ອັນ​ນຶ່ງ​ມາ​ໂຊມ​ໃຫ້​ລຸກ​ຂຶ້ນ ໃຫ້​ຫົວ​ເຂົ່າ​ແລະ​ມື​ຄ້ຳ​ດິນ​ໄວ້ ແຕ່​ຂ້າ​ພະ​ເຈົ້າກໍ​ຍັງ​ຕົວ​ສັ່ນ​ຢູ່ 11 ຄົນ​ນັ້ນ​ໄດ້​ເວົ້າກັບ​ຂ້າ​ພະ​ເຈົ້າ​ວ່າ, “ດາ​ນີ​ເອນ​ເອີຍ, ພຣະ​ເຈົ້າ​ຊົງ​ຮັກ​ເຈົ້າ ຈົ່ງ​ຢືນ​ຂຶ້ນ​ແລະ​ຕັ້ງ​ໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ເວົ້າ ພຣະ​ເຈົ້າ​ຊົງ​ໃຊ້​ໃຫ້​ເຮົາ​ມາ​ຫາ​ເຈົ້າ” ເມື່ອ​ທ່ານ​ເວົ້າ​ດັ່ງ​ນີ້​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ຢືນ​ຕົວ​ສັ່ນ​ຢູ່ 12 ຕໍ່​ມາ​ທ່ານ​ໄດ້​ເວົ້າ​ວ່າ, “ດາ​ນີ​ເອນ​ເອີຍ, ຢ່າ​ຢ້ານ​ເດີ ມື້​ທຳ​ອິດ​ທີ່​ເຈົ້າ​ຕັດ​ສິນ​ໃຈ​ຖ່ອມ​ຕົວ​ລົງ​ອ້ອນວອນ​ເພື່ອ​ໃຫ້​ເຂົ້າ​ໃຈ​ນັ້ນ ພຣະ​ເຈົ້າ​ຊົງ​ໄດ້​ຮັບ​ຟັງ​ຄຳ​ອ້ອນວອນ​ຂອງ​ເຈົ້າ​ແລ້ວ ເຮົາ​ໄດ້​ມາ​ຍ້ອນ​ຄຳ​ອ້ອນວອນ​ຂອງ​ເຈົ້າ​ນັ້ນ 13 ເທວະ​ດາ​ຕົນ​ປົກ​ປັກ​ຮັກ​ສາ​ຣາ​ຊ​ອາ​ນາ​ຈັກ​ເປີເຊັຽ​ໄດ້​ຂັດ​ຂວາງ​ເຮົາ​ເປັນ​ເວ​ລາ​ຊາວ​ເອັດ​ມື້ ແລ້ວ​ມີ​ຄາ​ເອນ​ເທວະ​ດາ​ຊັ້ນ​ຫົວ​ຫນ້າ​ຕົນ​ນຶ່ງ​ໄດ້​ມາ​ຊ່ອຍ​ເຮົາ ເພາະ​ເຮົາ​ຜູ້​ດຽວ​ທີ່​ຍັງ​ເຫລືອ​ຢູ່​ໃນ​ຣາ​ຊ​ອາ​ນາ​ຈັກ​ເປີເຊັຽ 14 ເຮົາ​ໄດ້​ມາ​ເຮັດ​ໃຫ້​ເຈົ້າ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ປະ​ຊາ​ຊົນ​ຂອງ​ເຈົ້າ​ໃນ​ອະ​ນາ​ຄົດ ອັນ​ນີ້​ແມ່ນ​ນິມິດ​ໃຫຍ່​ກ່ຽວ​ກັບ​ອະ​ນາ​ຄົດ” 15 ເມື່ອ​ທ່ານ​ກ່າວ​ດັ່ງ​ນີ້​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ກົ້​ມ​ຫນ້າ​ບໍ່​ເວົ້າ​ຈາ​ຫຍັງ 16 ແລ້ວ​ເທວະ​ດາ​ຕົນ​ນຶ່ງ​ຊຶ່ງ​ມີ​ຮູບ​ຮ່າງ​ເຫມືອນ​ມະ​ນຸດ ເດ່​ມື​ອອກ​ມາ​ບາຍ​ຮີມ​ສົບ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ທ່ານ​ຊຶ່ງ​ຢືນ​ຢູ່​ຂ້າງ​ຫນ້າ​ວ່າ, “ນາຍ​ເອີຍ, ນິມິດ​ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຫມົດ​ແຮງ​ຫລາຍ​ຈົນ​ຕົນ​ຕົວ​ຂ້າ​ພະ​ເຈົ້າສັ່ນ 17 ຂ້າ​ພະ​ເຈົ້າ​ເປັນ​ເຫມືອນ​ຂ້ອ​ຍທາດ​ທີ່​ຢືນ​ຢູ່​ຕໍ່​ຫນ້າ​ນາຍ ຈະ​ເວົ້າ​ກັບ​ທ່ານ​ໄດ້​ຢ່າງ​ໃດ ເພາະ​ວ່າ​ບໍ່​ມີ​ແຮງ​ຫລື​ລົມ​ຫາຍ​ໃຈ​ເຫລືອ​ຢູ່​ໃນ​ຕົວ​ເລີຍ” 18 ແລ້ວ​ທ່ານໄດ້​ຈັບ​ບາຍ​ຂ້າ​ພະ​ເຈົ້າ​ອີກ​ເທື່ອນຶ່ງ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ສຶກ​ມີ​ແຮງ​ຂຶ້ນ 19 ທ່ານ​ໄດ້​ເວົ້າ​ວ່າ, “ພຣະ​ເຈົ້າ​ຊົງ​ຮັກ​ແພງ​ເຈົ້າ ດັ່ງ​ນັ້ນ​ຢ່າອຸກ​ໃຈ​ຫລື​ຢ້ານ​ເດີ ຈົ່ງ​ກ້າ​ຫານ​ສາ” ເມື່ອ​ທ່ານ​ກ່າວ​ດັ່ງ​ນີ້​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ມີ​ແຮງ​ແລະ​ເວົ້າ​ວ່າ, “ນາຍ​ເອີຍ, ຈົ່ງ​ບອກ​ຂ້າ​ພະ​ເຈົ້າ​ແດ່​ສິ່ງ​ທີ່​ນາຍ​ຈະ​ເວົ້າ​ນັ້ນ ທ່ານ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ແຮງ​ຂຶ້ນ” 20 ແລ້ວ​ທ່ານ​ເວົ້າ​ວ່າ, “ທ່ານ​ຮູ້​ບໍ່​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຫາ​ທ່ານ? ບັດ​ນີ້ ເຮົາ​ຈະ​ຕ້ອງ​ຄືນ​ໄປ​ຕໍ່​ສູ້​ກັບ​ເທວະ​ດາ​ຕົນ​ທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ເປີເຊັຽ ຫລັງ​ຈາກ​ນັ້ນ ເທວະ​ດາ​ຕົນ​ປົກ​ປັກ​ຮັກ​ສາ​ປະ​ເທດກ​ຣິກ​ຈະ​ມາ​ປາ​ກົດ 21 ເຮົາ​ມາ​ມື້​ນີ້ເພື່​ອ​ເປີດ​ເຜີຍ​ສີ່ງ​ທີ່​ຂຽນ​ໄວ້​ໃນ​ຫນັງ​ສື​ສັຕຈະ​ທັມ​ ບໍ່​ມິໃຜ​ຊ່ອຍ​ເຫລືອ​ເຮົາຕໍ່​ສູ້​ເຈົ້າ​ເຫລົ່າ​ນີ້​ເລີຍ ນອກ​ຈາກ​ມີ​ຄາ​ເອນ​ເທວະ​ດາ​ຕົນ​ທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ອິສ​ຣາ​ເອນ

ດານີເອນ 11

1 ສ່ວນ​ຕົວ​ຂ້າ​ພະ​ເຈົ້າ​ນັ້ນ​ ໃນ​ປີ​ຕົ້ນ​ແຫ່ງ​ຣັ​ຊ​ການ​ດາ​ຣີ​ອຸ​ສ ຄົນ​ມີ​ເດັຽ ຂ້າ​ພະ​ເຈົ້າ​ເປັນ​ຕົວ​ຕັ້ງ​ຕົວ​ຕີ​ທີ່​ໃຫ້​ກຳ​ລັງ​ກະ​ສັດ

ຣາ​ຊ​ອາ​ນາ​ຈັກ​ເອ​ຢິບ​ແລະ​ຊີ​ເຣັຽ

2 “ແລະ​ບັດ​ນີ້ ຂ້າ​ພະ​ເຈົ້າຈະ​ສຳ​ແດງ​ຄວາມ​ຈິງ​ໃຫ້​ແກ່​ທ່ານ ເບິ່ງ​ແມ໋, ຈະ​ມີ​ກະ​ສັດ​ອີກ​ສາມ​ອົງ​ປົກ​ຄອງ​ປະ​ເທດ​ເປີ​ເຊັຽ ອົງ​ທີ່​ສີ່​ຈະ​ເປັນ​ອົງ​ສຸດ​ທ້າຍ ກະ​ສັດ​ອົງ​ນີ້​ຈະ​ມີ​ຊັບ​ສົມ​ບັດ​ຫລາຍກວ່າ​ອົງ​ອື່ນ​ທັງ​ຫມົດ ໃນ​ເວ​ລາ​ພຣະ​ອົງ​ຊົງ​ເຂັ້ມ​ແຂງ ແລະ​ມີ​ຊັບ​ສົມ​ບັດ​ຫລາຍ ພຣະ​ອົງ​ຈະ​ທຳ​ສົງ​ຄາມ​ກັບ​ຣາ​ຊອາ​ນາ​ຈັກ​ກ​ຣິກ 3 ແລ້ວ​ຈະ​ມີ​ກະ​ສັດ​ທີ່​ກ້າ​ຫານ​ອົງ​ນຶ່ງຄອ​ບ​ຄອງ​ທົ່ວ​ຣາ​ຊ​ອາ​ນາ​ຈັກ​ໃຫຍ່ ແລະ​ຈະ​ເຮັດ​ທຸກ​ສິ່ງ​ຕາມພຣະ​ປະ​ສົງ 4 ແຕ່​ໃນ​ເວ​ລາ​ທີ່​ພຣະ​ອົງ​ຊົງ​ມີ​ອຳ​ນາດຍິ່ງ​ໃຫຍ່​ນັ້ນ ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ແຕກ​ແຍກ ແລະ​ຖືກ​ແບ່ງ​ອອກ​ເປັນ​ສີ່​ສ່ວນ ຣາ​ຊວົງ​ຂອງ​ພຣະ​ອົງ​ຈະ​ ບໍ່​ໄດ້​ປົກ​ຄອງ ຄົນ​ອື່ນ​ຈະ​ເຂົ້າ​ປົກ​ຄອງ​ແທນ ແຕ່​ພວກ​ເຂົາ​ຈະ​ບໍ່​ມີ​ອຳ​ນາດ​ເຫມືອນ​ພຣະ​ອົງ 5 ກະ​ສັດ​ເອຢິບກໍ​ເປັນ​ຜູ້​ນຶ່ງ​ໃນ​ພວກ​ນັ້ນ​ຊື່ງ​ມີ​ອຳ​ນາດ ແຕ່​ຈະ​ມີ​ນາຍ​ທະ​ຫານ​ອີກ​ຜູ້​ນຶ່ງ​ຂອງ​ພຣະ​ອົງ​ເຂັ້ມ​ແຂງກວ່າ ແລະ​ຈະ​ປົກ​ຄອງ​ຣາ​ຊ​ອານາຈັກ​ທີ່​ຍິ່ງ​ໃຫຍ່ກວ່າ 6 ຫລັງ​ຈາກ​ນັ້ນ​ຫລາຍ​ປີ ກະ​ສັດ​ເອ​ຢິບ​ຈະ​ໃຫ້​ພຣະ​ຣາ​ຊ​ທິ​ດາຂອງ​ພຣະ​ອົງ​ສົມ​ຣົດ​ກັບ​ກະ​ສັດ​ຊີ​ເຣັຽ ເພື່ອ​ຈະ​ໄດ້​ເປັນ​ພັນ​ທະ​ມິດ​ກັນ ແຕ່​ພັນ​ທະ​ມິດ​ນີ້​ຈະ​ມີ​ຢູ່​ບໍ່​ເຫິງ ເພາະ​ວ່າ​ພຣະ​ນາງ​ກັບ​ພວກ​ຄົນ​ໃຊ້​ທີ່​ໄປ​ກັບ​ພຣະ​ນາງ​ພ້​ອມ​ກັບ​ໂອ​ຣົດ​ແລະ​ພຣະ​ຣາ​ຊ​ສາ​ມີ​ຂອງ​ພຣະ​ນາງ​ຈະ​ຖືກ​ຂ້າ​ທັງ​ຫມົດ 7 ໃນ​ບໍ່​ດົນ​ເຊື້ອ​ພຣະ​ວົງ​ອົງ​ນຶ່ງ​ຂອງ​ພຣະ​ນາງກໍ​ຈະ​ໂຈມ​ຕີ​ກອງ​ທັບ​ຂອງ​ກະ​ສັດ​ຊີ​ເຣັຽ ຈະ​ເຂົ້າ​ໄປ​ໂຈມ​ຕີ​ປ້ອມ​ແລະ​ຊະ​ນະ​ພວກ​ເຂົາ 8 ແລ້ວ​ຈະ​ຂົນ​ເອົາ​ຮູບ​ເຄົາ​ຣົບ​ຂອງ​ພວກ​ເຂົາ ພ້ອມ​ດ້ວຍ​ສິ່ງ​ຂອງ​ອັນ​ມີ​ຄ່າທີ່​ທຳ​ດ້ວຍ​ເງິນ​ຄຳ​ທັ​ງ​ຫມົດ​ໄປ​ຍັງ​ປະ​ເທດ​ເອ​ຢິບ 9 ຫລັງ​ຈາກ​ນັ້ນ​ຈະ​ມີ​ຄວາມ​ສງົບ​ສຸກ​ຢູ່​ຫລາຍ​ປີ ແລ້ວ​ກະ​ສັດ​ຊີ​ເຣັຽ​ຈະ​ຍົກ​ທັບ​ເຂົ້າ​ໂຈມ​ຕີ​ປະ​ເທດ​ເອ​ຢິບ ແຕ່​ຈະ​ຖືກກອງ​ທັບ​ເອ​ຢິບ​ຕີ​ໂຕ້​ພ່າຍ​ໄປ 10 ພຣະ​ຣາ​ຊ​ໂອ​ຣົດ​ທັງ​ຫລາຍ​ຂອງ​ກະ​ສັດ​ຊີ​ເຣັຽ​ຈະ​ຕຽມ​ຮົບ ແລະ​ຮວບ​ຮວມ​ກຳ​ລັງຮົບ​ໄວ້​ເປັນ​ຈຳ​ນວນ​ຫລາຍ ພຣະ​ໂອ​ຣົດ​ອົງ​ນຶ່ງ​ຈະ​ມີ​ໄຊ​ຊະນະ​ຢ່າງ​ງ່າຍ​ດາຍ ທ່ານ​ຈະ​ຜ່ານ​ເຂົ້າ​ໄປ​ໂຈມ​ຕີ​ເອົາ​ປ້ອມ​ຂອງ​ພຣະ​ອົງ​ຄືນ​ມາ 11 ກະ​ສັດ​ເອຢິບ​ຈະ​ເຂົ້າ​ສູ່​ສົງ​ຄາມ​ຕໍ່​ຕ້ານ​ກະ​ສັດ​ຊີ​ເຣັຽດ້ວຍ​ຄວາມ​ຄຽດ​ແຄ້ນ​ແລະ​ຈະ​ຈັບ​ເອົາ​ພົນ​ຮົບ​ອ​ຂງ​ພຣະ​ອົງ​ຈຳ​ນວນ​ຫລວງ​ຫລາຍ 12 ພຣະ​ອົງ​ຈະ​ພາກ​ພູມ​ພຣະ​ທັຍ​ໃນ​ໄຊ​ຊະນະ​ແລະ​ທີ່​ໄດ້​ຂ້າ​ທະ​ຫານ​ຈຳ​ນວນ​ຫລວງ​ຫລາຍ ແຕ່​ພຣະ​ອົງ​ຈະ​ບໍ່​ມີ​ໄຊ​ຊະນະ​ຕໍ່​ໄປ​ເລື້ອຍໆ 13 ຝ່າຍ​ກະ​ສັດ​ຊີ​ເຣັຽ ຈະ​ກັບ​ຄືນ​ໄປ​ຮວບ​ຮວມ​ພົນ​ຮົບ​ໃຫ້​ໄດ້​ຫລາຍກວ່າ​ແຕ່ກ່ອນ ເມື່ອ​ໄດ້​ເວ​ລາ​ອັນ​ເຫມາະ​ສົມ​ແລ້ວ ພຣະ​ອົງ​ກັບ​ກອງ​ທັບ​ໃຫຍ່​ທີ່​ມີ​ອາ​ວຸດ​ຢ່າງ​ດີ​ຈຶ່ງ​ຈະ​ກັບ​ຄືນ​ມາ​ຕໍ່​ສູ້ 14 ເມື່ອ​ນັ້ນ ຈະ​ມີ​ຫລາຍ​ຄົນ​ລຸກ​ຂຶ້ນ​ຕໍ່​ສູ້​ກະ​ສັດ​ເອ​ຢິບ ດາ​ນີ​ເອນເອີຍ ຄົນ​ທີ່​ແຂງ​ແຮງບາງ​ຄົນ​ຈາກ​ຊົນ​ຊາດ​ຂອ​ງ​ເຈົ້າ​ຈະ​ເປັນ​ກະ​ບົດ​ຍ້ອນ​ນິມິດ​ທີ່​ພວກ​ເຂົາ​ໄດ້​ເຫັນ ແຕ່​ພວກ​ເຂົາ​ຈະ​ຖືກ​ປາບ​ຜ່າຍ​ແພ້​ກະ​ສັດ​ຊີ​ເຣັຽ​ຈະ​ລ້ອມ​ເມືອງ​ທີ່​ມີ​ກຳ​ແພງ​ອ້ອມ​ຮອບ 15 ແລ້ວ​ຍຶດ​ເອົາ​ເມືອງ​ນັ້ນ​ໄດ້ ພວກ​ທະ​ຫານ​ຂອງ​ເອ​ຢິບ​ຈະ​ຕໍ່ສູ້​ບໍ່​ໄຫວ ແມ່ນ​ແຕ່​ທະ​ຫານ​ທີ່​ເກັ່ງ​ກ້າ​ທີ່​ສຸດກໍ​ສູ້​ບໍ່​ໄດ້ 16 ພວກ​ຊີ​ເຣັຽ​ຈະ​ທຳ​ທຸກ​ຢ່າງ​ຕາມ​ຄ​ວາມ​ພໍ​ໃຈ​ໂດຍ​ບໍ່​ມີ​ການ​ຕໍ່​ຕ້ານ ກະ​ສັດ​ຊີ​ເຣັຽ​ຈະ​ຢູ່​ໃນ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາໄວ້ ແລະ​ຈະ​ມີ​ອຳ​ນາດ​ຢ່າງສົມ​ບູ​ນ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ 17 ກະ​ສັດ​ຊີ​ເຣັຽ​ຄິດ​ຈະ​ໃຊ້​ທະ​ຫານ​ທັງ​ຫມົດ​ໄປ​ຕໍ່​ສູ້​ກະ​ສັດ​ເອ​ຢິບ ແຕ່​ຊົງ​ປ່ຽນ​ຄວາມ​ຄິດ​ນັ້ນ​ເສັຽ ແລ້ວ​ພຣະ​ອົງ​ຈະ​ທຳ​ສັນ​ຍາ​ມອບ​ພຣະ​ຣາ​ຊ​ທິ​ດາ​ໃຫ້​ສົມ​ຣົດ​ກັບ​ກະ​ສັດ​ເອ​ຢິບ ເພື່​ອ​ໃຫ້​ພຣະ​ນາງ​ພຍາ​ຍາມ​ທຳ​ລາຍ​ຝ່າຍ​ສັດ​ຕຣູ ແຕ່​ພຣະ​ອົງ​ຈະ​ທຳ​ບໍ່​ສຳ​ເຣັດ 18 ຫລັງ​ຈາກ​ນັ້ນ ພຣະ​ອົງ​ຈະ​ໂຈມ​ຕີ​ຊົນ​ຊາດ​ຕ່າງໆ​ຕາມ​ແຄມ​ທະ​ເລ ເພື່ອ​ຈະ​ຍຶດ​ເອົາ​ໃຫ້​ໄດ້​ເປັນ​ຈຳ​ນວນ​ຫລາຍ ແຕ່​ຈະ​ມີ​ຜູ້​ນຳ​ຊາວ​ຕ່າງ​ປະ​ເທດ​ຄົນ​ນຶ່ງ​ປາບ​ພຣະ​ອົງ​ລົງ ແລະ​ກຳ​ຈັກ​ຄວາມ​ທະ​ເຍີ້​ທະ​ຍານ​ຂອງ​ພຣະ​ອົງ​ໃຫ້​ຫມົດ​ໄປ 19 ກະ​ສັດ​ຊີ​ເຣັຽ​ຈະ​ສະ​ເດັດ​ຄືນ​ໄປ​ຍັງ​ປ້ອມ​ໃນ​ປະ​ເທດ​ຂອງ​ພຣະ​ອົງ​ເອງ ແຕ່ພຣະ​ອົງ​ກໍ​ຈະ​ຖືກ​ປາບ​ໃຫ້​ຫມົດ​ສິ້ນ​ລົງ 20 ຕໍ່​ຈາກ​ພຣະ​ອົງ​ມາ​ຈະ​ມີ​ກະ​ສັດ​ອີກ​ອົງ​ນຶ່ງ ກະ​ສັດ​ອົງ​ນີ້​ຈະ​ສົ່ງ​ເຈົ້າ​ພະ​ນັກ​ງານ​ສ່ວຍ​ສາ​ອາ​ກອນ​ໄປ​ຫາ​ເກັບ​ເອົາ​ເງິນ ເພື່ອ​ມາ​ເພີ້ມ​ລາຍ​ໄດ້​ໃຫ້​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ໃນ​ບໍ່​ເຫິງ​ກະ​ສັດ​ອົງ​ນີ້ກໍ​ຈະ​ຖືກ​ເຂົາ​ຂ້າ​ຖິ້ມ

ກະ​ສັດ​ໃຈ​ໂຫດ

21 ກະ​ສັດ​ຊີ​ເຣັຽ​ຕໍ່​ໄປ​ຈະ​ເປັນ​ຄົນ​ໃຈ​ໂຫດ​ຮ້າຍ ຊຶ່ງ​ບໍ່​ມີ​ສິດ​ຈະ​ໄດ້​ເປັນ​ກະ​ສັດ ແຕ່​ພຣະ​ອົງ​ກໍ​ຈະ​ໄດ້​ເປັນ​ຢ່າງບໍ່​ມີ​ໃຜ​ຄາດ​ຄິດ ແລະ​ຈະ​ຍຶດ​ເອົາ​ອໍານາດ​ດ້ວຍ​ກົນ​ອຸ​ບາຍ 22 ເຫລົ່າ​ທະ​ຫານ​ທີ່​ຕໍ່​ຕ້ານ​ພຣະ​ອົງ ແລະ​ແມ່ນ​ແຕ່​ມະ​ຫາ​ປະ​ໂຣ​ຫິດ​ຂອງ​ພຣະ​ເຈົ້າ​ກໍ​ຈະ​ຖືກກວາດ​ລ້າງ​ແລະ​ກຳ​ຈັດ​ໃຫ້​ຫມົດ​ໄປ 23 ພຣະ​ອົງ​ຈະ​ລໍ້​ລວງ​ເອົາ​ຊົນ​ຊາດ​ອື່ນ​ມາ​ເປັນ​ພັນ​ທະ​ມິດ ເຖິງ​ແມ່ນ​ພຣະ​ອົງ​ໄດ້​ປົກ​ຄອງ​ພຽງ​ຊົນ​ຊາດ​ນ້ອຍໆ​ເທົ່າ​ນັ້ນ 24 ແຕ່​ພຣະ​ອົງກໍ​ຈະ​ເຂັ້ມ​ແຂງ ຈະ​ບຸກ​ຮຸກ​ເຂດ​ແຂວງ​ທີ່​ອຸ​ດົມ​ສົມ​ບູນແລະ​ມີ​ຄວາມ​ສ​ງົບ​ສຸກ ຈະ​ທຳ​ສິ່ງ​ທີ່​ຣາ​ຊວົງ​ບໍ່​ເຄີຍ​ທຳ​ມາ​ກ່ອນ ແລ້ວ​ພຣະ​ອົງ​ຈະ​ແບ່ງ​ຊັບ​ສິ່ງ​ຂອງ​ທີ່ຍຶດ​ມາ​ໄດ້​ໃນ​ສົງ​ຄາມ​ໃຫ້​ພັກ​ພວກ​ຂອງ​ພຣະ​ອົງ ແລະ​ຈະ​ວາງ​ແຜນ​ໂຈມ​ຕີ​ປ້ອມ ແຕ່​ພຣະ​ອົງ​ຈະ​ທຳ​ໄປ​ບໍ່​ໄດ້​ເຫິງ​ນານ 25 ພຣະ​ອົງ​ຈະ​ຍົກ​ກອງ​ທະ​ຫານ​ຈຳ​ນວນ​ຫລາຍໄປ​ໂຈມ​ຕີ​ກະ​ສັດ​ເອ​ຢິບ​ຢ່າງ​ກ້າ​ຫານ ຝ່າຍ​ກະ​ສັດ​ເອ​ຢິບ​ຈະ​ຕຽມ​ຕົວ​ສູ້​ກັບ​ກອງ​ທັບ​ໃຫຍ່​ທີ່​ເຂັ້ມ​ແຂງ​ທີ່​ສຸດ ແຕ່​ພຣະ​ອົງ​ຈະ​ທຳ​ບໍ່​ສຳ​ເຣັດ ຍ້ອນ​ວ່າ​ຖືກ​ຫລອກ​ດ້ວຍ​ກົນ​ອຸ​ບາຍ 26 ຄ​ນະ​ຜູ້​ປຶກ​ສາ​ຄົນ​ສ​ນິດ​ຂອງ​ພຣະ​ອົງ​ຈະ​ປອງ​ຮ້າຍ​ພຣະ​ອົງ ພວກ​ທະ​ຫານ​ຫລາຍ​ຄົນ​ຂອງ​ພຣະ​ອົງ​ຈະ​ຖືກ​ຂ້າ ກອງ​ທັບ​ກໍ​ຈະ​ຖືກ​ກຳ​ຈັດ​ໃຫ້​ຫມົດ​ໄປ 27 ແລ້ວ​ກະ​ສັດ​ທັງ​ສອງ​ອົງ​ນີ້​ຈະ​ນັ່ງ​ຮ່ວມ​ໂຕະ​ດຽວ​ກັນ ແຕ່​ພຶດ​ຕິ​ການ​ຂອງ​ພວກ​ເຂົາ​ຈະ​ເປັນ​ໄປ​ໃນ​ທາງ​ຊົ່ວ​ຮ້າຍ ຈະ​ເວົ້າ​ຕົວະ​ຊຶ່ງ​ກັນ​ແລະ​ກັນ ສະ​ນັ້ນ​ຕ່າງ​ຝ່າຍ​ຈະ​ບໍ່​ໄດ້​ອັນ​ໃດ​ຕາມ​ທີ່​ຫວັງ​ໄວ້ ເພາະ​ວ່າ​ເວ​ລາ​ອັນ​ເຫມາະ​ສົມ​ຍັງ​ບໍ່​ມາ​ເຖິງ 28 ກະ​ສັດ​ຊີ​ເຣັຽ​ຈະ​ກັບ​ຄືນ​ບ້ານ​ເມືອງ​ພ້ອມ​ດ້ວຍ​ສິ່ງ​ຂອງ​ທີ່​ຍຶດ​ໄດ້​ທັງ​ຫມົດ ຈະ​ຊົງ​ວາງ​ແຜນ​ທຳ​ລາຍ​ສາ​ສ​ນາ​ແຫ່ງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ພຣະ​ອົງ​ຈະ​ທຳ​ຕາມ​ຊອບ​ພຣະ​ທັຍ​ແລ້ວ​ກັບ​ຄືນ​ໄປ​ບ້ານ​ເມືອງ​ຂອງ​ຕົນ​ເອງ 29 ໃນ​ພາຍຫລັງ ພຣະ​ອົງ​ຈະ​ບຸກ​ຮຸກ​ປະ​ເທດ​ເອ​ຢິ​ບ​ອີກ ແຕ່​ທຸກ​ສິ່ງ​ຈະ​ບໍ່ເປັນ​ໄປ​ເຫມືອນ​ແຕ່​ກ່ອນ 30 ເພາະ​ວ່າ​ພວກ​ໂຣມ​ຈະ​ຕາມ​ມາ​ທາງ​ເຮືອເພື່ອ​ຂັດ​ຂວາງ​ພຣະ​ອົງ ພຣະ​ອົງ​ຈະ​ຢ້ານ​ກົວ ແລະ​ພຣະ​ອົງ​ຈະ​ກັບ​ໄປ​ດ້ວຍ​ຄວາມ​ຄຽດ​ແຄ້ນ ຈະ​ວາງ​ແຜນ​ທຳ​ລາຍ​ສາສ​ນາ​ແຫ່ງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ​ຈະ​ທຳ​ຕາມ​ຄຳ​ແນະ​ນຳ​ຂອງ​ພວກ​ທີ່​ປະ​ຖິ້ມ​ສາສ​ນາ​ແລ້ວ​ນັ້ນ 31 ກອງ​ທັບ​ຂອງ​ເຂົາ​ຈະ​ມາ​ທຳ​ສະ​ຖານ​ນະ​ມັ​ສ​ການ​ ຄື​ປ້ອມ​ປ​ຣາ​ການ​ໃຫ້​ເປັນ​ມົນ​ທິນ ແລະ​ຈະ​ໃຫ້​ເລີກ​ເຄື່ອງ​ເຜົາ​ບູ​ຊາ​ຕລອດ​ໄປ​ນັ້ນ​ເສັຽ ແລະ​ເຂົາ​ທັງ​ຫລາຍ​ຈະ​ຕັ້ງ​ສິ່ງ​ທີ່​ຫນ້າ​ກຽດ​ຫນ້ຳ​ຊັງ​ຊຶ່ງ​ກະ​ທຳ​ໃຫ້​ເກີດ​ຄວາມ​ວິ​ບັດ​ຂຶ້ນ 32 ຝ່າຍ​ກະ​ສັດ​ຈະ​ໃຊ້​ກົນ​ອຸ​ບາຍ​ເອົາ​ຊະນະ​ຄົນ​ອື່ນໆ​ທີ່​ປະ​ຖີ້ມ​ສາ​ສ​ນາ​ຂອງ​ຕົນ​ແລ້ວ ແຕ່​ພວກ​ທີ່​ບົວ​ລະ​ບັດ​ພຣະ​ເຈົ້າ​ຈະ​ເຂັ້ມ​ແຂງ​ແລະ​ສຳ​ເຣັດ​ຜົນ 33 ຄົນ​ພວກ​ນີ້​ເປັນ​ຜູ້​ທີ່​ສລາດ​ໃນ​ຫມູ່​ປະ​ຊາ​ຊົນ ພວກ​ເຂົາ​ຈະ​ສິດ​ສອນ​ວິ​ຊາ​ຄວາມ​ຮູ້​ໃຫ້​ແກ່​ຄົນ​ອື່ນ​ຈຳ​ນວນ​ຫລວງ​ຫລາຍ ແຕ່​ໃນ​ຊົ່ວ​ເວ​ລາ​ນຶ່ງ ພວກ​ເຂົາ​ບາງ​ຄົນ​ຈະ​ຕາຍ​ດ້ວຍ​ດາບ​ແລະ​ໄຟ ບາງ​ຄົນ​ຈະ​ຖືກ​ປຸ້ນ​ໄປ ແລະ​ຖືກ​ຈັບ​ໄປ​ເປັນ​ຊະ​ເລີຍ 34 ໃນ​ຂ​ນະ​ທີ່​ກຳ​ລັງ​ຖືກ​ເຂັນ​ຂ້າ​ຢູ່​ນັ້ນ ພວກ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ບາງ​ເລັກ​ນ້ອຍ ແຕ່​ຈະ​ມີ​ຫລາຍ​ຄົນ​ມາ​ຊ່ອຍ​ເຫລືອ​ພວກ​ເຂົາ ຍ້ອນ​ເຫັນ​ແກ່​ປ​ໂຍດ​ສ່ວນ​ຕົວ 35 ຄົນ​ຜູ້​ສ​ລາດ​ບາງ​ຄົນ​ຈະ​ຖື​ກຂ້າ ຈຸດ​ປະ​ສົງ​ຂອງ​ເຣື່ອງ​ນີ້ກໍ​ເພື່ອ​ຢາກ​ໃຫ້​ປະ​ຊາ​ຊົນ​ມີ​ຈິດ​ໃຈ​ສະ​ອາດ​ບໍ​ຣິສຸດ​ໄປ​ຈົນ​ເຖິງ​ເວ​ລາ​ສຸດ​ທ້າຍ​ທີ່​ພຣະ​ເຈົ້າ​ຊົງ​ກຳ​ນົດ​ໄວ້ 36 ກະ​ສັດ​ຊີ​ເຣັຽ​ຈະ​ທຳ​ຕາມ​ຊອບ​ພຣະ​ທັຍ ຈະ​ໂອ້ ອວດ​ວ່າ​ຕົນ​ຍິ່ງ​ໃຫຍ່​ກວ່າ​ພຣະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງ​ສຸດກວ່າ​ພຣະ​ເຈົ້າ​ອົງ​ສູງ​ສຸດ ພຣະ​ອົງ​ຈະ​ທຳ​ດັ່ງ​ນີ້​ໄປ​ຈົນ​ເຖິງ​ເວ​ລາ​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ ພຣະ​ອົງ ພຣະ​ເຈົ້າ​ຈະ​ຊົງ​ຕັດ​ສິນ​ພຣະທັຍ​ກະ​ທຳ​ສິ່ງ​ທັງ​ຫລາຍ 37 ກະ​ສັດ​ຊີ​ເຣັຽ​ຈະ​ບໍ່​ເອົາ​ໃຈ​ໃສ່​ກັບ​ພຣະ​ທີ່​ພວກ​ບັນພະ​ບຸ​ຣຸດ​ຂອງ​ຕົນ​ເຄີຍ​ບົວ​ລະ​ບັດມາ ແລະ​ພຣະ​ທີ່​ພວກ​ຜູ້​ຍິງ​ນັບ​ຖື ແທ້ຈິງ​ແລ້ວ​ພຣະ​ອົງ​ບໍ່​ໄດ້​ເອົາ​ໃຈ​ໃສ່​ກັບ​ພຣະ​ໃດໆ​ເລີຍ ເພາະ​ພຣະ​ອົງ​ຄິດ​ວ່າ​ຕົນ​ຍິ່ງ​ໃຫຍ່ກວ່າ​ພຣະ​ເຫລົ່າ​ນັ້ນ 38 ພຣະ​ອົງຈະ​ໃຫ້​ກຽດ​ພຣະ​ທີ່​ຄຸ້ມ​ຄອງ​ປ້ອງ​ກັນ​ປ້ອມ​ແທນ​ພຣະ​ເຫລົ່າ​ນີ້ ຈະ​ຖວາຍ​ເງິນ ຄຳ ຖວາຍ​ເພັດ ແລະ​ຂອງ​ມີ​ຄ່າ​ອື່ນໆ​ແກ່​ພຣະ​ທີ່​ຣາ​ຊວົງ​ຂອງ​ທ່ານ​ບໍ່​ເຄີຍ​ຂາບ​ໄຫວ້​ມາ​ກ່ອນ 39 ຈະ​ໃຊ້​ຄົນ​ທີ່​ຂາ​ບ​ໄຫວ້​ພຣະ​ຕ່າງ​ປະ​ເທດ​ປ້ອງ​ກັນ​ປ້ອມ​ຂອງ​ພຣະ​ອົງ ຈະ​ໃຫ້​ກຽດ​ຢ່າງ​ສູງ​ແກ່​ພວກ​ທີ່​ຍອມ​ຮັບ​ເອົາ​ພຣະ​ອົງ​ເປັນ​ຜູ້​ປົກ​ຄອງ ຈະ​ມອບ​ຫມາຍ​ຕຳ​ແຫນ່ງ​ອັນ​ສູງ​ທາງ​ຣາ​ຊ​ການ​ໃຫ້ ແລະ​ມອບ​ທີ່​ດິນ​ໃຫ້​ເປັນ​ສິ່ງ​ຕອບແທນ

ເວ​ລາ​ສິ້ນ​ສຸດ

40 ເມື່ອ​ເວ​ລາ​ກຳ​ນົດ​ຂອງ​ກະ​ສັດ​ຊີ​ເຣັຽ​ໃຫ້​ຈະ​ຫມົດ​ລົງ ກະ​ສັດ​ເອ​ຢິບ​ຈະ​ໂຈມ​ຕີ​ພຣະ​ອົງ ແຕ່​ພຣະ​ອົງ​ກໍ​ຈະ​ຕອ​ບ​ໂຕ້​ດ້ວຍ​ກຳ​ລັງ​ທັງ​ຫມົດ ໂດຍ​ຈະ​ໃຊ້​ຣົດ​ຮົບ ພົນ​ມ້າ ແລະ​ເຮຶອ​ຈຳ​ນວນ​ຫລາຍ ຈະ​ບຸກ​ໂຈມ​ຕີ​ປະ​ເທດ​ເອ​ຢິບ​ເຫມືອນ​ນ້ຳ​ໄຫລ​ຖ້ວມ 41 ຈະ​ໂຈມ​ຕີ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາ​ໄວ້​ດ້ວຍ ຈະ​ຂ້າ​ຄົນ​ຕາຍ​ເປັນ​ຫມື່ນໆ ສ່ວນ​ປະ​ເທດ​ເອ​ໂດມ ປະ​ເທດ​ໂມ​ອາບ ແລະ​ຄົນ​ອັມ​ໂມນ​ທີ່​ຍັງ​ເຫລືອ​ຈະ​ຢູ່​ລອດ​ພົ້ນ​ໄດ້ 42 ພຣະ​ອົງ​ຈະ​ບຸກ​ໂຈມ​ຕີຫລາຍ​ປະ​ເທດ ແມ່ນ​ແຕ່​ປະ​ເທດ​ເອ​ຢິບກໍຈະ​ຖືກ​ໂຈມ​ຕີ 43 ຈະ​ຂົນ​ເອົາ​ຂອງ​ມີ​ຄ່າ​ທີ່​ເປັນ​ເງິນ​ເປັນ​ຄຳ ແລະ​ຊັບ​ສົມ​ບັດ​ມີ​ຄ່າ​ອື່ນໆ​ອ​ຂງ​ປະ​ເທດ​ເອ​ຢິບ​ໄປ ຈະ​ມີ​ໄຊຊະ​ນະ​ປະ​ເທດ​ລີ​ເບັຽ ແລະ​ເອ​ທິ​ໂອ​ເປັຽ 44 ແລ້ວ​ຂ່າວ​ທີ່ມາ​ຈາກ​ທິດ​ຕາ​ເວັນ​ອອກ ແລະ​ເຫນືອ​ຈະ​ທຳ​ໃຫ້​ພຣະ​ອົງ​ຕົກ​ໃຈ ພຣະ​ອົງ​ຈະ​ສູ້​ຮົບ​ຢ່າງ​ຫ້ຽມ​ໂຫດ ຈະ​ຂ້າ​ຄົນເປັນ​ຈຳ​ນວນ​ຫລາຍ 45 ຈະ​ກາງ​ເຕັນ​ຫລວງ​ຂ​ນາດ​ໃຫຍ່​ໄວ້​ລະ​ຫວ່າງ​ທະ​ເລ​ກັບ​ພູ​ບ່ອນ​ຕັ້ງ​ພຣະ​ວິ​ຫານ ແຕ່​ຈະ​ສີ້ນ​ຊີ​ວິດ​ໂດຍ​ບໍ່​ມີ​ໃຜ​ທີ່​ນັ້ນ​ຊ່ອຍ​ພຣະ​ອົງ​ໄດ້

ດານີເອນ 12

ເວ​ລາ​ສິ້ນ​ສຸດ

1 ໃນ​ເວ​ລາ​ນັ້ນ ມີ​ຄາ​ເອນ​ເທວະ​ດາ​ຕົນ​ຍິ່ງ​ໃຫຍ່ ຜູ້​ຮັກ​ສາປະ​ຊາ​ຊົນ​ຂອງ​ເຈົ້າ​ຈະ​ມາ​ປາ​ກົດ ແລ້ວ​ຈະ​ມີ​ການ​ທຸກ​ຍາກ​ລຳ​ບາກ​ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ ຕັ້ງ​ແຕ່​ຊາດ​ທັງ​ຫລາຍ​ໄດ້​ເກີດຂຶ້ນ ເມື່ອ​ເຖິງ​ເວ​ລາ​ນັ້ນ ປະ​ຊາ​ຊົນ​ທັງ​ປວງ​ຂອງ​ເຈົ້າ ຊຶ່ງ​ມີ​ຊື່​ຂຽ​ນ​ໄວ້​ໃນ​ຫນັງ​ສື​ຂອງ​ພຣະ​ເຈົ້າ​ຈະ​ໄດ້​ລອດ​ພົ້ນ 2 ຫລາຍ​ຄົນໃນ​ພວກ​ເຫລົ່າ​ນີ້​ທີ່​ໄດ້​ຕາຍ​ໄປ​ແລ້ວ​ຈະ​ມີ​ຊີ​ວິດ​ຄືນ​ມາ​ອີກ ລາງ​ຄົນ​ຈະ​ມີ​ຊິ​ວິດ​ຕ​ລອດ​ໄປບາງ​ຄົນ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ຕ​ລອດ​ໄປ 3 ຄົນ​ທັງ​ຫລາຍ​ທີ່​ສ​ລາດຈະ​ຮຸ່ງ​ເຮືອງ ເຫມືອນດວງ​ດາວ​ສວ່າງ​ເທີງ​ທ້ອງ​ຟ້າ ແລະ​ຜູ້​ທີ່ສັ່ງ​ສອນ​ຄົນ​ທັງ​ຫລາຍ​ໃຫ້​ເປັນ​ຜູ້​ຊອບ​ທັມ ຈະ​ຮຸ່ງ​ເຮືອງ​ເຫ​ມືອນ​ດວງ​ດາວ​ຕ​ລ​ອດ​ໄປ 4 ດາ​ນີ​ເອນ​ເອີຍ ບັດ​ນີ້​ເຈົ້າ​ຈົ່ງ​ຮໍາຫນັງ​ສື​ມ້ວນ​ນັ້ນ​ໄວ້ ແລະ​ຕີ​ຕ​ຣາ​ປະ​ທັບ​ໄວ້​ຈົນ​ເຖິງ​ເວ​ລາ​ສຸດ​ທ້າຍ ໃນ​ເວ​ລາ​ນັ້ນ ຄົນ​ຈຳ​ນວນ​ຫລາຍ​ຈະ​ແລ່ນ​ເຕັ້ນ​ຊອກ​ຫາ​ຄວາມ​ເຂົ້າ​ໃຈ​ໃນ​ສີ່ງທີ່​ຈະ​ເກີດ​ຂຶ້ນ” 5 ຂ້າ​ພະ​ເຈົ້າ​ດາ​ນີ​ເອນ ໄດ້​ເຫັນ​ຄົນ​ອື່ນ​ອີກ​ສອງຄົນ​ຢືນ​ຢູ່ ແຕ່​ລະ​ຄົນ​ຢືນ​ຢູ່​ແຄມ​ແມ່​ນ້ຳ​ຄົນ​ລະ​ເບື້ອງ 6 ຄົນ​ນຶ່ງ​ໄດ້​ເວົ້າ​ກັບ​ຄົນ​ທີ່​ນຸ່ງ​ຫົ່ມ​ເຄື່ອ​ງອັນ​ສະ​ງ່າ​ງາມ ຊື່ງ​ຢືນ​ຢູ່​ເຫນືອ​ນ້ຳ​ຂຶ້ນ​ໄປ​ວ່າ, “ຍັງ​ອີກ​ເຫິງ​ປານ​ໃດ​ສິ່ງ​ອັ​ດສະ​ຈັນ​ເຫລົ່າ​ນີ້​ຈະ​ຫມົດ​ສິ້ນ​ລົງ” 7 ຊາຍ​ຜູ້​ນຸ່ງ​ເຄື່ອງ​ອັນ​ສະ​ງ່າ​ງາມ ໄດ້​ຍົກ​ມື​ຂ​ວາ​ແລະ​ມື​ຊ້າຍທັງ​ສອງ​ຂຶ້ນ​ເທິງ​ຟ້າສວັນ ​ແລະ​ໄດ້​ສັນ​ຍາ​ຢ່າງ​ຫນັກ​ແຫນ້ນ ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່​ເປັນ​ນິດ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ທ່ານ​ເວົ້າ​ວ່າ, “ຍັງ​ອີກວາ​ຣະ​ນຶ່ງ ສອງວາ​ຣະ ແລະ​ເຄິ່ງວາ​ຣະ ແລະເມື່ອ​ການ​ປະ​ຫັດ​ປະ​ຫານ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ສິ້ນ​ສຸດລົງ​ແລ້ວ ສີ່ງ​ທັງ​ປວງ​ເຫລົ່າ​ນີ້​ຈຶ່ງ​ຈະ​ສິ້ນ​ສຸດ​ລົງ” 8 ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສິ່ງ​ທີ່​ທ່ານ​ເວົ້າ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈ ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ນາຍ​ເອີຍ ສິ່ງ​ນີ້​ຈະ​ສິ້ນ​ສຸດ​ລົງ​ໄດ້​ຢ່າງ​ໃດ” 9 ທ່ານໄດ້​ຕອບ​ວ່າ, “ດາ​ນີ​ເອນ​ເອີຍ ເຈົ້າ​ຈົ່ງ​ໄປ​ເສັຽດຽວ​ນີ້ ເພາະ​ຄຳ​ເວົ້າ​ຈະ​ຖືກ​ປົກ​ປິດ​ໄວ້​ເປັນ​ຄວາມ​ລັບ ຈົນ​ເທົ່າ​ຮອດ​ເວ​ລາ​ສິ້ນ​ສຸດ​ນັ້ນ​ໄດ້​ມາ​ເຖິງ 10 ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ຈະ​ຂາວ​ສະ​ອາດ​ບໍ​ຣິສຸດ ຄົນ​ທັງ​ຫລາຍ​ຈະ​ບໍ່​ເຂົ້າ​ໃຈ ພວກ​ເຂົາ​ຈະ​ຍັງ​ເປັນ​ຄົນ​ຊົ່ວ​ຢູ່​ຕໍ່​ໄປ ແຕ່​ຄົນ​ທັງ​ຫລາຍ​ທີ່​ສ​ລາດ​ຈະ​ເຂົ້າ​ໃຈ 11 ຕັ້ງ​ແຕ່​ເວ​ລາ​ທີ່​ພວກ​ເຂົາ​ເລີກ​ເຄື່ອງ​ເຜົາ​ບູ​ຊາ​ປະ​ຈຳ​ວັນ ແລະ​ຕັ້ງ​ແຕ່​ສິ່ງ​ແປກ​ປລາດ​ອັນ​ຫນ້າ​ຢ້ານ​ໄວ້ ໄປ​ຈົນ​ເຖິງ​ເວ​ລາ​ສີ້ນ​ສຸດ​ຈະ​ເປັນ​ເວ​ລາ​ນຶ່ງ​ພັນ​ສອງ​ຮ້ອຍ​ເກົ້າ​ສິບ​ມື້ 12 ແລ້ວ​ຄວາມ​ສຸກ​ຈະ​ມີ​ກັບ​ຄົນ​ທັງ​ຫລາຍ​ທີ່​ຍັງ​ຕັ້ງ​ຫມັ້ນ​ຢູ່​ໃນ​ຄວາມ​ເຊື່ອ​ເປັນ​ເວ​ລາ​ນຶ່ງ​ພັນ​ສາມ​ຮ້ອຍ​ສາມ​ສິບ​ຫ້າ​ມື້ 13 ດາ​ນີ​ເອນ​ເອີຍ ເຈົ້າ​ຈົ່ງ​ເຊື່ອ​ໄປ​ຈົນ​ເທົ່າ​ມື້​ຕາຍ ແລ້ວ​ເຈົ້າ​ຈະ​ໄດ້​ເປັນ​ຜູ້​ລຸກ​ຂຶ້ນ​ມາ​ຮັບ​ເອົາ​ຮາງວັນ​ຂອງ​ເຈົ້າ ໃນ​ເວ​ລາ​ສິ້ນ​ສຸດ​ໂລກ”

ໂຮເຊອາ 1

1 ຫນັງ​ສື​ສະ​ບັບ​ນິ້ບັນ​ຈຸ​ພຣະ​ຄັມ​ຊຶ່ງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ປະ​ທານ​ແກ່ ໂຮ​ເຊ​ອາ ບຸດ​ຊາຍ​ຂອງ​ເບ​ເອ​ຣີ ໃນ​ເວ​ລາ ອຸສ​ຊີ​ຢາ ໂຢ​ທາມ ອາ​ຮັສ ແລະ​ເຣ​ເຊ​ກີ​ຢາ ເປັນ​ກະ​ສັດ​ຢູດາ ແລະ​ໃນ​ເວ​ລາ​ເຢ​ໂຣ​ໂບ​ອາມ ບຸດຊາຍ​ຂອງ​ໂຢ​ອັສເປັນ​ກະ​ສັດ​ອິສ​ຣາ​ເອນ

ເມັ​ຽແລະ​ບຸດຂອງ​ໂຮ​ເຊ​ອາ

2 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ອິສ​ຣາ​ເອນ​ ຜ່ານ​ທາງ​ໂຮ​ເຊ​ອາ​ທຳ​ອິດ​ນັ້ນ ພຣະ​ອົງ​ຊົງ​ກ່າວ​ກັບ​ທ່ານ​ວ່າ, “ຈົ່ງ​ໄປ​ແຕ່ງ​ງານ​ກັບ​ຍິງ​ໂສ​ເພ​ນີ ແລ້ວ​ເຮັດ​ໃຫ້​ນາງ​ມີ​ບຸດ ເພາະ​ວ່າ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ນິ້​ບໍ່​ສັດ​ຊື່​ຕໍ່​ເຮົາ ແລະ​ຂາບ​ໄຫວ້​ພຣະ​ອື່ນ” 3 ດ້ວຍ​ເຫດ​ນິ້ ໂຮ​ເຊ​ອາ​ຈຶ່ງ​ແຕ່ງ​ງານ​ກັບ​ນາງ​ໂກ​ເມີ ບຸດສາວ​ຂ​ອງ​ດິບ​ລາ​ອິມ ແລ້ວ​ນາງ​ໄດ້​ຖື​ພາ​ແລະ​ອອກ​ບຸດ​ມາ​ເປັນ​ຊາຍ 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວວ່າ, “ຈົ່ງ​ຕັ້ງ​ຊື່​ໃຫ້​ເຂົາວ່າ ຢິສ​ເຣ​ເອນ ເພາະ​ວ່າ​ຍັງ​ອີກ​ບໍ່​ເຫີງ ເຮົາ​ຈະ​ລົງ​ໂທດ​ເຊື້​ອ​ສາຍ​ຂ​ອງ​ເຢ​ຮູ ເນື່ອງ​ດ້ວຍ​ເຣື່ອງ​ໂລ​ຫິດ​ຂອງ​ຢິ​ສ​ເຣ​ເອນ ເຮົາ​ຈະ​ໃຫ້​ຣາ​ຊ​ອາ​ນາ​ຈັກ​ຂອງ​ເຊື້ອ​ສາຍ​ອິສຣາ​ເອນ​ສິ້ນ​ສຸດ​ລົງ​ 5 ແລະ​ໃນ​ເວ​ລາ​ນັ້ນ ເຮົາ​ຈະ​ຫັກ​ທະ​ນູ​​​ຂອງ​ອິສ​ຣາ​ເອນ​ໃນຮ່ອມ​ພູ​ຢິສ​ເຣ​ເອນ” 6 ຕໍ່​ມາ ນາງ​ໂກ​ເມີໄດ້​ຖື​ພາ​ອີກ ແລະ​ໄດ້ຄອດ​ບຸດ​ມາ​ເປັນ​ຍິງ ພຣະຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ຕໍ່​ໂຮ​ເຊ​ອາ​ວ່າ, “ຈົ່ງ​ຕັ້ງ​ຊື່​ໃຫ້​ບຸດ​ຍິງ​ນັ້ນ​ວ່າ ໂລ​ຣຸ​ຮາ​ມາ ເພາະ​ວ່າ​ເຮົາຈະ​ບໍ່ເມດ​ຕາ​ເຊື້ອ​ສາຍ​ອິສ​ຣາ​ເອນ​ອີກ​ຕໍ່​ໄປ ເຮົາ​ຈະ​ອະ​ພັຍ​ໃຫ້​ເຂົາ​ອີກ​ເລີຍ 7 ແຕ່ເຮົາ​ຈະ​ເມດ​ຕາ​ເຊຶ້​ອ​ສາຍ​ຢູດາ ເຮົາ​ຄື​ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ພວກ​ເຂົາ​ຈະ​ຊ່ອຍ​ເຂົາ​ໃຫ້​ພົ້ນ ແຕ່​ບໍ່​ແມ່ນ​ດ້ວຍ​ສົງ​ຄາມ ບໍ່​ແມ່ນ​ດ້ວຍ​ດາບ​ຫລື​ຫນ້າ​ທະ​ນູ ແລະ​ບໍ່​ແມ່ນ​ດ້ວຍ​ມ້າ​ຫລື​ເຫລົ່າ​ທະ​ຫານ​ມ້າ 8 ຫລັງ​ຈາກ​ນາງ​ໂກ​ເມີໄດ້​ໃຫ້​ນາງ​ໂລ​ຣຸ​ຮາ​ມາ ຢ່າ​ນົມ ແລ້ວ​ນາງ​ກໍ​ຖື​ພາ​ແລະ​ໄດ້​ບຸດຊາຍ​ອີ​ກ​ຜູ້ນຶ່ງ 9 ພຣະ​ຜູ້​ເປັ​ນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຈົ່ງ​ຕັ້ງ​ຊື່​ໃຫ້​ເຂົາ​ວ່າ ໂລອັມ​ມີ ເພາະ​ພວກ​ເຈົ້າ​ຊາວ​ອິສ​ຣາ​ເອນ​ບໍ່​ແມ່ນ​ໄພ່​ພົນ​ຂອງ​ເຮົາ ແລະ​ເຮົາ​ກໍ​ບໍ່​ແມ່ນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ”

ການ​ສ້າງ​ອິສ​ຣາເອນ​ຂຶ້ນ​ໃຫມ່

10 ປະ​ຊາ​ຊົນ​ອິສ​ຣາ​ເອນ​ຈະ​ມາກ​ຫລາຍ​ເຫມືອນ​ເມັດ​ຊາຍ​ແຄມ​ທະ​ເລ​ຊຶ່ງ​ເກີນ​ທີ່​ຈະ​ນັບ​ຫລື​ຕັກ​ຕວງ​ໄດ້ ດຽວ​ນິ້​ພຣະ​ເຈົ້າ​ຊົງ​ກ່າ​ວ​ຕໍ່​ພວກ​ເຂົາ​ວ່າ, “ພວກ​ເຈົ້າ​ບໍ່​ແມ່ນ​ໄພ່​ພົນ​ຂອງ​ເຮົາ” ແຕ່​ໃນ​ມື້​ນຶ່ງ​ຈະ​ຊົງ​ກ່າວ​ຕໍ່​ພວກ​ເຂົາ​ວ່າ, “ພວກ​ເຈົ້າ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ພຣະ​ຊົນ​ຢູ່” 11 ປະ​ຊາ​ຊົນ​ຢູດາ ແລະ​ອິສ​ຣາ​ເອນ​ຈະ​ຮ່ວມ​ເຂົ້າ​ກັນ​ໃຫມ່ ພວກ​ເຂົາ​ຈະ​ເລືອກ​ເອົາ​ຜູ້​ນຳ​ຄົນ​ນຶ່ງ​ເປັນ​ຜູ້​ນຳ​ຂອງ​ຕົນ ພວ​ກ​ເຂົາ​ຈະ​ຮຸ່ງ​ເຮືອງ​ແລະ​ອຸ​ດົມ​ສົມ​ບູນ​ອີກ​ເທື່ອ​ນຶ່ງ ສະ​ໄຫມ​ຂອງ​ຢິສ​ເຣ​ເອນ​ຈະ​ຍິ່ງ​ໃຫຍ່

ໂຮເຊອາ 2

1 ຈົ່ງ​ເອີ້ນນ້ອງ​ຊາຍຂອງ​ເຈົ້າ​ວ່າ, “ອາມ​ມີ” ຈົ່ງ​ເອີ້ນ​ນ້ອງ​ສາວ​ຂອງ​ເຈົ້າ​ວ່າ, “ຣູ​ຮາ​ມາ”

ນາງ​ໂກ​ເມີ​ແລະ​ອິສ​ຣາ​ເອນ​ບໍ່​ສັດ​ຊື່

2 ລູກ​ເອີຍ, ຈົ່ງ​ຮ້ອງ​ຂໍ​ຕໍ່​ມານ​ດາຂອງ​ເຈົ້າ ເຖິງ​ແມ່ນ​ວ່າ​ນາງ​ບໍ່​ເປັນ​ເມັຽ​ຂອງ​ເຮົາ​ອິກ​ຕໍ່​ໄປ ແລະ​ເຮົາ​ກໍ​ບໍ່​ເປັນ​ຜົວ​ຂອງ​ນາງ​ອີກ​ກໍ​ດີ ຈົ່ງ​ຮ້ອງ​ຂໍ​ໃຫ້​ນາງ​ເຊົາ​ຫລິ້ນ​ຊູ້​ແລະ​ເປັນ​ໂສ​ເພ​ນີ​ເສັຽ 3 ຖ້າ​ນາງ​ບໍ່​ເຊົາ​ເຮົາ​ຈະ​ເປືອຍ​ກາຍນາງ​ໃຫ້​ເຫມືອນ​ກັບ​ມື້​ນາງ​ເກີດ ຈະ​ເຮັດ​ໃຫ້​ເປັນ​ເຫມືອນ​ດິນ​ທີ່​ແຫ້ງ​ແລ້ງ ແລະ​ກັນ​ດານ ນາງ​ຈະ​ຫິວ​ນ້ຳ​ຕາຍ 4 ເຮົາ​ຈະ​ບໍ່​ສົງ​ສານ​ບຸດຂອງ​ນາງ​ເພາະ​ພວກ​ເຂົາ​ເປັນບຸດ​ຂອງ​ການ​ຫລິ້ນ​ຊູ້ 5 ນາງ​ເປັນ​ໂສ​ເພ​ນີ​ທີ່​ບໍ່​ມີ​ຄວາມ​ອາຍ ແລະ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າຈະ​ຕິດ​ຕາມ​ຄົນ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ໄປ ເພາະ​ວ່າ​ເຂົາ​ໄດ້​ເອົາ​ອາ​ຫານ ນ້ຳ​ດື່ມ ເຄື່ອງ​ຂົນ​ແກະ ຜ້າ​ໄຫມ ນ້ຳ​ນົມ ແລະ​ເຄື່ອງດື່ມ​ໃຫ້​ແກ່​ຂ້າ​ພະ​ເຈົ້າ” 6 ດ້ວຍ​ເຫດ​ນັ້ນ ເຮົາ​ຈະ​ປິດ​ກັ້ນ​ນາງ​ດ້ວຍ​ຫນາມ ຈະ​ສ້າງ​ກຳ​ແພງ​ອ້ອມ​ບໍ່​ໃຫ້​ນາງ​ອອກ​ໄປ​ໄດ້ 7 ນາງ​ຈະ​ແລ່ນ​ຕິດ​ຕາມ​ພວກ​ຄົນ​ຮັກ​ໄປ ແຕ່​ຈະ​ບໍ່​ທັນ​ພວກ​ເຂົາ ນາງ​ຈະ​ຊອກ​ຫາ​ພວກ​ເຂົາແຕ່​ຈະ​ບໍ່​ພົບ ແລ້ວ​ນາງ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ໄປ​ຫາ​ຜົວ​ເກົ່າ​ຂອງ​ຂ້າ​ພະ​ເຈົ້າ ເພາະ​ແຕ່​ກ່ອນ​ນັ້ນ​ຂ້າ​ພະ​ເຈົ້າສຸກ​ສະ​ບາຍ​ກວ່າ​ດຽວ​ນີ້” 8 ນາງ​ບໍ່ຮູ້​ເລີຍວ່າ ເຮົາ​ເປັນ​ຜູ້​ທີ່​ເອົາ​ເຂົ້າ ເຫລົ້າ​ອະ​ງຸ່ນ​ແລະ​ນ້ຳ​ມັນ​ສົດ​ໃຫ້​ແກ່​ນາງ ເຮົາ​ໄດ້​ໃຫ້​ເງິນ​ຄຳ​ແກ່​ນາງ​ເປັນ​ຈຳ​ນວນ​ຫລາຍ ແຕ່​ນາງ​ໄດ້​ເອົາ​ໄປ​ໃຊ້​ສຳ​ລັບ​ພຣະ​ບາ​ອານ​ເສັຽ ​ 9 ດັ່ງ​ນັ້ນ ໃນ​ເວ​ລາ​ເກັບ​ກ່ຽວ​ເຮົາ​ຈະ​ເອົາ​ເຂົ້າ​ແລະ​ເຫລົ້າ​ອະ​ງຸ່ນ​ທີ່​ເຮົາ​ໃຫ້​ແກ່​ນາງ​ຄືນ​ມາ ຈະ​ເອົາ​ຂົນ​ແກະ​ແລະ​ຜ້າ​ໄຫມ​ທີ່​ເຮົາ​ໃຫ້​ນາງ​ນຸ່ງ​ຫົ່ມ​ຫນີ​ໄປ 10 ແລ້ວ​ຈະ​ເປືອຍ​ກາຍ​ນາງ​ຕໍ່​ຫນ້າ​ພວກ​ຄົນ​ຮັກ​ຂອງ​ນາງ ແລະ​ຈະ​ບໍ່​ມີ​ໃຜ​ຊ່ອຍ​ນາງ​ໃຫ້​ພົ້ນ​ຈາກ​ອຳ​ນາດ​ຂອງ​ເຮົາ 11 ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ມ່ວນ​ຊື່ນ​ທັງ​ປວງ ເຮັດ​ໃຫ້​ງານ​ກິນ​ລ້ຽງ ວັນ​ສັກ​ສິດ​ປະ​ຈຳ​ເດືອນງານ​ສ​ລອງ​ປະ​ຈຳ​ສັປ​ດາ ແລະ​ງານ​ຊຸມ​ນຸມ​ທາງ​ສາ​ສ​ນາ​ທັງ​ປວງ​ຂອງ​ນາງ​ສີ້ນ​ສຸດ​ລົງ​ 12 ຈະ​ທຳ​ລາຍ​ກົກ​ອະ​ງຸ່ນ​ແລະ​ກົກ​ເດື່ອ​ເທດ​ຂອງ​ນາງ ຊຶ່ງ​ນາງ​ໄດ້​ເວົ້າ​ວ່າ​ ພວກ​ຄົນ​ຮັກ​ໄດ້​ໃຫ້​ຂ້າ​ພະ​ເຈົ້າເພື່ອ​ເປັນ​ຄ່າ​ຮັບ​ໃຊ້​ພວກ​ເຂົາ ເຮົາ​ຈະ​ເອົາ​ສວນ​ອະ​ງຸ່ນ​ແລະ​ເຮັດ​ໃຫ້​ສວນ​ທັງ​ຫລາຍ​ຂອງ​ນາງ​ເປັນ​ປ່າ​ໃຫ້​ພວກ​ສັດ​ປ່າ​ທຳ​ລາຍ​ເສັຽ 13 ຍ້ອນ​ນາງ​ເຜົາ​ເຄື່ອງ​ຫອມ​ບູ​ຊາ​ພຣະ​ບາ​ອານ ແລະ​ໃສ່​ເຄື່ອງ​ເພັດ​ຕິດ​ຕາມ​ຄົນ​ຮັກ​ໄປ ເຮົາ​ຈຶ່ງ​ຈະ​ລົງ​ໂທ​ດນາງ ເພາະ​ວ່າ​ນາງ​ໄດ້​ລືມ​ເຮົາ​ໃນ​ເວ​ລາ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນິ້​ແຫລະ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮັກ​ໄພ່​ພົນ​ຂອງ​ພຣະ​ອົງ

14 ດ້ວຍ​ເຫດ​ນັ້ນ ເຮົາ​ຈະ​ເກັ້ຽກ່ອມ​ນາງ​ດ້ວຍ​ຄຳ​ອ່ອນ​ຫວານ ແລ້ວ​ຈະ​ພາ​ນາງ​ໄປ​ຍັງ​ຖິ່ນ​ກັນ​ດານ​ອິກ ແລະ​ຈະ​ເວົ້າ​ກັບ​ນາງ​ຢ່າງ​ເປີດ​ອົກ​ວ່າ ເຮົາ​ຈະ​ຄືນ​ສວນ​ອະ​ງຸ່ນ​ໃຫ້​ແກ່​ນາງ 15 ແລະ​ຈະ​ເຮັດ​ໃຫ້​ຮ່ອມ​ພູ​ຍາກ​ລຳ​ບາກ​ເປັນ​ປະ​ຕູ​ແຫ່ງ​ຄວາມ​ຫວັງ ນາງ​ຈະ​ເຮັດ​ຕອບ​ແທນ​ເຮົາ​ຢູ່​ທີ່​ນັ້ນ​ເຫມືອນ​ຄາວຍັງ​ສາວ ຄື​ເມື່ອ​ຄາວ​ຫນີ​ອອກ​ຈາກ​ປະ​ເທ​ດ​ເອ​ຢິບ​ນັ້ນ 16 ແລ້ວ​ນາງ​ຈະ​ເອີ້ນ​ເຮົາ​ວ່າ ຜົວ​ຂອງ​ນາງ​ອີກ ຈະ​ບໍ່​ເອີ້ນວ່າ​ພຣະ​ບາ​ອານ​ຂອງ​ນາງ​ຕໍ່​ໄປ 17 ເຮົາ​ຈະ​ບໍ່​ໃຫ້​ນາງ​ອອກ​ປາ​ກ​ເວົ້າ​ວ່າ​ພຣະ​ບາ​ອານ​ອິກ​ເລີຍ 18 ໃນ​ເວ​ລາ​ນັ້ນ ເຮົາ​ຈະ​ທຳ​ສັນ​ຍາກັບສັດ​ປ່າ ຝູງ​ນົກ​ທັງ​ປວງ​ແລະ​ສັດ​ເລືອ​ຄານ​ເທິງ​ແຜ່ນ​ດິນ ເພື່ອ​ບໍ່​ໃຫ້​ມັນ​ທຳ​ຮ້າຍ​ໄພ່​ພົນ​ຂອງ​ເຮົາ ເຮົາ​ຈະ​ເອົາ​ດາບ​ແລະ​ລູກ​ທະ​ນູ​ທັງ​ປວງ​ຫນິ​ຈາກ​ແຜ່ນ​ດິນ​ໄປ ແລະ​ບໍ່​ໃຫ້​ມີ​ເສິກ​ສົງ​ຄາມ​ອີກ​ຕໍ່​ໄປ ເພື່ອ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ມີ​ຊີ​ວິດ​ຢູ່​ຢ່າງ​ສຸກ​ສະ​ບາຍ ແລະ​ປອດ​ພັຍ 19 ອິສ​ຣາ​ເອນ​ເອີຍ, ເຮົາ​ຈະ​ຫມັ້ນ​ເຈົ້າ​ໄວ້​ເປັນ​ເຈົ້າສາ​ວ​ຂອງ​ເຮົາ ເຮົາ​ຈະ​ຫມັ້ນ​ເຈົ້າ​ໄວ້​ຢ່າງ​ຖືກ​ຕ້ອງ​ແລະ​ທ່ຽງ​ທັມ ໂດຍ​ຈະ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ແລະ​ຄວາມ​ກະ​ຣຸ​ນາ​ຕໍ່​ເຈົ້າ ຈະ​ໃຫ້​ເຈົ້າ​ເປັນ​ຂອງ​ເຮົາ​ຕ​ລອດ​ໄປ 20 ເຮົາ​ຈະ​ຮັກ​ສາ​ຄຳ​ຫມັ້ນ​ສັນ​ຍາ​ຂ​ອງ​ເຮົາ​ໄວ້ ແລະ​ໃຫ້​ເຈົ້າ​ເປັນ​ຂອງ​ເຮົາ ເຈົ້າ​ຈະ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ 21 ພຣະ​ເຈົ້າ​ຊົງ​ກ່າວ​ວ່າ, “ໃນ​ວັນ​ນັ້ນ ເຮົາ​ຈະ​ຕອບ​ຟ້າ​ສວັນ ແລະ​ຟ້າ​ສວັນ​ຈະ​ຕອບ​ແຜ່ນ​ດິນ​ໂລກ 22 ແລະ​ແຜ່ນ​ດິນໂລກ​ຈະ​ຕອບ​ເຂົ້າ ​ຫມາກ​ອະ​ງຸ່ນ ແລະ​ຫມາກກອກ​ເທດ ສິ່ງ​ເຫລົ່າ​ນີ້​ຈະ​ຕອບ​ຢິ​ສ​ເຣ​ເອນ 23 ເຣົາ​ຈະ​ຫວ່ານ​ເຂົາ​ໄວ້​ໃນ​ແຜ່ນ​ດິນ​ສຳ​ລັບ​ເຮົາ ເຮົາ​ຈະ​ເມດ​ຕາ ໂລຣູ​ຮາ​ມາ ແລະ​ເຮົາ​ຈະ​ເວົ້າ​ກັບ ໂລ​ອາມ​ມີ​ວ່າ, “ເຈົ້າ​ເປັນ​ໄພ່​ພົນ​ຂອງ​ເຮົາ” ແລະ​ເຂົາ​ຈະ​ກ່າວ​ວ່າ, “ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ”

ໂຮເຊອາ 3

ໂຮ​ເຊ​ອາ​ກັບ​ຜູ້​ຍິງ​ທີ່​ບໍ່​ສັດ​ຊື່

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ຂ້າ​ພະ​ເຈົ້າ​ອິກວ່າ, “ຈົ່ງ​ໄປ​ຕິດ​ຕໍ່​ຮັກ​ໄຄ່​ກັບ​ຍິງ​ຫລິ້ນ​ຊູ້​ຄົນ​ນຶ່ງ ຊຶ່ງ​ມີ​ຄູ່​ຮັກ​ຄົນ​ນຶ່ງ​ແລ້ວ ຈົ່ງ​ຮັກ​ນາງ​ເຫມືອນ​ຢ່າງ​ເຮົາ​ຮັກ​ປະ​ຊາ​ຊົນ​ອິສ​ຣາ​ເອນ ເພາະ​ເຖິງ​ແມ່ນ​ວ່າ​ເຂົາ​ຄືນ​ໄປ​ຫາ​ພຣະ​ອື່ນ ແລະ​ນິ​ຍົມ​ກັນ​ຖວາຍ​ຫມາກ​ອະ​ງຸ່ນ​ແຫ້ງ​ແກ່​ຮູບ​ເຄົາ​ຣົບ​ທັ​ງ​ຫລາຍ​ກໍ​ຕາມ ເຮົາ​ກໍ​ຍັງ​ຮັກ​ເຂົາ​ຢູ່” 2 ດັ່ງ​ນັ້ນ​ແຫລະ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຊື້​ເອົາ​ນາງ​ມາ​ເປັນເງິນສິບຫ້າ​ເຊ​ເກ​ລ ກັບ​ເຂົ້າ​ບາ​ລີ​ນຶ່ງ​ໂຮ​ເມີ​ 3 ຂ້າ​ພະ​ເຈົ້າໄດ້​ບອກ​ນາງວ່າ ນາງ​ຈະ​ຕ້ອງ​ບໍ່​ເປັນ​ໂສ​ເພ​ນີ​ອີກ​ຈະ​ຕ້ອງ​ບໍ່​ສົມ​ສູ່ຢູ່ຮ່ວ​ມກັບຊາຍ​ອື່ນ ຈະ​ຕ້ອງຢູ່​ກັບ​ຂ້າ​ພະ​ເຈົ້າດົນໆ​ແຕ່​ຈະ​ນອນ​ນຳ​ຂ້າ​ພະ​ເຈົ້າ​ບໍ່​ໄດ້ 4 ເຣື່ອງ​ນິ້​ຫມາຍ​ຄວາມ​ວ່າ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຈະ​ຢູ່​ຢ່າງ​ບໍ່​ມີ​ກະ​ສັດ​ຫລື​ຜູ້​ນຳ​ເປັນ​ເວ​ລາ​ເຫິງ​ນານ ແລະ​ຈະ​ບໍ່​ມີ​ເຄື່ອງ​ເຜົາ​ບູ​ຊາ​ຫລື​ຫີນ​ສັກ​ສິດ ບໍ່​ມີ​ຮູບ​ເຄົາ​ຣົບ ຫລື​ຮູບ​ບູ​ຊາບອກ​ເຣື່ອງ​ອະ​ນາ​ຄົດ 5 ພາຍ​ຫລັງ​ເຊື້ອ​ສາຍ​ອິສ​ຣາ​ເອນ​ຈະ​ກັບ​ຄືນ​ມາ​ ແລະສ​ແວງ​ຫາພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າຂອງ​ເຂົາ​ແລະ​ສ​ແວງ​ຫາ​ດາ​ວິດ​ກະ​ສັດ​ຂອງ​​ເຂົາທັງ​ຫລາຍ ແລະ​ໃນ​ການ​ຕໍ່​ໄປ​ເຂົາ​ຈະ​ມີ​ຄວາມ​ຢຳ​ເກງ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ສ​ແວງ​ຄວາມ​ດີ​ຂອງ​ພຣະ​ອົງ

ໂຮເຊອາ 4

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໂທດ​ອິສ​ຣາ​ເອນ

1 ຊາວ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ຟັງ​ພຣະ​ວັ​ຈ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ກ່າວ​ໂທດ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ​ນິ້ວ່າ ບໍ່​ມີ​ຄວາມ​ສັດ​ຊື່​ສຸ​ດຈະ​ຣິດ ຫລື​ຄວາມ​ຮັກ​ຄວາມ​ເມດ​ຕາ ຫລື​ຄວາມ​ຮູ້ໃນ​ເຣື່ອງ​ພຣະ​ເຈົ້າ 2 ເຂົາ​ໄດ້​ທຳ​ສັນ​ຍາ​ໄວ້​ແຕ່​ເຂົາ​ລະ​ເມີດ​ເອງ ພວກ​ເຂົາ​ຂີ້​ຕົວະ ຄາ​ດ​ຕະ​ກຳ ຂະ​ໂມຍ​ແລະ​ລ່ວງເກີນ​ຜົວ​ເມັຽ​ຜູ້​ອື່ນ​ ມີ​ອາດ​ຊະ​ຍາ​ກອນ​ເພີ້ມ​ຂຶ້ນ​ ແລະ​ຂ້າ​ລ້າງ​ຜານ​ຊຶ່ງ​ກັນ​ແລະ​ກັນ​ສືບ​ຕໍ່​ໄປ 3 ດັ່ງ​ນັ້ນ ປະ​ເທດ​ນິ້​ຈຶ່ງ​ແຫ້ງ​ແລ້ງ ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ​ຈະ​ຕາຍ​ຫມົດ ສັດ​ແລະ​ນົກ​ທັງ​ປວງ​ແມ່ນ​ກະ​ທັ່ງ​ແຕ່​ປາ​ກໍ​ຈະ​ຕາຍ​ເສັຽ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໂທດ​ພວກ​ປະ​ໂຣ​ຫິດ

4 ແຕ່​ຢ່າ​ໃຫ້​ຜູ້​ໃດ​ໃສ່​ຄວາມ ຫລື​ຢ່າ​ໃຫ້​ຜູ້​ໃດ​ຟ້ອງ ເພາະ​ຄະ​ດີ​ຂອງ​ເຮົາ​ກໍ​ຢູ່​ກັບ​ທ່ານເດີ ປະ​ໂຣ​ຫິດ 5 ເວ​ລາ​ກາງເວັນທ່ານ​ຈະ​ສະ​ດຸດ ແລະ​ຜູ້​ເຜີຍ​ພຣະ​ວັ​ຈ​ນະ​ຈະ​ສະ​ດຸດ​ກັບ​ທ່ານ​ໃນ​ເວ​ລາກາງ​ຄືນ ແລະ​ ເຮົາ​ຈະ​ທຳ​ລາຍ​ແມ່​ຂອງ​ທ່ານ 6 ໄພ່​ພົນ​ຂອງ​ເຮົາ​​ຖືກ​ທຳ​ລາຍ ເພາະ​​ຂາດ​ຄວາມ​ຮູ້​ ເພາະເຈົ້າ​ປະ​ຕິ​ເສດ​ບໍ່​​ຮັບ​ຄວາມ​ຮູ້ ເຮົາ​ກໍ​ປະ​ຕິ​ເສດ​ເຈົ້າ​ບໍ່​ໃຫ້​ຮັບ​ເປັນ​ປະ​ໂຣ​ຫິດ​ຂອງ​ເຣົາ ເພາະ​ເຈົ້າ​ຫລົງ​ລືມ​ພຣະ​ບັນ​ຍັດ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຈົ້າ ເຮົາ​ກໍ​ຈະ​ລືມ​ເຊື້ອ​ສາຍ​ຂອງ​ເຈົ້າ​ເສັຽ 7 ຈຳ​ນວນ​ປະ​ໂຣ​ຫິດ​ຫລາຍ​ຂຶ້ນ​ເທົ່າ​ໃດ ການ​ເຮັດ​ບາບ​ຕໍ່​ສູ້​ເຮົາ​ກໍ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ເຮົາ​ຈະ​ທຳ​ລາຍ​ຊື່​ສຽງ​ຂອງ​ເຂົາ​ໃຫ້​ຫມົດ​ໄປ 8 ພວກ​ເຂົາ​ຮັ່ງ​ມີ​ຂຶ້ນ​ຍ້ອນ​ໄພ່​ພົນ​ຂອງ​ເຮົາ​ກະ​ທຳ​ບາບ ແລະ​ພວກ​ເຂົາ​ຢາກ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ເຮັດ​ບາບ​ຫລາຍ​ຂຶ້ນ​ອີກ 9 ປະ​ໂຣ​ຫິດ​ໄດ້​ຮັບ​ໂທດ​ຢ່າງ​ໃດ ປະ​ຊາ​ຊົນ​ກໍຈະ​ໄດ້​ຮັບ​ໂທດ​ຢ່າງ​ນັ້ນ ເຮົາ​ຈະ​ລົງ​ໂທດ​ແລະ​ຕອບ​ແທນ​ຄວາມ​ຊົ່ວ​ທີ່​ພວກ​ເຂົາ​ໄດ້​ກະ​ທຳ ແມ່ນ​ວ່າ​ພວກ​ເຂົາ​ໄດ້​ກິນ​ແຕ່​ກໍ​ຍັງ​ຢາກ​ຢູ່ 10 ພວກ​ເຂົາ​ຂາບ​ໄຫວ້​ພຣະ​ທີ່​ໃຫ້​ເກີດ​ຄວາມອຸ​ດົມ​ສົມ​ບູນ​ແຕ່​ກໍ​ຍັງ​ບໍ່​ມີ​ບຸດ ເພາະ​ພວກ​ເຂົາ​ຫນີ​ຈາກ​ເຮົາ​ໄປ​ບົວ​ຣະ​ບັດ​ພຣະ​ອື່ນ” 11 ເຫລົ້າ​ອະ​ງຸ່ນ​ໄດ້​ເຣັດ​ໃຫ້​ໄພ່​ພົນ​ຂອງ​ເຮົາ​ລືມ​ຕົວ ພວກ​ເຂົາ​ຂໍ​ຣ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້​ຫລື​ໄມ້​ເທົ້າ​ເປີດ​ເຜີຍ​ໃຫ້​ຮູ້

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕິ​ຕຽນ​ການ​ຂາບ​ໄຫວ້​ພຣະ​ຕ່າງໆ

12 ເຂົາ​ໄດ້​ປະ​ຖິ້ມ​ເຮົາ​ແລະ​ຖວາຍ​ຕົວ​ເອງ​ແກ່ພຣະ​ອື່ນເຫມືອນ​ຜູ້ຍິງ​ກາຍ​ເປັນ​ໂສ​ເພ​ນີ 13 ພວກ​ເຂົາ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາທີ່​ສະ​ຖານ​ສັກ​ສິດ​ຢູ່​ເທິງ​ຈອມ​ພູ​ ໄດ້​ເຜົາ​ເຄື່ອງ​ຫອມ​ບູ​ຊາ​ຢູ່​ເທິງ​ພູ​ນ້ອຍ​ແລະ​ຢູ່​ໃຕ້​ກົກ​ໄມ້​ສູງ​ເພາະ​ມີ​ຮົ່ມ​ເຢັນ​ດີ ດ້ວຍ​ເຫດ​ນິ້​ແຫລະ, ພວກ​ບຸດ​ຍິງ​ຂອງ​ເຈົ້າ​ຈຶ່ງ​ເປັນ​ໂສ​ເພ​ນີ ແລະ​ພວກ​ລູກ​ສະໃພ້​ກໍ​ຫລິ້ນ​ຊູ້ 14 ເຮົາ​ຈະ​ຍັງ​ບໍ່​ລົງ​ໂທດ​ພວ​ກ​ເຂົາ​ຍ້ອນ​ການ​ເຣັດ​ດັ່ງ​ນິ້ ເພາະ​ວ່າ​ພວກ​ເຈົ້າ​ເອງ​ກໍ​ຫລົງ​ໄປ​ກັ​ບ​ຍິງ​ໂສ​ເພນີ​ທີ່​ມີ​ຢູ່​ໃນ​ວິ​ຫານ​ຂອງ​ພຣະ​ບາ​ອານ ແລະ​ເຜົາ​ເຄື່ອງ​ບູ​ຊາ​ຖວາຍ​ພຣະ​ບາ​ອານ​ຮ່ວມ​ກັບ​ພວກ​ເຂົາ ດັ່ງ​ສຸ​ພາ​ສິດກ່າວ​ວ່າ, “ປະ​ຊາ​ຊົນ​ທີ່​ຂາດ​ປັນ​ຍາ​ຈະ​ເຖິງ​ຄວາມ​ຈິ​ບ​ຫາຍ” 15 ເຖິງ​ແມ່ນ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ບໍ່​ສັດ​ຊື່​ຕໍ່​ເຮົາ ກໍ​ຂໍ​ໃຫ້​ປະ​ຊາ​ຊົນ​ຢູດາ​ຢ່າ​ເຮັດ​ຜິດ​ໃນ​ສິ່ງ​ດຽວ​ກັນ​ນັ້ນ ຢ່າ​ໄປ​ຂາບ​ໄຫວ້​ໃນ​ເມືອງ​ກິນ​ການ ຫລື​ເບທາ​ເວນ ແລະ​ຢ່າ​ທຳ​ສັນ​ຍາ​ຢູ່​ທີ່​ນັ້ນ​ໃນ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ 16 ປະ​ຊາ​ຊົນ​ອິສ​ຣາ​ເອນ​ນັ້ນ​ດື້​ດຶງ​ເຫມືອນ​ລໍ​ປ່າ ດັ່ງ​ນັ້ນ ເຮົາ​ຈະ​ລ້ຽງ​ພວກ​ເຂົາ​ເຫມືອນ​ລ້ຽງ​ແກະ​ໃນ​ທົ່ງ​ຫຍ້າ​ໄດ້​ຢ່າງ​ໃດ 17 ພວກ​ເຂົາ​ຢູ່​ໃຕ້​ອຳ​ນາດ​ຮູບ​ເຄົາ​ຣົບ​ທັງ​ຫລາຍ​ 18 ໄດ້​ເຂົ້າ​ຮ່ວມ​ກັບ​ກຸ່ມ​ຄົນ​ຂີ້​ເມົາ ຍ່າງ​ໄປ​ກັບ​ໂສ​ເພ​ນີ ແລະ​ມັກເຮັດ​ໃຫ້​ເສັຽ​ຊື່​ສຽງ​ຫລາຍກວ່າ​ມີ​ຊື່​ສຽງ 19 ພວກ​ເຂົາ​ເຮັດ​ໄປ​ຍ້ອນ​ໃຈ​ຊົ່ວ ຄວາມ​ຊົ່ວ​ນັ້ນ​ຈະ​ກວາດ​ເຂົາ​ໄປ​ເຫມືອນ​ລົມ​ພະ​ຍຸ ແລະ​ພຣະ​ທີ່​ພວກ​ເຂົາ​ຂາບ​ໄຫວ້​ຈະ​ຊ່ອຍ​ເຫລືອ​ຫຍັງ​ເຂົາ​ບໍ່​ໄດ້

ໂຮເຊອາ 5

1 ປະ​ໂຣ​ຫິດ​ເອີຍ, ຈົ່ງ​ຟັງ​ຂໍ້​ນີ້​ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ລະ​ມັດ​ລະ​ວັງ​ເດີ ພວກ​ເຈົ້າ​ຜູ້​ເປັນ​ເຊື້ອ​ກະ​ສັດ​ຈົ່ງ​ຟັງ​ເດີ ພວກ​ເຈົ້າ​ຄວນ​ເປັນ​ຜູ້​ໃຫ້​ຄວາມ​ຍຸດ​ຕິ​ທັມ ບັດ​ນິ້ ພວກ​ເຈົ້າ​ເປັນ​ເຫມືອນ​ແຮ້ວ​ທີ່​ເມືອງ​ມີສປາ​ເປັນ​ເຫມືອນ​ຂ່າຍ​ກາງ​ຢູ່​ເທິງ​ພູ​ຕາໂບຣ໌ 2 ແລະ​ເປັນ​ເຫມືອນ​ຂຸມ​ເລິກ​ທີ່​ເມືອງ​ຊິ​ດ​ຕີມ ເຮົາ​ຈະ​ລົງ​ໂທດ​ພວ​ກ​ເຈົ້າ​ທັງ​ຫມົດ 3 ເຣົາ​ຮູ້​ວ່າ​ເອ​ຟ​ຣາ​ອິມ​ແລະ​ອິສ​ຣາ​ເອນ​ກໍ​ບໍ່​ໄດ້​ປິດ​ບັງ​ໄວ້​ຈາກ​ເຮົາ ໂອ​ເອ​ຟ​ຣາ​ອິມ​ເອີຍ ເຈົ້າ​ຫລິ້ນ​ຊູ້ ອິສ​ຣາ​ເອນ​ກໍ​ເປັນ​ມົນ​ທິນ

ໂຮ​ເຊ​ອາ​ຕຳ​ຫນິ​ການ​ບູ​ຊາ​ຮູບ​ເຄົາ​ຣົບ

4 ຄວາມ​ຊົ່ວ​ທີ່​ປະ​ຊາ​ຊົນ​ກະ​ທຳ​ນັ້ນ ໄດ້​ກີດ​ກັ້ນ​ບໍ່​ໃຫ້​ພວກ​ເຂົາ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ​ຂອງ​ເຂົາ ພວກ​ເຂົາ​ຍອມ​ຢູ່​ໃຕ້​ອຳ​ນາດ​ຮູບ​ເຄົາ​ຣົບ ເຂົາ​ຈຶ່ງບໍ່​​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ 5 ຄວາມອວດ​ອ້າງ​ຈອງ​ຫອງ​ຂອງ​ອິສ​ຣາ​ເອນ​ກໍ​ປາ​ກົດ​ເປັນ​ພຍານ​ຕໍ່​ຫນ້າ​ເຂົາ​ແລ້ວ​ອິສ​ຣາ​ເອນ​ແລະ​ເອ​ຟ​ຣາ​ອິມ​ຈຶ່ງ​ຈະສະ​ດຸດ​ເພາະ​ຄວາມ​ຜິດ​ຂອງ​ຕົນ ຢູ​ດາ​ກໍ​ຈະ​ລົ້ມ​ລົງໄປ​ກັບ​ເຂົາ​ທັງ​ຫລາຍ​ເຫມືອນ​ກັນ 6 ຝູງ​ແກະແລະ​ງົວ​ຄວາຍ​ຈະ​ຖືກ​ເຂົາ​ນຳ​ໄປ​ເຜົາ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພວກ​ເຂົາ​ຈະ​ບໍ່​ພົບ​ພຣະ​ອົງ ແລະ​ບໍ່​ໄດ້​ປ​ໂຍດຫຍັງ ເພາະ​ວ່າ​ພຣະ​ອົງ​ຊົງ​ຫນີ​ຫ່າງ​ຈາກ​ພວກ​ເຂົາ​ໄປ​ແລ້ວ 7 ພວ​ກ​ເຂົາ​ໄດ້​ເຮັດບໍ່​ສັດ​ຊື່ ແລະ​ທໍ​ຣະ​ຍົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ລູກ​ຂອງ​ພວກ​ເຂົາ​ກໍ​ບໍ່​ເປັນ​ຂອງ​ພຣະ​ອົງ ດັ່ງ​ນັ້ນ​ແຫລະ, ມໍ​ຣະ​ດົກ​ຂອງ​ພວກ​ເຂົາ​ແລະ​ພວກ​ເຂົາ​ເອງ​ຈຶ່ງ​ຈະ​ຖືກ​ທຳ​ລາຍ 8 ຊາວ​ເບັນ​ຢາ​ມິນ​ເອີຍ, ຈົ່ງ​ເປົ່າ​ແກ​ເຕືອນບອກ​ສົງ​ຄາມ​ທີ່​ເມືອງກີ​ເບ​ອາ ແລະ​ທີ່​ເມືອງ​ຮາ​ມາ​ດ້ວຍ ຈົ່ງ​ຟັງ​ສຽງ​ສັນ​ຍານ​ໄພ​ໃນ​ສ​ນາມ​ຮົບ​ທີ່​ເບທາ​ເວນ 9 ເມື່ອ​ການ​ພິ​ພາກ​ສາ​ລົງ​ໂທດ​ມາ​ເຖິງ ຊາວ​ອິສ​ຣາ​ເອນ​ຈະ​ຈິບ​ຫາຍ​ໃນ​ມື້​ນັ້ນ ອິສ​ຣາ​ເອນ​ເອີຍ, ສິ່ງ​ນັ້ນ​ຈະ​ເກີດ​ຂຶ້ນ​ແນ່ນອນ” 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຮ້າຍ​ຍ້ອນ​ວ່າ​ພວກ​ຜູ້​ນຳ​ຊາວ​ຢູດາ​ໄດ້​ລັກ​ໂລບ​ເອົາ​ຊາວ​ອິສ​ຣາ​ເອນ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ເຫມືອນ​ກັບ​ນ້ຳ​ຖ້ວມ 11 ເອ​ຟ​ຣາ​ອິມ​ຖືກ​ບີບ​ບັງ​ຄັບ​ ແລະ​ຖືກ​ຕົກ​ຢູ່​ໃນ​ຄວາມ​ຍາກ​ລຳ​ບາກ​ດ້ວຍ​ການ​ທຳ​ໂທດ ເພາະ​ເຂົາ​ຕັ້ງ​ຈິດ​ຕັ້ງ​ໃຈ​ທີ່​ຈະ​ຕິດ​ຕາມ​ອະ​ນິຈັງ 12 ດັ່ງ​ນັ້ນ ເຮົາ​ຈຶ່ງ​ຈະ​ນຳເອົາ​ການ​ທຳ​ລາຍ​ມາ​ສູ່ ເອຟ​ຣາ​ອິມ ​ແລະເປັນ​ເຫມືອນ​ໄພ​ພິ​ບັດ​ຕໍ່​ເຊື້ອ​ສາຍ​ຢູ​ດາ 13 ເມື່ອ​ໃດ​ເອ​ຟ​ຣາ​ອິມ​ເຫັນ​ຄວາມ​ເຈັບ​ໄຂ້ຂອງ​ຕົນ ແລະ​ຢູດາ​ເຫັນ​ບາດ​ແຜຂອງ​ຕົນ ເມື່ອ​ນັ້ນ​ເອ​ຟ​ຣາ​ອິມ​ກໍ​ໄປ​ຍັງ​ປະ​ເທດ​ອັສຊີ​ເຣັຽ ເພື່ອ​ຂໍ​ໃຫ້​ມະ​ຫາ​ກະ​ສັດ​ຊົງ​ຊ່ອຍ​ເຫລືອ ແຕ່​ພຣະ​ອົງ​ຈະ​ບໍ່​ສາ​ມາດ​ຮັກ​ສາ​ຫລື​ປິ່ນ​ປົວ​ບາດ​ແຜ​ໃຫ້​ດີ​ໄດ້ 14 ເຮົາ​ຈະ​ໂຈມ​ຕີ​ປະ​ຊາ​ຊົນ​ເອ​ຟ​ຣາ​ອິມ ແລະ​ຢູດາ​ເຫມືອນ​ສິງ​ຕົວ​ແຂງ​ແຮງ ຈະ​ຈີກ​ເຂົາ​ເປັນ​ຕ່ອນໆ​ແລ້ວແກ່​ຫນີ​ໄປ ຈະ​ບໍ່​ມີ​ໃຜ​ຊ່ອຍ​ເຫລືອ​ເຂົາ​ໄດ້ 15 ເຮົາ​ຈະ​ຫນີ​ຈາກ​ໄພ່​ພົນ​ຂອງ​ເຮົາ​ໄປ​ຈົນ​ກວ່າ​ພວກ​ເຂົາ​ໄດ້​ທົນ​ທຸກ​ຍ້ອນບາບ​ຂອງ​ຕົນ​ແລະ​ສ​​ແວງ​ຫາ​ເຮົາ ແລ້ວ​ບາງ​ທີ​ຍ້ອນ​ຄວາມ​ທຸກ​ນັ້ນ​ພວກ​ເຂົາ​ອາດ​ຈະ​ກັບ​ຄືນ​ມາ​ຫາ​ເຮົາ

ໂຮເຊອາ 6

ປະ​ຊາ​ຊົນ​ເວົ້າ​ເຖີງ​ການ​ກັບ​ຄືນ​ໄປ​ຫາພຣະ​ຜູ້​ເປັນ​ເຈົ້າ

1 ໃຫ້​ພວກ​ເຮົາ​ກັບ​ຄືນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເທາະ ພຣະ​ອົງໄດ້​ຊົງ​ທຸບ​ຕີ​ພວກ​ເຣົາ ແຕ່​ຈະ​ຊົງ​ຮັກ​ສາ​ພວກ​ເຮົາ​ໃຫ້​ດີ ຊົງ​ເຮັດ​ໃຫ້​ພວກ​ເຮົາ​ມີ​ບາດ​ແຜ ແຕ່​ຈະ​ຊົງ​ພັນ​ບາດ​ແຜ​ໃຫ້ ຫລື​ວ່າ​ພຣະ​ອົງ​ຈະ​ບໍ່ກະ​ທຳ​ບໍ 2 ຫລັງ​ຈາກ​ນັ້ນ​ສອງ​ມື້ ພຣະ​ອົງ​ຈະ​ຊົງ​ໃຫ້​ພວກ​ເຮົາ​ຄ່ອຍ​ດີຂຶ້ນ ໃນ​ມື້​ທີ່​ສາມ​ຈະ​ທຳໃຫ້​ດີຢ່າງ​ເດີມ ແລ້ວ​ພວກ​ເຮົາ​ກໍ​ຈະ​ມີ​ຊີ​ວິດ​ຢູ່​ຊ້ອງ​ພຣະ​ພັກ​ຂອງ​ພຣະ​ອົງ 3 ໃຫ້​ພວກ​ເຮົາ​ພ​ຍາ​ຍາມ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ​ແນ່ນອນພຣະ​ອົງ​ຈະ​ສະ​ເດັດ​ມາ​ຫາ​ເຮົາ​ເຫມືອນ​ຮຸ່ງ​ອະ​ລຸນ​ ຈະ​ສະ​ເດັດ​ມາ​ເຫມືອນ​ດັ່ງ​ຝົນ​ຕົກ​ແນ່ນອນ​ເຫມືອນ​ດັ່ງ​ຫ່າ​ຝົນ​ທີ່​​ຕົກ​ລົງ​ໃສ່​ແຜ່ນ​ດິນ

ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເອ​ຟ​ຣາ​ອິມ ​ແລະ​ຢູດາ​ເອີຍ, ເຮົາ​ຈະ​ເຮັດ​ແນວ​ໃດ​ຫນໍ​ກັ​ບ​ພວກ​ເຈົ້າ ຄວາມ​ຮັກ​ທີ່​ພວກ​ເຈົ້າ​ມີ​ຕໍ່​ເຮົາ​ກໍ​ຈືດ​ຈາງ ແລະ​ເຫີນຫ່າງ​ໄປ​ເຫມືອນ​ນ້ຳ​ຫມອກ​ໃນ​ຍາມ​ເຊົ້າ​ເມື່ອ​ຮຸ່ງ​ອະລຸນ 5 ດັ່ງ​ນັ້ນ​ແຫລະ ເຮົາ​ຈຶ່ງ​ໃຊ້ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເຮົາ​ນໍາເອົາ​ຄຳ​ພິ​ພາກ​ສາ​ໂທດ ແລະ​ການ​ທຳ​ລາຍ​ຂອງ​ເຮົາ​ມາ​ສູ່​ພວກ​ເຈົ້າ ການ​ພິ​ພາກ​ສາ​ຂອງ​ເຮົາ​ກໍ​ສ່ອງ​ອອກ​ມາ​ເຫມືອນ​ແສງ​ສວ່າງ 6 ສິ່ງ​ທີ່​ເຮົາ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ກໍ​ຄື​ໃຫ້​ພວກ​ເຈົ້າມີ​ຄວາມ​ຮັກ​ຫມັ້ນ​ຄົງ ບໍ່​ແມ່ນ​ແຕ່​ດ້ວຍ​ການ​ຖວາຍ​ບູ​ຊາ ແຕ່​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ຈັກ​ເຮົາ​ຫລາຍກວ່າ​ເຄື່ອງ​ເຜົາ​ບູ​ຊາ​ນັ້ນ​ອີກ 7 ແຕ່ເຂົາ​ລະ​ເມີດຄຳສັນ​ຍາ​ທີ່​ດິນ​ແດນ ​ອາ​ດາມ ໃນ​ທີ່​ນັ້ນ ເຂົາ​ທໍ​ຣະ​ຍົດ​ຕໍ່​ເຮົາ 8 ກີ​ເລ​ອາດ​ເປັນ​ນະ​ຄອນ​ທີ່​ເຕັມ​ໄປ​ດ້ວຍ​ຄົນທຳ​ຄວາມ​ຊົ່ວ ​ແລະ​ອາດ​ຊະ​ຍາກອນ 9 ພວກ​ປະ​ໂຣ​ຫິດ​ກໍ​ເຫມືອນກຸ່ມ​ໂຈນ​ທີ່​ຄ່ອຍ​ດັກ​ທຳ​ຮ້າຍ​ຄົນ ແມ່ນ​ແຕ່​ຕາມ​ຖ​ນົນ​ໄປ​ຍັງ​ສະ​ຖານ​ທີ່​ສັກ​ສິດ​ທີ່​ເຊເຄມ​ກໍ​ມີ​ການ​ຂ້າ​ຄົນ 10 ເຮົາ​ໄດ້​ເຫັນ​ສິ່ງ​​ທີ່​ຫນ້າ​ກຽດ​ຊັງ​ໃນວິ​ຫານ​ຂອງ​ອິສ​ຣາ​ເອນ ການ​ຫລິ້ນ​ຊູ້​ຂອງ​ເອ​ຟ​ຣາ​ອິມກໍ​ຢູ່​ທີ່​ນັ້ນອິສ​ຣາ​ເອນ​ເປັນ​ມົນ​ທິນ​ 11 ສຳ​ລັບ​ຊາວ​ຢູດາ​ນັ້ນ ເຮົາ​ໄດ້​ກຳ​ນົດ​ເວ​ລາ​ສຳ​ລັບ​ລົງ​ໂທດ​ໄວ້​ແລ້ວ ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ເຮັດ​ການ​ຊົ່ວ​ເຫມືອນ​ກັນ

ໂຮເຊອາ 7

1 ເມື່ອ​ເຮົາ​ຈະ​ຮັກ​ສາ​ອິສ​ຣາ​ເອນ​ໃຫ້​ດີ​ຄືນ​ເປັນ​ປົກ​ກະ​ຕິ ​ ແລະ​ເກີດ​ມັ່ງ​ຄັ່ງສົມ​ບູນ​ອີກ ຄວາມ​ເສື່ອມ​ຊາມ​ຂອງ​ເອ​ຟ​ຣາ​ອິມ​ກໍ​ເຜີຍ​ອອກ​ ທັງ​ການ​ທຳ​ທີ່​ຊົ່ວ​ຮ້າຍຂອງຊາ​ມາ​ເຣັຽກໍ​ແດງ​ຂຶ້ນ​ ເພາະ​ວ່າ​ເຂົາ​ໄດ້​ສໍ້​ໂກງ ໄດ້​ມ້າງ​ເຮືອນ​ເຂົ້າ​ໄປ​ລັກ​ເອົາ​ສິ່ງ​ຂອງ​ແລະ​ລັກ​ເອົາ​ຄົນ​ຕາມ​ຖ​ນົນ​ໄປ 2 ພວກ​ເຂົາ​ບໍ່​ເຄີຍ​ຄິດ​ວ່າ​ເຮົາ​ຈະ​ຈົດ​ຈຳ​ຄວາມ​ຊົ່ວ​ທັງ​ປວງ​ທີ່​ເຂົາ​ທຳ​ໄວ້ ບາບຂອງ​ພວກ​ເຂົາ​ໄດ້​ໂອບ​ລ້ອມ​ເຂົາ​ຢູ່ ແລະ​ຈະ​ພົ້ນ​ຈາກ​ສາຍ​ຕາ​ຂອງ​ເຮົາ​ໄປ​ບໍ່​ໄດ້”

ພວກ​ຄົນ​ໃນ​ພຣະ​ຣາ​ຊວັງ​ຮວມກັນ​ເປັນ​ກະ​ບົດ

3 ເຂົາ​ກະ​ທຳ​ໃຫ້​ກະ​ສັດ​ຊື່ນ​ຊົມ​ຍິນ​ດີ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ ກະ​ທຳ​ໃຫ້​ຂ້າ​ຣາ​ຊ​ການ​ພໍ​ໃຈ​ດ້ວຍ​ການ​ອຸ​ບາຍ​ຊົ່ວ​ຮ້າຍ​ຂອງ​ເຂົາ 4 ພວກ​ເຂົາ​ທັງ​ຫມົດ​ເປັນ​ຄົນ​ທໍ​ຣະ​ຍົດ​ແລະ​ບໍ່​ສັດ​ຊື່ ຄວາມ​ຊົ່ວ​ຂອງ​ເຂົາ​ເປັນ​ເຫມືອນ​ເຕົາ​ອົບ​ເຂົ້າ​ຈີ່​ທີ່​ຫຸ້ມ​ຄວາມ​ຮ້ອນ​ໄວ້​ໂດຍ​ບໍ່​ຕ້ອງ​ການ​ຈຸ​ໄຟ​ຕື່ມ​ອີກ​ຈົນ​ແປ້ງ​ໂພງ​ອອກ 5 ໃນ​ງານ​ພຣະ​ຣາ​ຊພິ​ທີ​ຂອງ​ກະ​ສັດ​ນັ້ນ ພວ​ກ​ເຂົາ​ໄດ້​ເອົາ​ເຫລົ້າ​ອະ​ງຸ່ນ​ໃຫ້​ກະ​ສັດ​ແລະ​ຂ້າ​ຣາ​ຊ​ການ​ຂອງ​ພຣະ​ອົງ​ດື່ມ​ຈົນ​ມືນ​ເມົາ​ແລະ​ເສັຽ​ສະ​ຕິ​ໄປ 6 ໃຈ​ຂອງ​ພວກ​ເຂົາ​ຮ້ອນ​ຮົນ​ດ້ວຍ​ເລ່​ຫລ່ຽມ​ເຫມືອນ​ເຕົາ​ອົບ ຄວາມ​ຮ້າຍ​ໄດ້​ມີຢູ່ໃນ​ໃຈ​ຂອງ​ເຂົາ​ຕ​ລອດ​ຄືນ ແລະ​ໃນ​ຕອນ​ເຊົ້າ​ກໍ​ລຸກວາບ​ຂຶ້ນ​ດັ່ງ​ແປວ​ໄຟ 7 ພວກ​ເຂົາ​ໄດ້​ຂ້າ​ພວກ​ຜູ້​ປົກ​ຄອງ​ຂອງ​ຕົນ​ດ້ວຍ​ຄວາມ​ຄຽດ​ແຄ້ນ ກະ​ສັດ​ທັງ​ຫລາຍ​ຂອງ​ພວກ​ເຂົາ​ກໍ​ຖືກ​ລອບ​ປົງ​ພຣະ​ຊົນ​ຕິດ​ຕໍ່​ກັນ​ໄປ ແຕ່​ບໍ່​ມີ​ກະ​ສັດ​ອົງ​ໃດ​ອ້ອນວອນ​ຂໍ​ໃຫ້​ເຮົາ​ຊ່ອຍ​ເຫລືອ​ເລີຍ”

ອິສ​ຣາ​ເອນ​ກັບຊົນ​ຊາດ​ທັງ​ຫລາຍ

8 ເອ​ຟ​ຣາ​ອິມ​ເອົາ​ຕົວ​ເຂົ້າ​ປົນ​ກັບ​ຊົນ​ຊາດ​ທັງ​ຫລາຍ ເອ​ຟ​ຣາ​ອິມ​ເຫມືອນ​ເຂົ້າ​ຈີ່​ປີ້ງ​ທີ່​ບໍ່​ໄດ້​ພິກ​ກັບ 9 ດ້ວຍ​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຊາວ​ຕ່າງປະ​ເທດ​ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ສູນ​ເສັຽ​ເຫື່ອ​ແຮງ​ໄປ​ໂດ​ບໍ່​ຮູ້​ສຶກ​ຕົວ​ແມ່ນ​ແຕ່​ຜົມ​ຂອງ​ຕົນ​ຫງອກ ແລະ​ພວກ​ເຂົາ​ໃກ້​ຈະ​ຕາຍ​ພວກ​ເຂົາ​ກໍ​ບໍ່​ຮູ້​ຈັກ 10 ຄວາມອວດ​ອ້າງ​ຖື​ຕົວ​ຂອງ​ອິສ​ຣາ​ເອນ​ໄດ້​ຮ້ອງ​ຕໍ່​ສູ້​ເຂົາ ເຖິງປານ​ນັ້ນ ພວ​ກ​ເຂົາ​ກໍ​ບໍ່​ກັບ​ຄືນ​ມາ​ຫາ​ເຮົາ​ທີ່​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ 11 ເອ​ຟ​ຣາ​ອິມເປັນ​ເຫມືອນ​ນົກ​ກາງ​ແກ​ທີ່​ໂງ່​ງ່າວ ປະ​ຊາ​ຊົນ​ອິສ​ຣາ​ເອນ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ເອ​ຢິບ​ກ່ອນ​ແລ້ວ​ແລ່ນ​ໄປ​ຫາ​ອັສຊີ​ເຣັຽ 12 ເມື່ອ​ເຂົາ​ໄປ ເຮົາ​ກໍ​ຈະ​ກາງ​ຂ່າຍ​ອອກ​ຄຸບ​ເອົາ​ເຂົາ​ເຫມືອນ​ດັ່ງ​ຄຸບ​ນົກ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ ຍ້ອນ​ຄວາມ​ຊົ່ວ​ທີ່​ເຂົາ​ໄດ້​ກະ​ທຳ​ນັ້ນ 13 ພວກ​ເຂົາ​ຖືກ​ຕັດ​ສິນ​ລົງ​ໂທດຍ້ອນ​ປະ​ຖິ້ມ​ເຮົາ ແລະ​ເປັນ​ກະ​ບົດ​ຕໍ່​ສູ້​ເຮົາ ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ ເຮົາ​ຢາກ​ຊ່ອຍພວກ​ເຂົາ​ໃຫ້​ພົ້ນ ແຕ່​ພວກ​ເຂົາ​ໄດ້​ຂາບ​ໄຫວ້​ເຣົາ​ຢ່າງ​ບໍ່​ຖືກ​ຕ້ອງ 14 ບໍ່​ໄດ້​ອ້ອນວອນ​ຣໍ່​ເຮົາ​ດ້ວຍ​ຄວາມ​ຈິງ​ໃຈ ແຕ່​ໄດ້​ນອນລົງ​ແລ້​ວ​ຮ້ອງ​ໄຫ້ ເມື່ອ​ອ້ອນວອນ​ຂໍ​ເຂົ້າແລະ​ເຫລົ້າ​ອະ​ງຸ່ນ​ກໍ​ປາດ​ຕົວ​ເອງ​ເຫມືອນ​ຄົນ​ນອກ​ສາ​ສ​ນາ ພວກ​ເຂົາ​ເປັນ​ກະ​ບົດ 15 ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ອົບ​ຮົມ ແລະ​ເຮັດ​ໃຫ້​ເຂົາ​ແຂງ​ແຮງ​ຂຶ້ນ ພວກ​ເຂົາ​ກໍ​ຍັງ​ຄິດ​ກະ​ບົດ​ຕໍ່​ສູ້​ເຮົາ​ຢູ່​ ໄດ້​ຫນີ​ຈາກ​ເຮົາ​ໄປ​ຫາ​ພຣະ​ອື່ນ​ທີ່​ບໍ່​ມີ​ຣິດ​ເດດ 16 ຈະ​ຝາກ​ຄວາມ​ໄວ້​ໃຈ​ໃນ​ພວກ​ເຂົາ​ບໍ່​ໄດ້ ເພາະ​ເຂົາ​ເປັນ​ເຫມືອນ​ລູກ​ທະ​ນູ​ຄົດ ເພາະ​ວ່າ​ພວກ​ຜູ້​ນຳ​ຂອງ​ເຂົາ​ຄຸຍອວດ​ຢ່າງ​ຈອງ​ຫອງ ພວກ​ເຂົາ​ຈະ​ຕາຍ​ຢ່າງ​ທາ​ລຸນ​ແລະ​ຊາວ​ເອ​ຢິບ​ຈະ​ຫົວ​ຂວັນ​ເຂົາ”

ໂຮເຊອາ 8

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ລົງ​ໂທດ​ອິສ​ຣາເອນ ຍ້ອນ​ການ​ຂາບ​ໄຫວ້​ຮູບ

1 “ຈົ່ງ​ເປົ່າ​ແກ​ປຸກ ພວກ​ສັດ​ຕຣູກຳ​ລັງ​ເຕັ້ນ​ເຂົ້າ​ສວບ​ເອົາ​ແຜ່ນ​ດິນ​ຂອງ​ເຮົາ​ເຫມືອນ​ນົກ​ອິນ​ຊີ ໄພ່​ພົນ​ຂອງ​ເຮົາ​ໄດ້​ລະ​ເມີດ​ຄຳ​ຫມັ້ນ​ສັນ​ຍາ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ກັບ​ພວກ​ເຂົາ ແລະ​ໄດ້​ຝ່າ​ຝືນ​ພຣະ​ທັມ​ບັນ​ຍັດ​ຂອງ​ເຮົາ 2 ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ເອີ້ນ​ເຮົາ​ວ່າ​ເປັນ​ເຈົ້າ​ຂອງ​ເຂົາ ແລະ​ເວົ້າ​ວ່າພ​ວກ​ເຂົາ​ເປັນ​ໄພ່​ພົນ​ຂອງ​ເຮົາ​ກໍ​ຕາມ​ 3 ພວກ​ເຂົາ​ກໍ​ປະ​ຖິ້ມ​ສິ່ງ​ທີ່​ດີ​ງາມ ດ້ວຍ​ເຫດ​ນິ້ ສັດ​ຕຣູຂອງ​ພວກ​ເຂົາ​ຈຶ່ງ​ຈະ​ໄລ່​ຕິດ​ຕາມ​ໄປ 4 ໄພ່​ພົນ​ຂອງ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ກະ​ສັດ ກັບ​ພວກ​ຜູ້​ນຳ​ໂດຍ​ປາ​ສ​ຈາກ​ການ​ເຫັນ​ດີ​ຈາກ​ເຮົາ ພວກ​ເຂົາ​ໄດ້​ສ້າງ​ຮູບ​ເຄົາ​ຣົບ​ດ້ວຍ​ເງິນ​ແລະ​ຄຳ​ເພື່ອ​ທຳ​ລາຍ​ເຂົາ​ເອງ 5 ເຮົາ​ບໍ່​ຍອມ​ຮັບ​ເອົາ​ຮູບ​ງົວ​ຄຳ​ທີ່​ຊາວ​ກຸງ​ຊາ​ມາ​ເຮັຽ​ຂາບ​ໄຫວ້ ເຮົາ​ຄຽດ​ແຄ້ນ​ພວກ​ເຂົາ ສະ​ນັ້ນ ເຂົາ​ຍັງ​ຈະ​ຖືກ​ໂທດ​ຢູ່​ເຫິງ​ປານ​ໃດ​ຫນໍ 6 ນາຍ​ຊ່າງ​ອິສ​ຣາ​ເອນ​ໄດ້​ສ້າງ​ຮູບ​ເຄົາ​ຣົບ ຮູບ​ນັ້ນ​ບໍ່​ແມ່ນ​ພຣະ​ເຈົ້າ ຮູ​ບລູກ​ງົວ​ຂອງ​ຊາວ​ຊາມາ​ເຣັຽ​ຂາບ​ໄຫວ້​ຈະ​ຖືກ​ດັບ​ສູນຫ​ມຸ່ນ​ທະ​ລາຍ​ໄປ 7 ເມື່ອ​ພວກ​ເຂົາ​ຫວ່ານ​ລົມ ພວກ​ເຂົາ​ກໍ​ເກັບ​ກ່ຽວ​ລົມ​ພະ​ຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮ່ວງ​ກໍ​ໃຫ້​ແປ້ງ​ຫລື​ເຂົ້າ​ຈີ່​ບໍ່​ໄດ້ ແຕ່​ຖ້າມັນ​ມີ​ຮວງ​ແລະ​ເຮັດ​ເຂົ້າ​ຈີ່​ໄດ້ ຊາວ​ຕ່າງ​ປະ​ເທດ​ກໍ​ຈະ​ກິນ​ເສັຽ 8 ຊາວ​ອິສ​ຣາ​ເອນ​ທັງ​ຫມົດ​ຈະ​ຖືກ​ເຂົາ​ກືນ​ກິນ​ແລະ​ທຳ​ລາຍ​ເສັຽ ບັດ​ນີ້ ຊົນ​ຊາດ​ທັງ​ຫລາຍ​ຖືພວກ​ເຂົາ​ເປັນ​ເຫມືອນ​ໄຫ​ແຕກ​ທີ່​ດື້​ດ້ານ​ເຫມືອນ​ລໍ​ປ່າ​ແລະ​ປະ​ພຶດ​ຕາມ​ໃຈ​ຂອງ​ຕົນ​ເອງ 9 ​ເຂົາ​ທັງ​ຫລາຍໄປ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ປະ​ເທດ​ອັສ​ຊີ​ເຣັຽ ດັ່ງ​ລາ​ປ່າ​ທີ່​ທ່ອງ​ທ່ຽວ​ຕາມ​ລຳ​ພັງ ເອ​ຟ​ຣາ​ອິມ​ໄດ້​ຈ້າງ​ຄົນ​ຮັກ​ມາ 10 ເຖິງ​ແມ່ນວ່າ​ເຂົາ​ຈ້າງ​ປະ​ຊາ​ຊາດ​ອື່ນ​ໃຫ້​ເປັນ​ພັນ​ທະ​ມິດ ບໍ່​ນານ​ເຮົາ​ຈະ​ຕ້ອນ​ເຂົາ​ໃຫ້​ຮວມ​ກັນ ເຂົາ​ມີ​ຄວາມ​ຫວັງ​ນ້ອຍຈາກ​ຄຳ​ຂອງ​ກະ​ສັດ​ຈອມ​ເຈົ້າ​ນາຍ 11 ຊາວ​ເອ​ຟ​ຣາ​ອິມ​ໄດ້​ກໍ່​ສ້າງ ແທ່ນ​ບູ​ຊາ​ສຳ​ລັບ​ລ້າງ​ບາບ​ຕື່ມ​ຂຶ້ນ​ເທົ່າ​ໃດ ສະ​ຖານ​ທີ່​ເຮັດ​ບາບ​ກໍ​ຈະ​ມີ​ຕື່ມ​ຂຶ້ນ​ເທົ່າ​ນັ້ນ 12 ເຣົາ​ໄດ້​ຂຽນ​ພຣະ​ທັມ​ບັນ​ຍັດ​ຫລາຍໆ​ຂໍ້​ໄວ້​ຈົນ​ນັບ​ບໍ່​ຖ້ວນ​ສຳ​ລັບ​ປະ​ຊາ​ຊົນ ແຕ່​ພວກ​ເຂົາ​ໄດ້​ປະ​ຖິ້ມ​ເສັຽ​ໂດຍ​ຖື​ເປັນ​ຂອງ​ປະ​ຫລາດ​ແລະ​ແປກ​ປອມ 13 ພວກ​ເຂົາ​ມັກ​ເຜົາ​ສັຕຖວາຍ​ບູ​ຊາ​ແລະ​ກິນ​ຊີ້ນ​ນັ້ນ ແຕ່​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພໍ​ໃຈ​ໃນ​ການ​ກະ​ທຳ​ເຊັ່ນ​ນັ້ນ ບັດ​ນິ້​ເຮົາ​ຈະ​ຈົດ​ຈຳ​ບາບ​ລົງໂທດ​ພວກ​ເຂົາ​ຍ້ອນ​ການ​ນິ້ ໂດຍ​ຈະ​ສົ່ງ​ພວກ​ເຂົາ​ຄື​ນໄປ​ຍັງ​ປະ​ເທດ​ເອຢິບ​ອີກ 14 ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້ສ້າງ​ພຣະ​ຣາ​ຊວັງ​ທັງ​ຫລາຍ ແຕ່​ພວກ​ເຂົາ​ໄດ້​ລືມ​ຜູ້​ສ້າງ​ຕົນ​ເອງ ປະ​ຊາ​ຊົນ​ຢູດາ​ກໍ​ສ້າງ​ນະ​ຄອນ​ທັງ​ຫລາຍ​ທີ່​ມີ​ກຳ​ແພງ​ປ້ອງກັນ ເຮົາ​ຈະ​ສົ່ງ​ໄຟ​ມາ​ເຜົາ​ຜານ​ນະ​ຄອນ​ແລະ​ທຳ​ລາຍ​ພຣະ​ຣາ​ຊວັງ​ພວກ​ເຂົາ​ຖິ້ມ”

ໂຮເຊອາ 9

ໂຣ​ເຊ​ອາ​ປະ​ກາ​ດ​ລົງ​ໂທດ​ອິສ​ຣາ​ເອນ

1 ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ເຊົາ​ສ​ເລີມ​ສ​ລອງ​ງານ​ມະ​ຫໍ​ຣະ​ສົບ​ຕ່າງໆ​ເຫມືອນ​ຄົນ​ຕ່າງ​ຊາດ​ເຄີຍ​ປະ​ຕິ​ບັດ​ມາ ພວກ​ເຈົ້າ​ໄດ້​ຫນີ​ຈາກ​ພຣະ​ເຈົ້າ​ຂອງ​ຕົນ ເຮັດ​ບໍ່​ສັດ​ຊື່​ຕໍ່​ພຣະ​ອົງ ແລະ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພຣະ​ບາ​ອານ​ທົ່ວ​ທັງ​ປະ​ເທດ​ເຫມືອນ​ຍິງໂສ​ເພ​ນີ ພວກ​ເຈົ້າ​ຮັກ​ແພງ​ເຂົ້າ​ທີ່​ເຂົາ​ຈ່າຍ​ໃຫ້​ເປັນ​ຄ່າ​ຕອບ​ແທນ 2 ແຕ່​ພວກ​ເຈົ້າ​ຈະ​ບໍ່​ມີ​ເຂົ້າ​ພໍ​ກິນ ບໍ່​ມີ​ນ້ຳ​ມັນ​ສົດ​ແລະ​ເຫລົ້າ​ອະ​ງຸ່ນ 3 ເຂົາ​ທັງ​ຫລາຍ​ຈະ​ບໍ່​ເຫລືອ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ເອ​ຟ​ຣາ​ອິມຈະ​ຕ້ອງ​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ເອ​ຢິບ ແລະ​ຈະ​ຕ້ອງ​ໄດ້​ກິນ​ອາ​ຫານ​ທີ່​ມີ​ມົນ​ທິນ​ໃນ​ປະ​ເທດ​ອັສ​ຊີ​ເຣັຽຢູ່​ໃນ​ດິນ​ແດນ​ຕ່າງ​ປະ​ເທດ 4 ພວກ​ເຂົາ​ຈະ​ຖວາຍ​ເຫລົ້າ​ອະ​ງຸ່ນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້ ຫລື​ຈະ​ບໍ່​ສາ​ມາດ​ນຳ​ເຄື່ອງ​ເຜົາ​ບູ​ຊາ​ໄປ​ຖວາຍ​ຕໍ່​ພຣະ​ອົງ​ໄດ້ ຄົນ​ທັງ​ປວງ​ທີ່​ກິນ​ອາ​ຫານ​ຂອງ​ພວກ​ເຂົາ​ຈະ​ມີ​ມົນ​ທິນ ຈະ​ເປັນ​ເຫມືອນ​ກິນ​ອາ​ຫານ​ໃນ​ພິ​ທີ​ສົບ ອາ​ຫານ​ຂອງ​ພວກ​ເຂົາ​ໃຊ້​ສຳ​ລັບ​ກິນ​ແກ້​ຫີວ​ເທົ່າ​ນັ້ນ​ຈະ​ນໍາ​ໄປ​ຍັງ​ພຣະ​ວີ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້ 5 ສະ​ນັ້ນ​ເມື່ອ​ເຖິງ​ມື້​ເທ​ສ​ການ​ກິນ​ລ້ຽງ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຂົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ໄພ​ວິ​ບັ​ດ​ມາ​ເຖິງ 6 ປະ​ຊາ​ຊົນ​ຈະ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ຊາວ​ເອ​ຢິບ​ຈະ​ທ້ອນ​ໂຮມ​ພວກ​ເຂົາ​ຝັງ​ໄວ້​ໃນ​ເມືອງ​ເມມ​ຟິສ ກໍ່​ຫຍ້າ​ແລະ​ຟຸ່ມ​ຫນາມ​ຈະ​ປົກ​ຫຸ້ມ​ຊັບ​ສົມ​ບັດ​ແລະ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ 7 ເມື່ອ​ໃດ​ເວ​ລາ​ລົງ​ໂທດ​ໄດ້​ມາ​ເຖິງ ເມື່ອ​ນັ້ນ​ປະ​ຊາ​ຊົນ​ຈະ​ໄດ້​ສິ່ງ​ທີ່​ສົມ​ຄວນ​ຈະ​ໄດ້​ຮັບ ອິສ​ຣາ​ເອນ​ຈະ​ຮູ້​ຈັກ​ມັນ​ເມື່ອ​ສີ່ງ​ນັ້ນ​ເກີດ​ຂື້ນ ເຈົ້າ​ເວົ້າ​ວ່າ,” ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ນິ້​ໂງ່ ຄົນ​ທີ່​ມີ​ວິນ​ຍານ​ກໍ​ບ້າ” ພວກ​ເຈົ້າ​ກຽດ​ຊັງ​ເຮົາ​ຫລາຍ​ທີ່​ສຸດ​ກໍ​ເພາະ​ວ່າ​ບາບ​ຂອງ​ພວກ​ເຈົ້າ​ມີ​ຫລາຍ​ທີ່​ສຸດ 8 ພຣະ​ເຈົ້າ​ໄດ້ຊົງ​ສັ່ງ​ເຮົາ​ມາ​ໃນ​ຖາ​ນະ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ເຕືອນອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ແຕ່​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ໄປ​ພວ​ກ​ເຈົ້າ​ກໍ​ພຍາ​ຍາມ​ດັກ​ຈັບ​ເຮົາ​ເຫມືອນ​ດັກ​ຈັບ​ນົກ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ເອງ ປະ​ຊາ​ຊົນ​ໄດ້​ເປັນ​ສັດ​ຕຣູ​ກັບຜູ້​ປະ​ກາດ​ພຣະ​ທັມ 9 ພວກ​ເຂົາ​ກະ​ທຳ​ຊົ່ວ​ຮ້າຍ​ຢ່າງ​ຫມົດ​ຫວັງ​ເປັນ​ຢ່າງ​ດຽວ​ກັນ​ກັບ​ທີ່​ເມືອງ​ກີ​ເບ​ອາ ພຣະ​ເຈົ້າ​ຈະ​ຊົງ​ຈົດ​ຈຳ​ບາບ​ແລະ​ລົງ​ໂທດ​ພວ​ກ​ເຂົາ

ບາບ​ແລະ​ຜົນ​ບາບ​ຂອງ​ຊາວ​ອິສ​ຣາ​ເອນ

10 “​ເຮົາ​ພົບ​ເຫັນ​ອິສ​ຣາ​ເອນ​ທຳ​ອິດ ເຂົາ​ເປັນ​ເຫມືອນ​ເຄືອ​ອະ​ງຸ່ນ​ທີ່​ກຳ​ລັງ​ງອກ​ຂຶ້ນ​ໃນ​ຖິ່ນ​ກັນ​ດານ ແລະ​ເມື່ອ​ເຫັນ​ບັນ​ພະ​ບຸ​ຣຸດ​ທັງ​ຫລາຍ​ຂອງ​ພວກ​ເຈົ້າ​ທຳ​ອິດ​ກໍ​ເຫັນ​ເຂົາ​ເປັນ​ເຫມືອນ​ຫມາກ​ເດື່ອ​ເລີ້ມ​ສຸກ​ທຳ​ອິດ​ໃນ​ຣະ​ດູ​ການ ແຕ່​ເມື່ອ​ພວກ​ເຂົາ​ມາ​ເຖິງ​ພູບາ​ອານ​ເປ​ໂອຣ໌ ​ແລ້ວ​ກໍ​ເລີ້ມ​ຂາບ​ໄຫວ້​ພຣະ​ບາ​ອານ ເຮົາ​ກຽດ​ຊັງ​ພວກ​ເຂົາ​ເທົ່າ​ກຽດ​ຊັງ​ຮູບ​ພຣະ​ທີ່​ເຂົາ​ຮັກ 11 ຄວາມ​ຍິ່ງ​ໃຫຍ່​ຂອ​ງເອ​ຟ​ຣາ​ອິມ​ຈະ​ບີນ​ຫນີ​ເຫມືອນ​ນົກ ຈະ​ບໍ່​ມີ​ຜູ້​ຍິງ​ຖື​ພາ​ແລະ​ບໍ່​ມີ​ຜູ້​ມາ​ເກີດ 12 ຖ້າ​ຫາກ​ພວກ​ເຂົາ​ລ້ຽງ​ລູກ​ໄວ້​ເຮົາ​ກໍ​ຈະ​ເອົາ​ຫນິ​ເສັຽ ຈະ​ບໍ່​ປ່ອຍ​ໃຫ້​ຜູ້​ໃດ​ມີ​ຊີວິດ​ຢູ່ ເມື່ອ​ເຮົາ​ປະ​ຖິ້ມ​ປະ​ຊາ​ຊົນ​ເຫລົ່າ​ນິ້​ສິ່ງ​ທີ່​ຫນ້າ​ຢ້ານ​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ 13 ເຊື້ອ​ສາຍ​ຂອງ​ເອ​ຟ​ຣາ​ອິມ ດັ່ງ​ທີ່ ເຮົາ​ເຫັນ​ກໍ​ຖືກກໍນົດ​ໃຫ້​ເປັນ​ເຫຍື່ອ ເອ​ຟ​ຣາ​ອິມ​ຕ້ອງ​ນຳ​ເຊື້ອ​ສາຍ​ຂອງ​ຕົນ​ໄປ​ມອບ​​​ໃຫ້​ຜູ້ຂ້າ” 14 ຂ້າ​ແດ່​ພຣະ​ຜູ້​ເປັ​ນເຈົ້າ ຂ້າ​ພຣະ​ອົງ​ຈະ​ທູນ​ຂໍ​ໃຫ້​ພຣະ​ອົງ​ປະ​ທານ​ສິ່ງ​ໃດ​ຫນໍ​ແກ່ປະ​ຊາ​ຊົນ​ພວກ​ນິ້ ຂໍ​ພຣະ​ອົງ​ຊົງ​ໂຜດ​ໃຫ້​ມົດ​ລູກ​ຂອງ​ເຂົາ​ຕັນ ແລະ​ໃຫ້​ຫົວ​ນົມ​ແຫ້ງ

ການ​ພິ​ພາກ​ສາ​ໂທດ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໃນ ອິສ​ຣາ​ເອນ

15 “ການ​ທຳ​ຊົ່ວ​ທັງ​ປວງ​ຂອງ​ພວກ​ເຂົາ​ໄດ້​ເລິ້ມ​ຕົ້ນ​ທີ່​ເມືອງ​ກິນ​ການ ແມ່ນ​ບ່ອນ​ນັ້ນ​ແຫລະ​ທີ່​ເຮົາ​ເລິ້ມ​ຕົ້ນ​ກຽດ​ຊັງ​ພວກ​ເຂົາ ຍ້ອນ​ວ່າ​ເຂົາ​ກະ​ທຳ​ຊົ່ວ ເຮົາ​ຈະ​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ເຮົາ ຈະ​ບໍ່​ຮັກ​ແພງ​ພວກ​ເຂົາ​ອີກ ຜູ້​ນຳ​ທັງ​ຫມົດ​ຂອງ​ພວກ​ເຂົາ​ໄດ້​ກະ​ບົດ​ຕໍ່​ສູ້​ເຮົາ 16 ເອ​ຟ​ຣາ​ອິມ​ຖືກ​ທຳ​ລາຍ​ເສັຽ​ແລ້ວ ​ເປັນ​ເຫມືອນ​ຮາກ​ພືດ​ທີ່​ຕາຍ​ແລ້ວ ຊຶ່ງ​ຈະ​ບໍ່​ເກີດ​ຫມາກ​ອີກ ພວກ​ເຂົາ​ຈະ​ບໍ່​ມີ​ລູກຫລານ ​ແຕ່​ຖ້າ​ມີ​ເຮົາ​ກໍ​ຈະ​ຂ້າ​ລູກ​ຫລານ​ທີ່ຮັກ​ນັ້ນ​ຖິ້ມ​ເສັຽ”

ຜູ້​ປະ​ກາດ​ພຣະ​ທັມ​ເວົ້າ​ເຖິງອິສ​ຣາ​ເອນ

17 ພຣະ​ເຈົ້າ​ອົງ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ຈະ​ປະ​ຖິ້ມ​ໄພ່​ພົນ​ຂອງ​ພຣະ​ອົງ ເພາະ​ວ່າ​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ພຣະ​ອົງ ແລະ​ຈະ​ກາຍ​ເປັ​ນ​ຄົນ​ພະ​ເນ​ຈອນ​ຢູ່​ໃນ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ

ໂຮເຊອາ 10

1 ປະ​ຊາ​ຊົນ​ອິສ​ຣາ​ເອນ​ເປັນ​ເຫມືອນ​ກົກ​ອະ​ງຸ່ນ​ທີ່​ມີ​ຫມາກ​ດົກ ພວກ​ເຂົາ​ຮັ່ງ​ມີ​ຫລາຍ​ຂຶ້ນ​ເທົ່າ​ໃດ​ກໍ​ສ້າງ​ແທ່ນ​ບູ​ຊາຫ​ລາຍ​ຂຶ້ນ​ເທົ່າ​ນັ້ນ ແຜ່ນ​ດິນ​ຂອງ​ພວກ​ເຂົາ​ໄດ້​ຜົນ​ດີ​ຂຶ້ນ​ເທົ່າ​ໃດ​ກໍ​ສ້າງ​ເສົາ​ສັກ​ສິດ​ສຳ​ລັບ​ຂາ​ບໄຫວ້​ໃຫ້​ງາມ​ຂຶ້ນ​ເທົ່າ​ນັ້ນ ໃຈ​ຂອງ​ພວກ​ເຂົາ​ຈຶ່ງ​ເຕັມ​ໄປ​ດ້ວຍ​ການ​ສໍ້​ໂກງ 2 ບັດ​ນິ້ ພວກ​ເຂົາ​ຈະ​ຕ້ອງ​ໄດ້​ຮັບ​ທຸກ​ຍ້ອນ​ບາບ​ຂອງ​ຕົນ ພຣະ​ເຈົ້າ​ຈະ​ຊົງ​ມ້າງ​ເພ​ແທ່ນ​ບູ​ຊາ​ແລະ​ທຳ​ລາຍ​ເສົາ​ສັກ​ສິດ​ຂອງ​ພວກ​ເຂົາ​ຖິ້ມ 3 ອີກ​ບໍ່​ເຫິງ​ປະ​ຊາ​ຊົນ​ເຫລົ່າ​ນິ້​ຈະ​ເວົ້າ​ວ່າ, “ພວກ​ເຮົາ​ບໍ່​ມີ​ກະ​ສັດ ເພາະ​ວ່າ​ພວ​ກ​ເຮົາ​ບໍ່​ຢຳ​ເກງ​ພຣະ​ຜູ້​ເປັ​ນ​ເຈົ້າ ແຕ່​ຖ້າ​ມີ​ກະ​ສັດ​ ທ່ານ​ຈະ​ເຮັດ​ຫຍັງ​ສຳ​ລັບ​ໃຫ້​ພວກ​ເຮົາ​ໄດ້​ແດ່? 4 ບໍ່​ມີ​ຫຍັງ​ດອກນອກ​ຈາກ​ເວົ້າ ກັບ​ການ​ໃຫ້​ສັນ​ຍາ​ເທັດ​ແລະ​ບໍ່​ມີ​ປ​ໂຍດ ຄວາມ​ຍຸດ​ຕິ​ທັມ​ກໍ​ກາຍ​ເປັນ​ອະ​ຍຸ​ດຕິ​ທັມ​ຊຶ່ງງອກ​ງາມ​ຂຶ້ນ​ເຫມືອນພືດ​ທີ່​ມີ​ພິດ​ທົ່ວ​ທັງ​ປະ​ເທດ” 5 ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນນະ​ຄອນ​ຊາ​ມາ​ເຣັຽ ຈະ​ຢ້ານ​ກົວ​ເປັນ​ທຸກຍ້ອນ​ວ່າ​ສູນ​ເສັຽ​ຮູບ​ງົວ​ຄຳ​ທີ່​ເມືອງ​ເບທາ​ເວນ ພວກ​ເຂົາ​ກັບ​ພວກ​ປະ​ໂຣ​ຫິດ​ຜູ້​ຮັບ​ໃຊ້​ຮຸບ​ນັ້ນ​ຈະ​ໄວ້​ທຸກ​ແລະ​ຮ້ອງ​ຄາງ ຍ້ອນ​ວ່າ​ຮູບ​ນັ້ນ​ສູນ​ເສັຽ​ຄຸນ​ນະ​ພາບ​ເພາະ​ຄຳ​ທີ່​ຫຸ້ມ​ຫໍ່​ກໍ​ຖືກ​ລອກ​ອອກ 6 ຮູບ​ນັ້ນ​ຈະ​ຖືກນໍາໄປ​ຍັງ​ປະ​ເທດ​ອັສຊີ​ເຣັຽ ເພື່ອ​ເປັນ​ເຄື່ອງ​ບັນ​ນາ​ການ​ແກ່​ກະ​ສັດ​ອົງ​ຍິ່ງ​ໃຫຍ່ ເອຟ​ຣາ​ອິມ​ຈະ​ໄດ້​ຮັບ​ຄວາມ​ເສື່ອມ​ເສັຽ ແລະ​ອັບ​ອາຍ​ຂາຍ​ຫນ້າ​ຍ້ອນ​ແຜນ​ການ​ທີ່​ເຂົາ​ປະ​ພຶດ​ນັ້ນ 7 ກະ​ສັດ​ຂອງຊາ​ມາ​ເຣັຽ​ຈະ​ດັບ​ສູນ​ໄປ ເຫມືອນ​ງ່າ​ໄມ້​ທີ່​ຖືກ​ນ້ຳ​ພັດ​ໄປ​ບ່ອນ​ທີ່​ພວກ​ອິສ​ຣາ​ເອນ​ຂາບ​ໄຫວ້​ຮູບ​ຈະ​ຖືກ​ທຳ​ລາຍ​ຖິ້ມ 8 ວິ​ຫານ​ສະ​ຖານ​ສູງ​ຂອງເມືອງ​ອາ​ເວນ ອັນ​ເປັນ​ບາບ​ຂອງ​ອິສ​ຣາ​ເອນ​ຈະ​ຕ້ອງ​ຖືກ​ທຳ​ລາຍ​ຕົ້ນ​ໄມ້​ແລະ​ພືດ​ທີ່​ມີ​ຫນາມ​ຈະ​ປົ່ງ​ຂຶ້ນ​ມາ​ປົກ​ຫຸ້ມແທ່ນ​ບູ​ຊາ​ຂອງ​ເຂົາ ປະ​ຊາ​ຊົນ​ຈະ​ເວົ້າ​ຕໍ່​ພູ​ທັງ​ຫລາຍ​ວ່າ, “ຈົ່ງ​ປິ​ດບັງ​ເຮົາ​ໄວ້” ແລະ​ເວົ້າ​ຕໍ່​ພູ​ນ້ອຍ​ວ່າ, “ຈົ່ງ​ລົ້ມ​ທັບ​ເຮົາ​ເສັຽ” 9 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ວ່າ, “ປະ​ຊາ​ຊົນອິສ​ຣາ​ເອນ​ໄດ້​ເຮັດ​ບາບ​ຕໍ່​ສູ້​ເຮົາ​ຕັ້ງ​ແຕ່​ຄາວ​ຢູ່​ທີ່​ເມືອງ​ກີ​ເບ​ອາ ດັ່ງ​ນັ້ນ ສົ​ງ​ຄາມ​ຈຶ່ງ​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ​ທີ່​ກີ​ເບ​ອາ 10 ເຮົາ​ຈະ​ໂຈມ​ຕີ​ແລະ​ລົງ​ໂທດ​ຄົນ​ບາບ​ເຫລົ່າ​ນິ້ ຊົນ​ຊາດ​ທັງ​ຫລາຍ​ຈະ​ຮ່ວມ​ກັນ​ຕໍ່​ສູ້​ແລະ​ລົງ​ໂທດ​ພວກ​ເຂົາ​ຍ້ອນ​ຄວາມ​ບາບ​ຫນາ​ສາ​ໂຫດ​ທີ່​ພວກ​ເຂົາ​ໄດ້​ກະ​ທຳ​ນັ້ນ 11 ເອ​ຟ​ຣາ​ອິມ​ເປັນ​ເຫມືອນ​ງົວ​ນ້ອຍ​ທີ່​ຝຶກ​ແອບ​ດີ​ແລ້ວ ແລະ​ສາ​ມາດ​ຢຽບ​ເຂົ້າ​ໄດ້​ດີ ແຕ່​ເຮົາ​ໄດ້​ຕົກ​ລົງ​ໃຈ​ເອົາ​ແອກ​ໃສ່​ຄໍ​ອັນ​ງົດງາມ​ຂອງ​ມັນ ​ເພື່ອ​ໃຫ້​ເອ​ຟ​ຣາ​ອິມ​ເຂົ້າ​ທຽມ​ແອກ ​ຢູດາ​ກໍ​ຕ້ອງ​ໄຖ ຢາ​ໂຄບຕ້ອງ​ດຶງ​ຄາດສຳ​ລັບ​ຕົນ​ເອງ 12 ຈົ່ງ​ປູກ​ຄວາມ​ຊອບ​ທັມ​ໄວ້​ສຳ​ລັບ​ຕົນ ແລ້ວຈົ່ງ​ເກັບ​ກ່ຽວ​ຜົນ​ຂອງ​ຄວາມ​ຮັກ​ຫມັ້ນ​ຄົງ ເຈົ້າຈົ່ງ​ຂຸດ​ກົ່ນ​ເອົາ​ດິນ​ໃຫມ່ ເພາະ​ມັນ​ເຖິງ​ເວ​ລາ​ທີ່​ເຈົ້າ​ຈະ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​​ເທ​ພຣະ​ພອນ​ລົງ​ໃສ່​ເຈົ້າ 13 ແຕ່​ແທນ​ທີ່​ຈະ​ເປັນ​ດັ່ງ​ນັ້ນ ພວກ​ເຈົ້າ​ກັບ​ປູກ​ຄວາມ​ຊົ່ວ​ ແລະ​ເກັບ​ກ່ຽວ​ຜົນ​ຊົ່ວ ພວກ​ເຈົ້າ​ໄດ້​ຢູ່​ໄດ້​ກິນ​ຍ້ອນ​ການ​ຕົວະ ເພາະ​ວ່າ​ພວກ​ເຈົ້າ​ໄວ້​ວາງ​ໃຈ​ໃນ​ທາງ​ປະ​ພຶດ ແລະ​ໃນ​ຈຳ​ພວກ​ທະ​ຫານ​ອັນ​ຫລວງ​ຫລາຍ​ຂອງ​ພວກ​ເຈົ້າ 14 ສົງ​ຄາມ​ຈຶ່ງ​ຈະ​ເກີດ​ຂຶ້ນ​ກັບ​ປະ​ຊາ​ຊົນ​ຂອງ​ເຈົ້າ ປ້ອມ​ທັງ​ຫມົດ​ຈະ​ຖືກ​ທຳ​ລາຍ ມັນ​ຈະ​ເປັນ​ຄື​ກັນ​ກັບ​ມື້​ກະ​ສັດ​ຊັນ​ມານ​ຮົບ​ແລະ​ທຳ​ລາຍ​ນະ​ຄອນ​ເບທາ​ເບນ​ນັ້ນ ຈົນ​ເປັນ​ເຫດ​ໃຫ້​ພວກ​ແມ່​ຍິງ​ແລະ​ເດັກ​ນ້ອຍ​ຖືກ​ບົດ​ທຳ​ລາຍ​ໃຫ້​ຫມົດ​ກ້ຽງ​ຕາຍ​ຫມົດ 15 ຊາວ​ເບັດ​ເອນ​ເອີຍ, ສິ່ງ​ນິ້​ແຫລະ​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ ຍ້ອນ​ຄວາມ​ຊົ່ວ​ອັນ​ຮ້າຍ​ແຮງ​ທີ່​ພວກ​ເຈົ້າ​ໄດ້​ກະ​ທຳ ພໍ​ສົງ​ຄາມ​ເລີ້ມ​ລະ​ເບີດ​ຂຶ້ນ​ກະ​ສັດ​ອິສ​ຣາ​ເອນ​ກໍ​ຈະ​ຖືກ​ຕັດ​ຂາກ​ເສັຽ​ຫມົດ​ສິ້ນ”

ໂຮເຊອາ 11

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່ພວກ​ກະ​ບົດ

1 “ຄາວເມື່ອ​ອິສ​ຣາ​ເອນ​ຍັງ​ເປັນ​ເດັກ​ນ້ອຍ ເຮົາ​ກໍ​ຮັກ​ແພງ​ເຂົາ ຕັ້ງ​ແຕ່​ຄາວ​ເຮົາ​ນຳ​ເຂົາ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ ເຮົາ​ໄດ້​ເອີ້ນ​ເຂົາ​ວ່າ​ບຸດ​ຊາຍ​ຂອງ​ເຮົາ 2 ແຕ່​ເມື່ອ​ເຮົາ​ຍິ່ງ​ເອີ້ນ​ພວກ​ເຂົາ​ມາ​ຫາ​ເຮົາ​ຫລາຍ​ເທົ່າ​ໃດ ເຂົາ​ຍິ່ງ​ຫນີ​ຫ່າງ​ຈາກ​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ໄພ່​ພົນ​ຂອງ​ເຮົາ​ໄດ້​ຖວາຍ​ສັຕ​ບູ​ຊາ​ແກ່​ພຣະ​ບາ​ອານ ແລະ​ໄດ້​ເຜົ່າ​ເຄື່ອງ​ຫອມ​ບູ​ຊາ​ຮູບ​ເຄົາ​ຣົບ 3 ເຮົາ​ນິ້​ແຫລະ, ທີ່​ສອ​ນເອ​ຟ​ຣາ​ອິມໃຫ້​ຍ່າງ ແລະ​ອຸ້ມ​ພວ​ກເຂົາ ແຕ່​ພວກ​ເຂົາ​ບໍ່​ຍອມ​ຮັບ​ຮູ້​ວ່າ​ເຮົາ​ເປັນ​ຜູ້​ລ້ຽງ​ດູ​ເຂົາ 4 ເຮົາ​ໄດ້​ໃຊ້​ຄວາມ​ອ່ອນ​ຫວານ​ແລະ​ຄວາມ​ຮັກ​ເປັນ​ເຄື່ອງ​ຊັກ​ຈູງ​ໃຫ້​ເຂົາ​ມາ​ຫາ​ເຮົາ​ ໄດ້​ໂຊມ​ເຂົາ​ລຸກ​ຂຶ້ນ​ແລ້ວກອດ​ແນບ​ໃສ່​ແກ້ມ ແລະ​ໄດ້​ຖ່ອມ​ຕົວ​ລົງ​ມາ​ລ້ຽງ​ດູ​ເຂົາ 5 ພວກ​ເຂົາ​ຈະ​ບໍ່​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ເອ​ຢິບ​ອີກ ແຕ່​ວ່າ​ກະ​ສັດ​ອັສຊີ​ເຣັຽ​ຈະ​ປົກ​ຄອງ​ເຂົາ ເພາະ​ວ່າ​ເຂົາ​ປະ​ຕິ​ເສ​ດບໍ່​ຍອມ​ຄືນ​ໄປ​ຫາ​ເຮົາ 6 ສົງ​ຄາມ​ຈະ​ທຳ​ລາຍ​ຫົວ​ເມືອງ​ແລະ​ໄລ​ປະ​ຕູ​ເມືອງ​ຖິ້ມ ມັນ​ຈະ​ລ້າງ​ຜານ​ໄພ່​ພົນ​ຂອງ​ເຮົາ​ດ້ວຍ ເພາະ​ວ່າ​ພວກ​ເຂົາ​ໄດ້​ເຮັດ​ຕາມ​ແນວ​ທາງ​ຊົ່ວ 7 ພວກ​ເຂົາ​ໄດ້​ຫນີ​ຈາກ​ເຮົາ​ໄປ ເຫດ​ສັນ​ນັ້ນ ພວກ​ເຂົາ​ຈຶ່ງ​ຫນີ​ຈາກ​ຜົນ​ຂອງການ​ກະ​ທຳ​ນັ້ນ​ບໍ່​ໄດ້ ເຂົາ​ຈະ​ຮ້ອງ​ໄຫ້​ຍ້ອນ​ແອກ​ໃນ​ຄໍ ແລະ​ຈະ​ບໍ່​ມີ​ໃຜ​ເອົາ​ມັນ​ອອກ​ໃຫ້​ເຂົາ 8 ໂອ ເອ​ຟ​ຣາ​ອິມ​ເອີຍ, ເຮັດ​ແນວ​ໃດ​ເຮົາ​ຈຶ່ງ​ຈະ​ເຊົາ​ກ່ຽ​ວ​ຂ້ອງ​ເຈົ້າ​ໄດ້ ໂອ ອິສ​ຣາ​ເອນເອີຍ, ຈະ​ປະ​ຖິ້ມ​ເຈົ້າ​ໄດ້​ດ້ວຍ​ວີ​ທີ​ໃດ ຈະ​ທຳ​ລາຍ​ເຈົ້າ​ເຫມືອນ​ເຮົາ​ທຳ​ລາຍ​ເມືອງ​ອັດ​ມາ​ໄດ້​ບໍ ຫລື​ຈະ​ກະ​ທຳ​ຕໍ່​ເຈົ້າ​ເຫມືອນ​ເຮົາ​ກະ​ທຳ​ກັບ​ເມືອງ​ເຊ​ບົວ​ອິມ​ນັ້ນ​ບໍ່ ເຮົາ​ຈະ​ບໍ່​ເຮັດ​ດັ່ງ​ນັ້ນ​ດອກ ຈິດ​ໃຈ​ເຮົາ​ແສນ​ກະ​ວົນ​ກະ​ວາຍ ເພາະ​ວ່າ​ສົງ​ສານ​ພວກ​ເຈົ້າ​ 9 ຈະ​ບໍ່​ລົງ​ໂທດ​ພວກ​ເຈົ້າ​ດ້ວຍ​ຄວາມ​ຄຽດ​ແຄ້ນ ຈະ​ບໍ່​ທຳ​ລາຍເອ​ຟ​ຣາ​ອິມ​ອິກ ເພາະ​ວ່າ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ແມ່ນ​ມະ​ນຸດ ເຮົາ​ຄື​ຜູ້​ບໍ​ຣິ​ສຸດ​ທີ່​ຢູ່​ກັບ​ເຈົ້າ ຈະ​ບໍ່​ມາຫາ​ພວກ​ເຈົ້າ​ດ້ວຍ​ຄວາມ​ຄຽດ​ແຄ້ນ 10 ເຮົາ​ຈະ​ຮ້ອງ​ກຳ​ຮາບ​ເຫມືອນ​ສິງ​ໃສ່​ສັດ​ຕຣູ​ຂອງ​ພວກ​ເຂົາ ໄພ່​ພົນ​ຂອງ​ເຮົາ​ຈະ​ຕິດ​ຕາມ​ເຮົາ​ໄປ ພວກ​ເຂົາ​ຈະ​ຟ້າວ​ມາ​ຫາ​ເຮົາ​ຈາກ​ທິດ​ຕາ​ເວັນ​ຕົກ 11 ມາ​ຈາກ​ປະ​ເທດ​ເອ​ຢິບ​ວ່ອງ​ໄວ​ເຫມືອນ​ນົກ ແລະ​ມາ​ຈາ​ກອັສ​ຊີ​ເຣັຽ​ເຫມືອນ​ນົກ​ເຂົາ ເຮົາ​ຈະ​ນຳ​ພວກ​ເຂົາ​ໄປ​ຍັງ​ບ້ານ​ເຮືອນ​ອີກ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນິ້​ແຫລະ”

ອິສ​ຣາເອນ​ແລະ​ຢູດາ​ຖືກ​ລົງ​ໂທດ

12 “​ເອ​ຟ​ຣາ​ອິມໄດ້​ໃຊ້​ການ​ຕົວະ​ແລະ​ການ​ຫລອກ​ລວງ​ປິດ​ລ​ອ້ມ​ເຮົາ ແລະ​ຊາວຢູດາ​ກໍ​ຍັງ​ເປັນ​ກະ​ບົດ​ຕໍ່​ສູ້​ເຮົາ​ຢູ່ ຄື​ຕໍ່​ສູ້​ຜູ້​ທ່ຽງ​ທັມ ແລະ​ບໍ​ຣິ​ສຸດ

ໂຮເຊອາ 12

1 ທຸກ​ສິ່ງ​ທີ່​ເອ​ຟ​ຣາອິມ​ໄດ້​ກະ​ທຳ​ຕັ້ງ​ແຕ່​ເຊົ້າ​ຈົນ​ຮອດ​ຄ່ຳ​ນັ້ນ​ລ້ວນ​ແຕ່​ບໍ່​ມີ​ປ​ໂຍດ ​ແລະ​ເສັຽຫາຍ​ທັງ​ນັ້ນ ການ​ຕົວະ​ ແລະ​ການ​ກະ​ທຳ​ທີ່​ຮຸນ​ແຮງ​ໄດ້​ມີ​ເພີ້ມ​ຂຶ້ນ​ໃນ​ທ່າມ​ກາງ​ພວກ​ເຂົາ ພວກ​ເຂົາ​ຜູກ​ສຳ​ພັນ​ທະ​ໄມ​ຕ​ຣິ​ກັບ​ອັສ​ຊີ​ເຣັ​ຽ ແລະ​ຕິດ​ຕໍ່​ຊື້​ຂາຍ​ກັບ​ເອ​ຢິບ” 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຟ້ອງ​ຮ້ອງ​ປະ​ຊາ​ຊົນ​ຢູດາ ພຣະ​ອົງ​ຊົງ​ລົງ​ໂທ​ດຢາ​ໂຄບ​ຍ້ອນ​ຄວາມ​ປະ​ພຶດ​ຂອງ​ເຂົາ​ນັ້ນ​ດ້ວຍ ຈະ​ຊົງ​ຕອບ​ແທນ​ຜົນ​ການ​ກະ​ທຳ​ຂອງ​ພວກ​ເຂົາ 3 ເມື່ອ​ຄາວ​ຢາ​ໂຄບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ຍັງ​ຢູ່​ໃນ​ທ້ອງແມ່ ເຂົາ​ຈັບ​ສົ້ນ​ຕີນອ້າຍ​ຂອງ​ຕົນ ເມື່ອ​ເຂົາ​ໃຫຍ່​ແລ້ວ​ກໍ​ສູ້​ກັບ​ພຣະ​ເຈົ້າ ແລະ​ໄດ້​ສູ້​ກັບ​ທູດຂອງ​ພຣະ​ເຈົ້າ​ 4 ເຂົາ​ຕໍ່​ສູ້​ກັບ​ທູດ​ສວັນ​ແລະ​ມີ​ໄຊ​ຊະນະ ເຂົາໄດ້​ຮ້ອງ​ໄຫ້​ແລະ​ທູນ​ຂໍ​ພຣະ​ພອນ ພຣະ​ເຈົ້າ​ຈຶ່ງ​ສະ​ເດັດ​ມາ​ຫາ​ຢາ​ໂຄບ​ທີ່​ເບັດ​ເອນ ​ແລະ​ຊົງ​ກ່າວ​ກັບ​ເຂົາຢູ່​ທີ່​ນັ້ນ 5 ພຣະ​ເຈົ້າ​ແຫ່ງ​ພົນ​ໂຍ​ທາ ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ນາມ​ຂອງ​ພຣະ​ອົງ 6 ໂດຍ​ພຣະ​ອະ​ນຸ​ເຄາະ​ຂອງ​ພຣະ​ເຈົ້າ ເຈົ້າ​ຈົ່ງ​ກັບ​ມາ ​ ​ຍຶດ​ຄວາມຮັກ​ຫມັ້ນ​ຄົງ​ ແລະ​ຄວາມ​ຍຸ​ດຕິ​ທັມໄວ້​ໃຫ້​ຫມັ້ນ ແລະ​ຄອຍ​ຖ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ ຄວາມ​ອົດ​ທົນ

ການ​ພິ​ພາກ​ສາ​ໂທດ​ຄາ​ວ​ຕໍ່​ໄປ

7 ເຂົາ​ເປັນ​ພໍ່​ຄ້າ ໃນ​ມື​ຂອງເຂົາ​ມີ​ຊີງ​ປອມ​ແລະ​ມັກ​ສໍ້​ໂກງ ເຂົາ​ຮັກ​ທີ່​ຈະ​ບີບ​ບັງ​ຄັບ 8 ເອ​ຟ​ຣາ​ອິມ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຮັ່ງ​ມີ ເປັນ​ຄົນ​ໂຊກ​ດີ ແລະ​ບໍ່​ມີ​ໃຜ​ສາ​ມາດ​ຟ້ອງ​ຂ້າ​ພະ​ເຈົ້າ​ທີ່​ຮັ່ງ​ມີ​ຍ້ອນ​ຄວາ​ມບໍ່​ສັດ​ຊື່​ໄດ້” ແຕ່​ຊັບ​ສົມ​ບັດ​ທັງ​ຫມົດ​ຂອງ​ເຂົາ​ບໍ່​ພໍ​ທີ່​ຈະ​ຊຳ​ຮະ​ຄວາມ​ຜິດ​ບາບ​ທີ​ເຂົາ​ໄດ້​ກະ​ທຳ​ໄວ້​ແລ້ວ​ນັ້ນ 9 ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວ​ກ​ເຈົ້າ ຜູ້​ຊຶ່ງ​ນຳ​ພວກ​ເຈົ້າ​ອອກ​ຈາກ​ເອ​ຢິບ ເຣົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ອາ​ໄສ​ຢູ່​ໃນ​ຕູບ​ຜ້າ​ເຕັນ​ອີກເຫມືອນ​ເຄີຍ​ຢູ່​ຄາວ​ເຮົາ​ມາ​ຫາ​ພວກ​ເຈົ້າ​ໃນ​ຖິ່ນ​ກັນ​ດານ​ນັ້ນ 10 ເຮົາ​ໄດ້​ເວົ້າ​ກັບ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໄດ້​ໃຫ້​ເຂົາ​ເຫັນ​ນີ​ມິດ​ຫລາຍ​ຢ່າງ ບັດ​ນິ້​ເຮົາ​ຈະ​ນຳ​ໄພ​ວິ​ບັດ​ຜ່ານ​ມາ​ທາງ​ຜູ້​ປະ​ກາດ​ພຣະ​ທັມ 11 ມີ​ຄວາມ​ຊົ່ວ​​ໃນ​ກີ​ເລ​ອາດ​ຈິງ ເຂົາ​ທັງ​ຫລາຍກໍເປັນ​ອະ​ນິ​ຈັງ ເຂົາ​ເອົາງົວ​ເຖິກ​ຖວາຍ​ບູ​ຊາ​ໃນ​ກິນ​ການ ດັ່ງ​ນັ້ນ​ແທ່ນ​ບູ​ຊາ​ຂອງ​ເຂົາ​​ຈະ​ກາຍ​ເປັນ​ກອງ​ຫີນ​ຢູ່​ໃນ​ທົ່ງ​ກວ້າງ” 12 (ຢາ​ໂຄ​ບ​ຫນີ​ໄປ​ຍັງ​ປະ​ເທດ​ອາ​ຮາມ ອິສ​ຣາ​ເອນ​ໄດ້​ທຳ​ງານ​ເພື່ອ​ຈະ​ໄດ້​ເມັຽທີ່​ນັ້ນ ທ່ານລ້ຽງ​ແກະ​ເພື່ອ​ໃຫ້​ໄດ້​ເມັຽ) 13 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ນຶ່ງ​ນຳ​ຊາວ​ອິສ​ຣາ​ເອນ​ອອກ​ຈາກ​ຄວາມ​ເປັນ​ທາດ​ໃນ​ປະ​ເທດ​ເອ​ຢິບ ຊົງ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ນຶ່ງ​ລ້ຽງ​ດູ​ພວກ​ເຂົາ 14 ເອ​ຟ​ຣາ​ອິມໄດ້​ເຮັດ​ໃຫ້​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ພຣະ​ພິ​ໂຣດ​ຢ່າງ​ຂົມ​ຂື່ນ ພວກ​ເຂົາ​ສົມ​ຄວນ​ຕາຍ​ຍ້ອນ​ການ​ທຳ​ຊົ່ວ​ນັ້ນ ພຣະ​ເຈົ້າ​ຈະ​ບໍ່​ຊົງ​ໃຫ້​ອະ​ພັຍ​ເຂົາ ຈະ​ຊົງ​ລົງ​ໂທດ​ທີ່​ເຂົາ​ນຳ​ຄວາມ​ເສື່ອມ​ເສັຽມາ​ໃຫ້​ພຣະ​ອົງ

ໂຮເຊອາ 13

ການ​ພິ​ພາກ​ສາ​ອິສ​ຣາ​ເອນ​ຄັ້ງ​ສຸດ​ທ້າຍ

1 ເມື່ອ​​ເອ​ຟ​ຣາ​ອິມ​ເວົ້າດ້ວຍ​ຕົວ​ສັ່ນ ພຣະ​ອົງ​ໄດ້​ຊົງ​ຮັບ​ການ​ຍົກ​ຍ້ອງ​ໃນ​ອິສ​ຣາ​ເອນ ແຕ່ເມື່ອ​ເອ​ຟ​ຣາ​ອິມ​ໄດ້​ກະ​ທຳຜິດ​ຍ້ອນ​ຂາບ​ໄຫວ້​ພຣະ​ບາ​ອານ ​ເຂົາ​ຈະ​ຕາຍ​ຍ້ອນ​ການ​ກະ​ທຳ​ນິ້ 2 ເພາະ​ວ່າ​ເຂົາ​ຍັງ​ດຳ​ເນີນ​ຢູ່​ໃນ​ທາງ​ບາບ ແລະ​ຍັງ​ຫລໍ່​ຮູບ​ດ້ວຍ​ໂລ​ຫະ​ໄວ້​ຂາບ​ໄຫວ້ ຄື​ຫລໍ່​ຮູບ​ເງິນ​ໄວ້​ບູ​ຊາ​ຕາມ​ຄວາມ​ຄິດ​ຂອງ​ມະ​ນຸດ ຮູ​ບອັນ​ນັ້ນ​ເຮັດ​ດ້ວຍ​ມື​ຂອງ​ມະ​ນຸດ ແລ້ວ​ພວກ​ເຂົາ​ກໍ​ເວົ້າ​ວ່າ, “ຈົ່ງ​ຖວາຍ​ເຄື່ອງ​ເຜົາ​ບູ​ຊາ​ແກ່​ຮູບ​ເຫລົ່າ​ນິ້” ເບິ່ງ​ແມ໋, ມະ​ນຸດ​ຈູບ​ຮູບ​ລູກ​ງົວ 3 ດັ່ງ​ນັ້ນ ປະ​ຊາ​ຊົນ​ເຫລົ່າ​ນິ້​ຈຶ່ງ​ເຫມືອນ​ນ້ຳ​ຫມອກ​ໃນ​ເວ​ລາ​ເຊົ້າ ຫລື​ເຫມືອນ​ນ້ຳ​ຄ້າງ​ທີ່ຫາຍ​ໄປ​ຕັ້ງ​ແຕ່​ເຊົ້າ ພວກ​ເຂົາ​ຈະ​ເປັນ​ເຫມືອນ​ເຂົ້າ​ລີບ​ທີ່​ລົມ​ພັດ​ມາ​ຈາກ​ລານ​ຟາດ​ເຂົ້າ ແລະ​ເຫມືອນ​ຄວັນ​ທີ່ອອກ​ມາ​ຈາກ​ປ່ອງ​ຢ້​ຽມ 4 ເຮົາ​ຄື ​ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າຂອງ​ເຈົ້າ ຊຶ່ງ​ໄດ້​ນຳ​ພວກ​ເຈົ້າ​ອ​ອກ​ມາ​ຈາກ​ປະ​ເທດ​ເອ​ຢິບ ໃນ​ເວ​ລາ​ນັ້ນ​ພວກ​ເຈົ້າ​ບໍ່​ຮູ້​ຈັກ​ພຣະ​ເຈົ້າ​ອົງ​ໃດ​ນອກ​ຈາກ​ເຮົາ ເຮົາ​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ພົ້ນ​ອົງ​ດຽວ​ຂອງ​ພວກ​ເຈົ້າ 5 ໄດ້​ລ້ຽງ​ດູ​ພວກ​ເຈົ້າ​ໃນ​ປະ​ເທດ​ແຫ້ງ​ແລ້ງ​ແລະ​ຖິ່ນ​ກັນ​ດານ 6 ແຕ່ເມື່ອ​ພວກ​ເຈົ້າ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ດິນ​ດີ​ໄດ້​ກິນ​ອີ່ມບໍ​ຣິ​ບູນ​ແລ້ວ ພວກ​ເຈົ້າ​ກໍ​ກາຍ​ເປັນ​ຄົນ​ອວດ​ດີ​ຈອງ​ຫອງ ແລະ​ລືມ​ເຮົາ 7 ດ້ວຍ​ເຫດ​ນັ້ນ ເຮົາ​ຈຶ່ງ​ຈະ​ໂດດ​ກັດ​ພວກ​ເຈົ້າ​ເຫມືອນ​ດັ່ງ​ສິງ ເຮົາ​ຈະ​ນອນ​ຄອຍ​ຢູ່​ຕາມ​ທາງ​ໄປ​ຂອງ​ເຈົ້າ​ເຫມືອນ​ເສືອ​ດາວ 8 ຈະ​ຄຸບ​ພວກ​ເຈົ້າ​ເຫມືອນ​ຫມີ​ທີ່​ສູນ​ເສັຽ​ລູກ​ຂອງ​ມັນ ຈະ​ຈິກ​ກິນ​ພວກ​ເຈົ້າ​ທັນ​ທີ​ເຫມືອນ​ສິງ ແລະ​ຈະ​ຈີກ​ພວກ​ເຈົ້າ​ອອກ​ເປັນ​ຕ່ອນໆ​ເຫມືອນ​ສັດ​ປ່າ​ຈີກ 9 ໂອ ​ອິສ​ຣາ​ເອນ​ເອີຍ, ເຮົາ​ຈະ​ທຳ​ລາຍ​ພວກ​ເຈົ້າ​ແລ້ວ​ແມ່ນ​ໃຜ​ຈະ​ຊ່ອຍ​ພວກ​ເຈົ້າ​ໄດ້ 10 ພວກ​ເຈົ້າ​ໄດ້​ຮ້ອງ​ຂໍ​ເອົາ​ກະ​ສັດ ​ແລະ​ພວກ​ຜູ້​ນຳ ແຕ່​ພວກ​ເຂົາ​ຈະ​ຊ່ອຍ​ພວກ​ເຈົ້າ​ໄດ້​ຢ່າງ​ໃດ 11 ເຮົາ​ໄດ້​ໃຫ້​ພວກ​ເຈົ້າ​ມີ​ກະ​ສັດ ແລະ​ເອົາ​ຫນິ​ໄປ​ເສັຽ ກໍຍ້ອນ​ຄວາມ​ຮ້າຍ​ຢ່າງ​ຮຸນ​ແຮງ​ຂອງ​ເຮົາ 12 ບາບ​ແລະ​ຄວາມ​ຜິດ​ຂອງ​ເອ​ຟ​ຣາ​ອິມ​ໄດ້​ບັນ​ທຶກ​ໄວ້​ແລ້ວ ການ​ບັນ​ທຶກ​ນິ້​ໄດ້​ເກັບ​ໄວ້​ເປັນ​ຢ່າງ​ດີ 13 ຄວາມ​ເຈັບ​ປວດ​ຂອງ​ຍິງ​ພວກ​ອອ​ກລູກ​ຈະ​ມາ​ເຖິງ​ເຂົາ ແຕ່​ເຂົາ​ເປັນ​ບຸດ​ທີ່​ໂງ່​ຈ້າ ດ້ວຍ​ວ່າ​ເຖິງ​ເວ​ລາ​ແລ້ວ ເຂົາ​ກໍ​ບໍ່​ຍອມ​ຄອດ​ອອກ​ມາ 14 ເຮົາ​ຈະ​ບໍ່​ຊ່ອຍ​ປະ​ຊາ​ຊົນ​ນິ້​ໃຫ້​ພົ້ນ​ຈາກ​ພິ​ພົບ​ຄົນ​ຕາຍ ຫລື​ຊ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ອຳ​ນາດ​ຂອງ​ຄວາມ​ຕາຍ ໂອ ​ຄວາມ​ຕາຍ​ເອີຍ, ຈົ່ງ​ມາ​ພ້ອມ​ກັບ​ໄພ​ວິ​ບັດ​ຂອງ​ເຈົ້າ ໂອ ພິ​ພົບ​ຄົນ​ຕາຍ​ເອີຍ, ຈົ່ງ​ມາ​ພ້ອມ​ກັບ​ການ​ທຳ​ລາຍ​ຂອງ​ເຈົ້າ ຄວາມ​ເມດ​ຕາ​ເອັນ​ດູ​ໄດ້​ຖືກ​ປິດ​ບັງ​ໄວ້​ພົ້ນ​ສາຍ​ຕາ​ຂອງ​ເຮົາ​ແລ້ວ 15 ເຖິງ​ແມ່ນ​ເຂົາ​ຈະ​ອຸ​ດົມ​ສົມ​ບູນ​ຂຶ້ນ​ເຫມືອນ​ຫຍ້າ ເຮົາ​ກໍ​ຈະ​ສົ່ງ​ລົມ​ຮ້ອນ​ຈາກ​ແສງ​ຕາ​ເວັນ​ອອກ​ພັດ​ມາ​ຈາກ​ຖິ່ນ​ກັນ​ດານ ລົມ​ນິ້​ຈະ​ເຮັ​ດ​ໃຫ້​ນ້ຳ​ສ້າງ​ແລະ​ນ້ຳ​ພຸ​ຂອງ​ພວກ​ເຂົາ​ແຫ້ງ​ຫມົດ ມັນ​ຈະ​ພັດ​ເອົາ​ຂອງ​ມີ​ຄ່າ​ທຸກ​ສິ່ງ​ໄປ 16 ຊາ​ມາ​ເຣັຽ​ຕ້ອງ​ຮັບ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ຕົນ ເພາະ​ໄດ້​ກະ​ບົດ​ຕໍ່​ພຣະ​ເຈົ້າ​ຂອງ​ເຂົາ ເຂົາ​ທັງ​ຫລາຍ​ຈະ​ລົ້ມ​ລົງ​ດ້ວຍ​ດາບ ພວກ​ເດັກ​ນ້ອຍ​ຈະ​ຖືກ​ໂຍນ​ລົງ​ດິນ ແລະ​ພວກ​ແມ່​ມານ​ກໍ​ຈະ​ຖືກ​ຂ້າ​ດ້ວຍ​ການ​ຜ່າທ້ອງ”

ໂຮເຊອາ 14

ໂຮ​ເຊອາ​ຂໍ​ຮ້ອງ​ອິສ​ຣາ​ເອນ

1 ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ບາບ​ຂອງ​ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ຕຳ​ສະ​ດຸດ​ລົ້ມ​ລົງ 2 ຈົ່ງ​ນຳ​ຖ້ອຍ​ຄຳ​ມາ​ນຳ ແລະ​ກັບ​ມາ​ຫາ​ພຣະ​ເຈົ້າ ຈົ່ງ​ທູນ​ພຣະ​ອົງ​ວ່າ, “ຂໍ​ຊົງ​ໂຜດ​ຍົກ​ຄວາມຜິດ​ບາບ​ທັງ​ຫມົດ ຂໍ​ຊົງ​ຮັບ​ສິ່ງ​ດີ ຂ້າ​ພຣະ​ອົງ​ຈຶ່ງຈະ​ນຳ​ຜົນ​ຮີມ​ຝີ​ປາກ​ມາ​ຖວາຍ 3 ອັສ​ຊີ​ເຣັຽບໍ່​ເຄີຍ​ຊ່ອຍ​ພວກ​ຂ້າ​ພຣະ​ອົງເລີຍ ຣົດ​ຮົບ​ກໍ​ໃຫ້​ຄວາມ​ຄຸ້ມ​ຄອງ​ພວກ​ຂ້າພຣະ​ອົງ​ບໍ່​ໄດ້ ພວກ​ຂ້າ​ພຣະ​ອົງຈະ​ບໍ່​ກ່າວ​ຕໍ່​ຮູບບູຊາ​ຂອງ​ພວກ​ຂ້າ ພຣະ​ອົງ​ອີກ​ວ່າ, “ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ” ພວ​ກ​ຂ້າ​ພຣະ​ອົງ​ຂໍ​ສາ​ຣະ​ພາບ​ວ່າ ພວກ​ຂ້າ​ພຣະ​ອົງເປັນ​ເຫມືອນ​ລູກ​ກຳ​ພ້າ ແຕ່​ພຣະ​ອົງ​ຊົງ​ເມດ​ຕາ​ຊ່ອຍ​ເຫລືອ​ພວກ​ຂ້າ​ພຣະ​ອົງ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັນ​ຍາ​ວ່າ​ຈະ​ໃຫ້ ອິສ​ຣາ​ເອນ​ມີ​ຊີ​ວິດ​ໃຫມ່

4 ເຮົາ​ຈະ​ນຳ​ໄພ່​ພົນ​ຂອງ​ເຮົາ​ຄືນ​ມາ​ຫາ​ເຮົາ ຈະ​ຮັກ​ພວກ​ເຂົາ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ ເພາະ​ວ່າ​ເຮົາ​ເຊົາ​ຮ້າຍ​ພວກ​ເຂົາ​ແລ້ວ 5 ເຮົາ​ຈະ​ເປັນ​ຄື​ຝົນ​ທີ່​ຕົກ​ລົງ​ມາ​ຍັງ​ດິນ​ແຫ້ງ​ຕໍ່​ປະ​ຊາ​ຊົນ​ອິສ​ຣາ​ເອນ ພວກ​ເຂົາ​ຈະ​ເບີກ​ບານ​ເຫມືອນ ດອກ​ໄມ້ ແລະ​ຮາກ​ຈະ​ຢັ່ງ​ລົງ​ຢ່າງ​ຫມັ້ນ​ຄົງ ຫມືອນ​ກົກ​ໄມ້​ໃນ​ປະ​ເທດ​ເລ​ບານອນ 6 ພວກ​ເຂົາ​ຈະ​ມີ​ຊີ​ວິດ​ຢູ່​ໃນ​ຄວາມ​ຈະ​ເຣີນ​ໃຫມ່ຈະ​ຈົບ​ງາມ​ເຫມືອນ​ກົກ​ຫມາກກອກ​ເທດ ຈະ​ມີ​ກິ່ນ​ຫອມ​ເຫມືອນ​ກົກ​ສົນ​ໃນ​ປະ​ເທດ​ເລ​ບາ​ນອນ 7 ຈະ​ມີ​ຊີ​ວິດ​ຢູ່​ພາຍ​ໄຕ້​ຄວາ​ມຄຸ້ມ​ຄອງ​ຂອງ​ເຣົາ​ອີກເທື່ອ​ນຶ່ງ ຈະ​ອຸດົມ​ສົມ​ບູນ​ເຫມືອນ​ສວນ​ອຸ​ທະ​ຍານ ຈະ​ມີ​ຫມາກ​ຫລາຍ​ເຫມືອນ​ກົກ​ອະ​ງຸ່ນ ແລະ​ມີ​ຊື່​ສຽງ​ເຫມືອນ​ເຫລົ້າ​ອະ​ງຸ່​ນ​ຂອງ​ປະ​ເທດ​ເລ​ບາ​ນອນ 8 ເອ​ຟ​ຣາ​ອິມຈະ​ບໍ່​ກ່ຽວ​ຂ້ອງ​ກັບ​ຮູບ​ບູ​ຊາ​ອີກ ເຮົາ​ຈະ​ຕອບ​ສນອງ​ຄຳ​ອ້ອນວອນ​ຂອງ​ພວກ​ເຂົາ ຈະ​ດູ​ແລ​ຮັກ​ສາ​ພວກ​ເຂົາ ຈະ​ເປັນ​ທີ່​ກຳ​ບັງ​ແດດ​ໃຫ້​ພວກ​ເຂົາ​ເຫມືອນ​ກົກ​ໄມ້​ທີ່​ມີ​ໃບ​ຂຽວ​ສົດ ເຮົາ​ເປັນ​ບໍ່​ເກີດ​ແຫ່ງ​ພອນ​ທັງ​ຫ​​ລາຍ​ຂອງ​ພວກ​ເຂົາ

ຂໍ້​ຄວາມ​ສຸດ​ທ້າຍ

9 ຂໍ​ໃຫ້​ຜູ້​ສ​ລາ​ດທັງ​ຫລາຍ​ເຂົ້າ​ໃຈ​ສິ່ງ​ທີ່​ຂຽນ​ໄວ້​ນິ້ ໃຫ້​ນຳ​ເຂົ້າ​ເຖິງ​ໃຈ ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຖືກ​ຕ້ອງ ຜູ້​ຊອ​ບ​ທັມ​ທັງ​ຫລາຍຍອມ​ດຳ​ເນີນ​ຊີ​ວິດ​ຢູ່​ຕາມ​ທາງ​ນິ້ ສ່ວນ​ຄົນ​ບາບ​ທັງ​ຫລາຍ​ຈະ​ຕຳ​ສະ​ດຸດ​ລົ້ມ ຍ້ອນ​ວ່າ​ເຂົາ​ບໍ່​ເຮັດ​ຕາມ​ທາງ​ນິ້

ໂຢເອນ 1

ສຽງ​ຮ້ອງ​ໄຫ້​ເນື່ອງ​ຈາກ​ຜົນ​ລະ​ປູກ​ຖືກ​ທຳ​ລາຍ

1 ພຣະ​ຄໍາຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ກ່າວ​ຕໍ່​ໂຢ​ເອນ ບຸດຊາຍ​ຂອງ​ເປ​ທູ​ເອນ​ມີ​ດັ່ງ​ນີ້: 2 ພ​ວກ​ຜູ້​ເຖົ້າ​ທັງ​ຫລາຍ ແລະ​ທຸກ​ຄົນ​ໃນ​ແຜ່ນ​ດິນ​ຢູດາ​ຈົ່ງ​ຟັງ​ທ້ອນ ສິ່ງ​ເຫລົ່າ​ນິ້​ເຄີຍ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຈົ້າ ຫລື​ໃນ​ສະ​ໄຫມ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຈົ້າ​ບໍ່? 3 ຈົ່ງ​ເລົ່າ​ເຣື່ອງ​ຕໍ່​ໄປ​ນິ້​ໃຫ້​ລູກ​ຂອງ​ພວກ​ເຈົ້າ​ຮູ້ ເພື່ອ​ພວກ​ເຂົາ​ຈະ​ບອກ​ລູກ​ຂອງ​ເຂົາ ແລະ​ລູກ​ຂອງ​ເຂົາ​ກໍ​ຈະ​ເລົ່າ​ຕໍ່​ໄປ​ໃນ​ພາຍ​ຫນ້າ 4 ພືດ​ຜົນ​ທີ່​ເຫລືອ​ຈາກ​ຕັກ​ແຕນ​ກິນ ພວກ​ແມງ​ໄມ້​ທັງ​ຫລາຍ​ກໍ​ກິນ​ຊ້ຳ 5 ພວກ​ຂີ້​ເຫລົ້າ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ຮ້ອງ​ໄຫ້ ນັກ​ດື່ມ​ເຫລົ້າ​ອະ​ງຸ່ນ​ເອີຍ, ຈົ່ງ​ຮ້ອງ​ຄາງ​ເດີ ເພາະ​ວ່າ​ຫມາກ​ອະ​ງຸ່​ນ​ສຳ​ລັ​ບ​ເຮັດ​ເຫລົ້າ​ຖືກ​ທໍາ​ລາຍ​ຫມົດ​ແລ້ວ 6 ດ້ວຍ​ວ່າ​ກອງ​ທັບ​ຕັກ​ແຕນ​ໄດ້​ໂຈມ​ຕີ​ແຜ່ນ​ດິນ​ຂອງ​ເຣົາ ພວກ​ມັນ​ມີ​ກຳ​ລັງ​ຫ​ລາຍ​ແລະ​ນັບ​ຈຳ​ນວນ​ບໍ່​ຖ້ວນ ແຂ້ວ​ຂອງ​ມັນ​ກໍ​ແຫລມ​ຄົມ​ເຫມືອນ​ແຂ້ວ​ສິງ 7 ມັນ​ໄດ້​ທຳ​ລາຍ​ກົກ​ອະ​ງຸ່ນ​ແລະ​ກົກ​ເດື່ອ​ຂອງ​ເຮົາ ໄດ້​ກັດ​ກິນ​ກາບ​ຫມົດ ຈົນ​ກິ່ງ​ກ້ານ​ຫລ້ອນ​ແກກ​ແຊກ 8 ປະ​ຊາ​ຊົນ​ເອີຍ, ຈົ່ງ​ຮ້ອງ​ໄຫ້​ເຫມືອນ​ຍິງ​ສາວ​ຮ້ອງ​ໄຫ້ ນຳ​ການ​ຕາຍ​ຂອງ​ຊາຍ​ຜູ້​ເປັນ​ຜົວ 9 ຝ່າຍປະ​ໂຣ​ຫິດ​ຜູ້​ຖວາຍ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ ຈົ່ງ​ໂສກ​ເສົ້າ​ທ້ອນ ເພາະ​ວ່າ​ໃນ​ວິ​ຫານ​ບໍ່​ມີ​ເຂົ້າ ຫລື​ເຫລົ້າ​ອະ​ງຸ່ນ​ຖວາຍ​ເລີຍ 10 ທົ່ງ​ນາ​ກໍ​ແປນ​ເປົ່າ ແຜ່ນ​ດິນ​ກໍ​ງຽບ​ເຫງົາ ເພາະ​ວ່າ​ເຂົາ​ຖືກ​ທຳ​ລາຍ ກົກ​ອະ​ງຸ່​ນ​ແລະກົກ​ຫມາກກອກ​ເທດ​ກໍ​ຫ່ຽວ​ແຫ້ງ 11 ຊາວ​ນາ​ທັງ​ຫລາຍ​ເອີຍ, ຈົ່ງ​ໂສກ​ເສົ້າ​ທ້ອນ ຜູ້​ເຝົ້າ​ສວນ​ອະ​ງຸ່ນ​ເອີຍ, ຈົ່ງ​ຮ້ອງ​ໄຫ້​ເດີ ເພາະ​ວ່າ​ເຂົ້າ​ບເ​ລ ເຂົ້າ​ເດື່ອຍ ແລະ​ພືດ​ຜົນ​ທັງ​ປວງ​ຖຶ​ກທຳ​ລາຍ​ຫມົດ​ກ້ຽງ 12 ກົກ​ອະ​ງຸ່ນ​ກໍ​ຫ່ຽວ​ຕາຍ ກົກ​ເດື່ອ​ກໍ​ຮ່ວງ​ໂຮຍ ກົກ​ຫມາ​ກພິ​ລາ ກົກ​ຫມາ​ກ​ພ​ລັມ ກົກ​ຫມາກ​ໂປມ ແລະ​ກົກ​ໄມ້​ທັງ​ປວງ​ໄດ້​ຫ່ຽວ​ແຫ້ງ​ຕາຍ​ໄປ ຄວາມມ່ວນ​ຊື່ນ​ຂອງ​ຄົນ​ທັງ​ຫລາຍ​ກໍ​ສູນ​ຫາຍ​ໄປ​ດ້ວຍ 13 ປະ​ໂຣ​ຫິດ​ຜູ້​ຖວາຍ​ບູ​ຊາ ແລະ​ຮັບ​ໃຊ້​ເທິງ​ແທ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເອີຍ, ຈົ່ງ​ນຸ່ງ​ເຄື່ອງ​ໄວ້​ທຸກ​ເຂົ້າ​ໄປ​ຮ້ອງ​ໄຫ້​ໃນ​ວິ​ຫານ​ຕ​ລອດ​ຄືນ ໃນ​ພຣະ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຈົ້າ ບໍ່​ມີ​ເຂົ້າ​ແລະ​ເຫລົ້າ​ອະ​ງຸ່ນ​ຖວາຍ​ເລີຍ 14 ຈົ່ງ​ຈັດ​ແຈ່ງ​ທຳ​ພິ​ທີ​ອົດ​ອາ​ຫານ ໃຫ້​ເອີ້ນ​ກັນ​ມາ​ຊຸມ​ນຸມ​ເພື່ອ​ຂາບ​ໄຫວ້​ພຣະ​ເຈົ້າ ຈົ່ງ​ເຕົ້າ​ໂຮມ​ບັນ​ດາ​ຜູ້​ນຳ ແລະ​ຊາວ​ຢູດາ​ທັງ​ປວງ​ເຂົ້າ​ໄປ​ຍັງ​ພຣະ​ວິຫານ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ແລ້ວ​ຮ້ອງ​ຂໍ​ຕໍ່​ພຣະ​ອົງ​ທ້ອນ 15 ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ເຂົ້າ​ມາ​ແລ້ວ ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ຈະ​ມາ​ທຳ​ລາຍ​ໃນ​ວັນ​ນັ້ນ ຈະ​ເປັນ​ວັນ​ໂຫດ​ຮ້າຍ​ທີ່​ສຸດ 16 ພືດ​ຜົນລະ​ປູກ​ກໍ​ຖືກ​ທຳ​ລາຍ​ໄປ​ຕໍ່​ຫນ້າ​ຕໍ່​ຕາ​ພ​ວກ​ເຮົາ ຄວາມ​ມ່ວນ​ຊື່ນ​ບໍ່​ມີ​ເລີຍ​ໃນ​ວິ​ຫານ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ 17 ເມັດ​ພືດ​ກໍ​ແຫ້ງ​ຕາຍ​ຢູ່​ໃນ​ດິນ​ແກ່ນ ໃນ​ຍຸ້ງ​ສາງ​ບໍ່​ມີ​ເຂົ້າ​ເລີຍ ເລົ້າ​ເປົ່າ​ກໍ​ຖືກ​ທຳ​ລາຍ​ເສັຽ​ຫາຍ​ຫມົດ 18 ຝູງ​ແກະ​ກໍ​ຫິວ​ໂຫຍ ແລະ​ງົວ​ຄວາຍ​ກໍ​ຮ້ອງ​ຄາງ ຝູງ​ສັດ​ລ້ຽງ​ກໍ​ສັບ​ສົນ​ວຸ້ນ​ວາຍ ເພາະ​ວ່າ​ບໍ່​ມີ​ຫຍັງ​ຈະ​ກິນ ຝູງ​ແກະ​ກໍ​ເປັນ​ທຸກ​ດ້ວຍ 19 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ຮ້ອງ​ທູນ​ພຣະ​ອົງ ເພາະ​ວ່າ​ທົ່ງ​ຫຍ້າ​ແລະ​ກົກ​ໄມ້​ໄດ້​ຫ່ຽວ​ແຫ້ງ​ຕາຍ​ໄປ ເປັນ​ເຫມືອນ​ກັບ​ວ່າ​ໄຟ​ໄດ້​ເຜົາ​ຜານ​ພວກ​ມັນ 20 ແມ່ນ​ແຕ່​ສັດ​ປ່າ​ກໍ​ຮ້ອງ​ທູນ​ພຣະ​ອົງ​ດ້ວຍ ເພາະ​ວ່ານ້ຳ​ໃນ​ຫ້ວຍ​ໄດ້​ແຫ້ງ​ຫມົດ​ໄປ ແລະ​ຫຍ້າ​ໃນ​ທົ່ງ​ກໍ​ຖືກ​ໄຟ​ໄຫມ້​ຫມົດ

ໂຢເອນ 2

ຕັກ​ແຕ​ນ​ເປັນ​ລາງບອກ​ໃຫ້​ຮູ້​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

1 ຈົ່ງ​ເປົ່າ​ແກ​ປຸກ​ຢູ່​ພູ​ຊີ​ໂອນ ເທິງ​ຈອມ​ພູ​ສັກ​ສິດ​ຂອງ​ພຣະ​ເຈົ້າ ຊາວ​ຢູດາ​ທັງ​ປວງ​ຈະ​ຢ້ານ​ສັ່ນ ເພາະ​ວ່າ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ມາ​ໃກ້​ແລ້ວ 2 ວັນ​ນີ້​ຈະ​ມືດ​ແລະ​ເປັນ​ທຸກ ຈະ​ມີ​ເມກ​ຫນາ​ແລະ​ດຳ​ມືດ ຕັກ​ແຕນ​ໄດ້​ບຸກ​ໄປ​ຂ້າງ​ຫນ້າ​ເຫມືອນກອງ​ທັບ​ໃຫຍ່ ເຫມືອນ​ແສງ​ຕາ​ເວັນ​ໃນ​ຕອນ​ເຊົ້າ​ສ່ອງ​ແສງ​ໄປ​ຕາມພູ ບໍ່​ເຄີຍ​ມີ​ສິ່ງ​ໃດ​ເຫມືອນ​ສິ່ງ​ນີ້​ມາ​ກ່ອນ ແລະ​ຈະ​ບໍ່​ມີ​ຢ່າງ​ນິ້​ອີກ​ຈັກ​ເທື່ອ 3 ມັກ​ກິນ​ເຄື່ອງ​ປູກ​ຈົນ​ກ້ຽງ​ເຫມືອນ​ໄປ​ເຜົາ​ຜານ​ແຜ່ນ​ດິນ​ເບື້ອງ​ຫນ້າ​ຂອງ​ມັນ​ເປັນ​ເຫມືອນ​ສວນ​ເອ​ເດນ ແຕ່​ເບື້ອງ​ຫລັງ​ເປັນ​ດິນ​ເປົ່າ​ແປນ ບໍ່​ມີ​ຫຍັງ​ຫນີ​ພົ້ນ​ມັນ​ໄປ​ໄດ້ 4 ຮູບ​ຮ່າງ​ຂອງ​ມັນ​ເຫມືອນ​ມ້າ ມັນ​ແລ່ນ​ເຫມືອນ​ມ້າ​ຮົບ​ແລ່ນ 5 ເມື່ອ​ມັນ​ທະ​ຍານ​ເຕັ້ນ​ຢູ່​ເທິງ​ຈອມ​ພູ ມີ​ສຽງ​ດັງ​ເຫມືອນ​ສຽງ​ຣົດ​ຮົບ ຫລື​ເຫມືອນ​ສຽງ​ໄຟ​ໄຫມ້​ຕໍ​ເຟືອງ​ໃນ​ທົ່ງ​ນາ ມັນ​ມາ​ເປັນ​ແຖວ​ເຫມືອນກອງ​ທັບ​ໃຫຍ່​ຕຽມ​ເຂົ້າ​ສ​ນາມ​ຮົບ 6 ທຸກໆ​ຄົນຢ້ານ​ກົວ​ຈົນ​ຫນ້າ​ຊີດ ​ເມື່ອ​ມັນ​ມາ​ໃກ້ 7 ພວກ​ມັນ​ບຸກ​ໂຈມ​ຕີ​ເຫມືອນ​ນັກ​ຮົບ​ປີນ​ກຳ​ແພງ​ເຫມືອນ​ທະ​ຫານ ຕ່າງ​ກໍ​ເດີນ​ໄປ​ເປັນ​ຖັນ​ແຖວ 8 ຫລື​ບໍ່​ກີດ​ກັນ​ທາງ​ເດີນ​ຊຶ່ງ​ກັນ​ແລະ​ກັນ ມັນ​ບຸກ​ຜ່ານ​ແນວ​ປ້ອງ​ກັນ​ບໍ່​ມີ​ການ​ຢຸດ​ຢັ້ງ 9 ມັນ​ກະ​ໂດດ​ເຂົ້າ​ໄປ​ໂຈມ​ຕີ​ເມືອງ​ແລ່ນ​ຢູ່​ເທິງ​ກຳ​ແພງ ປີນ​ຂື້ນ​ໄປ​ເຮືອນ​ຊານ​ທັງ​ຫລາຍ ແລະ​ລອດ​ປ່ອງ​ຢ້ຽມ​ເຂົາ​ໄປ​ເຫມືອນ​ຂະ​ໂມຍ 10 ແຜ່ນ​ດິນ​ແລະ​ທ້ອງ​ຟ້າ​ສະ​ທ້ານ​ຫວັ່ນ​ໄຫວ​ຍ້ອນ​ມັນ ດວງອາ​ທິດ ແລະ​ດວງ​ຈັນ​ດຳ​ມືດ ດວງ​ດາວ​ທັງ​ຫລາຍ​ບໍ່ສ່ອງ​ແສງ​ອີກ​ຕໍ່​ໄປ 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບັນ​ຊາ​ກອງ​ທັບ​ທີ່​ເຊື່ອ​ຟັງ​ຂອງ​ພຣະ​ອົງ ກອງ​ທັບ​ນິ້​ມີ​ຣິດ​ເດດ​ແລະ​ຈຳ​ນວນ​ຫລາຍ ວັນ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫນ້າ​ຢ້ານ​ກົວ​ຢ່າງ​ນິ້​ແຫລະ, ແມ່ນ​ຜູ້​ໃດ​ຫນໍ​ຈະ​ທົນ​ໄດ້

ພຣະ​ເຈົ້າ​ຊົງ​ເອີ້ນ​ໃຫ້​ປ່ຽນ​ໃຈ​ໃຫມ່

12 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຖິງ​ປານ​ນັ້ນ​ກໍ​ດີ ຈົ່ງ​ກັບ​ໃຈ​ເສັຽ​ໃຫມ່​ດ້ວຍ​ຄວາມ​ເຕັມ​ໃຈ ໃຫ້​ກັບ​ມາ​ຫາ​ເຮົາ ແລ້ວ​ອົດ​ອາ​ຫານ ຮ້ອງ​ໄຫ້​ແລະ​ຮ້ອງ​ຄາງ 13 ຢ່າ​ສະ​ແດງຄວາມ​ເສັຽ​ໃຈ​ດ້ວຍ​ການ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ ແຕ່​ຄວນ​ໃຫ້​ມີ​ໃຈ​ອຸກ​ອັ່ງ​ແທ້ ຈົ່ງ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ພຣະ​ອົງ​ຊົງ​ເຕັມ​ປ່ຽມ​ດ້ວຍ​ຄວາມ​ເມດ​ຕາ​ກະ​ຣຸ​ນາ ຊົງ​ອົດ​ທົນ​ແລະ​ປະ​ຕິ​ບັດ​ຕາມ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ພຣະ​ອົງ ຊົງ​ພ້ອມ​ສ​ເມີ​ທີ່​ຈະ​ໃຫ້​ອະ​ພັຍ​ບາບ​ແລະ​ຍົກ​ໂທດ 14 ບາງ​ທີ ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ອາດ​ຈະ​ຊົງ​ປ່ຽນພຣະ​ທັຍ ແລະ​ຊົງ​ອວຍ​ພຣະ​ພອນ​ໃຫ້​ເຮົາ​ມີ​ເຂົ້າ​ປາ​ອາ​ຫານ​ກິນ​ຢ່າງ​ສົມ​ບູນ ແລ້ວ​ເຮົາ​ກໍ​ຈະ​ໄດ້​ຖວາຍ​ບູ​ຊາ​ເຂົ້າ​ປາ​ອາ​ຫານ ແລະ​ເຫລົ້າ​ອະ​ງຸ່ນ​ແດ່​ພຣະ​ອົງ 15 ຈົ່ງ​ເປົ່າ​ແກ​ເທິງ​ພູ​ຊີ​ໂອນ ເພື່ອ​ຕຽມ​ຕົວ​ອົດ​ອາ​ຫານ​ແລະ​ຮຽກ​ຊຸມ​ນຸມ​ຂາບ​ໄຫວ້​ພຣະ​ເຈົ້າ 16 ຈົ່ງ​ເຕົ້າ​ໂຮມ​ບັນ​ດາ​ປະ​ຊາ​ຊົນ ໃຫ້​ຈັດ​ເອົາ​ເຂົາ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ອັນ​ບໍ​ຣິ​ສຸດ ຈົ່ງ​ນຳ​ພວກເຖົ້າ​ແກ່​ມາໃຫ້​ເຕົ້າ​ໂຮມ​ພວກ​ເດັກ​ນ້ອຍ ແລະ​ເດັກ​ອ່ອນ​ດ້ວຍ ແມ່ນ​ແຕ່​ຜູ້​ແຕ່ງ​ງານ​ໃຫມ່​ກໍ​ຕ້ອງ​ໃຫ້​ອອກ​ຈາກ​ຫ້ອງນອນ​ມາ 17 ພວກ​ປະ​ໂຣ​ຫິດ​ຜູ້​ຮັ​ບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນວິຫານ​ລະ​ຫວ່າງ​ປະ​ຕູ ແລະ​ແທ່ນ​ບູ​ຊາ ຕ້ອງ​ຮ້ອງ​ໄຫ້​ແລະ​ອ້ອນວອນ​ວ່າ, “ຂ້າ​ແດ່​​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສົງ​ສານ​ໄພ່​ພົນ​ຂອງ​ພຣະ​ອົງ​ແດ່​ທ້ອນ ຂໍ​ຢ່າ​ໃຫ້​ຊົນ​ຊາດ​ອື່ນ​ດູ​ຖູກ​ຢຽດຫຍາມ​ພວກ​ຂ້າ​ພຣະ​ອົງ ແລະ​ເວົ້າ​ເຍາະ​ເຍີ້ຍ​ພວກ​ຂ້າ​ພຣະ​ອົງ​ວ່າ ພຣະ​ເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?

ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ​ຄື​ເກົ່າ

18 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ແຜ່ນ​ດິນ​ຂອງ​ພຣະ​ອົງ ແລະ​ຊົງ​ສົງ​ສານ​ໄພ່​ພົນ​ຂອງ​ພຣະ​ອົງ 19 ພຣະ​ອົງ​ຕອບ​ພວກ​ເຂົາ​ວ່າ, “ບັດ​ນິ້ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ເຂົ້າ​ກິນ ມີ​ເຫລົ້າ​ອະ​ງຸ່ນ ແລະ​ນ້ຳ​ມັນ ພວກ​ເຈົ້າ​ຈະ​ໄດ້​ອີ່ມ​ຫນຳ​ສຳ​ຣານ ຊົນ​ຊາດ​ອື່ນ​ຈະ​ບໍ່​ຫມິ່ນ​ປ​ມາດ​ພວກ​ເຈົ້າ​ອີກ​ຕໍ່​ໄປ 20 ເຮົາ​ຈະ​ຂັບ​ໄລ່​ພວກ​ທີ່​ມາ​ຈາກ​ທາງ​ເຫນືອ​ອອກ​ໄປ​ຈາກ​ເຈົ້າ ຈະ​ຂັບ​ໄລ່​ພວກ​ເຂົາ​ບາງ​ຄົນ​ໄປ​ຍັງ​ຖິ່ນ​ກັນ​ດານ ຂະ​ບວນ​ຫນ້າ​ຂອງ​ພວກ​ເຂົາ​ຈະ​ຖືກ​ໄລ່​ໄປ​ທະ​ເລດ້ານ​ຕາ​ເວັນ​ອອກ ຂະ​ບວນ​ຫລັງ​ຈະ​ຕົກ​ໄປ​ທະ​ເລ​ດ້ານ​ຕາ​ເວັນ​ຕົກ ຊາກ​ສົບ​ຂອງ​ພວກ​ເຂົາ​ຈະ​ເຫມັນ​ເນົ່າ ເຮົາ​ເຮັດ​ດັ່ງ​ນິ້ກໍ​ເພາະ​ພວກ​ເຂົາ​ໄດ້​ເຮັດ​ແກ່​ເຈົ້າ 21 “ໂອ ແຜ່ນ​ດີນ​ເອີຍ, ຢ່າ​ສູ່​ຢ້ານ​ເລີຍ ຈົ່ງ​ມ່ວນ​ຊື່ນ​ແລະ​ຍິນ​ດີ​ຖ້ອນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກະ​ທຳ​ການ​ຍິ່ງ​ໃຫຍ່​ສຳລັບ​ພວກ​ເຈົ້າ​ແລ້ວ 22 ສັດ​ທັງ​ຫລາຍ​ເອີຍ ຢ່າ​ສູ່​ຢ້ານ​ເລີຍ ເພາະ​ວ່າ​ຫຍ້າ​ກໍ​ຂຽວ​ສົດ​ແລ້ວ ກົກ​ໄມ້​ກໍ​ເກີດ​ຫມາກ ກົກ​ເດື່ອແລະ​ກົກ​ອະ​ງຸ່ນ​ກໍ​ມີ​ບໍ​ຣິ​ບູນ 23 ຊາວ​ຊີ​ໂມນ​ເອີຍ, ຈົ່ງ​ຍີນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ພຣະ​ອົງ​ຊົງ​ໂຜດ​ເທ​ຝົນ​ລົງ​ມາ​ໃຫ້​ພວກ​ເຈົ້າ​ຖືກ​ຕ້ອງ​ຕາມ​ຣະ​ດູ​ການ ຄື​ຝົນ​ຕົ້ນ​ຣະ​ດູ ແລະ​ປາຍ​ຣະ​ດູ​ຢ່າງ​ແຕ່​ກ່ອນ 24 ໃນ​ລານ​ຈະ​ມີ​ເຂົ້າ​ເຕັມ​ບໍ​ຣິ​ບູນ ອ່າງ​ຢູ່​ຂ້າງ​ເຄື່ອງ​ບີບ​ຈະ​ເຕັມ​ລົ້ນ​ດ້ວຍນ້ຳ​ອະ​ງຸ່ນ ແລະ​ນ້ຳ​ມັນ 25 ສິ່ງ​ທີ່​ເຈົ້າ​ສູນ​ເສັຽ​ໃນ​ປີ​ຕັກ​ແຕນ​ກິນ​ເຄື່ອງ​ປູກ​ຂອງ​ເຈົ້າ​ນັ້ນ ເຮົາ​ຈະ​ທົດ​ແທນ​ໃຫ້​ ແມ່ນ​ເຮົາ​ເອງ​ທີ່​ສົ່ງ​ກອງ​ທັບ​ຕັກ​ແຕນ​ນິ້​ມາ​ທຳ​ລາຍ​ພວກ​ເຈົ້າ 26 ບັດ​ນິ້ ພວກ​ເຈົ້າ​ຈະ​ມີ​ອາ​ຫານ​ກິນ​ອີ່ມ​ຫນຳ​ສຳ​ຣານ ເຈົ້າ​ຈົ່ງ​ສັຣ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ຜູ້​ຊົງ​ເຮັດ​ການ​ອັ​ດສະ​ຈັນ​ສຳ​ລັບ​ພວກ​ເຈົ້າ ໄພ່​ພົນ​ຂອງ​ເຮົາ​ຈະ​ບໍ່​ຖືກ​ດູ​ຖູກ​ຢຽບຫຍາມ​ອີກ 27 ອິສ​ຣາ​ເອນ​ເອີຍ, ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ຖ້າມ​ກາງ​ພວກ​ເຈົ້າ​ແລະ​ຮູ້​ວ່າ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ບໍ່​ມີ​ພຣະ​ເຈົ້າ​ອື່ນ​ອີກນອກ​ຈາກ​ເຮົາ ໄພ່​ພົນ​ຂອງ​ເຮົາ​ຈະ​ບໍ່​ຖືກ​ດູ​ຖູກ​ຢຽບ​ຫຍາມ​ອີກ

ພຣະ​ເຈົ້າ​ຊົງ​ປະ​ທານ​ພຣະ​ວິນ​ຍານ

28 ຫລັງ​ຈາກ​ນັ້ນ ເຮົາ​ຈະ​ໃຫ້​ຄົນ​ທັງ​ປວງ​ໄດ້​ຮັບ​ພຣະ​ວິນ​ຍານ​ຂອງ​ເຮົາ ບຸດ​ຊາຍ​ຍິງ​ຂອງ​ພວກ​ເຈົ້າ​ຈະ​ປະ​ກາດ​ພຣະ​ຄຳ​ຂອງ​ເຮົາ ພວກ​ຄົນ​ເຖົ້າກໍ​ຈະ​ຝັນ ແລະ​ພວກ​ຄົນ​ຫນຸ່ມ​ກໍ​ຈະ​ເຫັນ​ນີ​ມິດ 29 ໃນ​ເວ​ລາ​ນັ້ນ ຄົນ​ໃຊ້​ຊາຍ​ຍິງ​ທັງຫລາຍ ຈະ​ໄດ້​ຮັບ​ພຣະ​ວິນຍານ​ຂອງ​ເຮົາ

ຄຳ​ຕັກ​ເຕືອນ​ກ່ຽວ​ກັບ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

30 ເຮົາ​ຈະ​ເຮັດ​ການ​ອັ​ດສະ​ຈັນ​ໃນ​ທ້ອງ​ຟ້າ​ແລະ​ແຜ່ນ​ດິນ ຄື​ຈະ​ມີ​ເລືອດ ​ມີ​ໄຟ​ ແລະ​ຄວັນ​ເມກ 31 ດວງອາ​ທິດ​ຈະ​ດຳ​ມືດ ດວງ​ຈັນ​ຈະ​ກາຍ​ເປັນ​ສີ​ແດງ​ເຫມືອນ​ເລືອດ ກ່ອນ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ​ຫນ້າ​ຢ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ 32 ແຕ່​ຄົນ​ທັງ​ປວງ​ທີ່​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປອດ​ພັຍ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຈະ​ມີ​ຜູ້​ພົ້ນ​ໄດ້​ເທິງ​ພູ​ຊີ​ໂອນ ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ຄົນ​ເຫລົ່າ​ນິ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເລືອກ​ຈະ​ລອດ​ພົ້ນ​ໄດ້”

ໂຢເອນ 3

ການ​ຕັດ​ສິນ​ຊົນ​ຊາດ​ທັງ​ຫລາຍ

1 ໃນ​ເວ​ລາ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ຊົນ​ຊາດ​ຢູດາ ແລະ​ເຢ​ຣູ​ຊາ​ເລັມ​ອຸ​ດົມ​ສົມ​ບູນ 2 ເຮົາ​ຈະ​ເຕົ້າ​ໂຮມ​ຊົນ​ຊາດ​ທັງ​ປວງ ແລະ​ນຳ​ເຂົາ​ໄປ​ຍັງ​ຮ່ອມ​ພູ​ເຢ​ໂຣ​ຊາ​ຟັດ ເພື່ອ​ພິ​ພາກ​ສາ​ເຂົາ​ໃນ​ທີ່​ນັ້ນ ເພາະ​ວ່າ​ເຂົາ​ທັງ​ປວງ​ໄດ້​ທຳ​ຕໍ່​ໄພ່​ພົນ​ຂອງ​ເຮົາ ເຂົາ​ໄດ້​ທຳໃຫ້​ຊາວ​ອິສ​ຣາ​ເອນ​ກະ​ຈັດ​ກະ​ຈາຍ​ໄປ​ໃນ​ຕ່າງ​ປະ​ເທດ ແລະ​ໄດ້​ແບ່ງ​ແຜ່ນ​ດິນ​ອິສ​ຣາ​ເອນ​ຂອງ​ເຮົາ 3 ພວກ​ເຂົາ​ໄດ້​ຈົກ​ສະ​ຫລາກ​ເອົາ​ພວກ​ຊະ​ເລີຍ​ໄປ​ຂາຍ ແລະ​ຂາຍ​ເດັກ​ຊາຍ​ຍິງ​ໄປ​ເປັນ​ທາດ ເພື່ອ​ເອົາ​ເງິນ​ມາ​ກິນ​ເຫລົ້າ​ແລະ​ຫລິ້ນ​ສາວ 4 ເມືອງ​ຕີ​ເຣ ເມືອງ​ຊີ​ໂດນ ແລະ​ທົ່ວ​ປະ​ເທດ​ຟີ​ລິ​ສ​ຕິນ​ເອີຍ, ພວກ​ເຈົ້າ​ຢາກ​ຈະ​ເຮັດ​ຫຍັງ​ກັບ​ເຮົາ ຢາກ​ຈະ​ແກ້​ແຄ້ນ​ເຮົາ​ບໍ່? ຖ້າ​ເຈົ້າ​ຈະ​ຄິດ​ແກ້​ແຄ້ນ​ເຮົາ ເຮົາ​ຈະ​ຕອບ​ແທນ​ການ​ກະ​ທຳ​ນັ້ນ​ໃນ​ທັນ​ທີ 5 ເຈົ້າ​ໄດ້​ຂົນ​ເອົາ​ເງິນ​ຄຳ​ຂອງ​ເຮົາ​ໄປ ແລະ​ເອົາ​ຂອງ​ມີ​ຄ່າ​ຂອງ​ເຣົາ​ໄປ​ຍັງ​ວິ​ຫານ​ທັງ​ຫລາຍ​ຂອງ​ພວກ​ເຈົ້າ 6 ໄດ້​ເອົາປະ​ຊາ​ຊົນ​ຢູດາ ແລະ​ເຢ​ຣູ​ຊາ​ເລັມ​ໄປ​ຈາກ​ປະ​ເທດ​ຂອງ​ເຮົາ ເພື່ອ​ຂາຍ​ເຂົາ​ໃຫ້​ແກ່​ຊາວກ​ຣິກ 7 ບັດ​ນິ້ ເຮົາ​ຈະ​ນຳ​ເຂົາ​ອອກ​ຈາກ​ບ່ອນ​ທີ່​ເຈົ້າ​ຂາຍ​ເຂົາ​ໄວ້​ນັ້ນ ຈະ​ທຳ​ຕໍ່​ເຈົ້າ​ເຫມືອນ​ເຈົ້າ​ໄດ້​ທຳ​ຕໍ່​ເຂົາ 8 ຈະ​ຂາຍ​ບຸດ​ຊາຍ​ຍິງ​ຂອງ​ພວກ​ເຈົ້າ​ໃຫ້​ຊາວ​ຢູດາ ແລ້ວ​ຊາວ​ຢູດາ​ຈະ​ຂາຍ​ເຂົາ​ຕໍ່​ໄປ​ໃຫ້​ຊາວ​ຊາ​ເບ​ອານ​ທີ່​ຢູ່​ຫ່າງ​ໄກ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນິ້​ແຫລະ

ພິ​ພາກ​ສາ​ໃນ​ຮ່ອມ​ພູ​ຂອງ​ເຢ​ໂຮ​ຊາ​ຟັດ

9 ຈົ່ງ​ປະ​ກາດ​ຂໍ້​ຄວາມ​ນິ້​ໃຫ້​ນາໆ​ຊາດ​ຮູ້ ຄື​ຈົ່ງ​ຈັດ​ຕຽມ​ການ​ຮົບ​ແລະ​ຮຽກ​ລະ​ດົມ​ພົນ​ໃຫ້​ທະ​ຫານ​ທັງ​ຫມົດ​ມາ​ໂຮມ​ກັນ 10 ຈົ່ງ​ຕີ​ຫມາກ​ສົບ​ໄຖ​ຂອງ​ເຈົ້າ​ໃຫ້​ເປັນ​ດາບ​ ກ່ຽວ​ຂອງ​ເຈົ້າກໍ​ໃຫ້​ຕີ​ເປັນ​ຫອກ ແມ່ນ​ແຕ່​ຄົນ​ອ່ອນ​ແອ​ກໍ​ຕ້ອງ​ລຸກ​ຂຶ້ນ​ສູ້ 11 ຊົນ​ຊາດ​ທັງ​ປວງ​ທີ່​ຢູ່​ອ້ອມ​ແອ້ມ​ຈົ່ງ​ມາ​ໄວໆ ໃຫ້​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຮ່ອມ​ພູ​ນັ້ນ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໂຜດ​ຊົງ​ນຳ​ທັບ​ອັນ​ເກັ່ງ​ກ້າ​ຂອງ​ພຣະ​ອົງ​ລົງ​ມາ 12 ຊົນ​ຊາດ​ທັງ​ຫລາຍ​ຕ້ອງ​ຕຽມ​ພ້ອມ​ມາ​ຍັງ​ຮ່ອມ​ພູ​ເຢ​ໂຮ​ຊາຟັດ ຢູ່​ທີ່​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພິ​ພາກ​ສາ​ຊົນ​ຊາດ​ທັງ​ປວງ​ທີ່​ຢູ່​ອ້ອມ​ແອ້ມ​ນັ້ນ 13 ພວກ​ເຂົາ​ຊົ່ວ​ຮ້າຍ​ຫລາຍ ໃຫ້​ຕັດ​ເຂົາ​ເຫມືອນ​ກັບ​ກ່ຽວ​ເຂົ້າ ຈົ່ງ​ບີບ​ເຂົາ​ເຫມືອນ​ເຄື່ອງ​ບີບໆ​ຫມາກ ອະ​ງຸ່ນ​ທີ່​ໄດ້​ທຳ​ໃຫ້​ນ້ຳ​ໄຫລ​ລົງ​ຈົນ​ລົ້ນ​ອ່າງ 14 ມະ​ຫາ​ຊົນ​ຈຳ​ນວນ​ຫລາຍ ຢູ່​ໃນ​ຮ່ອມ​ພູ​ແຫ່ງ​ການ​ພິ​ພາກ​ສາ ໃນ​ທີ່​ນັ້ນ ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ເຂົ້າ​ມາ​ແລ້ວ 15 ດວງ​ຕາ​ເວັນ ແລະ​ດວງ​ຈັນ​ຈະ​ມືດ​ໄປ ດາວ​ທັງ​ຫລາຍ​ກໍ​ບໍ່​ສ່ອງ​ແສງ​ອີກ

ພຣະ​ເຈົ້າ​ຊົງ​ອວຍ​ພອນ​ຊາວ​ຢູດາ

16 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັ່ງ​ພຣະ​ສຸ​ຣະ​ສຽງ​ຈາກ​ພູ​ຊີ​ໂອນ ຊົງ​ຮ້ອງ​ສຽງ​ດັງ​ສະ​ຫນັ່ນ​ຈາກ​ເຢ​ຣູ​ຊາ​ເລັມ ຈົນ​ແຜ່ນ​ດິນ​ແລະ​ທ້ອງ​ຟ້າ​ສະ​ທ້ານ​ຫວັ່ນ​ໄຫວ ແຕ່​ພຣະ​ອົງ​ຈະ​ເປັນ​ກຳ​ແພ​ງ​ປ້ອງ​ກັນ​ປະ​ຊາ​ຊົນ​ອິສ​ຣາ​ເອນ 17 ອິສ​ຣາ​ເອນເອີຍ, ແລ້ວ​ພ​ວກ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ເຮົາ​ຢູ່​ເທິງ​ພູ​ຊີ​ໂອນ​ອັນ​ສັກ​ສິດ​ຂອງ​ເຮົາ ເຢ​ຣູ​ຊາ​ເລັມ​ຈະ​ເປັນ​ນະ​ຄອນ​ທີ່​ສັກ​ສິດ ຊາວ​ຕ່າງ​ປະ​ເທດ​ຈະ​ບໍ່​ຊະ​ນະ​ອີກ 18 ໃນ​ເວ​ລາ​ນັ້ນ ເທີງ​ພູ​ຈະ​ເຕັມ​ໄປ​ດ້ວຍ​ກົກ​ອະ​ງຸ່ນ ແລະ​ສັດ​ລ້ຽງ​ທັງ​ຫລາຍ ຊາວ​ຢູ​ດາ​ຈະ​ມີ​ນ້ຳ​ຢ່າງບໍ​ຣິ​ບູນ ແມ່​ນ້ຳ​ຈະ​ໄຫລ​ຈາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ນ້ຳ​ນັ້ນ​ຈະ​ໄຫລ​ຜ່ານ​ຮ່ອມ​ພູ​ກົກ​ກະ​ຖິນ 19 ປະ​ເທດ​ເອ​ຢິບ​ຈະ​ກາຍ​ເປັນ​ຖິ່ນ​ກັນ​ດານ ເມືອງ​ເອ​ໂດມ​ຈະ​ຖືກ​ທຳ​ລາຍ​ກ້ຽງ ເພາະ​ວ່າ​ເຂົາ​ໂຈມ​ຕີ​ປະ​ເທດ​ຢູດາ ແລະ​ຂ້າ​ປະ​ຊາ​ຊົນ​ຜູ້​ບໍ່​ມີ​ຄວາມ​ຜິດ​ໃນ​ເມືອງ​ນັ້ນ 20 ຊາວ​ຢູດາ​ແລະ​ເຢ​ຣູ​ຊາ​ເລັມ​ຈະ​ອາ​ໄສຢູ່​ໃນ​ທີ່​ນັ້ນຕ​ລອ​ດໄປ 21 ເຮົາ​ຈະ​ແກ້​ແຄ້ນ​ແທນ​ຜູ້​ທີ່​ຖືກ​ຂ້າ ຈະ​ບໍ່​ປາ​ນີ​ຜູ້​ທີ່​ທຳຜິດ ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ຊົງ​ສະ​ຖິດ​ຢູ່​ເທິງ​ພູ​ຊີ​ໂອນ​ນັ້ນ

ອາໂມດ 1

1 ຕໍ່​ໄປ​ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ອາ​ໂມ​ສ ຊຶ່ງ​ເປັນ​ຜູ້​ລ້ຽງ​ແກະ​ຄົນ​ນຶ່ງ​ໃນ​ເມືອງ​ເຕ​ໂກ​ອາ ກ່ອນ​ແຜ່ນ​ດິນ​ໄຫວ​ສອງ​ປີ ພຣະ​ເຈົ້າ​ໄດ້​ນຳ​ຂ່າວ​ມາ​ໃຫ້​ອາ​ໂມ​ສ​ທາງ​ ນິ​ມິດ ຊຶ່ງ​ເປັນ​ຄາວ​ອຸ​ສ​ຊີ​ຢາ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ຢູ​ດາ ແລະ​ໃນ​ຄາວ​ທີ່​ເຢ​ໂຣ​ໂບ​ອາມ​ບຸດ​ຂອງ​ໂຢ​ອັ​ສ ເປັນ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ

ພຣະ​ເຈົ້າ​ຊົງ​ພິ​ພາກ​ສາ​ປະ​ເທດ​ໃກ້ຄຽງ​ຂອງ ອິສ​ຣາ​ເອນ ປະ​ເທດຊີ​ເຣັຽ

2 ອາ​ໂມ​ສ​ໄດ້​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສົ່ງ​ສຽງ​ຮ້ອງ​ມາ​ຈາກ​ພູ​ຊີໂອນ ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ຍັງ​ດັງ​ກ້ອງ​ຈາກ​ເມືອງ​ເຢ​ຣູ​ຊາ​ເລັມ ໃນ​ເວລາ​ນັ້ນ ປ່າ​ຫຍ້າ​ທັງ​ຫລາຍ​ກໍ​ຫ່ຽວ​ແຫ້ງ ແລະ​ຫຍ້າ​ຂຽວ​ສົດ​ຢູ່​ເທິງ​ຈອມ​ພູ​ກາຣ໌​ເມນ​ກໍ​ລ່າ​ເຫລືອງ​ລົງ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ດາ​ມັ​ສ​ກັ​ສ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່​ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ທຳ​ການ​ໂຫດ​ຮ້າຍ​ຕໍ່​ພວກ​ກິ​ເລ​ອາດ 4 ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ໄຟ​ໄຫມ້​ຣາ​ຊ​ອາ​ນາ​ຈັກຊີ​ເຣັຽ (ຮາ​ຊາ​ເອນ) ແລະ​ພຣະ​ຣາ​ຊວັງ​ຂອງ​ເຈົ້າ​ຊີ​ວິດ​ເບນ​ຮາ​ດັດ 5 ເຮົາ​ຈະ​ທຳ​ລາຍ​ປະ​ຕູ​ເມືອງ​ດາ​ມັ​ສ​ກັ​ສ​ໃຫ້​ແຕກ​ທະ​ລາຍ​ລົງ ເຮົາ​ຈະ​ຂັບ​ໄລ່​ພວກຜູ້​ປົກ​ຄອງ​ຮ່ອມ​ພູ​ອາ​ເວນ ແລະ​ເບດ​ເອເດນ​ອອກ​ຫນີ ແລ້ວ​ພວກ​ຊີ​ເຣັຽ​ຈະ​ຖືກກວາດ​ລ້າງ​ໄປ​ເປັນ​ຊະ​ເລີຍ​ຢູ່​ໃນ​ເມືອງ ກີ​ຣ໌

ປະ​ເທດ​ຟີ​ລິ​ສ​ຕິນ

6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ພວກ​ກາ​ຊາ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວ​ກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ຍາດ​ເອົາ​ຊົນ​ຊາດ​ອື່ນໆ 7 ແລ້ວມອບ​ເຂົາ​ໄວ້​ໃນ​ກຳ​ມື​ຂອງ​ຊາວ​ເອ​ໂດມ ດັ່ງ​ນັ້ນ ເຣົາ​ຈະ​ທຳ​ໃຫ້​ກຳ​ແພງ​ເມືອງ​ກາ​ຊາ 8 ຮວມ​ທັງ​ພຣະ​ຣາ​ຊວັງ​ຂອງ​ເມືອງ​ອັ​ສ​ໂດດ ແລະ​ເມືອງ​ອັ​ສ​ເກ​ໂຣນອອກ​ຫນີ ເຮົາ​ຈະ​ໃຊ້​ກຳ​ລັງ​ຕໍ່​ສູ້​ເມືອງ​ເອກ​ໂຣນ ແລະ​ຊາວ​ຟີ​ລິ​ສ​ຕິນ​ທຸກ​ຄົນ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ​ຕ້ອງ​ຕາຍ”

ເມືອງ​ຕີ​ເຣ

9 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ເມືອງ​ຕີ​ເຣ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຣົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ເພາະ​ວ່າ​ພວ​ກ​ເຂົາ​ໄດ້​ຈັບ​ປະ​ຊາ​ຊົນ​ໄປ​ເປັນ​ຊະ​ເລີຍ​ທີ່​ເມືອງ​ເອ​ໂດມ ພວ​ກເຂົາ​ບໍ່​ໄດ້​ຖື​ສັນ​ຍາ​ມິດ​ຕະ​ພາບ​ທີ່​ພວກ​ເຂົາ​ໄດ້​ທຳ​ເອົາ​ໄວ້​ກັບ​ປະ​ຊາ​ຊົນ​ເຫລົ່າ​ນີ້ 10 ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ກຳ​ແພງ​ເມືອງ​ຕີ​ເຣ ຮວມ​ທັງ​ພຣະ​ຣາ​ຊວັງ​ຂອງ​ເມືອງ​ນັ້ນ​ຖືກ​ເຜົາ​ຜານ​ທຳ​ລາຍ​ດ້ວຍ​ໄຟ​ອຸ​ບາດ

ປະ​ເທດ​ເອໂດມ

11 ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ​ວ່າ, “ຊາວ​ເອ​ໂດມ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພກວ​ເຂົາ​ໄດ້​ໄລ່​ຕິດ​ຕາມ​ຂ້າ​ຍາດ​ຕິ​ພີ່​ນ້ອງ​ຂອງ​ເຂົາ ຄື​ອິສ​ຣາ​ເອນ ພວກ​ເຂົາ​ຂາດ​ຄວາມ​ເມດ​ຕາ​ຈິດ ແລະ​ບໍ່​ຍອມ​ລະ​ຖິ້ມ​ຄວາມ​ໂຫດ​ຮ້າຍ​ຂອງ​ພວກ​ເຂົາ​ຈັກ​ເທື່ອ 12 ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ໄຟ​ໄຫມ້ ເຕ​ມານ ແລະ​ຈູດ​ທຳ​ລາຍ​ພຣະ​ຣາ​ຊວັງ​ຂອງ​ເມືອງ​ໂບ​ຊຣາ

ຊາ​ວ​ອັມ​ໂມ​ນ

13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ອັມ​ໂມນ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຣົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ຜ່າ​ຕັດ​ທ້ອງ​ຜູ້​ຍິງ​ແມ່​ມານ​ໃນ​ເມືອງ​ກີ​ເລ​ອາດ ແລະ​ໂລ​ບ​ເອົາ​ດິນ​ແດນ​ຂອງ​ແຂວງ​ນັ້ນ 14 ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ກຳ​ແພງ​ເມືອງ​ຣັບ​ບາ ຮວມ​ທັງ​ພຣະ​ຣາ​ຊວັງ​ຂອງ​ເມືອງ​ນັ້ນ​ຖືກ​ເຜົາ​ຜານ​ທຳ​ລາຍ​ດ້ວຍໄຟ​ອຸ​ບາດ ໃນ​ມື້​ຂອງ​ການສູ້​ຮົບ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງ​ສະ​ຫນັ່ນ ແລະ​ການ​ສູ້​ຮົບ​ຈະ​ດຸ​ເດືອດ​ດັ່ງ​ລົມ​ພະ​ຍຸ 15 ຄັນ​ແລ້ວ​ເຈົ້າ​ຊີ​ວິດ​ພ້ອມ​ທັງ​ນາຍ​ທະ​ຫານ​ທັງ​ຫມົດ​ຂອງ​ເຂົາ ກໍ​ຈະ​ກາຍ​ໄປ​ເປັນ​ຊະ​ເລີຍ​ເສິກ”

ອາໂມດ 2

ປະ​ເທດ​ໂມ​ອາບ

1 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ໂມ​ອາບ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວ​ກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ເຜົາ​ກະ​ດູກ​ເຈົ້າ​ຊີ​ວິດ​ປະ​ເທດ​ເອໂດມ​ຈົນ​ເປັນ​ຝຸ່ນ​ຄື​ປູນ 2 ເຮົາ​ຈະ​ທຳ​ໃຫ້​ໄຟ​ໄຫມ້​ພຣະ​ຣາ​ຊວັງ​ຂອງ​ເມືອງ​ເກ​ຣີ​ໂອ​ທ​ປະ​ເທດ​ໂມ​ອາບ ແລະ​ຊາວ​ໂມ​ອາບ​ຈະ​ຕາຍ​ໄປ​ໃນ​ຖ້າມ​ກາງ​ອຶກ​ກະ​ທຶກ​ຄຶກ​ໂຄມ ຂອງ​ການ​ສູ້ຮົບ ສ່ວນ​ພວກ​ທະ​ຫານ​ກໍ​ໂຮ່​ຮ້ອງ​ໂວຍ​ວາຍ ແລະ​ສຽງ​ແກ​ດັ່ງ​ສະ​ຫນັ່ນ​ຫວັ່ນ​ໄຫວ​ຂຶ້ນ 3 ແລ້ວ​ເຮົາ​ຈະ​ຂ້າ​ຜູ້​ປົກ​ຄອງ​ປະ​ເທດ​ໂມອາບ ພ້ອມ​ທັງ​ຜູ້​ນຳ​ທຸກໆ​ຄົນ​ໃນ​ປະ​ເທດ​ນັ້ນ

ປະ​ເທດ​ຢູ​ດາ

4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າ​ວວ່າ, “ຊາວ​ຢູ​ດາ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ປະ​ຫມາດ​ຂໍ້​ບັນ​ຍັດ​ແລະ​ບໍ່​ຖື​ຮັກ​ສາ​ຄຳ​ສັ່ງ​ຂອງ​ເຮົາ ພວກ​ເຂົາ​ຫລົງ​ເດີນ​ທາງ​ຜິດ ຄື​ຕິດ​ຕາມ​ພຣະ​ອື່ນ​ທີ່​ພວກ​ບັນ​ພະ​ບຸ​ຣຸດ​ເຄີ​ຍຖື​ມາ 5 ດັ່ງ​ນັ້ນ ເຮົາ​ຈະ​ທຳ​ໃຫ້​ໄຟ​ໄຫມ້​ພຣະ​ຣາ​ຊວັງ​ກຸງເຢ​ຣູ​ຊາ​ເລັມ ໃນ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ​ນີ້

ພຣະ​ເຈົ້າ​ຊົງ​ຕັດ​ສິນ​ປະ​ເທດ​ອິສ​ຣາ​ເອນ

6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ພວກ​ອິສ​ຣາ​ເອນ​ໄດ້​ທຳ​ຜິດ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ ເຮົາ​ຈະ​ລົງ​ໂທດ​ພວກ​ເຂົາ​ຢ່າງ​ແນ່ນອນ ກໍ​ຍ້ອນ​ວ່າ​ພວກ​ເຂົາ​ຂາຍ​ຄົນ​ຊອບ​ທັມ​ທີ່​ພຽງ​ແຕ່​ເປັນ​ຫນີ້​ເຂົາ​ເທົ່າ​ນັ້ນ ແລະ​ຂາຍ​ຄົນ​ທຸກ​ຍາກ​ໄປ​ເປັນ​ທາດ ເພາະ​ວ່າ​ເຂົາ​ບໍ່​ມີ​ເງິນ​ຄ່າ​ເກີບ​ພ​ຽງ​ຄູ່​ດຽວ 7 ພວກ​ເຂົາ​ຢຽບ​ຢໍ່າ​ຜູ້​ທີ່​ອ່ອນ​ແອ ແລະ​ຜູ້​ທີ່​ສິ້ນ​ເນື້ອ​ປະ​ດາ​ຕົວ ພ້ອມ​ທັງ​ລັກ​ໂລບ​ເອົາ​ທີ່​ທຳ​ມາ​ຫາ​ກິນ​ຂອງ​ຄົນ​ທຸກ​ຈົນ ສ່ວນ​ພວກ​ຄົນ​ຫນຸ່ມ​ແລະ​ຄົນ​ເຖົ້າ​ແກ່​ກໍ​ພາ​ກັນ​ໄປ​ພົບ​ຍິ​ງໂສ​ເພ​ນີ​ທີ່​ວິ​ຫານ ຊຶ່ງ​ເປັນ​ການ​ຫມິ່ນ​ປມາດ​ນາມ​ຊື່​ອັນ​ບໍ​ຣິ​ສຸດ​ຂອງ​ເຮົາ 8 ໃນ​ສະ​ຖານ​ທີ່​ນະ​ມັ​ສ​ການ ພວກ​ເຂົາ​ພາກັນ​ນອນ​ເຕັງ​ເສື້ອ​ຜ້າ​ທີ່​ຄົນ​ມາ​ຈຳ​ນຳ ແລະ​ໄດ້​ໂລບ​ເອົາ​ເຫລົ້າ​ອະ​ງຸ່ນ​ຈາກ​ລູກ​ຫນີ້​ມາ​ດື່ມ​ພາຍ​ໃນ​ວິ​ຫານ 9 ຍ້ອນ​ພວກ​ເຂົາ​ເຫລົ່າ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ທຳ​ລາຍ​ຊາວ​ອາ​ໂມ​ຣິດ​ທີ່​ສູງ​ດັ່ງ​ຕົ້ນ​ໄມ້ ແລະ​ແຂງ​ດັ່ງ​ຕົ້ນ​ກໍ່​ໃຫ້​ຫມົດ​ສິ້ນ​ໄປ 10 ປະ​ຊາ​ຊົນ​ຂອງ​ເຮົາ​ເອີຍ, ເຣົາ​ໄດ້​ນຳ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ ໂດຍ​ພາ​ພວກ​ເຈົ້າ​ທ່ອງ​ທ່ຽວ​ໄປ​ມາ​ໃນ​ຖິ່ນ​ກັນ​ດານ​ເປັນ​ເວ​ລາ​ສີ່​ສິບ​ປີ ແລ້ວ​ເຮົາ​ໄດ້​ມອບ​ແຜ່ນ​ດິ​ນຂອງ​ຊາວ​ອາ​ໂມ​ຣິດ​ໃຫ້​ເປັນ​ກຳ​ມະ​ສິດ​ຂອງ​ພວກ​ເຈົ້າ 11 ເຮົາ​ໄດ້​ເລືອກ​ເອົາ​ລູກ​ຊາຍ​ຂອງ​ພວກ​ເຈົ້າບາງ​ຄົນ​ໃຫ້​ເປັນ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໃຫ້ຊາຍ​ຫນຸ່ມ​ບາງ​ຄົນ​ໃນ​ພວກ​ເຈົ້າ​ເປັນ​ຄົນ​ນາ​ຊີ​ຣີ ຊາວ​ອິສ​ຣາ​ເອນ​ເອີຍ, ສິ່ງ​ນີ້​ເປັນ​ຄວາມ​ຈິງ​ຫລື​ບໍ? ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 12 ແຕ່​ວ່າ​ພວກ​ເຈົ້າ​ໃຫ້​ຄົນ​ນາ​ຊີ​ຣີ​ດື່ມ​ເຫລົ້າ ແລະ​ຫ້າມ​ປາມ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ບໍ່​ໃຫ້​ປະ​ກາດ​ຂ່າວ​ຂອງ​ເຮົາ 13 ແລະ​ບັດ​ນີ້ ເຮົາ​ຈະ​ບີບ​ບັງ​ຄັບ​ພວກ​ເຈົ້າ​ດັ່ງ​ກວຽນ​ໃສ່​ເຂົ້າ​ຫນັກ​ຢຽບ​ເຕັງ​ດິນ 14 ໃນ​ມື້​ນັ້ນ ພວກ​ທີ່​ແລ່ນ​ວ່ອງ​ໄວ​ກໍ​ບໍ່​ສາມາດ​ແລ່ນ​ຫນີ​ພົ້ນ​ໄປ​ໄດ້ ຜູ້​ທີ່​ແຂງ​ແຮງ​ກໍ​ຈະ​ສູນ​ເສັຽກຳ​ລັງ ແລະ​ພວກ​ທີ່​ອົງ​ອາດ​ກ້າ​ຫານ​ກໍ​ບໍ່​ສາ​ມາດ​ຊ່ອຍ​ຊີ​ວິດ​ຂອງ​ຕົນ​ເອງ​ໃຫ້​ພົ້ນ​ພັຍ​ໄດ້ 15 ສ່ວນ​ຄົນ​ຍິງ​ທະ​ນູ​ກໍ​ບໍ່​ສາ​ມາດ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ຂອງ​ຕົນ​ເອງ​ໄດ້ ນັກ​ແລ່ນ​ໄວ້​ກໍ​ບໍ່​ຫນີ​ຫວິດ​ໄປ​ໄດ້ ແລະ​ຄົນ​ຂີ່​ມ້າ​ກໍ​ບໍ່​ສາ​ມາດ​ຫອບ​ເອົາ​ຊີ​ວິດ​ຂອງ​ຕົນ​ຫວິດ​ໄປ​ໄດ້​ເຊັ່ນ​ດຽວ 16 ແມ່ນ​ແຕ່​ທະ​ຫານ​ຜູ້​ອົງ​ອາດກ້າ​ຫານ​ທີ່​ສຸດ​ກໍ​ຕ້ອງ​ເປືອຍ​ຕົວ​ປົບ​ຫນີ​ໄປ” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້​ແຫລະ

ອາໂມດ 3

1 ຊາວ​ອິສ​ຣາ​ເອນ​ທັງ​ຫລາຍ​ເອີຍ, ຈົ່ງ​ຟັງ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້​ກ່ຽວ​ກັບ​ພວກ​ເຈົ້າ​ວ່າ, “ເຈົ້າ​ເປັນ​ຄອບ​ຄົວ​ຂອງ​ເຣົາ ທີ່​ເຮົາ​ໄດ້​ນຳ​ອອກ​ມາ​ຈາກ​ປະ​ເທດ​ເອຢິບ​ໃນ​ຈຳ​ນວນ​ຄອບ​ຄົວ​ທັງ​ຫລາຍ​ໃນ​ໂລກ​ນີ້ 2 ພວກ​ເຈົ້າ​ເປັນ​ຄອບ​ຄົວ​ດຽວ​ທີ່​ເຮົາ​ຮູ້​ຈັກ​ແລະ​ໄດ້​ປົກ​ປັ​ກ​ຮັ​ກ​ສາ​ມາ ສະ​ນັ້ນ​ເຮົາ​ຈະ​ລົງ​ໂທດ​ພວກ​ເຈົ້າ ຍ້ອນ​ຄວາມ​ຜິດ​ທັງ​ຫລາຍ​ທີ່​ພວກ​ເຈົ້າ​ໄດ້​ເຮັດ”

ວຽກ​ງານ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ

3 ສອງ​ຄົນ​ທີ່​ອອກ​ເດີນ​ທາງ​ໄປ​ນຳ​ກັນ​ໂດຍ​ປາ​ສ​ຈາກ​ການ​ຕົກ​ລົງ​ກັນ​ກ່ອນ​ຈະ​ໄດ້​ຫລື​ບໍ? 4 ຖ້າ​ສິງ​ບໍ່​ໄດ້​ພົບ​ເຫຍື່ອ ມັນ​ຈະ​ຮ້ອງ​ບໍ? ສິງ​ຫນຸ່ມ​ຈະ​ຮ້ອງ​ຄາງ​ໃນຖ້ຳ​ຫລື​ບໍ ຖ້າ​ມັນບໍ່​ໄດ້​ຈັບ​ຄຸບ​ສິ່ງ​ໃດ? 5 ນົກ​ຈະ​ຖືກ​ກັບ​ດັກ​ເທິງ​ດິນ​ໄດ້​ບໍ ຖ້າບໍ່​ມີ​ເຫຍື່ອ​ລໍ້​ມັນ? ກັບ​ດັກ​ຈະ​ລັ່ນ​ບໍ ຖ້າ​ວ່າ​ບໍ່​ມີ​ສິ່ງ​ໃດ​ເຂົ້າໄປ​ໃນ​ກັບ​ນັ້ນ? 6 ສຽງ​ແກ​ບຸກ​ໂຈມ​ຕີ​ດັງ​ຂຶ້ນ​ໃນ​ກາງ​ເມືອງ ໂດຍ​ບໍ່​ໃຫ້​ປະ​ຊາ​ຊົນ​ຢ້ານ​ກົວ​ຈະ​ເປັນ​ໄປ​ໄດ້​ບໍ? ເຫດ​ການ​ອັນ​ຫນ້າ​ຢ້ານ​ເກີດ​ຂຶ້ນ​ໃນ​ເມືອງ​ນຶ່ງ ໂດຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ກະ​ທຳ​ຈະ​ເປັນ​ໄປ​ໄດ້​ບໍ? 7 ຕາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ກະ​ທຳ​ສິ່ງ​ໃດ ໂດຍ​ບໍ່​ໄດ້​ບອ​ກ​ແຜນ​ການຂອງ​ພຣະ​ອົງ​ໃຫ້​ຜູ້​ປະ​ກາດ​ພຣະ​ທັມ ຊຶ່ງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຮູ້​ກ່ອນ 8 ເມື່ອ​ໄດ້​ຍິນ​ສຽງ​ສິງ​ຮ້ອງ​ຂຶ້ນ ແມ່ນ​ໃຜ​ຈະ​ລະ​ງັບ​ຄວາມ​ຢ້ານ​ໄວ້​ໄດ້? ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ແລ້ວ ໃຜ​ຈະ​ກ້າ​ປະ​ຕິ​ເສດ​ການ​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ?

ກຸງ​ຊາ​ມາ​ເຣັຽ​ຖືກ​ພິ​ນາດ​ຈິບ​ຫາຍ

9 ຈົ່ງ​ຖະ​ແຫລງຖ້ອຍ​ຄຳໃຫ້​ຜູ້​ທີ່​ຢູ່​ໃນ​ພຣະ​ຣາ​ຊວັງ​ເມືອງອັ​ສ​ໂດດ ແລະ​ປະ​ເທດ​ເອຢິບ​ຊາບ​ວ່າ, “ຈົ່ງ​ພາ​ກັນ​ທ້ອນ​ໂຮມ​ຢູ່​ກຸງ​ຊາມາ​ເຣັຽ​ເສັຽກ່ອນ ເພື່ອ​ພິ​ຈາ​ຣະ​ນາ​ເບິ່ງ​ເຫດການ​ວຸ້ນ​ວາຍ​ອັນ​ຍິ່ງ​ໃຫຍ່​ຢູ່​ທີ່​ນັ້ນ ພ້ອມ​ທັງການ​ກົດ​ຂີ່​ຂົ່ມ​ເຫັງ​ທ່​ມີ​ຢູ່ໃນ​ເມືອງ​ນັ້ນ” 10 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ປະ​ຊາ​ຊົນ​ເຫລົ່າ​ນີ້​ໄດ້​ຢູ່​ໃນ​ຫໍ​ໂຮງ​ຫລັງ​ໃຫຍ່​ທີ່​ເຕັມ​ໄປ​ດ້ວຍ​ເຄື່ອງ​ຂອງ​ທີ່​ປຸ້ນ​ແລະ​ລັກ​ເອົາ​ມາ ພວກ​ເຂົາ​ບໍ່​ຮູ້​ຈັກ​ປະ​ພຶດ​ຕົວ​ຢ່າງ​ສັດ​ຊື່​ເລີຍ 11 ເພາະ​ສະ​ນັ້ນ ພວກ​ສັດ​ຕ​ຣູ​ຈະ​ມາ​ອ້ອມ​ປະ​ເທດ​ຂອງ​ເຂົາ ແລະ​ທຳ​ລາຍ​ກຳ​ແພງ​ປ້ອງ​ກັນ ແລ້ວ​ປຸ້ນ​ເອົາ​ສິ່ງ​ຂອງ​ໃນ​ຫໍ​ໂຮງ​ຫລັງ​ໃຫຍ່​ນັ້ນ​ໄປ” 12 ພຣະ​ຜູ້​ເປັນ​ເຈົ້າ​ຊົງກ່າວ​ວ່າ, “ເມື່ອ​ແກະ​ຕົວ​ນຶ່ງ​ຖືກ​ສິງ​ກັດ​ກິນ ຜູ້​ລ້ຽງ​ແກະ​ຍາດ​ເອົາ​ພຽງ​ແຕ່​ຂາ​ສອງ​ເບື້ອງ​ແລະ​ຫູ​ໃບນຶ່ງ​ໄດ້​ສັ​ນ​ໃດ ຝ່າຍ​ພຣະ​ເຈົ້າ​ກໍ​ຈະ​ຊ່ອຍ​ເຫລືອ​ຊາວ​ອິສ​ຣາ​ເອນ​ພຽງ​ແຕ່​ສ່ວນ​ນ້ອຍໆ​ທີ່​ອາ​ໄສຢູ່​ໃນ​ກຸງ​ຊາ​ມາ​ເຣັຽ​ໃຫ້​ພົ້ນ​ພັຍ​ໄດ້​ສັນ​ນັ້ນ” 13 ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ວ່າ, “ບັດ​ນີ້​ຈົ່ງ​ຟັງ​ແລະ​ບອກ​ເຕືອນ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ວ່າ 14 ໃນ​ມື້​ທີ່​ເຮົາ​ລົງ​ໂທດ​ພວກ​ອິສ​ຣາ​ເອນ​ຍ້ອນ​ຄວາມ​ບາບ​ຂອງ​ເຂົາ ເຣົາ​ຈະ​ທຳ​ລາຍ​ແທ່ນ​ບູ​ຊາ​ຂອງ​ເມືອງ​ເບັດ​ເອນ ຄື​ທຳ​ລາຍ​ແຈ​ທັງ​ສີ່​ຂອງ​ແທ່ນ​ນັ້ນ 15 ເຮົາ​ຈະ​ທຳ​ລາຍ​ເຮືອນ​ພັກ​ຣະ​ດູ​ຫນາວ ແລະ​ເຮືອນ​ພັກ​ຣະ​ດູ​ຮ້ອນ ສ່ວນ​ເຮືອນ​ທີ່​ຕົກ​ແຕ່ງ​ດ້ວຍງ່າ​ຈະ​ລົ້ມ​ລົງ​ເປັນ​ເຮືອນ​ຮ້າງ ແລະ​ເຮືອນ​ໃຫຍ່​ທຸກໆ​ຫລັງ​ຈະ​ຖືກ​ທຳ​ລາຍ”

ອາໂມດ 4

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຍິງ​ຊາວ​ຊາ​ມາ​ເຣັຽ​ເອີຍ ຈົ່ງ​ຟັງ​ເທີນ ພວ​ກ​ເຈົ້າ​ໄດ້​ອ້ວນ​ພີ​ເຫມືອນ​ງົວ​ທີ່​ລ້ຽງ​ໄວ້​ຢ່າງ​ດີ ພວກ​ເຈົ້າ​ຂົ່ມ​ເຫັງ​ຄົນ​ອ່ອນ​ແອ ຢຽບ​ຢໍ່າ​ຄົນ​ຈົນ ແລະ​ບອກ​ຜົວ​ໃຫ້​ເອົາ​ເຫລົ້າ​ມາ​ກິນ” 2 ຍ້ອນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບໍ​ຣິ​ສຸດ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ຢ່າງ​ເດັດ​ຂາດ​ວ່າ “ວັນ​ທັງ​ຫລາຍ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ຄື​ພວກ​ສັດ​ຕ​ຣູ​ຈະ​ເອົາ​ຂໍ​ເກາະລາກ​ແກ່​ພວກ​ເຈົ້າ​ໄປ ແຕ່​ລະ​ຄົນ​ໃນ​ພວກ​ເຈົ້າ​ຈະ​ເປັນ​ເຫມືອນປາ​ຖືກ​ເບັດ 3 ແລ້ວ​ພວກ​ເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ​ທາງ​ບ່ອນ​ກຳ​ແພງ​ທີ່​ແຕກ​ເພ ແລະ​ຈະ​ຖືກ​ໂຍນ​ຖິ້ມ​ອອກນອກ” ນີ້​ແຫລະ, ຄື​ຖ້ອຍຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້

ພວ​ກອິສ​ຣາ​ເອນ​ບໍ່​ເຂົ້າ​ໃຈ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ອິສ​ຣາ​ເອນ​ເອີຍ, ໃຫ້​ພາ​ກັນ​ໄປ​ເຣັດ​ຜິດ​ສາ ຄື​ເຮັດ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ເມືອງ​ເບັດ​ເອນ ແລະ​ໄປ​ເຮັດ​ຜິດ​ທີ່​ເມືອງ​ກິນການ​ຫລາຍກວ່າ​ເກົ່າ​ອີກ ໃຫ້​ພວກ​ເຈົ້າ​ນຳ​ເອົາ​ສັດ​ມາ​ຖວາຍ​ທຸກໆ​ມື້​ໃນ​ຕອນ​ເຊົ້າ ແລະ​ທຸກໆ​ສາມ​ມື້​ໃດ​ໃຫ້​ນຳ​ເອົາ​ສິ່ງ​ຂອງ​ນຶ່ງ​ສ່ວນ​ສິບ​ຂອງ​ເຈົ້າ​ເຂົ້າ​ມາ​ຖວາຍ​ຄື​ກັນ 5 ​ໃຫ້​ເອົາເຂົ້າ​ຈີ່​ມາ​ຖວາຍ​ເປັນ​ການ​ຂອບ​ພຣະ​ຄຸນ​ແລະ​ໃຫ້​ຖວາຍ​ຕາມ​ໃຈ​ສ​ມັກ​ຂອງ​ພວກ​ເຈົ້າ​ສາ ເພາະ​ພວກ​ເຈົ້າ​ອວດ​ຕົວ ແລະ​ກາ​ນເຮັດ​ຢ່າງ​ນີ້​ມັນ​ກໍ​ຖືກ​ໃຈ​ພວກ​ເຈົ້າ” 6 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ແມ່ນ​ເຮົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ນຳ​ເອົາ​ຄວາມ​ອຶດ​ຢາກ​ມາ​ສູ່​ເມືອງ​ທັງ​ຫລາຍ​ຂອງ​ພວກ​ເຈົ້າ ເພື່ອ​ວ່າ​ບໍ່​ໃຫ້​ພວກ​ເຈົ້າ​ມີ​ອາ​ຫານ​ກິນ ແຕ່​ພວກ​ເຈົ້າ​ກໍບໍ່​ຍອມ​ກັບ​ຄືນ​ມາ​ຫາເຮົາ 7 ເຮົາ​ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ຝົນ​ຕົກ​ຕາມ​ຕົ້ນ​ເຂົ້າ​ຕ້ອງ​ການ ເຮົາ​ໄດ້​ເຮັດ​ໃຫ້​ຝົນ​ຕົກ​ລົງ​ໃສ່​ແຕ່​ບາງ​ເມືອງ​ເທົ່າ​ນັ້ນ ໂດຍ​ບໍ່​ໃຫ້​ຕົກ​ໃສ່​ເມືອງ​ອື່ນ ສ່ວນ​ຕາມ​ທົ່ງ​ນາ​ກໍ​ຈະ​ຖືກ​ຝົນ​ຕົກ​ລົງ​ເປັນ​ບາງ​ບ່ອນ ແຕ່​ວ່າ​ບ່ອນ​ໃດ​ທີ່​ບໍ່​ມີ​ນ້ຳ​ຝົນ ຜົນ​ລະ​ປູກ​ກໍ​ບໍ່​ງອກ​ງາມ​ຂຶ້ນ​ໄດ້ ຍ້ອນຂາດ​ນ້ຳ 8 ປະ​ຊາ​ຊົນ​ໃນ​ສອງ​ສາມ​ຫົວ​ເມືອງ​ກໍ​ພາ​ກັນ​ໄປ​ຊອກ​ຫາ​ດື່ມ​ນ້ຳ​ໃນ​ເມືອງໃກ້​ຄຽງ ແຕ່​ນ້ຳ​ກໍ​ບໍ່​ມີ​ພຽງ​ພໍ​ຈະ​ກິນ ແຕ່​ເຖິງ​ປານ​ນັ້ນ ພວກ​ເຈົ້າ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ​ຫາ​ເຣົາ” 9 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ໃຫ້​ພ​ຍາດ​ນາໆ​ຊະ​ນິດ​ຂອງ​ຕົ້ນ​ໄມ້ ຄື​ເພັ້ຽດຳ​ແລະ​ເພັ້ຽ​ແດງ​ມາ​ທຳ​ລາຍ​ຜົນ​ລະ​ປູກ​ຂອງ​ພວກ​ເຈົ້າ ຝູງ​ຕັກ​ແຕນ​ໄດ້​ກິນ​ຜັກ​ແລະ​ຕົ້ນ​ອະ​ງຸ່ນ​ຂອງ​ພວກ​ເຈົ້າ ພ້ອມ​ທັງ​ຕົ້ນ​ເດື່ອ​ເທດ ຕົ້ນ​ຫມາກກອກ ແຕ່​ເຖິງ​ປານ​ນັ້ນ​ພວກ​ເຈົ້າ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ​ຫາ​ເຮົາ 10 ເຣົາ​ໄດ້​ທຳ​ໃຫ້​ໂຣກ​ລະ​ບາດ​ຕົກ​ຖ້າມ​ກາງ​ພວກ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ທຳ​ກັບ​ພວກ​ເອ​ຢິບ​ມາ​ຄັ້ງ​ນຶ່ງ​ແລ້ວ ເຮົາ​ໄດ້​ຂ້າ​ຊາຍ​ຫນຸ່ມ​ຫລາຍ​ຄົນ​ໃນ​ສ​ນາມ​ຮົບ​ແລະ​ຈັບ​ເອົາ​ມ້າ​ຂອງ​ພວກ​ເຈົ້າ ພາຍ​ໃນ​ຄ້າຍ​ພັກ​ອາ​ໄສ​ຂອງ​ພວກ​ເຈົ້າ ເຮົາ​ໄດ້​ເຮັດ​ໃຫ້​ເກີດ​ມີ​ກິ່ນ​ເຫມັນ​ເພື່ອ​ໃຫ້​ພວກ​ເຈົ້າ​ດົມ ແຕ່​ເຖິງ​ປານ​ນັ້ນ ພວກ​ເຈົ້າ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ​ຫາ​ເຮົາ 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຣົາ​ໄດ້​ທຳ​ລາຍ​ບາງ​ຄົນ​ໃນ​ພວກ​ເຈົ້າ ດັ່ງ​ທຳ​ລາຍ​ເມືອງ​ໂຊ​ໂດມ​ແລະ​ເມືອງ​ໂກ​ໂມ​ຣາ ພວກ​ເຈົ້າ​ປຽບ​ເຫມືອນດົ້ນ​ຟືນ​ທີ່​ເອົາ​ມາ​ຈາກກອງ​ໄຟ​ກຳ​ລັງ​ໄຫມ້​ຢູ່ ເຖິງ​ປານ​ນັ້ນ​ພວ​ກ​ເຈົ້າ​ກໍ​ຍັງ​ບໍ່​ກັບ​ຄືນ​ມາ​ຫາເຮົາ 12 ດັ່ງ​ນັ້ນ ຊາວ​ອິສ​ຣາ​ເອນ​ເອີຍ, ເຮົາ​ກຳ​ລັງ​ຈະ​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ກັບ​ພວກ​ເຈົ້າ ດ້ວຍ​ເຫດ​ນີ້ ພວ​ກ​ເຈົ້າ​ຈຶ່ງ​ຕຽມ​ຕົວ​ເຂົ້າ​ເຝົ້າ​ຊ້ອ​ງ​ພຣະ​ພັກ​ແຫ່ງ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ” 13 ພຣະ​ເຈົ້າ​ເປັນ​ພຣະ​ຜູ້​ສ້າງ​ພູ​ທັງ​ຫລາຍ​ແລະ​ບັນ​ດານ​ໃຫ້​ເກີດ​ລົມ ພຣະ​ອົງຊົງ​ໃຫ້​ມະ​ນຸດ​ຮູ້​ຈັກ​ຄວາມ​ຄິດ​ຂອງ​ພຣະ​ອົງ ຊົງ​ປ່ຽນ​ກາງ​ເວັນ​ໃຫ້​ເປັນ​ກາງ​ຄືນ ຊົງ​ເປັນ​ມະ​ຫາ​ກະ​ສັດ​ປົກ​ຄອງ​ທົ່ວ​ທັງ​ໂລກນີ້ ພຣະ​ນາມ​ຂອງ​ພຣະ​ອົງ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຈັກ​ກະ​ວານ

ອາໂມດ 5

ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ອິສ​ຣາ​ເອນ​ກັບ​ໃຈ

1 ຊາວ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ຟັງ​ເພງ​ໄວ້​ອາ​ໄລ​ນີ້​ເທີນ 2 “ອິສ​ຣາ​ເອນ​ເຫມືອນ​ຍິງ​ສາວ​ທີ່​ລົ້ມ​ແລ້ວ​ຈະ​ລຸກ​ຂຶ້ນ​ມາ​ອີກ​ບໍ່​ໄດ້ ນາງນອນ​ຢຽດ​ຢູ່​ເທິງ​ດິນ​ໂດຍ​ບໍ່ມີ​ຜູ້​ໃດ​ຊ່ອຍ​ດຶງ​ລຸກ​ຂຶ້ນ” 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເມືອງ​ນຶ່ງ​ໃນ​ອິສ​ຣາ​ເອນ ທ່ານ​ໄດ້​ສົ່ງ​ທະ​ຫານ​ພັນ​ຄົນ​ອອກ​ໄປ ແຕ່​ມີ​ພຽງ​ຮ້ອຍ​ຄົນ​ເທົ່າ​ນັ້ນ​ທີ່​ກັບ​ຄືນ​ມາ ແລະ​ເມືອງ​ອື່ນໆ​ກໍ​ສົ່ງ​ທະ​ຫານ​ຮ້ອ​ຍຄົນ​ອອກ​ໄປ ແຕ່​ມີ​ພຽງ​ສິບ​ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ກັບ​ຄືນ​ມາ” 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າຕໍ່​ພວກ​ອິສ​ຣາ​ເອນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ ແລະ​ພວກ​ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່ 5 ຢ່າ​ພາ​ກັນ​ໄປ​ນະ​ມັ​ສ​ການ​ທີ່ເມືອງ​ເບ​ເອີ​ເຊ​ບາ ແລະ​ຢ່າ​ໄປ​ຊອກ​ຫາ​ເຮົາ​ທີ່​ເບັ​ດ​ເອນ ເພາະ​ວ່າ​ເບັດ​ເອນ​ຈະ​ບໍ່​ມີ ຢ່າ​ໄປ​ເມືອງ​ກິນ​ການ ເພາະ​ວ່າ​ຄົນ​ໃນ​ເມືອງ​ນັ້ນ​ໄດ້​ຖືກ​ເນ​ຣະ​ເທດ​ຫນີ​ຫມົດ​ແລ້ວ” 6 ຊາວ​ໂຢ​ເຊັບ​ເອີຍ, ຈົ່ງ​ໄປ​ຫາ​ພຣະ​ຜູ້​ເປັ​ນ​ເຈົ້າ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່ ຖ້າ​ວ່າ​ພວກ​ເຈົ້າ​ບໍ່​ຍອມ​ໄປ ພຣະ​ອົງ​ຈະ​ກຳ​ຈັດ​ພວກ​ເຈົ້າ​ເຫມືອນ​ໄຟ​ເຜົາ​ຜານ ໄຟ​ນັ້ນ​ຈະ​ລຸກ​ໄຫມ້​ຊາວ​ເບັດ​ເອນ ແລະ​ບໍ່​ມີ​ໃຜ​ຈະ​ມອດ​ມັນ​ໄດ້ 7 ຄວາມ​ທຸກລຳ​ບາກ​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ ຜູ້​ທີ່​ບໍ່​ສັດ​ຊື່​ແລະ​ຜູທີ່​ເຮັດ​ໃຫ້​ຜູ້​ຖືກ​ກາຍ​ເປັນ​ຜູ້​ຜິດ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງສ້າງດວງ​ດາວ ເປັນ​ຕົ້ນ​ວ່າ​ດາວ​ລູກ​ໄກ່ ແລະ​ດາວ​ໄຖ ພຣະ​ອົງ​ຊົງໃຫ້​ຄວາມ​ມືດ​ກັບ​ກາຍ​ເປັນ​ຄວາມ​ສວ່າງ ແລະ​ໃຫ້​ກາງ​ເວັນ​ກາຍ​ເປັນ​ກາງ​ຄືນ ແລ້ວ​ພຣະ​ອົງ​ຊົງ​ເອີ້ນ​ເອົາ​ນ້ຳ​ຂຶ້ນ​ມາ​ຈາກ​ທະ​ເລ ແລະ​ຊົງ​ຖ​ອກ​ເທ​ນ້ຳ​ນັ້ນ​ລົງ​ເທິງ​ແຜ່ນ​ດິນ​ໂລກ ພຣະ​ອົງ​ຊົງ​ພຣະ​ນາມ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ 9 ພຣະ​ອົງ​ຊົງ​ນຳ​ເອົາ​ການ​ທຳ​ລາຍ​ມາ​ສູ່​ບ່ອນ​ຍາມ​ປ້ອງ​ກັນ ແລະ​ທີ່​ຫມັ້ນ​ອັນ​ສຳ​ຄັນ 10 ພວກ​ເຈົ້າ​ໄດ້​ກຽດ​ຊັງ​ຜູ້​ທີ່​ຍຶດ​ຫມັ້ນ​ຢູ່​ໃນ​ຄວາມ​ຊອບ​ທັມ ແລະ​ຜູ້​ທີ່​ໃຫ້​ການ​ຕາມ​ຄວາມ​ຈິງ​ທຸກ​ຢ່າງ​ຢູ່​ໃນ​ສານ 11 ພວກ​ເຈົ້າ​ໄດ້​ຂົ່ມ​ເຫັງ​ຄົນ​ທຸກ​ຍາກ ແລະ​ລັກ​ເອົາ​ເຂົ້າ​ຂອງ​ພ​ວກ​ເຂົາ ດ້ວຍ​ເຫດ​ນີ້ ພວກ​ເຈົ້າ​ຈຶ່ງ​ໄດ້​ກໍ່​ເຮືອນ​ໄວ້​ແຕ່​ບໍ່​ມີ​ໂອ​ກາດ​ຈະ​ໄດ້​ຢູ່ ຫລື​ບໍ່​ໄດ້​ດື່ມ​ນ້ຳ​ອະ​ງຸ່ນ​ທີ່​ມາ​ຈາກ​ສວນ​ທີ່​ພວກ​ເຈົ້າ​ປູກ​ໄວ້ 12 ເພາະ​ເຣົາ​ຮູ້​ຈັກ​ວ່າຄວາມ​ບາບຂອງ​ພວກ​ເຈົ້າ ຄື​ຄວາມ​ຊົ່ວ​ຊ້າ​ທີ່​ພວກ​ເຈົ້າ​ໄດ້​ສ້າງ​ຂຶ້ນມາ​ນັ້ນ​ຮ້າຍ​ແຮງ​ຫລາຍ​ທີ່​ສຸດ ພວກ​ເຈົ້າ​ບຽດ​ບຽນ​ຄົນ​ດີ​ຮັບ​ເງິນ​ສິນ​ບົນ​ແລະບໍ່​ໃຫ້​ຄວາມ​ຍຸດ​ຕິ​ທັມ​ແກ່​ຄົນ​ທຸກ​ຈົນ​ຢູ່​ໃນ​ສານ 13 ສະ​ໄຫມ​ນີ້​ເປັນ​ສະ​ໄຫມ​ຊົ່ວ​ຊ້າ ສະ​ນັ້ນ​ພວກ​ທີ່​ມີ​ຄວາມ​ສ​ລາດ​ຫລັກ​ແຫລມ​ຈຶ່ງ​ຕ້ອງ​ມິດ​ງຽບ​ຢູ່ 14 ເພື່ອ​ພວກ​ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ ຈົ່ງ​ພ​ຍາ​ຍາມ​ເຮັດ​ແຕ່​ໃນ​ສິ່ງ​ທີ່​ຖືກ​ຕ້ອງ ແລະ​ຢ່າ​ສ​ແວງ​ຫາ​ຄວາມ​ຊົ່ວ ແລ້ວ​ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຈະ​ຊົງ​ສະ​ຖິດ​ຢູ​ກັບ​ພ​ວກ​ເຈົ້າ ຕາມ​ທີ່​ພວກ​ເຈົ້າ​ໄດ້​ເວົ້າ​ອ້າງ​ເຖິງ​ພຣະ​ອົງ 15 ຈົ່ງ​ກຽດ​ຊັງ​ຄວາມ​ຊົ່ວ​ແລະ​ຮັກ​ແຕ່​ຄວາມ​ດີ ແລ້ວ​ໃຫ້​ການ​ຢ່າງ​ສັດ​ຊື່​ຢູ່​ໃນ​ສານ ບາງ​ທີ​ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຈະ​ຊົງ​ເມດ​ຕາ​ຕໍ່​ເຊື້ອ​ສາຍ​ໂຢ​ເຊັບ​ທີ່​ຍັງ​ເຫລືອ​ຢູ່​ນີ້ 16 ດັ່ງ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຈຶ່ງ​ຊົງ​ກ່າວ​ວ່າ, “ຕໍ່​ໄປ​ຕາມ​ຖ​ນົນ​ຕ່າງໆ​ໃນ​ເມືອງ​ຈະ​ມີ​ແຕ່​ການ​ຮ້ອງ​ໄຫ້ ແລະ​ຄວາມ​ຄາງ​ດ້ວຍ​ຄວາມ​ທຸກ​ລຳ​ບາກ ພວ​ກ​ເຂົາ​ຈະ​ເອີ້ນ​ຄົນ​ຕາມ​ເຂດ​ຊົນ​ນະ​ບົດ ມາ​ຮ່ວມ​ຮ້ອງ​ໄຫ້​ຄວນ​ຄາງ​ດ້ວຍ​ກັນ​ກັບ​ຜູ້​ທີ່​ຮັບ​ຈ້າງ​ຮ້ອງ​ໄຫ້​ນັ້ນ 17 ແລ້ວ​ການ​ຮ້ອງ​ໄຫ້​ຄວນ​ຄາງ​ກໍ​ຈະ​ເກີດ​ຂຶ້ນ​ໃນ​ສວນ​ອະ​ງຸ່ນ​ທຸກໆ​ແຫ່ງ ເພາະ​ວ່າ​ເຮົາ​ຈະ​ມາ​ລົງ​ໂທດ​ພວກ​ເຈົ້າ” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ໄວ້​ດັ່ງ​ນີ້ 18 ໃນ​ມື້​ນັ້ນ ຄວາມ​ທຸກ​ລຳ​ບາກ​ຈະ​ເກີດ​ຂຶ້ນ ແກ່​ຜູ້​ທີ່​ຄອຍ​ຖ້າ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມື້​ນັ້ນ​ຈະ​ມີ​ຫຍັງ​ດີ​ສຳ​ລັບ​ພວກ​ເຈົ້າ ເພາະ​ວ່າ​ມື້​ນັ້ນ​ຈະ​ເປັນ​ມື້​ແຫ່ງ​ຄວາມ​ມືດ​ມົນ ແລະບໍ່​ແມ່ນ​ມື້​ແຫ່ງ​ແສງ​ສວ່າງ 19 ມື້​ນັ້ນ​ຈະ​ເປັນ​ເຫມືອນ​ຄົນ​ທີ່​ແລ່ນ​ປົບ​ຫນີ​ຈາກ​ສິງ​ແລວ​ໄປ​ພົບ​ຫມີ ຫລື​ກັບ​ຄືນ​ເມືອ​ເຮືອນ​ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ເຮືອນ​ຖືກ​ງູ​ກັດ 20 ມື້​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ຈະ​ນຳ​ເອົາ​ຄວາມ​ມືດ​ມົນ​ມາ ບໍ່​ແມ່ນ​ນຳ​ເອົາ​ແສງ​ສວ່າງ ມັນ​ເປັນ​ມື້​ແຫ່ງ​ຄວາມ​ໂສກ​ເສົ້າ​ໂດຍ​ບໍ່​ມີ​ແສງ​ສວ່າງ​ເກີດ​ຂຶ້ນ​ເລີຍ 21 ເຮົາ​ກຽດ​ຊັງ​ງານ​ສ​ລອງ​ສາ​ສ​ນາ​ຂອງ​ພວກ​ເຈົ້າ ເຮົາ​ບໍ່​ພໍ​ໃຈ​ໃນ​ການ​ຢ່າງ​ນີ້ 22 ເວ​ລາ​ເຈົ້າ​ນຳ​ເອົາ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ຜົນ​ລະ​ປູກ​ມາ​ຖວາຍ​ໃຫ້​ເຮົາ ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ ແລະ​ສົດ​ໂຕ​ຕຸ້ຍໆ​ທີ່​ພວກ​ເຈົ້າ​ນຳ​ມາຖວາຍ​ບູ​ຊາຂອບ​ພຣະ​ຄຸນ ເຮົາ​ກໍ​ຈະ​ບໍ່​ຍອມ​ຮັບ​ເອົາ 23 ຈົ່ງ​ເຊົາ​ຮ້ອງ​ເພງ ເຮົາ​ບໍ່​ຢາກ​ຟັງ​ເຄື່ອງ​ເສບ​ດົນ​ຕ​ຣີ​ຂອງ​ພວກ​ເຈົ້າ 24 ຈົ່ງ​ໃຫ້​ຄວາມ​ສັດ​ຊື່ ແລະ​ຄວາມ​ຊອບ​ທັມ​ຫລັ່ງ​ໄຫລ​ໄປ​ຢ່າງ​ສະ​ບາຍ ເຫມືອນ​ດັ່ງ​ສາຍ​ລຳ​ນ້ຳ​ທີ່ບໍ່​ມີ​ວັນ​ແຫ້ງ​ຫມົດ​ໄປ 25 ຊາວ​ອິສ​ຣາ​ເອນ​ເອີຍ, ໃນ​ເວ​ລາ​ຢູ່​ໃນ​ຖິ່ນ​ກັນ​ດານ​ສີ່​ສິບ​ປີ​ນັ້ນ ພວກ​ເຈົ້າ​ບໍ່​ໄດ້​ນຳ​ເອົາ​ເຄື່ອງ​ບູ​ຊາ​ຖວາຍ​ແກ່​ເຮົາ​ແມ່ນ​ບໍ? 26 ແຕ່​ຕໍ່​ໄປ​ນີ້​ພວກ​ເຈົ້າ​ຈະ​ຖື​ເອົາ​ຮູບ​ເຄົາ​ຣົບ ຄື​ຊັກ​ກຸ​ທ ແລະ​ໄກວານ ຊຶ່ງ​ພວກ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ​ສຳ​ລັບ​ຕົນ​ເອງ 27 ແລະ​ເຮົາ​ຈະ​ເນ​ຣະ​ເທດ​ພວ​ກ​ເຈົ້າ​ອອກ​ຫນີ​ໄປ​ກາຍ​ເມືອງ​ດາ​ມັ​ສ​ກັສ” ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ພຣະ​ນາມ​ວ່າ ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ຊົງ​ກ່າວ​ໄວ້​ດັ່ງ​ນີ້​ແຫລະ

ອາໂມດ 6

ພວກອິສ​ຣາ​ເອນ​ຖືກ​ທຳ​ລາຍ

1 ພວກ​ເຈົ້າ​ນາຍໃນ​ຣາ​ຊ​ອາ​ນາ​ຈັກ​ອັນ​ຍິ່ງໃຫ​ຍ່​ຂອງ​ອິສ​ຣາ​ເອນ ຄື​ຜູ້​ທີ່ໃຊ້​ຊີ​ວິດ​ຢ່າງ​ສນຸກ​ສະ​ບາຍ​ໃນ​ເມືອງ​ຊີ​ໂອນ ຜູ້​ທີ່​ຢູ່​ຢ່າງ​ປອດ​ພັຍ​ທີ່​ກຸງ​ຊາ​ມາ​ເຣັຽ ແລະ​ຜູ້​ທີ່​ປະ​ຊາ​ຊົນ​ໄດ້​ໄປ​ຂໍ​ຄວາມ​ຊ່ອຍ​ເຫລືອ ຈະ​ໄດ້​ຮັບ​ຄວາມ​ທຸກຍາກ​ລຳ​ບາກ ຈົ່ງ​ໄປ​ເບິ່ງ​ເມືອງ​ການ​ເນ​ແລະ​ນະ​ຄອນ​ຮາ​ມັ​ທ 2 ແລ້ວ​ລົງ​ໄປ​ເມືອງ​ກາດ ຊຶ່ງ​ເປັນ​ເມືອງ​ຂອງ​ພວກຟີ​ລິ​ສ​ຕິນ ບ່ອນ​ເຫລົ່າ​ນີ້​ດີກວ່າ​ຣາ​ຊ​ອາ​ນາ​ຈັກ​ຢູ​ດາ​ແລະ​ອິສ​ຣາ​ເອນ​ຫລື​ບໍ? ແລະ​ເຂົາ​ດິນ​ແດນ​ເຫລົ່າ​ນີ້​ໃຫຍ່​ກວ່າ​ເຂດ​ແດນ​ຂອງ​ພວກ​ເຈົ້າ​ຫລື​ບໍ? 3 ພວກ​ເຈົ້າ​ພ​ຍາ​ຍາມ​ຢັບ​ຢັ້ງ​ບໍ່​ໃຫ້​ຄວາມ​ຫລົ້ມ​ຈົມ​ມາ​ຮອດ​ພວກ​ເຈົ້າ​ໄວ ແຕ່​ພວກ​ເຈົ້າ​ກໍ​ຍັງ​ສນັບ​ສນຸນຄົນ​ເຮັດ​ຊົ່ວ​ຢູ່ 4 ຄວາມ​ທຸກ​ລຳ​ບາກ​ຈະ​ເກີດ​ແກ່​ພວກ​ເຈົ້າ​ຜູ້​ທີ່​ນອນ​ເທິງ​ຕຽງ​ທີ່​ຕົກ​ແຕ່ງ​ດ້ວຍ​ງາ​ຊ້າງ​ຢ່າງ​ສຸກ​ສະ​ບາຍ ທີ່​ນອນ​ຢຽດ​ຢ່າງ​ມີ​ຄວາມ​ສຸກ​ທີ່​ເທິງ​ເກົ້າ​ອີ້​ນວມ ແລະ​ຈັດ​ງານ​ລ້ຽງ​ດ້ວຍ​ອາ​ຫານ​ຊັ້ນ​ດີ ຄື​ຊີ້ນ​ງົວ​ແລະ​ຊີ້​ນ​ແກະ​ຊະ​ນິດ​ທີ່​ນຶ່ງ 5 ພວກ​ເຈົ້າ​ມັກ​ແຕ່ງ​ເພງ​ຮ້ອງ​ຫລິ້​ນ​ດ້ວຍ​ພິນ​ດັ່ງ​ດາ​ວິດ ແລະ​ປະ​ດິດ​ເຄື່ອງ​ດົນ​ຕ​ຣີ 6 ດື່ມ​ເຫ​ລົ້າ​ແລະ​ທາ​ນ້ຳ​ມັນ​ຫອມ​ຢ່າງ​ດີ ບໍ່​ໄດ້​ເສົ້າ​ເສັຽ​ໃຈ​ຕໍ່​ການ​ຮ້າງ​ເປົ່າ​ຂອງ​ຣາ​ຊ​ອາ​ນາ​ຈັກ​ອິສຣາ​ເອນ​ເລີຍ 7 ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ທໍາ​ອິດ​ທີ່​ຖືກ​ເນ​ຣະ​ເທດ ສ່ວນ​ການ​ກິນ​ລ້ຽງ​ຕ່າງໆ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສາ​ບານ​ໄວ້​ຢ່າງ​ຫນັກ​ແຫນ້ນ ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ວ່າ, “ເຮົາ​ກຽດ​ຊັງ​ຄວາມ​ຈອງ​ຫອງ​ຂອງ​ພວກ​ອິສ​ຣາ​ເອນ ແລະ​ກຽດ​ຊັງ​ຫໍ​ໂຮງ​ໃຫຍ່​ຂອງ​ພວກ​ເຂົາ ເຮົາ​ຈະ​ມອບ​ເມືອງ​ນີ້​ກັບ​ທຸກໆ​ສິ່ງ​ໃນ​ເມື​ອງ​ນີ້​ໄວ້​ໃນ​ກຳ​ມື​ຂອງ​ສັດ​ຕ​ຣູ 9 ຖ້າຫາກວ່າ​ໃນ​ຄອບ​ຄົວ​ນຶ່ງ​ມີ​ຄົນ​ຢູ່​ສິບ​ຄົນ ພວກ​ເຂົາ​ຈະ​ຕ້ອງ​ຕາຍ​ຫມົດ 10 ເວ​ລາ​ທີ່​ຍາດ​ພີ່​ນ້ອງ​ຂອງ​ຜູ້​ຕາຍ​ຜູ້​ນຶ່ງ​ມາ​ເອົາ​ສົບ​ໄປ​ຈູດ ເຂົາ​ໄດ້​ຮ້ອງ​ຫາ​ຜູ້​ທີ່​ກຳ​ລັງ​ລີ້​ຢູ່​ໃນ​ແຈ​ເຮືອນ​ນັ້ນ​ວ່າ, “ຢູ່​ນີ້​ມີ​ຄົນ​ຕາຍ​ອີກ​ບໍ?” ຜູ້​ລີ້​ນັ້ນ​ກໍ​ຕອບ​ວ່າ “ບໍ່​ມີ​ດອກ” ແລະ​ບອກ​ຜູ້​ຖາມ​ອີກວ່າ “ຢ່າ​ປາກ​ເດີ ພວກ​ເຮົາ​ຕ້ອງ​ລະ​ວັງ ຢ່າ​ໃຫ້​ຜູ້​ໃດ​ອອກ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” 11 ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ອອກ​ຄຳ​ສັ່ງ​ແລ້ວ ເຮືອນ​ໃຫຍ່​ແລະ​ເຮືອນ​ນ້ອຍ​ທັງ​ຫລາຍ​ຈະ​ຖືກ​ເພ​ພັງ​ລົງ​ເປັນ​ທ່ອນໆ 12 ຝູງ​ມ້າ​ຈະ​ແລ່ນ​ຂຶ້ນ​ຫນ້າ​ຜາ​ບໍ ແລະ​ພວກຄົນ​ຈະ​ເອົາ​ງົວ​ໄປ​ໄຖ​ນ້ຳ​ທະ​ເລ​ບໍ ແຕ່​ພວ​ກ​ເຈົ້າ​ກໍ​ຍັງ​ປ່ຽນ​ຄວາມ​ຍຸດ​ຕິ​ທັມ​ເປັນ​ຄວາມ​ອະ​ທັມ ແລະ​ເຣັດ​ໃຫ້​ຄວາມ​ຖືກ​ຕ້ອງ​ກາຍ​ເປັນ​ຄວາມ​ຜິດ 13 ພວກ​ເຈົ້າ​ທັງ​ຫລາຍ​ຍິນ​ດີ​ຍ້ອນ​ຍຶດ​ເອົາ​ເມືອງ​ໂລ​ເດ​ບາ​ຣ໌​ໄດ້ ແລະ​ຍັງ​ເວົ້າ​ວ່າ, “ພວກ​ເຮົາ​ມີ​ກຳ​ລັງ​ພຽງ​ພໍ​ທີ່​ຈະ​ຍຶດ​ເອົາ​ເມືອງ​ກາ​ຣ໌​ນາ​ອິມ​ອີກ” 14 ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ຕອບ​ວ່າ, “ຊາວ​ອິສ​ຣາ​ເອນ​ເອີຍ, ເຣົາ​ກຳ​ລັງ​ຈະ​ສົ່ງ​ຊົນ​ຊາດ​ນຶ່ງ​ມາ​ຕໍ່​ສູ້​ພວກ​ເຈົ້າ ພວ​ກ​ເຂົາ​ຈະ​ກົດ​ຂີ່​ຂົ່ມ​ເຫັງ​ພວກ​ເຈົ້າ​ຕັ້ງ​ແຕ່​ທາງ​ຫວ່າງ​ພູ​ເລ​ໂບ​ຮາ​ມັ​ທ​ຈົນ​ເຖິງ​ຮ່ອມ​ພູ​ອາ​ຣາ​ບາ

ອາໂມດ 7

ພຣະ​ເຈົ້າ​ຊົງ​ໃຫ້​ອາ​ໂມ​ສ​ເຫັນ​ຕັກ​ແຕນ​ທາງ​ນິມິດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນິ​ມິດ ຄື​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ຝູງ​ຕັກ​ແຕ​ນ​ກິນ​ຫຍ້າ​ທີ່​ກໍາ​ລັງ​ປົ່ງ​ໃຫມ່ 2 ຫລັງ​ຈາກ​ການ​ເກັບ​ກ່ຽວ​ຖວາຍ​ໃຫ້​ເຈົ້າ​ຊີ​ວິດ​ແລ້ວ ໃນ​ນິ​ມິດ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຝູງ​ຕັກ​ແຕນ​ກິນ​ຫມົດ​ທຸກ​ຢ່ງ​ທີ່​ມີ​ສີ​ຂຽວ​ສົດຢູ່​ໃນ​ເຂດ​ແດນ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໂຜດອະ​ພັຍ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ​ເທີນ ພວກ​ນີ້​ຈະ​ສືບ​ຊີ​ວິດ​ຕໍ່​ໄປ​ໄດ້​ຢ່າງ​ໃດ ເພາະ​ວ່າ​ພວກ​ເຂົາ​ຍັງ​ເປັນ​ກຸ່ມ​ນ້ອຍ​ແລະ​ກຸ່​ມອ່ອນ​ແອ​ຢູ່” 3 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປ່ຽນ​ພຣະ​ທັຍ​ແລະ​ຊົງ​ກ່າວວ່າ, “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນັ້ນ​ຈະ​ບໍ່ບັງ​ເກີດ​ຂຶ້ນ​ມາ”

ພຣະ​ເຈົ້າ​ຊົງ​ໃຫ້​ອາ​ໂມ​ສ​ເຫັນ​ໄຟ​ທາງ​ນິ​ມິດ

4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນິ​ມິດ​ຢ່າງ​ນີ້ ຄື​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຈັດ​ຕຽມ​ກາ​ນລົງ​ໂທ​ດໄພ່​ພົນ​ຂອງ​ພຣະ​ອົງ ໄຟ​ໄດ້​ລຸກ​ໄຫມ້​ມະ​ຫາ​ສະ​ຫມຸດ​ຢູ່​ໃຕ້​ພື້ນ​ໂລກ ແລະ​ເລີ້ມ​ໄຫມ້​ຜືນ​ແຜ່ນ​ດິນ 5 ຄັນ​ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ເຫດ​ການ​ນີ້​ຍຸດ​ຕິ​ລົງ​ເທີນ ພວກ​ໄພ່​ພົນ​ຂອງ​ພຣະ​ອົງ​ຈະ​ສືບ​ຊີ​ວິດ​ຕໍ່​ໄປ​ໄດ້​ຢ່າງ​ໃດ ເພາະ​ວ່າ​ພວກ​ເຂົາ​ຍັງ​ເປັນ​ກຸ່ມ​ນ້ອຍ​ແລະ​ອ່ອນ​ແອ​ຢູ່” 6 ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ປ່ຽນ​ພຣະ​ທັຍ​ແລະ​ກ່າວ​ວ່າ, “ສິ່ງ​ນີ້​ຈະ​ບໍ່​ບັງ​ເກີດ​ຂຶ້ນ​ມາ​ອີກ​ເຫມືອນ​ກັນ”

ພຣະ​ເຈົ້າ​ຊົງ​ໃຫ້​ອາ​ໂມ​ສ​ເຫັນ​ສາຍ​ເນັ່ງ​ທາງ​ນິ​ມິດ

7 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນິ​ມິດ​ຢ່າງ​ນີ້ ຄື​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຢືນ​ຢູ່​ເທິງ​ກຳ​ແພງທີ່​ສ້າງ​ຂຶ້ນ​ດ້ວຍ​ການ​ໃຊ້​ສາຍ​ເນັ່ງ ແລະ​ພຣະ​ອົງ​ກໍ​ຊົງ​ຖື​ສາຍ​ເນັ່ງ​ນັ້ນ​ໄວ້​ໃນ​ພຣະ​ຫັດ 8 ແລ້ວ​ພຣະ​ອົງ​ຊົງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ອາ​ໂມ​ສ​ເອີຍ, ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າ​ພະ​ເຈົ້າ​ຕອ​ບວ່າ, “ເຫັນ​ສາຍ​ເນັ່ງ” ແລ້ວ​ພຣະ​ອົງ​ຊົງກ່າວ​ວ່າ, “ຈົ່ງ​ເບິ່ງ​ນີ້ເທີນ ເຮົາ​ກຳ​ລັງ​ໃຊ້​ມັນ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ຜິດ​ຂອງ​ໄພ່​ພົນ​ທີ່​ກະ​ທຳ​ມາ ເຮົາ​ຈະ​ປ່ຽນ​ໃຈ​ໃນ​ການ​ລົງ​ໂທດ​ພວກ​ເຂົາ 9 ບ່ອນ​ທີ່​ເຊື້ອ​ສາຍ​ຂອງ​ອີ​ຊາກ​ນະ​ມັ​ສ​ການ​ຈະ​ຖືກ​ທຳ​ລາຍ​ລົງ ແລະ​ບ່ອນ​ສັກ​ສິດ​ຂອງ​ພວກ​ອິສ​ຣາ​ເອນ​ຈະ​ຮ້າງ​ເປົ່າ ເພາະ​ວ່າ​ເຣົາ​ຈະ​ໃຫ້​ເສິກ​ເກີດ​ຂຶ້ນ ຕໍ່​ສູ້​ຄອບ​ຄົວ​ຂອງ​ເຈົ້າ​ຊີ​ວິດ​ເຢ​ໂຣ​ໂບ​ອາມອາ​ມາ​ຊີ​ຢາ​ຣາຍ​ງານ​ຕໍ່​ເຈົ້າ​ຊີ​ວິດ 10 ຄັນ​ຕໍ່​ມາ ອາ​ມາ​ຊີຢາ​ປະ​ໂຣຫິດ​ຂອງ​ເມືອງ​ເບັດ​ເອນ ໄດ້​ຣາຍ​ງານ​ໃຫ້​ເຢ​ໂຣ​ໂບ​ອາມ​ເຈົ້າ​ຊີ​ວິດ​ຂອງ​ຊາວ​ອິສ​ຣາ​ເອນ​ຊາບ​ວ່າ ອາ​ໂມ​ສ​ກຳ​ລັງ​ມີ​ແຜນ​ອຸ​ບາຍ​ກະ​ບົດ​ຕໍ່ສູ້​ພຣະ​ອົງ​ຢູ່​ໃນ​ອິສ​ຣາ​ເອນ ຄວາມ​ເວົ້າ​ຂອງ​ເຂົາ​ຈະ​ທຳ​ລາຍ​ປະ​ເທດ​ນີ້ 11 ເຂົາ​ເວົ້າ​ວ່າ, “ເຢ​ໂຣ​ໂບ​ອາມ​ຈະ​ຕ້ອງ​ຕາຍ​ຢູ່​ໃນ​ສະ​ຫນາມ​ຮົບ ແລະ​ພວກ​ອິສ​ຣາ​ເອນ​ຈະ​ຕ້ອງ​ຖືກ​ເນ​ຣະ​ເທດ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຂົາ” 12 ອາ​ມາ​ຊີ​ຢາ​ຈຶ່ງ​ເວົ້າ​ຕໍ່​ອາ​ໂມ​ສວ່າ, “ຫມໍ​ມໍ​ເອີຍ, ຈົ່ງ​ກັບ​ຄືນ​ເມືອ​ຣາ​ຊ​ອານາ​ຈັກ​ຢູ​ດາ ແລະ​ຫາ​ລ້ຽງ​ຊີບ​ດ້ວຍ​ການ​ປະ​ກາ​ດ​ພຣະ​ທັມ​ຢູ່​ທີ່​ນັ້ນ​ເທີນ ຢ່າ​ປະ​ກາດ​ພຣະ​ທັມ​ຢູ່​ທີ່​ເມືອງ​ເບັດ​ເອນ​ນີ້​ເລີຍ 13 ເພາະ​ວ່າ​ເປັນ​ບ່ອນ​ເຈົ້າ​ຊີ​ວິດ​ນະ​ມັສການ ແລະ​ເປັນ​ວິ​ຫານ​ຂອງ​ປະ​ເທດ​ຊາດ” 14 ອາ​ໂມ​ສ​ຈຶ່ງ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ການ​ປະ​ກາດ​ພຣະ​ທັມ​ນີ້​ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ເປັນ​ຄົນ​ລ້ຽງ​ສັດ​ແລະ​ເປັນ​ຜູ້​ປູກ​ຫມາກ​ເດື່ອ​ເທດ​ເທົ່າ​ນັ້ນ 15 ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ເຊົາ​ລ້ຽງ​ແກະ​ຊຶ່ງ​ເປັນ​ວຽກ​ຂອງ​ຂ້າ​ພະ​ເຈົ້າ ແລະ​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ໄປ​ເປັນ​ຜູ້​ເວົ້າ​ຕໍ່​ພວກ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ​ຕາງ​ພຣະ​ອົງ 16 ດ້ວຍ​ເຫດ​ນີ້ ຈົ່ງ​ຟັງ​ຖ້ອຍ​ຄຳ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ເທີນ ທ່ານ​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ເຊົາ​ປະ​ກາດ​ພຣະ​ທັມ​ຕໍ່​ສູ້​ພວກ​ອິສ​ຣາ​ເອນ ແລະ​ບໍ່​ໃຫ້​ເວົ້າ​ໂຈມ​ຕີ​ເຊື້ອ​ສາຍ​ອີ​ຊາກ 17 ເພາະ​ສະ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເມັ​ຽ​ຂອງ​ທ່ານ​ຈະ​ເປັນ​ຍິງ​ໂສ​ເພ​ນີໃນ​ເມືອງ​ນີ້ ບຸດ​ຊາຍ​ຍິງ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ຢູ່​ໃນສົງ​ຄາມ ແລະ​ຜືນ​ແຜ່ນ​ດິນ​ຂອງ​ເຈົ້າ​ຈະ​ຖືກ​ແບ່ງ​ປັນ​ໃຫ້​ຄົນ​ອື່ນ ແລ້ວ​ເຈົ້າ​ຈະ​ຕາຍ​ຢູ່​ໃນ​ດິນ​ແດນ​ຂອງ​ຄົນ​ນອກ​ສາ​ສ​ນາ ຝ່າຍ​ປະ​ຊາ​ຊົນ​ອິສ​ຣາເອນ​ຈະ​ຖືກ​ເນ​ຣະ​ເທດ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຂົາ”

ອາໂມດ 8

ພຣະ​ເຈົ້າ​ຊົງ​ໃຫ້​ອາໂມ​ສ​ເຫັນ​ກະ​ຕ່າ​ຫມາກ​ໄມ້​ທາງ​ນິມິດ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນິ​ມິດ​ດັ່ງ​ນີ້ ຄື​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກະ​ຕ່າ​ຫມາກ​ໄມ້ 2 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ວ່າ “ອາ​ໂມ​ສ ເຈົ້າ​ໄດ້​ເຫັນ​ຫຍັງ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ກະ​ຕ່າ​ຫມາກ​ໄມ້” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ມື້​ສຸດ​ທ້າຍ​ຂອງ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ເຮົາ​ຫມຸນ​ວຽນ​ມາ​ຮອດ​ແລ້ວ ເຮົາ​ຈະ​ບໍ່​ປ່ຽນ​ພຣະ​ທັຍ​ໃນ​ການ​ລົງ​ໂທດ​ພວກ​ເຂົາ 3 ໃນ​ວັນ​ນັ້ນ​ສຽງ​ຮ້ອງ​ເພງ​ໃນ​ພຣະ​ຣາ​ຊວັງ​ກໍ​ຈະ​ກາຍ​ເປັນ​ສຽງ​ໂອ່ຍ​ຄາງ ແລະ​ຈະ​ມີ​ຊາກ​ສົບ​ຄົນ​ຕາຍ​ຢູ່​ທຸກໆ​ບ່ອນ ແຕ່​ຈະ​ບໍ່​ມີ​ຜູ້​ໃດ​ຈົ່ມ​ເປັນ​ທຸກ​ເສັຽ​ໃຈ​ເລີຍ” 4 ຈົ່ງ​ຟັງ​ເດີ ພວກ​ທີ່​ຢຽບ​ຢ່ຳ​ຄົນ​ຂັດ​ສົນ ແລະ​ພ​ຍາ​ຍາມ​ທຳ​ລາຍ​ຄົນ​ທຸກ​ຍາກ​ຢູ່​ໃນ​ປະ​ເທດ​ນີ້​ 5 ພວກ​ເຈົ້າ​ເວົ້າ​ກັບ​ຕົວ​ເອງວ່າ, “ເພື່ອ​ຈະ​ຂາຍ​ເຂົ້າ​ຂອງ​ເຮົາ ພວກ​ເຮົາ​ເກືອບ​ບໍ່​ສາ​ມາດ​ລໍ​ຄອຍ​ຖ້າ​ໃຫ້​ຫມົດ​ວັນ​ພັກ​ເຫລົ່າ​ນີ້​ໄດ້ ຍັງ​ດົນ​ປານ​ໃດ​ວັນ​ພັກ​ຈະ​ຫມົດ​ໄປ ເພາະ​ວ່າ​ພວກ​ເຮົາ​ຈະ​ເອົາ​ເຂົ້າ​ບ​ເລ​ອອກ​ໄປ​ຂາຍ ແລ້ວ​ພວກ​ເຮົາ​ຈະ​ຕ້ອງ​ໂກ່ງ​ຣາ​ຄາ​ແພງໆ ແລະ​ໃຊ້​ເຄື່ອງ​ຜອງ​ແບບ​ດັດ​ແປງ​ເອົາ​ເອງ​ເພື່ອ​ສໍ້​ໂກງ​ຜູ້​ມາ​ຊື້ 6 ພວກ​ເຮົາ​ຈະ​ຊື້​ເອົາ​ຄົນ​ທຸກ​ຍາກ​ມາ​ເປັນ​ທາດ​ໃນ​ຣາ​ຄາ​ເທົ່າ​ກັບ​ເກີບ​ຄູ່​ດຽວ ແລະ​ພວກ​ເຮົາ​ຈະ​ຂາຍ​ເຂົ້າ​ບ​ເລ​ທີ່​ບໍ່​ດີ​ໃນ​ຣາ​ຄາ​ແພງໆ” 7 ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວ​ກອິສ​ຣາ​ເອນ​ຊົງ​ກ່າວ​ຢ່າງ​ເດັດ​ຂາດ​ວ່າ, “ເຮົາ​ຈະ​ບໍ່​ລືມ​ການ​ກະ​ທຳ​ອັນ​ຊົ່ວ​ຊ້າ​ຂອງ​ພວກ​ເຂົາ 8 ດັ່ງ​ນັ້ນ ໂລກ​ນີ້​ຈະ​ສະ​ທ້ານ​ຫວັ່ນ​ໄຫວ ແຜ່ນ​ດິນ​ຈະ​ພຸ່ງ​ຂຶ້ນ​ແລະ​ເຈື່ອນ​ລົງ​ດັ່ງ​ດຽວ​ກັບ​ແມ່​ນ້ຳ​ນິນ ທຸກໆ​ຄົນ​ໃນ​ຜືນ​ແຜ່ນ​ດິນ​ຈະ​ຕ້ອງ​ໂສກ​ເສົ້າ​ເສັຽ​ໃຈ 9 ໃນ​ວັນ​ນັ້ນ ເຮົາ​ຈະ​ໃຫ້​ຕາ​ເວັນ​ຕົກ​ໃນ​ເວ​ລາ​ທ່ຽງ​ວັນ​ ແລະ​ໂລກ​ຈະ​ມືດ​ມົນ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ 10 ເຮົາ​ຈະ​ໃຫ້​ງານ​ສ​ລອງ​ຕ່າງໆ​ກາຍ​ເປັນ​ງານ​ແຫ່​ສົບ​ແລະ​ຈະ​ປ່ຽນ​ແປງ​ເພງ​ສ​ນຸກ​ສ​ນານ​ໃຫ້​ເປັນ​ສຽງ​ຮ້ອງ​ໄຫ້​ທີ່​ໂສກ​ເສົ້າ​ເສັຽ​ໃຈ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ນຸ່ງ​ເຄື່ອງ​ໄວ້​ທຸກ​ແລະ​ແຖ​ຜົມ ພວກ​ເຈົ້າ​ຈະ​ເປັນ​ເຫມືອນ​ດັ່ງ​ພໍ່​ແມ່​ທີ່​ເສົ້າ​ເສັຽ​ໃຈ​ນຳ​ລູກ​ຊາຍ​ໂທນ​ທີ່​ຕາຍ​ໄປ ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມ​ຂື່ນ​ຕລອດ​ໄປ 11 ເວ​ລາ​ທີ່​ເຮົາ​ຈະ​ໃຫ້​ກາ​ນອຶດ​ຢາກ​ເກີດ​ຂຶ້ນ​ໃນ​ແຜ່ນ​ດິນ​ກໍ​ເຂົ້າ​ມາ​ໃກ້​ແລ້ວ​ ປະ​ຊາ​ຊົນ​ຈະ​ອຶດ​ຢາກ ແຕ່​ບໍ່​ແມ່ນ​ຫິວ​ເຂົ້າ​ຈີ່​ຫລື​ນ້ຳ ແຕ່​ພວກ​ເຂົາ​ຈະ​ອຶດ​ຫິວ​ພຣະ​ຄຳ​ທີ່​ມາ​ຈາກ​ພຣະ​ເຈົ້າ ເຮົາພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ດັ່ງ​ນີ້ 12 ປະ​ຊາ​ຊົນຈະ​ໄປ​ທ່ອງ​ທ່ຽວ​ໄປ​ມາ​ຢ່າງ​ອິດ​ເມື່ອຍ​ແຕ່​ເຫນືອ​ຕລອດ​ໃຕ້ ຈາກ​ທິດ​ຕາເວັນ​ອອກ​ຈົນ​ເຖິງ​ທິດ​ຕາ​ເວັນ​ຕົກ ຈົນ​ເຖິງ​ທຸກ​ທີ່​ທຸກ​ບ່ອນ ເພື່ອ​ຊອກ​ຫາ​ພຣະ​ຄຳ​ທີ່​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ 13 ແຕ່​ພວກ​ເຂົາ​ຈະ​ບໍ່​ພົບ ໃນ​ວັນ​ນັ້ນ​ຜູ້​ສາວ​ທີ່​ສວຍ​ງາມ ແລະ​ຊາຍ​ຫນຸ່ມ​ທັງ​ຫລາຍ​ຈະ​ລົ້ມ​ສະ​ຫລົບ​ລົງ​ຍ້ອນ​ການ​ຫິວ​ນ້ຳ 14 ສ່ວນ​ຜູ້​ທີ່​ສາ​ບານ​ດ້ວຍ​ຮູບ​ເຄົາ​ຣົບ​ຂອງກຸງ​ຊາ​ມາ​ເຣັຽ​ທີ່​ວ່າ ໃນ​ນາມ​ພຣະ​ເຈົ້າ​ຂອງ​ເມືອງ​ດານ ຫລື​ໃນ​ນາມ​ພຣະ​ເຈົ້າ​ຂອງ​ເມືອງ​ເບ​ເອີ​ເຊ​ບາ ປະ​ຊາ​ຊົນ​ເຫລົ່າ​ນີ້​ຈະ​ຈິບ​ຫາຍ​ຫມົດ”

ອາໂມດ 9

ພຣະ​ເຈົ້າ​ຊົງ​ຕັດ​ສິນພວກ​ອິສ​ຣາ​ເອນ

1 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢືນ​ຢູ່​ຂ້າງ​ແທ່ນ​ບູ​ຊາ ພຣະ​ອົງ​ຊົງ​ສັ່ງ​ວ່າ, “ຈົ່ງ​ທຸບ​ຕີ​ຍອດ​ເສົາ​ວິ​ຫານ ເພື່ອ​ໃຫ້​ທົ່ວ​ທັງ​ລະ​ບຽງ​ສະ​ທ້ານ​ຫວັ່ນ​ໄຫວ ແລະ​ໃຫ້​ເສົາ​ຫັກ​ລົງ​ເປັນ​ທ່ອນໆ​ທັບ​ຫົວ​ປະ​ຊາ​ຊົນ ສ່ວນ​ເຮົາ​ຈະ​ຂ້າ​ທຸກໆ​ຄົນ​ທີ່​ເຫລືອ​ນັ້ນ​ໃນ​ສະ​ຫ​ນາມ​ຮົບ ໂດຍ​ບໍ່​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ແລ່ນ​ປົບ​ຫນີ​ໄປ​ໄດ້ ເຖິງວ່າ​ພວກ​ເຂົາ​ຈະ​ຂຸດ​ຄົ້ນ​ຊ່ອງ​ທາງ​ໄປ​ສູ່​ພິ​ພົບ​ຄົນ​ຕາຍ 2 ເຣົາ​ກໍ​ຈະ​ລັດ​ຈັບ​ເອົາ​ພວກ​ເຂົາ​ຄືນ​ມາ ຖ້າ​ພວກ​ເຂົາ​ຂຶ້ນ​ເມືອ​ຟ້າສວັນເຮົາ​ກໍ​ຈະ​ດຶງ​ເຂົາ​ລົງ​ມາ 3 ຖ້າ​ວ່າ​ພວກ​ເຂົາ​ຈະ​ລີ້​ຢູ່​ເທິງຍອດ​ພູ​ກາ​ຣ໌​ເມນ ເຮົາ​ກໍ​ຈະ​ຄົ້ນ​ຫາ​ແລະ​ຈັ​ບ​ເອົາ​ເຂົາ​ມາ ເຖິງ​ຖ້າ​ວ່າ​ພວກ​ເຂົາ​ລີ້​ເຣົາ​ຢູ່​ພື້ນ​ນ້ຳ​ທະ​ເລ ເຮົາ​ກໍ​ຈະ​ສັ່ງ​ນາ​ກ​ໃນ​ທະ​ເລ​ກັດ​ກິນ​ເຂົາ 4 ແລະ​ຖ້າ​ວ່າ​ພວ​ກ​ເຂົາ​ເປັນ​ຊະ​ເລີຍ​ເສິ​ກ​ຂອງ​ສັດ​ຕ​ຣູ ເຮົາ​ກໍ​ຈະ​ອອກ​ຄຳ​ສັ່ງ​ໃຫ້​ສັດ​ຕ​ຣູ​ຂ້າ​ເຂົາ ເຣົາ​ໄດ້​ຕັດ​ສິນ​ໃຈ​ທຳ​ລາຍ​ເຂົາ ແລະ​ບໍ່​ໄດ້​ຊ່ອຍ​ເຫລືອ​ເຂົາ” 5 ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ແຕະ​ຕ້ອງ​ແຜ່ນ​ດິນ​ໂລກ​ໃຫ້​ເຈື່ອນ​ເພ​ພັງ​ລົງ ແຜ່ນ​ດິນ​ຈະ​ພຸ່ງ​ຂຶ້ນ ແລະ​ເຈື່ອນ​ລົງ​​ດັ່ງ​ດຽວ​ກັບ​ແມ່ນ້ຳ​ນິນ ທຸ​ກໆ​ຄົນ​ທີ່ອາ​ໄສ​ຢູ່​ກໍ​ໂສກ​ເສົ້າ​ເສັຽ​ໃຈ 6 ພຣະ​ຜູ້​ເປັນ​ເຈົ້າຊົງ​ສ້າງພຣະ​ຣາ​ຊວັງ​ຂອງ​ພຣະ​ອົງ​ຢູ່​ເທິງ​ສວັນ ແລະ​ໃຫ້​ວົງ​ໂຄ້ງ​ຂອງ​ທ້ອງ​ຟ້າ​ກວມ​ໂລກ​ຢູ່ ພຣະ​ອົງ​ຊົງ​ເອີ້ນ​ເອົາ​ນ້ຳ​ຂຶ້ນ​ທະ​ເລ ແລະ​ຊົງ​ຖອກ​ເທ​ນ້ຳ​ນັ້ນ​ລົງ​ເທິງ​ແຜ່ນ​ດິນ​ໂລກ ພຣະ​ອົງ​ຊົງພຣະ​ນາມ​ວ່າ ພຣະ​ຜູ້​ເປັນ​ເຈົ້າ 7 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຊາວ​ອິສ​ຣາ​ເອນ​ເອີຍ, ເຮົາ​ໄດ້​ປະ​ຕິ​ບັດ​ຕໍ່​ພວກ​ເຈົ້າ​ດັ່ງ​ໄດ້​ປະ​ຕິ​ບັດ​ຕໍ່​ພວກ​ເອ​ທິ​ໂອ​ເປັຽ ເຮົາ​ໄດ້​ພາ​ພວກ​ຟີ​ລິ​ສ​ຕິນ​ອອກ​ຈາກ​ເກາະ​ຄັ​ຟ​ໂຕ​ຣ໌ ແລະ​ພາ​ພວກ​ຊີ​ເຣັຽ​ອອກ​ຈາກ​ເມືອງ​ກີ​ຣ໌ ດັ່ງ​ດຽວ​ກັນ​ກັບ​ທີ່​ເຮົາ​ໄດ້​ນຳ​ພາ​ພວກ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອ​ຢິບ 8 ເຮົາ​ກຳ​ລັງ​ສັງ​ເກດ​ເບິ່ງ​ຣາ​ຊ​ອາ​ນາ​ຈັກ​ອິສ​ຣາ​ເອນ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ບາບ​ແລະ​ຈະ​ທຳ​ລາຍ​ມັນ ແຕ່​ວ່າ​ຈະ​ບໍ່​ທຳ​ລາຍ​ຫມົດ​ຈາກ​ແຜ່ນ​ດິນ​ໂລກ​ນີ້” 9 ຍ້ອນ​ຄຳ​ສັ່ງ​ຂອງ​ເຮົາ ເຮົາ​ຈະ​ຮ່ອນ​ພວກ​ອິສ​ຣາ​ເອນ​ໃຫ້​ກະ​ວົນ​ກະ​ວາຍ​ຢູ່​ຖ້າມ​ກາງ​ຊົນ​ຊາດ​ຕ່າງໆ ເຫມືອນ​ຮ່ອນ​ເຂົ້າ​ຢູ່​ໃນ​ກະ​ດົ້ງ​ເຂິງ ເພື່ອ​ແຍກ​ຜູ້​ທີ່​ບໍ່​ມີ​ຄຸນ​ຄ່າ​ອອກ 10 ຜູ້​ທີ່​ເຮັດ​ຜິດ​ຢູ່​ຖ້າມ​ກາງ​ປະ​ຊາ​ຊົນ​ຂອງ​ເຮົາ ທີ່​ຍັງ​ເວົ້າ​ວ່າ “ພຣະ​ເຈົ້າ​ຈະ​ບໍ່​ໃຫ້​ໄພ​ອັນ​ຕະ​ຣາຍ​ຢ່າງ​ໃດ​ມາ​ໃກ້​ພວກ​ເຮົາ ຄົນ​ເຫລົ່າ​ນີ້​ຈະ​ຕ້ອງ​ຖືກ​ຂ້າ 11 ໃນ​ວັນ​ນັ້ນ ເຮົາ​ຈະ​ສ້າງ​ຄອບ​ຄົ​ວ​ດາ​ວິດ ຊຶ່ງ​ເປັນ​ເຫມືອນ​ເຮືອນ​ທີ່​ຮ້າງ​ເພພັງ​ຂຶ້ນ​ໃຫມ່ ເຮົາ​ຈະ​ແປງ​ຝາ​ເຮືອນ​ນັ້ນ ແລະ​ສ້າງເຮືອນ​ໃຫ້​ມີ​ສະ​ພາບ​ເຫມືອນ​ແຕ່​ກ່ອນ 12 ດັ່ງ​ນັ້ນ​ພວກ​ອິສ​ຣາ​ເອນ​ຈະ​ໄດ້​ຍຶດ​ຄອງ​ພວກ​ທີ່​ຍັງ​ເຫລືອ​ຢູ່​ໃນ​ປະ​ເທດ​ເອ​ໂດມ ແລະ​ຊົນ​ຊາດ​ອື່ນໆ​ທີ່​ເປັນ​ຝ່າຍ​ເຣົາ​ມາ​ກ່ອນ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ໃຫ້​ສິ່ງ​ນີ້​ບັງ​ເກີດ​ຂຶ້ນ​ມາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້​ແຫລະ 13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ວັນ​ນັ້ນ​ກຳ​ລັງ​ມາ ເມື່ອ​ຊາວ​ນາ​ໄຖ​ນາ​ໃນ​ຂ​ນະ​ທີ່​ຄົນ​ພວກ​ອື່ນ​ຍັງ​ກຳ​ລັງ​ເກັບ​ກ່ຽວ​ຢູ່ ແລະ​ຜູ້​ທີ່ບີບ​ເອົາ​ນ້າ​ອະງຸ່ນ​ກໍ​ກຳ​ລັງ​ບີບ​ຢູ່ ໃນ​ເວ​ລາ​ຜູ້​ຫວ່ານ​ເຂົ້າ​ເລີ້ມ​ຕົ້ນ​ຫວ່ານ​ໃຫມ່ ນ້ຳ​ອະ​ງຸ່ນ​ຈະ​ຍ້ອຍ​ລົງ​ຈາກ​ພູ​ເຂົາ ແລະ​ຈະ​ໄຫລ​ລົງ​ຈາກ​ພູ​ນ້ອຍ 14 ເຣົາ​ຈະ​ນຳ​ເອົາ​ປະ​ຊາ​ຊົນ​ຂອງ​ເຮົາ​ກັບ​ຄືນ​ສູ່​ແຜ່ນ​ດິນ​ຂອງ​ພວກ​ເຂົາ ພວກ​ເຂົາ​ຈະ​ກໍ່​ສ້າງ​ເມືອງ​ຮ້າງ​ຂຶ້ນໃຫມ່ ແລະ​ອາ​ໄສ​ຢູ່​ທີ່​ນັ້ນ ຈະ​ເຮັດ​ສວນ​ອະ​ງຸ່ນ​ແລະ​ດື່ມ​ເຫລົ້າ​ອະ​ງຸ່ນ ຈະ​ເຮັດ​ສວນ​ແລະ​ກິນ​ຜົນ​ລະ​ປູກ​ນັ້ນ 15 ເຣົາ​ຈະ​ປູກ​ພວກ​ເຂົາ​ໄວ້​ໃນ​ແຜ່ນ​ດິນ​ທີ່​ເຮົາ​ໃຫ້​ແກ່​ເຂົາ ແລະ​ພວກ​ເຂົາ​ຈະ​ບໍ່​ຖືກ​ຫລົກ​ອອກ​ອີກ​ຈັກ​ເທື່ອ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ຊົງ​ກ່າວ​ໄວ້​ດັ່ງ​ນີ້​ແຫລະ

ໂອບາດີຢາ 1

1 ນິ​ມິດຂອງ​ໂອ​ບາ​ດີ ພຣະ​ເຈົ້າ​ກ່າວ​ດ້ວຍ​ເຣື່ອງ ເອ​ໂດມ​ດັ່ງ​ນີ້​ວ່າ ເຮົາ​ໄດ້​ຍິ​ນ​ຂ່າວ​ຈາກ​ພຣະ​ຜູ້​ເປັນເຈົ້າ ທູດ​ຄົນ​ນຶ່ງ​ຖືກ​ສົ່ງ​ໄປ​ໃນ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ​ໃຫ້​ເວົ້າ​ວ່າ, “ຈົ່ງ​ລຸ​ກຂຶ້ນ​ເຖີດ ໃຫ້​ເຮົາ​ລຸກ​ໄປ​ທຳ​ສົງ​ຄາມ​ກັບ​ເມືອງ​ເອ​ໂດມ” 2 ເບິ່ງ​ແມ໋, ເຮົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ນ້ອຍ​ຖ້າມ​ກາງ​ບັນ​ດາ​ປະ​ຊາ​ຊາດ ໃຫ້​ເຈົ້າ​ເປັນ​ທີ່​ດູ​ຫມິ່ນ​ຢ່າງ​ມາກ 3 ຄວາມ​ອວດ​ອົ່ງ​ແຫ່ງ​ໃຈ​ຂອງ​ເຈົ້າ​ໄດ້​ລໍ້ລວງ​ເຈົ້າ​ເອງ ເຈົ້າ​ຜູ້​ຊຶ່ງ​ອາ​ໄສ​ຢູ່​ໃນ​ຊອກ​ຫີນ​ທີ່​ອາ​ໄສ​ຂອງ​ເຈົ້າ​ຢູ່​ສູງ ເຈົ້າຄິດ​ຢູ່​ໃນ​ໃຈ​ວ່າ, “ຜູ້ໃດ​ຈະ​ໃຫ້​ເຮົາ​ລົງ​ມາ​ຍັງ​ພື້ນ​ດິນ” 4 ເຖິງວ່າ​ເຈົ້າ​ເຫີນ​ຂຶ້ນ​ໄປ​ສູງ​ເຫມືອນ​ນົກ​ອິນ​ຊີ ເຖິງວ່າຮັງ​ຂອງ​ເຈົ້າ​ຢູ່​ໃນ​ຫມູ່​ດວງ​ດາວ​ທັງ​ຫລາຍ ເຮົາ​ຈະ​ດຶງ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ ພຣະຜູ້​ເປັ​ນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 5 ຖ້າຂະ​ໂມຍ​ເຂົ້າ​ມາ​ຫາ​ເຈົ້າ ຖ້າ​ພວກ​ປຸ້ນ​ເຂົ້າ​ມາ​ໃນ​ເວ​ລາ​ກາງ​ຄືນ (ເຈົ້າ​ຖືກ​ທຳ​ລາຍຫມົດ​ກ້ຽງ​ແບບໃດ) ເຂົາ​ຈະ​ບໍ່​ຂະ​ໂມຍ​ພຽງ​ພໍ​ແກ່​ຕົວ​ຂອງ​ເຂົາ​ເທົ່າ​ນັ້ນ​ຫລື ຖ້າ​ຄົນ​ເກັບ​ອະ​ງຸ່ນ​ມາ​ຫາ​ເຈົ້າ ເຂົາ​ຈະ​ບໍ່​ຖິ້ມ​ອະ​ງຸ່ນ​ປະ​ໄວ້​ຫນ້ອຍ​ດຽວ​ຫລື? 6 ເອ​ຊາວ​ໄດ້​ຖືກ​ປຸ້ນ​ຢ່າງ​ຮ້າຍ​ແຮງ​ແລ້ວ​ແບບໃດ​ຫນໍ ຊັບ​ສົມ​ບັດ​ກໍ​ຖືກ​ຄົ້ນ​ໄປ​ຫມົດ 7 ພັນ​ທະ​ມິດ​ທັງ​ຫມົດ​ຂອງ​ເຈົ້າ​ໄດ້​ລໍ້​ລວງ​ເຈົ້າ ເຂົາ​ໄດ້​ໄລ່​ເຈົ້າ​ໄປ​ເຖິງ​ເຂດ​ແດນ ພວກ​ເຂົາໄດ້​ກັບ​ສູ້​ຊະນະ​ເຈົ້າ​ເສັຽ​ແລ້ວ ມິດ​ທີ່​ກິນ​ເຂົ້າ​ຫມໍ້​ດຽວ​ກັນ​ກັບ​ເຈົ້າ​ກໍຫ້າງ​ແຮ້ວ​ດັກ​ຈັບ​ເຈົ້າ ເຣື່ອງ​ນີ້​ບໍ່​ມີ​ໃຜ​ເຂົ້າ​ໃຈ​ອັນ​ໃດ​ເລີຍ 8 ພຣະຜູ້​ເປັນ​ເຈົ້າ​ຊົງກ່າວ​ວ່າ, ໃນ​ວັນ​ນັ້ນ ເຮົາ​ຈະ​ບໍ່​ທຳ​ລາຍ​ຄົນ​ສ​ລາດ​ໃຫ້​ສິ້ນ​ໄປ​ຈາກ​ເອ​ໂດມ ແລະ​ທຳ​ລາຍ​ຄວາມ​ເຂົ້າ​ໃຈ​ເສັຽ​ຈາກ​ພູ​ເຂົາ​ເອຊາວ​ຫລື 9 ນັກ​ຮົບ​ຂອງ​ເຕ​ມານ​ຈະ​ສະ​ທ້ານ​ຢ້ານ​ກົວ ດັ່ງ​ນັ້ນ​ແຫລະ ທຸກ​ຄົນ​ທີ່​ມາ​ຈາກ​ພູ​ເຂົາ​ເອ​ຊາວ​ຈະ​ຖືກ​ຕັດ​ຂາດ​ເສັຽດ້​ວຍ​ການ​ສັງ​ຫານ 10 ຍ້ອນ​ວ່າ​ຄວາມ​ທຳ​ຣຸນ​ທີ່​ກະ​ທຳ​ແກ່​ຢາ​ໂຄບ​ນ້ອງ​ຊາຍ​ຂອງ​ເຈົ້າ ຄວາມ​ອັບ​ອາຍ​ຈະ​ຄຸມ​ເຈົ້າ​ໄວ້ ເຈົ້າ​ຈະ​ຕ້ອງ​ຖືກ​ຕັດ​ຂາດ​ອອກ​ໄປ​ເປັນ​ນິດ 11 ໃນ​ວັນ​ທີ່​ເຈົ້າ​ຢືນຊື່ ໃນ​ວັນ​ທີ່​ຄົນ​ຕ່າງ​ດ້າວ​ເອົາ​ຊັບ​ສົມບັດ​ຂອງ​ເຂົາ​ໄປ ແລະ​ຄົນ​ຕ່າງ​ຊາດ​ເຂົ້າ​ມາ​ທາງ​ປະ​ຕູ​ເມືອງ ເຂົາ​ຈັບ​ສ​ລາກເອົາ​ກຸງ​ເຢ​ຣູ​ຊາ​ເລັມ​ກັນ ເຈົ້າ​ກໍ​ເຫມືອນ​ຄົນ​ເຫລົ່າ​ນັ້ນ​ຄົນ​ນຶ່ງ 12 ເຈົ້າ​ບໍ່​ຄວນ​ຢືນ​ຍີ້​ມ​ຢູ່​ດ້ວຍ​ຄວາມ​ພໍ​ໃຈ ໃນ​ເມື່ອ​ນ້ອງ​ຊາຍ​ຂອງ​ເຈົ້າ​ຮັບ​ເຄາະ​ໃນ​ຄັ້ງ​ນັ້ນ ເຈົ້າ​ບໍ່​ຄວນ​ຍິນ​ດີ​ເຍີ້ຍ​ປະ​ຊາ​ຊົນ​ຢູ​ດາ ໃນ​ເມື່ອ​ເຂົາ​ທັງ​ຫລາຍ​ຖືກ​ທຳ​ລາຍ​ເຈົ້າ​ບໍ່​ຄວນ​ຈະ​ໂອ້ອວດ​ໃນ​ວັນທີ່​ເຂົາ​ຕົກ​ທຸກ​ໄດ້​ຍາກ 13 ເຈົ້າ​ບໍ່​ຄວນ​ເຂົ້າ​ປະ​ຕູ​ເມືອງ​ແຫ່ງ​ປະ​ຊາຊົນ​ຂອງ​ເຮົາ ໃນ​ວັນ​ນັ້ນ ເມື່ອ​ເຂົາ​ຖືກ​ທຳ​ລາຍ ເຈົ້າ​ບໍ່​ຄວນ​ຢືນຍິ້ມ​ຢູ່​ໃນ​ເຣື່ອງ​ໄພ​ວິບັດຂອງ​ເຂົາ ໃນ​ວັນ​ນັ້ນ ເມື່ອ​ເຂົາ​ຖືກ​ທຳ​ລາຍ​ເຈົ້າ​ບໍ່​ຄວນ​ຈະ​ເຂົ້າຍຶດ​ຊັບ​ສິນ​ຂອງ​ເຂົາ​ໄປ ໃນ​ວັນ​ນັ້ນເຂົາ​ຖືກ​ທຳ​ລາຍ 14 ເຈົ້າ​ບໍ່​ຄວນ​ຈະ​ຢືນ​ຕັນ​ທາງ​ແຍກ​ຂອງ​ເຂົາ ເພື່ອ​ຈະ​ດັກ​ຈັບ​ພວກ​ຫລົບ​ຫນີ​ຂອງ​ເຂົາ ເຈົ້າ​ບໍ່​ຄວນມອບ​ຜູ້​ທີ່​ລອດ​ມາ​ໄດ້​ໃຫ້​ແກ່​ສັດ​ຕຣູຂອງ​ເຂົາ ໃນ​ວັນ​ທີ່​ເຂົາ​ຕົກ​ທຸກ​ໄດ້​ຍາກ 15 ເພາະ​ວັນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ປະ​ຊາ​ຊາດ​ທັງ​ສິ້ນ​ເຂົ້າ​ມາ​ແລ້ວ ເຈົ້າ​ກະ​ທຳ​ແກ່​ເຂົາ​ຢ່າງ​ໃດ ກໍ​ຈະ​ມີ​ຜູ້​ມາ​ກະ​ທຳ​ແກ່​ເຈົ້າ​ຢ່າງ​ນັ້ນ ການ​ກະ​ທຳ​ຂອງ​ເຈົ້າ​ຈະ​ກັບ​ມາ​ຕົກ​ເທິງ​ຫົວ​ຂອງ​ເຈົ້າ​ເອງ 16 ເຈົ້າ​ດື່ມ​ຢູ່​ເທິງ​ພູ​ເຂົາ​ບໍ​ຣິ​ສຸດ​ຂອງ​ເຮົາ​ສັນ​ໃດ ປະ​ຊາ​ຊາດ​ທີ່​ຢູ່​ລ້ອມ​ຮອບ​ທັງ​ສິ້ນ​ກໍ​ຈະ​ດື່ມ​ສັນ​ນັ້ນ ເຂົາ​ຈະ​ດື່ມ​ແລ້ວ​ກໍ​ໂອນ​ເອນ​ໄປ​ເຂົາ​ຈະ​ເປັນ​ເຫມືອນ​ຢ່າງ​ທີ່​ບໍ່​ເຄີຍ​ເກີດ​ມາ 17 ແຕ່​ຈະ​ມີ​ຄົນ​ລອດ​ພົ້ນ​ໃນ​ພູ​ເຂົາ​ຊີ​ໂອນ ແລະ​ທີ່​ນັ້ນ​ຈະ​ບໍ​ຣິ​ສຸດ ແລະ​ເຊື້ອສາຍ​ຂອງ​ຢາ​ໂຄບ​ຈະຖື​ກຳ​ມະ​ສິດ​ທີ່​ດີນ​ອັນ​ເປັນ​ກຳ​ມະ​ສິດ​ຂອງ​ເຂົາ 18 ເຊື້ອ​ສາຍ​ຂ​ອງ​ຢາ​ໂຄບ​ຈະ​ເປັນ​ໄຟ ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ຈະ​ເປັນ​ແປວ​ໄຟ ແລະ​ເຊື້ອ​ສາຍ​ຂອງ​ເອ​ຊາວ​ຈະ​ເປັນ​ຕໍ​ເຂົ້າ ໄຟ​ແລະ​ແປວ​ໄຟ​ຈະ​ໄຫມ້​ແລະ​ເຜົາ​ຜານ​ເສັຽ ເຊື້ອ​ສາຍ​ຂອງ​ເອ​ຊາວຈະ​ບໍ່​ມີ​ໃຜ​ລອດ​ໄດ້​ເລີຍ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລັ່ນ​ພຣະ​ວາ​ຈາ​ແລ້ວ 19 ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ​ເນ​ເກັບ​ຈະ​ໄດ້​ພູ​ເຂົາ​ເອ​ຊາວ​ເປັນ​ກຳ​ມະ​ສິດ ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃນ​ເນີນ​ເຊ​ເຟ​ລາຈະ​ໄດ້​ແຜ່ນ​ດິນ​ຟີ​ລິ​ສ​ຕິນ ເຂົາ​ຈະ​ໄດ້​ແຜ່​ນດິນ​ເອ​ ຟ​ຣາ​ອິມ ແລະ​ແຜ່ນ​ດິນ​ຊາມາ​ເຣັຽເປັນ​ກຳ​ມະ​ສິດ ແລະ​ເບັນ​ຢາ​ມີນ​ຈະ​ໄດ້​ກີ​ເລ​ອາດ​ເປັນ​ກຳ​ມະ​ສິດ 20 ຈາກ​ທິດ​ເຫນືອ ພົນ​ໂຍ​ທາ​ຂອງ​ອິສ​ຣາ​ເອນ​ທີ່​ເປັນ​ຊະ​ເລີຍ​ຈະ​ໄດ້​ໂຟ​ນີ​ເຊັຽ​ໄກ​ໄປ​ຈົນ​ເຖິງ​ຊາ​ເຣ​ຟັ​ທ​ເປັນ​ກຳ​ມະ​ສິດ ສ່ວນ​ພວກ​ຊະ​ເລີຍ​ຊາວ​ເຢ​ຣູ​ຊາ​ເລັມ​ທີ່​ຢູ່​ໃນ​ເຊ​ຟາ​ຣາດ​ຈະ​ໄດ້​ຫົວ​ເມືອງ​ເນ​ເກັບເປັນ​ກຳ​ມະ​ສິດ 21 ພວກ​ກູ້​ຊາດ​ຈະ​ຂຶ້ນ​ໄປ​ທີ່​ພູ​ເຂົາ​ຊີ​ໂອນ​ເພື່ອ​ປົກ​ຄອງ​ພູ​ເຂົາ​ເອ​ຊາວ ແລະ​ຣາ​ຊອາ​ນາ​ຈັກ​ນັ້ນ​ຈະ​ຕົກ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ໂຢນາ 1

ໂຢ​ນາ​ບໍ່​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ

1 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂຢ​ນາ​ວ່າ, 2 “ຈົ່ງ​ຕຽມ​ຕົວ​ໄປ​ຍັງ​ມະ​ຫາ​ນະ​ຄອນ​ນິ​ເນ​ເວ ເພື່ອ​ຕັກ​ເຕືອນ​ໃຫ້​ຊາວ​ນະ​ຄອນ​ນັ້ນ​ຮູ້​ວ່າ ເຮົາ​ຮູ້​ເຫັນ​ຄວາມ​ປະ​ພຶດ​ຊົ່ວ​ຂອງ​ເຂົາ​ແລ້ວ” 3 ແຕ່​ແທນ​ທີ່ໂຢ​ນາ​ຈະ​ປະ​ຕິ​ບັດ​ຕາມ​ພຣະ​ດໍາ​ຣັດ​ນັ້ນ ທ່ານກັບ​ຫນີ​ໄປ​ຍັງ​ເມືອງ​ຕາ​ຣ໌​ຊິດ ເພື່ອ​ຈະ​ໃຫ້​ພົ້ນ​ຈາກ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ຄື​ທ່ານໄດ້​ລົງ​ໄປ​ຍັງ​ເມືອງ​ໂຢບ​ປາ ທີ່​ນັ້ນ​ທ່ານໄດ້​ພົບ​ເຮືອ​ລຳ​ນຶ່ງ​ທີ່​ຈະ​ແລ່ນ​ໄປ​ຍັງ​ເມືອງ​ຕາ​ຣ໌​ຊິດ ທ່ານ​ຈຶ່ງ​ໄດ້​ເສັຽ​ຄ່າ​ໂດຍ​ສານ​ແລະ​ລົງ​ໄປ​ໃນ​ເຮືອ​ເດີນ​ທາງ​ໄປ​ຍັງ​ເມືອງ​ຕາ​ຣ໌​ຊິດ​ກັບ​ພວກ​ລູກ​ເຮືອ 4 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເກີດ​ລົມ​ພະ​ຍຸ​ໃຫຍ່​ພັດ​ຜ່ານ​ທະ​ເລ ຈົນ​ເຮືອ​ລຳ​ນັ້ນ​ເກືອບ​ແຕກ​ຈົມ​ລົງ 5 ບັ​ນ​ດາ​ພວກ​ລູກ​ເຮືອ​ເກີດ​ຄວາມ​ຕົກ​ໃຈ ຕ່າງ​ຄົນ​ຈຶ່ງ​ຮ້ອງ​ຂໍ​ໃຫ້​ຄຸນ​ພຣະ​ຄຸນ​ເຈົ້າ​ຂອງ​ພວ​ກ​ເຂົາ​ມາ​ຊ່ອຍ​ເຫລືອ ແລະ​ຕ່າງ​ຄົນ​ກໍ​ຂົນ​ສິນ​ຄ້າ​ທີ່​ບັນ​ທຸກ​ມາ​ນັ້ນ​ຖິ້ມ​ລົງ​ທະ​ເລ ເພື່ອ​ໃຫ້​ເຮືອ​ເບົາ​ລົງ ສ່ວນ​ໂຢ​ນາ​ໄດ້​ລົງ​ໄປ​ນອນ​ຫລັບ​ຢູ່​ໃນ​ທ້ອງ​ເຮືອ 6 ນາຍ​ເຮືອ​ຈຶ່ງ​ລົງ​ໄປ​ຫາ​ທ່ານ ​ແລະ​ເວົ້າ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຍັງ​ນອນ​ຫລັບ​ຢູ່? ຈົ່ງ​ລຸກ​ຂຶ້ນ​ມາຮ້ອງ​ຫາ​ຄຸນ​ພຣະ​ຄຸນ​ເຈົ້າ​ຂອງ​ເຈົ້າ​ໃຫ້​ຊ່ອຍ ບາງ​ທີ່​ພຣະ​ເຈົ້າ​ຈະ​ຊົງ​ພຣະ​ກະ​ຣຸ​ນາ ແລະ​ພວກ​ເຮົາ​ກໍ​ຈະ​ບໍ່​ຕາຍ” 7 ຕໍ່​ມາ ພວກ​ລູກ​ເຮືອ​ໄດ້​ຊັກ​ຊວນ​ກັນ​ຈົກ​ສະ​ຫ​ລາກ ເພື່ອ​ຢາ​ກ​ຈະ​ຮູ້​ວ່າ​ໃຜ​ເປັນ​ຕົ້ນ​ເຫດ​ໃຫ້​ເກີດ​ໄພ​ອັນ​ຕະ​ຣາຍ​ນີ້ ທຸກ​ຄົນ​ຈຶ່ງ​ເຫັນ​ດີ ເມື່ອ​ຈົກ​ສະ​ຫລາກ​ຂຶ້ນ​ມາ​ກໍ​ຖືກ​ຊື່​ໂຢ​ນາ 8 ພວກ​ເຂົາ​ຈຶ່ງ​ຖາມ​ໂຢ​ນາ​ວ່າ, “ບັດ​ນິ້ ຂໍ​ຈົ່ງ​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ ແມ່ນ​ໃຜ​ເປັນ​ຕົ້ນ​ເຫດ​ໃນ​ການ​ນິ້? ເຈົ້າ​ມາ​ຈາກ​ໃສ? ເປັນ​ຄົນ​ຊາດ​ໃດ? ປະ​ເທດ​ຂອງ​ເຈົ້າ​ຊື່​ຫຍັງ? ແລະ​ເຈົ້າ​ມາ​ນິ້​ເພື່ອ​ມີ​ກິດ​ທຸ​ຣະ​ຫຍັງ? 9 ທ່ານໄດ້​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ຊາດ​ເຮັບ​ເຣິ ທີ່​ນັບ​ຖື​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ຟ້າສວັນ​ ຜູ້​ຊົງ​ທະ​ເລ​ແລະ​ແຜ່ນ​ດິນ” 10 ພໍ​ໂຢ​ນາ​ເວົ້າ​ດັ່ງ​ນັ້ນ ພວກ​ລູກ​ເຮືອ​ກໍ​ຕົກ​ໃຈ​ຢ່າງ​ໃຫຍ່ ຈຶ່ງ​ເວົ້າ​ໃສ່​ທ່ານ​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຮັດ​ຜິດ​ຢ່າງ​ໃຫຍ່​ຫລວງ​ປານ​ນິ້?” (ການ​ທີ່​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ເຂົາ​ຮູ້​ແລ້ວ ເຣື່ອງ​ທີ່​ເຂົາໄດ້​ຫນີ​ຈາກ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ) 11 ເມື່ອ​ລົມ​ພະ​ຍຸ​ພັດ​ແຮງ​ຂຶ້ນ​ເລື້ອຍໆ ພວກ​ລູກ​ເຮື​ອ​ກໍ​ຖາມ​ໂຢ​ນາ​ວ່າ, “ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ເຈົ້າ ລົມ​ພະ​ຍຸ​ຈຶ່ງ​ຈະ​ສ​ງົບ​ລົງ?” 12 ໂຢ​ນາ​ຕອບ​ວ່າ, “ໃຫ້​ຈັບ​ຂ້າ​ພະ​ເຈົ້າຖີ້ມ​ລົງທະ​ເລ​ເສັຽ ແລ້ວ​ລົມ​ພະ​ຍຸ​ກໍ​ຈະ​ສ​ງົບ​ລົງ​ເພາະ​ຂ້າ​ພະ​ເຈົ້າ​ຮູ້​ຢູ່​ແລ້ວ​ວ່າ ແມ່ນ​ຂ້າ​ພະ​ເຈົ້າ​ເອງ​ເປັນ​ຕົ້ນ​ເຫດ​ທີ່​ພາ​ໃຫ້​ເກີດ​ລົມ​ຮ້າຍ” 13 ພວກລູ​ກ​ເຮືອ​ໄດ້​ພ້ອມ​ກັນ​ພາຍ​ເຮືອ​ເຂົ້າ​ມາ​ຝັ່ງ​ຢ່າງ​ເຕັມ​ກຳ​ລັງ​ແຕ່​ບໍ່​ສຳ​ເຣັດ ເພາະ​ລົມ​ພະ​ຍຸ​ຍິ່ງ​ພັດ​ແຮງ​ຂຶ້ນ​ເລື້ອຍໆ 14 ເມື່ອ​ເປັນ​ດັ່ງ​ນັ້ນ ພວກ​ລູກ​ເຮືອກໍ​ຮ້ອງໄຫວ້ວອນ​ຕໍ່​ພຣະ​ຜູ້​ເປັ​ນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ທີ່​ຈະ​ຂ້າ​ຄົນ​ຜູ້ນີ້ ຂໍ​ພຣະ​ອົງ​ຢ່າ​ລົງ​ໂທດ​ພວກ​ຂ້າ​ພຣະ​ອົງເຖິງ​ຕາຍ​ທ້ອນ ດ້ວຍ​ເຫດ​ວ່າ​ພຣະ​ອົງ​ເອງ​ທີ່​ສຳ​ແດງ​ໃຫ້​ພວກ​ຂ້າ​ພຣະ​ອົງເຮັດ​ແນວ​ນິ້” 15 ແລ້ວ​ພວກ​ເຂົາ​ກໍ​ຈັບ​ໂຢ​ນາ​ຖິ້ມ​ລົງ​ນ້ຳ​ທະ​ເລ ຄວາມ​ປັ່ນ​ປ່ວນ​ໃນ​ນ້ຳ​ທະ​ເລ​ກໍ​ສ​ງົບ​ທັນ​ທີ 16 ເມື່ອ​ເຫັນ​ດັ່ງ​ນັ້ນ ພວກ​ເຂົາ​ກໍ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ທີ່​ສຸດ ຈຶ່ງ​ພ້ອມ​ກັນ​ນ້ອມ​ຖວາຍ​ເຄື່ອງ​ບູ​ຊາ ແລະ​ກ່າວວ​ຄຳ​ປະ​ຕິ​ຍານ​ຕົນ​ຕໍ່​ພຣະ​ອົງ 17 ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ສັ່ງ​ປາ​ໃຫຍ່​ໃຫ້​ກືນ​ກິນ​ໂຢ​ນາ ເຂົາ​ຈຶ່ງ​ຢູ່​ໃນ​ທ້ອງ​ປາ​ນັ້ນ​ເປັນ​ເວ​ລາ​ສາມ​ວັນສາມ​ຄືນ

ໂຢນາ 2

ໂຢ​ນາ​ອ້ອນວອນ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ

1 ໃນ​ຂ​ນະ​ທີ່​ໂຢ​ນາ​ຢູ່​ໃນ​ທ້ອງ​ປາ​ນັ້ນ ທ່ານໄດ້​ກ່າວ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທ່ານວ່າ, 2 “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຄາວ​ຂ້າ​ພຣະ​ອົງ​ຖືກທໍ​ຣະ​ມານ ຂ້າ​ພຣະ​ອົງ​ໄດ້​ຮ້ອງ​ຂໍໃຫ້​ພຣະ​ອົງ​ຊ່ອຍ ແລະພຣະ​ອົງ​ກໍ​ຊົງ​ຕອບ​ຂ້າ​ພຣະ​ອົງ ຂ້າພຣະ​ອົງຂໍ ຄວາມ​ຊ່ອຍ​ເຫລືອ​ຈາກ​ບ່ອນ​ເລິກ​ໃນ​ພິ​ພົບ​ຄົນ​ຕາຍ ພຣະ​ອົງ​ຊົງ​ໄດ້​ຍິນ​ສຽງ​ຂອງ​ຂ້າ​ພຣະ​ອົງ 3 ພຣະ​ອົງ​ຊົງ​ໂຍນ​ຂ້າ​ພຣະ​ອົງ​ລົງ​ໄປ ເຖິງ​ພື້ນ​ທະ​ເລ​ເລິກ ຢູ່​ທີ່​ນັ້ນ​ນ້ຳ​ໄດ້​ຖ້ວມ​ຂ້າ​ພຣະ​ອົງ ຄື້ນ​ອັນ​ຮ້າຍ​ແຮງ​ທັງ​ປວງ​ຂອງ​ພຣະ​ອົງ​ໄດ້​ຕີ​ກະ​ທົບ​ຂ້າ​ພຣະ​ອົງ​ແລ້ວ 4 ຂ້າ​ພຣະ​ອົງ​ຈຶ່ງ​ທູນ​ວ່າ ຂ້າ​ພຣະ​ອົງຖືກ​ປັດ​ເຂັ່ຽ​ອອກ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ບໍ່​ເຫັນ​ພຣະ​ວິ​ຫານ​ສັກ​ສິດ​ຂອງ​ພຣະ​ອົງ​ອີກ 5 ນ້ຳ​ໄດ້​ຖ້ວມ​ຂ້າ​ພຣະ​ອົງ​ແລະ​ຂ້າ​ພຣະ​ອົງຫາຍ​ໃຈບໍ່​ໄດ້ ນ້ຳ​ທະ​ເລ​ໄດ້​ໂອບ​ຕົວ​ຂ້າ​ພຣະ​ອົງຫມົດ​ສິ້ນແລະເທົາ​ກໍ​ພັນ​ຫົວ​ຂ້າ​ພຣະ​ອົງຢູ່ 6 ຂ້າ​ພຣະ​ອົງໄດ້​ລົງ​ເຖິງ​ຕີນ​ພູ ລົງ​ໄປ​ເຖິງ​ດິນ​ບ່ອນ​ມີ​ປະ​ຕູ​ອັດ​ໄວ້​ຕ​ລອ​ດໄປ ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ແຕ່​ພຣະ​ອົງ​ຊົງ​ນຳ​ຂ້າ​ພຣະ​ອົງຂຶ້ນ​ມາ​ຈາກ​ບ່ອນ​ເລິກ​ນັ້ນ​ໂດຍ​ຍັງ​ມີ​ຊີ​ວິດ​ຢູ່ 7 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ​ສະ​ຫລົບ​ໄປ ຂ້າ​ພຣະ​ອົງກໍ​ລະ​ນຶກ​ເຖິງ​ພຣະ​ອົງ ແລະ​ຄຳ​ອ້ອນວອນ​ຂອງ​ຂ້າ​ພຣະ​ອົງ​ກໍ​ມາ​ເຖິງ​ພຣະ​ອົງ​ເຂົ້າ​ສູ່ພຣະ​ວິ​ຫານ​ສັກ​ສິດ​ຂອງ​ພຣະ​ອົງ 8 ຄົນ​ທັງ​ຫລາຍ​ທີ່​ຂາບ​ໄຫວ້​ຮູບ​ພຣະ​ອັນ​ບໍ່​ມີ​ປ​ໂຍດ ໄດ້​ປະ​ຖີ້ມ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ທີ່​ມີ​ຕໍ່​ພຣະ​ອົງ​ເສັຽ 9 ແຕ່​ຂ້າ​ພຣະ​ອົງ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ ຂ້າ​ພຣະ​ອົງ​ຈະ​ຖວາຍ​ສັຕ​ບູ​ຊາ​ແດ່​ພຣະ​ອົງ ຈະ​ກະ​ທຳ​ຕາມ​ສິ່ງ​ທີ່​ຂ້າ​ພຣະ​ອົງໄດ້​ສັນ​ຍາ​ໄວ້ ຄວາມ​ລອດ​ພົ້ນ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ” 10 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ປາ​ໃຫຍ່​ໂຕ​ນັ້ນ​ຂຶ້ນ​ມາ​ຄາຍ​ໂຢ​ນາ​ໄວ້​ແຄມ​ຫາດ​ຊາຍ

ໂຢນາ 3

ໂຢ​ນາ​ໃນ​ນະ​ຄອນ​ນິ​ເນ​ເວ

1 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ໂຢ​ນາອີກວ່າ, 2 “ຈົ່ງ​ຕຽມ​ຕົວ​ໄປ​ຍັງ​ມະ​ຫາ​ນະ​ຄອນ​ນິ​ເນ​ເວ ເພື່ອ​ປະ​ກາດ​ໃຫ້​ຊາວ​ນະ​ຄອນ​ນັ້ນ​ຮູ້​ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ບອກ​ເຈົ້າ” 3 ໃນ​ເທື່ອ​ນິ້​ໂຢ​ນາ​ໄດ້​ທຳ​ຕາມ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ສັ່ງ ຄື​ໄດ້​ຕຽມ​ຕົວ​ອອກ​ເດີນ​ທາງ​ໄປ​ຍັງ​ມະ​ຫາ​ນະ​ຄອນ​ນິ​ເນ​ເວ​ທັນ​ທີ ນະ​ຄອນ​ນິ້​ເປັນ​ເມືອງ​ໃຫຍ່​ຫລາຍ ຕ້ອງ​ໃຊ້​ເວ​ລາ​ຍ່າງ​ເຖິງ​ສາມ​ວັນ​ຈຶ່ງ​ຈະ​ພົ້ນ​ຕົວ​ເມືອງ 4 ໂຢ​ນາ​ໄດ້​ຕັ້ງ​ຕົ້ນ​ຍ່າງ​ເຂົ້າ​ໄປ​ໃນ​ນະ​ຄອນ​ນັ້ນ​ເປັນ​ລະ​ຍະ​ທາງ​ນຶ່ງວັນ ແລ້ວ​ໄດ້​ຮ້ອງ​ປະ​ກາດ​ວ່າ, “ອີກ​ສີ່​ສິບ​ວັນ ນະ​ຄອນ​ນິ​ເນ​ເວ​ກໍ​ຈະ​ຖືກ​ທຳ​ລາຍ” 5 ປະ​ຊາ​ຊົນຊາວ​ນະ​ຄອນ​ນິ​ເນ​ເວ​ກໍ​ເຊື່ອ​ຟັງ​ພຣະ​ເຈົ້າ ພວກ​ເຂົາ​ໄດ້​ປະ​ກາດ​ໃຫ້​ທຸກໆ​ຄົນ​ທັງ​ຄົນ​ຊັ້ນ​ສູງ​ແລະ​ຄົນ​ຊັ້​ນ​ຕ່ຳ ອົດ​ອາ​ຫານ​ແລະ​ນຸ່ງຫົ່ມ​ເຄື່ອງ​ໄວ້​ທຸກ ເພື່ອ​ເປັນ​ການ​ສະ​ແດງວ່າ ເຂົາ​ທັງ​ຫມົດ​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ​ແລ້ວ 6 ເມື່ອ​ກະ​ສັດ​ນະ​ຄອນ​ນິ​ເນ​ເວ​ຊົງ​ຊາບ​ເຫດ​ການ​ນິ້ ກໍ​ຊົງ​ລຸກ​ຂຶ້ນ​ຈາກ​ບັນ​ລັງ ຊົງ​ແກ້​ເຄື່ອງ​ນຸ່ງ​ອອກ ຊົງ​ໃສ່​ເຄື່ອງ​ນຸ່ງ​ໄວ້​ທຸກ​ແທນ ແລະ​ຊົງ​ນັ່ງ​ເທິງ​ຂີ້​ເຖົ່າ​ໄຟ 7 ແລ້ວ​ພຣະ​ອົງ​ໄດ້​ມີ​ພຣະ​ຣາ​ຊ​ດຳ​ຣັດ​ປະ​ກາດ​ໃຫ້​ຊາວ​ນະ​ຄອນ​ນິ​ເນ​ເວ​ຊາບ​ທົ່ວ​ເຖິງກັນ​ວ່າ, “ໃນ​ນາມ​ກະ​ສັດ​ແລະ​ຄະນະ​ຣາ​ຊ​ມົນ​ຕ​ຣີ ເຮົາ​ຂໍ​ປະ​ກາດ​ຫ້າມ​ບໍ່​ໃຫ້​ປະ​ຊາ​ຊົນ​ແລະ​ສັດ​ກິນ ຫລື​ດື່ມ​ສິ່ງ​ໃດໆ​ທັງ​ຫມົດ 8 ທັງ​ຄົນແລະ​ສັດ​ຈະ​ຕ້ອງ​ໄວ້​ທຸກ ໃຫ້​ທຸກ​ຄົນ​ຕັ້ງ​ຈິດ​ຕັ້ງ​ໃຈ​ອ້ອນວອນ​ພຣະ​ເຈົ້າ ໃຫ້​ເລີກ​ປະ​ພຶດ​ຊົ່ວ​ແລະ​ອາດ​ຈະ​ຊົງ​ເຊົາ​ພຣະ​ພິ​ໂຣດ​ອັນ​ຮ້າຍ​ແຮງ ແລ້ວ​ພວກ​ເຮົາ​ກໍ​ຈະ​ບໍ່​ຕາຍ” 9 ຕໍ່​ມາ ພຣະ​ເຈົ້າ​ໄດ້​ຊົງ​ເຫັນ​ຊາວ​ນະ​ຄອນ​ນິ​ເນ​ເວ​ເລີກ​ປະ​ພຶດ​ຊົ່ວ ພຣະ​ອົງ​ຈຶ່ງ​ຊົງ​ປ່ຽນ​ພຣະ​ທັຍ ແລະ​ບໍ່​ຊົງ​ລົງ​ໂທດ​ເຂົາ​ຕາມ​ທີ່​ໄດ້​ຊົງ​ສັນ​ຍາ​ໄວ້

ໂຢນາ 4

ໂຢ​ນາ​ຮ້າຍ ແຕ່​ພຣະ​ເຈົ້າ​ຊົງ​ເມດ​ຕາ

1 ໂຢ​ນາ​ຄຽດ​ ແລະ​ບໍ່​ພໍ​ໃຈ​ທີ່​ພຣະ​ເຈົ້າ​ຊົງ​ປ່ຽນ​ພຣະ​ທັຍ 2 ທ່ານໄດ້ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງຂໍ​ທູນ​ພຣະ​ອົງ​ວ່າ ເມື່ອ​ຄາວ​ຍັງ​ຢູ່​ໃນ​ບ້ານ​ເມືອງ​ຕົນ​ເອງ ຂ້າພຣະ​ອົງໄດ້​ເວົ້າ​ແລ້ວ​ແມ່ນ​ບໍ່​ວ່າ​ພຣະ​ອົງ​ຈະ​ປ່ຽນ​ພຣະ​ທັຍ? ສະ​ນັ້ນ​ຂ້າ​ພຣະ​ອົງ​ຈຶ່ງ​ຢາກ​ຫນີ​ໄປ​ຍັງ​ເມືອງ​ຕາ​ຣ໌​ຊິດ​ເສັຽ ເພາະ​ຂ້າ​ພຣະ​ອົງ​ຮູ້​ດີ​ວ່າ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຜູ້​ປະ​ກອບໄປ​ດ້ວຍ​ພຣະ​ມະ​ຫາ​ກະ​ຣຸ​ນາ​ທິ​ຄຸນ ແລະ​ເມດ​ຕາ​ປານີ ບໍ່​ຄ່ອຍ​ຊົງ​ພິ​ໂຣດ​ຊົງ​ພ້ອມຢູ່ສ​ເມີ​ທີ່​ຈະ​ປ່ຽນ​ພຣະ​ທັຍ​ແລະ​ບໍ່​ລົງ​ໂທດ​ຜູ້​ໃດ 3 ຂ້າແດ່​ພຣະ​ຜູ້​ເປັນ​ເຈົ້າ ບັດ​ນິ້​ຂໍ​ພຣະ​ອົງ​ຊົງ​ເອົາ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງໄປ​ເສັຽ​ເທີນ ເພາະ​ຂ້າ​ພຣະ​ອົງຢາກ​ຈະ​ຕາຍ​ເສັຽດີກວ່າ​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ” 4 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ໂຢ​ນາ​ວ່າ, “ການ​ທີ່​ເຈົ້າ​ຄຽດ​ນັ້ນ ມັນ​ຖືກ​ຕ້ອງ​ແລ້ວ​ຫລື?” 5 ຄັນ​ແລ້ວ ໂຢ​ນາ​ໄດ້​ອອກ​ໄປ​ນັ່ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກຂອງ​ນະ​ຄອນ ຢູ່​ທີ່​ນັ້ນ ທ່ານ​ໄດ້​ປຸກ​ຕູບ​ຂື້ນ​ຫລັງ​ນຶ່ງ ເພື່ອ​ຢູ່​ຄອຍ​ເບິ່ງວ່າ​ຈະ​ມີ​ເຫດ​ການ​ອັນ​ໃດ​ເກີດ​ຂຶ້ນ​ແກ່​ມະ​ຫາ​ນະ​ຄອນ​ນິ້ 6 ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສັ່ງ​ໃຫ້​ກົກ​ຫມາກ​ຫຸ່ງ​ເທດ​ເກີດ​ຂຶ້ນ​ໃກ້ໆ​ຕູບ​ໂຢ​ນາ ເພື່ອ​ທ່ານ​ຈະ​ໄດ້​ອາ​ໄສຮົ່ມ ແລະ​ເພື່ອ​ບັນ​ເທົາ​ທຸກ​ບໍ່​ໃຫ້​ອຸກ​ໃຈ ທ່ານດີ​ໃຈ​ຫລາຍທີ່​ສຸດ​ນຳ​ກົກ​ຫມາກ​ຫຸ່ງ​ນິ້ 7 ແຕ່​ໃນ​ຕອນ​ເຊົ້າ​ວັນ​ຕໍ່​ມາ ພຣະ​ເຈົ້າ​ໄດ້​ຊົງ​ສັ່ງ​ໃຫ້​ດ້ວງ​ມາ​ກັດ​ກົກ​ຫມາກ​ຫຸ່ງ​ນັ້ນ ແລະ​ມັນ​ໄດ້​ຫ່ຽວ​ແຫ້ງ​ຕາຍ​ໄປ 8 ພໍ​ຕາ​ເວັນ​ຂຶ້ນ ພຣະ​ເຈົ້າ​ກໍ​ຊົງ​ສັ່ງ​ໃຫ້​ລົມ​ຮ້ອນ​ພັດ​ມາ​ແຕ່​ທາງ​ຕາເວັນ​ອອກ ຄວາມ​ຮ້ອນ​ຂອງ​ແສງ​ແດດ​ໄດ້​ແຜດ​ເຜົາ​ໂຢ​ນາ​ຈົນ​ສະ​ຫລົບ​ໄປ ທ່ານຈຶ່ງ​ເວົ້າ​ວ່າ, “ຂ້າ​ພຣະ​ອົງ​ຢາກ​ຈະ​ຕາຍ​ເສັຽດີກວ່າ​ຈະ​ມີ​ຊີ​ວິດ​ຢູ່” 9 ພຣະ​ເຈົ້າ​ຊົງ​ຖາມ​ໂຢ​ນາ​ວ່າ, “ການ​ທີ່​ເຈົ້າ​ຄຽດ​ຮ້າຍ​ກົກ​ຫມາກ​ຫຸ່ງ​ນັ້ນ ມັນ​ຖືກ​ຕ້ອງ​ແລ້ວ​ຫລື?” ໂຢ​ນາໄດ້ທູນ​ຕອບ​ວ່າ, “ການ​ທີ່​ຂ້າ​ພຣະ​ອົງຄຽດ​ຈົນ​ກັບ​ຢາກ​ຕາຍ​ນັ້ນ​ກໍ​ຖືກ​ຕ້ອງ​ແລ້ວ” 10 ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ວ່າ, “ກົກ​ຫມາກ​ຫຸ່ງ​ນິ້ ເຈົ້າ​ບໍ່​ໄດ້​ລົງ​ແຮງ​ປູກ ມັນ​ເກີດ​ຂຶ້ນ​ເອງ​ໃນ​ຄືນ​ດຽວ ແລ້ວ​ກໍ​ຫ່ຽວ​ແຫ້ງ​ຕາຍ​ໄປ​ໃນ​ຄືນ​ດຽວ ເຈົ້າ​ກໍ​ຍັງ​ຄຶດ​ຮອດ​ມັນ​ຢູ່ 11 ເມື່ອ​ເປັນ​ດັ່ງ​ນີ້ ເຮົາ​ຈະ​ບໍ່​ສົງ​ສານ​ມະ​ຫາ​ນະ​ຄອນ​ນິ​ເນ​ເວ​ຫລື ຊຶ່ງ​ມີ​ເດັກ​ນ້ອຍ​ທີ່​ບໍ່​ຮູ້​ດຽງ​ສາກວ່າແສ​ນ​ສອງ​ຫມື່ນ​ຄົນ ແລະ​ມີ​ສັດ​ລ້ຽງ​ເປັນ​ຈຳ​ນວນ​ຫລາຍ​ອີກ​ດ້ວຍ”

ມີກາ 1

1 ພຣະ​ທັມ​ເຣື່ອງ​ນີ້ ບັນ​ຈຸ​ຖ້ອຍຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ເຖິງ​ມີ​ກາ ຊາວ​ເມືອງ​ໂມ​ເຣ​ເຊທ ໃນ​ສະ​ໄຫມ​ຂອງ​ໂຢ​ທາມ ອາ​ຮັ​ສ ແລະ​ເຮ​ເຊ​ກີ​ຢາ ເປັນກະ​ສັດ​ຂອງ​ຊາວ​ຢູດາ ພຣະ​ຜູ້​ເປັນ​ເຈົ້​າ​ໄດ້​ຊົງ​ສະ​ແດງ​ສິ່ງ​ທີ່​ຈະ​ເວົ້າ​ດັ່ງ​ຕໍ່​ລົງ​ໄປ​ນີ້ ທີ່​ກ່ຽວ​ກັບ​ເມືອງ​ຊາມາ​ເຣັຽ ແລະ​ເມືອງ​ເຢ​ຣູ​ຊາ​ເລັມ​ຕໍ່​ ມີ​ກາ 2 ຈົ່ງ​ຟັງ​ເຣື່ອງ​ນີ້ ຊົນ​ຊາດ​ທັງ​ຫລາຍ​ເອີຍ, ຈົ່ງ​ຟັງ​ເຣື່ອງ​ນີ້​ ປວງ​ຊົນ​ທີ່​ອາ​ໄສ​ຢູ່ເທິງ​ແຜ່ນ​ດິນ​ໂລກ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ພຍານຕໍ່​ສູ້​ເຈົ້າ ຈົ່ງ​ຟັງ​ແມ໋, ສຽງ​ຂອງ​ພຣະ​ອົງ​ສົ່ງ​ລົງ​ມາ​ຈາກ​ພຣະ​ວິ​ຫານ​ບ່ອນ​ສັກ​ສິດ​ຂອງ​ພຣະ​ອົງ 3 ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສະ​ເດັດ​ມາ​ແຕ່​ເບື້ອງ​ເທິງ ພຣະ​ອົງ​ຈະ​ຊົງ​ສະ​ເດັດ​ລົງ​ມາ​ຍ່າງ​ເທິງ​ຈອມ​ພູ​ທັງ​ຫລາຍ 4 ແລ້ວ​ພູ​ທັງ​ຫລາຍ​ຈະ​ເປື່ອຍ​ລະ​ລາຍ​ໄປ​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ ເຫມືອນ​ດັ່ງ​ຂີ້​ເຜິ້ງ​ຖືກ​ໄຟ ມັນ​ຈະ​ໄຫລ​ລົງ​ສູ່​ຮ່ອມ​ພູ ເຫມືອນ​ດັ່ງ​ນ້ຳ​ໄຫລ​ລົງ​ມາ​ແຕ່​ພູ 5 ເຫດ​ການ​ທັງ​ປວງ​ນີ້​ບັງ​ເກີດ​ຂຶ້ນ ກໍ​ເພາະ​ວ່າ​ປະ​ຊາ​ຊົນອິສ​ຣາ​ເອນ​ໄດ້​ກະ​ທຳ​ບາບ ແລະ​ກະ​ບົດ​ຕໍ່​ສູ້​ພຣະ​ເຈົ້າ ເປັນ​ຄວາມ​ຜິດ​ຂອງ​ໃຜ​ທີ່​ອິສ​ຣາ​ເອນ​ເປັນ​ກະ​ບົດ ແມ່ນ​ປະ​ຊາ​ຊົນ​ຊາ​ມາ​ເຣັຽ​ຫັ້ນ​ແລ້ວ ໃຜ​ບູ​ຊາ​ຮູບ​ເຄົ​າ​ຣົບ​ໃນ​ປະ​ເທດ​ຢູດາ ແມ່ນ​ປະ​ຊາ​ຊົນ​ເຢ​ຣູ​ຊາ​ເລັມ​ຫັ້ນ​ແລ້ວ 6 ສະ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ທຳໃຫ້​ຊາມາ​ເຣັຽ​ເປັນ​ກອງ​ສິ່ງ​ຫັກ​ເພ​ພັງ​ຢູ່​ໃນ​ທົ່ງ​ນາ ແລະ​ໃຫ້​ເປັນ​ສ່ວນ​ສຳ​ລັ​ບ​ປູກ​ຕົ້ນ​ອະ​ງຸ່ນ ເຮົາ​ຈະ​ເທ​ກ້ອນ​ຫີນ​ທີ່​ໃຊ້​ສ້າງ​ເມືອງ​ນັ້ນ​ລົງ​ທີ່​ຮ່ອມ​ພູ ແລະ​ຈະ​ໃຫ້​ເຫັນ​ຮາກ​ຖາ​ນ​ຂອງ​ເມືອງ 7 ຮູບ​ເຄົ​າ​ຣົບທັງ​ຫມົດ​ຈະ​ຖືກ​ທຸບ​ໃຫ້ຫ​ມຸ່ນ ​ແລະ​ຖືກ​ທຳ​ລາຍ​ດ້ວຍ​ໄຟ ປະ​ຊາ​ຊົນ​ໄດ້​ຮູບ​ເຄົ​າ​ຣົບ​ເຫລົ່າ​ນັ້ນ​ມາ​ຢ່າງ​ບໍ່​ສັດຊື່​ຕໍ່​ພຣະ​ເຈົ້າ ແລະ​ບັດ​ນີ້ ພວກ​ເຂົາ​ຈະ​ໄດ້​ໂທດ​ຈາກ​ການ​ບໍ່​ສັດ​ຊື່​ນັ້ນ​ຢ່າງ​ເຫມາະ​ສົມ” 8 ແລ້ວ​ມີ​ກາ​ເວົ້າ​ຕໍ່​ໄປ​ວ່າ, “ກໍ​ເພາະ​ເຫດ​ເຫລົ່າ​ນີ້​ແຫລະ, ຂ້າ​ພະ​ເຈົ້າຈຶ່ງ​ເສົ້າ​ໃຈ​ແລະ​ຄ່ຳ​ຄວນ ຂ້າ​ພະ​ເຈົ້າຈະ​ຍ່າງ​ຕີນເປົ່າ​ແລະ​ເປືອຍ​ກາຍ ເພື່ອ​ສະ​ແດງ​ຄວາມ​ເສົ້າ​ຫມອງ​ໃຈ ຂ້າ​ພະ​ເຈົ້າຈະ​ຫອນ​ເຫມືອນ​ຫມາ​ປ່າ​ແລະ​ອືດ​ຄາງ​ເຫມືອນ​ນົກ​ຈອກ​ປ່າ 9 ເພາະ​ວ່າບາດ​ແຜ​ຂອງ​ເມືອງ​ຊາ​ມາ​ເຣັຽ​ຮັກ​ສາ​ໃຫ້​ດີ​ບໍ່​ໄດ້ ເມືອງ​ຢູດາ​ກໍ​ກຳ​ລັງ​ຈະ​ເປັນ​ບາດ​ແຜ​ຄືກັນ ເພາະ​ການ​ທຳ​ລາຍ​ໄດ້​ມາ​ຮອດ​ປະ​ຕູ​ເມືອງ​ເຢ​ຣູ​ຊາ​ເລັມ ບ່ອນ​ທີ່​ປະ​ຊາ​ຊົນ​ໄດ້​ອາ​ໄສ​ຢູ່​ແລ້ວ”

ສັດ​ຕ​ຣູ​ມາ​ໃກ້​ເມືອງ​ເຢ​ຣູ​ຊ​າ​ເລັມ

10 ຢ່າ​ໄດ້​ບອກ​ເຣື່ອງ​ຜ່າຍ​ແພ້​ຂອງ​ພວກ​ເຮົາ ໃຫ້​ຊາວ​ເມືອງ​ກາດ​ຮູ້ ຢ່າ​ໃຫ້​ພວກ​ເຂົາ​ເຫັນ​ການ​ຮ້ອງ​ໄຫ້​ຂອງ​ພວກ​ເຮົາ ຈົ່ງ​ກີ້ງ​ເກືອກ​ຢູ່​ໃນ​ຂີ້​ຝຸ່ນ​ດ້ວຍ​ຄວາມ​ສິ້ນ​ຫ​ວັງ​ໃນ​ເມືອງ​ເບດ​ເລອາ​ຟ​ຣາ​ 11 ຊາວ​ເມືອງ​ຊາ​ຟີ​ເອີຍ, ຈົ່ງ​ຫນີ​ໄປ​ຕ່າງ​ຖິ່ນ​ຢ່າງ​ສິ້ນ​ເນື້ອ​ປະ​ດາ​ຕົວ ແລະ​ຢ່າງ​ອັບ​ອາຍ​ຂາຍ​ຫນ້າ ພວກ​ທີ່​ອາ​ໄສຢູ່ໃນ​ເມືອງ​ຊາ​ອາ​ນານ ຈະ​ບໍ່​ມີ​ຊີ​ວິດ​ລອດ​ອອກ​ມາ​ໄດ້ ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ຊ່າງ​ເບ​ເທ​ເຊນ ຮ້ອງ​ໄຫ້​ຮໍ່າໄຮ ເຈົ້າ​ຈົ່ງ​ຮູ້​ເສັຽວ່າ ບ່ອນ​ນັ້ນ​ບໍ່​ແມ່ນ​ບ່ອນ​ລີ້​ໄພ​ເສັຽ​ແລ້ວ 12 ຊາວ​ເມືອ​ງມາ​ໂຣທເຈັ​ບ​ແສບ​ຢ່າງ​ສາ​ຫັດ ພວກ​ເຂົາ​ຕ້ອງ​ການ​ຄວາມ​ບັນ​ເທົາ ກໍ​ຍ້ອນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ຄວາມ​ຫາຍ​ຍະ​ນະ​ໃກ້​ເມືອງ​ເຢ​ຣູ​ຊາ​ເລັມ 13 ພວກ​ເຈົ້າ​ທີ່​ອາ​ໄສຢູ່​ໃນ​ເມືອງ​ລາ​ຄິ​ສ ຈົ່ງ​ເອົາ​ມ້າ​ໃສ່​ກວຽນ​ຂອງ​ເຈົ້າ​ຕຽມ​ໄວ້ ເຈົ້າ​ເລີ້ມ​ສ້າງບາບ​ກັມ​ໃຫ້​ແກ່​ບຸດ​ຕ​ຣີ​ຂອງ​ຊີ​ໂອນ ເພ​າະ​ໄດ້​ພົບ​ການ​ທໍ​ຣະ​ຍົດ​ຂອງ​ອິສ​ຣາ​ເອນ​ໃນ​ເຈົ້າ 14 ເພາະ​ສະ​ນັ້ນ ​ເຈົ້າຈົ່ງ​ສັ່ງ​ລາ​ເມືອງ​ໂມ​ເຣ​ເຊທ​ກາ​ດ​ ພວກ​ກະ​ສັດ​ອິສ​ຣາ​ເອນ​ຈະ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫລືອ​ຈາກ​ເມືອງ​ອັຄຊິບ​ເລີຍ 15 ພຣະ​ຜູ້​ເປັນ​ເຈົ້​າ​ຊົງ​ກ່າວ​ວ່າ, “ຊາວ​ເມືອງ​ມາ​ເຣ​ຊາ​ເອີຍ, ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ສັດ​ຕຣູທີ່​ກຳ​ລັງ​ຈະ​ຍຶດ​ເອົາ​ເມືອງ​ຂອງ​ພວກ​ເຈົ້າ ສ່ວນ​ກະ​ສັດ​ອິສ​ຣາ​ເອນ​ກໍ​ຈະ​ປົບ​ຫນີ​ໄປ​ລີ້​ຢູ່​ໃນ​ຖ້ຳ​ທີ່​ອາ​ດຸນ​ລາມ 16 ຈົ່ງ​ແຖ​ຫົວ​ຂອງ​ພວກ​ເຈົ້າ ເພື່ອ​ໄວ້​ທຸກ​ໃຫ້​ແກ່​ບຸດທີ່​ຮັກ​ຂອງ​ພວກ​ເຈົ້າ​ສາ ຈົ່ງ​ແຖ​ຫົວ​ໃຫ້​ໂລ້ນ​ເຫມືອນ​ແຮ້ງ ກໍ​ເພາະ​ວ່າ ພວກ​ບຸດຂອງ​ພວກ​ເຈົ້າ​ຈະ​ຖືກ​ເອົາ​ຫນີ​ໄປ​ເລີຍ

ມີກາ 2

ເຄາະ​ກຳ​ຂອງ​ພວກ​ທີ່​ບີບ​ບັງ​ຄັບ​ຄົນ​ຈົນ

1 ຜູ້​ທີ່​ນອນ​ຄິດ​ວາງ​ແຜນ​ການ​ກະ​ທຳ​ຄວາມ​ຊົ່ວ ຈະ​ໄດ້​ຮັບ​ຄວາມ​ວິ​ບັດ​ຢ່າງ​ຫນັກ ເມື່ອ​ຮຸ່ງ​ເຊົ້​າ​ຂຶ້ນ ພໍ​ເຂົາ​ໄດ້​ໂອ​ກາດ​ພວກ​ເຂົາ​ກໍ​ເຮັດ​ຄວາມ​ຊົ່ວ​ທີ່​ໄດ້​ວາງ​ແຜນ​ໄວ້​ນັ້ນ 2 ເມື່ອ​ພວກ​ເຂົາ​ຕ້ອງ​ການ​ທົ່ງ​ນາ ແລະ​ບ້ານ​ເຮືອນ​ພວກ​ເຂົາ​ກໍ​ຍຶດ​ເອົາ​ໄປ ພວກ​ເຂົາ​ໃຊ້​ກຳ​ລັງ​ແລະ​ເລ່​ຫລ່ຽມ​ຫລອກ​ເອົາ​ເຮືອນ​ແລະ​ທີ່​ດິນ​ຂອງ​ເຈົ້າ​ຊັບ 3 ເຫດ​ສັນນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ກຳ​ລັງ​ວາງ​ແຜນ​ເອົາ​ໄພ​ວິ​ບັດ​ມາ​ໃສ່​ພວກ​ເຈົ້າ​ ຊຶ່ງ​ບໍ່​ມີ​ໃຜ​ຈະ​ຫລົບ​ຫລີກ​ໄດ້ ພວກ​ເຈົ້​າ​ຈະ​ຍ່າງ​ໄປ​ຢ່າງສະງ່າ​ຜ່າ​ເຜີຍ​ຕໍ່​ໄປ​ບໍ່​ໄດ້​ອີກ ເພາະ​ວ່າ​ມັນ​ເປັນ​ຍາມ​ເຄາະ​ຮ້າຍ​ສຳ​ລັບ​ພວກ​ເຈົ້າ 4 ເວ​ລາ​ຍາມ​ນັ້ນ​ມາ​ຮອດ ຈະ​ມີ​ຄົນ​ເອົາ​ເຣື່ອງ​ຂອງ​ພວກ​ເຈົ້າ​ມາ​ກ່າວ​ເປັນ​ຄຳ​ຂວັນ ໃນ​ຄາວ​ໄພ​ວິ​ບັດ​ແລະ​ຮ້ອງ​ເພງ​ອັນ​ຂົ່ມ​ຂື່ນ​ນີ້​ວ່າ, “ພວກ​ເຮົາ​ພິ​ນາດ​ໄປ​ຈົນ​ຫມົດ​ກ້ຽງ​ສາ​ແລ້ວ ພຣະ​ຜູ້​ເປັນ​ເຈົ້​າ​ໄດ້​ຍຶດ​ເອົາ​ດິນ​ຫມູ່​ເຮົາ​ໄປ​ແລ້ວ​ເອົາ​ໄປ​ມອບ​ໃຫ້​ສັດ​ຕຣູ” 5 ດັ່ງ​ນັ້ນ ບໍ່​ມີ​ໃຜ​ໃນ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ດິນ​ຕອນ​ນຶ່ງ​ຕອນ​ໃດ​ໃນ​ມື້​ທີ່​ແບ່ງ​ປັນ​ດິນ ລະ​ຫວ່າງ​ໄພ່​ພົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 6 ປະ​ຊາ​ຊົນ​ເທ​ສ​ນາ​ສັ່ງ​ສອນ​ຂ້າ​ພະ​ເຈົ້າ​ວ່າ, “ຢ່າ​ສັ່ງ​ສອນ​ພວກ​ເຮົາ​ກ່ຽວ​ກັບ​ເຣື່ອງ​ເຫລົ່າ​ນັ້ນ​ເລີຍ ພຣະ​ເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ພວກ​ເຮົາ​ເຊື່ອມ​ເສັຽດ​ອກ ປະ​ຊາ​ຊົນ​ອິສ​ຣາ​ເອນ​ໄດ້​ຖືກ​ສາບ​ແຊ່ງ​ຊັ້ນ​ບໍ່ 7 ພຣະ​ຜູ້​ເປັນ​ເຈົ້າ​ຫມົດ​ຄວາມ​ອົດ​ທົນ​ແລ້ວ​ຫລື ພຣະ​ອົງ​ຈະ​ກະ​ທຳ​ສິ່ງ​ເຫລົ່າ​ນັ້ນ​ອີ່​ຫລີ​ຫວາ ພຣະ​ອົງ​ຈະ​ບໍ່​ກ່າວ​ຢ່າງ​ເປັນ​ມິດ​ຕໍ່​ຜູ້​ທີ່​ປະ​ພຶດ​ຊອບ​ທັມ​ບໍ່ 8 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ພ​ວ​ກ​ເຈົ້​າ​ເອງ​ເປັນປໍ​ຣະ​ປັກ​ຕໍ່​ໄພ່​ພົນ​ຂອງ​ເຮົາ ພວກ​ເຈົ້​າ​ໄດ້​ລັກ​ເອົາ​ແມ້​ແຕ່​ເສື້ອ​ຂອງ​ຄົນ​ທີ່​ຢູ່ຢາງ​ສ​ງົບ ຄືບັນ​ດາ​ຜູ້​ທີ່​ກັບ​ຈາກ​ສະ​ຫນາມ​ຮົບ​ຊຶ່ງ​ຄິດ​ວ່າ​ຕົນ​ປອດ​ພັຍ​ແລ້ວ 9 ພວກ​ເຈົ້າ​ຂັບ​ໄລ່​ພວກ​ຜູ້​ຍິງ​ໄພ່​ພົນ​ຂອງ​ເຮົາ​ອອກ​ຈາກ​ເຮືອນ​ອັນ​ຜາ​ສຸກ​ຂອງ​ພວກ​ເຂົາ ແລະ​ຍັງ​ໃຫ້​ລູກ​ຂອງ​ພວກ​ເຂົາ​ບໍ່​ໄດ້​ຮັບ​ພອນ​ຂອງ​ເຮົາ​ຕລອດ​ໄປ 10 ຈົ່ງ​ຫນີ​ໄປ​ສາ ບ່ອນ​ທີ່​ບໍ່​ມີ​ທີ່​ພັກ​ພາ​ອາ​ໄສ ຍ້ອນ​ຄວາມ​ບາບ​ພວກ​ເຈົ້າ​ຈຶ່ງ​ຈະ​ພົບ​ກັບ​ຄວາມ​ພິ​ນາດ​ອັນ​ຮ້າຍ​ແຮງ 11 ບຸກ​ຄົນ​ຜູ້​ນຶ່ງ​ຊຶ່ງ​ທ່ຽວ​ໄປ​ຕົວະ ແລະ​ຫລອກ​ລວງ​ປະ​ຊາ​ຊົນ​ໂດຍ​ກ່າວ​ວ່າ ນ້ຳ​ອະ​ງຸ່ນ​ແລະ​ສຸ​ຣາ​ຈະ​ຫລັ່ງ​ໄຫລ​ມາ​ສຳ​ລັບ​ພວກ​ເຈົ້າ ອັນ​ນີ້ ຄືການ​ທຳ​ນ​ວາຍ​ຢ່າງ​ນຶ່ງ​ທີ່​ປະ​ຊາ​ຊົນ​ມັກ 12 ແຕ່​ເຮົາ​ຈະ​ທ້ອນ​ໂຮມ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ທັງ​ຫມົດ ພ້ອມ​ທັງ​ພວກ​ທີ່​ເຫລືອ​ຢູ່ ເຣົາ​ຈະ​ທ້ອນ​ໂຮມ​ພວກ​ເຈົ້າ​ໃຫ້ຢູ່​ນຳ​ກັນ​ເຫມືອນ​ຝູງ​ແກະ​ຢູ່​ໃນ​ຄອກ ແລະ​ເຫມືອນ​ຝູງ​ສັດ​ຢູ່​ໃນ​ທົ່ງ​ຫຍ້າ ດິນ​ແດນ​ຂອງ​ພວກ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ສຽງ​ຂອງ​ຝູງ​ຊົນ​ທັງ​ຫລາຍ” 13 ພຣະ​ເຈົ້າ​ຈະ​ໄຂ​ຫົນ​ທາງ​ສຳ​ລັບ​ນຳ​ພວກ​ເຂົາ​ອອກ​ໄປ ພວກ​ເຂົາ​ຈະ​ທະ​ລຸ​ອອກ​ໄປ​ທາງ​ປະ​ຕູ​ເຂົ້​າ​ເມືອງ​ແລະ​ໄປ​ຢ່າງ​ມີ​ອິສ​ຣະ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຈະ​ເປັນ​ເຈົ້າ​ຊີ​ວິດ​ຂອງ​ພວກ​ເຂົາ​ຈະ​ນຳ​ພາ​ອອກ​ໄປ

ມີກາ 3

ມີ​ກາ​ກ່າວ​ໂທດ​ຜູ້​ນຳ​ອິສ​ຣາ​ເອນ

1 ບັນ​ດາ​ຜູ້​ປົກ​ຄອງ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ຟັງ​ພວກ​ເຈົ້າ​ຄວນ​ຈະ​ເປັນ​ຜູ້​ຮັກ​ສາ​ຄວາມ​ຍຸດຕິ​ທັມ 2 ແຕ່​ພວກ​ເຈົ້າ​ກຽດ​ຊັງ​ຄວາມ​ດີ ແລະ​ຮັກ​ຄວາມ​ຊົ່ວ ພວກ​ເຈົ້າ​ຂູດ​ຮີດ​ ແລະ​ທໍ​ຣະ​ມານ​ໄພ່​ພົນ​ຂອງ​ເຮົາ​ຢ່າງ​ທາ​ຣຸນຄື 3 ພວກ​ເຈົ້າກັດ​ກິນ​ຊີ້ນ ແລະ​ລອກ​ຫນັງ​ຂອງ​ພວກ​ເຂົາ​ອ​ອກ ຫັກ​ກະ​ດູກ​ຂອງ​ພວກ​ເຂົາ ແລະ​ຕັດ​ໃຫ້​ເປັນ​ຕ່ອນໆ​ເຫມືອນ​ຊີ້ນ​ຢູ່​ໃນ​ຫມໍ້ 4 ແລະ​ຈະ​ມີ​ວັນ​ນຶ່ງທີ່​ພວກ​ເຈົ້າ​ຈະ​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ພຣະ​ອົງ​ຈະ​ບໍ່​ຊົງ​ຕອບ​ພວກ​ເຈົ້າ ພຣະ​ອົງ​ຈະບໍ່​ຟັງ​ການ​ອ້ອນວອນ​ຂອງ​ພວກ​ເຈົ້​າ ກໍ​ເພາະ​ວ່າ​ພວກ​ເຈົ້າ​ໄດ້​ປະ​ພຶດ​ຊົ່ວ 5 ປະ​ຊາ​ຊົນ​ໄດ້​ຖືກ​ຜູ້​ປະ​ກາດ​ພຣະ​ທັມ​ຫລອກ​ລວງ ຄື​ພວກ​ສັນ​ຍ​າ​ໃຫ້​ຄວາມ​ສ​ງົບ​ແກ່​ຜູ້​ທີ່​ລ້ຽງ​ພວກ​ເຂົາ ແຕ່​ນາບ​ຂູ່​ເອົາ​ເສິກ​ສົງ​ຄາມ​ມາ​ສູ່​ຜູ້​ທີ່​ບໍ່​ໄດ້​ຍິນຍອມ​ປະ​ຕິ​ບັດ​ຕາມ ສຳ​ລັບ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ເຫລົ່າ​ນັ້ນ ພຣະ​ຜູ້​ເປັນ​ເຈົ້​າ​ຊົງ​ກ່າວ​ແກ່ເຂົາ​ວ່າ, 6 “ກໍ​ຍ້ອນ​ວ່າ ພວກ​ເຈົ້າ​ໄດ້​ນຳ​ໄພ່​ພົນ​ຂອງ​ເຮົາ​ໄປ​ໃນ​ທາງ​ທີ່​ຜິດ ພວ​ກ​ເຈົ້າ​ຈະ​ບໍ່​ມີ​ນີ​ມິດ​ອີກ​ຕໍ່​ໄປ ແ​ລະ​ພວກ​ເຈົ້າ​ຈະ​ບໍ່​ສາ​ມາດ​ທຳ​ນ​ວາຍ​ເຣື່ອງ​ໃດໆ​ໄດ້​ເລີຍ ພວກ​ຜູ້​ປະ​ກາດ​ພຣະ​ທັມ​ເອີຍ, ຄວາມ​ສຳ​ຄັນ​ຂອງ​ພວກ​ເຈົ້າ​ກໍ​ໃກ້​ຈະ​ຫມົດ​ແລ້ວ ດັ່ງ​ຕາ​ເວັນ​ກໍາລັງ​ຈະ​ຕົກ 7 ຜູ້​ທີ່​ທຳ​ນ​ວາຍ​ເຫດ​ການ​ໃນ​ອະ​ນາ​ຄົດ ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ ຈາກ​ການ​ລົ້ມ​ເຫລວ​ຂອງ​ພວກ​ເຂົາ ພວກ​ເຂົາ​ທຸກ​ຄົນ​ເສັຽ​ໃຈ​ກໍ​ຍ້ອນ​ວ່າ ພຣະ​ເຈົ້າ​ບໍ່​ໄດ້​ປະ​ທານ​ຄຳ​ຕອບ​ໃຫ້​ແກ່​ເຂົາ 8 ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ຂ້າ​ພະ​ເຈົ້​າ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ ຄື​ດ້ວຍ​ຣິດ​ເດດ ດ້ວຍ​ຄວາມ​ຍຸ​ດ​ຕິ​ທັມ ແລະ​ດ້ວຍ​ຄວາມ​ກ້າ​ຫານ ເພື່ອບອກ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ໃຫ້​ສຳ​ນຶກ​ເຖິງ​ຄວາມບາ​ບ​ຂອງ​ພວກ​ເຂົາ 9 ບັນ​ດາ​ຜູ້​ປົກ​ຄອງ​ອິສ​ຣາ​ເອນເອີຍ, ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ​ເທີນ ພວກ​ເຈົ້າ​ກຽດ​ຊັງ​ຄວາມ​ຍຸ​ດຕິ​ທັມ ແລະ​ປ່ຽນ​ຄວາມ​ຊອບ​ທັມ​ມາ​ເປັນ​ຄວາມ​ອະ​ທັມ 10 ພວກ​ເຈົ້າ​ສ້າງ​ເຢ​ຣູ​ຊາ​ເລັມ​ ເມືອງ​ຂອງ​ພຣະ​ເຈົ້​າ​ຂຶ້ນ​ມາ​ດ້ວຍ​ການ​ຄາດ​ຕະ​ກຳ​ແລະ​ດ້ວຍ​ການ​ອະ​ທັມ 11 ບັນ​ດາ​ພວກ​ຜູ້​ປົກ​ຄອງ​ເມືອງ ກໍ​ປົກ​ຄອງ​ດ້ວຍ​ເຫັນ​ແກ່​ສິນ​ບົນ ບັນ​ດາ​ປະ​ໂຣ​ຫິດ​ກໍ​ໃຊ້​ກົດ​ຫມາຍ​ເພື່ອ​ເຫັນ​ແກ່​ສີນ​ຈ້າງ​ຮາງວັນ ບັ​ນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຖວາຍ​ດ້ວຍ​ເຫັນ​ແກ່ເງິນ ແລະ​ພວກ​ເຂົາ​ທັງ​ຫມົດ​ຍັງ​ອ້າງວ່າ ພຣະ​ຜູ້​ເປັນ​ເຈົ້​າ​ໄດ້​ສະ​ຖິດ​ຢູ່​ກັບ​ພວກ​ເຂົາ​ໂດຍ​ເວົ້າ​ວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ສະ​ຖິດ​ຢູ່​ນຳ​ເຮົາ​ແມ່ນ​ບ? ບໍ່​ມີ​ໄພ​ອັນ​ຕະ​ຣາຍ​ໃດໆ​ຈະ​ມາ​ເຖິງ​ພວກ​ເຮົາ​ດອກ” 12 ດ້ວຍ​ເຫດ​ນີ້​ແຫລະ, ຍ້ອນ​ພວກ​ເຈົ້າ​ເມືອງ​ຊີ​ໂອນ​ຈະ​ຖືກ​ໄຖ​ເຫມືອນ​ດັ່ງໄຖ​ນາ ເຢ​ຣູ​ຊາ​ເລັມ​ຈະ​ກາຍ​ເປັນກອງ​ສິ່ງ​ສ​ລັກຫັກ​ເພ​ພັງ​ແລະ​ພູ​ເຂົາ​ວິ​ຫານ​ຈະ​ເປັນ​ປ່າ

ມີກາ 4

ພຣະ​ຜູ້​ເປັນ​ເຈົ້​າ​ແຫ່ງ​ສາ​ກົນ​ນະ​ໂລກ​ປົກ​ຄອງ​ດ້ວຍ​ສັນ​ຕິ​ສຸກ

1 ໃນ​ຍຸກ​ຕໍ່​ມາ ຈະ​ເປັນ​ດັ່ງ​ນີ້​ຄື ພູ​ເຂົາ​ບ່ອນ​ພຣະ​ວິ​ຫານ​ຕັ້ງ​ຢູ່ ຈະ​ເປັນ​ພູ​ເຂົາ​ທີ່​ສູງ​ສຸດ ໃນ​ຈຳ​ນວນ​ພູ​​ທັງ​ຫລາຍ ຫລາຍ​ຊົນ​ຊາດ​ຈະ​ຫລັ່ງ​ໄຫລ​ມາ​ຫາ​ທີ່​ນັ້ນ 2 ແລະ​ປະ​ຊາ​ຊົນ​ຂອງ​ຊົນ​ຊາດ​ເຫລົ່າ​ນັ້ນ​ຈະ​ເວົ້າ​ວ່າ, “ມາ​ເທາະ, ເຮົາ​ພາ​ກັນ​ໄປ​ຍັງ​ພູ​ເຂົາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂຶ້ນ​ໄປ​ຍັງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ອິສ​ຣາ​ເອນ ພວກ​ເຮົາ​ຈະ​ໄດ້​ຮູ້​ສິ່ງ​ທີ່​ພຣະ​ອົງ​ຕ້ອງ​ການ​ໃຫ້​ພວກ​ເຮົາ​ທຳ ພວກ​ເຮົາ​ຈະ​ເດີນ​ໄປ​ໃນ​ຫົນ​ທາງ​ທີ່​ພຣະ​ອົງ​ຊົງ​ໄດ້​ເລືອກ​ໄວ້” ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຈາກ​ເຢ​ຣູ​ຊາ​ເລັມ ຈາກ​ຊີ​ໂອນ​ບ່ອນ​ທີ່​ພຣະ​ອົງຊົງ​ເວົ້າ​ກັບ​ໄພ່​ພົນ​ຂອງ​ພຣະ​ອົງ 3 ພຣະ​ອົງ​ຈະ​ຊົງ​ໄກ່​ເກັ່ຽການ​ຜິດ​ຖຽງ​ກັນ​ລະ​ຫວ່າງ​ຊົນ​ຊາດ​ແລະ​ເປັນ​ຜູ້ພິ​ພາກ​ສາ​ຄະ​ດີລະ​ຫວ່າງ​ມະ​ຫາ​ອຳ​ນາດ​ທັງ​ຫລາຍ​ທີ່​ຢູ່​ຫ່າງ​ໄກຈາກ​ອິສ​ຣາ​ເອນ ພວກ​ເຂົາ​ຈະ​ຕີ​ດາ​ບ​ໃຫ້​ເປັນ​ຫມາກ​ສົບໄຖ ແລະ​ຈະ​ຕີ​ຫ​ອກ​ໃຫ້​ເປັນ​ມີດ​ຕັດ​ກິ່ງ​ໄມ້ ຊົນ​ຊາດ​ທັງ​ຫລາຍ​ຈະ​ບໍ່​ເຣັດ​ເສິກ​ຕໍ່​ສູ້​ກັນ​ອີກ​ຕໍ່​ໄປ ຫລື​ຈະ​ບໍ່​ຈັດ​ຕຽມ​ເພື່ອ​ເຮັດ​ເສິກ​ອີກ 4 ທຸກໆ​ຄົນ​ຢູ່​ໃນ​ຄວາມ​ສ​ງົບ​ສຸກ ຢູ່​ໃຕ້​ຮົ່ມ​ອະ​ງຸ່ນ ແລະ​ຕົ້ນ​ຫມາກ​ເດື່ອ​ຂອງ​ຕົນ ໂດຍ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາ​ຢ້ານ​ກົວ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ມີ​ອຳ​ນາດ​ຍິ່ງ​ໃຫຍ່​ໄດ້​ສັນ​ຍາ​ໄວ້​ດັ່ງ​ນີ້ 5 ແຕ່​ລະ​ຊົນ​ຊາດ​ນະ​ມັ​ສ​ການ ແລະ​ເຊື່ອ​ຟັງ​ພຣະ​ເຈົ້​າ​ຂອງ​ພວກ​ຕົນ​ແຕ່​ພວກ​ເຮົ​າ​ຈະ​ນະ​ມັ​ສ​ການ ແລະ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ​ຕລອດ​ໄປ​ເປັນ​ນິດ

ອິສ​ຣາ​ເອນ​ຈະ​ກັບ​ຄືນ​ສູ່​ປະ​ເທດ​ເດີມ

6 ພຣະ​ຜູ້​ເປັນ​ເຈົ້​າ​ຊົງ​ກ່າວ​ວ່າ, “ເມື່ອ​ຍາມ​ຂອງ​ເຮົາ​ມາ​ຮອດ​ແລ້ວ ເຮົາ​ຈະ​ທ້ອນ​ໂຮມ​ໄພ່​ພົນ​ຂອງ​ເຮົາ ຊຶ່ງ​ແມ່ນ​ພວກ​ທີ່​ເຮົາ​ໄດ້​ລົງ​ໂທດ ແລະ​ໄດ້​ຮັບ​ກຳ​ຈາກ​ການ​ເນ​ລະ​ເທດ 7 ພວກ​ເຂົາ​ເປັນ​ຄົນ​ອ່ອນ​ແຮງ​ແລະ​ຫ່າ​ງໄກ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ ແຕ່​ເຮົາ​ຈະ​ໃຫ້​ເຂົາ​ຕັ້ງ​ປະ​ເທດ​ໃຫມ່ ແລະ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ຍິ່ງ​ໃຫ​ຍ່ ເຮົາ​ຈະ​ປົກ​ຄອງ​ພວກ​ເຂົາ​ຕລອດ​ກາ​ລະນານ​ຢູ່​ເທິງ​ພູ​ຊີ​ໂອນ 8 ເຢ​ຣູ​ຊາ​ເລັມ​ບ່ອນ​ທີ່​ພຣະ​ເຈົ້​າ​ຊົງ​ເຝົ້າ​ເບິ່ງໄພ່​ພົນ​ຂອງ​ພຣະ​ອົງ​ເອີຍ, ເຈົ້າ​ຈະ​ເປັນ​ເມືອງ​ເອກ​ຂອງ​ຣາ​ຊ​ອາ​ນາ​ຈັກ​ອິສ​ຣາ​ເອນ​ອິກ​ເທື່ອ​ນຶ່ງ 9 ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້​ສຽງ​ດັງ​ແທ້? ເປັນ​ຫຍັງ​ພວກ​ເຈົ້​າ​ຈຶ່ງ​ເຈັບ​ປວດ​ເຫມືອນ​ຜູ້​ຍິງ​ອອກ​ລູກ? ບໍ່​ແມ່ນ​ພວກ​ເຈົ້າ​ບໍ່​ມີ​ກະ​ສັດ​ປົກ​ຄອງ​ບໍ່? ແລະ​ພວກ ທີ່​ປຶກ​ສາ​ຂອງ​ພວກ​ເຈົ້າ​ຕາຍ​ຫມົດ​ແລ້ວ​ບໍ່? 10 ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ, ເຈົ້​າ​ເຈັບ​ປວດ ແລະ​ຮ້ອງ​ຄາງ​ເຫມືອນ​ຍິງ​ຄອດ​ບຸດ ມາ​ບັດ​ນີ້ ພວກ​ເຈົ້າ​ຕ້ອງ​ຫນີ​ຈາກ​ເມືອງ​ນີ້​ໄປ​ຢູ່​ໃນ​ທົ່ງ​ນາ ແລ້ວ​ພວກ​ເຈົ້​າ​ຕ້ອງ​ໄປ​ເມືອງ​ບາ​ບິໂລນ​ ເພ​າະ​ວ່າ​ໃນ​ທີ່​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົດ​ຊ່ອຍ​ພວກ​ເຈົ້​າ​ໃຫ້​ພົ້ນ​ໄພ​ຈາກ​ອຳ​ນາດ​ຂອງ​ສັດ​ຕຣູ 11 ຫລາຍ​ຊົນ​ຊາດ​ໄດ້​ຮ່ວມ​ມື​ກັນ​ໂຈມ​ຕີ​ເຈົ້າ ພວກ​ເຂົາ​ເວົ້າ​ວ່າ, “ຈົ່ງ​ໃຫ້​ມັນ​ຫມົດ​ຄວາມ​ສັກ​ສິດ ໃຫ້​ຕາ​ຂອງ​ເຮົາ​ເພ່ງ​ເບິ່ງ ຊີ​ໂອນ” 12 ແຕ່​ຊົນ​ຊາດ​ເຫລົ່າ​ນັ້ນ​ບໍ່​ຮູ້​ຈັກ​ພຣະ​ດຳ​ຣັດ​ຂອງພຣະ​ຜູ້​ເປັນ​ເຈົ້າ ພວກ​ເຂົາ​ບໍ່​ຮູ້​ຈັກ​ວ່າ ພຣະ​ອົງ​ໄດ້​ວາງ​ແຜນ​ການ​ທ້ອນ​ໂຮມ​ພວກ​ເຂົາ ເພື່ອ​ເອົາ​ມາ​ລົງ​ໂທດ​ດັ່ງ​ດຽວ​ກັນ​ກັບ​ໂຮມ​ເອົ​າ​ມັດ​ເຂົ້າ​ມາ​ຟາດ​ໃນ​ລານ 13 ໂອ ບຸດ​ຕ​ຣີ​ ຊີ​ໂອນ​ເອີຍ, ຈົ່ງ​ລຸກ​ຂຶ້ນ​ແລະ​ນວດ​ເຖີດເອີຍ, ເຮົາ​ຈະ​ທຳໃຫ້​ພວກ​ເຈົ້າ​ແຂງ​ແຮງ​ເຫມືອນ​ດັ່ງ​ງົວ​ກະ​ທິງ​ທີ່​ມີ​ເຂົາ​ເຫລັກ ແລະ​ມີ​ຕີນ​ໂລ​ຫະ ພວກ​ເຈົ້​າ​ຈະ​ຢຽບ​ທຳ​ລາຍ​ຫລາຍ​ປະ​ເທດ​ໃຫ້​ມຸ່ນ ແລະຊັບ​ສົມ​ບັດ​ຂອງ​ພວກ​ເຂົາ​ຈະ​ເປັນ​ຂອງ​ເຮົາ ສິ່ງ​ເຫລົ່າ​ນັ້ນ​ຈະ​ຖືກ​ຖວາຍ​ໃຫ້​ແກ່​ພຣະ​ຜູ້​ເປັ​ນ​ເຈົ້າ​ແຫ່ງ​ພິ​ພົບ​ທັງ​ຫມົດ

ມີກາ 5

1 ປະ​ຊາ​ຊົນ​ອິສ​ຣາ​ເອນ​ເອີຍ, ຈົ່ງ​ຕຽມ​ພົນ​ໄວ້​ຮົບ​ເສິກ ເພາະ​ສັດ​ຕຣູລ້ອມ​ເຮົາ​ໄວ້​ແລ້ວ ແລະ​ຜູ້​ນຳ​ອິສ​ຣາ​ເອນ​ກໍ​ຖືກ​ສັດ​ຕຣູ​ຕີ​ຫນ້າ​ແລ້ວ

ພຣະ​ຜູ້​ເປັນ​ເຈົ້​າ​ຊົງ​ສັນ​ຍາ​ຈະ​ປະ​ທານ​ຜູ້​ປົກ​ຄອງ​ຈາກ​ເມືອງ​ເບັດ​ເລ​ເຮັມ

2 ເບັດ​ເລ​ເຮັມ ເອ​ຟ​ຣາ​ທາ​ເອີຍ, ເຈົ້າ​ເປັນ​ເມື​ອງ​ນ້ອຍ​ເມືອງ​ນຶ່ງ​ໃນ​ເຂດ​ຢູດາ ແຕ່​ວ່າ ເຮົາ​ຈະ​ແຕ່ງ​ໃຫ້​ມີ​ຜູ້​ນຶ່ງ​ມາ​ປົກ​ຄອງ​ພວກ​ອິສ​ຣາເອນ​ຫນໍ່​ເຊື້ອ​ສາຍ​ຂອງ​ທ່ານ​ຈະ​ມາ​ຈາກ​ສະ​ໄຫມ​ເດີມ 3 ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ ຈະ​ປະ​ໄພ່​ພົນ​ຂອງ​ພຣະ​ອົງ​ໃຫ້​ສັດ​ຕຣູ ຈົນ​ເຖິງ​ເວ​ລາ​ທີ່​ຍິງ​ຖື​ພາ​ຄອດບຸດ​ ຄັນ​ແລ້ວ ບັນ​ດາ​ພີ່​ນ້ອງ​ໃນ​ເມືອງ​ທີ່​ຍັງ​ຖືກ​ເນ​ລະ​ເທດກໍ​ຈະ​ມາທ້ອນ​ໂຮມ​ກັນ​ກັບ​ປະ​ຊາ​ຊົນ​ອິສ​ຣາ​ເອນ 4 ເວ​ລາ​ຜູ້​ນັ້ນ​ມາ ທ່ານຈະ​ມາ​ປົກ​ຄອງ​ປະ​ຊາ​ຊົນ​ດ້ວຍ​ອຳ​ນາດ​ມາ​ແຕ່​ພຣະ​ຜູ້​ເປັນ​ເຈົ້​າ ແລະ​ດ້ວຍ​ຄວາມ​ສະ​ງ່າ​ຣາ​ສີ ປະ​ຊາ​ຊົນ​ຂອງ​ທ່ານຈະ​ຢູ່​ຢ່າງ​ປອດ​ພັຍ ກໍ​ຍ້ອນ​ວ່າ​ມະ​ນຸດ​ທຸກໆ​ຄົນ​ໃນ​ໂລກ ຈະ​ຮັບຮູ້ທ່າ​ນ 5 ແລະ​ທ່ານຈະ​ເປັ​ນ​ຜູ້​ນຳ​ເອົາ​ຄວາມ​ສ​ງົບ​ສຸກ​ມາ

ການ​ຊ່ອຍ​ໃຫ້ພົ້ນ​ແລະ​ການ​ລົງ​ໂທດ

ເມື່ອ​ຊາວ​ອັສ​ຊີ​ເຣັຽຢຽບ​ຢ່ຳ​ແລະ​ບຸກ​ລຸກ​ຄຸກ​ຄາມ​ດິນ​ແດນ​ຂອງ​ພວກ​ເຮົ​າ ພວກ​ເຮົາ​ຈະ​ສົ່ງ​ພວກ​ຜູ້​ລ້ຽງ​ແກະ​ເຈັດ​ຄົນແລະ​ຜູ້​ນຳ ແປດ​ຄົນມາ​ຕໍ່​ສູ້​ພວກ​ເຂົາ 6 ພວກຜູ້​ນຳ​ຈະ​ຍຶດ​ເອົາ​ດິນ​ແດນ​ຂອງ​ອັສ​ຊີ​ເຣັຽມາ​ປົ​ກ​ຄອງ​ດ້ວຍ​ກຳ​ລັງ ເມື່ອ​ຊາວ​ອັສ​ຊີ​ເຣັຽບຸກ​ລຸກ​ຄຸກ​ຄາມ​ດິນ​ແດນ​ຂ​ອງ​ພວກ​ເຮົາ ພວກ​ຜູ້​ນຳ​ກໍ​ຈະ​ຊ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ໄພ​ດ້ວຍ​ວິ​ທີ​ຍຶດ​ຄອງ​ນັ້ນ 7 ປະ​ຊາ​ຊົນ​ອິສ​ຣາ​ເອນ​ຜູ້​ຍັງ​ມີ​ຊີ​ວິດ​ເຫລືອ​ຢູ່​ກໍ​ຈະ​ເປັນ​ເຫມືອນ​ນ້ຳ​ຄ້າງ​ອັນ​ສົດ​ຊື່ນ​ທີ່​ພຣະ​ຜູ້​ເປັ​ນ​ເຈົ້າ​ເທ​ລົງ​ມາ​ສຳ​ລັບ​ຊົນ​ຊາດ​ແລະ​ເຫມືອນ​ຫ່າ​ຝົນ​ທີ່​ຕົກ​ເທີງ​ຫຍ້າ​ກຳ​ລັງ​ປົ່ງ ພວກ​ເຂົາ​ຈະ​ອາ​ໄສ​ພຣະ​ເຈົ້າ​ບໍ່​ແມ່ນ​ອາ​ໄສ​ມະ​ນຸດ 8 ປະ​ຊາ​ຊົນອິສ​ຣາເອນ​ບາງ​ຄົນ​ທີ່​ຍັງ​ເຫລືອ​ຢູ່​ຈະ​ຢູ່ຖ້າມກາງ​ຊົນ​ຊາດຕ່າງໆ ພວກ​ເຂົາ​ຈະ​ເປັນເຫມືອນ​ໂຕ​ສິງ​ທີ່​ກຳ​ລັງ​ຊອກ​ຫາ​ອາຫານ​ໃນ​ປ່າ ຫລື​ໃນ​ທົ່ງ​ຫຍ້າ ມັນ​ຄຸບ​ເອົ​າ​ແກະ​ໃນ​ຝູງ​ແລ້ວ​ຈີກ​ເປັນ​ຕ່ອນໆ ແລະ​ບໍ່​ມີ​ແກະ​ຕົວ​ໃດ​ໃນ​ທີ່​ນັ້ນ​ຈະ​ລອດ​ພົ້ນ​ຈາກມັນ​ໄປ​ໄດ້ 9 ອິສ​ຣາ​ເອນ​ຈະ​ຜາບ​ແພ້​ສັດ​ຕຣູ ແລະ​ທຳ​ລາຍ​ພວກ​ເຂົາ​ທຸກ​ຄົນ​ຈົນ​ຫມົດ​ກ້ຽງ 10 ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ​ວ່າ, “ໃນ​ເວ​ລາ​ນັ້ນ ເຮົາ​ຈະ​ເອົາ​ມ້າ​ຂອງ​ພວກ​ເຈົ້າ​ຫນີ​ໄປ ແລະ​ຈະ​ທຳ​ລາຍ​ລໍ້​ຂອງ​ພວກ​ເຈົ້າ 11 ເຮົາ​ຈະ​ຢຽບ​ຢ່ຳ​ຄ້າຍ​ປ້ອງ​ກັນ​ໃຫ້​ຫມົດ ແລະ​ທຳ​ລາຍ​ເມືອງ​ທັງ​ຫລາຍ​ໃນ​ດິນ​ແດນ​ຂອງ​ເຈົ້າ 12 ເຮົາ​ຈະ​ທຳ​ລາຍ​ເຄື່ອງ​ລາງ​ຂອງ​ດີ​ທີ່​ເຈົ້າ​ໃຊ້​ແລະ​ບໍ່​ໃຫ້​ມີ​ຫມໍ​ມໍ​ອີກ​ຕໍ່​ໄປ 13 ເຮົາ​ຈະ​ທຳ​ລາຍ​ຮູບ​ເຄົາຣົບ ແລະ​ເສົາ​ສັກ​ສິດ​ທີ່​ພວກ​ເຈົ້າ​ໄດ້​ນະ​ມັ​ສການ ພວກ​ເຈົ້າ​ຈະ​ບໍ່​ໄດ້​ນະ​ມັ​ສ​ການ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ນັ້ນ​ອິກ​ຕໍ່​ໄປ 14 ເຮົາ​ຈະ​ຖອນ​ຫລັກ​ສັກ​ສິດ​ໃນ​ປະ​ເທດ​ຂອງ​ພວກ​ເຈົ້າ ແລະ​ທຳ​ລາຍ​ຫົວ​ເມືອງ​ຕ່າງໆ​ຂອງ​ພວກ​ເຈົ້າ 15 ແລະ​ດ້ວຍ​ຄວາມ​ຮ້າຍ​ອັນ​ໃຫຍ່​ຂອງ​ເຮົາ ເຮົາ​ຈະ​ແກ້​ແຄ້ນ​ຊົນ​ຊາດ​ທັງ​ຫລາຍ​ທີ່​ບໍ່​ເຊື່ອ​ຟັງ​ເຮົາ”

ມີກາ 6

ພຣະ​ຜູ້​ເປັນ​ເຈົ້າ​ສູ້​ຄວາມ​ກັບ​ອິສ​ຣາເອນ

1 ຈົ່ງ​ຟັງ ພຣະ​ຜູ້​ເປັ​ນ​ເຈົ້າ​ສູ້​ຄວາມ​ກັບ​ອິສ​ຣາເອນ ພຣະ​ຜູ້​ເປັນ​ເຈົ້າຈົ່ງ​ລຸກ​ຂຶ້ນ​ແລ້ວ​ຖະແຫລງ​ຄະ​ດີ​ຂອງ​ພຣະ​ອົງ​ຕໍ່​ພູ​ເຂົາ ເພື່ອ​ເປັນ​ພ​ຍານ​ຂໍ​ໃຫ້​ເນີນ​ພູ​ໄດ້​ຍິນ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກ່າວ 2 ພູ​ເຂົາ​ທັງ​ຫລາຍ ແລະ​ຮາກ​ຖານ​ອັນ​ຫມັ້ນ​ຄົງ​ຂອງ​ພິ​ພົບ​ເອີຍ, ຈົ່ງ​ຟັງ​ຄະ​ດີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ໋, ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສູ້​ຄວາມ​ກັບ​ໄພ່​ພົນ​ຂອງ​ພຣະ​ອົງ ພຣະ​ອົງ​ກຳ​ລັງ​ກ່າວ​ໂທດ​ຕໍ່​ປະ​ຊາ​ຊົນ​ອິສ​ຣາ​ເອນ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ໄພ່​ພົນ​ຂອງ​ເຣົາ​ເອີຍ, ເຮົາ​ໄດ້​ເຮັດ​ຫຍັງ​ແດ່​ແກ່​ເຈົ້າ ເຮົາ​ໄດ້​ເຮັດ​ຫຍັງ​ໃຫ້​ເຈົ້າ​ລຳ​ບາກ​ຍາກ​ແຄ້ນ​ແດ່ ຈົ່ງ​ຕອບ​ເຮົາ​ມາ​ເບິ່ງ​ດູ ເຮົາ​ໄດ້​ນຳ​ພວກ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອ​ຢິບ 4 ເຮົາ​ໄດ້​ໄຖ່​ພວກ​ເຈົ້​າ​ອອກ​ຈາກ​ການ​ເປັນ​ຂ້າທາດ ເຮົາ​ໄດ້​ສົ່ງ​ໂມ​ເຊ ອາ​ໂຣນ ແລະ​ນາງ​ມີ​ຣິ​ອານ​ເພື່ອ​ເປັນ​ຜູ້​ນຳ​ພາ​ພວກ​ເຈົ້າ 5 ໄພ່​ພົນ​ຂອງ​ເຮົາ​ເອີຍ, ຈົ່ງ​ລະ​ນຶກ​ເຖິງ​ສິ່ງ​ທີ່​ລາ​ບາກ ເຈົ້າ​ຊີ​ວິດ​ແຫ່ງ​ໂມ​ອາບ​ວາງ​ແຜນ​ຕໍ່​ສູ້​ເຈົ້າ ແລະ​ຈົ່ງ​ລະ​ນຶກ​ເຖິງ​ຖ້ອຍ​ຄຳ​ທີ່​ບາ​ລາ​ອາມ ບຸດ​ຊາຍ​ຂອງ​ເບ​ໂອຣ໌ຕອບ​ກະ​ສັດ​ວ່າ​ຢາງ​ໃດ? ຂໍ​ໃຫ້​ລະ​ນຶກ​ເຖິງ​ສິ່ງ​ທັງ​ຫລາຍ​ທີ່​ເກີດ​ຂຶ້ນ​ອີກ​ໃນ​ລະ​ຫວ່າງ​ທາງ​ແຕ່​ເມືອງ​ຊິດ​ຕິມ​ຫາ​ເມືອງ​ກິນ​ການ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ສຳ​ນຶກ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ທຳ​ເພື່ອ​ຊ່ອຍ​ຊີວິດ​ຂອງ​ພວກ​ເຈົ້​າ”

ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ຫຍັງ​ຈາກ​ມະ​ນຸດ

6 ເມື່ອ​ຂ້າ​ພຣະ​ອົງ​ມາ​ນະ​ມັ​ສ​ການ​ພຣະ​ຜູ້​ເປັນ​ເຈົ້​າ​ແຫ່ງ​ສວັນ ຂ້າ​ພຣະ​ອົງ​ຈະ​ນຳ​ເອົາ​ສິ່ງ​ໃດ​ເຂົ້າ​ມາ​ເຝົ້າ​ພຣະ​ອົງ ຂ້າ​ພຣະອົງ​ຈະ​ນຳ​ເອົາ​ລູກ​ງົວ​ຕົວ​ຕຸ້ຍ​ພີ​ທີ່​ສຸດ​ມາ​ເຜົາ​ຖວາຍ​ບູ​ຊາ​ພຣະ​ອົງ​ບໍ່? 7 ພຣະ​ຜູ້​ເປັນ​ເຈົ້​າ​ຈະ​ພໍ​ພຣະ​ທັຍ​ບໍ່ ຖ້າ​ຂ້າ​ພຣະ​ອົງ​ນຳ​ແກະ​ພັນ​ໂຕ ຫລື​ຖັງ​ນ້ຳ​ມັນ​ສົດ​ອັນ​ບໍ່​ຫມົດ​ເປັນ​ຈັກ​ເທື່ອ​ມາ​ຖວາຍ​ພຣະ​ອົງ ຂ້າ​ພຣະ​ອົງຄວນ​ຖວາຍ​ບຸດ​ຫົວ​ປີ​ໃຫ້​ພຣະ​ອົງ ເພື່ອ​ໄຖ່​ຄວາມ​ບາບຂອ​ງຂ້າ​ພຣະ​ອົງ 8 ມະ​ນຸດ​ເອີຍ, ພຣະ​ຜູ້​ເປັນ​ເຈົ້​າ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ແມ່ນ​ຫຍັງ​ດີ ສິ່ງ​ທີ່​ພຣະ​ອົງ​ປະ​ສົງ​ຈາກ​ເຈົ້າ​ກໍ​ຄື ໃຫ້​ກະ​ທຳ​ຄວາມ​ຍຸ​ດຕິ​ທັມ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ ແລະ​ເຊື່ອ​ຟັງ​ພຣະ​ເຈົ້າ​ຂອງ​ເຈົ້າ​ຢ່າງ​ອ່ອນ​ນ້ອມ 9 ການ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ການ​ສ​ລາດ​ແທ້ ພຣະ​ອົງ​ຊົງ​ຮ້ອງ​ໃສ່​ເມືອງ​ນຶ່ງວ່າ, “ຈົ່ງ​ຟັງ ໄພ່​ພົນ​ທີ່​ໄດ້​ປະ​ຊຸມ​ກັນ​ຢູ່​ໃນ​ເມືອງ 10 ໃນ​ເຮືອນ​ຂອງ​ຄົນ​ຊົ່ວ​ມີ​ຊັບ​ສົມ​ບັດ ຊຶ່ງ​ພວກ​ເຂົາ​ໄດ້​ມາ​ດ້ວຍ​ການ​ທຸຈ​ຣິດ ພວກເຂົາ​ໃຊ້​ຕາ​ຊິງ​ປອມ​ຊຶ່ງ​ເຮົາ​ກຽດ​ຊັງ 11 ເຮົາ​ຈະ​ຍົກ​ໂທດ​ມະ​ນຸດ​ຜູ້​ໃຊ້​ຕາ​ຊັ່ງ​ແລະ​ຕາ​ຊິງ​ໂກງ​ໄດ້​ຫລື 12 ຄົນ​ຮັ່ງ​ມີ​ໃນ​ເມືອງ​ຫາ​ຜົນ​ປ​ໂຍດ​ນຳ​ຄົນ​ທຸກ​ຍາກ ປະ​ຊາ​ຊົນ​ກໍ​ຂີ້​ຕົວະ 13 ມາ​ບັດ​ນີ້ ເຮົາ​ໄດ້​ລົງ​ມື​ມ້າງ​ເພ​ແລະ​ທຳ​ລາຍ​ແລ້ວ ກໍ​ຍ້ອນ​ຄວາມ​ບາບ​ຂອງ​ພວກ​ເຈົ້າ 14 ເຈົ້າ​ຈະ​ກິນ​ແຕ່ບໍ່​ຣູ້​ອີ່ມ ເຈົ້າ​ຈະ​ຫິວເລື້ອຍໆ​ໄປ ເມື່ອ​ເຈົ້​າ​ສະ​ສົມ​ສິ່ງ​ຂອງ​ໄວ້ ເຮົາ​ກໍ​ຈະ​ທຳ​ລາຍ​ສິ່ງ​ເຫລົ່າ​ນັ້ນ​ດ້ວຍ​ສົງ​ຄາມ​ເສັຽ 15 ເຈົ້າ​ຈະ​ຫວ່ານ​ເມັດ​ເຂົ້າ​ແຕ່​ຈະ​ບໍ່​ໄດ້​ເກັບກ່ຽວ ເຈົ້າ​ຈະ​ອີ້ວ​ນ້ຳ​ມັນ​ຈາກ​ຫມາກກອກ​ເທດ ແຕ່​ເຈົ້າ​ຈະ​ບໍ່​ໄດ້ໃຊ້ນ້ຳ​ມັນ​ນັ້ນ ເຈົ້າ​ຈະ​ເຮັດ​ເຫລົ້າ​ອະ​ງຸ່ນ ແຕ່​ເຈົ້າ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າ​ນັ້ນ 16 ເຈົ້​າ​ໄດ້​ທຳ​ຊົ່ວ​ຕາມ​ກະ​ສັດ​ອົມ​ຣີ​ ແລະ​ບຸດ​ຊາຍ​ຂອງ​ພຣະ​ອົງຄື ກະ​ສັດ​ອາ​ຮາບ ໂດຍ​ໄດ້​ດຳ​ເນີນ​ຕາມ​ກົນ​ອຸ​ບາຍ​ຂອງ​ພວກ​ເຂົ​າ ດັ່ງ​ນີ້​ແຫລະ, ເຮົາ​ຈະ​ນຳ​ພວກ​ເຈົ້າ​ໄປ​ສູ່​ຄວາມ​ຈິບ​ຫາຍ ແລະ​ທຳໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ຂອງ​ພວກ​ເຈົ້າ​ຖືກ​ຢຽບ​ຫຍາມ ປະ​ຊາ​ຊົນ​ທຸກ​ບ່ອນ​ຈະ​ດູ​ຫມິ່ນ​ປ​ມາດ​ພວກ​ເຈົ້າ

ມີກາ 7

ສິນ​ທັມ​ຂອງ​ອິສ​ຣາ​ເອນ​ເສື່ອມ​ລົງ

1 ສິ້ນ​ຫວັງ​ສາ​ແລ້ວ ຂ້າ​ພະ​ເຈົ້າ​ເປັນ​ເຫມືອນ​ຄົນ​ຫິວ​ຜູ້ນຶ່ງ​ຊຶ່ງ​ຫາ​ຜົນ​ລະ​ໄມ້​ແລະ​ຜົນ​ອະ​ງຸ່ນ​ໃນ​ຕົ້ນ​ບໍ່​ໄດ້ ຫມາກ​ອະ​ງຸ່ນ​ແລະ​ຫມາກ​ເດື່ອ​ກໍ​ຖືກ​ເກັບ​ໄປ​ຫມົດ​ແລ້ວ 2 ຢູ່​ໃນ​ປະ​ເທດ​ນີ້​ບໍ່​ມີ​ຄົນ​ສຸຈ​ຣິດ ແລະ​ຄົນ​ຊື່ສັດ​ຕໍ່​ພຣະ​ເຈົ້າ​ສັກ​ຄົນ​ດຽວ ພວກ​ເຂົາ​ຕາຍ​ຫມົດ​ແລ້ວ ຕ່າງ​ກໍ​ຫາ​ໂອ​ກາດ​ຂ້າ​ຟັນ​ລັນ​ແທງ​ຊຶ່ງ​ກັນ​ແລະ​ກັນ ຕ່​າງ​ກໍ​ຫ້າງ​ແຮ້ວ​ດັກ​ຈັບ​ພີ່​ນ້ອງ​ຂອງ​ຕົນ​ເອງ 3 ພວກ​ເຂົາ​ຊຳ​ນິ​ຊຳ​ນານ​ໃນ​ການ​ກະ​ທຳ​ຊົ່ວ ພວກ​ເຈົ້າ​ຫນ້າ​ທີ່​ແລະ​ຜູ້​ພິ​ພາກ​ສາ​ຕ້ອງ​ການ​ສິນ​ບົນ ຄົນ​ທີ່​ມີ​ອິດ​ທິ​ພົນ​ກໍ​ເອີ່ຍ​ເຖິງ​ແຕ່​ສິ່ງ​ທີ່​ເຂົາ​ຕ້ອງ​ການ ສະ​ນັ້ນ ພວກ​ເຂົາ​ຈຶ່ງວາງ​ອຸ​ບາຍ​ໃສ່​ກັນ​ແລະ​ກັນ 4 ແມ່ນ​ແຕ່​ຄົນ​ດີ​ແລະ​ຄົນ​ສຸຈ​ຣິດກ​ວ່າ​ຫມູ່​ໃນ​ພວກ​ເຂົາ​ກໍ​ເປັນ​ເຫມືອນ​ຫນາມ ເມື່ອ​ເວ​ລາ​ນັ້ນ​ມາ​ເຖິງພຣະ​ເຈົ້າ​ກໍ​ຈະ​ລົງ​ໂທດ​ໄພ່​ພົນ​ຂອງ​ພຣະ​ອົງ ຕາມ​ທີ່​ຊົງ​ເຕືອນ​ເຂົາ​ໄວ້ ບັດ​ນີ້ ພວກ​ເຂົາ​ກຳ​ລັງ​ວຸ້ນ​ວາຍ 5 ຢ່າ​ເຊື່ອ​ໃຈ​ທາງ​ຢ່າ​ວາງ​ໃຈ​ຄົນ ຈົ່ງ​ລະ​ມັດ​ລະ​ວັງ​ໃນ​ສິ່ງ​ທີ່​ເຈົ້າ​ເວົ້າ​ແມ່ນ​ແຕ່​ກັບ​ພັ​ຣ​ຍາກໍ​ດີ 6 ໃນ​ເວ​ລາ​ນັ້ນ ບຸດຊາຍ​ຈະ​ປະ​ພຶດ​ຮ້າຍ​ຕໍ່​ບິ​ດາ ແລະບຸດ​ຕ​ຣີ​ຈະ​ຕໍ່​ສູ້​ມານ​ດາ ບຸດ​ສະໃໄພ້​ຈະ​ຕໍ່​ສູ້​ແມ່​ຍ່າ ແມ່ນ​ແຕ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ດຽວ​ກໍ​ກາຍ​ເປັນ​ສັດ​ຕຣູກັນ 7 ແຕ່​ຂ້າ​ພະ​ເຈົ້າ​ຈະ​ເຝົ້າແຍງ​ເບິ່ງ​ພຣະ​ຜູ້ເປັ​ນ​ເຈົ້າ ຂ້າ​ພະ​ເຈົ້​າ​ຈະ​ເຝົ້າ​ຄອຍພຣະ​ເຈົ້າ​ດ້ວຍ​ຄວາມ​ຫວັງ ເພາະ​ພຣະ​ອົງ​ຈະ​ຊົດ​ຊ່ອຍ​ຂ້າ​ພະ​ເຈົ້າ​ໃຫ້​ພົ້​ນ​ພັຍ ພຣະ​ເຈົ້າ​ຈະ​ຊົງ​ຟັງ​ຂ້າ​ພະ​ເຈົ້​າ 8 ສັດ​ຕຣູຂອງ​ຂ້າ​ເອີຍ, ຢ່າເຍາະ​ເຍີ້ຍ​ຂ້າ​ເລີ​ຍ ຂ້າລົ້ມ​ລົງ​ແຕ່​ຂ້າ​ຈະ​ລຸກ​ຂື້ນ​ໃຫມ່ ເວ​ລາ​ນີ້​ຂ້າຢູ່​ໃນ​ຄວາມ​ມືດ ແຕ່​ພຣະ​ຜູ້​ເປັ​ນ​ເຈົ້າ​ເປັນ​ແສງ​ສວ່າງ​ຂອງ​ຂ້າ ຂ້າໄດ້​ເຄີຍ​ທຳບາບ​ຕໍ່​ສູ້​ພຣະ​ເຈົ້າ 9 ເຫດ​ສັນນັ້ນ ຂ້າ​ພະ​ເຈົ້າຈະ​ຕ້ອງ​ອົດ​ທົນ​ຕໍ່​ພຣະພິ​ໂຣດ​ຂອງ​ພຣະ​ອົງ​ຢູ່​ຊົ່ວ​ລະ​ຍະ​ນຶ່ງ ໃນ​ທີ່​ສຸດ ພຣະ​ອົງ​ຈະ​ປົກ​ປ້ອງ​ຂ້າ​ພະ​ເຈົ້າ ແລະ​ທຳ​ໃຫ້​ຜູ້​ທີ່​ກ່າວ​ຜິດ​ຕໍ່​ຂ້າ​ພະ​ເຈົ້ານັ້ນ​ຜ່າຍ​ແພ້​ຄະ​ດີ​ໄປ 10 ແລ້ວ​ສັດ​ຕຣູຂອງ​ຂ້າ​ພະ​ເຈົ້າ​ຈະ​ເຫັນ​ສິ່ງ​ນັ້ນ ແລະ​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ​ສັດ​ຕຣູຜູ້​ຊຶ່ງ​ກ່າວ​ທັບ​ຖົມ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ, “ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?” ຂ້າ​ພະ​ເຈົ້າ​ກໍ​ຈະ​ເຫັນ​ເຂົາ​ຜ່າຍ​ແພ້​ໄປ ແລະ​ຖືກ​ຢຽບ​ຢໍ່າ​ລົງ​ເຫມືອນ​ຂີ້​ຕົມ​ໃນ​ຖ​ນົນ 11 ເວ​ລາ​ທີ່​ຈະ​ສ້າງ​ກຳ​ແພງ​ເມືອງ​ຂຶ້ນໃຫມ່​ມາ​ຮອດ​ແລ້ວ ໃນ​ເວ​ລາ​ນັ້ນ ເຂດ​ແດນ​ຂອງ​ພວກ​ເຈົ້າ​ຈະ​ຂະ​ຫຍາຍ​ອອກ​ໄປ 12 ປະ​ຊາ​ຊົນ​ຂອງ​ພວກ​ເຈົ້າ ກໍ​ຈະ​ກັບ​ຄືນ​ຈາກ​ທົ່ວ​ທຸກ​ບ່ອນ​ຄື​ຈາກ​ອັ​ສ​ຊີ​ເຣັຽ​ທາງ​ທິດ​ຕາ​ເວັນ​ອອກ ຈາກ​ເອ​ຢິບ​ທາງ​ທິດ​ໃຕ້ ຈາກ​ທະ​ເລ​ແລະ​ພູ​​ທີ່​ແສນ​ໄກ 13 ແຕ່​ທົ່ວ​ໂລກ​ຈະ​ກາຍ​ເປັນ​ຖິ່ນ​ກັນ​ດານ​ກໍ​ຍ້ອນ​ວ່າ ຄົນ​ທີ່​ອາ​ໄສ​ຢູ່ໃນ​ໂລກ​ນີ້​ໄດ້​ກະ​ທຳ​ຊົ່ວ 14 ໂອ ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຊົງ​ເປັນ​ຜູ້​ລ້ຽງ​ໄພ່​ພົນ​ຊຶ່ງພຣະ​ອົງ​ໄດ້​ເລືອກ​ໄວ້​ແລ້ວທ້ອນ ດຽວ​ນີ້ ພວກ​ເຂົາ​ກຳ​ລັງ​ຢູ່​ໂດດ​ດ່ຽວ​ໃນ​ປ່າ ຢູ່​ເຂດ​ອ້ອມ​ແອ້ມ​ເຂົາ​ມີ​ດິນດີ​ສຳ​ລັບ​ການ​ເພາະ​ປູກ​ຄື ດິນ​ໃນ​ທົ່ງ​ຫຍ້າ​ທີ່​ບາ​ຊານ ແລະ​ກິ​ເລ​ອາດ ຂໍ​ໃຫ້​ພວກ​ເຂົາ​ໄປ​ທຳ​ມາ​ຫາ​ກິນ​ໃນ​ທີ່​ນັ້ນ​ທ້ອນ ດັ່ງ​ທີ່​ພວກ​ເຂົາ​ໄດ້​ທຳ​ມາ​ຫາ​ກິນ​ມາ​ແລ້ວ​ແຕ່​ບູ​ຮານ​ນະ​ການ​ທ້ອນ 15 ໂອ ພຣະ​ຜູ້​ເປັນ​ເຈົ້​າ ຂໍ​ທຳການ​ອັດ​ສະ​ຈັນ​ສຳ​ລັບ​ພວກ​ຂ້າ​ພຣະ​ອົງ​ເຫມືອນ​ຄາວ​ທີ່​ພຣະ​ອົງ​ຊົງ​ເຮັດ​ຍາມ​ອອກ​ຈາກ​ປະ​ເທດ​ເອ​ຢິບ​ທ້ອນ 16 ຊົນ​ຊາດ​ທັງ​ຫລາຍ​ຈະ​ເຫັນ​ການ​ກະ​ທຳ​ນັ້ນ ແລະ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫ​ນ້າ ແມ່ນ​ວ່າ​ພວກ​ເຂົາ​ຈະ​ມີ​ອຳ​ນາດ​ຫລາຍ​ປານໃດ​ກໍ​ຕາມ ພວກ​ເຂົາ​ກໍ​ຈະ​ເວົ້​າ​ຫຍັງ​ບໍ່​ໄດ້ ແລະ​ຟັງ​ຫຍັງ​ບໍ່​ອອກ 17 ພວກ​ເຂົາ​ຈະ​ລິ​ເລືອ​ໄປ​ຕາມ​ດິນ​ເຫມືອນ​ງູ ພວກ​ເຂົາ​ຢ້ານ​ກົວ​ຈົນ​ຕົວ​ສັ່ນ ແລະ​ອອກ​ມາ​ຈາກ​ບ່ອນ​ລັບ​ລີ້​ເຫມືອນ​ສັດ​ເລືອ​ຄານ ພວກ​ເຂົາ​ຈະ​ກັບ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາດ້ວຍ​ຄວາມ​ຢ້ານ​ກົວ 18 ໂອ ພຣະ​ຜູ້​ເປັນ​ເຈົ້າ​ເອີຍ, ບໍ່​ມີ​ພຣະ​ເຈົ້າ​ອົງ​ໃດ​ເຫມືອນ​ພຣະ​ອົງ​ເລີຍ ພຣະ​ອົງ​ຊົງ​ຍົກ​ໂທດ​ຄວາມ​ບາບ​ຂອ​ງໄພ່​ພົນ​ຜູ້​ທີ່​ຍັງ​ເຫລືອ​ຢູ່ ພຣະ​ອົງ​ຈະ​ບໍ່​ ພິ​ໂຣດ​ອີກ​ຕໍ່​ໄປ ແຕ່​ຍິນ​ດີ​ຈະ​ສະ​ແດງ​ຄວາມ​ຮັກ​​ຫມັ້ນ​ຄົງ​ຕໍ່​ພວກ​ຂ້າ​ພຣະ​ອົງ 19 ພຣະ​ອົງ​ຍັງ​ຈະ​ເມດ​ຕາ​ຕໍ່​ພວກ​ຂ້າ​ພຣະ​ອົງ​ອີກ​ເທື່ອ​ນຶ່ງ​ຄື ພຣະ​ອົງ​ຈະ​ຢຽບ​ຄວາມ​ຜິດ​ຂອງ​ພວກ​ຂ້າພຣະ​ອົງໄວ້​ໃຕ້​ພຣະ​ບາດ ແລະ​ໂຍ​ນ​ຄວາມ​ບາບ ຂອງ​ພວກ​ຂ້າ​ພຣະ​ອົງລົງ​ໃນ​ທະ​ເລ​ເລິກ 20 ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຊື່​ສັຕສຸ​ຈ​ຣິດ ແລະ​ຄວາມ​ຮັກ​​ຫມັ້ນ​ຄົງ​ຕໍ່​ພວກ​ອິສ​ຣາ​ເອນ​ໄພ່​ພົນ​ຂອງ​ພຣະ​ອົງ ຕໍ່​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ​ດັ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ຢ່າງ​ຄັກ​ແນ່​ໄວ້​ຕໍ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ຂ້າ​ພຣະ​ອົງ​ແຕ່​ບູ​ຮານ​ນະ​ການ

ນາຮູມ 1

1 ຕໍ່​ໄປ​ນີ້​ກ່ຽວຂ້ອງກັບ​ນະ​ຄອນ​ນີ​ເນ​ເວ ຫນັງ​ສື​ເຣື່ອງ​ນິ​ມິດ​ຂອງ​ນາ​ຮູມ​ຊາວ​ເມືອງ​ເອນ​ໂກ​ສ

ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ເພື່ອ​ແກ້​ແຄ້ນ

2 ພຣະ​ເຈົ້າຊົງ​ເປັນ​ພຣະ​ເຈົ້າ​ຜູ້​ຊົງ​ຫວງ​ແຫນແລະ​ຊົງ​ແກ້​ແຄ້ນ ພຣະ​ເຈົ້າ​ຊົງ​ແກ້​ແຄ້ນ​ແລະ​ຊົງ​ມີ​ພຣະ​ພິ​ໂຣດ ພຣະ​ເຈົ້າ​ຊົງ​ແກ້​ແຄ້ນ​ສັດ​ຕຣູ​ຂອງ​ພຣະ​ອົງ ແລະ​ຊົງ​ເກັ​ບ​ຄວາມ​ໂກດ​ໄວ້​ໃຫ້ປັ​ດຈາ​ມິດ​ຂ​ອງພຣະ​ອົງ 3 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກີ້ວ​ຊ້າ ຊົງ​ຣິດ​ທາ​ນຸ​ພາບ​ຍິ່ງ​ໃຫຍ່ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​ງົດ​ໂທດ​ເລີຍ ພຣະ​ມັນ​ຄາ​ຂອງ​ພຣະ​ອົງ​ຢູ່​ໃນ​ລົມ​ບ້າ​ຫມູ​ແລະ​ພະ​ຍຸ ແລະ​ເມກ​ເປັນ​ຜົງ​ຝຸ່ນ​ດິນ​ແຫ່ງ​ພຣະ​ບາດ​ຂອງ​ພຣະ​ອົງ 4 ພຣະ​ອົງ​ຊົງ​ຫ້າມ​ທະ​ເລ ຊົງ​ກະ​ທໍາ​ໃຫ້​ມັນ​ແຫ້ງ ຊົງ​ໃຫ້​ແມ່​ນ້ຳ​ທັງ​ຫລາຍ​ແຫ້ງ​ໄປ ບາ​ຊານ​ແລະ​ກາ​ເມນ​ກໍ​ຫ່ຽວ ແລະ​ແຂນ​ອ່ອນໆ​ຂອງ​ເລບາ​ນອນ​ກໍ​ແຫ້ງ​ໄປ 5 ຕໍ່​ເບື້ອງ​ພຣະ​ພັກ​ພຣະອົງ ພູ​ເຂົາ​ກໍ​ສັ່ນ​ສະ​ເທືອນ ແລະ​ເນີນ​ເຂົາ​ກໍ​ລະ​ລາຍ​ໄປ ແຜ່ນ​ດິນ​ກໍ​ຫວັ່ນ​ໄຫວ​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ອົງ ທັງ​ໂລກ​ແລະ​ສິ່ງ​ທີ່​ອາ​ໄສ​ຢູ່​ໃນ​ໂລກ​ດ້ວຍ 6 ໃຜ​ຈະ​ຕ້ານ​ທານ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ໄດ້? ໃຜ​ຈະ​ທົນ​ຕໍ່​ຄວາມ​ຮ້ອນ​ແຮງ​ແຫ່ງ​ຄວາມ​ກີ້ວ​ຂອງ​ພຣະ​ອົງ​ໄດ້? ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ພຸ່ງ​ອອກ​ມາ​ຢ່າງ​ກັບ​ໄຟ ໂດຍ​ພຣະ​ອົງ​ສີ​ລາ​ກໍ​ແຕ​ກ 7 ພຣະ​ເຈົ້າ​ປະ​ເສີດ ຊົງ​ເປັນ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ໃນ​ວັນ​ຍາກ​ລຳ​ບາກ ພຣະ​ອົງ​ຊົງ​ຮູ້​ຈັກ​ຜູ້​ທີ່​ເຂົ້າ​ມາ​ລີ້​ໄພ​ຢູ່​ໃນ​ພຣະ​ອົງ 8 ແຕ່​ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ສັດ​ຕຣູ​ຂອງ​ພຣະ​ອົງ​ສິ້ນ​ສຸດລົງ ດ້ວຍ​ນ້ຳ​ຖ້ວມ​ທີ່​ໄຫລ​ຖ້ວມ​ທົ້ນ ແລະ​ຈະ​ຊົງ​ໄລ່​ໃຫ້​ຜູ້​ທີ່​ແຂງ​ຂໍ້​ຂອງ​ພຣະ​ອົງ​ເຂົ້າ​ໄປ​ໃນ​ຄວາມ​ມືດ 9 ເຈົ້າ​ຄິດ​ອຸ​ບາຍ​ອັນ​ໃດ​ຕໍ່​ພຣະ​ເຈົ້າ ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ໃຫ້​ສິ້ນ​ໄປ ການບີບ​ບັງ​ຄັບຈະ​ບໍ່​ໂຜ່​ຂຶ້ນ​ເປັນ​ຄຳ​ຣົບ​ທີ່​ສອງ 10 ແມ້​ວ່າ​ເຂົາ​ທັງ​ຫລາຍ​ເຫມືອນ​ຫນາມ​ໄກ່​ໄຫ້​ທີ່​ກ່ຽວ​ກັນ​ຫຍຸ້ງ ແລະ​ເມົາ​ຕາມຂະ​ຫນາດ​ທີ່​ເຂົາ​ດື່ມ ເຂົາ​ຈະ​ຖືກ​ເຜົາ​ຜານ​ສິ້ນ​ເຫມືອນ​ຕໍ​ເຂົ້າ​ທີ່​ແຫ້ງ​ແລ້ວ 11 ເຄີຍ​ມີ​ຜູ້​ນຶ່ງ​ມາ​ຈາກ​ພວກ​ເຈົ້າ ທີ່​ຄິດ​ອຸບາຍ​ຊົ່ວ​ຮ້າຍ​ຕໍ່​ພຣະ​ເຈົ້າ ແລະ​ແນະ​ນຳ​ການ​ອະ​ທັມ 12 ພຣະ​ເຈົ້າ​​ຊົງ​ກ່າວ​ດັ່ງ​ນີ້​ວ່າ, “ແມ້​ວ່າ ​ພວກ​ນັ້​ນ​ຈະ​ແຂງ​ແຮງ​ແລະ​ມີ​ຈຳ​ນວນ​ມາກ​ມາຍ​ດ້ວຍ ເຂົາ​ກໍ​ຈະ​ຖືກ​ຕັດ​ຂາດ​ແລະ​ສິ້ນ​ໄປ ເຖິງ​ແມ່ນວ່າ​ເຮົາໃຫ້​ເຈົ້າ​ທຸກ​ໃຈ ແຕ່​ເຮົາ​ຈະ​ບໍ່​ໃຫ້​ເຈົ້າ​ທຸກ​ໃຈ​ອີກ​ຕໍ່​ໄປ 13 ບັດ​ນີ້​ ເຮົາ​ຈະ​ຫັກ​ແອກ​ຂອງ​ເຂົາ​ເສັຽ​ຈາກ​ເຈົ້າ ແລະ​ຈະ​ລະ​ເບີດ​ເຄື່ອງ​ຈຳ​ຈອງ​ຂອງ​ເຈົ້າ​ໃຫ້​ສ​ລາຍໄປ” 14 ພຣະ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ດ້ວຍ​ເຣື່ອງ​ເຈົ້າ​ວ່າ, “ເຂົາ​ຈະ​ບໍ່​ຫວ່ານ​ຊື່​ຂອງ​ເຈົ້າ​ໃຫ້​ແຜ່​ຫລາຍ​ອີກ​ຕໍ່​ໄປ ເຮົາ​ຈະ​ກຳ​ຈັດ​ຮູບ​ເຄົາຣົບ​ທີ່​ສ​ລັກ​ແລະ​ຮູບ​ເຄົາ​ຣົບ​ທີ່​ຫລໍ່​ອອກ​ເສັຽ​ຈາກວິຫານ​ແຫ່ງ​ພຣະ​ຂອງ​ເຂົາ ເຮົາ​ຈະ​ຂຸດ​ຫລຸມ​ສົບ​ໃຫ້​ເຈົ້າ ເພາະ​ເຈົ້າ​ຊົ່ວ​ຫລາຍ”

ຂ່າວ​ເຣື່ອງ​ກຸງ​ນີ​ເນ​ເວ​ຫລົ່ມ

15 ເບິ່ງ​ແມ໋, ຕີນຂອງຜູ້​ນຳ​ຂ່າວດີ​ມາ​ທີ່​ເທິງ​ພູ​ເຂົາ ຜູ້​ໂຄ​ສະ​ນາ​ສັນ​ຕິ​ພາບ ໂອ ຢູ​ດາ​ເອີຍ ຈົ່ງ​ຮັກ​ສາ​ປະ​ເພນີ​ການ​ລ້ຽງ​ຂອ​ງ​ເຈົ້າ​ໄວ້ ຈົ່ງ​ແກ້​ບົນ​ຂອງ​ເຈົ້າ​ເສັຽ ເພາະ​ວ່າ​ຄົນ​ອະ​ທັມ​ຈະ​ບໍ່​ມາ​ຫາ​ເຈົ້າ​ອີກ ເຂົາ​ຖືກ​ກຳ​ຈັດ​ເສັຽ​ສິ້ນ​ແລ້ວ

ນາຮູມ 2

1 ຜູ້​ໂຈມ​ຕີໄດ້​ຂຶ້ນ​ມາ​ຕໍ່​ສູ້​ກັບ​ເຈົ້າ​ແລ້ວ ຈົ່ງ​ເຂົ້າ​ປະ​ຈຳ​ປ້ອມ ຈົ່ງ​ເຝົ້າ​ທາງ​ໄວ້ ຈົ່ງ​ຄາດ​ເອວ​ໄວ້ ຈົ່ງ​ຮວມ​ກຳ​ລັງ​ໄວ້​ໃຫ້​ຫມົດ 2 (ເພາະ​ວ່າ​ພຣະ​ຜູ້​ເປັນເຈົ້າ​ຊົງ​ກະ​ທຳໃຫ້​ຄວາມ​ໂອ່​ອ່າ​ຕະ​ການ​ຂອງ​ຢາ​ໂຄບ​ກັບ​ສູ່​ສະ​ພາບ​ເດີມ ຢ່າງ​ກັບ​ຄວາມ​ໂອ່​ອ່າ​ຕະ​ການ​ຂອງ​ອິສ​ຣາ​ເອນ ເພາະ​ວ່າ​ພວກ​ປຸ້ນ​ໄດ້​ປຸ້ນ​ເອົາ​ໄປ ແລະ​ໄດ້​ທຳ​ລາຍ​ກິ່ງ​ກ້ານ​ຂອງ​ເຂົາ​ໃຫ້​ພິ​ນາດ) 3 ໂລ່​ຂອງ​ທະ​ຫານ​ນັ້ນ​ສີ​ແດງ ແລະ​ທະ​ຫານ​ຂອງ​ເຂົາ​ກໍ​ແຕ່ງ​ກາຍ​ສີ​ແດງ​ເຂັ້ມ​ໃນ​ວັນ​ຕຽມ​ພ້ອມ ຣົດ​ຮົບ​ກໍ​ແວ​ວ​ວັບ​ເປັນ​ແສງ ແລະ​ມ້າ​ເສິກ​ກໍ​ຜາດ​ໂຜນ​ໄປ​ມາ 4 ຣົດຮົບແລ່ນ​ໄປ​ຕາມ​ຖ​ນົນ ມັນ​ຮິບ​ໄປ​ຮີບ​ມາ​ທີ່​ ກາງ​ເມືອງສ່ອງ​ແສງ​ເຫມືອນ​ໄຟ ແລະພຸ່ງ​ໄປ​ຢ່າງ​ສາຍ​ຟ້າ​ແມບເຫລື້ອມ 5 ນາຍ​ທະ​ຫານ​ຖືກ​ເອີ້ນ​ຕົວ ເຂົາ​ກໍ​ສະ​ດຸດ​ເມື່ອ​ເຂົາ​ຍ່າງ​ໄປ ເຂົາ​ຮີບ​ກົງ​ໄປ​ທີ່​ກຳ​ແພງ​ເມືອງ​ມີ​ໄຟກັບ​ອາ​ວຸດ​ຕັ້ງ​ຂຶ້ນ 6 ປະ​ຕູ​ທີ່​ແມ່​ນ້ຳ​ເປີດ​ແລ້ວ ທີ່​ພຣະ​ຣາ​ຊວັງ​ກໍ​ອົ​ນ​ລະ​ຫມ່ານ 7 ພຣະ​ນາງ​ຖືກ​ປ່ຽນ​ເຄື່ອງ​ຊົງ ເຂົາ​ຈັບ​ພຣະ​ນາງ​ເອົາ​ໄປ ບັນ​ດາ​ສາວ​ໃຊ້​ກໍ​ໂອດ​ຄວນ​ສຽງ​ນາງ​ໂສກ​ເສົ້າ​ດັ່ງສຽງ​ນົກ​ເຂົາ ຕີ​ເອິກ​ຊົກ​ໃຈ​ຂອງ​ຕົນ 8 ນີ​ເນເວ​ກໍ​ເຫມືອນ​ສະ​ນ້ຳ​ທີ່​ນ້ຳ​ໄຫລ​ອອກ​ມາ ເຂົາ​ທັງ​ຫລາຍ​ຮ້ອງວ່າ, “ຢຸດ ຢຸດ” ແຕ່​ບໍ່​ມີ​ໃຜ​ຫັນ​ກັບ 9 ປຸ້​ນ​ເອົາ​ເງິນ​ເຖີດ ປຸ້ນ​ເອົາ​ທອງ​ຄຳ ມີ​ຊັບ​ສົມ​ບັດ​ມາກ​ມາຍ​ບໍ່​ຮູ້​ສິ້ນ​ສຸດ ມີ​ຂອງ​ມີ​ຄ່າ​ທຸກ​ຢ່າງ​ເປັນ​ຊັບ​ມັ່ງ​ຄັ່ງ 10 ວ່າງເປົ່າ ຄວາມ​​ເປົ່າປ່ຽວ ແລະ​ຄວາມ​ພິ​ນາດ ຈິ​ດ​ໃຈ​ກໍ​ສະ​ລາຍ​ໄປ​ແລະ​ຫົວ​ເຂົ່າ​ກໍ​ສັ່ນ ບັ້ນ​ເອວ​ກໍ​ປວດ​ຣ້າວ​ໄປ​ຫມົດ ໃບ​ຫນ້າ​ທຸກ​ຄົນ​ຊີດ​ເຫລືອງ 11 ບ່ອນ​ຂອງ​ສິງ​ຢູ່​ທີ່​ໃດ? ຄື​ຖ້ຳ​ຂອງ​ສິງ​ຫນຸ່ມ​ບ່ອນ​ທີ່​ສິງ​ເຄີຍ​ຍ່າງ​ເຂົ້າ​ໄປ ບ່ອນ​ທີ່​ລູກ​ຂອງ​ມັນ​ເຄີຍຢູ່ບໍ່​ມີ​ຜູ້​ໃດ​ໄປຣົບ​ກວນ​ໄດ້ 12 ສິງ​ນັ້ນ​ໄດ້​ຈີກ​ອາ​ຫານ​ໃຫ້​ລູກ​ຂອງ​ມັນ​ພໍ​ກິນ ແລະ​ໄດ້​ຄາບ​ຄໍ​ເຫຍື່ອ​ມາ​ໃຫ້​ເຫລົ່າ​ເມັຽ​ຂອງ​ມັນ ມັນ​ສະ​ສົມ​ເຫຍື່ອ​ເຕັມ​ຖ້ຳ ແລະ​ສະ​ສົມ​ຊີ້ນ​ທີ່​ມັນ​ຂ້າ​ມາ​ໄດ້ 13 ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງວ່າ, “ເບິ່ງ​ແມ໋ ​ເຮົາ​ຕໍ່​ສູ້​ເຈົ້າ ເຮົາ​ຈະ​ຜານ​ຣົດ​ຮົບ​ຂອງ​ເຈົ້າ​ໃຫ້​ເປັນ​ຄວັນ ແລະ​ດາບ​ຈະ​ສັງ​ຫານ​ສີງ​ຫນຸ່ມ​ຂອງ​ເຈົ້າ ເຮົາ​ຈະ​ກຳ​ຈັດ​ເຫຍື່ອ​ຂອງ​ເຈົ້າ​ເສັຽ​ຈາກ​ໂລກ ແລະ​ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ຜູ້​ນຳ​ຂ່າວຂອງ​ເຈົ້າ​ອີກ

ນາຮູມ 3

1 ວີ​ບັດ​ແກ່​ເມືອງ​ທີ່​ແປະ​ເປື້ອນ​ໄປ​ດ້ວຍ​ໂລ​ຫີດ ເຕັມ​ດ້ວຍ​ການ​ມຸ​ສາ ແລະ​ຂອງຍຶດ​ທຳ​ການ​ປຸ້ນ​ເຂົາ​ຢ່າງ​ບໍ່​ຢຸດ​ຢ່ອນ​ເລີຍ 2 ສຽງ​ຂອງໄມ້​ແສ້ ແລະ​ສຽງ​ລໍ້​ຣົດ​ຫມູນ​ໄປ​ ສຽງມ້າແລ່ນຫອບ​ໄປ​ ແລະ​ຣົດ​ຮົບ​ກະ​ທົບ​ກະ​ແທກ 3 ພົນ​ມ້າ​ເຂົ້າ​ປະ​ຈັນ​ບານ ດາບ​ແວບວາບ ແລະ​ຫ​ອກ​ແວວ​ວາວ ຄົນ​ຖືກ​ຂ້າ​ເປັນ​ກ່າຍກອງ ຊາກ​ສົບ​ກອງ​ຂຶ້ນ ຮ່າງ​ຄົນ​ຕາຍ​ບໍ່​ຮູ້​ຈັກ​ຈົບ​ສິ້ນ ເຂົາ​ຈະ​ສະ​ດຸດ​ຮ່າງ​ນັ້ນ 4 ທັງ​ນີ້​ເພາະ​ການ​ແພດສະ​ຍາ ນັບ​ບໍ່​ຖ້ວນ​ຂອງ​ຍິງ​ແພ​ດສະ​ຍານັ້ນ ຜູ້ມີ​ສ​ເນ່​ແລະ​ເປັນ​ຈ​ອມ​ຍົ້ວ​ຍວນ ນາ​ງ​ໄດ້​ຂາຍ​ປະ​ຊາ​ຊາດ​ເສັຽດ້ວຍ​ການ​ແພດ​ສະ​ຍາ​ຂອງ​ນາງ ແລະ​ຂາຍ​ບັນ​ດາ​ຕະ​ກູນ​ມະ​ນຸດ​ດ້ວຍ​ວີ​ທະ​ຍາ​ຄົມ​ຂອງ​ນາງ 5 ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ເບິ່ງ​ແມ໋, ເຮົາ​ຕໍ່​ສູ້​ເຈົ້າ ແລະ​ຈະ​ຍົກ​ກະ​ໂປງ​ຂ​ອງ​ເຈົ້າ​ຄຸມຫນ້າ​ເຈົ້າ ເຮົາ​ຈະ​ໃຫ້​ບັນ​ດາ​ປະ​ຊາ​ຊາດມອງເບິ່ງ​ຄວາມ​ເປື່ອຍ​ເປົ່າ​ຂອງ​ເຈົ້າ ແລະ​ໃຫ້​ຣາ​ຊ​ອາ​ນາ​ຈັກ​ທັງ​ຫລາຍ ມອງ​ເບິ່ງ​ຄວາ​ມອັບ​ອາຍ​ຂອງ​ເຈົ້າ 6 ເຮົາ​ຈະ​ໂຍນ​ສິ່ງ​ໂສ​ໂຄກ​ໃສ່​ເຈົ້າ ແລະ​ຢຽດ​ຫຍາມ​ເຈົ້າ ແລະ​ຈະ​ປະ​ຈານ​ເຈົ້າ 7 ທຸກຄົນ​ທີ່​ແລ​ເຫັນ​ເຈົ້າ​ຈະ​ຫນີ​ໄປ​ຈາກ​ເຈົ້າ ແລະ​ກ່າວ​ວ່າ ນີ​ເນ​ເວ​ເປັນ​ເມືອງ​ຮ້າງ​ເສັຽ​ແລ້ວ ໃຜ​ຈະ​ສົງ​ສານ​ນາງ ຈະ​ໄປ​ຫາ​ໃຜ​ທີ່ໃດ​ມາ​ເລົ້າ​ໂລມ​ນາງ​ໄດ້​ 8 ເຈົ້າ​ວີ​ເສດກວ່າ​ເມືອງ​ເທ​ເບ​ສ ຊຶ່ງ​ຕັ້ງ​ຢູ່​ຮິມ​ແມ່​ນ້ຳ​ນິນ​ຫລື ຊຶ່ງ​ມີ​ນ້ຳ​ອ້ອມ​ນະ​ຄອນ ມີ​ທະ​ເລ​ເປັນ​ທີ່​ກຳ​ບັງ ມີ​ຫ້ວງ​ນ້ຳ​ເປັນ​ກຳ​ແພງ​ເມືອງ 9 ເອ​ທີ​ໂອ​ເປັຽ​ເປັນ​ກຳ​ລັງ​ຂອງ​ເມືອງ​ນີ້ ທັງ​ເອ​ຢິບ ແລະກໍບໍ່​ຈຳ​ກັດ​ເສັຽດ້ວຍ ພູທ ​ແລະ​ລິ​ເບັຽ​ເປັນ​ຜູ້​ຊ່ອຍ​ເມືອງ​ນັ້ນ 10 ເຖິງ​ປານ​ນັ້ນ​ເມືອງ​ນັ້ນ​ກໍ​ຍັງ​ຖືກກວາດ​ໄປ ນາງ​ຕົກ​ໄປ​ເປັນ​ຊະ​ເລີຍ ລູກ​ໆ​ຂອງ​ນາງໄດ້​ຖືກ​ຕີ​ຈົນ​ຕາຍ​ຕາມ​ຖ​ນົນ​ຫົນ​ທາງ ເຂົາ​ຈັບ​ສະ​ຫ​ລາກ​ແບ່ງ​ຜູ້​ມີ​ກຽດ​ຂອງ​ເມືອງ​ນັ້ນ ແລະ​ຄົນ​ໃຫຍ່​ຄົນ​ໂຕ​ທັງ​ສິ້ນ​ຂອງ​ເມືອງ​ນັ້ນ​ກໍ​ຖືກ​ລ່າມ​ໂຊ່ 11 ເຈົ້າ​ຈະ​ມືນ​ເມົາ​ໄປ​ດ້ວຍ ເຈົ້າ​ຈະ​ງົງ​ງວຍ​ໄປ​ ເຈົ້າ​ຈະ​ຊອກ​ຫາ​ທີ່​ລີ້​ພັຍ​ຈາກ​ສັດ​ຕຣູ 12 ປ້ອມ​ປ້ອງ​ກັນ​ທັງ​ຫມົດ​ຂອງ​ເຈົ້າ​ ຈະ​ເປັນ​ເຫມືອນ​ຕົ້ນ​ຫມາກ​ເດື່ອ ມີ​ຜົນ​ຫມາກ​ເດື່ອ​ສຸກ​ຣຸ່​ນ​ທຳ​ອິດ ຖ້າ​ສັ່ນ​ຕົ້​ນ​ຂອງ​ມັນກໍ​ຈະ​ຕົກ​ລົງ​ໄປ​ໃນ​ປາກ​ຂອງ​ຜູ້​ກິນ 13 ເບິ່ງ​ແມ໋, ກອງ​ທັບ​ຂອງ​ເຈົ້າ​ ກໍ​ເຫມືອນ​ຜູ້​ຍິງ​ຢູ່​ຖ້າມ​ກາງ​ເຈົ້າ ປະ​ຕູເມືອງ​ແຫ່ງ​ແຜ່ນ​ດິນ​ຂອງ​ເຈົ້າ​ກໍ​ເປີດກວ້າງ​ໃຫ້​ແກ່​ສັດ​ຕຣູ​ຂອງ​ເຈົ້າ ໄຟ​ໄດ້​ໄຫມ້​ດານ​ປະ​ຕູ​ຂອງ​ເຈົ້າ​ຫມົດ​ແລ້ວ 14 ຈົ່ງ​ຂົນ​ນ້ຳ​ຂຶ້ນ​ໄວ້​ເພາະ​ຈະ​ຖືກ​ລ້ອມ ຈົ່ງ​ເສີມ​ກຳລັງປ້ອມ​ປ້ອງກັນ​ຂອງ​ເຈົ້າ ຈົ່ງ​ລົງ​ໄປ​ໃນ​ບໍ່​ດິນ​ປຽກ ຍ່ຳ​ປູນ​ສໍ​ໃຫ້​ເຂົ້າ​ກັນ​ດີ ແລະ​ໄປ​ເອົາ​ພີມ​ອິ​ດ​ມາ 15 ໄຟ​ກໍ​ເຜົາ​ເຈົ້າ​ທີ່​ນັ້ນ ດາບ​ກໍ​ຈະ​ຟັນ​ເຈົ້າ ມັນ​ຈະ​ກິນ​ເຈົ້າ​ເສັຽຢ່າງ​ຕັກ​ແຕນ​ວັຍ​ກະ​ໂດດ ຈົ່ງ​ເພີ້ມ​ພວກ​ເຈົ້າ​ໃຫ້​ຫລາຍ​ຢ່າງ​ຕັກ​ແຕນ​ວັຍ​ກະ​ໂດດ ຈົ່ງ​ເພີ້ມ​ໃຫ້​ຫລາຍ​ເຫມືອນ​ຕັກ​ແຕນ​ວັຍ​ບີນ 16 ເຈົ້າ​ເພີ້ມ​ພວກ​ພໍ່​ຄ້າ​ໃຫ້​ຫລາຍກວ່າ​ດວງ​ດາວ​ໃນ​ທ້ອງ​ຟ້າ ຕັກ​ແຕນ​ວັຍ​ກະ​ໂດດ​ນັ້ນ​ລອກ​ຄາບ​ແລ້ວ​ກໍ​ບິນ​ໄປ​ເສັຽ 17 ເຈົ້າ​ນາຍ​ຂອງ​ເຈົ້າ​ກໍ​ເຫມືອນ​ຕັກ​ແຕນ​ວັຍ​ບິນ ພວກ​ຂ້າ​ຣາ​ຊ​ການ​ຂອງ​ເຈົ້າ​ກໍ​ເຫມືອນ​ກໍ​ເປັນ​ເຫມືອນ​ຝູງ​ຕັກ​ແຕນ​ທີ່​ຈັບ​ຢູ່​ຮົ້​ວ​ໃນ​ຍາມ​ອາ​ກາດ​ເຢັນ ພໍ​ດວງ​ຕາ​ເວັນ​ຂຶ້ນ​ມັນ​ກໍ​ບິນ​ໄປ​ຫມົດ ບໍ່​ມີ​ໃຜ​ຮູ້​ວ່າ​ມັນ​ໄປ​ທີ່​ໃດ? 18 ໂອ ກະ​ສັດ​ແຫ່ງ​ອັສຊີ​ເຣັຽ​ເອີຍ ຜູ້​ລ້ຽງ​ແກະ​ຂອງ​ເຈົ້າ​ຫລັບ​ເສັຽ​ແລ້ວ ເຈົ້າ​ນາຍຂ​ອງ​ເຈົ້າ​ກໍ​ເຄີ້ມ​ຫລັບ​ໄປ ຊົນ​ຊາດ​ຂອງ​ເຈົ້າ​ກະ​ຈັດ​ກະ​ຈາຍ​ຢູ່​ເທິງ​ພູ​ເຂົາ ບໍ່​ມີ​ຜູ້ໃດ​ຮວບ​ຮວມ​ເອົາ​ມາ​ໄດ້ 19 ຄວາມ​ເຈັບ​ປວດ​ຂອງ​ເຈົ້າ​ບໍ່​ມີ​ບັນ​ເທົາ ​ບາດ​ແຜ​ຂອງ​ເຈົ້າກໍ​ສາ​ຫັ​ດ ທຸກ​ຄົນໄດ້​ຍິນ​ຂ່າວ​ຂອງ​ເຈົ້າ ເຂົາ​ກໍ​ຕົບ​ມື​ເຍາະ​ເຍີ້ຍ​ເຈົ້າ ມີ​ໃຜ​ແດ່​ທີ່​ບໍ່​ໄດ້​ຮັບ​ໄພ​ອັນ​ຮ້າຍ​ແຮງ​ທີ່​ບໍ່​ມີ​ສິ້ນ​ສຸດຂອງ​ເຈົ້າ

ຮາລາກຸກ 1

1 ຕໍ່​ໄປ​ນີ້ ແມ່ນ​ຖ້ອຍ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ຊົງສະ​ແດງ​ຕໍ່​ຜູ້​ປະ​ກາດ​ພຣະ​ທັມ ຮາ​ບາກ​ກຸກ

ຮາ​ບາ​ກກຸກ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ

2 ໂອ ພຣະ​ຜູ້​ເປັນ​ເຈົ້າ ກ່ອນ​ພຣະ​ອົງ​ຈະ​ຊ່ອຍ​ຂ້າ​ພຣະ​ອົງໃຫ້​ພົ້ນ​ຈາກ​ການ​ທຳ​ລາຍ ຂ້າ​ພຣະ​ອົງ​ຈະ​ຕ້ອງ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ອົງ​ອີກ​ດົນ​ປານ​ໃດ? ພຣະ​ອົງ​ຈຶ່ງ​ຈະ​ຮັບ​ຟັງ​ຂ້າ​ພຣະ​ອົງ 3 ເປັນ​ຫຍັງ​ພຣະ​ອົງ​ຈຶ່ງຊົງ​ທຳ​ໃຫ້​ຂ້າ​ພຣະ​ອົງພົບ​ພໍ້​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ ແລະ​ເຄາະ​ເຂັນ​ເຊັ່ນ​ນິ້ ການ​ທຳ​ລາຍ ແລະ​ການ​ເຂັນ​ຂ້າ​ທາ​ລຸນຢູ່​ອ້ອມ​ຮອບ​ຂ້າ​ພຣະ​ອົງ ການ​ສູ້​ຮົບ​ຕົບ​ຕີ ແລະ​ການ​ທະ​ເລາະ​ວີ​ວາດ​ກັນ​ມີຢູ່ທົ່ວ​ທຸກ​ຫົນ​ທຸກ​ແຫ່ງ 4 ກົດ​ຫມາຍ​ຂາດ​ຄວາມ​ສັກ​ສິດ ແລະ​ໄຣ້​ປ​ໂຍດ ຄວາມ​ຍຸ​ດຕີ​ທັມ​ບໍ່​ເຄີຍ​ມີ​ເລີຍ ສະ​ນັ້ນ ຄົນ​ຊົ່ວ​ຈຶ່ງ​ໃຊ້​ອຳ​ນາດ​ຂົ່ມ​ເຫັງ​ຄົນ​ດີ ໂດຍ​ບິດ​ເບືອນ​ຄວາມ​ຍຸດ​ຕິ​ທັມ

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ຄວາມ​ຮ້ອງ​ທຸກ

5 ຕໍ່​ມາ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເວົ້າ​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ​ວ່າ, “ຈົ່ງ​ເບິ່ງ ຊົນ​ຊາດ​ທັງ​ຫລາຍ​ອ້ອມ​ແອ້ມ​ເຈົ້າ ແລະ​ເຈົ້າ​ຈະ​ປລາດ​ໃຈ​ຕໍ່​ສິ່ງ​ທີ່​ເຈົ້າ​ເຫັນ ເພາະ​ວ່າ​ໃນ​ສະ​ໄຫມ​ຂອ​ງ​ເຈົ້າ ເຮົາ​ຈະ​ໃຫ້​ບາງ​ສິ່ງ​ເກີດ​ຂຶ້ນ ແລະ​ເມື່ອ​ພວກ​ເຈົ້າ​ໄດ້​ຍິ​ນສິ່ງ​ນັ້ນ​ພວກ​ເຈົ້າ​ກໍ​ຈະ​ບໍ່​ເຊື່ອ 6 ເຮົາ​ພວມ​ນຳ​ຊາວ​ບາ​ບີ​ໂລນ​ຄື ພວກ​ທີ່​ໂຫດ​ຮ້າຍ​ແລະ​ໃຈ​ຮ້ອນ​ມາ​ໃຫ້​ມີ​ອຳ​ນາດ ພວກ​ມັນ​ກຳ​ລັງ​ອອກ​ໄປ​ຍຶດ ແລະ​ຄອບ​ຄອງປະ​ເທດ​ທັງ​ຫລາຍທົ່ວ​ໂລກ 7 ສ້າງ​ຄວາມ​ຫວາດ​ກົວ ແລະ​ຄວາມ​ອົນ​ລະ​ຫົນ​ຂຶ້ນ​ທົ່ວ​ໄປ ໂດຍ​ເປັນ​ຜູ້​ອອກ​ກົດ​ຫມາຍ​ແລະ​ໃຊ້​ກົດ​ຫມາຍ​ເອງ 8 ມ້າ​ຂອງ​ພວກ​ມັນ​ແລ່ນ​ໄວ​ກວ່າ​ເສືອ​ດາວ ແລະ​ຮ້າຍ​ກາດກວ່າ​ຫມາ​ໄນ​ທີ່​ຫິວ​ເຫຍື່ອ ທະ​ຫານ​ຂອງ​ພວກ​ມັນ​ຂີ່​ມ້າ​ຫອບ​ມາ​ແຕ່​ໄກ​ໆ​ໄວ​ເຫມືອນ​ແຫລວ​ເຈີ​ດ​ໄປ​ກິນ​ເຫຍື່ອ 9 ກອງ​ທັບ​ຂອງ​ພວ​ກ​ມັນ​ບຸກ​ເຂົ້າ​ຄອບ​ຄອງ​ຢ່າງ​ຮ້າຍກາດ ເມື່ອ​ມັນ​ບຸກ​ເຂົ້າ​ມາ​ໃກ້ ທຸກໆ​ຄົນ​ກໍ​ຢ້ານ​ກົວ​ຕົວ​ສັ່ນ​ຈົນ​ຂວັນ​ເສັຽ ຊະ​ເລີຍ​ທີ່​ມັນ​ຈັບ​ໄດ້​ມີ​ຫລາຍ​ເຫມືອນ​ດັ່ງ​ເມັດ​ຊາຍ ຊຶ່ງ​ບໍ່​ສາ​ມາດ​ຄະ​ນາ​ນັບ​ໄດ້ 10 ພວກ​ມັນ​ດູ​ຖູກ​ບັນ​ດາ​ກະ​ສັດ ແລະ​ຫົວ​ເຍາະ​ເຍີ້ຍໃສ່​ບັນ​ດາ​ມະ​ຫາ​ເສ​ນາ​ອາ​ມາດ ບໍ່​ມີ​ປ້​ອມ​ປ້ອງ​ກັນ​ບ່ອນ​ໃດ​ສາ​ມາດ​ຕ້ານ​ທານ​ການ​ບຸ​ກລຸກ​ຂອງ​ພວກ​ມັນ​ໄດ້ ມັນ​ໃຊ້​ວິ​ທີ​ການ​ຍຶດ​ປ້ອມ ໂດຍກອງ​ດິນ​ຂຶ້ນ​ໃຫ້​ສູງ​ເທົ່າ​ປ້ອມ​ແລ້ວ​ກໍ​ເຂົ້າ​ຍຶດ 11 ເມື່ອ​ຍຶດ​ໄດ້​ແລ້ວ ພວກ​ມັນ​ກໍ​ກວາດ​ເອົາ​ສິ່ງຂອງ​ໄປ​ຫມົດ​ເຫມືອນ​ລົມ​ພັດ​ຜ່ານ​ເອົາ​ໄປ ຄົນ​ພວກ​ນິ້​ບູ​ຊາ​ອຳ​ນາດ​ຂອ​ງຕົນ​ເອງ

ຮາ​ບາ​ກກຸກ​ຮ້ອງ​ທຸກ​ຂໍ​ຄວາມ​ເປັນ​ທຳ

12 ໂອ ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຕັ້ງ​ແຕ່​ໃດໆ​ມາ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ເປັນ​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ແລະ​ອົງ​ຊົງ​ເປັນ​ຢູ່​ສືບໆ​ໄປ ໂອ ​ພຣະຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ອົງ​ປົກ​ປັກ​ຮັກ​ສາ​ຂອງ​ຂ້າ​ພຣະ​ອົງ​ ພຣະ​ອົງ​ໄດ້​ເລືອກ​ເອົາ​ພວກ​ບາ​ບິໂລນ ແລະ​ໄດ້​ທຳ​ໃຫ້​ພວກ​ມັນ​ມີ​ອຳ​ນາດ​ເພື່ອ​ລົງ​ໂທດ​ພວກ​ຂ້າ​ພຣະ​ອົງ 13 ແຕ່​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຊົງ​ມິດ​ງຽບ​ຢູ່​ໃນ ເມື່ອ​ພວກ​ມັນ​ທຳ​ຮ້າຍ​ຄົນ​ດີໆ​ກວ່າ​ພວກ​ມັນ? 14 ດ້ວຍ​ເຫ​ດໃດ ພຣະ​ອົງ​ຈຶ່ງ​ຖື​ປະ​ຊາ​ຊົນ​ເຫມືອນ​ປາ ແລະ​ເຫມືອນ​ສັດ​ເລືອ​ຄານ? 15 ຊາວ​ບາ​ບິໂລນ​ໄດ້​ຈັບ​ປະ​ຊາ​ຊົນ​ເຫມືອນ​ຕຶກ​ເບັດ​ເອົາ​ປາ ພວກ​ເຂົາ​ເອົາ​ມອງກວາດ​ເອົາ​ປະ​ຊາ​ຊົນ​ເຫມືອນ​ລາກ​ປາ​ໃນ​ມອງ​ຂື້ນ​ມາ​ຈາກ​ນ້ຳ​ດ້ວຍ​ສຽງ​ໂຮ່ຮ້ອງ​ຍິນ​ດີ 16 ພວກ​ເຂົາ​ບູ​ຊາ​ມອງ ແລະ​ຖວາຍ​ເຄື່ອງ​ບະ​ບົນ​ໃຫ້​ມັນ ເພາະ​ວ່າ​ມອງ​ພາ​ໃຫ້​ພວກ​ເຂົາ​ໄດ້​ໃຊ້​ຊີ​ວິດ​ຢູ່​ຢ່າງ​ຟູມ​ເຟື່ອຍ 17 ພວກ​ເຂົາ​ຈະ​ໃຊ້​ດາບ​ທຳ​ຮ້າຍ​ຊົນ​ຊາດ​ຕ່າງໆ ໄຮ້​ຄວາມ​ເມດ​ຕາ ດັ່ງ​ນີ້​ຕ​ລອດ​ໄປ​ຫລື?

ຮາລາກຸກ 2

ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ຄຳ​ຮ້ອງ​ທຸກ​ຂອງ​ຮາ​ ບາ​ກກຸກ

1 ຂ້າ​ພະ​ເຈົ້າ​ຈະ​ຂຶ້ນ​ໄປ​ຢືນ​ທີ່​ຫໍ​ຄອຍ ແລະ​ຖ້າ​ຊອມ​ເບິ່ງວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເວົ້າ​ຫຍັງ​ຕໍ່​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ຄຳຕອບ​ຢ່າງ​ໃດ​ຈາກ ພຣະ​ອົງ​ກ່ຽວ​ກັບ​ການ​ຮ້ອງ​ທຸກ​ນັ້ນ 2 ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຄຳ​ຕອບ​ແກ່​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ຂຽນ​ເຣື່ອງ​ທີ່​ເຮົາ​ບອກ​ແກ່​ເຈົ້າ​ທາງ​ນີ​ມິດ​ໃສ່​ແຜ່ນ​ປ້າຍ ໃຫ້​ທຸກ​ຄົນ​ອ່ານ​ເຂົ້າ​ໃຈ​ໄດ້​ງ່າຍ​ 3 ຂຽນ​ນີມິດ​ນິ້​ໄວ້ ກໍ​ເພາະ​ວ່າ​ສິ່ງ​ທີ່​ເຮົາບອກ​ມາ​ນັ້ນ​ຍັງ​ບໍ່​ເຖິງ​ເວ​ລາ​ທີ່​ຈະ​ເກີດ​ຂຶ້ນ​ເປັນ​ຈິງ​ມາເທື່ອ ແຕ່​ກຳ​ນົດ​ນັ້ນ​ຈະ​ມາ​ເຖິງ​ໃນ​ໄວໆ​ນິ້ ແລະ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ກັບ​ເຈົ້າ​ກໍ​ຈະ​ກາຍ​ເປັນ​ຈິງ ເຈົ້າ​ອາດ​ຈະ​ຄິດ​ວ່າ​ມັນ​ມາ​ຊ້າ​ແຕ່​ໃຫ້​ຄອຍ​ເບິ່ງ​ເທາະ ມັນ​ຈະ​ມາ​ຮອດ​ຕາມ​ເວ​ລາ​ທີ່​ເຮົາ​ໄດ້ກຳ​ນົດ​ໄວ້ 4 ຍັງ​ຈະ​ບໍ່​ດົນດອກ ຂໍ້​ຄວາມ​ທີ່​ເຈົ້າ​ຂຽນ​ນັ້ນ​ມີ​ດັ່ງ​ນິ້​ຄື, “ຜູ້​ທີ່​ກະ​ທຳ​ຊົ່ວ​ຈະ​ບໍ່​ມີ​ຊີ​ວິດ ແຕ່​ຜູ້​ທີ່​ກະ​ທຳ​ດີ​ຈະ​ມີ​ຊີ​ວິດ ເພາະ​ວ່າ​ເຂົາ​ເຊື່ອ​ຟັງ​ພຣະ​ເຈົ້າ” 5 ຄວາມ​ມັ່ງ​ມີ​ເປັນ​ສິ່ງ​ຫລອກ​ລວງ ຄົນ​ພາໂລ​ຈອງ​ຫອງ ​ແລະ​ມີ​ໃຈ​ຢາກ​ໄດ້​ເຫມືອນ​ຄວາມ​ຢາກ​ຕາຍ​ທີ່​ບໍ່​ຮູ້​ຈັກ​ອີ່ມ​ເລີຍ ດັ່ງ​ນັ້ນ​ແຫລະ, ພວກ​ເຂົາ​ຈຶ່ງ ເຂົ້າ​ຄອບ​ຄອງ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ ເພື່ອ​ຜົນ​ປ​ໂຍດ​ຂອງ​ພວກ​ເຂົາ

ເຄາະ​ກຳ​ຂອງ​ຄົນ​ຊົ່ວ​ມາ​ເຖິງ

6 ບັນ​ດາ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ​ຈະ​ບໍ່​ຍົກ​ຄຳ​ເຍີ້ຍ​ຫຍັນ​ກ່າວ​ຕໍ່​ເຂົາ​ຫລື ແລະ​ຍົກ​ສຸ​ພາ​ສິດ​ກ່າວ​ເຍາະ​ເຍີ້ຍເຂົາວ່າ, “ວິບັດ​ແກ່​ຜູ້​ທີ່​ສະ​ສົມ​ສິ່ງຂອງ​ທີ່​ບໍ່​ແມ່ນ​ຂອງ​ຕົນ​ໄວ້ (ຈະ​ທຳ​ແບບນີ້​ໄດ້​ດົນ​ປານ​ໃດ​ຫນໍ) ແລະ​ບັນທຸກ​ຂອງ​ທີ່​ຍຶດ​ເປັນ​ປະ​ກັນໄວ້​ເຕັມ​ຕົວ 7 ກ່ອນ​ພວກ​ເຈົ້າ​ຮູ້​ເມືອ ພວກ​ລູກ​ຫນິ້​ກໍ​ຈະ​ບຸກ​ມາບີບ​ບັງ​ຄັບ ແລ້ວ​ເອົາ​ເຄື່ອງ​ຄືນ​ໄປ ສັດ​ຕຣູ​ຈະ​ບຸກ​ເຂົ້າ​ມາ​ທຳໃຫ້​ພວກ​ເຈົ້າ​ຢ້ານ​ຈົນ​ຕົວ​ສັ່ນ​ຂວັນ​ເສັຽ ພວກ​ເຂົາ​ຈະ​ປຸ້ນ​ເອົາ​ຂອງ​ພວກ​ເຈົ້າ 8 ພວກ​ເຈົ້າ​ໄດ້​ປຸ້ນ​ປະ​ຊາ​ຊົນ​ທັງ​ຫລາຍ​ຄື ໄດ້​ຂ້າ​ແລະ​ໄດ້​ກົດ​ຂີ່​ຂົ່ມ​ເຫັງ​ຊາວ​ໂລກ​ແລະ​ທຳ​ລາຍ​ຫົວ​ເມືອງ​ຕ່າງໆ ບັດ​ນິ້ ຜູ້​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ກໍ​ຈະ​ປຸ້ນ​ເຈົ້າຄື​ກັນ 9 ເຄາະ​ກຳ​ຂອງ​ເຈົ້າ​ມາ​ເຖິງ​ແລ້ວ ພວກ​ເຈົ້າ​ໄດ້​ທຳ​ໃຫ້​ຄອບ​ຄົວ​ຮັ່ງ​ມີ​ເປັນ​ດີ​ຂຶ້ນ​ຍ້ອນ​ເຂັນ​ຂ້າ​ທາ​ລຸນ​ຄົນ​ອື່ນ ແລ້ວ​ພຍາ​ຍາມ​ທຳ​ໃຫ້​ຄອບ​ຄົວ​ຢູ່​ຢ່າງສ​ງົບ​ສຸກ​ແລະ​ປອດ​ພັຍ 10 ເລ່​ກົນ​ຂອງ​ພວ​ກ​ເຈົ້າ​ໄດ້​ນຳ​ຄວາມ​ອັບ​ອາຍ​ມາ​ສູ່​ຄອບ​ຄົວ​ຂ​ອງ​ພວກ​ເຈົ້າ​ແລ້ວ ການ​ທຳ​ລາຍ​ບັນ​ດາ​ຊົນ​ຊາດ​ຕ່າງໆ​ນັ້ນ​ມັນ​ກໍ​ເປັນ​ແຕ່​ພຽງ​ການ​ນຳ​ເອົາ​ຄວາມ​ຈິບ​ຫາຍ​ມາ​ສູ່ພວກ​ເຈົ້າ​ເອງ 11 ແມ່ນ​ແຕ່​ກ້ອນ​ຫີນໃນ​ກຳ​ແພງ​ກໍ​ຈະ​ຮ້ອງ​ດ່າ​ຕໍ່​ສູ້​ພວກ​ເຈົ້າ ແລະ​ໄມ້​ກອນ​ເຮືອນ​ກໍ​ຈະ​ສົ່ງ​ສຽງ​ດັງ​ກຶກ​ກ້ອງ​ອອກ​ມາ 12 ເຄາະ​ກຳ​ຂອງ​ພວກ​ເຈົ້າ​ມາ​ເຖິງ​ແລ້ວ ພວກ​ເຈົ້າ​ວາງ​ຮາກ​ຖານ​ເມືອງ​ດ້ວຍ​ອາຊະຍາ​ກຳ ແລະ​ສ້າງ​ເມືອງ​ຂຶ້ນ​ດ້ວຍ​ຄາ​ຕະ​ກຳ 13 ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ທີ່​ພວກ​ເຈົ້າ​ເຂົ້າ​ຄອບ​ຄອງ​ເຮັດ​ວຽກ​ໄຮ້​ປ​ໂຍດ​ຊື່ໆ ເພາະ​ທຸກ​ສິ່ງ​ທີ່​ພວກ​ເຂົາ​ສ້າງ​ຂຶ້ນ​ນັ້ນ​ກໍ​ຖືກ​ໄຟ​ໄຫມ້​ຫມົດ ບໍ່​ໄດ້​ເປັນ​ເຊັ່ນ​ນີ້​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ດອກ​ຫລື? 14 ທະ​ເລ​ມີ​ນ້ຳ​ເຄັມ​ຢູ່​ສັນ​ໃດ ຄວາມ​ຮູ້​ກ່ຽວ​ກັບ​ຣັ​ສ​ມີ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ເຕັມ​ຢູ່​ໃນ​ໂລກ​ນິ້​ສັນ​ນັ້ນ 15 ເຄາະ​ກຳ​ຂອງ​ພວກ​ເຈົ້າ​ມາ​ເຖິງ​ແລ້ວ ເວ​ລາ​ພວກ​ເຈົ້າ​ໂກດ​ຮ້າຍ​ຫຍໍ້​ຫຍັນ​ເພື່ອນ​ບ້ານ ແລະ​ທຳ​ໃຫ້​ພວກ​ເຂົາ​ເຊື່ອມ​ເສັຽ ແລະ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຂາຍ​ຫນ້າ 16 ພວ​ກ​ເຈົ້າ​ຈະ​ອັບ​ອາຍ​ຂາຍ​ຫນ້າ​ແທນ​ທີ່​ຈະ​ໄດ້​ຮັບ​ກຽດ​ຕິ​ຍົດ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ຈອກ​ຊຶ່ງ​ເປັນ​ການ​ລົງ​ໂທດ​ນິ້​ໃຫ້​ພວກ​ເຈົ້າ​ດື່ມ ແລ້ວ​ກຽດ​ຕິ​ຍົດ​ຂອງ​ພວກ​ເຈົ້າ​ກໍ​ຈະ​ເຊື່ອມ​ເສັຽ​ໄປ 17 ພວກ​ເຈົ້າ​ໄດ້​ຂ້າ​ສັດ​ປ່າ ແລະ​ບັດ​ນິ້​ສັດ​ນັ້ນ​ກໍ​ຈະ​ທຳ​ໃຫ້​ພວກ​ເຈົ້າ​ຢ້ານ ເຫດ​ການ​ເຫລົ່າ​ນີ້​ແຫລະ​, ຈະ​ເກິດ​ຂຶ້ນກໍ​ຍ້ອນ​ວ່າ ພວກ​ເຈົ້າ​ໄດ້​ຂ້າ ​ແລະ​ກົດ​ຂີ່​ຂົ່ມ​ເຫັງ​ຊາວ​ໂລກ ແລະ​ທຳ​ລາຍ​ຫົວ​ເມືອງ​ຕ່າງໆ 18 ຮູບ​ເຄົາ​ຣົບ​ໃຫ້​ຜົນ​ປ​ໂຍດ​ຫຍັງ​ແດ່? ມັນ​ເປັນພຽງ​ແຕ່​ຮູບ​ທີ່​ມະ​ນຸດ​ຜູ້​ນຶ່ງ​ໄດ້​ເຮັດ​ຂຶ້ນ​ເທົ່າ​ນັ້ນ ແລະ​ກໍ​ບໍ່​ສາ​ມາດບອກ​ຄວາມ​ຈິງ​ຕໍ່​ພວກ​ເຈົ້າ​ໄດ້​ ມັນ​ດີ​ແນວ​ໃດ? ຜູ້​ສ້າງ​ຮູບ​ຈຶ່ງ​ປົງ​ໃຈ​ໃນ​ຮູບ​ທີ່​ປາກບໍ່​ໄດ້​ນັ້ນ 19 ເຄາະ​ກຳ​ພວກ​ເຈົ້າ​ມາ​ເຖິງ​ແລ້ວ ພວກ​ເຈົ້າ​ເວົ້າ​ຕໍ່​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ໋” ຫລື​ເວົ້າ​ຕໍ່​ກ້ອນ​ຫີນ​ວ່າ, “ຢືນ​ຂື້ນ​ແມ໋” ແຕ່​ຮູບ​ເຄົາ​ຣົບ​ນັ້ນ​ສອນ​ຫຍັງ​ແດ່? ຮູບ​ນັ້ນ​ຈະ​ໂອບ​ດ້ວຍ​ເງິນ​ຫລື​ຄຳ​ ແຕ່​ມັນ​ກໍ​ບໍ່​ມີ​ຊີ​ວິດ​ຈິດ​ໃຈ​ເລີຍ 20 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທັບ​ຢູ່​ໃນ​ວິ​ຫານ​ອັນ​ສັກ​ສິດ ມະ​ນຸດ​ທຸກ​ຄົນ​ໃນ​ໂລກ​ນິ້​ຈົ່ງ​ມິດ​ງຽບ​ຢູ່​ຕໍ່​ຫນ້າ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ

ຮາລາກຸກ 3

1 ຄຳ​ອ້ອນວອນ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ຮາ​ບາກກຸກ

ຄຳ​ອ້ອນວອນ​ຂອງ​ຮາ​ບາ​ກກຸກ

2 ໂອ ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພຣະ​ອົງ​ໄດ້​ຍິນ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ທຳ ແລະ​ຂ້າ​ພຣະ​ອົງໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ເກງ​ກົວ ບັດ​ນິ້ ຂໍ​ຊົງ​ຮື້​ຟື້ນ​ພຣະ​ຣາ​ຊ​ກິດ​ຂອງ​ພຣະ​ອົງ​ຂຶ້ນ​ໃຫມ່ ໃນ​ເວ​ລາ​ທີ່​ພວກ​ຂ້າພຣະ​ອົງຍັງ​ມີ​ຊີ​ວິດ​ຢູ່ ຄື​ການ​ກະ​ທຳ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ເຄີຍ​ທຳ​ແຕ່​ສະ​ໄຫມ​ກ່ອນ ແມ່ນ​ວ່າ​ຍາມ​ພຣະ​ອົງ​ພຣະ​ພິ​ໂຣດ ຂໍ​ຊົງ​ເມດ​ຕາ​ແດ່​ຖ້ອນ 3 ພຣະ​ເຈົ້າ​ຈະ​ກັບ​ມາ​ຈາກ​ເມືອງ​ເອ​ໂດມ​ອີກ ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດຈະ​ມາ​ແຕ່​ພູ​ປາ​ຣານ ຄວາມ​ສະງ່າ​ຣາ​ສີ​ຂອງ​ພຣະ​ອົງ​ປົກ​ຄຸມ​ທົ່ວ​ຟ້າ​ສວັນ ທົ່ວ​ໂລກ​ກໍ​ເຕັມ​ໄປ​ດ້ວຍ​ການ​ສັ​ຣເສີນ​ພຣະ​ອົງ 4 ພຣະ​ອົງ​ສະ​ເດັດ​ມາ​ພ້ອມ​ແສງ​ສວ່າງ​ຂອງ​ຟ້າ​ແມບ​ເຫລື້ອມ ພຣະ​ຫັດ​ຂອງ​ພຣະ​ອົງ​ມີ​ແສງ​ເຫລື້ອມ​ມາບໆ ຊຶ່ງ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ໄດ້​ເຊື່ອງ​ໄວ້​ໃນ​ທີ່​ນັ້ນ 5 ພຣະ​ອົງ​ໃຫ້​ໂຣກ​ລະ​ບາດ​ມາ​ກ່ອນ ແລະ​ໃຫ້​ຄວາມ​ຕາຍ​ມາ​ຕາມ​ຫລັງ 6 ເມື່ອພຣະ​ອົງ​ຊົງ​ຢຸດ​ໂລກ​ກໍ​ເກີດ​ຫວັ່ນ​ໄຫວ ເມື່ອພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ບັນ​ດາ​ຊົນ​ຊາດ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ​ຂວັນ​ເສັຽ ບັນ​ດາ​ພູ​ເຂົາ​ທີ່​ຫມັ້ນ​ຄົງ​ກໍ​ແຕກ​ສ​ລາຍ​ໄປ ແລະ​ເນີນ​ພູ​ທີ່​ຕັ້ງ​ຢູ່​ຕ​ລອດ​ການກໍ​ຍຸບ​ລົງ ຄື​ເນີນ​ພູ​ບ່ອນ​ທີ່​ພຣະ​ອົງ​ໄດ້​ຍ່າງ​ແຕ່​ສະ​ໄຫມ​ດຶກ​ດຳ​ບັນ 7 ຂ້າ​ພຣະ​ອົງ​ໄດ້​ເຫັນ​ພົນ​ລະ​ເມືອງ​ກູ​ຊານ​ຢ້ານ​ກົວ ແລະ​ພົນ​ລະ​ເມືອງ​ມີ​ດີ​ອານ​ຕົວ​ສັ່ນ​ຂວັນ​ເສັຽ 8 ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ພຣະ​ອົງ​ສະ​ເດັດ​ຊົງ​ຣົດ​ມ້າ​ທີ່​ເປັນ​ເຝື້​ອຜ່ານ​ໄປ​ທ່າມ​ທາງ​ກ້ອນ​ເມກ ເພື່ອ​ນຳ​ຊັຍ​ຊະນະ​ມາ​ສູ່​ໄພ່​ພົນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ພຣະ​ພິ​ໂຣດ​ແມ່​ນ້ຳ​ຫລື ຫລື​ວ່າ​ຊົງ​ກີ້ວ​ໂກດ​ນ້ຳ​ທະ​ເລ 9 ພຣະ​ອົງ​ຊົງ​ພ້ອມ​ທີ່​ຈະ​ໃຊ້​ຫນ້າ​ທະ​ນູ​ຂອງ​ພຣະ​ອົງ​ທຸກ​ເວ​ລາ ລູກ​ຫນ້າ​ຂອງ​ພຣະ​ອົງ​ກໍ​ເຕັມ​ບັ້ງ​ຢູ່​ສ​ເມີ ຟ້າ​ຜ່າ​ແຍກ​ແຜ່ນ​ດິນ​ໂລກ​ອອກ​ຈາກ​ກັນ​ໄດ້ 10 ເມື່ອ​ພູ​ເຂົາ​ທັງ​ຫລາຍ​ໄດ້​ເຫັນ​ພຣະ​ອົງ​ກໍ​ສັ່ນ​ສະ​ເທືອນ ແລ້ວ​ຝົນ​ກໍ​ຫລັ່ງ​ລົງ​ຈາກ​ທ້ອງ​ຟ້າ ນ້ຳ​ຢູ່​ໃຕ້​ພື້ນ​ພິ​ພົບ​ກໍ​ຊັດ​ຂື້ນ​ສຽງ​ດັງ​ສ​ນັ່ນ ແລະ​ຟອງຂອງ​ມັນ​ກໍ​ຟົ້ງ​ຂຶ້ນ​ສູງ 11 ດວງ​ຕາ​ເວັນ​ແລະ​ດວງ​ເດືອນ​ຍັງ​ຢູ່​ກັບ​ບ່ອນ​ຂອງ​ມັນ ເມື່ອ​ແສງ​ແວວ​ວາບ​ຂອງ​ທະ​ນູ ແລະ​ແສງ​ສະ​ທ້ອນ​ຂອງ​ຫອກ​ຂອງ​ພຣະ​ອົງ​ພຸ້ງ​ຜ່ານ​ໄປ 12 ພຣະ​ອົງ​ສະ​ເດັດ​ເທິງ​ໂລກ​ດ້ວຍ​ຄວາມ​ພິ​ໂຣດ ແລະ​ຢຽບ​ຢ່ຳ​ຊົນ​ຊາດ​ທັງ​ຫ​ລາຍ​ດ້ວຍ​ຄວາມ​ກິ້ວ​ໂກດ 13 ພຣະ​ອົງ​ສະ​ເດັດ​ອອກ​ໄປ​ຊ່ອຍ​ໄພ່​ພົນ ແລະ​ເຈົ້າ​ຊີ​ວິດ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້ ພຣະ​ອົງ​ຊົງ​ທຳ​ລາຍ​ຜູ້​ນຳ​ຂອງ​ຄົນ​ຊົ່ວ ແລະ​ລ້າງ​ຜານ​ພັກ​ພວກ​ຂອງ​ມັນ​ຈົນ​ຫມົດ​ກ້ຽງ 14 ລູກ​ຫນ້າ​ທະ​ນູ​ຂອງ​ພຣະ​ອົງ​ແທງ​ຫົວ​ຫນ້າ​ນັກ​ຮົບ​ຂອງ​ເຂົາ ຊຶ່ງ​ບຸກ​ເຂົ້າ​ມາ​ເຫມືອນ​ລົມ​ພະ​ຍຸ​ພັດ ແລະ​ເຫມືອນ​ຄົນ​ມັກ​ຂົ່ມ​ເຫັງ​ຄົນ​ຍາກ​ຈົນ​ຢ່າງ​ລັບໆ ເພື່ອ​ທຳໃຫ້​ພວກ​ເຮົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ 15 ມ້າ​ຂອງ​ພຣະ​ອົງ​ຢຽບ​ຢ່ຳ​ນ້ຳ​ທະ​ເລ ນ້ຳ​ເລິກ​ແລະ​ກວ້າງ​ອັນ​ມະ​ຫາ​ສານ​ຟົດ​ຟຸ້ງ​ຂຶ້ນ 16 ເມື່ອ​ຂ້າ​ພຣະ​ອົງ​ໄດ້​ຍິນ​ເຣື່ອງ​ເຫລົ່າ​ນີ້ ຂ້າ​ພຣະ​ອົງ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ​ຂວັນ​ເສັຽ ຮິມ​ສົບ​ຂອງ​ຂ້າພຣະ​ອົງ​ກໍ​ສັ່ນ​ດ້ວຍ​ຄວາມ​ຢ້ານ ຕົນ​ຕົວ​ຂອງ​ຂ້າ​ພຣະ​ອົງສັ່ນ​ຄອນ​ໄປ ແລະ​ຕີນ​ຂອງ​ຂ້າ​ພຣະ​ອົງ​ກໍ​ເຕະ​ສະ​ດຸດ ຂ້າ​ພຣະ​ອົງຈະ​ລໍ​ຄອຍ​ວັນ​ແຫ່ງ​ພຣະ​ອົງ​ຈະ​ມາ​ຢ່າງ​ມິດໆ ວັນ​ຊຶ່ງ​ພຣະ​ເຈົ້າ​ຈະ​ລົງ​ໂທດ​ຜູ້​ທີ່​ໂຈມ​ຕິ​ພວກ​ຂ້າພຣະ​ອົງ 17 ເຖິງ​ແມ່ນ​ວ່າ​ຕົ້ນ​ຫມາກ​ເດື່ອ​ບໍ່​ມີ​ຫມາກ ແລະ​ຕົ້ນ​ຫມາກອະ​ງຸ່ນ​ບໍ່​ມີ​ຮວງ ກົກ​ຫມາກກອກ​ເທດ​ບໍ່​ມີ​ຜົນ ແລະ​ທົ່ງ​ນາ​ບໍ່​ມີ​ເຂົ້າ ເຖິງ​ແມ່ນ​ວ່າ ແກະ​ໃນ​ຝູງ​ຈະ​ຕາຍ​ຫມົດ ແລະ​ຄອກ​ງົວ​ເປົ່າ​ວ່າງ 18 ຂ້າ​ພຣະ​ອົງຍັງ​ຈະ​ຊົມ​ຊື່ນ​ປິ​ຕິຍິນ​ດີ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ພຣະ​ຜູ້​ຊ່ອຍ​ຂອງ​ຂ້າ​ພຣະ​ອົງ 19 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ເຫື່ອ​ແຮງ​ໃຫ້​ຂ້າ​ພຣະ​ອົງ ພຣະ​ອົງ​ເຮັດ​ໃຫ້​ຂ້າ​ພຣະ​ອົງ​ແລ່ນ​ໄວ​ເຫມືອນກວາງ ແລະ​ໃຫ້​ຂ້າ​ພຣະ​ອົງຍ່າງ​ເທິງ​ພູ​ຢ່າງ​ປ​ອດ​ພັຍ

ເຊຟັນຢາ 1

1 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ມາ​ເຖິງ​ເຊ​ຟັນຢາ ບຸດ​ກູ​ຊີ ຜູ້​ເປັນ​ບຸດ​ຂອງ​ເກ​ດາ​ລີ​ຢາ ຜູ້​ເປັນ​ບຸດ​ຂອງ​ອາ​ມາ​ຣີ​ຢາ ຜູ້​ເປັນ​ບຸດ​ຂອງ​ເຮ​ເຊ​ກີ​ຢາ ໃນ​ຣັ​ຊ​ການ​​ໂຢ​ຊີ​ຢາ ຣາ​ຊ​ໂອ​ຣົດ​ຂອງ​ອາ​ໂມນ ກະ​ສັດ​ຂອງ​ຢູ​ດາ

ວັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ

2 ພຣະ​ຜູ້ເປັນ​ເຈົ້າ​ສັ່ງ​ວ່າ, “ເຣົາ​ຈະ​ກວາດ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ກ້ຽງ​ຈາກ​ພື້ນ​ພິ​ພົບ” 3 ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ວ່າ, “ເຣົາ​ຈະ​ກວາດ​ມະ​ນຸດ ແລະ​ສັດ​ເດັຽ​ຣະ​ສານ​ໄປ​ເສັຽ ເຣົາ​ຈະ​ກວາດ​ນົກ​ໃນ​ອາ​ກາດ​ໄປ​ເສັຽ ທັງ​ປາ​ໃນ​ທະ​ເລ​ດ້ວຍ ເຮົາ​ຈະ​ກວາດ​ລ້າງ​ຄົນ​ອະ​ທັມ ເຣົາ​ຈະ​ກຳ​ຈັດ​ມະ​ນຸດ​ຊາດ​ເສັຽ​ຈາກ​ພື້ນ​ພິ​ພົບ 4 ເຣົາ​ຈະ​ຢຽດ​ມື​ຂອງ​ເຣົາ​ອອກ​ຕໍ່​ສູ້​ຢູ​ດາ ແລະຕໍ່​ຊາວ​ເຢຣູ​ຊາ​ເລັມ​ທັງ​ມວນ ເຮົາ​ຈະ​ກຳ​ຈັດ​ເດນ​ເຫລືອ​ຂອງ​ພຣະ​ບາ​ອານ​ເສັຽ​ຈາກ​ສະ​ຖານ​ທີ່​ນີ້ ແລະ​ກຳ​ຈັດ​ຊື່​ບັນ​ດາ​​ປະ​ໂຣ​ຫິດຜູ້​ຮັບ​ໃຊ້​ພຣະ​ບາ​ອານເສັຽ 5 ກຳ​ຈັດ​ຄົນ​ເຫລົ່າ​ນັ້ນ​ທີ່​ຂາບ​ໄຫວ້​ລົງ​ເທິງ​ດາດ​ຟ້າ​ຫລັງ​ຄາ​ຕຶກ ເພື່ອ​ໄຫວ້​ບໍ​ຣິ​ວານ​ແຫ່ງ​ຟ້າສວັນ ຄົນ​ເຫລົ່າ​ນັ້ນ​ທີ່​ຂາບ​ລົງ​ສາ​ບານ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເຖິງ​ປານ​ນັ້ນ​ກໍ​ຍັງ​ສາ​ບານ​ໂດຍ​ພຣະ​ມີນ​ໂກມ 6 ຄົນ​ເຫລົ່າ​ນັ້ນ​ທີ່​ຫັນ​ກັບ​ຈາກ​ການ​ຕິ​ດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ບໍ່​ໄດ້​ສ​ແວງຫາ​ພຣະ​ຜູ້​ເປັນ​ເຈົ້າ​ຫລື​ທູນ​ຖາມພຣະ​ອົງ” 7 ຈົ່ງ​ງຽບ​ສ​ງົບ​ຢູ່​ຕໍ່​ເບື້ອງ​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ວັນ​ແຫ່ງ​ພຣະ​ເຈົ້າ​ມາໃກ້​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕຽມ​ເຄື່ອງ​ບູ​ຊາ ແລະ​ຊົງ​ກະ​ທຳ​ແຂກ​ຂອງ​ພຣະ​ອົງ​ໃຫ້​ບໍ​ຣິ​ສຸດ 8 ແລະ​ໃນ​ວັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂ້າ​ບູ​ຊາ​ນັ້ນ (ຄືພຣະ​ອົງ​ກ່າວວ່າ) “ເຮົາ​ຈະ​ລົງ​ໂທດ​ບັນ​ດາ​ເຈົ້າ​ນາຍ ແລະ​ໂອ​ຣົດ​ຂອງ​ກະ​ສັດ ແລະ​ບັນ​ດາ​ຜູ້​ທີ່​ຕົກ​ແຕ່ງ​ຕົວ​ດ້ວຍ​ເຄື່ອງ​ແຕ່ງ​ກາຍ​ຕ່າງ​ດ້າວ 9 ໃນ​ວັນ​ນັ້ນ ເຮົາ​ຈະ​ລົງ​ໂທດ​ທຸກ​ຄົນ​ທີ່​ກະ​ໂດດ​ຂ້າມ​ປະ​ຕູ ແລະ​ບັນ​ດາ​ຜູ້​ທີ່​ກະ​ທຳ​ໃຫ້​ເຮືອນ​ຂອງ​ນາຍ​ເຕັມ​ໄປ​ດ້ວຍ​ຄວາມ​ທາ​ຣຸນ ແລະ​ການ​ຄົດ​ໂກງ” 10 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ໃນ​ວັນ​ນັ້ນ ຈະ​ໄດ້​ຍິນ​ສຽງ​ຮ້ອງ​ຈາກ​ປະ​ຕູ​ປາ ແລະ​ສຽງ​ຮ້ອງ​ໄຫ້​ໃນ​ເຂດ​ສ້າງ​ໃຫມ່​ໃນ​ຕົວ​ເມືອງ ແລະ​ສຽງ​ໂຄມ​ຄາມ​ຈາກ​ເນີນ​ພູ 11 ໂອ ຊາວ​ເມືອງ​ທີ່​ຢູ່​ເຂດ​ລຸ່ມ ຈົ່ງ​ຮ້ອງ​ໄຫ້​ເຖີດ ເພາະ​ພໍ່​ຄ້າ​ທັງ​ປວງ​ກໍ​ບໍ່​ມີ​ເຫລືອ​ແລ້ວ ຜູ້​ທີ່​ຊັ່ງ​ເງິນ​ຄ້າ​ຂາຍ​ກໍ​ຖືກ​ກຳ​ຈັດ​ເສັຽ​ແລ້ວ​ 12 ໃນ​ເວ​ລາ​ນັ້ນ​ເຣົາ​ຈະ​ເອົາ​ຕະ​ກຽງ​ສ່ອງ​ເບິ່ງ​ເຢ​ຣູ​ຊາ​ເລັມ ແລະ​ເຮົາ​ຈະ​ລົງ​ໂທດ​ຄົນ​ທີ່​ສ້າງ​ຄວາມ​ອີ່ມ​ອົກ​ອີ່​ມ​ໃຈ ແລະ​ເຊື່ອ​ຫມັ້ນ​ໃຈ​ຕົນ​ເອງ ຜູ້​ທີ່​ກ່າວ​ໃນ​ໃຈ​ຂອງ​ຕົນ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຊົງ​ກະ​ທຳ​ການ​ດີ ແລະ​ພຣະ​ອົງ​ກໍ​ຈະ​ບໍ່​ຊົງ​ກະ​ທຳ​ການ​ຊົ່ວ” 13 ຊັບ​ສິ່ງ​ຂອງ​ຂອງ​ເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ເຂົາ​ຈະ​ຖືກ​ທຳ​ລາຍ ເຖິງ​ເຂົາ​ຈະ​ສ້າງ​ເຮືອນ ເຂົາ​ກໍ​ຈະ​ບໍ່​ໄດ້​ຢູ່​ໃນ​ເຮືອນ​ນັ້ນ ເຖິງ​ເຂົາ​ຈະ​ທຳ​ສວນ​ອະ​ງຸ່ນ ເຂົາ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ​ຈາກ​ສວນ​ນັ້ນ” 14 ວັນ​ສຳ​ຄັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ເຂົ້າ​ມາ ໃກ້​ເຂົ້າ​ມາ ແລະມາ​ໄວ​ທີ່​ສຸດ ສຽງ​ແຫ່ງວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຂົມ​ຂື່ນ ທະ​ຫານ​ທີ່​ເກັ່ງ​ກ້າ​ຈະ​ຮ້ອງ​ສຽງ​ດັງ​ທີ່​ນັ້ນ 15 ວັນ​ນັ້ນ​ເປັນ​ວັນ​ແຫ່ງ​ພຣະ​ພິ​ໂຣດ ເປັນ​ວັນ​ແຫ່ງ​ຄວາມ​ທຸກ​ໃຈ ແລະ​ເປັນ​ວັນ​ລະ​ທົມ ເປັນ​ວັນ​ພິ​ນາດ ແລະ​ວັນ​ທຳ​ລາຍ ເປັນ​ວັນແຫ່ງ​ຄວາມ​ມືດ ແລະ​ຄວາມ​ມືດ​ຄຶ້ມ ເປັນ​ວັນ​ທີ່​ມີ​ເມກ​ແລະ​ຄວາມ​ມືດ​ຕຶບ 16 ເປັນ​ວັນ​ທີ່​ມີ​ສຽງ​ເຂົາ​ສັດ ແລະ​ວັນ​ໂຫ່​ຮ້ອງ​ຕໍ່​ເມືອງ​ທັງ​ຫລາຍ​ທີ່​ມີ​ປ້ອມ​ປ້ອງ​ກັນ ແລະ​ຫໍ​ຄອຍ​ສູງ 17 ເຮົາ​ຈະ​ນຳ​ທຸກ​ໄພ​ມາ​ສູ່​ມະ​ນຸດ ເຂົາ​ຈະ​ໄດ້​ເດີນ​ໄປ​ເຫມືອນ​ຄົນ​ຕາ​ບອດ ເພາະ​ເຂົາ​ໄດ້​ກະ​ທຳ​ບາບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ໂລ​ຫິດ​ຂອງ​ເຂົາ​ຈະ​ຖືກ​ເທ​ອອກ​ເຫມືອນຝຸ່ນ ແລະ​ເນື້ອ​ຂອງ​ເຂົາ​ຈະ​ຖືກ​ເທ​ອອກ​ເຫມືອນ​ຊາກ​ສົບ​ທີ່​ເນົ່າ​ເປື່ອຍ 18 ເງິນ​ຫລື​ທອງ​ຄຳ​ຂອງ​ເຂົາ​ກໍ​ດີ ຈະ​ບໍ່​ສາ​ມາດ​ຊ່ອຍ​ກູ້​ເຂົາ​ໄດ້ ໃນ​ວັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພິ​ພົບ​ທັງ​ສິ້ນ​ຈະ​ຖືກ​ເຜົາ​ຜານ​ໃນ​ໄຟ​ແຫ່ງ​ຄວາມ​ຫວງ​ແຫນ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ຊາວ​ພື້ນ​ພິ​ພົບ​ທັງ​ສິ້ນ​ເຖິງ​ທີ່​ສິ້ນ​ສຸດ ເຖິງ​ທີ່​ສິ້ນ​ສຸດ​ຢ່າງ​ກະ​ທັນ​ຫັນ

ເຊຟັນຢາ 2

ຄວາມ​ພິ​ນາດ​ຂອງ​ປະ​ຊາ​ຊາດ​ທີ່​ຢູ່​ອ້ອມ​ຮອບ

1 ໂອ ປະ​ຊາ​ຊາດ​ທີ່​ໄຮ້​ຄວາມ​ອາຍ​ເອີຍ, ຈົ່ງ​ມາ​ກັນ ມາ​ຊຸມ​ນຸມ​ກັນ 2 ກ່ອນ​ທີ່​ເຈົ້າ​ຈະ​ຖືກ​ຂັບໄລ່​ໄປ​ດັ່ງ​ແກບ​ທີ່​ປິວ ກ່ອນ​ທີ່​ພຣະ​ພິ​ໂຣດ​ອັນ​ຮ້າຍ​ແຮງ​ແຫ່ງ​ພຣະ​ຜູ້ເປັນ​ເຈົ້າ​ຈະ​ລົງ​ມາ​ເຫນືອ​ເຈົ້າ ກ່ອນ​ທີ່​ວັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ລົງ​ມາ​ເຫນືອ​ເຈົ້າ 3 ທຸກ​ຄົນ​ທີ່​ໃຈ​ຖ່ອມ​ໃນ​ແຜ່ນ​ດິນ​ນີ້ ຄື​ຜູ້​ທີ່​ກະ​ທຳ​ຕາມ​ພຣະ​ຄຳ​ສັ່ງ​ຂອງ​ພຣະ​ອົງ ຈົ່ງ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ສ​ແວງ​ຫາ​ຄວາມ​ຊອບ​ທັມ ສ​ແວງ​ຫາ​ຄວາມ​ຖ່ອມ​ໃຈ ຊຶ່ງ​ເຈົ້າ​ຈະ​ໄດ້​ຮັບ​ການ​ກຳ​ບັງ​ໃນ​ວັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 4 ເພາະ​ວ່າ​ເມືອງ​ກາ​ຊາ​ຈະ​ຖືກ​ປະຖິ້ມ ແລະ​ເມືອງອັ​ສ​ເກ​ໂລນ​ຈະ​ເປັນ​ເມືອງ​ຮ້າງ ຊາວ​ເມືອງ​ອັ​ສ​ໂດດ​ຈະ​ຖືກ​ຂັບ​ໄລ່​ໃນ​ເວ​ລາ​ທ່ຽງ​ວັນ ແລະ​ເມືອງ​ເອກ​ໂຣນ​ຈະ​ຖືກ​ຖອນ​ຮາກ​ 5 ວິ​ບັດ​ແກ່​ເຈົ້າ ຊາວ​ເມືອງ​ຊາຍ​ທະ​ເລ ເຈົ້າ​ຜູ້​ເປັນ​ປະ​ຊາຊາດ​ເຄ​ເຣ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ມາ​ກ່າວ​ໂທດ​ເຈົ້າ ໂອ ກາ​ນາ​ອານ ແຜ່ນ​ດິນ​ຂອງ​ຄົນ​ຟີ​ລິ​ສ​ຕິນ ເຣົາ​ຈະ​ທຳ​ລາຍ​ເຈົ້າ​ຈົນ​ບໍ່​ມີ​ຊາວ​ເມືອງ​ເຫລືອ 6 ໂອ​ ຊາຍ​ທະ​ເລ​ເອີຍ, ເຈົ້າ​ຈະ​ເປັນ​ລານ​ຫຍ້າ ເປັນ​ທົ່ງ​ຫຍ້າ​ສຳ​ລັບ​ຜູ້​ລ້ຽງ​ແກະ ແລະ​ເປັນ​ຄອກ​ສຳ​ລັບ​ຝູງ​ແບ້ ແກະ 7 ຊາຍ​ທະ​ເລ​ນັ້ນ ຈະ​ເປັນ​ກຳ​ມະ​ສິດ​ຂອງ​ເຊື້ອ​ສາຍ​ຢູ​ດາ​ທີ່​ເຫລືອ​ຢູ່​ນັ້ນ ເຂົາ​ຈະ​ຫາກິນ​ທີ່​ນັ້ນ​ພໍ​ເຖິງ​ເວ​ລາ​ຄ່ຳ​ເຂົາ​ຈະ​ນອ​ນລົງ​ທີ່​ໃນ​ເຮືອນ​ທັງ​ຫລາຍ​ຂອງອັ​ສ​ເກ​ໂລ​ນ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ຈະ​ເອົາ​ພຣະ​ທັຍ​ໃສ່​ເຂົາ ແລະ​ໃຫ້​ເຂົາ​ກັບ​ສູ່​ສະ​ພາບ​ເດີມ 8 “ເຮົາ​ໄດ້​ຍິນ​ຄຳ​ດ່າ​ຂອງ​ໂມ​ອາບ ແລະ​ຄຳ​ຫມິ່ນປ​ມາດ​ຂອງ​ຄົນ​ອັມ​ໂມນແ​ລ້ວ ຊຶ່ງ​ເຂົາ​ດ່າ​ປະ​ຊາ​ຊົນ​ຂອງ​ເຣົາ ແລະ​ອວດ​ອ້າງ​ເຣື່ອງ​ເຂດ​ແດນ​ຂອງ​ເຂົາ​ທັງ​ຫລາຍ 9 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ເຈົ້າ​ຂອງ​ອິ​ສ​ຣາ​ເອນ​ສັ່ງ​ວ່າ, “ເຫດ​ນີ້​ເຮົາ​ມີ​ຊີ​ວິດ​ຢູ່​ແນ່​ແທ້​ສັນ​ໃດ ໂມ​ອາບ​ຈະ​ກາຍ​ເປັນ​ເຫມືອນ​ເມືອງ​ໂຊ​ໂດມ ແລະ​ຄົນ​ອັມ​ໂມນ​ຈະ​ເຫມືອນ​ເມືອງ​ໂກ​ໂມ​ຣາ ຄື​ເປັນ​ແຜ່ນ​ດິນ​ທີ່​ມີ​ຕົ້ນ​ຫນາມ​ແລະ​ບໍ່​ເກ​ືອ ແລະ​ເປັນ​ທີ່ຮ້າງ​ເປົ່າ​ເປັນ​ນິດ ຊົ​ນ​ຊາດ​ຂອງ​ເຮົາ​ທີ່​ເຫລືອ​ຢູ່​ຈະ​ປຸ້ນ​ເຂົາ ແລະ​ຄົນ​ໃນ​ປະ​ຊາ​ຊົນ​ຂອງ​ເຮົາ​ທີ່​ລອດ​ຕາຍ​ຢູ່​ຈະ​ຍຶດ​ເຂົາ​ເປັນ​ກຳ​ມະ​ສິດ” 10 ນີ້​ຈະ​ເປັນ​ຜົນ​ຕອບ​ແທນ​ຄວາມ​ຈອງ​ຫອງ​ຂອ​ງ​ເຂົາ ເພາະ​ເຂົາ​ດ່າ ແລະ​ໂອ້ອວດ​ຕໍ່​ປະ​ຊາ​ຊົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ 11 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ທີ່​ເກງ​ກົວ​ຂອ​ງ​ເຂົາ​ທັງ​ຫລາຍ ພຣະ​ອົງ​ຈະ​ຊົງ​ກະ​ທຳ​ໃຫ້​ພຣະ​ທັງ​ຫລາຍ​ຂອງ​ໂລກ​ຜ່າຍ​ຜອມ ແລະ​ແຜ່ນ​ດິນ​ແຫ່ງ​ປະ​ຊາ​ຊາດ​ທັງ​ສິ້ນ​ຈະ​ກົ້ມ​ລົງ​ນະ​ມັ​ສ​ການ​ພຣະ​ອົງ​ຕ່າງຕາມ​ທ້ອງ​ຖິ່ນ​ຂອງ​ຕົນ 12 ໂອ ຄົນ​ເອ​ທີ​ໂອເປັຽ​ເອີຍ, ເຈົ້າ​ດ້ວຍ​ເຫມືອນ​ກັນ ຈະ​ຕ້ອງ​ຖືກ​ປະ​ຫານ​ເສັຽດ້ວຍ​ດາບ​ຂອງ​ເຮົາ 13 ແລ້ວ​ພຣະ​ອົງ​ຈະ​ຍື່ນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຕໍ່​ເມືອງ​ທາງ​ທິດ​ເຫນືອ ແລະ​ທຳ​ລາຍ​ອັ​ສ​ຊີ​ເຣັຽ ແລະ​ຈະ​ກະ​ທຳ​ໃຫ້​ເມືອງ​ນີ​ເນເວ​ເປັນ​ເມືອງ​ຮ້າງ ເປັນ​ທີ່​ແຫ້ງ​ແລ້ງ​ເຫມືອນ​ຖິ່ນ​ກັນ​ດານ 14 ບັນ​ດາ​ຝູງ​ສັດ​ຈະ​ນອນ​ຢູ່​ໃນ​ທີ່​ນັ້ນ ສັດ​ປ່າ​ທັງ​ສິ້ນ ນົກ​ກະ​ທຸງ ແລະ​ກາ​ ຈະ​ອາ​ໄສ​ຢູ່​ທີ່​ຫົວ​ເສົາ​ທັງ​ຫລາຍ​ຂອງ​ເມືອງ​ນັ້ນ ນົກ​ເຄົ້າ​ແມວ​ຈະ​ມາ​ຮ້ອງ​ຢູ່​ທີ່​ປ່ອງ​ຢ້ຽມ ນົກ​ກາ​ຈະ​ສົ່ງ​ສຽງ​ຢູ່​ທີ່​ຂັ້ນ​ໄດ​ປະ​ຕູ ເພາະ​ຝາ​ເຮືອນ​ທີ່​ທຳ​ດ້ວຍ​ໄມ້​ສົນ​ສີ​ດາ​ຈະ​ຕາກແດດ​ຕາກ​ຝົນ 15 ນີ້​ເປັນ​ເມືອງ​ທີ່​ສ​ນຸກ​ສ​ນານ​ທີ່​ຢູ່​ຢ່າງ​ປອດ​ໄພ ເປັນ​ເມືອງ​ທີ່​ຄິດ​ໃນ​ໃຈ​ຂອງ​ຕົນ​ວ່າ, “ຂ້ອຍ​ນີ້​ແຫລະ ແລະ​ບໍ່​ມີ​ເມືອງ​ອື່ນ​ໃດ​ອີກ” ມັນ​ເປັນ​ເມືອງ​ຮ້າງ​ເສັຽ​ແລ້ວ ເປັນ​ທີ່​ອາ​ໄສ​ນອນ​ຂອງ​ສັດ​ປ່າ ທຸກ​ຄົນ​ທີ່​ຜ່ານ​ເມື​ອງ​ນີ້​ໄປ​ຈະ​ເບະ​ປາກ​ແລະ​ສັ່ນ​ກຳ​ປັ້ນ​ຂອງ​ເຂົາ

ເຊຟັນຢາ 3

ບາບ​ຂອງ​ເຢ​ຣູ​ຊາ​ເລັມ​ແລະ​ການ​ໄຖ່

1 ວິ​ບັດ​ແກ່​ເມືອງ​ນີ້​ທີ່​ເປັນ​ເມືອງ​ກະ​ບົດ ແລະ​ເປັນ​ມົນ​ທິນ ເປັນ​ເມືອງ​ທີ່​ບີບ​ບັງ​ຄັບ​ເຂົາ 2 ເມືອງ​ນີ້ບໍ່​ຍອມ​ຟັງ​ສຽງໃດໆ ແລະ​ບໍ່​ຍອມ​ຮັບ​ການ​ຕີ​ສອນ​ໃດໆ ເມືອງ​ນີ້​ບໍ່​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບໍ່​ຍອມເຂົ້າ​ມາໃກ້​ພຣະ​ເຈົ້າ​ 3 ເຈົ້າ​ນາຍ​ທີ່​ຢູ່​ໃນ​ເມືອງ​ນີ້ກໍ​ເຫມືອນ​ສີງ​ທີ່​ຄຳ​ຣາມ ຜູ້​ພິ​ພາກ​ສາ​ຂອງ​ເມືອງ​ກໍ​ເຫມືອນ​ຫມາ​ປ່າ​ຍາມ​ຄ່ຳ ຊຶ່ງ​ບໍ່​ຍອມ​ຖີ້ມ​ສິ່ງ​ໃດ​ໄວ້​ຈົນ​ຮຸ່ງ​ເຊົ້າ 4 ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ເມືອງ​ນີ້​ເປັນ​ຄົນ​ພານ ເປັນ​ຄົນ​ທໍ​ຣະ​ຍົດ ບັນ​ດາ​ປະ​ໂຣ​ຫິດ​ຂອງ​ເມືອງ​ນີ້ກໍກະ​ທຳ​ສິ່ງ​ສັກ​ສິດ​ໃຫ້​ເປັນ​ມົນ​ທິນ ເຂົາ​ຝ່າ​ຝືນ​ຕໍ່​ທັມ​ບັນ​ຍັດ 5 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ດຳ​ຣົງ​ຢູ່​ໃນ​ເມືອງ​ນັ້ນ​ຊອບ​ທັມ ພຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທຳ​ຜິດ​ເລີຍ ທຸກ​ເຊົ້າ​ພຣະ​ອົງ​ສຳ​ແດງ​ຄວາມ​ຍຸດ​ຕິ​ທັມຂອງ​ພຣະ​ອົງ ທຸກ​ຕອນ​ເຊົ້າ​ບໍ່​ໄດ້​ຂາດ​ເລີຍ ແຕ່​ຄົນ​ອະ​ຍຸດ​ຕິ​ທັມ​ບໍ່​ຮູ້​ຈັກ​ອາຍ 6 “ເຮົາ​ໄດ້​ກຳ​ຈັດ​ປະ​ຊາ​ຊາດ​ທັ​ງ​ຫລາຍ​ເສັຽ ກຳ​ແພງ​ເມືອງ​ຂອງ​ເຂົາ​ພັງ​ທະ​ລາຍ ເຮົາ​ກະ​ທຳ​ໃຫ້ຖ​ນົນ​ໃນ​ເມືອງ​ນັ້ນ​ຮ້າງ​ເປົ່າ ບໍ່​ມີ​ຜູ້​ໃດ​ຍ່າງ​ໃນ​ນັ້ນ ຫົວ​ເມືອງ​ຂອງ​ເຂົາ​ເປັນ​ເມືອງ​ຮ້າງ​ບໍ່​ມີ​ຄົນ ບໍ່​ມີ​ຊາວ​ເມືອງ​ເຫລືອ 7 ເຣົາ​ກ່າວ​ວ່າ “ແທ້​ຈິງ ເມືອງ​ນັ້ນ​ຄົງ​ຈະ​ຢຳ​ເກງ​ເຣົາ ເມືອງ​ຈະ​ຍອມ​ຮັບ​ການ​ຕີ​ສອນ ເມືອງ​ຄົງ​ຈະ​ບໍ່​ຖີ້ມ​ສາຍ​ຕາ​ໄປ​ເສັຽ​ຈາກບັນ​ດາ​ສິ່ງ​ຕ່າງໆ​ທີ່​ເຮົາ​ກຳ​ຊັບ​ໄວ້” ແຕ່​ເຂົາ​ທັ​ງ​ຫລາຍ​ຍິ່ງ​ກັບ​ຮ້ອນ​ໃຈ​ທີ່​ຈະ​ໃຫ້​ການ​ກະ​ທຳ​ຂອງ​ເຂົາ​ເສື່ອມ​ຊາມ” 8 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຫດ​ສັນນັ້ນ​ຈົ່ງ​ຄອຍ​ເຮົາ ຄອຍ​ວັນ​ທີ່​ເຮົາ​ລຸກ​ຂື້ນ​ເປັນ​ພ​ຍານ​ເພາະ​ການ​ຕົກ​ລົງ​ໃຈ​ຂອງ​ເຮົາ​ກໍ​ຄື​ຈະ​ຮວມ​ປະ​ຊາ​ຊາດ​ໃຫ້​ຣາ​ຊ​ອາ​ນາ​ຈັກ​ຊຸມ​ນຸມກັນ ເພື່ອ​ເທ​ຄວາມ​ກີ້ວ​ຂອງ​ເຣົາ​ເທິງ​ເຂົາ​ທັງ​ຫລາຍ ຄື​ຄວາມ​ຮ້ອນ​ແຮງ​ແຫ່ງ​ຄວາມ​ໂກດ​ຂອງ​ເຮົາ ເພາະ​ວ່າ​ພິ​ພົບ​ທັງ​ສິ້ນ​ຖືກ​ເຜົາ​ຜານ​ໃນ​ໄຟ​ແຫ່ງ​ຄວາມ​ຫວງ​ແຫນ​ຂອງ​ເຣົາ 9 ໃນ​ເວ​ລາ​ນັ້ນ ເຮົາ​ຈະ​ປ່ຽນ​ຮີມ​ຝີ​ປາກ​ຂອ​ງຊົນ​ຊາດ​ທັງ​ຫລາຍ​ໃຫ້​ເປັນ​ຮີມ​ຝີ​ປາກ​ບໍ​ຣິສຸດ ເພື່ອ​ວ່າ​ທຸກ​ຄົນ​ຈະ​ຮ້ອງ​ທູນ​ອອກ​ພຣະ​ນາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ບົວ​ລະ​ບັດ​ພຣະ​ອົງ​ເປັນ​ໃຈ​ດຽວ​ກັນ 10 ບຸກ​ຄົນ​ທີ່​ທູນ​ຂໍ​ຕໍ່​ເຮົາ ຄື​ຄົນ​ຂອງ​ເຮົາ​ທີ່​ຖືກ​ກຳ​ຈັດ​ພັດ​ພາກ​ໄປ ຈະ​ນຳ​ເອົາ​ເຄື່ອງ​ບູ​ຊາ​ຂອງ​ເຣົາ​ມາ​ຈາກ​ຟາກ​ຂ້າງ​ນັ້ນ​ຂອງ​ແມ່​ນ້ຳ​ແຫ່ງ​ເອ​ທີ​ໂອ​ເປັຽ 11 “ໃນ​ວັນ​ນັ້ນ ເຈົ້າ​ຈະ​ບໍ່​ຖືກ​ກະ​ທຳ​ໃຫ້​ອັບ​ອາຍ ດ້ວນການ​ກະ​ທຳ​ຊຶ່ງ​ເຈົ້າ​ໄດ້​ກະ​ບົດ​ຕໍ່​ເຮົາ ເພາະ​ໃນ​ເວ​ລາ​ນັ້ນ​ເຮົາ​ຈະ​ຄັດ​ຜູ້​ໂອ້ອວດ​ຈອງ​ຫອງ​ນັ້ນ​ອອກ​ເສັຽ​ຈາກ​ຖ້າມ​ກາງ​ເຈົ້າ ເຈົ້າ​ຈຶ່ງ​ຈະ​ບໍ່​ເຍີ້​ຍິ່ງ​ຈອງ​ຫອງ​ໃນ​ພູ​ເຂົາ​ບໍ​ຣິ​ສຸດ​ຂອງ​ເຮົາ​ອີກ​ຕໍ່​ໄປ 12 ເພາະ​ເຮົາ​ຈະ​ເຫລືອ​ແຕ່​ຄົນ​ທີ່​ຖ່ອມ​ໃຈ​ແລະ​ຈຽມ​ຕົວ​ໄວ້​ໃນ​ຖ້າມ​ກາງ​ເຈົ້າ ເຂົາ​ຈະ​ສ​ແວງ​ຫາ​ທີ່​ລີ້​ໄພ​ໃນ​ພຣະ​ນາມ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ 13 ບັນ​ດາ​ຄົນ​ທີ່​ເຫລືອ​ຢູ່​ໃນ​ອິ​ສ​ຣາ​ເອນ ເຂົາ​ຈະ​ບໍ່​ກະ​ທຳ​ຄວາມ​ຜິດ​ແລະ​ບໍ່​ກ່າວ​ຄຳ​ມຸ​ສາ ແລະ​ໃນ​ປາກ​ຂອງ​ເຂົາ​ນັ້ນ​ຈະ​ຫາ​ລີ້ນ​ທີ່​ລໍ້​ລວງ​ກໍ​ບໍ່​ມີ ເພາະ​ເຂົາ​ທັງ​ຫລາຍ​ຈະ​ທ່ຽວ​ຫາ​ກີນ​ແລະ​ນອນ​ລົງ ແລະ​ບໍ່​ມີ​ຜູ້​ໃດ​ກະ​ທຳ​ໃຫ້​ເຂົາ​ກົວ​ເກງ” 14 “ໂອ ບຸດ​ຕ​ຣີ​ແຫ່ງ​ຊີ​ໂອນ​ເອີຍ, ຈົ່ງ​ຮ້ອງ​ເພງ​ສຽງ​ດັງ ໂອ ອິ​ສ​ຣາ​ເອນ​ເອີຍ ຈົ່ງ​ໂຮ່​ຮ້ອງ​ເຖີດ ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ແລະ​ລິງ​ໂລດ​ດ້ວຍ​ເຕັມ​ໃຈ​ຂອງ​ເຈົ້າ ໂອ ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ 15 ພຣະ​ຜູ້ເປັນ​ເຈົ້າ​ຊົງ​ລົ້ມ​ເລີກ​ກາ​ນພິ​ພາກ​ສາ​ລົງ​ໂທດ​ເຈົ້າ​ແ​ລ້ວ ພຣະ​ອົງ​ຊົງ​ຂັບ​ໄລ່​ສັດ​ຕຣູ​ຂອງ​ເຈົ້າ​ອອກ​ໄປ​ແລ້ວ ກະ​ສັດ​ແຫ່ງ​ອິ​ສ​ຣາ​ເອນ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ຖ້າມ​ກາງ​ເຈົ້າ ເຈົ້າ​ຈະບໍ່​ຢ້ານ​ໄພ​ວິ​ບັດ​ອີກ​ຕໍ່​ໄປ 16 ໃນ​ວັນ​ນັ້ນ ເຂົາ​ຈະ​ເວົ້າ​ກັບ​ເຢ​ຣູ​ຊາ​ເລັມ​ວ່າ “ໂອ ຊີ​ໂອນ​ເອີຍ, ຢ່າ​ຢ້ານ​ເລີຍ ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ເພັຽ​ໄປ 17 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ຢູ່​ຖ້າມ​ກາງ​ເຈົ້າ ເປັນ​ນັກ​ຮົບ​ຜູ້​ປະ​ທານ​ຄວາມ​ມີ​ຊັຍ ພຣະ​ອົງ​ຊົງ​ຊົມ​ຊື່ນ​ເພາະ​ເຈົ້າ​ດ້ວຍ​ຄວາມ​ຍິນ​ດີ ພຣະ​ອົງຈະ​ຊົງ​ຮື້​ຟື້ນ​ເຈົ້າ​ໃຫມ່​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ ພຣະອົງ​ຈະ​ຊົງເລີງ​ໂລດ​ເພາະ​ເຈົ້າ​ດ້ວຍ​ຣ້ອງ​ເພງ​ສຽງ​ດັງ 18 ດັ່ງ​ໃນ​ວັນ​ທີ່​ມີ​ການ​ລ້ຽງ ເຮົາ​ຈະ​ທຳ​ໃຫ້​ໄພ​ວິ​ບັດ​ອອກ​ເສັຽ​ຈາ​ກ​ເຈົ້າ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ທົນ​ຕໍ່​ການ​ເຍາະ​ເຍີ້ຍ​ເພາະ​ເຣື່ອງ​ນີ້ 19 ເບິ່ງ​ແມ໋, ໃນ​ເວ​ລາ​ນັ້ນ​ເຮົາ​ຈະ​ທຳ​ໂທດ​ຜູ້​ທີ່​ບີບ​ບັງ​ຄັບ​ເຈົ້າ​ທຸກ​ຄົນ ເຮົາ​ຈະ​ຊ່ອຍ​ຄົນ​ຂາ​ພິ​ການ​ແລະ​ຮວບ​ຮວມ​ຄົນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ ແລະ​ເຮົາ​ຈະ​ປ່ຽນ​ຄວາມ​ອັບ​ອາຍ​ຂອງ​ເຂົາ​ໃຫ້​ເປັນ​ຄວາມຫນ້າ​ສັຣເສີນ ແລະ​ໃຫ້​ເປັນ​ສຽງ​ລື​ໄປ​ໃນ​ໂລກ 20 ໃນ​ເວ​ລາ​ນັ້ນ ເຮົາ​ຈະ​ນຳ​ເຈົ້າ​ກັບ​ເຂົ້າ​ມາ ຄື​ໃນ​ເວ​ລາ​ທີ່​ເຮົາ​ຮວບ​ຮວມ​ພວກ​ເຈົ້າ​ເຂົ້າ​ດ້ວຍ​ກັນ ເຮົາ​ຈະ​ກະ​ທຳ​ໃຫ້​ເຈົ້າ​ມີ​ຊື່​ສຽງ ແລະ​ເປັນ​ທີ່​ສັຣເສີນ ໃນ​ຖ້າມ​ກາງ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ໃນ​ໂລກ ຄື​ເມື່ອ​ເຮົາ​ໃຫ້​ເຈົ້າ​ກັບ​ສູ່​ສະ​ພາບ​ເດີມ​ຕໍ່​ຫນ້າ​ຕໍ່​ຕາ​ເຈົ້າ” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ແຫລະ

ຮັກກາຍ 1

ເລັ່ງ​ໃຫ້​ປະ​ຊາ​ຊົນ​ໃຫ້​ສ້າງພຣະ​ວິ​ຫານ

1 ໃນ​ວັນ​ທີ່​ນຶ່ງ ເດືອນ​ທີ່​ຫົກ ປີ​ທີ່​ສອງ​ແຫ່ງ​ຣັ​ຊ​ການກະ​ສັດ​ດາ​ຣີ​ອຸ​ສ ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ໂດຍ​ທາງ ຮັກ​ກັຍ ຜູ້​ປະ​ກາດ​ພຣະ​ທັມ ເຖິງ​ເຊ​ຣຸບ​ບາ​ເບນ ບຸດ​ເຊ​ອັນ​ຕິເອນ ຜູ້​ວ່າ​ຣາ​ຊ​ການ​ເມືອງ​ຢູ​ດາ ແລະ​ເຖິງ​ໂຢ​ຊວຍ ບຸດ​ເຢ​ໂຮ​ຊາດັກ​ມະ​ຫາ​ປະ​ໂຣ​ຫິດ​ວ່າ, 2 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາໄດ້​ສັ່ງ​ດັ່ງ​ນີ້​ວ່າ ປະ​ຊາ​ຊົນ​ເຫລົ່າ​ນີ້ກ່າວ​ວ່າ ເວ​ລາ​ທີ່​ຈະ​ສ້າງ​ພຣະວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ຍັງ​ບໍ່​ມາ​ເຖິງ” 3 ແລ້ວ​ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ມາ​ເຖິງ​ໂດຍ​ທາງ​ຮັກ​ກັຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, 4 ເຖິງ​ເວ​ລາ​ແລ້ວ​ຫລື​ທີ່​ຕົວ​ເຈົ້າ​ເອງ​ອາ​ໄສ​ຢູ່​ໃນ​ບ້ານ​ທີ່​ມີ​ໄມ້​ບຸ ແຕ່​ສ່ວນ​ພຣະ​ວິ​ຫານ​ນີ້​ຖິ້ມ​ພັງ​ທະ​ລາຍ 5 ເພາະ​ສະ​ນັ້ນ ບັດ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈຶ່ງ​ກ່າວວ່າ ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ວ່າ​ເຈົ້າ​ມີ​ຄວາມ​ເປັນ​ຢູ່​ຢ່າງ​ໃດ? 6 ເຈົ້າ​ຫວ່ານ​ຫລາຍ ແຕ່​ກ່ຽວ​ຫນ້ອຍ ເຈົ້າ​ຮັບ​ປະ​ທານ ແຕ່​ບໍ່​ເຄີຍ​ອີ່ມ ເຈົ້າ​ດື່ມ ແຕ່​ກໍ​ບໍ່​ເຄີຍ​ຫາຍ​ຢາກ ເຈົ້າ​ນຸ່ງ​ຫົ່ມ ແຕ່​ກໍ​ບໍ່​ມີ​ໃຜ​ອຸ່ນ ຜູ້​ທີ່​ໄດ້​ຄ່າ​ຈ້າງ ກໍ​ໄດ້​ຄ່າ​ຈ້າງ​ມາ​ໃສ່​ຖົງ​ທີ່​ມີ​ຮູ 7 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງວ່າ​ເຈົ້າ​ມີ​ຄວາມ​ເປັນ​ຢູ່​ຢ່າງ​ໃດ? 8 ພຣະ​ຜູ້​ເປັນ​ເຈົ້າ​ກ່າວວ່າ ຈົ່ງ​ຂຶ້ນ​ໄປ​ທີ່​ເນີນ​ເຂົາ ແລະ​ນຳ​ໄມ້​ມາ​ສ້າງ​ພຣະ​ວິ​ຫານ​ນັ້ນ ແລະ​ເຮົາ​ຈະ​ໄດ້​ຮັບ​ກຽດ 9 ເຈົ້າ​ທັງ​ຫລາຍ​ຫວັງ​ໄດ້​ຫລາຍ ແຕ່​ກໍ​ໄດ້​ຫນ້ອຍ ແລະ​ເມື່ອ​ເຈົ້າ​ນຳຜົນ​ມາ​ບ້ານ​ຂອງ​ເຈົ້າ ເຮົາ​ກໍ​ເປົ່າ​ມັນ​ໄປ​ເສັຽ ພຣະ​ຜູ້​ເປັນ​ເຈົ້າ​ຈອມໂຍ​ທາ​ກ່າວ​ວ່າ ເປັນຫຍັງ​ຈຶ່ງ​ເປັນ​ຢ່າງ​ນັ້ນ​ ກໍ​ເພາະ​ວິ​ຫານ​ຂອງ​ເຮົາ​ພັງ​ທະ​ລາຍ​ຢູ່ ຝ່າຍ​ເຈົ້າ​ຕ່າງ​ກໍ​ສາ​ລະ​ວົນ​ຢູ່​ກັບ​ເຣື່ອງ​ບ້ານ​ຂອງ​ຕົນ 10 ເພາະ​ສະ​ນັ້ນ ທ້ອງ​ຟ້າ​ທີ່​ຢູ່​ເຫນືອ​ເຈົ້າ​ຈຶ່ງ​ຢັ້ງ​ນ້ຳ​ຄ້າງ​ໄວ້​ເສັຽ ແລະ​ໂລກ​ກໍ​ຍຶດ​ພຶດ​ຜົນ​ຂອງ​ມັນ​ໄວ້​ເສັຽ 11 ແລະ​ເຮົາ​ກໍ​ເອີ້ນ​ຄວາມ​ແຫ້ງ​ແລ້ງ​ມາ​ສູ່​ແຜ່ນ​ດິນ​ແລະ​ເນີນ​ເຂົາ ມາ​ສູ່​ເຂົ້າ ເຫລົ້າ​ອະ​ງຸ່ນ ແລະ​ນ້ຳ​ມັນ​ມາ​ສູ່​ສິ່ງ​ຕ່າງໆ​ຊຶ່ງ​ດິນ​ອຳ​ນວຍ​ຜົນ ສູ່​ມະ​ນຸດ​ແລະ​ສັດ ແລະ​ມາ​ສູ່​ຜົນ​ງານ​ຊຶ່ງ​ມື​ກະ​ທຳ​ໄວ້” 12 ແລ້ວ​ເຊ​ຣູບ​ບາ​ເບນ ບຸດ​ເຊ​ອັນ​ຕິເອນ ແລະ​ໂຢ​ຊວຍ​ບຸດ​ເຢ​ໂຮ​ຊາ​ດັກ​ມະ​ຫາ​ປະ​ໂຣ​ຫິດ​ພ້ອມ​ກັບ​ປະ​ຊາ​ຊົນ​ທັງ​ປວງ​ທີ່​ເຫລືອ​ຢູ່​ໄດ້​ເຊື່ອ​ຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ ແລະ​ຖ້ອຍ​ຄຳ​ຂອງ​ຮັກ​ກັຍ​ຜູ້​ປະ​ກາດ​ພຣະ​ທັມ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ​ໄດ້​ຊົງ​ໃຊ້​ທ່ານ​ມາ ແລະ​ປະ​ຊາ​ຊົນ​ກໍ​ເກງ​ກົວ​ພຣະ​ຜູ້​ເປັນ​ເຈົ້າ 13 ແລ້ວ​ຮັກ​ກັຍ​ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ແກ່​ປະ​ຊາ​ຊົນ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ” 14 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຣົ້າ​ໃຈ​ເຊ​ຣຸບ​ບາ​ເບນ​ບຸດ​ເຊ​ອັນ​ຕິເອນ ຜູ້​ວ່າ​ຣາ​ຊ​ການ​ເມືອງ​ຢູ​ດາ ແລະ​ຊົງ​ເຣົ້າ​ໃຈ​ຂອງ​ໂຢ​ຊວຍ​ບຸດ​ເຢ​ໂຮ​ຊາ​ດັກ ມະ​ຫາ​ປະ​ໂຣ​ຫິດ ແລະ​ເຣົ້າ​ໃຈ​ປະ​ຊາ​ຊົນ​ທັງ​ປວງ​ທີ່​ເຫລືອ​ຢູ່​ນັ້ນ ເຂົາ​ທັງ​ຫລາຍ​ກໍ​ມາ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ພຣະ​ຜູ້​ເປັ​ນ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ 15 ໃນ​ວັນ​ທີ່​ຊາວ​ສີ່​ຂອງ​ເດືອນ​ນັ້ນ​ໃນ​ເດືອນທີ່​ຫົກ

ຮັກກາຍ 2

ສັກ​ສີ​ຂອງ​ພຣະ​ວິ​ຫານ​ຫລັງ​ໃຫມ່

1 ໃນ​ປີ​ທີ່​ສອງ​ແຫ່ງ​ຣັ​ຊ​ການ​ກະ​ສັດ​ດາ​ຣີ​ອຸ​ສ ໃນ​ວັນ​ທີ່​ຊາວ​ເອັດ ເດືອນ​ທີ່​ເຈັດ ພຣະ​ຄຳຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ໂດຍ​ຜ່ານທາງ​ຮັກ​ກັຍ ຜູ້​ປະ​ກາດ​ພຣະ​ທັມ​ວ່າ 2 “ຈົ່ງ​ກ່າວ​ແກ່​ເຊ​ຣຸບ​ບາ​ເບນ ບຸດ​ເຊ​ອັນຕິ​ເ​ອນ ຜູ້​ວ່າ​ຣາ​ຊ​ການ​ເມືອງ​ຢູ​ດາ ແລະ​ແກ່​ໂຢ​ຊວຍ​ບຸດ​ເຢ​ໂຮ​ຊາ​ດັກ ມະ​ຫາປະ​ໂຣ​ຫິດ ແລະ​ແກ່​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ເຖີດ​ວ່າ 3 “ໃຜ​ແດ່​ທີ່​ເຫລືອ​ຢູ່​ໃນ​ຖ້າມ​ກາງ​ພວກ​ທ່ານ​ນີ້ ທີ່​ເຫັນ​ພຣະ​ວິ​ຫານ​ນີ້​ຄັ້ງ​ເມື່ອ​ມີ​ສະງ່າ​ຣາ​ສີ​ເດີ​ມ​ນັ້ນ ບັດ​ນີ້​ທ່ານ​ເຫລົ່າ​ນັ້ນ​ເຫັນ​ເປັນ​ຢ່າງ​ໃດ ເບິ່ງ​ແມ໋, ແລ້ວ​ປຽບ​ກັນ​ບໍ່​ໄດ້​ເລີຍ​ແມ່ນ​ບໍ່?” 4 ພຣະ​ເຈົ້າ​ກ່າວ​ວ່າ ໂອ ເຊຣຸບ​ບາ​ເບນ​ເອີຍ ຈົ່ງ​ກ້າ​ຫານ​ເຖີດ ໂອ ໂຢ​ຊວຍ ບຸດ​ເຢ​ໂຮ​ຊາ​ດັກ ມະ​ຫາ​ປະ​ໂຣ​ຫິດ​ເອີຍ ຈົ່ງ​ກ້າ​ຫານ​ເຖີດ ປະ​ຊາ​ຊົນ​ທັງ​ສິ້ນ​ເອີຍ ຈົ່ງ​ກ້າ​ຫານ​ເຖີດ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫ​ລະ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ຈົ່ງ​ທຳ​ງານ​ເຖີດ​ເພາະ​ເຮົາ​ຢູ່າກັບ​ເຈົ້າ 5 ຕາມ​ຄຳ​ສັນ​ຍາ​ຊຶ່ງ​ເຮົາ​ກະ​ທຳ​ໄວ້​ກັບ​ເຈົ້າ ເມື່ອ​ເຈົ້າ​ທັງ​ຫລາຍ​ອອກ​ຈາກ​ປະ​ເທ​ດ​ເອຢິບ ວິນ​ຍານ​ຂອງ​ເຮົາ​ຢູ່​ຖ້າມ​ກາງ​ເຈົ້າ ຢ່າ​ກົວ​ເລີຍ 6 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ກ່າວດັ່ງ​ນີ້​ວ່າ ອີກ​ຫນ້ອຍ​ນຶ່ງ​ເຮົາ​ຈະ​ສັ່ນ​ທ້ອງ​ຟ້າ​ແລະ​ໂລກ ທະ​ເລ​ແລະ​ແຜ່ນ​ດິນ​ແຫ້ງ ອີກ​ເທື່ອ​ນຶ່ງ 7 ເຮົາ​ຈະ​ສັ່ນ​ປະ​ຊາ​ຊາດ​ທັງ​ສິ້ນ ເພື່ອ​ຊັບ​ສົມ​ບັດ​ຂອງ​ປະ​ຊາ​ຊາດ​ທັງ​ສິ້ນ​ຈະ​ໄດ້​ເຂົ້າ​ມາ ເຮົາ​ຈະ​ບັນ​ຈຸ​ວິ​ຫານ​ນີ້​ໃຫ້​ເຕັມ​ດ້ວຍ​ສະງ່າ​ຣາ​ສີ ພຣະ​ເຈົ້າ​ຈອມ​ໂຍ​ທາ​ກ່າວດັ່ງ​ນີ້​ແຫລະ 8 ເງິນ​ເປັນ​ຂອງ​ເຮົາ ແລະ​ທອງ​ຄຳ​ເປັນ​ຂອງ​ເຮົາ ພຣະ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ 9 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ແລະ​ເຮົາ​ຈະ​ໃຫ້​ເກີດ​ຄວາມ​ສົມ​ບູນ​ພູນ​ສຸກ​ໃນ​ສະ​ຖານ​ທີ່​ນີ້”

ຕຳ​ຫນິ​ຄວາມ​ບໍ່​ຊື່​ສັດ​ຂອງ​ປະ​ຊາ​ຊົນ

10 ເມື່ອ​ວັນ​ທີ່​ຊາວ​ສີ່ ເດືອນ​ທີ່​ເກົ້າ ໃນ​ປີ​ທີ່​ສອງ​ຂອງ​ຣັ​ຊ​ການ​ດາ​ຣິ​ອຸ​ສ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຮັກ​ກັຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, 11 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ກ່າວດັ່ງ​ນີ້​ວ່າ ຈົ່ງ​ຖາມ​ບັນ​ດາ​ປະ​ໂຣ​ຫິດ​ໃນ​ທັມ​ບັນ​ຍັດ​ເຖີດ​ວ່າ 12 “ຖ້າ​ຜູ້​ໃດ​ພັບ​ຊາຍ​ເສື້ອ​ຄຸມ​ທຳ​ເປັນ​ພົກຫໍ່​ຊີ້ນບໍ​ຣິ​ສຸດ​ໄປ ຫາກວ່າຊາຍ​ເສື້ອ​ໂຕ​ນັ້ນ​ໄປ​ຖືກ​ເຂົ້າ​ຫນົມ​ປັງ ຫລື​ແກງ ຫລື​ເຫລົ້າ​ອະ​ງຸ່ນ ຫລື​ນ້ຳ​ມັນ ຫລື​ອາ​ຫານ​ໃດໆ​ສິ່ງ​ນັ້ນ​ຈະ​ບໍ​ຣິ​ສຸດ​ໄປ​ດ້ວຍ​ຫລື​ບໍ?” ປະ​ໂຣຫິດ​ຕອບ​ວ່າ, “ບໍ່​ບໍ​ຣິ​ສຸດ” 13 ແລ້ວ​ຮັກ​ກັຍ​ຈຶ່ງ​ຖາມ​ວ່າ, “ຖ້າ​ຄົນ​ນຶ່ງ​ຄົນ​ໃດ​ທີ່​ມົນ​ທິນ ເພາະ​ໄປ​ຖືກ​ສົບ​ມາ ແລ້ວ​ມາ​ຖືກ​ສິ່ງ​ເຫລົ່າ​ນີ້​ເຂົ້າ ສິ່ງ​ເຫລົ່າ​ນີ້ຈະ​ມົນ​ທິນ​ໄປ​ດ້ວຍ​ຫລື​ບໍ່?” ປະ​ໂຣ​ຫິດ​ຕອບ​ວ່າ, “ສິ່ງ​ເຫລົ່າ​ນີ້​ກໍ​ມົນ​ທິນ​ໄປ​ດ້ວຍ” 14 ຮັກ​ກັຍ​ຈຶ່ງ​ຕອບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ວ່າ ໃນ​ສາຍ​ຕາ​ຂອງ​ເຮົາ ຊົນ​ຊາດ​ນີ້​ເປັນ​ຢ່າງ​ນັ້ນ ແລະ​ປະ​ຊາ​ຊາດ​ນີ້ກໍ​ເປັນ​ຢ່າງ​ນັ້ນ ຜົນ​ງານ​ທຸກ​ຢ່າງ​ທີ່​ມື​ຂອງ​ເຂົາ​ກະ​ທຳ​ເປັນ​ຢ່າງ​ນັ້ນ​ດ້ວຍ ແລະ​ສິ່ງ​ໃດໆ​ທີ່​ເຂົາ​ຖວາຍ​ບູ​ຊາ​ທີ່​ນັ້ນ ກໍເປັນ​ມົນ​ທິນ 15 ບັດ​ນີ້ ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງເຖີດ​ວ່າ ຕັ້ງ​ແຕ່​ວັນ​ນີ້​ເປັນ​ຕົ້ນ​ໄປ​ຈະ​ເກີດ​ເຫດ​ໃດ​ຂື້ນ ຄື​ກ່ອນ​ທີ່​ສີລາ​ກ້ອນ​ນຶ່ງ​ຈະ​ວາງ​ຊ້ອນເທິງ​ສີ​ລາ​ອີກ​ກ້ອນ​ນຶ່ງ ທີ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 16 ກ່ອນ​ສິ່ງເຫລົ່າ​ນີ້​ເກີດ​ຂຶ້ນ ເມື່ອ​ຜູ້​ໃດ​ມາ​ຍັງ​ກອງ​ເຂົ້າ​ຄິດ​ວ່າ​ຈະ​ຕວງ​ໄດ້​ຊາວ​ຖັງ ກໍ​ມີ​ແຕ່​ສິບ​ຖັງ ເມື່ອ​ຜູ້​ນຶ່ງ​ມາ​ເຖິງ​ບໍ່​ເກັບ​ນ້ຳ​ອະ​ງຸ່ນ ເພື່ອ​ຕັກ​ເອົາ​ຫ້າ​ສິບ​ຖັງ ກໍ​ມີ​ແຕ່​ຊາວ​ຖັງ 17 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຣົາ​ໄດ້​ໂຈມ​ຕີ​ເຈົ້າ ແລະ​ຜົນ​ງານ​ຂອງ​ເຈົ້າ​ດ້ວຍ​ໃຫ້​ເຂົ້າ​ມ້ານ ແລະ​ເປັນ​ໂມະ ແລະ​ດ້ວຍຫມາກ​ເຫັບ ແຕ່​ເຈົ້າ​ທັງ​ຫລາຍ​ບໍ່​ມາ​ຫາ​ເຮົາ 18 ເບິ່ງ​ແມ໋, ຈົ່ງ​ພິ​ຈາ​ຣະ​ນາ​ຕັ້ງ​ແຕ່​ວັນ​ນີ້​ເປັນ​ຕົ້ນ​ໄປ ຄືວັນ​ທີ່​ຊາວ​ສີ່ ເດືອນ​ທີ່​ເກົ້າ ຄື​ຕັ້ງ​ແຕ່​ວັນ​ທີ່​ວາງ​ຮາກ​ຖານ​ແຫ່ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ 19 ຍັງ​ມີ​ເຂົ້າ​ຕົກ​ຄ້າ​ງ​ຢູ່​ໃນ​ບຸງ​ຫລື​ ເຄືອ​ອະ​ງຸ່ນ ຕົ້ນ​ຫມາກ​ເດື່ອ ແລະ​ຕົ້ນ​ພິ​ລາ ກັບ​ຕົ້ນ​ຫມາກກອກ​ເທດ​ຍັງ​ບໍ່​ເກີດ​ຫມາກ​ຫລື? ຕັ້ງ​ແຕ່​ວັນ​ນີ້​ເປັນ​ຕົ້ນ​ໄປ ເຮົາ​ຈະ​ອວຍ​ພອນ​ແກ່​ເຈົ້າ”

ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຊຶ່ງ​ມີ​ຕໍ່​ເຊ​ຣຸບ​ບາ​ເບນ

20 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ຮັກ​ກັຍ​ເປັນ​ຄັ້ງ​ທີ່​ສອງ​ເມື່ອ​ວັນ​ທີ່​ຊາວ​ສີ່ຂອງ​ເດືອນ​ນັ້ນ​ວ່າ, 21 ຈົ່ງ​ເວົ້າ​ກັບ​ເຊ​ຣູບ​ບາ​ເບນ ຜູ້​ວ່າ​ຣາ​ຊ​ການ​ເມືອງ​ຢູ​ດາ​ວ່າ ເຮົາ​ກຳ​ລັງ​ຈະ​ສັ່ນທ້ອງ​ຟ້າ ແລະ​ໂລກ​ຢູ່​ແລ້ວ 22 ແລະ​ເຮົາ​ກຳ​ລັງ​ຈະ​ຄວ່ຳ​ພຣະ​ທີ່​ນັ່ງ​ຂອງ​ບັນ​ດາຣາ​ຊ​ອາ​ນາ​ຈັກ ເຮົາ​ກຳ​ລັງ​ຈະ​ທຳ​ລາຍ​ເຫື່ອ​ແຮງ​ຂອງ​ບັນ​ດາ​ຣາ​ຊ​ອາ​ນາ​ຈັກ​ແຫ່ງ​ປະ​ຊາ​ຊາດ​ຢູ່​ແລ້ວ ແລະ​ຄວ່ຳ​ຣົດ​ຮົບ​ກັບ​ຜູ້​ຂັບ​ຂີ່​ມ້າ ແລະ​ຜູ້​ຂັບ​ຂີ່​ຈະ​ຕ້ອງ​ລົ້ມ​ລົງ ຄື​ທຸກ​ຄົນ​ຈະ​ຕ້ອງ​ລົ້ມ​ລົງ​ດ້ວຍ​ດາບ​ແຫ່ງ​ມິດ​ສະ​ຫາຍ​ຂອງ​ເຂົາ 23 ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ໃນ​ວັນ​ນັ້ນ​ເຮົາ​ຈະ​ຮັບ​ເຈົ້າ ໂອ ເຊຣຸບ​ບາ​ເບນ ບຸດ​ເຊ​ອັນ​ຕິ​ເອນ ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເອີຍ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເຮົາ​ຈະ​ກະ​ທຳ​ເຈົ້າ​ໃຫ້​ເປັນ​ດັ່ງ​ແຫວນ​ຕາ ເພາະ​ເຮົາ​ໄດ້​ເລືອກ​ເຈົ້າ​ໄວ້​ແລ້ວ ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ

ເຊຄາຣິຢາ 1

ເອີ້ນປະ​ຊາ​ຊົນ​ໃຫ້​ກັບຄືນ

1 ໃນ​ເດືອນ​ທີ່​ແປດ ປີ​ທີ່​ສອງແຫ່ງ​ຣັ​ຊ​ການ​ດາ​ຣີ​ອຸ​ສ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ມາ​ທາງ ເຊ​ຄາ​ຣີ​ຢາ ບຸດ​ເບ​ເຣ​ຄີ​ຢາ​ຜູ້​ເປັນ​ບຸດ​ອີດ​ໂດ ຜູ້​ປະ​ກາດພຣະ​ທັມ​ວ່າ, 2 “ພຣະຜູ້​ເປັນ​​ເຈົ້າ​ຊົງ​ກີ້ວ​ຕໍ່​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ທັງ​ຫລາຍ​ເປັນ​ຢ່າງ​ຍິ່ງ 3 ເຫດ​ສັນນັ້ນ ຈົ່ງ​ກ່າວ​ແກ່​ເຂົາ​ທັງ​ຫລາຍ​ວ່າ ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາສັ່ງ​ດັ່ງ​ນີ້​ວ່າ ຈັ່ງ​ກັບ​ຄືນມາ​ຫາ​ເຣົາ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ ເຮົ​າ​ຈະ​ກັບ​ຄືນມາ​ຫາ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ 4 ຢ່າ​ເປັນ​ເຫມືອ​ນປູ່​ຍ່າ​ຕາ​ຍາຍ​ຂອງ​ເຈົ້າ ຊຶ່ງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ກ່ອນໆ​ຮ້ອງບອກ​ເຂົາ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ຈົ່ງ​ກັບ​ຄືນເສັຽ​ຈາກທາງ​ຊົ່ວ​ຂອງ​ເຈົ້າ ແລະ​ຈາກ​ການ​ກະ​ທຳ​ທີ່​ຊົ່ວ​ຂອງ​ເຈົ້າ​ເຖີດ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ແຕ່​ເຂົາ​ບໍ່​ໄດ້​ຍິນ ແລະ​ບໍ່​ໄດ້​ຟັງ​ເຣົາ 5 ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ເຂົາ​ຢູ່​ທີ່​ໃດ ພວກ​ຜູ້​ປະ​ກາດ​ພຣະ​ທັມ​ ເຂົ​າ​ມີ​ຊີ​ວິດ​ຢູ່​ເປັນ​ນິດ​ຫລື 6 ແຕ່​ຖ້ອຍ​ຄຳ​ຂອງ​ເຣົາ ແລະ​ກົດ​ເກນ​ຂອງ​ເຮົາ ຊຶ່ງ​ໄດ້​ສັ່ງ​ແກ່​ຜູ້​ປະ​ກາດ​ພຣະ​ທັມຜູ້​ຣັບ​ໃຊ້​ຂອງ​ເຮົາ​ກໍ​ໄດ້​ຕິດ​ຕ​າມ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ທັນ​ບໍ່​ແມ່ນ​ຫລື?” ຈົນ​ເຂົາ​ກັບ​ໃຈ​ແລ້ວ​ກ່າ​ວ​ວ່າ “ພຣະ​ຜູ້ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ດຳ​ຣີ​ວ່າ​ຈະ​ຊົງ​ກະ​ທຳ​ແກ່​ເຣົາ​ປະ​ການ​ໃດ ໃນ​ເຣື່ອງ​ທາງ​ແລະ​ການ​ກະ​ທຳ​ຂອງ​ເຮົາ ພຣະ​ອົງ​ຊົງ​ກະ​ທຳ​ແກ່​ເຮົາ​ຢ່າງ​ນັ້ນ”

ນິ​ມິດ​ຂອງ​ຜູ້​ປະ​ກາດພຣະ​ທັມ ເຣື່ອງມ້າ

7 ເມື່ອ​ວັນ​ທີ່​ຊາວ​ສີ່ ເດືອນ​ທີ່​ສິບ​ເອັດ ຊຶ່ງ​ເປັນ​ເດືອນ​ເຊ​ບັ​ດ ໃນ​ປີ​ທີ່​ສອງ​ແຫ່ງ​ຣັ​ຊ​ການ​ດາ​ຣີ​ອຸ​ສ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ມາ​ທາງ​ເຊ​ຄາ​ຣີ​ຢາ ຜູ້​ປະ​ກາດ​ພຣະ​ທັມ ບຸດ​ເບ​ເຣ​ຄີ​ຢາ​ຜູ້​ເປັນ​ບຸດ​ບຸດ​ໂດ ແລະ​ເຊ​ຄາ​ຣີ​ຢາ​ກ່າວ​ວ່າ, 8 “ໃນ​ກາງ​ຄືນ​ວັນ​ນຶ່ງ ຂ້າ​ພະ​ເຈົ້າ​ໄດ້​ມອງ​ເບິ່ງ ແລະເບິ່ງ​ແມ໋, ມີ​ຊາຍ​ຄົນ​ນຶ່ງ​ຂີ່​ມ້າ​ສີ​ແດງ ຢືນ​ຢູ່​ຖ້າມ​ກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ທີ່​ລານ​ຫຸບ​ເຂົາ​ໃນ​ເບື້ອງ​ຫລັງ​ທ່ານ​ຜູ້​ນັ້ນ​ມີ​ມ້າ​ສີ​ແດງ ສີ​ແສດ ແລະ​ສີ​ຂາວ 9 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ “ນາຍ​ເຈົ້າ​ຂ້າ ເຫລົ່າ​ນີ້​ຄື​ຫຍັງ?” ທູດ​ສວັນ​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ບອກ​ຂ້າ​ພະ​ເຈົ້າ​ວ່າ “ເຮົາ​ຈະ​ສຳ​ແດງ​ໃຫ້​ເຈົ້າ​ຊາບ​ວ່າ ເຫລົ່າ​ນີ້​ຄື​ຫຍັງ?” 10 ເຫດ​ສັນນັ້ນ ​ຊາຍ​ທີ່​ຢືນ​ຢູ່​ຖ້າມ​ກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ຈຶ່ງບອກວ່າ “ເຫລົ່າ​ນີ້​ຄື​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້​າ​ຊົງ​ໃຊ້​ໃຫ້​ໄປ​ທ່ຽວກວດ​ຕ​ຣາ​ໂລກ” 11 ແລະ​ເຂົາ​ເຫລົ່າ​ນັ້ນ​ໄດ້​ຕອບ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຢືນ​ຢູ່​ຖ້າມ​ກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ວ່າ “ເຮົາ​ໄດ້​ກວດ​ຕ​ຣາ​ໂລກ​ແລ້ວ ເບິ່ງ​ແມ໋ ທັງ​ໂລກ​ກໍ​ງຽບ​ສ​ງົບ​ຢູ່” 12 ແລ້ວ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ອີກ​ດົນ​ປານ​ໃດ ພຣະ​ອົງ​ຈະ​ຊົງ​ເມດ​ຕາ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຫົວ​ເມືອງ​ຂອງ​ຢູ​ດາ ຊຶ່ງ​ພຣະ​ອົງ​ກໍ​ຊົງ​ກີ້ວ​ມາ​ເຈັດ​ສິບ​ປີ​ແລ້ວ​ພຣະ​ເຈົ້າ​ຂ້າ?” 13 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ ເປັນ​ຖ້ອຍ​ຄຳ​ທີ່​ປະ​ເສີດ ແລະ​ເລົ້າ​ໂລມ​ໃຈ 14 ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ຈຶ່ງ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງ​ຮ້ອງວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈອ​ມໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເຮົາ​ມີ​ຄວາມ​ຫວງ​ແຫນ​ກຸງ​ເຢ​ຣູ​ຊ​າ​ເລັມ ຄື​ກຸງ​ຊີ​ໂອນ​ເປັນ​ຢ່າງຍິ່ງ 15 ເຮົາ​ໂກດປະ​ຊາ​ຊາດ​ຫລາຍ​ທີ່​ຢູ່​ຢ່າງ​ສະ​ບາຍໆ ເພາະ​ເມື່ອ​ເຮົາ​ໂກດ​ແຕ່​ນ້ອຍ ເຂົາ​ກໍ​ກໍ່​ໄພ​ວິ​ບັດ​ເກີນ​ຂະ​ຫນາດ 16 ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ວ່າ ເພາະ​ສະນັ້ນ ເຮົາ​ກັບ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ດ້ວຍ​ຄວາມ​ກະ​ຣຸ​ນາ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ກ່າວ​ວ່າ ຈະ​ຕ້ອງ​ສ້າງ​ພຣະ​ວິ​ຫານ​ຂອງ​ເຮົາ​ຂື້​ນໄວ້​ໃນ​ນັ້ນ ແລະ​ຄືງ​ເຊືອກວັດ​ໄວ້​ເຫນືອ​ກຸງ​ເຢ​ຣູ​ຊາ​ເລັມ 17 ຈົ່ງ​ຮ້ອງ​ອີກວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເມືອງ​ຂອງ​ເຮົາ​ຈະຈະ​ເຣີນ​ຮຸ່ງ​ເຮືອງ​ຖ້ວມ​ທົ້ນ​ດ້ວຍ​ຄວາມ​ມັ່ງ​ຄັ່ງ​ອີກ ແລະ​ພຣະ​ເຈົ້າ​ຈະ​ເລົ້າ​ໂລມ​ຊີ​ໂອນ ແລະ​ເລືອກ​ກຸງ​ເຢຣູ​ຊາ​ເລັມ​ໄວ້​ອີກ​ຄັ້ງ​ນຶ່ງ”

ນີ​ມິດ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ເຣື່ອງ​ສີງ​ແລະ​ຊ່າງ​ເຫລັກ

18 ຂ້າ​ພະ​ເຈົ້າ​ເງີຍ​ຫນ້າ​ຂື້​ນ​ແລ​ເຫັນ ເບິ່ງ​ແມ໋, ມີ​ສີງ​ສີ່​ສີງ 19 ຂ້າ​ພະ​ເຈົ້​າ​ຈຶ່ງ​ຖາມ​ທູດ​ສວັນ​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຫລົ່າ​ນີ້​ຄື​ຫຍັງ?” ທ່ານ​ຈຶ່ງ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ເຫລົ່າ​ນີ້​ຄື​ສີງ​ທີ່​ທຳ​ໃຫ້​ຢູ​ດາ ອິສ​ຣາ​ເອນ ແລະ​ເຢ​ຣູ​ຊາ​ເລັມ ໃຫ້​ກະ​ຈັດ​ກະ​ຈາຍ​ໄປ” 20 ແ​ລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ສໍາ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ຊ່າງ​ເຫລັກ​ສີ່​ຄົນ 21 ແລະ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ຄົນ​ເຫລົ່າ​ນີ້​ເຮັດ​ຫຍັງ​ກັນ?” ພຣະ​ອົງ​ຊົງ​ຕອບ​ວ່າ, “ສິ່ງ​ເຫລົ່າ​ນີ້​ມາ​ຂວິດໃຫ້​ຢູ​ດາ​ກະ​ຈັດ​ກະ​ຈາຍ​ໄປ ຈົນ​ບໍ່​ມີ​ຜູ້​ໃດ​ຍົກ​ຫົວ​ຂື້​ນ​ໄດ້​ອີກ ແລະ​ຊ່າງ​ເຫລົ່າ​ນີ້​ມາ​ກະ​ທຳ​ໃຫ້​ສີງ​ຫວາດກົວ ເພື່ອ​ຈະ​ແກວ່ງ​ລົງ​ຊຶ່ງ​ສີງ​ແຫ່ງ​ປະ​ຊາ​ຊາດ ທີ່​ຍົກ​ສີງ​ຂອງ​ຕົນ​ມາ​ຂວິດ​ແຜ່ນ​ດິນຢູ​ດາ​ກະ​ທຳ​ໃຫ້​ກະ​ຈັດ​ກະ​ຈາຍ​ໄປ”

ເຊຄາຣິຢາ 2

ນິ​ມິດ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ເຣື່ອງ​ຄົນ​ທີ່​ມີ​ເຊືອກວັດ

1 ຂ້າ​ພະ​ເຈົ້າ​ເງີຍ​ຫນ້າ​ຂື້ນ​ແລ​ເຫັນ ເບິ່ງ​ແມ໋ ຊາຍ​ຄົນ​ນຶ່ງ​ມີ​ເຊືອກວັດ​ຢູ່​ໃນ​ມື 2 ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ທ່ານ​ຈະ​ໄປ​ໃສ?” ເຂົາ​ຈຶ່ງບອກ​ຂ້າ​ພະ​ເຈົ້າ​ວ່າ “ຈະ​ໄປ​ວັດ​ເຢ​ຣູ​ຊາ​ເລັມ​ເບິ່ງວ່າ ກວ້າງ​ເທົ່າ​ໃດ? ຍາວ​ເທົ່າ​ໃດ?” 3 ແລະ​ເບິ່ງ​ແມ໋ ທູດ​ສວັນ​ທີ່​ໄດ້​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ກໍ​ກ້າວອ​ອກ​ໄປ ແລະ​ທູດ​ສວັນ​ອີກ​ອົງ​ນຶ່ງ​ກໍ​ກ້າວ​ອອກ​ໄປ​ພົບ​ກັບ​ທ່ານ 4 ແລະ​ບອກ​ທ່ານ​ວ່າ, “ຈົ່ງ​ແລ່ນ ບອກ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ວ່າ “ຈະ​ມີ​ຄົນ​ມາ​ອາ​ໄສ​ຢູ່ໃນ​ເຢ​ຣູ​ຊາ​ເລັມຢ່າງ​ກັບ​ຊົນ​ນະ​ບົດ​ທີ່​ບໍ່​ມີ​ກຳ​ແພງ​ລ້ອມ ເພາະ​ວ່າ​ປະ​ຊາ​ຊົນ ແລະ​ສັດ​ລ້ຽງ​ໃນ​ນັ້ນ​ຈະ​ມີ​ຫລວງ​ຫລາຍ 5 ເພາະ​ວ່າ​ເຮົາ​ຈະ​ເປັນ​ເຫມືອນ​ກຳ​ແພງ​ໄຟ​ລ້ອມ​ນະ​ຄອນ​ນີ້​ໄວ້ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ແລະ​ເຮົາ​ຈະ​ເປັນ​ສັກ​ສີ​ໃນ​ເມືອງ​ນັ້ນ” 6 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ “ຈົ່ງ​ຫນີ​ໄປ​ໃຫ້​ພົ້ນ​ຈາກ​ເມືອງ​ເຫນືອ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ເຮົາ​ໄດ້​ແຜ່ພວກ​ເຈົ້າ​ອອ​ກດັ່ງ​ລົມ​ທັງ​ສີ່​ທິດ​ຂອງ​ທ້ອງ​ຟ້າ 7 ເຈົ້າ​ຜູ້​ທີ່​ຢູ່​ກັບ​ທິ​ດາ​ຂອງ​ບາ​ບີ​ໂລນ ຈົ່ງ​ຫນີ​ໄປ​ຍັງ​ຊີ​ໂອນ 8 ເມື່ອ​ພຣະ​ຣັສ​ມີ​ຂອງ​ພຣະ​ອົງໃຊ້​ເຮົາ​ໃຫ້​ໄປ​ຍັງ​ປະ​ຊາ​ຊາດ​ທີ່​ປຸ້ນ​ເຈົ້າ (ເພາະ​ວ່າ​ຜູ້​ໃດ​ໄດ້​ແຕະ​ຕ້ອງ​ເຈົ້າ ກໍ​ໄດ້​ແຕະ​ຕ້ອງ​ແກ້ວ​ພຣະ​ເນດ​ຂອງ​ພຣະ​ອົງ) ພຣະ​ຜູ້​ເປັນເຈົ້​າ​ຈອມ​ໂຍທາຈຶ່ງ​ກ່າວ​ດັ່ງ​ນີ້​ວ່າ 9 “ເບິ່ງ​ແມ໋, ເຮົ​າ​ຈະ​ສັ່ນ​ມື​ຂອງ​ເຣົາເຫນືອ​ເຂົາ ແລະ​ເຂົາ​ຈະ​ເປັນ​ຂອງ​ລູກ​ປຸ້ນ​ໃຫ້​ແກ່​ບຸກ​ຄົນ​ທີ່​ໄດ້​ບົວ​ລະ​ບັດ​ເຂົາ” ແລ້ວ​ເຈົ້າ​ຈະ​ໄດ້​ຊາບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ໃຊ້​ຂ້າ​ພະ​ເຈົ້າ​ມາ 10 “ໂອ ບຸດ​ຕ​ຣີ​ແຫ່ງ​ຊີ​ໂອນເ​ອີຍ, ຈົ່ງ​ຮ້ອງ​ເພງ ແລະ​ລ່າ​ເລີງ​ເຖີດ ເພາະ​ເຮົາ​ມາ ແລະ​ຈະ​ຢູ່​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ 11 ແລະ​ປະ​ຊາ​ຊາດ​ທີ່​ຫລວງ​ຫລາຍ​ຈະ​ສົມ​ທົບ​ກັນ​ເຂົ້າ​ເປັນ​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວັນ​ນັ້ນ ແລະ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົ​າ ແລະ​ເຮົາ​ຈະ​ຢູ່​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ ແລະ​ເຈົ້າ​ຈະ​ຊາບ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈອ​ມໂຍ​ທາ​ໄດ້​ໃຊ້​ເຮົາ​ມາ​ຫາເຈົ້າ 12 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຮັບ​ຢູ​ດາ​ເປັນ​ມໍຣະ​ດົກ ເປັນ​ສ່ວນ​ຂອງ​ພຣະ​ອົງ​ໃນ​ແຜ່ນ​ດິນ​ບໍ​ຣິ​ສຸດ ແລະ​ຈະ​ເລືອກ​ເຢ​ຣູ​ຊາ​ເລັມ​ໄວ້​ອີກ​ຄັ້ງ​ນຶ່ງ” 13 ບັນ​ດາ​ມະ​ນຸດ​ເອີຍ, ຈົ່ງ​ງ​ຽບ​ສງົບ​ຢູ່​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ຊົງ​ຕື່ນ ແລະ​ສະ​ເດັດ​ຈາກ​ທີ່​ປະ​ທັບ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ແລ້ວ

ເຊຄາຣິຢາ 3

ນິ​ມິ​ດຂອງ​ຜູ້​ປະ​ກາດ​ພຣະ​ທັມ ເຣື່ອງ​ໂຢ​ຊວຍ​ມະ​ຫາ​ປະ​ໂຣ​ຫິດ

1 ແລ້ວ​ທ່ານ​ໄດ້​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ໂຢ​ຊວຍ​ມະ​ຫາ​ປະ​ໂຣ​ຫິດ ຊຶ່ງ​ຢືນ​ຢູ່​ຫນ້າ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຊາ​ຕານ​ຢືນ​ຢູ່​ຂ້າງ​ຂວາ​ມື​ຂອງ​ທ່ານ ຈະ​ຟ້ອງ​ທ່ານ 2 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຊາ​ຕານ​ວ່າ, “ໂອ ຊາ​ຕານ ພຣະ​ຜູ້​ເປ​ັນ​ເຈົ້າ​ສັ່ງ​ຫ້າມ​ເຈົ້າ​ເຖີດ ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ເລືອກ​ກຸງ​ເຢຣູ​ຊາ​ເລັມ​ໄວ້​ ຊົງ​ຫ້າມ​ເຈົ້າ​ເຖີດ ນີ້​ບໍ່​ແມ່ນດົ້ນຟືນ​ທີ່​ອອກ​ມາ​ຈາກ​ໄຟ​ດອກ​ຫລື” 3 ຝ່າຍ​ໂຢ​ຊວຍ​ນັ້ນ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ເປື້ອນ​ຢືນ​ຢູ່​ຫນ້າ​ທູດ​ສວັນ 4 ແລະ​ທູດ​ສວັນ​ຈຶ່ງບອກ​ຜູ້​ທີ່​ຢືນ​ຢູ່​ຂ້າງ​ຫນ້າ​ທ່ານ​ວ່າ, “ຈົ່ງ​ແກ້​ເຄື່ອງ​ແຕ່ງ​ກາຍ​ທີ່​ເປື້ອນ​ຈາກ​ທ່ານ​ເສັຽ” ແລະ​ທູດ​ສວັນ​ເວົ້າ​ກັບ​ທ່ານ​ວ່າ, “ເບິ່ງ​ແມ໋ ເຣົາ​ໄດ້​ເອົ​າ​ຄວາມ​ຜິດ​ບາບ​ອອກ​ໄປ​ເສັຽ​ຈາກ​ເຈົ້າ​ແລ້ວ ແລະ​ເຮົາ​ຈະ​ປະ​ດັບ​ຕົວ​ເຈົ້າ​ດ້ວຍ​ເສື້ອ​ຜ້າອັນ​ສະ​ອາດ 5 ແລະ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ໃຫ້​ເຂົາ​ທັງ​ຫລາຍ​ເອົ​າ​ຜ້າ​ສະ​ອາດ​ມາ​ປົກ​ຫົງ​ຂອງ​ທ່ານ” ເຂົາ​ຈຶ່ງປົກ​ຜ້າ​ສະ​ອາດ ແລະ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ໃຫ້​ທ່ານ ແລະ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຢືນ​ຢູ່ 6 ແລະ​ທູດ​ສວັນ​ຂອງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈຶ່ງ​ກ່າວ​ແກ່​ໂຢ​ຊວຍ​ວ່າ, 7 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງ​ດັ່ງ​ນີ້​ວ່າ, “ຖ້າ​ເຈົ້າ​ດຳ​ເນີນ​ໃນ​ຫົນ​ທາງ​ຂອງ​ເຣົາ ແລະ​ຮັກ​ສາ​ຄຳ​ກຳ​ຊັບ​ຂອງ​ເຮົາ ເຈົ້າ​ຈະ​ໄດ້​ປົກ​ຄອງວິ​ຫານ​ຂອງ​ເຮົາ ແລະ​ດູ​ແລບໍ​ຣິ​ເວນຂອງ​ເຣົາ ແລະ​ເຮົ​າ​ຈະ​ໃຫ້​ເຈົ້າ​ມີ​ສິດ​ທີ່​ຈະ​ເຂົ້າ​ໄປ​ຖ້າ​ມກາງຜູ້​ເຫລົ່າ​ນັ້ນ​ທີ່​ຢືນ​ຢູ່​ທີ່​ນີ້ 8 ໂອ ໂຢ​ຊວຍ​ມະ​ຫາປະ​ໂຣ​ຫິດ ຈົ່ງ​ຟັງ​ເຖີດ ເຈົ້າ​ແລະ​ສະ​ຫາຍ​ຂອງ​ເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ຂ້າງ​ຫນ້າ​ເຈົ້າ ເພາະ​ຄົນ​ເຫລົ່າ​ນີ້​ເປັນ​ລາງ​ດີ ເຮົາ​ຈະ​ນຳ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ມາ ຄື ກິ່ງ 9 ເພາະ​ວ່າ ເບິ່ງ​ແມ໋ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງ​ວ່າ ເຮົາ​ຈະ​ສ​ລັກ​ເທິງ​ສີ​ລາ​ຊຶ່ງ​ເຮົາ​ຕັ້ງ​ໄວ້​ຫນ້າ​ໂຢ​ຊ​ວຍ​ເປັນ​ສີ​ລາ​ກ້ອນດຽວ​ທີ່​ມີ​ເຈັດ​ຫນ້າ ແລະ​ເຮົ​າຈະ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເມືອງ​ນີ້​ອອກ​ເສັຽໃນ​ວັນ​ດຽວ 10 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງ​ວ່າ ໃນ​ວັນ​ນັ້ນ​ເຈົ້າທຸກ​ຄົນຈະ​ເຊີນ​ເພື່ອນ​ບ້ານ​ຂອງ​ເຈົ້າ ໃຫ້​ມາໃຕ້​ເຄືອ​ອະ​ງຸ່ນ ແລະ​ໃຕ້​ຕົ້ນ​ຫມາກ​ເດື່ອ

ເຊຄາຣິຢາ 4

ນິ​ມິດ​ເຣື່ອງ ເຄື່ອງ​ຮອງ​ຕະ​ກຽງ ແລະ​ຕົ້ນ​ຫມາກກອກ

1 ແລະ​ທູດ​ສວັນ​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ມາ​ອີກ ແລະ​ປຸກ​ຂ້າ​ພະ​ເຈົ້າ​ເຫມືອນ​ຄົນ​ທີ່​ຫາ​ກໍ​ຕື່ນ​ຈາກ​ການນອນ​ຂອງ​ເຂົາ 2 ແລະ​ທ່ານ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ເຫັນ​ເຄື່ອງ​ຮອງ​ຕະ​ກຽງທຳ​ດ້ວຍ​ທອງ​ຄຳ​ລ້ວນ​ອັນ​ນຶ່ງ​ມີ​ຊາມ​ຢູ່​ທີ່​ຍອດ ແລະ​ມີ​ຕະ​ກຽງ​ຢູ່​ເທິງ​ນັ້ນ​ເຈັດ​ດວງ ແລະ​ມີ​ທໍ່​ເຈັດ​ທໍ່ນຳໄປ​ຍັງ​ຕະ​ກຽງ ຊຶ່ງ​ຢູ່​ເທິງ​ຍອດ​ນັ້ນ​ດວງ​ລະ​ທໍ່ 3 ແລະ​ມີ​ຕົ້ນ​ຫມາກກອກ​ເທດ​ສອງ​ຕົ້ນ​ຢູ່​ຂ້າງໆ ຢູ່​ຂ້າງ​ຂວາ​ຊາມ​ນັ້ນ​ຕົ້ນ​ນຶ່ງ ຢູ່​ຂ້າງ​ຊ້າຍ​ຊາມ​ນັ້ນ​ຕົ້ນ​ນຶ່ງ 4 ແລະ​ຂ້າ​ພະ​ເຈົ້າ​ຖາມ​ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ນາຍ​ເອີຍ ນີ້​ຄື​ຫຍັງ?” 5 ທູດ​ສວັນ​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ນີ້​ຄື​ຫຍັງ​ເຈົ້າ​ບໍ່​ຮູ້ຫລື?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ນາຍ​ເຈົ້າ​ເອີຍ ຂ້າ​ພະ​ເຈົ້າ​ບໍ່​ຮູ້” 6 ແລ້ວ​ທ່ານ​ຈຶ່ງ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ນີ້​ເປັນ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໃຫ້​ໄວ້​ກັບ​ເຊ​ຣຸບ​ບາ​ເບ​ນ​ວ່າ ບໍ່​ແມ່ນ​ດ້ວຍ​ກຳ​ລັງ ບໍ່​ແມ່ນ​ດ້ວຍ​ຣິດ​ທາ​ນຸ​ພາບ ແຕ່​ດ້ວຍ​ວິນ​ຍານ​ຂອງ​ເຣົາ ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ແຫລະ 7 ໂອ ພູ​ເຂົາ​ໃຫຍ່ ເຈົ້າ​ເປັນ​ຫຍັງ​ຫນໍ​ຕໍ່​ຫນ້າ​ເຊ​ຣຸບ​ບາ​ເບນ ເຈົ້າ​ຈະ​ເປັນ​ທີ່​ຮາບ ແລະ​ທ່ານ​ຈະ​ນຳ​ສີ​ລາ​ກ້ອນ​ທີ່​ຢູ່ຍອດ​ອອກ​ມາ​ຖ້າມ​ກາງ​ການ​ໂຫ່ຮ້ອງວ່າ “ງາມ​ແທ້ ພຣະ​ວິ​ຫານ ງາມ​ແທ້” 8 ຍິ່ງກວ່າ​ນັ້ນ ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ຂ້າ​ພະ​ເຈົ້າ​ກ່າວ​ວ່າ, 9 “ມື​ຂອງ​ເຊ​ຣຸບ​ບາ​ເບນ​ໄດ້​ວາງ​ຮາກ​ຖານ​ຂອງ​ພຣະ​ວິ​ຫານ​ນີ້ ແລະ​ມື​ຂອງ​ເຂົ​າ​ຈະ​ສ້າງ​ໃຫ້​ສຳ​ເຣັດ” ແລ້ວ​ເຈົ້​າ​ຈຶ່ງ​ຈະ​ຊາບ​ວ່າ ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍທາ​ໄດ້​ໃຊ້​ຂ້າ​ພະ​ເຈົ້າ​ມາ​ຫາ​ເຈົ້າ​ທັງ​ຫລາຍ 10 ເພາະ​ວ່າ​ຜູ້​ໃດ​ທີ່​ດູ​ຫມິ່ນ​ວັນ​ແຫ່ງ​ການ​ເລັກ​ນ້ອຍ​ເຮົາ​ຈະ​ຊົມ​ຊື່ນຍິນ​ດີ ແລະ​ຈະ​ໄດ້​ເຫັນ​ສາຍ​ດິ່ງ​ທີ່​ຢູ່​ໃນ​ມື​ຂອງ​ເຊ​ຣຸບ​ບາ​ເບນ “ທັງ​ເຈັດ​ນີ້​ຄື​ບັນ​ດາ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ຊຶ່ງມອງ​ເບິ່ງ​ທົ່ວ​ພິ​ພົບ” 11 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ວ່າ, “ຕົ້ນ​ຫມາກກອກ​ເທດ​ສອງ​ຕົ້ນ​ທີ່​ຢູ່​ຂ້າງ​ຂວາ​ແລະ​ຂ້າງ​ຊ້າຍ​ຂອງ​ເຄື່ອງ​ຮອງ​ນັ້ນ​ຄື​ຫຍັງ?” 12 ແລະຂ້າ​ພະ​ເຈົ້າ​ຖາມ​ທ່ານ​ເປັນ​ຄັ້ງ​ທີ່​ສອງວ່າ, “ກິ່ງ​ທັງ​ສອງ​ຂອງ​ຕົ້ນ​ຫມາກກອກ​ເທດ ຊຶ່ງ​ຢູ່​ຂ້າງ​ທໍ່​ທອງ​ຄຳ​ທັງ​ສອງ ຊຶ່ງ​ເທ​ນ້ຳ​ມັນ​ອອກ​ນັ້ນ​ຄື​ຫຍັງ?” 13 ທ່ານ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ບໍ່​ຮູ້​ຫລື ເຫລົ່າ​ນີ້​ຄື​ຫຍັງ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ເຈົ້າ​ນາຍ​ເອີຍ ຂ້າ​ພະ​ເຈົ້າ​ບໍ່​ຮູ້” 14 ແລ້ວ​ທ່ານ​ຈຶ່ງ​ກ່າວ​ວ່າ, “ທັງ​ສອງ​ນີ້​ຄື​ຜູ້​ທີ່​ໄດ້​ຮັບ​ການ​ເຈີມ​ເປັນ​ຜູ້​ຢືນ​ຢູ່​ຂ້າງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ພິ​ພົບ​ທັງ​ສີ້​ນ”

ເຊຄາຣິຢາ 5

ນິ​ມິດ​ເຣື່ອງ ຫນັງ​ສື​ມ້ວນ​ທີ່​ເຫາະ​ໄປ

1 ຂ້າ​ພະ​ເຈົ້າ​ເງີຍ​ຫນ້າ​ຂື້ນ​ອີກ​ກໍ​ແລ​ເຫັນ ເບິ່ງ​ແມ໋ ຫນັງ​ສື​ມ້ວນ​ນຶ່ງ​ເຫາະ​ຢູ່​ນັ້ນ 2 ທ່ານ​ຈຶ່ງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?” ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ແລ​ເຫັນ​ຫນັງ​ສື​ມ້ວນ​ນຶ່ງ​ເຫາະ​ຢູ່ ມັນ​ຍາວ​ຊາວ​ສອກ​ ແລະ​ກວ້າງ​ສິບ​ສອກ” 3 ແລ້ວ​ທ່ານ​ຈຶ່ງບອກ​ຂ້າ​ພະ​ເຈົ້າ​ວ່າ, “ນີ້​ແຫລະ,​ເປັນ​ຄຳ​ສາບ​ແຊ່ງທີ່​ແຜ່​ອອກ​ໄປ​ທົ່ວ​ພື້ນ​ແຜ່ນ​ດິນ​ທັງ​ສິ້ນ ຜູ້​ທີ່​ທຳ​ການ​ໂຈ​ຣະ​ກັມ​ທຸກ​ຄົນ​ຕ້ອງ​ຖືກ​ກຳ​ຈັດ ຕັ້ງ​ແຕ່​ນີ້​ໄປ​ຕາມ​ຄວາມ​ໃນ​ຫນັງ​ສື​ມ້ວນ​ນັ້ນ ແລະ​ທຸກ​ຄົນ​ທີ່​ສາ​ບານ​ເທັດຈະ​ຕ້ອງ​ຖືກ​ກຳ​ຈັດ​ຕັ້ງ​ແຕ່​ນີ້​ໄປ​ຕາມ​ທີ່​ກຳ​ນົດ​ໄວ້ 4 ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ສັ່ງ​ວ່າ ເຮົາ​ສົ່ງ​ຄຳ​ສາບ​ນັ້ນ​ອອກ​ໄປ ແລະ​ຄຳ​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂຈນ ແລະ​ໃນ​ເຮືອນ​ຂອງ​ຄົນ​ທີ່​ສາ​ບານ​ເທັດ​ໂດຍ​ອອກ​ນາມ​ຂອງ​ເຮົາ ແລະ​ຄຳ​ນີ້​ຈະ​ຄ້າງ​ຄືນ​ຢູ່​ໃນ​ເຮືອນ ຜານ​ເຮືອນ​ນັ້ນ​ເສັຽ​ທັງ​ຕົວໄມ້​ແລະ​ສີ​ລາ”

ຜູ້​ຍິງ​ໃນ​ກະ​ຕ່າ

5 ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ເງີຍ​ຫນ້າ​ຂື້ນ​ເບິ່ງວ່າ ສິ່ງ​ທີ່​ອອກ​ໄປ​ນັ້ນ​ຄື​ຫຍັງ?” 6 ຂ້າ​ພະ​ເຈົ້າ​ຈຶ່ງວ່າ, “ນັ້ນ​ຄື​ຫຍັງ?” ທ່ານ​ຈຶ່ງ​ຕອບ​ວ່າ, “ນີ້​ຄື​ ກະ​ຕ່າ ທີ່​ອອກ​ໄປ” ແລະ​ທ່ານ​ຈຶ່ງວ່າ, “ນີ້​ຄື​ຄວາມ​ຜິດ​ໃນ​ແຜ່ນ​ດິນ​ທັງ​ສິ້ນ” 7 ແລະ​ເບິ່ງ​ແມ໋, ຝາ​ກະ​ຕ່າ​ທີ່​ທຳ​ດ້ວຍ​ຕະ​ກົ່ວ​ກໍ​ຖືກ​ຍົກ​ຂື້ນ ແລະ​ມີ​ຜູ້​ຍິງ​ຄົນ​ນຶ່ງ​ນັ່ງ​ຢູ່​ໃນ​ກະ​ຕ່າ​ນັ້ນ 8 ແລະ​ເຂົາ​ກ່າວ​ວ່າ, “ນີ້​ຄື​ຄວາມ​ອະ​ທັມ” ແລະ​ທ່ານ​ກໍ​ຂົ່ມ​ຫົວ​ນາງ​ນັ້ນ​ເຂົ້າ​ໄປ​ໃນ​ກະ​ຕ່າ ແລ້ວ​ກໍ​ຂົ່ມ​ຝາ​ທີ່​ທຳ​ດ້ວຍ​ຕະ​ກົ່ວ​ນັ້ນ​ປິດ​ປາກ​ມັນ​ໄວ້ 9 ແລ້ວ​ຂ້າ​ພະ​ເຈົ້າ​ກໍເງີຍ​ຫນ້າ​ຂື້ນ​ແລ​ເຫັນ ເບິ່ງ​ແມ໋, ມີ​ຜູ້​ຍິງ​ສອງ​ຄົນ​ເດີນ​ອອກ​ມາ​ນັ້ນ ມີ​ລົມ​ຢູ່​ໃນ​ປີກ​ຂອງ​ນາງ ນາງ​ມີ​ປີກ​ເຫມືອນ​ປີ​ກ​ຂອງ​ນົກ​ກະ​ສາ​ດຳ ແລະ​ນາງ​ກໍ​ຍົກ​ກະ​ຕ່າ​ຂື້ນ​ລະ​ຫວ່າງ​ໂລກ​ແລະ​ຟ້າ​ສວັນ 10 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ນາງ​ເຫລົ່າ​ນັ້ນ​ຈະ​ນຳ​ກະ​ຕ່າ​ໄປ​ທີ່​ໃດ?” 11 ທ່ານ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ໄປ​ຍັງ​ແຜ່ນ​ດິນ​ຊີ​ນາ​ຣ໌ ໄປ​ສ້າງ​ເຮືອນ​ໃຫ້​ກະ​ຕ່າ ເມື່ອ​ຕຽມ​ຢ່າງ​ນີ້​ເສັດ​ແລ້ວ ນາງ​ເຫລົ່າ​ນັ້ນ​ຈະ​ວາງ​ກະ​ຕ່າ​ໄວ້​ເທິງ​ຖານ​ຂອງ​ມັນ”

ເຊຄາຣິຢາ 6

ນິ​ມິດ​ເຣື່ອງ ຣົດ​ຮົບ​ສີ່​ຄັນ

1 ແ​ລະ​ຂ້າ​ພະ​ເຈົ້າ​ໄດ້​ເງີຍ​ຫນ້າ​ຂື້ນ​ອີກ​ແລ​ເຫັນ ເບິ່ງ​ແມ໋ ມີ​ຣົດ​ຮົບ​ສີ່​ຄັນ​ອອກ​ມາ​ລະ​ຫວ່າງ​ພູ​ເຂົາ​ສອງ​ຫນ່ວຍ ພູ​ເຂົາ​ເຫລົ່າ​ນັ້ນ​ເປັນ​ພູ​ເຂົາ​ທອງ​ສຳ​ຣິດ 2 ຣົດ​ຮົບ​ຄັນ​ແຣກ​ທຽມ​ມ້​າ​ແດງ ຄັນ​ທີ່​ສອງ​ມ້າ​ດຳ 3 ຄັນ​ທີ່​ສາມ​ມ້າ​ຂາວ ຄັນ​ທີ່​ສີ່​ມ້າ​ດ່າງ​ສີ​ເທົາ 4 ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖາມ​ທູດ​ສວັນ​ຜູ້​ທີ່​ສົນ​ທະ​ນາ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ນາຍ​ເອີຍ ເຫລົ່າ​ນີ້​ຄື​ຫຍັງ?” 5 ແລະ​ທູດ​ສວັນ​ນັ້ນ​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ເຫລົ່າ​ນີ້​ອອກ​ໄປ​ຍັງ​ລົມ​ທັງ​ສີ່​ທິດ​ຂອງ​ຟ້າສວັນ ຫລັງ​ຈາກ​ໄດ້​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ພິ​ພົບ​ທັງສິ້ນ​ແລ້ວ 6 ຣົດ​ຮົບ​ທີ່​ທຽມ​ມ້າ​ດຳ​ຕົງ​ໄປ​ຍັງ​ປະ​ເທດ​ເຫນືອ ຕົວ​ຂາວ​ຕົງ​ໄປ​ຍັງ​ປະ​ເທດ​ຕາ​ເວັນ​ຕົກ ແລະ​ຕົວ​ສີ​ດ່າງ​ຕົງ​ໄປ​ຍັງ​ປະ​ເທດ​ໃຕ້” 7 ເມື່ອ​ມ້າ​ເຫລົ່າ​ນີ້​ອອກ​ໄປ ມັ​ນ​ກໍ​ຮ້ອນ​ໃຈ​ທີ່​ຈະ​ອອກ​ໄປ ແລະ​ກວດ​ຕ​ຣາ​ພື້ນ​ພິ​ພົບ ແລະ​ທ່ານ​ກ່າວ​ວ່າ, “ຈົ່ງ​ໄປ ໄປ​ກວດ​ຕ​ຣາ​ພິພົບ” ດັ່ງ​ນັ້ນ​ມ້າ​ເຫລົ່າ​ນັ້ນ​ຈຶ່ງກວດ​ຕ​ຣາ​ພິ​ພົບ 8 ແລ້ວ​ທ່ານ​ຈຶ່ງ​ຮ້ອງບອກຂ້າ​ພະ​ເຈົ້າ​ວ່າ, “ເບິ່ງ​ແມ໋, ມ້າ​ທີ່​ໄປ​ຍັງ​ປະ​ເທດ​ເຫນືອ​ນັ້ນ​ໄດ້​ກະ​ທຳ​ໃຫ້​ຈີດ​ວິນ​ຍານ​ຂອງ​ເຣົາ​ງຽບ​ສງົບ​ນິ່ງ​ໃນ​ປະ​ເທດ​ເຫນືອ​ນັ້ນ”

ນິ​ມິດ​ເຣື່ອງ ການ​ສວມ​ມົງ​ກຸດ​ໃຫ້​ໂຢ​ຊວຍ​ ເປັນ​ສັນ​ຍາ​ລັກ

9 ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາເຖິງຂ້າ​ພະ​ເຈົ້າ​ວ່າ, 10 “ຈົ່ງ​ນຳ​ເອົາ ເຮນດັຍ ໂຕບີ​ຢາ ແລະ​ເຢດັຍຢາ ໄປ​ເສັຽ​ຈາກ​ບັນ​ດາ​ຊະ​ເລີຍ ຜູ້​ຊຶ່ງ​ກັບ​ມາ​ຈາກ​ບາ​ບີ​ໂລ​ນ ໃນ​ວັນ​ດຽ​ວ​ກັນ​ນັ້ນ​ໄປ​ຍັງ​ເຮືອນ​ຂອງ​ໂຢ​ຊີ​ຢາ ບຸດ​ເຊ​ຟານີ​ຢາ 11 ຈົ່ງ​ເອົາ​ເງິນ​ແລະ​ທອງ​ຄຳ​ທໍາ​ເປັນ​ມົງ​ກຸດ ແລະ​ສວມ​ເທິງຫົວ​ຂອງ​ໂຢ​ຊວຍ ບຸດ​ເຢ​ໂຮ​ຊາ​ດັກ ມະ​ຫາ​ປະ​ໂຣ​ຫິດ 12 ແລະ​ກ່າວ​ແກ່​ເຂົາ​ວ່າ, “ພຣະຜູ້​ເປັນ​​ເຈົ້າ​ຈອມ​ໂຍ​ທາສັ່ງ​ດັ່ງ​ນີ້​ວ່າ “ເບິ່ງ​ແມ໋ ຊາຍ​ຜູ້ທີ່​ມີ​ຊື່​ວ່າ ກິ່ງ ເພາະ​ທ່ານ​ຈະ​ຈະ​ເຣີນ​ຮຸ່ງ​ເຮືອງ​ໃນ​ສະ​ຖານ​ທີ່​ຂອງ​ທ່ານ ແລະ​ຈະ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 13 ທ່ານ​ຜູ້​ນີ້​ແຫລະ​ຈະ​ເປັນ​ຜູ້​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈະ​ຮັບ​ກຽດຕິ​ຍົດ ແລະ​ຈະ​ປະ​ທັບ ​ແລະ​ປົກ​ຄອງ​ຢູ່​ເທິງ​ຣາ​ຊ​ບັນ​ລັງ​ຂອງ​ທ່ານ ແລະ​ຈະ​ມີ​ປະ​ໂຣ​ຫິດ​ຜູ້​ນຶ່ງ​ຢູ່​ຂ້າງ​ພຣະ​ທີ່​ນັ່ງ​ຂອງ​ທ່ານ ແລະ​ການ​ຫາ​ລື​ກັນ​ຢ່າງ​ສັນ​ຕິ ຈະ​ມີ​ຢູ່​ລະ​ຫວ່າງ​ທ່ານ​ທັງ​ສອງ” 14 ແລະ​ມົງ​ກຸດ​ນັ້ນ​ຈະ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ໃຫ້​ເປັນ​ທີ່​ຣະ​ລຶກ​ເຖີງ​ເຮ​ລ​ດັຍ ໂທ​ບີ​ຢາ ເຢ​ດັຍ​ຢາ ແລະ​ໂຢ​ຊີ​ຢາ ບຸດ​ຂອງ​ເຊ​ຟານີ​ຢາ 15 “ບັນ​ດາ​ຜູ້​ທີ່​ຢູ່​ຫ່າງ​ໄກ​ຈະ​ມາ​ຊ່ອຍ​ສ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ ແລະ​ທ່ານ​ທັງ​ຫລາຍ​ຈະ​ຊາບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ມາ​ຍັງ​ທ່ານ ຖ້າ​ທ່ານ​ທັງ​ຫລາຍ​ຈະ​ເຊື່ອຟັງ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ທ່ານ​ຢ່າງ​ເຄັ່ງ​ຄັດ ສິ່ງ​ນີ້​ຈະ​ເປັນ​ໄປດັ່ງ​ກ່າວ​ນັ້ນ”

ເຊຄາຣິຢາ 7

ຊົງ​ດຳ​ເນີນ​ການ​ອົດ​ອາ​ຫານ​ຢ່າງ​ບໍ່​ຈິງ​ໃຈ

1 ໃນ​ປີ​ທີ່​ສີ່​ຂອງ​ຣັ​ຊ​ການ​ກະ​ສັດດາ​ຣີ​ອຸ​ສ ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ເຊ​ຄາ​ຣີ​ຢາ​ໃນ​ວັນ​ທີ່​ສີ່​ເດືອນ​ທີ່​ເກົ້າ ຊຶ່ງ​ເປັນ​ເດືອນ​ຄີ​ສ​ລີວ 2 ຝ່າຍ​ເມືອງ​ເບັດ​ເອນ​ໄດ້​ໃຊ້​ໃຫ້​ຊາ​ເຣ​ເຊີ ແລະ​ເຣ​ເກມ​ເມ​ເລກ ພ້ອມ​ກັບ​ພັກ​ພວກ​ຂອງ​ເຂົາ​ໄປ​ທູນຂໍ​ພຣະ​ກະ​ຣຸ​ນາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 3 ແລະ​ຮ້ອງ​ຂໍ​ຕໍ່​ບັນ​ດາ​ປະ​ໂຣ​ຫິດ​ທີ່​ພຣະ​ວິ​ຫານແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ແລະ​ຕໍ່​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ຄວນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄວ້​ທຸກ ແລະ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ຫ້າ ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກະ​ທຳ​ມາ​ແລ້ວ​ເປັນ​ຫລາຍ​ປີ​ນັ້ນ​ຫລື​ບໍ?” 4 ແລ້ວ​ພຣະຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ມາຍັງ​ຂ້າ​ພະ​ເຈົ້າ​ວ່າ, 5 “ຈົ່ງ​ກ່າວ​ແກ່​ປະ​ຊາ​ຊົນ​ທັງ​ສິ້ນ ແລະແ​ກ່​ບັນດາ​ປະ​ໂຣ​ຫິດ​ວ່າ ເມື່ອ​ເຈົ້າ​ທັງ​ຫລາຍ​ອົດ​ອາ​ຫານ ແລະ​ໄວ້​ທຸກ​ໃນ​ເດືອນ​ທີ່​ຫ້າ ແລະ​ໃນ​ເດືອນ​ທີ່​ເຈັດ ຕັ້ງ​ເຈັດ​ສິບ​ປີ​ນັ້ນ ເຈົ້າ​ໄດ້​ອົດ​ອາ​ຫານ​ເພື່ອ​ເຮົາ​ຄື​ເຣົາ​ເອງ​ຫລື 6 ແລະ​ເມື່ອ​ເຈົ້າ​ຮັບ​ປະ​ທານ ແລະ​ເມື່ອ​ເຈົ້າ​ດື່ມ ເຈົ້າ​ກໍ​ຮັບ​ປະ​ທານ​ເພື່ອ​ຕົວ​ເຈົ້າ​ເອງ ແລະ​ດື່ມ​ເພື່ອ​ຕົວ​ເຈົ້າ​ເອງ​ບໍ່​ແມ່ນ​ຫລື? 7 ໃນ​ເມື່​ອ​ເຢ​ຣູ​ຊາ​ເລັມ​ມີ​ຄົນ​ຢູ່ ແລະ​ມັ່ງ​ຄັ່ງ ມີ​ຫົວ​ເມືອງ​ລ້ອມ​ຮອບເນເກັບ​ແລະ​ແດນ​ເນີນ​ເຊ​ຟາ​ລາ​ກໍ​ມີ​ຄົນ​ຢູ່ ຖ້ອຍ​ຄຳ​ເຫລົ່າ​ນີ້​ເປັນ​ພຣະ​ຄຳ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ກາດ​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ຣຸ່ນ​ກ່ອນໆ​ບໍ່​ແມ່ນ​ຫລື?”

ຄວາມ​ບໍ່​ເຊື່ອ​ຟັງ​ເປັນ​ສາ​ເຫດ​ຂອງ​ການ​ເປັນ ຊະ​ເລີຍ

8 ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ມາ​ເຖິງ​ເຊ​ຄາ​ຣີ​ຢາ​ວ່າ, 9 “ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາສັ່ງ​ດັ່ງ​ນີ້​ວ່າ ຈົ່ງ​ພິ​ພາກ​ສາ​ຕາມ​ຄວາມ​ຈິງ ຈົ່ງ​ສະ​ແດງ​ຄວາມ​ກະ​ຣຸ​ນາ​ແລະ​ຄວາມ​ປາ​ນີ​ຕໍ່​ພີ່​ນ້ອງ​ຂອງ​ຕົນ 10 ຢ່າ​ບີບ​ບັງ​ຄັບ​ຍິງ​ຫມ້າຍ ລູກ​ກໍາ​ພ້າ​ພໍ່ ຄົນ​ຕ່າງ​ດ້າວ ຫລື​ຄົນ​ຍາກ​ຈົນ ແລະ​ຢ່າ​ຄິດ​ອຸບາຍ​ຊົ່ວ​ໃນ​ໃຈ​ຕໍ່​ພີ່​ນ້ອງ​ຂອງ​ຕົນ” 11 ແຕ່​ເຂົາ​ປະ​ຕິ​ເສດ​ບໍ່​ຍອມ​ຟັງ ແລະ​ຫັນ​ບ່າ​ດື້​ເຂົ້າ​ໃສ່ ແລະ​ອຸດ​ຫູ​ຂອງ​ເຂົາ​ເສັຽ​ເພື່ອ​ເຂົາ​ຈະ​ບໍ່​ໄດ້​ຍິນ 12 ເຂົາ​ໄດ້​ກະ​ທຳ​ໃຈ​ຂອງ​ເຂົາ​ໃຫ້​ແຂງ​ເຫມືອນເພັດ ຢ້ານ​ວ່າ​ເຂົາ​ຈະ​ໄດ້​ຍິນ​ພຣະ​ທັມ ແລະ​ພຣະ​ຄຳ ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ໄດ້​ຊົງ​ສົ່ງ​ໄປ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ຣຸ່ນ​ກ່ອນ​ໂດຍ​ວິ​ນ​ຍານ​ຂອງ​ພຣະ​ອົງ ເຫດ​ສະ​ນັ້ນ​ ພຣະ​ພິ​ໂຣດອັນ​ຍິ່ງ​ໃຫຍ່​ຈຶ່ງ​ໄດ້ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ 13 ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາກ່າວ​ວ່າ “ເມື່ອ​ເຮົ​າ​ຮ້ອງ​ຮຽກ ເຂົາ​ບໍ່​ຟັງ​ສັນ​ໃດ ເມື່ອ​ເຂົາ​ຮ້ອງ​ທູນ ເຮົາ​ກໍ​ບໍ່​ຟັງ​ສັນ​ນັ້ນ 14 ແລະ​ເຮົາ​ກໍ​ໃຫ້​ເຂົາ​ກະ​ຈັດ​ກະ​ຈາຍ​ໄປ​ດ້ວຍ​ລົມ​ບ້າ​ຫມູ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ສິ້ນ​ຊຶ່ງ​ເຂົາບໍ່​ໄດ້​ຮູ້​ຈັກ ດັ່ງ​ນັ້ນ​ແຜ່ນດິນ​ທີ່​ເຂົາ​ຖີ້ມ​ໄປ​ຈຶ່ງວ່າງ​ເປົ່າ​ບໍ່​ມີ​ໃຜ​ເຂົ້າ​ອອກ ແລະ​ແຜ່ນ​ດິນ​ທີ່​ສຸກ​ສະ​ບາຍ​ກໍ​ເປັນ​ທີ່​ຮ້າງ​ເປົ່​າ”

ເຊຄາຣິຢາ 8

ຊົງ​ສັນ​ຍາ​ຈະ​ໃຫ້​ກຸງ​ເຢ​ຣູ​ຊາ​ເລັມ​ຄືນ​ສູ່​ ສະ​ພາບ​ເດີມ

1 ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ມາ​ຍັງ​ຂ້າ​ພະ​ເຈົ້າ​ວ່າ, 2 “ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ສັ່ງ​ດັ່ງ​ນີ້​ວ່າ ເຮົາ​ຫວງ​ແຫນ​ຊີ​ໂອນ​ດ້ວຍ​ຄວາມ​ຫວງ​ແຫນ​ອັນ​ຍິ່ງ​ໃຫຍ່ ແລະ​ເຮົາ​ຫວງ​ແຫນ​ນາງ​ດ້ວຍ​ຄວາມ​ໂກດ​ຫລາຍ 3 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ວ່າ ເຣົາ​ຈະ​ກັບ​ໄປ​ຍັງ​ຊີໂອນ ແລະ​ຢູ່​ຖ້າມ​ກາງ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ຈະ​ເອີ້​ນ​ເຢ​ຣູ​ຊາ​ເລັມ​ວ່າ ເມືອງ​ຊື່​ສັດ ແລະ​ເອີ້ນ​ພູ​ເຂົາ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ວ່າ ພູ​ເຂົ​າ​ບໍ​ຣີ​ສຸດ 4 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ “ຊາຍ​ເຖົ້າຊະ​ຣາ​ແລະ​ຍິງ​ເຖົ້າຊະ​ຣາ​ຈະ​ນັ່ງ​ຢູ່​ຕາມ​ລານ​ເມືອງ​ເຢຣູ​ຊາ​ເລັມ​ອີກ ຕ່າງກໍ​ມີ​ໄມ້​ເທົ້າ​ຢູ່​ໃນ​ມືເພາະມີ​ອາ​ຍຸ​​ຫລາຍ 5 ແລະ​ໃນ​ລານ​ເມືອງ​ນັ້ນ​ກໍ​ຈະ​ມີ​ເດັກ​ນ້ອຍ​ຜູ້​ຊາຍ​ແລະ​ຜູ້​ຍິງ​ແລ່ນ​ຢູ່​ທົ່ວ​ໄປ 6 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ຖ້າ​ເຣື່ອງ​ນີ້​ເປັນ​ເຣື່ອງ​ປະ​ຫ​ລາດ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ໃນ​ສະ​ໄຫມ​ນີ້​ແລ້ວ​ ພຣະຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ກໍ​ຄວນ​ຈະ​ປະ​ຫລາດ​ໃນ​ສາຍ​ຕາ​ຂອງ​ເຮົາ​ດ້ວຍ 7 ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເບິ່ງ​ແມ໋, ເຮົ​າ​ຈະ​ຊ່ອຍ​ປະ​ຊາ​ຊົນ​ຂອງ​ເຮົ​າ​ໃຫ້​ພົ້ນ​ຈາກ​ປະ​ເທດ​ຕາ​ເວັນ​ອອກ ແລະ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ 8 ແລະ​ເຮົາ​ຈະ​ພາ​ເຂົາ​ທັງ​ຫລາຍ​ໃຫ້​ມາ​ອາ​ໄສ​ຢູ່​ຖ້າມ​ກາງ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ທັງ​ຫລາຍ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ​ທັງ​ຫລາຍ​ດ້ວຍ​ຄວ​າມ​ທ່ຽງ​ຕົງ​ແລະ​ຊອບ​ທັມ 9 ພຣະ​ຜູ້ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ຈົ່ງ​ໃຫ້​ມື​ຂອງ​ເຈົ້າ​ທັງ​ຫລາຍ​ແຂງ​ແຮງ ຄື​ເຈົ້​າ​ທັງ​ຫລາຍ​ຜູ້​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ໃນ​ການ​ນີ້ ຊຶ່ງ​ມາ​ຈາກ​ປາກ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ໃນ​ວັນ​ທີ່​ໄດ້​ວາງ​ຮາກ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ ເພື່ອ​ວ່າ​ຈະ​ໄດ້​ກໍ່​ສ້າງ​ພຣະ​ວິ​ຫ​ານ​ນັ້ນ​ຂື້​ນ 10 ເພາະ​ວ່າ​ກ່ອນ​ສະ​ໄຫມ​ນັ້ນ​ບໍ່​ມີ​ຄ່າ​ຈ້າງ​ໃຫ້​ແກ່​ຄົນ ຫລື​ໃຫ້​ແກ່​ສັດ ທັງ​ຜູ້​ທີ່​ເຂົ້າ​ອອກ​ກໍ​ບໍ່​ມີ​ຄວາມ​ປອດ​ພັຍ​ຈ​າກ​ສັດ​ຕຣູ ເພາະ​ເຮົາ​ປ່ອຍ​ໃຫ້​ຄົນ​ທັງ​ຫລາຍ​ຕໍ່​ສູ້​ກັບ​ເພື່ອນ​ບ້ານ​ຂອງ​ຕົນ 11 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ບັດ​ນີ້​ເຮົາ​ຈະ​ບໍ່​ກະ​ທຳ​ຕໍ່​ປະ​ຊາ​ຊົນ​ທີ່​ເຫລື​ອ​ຢູ່​ນີ້​ຢ່າງ​ກັບ​ສະ​ໄຫມ​ກ່ອນ 12 ເພາະ​ວ່າ​ຈະ​ມີ​ການວຫວ່ານ​ຄວາມ​ສົມ​ບູ​ນພູນ​ສຸກ ເຄືອ​ອະ​ງຸ່ນ​ຈະ​ມີ​ຫມາກ​ແລະ​ແຜ່ນ​ດິນ​ຈະ​ໃຫ້​ຜົນ ແລະ​ທ້ອງ​ຟ້າ​ຈະ​ໃຫ້​ນ້ຳ​ຄ້າງ ແລະ​ເຮົ​າຈະ​ກະ​ທຳ​ໃຫ້​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ນີ້​ຖື​ກຳ​ມະ​ສິດ​ສິ່ງ​ເຫລົ່າ​ນີ້​ທັງ​ຫມົດ 13 ໂອ ເຊື້ອ​ສາຍ​ຂອງ​ຢູ​ດາ​ ແລະ​ເຊື້​ອ​ສາຍ​ຂອງ​ອິສ​ຣ​າເອນ​ເອີຍ, ເຈົ້າ​ເຄີຍ​ເປັນ​ຂີ້​ປາກ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ​ໃຫ້​ເຂົາ​ແຊ່ງ​ສັນ​ໃດ ເຣົາ​ຈະ​ຊ່ອຍ​ເຈົ້າ​ແລະ​ເຈົ້າ​ຈະ​ໄດ້​ເປັນ​ແຫລ່ງ​ພຣະ​ພອນ​ສັນ​ນັ້ນ ຢ່າ​ຢ້ານ​ເລີຍ ແຕ່​ຈົ່ງ​ໃຫ້​ມື​ຂອງ​ເຈົ້າ​ແຂງ​ແຮງ​ເຖີດ 14 “ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ເມື່ອ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ຍົວະ​ເຍົ້​າ​ໃຫ້​ເຮົາ​ໂກດ​ນັ້ນ ເຮົາ​ກໍ​ຕັ້ງ​ໃຈ​ວ່າ​ຈະ​ລົງ​ໂທດ​ເຈົ້າ ເຮົາ​ບໍ່​ໄດ້​ຜ່ອນ​ຄວາມ​ຕັ້ງ​ໃຈ​ລົງ ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນິ້​ແຫລະ 15 ດັ່ງ​ນັ້ນ ໃນ​ວັນ​ນີ້​ເຮົາ​ຕັ້ງ​ໃຈ​ອີກວ່າ ເຮົາ​ຈະ​ກະ​ທຳ​ດີ​ຕໍ່​ເຢ​ຣູ​ຊາ​ເລັມ ແລະຕໍ່​ເຊື້ອ​ສາຍ​ຂອງ​ຢູ​ດາ ຢ່າ​ຢ້ານ​ເລີຍ 16 ຕໍ່​ໄປ​ນີ້​ເປັນ​ສິ່ງ​ທີ່​ເຈົ້າ​ທັງ​ຫລາຍ​ຕ້ອງ​ກະ​ທຳ ຈົ່ງ​ເວົ້າ​ຄວາມ​ຈິງ​ແກ່​ກັນ​ແລະ​ກັນ ຈົ່ງ​ໃຫ້​ການ​ພິ​ພາກ​ສາ​ທີ່​ປະ​ຕູ​ເມືອງ​ຂອງ​ເຈົ້າ​ທ່ຽງ​ຕົງ ແລະ​ກະ​ທຳ​ເພື່ອ​ສັນ​ຕິ 17 ຢ່າ​ຄິດ​ອຸ​ບາຍ​ຊົ່ວ​ໃນ​ໃຈ​ຕໍ່​ກັນ​ແລະ​ກັນ ຢ່າ​ຮັກ​ຄຳ​ສາ​ບານ​ເທັດ ສິ່ງ​ເຫລົ່າ​ນີ້​ເຮົ​າ​ກຽດ​ຊັງ” ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ດັ່ງ​ນີ້​ແຫລະ 18 ແລະ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ມາ​ຍັງ​ຂ້າ​ພະ​ເຈົ້າ​ວ່າ, 19 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ການ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ສີ່ ການ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ຫ້າ ແລະ​ການ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ເຈັດ ແ​ລະ​ການ​ອົດ​ອາ​ຫານ​ໃນ​ເດືອນ​ທີ່​ສິບ ຈະ​ເປັນ​ທີ່​ໃຫ້​ຄວາມ​ບັນ​ເທີງ ແລະ​ຄວາມ​ຣ່າ​ເຣີງ ແລະ​ເປັນ​ການ​ລ້ຽງ​ທີ່​ໃຫ້​ຊື່​ນຊົມ​ແກ່​ເຊື້ອ​ສາຍ​ຢູ​ດາ ເຫດ​ສັນ​ນັ້ນ​ເຈົ້າ​ຈົ່ງ​ຮັກ​ຄວາມ​ທ່ຽງ​ຕົງ ແລະ​ສັນ​ຕິ​ພາບ 20 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ຊົນ​ຊາດ​ທັງ​ຫລາຍ​ຍັງ​ຈະ​ມາ ຄື​ປະ​ຊາ​ຊົນ​ທີ່​ຍັງ​ອາ​ໄສ​ຢູ່​ໃນ​ຫົວ​ເມືອງ​ອັນ​ຫລວງ​ຫລາຍ 21 ຊາວ​ເມືອງ​ນີ້​ຈະ​ໄປ​ຫາ​ຊາວ​ເມືອງ​ອີກ​ເມືອງ​ນຶ່ງ ກ່າວ​ວ່າ “ໃຫ້​ເຮົາ​ໄປ​ກັນ​ທັນ​ທີ ໄປ​ທູນ​ຂໍ​ພຣະ​ກະ​ຣຸ​ນາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທ​າ ຂ້າ​ພະ​ເຈົ້າ​ກໍ​ຈະ​ໄປ” 22 ຊົນ​ຊາດ​ທັງ​ຫລາຍ​ເປັນ​ອັນ​ມາກ ແລະ​ບັນ​ດາ​ປະ​ຊາ​ຊາດ​ທີ່​ເຂັ້ມ​ແຂງ​ຈະ​ມາ​ສ​ແວງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ໃນ​ເຢ​ຣູ​ຊາ​ເລັມ ແລະ​ທູນ​ຂໍ​ພຣະ​ກະ​ຣຸ​ນາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ 23 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ດັ່ງ​ນີ້​ວ່າ ໃນ​ສະ​ໄຫມ​ນັ້ນ​ສິບ​ຄົນ​ຈາກ​ປະ​ຊາ​ຊາດ​ທຸກໆ​ພາ​ສາ ຈະ​ຍຶດ​ຊາຍ​ເສື້ອ​ຄຸມ​ຂອງ​ຢິວ​ຄົນ​ນື່ງ​ໄວ້​ແລ້ວ​ກ່າວ​ວ່າ “ຂໍ​ໃຫ້​ເຮົາ​ໄປ​ກັບ​ທ່ານ​ທັງ​ຫລາຍ​ເຖີດ ເພາະ​ເຮົາ​ໄດ້​ຍິນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ພວກ​ທ່ານ”

ເຊຄາຣິຢາ 9

ການ​ພິ​ພາກ​ສາ​ປະ​ຊາ​ຊາດ​ເພື່ອນ​ບ້ານ

1 ພຣະ​ຄໍາຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີມາ​ກ່າວ​ໂທດ​ເມືອງຮາດ​ຣັກ ແລະ​ຈະ​ມາ​ຢູ່​ເຫນືອ​ເມືອງ​ດາ​ມັ​ສ​ກັ​ສ ດ້ວຍ​ວ່າ​ຫົວ​ເມືອງ​ອາ​ຣາມ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ້​ແຕ່​ອິສ​ຣ​າ​ເອນ​ທຸກ​ເຜົ່າ​ດ້ວຍ 2 ເມືອງ​ຮາ​ມັ​ທ​ຊຶ່ງ​ມີ​ເຂດ​ແດນ​ຕິດ​ກັນ​ກໍ​ຮວມ​ຢູ່​ດ້ວຍ ຕີ​ເຣ ແລະ​ຊີ​ໂດນ ເຖິງ​ຈະ​ເປັນ​ເມືອງ​ສ​ລາດ​ກໍ​ຕາມ​ 3 ຕີ​ເຣ​ສ້າງ​ກຳ​ແພງ​ປ້ອມ​ໄວ້​ກັນ​ເມືອງ ແລະ​ສະ​ສົມ​ເງິນ​ໄວ້​ເປັນ​ກອງ​ຢ່າງ​ກອງ​ຝຸ່ນ ແລະ​ທອງ​ຄຳ​ຢ່າງ​ຂີ້​ຝຸ່ນ​ຕາມ​ຖ​ນົນ 4 ແຕ່​ນີ້​ແຫລະ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຍົກ​ເອົາ​ເຂົ້າ​ຂອງ​ຂອງ​ເມືອງ​ນີ້​ໄປ​ເສັຽ ແລະ​ແກວ່ງ​ຊັບ​ສິນ​ຂອງ​ເມືອງ​ນີ້​ລົງ​ທະ​ເລ ແລະ​ເມືອງ​ນີ້​ຈະ​ຖືກ​ໄຟ​ເຜົ​າ​ຜານ​ເສັຽ 5 ເມືອງ​ອັ​ສ​ເກ​ໂລນຈະ​ເຫັນ ແລະ​ຢ້ານ​ ເມືອງ​ກາ​ຊາ​ຈະ​ເຫັນ ແລະ​ສັ່ນ​ສະ​ທ້ານ​ຢ່າງ​ຍິ່ງ ເມືອງ​ເອ​ກ​ໂລນ​ດ້ວຍ​ເຫມືອນກັນ ເພາະ​ຄວາມ​ຫວັງ​ຂອງ​ເມືອງ​ນີ້ຈະ​ຫຍຸ້ງ ກະ​ສັດ​ຈະ​ພິ​ນາດ​ຈາກ​ເມືອງ​ກາ​ຊາ ເມືອງ​ອັ​ສ​ເກ​ໂລນ​ຈະ​ບໍ່ມີ​ຄົນ​ອາ​ໄສ​ຢູ່ 6 ຄົນ​ເລືອດ​ປະ​ສົມ​ຈະ​ມາ​ຢູ່​ໃນ​ເມືອງ​ອັ​ສ​ໂດດ ເຮົາ​ຈະ​ກະ​ທຳ​ໃຫ້​ຄວາມ​ຍິ່ງ​ຜະ​ຍອງ​ຂອງ​ຟີ​ລິ​ສ​ຕີນ​ສູນ​ສິ້ນ​ໄປ 7 ເຮົາ​ຈະ​ເອົາ​ໂລ​ຫິດ​ອອກ​ໄປ​ເສັຽ​ຈາກ​ປາກ​ຂອງ​ເຂົາ ແລະ​ເອົ​າຂອງ​ເປື້ອນ​ເປິ​ອອກ​ໄປ​ຈາກ​ລະ​ຫວ່າງ​ແຂ້ວ​ຂອງ​ເຂົາ​ເສັຽ ເມືອງ​ນີ້​ຈະ​ເປັນ​ຄົນ​ທີ່​ເຫລືອ​ຢູ່​ແກ່​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ເຮົາ​ດ້ວຍ ຈະ​ເປັນ​ເຫມືອນ​ຕະ​ກູນ​ນຶ່ງ​ໃນ​ຢູ​ດາ ແລະ​ເອກ​ໂລນ​ຈະ​ເຫມືອນ​ຄົນ​ເຢບຸ​ສ 8 ແລະ​ເຮົາ​ຈະ​ຕັ້ງ​ຄ້າຍ​ທີ່​ວິ​ຫານ​ຂອງ​ເຮົາ​ເປັນ​ກອງ​ຍາມ ເພື່ອ​ຈະ​ບໍ່​ໃຫ້​ຜູ້​ໃດ​ເດີນ​ທັບ​ໄປ​ມາ​ໄດ້ ຈະ​ບໍ່​ມີ​ຜູ້​ບີບ​ບັງ​ຄັບ​ມາ​ຂົ່ມ​ຂີ່​ເຂົາ​ໄດ້ ເພາະ​ບັດ​ນີ້​ເຣົາ​ເຫັນ​ກັບ​ຕາ​ຂອງ​ເຣົາ​ເອງ

ກະ​ສັດ​ໃນ​ອະ​ນາ​ຄົດ​ຂອງ​ຊີ​ໂອນ

9 ທິດາແຫ່ງ​ຊີ​ໂອນ​ເອີຍ ຈົ່ງ​ລ່າ​ເລີງ​ຢ່າງ​ຍິ່ງ​ເຖີດ ໂອ ບຸດ​ຕ​ຣີ​ແຫ່ງ​ເຢ​ຣູ​ຊາ​ເລັມ​ເອີຍ ຈົ່ງ​ໂຫ່​ຮ້ອງ ເບິ່ງ​ແມ໋, ກະ​ສັດ​ຂອງ​ເຈົ້າ​ສະ​ເດັດ​ມາ​ຫາເຈົ້າ ຊົງ​ຄວາມ​ຍຸດ​ຕິ​ທັມ ແລະ​ຄວາມ​ລອດ ພຣະ​ອົງ​ຊົງ​ອ່ອນ​ສຸ​ພາບ​ແລະ​ຊົງ​ຖ່ອມຕົວ​ລົງ​ມາ​ນັ່ງ​ເທິງ​ຫລັງ​ລໍ ແລະຂີ່​ລໍ​ນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍ​ແມ່ 10 ເຮົາ​ຈະ​ກຳ​ຈັດ​ຣົດ​ຮົບ​ເສັຽ​ຈາກ​ເອຟ​ຣາ​ອິມ ແລະ​ມ້າ​ເສັຽ​ຈາກ​ເຢ​ຣູ​ຊາ​ເລັມ ທະ​ນູ​ສົງ​ຄາມ​ຖືກ​ກຳ​ຈັດ​ເສັຽດ້ວຍ ແລະ​ທ່ານ​ຈະ​ບັນ​ຊາ​ສັນຕິ​ໃຫ້​ມີ​ແດ່​ປະ​ຊາ​ຊາດ​ທັງ​ຫລາຍ ອາ​ນາ​ຈັກ​ຂອງ​ທ່ານ​ຈະ​ມີ​ຈາກ​ທະ​ເລ​ນີ້​ໄປ​ເຖິງ​ທະ​ເລ​ນັ້ນ ແລະ​ຈາກແມ່​ນ້ຳ​ນັ້ນ​ໄປ​ເຖິງ​ສຸດ​ປາຍ​ພິ​ພົບ

ການ​ໃຫ້​ຊີ​ໂອນ​ຄືນ​ສູ່​ສະ​ພາບ​ເດີມ

11 ສ່ວນ​ເຈົ້າ​ ເພາະ​ໂລ​ຫິດ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ເຮົາ​ຊຶ່ງ​ມີ​ຕໍ່​ເຈົ້​າ ເຮົາ​ຈະ​ປົດ​ປ່ອຍ​ຊະ​ເລີຍ​ໃນ​ພວກ​ເຈົ້າ​ໃຫ້​ເປັນ​ອິສ​ຣະ​ຈາກ​ບໍ່​ແຫ້ງ​ນັ້ນ 12 ໂອ ນັກ​ໂທດ​ທີ່​ມີ​ຄວາມ​ຫວັງ​ເອີຍ, ຈົ່ງ​ກັບ​ໄປ​ຍັງ​ທີ່​ກຳ​ບັງ​ເຂັ້ມ​ແຂງ​ຂອງ​ເຈົ້າ ວັນ​ນີ້​ເຮົ​າ​ປະ​ກາດ​ວ່າ ເຮົາ​ຈະ​ຄືນ​ແກ່​ເຈົ້າ​ສອງ​ເທົ່າ 13 ເພາະ​ເຮົາ​ໄດ້​ດັດ​ຢູ​ດາ​ເຫມືອນ​ໂຄ້ງ​ຄັນ​ທະ​ນູ ເຮົາ​ໄດ້​ກະ​ທຳ​ເອ​ຟ​ຣາ​ອິມ​ໃຫ້​ເປັນ​ລູກ​ທະ​ນູ ໂອ​ ຊີ​ໂອນ​ເອີຍ ເຣົາ​ຈະ​ແກວ່ງ​ບຸດ​ທັງ​ຫລາຍ​ຂອງ​ເຈົ້​າເປັນ​ອາ​ວຸດ​ຕໍ່​ສູ້​ບຸດ​ທັງ​ຫລາຍ​ຂອງ​ເຈົ້າເດີ ກ​ຣີ​ກ​ເອີຍ ແ​ລະ​ແກວ່ງ​ເຈົ້າ​ຢ່າງ​ດາບ​ຂອງ​ນັກ​ຮົບ 14 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປາ​ກົດ​ເຫນືອ​ເຂົາ​ທັງ​ຫລາຍ ແລະ​ລູກ​ທະ​ນູ​ຂອງ​ພຣະ​ອົງ​ຈະ​ອອກ​ໄປ​ເຫມືອນ​ຟ້າ​ແລບ ພຣະ​ຜູ້​ເປັ​ນ​ເຈົ້​າ​ຈະ​ຊົງ​ເປົ່າ​ເຂົ​າ​ສັດ ແລະ​ສະ​ເດັດ​ໄປ​ໃນ​ລົມ​ບ້າ​ຫມູ​ທິດ​ໃຕ້ 15 ພຣະ​ຜູ້ເປັນ​ເຈົ້າ​ຈອມ​ໂຍ​ທາ​ຈະ​ພິ​ທັກ​ຮັ​ກສາ​ເຂົາ​ທັງ​ຫລາຍ​ໄວ້ ແລະ​ເຂົາ​ທັງ​ຫລາຍ​ຈະ​ລ້າງ​ຜານ ແລະ​ຢຽບ​ນັກ​ຍິງ​ສະ​ລິ່ງ​ລົງ ແລະ​ຈະ​ດື່ມ​ໂລ​ຫິດ​ຂອງ​ເຂົາ​ຢ່າງ​ເຫລົ້າ​ອະ​ງຸ່ນ ແລະ​ຈະ​ອີ່ມ​ເຫມືອນ​ຊາມ​ປຽກ​ເຫມືອນ​ແຈ​ແທ່ນ​ບູ​ຊາ 16 ໃນ​ວັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຂົາ​ຈະ​ຊົງ​ຊ່ອຍ​ເຂົາ ເພາະ​ເຂົາ​ທັງ​ຫລາຍ​ເປັນ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ດັ່ງ​ຝູງ​ແກະ ເຂົາ​ທັງ​ຫລາຍ​ຈະ​ສ່ອງ​ແສງ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ອົງ ຢ່າງ​ກັບ​ເພັດ​ທີ່​ຢູ່​ໃນ​ມົງ​ກຸດ 17 ນັ້ນ​ຊ່າງ​ດີ ແລະ​ງາມ​ແທ້ໆ ເມັດ​ເຂົ້​າ​ຈະ​ກະ​ທຳ​ໃຫ້​ຄົນ​ຫນຸ່ມ​ເຕີບ​ໂຕ ແລະ​ຫມາກ​ອະ​ງຸ່ນ​ຈະ​ກະ​ທຳ​ໃຫ້​ຍີງ​ສາວ​ຈະ​ເຣີນ​ວັຍ

ເຊຄາຣິຢາ 10

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໄຖ່​ຊົນ​ຊາດ​ຂອງ​ພຣະ​ອົງ

1 ຈົ່ງ​ຂໍ​ຝົນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຣະ​ດູ​ຝົນ​ຊຸກ​ປາຍ​ຣະ​ດູ ຂໍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ປັ້ນ​ເມ​ກ​ພະ​ຍຸ ຜູ້​ຊົງ​ປະ​ທານ​ຫ່າ​ຝົນ​ແກ່​ມະ​ນຸດ ແລະ​ຜັກ​ໃນ​ທົ່ງ​ນາ​ແກ່​ທຸກ​ຄົນ 2 ເພາະ​ວ່າ​ຮູບ​ເຄົາ​ຣົບ​ປະ​ຈຳ​ບ້ານ​ເວົ້າ​ບໍ່​ໄດ້​ເຣື່ອງ ແລະ​ຜູ້​ທຳ​ນ​ວາຍ​ກໍ​ເຫັນ​ນິ​ມິດ​ເທັດ ຄົນ​ຊ່າງ​ຝັນ​ເລົ່າ​ຄວາມ​ຝັນ​ເທັດ ແລະ​ໃຫ້​ຄຳ​ເລົ້າ​ໂລມ​ທີ່​ເປົ່າ​ປໂຍດ ເຫດ​ສັນນັ້ນ​ປະ​ຊາ​ຊົນ​ຈຶ່ງ​ຫລົງ​ໄປ​ຢ່າງ​ແກະ ເຂົາ​ທຸກ​ໃຈ​ເພາະ​ຂາດ​ຜູ້​ນຳ​ພາ 3 “ເຮົາ​ໂກດ​ຜູ້​ນຳ​ຢ່າງ​ຮຸນ​ແຮງ ແລະ​ຈະ​ລົງ​ໂທດ​ບັນ​ດາ​ແບ້​ເຖິກ ເພາະ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ເອົາ​ພຣະ​ທັຍ​ໃສ່​ຝູງ​ສັດ​ຂອງ​ພຣະ​ອົງ ຄື​ເຊື້ອ​ສາຍ​ຢູ​ດາ ແລະ​ຈະ​ຊົງ​ກະ​ທຳ​ເຂົາ​ໃຫ້​ເປັນ​ເຫມືອນ​ມ້​າ​ເສິກ​ຮຶກ​ເຫີມ​ໃນ​ສົງ​ຄາມ 4 ສີ​ລາ​ມຸມ​ເອກ​ຈະ​ອອກ​ມາ​ຈາກ​ເຂົາ ຫມຸດ​ຄຶງ​ເຕັນ​ຈະ​ອອກ​ມາ​ຈາກ​ເຂົາ ຄັນ​ທະ​ນູ​ຈະ​ອອກ​ມາ​ຈາກ​ເຂົາ ແລະ​ຜູ້​ປົກ​ຄອງ​ທຸກ​ຄົນ​ຈະ​ອອກ​ມາ​ຈາກ​ເຂົາ 5 ຮວມ​ກັນ​ເຂົ້າ​ເຂົາ​ຈະ​ເປັນ​ຢ່າງ​ຊາຍ​ສະ​ກັນ​ໃນ​ສົງ​ຄາມ ຢຽບ​ຢ່ຳ​ສັດ​ຕຣູ​ໄປ​ໃນ​ຂີ້​ຕົມ​ຕາມ​ຖ​ນົນ ເຂົາ​ຈະ​ຕໍ່​ສູ້​ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ກັບ​ເຂົາ ເຂົາ​ຈະ​ຜາບ​ແພ້​ແມ່ນ​ແຕ່ຜູ້​ທີ່​ຢູ່​ເທິງ​ຫລັງ​ມ້າ 6 “ເຮົາ​ຈະ​ຫນຸນ​ກຳ​ລັງ​ເຊື້ອ​ສາຍ​ຂອງ​ຢູ​ດາ ແລະ​ເຮົາ​ຈະ​ຊ່ອຍ​ເຊື້ອ​ສາຍ​ຂອງ​ໂຢ​ເຊັບ​ໃຫ້​ລອດ ເຮົາ​ຈະ​ນຳ​ເຂົາ​ກັບ​ມາ​ເພາະ​ເຮົາ​ສົງ​ສານ​ເຂົາ ແລະ​ເຂົາ​ຈະ​ເປັນ​ເຫ​ມື​ອນ​ຢ່າງວ່າ​ ເຮົາ​ບໍ່​ໄດ້​ປະ​ຖີ້ມ​ເຂົາ ເພາະ​ເຣົາ​ຄື​ພຣະ​ຜູ້​ເປັນ​ເຈົ້​າ​ພຣະ​ເຈົ້າ​ຂອງ​ເຂົາ ເຮົາ​ຈະ​ຕອບ​ເຂົາ 7 ແລ້ວ​ເອ​ຟ​ຣາ​ອິມ​ຈະ​ເປັນ​ເຫມືອນ​ຊາຍ​ສະ​ກັນ ແລະ​ຈິດ​ໃຈ​ຂອງ​ເຂົາ​ທັງ​ຫລາຍ​ຈະ​ຊື່ນ​ຊົມ​ຍີນ​ດີ​ເຫມືອນ​ໄດ້​ດື່ມ​ເຫລົ້າ​ອະ​ງຸ່ນ ລູກ​ຫລານ​ຂອງ​ເຂົາ​ຈະ​ໄດ້​ເຫັນ​ແລະ​ຊົມ​ຊື່ນ​ຍິນ​ດີ ແລະ​ຈິດ​ໃຈ​ຂອງ​ເຂົາ​ຈະ​ຍິນ​ດີ​ເຫລືອ​ລົ້ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ 8 “ເຮົາ​ຈະ​ຜີວ​ປາກ​ເອີ້ນ​ເຂົາ ແລະ​ຮວບ​ຮວມ​ເຂົາ​ເຂົ້າ​ມາ ເພາະ​ເຣົາ​ໄດ້​ໄຖ່​ເຂົາ​ໄວ້​ແລ້ວ ແລະ​ເຂົາ​ຈະ​ມີ​ມາກ​ມາຍ​ເຫມືອນ​ການ​ກ່ອນ 9 ເຖິງວ່າ​ເຮົາ​ໄດ້​ຫວ່ານ​ເຂົາ​ໄປ​ຖ້າມ​ກາງ​ຊົນ​ຊາດ​ທັງ​ຫລາຍ ແຕ່​ເຂົາ​ຈະ​ຣະ​ລຶກ​ເຖິງ​ເຮົາ​ໃນ​ປະ​ເທດ​ ທີ່​ຫ່າງ​ໄກ​ນັ້ນ ເຂົາ​ຈະ​ດຳ​ຣົງ​ຊີ​ວິດ​ຢູ່​ກັບ​ບຸດ​ຫລານ​ຂອງ​ເຂົາ​ແລະ​ກັບ​ມາ 10 ເຮົາ​ຈະ​ນຳ​ເຂົາ​ກັບ​ຈາກ​ແຜ່ນ​ດິນ​ເອ​ຢິບ ແລະ​ຮວບ​ຮວມ​ເຂົາ​ມາ​ຈາກ​ອັ​ສ​ຊີ​ເຣັຽ ແລະ​ເຮົ​າ​ຈະ​ນຳ​ເຂົາ​ມາ​ຍັງ​ແຜ່ນ​ດິນ​ກີ​ເລ​ອາດ​ແລະ​ເລບາ​ນອນ​ຈົນຈະ​ບໍ່​ມີ​ທີ່​ໃຫ້​ເຂົາ​ຢູ່ 11 ພຣະ​ອົງ​ສະ​ເດັດ​ຜ່ານ​ຂ້າມ​ທະ​ເລ​ແຫ່ງ​ຄວາມ​ລະ​ທົມ ແລະ​ຈະ​ຊົງ​ທຸບ​ຄື່ນ​ທະ​ເລ ແລະ​ທີ່​ເລິກ​ທັງ​ສິ້ນ​ຂອງແມ່​ນ້ຳ​ນິນ​ຈະ​ແຫ້ງ​ໄປ ຄວາມ​ຈອງ​ຫອງ​ຂອງ​ອັ​ສ​ຊີ​ເຣັຽ​ຈະ​ຕົກ​ຕ່ຳ ແລະ​ກະ​ບອງ (ຄະ​ທາ) ຂອງ​ເອ​ຢິບ​ຈະ​ພາກ​ໄປ​ເສັຽ 12 ເຣົາ​ຈະ​ຊົງ​ທຳ​ໃຫ້​ເຂົາ​ທັງ​ຫລາຍ​ເຂັ້ມ​ແຂງ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຂົາ​ຈະ​ອວດ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ນີ້​ແຫລະ

ເຊຄາຣິຢາ 11

1 ໂອ ເລ​ບາ​ນອນ​ເອີຍ, ຈົ່ງ​ເປີດ​ບັນ​ດາ​ປະ​ຕູ​ຂອງເຈົ້​າ ເພື່ອ​ໄຟ​ຈະ​ໄດ້​ເຜົາ​ຜານ​ໄມ້​ສົນ​ສີ​ດາ​ຂອງ​ເຈົ້າ​ເສັຽ 2 ໂອ ຕົ້ນ​ແປກ​ເອີຍ, ຈົ່ງ​ຮ້ອງ​ໄຫ້​ເຖີດ ເພາະ​ໄມ້​ສົນ​ສີ​ດາ​ລົ້ມ​ເສັຽ​ແລ້ວ ເພາະ​ບັນ​ດາ​ໄມ້​ທີ່​ສະ​ງ່າ​ງາມ​ພິ​ນາດ​ລົງ​ໄປ​ແລ້ວ ຕົ້ນ​ກໍ່​ເມືອງ​ບາ​ຊານ​ເອີຍ ຈົ່ງ​ຮ້ອງ​ໄດ້​ເຖີດ ເພາະ​ປ່າ​ທຶບ​ຖືກປ້ຳ​ລົງເສັຽແລ້ວ 3 ຟັງ​ເດີ ສຽງ​ຜູ້​ປົກ​ຄອງຮ້ອງ​ຄວນ​ຄາງ ເພາະ​ສັກ​ສີ​ຂອງ​ເຂົາ​ທັງ​ຫລາຍ​ກໍ​ຖືກ​ທຳ​ລາຍ​ໄປ​ແລ້ວ ຟັງ​ເດີ ສຽງ​ສີງ​ຫນຸ່ມ​ຄຳ​ລາມ ເພາະ​ວ່າ​ດົງ​ລຸ່ມ​ແມ່​ນ້ຳ​ຈໍ​ແດນ​ໄດ້​ຖືກ​ທຳ​ລາຍ​ລົງ

ຄົນ​ລ້ຽງ​ແກະ​ສອງ​ຄົນ

4 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ສັ່ງ​ດັ່ງ​ນີ້​ວ່າ, “ຈົ່ງ​ລ້ຽງ​ຝູງ​ແບ້ ແກະ​ທີ່​ຕ້ອງ​ຖືກ​ຂ້າ 5 ບັນ​ດາ​ຜູ້​ທີ່​ຊື້​ມັນ​ໄປ​ກໍ​ຂ້າ​ມັນ​ເສັຽ ແລະ​ບໍ່​ຕ້ອງ​ມີ​ໂທດ ແລະ​ບັນ​ດາ​ຄົນ​ທີ່​ຂ​າຍ​ມັນ​ກ່າວ​ວ່າ, “ສາ​ທຸການ​ແດ່​ພຣະ​ຜູ້​ເປັ​ນ​ເຈົ້າ ຂ້າ​ພະ​ເຈົ້າ​ຮັ່ງ​ມີ​ແລ້ວ” ແລະ​ຜູ້​ລ້ຽງ​ແກະຂອງມັນ​ທັງ​ຫລາຍ​ບໍ່​ສົງ​ສານ​ມັນ​ເລີຍ 6 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ເພາະ​ເຮົາ​ຈະ​ບໍ່​ສົງ​ສານ​ຊາວ​ແຜ່ນ​ດິນ​ນີ້​ອີກ​ຕໍ່​ໄປ ເຣົາ​ກໍ​ຈະ​ກະ​ທຳ​ໃຫ້​ເຂົາ​ຕ່າງ​ຄົນ​ຕົກ​ເຂົ້າ​ໄປ​ໃນ​ມື​ຂອງ​ຜູ້​ລ້ຽງ​ແກະ​ຂອງ​ເຂົາ ແລະ​ຕ່າງ​ກໍ​ຕົກ​ໄປ​ໃນ​ຫັດ​ຂອງ​ກະ​ສັດ​ຂອງ​ເຂົາ ແລະ​ທ່ານ​ຈະ​ບີບ​ໂລກ​ໃຫ້​ແຫລກ ແລະ​ເຣົາ​ຈະບໍ່​ຊ່ອຍ​ເຫລືອ​ຄົນ​ນື່ງ​ຄົນ​ໃດ​ໃຫ້​ພົ້ນ​ມື​ຂອງ​ທ່ານ​ທັງ​ຫລາຍ” 7 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ລ້ຽງ​ດູ​ຝູງ​ແບ້ ແກະ​ທີ່​ຖືກ​ຂ້າ ເພື່ອ​ເຫັນ​ແກ່​ຜູ້​ທີ່​ຄ້າ​ແກະ ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ໄມ້​ເທົ້າ​ສອງ​ອັນ ອັນ​ນຶ່ງ​ໃຫ້​ຊື່​ວ່າ ພຣະ​ຄຸນ ອີກ​ອັນ​ນຶ່ງ​ໃຫ້​ຊື່​ວ່າ ນ້ຳ​ນຶ່ງ​ໃຈ​ດຽວ ແລະ​ຂ້າ​ພະ​ເຈົ້າ​ກໍ​ລ້ຽງ​ດູ​ແກະ 8 ໃນ​ເດືອນ​ດຽວ​ຂ້າ​ພະ​ເຈົ້າ​ທຳ​ລາຍ​ຜູ້​ລ້ຽງ​ແກະ​ສາມ​ຄົນ​ນັ້ນ​ເສັຽ ແຕ່​ຂ້າ​ພະ​ເຈົ້າ​ເບື່ອ​ແກະ​ເສັຽ​ແລ້ວ ແລະ​ແກະ​ກໍ​ກຽດ​ຊັງ​ຂ້າ​ພະ​ເຈົ້າ​ດ້ວຍ 9 ຂ້າ​ພະ​ເຈົ້າ​ຈຶ່ງວ່າ “ຂ້າ​ຈະ​ບໍ່​ລ້ຽງ​ດູ​ເຈົ້າ ພວກ​ທີ່​ຕາຍ​ໄປ​ກໍ​ໃຫ້​ຕາຍ​ໄປ ພວກ​ທີ່​ຈະ​ຕ້ອງ​ຖືກ​ທຳ​ລາຍ​ກໍ​ໃຫ້​ຖືກ​ທຳ​ລາຍ​ໄປ ແລະ​ໃຫ້​ບັນ​ດາ​ທີ່​ເຫລືອ​ຢູ່​ນັ້ນ​ກິນ​ຊີ້ນ​ຊຶ່ງ​ກັນ​ແລະ​ກັນ 10 ຂ້າ​ພະ​ເຈົ້າ​ກໍ​ເອົາໄມ້​ເທົ້າ​ທີ່​ຊື່​ພຣະ​ຄຸນ​ນັ້ນ​ມາ​ຫັກ ລົ້ມ​ເລີກ​ພັນ​ທະ​ສັນ​ຍາ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ທຳ​ໄວ້​ກັບ​ຊົນ​ຊາດ​ທັງ​ຫລາຍ​ເສັຽ 11 ຈຶ່ງ​ເປັນ​ອັນ​ລົ້ມ​ເລີກ​ໃນ​ວັນ​ນັ້ນ ແລະ​ບັນ​ດາ​ນັກ​ຄ້າ​ແກະ ຜູ້​ຊຶ່ງ​ຄອຍ​ເບິ່ງ​ຂ້າ​ພະ​ເຈົ້າຢູ່​ກໍ​ຮູ້​ວ່າ​ນັ້ນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 12 ແລ້ວ​ຂ້າ​ພະ​ເຈົ້​າ​ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ, “ຖ້າ​ທ່ານ​ເປັນ​ຄວນ​ກໍ​ຂໍ​ຄ່າ​ຈ້າງ​ແກ່​ເຣົາ ຖ້າ​ບໍ່​ເຫັນ​ຄວນ​ກໍ​ບໍ່​ຕ້ອງ​ໃຫ້” ແລ້ວ​ເຂົາ​ກໍ​ຊັ່ງ​ເງິນ​ສາມ​ສິບ​ເຊ​ເກ​ລ​ອອກ​ໃຫ້​ແກ່​ຂ້າ​ພະ​ເຈົ້າ​ເປັນ​ຄ່າ​ຈ້າງ 13 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ໂຍນ​ເງິນ​ນັ້ນ​ເຂົ້າ​ໄປ​ໃນ​ຄັງ” ຄື​ເງີນ​ກ້ອນ​ງາມ​ທີ່​ເຂົາ​ຈ່າຍ​ໃຫ້​ຂ້າ​ພະ​ເຈົ້າ ດັ່ງນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ເອົາ​ເງິນ​ສາມ​ສິບ​ເຊເກ​ລ​ໂຍນ​ເຂົ້າ​ໄປ​ໃນ​ພຣະ​ຄັງ​ໃນພຣະ​ວິ​ຫາ​ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ 14 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຫັກ​ໄມ້​ເທົ້າ​ອັນ​ທີ່​ສອງ​ທີ່​ຊື່​ວ່າ ນ້ຳ​ນຶ່ງ​ໃຈ​ດຽວ​ນັ້ນ​ເສັຽ ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ຂອງ​ຢູ​ດາ​ແລະ​ອິສ​ຣ​າ​ເອນກໍ​ຫັກ​ສະ​ບັ້ນ​ລົງ 15 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ຫຍິບ​ເຄື່ອງ​ໃຊ້​ຂອງ​ຄົນ​ລ້ຽງ​ແກະ​ທີ່​ໄຮ້​ຄ່າ​ຂື້ນ​ມາ​ອີກ​ຄັ້ງ​ນຶ່ງ 16 ເພາະ​ເຮົາ​ກຳ​ລັງ​ຕັ້ງ​ຄົນ​ລ້ຽງ​ແກະ​ຜູ້​ນຶ່ງ​ໃນ​ແຜ່ນ​ດິນ​ນີ້ ຜູ້​ບໍ່​ສົນ​ໃຈ​ຕົວ​ທີ່​ກຳ​ລັງ​ພິ​ນາດ ຫລື​ສ​ແວງ​ຫາ​ຕົວ​ທີ່​ຍັງ​ຫນຸ່ມ ຫລື​ຮັກ​ສາ​ຕົວ​ທີ່​ກະ​ດູກ​ຫັກ ຫລື​ລ້ຽງ​ດູ​ຕົວ​ທີ່​ເປັນ​ປົກ​ກະ​ຕິ ແຕ່​ກິນ​ຊີ້ນ​ຂອງ​ແກະ​ອ້ວນ​ທຸກ​ໂຕ ຈີກ​ກິນ​ຈົນ​ກະ​ທັ່ງ​ເຖິງກີບ​ຂອງ​ມັນ 17 ວິ​ບັດ​ແກ່​ຄົນລ້ຽງ​ແກະ​ຜູ້​ໄຮ້​ຄ່າ​ຂອງ​ເຮົາ ຜູ້​ທີ່​ປະ​ຖິ້ມ​ຝູງ​ແກະ​ເສັຽ ຂໍ​ໃຫ້​ດາບ​ຟັນ​ແຂນ​ຂອງ​ເຂົາ​ເຖີດ ແລະ​ຟັນ​ຕາ​ຂວາ​ຂອງ​ເຂົາ​ເຖີດ ຂໍ​ໃຫ້​ແຂນ​ຂອງ​ເຂົາ​ລີບ​ໄປ​ເສັຽ ແລະ​ໃຫ້​ຕາ​ຂວາ​ຂອງ​ເຂົາ​ບອດ​ທີ່​ດຽວ”

ເຊຄາຣິຢາ 12

ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ປົດ​ປ່ອຍ​ໃນ​ອະ​ນາ​ຄົດ

1 ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ດ້ວຍ​ເຣື່ອງອິສ​ຣາ​ເອນ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄຶງ​ທ້ອງ​ຟ້າ​ອອກ ແລະ​ວາງ​ຮາກ​ພິ​ພົບ ແລະ​ປັ້ນ​ຈິດ​ວິນ​ຍານ​ໃຫ້​ມີ​ຢູ່​ໃນ​ມະ​ນຸດ ກ່າວ​ວ່າ, 2 “ເບິ່ງ​ແມ໋, ເຮົາ​ກຳ​ລັງຈະ​ທຳ​ກຸງ​ເຢ​ຣູ​ຊ​າ​ເລັມ​ໃຫ້​ເປັນ​ຖ້ວຍ​ນ້ຳ​ເມົາ​ສຳ​ລັບ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ທີ່​ຢູ່​ລ້ອມ​ຮອບ ຖ້ວຍ​ນັ້ນ​ຈະ​ຢູ່​ເຫນືອ​ຢູ​ດາ​ເມື່ອກຸງເຢ​ຣູ​ຊາ​ເລັມ​ຖືກ​ລ້ອມ 3 ໃນ​ວັນ​ນັ້ນ ເຣົາ​ຈະ​ກະ​ທຳ​ໃຫ້​ເຢ​ຣູ​ຊາ​ເລັມ​ເປັນ​ສີ​ລາ​ຫນັກ​ແກ່ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ ຜູ້​ໃດ​ທີ່​ພ​ຍາ​ຍາມ​ຍົກ​ຫີນ​ນັ້ນ​ຂື້ນ​ຈະ​ກະ​ທຳ​ໃຫ້​ຕົວ​ເຂົາ​ເອງ​ບາດ​ເຈັບຢ່າງ​ສາ​ຫັດ ແລະ​ປະ​ຊາ​ຊາດ​ທັງ​ຫລາຍໃນ​ພິ​ພົບ​ຈະ​ສົມ​ທົບ​ກັນ​ສູ້​ເຢ​ຣູ​ຊາ​ເລັມ 4 ພຣະຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ໃນ​ວັນ​ນັ້ນ ເຣົາ​ຈະ​ໃຫ້​ມ້າ​ທຸກ​ໂຕ​ວຸ້ນ​ວາຍ ແລະ​ກະ​ທຳ​ໃຫ້​ຄົນຂີ່ບ້າ​ຄັ່ງ ແຕ່​ເຮົາ​ຈະ​ລືມ​ຕາ​ເບິ່ງ​ເຊື້ອ​ສາຍ​ຢູ​ດາ ແລະ​ເຮົາ​ກະ​ທຳ​ໃຫ້​ມ້າ​ທຸກ​ໂຕ​ຂອງ​ຊົນ​ຊາດ​ທັງ​ຫລາຍ​ຕາ​ບອດ​ໄປ 5 ແລ້ວ​ຫົວ​ຫ​ນ້າ​ຕະ​ກູນ​ຢູ​ດາ​ຈະ​ຣຳ​ພຶງ​ໃນ​ໃຈ​ວ່າ “ຊາວ​ເຢ​ຣູ​ຊາ​ເລັມ​ເປັນ​ກຳ​ລັງ​ຂອງ​ເຣົາ ເນື່ອງ​ຈາກ​ພຣະ​ຜູ້​ເປັນ​ເຈົ້​າ​ຈອມ​ໂຍ​ທາ​ພຣະ​ເຈົ້າ​ຂອງ​ເຂົາ” 6 “ໃນ​ວັນ​ນັ້ນ ເຮົາ​ຈະ​ກະ​ທຳ​ໃຫ້​ຫົວ​ຫນ້າ​ຕະ​ກູນ​ຢູ​ດາ​ທັງ​ຫລາຍ​ເຫມືອນຫມໍ້​ຮ້ອນ​ແດງ​ຢູ່​ຖ້າມ​ກາງກອງ​ຟືນ ເຫມືອນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງ​ນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ແລະ​ຈະ​ເຜົາ​ຜານ​ບັນ​ດາ​ຊົນ​ຊາດ​ທັງ​ຫລາຍ​ທີ່​ຢູ່​ລ້ອມ​ຮອບ​ໄປ​ທາງ​ຂວາ​ແລະ​ໄປ​ທາງ​ຊ້າຍ​ເສັຽ ຝ່າຍ​ເຢ​ຣູ​ຊາ​ເລັມ​ຈະ​ມີ​ຄົນ​ອາ​ໄສ​ຢູ່​ໃນ​ທີ່​ດິນ​ນັ້ນ​ເອງ ຄື​ເຢ​ຣູ​ຊາ​ເລັມ 7 “ແລະ​ພຣະ​ຜູ້​ເປັ​ນ​ເຈົ້າ​ຈະ​ປະ​ທານ​ໄຊ​ຊະນະ​ແກ່​ເຕັນ​ຂອງ​ຢູ​ດາ​ກ່ອນ ເພື່ອ​ວ່າ​ສັກ​ສີ​ແຫ່ງ​ຣາ​ຊວົງ​ດາ​ວິດ ແລະ​ສັກ​ສີ​ແຫ່ງ​ຊາວ​ເຢ​ຣູ​ຊາ​ເລັມ​ຈະ​ບໍ່​ໄດ້​ເປັນ​ທີ່​ຍົກ​ຍ້ອງ​ເຫນືອກວ່າ​ຂອງ​ຢູ​ດາ 8 ໃນ​ວັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັງ​ຊາວ​ເຢ​ຣູ​ຊາ​ເລັມ​ໄວ້ ເພື່ອ​ວ່າ​ຄົນ​ທີ່​ອ່ອນ​ແອ​ທີ່​ສຸດ​ຖ້າມ​ກາງ​ເຂົາ ໃນ​ວັນ​ນ​ນັ້ນ​ຈະ​ເປັນ​ເຫມືອນ​ດາ​ວິດ ແລະ​ ຣາ​ຊວົງ​ຂອງ​ດາ​ວິດ​ຈະ​ເປັນ​ເຫມືອນ​ພຣະ​ຜູ້​ເປັນ​ເຈົ້າ ເຫມືອນ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ຫນ້າ​ເຂົາ​ທັງ​ຫລາຍ​ 9 ໃນ​ວັນ​ນັ້ນ ເຮົາ​ຈະ​ສ​ແວງ​ທີ່​ຈະ​ທຳ​ລາຍ​ປະ​ຊາ​ຊາດ​ທັງ​ສິ້ນ​ຊຶ່ງ​ເຂົ້າ​ມາ​ຕໍ່​ສູ້​ເຢ​ຣູ​ຊາ​ເລັມ 10 “ແລະ​ເຣົາຈະ​ເທວິນ​ຍານ​ແຫ່ງ​ຄວາມ​ເມດ​ຕາ​ເອັນ​ດູ ແລະ​ການ​ອ້ອ​ນວອນ​ເທິງ​ຣາ​ຊວົງ​ດາ​ວິດ ແລະ​ຊາວ​ເຢ​ຣູ​ຊາ​ເລັມ ດັ່ງ​ນັ້ນ​ເມື່ອ​ເຂົ​າ​ທັງ​ຫລາຍມອງ​ເບິ່ງ​ເຮົາ ຜູ້​ຊຶ່ງ​ເຂົາ​ເອງ​ໄດ້​ແທງ ເຂົາ​ຈະ​ໄວ້​ທຸກ​ເພື່ອ​ບຸດ​ຄົນ​ດຽວ​ຂອງ​ຕົນ ແລະ​ຮ້ອງ​ໄຫ້​ຢ່າງ​ຂົ່ມ​ຂື່ນ​ເພື່ອ​ທ່ານ ເຫມືອນ​ຢ່າງ​ຄົນ​ຮ້ອງ​ໄຫ້​ເພື່ອ​ບຸດ​ຫົວ​ປີ​ຂອງ​ຕົນ 11 ໃນ​ວັນ​ນັ້ນ ການ​ໄວ້​ທຸກ​ໃນ​ເຢ​ຣູ​ຊາ​ເລັມ​ຈະ​ໃຫຍ່​ໂຕ​ຢ່າງ​ການ​ໄວ້​ທຸກ​ເພື່ອຮາດາດ​ຣີມ​ໂມນ​ໃນ​ທີ່​ຮາບ​ເມ​ກິດ​ໂດ 12 ແຜ່ນ​ດິນ​ຈະ​ໄວ້​ທຸກ ຕາມ​ຄອບ​ຄົວ​ແຕ່​ລະ​ຄອບ​ຄົວ ຄອບ​ຄົວ​ຣາ​ຊວົງ​ດາ​ວິດຕ່າງ​ຫາກ ແລະ​ບັນ​ດາ​ພັ​ຣ​ຍາ​ຂອງ​ທ່ານ​ຕ່າງ​ຫາກ ຄອບ​ຄົວ​ຂອງວົງ​ນາ​ທານ​ຕ່າງ​ຫາກ ແລະ​ບັນ​ດາ​ພັ​ຣ​ຍາ​ຂອງ​ເຂົາ​ຕ່າງ​ຫາກ 13 ຄອບ​ຄົວ​ຂອງວົງ​ເລ​ວີ​ຕ່າງ​ຫາກ ແລະ​ພັ​ຣ​ຍາ​ຂອງ​ເຂົ​າ​ຕ່າງ​ຫາກ ຄ​ອບ​ຄົວ​ຕະ​ກູນ​ຊີເມ​ອີ​ຕ່າງຫາກ ແລະ​ພັ​ຣ​ຍາ​ຂອງ​ເຂົາ​ຕ່າງ​ຫາກ 14 ແລະ​ທຸກ​ຄອບ​ຄົວ​ທີ່​ເຫລືອ​ຢູ່​ກໍ​ໄວ້​ທຸກ​ຕ່າງ​ຫາກ ແລະ​ພັ​ຣ​ຍາ​ຂອງ​ເຂົາ​ຕ່າງ​ຫາກ

ເຊຄາຣິຢາ 13

1 “ໃນ​ວັນ​ນັ້ນ ຈະ​ມີ​ນ້ຳ​ພຸ​ພຸ່ງ​ຂື້​ນ​ສຳ​ລັບ​ຣາ​ຊວົງ​ຂອງ​ດາ​ວິດ ແລະ​ຊາວ​ເຢ​ຣູ​ຊາ​ເລັມ ເພື່ອ​ຈະ​ຊຳ​ຮະ​ເຂົາ​ໃຫ້​ພົ້ນ​ຈາກ​ບາບ​ແລະ​ຄວາມ​ບໍ່​ສະ​ອາດ 2 “ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ກ່າວ​ວ່າ ໃນ​ວັນ​ນັ້ນ ເຮົາ​ຈະ​ກຳ​ຈັດ​ຊື່ຂອງ​ຮູບ​ເຄົາ​ຣົບ​ເສັຽ​ຈາກ​ແຜ່ນ​ດິນ ເພື່ອ​ວ່າ​ເຂົາ​ຈະ​ຣະ​ລຶກ​ເຖິງ​ອີກ​ບໍ່​ໄດ້​ເລີຍ ແລະ​ເຮົ​າ​ຈະ​ໄລ່​ຜູ້​ປະ​ກາດ​ພຣະ​ທັມ ແລະ​ວິນ​ຍານ​ທີ່​ບໍ່​ສະ​ອາດ​ໄປ​ເສັຽ​ຈາກ​ແຜ່ນ​ດິນ 3 ຖ້າ​ມີ​ຜູ້​ໃດ​ປາ​ກົດ​ຕົວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມອີກ ບິ​ດາ​ມານ​ດາ​ຜູ້​ໃຫ້​ເຂົາ​ບັງ​ເກີດ​ມາ​ນັ້ນ​ຈະ​ເວົ້າ​ກັບ​ເຂົາ​ວ່າ “ເຈົ້າ​ຢ່າ​ມີ​ຊີ​ວິດ​ຢູ່​ເລີຍ ເພາະ​ເຈົ້າ​ເວົ້າ​ຕົວະ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ເມື່ອ​ເຂົາ​ປະ​ກາດ​ພຣະ​ທັມ ບິ​ດາ​ມານ​ດາ​ຜູ້​ໃຫ້​ເຂົາ​ເກີດ​ມາ​ຈະ​ແທງ​ເຂົາ​ໃຫ້​ທະ​ລຸ 4 ໃນ​ວັນ​ນັ້ນ ຜູ້​ປະ​ກາດ​ພຣະ​ທັມ​ທຸກ​ຄົນ​ຈະ​ມີ​ຄວາມ​ລະ​ອາຍ​ເພາະ​ນິ​ມິດ​ຂອງ​ເຂົາ​ເມື່ອ​ປະ​ກາດ​ພຣະ​ທັມ ເຂົາ​ຈະ​ບໍ່​ສວມ​ຜ້າ​ມີ​ຂົນ​ເພື່ອ​ລໍ້​ລວງ​ອີກ​ຕໍ່​ໄປ 5 ແຕ່​ເຂົາ​ຈະ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ ຂ້າ​ພະ​ເຈົ້າ​ເປັນ​ຊາວ​ນາ ເພາະ​ວ່າ​ພື້ນ​ດິນ​ເປັນ​ກຳ​ມະ​ສິດ​ຂອງ​ຂ້າ​ພະ​ເຈົ້າ ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຫນຸ່ມ” 6 ແລະ​ຖ້າ​ຜູ້​ໃດ​ຈະ​ຖາມ​ເຂົາ​ວ່າ, “ເປັນ​ຫຍັງ​ທ່ານ​ມີ​ແຜ​ເປັນ​ທີ່​ຫລັງ?” ເຂົາ​ຈະ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ແຜ​ເປັນ​ນັ້ນ​ໃນ​ເຮືອນ​ຂອງ​ພວກ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ”

ກ​ານ​ຕີ​ຄົນ​ລ້ຽງ​ແກະ​ຂອງ​ພຣະ​ເຈົ້າ

7 ພຣະ​ຜູ້​ເປັນ​ເຈົ້າ​ຈອມໂຍ​ທາ​ສັ່ງ​ວ່າ, “ດາບ​ເອີຍ ຈົ່ງ​ຕື່ນ​ຂື້​ນ​ຕໍ່​ສູ້​ຄົນ​ລ້ຽງ​ແກະ​ຂອງ​ເຣົາ ຈົ່ງ​ຕໍ່​ສູ້​ຄົນ​ລ້ຽງ​ແກະ ແລະ​ຝູງ​ແກະ​ນັ້ນ​ຈະ​ກະ​ຈັດ​ກະ​ຈາຍ​ໄປ ເຣົາ​ຈະ​ກັບ​ມື​ຂອງ​ເຮົ​າ​ຕໍ່​ສູ້​ກັບ​ຕົວ​ເລັກ​ຕົວ​ນ້ອຍ 8 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ ທົ່ວ​ທັງ​ແຜ່ນ​ດິນ​ຈະ​ຕ້ອງ​ກຳ​ຈັດ​ເສັຽໃຫ້​ພິ​ນາດສອງ​ໃນ​ສາມ ແລະ​ເຫລືອ​ໄວ້​ນຶ່ງ​ໃນ​ສາມ 9 ເຮົາ​ຈະ​ເອົາ​ນຶ່ງ​ໃນ​ສາມ​ນີ້​ໃສ່​ໃນ​ໄຟ ແລະ​ເຮົາ​ຈະ​ຫລໍ່​ຫລອມ​ເຂົາ​ເຫມືອນ​ຫລໍ່​ຫລອມ​ເງິນ ແລະ​ລອງ​ເບິ່ງ​ເຂົາ​ເຫມືອນ​ທົດ​ລອງ​ທອງ​ຄຳ ເຂົາ​ຈະ​ຮ້ອງ​ທູນ​ອອກ​ພຣະ​ນາມ​ຂອງ​ເຣົາ ແລະ​ເຮົາ​ຈະ​ຕອບ​ເຂົາ ເຮົາ​ຈະ​ກ່າວ​ວ່າ “ເຂົາ​ທັງ​ຫລາຍ​ເປັນ​ຊົນ​ຊາດ​ຂອງ​ເຣົາ” ແລະ​ເຂົາ​ຈະ​ກ່າວ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ”

ເຊຄາຣິຢາ 14

ເຢ​ຣູ​ຊາ​ເລັມ​ແລະ​ປະ​ຊາ​ຊາດ​ຕ່າງໆ

1 ເບິ່ງ​ແມ໋ ວັນ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ແລ້ວ ເມື່ອ​ຊັບ​ສິນ​ທີ່​ເຂົາ​ຍຶດ​ໄປ​ຈາກ​ເຈົ້າ​ນັ້ນ ເຂົາ​ຈະ​ແບ່ງ​ກັນ​ຖ້າມ​ກາງ​ເຈົ້າ 2 ເພາະ​ເຮົາ​ຈະ​ຮວບ​ຮວມ​ປະ​ຊາ​ຊາດ​ທັງ​ຫລາຍ​ໃຫ້​ທຳ​ເສິກ​ກັບ​ເຢ​ຣູ​ຊາ​ເລັມ ເມືອງ​ນັ້ນ​ຈະ​ຖືກ​ຍຶດ ເຂົາ​ຈະ​ປຸ້ນ​ເອົາ​ຊັບ​ໃນ​ເຮືອນ​ແລະ​ຂົ່ມ​ຂືນ​ຜູ້​ຍິງ ພົລ​ເມືອງ​ເຄິ່ງ​ນຶ່ງ​ຈະ​ຕົກ​ໄປ​ເປັນ​ຊະ​ເລີຍ ປະ​ຊາ​ຊົນ​ສ່ວນ​ທີ່​ເຫລືອ​ຢູ່​ຈະ​ບໍ່​ຖືກ​ຕັດ​ອອກ​ເສັຽ​ຈາກ​ເມືອງ 3 ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ອອກ​ໄປ​ຕໍ່​ສູ້​ກັບ​ປະ​ຊາ​ຊາດ​ເຫລົ່າ​ນັ້ນ​ເຫມືອນ​ເມື່ອ​ພຣະ​ອົງ​ຊົງ​ຕໍ່​ສູ້​ໃນ​ວັນ​ສົງ​ຄາມ 4 ໃນ​ວັນ​ນັ້ນ​ພຣະ​ບາດ​ຂອງ​ພຣະ​ອົງ​ຈະ​ຢືນ​ຢູ່​ທີ່​ພູ​ເຂົາ​ຫມາກກອກ​ເທດ ຊຶ່ງ​ຢູ່​ຫນ້າ​ເມືອງ​ເຢ​ຣູ​ຊາ​ເລັມ​ດ້ານ​ຕາ​ເວັນ​ອອກ ແລະ​ພູ​ເຂົາ​ຫມາກກອກ​ເທດ​ນັ້ນ​ຈະ​ແຍກ​ອອກ​ເປັນ​ສອງ​ສ່ວນ​ຈາກ​ທິດ​ຕາ​ເວັນ​ອອກ​ໄປ​ທິດ​ຕາ​ເວັນ​ຕົກ ໂດຍ​ມີ​ຫຸບ​ເຂົາ​ອັນກວ້າງ​ຂວາງຢູ່ຫວ່າງ​ກາງ ພູ​ເຂົາ​ເຄິ່ງ​ນຶ່ງ​ຈຶ່ງ​ຈະ​ເຄື່ອນໄປ​ທາງ​ເຫນືອ ແລະ​ອີກ​ເຄິ່ງ​ນຶ່ງ​ຈະເຄື່ອນ​ໄປ​ທາງ​ໃຕ້ 5 ແລະຫຸບ​ເຂົາ​ແຫ່ງ​ບັນ​ດາ​ພູ​ເຂົາ​ຂອງ​ເຮົາ​ນັ້ນ​ຈະ​ຖືກ​ກັ້ນ​ເສັຽ ເພາະ​ວ່າ​ຫຸບ​ເຂົາ​ແຫ່ງ​ບັນ​ດາ​ພູ​ເຂົາ​ຈະ​ມາ​ເຖິງ​ອາ​ຊານ ແລະ​ທ່ານ​ທັງ​ຫລາຍ​ຈະ​ຕ້ອງ​ຫນີ​ໄປ ຢ່າງ​ທີ່​ຫນີ​ຈາກ​ແຜ່ນ​ດິນ​ໄຫວ​ສະ​ໄຫມ​ອຸ​ສ​ຊີ​ຢາ​ກະ​ສັດ​ປະ​ເທດ​ຢູ​ດາ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຣົາ​ຈະ​ສະ​ເດັດ​ມາ ແລະ​ຝູງ​ທູດ​ສວັນ​ຈະ​ມາ​ກັບ​ພຣະ​ອົງ 6 ໃນ​ວັນ​ນັ້ນ​ຈະ​ບໍ່​ມີ​ຄວາມ​ຫນາວ​ແລະ​ນ້ຳ​ຄ້າງ​ແຂງ 7 ຈະ​ມີ​ແຕ່​ວັນ (ພຣະ​ຜູ້​ເປັນ​ເຈົ້​າ​ຊົງ​ຊາບ) ບໍ່​ແມ່ນ​ກາງວັນ​ສ​ລັບ​ກາງຄືນ ແຕ່​ເວ​ລາ​ຄ່ຳ​ຈະ​ມີ​ແສງ​ສວ່າງ 8 ໃນ​ວັນ​ນັ້ນ​ນ້ຳ​ພູ​ຈະ​ໄຫລ​ອອກ​ຈາກ​ເຢ​ຣູ​ຊາ​ເລັມ ເຄິ່ງ​ນຶ່ງ​ຈະ​ໄຫລໄປ​ສູ່​ທະ​ເລ​ດ້ານ​ຕາ​ເວັນ​ອອກ ແລະ​ເຄິ່ງ​ນຶ່ງ​ຈະ​ໄຫລ​ໄປ​ສູ່ທະ​ເລ​ດ້ານ​ຕາເວັນ​ຕົກ ໃນ​ຣະ​ດູ​ຮ້ອນກໍ​ຈະ​ໄຫລ​ເລື້ອຍ​ໄປ​ດັ່ງ​ໃນ​ຣະ​ດູ​ຫນາວ 9 ແລະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເປັນ​ກະ​ສັດ​ເຫນືອ​ພິ​ພົບ​ທັງ​ສິ້​ນ ໃນ​ວັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເປັນ​ເອກ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ເປັນ​ເອກ 10 ແຜ່ນ​ດີນ​ທັງ​ສິ້ນ​ຈະ​ກາຍ​ເປັນ​ທີ່​ຮາບ​ພຽງ​ຈາກ​ເກ​ບາ​ເຖິງ​ຣີມ​ໂມນໃຕ້​ເຢ​ຣູ​ຊາ​ເລັມ ແຕ່​ເຢ​ຣູ​ຊາ​ເລັມ​ຈະ​ດຳ​ຣົງ​ສູງເດັ່ນ​ຢູ່​ໃນ​ທີ່​ຕັ້ງ​ຂອງ​ເມືອງ​ນັ້ນ​ຈາກ​ປະ​ຕູ​ເບັນ​ຢາ​ມິນ​ເຖິງ​ສະ​ຖານ​ທີ່​ທີ່​ເປັນ​ປະ​ຕູ​ເກົ່າ ເຖິງ​ປະ​ຕູ​ແຈ ແລະ​ຈາກ​ຫໍຄອຍ​ຮາ​ນານ​ເອນ​ເຖິງບໍ່​ຢ່ຳ​ອະ​ງຸ່ນ​ຂອງ​ກະ​ສັດ 11 ແລະ​ຈະ​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ເພາະ​ບໍ​ມີ​ຄຳ​ສາບ​ແຊ່ງ​ອີກ​ແລ້ວ ເຢ​ຣູ​ຊາ​ເລັມ​ຈະ​ຢູ່​ຢ່າງ​ປອດ​ພັຍ 12 ຕໍ່​ໄປ​ນີ້​ເປັນ​ໄພ​ວິ​ບັດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໃຊ້​ໂຈມ​ຕີ​ບັນ​ດາ​ຊົນຊາດ​ທັງ​ຫລາຍ​ທີ່​ທຳ​ສົງ​ຄາມ​ກັບ​ເຢ​ຣູ​ຊາ​ເລັມ ຄື​ຊີ້ນ​ຂ​ອງ​ເຂົາ​ຈະ​ເນົ່​າ​ໄປ​ເມື່ອ​ເຂົາ​ຍັງ​ຢືນ​ຢູ່​ໄດ້ ຕາ​ຂອງ​ເຂົາ​ຈະ​ເນົ່າ​ຄາ​ເບົ້າ​ຕາ ແລະ​ລີ້ນ​ຂອງ​ເຂົາ​ຈະ​ເນົ່​າ​ຄາ​ປາກ 13 ໃນ​ວັນ​ນັ້ນ ການ​ສັບສົນ​ອົນ​ລະ​ຫມ່ານ​ຢ່າງ​ໃຫຍ່​ໂຕ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕົກ​ລົງ​ເຫນືອ​ເຂົາ​ທັງ​ຫລາຍ ເພາະ​ສະ​ນັ້ນ​ຄົນ​ນຶ່ງ​ຈະ​ຈັບ​ຄຸມ​ເພື່ອນ​ຂອງ​ຕົນ ແລະ​ເຂົາ​ຈະ​ຍົກ​ມື​ຂື້ນ​ຕໍ່​ສູ້​ກັນແລະ​ກັນ 14 ແມ້ວ່າ​ຢູ​ດາກໍ​ຈະ​ຕໍ່​ສູ້​ກັນ​ທີ່​ເຢ​ຣູ​ຊາ​ເລັມ ຊັບ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​ທັງສິ້ນ​ທີ່​ຢູ່​ລ້ອມ​ຮອບ​ຈະ​ຖືກ​ເກັບ ມີ​ທອງ​ຄຳ ເງິນ ແລະ​ເສື້ອ​ຜ້າ​ຫລວງ​ຫລາຍ 15 ແລະ​ໄພ​ວິບັດ​ຢ່າງ​ນຶ່ງ​ທີ່​ເຫມືອນ​ໄພ​ວິ​ບັດ​ຢ່າງ​ນີ້​ຈະ​ບັງ​ເກີດ​ແກ່​ມ້າ ລໍ ອູດ ແລະ​ລາ ແ​ລະ​ບໍ່​ວ່າ​ສັດ​ຊະ​ນິດ​ໃດຊຶ່ງ​ມີ​ຢູ່​ໃນ​ຄ້າຍ​ເຫລົ່າ​ນັ້ນ 16 ແລະ​ຢູ່​ມາ​ບັນ​ດາ​ຄົນ​ທີ່ເຫລືອ​ຢູ່​ໃນ​ປະ​ຊາ​ຊາດ​ທັງ​ປວງ​ຊຶ່ງ​ຍົກ​ຂື້ນ​ມາ​ສູ້​ຮົບ​ກັບ​ເຢ​ຣູ​ຊາ​ເລັມ ຈະ​ຂື້ນ​ໄປ​ນະ​ມັ​ສ​ການ​ກະ​ສັດ​ປີ​ແລ້ວ​ປີ​ເລົ່າ​ ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ແລະ​ຈະ​ຖື​ເທສ​ການ​ປຸກຕູບ​ຢູ່ 17 ຖ້າ​ຕະ​ກູນ​ໃດ​ໃນ​ພື້ນ​ພິ​ພົບ​ບໍ່​ຂື້ນ​ໄປ​ຍັງ​ເຢ​ຣູ​ຊາ​ເລັມ ເພື່ອ​ນະ​ມັ​ສາການ​ກະ​ສັດ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ ຝົນ​ກໍ​ຈະ​ບໍ່​ຕົກ​ເຫນືອ​ເຂົາ​ເຫລົ່​າ​ນັ້ນ 18 ແລະ​ຖ້າ​ຕະ​ກູນ​ເອຢິບ​ບໍ່​ຂື້ນ​ມາ​ປາ​ກົດ​ຕົວ​ທີ່​ນັ້ນ ເຂົາ​ກໍ​ຈະ​ບັງເກີດ​ໄພ​ວິ​ບັດ​ບໍ່​ເຫມືອນ​ໄພ​ວິ​ບັດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໃຊ້​ໂຈມ​ຕີ​ປະ​ຊາ​ຊາດ​ອື່ນໆ ຊຶ່ງບໍ່ຂື້ນ​ໄປ​ຖື​ເທ​ສ​ການ​ປຸກ​ຕູບ​ຢູ່ 19 ທີ່​ກ່າວ​ນີ້ຈະ​ເປັນ​ການ​ລົງ​ໂທດ​ເອ​ຢິບ ແລະ​ປະ​ຊາ​ຊາດ​ທັງ​ສິ້ນ ຊຶ່ງ​ບໍ່​ຂື້ນ​ໄປ​ຖື​ເທ​ສ​ການ​ປຸກ​ຕູບ​ຢູ່ 20 ແລະ​ໃນ​ວັນ​ນັ້ນ​ໂສ້​ທີ່​ຜູກ​ມ້າ​ຈະ​ມີ​ຄຳ​ຈາ​ຣຶກວ່າ “ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” ແລະ​ຫມໍ້​ຊຶ່ງຢູ່​ໃນ​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປັນ​ເຫມືອນ​ຊາມ​ຊຶ່ງ​ຢູ່​ຫນ້າ​ແທ່ນ​ບູ​ຊາ 21 ແລະ​ຫມໍ້​ທຸກ​ຫນ່ວຍ​ໃນ​ເຢ​ຣູ​ຊາ​ເລັມ​ແລະ​ຢູ​ດາ ຈະ​ເປັນ​ຂອງ​ບໍ​ຣິ​ສຸດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ ເພື່ອ​ວ່າ​ທຸກ​ຄົນ​ທີ່​ມາ​ຖວາຍ​ສັ​ຕ​ບູ​ຊາ​ຈະ​ເອົາ​ຫມໍ້​ໄປ ແລະ​ຈະ​ຕົ້ມ​ຊີ້​ນ​ໃນ​ຫ​ມໍ້​ເຫລົ່າ​ນັ້ນ ໃນ​ວັນ​ນັ້ນ​ຈະ​ບໍ່​ມີ​ພໍ່​ຄ້າ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ອີກ​ຕໍ່​ໄປ

ມາລາກີ 1

ພຣະ​ເຈົ້າ​ຊົງ​ຮັກ​ອິສ​ຣາ​ເອນ

1 ຕໍ່​ໄປ​ນິ້ ແມ່ນ​ພຣະ​ຄັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໃຫ້​ມາ​ລາ​ກີ ບອກ​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຄື 2 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ຮັກ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ຊ້ຳ​ຕອບ​ວ່າ ພຣະ​ອົງ​ໄດ້​ຮັກ​ພວກ​ຂ້າ​ພຣະ​ອົງຢ່າງ​ໃດ?” ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ, “ເອ​ຊາວ ແລະ​ຢາ​ໂຄບ​ເປັນ​ອ້າຍ​ນ້ອງ​ກັນ ແຕ່​ເຮົາ​ຮັກ​ຢາ​ໂຄບ ແລະ​ເຊື້ອ​ສາຍ​ຂອງ​ເຂົາ 3 ແຕ່​ເຮົາ​ຊັງ​ເອ​ຊາວ​ພ້ອມ​ທັງ​ເຊື້ອ​ສາຍ​ຂອງ​ເຂົາ ເຮົາ​ໄດ້​ທຳ​ລາຍ​ດິນ​ແດນ​ພູ​ເຂົາ​ຂອງ​ເອ​ຊາວ ແລະ​ໃຫ້​ດິນ​ແດນ​ນັ້ນ​ເປັນ​ຖິ່ນ​ຂອງ​ສັດ​ປ່າ” 4 ຖ້າ​ຫາກ​ຊາວ​ເອ​ໂດມ​ເຊື້ອ​ສາຍ​ຂອງ​ເອ​ຊາວ​ເວົ້າ​ວ່າ, “ເມືອງ​ຂອງ​ພວກ​ເຮົາ​ຖືກ​ທຳ​ລາຍ ແຕ່​ພວກ​ເຮົາ​ຈະ​ສ້າງ​ມັນ​ຂື້ນ​ໃຫ​ມ່” ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ກໍ​ຊົງ​ຕອບ​ວ່າ, “ປ່ອຍ​ໃຫ້​ພວກ​ເຂົາ​ສ້າງ​ຂຶ້ນ​ໃຫມ່​ເຮົາ​ຈະ​ທຳ​ລາຍ​ມັນ​ລົງ​ອີກ ປະ​ຊາ​ຊົນ​ຈະ​ເອີ້ນ​ເມືອງ​ນັ້ນ​ວ່າ ເປັນ​ເມືອງ​ເຄາະ​ຮ້າຍ ແລະ​ເປັນ​ຊົນ​ຊາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພິ​ໂຣດ​ຢູ່​ສືບໆ​ໄປ 5 ພວກ​ເຈົ້າ​ຈະ​ເຫັນສິ່ງ​ເຫລົ່າ​ນັ້ນ ດ້ວຍ​ຕາ​ຂອງພວກ​ເຈົ້າ​ເອງ ແລະ​ພວກ​ເຈົ້າ​ຈະ​ເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຍິ່ງ​ໃຫຍ່ ເຖິງ​ແມ່ນ​ຈະ​ຢູ່ນອກ​ເຂດ​ແດນ​ຂອງ​ອິສ​ຣາ​ເອນ​ກໍ​ຕາມ”

ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຂະ​ຫນາບ​ພວກ​ປະ​ໂຣ​ຫິດ

6 ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ ຊົງ​ກ່າວ​ກັບ​ຝ່າຍປະ​ໂຣ​ຫິດ​ວ່າ, “ບຸດ​ຍ່ອມ​ນັບ​ຖື​ບິ​ດາ​ມານ​ດາ ແຫ່ງ​ຕົນ ແລະ​ຄົນ​ໃຊ້​ຍ່ອມ​ນັບ​ຖື​ນາຍ​ແຫ່ງ​ຕົນ ເຮົາ​ເປັນພຣະ​ບິ​ດາຂອງ​ເຈົ້າ ​ເປັນ​ຫຍັງ​ຈຶ່ງ​ບໍ່​ນັບ​ຖືເຮົາ? ແລະ​ຖ້າ​ເຮົາ​​ເປັນ​ນາຍ​ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ຢຳ​ເກງ​ເຮົາ? ເຈົ້າ​ດູ​ຫມິ່ນ​ປມາດ​ເຮົາ ແລະ​ນອກໄປ​ຈາກ​ນິ້​ເຈົ້າ​ຍັງ​ຖາມ​ວ່າ ພວກ​ຂ້າ​ພຣະ​ອົງດູ​ຫມິ່ນ​ປ​ມາດ​ພຣະ​ອົງ​ຢ່າງ​ໃດ? 7 ຢ່າງ​ນິ້​ແຫລະ, ຄື​ນຳ​ເອົາ​ອາ​ຫານ​ທີ່​ມີ​ມົນ​ທິນ​ມາ​ຖວາຍ​ເທິງ​ແທ່ນ​ບູ​ຊາ​ຂອງ​ເຮົາ ແລ້ວ​ກໍ​ຖາມ​ວ່າ, “ພວກ​ຂ້າ​ພຣະ​ອົງໄດ້​ໃຫ້​ຄວາມ​ນັບ​ຖື​ແດ່​ພຣະ​ອົງ​ລົດ​ຫນ້ອຍ​ລົງ​ຢ່າງ​ໃດ? ເຮົາ​ຈະ​ບອກ​ພວກ​ເຈົ້າ​ຄື​ວ່າ ເຈົ້າ​ບໍ່​ໄດ້​ເຄົາ​ຣົບ​ນັບ​ຖື​ແທ່ນ​ບູ​ຊາ​ຂອງ​ເຮົາ 8 ເມື່ອ​ເຈົ້າ​ນຳ​ສັດ​ຕາ​ບອດ ສັດ​ເສັຽ​ຂາ ຫລື​ສັດ​ເປັນພ​ຍາດ​ມາ​ຖວາຍ​ແກ່​ເຮົາ ເຈົ້າ​ຄິດ​ວ່າ​ເປັນ​ການ​ຖືກ​ຕ້ອງ​ແລ້ວ​ຫລື? ຈົ່ງ​ນຳ​ສັດ​ເຫລົ່າ​ນັ້ນ​ໄປ​ໃຫ້​ຜູ້​ປົກ​ຄອງ​ຂອ​ງ​ເຈົ້າ​ລອງ​ເບິ່ງ ເຂົາຈະ​ພໍ​ໃຈ​ເຈົ້າ ຫລື​ໃຫ້​ຄວາມ​ດີ​ຄວາມ​ຊອບ​ເຈົ້າ​ບໍ?” 9 ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ວ່າ, “ບັດ​ນິ້ ​ປະ​ໂຣ​ຫິດ​ທັງ​ຫລາຍເອີຍ ລອງ​ອ້​ອນວອ​ນທູນ​ຂໍ​ຕໍ່​ພຣະ​ເຈົ້າ ໃຫ້​ພຣະ​ອົງ​ຊົງ​ກະ​ຣຸ​ນາ​ຕໍ່​ພວກ​ເຈົ້າ​ເບິ່ງ ພຣະ​ອົງ​ຄົງ​ຈະ​ບໍ່​ຕອບ​ຄວາມ​ອ້ອນວອນ​ຂອງ​ພວກ​ເຈົ້າ ແລະ​ຄົງ​ຈະ​ເປັນ​ຍ້ອນຄວາມ​ຜິດ​ຂອງ​ພວກ​ເຈົ້າ​ເອງ 10 ເຮົາ​ຢາກ​ໃຫ້​ມີ​ຈັກ​ຄົນ​ນຶ່ງ​ໃນ​ພວກ​ເຈົ້າ​ອັດ​ປະ​ຕູ​ວິຫານ ເພື່ອ​ບໍ່​ໃຫ້​ພວກ​ເຈົ້າ​ໄຕ້​ໄຟ​ເທິງ​ແທ່ນ​ບູ​ຊາ​ຂອງ​ເຮົາ​ຢ່າງ​ໄຮ້​ປ​ໂຍດ ເຮົາ​ບໍ່​ພໍ​ໃຈ​ພວກ​ເຈົ້າ ແລະ​ກໍ​ຈະ​ບໍ່​​ຮັບ​ເຄື່ອງ​ບູ​ຊາ​ທີ່​ພວກ​ເຈົ້າ​ໄດ້​ນຳ​ມາ​ຖວາຍ​ເຮົາ 11 ຊົນ​ຊາດ​ທົ່ວ​ໂລກ ແຕ່​ທິດ​ຕາ​ເວັນ​ອອກ​ຫາ​ທິດ​ຕາ​ເວັນ​ຕົກ​ໃຫ້​ກຽດ​ແກ່​ເຮົາ ໃນ​ທຸກໆ​ບ່ອນ​ມີ​ຄົນ​ເຜົາ​ເຄື່ອງ​ຫອມ ແລະ​ເຄື່ອງ​ບູ​ຊາ​ອັນ​ບໍ​ຣິ​ສຸດ​ຖວາຍ​ເຮົາ ຄົນ​ທຸກ​ຄົນ​ກໍ​ໃຫ້​ກຽດ​ເຮົາ 12 ແຕ່​ພວກ​ເຈົ້າ​ດູ​ຫມິ່ນ​ປະ​ຫ​ມາດ​ເຮົາ ເມື່ອ​ເຈົ້າ​ເວົ້າ​ວ່າ, ແທ່ນ​ບູ​ຊາ​ຂອງ​ເຮົາ​ຫນ້າ​ຂີ້​ດຽດ ແລະ​ດູ​ຫມິ່ນ​ປ​ມາດອາ​ຫານ​ທີ່​ພວກ​ເຈົ້າ​ຖວາຍ​ໃນ​ທີ່​ນັ້ນ 13 ພວກ​ເຈົ້າ​ເວົ້າ​ວ່າ ຊ່າງ​ອີດ​ເມື່ອຍ​ຕໍ່​ການ​ຖວາຍ​ນິ້​ແທ້ ແລະ​ປິ່ນ​ຫນ້າ​ຫນິ​ຈາກ​ເຮົາ ພວກ​ເຈົ້າ​ນໍາ​ສັດທີ່​ລັກ​ມາ​ຖວາຍ​ແກ່​ເຮົາ ຫລື​ສັດ​ເສັຽ​ຂາ ແລະ​ເປັນ​ພ​ຍາດ ເຈົ້າ​ຄິດ​ວ່າ ເຮົາ​ຈະ​ຮັບ​ຫລື? 14 ຄຳ​ສາບ​ແຊ່ງ​ຈະ​ຕົກ​ຖືກ​ຄົນ​ຂີ້​ໂກງ ຜູ້​ຊຶ່ງ​ໄດ້​ສັນ​ຍາ​ວ່າ ຈະ​ຖວາຍ​ສິ່ງ​ທີ່​ດີ​ໃຫ້​ແກ່​ເຮົາ ແຕ່​ແລ້ວ ເຂົາ​ໄດ້​ນຳ​ເອົາ​ສັດ​ທີ່​ມີ​ມົນ​ທິນ​ມາ​ເຜົາ​ຖວາຍ​ບູ​ຊາ​ແກ່​ເຮົາ ໃນ​ເມື່ອ​ສັດ​ໂຕ​ດີໆ​ຂອງ​ເຂົາ​ກໍ​ຍັງ​ມີ​ເຕັມ​ຢູ່ ເຮົາ​ເປັນ​ພຣະ​ມະ​ຫາ​ກະ​ສັດ ປະ​ຊາ​ຊົນ​ທຸກ​ຊົນ​ຊາດ​ຈຶ່ງ​ຢຳ​ເກງ​ເຮົາ” ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ຊົງ​ກ່າວ​ດັ່ງ​ນິ້

ມາລາກີ 2

1 ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ວ່າ, “ບັດ​ນິ້ ປະ​ໂຣ​ຫິດ​ທັງ​ຫລາຍ​ເອີຍ ຕໍ່​ໄປ​ນີ້​ຄື​ຄຳ​ສັ່ງ​ສຳ​ລັບ​ພວກ​ເຈົ້າ 2 ເຈົ້າ​ຕ້ອງ​ຍົກ​ຍໍ​ໃຫ້​ກຽດ​ເຮົາ​ດ້ວຍ​ສິ່ງ​ທີ່​ເຈົ້າ​ກະ​ທຳ” ພຣະ​ອົງ​ຊົງ​ກ່າວ​ຕໍ່​ໄປ​ອີກວ່າ, “ພັກ​ພວກ​ເຈົ້າ​ບໍ່​ຟັງ​ໃນ​ສິ່ງ​ທີ່​ເຮົາ​ເວົ້າ ແລະ​ບໍ່​ໃສ່​ໃຈ​ໃນ​ສິ່ງ​ນັ້ນ​ຢ່າງຈິງ​ໃຈ ເຮົາ​ກໍ​ຈະ​ນໍາ​ຄວາມ​ສາບ​ແຊ່ງ​ມາ​ສູ່​ພວກ​ເຈົ້າ ເຮົາ​ຈະ​ນຳ​ເອົາ​ຄວາມ​ສາບ​ແຊ່ງ​ມາ​ໃສ່​ໃນ​ຜົນ​ດີ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ໃນ​ຖາ​ນະ​ເປັນ​ປະ​ໂຣ​ຫິດ ອັນ​ທີ່​ຈິງ ຄວາມ​ສາບ​ແຊ່ງ​ນັ້ນ​ໄດ້​ຕົກ​ມາ​ໃສ່​ພວກ​ເຈົ້າ​ແລ້ວ ກໍ​ຍ້ອນ​ວ່າ​ພວກ​ເຈົ້າ​ບໍ່​ໄດ້​ເອົາ​ຈິດ​ໃສ່​ໃຈ​ຊາ​ໃນ​ຄຳ​ສັ່ງ​ຂອງ​ເຮົາ​ຢ່າງ​ຈິງ​ຈັງ 3 ເຮົາ​ຈະ​ຂະ​ຫນາບ​ລູກຫລານ​ຂອງ​ພວກ​ເຈົ້າ ແລະ​ເອົາ​ຫນ້າ​ຂອງ​ພວກ​ເຈົ້າ​ຖູ​ໃສ່​ເຄື່ອງ​ໃນ​ສັດ ທີ່​ເອົາ​ມາ​ເຜົາ​ຖວາຍ​ບູ​ຊາ ແລະ​ເຮົາ​ກໍ​ຈະໂຍນ​ພວກ​ເຈົ້າ​ອອກ​ໄປ​ກັບ​ເຄື່ອງ​ບູ​ຊາ​ນັ້ນ 4 ພວກ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ໄດ້​ໃຫ້​ຄຳ​ສັ່ງ​ນິ້​ແກ່​ພວກ​ເຈົ້າ ເພື່ອ​ວ່າ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ທີ່​ເຮັດ​ໄວ້​ກັບ​ພວກ​ປະ​ໂຣ​ຫິດ ຄື​ເຊື້ອ​ສາຍ​ຂອງ​ເລ​ວີ​ນັ້ນ​ຈະ​ຄົງ​ຢູ່” 5 ໃນ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ​ນັ້ນ ເຮົາ​ໄດ້​ສັນ​ຍາ​ວ່າ ຈະ​ໃຫ້​ຊີ​ວິດ ແລະ​ການ​ຢູ່​ດີ​ກິນ​ດີ​ແກ່​ພວກ​ເຂົາ ເຮົາ​ໄດ້​ໃຫ້​ສິ່ງ​ທັງ​ປວງ​ນິ້ ເພື່ອ​ໃຫ້​ພວກ​ເຂົາ​ນັບ​ຖື​ເຮົາ ແລະ​ພວກ​ເຂົາ​ກໍ​ໄດ້​ນັບ​ຖື​ແລະ​ຢຳ​ເກງ​ເຮົາ 6 ພວກ​ເຂົາ​ໄດ້​ສອນ​ສິ່ງ​ທີ່​ຖືກ ແລະ​ບໍ່​ໄດ້​ສອນ​ສິ່ງ​ທີ່​ຜິດ ພວກ​ເຂົາ​ໄດ້​ເດີນ​ໄປ​ກັບ​ເຮົາ​ຢ່າງ​ຜາ​ສຸກ ພວກ​ເຂົາ​ໄດ້​ກະ​ທຳ​ສິ່ງ​ທີ່​ຖືກ ແລະ​ໄດ້​ຊ່ອຍ​ຫລາຍ​ຄົນ​ໃຫ້​ຫັນ​ຫນິ​ຈາກ​ການ​ທຳ​ຊົ່ວ 7 ແມ່ນ​ຫນ້າ​ທີ່​ຂອງ​ປະ​ໂຣ​ຫິດ​ທີ່​ຈະ​ສອນ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ ມະ​ນຸດ​ຈະ​ໄປ​ຫາ​ເຂົາ ເພື່ອ​ຮຽນ​ຮູ້​ຄວາມ​ປະ​ສົງ​ຂອງ​ເຮົາ ເພາະ​ວ່າ​ເຂົາ​ເປັນ​ຜູ້​ສົ່ງ​ຂ່າວ​ຂອງ​ພຣະ​ຜູ້ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ 8 ແຕ່​ພວກ​ເຈົ້າ​ໄດ້​ອ​ວ່າຍ​ຫນ້າ​ຫນິ​ຈາກ​ທາງ​ທີ່​ຊອບ​ທັມ ຄຳ​ສອນ​ຂອງ​ພວກ​ເຈົ້າ​ໄດ້​ພາ​ໃຫ້​ຫລາຍ​ຄົນ​ກະ​ທຳ​ຜິດ ເຈົ້າ​ໄດ້​ລະ​ເມີດຄໍາ​ຫມັ້ນ​ສັນ​ຍາ​ທີ່​ໄດ້​ກະ​ທຳ​ໄວ້​ກັບ​ເຈົ້າ 9 ສະ​ນັ້ນ ໃນ​ເທື່ອ​ນີ້ເຮົາ​ຈະ​ທຳໃຫ້​ປະ​ຊາ​ຊົນ​ອິສ​ຣາ​ເອນ​ຫມິ່ນ​ປມາດ​ພວກ​ເຈົ້​າ ເພາະ​ວ່າ​ພວກ​ເຈົ້າ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ເຮົາ ແລະ​ເມື່ອ​ພວກ​ເຈົ້າ​ສອນ​ກ່ຽວ​ກັບ​ຄວາມ​ປະ​ສົງ​ຂອງ​ເຮົາ ພວກ​ເຈົ້າ​ເອ​ງ​ຊ້ຳ​ພັດ​ເຮັດ​ບໍ່​ສັດ​ຊື່​ຕໍ່​ຄົນ​ທັງ​ຫລາຍ ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ໄດ້​ກ່າວ​ດັ່ງ​ນິ້

ພວກ​ອິສ​ຣາ​ເອນ​ບໍ່​ສັດ​ຊື່

10 ພວກ​ເຮົາ​ທຸກ​ຄົນ​ບໍ່​ໄດ້​ມີ​​ບິ​ດາ​ຄົນດຽວ​ກັນ​ຫລື ພຣະ​ເຈົ້າ​​ອົງ​ດຽວ​ທີ່​ໄດ້​ສ້າງ​ພວກ​ເຮົາ​ບໍ່​ແມ່ນ​ຫລື? ແລ້ວ​ດ້ວຍ​ເຫດ​ໃດ ​ພວກ​ເຮົາຈຶ່ງ​ຫມິ່ນ​ປມາດ​ຄຳ​ຫມັ້ນ​ສັນ​ຍາ​ຊຶ່ງ​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພວກ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຮົາ? 11 ປະ​ຊາ​ຊົນ​ຢູດາໄດ້​ລະ​ເມີດ​ຄຳ​ສັນ​ຍາ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ​ໄດ້​ເຮັດ​ສິ່ງທີ່​ຫນ້າ​ກຽດ​ຊັງ​ໃນ​ອິສ​ຣາ​ເອນ ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ພວກ​ເຂົາ​ໄດ້​ເຮັດ​ໃຫ້​ວິ​ຫານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ເປິະ​ເປື້ອນ ຜູ້​ຊາຍ​ໄດ້​ແຕ່ງ​ງານ​ກັບ​ຜູ້​ຍິງ​ທີ່​ນັບ​ຖື​ພຣະ​ຂອງ​ຊາດ​ອື່ນ 12 ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ລາຍ​ຜູ້​ທີ່​ກະ​ທຳ​ເຊັ່ນ​ນັ້ນ ແລະ​ຢ່າ​ຊົງ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຮ່ວມ​ໃນ​ຊົນ​ຊາດ​ຂອງ​ພວກ​ເຮົາ​ອີກ​ຈັກ​ເທື່ອ ຄື​ເຂົ້າ​ຮ່ວມ​ກັບ​ປະ​ຊາ​ຊົນ​ທີ່​ນຳ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ 13 ອີກ​ສິ່ງ​ນຶ່ງ​ທີ່​ເຈົ້າ​ໄດ້​ກະ​ທຳ ຄື​ພວກ​ເຈົ້າ​ຮ້ອງ​ໄຫ້ ແລະ​ຄວນ​ຄາງ​ໃສ່​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ພຣະ​ອົງ​ບໍ່​ຍອມ​ຮັບ​ແມ່ນ​ແຕ່​ຫລຽວ​ເບິ່ງ​ເຄື່ອງ​ບູ​ຊາ​ທີ່​ເຈົ້າ​ເອົາ​ມາ​ຖວາຍ​ນັ້ນ​ອີກ​ຕໍ່​ໄປ 14 ແລະ​ເຈົ້າ​ຖາມ​ວ່າ, “ເປັນ​ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ບໍ່​ຮັບ?” ກໍ​ເພາະ​ວ່າ​ພຣະ​ອົງ​ຊົງ​ຮູ້​ວ່າ​ເຈົ້າ​ໄດ້​ລະ​ເມີດ​ຄຳ​ສັນ​ຍາ​ທີ່​ເຮັດ​ໄວ້​ກັບ​ພັ​ຣ​ຍາຄາວ​ແຕ່ງ​ງານ​ກັນ​ທຳ​ອີດ ນາງ​ເປັນ​ຄູ່​ຄອງ​ຂອງ​ເຈົ້າ ແລະ​ເຈົ້າ​ໄດ້​ລະ​ເມີດ​ຄຳ​ສັນ​ຍາ​ທີ່​ເຮັດ​ໄວ້​ກັບ​ນາງ ເຖິງ​ແມ່ນ​ເຈົ້າ​ໄດ້​ສັນ​ຍາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ຈະ​ຊື່​ສັດ​ຕໍ່​ນາງ​ກໍ​ດີ 15 ພຣະ​ເຈົ້າ​ຊົງ​ທຳ​ໃຫ້​ເຈົ້າ​ກັບ​ນາງ​ເປັນ​ເນື້ອ​ກາຍ ແລະ​ຈິດ​ໃຈ​ອັນ​ດຽວ​ກັນ​ບໍ່​ແມ່ນ​ຫລື ພຣະ​ອົງ​ມີເຈ​ຕນາ​ກ່ຽວ​ກັບ​ສິ່ງ​ນິ້​ເພາະ​ຫຍັງ? ກໍ​ເພາະ​ຢາກ​ໃຫ້​ພວກ​ເຮົາ​ມີ​ລູກ​ຫລານ​ທີ່​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຢ່າງ​ແທ້​ຈິງ ສະ​ນັ້ນ ຈົ່ງ​ລະ​ວັງ​ຕົວ​ໃຫ້​ດີ ຢ່າ​ໃຫ້​ໃຜ​ລະ​ເມີດ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພັ​ຣ​ຍາຄາວ​ແຕ່ງ​ງານ​ກັນ​ທຳ​ອິດ 16 ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ອິສ​ຣາເອນ​ຊົງ​ກ່າວ​ວ່າ, “ເຮົາ​ກຽດ​ຊັງ​ການ​ຢ່າ​ຮ້າງ​ກັນ ເຮົາ​ກຽດ​ຊັງ​ເມື່ອ​ຜູ້​ໃດ​ໃນ​ພວກ​ເຈົ້າ​ເຮັດ​ຮຸນ​ແຮງ​ເຊັ່ນ​ນັ້ນ​ກັບ​ເມັ​ຽຂອງ​ຕົນ ດັ່ງ​ນັ້ນ ຈົ່ງ​ລະ​ວັງ​ຕົວ​ໃຫ້​ດີ ຢ່າ​ລະ​ເມີດ​ຄຳ​ສັນ​ຍາ​ຂອງ​ຕົນ ຈົ່ງ​ສັດ​ຊື່​ຕໍ່​ເມັຽ​ຂອງ​ເຈົ້າ”

ວັນ​ຕັດ​ສິນ​ໃກ້​ເຂົ້າ​ມາ​ແລ້ວ

17 ເຈົ້າ​ໄດ້​ທໍາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອຍ​ດ້ວຍ​ຄວາມ​ເວົ້າ​ຂອງ​ເຈົ້າ ແຕ່​ເຈົ້າ​ຍັງ​ກ້າ​ເວົ້າ​ວ່າ, “​ເຮົາທັງ​ຫລາຍ​ໄດ້​ທຳໃຫ້​ພຣະ​ອົງ​ເມື່ອຍ​ຢ່າງ​ໃດ? ກໍ​ດ້ວຍເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຄິດ​ເຫັນ​ວ່າ ຜູ້​ກະ​ທຳ​ຊົ່ວ​ທຸກ​ຄົນ​ເປັນ​ຄົນດີ ຕາມ​ທີ່​ຈີງ​ແລ້ວ ພຣະ​ອົງ​ຊົງ​ພໍ​ພຣະ​ທັຍ​​ຄົນ​ເຫລົ່າ​ນັ້ນ ຫລື​ດ້ວຍ​ເວົ້າ​ວ່າ ພຣະ​ເຈົ້າ​ຜູ້​ຊົງ​ຍຸດຕິ​ທັມນັ້ນ​ຢູ່​ໃສ?

ມາລາກີ 3

1 ພຣະ​ຜູ້​ເປັ​ນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ກ່າວ​ດັ່ງ​ນີ້ ເຮົາ​ຈະ​ສົ່ງ​ຜູ້​ສົ່ງ​ຂ່າວ​ໄປ​ຈັດ​ຕຽມ​ຫົນ​ທາງ​ໄວ້​ສຳ​ລັບ​ເຮົາ ແລ້ວ​ໃນ​ທັນ​ໃດ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ທີ່​ເຈົ້າ​ຊອກ​ສ​ແວງ​ຫາ​ກໍ​ຈະ​ສະ​ເດັດ​ມາ​ໃນ​ພຣະ​ວິ​ຫານ​ຂອງພຣະ​ອົງ ຜູ້​ສົ່ງ​ຂ່າວ​ທີ່​ພວກ​ເຈົ້າ​ຢາກ​ເຫັນ​ແຕ່​ເຫີງ​ນານ ກໍ​ຈະ​ມາ​ປະ​ກາດ​ຄຳ​ຫມັ້ນ​ສັນ​ຍາ​ຂອງ​ເຮົາ 2 ແຕ່​ໃຜ​ຈະ​ທົນ​ຕໍ່​ມື້​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໄດ້? ໃຜ​ຈະ​ມີ​ຊີ​ວິດ​ຢູ່​ໄດ້ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ປາກົດ​ຕົວ? ພຣະ​ອົງ​ຈະ​ເປັນ​ເຫມືອນ​ໄຟ​ທີ່​ຫລອມ​ໂລ​ຫະ ແລະ​ດັ່ງ​ສະ​ບູ​ທີ່​ມີ​ພະ​ລັງ​ແຮງ 3 ພຣະ​ອົງ​ຈະ​ມາ​ຕັດ​ສິນດັ່ງ​ ຜູ້​ຫລອມ​ເງິນ​ແລະ​ຄຳ​ທີ່​ຫລອມ​ແລ້ວ ຄັນ​ແລ້ວ​ເຂົາ​ຈະ​ນຳ​ເຄື່ອງ​ບູ​ຊາ​ທີ່​ຖືກ​ຕ້ອງ​ມາ​ຖວາຍ​ແດ່​ພຣະ​ເຈົ້າ 4 ແລ້ວ​ເຄື່ອງ​ບູ​ຊາ​ທີ່​ຊາວ​ຢູ​ດາ ແລະ​ຊາວ​ເຢ​ຣູ​ຊາ​ເລັມ​ນຳ​ມາ​ຖວາຍ​ພຣະ​ຜູ້ເປັນ​ເຈົ້າ​ຈະ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ອົງ ດັ່ງ​ທີ່​ເຂົາ​ເຄີຍ​ໄດ້​ປະ​ຕິ​ບັດ​ມາ​ແຕ່​ກ່ອນ” 5 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາກ່າວ​ວ່າ, “ເຮົາ​ຈະ​ມາ​ຫາ​ເຈົ້າ​ເພື່ອ​ພິ​ພາກ​ສາ ແລະ​ຈະ​ເປັນ​ພ​​ຍານ​ຕໍ່​ສູ້​ຜູ້​ປະ​ຕິ​ບັດ​ເວດ​ມົນ​ຄາ​ຖາ​ໃນ​ທັ​ນ​ທີ ຕໍ່​ສູ້​ຜູ້​ລ່ວງ​ປະ​ເວ​ນິ ຕໍ່​ສູ້​ຜູ້​ທີ່​ເປັນ​ພຍານ​ເທັດ ຕໍ່​ສູ້​ຜູ້​ທີ່​ໂກງ​ຄ່າ​ແຮງງານຂອງ​ຄົນ​ຮັບ​ຈ້າງ ຕໍ່​ສູ້​ຜູ້​ທີ່​ລັກ​ເອົາ​ຜົນປ​ໂຍດ​ຂອງ​ແມ່​ຫມ້າຍ ເດັກ​ກຳ​ພ້າ ແລະ​ຄົນ​ຕ່າງ​ດ້າວ ແລະ​ຕໍ່​ສູ້​ຜູ້​ທີ່​ບໍ່​ຢຳ​ເກງ​ເຮົາ”

ການ​ຊຳ​ຮະ​ນຶ່ງ​ສ່ວນ​ສິບ

6 “ເພາະ​ວ່າ ເຮົາຄື​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ຈະ​ບໍ່​ປ່ຽນ​ໃຈ ໂອ ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ເອີຍ, ເຈົ້າ​ຍັງ​ບໍ່​ທັນ​ຖືກ​ທຳ​ລາຍ​ຫມົດ​ເທື່ອ 7 ພວກ​ເຈົ້າ​ໄດ້​ຫັນ​ຫນີ​ຈາກ​ກົດ​ຂໍ້​ບັງ​ຄັບ​ຂອງ​ເຮົາ ແລະ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ເຫມືອນ​ດັ່ງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວ​ກ​ເຈົ້າ ແຕ່​ຈົ່ງ​ກັບ​ມາ​ຫາ​ເຮົາ ແລະ​ເຮົາ​ກໍ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ​ທັງ​ຫລາຍ ພວກ​ເຈົ້າ​ຖາມ​ວ່າ, “ພວກ​ຂ້າ​ພຣະ​ອົງ​ຈະ​ເຮັດ​ວິ​ທີ​ໃດ​ຈຶ່ງ​ຈະ​ກັບ​ມາ​ຫາ​ພຣະ​ອົງ​ອີກ​ໄດ້?” 8 ເຮົາ​ຖາມ​ວ່າ, “ເປັນ​ການ​ຖືກ​ຕ້ອງ​ຫລື ທີ່​ມະ​ນຸດ​ສໍ້​ໂກງ​ພຣະ​ເຈົ້າ ບໍ່​ຖືກ​ຕ້ອງ ແຕ່​ພວກ​ເຈົ້າ​ກໍ​ໄດ້​ສໍ້​ໂກງ​ເຮົາ ສໍ້​ໂກງ​ຢ່າງ​ໃດ ກໍ​ສໍ້​ໂກງ​ໃນ​ເຣື່ອງ​ນຶ່ງ​ສ່ວນ​ສິບ ແລະ​ເຄື່ອງ​ຖວາຍ​ນັ້ນ​ແຫລະ 9 ຄຳ​ສາບ​ແຊ່ງ​ຈະ​ຕົກ​ຖືກ​ພວກ​ເຈົ້າ​ທັງ​ຫມົດ ກໍ​ຍ້ອນ​ວ່າ​ຊົນ​ຊາດ​ທັງ​ຫມົດ​ສໍ້​ໂກງ​ເຮົາ 10 ຈົ່ງ​ນຳ​ເງິນ​ເຕັມ​ຈຳ​ນວນ​ນຶ່ງ​ສ່ວນ​ສິບ​ມາ​ທີ່​ວິ​ຫານ ເພື່ອ​ວ່າ​ຈະ​ມີ​ອາ​ຫານ​ໃນ​ພຣະ​ວິ​ຫານ ຈົ່ງ​ລອງ​ເບິ່ງ​ດູ ແລະ​ພວກ​ເຈົ້າ​ເຫັນ​ວ່າ​ເຮົາ​ຈະ​ໄຂ​ຟ້າ​ສວັນ ແລ້ວ​ຖ​ອກ​ເທ​ພຣະ​ພອນ​ລົງ​ມາ​ຍັງ​ພວກ​ເຈົ້າ​ຢ່າງ​ຫລວງ​ຫລາຍ 11 ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ແມງ​ໄມ້​ມາ​ທຳ​ລາຍ​ຜົນ​ລະ​ປູກ​ຂອງ​ພວກ​ເຈົ້າ ແລະ​ຕົ້ນ​ອະ​ງຸ່ນ​ກໍ​ຈະ​ມີ​ຫມາກ​ຫລາຍ 12 ຄັນ​ແລ້ວ ປະ​ຊາ​ຊົນ​ທັງ​ຫລາຍ​ກໍ​ຈະ​ເອີ້ນ​ເຈົ້າ​ວ່າ ຜູ້​ມີ​ຄວາມ​ສຸກ ເພາະ​ວ່າ​ດິນ​ແດນ​ທີ່​ພວກ​ເຈົ້າ​ອາ​ໄສຢູ່​ຈະ​ເປັນ​ບ່ອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ​ທຸກ​ປະ​ການ”

ພຣະ​ເຈົ້າ​ຊົງ​ສັນ​ຍາ​ວ່າ​ຈະ​ເມດ​ຕາ

13 ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ພວກ​ເຈົ້າ​ໄດ້​ເວົ້າ​ໃສ່​ຮ້າຍ​ເຮົາ ແຕ່ພວກ​ເຈົ້າ​ເວົ້າ​ວ່າ, “ພວກ​ຂ້າ​ພຣະ​ອົງໄດ້​ເວົ້າ​ໃສ່​ຮ້າຍ​ຫຍັງ​ແກ່ພຣະ​ອົງ? 14 ພວກ​ເຈົ້າໄດ້​ເວົ້າ​ວ່າ ຮັບ​ໃຊ້​ພຣະ​ເຈົ້າ​ເປັນ​ການ​ອັບ​ປ​ໂຍດ ມີ​ປ​ໂຍດ​ຫຍັງ​ທີ່​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ອົງ​ຊົງ​ບອກ ຫລື​ພ​ຍາ​ຍາມ​ສະ​ແດງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ວ່າ ພວກ​ເຮົາ​ເສັຽ​ໃຈ​ໃນ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ 15 ດັ່ງ​ເຮົາ​ເຫັນ​ຄົນ​ອວດ​ຕົວ ແມ່ນ​ພວກ​ນຶ່ງ​ທີ່​ມີ​ຄວາມ​ຍິນ​ດີ ຄົນ​ເຮັດ​ຊົ່ວ​ບໍ່​ພຽງ​ແຕ່​ມັ່ງ​ຄັ່ງ​ເທົ່າ​ນັ້ນ ແຕ່​ພວກ​ເຂົາ​ຍັງ​ທົດ​ລອງ​ພຣະ​ເຈົ້າ​ດ້ວຍ​ການ​ກະ​ທຳ​ຊົ່ວ​ຂອງ​ພວກ​ເຂົາ ແລ້ວ​ກໍ​ບໍ່​ໄດ້​ຮັບ​ໂທດ​ຫຍັງ” 16 ຄັນ​ແລ້ວ ຄົນ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ເວົ້າ​ຕໍ່​ກັນ​ແລະ​ກັນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ຟັງ ແລະ​ໄດ້​ຍິນ​ສິ່ງ​ທີ່​ພວກ​ເຂົາ​ເວົ້າ​ຕໍ່​ພຣະ​ພັກ​ພຣະ​ອົງ ມີ​ປື້ມ​ບັນ​ທຶກ​ຊື່​ຜູ້​ທີ່​ຢຳ​ເກງ ແລະ​ນັບ​ຖື​ພຣະ​ຜູ້​ເປັນ​ເຈົ້າ 17 ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາ​ຊົງ​ກ່າວ​ວ່າ, “ພວກ​ເຂົາ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ ໃນ​ມື້ທີ່​ເຮົາ​ປະ​ກອບ​ພາ​ຣະ​ກິດ ພວກ​ເຂົາ​ຈະ​ເປັນ​ກຳ​ມະ​ສິດ​ຂອງ​ເຮົາ​ ອີ່​ຫລີ ເຮົາ​ຈະ​ກະ​ຣຸ​ນາ​ພວກ​ເຂົາ​ເຫມືອນ​ດັ່ງ​ຊາຍທີ່​ກະ​ຣຸ​ນາ​ບຸດ​ຂອງ​ເຂົາ​ຜູ້​ທີ່​ຮັບ​ໃຊ້​ເຂົາ 18 ພວກ​ເຈົ້າ​ຈະ​ເຫັນ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄົນ​ຊອບ​ທັມ ແລະ​ຄົນ​ອະ​ທັມ​ອີກ ລະ​ຫວ່າງ​ຄົນ​ຜູ້ຮັບ​ໃຊ້​ເຮົາ ແລະ​ຜູ້​ທີ່​ບໍ່​ຮັບ​ໃຊ້​ເຮົາ”

ມາລາກີ 4

ວັນ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

1 ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ​ຊົງ​ກ່າວ​ວ່າ, “ຈົ່ງ​ເບິ່ງ ເມື່ອ​ວັນ​ນັ້ນ​ມາ​ເຖິງ ຄົນ​ອວດ​ດີ​ທຸກ​ຄົນ​ຕລອດ​ຄົນ​ຊົ່ວ​ທຸກ​ຄົນ​ຈະ​ຖືກ​ເຜົາ​ເຫມືອນ​ເຜົາ​ເຟືອງ ໃນ​ວັນ​ນັ້ນ ພວກ​ເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່​ມີ​ຫຍັງ​ເຫລືອ​ສຳ​ລັ​ບ​ເຈົ້າ​ຜູ້​ຢຳ​ເກງ​ເຣົາ 2 ອຳ​ນາດ​ແຫ່ງ​ຄວາມ​ຊອບທັມ​ຂອງ​ເຮົາ​ຈະ​ເປັ່ງ​ຣັ​ສ​ມີ​ຂຶ້ນ​ມາ​ເຫມືອນດວງ​ຕາ​ເວັນ ເພື່​ອ​ຮັກ​ສາ​ບຳ​ບັດ ແລະ​ຊ່ອຍ​ພວກ​ເຈົ້າ​ໃຫ້​ພົ້ນ​ໄພ​ອັນ​ຕະ​ຣາຍ ພວກ​ເຈົ້າ​ຈະ​ເປັນ​ອິສ​ຣະ ແລະ​ມີ​ຄວາມ​ສຸກ​ເຫມືອນ​ລູກ​ງົວ​ທີ່​ອອກ​ຈາກ​ຄອກ 3 ໃນ​ວັນ​ທີ່​ເຮົາ​ປະ​ກອບ​ພາ​ຣະ​ກິດ ເຈົ້າ​ຈະ​ຊະນະ​ຄົນ​ອະ​ທັມ ແລະ​ພວກ​ເຂົາ​ຈະ​ເປັນ​ເຫມືອນ​ຂີ້​ຝຸ່ນ​ຢູ່​ໃຕ້​ພື້ນ​ຕີນຂອງ​ເຈົ້າ” ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍ​ທາຊົງ​ກ່າວ​ດັ່ງ​ນິ້​ແຫລະ 4 ຈົ່ງ​ຈົດ​ຈຳ​ພຣະ​ທັມ​ຂອງ​ໂມ​ເຊ ຜູ້​ຮັບ​ໃຊ້​ຂອງ​ເຮົາ​ພ້ອ​ມທັງ​ກົດ​ຫມາຍ ແລະ​ຄຳ​ສັ່ງ​ສອນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ເຂົາທີ່​ພູ​ໂຮ​ເຣັບ ເພື່ອ​ໃຫ້​ປະ​ຊາ​ຊົນ​ອິສ​ຣາ​ເອນ​ທຸກ​ຄົນ​ເຊື່ອ​ຟັງ 5 ແຕ່​ວ່າ ກ່ອນ​ວັນ​ຍິ່ງ​ໃຫຍ່ ແລະ​ວັນ​ໂຫດ​ຮ້າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ ເຮົາ​ຈະ​ສົ່ງ​ເອ​ລີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ມາ​ຫາ​ພວກ​ເຈົ້າ 6 ແລະ​ທ່ານ​ຜູ້​ນັ້ນຈະກະ​ທຳ​ໃຫ້​ຈິດ​ໃຈ​ຂອງ​ພໍ່​ຫັ​ນ​ໄປ​ຫາລູກ​ ແລະ​ຈິດ​ໃຈ​ຂອງ​ລູກ​ຫັນ​ໄປ​ຫາ​ພໍ່ ບໍ່​ດັ່ງ​ນັ້ນ ເຮົາ​ຈະ​ສະ​ເດັດ​ມາ ແລະ​ທຳ​ລາຍ​ປະ​ເທດ​ຂອງ​ພວກ​ເຈົ້າ”

The New Testament of our Lord and Saviour Jesus Christ

ມັດທາຍ 1

ລຳ​ດັບ​ເຊື້ອ​ວົງ​ຂອງ​ພຣະ​ເຢ​ຊູ​ຄຣິດ

1 ຫນັງ​ສື​ລຳ​ດັບ​ເຊື້ອ​ວົງ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ ຜູ້​ສືບ​ຕະ​ກູນ​ເນື່ອງ​ມາ​ຈາກ​ອັບ​ຣາ​ຮາມ 2 ອັບ​ຣາ​ຮາມ​ມີ​ບຸດ​ຊາຍ​ຊື່​ອີ​ຊາກ ອີ​ຊາກ​ມີ​ບຸດ​ຊາ​ຍ​ຊື່​ຢາ​ໂຄບ ຢາ​ໂຄບ​ມີ​ບຸດ​ຊາຍ​ຊື່​ຢູ​ດາ​ ແລະ​ອ້າຍ​ນ້ອງ​ຂອງ​ຕົນ 3 ຢູ​ດາ​ມີ​ບຸດ​ຊາຍ​ຊື່​ເປ​ເຣັດ​ ແລະ​ເຊ​ຣາ ເກີດ​ຈາກ​ນາງທາມາ ເປເຣັດ​ມີ​ບຸດ​ຊາຍ​ຊື່​ເຮສ​ໂຣນ ເຮສໂຣນ​ມີ​ບຸດ​ຊາຍ​ຊື່ຣາມ 4 ຣາມມີ​ບຸດ​ຊາຍ​ຊື່​ອາ​ມີ​ນາ​ດາບ ອາ​ມີ​ນາ​ດາບມີ​ບຸດ​ຊາຍ​ຊື່​ນາ​ໂຊນ ນາ​ໂຊນ​ມີ​ບຸດ​ຊາຍ​ຊື່​ຊັນ​ໂມນ 5 ຊັນ​ໂມນ​ມີ​ບຸດ​ຊາຍ​ຊື່​ໂບ​ອັດ ໂບ​ອັດ​ມີ​ບຸດ​ຊາຍ​ຊື່​ ໂອ​ເບດ ເກີດ​ຈາກ​ນາງ​ຣຸດ ໂອ​ເບດ​ມີ​ບຸດ​ຊາຍ​ຊື່​ເຈ​ສ​ຊີ 6 ເຈ​ສ​ຊີ​ມີ​ບຸດ​ຊາຍ​ຊື່​ດາ​ວິດ ຜູ້​ຊົງ​ເປັນ​ກະ​ສັດ ກະ​ສັດ​ດາ​ວິດ​ມີ​ບຸດ​ຊາຍ​ຊື່​ຊາໂລ​ໂມນ ຊົງ​ເກິດ​ຈາກ​ນາງ​ຊຶ່ງແຕ່​ກ່ອນ​ເປັນ​ເມັຽ​ຂອງ​ອູ​ຣີ​ຢາ 7 ກະ​ສັດ​ໂຊໂລໂມນ​ຊົງ​ມີ​ບຸດ​ຊາຍ​ຊື່​ ເຢໂຮໂບ​ອາມ ເຢໂຮໂບ​ອາມ​ມີ​ບຸດ​ຊາຍ​ຊື່​ອະ​ບີ​ຢາ ອະ​ບີ​ຢາ​ມີ​ບຸດ​ຊາຍ​ຊື່​ອາ​ສາຟ 8 ອາ​ສາ​ຟມີ​ບຸດ​ຊາຍ​ຊື່​ຢາ​ໂຮຊະ​ຟາດ ຢາ​ໂຮຊາຟັດມີ​ບຸດ​ຊາຍ​ຊື່​ໂຢ​ຣາມ ໂຢ​ຣາມ​ມີ​ບຸດ​ຊາຍ​ຊື່​ອຸ​ສ​ຊິ​ຢາ 9 ອຸສຊິ​ຢາ​ມີ​ບຸດ​ຊາຍ​ຊື່​ໂຢ​ທາມ ໂຢ​ທາມ​ມີ​ບຸດ​ຊາຍ​ຊື່​ອາ​ຮັ​ສ ອາ​ຣັ​ສ​ມີ​ບຸດ​ຊາຍ​ຊື່​ເຮ​ເຊ​ກີ​ຢາ 10 ເຮ​ເຊ​ກິ​ຢາ​ມີ​ບຸດ​ຊາຍ​ຊື່​ມາ​ນັ​ສ​ເຊ ມາ​ນັ​ສເຊ​ມີ​ບຸດ​ຊາຍ​ຊື່​ອາ​ໂມນ ອາ​ໂມນ​ມີ​ບຸ​ດຊາຍ​ຊື່​ໂຢ​ຊີ​ຢາ 11 ໂຢ​ຊີ​ຢາ​ມີ​ບຸດ​ຊາຍ​ຊື່​ເຢ​ໂຄ​ນີຢາ ກັບ​ພ​ວກ​ອ້າຍ​ນ້ອງ​ຂອງ​ຕົນ ເກິດ​ໃນ​ເວ​ລາ​ຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ 12 ຄັນ​ຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ​ແລ້ວ ເຢ​ໂຄ​ນິ​ຢາ​ກໍ​ມີ​ບຸດ​ຊາຍ​ຊື່​ຊາ​ລາ​ທິເອນ ຊາ​ລາທິເອນ​ມີ​ບຸດ​ຊາຍ​ຊື່​ເຊ​ຣູ​ບບາ​ເບນ 13 ເຊຣູ​ບບາ​ເບນ​ມີ​ບຸດ​ຊາ​ຍຊື່​ອາ​ບິອຸດ ອາ​ບິອຸດ​ມີ​ບຸດ​ຊາຍ​ຊື່​ເອລີອາ​ກິມ ເອລີອາ​ກິມ​ມີ​ບຸດ​ຊາຍ​ຊື່​ອາ​ໂຊຣ໌ 14 ອາ​ໂຊ​ຣ໌ມີ​ບຸດ​ຊາຍ​ຊື່​ຊາ​ໂດກ ຊາ​ໂດກ​ມີ​ບຸດ​ຊາຍ​ຊື່​ອາ​ຄິມ ອາ​ຄິມ​ມີ​ບຸດ​ຊາຍ​ຊື່​ເອ​ລີ​ອຸດ 15 ເອ​ລີ​ອຸດ​ມີ​ບຸດ​ຊາຍ​ຊື່​ເອ​ເລ​ອາ​ຊາ ເອ​ເລ​ອາ​ຊາ​ມີ​ບຸດ​ຊາຍ​ຊື່​ມັດ​ທານ ມັດ​ທານ​ມີ​ບຸດ​ຊາຍ​ຊື່​ຢາ​ໂຄບ 16 ຢາ​ໂຄບ​ມີ​ບຸດ​ຊາຍ​ຊື່​ໂຢ​ເຊບ ຜູ້​ເປັນ​ສາ​ມີ​ຂອງ​ນາງ​ມາ​ຣິ​ອາ ພຣະ​ເຢ​ຊູ​ຜູ້​ທີ່​ເອີ້ນ​ວ່າ​ເປັນ​ພຣະ​ຄຣິດ ກໍ​ຊົງ​ບັງ​ເກິດມາຈາກ​ນາງມາຣິ​ອາ​ຜູ້​ນີ້ 17 ດັ່ງ​ນັ້ນ​ນັບ​ຕັ້ງ​ແຕ່​ອັບ​ຣາ​ຮາມ​ລົງ​ມາ​ຈົນ​ເຖິງ​ກະ​ສັດ​ດາ​ວິດ​ຈຶ່ງ​ເປັນ​ສິບ​ສີ່​ຊົ່ວ​ຄົນ ນັບ​ຕັ້ງ​ແຕ່​ກະ​ສັດ​ດາ​ວິດ​ຈົນ​ເຖິງ​ຄາວກວາດ​ໄປ​ຍັງ​ກຸງ​ບາ​ບິໂລນ ເປັນ​ເວລາ​ສິບ​ສີ່​ຊົ່ວ​ຄົນ ແລະ​ນັບ​ຕັ້ງ​ແຕ່ຄາວຖືກກວາດ​ໄປ​ຍັງ​ກຸງ​ບາ​ບິໂລນຈົນ​ເຖິງ​ພຣະ​ຄຣິດ ເປັນ​ເວ​ລາ​ສິ​ບສີ່​ຊົ່ວ​ຄົນ

ພຣະ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ

18 ເຣື່ອງ​ພຣະ​ກຳ​ເນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ດັ່ງ​ນີ້: ຄື​ນາງ​ມາ​ຣິ​ອາ​ຜູ້​ເປັນ​ມານ​ດາ​ຂອງ​ພຣະ​ເຢ​ຊູ​ນັ້ນ​ ໄດ້​ເປັນ​ຄູ່​ຫມັ້ນ​ກັບ​ໂຢ​ເຊບ​ແລ້ວ ກ່ອນ​ເວ​ລາ​ເຂົາ​ໄດ້​ເປັນ​ຄູ່​ຜົວ​ເມັຽກັນ​ກໍ​ປາ​ກົດ​ວ່າ ນາງ​ມີ​ທ້ອງ​ແລ້ວ​ດ້ວຍ​ຣິດ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 19 ຝ່າຍໂຢ​ເຊບຜູ້​ເປັນ​ຄູ່​ຫມັ້ນ​ຂອງ​ນາງ​ເປັນ​ຄົນ​ມີ​ສິນ​ທັມ ແຕ່​ປານ​ນັ້ນ​ທ່ານບໍ່​ຢາກ​ໃຫ້​ເຣື່ອງ​ນີ້​ເປັນ​ທີ່​ອັບ​ອາຍ​ຂາຍ​ຫນ້າ​ແກ່​ນາງ ຈຶ່ງ​ຕັດ​ສິນ​ໃຈ​ວ່າ​ຈະ​ຖອນ​ຫມັ້ນ​ເສັຽຢ່າງ​ລັບໆ 20 ແຕ່​ເມື່ອ​ໂຢ​ເຊບ​ຍັງ​ຄຶດ​ໃນ​ເຣື່ອງ​ນີ້​ຢູ່ ກໍ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ປາ​ກົດ​ແກ່​ໂຢເຊບ​ໃນ​ຄວາມ​ຝັນ​ວ່າ, “ໂຢ​ເຊບ​ບຸດ​ດາ​ວິດ​ເອີຍ, ຢ່າ​ຊູ່​ຢ້ານ​ທີ່​ຈະ​ຮັບ​ນາງ​ມາ​ຣິ​ອາ​ມາ​ເປັນ​ເມັຽ​ຂອງ​ເຈົ້າ ເພາະ​ວ່າ​ຜູ້​ຊຶ່ງ​ປະ​ຕິ​ສົນ​ທິ​ໃນ​ທ້ອງ​ຂອງ​ນາງ​ກໍ​ເປັນ​ໂດຍ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 21 ນາງຈະ​ປະ​ສູດ​ບຸດ ແລ້ວ​ເຈົ້າ​ຈົ່ງ​ຖວາຍ​ນາມ​ທ່ານ​ວ່າ ເຢ​ຊູ ເພາະ​ວ່າ​ທ່ານ​ຜູ້​ນີ້​ແຫລະ, ຈະ​ເປັນ​ຜູ້​ໂຜດ​ໄພ່​ພົນ​ຂອງ​ຕົນ​ໃຫ້​ລອດ​ພົ້ນ​ຈາກ​ຄວາມ​ຜິດ​ບາບຂອງ​ເຂົາ” 22 ການ​ທັງ​ປວງ​ນີ້​ເກິດ​ຂຶ້ນ​ເພື່ອ​ຈະ​ໃຫ້​ສຳ​ເຣັດ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດ້ວຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, 23 “ເບິ່ງ​ແມ໋, ຍິງ​ພົມ​ມະຈາ​ຣິ​ນັ້ນ​ຈະ​ມີ​ທ້ອງ​ແລະ​ປະ​ສູດ​ບຸດ​ຄົນ​ນຶ່ງ ແລະ​ເຂົາ​ຈະ​ເອີ້ນ​ບຸດ​ນັ້ນ​ວ່າ ເອ​ມາ​ນູ​ເອນ” (ແປ​ວ່າ “ພຣະ​ເຈົ້າ​ຊົງ​ສະ​ຖິດຢູ່​ກັບ​ເຮົາ​ທັງ​ຫລາຍ”) 24 ເມື່ອ​ໂຢ​ເຊບ​ຕື່ນ​ຂຶ້ນ​ກໍ​ເຮັດ​ຕາມ​ຄຳ​ທີ່​ເທວະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສັ່ງ​ນັ້ນ ຄື​ຮັບ​ເອົາ​ນາງ​ມາຣິ​ອາ​ມາ​ເປັນ​ພັຣ​ຍາ​ຂອງ​ຕົນ 25 ແຕ່​ບໍ່​ໄດ້​ສົມ​ສູ່​ຢູ່​ກັບ​ນາງ​ຈົນ​ປະ​ສູດ​ບຸດ​ຊາຍ​ແລ້ວ ແລະ​ໂຢ​ເຊບ​ໄດ້​ເອີ້ນ​ຊື່​ບຸດ​ນັ້ນ​ວ່າ ເຢ​ຊູ

ມັດທາຍ 2

ພ​ວກ​ໂຫຣາ​ຈານ​ມາ​ຈາກ​ທິດ​ຕາ​ເວັນ​ອອກ

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ປະ​ສຸດ​ຢູ່​ບ້ານ​ເບດ​ເລ​ເຮັມ​ແຂວງ​ຢູ​ດາຍ​ໃນ​ສະ​ໄຫມ​ຂອງ​ກະ​ສັດ​ເຮ​ໂຣດ ເບິ່ງ​ແມ໋, ມີ​ພວກ​ໂຫຣາ​ຈານ​ຈາກ​ທິດ​ຕາ​ເວັນ​ອອກ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ, 2 ຖາມ​ວ່າ, “ກຸມ​ມານ​ຜູ້​ເກີດ​ມາ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ນັ້ນ​ຢູ່​ທີ່​ໃດ ເພາະ​ເຮົາ​ໄດ້​ເຫັນ​ດາວ​ຂອງ​ທ່ານ​ປາ​ກົດ​ຂຶ້ນ ເຮົາ​ຈຶ່ງ​ມາ​ເພື່ອ​ຈະ​ຂາບ​ໄຫວ້​ທ່ານ” 3 ຄັນ​ກະ​ສັດ​ເຮ​ໂຣດຊົງ​ໄດ້​ຍິນ​ດັ່ງ​ນີ້​ແລ້ວ​ກໍ​ວຸ້ນ​ວາຍ​ພຣະ​ທັຍ ທັງ​ໄທ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ພ້ອມ​ກັນ​ວຸ້ນ​ວາຍ​ດ້ວຍ 4 ເມື່ອ​ກະ​ສັດ​ຊົງ​ຮັບ​ສັ່ງ​ໃຫ້​ປະ​ຊຸມ​ບັນ​ດາ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພ​ວກ​ນັກ​ທັມ​ຂອງ​ປະ​ຊາ​ຊົນ ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ຜູ້​ເປັນ​ພຣະ​ຄຣິດ​ນັ້ນ​ຈະ​ບັງ​ເກິດ​ຢູ່​ທີ່​ໃດ” 5 ເຂົາ​ທູນ​ຕອບ​ວ່າ, “ໃນ​ບ້ານ​ເບດ​ເລ​ເຮັມ​ແຂວງ​ຢູ​ດາຍ ເພາະ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ຂຽນ​ໄວ້​ດັ່ງ​ນີ້​ວ່າ, 6 “ບ້ານ​ເບດ​ເລ​ເຮັມ​ໃນ​ແຜ່ນ​ດິນ​ຢູ​ດາຍ​ເອີຍ ເຈົ້າ​ກໍ​ບໍ່​ແມ່ນ​ຜູ້​ເລັກ​ນ້ອຍ​ທີ່​ສຸດ ໃນ​ຖ້າມ​ກາງ​ພວກ​ເຈົ້າ​ນາຍ​ຂອງ​ຢູ​ດາຍ ເພາະ​ວ່າ​ເຈົ້າ​ນາຍ​ຜູ້​ນຶ່ງ​ຈະ​ອອກ​ມາ​ຈາກ​ເຈົ້າ ຜູ້​ຊຶ່ງ​ຈະ​ປົກ​ຄອງ​ອິ​ສ​ຣາ​ເອນໄພ່​ພົນ​ຂອງ​ເຮົາ” 7 ແລ້ວ​ເຮ​ໂຣດ​ໄດ້​ຊົງ​ເອີ້ນ​ພວກ​ໂຫຣາ​ຈານ​ເຂົ້າ​ມາ​ເປັນ​ການ​ລັບ ຊົງ​ຖາມ​ເຂົາ​ໄດ້​ຄວາມ​ຖ້ວນ​ຖີ່​ເຖິງ​ເວ​ລາ​ທີ່​ດາວ​ນັ້ນ​ໄດ້​ປາ​ກົດ​ຂຶ້ນ 8 ແລ້ວ​ກະ​ສັດ​ໄດ້​ຊົງ​ໃຫ້​ພວກ​ໂຫ​ຣາ​ຈານ​ໄປ​ຍັງ​ບ້ານ​ເບດ​ເລ​ເຮັມ​ສັ່ງ​ວ່າ, “ຈົ່ງ​ໄປ​ຄົ້ນ​ຫາ​ກຸມ​ມານ​ນັ້ນ​ດ້ວຍ​ຄັກ​ແນ່ ເມື່​ອພົບ​ແລ້ວ​ຈົ່ງ​ກັບ​ມາ​ບອກ​ເຮົາ​ເພື່ອ​ເຮົາ​ຈະ​ໄດ້​ໄປ​ຂາບ​ໄຫວ້​ທ່ານ​ເຫມືອນ​ກັນ” 9 ເມື່ອ​ພວກໂຫຣາ​ຈານໄດ້​ຍິນ​ຄໍາ​ສັ່ງ​ດັ່ງ​ນີ້​ກໍ​ພາ​ກັນ​ອອກ​ໄປ ເບິ່ງ​ແມ໋, ດາວ​ທີ່​ເຂົາ​ໄດ້​ເຫັນ​ເມື່ອ​ປາ​ກົດ​ຂຶ້ນ​ນັ້ນ​ກໍ​ໄດ້​ນຳ​ຫນ້າ​ເຂົາ​ໄປ ຈົນ​ມາ​ຢຸດ​ຢູ່​ຊື່​ສະ​ຖານ​ທີ່​ກຸມ​ມານ​ຢູ່​ນັ້ນ 10 ເມື່ອ​ພວກ​ໂຫຣາ​ຈານ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ​ກໍ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່ 11 ຄັນ​ເຂົ້າ​ໄປ​ໃນ​ເຮືອນ​ກໍ​ພົບ​ກຸມ​ມານ​ກັບ​ນາງ​ມາ​ຣິອາ​ມານ​ດາ​ຂອງ​ທ່ານ ພວກ​ເຂົາ​ຈຶ່ງ​ກົ້ມ​ລົງ​ຂາບ​ໄຫວ້​ກຸມ​ມານ​ນັ້ນ ແລ້ວ​ໄຂ​ຫີບ​ເອົາ​ຊັບ​ຂອງ​ເຂົາ​ອອກ​ມາ​ຖວາຍ​ແກ່​ກຸມ​ມານ​ເປັນ​ເຄື່ອງ​ເຄົາຣົບ ຄື ຄຳ, ກຳ​ຍານ, ແລະ​ຢາງ​ໄມ້​ຫອມ 12 ພຣະ​ເຈົ້າ​ຊົງ​ເຕືອນ​ເຂົາ​ທາງ​ຄວາມ​ຝັນ​ບໍ່​ໃຫ້​ກັບ​ໄປ​ເຝົ້າ​ເຮ​ໂຣດ ດັ່ງ​ນັ້ນ​ເຂົາ​ຈຶ່ງ​ກັບ​ໄປ​ຍັງ​ເມືອງ​ຂອງ​ຕົນ​ໂດຍ​ທາງ​ອື່ນ

ໂຢ​ເຊບ​ພາ​ກຸມ​ມານ​ໄປ​ປະ​ເທດ​ເອ​ຢິບ

13 ເມື່ອ​ເຂົາ​ໄປ​ແລ້ວ ເບິ່ງ​ແມ໋, ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປາ​ກົດ​ແກ່​ໂຢ​ເຊ​ບ​ທາງຄວາມ​ຝັນ​ແລ້ວ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ພາ​ກຸມ​ມານ​ແລະ​ມານ​ດາ​ຫນີ​ໄປ​ຍັງ​ປະ​ເທດ​ເອ​ຢິບ ແລ້ວ​ຄອຍ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ເຈົ້າ ເພາະ​ວ່າ​ເຮ​ໂຣດ​ຈະ​ຊອກ​ຫາ​ກຸມ​ມານ​ເພື່ອ​ຈະ​ປະ​ຫານ​ເສັຽ” 14 ໂຢ​ເຊບ​ໄດ້​ລຸກ​ຂຶ້ນ​ແລ້ວ​ພາ​ກຸມ​ມານ​ແລະ​ມານ​ດາ​ຫນີ​ໄປ​ຍັງ​ປະ​ເທດ​ເອຢິບໃນ​ເວ​ລາ​ກາງ​ຄືນ 15 ແລະ​ໄດ້​ຢູ່​ທີ່​ນັ້ນ​ຈົນ​ເຮ​ໂຣດ​ສິ້ນ​ພຣະ​ຊົນ​ແລ້ວ ການ​ທີ່​ເກີດ​ຂຶ້ນ​ດັ່ງ​ນີ້​ກໍ​ເພື່ອ​ຈະ​ໃຫ້​ສຳ​ເຣັດ ຕາມ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ເຮົາ​ໄດ້​ເອີ້ນ​ບຸດ​ຂອງ​ເຮົາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ”

ການປະຫານຊີວິດພວກເດັກນ້ອຍ

16 ຄັນ​ເຮ​ໂຣດ​ຊົງ​ເຫັນ​ວ່າ​ພວກ​ໂຫຣາ​ຈານ​ຫລອກ​ລວງ​ຕົນ​ກໍ​ຊົງ​ຮ້າຍ​ຫລາຍ ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກ​ນ້ອຍ​ຜູ້​ຊາຍ​ທັງ​ຫມົດ​ໃນ​ບ້ານ​ເບດ​ເລ​ເຮັມ​ແລະ​ທີ່​ໃກ້​ຄຽງ​ທົ່ວ​ໄປ ຕັ້ງ​ແຕ່​ອາ​ຍຸ​ສອງ​ຂວບ​ລົງ​ມາ ຊຶ່ງ​ພໍ​ດີ​ກັບ​ເວ​ລາ​ທີ່​ກະ​ສັດ​ຊົງ​ຊາບ​ຈາກ​ພວກ​ໂຫຣາ​ຈານ​ນັ້ນ 17 ເມື່ອ​ນັ້ນ​ກໍ​ສຳ​ເຣັດ​ຕາ​ມທີ່​ຊົງ​ກ່າວໄວ້​ໂດຍ​ເຢ​ເຣ​ມີ​ຢາ​ຜູ້​ປະ​ກາ​ດພຣະ​ທັມ​ວ່າ, 18 “ໄດ້​ຍິນ​ສຽງ​ໃນ​ບ້ານ​ຣາ​ມາ ເປັນ​ສຽງ​ຮ້ອງ​ໄຫ້​ແລະ​ໂອຍ​ຮ່ຳ​ໄຮ ຄື​ນາງ​ຣາ​ເຊນ​ຮ້ອງ​ໄຫ້​ນຳ​ລູກ​ທັງ​ຫລາຍ​ຂອງ​ຕົນ ນາງ​ບໍ່​ຮັບ​ຟັງ​ຄວາມ​ເລົ້າ​ໂລມ​ເພາະລູກ​ນັ້ນ​ບໍ່​ມີ​ແລ້ວ”

ກັບ​ຄືນ​ຈາກ​ເອ​ຢິບ

19 ຄັນ​ເຮ​ໂຣດ​ສິ້ນ​ພຣະ​ຊົນ​ແລ້ວ ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ປາ​ກົດ​ແກ່​ໂຢ​ເຊບ ທາງ​ຄວາມ​ຝັນ​ທີ່​ປະ​ເທດ​ເອຢິບ, ສັ່ງ​ວ່າ, 20 “ຈົ່ງ​ລຸກ​ຂຶ້ນ​ພາ​ກຸມ​ມານ​ກັບ​ມານ​ດາ​ໄປ​ຍັງ​ແຜ່ນດິນອິ​ສ​ຣາ​ເອນ ເພາະ​ຜູ້​ທີ່​ຊອກ​ຫາ​ພຣະ​ກຸມ​ມານ​ນັ້ນ​ຕາຍ​ແລ້ວ” 21 ໂຢ​ເຊບ​ຈຶ່ງ​ລຸກ​ຂຶ້ນ​ພາ​ກຸມມານ​ກັ​ບ​ມານ​ດາ​ມາ​ຍັງ​ແຜ່ນ​ດິນ​ອິ​ສ​ຣາ​ເອນ 22 ແຕ່​ເມື່ອ​ໄດ້​ຍິນ​ຂ່າວ​ວ່າ ອາເຄ​ລາວໄດ້ຂຶ້ນ​ປົກ​ຄອງແຂວງ​ຢູ​ດາຍ​ແທນ​ເຮ​ໂຣດ​ຜູ້​ເປັນ​ບິ​ດາ, ໂຢ​ເຊບກໍຢ້ານ​ບໍ່​ກ້າ​ໄປ​ທີ່​ນັ້ນ ແລະ​ເມື່ອ​ໄດ້​ຮັບ​ຄຳ​ເຕຶອນ​ຈາກ​ພຣະ​ເຈົ້າ​ທາງ​ຄວາມ​ຝັນ ໂຢ​ເຊບ​ກໍ​ເລີຍ​ໄປ​ຍັງ​ແຂວງ​ຄາ​ລີ​ເລ, 23 ຈຶ່ງ​ໄປ​ອາ​ໄສ​ຢູ່​ເມືອງນຶ່ງ​ຊື່​ນາ​ຊາ​ເຣັດ ເພື່ອ​ຈະ​ສຳ​ເຣັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ ໄທ​ນາ​ຊາ​ເຣັດ”

ມັດທາຍ 3

ການ​ປະ​ກາດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

1 ຄາວ​ນັ້ນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ມາ​ປະ​ກາດ​ໃນ​ປ່າ​ແຂວງ​ຢູ​ດາຍ​ວ່າ, 2 “ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ເພາະ​ວ່າ​ຣາ​ຊ​ອາ​ນາ​ຈັກ​ສວັນ​ໄດ້​ມາ​ໃກ້​ແລ້ວ” 3 ແມ່ນ​ໂຢ​ຮັນ​ຜູ້​ນີ້​ແຫລະ​ທີ່​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ວ່າ, “ສຽງ​ຂອງ​ຜູ້​ຮ້ອງ​ໃນ​ປ່າ​ວ່າ ຈົ່ງ​ຈັດ​ແຈງ​ທາງ​ແຫ່ງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ເຮັດ​ຫົນ​ທາງ​ຂອງ​ພຣະ​ອົງ​ໃຫ້​ຊື່​ໄປ” 4 ໂຢ​ຮັນ​ຜູ້​ນີ້​ນຸ່ງ​ເສີ້ອ​ຜ້າ​ເຮັດ​ດ້ວຍ​ຂົນໂອດ​ໂອ, ໃຊ້​ສາຍ​ຫນັງ​ຮັດ​ແອວ, ອາ​ຫານ​ຂອງ​ທ່ານ​ຄື​ຕັກ​ແຕນ​ແລະ​ນ້ຳ​ເຜິ້ງ​ປ່າ 5 ຂ​ນະ​ນັ້ນໄທ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ຄົນ​ທົ່ວ​ແຂວງ​ຢູ​ດາຍ​ ແລະ​ຄົນ​ທັງ​ປວງ​ທີ່​ຢູ່​ຕາມ​ລຳ​ນໍ້າ​ຈໍ​ແດນກໍ​ອອກ​ໄປ​ຫາ​ໂຢ​ຮັນ 6 ພວກ​ເຂົາ​ໄດ້​ສາ​ຣະ​ພາບ​ຄວາມ​ຜິດ​ບາບ​ຂອງ​ຕົນ ແລະ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຈາກ​ໂຢ​ຮັນ​ໃນ​ແມ່​ນ້ຳ​ຈໍ​ແດນ 7 ຄັນ​ໂຢ​ຮັນ​ເຫັນ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ ພາ​ກັນ​ມາ​ຈຳ​ນວນຫລວງ​ຫ​ລາຍ​ເພື່ອ​ຈະ​ຮັບ​ບັບ​ຕິ​ສະ​ມາ ທ່ານຈຶ່ງ​ກ່າວແກ່​ເຂົາ​ວ່າ, “ອ້າຍ​ຊາດ​ງູ​ຮ້າຍ​ເຮີຍ, ໃຜ​ໄດ້​ບອກ​ສູ​ໃຫ້​ປົບ​ຫນີ​ຈາກ​ພຣະ​ພິ​ໂຣດ​ທີ່​ຈວນ​ຈະ​ມາ​ເຖິງ​ນັ້ນ 8 ເຫດ​ສັນ​ນັ້ນ​ຈົ່ງ​ປະ​ຕິ​ບັດ​ໃຫ້​ໄດ້​ຜົນ​ສົມກັບ​ການ​ຖິ້ມໃຈ​ເກົ່າ​ເອົາ​ໃຈ​ໃຫມ່ 9 ແລະ​ຢ່າ​ຕັ້ງ​ນຶກ​ໃນ​ໃຈ​ວ່າ, “ພວກ​ເຮົາ​ມີ​ອັບ​ຣາ​ຮາມ​ເປັນ​ບິ​ດາ​ເຄົ້າ” ເພາະ​ເຮົາ​ບອກ​ພວກ​ສູ​ວ່າ ພຣະ​ເຈົ້າ​ຊົງ​ຣິດ​ອາດ​ຈະ​ບັນ​ດານ​ໃຫ້​ລູກ​ຫລານ​ເກິດ​ຂຶ້ນ​ແກ່​ອັບ​ຣາ​ຮາມ​ຈາກ​ກ້ອນ​ຫີນ​ເຫລົ່າ​ນີ້​ກໍ​ໄດ້ 10 ບັດ​ນີ້​ຂວານ​ວາງ​ໄວ້​ທີ່​ເຫງົ້າ​ຕົ້ນ​ໄມ້​ແລ້ວ ສັນ​ນັ້ນ​ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກິດ​ຜົນ​ດີ​ຈະ​ຖືກ​ປ້ຳ​ແລ້ວ​ໂຍນ​ຖິ້ມ​ໃສ່​ໄຟ​ເສັຽ 11 “ຝ່າຍ​ເຮົາ ເຮົາ​ໃຫ້​ພວກ​ສູ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍນ້ຳ ຫມາຍ​ເຖິງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ກໍ​ແມ່ນ ແຕ່​ຜູ້​ທີ່ຈະ​ມາ​ພາຍ​ຫລັງເຮົາ​ກໍ​ມີ​ຣິດກວ່າ​ເຮົາ​ອີກ ຊຶ່ງ​ເຮົາ​ບໍ່​ສົມ​ຄວນ​ຈະ​ຈັບ​ເກິບ​ຂອງ​ທ່ານໄປ ຝ່າຍ​ຜູ້​ນັ້ນ​ຈະ​ໃຫ້ພວກ​ສູ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ດ້ວຍ​ໄຟ 12 ມື​ຂອງ​ຜູ້​ນັ້ນ​ຖື​ດົ້ງ​ຟັດ​ເຂົ້າ ທ່ານ​ຈະ​ເຮັດ​ລານ​ເຂົ້າ​ຂອງ​ຕົນ​ໃຫ້​ກ້ຽງ​ດີ ແລະ​ຈະ​ຮວບ​ຮວມ​ເຂົ້າ​ເມັດ​ດີ​ຂອງ​ຕົນ​ມາ​ໃສ່​ໄວ້​ໃນ​ເລົ້າ ແຕ່​ເຂົ້າ​ລີບ​ນັ້ນ ທ່ານຈະ​ເຜົາ​ເສັຽດ້ວຍ​ໄຟ​ທີ່​ບໍ່​ຮູ້ມອດ

ພຣະ​ເຢ​ຊູ​ຊົງ​ຮັບ​ບັບ​ຕິ​ສະ​ມາ

13 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ແຂວງ​ຄາ​ລິ​ເລ​ມາ​ຫາ​ໂຢ​ຮັນ​ທີ່​ແມ່​ຈໍ​ແດນ ເພື່ອ​ຈະ​ຮັ​ບ​ບັບ​ຕິ​ສະ​ມາ​ຈາກ​ທ່ານ 14 ແຕ່​ໂຢ​ຮັນ​ທູນ​ຫ້າມ​ພຣະ​ອົງ​ວ່າ, “ຂ້າ​ພຣະ​ອົງຕ້ອງ​ການ​ຈະ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ພຣະ​ອົງ ຄວນ​ຫລື​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາຫາ​ຂ້າ​ພຣະ​ອົງ​” 15 ແຕ່ພຣະ​ເຢຊູ​ຊົງ​ຕອບ​ໂຢ​ຮັນ​ວ່າ, “ບັດ​ນີ້​ຈົ່ງ​ຍອມ​ເທີນ ເພາະ​ສົມ​ຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງນີ້​ໃຫ້​ຖືກ​ກັບ​ຄວາມ​ຊອບ​ທັມ​ທຸກ​ປະ​ການ” ແລ້ວ​ໂຢ​ຮັນ​ກໍ​ຍອມ 16 ຄັນ​ພຣະ​ອົງ​ຊົງ​ຮັ​ບ​ບັບ​ຕິ​ສະ​ມາ ແລ້ວ​ກໍ​ສະ​ເດັດ​ຂຶ້ນ​ຈາກ​ນ້ຳ​ທັນ​ທີ ແລ້ວ​ເບິ່ງ​ແມ໋, ທ້ອງ​ຟ້າ​ກໍ​ໄຂ​ອອກ (ແກ່​ພຣະ​ອົງ) ແລະ​ພຣະ​ອົງ​ຊົງ​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເຫ​ມືອນດັ່ງ​ນົກ​ເຂົາ​ສະ​ເດັດ​ລົງ​ມາ​ສະ​ຖິດ​ຢູ່​ເທິງ​ພຣະ​ອົງ 17 ແລະ​ເບິ່ງ​ແມ໋, ມີ​ພຣະ​ສຸ​ຣະ​ສຽງ​ຈາກ​ຟ້າ​ສວັນ​ຊົງ​ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນທ່ານ”

ມັດທາຍ 4

ມານ​ທົດ​ລອງ​ພຣະ​ເຢ​ຊູ

1 ຕໍ່​ມາ​ພຣະ​ວິນ​ຍານ​ໄດ້​ຊົງ​ພາ​ພຣະ​ເຢ​ຊູ​ເຂົ້າ​ໄປ​ໃນ​ປ່າ ເພື່ອ​ພ​ຍາ​ມານ​ຈະ​ໄດ້​ທົດ​ລອງ​ພຣະ​ອົງ 2 ເມື່ອ​ພຣະ​ອົງ​ຊົງ​ອົດ​ອາ​ຫານ​ເປັນ​ເວ​ລາ​ສີ່​ສິບ​ວັນ​ສີ່​ສິບ​ຄືນ​ແລ້ວ ຫລັງ​ຈາ​ກ​ນັ້ນ​ພຣະ​ອົງ​ກໍ​ຊົງ​ຢາກ​ອາ​ຫານ 3 ສ່ວນ​ຜູ້​ທົດ​ລອງ​ມາຫາ​ພຣະ​ອົງ​ທູນ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນ​ຫີນ​ເຫລົ່າ​ນີ້​ໃຫ້​ກາຍ​ເປັນ​ອາ​ຫານ” 4 ຝ່າຍ​ພຣະ​ອົງ​ຊົງ​ຕອບວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ “ມະ​ນຸດ​ຈະ​ບໍ່​ລ້ຽງ​ຊິ​ວິດ​ດ້ວຍ​ອາ​ຫານ​ສິ່ງດ​ຽວ ແຕ່​ລ້ຽງ​ດ້ວຍ​ພຣະ​ທັມ​ທຸກ​ຂໍ້​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ” 5 ແລ້ວ​ພຍາ​ມານ​ກໍ​ພາ​ພຣະ​ອົງ​ໄປ​ຍັງ​ນະ​ຄອນ​ອັນ​ສັກ​ສິດ ແລະ​ໃຫ້​ພຣະ​ອົງ​ປະ​ທັບ​ຢູ່​ເທິງ​ຫລັງ​ຄາພຣະ​ວິ​ຫານ 6 ແລ້ວ​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈົ່ງ​ໂຕນ​ລົງ​ເບິ່ງ​ດູ ເພາະ​ມີ​ຄຳ​ຂຽ​ນ​ໄວ້​ໃນ​ພຣະ​ຄັມ​ດີ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ຮັບ​ສັ່ງ​ພວກ​ເທວະ​ດາ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ເຣື່ອງ​ທ່ານ” ແລະ “ມື​ຂອງ​ເທວະ​ດາ​ເຫລົ່າ​ນັ້ນ​ຈະ​ຮັບ​ທ່ານ​ໄວ້ ຢ້ານ​ວ່າ​ຕີນຂອງ​ທ່ານ​ຈະ​ຕຳ​ຫີນ” 7 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ອີກວ່າ “ຢ່າ​ທົດ​ລອງ​ພຣະ​ອົງ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ທ່ານ” 8 ອີກ​ເທື່ອ​ນຶ່ງ​ພ​ຍາ​ມານ​ໄດ້​ພາ​ພຣະ​ອົງ​ຂຶ້ນ​ເມື່ອ​ເທິງ​ພູ​ສູງໆ ແລະ​ໄດ້​ສະ​ແດງ​ບັນ​ດາ​ຣາ​ຊ​ແຜ່ນ​ດິນ​ໃນ​ໂລກ ທັງ​ສະ​ງ່າ​ຣາ​ສີ​ຂອງ​ຣາ​ຊ​ແຜ່ນ​ດິນ​ເຫລົ່າ​ນັ້ນ​ຊີ້​ໃຫ້​ພຣະ​ອົງ​ເຫັນ, 9 ແລ້ວ​ໄດ້​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ຈະ​ຂາບ​ລົງ​ໄຫວ້​ເຮົາ ເຮົາ​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ທ່ານ” 10 ພຣະ​ເຢ​ຊູ​ຊົງ​ຕອບ​ມັນ​ວ່າ, “ອ້າຍ​ຊາ​ຕານ​ເຮິຍ, ຈົ່ງ​ຫນີ​ໄປ​ເສັຽ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຈົ່ງ​ຂາບ​ໄຫວ້​ພຣະ​ອົງ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ ແລະ​ປະ​ຕິ​ບັດພຣະ​ອົງ​ແຕ່​ຜູ້​ດຽວ” 11 ແລ້ວ​ພ​ຍາ​ມານ​ຈຶ່ງ​ຫນີຈາກ​ພຣະ​ອົງ​ໄປ ແລະ​ເບິ່ງ​ແມ໋, ມີ​ພວກ​ເທວະ​ດາ​ມາ​ປະ​ຕິ​ບັດ​ຮັບ​ໃຊ້​ພຣະ​ອົງ

ພຣະ​ເຢ​ຊູ​ຕັ້ງ​ຕົ້ນ​ປ່າວ​ປະ​ກາດ​ໃນແຂວງຄາລີເລ

12 ຄັນ​ພຣະ​ເຢ​ຊູ​ຊົງ​ຊາບ​ຂ່າວ​ວ່າ​ໂຢ​ຮັນ​ຖືກ​ຈັບ​ໄວ້​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ອອກ​ໄປ​ຍັງ​ແຂວງ​ຄາ​ລີ​ເລ 13 ແລ້ວ​ຍ້າຍ​ທີ່​ປະ​ທັບ​ຈາກ​ເມືອງ​ນາ​ຊາ​ເຣັດ​ໄປ​ຢູ່​ເມືອງ​ກາ​ເປ​ນາ​ອູມ ຊຶ່ງຢູ່​ຮີມ​ທະ​ເລ​ສາບ​ໃນ​ເຂດ​ແດນ​ເຊ​ບູ​ລູນ ແລະ​ເນັຟທາ​ລີ, 14 ເພື່ອ​ພຣະ​ທັມ​ທີ່​ຊົງ​ກ່າວ​ໄວ້​ດ້ວຍ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຈະ​ໄດ້​ສຳ​ເຣັດ​ຄື, 15 “ແຂວງເຊ​ບູ​ລູນ​ແລະ​ແຂວງ​ເນັຟ​ທາ​ລິ ຕາມ​ທາງ​ທະ​ເລ​ຟາກ​ແມ່​ນ້ຳ​ຈໍ​ແດນ​ພຸ້ນ ຄື​ແຂວງ​ຄາ​ລີ​ເລ​ແຫ່ງ​ບັນ​ດາ​ປະ​ຊາ​ຊາດ 16 ພົລ​ເມືອງ​ຜູ້​ນັ່ງ​ຢູ່​ໃນ​ຄວາມ​ມືດ ໄດ້​ເຫັນ​ຄວາມ​ສວ່າ​ງ​ອັນ​ໃຫຍ່ ແລະ​ຜູ້​ທີ່​ນັ່ງ​ຢູ່​ໃນ​ແດນ​ແລະ​ເງົາ​ແຫ່ງ​ຄວາມ​ຕາຍ​ແສງ​ສວ່າງ​ກໍ​ສ່ອງ​ຂຶ້ນ​ເທິງ​ເຂົາ​ແລ້ວ” 17 ຕັ້ງ​ແຕ່​ນັ້ນ​ມາ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ປ່າວ​ປະ​ກາດ​ວ່າ, “ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ເພາະ​ຣາ​ຊ​ອາ​ນາ​ຈັກ​ສວັນ​ໄດ້​ມາ​ໃກ້​ແລ້ວ”

ພຣະ​ເຢ​ຊູ​ຊົງ​ເອີ້ນ​ເອົາ​ສາ​ວົກ​ສີ່​ຄົນ

18 ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ລຽບ​ຕາມ​ແຄມ​ທະ​ເລ​ສາບ​ຄາ​ລິ​ເລ ກໍ​ຊົງ​ທອດ​ພຣະ​ເນດ​ເຫັນ​ອ້າຍ​ນ້ອງ​ສອງ​ຄົນ ຄື​ຊີ​ໂມນ​ທີ່​ເອີ້ນ​ວ່າ​ເປ​ໂຕ​ກັບ​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຕົນ ກຳ​ລັງ​ຖິ້ມມອງ​ລົງ​ນ້ຳ​ທະ​ເລ​ເພາະ​ວ່າ​ເຂົາ​ເປັນ​ຊາວ​ຫາ​ປາ 19 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ​ແລະ​ເຮົາ​ຈະ​ບັນ​ດານ​ໃຫ້​ພວ​ກ​ເຈົ້າ​ເປັນ​ຜູ້​ຫາ​ຄົນ” 20 ໃນ​ທັນ​ໃດ​ນັ້ນ​ເຂົາ​ກໍ​ປະ​ມອງ​ແລ້ວ​ຕາມ​ພຣະ​ອົງ​ໄປ 21 ເມື່ອ​ພຣະ​ອົງ​ສະ​ເດັດ​ຕໍ່​ໄປ​ກໍ​ທອດ​ພຣະ​ເນດ​ເຫັນ​ອ້າຍນ້ອງ​ອີກ​ສອງ​ຄົນ ຄື​ຢາ​ໂກ​ໂບ​ບຸດ​ເຊ​ເບ​ດາຍກັບ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຕົນ ກຳ​ລັງ​ຝູງມອງ​ຢູ່​ໃນ​ເຮືອ​ກັບ​ເຊ​ເບ​ດາຍ​ພໍ່ຂອງ​ເຂົາ​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ເອົາ​ເຂົາ 22 ໃນ​ທັນ​ໃດ​ນັ້ນ​ເຂົາ​ທັງ​ສອງ​ກໍ​ປະ​ເຮືອ​ແລະ​ລາ​ພໍ່​ຂອງ​ເຂົາ​ຕາມ​ພຣະ​ອົງ​ໄປ

ພຣະ​ເຢ​ຊູ​ຊົງ​ໂຜດ​ປວງ​ຊົນ​ໃຫ້​ດີ​ພ​ຍາດ

23 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ທົ່ວ​ແຂວງ​ຄາ​ລີ​ເລ ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ຊົງ​ປະ​ກາດຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ນັ້​ນ ແລະ​ຊົງ​ໂຜດ​ພົ​ລ​ເມືອງ​ທີ່​ເຈັບ​ໄຂ້​ໄດ້​ພ​ຍາດ​ທຸກ​ຢ່າງ​ໃຫ້​ດີ​ຫມົດ 24 ກິດ​ຕິ​ສັ​ບ​ຂອງ​ພຣະ​ອົງ​ກໍ​ຊ່າ​ລື​ໄປ​ທົ່ວ​ປະ​ເທດ​ຊີ​ເຣັຽ ເຂົາ​ຈຶ່ງ​ພາ​ຄົນ​ປ່ວຍ​ໄຂ້​ໄດ້​ພ​ຍາດ​ຕ່າງໆ, ຄົນ​ທີ່​ທົນ​ທຸກ​ທໍ​ຣະ​ມານ, ຄົນ​ທີ່​ຜິ​ເຂົ້າ​ສິງ, ຄົນ​ບ້າ​ຫ​ມູ​ແລະ​ຄົນ​ເປັນ​ເປັ້ຽມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ໂຜດ​ໃຫ້​ເຂົາ​ດີ​ທຸກ​ຄົນ 25 ແລະ​ມີ​ຄົນ​ຫມູ່​ໃຫຍ່​ມາ​ຈາກ​ແຂວງ​ຄາ​ລີ​ເລ, ຈາກ​ແຂວງ​ເດ​ກາ​ໂປ​ລີ, ຈາກ​ກຸງ​ເຢ​ຣູ​ຊາ​ເລັມ, ແລະ​ຢູ​ເດັຽ ແລະຈາກ​ແມ່​ນ້ຳ​ຈໍ​ແດນຟາກ​ນັ້ນ​ຕິດ​ຕາມພຣະອົງ​ໄປ

ມັດທາຍ 5

ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ເທ​ສ​ນາ​ຢູ່​ຈ້າຍ​ພູ ເຣື່ອງ​ຄວາມສຸກ

1 ເມື່ອ​ທອດ​ພຣະ​ເນດ​ເຫັນ​ຄົນ​ຫລວງ​ຫລາຍ​ດັ່ງ​ນັ້ນ ພຣະ​ອົງ​ກໍ​ສະ​ເດັດ​ຂຶ້ນ​ພູ ເມື່ອ​ປະ​ທັບ​ລົງ​ແລ້ວ​ພວກ​ສາ​ວົກ​ກໍ​ເຂົ້າ​ມາ​ເຝົ້າ 2 ພຣະ​ອົງ​ຈຶ່ງ​ຊົງ​ໄຂ​ພຣະ​ໂອດ ຕັ້ງ​ຕົ້ນ​ສັ່ງ​ສອນ​ເຂົາ​ວ່າ, 3 “ຜູ້​ໃດ​ທີ່​ຍາກ​ຈົນ​ຝ່າຍ​ຈິດ​ວິນ​ຍານ​ກໍ​ເປັນ​ສຸກ ເພາະ​ວ່າ​ແຜ່ນ​ດິນ​ສວັນ​ເປັນ​ຂອງ​ຜູ້​ນັ້ນ 4 ຜູ້​ໃດ​ໂສກ​ເສົ້າ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັ​ບ​ການ​ຊົງ​ເລົ້າ​ໂລມ 5 ຜູ້​ໃດ​ມີ​ໃຈ​ອ່ອນ​ຫວານ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ໂລກ​ເປັນ​ມໍ​ຣະ​ດົກ 6 ຜູ້​ໃດ​ອືດ​ຫິວ​ຄວາມ​ຊອບ​ທັມ​ກໍ​ເປັນ​ສຸກ ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍ​ຣິ​ບູນ 7 ຜູ້​ໃດ​ມີ​ໃຈ​ກະ​ຣຸ​ນາ​ກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບພຣະ​ກະ​ຣຸ​ນາ​ຕອບ 8 ຜູ້​ໃດ​ມີ​ໃຈ​ບໍ​ຣິ​ສຸດກໍ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນພຣະ​ເຈົ້າ 9 ຜູ້​ໃດ​ສ້າງ​ຄວາມ​ສ​ງົບ​ສຸກ​ກໍ​ເປັນ​ສຸກ ເພາະ​ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້ນັ້ນ​ວ່າ​ເປັນ​ບຸດ 10 ຜູ້​ໃດ​ຖືກ​ຂົ່ມ​ເຫັງ​ເພາະ​ເຫັນ​ແກ່​ຄວາມ​ຊອບ​ທັມ​ກໍ​ເປັນ​ສຸກ ເພາະ​ວ່າ​ແຜ່ນ​ດິນ​ສວັນ​ເປັນ​ຂອງ​ຜູ້​ນັ້ນ 11 ເມື່ອ​ເຂົາ​ຈະ​ຕິ​ຕຽນ​ຂົ່ມ​ເຫັງ​ນິນ​ທາ​ວ່າ​ຮ້າຍ​ທ່າ​ນ​ທັງ​ຫລາຍ ເປັນ​ຄວາມ​ບໍ່​ຈິງ​ທຸກ​ຢ່າງ ເພາະ​ເຫັນ​ແກ່​ເຮົາ ພວກ​ທ່ານ​ກໍ​ເປັນ​ສຸກ 12 ຈົ່ງ​ຊົມ​ຊື່ນ​ຍິນ​ດີ ເພາະ​ວ່າ​ບຳ​ເຫນັດ​ຂອງ​ທ່ານ​ທັງ​ຫລາຍ​ມີ​ບໍ​ຣິ​ບູນ​ໃນ​ສວັນ ເຫມືອນ​ດັ່ງ​ນັ້ນ​ແຫລະ, ເຂົາ​ໄດ້​ຂົ່ມ​ເຫັງ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ຢູ່​ກ່ອນ​ທ່ານ​ທັງ​ຫລາຍ

ເຮື່ອງ​ເກືອ​ແລະ​ຄວາມ​ສວ່າງ

13 “ທ່ານ​ທັງ​ຫລາຍ​ຄື​ເກືອ​ສຳ​ລັບ​ໂລກ ແຕ່​ຖ້າ​ເກືອ​ນັ້ນ​ຈືດ​ຈາງ​ໄປ​ແລ້ວ ຈະ​ເຮັດ​ໃຫ້​ກັບ​ເຄັມ​ອີກ​ໄດ້​ຢ່າງ​ໃດ ແຕ່​ນັ້ນ​ໄປ​ກໍ​ບໍ່​ມີ​ປ​ໂຍດ​ອັນ​ໃດ ມີ​ແຕ່​ຈະ​ຖິ້ມ​ເສັຽ​ໃຫ້​ຄົນ​ຢຽບ​ເທົ່າ​ນັ້ນ 14 “ພວກ​ທ່ານ​ຄື​ແສງ​ສວ່າງ​ສຳ​ລັບ​ໂລກ ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ພູ​ຈະ​ບັງ​ລັບ​ໄວ້​ບໍ່​ໄດ້ 15 ບໍ່​ຫ່ອນ​ມີ​ຜູ້​ໃດ​ເມື່​ອໄຕ້​ໂຄມ​ແລ້ວ​ເອົາ​ບຸງ​ມາ​ກວບ ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ຮອງ​ຕິນ​ໂຄມ ແລະ​ມັນ​ສ່ອງ​ແຈ້ງ​ໄປ​ທົ່ວ​ທຸກ​ຄົນ​ທີ່​ຢູ່​ໃນ​ເຣືອນ​ນັ້ນ 16 ເຫມືອນ​ຢ່າງ​ນັ້ນ​ແຫລະ, ພວກ​ທ່ານ​ຈົ່ງ​ສ​ອ່ງ​ແຈ້ງ​ແກ່​ຄົນ​ທັງ​ປວງ ເພື່ອ​ວ່າ, ເມື່ອ​ເຂົາ​ເຫັນ​ການ​ດີ​ທີ່​ພວກ​ທ່ານ​ເຮັດ​ເຂົາ​ຈະ​ໄດ້​ສັຣ​ເສິນ​ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ

ເຣື່ອງ​ພຣະ​ບັນ​ຍັດ

17 “ຢ່າ​ຄຶດ​ວ່າ​ເຮົາ​ມາ​ລຶບ​ລ້າງ​ພຣະ​ບັນ​ຍັດ ແລະ​ຖ້ອຍ​ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ເສັຽ ເຮົາ​ບໍ່​ໄດ້​ມາ​ລຶບ​ລ້າງ ແຕ່​ມາ​ເຮັດ​ໃຫ້​ສຳ​ເຣັດ​ຄົບ​ຖ້ວນ 18 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຕາບ​ໃດ​ຟ້າ​ແລະ​ດິນ​ຍັງ​ຕັ້ງ​ຢູ່ ແມ່ນ​ແຕ່​ຈຸດ​ຫລື​ຂິດ​ໃດໆ ກໍ​ຈະ​ບໍ່​ສູນ​ໄປ​ຈາກ​ພຣະ​ບັນ​ຍັດ​ຈົນ​ກ່​ວາສິ່ງ​ທັງ​ປວງ​ນັ້ນ​ຈະ​ເກິດ​ຂຶ້ນ​ຄົບ​ຖ້ວນ 19 ເຫດ​ສັນ​ນັ້ນ ຜູ້​ໃດ​ໄດ້​ເຮັດ​ໃຫ້​ຂໍ້​ເລັກ​ນ້ອຍ​ທີ່​ສຸດ​ໃນ​ບັນ​ດາ​ຄຳ​ສັ່ງ​ນີ້​ເບົາ​ບາງ​ລົງ ທັງ​ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຢ່າງ​ນັ້ນ​ດ້ວຍ ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ຜູ້​ນ້ອຍ​ທີ່​ສຸດ​ໃນ​ແຜ່ນ​ດິນ​ສວັນ ແຕ່​ຜູ້​ໃດ​ທີ່​ປະ​ຕິ​ບັດ​ແລະ​ສອນ​ຕາມ​ພຣະ​ບັນ​ຍັດ ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ຜູ້​ໃຫຍ່​ໃນ​ແຜ່ນ​ດິນສວັນ 20 ເພາະ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຖ້າ​ການ​ຖື​ສິນ​ທັມ​ຂອງ​ທ່ານ​ບໍ່​ລື່ນ​ກວ່າ​ການ​ຖື​ສິນ​ທັມ​ຂອງ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ ພວກ​ທ່ານ​ຈະ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ສວັນ​ບໍ່​ໄດ້​ຈັກ​ເທື່ອ

ເຣື່ອງ​ຄວາມ​ຄຽດ​ຮ້າຍ

21 “ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຄຳ​ຊຶ່ງ​ກ່າວ​ໄວ້​ແກ່​ຄົນ​ບູ​ຮານ​ວ່າ “ຢ່າ​ຂ້າ​ຄົນ ຖ້າ​ຜູ້​ໃດ​ຂ້າ​ຄົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ” 22 ແຕ່ຝ່າຍ​ເຮົາ ເຮົາ​ບອກ​ພວກ​ທ່ານ​ວ່າ​ ຜູ້​ໃດ​ຮ້າຍ​ອ້າຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖື​ກລົງ​ໂທດ ຜູ້​ໃດ​ຈະ​ເວົ້າ​ແກ່​ອ້າຍ​ນ້ອງ​ຂອງ​ຕົນ​ວ່າ ‘ອ້າຍ​ໂງ່’ ຜູ້​ນັ້ນ​ຈະ​​ຖືກ​ພິ​ພາກ​ສາ​ລົງໂທດຈາກ​ສານ​ສູງ ຜູ້​ໃດ​ຈະ​ເວົ້າ​​ວ່າ ‘ອ້າຍ​ບ້າ’ ຜູ້​ນັ້ນ​ຈະ​ມີ​ໂທດ​ເຖິງ​ໄຟ​ນະ​ຮົກ 23 ດັ່ງ​ນັ້ນ, ເມື່ອ​ທ່ານ​ກຳ​ລັງ​ນຳ​ເຄື່ອງ​ຖວາຍ​ບູ​ຊາ​ມາ​ເຖິງ​ແທ່ນ​ບູ​ຊາ ແລ້ວ​ລະ​ນຶກຂຶ້ນ​ໄດ້​ວ່າ ທ່ານ​ມີ​ຂໍ້​ຂຸ່ນ​ເຄືອງກັ​ບ​ອ້າຍ​ນ້ອງຂອງ​ຕົນ​ດ້ວຍ​ເຣື່ອງ​ໃດ​ເຣື່ອງ​ນຶ່ງ 24 ຈົ່ງ​ວາງ​ເຄື່ອງ​ບູ​ຊາ​ໄວ້​ຕໍ່​ຫນ້າ​ແທ່ນ​ນັ້ນ​ກັບ​ໄປ​ຄືນ​ດີ​ກັບ​ອ້າຍ​ນ້ອງ​ຜູ້​ນັ້ນ​ເສັຽກ່ອນ ແລ້ວ​ຈຶ່ງ​ມາ​ຖວາຍ​ເຄື່ອງ​ບູ​ຊາ​ຂອງ​ທ່ານ 25 ຈົ່ງ​ຮີບ​ປອງດອງ​ກັບ​ຄູ່​ໂຈດ​ຂອງ​ຕົນ ໃນ​ຂ​ນະ​ທີ່​ຍັງ​ຢູ່​ກາງ​ທາງ​ນຳ​ກັນ ຢ້ານ​ວ່າ​ໂຈດ​ນັ້ນ​ຈະ​ມອບ​ທ່ານ​ໄວ້​ກັບ​ຕຸ​ລາ​ການ ແລະ​ຕຸ​ລາ​ການ​ຈະ​ມອບ ທ່ານ​ໄວ້​ກັບ​ທຳ​ມະ​ໂຮງ ແລ້ວ​ທ່ານ​ຈະ​ຖືກ​ຂັງ​ໄວ້​ໃນ​ຄຸກ 26 ເຮົາ​ບອກ​ແກ່​ທ່ານ​ຕາມ​ຄວາມ​ຈິງວ່າ ທ່ານ​ຈະ​ອອກ​ຈາກ​ທີ່​ນັ້ນ​ບໍ່​ໄດ້​ກວ່າ​ຈະ​ໃຊ້​ຫນີ້​ຈົນ​ຄົບ​ທຸກ​ອັດ

ເຣື່ອງ​ການ​ຫລິ້ນ​ຊູ້

27 “ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມັຽ​ທ່ານ” 28 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫ​ລາຍ​ວ່າ ຜູ້​ໃດ​ເບິ່ງ​ແມ່​ຍິງ​ດ້ວຍ​ໃຈ​ກຳ​ຫນັດ​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫລິ້ນ​ຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ 29 ຖ້າ​ຕາ​ເບື້ອງ​ຂວາ​ຂອ​ງທ່ານ​ເຮັດ​ໃຫ້​ຕົວ​ຫລົງ​ຜິດ ຈົ່ງ​ຄວັດ​ອອກ​ຖິ້ມ​ເສັຽ ເພາະ​ການ​ທີ່​ເສັຽອະ​ວັຍ​ວະ​ສ່ວນ​ນຶ່ງ​ກໍ​ດີກວ່າ​ຫມົດ​ທັງ​ຕົວ​ຈະ​ຖືກ​ຖິ້ມ​ລົງ​ໃນ​ຫມໍ້​ນະ​ຮົກ 30 ແ​ລະ​ຖ້າ​ມື​ເບື້ອງ​ຂວາ​ຂອງ​ທ່ານ​ເຮັດ​ໃຫ້​ຫລົງ​ຜິດ ຈົ່ງ​ຕັດ​ຖິ້ມ​ເສັຽ ເພາະ​ການ​ທີ່​ມີ​ອະ​ວັຍ​ວະ​ສ່ວນ​ນຶ່ງກໍ​ດີ​ກວ່າ​ຫມົດ​ທັງ​ຕົວ​ຈະ​ຕ້ອງ​ຕົກ​ໃນ​ຫມໍ້ນະ​ຮົກ

ເຣື່ອງ​ການ​ຢ່າ​ຮ້າງ

31 ຍັງ​ມີ​ຄຳ​ກ່າວ​ໄວ້​ວ່າ “ຖ້າ​ຜູ້​ໃດຈະ​ປະ​ຮ້າງ​ເມັຽ​ຂອງ​ຕົນ ກໍ​ໃຫ້​ເຮັດ​ຫນັງ​ສື​ຢ່າ​ຮ້າງ​ໃຫ້​ເມັຽນັ້ນ” 32 ແຕ່​ຝ່າຍເຮົາ, ເຮົາ​ບອກ​ທ່ານ​ທັງ​ຫ​ລາຍ​ວ່າ ຖ້າ​ຜູ້​ໃດ​ຈະ​ປະ​ເມັຽ​ຂອງ​ຕົນ​ເພາະ​ເຫດ​ອື່ນ ນອກ​ຈາກ​ການ​ຜິດ​ກັ​ບ​ຊາຍ​ອື່ນ ກໍ​ທໍ່​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ຍິງ​ນັ້ນ​ຖືກ​ຜິດ​ໃນ​ຖານ​ຫລິ້ນ​ຊູ້ ແລະ​ຖ້າ​ຜູ້​ໃດ​ຈະ​ຮັບ​ຍິງ​ຊຶ່ງ​ຢ່າ​ຮ້າງ​ຢ່າງ​ນັ້ນ​ມາ​ເປັນ​ເມັຽ ຜູ້​ນັ້ນ​ກໍ​ຖືກ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​ເຫມືອນ​ກັນ

ເຣື່ອງ​ການ​ສາ​ບານ

33 ອີກ​ປະ​ການ​ນຶ່ງ ທ່ານ​ທັງ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ແກ່​ຄົນ​ບູ​ຮານ​ວ່າ “ຢ່າ​ເສັຽ​ຄຳ​ສັດ​ສາ​ບານ ຄຳ​ສາ​ບານ​ທີ່​ທ່ານ​ຖວາຍ​ຕໍ່​ອົງ​ພຣະ​ຜູ້ເປັນ​ເຈົ້າ​ແລ້ວ​ຕ້ອງ​ຮັກ​ສາ​ໄວ້​ໃຫ້​ຫມັ້ນ” 34 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍວ່າ ຢ່າ​ສາ​ບານ​ເລິຍ ໂດຍ​ອ້າງ​ເຖິງ​ສວັນ​ກໍ​ດີ, ເພາະ​ສວັນ​ເປັນ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ເຈົ້າ 35 ຫລື​ໂດຍ​ອ້າງ​ເຖິງ​ແຜ່ນ​ດິນ​ໂລກ​ກໍ​ດິ, ເພາະ​ແຜ່ນ​ດິນ​ໂລກ​ເປັນ​ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ ຫລື​ໂດຍ​ອ້າງ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ດີ, ເພາະ​ກຸງ​ເຢ​ຣູ​ຊາ​ເລັມ​ເປັນ​ທີ່​ປະ​ທັບ​ຂອງ​ພຣະ​ມະ​ຫາ​ກະ​ສັດ 36 ຢ່າ​ສາ​ບານ​ໂດຍ​ອ້າງ​ເຖິງ​ຫົວ​ຂອງ​ຕົນ ເພາະ​ທ່ານ​ຈະ​ໃຫ້​ຜົມ​ຂາວຫລື​ດຳ​ຈັກ​ເສັ້ນ​ດຽວ​ກໍ​ບໍ່​ໄດ້ 37 ແຕ່​ຈົ່ງ​ໃຫ້​ຖ້ອຍ​ຄໍາ​ຂອງ​ພວກ​ທ່ານ​ເປັນ​ດັ່ງ​ນີ້ “ແມ່ນ” ກໍ​ວ່າ “ແມ່ນ” “ບໍ່​ແມ່ນ” ກໍ​ວ່າ “ບໍ່​ແມ່ນ” ເພາະ​ຄຳ​ເວົ້າ​ເກີນ​ນີ້​ໄປ​ມາ​ຈາກ​ຄວາມ​ຊົ່ວ

ເຣື່ອງ​ການ​ຕອບ​ແທນ​ແກ້​ແຄ້ນ

38 “ພວກ​ທ່ານ​ໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຕາແທນ​ຕາ ແລະ​ແຂ້ວ​ແທນ​ແຂ້ວ” 39 ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ຕໍ່​ສູ້​ກັບ​ຄົນ​ຊົ່ວ ແຕ່​ຖ້າ​ຜູ້​ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ທ່ານ ຈົ່ງ​ປິ່ນ​ແກ້ມ​ເບື້ອງ​ຊ້າຍ​ໃຫ້​ຜູ້​ນັ້ນ​ເຫມືອນ​ກັນ 40 ຖ້າ​ຜູ້​ໃດ​ຢາກ​ຟ້ອງ​ເອົາ​ເສື້ອ​ຊັ້ນ​ໃນ​ຂອງ​ທ່ານ​ໄປ ກໍ​ຈົ່ງ​ໃຫ້​ເສື້ອ​ຊັ້ນ​ນອກ​ແກ່​ເຂົາ​ເຫມືອນ​ກັນ 41 ຖ້າ​ຜູ້​ໃດ​ຈະ​ເກນ​ທ່ານ​ໃຫ້​ຍ່າງ​ໄປ​ນຶ່ງ​ຫລັກ ກໍ​ໃຫ້​ທ່ານ​ໄປ​ກັບ​ເຂົາ​ເຖິງ​ສອງ​ຫລັກ 42 ຖ້າ​ຜູ້​ໃດ​ຈະ​ຂໍ​ນຳ​ທ່ານ​ກໍ​ຈົ່ງ​ໃຫ້ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຢາກ​ຢືມ​ຈາກ​ທ່ານ

ເຣື່ອງ​ຄວາມ​ຮັກ​ຕໍ່​ສັດ​ຕຣູ

43 ທ່ານ​ທັງ​ຫລາຍໄດ້​ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ “ຈົ່ງ​ຮັກ​ເພື່ອນ​ບ້ານ​ແລະ​ຊັງ​ສັດ​ຕຣູ” 44 ແຕ່​ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈົ່ງ​ຮັກ​ສັດ​ຕຣູ​ຂອງ​ທ່ານ ຈົ່ງ​ອ້ອນວອນ​ສຳ​ລັບ​ຜູ້​ທີ່​ຂົ່ມ​ເຫັງ​ທ່ານ 45 ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ເກິດ​ເປັນບຸດ​ຂອງ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່ໃນ​ສວັນ ເພາະ​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ດວງ​ຕາເວັນ​ຂອງ​ພຣະ​ອົງ​ຂຶ້ນ​ສ່ອງ​ສວ່າງ​ໃສ່​ຄົນ​ຊົ່ວ​ແລະ​ຄົນ​ດີ ແລະ​ຊົງ​ໃຫ້​ຝົນ​ຕົກ​ໃສ່​ຄົນ​ສິນ​ທັມ​ກັບ​ຄົນ​ບໍ່​ມີ​ສິນ​ທັມ​ສເມີ​ກັນ 46 ຖ້າ​ແມ່ນ​ວ່າ​ທ່ານ​ຮັກ​ຄົນ​ທັງ​ຫລາຍ​ທີ່​ຮັກ​ທ່ານ ທ່ານ​ຈະ​ໄດ້​ຮັບ​ບຳ​ເຫນັດ​ອັນ​ໃດ ເຖິງ​ພວກ​ເກັບ​ພາ​ສິ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ຫລື 47 ຖ້າ​ທ່ານ​ຄໍາ​ນັບ​ພີ່​ນ້ອງ​ຂອງ​ຕົນ​ແຕ່​ຝ່າຍ​ດຽວ ທ່ານ​ໄດ້​ເຮັດ​ສິ່ງ​ໃດ​ລື່ນ​ຄົນ​ອື່ນ​ທັງ​ປວງ ເຖິງ​ຄົນ​ຕ່າງ​ຊາດກໍຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ຫລື 48 ເຫດ​ສັນ​ນັ້ນ ທ່ານ​ທັງ​ຫລາຍ​ຕ້ອງ​ເປັນ​ຄົນ​ດີ​ທີ່​ສຸດ ເຫມືອນ​ຢ່າງ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ຊົງ​ເປັນ​ຜູ້​ດີ​ທີ່​ສຸດ

ມັດທາຍ 6

ເຣື່ອງ​ການ​ທານ

1 “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ຖື​ສິນ​ກິນ​ທານ​ເພື່ອ​ອວດ​ຄົນ​ອື່ນ ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ທ່ານ​ຈະ​ບໍ່​ໄດ້​ຮັບ​ບຳ​ເຫນັດ​ຈາກ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ 2 ເຫດ​ສັນ​ນັ້ນ ເມື່ອ​ທ່ານ​ໃຫ້​ທານ ຢ່າ​ເປົ່າ​ແກ​ໄປ​ກ່ອນ​ຫນ້າ​ທ່ານ ເຫມືອນ​ດັ່ງ​ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຄິຍ​ເຮັດ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ຕາມ​ຖ​ນົນ ເພື່ອ​ໃຫ້​ມະ​ນຸດ​ສັຣ​ເສິນ ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ 3 ຝ່າຍ​ພວກ​ທ່ານ, ເມື່ອ​ໃຫ້​ທານ​ຢ່າ​ໃຫ້​ມື​ຊ້າຍ​ຮູ້​ການ​ທີ່​ມື​ຂວາ​ກຳ​ລັງ​ເຮັດ​ນັ້ນ 4 ເພື່ອ​ທານ​ຂອງ​ທ່ານ​ຈະ​ໄດ້​ເປັນ​ການ​ລັບ​ ແລະ​ພຣະ​ບີ​ດາ​ຂອງ​ພວກ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້​ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ

ເຣື່ອງ​ການ​ອ້ອນວອນ

5 “ເມື່ອ​ທ່ານ​ທັງ​ຫລາຍ​ອ້ອນ​ວອນ​ຢ່າ​ໃຫ້​ເປັນ​ເຫມືອນ​ຄົນ​ຫນ້າ​ຊື່​ໃຈ​ຄົດ ເພາະ​ເຂົາ​ມັກ​ຢືນ​ອ້ອນວອນ​ໃນໂຮງ​ທັມມະ​ເທ​ສ​ນາ​ແລະ​ຕາມ​ແຈຖ​ນົນ ເພື່ອ​ຈະ​ໃຫ້​ມະ​ນຸດ​ເຫັນ ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ 6 ແຕ່​ຝ່າຍ​ທ່ານ, ເມື່ອ​ຈະ​ອ້ອນວອນ​ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ ຄັນ​ອັດ​ປະ​ຕູ​ແລ້ວ​ຈົ່ງອ້ອນວອນ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ທີ່​ລັ​ບ​ລີ້ ແລ້​ວ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້ ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ 7 “ແຕ່​ເມື່ອ​ທ່ານ​ອ້ອນວອນ​ຢູ່ ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ​ເຫມືອນ​ຄົນ​ຕ່າງ​ຊາດ​ເຄີຍ​ເຮັດ​ ເພາະ​ເຂົາ​ຄຶດ​ວ່າ ຖ້າ​ເວົ້າ​ຫລາຍ​ຄຳ​ພຣະ​ຈຶ່ງ​ຈະ​ຊົງ​ໂຜດຮັບ​ຟັງ 8 ສັນ​ນັ້ນ ຢ່າ​ເຣັດ​ຄື​ເຂົາ ເພາະ​ວ່າ​ສິ່ງ​ໃດ​ທີ່​ທ່ານ​ຕ້ອງ​ການ ພຣະ​ບິ​ດາ​ຂອງ​ທ່ານ​ກໍ​ຊົງ​ຊາບ​ກ່ອນ​ພວກ​ທ່ານ​ທູນ​ຂໍ 9 ເຫດ​ສັນ​ນີ້ ພວກ​ທ່ານ​ຈົ່ງ​ອ້ອນວອນ​ຕາມ​ຢ່າງ​ນີ້​ວ່າ, “ຂ້າ​ແດ່​ພຣະ​ບິ​ດາ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຜູ້​ຊົງ​ສະ​ຖິດໃນ​ສວັນ ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຄົາ​ຣົບ​ບູ​ຊາ 10 ຂໍ​ໃຫ້​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ມາ​ຕັ້ງ​ຢູ່ ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ໃນ​ສວັນ​ເປັນຢ່າງ​ໃດ​ກໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນ​ດິນ​ໂລກ 11 ຂໍ​ຊົງ​ໂຜດ​ປະ​ທານ​ອາ​ຫານ​ປະ​ຈໍາວັນ ໃຫ້​ແກ່​ຂ້າ​ພຣະ​ອົງ​ທັງ​ຫລາຍ​ໃນ​ກາ​ລະ​ວັນ​ນີ້ 12 ຂໍ​ຊົງ​ໂຜດ​ຍົກ​ໂທດ​ໃຫ້​ຂ້າ​ພຣະ​ອົງ ເຫມືອນ​ຂ້າ​ພຣະ​ອົງ​ຍົກ​ໂທດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້າ​ພຣະອົງ​ນັ້ນ 13 ແລະ​ຂໍ​ຢ່າ​ພາ​ຂ້າ​ພຣະອົງ​ເຂົ້າ​ໄປ​ໃນ​ການ​ທົດ​ລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກການ​ຊົ່ວ​ຮ້າຍ (ເຫດ​ວ່າ​ຣາ​ຊ​ອານາ​ຈັກ, ຣິດອໍາ​ນາດ, ແລະ​ພຣະ​ຣັ​ສ​ມີ​ກໍ​ເປັນ​ຂອງ​ພຣະ​ອົງ​ສືບໆ ໄປ​ເປັນ​ນິດ ອາ​ແມນ) 14 ເພາະ​ວ່າ​ຖ້າ​ວ່າ​ທ່ານ​ຍົກ​ຄວາມ​ຜິດ​ຂອງ​ເພື່ອນ​ມະ​ນຸດ ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ສວັນ​ຈະ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ດ້ວຍ 15 ແຕ່​ຖ້າ​ທ່ານ​ບໍ່​ຍົກ​ຄວາມ​ຜິດ​ຂອງ​ເພື່ອນ​ມະ​ນຸດ ພຣະ​ບິ​ດາ​ຂອງ​ທ່ານ​ກໍ​ຈະ​ບໍ່​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ເຫມືອນ​ກັນ

ເຣື່ອງ​ສິນ​ອົດ​ອາຫານ

16 “ເມື່ອ​ທ່ານ​ຖື​ສິນ​ອົດ​ອາ​ຫານ ຢ່າ​ເຮັດ​ຫນ້າ​ເສົ້າ​ຫມອງ​ເຫມືອນ​ຄົນ​ຫນ້າ​ຊື່​ໃຈ​ຄົດ ດ້ວຍ​ວ່າ​ເຂົາ​ເຮັດ​ຫນ້າ​ຫມອງ​ເພື່ອ​ຈະ​ໃຫ້​ມະ​ນຸດ​ເຫັນ​ວ່າ​ເຂົາ​ຖື​ສິນ​ອົດ​ອາ​ຫານ ເຮົາ​ບອ​ກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຂົາ​ໄດ້​ຮັບ​ບຳ​ເຫນັດ​ແລ້ວ 17 ແຕ່​ຝ່າຍ​ທ່ານ, ເມື່ອ​ຖື​ສິນ​ອົດ​ອາ​ຫານ ຈົ່ງ​ລ້າງ​ຫນ້າ​ແລະ​ເອົາ​ນ້ຳ​ມັນ​ທາ​ຫົວ 18 ເພື່ອ​ຈະ​ບໍ່​ໃຫ້​ມະ​ນຸດ​ເຫັນ​ວ່າ​ທ່ານ​ຖື​ສິນ​ອົດ​ອາ​ຫານ ແຕ່​ໃຫ້​ປາ​ກົດ​ແກ່​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ໃນ​ທີ່​ລັບ​ລີ້ ແລະ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ເຫັນ​ໃນ​ທີ່​ລັບ​ລີ້ ກໍ​ຈະ​ຊົງ​ໂຜດ​ປະ​ທານ​ບຳ​ເຫນັດ​ແກ່​ທ່ານ

ເຣື່ອງ​ຊັບ​ສົມ​ບັດ​ໃນ​ສວັນ

19 “ຢ່າ​ຮີບ​ໂຮມ​ຊັບ​ສົມ​ບັດໄວ້​ສຳ​ລັບຕົນ​ໃນ​ໂລກ ຊຶ່ງ​ເປັນ​ບ່ອນມອດ​ແລະ​ຂີ້​ຫມ້ຽງ​ກັດ​ກິນ​ ແລະ​ເປັນ​ບ່ອນ​ທີ່​ໂຈນ​ເຈາະ​ເຂົ້າ​ລັກ​ເອົາ​ໄດ້ 20 ແຕ່​ຈົ່ງ​ຮີບ​ໂຮມ​ຊັບ​ສົມ​ບັດ​ສຳ​ລັບ​ຕົນ​ໄວ້​ໃນ​ສວັນ ບ່ອນມອດ​ແລະ​ຂີ້​ຫມ້ຽງ​ກັດ​ກິນ​ບໍ່​ໄດ້ ແລະ​ທັງ​ໂຈນ​ເຈາະ ແລະ​ລັກ​ເອົາ​ບໍ່​ໄດ້ 21 ເພາະ​ວ່າ​ຊັບ​ສົມ​ບັດ​ຂອງ​ທ່ານ​ຢູ່​ທີ່​ໃດ ໃຈ​ຂອງ​ທ່ານ​ກໍ​ຢູ່​ທີ່​ນັ້ນ​ດ້ວຍ

ເຣື່ອງ​ຄວາມ​ສວ່າງ​ຂອງ​ຮ່າງ​ກາຍ

22 “ຕາ​ເປັນ​ດວງ​ສວ່າງ​ຂອງ​ຮ່າງ​ກາຍ ຖ້າ​ຕາ​ຂອງ​ທ່ານ​ປົກ​ກະ​ຕິ​ດີ ຮ່າງ​ກາຍ​ທຸກ​ສ່ວນ​ກໍ​ສວ່າງ​ດີ 23 ແຕ່​ຖ້າ​ຕາ​ຂອງ​ທ່ານ​ບໍ່​ປົກ​ກະ​ຕິ​ດີ ຮ່າງ​ກາຍ​ທຸກ​ສ່ວນ​ຂອງ​ທ່ານ​ກໍ​ມືດ​ໄປ ເຫດ​ສັນ​ນັ້ນ ຖ້າ​ຄວາມ​ສວ່າງ​ທີ່​ຢູ່​ໃນ​ຕົວ​ຂອງ​ທ່ານ​ມືດ​ໄປ ຄວາມ​ມືດ​ນັ້ນ​ຈະ​ຫນາ​ທຶບ​ພຽງ​ໃດ​ຫນໍ

ເຣື່ອງ​ພຣະ​ເຈົ້າ​ແລະ​ເງິນ​ຄຳ

24 “ບໍ່​ມີ​ຜູ້​ໃດ​ສາ​ມາດ​ເປັນ​ຂ້າ​ສອງ​ເຈົ້າ​ບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຊັງ​ນາຍຜູ້​ນີ້​ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້​ແລະ​ປ​ມາດ​ຜູ້ນັ້ນ ທ່ານ​ຈະ​ເປັນ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ​ແລະ​ເປັນ​ຂ້ອຍ​ໃຊ້​ຂອງ​ເງິນ​ຄຳ​ພ້ອມ​ກັນ​ບໍ່​ໄດ້

ເຣື່ອງ​ຄວາມ​ກະ​ວົນ​ກະ​ວາຍ

25 “ດ້ວຍ​ເຫດ​ນັ້ນ​ເຮົາ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ຊີ​ວິດ​ຂອງ​ຕົນ​ວ່າ ຈະ​ກິນ​ຫຍັງ, ຈະ​ດື່ມ​ຫຍັງ, ແລະ​ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ຮ່າງ​ກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງ​ຫຍັງ ຊີ​ວິດ​ກໍ​ລື່ນກວ່າອາ​ຫານ​ບໍ່​ແມ່ນ​ຫລື ແລະ​ຮ່າງ​ກາຍ​ກໍ​ລື່ນກວ່າ​ເຄື່ອງ​ນຸ່ງ​ຫົ່ມ​ບໍ່​ແມ່ນ​ຫລື 26 ຈົ່ງ​ເບິ່ງນົກ​ປ່າ ມັນບໍ່​ໄດ້​ຫວ່ານ, ບໍ່​ໄດ້​ກ່ຽວ, ບໍ່​ໄດ້​ເກັບ​ໂຮມ​ໃສ່​ເລົ້າ​ໄວ້ ແຕ່​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງສະ​ຖິດ​ຢູ່​ໃນ​ສວັນ​ກໍ​ຍັງ​ຊົງ​ລ້ຽງ​ນົກ​ນັ້ນ ພວກ​ທ່ານ​ກໍ​ປະ​ເສີດຫລາຍກວ່າ​ນົກ​ບໍ່​ແມ່ນ​ຫລື 27 ມີ​ໃຜ​ໃນ​ພວກ​ທ່ານ​ໂດຍ​ຄວາມ​ກະ​ວົນ​ກະ​ວາຍ​ອາດ​ຕໍ່​ຊີວິດ​ຂອງ​ຕົນ​ໃຫ້​ຍາວ​ອອກ​ໄປ​ອີກ​ຈັກ​ສອກ​ນຶ່ງ​ໄດ້​ຫລື 28 ເປັນ​ສັນ​ໃດ ທ່ານ​ທັງຫລາຍ​ຈຶ່ງ​ກະ​ວົນ​ກະ​ວາຍ​ເຖິງ​ຄວາມ​ນຸ່ງ​ຫົ່ມ ຈົ່ງ​ສັງ​ເກດ​ເບິ່ງດອກໄມ້​ໃນ​ທົ່ງ​ວ່າ ມັນ​ຈະ​ເຣິນ​ໃຫຍ່​ຂຶ້ນ​ຢ່າງ​ໃດ ມັນ​ບໍ່​ໄດ້​ເຮັດ​ການ, ບໍ່​ໄດ້​ເຂັນ​ຝ້າຍ 29 ແຕ່​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ເຖິງ​ແມ່ນ​ກະ​ສັດ​ໂຊໂລ​ໂມນ, ເມື່ອ​ບໍ​ຣິ​ບູນ​ດ້ວຍ​ສະ​ງ່າ​ຣາ​ສິ ກໍ​ບໍ່​ໄດ້​ຊົງ​ເຄື່ອງ​ງາມ​ທໍ່​ດອກ​ໄມ້​ເຫລົ່າ​ນີ້​ດອກ​ນຶ່ງ 30 ຖ້າ​ພຣະເຈົ້າ​ຊົງ​ຕົກ​ແຕ່ງ​ຫຍ້າ​ທີ່​ທົ່ງ​ຢ່າງ​ນັ້ນ ຊຶ່ງ​ເປັນ​ມື້​ນີ້​ແລະ​ມື້​ຫນ້າ​ຕ້ອງ​ຖືກ​ຖິ້ມ​ໃສ່​ເຕົາ​ໄຟ ໂອ​ ຜູ້​ມີ​ຄວາມ​ເຊື່ອນ້ອຍ​ເອີຍ, ພຣະ​ອົງ​ຈະ​ບໍ່​ຊົງ​ຕົກ​ແຕ່ງ​ທ່ານ​ຫລາຍກວ່າ​ນົກ​ນັ້ນ​ອີກ​ຫລື 31 ເຫດ​ສັນ​ນັ້ນ ຢ່າ​ກະ​ວົນ​ກະ​ວາຍ​ວ່າ “ພວກ​ເຮົາ​ຈະ​ກິນຫຍັງ, ຈະດື່ມຫຍັງ, ຫລື​ຈະ​ນຸ່ງ​ຫົ່ມ​ຫຍັງ” 32 ເພາະ​ວ່າ​ພວກ​ຕ່າງ​ຊາ​ດສ​ແວງ​ຫາ​ສິ່ງ​ທັງ​ປ​ວງ​ນີ້ ແຕ່​ວ່າ​ພຣະ​ບິ​ດາ​ຂອງທ່ານ​ທັງ​ຫລາຍ​ຜູ້​ຊົງ​ສະ​ຖິດ​ຢູ່ໃນ​ສວັນ ຊົງ​ຊາບ​ແລ້ວ​ວ່າ​ພວກ​ທ່ານ​ຕ້ອງ​ການ​ສິ່ງ​ທັງ​ປວງ​ເຫລົ່າ​ນີ້ 33 ແຕ່​ກ່ອນ​ອື່ນ, ທ່ານ​ທັງ​ຫລາຍ​ຈົ່ງ​ສ​ແວງ​ຫາ​ຣາ​ຊ​ອາ​ນາ​ຈັກ​ຂອ​ງ​ພຣະ​ເຈົ້າ ແລະ​ຄວາມ​ຊອບ​ທັມ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຈະ​ຊົງ​ເພີ້ມ​ເຕີມ​ສິ່ງທັງ​ປວງ​ເຫລົ່າ​ນີ້​ໃຫ້​ແກ່​ທ່ານ 34 ເຫດ​ສັນ​ນັ້ນ ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ມື້ອື່ນ ເພາະ​ມື້​ອື່ນ​ຄົງ​ມີ​ການ​ກະ​ວົນ​ກະ​ວາຍ​ສຳ​ລັບ​ມັນ​ເອງຄວາມ​ທຸກ​ໃນ​ວັນ​ໃດ​ກໍ​ພໍ​ແລ້ວ​ໃນ​ວັນ​ນັ້ນ

ມັດທາຍ 7

ເຣື່ອ​ງການ​ກ່າວ​ໂທດ​ຜູ້​ອື່ນ

1 “ຢ່າ​ກ່າວ​ໂທດ​ໃສ່​ເຂົາ​ເພື່​ອ​ພຣະ​ເຈົ້າ​ຈະ​ບໍ່​ຊົງ​ກ່າວ​ໂທດ​ໃສ່​ທ່ານ 2 ເພາະວ່າ​ທ່ານ​ຈະ​ກ່າວ​ໂທດ​ໃສ່​ເຂົາ​ຢ່າງ​ໃດ ພຣະ​ເຈົ້າ​ຈະ​ຊົງ​ກ່າວ​ໂທດ​ໃສ່​ທ່ານ​ຢ່າງ​ນັ້ນ ພວກ​ທ່ານ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະ​ເຈົ້າ​ຈະ​ຊົງ​ຕວງ​ໃຫ້​ພວກ​ທ່ານ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ 3 ເປັນ​ຫຍັງ​ທ່ານ​ຈຶ່ງ​ຫລຽວເຫັນຂີ້​ເຫຍື້ອ​ທີ່ຢູ່ໃນ​ຕາ​ພີ່​ນ້ອງ​ຂອງ​ທ່ານ ແຕ່​ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ຕົນ​ທ່ານ​ບໍ່​ຮູ້​ສຶກ 4 ຫລື​ເປັນ​ສັນ​ໃດ​ ທ່ານ​ຈຶ່ງ​ກ່າວ​ແກ່ພີ່​ນ້ອງ​ຂອງ​ທ່ານ​ວ່າ “ໃຫ້​ຂ້ອຍ​ເຂັ່ຽ​ຂີ້​ເຫຍື້ອ​ອອກ​ຈາກ​​ຕາ​ຂອງ​ເຈົ້າ” ແຕ່​ເບິ່ງ​ແມ໋, ໄມ້​ທັງ​ທ່ອນມີ​ຢູ່​ໃນ​ຕາ​ຂອງ​ທ່ານ​ເອງ 5 ໂອ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ທ່ານ​ກ່ອນ ແລ້ວ​ທ່ານ​ຈະ​ເຫັນ​ໄດ້​ຄັກ ຈຶ່ງ​ຈະເຂັ່ຽຂີ້​ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ພີ່​ນ້ອງ​ຂອງ​ຕົນ​ໄດ້ 6 “ຢ່າ​ເອົາ​ຂອງ​ປະ​ເສີດ​ໃຫ້​ແກ່​ຫມາ ຢ່າ​ໂຍນ​ໄຂ່​ມຸກ​ໃສ່​ຕໍ່​ຫນ້າ​ຫມູ ຢ້ານ​ວ່າ​ມັນ​ຈະ​ຢຽບ​ຢ່ຳ​ເສັຽ ແລະ​ຈະ​ຕ່າວ​ມາ​ຂົບ​ຈີກ​ທ່ານ​ດ້ວຍ

ເຣື່ອງ​ການ​ຂໍ, ການ​ຊອກ, ແລະ​ການ​ເຄາະ

7 “ຈົ່ງ​ຫມັ່ນ​ຂໍ​ແລ້ວ​ຈະ​ຊົງ​ປະ​ທານ​ໃຫ້ ຈົ່ງ​ຫມັ່​ນ​ຊອກ​ແລ້ວ​ຈະ​ພົບ ຈົ່ງ​ຫມັ່​ນ​ເຄາະ​ແລ້ວ​ຈະ​ຊົງ​ໄຂ​ໃຫ້ 8 ເພາະ​ວ່າ​ທຸກ​ຄົນ​ທີ່​ຫມັ່ນ​ຂໍ​ກໍ​ໄດ້​ຮັບ ທຸກ​ຄົນ​ທີ່​ຫມັ່ນ​ຊອກ​ກໍ​ພົບ ທຸກ​ຄົນ​ທີ່​ຫມັ່ນ​ເຄາະ​ກໍ​ຊົງ​ໄຂ​ໃຫ້ 9 ໃນ​ພວກ​ທ່ານ​ມີ​ຜູ້​ໃດ​ແດ່ ຖ້າ​ລູກ​ຂໍເຂົ້າ​ປັ້ນ​ນຶ່ງ​ຈະ​ບໍ່​ໄດ້​ເອົາ​ກ້ອນ​ຫີນ​ໃຫ້​ຕີ້ 10 ຫລື​ຖ້າ​ລູກ​ຂໍ​ປາ​ຈະ​ບໍ່​ໄດ້​ເອົາ​ງູ​ໃຫ້​ຕີ້ 11 ເຫດ​ສັນ​ນັ້ນ ຖ້າ​ພວກ​ທ່ານ​ຜູ້​ເປັນ​ຄົນ​ຊົ່ວ ຍັງ​ຮູ້​ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ຈະ​ຊົງ​ປະ​ທານ​ຂອງ​ດີ​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະ​ອົງ 12 ດັ່ງ​ນັ້ນ​ສິ່ງ​ໃດໆ ທີ່​ທ່ານ​ປາ​ຖນາ​ໃຫ້​ເຂົາ​ເຮັດ​ແກ່​ທ່ານ ທ່ານ​ຈົ່ງ​ເຮັດ​ກັບ​ເຂົາ​ທຸກ​ປະ​ການ​ເຫມືອນ​ກັນ ເພາະ​ອັນ​ນັ້ນ​ຄື​ພຣະ​ບັນ​ຍັດ ແລະ​ຄຳ​ສັ່ງ​ສອນ​ຂອງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ

ເຣື່ອງ​ປະ​ຕູ​ຄັບ​ແຄບ

13 “ຈົ່ງ​ເຂົ້າ​ໄປ​ທາງ​ປະ​ຕູ​ຄັບ​ແຄບ ເພາະ​ວ່າ​ປະ​ຕູ​ກໍ​ກວ້າງ​ແລະ​ທາງ​ກໍ​ກວ້າງ​ຂວາງ​ທີ່​ນຳ​ໄປ​ເຖິງ​ຄວາມ​ຈິບ​ຫາຍ​ນັ້ນ ມີ​ຫລາຍ​ຄົນ​ເຂົ້າ​ໄປ​ຕາມ​ທາງ​ນັ້ນ 14 ເພາະ​ວ່າ​ປະ​ຕູ​ທີ່​ນຳ​ໄປ​ສູ່​ຊີ​ວິດ​ກໍ​ຄັບ​ແຄບ​ແລະ​ທາງ​ກໍ​ແຄບ ບໍ່​ມີ​ຫລາຍ​ຄົນ​ພົບ​ທາງ​ນັ້ນ

ເຣື່ອງ​ຮູ້​ເຫດໄດ້​ດ້ວຍ​ຜົນ

15 “ພວກ​ທ່ານ​ຈົ່ງ​ລະ​ວັງ​ຜູ້​ປະ​ກາດ​ພຣະ​ທັມ​ບໍ່​ຈິງ ທີ່​ປອມ​ຕົວ​ຄື​ແກະ​ມາ​ຫາ​ທ່ານ ແຕ່​ພາຍ​ໃນ​ເຂົາ​ເປັນ​ຫມາ​ໃນ​ຕົວ​ຮ້າຍ 16 ​ທ່ານຈະ​ຮູ້​ຈັກ​ເຂົາ​ໄດ້​ດ້ວຍ​ຜົນ​ຂອງ​ເຂົາ ເຂົາ​ເຄີຍ​ເກັບ​ຫມາກ​ອະ​ງຸ່ນ​ຈາກ​ເຄືອ​ມີ​ຫນາມ​ຫລື ແລະ​ເຂົາ​ເຄິຍ​ເກັບ​ຫມາກ​ເດື່ອ​ເທດ​ຈາກ​ຕົ້ນ​ມີ​ຫນາມ​ຫລື 17 ດັ່ງ​ນັ້ນ​ໄມ້​ດີ​ທຸກ​ຕົ້ນ​ຍ່ອມ​ເກີດ​ຜົນ​ດີ ແຕ່​ຕົ້ນ​ໄມ້​ບໍ່​ດີ​ກໍ​ເກີດ​ຜົນ​ບໍ່​ດີ 18 ຕົ້ນ​ໄມ້​ດີ​ຈະ​ເກີດ​ຜົນ​ບໍ່​ດີ​ບໍ່​ໄດ້ ຫລື​ຕົ້ນ​ໄມ້​ບໍ່​ດີ​ຈະ​ເກີດ​ຜົນ​ດີ​ກໍ​ບໍ່​ໄດ້ 19 ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກິດ​ຜົນ​ດີ​ຕ້ອງ​ຖືກ​ປ້ຳ​ຖິ້ມ​ໃສ່​ໄຟ​ເສັຽ 20 ເຫດ​ສັນ​ນັ້ນ ພວກ​ທ່ານ​ຈະ​ຮູ້​ຈັກ​ເຂົາ​ໄດ້​ດ້ວຍ​ຜົນ​ຂອງ​ເຂົາ

ເຣື່ອງ​ການ​ຊົງ​ປະ​ຕິ​ເສດ

21 “ບໍ່​ແມ່ນ​ຫມົດ​ທຸກຄົນ​ທີ່​ກ່າວ​ແກ່​ເຮົາ​ວ່າ, “ພຣະ​ອົງ​ເຈົ້າ, ພຣະ​ອົງ​ເຈົ້າ,” ຈະ​ເຂົ້າ​ໃນ​ແຜ່ນ​ດິນ​ສວັນ ເຂົ້າ​ໄດ້​ແຕ່​ຜູ້​ທີ່​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ 22 ເມື່ອ​ເຖິງວັນ​ນັ້ນ​ຈະ​ມີ​ຫລາຍ​ຄົນ​ຮ້ອງ​ໃສ່​ເຮົາ​ວ່າ “ພຣະ​ອົງ​ເຈົ້າ, ພຣະ​ອົງ​ເຈົ້າ, ພວກ​ຂ້າ​ພຣະ​ອົງ​ໄດ້​ປະ​ກາດ​ພຣະ​ທັມ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ໄດ້​ຂັບ​ໄລ່​ຜີ​ອອກ​ໃນພຣະ​ນາມ​ຂອງ​ພຣະ​ອົງ ແລະ​ໄດ້​ເຮັດ​ການ​ອິດ​ທິ​ຣິດ​ຫລາຍ​ປະ​ການ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ຫລື” 23 ເມື່ອ​ນັ້ນ​ເຮົາ​ຈະ​ໄດ້​ປະ​ກາດ​ແກ່​ເຂົາ​ວ່າ “ເຮົາ​ບໍ່​ຮູ້​ຈັກ​ພວກ​ເຈົ້າ​ຈັກ​ເທື່ອ ເຈົ້າ​ຜູ້​ເຮັດ​ການ​ຊົ່ວ​ເຮິຍ, ຈົ່ງ​ຜ່າຍ​ຫນີ​ໃຫ້​ພົ້ນ​ຈາກ​ເຮົາ​ເສັຽ”

ເຣື່ອງ​ຮາກ​ຕຶກ​ສອງ​ຢ່າ​ງ

24 “ເຫດ​ສັນ​ນັ້ນ ທຸກ​ຄົນ​ທີ່​ຟັງ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ​ແລະ​ປະ​ຕິ​ບັດ​ຕາມ ຄົນ​ນັ້ນ​ກໍ​ປຽບ​ເຫມືອນ​ຄົນ​ສ​ລາດ​ທີ່​ກໍ່​ສ້າງ​ຕຶກ​ຂອງ​ຕົນ​ເທິງ​ດານ​ຫີນ 25 ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ, ລົມ​ກໍ​ພັດ​ປະ​ທະ​ຕຶກ​ນັ້ນ ແຕ່​ຕຶກ​ນັ້ນ​ກໍ​ບໍ່​ພັງ​ເພ​ລົງ ເພາະ​ຮາກ​ມັນ​ຕັ້ງ​ຢູ່​ເທິງ​ຫີນ 26 ແຕ່​ທຸກ​ຄົນ​ທີ່​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ຂອງ​ເຮົາ​ແລະ​ບໍ່​ປະ​ຕິບັດ​ຕາມ ຄົນ​ນັ້ນ​ກໍ​ປຽບ​ເຫມືອນ​ຄົນ​ໂງ່​ທີ່​ກໍ່​ສ້າງ​ຕຶກ​ຂອງ​ຕົນ​ເທິງ​ຫາດ​ຊາ​ຍ 27 ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ, ລົມ​ກໍ​ພັດ​ປະ​ທະ​ຕຶກ​ນັ້ນ ຕຶກ​ນັ້ນ​ກໍ​ເພ​ພັງ​ລົງ ແລະ​ການ​ເພ​ພັງ​ຂອງ​ມັນ​ກໍ​ເປັນ​ການ​ໃຫຍ່​ຫລວງ”

ຊົງ​ສັ່ງ​ສອນ​ດ້ວຍ​ອຳ​ນາດ

28 ຢູ່​ມາ​ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ຈົບ​ລົງ​ແລ້ວ ປະ​ຊາ​ຊົນ​ທັງ​ປວງ​ກໍ​ປ​ລາດ​ໃຈໃນ​ການ​ສັ່ງ​ສອນ​ຂອງ​ພຣະ​ອົງ 29 ເພາະ​ວ່າ​ພຣະ​ອົງ​ຊົງ​ສັ່ງ​ສອນ​ເຂົາ​ເຫມືອນ​ຜູ້​ມີ​ຣິດ​ອຳ​ນາດ ແລະ​ບໍ່​ເຫມືອນ​ພວກ​ນັກ​ທັມ​ຂອງ​ເຂົາ

ມັດທາຍ 8

ເຣື່ອງ​ຄົນ​ຂີ້​ທູດ​ຜູ້​ນຶ່ງ​ດີ​ສະ​ອາດ

1 ເມື່ອ​ພຣະ​ອົງ​ສະ​ເດັດ​ລົງ​ມາ​ຈາກ​ພູ​ແລ້ວ ປະ​ຊາ​ຊົນ​ຫລວງ​ຫ​ລາຍ​ໄດ້​ຕິດ​ຕາມ​ພຣະ​ອົງ 2 ແລະ​ເບິ່ງ​ແມ໋, ມີ​ຄົນ​ຂີ້​ທູດ​ຜູ້​ນຶ່ງ​ເຂົ້າ​ມາ​ຂາບ​ລົງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ພໍ​ໃຈ​ກໍ​ອາດ​ຈະ​ເຮັດ​ໃຫ້​ຂ້າ​ພຣະ​ອົງ​ດີ​ສະ​ອາດ​ໄດ້” 3 ພຣະ​ອົງ​ຈຶ່ງ​ຊົງ​ຢຽດ​ພຣະ​ຫັດ​ອອກ​ຖືກ​ຄົນ​ນັ້ນ​ແລະ​ຊົງ​ກ່າວ​ວ່າ, “ເຮົາ​ພໍ​ໃຈ​ແລ້ວ ຈົ່ງ​ດີ​ສະ​ອາດ​ເສັຽ” ແລ້ວພຍາດ​ຂີ້​ທູດ​ຂອງ​ຜູ້​ນັ້ນ​ກໍ​ດີ​ສະ​ອາດ​ທັນ​ທີ 4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່ຜູ້​ນັ້ນ​ວ່າ, “ລະ​ວັງ​ຢ່າ​ບອກ​ໃຫ້​ຜູ້​ໃດ​ຟັງ ແຕ່​ຈົ່ງ​ໄປສະ​ແດງ​ຕົວ​ຕໍ່​ປະ​ໂຣ​ຫິດ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ຕາມ​ໂມ​ເຊ​ໄດ້​ສັ່ງ​ໄວ້​ເພື່ອ​ເປັນ​ຫລັກ​ຖານ​ຕໍ່​ເຂົາ”

ຊົງ​ໂຜດ​ຄົນ​ໃຊ້​ຂອງ​ນາຍ​ຮ້ອຍ

5 ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ເຂົາ​ໄປ​ໃນ​ເມືອງ​ກາ​ເປ​ນາ​ອູມ ມີ​ນາຍ​ຮ້ອຍ​ທະ​ຫານ​ຜູ້​ນຶ່ງ​ມາ​ອ້ອນວອນ​ພຣະ​ອົງ 6 ທູນ​ວ່າ, “ນາຍ​ເອີຍ, ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ເປັນ​ເປັ້ຽນ​ອນ​ຢູ່​ເຮືອນ​ທົນ​ທຸກ​ເວ​ທະນາ​ຫລາຍ” 7 ພຣະ​ເຢ​ຊູ​ຊົງ​ບອກກັບ​ນາຍ​ຮ້ອຍ​ນັ້ນ​ວ່າ, “ເຮົາ​ຈະ​ໄປ​ຊ່ອຍ​ໃຫ້​ເຂົາ​ດີ” 8 ແຕ່​ຝ່າຍ​ນາຍ​ຮ້ອຍ​ຜູ້​ນັ້ນ​ໄດ້​ທູນ​ຕອບ​ວ່າ, “ຂ້າ​ພຣະ​ອົງ​ເປັນ​ຄົນ​ບໍ່​ສົມ​ຄວນ​ທີ່​ຈະ​ໃຫ້​ທ່ານ​ເຂົ້າ​ໄປ​ລຸ່ມ​ຫລັງ​ຄາ​ເຮືອນ​ຂອງ​ຂ້າ​ພຣະ​ອົງ ແຕ່​ຂໍ​ທ່ານ​ກ່າວ​ເທົ່າ​ນັ້ນ​ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ກໍ​ຈະ​ດີ​ພ​ຍາດ 9 ເຫດ​ວ່າ​ຂ້າພຣະ​ອົງ​ເປັນ​ຄົນ​ຢູ່​ໃຕ້​ວິ​ນັຍ​ທະ​ຫານ ແລະ​ຍັງ​ມີ​ທະ​ຫານ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ຂ້າ ພຣະ​ອົງ​ອີກ ຂ້າ​ພຣະ​ອົງ​ສັ່ງ​ແກ່​ຄົນ​ນັ້ນ​ວ່າ “ໄປ” ມັນ​ກໍ​ໄປ ແລະ​ສັ່ງ​ຄົນ​ນີ້​ວ່າ “ມາ” ມັນ​ກໍ​ມາ ແລະ​ບອກ​ແກ່​ຄົນ​ໃຊ້​ຂອງ​ຂ້າ​ພຣະ​ອົງ​ວ່າ “ຈົ່ງ​ເຮັດ​ສິ່ງ​ນີ້” ມັນ​ກໍ​ເຮັດ” 10 ເມື່ອ​ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ປ​ລາດ​ພຣະ​ທັຍ ຈຶ່ງ​ຊົງ​ກ່າວ​ກັບ​ຄົນທັງ​ຫລາຍ​ທີ່​ຕິດ​ຕາມ​ພຣະ​ອົງ​ມາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ແມ່ນ​ໃນ​ພວກອິ​ສ​ຣາ​ເອນ​ເຮົາ​ກໍ​ບໍ່​ໄດ້​ພົບ​ຄວາມ​ເຊື່ອ​ໃຫຍ່​ທໍ່​ນີ້ 11 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈະ​ມີ​ຫລາຍ​ຄົນ​ຈາກ​ທິດ​ຕາ​ເວັນ​ອອກ​ແລະ​ທິດ​ຕາ​ເວັນ​ຕົກ​ມາ​ນັ່ງ​ຮ່ວມ​ໂຕະ​ກັ​ບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ​ຢາ​ໂຄບ​ໃນ​ແຜ່ນ​ດິນ​ສວັນ 12 ແຕ່​ຝ່າຍ​ຊາວ​ແຜ່ນ​ດິນ​ນັ້ນ​ຈະ​ຖືກ​ຖິ້ມ​ອອກ​ໄປ​ໃນ​ທີ່​ມືດ​ພາຍນອກ ທີ່​ນັ້ນ​ຈະ​ມີ​ສຽງ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່” 13 ພຣະ​ເຢ​ຊູ​ຊົງ​ບອກ​ແກ່​ນາຍ​ຮ້ອຍຜູ້ນັ້ນ​ວ່າ, “ຈົ່ງ​ກັບ​ເມືອ​ເສັຽ ທ່ານ​ໄດ້​ເຊື່ອ​ຢ່າງ​ໃດ​ກໍ​ໃຫ້​ເປັນ​ແກ່​ທ່ານ​ຢ່າງ​ນັ້ນ” ແລ້ວ​ໃນ​ໂມງ​ນັ້ນ​ຄົນ​ໃຊ້​ຜູ້​ນັ້ນ​ກໍ​ໄດ້​ດີ​ເປັນ​ປົກ​ກະ​ຕິ

ຊົງ​ໂຜດ​ແມ່​ເມັຽ​ຂອງ​ເປ​ໂຕ

14 ເມື່ອ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເປ​ໂຕ ກໍ​ຊົງ​ເຫັນ​ແມ່​ເມັຽ​ຂອງ​ເປ​ໂຕນອນ​ໄຂ້ຢູ່ 15 ພຣະ​ອົງຊົງ​ບາຍ​ມື​ນາງ​ແລະ​ຄວາມ​ໄຂ້​ກໍ​ຫາ​ຍ ນາງ​ຈຶ່ງ​ລຸກ​ຂຶ້ນ​ບົວ​ລະ​ບັດ​ພຣະ​ອົງ 16 ແລະ​ເມື່ອ​ຄ່ຳ​ມາ ເຂົາ​ໄດ້​ພາຄົນ​ທີ່​ມີ​ຜີ​ຮ້າຍ​ສິງ​ຢູ່​ຫລາຍ​ຄົນ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ຂັບ​ໄລ່​ຜີ​ຮ້າຍ​ເຫລົ່າ​ນັ້ນ​ອອກ​ດ້ວຍ​ຄຳ​ສັ່ງ​ຂອງ​ພຣະ​ອົງ ແລະ​ບັນ​ດາ​ຄົນ​ເຈັບ​ປ່ວຍ​ທັງ​ຫລາຍ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ​ໂຜດ​ໃຫ້​ດີ 17 ​ທັງນີ້​ເພື່ອ​ຈະ​ໃຫ້​ສຳ​ເຣັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ທ່ານ​ໄດ້​ແບກ​ຄວາມ​ເຈັບ​ໄຂ້​ຂອງ​ພວກ​ເຮົາ ແລະ​ຫອບ​ເອົາ​ພຍາດ​ຂອງ​ເຮົາ​ໄປ”

ຜູ້​ທີ່​ສ​ມັກ​ຈະ​ຕາມ​ພຣະ​ເຢ​ຊູ

18 ຄັນ​ພຣະ​ເຢ​ຊູ​ຊົງ​ເຫັນ​ປະ​ຊາ​ຊົນ​ຫລວງ​ຫລາຍ​ຢູ່​ຮວມ​ຕົນ ກໍ​ໄດ້​ຊົງ​ສັ່ງ​ໃຫ້​ຂ້າມ​ໄປ​ຟາກ​ນັ້ນ 19 ມີ​ນັກ​ທັມ​ຜູ້​ນຶ່ງ​ມາ​ຫາ​ພຣະ​ອົງ​ທູນວ່າ, “ອາ​ຈານ​ເອີຍ, ທ່ານ​ຈະ​ໄປ​ທີ່​ໃດ ຂ້າ​ພຣະ​ອົງ​ຈະ​ຕິດ​ຕາມ​ທ່ານ​ໄປ​ທີ່​ນັ້ນ” 20 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຫມາ​ຈິກ​ຈອກ​ກໍ​ມີ​ຮູ ແລະ​ນົກ​ປ່າ​ກໍ​ຍັງ​ມີ​ຮັງ ແຕ່ບຸດ​ມະ​ນຸດ​ບໍ່​ມີ​ບ່ອນ​ຈະ​ວາງ​ຫົວ​ລົງ” 21 ອີກ​ຜູ້​ນຶ່ງ​ໃນ​ພວກ​ສິດ​ຂອງ​ພຣະ​ອົງ​ມາ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ໂຜດ​ອະ​ນຸ​ຍາດ​ໃຫ້​ຂ້າ​ພຣະ​ອົງ​ໄປ​ຝັງ​ສົບບິ​ດາຂອງ​ຂ້າ​ພຣະ​ອົງ​ເສັຽກ່ອນ” 22 ແຕ່​ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຈົ່ງ​ຕິດ​ຕາມ​ເຮົາ​ມາ​ເສັຽ ແລະ​ປະ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ”

ຊົງ​ຫ້າມ​ລົມ​ແລະ​ທະ​ເລ

23 ເມື່ອ​ພຣະ​ອົງ​ສະ​ເດັດ​ລົງ​ເຮືອ ພວກ​ສິດ​ຂອງ​ພຣະ​ອົງ​ກໍ​ຕິດ​ຕາມ​ພຣະ​ອົງ​ໄປ 24 ແລະ​ເບິ່ງ​ແມ໋, ບັງ​ເກິດ​ມີ​ການ​ເຄື່ອນ​ໄຫວ​ອັນ​ໃຫຍ່​ທີ່​ທະ​ເລ​ຈົນ​ຟອງ​ນ້ຳ​ກຳ​ລັງ​ຊັດ​ຖ້ວມ​ເຮືອ ແຕ່​ພຣະ​ອົງ​ຊົງ​ບັນ​ທົມ​ຫລັບ​ຢູ່ 25 ພວກ​ສິດ​ໄດ້​ມາ​ປຸກ​ພຣະ​ອົງ​ທູນ​ວ່າ, “ນາຍ​ເອີຍ, ຂໍ​ຈົ່ງ​ຊ່ອຍ​ທ້ອນ ພວກ​ຂ້າ​ພຣະ​ອົງກຳ​ລັງ​ຈະ​ຈິບ​ຫາຍ​ຢູ່​ແລ້ວ” 26 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ໂອ ຄົນ​ມີ​ຄວາມເຊື່ອ​ນ້ອຍ​ເອີຍ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢ້ານ” ແລ້ວ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ຫ້າມ​ລົມ​ແລະ​ທະ​ເລ ລົມ​ກໍ​ເຊົາ​ແລະ​ຟອງ​ນ້ຳ​ກໍ​ສ​ງົບງຽບ​ທົ່ວ​ໄປ 27 ຄົນ​ເຫລົ່າ​ນັ້ນ​ກໍ​ພາ​ກັນ​ອັ​ດສະຈັນ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ມາ​ຈາກ​ທີ່ໃດ​ຫນໍ ຈົນ​ວ່າ​ລົມ​ແລະ​ທະ​ເລ​ກໍ​ຍອມ​ຟັງ​ທ່ານ”

ຊົງ​ໂຜດ​ຊາວ​ກາ​ດາ​ຣາ​ຜູ້​ມີ​ຜີ​ສິງ

28 ເມື່ອ​ພຣະ​ອົງ​ສະ​ເດັດ​ຂ້າມ​ຟາກ​ໄປ​ເຖິງ​ເຂດ​ແດນ​ຊາວ​ກາ​ດາ​ຣາ ມີ​ສອງ​ຄົນ​ທີ່​ມີ​ຜິ​ສິງ​ຢູ່​ອອກ​ຈາກ​ປ່າ​ຊ້າ​ມາ​ພົບ​ພຣະ​ອົງ ເຂົາ​ໂຫດ​ຮ້າຍ​ປານ​ນັ້ນ​ຈົນ​ບໍ່​ມີ​ຜູ້​ໃດ​ອາດ​ທຽວ​ທາງ​ນັ້ນ​ໄດ້ 29 ເບິ່ງ​ແມ໋, ເຂົາ​ຮ້ອງ​ໃສ່​ພຣະ​ອົງ​ທູນ​ວ່າ, “ໂອ ບຸດພຣະ​ເຈົ້າ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ເຮົາ​ດ້ວຍ​ເຫດ​ໃດ ຈະ​ມາ​ທໍ​ຣະ​ມານ​ເຮົາ​ກ່ອນ​ເວ​ລາ​ກຳ​ນົດ​ຫລື” 30 ໄກ​ຈາກ​ທີ່​ນັ້ນ​ມີ​ຫມູຝູງ​ໃຫຍ່​ກຳ​ລັງ​ຫາ​ກິນ​ຢູ່ 31 ຜີ​ເຫລົ່າ​ນັ້ນ​ຈຶ່ງ​ໄດ້​ທູນ​ຂໍ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ຂັບ​ໄລ່​ພວກ​ເຮົາ​ອອກ ກໍ​ຂໍ​ໃຫ້​ພວກ​ເຮົາ ​ເຂົ້າ​ໄປສິງ​ຢູ່​ໃນ​ຫມູ​ຝູງ​ນັ້ນ​ທ້ອນ” 32 ພຣະ​ອົງ​ຊົງ​ບອກ​ຜີ​ເຫລົ່າ​ນັ້ນ​ວ່າ, “ໄປ​ເສັຽ” ຜີ​ເຫລົ່າ​ນັ້ນ​ກໍ​ອອກ​ໄປ​ເຂົ້າ​ສິງ​ຢູ່​ໃນ​ຝູງ​ຫ​ມູ ແລະ​ ເບິ່ງ​ແມ໋, ຫມູ​ທັງ​ຝູງ​ນັ້ນ​ໄດ້​ຟ້າວ​ແລ່ນ​ລົງ​ຈາກຕາ​ລິ່ງ​ຊັນ​ໂຕນ​ໃສ່​ທະ​ເລ​ຕາຍ​ດຶກ​ນ້ຳ​ຫມົດ 33 ຝ່າຍ​ຄົນ​ລ້ຽງ​ຫມູ​ກໍ​ພາ​ກັນ​ປົບ​ຫນີ​ເຂົ້າ​ໄປ​ໃນ​ເມືອງ ເລົ່າ​ບັນ​ດາ​ເຫດ​ການ​ຊຶ່ງ​ເປັນ​ໄປ​ນັ້ນ​ກັບ​ເຫດ​ທີ່​ເກີດ​ຂຶ້ນ​ແກ່​ຄົນ​ທີ່​ມີ​ຜິ​ສິງ​ຢູ່ 34 ແລະ​ເບິ່ງ​ແມ໋, ຄົນ​ທັງ​ເມືອງ​ກໍ​ພາ​ກັນ​ອອກ​ມາ​ຫາ​ພຣະ​ເຢ​ຊູ ເມື່ອ​ພົບ​ພຣະ​ອົງ​ແລ້ວ ເຂົາ​ຈຶ່ງ​ອ້ອນ​ວອນ​ທູນ​ຂໍ​ໃຫ້​ພຣະ​ອົງ​ອອກ​ໄປ​ເສັຽ​ຈາກ​ເຂດ​ແດນ​ຂອງ​ເຂົາ

ມັດທາຍ 9

ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ເປັ້ຽ

1 ຝ່າຍ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ລົງ​ເຮືອ​ຂ້າມ​ຟາກ​ໄປ​ຍັງ​ເມືອງ​ຂອງ​ຕົນ 2 ເບິ່ງ​ແມ໋, ເຂົາ​ຫາມ​ຄົນ​ເປັ້ຽຜູ້​ນຶ່ງ​ຊຶ່ງນອນ​ຢູ່​ເທິງ​ທີ່​ນອນ​ມາ​ຫາ​ພຣະ​ອົງ ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາ ຈຶ່ງ​ຊົງ​ກ່າວແກ່​ຄົນ​ເປັ້ຽນັ້ນ​ວ່າ, “ລູກ​ເອີຍ, ຈົ່ງ​ຊື່ນ​ໃຈ​ເທີນ ​ຜີດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” 3 ແລະ​ເບິ່ງ​ແມ໋, ພວກ​ນັກ​ທັມ​ບາງ​ຄົນ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ເວົ້າ​ຫມິ່ນ​ປມາດ​ພຣະ​ເຈົ້າ” 4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມຄຶດ​ຂອງ​ເຂົາ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຫດ​ສັນ​ໃດ​ທ່ານ​ທັງ​ຫລາຍ​ຈຶ່ງ​ຄຶດ​ຄວາມ​ຊົ່ວ​ໃນ​ໃຈ 5 ທີ່​ຈະ​ວ່າ “ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” ຫລື​ຈະ​ວ່າ “ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ທຽວ​ໄປ” ອັນ​ໃດ​ຈະ​ງ່າຍກວ່າ​ກັນ 6 ແຕ່​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ບຸດ​ມະ​ນຸດ​ມີ​ສິດ​ອຳ​ນາດ​ໃນ​ໂລກ​ໃຫ້​ອະ​ພັຍ​ຄວາມ​ຜິດ​ບາບ​ໄດ້” ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ຄົນ​ເປັ້ຽນັ້ນ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ບ້ານ​ເສັຽ” 7 ຄົນ​ເປັ້ຽ​ຈຶ່ງ​ລຸກ​ຂຶ້ນ​ເມືອ​ເຮືອນ​ຂອງ​ຕົນ 8 ເມື່ອ​ປະ​ຊາ​ຊົນ​ເຫັນ​ດັ່ງ​ນັ້ນ​ກໍ​ຢ້ານ ຈຶ່ງ​ພາ​ກັນ​ສັຣ​ເສິນພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຣິດ​ອຳ​ນາດ​ດັ່ງ​ນັ້ນ​ແກ່​ມະ​ນຸດ

ຊົງ​ເອີ້ນ​ເອົາ​ມັດ​ທາຍ

9 ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ຈາກ​ບ່ອນ​ນັ້ນ​ໄປ ພຣະ​ອົງ​ຊົງ​ເຫັນ​ຊາຍ​ຜູ້​ນຶ່ງ​ຊື່ ມັດ​ທາຍ​ນັ່ງ​ຢູ່​ດ່ານ​ພາ​ສີ ຈຶ່ງ​ຊົງກ່າວ​ແກ່​ຜູ້​ນັ້ນ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ” ເຂົາກໍ​ລຸກ​ຂຶ້ນ​ຕາມພຣະ​ອົງ​ໄປ 10 ເມື່ອ​ພຣະ​ອົງ​ປະ​ທັບ​ສ​ເວີຍ​ອາ​ຫານ​ຢູ່​ໃນ​ເຮືອນ ເບິ່ງ​ແມ໋, ມີ​ຄົນ​ເກັບ​ພາ​ສີ ​ແລະ​ຄົນ​ນອກ​ສິນ​ທັມ​ຫລາຍ​ຄົນ​ເຂົ້າ​ມາ​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະ​ເຢ​ຊູ​ ແລະ​ພວກ​ສິດ​ຂອງ​ພຣະ​ອົ​ງ 11 ເມື່ອ​ພວກ​ຟາ​ຣີ​ຊາຍ​ເຫັນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ຖາມ​ພວກ​ສິດ​ຂອງ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ອາ​ຈານ​ຂອງ​ພວກ​ເຈົ້າ​ຈຶ່ງ​ຮັບ​ປະ​ທານ​ອາ​ຫານ ຮ່ວມ​ກັບ​ຄົນ​ເກັບ​ພາ​ສິ ແລະ​ຄົນ​ນອກ​ສິນ​ທັມ” 12 ສ່ວນ​ພຣະ​ອົງ ເມື່ອ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ຈຶ່ງ​ຊົງ​ກ່າວ​ວ່າ, “ຄົນ​ທີ່​ສະ​ບາຍ​ບໍ່​ຕ້ອງ​ການ​ຫ​ມໍ​ຢາ ແຕ່​ຄົນ​ເຈັບ​ກໍ​ຕ້ອງ​ການ​ຫມໍ 13 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ໄປ​ຮຽນ​ຂໍ້​ນີ້​ໃຫ້​ເຂົ້າ​ໃຈ​ທີ່​ວ່າ “ເຮົາ​ປະ​ສົງ​ຄວາມ​ເມດ​ຕາ​ແລະ​ບໍ່​ປະ​ສົງ​ເຄື່ອງ​ບູ​ຊາ” ດ້ວຍ​ວ່າ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ຈະ​ເອີ້ນ​ເອົາ​ຄົນ​ສິນ​ທັມ ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກ​ສິນ​ທັມ”

ບັນ​ຫາ​ເຣື່ອງ​ການ​ຖື​ສິນ​ອົດ​ອາຫານ

14 ເມື່ອ​ນັ້ນ​ພວກ​ສິດ​ຂອງ​ໂຢ​ຣັນ​ມາ​ຫາ​ພຣະ​ເຢ​ຊູ​ທູນ​ວ່າ, “ເຫດ​ສັນ​ໃດ​ພວກ​ຂ້າ​ພຣະ​ອົງ ແລະ​ພວກ​ຟາ​ຣິ​ຊາຍ​ເຄີຍຖື​ສິນ​ອົດ​ອາ​ຫານ​ຢູ່​ເລື້ອຍ ແຕ່​ພວກ​ສິດ​ຂອງ​ທ່ານ​ບໍ່​ຖື” 15 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເມື່ອ​ເຈົ້າ​ບ່າວ​ຍັງຢູ່ກັບ​ເຂົາ ເພື່ອນ​ຂອງເຈົ້າ​ບ່າວ​ນັ້ນ​ຈະ​ໂສກ​ເສົ້າ​ບໍ່​ໄດ້​ຕີ້ ແຕ່​ວັນ​ນຶ່ງ​ຈະ​ມາ​ເມື່ອ​ເຈົ້າ​ບ່າວ​ຖືກ​ຍົກ​ຍ້າຍ​ຈາກ​ເຂົາ​ໄປ ເມື່ອ​ນັ້ນ​ເຂົາ​ຈະ​ຖື​ສິນ​ອົດ​ອາ​ຫານ 16 ບໍ່​ຫ່ອນ​ມີ​ຜູ້​ໃດເອົາ​ຕ່ອນ​ຜ້າ​ໃຫມ່​ມາ​ຕາບ​ເສື້ອ​ເກົ່າ ເພາະ​ເມື່ອ​ຕ່ອນ​ຜ້າ​ໃຫມ່​ຫົດ​ກໍ​ຈະ​ຂາດ​ອອກ​ຈາກ​ເສື້ອ​ເກົ່າ ແລ້ວ​ບ່ອນ​ຂາດ​ນັ້ນ​ຈະ​ກວ້າງ​ອອກ​ຕື່ມ 17 ແລະ​ເຂົາ​ບໍ່​ເອົາ​ເຫລົ້າ​ແວງ​ໃຫມ່​ມາ​ໃສ່​ໄວ້ໃນ​ຖົງ​ຫນັງ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ຖົງ​ຫນັງ​ຈະ​ຂາດ​ແລະ​ເຫລົ້າ​ແວງ​ຈະ​ຮົ່ວ​ອອກ ທັງ​ຖົງ​ຫນັງ​ກໍ​ຈະ​ເສັຽ​ໄປ​ເຫມືອນ​ກັນ ແຕ່​ເຂົາ​ເອົາ​ເຫລົ້າ​ແວງ​ໃຫມ່​ໃສ່​ໄວ້​ໃນ​ຖົງ​ຫນັງ​ໃຫມ່ ແລ້ວ​ທັງ​ສອງ​ຢ່າງ​ກໍຢູ່ດີ​ດ້ວຍ​ກັນ

ລູກ​ສາວ​ຂອງ​ເຈົ້າ​ນາຍ​ແລະ​ຍິງ​ເລືອດ​ຕົກ

18 ເມື່ອ​ພຣະ​ອົງ​ກຳ​ລັງ​ຊົງ​ກ່າວຄຳ​ເຫລົ່າ​ນີ້​ແກ່​ເຂົາ​ຢູ່ ເບິ່ງ​ແມ໋, ມີ​ເຈົ້າ​ນາຍ​ຜູ້​ນຶ່ງ​ມາ​ຂາບທູນ​ພຣະ​ອົງ​ວ່າ, “ລູກ​ສາວ​ຂອງ​ຂ້າ​ພຣະ​ອົງ​ຫາ​ກໍ​ຕາຍ ແຕ່​ຂໍ​ເຊີນ​ທ່ານ​ໄປ​ວາງ​ມື​ໃສ່​ເຂົາ ແລ້ວ​ເຂົາຈະ​ຄືນ​ມີ​ຊີ​ວິດ​ອີກ” 19 ແລ້ວ​ພຣະ​ເຢ​ຊູ​ຊົງ​ລຸກ​ຂຶ້ນ​ສະ​ເດັດ​ຕາມ​ນາຍ​ຜູ້​ນັ້ນ​ໄປ​ພ້ອມ​ດ້ວຍ​ພວກ​ສິດ​ຂອງ​ພຣະ​ອົງ 20 ແລະ​ເບິ່ງ​ແມ໋, ມີ​ຜູ້​ຍິງ​ຄົນ​ນຶ່ງ​ເປັນ​ພ​ຍາດ​ເລືອດ​ຕົກ​ໄດ້​ສິບ​ສອງ​ປີ​ມາ​ແລ້ວ ນາງ​ໄດ້​ຫຍັ​ບ​ເຂົ້າ​ມາ​ເບື້ອງ​ຫລັງ​ແລ້ວ​ບາຍ​ແຄມ​ເຄື່ອງ​ທົງ​ຂອງ​ພຣະ​ອົງ 21 ເພາະ​ນາງ​ຄຶດ​ໃນ​ໃຈ​ວ່າ, “ຖ້າ​ເຮົາ​ໄດ້​ບາຍ​ແຕ່​ເສື້ອ​ຂອງ​ທ່ານ​ເທົ່າ​ນັ້ນ​ ເຮົາ​ກໍ​ຈະ​ດີ​ພ​ຍາດ” 22 ພຣະ​ເຢ​ຊູ​ຊົງ​ຫລຽວ​ຫ​ລັງ​ທອດ​ພຣະ​ເນດ​ເຫັນ​ຍິງ​ນັ້ນ ແລ້ວ​ຊົງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ, ຈົ່ງ​ຊື່ນ​ໃຈ​ເທີນ ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ” ຕັ້ງ​ແຕ່​ຍາມ​ນັ້ນ​ນາງ​ກໍ​ດີ​ປົກ​ກະ​ຕິ 23 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ໄປ​ເຖິງ​ເຮືອນ​ນາຍ​ຜູ້​ນັ້ນ ກໍ​ຊົງ​ເຫັນ​ພວກ​ຄົນ​ເປົ່າ​ປີ່​ກັບ​ຝູງ​ຄົນ​ອຶກ​ກະ​ທຶກ​ກັນ​ຢູ່ 24 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ຖອຍ​ອອກ​ໄປ​ເສັຽ ດ້ວຍ​ວ່າ​ສາວ​ນ້ອຍ​ຄົນ​ນີ້​ບໍ່​ໄດ້​ຕາຍດອກ ແຕ່​ຫລັບ​ຢູ່​ເທົ່າ​ນັ້ນ” ແລ້ວ​ເຂົາ​ພາ​ກັນ​ຫົວ​ຂວັນພຣະ​ອົງ 25 ເມື່ອ​ຝູງ​ຄົນ​ໄດ້​ຖືກ​ຂັບ​ໄລ່​ອອກ​ຫມົດ​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ຈັບ​ມື​ສາວ​ນ້ອຍ​ແລະ​ສາວ​ນ້ອຍ​ນັ້ນ​ກໍ​ລຸກ​ຂຶ້ນ 26 ແລ້ວ​ກິ​ດຕິ​ສັບ​ກໍ​ຊ່າ​ລື​ໄປ​ທົ່ວ​ແຂວງ​ນັ້ນ

ຊົງ​ໂຜດ​ຄົນ​ຕາ​ບອດ​ສ​ອງ​ຄົນ

27 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ຈາກ​ບ່ອນ​ນັ້ນ​ໄປ ກໍ​ມີ​ຄົນ​ຕາ​ບອດ​ສອງ​ຄົນ​ຕາມ​ພຣະ​ອົງ​ໄປ​ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາ​ວິດ​ເອີຍ​, ໂຜດ​ເມດ​ຕາ​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ” 28 ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົາ​ໄປ​ໃນ​ເຮືອນ​ແລ້ວ ຄົນ​ຕາ​ບອດ​ສອງ​ຄົນ​ນັ້ນ​ກໍ​ເຂົ້າ​ມາ​ຫາ​ພຣະ​ອົງ ພຣະ​ເຢ​ຊູ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ເຈົ້າ​ເຊື່ອ​ວ່າ​ເຮົາ​ອາດ​ຈະ​ເຮັດ​ການ​ນີ້​ໄດ້​ຫລື” ເຂົາ​ກໍ​ທູນ​ພຣະ​ອົງ​ວ່າ, “ເຊື່ອ​ຢູ່​ທ່ານ​ເອີຍ” 29 ແລ້ວ​ພຣະ​ອົງ​ຊົງ​ບາຍ​ຕາ​ຂອງ​ເຂົາ​ພ້ອມ​ກັບ​ຊົງ​ກ່າວ​ວ່າ, “ໃຫ້​ເປັນ​ໄປ​ຕາມ​ຄວາມ​ເຊື່ອ​ຂອງ​ເຈົ້າ” 30 ແລະ​ຕາ​ຂອງ​ເຂົາ​ກໍ​ກັບ​ເຫັນ​ຮຸ່ງ ແລ້ວ​ພຣະ​ເຢ​ຊູ​ຊົງ​ສັ່ງ​ຫ້າມ​ເຂົາ​ຢ່າງ​ແຂງ​ແຮງວ່າ, “ຈົ່ງ​ລະ​ວັງ​ຢ່າ​ໃຫ້​ຜູ້​ໃດ​ຮູ້” 31 ແຕ່​ເມື່ອ​ເຂົາ​ຈາກບ່ອນ​ນັ້ນ​ໄປ ເຂົາ​ກໍ​ປະ​ກາດ​ເຣື່ອງ​ຂອງ​ພຣະ​ອົງ​ໃຫ້​ຊ່າ​ລື​ທົ່ວ​ໄປ​ໃນ​ແຂວງ​ນັ້ນ

ຊົງ​ໂຜດ​ຄົນ​ປາກ​ກືກ

32 ໃນ​ຂ​ນະ​ທີ່​ເຂົາ​ກໍາລັງ​ອ​ອກ​ໄປ ມີ​ຜູ້​ພາ​ຄົນ​ປາກ​ກືກ​ຜູ້​ນຶ່ງ​ທີ່​ມີ​ຜີ​ສິງ​ຢູ່​ມາ​ຫາ​ພຣະ​ອົງ 33 ເມື່ອ​ພຣະ​ອົງ​ຊົງ​ຂັບ​ໄລ່​ຜີ​ນັ້ນ​ອອກ​ແລ້ວ ຄົນ​ປາກ​ກືກ​ກໍ​ປາ​ກໄດ້ ຝູງ​ຄົນ​ທັງ​ຫລາຍກໍ​ອັ​ດສະ​ຈັນ​ໃຈເວົ້າ​ກັນ​ວ່າ, “ບໍ່​ເຄີຍ​ປາ​ກົດ​ເຫັນ​ການ​ດັ່ງ​ນີ້​ໃນ​ປະ​ເທດອີ​ສ​ຣາ​ເອນ​ຈັກ​ເທື່ອ” 34 ແຕ່​ພວກ​ຟາ​ຣິ​ຊາຍ​ເວົ້າ​ວ່າ, “ຄົນ​ນີ້​ຂັບ​ໄລ່​ຜີ​ອອກ​ໄດ້​ດ້ວຍ​ຣິດ​ຂອງ​ນາຍ​ຜິ”

ຊົງ​ສົງ​ສານ​​ປະ​ຊາ​ຊົນ

35 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ທົ່ວ​ທຸກ​ເມືອງ​ທຸກ​ບ້ານ ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ຊົງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຣາ​ຊ​ອາ​ນາ​ຈັກ​ນັ້ນ ແລະ​ຊົງ​ໂຜດ​ຄົນ​ມີ​ພ​ຍາດ​ແລະ​ຄວາມ​ເຈັບ​ໄຂ້​ທຸກ​ຢ່າງ​ໃຫ້​ດີ​ຫມົດ 36 ແຕ່​ເມື່ອ​ພຣະ​ອົງ​ຊົງ​ເຫັນ​ປະ​ຊາ​ຊົນ​ຫລວງ​ຫ​ລາຍ​ກໍ​ຊົງ​ສົງ​ສານ​ເຂົາ ເພາະ​ເຂົາ​ຖືກ​ຮົບ​ກວນ​ແລະ​ອິດ​ອ່ອນ​ໂຮຍ​ແຮງ​ໄປ​ເຫມືອນ​ຝູງ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ 37 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ພວກສິດ​ຂອງ​ພຣະ​ອົງ​ວ່າ, “ເຂົ້າ​ທີ່​ຈະ​ກ່ຽວ​ນັ້ນ​ກໍ​ຫລາຍ​ແທ້ ແຕ່​ຄົນ​ງານ​ມີ​ຫນ້ອຍ​ຢູ່ 38 ເພາະ​ສັນ​ນັ້ນ ພວກ​ທ່ານ​ຈົ່ງ​ອ້ອນວອນ​ຜູ້​ເປັນ​ເຈົ້າ​ຂອງ​ນາ ໃຫ້​ຈຳ​ຄົນ​ງານ​ມາ​ໃນ​ການ​ກ່ຽວ​ຂອງ​ທ່ານ​ເສັຽ”

ມັດທາຍ 10

ຊົງເອີ້ນ​ເອົາ​ສາ​ວົກ​ສິບ​ສອງ​ຄົນ

1 ເມື່ອ​ພຣະ​ອົງ​ຊົງ​ເອີ້ນ​ສາ​ວົກ​ສິບ​ສອງ​ຄົນ​ມາ​ແລ້ວ ກໍ​ຊົງ​ປະ​ທານ​ໃຫ້​ເຂົາ​ມີ​ຣິດ​ອຳ​ນາດ​ເຫນືອ​ຜີ​ຖ່ອຍ​ຮ້າຍ ເພື່ອ​ຂັບ​ໄລ່​ມັນ​ອອກ​ໄດ້ ແລະ​ເພື່ອ​ໃຫ້​ພ​ຍາດ​ທັງ​ຄວາມ​ເຈັບ​ໄຂ້​ທຸກ​ຢ່າງ​ດີ​ໄດ້ 2 ພວກ​ອັ​ຄ​ສາ​ວົກ​ສິບສອງຄົນ​ມີ​ຊື່​ດັ່ງ​ນີ້: ຜູ້​ທຳ​ອິດ​ຊື່​ຊີ​ໂມນ​ທີ່​ເອີ້ນ​ວ່າ​ເປ​ໂຕ ກັບ​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຕົນ, ຢາ​ໂກ​ໂບ​ບຸດ​ເຊ​ເບ​ດາຍ ກັບ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຕົນ 3 ຟິ​ລິບ​ ແລະ​ບາ​ຣະ​ໂທ​ໂລມາຍ, ໂທ​ມາ ​ແລະ​ມັດ​ທາຍ​ຜູ້​ເກັບ​ພາ​ສີ, ຢາ​ໂກ​ໂບ​ບຸດ​ອາ​ລະຟາຍ ​ແລະ​ທາ​ດາຍ, 4 ຊີ​ໂມ​ນພັກ​ຊາດ​ນິ​ຍົມ ແລະ​ຢູ​ດາ​ອີ​ສະ​ກາ​ຣິ​ອົດ​ຜູ້​ທີ່ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ

ຊົງ​ໃຊ້​ສາ​ວົກ​ສິບ​ສອງ​ຄົນ​ໄປ

5 ພວກ​ສິບສອງ​ຄົນ​ນີ້​ພຣະ​ເຢ​ຊູ​ຊົງ​ໃຊ້​ໃຫ້​ອອກ​ໄປ ແລະ​ຊົງ​ສັ່ງ​ເຂົາ​ວ່າ, “ຢ່າ​ໄດ້​ເຂົ້າ​ໄປ​ໃນ​ທາງຂອງ​ພວກ​ຕ່າງ​ຊາດ ແລະ​ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ຂອງ​ຊາວ​ຊາ​ມາ​ເຣັຽ 6 ແຕ່​ຈົ່ງ​ໄປ​ຫາ​ຝູງ​ແກະ​ທີ່​ເສັຽ​ແລ້ວ ຄື​ຕະ​ກູນ​ອິ​ສ​ຣາ​ເອນ​ນັ້ນ​ດີກວ່າ 7 ໃນ​ຂ​ນະ​ທີ່​ພວກ​ທ່ານ​ໄປ ຈົ່ງ​ປ່າວ​ປະ​ກາດ​ວ່າ “ຣາ​ຊ​ອາ​ນາ​ຈັກ​ສວັນ​ມາ​ໃກ້​ແລ້ວ” 8 ຄົນ​ເຈັບ​ໄຂ້​ຈັ່ງ​ເຮັດ​ໃຫ້​ດີ, ຄົນ​ຕາຍ​ແລ້ວ​ຈົ່ງ​ໃຫ້​ເປັນ​ຄືນ​ມາ, ຄົນ​ຂີ້​ທູດ​ຈົ່ງ​ໃຫ້​ດີ​ສະ​ອາດ, ແລະ​ຈົ່ງ​ຂັບ​ໄລ່​ຜີ​ຮ້າຍ​ອອກ​ເສັຽ ທ່ານ​ທັງ​ຫລາຍ​ໄດ້​ຮັບ​ລ້າໆ ຈົ່ງ​ເຮັດ​ໃຫ້​ລ້າໆ 9 ຢ່າ​ເອົາ​ເງິນ, ຫລື​ຄຳ, ຫລື​ທອງ​ແດງ​ໃສ່​ໄວ້​ໃນ​ກະ​ເປົາ​ສາຍ​ຮັດ​ແອວ​ຂອງ​ຕົນ​ໄປ 10 ຢ່າ​ເອົາ​ຖົງ​ໄປ​ໃຊ້​ຕາ​ມທາງ, ຫລື​ເສື້ອ​ສອງ​ໂຕ, ຫລື​ເກີບ, ຫລື​ໄມ້​ເທົ້າ ເພາະ​ວ່າ​ຄົນ​ງານ​ກໍ​ສົມ​ຄວນ​ຈະ​ໄດ້​ຮັບ​ອາ​ຫານ​ກິນ 11 ເມື່ອ​ພວກ​ທ່ານ​ເຂົ້າ​ໄປ​ໃນ​ບ້ານ​ໃດ​ຫລື​ເມືອງ​ໃດ​ຈົ່ງ​ຖາມ​ເບິ່ງວ່າ ຜູ້​ໃດ​ເປັນ​ຜູ້​ສົມ​ຄວນ ແລ້ວ​ໃຫ້​ໄປ​ອາ​ໄສ​ຢູ່​ກັບ​ຜູ້​ນັ້ນ​ຈົນ​ກວ່າ​ຈະ​ອອກ​ໄປ 12 ຂ​ນະ​ເມືອ​ຂຶ້ນ​ເຮືອນ​ຈົ່ງ​ຄຳ​ນັບໄທ​ເຮືອນ​ນັ້ນ 13 ຖ້າ​ຄົວ​ເຮືອນ​ນັ້ນ​ສົມ​ຄວນ​ຮັບ​ພອນ​ກໍ​ໃຫ້ ຄວາມ​ສ​ງົບ​ສຸກ​ຂອງ​ທ່ານ​ຢູ່​ກັບ​ເຮືອນ​ນັ້ນ ແຕ່​ຖ້າ​ຄົວ​ເຮືອນ​ນັ້ນ​ບໍ່​ສົມ​ຄວນຮັບ​ພອນ​ກໍ​ໃຫ້​ຄວາມ​ສງົບ​ສຸກ​ນັ້ນ​ກັບ​ຄືນ​ມາ​ສູ່​ທ່ານ​ອີກ 14 ຖ້າ​ຜູ້​ໃດ​ບໍ່​ຕ້ອນ​ຮັບ​ພວກ​ທ່ານ​ຫລື​ບໍ່​ຟັງ​ຄຳ​ຂອງ​ທ່ານ ຈົ່ງ​ອອກ​ຈາກ​ເຮືອນ​ນັ້ນ​ຫລື​ເມືອງ​ນັ້ນ ແລະ​ຈົ່ງ​ສັ່ນ​ຂີ້​ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ທ່ານ​ອອກ​ເສັຽ 15 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ໃນ​ວັນ​ພິ​ພາກ​ສາ​ໂທດ​ຂອງ​ເມືອງ​ໂຊ​ໂດມ​ ແລະ​ເມືອງ​ໂກໂມ​ຣາ​ອາດ​ຈະ​ທົນ​ງ່າຍກວ່າ​ໂທດ​ຂ​ອງ​ເມືອງ​ນັ້ນ

ເຣື່ອງ​ການ​ຕໍ່​ສູ້​ທີ່​ຕ້ອງເກິດ​ຂຶ້ນ

16 “ດັ່ງ​ນີ້​ເຮົາ​ໃຊ້​ພວກ​ທ່ານ​ໄປ​ເຫມືອນ​ດັ່ງ​ແກະ​ຢູ່​ຖ້າມ​ກາງ​ຝູງ​ຫມາ​ໄນ ສັນ​ນັ້ນ​ຈົ່ງ​ສ​ລາດ​ເຫມືອນ​ງູ ແລະ​ອ່ອນ​ສຸ​ພາບ​ເຫມືອນ​ນົກ​ເຂົາ 17 ແຕ່​ຈົ່ງ​ລະ​ວັງ​ຄົນ​ທັງ​ຫລາຍ ເພາະ​ເຂົາ​ຈະ​ມອບ​ທ່ານ​ກັບ​ສານ​ສູງ ແລະ​ຈະ​ຂ້ຽນ​ທ່ານ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ 18 ເຂົາ​ຈະ​ພາ​ພວກ​ທ່ານ​ໄປ​ຫາ​ເຈົ້າ​ເມືອງ​ແລະ​ກະ​ສັດ​ເພາະ​ເຫັນ​ແກ່​ເຮົາ ເພື່ອ​ໃຫ້​ເປັນ​ພຍານ​ແກ່​ເຂົາ​ແລະ​ແກ່​ຄົນ​ຕ່າງ​ຊາດ​ເຫມືອນ​ກັນ 19 ແຕ່​ເມື່ອ​ເຂົາ​ຈະ​ມອບ​ທ່ານ​ໄວ້​ນັ້ນ ຢ່າຄຶດ​ອຸກ​ໃຈ​ວ່າ​ຈະ​ເວົ້າ​ຢ່າງ​ໃດ​ຫລືຈະ​ກ່າວ​ອັນ​ໃດ ເພາະ​ວ່າ​ຄຳ​ທີ່​ທ່ານ​ຈະ​ກ່າວ​ນັ້ນ ພຣະ​ເຈົ້າ​ຈະ​ຊົງ​ປະ​ທານ​ໃຫ້​ແກ່​ທ່ານ​ໃນ​ໂມງ​ນັ້ນ 20 ເພາະ​ບໍ່​ແມ່ນ​ພວກ​ທ່ານເອງ​ຈະ​ເປັນ​ຜູ້​ກ່າວ ແຕ່​ແມ່ນ​ພຣະ​ວິນ​ຍານ​ແຫ່ງພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຊົງ​ເປັນ​ຜູ້​ກ່າວ​ໃນ​ທ່ານ 21 ອ້າຍ​ກັບ​ນ້ອງ​ຕ່າງ​ຄົນ​ກໍ​ຈະ​ມອບ​ກັນ​ໄວ້ ພໍ່​ຈະ​ມອບ​ລູກ ແລະ​ລູກ​ກໍ​ຈະ​ລຸກ​ຂຶ້ນ​ຕໍ່​ສູ້​ພໍ່​ແມ່​ໃຫ້​ເຖິງ​ແກ່​ຄວາມ​ຕາຍ 22 ຄົນ​ທັງ​ປວງ​ຈະ​ກຽດ​ຊັງ​ພວກ​ທ່ານ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ແຕ່​ຜູ້​ໃດທີ່​ທົນ​ໄດ້​ເຖິງ​ທີ່​ສຸດ​ຜູ້​ນັ້ນ​ຈະ​ໄດ້​ລອດ​ພົ້ນ 23 ເມື່ອ​ເຂົາ​ຂົ່ມ​ເຫັງ​ພວກ​ທ່ານ​ໃນ​ເມືອງ​ນຶ່ງ ຈົ່ງ​ຫນີ​ໄປ​ຍັງ​ເມືອງ​ອື່ນ ເພາະ​ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ກ່ອນ​ທີ່​ພວກ​ທ່ານ​ຈະ​ໄປ​ທົ່ວ​ເມືອງ​ຕ່າງໆ​ທັງ​ຫມົດ​ໃນ​ປະ​ເທດ​ອີ​ສ​ຣາ​ເອນ ບຸດ​ມະ​ນຸດ​ຈະ​ມາ​ແລ້ວ 24 “ສິດ​ບໍ່​ໃຫຍ່ກວ່າ​ຄ​ຣູ ແລະ​ຂ້ອຍ​ໃຊ້​ບໍ່​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ, 25 ຖ້າ​ສິດ​ຈະ​ສເມີ​ຄ​ຣູ ແລະ​ຂ້ອຍ​ໃຊ້​ສເມີ​ນາຍ​ຂອງ​ຕົນ​ກໍ​ພໍ​ດີ​ແລ້ວ ຖ້າ​ເຂົາ​ໄດ້​ເອີ້ນ​ເຈົ້າ​ເຣືອນ​ວ່າ ເບ​ເອນ​ເຊ​ບູນ ເຂົາ​ກໍ​ຈະ​ເອີ້ນ​ໄທ​ເຮືອນ​ຫລາຍກວ່າ​ນັ້ນ​ອີກ​ຫລາຍ​ເທົ່າ​ໃດ​ຫນໍ

ຜູ້​ທີ່​ເຮົາ​ຄວນ​ຢ້ານ

26 “ເຫດ​ສັນ​ນັ້ນ ຢ່າ​ຊູ່​ຢ້ານ​ເຂົາ ເພາະ​ວ່າ​ບໍ່​ມີ​ສິ່ງ​ໃດ​ປົກ​ບັງ​ໄວ້​ທີ່​ຈະ​ບໍ່​ເປິດ​ເຜີຍ ຫລື​ສິ່ງ​ລັບ​ທີ່​ບໍ່​ປາ​ກົດ​ໃຫ້​ຮູ້ 27 ສິ່ງ​ທີ່​ເຮົາ​ກ່າວ​ແກ່​ພວກ​ທ່ານ​ໃນ​ທີ່​ມືດ ພວກ​ທ່ານ​ຈົ່ງ​ກ່າວ​ໃນ​ທີ່​ແຈ້ງ ແລະ​ສິ່ງ​ທີ່​ພວກ​ທ່ານ​ໄດ້​ຍິນ​ຈາກ​ສຽງ​ຊິມ ຈົ່ງ​ປ່າວ​ປະ​ກາດ​ເທິງ​ຫລັງ​ຄາ​ເຮືອນ 28 ຢ່າ​ຊູ່​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ ແຕ່​ຈະ​ຂ້າ​ຈິດ​ວິນ​ຍານ​ບໍ່​ໄດ້ ແຕ່​ຈົ່ງ​ຢ້ານ​ພຣະ​ອົງ​ຜູ້​ຊົງ​ຣິດ​ທີ່​ອາດ​ໃຫ້​ທັງ​ຈິດ​ວິນ​ຍານ​ແລະ​ຮ່າງ​ກາຍ​ຈິບ​ຫາຍ​ໃນ​ຫມໍ້​ນະ​ຮົກ 29 ນົກ​ຈອກ​ສອງ​ໂຕ​ເຂົາ​ຂາຍ​ລາ​ຄາ​ອັດ​ນຶ່ງ​ບໍ່​ແມ່ນ​ຫລື ແຕ່​ຖ້າ​ພຣະ​ບິ​ດາ​ຂອງ​ທ່ານ​ບໍ່​ຊົງ​ເຫັນ​ຊອບ ນົກ​ນັ້ນ​ແມ່ນ​ແຕ່​ໂຕ​ດຽວ​ຈະ​ຕົກ​ລົງ​ດິນ​ກໍ​ບໍ່​ໄດ້ 30 ເຖິງ​ຜົມ​ຂອງ​ທ່ານ​ກໍ​ຊົງ​ນັບ​ໄວ້​ແລ້ວ​ຫມົດ​ທຸກ​ເສັ້ນ 31 ເຫດ​ສັນ​ນັ້ນ​ຢ່າ​ຊູ່​ຢ້ານ ຝ່າຍ​ພວກ​ທ່ານ​ກໍ​ປະ​ເສີດກວ່າ​ນົກ​ຈອກ​ຫລາຍ​ໂຕ

ການ​ຮັບ​ພຣະ​ຄຣິດ​ຕໍ່​ຫນ້າ​ມະ​ນຸດ

32 “ດັ່ງ​ນັ້ນ​ທຸກ​ຄົນ​ທີ່​ຈະ​ຮັບ​ເຮົາ​ຕໍ່​ຫນ້າ​ມະ​ນຸດ ຝ່າຍ​ເຮົາ​ຈະ​ຮັບຜູ້​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ບິ​ດາ​ຂອງ​ເຮົາ ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ເຫມືອນ​ກັນ 33 ແຕ່​ຜູ້​ທີ່​ປະ​ຕິ​ເສດ​ເຮົາ​ຕໍ່​ຫນ້າ​ມະ​ນຸດ ຝ່າຍ​ເຮົາ​ກໍ​ຈະ​ປະ​ຕິ​ເສດ​ຜູ້​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ເຫມືອນ​ກັນ

ບໍ່​ແມ່ນ​ຊົງ​ນຳ​ຄວາມ​ສ​ງົບ​ສຸກ​ແຕ່​ໃຊ້​ດາບ

34 “ຢ່າ​ຄືດ​ວ່າ​ເຮົາ​ມາ​ເພື່ອ​ຈະ​ນຳ​ຄວາມ​ສ​ງົບ​ສຸກ​ມາ​ສູ່​ໂລກ ເຮົາ​ບໍ່​ໄດ້​ມາ​ເພື່ອ​ນຳ​ຄວາມ​ສ​ງົບ​ສຸກ​ມາ​ໃຫ້ ແຕ່​ເຮົາ​ມາ​ເພື່ອ​ຈະ​ໃຫ້​ມີ​ດາບ 35 ເພາະ​ເຮົາ​ມາ​ເພື່ອ​ເຮັດ​ໃຫ້​ລູກ​ຊາຍ​ບໍ່​ຖືກ​ກັນ​ກັບ​ພໍ່, ລູກ​ຍິງ​ບໍ່​ຖືກ​ກັນ​ກັບ​ແມ່, ແລະ​ລູກ​ໃພ້​ບໍ່​ຖືກ​ກັບ​ແມ່​ຍ່າ​ຂອງ​ຕົນ 36 ແລະຜູ້​ທີ່​ຢູ່​ຮ່ວມ​ເຮືອນ​ດຽວ​ກັນ​ກໍ​ຈະ​ເປັ​ນ​ສັດ​ຕຣູ​ກັນ 37 ຜູ້​ໃດ​ທີ່​ຮັກ​ພໍ່​ແມ່​ຫລາຍ​ກວ່າ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັບ​ເຮົາ ແລະ​ຜູ້​ໃດ​ທີ່​ຮັກ​ລູ​ກຊາຍ​ຍິງ​ຫລາຍກວ່າ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັບ​ເຮົາ​ 38 ແລະ​ຜູ້​ໃດ​ທີ່​ບໍ່​ຮັບ​ເອົາ​ໄມ້​ກາງ​ແຂນ​ຂອງ​ຕົນ​ຕິດ​ຕາມ​ເຮົາ​ມາ ຜູ້​ນັ້ນ​ກໍ​ບໍ່​ສົມ​ກັ​ບ​ເຮົາ 39 ຜູ້​ທີ່​ຈະ​ເອົາ​ຊີ​ວິດ​ຂອງ​ຕົນ​ໄວ້​ກໍ​ຕ້ອງ​ເສັຽ​ຊີ​ວິດ​ນັ້ນ ແຕ່​ຜູ້​ທີ່​ຍອມ​ເສັຽ​ຊີ​ວິດ​ຂອງ​ຕົນ​ເພາະ​ເຫັນ​ແກ່​ເຮົາ ກໍ​ຈະ​ໄດ້​ພົບ​ຊີ​ວິດ

ເຣື່ອງ​ຄ່າ​ບຳ​ເຫນັດ

40 “ຜູ້​ທີ່​ຮັບ​ຕ້ອນ​ພວກ​ທ່ານ​ກໍ​ຮັບ​ຕ້ອນ​ເຮົາ ຜູ້​ທີ່​ຮັບ​ຕ້ອນ​ເຮົາ​ກໍ​ຮັບ​ຕ້ອນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ 41 ຜູ້​ທີ່​ຮັບ​ຕ້ອນ​ຜູ້​ປະ​ກາດ​ພຣະ​ທັມ​ເພາະ​ເປັນ​ຜູ້​ປະ​ກາດພຣະ​ທັມ​ກໍ​ຈະ​ໄດ້​ບຳ​ເຫນັດ​ເຫມືອນ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຜູ້​ທີ່​ຮັບ​ຕ້ອນ​ຄົນ​ສິນ​ທັມ​ເພາະ​ເປັນ​ຄົນ​ສິນ​ທັມ ກໍ​ຈະ​ໄດ້​ບໍາເຫນັດ​ເຫມືອນ​ຄົນ​ສິນ​ທັມ 42 ເຮົາ​ບອກ​ທ່ານ​ທັງ​ຫ​ລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ຈະ​ເອົາ​ນ້ຳ​ເຢັນ​ແຕ່​ຈອກ​ດຽວ ໃຫ້​ແກ່ຄົນ​ເລັກ​ນ້ອຍ​ຜູ້​ນຶ່ງ​ໃນ​ຈຳ​ພວກ​ນີ້​ດື່ມ​ເພາະ​ເປັນ​ສິດ ຜູ້​ນັ້ນ​ຈະ​ບໍ່​ຂາດ​ບຳ​ເຫນັດ​ຂອງ​ຕົນ​ຈັກ​ເທື່ອ”

ມັດທາຍ 11

ລູກ​ສິດ​ຂອງ​ໂຢ​ຮັນມາ​ໄຫ​ວ້​ພຣະ​ເຢ​ຊູ

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ສັ່ງ​ພວກ​ສາ​ວົກ​ສິບ​ສອງ​ຄົນ​ຂອງ​ຕົນ​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ຈາ​ກທີ່​ນັ້ນ​ໄປ​ສັ່ງ​ສອນ​ແລະ​ປ່າວ​ປະ​ກາດ​ໃນ​ເມືອງ​ທັງ​ຫລາຍ​ຂອງ​ເຂົາ 2 ຝ່າຍໂຢ​ຮັນ, ເມື່ອ​ຢູ່​ໃນ​ຄຸກ ໄດ້​ຍິນ​ຂ່າວ​ກິ​ຈ​ການ​ຂອງ​ພຣະ​ຄຣິດ ກໍໄດ້​ໃຊ້​ສິດ​ໄປ​ 3 ທູນ​ຖາມ​ພຣະ​ອົງວ່າ, “ທ່ານ​ເປັນ​ຜູ້​ທີ່ຈະ​ມາ​ນັ້ນ​ຫລື ຫລື​ຈະ​ຕ້ອງ​ຄອງ​ຖ້າ​ຜູ້​ອື່ນ” 4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ໄປ​ແຈ້ງ​ແກ່​ໂຢ​ຮັນ​ຕາມ​ທີ່​ທ່ານ​ໄດ້​ຍິນ​ແລະ​ໄດ້​ເຫັນ 5 ຄື​ຄົນ​ຕາ​ບອດ​ກໍ​ເຫັນ​ຮຸ່ງ, ຄົນ​ຂາ​ເສັ້ງ​ກໍ​ຍ່າງ​ເປັນ​ປົກ​ກະ​ຕິ, ຄົນ​ຂີ້​ທູດ​ກໍ​ດີ​ສະ​ອາດ, ຄົນ​ຫູ​ຫນວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວ​ປະ​ເສີດ​ກໍ​ປະ​ກາດ​ແກ່​ຄົນ​ອະ​ນາ​ຖາ 6 ບຸກ​ຄົນ​ໃດ​ບໍ່​ສະ​ດຸດ​ສົງ​ສັຍ​ເພາະ​ເຮົາ ຜູ້​ນັ້ນ​ກໍ​ເປັນ​ສຸກ” 7 ຄັນ​ສິດ​ເຫລົ່າ​ນັ້ນ​ກຳ​ລັງ​ອອກ​ໄປ ພຣະ​ເຢ​ຊູ​ຊົງຕັ້ງ​ຕົ້ນ​ກ່າວ​ກັບ​ປະ​ຊາ​ຊົນ​ເຖິງ​ເຣື່ອງ​ໂຢ​ຮັນ​ວ່າ, “ທ່ານ​ທັງ​ຫລາຍ​ໄດ້​ອອກ​ໄປ​ໃນ​ປ່າ​ເພື່ອ​ເບິ່ງ​ຫຍັງ ໄປ​ເບິ່ງ​ຕົ້ນ​ອໍ້​ໄຫວ​ໄປ​ມາ​ດ້ວຍ​ລົມ​ພັດຫລື 8 ແຕ່​ທ່ານ​ທັງ​ຫລາຍ​ອອກ​ໄປ​ເບິ່ງ​ຫຍັງ ໄປ​ເບິ່ງ​ຄົນ​ນຸ່ງ​ຫົ່ມ​ເຄື່ອງ​ລະ​ອຽດ​ອ່ອນນວນ​ຫລື ເບິ່ງ​ແມ໋, ຄົນ​ທີ່​ນຸ່ງ​ເຄື່ອງ​ລະ​ອຽດ​ອ່​ອນນວນ​ກໍ​ຢູ່​ໃນ​ພຣະ​ຣາ​ຊວັງ 9 ແຕ່​ພວກ​ທ່ານ​ອອກ​ໄປ​ເບິ່ງ​ຫຍັງ ໄປ​ເບິ່ງ​ຜູ້​ປະ​ກາດ​ພຣະ​ທັມ​ຫລື ແມ່ນ​ແລ້ວ, ເຮົາ​ບອກ​ທ່ານທັງຫລາຍ​ວ່າ ທ່ານ​ຜູ້​ນັ້ນ​ກໍ​ໃຫຍ່​ກວ່າ​ເຮົາ​ຜູ້​ປະ​ກາດ​ພຣະ​ທັມ​ອີກ 10 ຄື​ໂຢຮັນ​ຜູ້​ນີ້​ແຫລະ, ທີ່​ພຣະ​ຄັມ​ພີ​ຂຽນ​ໄວ້​ເຖິງ​ວ່າ, “ເບິ່ງ​ແມ໋, ເຮົາ​ໃຊ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄປ​ກ່ອນ​ຫນ້າ​ທ່ານ ຜູ້ຮັບ​ໃຊ້​ນັ້ນ​ຈະ​ຈັດ​ແຈງ​ຫົນ​ທາງ​ໄວ້​ກ່ອນ​ຫນ້າ​ທ່ານ” 11 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ໃນ​ບັນ​ດາ​ຜູ້​ທີ່​ເກິດ​ຈາກ​ແມ່​ຍິງ ບໍ່​ມີ​ຜູ້​ໃດ​ໃຫຍ່ກວ່າ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແຕ່​ຜູ້​ນ້ອຍ​ທີ່​ສຸດ​ໃນ​ຣາ​ຊອາ​ນາ​ຈັກ​ສວັນ​ກໍ​ໃຫຍ່ກວ່າ​ໂຢ​ຮັນ​ອີກ 12 ຕັ້ງ​ແຕ່​ຄາວ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ມາ​ເຖິງ​ທຸກວັນ​ນີ້ ຣາ​ຊ​ອາ​ນາ​ຈັກ​ສວັນ​ກໍ​ເປັນ​ທີ່​ຍາດ​ຊິງ​ເອົາ ແລ້ວ​ຜູ້​ທີ່​ມີ​ໃຈ​ຮຸນ​ແຮງ​ກໍ​ເປັນ​ຜູ້​ທີ່​ຍາດ​ເອົາ​ໄດ້ 13 ເພາະ​ວ່າ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ກັບ​ພຣະ​ບັນ​ຍັດ​ໄດ້​ທຳນວາຍ​ມາ​ຈົນ​ເຖິງ​ໂຢ​ຮັນ​ນີ້ 14 ຖ້າ​ພວກ​ທ່ານ​ພໍ​ໃຈ​ຮັບ​ເອົາ​ຄຳ​ນີ້ ກໍ​ແມ່ນ​ໂຢ​ຮັນ​ນີ້​ແຫລະ​ເປັນ​ເອ​ລິ​ຢາ​ທີ່​ຈະມາ​ນັ້ນ 15 ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ເອົາ​ເທີນ 16 “ເຮົາ​ຈະ​ປຽບ​ຄົນ​ສະ​ໄຫມນີ້​ຄື​ກັບ​ອັນ​ໃດ ປຽບ​ເຫມືອນ​ກັບ​ຫມູ່​ເດັກ​ນ້ອຍ​ນັ່ງ​ຢູ່ກາງ​ຕ​ລາດ​ຮ້ອງ​ໃສ່​ກັນ​ວ່າ, 17 “ຕູ​ໄດ້​ເປົ່າ​ປີ່​ໃຫ້​ສູ ແຕ່​ສູ​ບໍ່​ໄດ້​ຟ້ອນ​ລຳ ຕູ​ໄດ້​ຮ້ອງ​ໄຫ້​ຮ່ຳ​ໄຮ ແຕ່​ສູ​ບໍ່​ໄດ້​ຕີ​ເອີກ​ຕ້ອນ​ຮັບ” 18 ເພາະ​ວ່າ​ໂຢ​ຮັນ​ໄດ້​ມາ​ບໍ່​ກິນ​ບໍ່​ດື່ມ ແລ້ວ​ເຂົາ​ເວົ້າ​ວ່າ “ມີ​ຜີ​ສິງ​ຢູ່” 19 ຝ່າຍ​ບຸດ​ມະ​ນຸດ​ໄດ້​ມາ​ທັງ​ກິນ​ແລະ​ດື່ມ ເຂົາ​ກໍ​ເວົ້າ​ວ່າ “ເບິ່ງ​ແມ໋, ນີ້​ເປັນ​ຄົນ​ກິນ​ເກີນ​ສ່ວນ​ແລະ​ມັກ​ເມົາ ເປັນ​ເພື່ອນ​ຂອງ​ຄົນ​ເກັບ​ພາ​ສິ​ແລະ​ຄົນ​ນອກ​ສິນ​ທັມ” ແຕ່​ພຣະ​ປັນ​ຍາ​ກໍ​ປາ​ກົດ​ວ່າ ຖືກ​ຕ້ອງ​ແລ້ວ​ດ້ວຍ​ຜົນ​ແຫ່ງ​ພຣະ​ປັນ​ຍາ​ນັ້ນ”

ຊົງ​ຕິ​ຕຽນ​ເມືອງ​ຕ່າງໆ

20 ແລ້ວ​ພຣະ​ອົງ​ກໍ​ຊົງ​ຕັ້ງ​ຕົ້ນ​ຕິ​ຕຽນ​ເມືອງ​ຕ່າງໆ ຄື​ບ່ອນ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ການ​ອິດ​ທີ​ຣິດ​ເປັນ​ສ່ວນ​ຫລາຍ​ນັ້ນ ເພາະ​ເຂົາ​ບໍ່​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ 21 “ວິ​ບັດ​ແກ່​ເຈົ້າ, ເມືອງ​ໂຄຣາ​ຊິນ ວິ​ບັດ​ແກ່​ເຈົ້າ, ເມືອງ​ເບດ​ຊາ​ອີ​ດາ​ເຮິຍ ເພາະ​ຖ້າ​ການ​ອີດ​ທິ​ຣິດ​ທີ່​ໄດ້​ກະ​ທຳ​ໃນ​ຖ້າມ​ກາງ​ພວກ​ເຈົ້ານັ້ນ ໄດ້​ກະ​ທຳ​ໃນ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດນ ຄົນ​ໃນ​ເມືອງ​ທັງ​ສອງ​ຄົງ​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່, ນຸ່ງ​ຫົ່ມ​ຜ້າ​ຫຍາບ​ນັ່ງ​ເທິງ​ຂີ້​ເຖົ່າ​ແຕ່​ດົນ​ນານ​ມາ​ແລ້ວ 22 ແຕ່​ເຮົາ​ບອກ​ພວກ​ເຈົ້າ​ວ່າ ໃນ​ວັນ​ພິ​ພາກ​ສາ ໂທດ​ຂອງ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດນ​ກໍ​ຈະ​ທົນ​ງ່າຍກວ່າ​ໂທດຂອງ​ພວກ​ເຈົ້າ 23 ແລະ​ຝ່າຍ​ເຈົ້າ, ເມືອງ​ກາ​ເປ​ນາ​ອູມ​ເຮີຍ ເຈົ້າ​ຈະ​ຖືກຍົກ​ຂຶ້ນ​ພຽງ​ຟ້າ​ຫລື ແຕ່​ເຈົ້າຈະ​ຕ້ອງ​ລົງ​ໄປ​ເຖິງ​ແດນ​ມໍ​ຣະ​ນາ ດ້ວຍ​ວ່າ​ການ​ອິດ​ທີ​ຣິດ​ທີ່​ໄດ້​ກະ​ທຳ​ໃນ​ຖ້າມ​ກາງ​ເຈົ້າ​ນັ້ນ ຖ້າ​ໄດ້​ກະ​ທຳ​ໃນ​ເມືອງ​ໂຊ​ໂດມເມືອງ​ນັ້ນ​ຄົງ​ໄດ້​ຕັ້ງ​ຢູ່​ຈົນ​ເຖິງ​ທຸກວັນ​ນີ້ 24 ເພາະ​ເຫດ​ນີ້​ເຮົາ​ບອກ​ເຈົ້າວ່າ​ໃນ​ວັນ​ພິ​ພາກ​ສາ ໂທດ​ຂອງ​ເມືອງ​ໂຊ​ໂດມ​ຈະ​ທົນ​ງ່າຍກວ່າ​ໂທດ​ຂອງ​ເຈົ້າ”

ຊົງເອີ້ນເອົາບັນດາຜູ້ເມື່ອຍແລະທົນການໜັກ

25 ໃນ​ເວ​ລາ​ນັ້ນ​ພຣະ​ເຢ​ຊູໄດ້​ກາບ​ທູນ​ວ່າ, “ຂ້າ​ແດ່ພຣະ​ບິ​ດາ​ຜູ້​ເປັນ​ເຈົ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ ຂ້າ​ພຣະ​ອົງ​ສັຣ​ເສິນ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ປົກ​ບັງ​ສິ່ງ​ເຫລົ່າ​ນີ້​ໄວ້​ຈາກ​ຜູ້​ມີ​ປັນ​ຍາ​ແລະ​ຜູ້​ສລາດ ແຕ່​ໄດ້​ຊົງ​ສະ​ແດງ​ໃຫ້​ເດັນ​ນ້ອຍ​ຮູ້ 26 ຂ້າ​ແດ່​ພຣະ​ບິ​ດາ, ພຣະ​ອົງ​ຊົງ​ເຫັນ​ຊອບ​ດັ່ງ​ນັ້ນ” 27 “ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ມອບ​ສິ່ງ​ສາ​ຣະ​ພັດ​ໃຫ້​ແກ່​ເຮົາ ແລະ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ພຣະ​ບຸດນອກ​ຈາກ​ພຣະ​ບິ​ດາ ແລະ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ພຣະ​ບິ​ດາ​ນອກ​ຈາກ​ພຣະ​ບຸດ ກັບ​ຜູ້​ທີ່​ພຣະ​ບຸດ​ປະ​ສົງ​ຈະ​ສະ​ແດງ​ໃຫ້​ຮູ້ 28 “ບັນ​ດາ​ຜູ້​ທີ່​ເຮັກ​ການ​ຫນັກ​ຫນ່ວງ​ແລະ​ແບກ​ພາ​ຣະ​ຫນັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກ​ທ່ານ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ 29 ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້​ແລ້ວ​ຮຽນ​ຮູ້ຈາກ​ເຮົາ ເພາະ​ວ່າ​ເຮົາ​ເປັນ​ຜູ້ໃຈ​ອ່ອນ​ສຸ​ພາບ​ແລະ​ຖ່ອມ​ລົງ ແລ້ວ​ຈິດ​ໃຈ​ຂອງ​ທ່ານ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ 30 ດ້ວຍ​ວ່າ​ແອກ​ຂອງ​ເຮົາ​ກໍ​ພໍ​ເຫມາະ​ ແລະ​ພາ​ຣະ​ຂອງ​ເຮົາ​ກໍ​ເບົາ”

ມັດທາຍ 12

ບັ​ນ​ຫາ​ເຣື່ອງວັນ​ສະ​ບາ​ໂຕ

1 ໃນ​ເວ​ລາ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຜ່ານ​ທົ່ງ​ນາ​ໄປ​ໃນ​ວັນ​ສະ​ບາ​ໂຕ ສ່ວນ​ພ​ວກ​ສິດ​ຂອງ​ພຣະ​ອົງ​ກໍ​ຫິວ​ເຂົ້າ ຈຶ່ງ​ຕັ້ງ​ຕົ້ນ​ເດັດ​ເອົາ​ຮວງ​ເຂົ້າ​ມາ​ເກັດ​ກິນ 2 ເມື່ອ​ພວກ​ຟາ​ຣີ​ຊາຍ​ເຫັນ​ດັ່ງ​ນັ້ນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເບິ່ງ​ແມ໋, ພວກ​ສິດ​ຂອງ​ທ່ານ​ເຮັດ​ຜິດ​ຕໍ່​ກົດ​ຂອງວັນ​ສະ​ບາ​ໂຕ” 3 ພຣະ​ອົງຊົງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານຍັງ​ບໍ່​ໄດ້​ອ່ານ​ຫລື ຊຶ່ງ​ດາ​ວິດ​ໄດ້​ເຮັດ​ເມື່ອ​ທ່ານ​ແລະ​ພັກ​ພວກ​ອຶດ​ຫິວ​ນັ້ນ 4 ຄື​ດາ​ວິດ​ໄດ້​ເຂົາ​ໄປ​ໃນ​ທີ່​ສະ​ຖິດ​ຂອງ​ພຣະ​ເຈົ້າ ຮັບ​ປະ​ທານ​ເຂົ້າ​ຈີ່​ທີ່​ຕັ້ງ​ຖວາຍ​ຕໍ່​ພຣະ​ພັກ ຊຶ່ງ​ທ່ານ​ແລະ​ພັກ​ພວກ​ບໍ່​ມີ​ສິດ​ຈະ​ຮັບ​ປະ​ທານ ຄວນ​ແຕ່​ປະ​ໂຣ​ຫິດ​ພວກ​ດຽວ 5 ພວກ​ທ່ານ​ບໍ່​ໄດ້​ອ່ານ​ໃນ​ພຣະ​ບັນ​ຍັດ​ຫລື​ທີ່​ວ່າ ທຸກວັນ​ສະ​ບາ​ໂຕ​ພວກ​ປະ​ໂຣ​ຫິດ​ເຄີຍ​ລະ​ເມີ​ດຕໍ່​ກົດ​ວັນ​ສະ​ບາ​ໂຕ​ ແຕ່​ບໍ່​ມີ​ຄວາມ​ຜິດ 6 ເຮົາ​ບອກພວກ​ທ່ານ​ວ່າ ຢູ່​ທີ່​ນີ້​ມີ​ສິ່ງ​ນຶ່ງ​ໃຫຍ່ກວ່າ​ພຣະ​ວິ​ຫານ​ອີກ 7 ຖ້າ​ພວກ​ທ່ານ​ໄດ້​ເຂົ້າ​ໃຈ​ຄວາມ​ຫມາຍ​ຂອງ​ພຣະ​ຄັມ​ພີ​ທີ່​ວ່າ “ເຮົາ​ປະ​ສົງ​ຄວາມ​ເມ​ດ​ຕາ ບໍ່​ປະ​ສົງ​ເຄື່ອງ​ບູ​ຊາ” ທ່ານ​ກໍ​ຄົງ​ຈະ​ບໍ່​ກ່າວ​ໂທດ​ໃສ່​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ 8 ເພາະ​ວ່າ​ບຸດ​ມະ​ນຸດ​ເປັນ​ເຈົ້າ​ຂອງວັນ​ສະ​ບາ​ໂຕ”

ຊົງ​ໂຜດ​ຄົນ​ມື​ລີບ

9 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ຈາກ​ທີ່​ນັ້ນ​ເຂົ້າ​ໄປ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ 10 ເບິ່ງ​ແມ໋, ຢູ່​ທີ່​ນັ້ນ​ມີ​ຄົນ​ມື​ລີບ​ເບື້ອງ​ນຶ່ງ ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຄວນ​ຫລື​ຈະ​ເຮັດ​ໃຫ້​ດີ​ພ​ຍາດ​ໃນ​ວັນ​ສະ​ບາ​ໂຕ” ເພື່ອ​ເຂົາ​ຈະ​ຟ້ອງ​ພຣະ​ອົງ​ໄດ້ 11 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ມີ​ຜູ້​ໃດ​ໃນ​ພວກ​ທ່ານ ຖ້າ​ມີ​ແກະ​ໂຕ​ດຽວ​ແລະ​ແກະ​ໂຕ​ນັ້ນ​ຕົກ​ຂຸມ​ໃນ​ວັນ​ສະ​ບາ​ໂຕ ຜູ້​ນັ້ນ​ຈະ​ບໍ່​ດຶງ​ມັນ​ຂຶ້ນ​ຫລື 12 ມະ​ນຸດ​ຄົນ​ນຶ່ງ​ປະ​ເສີດກວ່າ​ໂຕ​ແກະ​ຫລາຍ​ເທົ່າ​ໃດ​ຫນໍ ດ້ວຍ​ເຫດ​ນັ້ນ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ເຮັດ​ການ​ດີ​ໃນ​ວັນ​ສະ​ບາ​ໂຕ” 13 ແລ້ວ​ພຣະ​ອົງ​ຊົງ​ບອກ​ຄົນ​ມື​ລີບ​ວ່າ, “ເຈົ້າ​ຈົ່ງ​ຢຽດ​ມື​ອອກ” ຄົນ​ນັ້ນ​ກໍ​ຢຽດ​ອອກ ແລ້ວ​ມື​ນັ້ນ​ກໍ​ດີ​ປົກ​ກະ​ຕິ​ເຫມືອນ​ມື​ອີກ​ເບື້ອງ​ນຶ່ງ 14 ຝ່າຍ​ພວກ​ຟາ​ຣີ​ຊາຍ​ຈຶ່ງ​ອອກ​ໄປ​ປຶກ​ສາ​ກັນ​ເຖິງ​ເຣື່ອງ​ພຣະ​ອົງ​ວ່າ ຈະ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ຂ້າ​ພຣະ​ອົງ​ໄດ້

ຜູ້ຮັບໃຊ້ທີ່ຖືກຊົງເລືອກໄວ້

15 ແຕ່​ພຣະ​ເຢ​ຊູ​ຊົງ​ຊາບ ຈຶ່ງ​ສະ​ເດັດ​ອອກ​ໄປ​ຈາກ​ທີ່​ນັ້ນ ແລະ​ປະ​ຊາ​ຊົນ​ຫລວງ​ຫລາຍ​ກໍ​ຕິດ​ຕາມພຣະ​ອົງ​ໄປ ພຣະ​ອົງ​ກໍ​ຊົງ​ໂຜດ​ໃຫ້​ເຂົາ​ດີ​ພ​ຍາດທຸກ​ຄົນ 16 ແລ້ວ​ພຣະ​ອົງ​ຊົງ​ສັ່ງ​ຫ້າມ​ຢ່າງ​ເດັດ​ຂາດ​ບໍ່​ໃຫ້​ເປິດ​ເຜີຍ​ພຣະ​ນາມ​ຂອງ​ພຣະ​ອົງ 17 ທັງນີ້​ເພື່ອ​ຈະ​ໃຫ້​ສຳ​ເຣັດ​ຕາມ​ຄຳ​ທີ່​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ວ່າ, 18 “ເບິ່ງ​ແມ໋, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຜູ້​ເປັນ​ທີ່​ຮັກ​ແລະ​ຊອບ​ໃຈ​ຂອງ​ເຮົາ ເຮົາ​ຈະ​ເອົາ​ວິນ​ຍານ​ຂອງ​ເຮົາ​ສວມ​ໃສ່​ໄວ້​ເທິງ​ທ່ານ ເພື່ອ​ຈະ​ປະ​ກາດ​ຄວາມ​ຍຸດ​ຕິ​ທັມ​ແກ່​ບັນ​ດາ​ປະ​ຊາ​ຊາດ 19 ທ່ານຈະ​ບໍ່​ກໍ່​ການ​ວິ​ວາດ​ຜິດ​ຖຽງ​ແລະ​ບໍ່​ຮ້ອງ​ສຽງ​ດັງ ບໍ່​ມີ​ໃຜ​ຈະ​ໄດ້​ຍິນ​ສຳ​ນຽງ​ສຽງ​ຂອງ​ທ່ານຕາມ​ຖ​ນົນ 20 ໄມ້​ອໍ້​ບວບ​ແລ້ວ​ທ່ານ​ຈະ​ບໍ່​ຫັກ ໃສ້​ຕະ​ກຽງ​ເປັນ​ຄວັນ​ຈວນ​ຈະ​ມອດ ​ທ່ານ​ຈະ​ບໍ່​ມອດ ຈົນ​ກວ່າ​ທ່ານ​ຈະ​ໄດ້​ນຳ​ຄວາມ​ຍຸດ​ຕິ​ທັມ​ໃຫ້​ມີ​ຊັຍ ຊະນະ 21 ແລະ​ບັນ​ດາ​ປະ​ຊາ​ຊາດ​ຈະ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ນາມ​ຂອງ​ທ່ານ”

ພຣະ​ເຢ​ຊູ​ກັບ​ເບ​ເອນ​ເຊ​ບູນ

22 ເມື່ອ​ນັ້ນ​ເຂົາ​ໄດ້​ພາຄົນ​ຜູ້​ນຶ່ງ​ທີ່​ມີ​ຜີ​ຮ້າຍ​ເຂົ້າ​ສິງ​ຢູ່ ທັງ​ຕາ​ບອດ​ແລະ​ປາກ​ກືກ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ຊົງ​ໃຫ້​ດີ​ປົກ​ກະ​ຕິ ຄົນ​ນັ້ນ​ຈຶ່ງ​ປາກ​ໄດ້​ເຫັນ​ໄດ້ 23 ແລະ​ປະ​ຊາ​ຊົນ​ກໍ​ອັ​ດສະ​ຈັນ​ໃຈ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ບຸດ​ກະ​ສັດ​ດາ​ວິດ​ບໍ່​ແມ່ນ​ຫລື” 24 ແຕ່​ພວກ​ຟາ​ຣິ​ຊາຍ ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ເວົ້າ​ວ່າ, “ຜູ້​ນີ້​ຂັບ​ໄລ່​ຜິ​ອອກ​ໄດ້​ໂດຍ​ໃຊ້​ອຳ​ນາດ​ເບເອນ​ເຊ​ບູນ​ຄື​ນາຍ​ຜີ​ນັ້ນ” 25 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມ​ຄຶດ​ຂອງ​ເຂົາ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ອາ​ນາ​ຈັກ​ໃດໆ ທີ່​ແຕກ​ຈາກ​ກັນ​ແລ້ວ​ກໍ​ຄົງ​ຈິບ​ຫາຍ ເມືອງ​ໃດ​ຫລື ​ເຮືອນ​ໃດໆ ທີ່​ແຕກ​ຈາກ​ກັນ​ແລ້ວ​ຈະ​ຕັ້ງ​ຫມັ້ນ​ຢູ່​ບໍ່​ໄດ້ 26 ແລະ​ຖ້າ​ຊາ​ຕານ​ຂັບ​ໄລ່​ຊາ​ຕານ​ອອກ ມັນ​ກໍ​ແຕກ​ແຍ​ກ​ກັນ​ໃນ​ຕົວ​ມັນ​ເອງ ແລ້ວ​ອາ​ນາ​ຈັກ​ຂອງ​ມັນ​ຈະ​ຕັ້ງ​ຫມັ້ນ​ໄດ້​ຢ່າງ​ໃດ 27 ແລະ​ຖ້າ​ເຮົາ​ຂັບໄລ່​ຜີ​ອອກ​ດ້ວຍ​ອຳ​ນາດ​ເບ​ເອນ​ເຊ​ບູນ ພວກ​ລູກ​ຫລານ​ຂອງ​ທ່ານ​ທັງ​ຫລາຍ​ເຄິຍ​ຂັບ​ມັນ​ອອກດ້ວຍ​ອຳ​ນາດ​ຂອງ​ຜູ້​ໃດ ດ້ວຍ​ເຫດ​ນີ້​ແຫລະ, ເຂົາ​ຈະ​ເປັນ​ຜູ້​ຕັດ​ສິນ​ພວກ​ທ່ານ 28 ແຕ່​ຖ້າ​ເຮົາ​ຂັບ​ໄລ່​ຜີ​ອອກ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ດັ່ງນັ້ນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກໍ​ມາ​ເຖິງ​ພວກ​ທ່ານ​ແລ້ວ 29 ຫລື​ໃຜ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ແຂງ​ແຮງ ແລະ​ຈະ​ປຸ້ນ​ເອົາ​ຊັບ​ຂອງ​ເຂົາ​ໄດ້​ຢ່າງ​ໃດ ເວັ້ນ​ໄວ້​ແຕ່​ຈະ​ມັດ​ຄົນ​ແຂງ​ແຮງ​ນັ້ນ​ໄວ້​ເສັຽກ່ອນ ແລ້ວ​ຈຶ່ງ​ຈະ​ປຸ້ນ​ເອົາ​ຊັບ​ໃນ​ເຮືອນ​ຂອງ​ເຂົາ​ໄດ້ 30 ຜູ້​ໃດ​ບໍ່​ຢູ່​ຝ່າຍ​ເຮົາ​ກໍ​ຕໍ່​ສູ້​ກັບ​ເຮົາ ແລະ​ຜູ້​ໃດ​ບໍ່​ໂຮມ​ເຂົ້າ​ກັ​ບ​ເຮົາ​ກໍ​ເປັນ​ຜູ້​ເຮັດ​ແຕກ​ກະ​ຈາຍ​ໄປ 31 ດ້ວຍ​ເຫດ​ນີ້​ເຮົາ​ບອກ​ພວກ​ທ່ານ​ວ່າ​ຄວາມ​ຜິດ​ບາບ​ແລະ​ຄວາມ​ຫມິ່ນ​ປມາດ​ທຸກ​ຢ່າງ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້​ມະ​ນຸ​ດໄດ້ ແຕ່​ຄຳ​ຫມິ່ນ​ປມາດ​ພຣະ​ວິນ​ຍານ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້​ບໍ່​ໄດ້ 32 ຜູ້​ໃດ​ທີ່​ເວົ້າ​ຄຳ​ຂັດ​ຂວາງ​ຕໍ່​ບຸດ​ມະ​ນຸດ ກໍ​ຈະ​ຊົງ​ໂຜດ​ໃຫ້​ອະ​ພັຍ​ແກ່​ຜູ້​ນັ້ນ​ໄດ້ ແຕ່​ຜູ້​ໃດ​ທີ່​ເວົ້າ​ຄຳ​ຂັດ​ຂວາງ​ຕໍ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ກໍ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້​ແກ່​ຜູ້​ນັ້ນ​ບໍ່​ໄດ້ ທັງ​ໃນ​ໂລກ​ນີ້​ແລະ​ໃນ​ໂລກ​ຫນ້າ

ຕົ້ນ​ໄມ້​ກັບ​ຜົນ​ມັນ

33 “ຕ້ອງ​ມີ​ຕົ້ນ​ໄມ້​ດີ ຫມາກ​ມັນ​ຈຶ່ງ​ດີ ຖ້າ​ຕົ້ນ​ໄມ້​ບໍ່​ດີ ຫມາກນ​ມັນ​ບໍ່​ດີ ເພາະ​ວ່າ​ຈະ​ໄດ້​ຮູ້​ຈັກ​ຕົ້ນ​ໄມ້​ດ້ວຍ​ຫມາກ​ຂອງ​ມັນ 34 ໂອ ຊາດ​ງູ​ຮ້າຍ​ເອີຍ, ພວກ​ຜູ້​ຊົ່ວ​ແລ້ວ ຈະ​ເວົ້າ​ຄວາມ​ດີ​ໄດ້​ຢ່າງ​ໃດ ດ້ວຍ​ວ່າ​ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງ​ໃດ ປາກ​ກໍ​ເວົ້າ​ຕາມ​ສິ່ງ​ນັ້ນ 35 ຄົນ​ດີ​ກໍ​ເອົາ​ຂອງ​ດີ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມ​ດີ​ຂອງ​ຕົນ ຄົນ​ຊົ່ວ​ກໍ​ເອົາ​ຂອງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມ​ຊົ່ວ​ຂອງ​ຕົນ 36 ເຮົາ​ບອກ​ພວກ​ທ່ານ​ວ່າ ຖ້ອຍ​ຄຳ​ເປົ່າໆ ທຸກ​ຄຳ​ທີ່​ມະ​ນຸດ​ເວົ້າ ເຂົາ​ຈະ​ຕ້ອງ​ໃຫ້​ການ​ເພາະ​ຄຳ​ນັ້ນ​ໃນ​ວັນ​ພິ​ພາກ​ສາ 37 ດ້ວຍ​ເຫດວ່າ​ທີ່​ທ່ານ​ຈະ​ພົ້ນ​ໂທດ​ໄດ້​ຫລື​ຈະ​ຕ້ອງ​ຖືກ​ໂທດ​ນັ້ນ ກໍເພາະ​ດ້ວຍ​ຖ້ອຍ​ຄຳ​ຂອງ​ຕົນ”

ຄົນ​ຊາດ​ຊົ່ວ​ຢາກ​ເຫັນ​ຫມາຍ​ສຳ​ຄັນ

38 ຄາວ​ນັ້ນ​ມີ​ບາງ​ຄົນ​ໃນ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ​ມາ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ພຣະ​ອົງຢາກ​ເຫັນ​ຫມາຍ​ສຳ​ຄັນ​ຈາກ​ທ່ານ” 39 ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, “ຄົນ​ສະ​ໄຫມ​ຊົ່ວ​ແລະ​ຄຶດ​ທໍ​ຣະ​ຍົດ​ຕໍ່​ພຣະ​ເຈົ້າ​ສ​ແວງ​ຫາ​ຫມາຍ​ສຳ​ຄັນ ແລະ​ຈະ​ບໍ່​ຊົງ​ໂຜດ​ຫມາຍ​ສຳ​ຄັນ​ໃຫ້​ແກ່​ເຂົາ ເວັ້ນ​ໄວ້​ແຕ່​ຫມາຍ​ສຳ​ຄັນ​ເຣື່ອງ​ໂຢ​ນາ​ຜູ້​ປະ​ກາດ​ພຣະ​ທັມ​ 40 ດ້ວຍ​ວ່າ​ໂຢ​ນາ​ໄດ້​ຢູ່​ໃນ​ທ້ອງ​ປາ​ໃຫ​ຍ່​ສາມ​ວັນ​ສາມ​ຄືນ​ສັນ​ໃດ ບຸດ​ມະ​ນຸດ​ຈະ​ຢູ່​ໃນ​ທ້ອງ​ແຜ່ນ​ດິນ​ສາມ​ວັນ​ສາມ​ຄືນ​ສັນ​ນັ້ນ 41 ໄທ​ເມືອງ​ນິນາ​ເວ​ຈະ​ຢືນ​ຂຶ້ນ​ໃນ​ວັນ​ພິ​ພາກ​ສາ ພ້ອມ​ກັບ​ຄົນ​ສະ​ໄຫມ​ນີ້​ກ່າວ​ໂທດ​ໃສ່​ເຂົາ ດ້ວຍ​ວ່າ​ໄທ​ເມືອງ​ນິນາ​ເວ​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ເພາະ​ຄຳ​ປະ​ກາດ​ຂອງ​ໂຢ​ນາ ແລະເບິ່ງ​ແມ໋, ຊຶ່ງ​ໃຫຍ່ກວ່າ​ໂຢ​ນາ​ກໍ​ມີ​ຢູ່​ທີ່​ນີ້ 42 ນາງ​ກະ​ສັດ​ຝ່າຍ​ທິດ​ໃຕ້​ຈະ​ລຸກ​ຂຶ້ນ​ໃນ​ວັນ​ພິ​ພາກ​ສາ​ພ້ອມ​ກັບ​ຄົນ​ສະ​ໄຫມ​ນີ້​ກ່າວ​ໂທດ​ໃສ່​ເຂົາ ເພາະພຣະ​ນາງ​ໄດ້​ສະ​ເດັດ​ມາ​ແຕ່​ທີ່​ສຸດ​ໂລກ ເພື່ອ​ຈະ​ຊົງ​ຟັງ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ກະ​ສັດ​ໂຊໂລ​ໂມນ ແລະ​ເບິ່ງ​ແມ໋, ຊຶ່ງ​ໃຫຍ່ກວ່າ​ກະ​ສັດ​ໂຊ​ໂລ​ໂມນ​ກໍ​ມີ​ຢູ່​ທີ່​ນີ້

ຜີ​ຮ້າຍ​ກັ​ບ​ຄືນ​ເຮືອນ​ເກົ່າ

43 “ເມື່ອ​ຜີ​ຖ່ອຍ​ຮ້າຍ​ອອກ​ມາ​ຈາກ​ຜູ້​ໃດ​ແລ້ວ ມັນ​ກໍ​ທຽວ​ໄປ​ໃນ​ບ່ອນ​ກັນ​ດານ​ເພື່ອ​ສ​ແວງ​ຫາ​ບ່ອນ​ເຊົາ​ເມື່ອຍ ແຕ່​ມັນ​ບໍ່​ພົບ 44 ແລ້ວ​ມັນ​ເວົ້າ​ວ່າ, “ເຮົາ​ຈະ​ຕ່າວ​ຄືນ​ໄປ​ຍັງ​ເຮືອນ​ຂອງ​ເຮົາ​ທີ່​ເຮົາ​ໄດ້​ອອກ​ມາ​ນັ້ນ” ແລະ​ເມື່ອ​ມັນ​ມາ​ເຖິງ​ກໍ​ເຫັນ​ວ່າ​ເຮືອນ​ນັ້ນ​ເປົ່າ​ຫວ່າງກວາດ​ດີ​ແລະ​ຕົກ​ແຕ່ງ​ໄວ້​ແລ້ວ 45 ເມື່ອ​ນັ້ນ​ມັນ​ຈຶ່ງ​ໄປ​ຮັບ​ເອົາ​ຜີ​ອື່ນ​ອີ​ກ​ເຈັດ​ໂຕ​ຮ້າຍກວ່າ​ມັນ​ເອ​ງ ແລ້ວ​ກໍ​ເຂົ້າ​ໄປ​ອາ​ໄສ​ຢູ່​ທີ່​ນັ້ນ ແລະ​ສະ​ພາບ​ບັ້ນ​ປາຍ​ຂອງ​ຄົນ​ນັ້ນ​ກໍ​ຮ້າຍກວ່າ​ບັ້ນ​ຕົ້ນ ຄົນ​ສະ​ໄຫມ​ຊົ່ວ​ນີ້​ກໍ​ຈະ​ເປັນ​ຢ່າ​ງນັ້ນ​ແຫລະ”

ມານ​ດາ​ແ​ລະ​ພວກ​ນ້ອງ​ຂອງ​ພຣະ​ເຢ​ຊູ

46 ຂ​ນະ​ທີ່​ພຣະ​ອົງ​ກຳ​ລັງ​ຊົງ​ກ່າວ​ກັບ​ປະ​ຊາ​ຊົນ​ຢູ່​ນັ້ນ ເບິ່ງ​ແມ໋, ມານ​ດາ​ກັບ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ​ກໍ​ຢືນ​ຢູ່ຂ້າງນອກ ຫາ​ໂອ​ກາດ​ຈະ​ເວົ້າ​ ກັບພຣະ​ອົງ 47 ມີ​ຄົນ​ນຶ່ງ​ທູນ​ພຣະ​ອົງ​ວ່າ, ເບິ່ງ​ແມ໋, ມານ​ດາ​ກັບພວກ​ນ້ອງ​ຊາຍ​ຂອງ​ທ່ານ​ຢືນ​ຢູ່​ຂ້າງນອກ ຫາ​ໂອກາດ​ຈະ​ເວົ້າ​ກັບ​ທ່ານ” 48 ແຕ່​ພຣະ​ອົງ​ຊົງ​ກ່າ​ວກັ​ບ​ຜູ້​ທີ່​ມາ​ທູນ​ນັ້ນ​ວ່າ, “ໃຜ​ເປັນ​ມານ​ດາ​ແລະ​ໃຜ​ເປັນ​ນ້ອງ​ຊາຍ​ຂອງ​ເຮົາ” 49 ແລ້ວ​ພຣະ​ອົງ​ຊົງ​ຊິ້​ໄປ​ທາງ​ພວກ​ສິດ​ຂອງ​ຕົນ ແລະ​ຊົງ​ກ່າວ​ວ່າ, ນີ້​ແຫລະ, ຄື​ມານ​ດາ​ແລະ​ນ້ອງ​ຊາຍ​ຂອງ​ເຮົາ 50 ດ້ວຍ​ວ່າ​ຜູ້​ໃດ​ຈະ​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງສະ​ຖິດ​ໃນ​ສວັນ ຜູ້​ນັ້ນ​ແຫລະ, ເປັນ​ນ້ອງ​ຊາຍ, ເປັນ​ນ້ອງ​ສາວ, ແລະ​ເປັນ​ມານ​ດາ​ຂອງ​ເຮົາ”

ມັດທາຍ 13

ຄຳ​ອຸປມາ​ເຣື່ອງ​ຜູ້​ຫວ່ານ

1 ໃນ​ວັນ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ອອກ​ຈາກ​ເຮືອນ​ໄປ​ປະ​ທັບ​ຢູ່​ແຄມ​ຝັ່ງ​ທະ​ເລ 2 ມີ​ຄົນ​ຫລວງ​ຫລາຍ​ພາ​ກັນ​ມາ​ຫາ​ພຣະ​ອົງ ເພາະ​ເຫດ​ນັ້ນ​ພຣະ​ອົງ​ຈຶ່ງ​ສະ​ເດັດ​ເຂົ້າ​ປະ​ທັບ​ຢູ່​ໃນ​ເຮືອ ແລະ​ຝູງ​ຄົນ​ເຫລົ່າ​ນັ້ນ​ກໍ​ຢືນ​ຢູ່​ແຄມ​ຝັ່ງ 3 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ຫລາຍ​ປະ​ການ​ເປັນຄໍາອຸປ​ມາ​ວ່າ, “ເບິ່ງ​ແມ໋, ມີ​ຄົນ​ນຶ່ງ​ອອກ​ໄປ​ຫວ່ານ​ພືດ 4 ເມື່ອ​ກຳ​ລັງ​ຫວ່ານ​ຢູ່​ນັ້ນ​ລາງ​ເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ນົກ​ກໍ​ມາ​ກິນ​ເສັຽ 5 ລາງເມັດ​ກໍ​ຕົກ​ໃສ່​ບ່ອນ​ຫີນ​ຫລາຍ​ດິນ​ຫນ້ອຍ ຈຶ່ງງອກ​ຂຶ້ນ​ໂລດ​ເພາະ​ດິນ​ບໍ່​ເລິກ 6 ແຕ່​ເມື່ອຕາ​ເວັນ​ອອກ​ມາ​ກໍ​ແຫ້ມ ຈຶ່ງ​ຫ່ຽວ​ແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ 7 ລາງເມັດ​ກໍ​ຕົກ​ກາງພຸ່ມ​ຫນາມ ຫນາມ​ກໍ​ປົ່ງ​ຂຶ້ນ​ຫຸ້ມ​ຮັດ​ເສັຽ 8 ລາງ​ເມັດກໍ​ຕົກ​ໃສ່​ດິນ​ດີ​ແລ້ວ​ກໍ​ເກີ​ດຜົນ ເມັດ​ນຶ່ງ​ຮ້ອຍ​ຕໍ່, ເມັດ​ນຶ່ງ​ຫົກ​ສິບ​ຕໍ່, ເມັດ​ນຶ່ງ​ສາມ​ສິບ​ຕໍ່ 9 ຜູ້​ໃດ​ມີ​ຫູ​ ຈົ່ງ​ຟັງ​ເອົາ

ຈຸດ​ມຸ່ງ​ຫມາຍ​ຂອງ​ຄຳ​ອຸປມາ

10 ຝ່າຍ​ພວກ​ສາ​ວົກ​ຈຶ່ງ​ມາທູນ​ພຣະ​ອົງ​ວ່າ, “ເຫດ​ສັນ​ໃດ​ທ່ານ​ຈຶ່ງ​ກ່າວ​ກັບ​ເຂົາ​ເປັນ​ຄຳ​ອຸປມາ” 11 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຂໍ້​ຄວາມ​ເລິກ​ລັບ​ເຣື່ອງຣາ​ຊອາ​ນາ​ຈັກ​ສວັນ​ຊົງ​ໂຜດ​ໃຫ້​ທ່ານ​ທັງ​ຫລາຍ​ຮູ້​ໄດ້​ ແຕ່​ຄົນ​ເຫລົ່າ​ນັ້ນ​ບໍ່​ຊົງ​ໂຜດ​ໃຫ້​ຮູ້ 12 ດ້ວຍ​ວ່າ​ຜູ້​ໃດ​ມີ​ຢູ່​ແລ້ວ​ຈະ​ຊົງ​ເພີ້ມ​ເຕີມ​ໃຫ້​ແກ່​ຜູ້​ນັ້ນ​ອີກ ແລະ​ຜູ້​ນັ້ນ​ຈະ​ມີ​ບໍ​ຣິ​ບູນ ແຕ່​ຜູ້​ທີ່​ບໍ່​ມີ​ນັ້ນ ເຖິງ​ແມ່ນ​ສິ່ງ​ທີ່​ຕົນ​ມີ​ຢູ່ ກໍ​ຈະ​ຊົງ​ຍົກ​ເອົາ​ໄປ​ຈາກ​ຜູ້​ນັ້ນ​ເສັຽ 13 ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງ​ກ່າວ​ແກ່​ເຂົາ​ເປັນ​ຄຳອຸປມາເພາະ​ເມື່ອ​ເຂົາ​ເບິ່ງ​ກໍ​ບໍ່​ໄດ້​ເຫັນ, ເມື່ອ​ເຂົາ​ຟັງ​ກໍ​ບໍ່​ໄດ້​ຍິນ, ແລະ​ບໍ່​ເຂົ້າ​ໃຈ 14 ຄຳ​ທຳ​ນ​ວາຍ​ຂອງ​ເອ​ຊາ​ຢາ​ກໍ​ຖືກ​ຕ້ອງ​ກັ​ບ​ເຂົາ ຄື​ຄຳ​ທີ່​ວ່າ, “ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຍິນ​ແທ້ ແຕ່​ຈະ​ບໍ່​ເຂົ້າ​ໃຈ​ຈັກ​ເທື່ອ ຈະ​ໄດ້​ເຫັນ​ແທ້ ແຕ່​ຈະ​ບໍ່​ໄດ້​ສັງ​ເກດ​ຈັກ​ເທື່ອ 15 ດ້ວຍ​ວ່າ​ໃຈ​ຂອງ​ພົ​ລ​ເມືອງ​ນີ້​ກໍ​ປຶກ​ຫນາ, ຫູ​ກໍ​ຫນັກ, ຕາ​ຂອງ​ເຂົາ​ກໍ​ຫລັບ​ເສັຽ ຢ້ານ​ວ່າ​ເຂົາ​ຈະ​ສັງ​ເກດ​ດ້ວຍ​ຕາ ແລະ​ຈະ​ໄດ້​ຍິນ​ດ້ວຍ​ຫູ ແລະ​ຈະຮູ້​ດ້ວຍ​ໃຈ ແລ້ວ​ຈະ​ຕ່າວ​ກັບ​ມາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ດີ” 16 ແຕ່​ຕາ​ຂອງ​ພວກ​ທ່ານ​ກໍ​ເປັນ​ສຸກ​ເພາະ​ໄດ້​ເຫັນ ແລະ​ຫູ​ຂອງ​ພວກ​ທ່ານ​ກໍ​ເປັນ​ສຸກ​ເພາະ​ໄດ້​ຍິນ 17 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຜູ້​ປະ​ກາດ​ພຣະ​ທັມ ແລະ​ຜູ້​ມີ​ສິນ​ທັມ​ຫລາຍ​ຄົນ ໄດ້​ປາ​ຖ​ນາ​ເຫັນ​ຊຶ່ງ​ພວກ​ທ່ານ​ເຫັນ​ຢູ່​ນີ້ ແຕ່​ເຂົາ​ບໍ່​ໄດ້​ເຫັນ ເຂົາ​ປາ​ຖ​ນາ​ຢາກ​ໄດ້​ຍິນ​ຊຶ່ງ​ພວກ​ທ່ານ​ໄດ້​ຍິນ ແຕ່​ບໍ່​ໄດ້​ຍິນ

ຊົງ​ອະ​ທິ​ບາຍ​ເຣື່ອງ​ຄຳ​ອຸປມາ​ເຣື່ອງ​ຜູ້​ຫວ່ານ

18 “ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ ຈົ່ງ​ຟັງ​ຄຳ​ອຸປມາ​ເຣື່ອງ​ຜູ້​ຫວ່ານ​ພືດ​ນັ້ນ 19 ເມື່ອ​ຜູ້​ໃດ​ໄດ້​ຍິນ​ພຣະ​ທັມ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ນັ້ນ ແຕ່​ບໍ່​ເຂົ້າ​ໃຈ ມານ​ຮ້າຍ​ມາ​ຍາດ​ເອົາ​ເມັດ​ທີ່​ຫວ່ານ​ໃນ​ໃຈຄົນ​ນັ້ນ​ໄປ​ເສັຽ ນັ້ນ​ແຫລະ, ໄດ້​ແກ່​ເມັດ​ທີ່​ຫວ່ານ​ລົງ​ຕາມ​ທາງ 20 ແລະ​ເມັດທີ່​ຫວ່ານ​ຕົກ​ໃນ​ບ່ອນ​ມີ​ຫີນ​ຫລາຍ​ນັ້ນ ໄດ້​ແກ່​ບຸກ​ຄົນ​ທີ່​ໄດ້​ຍິນ​ພຣະ​ທັມ ແລ້ວ​ກໍ​ຮັ​ບ​ເອົາ​ທັນ​ທີ​ດ້ວຍ​ຄວາມ​ຍິນ​ດີ 21 ແຕ່​ບໍ່​ມີ​ຮາກ​ໃນ​ຕົວ​ເອງ​ຈຶ່ງ​ທົນ​ຢູ່​ຊົ່ວ​ຄາວ ແລະ​ເມື່ອ​ເກິ​ດຄວາມ​ຍາກ​ລຳ​ບາກ ຫລື​ການ​ຂົ່ມ​ເຫັງ​ເພາະ​ພຣະ​ທັມ​ນັ້ນ ຕົນ​ກໍ​ທໍ້​ຖອຍ​ໃຈ​ເສັຽ​ທັນ​ທີ 22 ແລະ​ເມັດ​ທີ່​ຫວ່ານ​ຕົກ​ກາງ​ພຸ່ມ​ຫນາມ ໄດ້​ແກ່ບຸກ​ຄົນ​ທີ່​ໄດ້​ຍິນ​ພຣະ​ທັມ ແລ້ວ​ຄວາມ​ກັງ​ວົນ​ຕາມ​ທຳມະ​ດາ​ໂລກ​ ແລະ​ຄວາມ​ຫລອກ​ຫລວງ​ແຫ່ງ​ຊັບ​ສົມ​ບັດ ກໍ​ຫຸ້ມ​ຮັດ​ພຣະ​ທັມ​ນັ້ນ​ເສັຽ​ຈຶ່ງ​ບໍ່​ເກີດ​ຜົນ 23 ສ່ວນ​ເມັດ​ທີ່​ຫວ່ານ​ຕົກ​ລົງ​ໃນ​ດິນ​ດີ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ ແລະ​ເຂົ້າ​ໃຈ ຜູ້​ນັ້ນ​ກໍ​ເກີດ​ຜົນ​ໄດ້​ຮ້ອຍ​ຕໍ່​ແດ່,ຫົກ​ສິບ​ຕໍ່​ແດ່, ແລະ​ສາມ​ສິບ​ຕໍ່​ແດ່”

ຄຳ​ອຸປມາ​ເຣື່ອງ​ເຂົ້າ​ນົກ​ປົນ​ເຂົ້າ​ດີ

24 ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປມາ​ອີກ​ເຣື່ອງ​ນຶ່ງ​ໃຫ້​ເຂົາ​ທັງ​ຫລາຍ​ຟັງ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ຄົນ​ຜູ້​ນຶ່ງ​ທີ່​ຫວ່ານ​ພືດ​ເມັດ​ດີ​ໃນ​ນາ​ຂອງ​ຕົນ 25 ແຕ່​ເມື່ອ​ຄົນ​ທັງ​ຫລາຍ​ກຳ​ລັງ​ນອນ​ຫລັບ​ຢູ່ ສັດ​ຕຣູ​ຂອງ​ຜູ້​ນັ້ນ​ມາ​ຫວ່ານ​ເຂົ້າ​ນົກ​ໃສ່ ​ຖ້າມ​ກາງ​ເຂົ້າ​ດີ ແລ້ວ​ກໍ​ຫນີ​ໄປ 26 ຄັນ​ເຂົ້າ​ດີນັ້ນ​ງອກ​ຂຶ້ນ​ເປັນ​ຮວງ​ແລ້ວ ເຂົ້າ​ນົກ​ກໍ​ປາ​ກົດ​ຂຶ້ນ​ເຫມືອນ​ກັນ 27 ພວກ​ຂ້ອຍ​ໃຊ້​ຂອງ​ເຈົ້າ​ເຣືອນ​ມາ​ແຈ້ງ​ຄວາມ​ແກ່​ນາຍ​ວ່າ, “ນາຍ​ເອີຍ, ທ່ານ​ໄດ້​ຫວ່ານ​ເຂົ້າ​ດີ​ໃນ​ນາ​ຂອງ​ທ່ານ​ບໍ່​ແມ່ນ​ຫລື ແລ້ວ​ເຂົ້າ​ນົກ​ມາ​ແຕ່​ໃສ” 28 ຝ່າຍ​ນາຍ​ກໍ​ຕອບ​ວ່າ, “ນີ້​ແມ່ນ​ການ​ເຮັດ​ຂອງ​ສັດ​ຕຣູ” ພວກ​ຂ້ອຍ​ໃຊ້​ຈຶ່ງ​ຖາມ​ນາຍ​ວ່າ, “ຖ້າ​ຢ່າງ​ນັ້ນ​ນາຍຢາ​ກ​ໃຫ້​ຫ​ມູ່​ຂ້າ​ນ້ອຍ​ໄປ​ເກັບ​ເຂົ້າ​ນົກນັ້ນ​ຫລື” 29 ນາຍ​ຈຶ່ງ​ຕອບ​ວ່າ, “ຢ່າ​ຊູ່​ໄປ ເພາະ​ເມື່ອ​ພວກ​ເຈົ້າ​ຫລົກ​ເຂົ້າ​ນົກ​ນັ້ນ​ຢ້ານ​ຈະ​ຫລົກ​ເຂົ້າ​ດີ​ດ້ວຍ 30 ປະ​ໃຫ້​ເຂົ້າ​ທັງ​ສອງ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ຈົ​ນ​ເຖິງ​ຣະ​ດູ​ກ່ຽວ ແລະ​ໃນ​ເວ​ລາ​ດຽວ​ນັ້ນ​ເຮົາ​ຈະ​ສັ່ງ​ພວກ​ກ່ຽວ​ວ່າ: ຈົ່ງ​ເກັບ​ເຂົ້າ​ນົກ​ກ່ອນ, ມັດ​ເປັນ​ຟ່ອນ​ເຜົາ​ໄຟ​ເສັຽ ສ່ວນ​ເຂົ້າ​ດີ​ນັ້ນ​ຈົ່ງ​ໂຮມ​ໄວ້​ໃນ​ເລົ້າ​ຂອງ​ເຮົາ”

ຄຳ​ອຸປມາ​ເຣື່ອງ​ເມັດ​ຜັກ​ກາດ

31 ພຣະ​ອົງ​ຍັງ​ຊົງ​ກ່າວ​ຄຳ​ອຸປມາ​ອີກ​ເຣື່ອງ​ນຶ່ງ​ໃຫ້​ເຂົາ​ຟັງ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມື​ອ​ນແກ່ນ​ຜັກ​ກາດ​ເມັດ​ນຶ່ງ ທີ່​ຄົນ​ຜູ້​ນຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງ​ຕົນ 32 ເມັດ​ນັ້ນ​ນ້ອຍກວ່າ​ເມັດທັງ​ປວງ ແຕ່​ເມື່ອງອກ​ຂຶ້ນ​ແລ້ວ​ກໍ​ໃຫຍ່ກວ່າ​ຜັກ​ອື່ນ ແລະ​ກາຍ​ເປັນ​ຕົ້​ນ​ໄມ້​ຈົນ​ກວ່າ​ນົກ​ປ່າ​ໄດ້​ມາ​ເຮັດ​ຄອນ​ອາ​ໄສຢູ່​ຕາມ​ກິ່ງ​ກ້ານ​ມັນ”

ຄຳ​ອຸປມາ​ເຣື່ອງ​ເຊື້ອ​ແປ້ງ

33 ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປມາ​ອີກ​ເຣື່ອງ​ນຶ່ງ​ໃຫ້​ເຂົາ​ຟັງ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ເຊື້ອ​ແປ້ງ​ ທີ່​ຜູ້​ຍິງ​ຄົນ​ນຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງ​ຫມົດ”

ການ​ທີ່​ພຣະ​ເຢ​ຊູ​ຊົງ​ໃຊ້​ຄຳ​ອຸປມາ

34 ຂໍ້​ຄວາມ​ເຫລົ່າ​ນີ້​ພຣະ​ເຢ​ຊູ​ຊົງ​ກ່າວແກ່​ປວງ​ຊົນ​ເປັນ​ຄຳ​ອຸປມາ​ທັງ​ຫມົດ ແລະ​ນອກ​ຈາກ​ຄຳ​ອຸປມາ​ພຣະ​ອົງ​ບໍ່​ໄດ້​ຊົງ​ກ່າວກັບ​ເຂົາ​ຈັກ​ປະ​ການ 35 ທັງນີ້​ເພື່ອ​ຈະ​ໃຫ້​ສຳ​ເຣັດ​ຕາມ​ທີ່​ຊົງ​ກ່າວ​ໄວ້​ດ້ວຍຜູ້​ປະ​ກາດ​ພຣະ​ທັມວ່າ, “ເຮົາ​ຈະ​ອ້າ​ປາກ​ເປັນ​ຄຳ​ອຸປມາ ເຮົາ​ຈະ​ບອກ​ຂໍ້​ຄວາມທີ່​ປົກ​ອຳ​ໄວ້ ຕັ້ງ​ແຕ່​ແຣກ​ສ້າງ​ໂລກ”

ຊົງ​ອະ​ທິ​ບາຍ​ຄຳ​ອຸປມາ​ເຣື່ອງ​ເຂົ້າ​ນົກ

36 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ຈາກ​ຄົນ​ເຫລົ່າ​ນັ້ນ​ເຂົ້າ​ໄປ​ໃນ​ເຮືອນ ພວກ​ສາ​ວົກ​ມາ​ເຝົ້າ​ພຣະ​ອົງ​ທູນ​ວ່າ, “ຂໍ​ທ່ານ​ໂຜດ​ອະ​ທິ​ບາຍ​ໃຫ້​ພວກ​ຂ້າ​ພຣະ​ອົງເຂົ້າ​ໃຈ​ຄຳ​ອຸປມາ​ເຣື່ອງ​ເຂົ້າ​ນົກ​ໃນ​ນາ​ນັ້ນ​ແດ່” 37 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຜູ້​ຫວ່ານ​ເມັດ​ດີ​ນັ້ນ​ຄືບຸດ​ມະ​ນຸດ 38 ແລະ​ນາ​ນັ້ນ​ຄື​ແຜ່ນ​ດິນ​ໂລກ ສ່ວນ​ເມັດ​ດີ​ນັ້ນ​ໄດ້​ແກ່​ພົ​ລ​ເມືອງ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ ແຕ່​ເຂົ້າ​ນົກ​ໄດ້​ແກ່ ພົ​ລ​ເມືອງ​ຂອງ​ມານ​ຮ້າຍ 39 ສັດ​ຕຣູ​ຜູ້​ຫວ່ານ​ເຂົ້າ​ນົກ​ຄື​ພ​ຍາ​ມານ ຣະ​ດູ​ກ່ຽວ​ໄດ້​ແກ່​ຄາວ​ສຸດ​ໂລກ ແລະ​ຜູ້​ກ່ຽວ​ນັ້ນ​ຄື​ພວກ​ເທວະ​ດາ 40 ເຫດ​ສັນ​ນັ້ນ​ເຂົາ​ເກັບ​ເຂົ້າ​ນົກ​ເຜົາ​ໄຟ​ເສັຽຢ່າງ​ໃດ ຄາວສຸດ​ໂລກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ 41 ບຸດ​ມະ​ນຸດ​ຈະ​ໃຊ້​ພວກ​ເທວະ​ດາ​ຂອງ​ທ່ານ​ອອກ​ໄປ ເຂົາ​ຈະ​ເກັບ​ກວາດ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ຫລົງ​ຜິດ ກັບ​ບັນ​ດາ​ຜູ້​ທີ່​ເຮັດ​ຊົ່ວ​ອອກ​ໄປ​ຈາກ​ຣາ​ຊ​ແຜ່ນ​ດິນ​ຂອງ​ທ່ານ 42 ແລ້ວ​ຈະ​ເອົາ​ໄປ​ຖິ້ມ​ໃສ່​ເຕົາ​ໄຟ​ຮ້ອນ​ກ້າ ທີ່​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ກັດ​ແຂ້ວ​ຄ້ຽວ​ຟັນ 43 ຄາວ​ນັ້ນ​ພວກ​ສິນ​ທັມ​ຈະ​ຮຸ່ງ​ເຮືອງ​ໃນ​ຣາ​ຊ​ແຜ່ນ​ດິນ​ພຣະ​ບິ​ດາ​ຂອງ​ເຂົາ ເຫມືອນ​ດັ່ງ​ດວງ​ອາ​ທິດ ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ເອົາ

ຄຳ​ອຸປມາ​ເຣື່ອງ​ຊັບ​ທີ່​ເຊື່ອງ​ໄວ້

44 “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ຊັບ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງ​ນາ ຊຶ່ງ​ມີ​ຜູ້​ນຶ່ງ​ໄດ້​ພົບ​ແລ້ວ​ຈຶ່ງ​ເຊື່ອງ​ໄວ້​ອີກ ແລະ​ເພາະ​ຄວາມ​ຍິນ​ດີ​ຈຶ່ງ​ໄປ​ຂາຍ​ສິ່ງ​ທັງ​ປວງ​ທີ່​ຕົນ​ມີ​ຢູ່​ແລ້ວ​ໄປ​ຊື້​ນາ​ນັ້ນ”

ຄຳ​ອຸປມາ​ເຣື່ອງ​ໄຂ່ມຸກ​ທີ່​ມີ​ຄ່າ​ແພງ

45 “ອີກ​ປະ​ການ​ນຶ່ງ​ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ພໍ່​ຄ້າ​ຜູ້​ນຶ່ງ​ທີ່​ຊອກ​ຫາ​ໄຂ່​ມຸກ​ຢ່າງ​ດີ 46 ເມື່ອ​ໄດ້​ພົບ​ໄຂ່​ມຸກ​ເມັດ​ນຶ່ງ​ທີ່​ມີ​ຄ່າ​ຫລາຍ ກໍ​ໄປ​ຂາຍ​ທຸກ​ສິ່ງ​ທີ່​ຕົນ​ມີ​ຢູ່​ແລ້ວ​ໄປ​ຊື້​ໄຂ່​ມຸກ​ນັ້ນ”

ຄຳ​ອຸປມາ​ເຣື່ອງ​ມອງ

47 “ອີກ​ປະ​ການ​ນຶ່ງ​ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນມອງ​ທີ່​ຖິ້ມ​ລົງ​ໃນ​ທະ​ເລ ຮວມ​ເອົາ​ປາ​ທຸກ​ຊະ​ນິດ 48 ເມື່ອ​ເຕັມ​ແລ້ວ​ກໍ​ດຶງ​ຂຶ້ນ​ເທິງ​ຝັ່ງ ນັ່ງ​ລົງ​ເລືອກ​ເອົາ​ໂຕ​ດີ​ໃສ່​ໃນ​ກະ​ຕ່າ ສ່ວນ​ໂຕ​ບໍ່​ດີ​ນັ້ນ​ກໍ​ຖິ້ມ​ເສັຽ 49 ໃນ​ຄາວ​ສິ້ນ​ຍຸກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ, ພວກ​ເທວະ​ດາ​ຈະ​ອອກ​ມາ​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ສິນ​ທັມ 50 ແລ້ວ​ຈະ​ເອົາ​ໄປ​ຖິ້ມ​ໃສ່​ເຕົາ​ໄປ​ຮ້ອນ​ກ້າ ທີ່​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ກັດ​ແຂ້ວ​ຄ້ຽວ​ຟັ​ນ”

ຄຳ​ອຸປມາ​ເຣື່ອງ​ຂອງ​ໃຫມ່​ແລະ​ຂອງ​ເກົ່າ

51 “ຂໍ້​ຄວາມ​ເຫລົ່າ​ນີ້​ພວກ​ທ່ານ​ເຂົ້າ​ໃຈ​ແລ້ວ​ຫລື” ເຂົາ​ທູນ​ຕອບ​ວ່າ, “ໂດຍ, ເຂົ້າ​ໃຈ​ແລ້ວ” 52 ຝ່າຍ​ພຣະ​ອົງ​ຊົງ​ກ່າວ​ແກ່ເຂົາ​ວ່າ, “ດ້ວຍ​ເຫດ​ນັ້ນ​ນັກ​ທັມ​ທຸກ​ຄົນ​ທີ່​ໄດ້​ຮຽນ​ຮູ້​ເຖິງ​ຣາ​ຊ​ອາ​ນາ​ຈັກ​ສວັນ ກໍ​ເຫມືອນ​ເຈົ້າ​ເຮືອ​ນທີ່​ເອົາ​ຂອງ​ໃຫ​ມ່​ທັງ​ຂອງ​ເກົ່າ​ອອກ​ມາ​ຈາກ​ສາງ​ຂອງ​ຕົນ” 53 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ອຸປມາ​ເຫລົ່າ​ນີ້​ສິ້ນ​ສຸດ​ລົງ​ແລ້ວ ກໍ​ສະ​ເດັດ​ໄປ​ຈາກ​ທີ່​ນັ້ນ

ໄທ​ນາ​ຊາ​ເຣັດ​ມີ​ໃຈ​ຫນ່າຍ​ພຣະ​ອົງ

54 ເມື່ອ​ສະ​ເດັດ​ມາ​ເຖິງ​ເມືອງ​ເດີມ​ຂອງ​ພຣະ​ອົງ​ແ​ລ້ວກໍ​ຊົງ​ສັ່ງ​ສອນ​ຄົນ​ທັງ​ຫລາຍ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ຈົນ​ເຂົາ​ງຶດ​ປ​ລາດ​ໃຈ​ແລ້ວ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ໄດ້​ສະ​ຕິ​ປັນ​ຍາ​ແລະ​ການອິດ​ທິ​ຣິດ​ຢ່າງ​ນີ້​ມາ​ແຕ່​ໃສ” 55 ຄົນ​ຜູ້​ນີ້​ເປັນ​ລູກ​ຊ່າງ​ໄມ້​ນັ້ນ​ບໍ່​ແມ່ນ​ຫລື ມານ​ດາ​ຂອງລາວ​ຊື່​ມາ​ຣິ​ອາ​ບໍ່​ແມ່ນ​ຫລື? ແລະ​ນ້ອງ​ຊາຍ​ຂອງ​ລາວ​ຊື່​ຢາ​ໂກ​ໂບ ໂຢ​ເຊບ ຊີ​ໂມນ ແລະ​ຢູ​ດາ​ບໍ່​ແມ່ນ​ຫລື? 56 ແລະ​ນ້ອງ​ສາວ​​ຂອງ​ລາວກໍ​ຢູ່​ກັບ​ຫມູ່​ເຮົາ​ບໍ່​ແມ່ນ​ຫລື ລາວຈຶ່ງ​ໄດ້​ສິ່ງ​ທັງ​ປວງເຫລົ່າ​ນີ້​ມາ​ແຕ່​ໃສ” 57 ເຂົາ​ຈຶ່ງມີ​ໃຈ​ຫນ່າຍ​ແຫນງ​ພຣະ​ອົງ ແຕ່​ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຜູ້​ປະ​ກາດ​ພຣະ​ທັມ​ຈະ​ບໍ່​ຂາດ​ຄວາມ​ນັບ​ຖື ເວັ້ນ​ໄວ້​ແຕ່​ໃນ​ເມືອງ​ເດີມ ​ແລະ​ໃນ​ຄົວ​ເຮືອນ​ຂອງ​ຕົນ” 58 ໃນ​ທີ່​ນັ້ນ ພຣະ​ອົງ​ບໍ່​ໄດ້​ຊົງ​ກະ​ທໍາ​ການ​ອິດ​ທິ​ຣິດ​ຫລາຍ​ເພາະ​ເຂົາ​ບໍ່​ມີ​ຄວາມ​ເຊື່ອ

ມັດທາຍ 14

ຄວາມ​ມໍ​ຣະ​ນາ​ພາບ​ຂອງ​ໂຢ​ຮັນ​ບັບຕິ​ສະໂຕ

1 ໃນ​ເວ​ລາ​ນັ້ນ ເຮ​ໂຣດ​ຜູ້​ປົກ​ຄອງໄດ້​ຍິນ​ກິດ​ຕິ​ສັບ​ຂອງ​ພຣະ​ເຢ​ຊູ 2 ຈຶ່ງ​ກ່າວ​ແກ່​ພວກ​ຄົນ​ໃຊ້​ວ່າ, “ຜູ້ນີ້​ແຫລະ, ແມ່ນ​ໂຢ​ຮັນ​ບັບ​ຕິ​ສະໂຕ ທ່ານໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ດ້ວຍ​ເຫດ​ນີ້ ຣິດ​ອຳ​ນາດ​ນີ້​ຈຶ່ງ​ສະ​ແດງ​ອອກ​ມາ​ໃນ​ຕົວ​ທ່ານ” 3 ດ້ວຍ​ວ່າ​ເຮ​ໂຣດ​ໄດ້​ຈັບ​ໂຢ​ຣັນ​ຜູກ​ມັດ ​ແລະ​ຂັງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮ​ໂຣເດັຽ​ພັຣ​ຍາ​ຂອງ​ຟິ​ລິບ​ນ້ອງ​ຊາຍ​ຂອງ​ຕົນ 4 ເພາະ​ໂຢ​ຮັນ​ເຄິຍ​ທູນ​ຕໍ່​ເຮ​ໂຣດ​ວ່າ, “ທີ່​ທ່ານ​ຈະ​ເອົາ​ນາງ​ນັ້ນ​ມາ​ເປັນ​ພັຣ​ຍາ​ກໍ​ຜິດ​ຕໍ່​ກົດ​ແລ້ວ” 5 ເຖິງ​ແມ່ນ​ເຮ​ໂຣດ​ມີ​ໃຈ​ຢາກ​ຂ້າ​ໂຢ​ຮັນ ແຕ່​ກໍ​ຢ້ານ​ປະ​ຊາ​ຊົນ ເພາະ​ເຂົາ​ຖື​ວ່່າໂຢ​ຮັນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ 6 ແຕ່​ເມື່ອ​ວັນ​ສລອງວັນ​ກຳ​ເນິດ​ຂອງ​ເຮໂຣດ​ມາ​ເຖິງ ບຸດຍິງ​ຂອງ​ນາງ​ເຮ​ໂຣ​ເດັຽ​ໄດ້​ຟ້ອນ​ລຳ​ຖ້າມ​ກາງ​ບັນ​ດາ​ແຂກ​ເຮັດ​ໃຫ້​ເຮ​ໂຣດ​ຊອບ​ໃຈ 7 ເຫດ​ສັນ​ນັ້ນ​ເຮ​ໂຣດ​ຈຶ່ງ​ສັນ​ຍາ​ດ້ວຍ​ສາ​ບານ​ຕົນ​ວ່າ, “ນາງ​ຈະ​ຂໍ​ສິ່ງ​ໃດ​ກໍ​ຈະ​ໃຫ້​ສິ່ງ​ນັ້ນ” 8 ຍິງ​ສາວ​ຈຶ່ງ​ທູນ​ຕາມ​ທີ່​ມານ​ດາ​ແນະ​ນຳ​ໄວ້​ວ່າ, “ຂໍ​ຫົວ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໃສ່​ຖາດ​ມາ​ໃຫ້​ຂ້າ​ພຣະ​ອົງທີ່​ນີ້” 9 ຝ່າຍ​ເຮ​ໂຣດ​ຜູ້​ປົກ​ຄອງ​ກໍ​ທຸກ​ໃຈ ແຕ່​ເພາະ​ເຫດ​ທີ່​ໄດ້​ສາ​ບານ​ຕົນ ແລະ​ເພາະ​ເຫັນ​ແກ່​ຄົນ​ທັງ​ປວງ​ທີ່​ນັ່ງ​ຮ່ວມ​ຮັບ​ປະ​ທານ​ຢູ່​ນັ້ນ ຈຶ່ງ​ອອກ​ຄຳ​ສັ່ງ​ອະ​ນຸ​ຍາດ​ໃຫ້ 10 ແລ້ວ​ກໍ​ໃຊ້​ຄົນ​ໄປ​ຕັດ​ເອົາ​ຫົວ​ໂຢ​ຮັນ​ໃນ​ຄຸກ 11 ເຂົາ​ຈຶ່ງ​ເອົາຫົວ​ໃສ່​ຖາດ​ມາ​ໃຫ້​ຍິງ​ສາວ​ນັ້ນ ແລະ​ນາງ​ກໍ​ໄປ​ສົ່ງ​ໃຫ້​ມານ​ດາ​ຂອງ​ຕົນ 12 ຝ່າຍ​ພວກ​ສິດ​ຂອງ​ໂຢ​ຮັນ​ກໍ​ພາ​ກັນ​ມາ​ຮັບ​ເອົາ​ສົບ​ໄປ​ສົ່ງ​ສະ​ການ​ແລ້ວ​ກໍ​ມາ​ທູນ​ພຣະ​ເຢ​ຊູ​ໃຫ້​ຊົງ​ຊາບ

ການ​ຊົງ​ລ້ຽງ​ຫ້າ​ພັນ​ຄົນ

13 ເມື່ອ​ພຣະ​ເຢ​ຊູ​ໄດ້​ຊາບ​ແລ້ວ ຈຶ່ງ​ລົງ​ເຮືອ​ສະ​ເດັດ​ຈາກ​ບ່ອນນັ້ນ​ໄປ​ຍັງ​ປ່າສ​ງັດ​ຢູ່​ຕ່າງ​ຫາກ ເມື່ອ​ປະ​ຊາ​ຊົນ​ທັງ​ປວງ​ໄດ້​ຍິນຂ່າວ​ນັ້ນ ເຂົາ​ກໍ​ອອກ​ຈາກ​ເມືອງ​ຕ່າງໆ​ຍ່າງ​ຕິດ​ຕາມ​ພຣະ​ອົງ​ໄປ 14 ເມື່ອ​ພຣະ​ເຢ​ຊູສະ​ເດັດ​ອອກ​ຈາກ​ເຮືອ​ແລ້ວ​ກໍ​ຊົງ​ເຫັນ​ປະ​ຊາ​ຊົນ​ຫມູ່​ໃຫ​ຍ່ ພຣະ​ອົງ​ຊົງ​ສົງ​ສານ​ເຂົາ ຈຶ່ງ​ຊົງ​ໂຜດ​ຄົນ​ປ່ວຍ​ທັງ​ຫລາຍ​ໃນ​ພວກ​ເຂົາ​ໃຫ້​ດີ 15 ຄັນ​ເວ​ລາ​ແລງ​ມາ​ພວກ​ສາ​ວົກ​ໄດ້​ມາ​ທູນ​ພຣະ​ອົງ​ວ່າ, “ບ່ອນ​ນີ້​ເປັນ​ປ່າ ແລະ​ບັດ​ນີ້ຄ່ຳ​ແລ້ວ ສັນ​ນັ້ນ​ຂໍ​ທ່ານ​ຈົ່ງ​ໃຫ້​ປະ​ຊາ​ຊົນ​ເລິກ​ໄປ​ເສັຽ ເພື່ອ​ເຂົາ​ຈະ​ໄດ້​ໄປ​ຊື້​ອາ​ຫານ​ຮັບ​ປະ​ທານ​ຕາມ​ບ້ານ​ຕ່າງໆ​“ 16 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຂົາ​ບໍ່​ຈຳ​ເປັນ​ຕ້ອງ​ໄປ ພວກ​ທ່ານ​ຈົ່ງ​ລ້ຽງ​ເຂົາ​ສາ” 17 ພວກ​ສາ​ວົກ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຢູ່​ນີ້​ພວກ​ຂ້າ​ພຣະ​ອົງ​ບໍ່​ມີ​ຫຍັງ ເວັ້ນ​ແຕ່​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ເທົ່າ​ນັ້ນ” 18 ພຣະ​ອົງ​ຊົງ​ບອກວ່າ, “ເອົາ​ອັນ​ນີ້​ມາ​ໃຫ້​ເຮົາ​ທີ່​ນີ້” 19 ແລ້ວ​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ນັ່ງ​ລົງ​ຕາມ​ປ່າ​ຫຍ້າ ເມື່ອ​ຊົງ​ຮັບ​ເອົາ​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ​ແລ້ວ ກໍ​ຊົງ​ເງິຍ​ພຣະ​ພັກ​ເບິ່ງ​ຟ້າ​ຂໍ​ພຣະ​ພອນ ເມື່ອ​ຊົງ​ຫັກ​ເຂົ້າ​ຈີ່​ແລ້ວ​ກໍ​ຍື່ນ​ໃຫ້​ພວກສາ​ວົກ ພວກ​ສາ​ວົກ​ກໍ​ແຈກ​ໃຫ້​ຄົນ​ທັງ​ປວງ 20 ເຂົາ​ໄດ້​ກິນ​ອີ່ມ​ທຸກ​ຄົນ ສ່ວນ​ຕ່ອນ​ຫັກ​ທີ່​ເຫ​ລືອ​ນັ້ນ​ເຂົາ​ເກັ​ບ​ໄດ້​ເຕັມ​ສິບ​ສອງ​ບຸງ 21 ຝ່າຍ​ຄົນ​ທີ່​ກິນ​ນັ້ນ​ມີ​ຜູ້​ຊາຍ​ຫ້າ​ພັນ​ຄົນ ບໍ່​ນັບ​ແມ່​ຍິງ​ແລະ​ເດັກ​ນ້ອຍ

ພຣະ​ອົງ​ຊົງ​ດຳ​ເນິນ​ເທິງ​ນ້ຳ

22 ຫລັງ​ຈາກ​ນັ້ນ​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ພວກ​ສາ​ວົກ​ລົງ​ເຮືອ​ຂ້າມ​ຟາກ​ໄປ​ກ່ອນ ຂ​ນະ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ເລີກ​ໄປ 23 ແລະ​ເມື່ອ​ຊົງ​ໃຫ້​ປະ​ຊາ​ຊົນ​ເຫລົ່າ​ນັ້ນ​ເລີກ​ໄປ​ຫມົດ​ແລ້ວ ພຣະ​ອົງ​ຈຶ່ງ​ສະ​ເດັດ​ຂຶ້ນ​ພູ​ຢູ່​ຕ່າງ​ຫາກ​ເພື່ອ​ໄຫວ້ວອນ ແລະ​ເມື່ອ​ຄ່ຳ​ມາ​ແລ້ວ​ພຣະ​ອົງ​ກໍ​ຍັງ​ຊົງ​ຢູ່​ທີ່​ນັ້ນ​ແຕ່​ຜູ້​ດຽວ 24 ສ່ວ​ນ​ເຮືອ​ນັ້ນ​ກໍ​ຢູ່​ໄກ​ຈາກ​ຝັ່ງ​ຫລາຍ​ຮ້ອຍ​ວາ​ແລະ​ຖືກ​ຟອງ​ນ້ຳ​ຕີ​ໄປ​ມາ​ເພາະ​ທວນ​ລົມ​ຕ້ານ​ຢູ່ 25 ຄັນ​ເຖິງ​ຍາມ​ສີ່​ກາງ​ຄືນ ພຣະ​ອົງ​ຊົງ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ພວກ​ສາ​ວົກ 26 ແຕ່​ເມື່ອ​ສາ​ວົກ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຍ່າງ​ມາ​ເທິງ​ນ້ຳ ເຂົາ​ກໍ​ຕົກ​ໃຈ​ເວົ້າ​ກັນ​ວ່າ, “ຜີ” ເຂົາ​ຈຶ່ງ​ຮ້ອງຂຶ້ນ​ເພາະ​ຄວາມ​ຢ້ານ 27 ໃນ​ທັນ​ໃດ​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊົງ​ອອກ​ພຣະ​ໂອດ​ກ່າວ​ກັບ​ເຂົາ​ວ່າ, “ຢ່າ​ນ້ອຍ​ໃຈ​ເທາະ, ແມ່ນ​ເຮົາ​ເອງ ຢ່າ​ຢ້ານ” 28 ຝ່າຍ​ເປ​ໂຕ​ຈຶ່ງ​ທູ​ນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ແມ່ນ​ທ່ານ​ແນ່​ແລ້ວ ຂໍ​ສັ່ງ​ໃຫ້​ຂ້າ​ພຣະ​ອົງ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ທ່ານ” 29 ພຣະ​ອົງ​ຊົງ​ບອກວ່າ, “ມາ​ສາ” ເປ​ໂຕ​ຈຶ່ງ​ອອກ​ຈາກ​ເຣືອ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ພຣະ​ເຢ​ຊູ 30 ແຕ່​ເມື່ອ​ເຫັນ​ລົມ​ກໍ​ຢ້ານ​ແລະ​ເມື່ອ​ກຳ​ລັງ​ຈະ​ຈົມກໍ​ຮ້ອງວ່າ, “ນາຍ​ເອີຍ, ຊ່ອຍ​ຂ້າ​ພຣະ​ອົງໃຫ້​ພົ້ນ​ແດ່​ທ້ອນ” 31 ໃນ​ທັນ​ໃດ​ນັ້ນ​ພຣະ​ເຢ​ຊູ​ຊົງ​ຢື້​ພຣະ​ຫັດ​ຈັບ​ເປ​ໂຕ​ໄວ້​ແລ້ວ​ຊົງ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມ​ເຊື່ອ​ນ້ອຍ ເປັ​ນ​ຫຍັງ​ຈຶ່ງ​ສົງສັຍ” 32 ເມື່ອ​ພຣະ​ອົງ​ກັບ​ເປ​ໂຕ​ຂຶ້ນ​ເຮືອ​ແລ້ວ​ລົມ​ກໍ​ງຽບ​ລົງ 33 ພວກ​ທີ່​ຢູ່​ໃນ​ເຮືອ​ໄດ້​ມາ​ກົ້ມ​ຂາບ​ໃສ່​ພຣະ​ອົງ​ແລ້ວ​ທູນ​ວ່າ, “ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈິງ​ແທ້”

ຊົງ​ໂຜດໄທ​ເຄນ​ເນ​ຊາ​ເຣັດ

34 ເມື່ອ​ຂ້າມ​ຟາກ​ໄປ​ເຖິງ​ແລ້ວ​ກໍ​ຈອດ​ເຮືອ​ທີ່​ທາ​ເມືອງ​ເຄນ​ເນ​ຊາ​ເຣັດ 35 ເມື່ອ​ຄົນ​ໃນ​ເຂ​ດ​ນັ້ນ​ໄດ້​ຮູ້​ຈັກ​ພຣະ​ອົງ​ແລ້ວ ກໍ​ໃຊ້​ຄົນ​ໄປ​ບອກ​ກ່າວ​ທົ່ວ​ຕລອດ​ເຂດ​ນັ້ນ ເຂົາ​ຈຶ່ງ​ພາ​ບັນ​ດາຄົນ​ເຈັບ​ປ່ວຍ​ມາ​ຫາ​ພຣະ​ອົງ 36 ທູນ​ຂໍ​ພຣະ​ອົງ​ຊົງ​ໂຜດ​ໃຫ້​ຄົນ​ເຈັບ​ປ່ວຍ ພໍ​ແຕ່​ບາຍ​ແຄມ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ແລະ​ຜູ້​ໃດ​ໄດ້​ບາຍ​ແລ້ວກໍ​ຖືກ​ຊົງ​ໃຫ້​ດີ​ປົກ​ກະ​ຕິ

ມັດທາຍ 15

ເຣື່ອງ​ຮິດ​ຄອງ​ທີ່​ສືບ​ທອດ​ມາ​ແຕ່​ບູ​ຮານ

1 ເມື່ອ​ນັ້ນ​ພວກ​ຟາ​ຣິ​ຊາຍ ແລະ​ນັກ​ທັມ​ອອກ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ຈຶ່ງ​ທູນ​ພຣະ​ເຢ​ຊູ​ວ່າ, 2 “ເປັນ​ຫຍັງ​ພວກ​ສິດ​ຂອງ​ທ່ານ​ຈຶ່ງ​ລະ​ເມີດ​ຕໍ່​ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ​ນັ້ນ ດ້ວຍ​ວ່າ​ເຂົາ​ບໍ່​ລ້າງ​ມື​ກ່ອນ​ຮັ​ບ​ປະ​ທານ​ອາ​ຫານ” 3 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເຫດ​ສັນ​ໃດ​ພວກ​ທ່ານ​ຈຶ່ງ​ລະ​ເມີດ​ຕໍ່​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ ດ້ວຍ​ເຫັນ​ແກ່​ຄຳ​ສອນ​ທີ່​ຕົກ​ທອດ​ສືບ​ຕໍ່​ກັນ​ມາ​ນັ້ນ 4 ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ຍັດ​ໄວ້​ວ່າ, “ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ເຈົ້າ ແລະ ຜູ້​ໃດ​ຫມິ່ນ​ປ​ມາດ​ບິ​ດາ​ມານ​ດາ ຜູ້​ນັ້ນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ” 5 ແຕ່​ຝ່າຍພວກ​ທ່ານ​ກັບ​ເວົ້າ​ວ່າ “ຜູ້​ໃດ​ທີ່​ຈະ​ເວົ້າ​ກັບ​ບິ​ດາ​ມານ​ດາ​ວ່າ, “ສິ່ງ​ໃດ​ຂອງ​ຂ້ອຍ​ທີ່​ອາດ​ຊ່ອຍ​ເຫລືອ​ເຈົ້າ​ໄດ້ ສິ່ງ​ນັ້ນ​ກໍ​ເປັນ​ຂອງ​ຖວາຍ​ແດ່​ພຣະ ເຈົ້າແລ້ວ” ຜູ້​ນັ້ນ​ຈຶ່ງ​ບໍ່​ຕ້ອງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ຕົນ” 6 ດັ່ງ​ນັ້ນ​ແຫລະ, ພວກ​ທ່ານ​ໄດ້​ລຶບ​ລ້າງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ເພາະ​ເຫັນ​ແກ່​ຄຳ​ສອນ​ທີ່​ຕົກ​ທອດ​ສືບ​ຕໍ່​ກັນ​ມາ​ນັ້ນ 7 ໂອ​ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ເອ​ຊາ​ຢາ​ໄດ້​ທຳ​ນ​ວາຍ​ຄັກ​ແນ່​ເຖິງ​ພວກ​ທ່ານ​ວ່າ, 8 “ພົ​ລ​ເມືອງ​ເຫລົ່າ​ນີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ ສ່ວນ​ໃຈ​ຂອງ​ເຂົາ​ຫ່າງ​ໄກຈາກ​ເຮົາ 9 ເຂົາ​ນະ​ມັ​ສ​ການ​ເຮົາ​ໂດຍ​ອັ​ບ​ປ​ໂຍດ ດ້ວຍ​ເອົາ​ບົດ​ບັນ​ຍັດ​ຂອງ​ມະ​ນຸດ​ມາ​ຕູ່​ວ່າ​ເປັນ​ພຣະ​ໂອວາດ”

ສິ່ງ​ທີ່​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ

10 ແລ້ວ​ພຣະ​ອົງ​ຊົງ​ເອີ້ນ​ເອົາ​ປະ​ຊາ​ຊົນ​ແລະ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຟັງ​ແລະ​ເຂົ້າ​ໃຈ​ສາ 11 ບໍ່​ແມ່ນ​ສິ່ງ​ທີ່​ເຂົ້າ​ໄປ​ໃນ​ປາກ​ນັ້ນ ທີ່​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ນັ້ນ​ແຫລະ, ທີ່​ເຮັດ​ມະ​ນຸດ​ຊົ່ວ​ມົວ​ຫມອງ” 12 ຂນະ​ນັ້ນ​ພວກ​ສາ​ວົກ​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ທ່ານ​ຊາບ​ແລ້ວ​ຫລື​ວ່າ ເມື່ອ​ພວກ​ຟາ​ຣີ​ຊາຍ​ໄດ້​ຍິນ​ຄຳ​ກ່າວ​ນັ້ນ ເຂົາ​ກໍ​ເສັຽ​ໃຈ” 13 ພຣະ​ອົງ​ຊົງ​ຕອບ​ວ່າ, “ໄມ້​ທຸກ​ຕົ້ນ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ ບໍ່​ໄດ້​ຊົງ​ປູ​ກໄວ້​ຈະ​ຕ້ອງ​ຫລົກ​ເສັຽ” 14 ຊ່າງ​ເຂົາ​ເທາະ ເຂົາ​ເປັນ​ຄົນ​ນຳ​ທາງ​ຄົນ​ຕາ​ບອດ ຖ້າ​ຄົນ​ຕາ​ບອດ​ຈູງ​ຄົນ​ຕາ​ບອດ​ໄປ ເຂົາ​ທັງ​ສອງກໍ​ຈະ​ຕົກ​ໃນ​ຂຸມ” 15 ຝ່າຍ​ເປ​ໂຕ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຂໍ​ໂຜ​ດທ່ານ​ແກ້​ໄຂ​ຄຳ​ອຸປມາ​ນີ້​ໃຫ້​ພວກ​ຂ້າ​ພຣະ​ອົງແດ່” 16 ພຣະ​ອົງ​ຊົງ​ຕອບ​ວ່າ, “ພວກ​ທ່ານ​ກໍ​ຍັງ​ຂາດ​ຄວາມ​ເຂົ້າ​ໃຈ​ເຫມືອນ​ກັນ​ຫລື 17 ພວກ​ທ່ານ​ບໍ່​ໄດ້​ສັງ​ເກດ​ຫລື​ວ່າ ສິ່ງ​ທີ່​ເຂົ້າ​ໄປ​ໃນ​ປາກ​ກໍ​ລົງ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ 18 ແຕ່​ສິ່ງ​ທີ່​ອອກ​ຈາກ​ປາກ​ກໍ​ອອກ​ມາ​ຈາກ​ໃຈ ສິ່ງ​ນັ້ນ​ແຫລະ, ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ 19 ເພາະ​ວ່າ​ຄວາມ​ຄຶດ​ຊົ່ວ​ຮ້າຍ, ການ​ຂ້າ​ຄົນ, ການ​ຫລິ້ນ​ຊູ້​ຈາກ​ຜົວ​ເມັຽ, ການ​ຜິດ​ຊາຍ​ຍິງ, ການ​ລັກ​ຊັບ, ການ​ເປັນ​ພຍານ​ບໍ່​ຈິງ, ແລະ​ການ​ນິນທາ ກໍ​ອອກ​ມາ​ຈາກ​ໃຈ 20 ສິ່ງ​ເຫລົ່າ​ນີ້​ແຫລະ, ທີ່​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ ແຕ່​ການ​ຮັບ​ປະ​ທານ​ອາ​ຫານ​ບໍ່​ລ້າງ​ມື​ກ່ອນ​ນັ້ນ ບໍ່​ໄດ້​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ”

ຄວາມ​ເຊື່ອ​ຂອງ​ຍິງ​ຊາ​ດ​ກາ​ນາ​ອານ

21 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ບ່ອນ​ນັ້ນ​ເຂົ້າ​ໄປ​ໃນ​ເຂດ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດນ 22 ມີ​ຍິງ​ຊາວ​ການາອານ​ຄົນ​ນຶ່ງ​ມາ​ຈາກ​ເຂດ​ນັ້ນ​ຮ້ອງ​ທູນ​ພຣະ​ອົງ​ວ່າ, “ນາຍ​ຜູ້​ເປັນ​ບຸດ​ດາ​ວິດ​ເອີຍ, ຂໍ​ໂຜ​ດ​ເມດ​ຕາ​ຂ້າພຣະ​ອົງ​ແດ່​ທ້ອນ ລູກ​ສາວ​ຂອງ​ຂ້າພຣະ​ອົງ​ມີ​ຄວາມ​ລຳ​ບາກ​ຫລາຍ​ຍ້ອນ​ຜິ​ຮ້າຍ​ບັງ​ຄັບ” 23 ຝ່າຍ​ພຣະ​ອົງ​ບໍ່​ໄດ້​ຊົງ​ຕອບ​ຍິງ​ນັ້ນ​ຈັກ​ຄຳ ແລ້ວ​ພວກ​ສາ​ວົກ​ໄດ້​ມາ​ທູນ​ພຣະ​ອົງ​ວ່າ, “ຂໍ​ບອກ​ໃຫ້​ເຂົາ​ເມືອ​ເສັຽ ເພາະ​ເຂົາ​ຮ້ອງ​ຕາມ​ເຮົາ​ມາ” 24 ພຣະ​ອົງ​ຊົງ​ຕອບ​ວ່າ, “ເຮົາ​ບໍ່​ໄດ້​ຮັບ​ໃຊ້​ມາ​ຫາ​ຜູ້​ໃດ ເວັ້ນ​ແຕ່​ຝູງ​ແກະ​ທີ່​ເສັຽ​ແລ້ວ ຄື​ຕະ​ກູນອິ​ສ​ຣາ​ເອນ” 25 ຝ່າຍ​ຍິງ​ນັ້ນ​ໄດ້​ມາ​ຂາບ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ໂຜດ​ຊ່ອຍ​ຂ້າ​ພຣະ​ອົງ​ແດ່​ທ້ອນ” 26 ພຣະ​ອົງ​ຊົງ​ຕອບ​ວ່າ,”ບໍ່​ສົມ​ຄວນ​ຈະ​ເອົາ​ອາ​ຫານ​ຂອງ​ລູກ​ໂຍນ​ໃຫ້​ແກ່​ຫມາ​ນ້ອຍ” 27 ຍິງ​ນັ້ນ​ທູນ​ຕອບ​ວ່າ, “ຈິງຢູ່ເຈົ້າ​ຂ້າ ແຕ່​ເຖິງ​ແມ່ນ​ຫມາ​ນ້ອຍ​ກໍ​ເຄີຍ​ກິນ​ເມັດ​ທີ່​ຕົກ​ຈາກ​ໂຕະນາຍ​ຂອງ​ມັນ” 28 ແລ້ວ​ພຣະ​ເຢ​ຊູຊົງ​ຕອບ​ຍິງ​ນັ້ນ​ວ່າ, “ນາງ​ເອີຍ, ຄວາມ​ເຊື່ອ​ຂອງ​ເຈົ້າ​ກໍ​ໃຫຍ່ ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ເຈົ້າ​ເທີນ” ລູກສາວ​ຂອງ​ຍິງ​ນັ້ນ​ກໍ​ດີ​ເປັນ​ປົກກະ​ຕິ​ຕັ້ງ​ແຕ່​ໂມງ​ນັ້ນ

ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ດີ

29 ພຣະ​ເຢ​ຊູ​ໄດ້ສະ​ເດັດ​ອອກ​ຈາກ​ທີ່​ນັ້ນ​ລຽບ​ຝັ່ງ​ທະ​ເລ​ສາບຄາ​ລິ​ເລ​ໄປ ແລ້ວ​ສະ​ເດັດ​ຂຶ້ນ​ພູ​ຊົງ​ປະ​ທັບ​ນັ່ງ​ລົງ​ທີ່​ນັ້ນ 30 ແລະ​ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ມາ​ຫາພຣະ​ອົງ ເຂົາ​ພາ​ຄົນ​ຂາ​ເສັ້ງ, ຄົນ​ແຂນ​ຂາ​ພິ​ການ, ຄົນ​ຕາ​ບອດ, ຄົນ​ປາກ​ກືກ, ແລະ​ຄົນ​ເຈັບ​ອື່ນໆ ຫລາຍຄົນ​ມາ​ວາງ​ໄວ້​ແທບ​ພຣະ​ບາດ​ຂອງ​ ພຣະ​ເຢ​ຊູ ແລ້ວ ພຣະ​ອົງໄດ້​ຊົງ​ໂຜດ​ໃຫ້​ເຂົາ​ດີ 31 ຈົນ​ຝູງ​ຄົນ​ເຫລົ່າ​ນັ້ນ​ງຶດ​ອັ​ດສະ​ຈັນ​ໃຈ ເມື່ອ​ເຫັນ​ຄົນ​ປາກ​ກືກ​ປາກ​ໄດ້, ຄົນ​ແຂນ​ຂາ​ພິ​ການ​ດີ​ປົກ​ກະ​ຕິ, ຄົນ​ຂາ​ເສັ້ງ​ຍ່າງ​ໄປ​ໄດ້, ແ​ລະ​ຄົນ​ຕາ​ບອດ​ເຫັນ​ໄດ້ ແລ້ວ​ເຂົາ​ຈຶ່ງ​ສັຣ​ເສິນ​ພຣະ​ເຈົ້າ​ຂອງ​ຊາດ​ອິ​ສ​ຣາ​ເອນ

ຊົງ​ລ້ຽງ​ຄົນ​ສີ່​ພັນ

32 ຝ່າຍ​ພຣະ​ເຢ​ຊູ​ຊົງ​ເອີ້ນ​ພວກ​ສາ​ວົກ​ຂອງ​ຕົນ​ມາ ແລ້ວ​ຊົງ​ກ່າວ​ວ່າ, “ເຮົາ​ສົງ​ສານ​ຄົນ​ເຫລົ່າ​ນີ້ ເພາະ​ເຂົາ​ຄ້າງ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ​ບໍ່​ມີ​ອາ​ຫານ​ກິນ ເຮົາ​ບໍ່​ຢາກ​ໃຫ້​ເຂົາ​ກັບ​ໄປ​ໃນ​ຂ​ນະ​ທີ່​ຍັງ​ຫິວ​ຢູ່ ເພາະ​ຢ້ານ​ວ່າ​ເຂົາ​ຈະ​ເມື່ອຍ​ອິດ​ອ່ອນ​ຕາມ​ທາງ” 33 ພວກ​ສາ​ວົກ​ທູນ​ຖາມ​ພຣະ​ອົງ​ວ່າ, “ໃນ​ປ່າ​ຢ່າງ​ນີ້​ພວກ​ຂ້າ​ພຣະ​ອົງ​ຈະ​ຊອກ​ອາ​ຫານ​ທີ່​ໃດ​ພໍ​ລ້ຽງ​ຄົນ​ເຫລົ່າ​ນີ້​ໃຫ້​ອີ່ມ​ໄດ້” 34 ພຣະ​ເຢ​ຊູ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ມີ​ເຂົ້າ​ຈີ່​ຈັກ​ກ້ອນ” ເຂົາ​ທູນ​ຕອບ​ວ່າ, “ມີ​ເຈັດ​ກ້ອນ​ກັບ​ປາ​ນ້ອຍ​ສອງ​ສາມ​ໂຕ” 35 ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ນັ່ງ​ລົງ​ຕາມ​ດິນ 36 ແລ້ວ​ຊົງ​ຮັບ​ເຂົ້າ​ຈີ່​ເຈັດ​ກ້ອນ​ກັບ​ປາ​ເຫລົ່າ​ນັ້ນ​ມາ​ໂມ​ທະ​ນາ​ພຣະ​ຄຸນ ຈຶ່ງ​ຊົງ​ຫັກ​ຍື່ນ​ໃຫ້​ພວກ​ສາ​ວົກ​ຂອງ​ຕົນ ພວກ​ສາ​ວົກ​ກໍ​ໄດ້​ແຈກ​ຢາຍ​ໃຫ້​ປະ​ຊາ​ຊົນ 37 ແລະ​ຄົນ​ທັງ​ປວງ​ໄດ້​ກິນ​ອີ່ມ​ຫມົດ​ທຸກ​ຄົນ ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ​ເຂົາ​ເກັບ​ໄດ້ເຕັມ​ເຈັດ​ບຸງ 38 ສ່ວນ​ຄົນ​ທີ່​ໄດ້​ກິນ​ນັ້ນ​ມີ​ຜູ້​ຊາຍ​ເຖິງ​ສີ່​ພັນ​ຄົນ ບໍ່​ນັບ​ແມ່​ຍິງ​ກັບ​ເດັກ​ນ້ອຍ 39 ເມື່ອ​ຊົງ​ສັ່ງ​ໃຫ້​ເຂົາ​ເລີກ​ໄປ​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ລົງ​ເຮືອ​ໄປ​ຍັງ​ເຂດ​ເມືອງ​ມາ​ຄາ​ດານ

ມັດທາຍ 16

ຂໍ​ໃຫ້​ຊົງ​ສະ​ແດງ​ຫມາຍ​ສຳ​ຄັນ

1 ພວກ​ຟາ​ຣິ​ຊາຍ​ກັບ​ພວກ​ຊາ​ດູ​ກາຍ​ໄດ້​ມາ​ທົດ​ລອງ​ພຣະ​ອົງ ໂດຍ​ຂໍ​ໃຫ້​ພຣະ​ອົງ​ຊົງ​ສະ​ແດງ​ຫມາຍ​ສຳ​ຄັນ​ຢ່າງ​ນຶ່ງ​ຈາກ​ສວັນ​ໃຫ້​ເຂົາ​ເຫັນ 2 ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, “ເມື່ອ​ຄ່ຳ​ມາ​ພວກ​ທ່ານ​ເຄິຍ​ເວົ້າ​ວ່າ “ອາກາດ​ຈະ​ດີ​ເພາະ​ຟ້າ​ສິ​ແດງ” 3 ແລະ​ເວ​ລາ​ເຊົ້າ​ພວກ​ທ່ານ​ກໍ​ເວົ້າ​ວ່າ, “ມື້​ນີ້​ຈະ​ເກິດ​ພະ​ຍຸ​ເພາະ​ຟ້າ​ສິ​ແດງ​ແລະ​ມືດ​ມົວ” ທ້ອງ​ຟ້າ​ນັ້ນ​ພວກ​ທ່ານ​ຍັງ​ຊ່າງ​ສັງ​ເກດ​ຮູ້ ແຕ່​ຫມາຍ​ສຳ​ຄັນ​ແຫ່ງ​ສະ​ໄຫມ​ຕ່າງ​ໆ ພວກ​ທ່ານ​ບໍ່​ອາດ​ສັງ​ເກດ​ໄດ້” 4 ຄົນ​ສະ​ໄຫມ​ຊົ່ວ​ຄຶດ​ຄົດ​ທໍ​ຣະ​ຍົດ​ຕໍ່​ພຣະ​ເຈົ້າ​ສ​ແວງ​ຫາ​ຫມາຍ​ສຳ​ຄັນ ແຕ່​ຈະ​ບໍ່​ຊົງ​ໂຜດ​ຫມາຍ​ສຳ​ຄັນ​ໃຫ້​ແກ່ເຂົາ ເວັ້ນ​ໄວ້​ແຕ່​ຫມາຍ​ສຳ​ຄັນ​ເຣື່ອງ​ໂຢ​ນາ” ແລ້ວ​ພຣະ​ອົງ​ກໍ​ສະ​ເດັດ​ຈາກ​ເຂົາ​ໄປ

ເຊື້ອ​ແປ້ງ​ຂອງ​ພວກ​ຟາ​ຣີ​ຊາຍ​ແລະ​ຊາ​ດູ​ກາຍ

5 ຝ່າຍ​ພວກ​ສາ​ວົກ​ເມື່ອ​ຂ້າມ​ໄປ​ຟາກ​ນັ້ນ​ກໍ​ໄດ້​ລືມ​ເອົາ​ເຂົ້າ​ຈີ່​ໄປ​ນຳ 6 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ສັງ​ເກດ​ແລະ​ລະ​ວັງ​ເຊື້ອ​ແປ້ງ​ຂອງ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ​ໃຫ້​ດີ” 7 ພວກ​ສາ​ວົກ​ກໍ​ເວົ້າ​ກັນ​ຢູ່​ວ່າ,”ເຫັນ​ຈະ​ເປັນ​ເພາະ​ຫມູ່​ເຮົາ​ບໍ່​ໄດ້​ເອົາ​ເຂົ້າ​ຈີ່​ມາ​ນຳ” 8 ແຕ່​ພຣະ​ເຢ​ຊູ​ຊົງຊາບ​ຈຶ່ງ​ຊົງ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມ​ເຊື່ອ​ນ້ອຍ ເຫດ​ໃດ​ພວກ​ທ່ານ​ຈຶ່ງ​ເວົ້າ​ກັນ​ແລະ​ກັນ​ເຖິງ​ເຣື່ອງ​ບໍ່​ໄດ້​ເອົາ​ເຂົ້າ​ຈີ່​ມາ​ນຳ 9 ພວກ​ທ່ານ​ຍັງ​ບໍ່​ທັນ​ສັງ​ເກດ​ແລະ​ຈື່​ບໍ່​ໄດ້​ຫລື ເຣື່ອງ​ເຂົ້າ​ຈີ່​ຫ້າ​ກ້ອນ​ສຳ​ລັບ​ຄົນ​ຫ້າ​ພັນ​ນັ້ນ ພວກ​ທ່ານ​ເກັບ​ໄດ້​ຈັກ​ບຸງ 10 ຫລື​ເຣື່ອງ​ເຂົ້າ​ຈີ່​ເຈັດ​ກ້ອນ​ສຳ​ລັບ​ຄົນສີ່​ພັນ​ນັ້ນ ພວກ​ທ່ານ​ເກັບ​ໄດ້​ຈັກ​ບຸງ 11 ເປັນ​ສັນ​ໃດ​ພວກ​ທ່ານ​ຈຶ່ງ​ບໍ່​ສັງ​ເກດ​ຮູ້​ວ່າ ເຮົາ​ບໍ່​ໄດ້​ເວົ້າ​ກັບ​ພວກ​ທ່ານດ້ວຍ​ເຣື່ອງ​ເຂົ້າ​ຈີ່ ແຕ່​ໃຫ້​ລະ​ວັງເຊື້ອ​ແປ້ງ​ຂອງ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ” 12 ແລ້ວ​ພວກ​ສາ​ວົກ​ກໍ​ເຂົ້າ​ໃຈ​ວ່າ ພຣະ​ອົງ​ບໍ່​ໄດ້​ຊົງ​ສັ່ງ​ເຂົາ​ໃຫ້​ລະ​ວັງ​ເຊື້ອ​ແປ້ງ​ນັ້ນ ແຕ່​ໃຫ້​ລະ​ວັງ​ຄຳ​ສອນ​ຂອງ​ພວກ​ຟາ​ຣິ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ

ເປ​ໂຕຍອມ​ຮັບ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ຄຣິດ

13 ຄັນ​ພຣະ​ເຢ​ຊູ​ສະ​ເດັດ​ເຂົ້າ​ໄປ​ໃນ​ເຂດ​ເມືອງ​ກາຍ​ຊາ​ເຣັຽ​ຟິ​ລິບ​ປອຍ ພຣະ​ອົງ​ຊົງ​ຖາມ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, “ຄົນ​ທັງ​ຫລາຍ​ເວົ້າ​ກັນ​ວ່າ​ບຸດ​ມະ​ນຸດ​ແມ່ນ​ຜູ້​ໃດ” 14 ເຂົາ​ທູນ​ຕອບ​ວ່າ, “ຜູ້​ລາ​ງຄົນ​ວ່າ​ເປັນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ແລະ​ຄົນ​ອື່ນ​ວ່າ​ເປັນ​ເອ​ລິ​ຢາ ແຕ່​ຄົນ​ອື່ນອີກວ່າ​ເປັນ​ເຢ​ເຣ​ມີຢາ ຫລື​ເປັນ​ຄົນ​ນຶ່ງ​ໃນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ” 15 ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ແລ້ວ​ຝ່າຍ​ພວກ​ທ່ານ​ເດ, ວ່າ​ເຮົາ​ເປັນ​ໃຜ” 16 ຊີ​ໂມນເປ​ໂຕ​ທູນ​ຕອບ​ວ່າ, “ທ່ານ​ເປັນ​ພຣະ​ຄຣິດ ພຣະ​ບຸດຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່” 17 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເປ​ໂຕວ່າ, “ຊີ​ໂມນ ລູກ​ໂຢ​ນາ​ເອີຍ, ທ່ານ​ກໍ​ເປັນ​ສຸກ ເພາະ​ວ່າ​ບໍ່​ແມ່ນ​ມະ​ນຸດ​ທີ່​ໄດ້​ສະ​ແດງ​ຄຳ​ນີ້​ແກ່​ທ່ານ ແຕ່​ແມ່ນ​ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ໃນ​ສວັນ​ຊົງ​ໃຫ້​ຊາບ 18 ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ວ່າ​ທ່ານ​ຄື​ເປ​ໂຕ ເທິງ​ສີ​ລາ​ກ້ອນ​ນີ້ ເຮົາ​ຈະ​ສ້າງ​ຄ​ຣິ​ສ​ຕະ​ຈັກ​ຂອງ​ເຮົາ​ຂຶ້ນ ແລະ​ປະ​ຕູ​ແຫ່ງ​ແດນ​ມໍ​ຣະ​ນາ​ຈະ​ມີ​ຊັຍ​ຕໍ່​ຄ​ຣິ​ສ​ຕະ​ຈັກ​ນັ້ນ​ບໍ່​ໄດ້ 19 ເຮົາ​ຈະ​ມອບ​ຂໍ​ກະ​ແຈ​ແຫ່ງ​ແຜ່ນ​ດິນ​ສວັນ​ໄວ້​ໃຫ້​ທ່ານ ທ່ານ​ຈະ​ຜູກ​ມັດສິ່ງ​ໃດ​ໄວ້​ໃນ​ໂລກ ສິ່ງ​ນັ້ນ​ກໍ​ຈະ​ຊົງ​ຜູກ​ມັດ​ໄວ້​ແລ້ວ​ໃນ​ສວັນ ທ່ານ​ຈະ​ແກ້​ສິ່ງ​ໃດ​ໃນ​ໂລກ ສິ່ງ​ນັ້ນ​ກໍ​ຈະ​ຊົງ​ແກ້​ໃຫ້​ຫລຸດ​ແລ້ວ​ໃນ​ສວັນ” 20 ແລ້ວ​ພຣະ​ອົງ​ຊົງ​ຫ້າມ​ສາ​ວົກ ບໍ່​ໃຫ້​ບອກ​ຜູ້​ໃດ​ວ່າ​ຕົນ​ຊົງ​ເປັນ​ພຣະ​ຄຣິດ

ພຣະ​ເຢ​ຊູ​ຊົງ​ທຳ​ນ​ວາຍ​ເຖິງ​ມໍ​ຣະ​ນາ​ພາບ​ຂອງ​ ພຣະ​ອົງ

21 ຕັ້ງ​ແຕ່​ເວ​ລາ​ນັ້ນ​ມາ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ສະ​ແດງ​ແກ່​ພວກ​ສາ​ວົກ​ຂອງ​ຕົນ​ວ່າ ພຣະ​ອົງ​ຈະ​ຕ້ອງ​ສະ​ເດັດ​ໄປ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຫລາຍ​ປະ​ການ​ຈາກ​ພວກ​ເຖົ້າ​ແກ່, ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່, ແລະ​ຈາກ​ພວກ​ນັກ​ທັມ​ເຂົາ​ຈະ​ໄດ້​ຂ້າ​ພຣະ​ອົງ​ເສັຽ ແລະ​ໃນ​ວັນ​ຖ້ວນ​ສາມ​ພຣະ​ອົງ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ 22 ຝ່າຍ​ເປ​ໂຕ​ໄດ້​ພາ​ພຣະ​ອົງ​ໄປ​ຕ່າງ​ຫາກ ແລ້ວ​ຕັ້ງ​ຕົ້ນ​ທູນ​ຫ້າມ​ພຣະ​ອົງ​ຢ່າງ​ແຂງ​ແຮງວ່າ, “ນາຍ​ເອີຍ, ຂໍ​ທ່ານ​ຈົ່ງ​ໄດ້​ຮັບ​ຄວາມ​ເມດ​ຕາ ການ​ນີ້​ຈະ​ບໍ່​ເກິດ​ມີ​ແກ່​ທ່ານ​ຈັກ​ເທື່ອ” 23 ພຣະ​ອົງ​ຊົງ​ຫັນ​ພຣະ​ພັກ​ໄປ​ຫາ​ເປ​ໂຕ​ແລ້ວ​ຊົງ​ກ່າວ​ວ່າ, “ອ້າຍ​ຊາ​ຕານ​ເຮິຍ, ຈົ່ງ​ຖອຍ​ຫນີ​ຈາກ​ເຮົາ​ເສັຽ ເຈົ້າ​ເປັນ​ສິ່ງ​ກິດ​ຂວາງ​ເຮົາ ເພາະ​ເຈົ້າ​ຄຶດ​ຢ່າງ​ມະ​ນຸດ ບໍ່​ຄຶດ​ຢ່າງ​ພຣະ​ເຈົ້າ” 24 ຂ​ນະ​ນັ້ນ​ພຣະ​ເຢ​ຊູ​ຊົງ​ບອກ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, “ຖ້າ​ຜູ້​ໃດ​ຢາກ​ຕາມ​ເຮົາ​ມາ​ໃຫ້​ຜູ້​ນັ້ນ​ຕັດ​ສິດ​ຂອງ​ຕົນ​ເສັຽ ແລະ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ ແລ້ວ​ຕິດ​ຕາມ​ເຮົາ​ມາ 25 ເພາະ​ວ່າ​ຜູ້​ໃດ​ຢາກ​ຊ່ອຍ​ຊີ​ວິດ​ຂອ​ງຕົນ​ໃຫ້​ພົ້ນ ຜູ້​ນັ້ນ​ຈະ​ເສັຽ​ຊີ​ວິດ ແຕ່​ຜູ້​ໃດ​ຈະ​ເສັຽ​ຊີ​ວິດ​ເພາະ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ກໍ​ຈະ​ພົ້ນ​ຊິ​ວິດ 26 ເຫດ​ວ່າ​ຖ້າ​ຜູ້​ໃດ​ຈະ​ໄດ້​ສິ່ງ​ຂອງຫມົດ​ທັງ​ໂລກ ແຕ່​ຕ້ອງ​ເສັຽ​ຊີ​ວິດ​ອັນ​ແທ້​ຂອງ​ຕົນ ຜູ້​ນັ້ນ​ຈະ​ໄດ້​ປ​ໂຍດ​ອັນ​ໃດ ຫລື​ຜູ້​ນັ້ນ​ຈະ​ນຳ​ເອົາ​ສິ່ງ​ໃດ​ໄປ​ແລກ​ເອົາ​ຊີ​ວິດ​ອັນ​ແທ້​ຂອງ​ຕົນ​ກັບ​ຄືນ​ມາ 27 ເພາະ​ບຸດ​ມະ​ນຸດ​ຈະ​ມາ​ດ້ວຍ​ສະ​ງ່າ​ຣາ​ສິ​ແຫ່ງ​ພຣະ​ບິ​ດາ​ຂອງ​ຕົນ ແລະ​ພ້ອມ​ດ້ວຍ​ພວກ​ເທວະ​ດາ​ຂອງ​ພຣະ​ອົ​ງ ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ປະ​ທານ​ບຳ​ເຫນັດ​ໃຫ້​ແກ່​ທຸກ​ຄົນ​ຕາມ​ການ​ທີ່​ເຂົາ​ເຮັດ​ນັ້ນ​ 28 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ໃນ​ພວກ​ຄົນ​ທີ່​ຢືນ​ຢູ່​ນີ້​ມີ​ລາງ​ຄົນ​ທີ່​ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ ຈົນ​ກວ່າ​ຈະ​ໄດ້​ເຫັນ​ບຸດ​ມະ​ນຸດ​ສະ​ເດັດ​ມາ​ດ້ວຍ​ຣາ​ຊ​ອຳ​ນາດ​ຂອງ​ພຣະ​ອົງ”

ມັດທາຍ 17

ຊົງ​ປ່ຽນ​ລັກ​ສນະ​ພຣະ​ກາຍ

1 ຄັນ​ລ່ວງ​ໄປ​ໄດ້​ຫົກ​ວັນ​ແລ້ວ ພຣະ​ເຢ​ຊູ​ຊົງ​ພາ​ເປ​ໂຕ ຢາ​ໂກ​ໂບ ແລະ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຢາ​ໂກ​ໂບ ຂຶ້ນ​ພູ​ສູງ​ຢູ່​ຕ່າງ​ຫາກ 2 ແລ້ວ​ລັກ​ສະນະ​ພຣະ​ກາຍ​ຂອງ​ພຣະ​ອົງ​ກໍ​ປ່ຽນ​ໄປ​ຕໍ່​ຫນ້າ​ເຂົາ ພຣະ​ພັກ​ຂອງ​ພຣະ​ອົງ​ກໍ​ເຫມືອນ​ແສງ​ອາ​ທິດ​ສ່ອງ​ແລະ​ເຄື່ອ​ງທົງ​ຂອງ​ພຣະ​ອົງ​ກໍ​ຂາວ​ຜ່ອງ​ເຫມືອນ​ດັ່ງ​ແສງ​ສວ່າງ 3 ແລະ​ເບິ່ງ​ແມ໋, ໂມ​ເຊ​ ແລະ​ເອ​ລີ​ຢາ​ກໍ​ມາ​ປາ​ກົດ​ແກ່​ສາ​ວົກ​ເຫລົ່າ​ນັ້ນ ເຝົ້າ​ສົນ​ທະ​ນາ​ຢູ່​ກັບ​ພຣະ​ອົງ 4 ຝ່າຍ​ເປ​ໂຕທູນ​ພຣະ​ເຢ​ຊູ​ວ່າ, “ນາຍ​ເອີຍ, ຊຶ່ງ​ພວກ​ຂ້າ​ພຣະ​ອົງຢູ່​ທີ່​ນີ້​ກໍ​ດີ​ຢູ່ ຖ້າ​ທ່ານ​ປະ​ສົງ, ຂ້າ​ພຣະ​ອົງ​ຈະ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ​ທີ່​ນີ້ ສຳ​ລັບ​ທ່າ​ນຫລັງ​ນຶ່ງ, ສຳ​ລັບ​ໂມ​ເຊ​ຫລັງ​ນຶ່ງ, ແລະ​ຫລັງ​ນຶ່ງ​ສຳ​ລັບ​ເອ​ລິ​ຢາ” 5 ເມື່ອ​ເປ​ໂຕ​ທູນ​ຍັງ​ບໍ່​ທັນ​ຂາດ​ຄຳ ເບິ່ງ​ແມ໋, ມີ​ເມກ​ສຸກ​ໃສ​ມາ​ປົກ​ຫຸ້ມ​ເຂົາ​ໄວ້ ແລະ​ເບິ່ງ​ແມ໋, ມີ​ພຣະ​ສຸ​ຣະ​ສຽງ​ອອກ​ມາ​ຈາກ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫລະ, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ຊຶ່ງ​ເຮົາ​ຊອບ​ໃຈ​ຫລາຍ ພວກ​ເຈົ້າ​ຈົ່ງ​ເຊື່ອ​ຟັງ​ທ່ານ” 6 ຝ່າຍ​ພວກ​ສາ​ວົກ​ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ກົ້ມ​ຂາບ​ລົງ​ແລະ​ຢ້ານ​ຫລາຍ 7 ພຣະ​ເຢ​ຊູ​ຈຶ່ງ​ສະ​ເດັດ​ມາ​ຖືກ​ຕ້ອງ​ເຂົາ​ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຢ່າ​ຊູ່​ຢ້ານ” 8 ເມື່ອ​ເງີຍ​ຫນ້າ​ຂຶ້ນ​ແລ້ວ​ເຂົາ​ກໍ​ບໍ່​ເຫັນ​ຜູ້​ໃດ ເຫັນ​ແຕ່​ພຣະ​ເຢ​ຊູ​ຜູ້​ດຽວ 9 ເມື່ອ​ເຂົາ​ກຳ​ລັງ​ລົງ​ມາ​ຈາກ​ພູ​ນັ້ນ​ພຣະ​ເຢ​ຊູ​ຊົງ​ສັ່ງ​ເຂົາ​ໄວ້​ວ່າ, “ນິມິດ​ຊຶ່ງ​ພວກ​ທ່ານ​ໄດ້​ເຫັນ​ນັ້ນ ຢ່າ​ໄດ້​ບອກ​ແກ່ຜູ້​ໃດ ຈົນ​ກວ່າ​ບຸດ​ມະ​ນຸດ​ຈະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ” 10 ພວກ​ສາ​ວົກ​ກໍ​ທູນ​ຖາມ​ພຣະ​ອົງ​ວ່າ, “ຖ້າ​ຢ່າງ​ນັ້ນ ເຫດ​ສັນ​ໃດ​ພວ​ກ​ນັກ​ທັມ​ເຄິຍ​ເວົ້າ​ວ່າ ເອ​ລິ​ຢາ​ຈະ​ຕ້ອງ​ມາ​ກ່ອນ” 11 ພຣະ​ອົງ​ທູນ​ຕອບ​ວ່າ, “ຈິງ​ຢູ່ ເອ​ລິ​ຢາ​ຈະ​ມາ​ກ່ອນ ແລະ​ເຮັດ​ໃຫ້​ສິ່ງ​ທັງ​ປ​ວງ​ຄືນ​ສູ່​ສະ​ພາບ​ເດີມ 12 ແຕ່​ເຮົາ​ບອກ​ພວກ​ທ່ານ​ວ່າ ເອ​ລິ​ຢາ​ນັ້ນ​ໄດ້​ມາ​ແລ້ວ ແລະ​ເຂົາ​ບໍ່​ຮູ້​ຈັກ​ທ່ານ ແຕ່​ເຂົາ​ໄດ້​ເຮັດ​ແກ່​ທ່ານຕາມ​ໃຈ​ຊອບ ສ່ວນ​ບຸດ​ມະ​ນຸດ​ກໍຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ດ້ວຍ​ມື​ຂອງ​ເຂົາ​ເຫມືອນ​ກັນ” 13 ແລ້​ວ​ພວກ​ສາ​ວົກ​ຈຶ່ງ​ເຂົ້າ​ໃຈ​ວ່າ ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ເຖິງ​ເຣື່ອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

ຊົງ​ໂຜດ​ເດັກ​ນ້ອຍ​ຜູ້​ມີ​ຜິ​ສິງ

14 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ພ້ອມ​ກັບ​ສາ​ວົກ​ສາມ​ຄົນ​ມາ​ເຖິງປະ​ຊາ​ຊົນ​ທັງ​ຫລາຍ​ແລ້ວ ມີ​ຊາຍຄົນ​ນຶ່ງ​ມາ​ຫາ​ພຣະ​ອົງ​ຄຸ​ເຂົ່າລົງ 15 ທູນ​ວ່າ, “ນາຍ​ເອີຍ, ຂໍ​ໂຜດ​ເມດ​ຕາ​ບຸດ​ຂອງ​ຂ້າພຣະ​ອົງແດ່​ທ້ອນ ດ້ວຍ​ວ່າ​ເຂົາ​ເປັນ​ບ້າ​ຫມູ ມີ​ຄວາມ​ທຸກ​ລຳ​ບາກ​ຫລາຍ​ເພາະ​ມັນ​ຕົກ​ໃສ່​ໄຟ​ໃສ່​ນ້ຳ​ຫລາຍ​ເທື່ອ 16 ຂ້າ​ພຣະ​ອົງໄດ້​ພາ​ບຸດມາ​ຫາ​ພວກ​ສິດ​ຂອງ​ທ່ານ​ແລ້ວ ແຕ່​ເຂົາ​ເຮັດ​ໃຫ້​ເຂົາດີ​ບໍ່​ໄດ້” 17 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ໂອ ຄົນ​ໃນ​ສະ​ໄຫມ​ທີ່​ຂາດ​ຄວາມ​ເຊື່ອ​ແລະ​ຊົ່ວ​ຊ້າ​ເຮິຍ ເຮົາ​ຈະ​ຕ້ອງ​ຢູ່ກັບ​ພວກ​ເຈົ້າ​ເຫິງ​ປານ​ໃດ ເຮົາ​ຈະ​ຕ້ອງ​ອົດ​ທົນ​ກັບ​ພວກ​ເຈົ້າ​ນານ​ປານ​ໃດ ຈົ່ງ​ພາ​ເຂົາ​ມາ​ຫາ​ເຮົາ​ທີ່​ນີ້​ສາ” 18 ພຣະ​ເຢ​ຊູ​ຊົງ​ກ່າ​ວ​ຊຳ​ຮະ​ຜິ​ຮ້າຍ​ນັ້ນ ແລ້​ວ​ມັນ​ໄດ້​ອອກ​ຫນີ​ໄປ ຕັ້ງ​ແຕ່​ໂມງ​ນັ້ນ​ໄປ​ເດັກ​ນ້ອຍ​ນັ້ນ​ກໍ​ດີ​ປົກ​ກະ​ຕິ 19 ຕໍ່​ມາ​ພວກ​ສາ​ວົກ​ໄດ້​ເຂົ້າ​ມາ​ຫາ​ພຣະ​ເຢ​ຊູ​ຕ່າງ​ຫາກ​ທູນ​ຖາມ​ວ່າ, “ເພາະ​ເຫ​ດ​ໃດ​ພວກ​ຂ້າ​ພຣະ​ອົງ​ຈຶ່ງ​ຂັບ​ໄລ່​ຜີ​ນັ້ນ​ອອກ​ບໍ່​ໄດ້” 20 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເພາະ​ເຫດ​ພວກ​ທ່ານ​ມີ​ຄວາມ​ເຊື່ອ​ນ້ອຍ ດ້ວຍ​ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພວກ​ທ່ານ​ມີ​ຄວາມ​ເຊື່ອ​ທໍ່​ເມັດ​ຜັກ​ກາດ​ເມັດ​ນຶ່ງ ພວກ​ທ່ານ​ຈະ​ສັ່ງ​ພູ​ຫນ່ວຍ​ນີ້ວ່າ “ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ” ມັນ​ກໍ​ຈະ​ເຄື່ອນ​ໄປ ບໍ່​ມີ​ສິ່ງ​ໃດ​ທີ່​ທ່ານ​ເຮັດ​ບໍ່​ໄດ້ 21 (ແຕ່​ຜິ​ແນວ​ນີ້​ບໍ່​ເຄີຍ​ຖືກ​ຂັບ​ອອກ ເວັ້ນ​ແຕ່​ດ້ວຍ​ການ​ອ້ອນວອນ​ແລະ​ການ​ຖື​ສິນ​ອົດ​ອາ​ຫານ)

ຊົງ​ທຳ​ນ​ວາຍ​ເຖິງ​ມໍ​ຣະ​ນາ​ພາບ​ຂອງ​ພຣະ​ອົງ

22 ຄັນ​ພຣະ​ເຢ​ຊູ​ຊົງ​ປະ​ຊຸມ​ກັບ​ພວກ​ສາ​ວົກ​ໃນ​ແຂວງ​ຄາ​ລີ​ເລ ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ບຸດ​ມະ​ນຸດ​ຈະ​ຕ້ອງ​ຖືກມອບ​ໄວ້​ໃນ​ມື​ມະ​ນຸດ 23 ເຂົາ​ຈະ​ຂ້າ​ທ່ານ​ເສັຽ ໃນ​ວັນ​ຖ້ວນ​ສາມ​ທ່ານຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ” ພວກ​ສາ​ວົກ​ກໍ​ມີ​ຄວາມ​ທຸກ​ຫນັກ​ໃຈ

ການ​ເສັຽ​ຄ່າ​ບຳ​ຣຸງ​ພຣະ​ວິ​ຫານ

24 ເມື່ອ​ມາ​ເຖິງ​ເມືອງ​ກາ​ເປ​ນາ​ອູມ​ແລ້ວ ມີ​ພວກ​ເກັບ​ຄ່າ​ບຳ​ຣຸງ​ພຣະ​ວິ​ຫານ​ມາ​ຫາເປ​ໂຕ​ຖາມ​ວ່າ, “ອາ​ຈານ​ຂອງ​ພວກ​ທ່ານ​ບໍ່​ເສັຽ​ເງິນ​ບຳ​ຣຸງ​ພຣະ​ວິ​ຫານ​ຫລື” 25 ເປ​ໂຕ​ຕອບ​ວ່າ, “ເສັຽ” ເມື່ອ​ເປ​ໂຕ​ເຂົ້າ​ໄປ​ໃນ​ເຮືອນ ພຣະ​ເຢ​ຊູ​ຊົງ​ກ່າວ​ຂຶ້ນ​ກ່ອນ​ຖາມ​ວ່າ, “ຊີ​ໂມນ​ເອີຍ, ທ່ານ​ຄຶດ​ຢ່າງ​ໃດ ພວກ​ເຈົ້າ​ແຜ່ນ​ດິນ​ເຄີຍ​ເກັບ​ພາ​ສິ​ແລະ​ເງິນ​ສ່ວຍ​ຈາກ​ຜູ້​ໃດ ຈາກ​ໂອ​ຣົດ​ຫລື​ຈາກ​ຜູ້​ອື່ນ” 26 ເປ​ໂຕ​ທູນ​ຕອບ​ວ່າ, “ເຄີຍ​ເກັ​ບ​ຈາກ​ຜູ້​ອື່ນ” ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ຖ້າ​ຢ່າງ​ນັ້ນ ໂອ​ຣົດ​ກໍ​ບໍ່​ຕ້ອງ​ເສັຽ” 27 ແຕ່​ເພື່ອ​ບໍ່​ໃຫ້​ເຂົາ​ເສັຽ​ໃຈ ທ່ານ​ຈົ່ງ​ໄປ​ຕຶກ​ເບັດ​ທີ່​ທະ​ເລ ເມື່ອ​ໄດ້​ປາ​ໂຕ​ແຣກ​ຂຶ້ນ​ມາ​ໃຫ້​ງະ​ປາກ​ມັນ ແລ້ວ​ທ່ານ​ຈະ​ພົບ​ເງິນ​ຫລຽນ​ນຶ່ງ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ເສັຽ​ຄ່າ​ບຳ​ຣຸງ​ພຣະ​ວິ​ຫານ​ສຳ​ລັບ​ເຮົາ​ກັ​ບ​ທ່ານ”

ມັດທາຍ 18

ໃຜ​ເປັນ​ໃຫຍ່​ໃນ​ສວັນ

1 ໃນ​ເວ​ລາ​ນັ້ນ​ພວກ​ສາ​ວົກ​ມາ​ຫາ​ພຣະ​ເຢ​ຊູ​ທູນ​ວ່າ, “ໃຜ​ເປັນ​ໃຫຍ່​ໃນຣາ​ຊ​ອາ​ນາ​ຈັກ​ສວັນ” 2 ພຣະ​ເຢ​ຊູ​ຊົງ​ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ນຶ່ງ​ມາ​ໃຫ້​ຢືນ​ຖ້າມ​ກາງ​ເຂົາ 3 ແລ້ວ​ຊົງ​ກ່າວ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພວກ​ທ່ານ​ບໍ່​ກັບ​ໃຈ ​ແລະ​ກາຍ​ເປັນ​ເຫມືອນ​ເດັກ​ນ້ອຍ ທ່ານ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ສວັນ​ບໍ່​ໄດ້​ຈັກ​ເທື່ອ 4 ເຫດ​ສັນ​ນັ້ນ​ຖ້າ​ຜູ້​ໃດ​ຖ່ອມ​ຕົວ​ລົງ​ເຫມືອນ​ເດັກ​ນ້ອຍຜູ້​ນີ້ ຜູ້​ນັ້ນ​ແຫລະ​, ເປັນ​ໃຫຍ່​ໃນ​ຣາ​ຊ​ອາ​ນາ​ຈັກ​ສວັນ 5 ຖ້າ​ຜູ້​ໃດ​ຈະ​ຮັບ​ເດັກ​ນ້ອຍ​ຜູ້​ນຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ໄດ້​ຮັບ​ເຮົາ”

ເຫດ​ໃຫ້​ຫລົງ​ຜິດ

6 “ຖ້າ​ຜູ້ໃດ​ເຮັດ​ໃຫ້​ຄົນ​ນຶ່ງ​ໃນ​ຫມູ່​ເດັກ​ນ້ອຍ​ເຫລົ່າ​ນີ້​ທີ່​ເຊື່ອ​ໃນ​ເຮົາ​ຫລົງ​ຜິດ ຖ້າເອົາ​ຫີນ​ໂມ້​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ​ຈົມ​ລົງ​ນ້ຳ​ທະ​ເລ​ເລິກ​ເສັຽກໍ​ດີກວ່າ 7 ວິ​ບັດ​ແກ່​ໂລກ​ນີ້ ເພາະ​ເຫດ​ທີ່​ໃຫ້​ເກິ​ດການ​ຫລົງ​ຜິດ ເພາະ​ວ່າ​ຈຳ​ເປັນ​ຕ້ອງ​ມີ​ເຫດ​ໃຫ້​ຫລົງ​ຜິດ ແຕ່​ວິ​ບັດ​ແກ່​ຜູ້ທີ່​ກໍ່​ເຫດ​ໃຫ້​ເກິດ​ການ​ຫລົງ​ຜິດ​ນັ້ນ 8 ຖ້າ​ມື​ຫລື​ຕີນ​ຂອງ​ທ່ານ​ເຮັດ​ໃຫ້​ຕົນ​ຫລົງ​ຜິດ ຈົ່ງ​ຕັດ​ຖິ້ມ​ເສັຽ ທີ່​ຈະ​ເຂົ້າ​ໃນ​ຊີ​ວິດ​ດ້ວຍ​ມື​ແລະ​ຕີນ​ກຸດ​ຫລື​ພິ​ການ ຍັງ​ດີກວ່າ​ມີ​ມື​ແລະ​ຕິນ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ຖິ້ມ​ໃສ່​ໄຟ​ທີ່​ໄຫມ້​ຢູ່​ເປັນ​ນິດ 9 ຖ້າ​ຕາ​ຂອງ​ທ່ານ​ເຮັດ​ໃຫ້​ຕົນ​ຫລົງ​ຜິດ ຈົ່ງ​ຄວັດ​ອອກ​ຖິ້ມ​ເສັຽ ທີ່​ຈະ​ເຂົ້າ​ໃນ​ຊີ​ວິດ​ດ້ວຍ​ຕາ​ເບື້ອງ​ດຽວ ຍັງ​ດີກວ່າ​ມີ​ຕາ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ຖິ້ມ​ໃສ່​ໄຟ​ນະ​ຮົກ​“

ແກະ​ທີ່​ເສັຽ

10 “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ຄຶດ​ດູ​ຫມິ່ນ​ເດັກ​ນ້ອຍ​ຫມູ່​ນີ້​ຈັກ​ຄົນ​ນຶ່ງ ດ້ວຍ​ເຮົາ​ບອກ​ພວກ​ທ່ານ​ວ່າ ເທວະ​ດາ​ປະ​ຈຳ​ຂອງ​ເຂົາ​ໃນ​ສວັນ​ເຝົ້າ​ສເມີ ຕໍ່​ພຣະ​ພັກ​ພຣະ​ບິດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ 11 ດ້ວຍ​ວ່າ​ບຸດ​ມະ​ນຸດ​ໄດ້​ມາ​ໂຜດ​ເອົາ​ອັນ​ທີ່​ຫລົງ​ເສັຽ​ໄປ​ນັ້ນ​ໃຫ້​ພົ້ນ 12 ພວກ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ ຖ້າ​ຜູ້​ນຶ່ງ​ມີ​ແກະຢູ່​ຮ້ອຍ​ໂຕ ແລະ​ໂຕ​ນຶ່ງ​ຫລົງເສັຽ​ໄປຈາກ​ຝູງ ຜູ້​ນັ້ນ​ຈະ​ບໍ່​ປະ​ແກະ​ເກົ້າ​ສິບ​ເກົ້າ​ໂຕ​ໄວ້​ຢູ່​ພູ ແລ້ວ​ໄປ​ຊອກ​ຫາ​ໂຕ​ທີ່​ຫລົງ​ເສັຽໄປ​ນັ້ນ​ຫລື 13 ເຮົາ​ບອກພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພົບ​ແກະ​ໂຕ​ທີ່​ເສັຽ ຜູ້​ນັ້ນ​ຄົງ​ຊົມ​ຊື່ນ​ຍິນ​ດີ​ໃນ​ແກະ​ໂຕ​ນັ້ນ ຫລາຍກວ່າ​ແກະ​ເກົ້າ​ສິບ​ເກົ້າ​ໂຕ​ທີ່​ບໍ່​ຫລົງ​ເສັຽ​ໄປ 14 ດັ່ງ​ນັ້ນ​ແຫລະ, ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ ຈຶ່ງ​ບໍ່​ຊົງ​ປາ​ຖ​ນາ​ໃຫ້​ຜູ້​ນ້ອຍ​ເຫລົ່າ​ນີ້​ຈິບ​ຫາຍ​ແມ່ນ​ແຕ່​ຜູ້​ດຽວ”

ພີ່​ນ້ອງ​ຜູ້​ເຮັດ​ຜິດ​ຕໍ່​ທ່ານ

15 “ຖ້າ​ພີ່​ນ້ອງ​ຂອງ​ທ່ານ​ເຮັດ​ຜິດ​ບາບ (ຕໍ່​ທ່ານ) ຈົ່ງ​ໄປ​ແຈ້ງ​ຄວາມ​ຜິດ​ນັ້ນ​ແກ່​ເຂົາ​ສອງ​ຕໍ່​ສອງ​ເທົ່າ​ນັ້ນ ຖ້າ​ເຂົາຍອມ​ຟັງ ທ່ານ​ກໍ​ໄດ້​ພີ່​ນ້ອງ​ຄືນ​ມາ 16 ແຕ່​ຖ້າ​ເຂົາ​ບໍ່​ຍອມ​ຟັງ ທ່ານ​ຈົ່ງ​ເອົາ​ຄົນ​ນຶ່ງ​ຫ​ລື​ສອງ​ຄົນ​ໄປ​ນຳ​ໃຫ້​ເປັນ​ພຍານ​ສອງ​ສາມ​ປາກ ເພື່ອ​ທຸກ​ຄຳ​ຈະ​ຖື​ເປັນ​ຫລັກ​ຖານ​ໄດ້ 17 ຖ້າ​ເຂົາບໍ່​ຍອມ​ຟັງ​ຄົນເຫລົ່າ​ນັ້ນ ຈົ່ງ​ໄປ​ແຈ້ງຄວາມ​ຕໍ່​ຄ​ຣິ​ສ​ຕະ​ຈັກ ແລະ​ຖ້າ​ເຂົາ​ບໍ່​ຍອມ​ຟັງຄ​ຣິ​ສ​ຕະ​ຈັກ​ອີກ​ກໍ​ໃຫ້​ຖື​ເສັຽວ່າ​ເຂົາ​ເປັນ​ເຫມືອນ​ຄົນ​ນອກ​ສາສ​ນາ​ແລະ​ຄົນ​ເກັບ​ພາ​ສິ 18 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ສິ່ງ​ໃດໆ​ທີ່​ພວກ​ທ່ານ​ຈະ​ຜູກ​ມັດ​ໄວ້​ໃນ​ໂລກ ກໍ​ຈະ​ຊົງ​ຜູກ​ມັດ​ໄວ້​ແລ້ວ​ໃນ​ສວັນ ແລະ​ສິ່ງ​ໃດໆ​ທີ່​ພວກ​ທ່ານ​ຈະ​ແກ້​ໃນໂລກ ກໍ​ຈະ​ຊົງ​ແກ້​ໃຫ້​ຫລຸດ​ເສັຽ​ແລ້ວ​ໃນ​ສວັນ​ເຫມືອນ​ກັນ 19 ເຮົາ​ບອກ​ແກ່​ພວກ​ທ່ານ​ອີກວ່າ ຖ້າ​ໃນ​ພວກ​ທ່ານ​ທີ່​ຢູ່​ໃນ​ໂລກສອງ​ຄົນ​ຈະ​ຮ່ວ​ມ​ການ​ຂໍ​ສິ່ງ​ນຶ່ງ​ສິ່ງ​ໃດ ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດຢູ່ໃນ​ສວັນ​ກໍ​ຈະ​ຊົງ​ກະ​ທຳ​ໃຫ້ 20 ດ້ວຍ​ວ່າ​ມີ​ສອງ​ຫລື​ສາມ​ຄົນ​ປະ​ຊຸມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່ບ່ອນ​ໃດ ເຮົາ​ກໍ​ຢູ່​ຖ້າມ​ກາງ​ເຂົາ​ບ່ອນ​ນັ້ນ​ແຫລະ”

ຄຳ​ອຸປມາ​ເຣື່ອງ​ການ​ອະ​ພັຍ​ໂທດ​ໃຫ້​ກັນ​ແລະ​ກັນ

21 ເມື່ອ​ນັ້ນ​ເປ​ໂຕ​ໄດ້​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ພີ່​ນ້ອງ​ຂອງ​ຂ້າ​ພຣະ​ອົງ​ເຮັດ​ຜິດ​ຕໍ່​ຂ້າ​ ພຣະ​ອົງ​ຫລາຍ​ເທື່ອ ຂ້າ​ພຣະ​ອົງ​ຕ້ອງ​ຍົກ​ຜິດ​ໃຫ້​ເຂົາ​ເຖິງ​ຈັກ​ເທື່ອ ເຖິງ​ເຈັດ​ເທື່ອ​ຫລື” 22 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບໍ່​ໄດ້​ບອກ​ພຽງ​ເຈັດ​ເທື່ອ​ເທົ່າ​ນັ້ນ ແຕ່​ເຖິງ​ເຈັດ​ສິບ​ເທື່ອ​ຄູນ​ກັບ​ເຈັດ 23 ເຫດ​ສັນ​ນັ້ນ​ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ເຈົ້າ​ກະ​ສັດ​ອົງນຶ່ງ ຊົງ​ປະ​ສົງ​ຢາກ​ຄິດ​ບັນ​ຊິ​ເງິນ​ທີ່​ພວກ​ຂ້າ​ໃຊ້​ເປັນ​ຫນີ້ 24 ເມື່ອ​ຊົງ​ຕັ້ງ​ຕົ້ນຄິດ​ບັນ​ຊິ​ຢູ່​ນັ້ນ ເຂົາ​ພາ​ຄົນ​ຜູ້ນຶ່ງ​ທີ່​ເປັນ​ຫນີ້​ຫມື່ນ​ຕາ​ລັນ​ຕົນ​ມາ​ເຝົ້າ 25 ເມື່ອ​ຜູ້​ນັ້ນ​ບໍ່​ມີ​ສິ່ງ​ໃດ​ຈະ​ໃຊ້ ທ່ານ​ຈຶ່ງ​ສັ່ງ​ໃຫ້​ຂາຍ​ຕົວ​ກັບທັງ​ເມັຽ​ແລະ​ລູກ ແລະ​ບັນ​ດາ​ສິ່ງ​ຂອງ​ທີ່​ເຂົາ​ມີຢູ່ເອົາ​ມາ​ໃຊ້​ຫນີ້​ເສັຽ 26 ຄົນ​ໃຊ້​ຜູ້​ນັ້ນ​ຈຶ່ງ​ຂາບ​ລົງ​ວອນ​ຕໍ່​ທ່ານ​ວ່າ, “ໂອຍ​ທ່ານເອີຍ, ຂໍ​ຊົງ​ໂຜດ​ຜ່ອນ​ຜັນ​ຂ້າ​ພະ​ເຈົ້າ​ກ່ອນ ແລ້ວ​ຂ້າ​ພະ​ເຈົ້າຈະ​ຫາ​ໃຊ້​ແທນ​ໃຫ້​ຫມົດ” 27 ເຈົ້າ​ອົງ​ນັ້ນ​ມີ​ພຣະ​ທັຍ​ເມດ​ຕາ ຈຶ່ງ​ປ່ອຍ​ຕົວ​ມັນ​ໄປ​ແລະ​ຍົກ​ຫນີ້​ໃຫ້​ດ້ວຍ 28 ແຕ່​ເມື່ອ​ຂ້າ​ໃຊ້​ຜູ້​ນັ້ນ​ອອກ​ໄປ ກໍ​ພົບ​ເພື່ອນ​ຜູ້​ນຶ່ງ​ທີ່​ເປັນ​ຂ້າ​ໃຊ້​ດ້ວຍ​ກັນ​ຊຶ່ງ​ເປັນ​ຫນີ້​ຕົນ​ນຶ່ງ​ຮ້ອຍ​ເດ​ນາ​ຣິ​ອົນ ມັນ​ຈຶ່ງ​ຈັບ​ເພື່ອນ​ຄົນ​ນັ້ນ​ບີບ​ຄໍ​ວ່າ, “ເງິນທີ່​ມຶງ​ເປັນ​ຫນີ້​ກູ​ນັ້ນ​ເອົາ​ມາ​ແທນ​ເສັຽ​ແມ໋” 29 ເພື່ອນ​ຄົນ​ນັ້ນ​ຈຶ່ງ​ຂາບ​ລົງ​ອ້ອນວອນ​ວ່າ, “ຂໍ​ຜ່ອນ​ຜັນ​ໃຫ້​ເຮົາ​ເສັຽກ່ອນ​ທ້ອນ ແລ້ວ​ເຮົາ​ຈະ​ໃຊ້​ໃຫ້​ທັງ​ຫມົດ” 30 ແຕ່​ມັນ​ບໍ່​ຍອມ​ຈຶ່ງ​ຈັບ​ລູກ​ຫນີ້​ຜູ້​ນັ້ນ​ຂັງ​ໄວ້​ຈົນ​ກວ່າ​ຈະ​ໃຊ້​ຫນີ້​ນັ້ນ 31 ຝ່າຍ​ພວກ​ເພື່ອນ​ຂ້າ​ໃຊ້​ດ້ວຍ​ກັນ ເມື່ອ​ໄດ້​ເຫັນ​ເຫດ​ການ​ຢ່າງ​ນັ້ນ​ກໍ​ພາ​ກັນ​ທຸກ​ໃຈ​ຫລາຍ ຈຶ່ງ​ນຳ​ເຫດ​ການ​ທັງ​ປ​ວງ​ໄປ​ກາບ​ທູນ​ຕໍ່​ເຈົ້າ​ອົງ​ນັ້ນ 32 ທ່ານຈຶ່ງ​ເອີ້ນ​ຂ້າ​ໃຊ້​ຜູ້​ນັ້ນ​ມາ​ເຝົ້າ​ແລ້ວ​ຊົງ​ກ່າວ​ວ່າ, “ອ້າຍ​ຂີ້​ຂ້າ​ຊາດ​ຊົ່ວ​ເຮິຍ, ກູ​ໄດ້​ຍົກ​ຫນີ້​ໃຫ້​ມຶງ​ທັງ​ຫມົດ​ເພາະ​ມຶງ​ໄດ້​ອ້ອນວອນ​ຂໍ​ນຳ​ກູ 33 ມຶງ​ຄວນ​ຈະ​ສົງ​ສານ​ເພື່ອນ​ຂອງ​ມຶງ​ເຫມືອນ​ດັ່ງ​ກູ​ໄດ້​ສົງ​ສານ​ມຶງ ບໍ່​ແມ່ນ​ຫລື” 34 ແລ້ວ​ເຈົ້າ​ອົງ​ນັ້ນ​ກໍ​ຮ້າຍ ຈຶ່ງມອບ​ເຂົາ​ໄວ້​ແກ່​ເຈົ້າ​ຫນ້າ​ທີ່​ໃຫ້ທໍ​ຣະ​ມານ​ຈົນ​ກວ່າ​ຈະ​ໃຊ້​ຫນີ້​ໃຫ້​ຫມົດ 35 ຢ່າງ​ນັ້ນ​ແຫລະ​, ພຣະ​ບິ​ດາ​ຂອງ​ເຮົາ​ຜູ້​ຊົງ​ສະ​ຖິດຢູ່​ໃນ​ສວັນ ກໍ​ຈະ​ເຮັດ​ດັ່ງ​ນັ້ນ​ແກ່​ພວກ​ທ່ານ​ທຸກ​ຄົນ ຖ້າ​ພວກ​ທ່ານ​ບໍ່​ຍົກ​ຄວາມ​ຜິດ​ໃຫ້​ພີ່​ນ້ອງ​ຂອງ​ຕົນ​ດ້ວຍ​ສຸດ​ໃຈ”

ມັດທາຍ 19

ຊົງ​ສອນ​ເຣື່ອງ​ລັກ​ສະ​ນະ​ຜົວ​ເມັຽ

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ຈົບ​ລົງ​ແລ້ວພຣະ​ອົງ​ໄດ້​ໄດ້​ສະ​ເດັດ​ຈາກ​ແຂວງຄາ​ລີ​ເລ ເຂົ້າ​ໄປ​ໃນ​ເຂດ​ແດນ​ແຂວງ​ຢູ​ດາຍ​ຟາກ​ແມ່​ນ້ຳ​ຈໍ​ແດນເບື້ອງ​ນັ້ນ 2 ມີ​ປະ​ຊາ​ຊົນ​ຫລວງ​ຫລາຍ​ຕິດ​ຕາມ​ພຣະ​ອົງ​ໄປ ແລ້ວ​ພຣະ​ອົງ​ໄດ້​ຊົງ​ໂຜດ​ໃຫ້​ເຂົາ​ດີ​ພ​ຍາດ​ໃນ​ທີ່​ນັ້ນ 3 ຝ່າຍ​ພວກ​ຟາ​ຣິ​ຊາຍ​ໄດ້​ເຂົ້າ​ມາ​ທົດ​ລອງ​ພຣະ​ອົງ​ທູນ​ວ່າ, “ທີ່​ຜູ້​ຊາຍ​ຈະ​ຢ່າ​ຮ້າງ​ກັບ​ເມັຽ​ເພາະ​ເຫດ​ໃດ​ກໍ​ຕາມ ຈະ​ຖືກ​ຕ້ອງ​ຕາມ​ກົດ​ບັນ​ຍັດ​ຫລື” 4 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພ​ວກ​ທ່ານ​ບໍ່​ໄດ້​ອ່ານ​ຫລື​ວ່າ “ພຣະ​ຜູ້​ຊົງ​ສ້າງ​ມະ​ນຸດ​ແຕ່​ເດີມ​ໄດ້​ຊົງ​ສ້າງ​ໃຫ້​ເປັ​ນ​ຊາຍ​ແລະ​ຍິງ” 5 ໂດຍ​ຊົງ​ກ່າວ​ວ່າ, “ດ້ວຍ​ເຫດ​ນັ້ນ​ຜູ້​ຊາຍ​ຈຶ່ງ​ລະ​ບິ​ດາ​ມານ​ດາຂອງ​ຕົນ​ໄປ​ຜູກ​ພັນ​ຢູ່​ກັບ​ເມັຽ ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ກາຍ​ອັນ​ດຽວ​ກັນ 6 ເຂົາ​ຈຶ່ງ​ບໍ່​ເປັນ​ສອງ​ຕໍ່​ໄປ​ແຕ່​ເປັນ​ກາຍ​ອັນ​ດຽວ” ເຫດ​ສັນ​ນັ້ນ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ເຂົ້າ​ຮ່ວມ​ແອກ​ກັນ​ແລ້ວ​ນັ້ນ ຢ່າ​ໃຫ້​ມະ​ນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ” 7 ເຂົາ​ຈຶ່ງ​ຍ້ອນ​ຖາມ​ພຣະ​ອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເປັນ​ຫຍັງ​ໂມ​ເຊ​ຈຶ່ງ​ສັ່ງ​ໃຫ້​ເຮັດ​ຫນັງ​ສື​ຢ່າ​ຮ້າງ ແລ້ວ​ໃຫ້​ປະ​ໄດ້” 8 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ທີ່​ໂມ​ເຊ​ໄດ້​ອະ​ນຸ​ຍາດ​ໃຫ້​ພວກ​ທ່ານ​ປະ​ເມັຽ​ຂອງ​ຕົນ​ໄດ້ ກໍ​ເພາະ​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ ແຕ່​ເມື່ອ​ເດີມ​ບໍ່​ເປັນ​ຢ່າງ​ນັ້ນ 9 ຝ່າຍ​ເຮົາ​ບອກ​ພວກ​ທ່ານ​ວ່າ ຜູ້​ໃດ​ຈະ​ປະ​ເມັຽ​ຂອງ​ຕົນ​ໂດຍ​ເມັຽບໍ່​ເປັນ​ຊູ້​ກັບ​ຊາຍ​ອື່ນ​ແລ້ວ​ໄປ​ເອົາ​ເມັຽ​ໃຫມ່ ຜູ້​ນັ້ນ​ມີ​ຜິດ​ໃນ​ຖານ​ຫລິ້ນ​ຊູ້ ແລະ​ຜູ້ໃດ​ຈະ​ເອົາ​ແມ່​ຮ້າງ​ນັ້ນ​ມາ​ເປັນ​ເມັຽ ກໍ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​ເຫມືອນ​ກັນ” 10 ພວກ​ສາ​ວົກ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຖ້າ​ລັກ​ສະນະ​ຜົວ​ເມັຽ​ເປັນ​ຢ່າງ​ນັ້ນ ການ​ເອົາ​ຜົວ​ເມັຽ​ກໍ​ບໍ່​ເປັນປ​ໂຍດ” 11 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ບໍ່​ແມ່ນ​ຫມົດ​ທຸກ​ຄົນ​ທີ່​ຈະ​ຮັບ​ປະ​ຕິ​ບັດ​ຕາມ​ຂໍ້​ນີ້​ໄດ້ ເວັ້ນ​ແຕ່​ຜູ້​ທີ່​ຊົງ​ໂຜດ​ເທົ່າ​ນັ້ນ 12 ດ້ວຍ​ຜູ້​ທີ່​ເປັນ​ເທືອຍ​ແຕ່​ກຳ​ເນິດ​ກໍ​ມີ ຜູ້​ທີ່​ມະ​ນຸດ​ເຮັດ​ໃຫ້​ເປັ​ນ​ເທືອຍ​ກໍ​ມີ ຜູ້​ທີ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ເທືອຍ​ເພາະ​ເຫັນ​ແກ່​ຣາ​ຊ​ອາ​ນາ​ຈັກ​ກໍ​ມີ ໃຜ​ຮັ​ບ​ປະ​ຕິ​ບັດ​ໄດ້​ກໍ​ໃຫ້​ຮັບ​ເອົາ”

ຊົງ​ອວຍ​ພອນ​ເດັກ​ນ້ອຍ

13 ຂ​ນະ​ນັ້ນ​ເຂົາ​ໄດ້​ພາ​ພວກ​ເດັກ​ນ້ອຍ​ມາ​ຫາ​ພຣະ​ອົງ ເພື່ອ​ຈະ​ໃຫ້​ພຣະ​ອົງ​ຊົງ​ວາງ​ພຣະ​ຫັດ ​ແລະ​ອ້ອນວອນ​ເພື່ອ​ເຂົາ ແຕ່​ພວກ​ສາ​ວົກ​ໄດ້​ຫ້າມ​ປາມ​ໄວ້ 14 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກ​ນ້ອຍ​ມາ​ຫາ​ເຮົາ ຢ່າ​ຊູ່​ຫ້າມ​ເຂົາ ເພາະ​ຣາ​ຊ​ແຜ່ນ​ດິນເປັນ​ຂອງຄົນ​ທີ່​ເຫມືອນ​ເດັກ​ນ້ອຍ​ເຫລົ່າ​ນີ້​ແຫລະ” 15 ເມື່ອ​ພຣະ​ອົງ​ຊົງ​ວາງ​ພຣະ​ຫັດ​ໃສ່​ພວກ​ເດັກ​ນ້ອຍ​ແລ້ວ ກໍ​ໄດ້​ສະ​ເດັດ​ໄປ​ຈາກບ່ອນນັ້ນ

ເຣື່ອງ​ເສດ​ຖີ​ຫນຸ່ມ

16 ແລະ​ເບິ່ງ​ແມ໋, ມີ​ຄົນ​ນຶ່ງ​ເຂົ້າ​ມາ​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ຂ້າ​ພຣະ​ອົງຈະ​ຕ້ອງ​ເຮັດ​ດີ​ປະ​ການ​ໃດຈຶ່ງ​ຈະ​ໄດ້​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ” 17 ພຣະ​ອົງ​ຊົງ​ຕອບ​ວ່າ, “ເປັນ​ຫຍັງ​ທ່ານ​ຖາມ​ເຮົາ​ເຖິງ​ສິ່ງ​ທີ່​ດີ ຜູ້​ດີ​ມີ​ພຽງ​ຜູ້​ດຽວ ຖ້າ​ທ່ານ​ປາ​ຖ​ນາ​ຈະ​ເຂົ້າ​ໃນ​ຊີ​ວິດ ໃຫ້​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ທັງ​ຫລາຍ​ໄວ້” 18 ຜູ້​ນັ້ນ​ທູນ​ຖາມ​ວ່າ, “ພຣະ​ບັນ​ຍັດ​ຂໍ້​ໃດ?” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຄື​ຂໍ້​ທີ່​ວ່າ ຢ່າ​ຂ້າ​ຄົນ ຢ່າ​ມິດ​ສາ​ຈານ​ຈາກ​ຜົວ​ຈາກ​ເມັຽ ຢ່າ​ລັກ​ຊັບ ຢ່າ​ເປັນ​ພຍານ​ບໍ່​ຈິງ 19 ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ຕົນ ແລະ​ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ” 20 ຄົນ​ຫນຸ່ມ​ນັ້ນ​ທູນ​ຖາມ​ພຣະ​ອົງ​ອີກວ່າ, “ຂໍ້​ເຫລົ່າ​ນັ້ນ​ຂ້າ​ພຣະ​ອົງໄດ້​ຖື​ຮັກ​ສາ​ມາ​ແລ້ວ ຂ້າພຣະ​ອົງ​ຍັງ​ຂາດ​ສິ່ງ​ໃດ​ອີກ” 21 ພຣະ​ເຢ​ຊູ​ຊົງ​ຕອ​ບ​ວ່າ, “ຖ້າ​ທ່ານ​ປາ​ຖ​ນາ​ຢາກ​ເປັນ​ຜູ້​ດີ​ຄົບ​ຖ້ວນ ຈົ່ງ​ໄປ​ຂາຍ​ບັນ​ດາ​ສິ່ງ​ຂອງ​ຊຶ່ງ​ທ່ານ​ມີ​ຢູ່ ແຈກ​ທານ​ແກ່​ຄົນ​ອາ​ນາ​ຖາ ແລ້ວ​ທ່ານ​ຈະ​ມີ​ຊົບ​ສົມ​ບັດ​ໃນ​ສວັນ ແລະ​ຈົ່ງ​ຕາມ​ເຮົາ​ມາ​ເສັຽ” 22 ເມື່ອ​ຄົນ​ຫນຸ່ມ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ອອກ​ໄປ​ເປັນ​ທຸກ​ຫນັກ​ໃຈ​ເພາະ​ຕົນ​ມີ​ຊັບ​ສິ່ງ​ຂອງ​ຈຳ​ນວນ​ຫລາຍ 23 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງວ່າ ຄົນ​ຮັ່ງ​ມີ​ຈະ​ ເຂົ້າ​ໄປ​ໃນ​ຣາ​ຊ​ແຜ່ນ​ດິນ​ສວັນ​ກໍ​ຍາກ 24 ເຮົາ​ບອກ​ພວກ​ທ່ານ​ອີກວ່າ ໂຕ​ໂອດ​ໂອ​ຈະ​ລອດ​ຮູ​ເຂັມ​ກໍ​ງ່າຍ​ກວ່າ​ຄົນ​ຮັ່ງ​ມີ​ຈະ​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ” 25 ເມື່ອ​ພວ​ກສາ​ວົກ​ໄດ້​ຍິ​ນ​ດັ່ງ​ນັ້ນ​ກໍ​ປ​ລາດ​ໃຈ​ຫລາຍ ຈຶ່ງເວົ້າ​ວ່າ, “ຖ້າ​ຢ່າງ​ນັ້ນ​ໃຜ​ຈະ​ລອດ​ພົ້ນ​ໄດ້” 26 ພຣະ​ເຢ​ຊູ​ທອດ​ພຣະ​ເນດ​ພວກ​ສາ​ວົກ​ແລ້ວ​ຊົງ​ກ່າວ​ວ່າ, “ຝ່າຍ​ມະ​ນຸດ​ກໍ​ເຫລືອ​ກຳ​ລັງ​ທີ່​ຈະ​ເຮັດ​ໄດ້ ແຕ່​ຝ່າຍ​ພຣະ​ເຈົ້າ​ຊົງ​ເຮັດ​ໄດ້​ທຸກ​ສິ່ງ” 27 ແລ້ວ​ເປ​ໂຕ​ທູນ​ຕອບ​ວ່າ, “ເບິ່ງ​ແມ໋, ຂ້າພຣະ​ອົງ​ທັງ​ຫລາຍ​ໄດ້​ສ​ລະ​ຫ​ມົດ​ທຸກ​ສິ່ງ​ແລ້ວ ແລະ​ໄດ້​ຕິດ​ຕາມ​ທ່ານ​ມາ ພວກ​ຂ້າ​ພຣະ​ອົງ​ຈະ​ໄດ້​ຫຍັງ​ແດ່” 28 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ໃນ​ໂລ​ກ​ໃຫມ່ ຄາວ​ເມື່ອ​ບຸດ​ມະ​ນຸດ​ຈະ​ນັ່ງ​ເທິງ​ພຣະ​ທີ່​ນັ່ງ​ອັນ​ຮຸ່ງ​ເຮືອງ​ຂອງ​ຕົນ​ນັ້ນ ຝ່າຍ​ພວກ​ທ່ານ​ທີ່​ຕິດ​ຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງບັນ​ລັງ​ສິບສອງບ່ອນພິ​ພາກ​ສາ​ອິ​ສ​ຣາເອນ ສິບ​ສອງ​ຕະ​ກູນ​ເຫມືອນ​ກັນ 29 ຜູ້​ໃດ​ສະລະ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ບິ​ດາ​ມານ​ດາ ຫລື​ລູກ ຫລື​ໄຮ່​ນາ ເພາະ​ເຫັນ​ແກ່​ນາມ​ຂອ​ງ​ເຮົາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຮ້ອຍ​ທໍ່ ແລະ​ຈະ​ໄດ້​ຮັບ​ມໍ​ຣະ​ດົກ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 30 ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຕົ້ນ​ຈະ​ກັບ​ເປັນ​ປາຍ ແລະ​ຜູ້​ທີ່​ເປັນ​ປາຍ​ຈະ​ກັບ​ເປັນ​ຕົ້ນ”

ມັດທາຍ 20

ຄົນ​ທຳ​ງານ​ໃນ​ສ​ວນ​ອະ​ງຸ່ນ

1 “ເພາະ​ໃນ​ຣາ​ຊ​ອາ​ນາ​ຈັກສວັນ​ປຽບ​ເຫມືອນ​ພໍ່​ເຮືອນ​ຜູ້​ນຶ່ງ​ທີ່​ອອກ​ໄປ​ແຕ່​ເຊົ້າໆ ເພື່ອຈ້າງ​ຄົນ​ມາ​ທຳ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ຕົນ 2 ຄັນ​ຕົກ​ລົງ​ກັບ​ລູກ​ຈ້າງວັນ​ລະ​ນຶ່ງ​ເດ​ນາ​ຣິ​ອົນ​ແລ້ວ ຈຶ່ງ​ໃຊ້​ໃຫ້​ໄປ​ທຳ​ງານ​ໃນ​ສວນ​ຂອງ​ຕົນ 3 ພໍ​ສາມ​ໂມງ​ເຊົ້າ ເຈົ້າ​ຂອງ​ສວນກໍ​ອອກ​ໄປ​ອີກແລະ​ພົບ​ຄົນອື່ນ​ຢືນຢູ່​ລ້າໆ ກາງຕ​ລາດ 4 ທ່ານ​ຈຶ່ງ​ເວົ້າ​ກັ​ບ​ເຂົາ​ວ່າ “ພວກ​ເຈົ້າ​ຈົ່ງ​ໄປ​ທຳ​ງານ​ໃນ​ສວນ​ອະ​ງຸ່ນ​ຂອງ​ຂ້ອຍ​ເຫມືອນ​ກັນ ແລະ​ຂ້ອຍ​ຈະ​ໃຫ້​ຄ່າ​ຈ້າງ​ແກ່​ພວກ​ເຈົ້າ​ຕາມ​ສົມ​ຄວນ” ແລ້ວ​ເຂົາ​ກໍ​ພາ​ກັນ​ໄປ 5 ພໍ​ເວ​ລາ​ຫົກ​ໂມງ ແລະ​ເວ​ລາ​ເກົ້າ​ໂມງ ທ່ານ​ກໍ​ອອກ​ໄປ​ອີກເຮັດ​ເຫມືອນ​ແຕ່​ກ່ອນ 6 ປະ​ມານ​ສິບ​ເອັດ​ໂມງ ທ່ານ​ກໍ​ອອກ​ໄປ​ອີກ​ເທື່ອນຶ່ງ ພົ​ບ​ອີກ​ພວກ​ນື່ງ​ຢືນ​ຢູ່​ຈຶ່ງ​ຖາມ​ເຂົາ​ວ່າ “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢືນ​ຢູ່​ຫມົດ​ມື້​ລ້າໆ “ 7 ເຂົາ​ຕອບ​ວ່າ “ເພາະ​ບໍ່​ມີ​ຜູ້​ໃດ​ຈ້າງ” ທ່ານ​ຈຶ່ງບອກ​ເຂົາ​ວ່າ, “ພວກ​ເຈົ້າ​ຈົ່ງ​ໄປ​ທຳ​ງານ​ໃນ​ສວນ​ອະ​ງຸ່ນ​ເຫມືອນ​ກັນ” 8 ຄັນ​ເຖິງ​ເວ​ລາ​ຄ່ຳ​ແລ້ວ ເຈົ້າ​ຂອງ​ສວນ​ຈຶ່ງບອກ​ເຈົ້າ​ພະ​ນັກ​ງານ​ວ່າ “ຈົ່ງ​ເອີ້ນ​ພວກ​ຄົນ​ງານ​ມາ ແລ້ວ​ໃຫ້​ຄ່າ​ຈ້າງ​ແກ່​ເຂົາ​ຕັ້ງ​ແຕ່ຜູ້ທຳ​ງານ​ສຸດ​ທ້າຍ​ຈົນ​ເຖິງ​ຜູ້​ມາ​ກ່ອນ” 9 ເມື່ອ​ພວກ​ທີ່​ເຂົ້າ​ການ​ແຕ່​ສິບ​ເອັດ​ໂມງ​ນັ້ນ​ໄດ້​ມາ​ແລ້ວ ເຂົາ​ກໍ​ໄດ້​ຮັບ​ຄົນ​ລະ​ນຶ່ງ​ເດ​ນາ​ຣິ​ອົນ 10 ສວ່ນ​ພວກ​ທີ່​ເຂົ້າ​ການ​ກ່ອນ ເມື່ອ​ມາ​ແລ້ວ​ກໍ​ນຶກວ່າ​ຄົງ​ຈະ​ໄດ້​ຮັ​ບຫ​ລາຍກວ່າ​ນັ້ນ ແຕ່​ກໍ​ໄດ້​ຮັບ​ຄົນ​ລະ​ນຶ່ງ​ເດ​ນາ​ຣິ​ອົນ​ເຫມືອນ​ກັນ 11 ເມື່ອ​ໄດ້​ຮັບເງິນ​ແລ້ວ​ເຂົາ​ກໍ​ຈົ່ມ​ຕໍ່​ພໍ່​ເຮືອນ 12 ວ່າ “ພວກ​ທີ່​ເຂົ້າ​ການ​ສຸດ​ທ້າຍ​ໄດ້​ເຮັດ​ວ​ຽກ​ແຕ່​ຊົ່ວ​ໂມງ​ດຽວ ແລະ​ທ່ານ​ໄດ້​ໃຫ້​ເຂົາ​ທໍ່​ກັນ​ກັບ​ພວກ​ຂ້າ​ນ້ອຍ ທີ່​ອົດ​ທຳ​ງານ​ຫນັກ​ຕາກ​ແດດ​ຮ້ອນ​ຕລອດ​ວັນ” 13 ທ່ານຈຶ່ງ​ຕອບ​ຜູ້​ນຶ່ງ​ໃນ​ຫມູ່​ນັ້ນ​ວ່າ, “ສະ​ຫາຍ​ເອີຍ, ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ​ດອກ ເຈົ້າ​ໄດ້​ຕົກ​ລົງ​ກັນ​ແລ້ວ​ກັບ​ຂ້ອຍ​ວັນ​ລະ​ນຶ່ງ​ເດ​ນາ​ຣິ​ອົນ ບໍ່​ແມ່ນ​ຫລື 14 ສວ່ນ​ທີ່​ຕົກ​ເປັນ​ຂອງ​ເຈົ້າ​ຈົ່ງ​ເອົາ​ໄປ​ເສັຽ ຂ້ອຍ​ພໍ​ໃຈ​ຈະ​ໃຫ້​ຄົນ​ທີ່​ເຂົ້າ​ການ​ສຸດ​ທ້າຍ​ນີ້​ທໍ່​ກັນ​ກັບ​ເຈົ້າ 15 ຂ້ອຍ​ມີ​ສິດທີ່​ຈະ​ໃຊ້​ເງິນ​ຄຳ​ຂອງ​ຂ້ອຍ​ຕາມ​ໃຈ​ຂອງ​ຂ້ອຍບໍ່​ຄວນ​ຫລື ເປັນ​ຫຍັງ​ເຈົ້າ​ອິດ​ສາ​ເມື່ອ​ເຫັນ​ຂ້ອຍ​ໃຈ​ດີ” 16 ຢ່າງນັ້ນ​ແຫລະ, ຜູ້​ທີ່​ເປັນ​ປາຍ​ຈະ​ກັບ​ເປັນ​ຕົ້​ນ ແລະ​ຜູ້​ເປັນ​ຕົ້​ນ​ຈະ​ກັບ​ເປັນ​ປາຍ”

ຊົງ​ທຳ​ນ​ວາຍ​ເຖິງ​ມໍ​ຣະ​ນາ​ພາບຂອງ​ພຣະ​ອົງ​ເປັນ​ຄັ້ງ​ທີ່​ສາມ

17 ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ກໍ​ຊົງ​ພາ​ພວກ​ສາ​ວົກ​ສິບ​ສອງ​ຄົນ​ໄປ​ເປັນ​ຫມຸ່​ຕ່າງ​ຫາກ ຕາມ​ທາງ​ນັ້ນ​ພຣະ​ອົງ​ຊົງ​ບອກ​ພວກ​ເຂົາ​ວ່າ, 18 “ເບິ່ງ​ແມ໋, ພວກ​ເຮົາ​ກໍາ​ລັງ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ເຂົາ​ຈະ​ມອບ​ບຸດ​ມະ​ນຸດ​ໄວ້​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ນັກ​ທັມ ພວກ​ເຫລົ່າ​ນີ້​ຈະ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ທ່ານ 19 ແລ້ວ​ຈະ​ມອບ​ໄວ້​ກັ​ບ​ຄົນ​ຕ່າງ​ຊາດ ໃຫ້​ເຍາະ​ເຍີ້ຍ​ຂ້ຽ​ນ​ຕີ​ແລະ​ຕອກ​ຕິດ​ແຂນ​ໄວ້​ທີ່​ໄມ້​ກາງ​ແຂນ ແລ້ວ​ໃນ​ວັນ​ຖ້ວນ​ສາມທ່ານ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃຫມ່”

ຄຳ​ທູນ​ຂໍ​ຕຳ​ແຫນ່ງ​ຂອງ​ມານ​ດາ ຢາ​ໂກ​ໂບ​ແລະ​ໂຢ​ຮັນ

20 ຂ​ນະ​ນັ້ນ​ມານ​ດາ​ຂອງ​ບຸດຊາຍ​ເຊ​ເບ​ດີ ພາ​ບຸດ​ທັງ​ສອງ​ຂອງ​ຕົນ​ມາ​ຫາ​ພຣະ​ອົງ​ຂາບ​ໄຫວ້​ທູນ​ຂໍ​ສິ່ງ​ນຶ່ງ​ຈາກ​ພຣະ​ອົງ 21 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ນາງວ່າ, “ນາງ​ປາ​ຖ​ນາ​ສິ່ງ​ໃດ” ນາງ​ທູນ​ຕອບ​ວ່າ, “ຂໍ​ທ່ານ​ຮັບ​ສັ່ງ​ໃຫ້​ບຸດ​ຂອງຂ້າ​ພຣະ​ອົງ​ສອງ​ຄົນນີ້​ນັ່ງ​ໃນ​ອາ​ນາ​ຈັກ​ຂອງ​ທ່ານ ເບື້ອງ​ຂວາ​ຜູ້​ນຶ່ງ ເບື້ອງ​ຊ້າຍ​ຜູ້​ນຶ່ງ” 22 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທີ່​​ພວກທ່ານ​ຂໍ​ນັ້ນ​ພວກ​ທ່ານ​ບໍ່​ເຂົ້າ​ໃຈ ຈອກ​ທີ່​ເຮົາ​ຈວນ​ຈະ​ດື່ມ​ນັ້ນ ທ່ານ​ຈະ​ດື່ມ​ໄດ້​ຫລື” ເຂົາ​ທູນ​ຕອບ​ວ່າ, “ໄດ້​ຢູ່​ຂ້າ​ນ້ອຍ” 23 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ພວກ​ທ່ານ​ຈະ​ດື່ມຈອກ​ຂອງ​ເຮົາກໍ​ຈິງ​ຢູ່ ແຕ່​ທີ່​ຈະ​ນັ່ງ​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ​ຂອງ​ເຮົາ​ນັ້ນ ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ເຮົາ​ຈະ​ຈັດ​ໃຫ້ ແຕ່​ພຣະ​ບິ​ດາ​ຂອງ​ເຮົາ​ຊົງ​ຈັດ​ແຈ່ງ​ໄວ້​ສຳ​ລັ​ບ​ຜູ້​ໃດ​ກໍ​ເປັນ​ຂອງ​ຜູ້​ນັ້ນ” 24 ເມື່ອ​ພວກ​ສາ​ວົກ​ສິບ​ຄົນ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ ກໍມີ​ຄວາມ​ເຄືອງ​ໃຈ​ເພາະ​ອ້າຍ​ນ້ອງ​ສອງ​ຄົນ​ນັ້ນ 25 ພຣະ​ເຢ​ຊູ​ຊົງ​ເອີ້ນ​ເຂົາ​ມາ​ແລ້ວ​ກ່າວ​ວ່າ, “ພວກ​ທ່ານ​ຮູ້​ຢູ່​ວ່າ​ພວກ​ຜູ້​ຄຸ້ມ​ຄອງ​ຄົນ​ຕ່າງ​ຊາດ​ກໍ​ບັງ​ຄັບ​ບັນ​ຊາ​ເຂົາ ແລະ​ພວກ​ຜູ້​ໃຫຍ່​ກໍ​ໃຊ້​ອຳ​ນາດ​ເຫນືອ​ເຂົາ 26 ແຕ່​ໃນ​ລະ​ຫວ່າງ​ພວກ​ທ່ານ​ບໍ່​ເປັນ​ດັ່ງ​ນັ້ນ ຖ້າ​ຜູ້​ໃດ​ຢາກ​ເກິດ​ເປັນ​ໃຫຍ່​ໃນ​ພວກ​ທ່ານ ຜູ້​ນັ້ນ​ຈະ​ຕ້ອງ​ເປັນ​ຜູ້​ຮັ​ບ​ໃຊ້​ທ່ານ​ທັງ​ຫລາຍ 27 ແລະ​ຖ້າ​ຜູ້​ໃດ​ຢາກ​ເປັນ​ເອກ​ເປັນ​ຕົ້ນ​ໃນ​ພວກ​ທ່ານ ຜູ້​ນັ້ນ​ຈະ​ຕ້ອງ​ເປັນ​ຂ້ອຍ​ໃຊ້​ຂອງ​ພວກ​ທ່ານ 28 ເຫມືອນ​ຢ່າງ​ບຸດ​ມະ​ນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນບົວ​ລະ​ບັດ​ຕົນ ແຕ່​ໄດ້​ມາ​ເພື່ອ​ຈະ​ບົວ​ລະ​ບັດ​ເຂົາ ແລະ​ປະ​ທານ​ຊີ​ວິດ​ຂອງ​ຕົນ​ໃຫ້​ເປັນ​ຄ່າ​ໄຖ່​ຄົນ​ຈຳ​ນວ​ນ​ຫລາຍ”

ຊົງ​ໂຜດ​ສອງ​ຄົນ​ຕາ​ບອດ

29 ເມື່ອ​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ພ້ອມ​ດ້ວຍ​ພວກ​ສາ​ວົກ​ອອກ​ໄປ​ຈາກ​ເມືອງ​ເຢ​ຣີ​ໂກ ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ໄດ້​ຕາມ​ພຣະ​ອົງ​ໄປ 30 ແລະ​ເບິ່ງ​ແມ໋, ມີ​ຄົນ​ຕາ​ບອດ​ສອງ​ຄົນ​ນັ່ງ​ຢູ່​ແຄມ​ທາງ ເມື່ອ​ໄດ້​ຍິນ​ວ່າ​ພຣະ​ເຢ​ຊູ​ສະ​ເດັດ​ກາຍ​ມາ​ເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ຜູ້​ເປັນ​ບຸດ​ດາ​ວິດ​ເອີຍ, ຂໍ​ຈົ່ງ​ເມດ​ຕາ​ພວກ​ຂ້າ​ພຣະ​ອົງ​ແດ່​ທ້ອນ” 31 ຝ່າຍ​ປະ​ຊາ​ຊົ​ນ​ກໍ​ຫ້າມ​ເຂົາ​ໃຫ້​ມິດຢູ່ ແຕ່​ເຂົາ​ແຮ່ງ​ຊ້ຳ​ຮ້ອງ​ດັງ​ຂຶ້ນ​ວ່າ, “ທ່ານ​ຜູ້​ເປັນ​ບຸດ​ດາ​ວິດ​ເອີຍ, ຂໍ​ຈົ່ງ​ເມດ​ຕາ​ພວກ​ຂ້າ​ພຣະ​ອົງແດ່​ທ້ອນ” 32 ພຣະ​ເຢ​ຊູ​ຊົງ​ຢຸດ​ຢູ່ ແລະ​ເອີ້ນ​ເຂົາ​ມາ ແລ້ວ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ເພື່ອ​ເຈົ້າ” 33 ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ທ່ານ​ເອີຍ, ຂໍ​ໂຜດ​ເຮັດ​ໃຫ້​ຕາ​ຂອງ​ພວກ​ຂ້າ​ພຣະ​ອົງມືນ​ເຫັນ​ຮຸ່ງ​ແດ່​ທ້ອນ” 34 ພຣະ​ເຢ​ຊູ​ຊົງ​ມີ​ພຣະ​ທັຍ​ຄຶ​ດສົງ​ສານ ຈຶ່ງ​ຊົງ​ບາຍ​ຕາ​ຂອງ​ເຂົາ ໃນ​ທັນ​ໃດ​ນັ້ນ​ເຂົາ​ກໍ​ເຫັນ​ຮຸ່ງ ຈຶ່ງ​ໄດ້​ຕິດ​ຕາມ​ພຣະ​ອົງ​ໄປ

ມັດທາຍ 21

ສະ​ເດັດ​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ​ຢ່າ​ງມີ​ຊັຍ

1 ເມື່ອ​ພຣະ​ອົງ​ສະ​ເດັດ​ພ້ອມ​ດ້ວຍ​ພວກ​ສາ​ວົກ​ມາ​ໃກ້​ກຸງ​ເຢ​ຣູ​ຊາ​ເລັມ ເຖິງ​ບ້ານເບັດ​ຟາ​ເກ​ທີ່​ພູ​ຫມາກ ກອກ​ເທດ ພຣະ​ເຢ​ຊູ​ໄດ້​ຊົງ​ໃຊ້​ສາ​ວົກ​ສອງ​ຄົນ​ໄປ 2 ໂດຍ​ຊົງ​ສັ່ງ​ເຂົາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່​ຫນ້າ​ທ່ານ ແລະ​ບັດ​ນັ້ນ​ທ່ານ​ຈະ​ພົບ​ລໍ​ແມ່​ໂຕ​ນຶ່ງ​ຜູກ​ຢູ່​ກັບ​ລູກ​ມັນ ຈົ່ງ​ແກ້​ຈູງ​ມາ​ໃຫ້​ເຮົາ 3 ຖ້າ​ມີ​ໃຜ​ເວົ້າ​ອັນ​ໃດ​ແກ່​ທ່ານ​ຈົ່ງ​ຕອບ​ເຂົາ​ວ່າ “ນາຍ​ຕ້ອງ​ການ” ແລ້ວ​ເຂົາຈະ​ປ່ອຍ​ໃຫ້​ມາ​ໂລດ” 4 ເຫດ​ການ​ນີ້​ເກີດ​ຂຶ້ນ​ເພື່ອ​ຈະ​ສຳ​ເຣັດຕາມ​ທີ່​ຊົງ​ກ່າວ​ໄວ້​ໂດຍ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, 5 “ຈົ່ງ​ບອກ​ແກ່​ລູກ​ສາວ​ຂອງ​ເມືອງ​ຊີ​ໂອນ​ວ່າ “ເບິ່ງ​ແມ໋, ກະ​ສັດ​ຂອງ​ທ່ານ​ສະ​ເດັດ​ມາ​ຫາ​ທ່ານ​ໂດຍພຣະ​ທັຍ​ອ່ອນ​ສຸ​ພາບ ປະ​ທັບ​ເທິງ​ຫລັງ​ລໍ ຄື​ລໍ​ນ້ອຍ​ລູກ​ສັດ​ໃຊ້​ໂຕ​ນຶ່ງ” 6 ສາ​ວົກ​ສອງ​ຄົນ​ນັ້ນ​ກໍ​ໄປ​ເຮັດ​ຕາມ​ທີ່​ພຣະ​ເຢ​ຊູ​ສັ່ງ 7 ຈຶ່ງ​ຈູງ​ລໍ​ແມ່ກັ​ບ​ລູກ​ມັນ​ມາ ແລະ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ​ປູ​ເທິງ​ຫລັງມັນ ແລ້ວ​ພຣະ​ອົງ​ໄດ້​ຊົງ​ຂຶ້ນ​ປະ​ທັບ 8 ແລະ​ປະ​ຊາ​ຊົນ​ສ່ວນ​ຫລາຍ​ໄດ້​ເອົາ​ເສື້ອ​ຜ້າ​ຂອງ​ຕົນ​ປູ​ຕາມ​ຫົນ​ທາງ ບາງ​ຄົນ​ກໍ​ຕັດ​ຟົດ​ໄມ້​ມາ​ປູ​ຕາມ​ທາງ 9 ຝ່າຍ​ຝູງ​ຄົນ​ທີ່​ຍ່າງ​ໄປ​ກ່ອນ​ກັບ​ຜູ້​ທີ່​ມາ​ຕາມ​ຫລັງ​ໄດ້​ໂຮ່​ຮ້ອງວ່າ, “ໂຮ​ຊັນ​ນາ​ແກ່​ພຣະ​ຣາ​ຊບຸດ​ຂອງ​ດາ​ວິດ ຂໍ​ໃຫ້​ທ່ານ​ຜູ້​ທີ່​ສະ​ເດັດ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຊົງ​ພຣະ​ຈະ​ເຣິນ ໂຮ​ຊັນ​ນາ​ໃນ​ທີ່​ສູງ​ສຸດ” 10 ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ແລ້ວ ປະ​ຊາ​ຊົນ​ທົ່ວ​ທັງ​ກຸງ​ກໍ​ພາ​ກັນ​ແຕກ​ຕື່​ນ​ຖາມ​ກັນ​ວ່າ, “ຄົນ​ນີ້​ແມ່ນ​ຜູ້​ໃດ” 11 ຝູງ​ຊົນ​ກໍ​ຕອບ​ວ່າ, “ນີ້​ຄື​ເຢ​ຊູ​ ຜູ້​ປະ​ກາດ​ພຣະ​ທັມ ຊຶ່ງ​ມາ​ຈາກ​ນາ​ຊາ​ເຣັດ​ແຂວງ​ຄາ​ລີ​ເລ”

ຊົງ​ຊຳ​ຮະ​ພຣະ​ວິ​ຫານ

12 ເມື່ອ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນພຣະ​ວິ​ຫານ ຊົງ​ຂັບ​ໄລ່​ບັນ​ດາ​ຜູ້​ຊື້​ຂາຍ​ໃນ​ບໍ​ຣິ​ເວ​ນ​ພຣະ​ວິ​ຫານ​ນັ້ນ​ອອກ​ເສັຽ ແລະ​ຂວ້ຳ​ໂຕະ​ຜູ້​ແລກ​ເງິນ​ກັບ​ທັງ​ບ່ອນ​ນັ່ງ​ຂອງ​ຜູ້​ຂາຍ​ນົກ​ ເຂົາ​ເສັຽ 13 ແລ້ວ​ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ “ວິ​ຫານ​ຂອງ​ເຮົາ ເຂົາ​ຈະ​ເອີ້ນ​ວ່າ​ເປັນ​ສະ​ຖານ​ທີ່​ໄຫວ້ວອນ” ແຕ່​ຝ່າຍ​ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ເປັນ “​ຖ້ຳ​ຂອງໂຈນ​“ 14 ພວກ​ຄົນ​ຕາ​ບອດ​ແລະ​ຄົນ​ຂາ​ເສັ້ງ​ກໍ​ໄດ້​ພາ​ກັນ​ມາ​ຫາ​ພຣະ​ອົງ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ພຣະ​ອົງ​ໄດ້​ຊົງ​ໂຜດ​ໃຫ້​ເຂົາ​ດີ​ຫມົດ 15 ແຕ່​ເມື່ອ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ແລະ​ພວກ​ນັກ​ທັມ​ໄດ້​ເຫັນ​ການ​ອັດ​ສະຈັນ​ທີ່​ພຣະ​ອົງ​ຊົງ​ເຮັດ​ນັ້ນ​ ທັງ​ໄດ້​ຍິນ​ພວກ​ເດັກ​ນ້ອຍ​ຮ້ອງ​ຂຶ້ນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ວ່າ, “ໂຮ​ຊັນ​ນາ​ແກ່​ພຣະ​ຣາ​ຊ​ບຸດ​ຂອງ​ດາ​ວິດ” ເຂົາ​ກໍ​ພາ​ກັນ​ເຄືອງ​ໃຈ 16 ເຂົາ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຄຳ​ທີ່​ເຂົາ​ຮ້ອງ​ຢູ່​ຫລື” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ໄດ້​ຍິນ​ແລ້ວ ພວກ​ເຈົ້າ​ບໍ່​ໄດ້​ອ່ານ​ຈັກ​ເທື່ອ​ຫລື​ຄຳ​ທີ່​ວ່າ, “ພຣະ​ອົງ​ຊົງ​ຈັດ​ໃຫ້​ຄຳ​ສັຣເສີນ​ອັນ​ແທ້​ຈິງ ອອກ​ມາ​ຈາກ​ປາກ​ຂອງ​ເດັກ​ນ້ອຍ​ອ່ອນ​ແລະ​ຜູ້​ທີ່​ຍັງ​ກິນ​ນົມ​ຢູ່” 17 ເມື່ອ​ພຣະ​ອົງ​ຊົງ​ລະ​ຈາກ​ເຂົາ​ແລ້ວ ກໍ​ສະ​ເດັດ​ອອກ​ຈາກ​ກຸງ​ໄປ​ປະ​ທັບ​ຢູ່​ບ້ານ​ເບັດ​ທາ​ເນັຽ

ຊົງ​ປ້ອຍ​ຕົ້ນ​ເດື່ອ​ເທດ

18 ຄັນ​ຕອນ​ເຊົ້າ ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ຄືນ​ໄປ​ຍັງ​ກຸງ ພຣະ​ອົງ​ຊົງ​ຫິວ​ອາ​ຫານ 19 ເມື່ອ​ທອດ​ພຣະ​ເນດ​ເຫັນ​ຕົ້ນ​ເດື່ອ​ເທດ​ຕົ້ນ​ນຶ່ງ​ຢູ່​ແຄມ​ທາງ ພຣະ​ອົງ​ກໍ​ສະ​ເດັດ​ເຂົ້າ​ໄປ​ໃກ້ ເມື່ອ​ຊົງ​ເຫັນ​ບໍ່​ມີ​ຫມາກ​ມີ​ແຕ່​ໃບ​ເທົ່າ​ນັ້ນ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ຕົ້ນ​ນັ້ນວ່າ, “ມຶງ​ຢ່າ​ໄດ້​ເກິດ​ຫມາກ​ຕໍ່​ໄປ​ຈັກ​ເທື່ອ” ໃນ​ທັນ​ໃດ​ນັ້ນ​ຕົນ​ເດື່ອ​ເທດ​ກໍ​ຫ່ຽວ​ແຫ້ງ​ລົງ 20 ເມື່ອ​ສາ​ວົກ​ເຫັນ​ດັ່ງ​ນັ້ນ​ກໍ​ປ​ລາດ​ໃຈ ເວົ້າ​ກັນ​ວ່າ, “ເປັນ​ຢ່າງ​ໃດ​ຫນໍ ຕົ້ນ​ເດື່ອ​ນັ້ນ​ຈຶ່ງ​ຫ່ຽວ​ແຫ້ງ​ໄປ​ໃນ​ທັນ​ທີ” 21 ພຣະ​ເຢ​ຊູ​ຊົງ​ກ່າວ​ກັ​ບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ພວກ​ທ່ານ​ຫາກ​ມີ​ຄວາມ​ເຊື່ອ​ແລະ​ບໍ່​ສົງ​ສັຍ ທ່ານ​ຈະ​ເຮັດ​ໄດ້​ຢ່າງ​ທີ່​ເຮົາ​ໄດ້​ເຮັດ​ແກ່​ຕົ້ນ​ເດື່ອ​ນີ້ ແລະ​ບໍ່​ພຽງ​ເທົ່າ​ນັ້ນ ແຕ່​ວ່າ​ທ່ານ​ຈະ​ບອກ​ພູ​ນີ້​ວ່າ “ຈົ່ງ​ຍ້າຍ​ໄປ​ຕົກ​ລົງ​ນ້ຳ​ທະ​ເລ​ເສັຽ” ກໍ​ຈະ​ເປັນ​ດັ່ງ​ນັ້ນ 22 ສິ່ງ​ສາ​ຣະ​ພັດ​ທີ່​ພວກທ່ານ​ທູນ​ຂໍ​ໃນ​ການ​ອ້ອນວອນ ຖ້າ​ມີ​ຄວາມ​ເຊື່ອ​ທ່ານ​ກໍ​ຈະ​ໄດ້​ສິ່ງ​ນັ້ນ”

ບັນ​ຫາ​ເຣື່ອງ​ສິດ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ

23 ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ໃນ​ເວ​ລາ​ທີ່​ຊົງ​ສັ່ງ​ສອນ​ຢູ່​ນັ້ນ ພວກ​ປະໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່​ແຫ່ງ​ພົ​ລ​ເມືອງ​ໄດ້​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ມີ​ສິດ​ອັນ​ໃດ​ຈຶ່ງ​ໄດ້​ເຮັດ​ການ​ເຫລົ່າ​ນີ້ ໃຜ​ໃຫ້​ສິດ​ນີ້​ແກ່​ເຈົ້າ” 24 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ຖາມ​ພວກ​ທ່ານ​ຈັກ​ຂໍ້​ນຶ່ງ​ເຫມືອນ​ກັນ ຖ້າ​ທ່ານ​ຕອບ​ໄດ້ ຝ່າຍ​ເຮົາ​ຈະ​ບອກ​ພວກ​ທ່ານ​ວ່າ ເຮົາ​ເຮັດ​ການ​ນີ້​ດ້ວຍ​ສິດ​ອັນ​ໃດ 25 ຄື​ບັບ​ຕິ​ສະມາ​ຂອງ​ໂຢ​ຮັນ​ນັ້ນ​ມາ​ຈາກ​ໃສ ມາ​ຈາກ ສວັນ​ຫລື​ມາ​ຈາກ​ມະ​ນຸດ” ເຂົາ​ໄດ້​ປຶກ​ສາ​ກັນ​ວ່າ, “ຖ້າ​ເຮົາ​ຈະ​ຕອບວ່າ “ມາ​ຈາກ​ສວັນ” ເຂົາ​ຄົງ​ຈະ​ຖາມ​ເຮົາ​ວ່າ “ດ້ວຍ​ເຫດ​ໃດ ພວກ​ທ່ານ​ບໍ່​ເຊື່ອ​ໂຢ​ຮັນ” 26 ແຕ່​ຖ້າ​ເຮົາ​ຈະ​ວ່າ “ມາ​ຈາກ​ມະ​ນຸດ” ກໍ​ຢ້ານ​ປະ​ຊາ​ຊົນ ເພາະ​ປະຊາ​ຊົນ​ທັງ​ປວງ​ຖື​ວ່າ​ໂຢ​ຮັນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ” 27 ເຂົາ​ຈຶ່ງ​ທູນ​ຕອບ​ພຣະ​ເຢ​ຊູ​ວ່າ, “ພວກ​ເຮົາ​ບໍ່​ຮູ້” ພຣະ​ອົງ​ຈຶ່ງຊົງ​ບອກ​ເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ບໍ່​ບອກ​ພວກ​ທ່ານ​ເຫມືອນ​ກັນ​ວ່າ ເຮົາ​ເຮັດ​ການ​ນີ້​ດ້ວຍ​ສິດ​ອັນ​ໃດ”

ຄຳ​ອຸປມາ​ເຣື່ອງ​ລູກ​ຊາ​ຍ​ສອງ​ຄົນ

28 “ແຕ່​ທ່ານ​ທັງ​ຫລາຍ​ຄຶດ​ເຫັນ​ຢ່າງ​ໃດ ຜູ້​ນຶ່ງ​ມີ​ລູກ​ຊາຍ​ສອງ​ຄົນ ພໍ່​ໄປ​ຫາ​ລູກ​ກົກ​ບອກວ່າ, “ລູກ​ເອີຍ, ຈົ່ງ​ໄປ​ເຮັດ​ວຽກ​ໃນ​ສວນ​ອະ​ງຸ່ນ​ມື້​ນີ້​ເນິ” 29 ລູກ​ຜູ້​ນັ້ນຕອບ​ວ່າ “ບໍ່​ໄປ” ພາຍ​ລຸນ​ມາ​ໄດ້​ປ່ຽນ​ໃຈ​ແລ້ວ​ກໍ​ໄປ 30 ພໍ່​ຈຶ່ງ​ໄປ​ຫາ​ລູກ​ຜູ້​ທີ່​ສອງ​ເວົ້າ​ຢ່າງ​ດຽວກັນ ລູກ​ຜູ້​ນີ້​ຕອບ​ວ່າ “ຂ້າ​ນ້ອຍ​ຈະ​ໄປ” ແຕ່​ບໍ່​ໄປ 31 ໃນ​ລູກ​ຊາຍ​ສອງ​ຄົນ​ນີ້​ແມ່ນ​ຜູ້​ໃດ​ເຮັດ​ຕາມ​ໃຈ​ຂອງ​ພໍ່” ເຂົາ​ທູນ​ຕອບ​ວ່າ, “ແມ່ນ​ລູກ​ກົກ​ນັ້ນ” ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ພວກ​ເກັບ​ພາ​ສິ​ແລະ​ຍິງ​ແມ່​ຈ້າງ​ກໍ​ກຳ​ລັງ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ກ່ອນ​ພວກ​ທ່ານ 32 ເພາະ​ວ່າ​ໂຢ​ຮັນ​ໄດ້​ມາ​ຫາ​ພວກ​ທ່ານ​ສອນ​ທາງ​ສິນ​ທັມ ແຕ່​ພວກ​ທ່ານ​ບໍ່​ໄດ້​ເຊື່ອ ສ່ວນ​ພວກ​ເກັບ​ພາ​ສິ​ແລະ​ຍິງ​ແມ່​ຈ້າງໄດ້​ເຊື່ອ​ທ່ານ ຝ່າຍ​ພວກ​ທ່ານ ເຖິງ​ແມ່ນ​ໄດ້​ເຫັ​ນ​ດັ່ງ​ນັ້ນ​ແລ້ວ ພາຍ​ຫລັງ​ກໍ​ບໍ່​ໄດ້​ຫລົບ​ໃຈ​ເຊື່ອ​ທ່ານ”

ຄຳ​ອຸປມາ​ເຣື່ອ​ງສວນ​ອະ​ງຸ່ນ​ແລະ​ຄົນ​ເຊົ່າ

33 “ຈົ່ງ​ຟັງ​ຄຳ​ອຸປມາ​ເຣື່​ອງ​ນຶ່ງ​ອີກ ຄືມີ​ພໍ່​ເຮືອນ​ຜູ້​ນຶ່ງ​ໄດ້​ເຮັດ​ສວນ​ອະ​ງຸ່ນ ແລ້ວ​ລ້ອມ​ຮົ້ວ​ໄວ້ ທ່ານໄດ້​ສະ​ກັດ​ອ່າງ​ຢຽບ​ຫມາກ​ອະ​ງຸ່ນ​ເອົາ​ນ້ຳ ແລະ​ສ້າງ​ຫໍ​ເຝົ້າ​ໃຫ້​ຊາວ​ສວນ​ເຊົ່າ ແລ້ວ​ຕົນ​ກໍ​ອອກ​ໄປ​ຕ່າງ​ປະ​ເທດ 34 ຄັນ​ເຖິງ​ຣະ​ດູ​ຫມາກ​ອະ​ງຸ່ນ ທ່ານ​​ຈຶ່ງ​ໃຊ້​ຂ້ອຍ​ໃຊ້​ແຫ່ງ​ຕົນ​ມາ​ຫາ​ພວກ​ເຊົ່າ​ສວນ​ນັ້ນ ເພື່​ອ​ຈະ​ຮັບ​ຜົນ​ຂອງ​ຕົນ 35 ແຕ່​ຝ່າຍ​ຄົນ​ເຊົ່າ​ສວນ​ນັ້ນ​ໄດ້​ຈັບ​ຂ້ອຍ​ໃຊ້​ຂອງ​ທ່ານຂ້ຽນ​ຜູ້​ທີ່​ນຶ່ງ ຂ້າ​ເສັຽ​ຜູ້​ນຶ່ງ ແລະ​ເອົາ​ຫີນ​ຄວ່າງ​ໃສ່​ຜູ້​ນຶ່ງ 36 ເຈົ້າ​ຂອງ​ສວນ​ໄດ້​ໃຊ້​ຂ້ອຍ​ໃຊ້​ອີກ​ຫລາຍກວ່າ​ເທື່ອ​ກ່ອນ ແຕ່​ຊາວ​ສວນ​ໄດ້​ເຮັດແກ່​ເຂົາຢ່່າງ​ດຽວ​ກັນ 37 ພາຍ​ຫລັງ​ນັ້ນ​ເຈົ້າ​ຂອງ​ສວນ​ໄດ້​ໃຊ້​ລູກ​ຊາຍ​ຂອງ​ຕົນ​ມາ ໂດຍ​ຄຶດ​ວ່າ “ເຂົາ​ຄົງ​ຈະ​ນັບ​ຖື​ລູກ​ຂອງ​ກູ” 38 ແຕ່​ເມື່ອ​ພວກ​ເຊົ່າ​ສວນ​ເຫັນ​ລູກ​ຊາຍ​ຂອງ​ທ່ານ​ມາ​ກໍ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ແຫລະ, ເປັນ​ເຈົ້າ​ມໍ​ຣະ​ດົກພວກ​ເຮົາ​ຈົ່ງ​ຂ້າ​ມັນ​ເສັຽ ແລ້ວ​ຍຶດ​ເອົາ​ມໍ​ຣະ​ດົກ​ຂອງ​ມັນ” 39 ເຂົາ​ຈຶ່ງ​ພາ​ກັນ​ຈັບ​ເອົາ​ລູກ​ນັ້ນ​ຖິ້ມ​ອອກນອກ​ສວນ​ແ​ລ້ວ​ຂ້າ​ເສັຽ 40 ເຫດ​ສັນ​ນັ້ນ​ເມື່ອ​ເຈົ້າ​ຂອງ​ສວນ​ມາ ທ່ານ​ຈະ​ເຮັດ​ຢ່າງ​ໃດ​ແກ່​ຄົນ​ເຊົ່າ​ສວນ​ເຫລົ່າ​ນັ້ນ” 41 ເຂົາ​ທູນ​ຕອບ​ພຣະ​ອົງ​ວ່າ, “ທ່ານ​ຈະ​ລົງ​ໂທດ​ຢ່າງ​ຮ້າຍ​ແຮງ​ໃສ່​ຄົນ​ຊົ່ວ​ເຫລົ່າ​ນັ້ນ​ດ້ວຍ​ຂ້າ​ເຂົາ​ເສັຽ ແລ້ວ​ຈະ​ເອົາ​ສວນອະ​ງຸ່ນ​ນັ້ນ​ໃຫ້​ຜູ້​ອື່ນ​ເຊົ່າ ຊຶ່ງຈະ​ນໍາ​ຜົນ​ມາ​ສົ່ງ​ໃຫ້​ທ່ານ​ຕາມ​ຣະ​ດູ​ຕໍ່​ໄປ”

ຫີນ​ເສົາ​ເອກ

42 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ພວກ​ທ່ານ​ຍັງ​ບໍ່​ໄດ້​ອ່ານ​ໃນ​ພຣະ​ຄັມ​ພີ​ຫລື​ທີ່​ວ່າ, “ຫີນ​ທີ່​ນາຍ​ຊ່າງ​ໄດ້​ຖອດ​ຖິ້ມ​ເສັຽ ຫີນ​ນັ້ນ​ແຫລະ, ໄດ້​ກາຍ​ເປັນ​ຫີນ​ເສົາ​ເອກ​ແລ້ວ ການ​ນີ້​ເປັນ​ມາ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ການ​ປ​ລາດ​ແກ່​ຕາ​ຂອງ​ເຮົາ” 43 ເຫດ​ສັນ​ນັ້ນ​ເຮົາ​ບອກ​ພວກ​ທ່ານ​ວ່າ ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ຈະ​ຊົງ​ຍົກ​ເອົາ​ໄປ​ຈາກ​ພວກ​ທ່ານ ແລ້ວ​ຊົງ​ປະ​ທານ​ແກ່ຊົນ​ຊາດ​ນຶ່ງ​ທີ່​ຈະ​ໃຫ້​ຜົນ​ຈະ​ເຣິນ​ສົມ​ກັບ​ແຜ່ນ​ດິນ​ນັ້ນ” 44 (ຜູ້​ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້​ໃດ ຜູ້​ນັ້ນ​ຈະ​ແຫລກ​ຫມຸ່ນ​ໄປ)” 45 ເມື່​ອພວກ​ປະໂຣ​ຫິດ​ຕົນ​ໃຫຍ່​ກັ​ບ​ພວກ​ຟາ​ຣິ​ຊາຍ​ ໄດ້​ຍິນ​ຄຳ​ອຸປມາ​ຂອງ​ພຣະ​ອົງ​ແລ້ວ ເຂົາ​ກໍ​ຮູ້​ວ່າພຣະ​ອົງ​ຊົງ​ກ່າວ​ເຖິງ​ເຂົາ 46 ແມ່ນ​ວ່າ​ເຂົາ​ພ​ຍາ​ຍາມ​ຈະ​ຈັບ​ພຣະ​ອົງ​ແຕ່​ກໍ​ຢ້ານ​ປະ​ຊາ​ຊົນ ເພາະ​ປະ​ຊາ​ຊົນ​ຖື​ວ່າ​ພຣະ​ອົງ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ

ມັດທາຍ 22

ຄຳ​ອຸປມາ​ເຣື່ອງ​ພິ​ທີ​ອະ​ພິ​ເສກ

1 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ເປັນ​ຄຳ​ອຸປມາ​ອີກວ່າ, 2 “ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ກະ​ສັດ​ອົງ​ນຶ່ງ​ໄດ້​ຊົງ​ຈັດ​ການ​ລ້ຽງ ເນື່ອງ​ໃນ​ພິ​ທີ​ອະ​ພິ​ເສກ​ມະ​ເຫ​ສີ​ໃຫ້​ຣາ​ຊ​ບຸດ​ຂອງ​ຕົນ 3 ພຣະ​ອົງ​ຊົງ​ໃຊ້​ພວກ​ຂ້າ​ໃຊ້​ໄປ​ເອີ້ນ​ຜູ້​ທີ່​ຮັບ​ເຊີ​ນ​ໃນ​ງານ​ນີ້ ແຕ່​ເຂົາ​ບໍ່​ຢາກ​ມາ 4 ພຣະ​ອົງ​ຈຶ່ງ​ຊົງ​ໃຊ້​ຂ້າ​ໃຊ້​ໄປ​ຕື່ມ​ອີກ ສັ່ງ​ເຂົາ​ວ່າ “ຈົ່ງ​ບອກ​ພວກ​ຮັບ​ເຊີນ​ນັ້ນ​ວ່າ “ເບິ່ງ​ແມ໋, ເຮົາ​ໄດ້​ຈັດ​ການ​ລ້ຽງ​ໄວ້​ແລ້ວ ງົວ​ແລະ​ສັດ​ອ້ວນ​ພີ​ກໍ​ໄດ້​ຂ້າ​ໄວ້​ແລ້ວ ສິ່ງ​ສາ​ຣະ​ພັດ​ກໍ​ຕຽມ​ໄວ້​ພ້ອມ​ແລ້ວ ຈົ່ງ​ມາ​ໃນ​ງານ​ອະ​ພິ​ເສກ​ນີ້​ເທີນ” 5 ແຕ່​ເຂົາ​ກໍ​ເພີກ​ເສີຍ​ແລະ​ຫນີ​ເສັຽ ຜູ້ນຶ່ງ​ໄປ​ໄຮ່​ໄປ​ນາ ແລະ​ຜູ້​ນຶ່ງ​ໄປ​ຄ້າ​ຂາຍ 6 ສ່ວນ​ພວກ​ອື່ນ​ນັ້ນ​ກໍ​ຈັບ​ພວກ​ຂ້າ​ໃຊ້​ເຮັດການ​ຫຍາບ​ຊ້າ​ແລ້ວ​ຂ້າ​ເຂົາ​ເສັຽ 7 ກະ​ສັດ​ອົງ​ນັ້ນ​ກໍ​ຊົງ​ພຣະ​ພິ​ໂຣດ ຈຶ່ງ​ຊົງ​ຮັບ​ສັ່ງ​ໃຫ້​ກອງ​ທະ​ຫານ​ໄປ​ປະ​ຫານ​ຊີ​ວິດ​ຄາ​ຕະ​ກອນ​ເຫລົ່າ​ນັ້ນ ແລະ​ໃຫ້​ເຜົາ​ບ້ານ​ເມືອງ​ຂອງ​ເຂົາ​ເສັຽ 8 ແລ້ວ​ພຣະ​ອົງ​ຈຶ່ງ​ຊົງ​ຮັບ​ສັ່ງ​ຂ້າ​ໃຊ້​ວ່າ, “ງານ​ສົມ​ຣົດ​ກໍ​ພ້ອມ​ຢູ່​ແລ້ວ ແຕ່​ຜູ້​ຖືກ​ເຊີນ​ນັ້ນ​ບໍ່​ສົມ​ກັບ​ງານ 9 ເຫດ​ສັນ​ນີ້ ຈົ່ງ​ອອກ​ໄປ​ທີ່​ທາງ​ຄົບ ເມື່ອ​ພົບ​ຄົນ​ໃດ​ກໍ​ໃຫ້​ເຊີນ​ມາ​ໃນ​ງານ​ນີ້” 10 ພວກ​ຂ້າ​ໃຊ້​ນັ້​ນ​ຈຶ່ງ​ອອກ​ໄປ​ຕາມ​ຖ​ນົນ​ຫົນ​ທາງ ພາ​ຄົນ​ທັງ​ປວງ​ທັງ​ດີ​ແລະ​ຊົ່ວ​ທີ່​ເຂົາ​ໄດ້​ພົບ​ໃຫ້​ເຂົ້າ​ມາ​ໃນ​ງານ​ນີ້ ຈົນ​ຫ້ອງ​ພິ​ທີ​ສົມ​ຣົດ​ເຕັມ​ດ້ວຍ​ແຂກ 11 “ແຕ່​ເມື່ອ​ກະ​ສັດ​ອົງ​ນັ້ນ​ສະ​ເດັດ​ເຂົ້າ​ມາ​ທອດ​ພຣະ​ເນດ​ແຂກ ກໍ​ຊົງ​ເຫັນ​ຜູ້​ນຶ່ງ​ຢູ່​ທີ່​ນັ້ນ​ບໍ່​ໄດ້​ນຸ່ງ​ເຄື່ອງ​ສຳ​ລັບ​ງານ 12 ພຣະ​ອົງ​ຊົງ​ຖາມ​ຜູ້​ນັ້ນ​ວ່າ, “ສະ​ຫາຍ​ເອີຍ, ເຫດ​ໃດ​ທ່ານ​ຈຶ່ງ​ອາດ​ເຂົ້າ​ມາ​ທີ່​ນີ້​ໂດຍ​ບໍ່​ນຸ່ງ​ເຄື່ອງ​ສຳ​ລັບ​ງານ​ສົມ​ຣົດ” ສ່ວນ​ຄົນ​ນັ້ນ​ກໍ​ມິດ​ຢູ່​ປາກ​ບໍ່​ອອກ 13 ກະ​ສັດ​ຈຶ່ງ​ຊົງ​ສັ່ງ​ແກ່​ພວກ​ຂ້າ​ໃຊ້​ວ່າ “ຈົ່ງ​ມັດ​ຕີນ​ມັດ​ມື​ຄົນ​ນີ້​ເອົາ​ໄປ​ຖິ້ມ​ເສັຽບ່ອນ​ມືດ​ພາຍນອກ ທີ່​ນັ້ນ​ມີ​ການ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່ 14 ດ້ວຍ​ວ່າ ຜູ້​ຮັບ​ເຊີນ​ກໍ​ມີ​ຫລາຍ ແຕ່​ຜູ້​ທີ່​ຊົງ​ເລືອກໄວ້​ກໍ​ມີ​ຫນ້ອຍ”

ບັນ​ຫາ​ເຣື່ອງ​ການ​ເສັຽ​ສ່ວຍ

15 ເມື່ອນັ້ນ​ພວກ​ຟາ​ຣີ​ຊາຍ​ໄປ​ປຶກ​ສາ​ກັນ ເພື່ອ​ຈະ​ຈັບ​ຜິດ​ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ໃຫ້​ໄດ້ 16 ເຂົາ​ຈຶ່ງ​ໃຊ້​ພວກ​ສິດ​ຂອງ​ຕົນ​ກັບ​ພວກ​ເຮ​ໂຣດ​ໄປ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ພະ​ເຈົ້າ​ຊາບຢູ່ວ່າ​ທ່ານ​ເປັນ​ຜູ້​ສັດ​ຊື່ ໄດ້​ສັ່ງ​ສອນ​ໃນ​ທາງ​ຂອງ​ພຣະ​ເຈົ້າ​ຢ່າງ​ສັດ​ຊື່​ໂດຍ​ບໍ່​ໄດ້​ເອົາ​ໃຈ​ຜູ້​ໃດ ເພາະ​ທ່ານ​ບໍ່​ເຫັນ​ແກ່​ຫນ້າ​ຜູ້​ໃດ 17 ເຫດ​ສັນ​ນັ້ນ​ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຊາບ​ແດ່​ວ່າ ທ່ານ​ຄຶດ​ເຫັນ​ຢ່າງໃດ ການ​ທີ່​ເສັຽ​ສ່ວຍ​ໃຫ້​ແກ່​ກາຍ​ຊາ​ນັ້ນ​ສົມ​ຄວນ​ຫລື​ບໍ່” 18 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ເຈ​ຕ​ນາ​ຮ້າຍ​ຂອງ​ເຂົາ ຈຶ່ງ​ຊົງ​ກ່າວ​ວ່າ, “ໂອ​ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ຈະ​ມາ​ທົດ​ລອງ​ເຮົາ​ເຮັດ​ຫຍັງ 19 ຈົ່ງ​ເອົາ​ເງິນ​ທີ່​ຈະ​ເສັຽ​ສ່ວຍ​ນັ້ນ​ໃຫ້​ເຮົາ​ເບິ່ງ” ເຂົາ​ຈຶ່ງ​ເອົາ​ເງິນ​ນຶ່ງ​ເດ​ນາ​ຣິ​ອົນ​ມາ​ໃຫ້​ພຣະ​ອົງ 20 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ຮູບ​ແລະ​ຄຳ​ຈາ​ຣຶກ​ນີ້​ເປັນ​ຂອງ​ໃຜ” 21 ເຂົາ​ທູນ​ວ່າ, “ເປັນ​ຂອງ​ກາຍ​ຊາ” ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຫດ​ສັນ​ນັ້ນ​ສິ່ງ​ທີ່​ເປັນ​ຂອງ​ກາຍ​ຊາ ຈົ່ງ​ຄືນ​ຖວາຍ​ແກ່​ກາ​ຍ​ຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ຈົ່ງ​ຄືນ​ຖວາຍ​ແດ່​ພຣະ​ເຈົ້າ” 22 ເມື່ອ​ເຂົາ​ໄດ້​ຍິນ​ດັ່ງ​ນີ້​ກໍ​ມີ​ຄວາມ​ປ​ລາດ​ໃຈ​ຈຶ່ງ​ພາ​ກັນ​ຫນີ​ຈາກ​ພຣະ​ອົງ​ໄປ

ບັນ​ຫາ​ເຣື່ອງ​ການ​ຄືນ​ມາ​ຈາກ​ຕາຍ

23 ໃນ​ວັນ​ດຽວກັນ​ນັ້ນ​ມີ​ພວກ​ຊາ​ດູ​ກາຍ​ມາ​ຫາ​ພຣະ​ອົງ ພວກ​ນີ້​ເຄີຍ​ເວົ້າ​ວ່າ ບໍ່​ມີ​ການ​ຄືນ​ມາ​ຈາກ​ຕາຍ ເຂົາ​ທູນ​ຖາມ​ພຣະ​ອົງ​ວ່າ, 24 “ອາ​ຈານ​ເອີຍ, ໂມ​ເຊ​ໄດ້​ສັ່ງ​ໄວ້​ວ່າ “ຖ້າ​ຜູ້​ໃດ​ຕາຍ​ໃນ​ເມືອຍັງ​ບໍ່​ມີ​ລູກ ກໍ​ໃຫ້​ນ້ອງ​ຊາ​ຍ​ຂອງ​ຜູ້​ນັ້ນ​ເອົາ​ເອື້ອຍ​ໃພ້​ໄວ້​ເປັນພັຣ​ຍາ​ ເພື່ອ​ສືບ​ເຊື້ອ​ສາຍ​ອ້າຍ​ຂອງ​ຕົນ” 25 ໃນ​ພວກ​ເຮົາ​ມີ​ເຈັດ​ຊາຍ​ອ້າຍ​ນ້ອງ​ນຳ​ກັນ ອ້າຍ​ກົກ​ເອົາ​ເມັຽ​ແລ້ວ​ໄດ້​ຕາຍ​ໄປ​ເມື່ອ​ຍັງ​ບໍ່​ມີ​ລູກ ກໍ​ປະ​ເມັຽ​ໄວ້​ໃຫ້​ແກ່​ນ້ອງ​ຊາຍ 26 ສ່ວນ​ນ້ອງ​ຜູ້​ຖ້ວນ​ສອງ​ແລະ​ຖ້ວນ​ສາມ​ກໍ​ຢ່າງ​ດຽວ​ກັນ ຈົນ​ເຖິງ​ຜູ້​ຖ້ວນ​ເຈັດ 27 ພາຍ​ຫລັງເຂົາ​ທັງ​ເຈັດ ຍິງ​ນັ້ນ​ກໍ​ຕາຍ 28 ສັນ​ນັ້ນ​ໃນ​ວັນ​ຄືນ​ມາ​ຈາກ​ຕາຍ ຍິງ​ນັ້ນ​ຈະ​ເປັນ​ເມັຽ​ຜູ້​ໃດ​ໃນ​ເຈັດ​ຄົນ​ນັ້ນ ດ້ວຍ​ວ່າ​ນາງ​ໄດ້​ເປັນ​ຂອງ​ຊາຍ​ທັງ​ເຈັດ​ຄົນ​ແລ້ວ” 29 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຫລົງ​ຜິດ​ແລ້ວ ເພາະ​ບໍ່​ຮູ້​ຈັກ​ພຣະ​ຄັມ​ພີ​ ຫລື​ຣິດ​ເດດ​ຂອງ​ພຣະ​ເຈົ້າ 30 ເພາະ​ເມື່ອ​ມະ​ນຸດ​ເປັນ​ຄືນ​ມາ​ນັ້ນ​ຈະ​ບໍ່​ມີ​ການ​ແຕ່ງງານ ຫລື​ຍົກ​ໃຫ້​ເປັນ​ຜົວ​ເມັຽກັນ​ອີກ ແຕ່​ເຂົາ​ຈະ​ເປັນ​ເຫມືອນ​ເທວະ​ດາ​ໃນ​ສວັນ 31 ແຕ່​ເຣື່ອງ​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ທ່ານ​ທັງ​ຫລາຍ​ຍັງ​ບໍ່​ໄດ້​ອ່ານ​ຫລື​ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ກັບ​ພວກ​ທ່ານ​ວ່າ, 32 “ຝ່າຍ​ເຮົາ​ເປັນ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ພຣະ​ເຈົ້າ​ຂອງ​ອີ​ຊາກ, ແ​ລະ​ພຣະ​ເຈົ້າຂອງ​ຢາ​ໂຄບ” ພຣະ​ອົງ​ບໍ່​ໄດ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕາຍ ແຕ່​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ເປັນ” 33 ເມື່ອ​ຄົນ​ທັງ​ປວງ​ໄດ້​ຍິນ​ດັ່ງ​ນີ້​ກໍ​ປ​ລາດ​ໃຈ​ດ້ວຍ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ

ພຣະ​ບັນ​ຍັດ​ຂໍ້​ໃຫຍ່

34 ຝ່າຍ​ພວກ​ຟາ​ຣິ​ຊາຍ ເມື່ອ​ໄດ້​ຍິນ​ວ່າ​ພຣະ​ອົງ​ຊົງ​ເຮັດ​ໃຫ້​ພວກ​ຊາ​ດູ​ກາຍ​ມິດ​ຢູ່​ເຂົາ​ຈຶ່ງ​ປະ​ຊຸມ​ກັນ 35 ໃນ​ຈຳ​ພວກ​ເຂົາມີ​ທັມ​ບັນ​ດິດ​ຜູ້​ນຶ່ງທົດ​ລອງຖາມ​ພຣະ​ອົງ​ວ່າ, 36 “ອາ​ຈານ​ເອີຍ, ໃນ​ພຣະ​ບັນ​ຍັດ​ຂໍ້​ໃດ​ເປັນ​ຂໍ້​ໃຫຍ່” 37 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ” 38 ນັ້ນ​ແຫລະ, ເປັນ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ແລະ​ຂໍ້​ຕົ້ນ 39 ຂໍ້​ທີ່​ສອງ​ກໍ​ເຫມືອນ​ກັນ​ຄື “ຈົ່ງ​ຮັກ​ເພື່​ອນບ້ານ​ເຫມືອນ​ຮັກ​ຕົນ​ເອງ” 40 ພຣະ​ບັນ​ຍັດ​ແລະ​ຖ້ອຍ​ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫມົດ ກໍ​ຂຶ້ນ​ຢູ່​ກັບ​ພຣະ​ບັນ​ຍັດ​ສອງ​ຂໍ້​ນີ້”

ບັນ​ຫາ​ເຣື່ອງ​ບຸດ​ດາ​ວິດ

41 ເມື່ອ​ພວກ​ຟາ​ຣິ​ຊາຍ​ຍັງ​ປະ​ຊຸມ​ກັນ​ຢູ່ ພຣະເຢ​ຊູ​ຊົງ​ຖາມ​ເຂົາ 42 ວ່າ, “ພວກ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ​ດ້ວຍ​ເຣື່ອງ​ພຣະ​ຄຣິດ ທ່ານ​ເປັນ​ເຊື້ອ​ສາຍ​ຂອງ​ຜູ້​ໃດ” ເຂົາ​ທູນ​ຕອບ​ວ່າ, “ເປັນ​ເຊື້​ອສາຍ​ຂອງ​ດາ​ວິດ” 43 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຫດ​ສັນ​ໃດ​ດາ​ວິດ ໂດຍ​ເດດ​ພຣະ​ວິນ​ຍານ​ຈຶ່ງ​ໄດ້​ເອີ້ນ​ພຣະອົງ​ວ່າ “ອົງ​ພຣະ​ຜູ້​ເປັນ​ເຈົ້າ” ດ້ວຍ​ໄດ້​ກ່າວ​ວ່າ, 44 “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບອກ​ຕໍ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ວ່າ “ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕຣູ​ຂອງ​ທ່ານ​ໃຫ້​ຢູ່​ໃຕ້​ຕີນຂອງ​ທ່ານ” 45 ເຫດ​ສັນ​ນີ້​ ຖ້າ​ດາ​ວິດ​ເອີ້ນ​ພຣະ​ຄຣິດ​ວ່າ “ອົງພຣະ​ຜູ້​ເປັນ​ເຈົ້າ” ແລ້ວ​ພຣະ​ຄຣິດ​ຈະ​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດໄດ້​ຢ່າງ​ໃດ” 46 ບໍ່​ມີ​ຜູ້​ໃດ​ອາດ​ຈະ​ຕອບ​ພຣະ​ອົງ​ໄດ້​ຈັກ​ຄຳ ຕັ້ງ​ແຕ່​ວັນ​ນັ້ນ​ມາ​ບໍ່​ມີ​ຜູ້​ໃດ​ກ້າ​ຖາມ​ພຣະ​ອົງ​ອີກ

ມັດທາຍ 23

ຊົງ​ປະ​ນາມ​ພວກນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ

1 ເມື່ອ​ນັ້ນ​ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ປະ​ຊາ​ຊົນ​ແລະ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ, 2 “ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ​ເຄິຍ​ນັ່ງ​ບ່ອນ​ນັ່ງ​ຂອງ​ໂມ​ເຊ 3 ເຫດ​ສັນ​ນັ້ນ​ທຸກ​ສິ່ງ​ທີ່​ເຂົາ​ບອກ​ພວກ​ທ່ານ ຈົ່ງ​ເຮັດ​ຕາມ ແຕ່​ຢ່າ​ໄດ້​ເຮັດ​ຕາມ​ກິ​ຈ​ການ​ຂອງ​ເຂົາ ເພາະ​ເຂົາ​ບອກ​ໄວ້​ແຕ່ບໍ່​ໄດ້​ເຮັດ​ຕາມ 4 ເຂົາ​ມັດ​ຂອງ​ຫນັກ​ມາ​ວາງ​ໃສ່​ບ່າ​ມະ​ນຸດ ສ່ວນ​ເຂົາ​ເອງ ແມ່ນ​ແຕ່ນີ້ວ​ມື​ດຽວ​ກໍ​ບໍ່​ຍອມ​ຈັບ​ຍົກ​ໄປ 5 ການ​ເຮັດ​ຂອງ​ເຂົາ​ກໍ​ເພື່ອ​ໃຫ້​ມະ​ນຸດ​ເຫັນ ແອບ​ບັນ​ຈຸ​ຂໍ້​ພຣະ​ທັມ​ປະ​ຈຳ​ຕົວ ເຂົາ​ກໍ​ເຮັດ​ໃຫ້​ໃຫຍ່ ແລະ​ຍອຍ​ເສື້ອ​ຂອງ​ເຂົາໆ ກໍ​ໃຫ້​ຍາວ​ອອກ​ໄປ 6 ເຂົາ​ຊອບ​ບ່ອນ​ນັ່ງ​ອັນ​ມີ​ກຽດ​ໃນ​ງານລ້ຽງ​ຕ່າງໆ ແລະ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ 7 ເຂົາ​ມັກ​ໃຫ້​ຄົນ​ຄຳ​ນັບ​ໃນ​ທີ່​ປະ​ຊຸມ​ຊົນ ແລະ​ມັກ​ໃຫ້​ມະ​ນຸດ​ເອີ້ນ​ເຂົາ​ວ່າ “ພຣະ​ອາ​ຈານ” 8 ແຕ່​ຝ່າຍ​ພວກ​ທ່ານ ຢ່າ​ໃຫ້​ໃຜ​ເອີ້ນ​ວ່າ “ພຣະ​ອາ​ຈານ” ເພາະ​ວ່າ​ພວກ​ທ່ານ​ມີ​ແຕ່​ພຣະ​ອາ​ຈາ​ນ​ຜູ້​ດຽວ ແລະ​ພວກ​ທ່ານ​ເປັນ​ພີ່​ນ້ອງ​ກັນ​ທັງ​ຫມົດ 9 ແລະ​ຢ່າ​ເອີ້ນ​ຜູ້​ໃດ​ໃນ​ໂລກວ່າ “ບິ​ດາ” ເພາະ​ພວກ​ທ່ານ​ມີ​ພຣະ​ບິ​ດາ​ແຕ່​ຜູ້​ດຽວ ຄື​ຜູ້​ທີ່​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ 10 ຢ່າ​ໃຫ້​ຜູ້​ໃດ​ເອີ້ນ​ພວກ​ທ່ານ​ວ່າ “ນາຍ​“ເພາະ​ວ່າ​ນາຍ​ຂອງ​ພວກ​ທ່ານ​ມີ​ແຕ່​ຜູ້​ດຽວ ຄື​ພຣະ​ຄຣິດ 11 ຜູ້​ໃດທີ່​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ທ່ານ ຜູ້​ນັ້ນ​ຕ້ອງ​ຮັບ​ໃຊ້​ຫມູ່ 12 ຜູ້​ໃດ​ຍົກ​ຕົວ​ຂຶ້ນ ຜູ້​ນັ້ນ​ຈະ​ຖືກ​ຖອຍ​ລົງ ຜູ້​ໃດ​ຖ່ອມ​ຕົວ​ລົງ ຜູ້​ນັ້ນ​ຈະ​ຖືກ​ຍົກ​ຂຶ້ນ 13 “ວິ​ບັດ​ແກ່​ເຈົ້າພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ເພາະ​ພວກ​ເຈົ້າ​ອັດ​ປະ​ຕູ​ຣາ​ຊ​ແຜ່ນ​ດິນ​ສວັນ​ຕັນ​ທາງ​ມະ​ນຸດ ດ້ວຍ​ວ່າ​ພວກ​ເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ ແລະເມື່ອ​ຄົນ​ອື່ນ​ຈະ​ເຂົ້າ​ໄປ ພວກ​ເຈົ້າ​ກໍ​ບໍ່​ໃຫ້​ເຂົ້າ​ໄປ 14 (ວິ​ບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ດ້ວຍ​ວ່າ​ພວກ​ເຈົ້າ​ກືນ​ກິນ​ຄອບ​ຄົວ​ຂອງ​ແມ່​ຫມ້າຍ ແລະ​ແກ້ງໄຫວ້ວອນ​ໃຫ້​ຍືດ​ຍາວ ເພາະ​ເຫດ​ນັ້ນ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ໂທດ​ຫລາຍ​ຂຶ້ນ) 15 ວິ​ບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ດ້ວຍ​ວ່າ​ພວກ​ເຈົ້າ​ທຽວ​ໄປ​ທາງນໍ້າ​ແລະ​ທາງບົກ​ທົ່ວ​ໄປ ເພື່ອ​ຈະ​ໃຫ້​ແມ່ນ​ແຕ່​ຄົນ​ດຽວ​ເຂົ້າ​ສາ​ສ​ນາ ແຕ່​ເມື່ອ​ໄດ້​ເຂົ້າ​ແລ້ວ ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ສົມ​ກັ​ບ​ນະ​ຮົກ​ຫລາຍ​ກວ່າ​ເຈົ້າ​ເອງ​ເຖິງ​ສອງ​ທໍ່ 16 “ວິບັດ​ແກ່​ເຈົ້າ, ນາຍ​ທາງ​ຕາ​ບອດ​ທີ່​ສອນ​ວ່າ “ຖ້າ​ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ພຣະ​ວິ​ຫານ ຄຳ​ສາ​ບານ​ນັ້ນ​ກໍ​ບໍ່​ມີ​ຂໍ້​ຜູກ​ມັດ ແຕ່​ຖ້າ​ຜູ້​ໃດ​ສາບານ​ອ້າງ​ໃສ່​ທອງ​ຄຳ​ຂອງ​ພຣະ​ວິ​ຫານ ຜູ້​ນັ້ນ​ຈະ​ຕ້ອງ​ເຮັດ​ຕາມ​ຄຳ​ທີ່​ຕົນ​ໄດ້​ສາ​ບານ” 17 ໂອ ຄົນ​ໂງ່​ຕາບອດ​ເຮີຍ, ສິ່ງ​ໃດ​ຈະ​ສຳ​ຄັນ​ກວ່າ​ກັນ ທອງ​ຄຳ​ຫລື​ພຣະ​ວິ​ຫານ ທີ່​ເຮັດ​ໃຫ້​ທອງ​ຄຳ​ນັ້ນ​ສັກ​ສິດ 18 ແລະ​ສອນ​ວ່າ, “ຖ້າ​ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ແທ່ນ​ບູ​ຊາ ຄຳ​ສາ​ບານ​ນັ້ນ​ກໍ​ບໍ່​ມີ​ຂໍ້​ຜູກ​ມັດ ແຕ່​ຖ້າ​ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ເຄື່ອງ​ຖວາ​ຍ​ເທີງ​ແທ່ນ​ບູ​ຊາ ຜູ້​ນັ້ນ​ຈະ​ຕ້ອງ​ເຮັດ​ຕາມ​ຄໍາທີ່​ຕົນ​ໄດ້​ສາ​ບານ” 19 ພວ​ກຄົນ​ຕາ​ບອດ​ເຮິຍ, ສິ່ງ​ໃດ​ຈະ​ສຳ​ຄັນ​ກວ່າ​ກັນ ເຄື່ອງ​ຖວາຍ​ຫລື​ແທ່ນ​ບູ​ຊາ​ທີ່​ເຮັດ​ໃຫ້​ເຄື່ອງ​ຖວາຍ​ນັ້ນ​ສັກ​ສິດ 20 ເຫດ​ສັນ​ນີ້ ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ແທ່ນ​ບູ​ຊາ ກໍ​ສາ​ບານ​ອ້າງ​ໃສ່​ເຄື່ອງ​ຖວາຍ​ທັງ​ປວງ​ທີ່ຢູ່ເທິງ​ແທ່ນ​ນັ້ນ​ເຫມືອນ​ກັນ 21 ຜູ້​ໃດ​ສາບານ​ອ້າງ​ໃສ່​ພຣະ​ວິ​ຫານ ກໍ​ອ້າງ​ໃສ່​ພຣະ​ອົງ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ພຣະ​ວິ​ຫານ​ນັ້ນ​ເຫມືອນ​ກັນ 22 ແລະ​ຜູ້​ໃດ​ຈະ​ສາ​ບານ​ອ້າງ​ໃສ່​ສວັນ ກໍ​ອ້າງ​ໃສ່ພຣະ​ທີ່​ນັ່ງ​ແລະ​ອ້າງ​ໃສ່​ພຣະ​ອົງ​ຜູ້​ປະ​ທັບ​ເທິງ​ພຣະ​ທີ່ນັ່ງ​ນັ້ນ​ເຫມືອນ​ກັນ 23 “ວິ​ບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກຟາ​ຣີ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ດ້ວຍ​ວ່າ​ພວກ​ເຈົ້າ​ແບ່ງ​ຜັກ​ກ້ານກໍ່າ ຜັກ​ຊີ ແລະ​ຂີ້​ຫມິ້ນ​ເປັນ​ສິບ​ສ່ວນ ເອົາ​ສ່ວນ​ນຶ່ງ​ເປັນ​ຂອງ​ຖວາຍ ແຕ່ສ່ວນ​ຂໍ້​ສຳ​ຄັນ​ຂອງ​ພຣະ​ບັນ​ຍັດ ຄື​ຄວາມ​ຍຸ​ດຕິ​ທັມ ຄວາມ​ເມດ​ຕາ ຄວາມ​ສັດ​ຊື່​ນັ້ນ​ໄດ້​ປະ​ເສັຽ ແມ່ນ​ສິ່ງ​ເຫລົ່າ​ນີ້​ແຫລະ, ທີ່​ພວກ​ເຈົ້າ​ຄວນໄດ້​ປະ​ຕິ​ບັດ​ຢູ່​ໂດຍ​ບໍ່ຕ້ອງ​ປະ​ຖິ້ມ​ສິ່ງ​ອື່ນ​ນັ້ນ​ 24 ໂອ ພວກ​ນາຍ​ທາງ​ຕາ​ບອດ​ເຮິຍ, ເຈົ້າ​ຕອງ​ແມງ​ມີ່​ອອກ​ເສັຽ ແຕ່​ກືນ​ໂອດ​ໂອ​ທັງ​ໂຕ 25 “ວິ​ບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ເຫດ​ວ່າ​ພວກ​ເຈົ້າ​ເຄິຍ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະ​ອາດ​ແຕ່​ຂ້າງນອກ ແຕ່​ຂ້າງ​ໃນ​ຖ້ວຍ​ຊາມ​ນັ້ນ​ເຕັມ​ໄປ​ດ້ວຍ​ການ​ລູ່​ຊີງ​ເອົາ​ແລະ​ການ​ເຫັນ​ແກ່​ຕົວ 26 ໂອ ຟາ​ຣິ​ຊາຍ​ຕາ​ບອດ​ເຮິຍ, ຈົ່ງ​ຊຳ​ຮະ​ຖ້ວຍ​ຊາມ​ຂ້າງ​ໃນ​ເສັຽກ່ອນ ເພື່ອ​ຂ້າງນອກ​ຈະ​ສະ​ອາດ​ເຫມືອນ​ກັນ 27 “ວິບັດ​ແກ່​ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ດ້ວຍ​ວ່າ​ພວກ​ເຈົ້າ​ເປັນ​ເຫມືອນ​ອຸບ​ໂມງ​ຝັງ​ສົ​ບ ທາ​ດ້ວຍ​ປູນ​ຂາວ​ຂ້າງ​ນອກ​ເບີ່ງ​ງົດ​ງາມ ແຕ່​ຂ້າງ​ໃນ​ເຕັມ​ໄປ​ດ້ວຍ​ກະ​ດູກ​ຄົນ​ຕາຍ​ແລະ​ສາ​ຣະ​ພັດ​ຂີ້​ດຽດ 28 ພວກ​ເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ​ແຫລະ, ພາຍນອກ​ປາ​ກົດ​ຕໍ່​ມະ​ນຸດ​ວ່າ​ເປັນ​ຄົນ​ສິນ​ທັມ ແຕ່​ພາຍ​ໃນ​ເຕັມ​ໄປ​ດ້ວຍ​ການ​ຫນ້າ​ຊື່​ໃຈ​ຄົດ​ແລະ​ການ​ອະ​ທັມ 29 ວິ​ບັດ​ແກ່ເຈົ້າ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣິ​ຊາຍ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮິຍ, ດ້ວຍ​ວ່າ​ພວກ​ເຈົ້າ​ສ້າງ​ອຸບ​ໂມງ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຕົກ​ແຕ່ງ​ທາດ​ຂອງ​ຄົນ​ສິນ​ທັມ​ໃຫ້​ງົດ​ງາມ 30 ໂດ​ຍກ່າວ​ວ່າ “ຖ້າ​ພວກ​ເຮົາ​ໄດ້​ຢູ່​ໃນ​ສະ​ໄຫມ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ນັ້ນ​ກໍ​ຈະ​ບໍ່​ມີ​ສ່ວນ​ກັບ​ເຂົາ​ໃນ​ກາ​ນຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ 31 ດັ່ງ​ນັ້ນ​ພວກ​ເຈົ້າ​ຈຶ່ງ​ເປັນ​ພຍານ​ຕໍ່​ສູ້​ຕົນ​ເອງວ່າ ເປັນ​ລູກ​ຂອງ​ຜູ້​ທີ່​ໄດ້​ຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ເຫລົ່າ​ນັ້ນ 32 ຝ່າຍ​ເຈົ້າ​ທັງ​ຫລາຍ, ຈົ່ງ​ເຮັດ​ຕາມ​ທີ່​ບັນ​ພະ​ບຸ​ຣຸດ​ໄດ້​ເຮັດ​ນັ້ນ​ໃຫ້​ຄົບ​ຖ້ວນ​ສາ 33 ໂອ ພວກ​ງູ​ແນວ​ງູ​ຮ້າຍ​ເຮີຍ, ພວກ​ເຈົ້າ​ຈະ​ຫນີ​ພົ້ນ​ໂທດ​ນະ​ຣົກ​ໄດ້​ຢ່າງ​ໃດ 34 ເຫດ​ສັນ​ນັ້ນ​ແຫລະ, ເຮົາ​ໃຊ້​ຜູ້​ປະ​ກາດ​ພຣະ​ທັມ ນັກ​ປາດ ແລະ​ນັກ​ທັມ​ຕ່າງໆ ມາ​ຫາ​ພວກ​ເຈົ້າ ເຈົ້າ​ກໍ​ຈະ​ຂ້າ​ບາງ​ຄົນ​ເສັຽ​ແດ່ ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ​ບາງ​ຄົນ​ແດ່ ຂ້ຽນ​ຕິ​ບາງ​ຄົນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຈົ້າ​ແດ່ ແລະ​ຂົ່ມ​ເຫັງ​ໄລ່ເຂົາ​ອອກ​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ​ແດ່ 35 ດັ່ງ​ນັ້ນ​ເລືອດ​ອັນ​ບໍ່​ມີ​ຜິດ​ທັງ​ຫ​ມົດ​ທີ່​ຕົກ​ໃສ່​ແຜ່ນ​ດິນ ຕັ້ງ​ແຕ່​ເລືອດ​ຂອງ​ອາ​ເບນ​ຜູ້​ບໍ່​ມີ​ຜິດ ຈົນ​ເຖິງ​ເລືອດ​ຂອງ​ເຊ​ຄາ​​ຣີ​ຢາ​ລູກ​ຊາຍ​ຂ​ອງ​ບາ​ຣາ​ຄີ​ຢາ ທີ່​ພວກ​ເຈົ້າ​ໄດ້​ຂ້າ​ໃນ​ລະ​ຫວ່າງ​ພຣະ​ວິ​ຫານ​ກັ​ບ​ແທ່ນ​ບູ​ຊາ​ ໂທດ​ເລືອດ​ນັ້ນ​ແຫລະ, ຄົງ​ຈະ​ຕົກ​ໃສ່​ພວກ​ເຈົ້າ 36 ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຄວາມ​ຈິງ​ວ່າ ເຫດ​ເຫ​​ລົ່າ​ນີ້​ຈະ​ຕົກ​ໃສ່​ຄົນ​ສະ​ໄຫມ​ນີ້”

ຊົງ​ເສັຽ​ພຣະ​ທັຍ​ຍ້ອນ​ກຸງ​ເຢ​ຣູ​ຊາ​ເລັມ

37 ໂອ ເຢ​ຣູ​ຊາ​ເລັມ ເຢ​ຣູ​ຊາ​ເລັມ​ເອີຍ, ເຈົ້າ​ທີ່​ໄດ້​ຂ້າ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ເອົາ​ຫີນ​ຄວ່າງ​ໃສ່​ພວກ​ທີ່​ຮັບ​ໃຊ້​ມາ​ຫາ​ເຈົ້າ, ເຮົາ​ປາ​ຖ​ນາ​ຈັກ​ເທື່ອ​ແລ້ວ​ຫນໍ​ ວ່າ​ຈະ​ຮວບ​ຮວມ​ເອົາ​ລູກ​ຂອງ​ເຈົ້າ​ໄວ້ ເຫມືອນ​ດັ່ງ​ແມ່​ໄກ່​ຮວບ​ຮວມ​ລູ​ກໄວ້​ໃຕ້​ປີກ​ຂອງ​ມັນ​ແຕ່​ພວກ​ເຈົ້າ​ບໍ່​ຍິນຍອມ 38 ເບິ່ງ​ແມ໋, ເຮືອນ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ປະ​ຮ້າງ​ໄວ້​ໃຫ້​ຢູ່​ວ່າງ​ເປົ່າ​ແກ່​ເຈົ້າ 39 ເພາະ​ວ່າ​ເຮົາ​ບອກ​ພວກ​ເຈົ້າ​ວ່າ ຕັ້ງ​ແຕ່​ນີ້​ຕໍ່​ໄປ​ພວກ​ເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ ຈົນ​ກວ່າ​ພວກ​ເຈົ້າ​ ຈະ​ອອກ​ປາກ​ກ່າວ​ວ່າ “ຂໍ​ໃຫ້​ທ່ານ​ຜູ້​ສະ​ເດັດ​ ມາໃນພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ ຈົ່ງ​ຊົງພຣະ​ຈະ​ເຣິນ”

ມັດທາຍ 24

ພຣະ​ວິ​ຫານ​ຈະ​ຖືກ​ທຳ​ລາຍ

1 ຝ່າຍ​ພຣະ​ເຢ​ຊູສະ​ເດັດ​ອອກ​ຈາກ​ບໍ​ຣິ​ເວນ​ພຣະ​ວິ​ຫານ ເມື່ອ​ກຳ​ລັງ​ສະ​ເດັດ​ໄປ​ນັ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ມາ​ຊີ້​ຕຶກ​ທັງ​ຫລາຍ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ໃຫ້​ພຣະ​ອົງທອດ​ພຣະ​ເນດ 2 ພຣະ​ອົງ​ຈຶ່ງ​ຊົງ​ຕອບ​ເຂົາ​ວ່າ, “ສິ່ງທັງ​ປ​ວງ​ເຫລົ່າ​ນີ້​ພວກ​ທ່ານ​ເຫັນ​ແລ້ວ​ບໍ່​ແມ່ນ​ຫລື ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ກ້ອນ​ຫີນ​ທີ່​ຊ້ອນ​ທັບ​ກັນ​ຢູ່​ທີ່​ນີ້​ຈະ​ຖືກ​ທຳ​ລາຍ​ລົງ​ຈົນ​ບໍ່​ເຫລືອ​ຈັກ​ກ້ອນ​ດຽວ”

ເບື້ອງຕົ້ນຂອງຄວາມທຸກຍາກລໍາບາກ

3 ເມື່ອ​ພຣະ​ອົງ​ປະ​ທັບ​ຢູ່​ພູ​ຫມາກກອກ​ເທດ ພວກ​ສາ​ວົກ​ມາ​ເຝົ້າ​ພຣະ​ອົງ​ຕ່າງ​ຫາກ​ກາບ​ທູນ​ວ່າ, “ຂໍ​ໂຜດ​ໃຫ້​ພວກ​ຂ້າ​ພຣະ​ອົງຊາບ​ແດ່​ວ່າ ເຫດ​ການ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ​ເວ​ລາ​ໃດ ສິ່ງ​ໃດ​ເປັນ​ຫມາຍ​ສຳ​ຄັນ​ວ່າ ທ່ານ​ຈະ​ມາ​ແລະ​ສະ​ໄຫມ​ເກົ່າ​ຈະ​ສິ້ນ​ສຸດ​ລົງ” 4 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໃດ​ຫລອກ​ລວງ​ພວກ​ທ່ານ​ໃຫ້​ຫລົງ 5 ດ້ວຍ​ວ່າ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມ​ຂອງ​ເຮົາ​ວ່າ “ເຮົາ​ນີ້​ແຫລະ, ເປັນ​ພຣະ​ຄຣິດ” ແລະ​ຈະ​ຫລອກ​ລວງ​ຫລາຍ​ຄົນ​ໃຫ້​ຫລົງ​ໄປ 6 ພວກ​ທ່ານ​ຈະ​ໄດ້​ຍິນ​ເຖິງ​ເຣື່ອງ​ການ​ເສິກ ແລະ​ຂ່າວ​ເລົ່າ​ລື​ເຖິງ​ເຣື່ອງ​ການ​ເສິກ​ສົງ​ຄາມ ຈົ່ງ​ລະ​ວັງ ຢ່າ​ຕົກ​ໃຈ ດ້ວຍ​ວ່າ​ເຫດ​ການ​ເຫລົ່າ​ນີ້​ຈຳ​ເປັນ​ຕ້ອງ​ເກິດ​ຂຶ້ນ ແຕ່​ວ່າ​ທີ່​ສຸດ​ປາຍ​ຍັງ​ບໍ່​ມາ​ເຖິງ 7 ດ້ວຍ​ວ່າ​ປະ​ເທດ​ຕໍ່​ປະ​ເທດ​ ແລະ​ອາ​ນາ​ຈັກ​ຕໍ່​ອາ​ນາ​ຈັກ​ຈະ​ສູ້​ຮົບ​ກັນ ທັງ​ຈະ​ເກິດ​ການ​ອຶດ​ຢາກ​ແລະ​ແຜ່ນ​ດິນ​ໄຫ​ວ​ໃນ​ບ່ອນ​ຕ່າໆ 8 ເຫດ​ການ​ທັງ​ປວງ​ນີ້​ເປັນ​ເຫມືອນ​ຂັ້ນ​ຕົ້ນ​ຂອງ​ຄວາມ​ເຈັບ​ປວດ​ໃນ​ການ​ເກິດ​ລູກ 9 “ເມື່ອ​ນັ້ນ​ເຂົາ​ຈະ​ມອບ​ພວກ​ທ່ານ​ໄວ້​ໃຫ້​ທົນ​ທຸກລຳ​ບາກ​ແລະ​ຂ້າ​ທ່ານ​ເສັຽ ຄົນ​ທຸກ​ຊາດ​ຈະ​ກຽດ​ຊັງ​ພວກ​ທ່ານ​ເພາະ​ເຫັນ​ແກ່ນາມ​ຂອງ​ເຮົາ 10 ຄາວ​ນັ້ນ​ຈະ​ມີ​ຫລາຍ​ຄົນ​ສະ​ດຸດ​ໃຈ ຈະ​ຫັກ​ຫລັງ​ກັນ​ແລະ​ກັນ ແລະ​ຈະ​ກຽດ​ຊັງ​ເຊິ່ງ​ກັນ​ແລະ​ກັນ 11 ຫ​ມໍ​ທຳ​ນ​ວາຍ​ຂີ້​ໂລບ​ຫລາຍ​ຄົນ​ຈະ​ເກິດ​ຂຶ້ນ ແລະ​ຈະ​ຫລອກ​ລວງ​ຫລາຍ​ຄົນ​ໃຫ້​ຫລົງ​ໄປ 12 ຄວາມ​ຮັກ​ຂອງ​ຄົນ​ສ່ວນ​ຫລາຍ​ຈະ​ເຢັນ​ລົງ ເພາະ​ຄວາມ​ອະ​ທັມ​ແຜ່ກວ້າງ​ອອກ​ໄປ 13 ແຕ່​ຜູ້​ໃດ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ຜູ້​ນັ້ນແຫລະ, ຈະ​ໄດ້​ລອດ​ພົ້ນ 14 ຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ນີ້​ຈະ​ໄດ້​ປະ​ກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ຄຳ​ພຍານ​ແກ່​ທຸກໆ ຊາດ​ແລ້ວ​ທີ່​ສຸດ​ປາຍ​ຈະ​ມາ​ເຖິງ

ຄວາມ​ທຸກ​ລຳ​ບາກ​ອັນ​ໃຫຍ່

15 “ເຫດ​ສັນ​ນັ້ນ ເມື່ອ​ໃດ​ທ່ານ​ທັງ​ຫລາຍ​ເຫັນ​ສິ່ງ​ທີ່​ຫນ້າ​ກຽດ​ຫນ້າ​ຊັງ ທີ່​ເຮັດ​ໃຫ້​ເກິດ​ວິ​ບັດ​ຕັ້ງ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ ຕາມ​ພຣະ​ທັມ​ທີ່​ຊົງ​ກ່າວ​ໄວ້​ດ້ວຍ​ດາ​ນິ​ເອນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ (ໃຫ້​ຜູ້​ອ່ານ​ເຂົ້າ​ໃຈ​ເອົາ) 16 ເມື່ອ​ນັ້ນ​ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູ​ດາຍ​ປົບ​ຫນີ​ໄປ​ຍັງ​ພູ 17 ຜູ້​ທີ່​ຢູ່​ເທິງ​ຫລັງ​ຄາ​ເຮືອນ ຢ່າ​ໃຫ້​ລົງ​ມາ​ເກັບ​ເອົາ​ສິ່ງ​ຂອງ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຕົນ​ອອກ​ໄປ 18 ສ່ວນ​ຜູ້​ທີ່​ຢູ່​ຕາມ​ທົ່ງ​ນາ​ກໍ​ຢ່າ​ຕ່າວ​ຄືນ​ມາ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ 19 ແຕ່​ໃນ​ວັນ​ເຫລົ່າ​ນັ້ນ​ເປັນ​ຫນ້າ​ເວ​ທ​ນາ​ເຕັມ​ທີ​ຕໍ່​ຜູ້​ຍິງ​ທີ່​ມີ​ທ້ອງ​ແລະ​ມີ​ລູກ​ອ່ອນ​ກິນ​ນົມ​ຢູ່ 20 ຈົ່ງ​ອ້ອນວອນ​ຂໍ ເພື່ອ​ການ​ທີ່​ທ່ານ​ຕ້ອງ​ຫນີ​ນັ້ນ​ຈະບໍ່​ຕົກ​ໃນ​ຣະ​ດູ​ຫນາວ​ຫລື​ໃນ​ວັນ​ສະ​ບາ​ໂຕ 21 ດ້ວຍ​ວ່າ​ໃນ​ຄາວ​ນັ້ນ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ​ອັນ​ໃຫຍ່​ຫລວງ​ຢ່າງ​ບໍ່​ເຄີຍ​ເກີດ​ມີ​ມາ​ຕັ້ງ​ແຕ່​ຕົ້ນ​ເດີມ​ໂລກ​ຈົນ​ເຖິງ​ບັດ​ນີ້ ແລະ​ເມື່ອ​ຫນ້າ​ຈະ​ບໍ່​ມີ​ຕໍ່​ໄປ​ອີກຈັກ​ເທື່ອ 22 ແລະ​ຖ້າ​ວັນ​ທັງ​ຫລາຍ​ນັ້ນ​ບໍ່​ໄດ້​ຊົງ​ບັນ​ດານ​ໃຫ້​ສັ້ນ​ເຂົ້າ ຈະ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ລອດ​ພົ້ນ​ໄດ້ ແຕ່​ເພາະ​ເຫັນ​ແກ່​ພວກ​ທີ່​ຊົງ​ເລືອກ​ໄວ້​ນັ້ນ ວັນ​ເຫລົ່າ​ນັ້ນ​ຈຶ່ງ​ໄດ້​ຊົງ​ບັນ​ດານ​ໃຫ້​ສັ້ນ​ເຂົ້າ 23 ໃນ​ເວ​ລາ​ນັ້ນ​ຖ້າ​ຜູ້​ໃດ​ຈະ​ບອກ​ພວກ​ທ່ານ​ວ່າ “ເບິ່ງ​ແມ໋, ອົງ​ພຣະ​ຄຣິດ​ຢູ່​ທີ່​ນີ້” ຫລື “ຢູ່​ທີ່​ນັ້ນ” ຢ່າ​ຊູ່​ເຊື່ອ 24 ດ້ວຍ​ວ່າ​ຈະ​ມີ​ພຣະ​ຄຣິດ​ທຽມ ແລະ​ຫມໍ​ທຳ​ນ​ວາຍ​ຂີ້​ໂລບ​ຫລາຍ​ຄົນ​ເກີດ​ຂຶ້ນ ສະ​ແດງ​ຫມາຍ​ສຳ​ຄັນ​ອັນ​ໃຫຍ່​ແລະ​ການ​ອັ​ດສະ​ຈັນ​ຕ່າງໆ ເພື່ອ​ຖ້າ​ເປັນ​ໄດ້ ຈະ​ຫລອກ​ລວງ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ໃຫ້​ຫລົງ 25 ນີ້​ແຫລະ, ເຮົາ​ໄດ້​ບອກ​ພວກ​ທ່ານ​ໃຫ້​ຮູ້​ໄວ້​ກ່ອນ 26 ດັ່ງ​ນັ້ນ​ຖ້າ​ເຂົາ​ບອກ​ພວກ​ທ່ານ​ວ່າ “ເບິ່ງ​ແມ໋, ທ່ານ​ຜູ້​ນັ້ນ​ຢູ່​ໃນ​ປ່າ” ພວກ​ທ່ານ​ຢ່າ​ໄດ້​ອອກ​ໄປ ຫລື​ຖ້າ​ເຂົາ​ບອກວ່າ “ເບິ່ງແມ໋, ເພິ່ນຢູ່​ໃນ​ຫ້ອງ” ກໍ​ຢ່າ​ຊູ່​ເຊື່ອ 27 ດ້ວຍ​ວ່າ​ຟ້າ​ແມບ​ເຫລື້ອມ​ອອກ​ມາ​ແຕ່​ທິດ​ຕາ​ເວັນ​ອອກ ສ່ອງ​ໄປ​ເຖິງ​ທິດ​ຕາ​ເວັນ​ຕົກ​ຢ່າງ​ໃດ ການ​ທີ່​ບຸດ​ມະ​ນຸດ​ຈະ​ສະ​ເດັດ​ມາ​ກໍ​ຈະ​ເປັນ​ຢ່າງ​ນັ້ນ 28 ຊາກ​ສົ​ບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ຈະ​ຕອມ​ບ່ອນ​ນັ້ນ

ການ​ສະ​ເດັດ​ມາ​ຂອງ​ບຸດ​ມະ​ນຸດ

29 “ພໍ​ຫມົດ​ຄວາມ​ທຸກ​ລຳ​ບາກ​ຂ​ອງວັນ​ເຫລົ່າ​ນັ້ນ​ແລ້ວ, “ດວງ​ອາ​ທິດ​ຈະ​ມືດ​ໄປ ແລະ​ດວງ​ຈັນ​ຈະ​ບໍ່​ສ່ອງ​ແສງ ດວງ​ດາວ​ທັງ​ປວງ​ຈະ​ຕົກ​ລົງ​ຈາກ​ຟ້າ ແລະ​ບັນ​ດາສິ່ງ​ທີ່ມີ​ອຳ​ນາດ​ໃນ​ທ້ອງ​ຟ້າ​ຈະ​ສະ​ທ້ານ​ຫວັ່ນ​ໄຫວ” 30 ເມື່ອ​ນັ້ນ​ຫມາຍ​ສຳ​ຄັນ​ຂອງ​ບຸດ​ມະ​ນຸດ​ຈະ​ປາ​ກົດ​ຂຶ້ນ​ໃນ​ທ້ອງ​ຟ້າ ມະ​ນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຕີ​ເອີກ​ຮ້ອງ​ໄຫ້ ແລ້ວ​ຈະ​ເຫັນ​ບຸດ​ມະ​ນຸດ​ກຳ​ລັງ​ສະ​ເດັດ​ມາ​ເທິງ​ເມກ​ໃນ​ທ້ອງ​ຟ້າ​ດ້ວຍ​ຣິດ​ທາ​ນຸ​ພາບ​ແລະ​ສະ​ງ່າ​ຣາ​ສິ​ອັນ​ໃຫຍ່ 31 ພຣະ​ອົງ​ຈະ​ໃຊ້​ພວກ​ເທວະ​ດາ​ຂອງ​ຕົນ​ໄປ​ດ້ວຍ​ສຽງ​ແກ​ອັນ​ດັງ ໃຫ້​ຮວບ​ຮວມ​ເອົາ​ຄົນ​ທັງ​ປວງ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄວ້​ແລ້ວ​ຈາກ​ທິດ​ທັງ​ສີ່ ຕັ້ງ​ແຕ່​ທີ່​ສຸດ​ຟ້າ​ເບື້ອງ​ນີ້​ຈົນ​ເຖິງ​ທີ່​ສຸດ​ຟ້າ​ເບື້ອງ​ນັ້ນ”

ຄຳ​ອຸປມາ​ເຣື່ອງ​ຕົ້ນ​ເດື່ອ​ເທດ

32 “ຈົ່ງ​ຮຽນ​ຄຳ​ອຸປມາ​ຈາກ​ຕົ້ນ​ເດື່ອ​ເທດ ເມື່ອ​ກິ່ງ​ກ້ານ​ມັນ​ແຕກ​ໃບ​ອ່ອນ​ອອກ​ພວກ​ທ່ານ​ກໍ​ຮູ້​ວ່າ​ຣະ​ດູ​ຮ້ອນ​ໃກ້​ຈະ​ເຖິງ​ແລ້ວ 33 ຢ່າງ​ນີ້​ແຫລະ, ພວກ​ທ່ານ​ກໍ​ເຫມືອນ​ກັນ ເມື່ອ​ເຫັນ​ເຫດການ​ເຫລົ່າ​ນັ້ນ ຈົ່ງ​ຮູ້​ວ່າ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ຈະ​ເຖິງ​ປະ​ຕູ​ແລ້ວ 34 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຄົນ​ໃນ​ສະໄຫມ​ນີ້​ຈະ​ບໍ່​ລ່ວງ​ຫລັບ​ໄປ​ກ່ອນ​ເຫດ​ການ​ທັງ​ປວງ​ນີ້​ບັງ​ເກິດ​ຂຶ້ນ 35 ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກ​ເທື່ອ”

ເຣື່ອງວັນ​ແລະ​ໂມງ​ທີ່​ບໍ່​ມີ​ໃຜ​ຮູ້

36 “ແຕ່​ເຣື່ອງວັນ​ແລະ​ໂມງ​ນັ້ນ​ບໍ່​ມີ​ໃຜ​ຮູ້ ແມ່ນ​ເທວະ​ດາ​ໃນ​ສວັນ​ຫລື​ພຣະ​ບຸດ​ກໍ​ບໍ່​ຮູ້ ຮູ້​ແຕ່​ພຣະ​ບິ​ດາ​ອົງ​ດຽວ 37 ດ້ວຍ​ວ່າ​ສະ​ໄຫ​ມ​ຂອງ​ໂນ​ເອ​ໄດ້​ເປັນ​ຢ່າງ​ໃດ ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ 38 ເພາະ​ວ່າ​ເມື່ອ​ກ່ອນ​ວັນ​ນ້ຳ​ຖ້ວມ​ນັ້ນ ຄົນ​ທັງ​ຫລາຍ​ໄດ້​ກິນ​ແລະ​ດື່ມ ໄດ້​ແຕ່ງ​ງານ​ແລະ​ຍົກ​ໃຫ້​ເປັນ​ຜົວ​ເມັຽກັນ ຈົນ​ເຖິງວັນ​ທີ່​ໂນ​ເອ​ໄດ້​ເຂົ້າ​ໄປ​ໃນ​ນາ​ວາ 39 ແລະ​ນໍ້າ​ໄດ້​ມາ​ຖ້ວມກວາດ​ເຂົາ​ໄປ​ໂດຍ​ບໍ່​ທັນ​ຮູ້​ຕົວ​ຢ່າງໃດ ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ​ກໍ​ຈະ​ເປັນຢ່າງ​ນັ້ນ 40 ເມື່ອ​ນັ້ນ​ຈະ​ມີ​ຊາຍ​ສອງ​ຄົນ​ຢູ່​ທີ່​ທົ່ງ​ນາ ຈະ​ຊົງ​ຮັບ​ຄົນ​ນຶ່ງ​ໄປ ຈະ​ຊົງ​ປະ​ຄົນ​ນຶ່ງ​ໄວ້ 41 ຈະ​ມີ​ຍິງ​ສອງ​ຄົນ​ກຳ​ລັງ​ໂມ້​ແປ້ງ​ຢູ່​ທີ່​ໂຮງ​ໂມ້ ຈະ​ຊົງ​ຮັບ​ຄົນ​ນຶ່ງ​ໄປ ຈະ​ຊົງ​ປະ​ຄົນ​ນຶ່ງ​ໄວ້ 42 ເຫດ​ສັນ​ນັ້ນ​ພວກ​ທ່ານ​ຈົ່ງ​ເຝົ້າ​ລະ​ວັງ​ຢູ່ ເພາະ​ພວກ​ທ່ານ​ບໍ່​ຮູ້​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ​ຈະ​ສະ​ເດັດ​ມາເວ​ລາ​ໃດ 43 ແຕ່​ຈົ່ງ​ເຂົ້າ​ໃຈ​ຢ່າງ​ນີ້​ວ່າ ຖ້າ​ເຈົ້າ​ຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ​ໂຈນ​ຈະ​ມາ​ຍາມ​ໃດ ຕົນ​ຈະ​ເຝົ້າ​ລະ​ວັງ​ບໍ່​ໃຫ້​ໂຈນ​ເຈາະ​ເຂົ້າ​ເຮືອນ​ໄດ້ 44 ເຫດ​ສັນ​ນັ້ນ​ພວກ​ທ່ານ​ກໍ​ເຫມືອນ​ກັນ ຈົ່ງ​ຕຽມ​ຕົວ​ໄວ້​ໃຫ້​ພ້ອມ ເພາະ​ໃນ​ໂມງ​ທີ່​ພວກ​ທ່ານ​ບໍ່​ທັນ​ຄຶດ​ນັ້ນ ບຸດ​ມະ​ນຸດ​ຈະ​ສະ​ເດັດ​ມາ”

ເຣື່ອງ​ຂ້າ​ໃຊ້​ສັດ​ຊື່​ແລະ​ຂ້າ​ໃຊ້​ຊົ່ວ

45 “ເຫດ​ສັນ​ນັ້ນ ຜູ້​ໃດ​ເປັນ​ຂ້າ​ໃຊ້​ສັດ​ຊື່​ແລະ​ສ​ລາດ ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ເປັນ​ໃຫຍ່​ເຫນືອ​ພວກ​ຄົນ​ໃຊ້​ໃນ​ເຮືອນ​ຂອງ​ຕົນ ເພື່ອ​ແຈກອາ​ຫານ​ໃຫ້​ເຂົາ​ຕາມ​ເວ​ລາ 46 ເມື່ອ​ນາຍ​ມາ​ພົບ​ຂ້າ​​ໃຊ້​ຜູ້​ນັ້ນ​ກຳ​ລັງ​ເຮັດ​ຢ່າງ​ນັ້ນ​ຢູ່ ເຂົາ​ກໍ​ເປັນ​ສຸກ 47 ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງວ່າ ນາຍ​ຈະ​ຕັ້ງ​ຜູ້​ນັ້ນ​ໄວ້​ເຫນືອ​ບັນ​ດາ​ເຂົ້າ​ຂອງໆ ຕົນ 48 ແຕ່​ຖ້າ​ຂ້າ​ໃຊ້​ຜູ້​ນັ້ນ​ຊົ່ວ​ແລະ​ຄຶດ​ວ່າ “ນາຍ​ຂອງ​ເຮົາ​ມາ​ຊັກ​ຊ້າ​ດອກ” 49 ແລ້ວ​ຈຶ່ງ​ຕັ້ງ​ຕົນ​ທຸບ​ຕີ​ເພື່ອນ​ຂ້າ​ໃຊ້​ດ້ວຍ​ກັນ ທັງ​ກິນ​ແລະ​ດື່ມ​ນຳ​ຄົນ​ຂີ້​ເຫລົ້າ 50 ນາຍ​ຂອງ​ຂ້າ​ໃຊ້​ຜູ້​ນັ້ນ​ຈະ​ມາ​ໃນ​ວັນ​ທີ່​ມັນ​ບໍ່​ຄຶດ ແລະ​ໃນ​ໂມງ​ທີ່​ມັນ​ບໍ່​ຮູ້ 51 ແລະ​ຈະ​ຜ່າມັນ​ໃຫ້​ເປັນ​ສອງ​ຕ່ອນ ທັງ​ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ຫນ້າ​ຊື່​ໃຈ​ຄົດ ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່”

ມັດທາຍ 25

ຄຳ​ອຸປມາ​ເຣື່ອງ​ສາວ​ປອດ​ສິບ​ຄົນ

1 “ເມື່ອ​ນັ້ນ​ຣາ​ຊ​ອາ​ນາ​ຈັກ​ສວັນ​ປຽບ​ເຫມືອນ​ສາວ​ປອດ​ສິບ​ຄົນ ທີ່​ຖື​ໂຄມ​ຂອງ​ຕົນ​ອອກ​ໄປ​ຮັບ​ເຈົ້າ​ບ່າວ 2 ເປັນ​ຄົນ​ໂງ່​ຫ້າ​ຄົນ​ແ​ລະ​ຄົນ​ສ​ລາດ​ຫ້າ​ຄົນ 3 ຝ່າຍ​ຄົນ​ໂງ່​ນັ້ນ​ເອົາ​ໂຄມ​ຂອງ​ຕົ​ນ​ໄປ ແຕ່​ບໍ່​ໄດ້​ເອົາ​ນ້ຳ​ມັນ​ໄປ​ນຳ 4 ແຕ່​ຄົນ​ສ​ລາດ​ນັ້ນ​ໄດ້​ເອົາ​ນ້ຳ​ມັນ​ໃສ່​ກວດ​ກັບ​ທັງ​ໂຄມ​ຂອງ​ຕົນ​ໄປ​ດ້ວຍ 5 ເມື່ອ​ເຈົ້າ​ບ່າວ​ຍັງ​ຊ້າ​ຢູ່ ເຂົາ​ກໍ​ພາ​ກັນ​ເຫງົາ​ນອນ​ແລະ​ຫລັບ​ໄປ 6 ຄັນ​ເວ​ລາ​ທ່ຽງ​ຄືນກໍ​ມີ​ສຽງ​ຮ້ອງ​ມາ​ວ່າ “ເບິ່ງ​ແມ໋, ເຈົ້າ​ບ່າວ​ມາ​ແລ້ວ ຈົ່ງ​ອອກ​ມາ​ຮັບ​ທ່ານ​ສາ” 7 ພວກ​ສາວ​ປອດ​ທຸກ​ຄົນ​ກໍ​ຕື່ນ​ຂຶ້ນ​ຈັດ​ແຈ່ງ​ໂຄມ​ຂອງ​ຕົນ 8 ພວກ​ໂງ່​ນັ້ນ​ຈຶ່ງ​ເວົ້າ​ກັບ​ພວກ​ສ​ລາດ​ວ່າ “ຈົ່ງ​ປັນ​ນ້ຳ​ມັນ​ຂອງ​ເຈົ້າ​ໃຫ້​ພວກ​ເຮົາ​ແດ່ ເພາະ​ວ່າ​ໂຄມ​ຂອງ​ເຮົາ​ກຳ​ລັງ​ຈະ​ມອດ 9 ຝ່າຍ​ພວກ​ສ​ລາດ​ຈຶ່ງ​ຕອບ​ວ່າ “ຫນ້າ​ຢ້ານ​ວ່າ​ນ້ຳ​ມັນ​ຈະ​ບໍ່​ພໍ​ສຳ​ລັບ​ເຮົາ​ແລະ​ເຈົ້າ ຈົ່ງ​ໄປ​ຫາ​ຜູ້​ຂາຍ​ແລ້ວຊື້ເອົາ​ສຳ​ລັບ​ຕົນ​ກໍ​ດີກວ່າ” 10 ເມື່ອ​ເຂົາ​ກຳ​ລັງ​ໄປ​ນັ້ນ ເຈົ້າ​ບ່າວ​ກໍ​ມາ​ເຖິງ ແລະ​ຜູ້​ທີ່​ພ້ອມຢູ່​ແລ້ວ​ກໍ​ເຂົ້າ​ໄປ​ນຳ​ເຈົ້າ​ບ່າວ​ໃນ​ການ​ລ້ຽງ​ເນື່ອງ​ໃນ​ງານ​ສົມ​ຣົດ​ແລ້ວ​ປະ​ຕູ​ກໍ​ອັດ​ເສັຽ 11 ຫລັງ​ຈາກ​ນັ້ນ​ຍິງ​ສາວ​ປອດ​ພວກ​ອື່ນ​ນັ້ນ​ມາ​ຮ້ອງວ່າ “ນາຍ​ເອີຍ, ນາຍ​ເອິຍ, ຂໍ​ໄຂ​ປະ​ຕູ​ໃຫ້​ຫມູ່​ຂ້າ​ພຣະ​ອົງແດ່” 12 ແຕ່​ທ່ານໄດ້​ຕອບ​ວ່າ “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຮົາ​ບໍ່​ຮູ້​ຈັກພວກ​ທ່ານ” 13 ເຫດ​ສັນ​ນັ້ນ​ຈົ່ງ​ເຝົ້າ​ລະ​ວັງ​ຢູ່ ເພາະ​ທ່ານ​ທັງຫລາຍ​ບໍ່​ຮູ້​ຈັກ​ວັນ​ຫລື​ໂມງນັ້ນ”

ຄຳ​ອຸປມາ​ເຣື່ອງ​ເງິນ​ຕາ​ລັນ​ຕົນ

14 “ແລະ​ຍັງ​ປ​ຽບ​ເຫມືອນ​ຊາຍ​ຜູ້​ນຶ່ງ​ກຳ​ລັງ​ຈະ​ອອກ​ເດີນ​ທາງ​ໄປ ຈຶ່ງ​ເອີ້ນ​ພວກ​ຂ້ອຍ​ໃຊ້​ຂອງ​ຕົນ​ມາ​ຝາກ​ຊັບ​ສົມ​ບັດໄວ້​ກັບ​ເຂົາ 15 ຄົນ​ນຶ່ງທ່ານໃຫ້​ເງິນ​ຫ້າຕາ​ລັນ​ຕົນ ຄົນ​ນຶ່ງ​ສອງ​ຕາ​ລັນ​ຕົນ ແລະ​ອີກ​ຄົນ​ນຶ່ງ​ໃຫ້​ຕາ​ລັນ​ຕົນ​ດຽວ ຕາມ​ຄວາມ​ສາ​ມາດ​ຂອງ​ແຕ່​ລະ​ຄົນ ແລ້ວ​ກໍ​ອອກ​ເດີນ​ທາ​ງໄປ 16 ຜູ້​ທີ່​ໄດ້​ຮັບ​ຫ້າ​ຕາ​ລັນ​ຕົນ​ກໍ​ເອົາ​ເງິນ​ນັ້ນ​ໄປ​ຄ້າ​ຂາຍ​ທັນ​ທິ ໄດ້​ກຳ​ໄຣເທົ່າ​ຕົວ 17 ຄົນ​ທີ່ຮັບ​ສອງ​ຕາ​ລັນ​ຕົນ​ກໍ​ໄດ້​ກຳ​ໄ​ຣ​ເທົ່າ​ຕົວ​ເຫມືອນ​ກັນ 18 ແຕ່​ຜູ້​ທີ່​ໄດ້​ຮັບ​ຕາ​ລັນ​ຕົນດຽວ ກໍ​ໄດ້ໄປ​ຂຸດ​ຂຸມ​ແລ້ວ​ເຊື່ອງ​ເງິນ​ນາຍ​ໄວ້ 19 ຢູ່​ດົນ​ນານ​ຕໍ່​ມາ​ນາຍ​ຂອງ​ຂ້ອຍ​ໃຊ້​ເຫລົ່າ​ນັ້ນ​ກໍ​ກັບ​ມາ​ຄິດ​ບັນ​ຊີ​ກັບ​ເຂົາ 20 ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕາ​ລັນ​ຕົນ ກໍ​ເອົາ​ເງິນ​ກຳ​ໄຣ​ຫ້າ​ຕາ​ລັນ​ຕົນ​ມາ​ແຈ້ງ​ນາຍ​ວ່າ “ນາຍ​ເອີຍ, ນາຍ​ໄດ້​ຝາກ​ເງິນ​ຫ້າ​ຕາ​ລັນ​ຕົນ​ໄວ້​ນຳ​ຂ້າ​ພະ​ເຈົ້າ ນີ້​ແຫລະ, ຂ້າພະ​ເຈົ້າ​ໄດ້​ກຳ​ໄຣ​ຕື່ມ​ອີກ​ຫ້າ​ຕາ​ລັນ​ຕົນ” 21 ຝ່າຍ​ນາຍ​ກໍ​ຕອບ​ວ່າ “ດີ​ແລ້ວ, ຂ້ອຍ​ໃຊ້​ຜູ້​ດີ​ແລະ​ສັດ​ຊື່​ເອີຍ ເຈົ້າ​ເປັນ​ຜູ້ສັດ​ຊື່​ໃນ​ຂອງ​ເລັກ​ນ້ອຍ ເຮົາ​ຈະ​ຕັ້ງ​ໃຫ້​ເຈົ້າ​ເປັນ​ຜູ້​ເບິ່ງ​ແຍງ​ຂອງ​ຫລາຍ​ຢ່າງ ຈົ່ງ​ເຂົ້າ​ຮ່ວມ​ຄວາມ​ຍິນ​ດີ​ກັບ​ນາຍ​ເຈົ້າ​ເທີນ” 22 ຜູ້​ທີ່​ໄດ້​ຮັບ​ສອງ​ຕາ​ລັນ​ຕົນ​ນັ້ນ​ໄດ້​ເຂົ້າ​ມາ​ເຫມືອນ​ກັນ​ແຈ້ງວ່າ “ນາຍ​ເອີຍ, ນາຍ​ໄດ້​ຝາກ​ເງິນ​ສອງ​ຕາ​ລັນ​ຕົນ​ໄວ້​ນຳ​ຂ້າ​ພະ​ເຈົ້າ ນີ້​ແຫລະ, ຂ້າ​ພະ​ເຈົ້າໄດ້​ກຳ​ໄຣ​ອີກ​ສອງ​ຕາ​ລັນ​ຕົນ” 23 ຝ່າຍ​ນາຍ​ກໍ​ຕອບ​ວ່າ “ດີ​ແລ້ວ, ຂ້ອຍ​ໃຊ້​ຜູ້​ດີ​ແລະ​ສັດ​ຊື່ເອີຍ ເຈົ້າ​ເປັນ​ຜູ້​ສັດ​ຊື່​ໃນ​ຂອງ​ເລັກ​ນ້ອຍ ເຮົາ​ຈະ​ຕັ້ງ​ໃຫ້​ເຈົ້າ​ເປັນ​ຜູ້​ເບິ່ງ​ແຍງ​ຂອງ​ຫລາຍ​ຢ່າງ ຈົ່ງ​ເຂົ້າ​ຮ່ວມ​ຄວາມຍິນ​ດີ​ກັບ​ນາຍ​ເຈົ້າ​ເທີນ” 24 ສ່ວນ​ຜູ້​ທີ່​ໄດ້​ຮັບ​ຕາ​ລັນ​ຕົນ​ດຽວ​ນັ້ນ​ກໍ​ໄດ້​ເຂົ້າ​ມາ​ເຫມືອນ​ກັນ​ແຈ້ງ​ວ່າ “ນາຍ​ເອີຍ, ຂ້າ​ພະ​ເຈົ້າ​ຮູ້​ຈັກ​ທ່ານ​ແລ້ວ​ວ່າ​ທ່ານ​ເປັນ​ຄົນ​ໃຈ​ແຂງ ເຄີຍ​ກ່ຽວ​ຜົນ​ບ່ອນ​ຕົນ​ບໍ່​ໄດ້​ຫວ່ານ ແລະ​ຮີບ​ໂຮມ​ເອົາ​ບ່ອນ​ຕົນ​ບໍ່​ໄດ້​ຝັດ 25 ຂ້າ​ພະ​ເຈົ້າ​ຢ້ານ​ຈຶ່ງ​ໄດ້​ເອົາ​ເງິນ​ຕາ​ລັນ​ຕົນ​ຂອງ​ທ່ານ​ໄປ​ເຊື່ອງ​ໄວ້​ໃຕ້​ພື້ນ​ດິນ ນີ້​ແຫລະ, ສິ່ງ​ທີ່​ເປັນ​ຂອງ​ທ່ານ​ກໍ​ໄດ້​ແລ້ວ” 26 ນາຍ​ຈຶ່ງ​ຕອບ​ວ່າ “ອ້າຍ​ຂ້ອຍ​ໃຊ້​ຊົ່ວ​ແລະ​ຂີ້​ຄ້ານ​ເຮີຍ ໂຕ​ຮູ້​ຫລື​ວ່າ​ເຮົາ​ເຄີຍ​ເກັບ​ຜົນ​ບ່ອນ​ເຮົາ​ບໍ່​ໄດ້​ຫວ່ານ ແລະ​ຮິບ​ໂຮມ​ເອົາ​ບ່ອນ​ເຮົາ​ບໍ່​ໄດ້​ຝັດ 27 ຖ້າ​ຢ່າງ​ນັ້ນ, ໂຕ​ຄວນ​ຈະ​ເອົາ​ເງິນ​ຂອງ​ເຮົາ​ໄປ​ຝາກ​ໄວ້​ກັບ​ນາຍ​ທະ​ນາ​ຄານ ແລະ​ເມື່ອ​ເຮົາ​ກັບ​ມາກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ເປັນ​ຂອງ​ເຮົາກັບ​ທັງດອກ​ເບັ້ຽ 28 ສັນ​ນັ້ນ​ຈົ່ງ​ຍົກ​ເງິນ​ຕາ​ລັນ​ຕົນ​ດຽວ​ນັ້ນ​ໄປ​ຈາກ​ມັນ​ເສັຽ ເອົາ​ໃຫ້​ແກ່​ຜູ້​ທີ່​ມີ​ສີບ​ຕາ​ລັນ​ຕົນ 29 ເພາະ​ທຸກ​ຄົນ​ທີ່​ມີ​ຢູ່​ແລ້ວ​ຈະ​ຊົງ​ເພີ້ມ​ເຕີມ​ໃຫ້​ຜູ້​ນັ້ນ​ອີກ ຈົນ​ມີ​ບໍ​ຣິ​ບູນ ແຕ່​ຜູ້​ທີ່​ບໍ່​ມີ ແມ່ນ​ວ່າ​ສິ່ງ​ທີ່​ຕົນ​ມີ​ຢູ່ນັ້ນ​ກໍ​ຈະ​ຊົງ​ຍົກ​ໄປ​ຈາກ​ຕົນ​ເສັຽ 30 ເອົາ​ອ້າຍ​ຂ້າ​ໃຊ້​ຜູ້​ບໍ່​ມີ​ປ​ໂຍດ​ໄປ​ຖິ້ມ​ເສັຽບ່ອນມືດ​ພາຍນອກ​ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່”

ການ​ຊົງ​ພິ​ພາກ​ສາ​ບັນ​ດາ​ປະ​ຊາ​ຊາດ

31 “ເມື່ອ​ບຸດ​ມະ​ນຸດ​ຊົງ​ພຣະ​ຣັ​ສ​ມີ​ສະ​ເດັດ​ມາ​ພ້ອມ​ດ້ວຍ​ຝູງ​ເທວະ​ດາ ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ 32 ບັນ​ດາ​ປະ​ຊາ​ຊາດ​ຕ່າງໆ ຈະ​ຖືກ​ຊົງ​ໂຮມ​ກັນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຈະ​ຊົງ​ແຍກ​ເຂົາ​ອອກ​ຈາກ​ກັນ ເຫມືອນ​ຜູ້​ລ້ຽງ​ສັດ​ແຍກ​ຝູງ​ແກະ​ອອກ​ຈາກ​ຝູງ​ແບ້ 33 ຝູງ​ແກະ​ນັ້ນ​ຈະ​ຊົງ​ຈັດ​ໃຫ້​ຢູ່​ເບື້ອງ​ຂວາ​ພຣະ​ຫັດ​ຂອງພຣະ​ອົງ ແຕ່​ຝູງ​ແບ້​ນັ້ນ​ຈະ​ຊົງ​ຈັດ​ໃຫ້​ຢູ່​ເບື້ອງ​ຊ້າຍ 34 ເມື່ອ​ນັ້ນ​ພຣະ​ມະ​ຫາກະ​ສັດ​ຈະ​ຊົງ​ກ່າວ​ແກ່​ບັນ​ດາ​ຜູ້​ທີ່​ຢູ່​ທາງ​ພຣະ​ຫັດ​ຂວາ​ຂອງ​ພຣະ​ອົງ​ວ່າ “ພວກ​ທ່ານ​ທີ່​ໄດ້​ຮັບ​ພຣະ​ພອນ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ​ເອີຍ ຈົ່ງ​ມາ​ຮັບ​ເອົາ​ຣາ​ຊ​ອາ​ນາ​ຈັກ ຊຶ່ງ​ໄດ້​ຊົງ​ຈັດ​ຕຽມ​ໄວ້​ສຳ​ລັບ​ທ່ານ​ຕັ້ງ​ແຕ່​ຕົ້ນ​ເດີມ​ໂລກ 35 ເພາະ​ວ່າ​ເມື່ອ​ເຮົາ​ຢາກ​ເຂົ້າ ພວກ​ທ່ານ​ກໍ​ໃຫ້​ເຮົາ​ກິນ ເຮົາ​ຫິວ​ນ້ຳ ພວກ​ທ່ານ​ກໍ​ໃຫ້​ເຮົາ​ດື່ມ ເຮົາ​ເປັນ​ແຂກບ້ານ ພວກ​ທ່ານ​ກໍ​ໄດ້​ຕ້ອນ​ຮັບ​ເຮົາ​ໄວ້ 36 ເຮົາ​ເປືອຍ​ຕົວ ພວກ​ທ່ານ​ກໍ​ໄດ້​ເອົາ​ເຄື່ອງ​ມາ​ໃຫ້​ເຮົາ​ນຸ່ງ​ຫົ່ມ ເຮົາ​ເຈັບ​ປ່ວຍ ພວ​ກ​ທ່ານກໍ​ມາ​ຢ້ຽມ​ຢາມ​ເຮົາ ເຮົາ​ຢູ່​ໃນ​ຄຸກ​ພວກ​ທ່ານ​ກໍ​ໄດ້​ມາ​ຫາ” 37 ເມື່ອ​ນັ້ນ​ບັນ​ດາ​ພວກ​ສິນ​ທັມ​ຈະ​ທູນ​ວ່າ, “ພຣະ​ອົງ​ເຈົ້າເອີຍ, ພວກ​ຂ້າ​ພຣະ​ອົງ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຢາກ​ເຂົ້າ​ຫລື​ຫິວນ້ຳ ແລ້ວ​ໄດ້​ຈັດ​ມາ​ຖວາຍພຣະ​ອົງ​ເມື່ອ​ໃດ 38 ພວກ​ຂ້າ​ພຣະ​ອົງໄດ້​ເຫັນ​ພຣະ​ອົງ​ຊົງ​ເປັນ​ແຂກ​ບ້ານ ແລະ​ໄດ້​ຕ້ອນ​ຮັບ​ໄວ້ ຫ​ລື​ຊົງ​ເປືອຍ​ພຣະ​ກາຍ​ແລ້ວ​ໄດ້​ເອົາ​ເຄື່ອງ​ມາ​ໃຫ້​ທົງ​ເມື່ອ​ໃດ 39 ພວກ​ຂ້າ​ພຣະ​ອົງ​ໄດ້​ເຫັນ​ພຣະ​ອົງ​ຊົງ​ປະ​ຊວນ​ຢູ່ ຫລື​ຢູ່​ໃນ​ຄຸກ ແລະ​ໄດ້​ມາ​ເຝົ້າ​ພຣະ​ອົງ​ເມື່ອ​ໃດ” 40 ຝ່າຍ​ພຣະ​ມະ​ຫາ​ກະ​ສັດ​ຈະ​ຊົງ​ຕອບ​ວ່າ “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ທີ່​ພວກ​ທ່ານ​ໄດ້​ເຮັດ​ການ​ເຫລົ່າ​ນີ້​ແກ່​ຜູ້​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ນຶ່ງ​ໃນ​ພວກ​ພີ່​ນ້ອງ​ເຮົາ​ນີ້ ກໍ​ໄດ້​ເຮັດ​ໃຫ້​ເຮົາ​ເຫມືອນ​ກັນ” 41 ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ກ່າວ​ກັບ​ບັນ​ດາ​ຜູ້​ທີ່​ຢູ່​ເບື້ອງ ພຣະ​ຫັດ​ຊ້າຍ​ຂອງ​ພຣະ​ອົງ​ວ່າ “ສູ​ທັງ​ຫລາຍ​ຜູ້​ຖືກ​ປ້ອຍ​ເວນ, ຈົ່ງ​ຖອຍ​ຫນີ​ຈາກ​ເຮົາ​ເຂົ້າ​ໄປ​ໃນ​ໄຟ​ທີ່​ໄຫມ້​ຢູ່​ເປັນ​ນິດ​ຊຶ່ງ​ຊົງ​ຈັດ​ຕຽມ​ໄວ້​ສຳ​ລັບ​ ພ​ຍາມານ​ກັບ​ບໍ​ຣິ​ວານ​ຂອງມັນ 42 ເພາະ​ວ່າ​ເຮົາ​ຢາກ​ເຂົ້າ ສູ​ບໍ່​ໄດ້​ໃຫ້​ເຮົາ​ກິນ ເຮົາ​ຫິວນໍ້າສູ​ບໍ່​ໄດ້​ໃຫ້​ເຮົາ​ດື່ມ 43 ເຮົາ​ເປັນ​ແຂກ​ບ້ານ​ມາ ສູ​ບໍ່​ໄດ້​ພາ​ເຮົາ​ເຂົ້າ​ໄປ ເຮົາ​ເປືອຍ​ຕົວ ແຕ່​ສູ​ບໍ່​ໄດ້​ເອົາ​ເຄື່ອງ​ມາ​ໃຫ້​ນຸ່ງ ເຮົາ​ເຈັບ​ປ່ວຍ​ແລະ​ຢູ່​ໃນ​ຄຸກ ແຕ່​ສູ​ບໍ່​ໄດ້​ມາ​ຢ້ຽມ​ຢາມ​ເຮົາ” 44 ເຂົາ​ຈະ​ທູນ​ຕອບ​ວ່າ “ພຣະ​ອົງ​ເຈົ້າ​ເອີຍ, ພວກ​ຂ້າພຣະ​ອົງ​ໄດ້​ເຫັນ​ພຣະ​ອົງ​ຊົງຢາກ​ເຂົ້າ​ ຫລື​ຊົງ​ຫິວ​ນ້ຳ ຊົງ​ເປັນ​ແຂກ​ມາ ຊົງ​ເປືອຍ​ພຣະ​ກາຍ ຊົງ​ປະ​ຊວນ​ຫລື​ຊົງ​ຢູ່​ໃນ​ຄຸກ ແລະ​ພວກ​ຂ້າ​ພຣະ​ອົງ​ບໍ່​ໄດ້​ປະ​ຕິ​ບັດ​ພຣະ​ອົງ​ຍາມ​ໃດ” 45 ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ຕອບ​ແກ່​ເຂົາ​ວ່າ “ເຮົາ​ບອກ​ສູທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ທີ່​ສູ​ບໍ່​ໄດ້​ເຮັດ​ການ​ເຫລົ່າ​ນັ້ນ​ແກ່​ຜູ້​ຕ່ຳ​ຕ້ອຍ​ທີ່​ສຸດ​ໃນ​ພວກ​ນີ້ ພວກ​ສູ​ກໍ​ບໍ່​ໄດ້​ເຮັດ​ແກ່​ເຮົາ​ເຫມືອນ​ກັນ” 46 ແລ້ວ​ພວກ​ເຫລົ່າ​ນີ້​ຈະ​ອອກ​ໄປ​ສູ່​ໂທດ​ອັນ​ຕລອດ​ໄປ​ເປັນ​ນິດ ແຕ່​ພວກ​ສິນ​ທັມ​ກໍ​ເຂົ້າ​ສູ່​ຊີ​ວິດ​ອັນຕ​ລອ​ດໄປ​ເປັນ​ນິດ”

ມັດທາຍ 26

ພວກ​ຫົວ​ຫນ້າ​ປອງ​ຮ້າຍ​ພຣະ​ເຢ​ຊູ

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ສິ້ນ​ສຸດ​ລົງ​ແລ້ວ ພຣະ​ອົງ​ຊົງ​ບອກ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, 2 “ທ່ານ​ທັງ​ຫລາຍຮູ້​ຢູ່​ວ່າ​ອີກ​ສອງວັນ​ກໍ​ຈະ​ເຖິງເທ​ສ​ການ​ປັ​ສ​ຄາ ແລະ​ບຸດ​ມະ​ນຸດ​ຈະ​ຖືກມອບ​ໄວ້​ໃຫ້​ເຂົາ​ຕອກ​ຄືງ​ໄວ້​ທີ່​ໄມ້​ກາງ​ແຂ​ນ” 3 ໃນ​ເວ​ລາ​ນັ້ນ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ເຖົ້າ​ແກ່​ຂອງ​ພົລ​ເມືອງ​ໄດ້​ປະ​ຊຸມ​ກັນ​ຢູ່​ທີ່​ສຳ​ນັກ​ຂອ​ງ ມະ​ຫາ​ປະ​ໂຣ​ຫິດ​ຊື່​ກາ​ຢະ​ຟາສ 4 ເຂົາ​ປຶກ​ສາ​ກັນ​ເພື່ອ​ຈະ​ໄດ້​ຈັບ​ພຣະ​ເຢ​ຊູ​ດ້ວຍ​ກົນອຸ​ບາຍ​ເອົາ​ໄປ​ຂ້າ​ເສັຽ 5 ແຕ່​ເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ໄດ້​ເຮັດ​ການ​ນັ້ນ​ໃນ​ລະ​ຫວ່າງວັນ​ເທ​ສ​ການ ຢ້ານ​ພົ​ລເມືອງ​ຈະ​ເກິດ​ວຸ້ນ​ວາຍ”

ການ​ຖອກ​ນ້ຳ​ມັນ​ຫອມ​ໃສ່​ພຣະ​ສຽນ​ທີ່​ບ້ານ​ເບັດ​ທາ​ເນັຽ

6 ເມື່ອ​ພຣະ​ເຢ​ຊູ​ປະ​ທັ​ບ​ຢູ່​ບ້ານ​ເບັດ​ທາ​ນີ ໃນ​ເຮືອນ​ຂອງ​ຊີ​ໂມນຄົນ​ຂີ້​ທູດ 7 ມີ​ຍິງ​ຜູ້​ນຶ່ງ​ຖື​ກະ​ອອມ​ຫີນ​ຂາວ​ເຕັມ​ດ້ວຍ​ນ້ຳ​ມັນ​ຫອມທີ່​ມີ​ຣາ​ຄາແພງ​ເຂົ້າ​ມາ​ເຝົ້າ​ພຣະ​ອົງ ຂ​ນະ​ເມື່ອ​ພຣະ​ອົງຊົງ​ນັ່ງ​ຮັບ​ປະ​ທານ​ອາ​ຫານ​ຢູ່ ນາງ​ໄດ້​ຖ​ອກ​ນ້ຳ​ຫອມ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ 8 ແຕ່​ເມື່ອ​ພວກ​ສາ​ວົກ​ເຫັນ​ດັ່ງ​ນັ້ນ​ກໍ​ມີ​ເຄືອງ​ໃຈ​ ຈຶ່ງ​ເວົ້າ​ວ່າ, “ເຫດ​ໃດ​ຈຶ່ງ​ເຮັດ​ໃຫ້​ເສັຽ​ຂອງ​ລ້າໆ ຢ່າງ​ນີ້ 9 ເພາະ​ຖ້າ​ຂາຍ​ຂອງ​ນີ້​ກໍ​ຄົງ​ໄດ້​ເງິນ​ຈຳ​ນວ​ນ​ຫລາຍ ແລ້ວ​ຈະ​ແຈກ​ໃຫ້​ຄົນ​ຍາກ​ຈົນ​ກໍ​ໄດ້” 10 ແຕ່​ພຣະ​ເຢ​ຊູ​ຊົງ​ຊາບ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານກວນ​ໃຈ​ຍິງ​ນີ້​ເຮັດ​ຫຍັງ ນາງ​ໄດ້​ເຮັດ​ການ​ດີ​ແກ່​ເຮົາ​ແລ້ວ 11 ດ້ວຍ​ວ່າ​ຄົນ​ຍາກ​ຈົນ​ມີ​ຢູ່​ກັບ​ພວກ​ທ່ານ​ສເມີ ແຕ່​ຝ່າຍ​ເຮົາ​ບໍ່​ຢູ່​ກັບ​ທ່ານ​ສເມີ 12 ຊຶ່ງ​ຍິງ​ນີ້​ໄດ້​ຖອກ​ນ້ຳ​ມັນ​ຫ​ອມ​ໃສ່​ກາຍ​ຂອງ​ເຮົາ ກໍ​ໄດ້​ເຮັດ​ເພື່ອ​ການ​ປົງ​ສົບ​ຂອງ​ເຮົາ 13 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຂ່າວ​ປະ​ເສີດ​ນີ້​ຈະ​ປະ​ກາດ​ໄປ​ເຖິງບ່ອນ​ໃດ​ໃນ​ທົ່ວ​ພິ​ພົບ ການ​ທີ່​ຍິງຜູ້​ນີ້​ໄດ້​ເຮັດ​ກໍ​ຈະ​ເຣື່ອງ​ລື​ໄປ​ເຖິງ​ບ່ອນ​ນັ້ນ​ເປັນ​ທີ່​ລະ​ນຶກ​ເຖິງ​ນາງ”

ຢູດາ​ອິສະ​ກາ​ຣິ​ອົດ​ຕົກ​ລົງ​ຈະ​ມອບ​ພຣະ​ເຢ​ຊູ​ໄວ້

14 ເມື່ອ​ນັ້ນ​ຜູ້​ນຶ່ງ​ໃນ​ພວ​ກສິບ​ສອງ​ຄົນ​ນັ້ນ​ຊື່​ຢູ​ດາ​ອີ​ສະ​ກາ​ຣິ​ອົດ ໄດ້​ໄປ​ຫາ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ 15 ຖາມ​ວ່າ, “ພ​ວກ​ທ່ານ​ຈະ​ຍອມ​ໃຫ້​ອັນ​ໃດ​ແກ່​ຂ້າ​ພະ​ເຈົ້າ ສ່ວນ​ຂ້າ​ພະ​ເຈົ້າ​ຈະ​ມອບ​ພຣະ​ອົງໃຫ້​ແກ່​ພວກ​ທ່ານ” ເຂົາ​ຈຶ່ງ​ເອົາ​ເງິນ​ສາມ​ສິບຫລຽນ​ໃຫ້​ແກ່​ຢູ​ດາ 16 ຕັ້ງ​ແຕ່​ນັ້ນ​ມາ​ຢູ​ດາ​ໄດ້​ຊອກ​ຫາ​ໂອ​ກາດ​ເພື່ອ​ຈະ​ມອບ​ພຣະ​ອົງ​ໄວ້

ຊົງ​ຮັບ​ປະ​ທານ​ປັ​ສ​ຄາ​ພ້ອມ​ກັບ​ສາ​ວົກ

17 ເມື່ອ​ວັນ​ຕົ້ນ​ເທ​ສ​ການ​ກິນ​ເຂົ້າ​ຈີ່​ທີ່​ບໍ່​ມີ​ເຊື້ອ​ແປ້ງ ພວກ​ສາ​ວົກ​ໄດ້​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ທ່ານ​ປະ​ສົງ​ຈະ​ໃຫ້​ພວກ​ຂ້າພຣະ​ອົງ​ຈັດ​ແຈ່ງ​ປັ​ສ​ຄາ​ໃຫ້​ທ່ານ​ຮັບ​ປະ​ທານບ່ອນ​ໃດ” 18 ພຣະ​ອົງ​ຊົງ​ຕອບວ່າ, “ຈົ່ງ​ເຂົ້າ​ໄປ​ຫາ​ຄົນ​ນຶ່ງ​ໃນ​ກຸງບອກວ່າ “ອາ​ຈານ​ກ່າວ​ວ່າ ເວ​ລາ​ກຳ​ນົດ​ຂອງ​ເຮົາ​ມາ​ໃກ້​ແລ້ວ ເຮົາ​ຈະ​ຖື​ສິນ​ປັ​ສ​ຄາ​ທີ່​ເຮືອນ​ຂອງ​ທ່ານ​ພ້ອມ​ກັບ​ພວກ​ສາ​ວົກ​ຂອງ​ເຮົາ” 19 ແລ້ວ​ພວກ​ສາ​ວົກ​ຈຶ່ງໄດ້​ເຮັດ​ຕາມ​ທີ່​ພຣະ​ເຢ​ຊູ​ຊົງ​ສັ່ງ ແລ້ວ​ເຂົາ​ໄດ້​ຈັດ​ແຈ່ງ​ປັ​ສ​ຄາ​ໄວ້​ພ້ອມ 20 ຄັນ​ເຖິງ​ເວ​ລາ​ຄ່ຳ​ແລ້ວ​ພຣະ​ອົງ​ຊົງ​ປະ​ທັບ​ຮ່ວມ​ໂຕະ​ກັບ​ພວກ​ສາ​ວົກ​ສິບສອງ​ຄົນ 21 ເມື່ອ​ກຳ​ລັງ​ຮັບ​ປະ​ທານ​ອາ​ຫານ​ຢູ່ ພຣະ​ອົງ​ຊົງ​ກ່າວ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຄົນ​ນຶ່ງ​ໃນ​ພວກ​ທ່ານ​ຈະ​ທໍ​ຣະ​ຍົດ​ຕໍ່​ເຮົາ” 22 ຝ່າຍ​ສາ​ວົກ​ກໍ​ມີ​ຄວາມ​ທຸກ​ໃຈ​ຫ​ລາຍ ທຸ​ກ​ຄົນ​ຕ່າງ​ກໍ​ຕັ້ງ​ຕົ້ນ​ທູນ​ພຣະ​ອົງ​ວ່າ, “ບໍ່​ອາດ​ຈະ​ແມ່ນ​ຂ້າ​ພຣະ​ອົງ​ຕີ້, ນາຍ​ເອີຍ” 23 ພຣະ​ອົງ​ຊົງ​ຕອບ​ວ່າ, “ຜູ້​ທີ່​ໄດ້​ຈ້ຳ​ຮ່ວມ​ຊາມ​ດຽວ​ກັບ​ເຮົາ ຜູ້​ນັ້ນ​ແຫ​ລະ, ຈະ​ທໍ​ຣະ​ຍົດ​ຕໍ່​ເຮົາ 24 ບຸດ​ມະ​ນຸດ​ຈະ​ສະ​ເດັດ​ໄປ​ຕາມ​ທີ່​ໄດ້​ຂຽນ​ໄວ້ໃນພຣະ​ຄັມດີ​ເຖິງ​ເຣື່ອງ​ທ່ານ ແຕ່​ວິ​ບັດ​ແກ່​ຜູ້​ທີ່​ຈະທໍ​ຣະ​ຍົດ​ຕໍ່​ບຸດ​ມະ​ນຸດ ຖ້າ​ຜູ້​ນັ້ນ​ບໍ່​ເກິ​ດມາ​ກໍ​ດີກວ່າ” 25 ຢູ​ດາ​ຜູ້​ທີ່​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ທູນ​ຖາມ​ວ່າ, “ບໍ່​ອາດ​ຈະ​ແມ່ນ​ຂ້າ​ພຣະ​ອົງຕີ້, ອາ​ຈານ​ເອີຍ” ພຣະ​ອົງ​ຊົງ​ຕອບ​ວ່າ, “ແມ່ນ​ທ່ານ​ນັ້ນ​ແລ້ວ”

ຊົງ​ຕັ້ງ​ສິນ​ມະ​ຫາ​ສນິດ

26 ລະ​ຫວ່າງອາຫານ​ມື້ນັ້ນ ພຣະ​ເຢ​ຊູ​ຊົງ​ຈັບ​ເຂົ້າ​ຈີ່​ມາ ແລະ​ເມື່ອ​ຂໍ​ພຣະ​ພອນ​ແລ້ວ ຊົງ​ຫັກ​ເຂົ້າ​ຈີ່​ນັ້ນ​ຍື່ນ​ໃຫ້​ພວກ​ສາ​ວົກ ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ຮັບ​ກິນ​ສາ ນີ້​ແຫລະ, ຄື​ກາຍ​ຂອງ​ເຮົາ” 27 ແລ້ວ​ພຣະ​ອົງ​ຊົງ​ຈັບ​ເອົາ​ຈອກ​ມາ​ໂມທະ​ນາ​ພຣະ​ຄຸນ​ແລະ​ຍື່ນ​ໃຫ້​ເຂົາ​ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ດື່​ມ​ແຕ່​ຈອກ​ນີ້​ທຸກ​ຄົນ 28 ເພາະ​ວ່າ​ນີ້​ແຫລະ​ຄື​ເລືອດ​ຂອງ​ເຮົາ ແມ່ນ​ເລືອດ​ອັນ​ກ່ຽວ​ກັບ​ພຣະ​ສັນ​ຍາ ທີ່​ຖ​ອກ​ອອກ​ເພື່ອ​ຍົກ​ຜິດ​ບາບ​ຄົນ​ຈຳ​ນວນ​ຫລາຍ 29 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຜົນ​ອະ​ງຸ່ນ​ຕໍ່​ໄປ​ອີກ​ຈົນ​ກວ່າ​ວັນ​ນັ້ນ​ຈະ​ມາ​ເຖິງ ຄື​ວັນ​ທີ່​ຈະ​ດື່ມ​ອັນ​ໃຫມ່​ກັບ​ພວກ​ທ່ານ​ໃນ​ຣາ​ຊ​ແຜ່ນ​ດິນ​ພຣະ​ບິ​ດາ​ຂອງ​ເຮົາ” 30 ເມື່ອ​ຮ້ອງ​ເພງ​ສັຣ​ເສິນ​ແລ້ວ ເຂົາ​ກໍ​ພາ​ກັນ​ອອກ​ໄປ​ຍັງ​ພູ​ຫມາກກອກ​ເທດ

ຊົງທໍານາຍວ່າເປໂຕຈະເປຕິເສດພຣະອົງ

31 ເມື່ອ​ນັ້ນ​ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ວ່າ, “ໃນຄືນ​ວັນ​ນີ້​ທ່ານ​ທຸກ​ຄົນ​ຈະ​ສະ​ດຸດ​ໃຈ​ເພາະ​ເຮົາ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ “ເຮົາ​ຈະ​ປະ​ຫານ​ຜູ້ລ້ຽງ​ແກະ ແລະ​ແກະ​ຝູງ​ນັ້ນ​ຈະ​ແຕກ​ຊະ​ກັນ​ໄປ” 32 ແຕ່​ເມື່ອ​ເຮົາ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນຄືນ​ມາ​ຈາກ​ຕາຍ​ແລ້ວ ເຮົາ​ຈະ​ໄປ​ເຖິງ​ແຂວງ​ຄາ​ລິ​ເລ​ກ່ອນ​ຫນ້າ​ພວກ​ທ່ານ” 33 ຝ່າຍ​ເປ​ໂຕ​ຈຶ່ງ​ທູນ​ຕອບ​ພຣະ​ອົງ​ວ່າ, “ຖ້າ​ຄົນ​ທັງ​ປວງ​ຈະ​ສະ​ດຸດ​ໃຈ​ເພາະ​ທ່ານ ຝ່າຍ​ຂ້າ​ພຣະ​ອົງ​ຈະ​ບໍ່​ສະ​ດຸດ​ໃຈ​ຈັກ​ເທື່ອ” 34 ພຣະ​ເຢ​ຊູ​ຊົງ​ຕອບ​ເປ​ໂຕວ່າ, “ໃນຄືນ​ວັນ​ນີ້​ກ່ອນ​ໄກ່​ຈະ​ຂັນ ທ່ານ​ຈະ​ປະ​ຕິ​ເສດ​ເຮົາ​ເຖິງ​ສາມ​ເທື່ອ” 35 ເປ​ໂຕ​ທູນ​ພຣະ​ອົງ​ວ່າ, “ເຖິງ​ແມ່ນ​ຂ້າ​ພຣະ​ອົງ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ ຂ້າ​ພຣະ​ອົງຈະ​ບໍ່​ປະ​ຕິ​ເສດ​ທ່ານ​ຈັກ​ເທື່ອ” ຝ່າຍ​ພວກ​ສາ​ວົກ​ກໍ​ທູນ​ຢ່າງ​ນັ້ນ​ເຫມືອນ​ກັນ​ທຸກ​ຄົນ

ຊົງ​ອ້ອນວອນ​ທີ່​ເຄັດ​ເຊ​ມາ​ເນ

36 ແລ້ວ​ພຣະ​ເຢ​ຊູ​ກໍ​ສະ​ເດັດ​ພ້ອມ​ກັບ​ພວກ​ສາ​ວົກ ໄປ​ເຖິງ​ບ່ອນ​ນຶ່ງ​ຊື່​ເຄັດ​ເຊມາ​ເນ​ ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ໃນ​ເວ​ລາ​ເຮົາ​ຈະ​ໄປ​ອ້ອນວອນ​ຢູ່​ທີ່​ນັ້ນ” 37 ພຣະ​ອົງ​ຊົງ​ພາ​ເປ​ໂຕ​ກັບ​ບຸດ​ຊາຍ​ທັງ​ສອງ​ຂອງ​ເຊ​ເບ​ດີ​ໄປ​ນຳ ແລ້ວ​ຊົງ​ເກີດ​ມີ​ຄວາມ​ໂສກ​ເສົ້າ​ແລະ​ຫນັກ​ພຣະ​ທັຍ​ຫ​ລາຍ 38 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈິດ​ໃຈ​ຂອງ​ເຮົາທຸກ​ຫນັກ​ແທ​ບ​ຈະ​ຕາຍຢູ່​ແລ້ວ ຈົ່ງ​ຄອຍ​ຢູ່​ທີ່​ນີ້ ເຝົ້າ​ຢູ່​ກັບ​ເຮົາ​ເທີນ” 39 ແລ້ວ​ສະ​ເດັດ​ໄປ​ອີກ​ຫນ້ອຍ​ນຶ່ງ ຈຶ່ງ​ຊົງ​ຫມູບ​ພຣະ​ພັກ​ລົງ​ເຖິງ​ດິນ​ອ້ອນວອນ​ວ່າ, ໂອ ບິ​ດາ​ເອີຍ, ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຈອກ​ນີ້​ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ ແຕ່​ຢ່າງ​ໃດ​ກໍ​ດີ, ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາ​ຖ​ນາ​ຂອງ​ລູກ ແຕ່​ໃຫ້​ເປັນ​ໄປ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ​ເທີນ” 40 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ມາ​ຫາ​ສາ​ວົກ​ເຫລົ່າ​ນັ້ນ ຊົງ​ເຫັນ​ເຂົາ​ນອນ​ຫລັບ​ຢູ່ ແລະ​ຊົງ​ກ່າວ​ແກ່​ເປ​ໂຕວ່າ, ຢ່າງ​ນັ້ນ​ພວກ​ທ່ານ​ບໍ່​ສາ​ມາດ​ຈະ​ຄອຍ​ເຝົ້າ​ຢູ່​ກັບ​ເຮົາ​ຈັກ​ທຸ່ມ​ດຽວ​ຫລື 41 ຈົ່ງ​ເຝົ້າ​ລະ​ວັງ​ແລະ​ອ້ອນວອນ​ຢູ່​ເພື່ອ​ພວກ​ທ່ານ​ຈະ​ບໍ່​ຕົກ​ໃນ​ການ​ທົດ​ລອງ ຈິດ​ໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ກາຍ​ກໍ​ອ່ອນ​ກຳ​ລັງ” 42 ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ໄປ​ອີກ​ເປັນ​ເທື່ອ​ທີ່​ສອງ​ ຊົງ​ອ້ອນວອນ​ວ່າ, “ຂ້າ​ແດ່​ພຣະບິ​ດາຂອງ​ຂ້າພຣະ​ອົງ​​ເອີຍ, ຖ້າ​ຈອກ​ນີ້​ເລື່ອນ​ພົ້ນ​ໄປ​ບໍ່​ໄດ້​ເວັ້ນ​ແຕ່​ຂ້າ​ພຣະ​ອົງຈຳ​ເປັນ​ຕ້ອງ​ດື່ມ ກໍ​ໃຫ້​ເປັນ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ” 43 ຄັນ​ສະ​ເດັດ​ກັບ​ຄືນ​ມາ​ກໍ​ຊົງ​ເຫັນ​ພວກ​ສາ​ວົກ​ນອນ​ຫລັບ​ຢູ່​ເພາະ​ຕາ​ຂອງ​ເຂົາ​ມືນ​ບໍ່​ຂຶ້ນ 44 ຈຶ່ງ​ຊົງ​ປະ​ເຂົາ​ໄວ້​ສະ​ເດັດໄປ​ອ້ອນວອນ​ເປັນ​ເທື່​ອ​ທີ່​ສາມ ໂດຍ​ຊົງ​ກ່າວ​ຄຳ​ເກົ່າ​ນັ້ນ​ອີກ 45 ແລ້​ວ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ພ​ວກ​ສາ​ວົກ​ຊົງ​ກ່າວ​ວ່າ, “ພວກ​ທ່ານ​ຍັງ​ນອນ​ຫລັບ​ເຊົາ​ເມື່ອຍ​ຢູ່​ຫລື ເບິ່ງ​ແມ໋, ເວ​ລາ​ມາ​ໃກ້​ແລ້ວ ບຸດ​ມະ​ນຸດ​ກຳ​ລັງ​ຈະ​ຖືກມອບ​ໄວ້​ໃນ​ມື​ຄົນ​ນອກ​ສິນ​ທັມ 46 ຈົ່ງ​ລຸກ​ຂຶ້ນ​ພາ​ກັນ​ໄປ​ເທາະ ເບິ່ງ​ແມ໋, ຜູ້​ທີ່​ຈະ​ມອບ​ເຮົາ​ນັ້ນ​ມາ​ໃກ້​ແລ້ວ”

ຊົງ​ຖືກມອບ​ໄວ້​ແລະ​ຈັບ​ໄປ

47 ເມື່ອ​ພຣະ​ອົງ​ຍັງ​ຊົງ​ກ່າວ​ບໍ່​ທັນ​ຂາດ​ຄຳ ເບິ່ງ​ແມ໋, ຜູ້​ນຶ່ງ​ໃນ​ຈຳ​ພວກ​ສິບ​ສອງຄົນ​ນັ້ນ​ຄື​ຢູ​ດາ ໄດ້​ເຂົ້າ​ມາ​ພ້ອມ​ດ້ວຍ​ປະ​ຊາ​ຊົນ​ຈຳ​ນ​ວ​ນ​ຫລາຍ ຖື​ດາບ​ຖື​ໄມ້​ຄ້ອນ ມາ​ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ກັບ​ພວກ​ຜູ້​ເຖົ້າ​ແກ່​ຂອງ​ພົລ​ເມືອງ 48 ຜູ້​ທີ່​ຈະ​ມອບ​ພຣະ​ອົງ​ນັ້ນ​ໄດ້​ນັດ​ຫມາຍ​ສຳ​ຄັນ​ໃຫ້​ແກ່​ເຂົາ​ວ່າ, “ເຮົາ​ຈະ​ຈູບ​ຄຳ​ນັບ​ຜູ້​ໃດ​ກໍ​ແມ່ນ​ຜູ້​ນັ້ນ​ແຫລະ ຈົ່ງ​ຈັບ​ເອົາ​ໄວ້” 49 ຢູ​ດາ​ເຂົ້າ​ມາ​ຫາ​ພຣະ​ເຢ​ຊູ​ທັ​ນ​ທີ​ທູນ​ວ່າ, “ສະ​ບາຍ​ດີ, ພຣະ​ອາ​ຈານ” ແລ້ວ​ຈູບ​ພຣະ​ອົງ​ຢ່າງ​ຮັກ​ແພງ 50 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ຢູ​ດາ​ວ່າ, “ສະ​ຫາຍເອີຍ, ມາ​ທີ່​ນີ້​ເຮັດ​ຫຍັງ” ແລ້ວຄົນ​ເຫລົ່າ​ນັ້ນ​ເຂົາ​ມາ​ລົງ​ມື​ຈັບ​ພຣະ​ເຢ​ຊູ​ໄວ້ 51 ຂ​ນະ​ນັ້ນ ເບິ່ງ​ແມ໋, ມີ​ຜູ້​ນຶ່ງ​ທີ່ຢູ່​ກັບ​ພຣະ​ເຢ​ຊູ ຊັກ​ດາບ​ອອກ​ຟັນ​ຂ້ອຍ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາປະ​ໂຣ​ຫິດ ຖືກ​ຫູ​ຂາດ​ເບື້ອງ​ນຶ່ງ 52 ພຣະ​ເຢ​ຊູ​ຊົງ​ບອກ​ຜູ້​ນັ້ນ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ມ້ຽນ​ໄວ້​ບ່ອນ​ມັນ ເພາະ​ວ່າ​ບັນ​ດາ​ຜູ້​ທີ່​ຖື​ດາບ​ກໍ​ຈະ​ຖືກ​ທຳ​ລາຍ​ດ້ວຍ​ດາບ 53 ທ່ານ​ຄຶດ​ວ່າ​ເຮົາຈະ​ຂໍ​ຄວາມ​ຊ​ອ່ຍ​ເຫລືອ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ​ບໍ່​ໄດ້​ຫລື ແລະ​ໃນ​ທັນທີ​ພຣະ​ອົງ​ຈະ​ໃຊ້​ເທວະ​ດາ​ມາ​ຫາ​ເຮົາ​ກວ່າ​ສິບ​ສອງກອງ 54 ແຕ່​ຖ້າ​ຢ່າງ​ນັ້ນ​ພຣະ​ຄັມ​ພີ​ທີ່​ວ່າ​ຈຳ​ຕ້ອງ​ເປັນ​ຢ່າງ​ນັ້ນ ຈະ​ສຳ​ເຣັດ​ໄດ້​ຢ່າງ​ໃດ” 55 ໃນ​ເວ​ລາ​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊົງ​ກ່າວ​ກັບ​ປວງ​ຊົນ​ວ່າ, “ທ່ານ​ທັງ​ຫລາຍ​ຖື​ດາບ​ຖື​ໄມ້ຄ້ອນ​ອອກ​ມາ​ຈັບ​ເຮົາ​ເຫມືອນ​ຈັບ​ໂຈນ​ຫລື ເຮົາ​ໄດ້​ນັ່ງ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທຸກໆ ວັນ​ແຕ່​ພວກ​ທ່ານ​ບໍ່​ໄດ້​ຈັບ​ເຮົາ 56 ແຕ່​ເຫດ​ການ​ທັງ​ປວງ​ນີ້​ໄດ້​ບັງ​ເກີດ​ຂຶ້ນ​ເພື່ອ​ຈະ​ສຳ​ເຣັດ​ຕາ​ມທີ່​ຜູ້​ປະ​ກາດພຣະ​ທັມ​ໄດ້​ຂຽນ​ໄວ້” ເມື່ອ​ນັ້ນ​ພວກ​ສາ​ວົກ​ທັງ​ຫມົດ​ໄດ້​ປະ​ພຣະ​ອົງ​ພາ​ກັນ​ຫນີ​ໄປ

ພຣະ​ເຢ​ຊູ​ຊົງ​ຢູ່​ຕໍ່​ຫນ້າ​ສານ​ສູງ​ສຸດ

57 ພວກ​ທີ່​ຈັບ​ພຣະ​ເຢ​ຊູ​ໄດ້​ພາ​ພຣະ​ອົງ​ໄປ​ຫາ​ມະ​ຫາ​ປະ​ໂຣ​ຫິດ​ຊື່​ກາ​ຢະ​ຟາສ ບ່ອນ​ທີ່​ພວກນັກ​ທັມ​ແລະ​ພວກ​ເຖົ້າ​ແກ່​ໄດ້​ມາ​ປະ​ຊຸມ​ກັນ​ນັ້ນ 58 ຝ່າຍ​ເປ​ໂຕ​ໄດ້​ຕາມ​ພຣະ​ອົງ​ໄປ​ໃນ​ລະ​ຍະ​ຫ່າງ​ໄກ ຈົນ​ມາ​ເຖິງ​ເດີ່ນ​ບ້ານ​ຂອງ​ມະ​ຫາ​ປະ​ໂຣ​ຫິດ ແລ້ວ​ເຂົ້າ​ໄປ​ນັ່ງ​ຢູ່​ກາງ​ເດີ່ນ​ບ້ານ​ກັບ​ພວກ​ຍາມ ເພື່ອ​ຊອມ​ເບິ່ງວ່າ​ທີ່​ສຸດ​ຂອງ​ເຣື່ອງ​ນັ້ນ​ຈະ​ເປັນ​ຢ່າງ​ໃດ 59 ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັ​ບ​ບັນ​ດາ​ສະ​ມາ​ຊິກ​ສານ ຈຶ່ງ​ຫາ​ພຍານ​ຕົວະ​ມາ​ເບີກ​ຕໍ່​ສູ້​ພຣະ​ເຢ​ຊູ ເພື່ອ​ຂ້າ​ພຣະ​ອົງ​ເສັຽ 60 ເຖິງ​ແມ່ນ​ວ່າ​ມີ​ພຍານ​ຕົວະ​ຫ​ລາຍ​ປາກ​ມາ​ໃຫ້​ການ​ກໍ​ດີ ແຕ່​ກໍ​ຫາ​ຫລັກ​ຖານ​ບໍ່​ໄດ້ ໃນ​ທີ່​ສຸດ​ສ​ອງ​ຄົນ​ໄດ້​ມາ​ໃຫ້​ການ 61 ວ່າ, “ຜູ້​ນີ້​ແຫລະ, ໄດ້​ກ່າ​ວວ່າ “ເຮົາ​ສາ​ມາດ​ຈະ​ມ້າງ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ຈະ​ສ້າງ​ຂຶ້ນ​ໃຫມ່​ພາຍ​ໃນ​ສາມ​ວັນ” 62 ມະ​ຫາ​ປະ​ໂຣ​ຫິດ​ໄດ້​ຢືນ​ຂຶ້ນ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ບໍ່​ຕອບ​ຫຍັງ​ຫລື ຄຳ​ພຍານ​ທີ່​ຄົນ​ເຫລົ່າ​ນີ້​ກ່າວ​ຕໍ່​ສູ້​ເຈົ້າ​ເປັນ​ແນວ​ໃດ” 63 ແຕ່​ພຣະ​ເຢ​ຊູ​ຊົງ​ມິດ​ຢູ່ ແລ້ວ​ມະ​ຫາ​ປະ​ໂຣຫິດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ໃຫ້​ເຈົ້າ​ສາບານ​ໂດຍ​ອ້າງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ໃຫ້​ເຈົ້າ​ບອກ​ເຮົາ​ວ່າ​ເຈົ້າ​ເປັນ​ພຣະ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຫລື​ບໍ່” 64 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ແລ້ວ ແລະ​ຫລາຍ​ກວ່ານັ້ນ​ອີກ, ເຮົາ​ບອກ​ພວກ​ທ່ານ​ວ່າ ໃນ​ເວ​ລາ​ຕໍ່​ໄປ​ພວກ​ທ່ານ​ຈະ​ເຫັນ​ບຸດ​ມະ​ນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ ແລະ​ກຳ​ລັງ​ສະ​ເດັດ​ມາ​ເທິງ​ເມກ​ໃນ​ທ້ອງ​ຟ້າ” 65 ເມື່ອ​ນັ້ນ​ມະ​ຫາ​ປະ​ໂຣ​ຫິດ​ໄດ້​ຈິກ​ເສື້ອ​ຜ້າ​ຂ​ອງ​ຕົນ​ແລ້ວ​ກ່າວ​ວ່າ, “ມັ​ນ​ໄດ້​ເວົ້າ​ຫ​ມິ່ນ​ປມາດ​ພຣະ​ເຈົ້າ​ແລ້ວ ພວກ​ເຮົາ​ຍັງ​ຈະ​ຕ້ອງ​ການ​ພຍານ​ອັນ​ໃດ​ອີກ ນີ້​ແຫລະ, ທ່ານ​ໄດ້​ຍິນ​ຄຳ​ປ​ມາດ​ນັ້ນ​ແລ້ວ 66 ພວກ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ” ເຂົາ​ຕອບ​ວ່າ, “ຄວນ​ຖືກ​ໂທດ​ປະ​ຫານ​ຊີ​ວິດ” 67 ແລ້ວ​ເຂົາ​ໄດ້​ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ພັກ​ທັງ​ທຸບ​ຕີ​ພຣະ​ອົງ ແລະ​ລາງ​ຄົນ​ໄດ້​ເອົາ​ມື​ຕົບ​ພຣະ​ອົງ 68 ແລ້ວ​ເວົ້າ​ວ່າ, “ເຈົ້າ ພຣະ​ຄຣິດ, ແມ່​ນ​ໃຜ​ຕິ​ມຶງ ທວາຍ​ໃຫ້​ພວກ​ເຮົາ​ຟັງ​ແມ໋”

ເປ​ໂຕ​ປະ​ຕິ​ເສດ​ພຣະ​ເຢ​ຊູ

69 ຝ່າຍ​ເປ​ໂຕ​ນັ່ງ​ຢູ່ນອກ​ກາງ​ເດີ່ນ​ບ້ານ ມີ​ຍິງ​ໃຊ້​ຄົນ​ນຶ່ງ​ມາ​ຫາກ່າວ​ວ່າ, “ໂຕ​ເຄີຍ​ຢູ່​ກັບ​ໄທ​ຄາ​ລີ​ເລ ຄື​ເຢ​ຊູ​ນັ້ນ​ເຫມືອນ​ກັນ” 70 ແຕ່​ເປ​ໂຕ​ຕອບ​ປະ​ຕິ​ເສດ​ຕໍ່​ຫນ້າ​ຄົນ​ທັງ​ປວງວ່າ, “ທີ່​ເຈົ້າ​ເວົ້າ​ນັ້ນ, ຂ້ອຍ​ບໍ່​ຮູ້​ເຣື່ອງ” 71 ເມື່ອ​ເປ​ໂຕ​ອອກ​ໄປ​ທີ່​ປະ​ຕູ​ບ້ານ​ມີ​ຍິງ​ໃຊ້​ອີກ​ຄົນ​ນຶ່ງ​ແລ​ເຫັນ ຈຶ່ງ​ກ່າວ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ຫັ້ນ​ວ່າ, “ຄົນ​ນີ້​ແຫລະ, ເຄີຍ​ຢູ່​ກັບ​ເຢ​ຊູ​ໄທ​ນາ​ຊາ​ເຣັດ” 72 ເປ​ໂຕ​ໄດ້​ປະ​ຕິ​ເສດ​ທັງ​ສາ​ບານ​ວ່າ, “ຂ້ອຍ​ບໍ່​ຮູ້​ຈັກ​ຄົນ​ນັ້ນ” 73 ພາຍ​ຫລັງ​ນັ້ນ​ຫນ້ອຍ​ນຶ່ງ​ຄົນທັງ​ຫລາ​ຍ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ມາ​ເວົ້າ​ກັບ​ເປ​ໂຕວ່າ, “ໂຕ​ເປັນ​ພັກ​ພວກ​ກັບ​ເຂົາ​ເຫລົ່າ​ນັ້ນ​ແທ້ ດ້ວຍ​ວ່າ​ສຳ​ນຽງ​ຂອງ​ໂຕ​ກໍ​ສໍ້​ໃຫ້​ຮູ້​ໂຕ​ເອງ” 74 ເມື່ອ​ນັ້ນ​ເປ​ໂຕ​ກໍ​ຕັ້ງ​ຕົ້ນ​ປ້ອຍ​ດ່າ ທັງ​ສະ​ບົດ​ສາ​ບານ​ວ່າ, “ຄົນ​ນັ້ນ​ກູ​ບໍ່​ຮູ້​ຈັກ” ໃນ​ທັນໃດ​ນັ້ນ​ໄກ່​ກໍ​ຂັນ 75 ແລ້ວ​ເປ​ໂຕ​ຈຶ່ງ​ລະ​ນຶກ​ເຖິງ​ຄຳ​ທີ່​ພຣະ​ເຢ​ຊູ​ຊົງ​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ທ່ານ​ຈະ​ປະ​ຕິ​ເສດ​ເຮົາ​ເຖິງ​ສາມ​ເທື່ອ” ແລ້ວ​ເປ​ໂຕ​ກໍ​ອອກ​ໄປ​ຂ້າງນອກ​ຮ້ອງ​ໄຫ້​ເປັນ​ທຸກ​ຫນັກ​ໃຈ

ມັດທາຍ 27

ຊົງ​ຖືກ​ພາ​ໄປ​ຕໍ່​ຫນ້າ​ປີ​ລາດ

1 ເມື່ອ​ຮຸ່ງ​ເຊົ້າ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ທັງ​ຫມົດແລະ​ພວກ​ເຖົ້າ​ແກ່​ຂອງ​ພົລ​ເມືອງ ໄດ້​ປຶກ​ສາ​ກັນ​ຕໍ່​ສູ້​ພຣະ​ເຢ​ຊູ​ເພື່ອ​ຈະ​ປະ​ຫານ​ຊີ​ວິດ​ພຣະ​ອົງ​ເສັຽ 2 ເຂົາ​ໄດ້​ມັດ​ພຣະ​ອົງ​ພາ​ໄປ​ມອບ​ໃຫ້​ປີ​ລາດ​ຜູ້​ປົກ​ຄອງ

ຄວາມ​ຕາຍ​ຂອງ​ຢູ​ດາ​ອິ​ສະ​ກາ​ຣິ​ອົດ

3 ຝ່າຍ​ຢູ​ດາ​ຜູ້ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ນັ້ນ ເມື່ອ​ເຫັນ​ວ່າ​ພຣະ​ອົງ​ຕ້ອງ​ຖືກ​ໂທດ​ກໍ​ກິນ​ແຫນງ​ຈຶ່ງ​ນຳ​ເອົາ​ເງິນ​ສາມ​ສິບຫລຽນ​ນັ້ນ​ມາ​ສົ່ງ​ຄືນ​ໃຫ້​ແກ່​ພ​ວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່ 4 ໂດຍ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຜິດ​ແລ້ວ ເພາະ​ໄດ້​ມອບ​ຜູ້​ທີ່​ບໍ່​ມີ​ຜິດ​ໃຫ້​ເຖິງ​ຄວາມ​ຕາຍ” ຄົນ​ເຫລົ່າ​ນັ້ນ​ຕອບ​ວ່າ, “ການ​ນັ້ນ​ແມ່ນ​ທຸ​ຣະ​ອັນ​ໃດ​ກັບ​ພວກ​ເຮົາ ໃຫ້​ເປັນ​ທຸ​ຣະ​ຂອງ​ເຈົ້າ​ເອງ” 5 ຢູ​ດາ​ຈຶ່ງ​ຖິ້ມ​ເງິນ​ນັ້ນ​ໄວ້​ໃນ​ພຣະ​ວິ​ຫານ​ແລະ​ຈາກ​ໄປ​ແລ້ວ​ອອກ​ໄປ​ຜູກ​ຄໍ​ຕາຍ​ເສັຽ 6 ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ເກັບ​ເງິນ​ນັ້ນ​ໄວ້​ແລ້ວ​ເວົ້າ​ວ່າ, “ເປັນ​ການ​ຜິດ​ກົດ​ບັນ​ຍັດ​ທີ່​ຈະ​ເກັບ​ເງິນ​ນັ້ນ​ໄວ້​ໃນ​ຄັງ​ພຣະ​ວິ​ຫານ ເພາະ​ເປັນ​ຄ່າ​ຕັດ​ຊີ​ວິດ” 7 ເຂົາ​ໄດ້​ປຶກ​ສາ​ຕົກ​ລົງ​ກັນ​ແລ້ວ​ຈຶ່ງ​ໄດ້​ເອົາ​ເງິນ​ນັ້ນ​ໄປ​ຊື້​ດິນ​ຂອງ​ຊ່າງ​ປັ້ນ​ຫມໍ້ ເພື່ອ​ໃຫ້​ເປັນ​ບ່ອນ​ຝັງ​ສົບ​ຄົນ​ຕ່າງ​ດ້າວ 8 ເພາະ​ສັນ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ທີ່​ດິນ​ນັ້ນ​ວ່າ ດິນ​ເລືອດ​ຈົນ​ເຖິງ​ທຸກ​ວັນ​ນີ້ 9 ເມື່ອ​ນັ້ນ​ກໍ​ສຳ​ເຣັດ​ຕາມ​ພຣະ​ທັມ​ທີ່​ຊົງ​ບອກ​ໄວ້​ດ້ວຍ​ເຢ​ເຣມີ​ຢາ​ຜູ້​ປະ​ກາດ​ພຣະ​ທັມ ທີ່​ວ່າ, “ເຂົາ​ໄດ້​ຮັບ​ເງິນ​ສາມ​ສິບ​ຫລຽນ ຊຶ່ງ​ເປັນ​ຣາ​ຄາ​ຜູ້​ທີ່​ເຂົາ​ຄາດ​ຣາ​ຄາໄວ້ ຄື​ຜູ້​ທີ່​ເຜົ່າ​ພັນ​ຂອງ​ອິ​ສ​ຣາ​ເອນ​ບາງ​ຄົນ​ໄດ້​ຕີ​ຣາ​ຄາ​ນັ້ນ 10 ແລ້ວ​ເຂົາ​ໄດ້​ເອົາ​ເງິນ​ນັ້ນ​ໃຫ້​ເປັນ​ຄ່າ​ສຳ​ລັບ​ນາ​ຂອງ​ຊ່າງ​ປັ້ນ​ຫມໍ້ ຕາມ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ຂ້າ​ພະ​ເຈົ້າ​ໄວ້”

ປີ​ລາດ​ໄຕ່​ຖາມ​ພຣະ​ເຢ​ຊູ

11 ເມື່ອ​ພຣະ​ເຢ​ຊູ​ຊົງ​ຢືນ​ຢູ່​ຕໍ່​ຫນ້າ​ຜູ້​ປົກ​ຄອງ ຜູ້​ປົກ​ຄອງ​ຈຶ່ງ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ຫລື” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ແລ້ວ” 12 ເມື່ອ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່​ໄດ້​ກ່າວ​ໂທດ​ໃສ່​ພຣະ​ອົງ ພຣະ​ອົງ​ກໍ​ບໍ່​ໄດ້​ຊົງ​ຕອບ​ປະ​ການ​ໃດ 13 ປີ​ລາດ​ຈຶ່ງ​ກ່າວ​ແກ່​ພຣະ​ອົງ​ວ່າ, “ເຈົ້າ​ບໍ່​ໄດ້​ຍິນ​ຫລື ເຂົາ​ເບີກ​ພຍານ​ຕໍ່​ສູ້​ເຈົ້າ​ຫລາຍ​ປະ​ການ​ເທົ່າ​ໃດ” 14 ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ຕອບ​ຈັກ​ຄຳ ຈົນ​ຜູ້​ປົກ​ຄອງປ​ລາດ​ໃຈ​ຫລາຍ

ພຣະ​ເຢ​ຊູ​ຖືກ​ພິ​ພາກ​ສາ​ເຖິງ​ສິ້ນ​ພຣະ​ຊົນ

15 ໃນ​ຄາວ​ເທ​ສການ​ນັ້ນ​ຜູ້​ປົກ​ຄອງ​ເຄິຍ​ປ່ອຍ​ນັກ​ໂທດ​ຄົນ​ນື່ງ ໃຫ້​ແກ່​ປະ​ຊາ​ຊົນ​ຕາມ​ທີ່​ເຂົາ​ຮ້ອງ​ຂໍ 16 ຄາວ​ນັ້ນ​ມີ​ນັກ​ໂທດ​ຄົນ​ນຶ່ງ​ຜູ້​ທີ່​ເຂົາ​ຮູ້​ຈັກ​ທົ່ວ​ໄປ ຊື່​ເຢ​ຊູ​ບາ​ຣັບ​ບັສ 17 ເມື່ອ​ປະ​ຊາ​ຊົນ​ມາ​ປະ​ຊຸມ​ກັນ​ແລ້ວ​ປີ​ລາດ​ໄດ້​ຖາມ​ເຂົາ​ວ່າ, “ພວກ​ເຈົ້າ​ຢາກ​ໃຫ້​ເຮົາ​ປ່ອຍ​ຜູ້​ໃດ ປ່ອຍ​ເຢ​ຊູ​ບາ​ຣັບບັ​ສ ຫລື​ເຢຊູ​ທີ່​ເອີ້ນ​ວ່າ​ພຣະ​ຄຣິດ” 18 ເພາະ​ປີ​ລາດ​ຮູ້​ຢູ່​ວ່າ​ເຂົາ​ໄດ້​ມອບ​ພຣະ​ອົງ​ໄວ້​ດ້ວຍ​ຄວາມ​ອິດ​ສາ 19 ຂ​ນະ​ທີ່​ປີ​ລາດ​ນັ່ງ​ຢູ່​ບ່ອນ​ພີ​ພາກ​ສາ​ນັ້ນ ພັຣ​ຍາ​ຂອງ​ທ່ານ​ໄດ້​ໃຊ້​ຄົນ​ມາ​ຮຽນ​ວ່າ, “ຢ່າ​ໄດ້​ພົວ​ພັນ​ກັບ​ເຣື່ອງ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ນັ້ນ ດ້ວຍ​ວ່າ​ວັນ​ນີ້​ຂ້າ​ນ້ອຍ​ມີ​ຄວາມ​ທຸກໃຈ​ຫລາຍ​ຍ້ອນ​ຄວາມ​ຝັນ​ກ່ຽວ​ກັບ​ຜູ້​ນັ້ນ” 20 ຝ່າຍ​ປະ​ໂຣ​ຫິດ​ຕົນ​ໃຫຍ່ກັບ​ພວກ​ເຖົ້າ​ແກ່​ໄດ້​ຍົວະ​ຍົງ​ປະ​ຊາ​ຊົນ ໃຫ້​ຂໍ​ປ່ອຍ​ບາ​ຣັບ​ບັ​ສ ແລະ​ໃຫ້​ຂ້າພຣະເຢ​ຊູ​ເສັຽ 21 ຜູ້​ປົກ​ຄອງ​ຈຶ່ງ​ຖາມ​ເຂົາ​ອີກວ່າ, “ໃນສອງ​ຄົນ​ນີ້​ພວກ​ເຈົ້າ​ຢາກ​ໃຫ້​ເຮົາ​ປ່ອຍ​ຜູ້​ໃດ” ເຂົາ​ຕອບ​ວ່າ, “ບາ​ຣັ​ບ​ບັ​ສ” 22 ແລ້ວ​ປີ​ລາດ​ຈຶ່ງ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ, ເຮົາ​ຈະ​ເຮັດ​ຢ່າງ​ໃດ​ແກ່​ເຢ​ຊູ​ຜູ້​ເອີ້ນ​ວ່າ​ພຣະ​ຄຣິດ” ເຂົາ​ພາ​ກັນ​ຕອບ​ວ່າ, “ໃຫ້​ຄຶງ​ເສັຽ​ທີ່​ໄມ້​ກາງ​ແຂນ” 23 ຜູ້​ປົກ​ຄອງ​ຈຶ່ງ​ເວົ້າ​ວ່າ, “ຄຶງ​ເຮັດ​ຫຍັງ ຄົນ​ນີ້​ໄດ້​ເຮັດ​ຜິດ​ອັນ​ໃດ” ເຂົາ​ແຮ່ງ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ໃຫ້​ຄຶງ​ເສັຽ​ທີ່​ໄມ້​ກາງ​ແຂນ” 24 ເມື່ອ​ປີ​ລາດ​ເຫັນ​ວ່າ​ບໍ່​ໄດ້​ຜົນ ມີ​ແຕ່​ການ​ວຸ້ນ​ວາຍ​ກຳ​ລັງ​ເກິດ​ຂຶ້ນ ຈຶ່ງ​ໄດ້​ເອົາ​ນ້ຳ​ມາ​ລ້າງ​ມື​ຕໍ່​ຫນ້າ​ປະ​ຊາ​ຊົນ ໂດຍ​ກ່າວ​ວ່າ, “ເຮົາ​ບໍ່​ມີ​ຜິດ​ດ້ວຍ​ເຣື່ອງ​ຄວາມ​ຕາຍຂອງ​ຜູ້​ນີ້ ໃຫ້​ເປັນ​ທຸ​ຣະ​ຂອງ​ພວກ​ເຈົ້າ​ເອງ” 25 ແລະ​ປະ​ຊາ​ຊົນ​ພາ​ກັນ​ຕອບ​ວ່າ, “ໃຫ້​ໂທດ​ເຣື່ອງ​ຄວາມ​ຕາຍ​ຂອງມັນ​ຕົກ​ໃສ່​ພວກ​ເຮົາ​ກັບ​ທັງ​ລູກ​ຫລານ​ຂອງ​ເຮົາ” 26 ປີ​ລາດ​ຈຶ່ງ​ປ່ອຍ​ບາ​ຣັບ​ບັສ​ໃຫ້​ເຂົາ ແລະ​ເມື່ອ​ໃຫ້​ຂ້ຽນ​ພຣະ​ເຢ​ຊູ​ແລ້ວ ກໍ​ມອບ​ໃຫ້​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

ພວກ​ທະ​ຫານ​ຫົວ​ລໍ້​ພຣະ​ເຢ​ຊູ

27 ເມື່ອ​ນັ້ນ ພວກ​ທະ​ຫານ​ຂອງ​ຜູ້​ປົກ​ຄອງ​ໄດ້​ພາ​ພຣະ​ເຢ​ຊູ​ເຂົ້າ​ໄປ​ໃນ​ປະ​ໄຣ​ໂຕ​ຣຽນ ແລ້ວ​ໄດ້​ຮວບ​ຮວມ​ທະ​ຫານ​ທັງ​ກ​ອງມາ​ອ້ອມ​ພຣະ​ອົງ​ໄວ້ 28 ເຂົາ​ໄດ້​ເລິກ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ອອກ ແລ້ວ​ເອົາ​ເສື້ອ​ສີ​ແດງ​ມາ​ນຸ່ງ​ໃຫ້ 29 ເຂົາ​ໄດ້​ເອົາ​ເຄືອ​ຫນາມ​ຖັກ​ເປັນ​ໂຄ້ງ​ແທນ​ພວງ​ມາ​ລັຍ​ສຸບ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ ແລ້ວ​ເອົາ​ໄມ້​ອໍ້​ໃຫ້​ພຣະ​ອົງ​ຖື​ໄວ້​ໃນ​ພຣະ​ຫັ​ດ​ເບື້ອງ​ຂວາ ແລະ​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ພຣະ​ອົງ ກ່າວ​ຄຳ​ເຍາະ​ເຍີ້ຍ​ຫົວ​ລໍ້​ພຣະ​ອົງ​ວ່າ, “ກະ​ສັດ​ຂອງ​ຊາດ​ຢິວ​ເຮິຍ, ຈົ່ງ​ຊົງ​ພຣະ​ຈະ​ເຣິນ​ເທີນ” 30 ເຂົາ​ໄດ້​ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ອົງ ແລະ​ໄດ້​ເອົາ​ໄມ້​ອໍ້​ນັ້ນ​ຕິ​ພຣະ​ສຽນ​ພຣະ​ອົງ 31 ເມື່ອ​ເຍາະ​ເຍີ້ຍພຣະ​ອົງ​ແລ້ວ​ເຂົາ​ໄດ້​ຖອດ​ເສື້ອ​ນັ້ນ​ອອກ ແລ້ວ​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ມາ​ນຸ່ງ​ໃຫ້ ຈຶ່ງ​ພາ​ພຣະ​ອົງ​ອອກ​ໄປ​ເພື່ອ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

ການ​ຄຶງ​ທີ່​ໄມ້​ກາງ​ແຂນ

32 ເມື່ອ​ກຳ​ລັງ​ອອກ​ໄປ​ນັ້ນ​ເຂົາ​ໄດ້​ພົບໄທ​ກິ​ຣິ​ເນ​ຄົນ​ນຶ່ງ​ຊື່​ ຊິ​ໂມນ ຈຶ່ງ​ເກນ​ຄົນ​ນັ້ນ​ໃຫ້​ແບກ​ໄມ້ກາງ​ແຂນ​ຂອງ​ພຣະ​ອົງ​ໄປ 33 ເມື່ອ​ມາ​ເຖິງ​ບ່ອນ​ນຶ່ງ​ເອີ້ນ​ວ່າ​ໂຄ​ລະ​ໂຄ​ທາ (ທີ່​ແປ​ວ່າ ບ່ອນ​ກະ​ໂຫລກ​ຫົວ) 34 ເຂົາ​ໄດ້​ເອົາ​ເຫລົ້າ​ແວງ​ປະ​ສົມ​ກັບ​ນ້ຳບີ​ມາ​ໃຫ້​ພຣະ​ອົງ​ສ​ເວິຍ ແຕ່​ເມື່ອ​ຊົງ​ຊີມ​ແລ້ວ ພຣະ​ອົງ​ບໍ່​ຊົງ​ຍອມ​ສ​ເວິຍ 35 ເມື່ອ​ໄດ້​ຄຶງ​ພຣະ​ອົງ​ທີ່​ໄມ້​ກາງ​ແຂນ​ແລ້ວ ເຂົາ​ກໍ​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ມາ​ຈົກ​ສ​ລາກ​ແບ່ງ​ປັນ​ກັນ 36 ແລ້ວ​ກໍ​ພາ​ກັນ​ນັ່ງ​ເຝົ້າ​ພຣະ​ອົງ​ຢູ່​ທີ່​ນັ້ນ 37 ເຂົາ​ໄດ້​ເອົາ​ຂໍ້​ຄວາມ​ກ່າວ​ໂທດ​ຕິດ​ໄວ້​ເຫນືອ​ພຣະ​ສຽນ​ຂອງ​ພຣະ​ອົງ ຊຶ່ງ​ອ່ານ​ວ່າ, “ຜູ້​ນີ້​ຄື​ ເຢ​ຊູ​ກະ​ສັດ​ຂອງ​ຊາດ​ຢິວ” 38 ເວ​ລາ​ນັ້ນ​ເຂົາ​ໄດ້​ເອົາ​ໂຈນ​ສອງ​ຄົນ​ຄຶງໄວ້​ກັບ​ພຣະ​ອົງ ເບື້ອງ​ຂວາ​ຄົນ​ນຶ່ງ​ເບື້ອງ​ຊ້າ​ຍ​ຄົນ​ນຶ່ງ 39 ຝ່າຍ​ຄົນ​ທັງ​ປ​ວງ​ທີ່​ຍ່າງ​ຜ່ານ​ໄປ​ມາ​ນັ້ນ ກໍ​ຫມິ່ນ​ປມາດ​ພຣະ​ອົງ​ແລະ​ສັ່ນ​ຫົວ 40 ໂດຍ​ກ່າວ​ວ່າ, “ເຈົ້າ​ຜູ້​ມ້າງ​ພຣະ​ວິ​ຫານ​ແລະ​ສ້າງ​ຂຶ້ນ​ໃຫມ່​ໃນ​ສາມ​ວັນ​ເຮິຍ, ຈົ່ງ​ຊ່ອ​ຍຕົວ​ເອງ​ໃຫ້​ພົ້ນ ຖ້າ​ເຈົ້າ​ເປັນບຸດ​ຂອງ​ພຣະ​ເຈົ້າ ແລະ​ຈົ່ງ​ລົງ​ມາ​ຈາກ​ໄມ້​ກາງ​ແຂນແມ໋” 41 ໃນ​ທຳ​ນອງ​ດຽວ​ກັນ​ນັ້ນ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ກັບ​ພວກ​ນັກ​ທັມ​ແລະ​ພວກ​ເຖົ້າ​ແກ່​ກໍ​ໄດ້​ເຍາະ​ເຍີ້ຍ​ພຣະ​ອົງ​ວ່າ, 42 “ເຂົາຊ່ອຍ​ຄົນ​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ຊ່ອຍ​ຕົນ​ເອງ​ບໍ່​ໄດ້ ເຂົາ​ເປັນ​ກະ​ສັດ​ອີ​ສ​ຣາ​ເອນ ໃຫ້​ເຂົາ​ລົງ​ມາ​ຈາກ​ໄມ້​ກາງ​ແຂນ​ດຽວ​ນີ້​ເທາະ ແລ້ວ​ພວກ​ເຮົາ​ຈະ​ໄດ້​ເຊື່ອ​ຖື​ເຂົາ 43 “ທ່ານ​ໄດ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ຖ້າ​ພຣະ​ເຈົ້າ​ຊົງ​ພໍ​ ພຣະ​ທັຍ​ໃນ​ທ່ານ ກໍ​ໃຫ້​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ທ່ານ​ພົ້ນ​ໄດ້​ໃນ​ບັດ​ນີ້” ເພາະ​ເຂົາໄດ້​ເວົ້າ​ວ່າ “ເຮົາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ” 44 ຢ່າງ​ດຽວ​ກັນ​ນັ້ນ ພ​ວກ​ໂຈນ​ຜູ້​ຖືກ​ຄຶງ​ໄວ້​ພ້ອມ​ກັນ​ກັບ​ພຣະ​ອົງ​ກໍ​ໄດ້​ກ່າວ​ຄຳ​ຫຍາບ​ຊ້າ​ຕໍ່​ພຣະ​ອົງ​ເຫມືອນ​ກັນ

ຊົງ​ສິ້ນ​ພຣະ​ຊົນ

45 ແລ້ວ​ໄດ້​ເກິດ​ການ​ມືດ​ມົວ​ທົ່ວ​ແຜ່ນ​ດິນ​ຕັ້ງ​ແຕ່​ຫົກ​ໂມງ​ຈົນ​ເຖິງ​ເກົ້າ​ໂມງ 46 ຄັນປະ​ມານ​ເກົ້າ​ໂມງ​ພຣະ​ເຢ​ຊູ​ຊົງ​ຮ້ອງ​ສຽງ​ດັງ​ວ່າ, “ເອ​ລີ ໆ ແລ​ມາ ຊາ​ບັກ​ທາ​ນີ” (ແປ​ວ່າ, “ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ, ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ເອີຍ, ເຫດ​ສັນ​ໃດ​ຈຶ່ງ​ຊົງ​ປະ​ຖິ້ມ​ຂ້າ​ພຣະ​ອົງ​ເສັຽ”) 47 ບາງ​ຄົນ​ທີ່​ຢືນ​ຢູ່​ນັ້ນ​ເມື່ອ​ໄດ້​ຍິນ​ກໍ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ເອີ້ນ​ຫາ​ເອ​ລີ​ຢາ” 48 ໃນ​ທັນ​ໃດ​ນັ້ນ​ມີ​ຜູ້​ນຶ່ງ​ໃນ​ພວກ​ເຂົາ​ແລ່ນ​ໄປ​ເອົາ​ຟອງນ້ຳ​ຈຸ່ມ​ເຫລົ້າ​ແວງ​ສົ້ມ​ໃຫ້​ເຕັມ ແລ້ວ​ສຽບ​ໃສ່​ປາຍ​ໄມ້​ອໍ້​ຍື່ນ​ໃຫ້​ພຣະ​ອົງ​ສ​ເວິຍ 49 ແຕ່​ຄົນ​ອື່ນ​ເວົ້າ​ວ່າ, “ຟ້າວ​ເທື່ອ, ຖ້າ​ເບິ່ງ​ກ່ອນ​ວ່າ​ເອ​ລີ​ຢາ​ຈະ​ມາ​ຊ່ອຍ​ເຂົາ​ໃຫ້​ພົ້ນ​ຫລື​ບໍ່” 50 ສ່ວນ​ພຣະ​ເຢ​ຊູ​ກໍ​ຊົງ​ຮ້ອງ​ສຽງ​ດັງ​ຂຶ້ນ​ອີກ ແລ້ວ​ຊົງ​ປ່ອຍ​ຈິດ​ວິນ​ຍານ​ໄປ 51 ແລະ​ເບິ່ງ​ແມ໋, ຜ້າ​ກັ້ງ​ໃນ​ພຣະ​ວິ​ຫານ​ກໍ​ຖືກ​ຊົງ​ຈີກ​ເປັນ​ສອງ​ຕ່ອນ ຕັ້ງ​ແຕ່​ເທິງ​ລົງ​ເຖິງ​ລຸ່ມ ແຜ່ນ​ດິນ​ກໍ​ສະ​ທ້ານ​ຫວັ່ນ​ໄຫວ ສິ​ລາ​ກໍ​ແຕກ​ອອກ​ຈາກ​ກັນ 52 ອຸບ​ໂມງ​ຝັງ​ສົບ​ກໍ​ໄຂ​ອອກ ສົບ​ພວກ​ໄພ່​ພົນ​ຂອງພຣະ​ເຈົ້າ​ຫລາຍ​ຄົນ​ທີ່​ລ່ວງ​ຫລັບ​ໄປ​ແລ້ວ​ກໍ​ເປັນ​ຄືນ​ມາ 53 ເຂົາ​ທັງ​ຫລາຍ​ຈຶ່ງ​ພາ​ກັນ​ອອກ​ຈາກ​ອຸບ​ໂມງ ແລະ​ເມື່ອພຣະ​ເຢ​ຊູ​ຊົງ​ເປັນ​ຄືນ​ມາ​ແລ້ວວກໍ​ໄດ້​ເຂົາ​ໄປ​ໃນ​ນະ​ຄອນ​ສັກ​ສິດ ປາ​ກົດ​ຕົວ​ໃຫ້​ຫລາຍ​ຄົນ​ເຫັນ 54 ສ່ວນ​ນາຍ​ຮ້ອຍ​ແລະ​ທະ​ຫານ​ທີ່​ເຝົ້າ​ພຣະ​ສົບ​ພຣະ​ເຢ​ຊູ​ຢູ່​ນຳ​ກັນ ເມື່ອ​ໄດ້​ເຫັ​ນ​ແຜ່ນ​ດິນ​ຫວັ່ນ​ໄຫວ​ແລະ​ເຫດການ​ທັງ​ປວງ​ທີ່​ເກິດ​ຂຶ້ນ​ນັ້ນ ກໍ​ພາ​ກັນ​ຢ້ານ​ຫລາຍ​ຈຶ່ງ​ເວົ້າ​ກັນ​ວ່າ, “ຈິງ​ແທ້​ແລ້ວ, ທ່ານ​ຜູ້​ນີ້​ແມ່ນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” 55 ຢູ່​ທີ່​ນັ້ນ​ມີ​ຜູ້​ຍິງ​ຫລາຍ​ຄົນ​ຄອຍ​ເບິ່ງ​ແຕ່​ຫ່າງ​ໄກ ຄື​ພວກ​ຜູ້​ຍິງ​ທີ່​ໄດ້​ຕິດ​ຕາມ​ແລະ​ບົວ​ຣະ​ບັດ​ພຣະ​ເຢ​ຊູ​ຕັ້ງ​ແຕ່​ແຂວງ​ຄາ​ລີ​ເລ​ມາ 56 ໃນ​ພວກ​ນັ້ນ​ມີ​ມາ​ຣິ​ອາ​ໄທ​ມັກ​ດາ​ລາ, ມາ​ຣິ​ອາ​ມານ​ດາ​ຂອງ​ຢາ​ໂກ​ໂບ​ແລະ​ໂຢ​ເຊບ ກັບ​ມານ​ດາ​ຂອງ​ບຸດ​ຊາຍ​ຂອງ​ເຊ​ເບ​ດີ

ການວາງ​ພຣະ​ສົບ​ໃສ່​ອຸບ​ໂມງ

57 ເມື່ອ​ຄ່ຳ​ມາ​ແລ້ວ​ມີ​ເສດ​ຖີ​ຄົນ​ນຶ່ງ​ຊື່​ໂຢ​ເຊບ ເປັນໄທ​ບ້ານ​ອາ​ຣິ​ມາ​ທາຍ ຊຶ່ງ​ໄດ້​ເຂົ້າ​ເປັນ​ສິດ​ຂອງ​ພຣະ​ເຢ​ຊູ​ເຫມືອນ​ກັນ 58 ​ທ່ານຜູ້​ນີ້​ໄດ້​ໄປ​ຫາ​ປິ​ລາດ​ຂໍ​ເອົາ​ພຣະ​ສົບ​ພຣະ​ເຢ​ຊູ ປີ​ລາດ​ຈຶ່ງ​ສັ່ງ​ໃຫ້​ມອບ​ພຣະ​ສົບ​ນັ້ນ​ແກ່​ທ່ານ 59 ໂຢ​ເຊບ​ກໍ​ອັນ​ເຊີນ​ເອົາ​ພຣະ​ສົບ ແລ້ວ​ເອົາ​ຜ້າ​ປ່ານ​ສະ​ອາດ​ຫຸ້ມ​ຫໍ່​ໄວ້ 60 ແລະ​ອັນ​ເຊີນ​ພຣະ​ສົບ​ໄປ​ບັນ​ຈຸ​ວາງ​ໄວ້​ໃນ​ອຸບ​ໂມງ​ໃຫມ່​ຂອງ​ຕົນ ຊຶ່ງ​ທ່ານ​ໄດ້​ສະ​ກັດ​ໄວ້​ໃນ​ຫີນ ແລ້ວ​ກຶ່ງ​ຫີນ​ໃຫຍ່​ກ້ອນ​ນຶ່ງ​ອັດ​ປາກ​ອຸບ​ໂມງ​ໄວ້​ຈຶ່ງ​ຫນີ​ໄປ 61 ຝ່າຍ​ມາຣິ​ອາ​ໄທ​ມັກ​ດາ​ລາ​ກັບ​ມາ​ຣິ​ອາ​ຄົນ​ນຶ່ງ​ນັ້ນ ກໍ​ນັ່ງ​ຢູ່​ຕໍ່​ຫນ້າ​ອຸບ​ໂມງ

ທະ​ຫານ​ຍາມ​ເຝົ້າ​ທີ່​ອຸບ​ໂມງ

62 ວັນ​ຫນ້າ​ມາ ຄື​ວັນ​ຖັດ​ຈາກວັນ​ຈັດ​ແຈງ ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ຟາ​ຣີ​ຊາຍ​ໄດ້​ພາ​ກັນ​ໄປ​ຫາ​ປີ​ລາດ 63 ຮ​ຽນ​ວ່າ, “ທ່ານ​ທີ່​ນັບ​ຖື, ພວກ​ອາ​ຕະ​ມາ​ຈື່​ຈຳ​ໄດ້​ວ່າ​ຄົນ​ຫລອກ​ລວງ​ຜູ້​ນັ້ນ ເມື່ອ​ຍັງ​ມີ​ຊີ​ວິດ​ຢູ່ ເຂົາ​ໄດ້​ເວົ້າ​ວ່າ, “ພາຍ​ຫລັງ​ສາມ​ວັນ​ແລ້ວ​ເຮົາ​ຈະ​ເປັນ​ຄືນ​ມາ” 64 ດ້ວຍ​ເຫດ​ນັ້ນ​ຂໍ​ທ່ານ​ບັນ​ຊາ​ສັ່ງ​ໃຫ້​ເຝົ້າ​ອຸບ​ໂມ​ງໄວ້​ຢ່າງ​ແຂງ​ແຮງ​ຈົນ​ເຖິງວັນ​ຖ້ວນ​ສາມ ຢ້ານ​ວ່າ​ພວກ​ສາ​ວົກ​ຂອງ​ມັນ​ຈະ​ມາ​ລັກ​ເອົາ​ສົບ​ໄປ​ແລ້ວ​ຈະ​ກ່າວ​ຕໍ່​ພົລ​ເມືອງວ່າ “ທ່ານເປັນ​ຄືນ​ມາ​ຈາ​ກ​ຕາຍ​ແລ້ວ” ການ​ຫລອກ​ລວງ​ຄັ້ງ​ສຸດ​ທ້າຍ​ນີ້​ຈະ​ຮ້າຍ​ແຮງ​ກວ່າ​ຄັ້ງ​ກ່ອນ” 65 ປີ​ລາດ​ໄດ້​ບອກ​ເຂົາ​ວ່າ, “ພວກ​ທ່ານມີ​ທະ​ຫານ​ຍາມ ຈົ່ງ​ໄປ​ເຝົ້າ ໃຫ້​ແຂງ​ແຮງ​ຕາມ​ຄວາມ​ເຫັນ​ຂອງ​ພວກ​ທ່ານ” 66 ແລະ​ເຂົາ​ກໍ​ໄດ້​ພາ​ກັນ​ໄປ​ເຮັດ​ໃຫ້​ອຸບ​ໂມງ​ນັ້ນ​ຫມັ້ນ​ຄົງ ໂດຍ​ປະ​ທັບ​ຕາ​ໃສ່​ຫີນ​ໄວ້​ແລະ​ຕັ້ງ​ທະ​ຫານ​ຍາມ​ໃຫ້​ເຝົ້າ​ຢູ່

ມັດທາຍ 28

ການ​ຊົງ​ຄື​ນພຣະ​ຊົນ

1 ພາຍ​ຫລັງ​ວັນ​ສະ​ບາ​ໂຕ​ນັ້ນ​ເວ​ລາ​ໃກ້​ຮຸ່ງ​ເຊົ້າ​ວັນ​ຕົ້ນ​ສັ​ປ​ດາ ມາ​ຣິ​ອາ​ໄທ​ມັກ​ດາ​ລາ ກັບ​ມາ​ຣິ​ອາ​ອີກ​ຄົນ​ນຶ່ງ​ນັ້ນ​ໄດ້​ພາ​ກັນ​ໄປ​ເບິ່ງ​ອຸບ​ໂມງ 2 ເບິ່ງ​ແມ໋, ເກິດ​ແຜ່ນ​ດິນຫ​ວັ່ນ​ໄຫວ​ຢ່າງ​ຫນັກ ເພາະ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ມາ​ຈາກ​ສວັນ ໄດ້​ກຶ່ງ​ກ້ອນ​ຫີນ​ອອກ​ຈາກ​ອຸບ​ໂມງ​ແລ້ວ​ກໍ​ນັ່ງ​ເທິງ​ຫີນ​ນັ້ນ 3 ລັກ​ສະນະຂອງ​ເທວະ​ດາຕົນ​ນັ້ນ​ເຫມືອນ​ແສງ​ຟ້າ​ແມບ ເຄື່ອງ​ນຸ່ງ​ກໍ​ຂາວ​ເຫມືອນ​ຫີ​ມະ 4 ພວກ​ຄົນ​ຍາມ​ທີ່​ເຝົ້າ​ຢູ່​ກໍ​ຢ້ານ​ເທວະ​ດາ​ນັ້ນ ແລະ​ກາຍ​ເປັນ​ເຫມືອນ​ຄົນ​ຕາຍ 5 ຝ່າຍ​ເທວະ​ດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ພວກ​ຜູ້​ຍິງວ່າ, “​ພວກ​ເຈົ້າ​ຢ່າ​ຊູ່​ຢ້ານ ເຮົາ​ກໍ​ຮູ້​ແລ້ວ​ວ່າ​ພວກ​ເຈົ້າ​ມາ​ຊອກ​ຫາ​ພຣະ​ເຢ​ຊູ ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ 6 ພຣະ​ອົງ​ບໍ່​ປະ​ທັບ​ຢູ່​ທີ່​ນີ້ ເພາະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ກ່າວ​ແລ້ວ ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ພຣະ​ອົງ​ໄດ້​ບັນ​ທົມ​ຢູ່ນັ້ນ​ 7 ແລ້ວ​ຈົ່ງ​ຮິບ​ໄປ​ບອກ​ພວກ​ສາ​ວົກ​ຂ​ອງ​ພຣະ​ອົງ​ວ່າ “ພຣະ​ອົງ​ຖືກ​ຊົງ​ບັ​ນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ເບິ່ງ​ແມ໋, ພຣະ​ອົງ​ສະ​ເດັດ​ໄປ​ຍັງ​ແຂວງ​ຄາ​ລິ​ເລ​ກ່ອນ​ທ່ານ​ທັງ​ຫລາຍ ພວກ​ທ່ານ​ຈະ​ໄດ້​ເຫັນ​ພຣະ​ອົງ​ຢູ່​ທີ່​ນັ້ນ” ນີ້​ແຫລະ, ເຮົາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ” 8 ຍິງ​ເຫລົ່າ​ນັ້ນ​ກໍ​ຮິບ​ອອກ​ໄປ​ຈາກ​ອຸບ​ໂມງ​ທັງ​ຢ້ານ​ທັງ​ຍິນ​ດີ​ຫລາຍ ແລ່ນ​ໄປ​ບອກ​ພວກ​ສາ​ວົກ​ຂອງພຣະ​ອົງ 9 ແລະ​ເບິ່ງ​ແມ໋, ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ມາ​ພົບ​ເຂົາ​ແລະ​ຊົງ​ກ່າວ​ວ່າ, “ຈົ່ງ​ຈະ​ເຣິນເທີ​ນ” ຍິງ​ເຫລົ່າ​ນັ້ນ​ກໍ​ເຂົ້າ​ມາ​ພຣະ​ບາດ​ນະ​ມັ​ສ​ການ​ພຣະ​ອົງ 10 ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ຢ່າ​ຊູ່​ຢ້ານ ຈົ່ງ​ໄປ​ບອກ​ພວກ​ພີ່​ນ້ອງ​ຂອງ​ເຮົາ ໃຫ້​ໄປ​ຍັງ​ແຂວງ​ຄາ​ລີ​ເລ ເຂົາ​ຈະ​ໄດ້​ເຫັນ​ເຮົາ​ທີ່​ນັ້ນ”

ຣາຍ​ງານ​ຂອງ​ທະ​ຫານ​ຍາມ

11 ເມື່ອ​ຍິງ​ເຫລົ່າ​ນັ້ນ​ກຳ​ລັງ​ໄປ ມີ​ຜູ້​ເຝົ້າ​ຍາມ​ລາງ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ເລົ່າ​ເຫດ​ການ​ທັງ​ປວງ​ທີ່​ເກິດ​ຂຶ້ນ​ນັ້ນ​ໃຫ້​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ຟັງ 12 ເມື່ອ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ປະ​ຊຸມປຶກ​ສາ​ກັນ​ກັບ​ພວກ​ເຖົ້າ​ແກ່​ແລ້ວ ກໍ​ເອົາ​ເງິນ​ຈໍາ ​ນວນ​ຫລາຍ​ແຈກ​ໃຫ້​ພວກ​ທະ​ຫານ 13 ສັ່ງ​ວ່າ, “ໃຫ້​ພວກ​ເຈົ້າ​ເວົ້າ​ວ່າ “ພວກ​ສາ​ວົກ​ຂອງ​ເຂົາໄດ້​ມາ​ໃນ​ເວ​ລາ​ກາງ​ຄືນ ລັກ​ເອົາ​ສົບ​ໄປ​ເວ​ລາ​ຫມູ່​ເຮົາ​ນອນ​ຫລັບ​ຢູ່” 14 ຖ້າ​ຄວາມ​ນີ້​ຊາບ​ເຖິງ​ຜູ້​ປົກ​ຄອງ ພວກ​ເຮົາ​ຈະ​ຊັກ​ຊວນ​ເອົາ​ໃຈ​ທ່ານ ຈຶ່ງ​ໃຫ້​ພວກ​ເຈົ້າພົ້ນ​ຄວາມ​ທຸກ​ຮ້ອນ​ໃຈ” 15 ເຂົາ​ໄດ້​ຮັບ​ເງິນ​ແລ້ວ​ກໍ​ພາ​ກັນ​ເຮັດ​ຕາມ​ຄຳ​ແນະ​ນຳ​ນັ້ນ ຄວາມ​ນີ້​ໄດ້​ຊ່າ​ລື​ໄປ​ໃນ​ບັນ​ດາ​ພວກ​ຢິວ​ຈົນ​ເຖິງ​ທຸກວັນ​ນີ້

ພຣະ​ເຢ​ຊູ​ຊົງ​ສັ່ງ​ສາ​ວົກ

16 ແຕ່​ພວກ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ​ໄດ້​ໄປ​ຍັງ​ແຂວງ​ຄາ​ລີ​ເລ ເຖິງ​ພູທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ກຳ​ນົດ​ໄວ້​ກັບ​ເຂົາ 17 ເມື່ອ​ເຂົາ​ເຫັນ​ພຣະ​ອົງ​ແລ້ວ​ຈຶ່ງ​ຂາບ​ໄຫວ້​ນະ​ມັ​ສ​ການ ແຕ່​ລາງ​ຄົນ​ຍັງ​ສົງ​ສັຍ​ຢູ່ 18 ພຣະ​ເຢ​ຊູ​ຈຶ່ງ​ສະ​ເດັດ​ມາ​ໃກ້​ແລ້ວ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ອຳ​ນາດ​ທັງ​ຫມົດ​ໃນ​ສວັນ​ແລະ​ທີ່​ແຜ່ນ​ດິນ​ໂລກ​ກໍ​ດີ ຊົງ​ມອບ​ໃຫ້​ແກ່​ເຮົາ​ແລ້ວ 19 ເຫດ​ສັນ​ນັ້ນ​ພວກ​ທ່ານ​ຈົ່ງ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ ໃຫ້​ເຂົາ​ຣັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ແຫ່ງ​ພຣະ​ບິ​ດາ ພຣະ​ບຸດ ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 20 ສັ່ງ​ສອນ​ເຂົາ​ໃຫ້​ຖື​ຮັກ​ສາ​ສາ​ຣະ​ພັດ​ຊຶ່ງ​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫລະ, ເຮົາ​ຢູ່​ກັບ​ທ່ານ​ທັງ​ຫລາຍ​ທຸກໆ ວັນ​ຈົນ​ຫມົດ​ກັບ”

ມາຣະໂກ 1

ການ​ເທ​ສ​ນາ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

1 ຕົ້ນ​ເດີມ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ຄຣິດ (ພຣະ​ບຸດ​ຂອງ​ພຣະ​ເຈົ້າ) 2 ກໍແມ່ນ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ຫນັງ​ສື​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ໄດ້​ໃຊ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄປ​ລ່ວງ​ຫນ້າ​ທ່ານ ຜູ້​ນັ້ນ​ຈະ​ຈັດ​ແຈງ​ທາງ​ຂອງ​ທ່ານ​ໄວ້” 3 “ແມ່ນ​ສຽງ​ຂອງ​ຜູ້​ຮ້ອງ​ໃນ​ປ່າ​ວ່າ “ຈົ່ງ​ຈັດ​ແຈງ​ທາງ​ແຫ່ງ​ພຣະ​ຜູ້​ເປັນເຈົ້າ ຈົ່ງ​ເຮັດຫົນ​ທາງ​ຂອງພຣະ​ອົງ​ໃຫ້​ຊື່​ໄປ” 4 ໂຢ​ຮັນບັບ​ຕິ​ສະ​ໂຕ​ໄດ້​ປາ​ກົດ​ຕົວ​ໃນ​ປ່າ ແລະ​ໄດ້​ປະ​ກາດ​ສິນ​ບັບ​ຕິ​ສະ​ມາ​ກ່ຽວເຣື່ອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ສຳ​ລັບ​ການ​ຍົກ​ບາບ​ໂທດ​ເສັຽ 5 ຄົນ​ທົ່ວ​ແຂວງ​ຢູ​ດາຍ​ກັບ​ຊາວ​ກຸງ​ເຢຣູ​ຊາ​ເລັມ​ທັງ​ຫມົດ ໄດ້​ພາ​ກັນ​ອອກ​ໄປ​ຫາ​ໂຢ​ຮັນ ສາ​ລະ​ພາບຄວາມ​ຜິດ​ບາບ​ຂອງ​ຕົນ ແລ້ວ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຈາກ​ໂຢ​ຮັນ​ໃນ​ແມ່​ນ້ຳ​ຈໍ​ແດນ 6 ໂຢຮັນ​ແຕ່ງ​ກາຍ​ດ້ວຍ​ຜ້າ​ຂົນ​ໂອດ​ໂອ ໃຊ້​ສາຍ​ຫນັງ​ຮັດ​ແອວ ແລະ​ກິນ​ຕັກ​ແຕນ​ກັບ​ນ້ຳ​ເຜິ້ງ​ປ່າ​ເປັນ​ອາ​ຫານ 7 ທ່ານໄດ້​ປ່າວ​ປະ​ກາດ​ວ່າ, “ຈະ​ມີ​ຜູ້​ມີ​ຣິດ​ກວ່າ​ເຮົາ​ຜູ້​ນຶ່ງ​ມາ​ພາຍ​ຫລັງ​ເຮົາ ຊຶ່ງ​ເຮົາ​ບໍ່​ສົມ​ຄວນ​ຈະ​ກົ້ມ​ລົງ​ແກ້​ສາຍ​ຮັດ​ເກິບ​ຂອງ​ທ່ານ 8 ຝ່າຍ​ເຮົາ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແຕ່ສ່ວນ​ທ່ານ​ຜູ້​ນັ້ນ​ຈະ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ”

ພຣະ​ເຢ​ຊູ​ຊົງ​ຮັບ​ບັບ​ຕິ​ສະ​ມາ

9 ຕໍ່​ມາ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ຈາກ​ນາ​ຊາ​ເຣັດ​ແຂວງ​ຄາ​ລີ​ເລ ແລະ​ໄດ້​ຊົງ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ໂຢ​ຮັນ​ໃນ​ແມ່​ນ້ຳ​ຈໍ​ແດນ 10 ພໍ​ພຣະ​ອົງສະ​ເດັດ​ຂຶ້ນ​ຈາກ​ນ້ຳ ໃນ​ທັນ​ໃດ​ນັ້ນ​ກໍ​ຊົງ​ເຫັນ​ທ້ອງ​ຟ້າ​ກຳ​ລັງ​ແຫວກ​ອອກ ແລະ​ພຣະ​ວິນ​ຍານ​ເຫມືອນ​ດັ່ງ​ນົກ​ເຂົາ​ສະ​ເດັດ​ລົງ​ມາ​ສູ່​ພຣະ​ອົງ 11 ແລ້ວ​ມີ​ພຣະ​ສຸ​ຣະ​ສຽງ​ມາ​ຈາກ​ຟ້າ​ສວັນ​ວ່າ, “ທ່ານ​ເອີຍ, ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນ​ທ່ານ”

ມານ​ທົດ​ລອງ​ພຣະ​ເຢ​ຊູ

12 ໃນ​ທັນ​ໃດ​ນັ້ນ​ພຣະ​ວິນ​ຍານ​ໄດ້​ຊົງ​ບັງ​ຄັບ​ພຣະ​ອົງ​ໃຫ້​ສະ​ເດັດ​ເຂົ້າ​ໄປ​ໃນ​ປ່າ​ກັນ​ດານ 13 ທີ່ນັ້ນ​ຊາ​ຕານ​ໄດ້​ທົດ​ລອງ​ພຣະ​ອົງ​ເຖິງ​ສີ່​ສິບ​ວັນ ພຣະ​ອົງ​ຊົງ​ຢູ່​ຖ້າມ​ກາງ​ສັດ​ປ່າ ແລະ​ມີ​ພວກ​ເທວະ​ດາ​ມາ​ບົວ​ລະ​ບັດ​ພຣະ​ອົງ

ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ປ່າວ​ປະ​ກາດ​ແຂວງ​ຄາລີ​ເລ

14 ຄັນ​ໂຢ​ຮັນ​ຖືກ​ຈັບ​ແລ້ວ ພຣະ​ເຢຊູ​ໄດ້​ສະ​ເດັດ​ໄປ​ຍັງ​ແຂວງ​ຄາ​ລີ​ເລ ຊົງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຈົ້າ 15 ແລະ​ຊົງ​ບອກວ່າ, “ເວ​ລາ​ກຳ​ນົດ​ມາ​ເຖິງ​ແລ້ວ​ ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າໄດ້​ມາ​ໃກ້​ແລ້ວ ຈົ່ງ​ຖີ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ແລະ​ເຊື່ອ​ໃນ​ຂ່າ​ວ​ປະ​ເສີດ”

ພຣະ​ເຢ​ຊູ​ຊົງ​ເອີ້ນ​ສາ​ວົກ​ສີ່​ຄົນ

16 ເມື່ອ​ພຣະ​ອົງ​ສະ​ເດັດ​ໄປ​ຕາມ​ແຄມ​ທະ​ເລ​ສາບ​ຄາ​ລີ​ເລ ກໍ​ທອດ​ພຣະ​ເນດ​ເຫັ​ນ​ຊີ​ໂມນ​ແລະ​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຊີ​ໂມນ​ກຳ​ລັງ​ຖີ້ມມອງ​ລົງ​ນ້ຳ​ເພາະ​ວ່າ​ເຂົາ​ເປັນ​ຊາວ​ຫາ​ປາ 17 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ​ແລະ​ເຮົາ​ຈະ​ບັນ​ດານ​ໃຫ້​ເຈົ້າ​ກາຍ​ເກິດ​ເປັນ​ຜູ້​ຫາ​ຄົນ” 18 ທັນທີ​ນັ້ນ​ເຂົາ​ກໍ​ປະ​ມອງ​ຂອງ​ເຂົາ​ຕາ​ມພຣະ​ອົງ​ໄປ 19 ເມື່ອ​ສະ​ເດັດ​ໄປ​ອີກ​ຫນ້ອຍ​ນຶ່ງ ພຣະ​ອົງ​ກໍ​ທອດ​ພຣະ​ເນດ​ເຫັນ​ຢາ​ໂກ​ໂບ​ລູກ​ຊາຍ​ຂອງ​ເຊ​ເບ​ດາຍ ກັບ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ເຂົາກຳ​ລັງ​ຝູງມອງ​ຢູ່​ໃນ​ເຮືອ 20 ໃນ​ທັນ​ໃດ​ນັ້ນ​ພຣະ​ອົງ​ໄດ້​ເອີ້ນ​ເອົາ​ເຂົາ ເຂົາ​ຈຶ່ງ​ປະ​ເຊ​ເບ​ດາຍ​ພໍ່​ຂອງ​ເຂົາ​ກັບ​ລູກ​ຈ້າງ​ໄວ້​ໃນ​ເຮືອ​ແລະ​ຕາມ​ພຣະ​ອົງ​ໄປ

ຊາຍ​ທີ່ມີ​ຜີ​ຖ່ອຍ​ຮ້າຍ​ສິງ

21 ພຣະ​ອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ເມືອງ​ກາ​ເປ​ນາ​ອູມ ພ້ອມ​ກັບ​ພວກ​ຂອງ​ພຣະ​ອົງ ແລະ​ເມື່ອ​ເຖິງວັນ​ສະ​ບາ​ໂຕ ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ 22 ຄົນ​ທັງ​ຫລາຍກໍ​ປ​ລາດ​ໃຈ​ໃນ​ການ​ສອນຂອງ​ພຣະ​ອົງ ເພາະ​ວ່າ​ພຣະ​ອົງ​ຊົງ​ສັ່ງ​ສອນ​ເຂົາ​ເຫມືອນ​ຜູ້​ມີ​ສິດ​ອຳ​ນາດ ບໍ່​ເຫມືອນ​ພວກນັກ​ທັມ 23 ຂ​ນະ​ນັ້ນ​ໃນ​ໂຮງ​ທັມ​ມີ​ຄົນ​ທີ່​ມີ​ຜິຖ່ອຍ​ຮ້າຍ​ສິງ​ຢູ່ 24 ແລະ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ເຢ​ຊູ​ໄທ​ນາ​ຊາ​ເຣັດ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ພວກ​ເຮົາ​ເຮັດ​ຫຍັງ ທ່ານ​ມາ​ທຳ​ລາຍ​ພວກ​ເຮົາ​ຫລື ທ່ານ​ແມ່ນ​ຜູ້​ໃດ​ພວກ​ເຮົາ​ກໍ​ຮູ້​ແລ້ວ ທ່ານ​ຄື​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້າ” 25 ພຣະ​ເຢຊູ​ຊົງ​ຫ້າມ​ມັນ​ວ່າ, “ມິດ​ແມ໋, ອອກ​ຈາກ​ຄົນ​ນີ້​ເສັຽ” 26 ແລະເມື່ອ​ຜີ​ຖ່ອຍ​ຮ້າຍ​ເຮັດ​ໃຫ້​ຄົນ​ນັ້ນ​ຊັກ​ແລະ​ຮ້ອງ​ສຽງ​ດັງ​ແລ້ວ ມັນ​ກໍ​ອອກ​ຈາກ​ເຂົາໄປ 27 ຄົນ​ທັງ​ປວງ​ກໍ​ງຶດ​ປ​ລາດ​ໃຈ​ຫລາຍ ຈຶ່ງ​ຖາມ​ກັນ​ວ່າ, “ການ​ນີ້​ເປັນ​ຢ່າງ​ໃດ​ຫນໍ ຄົງ​ເປັນ​ຄວາມ​ສັ່ງ​ສອນ​ໃຫມ່​ແທ້ ທ່ານ​ສັ່ງ​ຜີ​ຖ່ອຍ​ຮ້າຍ​ດ້ວຍ​ຣິດ​ອຳ​ນາດ​ແລະ​ມັນ​ກໍ​ຍອມ​ຟັງ​“ 28 ເມື່ອ​ນັ້ນ​ກິ​ຕິ​ສັບ​ຂອງ​ພຣະ​ອົງ​ກໍ​ຊ່າ​ອອກ​ໄປ​ທົ່ວ​ເຂດ​ທີ່​ອ້ອມ​ແຂວງ​ຄາ​ລີ​ເລ​ນັ້ນ

ພຣະ​ເຢ​ຊູຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ດີ​ພ​ຍາດ

29 ເມື່ອ​ສະ​ເດັດ​ອອກ​ຈາກ​ໂຮງ​ທັມ​ແລ້ວ ພຣະ​ອົງ​ກັບ​ພວກ​ຂອງ​ພຣະ​ອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຊີ​ໂມນ​ແລະ​ອັນ​ເດ​ອາ ພ້ອມ​ກັບ​ຢາ​ໂກ​ໂບ​ແລະ​ໂຢ​ຮັນ 30 ແມ່​ເມັຽ​ຂອງ​ຊີ​ໂມນນອນ​ໄຂ້​ຢູ່ ໃນ​ທັນ​ໃດ​ນັ້ນ​ເຂົາ​ຈຶ່ງ​ມາ​ທູນ​ພຣະ​ອົງ​ໃຫ້​ຊາບ​ດ້ວຍ​ເຣື່ອງ​ຂອງ​ນາງ 31 ແລ້ວ​ພຣະ​ອົງ​ກໍ​ສະ​ເດັດ​ໄປ​ຈັບ​ມື​ນາງ​ໃຫ້​ລຸກ​ຂຶ້ນ ແລະ​ອາ​ການ​ໄຂ້​ກໍ​ຫາຍ ນາງ​ຈຶ່ງ​ບົວ​ລະ​ບັດ​ພຣະ​ອົງ​ພ້ອມ​ທັງ​ພວກ​ຂອງ​ພຣະ​ອົງ 32 ແລະ​ພໍ​ຕາ​ເວັນ​ຕົກ ເມື່ອ​ຄ່ຳ​ແລ້ວ​ເຂົາ​ໄດ້​ພາ​ບັນ​ດາ​ຄົນ​ເຈັບ​ປ່ວຍ​ແລະ​ທີ່​ມີ​ຜິ​ຮ້າຍ​ສິງ​ມາ​ຫາ​ພຣະ​ອົງ​ 33 ແລະ​ຄົນ​ທັງ​ເມືອງ​ກໍ​ພາ​ກັນ​ມາ​ອັ່ງ​ອໍ​ຢູ່​ຫນ້າ​ປະ​ຕູ 34 ພຣະ​ອົງ​ຈຶ່ງ​ຊົງ​ໂຜດ​ຄົນ​ທີ່​ເຈັບ​ປ່ວຍ​ດ້ວຍ​ພ​ຍາດ​ຕ່າງໆ ໃຫ້​ດີ​ຫລາຍ​ຄົນ ແລະ​ຊົງ​ຂັບ​ໄລ່​ຜີ​ຮ້າຍ​ຫລາຍ​ໂຕ​ອອກ​ເສັຽ ສ່ວນ​ຜິ​ຮ້າຍ​ເຫລົ່າ​ນັ້ນ​ພຣະ​ອົງ​ບໍ່​ຊົງ​ອະ​ນຸ​ຍາດ​ໃຫ້​ປາກ​ເພາະ​ວ່າ​ມັນ​ຮູ້​ຈັກ​ພຣະ​ອົງ

ພຣະ​ເຢ​ຊູ​ສະ​ເດັດ​ອອກ​ໄປ​ປະ​ກາດ

35 ກ່ອນ​ຮຸ່ງ​ເຊົ້າ​ເວ​ລາ​ຍັງ​ມືດ​ຢູ່ ພຣະ​ອົງ​ໄດ້​ຊົງ​ລຸກ​ຂຶ້ນ​ສະ​ເດັດ​ອອກ​ໄປ​ຍັງ​ປ່າ​ບ່ອນ​ສ​ງັດ ແລະ​ຊົງ​ອ້ອນວອນ​ຢູ່​ທີ່​ນັ້ນ 36 ຝ່າຍ​ຊີ​ໂມນ​ແລະ​ພວກ​ທີ່ຢູ່​ດ້ວຍ​ກັນ​ກໍ​ຕາມ​ຫາ​ພຣະ​ອົງ 37 ເມື່ອ​ພົບ​ແລ້ວ​ເຂົາ​ຈຶ່ງ​ທູນ​ວ່າ, “ຄົນ​ທັງ​ຫລາຍ​ກໍ​ຊອກ​ຫາ​ທ່ານ​ຢູ່” 38 ພຣະ​ອົງ​ຊົງ​ຕອບວ່າ, “ໃຫ້​ເຮົາ​ທັງ​ຫລາຍ​ໄປ​ໃນ​ເຂດ​ບ້ານ​ເມືອງ​ໃກ້​ຄຽງ ເພື່ອ​ເຮົາ​ຈະ​ປະ​ກາດ​ທີ່​ນັ້ນ​ດ້ວຍ ເພາະ​ເຫດ​ການ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ອອກ​ມາ” 39 ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ປະ​ກາດ​ໃນ​ໂຮງ​ທັມ​ຂອງເຂົາຕລອດ​ທົ່ວ​ແຂວງ​ຄາ​ລີເລ ແລະ​ໄດ້​ຂັບ​ໄລ່​ຜີ​ຫລາຍ​ໂຕ​ອອກ​ເສັຽ

ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ຂີ້​ທູດ​ໃຫ້​ດີ​ສະ​ອາດ

40 ຄົນ​ຂີ້​ທູດ​ຜູ້​ນຶ່ງ​ໄດ້​ມາ​ຫາ​ພຣະ​ອົງ​ຂໍ​ໃຫ້​ພຣະ​ອົງ​ຊົງ​ໂຜດ​ຊ່ອຍ ເຂົາ​ໄດ້​ຄຸ​ເຂົ່າ​ລົງ​ທູນ​ວ່າ, “ຖ້າ​ທ່ານ​ພໍ​ໃຈ​ກໍ​ອາດ​ຈະ​ເຣັດ​ໃຫ້​ຂ້າ​ນ້ອຍ​ດີ​ສະ​ອາດ​ໄດ້” 41 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ມີ​ພຣະ​ທັຍ​ສົງ​ສານ​ຄົນ​ນັ້ນ ແລ້ວ​ຊົງ​ຢຽດ​ພຣະ​ຫັດ​ອອກ​ຖືກເຂົາຊົງ​ກ່າວ​ວ່າ, “ເຮົາ​ພໍ​ໃຈ​ແລ້ວ ຈົ່ງ​ດີ​ສະ​ອາດ​ເສັຽ” 42 ແລະ​ໃນ​ທັນ​ໃດ​ນັ້ນ​ພ​ຍາດ​ຂີ້​ທູດ​ກໍ​ຫາຍ​ແລະ​ຄົນ​ນັ້ນ​ກໍ​ສະ​ອາດ 43 ແລ້ວ​ພຣະ​ອົງ​ໄດ້​ຊົງ​ສັ່ງ​ຄົນ​ນັ້ນ​ຢ່າງ​ເຂັ້ມ​ແຂງ ໃຫ້​ຫນີ​ໄປ​ທັນ​ທີ 44 ໂດຍ​ຊົງ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ລະ​ວັງ, ຢ່າ​ບອກ​ສິ່ງ​ໃດ​ໃຫ້​ຜູ້​ໃດ​ຟັງ ແຕ່​ຈົ່ງໄປ​ສະ​ແດງ​ຕົວ​ຕໍ່​ປະ​ໂຣຫີດ ແລະ​ຖວາຍ​ເຄື່ອງ​ບູ​ຊາ​ຕາມ​ທີ່​ໂມ​ເຊ​ໄດ້​ສັ່ງ​ໄວ້​ເພື່ອ​ເປັນ​ຫລັກ​ຖານ​ຕໍ່​ເຂົາ​ວ່າ​ເຈົ້າ​ດີ​ສະ​ອາດ​ແລ້ວ” 45 ແຕ່​ຄົນ​ນັ້ນ ເມື່ອ​ອອກ​ໄປ​ແລ້ວ​ກໍ​ຕັ້ງ​ຕົ້ນ​ປ່າວ​ຮ້ອງ​ຢ່າງ​ຫລວງ​ຫລາຍ​ໃຫ້​ເຣື່ອງ​ນັ້ນ​ຊ່າ​ລື​ໄປ ຈົນ​ພຣະ​ອົງ​ຈະ​ສະ​ເດັດ​ເຂົ້າ​ໄປ​ໃນ​ເມືອງ​ໂດຍ​ເປີດ​ເຜີຍ​ຕໍ່​ໄປ​ບໍ່​ໄດ້ ແຕ່​ປະ​ທັບ​ຢູ່​ພາຍນອກ​ໃນ​ບ່ອນ​ສ​ງັດ​ຕ່າງໆ ແລະ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະ​ອົງ

ມາຣະໂກ 2

ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ເປັ້ຽ​ໃຫ້​ຄືນ​ດີ​ປົກ​ກະ​ຕິ

1 ຄັນ​ລ່ວງ​ໄປ​ບໍ່​ເຫິງ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ໃນ​ເມືອງ​ກາ​ເປນາ​ອູມ​ອີກ ແລະ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ຂ່າວ​ວ່າ​ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ເຮືອນ 2 ຂ​ນະ​ນັ້ນ​ມີ​ຄົນ​ຫລວງ​ຫລາຍ​ມາ​ໂຮມ​ກັນ​ຈົນ​ບໍ່​ມີບ່ອນ​ຢູ່ ແມ່ນ​ຈະ​ເຂົ້າ​ໄປ​ໃກ້​ປະ​ຕູ​ກໍ​ບໍ່​ໄດ້ ແລ້ວ​

ພຣະ​ອົງ​ຊົງ​ກ່າວ​ພຣະ​ທັມ​ໃຫ້​ເຂົາ​ຟັງ

3 ສ່ວນ​ຄົນ​ຈຳ​ພວກ​ນຶ່ງ​ໄດ້​ນຳ​ຄົນ​ເປັ້ຽ​ຜູ້​ນຶ່ງ​ມາ​ຫາ​ພຣະ​ອົງ ມີ​ສີ່​ຄົນ​ຫາມ 4 ເມື່ອ​ເຂົາ​ເຂົ້າ​ໄປ​ເຖິງ​ພຣະ​ອົງ​ບໍ່​ໄດ້​ເພາະ​ຄົນ​ຫລາຍ ເຂົາ​ຈຶ່ງ​ຮື້​ຫລັງ​ຄາ​ຊື່​ບ່ອນ​ພຣະ​ອົງ​ປະ​ທັບ​ນັ້ນ ເມື່ອ​ຮື້​ເປັນ​ປ່ອງ​ແລ້ວ ເຂົາ​ກໍ​ຢ່ອນ​ບ່ອນນອນ​ທີ່​ຄົນ​ເປັ້ຽນ​ອນ​ຢູ່​ນັ້ນ​ລົງ 5 ເມື່ອ​ພຣະ​ເຢ​ຊູ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາ ກໍ​ຊົງ​ກ່າວ​ແກ່​ຄົນ​ເປັ້ຽນັ້ນ​ວ່າ, “ລູກ​ເອີຍ, ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” 6 ແຕ່​ມີ​ພວກ​ນັກ​ທັມ​ບາງ​ຄົນ​ນັ່ງ​ຢູ່​ທີ່​ນັ້ນ​ໄດ້​ຄຶດ​ໃນ​ໃຈ​ວ່າ, 7 “ເປັນ​ຫຍັງ​ຄົນ​ນີ້​ຈຶ່ງ​ເວົ້າ​ແນວ​ນັ້ນ ເປັນ​ການ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ​ແທ້ ໃຜ​ຈະ​ຍົກ​ຄວາມ​ຜິດ​ບາບ​ໄດ້ ເວັ້ນ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ” 8 ແລະໃນ​ທັນ​ໃດ​ນັ້ນ ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ໃນ​ພຣະ​ທັຍ​ວ່າ ເຂົາ​ກຳ​ລັງ​ຄຶດ​ໃນ​ໃຈ​ຢ່າງ​ນັ້ນ ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຫດ​ສັນ​ໃດ ທ່ານ​ທັງ​ຫລາຍ​ຈຶ່ງ​ຄຶດ​ໃນ​ໃຈ​ຢ່າງ​ນີ້ 9 ​ຈະ​ບອກ​ແກ່​ຄົນ​ເປັ້ຽນັ້ນ​ວ່າ “ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” ຫລື​ຈະ​ບອກວ່າ “ຈົ່ງ​ລຸກ​ຂຶ້ນ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ຍ່າງ​ໄປ” ອັນ​ໃດ​ຈະ​ງ່າຍ​ກວ່າ​ກັນ 10 ແຕ່​ເພື່ອ​ທ່ານທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ບຸດ​ມະ​ນຸດ​ມີ​ສິດ​ອຳ​ນາດ​ໃນ​ໂລ​ກ ໃຫ້​ອະ​ພັຍ​ຄວາມ​ຜິດ​ບາບໄດ້” ພຣະ​ອົງ​ຈຶ່ງ​ກ່າວ​ແກ່​ຄົນ​ເປັ້ຽນັ້ນ​ວ່າ, 11 “ເຮົາ​ສັ່ງ​ເຈົ້າ ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ບ້ານ​ເສັຽ” 12 ຄົນ​ເປັ້ຽກໍ​ລຸກ​ຂຶ້ນ​ຍົກ​ເອົາບ່ອນນອນ​ຂອງ​ຕົນ​ອອກ​ໄປ​ຕໍ່​ຫນ້າ​ຄົນ​ທັງ​ປວງ​ທັນ​ທີ ເຂົາ​ທັງ​ປວງ​ກໍ​ງຶດ​ປ​ລາດ​ໃຈ​ຫລາຍ​ຈຶ່ງ​ສັຣ​ເສີນ​ພຣະ​ເຈົ້າ​ ແລະ​ເວົ້າ​ວ່າ, “ເຮົາ​ບໍ່​ເຄີຍ​ເຫັນ​ຢ່າງ​ນີ້​ຈັກ​ເທື່ອ”

ພຣະ​ເຢ​ຊູ​ຊົງ​ເອີ້ນ​ເລ​ວີ

13 ຝ່າຍ​ພຣະ​ອົງ​ໄດ້​ສະ​ເດັດ​ອອ​ກ​ໄປ​ຕາມ​ແຄມ​ທະ​ເລ​ສາບ​ອີກ ປະ​ຊາ​ຊົນ​ທັງ​ຫລາຍ​ກໍ​ມາ​ຫາ​ພຣະ​ອົງ ພຣະ​ອົງ​ໄດ້​ຊົງ​ສັ່ງ​ສອນ​ເຂົາ 14 ເມື່ອ​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ໄປ​ນັ້ນ ກໍ​ຊົງ​ເຫັນ​ເລ​ວີ​ລູກ​ອາ​ລາ​ຟາຍນັ່ງ​ຢູ່​ດ່ານ​ພາ​ສີ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ທ່ານ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ” ເຂົາກໍ​ລຸກ​ຂຶ້ນ​ຕາມ​ພຣະ​ອົງ​ໄປ 15 ເມື່ອ​ພຣະ​ອົງ​ໄປ​ປະ​ທັບ​ສ​ເວີຍ​ອາ​ຫານ​ຢູ່​ໃນ​ເຮືອນ​ຂອງ​ເລ​ວີ ມີ​ຄົນ​ເກັບ​ພາ​ສີ​ແລະ​ຄົນ​ນອກ​ສິນ​ທັມ​ຫລາຍ​ຄົນ​ນັ່ງ​ຮ່ວມ​ໂຕະ​ກັບ​ພຣະ​ເຢ​ຊູ​ແລະ​ພວກ​ສິດ​ຂອງ​ພຣະ​ອົງ ເພາະ​ມີ​ຄົນ​ຕິດ​ຕາມ​ພຣະ​ອົງ​ໄປ​ຫລາຍ 16 ແລະ​ມີ​ພວກ​ນັກ​ທັມ​ຝ່າຍ​ຟາ​ຣີ​ຊາຍ ເມື່ອ​ເຫັນ​ພຣະ​ອົງ​ຊົງ​ສ​ເວີຍ​ອາ​ຫານ​ກັບ​ຄົນ​ນອກ​ສິນ​ທັມ​ແລະ​ຄົນ​ເກັບ​ພາ​ສີ ໄດ້​ທ້ວງ​ຖາມ​ພວກ​ສິດ​ຂອງ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ຫນໍ ທ່ານ​ຈຶ່ງຍອມ​ຮັບ​ປະ​ທານ​ຮ່ວມ​ກັບ​ຄົນ​ນອກ​ສິນ​ທັມ​ແລະ​ຄົນ​ເກັບ​ພາ​ສີ” 17 ຄັນ​ພຣະ​ເຢ​ຊູ​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ຊົງ​ກ່າວແກ່​ເຂົາ​ວ່າ, “ຄົນ​ທີ່​ສະ​ບາຍ​ບໍ່​ຕ້ອງ​ການ​ຫມໍ​ຢາ ແຕ່​ຄົນ​ເຈັບ​ຕ້ອງ​ການ​ຫມໍ ເຮົາ​ບໍ່​ໄດ້​ມາ​ເພື່ອ​ຈະ​ເອີ້ນ​ເອົາ​ຄົນ​ສິນ​ທັມ ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກ​ສິນ​ທັມ”

ບັນ​ຫາ​ການ​ຖື​ສິນ​ອົດ​ອາຫານ

18 ມີ​ພວກສິດ​ຂອງ​ໂຢ​ຮັນ​ແລະ​ພວກ​ຟາ​ຣີ​ຊາຍ​ກຳ​ລັງ​ຖື​ສິນ​ອົດ​ອາ​ຫານ ແລ້ວ​ມີບາງ​ຄົນ​ມາ​ທູນ​ພຣະ​ອົງ​ວ່າ, “ເຫດ​ສັນ​ໃດ​ພວກ​ສິດ​ຂອງ​ໂຢ​ຮັນ​ແລະ​ສິດ​ຂອງ​ຟາ​ຣີ​ຊາຍ​ເຄີຍ​ຖື​ສິນ​ອົດ​ອາ​ຫານ ແຕ່​ພວກ​ສິດ​ຂອງ​ທ່ານ​ບໍ່​ຖື” 19 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເມື່ອ​ເຈົ້າ​ບ່າວ​ຍັງ​ຢູ່​ນຳ​ເຂົາ ພວກ​ເພື່ອນ​ຂອງ​ເຈົ້າ​ບ່າວ​ນັ້ນ​ຈະ​ຖື​ສິນ​ອົດ​ອາ​ຫານ​ຢູ່ບໍ່​ໄດ້​ຕີ້ ເຈົ້າ​ບ່າວ​ຢູ່​ນຳ​ເຂົາ​ນານ​ເທົ່າ​ໃດ ເຂົາ​ຈະ​ຖືສິນ​ອົດ​ອາ​ຫານ​ນານ​ເທົ່າ​ນັ້ນ​ບໍ່​ໄດ້ 20 ແຕ່​ຈະ​ມີ​ວັນ​ນຶ່ງ​ເຈົ້າ​ບ່າວ​ຕ້ອງ​ຖືກ​ຍົກ​ຍ້າຍ​ຈາກ​ເຂົາ​ໄປ ເມື່ອ​ນັ້ນ​ແຫລະ, ເຂົາ​ຈຶ່ງ​ຈະ​ຖືສິນ​ອົດ​ອາ​ຫານ 21 “ບໍ່​ຫ່ອນ​ມີ​ຜູ້ໃດ​ເອົາ​ຕ່ອນ​ຜ້າ​ໃຫມ່​ມາ​ຕາບ​ເສື້ອເກົ່າ ຖ້າ​ເຣັດ​ຢ່າງ​ນັ້ນ ເມື່ອ​ຕ່ອນ​ຜ້າໃຫມ່​ຫົດ​ກໍ​ຈະ​ເຣັດ​ໃຫ້​ເສື້ອ​ເກົ່າ​ນັ້ນ​ຂາດ ແລະ​ບ່ອນ​ຂາດ​ນັ້ນ​ກໍ​ຈະ​ກວ້າງ​ອອກ​ອີກ 22 ແລະ​ບໍ່​ມີ​ຜູ້​ໃດ​ເອົາ​ເຫລົ້າ​ແວງ​ໃຫມ່​ມາ​ໃສ່​ໄວ້​ໃນ​ຖົງ​ຫນັງ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ເຫລົ້າ​ແວງ​ໃຫມ່​ກໍ​ຈະ​ເຮັດ​ໃຫ້​ຖົງ​ຫນັງ​ນັ້ນ​ຂາດ​ໄປ ທັງ​ເຫລົ້າ​ແວງ​ແລະ​ຖົງ​ຫນັງ​ກໍ​ຈະ​ເສັຽ​ໄປ​ນຳ​ກັນ ​ແຕ່​ເຫລົ້າ​ແວງ​ໃຫມ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ຫນັງ​ໃຫມ່”

ບັນ​ຫາ​ເຣື່ອງວັນ​ສະ​ບາ​ໂຕ

23 ຢູ່​ມາ​ໃນ​ວັນ​ສະ​ບາ​ໂຕວັນ​ນຶ່ງ ພຣະ​ອົງ​ກໍາ​ລັງ​ສະ​ເດັດ​ຜ່ານ​ທົ່ງ​ນາ​ໄປ ແລະ​ເມື່ອ​ພວກ​ສິດ​ຂອງ​ພຣະ​ອົງ​ຍ່າງ​ຕິດ​ຕາມ​ໄປ ກໍ​ຕັ້ງ​ຕົ້ນ​ເດັດ​ຮວງ​ເຂົ້າ​ໄປ​ນຳ 24 ຝ່າຍ​ພວກ​ຟາ​ຣີ​ຊາຍ​ຈີ່ງ​ທູນ​ພຣະ​ອົງ​ວ່າ, “ເບິ່ງ​ແມ໋, ເປັນ​ແນວ​ໃດ​ພວກ​ສິດ​ຂອງ​ທ່ານ​ຈຶ່ງ​ເຮັດ​ຜິດ​ຕໍ່​ກົດ​ຂອງວັນ​ສະ​ບາ​ໂຕ” 25 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຍັງ​ບໍ່​ໄດ້​ອ່ານ​ຈັກ​ເທື່ອ​ຫລື ຊຶ່ງ​ດາ​ວິດ​ໄດ້​ເຮັດ​ເມື່ອ​ອຶດ​ຢາກ​ຂາດ​ອາ​ຫານ ທັງ​ທ່ານ​ແລະ​ພັກ​ພວກ​ຂອງ​ຕົນ 26 ຄື​ຄາວ​ເມື່ອ​ອະ​ບີ​ອາ​ທາ​ເປັນ​ມະ​ຫາ​ປະ​ໂຣ​ຫິດ ດາ​ວິດ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະ​ຖິດ​ຂອງ​ພຣະ​ເຈົ້າ ແລະ​ຮັບປະ​ທານ​ເຂົ້າ​ຈີ່​ທີ່​ຕັ້ງ​ຖວາຍ​ຕໍ່​ພຣະ​ພັກ ທີ່​ພຣະ​ບັນ​ຍັດ​ຫ້າມ​ບໍ່​ໃຫ້​ໃຜ​ກິນ ເວັ້ນ​ແຕ່​ພວກ​ປະ​ໂຣ​ຫິດ​ເທົ່າ​ນັ້ນ ແລະ​ຊ້ຳ​ຍັງ​ຍື່ນ​ໃຫ້​ພັກ​ພວກ​ຮັບ​ປະ​ທານ​ເຫມືອນ​ກັນ” 27 ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ວັນ​ສະ​ບາ​ໂຕ​ຊົງ​ຕັ້ງ​ໄວ້​ເພື່ອ​ມະ​ນຸດ ບໍ່​ແມ່ນ​ຊົງ​ສ້າງ​ມະ​ນຸດ​ໄວ້​ສຳ​ລັບ​ວັນ​ສະ​ບາ​ໂຕ 28 ເພາະ​ເຫດ​ນັ້ນບຸດ​ມະ​ນຸດ​ຈຶ່ງ​ເປັນ​ເຈົ້າ​ຂອງວັນ​ສະ​ບາ​ໂຕ​ເຫມືອນ​ກັນ”

ມາຣະໂກ 3

ຊາຍ​ມື​ລີບ​ເບື້ອງ​ນຶ່ງ

1 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ເຂົ້າ​ໂຮ​ງ​ທັມ​ມະ​ເທ​ສ​ນາ​ອີກ ແລະ​ທີ່​ນັ້ນ​ມີ​ຄົນ​ນຶ່ງ​ມື​ເບື້ອງ​ນຶ່ງ​ລີບ 2 ເຂົາ​ຊອມ​ເບິ່ງວ່າ​ພຣະ​ອົງຈະ​ຊົງ​ໂຜດ​ໃຫ້​ຄົນ​ນັ້ນ​ດີ​ໃນ​ວັນ​ສະ​ບາ​ໂຕ ຫລື​ເພື່ອ​ເຂົາ​ຈະ​ຟ້ອງ​ພຣະ​ອົງ​ໄດ້ 3 ສ່ວນ​ພຣະ​ອົງ​ຊົງ​ກ່າວ​ແກ່​ຄົນ​ມື​ລີບ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ມາ​ຢືນ​ຂ້າງ​ຫນ້າ​ສາ” 4 ແລ້ວ​ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ໃນ​ວັນ​ສະ​ບາ​ໂຕ​ຄວນ​ຈະ​ເຮັດ​ການ​ດີ ຫລື​ຄວນ​ຈະ​ເຮັດ​ການ​ຮ້າຍ ຈະ​ເອົາ​ຊີ​ວິດ​ໄວ້​ຫລື​ຈະ​ຕັດ​ຊີ​ວິດ​ເສັຽ” ແຕ່​ເຂົາ​ກໍ​ມິດ​ຢູ່ 5 ເມື່ອ​ທອດ​ພຣະ​ເນດ​ເບິ່ງ​ອ້ອມ​ເຂົາ​ດ້ວຍ​ຄວາມ​ເຄືອງ​ພຣະ​ທັຍ ພຣະ​ອົງ​ກໍ​ຊົງ​ເປັນ​ທຸກ​ພຣະ​ທັຍ​ເພາະ​ໃຈ​ເຂົາ​ແຂງ​ກະ​ດ້າງ​ປຶກ​ຕັນ ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ຄົນ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ອອກ” ຄົນ​ນັ້ນ​ກໍ​ຢຽດ​ມື​ອອກ ແລະ​ມື​ຂອງ​ຕົນ​ກໍ​ດີ​ເປັນ​ປົກ​ກະ​ຕິ 6 ຝ່າຍ​ພວກຟາ​ຣີ​ຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ​ໃນ​ທັນ​ໃດ​ນັ້ນ​ເຂົາ​ໄດ້​ປຶກ​ສາ​ກັນ​ກັບ​ພັກ​ພວກ​ຂອງ​ເຮ​ໂຣດ​ເຣື່ອງ​ພຣະ​ອົງ​ວ່າຈະ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ຂ້າ​ພຣະ​ອົງ​ໄດ້

ປະ​ຊາ​ຊົນ​ທັງ​ຫລາຍ​ແຄມ​ຝັ່ງ​ທະ​ເລ​ສາບ

7 ຝ່າຍ​ພຣະ​ເຢ​ຊູ​ສະ​ເດັດ​ອອກ​ມາ​ທີ່​ນັ້ນ​ໄປ​ສູ່​ທະ​ເລ​ສາບ ພ້ອມ​ກັບ​ພວກ​ສິດ​ຂອງ​ພຣະ​ອົງ ແລະ​ຄົນ​ເປັນ​ຈຳ​ນວນ​ຫລາຍ​ຈາກ​ແຂວງ​ຄາ​ລີ​ເລ​ໄດ້​ຕາມ​ໄປ ທັງ​ຈາກ​ແຂວງ​ຢູ​ດາຍ 8 ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ຈາກ​ເມືອງ​ອີ​ດູເມ​ອາ ຈາກ​ແມ່​ນ້ຳ​ຈໍ​ແດນ​ຟາກ​ຕາ​ເວັນ​ອອກ ແລະ​ຈາກ​ອ້ອມ​ແອ້ມ​ເມືອງ​ຕີ​ເຣ ກັບ​ຊີ​ໂດນ ພ​ວກ​ເຫລົ່າ​ນີ້​ໄດ້​ມາ​ຫາ​ພຣະ​ອົງ ເພາະ​ເຂົາ​ໄດ້​ຍິນ​ເຖິງ​ສິ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທໍາ​ຢູ່​ນັ້ນ 9 ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ພວກ​ສິດ​ໃຫ້​ເອົາ​ເຮືອ​ນ້ອຍ​ມາ​ຄອຍ​ຮັບ​ພຣະ​ອົງ ເພື່ອ​ບໍ່​ໃຫ້​ປວງ​ຊົນ​ບຽດ​ພຣະ​ອົງ 10 ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ດີ​ພ​ຍາດ ຈົນ​ບັນ​ດາ​ຜູ້​ມີ​ພ​ຍາດ​ຕ່າງໆ​ໄດ້​ບຽດ​ກັນ​ເຂົ້າ​ຫາ​ພຣະ​ອົງ​ເພື່ອ​ຈະ​ຈັບ​ບາຍ​ພຣະ​ອົງ 11 ແລະ​ຜີ​ຖ່ອຍ​ຮ້າຍ​ທີ່​ສິງ​ຢູ່​ໃນ​ຄົນ​ຫລາຍ​ຄົນ ເມື່ອ​ໄດ້​ເຫັນ​ພຣະ​ອົງ​ກໍ​ໄດ້​ຫມູບ​ລົງ​ຂາບ​ພຣະ​ອົງ​ແລ້ວ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” 12 ຝ່າຍ​ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ຫ້າມ​ຢ່າງ​ເດັດ​ຂາດ ບໍ່​ໃຫ້​ມັນ​ປະ​ກາດ​ພຣະ​ນາມ​ຂອງ​ພຣະ​ອົງ

ພຣະ​ເຢ​ຊູ​ຊົງ​ເລືອກ​ຕັ້ງ​ສາ​ວົກ​ສິບ​ສອງ​ຄົນ

13 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ພູ​ເຂົາ ແລະ​ພໍ​ພຣະ​ທັຍ​ຈະ​ເອີ້ນ​ຜູ້​ໃດ​ມາ​ພຣະ​ອົງ​ກໍ​ຊົງ​ເອີ້ນ​ຜູ້​ນັ້ນ ແລ້ວ​ເຂົາ​ກໍ​ໄດ້​ມາ​ຫາ​ພຣະ​ອົງ 14 ພຣະ​ອົງ​ຊົງ​ຕັ້ງ​ສິດ​ສິບ​ສອງ​ຄົນ​ໄວ້ (ຈຶ່ງ​ຊົງ​ເອີ້ນ​ເຂົາ​ວ່າ​ອັ​ຄ​ສາ​ວົກ) ໃຫ້​ຢູ່​ກັບ​ພຣະ​ອົງ​ເພື່ອ​ຊົງ​ໃຊ້​ເຂົາ​ໄປ​ປະ​ກາດ 15 ແລະ​ຊົງ​ໃຫ້​ມີ​ອຳ​ນາດ​ຂັບ​ໄລ່​ອອກ​ໄດ້ 16 (ສິບ​ສອງ​ຄົນ​ນີ້​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ໄວ້) ຄື​ຊີ​ໂມນ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ຊື່​ອີກວ່າ​ເປ​ໂຕ 17 ແລະ​ຢາ​ໂກ​ໂບ​ລູກ​ເຊ​ເບ​ດາຍ ກັບ​ໂຢ​ຮັນນ້ອງ​ຊາຍ​ຂອງເຂົາ (ທັງ​ສອງຄົນ​ນີ້ ພຣະ​ອົງ​ຊົງ​ປະ​ທານ​ຊື່​ອີ​ກວ່າ​ໂບ​ອະ​ເນ​ເຄ ແປ​ວ່າ​ຄົນ​ໃຈ​ຮຸນ​ແຮງ) 18 ອັນ​ເດ​ອາ ຟີ​ລິບ ບາ​ຣະ​ໂທ​ໂລມາຍ ​ມັດ​ທາຍ ໂທ​ມາ ຢາ​ໂກ​ໂບ​ລູກ​ອາລາ​ຟາຍ ທາ​ດາຍ ຊີ​ໂມນ ພັ​ກ​ຊາດ​ນິຍົມ 19 ແລະ​ຢູ​ດາ​ອິ​ສະ​ກາ​ຣີ​ອົດ ຜູ້​ໄດ້​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ນັ້ນ

ພຣະ​ເຢ​ຊູ​ກັບ​ເບ​ເອນ​ເຊ​ບູນ

ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ຄືນ​ທີ່​ຢູ່ 20 ແລະ​ປະ​ຊາ​ຊົນ​ກໍ​ມາ​ອັ່ງ​ອໍ​ກັນ ຈົນ​ພຣະ​ເຢ​ຊູ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ຮັບ​ປະ​ທານ​ອາ​ຫານ​ບໍ່​ໄດ້ 21 ເມື່ອ​ຍາດ​ມິດ​ຂອງ​ພຣະ​ອົງ​ໄດ້​ຍິນ​ເຫດ​ການ​ນັ້ນ ເຂົາ​ກໍ​ອອກ​ໄປ​ເພື່ອ​ຈະ​ຈັບ​ພຣະ​ອົງ​ໄວ້ ເພາະ​ເຂົາ​ຄຶດ​ວ່າ​ ທ່ານ​ເສັຽ​ຈິດ​ແລ້ວ 22 ພວກ​ນັກ​ທັມຊຶ່ງ​ລົງ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ກ່າວ​ວ່າ, “ຜູ້​ນີ້​ມີ​ຜີ​ເບ​ເອນ​ເຊ​ບູນ​ສິງ​ຢູ່ ແລະ​ທີ່​ທ່ານ​ຂັບ​ໄລ່​ຜີ​ອອກ​ໄດ້​ກໍ​ເພາະ​ໃຊ້​ອຳ​ນາດ​ນາຍ​ຜີ​ນັ້ນ” 23 ຝ່າຍ​ພຣະ​ອົງ​ຈຶ່ງ​ຊົງ​ເອີ້ນ​ຄົນ​ເຫລົ່າ​ນັ້ນ​ມາ​ກ່າວ​ແກ່​ເຂົາ​ເປັນ​ຄຳ​ອຸປມາ​ວ່າ, “ຊາ​ຕານ​ຈະ​ຂັບ​ໄລ່​ຕົວ​ມັນ​ເອງ​ໃຫ້​ອອກ​ໄດ້​ຢ່າງ​ໃດ 24 ຖ້າ​ອາ​ນາ​ຈັກ​ໃດ​ເກີດແຕກ​ແຍກ​ຈາກ​ກັນ ອານາ​ຈັກ​ນັ້ນ​ຈະ​ຕັ້ງ​ຫມັ້ນ​ຄົງ​ຢູ່​ບໍ່​ໄດ້ 25 ຖ້າ​ຄົວ​ເຮືອນ​ໃດ​ເກີດ​ແຕກ​ແຍກ​ຈາກ​ກັນ ຄົວ​ເຮືອນ​ນັ້ນ​ຈະ​ຕັ້ງ​ຫມັ້ນ​ຢູ່​ບໍ່​ໄດ້ 26 ແລະ​ຖ້າ​ຊາ​ຕານ​ຈະ​ຕໍ່​ສູ້​ກັບ​ຕົວ​ມັນ​ເອງ ແລະ​ແຕກ​ແຍກ​ກັນ ມັນ​ຈະ​ຕັ້ງ​ຢູ່​ບໍ່​ໄດ້ ມີ​ແຕ່​ຈະ​ສູນ​ຫາຍ​ໄປ 27 ບໍ່​ມີ​ຜູ້​ໃດ​ອາດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ແຂງ​ແຮງ ແລະ​ປຸ້ນ​ເອົາ​ຊັບ​ໄດ້ ເວັ້ນ​ແຕ່​ຈະ​ມັດ​ຄົນ​ແຂງ​ແຮງ​ນັ້ນ​ໄວ້​ເສັຽກ່ອນ ແລ້ວ​ຈຶ່ງ​ຈະ​ປຸ້ນ​ເຮືອນ​ນັ້ນ​ໄດ້ 28 “ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຄວາມ​ຜິດ​ບາບ​ທຸກ​ຢ່າງ​ກັ​ບ​ຄຳ​ຫມິ່ນ​ປ​ມາດ​ທີ່​ເຂົາ​ກ່າວນັ້ນ ຈະ​ຊົງ​ໂຜດ​ໃຫ້​ອະ​ພັຍ​ແກ່​ມະ​ນຸດ​ໄດ້ 29 ແຕ່​ຖ້າ​ຜູ້​ໃດ​ຈະ​ກ່າວ​ຄຳ​ຫມິ່ນ​ປ​ມາດ​ຕໍ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈະ​ຊົງ​ໂຜດ​ໃຫ້​ອະ​ພັຍ​ແກ່​ຜູ້​ນັ້ນ​ບໍ່​ໄດ້​ຈັກ​ເທື່ອ ແຕ່​ຜູ້​ນັ້ນ​ຈະ​ມີ​ໂທດ​ຕລອດ​ໄປ​ເປັນ​ນິດ” 30 ທີ່ຊົງ​ກ່າວ​ຢ່າງ​ນັ້ນ​ກໍ​ເພາະ​ເຂົາ​ກ່າວ​ວ່າ, “ທ່ານ​ມີ​ຜີ​ຮ້າຍສິງ​ຢູ່”

ມານ​ດາ​ແລະ​ພວກ​ນ້ອງ​ຊາຍ​ຂອງພຣະ​ເຢ​ຊູ

31 ເວ​ລາ​ນັ້ນ​ມານ​ດາ​ແລະ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ​ມາ​ຢືນຢູ່​ຂ້າງນອກ ແລ້ວ​ໃຊ້​ຄົນ​ເຂົ້າ​ໄປ​ທູນ​ເຊີນ​ພຣະ​ອົງ 32 ແລະ​ປະ​ຊາ​ຊົນ​ກໍ​ນັ່ງ​ອ້ອມ​ພຣະ​ອົງ ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເບິ່ງ​ແມ໋, ມານ​ດາ​ແລະ​ພວກ​ນ້ອງ​ຊາຍ​ຂອງ​ທ່ານ​ມາ​ຫາ​ທ່ານ ຄອຍ​ຢູ່​ຂ້າງນອກ” 33 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ໃຜ​ເປັນ​ມານ​ດາ​ແລະ​ເປັນ​ນ້ອງ​ຊາຍ​ຂອງ​ເຮົາ” 34 ພຣະ​ອົງ​ທອດ​ພຣະ​ເນດ​ຄົນ​ທັງ​ປວງ​ທີ່​ນັ່ງ​ຢູ່​ອ້ອມ ແລ້ວ​ຊົງ​ກ່າວ​ວ່າ, “ນີ້​ຄື​ມານ​ດາ​ແລະ​ນ້ອງ​ຊາຍ​ຂອງ​ເຮົາ 35 ດ້ວຍ​ວ່າ​ຜູ້​ໃດ​ຈະ​ເຮັດ​ຕາມ​ນ້ຳ​ພຣະ​ທັຍພຣະ​ເຈົ້າ ຜູ້​ນັ້ນ​ແຫລະ ເປັນ​ນ້ອງ​ຊາຍ ນ້ອງ​ສາວ ແລະ​ເປັນ​ມານ​ດາ​ຂອງ​ເຮົາ”

ມາຣະໂກ 4

ຄຳ​ອຸປ​ມາ​ເຣື່ອງ​ຜູ້​ຫວ່ານ​ພືດ

1 ແລ້ວ​ພຣະ​ອົງ​ຊົງ​ຕັ້ງ​ຕົ້ນ​ສັ່ງ​ສອນ​ຢູ່​ແຄມ​ທະ​ເລ​ອີກ ປະ​ຊາ​ຊົນ​ຫລວງ​ຫລາຍ​ໄດ້​ພາ​ກັນ​ມາ​ຫາ​ພຣະ​ອົງ ຈົນ​ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ປະ​ທັບ​ໃນ​ເຮືອ​ທີ່​ທະ​ເລ ແລະ​ປະ​ຊາ​ຊົນ​ຢູ່​ບົກ​ແຄມ​ຝັ່ງ 2 ພຣະ​ອົງ​ໄດ້​ຊົງ​ສອນ​ເຂົາ​ຫລາຍ​ປະ​ການ​ເປັນ​ຄຳ​ອຸປມາ ແລະ​ໃນ​ການ​ສອນ​ນັ້ນ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, 3 “ຈົ່ງ​ຟັງ​ເທີນ ມີ​ຄົນ​ນຶ່ງ​ອອກ​ໄປ​ຫວ່ານ​ພືດ 4 ແລະ​ເມື່ອ​ກຳ​ລັງ​ຫວ່ານ​ຢູ່​ນັ້ນ ລາງ​ເມັດ​ກໍ​ຕົກ​ຕາມ​ທາງ​ແລ້ວ​ນົກ​ກໍ​ມາ​ກິນ​ເສັຽ 5 ກໍ​ຕົກ​ໃສ່​ບ່ອນ​ຫີນ​ຫລາຍ​ດິນ​ຫນ້ອຍ​ຈຶ່ງງອກ​ຂຶ້ນ​ໂລດ​ເພາະ​ດິນ​ບໍ່​ເລິກ 6 ເມື່ອ​ຕາ​ເວັນ​ອອກ​ມາກໍ​ແຫ້ມ ຈຶ່ງ​ຫ່ຽວ​ແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ 7 ລາງ​ເມັດ​ກໍ​ຕົກກາງ​ພຸ່ມ​ຫນາມ ຫນາມກໍ​ປົ່ງ​ຂຶ້ນ​ຫຸ້ມ​ຮັດ​ເສັຽ ຈຶ່ງ​ບໍ່​ເກີດ​ຜົນ 8 ລາງ​ເມັດ​ກໍ​ຕົກ​ໃສ່​ດິນ​ດີ ແລ້ວງອກ​ງາມ​ຈະ​ເຣີນ​ຂຶ້ນ ເກີດ​ຜົນ​ໄດ້​ສາມ​ສິ​ບ​ຕໍ່ ຫົກ​ສິບ​ຕໍ່ ແລະ​ຮ້ອຍ​ຕໍ່ 9 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຜູ້​ໃດ​ມີ​ຫູ​ຢາກ​ຟັງ ຈົ່ງ​ຟັງ​ເອົາ”

ຈຸດ​ປະ​ສົງ​ຂອງ​ຄຳ​ອຸປມາ

10 ເມື່ອ​ຫວ້າງ​ຄົນ​ແລ້ວ ພວກ​ທີ່​ຕິດ​ຕາມ​ພຣະ​ອົງ​ພ້ອມ​ດ້ວຍ​ສາ​ວົກ​ສິບ​ສອງ​ຄົນ ໄດ້​ທູນ​ຖາມ​ພຣະ​ອົງ​ເຖິງ​ເຣື່ອງ​ຄຳອຸປ​ມາ 11 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຂໍ້​ຄວາມ​ລັບ​ເລິກ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຊົງ​ໂຜດ​ໃຫ້​ທ່ານ​ທັງ​ຫລາຍ​ຮູ້​ໄດ້ ແຕ່​ຝ່າຍ​ຄົນ​ນອກ​ນັ້ນ ບັນ​ດາ​ຂໍ້​ຄວາມ​ເຫລົ່າ​ນີ້​ຈະ​ແຈ້ງ​ໃຫ້​ຮູ້​ດ້ວຍ​ຄຳ​ອຸປມາ​ທັງ​ຫມົດ​ 12 ເພື່ອ “ເຂົາ​ເບິ່ງ​ແລ້ວ​ເບິ່ງ​ອີກ ແຕ່​ຈະ​ບໍ່​ໄດ້​ເຫັນແລະ​ຟັງ​ແລ້ວ​ຟັງ​ອີກ ແຕ່​ບໍ່​ເຂົ້າ​ໃຈ ຢ້ານ​ວ່າ​ເຂົາ​ຈະ​ຫັນ​ກັບ​ມາ​ຫາ​ພຣະ​ເຈົ້າ ແລະ​ຈະ​ຮັບ​ການ​ຊົງ​ອະ​ພັຍ”

ພຣະ​ເຢ​ຊູ​ຊົງ​ອະ​ທິ​ບາຍ​ຄຳ​ອຸປມາ​ເຣື່ອງ​ ຄົນ​ຫວ່ານ​ພືດ

13 ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຄຳ​ອຸປມາ​ນັ້ນ​ພວກ​ທ່ານ​ຍັງ​ບໍ່​ເຂົ້າ​ໃຈ​ຫລື ແລ້ວ​ພວກ​ທ່ານ​ຈະ​ເຂົ້າ​ໃຈ​ຄຳ​ອຸປມາ​ທັງ​ປວງ​ນັ້ນ​ໄດ້​ຢ່າງ​ໃດ 14 ຜູ້​ຫວ່ານ​ນັ້ນ​ກໍ​ຫວ່ານ​ພຣະ​ທັມ 15 ເມັດ​ທີ່​ຕົກ​ຕາມ​ທາງ​ນັ້ນ​ໄດ້​ແກ່​ພຣະ​ທັມ​ທີ່​ຫວ່ານ​ແລ້ວ ແລະ​ເມື່ອ​ບຸກ​ຄົນ​ໃດ​ຟັງ​ແລ້ວ ໃນ​ທັນ​ໃດ​ນັ້ນ​ຊາ​ຕານກໍ​ມາ​ຊິງ​ເອົາ​ພຣະ​ທັມ​ທີ່​ຫວ່ານ​ໃນ​ໃຈ​ເຂົາ​ນັ້ນ​ໄປ​ເສັຽ 16 ແລະ​ເມັດ​ທີ່​ຕົກ​ບ່ອນ​ມີ​ຫີນ​ຫລາຍ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ​ກໍ​ຮັບ​ເອົາ​ທັນ​ທີ​ດ້ວຍ​ຄວາມ​ຍິນ​ດີ 17 ແຕ່​ບໍ່​ມີ​ຮາກ​ໃນ​ຕົວ​ເອງຈຶ່ງ​ທົນ​ຢູ່ຊົ່ວ​ຄາວ ແລະ​ເມື່ອ​ເກີດ​ຄວາມ​ຍາກ​ລຳ​ບາກ​ຫລື​ການ​ຂົ່ມ​ເຫັງ​ເພາະ​ພຣະ​ທັມ​ນັ້ນ ຕົນ​ກໍ​ທໍ້​ຖອຍ​ໃຈ​ທັນ​ທີ 18 ແລະ​ເມັດ​ທີ່​ຕົກ​ກາງ​ພຸ່ມ​ຫນາມ​ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ 19 ແລ້ວ​ຄວາມ​ກັງ​ວົນ​ຕາມ​ທຳ​ມະ​ດາ​ໂລກ ແລະ​ຄວາມ​ຫລອກ​ລວງ​ແຫ່ງ​ຊັບ​ສົມ​ບັດ​ກັບ​ຄວາມ​ໂລບ​ໃນ​ສິ່ງ​ອື່ນໆ​ໄດ້​ເຂົ້າ​ມາ​ຫຸ້ມ​ຮັດ​ພຣະ​ທັມ​ນັ້ນ​ເສັຽ ຈຶ່ງ​ບໍ່​ເກີດ​ຜົນ 20 ສ່ວນ​ເມັດ​ທີ່​ຕົກ​ໃນ​ດິນ​ດີ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ​ແລະ​ຮັບ​ໄວ້ ຈຶ່ງ​ເກີດ​ຜົນ​ໄດ້​ສາມ​ສິບ​ຕໍ່ ຫົກ​ສິບ​ຕໍ່ ແລະ​ຮ້ອຍ​ຕໍ່”

ຄຳ​ອຸປມາ​ເຣື່ອງ​ໂຄມ​ໄຟ

21 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຂົາ​ບໍ່​ຫ່ອນ​ເອົາ​ໂຄມ​ໄຟ​ມາ​ເພື່ອ​ຕັ້ງ​ໄວ້​ລຸ່ມ​ບຸງ ຫລືລຸ່ມ​ຕຽງ​ນອນຕີ້ ບໍ່​ແມ່ນ​ເພື່ອ​ຕັ້ງ​ໄວ້​ເທິງ​ເຄື່ອງ​ຮອງ​ຕີນ​ໂຄມ​ຫລື 22 ເພາະ​ວ່າ​ທຸກ​ສິ່ງ​ທີ່​ເຊື່ອງ​ໄວ້​ຈະ​ຕ້ອງ​ປາ​ກົດ​ແຈ້ງ ແລະ​ທຸກ​ສິ່ງ​ທີ່​ປິດ​ບັງ​ໄວ້​ຈະ​ຕ້ອງ​ເປີດ​ເຜີຍ​ອອກ 23 ຖ້າ​ໃຜ​ມີ​ຫູ​ຢາກ​ຟັງ ໃຫ້​ຟັງ​ເອົາ​ສາ” 24 ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ເອົາ​ໃຈ​ໃສ່​ໃນສິ່ງ​ທີ່​ຕົນ​ໄດ້​ຟັງ ທ່ານ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ຈະ​ຊົງ​ຕວງ​ທ່ານ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ ທັງ​ຈະ​ຊົງ​ເພີ້ມ​ເຕີມ​ໃຫ້​ອີກ ດ້ວຍ​ວ່າຜູ້​ໃດ​ມີ​ຢູ່​ແລ້ວ​ຈະ​ຊົງ​ເພີ້ມ​ເຕັມ​ໃຫ້​ຜູ້​ນັ້ນ​ອີກ 25 ແຕ່​ຜູ້​ໃດ​ບໍ່​ມີ​ເຖິງ​ແມ່ນ​ສິ່ງ​ທີ່​ຕົນ​ມີ​ຢູ່​ນັ້ນ​ຈະ​ຊົງ​ຍົກ​ເອົາ​ໄປ​ຈາກ​ຜູ້​ນັ້ນ​ເສັຽ”

ຄຳ​ອຸປມາ​ເຣື່ອງ​ເມັດ​ທີ່​ຈະ​ເຣີ​ນ​ຂຶ້ນ

26 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ປຽບ​ເຫມືອນ​ຄົນ​ນຶ່ງ​ທີ່​ຫວ່ານ​ກ້າ​ລົງ​ໃນ​ດີນ 27 ແລ້ວ​ກາງ​ຄືນ​ກໍ​ນອນ​ຫລັບ ກາງ​ເວັນ​ກໍ​ຕື່ນ​ຂຶ້ນ ຝ່າຍ​ກ້າ​ນັ້ນ​ມັນ​ງອກ​ຈະ​ເຣີນ​ຂຶ້ນ​ຢ່າງ​ໃດ​ເຂົາກໍ​ບໍ່​ຮູ້​ຈັກ 28 ເພາະ​ຂີ້​ດິນ​ເອງ​ເຮັດ​ໃຫ້​ເກີດ​ຜົນ​ຄື​ເປັນ​ລຳ​ຕົ້ນ​ກ່ອນ ພາຍ​ຫລັງ​ກໍ​ອອກ​ຮວງ ແລ້ວກໍ​ມີ​ເມັດ​ເຕັມ​ຮວງ 29 ຄັນ​ສຸກ​ແລ້ວ​ເຂົາກໍໃຊ້​ຄົນ​ໄປ​ກ່ຽວ​ທັນ​ທີ ເພາະ​ວ່າ​ເຖິງ​ຣະ​ດູ​ກ່ຽວ​ແລ້ວ”

ຄຳ​ອຸປມາ​ເຣື່ອງ​ແກ່ນ​ຜັກ​ກາດ

30 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ປຽບ​ເຫມືອນ​ສິ່ງ​ໃດ ຫລື​ຈະ​ສະ​ແດງ​ດ້ວຍ​ຄຳ​ອຸປມາ​ຢ່າງ​ໃດ 31 ກໍ​ປຽບ​ເຫມືອນ​ແກ່ນ​ຜັກ​ກາດ​ເມັດ​ນຶ່ງ ເມື່ອ​ຫວ່ານ​ເມັດ​ລົງ​ໃນ​ດິນກໍ​ນ້ອຍ​ກວ່າ​ເມັດ​ທັງ​ປວງ​ທົ່ວໂລກ 32 ແຕ່​ເມື່ອ​ຫວ່ານ​ແລ້ວ​ກໍ​ງອກ​ຈະ​ເຣີນ​ໃຫຍ່​ຂຶ້ນກວ່າ​ຜັກ​ທັງ​ປວງ ແລະ​ແຕ່​ກິ່ງ​ກ້ານ​ໃຫຍ່​ຈົນ​ນົກ​ປ່າ​ມາ​ເຮັດ​ຄອນ​ຢູ່​ໃນ​ຮົ່ມ​ນັ້ນ​ໄດ້”

ການ​ໃຊ້​ຄຳ​ອຸປມາ

33 ພຣະ​ອົງ​ໄດ້​ຊົງ​ກ່າວ​ພຣະ​ທັມ​ເປັນ​ຄຳ​ອຸປມາ​ຢ່າງ​ນັ້ນ​ຫລາຍ​ປະ​ການ​ໃຫ້​ເຂົາ​ຟັງ​ຕາມ​ທີ່​ຈະ​ສາ​ມາດ​ເຂົ້າ​ໃຈ​ໄດ້ 34 ແລະ​ນອກ​ຈາກ​ຄຳ​ອຸປມາ ພຣະ​ອົງ​ບໍ່​ໄດ້​ຊົງ​ກ່າວ​ກັບ​ເຂົາ ແຕ່​ເມື່ອຫວ້າງ​ຄົນ​ແລ້ວ ຈຶ່ງ​ຊົງ​ອະ​ທິ​ບາຍ​ສິ່ງ​ສາ​ຣະ​ພັດ​ນັ້ນ​ໃຫ້​ແກ່​ພວກສິດ​ຟັງ​ແຕ່​ຈຳ​ເພາະ

ພຣະ​ເຢ​ຊູ​ຊົງ​ຫ້າມ​ລົມ​ພະ​ຍຸ

35 ໃນ​ເວ​ລາ​ແລງ​ມື້​ນັ້ນ ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຮົາ​ຈົ່ງ​ພາ​ກັນ​ຂ້າມ​ໄປ​ຟາກ​ນັ້ນ​ເທາະ” 36 ເມື່ອລາ​ປະ​ຊາ​ຊົນ​ແລ້ວ ເຂົາ​ຈຶ່ງ​ເຊີນ​ພຣະ​ອົງ​ສະ​ເດັດ​ໄປ​ໃນ​ເຮືອ​ທີ່​ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ນັ້ນ ແລະ​ມີ​ເຮືອອື່ນ​ຫລາຍ​ລຳ​ໄປ​ພ້ອມ 37 ແລ້ວ​ລົມ​ພະ​ຍຸ​ໃຫຍ່​ໄດ້​ບັງ​ເກີດ​ຂຶ້ນ ແລະ​ຟອງ​ນ້ຳ​ໄດ້​ຊັດ​ເຂົ້າ​ຈົນ​ເຮືອ​ຈວນ​ຈະ​ເຕັມ 38 ຝ່າຍ​ພຣະ​ອົງ​ຊົງ​ບັນ​ທົມ​ຫມູບ​ຫມອນ​ຫລັ​ບ​ຢູ່​ທ້າຍ​ເຮືອ ພວກ​ສິດ​ຈຶ່ງ​ມາ​ປຸກ​ພຣະ​ອົງ​ທູນ​ວ່າ, “ອາ​ຈານເອີຍ, ທ່ານ​ບໍ່​ເປັນ​ຫ່ວງດອກ​ຫລື ພວກ​ຂ້າ​ນ້ອຍກຳ​ລັງ​ຈະ​ຈິບ​ຫາຍ​ຢູ່​ແ​ລ້ວ” 39 ພຣະ​ອົງ​ຈຶ່ງ​ຊົງ​ຕື່ນ​ຂຶ້ນ​ຫ້າມ​ລົມ ແລະ​ຊົງ​ກ່າວ​ແກ່​ທະ​ເລ​ວ່າ, “ມິດ​ສ​ງົບ​ແມ໋” ແລ້ວ​ລົມ​ກໍ​ເຊົາ ຟອງ​ນ້ຳ​ກໍ​ສ​ງົບ​ງຽບ​ທົ່ວ​ໄປ 40 ແລ້ວ​ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຢ້ານ ພວກ​ທ່ານ​ຍັງ​ບໍ່​ມີ​ຄວາມ​ເຊື່ອ​ຫລື” 41 ຝ່າຍ​ເຂົາ​ກໍ​ຕົກ​ໃຈ​ຫລາຍ​ແລະ​ເວົ້າ​ຕໍ່​ກັນ​ວ່າ, “ທ່ານ​ຜູ້​ນີ້​ແມ່ນ​ຜູ້​ໃດ​ຫນໍ ຈົນ​ວ່າ​ລົມ​ແລະ​ທະ​ເລກໍ​ຍອມ​ຟັງ​ທ່ານ”

ມາຣະໂກ 5

ຄົນ​ທີ່​ຜີ​ຮ້າຍ​ສິງ ຢູ່​ເຂດ​ແດນ​ຊາວ​ເຄຣະ​ຊາ​ຄີນ ຄືນ​ດີ​ປົກ​ກະ​ຕິ

1 ຝ່າຍ​ພຣະ​ອົງ​ກັບ​ພວກ​ສິດ​ໄດ້​ຂ້າມ​ທະ​ເລ​ໄປ​ເຖິງ​ເຂດ​ແດນ​ຊາວ​ເຄຣະ​ຊາ​ຄີນ 2 ພໍ​ພຣະ​ອົງ​ສະ​ເດັດ​ຂຶ້ນ​ຈາກ​ເຮືອ ກໍ​ມີ​ຄົນ​ນຶ່ງ​ທີ່​ມີ​ຜີຖ່ອຍ​ຣ້າຍ​ສິງ​ຢູ່​ໄດ້​ອອກ​ຈາກ​ປ່າ​ຊ້າ​ມາ​ພົບ​ພຣະ​ອົງ 3 ຄົນ​ນັ້ນເຄີຍ​ອາ​ໄສ​ຢູ່​ຕາມ​ປ່າ​ຊ້າ ແລະ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ມັດ​ມັນ​ໄວ້​ໄດ້ ແມ່ນ​ຈະ​ເອົາ​ໃສ່​ໂສ້​ລ່າມ​ມັນ​ໄວ້​ກໍ​ບໍ່​ຢູ່ 4 ເພາະ​ວ່າ​ໄດ້​ໃສ່​ຊີກ​ໃສ່​ໂສ້​ລ່າມ​ມັນ​ໄວ້​ຫລາຍ​ເທື່ອ​ແລ້ວ ແຕ່​ໂສ້​ນັ້ນ​ມັນ​ກໍ​ເຮັດ​ຂາດ ແລະ​ຊີກ​ກໍ​ເຮັດ​ຫັກ​ຫມຸ່ນ​ໄປ ບໍ່​ມີ​ຜູ້​ໃດ​ມີ​ແຮງພໍ​ທີ່​ຈະ​ບັງ​ຄັບ​ມັນ​ໄວ້ 5 ມັນ​ກໍ​ຮ້ອງ​ຢູ່​ເລື້ອຍ​ຕາມ​ປ່າ​ຊ້າ​ແລະ​ທີ່​ພູ​ເຂົາ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ແລະ​ເອົາ​ຫມາກ​ຫີນ​ປາດ​ຕົວ​ເອງ 6 ຄັນ​ມັນ​ເຫັນ​ພຣະ​ເຢ​ຊູ​ແຕ່​ໄກ​ກໍ​ແລ່ນ​ເຂົ້າ​ມາ​ຂາບ​ໄຫວ້​ພຣະ​ອົງ 7 ແລ້​ວ​ຮ້ອງ​ສຽງ​ດັງ​ຂຶ້ນ​ທູນ​ວ່າ, “ເຢ​ຊູ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ເຮົາ​ດ້ວຍ​ເຫດ​ໃດ ຂໍ​ໃຫ້​ທ່ານ​ສາ​ບານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ວ່າ​ຈະ​ບໍ່​ທໍ​ຣະ​ມານ​ເຮົາ” 8 ມັນ​ເວົ້າ​ດັ່ງ​ນັ້ນ​ກໍ​ເພາະ​ພຣະ​ອົງ​ຊົງ​ບອກ​ມັນ​ວ່າ, “ອ້າຍ​ຜີ​ຖ່ອຍ​ຮ້າຍ​ອອກ​ມາ​ຈາກ​ຄົນ​ນີ້​ແມ໋”​ 9 ແລ້ວ​ພຣະ​ອົງ​ຊົງ​ຖາມ​ວ່າ, “ມຶງ​ຊື່​ຫຍັງ” ມັ​ນ​ຕອບ​ວ່າ, “ຊື່​ກອງ​ທັບ​ເພາະ​ພວກ​ເຮົາ​ມີ​ຫລາຍ​ຕົວ​ນຳ​ກັນ” 10 ມັນ​ຈຶ່ງ​ຫນ່ວງ​ຫນ່ຽວ​ອ້ອນວອນ​ພຣະ​ອົງ​ບໍ່​ໃຫ້​ຂັບ​ໄລ່​ມັນ​ອອກ​ຈາກ​ເຂດ​ແດນ​ເມືອງ​ນັ້ນ 11 ມີ​ຫມູ​ຝູງ​ໃຫຍ່​ກຳ​ລັງ​ຫາ​ກິນ​ຢູ່​ຕາມ​ຈ້າຍ​ພູ​ນັ້ນ 12 ຜີ​ເຫລົ່າ​ນັ້ນ​ໄດ້​ທູນ​ຂໍ​ພຣະ​ອົງ​ວ່າ, “ຂໍ​ໂຜດ​ໃຫ້​ພວກ​ເຮົາ​ເຂົ້າ​ສິງ​ຢູ່​ໃນ​ຫມູ​ຝູງ​ນີ້​ທ້ອນ” 13 ພຣະ​ອົງ​ກໍ​ຊົງ​ອະ​ນຸ​ຍາດ​ໃຫ້ ແລ້ວ​ຜີ​ຖ່ອຍ​ຮ້າຍ​ເຫລົ່າ​ນັ້ນ​ຈຶ່ງ​ອອກ​ໄປ​ເຂົ້າ​ສິງຢູ່​ໃນ​ຝູງ​ຫມູ ຫມູ​ທັງ​ຝູງ​ປະ​ມານ​ສອງ​ພັນ​ໂຕ ກໍ​ຟ້າວ​ແລ່ນ​ລົງ​ຈາກ​ຕາ​ລິ່ງ​ຊັນ​ໂຕນ​ໃສ່​ທະ​ເລ​ຈົມ​ນ້ຳ​ຕາຍ​ທັນ​ທີ 14 ຝ່າຍ​ຄົນ​ລ້ຽງ​ຫມູ​ນັ້ນ​ຕ່າງ​ຄົນ​ຕ່າງ​ຫນີ​ໄປ ເລົ່າ​ເຣື່ອງ​ທັງ​ໃນ​ເມືອງ​ແລະ​ນອກ​ເມືອງ ແລ້ວ​ຄົນ​ທັງ​ປວງ​ກໍ​ອອກ​ມາ​ເບິ່ງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ 15 ເມື່ອ​ເຂົາ​ມາ​ເຖິງ​ພຣະ​ເຢ​ຊູກໍເຫັນ​ຄົນ​ທີ່​ຜີ​ທັງ​ກອງ​ທັບ​ສິງ​ຢູ່​ນັ້ນ ນຸ່ງ​ຫົ່ມ​ເສື້ອ​ຜ້າ​ມີ​ສະ​ຕິ​ອາ​ຣົມ​ດີ ເຂົາ​ຈຶ່ງ​ມີ​ໃຈ​ຢ້ານ 16 ແລະ​ພວກ​ຄົນ​ທີ່​ໄດ້​ເຫັນ​ກໍ​ເລົ່າ​ເຫດ​ການ​ຊຶ່ງ​ບັງ​ເກີດ​ແກ່​ຄົນ​ທີ່​ມີ​ຜີ​ສິງ​ຢູ່​ນັ້ນ ກັບ​ເຫດ​ການ​ຊຶ່ງ​ບັງ​ເກີດ​ແກ່​ຝູງ​ຫມູ​ໃຫ້​ເຂົາ​ຟັງ 17 ຄົນ​ທັງ​ຫລາຍ​ກໍ​ຕັ້ງ​ຕົ້ນ​ອ້ອນວອນ​ທູນ​ຂໍ​ໃຫ້​ພຣະ​ອົງ​ອອກ​ໄປ​ເສັຽ​ຈາກ​ເຂດແດນ​ຂອງ​ເຂົາ 18 ເມື່ອ​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ລົງ​ເຮືອ ຄົນ​ທີ່​ຜີສິງ​ຢູ່​ແຕ່​ກ່ອນ​ນັ້ນ​ໄດ້​ອ້ອນວອນ​ຂໍ​ຢູ່​ກັບ​ພຣະ​ອົງ 19 ພຣະ​ອົງ​ບໍ່​ໄດ້​ຊົງ​ອະ​ນຸ​ຍາດ ແຕ່​ຊົງ​ກ່າວ​ແກ່​ເຂົາວ່າ, “ໃຫ້​ເຈົ້າ​ເມືອ​ບ້ານ​ຫາ​ຍາດ​ພີ່​ນ້ອງ ແລ້ວ​ບອກ​ເຂົາ​ເຖິງ​ເຣື່ອງ​ເຫດ​ການ​ອັນ​ໃຫຍ່​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ແກ່​ເຈົ້າ​ ແລະ​ຊົງ​ພຣະ​ເມດ​ຕາ​ແກ່​ເຈົ້າ​ແລ້ວ” 20 ຝ່າຍ​ຄົນ​ນັ້ນ​ກໍ​ທູນ​ລາ ແລ້ວ​ຕັ້ງ​ຕົ້ນ​ປະ​ກາດ​ໃນ​ແຂວງ​ເດ​ກາ​ໂປ​ລີ ເຖິງ​ເຫດ​ການ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ໂຜດ​ແກ່​ຕົນ ແລະ​ຄົນ​ທັງ​ປວງກໍ​ງຶດ​ປ​ລາດ​ໃຈ​ຫລາຍ

ລູກ​ສາວ​ຂອງ​ຢາ​ອີ​ໂຣແລະ​ຍິງ​ຜູ້ຢື້​ຈັບ​ເຄື່ອງ​ທົງ​ຂອງ​ພຣະ​ເຢ​ຊູ

21 ຄັນ​ພຣະ​ເຢ​ຊູ​ສະ​ເດັດ​ລົງ​ເຮືອ​ຂ້າມຟາກ​ກັບ​ໄປ​ແລ້ວ ມີ​ຄົນ​ຫລວງ​ຫລາຍ​ມາ​ຫາ​ພຣະ​ອົງ ຝ່າຍ​ພຣະ​ອົງ​ຍັງ​ຊົງ​ປະ​ທັບ​ຢູ່​ແຄມ​ທະ​ເລ 22 ມີ​ນາຍ​ໂຮງ​ທັມ​ມະ​ເທ​ສ​ນາ​ຜູ້​ຊຶ່ງ​ຊື່ ຢາ​ອີ​ໂຣຍ່າງ​ມາ ແລະ​ເມື່ອ​ທ່ານ​ເຫັນ​ພຣະ​ເຢ​ຊູກໍ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ 23 ແລ້ວ​ທູນ​ອ້ອນວອນ​ຫນ່ວງ​ຫນ່ຽວ​ພຣະ​ອົງ​ວ່າ, “ລູກ​ສາວ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ​ເຈັບ​ຈວນ​ຈະ​ຕາຍ​ແລ້ວ ຂໍ​ເຊີນ​ທ່ານ​ໄປ​ຢຽດ​ມື​ວາງ​ລົງ​ໃສ່​ມັນ ເພື່ອ​ມັນ​ຈະ​ໄດ້​ພົ້ນ​ຕາຍ​ມີ​ຊີ​ວິດ​ຢູ່” 24 ຝ່າຍ​ພຣະ​ອົງ​ກໍ​ສະ​ເດັດ​ໄປ​ກັບ​ຄົນນັ້ນ ມີ​ຄົນ​ຫລວງ​ຫລາຍ​ຕາມ​ໄປ​ແລະ​ບຽດ​ພຣະ​ອົງ 25 ມີ​ຍິງ​ຄົນ​ນຶ່ງ​ເປັນ​ພ​ຍາດ​ເລືອດ​ຕົກ​ໄດ້​ສິບ​ສອງ​ປີ​ມາ​ແລ້ວ 26 ນາງ​ໄດ້​ທົນ​ທຸກ​ລຳ​ບາກ​ຫລາຍ​ເຕັມ​ທີ ເຖິງ​ມີ​ຫມໍ​ຫລາຍ​ຄົນ​ໄດ້​ປິ່ນ​ປົວ​ແລະ​ໄດ້​ເສັຽ​ຊັບ​ທັງ​ຫມົດ​ພ​ຍາດ​ນັ້ນ​ກໍ​ບໍ່​ໄດ້​ທຸ​ເລົາ​ລົງ​ແຕ່​ແຮ່ງ​ກຳ​ເລີບ​ຂຶ້ນ 27 ເມື່ອ​ຍິງ​ນັ້ນໄດ້ຍິນ​ເຖິງ​ເຣື່ອງ​ພຣະ​ເຢ​ຊູ ນາງ​ກໍ​ຍ່າງເຂົ້າ​ປົນ​ກັບ​ປະ​ຊາ​ຊົນ​ທີ່​ເບື້ອງ​ຫລັງ​ພຣະ​ອົງ ແລ້ວ​ບາຍ​ເຄື່ອງ​ທົງ​ຂອງ​ພຣະ​ອົງ 28 ເພາະ​ນາງ​ເວົ້າ​ວ່າ, “ຖ້າ​ເຮົາ​ໄດ້​ບາຍ​ເສື້ອ​ຂອງ​ທ່ານ​ແຕ່​ເທົ່າ​ນັ້ນ​ເຮົາ​ກໍ​ຈະ​ດີ​ພ​ຍາດ” 29 ໃນ​ທັນ​ໃດ​ນັ້ນ​ເລືອດ​ທີ່​ຕົກ​ນັ້ນ​ກໍ​ຢຸດ​ແຫ້ງ​ໄປ ແລະ​ຍິງ​ຄົນ​ນັ້ນ​ກໍ​ຮູ້​ສຶກ​ຕົວ​ວ່າ​ໄດ້​ດີ​ພຍາດ​ແລ້ວ 30 ບັດ​ດຽວ​ນັ້ນ​ພຣະ​ເຢ​ຊູ​ຊົງ​ຮູ້​ສຶກວ່າ​ຣິດ​ໄດ້​ອອກ​ຈາກ​ພຣະ​ອົງ​ແລ້ວ ຈຶ່ງ​ທອດ​ພຣະ​ເນດ​ທາງ​ປະ​ຊາ​ຊົນ​ຖາມ​ວ່າ, “ແມ່ນ​ໃຜ​ໄດ້​ບາຍ​ເສື້ອ​ຂອງ​ເຮົາ” 31 ຝ່າຍ​ພວກ​ສິດ​ກໍ​ທູນ​ວ່າ, “ທ່ານ​ເຫັນ​ແລ້ວ​ປະ​ຊາ​ຊົນ​ກຳ​ລັງ​ບຽດ​ທ່ານ​ຢູ່ ແລະ​ຍັງ​ຈະ​ຖາມ​ອີກ​ຫລື​ວ່າ ໃຜ​ໄດ້​ບາຍ​ເຮົາ” 32 ແລະ​ພຣະ​ເຢ​ຊູ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ອ້ອມ ປະ​ສົງ​ຈະ​ເຫັນ​ຜູ້​ທີ່​ໄດ້​ເຮັດ​ການ​ນັ້ນ 33 ຝ່າຍຜູ້ຍິງ​ນັ້ນກໍ​ຢ້ານ​ຈົນ​ຕົວ​ສັ່ນ ເພາະ​ຮູ້​ເຣື່ອງ​ທີ່​ເກີດ​ແກ່​ຕົນ ຈຶ່ງ​ມາ​ຂາບລົງ​ທູນ​ຕໍ່​ພຣະ​ອົງ​ຕາມ​ຄວາມ​ຈິງ​ທັງ​ສິ້ນ 34 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ລູກ​ຍິງ​ເອີຍ, ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ແລະ​ດີ​ພ​ຍາດ​ເທີນ” 35 ໃນ​ຂ​ນະ​ທີ່​ພຣະ​ເຢ​ຊູ​ຍັງ​ຊົງ​ກ່າວ​ຢູ່​ນັ້ນ ມີ​ບາງ​ຄົນ​ມາ​ຈາກ​ເຮືອນ​ນາຍ​ໂຮງ​ທັມ​ບອກວ່າ, “ລູກ​ສາວ​ຂອງ​ທ່ານ​ຕາຍ​ເສັຽ​ແລ້ວ ຍັງ​ຈະ​ຮົບ​ກວນ​ອາ​ຈານ​ອີກ​ເຮັດ​ຫຍັງ” 36 ຝ່າຍ​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ຟັງ​ຄວາມ​ເຂົາ​ເວົ້າ​ນັ້ນ ຈຶ່ງ​ຊົງ​ກ່າວ​ແກ່​ນາຍ​ໂຮງ​ທັມ​ວ່າ, “ຢ່າ​ວິ​ຕົກ​ເທາະ ຈົ່ງ​ເຊື່ອ​ເທົ່າ​ນັ້ນ” 37 ພຣະ​ອົງ​ບໍ່​ໄດ້​ຊົງ​ອະ​ນຸ​ຍາດ​ໃຫ້​ຜູ້​ໃດ​ໄປ​ນຳ ເວັ້ນ​ແຕ່​ເປ​ໂຕ ຢາ​ໂກ​ໂບ ແລະ​ໂຢ​ຮັນ​ນ້ອງ​ຊາຍ​ຂອງ​ຢາ​ໂກ​ໂບ 38 ຄັນ​ພຣະ​ອົງ​ສະ​ເດັດ​ພ້ອມ​ກັບ​ຄົນ​ເຫລົ່າ​ນັ້ນ​ໄປ​ເຖິງ​ເຮືອນ​ນາຍ​ໂຮງ​ທັມ​ແລ້ວ ກໍ​ຊົງ​ເຫັນ​ການ​ວຸ້ນ​ວາຍ​ທັງ​ຄົນ​ຮ້ອງ​ໄຫ້​ແຜດ​ສຽງ​ຮ່ຳ​ໄຮ​ຫລາຍ​ຢູ່ 39 ແລະ​ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ເຖິງ​ແລ້ວ​ກໍ​ຊົງ​ຖາມ​ວ່າ, “ພວກ​ເຈົ້າ​ພາກ​ກັນ​ວຸ້ນ​ວາຍ​ຮ້ອງ​ໄຫ້​ເຮັດ​ຫຍັງ ເດັກ​ນ້ອຍ​ນັ້ນ​ບໍ່​ຕາຍດອກ​ແຕ່​ຫລັບ​ຢູ່​ເທົ່າ​ນັ້ນ” 40 ເຂົາ​ກໍ​ພາກັນ​ຫົວ​ຂວັນ​ພຣະ​ອົງ ແຕ່​ເມື່ອ​ພຣະ​ອົງ​ຊົງ​ໄລ່​ຄົນ​ທັງ​ປວງ​ອອກ​ແລ້ວ ຈຶ່ງ​ພາພໍ່​ແມ່​ກັບ​ສິດ​ທັງ​ສາມ​ທີ່​ຕາມ​ພຣະ​ອົງ​ມາ​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ເດັກ​ນ້ອຍ​ຢູ່ 41 ພຣະ​ອົງ​ຊົງ​ຈັບ​ມື​ເດັກ​ນ້ອຍ​ນັ້ນ​ແລ້ວ​ຊົງ​ກ່າວ​ວ່າ, “ຕາ​ລີທາ​ກຸມ” ແປ​ວ່າ “ຍິງ​ນ້ອຍ​ເອີຍ, ເຮົາ​ບອກ​ເຈົ້າ​ຈົ່ງ​ລຸກ​ຂຶ້ນ​ແມ໋” 42 ໃນ​ທັນ​ໃດ​ນັ້ນ​ເດັກ​ນ້ອຍ​ນັ້ນ​ກໍ​ລຸກ​ຂຶ້ນ​ຍ່າງ​ໄປ​ມາ ເພາະ​ວ່າ​ອາ​ຍຸ​ເຂົາ​ໄດ້​ສິບ​ສອງ​ປີ​ແລ້ວ ໃນ​ບັດ​ດຽວ​ນັ້ນ​ຄົນ​ທັງ​ປວງ​ກໍ​ງຶດ​ປລາດ​ໃຈ​ຫລາຍ 43 ພຣະ​ອົງ​ກໍ​ຊົງ​ສັ່ງ​ຫ້າມ​ເຂົາ​ຢ່າງ​ເດັດ​ຂາດ ບໍ່​ໃຫ້​ຜູ້​ໃດ​ບອກ​ຮູ້​ເຫດ​ການ​ນີ້​ແລ້ວ​ຈຶ່ງ​ຊົງ​ສັ່ງ​ເຂົາ​ໃຫ້​ເອົາ​ອາ​ຫານ​ມາ​ໃຫ້​ເດັກ​ນ້ອຍ​ນັ້ນ​ກິນ

ມາຣະໂກ 6

ຊາວ​ນາ​ຊາ​ເຣັດ​ບໍ່​ຮັບ​ພຣະ​ເຢ​ຊູ

1 ຝ່າຍ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ເດີມ​ຂອງ​ພຣະ​ອົງ ແລະ​ພວກສິດ​ກໍ​ຕາມ​ພຣະ​ອົງ​ໄປ 2 ເມື່ອ​ເຖິງວັນ​ສະ​ບາ​ໂຕ​ແລ້ວ ພຣະ​ອົງ​ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ ແລະ​ຫລາຍໆ​ຄົນ​ທີ່​ໄດ້​ຍິນ​ພຣະ​ອົງ​ກໍ​ງຶດ​ປ​ລາດ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ໄດ້​ສິ່ງ​ເຫລົ່າ​ນີ້​ມາ​ແຕ່​ໃສ ສະ​ຕິ​ປັນ​ຍາ​ທີ່​ໄດ້​ປະ​ທານ​ແກ່​ຄົນ​ນີ້​ແມ່ນ​ປັນ​ຍາ​ຢ່າງ​ໃດ ເພາະ​ວ່າ​ການ​ອິດ​ທິ​ຣິດ​ຢ່າງ​ນີ້​ກໍ​ຍັງ​ສຳ​ເຣັດ​ໄດ້​ດ້ວຍ​ມື​ຂອງ​ເຂົາ​ເອງ 3 ຄົນ​ນີ້​ເປັນ​ຊ່າງ​ໄມ້​ລູກ​ນາງ​ມາ​ຣິ​ອາ​ບໍ່​ແມ່ນ​ຫລື ຢາ​ໂກ​ໂບ, ໂຢ​ເຊ, ຢູ​ດາ ແລະ​ຊີ​ໂມນ ເປັນ​ນ້ອງ​ຊາຍ​ຂອງ​ເຂົາ​ບໍ່​ແມ່ນ​ຫລື ພວກ​ນ້ອງ​ສາວ​ຂອງ​ເຂົາ​ກໍ​ຢູ່​ທີ່​ນີ້​ກັບ​ພວກ​ເຮົາ​ບໍ່​ແມ່ນ​ຫລື” ເຂົາ​ຈຶ່ງ​ມີ​ໃຈຫນ່າຍ​ແຫນ່ງ​ພຣະ​ອົງ 4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຜູ້​ປະ​ກາດພຣະ​ທັມ​ຈະ​ບໍ່​ຂາດ​ຄວາມ​ນັບ​ຖື ເວັ້ນ​ແຕ່​ໃນ​ເມືອງ​ເດີມ​ຂອງ​ຕົນ ຖ້າມ​ກາງ​ຍາດ​ພີ່​ນ້ອງ ແລະ​ໃນ​ຄົວ​ເຮືອນ​ຂອງ​ຕົ​ນ” 5 ພຣະ​ອົງ​ຈະ​ກະ​ທຳ​ການ​ອິດ​ທິ​ຣິດ​ທີ່​ນັ້ນ​ບໍ່​ໄດ້ ເວັ້ນ​ແຕ່​ໄດ້​ຊົງ​ວາງ​ພຣະ​ຫັດ​ເທິງ​ຄົນ​ເຈັບ​ປ່ວຍ​ບາງ​ຄົນ​ໃຫ້​ດີ​ພ​ຍາດ 6 ພຣະ​ອົງ​ກໍ​ປ​ລາດ​ພຣະ​ທັຍ​ເພາະ​ເຂົາ​ບໍ່​ມີ​ຄວາມ​ເຊື່ອ

ຊົງ​ໃຊ້​ສາ​ວົກ​ສິບ​ສອງ​ຄົນ​ໄປ

ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ສັ່ງ​ສອນ​ທົ່ວ​ທຸກ​ບ້ານ​ຮອບ​ເຂດ​ນັ້ນ 7 ພຣະ​ອົງ​ໄດ້​ຊົງ​ເອີ້ນ​ສິບ​ສອງ​ຄົນ​ນັ້ນ​ມາ ແລ້ວ​ຊົງ​ຕັ້ງ​ຕົ້ນ​ໃຊ້​ເຂົາ​ໃຫ້​ອອກ​ໄປ​ເປັນ​ຄູ່ໆແລະ​ຊົງ​ປະ​ທານ​ໃຫ້​ເຂົາ​ມີ​ອຳ​ນາດ​ເຫນືອ​ຜີ​ຖ່ອຍ​ຮ້າຍ 8 ແລ້ວ​ຊົງ​ສັ່ງ​ເຂົາ​ບໍ່​ໃຫ້​ເອົາ​ສິ່ງ​ໃດ​ໄປ​ໃຊ້​ຕາມ​ທາງ ເວັ້ນ​ແຕ່​ໄມ້​ເທົ້າ​ສິ່ງ​ດຽວ ຫ້າມ​ບໍ່​ໃຫ້​ເອົາ​ອາ​ຫານ​ຫລື​ຖົງ ຫລື​ເອົາ​ເງິນ​ໃສ່​ກະ​ເປົາ​ສາຍ​ຮັດ​ແອວ​ໄປ 9 ໃຫ້​ໃສ່​ເກີບ ແຕ່​ບໍ່​ໃຫ້​ໃສ່​ເສື້ອ​ສອງ​ໂຕ 10 ແລ້ວ​ພຣະ​ອົງ​ຊົງ​ສັ່ງ​​ເຂົາ​ວ່າ, “ຖ້າ​ໄປ​ບ່ອ​ນ​ໃດ ເມື່ອ​ເຂົ້າ​ອາ​ໄສ​ໃນ​ເຮືອນ​ຫລັງ​ໃດ ກໍ​ໃຫ້​ອາ​ໄສ​ຢູ່​ໃນ​ເຮືອນ​ຫລັງ​ນັ້ນ​ກວ່າ​ຈະ​ຈາກ​ບ່ອນ​ນັ້ນ​ໄປ 11 ແລະ​ຖ້າ​ບ່ອນ​ໃດ​ບໍ່​ຕ້ອນ​ຮັບ​ຫລື​ບໍ່​ຟັງ​ທ່ານ​ທັງ​ຫລາຍ ຈົ່ງ​ອອກ​ຈາກ​ບ່ອນ​ນັ້ນ​ໄປ ແລະ​ຈົ່ງ​ສັ່ນ ຂີ້​ຝຸ່ນ​ທີ່​ຕິດ​ຝາ​ຕີນ​ຂອງ​ພວກ​ທ່ານ​ອອກ​ເສັຽ ເພື່ອ​ເປັນ​ພຍານ​ຕໍ່​ເຂົາ” 12 ຝ່າຍ​ພວກ​ສິດ​ກໍ​ພາ​ກັນ​ອອກ​ໄປ​ປະ​ກາດ​ໃຫ້​ຄົນ​ທັງ​ຫລາຍ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່ 13 ເຂົາ​ໄດ້​ຂັບ​ໄລ່​ຜີ​ຮ້າຍ​ອອກ​ເສັຽ​ຫລາຍ​ໂຕ ແລະ​ເອົາ​ນ້ຳ​ມັນ​ທາ​ຄົນ​ເຈັບ​ປ່ວຍ​ຫລາຍ​ຄົນ​ໃຫ້​ດີ​ພຍາດ

ຄວາມມໍ​ຣະ​ນາ​ພາບ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

14 ຝ່າຍ​ກະ​ສັດເຮ​ໂຣດ​ຊົງ​ຊາບ​ເຣື່ອງ​ຂອງ​ພຣະ​ເຢ​ຊູ ເພາະ​ວ່າ​ພຣະ​ນາມ​ຂອງ​ພຣະ​ອົງ​ໄດ້​ຊ່າ​ລື​ໄປ ມີ​ບາງ​ຄົນ​ເວົ້າ​ກັນ​ວ່າ, “ໂຢ​ຮັນ​ບັບ​ຕິ​ສະໂຕ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ດ້ວຍ​ເຫດ​ນີ້​ຣິດ​ອຳ​ນາດ​ນີ້​ຈຶ່ງ​ສະ​ແດງ​ອອກມາ​ໃນ​ທ່ານ” 15 ແຕ່​ຄົນ​ອື່ນ​ວ່າ, “ເປັນ​ເອ​ລີ​ຢາ” ແລະ​ຄົນ​ອື່ນໆ​ວ່າ, “ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ເຫມືອນ​ຄົນ​ນຶ່ງ​ໃນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ແຕ່​ກ່ອນ” 16 ຝ່າຍ​ກະ​ສັດ​ເຮ​ໂຣດ ເມື່ອ​ຊາບ​ແລ້ວ​ກໍ​ຊົງ​ກ່າວ​ວ່າ, “ແມ່ນ​ໂຢ​ຮັນ​ຜູ້​ເຮົາ​ໄດ້​ຕັດ​ຫົວ ຜູ້​ນັ້ນ​ແຫລະ, ໄດ້​ຄືນ​ມາ​ແລ້ວ” 17 ເພາະ​ແມ່ນ​ເຮ​ໂຣດ​ນີ້​ເອງ​ໄດ້​ຊົງ​ໃຊ້​ຄົນ​ໄປ​ຈັບ​ໂຢ​ຮັນ​ຜູກ​ມັດ​ຂອງ​ຄຸກ​ໄວ້ ເພາະ​ເຫັນ​ແກ່​ນາງ​ເຮ​ໂຣເດັຽ ພັຣ​ຍາ​ຂອງ​ຟີ​ລິບ​ນ້ອງ​ຊາຍ​ຕົນ ດ້ວຍ​ວ່າ​ເຮໂຣດ​ໄດ້​ຮັບ​ເອົາ​ນາງ​ນັ້​ນ​ມາ​ເປັນ​ພັຣ​ຍາ​ຂອງ​ຕົ​ນ 18 ເພາະ​ໂຢ​ຮັນ​ເຄີຍ​ທູນ​ເຮ​ໂຣດ​ວ່າ, “ທີ່​ທ່ານ​ຈະ​ເອົາ​ພັຣ​ຍາ​ຂອງ​ນ້ອງ​ມາ​ເປັນ​ພັຣ​ຍາຂອງ​ຕົນ​ນັ້ນ​ກໍ​ຜິດ​ຕໍ່​ກົດ” 19 ແລະ​ນາງ​ເຮໂຣ​ເດັຽກໍ​ຜູກ​ພ​ຍາ​ບາດ​ໂຢ​ຮັນ ມີ​ໃຈ​ຢາກ​ຂ້າ​ທ່ານ​ເສັຽ ແຕ່​ຂ້າ​ບໍ່​ໄດ້ 20 ເພາະ​ເຮໂຣດ​ຊົງ​ຢຳ​ເກງ​ໂຢ​ຮັນ ດ້ວຍ​ຊາບ​ວ່າ​ໂຢ​ຮັນ​ເປັນ​ຄົນ​ບໍ​ຣິ​ສຸດ​ແລະ​ສັດ​ຊື່ ເຮໂຣດ​ຈຶ່ງ​ຊົງ​ປ້ອງ​ກັນ​ໂຢ​ຮັນ​ໄວ້ ເມື່ອ​ເຮ​ໂຣດ​ໄດ້​ຍິນ​ຄຳ​ສັ່ງ​ສອນ​ຂອງ​ທ່ານ ກໍ​ຊົງ​ລັ່ງ​ເລ​ພຣະ​ທັຍ​ຢ່າງ​ນັກ ແຕ່​ກໍ​ຍັງ​ຍອມ​ຟັງ​ດ້ວຍ​ຄວາມ​ຍິນ​ດີ 21 ຄັນ​ຢູ່ມາ​ວັນ​ນຶ່ງ​ເປັນ​ໂອ​ກາດ​ດີ ຄື​ເປັນ​ວັນ​ສລອງວັນ​ກຳ​ເນີດ​ຂອງ​ເຮ​ໂຣດ ເຮ​ໂຣດ​ໄດ້​ຊົງ​ຈັດ​ການ​ກິນ​ລ້ຽງ​ພວກ​ເສ​ນາ​ບໍ​ດີ​ກັບ​ນາຍ​ທະ​ຫານ​ຊັ້ນ​ຜູ້​ໃຫຍ່ ແລະ​ບັນ​ດາ​ຄົນ​ສຳ​ຄັນ​ໃນ​ແຂວງ​ຄາ​ລີ​ເລ 22 ເມື່ອ​ບຸດ​ຍິງ​ຂອງ​ນາງ​ເຮ​ໂຣ​ເດັຽ​ຜູ້​ນັ້ນ​ເຂົ້າ​ມາ​ຟ້ອນ​ລຳ​ກໍ​ເຮັດ​ໃຫ້​ກະ​ສັດ​ເຮ​ໂຣດ​ຊອບ​ພຣະ​ທັຍ ແລະ​ແຂກ​ທີ່​ມາ​ຮ່ວ​ມ​ຊອບ​ໃຈ​ເຫມືອນ​ກັນ ກະ​ສັດ​ຈຶ່ງ​ຊົງ​ກ່າວ​ແກ່​ຍິງ​ສາວ​ນັ້ນ​ວ່າ, “ເຈົ້າ​ຈະ​ຂໍ​ສິ່ງ​ໃດ​ກໍ​ຈະ​ໃຫ້​ສິ່ງ​ນັ້ນ” 23 ແລະ​ກະ​ສັດຈຶ່ງ​ຊົງ​ສາ​ບານ​ປະ​ຕິ​ຍານ​ຕົວ​ວ່າ, “ເຈົ້າ​ຈະ​ຂໍ​ສິ່ງ​ໃດ ເຮົາ​ຈະ​ໃຫ້​ສິ່ງ​ນັ້ນ ຈົນ​ເຖິງ​ເຄິ່ງ​ຣາ​ຊ​ສົມ​ບັດ​ຂອງ​ເຮົາ” 24 ຍິງ​ສາວ​ນັ້ນ​ຈຶ່ງ​ອອກ​ໄປ​ຖາມ​ມານ​ດາ​ວ່າ, “ລູກ​ຈະ​ຂໍ​ສິ່ງ​ໃດ​ຈຶ່ງ​ຈະ​ດີ” ມານ​ດາ​ຈຶ່ງ​ຕອບ​ວ່າ, “ຂໍ​ຫົວ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ສາ” 25 ໃນທັນ​ໃດ​ນັ້ນ​ຍິງ​ສາວ​ກໍ​ຮີບ​ເຂົ້າ​ໄປ​ເຝົ້າ​ກະ​ສັດ​ທູນ​ວ່າ, “ທ່ານ​ໂທດ​ທານ​ຊີ​ວິດ ຂໍ​ປະ​ທານ​ຫົວ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໃສ່​ຖາດ​ມາ​ໃຫ້​ຂ້າ​ນ້ອຍ​ດຽວ​ນີ້​ເທີນ” 26 ພຣະ​ອົງ​ຊົງ​ທຸກ​ພຣະ​ທັຍ​ຢ່າງ​ນັກ ແຕ່​ເພາະ​ເຫດ​ໄດ້​ຊົງ​ສາ​ບານ​ຕົວ​ໄວ້ ແລະ​ເພາະ​ເຫັນ​ແກ່​ຫນ້າ​ແຂກ​ທີ່​ມາ​ຮ່ວມ​ກໍ​ບໍ່​ຢາ​ກຂັດ​ຂືນ​ນາງ 27 ໃນ​ຂ​ນະ​ນັ້ນ​ກະ​ສັດ​ຈຶ່ງ​ຊົງ​ຮັບ​ສັ່ງ​ທະ​ຫານ​ຮັກ​ສາ​ພຣະ​ອົງ​ຜູ້ນຶ່ງ ໃຫ້​ໄປ​ເອົາ​ຫົວ​ໂຢ​ຮັນ​ມາ ທະ​ຫານ​ຜູ້​ນັ້ນ​ຈຶ່ງ​ໄປ​ຕັດ​ເອົາ​ຫົວ​ໂຢ​ຮັນ​ໃນ​ຄຸກ​ 28 ໃສ່​ຖາດ​ມາ​ໃຫ້​ແກ່​ຍິງ​ສາວ​ນັ້ນ ແລະ​ນາງ​ກໍ​ສົ່ງ​ໃຫ້​ມານ​ດາ​ຂອງ​ຕົນ 29 ເມື່ອ​ພວກ​ສິດ​ຂອງ​ໂຢ​ຮັນຮູ້​ເຫ​ດການ​ນັ້ນ​ແລ້ວ ກໍ​ມາ​ຮັບ​ເອົາ​ສົບ​ຂອງ​ທ່ານ​ໄປ​ວາງ​ໄວ້​ໃນ​ອຸບ​ໂມງ

ພຣະ​ເຢ​ຊູ​ຊົງ​ລ້ຽງ​ຫ້າ​ພັນ​ຄົນ

30 ຝ່າຍ​ອັ​ຄ​ສາ​ວົກ​ໄດ້​ພາ​ກັນ​ມາ​ເຝົ້າ​ພຣະ​ເຢ​ຊູ ທູນ​ຣາຍ​ງານ​ທັງ​ຫມົດ​ທີ່​ເຂົາ​ໄດ້​ເຣັດ ແລະ​ໄດ້​ສັ່ງ​ສອນ​ໃຫ້​ພຣະ​ອົງ​ຊົງ​ຊາບ 31 ແລ້ວ​ພຣະ​ອົງຊົງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ເຮົາ​ຈົ່ງ​ພາກັນ​ໄປ​ໃນ​ບ່ອນ​ສ​ງັດ ໃຫ້​ພວກ​ທ່ານ​ພັກ​ເຊົາ​ເມື່ອຍ​ຈັກ​ຫນ້ອຍ​ນຶ່ງ” ເພາະ​ມີ​ຄົນ​ຫລວງ​ຫລາຍ​ທຽວ​ໄປ​ມາ ຈົນ​ບໍ່​ມີ​ເວ​ລາ​ຫວ້າງ​ພໍ​ຈະ​ຮັບ​ປະ​ທານອາ​ຫານ​ໄດ້ 32 ພຣະ​ອົງ​ຈຶ່ງ​ສະ​ເດັດ​ລົງ​ເຮືອພ້ອມ​ກັບ​ສາ​ວົກ​ໄປ​ຍັງ​ບ່ອນ​ສ​ງັດ​ຢູ່​ຕ່າງ​ຫາ​ກ 33 ຫລາຍ​ຄົນ​ໄດ້​ເຫັນ​ພຣະ​ອົງ​ກັບ​ພວກ​ສາ​ວົກ​ພວມ​ໄປ ເຂົາ​ກໍ​ສັງ​ເກດ​ຮູ້​ຈຶ່ງ​ຮີບ​ພາ​ກັນ​ອອກ​ຈາກ​ທຸກ​ບ້ານ​ທຸກ​ເມືອງ​ຍ່າງ​ໄປ​ເຖິງ​ທີ່​ນັ້ນ​ກ່ອນ 34 ຄັນ​ພຣະ​ເຢ​ຊູ​ສະ​ເດັດ​ຂຶ້ນຈາກ​ເຮືອນ​ແລ້ວ ກໍ​ຊົງ​ເຫັນ​ປະ​ຊາ​ຊົນ​ຫມູ່​ໃຫຍ່ ແລະ​ຊົງ​ສົງ​ສານ​ເຂົາ ເພາະ​ວ່າ​ເຂົາ​ເປັນ​ເຫມືອນ​ຝູງ​ແກະ​ບໍ່​ມີ​ຜູ້​ລ້ຽງ ພຣະ​ອົງ​ຈຶ່ງ​ຊົງ​ຕັ້ງຕົ້​ນ​ສັ່ງ​ສອນ​ເຂົາ​ເປັນ​ຫລາຍ​ຂໍ້​ຫລາຍ​ປະ​ການ 35 ເມື່ອ​ຄ້າຍ​ຄ່ຳ​ມາ​ແລ້ວ ພວກ​ສາ​ວົກ​ມາ​ທູນ​ພຣະ​ອົງ​ວ່າ, “ບ່ອນ​ນີ້​ແມ່ນ​ປ່າ ແລະ​ບັດ​ນີ້​ກໍ​ຄ້າຍ​ຄ່ຳ​ແລ້ວ 36 ຂໍ​ທ່ານ​ຈົ່ງ​ໃຫ້​ເຂົາ​ເລີກ​ໄປ​ເສັຽ ເພື່ອ​ເຂົາ​ຈະ​ໄດ້​ໄປ​ຊື້​ອາ​ຫານ​ຮັບ​ປະ​ທານ​ຕາມ​ບ້ານ​ໄຮ່​ບ້ານ​ນາ​ແຖບ​ນີ້” 37 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຈົ່ງ​ລ້ຽງ​ເຂົາ​ສາ” ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຈະ​ໃຫ້​ພວກ​ຂ້າ​ນ້ອຍ​ໄປ​ຊື້​ອາ​ຫານ​ເຖິງ​ສອງ​ຮ້ອຍ​ຫລຽນ​ເດ​ນາ​ຣິ​ອົນ​ໃຫ້​ເຂົາ​ກິນ​ຫລື” 38 ພຣະ​ອົງ​ຊົງ​ກ່າວ​ວ່າ, “ພວກ​ທ່ານ​ມີ​ເຂົ້າ​ຈີ່​ຈັກ​ກ້ອນ ຈົ່ງ​ໄປ​ເບິ່ງ​ດູ” ແລະ​ເມື່ອ​ຮູ້​ແລ້ວ ເຂົາ​ຈຶ່ງ​ທູນ​ວ່າ, “ມີ​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ” 39 ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ພວກ​ສາ​ວົກ​ໃຫ້​ຈັດ​ຄົນ​ທັງ​ປວງ​ນັ່ງ​ຮ່ວມ​ກັນ​ທີ່​ປ່າ​ຫຍ້າ​ສົດ​ເປັນ​ຫມູ່ໆ 40 ແລະ​ປະ​ຊາ​ຊົນ​ໄດ້​ນັ່ງ​ລົງ​ເປັນ​ແຖວ ແຖວ​ລະ​ຮ້ອຍ​ຄົນ​ແລະ​ແຖວ​ລະ​ຫ້າ​ສິບ​ຄົນ 41 ເມື່ອ​ພຣະ​ອົງ​ຊົງ​ຮັບ​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ​ແລ້ວ ກໍ​ຊົງ​ເງີຍ​ພຣະ​ພັກ​ເບິ່ງ​ຟ້າສວັນ ​ຂໍ​ພຣະ​ພອນ ແລ້ວ​ຊົງ​ຫັກ​ເຂົ້າ​ຈີ່​ຍຶ່ນ​ໃຫ້​ພວກ​ສາ​ວົກ​ໄປ​ແຈກ​ແກ່​ຄົນ​ທັງ​ປວງ ແລະ​ປາ​ສອງ​ໂຕ​ນັ້ນ​ກໍ​ຊົງ​ແບ່ງ​ໃຫ້​ທົ່ວ​ເຖິງ​ກັນ​ເຫມືອນ​ກັນ 42 ເຂົາ​ໄດ້​ກິນ​ອີ່ມ​ທຸກ​ຄົນ 43 ສ່ວນ​ຕ່ອນ​ຫັກ​ແລະ​ປາ​ທີ່​ເຫລືອ​ນັ້ນ ເຂົາ​ເກັບ​ໄດ້​ເຕັມ​ສິບ​ສອງ​ບຸງ 44 ໃນ​ຈຳ​ນວນ​ຄົນ​ທີ່​ໄດ້​ຮັບ​ປະ​ທານ​ເຂົ້າ​ຈີ່​ນັ້ນ ມີ​ຜູ້​ຊາຍ​ຫ້າ​ພັນ​ຄົນ

ພຣະ​ເຢ​ຊູ​ຊົງ​ດຳ​ເນີນ​ເທິງ​ນ້ຳ

45 ໃນ​ທັນ​ໃດ​ນັ້ນພຣະ​ອົງ​ຊົງ​ສັ່ງ​ໃຫ້​ພວກ​ສາ​ວົກ​ລົງ​ເຮືອຂ້າມ​ຟາກ​ໄປ​ຍັງ​ເມືອງ​ເບັດ​ຊາ​ອີ​ດາ​ກ່ອນ ຂ​ນະ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໃຫ້​ປະ​ຊາ​ຊົນ​ເລີກ​ໄປ 46 ເມື່ອ​ຊົງ​ລາ​ຈາກ​ເຂົາ​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ເມືອ​ພູ​ເພື່ອ​ໄຫ​ວ້ວອນ 47 ເມື່ອ​ຄ່ຳ​ມາ​ແລ້ວ​ເຮືອ​ນັ້ນ​ກໍ​ຢູ່​ກາງ​ທະ​ເລ ສ່ວນ​ພຣະ​ອົງ​ຊົງ​ຢູ່​ບົກ​ແຕ່​ຕົນ​ດຽວ 48 ແລະ​ພຣະ​ອົງ​ທອດ​ພຣະ​ເນດ​ເຫັນ​ພວກ​ສາ​ວົກກຳ​ລັງ​ແຊວ​ເຣືອ​ດ້ວຍ​ຄວາມ​ລຳ​ບາກ​ຫລາຍ ເພາະ​ເຮືອ​ຕ້ານ​ທວນ​ລົມ​ຢູ່ ຄັນ​ປະ​ມານ​ຍາມ​ສີ່​ກາງ​ຄືນ ພຣະ​ອົງ​ຈຶ່ງ​ຊົງ​ຍ່າງ​ເທິງ​ນ້ຳ​ໄປ​ຫາ​ພວກ​ສາ​ວົກ ແລະ​ພຣະ​ອົງ​ຊົງ​ຍ່າງ​ດັ່ງ​ຈະ​ກາຍ​ເຂົາ​ໄປ 49 ແຕ່​ເມື່ອ​ພວກ​ສາ​ວົກ​ໄດ້​ເຫັນ​ພຣະ​ອົງ​ຊົງ​ຍ່າງ​ເທິງ​ນ້ຳ ເຂົາ​ກໍ​ຄຶດ​ວ່າ​ແມ່ນ​ຜີ ແລ້ວ​ຈຶ່ງ​ພາ​ກັນ​ຮ້ອງ​ຂຶ້ນ 50 ເພາະ​ວ່າ​ທຸກ​ຄົນ​ເຫັນ​ແລ້ວ​ກໍ​ຕົກ​ໃຈ ໃນ​ທັນ​ໃດ​ນັ້ນ​ພຣະ​ອົງ​ຊົງ​ອອກ​ພຣະ​ໂອດ​ກ່າ​ວ​ແກ່​ເຂົາ​ວ່າ, “ຢ່າ​ນ້ອຍ​ໃຈ​ເທາະ ແມ່ນ​ເຮົາ​ເອງ ຢ່າ​ຊູ່​ຢ້ານ” 51 ພຣະ​ອົງ​ຈຶ່ງ​ສະ​ເດັດ​ຂຶ້ນ​ໄປ​ຫາ​ເຂົາ​ເທິງ​ເຮືອ ແລ້ວ​ລົມ​ກໍ​ງຽບ​ລົງ ພວກ​ສາ​ວົກ​ກໍ​ປ​ລາດ​ອັດ​ສະ​ຈັນ​ໃຈ​ເຫລືອເກີນ 52 ເພາະ​ວ່າ​ເຣື່ອງ​ເຂົ້າ​ຈີ່​ນັ້ນ​ເຂົາ​ຍັງ​ບໍ່​ໄດ້​ເຂົ້າ​ໃຈ ແຕ່​ໃຈ​ຂອງ​ເຂົາ​ຍັງ​ແຂງ​ກະ​ດ້າງ​ປຶກ​ຕັນ​ຢູ່

ພຣະ​ເຢຊູ​ຊົງໂຜດ​ຄົນ​ເຈັບ​ປ່ວຍ​ໃນ​ເຄນ​ເນ​ຊາ​ເຣັດ

53 ຄັນ​ຂ້າມ​ຟາກ​ໄປ​ເຖິງ​ແລ້ວ ເຂົາ​ກໍ​ຈອດ​ທີ່​ທ່າ​ເມືອງ​ເຄນ​ເນ​ຊາ​ເຣັດ 54 ເມື່ອພຣະ​ເຢ​ຊູ​ສະ​ເດັດ​ຂຶ້ນ​ຈາກ​ເຮືອ​ພ້ອມ​ດ້ວຍ​ສາ​ວົກ​ແລ້ວ ຄົນ​ທັງ​ປວງ​ກໍ​ຈຳ​ພຣະ​ອົງ​ໄດ້​ທັນ​ທີ 55 ແລະ​ເຂົາ​ຮີບ​ໄປ​ທົ່ວ​ຂົງ​ເຂດ​ນັ້ນ ຕັ້ງ​ຕົ້ນ​ເອົາ​ຄົນ​ເຈັບ​ປ່ວຍ​ໃສ່​ບ່ອນນອນ​ຫາມ​ມາ​ຍັງ​ບ່ອນ​ທີ່​ເຂົາ​ໄດ້​ຍິນຂ່າວ​ວ່າ​ພຣະ​ອົງ​ປະ​ທັບ​ຢູ່ 56 ເມື່ອ​ພຣະ​ອົງ​ສະ​ເດັດ​ໄປ​ທີ່​ໃດ​ໃນ​ເມືອງ​ຫລື​ ບ້ານນອກ​ບ້ານ​ນາ​ກໍ​ດີ ເຂົາ​ກໍ​ເອົາ​ຄົນ​ເຈັບ​ປ່ວຍ​ມາ​ວາງ​ໄວ້​ຕາມ​ແຄມ​ທາງ​ບ່ອນ​ຊຸມ​ຊົນ ແລ້ວ​ທູນ​ຂໍ​ພຣະ​ອົງ​ຊົງ​ໂຜດ​ໃຫ້​ຄົນ​ເຈັບ​ປ່ວຍ​ໄດ້​ບາຍແຕ່​ແຄມ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ແລະ​ຜູ້​ໃດ​ໄດ້​ບາຍ​ແລ້ວ​ກໍ​ຖືກ​ຊົງ​ໂຜດ​ໃຫ້​ດີ​ພ​ຍາດ​ທຸກ​ຄົນ

ມາຣະໂກ 7

ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ

1 ເມື່ອ​ນັ້ນ​ພວກ​ຟາ​ຣີ​ຊາຍ​ແລະ​ນັກ​ທັມ​ບາງ​ຄົນ​ຊຶ່ງ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ພາ​ກັນ​ມາ​ຫາ​ພຣະ​ອົງ 2 ເຂົາ​ໄດ້​ເຫັນ​ສາ​ວົກ​ຂອງ​ພຣະ​ອົງ​ລາງ​ຄົນ​ຮັບ​ປະ​ທານ​ອາ​ຫານ​ດ້ວຍ​ມື​ບໍ່​ສະ​ອາດ ຄື​ບໍ່​ລ້າງ​ມື​ຕາມ​ພິ​ທີ​ກ່ອນ 3 ເພາະ​ວ່າ​ພວກ​ຟາ​ຣີ​ຊາຍ​ກັບ​ຊາວ​ຢິວ​ທັງ​ຫມົດ ເຄີຍ​ຖື​ຕາມ​ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ​ວ່າ ຖ້າ​ບໍ່​ໄດ້​ລ້າງ​ມື​ຕາມ​ພິ​ທີ​ຄື​ແຕ່​ມື​ເຖິງ​ຄໍ່ ເຂົາ​ກໍ​ບໍ່​ຮັບ​ປະ​ທານ​ອາ​ຫານ 4 ແລະ​ເມື່ອ​ເຂົາ​ມາ​ຈາກ​ຕ​ລາດ ຖ້າ​ບໍ່​ໄດ້​ທຳ​ພິ​ທີ​ຊຳ​ຮະ​ຕົວ​ກ່ອນ ເຂົາ​ກໍ​ບໍ່​ຮັບ​ປະ​ທານ​ອາ​ຫານ ແລະ​ເຂົາ​ຍັງ​ຖື​ທັມ​ນຽມ​ອື່ນໆ​ອີກ​ຫລາຍ​ຢ່າງ ຄື​ການ​ລ້າງ​ຖ້ວຍ​ຊາມ ລ້າງ​ພາ​ຊນະ​ທອງ​ແດງ​ທອງເຫລືອງ (ແລະ​ຕຽງ​ນອນ) 5 ພວກ​ຟາ​ຣີ​ຊາຍ​ກັບ​ພວກ​ນັກ​ທັມ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ພວກ​ສິດ​ຂອງ​ທ່ານ​ຈຶ່ງ​ບໍ່​ຕິດ​ຕາມ​ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ ແຕ່​ຍັງ​ຮັບ​ປະ​ທານ​ອາ​ຫານ​ດ້ວຍ​ມື​ບໍ່​ສະ​ອາດ” 6 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເອ​ຊາ​ຢາ​ໄດ້​ທຳ​ນ​ວາຍ​ຄັກ​ແນ່​ເຖິງ​ພວກ​ເຈົ້າ ຜູ້​ເປັນ​ຄົນ​ຫນ້າ​ຊື່​ໃຈ​ຄົດ ຕາມ​ທີ່​ຂຽນ​ໄວ້​ວ່າ, “ພົ​ລ​ເມືອງ​ເຫລົ່າ​ນີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ ສ່ວນ​ໃຈ​ຂອງ​ເຂົາ​ຫ່າງ​ໄກ​ຈາກ​ເຮົາ 7 ເຂົາ​ນະ​ມັ​ສ​ການ​ເຮົາ​ໂດຍ​ອັ​ປ​ໂຍດ ດ້ວຍ​ເອົາ​ບົດ​ບັນ​ຍັດ​ຂອງ​ມະ​ນຸດ​ມາ​ຕູ່​ວ່າ ເປັນ​ພຣະ​ໂອ​ວາດ” 8 ເຈົ້າທັງ​ຫລາຍ​ປະ​ລະ​ພຣະ​ບັ​ນ​ຍັດ​ຂອງ​ພຣະ​ເຈົ້າ ແລະ​ກັບ​ໄປ​ຍຶດ​ຖື​ຕາມ​ຄຳ​ສອນ​ທີ່​ຕົກ​ທອດ​ມາ​ຈາກ​ມະ​ນຸດ” 9 ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ອີກວ່າ, “ເກີ​ນ​ວ່າ​ດີແທ້​ຫນໍ ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ລະ​ຖິ້ມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ໄປ​ຖື​ຕາ​ມຄຳ​ສອນ​ທີ່​ສືບ​ຕໍ່​ມາ​ຈາກ​ເຖົ້າ​ເກົ່າ​ບູ​ຮານ 10 ເພາະ​ວ່າ​ໂມ​ເຊ​ໄດ້​ສັ່ງ​ໄວ້​ວ່າ “ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາຂອງ​ເຈົ້າ” ແລະ “ຜູ້​ໃດ​ຫມິ່ນ​ປ​ມາດ​ບິ​ດາ​ມານ​ດາ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ” 11 ແຕ່​ຝ່າຍ​ພວກ​ເຈົ້າ​ກັບ​ເວົ້າ​ວ່າ “ຖ້າ​ຜູ້​ໃດ​ຈະ​ເວົ້າ​ກັບ​ບິ​ດາ​ມານ​ດາວ່າ ສິ່ງ​ໃດ​ຂອງ​ຂ້ອຍ​ທີ່​ອາດ​ຊ່ອຍ​ເຫລືອ​ເຈົ້າ​ໄດ້ ສິ່ງ​ນັ້ນ​ເປັນ​ໂກ​ຣະ​ບານ” (ຄື​ເປັນ​ຂອງ​ຖວາຍ​ແດ່​ພຣະ​ເຈົ້າ​ແລ້ວ) 12 ເຈົ້າ​ທັງ​ຫລາຍ​ກໍ​ບໍ່​ອະ​ນຸ​ຍາດ​ໃຫ້​ຜູ້​ນັ້ນ​ເຮັດ​ສິ່ງ​ໃດ​ຕໍ່​ໄປ ເພື່ອ​ຊ່ອຍ​ບຳ​ຣຸງ​ບິ​ດາ​ມານ​ດາ​ຂອງ​ຕົນ 13 ເຈົ້າ​ທັ​ງ​ຫລາຍ​ຈຶ່ງ​ລຶບ​ລ້າງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄຳ​ສອນ​ທີ່​ຕົກ​ທອດ​ສືບ​ຕໍ່​ກັນ​ມາ ແລະ​ສອນ​ຕໍ່ໆ​ກັນ​ໄປ ແລະ​ການ​ອື່ນໆ​ແນວ​ນີ້​ອີກ​ຫລາຍ​ຢ່າງ​ເຈົ້າ​ທັງ​ຫລາຍ​ກໍ​ເຮັດ​ຢູ່”

ສິ່ງ​ທີ່​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ

14 ແລ້ວ​ພຣະ​ອົງ​ຊົງ​ເອີ້ນ​ປະ​ຊາ​ຊົນ​ມາ​ອີກ ຊົງ​ກ່າວ​ແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຈົ່ງ​ຟັງ​ເຮົາ​ແລະ​ເຂົ້າ​ໃຈ​ສາ 15 ບໍ່​ມີ​ສິ່ງ​ໃດ​ທີ່​ຢູ່​ພາຍນອກ ເມື່ອ​ເຂົ້າ​ໄປ​ພາຍ​ໃນ​ມະ​ນຸດ​ຈະ​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ​ໄດ້ ແຕ່​ສິ່ງ​ຊຶ່ງ​ອອກ​ມາ​ຈາກ​ພາຍ​ໃນ​ມະ​ນຸດ​ນັ້ນ​ແຫລະ, ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ 16 (ຖ້າ​ຜູ້​ໃດ​ມີ​ຫູ​ຈົ່ງ​ຢາກ​ຟັງ ໃຫ້​ຟັງ​ເອົາ​ສາ)” 17 ຄັນ​ພຣະ​ອົງໄດ້​ສະ​ເດັດ​ຈາກ​ປະ​ຊາ​ຊົນ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາ​ວົກ​ໄດ້​ທູນ​ຖາມ​ພຣະ​ອົງ​ເຖິງ​ຄຳ​ອຸປມາ​ນັ້ນ 18 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເຖິງ​ພວກ​ທ່ານ​ກໍ​ຍັງ​ຂາດ​ຄວາມ​ເຂົ້າ​ໃຈ​ເຫມືອນ​ກັນ​ຫລື ພວກ​ທ່ານ​ບໍ່​ໄດ້​ສັງ​ເກດ​ຫລື​ວ່າ ສິ່ງ​ໃດ​ແຕ່​ພາຍນອກ​ທີ່​ເຂົ້າ​ໄປ​ພາຍ​ໃນ​ມະ​ນຸດ ຈະ​ເຮັດ​ໃຫ້​ມະ​ນຸດ​ເປັນ​ຊົ່ວ​ມົວ​ຫມອງ​ບໍ່​ໄດ້ 19 ເພາະ​ວ່າ​ສິ່ງ​ນັ້ນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ໃຈ ແຕ່​ລົງ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ” (ທີ່​ຊົງ​ສອນ​ຢ່າງ​ນີ້​ກໍ​ເປັນ​ການ​ປະ​ກາດ​ວ່າ ອາ​ຫານ​ທຸກ​ຢ່າງ​ເປັນ​ຂອງ​ສະ​ອາດ) 20 ພຣະ​ອົງ​ຊົງ​ກ່າວ​ວ່າ, “ສິ່ງ​ທີ່​ອອກ​ມາ​ຈາກ​ພາຍ​ໃນ​ມະ​ນຸດ​ນັ້ນ​ແຫລະ, ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ 21 ເພາະ​ວ່າ​ຈາກ​ພາຍ​ໃນ ຄື​ຈາກ​ຈິດ​ໃຈ​ມະ​ນຸດ​ມີ​ຄວາມ​ຄຶດ​ຊົ່ວ​ບໍ່​ດີ ການ​ຜິດຊາຍ​ຍິງ ການ​ລັກ​ຊັບ ການ​ຂ້າ​ຄົນ 22 ການ​ຫລິ້ນ​ຊູ້​ຈາກ​ຜົວ​ເມັຽ ການ​ໂລບ ການ​ອະ​ທັມ ການ​ລໍ້​ລວງ ຣາ​ຄະ​ຕັນ​ຫາ ການ​ອິດ​ສາ ການ​ນິນ​ທາ ຄວາມ​ຈອງ​ຫອງ ຄວາມ​ໂງ່​ທີ່​ປ່ອຍ​ຕົວ​ໄປ​ຕາມ​ລຳ​ພັງ​ໃຈ 23 ສາ​ຣະ​ພັດ​ການ​ຊົ່ວ​ເຫລົ່າ​ນີ້​ເກີດ​ມາ​ຈາກ​ພາຍ​ໃນ ແລະ​ເຮັດ​ໃຫ້​ມະ​ນຸດ​ຊົ່ວ​ມົວ​ຫມອງ

ຄວາມ​ເຊື່ອ​ຂອງ​ຍິງ​ຊີ​ເຣັຽ​ຟອຍ​ນິ​ເກ

24 ພຣະ​ອົງຊົງ​ລຸກ​ຂຶ້ນ​ຈາກ​ທີ່​ນັ້ນ ສະ​ເດັດ​ໄປ​ຍັງ​ເຂດ​ແດນ​ເມືອງ​ຕີ​ເຣ ແລ້ວ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ນຶ່ງ​ໂດຍ​ມີ​ພຣະ​ປະ​ສົງ​ວ່າ​ຈະ​ບໍ່​ໃຫ້​ຜູ້​ໃດ​ຮູ້ ແຕ່​ຊົງລີ້ຢູ່​ບໍ່​ໄດ້ 25 ໃນ​ທັນ​ໃດ​ນັ້ນ​ຍິງ​ຄົນນຶ່ງ​ຊຶ່ງ​ມີລູກ​ສາວ​ທີ່​ຜີ​ຖ່ອຍ​ຮ້າຍ​ເຂົ້າ​ສິງ ເມື່ອ​ນາງ​ໄດ້​ຍິນ​ຂ່າວ​ເຖິງ​ເຣື່ອງ​ພຣະ​ອົງ ກໍ​ມາ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ 26 ຍິງ​ຄົນ​ນັ້ນ​ເປັນ​ຊາວກ​ຣີກ ເກີດ​ໃນ​ແຂວງ​ຊີ​ເຣັຽ​ຟອຍ​ນິ​ເກ ນາງ​ໄດ້​ທູນ​ອ້ອນວອນ​ຂໍ​ໃຫ້​ພຣະ​ອົງ​ຂັບ​ໄລ່​ຜີ​ອອກ​ຈາກ​ລູກ​ສາວ​ຂອງ​ຕົນ 27 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ນາງ​ນັ້ນ​ວ່າ, “ໃຫ້​ລູກ​ກິນ​ອີ່ມ​ເສັຽກ່ອນ ເພາະ​ວ່າ​ບໍ່​ສົມ​ຄວນ​ຈະ​ເອົາ​ອາ​ຫານ​ຂອງ​ລູກ​ໂຍນ​ໃຫ້​ຫມາ​ນ້ອຍ” 28 ແຕ່​ນາງ​ທູນ​ຕອບ​ວ່າ, “ຈິງ​ຢູ່​ຂ້າ​ນ້ອຍ ແຕ່​ເຖິງ​ແມ່ນ​ຫມາ​ນ້ອຍ​ທີ່​ຢູ່ໃຕ້​ໂຕະ ກໍ​ເຄີຍ​ກິນ​ເສດ​ອາ​ຫານ​ຂອງ​ເດັກ​ນ້ອຍ​ນັ້ນ” 29 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ນາງວ່າ, “ເພາະ​ເຫດ​ຄຳ​ເວົ້າ​ຂອງ​ເຈົ້າ​ນີ້ ຈົ່ງ​ກັບ​ເມືອ​ສາ ຜີ​ຮ້າຍ​ໄດ້​ອອກ​ຈາກ​ລູກ​ສາວ​ຂອງ​ເຈົ້າ​ແລ້ວ” 30 ຝ່າຍ​ຍິງ​ນັ້ນ​ໄດ້​ກັບ​ເມືອ​ເຮືອນ​ຂອງ​ຕົນ ກໍ​ເຫັນ​ລູກ​ນອນ​ຢູ່​ເທິງ​ຕຽງ​ແລະ​ຜີ​ຮ້າຍ​ນັ້ນ​ກໍ​ໄດ້​ອອກ​ແລ້ວ

ພຣະ​ເຢ​ຊູ​ຊົງ​ໂຜ​ດ​ຄົນ​ຫູ​ຫນວກ​ປາກກືກ

31 ຕໍ່​ມາ​ພຣະ​ອົງ​ໄດ້​ສະ​ເດັດ​ຈາກ​ເຂ​ດ​ເມືອງ​ຕີ​ເຣ​ແລະ​ຜ່ານ​ຊີ​ໂດນ ດຳ​ເນີນ​ໄປ​ຕາມແຂວງ​ເດ​ກາ​ໂປ​ລີ​ມາ​ຍັງ​ທະ​ເລຄາ​ລີ​ເລ 32 ມີ​ຄົນ​ໄດ້​ພາ​ຊາ​ຍຫູ​ຫນວກ​ປາກ​ກືກ​ຄົນ​ນຶ່ງ​ມາ​ຫາ​ພຣະ​ອົງ ແລ້ວ​ຂໍ​ໃຫ້​ພຣະ​ອົງ​ຊົງ​ໂຜດ​ວາງ​ພຣະ​ຫັດ​ເທິງ​ຄົນ​ນັ້ນ 33 ພຣະ​ອົງ​ຈຶ່ງ​ຊົງ​ພາກ​ຄົນ​ນັ້ນ​ອອກ​ຈາກ​ປະ​ຊາ​ຊົນ​ໄປ​ຢູ່​ຕ່າງ​ຫາກ ຊົງ​ເອົາ​ນີ້ວ​ພຣະ​ຫັດ​ແຍ່​ຫູ​ຊາຍ​ຄົນ​ນັ້ນ​ທັງ​ສອງ​ກ້ຳ ແລະ​ຊົງ​ບ້ວນ​ນ້ຳ​ລາຍ​ໃສ່​ນີ້ວ​ພຣະ​ຫັດ​ແປະ​ລີ້ນ​ຄົນ​ນັ້ນ 34 ແລ້ວ​ພຣະ​ອົງ​ຊົງ​ແຫງນ​ພຣະ​ພັກ​ສູ່​ຟ້າ ຊົງ​ຖອນ​ພຣະ​ທັຍ​ກ່າວ​ແກ່​ຄົນ​ນັ້ນ​ວ່າ, “ເອບ​ຟາ​ທາ” ແປ​ວ່າ “ຈົ່ງ​ໄຂ​​ອອກ” 35 ແລ້ວ​ຫູ​ຄົນ​ນັ້ນ​ກໍ​ໄຂ​ອອກ ແລະ​ສິ່ງ​ທີ່​ຂັດ​ລີ້ນ​ກໍ​ຫລຸດ ແລະ​ເຂົາ​ກໍ​ປາກ​ໄດ້​ຄັກ 36 ພຣະ​ອົງ​ຊົງ​ຫ້າມ​ຄົນ​ທັງ​ຫລາຍ​ບໍ່​ໃຫ້​ແຈ້ງ​ຄວາມ​ນີ້​ແກ່​ຜູ້​ໃດ ແຕ່​ພຣະ​ອົງ​ຊົງ​ຫ້າມ​ເທົ່າ​ໃດ ເຂົາ​ກໍ​ແຮ່ງ​ເລົ່າ​ລື​ໄປ​ຫລາຍ 37 ແລະ​ຄົນ​ທັງ​ປວງ​ກໍ​ງຶດ​ປ​ລາດ​ໃຈ​ເຫລືອເກີນ ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ໄດ້​ເຮັດ​ລ້ວນ​ແຕ່​ເປັນ​ການ​ດີ ເຖິງ​ແມ່ນ​ຄົນ​ຫູ​ຫນວກ​ກໍ​ເຣັດ​ໃຫ້​ໄດ້​ຍິນ ແລະ​ຄົນ​ປາກ​ກືກ​ກໍ​ເຣັດ​ໃຫ້​ປາກ​ໄດ້”

ມາຣະໂກ 8

ຊົງ​ລ້ຽງ​ຄົນ​ສີ່​ພັນ

1 ຄາວ​ນັ້ນ ເມື່ອ​ປະ​ຊາ​ຊົນ​ຫລວງ​ຫລາຍ​ພາ​ກັນ​ມາ​ອີກ ກໍ​ບໍ່​ມີ​ອາ​ຫານ​ກິນ ພຣະ​ເຢ​ຊູ​ຈຶ່ງ​ເອີ້ນ​ພວກ​ສາ​ວົກ​ຊົງ​ກ່າວ​ແກ່​ເຂົາ​ວ່າ, 2 “ເຮົາ​ສົງ​ສານ​ຄົນ​ເຫລົ່າ​ນີ້ ເພາະ​ເຂົາ​ຄ້າງ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ​ບໍ່​ມີ​ອາ​ຫານ​ກິນ​ 3 ຖ້າ​ເຮົາ​ຈະ​ໃຫ້​ເຂົາ​ກັບ​ເມືອ​ບ້ານ​ເມືອງ​ຍັງ​ຫິວ​ຢູ່ ເຂົາ​ຄົງ​ຈະ​ເມື່ອຍ​ອິດ​ອ່ອນ​ຕາມ​ທາງ ເພາະ​ບາງ​ຄົນ​ມາ​ແຕ່​ໄກ” 4 ພວກ​ສາ​ວົກ​ຈຶ່ງ​ທູນ​ຕອບ​ພຣະ​ອົງ​ວ່າ, “ໃນ​ປ່າ​ຢ່າງ​ນີ້​ຈະ​ເອົາ​ອາ​ຫານ​ມາ​ແຕ່​ໃສ​ພໍ​ຈະ​ໃຫ້​ເຂົາ​ກິນ​ອີ່ມ​ໄດ້” 5 ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ມີ​ເຂົ້າ​ຈີ່​ຈັກ​ກ້ອນ” ເຂົາ​ທູນ​ຕອບ​ວ່າ, “ມີ​ເຈັດ​ກ້ອນ​ຂ້າ​ນ້ອຍ” 6 ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ປະ​ຊາ​ຊົນ​ໃຫ້​ນັ່ງ​ລົງ​ຕາມຫນ້າ​ດິນ ເມື່ອ​ຊົງ​ຮັບ​ເຂົ້າ​ຈີ່​ເຈັດ​ກ້ອນ​ມາ​ໂມ​ທະ​ນາ​ພຣະ​ຄຸນ​ແລ້ວ ກໍ​ຊົງ​ຫັກ​ຍື່ນ​ໃຫ້​ພວກ​ສາ​ວົກ​ໄປ​ແຈກ ພວກ​ສາ​ວົກ​ຈຶ່ງ​ເອົາ​ໄປແຈກ​ໃຫ້​ປະ​ຊາ​ຊົນ 7 ແລະ​ເຂົາ​ມີ​ປາ​ນ້ອຍ​ບາງ​ໂຕ ພຣະ​ອົງ​ຈຶ່ງ​ຊົງ​ຂໍ​ພຣະ​ພອນ ແລ້ວ​ຊົງ​ສັ່ງ​ພວກ​ສາ​ວົກ​ໃຫ້​ເອົາ​ປາ​ນັ້ນ​ໄປ​ແຈກ​ເຫມືອນ​ກັນ ຄົນ​ທັງ​ປວງ​ໄດ້​ກິນ​ຈົນ​ອີ່ມ 8 ສ່ວນ​ຕ່ອນ​ຫັກ​ທີ່​ເຫລືອ​ນັ້ນ ເຂົາ​ເກັບ​ໄດ້​ເຕັມ​ເຈັດ​ບຸງ 9 ຄົນ​ທີ່​ໄດ້​ກິນ​ນັ້ນ​ມີ​ປະ​ມານ​ສີ່​ພັນ​ຄົນ ແລ້ວ​ພຣະ​ອົງ​ຊົງ​ສັ່ງ​ເຂົາ​ໃຫ້​ເລີກ​ໄປ 10 ໃນ​ທັນ​ໃດ​ນັ້ນ​ພຣະ​ອົງ​ກໍ​ສະ​ເດັດ​ລົງ​ເຮືອກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ ມາ​ເຖິງ​ເຂດ​ເມືອງ​ດານ​ມາ​ນຸ​ທາ

ຂໍ​ໃຫ້​ຊົງ​ສະ​ແດງ​ຫມາຍ​ສຳ​ຄັນ

11 ພວກ​ຟາ​ຣີ​ຊາຍ​ໄດ້​ອອກ​ມາ​ຕັ້ງ​ຕົ້ນ​ໂຕ້​ຖຽງ​ກັບ​ພຣະ​ອົງ ຂໍໃຫ້​ພຣະ​ອົງ​ຊົງ​ສ​ແວງ​ຫມາຍ​ສຳ​ຄັນ​ຢ່າງ​ນຶ່ງ​ຈາກ​ສວັນ ເພື່ອ​ຢາກ​ທົດ​ລອງ​ພຣະ​ອົງ 12 ພຣະ​ອົງ​ຊົງ​ຖອນ​ພຣະ​ທັຍ​ແລ້ວ​ກ່າວ​ວ່າ, “ເປັນ​ຫຍັງ​ຄົນ​ສະ​ໄຫມ​ນີ້​ຈຶ່ງ​ສແວງ​ຫາ​ຫມາຍ​ສຳ​ຄັນ ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຈະ​ບໍ່​ຊົງ​ໂຜດ​ຫມາຍ​ສຳ​ຄັນ​ແກ່​ຄົນ​ສະ​ໄຫມ​ນີ້” 13 ແລ້ວ​ພຣະ​ອົງ​ສະ​ເດັດ​ຈາກ​ເຂົາ​ລົງ​ເຮືອ​ຂ້າມ​ຟາກ​ໄປ​ອີກ

ເຊື້ອ​ແປ້ງ​ຂອງ​ພວກ​ຟາ​ຣີ​ຊາຍ​ ແລະ​ຂອງ​ພວກ​ ເຮ​ໂຣດ

14 ຝ່າຍ​ພວກ​ສາ​ວົກໄດ້​ລືມ​ເອົາ​ເຂົ້າ​ຈີ່​ໄປ ແລະ​ໃນ​ເຮືອ​ເຂົາ​ມີ​ເຂົ້າ​ຈີ່​ຢູ່​ກ້ອນ​ດຽວ​ເທົ່າ​ນັ້ນ 15 ພຣະ​ອົງ​ຊົງ​ຕັກ​ເຕືອນ​ເຂົາ​ວ່າ, “ຈົ່ງ​ສັງ​ເກດ ແລະ​ລະ​ວັງ​ເຊື້ອ​ແປ້ງ​ຂອງ​ພວກ​ຟາ​ຣີ​ຊາຍ​ແລະ​ຂອງ​ເຮ​ໂຣດ​ໃຫ້​ດີ” 16 ພວກ​ສາ​ວົກ​ຈຶ່ງ​ເວົ້າ​ກັນ​ຢູ່​ວ່າ, “ເຫັນ​ຈະ​ເປັນ​ເພາະ​ເຮົາ​ບໍ່​ມີ​ເຂົ້າ​ຈີ່” 17 ພຣະ​ເຢ​ຊູ​ຊົງ​ຊາຍ​ເຣື່ອງ​ນັ້ນ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ເຫດ​ສັນ​ໃດ​ພວກ​ທ່ານ​ຈຶ່ງ​ເວົ້າ​ກັນ​ເຖິງ​ເຣື່ອງ​ບໍ່​ມີ​ເຂົ້າ​ຈີ່ ພວກ​ທ່ານ​ຍັງ​ບໍ່​ສັງ​ເກດ ແລະ​ບໍ່​ເຂົ້າ​ໃຈ​ຫລື ໃຈ​ຂອງ​ພວກ​ທ່ານ​ຍັງ​ປຶກ​ຕັນ​ຢູ່​ຫລື 18 ມີ​ຕາ​ແລ້ວ​ຍັງ​ບໍ່​ເຫັນ​ຫລື ມີຫູ​ແລ້ວ​ຍັງ​ບໍ່​ໄດ້​ຍິນ​ຫລື ພວກ​ທ່ານ​ຈື່​ຈຳ​ບໍ່​ໄດ້​ຫລື 19 ເມື່ອ​ເຮົາ​ຫັກ​ເຂົ້າ​ຈີ່​ຫ້າ​ກ້ອນ​ໃຫ້​ແກ່​ຫ້າ​ພັນ​ຄົນ​ນັ້ນ ພວກ​ທ່ານ​ເກັບ​ສ່ວນ​ທີ່​ເຫລືອ​ນັ້ນ​ໄດ້​ເຕັມ​ຈັກ​ບຸງ?” ເຂົາ​ທູນ​ຕອບ​ວ່າ, “ໄດ້​ສິບ​ສ​ອງ​ບຸງຂ້າ​ນ້ອຍ” 20 “ເມື່ອ​ເຮົາ​ໄດ້​ຫັກ​ເຂົ້າ​ຈີ່​ເຈັດ​ກ້ອນ​ໃຫ້​ແກ່​ຄົນ​ສີ່​ພັນ​ຄົນ ພວກ​ທ່ານ​ເກັບ​ສ່ວນ​ທີ່​ເຫລືອ​ນັ້ນ​ໄດ້​ເຕັມ​ຈັກ​ບຸງ?” ເຂົາ​ທູນ​ຕອບ​ວ່າ, “ໄດ້​ເຈັດ​ບຸງ​ຂ້າ​ນ້ອຍ” 21 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ຍັງ​ບໍ່​ເຂົ້າ​ໃຈ​ຫລື”

ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ຕາບ​ອດ​ທີ່​ເມືອງ ເບັດຊະ​ອີດາ

22 ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ຍັງ​ເມືອງ​ເບັດ​ຊະ​ອີ​ດາ​ກັບ​ພວກ​ສາ​ວົກ ຊາວ​ເມືອງ​ນັ້ນ​ພາ​ຄົນ​ຕາ​ບອດ​ຄົນ​ນຶ່ງ​ມາ​ຫາ​ພຣະ​ອົງ ທູນ​ອ້ອນວອນ​ຂໍ​ໃຫ້​ພຣະ​ອົງ​ຊົງ​ບາຍ​ຄົນ​ນັ້ນ 23 ພຣະ​ອົງ​ໄດ້​ຊົງ​ກຳ​ມື​ຄົນ​ຕາ​ບອດ​ຈູງ​ເຂົາ​ອອກ​ໄປ​ນອກ​ເມືອງ ເມື່ອ​ຊົງ​ຖົ່ມ​ນ້ຳ​ລາຍໃສ່​ຄົນ​ນັ້ນ​ແລະ​ຢຽດ​ພຣະ​ຫັດ​ໃສ່​ເຂົາ​ແລ້ວ​ຊົງ​ຖາມ​ວ່າ, “ເຈົ້າ​ເຫັນ​ຫຍັງ​ແດ່​ບໍ່” 24 ຄົນ​ນັ້ນ​ເງີຍ​ຫນ້າ​ເບິ່ງ​ແລ້ວ​ທູນ​ຕອບ​ວ່າ, “ຂ້າ​ນ້ອຍ​ເຫັນ​ຄົນ​ຍ່າງ​ໄປ​ມາ ແຕ່​ເບິ່ງ​ເຫມືອນ​ຕົ້ນ​ໄມ້” 25 ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ໃສ່​ຕາ​ເຂົາ​ອີກ ເຂົາ​ກໍ​ມືນຕາ​ເຕັມ​ຫນ່ວຍ ແລະ​ຕາ​ເຂົາ​ກໍ​ດີ​ປົກ​ກະ​ຕິ ຈົ່ງ​ເຫັນ​ທຸ​ກ​ສິ່ງ​ໄດ້​ຄັກ 26 ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ເຂົາ​ກັບ​ເມືອ​ເຮືອນ​ຂອງ​ຕົນ ແລ້ວ​ຊົງ​ສັ່ງ​ວ່າ, “ຢ່າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ເນີ”

ເປ​ໂຕ​ຮັບ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ຄຣິດ

27 ພຣະ​ເຢ​ຊູ​ໄດ້ສະ​ເດັດ​ພ້ອມດ້ວຍ​ພວກ​ສາ​ວົກ ອອກ​ໄປ​ຍັງ​ບ້ານ​ທັງ​ຫລາຍ​ເຂດ​ເມືອງ​ກາຍ​ຊາ​ເຣັຽ​ຟີ​ລິບ​ປອຍ ເມື່ອ​ຢູ່​ຕາມທາງ​ນັ້ນ ພຣະ​ອົງ​ຊົງ​ຖາມ​ພວກ​ສາ​ວົກ​ວ່າ, “ຄົນ​ທັງ​ຫລາຍ​ເວົາ​ກັນ​ວ່າ​ເຮົາ​ແມ່ນ​ຜູ້ໃດ” 28 ເຂົາ​ທູນ​ຕອບ​ວ່າ, “ຜູ້​ລາງ​ຄົນ​ວ່າ​ແມ່ນ​ໂຢ​ຮັນ​ບັບຕິ​ສະ​ໂຕ ແຕ່​ຄົນ​ອື່ນ​ວ່າ​ແມ່ນ​ເອ​ລີ​ຢາ ແລະ​ຄົນ​ອື່ນ​ອີກວ່າ​ແມ່ນ​ຜູ້​ນຶ່ງ​ໃນ​ພວກ​ຜູ້​ປະ​ກາດ​ພຣະ​ທັມ” 29 ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ເດ ວ່າ​ເຮົາ​ແມ່ນ​ໃຜ” ເປໂຕ​ທູນ​ຕອບ​ວ່າ, “ທ່ານ​ແມ່ນ​ພຣະຄຣິດ” 30 ແລ້ວ​ພຣະ​ອົງ​ຊົງ​ສັ່ງ​ຫ້າມ​ພວກ​ສາ​ວົກ​ດ້ວຍ​ເດັດ​ຂາດ ບໍ່​ໃຫ້​ເຂົາ​ບອກ​ເຣື່ອງ​ນີ້​ແກ່​ຜູ້​ໃດ

ພຣະ​ເຢ​ຊູ​ຊົງ​ທຳ​ນ​ວາຍ​ເຖິງ​ມໍ​ຣະ​ນາ​ພາບ​ຂອງ​ ພຣະ​ອົງ

31 ແລ້ວ​ພຣະ​ອົງ​ຊົງ​ຕັ້ງ​ຕົ້ນ​ກ່າວ​ສອນ​ພວກ​ສາ​ວົກ​ວ່າ, “ບຸດ​ມະ​ນຸດ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຫລາຍ​ປະ​ການ ພວກ​ເຖົ້າ​ແກ່ ພວກ​ປະໂຣ​ຫິດ​ຕົນ​ໃຫຍ່ ແລະ​ພວກ​ນັກ​ທັມ​ຈະ​ບໍ່​ຍອມ​ຮັບ ເຂົາ​ຈະ​ໄດ້​ຂ້າ​ທ່ານ​ເສັຽ ແລະ​ໃນ​ວັນ​ຖ້ວນ​ສາມ​ທ່ານ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ” 32 ຄຳ​ເຫລົ່າ​ນີ້​ພຣະ​ອົງ​ຊົງ​ກ່າວ​ໂດຍ​ເປີດ​ເຜີຍ ຝ່າຍ​ເປ​ໂຕ​ໄດ້​ພາ​ພຣະ​ອົງ​ໄປ​ຕ່າງ​ຫາກ ແລ້ວ​ຕັ້ງ​ຕົ້ນ​ທູນ​ຫ້າມ​ພຣະ​ອົງ​ຢ່າງ​ແຂງ​ແຮງ 33 ເມື່ອ​ພຣະ​ອົງ​ຊົງ​ຫັນ​ພຣະ​ພັກ​ເຫັນ​ພວກ​ສາ​ວົກ ກໍ​ຊົງ​ຕີ​ເປ​ໂຕ​ຢ່າງ​ແຂງ​ແຮງວ່າ, “ອ້າຍ​ຊາ​ຕານ​ເຮີຍ, ຈົ່ງ​ຖອຍ​ຫນີ​ຈາກ​ເຮົາ​ເສັຽ ເພາະ​ເຈົ້າ​ຄຶດ​ຢ່າງ​ມະ​ນຸດ ບໍ່​ຄຶດ​ຢ່າງ​ພຣະ​ເຈົ້າ” 34 ພຣະ​ອົງ​ຈຶ່ງ​ຊົງ​ເອີ້ນ​ປະ​ຊາ​ຊົນ​ກັບ​ພວກ​ສາ​ວົກ​ເຂົ້າ​ມາ ແລ້ວ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຖ້າ​ຜູ້​ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້​ນັ້ນ​ຕັດ​ສິດ​ຂອງ​ຕົນ​ເສັຽ ແລະ​ຮັບ​ແບກ​ໄມ້​ກາງແຂນ​ຂອງ​ຕົນ​ຕິດ​ຕາມ​ເຮົາ​ມາ 35 ເພາະ​ວ່າ​ຜູ້​ໃດ​ຢາກ​ຊ່ອຍ​ຊີ​ວິດ​ຂອງ​ຕົນ​ໃຫ້​ພົ້ນ​ ຜູ້​ນັ້ນ​ຈະ​ເສັຽ​ຊີ​ວິດແຕ່​ຜູ້ໃດ​ຈະ​ເສັຽ​ຊີ​ວິດ​ຂອງ​ຕົນ​ເພາະ​ເຫັນ​ແກ່​ເຮົາ ແລະ​ເຫັນ​ແກ່​ຂ່າວ​ປະ​ເສີດ ຜູ້​ນັ້ນ​ກໍ​ຈະ​ຊ່ອຍ​ຊີ​ວິດ​ໃຫ້​ພົ້ນ 36 ເພາະ​ຖ້າ​ຜູ້​ໃດ​ຈະ​ໄດ້​ສິ່ງ​ຂອງ​ຫມົດ​ທັງ​ໂລກ ແຕ່​ຕ້ອງ​ເສັຽຊີ​ວິດ​ອັນ​ແທ້​ຂອງ​ຕົນ ຜູ້​ນັ້ນ​ຈະ​ໄດ້​ປ​ໂຍດ​ອັນ​ໃດ 37 ຫລື​ຜູ້​ນັ້ນ​ຈະ​ນຳ​ເອົາ​ສິ່ງ​ໃດ​ໄປ​ແລກເອົາ​ຊີ​ວິດ​ອັນ​ແທ້​ຂອງ​ຕົນ​ກັບ​ຄືນ​ມາ 38 ດ້ວຍ​ວ່າ​ຖ້າ​ຜູ້​ໃດ​ມີ​ຄວາມ​ອາຍ​ເພາະ​ເຮົາ ແລະ​ຖ້ອຍ​ຄຳ​ຂອງ​ເຮົາ​ໃນ​ຊົ່ວ​ຊີ​ວິດ​ນີ້ ຊຶ່ງ​ປະ​ກອບ​ດ້ວຍ​ການ​ບໍ່​ສັດ​ຊື່​ແລະ​ຊົ່ວ​ຮ້າຍ ບຸດ​ມະ​ນຸດ​ກໍ​ຈະ​ມີ​ຄວາມ​ອາຍ​ເພາະ​ຜູ້​ນັ້ນ ໃນ​ເມື່ອ​ທ່ານ​ມາ​ດ້ວຍ​ສະ​ງ່າ​ຣາ​ສີ​ແຫ່ງ​ພຣະ​ບິ​ດາ​ແລະ​ດ້ວຍຝູງ​ເທວະ​ດາ​ຕົນ​ບໍ​ຣິ​ສຸດ”

ມາຣະໂກ 9

1 ພຣະ​ອົງຍັງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຄວາມ​ຈິງວ່າ ໃນ​ພວກ​ຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ມີ​ລາງ​ຄົນ​ທີ່​ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ ຈົນ​ກວ່າ​ຈະ​ໄດ້​ເຫັນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ມາ​ດ້ວຍ​ຣິດ​ເດດ”

ຊົງ​ປ່ຽນ​ລັກ​ສະ​ນະ​ພຣະ​ກາຍ

2 ຄັນ​ລ່ວງ​ໄປ​ໄດ້​ຫົກ​ວັນ​ແລ້ວ ພຣະ​ເຢ​ຊູ​ຊົງ​ພາເປ​ໂຕ ຢາ​ໂກ​ໂບ ແລະ​ໂຢ​ຮັນ ຂຶ້ນ​ພູ​ສູງ​ຈຳ​ເພາະ​ແຕ່​ຫມູ່​ດຽວ ແລ້ວ​ລັກ​ສະ​ນະ​ພຣະ​ກາຍ​ຂອງ​ພຣະ​ອົງ​ກໍ​ປ່ຽນ​ໄປ​ຕໍ່​ຫນ້າ​ເຂົາ 3 ແລະ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ກໍ​ເກີດ​ຮຸ່ງ​ເຮືອງ​ຂາວ​ເຫລື້ອມຍັບໆ​ຈະ​ຫາ​ຊ່າງ​ຟອກ​ຜ້າ​ທົ່ວ​ແຜ່ນ​ດິນ​ໂລກ​ຟ​ອກ​ໃຫ້​ຂາວ​ຢ່າງ​ນັ້ນ​ກໍ​ບໍ່​ໄດ້ 4 ແລ້ວ​ເອ​ລີ​ຢາກັບ​ໂມ​ເຊ​ກໍ​ປາ​ກົດ​ແກ່​ສາ​ວົກ​ພວກ​ນັ້ນ ແລະ​ເຝົ້າ​ສົນ​ທະ​ນາ​ຢູ່​ກັບ​ພຣະ​ເຢ​ຊູ 5 ຝ່າຍ​ເປ​ໂຕ​ທູນ​ພຣະ​ເຢ​ຊູ​ວ່າ, “ພຣະ​ອາ​ຈານ​ເອີຍ, ຊຶ່ງ​ພວກ​ຂ້າ​ນ້ອຍ​ຢູ່​ນີ້​ກໍ​ດີ​ຢູ່ ໃຫ້​ພວກ​ຂ້າ​ນ້ອຍ​ພາ​ກັນ​ປຸກ​ຕູບ​ສາມ​ຫລັງ ສຳ​ລັບ​ທ່ານ​ຫລັງ​ນຶ່ງ ສຳ​ລັບ​ໂມ​ເຊ​ຫລັງ​ນຶ່ງ ແລະ​ຫລັງ​ນຶ່ງ​ສຳ​ລັບ​ເອ​ລີ​ຢາ” 6 ທີ່​ເປ​ໂຕ​ເວົ້າ​ຢ່າງ​ນັ້ນ​ກໍ​ເພາະບໍ່​ຮູ້​ຈະ​ວ່າ​ຢ່າງ​ໃດ ດ້ວຍ​ວ່າ​ພວກ​ເຂົາ​ເກີດ​ມີ​ຄວາມ​ຢ້ານ​ເຕັມ​ທີ 7 ແລ້ວ​ມີ​ເມກ​ມາ​ປົກ​ຫຸ້ມ​ເຂົາ​ໄວ້ ແລະ​ມີ​ພຣະ​ສຸ​ຣະ​ສຽງ​ອອກ​ມາ​ຈາກ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫລະ, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ພວກ​ເຈົ້າ​ຈົ່ງ​ເຊື່ອ​ຟັງ​ທ່ານ” 8 ໃນ​ບັດ​ດຽວ​ນັ້ນ ເມື່ອ​ເຂົາ​ຫລຽວ​ເບິ່ງ​ອ້ອມ​ກໍ​ບໍ່​ເຫັນ​ຜູ້​ໃດ ເຫັນ​ແຕ່​ພຣະ​ເຢ​ຊູ​ຜູ້​ດຽວ​ຊົງ​ຢູ່​ກັບ​ເຂົາ

ການ​ກັບ​ມາ​ຂອງ​ເອ​ລີ​ຢາ

9 ເມື່ອ​ເຂົາ​ກຳ​ລັງ​ລົງ​ມາ​ຈາກ​ພູ​ນັ້ນ ພຣະ​ອົງ​ຊົງ​ຫ້າມ​ພວກ​ສາ​ວົກ​ບໍ່​ໃຫ້​ນຳ​ສິ່ງ​ທີ່​ເຂົາ​ໄດ້​ເຫັນ​ນັ້ນ​ໄປ​ບອກ​ແກ່​ຜູ້​ໃດ ຈົນ​ກວ່າ​ບຸດ​ມະ​ນຸດ​ຈະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ 10 ຂໍ້​ຄວາມ​ສັ່ງ​ນັ້ນ​ພວກ​ສາ​ວົກ​ກໍ​ຖື​ຮັ​ກ​ສາ​ໄວ້ ແຕ່​ລະ​ຫວ່າງ​ເຂົາ​ມີ​ການ​ຊັກ​ຖາມ​ກັນ​ວ່າ​ທີ່​ຊົງ​ກ່າວ​ວ່າ, “ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ” ນັ້ນ​ຈະ​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ 11 ເຂົາ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ເຫດ​ສັນ​ໃດ​ພວກ​ນັກ​ທັມ​ເຄີຍ​ເວົ້າ​ວ່າ ເອ​ລີ​ຢາ​ຈະ​ຕ້ອງ​ມາ​ກ່ອນ” 12 ພຣະ​ອົງ​ຊົງຕອບ​ເຂົາ​ວ່າ, “ຈິງ​ຢູ່ ເອ​ລີ​ຢາ​ຈະ​ມາ​ກ່ອນ ແລະ​ເຣັດ​ໃຫ້​ສິ່ງ​ທັງ​ປວງ​ຄືນ​ສູ່​ສະ​ພາບ​ເດີມ ແລະ​ເປັນ​ແນວ​ໃດ​ມີ​ຄຳ​ຂຽນ​ໄວ້​ເຖິງ​ບຸດ​ມະ​ນຸດ​ນັ້ນ​ວ່າ ທ່ານ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຫລາຍ​ປະ​ການ​ແລະ​ຖື​ກການ​ຫມິ່ນ​ປ​ມາດ 13 ແຕ່​ເຮົາ​ບອກ​ພວກ​ທ່ານ​ວ່າ ເອ​ລີ​ຢາ​ນັ້ນ​ໄດ້​ມາ​ແລ້ວ ແລະ​ເຂົາ​ເຮັດ​ແກ່​ທ່ານ​ຕາມ​ໃຈ​ຊອບ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ເຖິງ​ທ່ານ”

ຊົງ​ໂຜດ​ເດັກ​ນ້ອຍ​ຜູ້​ມີ​ຜີ​ສິງ

14 ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ພ້ອມ​ກັບ​ສາ​ວົກ​ສາມ​ຄົນ​ນັ້ນ ກໍ​ມາ​ເຖິງ​ພວກ​ສາ​ວົກ​ທັງ​ຫລາຍ ຈຶ່ງ​ເຫັນ​ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ອ້ອມ​ຮອບ​ເຂົາ​ຢູ່ ແລະ​ພວກ​ນັກ​ທັມ​ກໍ​ກຳ​ລັງ​ໂຕ້​ຖຽງ​ກັບ​ເຂົາ 15 ໃນ​ທັນ​ໃດ​ນັ້ນ​ເມື່ອ​ປະ​ຊາ​ຊົ​ນ​ເຫັນ​ພຣະ​ອົງ​ກໍ​ງຶດ​ປ​ລາດ​ໃຈ​ຫລາຍ ຈຶ່ງ​ແລ່ນ​ເຂົ້າ​ມາ​ໂດຍ​ໂຄ​ຣົບ​ພຣະ​ອົງ 16 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ເຈົ້າ​ໂຕ້​ຖຽງ​ກັນ​ເຖິງ​ເຣື່ອງ​ອັນ​ໃດ” 17 ມີ​ຄົນ​ນຶ່ງ​ໃນ​ຫມູ່​ປະ​ຊາ​ຊົນ​ທູນ​ຕອບ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ຂ້າ​ນ້ອຍ​ໄດ້​ພາ​ລູ​ກ​ຊາຍ​ມາ​ຫາ​ທ່ານ ເພາະ​ຜີ​ປາກ​ກືກ​ເຂົ້າ​ສິງ​ມັນ 18 ລູກ​ນັ້ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ ເມື່ອ​ຜີ​ສະ​ແດງ​ກໍ​ເຣັດ​ໃຫ້​ມັນ​ລົ້ມ​ຊັກ​ດີ້ນ​ໄປ ມີ​ອາ​ການ​ນ້ຳ​ລາຍ​ຟູມ​ປາກ​ແລະ​ຂົບ​ແຂ້ວ ແລ້ວ​ຕົວ​ແຂງ​ໄປ ຂ້າ​ນ້ອ​ຍ​ໄດ້​ຂໍ​ໃຫ້​ພວກ​ສາ​ວົກ​ຂອງ​ທ່ານ​ຂັບ​ໄລ່​ຜີ​ນັ້ນ​ອອກ​ເສັຽ​ແຕ່​ເຂົາ​ບໍ່​ສາ​ມາດ” 19 ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ໂອ ຄົນ​ໃນ​ສະ​ໄຫມ​ທີ່​ຂາດ​ຄວາມ​ເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກ​ເຈົ້າ​ເຫິງ​ປານ​ໃດ ເຮົາ​ຈະ​ຕ້ອງ​ອົດ​ທົນ​ນຳ​ພວກ​ເຈົ້າ​ນານ​ປານ​ໃດ ຈົ່ງ​ພາມັນ​ມາ​ຫາ​ເຮົາ​ສາ” 20 ເຂົາ​ກໍ​ພາ​ເດັກ​ນ້ອຍ​ນັ້ນ​ມາ​ຫາພຣະ​ອົງ ເມື່​ອຜີເຫັນ​ພຣະ​ອົງ​ແລ້ວ ໃນ​ທັນ​ໃດ​ນັ້ນ​ມັນ​ກໍ​ເຮັດ​ໃຫ້​ເດັກ​ນ້ອຍ​ລົ້ມ​ລົງ​ກີ້ງ​ເກືອກ​ແລະ​ມີ​ນ້ຳ​ລາຍ​ຟູມປາກ 21 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ພໍ່​ນັ້ນ​ວ່າ, “ມັນ​ເປັນ​ຢ່າງ​ນີ້​ໄດ້​ເຫິງ​ປານ​ໃດ​ແລ້ວ” ພໍ່​ທູນ​ຕອບ​ວ່າ, “ຕັ້ງ​ແຕ່​ນ້ອຍ​ພຸ້ນ​ມາ​ຂ້າ​ນ້ອຍ” 22 ແລະ​ຜີ​ນັ້ນ​ໄດ້​ຊຸກ​ມັນ​ໃສ່​ໄຟ ແລະ​ໃສ່​ນ້ຳ​ຫລາຍ​ເທື່ອ​ຫມາຍ​ຈະ​ຂ້າ​ມັນ​ເສັຽ ແຕ່​ຖ້າ​ທ່ານ​ສາ​ມາດ​ຊ່ອຍ​ໄດ້ ຂໍ​ໂຜດ​ສົງ​ສານ​ຊ່ອຍ​ພວກ​ຂ້າ​ນ້ອຍ​ແດ່​ທ້ອນ” 23 ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ພໍ່​ນັ້ນ​ວ່າ, “ຖ້າ​ຊ່ອຍ​ໄດ້” ຢາກ​ເວົ້າ​ດັ່ງ​ນັ້ນ​ຫລື ທຸກໆ​ສິ່ງ​ກໍ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ເຊື່ອ” 24 ໃນ​ທັນ​ໃດ​ນັ້ນ​ພໍ່​ຂອງ​ເດັກ​ນ້ອຍ​ກໍ​ຮ້ອງ​ທູນ​ຂຶ້ນ​ວ່າ, “ເຊື່ອ​ແລ້ວ​ຂ້າ​ນ້ອຍ ທີ່​ຂ້າ​ນ້ອຍ​ຍັງ​ຂາດ​ຄວາມ​ເຊື່ອ​ນັ້ນ ຂໍ​ໂຜດ​ຊ່ອຍ​ຂ້າ​ນ້ອຍ​ແດ່​ທ້ອນ” 25 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ປະ​ຊາ​ຊົນ​ກຳ​ລັງ​ແລ່ນ​ເຂົ້າ​ມາ ພຣະ​ອົງ​ຊົງ​ກ່າວ​ຊຳ​ຮະ​ຜີ​ຖ່ອຍ​ຮ້າຍ​ນັ້ນ​ວ່າ, “ອ້າຍ​ຜີ​ປາກ​ກືກ​ຫູ​ຫນວກ​ເຮີຍ, ເຮົາ​ສັ່ງ​ວ່າ ໃຫ້​ອອກ​ຈາກ​ມັນ​ເສັຽ ຢ່າ​ໄດ້​ກັບ​ເຂົ້າ​ມາ​ອີກ​ຈັກ​ເທື່ອ” 26 ຜີ​ນັ້ນ​ໄດ້​ຮ້ອງ​ແຜດ​ສຽງ​ຂຶ້ນ ເຮັດ​ໃຫ້​ເດັກ​ນ້ອຍ​ຊັກ​ດີ້ນ​ເຕັມ​ກຳ​ລັງ​ແລ້ວ​ກໍ​ອອກ​ຫນີ​ ເດັກ​ນ້ອຍ​ນັ້ນ​ກໍ​ກາຍ​ເປັນ​ເຫມືອນ​ຄົນ​ຕາຍ ຈົນ​ຄົນ​ສ່ວນ​ຫລາຍ​ເວົ້າ​ວ່າ, “ມັນ​ຕາຍ​ແລ້ວ” 27 ແຕ່​ພຣະ​ເຢ​ຊູ​ຊົງ​ຈັບ​ມື​ເດັກ​ນ້ອ​ນັ້ນ​ດຶງ​ຂຶ້ນ​ແລ້ວ​ມັນ​ກໍ​ລຸກ​ຢືນ​ຂຶ້ນ 28 ເມື່ອ​ພຣະ​ອົງ​ສະ​ເດັດ​ກັບ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ທູນ​ຖາມ​ເປັນ​ສ່ວນ​ຕົວ​ວ່າ, “ເຫດ​ສັນ​ໃດ​ພວກ​ຂ້າ​ນ້ອຍ​ຈຶ່ງ​ຂັບ​ໄລ່​ຜີ​ນັ້ນ​ອອກ​ບໍ່​ໄດ້” 29 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຜີ​ແນວ​ນີ້​ຈະ​ຂັບ​ໄລ່​ອອກ​ດ້ວຍ​ວິ​ທີ​ອື່ນ​ບໍ່​ໄດ້ ເວັ້ນ​ແຕ່​ດ້ວຍ​ການ​ອ້ອນວອນ”

ພຣະ​ເຢ​ຊູ​ຊົງ​ກ່າວ​ລ່ວງ​ຫນ້າ​ອີກວ່າ​ຈະ​ຖືກ​ຂ້າ

30 ພຣະ​ອົງ​ສະ​ເດັດ​ອອກ​ຈາກ​ທີ່​ນັ້ນ​ພ້ອມ​ດ້ວຍ​ພວກ​ສາ​ວົກ ດຳ​ເນີນ​ຜ່ານ​ແຂວງ​ຄາ​ລີ​ເລ​ໄປ​ແຕ່​ພຣະ​ອົງ​ບໍ່​ຊົງ​ປະ​ສົງ​ໃຫ້​ຜູ້​ໃດ​ຮູ້ 31 ເພາະ​ພຣະ​ອົງ​ຊົງ​ສັ່ງ​ສອນ​ພວກ​ສາ​ວົກ​ຢູ່ ຄື​ຊົງ​ບອກ​ເຂົາ​ວ່າ, “ບຸດ​ມະ​ນຸດ​ຈະ​ຖືກມອບ​ໄວ້​ໃນ​ມື​ມະ​ນຸດ ເຂົາ​ຈະ​ຂ້າ​ທ່ານ​ເສັຽ ເມື່ອ​ຂ້າ​ແລ້ວ​ໄດ້​ສາມ​ວັນ ທ່ານ​ກໍ​ຈະ​ຖື​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​“ 32 ແຕ່​ຖ້ອຍ​ຄຳ​ນີ້​ພວກ​ສາ​ວົກ​ບໍ່​ໄດ້​ເຂົ້າ​ໃຈ ແຕ່​ບໍ່​ກ້າ​ຈະ​ທູນ​ຖາມ​ພຣະ​ອົງ

ຜູ້​ໃດ​ເປັນ​ໃຫຍ່ກວ່າ​ຫມູ່

33 ພຣະ​ອົງ​ຈຶ່ງ​ສະ​ເດັດ​ມາ​ຍັງ​ເມືອງ​ກາ​ເປ​ນາ​ອຸມ​ພ້ອມ​ກັບ​ພວກ​ສາ​ວົກ ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພຣະ​ອົງ​ໄດ້​ຊົງ​ຖາມ​ພວກ​ສາ​ວົກ​ວ່າ, “ເມື່​ອມາ​ຕາມ​ທາງ​ນັ້ນ ພວກ​ທ່ານ​ໄດ້​ຖົກ​ຖຽງ​ກັນ​ເຖິງ​ເຣື່ອງ​ອັນ​ໃດ” ແຕ່​ພວກ​ສາ​ວົກ​ກໍ​ມິດ​ຢູ່ 34 ເພາະ​ເມື່ອ​ມາ​ຕາມ​ທາງ​ນັ້ນ​ເຂົາ​ໄດ້​ຖົກຖຽງ​ກັນ​ວ່າ ແມ່ນ​ໃຜ​ຈະ​ເປັນ​ໃຫຍ່ກວ່າ​ຫມູ່ 35 ພຣະ​ເຢ​ຊູ​ໄດ້​ປະ​ທັບ​ນັ່ງ​ລົງ ແລ້ວ​ຊົງ​ເອີ້ນ​ພວກ​ສາ​ວົກ​ສິບ​ສອງ​ຄົນ​ນັ້ນ​ມາ ຊົງ​ກ່າວ​ວ່າ, “ຖ້າ​ຜູ້​ໃດຢາກ​ເປັນ​ຕົ້ນ ກໍ​ໃຫ້​ຜູ້​ນັ້ນ​ເປັນ​ຜູ້​ປາຍ​ແລະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ຄົນ​ທັງ​ປວງ” 36 ແລະ​ພຣະ​ອົງ​ຊົງ​ເອົາ​ເດັກ​ນ້ອຍ​ຄົນ​ນຶ່ງ​ມາ​ໃຫ້​ຢືນ​ຢູ່​ຖ້າມ​ກາງ​ເຂົາ ແລ້ວ​ຊົງ​ອູ້ມ​ເອົາ​ເດັກນ້ອຍ​ຜູ້​ນັ້ນ​ໄວ້ ຊົງ​ກ່າວ​ຕໍ່​ພວກ​ສາ​ວົກ​ວ່າ, 37 “ຖ້າ​ຜູ້​ໃດ​ຈະ​ຮັບ​ເດັກ​ນ້ອຍ​ຜູ້​ນຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້ນັ້ນ​ກໍ​ໄດ້​ຮັບ​ເຮົາ ແລະ​ຜູ້​ໃດ​ຮັບ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ແມ່ນ​ແຕ່​ຮັບ​ເອົາ​ຜູ້​ດຽວ ແຕ່​ຮັບ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ”

ເຣື່ອງ​ຄ່າ​ບຳ​ເຫນັດ

38 ໂຢ​ຮັນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ນ້ອຍ​ໄດ້​ເຫັນ​ຄົນ​ຜູ້​ນຶ່ງ​ຂັບ​ໄລ່​ຜີ​ຮ້າຍ​ອອກ​ໃນ​ນາມ​ຂອງ​ທ່ານ ແລະ​ພວກ​ຂ້າ​ນ້ອຍ​ໄດ້​ຫ້າມ​ຄົນ​ນັ້ນ​ເສັຽ ເພາະ​ເຂົາ​ບໍ່​ໄດ້​ຕິດ​ຕາມ​ພວກ​ຂ້າ​ນ້ອຍ” 39 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຢ່າ​ຫ້າມ​ເທາະ ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ຈະ​ເຮັດ​ການ​ອິດ​ທິ​ຣິດ​ໃນ​ນາມ​ຂອງ​ເຮົາ ແລະ​ພາຍ​ຫລັງ​ມາ​ຈະ​ກັບ​ເວົ້າຫມິ່ນ​ປ​ມາດ​ເຮົາ 40 ເພາະ​ຜູ້ໃດ​ບໍ່​ຕໍ່​ສູ້​ພວກ​ເຮົາ​ກໍ​ເປັນ​ຝ່າຍ​ເຮົາ​ແລ້ວ 41 ເຮົາ​ບອກ​ທ່ານ​ຕາມ​ຈິງວ່າ ຖ້າ​ຜູ້​ໃດ​ຈະ​ເອົາ​ນ້ຳ​ຈອກ​ນຶ່ງ​ໃຫ້​ທ່ານ​ດື່ມ​ເພາະ​ທ່ານ​ເປັນ​ຝ່າຍ​ພຣະ​ ຄຣິດ ຜູ້​ນັ້ນ​ຈະ​ບໍ່​ຂາດ​ບຳ​ເຫນັດ​ຂອງ​ຕົນ​ຈັກ​ເທື່ອ

ການ​ເຮັດ​ໃຫ້​ຫລົງ​ຜິດ

42 “ຖ້າ​ຜູ້​ໃດ​ຈະ​ເຮັດ​ໃຫ້​ຄົນນຶ່ງ​ໃນ​ຫມູ່​ເດັກ​ນ້ອຍ​ເຫລົ່າ ນີ້​ທີ່​ເຊື່ອ (ໃນ​ເຮົາ) ຫລົງ​ຜິດ ​ຖ້າ​ຈະ​ເອົາ​ຫີນ​ໂມ້​ກ້ອນໃຫຍ່​ຜູກ​ຄໍ​ຜູ້​ນັ້ນ​ຖິ້ມ​ລົງ​ນ້ຳ​ທະ​ເລ​ເສັຽກໍ​ດີກວ່າ 43 ຖ້າມື​ຂອງ​ທ່ານ​ເຮັດ​ໃຫ້​ຕົນ​ຫລົງ​ຜິດ ຈົ່ງ​ຕັດ​ຖິ້ມ​ເສັຽ ທີ່​ຈະ​ເຂົ້າ​ໃນ​ຊີ​ວິດ​ດ້ວຍ​ເສັຽອົງ​ຄະ​ກໍ​ດີກວ່າ​ມີ​ມື​ສອງ​ເບື້ອງ​ແລະ​ຕ້ອງ​ຕົກ​ຫມໍ້​ນະ​ຮົກ​ໃນ​ໄຟ​ທີ່​ບໍ່​ຮູ້ມອດ 44 (ໃນ​ທີ່​ນັ້ນ ໂຕ​ຫນອນ​ກໍ​ບໍ່​ຮູ້​ຕາຍ ແລະ​ໄຟ​ກໍ​ບໍ່​ຮູ້ມອດ) 45 ຖ້າ​ຕີນ​ຂອງ​ທ່ານ​ເຣັດ​ໃຫ້​ຕົນ​ຫລົງ​ຜິດ​ຈົ່ງ​ຕັດ​ຖິ້ມ​ເສັຽ ທີ່​ຈະ​ເຂົ້າ​ໃນ​ຊີ​ວິດ​ດ້ວຍ​ຕີນ​ກຸດ​ເບື້ອງ​ນຶ່ງ ກໍ​ດີກວ່າ​ມີ​ຕີນ​ສອງ​ເບຶ້ອງ​ແລະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃນ​ຫມໍ້​ນະ​ຮົກ 46 (ໃນ​ທີ່​ນັ້ນ ໂຕ​ຫນອນ​ກໍ​ບໍ່​ຮູ້​ຕາຍ ແລະ​ໄຟ​ກໍບໍ່​ຮູ້ມອດ) 47 ຖ້າ​ຕາ​ຂອງ​ທ່ານ​ເຮັດ​ໃຫ້​ຕົນ​ຫລົງ​ຜິດ​ຈົ່ງ​ຄວັດ​ອອກ​ເສັຽ ທີ່​ຈະ​ເຂົ້າ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ດ້ວຍ​ຕາ​ເບື້ອງ​ດຽວ ກໍ​ດີກວ່າ​ຕາ​ສອງ​ເບື້ອງ​ແລະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃນ​ຫມໍ້​ນະ​ຮົກ 48 ໃນ​ທີ່​ນັ້ນ “ໂຕ​ຫນອນ​ກໍບໍ່​ຮູ້​ຕາຍ ແລະ​ໄຟ​ກໍ​ບໍ່​ຮູ້ມອດ) 49 “ດ້ວຍວ່າ​ທຸກ​ຄົນ​ຈະ​ຕ້ອງ​ຖືກ​ເອືອບ​ເກືອ ແລະ​ຊຳ​ຮະ​ດ້ວຍ​ໄຟ 50 ເກືອເປັນ​ຂອງ​ດີ ແຕ່​ຖ້າ​ເກືອ​ຫມົດ​ຣົດ​ເຄັມ​ແລ້ວ​ຈະ​ເຮັດ​ໃຫ້​ກັບ​ເຄັມ​ອີກ​ໄດ້​ຢ່າງ​ໃດ ທ່ານ​ທັງ​ຫລາຍ​ຈົ່ງ​ມີ​ເກືອ​ໃນ​ຕົວ ແລະ​ຈົ່ງ​ໃຫ້​ມີ​ຄວາມ​ຖືກ​ຕ້ອງ​ປອງ​ດອງ​ກັນ​ເທີນ”

ມາຣະໂກ 10

ພຣະ​ເຢ​ຊູ​ຊົງ​ສັ່ງ​ສອນ​ເຣື່ອງ​ການ​ຢ່າ​ຮ້າງ

1 ຝ່າຍ​ພຣະ​ເຢ​ຊູໄດ້​ຊົງ​ລຸກ​ຈາກ​ທີ່​ນັ້ນ​ສະ​ເດັດ​ເຂົ້າ​ໄປ​ໃນ​ເຂດ​ແຂວງ​ຢູ​ດາຍແລະ​ຟາກ​ແມ່​ນ້ຳ​ຈໍ​ແດນ​ເບື້ອງ​ນັ້ນ ແລະ​ປະ​ຊາ​ຊົນ​ພາ​ກັນ​ມາ​ໄຫວ້​ພຣະ​ອົງ​ອີກ ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ສອນ​ເຂົາ​ຕາມ​ເຄີຍ 2 ພວກ​ຟາ​ຣີ​ຊາຍ​ໄດ້​ມາ​ທູນ​ຖາມ​ເພື່ອ​ທົດ​ລອງ​ພຣະ​ອົງ​ວ່າ, “ຜູ້​ຊາຍ​ຈະ​ຢ່າ​ຮ້າງ​ເມັຽ​ຂອງ​ຕົນ​ເປັນ​ການ​ຖືກ​ຕ້ອງ​ຕາມ​ກົດ​ບັນ​ຍັດ​ຫລື” 3 ພຣະ​ອົງ​ຊົງ​ຍ້ອນ​ຖາມ​ເຂົາ​ວ່າ, “ໂມ​ເຊໄດ້​ບັນ​ຍັດ​ໄວ້​ຢ່າງ​ໃດ?” 4 ເຂົາ​ທູນ​ຕອບ​ວ່າ, “ໂມ​ເຊ​ໄດ້​ອະ​ນຸ​ຍາດ​ໃຫ້​ເຮັດ​ຫນັງ​ສື​ຢ່າ​ຮ້າງ​ແລ້ວ​ໃຫ້​ປະ​ໄດ້” 5 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ທີ່​ໂມ​ເຊ​ໄດ້​ບັນ​ຍັດ​ໄວ້​ຢ່າງນັ້ນ​ກໍ​ເພາະ​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ 6 ແຕ່​ວ່າ​ຕັ້ງ​ແຕ່​ເດີມ​ສ້າງ​ໂລກ ພຣະ​ອົງ​ໄດ້​ຊົງ​ສ້າງ​ມະ​ນຸດ​ໃຫ້​ເປັນ​ຊາຍ​ແລະ​ຍິງ” 7 “ດ້ວຍ​ເຫດ​ນັ້ນ​ຜູ້​ຊາຍ​ຈຶ່ງ​ລະ​ພໍ່​ແມ່​ຂອງ​ຕົນ (ໄປ​ຜູ​ກ​ພັນ​ຢູ່​ກັບ​ເມັຽ) 8 ແລະ​ເຂົາທັງ​ສອງ​ຈະ​ເປັນ​ກາຍ​ອັນ​ດຽວ” ເຂົາ​ຈຶ່ງບໍ່​ເປັນ​ສອງ​ຕໍ່​ໄປ​ແຕ່​ເປັນ​ກາຍ​ອັນ​ດຽວ 9 ເຫດ​ສັນ​ນັ້ນ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ເຂົ້າ​ຮ່ວມ​ແອກ​ກັນ​ແລ້ວ ຢ່າ​ໃຫ້​ມະ​ນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ” 10 ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາ​ວົກ​ໄດ້​ທູນ​ຖາມ​ພຣະ​ອົງ​ເຖິງ​ເຣື່ອງ​ນີ້​ອີກ 11 ພຣະ​ອົງ​ຊົງ​ຕອບ​ວ່າ, “ຖ້າ​ຜູ້​ໃດ​ປະ​ເມັຽ​ຂອ​ງຕົນ​ແລ້ວ​ໄປ​ເອົາ​ເມັຽ​ໃຫມ່ ຜູ້​ນັ້ນ​ກໍ​ຜິດ​ໃນ​ຖານ​ຫລິ້ນ​ຊູ້ 12 ແລະ​ຖ້າ​ຍິງ​ໃດ​ປະ​ຜົວ​ຂອງ​ຕົນ​ແລ້ວ​ໄປ​ເອົາ​ຜົວ​ໃຫມ່ ຍິງ​ນັ້ນ​ກໍ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​ເຫມືອນ​ກັນ

ພຣະ​ເຢ​ຊູ​ຊົງ​ອວຍພຣະ​ພອນ​ເດັກ​ນ້ອຍ

13 ແລະ​ເຂົາ​ໄດ້​ອູ້ມ​ເດັກ​ນ້ອຍ​ມາ​ຫາ​ພຣະ​ອົງ ເພື່ອ​ຈະ​ໃຫ້​ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ໃສ່​ເຂົາ ແຕ່​ພວກ​ສາ​ວົກ​ໄດ້​ຫ້າມ​ປາມ​ເຂົາ​ໄວ້ 14 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ດັ່ງ​ນັ້ນ​ກໍ​ເຄືອງ​ພຣະ​ທັຍ​ ຈຶ່ງ​ຊົງ​ກ່າວ​ແກ່​ພວກ​ສາ​ວົກວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ມາ​ຫາ​ເຮົາ ຢ່າ​ຫ້າມ​ເຂົາ ເພາະ​ວ່າ​ຣາ​ຊແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ເປັນ​ຂອງ​ຄົນ​ຢ່າງ​ນີ້​ແຫລະ 15 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຈິງວ່າ ຖ້າ​ຜູ້​ໃດ​ບໍ່​ຣັບ​ຣາ​ຊ​ແຜ່​ນດິນ​ຂອງ​ພຣະ​ເຈົ້າ​ເຫມືອນ​ດັ່ງ​ເດັກ​ນ້ອຍ ຜູ້​ນັ້ນ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ນັ້ນ​ບໍ່​ໄດ້​ຈັກ​ເທື່ອ” 16 ແລ້ວ​ພຣະ​ອົງ​ຊົງ​ອູ້ມ​ເດັກ​ນ້ອຍ​ເຫລົ່າ​ນັ້ນ​ຢຽດ​ພຣະ​ຫັດ​ໃສ່ ແລະ​ອວຍ​ພອນ​ໃຫ້​ເຂົາ

ເຣື່ອງ​ເສດ​ຖີ​ຫນຸ່ມ

17 ເມື່ອ​ພຣະ​ອົງ​ສະ​ເດັດ​ອອກ​ໄປ​ກາງ​ທາງ ມີ​ຄົນນຶ່ງ​ແລ່ນ​ມາ​ຫາພຣະ​ອົງ​ຄຸ​ເຂົ່າ​ລົງ​ທູນ​ຖາມ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ຜູ້​ປະ​ເສີດ​ເອີຍ, ຂ້າ​ນ້ອຍຈະ​ຕ້ອງ​ເຮັດ​ແນ​ວ​ໃດ​ຈຶງ​ຈະ​ໄດ້​ຮັບ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ມາ​ເປັນ​ມໍ​ຣະ​ດົກ” 18 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ເອີ້ນ​ເຮົາ​ວ່າ​ຜູ້​ປະ​ເສີດ ບໍ່​ມີ​ໃຜ​ປະ​ເສີດ ເວັ້ນ​ແຕ່​ພຣະ​ເຈົ້າ​ອົງ​ດຽວ​ເທົ່າ​ນັ້ນ 19 ທ່ານ​ຮູ້​ຈັກ​ຂໍ້​ບັນ​ຍັດ​ແລ້ວ​ວ່າ ຢ່າ​ຂ້າ​ຄົນ ຢ່າ​ມິດ​ສາ​ຈາ​ນ​ຈາກ​ຜົວ​ຈາກ​ເມັຽ ຢ່າ​ລັບ​ຊັບ ຢ່າ​ເປັນ​ພຍານ​ບໍ່​ຈິງ ຢ່າ​ສໍ້​ໂກງ ຈົ່ງ​ນັບຖື​ບິ​ດາ​ມານ​ດາ​ຂອງ​ຕົນ” 20 ຄົນນັ້ນ​ໄດ້​ທູນ​ຕອບ​ວ່າ, “ອາ​ຈານ​ເອີຍ, ຂໍ້​ເຫລົ່າ​ນັ້ນ​ຂ້າ​ນ້ອຍ​ໄດ້​ຮັກ​ສາ​ໄວ້​ຕັ້ງ​ແຕ່​ເປັນ​ເດັກ​ນ້ອຍ​ມາ” 21 ພຣະ​ເຢ​ຊູ​ເພ່​ງເບິ່ງ​ຜູ້​ນັ້ນ​ກໍ​ຊົງ​ຮັກ​ທ່ານ​ແລ້ວ ຊົງ​ກ່າວ​ວ່າ, “ທ່ານ​ຍັງ​ຂາດ​ຢູ່​ສິ່ງ​ນຶ່ງ ຄື​ຈົ່ງ​ໄປ​ຂາຍ​ບັນ​ດາສິ່ງ​ຂອງ​ຊຶ່ງ​ທ່ານ​ມີ​ຢູ່​ແຈ​ກ​ທານ​ແກ່​ຄົນ​ອະ​ນາ​ຖາ ແລ້ວ​ທ່ານ​ຈະ​ມີ​ຊັບ​ສົມ​ບັດ​ໃນ​ສວັນ ແລະ​ຈົ່ງ​ຕາມ​ເຮົາ​ມາ​ເສັຽ” 22 ເມື່ອ​ໄດ້​ຍິນ​ຄຳ​ນັ້ນ​ຫນ້າ​ຂອງ​ທ່ານ​ກໍ​ເສົ້າ​ລົງ ຄົນ​ນັ້ນ​ກໍ​ອອກ​ໄປ​ເປັນ​ທຸກ​ຫນັກ​ໃຈ​ເພາະ​ຕົນ​ມີ​ຊັບ​ສິ່ງ​ຂອງ​ຈຳ​ນວນ​ຫລາຍ 23 ພຣະ​ເຢຊູ​ທອດ​ພຣະ​ເນດ​ທົ່ວ​ຮອບ ແລ້ວ​ຊົງ​ກ່າວ​ແກ່​ພວກ​ສາວົ​ກວ່າ, “ທີ່​ຄົນ​ຮັ່ງ​ມີ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ກໍ​ຍາກ​ແທ້​ຫນໍ” 24 ພວກ​ສາ​ວົກ​ກໍ​ປ​ລາດ​ໃຈ​ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ ແຕ່​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ເຂົາ​ອີກວ່າ, “ລູກ​ເອີຍ, ທີ່​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ກໍ​ຍາກ​ແທ້​ຫນໍ 25 ຕົວ​ໂອດ​ໂອ​ຈະ​ລອດ​ຮູ​ເຂັມ​ກໍງ່າຍ​ກວ່າ​ຄົນ​ຮັ່ງ​ມີ​ຈະ​ເຂົ້າ​ໄປ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ” 26 ພວກ​ສາ​ວົກ​ແຮ່ງ​ປ​ລາດ​ໃຈ​ຫລາຍ ຈຶ່ງ​ເວົ້າ​ກັນ​ວ່າ, “ຖ້າ​ຢ່າງ​ນັ້ນ​ໃຜ​ຈະ​ລອດ​ພົ້ນ​ໄດ້” 27 ພຣະ​ເຢ​ຊູ​ທອດ​ພຣະ​ເນດ​ເຂົາ​ແລ້ວ​ຊົງ​ກ່າວ​ວ່າ, “ຝ່າຍ​ມະ​ນຸດ​ກໍ​ເຫລືອ​ກຳ​ລັງ​ທີ່​ຈະ​ເຮັດ​ໄດ້ ແຕ່​ບໍ່​ເຫລືອ​ກຳ​ລັງ​ຂອງ​ພຣະ​ເຈົ້າ ເພາະ​ຝ່າຍ​ພຣະ​ເຈົ້າ​ຊົງ​ເຮັດໄດ້​ທຸກ​ສິ່ງ” 28 ຝ່າຍ​ເປ​ໂຕ​ຈຶ່ງ​ຕັ້ງ​ຕົ້ນ​ທູນ​ພຣະ​ອົງ​ວ່າ, “ເບິ່ງ​ແມ໋, ຂ້ານ້ອຍ​ທັງ​ຫລາຍ​ໄດ້​ສ​ລະ​ຫມົດ​ທຸກ​ສິ່ງ​ແລ້ວ ແລະ​ໄດ້​ຕາມ​ທ່ານ​ມາ” 29 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຈິງວ່າ ຖ້າ​ຜູ້​ໃດ​ໄດ້​ສ​ລະ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ ຫລື​ໄຮ່​ນາ ເພາະ​ເຫັນ​ແກ່​ເຮົາ​ແລະ​ເຫັນ​ແກ່​ຂ່າວ​ປະ​ເສີດ 30 ໃນ​ໂລກ​ນີ້​ຜູ້​ນັ້ນ​ຈະ​ໄດ້​ຮັບ​ຕອບ​ແທນ​ຮ້ອຍ​ທໍ່ ຄື​ເຮືອນ ອ້າຍເອື້ອຍ​ນ້ອງ ພໍ່​ແມ່ ລູກ​ແລະ​ໄຮ່​ນາ ທັງ​ຈະ​ຖືກ​ການ​ຂົ່ມ​ເຫັງ​ດ້ວຍ ແລະ​ໃນ​ໂລກຫນ້າ​ຈະ​ໄດ້​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 31 ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້​ຕົ້ນ​ຈະ​ກັບ​ເປັນ​ປາຍ ແລະ​ຜູ້​ທີ່​ເປັນ​ປາຍ​ຈະ​ກັບ​ເປັນ​ຕົ້ນ

ພຣະ​ເຢ​ຊູ​ຊົງ​ກ່າວ​ລ່ວງ​ຫນ້າ​ເປັນ​ຄັ້ງ​ທີ່​ສາມ​ວ່າ​ຈະ​ຖືກ​ຂ້າ

32 ເມື່ອ​ກຳ​ລັງ​ເດີນ​ທາງ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ພຣະ​ເຢຊູ​ໄດ້​ສະ​ເດັດ​ນຳ​ຫນ້າ​ເຂົາ ຝ່າຍ​ພວກ​ສາ​ວົກ​ກໍ​ພາ​ກັນ​ຄຶດ​ປ​ລາດ​ໃຈ ແລະ​ພວກ​ທີ່ເດີນ​ມາ​ຕາມ​ຫລັງ​ກໍ​ມີ​ຄວາມ​ຢ້ານ ພຣະ​ອົງ​ຈຶ່ງ​ຊົງ​ເອີ້ນ​ພວກ​ສາ​ວົກ​ສິບ​ສອງ​ຄົນ​ມາ​ໃກ້​ພຣະ​ອົງ​ອີກ ແລ້ວ​ຊົງ​ຕັ້ງ​ຕົ້ນ​ສະ​ແດງ​ເຫດ​ການ​ທີ່​ຈຳ​ເປັນ​ຕ້ອງ​ເກີດ​ຂຶ້ນ​ແກ່​ພຣະ​ອົງ​ໃຫ້​ເຂົາ​ຊາບ, 33 ວ່າ, “ເບິ່ງ​ແມ໋, ພວກ​ເຮົາ​ກຳ​ລັງ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ເຂົາ​ຈະ​ມອບ​ບຸດ​ມະ​ນຸດ​ໄວ້​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ນັ​ກ​ທັມ ພວກ​ເຫລົ່າ​ນີ້​ຈະ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ທ່ານ ແລະ​ຈະ​ມອບ​ທ່ານ​ໄວ້​ກັບ​ຄົນ​ຕ່າງ​ຊາດ 34 ຄົນ​ຕ່າງ​ຊາດ​ນັ້ນ​ຈະ​ເຍາະ​ເຍີ້ຍ​ທ່ານ ຈະ​ຖົ່ມ​ນ້ຳ​ລາຍ​ໃສ່​ທ່ານ ຈະ​ຂ້ຽນ​ຕີ​ທ່ານ ແລະ​ຈະ​ຂ້າ​ທ່ານ​ເສັຽ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ທ່ານ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃຫ​ມ່”

ຄຳ​ທູນ​ຂໍ​ຂອງ​ຢາ​ໂກ​ໂບ​ແລະ​ໂຢ​ຣັນ

35 ຝ່າຍ​ຢາ​ໂກ​ໂບ​ກັບ​ໂຢ​ຮັນ​ລູກ​ຂອງ​ເຊ​ເບ​ດາຍ​ໄດ້​ເຂົ້າ​ມາ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ຂ້າ​ນ້ອຍ​ທັງ​ສອງ​ປາ​ຖ​ນາ​ຈະ​ຂໍ​ໃຫ້​ທ່ານ​ໂຜດ​ຕາມ​ຄຳ​ຂໍ​ຂອງ​ພວກ​ຂ້າ​ນ້ອຍ” 36 ພຣະ​ອົງ​ຊົງ​ຖາມ​ວ່າ, “ທ່ານ​ທັງ​ສອງ​ປາຖ​ນາ​ໃຫ້​ເຮົາ​ເຮັດ​ສິ່ງ​ໃດ​ໃຫ້” 37 ເຂົາ​ຈຶ່ງ​ທູນ​ວ່າ, “ເມື່ອ​ທ່ານ​ຈະ​ຢູ່​ໃນ​ສະ​ງ່າ​ຣາ​ສີ​ນັ້ນ ຂໍ​ໂຜດ​ໃຫ້​ຂ້າ​ນ້ອຍ​ນັ່ງ​ທີ່​ເບື້ອງ​ຂວາ​ທ່ານ​ຄົນນຶ່ງ​ແລະ​ເບື້ອງ​ຊ້າຍ​ຄົນ​ນຶ່ງ” 38 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ທີ່​ພວກ​ທ່ານ​ຂໍ​ນັ້ນ​ທ່ານ​ບໍ່​ເຂົ້າ​ໃຈ ຈອກ​ທີ່​ເຮົາ​ດື່ມ​ນັ້ນ ທ່ານ​ຈະ​ດື່ມ​ໄດ້​ຫລື ແລະ​ບັບ​ຕິ​ສະ​ມາ​ທີ່​ເຮົາ​ຮັບ​ທ່ານ​ກໍ​ຮັບ​ແທ້ 39 ແຕ່​ທີ່​ຈະ​ນັ່ງ​ເບື້ອງ​ຂວາ​ຫລື​ເບື້ອງ​ຊ້າຍຂອງ​ເຮົາ​ນັ້ນ ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ເຮົາ​ຈະ​ຈັດ​ໃຫ້ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ຈັດ​ໄວ້​ສຳ​ລັບ​ຜູ​ໃດ​ກໍ​ເປັນ​ຂອງ​ຜູ້​ນັ້ນ” 40 ເມື່ອ​ສາ​ວົກ​ສິບ​ຄົນ​ໄດ້​ຍິນ​ແລ້ວ ກໍ​ຕັ້ງ​ຕົ້ນ​ເຄືອງ​ໃຈ​ເພາະ​ຢາ​ໂກ​ໂບ​ແລະ​ໂຢ​ຮັນ 41 ພຣະ​ເຢ​ຊູ​ຊົງ​ເອີ້ນ​ເຂົາ​ມາ ຈຶ່ງ​ຊົງ​ກ່າວ​ວ່າ, “ 42 ທ່ານ​ທັງ​ຫລາຍ​ຮູ້​ຢູ່​ວ່າ ຜູ້​ທີ່​ນັບ​ວ່າ​ເປັນ​ຜູ້​ປົກ​ຄອງ​ຄົນ​ຕ່າງ​ຊາດ​ກໍ​ບັງ​ຄັບ​ບັນ​ຊາ​ເຂົາ ແລະ​ພວກ​ຜູ້​ໃຫຍ່​ກໍ​ໃຊ້​ອຳ​ນາດ​ເຫນືອ​ເຂົາແຕ່​ໃນ​ລະ​ຫວ່າງ​ພວກ​ທ່ານ​ບໍ່​ເປັນ​ຢ່າງ​ນັ້ນ 43 ຖ້າ​ຜູ້​ໃດ​ຢາກ​ເກີດ​ເປັນ​ໃຫຍ່​ໃນ​ພວກ​ທ່ານ ຜູ້​ນັ້ນ​ຈະ​ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ທ່ານ​ທັງ​ຫລາຍ 44 ແລະ​ຖ້າ​ຜູ້​ໃດ​ຢາກ​ເປັນ​ເອກ​ເປັນ​ຕົ້ນ​ໃນ​ພວກ​ທ່ານ ຜູ້​ນັ້ນ​ຈະ​ຕ້ອງ​ເປັນ​ຂ້ອຍ​ໃຊ້​ຂອງ​ທ່ານ​ທັງ​ຫມົດ 45 ເພາະ​ບຸດ​ມະ​ນຸດ​ນັ້ນ​ບໍ່​ໄດ້​ມາ​ໃຫ້​ຄົນອື່ນ​ປະ​ຕິ​ບັດ​ຕົນ ແຕ່​ມາ​ເພື່ອ​ປະ​ຕິ​ບັດ​ເຂົາ ແລະ​ປະ​ທານ​ຊີ​ວິດ​ຂອງ​ຕົນ​ໃຫ້​ເປັນ​ຄ່າ​ໄຖ່​ຄົນ​ຈຳ​ນວນ​ຫລາຍ

ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ຕາ​ບອດ

46 ຝ່າຍ​ພຣະ​ເຢ​ຊູ​ກໍ​ສະ​ເດັດ​ມາ​ຍັງ​ເມືອງ​ເຢ​ຣີ​ໂກພ້ອມ​ດ້ວຍ​ພວກ​ສາ​ວົກ ເມື່ອພຣະ​ອົງກຳ​ລັງ​ສະ​ເດັດ​ອອກ​ຈາກ​ເມືອງ​ເຢ​ຣີ​ໂກ ພ້ອມ​ກັບ​ພວກ​ສາ​ວົກ​ແລະ​ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ ມີ​ຄົ​ນ​ຕາ​ບອດ​ຄົນນຶ່ງ​ຊື່​ບາ​ຣະ​ຕີ​ມາຍ ຊຶ່ງ​ເປັນ​ລູກ​ຂອງ​ຕີ​ມາຍ​ນັ່ງ​ຂໍ​ທານ​ຢູ່​ແຄມ​ທາງ 47 ເມື່ອ​ຄົນ​ນັ້ນ​ໄດ້​ຍິນ​ວ່າ​ແມ່ນ​ພຣະ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ສະ​ເດັດ​ມາ ກໍ​ຕັ້ງ​ຕົ້ນ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເຢ​ຊູບຸດ​ດາ​ວິດ​ເອີຍ, ຂໍ​ຈົ່ງ​ເມດ​ຕາ​ຂ້າ​ນ້ອຍ​ແດ່​ທ້ອນ” 48 ມີ​ຫລາຍ​ຄົນ​ໄດ້​ຫ້າມ​ໃຫ້​ມິດ​ຢູ່ ແຕ່​ຜູ້​ນັ້ນ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ວ່າ, “ບຸດ​ດາ​ວິດ​ເອີຍ, ຂໍ​ຈົ່ງ​ເມດ​ຕາ​ຂ້າ​ນ້ອຍ​ແດ່​ທ້ອນ” 49 ພຣະ​ເຢ​ຊູ​ໄດ້​ຊົງ​ຢຸດ​ຢືນ​ຢູ່ ແລ້ວ​ຊົງ​ສັ່ງ​ວ່າ, “ຈົ່ງ​ເອີ້ນ​ຄົນ​ນັ້ນ​ມາ” ເຂົາ​ຈຶ່ງ​ເອີ້ນ​ຄົນ​ຕາ​ບອດ​ນັ້ນ​ວ່າ, “ຈົ່ງ​ຊຶ່ນ​ໃຈ​ແລະ​ລຸກ​ຂຶ້ນ​ເທາະ ທ່ານ​ກຳ​ລັງ​ເອີ້ນ​ເຈົ້າ” 50 ຄົນ​ຕາ​ບອດ​ນັ້ນ​ກໍ​ຖິ້ມ​ຜ້າ​ຫົ່ມ​ເສັຽ ແລ້ວ​ຮີບ​ລຸກ​ຂຶ້ນມາ​ຫາ​ພຣະ​ເຢ​ຊູ 51 ພຣະ​ເຢ​ຊູ​ຊົງ​ຖາມ​ຜູ້​ນັ້ນ​ວ່າ, “ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ເຈົ້າ” ຄົນ​ຕາ​ບອດ​ນັ້ນ​ໄດ້​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ຂໍ​ໂຜດ​ໃຫ້​ຂ້າ​ນ້ອຍ​ເຫັນ​ຮຸ່ງ​ແດ່​ທ້ອນ” 52 ພຣະ​ເຢ​ຊູ​ຊົງ​ບອກ​ຜູ້​ນັ້ນ​ວ່າ, “ຈົ່ງ​ໄປ​ເສັຽ ຄວາມ​ເຊື່ອຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ” ໃນ​ທັນ​ໃດ​ນັ້ນ​ຄົນ​ຕາ​ບອດ​ກໍ​ເຫັນ​ຮຸ່ງ​ແລະ​ໄດ້​ເດີນ​ທາງ​ຕາມ​ພຣະ​ອົງ​ໄປ

ມາຣະໂກ 11

ການ​ສະ​ເດັດ​ເຂົ້າ​ກຸງ​ຢ່າງ​ມີ​ຊັຍ

1 ເມື່ອ​ພຣະ​ອົງ​ສະ​ເດັດ​ພ້ອມດ້ວຍ​ພວກ​ສາ​ວົກ​ມາ​ໃຫ້​ກຸງ​ເຢ​ຣູ​ຊາ​ເລັມ ເຖິງ​ບ້ານ​ເບັດ​ຟາ​ເຄ ແລະ​ບ້ານ​ເບັດ​ທາ​ເນັຽ​ທີ່​ພູ​ຫມາກ​ກອກ​ເທດ ພຣະ​ອົງ​ໄດ້​ຊົງ​ໃຊ້​ສາ​ວົກ​ສອງ​ຄົນ​ໄປ​ 2 ໂດຍ​ຊົງ​ສັ່ງ​ເຂົາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່​ຫນ້າ​ພວກ​ທ່າ​ນນັ້ນ ຄັນ​ເຂົ້າ​ໄປ​ແລ້ວ ໃນ​ທັນ​ໃດ​ນັ້ນ​ຈະ​ພົບ​ລໍ​ໂຕ​ນຶ່ງ​ຜູກ​ຢູ່ ທີ່​ຍັງ​ບໍ່​ມີ​ໃຜ​ຂຶ້ນ​ຂີ່​ຈັກ​ເທື່ອ ຈົ່ງ​ແກ້​ມັນ​ຈູງ​ມັນ​ມາທີ່​ນີ້ 3 ຖ້າ​ມີ​ໃຜ​ຖາມ​ວ່າ “ເປັນ​ຫຍັງ​ຈຶ່ງ​ເຮັດ​ດັ່ງ​ນັ້ນ” ຈົ່ງ​ຕອບ​ວ່າ “ນາຍ​ຕ້ອງ​ການ ແລະ​ບຶດ​ດຽວ​ຈະ​ສົ່ງ​ມັນ​ກັບ​ຄືນ​ມາ​ໃຫ້​ທີ່​ນີ້” 4 ແລ້ວ​ສາ​ວົກ​ສອງ​ຄົນ​ນັ້ນ​ກໍ​ໄປ ແລະ​ໄດ້​ພົບ​ລໍ​ນ້ອຍ​ໂຕ​ນຶ່ງ​ຜູກ​ຢູ່ນອກ​ປະ​ຕູ​ໃນ​ຖ​ນົນ ເຂົາ​ຈຶ່ງ​ແກ້​ມັນ 5 ຜູ້​ລາງ​ຄົນ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ແກ້​ລໍ​ນ້ອຍ​ເຮັດ​ຫຍັງ?” 6 ສາ​ວົກ​ສອງ​ຄົນ​ນັ້ນ​ກໍ​ຕອບ​ຕາມ​ທີ່​ພຣະ​ເຢ​ຊູ​ຊົງ​ສັ່ງ​ເຂົາ ແລ້ວ​ຄົນ​ເຫລົ່າ​ນັ້ນ​ກໍ​ຍອມ​ໃຫ້​ເຂົາ​ໄປ 7 ສາ​ວົກ​ຈຶ່ງ​ຈູງ​ລໍ​ນັ້ນ​ມາ​ໃຫ້​ພຣະ​ເຢ​ຊູ ເຂົາ​ໄດ້​ເອົາ​ເສື້ອ​ຜ້າ​ຂອງ​ຕົນ​ປູ​ຫລັງ​ມັນ​ ແລ້ວ​ພຣະ​ອົງ​ໄດ້​ຊົງ​ຂຶ້ນ​ປະ​ທັບ 8 ມີ​ຫລາຍ​ຄົນ​ໄດ້​ເອົາ​ເສື້ອ​ຜ້າ​ຂອງ​ຕົນ​ປູລົງ​ຕາມ​ທາງ ແລະ​ມີ​ລາງ​ຄົນ​ໄດ້​ຕັດ​ຟົດ​ໄມ້​ມາ​ປູ 9 ຝ່າຍ​ຄົນ​ທີ່​ຍ່າງ​ໄປ​ກ່ອນ​ກັບ​ຜູ້​ທີ່​ມາ​ຕາມ​ຫລັງ​ໄດ້​ໂຮ່​ຣ້ອງວ່າ, “ໂຮ​ຊັນ​ນາ ຂໍ​ໃຫ້​ທ່ານ​ຜູ້​ສະ​ເດັດ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຊົງ​ພຣະ​ຈະ​ເຣີນ 10 ຄວາມ​ສຸກ​ສວັດດີ​ຈົ່ງ​ມີ​ແກ່​ຣາ​ຊ​ອາ​ນາ​ຈັກ​ຂອງ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ທີ່​ຈະ​ມາ ໂຮຊັນ​ນາ​ໃນ​ທີ່​ສູງ​ສຸດ” 11 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ເມື່ອ​ຊົງ​ທອດ​ພຣະ​ເນດ​ສິ່ງ​ທັງ​ປວງ​ທົ່ວ​ແລ້ວ ເວ​ລາ​ກໍ​ໃກ້​ຄ່ຳ ພຣະ​ອົງ​ຈຶ່ງ​ສະ​ເດັດ​ອອກ​ໄປ​ຍັງ​ບ້ານ​ເບັດ​ທາ​ເນັຽກັບ​ພວກ​ສາ​ວົກ​ສິບ​ສອງ​ຄົນ​ນັ້ນ

ຊົງ​ປ້ອຍ​ຕົ້ນ​ເດື່ອ​ເທດ

12 ໃນ​ວັນ​ຕໍ່​ໄປ ເມື່ອ​ພຣະ​ອົງ​ສະ​ເດັດ​ຈາກ​ບ້ານ​ເບັດ​ທາເນັຽ​ພ້ອມ​ກັບ​ພວກ​ສາ​ວົກ​ກໍ​ຊົງ​ຫິວ​ອາ​ຫານ 13 ພໍ​ພຣະ​ເນດ​ເຫັນ​ຕົ້ນ​ເດື່ອ​ເທດ​ຕົ້ນ​ນຶ່ງ​ມີ​ໃປ​ຢູ່​ແຕ່​ໄກ ພຣະ​ອົງ​ກໍ​ສະ​ເດັດ​ເຂົ້າ​ໄປ​ເບິ່ງວ່າ​ຈະ​ມີ​ຫມາກ​ຫລື​ບໍ ຄັນ​ມາ​ເຖິງ​ແລ້ວ ບໍ່​ເຫັນ​ມີ​ຫມາກ​ມີ​ແຕ່​ໃບ​ ເພາະ​ວ່າ​ຍັງ​ບໍ່​ເຖິງ​ຣະ​ດູ​ຫມາກ 14 ພຣະ​ອົງ​ຈຶ່ງ​ຊົງ​ເວົ້າ​ໃສ່​ຕົ້ນ​ໄມ້​ນັ້ນ​ວ່າ, “ຕັ້ງ​ແຕ່​ນີ້​ຕໍ່​ໄປ​ຢ່າ​ໃຫ້​ມີ​ຜູ້​ໃດ​ໄດ້​ກິນ​ຫມາກ​ຈາກ​ມຶງ​ຈັກ​ເທື່ອ” ພວກ​ສາ​ວົກ​ກໍ​ໄດ້​ຍິນ​ຄຳ​ຊຶ່ງ​ພຣະ​ອົງ​ຊົງ​ກ່າວ​ນັ້ນ

ຊົງ​ຊຳ​ຮະ​ພຣະ​ວິ​ຫານ

15 ເມື່ອ​ມາ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ໃນ​ບໍ​ຣິເວນ​ພຣະ​ວິ​ຫານ ຊົງ​ຕັ້ງ​ຕົ້ນຂັບ​ໄລ່​ບັນ​ດາ​ຜູ້​ຊື້​ຂາຍ​ໃນ​ບໍ​ຣິເວນ​ພຣະ​ວິ​ຫານ​ນັ້ນ ພຣະ​ອົງ​ຊົງ​ຂວ້ຳ​ໂຕະ​ຂອງ​ຜູ້​ແລກ​ເງິນ​ກັບ​ບ່ອນ​ນັ່ງ​ຂອງ​ຜູ້​ຂາຍ​ນົກ​ເຂົາ​ເສັຽ 16 ແລະ​ຊົງ​ຫ້າມ​ບໍ່​ໃຫ້​ຜູ້​ໃດ​ຂົນ​ສິ່ງ​ໃດ​ຜ່ານ​ບໍ​ຣິ​ເວນພຣະ​ວິ​ຫານ 17 ພຣະ​ອົງ​ຊົງ​ບອກ​ສອນ​ເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ບໍ່​ແມ່ນ​ຫລື​ວ່າ “ວິ​ຫານ​ຂອງ​ເຮົາ​ຈະ​ເອີ້ນ​ວ່າ ເປັນ​ສະ​ຖານ​ທີ່​ໄຫວ້ວອນ​ຂອງ​ຄົນ​ທຸກ​ຊາດ” ແຕ່​ຝ່າຍ​ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ເປັນ “ຖ້ຳ​ຂອງ​ໂຈນ” 18 ເມື່ອ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ນັກ​ທັມ​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ພາ​ກັນ​ພ​ຍາ​ຍາມ​ຈະ​ຂ້າ​ພຣະ​ອົງ​ເສັຽ ເພາະ​ເຂົາ​ຢ້ານ​ພຣະ​ອົງ ເຫດ​ວ່າ​ປະ​ຊາ​ຊົນທັງ​ຫມົດ​ປ​ລາດ​ໃຈ​ດ້ວຍ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ 19 ເມື່ອ​ໃກ້​ຈະ​ເຖິງ​ຍາມ​ຄ່ຳພຣະ​ອົງ​ກໍ​ສະ​ເດັດ​ອອກ​ຈາກ​ກຸງ

ຄຳ​ສອນ​ຈາກ​ຕົ້ນ​ເດື່ອ​ທີ່​ຫ່ຽວ​ແຫ້ງ​ໄປ

20 ໃນ​ເວ​ລາ​ເຊົ້າ ເມື່ອ​ພຣະ​ອົງ​ສະ​ເດັດ​ຜ່ານ​ທີ່​ນັ້ນ​ໄປ​ພ້ອມ​ກັບ​ພວກ​ສາ​ວົກ ເຂົາ​ໄດ້​ເຫັນ​ຕົ້ນ​ເດື່ອ​ເທດ​ນັ້ນ​ຫ່ຽວ​ແຫ້ງ​ໄປ​ຈົ​ນ​ເຖິງ​ຮາກ 21 ຝ່າຍ​ເປ​ໂຕ​ກໍ​ໄດ້​ຈື່​ຈຳ​ເຫດ​ການ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ເບິ່ງ​ແມ໋, ຕົ້ນ​ເດື່ອ​ເທດ​ທີ່​ທ່ານ​ໄດ້​ປ້ອຍ​ນັ້ນ​ກໍ​ຫ່ຽວ​ແຫ້ງ​ໄປ​ແລ້ວ” 22 ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຕ້ອງ​ມີ​ຄວາມ​ເຊື່ອ​ໃນ​ພຣະ​ເຈົ້າ 23 ເຮົາ​ບອກ​ພວກ​ທ່ານ​ຕາມ​ຈິງວ່າ ຖ້າ​ຜູ້​ໃດ​ຈະ​ສັ່ງ​ພູ​ນີ້​ວ່າ “ຈົ່ງ​ຍ້າຍ​ໄປ​ຕົກ​ລົງ​ນ້ຳ​ທະ​ເລ​ເສັຽ” ແລະ​ບໍ່​ໄດ້​ສົງ​ໄສ​ໃນ​ໃຈ ແຕ່​ເຊື່ອ​ວ່າ​ຈະ​ເປັນ​ໄປ​ຕາມ​ຄຳ​ສັ່ງ​ນັ້ນ​ແລ້ວ​ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ 24 ເຫດ​ສັນ​ນັ້ນ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ​ ສິ່ງ​ໃດທີ່​ພວກ​ທ່ານ​ອ້ອນວອນ​ທູນ​ຂໍ​ນັ້ນ ຈົ່ງ​ເຊື່ອ​ວ່າ​ໄດ້​ຮັບ​ແລ້ວ​ແລະ​ກໍ​ຄົງ​ຈະ​ເປັນ​ແກ່​ທ່ານ 25 ເມື່ອ​ທ່ານ​ຢືນ​ອ້ອນວອນ​ຢູ່ ຖ້າ​ມີ​ເຫດ​ກັບ​ຜູ້​ນຶ່ງ​ຜູ້​ໃດ ຈົ່ງ​ນຶກ​ອະ​ພັຍ​ໂທດ​ໃຫ້​ຜູ້​ນັ້ນ​ເສັຽ ເພື່ອ​ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ ຈະ​ຊົງ​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ດ້ວຍ 26 (ແຕ່​ຖ້າ​ທານ​ບໍ່​ຍົກໂທດ​ນັ້ນ ພຣະ​ບິ​ດາ​ຂອງ​ທ່ານ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ກໍ​ຈະ​ບໍ່​ຍົກ​ຄວາມ​ຜິດ​ຂອງ​ທ່ານ​ເຫມືອນ​ກັນ)”

ບັນ​ຫາ​ເຣື່ອງ​ສິດ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ

27 ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ​ອີກ​ພ້ອມ​ດ້ວຍ​ພວກ​ສາ​ວົກ ເມື່ອ​ພຣະ​ອົງ​ກຳ​ລັງ​ຈະ​ສະ​ເດັດ​ໄປ​ມາ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ມີ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ພວກ​ນັກ​ທັມ ແລະ​ພວກ​ເຖົ້າ​ແກ່​ເຂົ້າ​ມາ​ຫາ​ພຣະ​ອົງ 28 ທູ​ນຖາມ​ວ່າ, “ເຈົ້າ​ມີ​ສິດ​ອັນ​ໃດ​ເຣັດ​ການເຫລົ່າ​ນີ້ ໃຜ​ໃຫ້​ສິດ​ນີ້​ແກ່​ເຈົ້າ” 29 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ຈະ​ຖາມ​ພວກ​ທ່ານ​ຈັກ​ຂໍ້​ນຶ່ງ ຈົ່ງ​ຕອບ​ເຮົາ ແລ້ວ​ເຮົາ​ຈະ​ບອກ​ພວກ​ທ່ານ​ວ່າ ເຮົາ​ເຮັດ​ການ​ນີ້​ດ້ວຍ​ສິດ​ອັນ​ໃດ 30 ຄື​ບັບ​ຕິ​ສະ​ມາ​ຂອງ​ໂຢ​ຮັນ​ນັ້ນ​ມາ​ຈາກ​ສວັນ​ ຫລື​ມາ​ຈາກ​ມະ​ນຸດ” 31 ເຂົາ​ຈຶ່ງ​ປຶກ​ສາ​ກັນ​ວ່າ, “ຖ້າ​ເຮົາ​ຈະ​ວ່າ ‘ມາ​ຈາກ​ສວັນ’ ມັນ​ຄົງ​ຈະ​ຖາມ​ເຮົາ​ວ່າ ‘ດ້ວຍ​ເຫດ​ໃດ​ຈຶ່ງ​ບໍ່​ເຊື່ອ​ໂຢ​ຮັນ​ນັ້ນ’ 32 ແຕ່​ຖ້າ​ເຮົາ​ຈະ​ວ່າ ‘ມາ​ຈາກ​ມະ​ນຸດ’” ເຂົາ​ກໍ​ຢ້ານ​ປະ​ຊາ​ຊົນ ເພາະ​ຄົນ​ທັງ​ປວງ​ຖື​ວ່າ​ໂຢ​ຮັນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ແທ້ໆ 33 ເຂົາ​ຈຶ່ງ​ທູນ​ຕອບ​ພຣະ​ເຢ​ຊູ​ວ່າ, “ພວກ​ເຮົາ​ບໍ່​ຮູ້” ແລ້ວ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ບໍ່​ບອກ​ທ່ານ​ທັງ​ຫລາຍ​ເຫມືອນ​ກັນ​ວ່າ ເຮົາ​ເຮັດ​ການເຫລົ່າ​ນີ້​ດ້ວຍ​ສິດ​ອັນ​ໃດ”

ມາຣະໂກ 12

ຄຳ​ອຸປມາ​ເຣື່ອງ​ສວນ​ອະ​ງຸ່ນ​ແລະ​ຄົນ​ເຊົ່າ

1 ພຣະ​ອົງ​ຈຶ່ງ​ຕັ້ງ​ຕົ້ນ​ຊົງ​ກ່າວ​ແກ່​ເຂົາ​ເປັນ​ຄໍາ​ອຸປມາ​ວ່າ, “ມີ​ຊາຍ​ຄົນ​ນຶ່ງ​ໄດ້​ເຮັດ​ສວນ​ອະ​ງຸ່ນ​ແລ້ວ​ລ້ອມ​ຮົ້ວ​ໄວ້ ໄດ້​ສະ​ກັດ​ອ່າງ​ຢຽບ​ເອົາ​ນ້ຳ​ອະ​ງຸ່ນນ ແລະ​ສ້າງ​ຫໍ​ເຝົ້າ​ໃຫ້​ຊາວ​ສວນ​ເຊົ່າ ແລ້ວ​ຕົ​ນ​ກໍ​ອອກ​ໄປ​ຕ່າງ​ປະ​ເທດ 2 ຄັນ​ເຖິງ​ຣະ​ດູ​ຫມາກ​ອະ​ງຸ່ນ​ທ່ານ​ຈຶ່ງ​ໃຫ້​ຂ້ອຍ​ໃຊ້​ຄົນ​ນຶ່ງ​ມາ​ຫາ​ພວກ​ເຊົ່າ​ສວນ​ນັ້ນ ເພື່ອ​ຈະ​ໄດ້​ຮັບ​ຜົນ​ຈາກ​ສວນ​ຂອງ​ຕົນ 3 ແຕ່​ຝ່າຍ​ຄົນ​ເຫລົ່າ​ນັ້ນ​ໄດ້​ຈັບ​ຂ້ອຍ​ໃຊ້​ຄົນ​ນັ້ນ​ຂ້ຽນ​ຕີ ແລ້ວ​ໄລ່​ໃຫ້​ກັບ​ໄປ​ມື​ເປົ່າ 4 ອີກ​ເທື່ອ​ນຶ່ງ​ເຈົ້າ​ຂອງ​ສວນ​ໄດ້​ໃຫ້​ຂ້ອຍ​ອີກ​ຄົນ​ນຶ່ງມາ​ຫາ​ຄົນ​ເຊົ່າ​ສວນ ຄົນ​ເຊົ່າ​ສວນ​ນັ້ນ​ກໍ​ທຸບ​ຕີ​ຂ້ອຍ​ໃຊ້​ນັ້ນ​ຈົນ​ຫົວ​ແຕກ ແລ​ຍັງ​ເຮັດ​ໃຫ້​ມັນ​ໄດ້​ຖືກອັບ​ອາຍ​ຂາຍ​ຫນ້າ​ອີກ 5 ແລ້ວ​ເຈົ້າ​ຂອງ​ສວນ​ຍັງ​ໄດ້​ໃຫ້​ຂ້ອຍໃຊ້​ມາ​ອີກ​ຄົນ​ນຶ່ງ ເຂົາ​ກໍ​ຂ້າ​ຂ້ອຍ​ໃຊ້​ນັ້ນ​ເສັຽ ແລ້ວ​ທ່ານ​ຍັງ​ໃຫ້​ຂ້ອຍ​ໃຊ້ມາ​ອີກ​ຫລາຍຄົນ ບາງ​ຄົນ​ເຂົາ​ກໍ​ຂ້ຽນ​ຕີ ບາງ​ຄົນ​ເຂົາ​ກໍ​ຂ້າ​ເສັຽ 6 ເຈົ້າ​ຂອງ​ສວນ​ຍັງ​ມີ​ອີກ​ຜູ້​ນຶ່ງ ຄື​ລູກ​ຊາຍ​ທີ່​ຕົນ​ຮັກ ທ່ານ​ຈຶ່ງ​ໃຫ້​ລູກ​ຄົນ​ນັ້ນ​ມາ​ເປັນ​ເທື່ອ​ສຸດ​ທ້າຍ ໂດຍ​ທ່ານ​ນຶກວ່າ ເຂົາ​ຄົງ​ຈະ​ນັບ​ຖື​ລູກ​ຂອງ​ກູ” 7 ແຕ່​ຄົນ​ເຊົ່າ​ສວນ​ເວົ້າ​ກັນ​ວ່າ “ຄົນ​ນີ້​ແຫລະ, ເປັນ​ເຈົ້າ​ມໍ​ຣະ​ດົກ ພວກ​ເຮົາ​ຈົ່ງ​ຂ້າ​ມັນ​ເສັຽ ແລ້ວ​ມໍ​ຣະ​ດົກ​ນັ້ນ​ຈະ​ຕົກ​ເປັນ​ຂອງ​ເຮົາ” 8 ເຂົາ​ຈຶ່ງ​ພາກັນ​ຈັບລູກ​ນັ້ນ​ຂ້າ​ເສັຽ​ແລ້ວ​ເອົາ​ສົບ​ຖິ້ມນອກ​ສວນ 9 ເຈົ້າ​ຂອງ​ສວນ​ຈະ​ເຮັດ​ແນວ​ໃດ ທ່ານ​ກໍ​ຈະ​ມາ​ຂ້າ​ຄົນ​ເຊົ່າ​ສວນເຫລົ່າ​ນັ້ນ​ເສັຽ ແລ້ວ​ຈະ​ເອົາ​ສວນ​ອະ​ງຸ່ນ​ນັ້ນ​ໃຫ້​ຜູ້​ອື່ນ​ເຊົ່າ 10 ພວກ​ທ່ານ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ຕອນ​ນີ້​ຫລື​ທີ່​ວ່າ, “ຫີນ​ທີ່​ນາຍ​ຊ່າງ​ໄດ້​ຖອດ​ຖິ້ມ​ເສັຽ ຫີນ​ນັ້ນ​ແຫລະ, ໄດ້​ກາຍ​ເປັນ​ຫີນ​ເສົາ​ເອກ​ແລ້ວ 11 ການ​ນີ້​ເປັນ​ມາ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ການ​ອັນ​ອັດ​ສະ​ຈັນ​ໃຈ​ຕໍ່​ຕາ​ຂອງ​ເຮົາ” 12 ຝ່າຍ​ເຂົາ​ຈຶ່ງ​ພ​ຍາ​ຍາມ​ຈະ​ຈັບ​ພຣະ​ອົງ ແຕ່​ວ່າ​ເຂົາ​ຢ້ານ​ປະ​ຊາ​ຊົນ ດ້ວຍ​ເຂົາ​ຮູ້​ຢູ່​ວ່າ​ພຣະ​ອົງ​ໄດ້​ຊົງ​ກ່າວ​ຄຳ​ອຸປມາ​ນີ້​ຕໍ່​ສູ້​ເຂົາ​ເອງ ແລ້ວ​ເຂົາ​ກໍ​ພາ​ກັນ​ຫນີ​ຈາກ​ພຣະ​ອົງ​ເສັຽ

ການ​ເສັຽສ່ວຍ​ໃຫ້​ແກ່​ກາຍຊາ

13 ເຂົາ​ຈຶ່ງ​ໃຊ້​ບາງ​ຄົນ​ໃນ​ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ເຮ​ໂຣດ​ໄປ​ຫາ​ພຣະ​ອົງ ເພື່ອ​ຄອຍຈັບ​ຄວາມ​ຜິດ​ໃນ​ຖ້ອ​ຍຄຳ​ຂອງ​ພຣະ​ອົງ 14 ເມື່ອ​ເຂົາ​ມາ​ເຖິງ​ແລ້ວ​ກໍ​ທູນ​ຖາມ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ພະ​ເຈົ້າ​ຊາບ​ຢູ່​ວ່າ ທ່ານ​ເປັນ​ຜູ້​ສັດ​ຊື່​ແລະ​ບໍ່​ໄດ້​ເອົາ​ໃຈ​ຜູ້​ໃດ ເພາະ​ທ່ານ​ບໍ່​ເຫັນ​ແກ່​ຫນ້າ​ຜູ້​ໃດ ແຕ່​ສັ່ງ​ສອນ​ໃນ​ທາງ​ຂອງ​ພຣະ​ເຈົ້າ​ຢ່າງ​ສັດ​ຊື່ ການ​ທີ່​ເສັຽ​ສ່ວຍ​ໃຫ້​ແກ່​ກາ​ຍ​ຊາ​ນັ້ນ​ສົມ​ຄວນ​ຫລື​ບໍ່ ພວກ​ຂ້າ​ພະ​ເຈົ້າ​ຄວນ​ເສັຽ​ຫລື​ບໍ່​ເສັຽ” 15 ຝ່າຍ​ພຣະ​ອົງ​ຊົງ​ຊາບ​ກົນ​ອຸ​ບາຍ​ຂອງ​ເຂົາ​ຈຶ່ງ​ຊົງ​ກ່າວ​ວ່າ, “ພວກ​ເຈົ້າ​ມາ​ທົດ​ລອງ​ເຮົາ​ເຮັດ​ຫຍັງ ຈົ່ງ​ເອົາ​ເງິນ​ເດ​ນາ​ຣິ​ອົນ​ຫລຽນ​ນຶ່ງ​ມາ​ໃຫ້​ເຮົາ​ເບິ່ງ​ດູ” 16 ເຂົາ​ກໍ​ເອົາ​ມາ​ໃຫ້ ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ຮູບ​ແລະ​ຄຳ​ຈາ​ຣຶກ​ນີ້​ແມ່ນ​ຂອງ​ໃຜ” ເຂົາ​ທູນ​ຕອບ​ວ່າ, “ເປັນ​ຂອງ​ກາຍ​ຊາ” 17 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍ​ຊາ ຈຶ່ງ​ຄືນ​ຖວາຍ​ແກ່​ກາຍ​ຊາ ແລະ​ສິ່ງ​ທີ່​ເປ​ນັ​ຂອງ​ພຣະ​ເຈົ້າ ຈົ່ງ​ຄືນ​ຖວາຍ​ແດ່​ພຣະ​ເຈົ້າ” ຝ່າຍ​ເຂົາ​ກໍ​ງຶດ​ປ​ລາດ​ໃຈ​ໃນ​ພຣະ​ອົງ​ເຕັມ​ທີ

ບັນ​ຫາເຣື່ອງ​ການ​ຄືນ​ມາ​ຈາກ​ຕາຍ

18 ວັນ​ນຶ່ງ​ມີ​ພວກ​ຊາ​ດູ​ກາຍ​ມາ​ຫາພຣະ​ອົງ ພວກ​ນີ້​ເຄີຍ​ເວົ້າ​ວ່າ​ການ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ບໍ່​ມີ ເຂົາ​ທູນ​ຖາມ​ພຣະ​ອົງ​ວ່າ, 19 “​ອາ​ຈານ​ເອີຍ, ໂມ​ເຊ​ໄດ້​ຂຽນ​ສັ່ງ​ພວກ​ເຮົາ​ໄວ້​ວ່າ “ຖ້າ​ອ້າຍ​ຂອງ​ຄົນ​ໃດ​ຕາຍ​ແລະ​ພັຣຍາ​ຍັງ​ຢູ່​ແຕ່​ບໍ່ມີ​ລູກ ກໍ​ໃຫ້​ນ້ອງຊາຍຮັບ​ເອື້ອຍ​ໃພ້​ເປັນ​ພັຣ​ຍາ​ໄວ້ ເພື່ອ​ສືບ​ເຊື້ອ​ສາຍ​ອ້າຍ​ຂອງ​ຕົນ” 20 ຍັງ​ມີ​ເຈັດ​ຊາຍອ້າຍ​ນ້ອງ​ນຳ​ກັນ ອ້າຍ​ກົກ​ເອົາ​ເມັຽ​ແລ້ວ​ໄດ້​ຕາຍ​ໄປ​ເມື່ອ​ຍັງ​ບໍ່​ມີ​ລູກ 21 ນ້ອງຜູ້​ຖ້ວນ​ນຶ່ງ​ກໍ​ຮັບ​ເອົາ​ຍິງ​ນັ້ນ​ເປັນ​ເມັຽກໍ​ຕາຍຍັງ​ບໍ່​ມີ​ລູກ ແລະ​ນ້ອງ​ຜູ້​ຖ້ວນ​ສອງ​ກໍ​ຮັບ​ເອົາ​ເຫມືອນ​ກັນ​ແຕ່​ກໍ​ຕາຍ​ບໍ່​ມີ​ລູກ 22 ອ້າຍ​ນ້ອງ​ທັງ​ເຈັດ​ຄົນ​ນີ້​ກໍ​ໄດ້​ເອົາ​ຍິງ​ນັ້ນ​ເປັນ​ເມັຽ​ແລະ​ບໍ່​ມີ​ລູກ ທີ່​ສຸດ​ຜູ້ຍິງ​ນັ້ນ​ກໍ​ຕາຍ​ເຫມືອນ​ກັນ 23 ສັນ​ນັ້ນ​ໃນ​ວັນ​ຄືນ​ມາ​ຈາກ​ຕາຍ (ເມື່ອ​ຄົນ​ທັງ​ປວງ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ) ຍິງ​ນັ້ນ​ຈະ​ເປັນ​ເມັຽ​ຂອງ​ຜູ້​ໃດ ດ້ວຍ​ວ່າ​ນາງ​ໄດ້​ເປັນ​ເມັຽ​ຂອງ​ຊາຍ​ທັງ​ເຈັດ​ຄົນ​ແລ້ວ” 24 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເພາະ​ຂໍ້​ນີ້​ແຫລະ, ພວກ​ທ່ານ​ຫລົງ​ຜິດ​ແລ້ວ ບໍ່​ແມ່ນ​ຫລື ຄື​ພວກ​ທ່ານ​ບໍ່​ຮູ້​ຈັກ​ພຣະ​ຄັມ​ພີ​ແລະ​ຣິດ​ເດດ​ຂອງ​ພຣະ​ເຈົ້າ 25 ເພາະ​ເມື່ອ​ມະ​ນຸດ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ຈະ​ບໍ່​ມີ​ການ​ແຕ່ງ​ງານ​ຫລື​ຍົກ​ໃຫ້​ເປັນ​ຜົວ​ເມັຽກັນ​ອີກ ແຕ່​ເຂົາ​ຈະ​ເປັນ​ເຫມືອນ​ເທວະ​ດາ​ໃນ​ສວັນ 26 ແຕ່​ເຣື່ອງ​ຄົນ​ທີ່​ຕາຍ​ແລ້ວ ທີ່​ເຂົາ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ອີກ​ນັ້ນ ພວກ​ທ່ານ​ບໍ່​ດ້​ອ່ານ​ໃນ​ຄັມ​ພີ​ຂອງ​ໂມ​ເຊ​ຈັກ​ເທື່ອ​ຫລື ຕອນ​ເຣື່ອງ​ພຸ່ມ​ໄມ້​ນັ້ນ​ຊຶ່ງ​ພຣະ​ເຈົ້າ​ຊົງ​ກ່າວ​ແກ່​ໂມເຊວ່າ “ຝ່າຍ​ເຮົາ​ເປັນ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ພຣະ​ເຈົ້າ​ຂອງ​ອີຊາກ ແລະ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ” 27 ພຣະ​ອົງ​ບໍ່​ໄດ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕາຍ ແຕ່​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ເປັນ ພວກ​ທ່ານ​ຫລົງ​ຜິດ​ໄປ​ຫລາຍ

ພຣະ​ບັນ​ຍັດຂໍ້​ໃຫຍ່

28 ມີ​ນັກ​ທັມ​ຄົນນຶ່ງ​ເມື່ອ​ເຂົ້າ​ມາ​ເຖິງ​ໄດ້​ຍິນ​ເຂົາ​ໄຕ່​ຖາມ​ກັນ​ຢູ່ ແລະ​ທັງ​ເຫັນ​ວ່າ​ພຣະ​ອົງ​ຊົງ​ຕອບ​ເຂົາ​ໄດ້​ດີ ຈຶ່ງ​ທູ​ນຖາມ​ພຣະ​ອົງ​ວ່າ, “ພຣະ​ບັນ​ຍັດ​ຂໍ້​ໃດ​ເປັນ​ເອກ​ເປັນ​ໃຫຍ່​ກວ່າ​ຂໍ້​ບັນ​ຍັດ​ທັງ​ປວງ” 29 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ພຣະ​ບັນ​ຍັດ​ຂໍ້​ເອກ​ນັ້ນ​ຄື​ດັ່ງ​ນີ້ “ຊາວ​ອິ​ສ​ຣາ​ເອນ​ເອີຍ, ຈົ່ງ​ຟັງ​ເທີນ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຊົງ​ເປັນ​ພຣະ​ເຈົ້າ​ອົງ​ດຽວ 30 ແລະ​ພວກ​ເຈົ້າ​ຈົ່ງ​ຮັກ​ອົງ​ພຣະ​ຜູ້ເປັ​ນເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ ດ້ວຍ​ສຸດ​ຄວາມ​ຄຶດ ແລະ​ດ້ວ​ຍ​ສຸດ​ກຳ​ລັງ​ຂອງ​ເຈົ້າ” 31 ພຣະ​ບັນ​ຍັດ​ຂໍ້​ທີ່​ສອງ​ນັ້ນ​ຄື “ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ” ພຣະ​ບັນ​ຍັດ​ຂໍ້​ອື່ນ​ທີ່​ໃຫຍ່ກວ່າ​ພຣະ​ບັນ​ຍັດ​ສອງ​ຂໍ້​ນີ້​ບໍ່​ມີ” 32 ຝ່າຍ​ນັກ​ທັມ​ຄົນ​ນັ້ນ​ທູນ​ວ່າ, “ດີແລ້ວ, ອາ​ຈານ​ເອີຍ ທ່ານ​ກ່າວ​ຖືກ​ແລ້ວ​ວ່າ​ພຣະ​ອົງ​ນັ້ນ​ແມ່ນ​ພຣະ​ເຈົ້າ​ອົງ​ດຽວ ແລະ​ນອກ​ຈາກ​ພຣະ​ອົງ​ນັ້ນ​ບໍ​ມີ​ພຣະ​ເຈົ້າ​ອົງ​ອື່ນ 33 ແລະ​ທີ່​ຈະ​ຮັກ​ພຣະ​ອົງ​ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຄວາມ​ເຂົ້າ​ໃຈ ແລະ​ດ້ວຍ​ສຸດ​ກຳ​ລັງ ທັງ​ຈະ​ຣັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ​ນັ້ນ ກໍ​ປະ​ເສີດກວ່າ​ເຄື່ອງ​ເຜົາ​ບູ​ຊາ​ແລະ​ຂອງ​ຖວາຍ​ທັງ​ປວງ” 34 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ວ່າ​ຜູ້​ນັ້ນ​ຕອບ​ດ້ວຍ​ຄວາມ​ສ​ລາ​ດ ຈຶ່ງ​ຊົງ​ກ່າວ​ແກ່​ທ່ານ​ວ່າ, “ທ່ານ​ບໍ່​ໄກ​ຈາກ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ” ຕັ້ງ​ແຕ່​ນັ້ນ​ບໍ່​ມີ​ຜູ້​ໃດ​ກ້າ​ຖາມ​ພຣະ​ອົງ​ຕໍ່​ໄປອີກ

ບັນ​ຫາ​ເຣື່ອງ​ເຊື້ອ​ສາຍ​ຂອງ​ດາ​ວິ​ດ

35 ເມື່ອ​ພຣະ​ເຢ​ຊູ​ຊົງ​ສັ່ງ​ສອນ​ຢູ່​ໃນ​ບໍ​ຣິເວນ​ພຣະ​ວິ​ຫານ​ໄດ້​ຊົງ​ຖາມ​ວ່າ, “ທີ່​ພວກ​ນັກ​ທັມ​ເວົ້າ​ວ່າ ພຣະ​ຄຣິດ​ຊົງ​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ​ນັ້ນ​ເປັນ​ໄດ້​ຢ່າງ​ໃດ 36 ດ້ວຍ​ວ່າ​ດາ​ວິດ​ເອງ​ກ່າວ​ໂດຍ​ເດດ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ວ່າ “ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕຣູ​ຂອງ​ທ່ານ​ໃຫ້​ຢູ່ໃຕ້​ຕີນຂອງ​ທ່ານ” 37 ເມື່​ອກະ​ສັດ​ດາ​ວິດ​ເອງ​ຍັງ​ເອີ້ນ​ພຣະ​ຄຣິດ​ວ່າ “ອົງພຣະ​ຜູ້​ເປັນ​ເຈົ້າ” ແລ້ວ​ພຣະ​ຄຣິດ​ຈະ​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ​ໄດ້​ຢ່າງ​ໃດ” ພຣະ​ເຢ​ຊູ​ຊົງ​ປະ​ນາມ​ພວກ​ນັກ​ທັມ 38 ຝ່າຍ​ປະ​ຊາ​ຊົນ​ຫລວງ​ຫລາຍ​ໄດ້​ຟັງ​ພຣະ​ອົງ​ດ້ວຍ​ຄວາມ​ຍິນ​ດີ ເມື່ອ​ພຣະ​ອົງ​ກຳ​ລັງ​ຊົງ​ສັ່ງ​ສອນ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ລະ​ວັງ​ໃຫ້​ດີ​ຈາກ​ພວກ​ນັກ​ທັມ ຜູ້​ຊອບນຸ່ງ​ເສື້ອ​ຍາວ​ຍ່າງ​ໄປ​ມາ​ແລະ​ຊອບ​ໃຫ້​ຄົນ​ຄຳ​ນັບ​ໃນ​ທີ່​ປະ​ຊຸມ​ຊົນ 39 ທັງ​ຊອບ​ບ່ອນນັ່ງ​ອັນ​ມີ​ກຽດ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ໃນ​ການ​ກິນ​ລ້ຽງ 40 ເຂົາ​ມັນ​ກືນ​ກິນ​ຄອບ​ຄົວ​ແມ່​ຫມ້າຍ​ແລະ​ແກ້ງ​ໄຫວ້ວອນ​ໃຫ້​ຍືນ​ຍາວ ຄົນ​ເຫລົ່າ​ນີ້​ຈະ​ຕ້ອງ​ມີ​ໂທດ​ຫລາຍ​ຂຶ້ນ” ເງິນ​ຖວາຍ​ຂອ​ງ​ຍິງ​ຫມ້າຍ 41 ພຣະ​ເຢ​ຊູ​ປະ​ທັບ​ຢູ່​ຕໍ່​ຫນ້າ​ຕູ້ເກັບ​ເງິນ​ຖວາຍ ຈຶ່ງ​ຊົງ​ສັງ​ເກດ​ປະ​ຊາ​ຊົນ​ທີ່​ປ່ອນ​ເງິນ​ລົງ​ໃນ​ຕູ້ນັ້ນ ແລະ​ຄົນ​ຮັ່ງ​ມີ​ຫລາຍ​ຄົນ​ໄດ້​ເອົາ​ເງິນ​ຈຳ​ນວນ​ຫລາຍ​ມາ​ປ່ອນລົງ 42 ມີ​ແມ່​ຫມ້າຍຄົນ​ນຶ່ງ​ເປັນ​ຄົນ​ຍາກ​ຈົນ ໄດ້​ເອົາ​ຫລຽນ​ທອງ​ແດງ​ສອງ​ຫລຽນ ຄື​ນຶ່ງ​ກັດ​ຣານ​ມາ​ປ່ອນ​ລົງ​ເຫມືອນ​ກັນ 43 ພຣະ​ອົງ​ຈຶ່ງ​ຊົງ​ເອີ້ນ​ພວກ​ສາ​ວົກ​ມາ ແລ້ວ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຈິງວ່າ ແມ່​ຫມ້າຍ​ຍາກ​ຈົນ​ຜູ້​ນີ້​ໄດ້​ໃສ່​ເງິນ​ໃນ​ຕູ້​ຫລາຍກວ່າ​ຄົນ​ອື່ນ​ທັງ​ຫມົດ​ທີ່​ປ່ອນ​ໃສ່​ນັ້ນ 44 ເພາະ​ວ່າ​ຄົນ​ທັງ​ປວງ​ນັ້ນ​ໄດ້​ເອົາ​ຈາກ​ເງິນ​ເຫລືອ​ໃຊ້​ຂອງ​ເຂົາ​ມາປ່ອນ​ລົງ ແຕ່​ຍິງ​ຄົນ​ນີ້​ຂັດ​ສົນ​ທີ່​ສຸດ ຍັງ​ໄດ້​ເອົາ​ເງິນ​ທີ່​ມີ​ຢູ່​ສຳ​ລັບ​ລ້ຽງ​ຊີ​ວິດ​ຂອງ​ຕົນ​ມາ​ໃສ່​ຈົນ​ຫມົດ

ມາຣະໂກ 13

ພຣະ​ເຢ​ຊູ​ຊົງ​ກ່າວ​ລ່ວງ​ຫນ້າ​ໄວ້​ເຖິງ​ການ​ທຳ​ລາຍ​ພຣະ​ວິ​ຫານ

1 ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ອອກ​ຈາກ​ບໍ​ຣິເວນພຣະ​ວິ​ຫານ ມີ​ສາ​ວົກ​ຂອງ​ພຣະ​ອົງ​ຜູ້​ນຶ່ງ​ທູນ​ວ່າ, “ເບິ່ງ​ດູ, ອາ​ຈານເອີຍ, ກ້ອນ​ຫີນ​ແລະ​ຕຶກ​ເຫລົ່າ​ນີ້​ເກີນ​ວ່າ​ງົດ​ງາມ” 2 ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ສາ​ວົກ​ຜູ້​ນັ້ນ​ວ່າ, “ທ່ານ​ເຫັນ​ຕຶກ​ໃຫຍ່​ເຫລົ່າ​ນີ້​ຫລື​ກ້ອນ​ຫີນ​ທີ່​ຊ້ອນ​ທັບ​ກັນ​ຢູ່​ນີ້​ຈະ​ຖືກ​ທຳ​ລາຍ​ລົງ​ຈົນ​ບໍ່​ເຫລືອ​ຈັກ​ກ້ອນ​ດຽວ” 3 ເມື່ອ​ພຣະ​ອົງ​ປະ​ທັບ​ຢູ່​ພູ​ເຂົາ​ຫມາກກອກ​ເທດ​ຕໍ່​ຫນ້າ​ພຣະ​ວິ​ຫານ ເປ​ໂຕ ຢາ​ໂກ​ໂບ ໂຢ​ຮັນ ແລະ​ອັນ​ເດ​ອາ ມາ​ທູ​ນຖາມ​ພຣະ​ອົງ​ຕ່າງ​ຫາກວ່າ, 4 “ຂໍ​ໂຜດ​ໃຫ້​ພວກ​ຂ້າ​ນ້ອຍ​ຊາບ​ແດ່​ວ່າ ເຫດ​ການ​ເຫລົ່າ​ນີ້​ຈະ​ບັງ​ເກີດ​ຂຶ້ນ​ເມື່ອ​ໃດ ແລະ​ສິ່ງ​ໃດ​ຈະ​ເປັນ​ຫມາຍ​ສຳ​ຄັນ​ວ່າ ການ​ທັງ​ປວງ​ນີ້​ໃກ້​ຈະ​ສຳ​ເຣັດ​ແລ້ວ” 5 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໃດ​ຫລອກ​ລວງ​ພວກ​ທ່ານ​ໃຫ້​ຫລົງ 6 ດ້ວຍ​ວ່າ​ຈະ​ມີ​ຫລາ​ຍ​ຄົນ​ມາ​ອ້າງ​ນາມ​ຂອງ​ເຮົາ​ວ່າ “ເຮົາ​ນີ້​ແຫລະ, ເປັນ​ຜູ້​ນັ້ນ” ແລະ​ຈະ​ຫລອກ​ລວງ​ຫລາຍ​ຄົນ​ໃຫ້​ຫລົງ​ໄປ 7 ເມື່ອ​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ເຣື່ອງ​ການ​ເສິກ​ແລະ​ຂ່າວເລົ່າ​ລື​ເຣື່ອງ​ການ​ເສິກ​ສົງ​ຄາມ​ນັ້ນ ຢ່າ​ຕົກ​ໃຈ ດ້ວຍ​ວ່າ​ເຫດ​ການ​ເຫລົ່າ​ນີ້​ຈຳ​ເປັນ​ຕ້ອງ​ເກີດ​ຂຶ້ນ ແຕ່​ວັນ​ສຸດ​ທ້າຍ​ຍັງ​ບໍ່​ມາ​ເຖິງ 8 ດ້ວ​ຍວ່າ​ປະ​ເທດ​ຕໍ່​ປະ​ເທດ ອາ​ນາ​ຈັກ​ຕໍ່​ອາ​ນາ​ຈັກ ຈະ​ສູ້​ຮົບ​ກັນ ທັງ​ຈະ​ເກີດ​ແຜ່ນ​ດິນ​ໄຫວ​ໃນ​ບ່ອນ​ຕ່າງໆ​ແລະ​ຈະ​ເກີດ​ຄວາມ​ອຶດ​ຢາກ ເຫດ​ການ​ເຫລົ່າ​ນີ້​ເປັນ​ເຫມືອນ​ຂັ້ນ​ຕົ້ນ​ຂອງ​ຄວາມ​ເຈັບ​ປວດ​ໃນ​ການ​ເກີດ​ລູກ

ຂັ້ນ​ຕົ້ນ​ຂອງ​ຄວາມ​ທຸກ​ລຳ​ບາກ

9 “ແຕ່​ຈົ່ງ​ລະ​ວັງ​ໃຫ້​ດີ ເພາະ​ເຂົາ​ຈະ​ຈັບ​ຕົວ​ພວກ​ທ່ານ​ຂຶ້ນ​ສານ ແລະ​ຈະ​ຂ້ຽນ​ພວກ​ທ່ານ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ທັງ​ຈະ​ເອົາ​ພວກ​ທ່ານ​ໄປ​ຢືນ​ຢູ່​ຕໍ່​ຫນ້າ​ຜູ້​ປົກ​ຄອງ​ແລະ​ກະ​ສັດ​ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ໄດ້​ເປັນ​ພຍານ​ແກ່​ເຂົາ 10 ຂ່າວ​ປະ​ເສີດ​ຈະ​ຕ້ອງ​ປະ​ກາດ​ທົ່ວ​ປະ​ຊາ​ຊາດ​ທັງ​ປວງ​ກ່ອນ 11 ແຕ່​ເມື່ອ​ເຂົາ​ມອບ​ທ່ານ​ໄວ້​ນັ້ນ ຢ່າ​ເປັນ​ທຸ​ກ​ຮ້ອນ​ໃຈ​ກ່ອນ​ວ່າ​ຈະ​ເວົ້າ​ຢ່າງ​ໃດ ແຕ່​ຈົ່ງ​ເວົ້າ​ຕາມ​ທີ່​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ທ່ານເວົ້າ ເພາະ​ວ່າ​ບໍ່​ແມ່ນ​ທ່ານ​ເປັນ​ຜູ້​ເວົ້າ ແຕ່​ແມ່ນ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ເປັນ​ຜູ້​ເວົ້າ 12 ອ້າຍ​ກັບ​ນ້ອງ​ຕ່າງ​ຄົນ​ກໍ​ຈະ​ມອບ​ກັນ​ໄວ້ ພໍ່​ຈະ​ມອບ​ລູກ ແລະ​ລູກ​ຈະ​ລຸກ​ຂຶ້ນ​ຕໍ່​ສູ້​ພໍ່​ແມ່​ເຖິງ​ແກ່​ຄວາມ​ຕາ​ຍ 13 ຄົນ​ທັງ​ປວງ​ຈະ​ກຽດ​ຊັງ​ພວກ​ທ່ານ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ແຕ່​ຜູ້​ໃດ​ອົດ​ທົນ​ເຖິງ​ທີ່​ສຸດ ຜູ້​ນັ້ນ​ແຫລະ, ຈະ​ໄດ້​ລອດ​ພົ້ນ

ຄວາມ​ທຸກ​ລຳ​ບາກ​ອັນ​ໃຫຍ່

14 “ແຕ່​ເມື່ອ​ໃດ​ທ່ານ​ທັ​ງ​ຫລາຍເຫັນ​ສິ່ງ​ທີ່​ຫນ້າກຽດ​ຊັງ ຕັ້ງ​ຢູ່ໃນ​ບ່ອນ​ບໍ່​ສົມ​ຄວນ​ຈະ​ຕັ້ງ (ໃຫ້​ຜູ້​ອ່ານ​ເຂົ້າ​ໃຈ​ເອົາ) ເມື່ອ​ນັ້ນ​ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ປົບ​ຫນີ​ໄປ​ຍັງ​ພູ 15 ຜູ້​ທີ່​ເທິງ​ຫລັງ​ຄາ​ເຮືອນ ຢ່າ​ລົງ​ມາ​ໃນ​ເຮືອນ​ຂອງ​ຕົນ​ເກັບ​ເອົາ​ສິ່ງ​ໃດ​ອອກ​ໄປ 16 ສ່ວນ​ຜູ້​ທີ່​ຢູ່​ຕາມ​ທົ່ງ​ນາ ກໍ​ຢ່າ​ຕ່າວ​ຄືນ​ມາ​ເອົາ​ເສື້ອ​ຜ້າ​ຂອງ​ຕົນ 17 ໃນ​ວັນ​ເຫລົ່າ​ນັ້ນ​ເປັນ​ຫນ້າ​ເວ​ທະ​ນາ​ເຕັມ​ທີ ຕໍ່​ຜູ້​ຍິງ​ທີ່​ມີ​ທ້ອງ​ແລະ​ມີ​ລູກ​ອ່ອນ​ກິນ​ນົມ​ຢູ່ 18 ຈົ່ງ​ອ້ອນວອນຂໍ​ເພື່ອ​ເຫດ​ການ​ເຫລົ່າ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ໃນ​ຣະ​ດູ​ຫນາວ 19 ດ້ວຍ​ວ່າ​ໃນ​ຄາວ​ນັ້ນ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ ່​ຢາງ​ບໍ່​ເຄີຍ​ເກີດ​ມາ​ຕັ້ງ​ແຕ່​ພຣະ​ເຈົ້າ​ຊົງ​ຕັ້ງ​ຕົ້ນ​ສ້າງ​ໂລກ​ຈົນ​ເຖິງ​ບັດ​ນີ້ ແລະ​ເມື່ອ​ຫນ້າ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ​ຈັກ​ເທື່ອ 20 ແລະ​ຖ້າອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ບັນ​ດານ​ໃຫ້​ວັນ​ເຫລົ່າ​ນັ້ນ​ສັ້ນ​ເຂົ້າ ກໍ​ຈະ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ລອດ​ພົ້ນ​ໄດ້ ແຕ່​ເພາະຊົງ​ເຫັນ​ແກ່​ພວກ​ທີ່​ພຣະ​ອົງ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ພຣະ​ອົງ​ຈຶ່ງ​ຊົງ​ບັນ​ດານ​ໃຫ້​ວັນ​ເຫລົ່າ​ນັ້ນ​ສັ້ນ​ເຂົ້າ 21 ໃນ​ເວລາ​ນັ້ນ​ຖ້າ​ຜູ້​ໃດ​ມາ​ບອກ​ພວກ​ທ່ານ​ວ່າ “ເບິ່ງ​ດູ, ອົງ​ພຣະ​ຄຣິດ​ຢູ່​ທີ່​ນີ້” ຫລື​ວ່າ “ເບິ່ງ​ດູ, ທ່ານ​ຢູ່​ທີ່​ຫັ້ນ” ຢ່າ​ຊູ່​ເຊື່ອ 22 ດ້ວຍ​ວ່າ​ຈະ​ມີ​ພຣະ​ຄຣິດ​ທຽມ​ແລະ​ຫມໍ​ທຳ​ນ​ວາຍ​ຂີ້​ໂລບ​ຫລາຍ​ຄົນ​ເກີດ​ຂຶ້ນ ສະ​ແດງ​ຫມາຍ​ສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ​ຕ່າງໆ ເພື່ອ​ຖ້າ​ເປັນ​ໄດ້​ຈະ​ຫລອກ​ລວງ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ໃຫ້​ຫລົງ 23 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ລະ​ວັງ​ໃຫ້​ດີ ເພາະ​ເຮົາ​ໄດ້​ບອກ​ທຸກ​ສິ່ງ​ໃຫ້​ທ່ານ​ຮູ້ໄວ້​ກ່ອນ​ແລ້ວ

ເມື່ອ​ບຸດ​ມະ​ນຸດ​ສະ​ເດັດ​ມາ

24 “ໃນ​ວັນ​ເຫລົ່າ​ນັ້ນ​ເມື່ອ​ຄາວ​ທຸກ​ຍາກ​ລຳ​ບາກ​ຜ່ານ​ພົ້ນ​ໄປ​ແລ້ວ ດວງ​ອາ​ທິດ​ຈະ​ມືດ​ໄປ ແລະ​ດວງ​ຈັນ​ຈະ​ບໍ່​ສ່ອງ​ແສງ 25 ດວງ​ດາວ​ທັງ​ປວງ​ຈະ​ຕົກ​ລົງ​ຈາກ​ຟ້າ ແລະ​ບັນ​ດາ​ສິ່ງ​ທີ່​ມີອໍາ​ນາດ​ໃນ​ທ້ອງ​ຟ້າ​ຈະ​ສະ​ທ້ານ​ຫວັ່ນ​ໄຫວ” 26 ເມື່ອ​ນັ້ນ​ເຂົາ​ຈະ​ເຫັນ “ບຸດ​ມະ​ນຸດ​ສະ​ເດັດ​ມາ​ໃນ​ເມກ” ດ້ວຍ​ຣິດ​ທາ​ນຸ​ພາບ​ອັນ​ໃຫຍ່​ແລະ​ສະ​ງ່າ​ຣາ​ສີ​ອັນ​ຮຸ່ງ​ເຮືອງ 27 ເມື່ອ​ນັ້ນ​ພຣະ​ອົງ​ຈະ​ຊົງ​ໃຊ້​ພວກ​ເທວະ​ດາ​ໃຫ້​ຮວບ​ຮວມ​ຄົນ​ທັງ​ປວງ​ທີ່​ພຣະ​ອົງ​ຊົງ​ເລືອກ​ໄດ້​ແລ້ວ​ຈາກ​ທິດ​ທັງ​ສີ່ ຕັ້ງ​ແຕ່​ທີ່​ສຸດ​ປາຍ​ແຜ່ນ​ດິນ​ຈົນ​ເຖິງ​ທີ່​ສຸດ​ຂອບ​ຟ້າ

ບົດ​ຮຽ​ນ​ຈາ​ກ​ຕົ້​ນ​ເດື່ອ​ເທດ

28 “ຈົ່ງ​ຮຽນ​ຄຳອຸປມາ​ຈາກ​ຕົ້ນ​ເດື່ອ​ເທດ ເມື່ອ​ກິ່ງ​ມັນ​ແຕກ​ໃບ​ອ່ອນ​ອອກ ພວກ​ທ່ານ​ກໍ​ຮູ້​ວ່າ​ຣະ​ດູ​ຮ້ອນ​ໃກ້​ຈະ​ເຖິງ​ແລ້ວ 29 ຢ່າງນັ້ນ​ແຫລະ, ພວກ​ທ່ານ​ກໍ​ເຫມືອນ​ກັນ ເມື່ອ​ເຫັນ​ເຫດ​ການ​ເຫລົ່າ​ນັ້ນ​ກຳ​ລັງ​ເກີດ​ຂຶ້ນ ຈຶ່ງ​ຮູ້​ວ່າ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ຈະ​ເຖິງ​ປະ​ຕູ​ແລ້ວ 30 ເຮົາ​ບອກ​ພວກ​ທ່ານ​ຕາມ​ຈິງວ່າ ຄົນ​ໃນ​ສະ​ໄຫມ​ນີ້​ຈະ​ບໍ່​ລ່ວງ​ຫລັບ​ໄປ​ກ່ອນ​ເຫດ​ການ​ທັງ​ປວງນີ້​ບັງ​ເກີດ​ຂຶ້ນ 31 ຟ້າ​ແລະ​ດິນ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກ​ເທື່ອ

ບໍ່​ມີ​ໃຜ​ຮູ້​ວັນ​ແລະ​ເວ​ລາ​ນັ້ນ

32 “ແຕ່​ເຣື່ອງວັນ​ຫລື​ໂມງ​ນັ້ນ​ບໍ່​ມີ​ໃຜ​ຮູ້ ແມ່ນ​ເທວະ​ດາ​ໃນ​ສວັນ​ຫລື​ພຣະ​ບຸດ​ກໍບໍ່​ຮູ້ ຮູ້​ແຕ່​ພຣະ​ບິ​ດາ​ອົງ​ດຽວ 33 ຈົ່ງ​ເຝົ້າ​ລະ​ວັງ​ຢູ່ ເພາະ​ພວກ​ທ່ານ​ບໍ່​ຮູ້ວ່າ​ເວ​ລາ​ກຳ​ນົດ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ 34 ປຽບ​ເຫມືອນ​ຊາຍ​ຄົນ​ນຶ່ງ​ທີ່​ອອກ​ຈາກ​ເຮືອນ​ເດີນ​ທາງ​ໄປ ໄດ້​ມອບ​ອຳ​ນາດ​ໃຫ້​ຂ້ອ​ຍ​ທຸກ​ຄົນ​ໃຫ້​ຮັບ​ຮູ້​ການ​ງານ​ຂອງ​ໃຜ​ລາວ ແລະ​ສັ່ງ​ຄົນ​ຍາມ​ໃຫ້​ເຝົ້າ​ປະ​ຕູ​ຢູ່ 35 ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈົ່ງ​ເຝົ້າ​ລະ​ວັງ​ຢູ່ ເພາະ​ພວກ​ທ່ານ​ບໍ່​ຮູ້​ວ່າ​ເຈົ້າ​ເຮືອນ​ຈະ​ມາ​ຍາມ​ໃດ ຈະ​ມາ​ຫົວ​ຄ່ຳ ຫລື​ທ່ຽງ​ຄືນ ຫລື​ເວ​ລາ​ໄກ່​ຂັນ ຫລື​ຮຸ່ງ​ເຊົ້າ 36 ຢ້ານ​ວ່າ​ຈະ​ມາ​ໃນ​ທັນ​ທີ ແລະ​ພົບ​ພວກ​ທ່ານນອນ​ຫລັບ​ຢູ່ 37 ຊຶ່ງ​ເຮົາ​ບອກ​ພວກ​ທ່ານ ເຮົາ​ກໍ​ບອກ​ຄົນ​ທັງ​ປວງ​ເຫມືອນ​ກັນ ຈົ່ງ​ເຝົ້າ​ລະ​ວັງ​ຢູ່”

ມາຣະໂກ 14

ພວກ​ຫົວ​ຫນ້າ​ປອງ​ຮ້າຍ​ພຣະ​ເຢ​ຊູ

1 ຍັງ​ອີກ​ສອງວັນ​ຈະ​ເຖິງ​ເທ​ສ​ການ​ປັ​ສ​ຄາ​ແລະ​ເທດ​ສ​ການ​ກິນ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ນັກ​ທັມ​ກໍ​ຊອກ​ຊ່ອງ​ທາງ​ຈະ​ຈັບ​ພຣະ​ອົງ ດ້ວຍອຸ​ບາຍ​ຈຶ່ງ​ຂ້າ​ເສັຽ 2 ຄື​ເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ເຮັດ​ການ​ນັ້ນ​ໃນ​ລະ​ຫວ່າງວັນ​ເທ​ສ​ການ ຢ້ານ​ວ່າ​ພົ​ລ​ເມືອງ​ຈະ​ເກີດ​ ວຸ້ນ​ວາຍ

ພຣະ​ເຢ​ຊູ​ຊົງ​ຮັບ​ການຫົດ​ສົງ​ທີ່​ເບັດ​ທານີ

3 ໃນ​ເວ​ລາ​ທີ່​ພຣະ​ອົງ​ປະ​ທັບ​ຢູ່​ບ້ານ​ເບັດ​ທານີ ໃນ​ເຮືອນ​ຂອງ​ຊີ​ໂມນ​ຄົນ​ຂີ້​ທູດ ເມື່ອ​ຊົງ​ນັ່ງ​ຮັບ​ປະ​ທານ​ອາ​ຫານ​ຢູ່ ມີ​ຍິງ​ຄົນ​ນຶ່ງຖືອອມ​ຫີນ​ຂາວ​ເຕັມ​ດ້ວຍ​ນ້ຳ​ມັນ​ຫອມ​ນາ​ຣະ​ດາ​ແທ້​ທີ່​ມີ​ຄ່າ​ແພງ​ຫລາຍ ເຂົ້າ​ມາ​ເຝົ້າ​ພຣະ​ອົງ ເມື່ອ​ຫັ​ກ​ຄໍ​ອອມ​ແລ້ວ​ຖອກ​ນ້ຳ​ມັນ​ລົງ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ 4 ແຕ່​ມີ​ບາງ​ຄົນ​ເຄືອງ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດ​ໃດ​ຈຶ່ງ​ເຮັດ​ໃຫ້​ນ້ຳ​ມັນ​ນີ້​ເສັຽ​ລ້າໆ 5 ເພາະ​ຖ້າ​ຂາຍ​ນ້ຳ​ມັນ​ນີ້​ກໍ​ຄົງ​ໄດ້​ເງິນ​ກວ່າ​ສາມ​ຮ້ອຍ​ເດ​ນາ​ຣິ​ອົນ ແລ້ວ​ຈະ​ແຈກ​ໃຫ້​ຄົນ​ຈົນ​ກໍ​ໄດ້” ແລະ​ເຂົາ​ຈຶ່ງ​ຈົ່ມ​ຕິ​ຕຽນ​ຍິງ​ນັ້ນ 6 ຝ່າຍ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຊ່າງ​ເທາະ ກວນ​ໃຈ​ນາງ​ເຮັດ​ຫຍັງ ນາງ​ໄດ້​ເຮັດ​ການ​ດີ​ແກ່​ເຮົາ​ແລ້ວ 7 ດ້ວຍ​ວ່າ​ຄົນ​ຍາກ​ຈົນ​ມີ​ຢູ່​ກັບ​ພວກ​ທ່ານ​ສເມີ ພວກ​ທ່ານ​ຢາກ​ເຮັດ​ການ​ດີ​ແກ່​ເຂົາ​ຍາມ​ໃດ​ກໍ​ໄດ້ ແຕ່​ຝ່າຍ​ເຮົາ​ບໍ່​ຢູ່​ກັບ​ທ່ານ​ສເມີ​ໄປ 8 ຊຶ່ງ​ຍິງ​ຜູ້​ນີ້​ໄດ້​ເຮັດ​ກໍ​ເປັນ​ການ​ສຸດ​ຄວາມ​ສາ​ມາດ​ຂອງ​ນາງ ນາງ​ມາ​ຫົດ​ສົງ​ກາຍ​ຂອງ​ເຮົາ​ກ່ອນ ເພື່ອ​ການ​ປົງ​ສົບ​ຂອງ​ເຮົາ 9 ເຮົາ​ບອກ​ພວກ​ທ່ານ​ຕາມ​ຈິງວ່າ​ຂ່າວ​ປະ​ເສີດ​ນີ້​ຈະ​ປ່າວ​ປະ​ກາດ​ໄປ​ເຖິງ​ບ່ອນ​ໃດ​ໃນ​ທົ່ວ​ພິ​ພົບ ການ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ກໍ​ຈະ​ເລື່ອງ​ລື​ໄປ​ເຖິງ​ບ່ອນ​ນັ້ນ​ເປັນ​ທີ່​ລະ​ນຶກ​ເຖິງ​ນາງ”

ຢູ​ດາ​ຕົກ​ລົງ​ຈະ​ມອບ​ພຣະ​ເຢ​ຊູ​ໄວ້

10 ຝ່າຍ​ຢູ​ດາ​ອິ​ສ​ກາ​ຣິ​ອົດ ເປັ​ນ​ຜູ້​ນຶ່ງ​ໃນ​ພວກ​ສິບ​ສອງ​ຄົນ​ນັ້ນ ໄດ້​ໄປ​ຫາ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ເພື່ອ​ຈະ​ມອບ​ພຣະ​ອົງ​ໃຫ້​ເຂົາ 11 ເມື່ອ​ເຂົາ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ດີ​ໃຈ ແລະ​ສັນ​ຍາ​ວ່າ​ຈະ​ເອົາ​ເງິນ​ໃຫ້ ແລ້ວ​ຢູ​ດາ​ກໍ​ຊອກ​ຫາ​ໂອ​ກາດ​ທີ່​ຈະ​ມອບ​ພຣະ​ອົງ​ໃຫ້​ເຂົາ

ຊົງ​ຮັບ​ປະ​ທານ​ປັ​ສ​ຄາ​ພ້ອມ​ກັບ​ສາ​ວົກ

12 ເມື່ອ​ວັນ​ຕົ້ນ​ເທ​ສ​ການ​ກິນ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ ເຖິງ​ເວ​ລາ​ເຂົາ​ເຄີຍ​ຂ້າ​ລູກ​ແກະ​ສຳ​ລັບ​ປັ​ສ​ຄາ​ນັ້ນ ພວກ​ສາ​ວົກ​ມາ​ທູນ​ຖາມ​ພຣະ​ອົງ​ວ່າ, “ຈະ​ໃຫ້​ພວກ​ຂ້າ​ນ້ອຍ​ໄປ​ຈັດ​ແຈງ​ປັ​ສ​ຄາ​ໃຫ້​ທ່ານ​ຮັບ​ປະ​ທານ​ບ່ອນ​ໃດ” 13 ພຣະ​ອົງ​ຈຶ່ງ​ຊົງ​ໃຊ້​ສາ​ວົກ​ສອງ​ຄົນ​ໄປ ໂດຍ​ສັ່ງ​ເຂົາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ກຸງ​ ແລະ​ຈະ​ມີ​ຊາຍ​ຄົນ​ນຶ່ງ​ທູນ​ຫມໍ້​ມາ​ພົບ​ພວກ​ທ່ານ​ຈົ່ງ​ຕາມ​ຜູ້​ນັ້ນ​ໄປ 14 ເຂົາ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ ຈົ່ງ​ບອກ​ເຈົ້າ​ເຮືອນ​ນັ້ນ​ວ່າ “ອາ​ຈານ​ຖາມ​ວ່າ ຫ້ອງ​ຮັບ​ແຂກ​ສຳ​ລັບ​ເຮົາ​ທີ່​ເຮົາ​ຈະ​ກິນ​ປັ​ສ​ຄາກັບ​ພວກ​ສາ​ວົກ​ຂອງ​ເຮົາ​ໄດ້​ນັ້ນ​ຢູ່​ທີ່​ໃດ 15 ເຈົ້າ​ຂອງ​ເຮືອນ​ຈະ​ຊີ້​ໃຫ້​ພວກ​ທ່ານ​ເຫັນ​ຫ້ອງ​ໃຫຍ່​ຊັ້ນ​ເທິງ​ທີ່​ຕົກ​ແຕ່ງ​ພ້ອມ​ໄວ້​ແລ້ວ ທີ່​ນັ້ນ​ແຫລະ, ຈົ່ງຈັດ​ແຈງ​ໄວ້​ສຳ​ລັບ​ພວກ​ເຮົາ” 16 ສາ​ວົກ​ສອງ​ຄົນ​ນັ້ນຈຶ່ງ​ໄດ້​ອອກ​ໄປ ແລ້ວ​ເຂົ້າໃນ​ກຸງ​ກໍ​ໄດ້​ພົບ​ເຫມືອນ​ດັ່ງ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ ແລ້ວ​ເຂົາ​ໄດ້​ຈັດ​ແຈງ​ປັ​ສ​ຄາ​ໄວ້ 17 ຄັນ​ເຖິງ​ເວ​ລາ​ຄ່ຳ​ແລ້ວ​ພຣະ​ອົງ​ກໍ​ສະ​ເດັດ​ມາ​ກັບ​ສາ​ວົກ​ສິບ​ສອງ​ຄົນ​ນັ້ນ 18 ເມື່ອ​ເຂົາ​ກຳ​ລັງ​ນັ່ງ​ຮັບ​ປະ​ທານ​ອາ​ຫານ​ຢູ່ ພຣະ​ເຢຊູ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຈິງວ່າ ຄົນ​ນຶ່ງ​ໃນ​ພວກ​ທ່ານ​ຈະ​ທໍ​ຣະ​ຍົດ​ຕໍ່​ເຮົາ ແມ່ນ​ຜູ້​ນຶ່ງ​ທີ່​ກຳ​ລັງ​ຣັບ​ປະ​ທານ​ອາ​ຫານ​ຢູ່​ກັບ​ເຮົາ​ນີ້​ແຫລະ” 19 ຝ່າຍ​ເຂົາ​ກໍ​ພາ​ກັນ​ທຸກ​ໃຈ ແລະ​ທູນ​ຖາມ​ພຣະ​ອົງ​ເທື່ອ​ລະ​ຄົນ​ວ່າ, “ບໍ່​ແມ່ນ​ຂ້າ​ນ້ອຍ​ຕີ້” 20 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເປັນ​ຜູ້​ນຶ່ງ​ໃນ​ສິບ​ສອງ​ຄົນ​ນີ້ ຄື​ຜູ້​ທີ່​ກຳ​ລັງ​ຈ້ຳ​ຮ່ວມ​ຊາມ​ດຽວ​ກັບ​ເຮົາ 21 ດ້ວຍ​ວ່າ​ບຸດ​ມະ​ນຸດ​ຈະ​ສະ​ເດັດ​ໄປ​ຕາມ​ທີ່​ໄດ້​ຂຽ​ນ​ໄວ້​ໃນ​ພຣະ​ຄັມ​ພີ​ເຖິງ​ເຣື່ອງ​ທ່ານ ແຕ່​ວິບັດ​ແກ່​ຜູ້​ທີ່​ທໍ​ຣະ​ຍົດ​ຕໍ່​ບຸດ​ມະ​ນຸດ ຖ້າ​ຜູ້​ນັ້ນ​ບໍ່​ເກີດ​ມາ​ກໍດີກວ່າ”

ພຣະ​ເຢຊູ​ຊົງ​ຕັ້ງ​ສິນ​ມະ​ຫາ​ສະ​ນິດ

22 ລະ​ຫວ່າງ​ອາ​ຫານ​ມື້​ນັ້ນ ພຣະ​ເຢ​ຊູ​ຊົງ​ຈັບ​ເຂົ້າ​ຈີ່ມາ​ຂໍ​ພຣະ​ພອນ​ແລ້ວ​ຊົງ​ຫັກ​ເຂົ້າ​ຈີ່​ນັ້ນ​ຍື່ນ​ໃຫ້​ແກ່​ພວກ​ສາ​ວົກ​ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເທີນ ນີ້​ແຫລະ, ຄືກາຍ​ຂອງ​ເຮົາ” 23 ແລ້ວ​ພຣະ​ອົງ​ຊົງ​ຈັບ​ເອົາ​ຈອກ​ມາ​ໂມ​ທະ​ນາ​ພຣະ​ຄຸນ​ແລະ​ຊົງ​ຍື່ນ​ໃຫ້​ເຂົາ ແລະ​ເຂົາ​ກໍ​ຣັບ​ດື່ມ​ທຸກ​ຄົນ 24 ພຣະ​ອົງ​ໄດ້​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ນີ້​ແຫລະ, ຄື​ເລືອດ​ຂ​ອງ​ເຮົາ ແມ່ນ​ເລືອດ​ກ່ຽວ​ກັບ​ພຣະ​ສັນ​ຍາທີ່​ຫລັ່ງອອກ​ເພື່ອ​ຄົນ​ຫ​ລາຍຄົນ 25 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມຈິງວ່າ ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຜົນ​ອະ​ງຸ່ນ​ຕໍ່​ໄປ​ອີກ​ຈົນ​ກວ່າ​ວັນ​ນັ້ນ​ມາ​ເຖິງ ຄື​ວັນ​ທີ່​ເຮົາ​ຈະ​ດື່ມອັນ​ໃຫມ່​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ”

ຊົງ​ກ່າວ​ລ່ວງ​ຫນ້າ​ໄວ້​ວ່າ​ເປ​ໂຕ​ຈະ​ປະ​ຕິ​ເສດ

26 ເມື່ອ​ຮ້ອງ​ເພງ​ສັຣ​ເສີນ​ແລ້ວ ເຂົາ​ກໍ​ພາ​ກັນ​ອອກ​ໄປ​ຍັງ​ພູ​ຫມາກກອກ​ເທດ 27 ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ພວກ​ສາ​ວົກ​ວ່າ, “ພວກ​ທ່ານ​ທຸກ​ຄົນ​ຈະ​ສະ​ດຸດ​ໃຈ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ “ເຮົາ​ຈະ​ປະ​ຫານ​ຜູ້​ລ້ຽງ​ແກະ ແລະ​ແກະ​ຝູງ​ນັ້ນ​ຈະ​ແຕກ​ຊະ​ກັນ​ໄປ” 28 ແຕ່​ເມື່ອ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ ເຮົາ​ຈະ​ໄປ​ເຖິງແຂວງ​ຄາ​ລີ​ເລ​ກ່ອນ​ຫນ້າ​ພວກ​ທ່ານ” 29 ເປ​ໂຕ​ໄດ້​ທູນ​ພຣະ​ອົງ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກ​ຄົນ​ຈະ​ສະ​ດຸດ​ໃຈ ສ່ວນ​ຂ້າ​ນ້ອຍ​ບໍ່​ສະ​ດຸດ​ໃຈ” 30 ພຣະ​ເຢ​ຊູ​ຊົງ​ຕອບ​ເປ​ໂຕວ່າ, “ເຮົາ​ບອກ​ທ່ານ​ຕາມ​ຈິງວ່າ ໃນ​ຄື​ນວັນ​ນີ້​ແຫລະ, ກ່ອນ​ໄກ່​ຈະ​ຂັນ​ສອງ​ເທື່ອ ທ່ານ​ຈະ​ປະ​ຕິ​ເສດ​ເຮົາ​ເຖິງ​ສາມ​ຄັ້ງ” 31 ແຕ່​ເປ​ໂຕ​ທູນ​ຕອບ​ຢ່າງ​ແຂງ​ແຮງວ່າ, “ເຖິງ​ແມ່ນ​ວ່າ​ຂ້າ​ນ້ອຍ​ຈະ​ຕ້ອງຕາຍ​ກັບ​ທ່ານ ຂ້າ​ນ້ອຍ​ຈະ​ບໍ່​ປະ​ຕິ​ເສດ​ທ່ານ​ຈັກ​ເທື່ອ” ຝ່າຍ​ພວກ​ສາ​ວົກ​ກໍ​ທູນ​ຢ່າງ​ນັ້ນ​ເຫມືອນ​ກັນ​ທຸ​ກຄົນ

ຊົງ​ອ້ອນວອນ​ໃນ​ສວນ​ເຄັດ​ເຊ​ມາ​ເນ

32 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ພ້ອມ​ກັບ​ພວກ​ສາ​ວົກ​ໄປ​ບ່ອນ​ນຶ່ງ​ຊື່ ເຄັ​ດ​ເຊ​ມາ​ເນ ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ເມື່ອ​ເຮົາ​ໄປ​ອ້ອນວອນ” 33 ພຣະ​ອົງໄດ້​ຊົງ​ພາ​ເປ​ໂຕ ຢາ​ໂກ​ໂບ ແລະ​ໂຢ​ຣັນ​ໄປ​ນຳ ແລ້ວ​ຊົງ​ເກີດ​ວິ​ຕົກ​ແລະ​ຫນັກ​ພຣະ​ທັຍ​ຫລາຍ 34 ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈິດ​ໃຈ​ຂອງ​ເຮົາ​ກໍ​ທຸກ​ຫນັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ຄອຍ​ເຝົ້າ​ຢູ່​ທີ່​ນີ້​ເທີນ” 35 ເມື່ອໄດ້​ສະ​ເດັດ​ໄປອີກ​ຫນ້ອຍ​ນຶ່ງ ພຣະ​ອົງ​ຊົງ​ຫມູບ​ພຣະ​ກາຍ​ລົງ​ແລະ​ອ້ອນວອນ​ວ່າ, “ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ໂມງ​ນັ້ນລ່ວງ​ພົ້ນ​ໄປ​ຈາກ​ພຣະ​ອົງ 36 ພຣະ​ອົງ​ຊົງ​ທູນ​ວ່າ, “ອັບ​ບາ​ບິ​ດາ​ເອີຍ, ພຣະ​ອົງ​ອາດ​ຊົງ​ກະ​ທຳ​ສິ່ງ​ທັງ​ປວງ​ໄດ້ ຂໍ​ໃຫ້​ຈອກ​ນີ້​ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ ແຕ່​ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມໃຈ​ປາ​ຖ​ນາ​ຂອງ​ລູກ ແຕ່​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ເທີນ” 37 ພຣະ​ອົງ​ຈຶ່ງ​ສະ​ເດັດ​ກັບ​ຄືນ​ມາ​ຊົງ​ເຫັນ​ເຂົາ​ນອນ​ຫລັບ​ຢູ່ ແລະ​ຊົງ​ກ່າວ​ແກ່​ເປ​ໂຕວ່າ, “ຊີ​ໂມນ​ເອີຍ, ທ່ານນອນ​ຫລັບ​ຫລື ທ່ານ​ບໍ່​ສາ​ມາດ​ຈະ​ຄອຍ​ຢູ່​ຈັກ​ທຸ່ມດຽວ​ຫລື 38 ຈົ່ງ​ເຝົ້າລະ​ວັງ​ແລະ​ອ້ອນວອນ​ຢູ່​ເພື່ອ​ຈະ​ບໍ່​ຕົກ​ໃນ​ການ​ທົດ​ລອງ ຈິດ​ໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ກາຍ​ກໍ​ອ່ອນ​ກຳ​ລັງ” 39 ພຣະ​ອົງ​ຈຶ່ງ​ສະ​ເດັດ​ໄປ​ອ້ອນວອນ​ອີກ​ເທື່ອ​ນຶ່ງ ຊົງ​ກ່າວ​ຄຳ​ເຫມືອນ​ເທື່​ອກ່ອນ 40 ຄັນ​ສະ​ເດັດ​ກັບ​ຄືນມາ​ກໍ​ຊົງ​ເຫັນ​ສາ​ວົກ​ນອນ​ຫລັບ​ຢູ່ ເພາະ​ຕາ​ຂອງ​ເຂົາ​ມືນ​ບໍ່​ຂຶ້ນ ແລະ​ເຂົາ​ບໍ່​ຮູ້​ວ່າ​ຈະ​ທູນ​ປະ​ການໃດ 41 ເມື່ອ​ສະ​ເດັດ​ກັບ​ມາ​ເທື່ອ​ທີ່​ສາມ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ຍັງ​ນອນ​ຫລັບ​ເຊົາ​ເມື່ອຍ​ຢູ່​ຫລື ພໍ​ເທາະ ເວ​ລາ​ມາ​ເຖິງ​ແລ້ວ ເບິ່ງ​ແມ໋, ບຸດ​ມະ​ນຸດ​ກຳ​ລັງ​ຈະ​ຖືກມອບ​ໄວ້​ໃນ​ມື​ຂອງ​ຄົນ​ບາບ 42 ຈົ່ງ​ລຸກ​ຂຶ້ນ​ພາ​ກັນ​ໄປ​ເທາະ ເບິ່ງ​ແມ໋, ຜູ້​ທີ່​ມອບ​ເຮົາ​ນັ້ນ​ມາ​ໃກ້​ແລ້ວ”

ການມອບ​ແລະ​ການ​ຈັບ​ພຣະ​ເຢ​ຊູ​ໄປ

43 ເມື່ອ​ພຣະ​ອົງ​ຍັງ​ຊົງ​ກ່າວ​ບໍ່​ທັນ​ຂາດ​ຄຳ ໃນ​ທັນ​ໃດນັ້ນ​ຢູ​ດາ​ທີ່​ເປັນ​ຜູ້​ນຶ່ງ​ໃນ​ພວ​ກ​ສິບ​ສອງ​ຄົນ​ນັ້ນ​ພ້ອມ​ກັບ​ປະ​ຊາ​ຊົນ​ຖືດາບ​ແລະ​ຖື​ໄມ້​ຄ້ອນ ໄດ້​ມາ​ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ພວກ​ນັກ​ທັມ​ແລະ​ພວກ​ເຖົ້າ​ແກ່ 44 ຜູ້​ທີ່​ຈະ​ມອບ​ພຣະ​ອົງ​ນັ້ນ​ໄດ້​ໃຫ້​ສັນ​ຍານ​ແກ່​ເຂົາ​ວ່າ, “ເຮົາ​ຈະຈູບ​ຄຳ​ນັບ​ຜູ້​ໃດ ກໍ​ແມ່ນ​ຜູ້​ນັ້ນ​ແຫລະ, ຈົ່ງ​ຈັບ​ກຸມ​ເອົາ​ໄປ​ຮັ​ກ​ສາໄວ້​ໃຫ້​ດີ” 45 ພໍ​ຢູ​ດາ​ມາ​ເຖິງ​ກໍ​ເຂົ້າ​ມາ​ຫາ​ພຣະ​ອົງ​ທັນ​ທີ​ທູນ​ວ່າ, “ພຣະ​ອາ​ຈານ​ເອີຍ” ແລ້ວ​ຈູບຄຳ​ນັບ​ພຣະ​ອົງ​ຢ່າງ​ຮັກ​ແພງ 46 ຝ່າຍ​ຄົນ​ເຫລົ່າ​ນັ້ນ​ກໍ​ລົງ​ມື​ຈັບ​ພຣະ​ອົງ​ໄວ້ 47 ແຕ່​ຜູ້​ນຶ່ງ​ທີ່​ຢືນ​ຢູ່​ຫັ້ນ​ຊັກ​ດາບ​ອອກ ຟັນ​ຂ້ອຍ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາ​ປະ​ໂຣ​ຫິດ ຖືກ​ຫູ​ຂາດ​ເບື້ອງ​ນຶ່ງ 48 ພຣະ​ເຢ​ຊູ​ຊົງ​ຖາມ​ພວກ​ເຫລົ່າ​ນັ້ນ​ວ່າ, “ທ່ານ​ທັງ​ຫລາຍ​ຖື​ດາບ​ຖື​ໄມ້​ຄ້ອນ​ອອກ​ມາ​ຈັບ​ເຮົາ​ເຫມືອນ​ຈັບ​ໂຈນ​ຫລື 49 ເຮົາ​ໄດ້​ຢູ່​ກັບ​ທ່ານ​ທັງ​ຫລາຍ​ທຸກໆ​ວັນ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແຕ່​ພວກ​ທ່ານ​ບໍ່​ໄດ້​ຈັບ​ເຮົາ ແຕ່​ຂໍ​ໃຫ້​ພຣະ​ຄັມ​ພີ​ທີ່​ຂຽ​ນ​ໄວ້​ກ່ຽວ​ກັບ​ເຣື່ອງ​ນີ້​ສຳ​ເຣັດ​ເສັຽທ້ອນ” 50 ແລ້ວ​ສາ​ວົກ​ທັງ​ຫມົດ​ໄດ້​ປະ​ຖິ້ມ​ພຣະ​ອົງ​ພາກັນ​ຫນີ​ໄປ 51 ມີ​ຊາຍ​ຫນຸ່ມ​ຄົນ​ນຶ່ງ​ຫົ່ມ​ຜ້າ​ປ່ານ​ຜືນ​ດຽວ​ຕາມ​ພຣະ​ອົງ​ໄປ ເຂົາ​ກໍ​ຈັບ​ຊາຍ​ຫນຸ່ມ​ນັ້ນ 52 ຊາຍ​ນັ້ນ​ໄດ້​ແກ້​ຜ້າ​ປ່ານ​ຜືນ​ນັ້ນ​ຖິ້ມ​ແລ່ນ​ຫນີ​ໄປ​ດ້ວຍ​ຕົວ​ເປົ່າ

ພຣະ​ເຢ​ຊູ​ຊົງ​ຢູ່​ຕໍ່​ຫນ້າ​ສານ​ສູງ​ສຸດ

53 ເຂົາ​ໄດ້​ພາພຣະ​ເຢ​ຊູ​ໄປ​ຫາ​ມະ​ຫາ​ປະ​ໂຣ​ຫິດ ແລະ​ມີ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ພວກ​ເຖົ້າ​ແກ່ ກັບ​ພວກ​ນັກ​ທັມ​ໄດ້​ຊຸມ​ນຸມ​ພ້ອມ​ກັນ​ຢູ່​ທີ່​ນັ້ນ 54 ສ່ວນ​ເປ​ໂຕ​ໄດ້​ຕາມ​ພຣະ​ເຢ​ຊູ​ໄປ​ໃນ​ລະ​ຍະ​ຫ່າງ​ໄກ ຈົນ​ເຂົ້າ​ໄປ​ເຖິງ​ເດີ່ນ​ບ້ານ​ຂອງ​ມະ​ຫາ​ປະ​ໂຣ​ຫິດ​ແລ້ວ​ນັ່ງ​ຝີງ​ໄຟ​ຢູ່​ກັບ​ພວກ​ຍາມ 55 ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ບັນດາ​ສະ​ມາ​ຊິກ​ສະ​ພາ​ຈຶ່ງ​ຫາ​ພຍານ​ມາ​ເບີກ​ຕໍ່​ສູ້​ພຣະ​ເຢ​ຊູ​ເພື່ອ​ຈະ​ຂ້າ​ພຣະ​ອົງ​ເສັຽ ແຕ່​ຫາຫລັກ​ຖານ​ບໍ່​ໄດ້ 56 ດ້ວຍ​ວ່າ​ມີ​ຫລາຍ​ຄົນ​ເບີກ​ພຍານ​ຕົວະ​ຕໍ່​ສູ້​ພຣະ​ອົງ ແຕ່​ຂອງ​ເຂົາ​ແຕກ​ຕ່າງ​ກັນ 57 ມີ​ລາງ​ຄົນ​ຢືນ​ຂຶ້ນ​ເບີກພຍານ​ຕົວະ​ຕໍ່​ສູ້​ພຣະ​ອົງ​ວ່າ, 58 “ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄົນ​ນີ້​ເວົ້າ​ວ່າ “ຝ່າຍ​ເຮົາ​ຈະ​ມ້າງ​ພຣະ​ວິ​ຫານ​ຫລັງ​ນີ້​ທີ່​ສ້າງ​ດ້ວຍ​ມື​ມະ​ນຸດ ແລະ​ພາຍ​ໃນ​ສາມ​ວັນ​ຈະ​ສ້າງ​ຂຶ້ນ​ອີກ​ຫລັງ​ນຶ່ງ​ທີ່ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະ​ນຸດ” 59 ເຖິງ​ປານ​ນັ້ນ​ຄຳ​ພຍານ​ຂອງ​ເຂົາ​ກໍ​ບໍ່​ຖືກ​ຕ້ອງ​ກັນ 60 ມະ​ຫາ​ປະ​ໂຣ​ຫິດ​ໄດ້​ຢືນ​ຂຶ້ນ​ຖ້າມ​ກາງ​ທີ່​ປະ​ຊຸມ ຖາມ​ພຣະ​ເຢ​ຊູ​ວ່າ, “ເຈົ້າ​ບໍ່​ຕອບ​ຫຍັງ​ຫລື ຄຳ​

ພຍານ​ທີ່​ຄົນ​ເຫລົ່າ​ນີ້​ກ່າວ​ຕໍ່​ສູ້​ເຈົ້າ​ເປັນ​ແນວ​ໃດ?”

61 ແຕ່​ພຣະ​ອົງ​ຊົງ​ມິດ​ຢູ່ ບໍ່​ໄດ້​ຕອບ​ປະ​ການ​ໃດ ມະ​ຫາ​ປະ​ໂຣ​ຫິດ​ຈຶ່ງ​ຖາມ​ພຣະ​ອົງ​ອີກວ່າ, “ເຈົ້າ​ເປັນ​ພຣະ​ຄຣິດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ຄວາມ​ສຸກ​ຫລື” 62 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ເປັນ​ຜູ້​ນັ້ນ​ແຫລະ, ແລະ​ພວກ​ທ່ານ​ຈະ​ໄດ້​ເຫັນ​ບຸດ​ມະ​ນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດ​ທາ​ນຸພາບ ແລະ​ກຳ​ລັງ​ສະ​ເດັດ​ມາ​ໃນ​ເມກ​ແຫ່ງ​ຟ້າ​ສວັນ” 63 ມະ​ຫາ​ປະ​ໂຣ​ຫິດ​ຜູ້​ນັ້ນ​ໄດ້​ຈີກ​ເສື້ອ​ຂອງ​ຕົນ​ແລ້ວ​ກ່າວ​ວ່າ, “ພວ​ກ​ເຮົາ​ຍັງ​ຕ້ອງ​ການ​ພຍານ​ອັນ​ໃດ​ອີກ 64 ທ່ານທັງ​ຫລາຍ​ໄດ້​ຍິນ​ຄຳ​ຫມິ່ນ​ປມາດ​ພຣະ​ເຈົ້າ​ແລ້ວ ພວກ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ” ຂາ​ປະ​ຊຸມ​ທັງ​ຫມົດ​ຈຶ່ງ​ເຫັນ​ວ່າ​ພຣະ​ອົງ​ຄວນ​ຖືກ​ໂທດ​ປະ​ຫານ​ຊີ​ວິດ 65 ມີ​ລາງ​ຄົນ​ຕັ້ງ​ຕົ້ນ​ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ອົງ ເອົາ​ຜ້າ​ມັດ​ພຣະ​ພັກ​ຂອງ​ພຣະ​ອົງ ທຸບ​ຕີ​ພຣະ​ອົງ​ດ້ວຍ​ເວົ້າ​ແກ່​ພຣະ​ອົງ​ວ່າ, “ທວາຍ​ເບິ່ງ​ແມ໋” ພວກ​ຄົນ​ໃຊ້​ກໍ​ໄດ້​ຮັບ​ເອົາພຣະ​ອົງ​ໄປ​ຕົບ​ຕີ

ເປ​ໂຕ​ປະ​ຕິ​ເສດ​ພຣະ​ເຢ​ຊູ

66 ເມື່ອ​ເປ​ໂຕ​ຍັງ​ຢູ່​ທາງ​ລຸມ​ກາງ​ເດີ່ນ​ບ້ານ ມີ​ຍິງ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາ​ປະ​ໂຣ​ຫິດ​ຍ່າງ​ມາ 67 ເມື່​ອ​ນາງ​ເຫັນ​ເປ​ໂຕ​ນັ່​ງ​ຝີງ​ໄຟ​ຢູ່ ນາງ​ກໍ​ຫລຽວ​ເພ່ງ​ເບິ່ງ​ແລ້ວເວົ້າ​ວ່າ, “ໂຕ​ເຄີຍ​ຢູ່ກັບ​ໄທ​ນາ​ຊາ​ເຣັດ ຄື​ເຢ​ຊູ​ນັ້ນ​ເຫມືອນ​ກັນ” 68 ແຕ່​ເປ​ໂຕ​ຕອບ​ປະ​ຕິ​ເສດ​ວ່າ, “ທີ່​ເຈົ້າ​ເວົ້າ​ນັ້ນ​ຂ້ອຍ​ບໍ່​ຮູ້​ເຣື່ອງ ແລະ​ບໍ່​ເຂົ້າ​ໃຈ​“ເປ​ໂຕ​ຈຶ່ງ​ອອກ​ໄປ​ທີ່​ປະ​ຕູ​ບ້ານ​ແລ້ວ​ໄກ່​ກໍ​ຂັນ 69 ເມື່ອ​ຍິງ​ໃຊ້​ຄົນ​ນັ້ນ​ເຫັນ​ເປ​ໂຕ​ກໍ​ຕັ້ງ​ຕົ້ນ​ບອກ​ກັບ​ຄົນ​ທີ່​ຢູ່​ຫັ້ນ​ອີກວ່າ, “ຄົນ​ນີ້ແຫລະ, ເປັນ​ພັກ​ພວກ​ກັບ​ເຂົາ​ເຫລົ່າ​ນັ້ນ” 70 ແຕ່​ເປ​ໂຕ​ໄດ້​ປະ​ຕິ​ເສດ​ອີກ ຫລັງ​ຈາກ​ນັ້ນ​ຫນ້ອຍ​ນຶ່ງ ພວກ​ຄົນ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ເວົ້າ​ກັບ​ເປ​ໂຕ​ອີກວ່າ, “ໂຕ​ເປັນ​ພັກ​ພວກ​ກັບ​ເຂົາ​ເຫລົ່າ​ນັ້ນ​ແທ້ ເພາະ​ໂຕ​ເປັນ​ໄທ​ຄາ​ລີ​ເລ​ເຫມືອນ​ກັນ” 71 ແຕ່​ເປ​ໂຕ​ຕັ້ງ​ຕົ້ນ​ສະ​ບົດ​ສາ​ບານ​ວ່າ, “ຄົນ​ຜູ້​ທີ່​ມຶງ​ເວົ້າ​ນັ້ນ​ກູ​ບໍ່​ຮູ້​ຈັກ” 72 ໃນ​ທັນ​ໃດ​ນັ້ນ​ໄກ່​ກໍ​ຂັນເປັນ​ເທື່ອ​ທີ່​ສອງ ເປ​ໂຕ​ຈຶ່ງ​ລະ​ນຶກ​ເຖິງ​ຄຳ​ທີ່​ພຣະ​ເຢ​ຊູ​ຊົງ​ບອກ​ກັບ​ຕົນ​ວ່າ, “ກ່ອນ​ໄກ່​ຂັນ​ສອງ​ເທື່ອ ທ່ານ​ຈະ​ປະ​ຕິ​ເສດ​ບໍ່​ຮັບ​ຮູ້​ເຮົາ​ເຖິງ​ສາມ​ຄັ້ງ” ເມື່ອ​ຫວນ​ຄຶດ​ຂຶ້ນ​ໄດ້​ເປ​ໂຕ​ກໍ​ຮ້ອງ​ໄຫ້

ມາຣະໂກ 15

ພຣະ​ເຢ​ຊູ​ຕໍ່​ຫນ້າ​ປີ​ລາດ​ເຈົ້າ​ເມືອງ

1 ພໍ​ຮຸ່ງ​ເຊົ້າ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ພວກ​ເຖົ້າ​ແກ່ ພວກ​ນັກ​ທັມ ແລະ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໄດ້​ປຶກ​ສາ​ກັນ ແ​ລ້ວ​ຈຶ່ງ​ມັດ​ພຣະ​ເຢ​ຊູ​ພາກ​ໄປ​ມອບ​ໃຫ້​ປີ​ລາດ 2 ປີ​ລາດ​ຈຶ່ງ​ຖາມ​ພຣະ​ອົງ​ວ່າ, “ເຈົ້າ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ຫລື” ພຣະ​ອົງ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ຖືກ​ຕ້ອງ​ແລ້ວ” 3 ຝ່າຍ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ກ່າວ​ໂທດ​ໃສ່​ພຣະ​ອົງ​ຫລາຍ​ປະ​ການ 4 ປີ​ລາດ​ຈຶ່ງ​ຖາມ​ພຣະ​ອົງ​ອີກວ່າ, “ເຈົ້າ​ບໍ່​ຕອບ​ປະ​ການ​ໃດ​ຫລື ເບິ່ງ​ແມ໋, ເຂົາ​ຟ້ອງ​ເຈົ້າ​ຫລາຍ​ປະ​ການ​ປານ​ນັ້ນ” 5 ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ຕອບ​ປະ​ການ​ໃດ​ອີກ ຈົນປີ​ລາດ​ປ​ລາດ​ໃຈ

ພຣະ​ເຢ​ຊູ​ຖືກ​ພິ​ພາກ​ສາ​ເຖິງ​ສິ້ນ​ພຣະ​ຊົນ

6 ໃນ​ຄາວ​ເທ​ສ​ການ​ນັ້ນ​ປີ​ລາດ​ເຄີຍ​ປ່ອຍ​ນັກ​ໂທດ​ຄົນ​ນຶ່ງ​ໃຫ້​ເຂົາ​ຕາມ​ທີ່​ເຂົາ​ຮ້ອງ​ຂໍ 7 ມີ​ຄົນ​ນຶ່ງ​ຊື່​ບາ​ຣາ​ບາ​ທີ່​ຖືກ​ຂັງ​ຢູ່​ໃນ​ພວກ​ຄົນ​ກະ​ບົດ ທີ່​ໄດ້​ຂ້າ​ຄົນ​ໃນ​ການ​ກະ​ບົດ​ນັ້ນ 8 ປະ​ຊາ​ຊົນ​ໄດ້​ຂຶ້ນ​ໄປ​ຫາ​ປີ​ລາດ ຕັ້ງ​ຕົ້ນ​ຂໍ​ໃຫ້​ທ່ານ​ເຮັດ​ຕາມ​ທີ່​ເຄີຍ​ເຮັດ​ໃຫ້​ເຂົາ​ນັ້ນ 9 ປີ​ລາດ​ໄດ້​ຖາມ​ເຂົາ​ວ່າ, “ເຈົ້າ​ທັງ​ຫລາຍ​ຢາກ​ໃຫ້​ເຮົາ​ປ່ອຍ​ກະ​ສັດ​ຂອງ​ຊາດ​ຢິວໃຫ້​ພວກ​ເຈົ້າ​ຫລື” 10 ເພາະ​ທ່ານ​ກຳ​ລັງ​ຮູ້​ວ່າ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ມອບ​ພຣະ​ອົງ​ໄວ້​ດ້ວຍ​ຄວາມ​ອິດ​ສາ 11 ແຕ່​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ຍົວະ​ຍົງ​ປະ​ຊາ​ຊົນ ໃຫ້​ຂໍ​ປີ​ລາດ​ປ່ອຍ​ບາຣາ​ບາ​ແທນ​ພຣະ​ເຢ​ຊູ 12 ປີ​ລາດ​ຈຶ່ງ​ຖາມ​ເຂົາອີກ​ວ່າ, “ຖ້າ​ຢ່າງ​ນັ້ນ​ຢາກ​ໃຫ້​ເຮົາ​ເຣັດ​ຢ່າງ​ໃດ​ແກ່​ຜູ້​ທີ່​ພວກ​ເຈົ້າ​ເອີ້ນ​ວ່າ​ກະ​ສັດ​ຂອງ​ຊາດ​ຢິວ” 13 ເຂົາ​ຮ້ອງ​ຂຶ້ນ​ອີກວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້​ກາງ​ແຂນ” 14 ປີ​ລາດ​ຈຶ່ງ​ຖາມ​ເຂົາ​ວ່າ, “ຄຶງ​ເຮັດ​ຫຍັງ ຄົນ​ນີ້​ໄດ້​ເຮັດ​ຜິດ​ອັນ​ໃດ” ແຕ່​ປະ​ຊາ​ຊົນ​ແຮ່ງ​ຮ້ອງ​ຂຶ້ນ​ອີກວ່າ, “ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ” 15 ປີ​ລາດ​ປາ​ຖ​ນາ​ຈະ​ເອົາ​ໃຈ​ປະ​ຊາ​ຊົນ​ຈຶ່ງ​ປ່ອຍ​ບາ​ຣາ​ບາ​ໃຫ້​ເຂົາ ເມື່ອ​ໃຫ້​ຂ້ຽ​ນ​ພຣະ​ເຢ​ຊູ​ແລ້ວ ກໍ​ມອບ​ໃຫ້​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

ພວກ​ທະ​ຫານ​ເຍາະເຍີ້ຍ​ພຣະ​ເຢ​ຊູ

16 ພວກ​ທະ​ຫານ​ຈຶ່ງ​ນຳ​ພຣະ​ອົງ​ໄປ​ໃນ​ບໍ​ຣິ​ເວນ​ທີ່​ເອີ້ນ​ວ່າ​ປະ​ໄຣ​ໂຕ​ຣຽນ ແລ້ວ​ໄດ້​ເອີ້ນ​ພວກ​ທະ​ຫານ​ທັງ​ກອງ​ໃຫ້​ມາ​ໂຮມ​ກັນ​ທີ່​ນັ້ນ 17 ເຂົາ​ໄດ້ເອົາ​ເສື້ອ​ສີ​ມ່ວງ​ອ່ອນ​ມາ​ນຸ່ງ​ໃຫ້​ພຣະ​ອົງ ແລ້ວ​ເອົາ​ເຄືອ​ຫນາມ​ຖັກ​ໂຄ້ງ​ແທນ​ພວງ​ມາ​ລັຍ​ສຸບ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ 18 ແລະ​ຕັ້ງ​ຕົ້ນ​ຄຳ​ນັບ​ພຣະ​ອົງ​ທູນ​ວ່າ, “ກະ​ສັດ​ຂອງ​ຊາດ​ຢິວ​ເອີຍ, ຈົ່ງ​ຊົງ​ພຣະ​ຈະ​ເຣີນ​ເທີນ” 19 ເຂົາ​ໄດ້​ເອົາ​ໄມ້​ອໍ້​ຕີ​ພຣະ​ສຽນ​ພຣະ​ອົງ ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ອົງ ແລະ​ຄຸ​ເຂົ່າ​ລົງ​ຄຳ​ນັບ​ພຣະ​ອົງ 20 ເມື່ອ​ໄດ້​ເຍາະ​ເຍີ້ຍ​ພຣະ​ອົງ​ແລ້ວ ເຂົາ​ໄດ້​ຖອດ​ເສື້ອ​ສີ​ມ່ວງ​ອ່ອນ​ໂຕ​ນັ້ນ​ອອກ ແລ້ວ​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ມາ​ນຸ່ງ​ໃຫ້ ແລະ​ນຳ​ພຣະ​ອົງ​ອອກ​ໄປ​ເພື່ອ​ຕ​ອກ​ຕິດ​ໄວ້​ທີ່​ໄມ້​ກາງ​ແຂນ

ການ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

21 ມີ​ຄົນ​ນຶ່ງ​ຊື່​ຊີ​ໂມນ​ໄທ​ເມືອງ​ກິ​ເຣ​ເນ​ເປັນ​ພໍ່​ຂອງ​ອາ​ເລັກ​ຊັນ​ໂດ​ແລະ​ຣູ​ໂຟ ກຳ​ລັງ​ມາ​ຈາກ​ບ້ານນອກ​ຕາມ​ທາງ​ນັ້ນ ເຂົາ​ກໍ​ເກນ​ເອົາ​ຊີ​ໂມນ​ຜູ້​ນັ້ນ​ໃຫ້​ແບກ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ​ໄປ 22 ເຂົາ​ພາ​ພຣະ​ອົງ​ມາ​ເຖິງ​ບ່ອນ​ນຶ່ງ​ຊື່ ໂຄ​ຣະ​ໂຄທາ (ແປ​ວ່າ​ບ່ອນ​ກະ​ໂຫລກ​ຫົວ) 23 ເຂົາ​ໄດ້​ເອົາ​ເຫລົ້າ​ແວງ​ປົນ​ກັບ​ຢ່າງ​ໄມ້​ຫອມ​ມາ​ຖວາຍ​ພຣະ​ອົງ​ແຕ່​ພຣະ​ອົງ​ບໍ່​ຊົງ​ຮັບ 24 ຄັນ​ໄດ້​ຄຶງ​ພຣະ​ອົງ​ໄວ້​ທີ່​ໄມ້​ກາງ​ແຂນ​ແລ້ວ ເຂົາ​ກໍ​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ມາ​ຈົກ​ສ​ລາກ​ແບ່ງ​ປັນ​ກັນ ເພື່ອ​ຮູ້​ວ່າ​ໃຜ​ຈະ​ໄດ້​ອັນ​ໃດ 25 ເມື່ອ​ເຂົາ​ຄຶງ​ພຣະ​ອົງ​ໄວ້​ນັ້ນ​ເປັນ​ເວ​ລາ​ສາມ​ໂມງ​ເຊົ້າ 26 ເຂົາ​ໄດ້​ຂຽນ​ຂໍ້​ຫາ​ລົງ​ໂທດ​ໃສ່​ພຣະ​ອົງ​ໄວ້​ດັ່ງ​ນີ້​ວ່າ, “ກະ​ສັດ​ຂອງ​ຊາດ​ຢິວ” 27 ເຂົາ​ໄດ້​ເອົາ​ໂຈນ​ສອງ​ຄົນ​ຄຶງໄວ້​ພ້ອມ​ກັບ​ພຣະ​ອົງ ເບື້ອງ​ຂວາ​ຄົນ​ນຶ່ງ ເບື້ອງ​ຊ້າຍ​ຄົນ​ນຶ່ງ 28 (ຕ້ອງ​ສຳ​ເຣັດ​ຕາມ​ພຣະ​ຄັມ​ພີ​ທີ່​ຂຽນ​ໄວ້​ວ່າ, “ທ່ານ​ຖືກ​ນັບ​ເຂົ້າ​ກັບ​ຄົນ​ລ່ວງ​ລະ​ເມີດ”) 29 ຝ່າຍ​ຄົນ​ທັງ​ປວງ​ທີ່​ຍ່າງ​ຜ່ານ​ໄປ​ມາ​ນັ້ນ ກໍ​ຫມິ່​ນ​ປ​ມາດ​ພຣະ​ອົງ​ແລະ​ສັ່ນ​ຫົວ​ໂດຍ​ກ່າວ​ວ່າ, “ເຮີຍ, ເຈົ້າ​ຜູ້​ມ້າງ​ພຣະ​ວິ​ຫານ​ແລະ​ສ້າງ​ຂຶ້ນ​ໃຫມ່​ໃນ​ສາມ​ວັນ 30 ຈົ່ງ​ຊ່ອຍ​ຕົວ​ເອງ​ໃຫ້​ພົ້ນ​ດ້ວຍ​ລົງ​ມາ​ຈາກ​ໄມ້​ກາງ​ແຂນ​ເສັຽ” 31 ໃນ​ທຳ​ນອງ​ດຽວ​ກັນ​ນັ້ນ ພ​ວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພ​ວກ​ນັກ​ທັມ​ກໍ​ພາ​ກັນ​ເຍາະ​ເຍີ້ຍ​ໃນ​ລະ​ຫວ່າງ​ພວກ​ເຂົາ​ເອງ​ເຫມືອນ​ກັນ​ວ່າ, “ມັນ​ຊ່ອຍ​ຄົນ​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ຊ່ອຍ​ຕົນ​ເອງ​ບໍ່​ໄດ້ 32 ໃຫ້​ພຣະ​ຄຣິດ​ກະ​ສັດ​ແຫ່ງ​ຊາດ​ອິ​ສ​ຣາ​ເອນ​ລົງ​ມາ​ຈາກ​ໄມ້​ກາງ​ແຂນ​ດຽວ​ນີ້​ເທາະ ເພື່ອ​ພວກ​ເຮົາ​ຈະ​ໄດ້​ເຫັນ​ແລະ​ເຊື່ອ” ແລະ​ສອງ​ຄົນ​ນັ້ນ​ຜູ້​ຖືກ​ຄຶງ​ໄວ້​ພ້ອ​ມກັນ​ກັບ​ພຣະ​ອົງ ກໍ​ໄດ້​ກ່າວ​ຄຳ​ຫຍາບ​ຊ້າ​ຕໍ່​ພຣະ​ອົງ​ເຫມືອນ​ກັນ

ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ

33 ຄັນ​ເຖິງ​ເວ​ລາ​ຫົກ​ໂມງ​ກໍ​ບັງ​ເກີດ​ມືດ​ມົວ​ທົ່ວ​ແຜ່ນ​ດິນ​ຈົນ​ເຖິງ​ເກົ້າ​ໂມງ 34 ພໍ​ເກົ້າໂມງ​ແລ້ວ​ພຣະ​ເຢ​ຊູ​ຊົງ​ຮ້ອງ​ສຽງ​ດັງ​ວ່າ, “ເອ​ໂລ​ອີ, ເອ​ໂລ​ອີ ແລ​ມາ ຊະ​ບັກ​ທາ​ນີ” (ແປ​ວ່າ “ພຣະ​ເຈົ້າ​ຂອ​ງ​ຂ້າ​ພຣະ​ອົງ ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ເພາະ​ເຫດ​ໃດ​ພຣະ​ອົງ​ຈຶ່ງປະ​ຖິ້ມ​ຂ້າ​ພຣະ​ອົງ​ເສັຽ”)​ 35 ບາງ​ຄົນທີ່​ຢືນ​ຢູ່​ຫັ້ນ​ເມື່ອ​ໄດ້​ຍິນ​ກໍ​ເວົ້າ​ວ່າ, “ເບິ່ງ​ແມ໋, ມັນ​ຮ້ອງ​ຫາເອ​ລີ​ຢາ” 36 ມີ​ຄົນ​ນຶ່ງ​ແລ່ນ​ໄປ​ເອົາ​ຟອງ​ນ້ຳ​ຈຸ່ມ​ເຫລົ້າ​ແວງ​ສົ້ມ​ໃຫ້​ເຕັມ ຈຶ່ງ​ສຽບ​ໃສ່​ປາຍ​ໄມ້​ອໍ້​ຍື່ນ​ໃຫ້​ພຣະ​ອົງ​ສ​ເວີຍ​ໂດຍ​ເວົ້າ​ວ່າ, “ຟ້າວ​ເທື່ອ ຖ້າ​ເບິ່ງ​ກ່ອນ​ວ່າ​ເອ​ລີຢາ​ຈະ​ມາ​ປົດ​ມັນ​ລົງ​ຫລື​ບໍ” 37 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຮ້ອງ​ສຽງ​ດັງ​ແລ້ວ​ກໍ​ສິ້ນ​ພຣະ​ຊົນ 38 ຂ​ນະ​ນັ້ນ​ຜ້າ​ກັ້ງ​ໃນ​ພຣະ​ວິ​ຫານ​ກໍ​ຖືກ​ຊົງ​ຈີກ​ເປັນ​ສອງຕ່ອນ​ຕັ້ງ​ແຕ່​ເທິງ​ຈົນ​ເຖິງ​ລຸ່ມ 39 ສ່ວນ​ນາຍ​ຮ້ອຍ​ທະ​ຫານ​ທີ່​ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ ເມື່ອ​ເຫັນ​ວ່າ​ພຣະ​ອົງ​ສິ້ນ​ພຣະ​ຊົນ​ຢ່າງ​ນັ້ນ​ແລ້ວ​ຈຶ່ງ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ທ່ານ​ຜູ້​ນີ້​ແມ່ນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” 40 ແລະ​ຍັງ​ມີ​ພວກ​ແມ່​ຍິງ​ທີ່​ກຳ​ລັງ​ມອງ​ເບິ່​ງ​ແຕ່​ໄກ ໃນ​ພວກ​ນັ້ນ​ມີ​ມາ​ຣິ​ອາ​ໄທ​ມັກ​ດາ​ລາ ມາ​ຣິ​ອາ​ແມ່​ຂອງ​ຢາ​ໂກ​ໂບ​ນ້ອຍ ແລະ​ຂອງ​ໂຢ​ເຊ ກັບ​ນາງ​ຊາ​ໂລ​ເມ 41 ຜູ້​ຍິງ​ເຫລົ່າ​ນັ້​ນ​ໄດ້​ຕິດ​ຕາມ​ແລະ​ປະ​ຕິ​ບັດ​ພຣະ​ອົງ​ເມື່ອ​ຊົງ​ຢູ່​ໃນ​ແຂວງ​ຄາ​ລີ​ເລ ແລະ​ແມ່​ຍິງອື່ນ​ອີກ​ຫລາຍ​ຄົນ​ທີ່​ໄດ້​ຂຶ້ນ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ກັບ​ພຣະ​ອົງ​ໄດ້​ຢູ່​ທີ່​ນັ້ນ​ເຫມືອນ​ກັນ

ການ​ບັນ​ຈຸ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ

42 ຄັນ​ເຖິງ​ເວ​ລາ​ຄ່ຳ​ແລ້ວ ເນື່ອງ​ໃນ​ວັນ​ນັ້ນ​ເປັນ​ວັນ​ຈັດ​ຕຽມ​ຄື​ວັນ​ກ່ອນ​ວັນ​ສະ​ບາ​ໂຕ 43 ໂຢ​ເຊບ​ໄທ​ບ້ານ​ອາ​ຣີ​ມາ​ທາຍ​ຜູ້​ເປັນ​ສະ​ມາ​ຊິກ​ແຫ່ງ​ສານ​ສູງ​ສຸດ​ທີ​ມີ​ກຽດ​ຄົນ​ນຶ່ງ ແລະເປັນ​ຜູ້​ທີ່​ຄອງ​ຫາ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ ໄດ້​ກ້າ​ເຂົ້າ​ໄປ​ຫາ​ປີ​ລາດ​ຂໍ​ເອົາ​ພຣະ​ສົບ​ພຣະ​ເຢ​ຊູ 44 ປີ​ລາດ​ປລາດ​ໃຈ​ທີ່​ພຣະ​ເຢ​ຊູ​ສິ້ນ​ພຣະ​ຊົນ​ແລ້ວ​ ຈຶ່ງ​ເອີ້ນ​ນາຍ​ຮ້ອຍ​ມາ​ຖາມ​ວ່າ​ຕາຍ​ເຫິງ​ແລ້ວ​ຫລື 45 ເມື່ອ​ໄດ້​ຮູ້​ເຣື່ອງ​ຈາກ​ນາຍ​ຮ້ອຍ​ແລ້ວ​ປີ​ລາດ​ຈຶ່ງມອບ​ພຣະ​ສົບ​ໃຫ້​ແກ່​ໂຢ​ເຊບ 46 ຝ່າຍ​ໂຢ​ເຊບ​ໄດ້​ຊື້​ຜ້າ​ປ່ານ ແລະ​ເມື່ອ​ອັນ​ເຊີນ​ພຣະ​ສົບ​ລົງ​ມາ​ຈາກ​ໄມ້​ກາງ​ແຂນ​ແລ້ວ ກໍ​ເອົາ​ຜ້າ​ປ່ານ​ນັ້ນ​ຫຸ້ມ​ຫໍ່​ໄວ້ ແລ້ວ​ອັນ​ເຊີນ​ພຣະ​ສົບ​ໄປ​ບັນ​ຈຸ​ວາງ​ໄວ້​ໃນ​ອຸບ​ໂມງ ທີ່​ສະ​ກັດ​ໄວ້​ໃນ​ຫີນ​ແລະ​ກຶ່ງ​ກ້ອນ​ຫີນ​ອັດ​ປາກ​ອຸບ​ໂມງ​ໄວ້ 47 ຝ່າຍ​ມາ​ຣິ​ອາ​ໄທ​ມັກ​ດາ​ລາ​ແລະ​ມາ​ຣິ​ອາ​ແມ່​ຂອງ​ໂຢ​ເຊ ກໍ​ໄດ້​ເຫັນ​ບ່ອນ​ທີ່​ໂຢ​ເຊບ​ບັນ​ຈຸ​ພຣະ​ສົບ​ໄວ້​ນັ້ນ

ມາຣະໂກ 16

ການ​ຄືນ​ພຣະ​ຊົນ

1 ເມື່ອ​ວັນ​ສະ​ບາ​ໂຕ​ລ່ວງ​ໄປ​ແລ້ວ​ມາ​ຣິ​ອາ​ໄທ​ມັກ​ດາ​ລາ ມາ​ຣິ​ອາ​ແມ່​ຂອງ​ຢາ​ໂກ​ໂບ ແລະ​ນາງ​ຊາ​ໂລ​ເມ ໄດ້​ຊື້​ເຄື່ອ​ງ​ຫອມ​ເພື່ອ​ຈະ​ເອົາ​ໄປ​ຫົດ​ສົງ​ພຣະ​ສົບ​ຂອງ​ພຣະ​ອົງ 2 ເວ​ລາ​ຮຸ່ງ​ເຊົ້າ​ໃນ​ວັນ​ຕົ້ນ​ສັປ​ດາ ພໍ​ຕາ​ເວັນ​ອອກ​ເຂົາ​ກໍ​ມາ​ເຖິງ​ອຸບ​ໂມງ 3 ແລະ​ເຂົາ​ເວົ້າ​ກັນ​ຢູ່​ວ່າ, “ໃຜ​ຫນໍ​ຈະ​ກຶ່ງ​ກ້ອນ​ຫີນ​ອອກ​ຈາກ​ປາກ​ອຸບ​ໂມງ​ໃຫ້​ເຮົາ” 4 ເມື່ອ​ເຂົາ​ເບິ່ງ​ກໍ​ເຫັນ​ວ່າ​ກ້ອນ​ຫີນ​ນັ້ນ​ກຶ່ງ​ອອກ​ແລ້ວ (ເພາະ​ເປັນ​ຫີນ​ກ້ອນ​ໃຫຍ່​ເຕັມ​ທີ) 5 ເມື່ອ​ເຂົ້າ​ໄປ​ໃນ​ອຸບ​ໂມງ​ແລ້ວ ເຂົາ​ໄດ້​ເຫັນ​ຄົນ​ຫນຸ່ມ​ຄົນນຶ່ງ​ນັ່ງ​ຢູ່​ເບື້ອງ​ຂວາ​ນຸ່ງ​ເສື້ອ​ຍາວ​ສີ​ຂາວ​ພວກ​ຍິງ​ນັ້ນ​ກໍ​ສະ​ທ້ານ​ຕົກ​ໃຈ 6 ຝ່າຍ​ຄົນ​ຫນຸ່ມ​ນັ້ນ​ໄດ້​ບອກ​ເຂົາ​ວ່າ, “ຢ່າ​ຕົກ​ໃຈ​ເທາະ ພວກ​ນາງ​ມາ​ຊອກ​ຫາ​ພຣະ​ເຢ​ຊູ​ໄທ​ນາ​ຊາ​ເຣັດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ພຣະ​ອົງ​ຊົງ​ຖືກ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ ພຣະ​ອົງ​ບໍ່​ໄດ້​ປະ​ທັບ​ຢູ່​ທີ່​ນີ້ ນີ້​ແຫລະ, ບ່ອນ​ທີ່​ເຂົາ​ໄດ້​ວາງ​ພຣະ​ສົບ​ຂອງ​ພຣະ​ອົງ​ໄວ້ 7 ແຕ່​ຈົ່ງ​ໄປ​ບອກ​ພວກ​ສາ​ວົກ​ຂອງ​ພຣະ​ອົງທັງ​ເປ​ໂຕວ່າ “ພຣະ​ອົງ​ສະ​ເດັດ​ໄປ​ຍັງ​ແຂວງ​ຄາ​ລີ​ເລ​ກ່ອນ​ເຈົ້າ​ທັງ​ຫລາຍ ແລະ​ເຈົ້າ​ທັງ​ຫລາຍ​ຈະ​ເຫັນ​ພຣະ​ອົງ​ຢູ່​ທີ່​ນັ້ນ ເຫມືອນ​ພຣະ​ອົງ​ຊົງ​ບອກ​ໄວ້​ແກ່​ເຈົ້າ​ທັງ​ຫລາຍ​ແລ້ວ” 8 ຍິງ​ເຫລົ່າ​ນັ້ນ​ກໍ​ອອກ​ຈາກ​ອຸບ​ໂມງ​ປົ​ບ​ຫນີ​ໄປ ເພາະ​ຄວາມ​ວຸ້ນ​ວາຍ​ຢ້ານ​ກົວ​ຕົວ​ສັ່ນ​ໄດ້​ຕົກ​ໃສ່​ເຂົາ ແລະ​ບໍ່​ໄດ້​ເວົ້າ​ຫຍັງ​ໃຫ້​ຜູ້​ໃດ​ຟັງ​ເພາະ​ເຂົາ​ຢ້ານ

ພຣະ​ເຢ​ຊູ​ຊົງ​ປາ​ກົດ​ຕົ​ນ​ໃຫ້​ມາ​ຣິ​ອາ​ມັກ​ດາ​ລາ​ເຫັນ

9 (ຄັນ​ຮຸ່ງ​ເຊົ້າ​ວັນ​ຕົ້​ນ​ສັ​ປ​ດາ ເມື່ອ​ພຣະ​ອົງ​ຊົງ​ເປັນ​ຄືນ​ມາ​ແລ້ວ ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ຕົນ​ໃຫ້​ນາ​ງມາ​ຣິ​ອາ​ໄທ​ມັນ​ດາ​ລາ​ເຫັນ​ກ່ອນ ຄື​ມາ​ຣິ​ອາ​ຄົນ​ທີ່​ພຣະ​ອົງ​ຊົງ​ຂັບ​ໄລ່​ຜີ​ອອກ​ເຈັດ​ໂຕ​ນັ້ນ 10 ມາ​ຣິອາ​ຈຶ່ງ​ໄປ​ບອກ​ພວກ​ຄົນ​ທີ່​ເຄີຍ​ຢູ່​ກັບ​ພຣະ​ອົງ​ແຕ່​ກ່ອນ ຄົນ​ເຫລົ່າ​ນັ້ນ​ກຳ​ລັງ​ເປັນ​ທຸກ​ແລະ​ຮ້ອງ​ໄຫ້​ຢູ່ 11 ເມື່ອ​ເຂົາ​ໄດ້​ຍິນ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ​ທັງ​ໄດ້​ຍິນ​ວ່າ​ນາງ​ມາ​ຣິ​ອາ​ໄດ້​ເຫັນພຣະ​ອົງ​ແລ້ວ ເຂົາ​ກໍ​ບໍ່​ເຊື່ອ

ພຣະ​ເຢ​ຊູ​ຊົງ​ປາ​ກົດ​ພຣະ​ກາຍ​ໃຫ້​ສິດ​ສອງ​ຄົນ​ເຫັນ

12 ພາຍ​ລຸນ​ມາ, ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ພຣະ​ກາຍ​ອີກ​ຮູບ​ນຶ່ງ​ໃຫ້​ສິດ​ສອງ​ຄົນ​ເຫັນ ໃນ​ຂ​ນະ​ທີ່​ເຂົາ​ກຳ​ລັງ​ເດີນ​ທາງ​ອອກ​ໄປ​ບ້ານນອກ 13 ສິດ​ສອງ​ຄົນ​ນັ້ນ​ຈຶ່ງ​ກັບ​ຄືນ​ມາ​ບອກ​ສິດ​ອື່ນໆ​ ແຕ່​ເຂົາ​ກໍ​ບໍ່​ເຊື່ອ

ພຣະ​ເຢ​ຊູ​ຊົງ​ສັ່ງ​ສາ​ວົກ

14 ພາຍ​ຫ​ລັງ, ພຣະ​ອົງ​ຊົງ​ປາ​ກົດ​ແກ່​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ ເມື່ອ​ເຂົາ​ນັ່ງ​ຮັບ​ປະ​ທານ​ອາ​ຫານ​ຢູ່ ພຣະ​ອົງ​ຊົງ​ຕິ​ຕຽນ​ເຂົາ ເພາະ​ເຂົາ​ສົງ​ໄສ​ແລະ​ມີ​ໃຈ​ແຂງ​ກະ​ດ້າງ ດ້ວຍ​ເຫດ​ທີ່​ເຂົາ​ບໍ່​ໄດ້​ເຊື່ອ​ພວກ​ຄົນ​ທີ່​ໄດ້​ເຫັນ​ພຣະ​ອົງ​ເມື່ອ​ພຣະ​ອົງ​ຊົງ​ເປັນ​ຄືນ​ມາ​ແລ້ວ 15 ຝ່າຍ​ພຣະ​ອົງ​ຊົງ​ສັ່ງ​ພວກ​ສາ​ວົກ​ວ່າ, “ທ່ານ​ທັງ​ຫລາຍ​ຈົ່ງ​ໄປທົ່ວ​ໂລກ ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ມະ​ນຸ​ສ​ໂລກ​ທັງ​ຫມົດ 16 ຜູ້ທີ່​ເຊື່ອ ແລະ​ຮັບ​ບັບ​ຕິ​ສະ​ມາ​ແລ້ວ​ຈະ​ໄດ້​ພົ້ນ ແຕ່​ຜູ້​ທີ່​ບໍ່​ເຊື່ອ​ຈະ​ຖືກ​ໂທດ 17 ຫມາຍ​ສຳ​ຄັນ​ເຫລົ່າ​ນີ້​ຈະ​ເກີດ​ມີ​ແກ່​ຄົນ​ທີ່​ເຊື່ອ​ຄື ເຂົາ​ຈະ​ຂັບ​ໄລ່​ຜີ​ອອກ​ໄດ້​ດ້ວຍ​ນາມ​ຂອງ​ເຮົາ ເຂົາ​ຈະ​ເວົ້າ​ພາ​ສາ​ແປກໆ​ໄດ້ 18 ເຂົາ​ຈະ​ຈັບ​ງູ​ໄດ້ ຖ້າ​ເຂົາ​ດື່ມຂອງ​ມີ​ພິດ​ຢ່າງ​ໃດ​ຈະບໍ່​ເປັນ​ອັນ​ຕະ​ຣາຍ​ແກ່​ເຂົາ ເມື່ອ​ເຂົາ​ວາງ​ມື​ໃສ່​ຄົນ​ເຈັບ​ປ່ວຍ​ແລ້ວ​ຄົນ​ນັ້ນ​ຈະ​ດີ​ເປັນ​ປົກ​ກະ​ຕິ

ການ​ສະ​ເດັດ​ຂຶ້ນ​ສູ່​ຟ້າ​ສວັນ

19 ຄັນ​ພຣະ​ເຢ​ຊູ​ເຈົ້າ​ໄດ້​ຊົງ​ກ່າວ​ແກ່​ເຂົາ​ແລ້ວ​ ພຣະເຈົ້າ​ກໍ​ຊົງ​ຮັບ​ພຣະ​ອົງ​ໃຫ້​ຂຶ້ນ​ສູ່ຟ້າ​ສວັນ​ປະ​ທັບ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ 20 ພວກ​ສາ​ວົກ​ເຫລົ່າ​ນັ້ນ​ຈື່​ງອອກ​ໄປ​ປະ​ກາດ​ທຸກ​ບ່ອນ​ທຸກ​ທີ່ ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮ່ວມ​ງານ​ກັບ​ເຂົາ ແລະ​ຊົງ​ເຣັດ​ໃຫ້​ຄຳ​ປະ​ກາດ​ຂອງ​ເຂົາ​ຢືນ​ຢັນ​ໂດຍ​ຫມາຍ​ສຳ​ຄັນ​ທີ່​ເກີດ​ຂຶ້ນ​ພ້ອມ​ນັ້ນ

ລູກາ 1

ຄຳ​ຄຳ​ນັບ​ແກ່​ເທ​ໂອ​ຟີ​ໂລ

1 ມີ​ຫລາຍ​ຄົນ​ໄດ້​ລົງ​ມື​ຮຽບ​ຮຽງ​ເຣື່ອງ​ເຫດ​ການ​ເຫລົ່າ​ນັ້ນ ຊຶ່ງ​ສຳ​ເຣັດ​ແລ້ວ​ໃນ​ຖ້າມ​ກາງ​ເຮົາ​ທັງ​ຫລາຍ 2 ຕາມ​ທີ່​ເຂົາ​ຜູ້​ໄດ້​ເຫັນ​ກັບ​ຕາ​ເອງ​ຕັ້ງ​ແຕ່​ຕົ້ນ​ແລະ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່​ມາ​ໃຫ້​ຫມູ່​ເຮົາ​ຮູ້ 3 ເຫດ​ສັນ​ນັ້ນທ່ານ​ເທ​ໂອ​ຟິ​ໂລ​ທີ່​ນັບ​ຖື​ເອີຍ ເນື່ອງ​ຈາກ​ຂ້າ​ພະ​ເຈົ້າ​ເອງ​ໄດ້​ສືບ​ສວນ​ຖ້ວນ​ຖີ່​ຕັ້ງ​ແຕ່​ຕົ້ນ​ມາ​ໃນ​ສິ່ງ​ເຫລົ່າ​ນັ້ນ ຈຶ່ງ​ເຫັນ​ດີ​ຈະ​ຮຽບ​ຮຽງ​ເຣື່ອງ​ຕາມ​ລຳ​ດັບ​ເພື່ອ​ປ​ໂຍດ​ແດ່​ທ່ານ 4 ເພື່ອ​ທ່ານ​ຈະ​ໄດ້​ຮູ້​ຢ່າງ​ຄັກ​ແນ່​ໃນ​ຄວາມ​ອັນ​ເປັນ​ແກ່ນ​ເປັນສານ​ຂອງ​ເຣື່ອງ​ເຫລົ່າ​ນັ້ນ ຊຶ່ງ​ມີ​ຜູ້​ແຈ້ງ​ໃຫ້​ທ່ານ​ຊາບ

ທຳ​ນ​ວາຍ​ເຣື່ອງ​ກຳ​ເນີດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

5 ໃນ​ຣັຊ​ການ​ຂອງ​ເຮ​ໂຣດ​ກະ​ສັດ​ເມືອງ​ຢູ​ດາຍ ມີ​ປະ​ໂຣຫິດ​ຕົນ​ນຶ່ງ​ຊື່ ເຊ​ຄາ​ຣີ​ຢາ ຢູ່ໃນ​ຜຽນ​ຂອງ​ອາ​ບີ​ຢາ ພັຣ​ຍາ​ຂອງ​ເຊ​ຄາ​ຣີ​ຢາ​ຢູ່​ໃນ​ເຊື້ອ​ສາຍ​ອາ​ໂຣນ​ຊື່​ວ່າ​ເອ​ລີ​ຊາ​ເບັດ 6 ເຂົາ​ທັງ​ສອງ​ເປັນ​ຄົນ​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ມີ​ບ່ອນ​ຕິ​ເລີຍ 7 ເຂົາ​ບໍ່​ມີ​ລູກ​ເພາະ​ເອ​ລີ​ຊາ​ເບັດເປັນ​ຍິງ​ຫມັນ ແລະ​ເຂົາ​ທັງ​ສອງກໍ​ແກ່​ຊະ​ຣາ​ແລ້ວ 8 ເມື່ອ​ເຊ​ຄາ​ຣີ​ຢາ​ຖືກ​ຜຽນ ກຳ​ລັງ​ປະ​ຕິ​ບັດ​ຕາມ​ຫນ້າ​ທີ່​ປະ​ໂຣ​ຫິດ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 9 ສ​ລາກ​ໄດ້​ຕົກ​ໃສ່​ຕາມ​ທັມ​ນຽມ​ປະ​ໂຣ​ຫິດ ໃຫ້​ທ່ານ​ເຂົ້າ​ໄປ​ໃນ​ພຣະ​ວິຫານ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ເຜົາ​ເຄື່ອງ​ຫອມ​ບູ​ຊາ 10 ສ່ວນ​ພົ​ລ​ເມືອງ​ກໍ​ໄຫວ້ວອນ​ຢູ່​ຂ້າງນອກ​ໃນ​ເວ​ລາ​ເຜົາ​ເຄື່ອງ​ຫອມ​ນັ້ນ 11 ແລ້ວ​ມີ​ເທວະ​ດາ​ຕົນ​ນຶ່ງຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປາ​ກົດ​ແກ່​ເຊ​ຄາ​ຣີ​ຢາ ຢືນ​ຢູ່​ເບື້ອງ​ຂວາ​ແທ່ນ​ເຜົາ​ເຄື່ອງ​ຫອມ​ບູ​ຊາ​ນັ້ນ 12 ເມື່ອ​ເຊ​ຄາ​ຣີ​ຢາ​ໄດ້​ເຫັນກໍ​ຢ້ານ​ແລະ​ຕົກ​ໃຈ 13 ແຕ່​ເທວະ​ດາ​ຕົນ​ນັ້ນ​ໄດ້​ບອກວ່າ, “ເຊ​ຄາ​ຣີ​ຢາ​ເອີຍ, ຢ່າ​ຊູ່​ຢ້ານ ເພາະ​ຄຳ​ອ້ອນວອນ​ຂອງ​ທ່ານ​ໄດ້​ຊົງ​ຟັງ​ແລ້ວ ນາງ​ເອ​ລີ​ຊາ​ເບັດ​ພັຣ​ຍາ​ຂອງ​ທ່ານ​ຈະ​ປະ​ສູດ​ບຸດ​ຊາຍ​ໃຫ້​ທ່ານ ແລ້ວ​ທ່ານ​ຈົ່ງ​ໃສ່​ຊື່​ບຸດ​ນັ້ນ​ວ່າ ໂຢ​ຮັນ 14 ທ່ານ​ຈະ​ມີ​ຄວາມຊົມ​ຊື່ນ​ຍິນ​ດີ ແລະ​ຫລາຍ​ຄົນ​ຈະ​ຍິນ​ດີ​ເພາະ​ບຸດ​ນັ້ນ​ເກີດ​ມາ 15 “ເພາະ​ວ່າ​ບຸດ​ນັ້ນ​ຈະ​ໄດ້​ເປັນ​ໃຫຍ່​ຕໍ່​ພຣະ​ພັກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ຈະ​ບໍ່​ດື່ມ​ເຫລົ້າ​ແວງ​ແລະ​ເຫລົ້າ​ປຸກ​ຢ່າງ​ໃດ ແລະ​ຈະ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຕັ້ງ​ແຕ່​ຈາກ​ທ້ອງ​ມານ​ດາ​ມາ 16 ທ່ານ​ຈະ​ນຳ​ລູກ​ຫລານ​ຂອງ​ອິສ​ຣາ​ເອນ​ຫລາຍ​ຄົນ​ຫລົບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ 17 ທ່າ​ນຈະ​ອອກ​ກ່ອນ​ຫນ້າ​ຂອງ​ພຣະ​ອົງ ໂດຍ​ສະ​ແດງອາ​ຣົມ​ແລະ​ຣິດ​ເດດ​ຂອງ​ເອ​ລີ​ຢາ ຈະ​ໃຫ້​ບັນ​ດາ​ພໍ່​ກັບ​ຄືນ​ດີ​ກັບ​ລູກ ແລະ​ໃຫ້ບັນ​ດາ​ຄົນ​ທີ່​ດື້​ດ້ານ​ກັບ​ມາ​ຫາ​ປັນ​ຍາຂອງ​ຄົນ​ສິນ​ທັມ ເພື່ອ​ຈັດ​ຕຽມ​ພົ​ລ​ເມືອງ​ໄວ້​ພ້ອມ​ສຳ​ລັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ” 18 ເຊ​ຄາ​ຣີ​ຢາ​ທູນ​ເທວະ​ດາ​ຕົນ​ນັ້ນ​ວ່າ, “ຂ້າ​ນ້ອຍ​ຈະ​ຮູ້​ເຫດ​ການ​ນີ້​ໄດ້​ຢ່າງ​ໃດ ເພາະ​ຂ້າ​ນ້ອຍ​ກໍ​ເຖົ້າ​ແລ້ວ ແລະ​ພັຣ​ຍາ​ຂອງ​ຂ້າ​ນ້ອຍ​ກໍ​ອາ​ຍຸ​ສູງ​ຫລາຍ​ແລ້ວ” 19 ຝ່າຍ​ເທວະ​ດາ​ຕົນ​ນັ້ນ​ຈຶ່​ງ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບ​ຣີ​ເອນ​ຊຶ່ງ​ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແລະ​ຊົງ​ໃຊ້​ໃຫ້​ມາ​ກ່າວ​ກັບ​ທ່ານ​ແລະ​ນຳ​ຂ່າວ​ດີ​ນີ້​ມາບອກ​ແກ່​ທ່ານ 20 ເບິ່ງ​ແມ໋, ທ່ານ​ຈະ​ເປັນ​ຄົນ​ໃບ້​ແລະ​ປາກ​ບໍ່​ໄດ້ ຈົນ​ເຖິງວັນ​ທີ່​ເຫດການ​ເຫ​ລົ່າ​ນັ້ນ​ຈະ​ເກີດ​ຂຶ້ນ ເພາະ​ທ່ານ​ບໍ່​ໄດ້​ເຊື່ອ​ຖ້ອຍ​ຄຳ​ຂອງ​ເຮົາ​ທີ່​ຈະ​ສຳ​ເຣັດ​ຕາມ​ກຳ​ນົດ” 21 ຝ່າຍ​ພົ​ລ​ເມືອງ​ກໍ​ຄອຍ​ຖ້າ​ເຊ​ຄາຣີ​ຢາ​ດ້ວຍ​ຄວາມປ​ລາດ​ໃຈ ເພາະ​ທ່ານ​ຊັກ​ຊ້າ​ຢູ່​ໃນ​ພຣະ​ວິ​ຫານ 22 ເມື່ອ​ທ່ານ​ອອກ​ມາ​ແລ້ວ​ກໍ​ປາກ​ນຳ​ເຂົາ​ບໍ່​ໄດ້ ເຂົາ​ຈຶ່ງ​ສັງ​ເກດ​ຮູ້​ວ່າ​ທ່ານ​ໄດ້​ເຫັນ​ນິ​ມິດ​ໃນ​ພຣະ​ວິ​ຫານ ທ່າ​ນໄດ້​ສະ​ແດງ​ທ່າ​ທີ​ພາ​ສາ​ໃບ້​ຕໍ່​ເຂົາ​ແລະ​ຍັງ​ເປັນ​ໃບ້​ຢູ່ 23 ເມື່ອ​ຫມົດ​ຜຽນ​ຂອງ​ທ່ານ​ແລ້ວ​ທ່ານ​ກໍ​ກັບ​ບ້ານ 24 ພາຍ​ລຸນ​ມາ​ເອ​ລີ​ຊາ​ເບັດ​ພັຣ​ຍາ​ຂອງ​ທ່ານ​ກໍ​ມີ​ທ້ອງ ແລ້ວ​ຈຶ່ງ​ໄປ​ລີ້​ຕົວ​ຢູ່​ໃນ​ລະ​ຫວ່າງ​ຫ້າ​ເດືອນ​ຈຶ່ງ​ເວົ້າ​ວ່າ, 25 “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເຣັດ​ຢ່າງ​ນີ້​ແກ່ຂ້າ​ນ້ອຍ ໃນ​ວັນ​ທີ່​ພຣະ​ອົງ​ໄດ້​ທອ​ດ​ພຣະ​ເນດ​ຂ້າ​ນ້ອຍ ເພື່ອ​ຊົງ​ຍົກ​ຄວາມ​ນິນ​ທາ​ຂອງ​ຂ້າ​ນ້ອຍ​ທີ່​ມີ​ຢູ່​ຖ້າມ​ກາງ​ຄົນ​ທັງ​ຫລາຍ​ອອກ​ເສັຽ” 26 ເມື່​ອ​ເຖິງ​ເດືອນ​ຖ້ວນ​ຫົກ​ເທວະ​ດາ​ຄັບ​ຣີ​ເອນ​ໄດ້​ຣັບ​ໃຊ້​ຈາກ​ພຣະ​ເຈົ້າ ມາ​ຍັງ​ເມືອງ​ນຶ່ງ​ໃນ​ແຂ​ວງ​ຄາ​ລີ​ເລ​ຊື່ນາ​ຊາ​ເຣັດ 27 ມາ​ຫາ​ຍິງ​ພົມ​ຈາ​ຣີ​ຄົນ​ນຶ່ງ ຊຶ່ງ​ເປັນ​ຄູ່​ຫມັ້ນ​ຂອງ​ຊາຍ​ຄົນ​ນຶ່ງ​ຊື່​ໂຢ​ເຊບ ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ກະ​ສັດ​ດາ​ວິດ ນາງ​ນັ້ນ​ຊື່​ມາ​ຣິ​ອາ 28 ເມື່ອ​ເທວະ​ດາ​ມາ​ເຖິງ​ນາງ​ແລ້ວ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ຈະ​ເຣີນ​ເທີນ, ເຈົ້າ​ຜູ້​ທີ່​ຊົງ​ໂຜດ​ພຣະ​ກະ​ຣຸ​ນາ​ປາ​ນີ​ຫລາຍ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ສະ​ຖິດ​ຢູ່​ກັບ​ເຈົ້າ” 29 ຝ່າຍ​ມາ​ຣິ​ອາ​ກໍ​ຕົກ​ສະ​ທ້ານ​ໃຈ​ເພາະ​ຖ້ອຍ​ຄຳ​ຂອ​ງ​ເທວະ​ດາ​ນັ້ນ ຈຶ່ງ​ຣຳ​ພຶງວ່າ​ຄຳ​ທັກ​ທາຍ​ນີ້​ຈະ​ຫມາຍ​ຄວາມ​ວ່າຢ່າງ​ໃດ 30 ແລ້ວ​ເທວະ​ດາ​ໄດ້​ກ່າວ​ກັບ​ນາງວ່າ, “ມາ​ຣິ​ອາ​ເອີຍ, ຢ່າຊູ່​ຢ້ານ ເພາະ​ວ່າ​ເຈົ້າ​ເປັນ​ທີ່​ຊົງ​ພຣະ​ກະ​ຣຸ​ນາ​ໂຜດແລ້ວ 31 ເບິ່ງ​ແມ໋, ເຈົ້າ​ຈະ​ມີ​ທ້ອງ​ແລະ​ປະ​ສູດ​ບຸດ​ຊາຍ ຈົ່ງ​ຕັ້ງ​ຊື່​ບຸດ​ນັ້ນ​ວ່າ​ ເຢ​ຊູ 32 ບຸດ​ນັ້ນ​ຈະ​ໄດ້​ເປັນ​ໃຫຍ່ ແລະ​ຈະ​ຊົງເອີ້ນ​ວ່າ​ພຣະ​ບຸດ​ຂອງ​ຜູ້ສູງ​ສຸດ ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ປະ​ທານ​ພຣະ​ທີ່​ນັ່ງ​ຂອງ​ກະ​ສັດ​ດາ​ວິດ ຜູ້​ເປັນ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ ໃຫ້​ແກ່​ທ່ານ 33 ແລະ​ທ່ານ​ຈະ​ສ​ເວີຍ​ຣາຊ​ຄຸ້ມ​ຄອງ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ສືບໆ​ໄປ​ເປັນ​ນິດ ແລະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ທ່ານ​ຈະ​ບໍ່​ຮູ້​ສິ້ນ​ສຸດ” 34 ຝ່າຍ​ມາ​ຣິ​ອາ​ຈຶ່ງ​ທູນ​ເທວະ​ດາ​ນັ້ນ​ວ່າ, “ເຫດ​ການ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງ​ໃດ ເພາະ​ຂ້າ​ນ້ອຍ​ຍັງ​ບໍ່​ທັນ​ໄດ້​ຮ່ວມ​ຮູ້​ກັບ​ຊາຍ​ຈັກ​ເທື່ອ” 35 ເທວະ​ດາ​ໄດ້​ຕອບ​ນາງວ່າ, “ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຈະ​ສະ​ເດັດ​ລົງ​ມາ​ເຖິງ​ເຈົ້າ ແລະ​ຣິດ​ເດດ​ຂອງ​ຜູ້​ສູງ​ສຸດ​ຈະ​ປົກ​ຄຸມ​ເຈົ້າ​ໄວ້ ເຫ​ດສັນ​ນີ້​ບຸດ​ທີ່​ຈະ​ເກີດ​ມາ​ນັ້ນ​ຈະ​ໄດ້​ເອີ້ນ​ວ່າ​ບໍ​ຣິ​ສຸດ ຄື​ພຣະ​ບຸດຂອງ​ພຣະ​ເຈົ້າ 36 ເບິ່​ງ​ແມ໋, ເຖິງ​ນາງ​ເອ​ລີ​ຊາ​ເບັດ​ພີ່​ນ້ອງ​ຂອງ​ເຈົ້າ​ຜູ້​ແກ່​ຊະ​ຣາ​ແລ້ວ ກໍ​ຍັງ​ມີ​ທ້ອງ​ຈະ​ເກີດ​ບຸດ​ຊາຍ​ເຫມືອນ​ກັນ ບັດ​ນີ້​ນາງ​ທີ່​ເຂົາ​ຖື​ວ່າ​ເປັນ​ຍິງ​ຫມັນ​ກໍ​ມີ​ທ້ອງ​ໄດ້​ຫົກ​ເດືອນ​ແລ້ວ 37 ເພາະ​ວ່າ​ຝ່າຍ​ພຣະ​ເຈົ້າ​ບໍ່​ມີ​ສິ່ງ​ໃດ​ທີ່​ເຫລືອ​ພຣະ​ກຳ​ລັງ” 38 ສ່ວນ​ມາ​ຣິ​ອາ​ກໍ​ທູນ​ວ່າ, “ຂ້າ​ນ້ອຍ​ນີ້​ແຫລະ, ເປັນ​ຂ້ອຍ​ຍິງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ໃຫ້​ບັງ​ເກີດ​ແກ່​ຂ້າ​ນ້ອຍ​ຕາມ​ຄຳ​ຂອງ​ເຈົ້າ​ກູ​ເທີນ” ແລ້ວ​ເທວະ​ດາ​ຕົນ​ນັ້ນ​ໄດ້​ຈາກ​ນາງ​ໄປ

ມາ​ຣິ​ອາ​ໄປ​ຢ້ຽມ​ຢາມ​ເອ​ລີ​ຊາ​ເບັດ

39 ຄາວ​ນັ້ນ​ມາ​ຣິ​ອາ​ໄດ້​ລຸກ​ຂຶ້ນແລ້ວ​ຮີບ​ໄປ​ຍັງ​ເຂດ​ພູ​ເຂົາ ຄື​ໄປ​ເຖິງ​ເມືອງ​ນຶ່ງ​ໃນ​ແຂວງ​ຢູ​ດາຍ 40 ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງເຊ​ຄາ​ຣີ​ຢາ​ທັກ​ທາຍ​ນາງ​ເອ​ລີ​ຊາ​ເບັດ 41 ພໍ​ເມື່ອ​ເອ​ລີ​ຊາ​ເບັດ​ໄດ້​ຍິນ​ຄຳ​ທັກ​ທາຍ​ຂອ​ງມາ​ຣິ​ອາ ບຸດ​ໃນ​ທ້ອງ​ຂອງ​ຕົນ​ກໍ​ດີ້ນ ແລະ​ເອ​ລີ​ຊາ​ເບັດ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 42 ຈຶ່ງ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ນາງ​ໄດ້​ຮັບ​ພຣະ​ພອນ​ໃນ​ລະ​ຫວ່າງ​ພວກ​ຜູ້​ຍິງ ແລະ​ບຸດ​ໃນ​ທ້ອງ​ຂອງ​ນາງ​ໄດ້​ຮັບ​ພຣະ​ພອນ​ດ້ວຍ 43 ເປັນ​ສັນ​ໃດ​ຂ້າ​ນ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ເມດ​ຕາ​ຢ່າງ​ນີ້ ຄື​ມານ​ດາ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ​ໄດ້​ມາ​ຫາ​ຂ້າ​ນ້ອຍ 44 ເພາະ​ວ່າ ເບິ່ງ​ແມ໋, ພໍ​ສຽງ​ທັກ​ທາຍ​ຂອງ​ນາງ​ເຂົ້າ​ຫູຂ້າ​ນ້ອຍ ລູກ​ໃນ​ທ້ອງ​ຂອງ​ຂ້າ​ນ້ອຍ​ໄດ້​ດີ້ນ​ດ້ວຍ​ຄວາມ​ຍິນ​ດີ 45 ຄວາມ​ສຸກ​ມີ​ແກ່​ນາງ​ທີ່​ໄດ້​ເຊື່ອ​ວ່າ ຈະ​ສຳ​ເຣັດ​ຕາມ​ພຣະ​ຄັມ​ທີ່​ນາງ​ໄດ້​ຮັບ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​“

ເພງ​ສັຣ​ເສີນ​ຂອງ​ມາ​ຣິ​ອາ

46 ສ່ວນ​ມາ​ຣິ​ອາ​ກໍ​ກ່າວ​ວ່າ, “ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ສັຣ​ເສີນ​ຍ້ອ​ງ​ຍໍ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ 47 ແລະ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະເຈົ້າ​ກໍ​ເກີດ​ຄວາມ​ຍິນ​ດີ​ໃນ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ໃຫ້​ຂ້າ​ພະເຈົ້າ​ພົ້ນ 48 ເພາະ​ພຣະ​ອົງ​ຊົງ​ທອດ​ພຣະ​ເນດ​ຖາ​ນະ​ອັນ​ຍາກ​ຕ່ຳ​ຕ້ອຍ​ແຫ່ງ​ຂ້ອຍ​ຍິງ​ຂອງ​ພຣະ​ອົງ ເບິ່ງ​ແມ໋, ຕັ້ງ​ແຕ່​ນີ້​ໄປ​ຄົນ​ທຸກ​ສະ​ໄຫມ​ຈະ​ເອີ້ນ​ຂ້າພະ​ເຈົ້າ​ວ່າ​ຜາ​ສຸກ 49 ເພາະ​ວ່າ​ຜູ້​ຊົງ​ຣິດ​ໄດ້​ຊົງ​ກະ​ທຳ​ການ​ໃຫຍ່​ແກ່​ຂ້າ​ພະ​ເຈົ້າ ພຣະ​ນາມ​ຂອງ​ພຣະ​ອົງ​ກໍ​ບໍ​ຣິ​ສຸດ 50 ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ອົງ​ກໍ​ມີ​ແກ່ບັ​ນ​ດາ​ຜູ້​ຢຳ​ເກງ​ພຣະ​ອົງ ທັງ​ຊົ່ວ​ນີ້​ແລະ​ຊົ່ວ​ຫນ້າ​ສືບໆ​ໄປ 51 ພຣະ​ອົງ​ຊົງ​ສະ​ແດງ​ຣິດ​ດ້ວຍ​ພຣະ​ກອນ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ກະ​ທຳ​ໃຫ້​ຄົນ​ທີ່​ມີ​ໃຈ​ຄຶດ​ຈອງ​ຫອງ​ພັດ​ພາກ​ຈາກ​ກັນ 52 ພຣະ​ອົງ​ຊົງ​ຖອດ​ເຈົ້າ​ນາຍ​ລົງ​ຈາກ​ພຣະ​ທີ່​ນັ່ງ ແລະ​ໄດ້​ຊົງ​ຍົກ​ຜູ້​ຍາກ​ຕ່ຳ​ຂຶ້ນ 53 ພຣະ​ອົງ​ຊົງ​ໂຜດ​ໃຫ້​ຄົນ​ອຶດ​ຢາກ​ອີ່ມ​ດ້ວຍ​ຂອງ​ດີ ແລະ​ຊົງ​ກະ​ທຳ​ໃຫ້​ຄົນ​ຮັ່ງ​ມີ​ຫນີ​ໄປ​ມື​ເປົ່າ 54 ພຣະ​ອົງ​ຊົງ​ຊ່ອຍ​ອິສ​ຣາ​ເອນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ຄື​ພຣະ​ອົງ​ຊົງ​ຈື່ຈຳ​ພຣະ​ເມດ​ຕາ​ຂອງ​ພຣະ​ອົງ 55 ທີ່​ມີ​ຕໍ່​ອັບ​ຣາ​ຮາມ​ແລະ​ຕໍ່​ເຊື້ອ​ສາຍ​ຂອງ​ທ່ານ​ເປັນ​ນິດ ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ບອກ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ” 56 ແລ້ວ​ມາ​ຣິ​ອາ​ໄດ້​ອາ​ໄສ​ຢູ່​ກັບ​ນາງ​ເອ​ລີຍ​ຊາ​ເບັດ​ປະ​ມານ​ສາມ​ເດືອນ ຈຶ່ງ​ໄດ້​ກັບ​ຄືນ​ໄປ​ເຮືອນ​ຂອງ​ຕົນ

ເຣື່ອງ​ກຳ​ເນີດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

57 ຄັນ​ຖ້ວນ​ວັນ​ເວ​ລາ​ທີ່​ນາງ​ເອ​ລີ​ຊາ​ເບັດ​ຈະ​ໄດ້​ລູກ​ແລ້ວ ນາງ​ກໍ​ໄດ້​ປະ​ສູດ​ລູກ​ເປັນ​ຜູ້​ຊາຍ 58 ເມື່ອ​ເພື່ອນ​ບ້ານ​ແລະ​ພວກ​ຍາດ​ຕິ​ພີ່​ນ້ອງ​ໄດ້​ຍິນ​ຂ່າວ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ພຣະ​ມະ​ຫາ​

ກະ​ຣຸ​ນາ​ແກ່​ນາງ ເຂົາ​ກໍ​ພາ​ກັນ​ຊົມ​ຊື່ນ​ຍິນ​ດີ​ຮ່ວມ​ກັນ​ກັບ​ນາງ

59 ຄັນ​ເຖິງວັນ​ຖ້ວນ​ແປດ​ເຂົາ​ກໍ​ພາ​ກັນ​ມາ​ໃຫ້​ເດັກ​ນ້ອຍ​ນັ້ນ​ຮັບ​ພິ​ທີ​ຕັດ ແລະ​ເຂົາ​ຈະ​ໃສ່​ຊື່​ເດັກ​ນ້ອຍ​ວ່າ​ເຊ​ຄາ​ຣິ​ຢາ ຕາມ​ຊື່​ຂອງ​ບິ​ດາ 60 ຝ່າຍ​ມານ​ດາ​ຈຶ່ງ​ຕອບ​ວ່າ, “ບໍ່​ແມ່ນ ແຕ່​ຕ້ອງ​ໃສ່​ຊື່​ວ່າ ໂຢ​ຮັນ” 61 ເຂົາ​ພາ​ກັນ​ກ່າວ​ແກ່​ນາງວ່າ, “ໃນ​ພວ​ກພີ່​ນ້ອງ​ຂອງ​ເຈົ້າ​ບໍ່​ມີ​ໃຜ​ທີ່​ມີ​ຊື່​ຢ່າງ​ນັ້ນ” 62 ແລ້ວ​ເຂົາ​ຈຶ່ງ​ສະ​ແດງ​ທ່າ​ທີ​ພາ​ສາ​ໃບ້​ຖາມ​ບິ​ດາ​ວ່າ, “ຢາກ​ໃສ່​ຊື່​ເດັກ​ນ້ອຍ​ນັ້ນ​ວ່າ​ຢ່າງ​ໃດ” 63 ທ່ານ​ຈຶ່ງ​ຂໍ​ເອົາ​ກະ​ດານ​ມາ​ຂຽນ​ວ່າ, “ຊື່​ຂອງ​ເດັກ​ນ້ອຍ​ນັ້ນ​ຄື ໂຢ​ຮັນ” ຄົນ​ທັງ​ປວງ​ກໍ​ປ​ລາດ​ໃຈ 64 ໃນ​ທັນ​ໃດ​ນັ້ນ​ທ່ານ​ອອກ​ສຽງ​ໄດ້ ແລະ​ລີ້ນ​ກໍ​ອ່ອນ ແລ້ວ​ທ່ານ​ໄດ້​ກ່າວ​ສັຣ​ເສີນ​ພຣະ​ເຈົ້າ 65 ເພື່ອນ​ບ້ານ​ທັງ​ປວງ​ກໍ​ເກີດ​ຄວາມ​ຢ້ານ ແລະ​ເຫດ​ການ​ທັງ​ປວງ​ນັ້ນ​ກໍ​ຊ່າ​ລື​ໄປ​ທົ່ວ​ເຂດ​ພູ​ແຂວງ​ຢູ​ດາຍ 66 ບັນ​ດາ​ຄົນ​ທີ່​ໄດ້​ຍິນ​ຂ່າວ​ເຫລົ່າ​ນີ້​ກໍ​ເກັບ​ໄວ້​ໃນ​ໃຈ​ແລະ​ເວົ້າ​ວ່າ, “ລູກ​ນ້ອຍ​ນັ້ນ​ຈະ​ເປັນ​ຢ່າງ​ໃດ​ຫນໍ” ດ້ວຍ​ວ່າ​ພຣະຫັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ສະ​ຖິດ​ຢູ່​ນຳ​ເດັກ​ນ້ອຍ​ນັ້ນ

ຄຳ​ທຳ​ນ​ວາຍ​ຂອງ​ເຊ​ຄາ​ຣີ​ຢາ

67 ຝ່າຍ​ເຊ​ຄາ​ຣິ​ຢາ​ຜູ້​ເປັນ​ບິ​ດາ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ ຈຶ່ງ​ໄດ້​ທຳ​ນ​ວາຍ​ວ່າ, 68 “ຈົ່ງ​ສັຣ​ເສີນ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ອິສ​ຣາ​ເອນ ດ້ວຍ​ພຣະ​ອົງ​ໄດ້​ຊົງ​ຢ້ຽມ​ຢາມ​ແລະ​ໄດ້​ຊົງ​ໄຖ່​ເອົາ​ພົ​ລ​ເມືອງ​ຂອງ​ພຣະ​ອົງ 69 ແລະ​ໄດ້​ຊົງ​ໃຫ້​ຜູ້​ຊົງ​ຣິດ​ຜູ້​ນຶ່ງ​ເກີດ​ຂຶ້ນ ໃນ​ວົງ​ສາ​ຂອງ​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ເປັນ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກ​ເຮົາ 70 ຕາ​ມ​ທີ່​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ຕັ້ງ​ແຕ່​ບູ​ຮານ ໂດຍ​ປາກ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ 71 ຄື​ຊົງ​ໃຫ້​ພົ້​ນ​ຈາກ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ພວກ​ເຮົາ ແລະ​ພົ້ນ​ຈາກ​ມື​ຄົນ​ທັງ​ປວງ​ທີ່​ຊັງ​ເຮົາ 72 ດັ່ງ​ນັ້ນ​ຈຶ່ງ​ສະ​ແດງພຣະ​ກະ​ຣຸ​ນາ ຊຶ່ງ​ຊົງ​ສັນ​ຍາ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ແລະ​ຊົງ​ລະ​ນຶກ​ເຖິງ​ພຣະ​ສັນ​ຍາ​ອັນ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ 73 ຄື​ຄຳ​ສາ​ບານ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ສາ​ບານ​ໄວ້​ກັບ​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ວ່າ, 74 “ເມື່ອ​ເຮົາ​ໄດ້​ພົ້ນ​ຈາກ​ມື​ສັດ​ຕຣູ​ທັງ​ຫລາຍ​ຂອງ​ເຮົາ​ແລ້ວ ຈະ​ຊົງ​ໂຜດ​ໃຫ້​ເຮົາ​ໄດ້​ບົວ​ລະ​ບັດ​ພຣະ​ອົງ ໂດຍ​ປາ​ສ​ຈາກ​ຄວາມ​ຢ້ານ 75 ດ້ວຍ​ໃຈສັດ​ຊື່​ແລະ​ດ້ວຍ​ຄວາມ​ຊອບ​ທັມ ຕໍ່​ພຣະ​ພັກ​ພຣະ​ອົງ​ຕ​ລອດ​ຊີ​ວິດ​ຂອງ​ພວກ​ເຮົາ 76 ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ຜູ້​ສູງ​ສຸດ ເພາະ​ວ່າ​ເຈົ້າ​ຈະ​ໄປ​ກ່ອນ​ຫນ້າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຈັດ​ແຈງ​ບັນ​ດາ​ທາງ​ຂອງ​ພຣະ​ອົງ 77 ເພື່ອ​ຈະ​ໃຫ້​ພົ​ລ​ເມືອງ​ຂອງ​ພຣະ​ອົງ​ຮູ້​ເຖິງ​ຄວາມ​ພົ້ນ ໂດຍ​ການ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເຂົາ 78 ດ້ວຍ​ພຣະ​ທັຍ​ເມດ​ຕາ​ກະ​ຣຸ​ນາ​ແຫ່ງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ແສງ​ສວ່າງ​ໃນ​ຍາມ​ຮຸ່ງ​ເຊົ້າ​ຈາກ​ທີ່​ສູງ​ໄດ້​ມາ​ຢ້ຽມ​ຢາມ​ພວກ​ເຮົາ 79 ເພື່ອ​ຈະ​ສ​ອ່ງ​ສວ່າງ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳ​ພາ​ຕີນ​ຂອງ​ເຮົາ​ໄປ​ໃນ​ທາງ​ສງົ​ບ​ສຸກ” 80 ຝ່າຍ​ລູກ​ນ້ອຍ​ນັ້ນ​ກໍ​ໃຫຍ່ຂຶ້ນ​ແລະ​ຈິດ​ວິນ​ຍານ​ກໍ​ມີ​ກຳ​ລັງ​ທະ​ວີ​ຂຶ້ນ ທ່ານ​ໄດ້​ອາ​ໄສ​ຢູ່​ໃນ​ປ່າ​ຈົນ​ເຖິງວັນ​ທີ່​ຈະ​ໄດ້​ມາ​ປາ​ກົດ​ແກ່​ພວກ​ອິສ​ຣາ​ເອນ

ລູກາ 2

ພຣະ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ

1 ຢູ່​ມາ​ໃນ​ຄາວ​ນັ້ນ​ມີ​ຄຳ​ສັ່ງ​ຈາກ​ກາຍ​ຊາ​ໂອ​ຄຸ​ໂຕ​ໃຫ້​ຈົດ​ທະ​ບຽນ​ສຳ​ມະ​ໂນ​ຄົວ​ທົ່ວ​ແຜ່ນ​ດິນ 2 ການ​ຈົດ​ທະ​ບຽນ​ສຳ​ມະ​ໂນຄົວ​ເທື່ອ​ຕົ້ນ​ນີ້ ເກີດ​ຂຶ້ນ​ເມື່ອ​ເວ​ລາ​ກິ​ເຣ​ນີ​ໂອ​ເປັນ​ຜູ້​ປົກ​ຄອງ​ເມືອງ​ຊີ​ເຣັຽ 3 ຄົນ​ທັງ​ປວງ​ຕ່າງ​ຄົນ​ກໍ​ຕ່າງ​ໄປ​ຂຶ້ນ​ທະ​ບຽນ​ຍັງ​ເມືອງ​ຂອງ​ຕົນ 4 ຝ່າຍ​ໂຢ​ເຊບ​ກໍ​ຂຶ້ນ​ໄປ​ຈາກ​ເມືອງ​ນາ​ຊາ​ເຣັດ​ແຂວງ​ຄາ​ລີ​ເລ ເຖິງ​ເມືອງ​ຂອງ​ດາ​ວິດ​ຊື່ ເບັດ​ເລ​ເຮັມ​ແຂວງ​ຢູ​ດາຍ ເພາະ​ທ່ານ​ເປັນ​ເຊື້ອ​ສາຍ​ແລະ​ວົງ​ຕະ​ກູນ​ດຽວ​ກັນ​ກັບ​ດາ​ວິດ 5 ເພື່ອ​ຈະ​ຂຶ້ນທະ​ບຽນ​ສໍາ​ມະ​ໂນ​ຄົ​ວ​ພ້ອມ​ກັບ​ນາງ​ມາ​ຣິ​ອາ​ຄູ່​ຫມັ້ນ​ຂອງ​ຕົນ ສ່ວນ​ມາ​ຣິ​ອາກໍ​ກຳ​ລັງ​ມີ​ທ້ອງ​ຢູ່ 6 ເມື່ອ​ເຂົາ​ທັງ​ສອງ​ຍັງ​ຢູ່​ທີ່​ນັ້ນ​ກໍ​ເຖິງ​ເວ​ລາ​ທີ່ມາ​ຣິ​ອາ​ຈະ​ປະ​ສູດ​ບຸດ 7 ນາງ​ຈຶ່ງ​ໄດ້​ປະ​ສູດ​ບຸດ​ຜູ້​ກົກ ເອົາ​ຜ້າ​ອ້ອມ​ພັນ​ແລະ​ວາງ​ໄວ້​ໃນ​ຮາງ​ຫຍ້າ ເພາະ​ບໍ່​ມີ​ບ່ອນ​ຫວ້າງ​ສຳ​ລັບ​ເຂົາ​ໃນ​ໂຮງ​ແຮມ

ເທວະ​ດາ​ປາ​ກົດ​ແກ່​ບັນ​ດາ​ຜູ້​ລ້ຽງ​ແກະ

8 ໃນ​ແຖບ​ນັ້ນ​ມີ​ພວກ​ລ້ຽງ​ແກະ​ທີ່​ນອນ​ເຝົ້າ​ຝູງ​ແກະ​ຂອງ​ເຂົາ​ຢູ່​ທົ່ງ​ໃນ​ເວ​ລາ​ກາງ​ຄືນ 9 ແລະ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປາ​ກົດ​ແກ່​ເຂົາ ແລະ​ຣັ​ສ​ມີ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ່ອງ​ຮອບ​ເຂົາ ແລະ​ເຂົາ​ໄດ້​ຕົກ​ສະ​ທ້ານ​ໃຈ​ຫລາຍ 10 ຝ່າຍ​ເທວະ​ດາ​ຕົນ​ນັ້ນ​ກໍ​ກ່າວ​ແກ່​ຕໍ່​ເຂົາ​ວ່າ, “ຢ່າ​ຊູ່​ຢ້ານ ເພາະ​ນີ້​ແຫ​ລະ, ເຮົາ​ນຳ​ເອົາ​ຂ່າວ​ດີ​ມາ​ປະ​ກາດ​ໃຫ້​ພວກ​ເຈົ້າ​ຮູ້ ຊຶ່ງ​ເປັນ​ທີ່​ຊື່ນ​ຊົມ​ຍິນດີ​ອັນ​ໃຫຍ່​ແກ່​ພົ​ລ​ເມືອງ​ທັງ​ຫມົດ 11 ເພາະ​ວ່າ​ໃນ​ວັນ​ນີ້​ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ອົງ​ນຶ່ງ ຄື​ພຣະ​ຄຣິດ​ເຈົ້າ ມາ​ບັງ​ເກີດ​ໃນ​ເມືອງ​ດາ​ວິດ​ສຳ​ລັບ​ເຈົ້າ​ທັງ​ຫລາຍ 12 ອັນ​ນີ້​ຈະ​ເປັນ​ຫມາຍ​ສຳ​ຄັນ​ແກ່​ເຈົ້າ​ທັງ​ຫລາຍ ຄື​ພວກ​ເຈົ້າ​ຈະ​ໄດ້​ພົບ​ພຣະ​ກຸມ​ມານ​ຕົນ​ນຶ່ງ​ພັນ​ຜ້າ​ອ້ອມນອນ​ຢູ່​ໃນ​ຮາງ​ຫຍ້າ” 13 ໃນ​ທັນ​ໃດ​ນັ້ນ​ມີ​ກອງ​ທັບ​ສວັນ​ຫມູ່​ໃຫຍ່​ມາ​ຢູ່​ກັບ​ເທວະ​ດາ​ຕົນ​ນັ້ນ ຮ່ວ​ມ​ສັຣ​ເສີນ​ພຣະ​ເຈົ້າ​ວ່າ, 14 “ພຣະ​ຣັ​ສ​ມີ​ຈົ່ງ​ມີ​ແດ່​ພຣະ​ເຈົ້າ​ໃນ​ທີ່​ສູງ​ສຸດ ແລະ​ທີ່​ແຜ່ນ​ດິນ​ໂລກ​ຈົ່ງ​ມີ​ສັນ​ຕິ​ສຸກ ແກ່​ມະ​ນຸດ​ທັງ​ປວງ​ທີ່​ພຣະ​ອົງ​ຊົງ​ຊອບ​ພຣະ​ທັຍ​ນັ້ນ” 15 ເມື່ອ​ເທວະ​ດາ​ເຫລົ່າ​ນັ້ນ​ໄປ​ຈາກ​ເຂົາ​ຂຶ້ນ​ສູ່​ສວັນ​ແລ້ວ ພວກ​ລ້ຽງ​ແກະ​ໄດ້​ເວົ້າ​ກັນ​ວ່າ, “ເຮົາ​ພາ​ກັນ​ໄປ​ເມືອງ​ເບັດ​ເລ​ເຮັມ​ເທາະ ໄປ​ເບິ່ງເຫດ​ການ​ທີ່​ເກີດ​ຂຶ້ນ ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ແຈ້ງ​ແກ່​ເຮົາ​ນັ້ນ” 16 ເຂົາ​ກໍ​ຮີບ​ໄປ​ແລ້ວ​ພົບ​ມາ​ຣິ​ອາ​ກັບ​ໂຢ​ເຊບ ແລະ​ເຫັນ​ພຣະ​ກຸມ​ມານ​ນັ້ນ​ນອນ​ຢູ່​ໃນ​ຮາງ​ຫຍ້າ 17 ເມື່​ອເຂົາ​ໄດ້​ເຫັນ​ແລ້ວ​ກໍ​ເລົ່າ​ເຣື່ອງ​ທີ່​ເຂົາ​ໄດ້​ຍິນ​ເຖິງ​ພຣະ​ກຸມ​ມານ​ນັ້ນ 18 ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ກໍ​ປ​ລາດ​ໃຈ​ດ້ວຍ​ຖ້ອຍ​ຄໍາ​ທີ່​ພວກ​ລ້ຽງ​ແກະ​ໄດ້​ບອກ​ແກ່ເຂົາ 19 ຝ່າຍ​ມາ​ຣິ​ອາ​ກໍ​ເກັບ​ບັນ​ດາ​ສິ່ງ​ເຫລົ່າ​ນີ້​ໄວ້​ໃນ​ໃຈ ແລະ​ຄຶດ​ຮ່ຳ​ເພິງຢູ່ 20 ພວກ​ລ້ຽງ​ແກະ​ຈຶ່ງ​ກັບ​ໄປ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ພຣະ​ເຈົ້າ ເພາະ​ເຫດ​ການ​ທັງ​ປວງ​ທີ່​ເຂົາ​ໄດ້​ຍິນ​ແລະ​ໄດ້​ເຫັນ ຕາ​ມ​ທີ່​ໄດ້​ບອກ​ໄວ້​ກັບ​ເຂົາ​ນັ້ນ 21 ເມື່ອ​ຄົບ​ແປດ​ວັນ​ແລ້ວ ເປັນ​ວັນ​ໃຫ້​ພຣະ​ກຸມ​ມານ​ນັ້ນ​ຮັບ​ພິ​ທີ​ຕັດ ເຂົາ​ຈຶ່ງ​ໃສ່​ຊື່​ພຣະ​ກຸມ​ມານ​ນັ້ນ​ວ່າ​ເຢ​ຊູ ຕາມ​ທີ່​ເທວະ​ດາ​ໄດ້​ບອກ​ໄວ້​ກ່ອນ ເມື່ອ​ພຣະ​ກຸມ​ມານ​ນັ້ນ​ຍັງ​ບໍ່​ໄດ້​ປະ​ຕິ​ສົນ​ທິ​ໃນ​ທ້ອງ

ການ​ຖວາຍ​ພຣະ​ກຸມ​ມານ​ເຢ​ຊູ​ໃນ​ພຣະ​ວິ​ຫານ

22 ເມື່ອ​ເຖິງ​ເວ​ລາ​ທີ່​ຈະ​ທຳ​ພິ​ທີ​ຊຳ​ຮະ​ຕົວ​ໃຫ້​ສະ​ອາດ ເຂົາ​ຈຶ່ງ​ເອົາ​ພຣະ​ກຸມ​ມານ​ໄປຍັງ​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ຖວາຍ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ 23 (ຕາມ​ທີ່​ຂຽນ​ໄວ້​ແລ້ວ​ໃນ​ພຣະ​ບັນ​ຍັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ລູກ​ຊາຍ​ກົກ​ທຸກ​ຄົນ​ຈະ​ໄດ້​ເອີ້ນ​ວ່າ ເປັນ​ລູກ​ທີ່​ຖວາຍ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ”) 24 ແລະ​ເພື່ອ​ຖວາຍ​ຂອງ​ບູ​ຊາ​ຕາມ​ທີ່​ຊົງ​ກ່າວ​ໄວ້​ແລ້ວ​ໃນ​ພຣະ​ບັນ​ຍັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື “ນົກ​ເຂົາ​ຄູ່​ນຶ່ງ​ຫລື​ນົກ​ກາງ​ແກຫນຸ່ມ​ສອງ​ໂຕ” 25 ນີ້​ແຫລະ, ມີ​ຊາຍ​ຄົນ​ນຶ່ງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຊື່ ຊີ​ເມ​ໂອນ ເປັນ​ຄົນ​ສິນ​ທັມ​ແລະ​ຢຳ​ເກງ​ພຣະ​ເຈົ້າ ທ່ານ​ໄດ້​ຄອຍ​ຖ້າ​ວັນ​ທີ່​ພວກ​ອິສ​ຣາ​ເອນ​ຈະ​ໄດ້​ຣັບ​ຄວາມ​ບັນ​ເທົາ​ທຸກ ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ສະ​ຖິດ​ຢູ່​ກັບ​ທ່ານ 26 ພຣະ​ວິນ​ຍານບໍ​ຣິ​ສຸດ​ໄດ້​ຊົງ​ສະ​ແດງ​ແກ່​ທ່ານ​ແລ້ວ​ວ່າ ທ່ານ​ຈະ​ບໍ່​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ພຣະ​ຄຣິດ​ຜູ້​ມາ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 27 ຊີ​ເມ​ໂອນ​ໄດ້​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ໂດຍ​ພຣະ​ວິນ​ຍານ​ຊົງ​ນຳ ແລະ​ເມື່ອ​ບິ​ດາ​ມານ​ດາ​ໄດ້​ນຳ​ເອົາ​ພຣະ​ກຸມ​ມານ​ເຢ​ຊູ​ເຂົ້າ​ໄປ ເພື່ອ​ຈະ​ກະ​ທຳ​ແກ່​ພຣະ​ກຸມ​ມານ​ຕາມກົດ​ລະບຽບ​ແຫ່ງ​ພຣະ​ບັນ​ຍັດ 28 ຊີ​ເມ​ໂອນ​ຈົ່ງ​ອຸ້ມ​ເອົາ​ພຣະ​ກຸມ​ມານ ​ແລະ​ສັຣ​ເສີນ​ພຣະ​ເຈົ້າ​ວ່າ, 29 “ຂ້າ​ແດ່​ພຣະ​ອົງ​ເຈົ້າ ບັດ​ນີ້​ພຣະ​ອົງ​ໄດ້​ຊົງ​ໃຫ້​ຂ້ອຍ​ໃຊ້​ຂອງ​ພຣະ​ອົງ​ໄປ​ເປັນ​ສຸກ ຕາມ​ພຣະ​ທັມ​ຂອງ​ພຣະ​ອົງ​ 30 ເພາະ​ວ່າ​ຕາ​ຂ້າ​ພຣະ​ອົງ​ໄດ້​ເຫັນ​ຄວາມ​ພົ້ນ​ທີ່​ມາ​ຈາກ​ພຣະ​ອົງ​ແລ້ວ 31 ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຈັດ​ຕຽມ​ໄວ້​ຕໍ່​ຫນ້າ​ໄພ່​ພົນ​ທັງ​ຫລາຍ 32 ເປັນ​ຄວາມ​ສວ່າງ​ສ່ອງ​ແສງ​ແກ່​ບັນ​ດາ​ປະ​ຊາ​ຊາດ ແລະ​ເປັນ​ສະ​ງ່າ​ຣາ​ສີ​ແກ່​ພວກ​ອິສ​ຣາ​ເອນ​ພົ​ລ​ເມືອງຂອງ​ພຣະ​ອົງ” 33 ຝ່າຍ​ບິ​ດາ​ມານ​ດາ​ຂອງ​ພຣະ​ກຸມ​ມານກໍ​ປ​ລາດ​ໃຈ ດ້​ວຍ​ຖ້ອຍ​ຄຳ​ທີ່​ຊີ​ເມ​ໂອນ​ໄດ້​ກ່າວ​ເຖິງ​ພຣະ​ກຸມ​ມານ​ນັ້ນ 34 ຊີ​ເມ​ໂອນ​ໄດ້​ອວຍ​ພອນ​ແກ່​ເຂົາ ແລ້ວ​ກ່າວ​ແກ່​ມາ​ຣິ​ອາ​ມານ​ດາ​ພຣະ​ກຸມ​ມານ​ນັ້ນ​ວ່າ, “ເບິ່ງ​ແມ໋, ພຣະ​ກຸ​ມມານ​ນີ້​ຊົງ​ຕັ້ງ​ໄວ້​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ໃນ​ພວກ​ອິສ​ຣາ​ເອນ​ລົ້ມ​ລົງ​ແລະ​ລຸກ​ຂຶ້ນ​ໃຫມ່ ແລະ​ເປັນ​ຫມາຍ​ສຳ​ຄັນ​ທີ່​ເຂົາ​ຈະ​ກ່າວ​ຕໍ່​ສູ້ 35 ເພື່ອ​ຄວາມ​ຄຶດ​ໃນ​ໃຈ​ຂອງ​ຄົນ​ຈຳ​ນວນ​ຫລາຍ​ຈະ​ໄດ້​ປາ​ກົດ​ແຈ້ງ​ ສ່ວນ​ນາງ ດາບ​ຈະ​ແທງ​ຫົວ​ໃຈ​ຂອງ​ນາງ​ເອງ​ໃຫ້​ຊອດ” 36 ຍັງ​ມີ​ຫມໍ​ທຳ​ນ​ວາຍ​ຍິງ​ຄົນ​ນຶ່ງ​ຊື່​ອາ​ນາ ເປັນ​ລູກ​ຂອງ​ຟາ​ນູ​ເອນ​ໃນ​ຕະ​ກູນ​ອາ​ເຊີ ນາງ​ເປັນ​ຄົນ​ແກ່​ຊະ​ຣາ​ຫລາຍ​ແຫລ້ວ ມີ​ຜົວ​ຕັ້ງ​ແຕ່​ເປັນ​ສາວ​ຫນຸ່ມ ແລະ​ຢູ່​ນຳ​ຜົວ​ໄດ້​ເຈັດ​ປີ 37 ແລ້ວ​ກໍ​ເປັນ​ຫມ້າຍ​ຢູ່​ລະ​ຫວ່າງ​ແປດ​ສິບ​ສີ່​ປີ ນາງ​ບໍ່​ຫນີ​ຈາກ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແຕ່​ໄດ້​ຢູ່​ປະ​ຕິ​ບັດ​ພຣະ​ເຈົ້າ ຮັກ​ສາສິນ​ດ້ວຍ​ອົດ​ອາ​ຫານ​ແລະ​ໄຫວ້ວອນ​ທັງ​ກາງ​ເວັນ​ແລະ​ກາງຄືນ 38 ໃນ​ຂນະ​ນັ້ນ​ນາງ​ໄດ້​ເຂົ້າ​ມາ​ໂມ​ທະ​ນາ​ພຣະ​ຄຸນ​ ພຣະ​ເຈົ້າ ແລະ​ກ່າວ​ເຖິງ​ພຣະ​ກຸມ​ມານ​ໃຫ້​ຄົນ​ທັງ​ປວງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຟັງ ຊຶ່ງ​ເຂົາ​ກຳ​ລັງ​ຄອຍ​ຖ້າ​ການ​ຊົງ​ໄຖ່​ໃຫ້​ພົ້ນ​ນັ້ນ

ການກັບເມືອນາຊາເຣັດ

39 ຄັນ​ໂຢ​ເຊບ​ກັບ​ມາ​ຣິ​ອາ​ໄດ້​ເຮັດ​ທຸກ​ສິ່ງ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ກໍ​ໄດ້​ກັບ​ເມືອ​ຍັງ​ເມືອງ​ຂອງ​ຕົນ ຄື​ນາ​ຊາ​ເຣັດ​ແຂວງ​ຄາ​ລີ​ເລ 40 ພຣະ​ກຸມ​ມານ​ນັ້ນ​ກໍ​ໃຫຍ່​ຂຶ້ນ​ແລະ​ແຂງ​ແຮງ ເຕັມ​ໄປ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ​ພຣະ​ຄຸ​ນ​ຂອງ​ພຣະ​ເຈົ້າ​ກໍ​ສະ​ຖິດ​ຢູ່​ນຳ ພຣະກຸມມານເຢຊູໃນພຣະວິຫານ 41 ຝ່າຍ​ບິ​ດາ​ມານ​ດາ​ຂອງ​ພຣະ​ກຸມ​ມານ ເຄີຍ​ຂຶ້ນ​ເມືອ​ກຸງ​ເຢຣູ​ຊາ​ເລັມ​ໃນ​ເທ​ສ​ການ​ປັ​ສ​ຄາ​ທຸກ​ປີ 42 ເມື່ອ​ພຣະ​ກຸມ​ມານ​ມີ​ພຣະ​ຊົນ​ສິບ​ສອງ​ພັນ​ສາ ເຂົາ​ກໍ​ຂຶ້ນ​ເມືອ​ຕາມ​ທັມ​ນຽມ​ເທ​ສ​ການ​ນັ້ນ 43 ເມື່ອ​ຄົບ​ກຳ​ນົດ​ວັນ​ປັ​ສ​ຄາ​ນັ້ນ​ແລ້ວ​ ຂ​ນະ​ທີ່​ເຂົາ​ກຳ​ລັງ​ກັບ​ເມືອ ພຣະ​ກຸມ​ມານ​ເຢ​ຊູ​ກໍ​ຍັງ​ຄ້າງ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ຝ່າຍ​ບິ​ດາ​ມານ​ດາ​ກໍ​ບໍ່​ຮູ້​ຈັກ 44 ເພາະ​ເຂົາ​ທັງ​ສອງ​ຄຶດ​ວ່າ​ພຣະ​ກຸມ​ມານ​ນັ້ນ​ຢູ່​ນຳ​ຄົນ​ທີ່​ມາ​ດ້ວຍ​ກັນ ເຂົາ​ຈຶ່ງ​ເດີນ​ທາງ​ໄປ​ໄດ້​ມື້​ນຶ່ງ ຈຶ່ງ​ຕັ້ງ​ຊອກ​ຫາ​ພຣະ​ກຸມ​ມານ​ໃນ​ຫມູ່​ພີ່​ນ້ອງ​ແລະ​ຄົນ​ທີ່​ຮູ້​ຈັກ​ກັນ 45 ເມື່ອ​ບໍ່​ພົບຈຶ່ງ​ກັບ​ຄືນ​ໄປ​ຊອກ​ຫາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ 46 ຄັນ​ຊອກ​ຫາ​ໄດ້​ສາມ​ວັນ​ແລ້ວ ຈຶ່ງ​ພົບ​ພຣະ​ກຸມ​ມານ​ນັ່ງ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຖ້າມ​ກາງ​ພວກ​ອາ​ຈານ ກຳ​ລັງ​ຟັງ​ແລະ​ໄຕ່​ຖາມພວກ​ອາ​ຈານ​ເຫລົ່າ​ນັ້ນ​ຢູ່ 47 ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ກໍ​ປ​ລາດ​ໃຈ​ໃນ​ສະ​ຕິ​ປັນ​ຍາ​ແລະ​ຄຳ​ຕອບ​ຂອງ​ພຣະ​ກຸມ​ມານ​ນັ້ນ 48 ຝ່າຍ​ບິ​ດາ​ມານ​ດາ​ເມື່ອ​ໄດ້​ເຫັນ​ແລ້ວ​ກໍ​ອັ​ດ​ສະ​ຈັນ​ໃຈ ມານ​ດາ​ຈຶ່ງກ່າວ​ວ່າ, “ລູກ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຮັດ​ຢ່າງ​ນີ້​ແກ່​ເຮົາ ເບິ່ງ​ແມ໋, ພໍ່​ກັບ​ແມ່​ໄດ້​ຊອກ​ຫາ​ເຈົ້າ​ເປັນ​ທຸກ​ໃຈ​ຫລາຍ” 49 ຝ່າຍ​ພຣະ​ກຸມ​ມານ​ຕອບ​ວ່າ, “ເຈົ້າ​ທັງ​ສ​ອງ​ຊອກ​ຫາ​ເຮົາ​ເຣັດ​ຫຍັງ ຍັງ​ບໍ່​ຮູ້​ຫລື​ວ່າ​ເຮົາ​ຈະ​ຕ້ອງ​ຢູ່​ໃນ​ທີ່​ສະ​ຖິດ​ແຫ່ງ​ພຣະ​ບິ​ດາ​ຂອງ​ເຮົາ” 50 ແຕ່​ບິ​ດາ​ມານ​ດາ​ກໍ​ບໍ່​ໄດ້​ເຂົ້າ​ໃຈຄຳ​ຕອບ​ຂອງ​ພຣະ​ກຸມມາ​ນນັ້ນ 51 ແລ້ວ​ພຣະ​ກຸມ​ມານ​ກໍ​ລົງ​ໄປ​ກັບ​ເຂົາ​ໄປ​ຍັງ​ເມືອງ​ນາ​ຊາ​ເຣັດ​ແລະ​ຍອມ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ເຂົາ ສ່ວນ​ມານ​ດາ​ກໍ​ເກັບ​ຂໍ້​ຄວາມ​ທັງ​ຫລາຍ​ນີ້​ໄວ້​ໃນ​ໃຈ 52 ພຣະ​ເຢ​ຊູ​ກໍ​ໄດ້​ຈະ​ເຣີນ​ຂຶ້ນ​ໃນ​ດ້ານ​ສະ​ຕິ​ປັນ​ຍາ ໃນ​ດ້ານ​ຮ່າ​ງ​ກາຍ ເປັນ​ທີ່​ຊອບ​ຕໍ່​ພຣະ​ເຈົ້າ​ແລະ​ຕໍ່​ມະ​ນຸດ​ເຫມືອນ​ກັນ

ລູກາ 3

ການ​ປະ​ກາດ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

1 ເມື່ອ​ປີ​ທີ່​ສິບ​ຫ້າ​ໃນ​ຣັຊ​ການ​ກາ​ຊາ​ຕີ​ເບ​ຣີ​ໂອ ຄາວ​ເມື່ອ​ປົນ​ອີ​ໂອ​ປີ​ລາດ​ເປັນ​ຜູ້​ຄຸ້ມ​ຄອງ​ແຂວງ​ຢູ​ດາຍ ເຮ​ໂຣດ​ເປັນ​ຜູ້​ຄຸ້​ມ​ຄອງ​ແຂວງ​ຄາ​ລີ​ເລ ຟິ​ລິບ​ນ້ອງ​ຊາຍ​ຂອງ​ເຮ​ໂຣດ​ເປັນຜູ້​ຄຸ້ມ​ຄອງ​ແຂວງ​ອີ​ຕູ​ຣາຍ​ກັບ​ອາ​ນາ​ເຂດ​ທາ​ໂຄ​ນິດ ລິ​ຊາ​ເນັຽ​ເປັນ​ຜູ້​ຄຸ້ມ​ຄອງ​ແຂວງ​ອາ​ບິ​ເລນ 2 ແລະ​ອັນ​ນາ​ກັບ​ກາ​ຢະ​ຟາ​ເປັນ​ມະ​ຫາ​ປະ​ໂຣ​ຫິດ ຄາວ​ນັ້ນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້ມາ​ເຖິງ​ໂຢ​ຮັນ​ບຸດ​ຊາ​ຄາ​ຣິ​ຢາ​ໃນ​ກາງ​ປ່າ 3 ແລ້ວ​ໂຢ​ຮັນ​ໄດ້​ໄປ​ທົ່ວ​ເຂດ​ອ້ອມ​ແອ້ມ​ແມ່​ນ້ຳ​ຈໍ​ແດນ ປະ​ກາດ​ບັບ​ຕິ​ສະ​ມາ​ກ່ຽວ​ກັບ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່ ເພື່ອ​ພຣະ​ເຈົ້າ​ຈະ​ຊົງ​ຍົກ​ຄວາມ​ຜິດ​ບາບ​ເສັຽ 4 ຕາມ​ທີ່​ຂຽນ​ໄວ້​ແລ້ວ​ໃນ​ຫນັງ​ສືຖ້ອຍ​ຄຳ​ຂອງ​ເອຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, “ສຽງ​ຜູ້​ທີ່​ຮ້ອງ​ໃນ​ປ່າ​ວ່າ ຈົ່ງ​ຈັດ​ແຈງ​ທາງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ເຮັດ​ຫົນ​ທາງ​ຂອງ​ພຣະ​ອົງ​ໃຫ້​ຊື່​ໄປ 5 ຮ່ອມ​ທຸກ​ຮ່ອມ​ຈະ​ໄດ້​ຖົມ​ໃຫ້​ເຕັມ ພູ​ແລະ​ໂນນ​ທຸກ​ຫນ່ວຍ​ຈະ​ເຮັດ​ໃຫ້​ຕ່ຳ​ລົງ ທາງ​ຄົດ​ຈະ​ເຮັດ​ໃຫ້​ຊື່ ແລະ​ທາງ​ມີ​ຕໍ​ກໍ​ຈະ​ເຮັດ​ໃຫ້​ກ້ຽງ 6 ມະ​ນຸດ​ທັງ​ປວງ​ຈະ​ເຫັນ​ການ​ທີ່​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ພົ້ນ” 7 ໂຢ​ຮັນ​ຈຶ່ງ​ກ່າວ​ແກ່​ປະ​ຊາ​ຊົນ​ທີ່​ອອກ​ມາ​ຮັບ​ບັບ​ຕິ​ສະ​ມາ​ຈາກ​ຕົນ​ວ່າ, “ອ້າຍ​ຊາດ​ງູ​ຮ້າຍ​ເຮີຍ, ໃຜ​ໄດ້​ບອກ​ສູ​ໃຫ້​ປົບ​ຫນີ​ຈາກ​ພຣະ​ພິ​ໂຣດ​ທີ່​ຈະ​ມາ​ເຖິງ​ນັ້ນ 8 ເຫດ​ສັນ​ນັ້ນ ຈົ່ງ​ປະ​ຕິ​ບັດ​ໃຫ້​ໄດ້​ຜົນ​ສົມ​ກັບ​ການ​ຖິ້ມ​ໃຈເກົ່າ​ເອົາ​ໃຈ​ໃຫມ່ ແລະ​ຢ່າ​ຕັ້ງ​ນຶກ​ໃນ​ໃຈ​ວ່າ “ພວກ​ເຮົາ​ມີ​ອັບ​ຣາ​ຮາມ​ເປັນ​ພໍ່​ເຄົ້າ” ເພາະ​ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ອາດ​ຈະ​ບັນ​ດານ​ໃຫ້​ລູກ​ຫລານ​ເກີດ​ແກ່​ອັບ​ຣາ​ຮາມ​ຈາກ​ກ້ອນ​ຫີນ​ເຫລົ່າ​ນີ້​ກໍ​ໄດ້ 9 ບັດ​ນີ້​ຂວານ​ວາງ​ໄວ້​ທີ່​ເຫງົ້າ​ຕົ້ນ​ໄມ້​ແລ້ວ ສັນ​ນັ້ນ​ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດ​ຜົນ​ດີ​ກໍ​ຈະ​ຖືກ​ປ້ຳ​ແລ້ວ​ໂຍນ​ຖິ້ມ​ໃສ່​ໄຟ​ເສັຽ” 10 ຝ່າຍ​ປະ​ຊາ​ຊົນຈຶ່ງ​ຖາມ​ໂຢ​ຮັນ​ວ່າ, “ຖ້າ​ຢ່າງ​ນັ້ນ​ພວກ​ເຮົາ​ຈະ​ເຣັດ​ແນວ​ໃດ” 11 ທ່ານ​ໄດ້​ຕອບ​ເຂົາ​ວ່າ, “ຜູ້​ໃດ​ທີ່​ມີ​ເສື້ອ​ສອງ​ໂຕ​ຈົ່ງ​ປັນ​ໃຫ້​ຜູ້​ບໍ່​ມີ​ແລະ​ຜູ້​ທີ່​ມີ​ອາ​ຫານ​ຈົ່ງ​ປັນ​ໃຫ້​ເຫມືອນ​ກັນ” 12 ແລະ​ພວກ​ເກັບ​ພາ​ສີ​ກໍ​ໄດ້​ມາ​ຮັບ​ບັບ​ຕິ​ສະ​ມາ​ເຫມືອນ​ກັນ ແລ້ວ​ຖາມທ່ານ​ວ່າ, “ອາ​ຈານ​ເອີ​ຍ, ພວກ​ຂ້າ​ນ້ອຍ​ຄວນ​ຈະ​ເຮັດ​ແນວ​ໃດ” 13 ທ່ານ​ຈຶ່ງ​ຕອບ​ວ່າ, “ຢ່າ​ໄດ້​ເກັບ​ພາ​ສີ​ເກີນ​ອັດ​ຕ​ຣາ” 14 ພວກ​ທະ​ຫານ​ກໍ​ຖາມ​ທ່ານ​ເຫມືອນ​ກັນ​ວ່າ, “ພວກ​ຂ້າ​ນ້ອຍເດ ຈະ​ເຣັດ​ແນວ​ໃດ” ທ່ານ​ຈຶ່ງ​ຕອບ​ເຂົາ​ວ່າ, “ຢ່າ​ຂົ່ມ​ເຫັງ​ຫລື​ຢ່າ​ຫາ​ຄວາມ​ບໍ່​ຈິງ​ໃສ່​ໃຜ​ເພື່ອ​ເອົາ​ເງິນ ແຕ່​ຈົ່ງ​ພໍ​ໃຈ​ໃນ​ຄ່າ​ຈ້າງ​ຂອງ​ຕົນ” 15 ເມື່ອ​ພົ​ລ​ເມືອງ​ຫວັງ​ຖ້າ​ພຣະ​ຄຣິດ​ຢູ່ ເຂົາ​ທຸກ​ຄົນ​ກໍ​ຄຶດ​ໄຕ່​ຕອງ​ເຖິງ​ໂຢ​ຣັນ​ວ່າ, “ຜູ້ນີ້​ອາດ​ຈະ​ແມ່ນ​ພຣະ​ຄຣິດ​ຫລື” 16 ໂຢ​ຮັ​ນ​ຈຶ່ງ​ຕອບ​ເຂົາ​ວ່າ, “ຝ່າຍ​ເຮົາ, ເຮົາ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແຕ່​ມີ​ທ່ານ​ຜູ້​ນຶ່ງ​ຈະ​ມາ​ເປັນ​ຜູ້​ມີ​ຣິດ​ກວ່າ​ເຮົາ​ອີກ ຊຶ່ງ​ເຮົາ​ບໍ່​ສົມ​ຄວນ​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ທ່ານ ຝ່າຍ​ທ່າ​ນຈະ​ໃຫ້​ພວກ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິສຸດ​ແລະ​ດ້ວຍ​ໄຟ 17 ມື​ຂອງ​ທ່ານ​ຖື​ດົ້​ງ​ຝັດ​ເຂົ້າ ເພື່ອ​ຈະ​ເຮັດ​ລານ​ເຂົ້າ​ຂອງ​ຕົນ​ໃຫ້​ກ້ຽງ​ດີ ແລະ​ເພື່​ອ​ຮວບ​ຮວມ​ເຂົ້າ​ເມັດ​ດີ​ໃສ່​ໄວ້​ໃນ​ເລົ້າ​ຂອງ​ຕົນ ແຕ່​ເຂົ້າ​ລີບ​ນັ້​ນ​ທ່ານ​ຈະ​ເຜົາ​ເສັຽດ້ວຍ​ໄຟ​ທີ່​ບໍ່​ຮູ້ມອດ” 18 ດ້ວຍ​ເຫດ​ນີ້​ໂຢ​ຮັນ​ຈຶ່ງ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ພົ​ລ​ເມືອງ​ດ້ວຍ​ຄຳ​ເຕືອນ​ສະ​ຕິ​ຕ່າງໆ​ຫລາຍ​ຂໍ້ 19 ຝ່າຍ​ເຮໂຣດ​ຜູ້​ປົກ​ຄອງ​ເມືອງ ເມື່ອ​ຖືກ​ໂຢ​ຮັນ​ກ່າວ​ຕິ​ຕຽນ​ເພາະ​ເຣື່ອງ​ນາງ​ເຮ​ໂຣ​ເດັຽ​ພັຣ​ຍາ​ນ້ອງ​ຊາຍ​ຂອງ​ຕົນ ແລະ​ເພາະ​ການ​ຊົ່ວ​ທັງ​ຫລາຍ​ທີ່​ເຮ​ໂຣດ​ໄດ້​ເຮັດ​ນັ້ນ 20 ເຣໂຣດ​ຍັງ​ເຮັດ​ການ​ຊົ່ວ​ນີ້​ເພີ້ມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ມາ​ແລ້ວ ຄື​ໄດ້​ຈັບ​ໂຢ​ຮັນ​ຂັງ​ໄວ້​ໃນ​ຄຸກ

ພຣະ​ເຢ​ຊູ​ຊົງ​ຮັບ​ບັບ​ຕິ​ສະ​ມາ

21 ຢູ່​ມາ​ເມື່ອ​ຄົນ​ທັງ​ປ​ວງ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ​ພຣະ​ເຢ​ຊູ​ກໍ​ຊົງ​ຮັບ​ບັບ​ຕິ​ສະ​ມາ​ເຫມືອນ​ກັນ ຂນະ​ເມື່ອ​ພຣະ​ອົງ​ຊົງ​ໄຫວ້ວອນ​ຢູ່ ທ້ອງ​ຟ້າ​ກໍ​ໄຂ​ອອກ 22 ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ຮູບ​ເຫມືອນ​ນົກ​ເຂົາ​ໄດ້​ສະ​ເດັດ​ລົງ​ມາ​ສະ​ຖິດ​ຢູ່​ເທິງ​ພຣະ​ອົງ ແລະ​ມີ​ພຣະ​ສຸ​ຣະ​ສຽງ​ອອກ​ມາ​ຈາກ​ຟ້າ​ສວັນ​ວ່າ, “ທ່ານ​ເອີຍ, ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນ​ທ່ານ”

ລຳ​ດັບ​ວົງ​ຂອງ​ພຣະ​ເຢ​ຊູ​ຄຣິດ

23 ເມື່ອ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ຕົ້ນ​ປະ​ຕິ​ບັດ​ຫນ້າ​ທີ່ ພຣະ​ອົງ​ມີ​ພຣະ​ຊົນ​ມາ​ຍຸ​ປະ​ມານ​ສາມ​ສິບ​ພັນ​ສາ (ຕາມ​ຄວາມ​ຄາດ​ຫມາຍ​ຂອງ​ຄົນ​ທັງ​ຫລາຍ​ເຂົ້າ​ໃຈ​ວ່າ) ເປັນ​ບຸດ​ຂອງ​ໂຢ​ເຊບ ຊຶ່ງ​ເປັນ​ບຸດ​ຂອງ​ເຮລີ 24 ເຮ​ລີ​ເປັນ​ບຸດ​ຂອງ​ມັດ​ທາດ ມັດ​ທາດ​ເປັນ​ບຸດ​ຂອງ​ເລ​ວີ ເລ​ວີ​ເປັນ​ບຸດ​ຂອງ​ເມນ​ຄີ ເມ​ນ​ຄີ​ເປັນ​ບຸດ​ຂອງ​ຢານ​ນັຍ ຢານ​ນັຍ​ເປັນ​ບຸດ​ຂອງ​ໂຢ​ເຊບ 25 ໂຢເຊບ​ເປັນ​ບຸດ​ຂອງ​ມັດ​ຕາ​ທີ​ອັ​ສ ມັດ​ຕາ​ທີ​ອັ​ສ​ເປັນ​ບຸດ​ຂອງ​ອາ​ໂມ​ສ ອາ​ໂມ​ສ​ເປັນ​ບຸດ​ຂອງ​ນາ​ຮູມ ນາ​ຮູ​ມ​ເປັນ​ບຸດ​ຂອງ​ເອ​ສ​ລີ ເອ​ສ​ລີ​ເປັນ​ບຸດ​ຂອງ​ນາກ​ຄັຍ 26 ນາກ​ຄັຍ​ເປັນບຸດ​ຂອງມາ​ອາ​ທ ມາ​ອາ​ທ​ເປັນ​ບຸດ​ຂອງ​ມັດ​ຕາ​ທີ​ອັ​ສ ມັດ​ຕາ​ທີ​ອັ​ສ​ເປັນ​ບຸດ​ຂອງ​ເຊ​ເມ​ອິນ ເຊ​ເມ​ອິນ​ເປັນ​ບຸດ​ຂອງ​ໂຢ​ເຊກ ໂຢ​ເຊກ​ເປັນ​ບຸດ​ຂອງ​ໂຢດາ 27 ໂຢ​ດາ​ເປັນ​ບຸດ​ຂອງ​ໂຢ​ອາ​ນານ ໂຢ​ອາ​ນານ​ເປັນ​ບຸດ​ຂອງ​ເຣຊາ​ ເຣ​ຊາ​ເປັນ​ບຸດ​ຂອງ​ເຊ​ຣຸບ​ບາ​ເບ​ນ ເຊ​ຣຸບ​ບາເບ​ນ​ເປັນ​ບຸດ​ຂອງ​ເຊ​ອັນ​ຕີ​ເອນ ເຊ​ອັນ​ຕີ​ເອນ​ເປັນ​ບຸດ​ຂອງ​ເນ​ຣີ 28 ເນ​ຣີ​ເປັນ​ບຸດ​ຂອງ​ເມນ​ຄີ ເມນ​ຄີ​ເປັນ​ບຸດ​ຂອງ​ອັດ​ດີ ອັດ​ດີ​ເປັນ​ບຸ​ດຂອງ​ໂກ​ຊາມ ໂກຊາມ​ເປັນ​ບຸດ​ຂອງ​ເອນ​ມາ​ດາມ ເອນ​ມາ​ດາມເປັນ​ບຸດ​ຂອງ​ເອ​ຣ໌ 29 ເອ​ຣ໌​ເປັນ​ບຸດ​ຂອງ​ໂຢ​ຊວຍ ໂຢ​ຊວຍເປັນ​ບຸດ​ຂອງ​ເອລີ​ເອ​ເຊີ ເອ​ລີ​ເອ​ເຊີ​ເປັນ​ບຸດ​ຂອງ​ໂຢ​ຣິມ ໂຢ​ຣິມ​ເປັນ​ບຸດ​ຂອງ​ມັດ​ທາດ ມັດ​ທາດ​ເປັນ​ບຸດ​ຂອງ​ເລ​ວີ 30 ເລ​ວີ​ເປັນ​ບຸ​ດຂອງ​ຊີ​ເມ​ໂອນ ຊີ​ເມ​ໂອນ​ເປັນ​ບຸດ​ຂອງ​ຢູ​ດາ ຢູ​ດາ​ເປັນ​ບຸດ​ຂອງ​ໂຢ​ເຊບ ໂຢ​ເຊບ​ເປັນ​ບຸດ​ຂອງ​ໂຢ​ນາມ ໂຢ​ນາມ​ເປັນ​ບຸດ​ຂອງ​ເອ​ລີ​ອາ​ກິມ 31 ເອ​ລີ​ອາ​ກິມເປັນ​ບຸດ​ຂອງ​ເມ​ເລ​ອາ ເມ​ເລ​ອາ​ເປັນ​ບຸດ​ຂອງ​ເມນ​ນາ ເມນ​ນາເປັນ​ບຸດ​ຂອງ​ມັດ​ຕາ​ທາ ມັດ​ຕາ​ທາ​ເປັນ​ບຸດ​ນາ​ທານ ນາ​ທານ​ເປັນ​ບຸດ​ຂອງ​ດາ​ວິດ 32 ດາ​ວິດ​ເປັນ​ບຸດ​ຂອງ​ເຈ​ສ​ຊີ ເຈ​ສ​ຊີ​ເປັນ​ບຸດ​ຂອງ​ໂອ​ເບດ ໂອ​ເບດ​ເປັນ​ບຸດ​ຂອງ​ໂບ​ອັ​ສ ໂບ​ອັ​ສ​ເປັນ​ບຸດ​ຂອງ​ຊາ​ລາ ຊາ​ລາ​ເປັນ​ບຸດ​ຂອງ​ນາ​ໂຊນ 33 ນາ​ໂຊນ​ເປັນ​ບຸດຂອງ​ອັມ​ມີ​ນາ​ດາບ ອັມ​ມີ​ນາ​ດາບ​ເປັນ​ບຸດ​ຂອງ​ອັດ​ມິນ ອັດ​ມິນ​ເປັນ​ບຸດ​ຂອງ​ອາ​ຣ໌​ນີ ອາ​ຣ໌​ນີ​ເປັນ​ບຸດ​ຂອງ​ເຮ​ສ​ໂຣນ ເຮ​ສ​ໂຣນ​ເປັນ​ບຸດ​ຂອງ​ເປ​ເຣ​ສ ເປ​ເຣ​ສ​ເປັນ​ບຸດ​ຂອງ​ຢູ​ດາ 34 ຢູ​ດາ​ເປັນບຸດ​ຂອງ​ຢາ​ໂຄບ ຢາ​ໂຄບ​ເປັນ​ບຸດ​ຂອງ​ອີ​ຊາກ ອີຊາກ​ເປັນ​ບຸດ​ຂອງ​ອັ​ບ​ຣາ​ຮາມ ອັບ​ຣາ​ຮາມ​ເປັນ​ບຸດ​ຂອງ​ເຕ​ຣາ ເຕ​ຣາ​ເປັນ​ບຸດ​ຂອງ​ນາ​ໂຮ​ຣ໌ 35 ນາ​ໂຮ​ຣ໌​ເປັນ​ບຸດ​ຂອງ​ເຊ​ຣູກ ເຊ​ຣູກ​ເປັນ​ບຸດ​ຂອງ​ເຣ​ອູ ເຣ​ອູ​ເປັນ​ບຸດ​ຂອງ​ເປ​ເລກ ເປເລກ​ເປັນ​ບຸດ​ຂອງ​ເອ​ເບີ ເອ​ເບີ​ເປັນບຸດຂອງ​ເຊ​ລາ 36 ເຊ​ລາ​ເປັນ​ບຸດ​ຂ​ອງ​ກັຍ​ນານ ກັຍ​ນານ​ເປັນ​ບຸດຂອງ​ອາ​ຣ໌​ຟາ​ຊັດ ອາ​ຣ໌​ຟາ​ຊັດ​ເປັນ​ບຸດ​ຂອງ​ເຊມ ເຊມ​ເປັນ​ບຸດ​ຂອງ​ໂນ​ອາ ໂນ​ອາ​ເປັນ​ບຸດ​ລາ​ເມກ 37 ລາ​ເມກ​ເປັນ​ບຸດ​ຂອງ​ເມ​ທູ​ເຊ​ລາ ເມ​ທູ​ເຊ​ລາ​ເປັນ​ບຸດ​ຂອ​ງເອໂນກ ເອ​ໂນກ​ເປັນ​ບຸດ​ຂອງ​ຢາ​ເຣດ ຢາ​ເຣດ​ເປັນ​ບຸດ​ຂອງ​ມາ​ຮາ​ລາ​ເລ​ເອນ ມາ​ຮາ​ລາ​ເລ​ເອນ​ເປັນ​ບຸດ​ຂອງ​ກັຍ​ນານ 38 ກັຍ​ນານ​ເປັນບຸດ​ຂອງ​ເອ​ໂນ​ສ ເອ​ໂນສ​ເປັນ​ບຸດ​ຂອງ​ເຊ​ດ ເຊດ​ເປັນ​ບຸດ​ຂອງ​ອາ​ດາມ ອາ​ດາມ​ເປັນ​ບຸດ​ຂອງ​ພຣະເຈົ້າ

ລູກາ 4

ມານ​ທົດ​ລອງ​ພຣະ​ເຢ​ຊູ

1 ພຣະ​ເຢ​ຊູ​ເຕັມ​ໄປ​ດ້ວຍ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ ໄດ້​ສະ​ເດັດ​ກັບ​ຈາກ​ແມ່​ນ້ຳ​ຈໍ​ແດນ​ແລະ​ພຣະ​ວິນ​ຍານ​ໄດ້​ຊົງ​ນຳ​ພຣະ​ອົງ​ໄປ​ໃນ​ປ່າ 2 ພ​ຍາ​ມານ​ໄດ້​ທົດ​ລອງ​ພຣະ​ອົງ​ເປັ​ນເວລາ​ສີ່​ສິບ​ວັນ ໃນ​ວັນ​ເຫລົ່າ​ນັ້ນ​ພຣະ​ອົງ​ບໍ່​ໄດ້ຊົງ​ສ​ເວີຍ​ອາ​ຫານ​ສິ່ງ​ໃດ ແລະ​ເມື່ອ​ສິ້ນ​ສີ່​ສິບ​ວັນ​ແລ້ວ​ ພຣະ​ອົງ​ຊົງ​ຢາກ​ອາ​ຫານ 3 ພ​ຍາ​ມານ​ໄດ້​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈົ່ງ​ສັ່ງ​ຫີນ​ກ້ອນ​ນີ້​ໃຫ້​ກາຍ​ເປັນ​ອາ​ຫານ​ເບິ່ງ​ດູ” 4 ພຣະ​ເຢ​ຊູ​ຕອບ​ມັນ​ວ່າ, “ມີ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ ມະ​ນຸດ​ຈະ​ບໍ່​ລ້ຽງ​ຊີ​ວິດ​ດ້ວຍ​ອາ​ຫານ​ສິ່ງ​ດຽວ” 5 ແລ້ວ​ມານ​ໄດ້​ນຳ​ພຣະ​ອົງຂຶ້ນ​ເມືອ​ສະ​ແດງ​ບັນ​ດາ​ຣາ​ຊ​ແຜ່ນ​ດິນ​ທົ່​ວ​ພິ​ພົບ​ໃນ​ບັດ​ດຽວ​ຊີ້​ໃຫ້​ພຣະ​ອົງ​ເຫັນ 6 ແລະ​ມານ​ໄດ້​ທູນ​ພຣະ​ອົງ​ວ່າ, “ອຳ​ນາດ​ທັງ​ຫມົດ​ນີ້ ສະ​ງ່າ​ຣາ​ສີ​ຂອງ​ຣາ​ຊ​ແຜ່ນ​ດິນ​ນັ້ນ ເຮົາ​ຈະ​ຍົກ​ໃຫ້​ແກ່​ທ່ານ ເພາະ​ວ່າ​ຊົງ​ມອບ​ເປັນ​ສິດ​ໄວ້​ແກ່​ເຮົາ​ແລ້ວ ແລະ​ເຮົາ​ປາ​ຖ​ນາ​ຈະ​ໃຫ້​ແກ່​ຜູ້​ໃດ​ກໍ​ໃຫ້​ແກ່​ຜູ້​ນັ້ນ 7 ເຫດ​ສັນ​ນີ້​ຖ້າ​ທ່ານ​ຂາບ​ໄຫວ້​ເຮົາ ສັ​ພ​ສິ່ງ​ນັ້ນ​ຈະ​ເປັນ​ຂອງ​ທ່ານ​ຫມົດ” 8 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຕອບ​ມານ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຈົ່ງ​ຂາບ​ໄຫວ້​ພຣະ​ອົງ​ຜູ້​ເປັນເຈົ້າ​ຂອງ​ເຈົ້າ ແລະ​ປະ​ຕິ​ບັດ​ພຣະ​ອົງ​ແຕ່​ຜູ້​ດຽວ” 9 ແລ້ວພ​ຍາ​ມານ​ໄດ້​ນຳ​ພຣະ​ອົງ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ໃຫ້​ພຣະ​ອົງ​ປະ​ທັບ​ຢູ່​ເທິງ​ຫລັງ​ຄາ​ພຣະ​ວິ​ຫານ ແລະ​ທູນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈົ່ງ​ໂຕນ​ລົງ​ຈາກ​ທີ່​ນີ້​ເບິ່ງ​ດູ 10 ເພາະ​ວ່າ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ຮັບ​ສັ່ງ​ພວກ​ເທວະ​ດາ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ເຣື່ອງ​ທ່ານ​ເພື່ອ​ໃຫ້​ເຂົາ​ເອົາ​ໃຈ​ໃສ່​ຮັກ​ສາ​ທ່ານ​ໄວ້” 11 ແລະ “ມື​ຂອງ​ເທວະ​ດາ​ເຫລົ່າ​ນັ້ນ​ຈະ​ຮັບ​ທ່ານ​ໄວ້ ຢ້ານ​ວ່າ​ຕີນ​ຂອງ​ທ່ານ​ຈະ​ຕຳ​ຫີນ” 12 ພຣະ​ເຢ​ຊູ​ຊົງ​ຕອບມານວ່າ, ”ມີ​ຄຳ​ກ່າວ​ໄວ້​ວ່າ “ຢ່າ​ທົດ​ລອງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ” 13 ເມື່ອ​ມານ​ໄດ້​ທົດ​ລອງ​ພຣະ​ອົງ​ທຸກ​ປະ​ການ​ແລ້ວ ມັນ​ກໍ​ຫນີຈາກ​ພຣະ​ອົງ​ໄປ​ຈົນ​ເຖິງ​ເວ​ລາ​ທີ່​ມີ​ໂອ​ກາດ​ອີກ

ພຣະ​ເຢ​ຊູ​ຕັ້ງ​ຕົ້ນ​ເທ​ສ​ນາ​ໃນ​ແຂວງ​ຄາ​ລີ​ເລ

14 ແລ້ວ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ກັບ​ຄືນ​ແຂວງ​ຄາ​ລີ​ເລ​ດ້ວຍ​ຣິດ​ແຫ່ງ​ພຣະ​ວິນ​ຍານ ແລະ​ກິ​ຕິ​ສັບ​ຂອງ​ພຣະ​ອົງ​ໄດ້​ຊ່າ​ລື​ໄປ​ທົ່ວ​ອ້ອມ​ເຂດ​ນັ້ນ 15 ພຣະ​ອົງ​ຊົງ​ສັ່ງ​ສອນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ເຂົາ ແລະ​ໄດ້​ຊົງ​ຮັບ​ຄວາມ​ສັຣ​ເສີນ​ຈາກ​ຄົນ​ທັງ​ປວງ

ໄທ​ນາ​ຊາ​ເຣັດ​ບໍ່​ຕ້ອນ​ຮັບ​ພຣະ​ເຢ​ຊູ

16 ແລະ​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ເມືອງ​ນາ​ຊາ​ເຣັດ ຄື​ບ່ອນ​ທີ່​ພຣະ​ອົງ​ຊົງ​ຈະ​ເຣີນ​ໃຫຍ່​ຂຶ້ນ ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ່​ເຂົ້າ​ໄປ​ໃນ​ໂຮງ​ທັມ​ໃນ​ວັນ​ສະ​ບາ​ໂຕ​ຕາມ​ເຄີຍ ແລະ​ຊົງ​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະ​ທັມ​ໃຫ້​ທີ່​ປະ​ຊຸມ​ຟັງ 17 ແລ້ວ​ເຂົາ​ໄດ້​ຍື່ນ​ພຣະ​ຄັມ​ພີ​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ໃຫ້​ແກ່​ພຣະ​ອົງ ເມື່ອຊົງ​ພື​ຫນັງ​ສື​ພຣະ​ທັມ​ອອກ​ກໍ​ພົບ​ຂໍ້​ທີ່​ຂຽນ​ໄວ້​ວ່າ, 18 “ພຣະ​ວິນ​ຍານ​ແຫ່ງ​ອົງ​ພຣະ​ຜູ້​ເປັນເຈົ້າ​ຊົງ​ສະ​ຖິດ​ຢູ່​ເທິງ​ຂ້າ​ພະ​ເຈົ້າ ເພາະ​ວ່າ​ພຣະ​ອົງໄດ້​ຫົດ​ສົງ​ຕັ້ງ​ຂ້າ​ພະ​ເຈົ້າ​ໄວ້ ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຍາກ​ຈົນ ພຣະ​ອົງ​ໄດ້​ຊົງ​ໃຊ້​ຂ້າ​ພະ​ເຈົ້າ​ປະ​ກາດ​ອິສ​ຣະ​ພາບ​ແກ່​ບັນດາ​ຊະ​ເລີຍ ໃຫ້​ປະ​ກາດ​ແກ່​ຄົນ​ຕາ​ບອດ​ວ່າ​ຈະ​ໄດ້​ເຫັນ​ຮຸ່​ງອີກ ໃຫ້​ປ່ອຍ​ຜູ້​ຖືກ​ບີບ​ບັງ​ຄັບ​ເປັນ​ອິສ​ຣະ 19 ແລະ​ໃຫ້​ປະ​ກາດ​ປີ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ເມດ​ຕາ​ນັ້ນ” 20 ແລ້ວ​ພຣະ​ອົງ​ຊົງ​ຮຳ​ຫນັງ​ສື​ນັ້ນ​ສົ່ງ​ຄືນ​ໃຫ້​ເຈົ້າ​ຫນ້າ​ທີ່ ແລະ​ຊົງ​ນັ່ງ​ລົງ ຕາ​ຂອງ​ຄົນ​ທັງ​ປວງ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ກໍ​ເພ່ງ​ເບິ່ງ​ພຣະ​ອົງ 21 ພຣະ​ອົງ​ຈຶ່ງ​ຊົງ​ຕັ້ງ​ຕົນ​ກ່າວ​ກັບ​ເຂົາ​ວ່າ, “ພຣະ​ຄັມ​ພີ​ຕອນ​ນີ້​ກໍ​ສຳ​ເຣັດ​ໃນ​ວັນ​ນີ້ ຄື​ເມື່ອ​ຫູ​ຂອງ​ທ່ານ​ກຳ​ລັງ​ໄດ້​ຍິນ​ຢູ່​ນີ້” 22 ຄົນ​ທັງ​ປວງ​ກໍ​ກ່າວ​ຊົມ​ເຊີຍ​ພຣະ​ອົງ ແລະ​ປ​ລາດ​ໃຈ​ໃນ​ຖ້ອຍ​ຄຳ​ອ່ອນ​ຫວານ​ຊຶ່ງ​ອອກ​ມາຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ ເຂົາ​ຈຶ່ງ​ເວົ້າ​ກັນວ່າ, “ຄົນ​ຜູ້​ນີ້​ເປັນ​ລູກ​ຂອງ​ໂຢ​ເຊບ​ບໍ່​ແມ່ນ​ຫລື” 23 ພຣະ​ອົງ​ຊົງ​ກ່າວແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຄົງ​ຈະ​ກ່າວ​ຄຳ​ສຸ​ພາ​ສິດ​ຂໍ້​ນີ້​ຕໍ່​ເຮົາ​ເປັນ​ແນ່ ຄື​ວ່າ “ນາຍ​ຫມໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ” ຄື “ບັນ​ດາ​ການ​ຊຶ່ງ​ພວກ​ເຮົາ​ໄດ້​ຍິນ​ວ່າ ທ່ານ​ໄດ້​ກະ​ທຳ​ໃນ​ເມືອງ​ກາ​ເປ​ນາ​ອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງ​ຕົນ​ທີ່​ນີ້​ເຫມືອນ​ກັນ” 24 ພຣະ​ອົງ​ຊົງ​ກ່າວ​ອີກວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມຈິງວ່າ ບໍ່​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຄົນ​ໃດ​ໄດ້​ຮັບ​ຄວາມ​ນັບ​ຖື​ໃນ​ບ້ານ​ເມືອງ​ຂອງ​ຕົນ 25 ແຕ່​ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ມີ​ແມ່​ຫມ້າຍ​ຫລາຍ​ຄົນ​ໃນ​ພວກ​ອິສ​ຣາ​ເອນ​ໃນ​ຄາວເອ​ລີ​ຢາ ເມື່ອ​ຊົງ​ອັດ​ທ້ອງ​ຟ້າ​ເສັຽ​ເຖິງ​ສາມ​ປີ​ກັບ​ຫົກ​ເດືອນ ກໍ​ເກີດ​ການ​ອຶດ​ຢາກ​ຫນັກ​ຫລາຍ​ທົ່ວ​ແຜ່ນ​ດິນ 26 ແຕ່​ເອ​ລີ​ຢາ​ກໍ​ບໍ່​ໄດ້​ຮັບ​ໃຊ້​ໃຫ້​ໄປ​ຫາ​ແມ່ຫມ້າຍ​ຄົນ​ໃດ ເວັ້ນ​ແຕ່​ແມ່​ຫມ້າຍ​ຄົນ​ນຶ່ງ​ໃນ​ເມືອງ​ຊາ​ເຣຟາ​ທ​ແຂວງ​ຊີ​ໂດນ 27 ແລະ​ໃນ​ຄາວ​ຂອງ​ເອ​ລີ​ຊາ​ຜູ້​ປະ​ກາດ​ພຣະ​ທັມ ໄດ້​ມີ​ຄົນ​ຂີ້​ທູດ​ຫລາຍ​ຄົນ​ໃນ​ພວກ​ອິສ​ຣາ​ເອນ ແຕ່​ບໍ່​ມີ​ຄົນ​ໃດ​ໄດ້ຮັບ​ການ​ຊົງ​ຊຳ​ຮະ​ໃຫ້​ດີ​ສະ​ອາດ ເວັ້ນ​ແຕ່​ນາ​ອາ​ມາ​ຊາວ​ຊີ​ເຣັຽ” 28 ເມື່ອ​ຄົນ​ທັງ​ປ​ວງ​ໃນ​ໂຮງ​ທັມ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດ 29 ເຂົາ​ຈຶ່ງ​ພາ​ກັນ​ລຸກ​ຂຶ້ນ​ຊຸກ​ພຣະ​ອົງ​ອອກ​ຈາກ​ເມືອງ ແລະ​ນຳ​ພຣະ​ອົງ​ໄປ​ຍັງ​ແງ່​ຜາ​ຊັນ​ບ່ອນ​ໂນນ​ເມືອງ​ເຂົາ​ຕັ້ງ​ຢູ່​ນັ້ນ ເພື່ອ​ຫມາຍ​ຈະ​ຊຸກ​ພຣະ​ອົງ​ລົງ 30 ແຕ່​ພຣະ​ອົງ​ຊົງ​ຍ່າງ​ຜ່ານ​ຖ້າມ​ກາງ​ເຂົາ​ພົ້ນ​ໄປ

ຊາຍ​ທີ່​ມີ​ຜີ​ຮ້າຍ​ສິງ

31 ພຣະ​ອົງ​ໄດ້​ສະ​ເດັດ​ລົງ​ໄປ​ເຖິງ​ເມືອງ​ກາ​ເປ​ນາ​ອູມ​ແຂວງ​ຄາ​ລີ​ເລ ແລະ​ໄດ້​ຊົງ​ສັ່ງ​ສອນ​ເຂົາ​ທັງ​ຫລາຍ​ໃນ​ວັນ​ສະ​ບາ​ໂຕ 32 ເຂົາ​ກໍ​ປ​ລາດ​ໃຈດ້ວຍ​ການ​ສັ່ງ​ສອນ​ຂອງ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ປະ​ກອບ​ດ້ວຍ​ອຳ​ນາດ 33 ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ນັ້ນ​ມີ​ຄົນ​ນຶ່ງ​ມີ​ຜີ​ຖ່ອຍ​ຮ້າຍ​ເຂົ້າ​ສິງ​ຢູ່​ແລະ​ໄດ້​ຮ້ອງ​ສຽງ​ດັງ​ວ່າ, 34 “ເຢ​ຊູ​ໄທ​ນາ​ຊາ​ເຣັດ​ເຮີຍ, ທ່າ​ນມາ​ຫຍັງ​ ຫຍຸ້ງ​ກ່ຽວ​ກັບ​ພວກ​ເຮົາ​ເຮັດ​ຫຍັງ ທ່ານ​ມາ​ທຳ​ລາຍ​ພວກ​ເຮົາ​ຫລື ທ່ານ​ແມ່ນ​ຜູ້​ໃດ​ພວກ​ເຮົາ​ກໍ​ຮູ້​ແລ້ວ ທ່ານ​ຄື​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້າ” 35 ພຣະ​ເຢຊູ​ຊົງ​ຫ້າມ​ມັນ​ວ່າ, “ມິດແມ໋, ອອກ​ຈາກ​ຄົນ​ນີ້​ເສັຽ ແລະ​ເມື່ອ​ຜີ​ໄດ້​ເຮັດ​ໃຫ້​ຄົນ​ນັ້ນ​ລົ້ມ​ລົງ​ຖ້າມ​ກາງ​ປະ​ຊາ​ຊົນ​ແລ້ວ​ກໍ​ອອກ​ມາ​ໂດຍ​ບໍ່​ໄດ້​ເຮັດ​ອັນ​ຕະ​ຣາຍ​ແກ່​ຄົນ​ນັ້ນ​ແຕ່​ຢ່າງ​ໃດ 36 ຄົນ​ທັງ​ປວງ​ກໍ​ປ​ລາດ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ເປັນ​ຢ່າງ​ໃດ​ຫນໍ ເພາະ​ວ່າ​ທ່ານ​ໄດ້​ສັ່ງ​ຜີ​ຖ່ອຍ​ຮ້າຍ​ດ້ວຍ​ອຳ​ນາດ​ແລະ​ຣິດ​ເດດ ມັນ​ກໍ​ອອກ​ມາ” 37 ແລະ​ກິ​ຕິ​ສັບ​ຂອງ​ພຣະ​ອົງ​ໄດ້​ຊ່າ​ລື​ໄປ​ທຸກ​ບ່ອນ​ທົ່ວ​ຂົງ​ເຂດ​ນັ້ນ

ຊົງ​ໂຜດ​ແມ່​ເມັຽ​ຂອງ​ເປ​ໂຕ​ໃຫ້​ດີ​ໄຂ້

38 ຝ່າຍ​ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ອອກ​ຈາກ​ໂຮງ​ທັມສະ​ເດັດ​ໄປ​ໃນ​ເຮືອນ​ຂອງ​ຊີ​ໂມນ ແລະ​ແມ່​ເມັຽ​ຂອງ​ຊີ​ໂມນ​ລຳ​ບາກ​ເປັນ​ໄຂ້​ແຮງ​ຫລາຍ ເຂົາ​ໄດ້​ອ້ອນວອນ​ພຣະ​ອົງ​ສຳ​ລັບ​ຍິງ​ນັ້ນ 39 ພຣະ​ອົງ​ຊົງ​ຢືນ​ຢູ່​ຂ້າງ​ຄົນ​ເຈັບ ຊົງ​ຫ້າມ​ໄຂ້ ແລະ​ໄຂ້​ກໍ​ເຊົາ ໃນ​ທັນ​ໃດ​ນັ້ນ​ນາງ​ກໍ​ລຸກ​ຂຶ້ນ​ບົວ​ລະ​ບັດ​ພຣະ​ອົງ​ກັບ​ທັງ​ພວກ​ຂອງ​ພຣະ​ອົງ 40 ເມື່ອ​ເວ​ລາ​ຕາ​ເວັນ​ຕົກ ຜູ້​ໃດ​ມີ​ຄົນ​ເຈັບ​ເປັນ​ພຍາດ​ຕ່າງໆ​ກໍ​ພາມາ​ຫາ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ວາງ​ພຣະຫັດ​ໃສ່​ເຂົາ​ທຸກ​ຄົນ ໂຜດ​ໃຫ້​ເຂົາ​ດີ 41 ຜີ​ກໍ​ໄດ້​ອອກ​ມາ​ຈາກ​ຄົນຫລາຍ​ຄົນ​ເຫມືອນ​ກັນ ໂດຍ​ຮ້ອງວ່າ, “ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” ແຕ່​ພຣະ​ອົງ​ຊົງ​ຫ້າມ​ບໍ່​ໃຫ້​ເຂົາ​ປາກ ເພາະ​ເຂົາ​ຮູ້ແລ້ວວ່າ​ພຣະ​ອົງ​ຊົງ​ເປັນ​ພຣະ​ຄຣິດ

ພຣະ​ເຢ​ຊູ​ຊົງ​ອອກ​ໄປ​ປະ​ກາດ

42 ຄັນ​ຮຸ່ງ​ເຊົ້າ​ພຣະ​ອົງ​ສະ​ເດັດໄປ​ຍັງ​ປ່າ​ບ່ອນ​ສ​ງັດ ປະ​ຊາ​ຊົນ​ກໍ​ຊອກ​ຫາ​ພຣະ​ອົງ ເມື່ອ​ພົບ​ແລ້ວ​ກໍ​ຫນ່ວງ​ຫນ່ຽວ​ພຣະ​ອົງ​ໄວ້​ບໍ່​ໃຫ້​ໄປ​ຈາກ​ເຂົາ 43 ແຕ່​ພຣະ​ອົງ​ຊົງ​ກ່າ​ວ​ແກ່າ​ເຂົາ​ວ່າ, “ເຮົາ​ຕ້ອງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ແກ່​ເມືອງ​ອື່ນໆ​ເຫມືອນ​ກັນ ເພາະ​ວ່າ​ທີ່​ເຮົາ​ໄດ້​ຮັບ​ໃຊ້​ມາ​ກໍ​ເພາະ​ເຫດ​ການ​ນີ້” 44 ແລ້ວ​ພຣະ​ອົງ​ໄດ້​ຊົງ​ປະ​ກາດ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ທີ່​ແຂວງ​ຢູ​ດາຍ

ລູກາ 5

ຈັບ​ປາ​ໄດ້​ຫລາຍ

1 ຢູ່​ມາ​ເມື່ອ​ປະ​ຊາ​ຊົນ​ກຳ​ລັງ​ບຸ​ບຽດ​ກັນ​ເຂົ້າ​ມາ ເພື່ອ​ຈະ​ໄດ້​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ພຣະ​ເຢຊູ​ຊົງ​ຢືນ​ຢູ່​ແຄມ​ທະ​ເລ​ສາບ​ເຄນ​ເນ​ຊາ​ເຣັດ 2 ຊົງ​ເຫັນ​ເຮືອ​ສອງ​ລຳ​ຈອດ​ຢູ່​ຮິມ​ຝັ່ງ​ທະ​ເລ​ສາບ​ນັ້ນ​ ສ່ວນ​ພວກ​ຫາ​ປາ​ໄດ້​ອອກ​ໄປ​ຈາກ​ເຮືອ​ນັ້ນ​ແລ້ວ ເຂົາ​ກຳ​ລັງ​ລ້າງມອງ​ຢູ່ 3 ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ເຮືອ​ລຳ​ນຶ່ງ ຄື​ເຮືອ​ຂອງ​ຊີ​ໂມນ ແລ້ວ​ຊົງ​ຂໍ​ໃຫ້​ຖອຍ​ເຮືອ​ອອກ​ໄປ​ຈາກ​ຝັ່ງ​ຫນ້ອຍ​ນຶ່ງ ຈຶ່ງ​ປະ​ທັບ​ລົງ​ສັ່ງ​ສອນ​ປະ​ຊາ​ຊົນ​ຈາກ​ເຮືອ​ນັ້ນ 4 ເມື່ອ​ຊົງ​ຢຸດ​ສອນ​ແລ້ວ​ພຣະ​ອົງ​ຊົງ​ກ່າວ​ຕໍ່​ຊີ​ໂມນ​ວ່າ, “ຈົ່ງ​ພາຍ​ອອກ​ໄປ​ບ່ອນ​ເລິກ ແລ້ວ​ຢ່ອນມອງ​ຂອງ​ພ​ວກ​ທ່ານ​ລົງ​ຈັບ​ປາ” 5 ຊີ​ໂມນ​ຕອບ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ນ້ອຍ​ໄດ້​ຫາ​ຈົນ​ອິ​ດ​ເມື່ອຍ​ຫມົດ​ຄືນ​ກໍ​ບໍ່​ໄດ້​ຫຍັງ ແຕ່​ຂ້າ​ນ້ອຍ​ຈະ​ຢ່ອນມອງ​ລົງ​ຕາມ​ຄຳ​ຂອງ​ນາຍ” 6 ເມື່ອ​ຢ່ອນ​ລົງ​ແລ້ວມອງ​ຂອງ​ເຂົາ​ກໍ​ຖືກ​ປາ​ຫລາຍ​ເຕັມ​ທີ ຈົນ​ມອງ​ຂອງ​ເຂົາ​ພວມ​ຂາດ​ໄປ 7 ເຂົາ​ຈຶ່ງກວັກ​ມື​ເອົາ​ຫມູ່​ທີ່​ຢູ່​ເຮືອ​ລຳ​ອື່ນ​ໃຫ້​ມາ​ຊ່ອຍ ເມື່ອ​ເຂົາ​ມາ​ຊ່ອຍ​ແລ້ວ ກໍ​ໄດ້​ປາ​ເຕັມ​ເຮືອ​ທັງ​ສອງ​ລຳ ຈົນ​ເຮືອ​ເຂົາ​ແຊມ​ເກືອບ​ຫລົ້ມ 8 ເມື່ອ​ຊີ​ໂມນ​ເປ​ໂຕ​ໄດ້​ເຫັນ​ດັ່ງ​ນັ້ນ​ກໍ​ຂາບ​ລົງ​ທີ່​ພຣະ​ຊາ​ນຸ​ຂອງ​ພຣະ​ເຢ​ຊູ​ທູ​ນວ່າ, “ນາຍ​ເອີຍ, ຂໍ​ເຊີນ​ໄປ​ໃຫ້ຫ່າງ​ຈາກ​ຂ້າ​ນ້ອຍ​ທ້ອນ ເພາະ​ຂ້າ​ນ້ອຍ​ເປັນ​ຄົນ​ບາບ” 9 ເພາະ​ເປ​ໂຕ​ກັບ​ຫມູ່​ທັງ​ຫມົດ​ທີ່​ຢູ່​ນຳ​ກັນ​ນັ້ນ ໄດ້​ງຶດ​ປ​ລາດ​ໃຈ​ດ້ວຍ​ປາ​ຫລາຍ​ທີ່​ເຂົາ​ຈັບ​ໄດ້​ນັ້ນ 10 ຢາ​ໂກ​ໂບ​ແລະ​ໂຢ​ຮັນ​ລູກ​ຊາຍ​ຂອງ​ເຊ​ເບດາຍ ທີ່​ເປັນ​ຫມູ່​ຮ່ວມ​ງານ​ກັບ​ຊີ​ໂມນກໍ​ປ​ລາດ​ໃຈ​ເຫມືອນ​ກັນ ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ຊີ​ໂມນ​ວ່າ, “ຢ່າ​ຊູ່​ຢ້ານ ຕັ້ງ​ແຕ່​ນີ້​ໄປ​ທ່ານ​ຈະ​ເປັນ​ຜູ້​ຫາ​ຄົນ” 11 ເມື່ອ​ໄດ້​ນຳ​ເຮືອ​ມາ​ເຖິງ​ຝັ່ງ​ແລ້ວ ເຂົາ​ກໍ​ສ​ລະ​ສິ່ງ​ສາ​ຣະ​ພັດ​ແລ້ວ​ຕາມ​ພຣະ​ອົງ​ໄປ

ຊົງ​ໂຜດ​ຄົນ​ຂີ້​ທູດ​ໃຫ້​ດີ​ສະ​ອາດ

12 ເມື່ອ​ພຣະ​ເຢຊູ​ຊົງ​ຢູ່​ໃນ​ເມືອງ​ນຶ່ງ ເບິ່ງ​ແມ໋, ມີ​ຄົນຜູ້​ນຶ່ງ​ເປັນ​ຂີ້​ທູດ​ເຕັມ​ຕົວ ເມື່ອ​ຄົນ​ນັ້ນ​ໄດ້​ເຫັນ​ພຣະ​ເຢ​ຊູ​ກໍ​ກົ້ມ​ຊາບ​ລົງ​ອ້ອນວອນ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຖ້າ​ທ່ານ​ພໍ​ໃຈ​ກໍ​ອາດ​ຈະ​ເຣັດ​ໃຫ້​ຂ້າ​ນ້ອຍ​ດີ​ສະ​ອາດ​ໄດ້” 13 ພຣະ​ອົງ​ຈຶ່ງ​ຊົງ​ຢຽດ​ພຣະ​ຫັດ​ອອກ​ຖືກ​ຄົນ​ນັ້ນ​ແລ້ວ​ຊົງ​ກ່າວ​ວ່າ, “ເຮົາ​ພໍ​ໃຈ​ແລ້ວ ຈົ່ງ​ດີ​ສະ​ອາດ​ເສັຽ” ໃນ​ທັນ​ໃດ​ພ​ຍາດ​ຂີ້​ທູດ​ກໍ​ຫາຍ​ໄປ​ຈາກ​ຄົນ​ນັ້ນ 14 ພຣະ​ອົງ​ຈຶ່ງ​ຊົງສັ່ງ​ຫ້າມ​ຜູ້​ນັ້ນ​ບໍ່​ໃຫ້​ບອກ​ຜູ້​ໃດ​ໂດຍ​ຊົງ​ກ່າວ​ວ່າ, “ຈົ່ງ​ໄປ​ສະ​ແດງ​ຕົວ​ຕໍ່​ປະ​ໂຣ​ຫິດ​ແລະ​ຖວາຍ​ເຄື່ອງ​ບູ​ຊາ ຕາມ​ທີ່​ໂມ​ເຊ​ໄດ້​ສັ່ງ​ໄວ້​ເພື່​ອເປັນ​ຫລັກ​ຖານ​ຕໍ່​ເຂົາ​ວ່າ ເຈົ້າ​ດີ​ສະ​ອາດ​ແລ້ວ” 15 ແຕ່​ກິ​ຕິ​ສັ​ບ​ຂອງ​ພຣະ​ອົງ​ແຮ່ງ​ຊ່າ​ລື​ໄປ​ອີກ ແລະ​ປະ​ຊາ​ຊົນ​ຈໍາ​ນວນ​ຫລາຍ​ໄດ້​ຊຸມ​ນຸມ​ກັນ​ເພື່ອ​ຟັງ​ພຣະ​ອົງ ແລະ​ເພື່ອ​ຊົງ​ເຣັດ​ໃຫ້​ພ​ຍາດ​ຕ່າງໆ​ຂອງ​ເຂົາ​ດີ 16 ແຕ່​ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ໄປ​ກາງ​ປ່າ​ແລະ​ໄຫວ້ວອນ​ຢູ່

ຊົງ​ໂຜດຄົນ​ເປັ້ຽ​ໃຫ້​ດີ

17 ຢູ່​ມາ​ວັນ​ນຶ່ງ​ເມື່ອ​ພຣະ​ອົງ​ຊົງ​ສັ່ງ​ສອນ​ຢູ່ ມີ​ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ຄ​ຣູ​ບາ​ອາ​ຈາກ​ນັ່ງ​ຢູ່​ຫັ້ນ​ດ້ວຍ ຄົນ​ເຫລົ່າ​ນີ້​ໄດ້​ມາ​ຈາກ​ທຸກໆ​ບ້ານ​ໃນ​ແຂວງ​ຄາ​ລີ​ເລ ແຂວງ​ຢູ​ດາຍ ແລະ​ຈາກກຸງ​ເຢ​ຣູ​ຊາ​ເລັມ ແລະ​ຣິດ​ເດດ​ຂອງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ກໍ​ສະ​ຖິດ​ຢູ່​ກັບ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ຊົງ​ເຮັດ​ໃຫ້​ເຂົາ​ດີ​ພ​ຍາດ 18 ແລະ​ເບິ່ງ​ແມ໋, ມີ​ຜູ້​ຫາມ​ຄົນ​ເປັ້ຽ​ຜູ້ນຶ່ງນອນ​ເທິງ​ບ່ອນນອນ ແລະ​ເຂົາ​ພຍາ​ຍາມ​ຈະ​ຫາມ​ຄົນ​ເປັ້ຽນັ້ນ​ເຂົ້າ​ມາ​ວາງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ 19 ​ເມື່ອ​ເຂົາ​ຫາ​ທາງ​ເຂົ້າ​ບໍ່​ໄດ້​ເພາະ​ມີ​ຄົນ​ຫລາຍ​ເຂົາ​ຈຶ່ງ​ຂຶ້ນ​ຫລັງ​ຄາ​ເຮືອນ ແລະ​ຢ່ອນ​ຄົນ​ເປັ້ຽກັບ​ທັງ​ບ່ອນນອນ​ລົງ​ມາ​ຕາມ​ປ່ອງ​ດິນ​ຂໍ​ຫວ່າງ​ກາງ​ຫມູ່​ຄົນ​ຕໍ່​ພຣະ​ພັກ​ພຣະ​ເຢ​ຊູ 20 ເມື່ອ​ພຣະ​ອົງ​ຊົງ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາ​ແລ້ວ​ກໍ​ຊົງ​ກ່າວ​ກັບ​ຄົນ​ເປັ້ຽນັ້ນ​ວ່າ, “ຊາຍ​ເອີຍ, ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” 21 ຝ່າຍ​ພວກນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ​ກໍ​ຕັ້ງ​ຕົ້ນ​ຄຶດ​ໃນ​ໃຈ​ວ່າ, “ຜູ້​ນີ້​ທີ່​ເວົ້າ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ ແມ່ນ​ໃຜ ໃຜ​ຈະ​ຍົກ​ຄວາມ​ຜິດ​ບາບ​ໄດ້​ເວັ້ນ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ” 22 ແຕ່​ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມ​ຄຶດຂອ​ງ​ເຂົາ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຫດ​ສັນ​ໃດ​ທ່າ​ນທັງ​ຫລາຍ​ຈຶ່ງ​ຄຶດ​ພິ​ຈາ​ຣະ​ນາ​ໃນ​ໃຈ 23 ທີ່​ຈະ​ວ່າ “ຜິດ​ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະ​ພັຍ​ແລ້ວ” ຫລື​ຈະ​ວ່າ “ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ທຽວ​ໄປ” ອັນ​ໃດ​ຈະ​ງ່າຍກວ່າ​ກັນ 24 ແຕ່​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ ບຸດ​ມະ​ນຸດ​ມີ​ສິດອຳ​ນາດ​ໃນ​ໂລກ​ໃຫ້​ອະ​ພັຍ​ຄວາມຜິດ​ບາບ​ໄດ້” (ພຣະ​ອົງ​ຊົງ​ກ່າວ​ແກ່​ຄົນ​ເປັ້ຽວ່າ) “ເຮົາ​ສັ່ງ​ເຈົ້າ​ວ່າ ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ບ້ານ​ເສັຽ” 25 ໃນ​ທັນ​ໃດ​ນັ້ນ​ຄົນ​ເປັ້ຽ​ໄດ້​ລຸກ​ຂຶ້ນ​ຕໍ່​ຫນ້າ​ຄົນ​ທັງ​ປວງ ຍົກ​ເອົາ​ບ່ອນນອນ​ຊຶ່ງ​ຕົນ​ໄດ້​ນອນ​ນັ້ນ​ກັບ​ໄປ​ບ້ານ ໂດຍ​ຮ້ອງ​ສັຣເສີນ​ພຣະ​ເຈົ້າ 26 ແລະ​ຄົນ​ທັງ​ປວງ​ກໍ​ອັດ​ສະ​ຈັນ​ໃຈ​ຫລາຍ ແລະ​ພາ​ກັນ​ສັຣ​ເສີນ​ພຣະ​ເຈົ້າ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ຈຶ່ງ​ເວົ້າ​ກັນ​ວ່າ, “ວັນ​ນີ້​ພວກ​ເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອ​ເຊື່ອ”

ຊົງ​ເອີ້ນ​ເອົາ​ເລວີ

27 ພາຍ​ຫລັງ​ເຫດ​ການ​ເຫລົ່າ​ນັ້ນ ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ໄປ ແລະ​ຊົງ​ເຫັນ​ຄົນ​ເກັບ​ພາ​ສີ​ຜູ້​ນຶ່ງ​ຊື່ ເລ​ວີ​ນັ່ງ​ຢູ່​ດ່ານ​ພາສີ ພຣະ​ອົງ​ຈຶ່ງ​ຊົງ​ບອກ​ທ່າ​ນວ່າ, “ຈົ່ງ​ຕາມ​ເຮົາ​ມາ” 28 ແລ້ວ​ເລ​ວີ​ກໍ​ສ​ລະ​ຖິ້ມ​ຫມົດ​ທຸກ​ສິ່ງ ລຸ​ກ​ຂຶ້ນ​ຕາມ​ພຣະ​ອົງ​ໄປ 29 ເລ​ວີ​ໄດ້​ຈັດ​ໃຫ້​ມີ​ງານ​ກິນ​ລ້ຽງ​ອັນ​ໃຫຍ່​ຂຶ້ນ​ໃນ​ເຮືອນຂອງ​ຕົນ ເພື່ອ​ເປັນ​ກຽດ​ແກ່​ພຣະ​ອົງ ມີ​ຫລາຍ​ຄົນ​ຄືຄົນ​ເກັບ​ພາ​ສີ​ແລະ​ຄົນອື່ນໆ​ໄດ້​ເຂົ້າ​ຮ່ວມ​ນຳ 30 ຝ່າຍ​ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ນັກ​ທັມ​ຂອງ​ຝ່າຍ​ເຂົາ​ໄດ້​ຈົ່ມ​ຕິ​ຕຽນ​ພ​ວກ​ສິດ​ຂອງ​ພຣະ​ອົງ​ວ່າ, “ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ດ້ວຍ​ກັນ​ກັບ​ພວກ​ເກັບ​ພາ​ສີ​ແລະ​ພວກນອກ​ສິນ​ທັມ” 31 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຄົນ​ປົກ​ກະ​ຕິ​ບໍ່​ຕ້ອງ​ການ​ຫມໍ​ຢາ ແຕ່​ຄົນ​ເຈັບ​ຕ້ອງ​ການ​ຫມໍ​ 32 ເຮົາ​ບໍ່​ໄດ້​ມາ​ເພື່ອ​ຈະ​ເອີ້ນ​ຄົນ​ສິນ​ທັມ ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກ​ສິນ​ທັມ​ໃຫ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່”

ບັນ​ຫາ​ເຣື່ອງ​ສິນ​ອົດ​ອາ​ຫານ

33 ເຂົາ​ໄດ້​ທູນ​ພຣະ​ອົງ​ວ່າ, “ພວກ​ສິດ​ຂອງ​ໂຢ​ຮັນ​ຖື​ສິນ​ອົດ​ອາ​ຫານ​ຢູ່​ເລື້ອຍ ແລະ​ທຳ​ພິ​ທີ​ອ້ອນວອນ ແລະ​ສິດຂອງ​ພ​ວກ​ຟາ​ຣີ​ຊາຍ​ກໍ​ເຮັດ​ເຫມືອນ​ກັນ ແຕ່​ສິດ​ຂອງ​ທ່ານ​ກິນ​ແລະ​ດື່ມ” 34 ຝ່າຍ​ພຣະ​ເຢຊູ​ຊົງ​ຕອບ​ເຂົາ​ວ່າ, “ທ່ານ​ຈະ​ໃຫ້​ສະ​ຫາຍ​ຂອ​ງ​ເຈົ້າ​ບ່າວ​ອົດ​ອາ​ຫານ ເມື່ອ​ເຈົ້າ​ບ່າວ​ຍັງ​ຢູ່​ກັບ​ເຂົາ​ບໍ່​ໄດ້​ຕີ້ 35 ແຕ່​ຈະ​ມີ​ວັນ​ນຶ່ງ​ເມື່ອ​ເຈົ້າ​ບ່າວ​ຖືກ​ຍົກ​ຍ້າຍ​ຈາກ​ເຂົາ​ໄປ ເມື່ອ​ນັ້ນ​ແຫລະ, ເຂົາ​ຈະ​ຖື​ສິນ​ອົດ​ອາ​ຫານ” 36 ພຣະ​ອົງ​ຍັງ​ຊົງ​ກ່າວ​ຄຳ​ອຸປມາ​ຂໍ້​ນຶ່ງ​ແກ່​ເຂົາ​ວ່າ, “ບໍ່​ຫ່ອນ​ມີ​ຜູ້​ໃດ​ຈີກ​ເອົາ​ຜ້າ​ຈາກ​ເສື້ອ​ໃຫ​ມ່​ມາ​ຕາບ​ເສື້ອ​ເກົ່າ ຖ້າ​ເຮັດ​ດັ່ງ​ນັ້ນ​ເສື້ອ​ໃຫມ່​ກໍ​ຂາດ​ເສັຽ​ໄປ ແລະ​ຜ້າ​ທີ່​ເອົາ​ມາ​ຈາກ​ເສື້ອ​ໃຫມ່​ກໍ​ຈະ​ບໍ່​ສົມ​ກັບ​ເສື້ອ​ເກົ່າ​ເຫມືອນ​ກັນ 37 ແລະ​ບໍ່​ມີ​ຜູ້​ໃດ​ເອົາ​ເຫລົ້າ​ແວງ​ໃຫມ່​ມາ​ໃສ່​ໄວ້​ໃນ​ຖົງ​ຫນັງ​ເກົ່າ ຖ້າ​ເຮັດ​ດັ່ງ​ນັ້ນ​ເຫລົ້າ​ແວງ​ໃຫມ່​ຈະ​ເຮັດ​ໃຫ້​ຖົງ​ຫນັງ​ນັ້ນ​ຂາດ​ໄປ ເຫລົ້າ​ແວງ​ຈະ​ໄຫລ​ອອກ ແລະ​ຖົງ​ຫນັງ​ກໍ​ຈະ​ເສັຽ​ໄປ​ເຫມືອນ​ກັນ 38 ແຕ່​ເຫລົ້າ​ແວງໃຫມ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ຫນັງ​ໃຫມ່ 39 ແລະ​ບໍ່​ມີ​ຜູ້​ໃດ​ເມື່ອ​ກິນ​ເຫລົ້າ​ແວງ​ເກົ່າ​ແລ້ວ ຈະ​ຢາກ​ໄດ້​ເຫລົ້າ​ແວງ​ໃຫມ່ ເພາະ​ທ່ານ​ຍອມ​ເວົ້າ​ວ່າ “ອັນ​ເກົ່າ​ນັ້ນ​ແຫລະ, ດີ”

ລູກາ 6

ບັນ​ຫາ​ເຣື່ອງວັນ​ສະ​ບາ​ໂຕ

1 ຢູ່​ມາ​ໃນ​ວັນ​ສະ​ຊາ​ໂຕວັນ​ນຶ່ງ ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ຜ່ານ​ທົ່ງ​ນາ​ໄປ ສ່ວນ​ພວກ​ສິດ​ຂອງ​ພຣະ​ອົງ​ໄດ້​ເດັດ​ເອົາ​ຮວງ​ເຂົ້າ​ມາ​ຍ່ອງ​ກິນ 2 ມີ​ພວກຟາ​ຣີ​ຊາຍ​ບາງ​ຄົນ​ທູນ​ຖາມ​ວ່າ, “ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຜິດ​ຕໍ່​ກົດ​ຂອງວັນ​ສະ​ບາ​ໂຕ” 3 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຍັງ​ບໍ່​ໄດ້​ອ່ານເຖິງ​ເຣື່ອງ​ທີ່​ດາ​ວິດ​ໄດ້​ເຮັດ​ຫລື ເມື່ອ​ທ່ານ​ກັບ​ພັກ​ພວກ​ຂອງ​ທ່ານ​ໄດ້​ອຶດ​ຢາກ 4 ຄື​ທ່ານ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະ​ຖິດ​ຂອງ​ພຣະ​ເຈົ້າ​ເອົາ​ເຂົ້າ​ຈີ່​ທີ່​ຕັ້ງ​ຖວາຍ​ຕໍ່​ພຣະ​ພັກ​ມາ​ຮັບ​ປະ​ທານ ແລະ​ປັນ​ໃຫ້​ພັກ​ພວກ​ຂອງ​ຕົນ​ເຫມືອນ​ກັນ ຊຶ່ງ​ພຣະ​ບັນ​ຍັດ​ຫ້າມ​ບໍ່​ໃຫ້​ໃຜ​ກິນ ເວັ້ນ​ແຕ່​ປະ​ໂຣ​ຫິດ​ເທົ່າ​ນັ້ນ” 5 ແລ້ວ​ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ບຸດ​ມະ​ນຸ​ດ​ເປັນ​ເຈົ້າ​ຂອງວັນ​ສະ​ບາ​ໂຕ​ເຫມືອນ​ກັນ” 6 ໃນ​ວັນ​ສະ​ບາ​ໂຕ​ອີກວັນ​ນຶ່ງ ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ສັ່ງ​ສອນ ທີ່​ນັ້ນ​ມີ​ຄົນ​ຜູ້​ນຶ່ງ​ມື​ເບື້ອງ​ຂ​ວາ​ລີບ

ຊົງ​ໂຜດ​ຄົນ​ມື​ລີບ

7 ຝ່າຍ​ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ​ຊອມ​ເບິ່ງວ່າ ພຣະ​ອົງ​ຈະ​ຊົງ​ໂຜດ​ໃຫ້​ດີ​ໃນ​ວັນ​ສະ​ບາ​ໂຕ​ຫລື ເພື່ອ​ພວກ​ເຂົາ​ຈະ​ຫາ​ເຫດ​ຟ້ອງ​ພຣະ​ອົງ​ໄດ້ 8 ແຕ່​ພຣະ​ອົງ​ຊົງ​ຊາບ​ຄວາມ​ຄຶດ​ຂອງ​ເຂົາ ຈຶ່ງ​ຊົງ​ບອກ​ຄົນ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ລຸ​ກ​ຂຶ້ນ​ມາ​ຢືນ​ຢູ່​ຂ້າງ​ຫນ້າ​ສາ” ຄົນ​ນັ້ນ​ກໍ​ລຸ​ກ​ຢືນຂຶ້ນ​ຢູ່ 9 ແລ້ວ​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່າ​ເຂົາ​ວ່າ, “ເຮົາ​ຈະ​ຖາມ​ພວກ​ທ່ານ​ວ່າ ໃນ​ວັນ​ສະ​ບາ​ໂຕ​ຄວນ​ຈະ​ເຮັດ​ດີ ຫລື​ຄວນ​ຈະ​ເຮັດ​ຊົ່ວ ຈະ​ເອົາ​ຊີ​ວິດ​ໄວ້ ຫລື​ຈະ​ເຣັດ​ໃຫ້​ຊີ​ວິດ​ດັບ​ເສັຽ” 10 ພຣະ​ອົງ​ຈຶ່ງ​ທອດ​ພຣະ​ເນດ​ເບິ່ງອ້ອມ​ເຂົາ​ທຸກ​ຄົນ ແລະ​ຊົງ​ກ່າວ​ແກ່​ຄົນ​ມື​ລີບ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ຢຽດ​ມື​ອອກ” ຄົນ​ນັ້ນ​ກໍ​ເຣັດ​ຕາມ ແລະ​ມື​ຂອງ​ເຂົາ​ກໍ​ດີ​ເປັນ​ປົກ​ກະ​ຕິ 11 ຝ່າຍ​ຄົນ​ເຫລົ່າ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດ​ແຄ້ນ ແລະ​ໄດ້​ປຶກ​ສາ​ກັນ​ວ່າ​ຈະ​ເຣັດ​ຢ່າງ​ໃດ​ກັບ​ພຣະ​ເຢ​ຊູ​ໄດ້

ຊົງ​ເອີ້ນ​ເອົາ​ສາ​ວົກ​ສິບ​ສອງ​ຄົນ

12 ໃນ​ຄາວ​ນັ້ນ​ພຣະ​ອົງ​ໄດ້​ສະ​ເດັດຂຶ້ນ​ພູ​ເພື່ອ​ຈະ​ໄຫວ້ວອນ ແລະ​ຊົງ​ໄຫວ້ວອນ​ພຣະ​ເຈົ້າ​ຢູ່​ຕລອດ​ຄືນ 13 ຄັນ​ຮຸ່ງ​ເຊົ້າ​ແລ້ວພຣະ​ອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກ​ສິດ​ຂອງ​ຕົນ​ມາ ຈາກ​ພວກ​ສິດ​ນັ້ນ​ພຣະ​ອົງ​ຊົງ​ເລືອກ​ເອົາ​ສິບ​ສອງ​ຄົນ ແລ້ວ​ຊົງ​ຕັ້ງ​ຊື່​ວ່າ ອັ​ຄ​ສາ​ວົກ 14 ຄື​ຊີ​ໂມນ​ທີ່​ພຣະ​ອົງ​ຊົງ​ຕັ້ງ​ຊື່​ອີກວ່າ ເປ​ໂຕ ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ເປ​ໂຕ ຢາ​ໂກ​ໂບ​ແລະ​ໂຢ​ຣັນ ຟີ​ລິບ​ແລະ​ບາ​ຣະ​ໂທ​ໂລ​ມາຍ 15 ມັດ​ທາຍ​ແລະ​ໂທ​ມາ ຢາ​ໂກ​ໂບລູກ​ຂອງ​ອາ​ລະ​ຟາຍ ຊີ​ໂມນ ທີ່​ເອີ້ນ​ວ່າ​ເຊ​ໂລເຕ 16 ຢູ​ດາ​ລູກ​ຊາຍ​ຂອງຢາ​ໂກ​ໂບ​ລ ແລະ​ຢູ​ດາ​ອິສະ​ກາ​ຣີ​ອົດ ທີ່​ກາຍ​ເປັນ​ຜູ້​ທໍ​ຣະ​ຍົດ​ຕໍ່​ນາຍ​ຂອງ​ຕົນ

ຊົງ​ໂຜດ​ປວງ​ຊົນ​ໃຫ້​ດີ​ພ​ຍາດ

17 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ພ້ອມ​ກັບ​ພວກ​ສາ​ວົກ ລົງ​ມາ​ຢືນ​ຢູ່​ທີ່​ຮາບ​ພຽງ​ບ່ອນ​ນຶ່ງ ບ່ອນ​ນັ້ນ​ມີ​ສິດ​ຂອງ​ພຣະ​ອົງ​ຫລາຍ​ຄົນ​ກັ​ບ​ປະ​ຊາ​ຊົນ​ຈຳ​ນວນ​ຫລວງ​ຫລາຍ ທີ່​ມາ​ຈາກ​ທົ່ວ​ແຂວງ​ຢູ​ດາຍ ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ຈາກ​ຝັ່ງ​ທະ​ເລ​ເຂດ​ເມືອງ​ຕີ​ເຣ​ກັບ​ເມືອງ​ຊີ​ໂດນ ເຂົາ​ໄດ້​ມາ​ເພື່ອ​ຟັງ​ພຣະ​ອົງ ແລະ​ເພື່ອ​ໃຫ້​ດີ​ພ​ຍາດ​ຕ່າງໆ​ຂອງ​ເຂົາ 18 ແລະ​ບັນ​ດາ​ຄົນ​ທີ່​ມີ​ຜີ​ຖ່ອຍ​ຮ້າຍ​ກຸກກວນ​ກໍ​ຊົງ​ໂຜດ​ໃຫ້​ດີ​ເຫມືອນ​ກັນ 19 ປະ​ຊາ​ຊົນ​ໄດ້​ພ​ຍາ​ຍາມ​ຈະ​ຖືກ​ຕ້ອງ​ພຣະ​ອົງ ເຫດ​ວ່າ​ມີ​ຣິດ​ກຳ​ລັງ​ອອກ​ມາ​ຈາກ​ພຣະ​ອົງ ເຣັດ​ໃຫ້​ເຂົາ​ດີ​ພ​ຍາດ​ທຸກ​ຄົນ

ຄວາມ​ສຸກ​ແລະ​ວິ​ບັດ

20 ພຣະ​ອົງ​ທອດ​ພຣະ​ເນດ​ຫລຽວ​ເບິ່ງ​ພວກ​ສາ​ວົກ​ແລ້ວ​ຊົງ​ກ່າວ​ວ່າ, “ທ່ານ​ທັງ​ຫລາຍ​ທີ່​ຍາກ​ຈົນ​ກໍ​ເປັນ​ສຸກ ເພາະ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ເປັນ​ຂອງ​ພວກ​ທ່ານ 21 ທ່ານ​ທັງ​ຫລາຍ​ທີ່​ອຶດ​ຢາກ​ດຽວ​ນີ້​ກໍ​ເປັນ​ສຸກ ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພວກ​ທ່ານ​ອີ່ມ​ເຕັມ ທ່ານ​ທັງ​ຫລາຍ​ທີ່​ຮ້ອງ​ໄຫ້​ດຽວ​ນີ້​ກໍ​ເປັນ​ສຸກ ເພາະ​ວ່າ​ພວກ​ທ່ານ​ຈະ​ໄດ້​ຫົວ” 22 “ເມື່ອ​ໃດ​ຄົນ​ທັງ​ຫລາຍ​ກຽດ​ພວກ​ທ່ານ ຕັດ​ພວກ​ທ່ານ​ຖິ້ມ​ເສັຽ ຕິ​ຕຽນ​ນິນ​ທາ ແລະ​ປະ​ຕິ​ເສດ​ຊື່​ຂອງ​ພວກ​ທ່ານ​ວ່າ​ຊົ່ວ ເພາະ​ພວກ​ທ່ານ​ເຫັນ​ແກ່​ບຸດ​ມະ​ນຸດ ເມື່ອ​ນັ້ນ​ແຫລະ, ພວກ​ທ່ານ​ກໍ​ເປັນ​ສຸກ 23 ໃນ​ວັນ​ນັ້ນ​ພວກ​ທ່ານ​ຈົ່ງ​ຊື່ນ​ຊົມ​ຍິນ​ດີ​ແລະ​ຕື່ນ​ເຕັ້ນ​ດ້ວຍ​ຄວາມ​ຍິນ​ດີ ເພາະ​ເບິ່ງ​ແມ໋, ບຳ​ເຫນັດ​ຂອງ​ພວກ​ທ່ານ​ມີ​ບໍ​ຣິ​ບູນ​ຢູ່​ໃນ​ສວັນ ເພາະ​ວ່າ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ໄດ້​ເຮັດ​ຢ່າງ​ນັ້ນ​ແກ່​ຜູ້​ປະ​ກາດ​ພຣະ​ທັມ​ເຫມືອນ​ກັນ 24 “ແຕ່​ວິ​ບັດ​ແກ່​ທ່ານ​ທັງ​ຫລາຍ​ຜູ້​ເປັນ​ຄົນ​ຮັ່ງ​ມີ ເພາະ​ວ່າ​ພວກ​ທ່ານ​ໄດ້​ຮັບ​ຄວາມ​ສຸກ​ຢູ່​ແລ້ວ 25 ວິ​ບັດ​ແກ່​ທ່ານ​ທັງ​ຫລາຍ​ທີ່​ອີ່ມ​ເຕັມ​ດຽວ​ນີ້ ເພາະ​ວ່າ​ພວກ​ທ່າ​ນ​ຈະ​ອຶດ​ຢາກ ວິບັດ​ແກ່​ທ່າ​ນທັງ​ຫລາຍ​ທີ່​ຫົວ​ດຽວ​ນີ້ ເພາະ​ວ່າ​ພວກ​ທ່ານ​ຈະ​ທຸກ​ໂສກ​ແລະ​ຮ້ອງ​ໄຫ້” 26 “ເມື່ອ​ໃດ​ຄົນ​ທັງ​ຫລາຍ​ຍ້ອງ​ຍໍ​ວ່າ​ພວກ​ທ່ານ​ດີ ເມື່ອ​ນັ້ນ​ແຫລະ, ວິ​ບັດ​ຈະ​ມີ​ແກ່​ພວກ​ທ່ານ ເພາະ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ​ໄດ້​ເຣັດ​ຢ່າງ​ນັ້ນ​ແກ່​ຜູ້​ປະ​ກາດ​ພຣະ​ທັມ​ຂີ້​ໂລບ​ເຫມືອນ​ກັນ”

ຄວາມ​ຮັກ​ຕໍ່​ສັດ​ຕຣູ

27 ແຕ່​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຜູ້​ກຳ​ລັງ​ຟັງ​ຢູ່​ວ່າ ຈົ່ງ​ຮັກ​ສັດ​ຕຣູ​ຂອງ​ພວກ​ທ່ານ ຈົ່ງ​ເຮັດ​ດີ​ແກ່​ຜູ້​ກຽດ​ຊັງ​ພວກ​ທ່ານ 28 ຈົ່ງ​ອວຍ​ພອນ​ແກ່​ຜູ້​ທີ່​ປ້ອຍ​ດ່າ​ພວກ​ທ່ານ ຈົ່ງ​ອ້ອນວອນ​ເພື່ອ​ຜູ້​ທີ່​ກ່າວ​ຫຍາບ​ຊ້າ​ຕໍ່​ພວກ​ທ່ານ 29 ຖ້າ​ຜູ້​ໃດ​ຕົບ​ແກ້ມ​ຂອງ​ທ່ານ​ເບື້ອງ​ນຶ່ງ ຈົ່ງ​ປິ່ນ​ອີກ​ເບື້ອງ​ນຶ່ງ​ໃຫ້​ເຂົາ ແລະ​ຖ້າ​ຜູ້ໃດ​ຍາດ​ເອົາ​ເສື້ອ​ຊັ້ນ​ນອກ​ຂອ​ງທ່ານ​ໄປ ຖ້າ​ເຂົາ​ຈະ​ເອົາ​ເສື້ອ​ໃນ​ກໍ​ຢ່າ​ຫວງ​ຫ້າມ 30 ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ທີ່​ຂໍ​ຈາກທ່ານ ຖ້າ​ຜູ້​ໃດ​ເອົາ​ວິ່ງ​ຂອງ​ຂອງ​ທ່ານ​ໄປ ຢ່າ​ຊູ່​ທວງເອົາ​ຄືນ 31 ທ່ານ​ຢາກ​ໃຫ້​ເຂົາ​ເຣັດ​ຢ່າງ​ໃດ​ແກ່​ທ່ານ ຈົ່ງ​ເຮັດ​ຢ່າງ​ນັ້ນ​ແກ່​ເຂົາ​ເຫມືອນ​ກັນ 32 “ຖ້າ​ແມ່ນ​ທ່ານ​ຮັກ​ຄົນ​ທັງ​ຫລາຍ​ທີ່​ຮັກ​ທ່ານ ຈະ​ຊົງ​ນັບ​ວ່າ​ເປັນ​ຄຸນ​ອັນ​ໃດ​ແກ່​ທ່ານ​ ເພາະ​ເຖິງ​ແມ່ນ​ຄົນ​ນອກ​ສິນ​ທັມ​ກໍ​ຍັງ​ຮັກ​ຄົນ​ທີ່​ຮັກ​ເຂົາ​ເຫມືອນ​ກັນ 33 ຖ້າ​ທ່ານ​ເຮັດ​ດີ​ກັບ​ຄົນ​ທີ່​ເຮັດ​ດີ​ຕໍ່​ທ່ານ ຈະ​ຊົງ​ນັບ​ວ່າ​ເປັນ​ຄຸນ​ອັນ​ໃດ​ແກ່​ທ່ານ ເພາະ​ຄົນ​ນອກ​ສິນ​ທັມ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ 34 ຖ້າ​ທ່ານ​ທັງ​ຫລາຍ​ໃຫ້​ຢືມ​ແກ່​ຜູ້​ທີ່​ທ່ານ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຄືນ ກໍ​ຈະ​ຊົງ​ນັບ​ວ່າ​ເປັນ​ຄຸນ​ອັນ​ໃດ​ແກ່​ທ່ານ ເຖິງ​ແມ່ນ​ຄົນ​ບາບ​ກໍ​ຍັງ​ໃຫ້​ຄົນ​ບາບ​ຢືມ​ໂດຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຄືນ​ທໍ່​ກັນ 35 ແຕ່​ຈົ່ງ​ຮັກ​ສັດ​ຕຣູ​ຂອງ​ທ່ານ​ທັງ​ຫລາຍ​ແລະ​ຈົ່ງ​ເຮັດ​ດີ​ຕໍ່​ເຂົາ ຈົ່ງ​ໃຫ້​ເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ​ອີກ ບຳ​ເຫນັດ​ຂອງ​ທ່ານ​ທັງ​ຫລາຍ​ຈຶ່ງ​ຈະ​ມີ​ບໍ​ຣະ​ບູນ ແລະ​ທ່ານ​ທັງ​ຫລາຍ​ຈະ​ເປັນ​ບຸດ​ຂອງ​ພຣະ​ຜູ້​ສູງ​ສຸດ ເພາະ​ວ່າ​ພຣະ​ອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ທີ່​ເນ​ຣະ​ຄຸນ​ແລະ​ຄົນ​ຊົ່ວ 36 ທ່ານ​ທັງ​ຫລາຍ​ຈົ່ງ​ມີ​ຄວາມ​ເມດ​ຕາ​ກະ​ຣຸ​ນາ ເຫມືອນ​ຢ່າງ​ພຣະ​ບິ​ດາ​ຂອງ​ທ່ານ​ຊົງ​ມີ​ພຣະ​ທັຍ​ເມດ​ຕາ​ກະ​ຣຸ​ນາ

ການ​ກ່າວ​ໂທດ​ຜູ້​ອື່ນ

37 “ຢ່າ​ກ່າວ​ໂທດ​ໃສ່​ເຂົາ​ແລະ​ພຣະ​ເຈົ້າ​ຈະ​ບໍ່​ຊົງ​ກ່າວ​ໂທດ​ໃສ່​ທ່ານ ຢ່າທຳ​ໂທດ​ເຂົາ​ແລະ​ພຣະ​ເຈົ້າ​ຈະ​ບໍ່​ຊົງ​ທຳ​ໂທດ​ທ່ານ ຈົ່ງ​ຍົກ​ໂທດ​ໃຫ້​ເຂົາ​ແລະ​ພຣະ​ເຈົ້າ​ຈະ​ຊົງ​ຍົກ​ໂທດ​ໃຫ້​ທ່ານ 38 ຈົ່ງ​ໃຫ້​ເຂົາ​ແລະ​ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ທ່ານ ແລະ​ໃນ​ຕັກ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຕວງ​ດ້ວຍ​ເຄື່ອງ​ຜອງ​ຍັດ​ສັ່ນ​ລົງ​ແຫນ້ນ​ເຕັມ​ລົ້ນ ເພາະ​ວ່າ​ພວກ​ທ່ານ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະ​ເຈົ້າ​ຈະ​ຕວງ​ໃຫ້​ພວກ​ທ່ານ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ” 39 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ເປັນ​ຄຳ​ອຸປ​ມາ​ວ່າ, ຄົນ​ຕາ​ບອດ​ຈະ​ຈູງ​ຄົນ​ຕາບອດ​ໄປ​ບໍ່​ໄດ້​ຕີ້ ເຂົາ​ທັງ​ສອງ​ຈະ​ບໍ່​ຕົກ​ໃນ​ຂຸມ​ຫລື 40 ສິດ​ບໍ່​ຫ່ອນ​ໃຫຍ່​ກ່​ວ່າ​ຄ​ຣູ ແຕ່​ສິດ​ທຸກ​ຄົນ​ທີ່​ຮັບ​ການ​ຝຶກ​ສອນ​ຄົບ​ແລ້ວ ກໍ​ຈະ​ເປັນ​ເຫມືອນ​ຄ​ຣູ​ຂອງ​ຕົນ 41 ເປັນ​ຫຍັງ​ທ່ານ​ຫລຽວ​ເຫັນ​ຂີ້​ເຫຍື່ອ​ທີ່​ຢູ່​ໃນ​ຕາ​ພີ່​ນ້ອງ​ຂອງ​ທ່ານ ແຕ່​ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຕົນ​ເອງ​ທ່ານ​ບໍ່​ຮູ້​ສຶກ 42 ເປັນ​ສັນ​ໃດ​ທ່ານ​ຈຶ່ງ​ຈະ​ເວົ້າ​ກັບ​ພີ່​ນ້ອງ​ຂອງ​ຕົນ​ໄດ້​ວ່າ “ພີ່​ນ້ອງ​ເອີຍ, ໃຫ້​ຂ້ອຍ​ເຂັ່ຽ​ຂີ້​ເຫຍື່ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ” ແຕ່​ທ່ານ​ເອງ​ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ຕົນ​ກໍ​ຍັງ​ບໍ່​ເຫັນ ໂອ ຄົນ​ຫນ້າ​ຊື່​ໃຈ​ຄົນ​ເອີຍ, ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ຕົນ​ກ່ອນ ແລ້ວ​ທ່ານ​ຈະ​ເຫັນ​ໄດ້​ຄັກ ຈຶ່ງ​ຈະ​ເຂັ່ຽ​ຂີ້​ເຫ​ຍື່ອ​ອອກ​ຈາກ​ຕາ​ພີ່​ນ້ອງ​ຂອງ​ທ່ານ​ໄດ້

ການ​ສັງ​ເກດ​ຮູ້ໄດ້​ດ້ວຍ​ຜົນ

43 “ດ້ວຍ​ວ່າ​ຕົ້ນ​ໄມ້​ດີ​ບໍ່​ຫ່ອນ​ເກີດ​ຜົນ​ບໍ່​ດີ ແລະ​ຕົ້ນ​ບໍ່​ດີບໍ່​ຫ່ອນ​ເກີດ​ຜົນ​ດີ 44 ເພາະ​ວ່າ​ຈະ​ຮູ້​ຈັກ​ຕົ້ນ​ໄມ້​ທຸກ​ຕົ້ນ​ກໍ​ເພາະ​ຜົນ​ຂອງ​ມັນ ເຫດ​ວ່າ​ເຂົາ​ບໍ່​ຫ່ອນ​ເກັບ​ຫມາກ​ເດື່ອເທດ​ຈາກ​ຕົ້ນ​ມີ​ຫນາມ ແລະ​ບໍ່​ຫ່ອນ​ເກັບ​ຫມາກອະ​ງຸ່ນ​ຈາກ​ພຸ່ມ​ມີ​ຫນາມ 45 ຄົນ​ດີ​ຍ່ອມ​ເອົາ​ຂອງ​ດີ​ອອກ​ມາ​ຈາກ​ຄັງ​ດີ​ແຫ່ງ​ໃຈ​ຂອງ​ຕົນ ແລະ​ຄົນຊົ່ວ​ກໍ​ຍ່ອມ​ເອົາ​ຂອງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ຊົ່ວ​ແຫ່ງ​ໃຈ​ຂອງ​ຕົນ ເພາະ​ວ່າ​ໃຈ​ເຕັມ​ລົ້ນ​ດ້ວຍ​ອັນ​ໃດ ປາກ​ກໍ​ເວົ້າ​ອອກ​ມາ​ຢ່າງ​ນັ້ນ

ຮາກ​ຖານ​ສອງ​ຢ່າງ

46 “ເຫດ​ສັນ​ໃດ​ທ່ານ​ທັງ​ຫລາຍ​ຈຶ່ງ​ເອີ້ນ​ເຮົາ​ວ່າ, “ນາຍ, ນາຍ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ນັ້ນ 47 ທຸກ​ຄົນ​ທີ່​ມາ​ຫາ​ເຮົາ ແລະ​ຟັງ​ຄຳ​ຂອງ​ເຮົາ ແລະ​ປະ​ຕິ​ບັດ​ຕາມ ເຮົາ​ຈະ​ແຈ້ງ​ໃຫ້​ທ່ານ​ຮູ້​ວ່າ​ຄົນ​ນັ້ນ​ປຽບ​ເຫມືອນ​ຜູ້​ໃດ 48 ກໍ​ປຽບ​ເຫມືອນ​ຜູ້​ນຶ່ງ​ທີ່​ກໍ່​ສ້າງ​ຕຶກ ຜູ້​ນັ້ນ​ຂຸດ​ດິນ​ລົງ​ເລິກ​ແລ້ວ​ຕັ້ງ​ຮາກ​ເທິງ​ດານ​ຫີນ ແລະ​ເມື່ອ​ນ້ຳ​ມາ​ຖ້ວມ​ແລ້ວ​ແປວ​ນ້ຳ​ໄຫລ​ຖັ່ງ​ໃສ່ ແຕ່​ບໍ່​ອາດ​ຈະ​ເຮັດ​ໃຫ້​ຕຶກ​ນັ້ນ​ຫວັ່ນ​ໄຫວ​ເພາະ​ວ່າ​ໄດ້​ສ້າງ​ດີ​ແລ້ວ 49 ສ່ວນ​ຄົນ​ທີ່​ໄດ້​ຍິນຄຳ​ນັ້ນ​ແລະ​ບໍ່​ປະ​ຕິ​ບັດ​ຕາມ ກໍ​ປຽບ​ເຫມືອນ​ຄົນ​ນຶ່ງ​ທີ່​ໄດ້​ກໍ່​ສ້າງ​ຕຶກ​ເທິງ​ດິນ​ດ້ວຍ​ບໍ່​ກໍ່​ຮາກ ເມື່ອ​ແປວ​ນ້ຳ​ໄຫລ​ຖັ່ງ​ໃສ່​ຕຶກ​ນັ້ນ​ມັນ​ກໍ​ເຈື່ອນ​ລົງ​ທັນ​ທີ ແລະ​ຄວາມ​ຈິບ​ຫາຍ​ຂອງ​ຕຶກ​ນັ້ນ​ກໍ​ເປັນ​ການ​ໃຫຍ່​ຫລາຍ

ລູກາ 7

ຊົງ​ໂຜດ​ຂ້ອຍ​ໃຊ້​ຂອງ​ນາຍ​ຮ້ອຍ​ໃຫ້​ດີ

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ເຫລົ່າ​ນັ້ນ​ໃຫ້​ພົ​ລ​ເມືອງ​ຟັງ​ຫມົດ​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ເຂົ້າ​ໄປ​ໃນ​ເມືອງ​ກາ​ເປ​ນາ​ອູມ 2 ມີ​ຂ້ອຍ​ໃຊ້ຂອງ​ນາຍ​ທະ​ຫານ​ຄົນ​ນຶ່ງ​ທີ່​ນາຍ​ຮັ​ກ​ຫລາຍ ປ່ວຍ​ຢູ່​ໃກ້​ຈະ​ຕາຍ​ແລ້ວ 3 ເມື່ອ​ນາຍ​ຮ້ອຍ​ຜູ້​ນັ້ນ​ໄດ້​ຍິນ​ເຖິງ​ພຣະ​ເຢ​ຊູ ຈຶ່ງ​ໄດ້​ໃຊ້​ເຖົ້າ​ແກ່​ບາງ​ຄົນ​ຂອງ​ພວກ​ຢິວ ໃຫ້​ໄປ​ອ້ອນວອນ​ເຊີນ​ພຣະ​ອົງ​ສະ​ເດັດ​ມາ​ໂຜດ​ຂ້ອຍ​ໃຊ້​ຂອງ​ຕົນ​ໃຫ້​ດີ 4 ເມື່ອ​ຄົນ​ເຫລົ່າ​ນັ້ນ​ມາ​ເຖິງ​ພຣະ​ເຢ​ຊູ​ແລ້ວ ເຂົາ​ກໍ​ອ້ອນວອນ​ພຣະ​ອົງ​ດ້ວຍ​ໃຈ​ຮ້ອນ​ຮົນ​ວ່າ, “ນາຍ​ຮ້ອຍ​ຜູ້​ນັ້ນ​ສົມ​ຄວນ​ທີ່​ພຣະ​ອົງຈະ​ເຣັດ​ການ​ນີ້​ໃຫ້​ທ່ານ 5 ເພາະ​ວ່າ​ທ່ານ​ຮັກ​ປະ​ເທດ​ຊາດ​ຂອງ​ເຮົາ ແລະ​ແມ່ນ​ຜູ້​ນີ້​ແຫລະ, ໄດ້​ສ້າງ​ໂຮງ​ທັມ​ມະ​ເທ​ສ​ນາ​ໃຫ້​ພວກ​ເຮົາ” 6 ແລະ​ພຣະ​ເຢຊູ​ຈຶ່ງ​ສະ​ເດັດ​ໄປ​ກັບ​ເຂົາ ເມື່ອ​ສະ​ເດັດ​ເກືອບ​ຈະ​ເຖິງ​ເຮືອນ​ແລ້ວ ນາຍ​ຮ້ອຍ​ທະ​ຫານ​ໄດ້​ໃຊ້​ຫມູ່​ສະ​ຫາຍ​ໄປ​ຫາ​ພຣະ​ອົງ​ທູນ​ວ່າ, “ນາຍ​ເອີຍ, ຢ່າ​ຊູ່​ລຳ​ບາກ​ທ້ອນ ເພາະ​ວ່າ​ຂ້ານ້ອຍ​ເປັນ​ຄົນ​ບໍ່​ສົມ​ຄວນ​ທີ່​ຈະ​ໃຫ້​ທ່ານ​ເຂົ້າ​ໄປ​ລຸ່ມ​ຫລັງ​ຄາ​ເຮືອນ​ຂອງ​ຂ້າ​ນ້ອຍ 7 ເພາະ​ເຫດ​ນັ້ນ​ຂ້າ​ນ້ອຍ​ຈຶ່​ງ​ຖື​ວ່າ​ເປັນ​ຜູ້​ບໍ່​ສົມ​ຄວນ​ທີ່​ຈະ​ໄປ​ຫາ​ທ່ານ ແຕ່​ຂໍ​ທ່ານ​ຈົ່ກ່າວ​ພຽງ​ຄຳ​ດຽວ ແລະ​ຄົນ​ໃຊ້​ຂອງ​ຂ້າ​ນ້ອຍ​ຄົງ​ຈະ​ດີ​ພ​ຍາດ 8 ເຫດ​ວ່າ​ຂ້າ​ນ້ອຍ​ເປັນ​ຄົນ​ທີ່​ຢູ່​ໃຕ້​ວິ​ນັຍ​ທະ​ຫານ ແລະ​ຍັງ​ມີ​ທະ​ຫານ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ​ຂອງ​ຂ້າ​ນ້ອຍ​ອີກ ຄື​ຂ້າ​ນ້ອຍ​ສັ່ງ​ຄົນ​ນີ້​ວ່າ “ໄປ” ມັນ​ກໍ​ໄປ ສັ່ງ​ອີກ​ຄົນ​ນຶ່ງວ່າ “ມາ” ມັນ​ກໍ​ມາ ແລະ​ບອກ​ແກ່​ຂ້ອຍ​ໃຊ້​ຂອງ​ຂ້າ​ນ້ອຍ​ວ່າ “ຈົ່ງ​ເຣັດ​ສິ່ງ​ນີ້” ມັນ​ກໍ​ເຣັດ” 9 ເມື່ອ​ພຣະ​ເຢຊູ​ຊົງ​ໄດ້​ຍິນ​ຄຳ​ເຫລົ່າ​ນັ້ນ​ແລ້ວ​ກໍ​ປ​ລາດ​ພຣະ​ທັຍ​ດ້ວຍ​ນາຍ​ນັ້ນ ຈຶ່ງ​ຊົງ​ຫລຽວ​ຫລັງ​ກ່າວ​ກັບ​ປະ​ຊາ​ຊົນ​ທີ່​ຕາມ​ມາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ແມ່ນ​ໃນພວກ​ອິສ​ຣາ​ເອນເຮົາ​ກໍ​ບໍ່​ໄດ້​ພົບ​ຄວາມ​ເຊື່ອ​ໃຫຍ່​ເທົ່າ​ນີ້” 10 ຝ່າຍ​ພວກ​ທີ່​ຮັບ​ໃຊ້​ມາ​ນັ້ນ ເມື່ອ​ກັບ​ໄປ​ເຖິງ​ເຮືອນ​ກໍ​ໄດ້​ພົບ​ຂ້ອຍໃຊ້​ຜູ້​ນັ້ນ​ດີ​ພ​ຍາດ​ແລ້ວ

ຊົງ​ບັນ​ດານ​ໃຫ້​ລູກ​ຊາຍ​ແມ່​ຫມ້າຍ​ເປັນ​ຄືນ​ມາ

11 ຫລັງ​ຈາກ​ນັ້ນ​ຫນ້ອຍ​ນຶ່ງ​ພຣະ​ອົງ​ກໍ​ສະ​ເດັດ​ໄປ​ຍັງ​ເມື​ອງນຶ່ງ​ຊື່ ນາ​ອິນ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກັບ​ປະ​ຊາ​ຊົນ​ຫລວງ​ຫລາຍ​ໄດ້​ຕາມ​ພຣະ​ອົງ​ໄປ 12 ເມື່ອ​ສະ​ເດັດ​ມາ​ໃກ້​ປະ​ຕູ​ເມືອງ​ນັ້ນ ເບິ່ງແມ໋, ມີ​ຄົນ​ກຳ​ລັງ​ຫາມ​ສົບຊາຍ​ຫນຸ່ມ​ຜູ້​ນຶ່ງ​ອອກ​ມາ ເປັນ​ລູກ​ຊາຍ​ຄົນ​ດຽວ​ຂອງ​ແມ່ ແລະ​ນາງ​ກໍ​ເປັນ​ຫມ້າຍ ມີ​ຊາວ​ເມືອງ​ຫລາຍ​ສົມ​ຄວນ​ອອກ​ມາ​ນຳ​ຍິງ​ນັ້ນ 13 ເມື່ອ​ຊົງ​ເຫັນ​ຍິງ​ນັ້ນ ພຣະ​ອົງ​ກໍ​ຊົງ​ເມດ​ຕາ​ແລ້ວ​ຊົງ​ກ່າວ​ວ່າ, “ຢ່າ​ຮ້ອງ​ໄຫ້” 14 ແລ້ວ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃກ້​ບາຍ​ໂລງ ພວກ​ຫາມ​ສົບ​ນັ້ນ​ກໍ​ຢຸດ​ຢືນ​ຢູ່ ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ວ່າ, “ຊາຍ​ຫນຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ​ວ່າ ຈົ່ງລຸກ​ຂຶ້ນ” 15 ແລ້ວ​ຄົນ​ທີ່​ຕາຍ​ນັ້ນ​ກໍ​ລຸກ​ຂຶ້ນ​ນັ່ງ​ຕັ້ງ​ຕົ້ນ​ເວົ້າ ພຣະ​ອົງ​ຈຶ່ງ​ຊົງ​ມອບ​ຊາຍນັ້ນ​ໃຫ້​ແມ່​ເຂົາ 16 ຄວາມ​ຢ້ານ​ສະ​ດຸ້ງ​ຕົກ​ໃຈ​ກໍ​ຕົກ​ໃສ່​ເຂົາ​ທັງ​ປວງ ເຂົາ​ຈຶ່ງ​ສັຣ​ເສີນ​ພຣະ​ເຈົ້າ​ວ່າ, “ທ່ານ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ໃຫຍ່​ໄດ້​ເກີດ​ຂຶ້ນ​ຖ້າມ​ກາງ​ພວກ​ເຮົາແລ້ວ ແລະ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ມາ​ຢ້ຽມ​ຢາມ​ພົ​ລ​ເມືອງ​ຂອງ​ພຣະ​ອົງ​ແລ້ວ” 17 ເຣື່ອງ​ຂອງ​ພຣະ​ອົງ​ໄດ້​ຊ່າ​ລື​ໄປ​ທົ່ວ​ແຂ​ວງ​ຢູ​ດາຍ​ແລະ​ທົ່ວ​ຂົງ​ເຂດ​ທີ່​ຢູ່​ລ້ອມ​ຮອບ​ນັ້ນ

ລູກ​ສິດ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ມາ​ໄຫວ້​ພຣະ​ເຢ​ຊູ

18 ຝ່າຍ​ພວກ​ສິດ​ຂອງ​ໂຢ​ຮັນ​ກໍ​ໄດ້​ເ​ລົ່າ​ເຫດ​ການ​ທັງ​ປວງ​ນັ້ນ​ໃຫ້​ທ່ານ​ຟັງ 19 ໂຢ​ຮັນ​ຈຶ່ງ​ເອີ້ນ​ສິດ​ຂອງ​ຕົນ​ສອງ​ຄົນ ໃຊ້​ເຂົາ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ທູນ​ຖາມ​ວ່າ, “ທ່ານ​ເປັນ​ຜູ້​ທີ່​ຈະ​ມາ​ນັ້ນ​ຫລື ຫລື​ຈະ​ຕ້ອງ​ຄອຍ​ຖ້າ​ຜູ້​ອື່ນ” 20 ເມື່ອ​ເຂົາ​ທັງ​ສອງ​ມາ​ເຖິງ​ພຣະ​ອົງ​ກໍ​ທູນ​ວ່າ, “ໂຢ​ຮັນ​ບັບ​ຕິສະ​ໂຕ​ໄດ້​ໃຊ້​ພວກ​ຂ້າ​ນ້ອຍ​ມາ​ຖາມ​ວ່າ “ທ່ານ​ເປັນ​ຜູ້​ທີ່​ຈະ​ມາ​ນັ້ນ​ຫລື ຫລື​ຈະ​ຕ້ອງ​ຄອຍ​ຜູ້​ອື່ນ” 21 ໃນ​ເວ​ລາ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ໂຜດ​ໃຫ້​ຫລາຍ​ຄົນ​ດີ​ພ​ຍາດ​ໂຣ​ຄາ​ຕ່າງໆ​ແລະ​ໃຫ້​ພົ້ນ​ຈາ​ກ​ຜີ​ຮ້າຍ ແລະ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ຕາ​ບອດ​ຫລາຍ​ຄົນ​ໃຫ້​ເຫັນ​ຮຸ່ງ 22 ແລ້ວ​ພຣະ​ອົງຊົງ​ຕອບ​ສິດ​ທັງ​ສອງ​ນັ້ນ​ວ່າ, “ຈົ່ງ​ໄປ​ແຈ້ງ​ແກ່​ໂຢ​ຣັນ ຕາມ​ທີ່​ທ່ານ​ໄດ້​ເຫັນ​ແລະ​ໄດ້​ຍິນ ຄື​ວ່າ​ຄົນ​ຕາ​ບອດ​ກໍ​ເຫັນ​ຮຸ່ງ ຄົນ​ຂາ​ເສັ້ງ​ກໍ​ຍ່າງ​ເປັນ​ປົກ​ກະ​ຕິ ຄົນ​ຂີ້​ທູດ​ກໍ​ດີ​ສະ​ອາດ ຄົນ​ຫູ​ຫນວກ​ກໍ​ໄດ້​ຍິນ ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວ​ປະ​ເສີດ​ກໍ​ປະ​ກາດ​ແກ່​ຄົນ​ອະ​ນາ​ຖາ 23 ບຸກ​ຄົນ​ໃດ​ບໍ່​ສະ​ດຸດ​ສົງ​ສັຍ​ເພາະ​ເຮົາ ຜູ້​ນັ້ນ​ກໍ​ເປັນ​ສຸກ” 24 ເມື່ອ​ພວກ​ຮັບ​ໃຊ້​ຂອງ​ໂຢ​ຮັນ​ໄປ​ແລ້ວ ພຣະ​ອົງ​ກໍ​ຊົງ​ຕັ້ງ​ຕົ້ນ​ກ່າວ​ກັບ​ປະ​ຊາ​ຊົນ​ເຖິງ​ເຣື່ອງ​ໂຢ​ຮັນ​ວ່າ, “ທ່ານ​ທັງ​ຫລາຍ​ໄດ້​ອອກ​ໄປ​ໃນ​ປ່າ​ເພື່ອ​ເບິ່ງ​ຫຍັງ ເພື່ອ​ເບິ່ງ​ຕົ້ນ​ອໍ້​ໄຫວ​ໄປ​ມາ​ດ້ວຍ​ລົມ​ພັດ​ຫລື 25 ແຕ່​ທ່ານ​ທັງ​ຫລາຍ​ອອກ​ໄປ​ເບິ່ງ​ຫຍັງ ໄປ​ເບິ່ງ​ຄົນ​ນຸ່ງ​ຫົ່ມ​ເຄື່ອງ​ລະ​ອຽດ​ອ່ອນນວນ​ຫລື ເບິ່​ງ​ແມ໋, ຄົນ​ທີ່​ນຸ່ງ​ຫົ່ມ​ເຄື່ອງ​ອັນ​ງົດ​ງາມ​ແລະ​ຢູ່​ກິນ​ດ້ວຍ​ຂອງ​ປະ​ນີດ​ຍ່ອມ​ຢູ່​ໃນ​ພຣະ​ຣາ​ຊວັງ 26 ແຕ່​ພວກ​ທ່ານ​ອອກ​ໄປ​ເບິ່ງ​ຫຍັງ ເບິ່ງ​ຜູ້​ປະ​ກາດ​ພຣະ​ທັມ​ຫລື ແມ່ນແລ້ວ​ເຮົາ​ບອກ​ພວກ​ທ່ານ​ວ່າ ທ່ານ​ຜູ້​ນັ້ນ​ກໍ​ໃຫຍ່ກວ່າ​ຜູ້​ປະ​ກາດ​ພຣະ​ທັມ​ອີກ 27 ຄື​ໂຢ​ຣັນ​ຜູ້​ນີ້​ແຫລະ, ທີ່​ພຣະ​ຄັມ​ພີ​ກ່າວ​ຂຽນ​ໄວ້​ເຖິງ​ທ່ານ​ວ່າ, “ເບິ່ງ​ແມ໋, ເຮົາ​ໃຊ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄປ​ກ່ອນ​ຫນ້າ​ທ່ານ ຜູ້​ຮັບ​ໃຊ້​ນັ້ນ​ຈະ​ຈັດ​ແຈງ​ຫົນ​ທາງ​ຂອງ​ທ່ານ​ໄວ້​ກ່ອນ​ຫນ້າ​ທ່ານ” 28 ເຮົາ​ບອກ​ພວກ​ທ່ານ​ວ່າ ໃນ​ບັນ​ດາ​ຜູ້​ທີ່​ເກີດ​ຈາກ​ຜູ້​ຍິງ​ນັ້ນ​ບໍ່​ມີ​ຜູ້​ໃດ​ໃຫຍ່ກວ່າ​ໂຢ​ຮັນ ແຕ່​ຜູ້​ນ້ອຍ​ທີ່​ສຸດ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ກໍ​ໃຫຍ່ກວ່າ​ໂຢ​ຣັນ​ອີກ” 29 “ຝ່າຍ​ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ພ້ອມ​ທັງ​ພວກ​ເກັບ​ພາ​ສີ​ກໍ​ໄດ້​ຍອມ​ຮັບ​ວ່າ​ພຣະ​ເຈົ້າ​ຍຸດ​ຕິ​ທັມ​ໂດຍ​ທີ່​ເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຂອງ​ໂຢ​ຮັນ​ແລ້ວ 30 ແຕ່​ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ທັມ​ບັນ​ດິດ​ໄດ້​ຂັດ​ຂວາງ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຂົາ ໂດຍ​ທີ່​ເຂົາ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຈາກ​ໂຢ​ຮັນ) 31 “ເຫ​ດ​ສັນ​ນັ້ນ​ເຮົາ​ຈະ​ປຽບ​ຄົນ​ສະ​ໄຫມ​ນີ້​ກັບ​ອັນ​ໃດ ແລະ​ເຂົາ​ເປັນ​ເຫມືອນ​ກັບ​ອັນ​ໃດ 32 ປຽບ​ເຫມືອນ​ກັບ​ຫມູ່​ເດັກ​ນ້ອຍ​ທີ່​ນັ່ງ​ຢູ່ກາງ​ຕ​ລາດ​ຮ້ອງ​ໃສ່​ກັນ​ວ່າ, “ຕູ​ໄດ້​ເປົ່າ​ປີ່​ໃຫ້​ສູ ແຕ່​ສູບໍ່​ໄດ້​ຟ້ອນ​ລຳ ຕູ​ໄດ້​ຮ້ອງ​ໄຫ້​ຮ່ຳ​ໄຮ ແຕ່​ສູບໍ່​ໄດ້​ຕີ​ອົກ​ຕ້ອນ​ຮັບ” 33 ເພາະ​ວ່າ​ໂຢ​ຣັນ​ບັບ​ຕິ​ສະ​ໂຕ​ໄດ້​ມາ ກໍ​ບໍ່​ກິນ​ເຂົ້າ​ຫລື​ດື່ມ​ເຫລົ້າ​ແວງ ແລະ​ພວກ​ທ່ານ​ເວົ້າ​ວ່າ “ມີ​ຜີ​ສິງ​ຢູ່” 34 ສ່ວນ​ບຸດ​ມະ​ນຸດ​ໄດ້​ມາ​ທັງ​ກິນ​ແລະ​ດື່ມ ແລະ​ພວກ​ທ່ານ​ເວົ້າ​ວ່າ, “ເບິ່ງ​ແມ໋, ນີ້​ເປັນ​ຄົນ​ກິນ​ເກີນ​ສ່ວນ​ແລະ​ມັກ​ເມົາ ເປັນ​ເພື່ອ​ນ​ຂອງ​ຄົນ​ເກັບ​ພາ​ສີ​ແລະ​ຄົນ​ນອກ​ສິນ​ທັມ” 35 ແຕ່​ພຣະ​ປັນ​ຍາ​ກໍ​ປາ​ກົດ​ວ່າ​ຖືກ​ຕ້ອງ​ແລ້ວ​ໂດຍ​ບັນ​ດາ​ຜົນ​ຂອງ​ພຣະ​ປັນ​ຍາ​ນັ້ນ”

ພຣະ​ເຢ​ຊູ​ໃນ​ເຮືອນ​ຂອງ​ຊີ​ໂມນ​ຟາ​ຣີ​ຊາຍ

36 ມີ​ຄົນ​ນຶ່ງ​ໃນ​ພວກ​ຟາ​ຣີ​ຊາຍ ໄດ້​ເຊີນ​ພຣະ​ອົງ​ໄປ​ສເວີຍອາ​ຫານ​ໃນ​ເຮືອນ​ຂອງ​ຕົນ ພຣະ​ອົງ​ຈຶ່ງ​ສະ​ເດັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຟາ​ຣີ​ຊາຍ​ຜູ້​ນັ້ນ​ແລ້ວ​ຊົງ​ປະ​ທັບ​ລົງ 37 ແລະ​ເບິ່ງ​ແມ໋, ມີ​ຍິງ​ຊົ່ວ​ຄົນ​ນຶ່ງ​ໃນ​ເມືອງ​ນັ້ນ ເມື່ອ​ຮູ້​ວ່າ​ພຣະ​ອົງ​ຊົງ​ນັ່ງ​ສ​ເວີຍ​ອາ​ຫານ​ໃນ​ເຮືອນ​ຂອງ​ຟາ​ຣີ​ຊາຍ ຍິງ​ຜູ້​ນັ້ນ​ໄດ້​ຖື​ກະ​ອອມ​ຫີນ​ຂາວ​ມີ​ນ້ຳ​ມັນ​ຫອມ 38 ມາ​ຢືນ​ຂ້າງ​ຫລັງ​ໃກ້​ພຣະ​ບາດ​ຂອງ​ພຣະ​ອົງ​ຮ້ອງ​ໄຫ້ ນ້ຳ​ຕາ​ໄຫລ​ຈົນ​ປຽກ​ພຣະ​ບາດ ນາງ​ຈຶ່ງ​ເອົາ​ຜົມ​ເຊັດ​ທັງ​ຈູບ​ພຣະ​ບາດ​ຂອງ​ພຣະ​ອົງ​ແລະ​ເອົາ​ນ້ຳ​ມັນ​ຫອມ​ນັ້​ນ​ສົງ 39 ຝ່າຍ​ຄົນ​ຟາ​ຣີ​ຊາຍ​ຜູ້​ເຊີນ​ພຣະ​ອົງ​ມາ ເມື່ອ​ເຫັນ​ດັ່ງ​ນັ້ນ​ແລ້ວ​ກໍ​ນຶກ​ໃນ​ໃຈ​ວ່າ “ຖ້າ​ຜູ້​ນີ້​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ ທ່ານ​ຄົງ​ຈະ​ໄດ້​ຮູ້​ວ່າ​ຍິງ​ຜູ້ຖືກ​ຕ້ອງ​ກາຍ​ຂອງ​ທ່ານ​ເປັນ​ຜູ້​ໃດ ແລະ​ເປັນ​ຄົນ​ແນວ​ໃດ ເພາະ​ມັນ​ເປັນ​ຄົນ​ຊົ່ວ” 40 ພຣະ​ເຢ​ຊູ​ຊົງ​ຕອບ​ທ່ານ​ວ່າ, “ຊີ​ໂມນເອີຍ, ເຮົາ​ມີ​ສິ່ງ​ນຶ່ງ​ຈະ​ເວົ້າ​ກັບ​ທ່ານ” ຊີ​ໂມນ​ທູນ​ຕອບ​ວ່າ, “ອາຈານ​ເອີຍ, ເຊີນ​ເວົ້າ​ໂລດ” 41 ພຣະ​ອົງ​ຊົງ​ກ່າວວ່າ, “ເຈົ້າ​ຫນີ້​ຜູ້​ນຶ່ງ​ມີ​ລູກ​ຫນີ້​ສອງ​ຄົນ ຄົນນຶ່ງ​ເປັນ​ຫນີ້​ເງິນ​ຫ້າ​ຣ້ອຍ​ຫລຽນ​ເດ​ນາ​ຣິ​ອົນ ອີກ​ຄົນ​ນຶ່ງ​ເປັນ​ຫນີ້​ຫ້າ​ສິບ​ຫລຽນ 42 ເມື່ອ​ເຂົາ​ບໍ່​ມີ​ອັນ​ໃດ​ຈະ​ໃຊ້​ຫນີ້​ແລ້ວ ເຈົ້າ​ຫນີ້​ຈຶ່ງ​ໂຜດ​ຍົກ​ຫນີ້​ໃຫ້​ເຂົາ​ທັງ​ສອງ ໃນ​ສອງ​ຄົນ​ນັ້ນ​ຄົນ​ໃດ​ຈະ​ຮັກ​ເຈົ້າ​ຫນີ້​ຫລາຍກວ່າ​ກັນ” 43 ຊີ​ໂມນທູນ​ຕອບວ່າ, “ຂ້າ​ນ້ອຍ​ຄຶດ​ວ່າ​ຄົນ​ທີ່​ທ່ານ​ໄດ້​ໂຜດ​ຍົກ​ຫນີ້​ໃຫ້​ຫລາຍ​ນັ້ນ​ເປັນ​ຜູ້​ຮັກ​ຫລາຍ” ພຣະ​ອົງ​ຊົງ​ຕອບ​ວ່າ, “ທ່ານ​ຄຶດ​ຖືກ​ແລ້ວ” 44 ແລ້ວ​ພຣະ​ອົງ​ຊົງ​ຫລຽວໄປ​ຫາ​ຍິງ​ນັ້ນ ແລະ​ຊົງ​ກ່າວ​ກັບ​ຊີ​ໂມນ​ວ່າ, “ທ່ານ​ເຫັນ​ຍິງ​ຜູ້​ນີ້​ບໍ ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ທ່ານ ທ່ານ​ບໍ່​ໄດ້​ໃຫ້​ນ້ຳ​ລ້າງ​ຕີນ​ຂອງ​ເຮົາ ແຕ່​ຍິງ​ຜູ້​ນີ້​ໄດ້​ເອົາ​ນ້ຳ​ຕາ​ລ້າງ​ຕີນ​ຂອງ​ເຮົາ ແລະ​ໄດ້​ເອົາ​ຜົມ​ຂອງ​ຕົນ​ເຊັດ 45 ທ່ານ​ບໍ່​ໄດ້​ຈູບ​ເຮົາ ແຕ່​ຜູ້​ຍິງ​ນີ້ ຕັ້ງ​ແຕ່​ເຮົາ​ເຂົ້າ​ມາ​ເຂົາ​ບໍ່​ໄດ້​ເຊົາ​ຈູບ​ຕີນ​ຂອງ​ເຮົາ 46 ທ່ານ​ບໍ່​ໄດ້​ເອົາ​ນ້ຳ​ມັນ​ຫົດ​ຫົວ​ຂອງ​ເຮົາ ແຕ່​ຍິງ​ຜູ້​ນີ້​ໄດ້​ເອົາ​ນ້ຳ​ມັນ​ຫອມ​ຫົດ​ຕີນ​ຂອງ​ເຮົາ 47 ເຫດ​ສັນ​ນັ້ນ​ເຮົາ​ບອກ​ທ່ານ​ວ່າ ຄວາມ​ຜິດ​ບາບ​ຂອງ​ຍິງ​ນີ້​ຊຶ່ງ​ມີ​ຫລາຍ​ນັ້ນ​ໄດ້​ໂຜດ​ຍົກ​ເສັຽ​ແລ້ວ ເພາະ​ເຂົາ​ຮັກ​ຫລາຍ ແຕ່​ຜູ້​ທີ່​ໄດ້​ຮັບ​ການ​ຍົກ​ໂທດ​ຫນ້ອຍ​ກໍ​ຮັກ​ຫ​ນ້ອຍ” 48 ພຣະ​ອົງ​ຊົງ​ກ່າວ​ແກ່​ຍິງ​ນັ້ນ​ວ່າ, “ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ໂຜດ​ຍົກ​ເສັຽ​ແລ້ວ” 49 ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ນັ່ງ​ຮັບປະ​ທານກັບ​ພຣະ​ອົງ​ ກໍ​ຕັ້ງ​ຄຶດ​ໃນ​ໃຈ​ວ່າ, “ຜູ້​ນີ້​ແມ່ນ​ໃຜ ຈຶ່ງ​ໃຫ້​ອະ​ພັຍ​ຄວາມ​ຜິດ​ບາບ​ດັ່ງ​ນັ້ນ” 50 ພຣະ​ອົງ​ຊົງ​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ ຈົ່ງ​ໄປ​ເປັນ​ສຸ​ກ​ເທີນ”

ລູກາ 8

ແມ່​ຍິງ​ບາງ​ຄົນ​ໄປ​ກັບ​ພຣະ​ອົງ

1 ຕໍ່​ມາ​ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ຕາມບ້ານ​ຕາມ​ເມືອງ ຊົງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ສາ​ວົກ​ສິບ​ສອງ​ຄົນ​ນັ້ນ​ກໍ​ຢູ່​ກັບ​ພຣະ​ອົງ​ 2 ພ້ອມ​ກັບ​ແມ່​ຍິງ​ບາງ​ຄົນ​ທີ່​ພົ້ນ​ຈາກ​ຜີ​ຮ້າຍ​ແລ້ວ ແລະ​ພົ້ນ​ຈາກ​ພ​ຍາດ​ຕ່າງໆ ຄື​ມາ​ຣິ​ອາ​ຜູ້​ມີ​ຊື່​ອີກວ່າ​ມັກ​ດາ​ລາ ຜູ້​ທີ່​ພຣະ​ອົງ​ຊົງ​ຂັບ​ໄລ່​ຜີ​ເຈັດ​ໂຕອ​ອກ 3 ແລະ​ໂຢ​ອັນ​ນາ​ພັຣ​ຍາ​ຂອງ​ຈູ​ຊາ ຜູ້​ເປັນ​ກົມ​ວັງ​ຂອງ​ເຮໂຣດ ແລະ​ນາງ​ຊູ​ຊັນ​ນາ ກັບ​ຍິງ​ອື່ນ​ອີກ​ຫລາຍ​ຄົນ​ທີ່​ເຄີຍ​ສ​ລະ​ຊັບ​ຂອງ​ເຂົາ​ບົວ​ລະ​ບັດ​ພຣະ​ອົງ​ແລະ​ພວກ​ຂອງ​ພຣະ​ອົງ​ເຫມືອນ​ກັນ

ຄຳ​ອຸປມາ​ເຣື່ອງ​ຜູ້​ຫວ່ານ

4 ເມື່ອ​ປະ​ຊາ​ຊົນ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ມາ​ຊຸມ​ນຸມກັນ​ຢູ່ ແລະ​ມີ​ຄົນ​ກຳ​ລັງ​ມາ​ຫາ​ພຣະ​ອົງ​ຈາກ​ເມືອງ​ນັ້ນ​ເມື​ອງ​ນີ້ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ເປັນ​ຄຳ​ອຸປມາ​ວ່າ, 5 “ມີ​ຄົນ​ນຶ່ງ​ອອກ​ໄປ​ຫ​ວ່ານພືດ​ຂອງ​ຕົນ ເມື່ອ​ກຳ​ລັງ​ຫວ່ານ​ຢູ່​ນັ້ນ ລາງ​ເມັດ​ກໍ​ຕົກ​ຕາມ​ທາງ​ກໍ​ຖືກຢຽບ​ຢ່ຳ ແລະ​ນົກ​ປ່າ​ມາ​ກິນ​ເສັຽ 6 ລາງ​ເມັດ​ກໍ​ຕົກ​ໃສ່​ບ່ອນ​ມີ​ຫີນ ແລະ​ເມື່ອງອກ​ຂຶ້ນ​ແລ້ວ​ກໍ​ຫ່ຽວ​ແຫ້ງ​ລົງ​ເພາະ​ບ່ອນ​ບໍ່​ຊຸ່ມ 7 ລາງ​ເມັດ​ກໍ​ຕົກ​ກາງ​ພຸ່ມ​ຫນາມ ຫນາມ​ກໍ​ປົ່ງ​ຂຶ້ນ​ມາ​ນຳ ແລ້ວ​ປົກ​ຫຸ້ມ​ຮັດ​ເສັຽ 8 ລາງ​ເມັດ​ກໍ​ຕົກ​ກາງ​ໃສ່​ດິນ​ດີ ຈື່ງ​ງອກ​ຂຶ້ນ​ເກີດ​ຜົນ​ຮ້ອຍ​ຕໍ່” ເມື່ອ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້​ແລ້ວ ຈຶ່ງ​ຊົງ​ຮ້ອງ​ຂຶ້ນ​ວ່າ, “ຜູ້​ໃດ​ມີ​ຫູ​ຢາກຟັງ ຈົ່ງ​ຟັງ​ເອົາ”

ຈຸດ​ມຸ່ງ​ຫມາຍ​ຂອງ​ຄຳ​ອຸປມາ

9 ພວກ​ສາ​ວົກຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ຄຳ​ອຸປມາ​ນີ້​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ” 10 ພຣະ​ອົງ​ຊົງ​ກ່າວ​ວ່າ, “ຂໍ້​ຄວາມ​ລັບ​ເລິກ​ແຫ່ງ​ຣາ​ຊ​ອາ​ນາຈັກ​ຂອງ​ພຣະ​ເຈົ້າ ຊົງ​ໂຜດ​ໃຫ້​ທ່ານ​ທັງ​ຫລາຍ​ຮູ້​ໄດ້ ແຕ່​ສຳ​ລັບ​ຄົນ​ອື່ນ​ນັ້ນ​ໄດ້​ບອກ​ໃຫ້​ເປັນ​ຄຳ​ອຸປມາ ເພື່ອ​ເມື່ອ​ເຂົາ​ເບິ່ງ​ຈະ​ບໍ່​ເຫັນ ແລະ​ເມື່ອ​ເຂົາ​ຟັງ​ຈະ​ບໍ່​ເຂົ້າ​ໃຈ

ຊົງ​ອະ​ທິບາຍ​ເຣື່ອງ​ຜູ້​ຫວ່ານ

11 “ຄຳ​ອຸປມາ​ນັ້ນ​ກໍ​ເປັນ​ດັ່ງ​ນີ້ ຄື​ເມັດ​ພືດ​ນັ້ນ​ໄດ້​ແກ່​ພຣະ​ທັມ​ຂອງ​ພຣະ​ເຈົ້າ 12 ເມັດທີ່​ຕົກ​ກາງ​ທາງ​ໄດ້​ແກ່​ພວກ​ຄົນ​ທີ່​ໄດ້​ຍິນ ແລ້ວ​ພ​ຍາ​ມານ​ມາ​ຍາດ​ເອົາ​ພຣະ​ທັມ​ໄປ​ຈາກ​ໃຈ​ຂອງ​ເຂົາ​ ເພື່ອ​ບໍ່​ໃຫ້​ເຊື່ອ​ແລະ​ພົ້ນ​ໄດ້ 13 ເມັດ​ທີ່​ຕົກ​ບ່ອນ​ມີ​ຫີນ​ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ ແລ້ວ​ກໍ​ຮັບ​ພຣະ​ທັມ​ນັ້ນ​ດ້ວຍ​ຄວາມ​ຍິນ​ດີ​ແຕ່​ບໍ່​ມີ​ຮາກ ເຊື່ອ​ຢູ່​ແຕ່ຊົ່ວ​ຄາວ ເມື່ອ​ຖືກ​ທົດ​ລອງ​ເຂົາ​ເລີກ​ເສັຽ 14 ເມັດ​ທີ່​ຕົກ​ກາງ​ພຸ່ມ​ຫນາມ​ນັ້ນ​ໄດ້​ແກ່​ພວກ​ຄົນ​ທີ່​ໄດ້​ຍິນ ແລ້ວ​ອອກ​ໄປ​ຕາມ​ທາງ ແລະ​ຄວາມ​ກັງ​ວົນ ກັບ​ຊັບ​ສົມ​ບັດ ທັງ​ຄວາມ​ສ​ນຸກ​ຂອງ​ຊີ​ວິດ​ນີ້​ໄດ້​ເຂົ້າ​ມາ​ຫຸ້ມ​ຮັດ​ພຣະ​ທັມ​ນັ້ນ​ເສັຽ ແລ້ວ​ຜົນ​ຂອງ​ເຂົາ​ຈຶ່ງ​ບໍ່​ທັນ​ສຸກ 15 ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ໄດ້​ແກ່​ຜູ້​ທີ່​ໄດ້​ຍິນ​ພຣະ​ທັມ​ດ້ວຍ​ໃຈ​ເຫລື້ອມ​ໃສ ສັດ​ທາ ແລ້ວ​ກໍ​ຈົດ​ຈຳ​ໄວ້ ຈຶ່ງ​ເກີດ​ຜົນ​ໂດຍ​ຄວາມ​ພຽນ”

ຄຳ​ອຸປມາ​ເຣື່ອງ​ໂຄມ​ໄຟ

16 “ບໍ່​ມີ​ຜູ້​ໃດ ເມື່ອ​ໄຕ້​ໂຄມ​ແລ້ວຈະ​ເອົາ​ພາ​ຊ​ນະ​ປົກ​ບັງ​ໄວ້ ຫລື​ວາງ​ໄວ້​ໃຕ້​ຕຽງ​ນອນ​ແຕ່​ຕັ້ງ​ໄວ້​ເທິງ​ເຄື່ອງ​ຮອງ​ຕີນ​ໂຄມ ເພື່ອ​ຄົນ​ທັງ​ຫລາຍ​ທີ່​ເຂົ້າ​ມາ​ຈະ​ໄດ້​ເຫັນ​ແສງ​ສວ່າງ 17 ດ້ວຍ​ວ່າ​ບໍ່​ມີ​ສິ່ງ​ໃດ​ທີ່​ເຊື່ອງ​ໄວ້ ຊຶ່ງ​ຈະ​ບໍ່​ປາ​ກົດ​ແຈ້ງ ແລະ​ບໍ່​ມີ​ສິ່ງ​ໃດ​ທີ່​ປົ​ກ​ບັງ​ໄວ້​ຊຶ່ງ​ຈະ​ບໍ່​ຮູ້​ແລະບໍ່​ເປີດ​ເຜີຍ 18 ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຢ່າງ​ໃດ ກໍ​ຈົ່ງ​ລະ​ວັງ​ໃຫ້​ດີ ດ້ວຍ​ວ່າ​ຜູ້​ໃດ​ມີ​ຢູ່​ແລ້ວ ຈະ​ຊົງ​ເພີ້ມ​ເຕີມ​ໃຫ້​ແກ່​ຜູ້​ນັ້ນ​ອີກ ແຕ່​ຜູ້​ໃດ​ບໍ່ມີ​ ເຖິງ​ແມ່ນ​ວ່າສິ່ງ​ທີ່​ຕົນ​ຄຶດ​ວ່າ​ມີ​ຢູ່​ນັ້ນ ຈະ​ຊົງ​ຍົກ​ເອົາ​ໄປ​ຈາກ​ຜູ້​ນັ້ນ​ເສັຽ”

ມານ​ດາ​ແລະ​ພວກນ້ອງ​ຊາ​ຍຂອງ​ພຣະ​ເຢ​ຊູ

19 ເມື່ອ​ນັ້ນ​ມານ​ດາ​ແລະ​ພວກ​ນ້ອງ​ຊາຍຂອງ​ພຣະ​ອົງ​ໄດ້​ມາ​ຫາ​ ແຕ່​ເຂົ້າ​ໄປ​ເຖິງ​ພຣະ​ອົງ​ບໍ່​ໄດ້​ເພາະ​ຄົນ​ຫລາຍ 20 ມີ​ຄົນ​ນຳ​ຂ່າວ​ມາ​ທູນ​ພຣະ​ອົງ​ວ່າ, “ມານ​ດາ​ແລະ​ພວກ​ນ້ອງ​ຊາຍ​ທ່ານ​ຢືນ​ຢູ່​ຂ້າງນອກ​ຢາກ​ມາ​ຫາ” 21 ແຕ່​ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ມານ​ດາ​ແລະ​ນ້ອງ​ຂອງ​ເຮົາ​ນັ້ນ ຄື​ຄົນ​ທີ່​ໄດ້​ຍິນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ແລະ​ເຮັດ​ຕາມ

ພຣະ​ເຢ​ຊູ​ຊົງ​ຫ້າມ​ລົມ​ພະ​ຍຸ

22 ຢູ່​ມາ​ວັນ​ນຶ່ງ ພຣະ​ອົງ​ໄດ້​ສະ​ເດັດ​ລົງ​ເຮືອ ແລ້ວ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ຈົ່ງ​ພາ​ກັນ​ຂ້າມ​ທະ​ເລ​ສາບ​ໄປ​ຟາກ​ນັ້ນ​ເທາະ” ແລ້ວ​ເຂົາ​ກໍ​ຖອຍ​ເຮືອ​ອອກ​ໄປ 23 ເມື່ອ​ກຳ​ລັງ​ຂ້າ​ມໄປ​ພຣະ​ອົງ​ບັນ​ທົມຫລັບ ແລະ​ເກີດ​ມີ​ລົມ​ພະ​ຍຸ​ພັດ​ລົງ​ມາ​ກາງ​ທະ​ເລ ນ້ຳ​ກໍ​ເຂົ້າ​ເຮືອ​ຢູ່ ຫນ້າຢ້ານ​ຈະ​ເປັນ​ອັນ​ຕະ​ຣາຍ 24 ພວກ​ສາ​ວົກ​ຈຶ່ງ​ມາ​ປຸກ​ພຣະ​ອົງ​ທູນ​ວ່າ, “ອາ​ຈານ, ອາ​ຈານ​ເອີຍ, ພວກ​ຂ້າ​ນ້ອຍ​ກຳ​ລັງ​ຈະ​ຈິບ​ຫາຍ​ຢູ່​ແລ້ວ” ພຣະ​ອົງ​ຈຶ່ງ​ຊົງ​ຕື່ນ​ຂຶ້ນ​ຫ້າມ​ລົມ​ແລະ​ຟອງ​ນ້ຳ ລົມ​ແລະ​ຟອງ​ນ້ຳ​ກໍ​ຢຸດ​ສ​ງົບ​ງຽ​ບ​ທົ່ວ​ໄປ​ທັນ​ທີ 25 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຄວາມ​ເຊື່ອ​ຂອງ​ພວກ​ທ່ານ​ຢູ່​ໃສ” ເຂົາ​ກໍ​ຢ້ານ ​ແລະ​ປ​ລາດ​ໃຈ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ແມ່ນ​ຜູ້​ໃດ​ຫນໍ ຈຶ່ງ​ຫ້າມ​ທັງ​ລົມ​ແລະ​ນ້ຳ ແລະ​ລົມ​ກັບ​ນ້ຳ​ກໍ​ຍອມ​ຟັງ​ທ່ານ”

ຊົງ​ໂຜດ​ຄົນ​ຜີ​ສິງ​ທີ່​ເຂດ​ແດນ​ເຄ​ຣາ​ເຊັນ

26 ແລ້ວ​ເຂົາ​ໄດ້​ໄປ​ຈອດ​ທີ່​ເຂດ​ແດນ​ຂອງ​ຊາວ​ເຄ​ຣາ​ເຊັນ ຊຶ່ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ແຂວງ​ຄາ​ລີ​ເລ 27 ເມື່ອ​ພຣະ​ອົງສະ​ເດັດ​ຂຶ້ນ​ບົກ​ແລ້ວ​ມີ​ຊາຍ​ຄົນ​ນຶ່ງ​ແຕ່​ເມື​ອງ​ນັ້ນ​ມາ​ພົ​ບ​ພຣະ​ອົງ ຄົນ​ນັ້ນ​ມີ​ຜີ​ຮ້າຍ​ຫລາຍ​ໂຕ​ສິງ​ຢູ່ ເຂົາ​ບໍ່​ໄດ້​ນຸ່ງ​ເຄື່ອງ​ແລະບໍ່​ໄດ້​ຢູ່​ໃນ​ເຮືອນ​ເປັນ​ເວ​ລາ​ເຫິງ​ນານ​ແລ້ວ ແຕ່​ຢູ່​ຕາມ​ອຸບ​ໂມງ​ຝັງ​ສົບ 28 ເມື່ອ​ຄົນ​ນັ້ນ​ໄດ້​ເຫັນ​ພຣະ​ເຢ​ຊູ​ກໍ​ຮ້ອງ​ຂຶ້ນ ແລ້ວ​ຂາບ​ລົງ​ຕໍ່​ພຣະ​ພັກ​ພຣະ​ອົງ​ອອກ​ສຽງ​ດັງ​ທູນ​ວ່າ, “ເຢ​ຊູ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ເອີຍ, ທ່ານ​ມາ​ຫຍຸ້ງ​ກ່ຽວ​ກັບ​ເຮົາ​ດ້ວຍ​ເຫດ​ໃດ ຂໍ​ຢ່າ​ໄດ້​ທໍ​ຣະ​ມານ​ເຮົາ​ທ້ອນ” 29 ມັນ​ເວົ້າ​ດັ່ງ​ນັ້ນ​ກໍ​ເພາະ​ພຣະ​ອົງ​ໄດ້​ຊົງ​ສັ່ງ​ຜີ​ຖ່ອຍ​ຮ້າຍ​ໃຫ້​ອອກ​ຈາກ​ຄົນ​ນັ້ນ (ດ້ວຍ​ວ່າ​ຜີ​ນັ້ນ​ໄດ້​ມາ​ກຸມ​ເອົາ​ຄົນ​ນັ້ນ​ໄປ​ຫລາຍ​ເທື່ອ​ຫລາຍ​ທີ່ ແລະ​ເຄີຍ​ມັດ​ດ້ວຍ​ຊີກ​ແລະ​ຖືກ​ລ່າມ​ໂສ້​ຂັງ​ໄວ້ ແຕ່​ມັນ​ກໍ​ຫັກ​ເຄື່ອງ​ມັດ​ນັ້ນ​ເສັຽ​ແລ້ວ​ໄດ້​ບັງ​ຄັບ​ໃຫ້​ເຂົ້າ​ໄປ​ໃນ​ປ່າ) 30 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ” ມັນ​ທູນ​ຕອບ​ວ່າ, “ຊື່​ກອງ​ທັບ” ດ້ວຍ​ວ່າ​ຜີ​ທີ່​ເຂົ້າ​ສິງຢູ່​ໃນ​ຄົນ​ນັ້ນ​ມີ​ຫລາຍ​ໂຕ 31 ແລະ​ຜີ​ນັ້ນ​ໄດ້​ອ້ອນວອນ​ຂໍ​ນຳ​ພຣະ​ອົງ​ບໍ່​ໃຫ້​ບັງ​ຄັບ​ມັນ​ຫ​ນີ​ໄປ​ໃນ​ພື້ນ​ເຫວ​ເລິກ 32 ທີ່​ນັ້ນມີ​ຝູງ​ຫມູ​ຝູງ​ໃຫຍ່​ກຳ​ລັງ​ຫາ​ກິ​ນຢູ່​ຕາມ​ພູ ຜີ​ເຫລົ່າ​ນັ້ນ​ໄດ້​ທູນ​ຂໍ​ພຣະ​ອົງ​ຊົງ​ອະ​ນຸ​ຍາດ​ໃຫ້​ພວກ​ມັນ​ເຂົ້າ​ສິງ​ຢູ່​ໃນ​ຫມູ​ຝູງ​ນັ້ນ ພຣະ​ອົງ​ກໍ​ຊົງ​ອະ​ນຸ​ຍາດ​ໃຫ້ 33 ຜີ​ເຫລົ່າ​ນັ້ນ​ຈຶ່ງ​ໄດ້​ອອກ​ມາ​ຈາກ​ຄົນ​ນັ້ນ​ແລ້ວ​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ຫມູ ຫມູ​ທັງ​ປວງ​ກໍ​ຟ້າວ​ແລ່ນ​ລົງ​ຈາກ​ຕາ​ລິ່ງ​ຊັນ​ໂຕນ​ໃສ່​ທະ​ເລ​ສາບ​ຈົມ​ນ້ຳ​ຕາຍ​ທັນ​ທີ 34 ຝ່າຍ​ຄົນ​ລ້ຽງ​ເມື່ອ​ເຫັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ ຕ່າງ​ຄົນ​ຕ່າງ​ຫນີ​ໄປ​ເລົ່າ​ເຣື່ອງ​ນັ້ນ​ທັງ​ໃນ​ເມືອງ​ແລະ​ນອກ​ເມືອງ 35 ແລ້ວ​ຄົນ​ທັງ​ປວງ​ກໍ​ອອກ​ມາ​ເບິ່ງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ ແລະ​ເມື່ອ​ມາ​ເຖິງ​ພຣະ​ເຢ​ຊູ ເຂົາ​ໄດ້​ເຫັນ​ຄົນ​ທີ່​ຜີ​ຮ້າຍ​ອອກ​ຈາກ​ຕົວ​ນຸ່ງ​ຫົ່​ມ​ເສື້ອ​ຜ້າ​ມີ​ສະ​ຕິ​ອາ​ຣົມ​ດີ ນັ່ງ​ຢູ່ໃກ້​ພຣະ​ບາດ​ພຣະ​ເຢຊູ ເຂົາ​ຈຶ່ງ​ມີ​ໃຈ​ຢ້ານ 36 ຝ່າຍ​ຄົນ​ທີ່​ເຫັນ​ເຫດ​ການ​ນັ້ນ ກໍ​ໄດ້​ເລົ່າ​ໃຫ້​ເຂົາ​ຟັງ​ເຖິງ​ເຣື່ອງ​ຄົນ​ທີ່​ຜີ​ຮ້າຍ​ເຂົ້າ​ສິງ​ນັ້ນ​ໄດ້​ດີ​ປົກ​ກະ​ຕິ​ຢ່າງ​ໃດ 37 ຊາວ​ເມືອງ​ເຄ​ຣາເຊັນ​ກັບ​ປະ​ຊາ​ຊົນ​ທັງ​ປວງ​ໃນ​ທົ່ວ​ຮອບ​ເຂດ​ນັ້ນ​ໄດ້​ອ້ອນວອນ​ຂໍ​ໃຫ້​ພຣະ​ອົງ​ຫນີ​ໄປ​ຈາກ​ເຂົາ​ເສັຽ ເພາະ​ຄວາມ​ຢ້ານ​ອັນ​ໃຫຍ່​ໄດ້​ຕົກ​ໃສ່​ເຂົາ ພຣະ​ອົງ​ຈຶ່ງ​ສະ​ເດັດ​ລົງ​ເຮືອກັບ​ຄືນ​ໄປ 38 ຄົນ​ທີ່​ມີ​ຜີ​ຮ້າຍ​ອອກ​ຈາກ​ຕົວ​ນັ້ນ​ໄດ້​ອ້ອນວອນ​ຂໍ​ຢູ່​ນຳ​ພຣະ​ອົງ ແຕ່​ພຣະ​ອົງ​ຊົງ​ບອກ​ໃຫ້​ໄປ​ໂດຍຊົງ​ສັ່ງ​ວ່າ, 39 “ຈົ່ງ​ກັບ​ໄປ​ບ້ານ​ເຮືອນ​ຂອງ​ເຈົ້າ ແລະ​ເລົ່າ​ເຣື່ອງ​ການ​ໃຫຍ່​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ແກ່​ເຈົ້າ​ນັ້ນ” ແລ້ວ​ຄົນ​ນັ້ນ​ກໍ​ກັບ​ໄປ​ປະ​ກາດ​ແກ່​ຄົນ​ທັງ​ປວງ ເຖິງ​ເຫດ​ກາ​ນທຸກ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ກະ​ທຳ​ແກ່​ຕົນ

ເຣື່ອງ​ລູກ​ສາວ​ເຈົ້າ​ນາຍ​ແລະ​ຍິງ​ເລືອດ​ຕົກ

40 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ກັບ​ມາ​ແລ້ວ​ປະ​ຊາ​ຊົນ​ກໍ​ໄດ້​ຕ້ອນ​ຮັບ​ພຣະ​ອົງ ເພາະ​ເຂົາ​ທັງ​ຫລາຍ​ຄອຍ​ຖ້າພຣະ​ອົງ​ຢູ່ 41 ແລະ​ເບິ່ງ​ແມ໋, ມີ​ຊາຍ​ຄົນ​ນຶ່ງ​ຊື່​ຢາ​ອີ​ໂຣ ເປັນ​ນາຍ​ໂຮງ​ທັມ​ມະ​ເທ​ສ​ນາ​ມາ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງພຣະ​ເຢຊູ ອ້ອນວອນ​ຂໍ​ໃຫ້​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ 42 ເພາະ​ວ່າ​ທ່ານ​ມີ​ລູກ​ສາວ​ຄົນ​ດຽວ​ອາ​ຍຸ​ປະ​ມານ​ສິບ​ສອງ​ປີ ລູກ​ນັ້ນ​ກຳ​ລັງ​ຈະ​ຕາຍ​ໄປ ໃນ​ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ໄປ​ນັ້ນ ປະ​ຊາ​ຊົນ​ໄດ້​ກີດ​ຂວາງ​ພຣະ​ອົງ 43 ມີ​ຍິງຄົນ​ນຶ່ງ​ເປັນ​ພຍາດ​ເລືອດ​ຕົກ​ໄດ້​ສິບ​ສອງ​ປີ​ມາ​ແລ້ວ ນາງ​ໄດ້​ຈ່າຍ​ຊັບ​ຂອງ​ຕົນ​ໃຫ້​ພວກ​ຫມໍ​ຈົນ​ຫມົດ​ແຕ່​ບໍ່​ມີ​ຫມໍ​ຄົນ​ໃດ​ອາດ​ໃຫ້​ດີ​ພ​ຍາດ​ໄດ້ 44 ນາງ​ໄດ້​ຫຍັບ​ເຂົ້າ​ມາ​ເບື້ອງ​ຫລັງ​ພຣະ​ເຢ​ຊູ​ແລະ​ບາຍ​ແຄມ​ເຄື່ອງ​ທົງ​ຂອງ​ພຣະ​ອົງ ໃນ​ທັນ​ໃດ​ນັ້ນ​ເລືອດ​ທີ່​ໄຫລ​ກໍ​ຕຸດ 45 ພຣະ​ເຢ​ຊູ​ຊົງ​ຖາມ​ວ່າ, “ແມ່ນ​ໃຜ​ໄດ້​ບາຍ​ເຮົາ” ເມື່ອ​ຄົນ​ທັງ​ປວງ​ໄດ້​ຕອບ​ປະ​ຕິ​ເສດ ເປ​ໂຕ​ກັບ​ພວກ​ຄົນ​ທີ່​ຢູ່​ນຳ​ກັນ​ໄດ້​ທູນ​ວ່າ, “ອາ​ຈານ​ເຈົ້າ​ເອີຍ, ກໍ​ແມ່ນ​ປະ​ຊາ​ຊົນ​ທີ່​ກຳ​ລັງ​ກີດ​ຂວາງ​ແລະ​ບຽດ​ທ່ານ​ຢູ່” 46 ແຕ່​ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ມີ​ຜູ້​ນຶ່ງ​ໄດ້​ບາຍ​ເຮົາ ເພາະ​ເຮົາ​ຮູ້​ສຶກວ່າ​ຣິດ​ໄດ້​ສວ່ານ​ອອກ​ຈາກ​ເຮົາ​ໄປ” 47 ເມື່ອ​ເຫັນ​ວ່າ​ຈະ​ເຊື່ອງ​ຕົວ​ບໍ່​ໄດ້​ແລ້ວ ນາງ​ກໍ​ເຂົ້າ​ມາ​ດ້ວຍ​ຕົວ​ສັ່ນ​ຂາບ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ຕໍ່​ຫນ້າ​ຄົນ​ທັງ​ປວງ ທູນ​ເຖິງ​ເຫດທີ່ຕົນ​ໄດ້​ບາຍ​ພຣະ​ອົງ ແລະ​ບອກ​ເຖິງ​ເຣື່ອງ​ທີ່​ຕົນ​ໄດ້​ດີ​ພ​ຍາດ​ທັນ​ທີ​ນັ້ນ​ເຫມືອນ​ກັນ 48 ພຣະ​ອົງ​ຊົງ​ກ່າວ​ກັບ​ນາງວ່າ, “ລູກ​ຍິງ​ເອີຍ, ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ​ເທີນ” 49 ໃນ​ຂ​ນະ​ທີ່​ພຣະ​ອົງ​ຊົງ​ກ່າວ​ຢູ່​ນັ້ນ ມີ​ຄົນ​ນຶ່ງ​ມາ​ແຕ່​ເຮືອນ​ຂອງ​ນາຍ​ໂຮງ​ທັມບອກວ່າ, “ລູກ​ຂອງ​ນາຍ​ຕາຍ​ແລ້ວ ຂໍ​ຢ່າ​ໄດ້​ຮົບ​ກວນ​ອາ​ຈານ​ຕໍ່​ໄປ” 50 ຝ່າຍ​ພຣະ​ເຢ​ຊູ ເມື່ອ​ໄດ້​ຍິນ​ກໍ​ຊົງ​ກ່າວ​ແກ່​ນາຍ​ນັ້ນ​ວ່າ, “ຢ່າ​ວິ​ຕົກ​ເທາະ ຈົ່ງ​ເຊື່ອ​ເທົ່າ​ນັ້ນ ແລະ​ລູກ​ຈະ​ໄດ້​ລອດ​ພົ້ນ” 51 ເມື່ອ​ສະ​ເດັດ​ເຖິງ​ເຮືອນ​ແລ້ວ​ ພຣະ​ອົງ​ບໍ່​ໄດ້​ຊົງ​ອະ​ນຸ​ຍາດ​ໃຫ້​ຜູ້​ໃດ​ເຂົ້າ​ໄປ​ນຳ ເວັ້ນ​ແຕ່​ເປ​ໂຕ ໂຢ​ຮັນ ຢາ​ໂກ​ໂບ ແລະ​ພໍ່​ແມ່​ຂອງ​ເດັກ​ນ້ອຍ​ນັ້ນ 52 ຄົນ​ທັງ​ຫລາ​ຍ​ກໍ​ຕີ​ອົກ​ຮ້ອງ​ໄຫ້​ຮ່ຳ​ໄຮ​ເພາະ​ເດັກ​ນ້ອຍ​ນັ້ນ ແຕ່​ພຣະ​ອົງ​ຊົງ​ບ​ອກວ່າ, “ຢ່າ​ຮ້ອງ​ໄຫ້​ເທາະ ເດັກ​ນ້ອຍ​ນັ້ນ​ບໍ່​ຕາຍດອກ ແຕ່​ຫລັບ​ຢູ່​ເທົ່າ​ນັ້ນ” 53 ແລ້ວ​ເຂົາ​ພາກັນ​ຫົວ​ຂວັນ​ພຣະ​ອົງ ເພາະ​ເຂົາ​ຮູ້​ວ່າ​ເດັກ​ນ້ອຍ​ນັ້ນ​ຕາຍ​ແລ້ວ 54 ຝ່າຍ​ພຣະ​ອົງ​ຊົງ​ຈັບ​ມື​ເດັກ​ນ້ອຍ​ນັ້ນ ແລ້ວ​ຊົງ​ຮ້ອງວ່າ, “ລູກ​ເອີຍ, ຈົ່ງ​ລຸກ​ຂຶ້ນ​ແມ໋” 55 ແລະ​ຈິດ​ວິນ​ຍານ​ກໍ​ກັບ​ເຂົ້າ​ໃນ​ຕົວ​ເດັກ​ນ້ອຍ​ນັ້ນ ມັນ​ໄດ້​ລຸກ​ຂຶ້ນ​ທັນ​ທີ ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ໃຫ້​ເອົາ​ອາ​ຫານ​ມາ​ໃຫ້​ມັນ​ກິນ 56 ຝ່າຍ​ພໍ່​ແມ່​ຂອງ​ເດັກ​ນ້ອຍ​ນັ້ນ​ກໍ​ງຶດ​ອັດ​ສະ​ຈັນ​ໃຈ​ຫລາຍ ແຕ່​ພຣະ​ອົງ​ຊົງ​ຫ້າມ​ເຂົາ​ບໍ່​ໃຫ້​ບອກ​ຜູ້​ໃດ​ຮູ້​ເຫດ​ການ​ຊຶ່ງ​ເປັນ​ມາ​ນັ້ນ

ລູກາ 9

ຊົງ​ໃຊ້​ສາ​ວົກ​ສິບ​ສອງ​ຄົນ​ອອກ​ໄປ​ປະ​ກາດ

1 ເມື່ອ​ພຣະ​ອົງ​ຊົງ​ເອີ້ນ​ພວກ​ສິບ​ສອງ​ຄົນ​ນັ້ນ​ມາ​ພ້ອມ​ກັນ​ແລ້ວ ກໍ​ຊົງ​ປະ​ທານ​ໃຫ້​ເຂົາ​ມີ​ຣິດ​ແລະ​ມີ​ອຳ​ນາດ​ເຫນືອ​ຜີ​ຮ້າຍ​ທັງ​ປວງ ແລະ​ເພື່ອ​ຈະ​ໄດ້​ເຣັດ​ໃຫ້​ດີ​ພ​ຍາດ​ຕ່າງໆ 2 ແລ້ວ​ພຣະ​ອົງ​ຊົງ​ໃຊ້​ເຂົາ​ໃຫ້​ອອກ​ໄປ​ປະ​ກາດ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ​ເຮັ​ດ​ໃຫ້​ຄົນ​ເຈັບ​ປ່ວຍ​ດີ​ພ​ຍາດ 3 ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ເຂົາ​ວ່າ, “ຢ່າ​ເອົາ​ສິ່ງ​ໃດ​ໄປ​ໃຊ້​ຕາ​ມທາງ ຄື​ຢ່າ​ເອົາ​ໄມ້​ຄ້ອນ​ເທົ້າ ຫລື​ຖົງ ຫລື​ອາ​ຫານ ຫລື​ເງິນ ຫລື​ເສື້ອ​ສອງ​ໂຕ 4 ແລະ​ຖ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ ກໍ​ໃຫ້​ອາສັຍ​ຢູ່​ໃນ​ເຮືອນ​ຫລັງ​ນັ້ນ​ຈົນ​ກວ່າ​ຈະ​ຈາກ​ໄປ 5 ຖ້າ​ຜູ້​ໃດ​ບໍ່ຕ້ອນ​ຮັບ​ພວກ​ທ່ານ ຈົ່ງ​ອອກ​ຈາກ​ເມືອງ​ນັ້ນ​ໄປ ແລະ​ຈົ່ງ​ສັ່ນ​ຂີ້​ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກ​ທ່ານ​ອອກ​ເສັຽ ເພື່ອ​ເປັນ​ພຍານ​ຕໍ່​ເຂົາ” 6 ແລ້ວ​ພວກ​ສາ​ວົກ​ກໍ​ພາ​ກັນ​ອອ​ກໄປ​ປະ​ກາດ​ຂ່າວ​ປະ​ເສີດ​ຕາມ​ບ້ານ​ເມືອງ​ຕ່າງໆ ແລະ​ໄດ້​ເຣັດ​ໃຫ້​ຄົນ​ເຈັບ​ປ່ວຍ​ທົ່ວ​ທຸກ​ບ່ອນ​ດີພ​ຍາດ

ຄວາມ​ສົງ​ສັຍ​ຂອງ​ເຮ​ໂຣດ

7 ຝ່າຍ​ເຣ​ໂຣດ​ຜູ້​ປົກ​ຄອງ​ໄດ້​ຍິນ​ເຣື່ອງ​ເຫດ​ການ​ທັງ​ປວງ​ຊຶ່ງ​ເກີດ​ຂຶ້ນ​ນັ້ນ ຈຶ່ງ​ຫຍຸ້ງ​ໃຈ ສົງ​ສັຍ​ຫລາຍ ເພາະ​ລາງ​ຄົນ​ເວົ້າ​ວ່າ, “ໂຢ​ຣັນ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” 8 ລາງ​ຄົນ​ວ່າ, “ເປັນ​ເອ​ລີ​ຢາ​ມາ​ປາ​ກົດ” ຄົນອື່ນ​ກໍ​ວ່າ, “ເປັນ​ຜູ້ປະ​ກາດ​ພຣະ​ທັມ​ແຕ່​ເຊັ່ນ​ບູ​ຮານ​ກັບ​ເປັນ​ຄືນ​ມາ​ອີກ” 9 ເຮໂຣດ​ຈຶ່ງ​ກ່າວ​ວ່າ, “ໂຢ​ຮັນ​ນັ້ນ​ເຮົາ​ໄດ້​ຕັດ​ຫົວ​ແລ້ວ ແຕ່​ຄົນຜູ້​ທີ​ເຮົາ​ໄດ້​ຍິນ​ຂ່າວ​ນີ້​ແມ່ນ​ຜູ້​ໃດ​ຫນໍ” ແລ້​ວ​ເຮ​ໂຣດ​ໄດ້​ຫາ​ໂອກາດ​ທີ່​ຈະ​ພົບ​ພຣະ​ອົງ

ຊົງ​ລ້ຽງ​ຫ້າ​ພັນ​ຄົນ

10 ເມື່ອ​ອັ​ຄສາ​ວົກກັບ​ຄືນ​ມາ​ແລ້ວ ເຂົາ​ກໍ​ທູນ​ພຣະ​ອົງ​ເຖິງ​ບັນ​ດາ​ການ​ທີ່​ເຂົາ​ໄດ້​ເຮັດ​ນັ້ນ ແລະ​ພຣະ​ອົງ​ຊົງ​ພາເຂົາ​ແຕ່​ຫມູ່​ດຽ​ວອອກ​ໄປ​ເຖິງ​ເມືອງ​ນຶ່ງ ຊື່​ເບັດຊາ​ອີ​ດາ 11 ແຕ່​ເມື່ອ​ປະ​ຊາ​ຊົນ​ຮູ້​ຈັກ ເຂົາ​ກໍ​ຕາມ​ໄປ​ຫາ​ພຣະ​ອົງ ສ່ວນ​ພຣະ​ອົງ​ກໍ​ຊົງ​ຕ້ອນ​ຣັບ​ເຂົາ ແລະ​ຊົງ​ບອກ​ເຂົາ​ເຖິງ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ ແລະ​ທຸກ​ຄົນ​ທີ່​ຕ້ອງ​ການ​ຢາກ​ດີ​ພ​ຍາດ​ພຣະ​ອົງ​ກໍ​ຊົງ​ໂຜດ​ໃຫ້​ດີ 12 ຄັນ​ຕາ​ເວັນ​ກຳ​ລັງ​ຈະ​ຕົກ ພວກ​ສິບ​ສອງ​ຄົນ​ນັ້ນ​ໄດ້​ມາ​ທູນ​ພຣະ​ອົງ​ວ່າ, “ຂໍ​ໃຫ້​ປະ​ຊາ​ຊົນ​ເລີກ​ໄປ​ຕາມ​ບ້ານ​ໄຮ່​ບ້ານ​ນາ​ໃນ​ແຖບ​ນີ້ ເພື່ອ​ຫາ​ບ່ອນ​ພັກ​ນອນ​ແລະ​ຊີ້​ອາ​ຫານ​ກິນ ເພາະ​ບ່ອນ​ນີ້​ຢູ່​ກາງ​ປ່າ” 13 ແຕ່​ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຈົ່ງ​ລ້ຽງ​ເຂົາ​ສາ” ພວກ​ສາ​ວົກ​ຈຶ່ງ​ທູນວ່າ, “ພວກ​ຂ້າ​ນ້ອຍ​ບໍ່​ມີ​ຫຍັງ​ນອກ​ຈາກ​ເຂົ້າ​ຈີ່​ຫ້າກ້ອນ​ແລະ​ປາ​ສອງ​ໂຕ​ເທົ່າ​ນັ້ນ ເວັ້ນ​ແຕ່​ພວກ​ຂ້າ​ນ້ອຍ​ຈະ​ໄປ​ຊື້​ອາ​ຫານ​ສຳ​ລັບ​ຄົນ​ທັງ​ປວງ​ນີ້” 14 ເພາະ​ວ່າ​ຄົນ​ເຫລົ່າ​ນັ້ນ​ແຕ່​ຜູ້​ຊາຍ​ມີ​ປະ​ມານ​ຫ້າ​ພັນ​ຄົນ ແລ້ວ​ພຣະ​ອົງ​ຊົງ​ສັ່ງ​ພວກ​ສາ​ວົກ​ວ່າ, “ຈົ່ງ​ໃຫ້​ຄົນ​ທັງ​ປວງ​ນັ່ງ​ລົງ​ເປັນ​ຫມູ່ ຫມູ່​ລະ​ຫ້າ​ສິບ​ຄົນ” 15 ເຂົາ​ກໍ​ເຮັດ​ຕາມ ຄື​ໄດ້​ໃຫ້​ຄົນ​ທັງ​ປວງ​ນັ່ງ​ລົງ 16 ເມື່ອ​ພຣະ​ອົງ​ຊົງ​ຮັບ​ເອົາ​ເຂົ້າ​ຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ​ແລ້ວ ກໍ​ຊົງ​ເງີຍ​ພຣະ​ພັກ​ເບິ່ງ​ຟ້າ​ຂໍ​ພຣະ​ພອນ ແລະ​ຊົງ​ຫັກ​ເຂົ້າ​ຈີ່​ນັ້ນ​ຍື່ນ​ໃຫ້​ພວກ​ສາວົກ​ເພື່ອ​ແຈກ​ໃຫ້​ແກ່​ຄົນ​ທັງ​ປວງ 17 ເຂົາ​ກໍ​ກິນ​ອີ່​ມ​ທຸກ​ຄົນ ສ່ວນ​ຕອນ​ຫັກ​ທີ່​ເຫລືອ​ນັ້ນ​ກໍ​ເກັ​ບ​ໄດ້​ສິບ​ສອງ​ກະ​ບຸງ

ເປ​ໂຕ​ກ່າວ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ຄຣິດ

18 ຢູ່​ມາ​ເມື່ອ​ພຣະ​ອົງ​ກຳ​ລັງ​ໄຫວ້ວອນ​ຢູ່​ໃນ​ບ່ອນ​ຕ່າງ​ຫາກ ມີ​ແຕ່​ພວກ​ສາ​ວົກ​ຢູ່​ນຳ​ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ປະ​ຊາ​ຊົນ​ເວົ້າ​ກັນ​ວ່າ​ເຮົາ​ແມ່ນ​ຜູ້​ໃດ” 19 ພວກ​ສາ​ວົກ​ທູນ​ຕອບ​ວ່າ, “ເຂົາ​ວ່າ​ແມ່ນ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ລາງ​ຄົນ​ວ່າ​ແມ່ນ​ເອ​ລີ​ຢາ ແຕ່​ຄົນ​ອື່ນ​ວ່າ ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ​ແຕ່​ເຊັ່ນ​ບູ​ຮານ​ກັບ​ເປັນ​ຄືນ​ມາ​ອີກ” 20 ແລ້ວ​ພຣະ​ອົງ​ຊົງ​ຖາ​ມເຂົາ​ວ່າ, “ຝ່າຍ​ພວກ​ທ່ານ​ເດ ວ່າ​ເຮົາ​ແມ່ນ​ຜູ້​ໃດ” ເປ​ໂຕ​ທູນ​ຕອບ​ວ່າ, “ແມ່ນ​ພຣະ​ຄຣິດ​ມາ​ແຕ່​ພຣະ​ເຈົ້າ”

ຊົງ​ທຳ​ນ​ວາຍ​ເຖິງ​ມໍ​ຣະ​ນະ​ພາບ​ຂອງ​ພຣະ​ອົງ

21 ພຣະ​ອົງ​ຈຶ່ງ​ຊົງ​ສັ່ງ​ຫ້າມ​ເຂົາ​ຢ່າງ​ແຂງ​ແຮງ ບໍ່​ໃຫ້​ບອກ​ຄວາມ​ນີ້​ແກ່​ຜູ້​ໃດ 22 ແລ້ວ​ຊົງ​ກ່າ​ວວ່າ, “ບຸດ​ມະ​ນຸ​ດ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຫລາຍ​ປະ​ການ ພວກ​ເຖົ້າ​ແກ່​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ແລະ​ພວກ​ນັກ​ທັມ​ຈະ​ບໍ່​ຍອມ​ຮັບ​ທ່ານ ເຂົາ​ຈະ​ໄດ້​ຂ້າ​ທ່ານ​ເສັຽ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ທ່ານ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ມາອີກ” 23 ແລ້ວ​ພຣະ​ອົງຊົງ​ກ່າວ​ກັບ​ເຂົາ​ທັງ​ຫລາຍ​ວ່າ, “ຖ້າຜູ້​ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້​ນັ້ນ​ຕັດ​ສິດ​ຂອງ​ຕົນ​ເສັຽ​ແລະ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ​ທຸກວັນແລ້ວ​ຕິດ​ຕາມ​ເຮົາ​ມາ 24 ເພາະ​ວ່າຜູ້​ໃດ​ຢາກ​ຊ່ອຍ​ຊີ​ວິດ​ຂອງ​ຕົນ​ເພາະ​ເຫັນ​ແກ່​ເຮົາ ຜູ້​ນັ້ນ​ກໍ​ຈະ​ມີ​ຊີ​ວິດ​ພົ້ນ 25 ເຫດ​ວ່າ ຖ້າ​ຜູ້​ໃດ​ຈະ​ໄດ້​ສິ່ງ​ຂອງ​ຫມົດ​ທັງ​ໂລກ ແຕ່​ຈະ​ເຣັດ​ໃຫ້​ຕົວ​ເອງ​ຈິບ​ຫາຍ​ຫລື​ເສັຽ​ໄປ ຜູ້​ນັ້ນ​ຈະ​ໄດ້​ປ​ໂຍດ​ອັນ​ໃດ 26 ດ້ວຍ​ວ່າ​ຖ້າຜູ້​ໃດ​ມີ​ຄວາມ​ລະ​ອາຍ​ເພາະ​ເຮົາ ແລະ​ເພາະ​ຖ້ອຍ​ຄຳ​ຂອງ​ເຮົາ ບຸດ​ມະ​ນຸດ​ກໍ​ຈະ​ມີ​ຄວາມ​ລະ​ອາຍ​ເພາະ​ຜູ້​ນັ້ນ ເມື່ອ​ທ່າ​ນມາ​ດ້ວຍ​ສະ​ງ່າ​ຣາ​ສີ​ຂອງ​ຕົນ ຂອງ​ພຣະ​ບິ​ດາ ແລະ​ຂອງພວກ​ເທວະ​ດາ​ບໍ​ຣິ​ສຸດ 27 ແຕ່​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ມີ​ລາງ​ຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ”

ຊົງ​ປ່ຽນ​ລັກ​ສະ​ນະ

28 ພາຍ​ຫລັງ​ພຣະ​ອົງ​ຊົງ​ກ່າວ​ຄໍາ​ເຫລົ່າ​ນີ້​ແລ້ວ​ປະ​ມານ​ແປດ​ວັນ ພຣະ​ອົງ​ໄດ້​ຊົງ​ພາ​ເປ​ໂຕ ໂຢ​ຮັນ​ ແລະ​ຢາ​ໂກ​ໂບ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ໄຫວ້ວອນ 29 ເມື່ອ​ພຣະ​ອົງ​ກຳ​ລັງ​ຊົງ​ໄຫວ້ວອນ​ຢູ່​ນັ້ນ ວັນ​ນະ​ພຣະ​ພັກ​ຂອງ​ພຣະ​ອົງ​ກໍ​ປ່ຽນ​ໄປ ແລະ​ເຄື່ອງ​ທົງ​ຂອງ​ພຣະ​ອົງກໍ​ຂາວ​ເຫລື້ອມ 30 ແລະ​ເບິ່ງ​ແມ໋, ມີ​ສອງ​ຄົນ​ເຝົ້າ​ສົນ​ທະ​ນາ​ຢູ່​ກັບ​ພຣະ​ອົງ ຄື​ໂມ​ເຊ ແລະ​ເອ​ລີຢາ 31 ຜູ້​ມາ​ປາ​ກົດ​ດ້ວຍ​ຣັສ​ມີ ແລະ​ກ່າວ​ເຖິ​ງການ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ຈາກ​ໂລກ​ໄປ ຊຶ່ງ​ຈະ​ສຳ​ເຣັດ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 32 ຝ່າຍ​ເປ​ໂຕ​ກັບ​ຫມູ່​ຂອງ​ຕົນ​ກໍ​ເຫງົາ​ນອນ ແລະ​ເມື່ອ​ຕາ​ຂອງ​ເຂົາ​ສວ່າງ​ຂຶ້ນ​ແລ້ວ ເຂົາ​ກໍ​ໄດ້​ເຫັນ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ອົງ ແລະ​ເຫັນ​ສອງ​ຄົນ​ນັ້ນ​ທີ່​ຢືນ​ຢູ່​ກັບ​ພຣະ​ອົງ 33 ເມື່ອ​ສອງ​ຄົນ​ນັ້ນ​ກຳ​ລັງ​ຈາກ​ພຣະ​ອົງ​ໄປ ເປ​ໂຕ​ໄດ້ທູນ​ພຣະ​ເຢ​ຊູ​ວ່າ, “ອາ​ຈານ​ເຈົ້າ​ເອີຍ, ຊຶ່ງ​ພວກ​ຂ້າ​ນ້ອຍ​ຢູ່​ທີ່​ນີ້​ກໍ​ດີ​ຢູ່ ໃຫ້​ພວກ​ຂ້າ​ນ້ອຍ​ພາ​ກັນ​ປຸກ​ຕູບ​ສາມ​ຫລັງ ສຳ​ລັບ​ທ່ານ​ຫລັງ​ນຶ່ງ ສຳ​ລັບ​ໂມ​ເຊ​ຫລັງ​ນຶ່ງ ແລະ​ຫລັງ​ນຶ່ງ​ສຳ​ລັບ​ເອ​ລີ​ຢາ” ເປ​ໂຕ​ບໍ່​ຮູ້​ສຶກ​ຕົວ​ວ່າ​ຕົນ​ກຳ​ລັງ​ເວົ້າ​ຫຍັງ 34 ເມື່ອ​ເປ​ໂຕ​ຍັງ​ກ່າວ​ຄຳ​ເຫລົ່າ​ນີ້​ຢູ່ ມີ​ເມກ​ມາ​ປົກ​ຫຸ້ມ​ເຂົາ​ໄວ້ ເມື່ອ​ຢູ່​ໃນ​ເມກ​ນັ້ນ​ເຂົາ​ກໍ​ຢ້ານ 35 ແລະ​ມີ​ພຣະ​ສຸ​ຣະ​ສຽງ​ອອກ​ມາ​ຈາກ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫລະ,ເປັນ​ບຸດ​ຂອງ​ເຮົາ​ທີ່​ເຮົາ​ເລືອກ​ໄວ້ ຈົ່ງ​ເຊື່ອ​ຟັງ​ທ່ານ” 36 ເມື່ອ​ພຣະ​ສຸ​ຣະ​ສຽງ​ນັ້ນ​ສ​ງົບ​ແລ້ວ ກໍ​ມີ​ແຕ່​ພຣະ​ເຢ​ຊູ​ຜູ້​ດຽວ​ຊົງ​ສະ​ຖິດ​ຢູ່​ຫັ້ນ ສ່ວນ​ເຂົາ​ທັງ​ສາມ​ກໍ​ມິດ​ຢູ່ ໃນ​ຄາວ​ນັ້ນ​ເຂົາ​ບໍ່​ໄດ້​ບອກ​ເຫດ​ການ​ທີ່​ເຂົາ​ໄດ້​ເຫັນ​ນັ້ນ​ຈັກ​ຢ່າງ​ໃຫ້​ຜູ້​ໃດ​ຟັງ

ຊົງ​ໂຜດ​ເດັກ​ນ້ອຍ​ຜູ້​ມີ​ຜີ​ສິງ

37 ວັນ​ຫນ້າ​ມາ, ເມື່ອ​ພຣະ​ອົງ​ສະ​ເດັດ​ພ້ອມ​ກັບ​ພວກ​ສາ​ວົກ​ລົງ​ມາ​ຈາກ​ພູ​ແລ້ວ ປະ​ຊາ​ຊົນ​ຈຳ​ນວນ​ຫລາຍ​ໄດ້​ມາ​ພົບ​ພຣະ​ອົງ 38 ແລະ​ດັ່ງ​ນີ້ ມີ​ຊາຍ​ຄົນ​ນຶ່ງ​ໃນ​ຫມູ່​ປະ​ຊາ​ຊົນ​ນັ້ນ​ຮ້ອງ​ຂຶ້ນ​ວ່າ, “ອາ​ຈານ​ເອີຍ, ຂໍ​ໂຜດ​ເບິ່ງ​ລູກ​ຊາຍ​ຂ້ານ້ອຍ​ແດ່​ທ້ອນ ເພາະ​ຂ້າ​ນ້ອຍ​ມີ​ແຕ່​ລູກ​ຄົນ​ດຽວ 39 ເບິ່​ງ​ແມ໋, ມີ​ຜີ​ຮ້າຍກຸມ​ຕົວ​ເດັກ​ນ້ອຍ ມັນ​ກໍ​ຮ້ອງ​ຂຶ້ນ​ທັນ​ທີ ເຮັ​ດ​ໃຫ້​ເດັກ​ນ້ອຍ​ຊັກ​ດີ້ນ ນ້ຳ​ລາຍ​ຟູມ​ປາກ ແລະ​ໃຫ້​ຕົວ​ເດັກ​ນ້ອຍ​ຟົກ​ຊ້ຳ​ໄປ ແລ້ວ​ອອກ​ມາ​ຈາກ​ມັນ​ບໍ່​ໄດ້​ງ່າຍ 40 ຂ້າ​ນ້ອຍ​ໄດ້​ຂໍ​ໃຫ້​ພວກ​ສາ​ວົກ​ຂອງ​ທ່ານ​ຂັບ​ໄລ່​ຜີ​ນັ້ນ​ອອກ​ເສັຽ ແຕ່​ເຂົາ​ເຮັດ​ບໍ່​ໄດ້” 41 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ໂອ ​ຄົນ​ໃນ​ສະ​ໄຫມ​ທີ່​ຂາດ​ຄວາມ​ເຊື່ອ ແລະ​ຊົ່ວ​ຊ້າ​ເຮີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ແລະ​ອົດ​ທົນ​ກັບ​ພວກ​ເຈົ້າ​ເຫິງ​ປານ​ໃດ ຈົ່ງ​ພາ​ລູກ​ຂອງ​ທ່ານ​ມາ​ນີ້​ສາ” 42 ເມື່ອ​ເດັກ​ນ້ອຍ​ນັ້ນກຳ​ລັງ​ມາ ຜີ​ໄດ້​ເຮັດ​ໃຫ້​ມັນ​ລົ້ມ​ກີ້ງ​ເກືອກ​ໄປ​ມາ ແຕ່​ພຣະ​ເຢ​ຊູ​ຊົງ​ກ່າວ​ຊຳ​ຮະ​ຜີ​ຖ່ອຍ​ຮ້າຍ​ນັ້ນ ແລະ​ຊົງ​ເຮັດ​ໃຫ້​ເດັກນ້ອຍ​ດີ​ແລ້ວ​ສົ່ງ​ຄືນ​ໃຫ້​ພໍ່​ມັນ 43 ແລະ​ຄົນ​ທັງ​ປວງ​ກໍ​ງຶດ​ປ​ລາດ​ໃນ​ດ້ວຍ​ອາ​ນຸ​ພາບ​ອັນ​ໃຫຍ່​ຂອງ​ພຣະ​ເຈົ້າ

ຊົງ​ທຳ​ນ​ວາຍ​ອີກ​ເຖິງ​ມໍ​ຣະ​ນະ​ພາບ​ຂອງ​ພຣະ​ອົງ

ແຕ່​ເມື່ອ​ເຂົາ​ທັງ​ຫລາຍ​ຍັງ​ປ​ລາດ​ໃຈ​ຢູ່​ດ້ວຍ​ເຫດ​ກາ​ນທັງ​ປວງ​ທີ່​ພຣະ​ເຢ​ຊູ​ຊົງ​ກະ​ທຳ​ນັ້ນ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ຂອງ​ຕົນ​ວ່າ, 44 ທ່ານ​ທັງ​ຫລາຍ​ຈົ່ງ​ໃຫ້​ຄຳ​ເຫລົ່າ​ນີ້​ເຂົ້າ​ໃນ​ຫູ​ຂອງ​ທ່ານ ເພາະ​ວ່າ​ບຸດ​ມະ​ນຸດ​ຈະ​ຕ້ອງ​ຖືກມອບ​ໄວ້​ໃນ​ມື​ມະ​ນຸດ” 45 ແຕ່​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ພວກ​ສາ​ວົກ​ບໍ່​ໄດ້​ເຂົ້າ​ໃຈ ເພາະ​ຖືກ​ຊົງ​ບັງ​ໄວ້​ຈາກ​ເຂົາ ເພື່ອ​ເຂົາ​ຈະ​ບໍ່​ສັງ​ເກດ​ຮູ້​ໄດ້ ແລະ​ເຂົາ​ບໍ່​ກ້າ​ຖາມ​ພຣະ​ອົງ​ເຖິງ​ຄຳ​ນັ້ນ

ໃຜ​ເປັນ​ໃຫຍ່

46 ແລ້ວ​ໄດ້​ເກີດ​ການ​ຖົກ​ຖຽງ​ກັນ​ຂຶ້ນ​ໃນ​ລະ​ຫວ່າງ​ພວກ​ສາ​ວົກ ວ່າ​ໃຜ​ຈະ​ເປັນ​ໃຫຍ່ກວ່າ​ຫມູ່ 47 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ຄວາມ​ຄຶດ​ໃນ​ໃຈ​ຂອງ​ເຂົາ ຈຶ່ງ​ຊົງ​ໃຫ້​ເດັກ​ນ້ອຍ​ຄົນ​ນຶ່ງ​ມາ​ຢືນ​ຢູ່ໃກ້​ພຣະ​ອົງ 48 ແລ້ວ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ຜູ້​ໃດ​ຈະ​ຮັບ​ເອົາ​ເດັກ​ນ້ອຍ​ຄົນ​ນີ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ໄດ້​ຮັບ​ເຮົາ ແລະ​ຜູ້​ໃດ​ຮັບ​ເຮົາ ຜູ້​ນັ້ນ​ກໍ​ຮັບ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ເພາະ​ວ່າ​ໃນ​ພວກ​ທ່ານ ຜູ້​ໃດ​ເປັນ​ນ້ອຍກວ່າ​ຫມູ່ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ໃຫຍ່”

ຜູ້​ໃດ​ບໍ່​ຕໍ່​ສູ້​ທ່ານກໍ​ເປັນ​ຝ່າຍ​ທ່ານ

49 ຝ່າຍ​ໂຢ​ຣັນ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ໄດ້​ເຫັນ​ຄົນ​ຜູ້​ນຶ່ງ​ຂັບ​ໄລ່​ຜີ​ອອກ​ໃນ​ນາມ​ຂອງ​ທ່ານ ແລະ​ພວກ​ຂ້າ​ນ້ອຍ​ໄດ້​ຫ້າມ​ຄົນ​ນັ້ນ​ເສັຽ ເພາະ​ວ່າ​ເຂົາ​ບໍ່​ຮ່ວມ​ຕິດ​ຕາມ​ພຣະ​ອົງ​ກັບ​ພວກ​ຂ້າ​ນ້ອຍ” 50 ພຣະ​ເຢ​ຊູ​ຊົງ​ຕອບ​ໂຢ​ຮັນ​ວ່າ, “ຢ່າ​ຫ້າມ​ເທາະ ເພາະ​ວ່າ​ຜູ້​ໃດ​ບໍ່​ຕໍ່​ສູ້​ພວກ​ທ່ານ​ກໍ​ເປັນ​ຝ່າຍ​ທ່ານ​ແລ້ວ”

ຊາວ​ຊາ​ມາ​ເຣັຽບ້ານ​ນຶ່ງ​ບໍ່​ຍອມ​ຕ້ອນ​ຮັບ​ພຣະ​ເຢ​ຊູ

51 ຄັນ​ຈວນ​ເວ​ລາ​ທີ່​ພຣະ​ອົງ​ຈະ​ຊົງ​ຖືກ​ຮັບ​ຂຶ້ນ​ເມືອ​ນັ້ນ ພຣະ​ອົງ​ຊົງ​ຕັ້ງ​ພຣະ​ທັຍ​ແນ້ວ​ແນ່​ຈະ​ໄປ​ສູ່​ກຸງ​ເຢ​ຣູ​ຊາ​ເລັມ 52 ແລະ​ພຣະ​ອົງໄດ້​ຊົງ​ໃຊ້​ຜູ້​ຮັບ​ໃຊ້​ໄປ​ກ່ອນ​ຫນ້າ​ພຣະ​ອົງ ເມື່ອ​ຜູ້​ຮັບ​ໃຊ້​ນັ້ນ​ໄປ​ແລ້ວ ເຂົາ​ກໍ​ເຂົ້າ​ໄປ​ໃນ​ບ້ານ​ນຶ່ງ​ຂອງ​ຊາວ​ຊາ​ມາ​ເຣັຽ ເພື່ອ​ຈັດ​ແຈງ​ໄວ້​ສຳ​ລັບ​ພຣະ​ອົງ 53 ແຕ່​ຊາວ​ບ້ານ​ນັ້ນ​ບໍ່​ໄດ້​ຕ້ອນ​ຮັບ​ພຣະ​ອົງ​ ເພາະພຣະ​ອົງ​ຊົງ​ຕັ້ງ​ພຣະ​ພັກ​ຈະ​ໄປ​ສູ່​ກຸງ​ເຢ​ຣູ​ຊາ​ເລັມ 54 ເມື່ອ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ຄື ຢາ​ໂກ​ໂບ ແລະ​ໂຢ​ຮັນ​ໄດ້​ເຫັນ​ດັ່ງ​ນັ້ນ ເຂົາ​ຈຶ່ງທູນ​ວ່າ, “ນາຍ​ເອີຍ, ທ່ານ​ປະ​ສົງ​ຢາກ​ໃຫ້​ຂ້າ​ນ້ອຍບອກ​ໃຫ້​ໄຟ​ລົງ​ມາ​ຈາກ​ສວັນ ເພື່ອ​ເຜົາ​ຜານ​ເຂົາ​ເສັຽ​ຫລື” 55 ແຕ່​ພຣະ​ອົງ​ຊົງ​ຫລຽວ​ໄປ​ຫ້າມ​ປາມ​ເຂົາ​ທັງ​ສອງ (ແລະ​ຊົງ​ກ່າວ​ວ່າ, “ທ່ານ​ບໍ່​ຮູ້​ວ່າ​ທ່ານ​ມີ​ຈິດ​ໃຈ​ແນວ​ໃດ ເພາະ​ວ່າ​ບຸດ​ມະ​ນຸດ​ບໍ່​ໄດ້​ມາ​ເພື່ອ​ທຳ​ລາຍ​ຊີ​ວິດ​ມະ​ນຸດ ແຕ່​ມາ​ເພື່ອ​ໂຜດ​ໃຫ້​ເຂົາ​ພົ້ນ”) 56 ແລະ​ພຣະ​ອົງ​ໄດ້​ສະ​ເດັດ​ພ້ອມ​ກັບ​ພວກ​ສາ​ວົກ​ເຂົ້າ​ໄປ​ສູ່​ບ້ານ​ອື່ນ

ຜູ້​ສ​ມັກ​ຈະ​ຕາມ​ພຣະ​ອົງ​ໄປ

57 ຂ​ນະ​ທີ່​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ໄປ​ຕາມ​ທາງ​ພ້ອມ​ກັບ​ພວກ​ສາ​ວົກ ມີ​ຄົນ​ນຶ່ງມາ​ທູນ​ວ່າ, “ທ່ານ​ຈະ​ໄປ​ທີ່​ໃດ​ຂ້າ​ນ້ອຍ​ຈະ​ຕິດ​ຕາມ​ທ່ານ​ໄປ​ທີ່​ນັ້ນ” 58 ພຣະ​ເຢ​ຊູ​ຊົງ​ຕອບ​ຜູ້​ນັ້ນ​ວ່າ, “ຫມາ​ຈິກ​ຈອກ​ກໍ​ມີ​ຮູ​ແລະ​ນົກ​ປ່າ​ກໍ​ຍັງ​ມີ​ຮັງ ແຕ່​ບຸດ​ມະ​ນຸດ​ບໍ່​ມີ​ບ່ອນ​ຈະ​ວາງ​ຫົວ​ລົງ” 59 ພຣະ​ອົງ​ຊົງກ່າວ​ກັບ​ຄົນ​ນຶ່ງ​ອີກວ່າ, “ຈົ່ງ​ຕາມ​ເຮົາ​ມາ” ຄົນ​ນັ້ນ​ທູນ​ຕອບ​ວ່າ, “(ນາຍ​ເອີຍ,) ຂໍ​ໂຜດ​ອະ​ນຸ​ຍາດ​ໃຫ້​ຂ້າ​ນ້ອຍ​ໄປ​ຝັງ​ສົບ​ພໍ່​ຂອງ​ຂ້າ​ນ້ອຍ​ເສັຽກ່ອນ” 60 ພຣະ​ອົງ​ຊົງ​ຕອບ​ຜູ້​ນັ້ນ​ວ່າ, “ຈົ່ງ​ປະ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ ແຕ່​ສ່ວນ​ທ່ານ, ຈົ່ງ​ໄປ​ປະ​ກາດ​ຣາ​ຊ​ອາ​ນາຈັກ​ຂອງ​ພຣະ​ເຈົ້າ” 61 ອີກ​ຄົນ​ນຶ່ງ​ທູນ​ວ່າ, “ນາຍ​ເອີຍ, ຂ້າ​ນ້ອຍ​ຈະ​ຕາມ​ທ່ານ​ໄປ ແຕ່​ຂໍ​ອະ​ນຸ​ຍາດ​ໃຫ້​ຂ້າ​ນ້ອຍ​ໄປ​ລາ​ໄທ​ເຮືອນ​ຂອງຂ້າ​ນ້ອຍ​ກ່ອນ” 62 ພຣະ​ເຢ​ຊູ​ຊົງ​ຕອບ​ຜູ້​ນັ້ນ​ວ່າ, “ຜູ້​ໃດ​ເອົາ​ມື​ຈັບ​ງ່ອນ​ໄຖ​ແລ້ວ​ຫລຽວ​ຄືນ​ຫລັງ ຜູ້​ນັ້ນ​ບໍ່​ສົມ​ຄວນ​ກັບ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ”

ລູກາ 10

ພວກ​ເຈັດ​ສິບ​ຄົນ​ອອກ​ໄປ​ປະ​ກາດ

1 ພາຍ​ຫລັງ​ເຫດ​ການ​ເຫລົ່າ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ແຕ່ງ​ຕັ້ງ​ພວກ​ອື່ນ​ໄວ້​ອີກ​ເຈັດ​ສິບ(ສອງ)ຄົນ ແລະ​ຊົງ​ໃຊ້​ເຂົາ​ອອກ​ໄປ​ລ່ວງ​ຫນ້າ​ພຣະ​ອົງ​ເປັນ​ຫມູ່​ລະ​ສອງ​ຄົນ ໃຫ້​ເຂົາ​ເຂົ້າ​ໄປ​ໃນ​ທຸກ​ເມືອງ​ທຸກ​ບ້ານ​ບ່ອນ​ພຣະ​ອົງ​ເອງ​ຈວນ​ຈະ​ສະ​ເດັດ​ໄປ​ນັ້ນ 2 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຂົ້າ​ທີ່​ຈະ​ກ່ຽວ​ກໍ​ມີ​ຫລາຍ​ແທ້ ແຕ່​ຄົນ​ທຳ​ງານ​ມັນ​ຫນ້ອຍ​ຢູ່ ເພາະ​ສັນ​ນັ້ນ​ພວກ​ທ່ານ​ຈົ່ງ​ອ້ອນວອນ​ຕໍ່​ຜູ້​ເປັ​ນ​ເຈົ້າ​ຂອງ​ນາ ໃຫ້​ຈຳ​ຄົນ​ງານ​ມາ​ໃນການ​ເກັບ​ກ່ຽວ​ຂອງ​ຕົນ​ເສັຽ 3 ຈົ່ງ​ໄປ​ເທາະ ແລະ​ເບິ່ງ​ແມ໋, ເຮົາ​ໄດ້​ໃຊ້​ພວກ​ທ່ານ​ໄປ​ເຫມືອນ​ດັ່ງ​ແກະ​ນ້ອຍ​ຢູ່​ຖ້າມ​ກາ​ງຝູງ​ຫມາ​ໄນ 4 ຢ່າ​ຖື​ກະ​ເປົາ​ເງິນ ຫລື​ຖື​ຖົງ ຫລື​ຖືເກີບ​ໄປ ແລະ​ຢ່າ​ຄຳ​ນັບ​ຜູ້​ໃດ​ຕາມ​ທາງ 5 ຖ້າ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ ຈົ່ງ​ເວົ້າ​ກ່ອນ​ວ່າ “ຄວາມ​ສງົບ​ສຸກ​ຈົ່ງ​ມີ​ແກ່​ເຮືອນ​ນີ້​ເທີນ” 6 ຖ້າ​ມີ​ຄົນ​ຊອບ​ຄວາມ​ສ​ງົບ​ສຸກ​ຢູ່​ໃນ​ເຮືອນ​ນັ້ນ ຄວາມ​ສ​ງົບ​ສຸກ​ຂອງ​ທ່ານ​ຈະ​ສະ​ຖິດ​ຢູ່​ໃນ​ທີ່​ນັ້ນ ຖ້າຫາກ​ບໍ່​ມີ ຄວາມ​ສ​ງົບ​ຂອງ​ທ່ານ​ຈະ​ກັບ​ຄືນ​ມາ​ຫາທ່ານ​ອີກ 7 ຈົ່ງ​ອາ​ໄສ​ຢູ່​ໃນ​ເຮືອນ​ນັ້ນ ກິນ​ແລະ​ດື່ມ​ຕາມ​ທີ່​ເຂົາ​ມີ​ຢູ່ ດ້ວຍ​ວ່າ​ຜູ້​ທຳ​ງານ​ກໍ​ຄວນ​ຈະ​ໄດ້​ຮັບ​ຄ່າ​ຈ້າງ​ຂອງ​ຕົນ ຢ່າ​ອອກ​ຫນີ​ຈາກ​ເຮືອນ​ນີ້​ເຂົ້າ​ໄປ​ຢູ່​ເຮືອນ​ອື່ນ 8 ຖ້າ​ທ່ານ​ຈະ​ເຂົ້າ​ໄປ​ໃນ​ເມືອ​ງ​ໃດໆ​ແລະ​ເຂົາ​ຕ້ອນ​ຮັບ​ທ່ານ​ໄວ້ ຈົ່ງ​ກິນ​ຂອງ​ທີ່​ເຂົາ​ຕັ້ງ​ໃຫ້ 9 ຈົ່ງ​ເຣັດ​ໃຫ້​ຄົນ​ເຈັບ​ປ່ວຍ​ຢູ່​ໃນ​ເມືອງ​ນັ້ນ​ດີ​ພ​ຍາດ ແລະ​ແຈ້ງ​ແກ່​ເຂົາ​ວ່າ “ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ໃກ້​ທ່ານ​ທັງ​ຫລາຍ​ແລ້ວ” 10 ຖ້າ​ທ່ານ​ຈະ​ເຂົ້າ​ໃນ​ເມືອງ​ໃດໆ​ແລະ​ເຂົາ​ບໍ່​ຕ້ອນ​ຮັບ​ທ່ານ​ໄວ້ ຈົ່ງ​ອອກ​ໄປ​ກາງ​ຖ​ນົນ​ຂອງ​ເມືອງ​ນັ້ນ​ໂດຍ​ກ່າວ​ວ່າ, 11 “ເຖິງ​ແມ່ນ​ວ່າຝຸ່ນ​ດິນ​ໃນ​ເມືອງ​ຂອງ​ເຈົ້າ​ທັງ​ຫລາຍ​ທີ່​ຕິດຕີນ​ຂອງ​ພວກ​ເຮົາ ເຮົາ​ກໍ​ຈະ​ປັດ​ອອກ​ຕໍ່​ສູ້​ພວກ​ເຈົ້າ ແຕ່ຈົ່ງ​ເຂົ້າ​ໃຈ​ຂໍ້​ນີ້​ວ່າ ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ໃກ້​ເຈົ້າ​ທັງ​ຫລາຍ​ແລ້ວ” 12 ເຮົາ​ບອກ​ພວກ​ທ່ານ​ວ່າ ໂທດ​ຂອງ​ເມືອງ​ໂຊ​ໂດມ​ໃນ​ວັນ​ນັ້ນ​ຈະ​ທົນ​ງ່າຍກວ່າ​ໂທດ​ຂອງ​ເມືອງ​ນີ້”

ຊົງ​ຕິ​ຕຽນ​ເມືອງ​ຕ່າງໆ

13 “ວິ​ບັດ​ແກ່​ເຈົ້າ ເມືອງ​ໂຄ​ຣາ​ຊິນ ວິ​ບັດ​ແກ່​ເຈົ້າ ເມືອງ​ເບັດ​ຊັຍ​ດາ ເພາະ​ຖ້າ​ການ​ອິ​ດ​ທິ​ຣິດ​ທີ່​ໄດ້​ກະ​ທຳ​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ນັ້ນ ໄດ້​ຖືກ​ກະ​ທຳ​ໃນ​ຖ້າມ​ກາງ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດ​ນ ຄົນ​ໃນ​ເມືອງ​ທັງ​ສອງ​ຄົງ​ໄດ້​ຖິ້ມ​ໃນ​ເກົ່າ​ເອົາ​ໃຈ​ໃຫມ່ ນຸ່ງ​ຫົ່ມ​ຜ້າ​ຫຍາບ ນັ່ງ​ເທິງ​ຂີ້​ເຖົ່າ​ແຕ່​ດົນ​ນານ​ມາ​ແລ້ວ 14 ແຕ່​ໃນ​ວັນ​ພິ​ພາກ​ສາ​ໂທດ​ຂອງ​ເມືອງ​ຕີ​ເຣ​ແລະ​ເມືອງ​ຊີ​ໂດນ​ກໍ​ຈະ​ທົນ​ງ່າຍກວ່າ​ໂທດ​ຂອງ​ພວກ​ເຈົ້າ 15 ຝ່າຍ​ເຈົ້າ ເມືອງ​ກາ​ເປ​ນາ​ອູມ​ເອີຍ, ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ພຽງ​ຟ້າ​ຫລື ແຕ່​ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ເຖິງ​ແດນມໍ​ຣະ​ນາ 16 “ຜູ້​ທີ່​ຟັງ​ທ່ານ​ທັງ​ຫລາຍ​ກໍ​ໄດ້​ຟັງ​ເຮົາ ຜູ້​ທີ່​ບໍ່​ຍອມ​ຮັບ​ທ່ານ​ທັງ​ຫລາຍ​ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ຜູ້​ທີ່​ບໍ່​ຍອມ​ຮັບ​ເຮົາ​ກໍ​ບໍ່​ຍອມ​ຮັບ​ຜູ້​ຊົງ​ໃຊ້​ເຮົາ​ມາ”

ພວກ​ເຈັດ​ສິບ​ຄົນ​ກັບ​ມາ

17 ຝ່າຍ​ພວກ​ເຈັດ​ສິບ(ສອງ)ຄົນ​ນັ້ນ​ໄດ້​ກັບ​ຄືນ​ມາ​ທູນ​ວ່າ, “ນາຍ​ເອີຍ, ເຖິງ​ແມ່ນ​ຜີ​ຮ້າຍ​ກໍ​ຍອມ​ຟັງ​ຄວາມ​ຂອງ​ພວກ​ຂ້າ​ນ້ອຍ ເພາະ​ເຫັນ​ແກ່​ນາມ​ຊື່​ຂອງ​ທ່ານ” 18 ພຣະ​ອົງ​ຊົງ​ກ່າວກັບ​ເຂົາ​ວ່າ, “ເຮົາ​ໄດ້​ເຫັນ​ຊາ​ຕານ​ຕົກ​ຈາກ​ຟ້າ​ເຫມືອນ​ດັ່ງ​ຟ້າ​ແມບ 19 ແລະ​ເບິ່ງ​ແມ໋, ເຮົາ​ໄດ້​ໃຫ້​ພວກ​ທ່ານ​ມີ​ອຳ​ນາດ​ຢຽບ​ງູ​ແລະ​ແມງງອດ ແລະ​ໃຫ້​ມີ​ອຳ​ນາດ​ເຫນືອ​ກຳ​ລັງ​ຂອງສັດ​ຕຣູ ແລະ​ບໍ່​ມີ​ສິ່ງ​ໃດ​ເຣັດ​ອັນ​ຕະ​ຣາຍ​ແກ່​ພວກ​ທ່ານ​ໄດ້ 20 ແຕ່​ວ່າ​ທ່ານ​ທັງ​ຫລາຍ​ຢ່າ​ໄດ້​ຍິນ​ດີ​ຢູ່​ໃນ​ສິ່ງ​ນີ້ ຄື​ເພາະ​ຜີ​ທັງ​ຫລາຍຍອມ​ຟັງ​ຄວາມ​ຂອງ​ທ່ານ ແຕ່​ຈົ່ງຊົມ​ຊື່ນ​ຍິນ​ດີ​ເພາະ​ຊື່​ຂອງ​ພວກ​ທ່ານ​ໄດ້​ຈົດ​ໄວ້​ໃນ​ສວັນ​ແລ້ວ”

ຊົງຊົມຊື່ນຍິນດີ

21 ໃນ​ເວ​ລາ​ໂມງ​ນັ້ນ​ພຣະ​ເຢ​ຊູ​ຊົງ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈຶ່ງ​ຊົງ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ບິ​ດາ ຜູ້​ເປັນ​ເຈົ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ ຂ້າ​ພຣະ​ອົງ​ສັຣ​ເສີນ​ພຣະ​ອົງ​ເພາະ​ພຣະ​ອົງ​ຊົງ​ໄດ້​ປົກ​ບັງ​ສິ່ງ​ເຫລົ່າ​ນີ້​ຈາກ​ຜູ້​ມີ​ປັນ​ຍາ​ແລະ​ຜູ້​ສ​ລາດ ແຕ່​ໄດ້​ຊົງ​ສະ​ແດງ​ໃຫ້​ພວກ​ເດັກ​ນ້ອຍ​ຮູ້ ຈ້າ​ແດ່​ພຣະ​ບິ​ດາ ພຣະ​ອົງ​ຊົງ​ເຫັນ​ຊອບ​ດັ່ງ​ນັ້ນ” 22 “ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ມອບ​ສິ່ງ​ສາ​ຣະ​ພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ໃຜ​ຮູ້​ວ່າ​ພຣະ​ບຸດ​ແມ່ນ​ໃຜ ເວັ້ນ​ໄວ້​ແຕ່​ພຣະ​ບິ​ດາ ແລະ​ບໍ່ມີ​ໃຜ​ຮູ້​ວ່າ​ພຣະ​ບິ​ດາ​ແມ່ນ​ຜູ້​ໃດ ເວັ້ນ​ໄວ້​ແຕ່​ພຣະ​ບຸດ​ກັບ​ຜູ້​ທີ່​ພຣະ​ບຸດ​ປະ​ສົງ​ຈະ​ສະ​ແດງ​ໃຫ້​ຮູ້” 23 ແລ້ວ​ພຣະ​ອົງ​ຊົງ​ຫລຽວ​ຫລັງ​ໄປ​ຫາ​ພວກ​ສາ​ວົກ ຊົງ​ກ່າວ​ແກ່​ເຂົາ​ໂດຍ​ຈຳ​ເພາະ​ວ່າ, “ຕາ​ທັງ​ຫລາຍ​ທີ່​ໄດ້​ເຫັນ​ການ​ຊຶ່ງ​ພວກ​ທ່ານ​ໄດ້​ເຫັນ​ກໍ​ເປັນ​ສຸກ 24 ເພາະ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຜູ້​ປະ​ກາ​ດ​ພຣະ​ທັມ​ຫລາຍ​ຄົນ ແລະ​ກະ​ສັດ​ຫລາຍ​ອົງ​ປາ​ຖນາ​ເຫັນ​ຊຶ່ງ​ພວກ​ທ່ານ​ເຫັນ​ຢູ່​ນີ້ ແຕ່​ເຂົາ​ບໍ່​ໄດ້​ເຫັນ ແລະ​ປາ​ຖ​ນາ​ຢາ​ກ​ໄດ້​ຍິນ​ຊຶ່ງ​ພວກ​ທ່ານ​ໄດ້​ຍິນ ແຕ່​ເຂົາ​ບໍ່​ໄດ້​ຍິນ”

ໄທຊາມາເຣັຽຜູ້ໃຈດີ

25 ແລະ​ເບິ່ງ​ແມ໋, ມີ​ທັມ​ບັນ​ດິດຄົນ​ນຶ່ງ​ຢືນ​ຂຶ້ນ ທົດ​ລອງ​ພຣະ​ອົງ​ທູນ​ຖາມ​ວ່າ, “ອາ​ຈານ​ເອີຍ, ຂ້າ​ນ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ໄດ້​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ” 26 ພຣະ​ອົງ​ຊົງ​ຕອບ​ວ່າ, “ໃນ​ພຣະ​ບັນ​ຍັດ​ມີ​ຄຳ​ຂຽນ​ໄວ້​ຢ່າງ​ໃດ ທ່ານ​ໄດ້​ອ່ານ​ເຂົ້າ​ໃຈ​ຢ່າງ​ໃດ” 27 ທ່ານ​ທູ​ນ​ຕອບ​ວ່າ, “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ເປັນ​ພຣະ​ເຈົ້າ​ຂອງເຈົ້າ ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ ດ້ວຍ​ສຸດ​ກຳ​ລັງ ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ ແລະ​ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ” 28 ພຣະ​ອົງ​ຊົງ​ຕອບ​ທ່ານ​ວ່າ, “ທ່ານ​ຕອບ​ຖືກ​ແລ້ວ ຕໍ່​ໄປ​ຈົ່ງ​ເຮັດ​ຢ່າ​ງ​ນັ້ນ​ແລ້ວ​ທ່ານ​ຈະ​ໄດ້​ຊີ​ວິດ” 29 ແຕ່​ຜູ້​ນັ້ນ​ປາ​ຖ​ນາ​ຈະ​ສະ​ແດງວ່າ​ຕົວ​ເປັນ​ຄົນ​ສິນ​ທັມ ຈຶ່ງ​ທູນ​ພຣະ​ເຢ​ຊູ​ວ່າ, “ແມ່ນ​ໃຜ​ເປັນ​ເພື່ອນ​ບ້ານ​ຂອງ​ຂ້າ​ນ້ອຍ” 30 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ມີ​ຊາຍ​ຄົນ​ນຶ່ງ​ລົງ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ຈະ​ໄປ​ເມືອງ​ເຢ​ຣີ​ໂກ ແລະ​ຕົ​ກ​ໃນ​ມື​ພວກ​ປຸ້ນ ພວກ​ປຸ້ນ​ນັ້ນ​ໄດ້​ແກ້​ເອົາ​ເຄື່ອງ​ນຸ່ງ​ຜູ້​ນັ້ນ​ໄປ ທັງ​ທຸບ​ຕີ​ແລ້ວ​ປະ​ຖິ້ມ​ໄວ້​ເກືອບ​ຕາຍ 31 ບັງ​ເອີນ​ມີ​ປະ​ໂຣ​ຫິດ​ຕົນ​ນຶ່ງ​ໄດ້​ລົງ​ໄປ​ທາງ​ນັ້ນ ເມື່ອ​ເຫັນ​ຄົນ​ນັ້ນ​ກໍ​ເວັ້ນ​ໄປ​ຟາກ​ອື່ນ​ເສັຽ 32 ມີ​ຄົນ​ນຶ່ງ​ໃນ​ພວກ​ເລ​ວີ​ກໍ​ເຮັດເຫມືອນ​ກັນ ເມື່ອ​ມາ​ເຖິງ​ບ່ອນ​ນັ້ນ​ແລະ​ເຫັນ​ແລ້ວ ກໍ​ເວັ້ນ​ກາຍ​ໄປ​ຟາກ​ອື່ນ​ເສັຽ 33 ແຕ່​ໄທຊາ​ມາ​ເຣັຽ​ຄົນ​ນຶ່ງ​ໄດ້​ເດີນ​ທາງ​ມາ​ເຖິງ​ຄົນ​ນັ້ນ ຄັນ​ເຫັນ​ແລ້ວ​ກໍ​ມີ​ໃຈ​ເມດ​ຕາ 34 ແລ້ວ​ເຂົ້າ​ໄປ​ເອົາ​ຜ້າ​ພັນ​ບາດ​ໃຫ້ ແລະ​ເອົາ​ນ້ຳ​ມັນ​ກັບ​ເຫລົ້າ​ແວງ​ຖອກ​ໃສ່​ບາດ​ນັ້ນ ຈຶ່ງ​ໂຈມ​ຂຶ້ນ​ຂີ່​ສັດ​ຂອງ​ຕົນ​ເອງ​ພາ​ໄປ​ເຖິງ​ໂຮງ​ແຮມ​ບ່ອນ​ນຶ່ງ ແລ້ວ​ເອົາ​ໃຈ​ໃສ່ບົວ​ລະ​ບັດ​ເຂົາ 35 ເຖິງວັນ​ຫນ້າ​ມາ​ທ່ານ​ໄດ້​ອອກ​ເງິນ​ສອງ​ເດ​ນາ​ຣິ​ອົນ​ໃຫ້​ເຈົ້າ​ຂອງ​ໂຮງ​ແຮມ ບອກວ່າ, “ຈົ່ງ​ເອົາ​ໃຈ​ໃສ່​ບົວ​ລະ​ບັດ​ຄົນ​ນີ້​ເນີ ຖ້າ​ທ່ານ​ຈ່າຍ​ເກີນ​ນີ້​ໄປ​ເທົ່າ​ໃດ ເມື່ອ​ເຮົາ​ກັບ​ມາ​ກໍ​ຈະ​ໃຊ້​ໃຫ້” 36 ໃນ​ສາມ​ຄົນ​ນີ້​ທ່ານ​ເຫັນ​ວ່າ​ຄົ​ນ​ໃດ​ເປັນ​ເພື່ອນ​ບ້ານ​ຂອງ​ຄົນ​ທີ່​ຕົກ​ໃນ​ມື​ພວກ​ປຸ້ນ​ນັ້ນ” 37 ທັມ​ບັນ​ດິດ​ຜູ້​ນັ້ນ​ທູນ​ຕອບ​ວ່າ, “ຄື​ຄົນ​ທີ່​ໄດ້​ສະ​ແດງ​ຄວາມ​ເມດ​ຕາ​ຕໍ່​ຜູ້​ນັ້ນ​ແຫລະ” ແລ້ວ​ພຣະ​ເຢຊູ​ຊົງ​ບອກວ່າ, “ທ່ານ​ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ​ເຫມືອນ​ກັນ”

ຊົງ​ຢ້ຽມ​ຢາມ​ມາທາ​ກັບ​ມາ​ຣິ​ອາ

38 ເມື່ອ​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ໄປພ້ອມ​ກັບ​ພວກ​ສາ​ວົກ ພຣະ​ອົງ​ໄດ້​ຊົງ​ເຂົ້າ​ໄປ​ໃນ​ບ້ານ​ນຶ່ງ ມີ​ຍິງ​ຄົນ​ນຶ່ງ​ຊື່ ມາ​ທາ​ໄດ້​ຕ້ອນ​ຮັບ​ພຣະ​ອົງ​ໄວ້​ໃນ​ເຮືອນ​ຂອງ​ຕົນ 39 ມາ​ທາ​ມີ​ນ້ອງ​ສາວ​ຊື່ ມາ​ຣິ​ອາ ແລະ​ມາ​ຣິ​ອາ​ກໍ​ມາ​ນັ່ງ​ໃກ້​ພຣະ​ບາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຟັງ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ 40 ແຕ່​ມາ​ທາ​ໄດ້​ມົວ​ເມົາ​ຢູ່​ໃນ​ການ​ປະ​ຕິ​ບັດ​ຫລາຍ​ຢ່າງ​ຈຶ່ງ​ມາ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ທ່ານ​ບໍ່​ສົນ​ໃຈ​ຫລື ຊຶ່ງ​ນ້ອງ​ສາວ​ຂອງ​ຂ້າ​ນ້ອຍ​ປະ​ໃຫ້​ຂ້າ​ນ້ອຍ​ປະ​ຕິ​ບັດ​ແຕ່​ຜູ້​ດຽວ ຂໍ​ທ່ານບອກ​ນ້ອງ​ໃຫ້​ມາ​ຊ່ອຍ​ຂ້າ​ນ້ອຍ​ແດ່” 41 ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າຊົງ​ຕອບ​ວ່າ, “ມາ​ທາ, ມາ​ທາ​ເອີຍ, ນາງ​ຮ້ອນ​ໃຈ​ເປັນ​ຫ່ວງ​ກະ​ວົນ​ກະ​ວາຍ​ໃນ​ຫລາຍ​ສິ່ງ​ແທ້​ຫນໍ 42 ສິ່ງ​ຊຶ່ງ​ຕ້ອງ​ການ​ນັ້ນ​ມີ​ແຕ່​ສິ່ງ​ດຽວ ມາ​ຣິ​ອາ​ໄດ້​ເລືອກ​ເອົາ​ສ່ວນ​ດີ​ນັ້ນ ທີ່​ຈະ​ບໍ່​ຍົກ​ເອົາ​ໄປ​ຈາກ​ນາງ​ເສັຽ

ລູກາ 11

ຊົງ​ສັ່ງ​ສອນ​ເຣື່ອງ​ການ​ອ້ອນວອນ

1 ຢູ່​ມາ ເມື່ອ​ພຣະ​ເຢ​ຊູ​ຊົງ​ອ້ອນວອນ​ຢູ່​ໃນ​ບ່ອນ​ນຶ່ງ ພໍ​ສິ້ນ​ສຸດ​ລົງ​ສາ​ວົກ​ຂອງ​ພຣະ​ອົງ​ຄົນ​ນຶ່ງ​ທູນ​ວ່າ, “ນາຍ​ເອີຍ, ຂໍ​ສອນ​ຂ້າ​ນ້ອຍ​ໃຫ້​ອ້ອນວອນ​ເຫມືອນ​ໂຢ​ຮັນ​ໄດ້​ສອນ​ພວກ​ສິດ​ຂອງ​ຕົນ” 2 ພຣະ​ອົງຊົງ​ກ່າວ​ກັບ​ເຂົາ​ວ່າ, “ເມື່ອ​ພວກ​ທ່ານ​ອ້ອນວອນ​ຈົ່ງ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ບິ​ດາ ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຄົາ​ຣົບ​ບູ​ຊາ ຂໍ​ໃຫ້​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ມາ​ຕັ້ງ​ຢູ່ 3 ຂໍ​ຊົງ​ໂຜດ​ປະ​ທານ​ອາ​ຫານ​ປະ​ຈຳ​ວັນ ໃຫ້​ຂ້າ​ພຣະ​ອົງ​ທັງ​ຫລາຍທຸກໆ​ວັນ 4 ຂໍ​ຊົງ​ໂຜດ​ຍົກ​ຜິດ​ບາບ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ດ້ວຍ​ວ່າ​ຂ້າ​ພຣະ​ອົງ​ຍົກ​ຄວາມ​ຜິດ​ບາບ​ຂອງ​ທຸກ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ຂ້າ​ພຣະ​ອົງ​ນັ້ນ ຂໍ​ຢ່າ​ຊົງ​ພາກ​ຂ້າ​ພຣະ​ອົງ​ທັງ​ຫລາຍ ເຂົ້າ​ໄປ​ໃນ​ການ​ທົດ​ລອງ” 5 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຜູ້​ໃດ​ໃນ​ພວກ​ທ່ານ​ມີ​ມິດ​ສະ​ຫາຍ​ຄົນ​ນຶ່ງ ແລະ​ຈະ​ໄປ​ຫາ​ມິດ​ສະ​ຫາຍ​ນັ້ນ​ໃນ​ເວ​ລາ​ທ່ຽງ​ຄືນ​ເວົ້າ​ວ່າ “ສະ​ຫາຍ​ເອີຍ, ຂໍ​ໃຫ້​ຂ້ອຍ​ຢືມ​ເຂົ້າ​ຈີ່​ຈັກ​ສາມ​ກ້ອນ​ແດ່ 6 ເພາະ​ເພື່ອນ​ຄົນ​ນຶ່ງ​ຂອງ​ຂ້ອຍ​ເດີນ​ທາງ​ມາ​ແຫວ່​ຂ້ອຍ ແລະ​ຂ້ອຍ​ບໍ່​ມີ​ອັນ​ໃດ​ຈະ​ສູ່​ທ່ານ​ກິນ” 7 ຝ່າຍ​ມິດ​ສະ​ຫາຍ​ທີ່​ຢູ່​ຂ້າງ​ໃນ​ຈະ​ຕອບ​ອອກ​ມາ​ວ່າ, “ຢ່າ​ຮົບ​ກວນ​ເຮົາ​ເທາະ ປະ​ຕູ​ກໍ​ອັດ​ແລ້ວ ພວກ​ລູກ​ຂອງ​ເຮົາ​ກໍ​ນອນ​ຢູ່​ກັບ​ເຮົາ​ຫມົດ​ແລ້ວ ເຮົາ​ລຸກ​ຂຶ້ນ​ເອົາ​ໃຫ້​ເຈົ້າ​ບໍ່​ໄດ້” 8 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ເຖິງ​ແມ່ນ​ວ່າ​ຜູ້​ນັ້ນ​ຈະ​ບໍ່​ລຸກ​ຂຶ້ນ​ເອົາ​ໃຫ້​ສະ​ຫາຍ​ນັ້ນ ເພາະ​ການ​ເປັນ​ສະ​ຫາຍ​ກັນ​ກໍ​ຕາມ ແຕ່​ເພາະ​ເຫັນ​ແກ່​ການດື້​ຂໍ​ຂອງ​ສະ​ຫາຍນັ້ນ ທ່ານ​ກໍ​ຈະ​ລຸກ​ຂຶ້ນ​ເອົາ​ໃຫ້​ຕາມ​ຄວາມ​ຕ້ອງ​ການ 9 ຝ່າຍ​ເຮົາ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈົ່ງ​ຫມັ່ນ​ຂໍ​ແລ້ວ​ຈະ​ຊົງ​ປະ​ທານ​ໃຫ້ ຈົ່ງ​ຫມັ່ນ​ຊອກ​ແລ້ວ​ຈະ​ພົບ​ ຈົ່ງ​ຫມັ່ນ​ເຄາະ​ແລ້ວ​ຈະ​ຊົງ​ໄຂ​ໃຫ້ 10 ເພາະ​ວ່າ​ທຸກ​ຄົນ​ທີ່​ຫມັ່ນ​ຂໍ​ກໍ​ໄດ້​ຮັບ ທຸກ​ຄົນ​ທີ່​ຫມັ່ນ​ຊອກ​ຫາ​ກໍ​ໄດ້​ພົບ ແລະ​ທຸກ​ຄົນ​ທີ່​ຫມັ່ນ​ເຄາະ​ກໍ​ຊົງ​ໄຂ​ໃຫ້ 11 ຜູ້​ໃດ​ໃນ​ພວກ​ທ່ານ​ທີ່​ເປັນ​ພໍ່ ຖ້າ​ລູກ​ຂໍ​ປາ​ຈະ​ບໍ່​ເອົາ​ງູ​ຕ່າງ​ປາ​ໃຫ້​ແກ່​ລູກ​ຕີ້ 12 ຖ້າ​ຂໍ​ໄຂ່​ຈະ​ບໍ່​ໄດ້​ເອົາ​ແມງງອດ​ໃຫ້​ຕີ້ 13 ເຫດ​ສັນ​ນັ້ນ​ຖ້າ​ທ່ານ​ທັງ​ຫລາຍ​ເອງ​ຜູ້​ເປັນ​ຄົນ​ຊົ່ວ ຍັງ​ຮູ້​ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກຂອງ​ຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະ​ບິ​ດາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ສວັນ​ຈະ​ຊົງ​ປະ​ທານ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະ​ອົງ”

ພຣະ​ເຢ​ຊູ​ແລະ​ເບ​ເອນ​ເຊບູນ

14 ພຣະ​ອົງ​ກຳ​ລັງ​ຊົງ​ຂັບ​ໄລ່​ຜີ​ໃບ້ໂຕ​ນຶ່ງ​ອອກ​ເສັຽ ແລະ​ຢູ່​ມາ, ເມື່ອ​ຜີ​ນັ້ນ​ອອກ​ແລ້ວຄົນ​ໃບ້​ກໍ​ໄດ້​ປາກ ແລະ​ປະ​ຊາ​ຊົນ​ກໍ​ປ​ລາດ​ໃຈ 15 ແຕ່​ບາງ​ຄົນ​ໃນ​ຫມູ່​ນັ້ນ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ຂັບ​ໄລ່​ຜີ​ອອກ​ໄດ້​ໂດຍ​ໃຊ້​ອຳ​ນາດ​ເບ​ເອນເຊ​ບູນ ຄື​ນາຍ​ຜີ​ນັ້ນ” 16 ສ່ວນ​ຄົນ​ອື່ນ​ໄດ້​ທົດ​ລອງ​ຂໍ​ນຳ​ພຣະ​ອົງ​ໃຫ້​ເຫັນ​ຫມາຍ​ສຳ​ຄັນ​ຈາກ​ຟ້າ​ສວັນ 17 ແຕ່​ພຣະ​ອົງ​ຊົງ​ຊາບ​ຄວາມ​ຄຶດ​ຂອງ​ເຂົາ​ຈຶ່ງ​ຊົງ​ກ່າວ​ວ່າ, “ອາ​ນາ​ຈັກ​ໃດໆ​ທີ່​ແຕກ​ແຍກ​ກັນ​ແລ້ວ​ກໍ​ຄົງ​ຈິບ​ຫາຍ ແລະ​ເຮືອນ​ທຸກ​ຫລັງ​ກໍ​ລົ້ມ​ທັບ​ກັນ​ລົງ 18 ແລະ​ຖ້າ​ຊາຕານ​ແຕກ​ແຍກ​ກັນ​ເອງ ອາ​ນາ​ຈັກ​ຂອງ​ມັນ​ຈະ​ຕັ້ງ​ຫມັ້ນ​ຢູ່​ໄດ້​ຢ່າງ​ໃດ ເພາະ​ທ່ານ​ທັງ​ຫລາຍ​ເວົ້າ​ວ່າ​ເຮົາ​ຂັບ​ໄລ່​ຜີ​ອອກ​ໂດຍ​ເບ​ເອນ​ເຊ​ບູນ 19 ຖ້າ​ເຮົາ​ຂັບ​ໄລ່​ຜີ​ອອກ​ໂດຍ​ເບ​ເອນ​ເຊ​ບູ​ນ​ນັ້ນ ພວກ​ລູກ​ຫລານ​ຂອງ​ທ່ານ​ທັງ​ຫລາຍ​ເຄີຍ​ຂັບ​ມັນ​ອອກ​ດ້ວຍ​ອຳ​ນາດ​ຂອງ​ຜູ້​ໃດ ດ້ວຍ​ເຫດ​ນີ້​ແຫລະ, ເຂົາ​ຈະ​ເປັນ​ຜູ້​ຕັດ​ສິນ​ພວກ​ທ່ານ 20 ແຕ່​ຖ້າ​ເຮົາ​ຂັບ​ໄລ່​ຜີ​ອອກ​ດ້ວຍ​ນີ້ວ​ພຣະ​ຫັດ​ຂອງ​ ພຣະ​ເຈົ້າ ດັ່ງ​ນັ້​ນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກໍ​ມາ​ເຖິງ​ພວກ​ທ່ານ​ແລ້ວ​ 21 ເມື່ອຄົນ​ແຂງ​ແຮງ​ຖື​ອາ​ວຸດ​ຄົບ​ຖ້ວນ​ເຝົ້າ​ເຮືອນ​ຂອງ​ຕົນ​ຢູ່​ສິ່ງ​ຂອງຂອງ​ຕົນ​ກໍ​ຢູ່​ໃນ​ຄວາມ​ປອດ​ພັຍ 22 ແຕ່​ເມື່ອ​ມີ​ຄົນ​ແຂງ​ແຮງກວ່າ​ມາ​ຕໍ່​ສູ້​ແລະ​ຊະ​ນະ​ໄປ ຄົນ​ນັ້ນ​ຈະ​ຍາດ​ເອົາ​ເຄື່ອງ​ອາ​ວຸດ​ທີ່​ຕົນ​ໄວ້​ວາງ​ໃຈ​ນັ້ນ​ໄປ​ເສັຽ ແລ້ວ​ແບ່ງ​ປັນ​ສິ່ງ​ຂອງ​ທີ່​ຍາດ​ເອົາ​ໄປ​ນັ້ນ 23 ຜູ້​ໃດ​ບໍ່​ຢູ່​ຝ່າຍ​ເຮົາ​ກໍ​ຕໍ່​ສູ້​ເກັບ​ເຮົາ ແລະ​ຜູ້​ໃດ​ບໍ່​ໂຮມ​ເຂົ້າ​ກັບ​ເຮົາ​ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກ​ກະ​ຈາຍ​ໄປ

ຜີ​ຮ້າຍ​ກັບ​ເຂົ້າ​ໃຫມ່

24 “ເມື່ອ​ຜີ​ຖ່ອຍ​ຮ້າຍ​ອອກ​ມາ​ຈາກ​ຜູ້​ໃດ​ແລ້ວ ມັນ​ກໍ​ທຽວ​ໄປ​ໃນ​ບ່ອນ​ກັນ​ດານ​ເພື່ອ​ສ​ແວງ​ຫາ​ບ່ອນ​ເຊົາ​ເມື່ອຍ ແຕ່​ເມື່ອ​ບໍ່​ພົບ​ມັນ​ຈຶ່ງ​ເວົ້າ​ວ່າ “ເຮົາ​ຈະ​ກັບ​ຄືນ​ໄປ​ຍັງ​ເຮືອນ​ຂອງ​ເຮົາ​ທີ່​ເຮົາ​ໄດ້​ອອກ​ມາ​ນັ້ນ” 25 ເມື່ອນັ້ນ​ມາ​ເຖິງ​ກໍ​ເຫັນ​ວ່າ​ເຮືອນ​ນັ້ນ​ກວາດ​ດີ​ແລະ​ຕົກ​ແຕ່ງ​ໄວ້​ແລ້ວ 26 ເມື່ອ​ນັ້ນ​ມັນ​ຈຶ່ງ​ໄປ​ຮັບ​ເອົາ​ຜີ​ອື່ນ​ອີກ​ເຈັດ​ໂຕ​ຮ້າຍ​ກວ່າ​ມັນ​ເອງ ແລ້ວ​ກໍ​ເຂົ້າ​ໄປ​ອາ​ໄສ​ຢູ່​ທີ່​ນັ້ນ ແລ້ວ​ສະ​ພາບ​ບັ້ນ​ປາຍ​ຂອງ​ຄົນ​ນັ້ນ​ກໍ​ຮ້າຍກວ່າ​ບັ້ນ​ຕົ້ນ”

ຜູ້​ທີ່​ເປັນ​ສຸກ​ແທ້

27 ຢູ່​ມາ​ເມື່ອ​ພຣະ​ອົງ​ຊົງ​ກ່າວ​ຄຳ​ເຫລົ່າ​ນັ້ນ​ຢູ່ ມີ​ຍິງ​ຄົນ​ນຶ່ງ​ໃນ​ຫມູ່​ປະ​ຊາ​ຊົນ​ຮ້ອງ​ທູນ​ພຣະ​ອົງ​ວ່າ, “ທ້ອງ​ທີ່​ປະ​ຕິ​ສົນ​ທິ​ທ່ານ​ແລະ​ຫົວ​ນົມ​ທີ່​ທ່ານ​ດູດ​ນັ້ນ​ກໍ​ເປັນ​ສຸກ” 28 ແຕ່​ພຣະ​ອົງ​ຊົງ​ຕອບ​ວ່າ, “ຄົນ​ທັງ​ຫລາຍ​ທີ່​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ແລະ​ຖືກ​ຮັກ​ສາ​ພຣະ​ທັມ​ນັ້ນ​ກໍ​ເປັນ​ສຸກ​ຫລາຍກວ່າ​ນັ້ນ​ອີກ”

ຄົນ​ຊາດ​ຊົ່ວ​ຢາກ​ເຫັນ​ຫມາຍ​ສຳ​ຄັນ

29 ເມື່ອ​ປະ​ຊາ​ຊົນ​ໂຮມ​ກັນ​ຫນາ​ແຫນ້ນ​ຂຶ້ນ ພຣະ​ອົງ​ຊົງ​ຕັ້ງ​ຕົ້ນ​ກ່າວ​ວ່າ, “ສະ​ໄຫມ​ນີ້​ເປັນ​ສະ​ໄຫມ​ຄົນ​ຊົ່ວ​ທີ່​ສ​ແວງ​ຫາ​ຫມາຍ​ສຳ​ຄັນ ແລະ​ຈະ​ບໍ່​ຊົງ​ໂຜດ​ຫມາຍ​ສຳ​ຄັນ​ໃຫ້​ແກ່​ເຂົາ ເວັ້ນ​ໄວ້​ແຕ່​ຫມາຍ​ສຳ​ຄັນ​ເຣື່ອງ​ໂຢ​ນາ 30 ດ້ວຍ​ວ່າ​ໂຢ​ນາໄດ້​ເປັນ​ຫມາຍ​ສຳ​ຄັນ​ແກ່​ຊາວ​ນີ​ເນ​ເວ​ຢ່າງ​ໃດ ບຸດ​ມະ​ນຸດກໍ​ເປັນ​ຫມາຍ​ສໍາຄັນ​ແກ່​ຄົນ​ສະ​ໄຫມ​ນີ້​ຢ່າງ​ນັ້ນ 31 ນາງ​ກະ​ສັດ​ຝ່າຍ​ທິດ​ໃຕ້​ຈະ​ລຸກ​ຂຶ້ນ​ໃນ​ວັນ​ພິ​ພາກ​ສາ​ພ້​ອມ​ກັບ​ຄົນ​ສະ​ໄຫມ​ນີ້ ຊົງ​ກ່າວ​ໂທດ​ໃສ່​ເຂົາ ເພາະ​ພຣະ​ນາງ​ນັ້ນ​ໄດ້​ສະ​ເດັດ​ມາ​ແຕ່​ທີ່​ສຸດ​ໂລກ ເພື່ອ​ຈະ​ຊົງ​ຟັງ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ກະ​ສັດ​ໂຊ​ໂລ​ໂມນ ແລະ​ເບິ່ງ​ແມ໋, ຊຶ່ງ​ໃຫຍ່ກວ່າ​ກະ​ສັດ​ໂຊ​ໂລ​ໂມນ​ກໍ​ຢູ່​ທີ່​ນີ້ 32 ໄທ​ເມືອງ​ນີ​ເນ​ເວ​ຈະ​ຢືນ​ຂຶ້ນ​ໃນ​ວັນ​ພິ​ພາກ​ສາ​ພ້ອມ​ກັບ​ຄົນ​ສະ​ໄຫມ​ນີ້ ກ່າວ​ໂທດ​ໃສ່​ເຂົາ ດ້ວຍ​ວ່າ​ໄທ​ເມືອງ​ນີ​ເນ​ເວ​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ເພາະ​ຄຳ​ປະ​ກາດ​ຂອງ​ໂຢ​ນາ ແລະ​ເບິ່ງ​ແມ໋, ຊຶ່​ງ​ໃຫຍ່ກວ່າ​ໂຢ​ນາກໍມີ​ຢູ່​ທີ່​ນີ້

ຄວາມ​ສວ່າງ​ຂອງ​ຮ່າງ​ກາຍ

33 “ບໍ່​ຫ່ອນ​ມີ​ຜູ້​ໃດ ເມື່ອ​ໄຕ້​ໂຄມ​ແລ້ວ​ຈະ​ຕັ້ງ​ໄວ້​ໃນ​ບ່ອນ​ລັບ​ບັງ ຫລື​ເອົາ​ບຸງ​ມາ​ກວບ​ໄວ້ ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ເຄື່ອງ​ຮອງ​ຕີນ​ໂຄມ ເພື່ອ​ຄົນ​ທັງ​ຫລາຍ​ທີ່​ເຂົ້າ​ມາ​ຈະ​ເຫັນ​ແສງ​ສວ່າງ​ໄດ້ 34 ຕາ​ຂອງ​ທ່ານ​ເປັນ​ດວງ​ສວ່າງ​ຂອງ​ຮ່າງ​ກາຍ ເມື່ອ​ຕາ​ຂອງ​ທ່ານ​ປົກ​ກະ​ຕິ ຣ່າງ​ກາຍ​ທຸກ​ສ່ວນ​ກໍ​ສວ່າງ​ໄປ​ເຫມືອນ​ກັນ ແຕ່​ເມື່ອ​ຕາ​ນັ້ນ​ບໍ່​ປົກ​ກະ​ຕິ ຮ່າງ​ກາຍ​ຂອງ​ທ່ານ​ກໍ​ມືດ​ໄປ​ເຫມືອນ​ກັນ 35 ເຫດ​ສັນ​ນັ້ນ​ຈົ່ງ​ລະ​ວັງ​ໃຫ້​ດີ​ຢ້ານ​ວ່າ​ຄວາມ​ສວ່າງ​ທີ່​ມີ​ຢູ່​ໃນ​ທ່ານ​ນັ້ນ​ມືດ​ໄປ 36 ເຫ​ດສັນ​ນັ້ນ​ຖ້າ​ກາຍ​ຂອງ​ທ່ານ​ທຸກ​ສ່ວນ​ເຕັມ​ດ້ວຍ​ຄວາມ​ສວ່າງ ບໍ່​ມີ​ມືດ​ຈັກ​ບ່ອນ​ກໍ​ຈະ​ສວ່າງ​ທົ່ວ​ໄປ​ເຫມືອນ​ດັ່ງ​ເວ​ລາ​ແສງ​ໂຄມ​ສ່ອງ​ມາ​ໃຫ້​ທ່ານ”

ຊົງ​ປະ​ນາມ​ພວກ​ຟາ​ຣີ​ຊາຍ​ແລະ​ທັມ​ບັນ​ດິດ

37 ເມື່ອ​ພຣະ​ອົງ​ຍັງ​ຊົງ​ກ່າວ​ຢູ່ ມີ​ຟາ​ຣີ​ຊາຍ​ຜູ້​ນຶ່ງ​ໄດ້​ທູນ​ເຊີນ​ພຣະ​ອົງ​ໄປ​ສ​ເວີຍ​ອາ​ຫານ​ທີ່​ເຮືອນ​ຂອງ​ຕົນ ພຣະ​ອົງ​ຈຶ່ງ​ສະ​ເດັດ​ເຂົ້າ​ໄປ​ແລະ​ຊົງ​ນັ່ງ​ໂຕະ 38 ຝ່າຍ​ຟາ​ຣີ​ຊາຍຜູ້​ນັ້ນ​ເມື່ອ​ເຫັນ​ວ່າ​ພຣະ​ອົງ​ບໍ່​ໄດ້​ຊົງ​ລ້າງ​ຕາມ​ພິ​ທີ​ກ່ອນ​ສ​ເວີຍ​ກໍ​ປ​ລາດ​ໃຈ 39 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ກັບ​ທ່ານ​ວ່າ, “ເຈົ້າ​ພວກ​ຟາ​ຣີ​ຊາຍ​ເອີຍ, ເຈົ້າ​ເຄີຍ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະ​ອາດ​ແຕ່​ຂ້າງນອກ ແຕ່​ຂ້າງ​ໃນ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ການ​ລູ່​ຊິງ​ເອົາ​ແລະ​ຄວາມ​ຊົ່ວ​ຮ້າຍ 40 ໂອ​ ຄົນ​ໂງ່​ເອີຍ, ຜູ້​ທີ່​ໄດ້​ສ້າງ​ຂ້າງນອກ​ກໍ​ໄດ້​ສ້າງ​ຂ້າງ​ໃນ​ເຫມືອນ​ກັນ ບໍ່​ແມ່ນ​ຫລື 41 ແຕ່​ຈົ່ງ​ໃຫ້​ເຈົ້າ​ບໍ​ຣິຈາກ​ໃຫ້​ຕາມ​ທີ່​ມີ​ຢູ່​ຂ້າງ​ໃນ ດັ່ງ​ນີ້​ສິ່ງ​ສາ​ຣະ​ພັດ​ກໍ​ສະ​ອາດ​ແກ່​ພວກ​ເຈົ້າ 42 “ແຕ່​ວິ​ບັດ​ແກ່​ເຈົ້າ, ພວກ​ຟາ​ຣີ​ຊາຍ​ເອີຍ, ເພາະ​ວ່າ​ພວກ​ເຈົ້າ​ແບ່ງ​ຜັກ​ເສີມ ຜັກ​ແພວ ແລະ​ຜັກ​ອື່ນທຸກ​ຢ່າງເປັນ​ສິບ​ສ່ວນ ເອົາ​ນຶ່ງ​ສ່ວນ​ເປັນ​ຂອງ​ຖວາຍ ແຕ່​ໄດ້​ຫລີກ​ເວັ້ນ​ຄວາມ​ຍຸດ​ຕິ​ທັມ​ແລະ​ຄວາມ​ຮັກ​ພຣະ​ເຈົ້າ ແມ່ນ​ສິ່ງ​ເຫລົ່າ​ນີ້​ແຫລະ, ທີ່​ພວກ​ເຈົ້າ​ຄວນ​ໄດ້​ປະ​ຕິ​ບັດ​ຢູ່ ໂດຍ​ບໍ່​ຕ້ອງ​ລະ​ເວັ້ນ​ສິ່ງ​ອື່ນ​ນັ້ນ 43 ວິ​ບັດ​ແກ່​ເຈົ້າ, ພວກ​ຟາ​ຣີ​ຊາຍ​ເອີຍ, ດ້ວຍ​ພວກ​ເຈົ້າ​ຊອບ​ບ່ອນ​ນັ່ງ​ອັນ​ມີ​ກຽດ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ແລະ​ຊອບ​ໃຫ້​ຄົນ​ຄຳ​ນັບ​ໃນ​ທີ່​ປະ​ຊຸມ​ຊົນ 44 ວິ​ບັດ​ແກ່​ພວກ​ເຈົ້າ, ດ້ວຍ​ວ່າ​ພວກ​ເຈົ້າ​ເປັນ​ເຫມືອນ​ບ່ອນ​ຝັງ​ສົບ​ທີ່​ບໍ່​ປາ​ກົດ​ເຫັນ ແລະ​ຄົນ​ທັງ​ຫລາຍ​ກໍ​ທຽວ​ຢຽບ​ບ່ອນ​ນັ້ນ​ໂດຍ​ບໍ່​ຮູ້​ວ່າ​ມີ​ຫຍັງ” 45 ທັມ​ບັນ​ດິດ​ຄົນ​ນຶ່ງ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ທີ່​ທ່ານ​ກ່າວ​ຢ່າງ​ນັ້ນ​ທ່ານ​ກໍ​ປ​ມາດ​ພວກ​ເຮົາ​ເຫມືອນ​ກັນ” 46 ພຣະ​ອົງ​ຊົງ​ຕອບ​ວ່າ, “ວິ​ບັດ​ຈະ​ມີ​ແກ່​ເຈົ້າ​ເຫມືອນ​ກັນ ພວກ​ທັມ​ບັນ​ດິດ​ເອີຍ, ເພາະ​ວ່າ​ພວກ​ເຈົ້າ​ເອົາ​ຂອງ​ຫນັກ​ທີ່​ແບກ​ຍາກ​ມາ​ວາງ​ໃສ່​ບ່າ​ມະ​ນຸດ ສ່ວນ​ພວກ​ເຈົ້າ​ເອງ ແມ່ນ​ແຕ່​ນີ້ວ​ມື​ດຽວ​ກໍ​ບໍ່​ຈັບ 47 ວິ​ບັດ​ແກ່​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ໄດ້​ສ້າງ​ອຸບ​ໂມງ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ຄື​ພວກ​ນັ້ນ​ແຫລະ, ທີ່​ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ​ເອງ​ໄດ້​ຂ້າ​ເສັຽ 48 ດັ່ງ​ນັ້ນ​ພວກ​ເຈົ້າ​ເປັນ​ພຍານ​ແລະ​ຍອມ​ເຫັນ​ດີ​ໃນ​ການ​ເຣັດ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ດ້ວຍ​ວ່າ​ເຂົາ​ໄດ້​ຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລ້ວ​ພວກ​ເຈົ້າ​ໄດ້​ສ້າງ​ອຸບ​ໂມງ​ໃຫ້ 49 ເຫດ​ສັນ​ນັ້ນ​ພຣະ​ປັນ​ຍາ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ໃຊ້​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ອັ​ຄ​ສາ​ວົກ​ໄປ​ຫາ​ເຂົາ ແລະ​ເຂົາ​ຈະ​ຂ້າ​ລາງ​ຄົນ ແລະ​ກົດ​ຂີ່​ຂົ່ມ​ເຫັງ​ລາງ​ຄົນ​ເສັຽ 50 ເພື່ອ​ຄົນ​ສະ​ໄຫມ​ນີ້​ຈະ​ໄດ້​ຖືກ​ແກ້​ແຄ້ນ​ຍ້ອນ​ເລືອດ​ຂອງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ທີ່​ໄຫລ​ອອກ​ຕັ້ງ​ແຕ່​ແຣກ​ສ້າງ​ໂລກ 51 ຄື​ຕັ້ງ​ແຕ່​ເລືອກ​ຂອງ​ອາ​ເບນ​ຈົນ​ເຖິງ​ເລືອດ​ຂອງ​ເຊ​ຄາ​ຣີ​ຢາ ທີ່​ຖື​ກຂ້າ​ລະ​ຫວ່າງ​ແທ່ນ​ບູ​ຊາ​ກັບ​ພຣະ​ວິ​ຫານ​ນັ້ນ ແມ່ນ​ແລ້ວ, ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ​ຄົນ​ສະ​ໄຫມ​ນີ້​ຈະ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ເລືອດ​ນັ້ນ 52 ວິບັດ​ແກ່​ພວກ​ເຈົ້າ, ທັມ​ບັນ​ດິດ​ເອີຍ, ເພາະ​ວ່າ​ພວກ​ເຈົ້າ​ໄດ້​ເອົາ​ຂໍ​ກະ​ແຈ​ແຫ່ງ​ຄວາມ​ຮູ້​ໄປ​ເສັຽ ພວກ​ເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ ແລະ​ຄົນ​ທີ່​ກຳ​ລັງ​ເຂົ້າ​ໄປ​ນັ້ນ​ພວກ​ເຈົ້າ​ກໍ​ໄດ້​ຂັດ​ຂວາງ​ໄວ້” 53 ເມື່ອ​ພຣະ​ອົງ​ສະ​ເດັດ​ອອກ​ຈາກ​ທີ່​ນັ້ນ​ແລ້ວ ພວກ​ນັກ​ທັມ​ແລະ​ພວກ​ຟາ​ຣີ​ຊາຍ​ຕັ້ງ​ຕົ້ນ​ໂຈມ​ຕີ​ແລະ​ຍົວະ​ເຍົ້າ​ພຣະ​ອົງ ຫມາຍ​ຈະ​ໃຫ້​ພຣະ​ອົງ​ກ່າວ​ຫລາຍ​ຢ່າງ​ຕໍ່​ໄປ 54 ໂດຍ​ຫວັງ​ຄອຍ​ຈັບ​ຜິດ​ໃນ​ຄຳ​ໃດ​ຄຳ​ນຶ່ງ​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ

ລູກາ 12

ຊົງ​ເຕືອນ​ໃຫ້​ລະ​ວັງ​ຄວາມຫນ້າ​ຊື່​ໃຈ​ຄົດ

1 ໃນ​ເວ​ລາ​ນັ້ນ​ປະ​ຊາ​ຊົ​ນ​ເຕົ້າ​ໂຮມ​ກັນ​ເປັນ​ຫມື່ນໆ​ຈົນ​ບຽດ​ຢຽບ​ກັນ ພຣະ​ອົງ​ຊົງ​ຕັ້ງ​ຕົ້ນ​ກ່າວ​ກັບ​ພວກ​ສາ​ວົກ​ວ່າ, “ຈົ່ງ​ລະ​ວັງ​ຕົວ​ກ່ຽວ​ກັບ​ເຊື້ອ​ແປ້ງ​ຂອງ​ພວກ​ຟາ​ຣີ​ຊາຍ ຄື​ຄວາມ​ຫນ້າ​ຊື່​ໃຈ​ຄົດ​ຂອງ​ເຂົາ 2 ແຕ່ບໍ່​ມີ​ສິ່ງ​ໃດ​ປົກ​ບັງ​ໄວ້​ທີ່​ຈະ​ບໍ່​ເປີດ​ເຜີຍ ຫລື​ສິ່ງ​ລັບ​ທີ່​ບໍ່​ປາ​ກົດ​ໃຫ້​ຮູ້​ 3 ເຫດ​ສັນ​ນັ້ນສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ທ່ານ​ເວົ້າ​ໃນ​ບ່ອນ​ມືດ ກໍ​ໄດ້​ຍິນ​ໃນ​ບ່ອນ​ແຈ້ງ ແລະ​ສິ່ງ​ທີ່​ພວກ​ທ່າ​ນຊັບ​ໃສ່​ຫູ​ໃນ​ຫ້ອງ​ສ່ວນ​ຕົວ ຈະ​ຕ້ອງ​ປະ​ກາດ​ເທິງ​ຫລັງ​ຄາ​ເຮືອນ

ຜູ້​ທີ່​ເຮົາ​ຄວນ​ຢ້ານ

4 “ມິດ​ສະ​ຫາຍ​ເອີຍ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ຊູ່​ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງ​ກາຍ ແລະ​ພາຍ​ຫລັງ​ຈະ​ເຮັດ​ສິ່ງ​ໃດ​ບໍ່​ໄດ້​ອີກ 5 ແຕ່​ເຮົາ​ຈະ​ເຕືອນ​ໃຫ້​ພວກ​ທ່ານຮູ້​ວ່າ​ຄວນ​ຢ້ານ​ຜູ້​ໃດ ຈົ່ງ​ຢ້ານ​ພຣະ​ອົງ​ຜູ້​ຊົງ​ຂ້າ ແລ້ວ​ກໍ​ຊົງ​ຍັງ​ມີ​ອຳ​ນາດ​ທີ່​ຈະ​ຖິ້ມ​ລົງ​ໃນ​ນະ​ຮົກ​ໄດ້ ແມ່ນ​ແທ້, ເຮົາ​ບອກ​ພວກ​ທ່ານ​ວ່າ ຈົ່ງ​ຢ້ານ​ພຣະ​ອົງ​ນັ້ນ​ແຫລະ 6 ນົກ​ຈອກ​ຫ້າ​ໂຕ​ເຂົາ​ຂາຍ​ສອງ​ອັດ ບໍ່​ແມ່ນ​ຫລື ແລະ​ນົກ​ນັ້ນ ແມ່ນ​ແຕ່​ໂຕ​ດຽວ​ກໍ​ບໍ່​ຢູ່ນອກ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ 7 ເຖິງ​ຜົມ​ຂອງ​ພວກ​ທ່ານ​ກໍ​ຊົງ​ນັບ​ໄວ້​ແລ້ວ​ທຸກ​ເສັ້ນ ເຫດ​ສັນ​ນັ້ນ​ຢ່າ​ຊູ່​ຢ້ານ ພວກ​ທ່ານ​ກໍ​ປະ​ເສີດກວ່າ​ນົກ​ຈອກ​ຫລາຍ​ໂຕ

ກາ​ນ​ຮັບ​ພຣະ​ຄຣິດ​ຕໍ່​ຫນ້າ​ມະ​ນຸດ

8 “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ທຸ​ກຄົນ​ທີ່​ຈະ​ຮັບ​ເຮົາ​ຕໍ່​ຫນ້າ​ມະ​ນຸດ ບຸດ​ມະ​ນຸດ​ກໍ​ຈະ​ຮັບ​ຜູ້​ນັ້ນ​ຕໍ່​ຫນ້າ​ພວກ​ເທວະ​ດາ​ຂອງ​ພຣະ​ເຈົ້າ​ເຫມືອນ​ກັນ 9 ແຕ່​ຜູ້​ໃດ​ຈະ​ປະ​ຕິ​ເສດ​ເຮົາ​ຕໍ່​ຫນ້າ​ມະ​ນຸດ ຜູ້​ນັ້ນ​ຈະ​ຖືກ​ປະ​ຕິ​ເສດ​ຕໍ່​ຫນ້າ​ພວກ​ເທວະ​ດາ​ຂອງ​ພຣະ​ເຈົ້າ 10 ຜູ້​ໃດ​ທີ່​ຈະ​ກ່າວ​ຄຳ​ນຶ່ງ​ຄຳ​ໃດ​ຕໍ່​ສູ້​ບຸດ​ມະ​ນຸດ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້​ແກ່​ຜູ້​ນັ້ນ​ໄດ້ ແຕ່​ຖ້າ​ຜູ້​ໃດ​ຈະ​ກ່າວ​ຫມິ່ນ​ປ​ມາດ​ຕໍ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈະ​ຊົງ​ໂຜດ​ໃຫ້​ອະ​ພັຍ​ແກ່​ຜູ້​ນັ້ນ​ບໍ່​ໄດ້ 11 ເມື່ອ​ເຂົາ​ຈະ​ພາ​ພວກ​ທ່ານ​ໄປ​ຕໍ່​ຫນ້າ​ທີ່​ປະ​ຊຸມ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ຫລື​ຕໍ່​ຫນ້າ​ຜູ້​ປົກ​ຄອງ​ແລະ​ຜູ້​ມີ​ອຳ​ນາດ ຢ່າ​ຄຶດ​ອຸກ​ໃຈ​ວ່າ​ຈະ​ແກ້​ຕົວ​ຢ່າງ​ໃດ ຫລື​ຈະ​ເວົ້າ​ຢ່າງ​ໃດ 12 ເພາະ​ໃນ​ໂມງ​ນັ້ນ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຈະ​ຊົງ​ໂຜດ​ສອນ​ທ່ານ​ວ່າ​ຄວນ​ຈະ​ເວົ້າ​ອັນ​ໃດ”

ຄຳ​ອຸປ​ມາ​ເຣື່ອງ​ເສດ​ຖີ​ໂງ່

13 ມີ​ຄົນ​ນຶ່ງ​ໃນ​ຫມູ່​ປະ​ຊາຊົນ​ໄດ້​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ຂໍ​ທ່ານ​ສັ່ງ​ອ້າຍ​ຂອງ​ຂ້າ​ນ້ອຍ​ແບ່ງມໍ​ຣະ​ດົກ​ໃຫ້​ຂ້າ​ນ້ອຍ​ແດ່” 14 ແຕ່​ພຣະ​ອົງ​ຊົງ​ຕອບ​ວ່າ, “ຊາຍ​ເອີຍ, ໃຜ​ໄດ້​ຕັ້ງ​ເຮົາ​ໃຫ້​ເປັນ​ຕຸ​ລາ​ການ​ຫລື​ເປັນ​ຜູ້​ແບ່ງກໍ​ຣະ​ດົກ​ໃຫ້​ທ່ານ” 15 ແລ້ວ​ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ລະ​ວັງ ແລະ​ຮັກ​ສາ​ໄວ້​ຈາກ​ການ​ໂລບ​ທຸກ​ຢ່າງ ເພາະ​ຊີ​ວິດ​ຂອງ​ມະ​ນຸດ​ບໍ່​ຂຶ້ນ​ຢູ່​ກັບ​ເຂົ້າ​ຂອງອັນ​ບໍ​ຣິ​ສຸດ​ທີ່​ຕົນມີ​ນັ້ນ” 16 ພຣະ​ອົງ​ຈຶ່ງ​ຊົງ​ບອກ​ຄຳ​ອຸປມາ​ຂໍ້​ນຶ່ງ​ໃຫ້​ເຂົາ​ຟັງ​ວ່າ, “ທີ່​ດິນ​ຂອງ​ເສດ​ຖີ​ຄົນ​ນຶ່ງ​ໄດ້​ເກີດ​ຜົນ​ບໍ​ຣິ​ບູນ 17 ເສດ​ຖີ​ຄົນ​ນັ້ນ​ຈຶ່ງ​ຄຶດ​ໃນ​ໃຈ​ວ່າ “ເຮົາ​ຈະ​ເຮັດ​ແນວ​ໃດ​ຫນໍ ເພາະ​ບໍ່​ມີ​ບ່ອນ​ຈະ​ເກັບ​ຜົລ​ປູກ​ຂອງ​ເຮົາ​ໄວ້” 18 ທ່ານ​ຈຶ່ງ​ເວົ້າ​ວ່າ “ເຮົາ​ຈະ​ເຮັດ​ດັ່ງ​ນີ້ ຄື​ຈະ​ມ້າງ​ເລົ້າ​ທັງ​ຫລາຍ​ຂອງ​ເຮົາ​ເສັຽ ແລະ​ຈະ​ສ້າງ​ຂຶ້ນ​ໃຫ້​ໃຫຍ່ກວ່າ​ເກົ່າ ແລ້ວ​ເຮົາ​ຈະ​ຮວບ​ຮວມ​ເຂົ້າ​ກັບ​ສິ່ງ​ຂອງ​ທັງ​ຫມົດ​ຂອງ​ເຮົາ​ໄວ້​ທີ່​ນັ້ນ 19 ແລ້ວ​ເຮົາ​ຈະ​ເວົ້າ​ແກ່​ຈິດ​ໃຈ​ຂອງ​ເຮົາ​ວ່າ “ຈິດ​ໃຈ​ເອີຍ, ເຈົ້າ​ມີ​ເຂົ້າ​ຂອງ​ເກັບ​ໄວ້​ພໍ​ຫລາຍ​ປີ ຈົ່ງ​ຢູ່​ສະ​ບາຍ ກິນ​ແລະ​ດື່ມ​ດ້ວຍ​ຄວາມ​ປິ​ຕິ​ຍິ​ນ​ດີ​ເທາະ” 20 ແຕ່​ພຣະ​ເຈົ້າ​ຊົງ​ກ່າວ​ຕໍ່​ຜູ້​ນັ້ນ​ວ່າ, “ໂອ ຄົນ​ໂງ່​ເອີຍ, ໃນ​ຄືນ​ວັນ​ນີ້​ເຂົາ​ຈະ​ເອີ້ນ​ເອົາ​ຈິດ​ໃຈ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ ແລ້ວ​ສິ່ງ​ຂອງ​ທັງ​ຫລາຍ​ທີ່​ເຈົ້າ​ຈັດ​ແຈງ​ໄວ້​ນັ້ນ​ຈະ​ຕົກ​ເປັນ​ຂອງ​ໃຜ” 21 ຄົນ​ທີ່​ທ້ອນ​ໂຮມ​ຊັ​ບ​ສົມ​ບັດ​ໄວ້​ສຳ​ລັບ​ຕົນ​ແລະ​ບໍ່​ຮັ່ງ​ມີ​ຕໍ່​ພຣະ​ເຈົ້າ ກໍ​ເປັນ​ຢ່າງ​ນັ້ນ​ແຫລະ”

ເຣື່ອງຄວາມກະວົນກະວາຍ

22 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ວ່າ, “ດ້ວຍ​ເຫດ​ນັ້ນ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ກະ​ວົນ​ກະ​ວາຍ​ເຖິງ​ຊີ​ວິດ​ຂອງ​ຕົນ​ວ່າ​ຈະ​ກິນ​ຫຍັງ ແລະ​ເຖິງ​ຮ່າງ​ກາຍ​ຂອງ​ຕົນ​ວ່າ​ຈະ​ນຸ່ງ​ຫົ່ມ​ຫຍັງ 23 ເພາະ​ວ່າ​ຊີ​ວິດ​ກໍ​ລື່ນກວ່າ​ອາ​ຫານ ແລະ​ຮ່າງ​ກາຍ​ກໍ​ລື່ນກວ່າ​ເຄື່ອງ​ນຸ່ງ​ຫົ່ມ 24 ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ຝູງ​ກາ ມັນ​ບໍ່​ໄດ້​ຫວ່ານ ບໍ່​ໄດ້​ກ່ຽວ ບໍ່​ມີ​ເລົ້າ ແລະ​ບໍ່​ມີ​ບ່ອນ​ເກັບ​ຂອບ​ໄວ້ ແຕ່​ພຣະ​ເຈົ້າ​ຍັງ​ຊົງ​ລ້ຽງ​ມັນ​ໄວ້ ທ່ານ​ທັງ​ຫລາຍ​ປະ​ເສີດກວ່າ​ນົກ​ຫລາຍ​ປານ​ໃດ 25 ມີ​ໃຜ​ໃນ​ພວກ​ທ່ານ​ໂດຍ​ຄວາມ​ກະ​ວົນ​ກະ​ວາຍ ອາດ​ຕໍ່​ຊີ​ວິດ​ໃຫ້​ຍາວ​ອອກ​ໄປ​ຈັກ​ສອກ​ນຶ່ງ​ໄດ້​ຫລື 26 ເຫດ​ສັນ​ນັ້ນ​ຖ້າ​ສິ່ງ​ເລັກ​ນ້ອຍ​ຍັງ​ເຮັດ​ບໍ່​ໄດ້ ທ່ານ​ຍັງ​ກະ​ວົນ​ກະ​ວາຍ​ເຖິງ​ສິ່ງ​ອື່ນ​ອີກ​ເຣັດ​ຫຍັງ 27 ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ດອກ​ໄມ້​ວ່າ​ມັນ​ປົ່ງ​ຂຶ້ນ​ຢ່າງ​ໃດ ມັນ​ບໍ່​ໄດ້​ເຮັດ​ການ ມັນ​ບໍ່​ໄດ້​ເຂັນ​ຝ້າຍ ແຕ່​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ເຖິງ​ແມ່ນ​ກະ​ສັດ​ໂຊ​ໂລ​ໂມນ​ເມື່ອ​ບໍ​ຣິບູນ​ດ້ວຍ​ສະ​ງ່າ​ຣາ​ສີ ກໍ​ບໍ່​ໄດ້​ທົງ​ເຄື່ອງ​ງາມທໍ່​ດອກ​ໄມ້​ນີ້​ດອກ​ນຶ່ງ 28 ຖ້າ​ພຣະ​ເຈົ້າຊົງ​ຕົກ​ແຕ່ງ​ຫຍ້າ​ທີ່​ທົ່ງ​ນາ​ຢ່າງ​ນັ້ນ ຊຶ່ງ​ເປັນ​ຢູ່​ວັນ​ນີ້​ແລະ​ວັນ​ຫນ້າ​ຕ້ອງ​ຖິ້ມ​ໃສ່​ເຕົາ​ໄຟ​ເສັຽ ໂອ ຄົນ​ທີ່​ມີ​ຄວາມ​ເຊື່ອ​ນ້ອຍ​ເອີຍ, ພຣະ​ອົງ​ຈະ​ຊົງ​ຕົກ​ແຕ່ງ​ພວກ​ທ່ານ​ຫລາຍກວ່າ​ນັ້ນ​ເທົ່າ​ໃດ 29 ທ່ານ​ທັງ​ຫລາຍ​ຢ່າ​ຊອກ​ຫາ​ວ່າ​ຈະ​ກິນ​ຫຍັງ ຫລື​ຈະ​ດື່ມ​ຫຍັງ ແລະ​ຢ່າ​ກະ​ວົນ​ກະ​ວາຍ 30 ເພາະ​ຄົນ​ນອກ​ສາສ​ນາ​ທົ່ວ​ໂລກ​ຊອກ​ຫາ​ສິ່ງ​ຂອງ​ທັງ​ປວງ​ນີ້ ແຕ່​ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຊົງ​ຊາບ​ແລ້ວ​ວ່າ​ທ່ານ​ຕ້ອງ​ການ​ສິ່ງ​ເຫລົ່າ​ນີ້ 31 ແຕ່​ຈົ່ງ​ຊອກ​ຫາ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ແລ້ວ​ສິ່ງ​ເຫລົ່າ​ນີ້​ຈະ​ຊົງ​ເພີ້ມ​ເຕີມ​ໃຫ້

ເຣື່ອງ​ຊັບ​ສົມ​ບັດ​ໄວ້​ໃນ​ສວັນ

32 “ແກະ​ຝູງ​ນ້ອຍ​ເອີຍ, ຢ່າ​ຊູ່​ຢ້າ​ນ ເພາະ​ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ຊົງ​ຊ​ອບ​ພຣະ​ທັຍ​ຈະ​ປະ​ທານ​ຣາ​ຊ​ອາ​ນາ​ຈັກ​ໃຫ້​ແກ່​ພວກ​ທ່ານ 33 ຈົ່ງ​ຂາຍ​ສິ່ງ​ຂອງ​ທີ່​ພວກ​ທ່ານ​ມີ​ຢູ່​ໃຫ້​ເປັນ​ທານ ຈົ່ງ​ເຮັດ​ຖົງ​ເງິນ​ອັນ​ບໍ່​ຮູ້​ເກົ່າ​ໄວ້​ສຳ​ລັບ​ຕົນ ຄື​ໃຫ້​ມີ​ຊັບ​ສົມ​ບັດ​ໄວ້​ໃນ​ສວັນ​ຊຶ່ງ​ບໍ່​ຮູ້​ຫມົດ ທີ່​ຂະ​ໂມຍ​ເຂົ້າ​ໄປ​ໃກ້​ບໍ່​ໄດ້ ແລະ​ທີ່​ມອດ​ທຳ​ລາຍ​ບໍ່​ໄດ້ 34 ເພາະ​ວ່າ​ຊັບ​ສົມ​ບັດ​ຂອງ​ທ່ານ​ຢູ່​ທີ່​ໃດ ໃຈ​ຂອງ​ທ່ານ​ກໍ​ຢູ່​ທີ່​ນັ້ນ​ແຫລະ”

ຂ້ອຍ​ໃຊ້​ທີ່​ຕຽມ​ຕົວ​ໄວ້​ພ້ອມ​ແລ້ວ

35 “ທ່ານ​ທັງ​ຫລາຍ​ຈົ່ງ​ຮັດແອວ​ໄວ້​ແລະ​ໄຕ້​ໂຄມ​ຂອງ​ທ່ານ​ຢູ່ 36 ພວກ​ທ່ານຈົ່ງ​ເປັນ​ເຫມືອນ​ຄົນ​ທີ່​ຄອຍ​ຮັບ​ນາຍ​ຂອງ​ຕົນ ເມື່ອ​ນາຍ​ຈະ​ກັບ​ມາ​ຈາກ​ການ​ແຕ່ງ​ງານ ເພື່ອ​ເວ​ລາ​ນາຍ​ມາ​ເຄາະ​ປະ​ຕູ​ແລ້ວ ເຂົາ​ຈະ​ໄຂ​ໃຫ້​ໂລດ 37 ພວກ​ຂ້ອຍ​ໃຊ້​ທີ່ນາຍ​ມາ​ພົບ​ເມື່ອ​ກຳ​ລັງ​ຄອຍ​ຖ້າ​ຢູ່​ກໍ​ເປັນ​ສຸກ ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ນາຍ​ນັ້ນ​ຈະ​ຮັດ​ແອວ​ໄວ້​ແລະ​ໃຫ້​ພວກ​ຂ້ອຍ​ໃຊ້​ນັ້ນ​ນັ່ງ​ໂຕະ ແລ້ວ​ທ່ານ​ຈະ​ມາບົວ​ລະ​ບັດ​ເຂົາ 38 ຖ້າ​ນາຍ​ມາ​ຍາມ​ສອງ​ຫລື​ຍາ​ມ​ສາມ​ໃນ​ເວ​ລາ​ກາງ​ຄືນ ແລະ​ພົບ​ຂ້ອຍ​ໃຊ້​ເຝົ້າ​ຢູ່​ຢ່າງ​ນັ້ນ ເຂົາ​ກໍ​ເປັນ​ສຸກ 39 ໃຫ້​ທ່ານ​ທັງ​ຫລາຍ​ເຂົ້າ​ໃຈ​ຢ່າງ​ນີ້​ວ່າ ຖ້າ​ເຈົ້າ​ຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ​ໂຈນ​ຈະ​ມາ​ໃນ​ໂມງ​ໃດ ຕົນ​ຈະ​ບໍ່​ປະ​ໃຫ້​ໂຈນ​ເຈາະ​ເຂົ້າ​ເຮືອນ​ໄດ້ 40 ທ່ານ​ທັງ​ຫລາຍ​ກໍ​ເຫມືອນ​ກັນ ຈົ່ງ​ຕຽມ​ຕົວ​ໄວ້​ໃຫ້​ພ້ອມ ເພາະ​ໃນ​ໂມງ​ທີ່​ພວກ​ທ່ານ​ບໍ່​ຄຶດ​ບໍ່​ຝັນ​ນັ້ນ ບຸດ​ມະ​ນຸດ​ຈະ​ສະ​ເດັດ​ມາ”

ເຣື່ອງ​ຂ້າ​ໃຊ້​ສັດ​ຊື່​ແລະ​ຂ້າ​ໃຊ້​ຊົ່ວ

41 ຝ່າຍ​ເປ​ໂຕ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ທ່ານ​ໄດ້​ບອກ​ຄຳ​ອຸປມາ​ນີ້​ແກ່​ພວກ​ຂ້າ​ນ້ອຍ ຫລື​ບອກ​ແກ່​ຄົນທັງ​ປວງ” 42 ອົງ​ພຣະ​ຜູ້​ເປັນ​ເຈົ້າຊົງ​ກ່າວ​ວ່າ, “ໃຜ​ເປັນ​ຜູ້​ຈັດ​ການ​ທີ່​ສັດ​ຊື່​ແລະ​ສ​ລາດ ຊຶ່ງ​ນາຍ​ໄດ້​ຕັ້ງ​ໃຫ້​ເປັນ​ໃຫ້​ເປັນ​ໃຫຍ່​ເຫນືອ​ຄົນ​ໃຊ້​ທັງ​ຫລາຍ​ຂອງ​ຕົນ ເພື່ອ​ແຈກ​ອາ​ຫານ​ຕາມ​ເວ​ລາ 43 ເມື່ອ​ນາຍ​ມາ​ພົບ​ຂ້າໃຊ້​ຜູ້​ກຳ​ລັງ​ເຣັດ​ຢ່າງ​ນັ້ນ​ຢູ່​ມັນ​ກໍ​ເປັນ​ສຸກ 44 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ນາຍ​ຈະ​ຕັ້ງ​ຜູ້​ນັ້ນ​ໄວ້​ເຫນືອ​ບັນ​ດາເຂົ້າ​ຂອງ​ຂອງ​ຕົນ 45 ແຕ່​ຖ້າ​ຜູ້​ນັ້ນ​ຄຶດ​ວ່າ “ນາຍ​ຂອງ​ເຮົາ​ຈະ​ນານ​ມາ​ດອກ” ແລ້ວ​ກໍ​ຕັ້ງ​ຕົ້ນ​ທຸບ​ຕີ​ພວກ​ຄົນ​ໃຊ້​ຊາຍ​ຍິງ ທັງ​ກິນ​ແລະ​ດື່ມ​ຈົນ​ເມົາ​ໄປ 46 ນາຍ​ຂອງ​ຂ້ອຍ​ໃຊ້​ນັ້ນ​ຈະ​ມາ​ໃນ​ວັນ​ທີ່​ມັນ​ບໍ່​ລໍ​ຄອຍ ແລະ​ໃນ​ໂມງ​ທີ່​ມັນບໍ່​ຮູ້ ນາຍ​ຈອ​ຜ່າ​ມັນ​ໃຫ້​ເປັນ​ສອງ​ຕ່ອນ ທັງ​ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ບໍ່​ເຊື່ອ​ຟັງ 47 ຂ້ອຍ​ໃຊ້​ທີ່​ຮັກ​ຈັກ​ໃຈ​ນາຍ​ແຕ່​ບໍ່​ໄດ້​ຈັດ​ຕຽມ​ຕົວ​ໄວ້​ແລະ​ບໍ່​ໄດ້​ເຮັດ​ຕາມ​ໃຈ​ນາຍ ຈະ​ຕ້ອງ​ຖືກ​ຂ້ຽນ​ຫລາຍ​ບາດ 48 ແຕ່​ຜູ້​ທີ່​ບໍ່​ຮູ້​ຈັກ ແລ້ວ​ໄດ້​ເຮັດ​ສິ່ງ​ທີ່​ສົມ​ຄວ​ນ​ຖືກ​ຂ້ຽນ ກໍ​ຈະ​ຖືກ​ຂ້ຽນ​ຫນ້ອຍ ຜູ້​ໃດ​ໄດ້​ຮັບ​ຫລາຍ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ ແລະ​ຜູ້​ທີ່​ໄດ້​ຮັ​ບ​ຝາກ​ໄວ້​ຫລາຍ​ເຂົາ​ກໍ​ຈະ​ທວງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ”

ຊົງ​ເປັນ​ເຫດ​ຂອງ​ການ​ແຕກ​ແຍກ

49 “ເຮົາ​ໄດ້​ເອົາ​ໄຟ​ນີ້​ແຫລະ, ມາ​ຄວ່າງ​ໃສ່​ແຜ່ນ​ດິນ​ໂລກ ແລະ​ຖ້າ​ໄຟ​ນີ້​ລຸກ​ແລ້ວ​ກໍ​ສົມ​ຄວນ​ປາ​ຖ​ນາ 50 ເຮົາ​ຈະ​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ​ຢ່າງ​ນຶ່ງ ເຮົາ​ເປັນ​ທຸກ​ຫລາຍ​ເທົ່າ​ໃດ​ຫນໍ​ຈົນ​ກວ່າ​ການ​ນັ້ນ​ຈະ​ສຳ​ເຣັດ 51 ພວກ​ທ່ານ​ຄຶດ​ວ່າ​ເຮົາ​ມາ​ເພື່ອ​ໃຫ້​ເກີດ​ຄວາມ​ສ​ງົບ​ສຸກ​ໃນ​ໂລກ​ຫລື ເຮົາ​ບອກ​ພວກ​ທ່ານ​ວ່າ ບໍ່​ແມ່ນດອກ ແຕ່​ຈະ​ເຮັດ​ໃຫ້​ແຕກ​ແຍກ​ກັນ 52 ດ້ວຍ​ວ່າ​ຕັ້ງ​ແຕ່ນີ້​ຕໍ່​ໄປ ຫ້າ​ຄົນ​ໃນ​ເຮືອນ​ດຽວ​ຈະ​ແຕກ​ແຍກ​ກັນ ຄື​ສາມ​ຕໍ່​ສອງ​ແລະ​ສອງ​ຕໍ່​ສາມ 53 ເຂົາ​ຈະ​ແຕກແຍກກັນ ຄື​ພໍ່​ຈາກ​ລູກ​ຊາຍ ແລະ​ລູກ​ຊາຍ​ຈາກ​ພໍ່ ແມ່​ຈາກ​ລູກ​ຍິງ​ແລະ​ລູກ​ຍິງ​ຈາ​ກ​ແມ່ ແມ່ຍ່າ​ຈາກ​ລູກ​ໃພ້ ແລະ​ລູກ​ໃພ້​ຈາກ​ແມ່​ຍ່າ”

ສັງ​ເກດ​ຄວາມ​ເປັນ​ໄປ​ຂອງ​ສະ​ໄຫມ

54 ພຣະ​ອົງ​ຊົງ​ກ່າວ​ກັບ​ປະ​ຊາ​ຊົນ​ອີກວ່າ, “ເມື່ອ​ທ່ານ​ທັງ​ຫລາຍ​ເຫັນ​ເມກ​ເກີດ​ຂຶ້ນ​ໃນ​ທິດ​ຕາ​ເວັນ​ຕົກ ພວກ​ທ່ານ​ກໍ​ເວົ້າ​ທັນ​ທີ​ວ່າ​ຈະ​ມີ​ລົມ ​ແລະ​ຝົນ​ຕົກ ແລ້ວ​ກໍ​ເປັນ​ຢ່າງ​ນັ້ນ​ແທ້ 55 ເມື່ອ​ພວກ​ທ່ານ​ເຫັນ​ລົມ​ພັດ​ມາ​ແຕ່​ທິດ​ໃຕ້ ພວກ​ທ່ານ​ເວົ້າ​ວ່າ​ຈະ​ຮ້ອນ​ເອົ້າ ແລ້ວ​ກໍ​ເປັນ​ຢ່າງ​ນັ້ນ​ 56 ໂອ ຄົນ​ຫນ້າ​ຊື່​ໃຈ​ຄົດ​ເອີຍ, ເຈົ້າ​ທັງ​ຫລາຍ​ຮູ້​ຈັກ​ສັງ​ເກດ​ຄວາມ​ເປັນ​ໄປ​ຂອງ​ແຜ່ນ​ດິນ​ແລະ​ທ້ອງ​ຟ້າ ແຕ່​ເພາະ​ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ສັງ​ເກດ​ຄວາມ​ເປັນ​ໄປ​ຂອງ​ສະ​ໄຫມ​ນີ້​ບໍ່​ໄດ້

ຄວາມ​ປອງດອງ​ກັນ​ກັບ​ໂຈດ​ຂອງ​ຕົນ

57 ເຫດ​ສັນ​ໃດ​ເຈົ້າ​ທັງ​ຫລາຍ​ບໍ່​ຕັດ​ສິນ​ເອົາ​ເອງວ່າ ສິ່ງ​ໃດ​ເປັນ​ສິ່ງ​ຖືກ​ຕ້ອງ 58 ເພາະ​ວ່າ​ເມື່ອ​ເຈົ້າ​ກັບ​ໂຈດ​ພາ​ກັນ​ໄປ​ຫາ​ຜູ້​ປົກ​ຄອງ ຈົ່ງ​ພ​ຍາ​ຍາມ​ຫາ​ຊ່ອງ​ທາງ​ປອງດອງ​ກັນ ເມື່ອ​ຍັງ​ຢູ່​ກາງ​ທາງ ຢ້ານ​ວ່າ​ໂຈດ​ຈະ​ລາກ​ເຈົ້າ​ເຂົ້າ​ໄປ​ຫາ​ຕຸ​ລາ​ການ ແລະ​ຕຸ​ລາ​ການ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ຜູ້​ຄຸມ​ແລ້ວ​ຈະ​ຂັງ​ເຈົ້າ​ໄວ້​ໃນ​ຄຸກ 59 ເຮົາ​ບອກ​ເຈົ້າ​ວ່າ ເຈົ້າ​ຈະ​ອອກ​ຈາກ​ທີ່​ນັ້ນ​ບໍ່​ໄດ້​ກວ່າ​ຈະ​ໄດ້​ໃຊ້​ຫນີ້​ໃຫ້​ຈົນ​ຄົບ​ທຸກ​ອັດ”

ລູກາ 13

ຖ້າ​ບໍ່​ຖິ້​ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ຕ້ອງ​ຈິບ​ຫາຍ

1 ໃນ​ຂ​ນະ​ນັ້ນ​ມີ​ລາງ​ຄົນ​ຢູ່​ທີ່​ນັ້ນ ໄດ້​ເລົ່າ​ເຣື່ອງ​ຊາວ​ຄາ​ລີ​ເລ​ທີ່​ປີ​ລາດ​ໄດ້​ຂ້າ ເອົາ​ເລືອດ​ຂອງ​ເຂົາ​ປົນ​ກັບ​ເຄື່ອງ​ບູ​ຊາ​ທີ່​ເຂົາ​ກຳ​ລັງ​ຖວາຍ​ນັ້ນ​ໃຫ້​ພຣະ​ອົງ​ຟັງ 2 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພວກ​ທ່ານ​ຄຶດ​ວ່າ​ຊາວ​ຄາ​ລີ​ເລ​ຫມູ່​ນັ້ນ​ເປັນ​ຄົນ​ບາບ​ລື່ນກວ່າ​ຊາວ​ຄາ​ລີ​ເລ​ຫມູ່​ອື່ນ​ທັງ​ຫມົດ ເພາະ​ເຂົາ​ໄດ້​ຖືກ​ຄວາມ​ທຸກ​ລຳ​ບາ​ກຢ່າງ​ນັ້ນ​ຫລື 3 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ບໍ່​ແມ່ນດອກ ແຕ່​ຖ້າ​ພວກ​ທ່ານ​ຫມົດ​ທຸກ​ຄົນ​ບໍ່​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່ ກໍ​ຈະ​ຈິບ​ຫາຍ​ໄປ​ເຫມືອນ​ກັນ 4 ຫລື​ສິບ​ແປດ​ຄົນ​ນັ້ນຊຶ່ງ​ປ້ອມ​ໃນ​ຊີ​ໂລ​ອາມ​ໄດ້​ເຈື່ອນ​ທັບ​ເຂົາ​ຕາຍ​ເສັຽນັ້ນ ທ່ານ​ທັງ​ຫລາຍ​ຄຶດ​ວ່າ​ເຂົາ​ເປັນ​ຄົນ​ຜິດ​ລື່ນກວ່າ​ຄົນ​ທັງ​ປວງ​ທີ່​ອາ​ສັຍ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຫລື 5 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ບໍ່​ແມ່ນດອກ ແຕ່​ຖ້າ​ພວກ​ທ່ານ​ຫມົດ​ທຸກ​ຄົນ​ບໍ່​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ກໍ​ຈະ​ຈິບ​ຫາຍ​ໄປ​ເຫມືອນ​ກັນ”

ຄໍາ​ອຸປມາ​ເຣື່ອງ​ຕົ້ນ​ເດື່ອ​ເທດ​ບໍ່​ເກີດ​ຜົນ

6 ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປ​ມາ​ຕໍ່​ໄປ​ນີ້​ວ່າ, “ຄົນ​ຜູ້​ນຶ່ງ​ມີ​ຕົ້ນ​ເດື່ອ​ເທດ​ຕົ້ນ​ນຶ່ງ​ໃນ​ສວນ​ອະ​ງຸ່ນ​ຂອງ​ຕົນ ເມື່ອ​ມາ​ຊອກ​ຫາ​ຫມາກ​ເດື່ອ​ໃນ​ຕົນ​ນັ້ນ​ກໍ​ບໍ່​ພົບ 7 ທ່ານ​ຈຶ່ງບອກ​ກັບ​ຄົນ​ງານ​ໃນ​ສວນ​ອະ​ງຸ່ນ​ນັ້ນ​ວ່າ, “ເບິ່ງ​ແມ໋, ເຮົາ​ມາ​ຊອກ​ຫາ​ຫມາກ​ເດື່ອໃນ​ຕົ້ນ​ນີ້​ໄດ້​ສາມ​ປີ​ແລ້ວ​ກໍ​ບໍ່​ພົບ ຈົ່ງ​ປ້ຳ​ຖິ້ມ​ເສັຽ ຈະ​ເອົາ​ໄວ້​ຣົກ​ດິນ​ລ້າໆ​ເຣັດ​ຫຍັງ” 8 ແຕ່​ຄົນ​ງານ​ຕອບ​ວ່າ, “ນາຍ​ເອີຍ, ຂໍ​ປະ​ມັນ​ໄວ້​ປີ​ນີ້​ກ່ອນ ຈົນ​ກວ່າ​ຂ້າ​ນ້ອຍ​ຈະ​ຂຸດ​ດິນ​ອ້ອມ​ເອົາ​ຝຸ່ນ​ໃສ່ 9 ຖ້າ​ເມືອ​ຫນ້າ​ມັນ​ເກີດ​ຫມາກ​ກໍ​ດີ​ຢູ່ ຖ້າ​ບໍ່​ເກີດ​ຫມາກ ພາຍ​ຫລັງ​ທ່ານ​ຈົ່ງ​ປ້ຳ​ມັນ​ຖິ້ມ​ເສັຽ”

ຊົງ​ໂຜດ​ຍິງ​ຫລັງ​ກົ່ງ​ໃນ​ວັນ​ສະ​ບາ​ໂຕ

10 ພຣະ​ອົງ​ຊົງ​ສັ່ງ​ສອນ​ຢູ່​ໃນ​ໂຣງ​ທັມ​ມະ​ເທສ​ນາ​ບ່ອນ​ນຶ່ງ​ໃນ​ວັນ​ສະ​ບາ​ໂຕ 11 ແລະ​ເບິ່ງ​ແມ໋, ມີ​ຍິງ​ຄົນ​ນຶ່ງ​ຊຶ່ງ​ຜີ​ເຂົ້າ​ສິງ​ຢູ່​ເຮັດ​ໃຫ້​ອ່ອນ​ແຮງ​ໄດ້​ສິບ​ແປດ​ປີ​ມາ​ແລ້ວ ເປັນ​ຫລັງ​ກົ່ງ​ຢືນ​ຊື່​ບໍ່​ໄດ້ 12 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ຈຶ່ງ​ເອີ້ນ​ນາງ​ມາ​ຊົງ​ບອກວ່າ, “ນາງເອີຍ, ນາງ​ໄດ້​ພົ້ນ​ຈາກ​ພ​ຍາດ​ແລ້ວ” 13 ແລະ​ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ວາງ​ໃສ່​ຍິງ​ນັ້ນ ໃນ​ທັນ​ໃດ​ນັ້ນ​ຕົວ​ຂອງ​ນາງ​ກໍ​ຢຽດ​ຊື່ ແລະ​ນາງ​ກໍ​ສັຣ​ເສີນ​ພຣະ​ເຈົ້າ 14 ແຕ່​ນາຍ​ໂຮງ​ທັມ​ກໍ​ເຄືອງ​ໃຈ ເພາະ​ພຣະ​ເຢ​ຊູ​ໄດ້​ຊົງ​ໂຜດ​ໃຫ້​ດີ​ພ​ຍາດ​ໃນວັນ​ສະ​ບາ​ໂຕ ຈຶ່ງ​ກ່າ​ວແກ່​ປະ​ຊາ​ຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ຄວນ​ຈະ​ເຮັດ​ການ ໃນ​ຫົກ​ວັນ​ນີ້​ຈົ່ງ​ມາ​ໃຫ້​ດີ​ພ​ຍາດ ແຕ່​ວ່າ​ຢ່າ​ໄດ້​ມາ​ໃນ​ວັນ​ສະ​ບາ​ໂຕ” 15 ແລ້ວ​ອົງພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ຕອບ​ນາຍ​ໂຮງ​ທັມ ໂດຍ​ຊົງ​ກ່າວ​ວ່າ, “ພວກ​ຄົນ​ຫນ້າ​ຊື່​ໃຈ​ຄົດ​ເຮີຍ, ພວກ​ເຈົ້າ​ບໍ່​ໄດ້​ແກ້​ງົວ ຫລື​ລໍ​ຂອງ​ຕົນ ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນ້ຳ​ໃນ​ວັນ​ສະ​ບາ​ໂຕ​ຫລື 16 ສ່ວນຍິງ​ຄົນ​ນີ້​ເປັນ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ ຊຶ່ງ​ຊາ​ຕານ​ຜູກ​ມັດ​ໄວ້​ໄດ້​ສິບ​ແປດ​ປີ​ແລ້ວ ບໍ່​ສົມ​ຄວນ​ຫລື​ທີ່​ຈະ​ໃຫ້​ນາງ​ພົ້ນ​ຈາກ​ເຄື່ອງ​ຜູກ​ມັດ​ນີ້​ໃນ​ວັນ​ສະ​ບາ​ໂຕ” 17 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ແລ້ວ ບັນ​ດາ​ຄົນ​ທີ່​ຕໍ່​ສູ້​ພຣະ​ອົງ​ກໍ​ມີ​ຄວາມ​ລະ​ອາຍ ແລະ​ປະ​ຊາ​ຊົນ​ໄດ້​ຊົມ​ຊື່ນ​ຍິນ​ດີ​ໃນ​ກິ​ຈ​ການ​ທັງ​ປວງ​ອັນ​ຮຸ່ງ​ເຮືອງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ດ້ວຍ​ພຣະ​ອົງ

ຄຳ​ອຸປມາ​ເຣື່ອງ​ແກ່ນ​ຜັກ​ກາດ

18 ພຣະ​ອົງ​ຊົງ​ກ່າວ​ອີກວ່າ, “ຣາ​ຊ​ອາ​ນາຈັກ​ຂອງ​ພຣະ​ເຈົ້າ​ເຫມືອນ​ສິ່ງ​ໃດ ແລະ​ເຮົາ​ຈະ​ປຽບ​ຣາ​ຊອາ​ນາ​ຈັກ​ນັ້ນ​ກັບ​ສິ່ງ​ໃດ 19 ກໍ​ເຫມືອນ​ແກ່ນ​ຜັກ​ກາດ​ເມັດ​ນຶ່ງ ທີ່​ຄົນ​ຜູ້​ນຶ່ງ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງ​ຕົນ ມັນ​ກໍ​ງອກ​ຂຶ້ນ​ເປັນ​ກົກ ແລະ​ນົກ​ປ່າ​ກໍ​ມາ​ເຮັດ​ຄອນ​ອາສັຍ​ຢູ່​ຕາມ​ກິ່ງ​ກ້ານ​ມັນ”

ຄຳ​ອຸປມາ​ເຣື່ອງ​ເຊື້ອ​ແປ້ງ

20 ພຣະ​ອົງ​ຊົງ​ກ່າວ​ຕໍ່​ອີກວ່າ, “ເຮົາ​ຈະ​ປຽບ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກັບ​ສິ່ງ​ໃດ 21 ກໍ​ປຽບ​ເຫມືອນ​ເຊື້ອ​ແປ້ງ​ທີ່​ຜູ້​ຍິງ​ຄົນ​ນຶ່ງ​ເອົາ​ປົນ​ໃສ່​ໃນ​ແປ້ງ​ສາມ​ຜອງ ຈົນ​ແປ້​ງ​ນັ້ນ​ຟູ​ຂຶ້ນ​ທັງ​ຫມົດ”

ເຣື່ອງ​ປະ​ຕູ​ຄັບ​ແຄບ

22 ພຣະ​ອົງ​ໄດ້ສະ​ເດັດ​ໄປ​ຕາມບ້ານ​ຕາມ​ເມືອງ​ຕ່າງໆ ຊົງ​ສັ່ງ​ສອນ​ແລະ​ເດີນ​ທາງ​ຕໍ່​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 23 ມີ​ຄົນ​ຜູ້​ນຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຜູ້​ທີ່​ຈະ​ພົ້ນ​ນັ້ນ​ມີ​ແຕ່​ຫນ້ອຍ​ຄົນ​ຫລື” ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, 24 “ຈົ່ງ​ເອົາ​ໃຈ​ໃສ່​ແຂ່ງ​ກັນ​ເຂົ້າ​ທາງ​ປະ​ຕູ​ຄັບ​ແຄບ ເພາະ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຫລາຍ​ຄົນ​ຈະ​ພ​ຍາ​ຍາມ​ເຂົ້າ​ໄປ ແຕ່​ບໍ່​ສາ​ມາດ​ເຂົ້າ​ໄດ້ 25 ເມື່ອ​ໃດ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ອັດ​ປະ​ຕູ​ແລ້ວ ແລະ​ທ່ານ​ທັງ​ຫລາຍ​ຢືນ​ຢູ່​ຂ້າງນອກ​ຕັ້ງ​ຕົ້ນ​ເຄາະ​ປະ​ຕູ​ວ່າ “ນາຍ​ເອີຍ, ຂໍ​ໄຂ​ໃຫ້​ພວກ​ຂ້າ​ນ້ອຍ​ແດ່​ທ້ອນ” ເມື່ອ​ນັ້ນ​ເຈົ້າ​ເຮືອນ​ຈະ​ຕອບ​ພວກ​ທ່ານ​ວ່າ “ເຮົາ​ບໍ່​ຮູ້​ຈັກ​ວ່າ​ເຈົ້າ​ມາ​ແຕ່​ໃສ” 26 ຂ​ນະ​ນັ້ນ​ພວກ​ທ່ານ​ຈະ​ເວົ້າ​ວ່າ “ພວກ​ຂ້າ​ນ້ອຍ​ໄດ້​ກິນ​ໄດ້​ດື່ມ​ກັບ​ທ່ານ ແລະ​ທ່ານ​ໄດ້​ສັ່ງ​ສອນ​ຕາມ​ຖ​ນົນ​ຫົນ​ທາງ​ບ້ານ​ເມືອງ​ຂອງ​ພວກ​ຂ້າ​ນ້ອຍ” 27 ຝ່າຍ​ເຈົ້າ​ເຮືອນ​ນັ້ນ​ຈະ​ເວົ້າ​ວ່າ “ເຮົາ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ ເຮົາ​ບໍ່​ຮູ້​ຈັກ​ວ່າ​ເຈົ້າ​ມາ​ແຕ່​ໃສ ສູ​ເຈົ້າ​ທັງ​ຫມົດ ຜູ້​ເຮັດ​ການ​ບໍ່​ຊອບ​ທັມ​ເຮີຍ, ຈົ່ງ​ຖອຍ​ໄປ​ຈາກ​ເຮົາ​ເສັຽ” 28 ເມື່ອ​ທ່ານ​ທັງ​ຫລາຍ​ຈະ​ເຫັນ​ອັບ​ຣາ​ຮາມ ອີຊາກ ແລະ​ຢາ​ໂຄບ ກັບ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ຢູ່​ໃນ​ຣາ​ຊແຜ່ນ​ດິນ​ຂອງ​ພຣະ​ເຈົ້າ ແຕ່​ຝ່າຍ​ພວກ​ເຈົ້າ​ຖືກ​ຊັດ​ຖິ້ມ​ອອກ​ໄປ​ພາຍນອກ​ເສັຽ ທີ່​ນັ້ນ​ຈະ​ມີ​ການ​ຮ້ອງ​ໄຫ້​ແລະ​ຂົບ​ແຂ້ວ​ຢູ່ 29 ຈະ​ມີ​ຄົນ​ມາ​ຈາກ​ທິດ​ຕາ​ເວັນ​ອອກ ທິດ​ຕາ​ເວັນ​ຕົກ ທິດ​ເຫນືອ ທິດ​ໃຕ້​ ມາ​ນັ່ງ​ຮ່ວມ​ໂຕະ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ 30 ແລະ​ເບິ່ງ​ແມ໋, ຜູ້​ທີ່​ເປັນ​ປາຍ​ຈະ​ກັບ​ເປັນ​ຕົ້ນ ແລະ​ຜູ້​ທີ່​ເປັນ​ຕົ້ນ​ຈະ​ກັບ​ເປັນ​ປາຍ”

ຊົງ​ເສັຽ​ພຣະ​ທັຍ​ຍ້ອນ​ກຸງ​ເຢ​ຣູ​ຊາ​ເລັມ

31 ໃນ​ໂມງ​ນັ້ນ​ມີ​ພວກ​ຟາ​ຣີ​ຊາຍ​ລາງ​ຄົນ​ມາ​ທູນ​ພຣະ​ອົງ​ວ່າ, “ໃຫ້​ທ່ານ​ອອກ​ຫນີ​ໄປ​ຈາກ​ທີ່​ນີ້​ເສັຽ ເພາະ​ກະ​ສັດ​ເຮ​ໂຣດ​ຊົງ​ຢາກ​ປະ​ຫານ​ຊີ​ວິດ​ທ່ານ​ເສັຽ” 32 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ໄປ​ບອກ​ຫມາ​ຈິກ​ຈອກ​ໂຕ​ນັ້ນ​ວ່າ “ເບິ່ງ​ແມ໋, ມື້​ນີ້​ກັບ​ມື້​ອື່ນ​ເຮົາ​ກຳ​ລັງ​ຂັບ​ໄລ່​ຜີ​ອອກ​ແລະ​ເຮັດ​ໃຫ້​ດີ​ພ​ຍາດ ແລ້ວ​ວັນ​ທີ່​ສາມ​ເຮົາ​ຈະ​ເຖິງ​ທີ່​ສຳ​ເຣັດ 33 ແຕ່​ຢ່າງ​ໃດ​ກໍ​ດີ, ເຮົາ​ຈະ​ຕ້ອງເດີນ​ທາງ​ໄປ​ມື້​ນີ້ ມື້​ອື່ນ ແລະ​ມື້​ຮື ເພາະ​ວ່າ​ຜູ້​ປະ​ກາດ​ພຣະ​ທັມ​ບໍ່​ຫ່ອນ​ຖື​ກຂ້າ​ຢູ່ນອກ​ກຸງ​ເຢ​ຣູ​ຊາ​ເລັມ 34 ໂອ ເຢ​ຣູ​ຊາ​ເລັມ, ເຢ​ຣູ​ຊາ​ເລັມ​ເອີຍ, ເຈົ້າ​ທີ່​ໄດ້​ຂ້າ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ເອົາ​ຫີນ​ຄວ່າງ​ໃສ່​ພວກ​ທີ່​ຮັບ​ໃຊ້​ມາ​ຫາ​ເຈົ້າ ເຮົາ​ປາ​ຖ​ນາ​ຈັກ​ເທື່ອ​ແລ້ວ​ຫນໍ ວ່າ​ຈະ​ຮວບ​ຮວມ​ລູກ​ຂອງ​ເຈົ້າ​ໄວ້ ເຫມືອນ​ດັ່ງ​ແມ່​ໄກ່​ຮວບ​ຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກ​ເຈົ້າ​ບໍ່​ຍິນຍອມ 35 ເບິ່ງ​ແມ໋, ເຮືອນ​ຂອງ​ເຈົ້າ​ຈະ​ຖືກ​ປະ​ຖິ້ມ​ແລະ​ຮ້າງ​ເປົ່າ ເຮົາ​ບອກ​ພວກ​ເຈົ້າ​ວ່າ ເຈົ້າ​ຈະ​ບໍ່​ເ​ຫັນ​ເຮົາ​ອີກຈົນ​ກວ່າ​ເຈົ້າ​ຈະ​ອອກ​ປາກກ່າວ​ວ່າ “ຂໍ​ໃຫ້​ທ່ານ​ຜູ້​ສະ​ເດັດ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຊົງ​ພຣະ​ຈະ​ເຣີນ”

ລູກາ 14

ຊົງ​ໂຜດ​ຄົນ​ເປັນ​ພ​ຍາດ​ທ້ອງ​ມານ​ໃຫ້​ດີ

1 ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ເຮືອນ​ຜູ້​ໃຫຍ່​ຜູ້​ນຶ່ງ​ຝ່າຍ​ພວກ​ຟາ​ຣີ​ຊາຍ ເພື່ອ​ຮັບ​ປະ​ທານ​ອາ​ຫານ​ໃນ​ວັນ​ສະ​ບາ​ໂຕ ເຂົາ​ກໍ​ຜົກ​ເບິ່ງ​ພຣະ​ອົງຢູ່ 2 ແລະ​ເບິ່ງ​ແມ໋, ມີ​ຊາຍ​ຄົນ​ນຶ່ງ​ເປັນ​ພ​ຍາດ​ທ້ອງ​ມານ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ 3 ພຣະ​ເຢ​ຊູ​ຊົງ​ຖາມ​ພວກ​ບັນ​ດິດ​ແລະ​ພວກ​ຟາ​ຣີ​ຊາຍ​ວ່າ, “ຖ້າ​ເຮົາ​ໃຫ້​ດີ​ພ​ຍາດ​ໃນ​ວັນ​ສະ​ບາ​ໂຕ ຈະ​ຜິດ​ພຣະ​ບັນ​ຍັດ​ຫລື​ບໍ່” 4 ເຂົາ​ກໍ​ມິດ​ຢູ່ ພຣະ​ອົງ​ຈຶ່ງ​ຊົງ​ຮັບ​ເອົາ​ຄົນ​ນັ້ນ​ແລະ​ເຣັດ​ໃຫ້​ດີ​ພ​ຍາດ​ແລ້ວ​ກໍ​ປ່ອຍ​ໄປ 5 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ຄົນ​ໃດ​ໃນ​ພວກ​ທ່ານ​ມີ​ລູກ​ຫລື​ງົວ​ຕົກ​ນ້ຳ​ສ້າງ ຈະ​ບໍ່​ຮີບ​ດຶງ​ອອກ​ໃນ​ວັນ​ສະ​ບາ​ໂຕ​ຫລື” 6 ແລະ​ເຂົາ​ບໍ່​ສາ​ມາດ​ຈະ​ຕອບ​ພຣະ​ອົງ​ໃນ​ເຣື່​ອງ​ນີ້​ໄດ້

ຊົງ​ສອນ​ເຣື່ອງ​ແຂກ​ແລະ​ເຈົ້າ​ພາບ

7 ຝ່າຍ​ພຣະ​ອົງ, ເມື່ອ​ຊົງ​ເຫັນ​ພວກ​ທີ່​ຮັບ​ເຊີນ​ມາ​ນັ້ນ​ກຳ​ລັງ​ເລືອກ​ເອົາ​ບ່ອນ​ນັ່ງ​ອັນ​ມີ​ກຽດ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ຄຳ​ອຸ​ປມາ​ແກ່​ເຂົາ​ວ່າ, 8 “ເມື່ອ​ຜູ້​ໃດ​ເຊີນ​ທ່ານ​ໄປ​ໃນ​ການ​ກິນ​ລ້ຽງ​ສົມ​ຣົດ ຢ່າ​ຊູ່​ນັ່ງ​ບ່ອນ​ມີ​ກຽດ ຢ້ານ​ວ່າ​ເຂົາ​ໄດ້​ເຊີນ​ຜູ້​ມີ​ກຽດ​ຫລາຍກວ່າ​ທ່ານ​ອີກ 9 ແລະ​ເຈົ້າ​ພາບ​ທີ່​ໄດ້​ເຊີນ​ທ່ານ​ທັງ​ສອງ​ນັ້ນ ຈະ​ມາ​ເວົ້າ​ກັບ​ທ່ານວ່າ, “ບ່ອນ​ນັ່ງ​ຂອງ​ທ່ານ​ຈົ່ງ​ໃຫ້​ແກ່​ຜູ້​ນີ້” ແລ້ວ​ທ່ານ​ກໍ​ຈະ​ຍ້າຍ​ໄປ​ນັ່ງ​ບ່ອນ​ຕ່ຳ​ທີ່​ສຸດ​ດ້ວຍ​ຄວາມ​ລະ​ອາຍ 10 ແຕ່​ເມື່ອ​ທ່ານ​ໄດ້​ຮັບ​ເຊີນ​ແລ້ວ​ຈົ່ງ​ໄປ​ນັ່ງ​ບ່ອນ​ຕ່ຳ​ທີ່​ສຸດ ເພື່ອ​ວ່າ​ເມື່ອ​ທ່ານ​ເຈົ້າ​ພາບ​ມາ​ເວົ້າ​ກັບ​ທ່ານ​ວ່າ “ສະ​ຫາຍ​ເອີຍ, ເຊີນ​ຂຶ້ນ​ໄປ​ນັ່ງ​ບ່ອນ​ສູງກວ່າ” ແລ້ວທ່ານ​ຈະ​ໄດ້​ກຽດ​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ​ທີ່​ນັ່ງ​ຮ່ວມ​ໂຕະ​ນຳ​ກັນ​ນັ້ນ 11 ເພາະ​ວ່າ​ທຸກ​ຄົນ​ທີ່​ຍົກ​ຕົວ​ຂຶ້ນ​ຈະ​ຕ້ອງ​ຖືກ​ຖອຍ​ລົງ ແລະ​ຜູ້​ທີ່​ຖອຍ​ລົງ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ” 12 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ຜູ້​ທີ່​ເຊີນ​ພຣະ​ອົງ​ວ່າ, “ເມື່ອ​ທ່ານ​ຈັດ​ການ​ກິນ​ລ້ຽງ​ຂຶ້ນ​ນ້ອຍ​ຫລື​ໃຫຍ່​ກໍ​ຕາມ ຢ່າ​ເຊີນ​ຈຳ​ເພາະ​ບັນ​ດາ​ມິດ​ສະ​ຫາຍ ຫລື​ອ້າຍ​ນ້ອງ​ຍາດ​ພີ່​ນ້ອງ ເພື່ອນ​ບ້ານ​ຜູ້​ຮັ່ງ​ມີ ຢ້ານ​ວ່າ​ເຂົາ​ຈະ​ເຊີນ​ທ່ານ​ອີກ​ເປັນ​ການ​ຕອບ​ແທນ 13 ແຕ່​ເມື່ອ​ທ່ານ​ຈັດ​ການ​ກິນ​ລ້ຽງ​ຂຶ້ນ ຈົ່ງ​ເຊີນ​ຄົນ​ຍາກ​ຈົນ ຄົນ​ພິ​ການ ຄົນ​ຂາ​ເສັ້ງ ຄົນ​ຕາ​ບອດ 14 ແລ້ວ​ທ່າ​ນ​ຈະ​ເປັນ​ສຸກ ເພາະ​ວ່າ​ເຂົາ​ບໍ່​ມີ​ອັນ​ໃດ​ຈະ​ຕອບ​ແທນ​ທ່ານ ດ້ວຍ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ຕອບ​ແທນ​ທ່ານ ເມື່ອ​ຄົນ​ຊອບ​ທັມ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ”

ຄຳ​ອຸປມາ​ເຣື່ອງ​ການ​ກິນ​ລ້ຽງ​ໃຫຍ່

15 ສ່ວນ​ຄົນ​ນຶ່ງ​ທີ່​ນັ່ງ​ຮ່ວມ​ໂຕະ, ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຜູ້​ທີ່​ຈະ​ຮັບ​ປະ​ທານ​ອາ​ຫານ​ໃນ​ແຜ່ນ​ດິນ​ຂອງພຣະ​ເຈົ້າ​ກໍ​ເປັນ​ສຸກ” 16 ພຣະ​ອົງ​ຊົງ​ຕອບ​ຜູ້​ນັ້ນ​ວ່າ, “ຍັງ​ມີ​ຄົນ​ນຶ່ງ​ຈັດ​ງານ​ກິນ​ລ້ຽງ​ໃຫຍ່​ແລະ​ໄດ້​ເຊີນ​ຫລາຍ​ຄົນ​ມາ 17 ເມື່ອ​ໂມງ​ກິນ​ລ້ຽງ​ເຖິງ​ແລ້ວ ທ່ານ​ໄດ້​ໃຊ້​ຂ້ອຍ​ຂອງ​ຕົນ​ໄປ​ບອກ​ຜູ້​ທີ່​ຮັບ​ເຊີນ​ນັ້ນ​ວ່າ “ເຊີນ​ມາ, ຂ້າ​ນ້ອຍ​ເທີນ, ເພາະ​ສິ່ງ​ສາ​ຣະ​ພັດ​ຕຽມ​ພ້ອມ​ຮຽບ​ຮ້ອຍ​ແລ້ວ” 18 ບັນ​ດາ​ຄົນ​ເຫລົ່າ​ນັ້ນ​ກໍ​ພາ​ກັນ​ຕັ້ງ​ຕົ້ນ​ແກ້​ຕົວ ຜູ້​ທຳ​ອິດ​ເວົ້າ​ວ່າ ເຮົາ​ໄດ້​ຊື້​ນາ​ໄວ້ ເຮົາ​ຈຳ​ເປັນ​ຕ້ອງ​ໄປ​ເບິ່ງ​ນາ​ນັ້ນ ເຮົາ​ຂໍ​ນຳ​ກ່ອນ” 19 ອີກ​ຄົນ​ນຶ່ງ​ເວົ້າ​ວ່າ “ເຮົາ​ໄດ້​ຊື້​ງົວ​ໄວ້​ຫ້າ​ຄູ່​ແລະ​ກຳ​ລັງ​ຈະ​ໄປ​ລອງ​ເບິ່ງງົວ​ນັ້ນ ເຮົາ​ຂໍ​ນຳ​ກ່ອນ” 20 ສ່ວນ​ຄົນ​ນຶ່ງ​ອີກ​ເວົ້າ​ວ່າ “ເຮົາ​ໄດ້​ແຕ່ງ​ງານ ເພາະ​ສັນ​ນັ້ນ​ເຮົາ​ໄປ​ບໍ່​ໄດ້” 21 ຂ້ອຍ​ໃຊ້​ນັ້ນ​ໄດ້​ກັບ​ມາ​ເລົ່າ​ເຣື່ອງ​ນີ້​ໃຫ້​ນາຍ​ຟັງ ເຈົ້າ​ເຮືອນ​ກໍ​ໃຈ​ຮ້າຍ​ຫລາຍ ຈຶ່ງ​ສັ່ງ​ຂ້ອຍໃຊ້​ນັ້ນ​ວ່າ “ຈົ່ງ​ຮີບ​ອອກ​ໄປ​ຕາມ​ຖນົນ​ໃຫຍ່​ຮ່ອມ​ນ້ອຍ​ໃນ​ເມືອງ ແລະ​ພາ​ຄົນ​ຍາກ​ຈົນ ຄົນ​ພິ​ການ ຄົນຕາ​ບອດ ແລະ​ຄົນ​ຂາ​ເສັ້ງເຂົ້າ​ມາ​ທີ່​ນີ້” 22 ແລ້ວ​ຂ້ອຍ​ໃຊ້​ຈຶ່ງ​ມາ​ບອກວ່າ, “ນາຍ​ເອີຍ, ອັນ​ທີ່​ທ່ານ​ສັ່ງ​ຂ້າ​ນ້ອຍ​ກໍ​ເຮັດ​ແລ້ວ ແຕ່​ຍັງ​ມີ​ບ່ອນ​ຫວ້າງ​ເປົ່າ​ຢູ່” 23 ແລະ​ນາຍ​ໄດ້​ບອກ​ຂ້ອຍ​ໃຊ້​ນັ້ນ​ວ່າ, “ຈົ່ງ​ອອກ​ໄປ​ຕາມ​ທາງ​ຫລວງ ແລະ​ທາງນ້ອຍນອກ​ເມືອງ ນຳ​ຕົວ​ເຂົາ​ໃຫ້​ເຂົ້າ​ມາ​ເພື່ອ​ເຮືອນ​ຂອງ​ເຮົາ​ຈະ​ເຕັມ” 24 ເພາະ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ໃນ​ພວກ​ຄົນ​ທີ່​ໄດ້​ຮັບ​ເຊີນ​ໄວ້​ນັ້ນ ບໍ່​ມີ​ຜູ້ໃດ​ຈະ​ໄດ້​ຊິມ​ເຄື່​ອງ​ກິນ​ລ້ຽງ​ຂອງ​ເຮົາ​ຈັກ​ຄົນ”

ຄວາມ​ເສັຽ​ສ​ລະ​ໃນ​ການ​ເປັນ​ສິດ

25 ມີ​ປະ​ຊາ​ຊົນຈຳ​ນວນ​ຫລວງ​ຫລາຍ​ໄດ້​ໄປ​ກັບ​ພຣະ​ອົງ ພຣະ​ອົງຊົງ​ຫລຽວ​ຫລັງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, 26 “ຖ້າ​ຜູ້​ໃດ​ມາ​ຫາ​ເຮົາ​ແລະ​ບໍ່​ຊັງ​ພໍ່​ແມ່ ລູ​ກ​ເມັຽ ອ້າຍ​ນ້ອງ​ຊາຍ​ຍິງ ກັບ​ທັງ​ຊີ​ວິດ​ຂອງ​ຕົນ​ເອງ ຜູ້​ນັ້ນ​ຈະ​ເປັນ​ສິດ​ຂອງ​ເຮົາ​ບໍ່​ໄດ້ 27 ຜູ້​ໃດ​ບໍ່​ໄດ້​ແບ​ກ​ໄມ້​ກາງ​ແຂນ​ຂອງ​ຕົນ​ຕາມ​ເຮົາ​ມາ ຜູ້​ນັ້ນ​ຈະ​ເປັນ​ສິດ​ຂອງ​ເຮົາ​ບໍ່​ໄດ້ 28 ດ້ວຍ​ວ່າ​ໃນ​ພວກ​ທ່ານ​ມີ​ຜູ້​ໃດ ເມື່ອ​ຈະ​ສ້າງ​ປ້ອມ​ຈະ​ບໍ່​ນັ່ງ​ລົງ​ຄິດ​ຣາ​ຄາ​ເສັຽກ່ອນ ວ່າ​ຈະ​ມີ​ພໍ​ສ້າງ​ໃຫ້​ແລ້​ວໄດ້​ຫລື​ບໍ່ 29 ຢ້ານ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ແລ້ວ​ແລະ​ເຮັດ​ໃຫ້​ສຳ​ເຣັດ​ບໍ່​ໄດ້ ຄົນ​ທັງ​ປວງ​ທີ່​ເຫັນ​ກໍ​ຈະ​ກ່າວເຍາະ​ເຍີ້ຍ​ວ່າ, 30 “ຄົນ​ນີ້​ຕັ້ງ​ຕົ້ນ​ກໍ່​ແຕ່​ເຮັດ​ໃຫ້​ສຳ​ເຣັດ​ບໍ່​ໄດ້” 31 ຫລື​ມີ​ກະ​ສັດ​ອົງ​ໃດ ເມື່ອ​ຈະ​ຍົກ​ກອງ​ທັບ​ໄປ​ຕໍ່​ສູ້​ກັບ​ກະ​ສັດ​ອົງ​ອື່ນ ຈະ​ບໍ່​ໄດ້​ນັ່ງ​ຄຶດ​ເບິ່ງ​ກ່ອນ​ວ່າ ທີ່​ຕົນ​ມີ​ພົນ​ທະ​ຫານ​ຫມື່ນ​ນຶ່ງ​ຈະ​ສູ້​ກັບ​ຜູ້​ທີ່​ຍົກ​ກອງ​ທັບ​ສອງ​ຫມື່ນ​ມາ​ຮົບ​ໄດ້​ຫລື​ບໍ່ 32 ຖ້າ​ສູ້​ບໍ່​ໄດ້ ເມື່ອ​ຍັງ​ຢູ່​ຫ່າງ​ກັນ ທ່ານ​ຈະ​ໃຊ້​ທູດ​ໄປ​ຖາມ​ເງື່ອນ​ໄຂ​ຂອງ​ຄວາມ​ສງົບ 33 ຢ່າງ​ນັ້ນ​ແຫລະ, ທຸກ​ຄົນ​ໃນ​ພວກ​ທ່ານ​ທີ່​ບໍ່​ໄດ້​ສລະ​ສິ່ງ​ສາ​ຣະ​ພັດ​ທີ່​ຕົນ​ມີ​ຢູ່ ຈະ​ເປັນ​ສິດ​ຂອງ​ເຮົາ​ບໍ່​ໄດ້”

ເຣື່ອງ​ເກືອ​ທີ່​ຫມົດ​ຣົດ​ເຄັມ

34 “ເກືອ​ເປັນ​ຂອງ​ດີ ແຕ່​ຖ້າ​ເກືອ​ນັ້ນ​ຫມົດ​ຣົດ​ເຄັມ​ໄປ​ແລ້ວ ຈະ​ເຣັດ​ໃຫ້​ກັບ​ເຄັມ​ອີກໄດ້​ຢ່າງ​ໃດ 35 ຈະ​ໃຊ້​ເປັນ​ຝຸ່ນ​ໃສ່​ດິນ​ກໍ​ບໍ່​ໄດ້ ຈະ​ປະ​ສົມ​ກັບ​ກອງ​ຝຸ່ນ​ສັດ​ເພື່ອ​ເຣັດ​ຝຸ່ນ​ກໍ​ບໍ່​ໄດ້ ເຂົາ​ກໍ​ເອົາ​ໄປ​ຖິ້ມ​ເສັຽ ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ເອົາ​ເທີນ”

ລູກາ 15

ຄຳ​ອຸປ​ມາ​ເຣື່ອງ​ແກະ​ທີ່​ເສັຽ

1 ຕໍ່​ມາ​ບັນ​ດາ​ຄົນ​ເກັບ​ພາ​ສີ​ແລະ​ພວກນອກ​ສິນ​ທັມ​ເຂົ້າ​ມາ​ໃກ້​ເພື່ອ​ຈະ​ຟັງ​ພຣະ​ອົງ 2 ຝ່າຍ​ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ນັກ​ທັມ​ກໍ​ຈົ່ມ​ວ່າ, “ຜູ້​ນີ້​ຕ້ອນ​ຮັບ​ຄົນ​ນອກ​ສິນ​ທັມ​ແລະ​ຢູ່​ກິນ​ຮ່ວມ​ກັນ​ກັບ​ເຂົາ” 3 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ຄຳ​ອຸປມາ​ຂໍ້​ນີ້​ໃຫ້​ເຂົາ​ຟັງ​ວ່າ, 4 “ໃນ​ພວກ​ທ່ານ​ມີ​ຄົນ​ໃດ​ທີ່​ມີ​ແກະ​ຮ້ອຍ​ໂຕ ເມື່ອ​ໂຕ​ນຶ່ງ​ເສັຽ​ໄປ ທ່ານ​ຈະ​ບໍ່​ປະ​ເກົ້າ​ສິບ​ເກົ້າ​ໂຕ​ນັ້ນ​ໄວ້​ໃນ​ກາງ​ປ່າ ແລະ​ໄປ​ຊອກ​ຫາ​ໂຕ​ທີ່​ເສັຽ​ໄປ​ນັ້ນ​ຈົນ​ກວ່າ​ຈະ​ໄດ້​ພົບ​ຫລື 5 ເມື່ອ​ພົບ​ແລ້ວ​ທ່ານ​ກໍ​ຍົກ​ຂຶ້ນ​ໃສ່​ບ່າ​ແບກ​ມາ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ 6 ເມື່ອ​ມາ​ເຖິງ​ບ້ານ​ແລ້ວ ທ່ານ​ຈຶ່ງ​ເຊີນ​ບັນ​ດາ​ມິດ​ສະ​ຫາຍ​ແລະ​ເພື່ອນ​ບ້ານ​ຂອງ​ຕົນ ໃຫ້​ມາ​ພ້ອມ​ພຽງ​ກັນ ແລ້ວ​ຈຶ່ງ​ກ່າວ​ກັບ​ເຂົາ​ວ່າ “ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ກັບ​ເຮົາ​ເທີນ ເພາະ​ວ່າ​ເຮົາ​ໄດ້​ພົບ​ແກະ​ຂອງ​ເຮົາ​ໂຕ​ທີ່​ເສັຽ​ໄປ​ແລ້ວ​ນັ້ນ” 7 ດັ່ງ​ນັ້ນ​ແຫລະ, ເຮົາ​ບອກ​ທ່ານ​ທັງ​ຫລາຍວ່າ ຈະ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ສວັນ ເພາະ​ເຫັ​ນ​ແກ່​ຄົນ​ນອກ​ສິນ​ທັມ​ຄົນ​ດຽວ​ທີ່​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ຫລາຍ ກວ່າ​ຈະ​ຍິນ​ດີ​ກັບ​ຄົນ​ສິນ​ທັມ​ເກົ້າ​ສິບ​ເກົ້າ​ຄົນ​ທີ່​ບໍ່​ຕ້ອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່

ຄຳ​ອຸປມາ​ເຣື່ອງ​ເງິນ​ທີ່​ເສັຽ

8 “ຍິງ​ຄົນ​ໃດ​ທີ່​ມີ​ເງິນ​ຢູ່​ສິບ​ຫລຽນ ເມື່ອ​ເສັຽ​ຫລຽນ​ນຶ່ງ​ຈະ​ບໍ່​ໄຕ້​ໂຄມກວາດ​ເຮືອນ​ຄົ້ນ​ຫາ​ຖ້ວນ​ຖີ່​ຈົນ​ກວ່າ​ຈະ​ພົບ​ຫລື 9 ເມື່ອ​ພົບ​ແລ້ວ​ຈຶ່ງ​ເອີ້ນ​ພວກ​ສະ​ຫາຍ​ແລະ​ບັນ​ດາ​ເພື່ອນ​ບ້ານຂອງ​ຕົນ​ມາ​ພ້​ອມ​ພຽງ​ກັນ ແລ້ວ​ຈຶ່ງ​ກ່າວແກ່​ເຂົາ​ວ່າ “ຈົ່ງ​ມາ​ຊື່ນ​ຊົມ​ຍິນ​ດີ​ກັບ​ເຮົາ​ເທີນ ເພາະ​ເຮົາ​ໄດ້​ພົບ​ເງິນ​ຫລຽນ​ນຶ່ງ​ຂອ​ງ​ເຮົາ​ທີ່​ເສັຽ​ໄປ​ແລ້ວ​ນັ້ນ” 10 ດັ່ງ​ນັ້ນ​ແຫລະ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈະ​ມີ​ຄວາມ​ປິ​ຕິ​ຍີນ​ດີ​ໃນ​ຖ້າມ​ກາງ​ພວກ​ເທວະ​ດາ​ຂອງ​ພຣະ​ເຈົ້າ ເພາະ​ເຫັນ​ແກ່​ຄົນ​ນອກ​ສິນ​ທັມ​ຄົນ​ດຽວ ທີ່​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່”

ຄຳ​ອຸປມາ​ເຣື່ອງ​ລູກ​ທີ່​ເສັຽ

11 ພຣະ​ອົງ​ຊົງ​ກ່າວວ່າ, “ຜູ້​ນຶ່ງ​ມີ​ລູກ​ຊາຍ​ສອງ​ຄົນ 12 ຜູ້​ນ້ອງ​ເວົ້າ​ກັບ​ພໍ່​ວ່າ, “ພໍ່​ເອີຍ, ສ່ວນ​ຊັບ​ທີ່​ຕົກ​ເປັນ​ຂອງ​ຂ້ອຍ​ນັ້ນ ຂໍ​ພໍ່​ແບ່ງ​ໃຫ້​ຂ້ອຍ​ເສັຽ​ເທາະ” ແລ້ວ​ພໍ່​ຈຶ່ງ​ໄດ້​ແບ່ງ​ຊັບ​ໃຫ້​ລູກ​ທັງ​ສອງ​ຄົນ 13 ຕໍ່​ມາ​ບໍ່​ຫລາຍ​ວັນ​ຜູ້​ນ້ອງ​ກໍ​ໄດ້​ຮວບ​ຮວມ​ເອົາ​ຊັບ​ທັງ​ຫມົດ ແລ້ວ​ອອກ​ຫນີ​ໄປ​ທ່ຽ​ວ​ເມືອງ​ໄກ ແລະ​ໄດ້​ຜານ​ຊັບ​ຂອງ​ຕົນ​ໃນ​ທີ່​ນັ້ນ​ດ້ວຍ​ການ​ໂອ້​ໂຖງ 14 ເມື່ອ​ໄດ້​ໃຊ້​ຈ່າຍ​ຊັບ​ເຫລົ່າ​ນັ້ນ​ຫມົດ​ແລ້ວ ກໍ​ເລີຍ​ເກີດ​ການ​ອຶດ​ຢາກ​ອັນ​ໃຫຍ່​ໃນ​ເມືອງ​ນັ້ນ ແລ້ວ​ເຂົາ​ກໍ​ຕົກ​ຢູ່​ໃນ​ຄວາມ​ຂັດ​ສົນ 15 ເຂົາ​ຈຶ່ງ​ໄປ​ຂໍ​ອາສັຍ​ຢູ່​ກັບ​ຄົນຜູ້​ນຶ່ງ​ໃນ​ເມືອງ​ນັ້ນ ແລ້ວ​ຜູ້​ນັ້ນ​ໄດ້​ໃຊ້​ເຂົາ​ໄປ​ລ້ຽງ​ຫມູທີ່​ທົ່ງ​ນາ 16 ເຂົາ​ຄຶດ​ຢາກ​ກິນ​ໃຫ້​ອີ່ມ​ທ້ອງ​ດ້ວຍ​ຝັກ​ຖົ່ວ​ທີ່​ຫມູ​ກິນ ແຕ່​ບໍ່ມີ​ໃຜ​ເອົາ​ໃຫ້​ເຂົາ​ກິນ 17 ເມື່​ອ​ເຂົາ​ຮູ້ເມື່ອ​ຄີງ​ແລ້ວ​ຈຶ່ງ​ເວົ້າ​ວ່າ “ລູກ​ຈ້າງ​ຂອງ​ພໍ່​ເຮົາ​ມີ​ຫລາຍ​ຄົນ ເຂົາ​ຍັງ​ມີ​ອາ​ຫານ​ກິນ​ອີ່ມ​ຈົນ​ເຫລືອ ສ່ວນ​ເຮົາ​ຈະ​ມາ​ຕາຍ​ອຶດ​ຢາກ​ຢູ່​ທີ່​ນີ້ 18 ຈຳ​ເປັນ​ເຮົາ​ຈະ​ຕ້ອງ​ລຸກ​ກັບ​ຄືນ​ໄປ​ຫາ​ພໍ່​ຂອງ​ເຮົາ ແລ້ວ​ຈະ​ເວົ້າ​ນຳ​ເພິ່ນ​ວ່າ, “ພໍ່​ເອີຍ, ລູກ​ໄດ້​ເຣັດ​ຜິດ​ຕໍ່​ສວັນ​ແລະຕໍ່​ພໍ່​ແລ້ວ 19 ແລະ​ບໍ່​ສົມ​ຄວນ​ຈະ​ໄດ້​ເອີ້ນ​ຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ ແຕ່​ຂໍ​ໃຫ້​ລູກ​ເປັນ​ເຫມືອນ​ລູກ​ຈ້າງ​ຂອງ​ພໍ່​ຄົນ​ນຶ່ງ​ທ້ອນ” 20 ແລ້ວ​ເຂົາ​ກໍ​ລຸກ​ຂຶ້ນ​ຄືນ​ເມືອ​ຫາ​ພໍ່​ຂອງ​ຕົນ ແຕ່​ເມື່ອ​ເຂົາ​ຍັງ​ຢູ່ໄກ ພໍ​ໄດ້​ແລ​ເຫັນ​ເຂົາ​ກໍ​ມີ​ຄວາມ​ເມດ​ຕາ ຈຶ່ງ​ແລ່ນ​ອອກ​ໄປ​ກອດ​ຄໍ​ຈູ​ບ​ເຂົາ​ດ້ວຍ​ຄວາມ​ຮັກ​ແພງ 21 ຝ່າຍ​ລູກ​ນັ້ນ​ໄດ້​ເອີ່ຍ​ຂຶ້ນ​ຕໍ່​ພໍ່​ວ່າ, “ພໍ່​ເອີຍ, ລູກ​ໄດ້​ເຣັດ​ຜິດ​ຕໍ່​ສວັນ​ແລະ​ຕໍ່​ພໍ່​ແລ້ວ ບໍ່​ສົມ​ຄວນ​ທີ່​ຈະ​ໄດ້​ເອີ້​ນຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ຕໍ່​ໄປ” 22 ແຕ່​ພໍ່​ໄດ້​ເອີ້ນ​ບອກ​ພວກ​ຂ້ອຍ​ໃຊ້​ຂອງ​ຕົນ​ວ່າ, “ຈົ່ງ​ຮີບ​ເອົາ​ເຄື່ອງ​ນຸ່ງ​ຢ່າງ​ດີ​ທີ່​ສຸດ​ອອກ​ມາ​ນຸ່ງ​ໃຫ້​ລູກ​ຂອງ​ເຮົາ ແລະ​ເອົາ​ແຫວນ​ມາ​ສວມ​ໃສ່​ມື​ກັບ​ເອົາ​ເກີບ​ມາ​ສຸບ​ໃສ່​ຕີນ 23 ແລ້ວ​ຈົ່ງ​ເອົາ​ງົວ​ຫ​ນຸ່ມ​ໂຕ​ອ້ວນ​ພີ​ມາ​ຂ້າ​ລ້ຽງ​ກັນ​ເພື່ອ​ຊື່ນ​ຊົມ​ຍິນ​ດີ 24 ເພາະ​ລູກ​ຂອ​ງ​ເຮົາ​ຄົນ​ນີ້​ຕາຍ​ແລ້ວ​ກໍ​ໄດ້​ຄືນ​ມາ ເສັຽ​ໄປ​ແລ້ວ​ກໍ​ໄດ້​ພົບ​ກັນ​ອີກ” ແລະ​ເຂົາ​ທັງ​ຫລາຍ​ກໍ​ຕັ້ງ​ຕົ້ນ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ 25 “ຝ່າຍ​ລູກ​ຜູ້​ກົກ​ຍັງ​ຢູ່​ທີ່​ທົ່ງ​ນາ ເມື່ອ​ກຳ​ລັງ​ມາ​ໃກ້​ຈະ​ເຖິງ​ເຮືອນ​ແລ້ວ ເຂົາ​ກໍ​ໄດ້​ຍິນ​ສຽງ​ເສ​ບ​ແລະ​ການ​ເຕັ້ນ​ລຳ 26 ເຂົາ​ຈຶ່ງ​ເອີ້ນ​ເອົາ​ຄົນ​ໃຊ້​ຜູ້​ນຶ່ງ​ອອກ​ມາ​ຖາມ​ວ່າ, “ນັ້ນ​ແມ່ນ​ການ​ຫຍັງ” 27 ຄົນ​ໃຊ້​ຈຶ່ງບອກ​ເຂົາ​ວ່າ, “ນ້ອງ​ຂອງ​ທ່ານ​ໄດ້​ກັບ​ມາແລ້ວ​ແລະ​ພໍ່​ຂອງ​ທ່ານ​ໄດ້​ຈັດ​ງົວ​ຫນຸ່ມ​ໂຕ​ອ້ວນ​ພີ ຕ້ອນ​ຮັບ​ລູກ​ທີ່​ກັບ​ມາ​ດ້ວຍ​ຄວາມ​ສວັດ​ດີ​ພາບ” 28 “ຝ່າຍ​ຜູ້​ອ້າຍ​ກໍ​ຄຽດ​ເລີຍບໍ່​ຍອມ​ເຂົ້າ​ມາ​ເຮືອນ ທາງ​ພໍ່​ກໍ​ໄດ້​ອອກ​ໄປ​ອອຍ​ໃຈ​ຊວນ​ເຂົ້າ​ມາ 29 ແຕ່​ເຂົາ​ໄດ້​ຕອບ​ພໍ່​ວ່າ, “ເບິ່ງ​ເທາະ​ພໍ່, ລູກ​ໄດ້​ປະ​ຕິ​ບັດ​ພໍ່​ເຫມືອນ​ເປັນ​ຂ້ອຍ​ໃຊ້​ໄດ້​ຈັກ​ປີ​ມາ​ແລ້ວ ໂດຍ​ບໍ່​ໄດ້​ລະ​ເມີດຕໍ່​ຄຳ​ສັ່ງ​ຂອງ​ພໍ່​ຈັກ​ເທື່ອ ແຕ່​ພໍ່​ຍັງ​ບໍ່​ໃຫ້​ລູກ​ແກະ​ແມ່ນ​ແຕ່​ໂຕ​ດຽວ ເພື່ອ​ຈະ​ຈັດ​ການ​ລ້ຽງ​ໃຫ້​ມິດ​ສະ​ຫາຍ​ຂອງ​ລູກ​ມາ​ຮ່ວມ​ຊົມ​ຊື່ນ​ຍິນ​ດີ​ນຳ 30 ແຕ່​ເມື່ອ​ລູກ​ຂອງ​ພໍ່​ຜູ້​ນີ້ ທີ່​ເປັນ​ຜູ້​ຜານ​ສົມ​ບັດ​ສິ່ງ​ຂອງ​ຂອງ​ພໍ່​ດ້ວຍ​ການ​ຄົບ​ກັບ​ພວກ​ຍິງ​ແມ່​ຈ້າງ​ນັ້ນ​ໄດ້​ມາ​ແລ້ວ ພໍ່​ກໍ​ຍັງ​ໄດ້​ຂ້າ​ງົວ​ຫນຸ່ມ​ໂຕ​ອ້ວນ​ພີ​ຈັດ​ການ​ລ້ຽງ​ມັນ” 31 ແຕ່​ພໍ່​ໄດ້​ຕອບ​ລູກ​ນັ້ນ​ວ່າ, “ລູກ​ເອີຍ, ຝ່າຍ​ເຈົ້າ​ໄດ້​ຢູ່​ນຳ​ພໍ່​ເລື້ອຍ​ສິ່ງ​ຂອງ​ທັງ​ຫມົດ​ຂອງ​ພໍ່​ກໍ​ເປັນ​ຂອງ​ເຈົ້າ 32 ແຕ່​ສົມ​ຄວນ​ທີ່​ພໍ່​ຕ້ອງ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ ເພາະ​ນ້ອງ​ຂອງ​ເຈົ້າ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ມັນ​ໄດ້​ກັບ​ຄືນ​ມາ​ອີກ ມັນ​ເສັຽ​ແລ້ວ ແຕ່​ຍັງ​ໄດ້​ພົບ​ອີກ”

ລູກາ 16

ຄຳ​ອຸປ​ມາ​ເຣື່ອງ​ພະ​ນັກ​ງານ​ບໍ່​ສັດ​ຊື່

1 ພຣະ​ອົງ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ, “ຍັງ​ມີ​ເສດ​ຖີ​ທີ່​ມີ​ເຈົ້າ​ພະ​ນັກ​ງານ​ຄົນ​ນຶ່ງ ແລະ​ມີ​ຄົນ​ຟ້ອງ​ຕໍ່​ເສດ​ຖີ​ວ່າ ພະ​ນັກ​ງານ​ຄົນ​ນັ້ນ​ໄດ້​ຜານ​ຊັບ​ຂອງ​ທ່ານ​ເສັຽ 2 ເສດ​ຖີ​ຈຶ່ງ​ເອີ້ນ​ພະ​ນັກ​ງານ​ຄົນ​ນັ້ນ​ມາ​ເວົ້າ​ວ່າ “ເຣື່ອງ​ທີ່​ເຮົາ​ໄດ້​ຍິນ​ກ່ຽວ​ກັບ​ເຈົ້າ​ນັ້ນ​ເປັນ​ຢ່າງ​ໃດ ຈົ່ງ​ຣາຍ​ງານ​ກ່ຽວ​ກັບ​ຫນ້າ​ທີ່​ຂອງ​ເຈົ້າ​ເສັຽ ເພາະ​ເຈົ້າ​ຈະ​ເປັນ​ພະ​ນັກ​ງານ​ຕໍ່​ໄປ​ອີກ​ບໍ່​ໄດ້” 3 ເຈົ້າ​ພະ​ນັກ​ງານ​ນັ້ນ​ຈຶ່ງ​ຄຶດ​ໃນ​ໃຈ​ວ່າ “ເຮົາ​ຈະ​ເຮັດ​ແນ​ວ​ໃດ​ຫນໍ ເພາະ​ນາຍ​ຈະ​ຖອດ​ເຮົາ​ອອກ​ເສັຽ​ຈາກ​ຫນ້າ​ທີ່​ພະ​ນັກ​ງານ ແລ້ວ​ເຮົາ​ຈະ​ຂຸດ​ດິນ​ກໍ​ບໍ່​ມີ​ແຮງ ຈະ​ຂໍ​ທານ​ກໍ​ອາຍ​ເຂົາ 4 ເຮົາ​ຮູ້​ແລ້ວ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ດີ ເພື່ອ​ເວ​ລາ​ເຮົາ​ຖືກ​ຖອດ​ຈາກ​ຫນ້າ​ທີ່​ພະ​ນັກ​ງານ​ແລ້ວ​ ເຂົາ​ຈະ​ຮັບ​ເຮົາ​ໄວ້​ໃນ​ເຮືອນ​ຂອງ​ເຂົາ​ໄດ້” 5 ເຂົາ​ຈຶ່ງ​ເອີ້ນ​ລູກ​ຫນີ້​ຂອງ​ນາຍ​ມາ​ທຸກ​ຄົນ ແລ້ວ​ຖາມ​ຜູ້​ທຳ​ອິດ​ວ່າ “ເຈົ້າ​ເປັນ​ຫນີ້​ນາຍ​ຂອງ​ເຮົາ​ເທົ່າ​ໃດ” 6 ຜູ້​ນັ້ນ​ກໍ​ຕອບ​ວ່າ, “ເປັ​ນ​ຫນີ້​ນ້ຳ​ມັນ​ຮ້ອຍ​ຖັງ” ເຈົ້າ​ພະ​ນັກ​ງານ​ນັ້ນ​ຈຶ່ງບອກວ່າ, “ເອົາ​ບັນ​ຊີ​ຂອງ​ເຈົ້າ ນັ່ງ​ລົງ​ແລ້ວ​ຈົດ​ໃສ່​ຫ້າ​ສິບ​ຖັງ​ໄວໆ​ເສັຽ” 7 ແລ້ວ​ກໍ​ຖາມ​ອີກ​ຄົນ​ນຶ່ງວ່າ, “ເຈົ້າ​ເດ, ເຈົ້າ​ເປັນ​ຫ​ນີ້​ເທົ່າ​ໃດ” ຜູ້​ນີ້​ຕອບ​ວ່າ, “ເປັນ​ຫນີ້​ເຂົ້າ​ປຽກ​ຮ້ອຍ​ກຽນ” ເຈົ້າ​ພະ​ນັກ​ງານ​ຈຶ່ງບອກວ່າ, “ຈົ່ງ​ເອົາ​ບັນ​ຊີ​ຂອງ​ເຈົ້າ​ມາ​ຈົດ​ໃສ່​ແປດ​ສິບ​ກຽນ​ເສັຽ” 8 ແລ້ວ​ເຈົ້າ​ນາຍ​ກໍ​ສັຣ​ເສີນ​ເຈົ້າ​ພະ​ນັກ​ງານ​ຜູ້​ບໍ່​ສັດ​ຊື່​ວ່າ “ທ່ານ​ໄດ້​ເຮັດດ້ວຍ​ຄວາມ​ສ​ລາດ ດ້ວຍ​ວ່າ​ຄົນ​ຝ່າຍ​ໂລກ​ນີ້​ໃນ​ສະ​ໄຫມ​ຂອງ​ເຂົາ ເຂົາ​ໃຊ້​ສະ​ຕິ​ປັນ​ຍາ​ສ​ລາດກວ່າ​ຄົນ​ຝ່າຍ​ຄວາມ​ສວ່າງ​ອີກ” 9 ຝ່າຍ​ເຮົາ ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈົ່ງ​ເຮັດ​ໃຫ້​ຕົນ​ມີ​ມິດ​ສະ​ຫາຍ​ດ້ວຍ​ຊັບ​ສົມ​ບັດ​ອັນ​ບໍ່​ຍຸດ​ຕິ​ທັມ ເພື່ອ​ເວລາ​ຊັບ​ນັ້ນ​ເສັຽ​ໄປ​ແລ້ວ ເຂົາ​ຈະ​ໄດ້​ຕ້ອນ​ຮັບ​ພວກ​ທ່ານ​ໄວ້​ໃນ​ບ່ອນ​ອາ​ສັຍ​ອັນ​ຖາ​ວອນ​ເປັນ​ນິດ 10 “ຄົນ​ສັດ​ຊື່​ໃນ​ຂອງ​ເລັກ​ນ້ອຍ​ກໍ​ສັດ​ຊື່​ໃນ​ຂອງ​ຫລາຍ ແລະ​ຄົນ​ທີ່​ບໍ່​ສັດ​ຊື່​ໃນ​ຂອງ​ເລັກ​ນ້ອຍ​ກໍ​ບໍ່​ສັດ​ຊື່​ໃນ​ຂອງ​ຫລາຍ​ເຫມືອນ​ກັນ 11 ເຫດ​ສັນ​ນັ້ນ​ຖ້າ​ພວກ​ທ່ານ​ບໍ່​ໄດ້​ສະ​ແດງ​ຕົວ​ເປັນ​ຄົນ​ສັດ​ຊື່​ໃນ​ຊັບ​ສົມ​ບັດ​ອັນ​ບໍ່​ຍຸດ​ຕິ​ທັມ ໃຜ​ຈະ​ມອບ​ຊັ​ບ​ສົມ​ບັດ​ອັນ​ທ່ຽງ​ແທ້​ໃຫ້​ພວກ​ທ່ານ 12 ແລະ​ຖ້າ​ພວກ​ທ່ານ​ບໍ່​ໄດ້​ສະ​ແດງ​ຕົວ​ເປັນ​ຄົນ​ສັດ​ຊື່​ໃນ​ສິ່ງ​ຂອງ​ຄົນອື່ນ ໃຜ​ຈະ​ມາ​ມອບ​ສິ່ງ​ຂອງ​ຂອງ​ທ່ານ​ໃຫ້​ແກ່​ທ່ານ 13 ບໍ່​ມີ​ຜູ້​ໃດ​ສາ​ມາດ​ເປັນ​ຂ້ອຍ​ສອງ​ເຈົ້າ​ບ່າວ​ສອງ​ນາຍ​ໄດ້ ເພາະ​ຈະ​ຊັງ​ນາຍ​ຜູ້​ນີ້ ແລ້ວ​ໄປ​ຮັກ​ນາຍ​ຜູ້​ນັ້ນ ຫລື​ຈະ​ຕິດ​ພັນ​ກັບ​ນາຍ​ຜູ້​ນີ້ ແລະ​ປມາດ​ນາຍ​ຜູ້​ນັ້ນ ທ່ານ​ຈະ​ເປັນ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ​ແລະ​ເປັນ​ຂ້ອຍ​ໃຊ້​ຂອງ​ເງິນ​ຄຳ​ພ້ອມ​ກັນ​ບໍ່​ໄດ້”

ເຣື່ອງ​ພຣະ​ບັນ​ຍັດ​ແລະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ

14 ຝ່າຍ​ພວກ​ຟາ​ຣີ​ຊາຍ​ທີ່​ມີ​ໃຈ​ຮັກ​ຊັບ ເມື່ອ​ໄດ້​ຍິນ​ຄຳ​ເຫລົ່າ​ນັ້ນ​ແລ້ວ​ກໍ​ກ່າວ​ເຍາະ​ເຍີ້ຍ​ພຣະ​ອົງ 15 ແຕ່​ພຣະ​ອົງ​ກ່າວ​ຕໍ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ອ້າງ​ຕົວ​ວ່າ​ເປັນ​ຄົນ​ຊອບ​ທັມ​ຕໍ່​ຫນ້າ​ມະ​ນຸດ ແຕ່​ພຣະ​ເຈົ້າ​ຊົງ​ຊາບ​ໃຈ​ພວກ​ທ່ານ ດ້ວຍ​ວ່າ​ຊຶ່ງ​ທ່ານ​ເປັນ​ທີ່​ນັບ​ຫນ້າ​ຖື​ຕາ​ໃນ​ຖ້າມ​ກາງ​ມະ​ນຸດ ກໍ​ເປັນ​ທີ່​ກຽດ​ຊັງ​ຈຳ​ເພາະ​ພຣະ​ພັກ​ພຣະ​ເຈົ້າ 16 “ມີ​ພຣະ​ບັນ​ຍັດ​ແລະ​ຜູ້​ປະ​ກາດ​ພຣະ​ທັມ​ຈົນ​ເຖິງ​ສະ​ໄຫມ​ໂຢ​ຮັນ ຕັ້ງ​ແຕ່​ນັ້ນ​ມາ ເຂົາ​ກໍ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ ແລະ​ຄົນ​ທັງ​ປວງ​ກໍ​ຍາດ​ກັນ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ນັ້ນ 17 ຟ້າ​ແລະ​ດິນ​ຈະ​ລ່ວງ​ໄປ ກໍ​ງ່າຍກວ່າ​ທີ່​ພຣະ​ບັນ​ຍັດ​ແຕ່​ຈຸດ​ດຽວ​ຈະ​ເປັນ​ໂມ​ຄະ”

ຊົງ​ສອນ​ເຣື່ອງ​ການ​ຢ່າ​ຮ້າງ

18 “ທຸກ​ຄົນ​ທີ່​ຢ່າ​ຮ້າງ​ເມັຽ​ຂອງ​ຕົນ ແລ້ວ​ໄປ​ເອົາ​ເມັຽ​ໃຫມ່​ກໍ​ຜິດ​ຖານ​ຫລິ້ນ​ຊູ້ ແລະ​ທຸກ​ຄົນ​ທີ່​ເອົາ​ຍິງ​ແມ່​ຮ້າງ​ມາ​ເປັນ​ເມັຽກໍ​ຜິດ​ຖານ​ຫລິ້ນ​ຊູ້​ເຫມືອນ​ກັນ”

ເຣື່ອງ​ເສດ​ຖີ​ກັບ​ລາ​ຊະ​ໂຣ

19 “ຍັງ​ມີ​ເສດ​ຖີ​ຄົນ​ນຶ່ງ​ນຸ່ງ​ຫົ່ມ​ເສື້ອ​ສີ​ມ່ວງອ່ອນ​ແລະ​ຜ້າ​ປ່ານ​ເນື້ອ​ລະ​ອຽດ ປິ​ຕິ​ຍິນ​ດີ​ດ້ວຍ​ອາ​ຫານ​ການ​ກິນ​ຢ່າງ​ປະ​ນີດ​ທຸກໆ​ວັນ 20 ແລະ​ມີ​ຄົນ​ຍາກ​ຈົນ​ຜູ້​ນຶ່ງ​ຊື່ ລາ​ຊະ​ໂຣ​ເປັນ​ບາດ​ເຕັມ​ຕົວ ທີ່​ເຂົາ​ຫາມ​ມາ​ຖິ້ມ​ໄວ້​ທີ່​ປະ​ຕູ​ບ້ານ​ເສດ​ຖີ 21 ລາ​ຊະ​ໂຣຢາກ​ກິນ​ຂອງ​ທີ່​ຕົກ​ຈາກ​ໂຕະ​ຂອງ​ເສດ​ຖີ​ນັ້ນ​ໃຫ້​ອີ່ມ ແລະ​ຫລາຍກວ່າ​ນັ້ນ​ຫມາ​ກໍ​ຍັງ​ມາ​ເລັຽບາດ​ຂອງ​ເຂົາ 22 ຢູ່​ມາ​ຄົນ​ຍາກ​ຈົນ​ຜູ້​ນັ້ນ​ກໍ​ຕາຍ ແລະ​ຝູງ​ເທວະ​ດາ​ໄດ້​ຮັບ​ເອົາ​ໄປ​ໄວ້​ໃນ​ເອິກ​ຂອງ​ອັບ​ຣາ​ຮາມ ຝ່າຍ​ເສດ​ຖີ​ນັ້ນ​ກໍ​ຕາຍ​ເຫມືອນ​ກັນ ແລ້ວ​ເຂົາ​ກໍ​ຝັງ​ໄວ້ 23 ເມື່ອ​ຢູ່​ໃນ​ແດນ​ມໍ​ຣະ​ນາ​ກໍ​ເປັນ​ທຸກ​ເວ​ທະ​ນາ​ຫລາຍ ເສດ​ຖີ​ນັ້ນ​ຈຶ່ງ​ເງີຍ​ຕາ​ຂຶ້ນ​ເຫັນ​ອັບ​ຣາ​ຮາມ​ຢູ່​ໄກ ແລະ​ເຫັນ​ລາ​ຊະ​ໂຣ​ຢູ່​ໃນ​ເອິກ​ຂອງ​ທ່ານ 24 ແລ້ວ​ເສດ​ຖີ​ຈຶ່ງ​ຮ້ອງວ່າ, “ອັບ​ຣາ​ຮາມ ບິ​ດາ​ເອີຍ, ຂໍ​ເອັນ​ດູ​ຂ້ານ້ອຍ​ແດ່​ທ້ອນ ຂໍ​ຈົ່ງ​ໃຊ້​ລາ​ຊະ​ໂຣ​ມາ​ເພື່ອ​ຈະ​ໄດ້​ເອົາ​ປາຍ​ນີ້ວ​ມື​ຈຸ່ມ​ນ້ຳ​ມາ​ແປະ​ໃສ່​ລີ້ນ​ຂ້າ​ນ້ອຍ​ໃຫ້​ຊຸ່ມ​ເຢັນ ດ້ວຍ​ວ່າ​ຂ້າ​ນ້ອຍ​ກຳ​ລັງ​ທົນ​ທຸກ​ທໍ​ຣະ​ມານ​ຢູ່​ໃນ​ແປວ​ໄຟ​ນີ້” 25 ແຕ່​ອັ​ບ​ຣາ​ຮາມ​ຕອບ​ວ່າ, “ລູກ​ເອີຍ, ເຈົ້າ​ຈົ່ງ​ລະ​ນຶກ​ວ່າ​ເມື່ອ​ເຈົ້າ​ຍັງ​ມີ​ຊີ​ວິດ​ຢູ່ ເຈົ້າ​ໄດ້​ຮັບ​ຂອງ​ດີ​ສຳ​ລັບ​ຕົວ​ແລະ​ລາ​ຊະ​ໂຣ​ໄດ້​ຮັບ​ຂອງ​ບໍ່​ດີ ຢ່າງ​ດຽວ​ກັນ​ນັ້ນ​ແຫລະ, ບັດ​ນີ້​ລາ​ຊະ​ໂຣ​ໄດ້​ຮັບ​ຄວາມ​ເລົ້າ​ໂລມ​ຢູ່​ທີ່​ນີ້ ແລະ​ເຈົ້າ​ໄດ້​ຮັບ​ຄວາມ​ທຸກ​ທໍ​ຣະ​ມານ 26 ນອກ​ນັ້ນ​ອີກ, ລະ​ຫວ່າງ​ພວກ​ເຮົາ​ກັບ​ພວກ​ເຈົ້າ​ຍັງ​ມີ​ເຫວ​ອັນ​ໃຫຍ່​ຊຶ່ງ​ຊົງ​ຕັ້ງ​ຂວາງ​ຢູ່ ເພື່ອ​ວ່າ​ຖ້າ​ຜູ້ໃດ​ທີ່​ປາ​ຖ​ນາ​ຈະ​ຂ້າມທີ່​ນີ້​ໄປ​ເຖິງ​ພວກ​ເຈົ້າ​ກໍ​ບໍ່​ໄດ້ ຫລື​ບໍ່​ໃຫ້​ເຂົາ​ຂ້າມ​ຈາກ​ທີ່​ນັ້ນ​ມາ​ເຖິງ​ພວກ​ເຮົາ” 27 ເສດ​ຖີ​ນັ້ນຈຶ່ງ​ເວົ້າ​ວ່າ, “ບິ​ດາ​ເອີຍ, ຖ້າ​ຢ່າງ​ນັ້ນ ຂໍ​ທ່ານ​ໃຊ້​ລາ​ຊະ​ໂຣ​ໄປ​ຍັງ​ເຮືອນ​ພໍ່​ຂອງ​ຂ້າ​ນ້ອຍ 28 ເພາະ​ວ່າ​ຂ້າ​ນ້ອຍ​ມີ​ອ້າຍ​ນ້ອງ​ຫ້າ​ຄົນ ເພື່ອ​ໃຫ້​ລາ​ຊະ​ໂຣ​ໄປ​ຕັກ​ເຕືອນ​ເຂົາ ເພາະ​ຢ້ານ​ວ່າ​ເຂົາ​ຈະ​ເຂົ້າ​ມາ​ໃນ​ບ່ອນ​ທໍ​ຣະ​ມານ​ນີ້​ເຫມືອນ​ກັນ” 29 ແຕ່​ອັບ​ຣາ​ຮາມ​ຕອບ​ວ່າ, “ເຂົາ​ມີ​ໂມ​ເຊ ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ແລ້ວ ໃຫ້​ເຂົາ​ຟັງ​ຄົນ​ເຫລົ່າ​ນັ້ນ​ສາ” 30 ເສດ​ຖີ​ຈຶ່ງ​ຕອບ​ວ່າ, “ອັບ​ຣາ​ຮາມ ບິດາ​ເອີຍ, ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ຖ້າ​ຄົນ​ນຶ່ງ​ຈາກ​ຫມູ່​ຄົນ​ຕາຍ​ໄປ​ຫາ​ເຂົາ ເຂົາ​ຄົງ​ຈະ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່” 31 ອັບ​ຣາ​ຮາມ​ຈຶ່ງ​ຕອບ​ວ່າ, “ຖ້າ​ເຂົາ​ບໍ່​ຟັງ​ໂມ​ເຊ ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ເຖິງ​ຈະ​ມີ​ຄົນ​ນຶ່ງ​ຄືນ​ມາ​ຈາກ​ຕາຍ ເຂົາ​ກໍ​ຈະ​ບໍ່​ຍອມ​ເຊື່ອ​ເຫມືອນ​ກັນ”

ລູກາ 17

ເຫດ​ໃຫ້​ຫລົງ​ຜິດ

1 ພຣະ​ອົງ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ, “ຈຳ​ເປັນ​ຕ້ອງ​ມີ​ເຫດ​ໃຫ້​ເກີດ​ການ​ຫລົງ​ຜິດ​ນັ້ນ ແຕ່​ວິ​ບັດ​ແກ່​ຜູ້​ທີ່​ກໍ່​ເຫດ​ໃຫ້​ເກີດ​ການ​ຫລົງ​ຜິດ​ນັ້ນ 2 ຖ້າ​ຈະ​ເອົາ​ຫີນ​ໂມ້​ກ້ອນ​ໃຫຍ່​ຜູກ​ຄໍ​ຄົນ​ນັ້ນ​ຈົມ​ນ້ຳ​ທະ​ເລ​ເສັຽ ກໍ​ດີກວ່າ​ທີ່​ຈະ​ເຮັດ​ໃຫ້​ຄົນ​ນຶ່ງ​ໃນ​ຫມູ່​ເລັກ​ນ້ອຍ​ເຫລົ່າ​ນີ້​ເກີດ​ການ​ຫລົງ​ຜິດ 3 ຈົ່ງ​ລະ​ວັງ​ໃຫ້​ດີ “ຖ້າ​ພີ່​ນ້ອງ​ເຮັດ​ຜິດ​ບາບ ຈົ່ງ​ຕິ​ຕຽນ​ເຂົາ ຖ້າ​ເຂົາ​ຫລົບ​ຕັ້ງ​ໃຈ​ໃຫມ່ ຈົ່ງ​ຍົກ​ໂທດ​ໃຫ້​ເຂົາ 4 ຖ້າ​ແມ່ນ​ເຂົາ​ເຣັດ​ຜິດ​ຕໍ່​ທ່ານ​ວັນ​ລະ​ເຈັດ​ເທື່ອ ແລະ​ກັບ​ມາ​ຫາ​ທ່ານ​ທັງ​ເຈັດ​ເທື່ອ​ນັ້ນ ແລ້ວ​ເວົ້າ​ວ່າ, “ເຮົາ​ກິນ​ແຫນງ​ຕັ້ງ​ໃຈ​ໃຫມ່​ແລ້ວ” ຈົ່ງ​ຍົກ​ໂທດ​ໃຫ້​ເຂົາ” 5 ຝ່າຍ​ອັ​ຄ​ສາ​ວົກ​ໄດ້​ທູນ​ຕໍ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “ຂໍ​ໂຜດ​ຕື່ມ​ໃຫ້​ພວກ​ຂ້າ​ນ້ອຍ​ມີ​ຄວາມ​ເຊື່ອ​ຫລາຍກວ່າ​ອີກ” 6 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຖ້າ​ພວກ​ທ່ານ​ມີ​ຄວາມ​ເຊື່ອ​ທໍ່​ແກ່ນ​ເມັດ​ຜັກ​ກາດ​ເມັດ​ນຶ່ງ ທ່ານ​ຈະ​ບອກ​ກົກ​ມອນ​ກົກ​ນີ້​ໄດ້​ວ່າ “ຈົ່ງ​ຖອນ​ຂຶ້ນ​ອອກ​ໄປ​ປັກ​ຢູ່​ໃນ​ທະ​ເລ” ມັນ​ກໍ​ຈະ​ຟັງ​ຄວາມ​ທ່ານ​

ຫນ້າ​ທີ່​ຂອງ​ຄົນ​ໃຊ້

7 ໃນ​ພວກ​ທ່ານທີ່​ມີ​ຂ້ອຍ​ໃຊ້​ໄຖ​ນາ​ຫລື​ລ້ຽງ​ແກະ ເມື່ອ​ຂ້ອຍ​ໃຊ້​ນັ້ນ​ກັບ​ມາ​ແຕ່​ທົ່ງ ໃຜ​ຈະ​ກ່າວ​ແກ່​ຂ້ອຍ​ໃຊ້​ນັ້ນ​ວ່າ, “ຈົ່ງ​ເຂົ້າ​ມາ​ນັ່ງ​ໂຕະ​ໂລດ” 8 ຈະ​ບໍ່​ບອກ​ຂ້ອຍ​ໃຊ້​ນັ້ນ​ຫລື​ວ່າ “ຈົ່ງ​ຈັດ​ແຈງ​ໃຫ້​ເຮົາ​ກິນ​ແລງ​ແລະ​ຄາດ​ແອວ​ໄວ້​ປະ​ຕິ​ບັດ​ເຮົາ ຈົນ​ເຖິງ​ເຮົາ​ກິນ​ແລະ​ດື່ມ​ອີ່ມ​ແລ້ວ ແລະ​ພາຍ​ຫລັງ​ເຈົ້າ​ຈຶ່ງ​ຄອຍ​ກິນ​ແລະ​ດື່ມ” 9 ນາຍບໍ່​ຕ້ອງ​ຂອບ​ໃຈ​ຕໍ່​ຂ້ອຍ​ໃຊ້​ນັ້ນ​ດອກ​ຕີ້ ເພາະ​ມັນ​ໄດ້​ເຮັດ​ຕາມ​ຄຳ​ສັ່ງ 10 ສຳ​ລັບ​ພວກ​ທ່ານ​ກໍ​ເຫມືອນ​ກັນ​ນັ້ນ​ແຫລະ, ຄື​ເມື່ອ​ພວກ​ທ່ານ​ໄດ້​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຊົງ​ສັ່ງ​ໄວ້​ນັ້ນ ພວກ​ທ່ານ​ຈົ່ງ​ເວົ້າ​ວ່າ “ພວກ​ຂ້າ​ນ້ອຍ​ເປັນ​ຂ້ອຍ​ໃຊ້​ທີ່​ບໍ່​ມີ​ປ​ໂຍດ ພວກ​ຂ້າ​ນ້ອຍ​ພຽງ​ແຕ່​ໄດ້​ເຮັດ​ຕາມ​ຫນ້າ​ທີ່​ຂອງ​ພວກ​ຂ້າ​ນ້ອຍ​ເທົ່າ​ນັ້ນ”

ຊົງ​ໂຜດ​ຄົນ​ຂີ້​ທູດ​ສິບ​ຄົນ​ໃຫ້​ດີ​ສະ​ອາດ

11 ເມື່ອ​ພຣະ​ອົງກຳ​ລັງ​ສະ​ເດັດ​ຂຶ້ນ​ເມືອກຸງ​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ໄດ້​ສະ​ເດັດ​ຜ່ານ​ແຂວງ​ຊາ​ມາ​ເຣັຽ​ແລະ​ແຂວງ​ຄາ​ລີ​ເລ 12 ເມື່ອ​ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ບ້ານ​ນຶ່ງ ມີ​ຊາຍ​ຂີ້​ທູດ​ສິບ​ຄົນ​ມາ​ພົບ​ພຣະ​ອົງ​ຢືນ​ຢູ່​ແຕ່​ໄກ 13 ເຂົາ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ເຢ​ຊູ ຜູ້​ເປັນ​ອາ​ຈານ​ເຈົ້າ​ເອີຍ, ຂໍ​ເມດ​ຕາ​ພວກ​ຂ້າ​ນ້ອຍ​ແດ່​ທ້ອນ” 14 ເມື່ອ​ພຣະ​ອົງ​ຊົງ​ເຫັນ​ແລ້ວ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ໄປ​ສະ​ແດງ​ຕົວ​ຕໍ່​ພວກ​ປະ​ໂຣ​ຫິດ” ເມື່ອ​ກຳ​ລັງ ອອກ​ຈາກ​ບ່ອນ​ນັ້ນ​ໄປ​ເຂົາ​ກໍ​ດີ​ພ​ຍາດ​ແລ້ວ 15 ສ່ວນ​ຄົນ​ນຶ່ງ​ໃນ​ພວກ​ນັ້ນ ເມື່ອ​ເຫັນ​ວ່າ​ຕົວ​ດີ​ພ​ຍາດ​ແລ້ວ ກໍ​ກັບ​ມາ​ກ່າວ​ສັຣ​ເສີນ​ພຣະ​ເຈົ້າ​ດ້ວຍ​ສຽງ​ອັນ​ດັງ 16 ແລະ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ເຢ​ຊູ ໂມ​ທະ​ນາ​ພຣະ​ຄຸນ​ຂອງ​ພຣະ​ອົງ ຄົນ​ນັ້ນ​ເປັນ​ໄທ​ຊາ​ມາ​ເຣັຽ 17 ພຣະ​ເຢ​ຊູ​ຊົງ​ຖາມ​ຜູ້​ນັ້ນ​ວ່າ, “ມີ​ສິບ​ຄົນ​ທີ່​ດີ​ສະ​ອາດ ບໍ່​ແມ່ນ​ຫລື ແຕ່​ເກົ້າ​ຄົນ​ນັ້ນ​ຢູ່​ໃສ 18 ບໍ່​ເຫັນ​ຜູ້​ໃດ​ກັບ​ມາ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ເຈົ້າ ເວັ້ນ​ໄວ້​ແຕ່​ຄົນ​ຕ່າງ​ຊາດ​ຜູ້​ນີ້” 19 ແລ້ວ​ພຣະ​ອົງ​ຊົງ​ບອກຜູ້ນັ້ນ​ວ່າ, “ຈົ່ງລຸກ​ຂຶ້ນ​ໄປ​ເທີນ ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ຊ່ອຍ​ໃຫ້​ເຈົ້າ​ດີ​ແລ້ວ”

ການ​ປາ​ກົດ​ແຫ່ງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ

20 ເມື່ອ​ພວກ​ຟາ​ຣີ​ຊາຍ​ໄດ້​ທູນ​ຖາມ​ພຣະ​ອົງ​ວ່າ, “ຣາ​ຊ​ອາ​ນາຈັກ​ຂອງ​ພຣະ​ເຈົ້າ​ຈະ​ມາ​ເຖິງ​ເມື່ອ​ໃດ” ພຣະ​ອົງຊົງ​ຕອບ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ມາ​ປາ​ກົດ​ໃຫ້​ເຫັນ​ຢ່າງ​ສັງ​ເກດໄດ້ 21 ແລະ​ເຂົາ​ຈະ​ບໍ່​ເວົ້າ​ວ່າ “ເບິ່ງ​ແມ໋, ຢູ່​ທີ່​ນີ້ ຫລື​ຢູ່​ທີ່​ນັ້ນ” ເພາະ​ເບິ່ງ​ແມ໋, ຣາ​ຊ​ອາ​ນາຈັກ​ຂອງ​ພຣະ​ເຈົ້າ​ຢູ່​ຖ້າມ​ກາງ​ທ່ານ​ທັງ​ຫລາຍ” 22 ພຣະ​ອົງ​ຊົງ​ກ່າວກັບ​ພວກ​ສາ​ວົກ​ວ່າ, “ຄົງຈະ​ມີ​ເວ​ລາ​ນຶ່ງ​ ທີ່​ທ່ານ​ທັງ​ຫລາຍ​ຈະ​ປາ​ຖ​ນາ​ເຫັນ​ວັນ​ຂອງ​ບຸດ​ມະ​ນຸດ​ຈັກ​ວັນ​ນຶ່ງ ແຕ່​ຈະ​ບໍ່​ເຫັນ 23 ເຂົາ​ຈະ​ເວົ້າ​ກັບ​ທ່ານ​ທັງ​ຫລາຍ​ວ່າ “ມາເບິ່ງ​ນີ້​ແມ໋” ຫລື “ໄປ​ເບິ່ງ​ພຸ້ນ​ແມ໋” ແຕ່​ຢ່າ​ອອກ​ໄປ ຢ່າ​ຕິດ​ຕາມ​ເຂົາ 24 ດ້ວຍ​ວ່າ​ປຽບ​ເຫມືອນ​ຟ້າ​ແມບ ເມື່ອ​ແມບ​ອອກ​ຈາກ​ຟ້າ​ເບື້ອງນຶ່ງ ກໍ​ສ່ອງ​ສວ່າງ​ໄປ​ເຖິງ​ອີກ​ເບື້ອງ​ນຶ່ງ ບຸດ​ມະ​ນຸດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ, ໃນ​ວັນ​ຂອງ​ຕົນ 25 ກ່ອນ​ນັ້ນ​ຈຳ​ເປັນ​ທີ່​ພຣະ​ອົງ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ຫລາຍ​ປະ​ການ ແລະ​ຄົນ​ສະ​ໄຫມ​ນີ້​ຈະ​ບໍ່​ຍອມ​ຮັບ​ພຣະ​ອົງ 26 ເຫດ​ການ​ໃນ​ສະ​ໄຫມ​ຂອງ​ໂນ​ອາ​ເປັນ​ມາ​ແລ້ວ​ຢ່າງ​ໃດ ໃນ​ສະ​ໄຫມ​ຂອງ​ບຸດ​ມະ​ນຸດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ 27 ເຂົາ​ໄດ້​ກິນ​ໄດ້​ດື່ມ ໄດ້​ແຕ່ງ​ງານ​ແລະ​ຍົກ​ໃຫ້​ເປັນ​ຜົວ​ເມັຽກັນ ຈົນ​ເຖິງວັນ​ທີ່​ໂນ​ອາ​ໄດ້​ເຂົ້າ​ໄປ​ໃນ​ນາ​ວາ ແລະ​ນ້ຳ​ໄດ້​ມາ​ຖ້ວມ​ລ້າງ​ຜານ​ໃຫ້​ເຂົາ​ຈິບ​ຫາຍ​ໄປ​ຫມົດ 28 ໃນ​ສະ​ໄຫມ​ຂອງ​ໂລດ​ກໍ​ເຫມືອນ​ກັນ ເຂົາ​ໄດ້​ກິນ​ໄດ້​ດື່ມ ໄດ້​ຊື້​ໄດ້​ຂາຍ ໄດ້​ປູກ​ຝັງ​ໄດ້​ກໍ່​ສ້າງ 29 ແຕ່​ໃນ​ວັນ​ທີ່​ໂລດ​ໄດ້​ອອກ​ໄປ​ຈາກ​ເມືອງ​ໂຊ​ໂດມ ໄຟ​ແລະ​ມາດ​ໄດ້​ຕົກ​ຈາກ​ຟ້າ​ມາ​ເຜົາ​ຜານ​ໃຫ້​ເຂົາ​ຈິບ​ຫາຍ​ໄປ​ຫມົດ 30 ໃນ​ວັນ​ທີ່​ບຸດ​ມະ​ນຸດ​ຈະ​ມາ​ປາ​ກົດ​ກໍ​ຈະ​ເປັນ​ຢ່າງ​ນັ້ນ 31 ໃນ​ວັນ​ນັ້ນ​ຄົນ​ທີ່​ຢູ່​ເທິງ​ຫລັງ​ຄາ​ເຮືອນ​ແລະ​ມີ​ສິ່ງ​ຂອງ​ຢູ່​ໃນ​ເຮືອນ ກໍ​ຢ່າ​ລົງ​ມາ​ເພື່ອ​ເກັບ​ເອົາ​ສິ່ງ​ຂອງ​ເຫລົ່າ​ນັ້ນ ແລະ​ຄົນ​ທີ່​ຢູ່​ທົ່ງ​ນາ​ກໍ​ຢ່າ​ຕ່າວ​ຄືນ​ມາ​ເຫມືອນ​ກັນ 32 ຈົ່ງ​ລະ​ນຶກ​ເຖິງ​ພັຣ​ຍາ​ຂອງ​ໂລດ​ເທີນ 33 ຜູ້​ໃດ​ພ​ຍາ​ຍາມ​ຮັກ​ສາ​ຊີ​ວິດ​ສຳ​ລັບ​ຕົນ​ເອງ ຜູ້​ນັ້ນ​ຈະ​ເສັຽ​ຊີ​ວິດ ແຕ່​ຜູ້​ໃດ​ຍອມ​ເສັຽ​ຊີ​ວິດ ຜູ້​ນັ້ນ​ຮັກ​ສາ​ຊີ​ວິດໃຫ້​ພົ້ນ 34 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ໃນ​ຄືນ​ວັນ​ນັ້ນ​ຈະ​ມີ​ຊາຍ​ສອງ​ຄົນ​ນອນ​ຢູ່​ຕຽງ​ດຽວ ຈະ​ຊົງ​ຮັບ​​ຄົນ​ນຶ່ງ​ໄປ ຈະ​ຊົງ​ປະ​ຄົນ​ນຶ່ງ​ໄວ້ 35 ຈະ​ມີ​ຊາຍ​ສອງ​ຄົນ​ຢູ່​ທົ່ງ​ນາ ຈະ​ຊົງ​ຮັບ​ຄົນ​ນຶ່ງ​ໄປ ຈະ​ຊົງ​ປະ​ຄົນ​ນຶ່ງ​ໄວ້” 36 ແ​ລ້ວ​ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຈະ​ເກີດ​ຂຶ້ນ​ຢູ່​ບ່ອນ​ໃດ, ນາຍ​ເອີຍ” ພຣະ​ອົງ​ຊົງ​ຕອບ​ວ່າ, “ຊາກ​ສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ຈະ​ຕອມ​ຢູ່​ບ່ອນ​ນັ້ນ”

ລູກາ 18

ຄຳ​ອຸປມາ​ເຣື່ອງ​ຍິງ​ແມ່​ຫມ້າຍ​ແລະ​ຕຸ​ລາ​ການ

1 ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປມາ​ເຣື່ອງ​ນຶ່ງ​ໃຫ້​ເຂົາ​ຟັງ ເພື່ອ​ສອນ​ເຂົາ​ວ່າ​ຄວນ​ໄຫວ້ວອນ​ຢູ່​ສເມີ ບໍ່​ໃຫ້​ອ່ອນ​ກຳ​ລັງ​ໃຈ 2 ພຣະ​ອົງ​ຊົງ​ກ່າວ​ວ່າ, “ໃນ​ເມືອງ​ນຶ່ງ​ມີ​ຕຸ​ລາ​ການ​ຜູ້​ນຶ່ງ​ທີ່​ບໍ່​ຢໍາ​ເກງ​ພຣະ​ເຈົ້າ​ແລະ​ບໍ່​ນັບ​ຖື​ມະ​ນຸດ 3 ໃນ​ເມືອງ​ນັ້ນ​ມີ​ແມ່​ຫມ້າຍ​ຜູ້​ນຶ່ງ​ຫມັ່ນ​ມາ​ຫາ​ຕຸ​ລາ​ການ​ຜູ້​ນັ້ນ ໂດຍ​ເລົ່າ​ວ່າ “ຂໍ​ຕັດ​ສິນ​ດ້ວຍ​ຍຸດ​ຕິ​ທັມ ໃຫ້​ຂ້າ​ນ້ອຍ​ພົ້ນ​ຈາກ​ຄູ່​ຄວາມ​ຂອງ​ຂ້າ​ນ້ອຍ​ແດ່​ທ້ອນ” 4 ຝ່າຍ​ຕຸ​ລາ​ການ​ຜູ້​ນັ້ນ, ເມື່ອ​ຫົວ​ທີ​ກໍ​ບໍ່​ຍອມ​ເຮັດ​ຕາມ ແຕ່​ພາຍ​ລຸນ​ມາ​ທ່ານ​ກໍ​ນຶກ​ໃນ​ໃຈ​ວ່າ “ແມ່ນ​ວ່າ​ເຮົາ​ບໍ່​ຢຳ​ເກງ​ພຣະ​ເຈົ້າ​ແລະ​ບໍ່ນັບ​ຖື​ມະ​ນຸດ​ກໍ​ດີ 5 ແຕ່​ເພາະ​ແມ່​ຫມ້າຍ​ຄົນ​ນີ້​ມາ​ກວນ​ໃຈ​ເຮົາ ເຮົາ​ຈະ​ໃຫ້​ຄວາມຍຸດ​ຕິ​ທັມ​ແກ່​ນາງ ຢ້າ​ນວ່າ​ນາງ​ຈະ​ມາ​ຢູ່​ເລື້ອຍ ເຣັດ​ໃຫ້​ເຮົາ​ເສັຽກຳ​ລັງ​ໃຈ” 6 ແລ້ວ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, “ຈົ່ງ​ຟັງ​ຄຳ​ທີ່​ຕຸ​ລາ​ການ​ຜູ້​ບໍ່​ຍຸດ​ຕິ​ທັມ​ຄົນ​ນີ້​ໄດ້​ເວົ້າ 7 ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະ​ອົງ​ທັງ​ກາງເວັນ​ແລະ​ກາງ​ຄືນ​ນັ້ນ​ ເຖິງ​ແມ່ນ​ວ່າ​ພຣະ​ອົງ​ຈະ​ຊົງ​ຊ້າ​ນານ​ໃນ​ການ​ຂອງ​ເຂົາ​ກໍ​ຕາມ ພຣະ​ອົງ​ຈະບໍ່​ຊົງ​ໂຜດ​ຄວາມຍຸດ​ຕິ​ທັມ​ແກ່​ເຂົາ​ຫລື 8 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ພຣະ​ອົງ​ຈະ​ຊົ​ງໂຜດ​ຄວາມຍຸດ​ຕິ​ທັມ​ໃຫ້​ແກ່​ເຂົາໂດຍ​ໄວ ແຕ່​ເຖິງ​ປານ​ນັ້ນ ເມື່ອ​ບຸດ​ມະ​ນຸດ​ມາ​ທ່ານ​ຈະ​ພົບ​ຄວາມ​ເຊື່ອ​ຢູ່​ໃນ​ໂລກ​ຫລື

ຄຳ​ອຸ​ປມາ​ເຣື່ອງ​ຄົນ​ຟາ​ຣີ​ຊາຍ​ແລະ​ຄົນ​ເກັບ​ພາ​ສີ

9 ສຳ​ລັບ​ລາງ​ຄົນ​ທີ່​ໄວ້​ໃຈ​ໃນ​ຕົນ​ເອງວ່າ​ເປັນ​ຄົນ​ຊອບ​ທັມ ແລະ​ຫມິ່ນ​ປ​ມາດ​ຄົນ​ອື່ນ​ນັ້ນ ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປ​ມາ​ຂໍ້​ນີ້​ວ່າ, 10 “ມີ​ຊາຍ​ສອງ​ຄົນ​ຂຶ້ນ​ໄປ​ໄຫວ້ວອນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຜູ້​ນຶ່ງ​ເປັນ​ຝ່າຍ​ຟາ​ຣີ​ຊາຍ​ແລະ​ຄົນ​ນຶ່ງ​ເປັນ​ຄົນ​ເກັບ​ພາ​ສີ 11 ຟາ​ຣີ​ຊາຍ​ຄົນ​ນັ້ນ​ຢືນ​ນຶກ​ໃນ​ໃຈ​ຂອງ​ຕົນ​ໄຫວ້ວອນ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ, ຂ້າ​ພຣະ​ອົງ​ຂໍ​ໂມ​ທະ​ນາ​ຂອບ​ພຣະ​ຄຸນ​ພຣະ​ອົງ ທີ່​ຂ້າ​ພຣະ​ອົງ​ບໍ່​ເຫມືອນ​ຄົນອື່ນ ຊຶ່ງ​ເປັນ​ຄົນ​ໂລບ ຄົນ​ບໍ່​ຍຸດ​ຕິ​ທັມ ຄົນ​ຫລິ້ນ​ຊູ້​ສູ່​ຜົວ​ເມັຽ ແລະ​ບໍ່ເຫມືອນ​ຄົນ​ເກັບ​ພາ​ສີ​ຜູ້​ນີ້ 12 ໃນ​ລະ​ຫວ່າງ​ອາ​ທິດ​ນຶ່ງ​ຂ້າ​ພຣະ​ອົງ​ຖື​ສິນ​ອົດ​ອາ​ຫານ​ສອງ​ເທື່ອ ຂອງ​ທຸກ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ຫາ​ມາ​ໄດ້ ຂ້າ​ພຣະ​ອົງ​ແບ່ງ​ເປັນ​ສິບ​ສ່ວນ ຖວາຍ​ນຶ່ງ​ສ່ວນ” 13 ສ່ວນ​ຄົນ​ເກັບ​ພາ​ສີ​ຜູ້​ນັ້ນ​ຢືນ​ຢູ່​ແຕ່​ໄກ ບໍ່​ຫານ​ເງີຍ​ຫນ້າ​ເບິ່ງ​ຟ້າ ແຕ່​ຕີ​ເອິກ​ຂອງ​ຕົນ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ ຂໍ​ຊົງ​ໂຜດ​ພຣະ​ເມດ​ຕາ​ແກ່​ຂ້າ​ພຣະ​ອົງ ຜູ້​ເປັນ​ຄົນ​ບາບ​ແດ່​ທ້ອນ” 14 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຄົນນີ້​ແຫລະ, ເມື່ອ​ກັບ​ລົງ​ໄປ​ຍັງ​ເຮືອນ​ຂອງ​ຕົນ ກໍ​ຊົງ​ນັບ​ວ່າ​ຊອບ​ທັມ​ຫລາຍກວ່າ​ຄົນ​ອື່ນ​ນັ້ນ ເພາະ​ວ່າ​ທຸກ​ຄົນ​ທີ່​ຍົກ​ຕົວ​ຂຶ້ນ​ຈະ​ຖືກ​ຖອນ​ລົງ ແຕ່​ຜູ້​ທີ່​ໄດ້​ຖ່ອມ​ຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ”

ຊົງ​ອວຍ​ພຣະ​ພອນ​ແກ່​ເດັກ​ນ້ອຍ

15 ແລ້ວ​ເຖິງ​ແມ່ນ​ພວກ​ລູ​ກອ່ອນ​ນ້ອຍ​ເຂົາ​ກໍ​ໄດ້​ອູ້ມ​ມາ​ຫາ​ພຣະ​ອົງ ເພື່ອ​ຈະ​ໃຫ້​ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ໃສ່​ເຂົາ ແຕ່​ເມື່ອ​ພວກ​ສາ​ວົກ​ເຫັນ​ກໍ​ຫ້າມ​ໄວ້ 16 ແຕ່​ພຣະ​ເຢ​ຊູ​ຊົງ​ເອີ້ນ​ເຂົາ​ມາ​ຫາ ແລ້ວ​ຊົງ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກ​ນ້ອຍ​ມາ​ຫາ​ເຮົາ ຢ່າ​ຊູ່​ຫ້າມ​ເຂົາ ເພາະ​ວ່າ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ເປັນ​ຂອງ​ຄົນ​ທີ່​ເຫມືອນ​ເດັກ​ນ້ອຍ​ນີ້​ແຫລະ 17 ເຮົາ​ບອກ​ທ່ານ​ທັງ​ຫລາ​ຍ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ບໍ່​ຮັບ​ເອົາ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ເຫມືອນ​ດັ່ງ​ເດັກ​ນ້ອຍ ຜູ້​ນັ້ນ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ນັ້ນ​ບໍ່​ໄດ້​ຈັກ​ເທື່ອ”

ເຣື່ອງ​ເສດ​ຖີ​ຫນຸ່ມ

18 ມີ​ເຈົ້າ​ນາຍ​ຜູ້​ນຶ່ງ​ທູ​ນຖາມ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ຜູ້​ປະ​ເສີດ​ເອີຍ, ຂ້າ​ນ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ​ມາ​ເປັນ​ມໍ​ຣະ​ດົກ” 19 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ເອີ້ນ​ເຮົາ​ວ່າ​ຜູ້​ປະ​ເສີດ ບໍ່​ມີ​ໃຜ​ປະ​ເສີດ ເວັ້ນ​ແຕ່​ພຣະ​ເຈົ້າ​ອົງ​ດຽວ​ເທົ່າ​ນັ້ນ 20 ທ່ານ​ຮູ້​ຈັກ​ຂໍ້​ບັນ​ຍັດ​ແລ້ວ​ຊຶ່ງວ່າ “ຢ່າ​ມິດ​ສາ​ຈານ​ຈາກ​ຜົວ​ເມັຽ ຢ່າ​ຂ້າ​ຄົນ ຢ່າ​ລັກ​ຊັບ ຢ່າ​ເປັນ​ພຍານ​ບໍ່​ຈິງ ຈົ່ງ​ນັບ​ຖື​ບິ​ດາ​ມານ​ດາ​ຂອງ​ຕົນ” 21 ຄົນ​ນັ້ນ​ທູນ​ຕອບ​ວ່າ, “ຂໍ້​ເຫລົ່າ​ນີ້​ຂ້າ​ນ້ອຍ​ໄດ້​ຖື​ຮັກ​ສາ​ໄວ້​ຕັ້ງ​ແຕ່​ເປັນ​ເດັກ​ນ້ອຍ​ມາ” 22 ເມື່ອ​ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ​ຈຶ່ງ​ຊົງ​ກ່າວ​ແກ່​ຄົນ​ນັ້ນ​ວ່າ, “ທ່ານ​ຍັງ​ຂາດ​ສິ່ງ​ນຶ່ງ ຄື​ຈົ່ງ​ໄປ​ຂາຍ​ບັນ​ດາສິ່ງ​ຂອງ​ຊຶ່ງ​ທ່ານ​ມີ​ຢູ່​ແຈກ​ທານ​ແກ່​ຄົນ​ອະ​ນາ​ຖາ ແລ້ວ​ທ່ານ​ຈະ​ມີ​ຊັບ​ສົມ​ບັດ​ໃນ​ສວັນ ແລະ​ຈົ່ງ​ຕາມ​ເຮົາ​ມາ​ເສັຽ” 23 ແຕ່​ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ, ຄົນ​ນັ້ນ​ກໍ​ທຸກ​ຫນັກ​ໃຈ​ຫລາຍ ເພາະ​ວ່າ​ຕົນ​ເປັນ​ຄົນ​ຮັ່ງ​ມີ​ຫລາຍ 24 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ຄົນ​ນັ້ນ​ມີ​ອາ​ການ​ດັ່ງ​ກ່າວ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ທີ່​ຄົນ​ຮັ່ງ​ມີ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ກໍ​ຍາກ​ແທ້​ຫນໍ 25 ເພາະ​ວ່າ​ໂຕ​ໂອດ​ໂອ​ຈະ​ລອດ​ຮູ​ເຂັມ ກໍງ່າຍກວ່າ​ຄົນ​ຮັ່ງ​ມີ​ຈະ​ເຂົ້າ​ໄປ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ” 26 ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ໄດ້​ຍິນ​ຈຶ່ງ​ເວົ້າ​ວ່າ, “ຖ້າ​ດັ່ງ​ນັ້ນ​ໃຜ​ຈະ​ລອດ​ພົ້ນ​ໄດ້” 27 ແຕ່​ພຣະ​ອົງ​ຊົງ​ຕອບ​ວ່າ, “ສິ່ງ​ທີ່​ມະ​ນຸດ​ເຮັດ​ບໍ່​ໄດ້ ຝ່າຍ​ພຣະ​ເຈົ້າ​ຊົງ​ເຮັດ​ໄດ້” 28 ເປ​ໂຕ​ຈຶ່ງ​ທູນ​ວ່າ, “ເບິ່ງ​ແມ໋, ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ສ​ລະ​ຢ້າວ​ເຮືອນ​ຂອງ​ພວກ​ຂ້ານ້ອຍ​ຕິດ​ຕາມ​ທ່ານ​ມາ” 29 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ໄດ້​ສ​ລະ​ຢ້າວ​ເຮືອນ ເມັຽ ອ້າຍນ້ອງ ພໍ່​ແມ່ ຫລື​ລູກ​ເຕົ້າ ເພາະ​ເຫັນ​ແກ່​ຣາ​ຊ​ແຜ່​ນດິນ​ຂອງ​ພຣະ​ເຈົ້າ​ແລ້ວ 30 ໃນ​ໂລກ​ນີ້​ຜູ້​ນັ້ນ​ຈະ​ໄດ້​ຮັບ​ຕອບ​ແທນ​ຫລາຍ​ທໍ່ ແລະ​ໃນ​ໂລກ​ຫນ້າ​ຈະ​ໄດ້​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ”

ຊົງທຳ​ນ​ວາຍ​ເຖິງ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ​ເປັນ​ຄັ້ງທີ່​ສາມ

31 ພຣະ​ອົງ​ຊົງ​ພາພ​ວກ​ສິບ​ສອງ​ຄົນ​ໄປ ແລ້ວ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເບິ່ງ​ແມ໋, ພວກ​ເຮົາ​ກຳ​ລັງ​ຂຶ້ນ​ເມືອກຸງ​ເຢ​ຣູ​ຊາ​ເລັມ ແລະ​ສິ່ງ​ສາ​ຣະ​ພັດ​ຊຶ່ງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ຂຽນ​ໄວ້​ເຖິງ​ບຸດ​ມະ​ນຸດ​ຈະ​ສຳ​ເຣັດ 32 ດ້ວຍ​ວ່າ​ເຂົາ​ຈະ​ມອບ​ບຸດ​ມະ​ນຸດ​ໄວ້​ກັບ​ຄົນ​ຕ່າງ​ຊາດ ແລະ​ເຂົາ​ຈະ​ເຍາະ​ເຍີ້ຍ​ທ່ານ ຈະ​ກ່າວ​ຄວາມ​ຫຍາບ​ຊ້າ​ແລະ​ຖົ່ມ​ນ້ຳ​ລາຍ​ໃສ່​ທ່ານ 33 ເຂົາ​ຈະ​ຂ້ຽນ​ຕີ​ແລະ​ຂ້າ​ທ່ານ​ເສັຽ ແລ້ວ​ໃນ​ວັນ​ຖ້ວນ​ສາມ​ທ່ານ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃຫມ່” 34 ຝ່າຍ​ພວກ​ສາ​ວົກ​ບໍ່​ໄດ້​ເຂົ້າ​ໃຈ​ສິ່ງ​ເຫລົ່າ​ນັ້ນ​ຈັກ​ຂໍ້ ແລະ​ຄຳ​ນັ້ນ​ກໍ​ຖືກ​ຊົງ​ອັດ​ບັງ​ໄວ້​ຈາກ​ເຂົາ ແລະ​ເຂົາ​ຈຶ່ງ​ບໍ່​ຮູ້​ເນື້ອ​ຄວາມ​ທີ່​ຊົງ​ກ່າວ​ນັ້ນ

ຊົງ​ໂຜດ​ຄົນ​ຕາ​ບອດ​ໃກ້​ເມືອງ​ເຢ​ຣີ​ໂກ

35 ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ເມືອງ​ເຢ​ຣີ​ໂກ ມີ​ຄົນ​ຕາ​ບອດ​ຜູ້​ນຶ່ງ​ນັ່ງ​ຂໍ​ທານ​ຢູ່​ແຄມ​ທາງ 36 ເມື່ອ​ຜູ້​ນັ້ນ​ໄດ້​ຍິນ​ສຽງ​ປະ​ຊາ​ຊົນ​ຍ່າງກາຍ​ໄປ ກໍ​ຖາມ​ວ່າ​ແມ່ນ​ເຣື່ອງ​ອັນ​ໃດ 37 ເຂົາ​ຈຶ່ງບອກວ່າ ແມ່ນ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ຜ່ານ​ກາຍ​ໄປ 38 ຄົນ​ຕາ​ບອດ​ນັ້ນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ເຢ​ຊູບຸດ​ດາ​ວິດ​ເອີຍ, ຂໍ​ຈົ່ງ​ເມດ​ຕາ​ຂ້າ​ນ້ອຍ​ແດ່​ທ້ອນ” 39 ຄົນ​ທີ່​ຍ່າງ​ໄປ​ກ່ອນ​ຈຶ່ງ​ຫ້າມ​ໃຫ້​ມິດ​ຢູ່ ແຕ່​ຜູ້​ນັ້ນ​ຊ້ຳ​ຮ້ອງ​ແຮງ​ຂຶ້ນ​ວ່າ, “ບຸດ​ດາ​ວິດ​ເອີຍ, ຂໍ​ຈົ່ງ​ເມດ​ຕາ​ຂ້າ​ນ້ອຍ​ແດ່​ທ້ອນ” 40 ພຣະ​ເຢ​ຊູ​ຊົງ​ຢຸດ​ຢູ່​ສັ່ງ​ເຂົາ​ໃຫ້​ພາກ​ຄົນ​ຕາ​ບອດ​ມາ​ຫາ​ພຣະ​ອົງ ແລະ​ເມື່ອ​ເຂົ້າ​ມາ​ໃກ້ ພຣະ​ອົງ​ຊົງ​ຖາມ​ຜູ້​ນັ້ນ​ວ່າ, 41 “ເຈົ້າ​ຢາກ​ໃຫ້​ເຮົາ​ເຣັດ​ຫຍັງ​ໃຫ້​ເຈົ້າ” ຜູ້​ນັ້ນ​ທູນ​ຕອບ​ວ່າ, “ທ່ານ​ເອີຍ, ຂໍ​ໂຜດ​ໃຫ້​ຂ້າ​ນ້ອຍ​ເຫັນ​ຮຸ່ງ​ແດ່​ທ້ອນ” 42 ພຣະ​ເຢຊູ​ຊົງ​ກ່າວ​ແກ່​ຄົນ​ຕາ​ບອດ​ນັ້ນ​ວ່າ, “ຈົ່ງ​ເຫັນ​ຮຸ່ງ​ສາ ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ຊ່ອຍ​ໃຫ້​ເຈົ້າ​ດີ​ປົກ​ກະ​ຕິແລ້ວ” 43 ໃນ​ທັນ​ໃດ​ນັ້ນ​ຜູ້​ນັ້ນ​ກໍ​ໄດ້​ເຫັນ​ຮຸ່ງ ຈຶ່ງ​ໄດ້​ຕິດ​ຕາມພຣະ​ອົງ​ໄປ ແລະ​ຖວາຍ​ສາ​ທຸ​ການ​ແດ່​ພຣະ​ເຈົ້າ ເມື່ອ​ຄົນ​ທັງ​ປ​ວງ​ໄດ້​ເຫັນ​ຢ່າງ​ນັ້ນ​ກໍ​ພາ​ກັນ​ສັຣ​ເສີນ​ພຣະ​ເຈົ້າ

ລູກາ 19

ພຣະ​ເຢ​ຊູ​ກັບ​ຊັກ​ຂ່າຍ

1 ຝ່າຍ​ພຣະ​ເຢ​ຊູ​ສະ​ເດັດ​ເຂົ້າ​ໄປ​ໃນ​ເມືອງ​ເຢ​ຣີ​ໂກ ແລະ​ຊົງ​ຜ່ານ​ເມືອງ​ນັ້ນ​ໄປ 2 ແລະ​ເບິ່ງ​ແມ໋, ມີ​ຊາຍ​ຄົນ​ນຶ່ງ​ຊື່ ຊັກ​ຂາຍ ເປັນ​ນາຍ​ດ່ານ​ພາ​ສີ​ແລະ​ເປັນ​ຄົນ​ຮັ່ງ​ມີ 3 ຊັກ​ຂາຍ​ພ​ຍາ​ຍາມ​ຈະ​ໄດ້​ເຫັນ​ພຣະ​ເຢ​ຊູ​ວ່າ​ເປັນ​ຄົນ​ແນວ​ໃດ ແຕ່ເຫັນ​ບໍ່​ໄດ້​ເພາະ​ຄົນ​ຫນາ​ແຫນ້ນ ດ້ວຍ​ວ່າ​ຕົນ​ເປັນ​ຄົນ​ເຕັ້ຽ 4 ຊັກ​ຂາຍ​ຈຶ່ງ​ແລ່ນ​ລັດ​ຫນ້າ​ໄປ​ຂຶ້ນ​ຕົ້ນ​ຊຸ​ກະ​ໂມ​ຣ​ເພື່ອ​ຈະ​ໄດ້​ເຫັນ​ພຣະ​ອົງ ເພາະ​ພຣະ​ອົງ​ກຳ​ລັງຈະ​ສະ​ເດັດ​ໄປ​ທາງ​ນັ້ນ 5 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ເຖິງ​ບ່ອນ​ນັ້ນ ພຣະ​ອົງ​ຊົງ​ແຫງນ​ພຣະ​ພັກ​ເບິ່ງ​ຊັກ​ຂາຍ ຈຶ່ງ​ຊົງ​ກ່າວ​ວ່າ, “ຊັກ​ຂາຍ​ເອີຍ, ຈົ່ງ​ຮີບ​ລົງ​ມາ ເພາະ​ວ່າ​ວັນ​ນີ້​ເຮົາ​ຈະ​ຕ້ອງ​ພັກ​ຢູ່​ໃນ​ເຮືອນ​ຂອງ​ທ່ານ” 6 ຊັກ​ຂາຍ​ກໍ​ຮີ​ບ​ລົງ​ມາ​ແລະ​ຕ້ອນ​ຮັບ​ພຣະ​ອົງ​ດ້ວຍ​ຄວາມ​ຍິນ​ດີ 7 ເມື່ອ​ຄົນ​ທັງ​ປວງ​ໄດ້​ເຫັນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ຈົ່ມ​ວ່າ, “ເປັນ​ຫຍັງ​ຫນໍ, ທ່ານ​ຜູ້​ນີ້​ຈຶ່ງ​ເຂົ້າ​ໄປ​ພັກ​ຢູ່​ກັບ​ຄົນ​ນອກ​ສິ​ນ​ທັມ” 8 ສ່ວນ​ຊັກ​ຂາຍ​ກໍ​ຢືນ​ຂຶ້ນ​ທູນ​ພຣະ​ອົງ​ວ່າ, “ເບິ່ງ​ແມ໋ ນາຍ​ເອີຍ, ເຂົ້າ​ຂອງ​ຂອງ​ຂ້າ​ນ້ອຍ ຂ້າ​ນ້ອຍ​ກໍ​ຍອມ​ສົ່ງ​ຄືນ​ໃຫ້ແກ່​ຄົນ​ຍາກ​ຈົນ​ເຄິ່ງ​ນຶ່ງ ແລະ​ຖ້າ​ຂ້າ​ນ້ອຍ​ໄດ້​ສໍ້​ໂກງ​ເອົາ​ຂອ​ງ​ຂອງ​ຜູ້​ໃດ ຂ້ານ້ອຍ​ກໍ​ຍອມ​ສົ່ງ​ຄືນ​ໃຫ້​ສີ່​ທໍ່” 9 ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ວັນ​ນີ້​ຄວາມ​ພົ້ນ​ໄດ້​ມາ​ເຖິງ​ເຮືອນຫລັງ​ນີ້ ເພາະ​ຄົນ​ນີ້​ເປັນ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ​ເຫມືອນ​ກັນ 10 ດ້ວຍ​ວ່າ​ບຸດ​ມະ​ນຸດ​ໄດ້​ມາ​ເພື່ອ​ຈະ​ຊອກ​ຫາ​ແລະ​ໂຜດ​ເອົາ​ຜູ້​ທີ່​ຫລົງ​ເສັຽ​ໄປ​ແລ້ວ​ນັ້ນ​ໃຫ້​ລອດ​ພົ້ນ”

ຄຳ​ອຸປມາ​ເຣື່ອງ​ເງິນ​ມະ​ນາ

11 ເມື່ອ​ຄົນ​ທັງ​ປວງ​ໄດ້​ຍິນ​ດັ່ງ​ນັ້ນ ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປມາ​ໃຫ້​ເຂົາ​ຟັງ​ຕື່ມ​ຂໍ້​ນຶ່ງ ເພາະ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ກຸງ​ເຢ​ຣູ​ຊາ​ເລັມ​ແລ້ວ ແລະ​ເພາະ​ເຂົາ​ຄຶດ​ວ່າ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ປາ​ກົດ​ໃນໄວໆ​ນັ້ນ 12 ເຫດ​ສັນ​ນັ້ນ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ມີ​ເຈົ້າ​ນາຍ​ຜູ້​ນຶ່ງ​ອອກ​ໄປ​ປະ​ເທດ​ໄກ ເພື່ອ​ໄປ​ຮັບ​ເອົາ​ຣາ​ຊ​ແຜ່ນ​ດິນອັນ​ນຶ່ງ​ສຳ​ລັບ​ຕົນ ແລ້ວ​ຈຶ່ງ​ກັບ​ຄືນ​ມາ 13 ກ່ອນ​ອອກ​ໄປ​ທ່ານ​ໄດ້​ເອີ້ນ​ຂ້ອຍ​ໃຊ້​ຂອງ​ຕົນ​ສິບ​ຄົນ​ມາ​ຫາ ແລ້ວມອບ​ເງິນ​ສິບ​ມະ​ນາ​ໃຫ້​ເຂົາ​ແ​ລະ​ສັ່ງ​ວ່າ “ຈົ່ງ​ເອົາ​ເງິນ​ນີ້​ໄປ​ເປັນ​ທຶນ​ຄ້າ​ຂາຍ​ຈົນ​ກວ່າ​ເຮົາ​ຈະ​ກັບ​ມາ” 14 ແຕ່​ພົ​ລ​ເມືອງ​ຊັງ​ທ່ານ​ຜູ້​ນັ້ນ​ຈຶ່ງ​ໃຊ້​ຄ​ນະ​ທູດ​ຕາມ​ໄປ​ທູນ​ວ່າ, “ເຮົາ​ບໍ່​ຢາກ​ໃຫ້​ທ່ານ​ຜູ້​ນີ້​ປົກ​ຄອງ​ພວກ​ເຮົາ” 15 ເມື່ອ​ທ່ານ​ໄດ້​ຮັບ​ອຳ​ນາດ​ຄອງ​ແຜ່ນ​ດິນ​ກັບ​ມາ​ແລ້ວ ທ່ານ​ຈຶ່ງ​ເອີ້ນພວກ​ຂ້ອຍ​ໃຊ້​ທີ່​ທ່ານ​ໄດ້​ໃຫ້​ເງິນ​ໄວ້​ນັ້ນ​ມາ ເພື່ອ​ຈະ​ໄດ້​ຮູ້​ວ່າ​ເຂົາ​ທຸກ​ຄົນ​ຄ້າ​ໄດ້​ກຳ​ໄລ​ຫລາຍ​ນ້ອຍ​ເທົ່າ​ໃດ 16 ຜູ້​ທີ່​ນຶ່ງ​ເຂົ້າ​ມາ​ທູນ​ວ່າ, “ນາຍ​ເອີຍ, ເງິນ​ມະ​ນາ​ນຶ່ງ​ຂ​ອງ​ທ່ານ​ໄດ້​ກຳ​ໄລ​ສິບ​ມະ​ນາ” 17 ທ່ານ​ຈຶ່ງ​ກ່າວ​ກັບ​ຜູ້​ນັ້ນ​ວ່າ, “ດີ​ແລ້ວ, ເຈົ້າ​ເປັນ​ຂ້ອຍ​ໃຊ້​ທີ່​ດີ ເພາະ​ເຈົ້າ​ສັດ​ຊື່​ໃນ​ຂອງ​ເລັກ​ນ້ອຍ ເຈົ້າ​ຈຶ່ງ​ມີ​ອຳ​ນາດ​ປົກ​ຄອງ​ໄດ້​ສິບ​ຫົວ​ເມືອງ” 18 ຜູ້​ທີ່​ສອງ​ມາ​ທູນ​ວ່າ, “ນາຍ​ເອີຍ, ເງິນ​ມະ​ນາ​ນຶ່ງ​ຂອງ​ທ່ານ​ໄດ້​ກຳ​ໄລ​ຫ້າ​ຫົວ​ເມືອງ” 19 ທ່ານ​ໄດ້​ເວົ້າ​ກັບ​ຜູ້​ນັ້ນ​ເຫມືອນ​ກັນ​ວ່າ, “ເຈົ້າ​ຈົ່ງ​ປົກ​ຄອງ​ໄດ້​ຫ້າ​ຫົວ​ເມືອງ” 20 ອີກ​ຄົນ​ນຶ່ງ​ມາ​ທູນ​ວ່າ, “ນາຍ​ເອີຍ, ນີ້​ແຫລະ, ເງິນ​ມະ​ນາ​ນຶ່ງ​ຂອງ​ທ່ານ ຂ້າ​ນ້ອຍ​ໄດ້​ເອົາ​ຜ້າ​ຫໍ່​ມ້ຽນ​ໄວ້ 21 ເພາະ​ຂ້າ​ນ້ອຍ​ຢ້ານ​ທ່ານ ດ້ວຍ​ວ່າ​ທ່ານ​ເປັນ​ຄົນ​ເຄັ່ງ​ຄັດ ທ່ານ​ເຄີຍ​ເກັບ​ເອົາ​ອັນ​ທີ່​ທ່ານ​ບໍ່​ວາງ​ລົງ ແລະ​ເຄີຍ​ກ່ຽວ​ອັນ​ທີ່​ທ່ານ​ບໍ່​ໄດ້​ຫວ່ານ” 22 ທ່ານ​ຈຶ່ງ​ຕອບ​ຜູ້​ນັ້ນ​ວ່າ, “ອ້າຍ​ຂ້ອຍ​ໃຊ້​ຜູ້​ຊົ່ວ​ເຮີຍ, ເຮົາ​ຈະ​ລົງ​ໂທດ​ດ້ວຍ​ຄຳ​ປາກ​ຂອງ​ໂຕ​ເອງ ໂຕ​ຮູ້​ຫລື​ວ່າ ເຮົາ​ເປັນ​ຜູ້​ເຄັ່ງ​ຄັດ ເຄີຍ​ເກັບ​ເອົາ​ອັນ​ທີ່​ເຮົາ​ບໍ່​ໄດ້​ວາງ​ລົງ ແລະ​ກ່ຽວ​ອັນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ 23 ແຕ່​ເປັນ​ເພາະ​ດ້ວຍ​ເຫດ​ໃດ​ໂຕ​ຈຶ່ງບໍ່​ຝາກ​ເງິນ​ຂອງ​ເຮົາ​ໄວ້​ທີ່​ທະ​ນາ​ຄານ ແລະ​ເມື່ອ​ເຮົາ​ກັບ​ມາ​ແລ້ວ​ຈະ​ໄດ້​ຖອນ​ເງິນ​ຂອງ​ເຮົາ​ຄືນພ້ອມກັບ​ດອກ​ເບັ້ຽ” 24 ແລ້​ວທ່ານ​ໄດ້​ສັ່ງ​ຄົນ​ທີ່​ຢືນ​ຢູ່​ຫັ້ນ​ວ່າ “ຈົ່ງ​ຍົກ​ເງິນ​ມະ​ນາ​ນຶ່ງ​ນັ້ນ​ໄປ​ຈາກ​ມັນ​ເສັຽ ເອົາ​ໃຫ້​ແກ່​ຜູ້​ທີ່​ມີ​ສິບ​ມະ​ນາ” 25 (ຄົນ​ເຫລົ່າ​ນັ້ນ​ຕອບ​ວ່າ, “ນາຍ​ເອີຍ, ຜູ້​ນັ້ນ​ມີ​ສິບ​ມະ​ນາ​ແລ້ວ) 26 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ທຸກຄົນ​ທີ່​ມີ​ຢູ່​ແລ້ວ​ຈະ​ຊົງ​ເພີ້ມ​ເຕີມ​ໃຫ້​ຜູ້​ນັ້ນ​ອີກ ແຕ່​ຜູ້​ທີ່​ບໍ່​ມີ​ເຖິງ​ແມ່ນ​ວ່າ​ສິ່ງ​ທີ່​ຕົນ​ມີ​ຢູ່​ນັ້ນ ຈະ​ຊົງ​ຍົກ​ໄປ​ຈາກ​ຕົນ​ເສັຽ 27 ຝ່າຍ​ພວກ​ສັດ​ຕຣູ​ຂອງ​ເຮົາ​ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກ​ຄອງ​ເຂົາ​ນັ້ນ ຈົ່ງ​ພາ​ເຂົາ​ມາ​ທີ່​ນີ້​ແລະ​ຂ້າ​ເຂົາ​ເສັຽ​ຕໍ່​ຫນ້າ​ເຮົາ”

ສະ​ເດັດ​ເຂົ້າ​ກຸງ​ຢ່າງ​ມີ​ຊັຍ

28 ເມື່ອຊົງ​ກ່າວຄຳ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ກ່ອນ​ຫນ້າ​ເຂົາ ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ 29 ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ບ້ານ​ເບັດ​ຟາ​ເຄ​ແລະ​ບ້ານ​ເບັດທາເນັຽ ເຖິງ​ພູ​ທີ່​ເອີ້ນ​ວ່າ​ພູ​ຫມາກກອກ​ເທດ ພຣະ​ອົງ​ໄດ້​ຊົງ​ໃຊ້​ສາ​ວົກສອງ​ຄົນ​ໄປ 30 ໂດຍ​ຊົງ​ສັ່ງ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່​ຫນ້າ​ ເມື່ອ​ເຂົ້າ​ໄປ​ເຖິງ​ແລ້ວ​ຈະ​ພົບ​ລໍ​ນ້ອຍ​ໂຕ​ນຶ່ງ​ຜູກຢູ່ທີ່​ຍັງ​ບໍ່​ມີ​ໃຜ​ຂຶ້ນ​ຂີ່​ຈັກ​ເທື່ອ ຈົ່ງ​ແກ້​ມັນ​ຈູງ​ມາທີ່​ນີ້ 31 ຖ້າ​ມີ​ໃຜ​ຖາມ​ວ່າ “ແກ້​ມັນ​ເຮັດ​ຫຍັງ” ຈົ່ງ​ຕອບ​ຢ່າງ​ນີ້​ວ່າ “ນາຍ​ຕ້ອງ​ການ” 32 ສາ​ວົກ​ທີ່​ຖືກ​ຮັບ​ໃຊ້​ໄປ​ນັ້ນ ໄດ້​ພົບ​ເຫມືອນ​ກັບ​ພຣະ​ອົງ​ໄດ້​ຊົງ​ກ່າວ​ແກ່​ເຂົາ​ແລ້ວ 33 ເມື່ອ​ເຂົາ​ກຳ​ລັງ​ແກ້​ລໍ​ນ້ອຍ​ນັ້ນ ພວກ​ເຈົ້າ​ຂອງ​ໄດ້​ຖາມ​ວ່າ, “ເປັນ​ຫຍັງ​ຈຶ່ງ​ແກ້​ລໍ​ນັ້ນ” 34 ເຂົາ​ຕອບ​ວ່າ, “ນາຍ​ຕ້ອງ​ການ” 35 ແລ້ວ​ເຂົາ​ໄດ້​ຈູງ​ລໍ​ນັ້ນ​ມາ​ເຖິງ​ພຣະ​ເຢ​ຊູ ແລະ​ເອົາ​ເສື້ອ​ຜ້າ​ຂອງ​ເຂົາ​ປູ​ຫລັງ​ມັນ ຈຶ່​ງ​ອັນ​ເຊີນ​ພຣະ​ອົງ​ຂຶ້ນ​ປະ​ທັບ 36 ເມື່ອ​ພຣະ​ອົງ​ກຳ​ລັງ​ສະ​ເດັດ​ໄປ ເຂົາ​ໄດ້​ເອົາ​ເສື້ອ​ຜ້າ​ປູ​ລົງ​ຕາມ​ຫົນ​ທາງ 37 ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ບ່ອນ​ຈະ​ລົງ​ຈາກ​ພູ​ຫມາກກອກ​ເທດ ພວກ​ລູກ​ສິດ​ທັງ​ຫມົດ​ກໍ​ຕັ້ງ​ຕົ້ນ​ຊົມ​ຊື່ນ​ຍິ​ນ​ດີ​ສັຣ​ເສີນ​ພຣະ​ເຈົ້າ​ດ້ວຍ​ສຽງ​ດັງ ເພາະ​ການ​ອິດ​ທິ​ຣິດ​ທັງ​ປວງ​ທີ່​ເຂົາ​ໄດ້​ເຫັນ​ນັ້ນ 38 ໂດຍ​ເວົ້າ​ວ່າ, “ຂໍ​ໃຫ້​ພຣະ​ມະ​ຫາ​ກະ​ສັດ​ຜູ້​ທີ່​ສະ​ເດັດ​ມາ ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ຊົງ​ພຣະ​ຈະ​ເຣີນ​ ຈົ່ງ​ມີ​ສັນ​ຕິ​ສຸກ​ໃນ​ສວັນ ແລະ​ມີ​ພຣະ​ຣັສ​ມີ​ໃນ​ທີ່​ສູງ​ສຸດ” 39 ຝ່າຍ​ພວກ​ຟາ​ຣີ​ຊາຍ​ໃນ​ຫມູ່​ປະ​ຊາ​ຊົນ​ນັ້ນ​ໄດ້​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ຈົ່ງ​ຫ້າມ​ພວກ​ສາ​ວົກ​ຂອງ​ທ່ານ​ແດ່” 40 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາ​ຍ​ວ່າ ຖ້າ​ຄົນ​ເຫລົ່າ​ນີ້​ມິດ​ເສັຽ ກ້ອນ​ຫີນ​ທັງ​ຫລາຍ​ກໍ​ຈະ​ຮ້ອງ​ຂຶ້ນ” 41 ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ໃກ້​ແລະ​ເຫັນ​ກຸງ​ແລ້ວ ກໍ​ຊົງ​ພຣະ​ກັນ​ແສງ​ເພາະ​ສົງ​ສານ​ກຸງ​ນັ້ນ 42 ໂດຍ​ຊົງ​ກ່າວ​ວ່າ, “ໂອ ເຢ​ຣູ​ຊາ​ເລັມ, ໃນ​ວັນ​ນີ້ ຖ້າ​ເຈົ້າ​ເອງ​ໄດ້​ຮູ້​ເຖິງ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຕິ​ສຸກ ແຕ່​ວ່າ​ບັດ​ນີ້​ສິ່ງ​ເຫລົ່າ​ນັ້ນ​ໄດ້​ບັງ​ລັບ​ໄວ້​ຈາກ​ຕາ​ເຈົ້າແລ້ວ 43 ດ້ວຍ​ວ່າ​ເວ​ລາ​ຈະ​ມາ​ເຖິງເຈົ້າ ເມື່ອ​ສັດ​ຕຣູ​ຂອງ​ເຈົ້າ​ຈະ​ຂຸດ​ຄູ​ອ້ອມ​ເຈົ້າ​ແລະ​ຈະ​ຕັນ​ເຈົ້າ​ໄວ້​ທຸກ​ດ້ານ 44 ແລ້ວ​ເຂົາ​ຈະ​ທຳ​ລາຍ​ເຈົ້າ​ກັບ​ບັນ​ດາ​ລູກ​ທັງ​ຫລາຍ​ທີ່​ຢູ່​ນຳ​ເຈົ້າ​ໃຫ້​ລົງ​ພຽງ​ດິນ ແລະ​ເຂົາ​ຈະ​ປະ​ໃຫ້​ກ້ອນ​ຫີນ​ຊ້ອນ​ທັບ​ກັນ​ໄວ້​ພາຍ​ໃນ​ເຈົ້າ ເພາະ​ເຈົ້າ​ບໍ່​ໄດ້​ຮູ້​ເວ​ລາ​ຂອງ​ການ​ຊົງ​ຢ້ຽມ​ຢາມ​ເຈົ້າ”

ຊົງ​ຊຳ​ຮະ​ບໍຣິ​ເວນ​ພຣະ​ວິ​ຫານ

45 ຝ່າຍ​ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແລ້ວ​ຊົງ​ຕັ້ງ​ຕົ້ນ​ຂັບ​ໄລ່​ບັນ​ດາ​ຜູ້​ຊື້​ຂາຍ​ຢູ່​ທີ່​ນັ້ນ 46 ໂດຍ​ຊົງ​ບອກ​ເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ “ວິ​ຫານ​ຂອງ​ເຮົາ​ຈະ​ເປັນ​ສະ​ຖານ​ທີ່​ໄຫວ້ວອນ” ແຕ່​ຝ່າຍ​ພວກ​ເຈົ້າ​ມາ​ເຮັດ​ໃຫ້​ເປັນ “ຖ້ຳ​ຂອງ​ໂຈນ” 47 ແລະ​ພຣະ​ອົງ​ຊົງ​ສັ່ງ​ສອນ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທຸກວັນໆ ແຕ່​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ນັກ​ທັມ ກັບ​ທັງ​ພົ​ລ​ເມືອງ​ຜູ້​ສຳ​ຄັນ​ໄດ້​ພ​ຍາ​ຍາມ​ຈະ​ຂ້າ​ພຣະ​ອົງ​ເສັຽ 48 ແຕ່​ເຂົາບໍ່​ໄດ້​ພົບ​ຊ່ອງ​ທາງ​ທີ່​ຈະ​ເຮັດ​ໄດ້ ເພາະ​ບັນ​ດາ​ພົ​ລ​ເມືອງ​ກໍ​ຕິດ​ພັນ​ກັບ​ພຣະ​ອົງ​ແລະ​ເອົາ​ໃຈ​ໃສ່​ຟັງ​ຄຳ​ສອນ​ຂອງ​ພຣະ​ອົງ

ລູກາ 20

ບັນ​ຫາ​ເຣື່ອງ​ສິດ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ

1 ວັນ​ນຶ່ງ, ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ຊົງ​ສັ່ງ​ສອນ​ພົ​ລ​ເມືອງ​ແລະ​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ບໍ​ຣິ​ເວນ​ ພຣະ​ວິ​ຫານ ມີ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ກັບ​ພວກ​ນັກ​ທັມ ແລະ​ພວກ​ເຖົ້າ​ແກ່​ໄດ້​ມາ​ຫາ​ພຣະ​ອົງ 2 ທູນ​ວ່າ, “ຈົ່ງ​ບອກ​ພວກ​ເຮົາ​ວ່າ ເຈົ້າ​ມີ​ສິດ​ອັນ​ໃດ​ຈຶ່ງ​ໄດ້​ເຮັດ​ການ​ເຫລົ່າ​ນີ້ ແມ່ນ​ໃຜ​ໃຫ້​ສິດ​ນີ້​ແກ່​ເຈົ້າ” 3 ພຣະອົງ​ຊົງ​ຕອບ​ເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ຖາມ​ທ່ານ​ທັງ​ຫລາຍ​ຈັກ​ຂໍ້​ນຶ່ງ​ເຫມືອນ​ກັນ ຈົ່ງ​ບອກ​ເຮົາ​ເທາະ​ວ່າ 4 “ບັບ​ຕິ​ສະ​ມາ​ຂອງ​ໂຢ​ຮັນ​ນັ້ນ​ມາ​ຈາກ​ສວັນ​ຫລື​ມາ​ຈາກ​ມະ​ນຸດ” 5 ເຂົາ​ຈຶ່ງ​ປຶກ​ສາ​ກັນ​ວ່າ, “ຖ້າພວກ​ເຮົາ​ຈະ​ຕອບ​ວ່າ “ມາ​ຈາກ​ສວັນ” ມັນ​ຄົງ​ຈະ​ຖາມ​ເຮົາ​ວ່າ “ດ້ວຍເຫດ​ໃດ​ພວກ​ທ່ານ​ບໍ່​ເຊື່ອ​ໂຢ​ຮັນ​ນັ້ນ” 6 ແລະ​ຖ້າພວກ​ເຮົາ​ຈະ​ວ່າ “ມາ​ຈາກ​ມະ​ນຸດ” ຄົນ​ທັງ​ປວງ​ກໍ​ຈະ​ຄວ່າງ​ກ້ອນ​ຫີນ​ໃສ່​ພວກ​ເຮົາ ເພາະ​ເຂົາ​ທັງ​ຫລາຍ​ເຊື່ອ​ຫມັ້ນ​ວ່າ ໂຢ​ຮັນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ” 7 ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ບໍ່​ຮູ້​ຈັກ​ວ່າ​ມາ​ຈາກ​ໃສ” 8 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຝ່າຍ​ເຮົາ​ຈະ​ບໍ່​ບອກ​ພວກ​ທ່ານ​ເຫມືອນ​ກັນ​ວ່າ ເຮົາ​ເຮັດ​ການ​ນີ້​ດ້ວຍ​ສິດ​ອັນ​ໃດ”

ຄຳ​ອຸປ​ມາ​ເຣື່ອງ​ສວນ​ອະ​ງຸ່ນ​ແລະ​ຄົນ​ເຊົ່າ

9 ຝ່າຍ​ພຣະ​ອົງ​ຕັ້ງ​ຕົ້ນ​ຊົງ​ກ່າວ​ຄຳ​ອຸປມາ​ໃຫ້​ພົ​ລ​ເມືອງ​ຟັງ​ວ່າ, “ມີ​ຊາຍ​ຄົນ​ນຶ່ງ​ໄດ້​ເຮັດ​ສວນ​ອະ​ງຸ່ນ​ແລ​ໃຫ້​ຊາວ​ສວນ​ເຊົ່າ​ແລ້ວ​ກໍ​ອອກ​ໄປ​ຕ່າງ​ປະ​ເທດ​ເປັນ​ເວ​ລາ​ຊ້າ​ນານ 10 ເມື່ອ​ເຖິງ​ເວ​ລາ​ກຳ​ນົດ​ແລ້ວ​ທ່ານ​ຈຶ່ງ​ໃຊ້​ຂ້ອຍ​ຜູ້​ນຶ່ງ​ມາ​ຫາ​ພວກ​ເຊົ່າ​ສວນ​ນັ້ນ ເພື່ອ​ເຂົາ​ຈະ​ໄດ້​ເອົາ​ຜົນ​ອະ​ງຸ່ນ​ສ່ວນ​ນຶ່ງ​ໃຫ້​ແກ່​ຂ້ອຍ​ໃຊ້​ນັ້ນ ແຕ່​ຝ່າຍ​ພວກ​ເຊົ່າ​ສວນ​ນັ້ນ​ໄດ້​ຂ້ຽນ​ຕີ​ຂ້ອຍ​ໃຊ້​ຄົນ​ນັ້ນ​ແລະ​ໄລ່​ໃຫ້​ກັບ​ໄປ​ມື​ເປົ່າ 11 ແລ້ວ​ເຈົ້າ​ຂອງ​ສວນ​ຈຶ່ງ​ໃຫ້​ຂ້ອຍ​ໃຊ້​ຜູ້​ນຶ່ງ​ໄປ​ອີກ ແຕ່​ພວກ​ເຊົ່າ​ສວນ​ໄດ້​ຂ້ຽນ​ຕີ​ຂ້ອຍ​ໃຊ້​ຜູ້​ນັ້ນ ແລະ​ເຮັດ​ໃຫ້​ມັນ​ຖືກ​ການ​ອັບ​ອາຍ​ຂາຍ​ຫນ້າ ແລ້ວ​ໄລ່​ໃຫ້​ມັນ​ໄປ​ມື​ເປົ່າ 12 ແລ້ວ​ເຈົ້າ​ຂອງ​ສວນ​ໄດ້​ໃຊ້​ຄົນ​ທີ່​ສາມ​ໄປແລະ​ພວກ​ເຊົ່າ​ສວນ​ກໍ​ໄດ້​ທຸບ​ຕີ​ຈົນ​ບາດ​ເຈັບ​ແລ້ວ​ໂຍນ​ຖິ້ມນອກ​ສວນ 13 ຝ່າຍ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ຈຶ່ງ​ເວົ້າ​ວ່າ “ເຮົາ​ຈະ​ເຮັດ​ແນ​ວ​ໃດ​ຫນໍ ເຮົາ​ຈະ​ໃຊ້​ລູກ​ທີ່​ຮັກ​ຂອງ​ເຮົາ​ໄປ ເມື່ອ​ພວກ​ເຊົ່າ​ສວນ​ເຫັນ​ບາງ​ທີ່​ເຂົາ​ຈະ​ນັບ​ຖື” 14 ແຕ່​ເມື່ອ​ພວກ​ເຊົ່າສວນ​ເຫັນ​ລູກ​ນັ້ນ​ເຂົາ​ກໍ​ປຶກ​ສາ​ກັນ​ວ່າ “ຜູ້​ນີ້​ແຫລະ, ເປັນ​ເຈົ້າ​ມໍ​ຣະ​ດົກ ຈົ່ງ​ຂ້າ​ມັນ​ເສັຽ​ເພື່ອມໍ​ຣະ​ດົກ​ຈະ​ຕົກ​ມາ​ເປັນ​ຂອງ​ເຮົາ” 15 ເຂົາ​ຈຶ່ງ​ພາກັນ​ຖິ້ມ​ລູກ​ນັ້ນ​ອອກນອກ​ສວນ​ແລະ​ຂ້າ​ເສັຽ ເຫດ​ສັນນັ້ນ​ເຈົ້າ​ຂອງ​ສວນ​ຈະ​ເຮັດ​ຢ່າງ​ໃດ​ກັບ​ຄົນ​ເຫລົ່າ​ນັ້ນ 16 ທ່ານ​ຈະ​ມາ​ຂ້າ​ຄົນ​ເຊົ່າ​ສວນ​ເຫລົ່າ​ນັ້ນ​ເສັຽ ແລະ​ຈະ​ເອົາ​ສວນ​ອະ​ງຸ່ນ​ນັ້ນ​ໃຫ້​ຜູ້​ອື່ນ​ເຊົ່າ” ເມື່ອ​ເຂົາ​ທັງ​ຫລາຍ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ກໍ​ເວົ້າ​ວ່າ, “ຢ່າ​ໃຫ້​ເກີດ​ເປັນ​ຢ່າງ​ນັ້ນ​ເທາະ” 17 ຝ່າຍ​ພຣະ​ອົງ​ຊົງ​ເພ່ງ​ເບິ່ງ​ເຂົາ​ແລ້ວ​ຊົງ​ກ່າວ​ວ່າ,“ເຫດ​ສັນ​ນັ້ນ​ຄຳ​ທີ່​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ຈະ​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ ຊຶ່ງວ່າ, “ຫີນ​ທີ່​ນາຍ​ຊ່າງ​ໄດ້​ຖອດ​ຖິ້ມ​ເສັຽ ຫີນ​ນັ້ນ​ແຫລະ, ໄດ້​ກາຍ​ເປັນ​ຫີນ​ເສົາ​ເອກ​ແລ້ວ” 18 ຜູ້​ໃດ​ລົ້​ມ​ທັບ​ຫີນ​ນີ້ ຜູ້​ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້​ໃດ ຜູ້​ນັ້ນ​ຈະ​ແຫລກ​ຫມຸ່ນ​ໄປ” 19 ຝ່າຍ​ພວກ​ນັກ​ທັມ​ແລະ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ຮູ້​ຢູ່​ວ່າ ພຣະ​ອົງ​ຊົງ​ກ່າວ​ຄຳ​ອຸປມາ​ນັ້ນ​ຕໍ່​ສູ້​ພວກ​ເຂົາ ເຂົາ​ຈຶ່ງ​ພ​ຍາ​ຍາມ​ຈະ​ຈັບ​ພຣະ​ອົງ​ໃນ​ເວ​ລາ​ນັ້ນ ແຕ່​ເຂົາ​ກໍ​ຢ້ານ​ພົ​ລ​ເມືອງ

ບັນ​ຫາ​ເຣື່ອງ​ການ​ເສັຽ​ສ່ວຍ

20 ເຂົາ​ຈຶ່ງ​ຕິດ​ຕາມ​ເບິ່ງ​ພຣະ​ອົງ ແລະ​ໃຊ້​ຄົນ​ສອດ​ແນມ​ໃຫ້​ປອມ​ຕົ​ວ​ເຫມືອນ​ເປັນ​ຄົນ​ສັດ​ຊື່ ເພື່ອ​ຫວັງ​ຈະ​ຈັບ​ຜິດ​ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ ເພື່ອ​ຈະ​ມອບ​ພຣະ​ອົງ​ໄວ້​ໃນ​ອຳ​ນາດ​ແລະ​ອາດ​ຍາ​ສິດ​ຂອງ​ຜູ້​ປົກ​ຄອງ 21 ຄົນ​ພວກ​ນັ້ນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ຢູ່​ວ່າ ທ່ານ​ກ່າວ​ແລະ​ສັ່ງ​ສອນ​ລ້ວນ​ແຕ່​ຄວາມ​ຈິງ ແລະ​ບໍ່​ເລືອກ​ຫນ້າ​ຜູ້​ໃດ ແຕ່​ໄດ້​ສັ່ງ​ສອນ​ໃນ​ທາງ​ຂອງ​ພຣະ​ເຈົ້າ​ຢ່າງ​ສັດ​ຊື່ 22 ການ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຈະ​ເສັຽ​ສ່ວຍ​ໃຫ້​ແກ່​ກາຍ​ຊາ​ນັ້ນ​ສົມ​ຄວນ​ຫລື​ບໍ່” 23 ຝ່າຍ​ພຣະ​ອົງ​ຊົງ​ຊອດ​ຮູ້​ກົນ​ອຸ​ບາຍ​ຂອງ​ເຂົາ​ຈຶ່ງ​ຊົງ​ກ່າວ​ວ່າ, 24 “ຈົ່ງ​ເອົາ​ເງິນ​ຫລຽນ​ເດ​ນາ​ຣິ​ອົນ​ນຶ່ງ​ມາ​ໃຫ້​ເຮົາ​ເບິ່ງ ຮູບ​ແລະ​ຄຳ​ຈາ​ຣຶກ​ນີ້​ເປັນ​ຂອງ​ໃຜ” ເຂົາ​ທູນ​ຕອບ​ວ່າ, “ເປັນ​ຂອງ​ກາຍ​ຊາ” 25 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ສັນ​ນັ້ນ​ສິ່ງ​ທີ່​ເປັ​ນ​ຂອງ​ກາ​ຍ​ຊາ ຈົ່ງ​ຄືນ​ຖວາຍ​ແກ່​ກາຍ​ຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ຈົ່ງ​ຄືນ​ຖວາຍ​ແດ່​ພຣະ​ເຈົ້າ” 26 ຄົນ​ເຫລົ່າ​ນັ້ນ​ຈັບ​ຜິດ​ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ​ຕໍ່​ຫນ້າ​ພົ​ລ​ເມືອງ​ບໍ່​ໄດ້ ແລະ​ເຂົາ​ກໍ​ປ​ລາດ​ໃຈ​ໃນ​ຄຳ​ຕອບ​ຂອງ​ພຣະ​ອົງ ຈຶ່ງ​ພາ​ກັນ​ມິດ​ຢູ່

ບັນ​ຫາ​ເຣື່ອງ​ການ​ຄືນ​ມາ​ຈາກ​ຕາຍ

27 ຍັງ​ມີ​ລາງ​ຄົນ​ໃນ​ພວກ​ຊາ​ດູ​ກາຍ​ມາ​ຫາພຣະ​ອົງ ແມ່ນ​ພວກ​ນີ້​ທີ່​ຖື​ວ່າ​ບໍ່​ມີ​ການ​ຄືນ​ມາ​ຈາກ​ຕາຍ 28 ເຂົາ​ທູ​ນຖາມ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ໂມ​ເຊ​ໄດ້​ຂຽນ​ສັ່ງ​ພວກ​ເຮົາ​ໄວ້​ວ່າ “ຖ້າ​ອ້າຍ​ຂອງ​ຊາຍ​ຜູ້​ນຶ່ງ​ຕາຍ ປະ​ພັຣ​ຍາ​ໄວ້​ແຕ່​ບໍ່​ມີ​ລູກ ກໍ​ໃຫ້​ຜູ້​ນັ້ນ​ຮັບ​ເອົາ​ເອື້ອຍ​ໃພ້​ໄວ້​ເປັນ​ພັຣ​ຍາ ເພື່ອ​ສືບ​ເຊື້ອ​ສາຍ​ອ້າຍ​ຂອງ​ຕົນ” 29 ອັນ​ນຶ່ງ, ມີ​ເຈັດ​ຊາຍ​ອ້າຍ​ນ້ອງ​ນຳ​ກັນ ອ້າຍ​ກົກ​ເອົາ​ເມັຽ ແລ້ວ​ຕາຍ​ໄປ​ເມື່ອ​ຍັງ​ບໍ່​ມີ​ລູກ 30 ແລະ​ຜູ້​ຖ້ວ​ນສອງ 31 ກັບ​ທັງ​ຜູ້​ຖ້ວນ​ສາມ​ໄດ້​ເອົາ​ຍິງ​ນັ້ນ ທັງ​ເຈັດ​ຄົນ​ກໍ​ເຫມືອນ​ກັນ​ໄດ້​ຕາຍ​ໄປ​ເມື່ອ​ຍັງ​ບໍ່​ມີ​ລູກ 32 ພາຍ​ຫລັງ​ຍິງ​ນັ້ນ​ກໍ​ຕາຍ​ເຫມືອນ​ກັນ 33 ສັນ​ນັ້ນ​ໃນ​ວັນ​ຄືນ​ມາ​ຈາກ​ຕາຍ ຍິງ​ນັ້ນ​ຈະ​ເປັນ​ເມັຽ​ຂອງ​ຜູ້​ໃດ ດ້ວຍ​ວ່າ​ນາງ​ໄດ້​ເປັນ​ເມັຽ​ຂອງ​ຊາຍ​ທັງ​ເຈັດ​ຄົນ​ແລ້ວ” 34 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຄົນ​ຝ່າຍ​ໂລກ​ນີ້​ເຄີຍ​ແຕ່ງ​ງານ​ແລະ​ຍົກ​ໃຫ້​ເປັນ​ຜົວ​ເມັຽກັນ 35 ແຕ່​ຄົນ​ເຫລົ່າ​ນັ້ນ​ທີ່​ຊົງ​ຖືວ່າ​ສົມ​ຄວນ​ຈະ​ເຖິງ​ໂລກ​ຫນ້າ ແລະ​ຈະ​ເຖິງ​ການ​ຄືນ​ມາ​ຈາກ​ຕາຍ ບໍ່​ມີ​ການ​ແຕ່ງ​ງານ​ຫລື​ການ​ຍົກ​ໃຫ້​ເປັນ​ຜົ​ວ​ເມັຽກັນ 36 ດ້ວຍ​ວ່າ​ເຂົາ​ຈະ​ຕາຍ​ບໍ່​ໄດ້​ອີກ ເພາະ​ເຂົາ​ສເມີ​ເທວະ​ດາ​ແລະ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ ເປັນ​ຄົນ​ສົມ​ກັບການ​ຄືນ​ມາ​ຈາກ​ຕາຍ 37 ແຕ່​ທີ່​ຄົນ​ຕາຍ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ນັ້ນ ໂມ​ເຊກໍ​ຍັງ​ໄດ້​ສະ​ແດງ​ໃນ​ເຣື່ອ​ງພຸ່ມ​ໄມ້ ຄື​ໄດ້​ເອີ້ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ຊົງ​ເປັນ “ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ພຣະ​ເຈົ້າ​ຂອງ​ອີ​ຊາກ ແລະ​ພຣະ​ເຈົ້າ​ຂອງ​ຢາ​ໂຄບ” 38 ພຣະ​ອົງ​ບໍ່​ໄດ້​ຊົງ​ເປັນ​ພຣະເຈົ້າ​ຂອງ​ຄົນ​ຕາຍ ແຕ່​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ເປັນ ດ້ວຍ​ວ່າ​ຈຳ​ເພາະພຣະ​ເຈົ້າ​ຄົນ​ທຸກ​ຄົນ​ຍັງ​ເປັນ​ຢູ່” 39 ນັກ​ທັມ​ລາງ​ຄົນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ທ່ານ​ເວົ້າ​ຖືກ​ແລ້ວ” 40 ເພາະ​ເຂົາ​ບໍ່​ກ້າ​ຖາມ​ອັນ​ໃດ​ກັບ​ພຣະ​ອົງ​ຕໍ່ໄປ​ອີກ

ບັ​ນ​ຫາ​ເຣື່ອງ​ບຸດ​ຂອງ​ດາ​ວິດ

41 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ທີ່​ຄົນ​ທັງ​ຫລາຍ​ເວົ້າ​ວ່າ ພຣະ​ຄຣິດ​ຊົງ​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ​ນັ້ນ​ເປັນ​ໄດ້​ຢ່າງ​ໃດ 42 ດ້ວຍ​ວ່າ​ກະ​ສັດ​ດາ​ວິດ​ເອງ​ໄດ້​ຊົງ​ກ່າວ​ໄວ້​ໃນ​ພຣະ​ທັມ​ເພງ​ສັຣ​ເສີນ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ກັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ວ່າ “ຈົ່ງ​ນັ່ງ​ເບື້ອງ​ຂວາ​ມື​ຂອງ​ເຮົາ 43 ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕຣູ​ຂອງ​ທ່ານ​ໃຫ້​ຢູ່​ໃຕ້​ຕີນ​ຂອງ​ທ່ານ” 44 ເມື່ອ​ກະ​ສັດ​ດາ​ວິດ​ຍັງ​ເອີ້ນ​ພຣະ​ຄຣິດ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ” ແລ້ວ​ພຣະ​ຄຣິດ​ຈະ​ເປັນ​ເຊື້ອ​ສາຍ​ຂອງ​ດາ​ວິດ​ໄດ້​ຢ່າງ​ໃດ”

ຊົງ​ປະ​ນາມ​ພວກ​ນັກ​ທັມ

45 ເມື່ອ​ຄົນ​ທັງ​ຫລາຍ​ກຳ​ລັງ​ຟັງ​ຢູ່​ນັ້ນ ພຣະ​ອົງ​ຊົງ​ກ່າວ​ແກ່​ພວກ​ສາ​ວົກ​ວ່າ, 46 “ຈົ່ງ​ລະ​ວັງ​ໃຫ້​ດີ​ຈາກ​ພວກ​ນັກ​ທັມ ຜູ້​ຊອບ​ນຸ່ງ​ເສື້ອ​ຍາວ​ຍ່າງ​ໄປ​ມາ ຊອບ​ໃຫ້​ຄົນ​ຄຳ​ນັບ​ຕົວ​ໃນ​ທີ່​ປະ​ຊຸມ​ຊົນ ທັງ​ຊອບ​ບ່ອນ​ນັ່ງ​ອັນ​ມີ​ກຽດ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ໃນ​ການ​ລ້ຽງ 47 ເຂົາ​ກືນ​ກິນ​ຄອບ​ຄົວ​ຂອງ​ແມ່​ຫມ້າຍ ແລະ​ແກ້ງ​ໄຫວ້ວອນ​ໃຫ້​ຍືດ​ຍາວ ຄົນ​ເຫລົ່າ​ນີ້​ຈະ​ຕ້ອງ​ຮັບ​ໂທດ​ຫລາຍ​ຂຶ້ນ”

ລູກາ 21

ເງິນ​ຖວາຍ​ຂອງ​ຍິງ​ຫມ້າຍ

1 ເມື່ອ​ພຣະ​ອົງ​ຊົງ​ເງີຍ​ພຣະ​ພັກ​ຂຶ້ນ ກໍ​ຊົງ​ເຫັນ​ພວກ​ຄົນ​ຮັ່ງ​ມີ​ກຳ​ລັງ​ປ່ອນ​ເງິນ​ລົງ​ໃນ​ຕູ້​ເກັບ​ເງິນ​ຖວາຍ 2 ແລະ​ພຣະ​ອົງ​ຊົງເຫັນ​ແມ່​ຫມ້າຍ​ທຸກ​ຍາກ​ຈົນ​ຄົນ​ນຶ່ງ ເອົາ​ຫລຽນ​ທອງ​ແດງ​ສອງ​ອັດ​ປ່ອນ​ລົງ​ໃນ​ຕູ້​ນັ້ນ 3 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ແມ່​ຫມ້າຍ​ຍາກ​ຈົນ​ຄົນ​ນີ້​ໄດ້​ໃສ່​ຫລາຍກວ່າ​ຄົນ​ທັງ​ປວງ​ນັ້ນ 4 ເພາະ​ວ່າ​ຝ່າຍ​ຄົນ​ທັງ​ປວງ​ນັ້ນ ໄດ້​ເອົາ​ເງິນ​ຈາ​ການ​ເຫ​ລືອ​ໃຊ້​ຂອງ​ເຂົາ​ມາ​ປ່ອນ​ລົງ ແຕ່​ຍິງ​ຄົນ​ນີ້​ໄດ້​ເອົາ​ເງິນ​ສຳ​ລັບ​ລ້ຽງ​ຊີ​ວິດ​ຂອງ​ຕົນ ຈາກ​ຄວາມ​ຂັດ​ສົນ​ທີ່​ສຸດ​ໃສ່​ຈົນ​ຫມົດ”

ພຣະ​ວິ​ຫານ​ຈະ​ຖືກ​ທຳ​ລາຍ

5 ມີ​ລາງ​ຄົນ​ກ່າວ​ຊົມ​ເຊີຍ​ພຣະ​ວິ​ຫານ​ວ່າ ໄດ້​ຕົກ​ແຕ່ງ​ດ້ວຍ​ຫີນ​ງາມ​ແລະ​ເຄື່ອງ​ຖວາຍ ພຣະ​ອົງ​ຊົງ​ກ່າວ​ວ່າ, 6 “ສິ່ງ​ເຫລົ່າ​ນີ້​ທີ່​ທ່ານ​ທັງ​ຫລາຍ​ເຫັນ​ ໃນ​ຄາວ​ທີ່​ຈະ​ມາ​ຈະ​ຖືກ​ທຳ​ລາຍ​ລົງ ຈົນ​ຫີນ​ທີ່​ຊ້ອນ​ທັບ​ກັນ​ຢູ່​ນີ້​ບໍ່​ເຫລືອ​ຈັກ​ກ້ອນ​ດຽວ”

ຫມາຍ​ສຳ​ຄັນແລະ​ການ​ຂົ່ມ​ເຫັງ

7 ເຂົາ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ອາ​ຈານ​ເອີຍ, ເຫດ​ການ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ​ເມື່ອ​ໃດ ສິ່ງ​ໃດ​ຈະ​ເປັນ​ຫມາຍ​ສຳ​ຄັນ​ວ່າ ການທັງ​ປວງ​ນີ້​ຈວນ​ຈະ​ບັງ​ເກີດ​ຂຶ້ນ” 8 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໃດ​ຫລອກ​ລວງ​ພວກ​ທ່ານ​ໃຫ້​ຫລົງ ດ້ວຍ​ວ່າ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມ​ຂອງ​ເຮົາ​ວ່າ “ເຮົາ​ນີ້​ແຫລະ, ເປັນ​ຜູ້​ນັ້ນ” ແລະ​ວ່າ “ເວ​ລາ​ກຳ​ນົດ​ໃກ້​ເຂົ້າ​ມາ​ແລ້ວ” ພວ​ກທ່ານ​ຢ່າ​ຕາມ​ເຂົາ​ໄປ 9 ເມື່ອ​ພວກ​ທ່ານ​ໄດ້​ຍິນ​ເຣື່ອງ​ການ​ເສິກ​ສົງ​ຄາມ​ແລະ​ການ​ປັ່ນ​ປ່ວນ​ວຸ້ນ​ວາຍ ຢ່າ​ຕົກ​ໃຈ ເພາະ​ວ່າ​ເຫດ​ການ​ເຫລົ່າ​ນີ້​ຕ້ອງ​ເກີດ​ຂຶ້ນ​ກ່ອນ ແຕ່​ທີ່​ສຸດ​ປາຍ​ນັ້ນ​ຈະ​ບໍ່​ມາ​ເຖິງ​ທັນ​ທີ” 10 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ປະ​ເທດ​ຕໍ່​ປະ​ເທດ ອາ​ນາ​ຈັກ​ຕໍ່​ອາ​ນາ​ຈັກ​ຈະ​ສູ້​ຮົບ​ກັນ 11 ແລະ​ຈະ​ເກີດ​ການ​ອຶດ​ຢາກ​ກັບ​ພ​ຍາດ​ຮ້າຍ​ແຮງ​ໃນ​ບ່ອນ​ຕ່າງໆ ຈະ​ເກີດ​ການ​ຫນ້າ​ຢ້ານ​ອັນ​ພິ​ລຶກ​ເພິງ​ກົວ ແລະ​ມີ​ຫມາຍ​ສຳ​ຄັນ​ຈາກ​ທ້ອງ​ຟ້າ 12 ແຕ່​ກ່​ອນ​ເຫດ​ການ​ທັງ​ຫລາຍ​ນີ້​ເກີດ​ຂຶ້ນ ເຂົາ​ຈະ​ຈັບ​ພວກ​ທ່ານ​ໄວ້ ຈະ​ຂົ່​ມ​ເຫັງ​ພວກ​ທ່ານ ຈະ​ມອບ​ພວກ​ທ່ານ​ໄວ້​ໃນ​ໂຮງ​ທັມ​ແລະ​ໃນ​ຄຸກ ແລະ​ຈະ​ພາ​ພວກ​ທ່ານ​ໄປ​ຕໍ່​ຫນ້າ​ກະ​ສັດ​ແລະ​ຜູ້​ປົກ​ຄອງ ເພາະ​ພວກ​ທ່ານ​ເຫັນ​ແກ່​ນາມ​ຂອງ​ເຮົາ 13 ການ​ນັ້ນ​ຈະ​ເກີດ​ແກ່​ທ່ານ​ເພື່ອ​ທ່ານ​ຈະ​ໄດ້​ເປັນ​ພຍານ 14 ເຫດ​ສັນ​ນັ້ນ ພວກ​ທ່ານ​ຕ້ອງ​ປົງ​ໃຈ​ໄວ້​ວ່າ ຈະ​ບໍ່​ຄຶດ​ລ່ວງ​ຫນ້າ​ໄວ້​ກ່ອນ​ວ່າ​ຈະ​ແກ້​ຕົວ​ຢ່າງ​ໃດ 15 ດ້ວຍ​ວ່າ​ຝ່າຍ​ເຮົາ​ຈະ​ປະ​ທານ​ໃຫ້​ທ່ານ​ມີ​ຖ້ອຍ​ຄຳ ແລະ​ສະ​ຕິ​ປັນ​ຍາ ຊຶ່ງ​ສັດ​ຕຣູ​ທັງ​ຫລາຍ​ຂອງ​ພວກ​ທ່ານ​ຈະ​ຕໍ່​ຕ້ານ​ແລະ​ຄັດ​ຄ້ານ​ບໍ່​ໄດ້ 16 ເຖິງ​ແມ່ນ​ພໍ່​ແມ່​ຍາດ​ຕິ​ພີ່​ນ້ອງ​ແລະ​ມິດ​ສະ​ຫາຍ​ກໍ​ຈະ​ມອບ​ພວກ​ທ່ານ​ໄວ້ ແລະ​ເຂົາ​ຈະ​ໃຫ້​ລາງ​ຄົນ​ໃນ​ພວກ​ທ່ານ​ເຖິງ​ແກ່​ຄວາມ​ຕາຍ 17 ຄົນ​ທັງ​ປວງ​ຈະ​ກຽດ​ຊັງ​ພວກທ່ານ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ 18 ແມ່ນ​ແຕ່​ຜົມ​ຈັກ​ເສັ້ນ​ດຽວ​ຈະ​ບໍ່​ເສັຽ​ໄປ​ຈາກ​ຫົວ​ຂອງ​ພວກ​ທ່ານ 19 ທ່ານ​ທັງ​ຫລາຍ​ຈະ​ຣັກ​ສາ​ຊີ​ວິດ​ຈິດ​ໃຈ​ຂອງ​ທ່ານ​ໄວ້​ດ້ວຍ​ຄວາມ​ອົດ​ຄວາມ​ພຽນ​ຂອງ​ທ່ານ

ຊົງ​ທໍາ​ນ​ວາຍ​ວ່າ​ກຸງ​ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ທຳ​ລາຍ

20 “ເມື່ອ​ໃດ​ທ່ານ​ເຫັນ​ກອງ​ທັບ​ມາ​ຕັ້ງ​ອ້ອມ​ຮອບກຸງ​ເຢ​ຣູ​ຊາ​ເລັມ ເມື່ອ​ນັ້ນ​ທ່ານ​ຈົ່ງ​ຮູ້​ວ່າ​ຄວາມ​ຈິບ​ຫາຍ​ຂອງ​ກຸງ​ນັ້ນ​ເຂົ້າ​ມາ​ໃກ້​ແລ້ວ 21 ເມື່ອ​ນັ້ນ​ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູ​ດາຍ​ປົບ​ຫນີ​ໄປ​ຍັງ​ພູ​ເຂົາ ແລະ​ໃຫ້​ຜູ້​ທີ່​ຢູ່​ໃນ​ກຸງ​ອອກ​ໄປ ຄົນ​ທີ່​ຢູ່​ບ້ານນອກ​ຢ່າ​ໃຫ້​ເຂົ້າ​ມາ​ໃນ​ກຸງ 22 ເພາະ​ວ່າ​ເວ​ລາ​ນັ້ນ​ເປັນ​ວັນ​ລົງ​ໂທດ ເພື່ອ​ຈະ​ໃຫ້​ສິ່ງ​ສາ​ຣະ​ພັດ​ທີ່​ຂຽນ​ໃນ​ພຣະ​ຄັມ​ພີ​ສຳ​ເຣັດ 23 ໃນ​ວັນ​ເຫລົ່າ​ນັ້ນ​ເປັນ​ຫນ້າ​ເວ​ທ​ນາ​ເຕັມ​ທີ່​ຕໍ່​ຜູ້​ຍິງ​ທີ່​ມີ​ທ້ອງ​ແລະ​ມີ​ລູກ​ອ່ອນ​ກິນ​ນົມ​ຢູ່ ເພາະ​ວ່າ​ຈະ​ມີ​ຄວາມ​ທຸກ​ຮ້ອນ​ອັນ​ໃຫຍ່​ຫລວງ​ເທິງ​ແຜ່ນ​ດິນ ແລະ​ຈະ​ຊົງ​ພຣະ​ພິ​ໂຣດ​ແກ່​ພົ​ລ​ເມືອງ​ນີ້ 24 ເຂົາ​ຈະ​ລົ້ມ​ລົງ​ເສັຽດ້ວຍ​ຄົມ​ດາບ ແລະ​ຕ້ອງ​ຖືກກວາດ​ເອົາ​ໄປ​ເປັນ​ຊະ​ເລີຍ​ໃນ​ທົ່ວ​ປະ​ເທດ ແລະ​ຄົນ​ຕ່າງ​ຊາດ​ຈະ​ຢຽບ​ຢ່ຳ​ກຸງ​ເຢ​ຣູ​ຊາ​ເລັມ ຈົນ​ກວ່າ​ເວ​ລາກຳ​ນົດ​ຂອ​ງຄົນ​ຕ່າງ​ຊາດ​ນັ້ນ​ຈະ​ຄົບ​ຖ້ວນ

ການ​ສະ​ເດັດ​ມາ​ຂອງ​ບຸດ​ມະ​ນຸດ

25 “ຈະ​ມີ​ຫມາຍ​ສຳ​ຄັນ​ໃນ​ດວງ​ອາ​ທິດ ໃນ​ດວງ​ຈັນ ແລະ​ໃນ​ດວງ​ດາວ​ທັງ​ປວງ ແລະ​ຈະ​ມີ​ຄວາມ​ທຸກ​ຮ້ອນ​ເທິງ​ແຜ່ນ​ດິນ​ໂລກ​ຕາມ​ປະ​ເທດ​ຕ່າງໆ​ຊຶ່ງ​ມີ​ຄວາມ​ສ​ງົນ​ສົນ​ເທ​ເພາະ​ສຽງ​ກ້ອງ​ອັນ​ໃຫຍ່​ຫລວງ​ຂອງ​ທະ​ເລ​ແລະ​ຟອງ​ນ້ຳ 26 ມະ​ນຸດຈະ​ສ​ລົບ​ລືມ​ຄີງ​ໄປ​ເພາະ​ຄວາມ​ຢ້ານ ເພາະ​ການ​ຄອຍ​ຖ້າ​ເບິ່ງ​ເຫດ​ການ​ທັງ​ຫລາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໂລກ ດ້ວຍ​ວ່າ “ບັນ​ດາ​ສິ່ງ​ທີ່​ມີ​ອຳ​ນາດ​ໃນ​ທ້ອງ​ຟ້າ​ຈະ​ສະ​ທ້ານ​ຫວັ່ນ​ໄຫວ” 27 ເມື່ອ​ນັ້ນ​ເຂົາ​ຈະ​ເຫັນ​ບຸດ​ມະ​ນຸດ​ສະ​ເດັດ​ມາ​ໃນ​ເມກ ດ້ວຍ​ຣິດ​ທາ​ນຸ​ພາບ​ແລະ​ສະ​ງ່າ​ຣາ​ສີ​ອັນ​ຍິ່ງ​ໃຫຍ່ 28 ເມື່ອ​ເຫດ​ການ​ເຫລົ່າ​ນີ້​ຕັ້ງ​ຕົ້ນ​ບັງ​ເກີດ​ຂຶ້ນ​ນັ້ນ ທ່ານ​ທັງ​ຫ​ລາຍ​ຈົ່ງ​ຍຶດ​ຕົວ​ແລະ​ເງີຍ​ຫນ້າ​ຂຶ້ນ ດ້ວຍ​ວ່າ​ການ​ຊົງ​ໄຖ່​ທ່ານ​ໃຫ້​ພົ້ນ​ກໍ​ໃກ້​ຈະ​ເຖິງ​ແລ້ວ”

ຄຳ​ອຸປມາ​ເຣື່ອງ​ຕົ້ນ​ເດື່ອ​ເທດ

29 ພຣະ​ອົງຊົງ​ກ່າວ​ຄຳ​ອຸປມາ​ແກ່​ເຂົາ​ວ່າ, “ຈົ່ງ​ເບິ່ງ​ຕົ້ນ​ເດື່ອ​ເທດ​ແລະ​ຕົ້ນ​ໄມ້​ທັງ​ປວງ​ດູ 30 ເມື່ອ​ມັນ​ປົ່ງ​ໃບ​ອອກ​ແລ້ວ​ທ່ານທັງ​ຫລາຍ​ກໍ​ເຫັນ​ແລະ​ຮູ້​ຢູ່​ເອງວ່າ​ຣະ​ດູ​ຮ້ອນ​ໃກ້​ຈະ​ເຖິງ​ແລ້ວ 31 ຢ່າງ​ນັ້ນ​ແຫລະ, ພວກ​ທ່ານ​ກໍ​ເຫມືອນ​ກັນ ເມື່ອ​ເຫັນ​ເຫດ​ການ​ເຫລົ່າ​ນັ້ນ​ກຳ​ລັງ​ເກີດ​ຂຶ້ນ ຈົ່ງ​ຮູ້​ວ່າ​ຣາ​ຊ​ອາ​ນາຈັກ​ຂອງ​ພຣະ​ເຈົ້າ​ໃກ້​ຈະ​ເຖິງ​ແລ້ວ 32 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຄົນ​ໃນ​ສະ​ໄຫມ​ນີ້​ຈະ​ບໍ່​ລ່ວງ​ຫລັບ​ໄປ​ກ່ອນ ຈົນ​ກວ່າ​ເຫດ​ການ​ທັງ​ປວງ​ນີ້​ເກີດ​ຂຶ້ນ 33 ຟ້າ​ແລະ​ດິນ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກ​ເທື່ອ

ຊົງ​ເຕືອນ​ໃຫ້​ລະ​ວັງ

34 “ແຕ່​ຈົ່ງ​ລະ​ວັງ​ໃຫ້​ດີ ຢ້ານ​ວ່າ​ໃຈ​ຂອງ​ພວກ​ທ່ານ​ຈະ​ຫນັກ​ໄປ​ໃນ​ການ​ດື່ມ​ເຫລົ້າ ແລະ​ມົວ​ເມົາ ແລະ​ວິ​ຕົກ​ກັງ​ວົນ​ເຖິງ​ຊີ​ວິດ​ນີ້ ແລ້ວ​ເວ​ລາ​ນັ້ນ​ຈະ​ມາ​ເຖິງ​ພວກ​ທ່ານ​ໃນທັນ​ທີ 35 ເພາະ​ວ່າ​ວັນ​ນັ້ນ​ຈະ​ຫລອນ​ມາ​ຕົກ​ໃສ່​ຄົນ​ທັງ​ປວງ​ທົ່ວ​ຫນ້າ​ແຜ່ນ​ດິນໂລກ​ເຫມືອນ​ຄວ່າງ​ແຫ​ໃສ່​ປາ 36 ເຫດ​ສັນ​ນັ້ນ​ຈົ່ງ​ເຝົ້າ​ລະ​ວັງ​ແລະ​ໄຫວ້ວອນ​ຢູ່​ທຸກ​ເວ​ລາ ເພື່ອ​ທ່ານ​ຈະ​ມີ​ກຳ​ລັງ​ພົ້ນ​ຈາກ​ເຫດ​ການ​ທີ່​ຈະ​ບັງ​ເກີດ​ມາ​ນັ້ນ ແລະ​ຈະ​ຢືນ​ຢູ່​ຕໍ່​ຫນ້າ​ບຸດ​ມະ​ນຸດ​ໄດ້” 37 ກາງ​ເວັນ​ພຣະ​ອົງ​ຊົງ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທຸກວັນ ແລະ​ກາງ​ຄືນ​ກໍ​ສະ​ເດັດ​ອອກ​ໄປ​ປະ​ທັບ​ຢູ່​ທີ່​ພູ ຊຶ່ງ​ເຂົາ​ເອີ້ນ​ວ່າ​ພູ​ຫມາກກອກ​ເທດ 38 ເມື່ອ​ຮຸ່ງ​ເຊົ້າ ຄົນ​ທັງ​ປວງ​ໄດ້​ມາ​ຫາ​ພຣະ​ອົງ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ເພື່ອ​ຈະ​ຟັງ​ພຣະ​ອົງ

ລູກາ 22

ການ​ປອງ​ຮ້າຍ​ພຣະ​ເຢ​ຊູ

1 ເທ​ສ​ການ​ກິນ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ​ທີ່​ເອີ້ນ​ວ່າ​ປັ​ສ​ຄາ​ນັ້ນ​ກໍ​ມາ​ໃກ້​ແລ້ວ 2 ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ນັກ​ທັມ ຈະ​ຂ້າ​ພຣະ​ອົງ​ກໍ​ຊອກ​ຊ່ອງ​ທາງ ເພາະ​ເຂົາ​ຢ້ານ​ພົ​ລ​ເມືອງ 3 ອັນ​ນຶ່ງ, ຊາ​ຕານ​ໄດ້​ເຂົ້າ​ສູນ​ໃຈ​ຢູ​ດາ​ຜູ້​ມີ​ຊື່​ວ່າ​ອິສະ​ກາ​ຣິ​ອົດ ຜູ້​ຊຶ່ງ​ເປັນ​ຄົນ​ນຶ່ງ​ໃນ​ພວກ​ສິບ​ສອງ​ຄົນ​ນັ້ນ 4 ຢູ​ດາ​ໄດ້​ອອກ​ໄປ​ປຶກສາ​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ນາຍ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ ວາ​ຈະ​ມອບ​ພຣະ​ອົງ​ໃຫ້​ເຂົາ​ດ້ວຍ​ວິ​ທີ​ໃດ 5 ຄົນ​ເຫລົ່າ​ນັ້ນ​ດີ​ໃຈ​ແລະ​ຕົກ​ລົງ​ກັບ​ຢູ​ດາ​ວ່າ​ຈະ​ເອົາ​ເງິນ​ໃຫ້ 6 ສ່ວນ​ຢູ​ດາ​ກໍ​ຍອມ​ຮັບ​ຈຶ່ງ​ຊອກ​ຫາ​ໂອກາດ​ທີ່​ຈະ​ມອບ​ພຣະ​ອົງ​ໃຫ້​ເຂົາ​ເມື່ອຫວ້າງ​ຄົນ

ພຣະ​ເຢ​ຊູ​ສ​ເວີຍ​ປັ​ສ​ຄາ​ກັບ​ສາ​ວົກ

7 ພໍ​ເຖິງ​ວັນ​ທີ່​ເຂົາ​ກິນ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ ເປັນ​ວັນ​ທີ່​ເຂົາ​ຕ້ອງ​ຂ້າ​ລູກ​ແກະ​ສຳ​ລັບ​ປັ​ສ​ຄາ 8 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ໃຊ້​ເປ​ໂຕ​ແລະ​ໂຢ​ຮັນໂດຍ​ຊົງ​ສັ່ງ​ເຂົາ​ວ່າ, “ຈົ່ງ​ໄປ​ຈັດ​ແຈງ​ປັ​ສ​ຄາ​ໄວ້​ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ໄດ້​ກິນ” 9 ເຂົາ​ທູນ​ຖາມ​ພຣະ​ອົງ​ວ່າ, “ຈະ​ໃຫ້​ພວກ​ຂ້າ​ນ້ອຍ​ໄປ​ຈັດ​ແຈງ​ບ່ອນ​ໃດ” 10 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ດັ່ງ​ນີ້, ເມື່ອ​ທ່ານ​ທັງ​ສອງ​ຈະ​ເຂົ້າ​ໄປ​ໃນ​ກຸງ ກໍ​ຈະ​ມີ​ຊາຍ​ຄົນ​ນຶ່ງ​ແບກ​ຫມໍ້​ນ້ຳ​ມາ​ພົບ ຈົ່ງ​ຕາມ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ຜູ້​ນັ້ນ​ຈະ​ເຂົ້າ​ໄປ 11 ຈົ່ງ​ເວົ້າ​ກັບ​ເຈົ້າ​ເຮືອນ​ນັ້ນ​ວ່າ “ອາ​ຈານ​ໃຫ້​ຖາມ​ທ່ານ​ວ່າ, ຫ້ອງ​ຮັບ​ແຂກທີ່​ເຮົາ​ຈະ​ກິນ​ປັ​ສ​ຄາ​ກັບ​ພວກ​ສາ​ວົກ​ຂອງ​ເຮົາ​ໄດ້​ນັ້ນ​ຢູ່​ທີ່​ໃດ” 12 ເຈົ້າ​ຂອງ​ເຣືອນ​ຈະ​ຊີ້​ໃຫ້​ທ່ານ​ເຫັນ​ຫ້ອງ​ໃຫຍ່​ຊັ້ນ​ເທິງ​ທີ່​ຕົກ​ແຕ່ງ​ໄວ້​ແລ້ວ ທີ່​ນັ້ນ​ແຫລະ, ຈົ່ງ​ຈັດ​ແຈງ​ໄວ້” 13 ເຂົາ​ທັງ​ສອງ​ຈຶ່ງ​ໄປ​ແລະ​ພົບ​ເຫມືອນ​ດັ່ງ​ພຣະ​ອົງ​ຊົງ​ກ່າວ​ແກ່​ເຂົາ ແລ້ວ​ເຂົາ​ໄດ້​ຈັດ​ແຈງ​ປັ​ສ​ຄາ​ໄວ້

ຊົງ​ຕັ້ງ​ພິ​ທີ​ມະ​ຫາ​ສ​ນິດ

14 ເມື່ອ​ເຖິງ​ໂມງ​ມາ​ແລ້ວ ພຣະ​ອົງ​ປະ​ທັບ​ຮ່ວມ​ໂຕະ​ກັບ​ພວກ​ອັ​ຄ​ສາ​ວົກ 15 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ມີ​ຄວາມປາ​ຖ​ນາ​ດ້ວຍ​ເຕັມ​ໃຈ​ທີ່​ຈະ​ກິນ​ປັ​ສ​ຄານີ້​ກັບ​ພວກ​ທ່ານ ກ່ອນ​ເຮົາ​ຈະ​ທົນ​ທຸກ​ທໍ​ຣະ​ມານ​ 16 ດ້ວຍ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ເຮົາ​ຈະ​ບໍ່​ກິນ​ປັ​ສ​ຄາ​ນີ້​ອີກ​ຈັກ​ເທື່ອ ຈົນ​ກວ່າ​ຈະ​ສຳ​ເຣັດ​ຄວາມ​ຫມາຍ​ຂອງ​ປັ​ສ​ຄາ​ນັ້ນ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ” 17 ພຣະ​ອົງ​ຊົງ​ຈັບ​ເອົາ​ຈອກ​ໂມ​ທະ​ນາ​ພຣະ​ຄຸນ​ແລ້ວ​ຊົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຈອກ​ນີ້​ຢາຍ​ໃຫ້​ກັນ​ດື່ມ 18 ເພາະ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ​ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຜົນ​ອະ​ງຸ່ນ​ນີ້​ຕໍ່​ໄປ​ອີກ ຈົນ​ກວ່າ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ມາ​ຕັ້ງ​ຢູ່” 19 ພຣະ​ອົງ​ຊົງ​ຈັບ​ເຂົ້າ​ຈີ່​ມາ​ໂມ​ທະ​ນາ​ພຣະ​ຄຸນ​ແລ້ວ​ຊົງ​ຫັກ​ເຂົ້າ​ຈີ່​ນັ້ນ​ຍື່ນ​ໃຫ້​ແກ່​ເຂົາ ໂດຍ​ຊົງ​ກ່າວ​ວ່າ, “ນີ້​ແຫລະ, ຄື​ກາຍ​ຂອງ​ເຮົາ ຊຶ່ງ​ໄດ້​ປະ​ທານ​ສຳ​ລັບ​ທ່ານ​ທັງ​ຫລາຍ (ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະ​ນຶກ​ເຖິງ​ເຮົາ” 20 ເມື່ອ​ຮັ​ບ​ປະ​ທານ​ເຂົ້າ​ແລງ​ແລ້ວ ຈຶ່ງ​ຊົງ​ຈັບ​ເອົາ​ຈອກ​ມາ​ຢ່າງ​ດຽວ​ກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້​ເປັນ​ຄຳ​ສັນ​ຍາ​ໃຫ​ມ່​ໃນ​ເລືອດ​ຂອງ​ເຮົາ ທີ່​ຖອກ​ອອກ​ສຳ​ລັບ​ທ່ານ​ທັງ​ຫລາຍ) 21 ແຕ່​ເບິ່ງ​ແມ໋, ມື​ຂອງ​ຜູ້​ທີ່​ທໍ​ຣະ​ຍົດ​ຕໍ່​ເຮົາ​ກໍ​ຢູ່​ກັບ​ເຮົາ​ເທິງ​ໂຕະ​ນີ້ 22 ເພາະ​ບຸດ​ມະ​ນຸດ​ຈະ​ສະ​ເດັດ​ໄປ​ເຫມືອນ​ໄດ້​ຊົງ​ກໍາ​ນົດ​ໄວ້​ແລ້ວ ແຕ່​ວິ​ບັດ​ແກ່​ຜູ້​ນັ້ນ​ທີ່​ຈະ​ທໍ​ຣະ​ຍົດ​ຕໍ່​ບຸດ​ມະ​ນຸດ” 23 ພວກ​ສາ​ວົກ​ຕັ້ງ​ຕົ້ນ​ຖາມ​ກັນ​ວ່າ ແມ່ນ​ໃຜ​ໃນ​ຫມູ່​ເຂົາ​ທີ່​ຈະ​ເຮັດ​ກາ​ນນັ້ນ

ເຣື່ອງ​ການ​ຊິງ​ກັນ​ເປັນ​ໃຫຍ່

24 ແລະ​ເກີດ​ມີ​ການ​ຖຽງ​ກັນ​ຂຶນ​ໃນ​ລະ​ຫ​ວ່າງ​ເຂົາ​ວ່າ ຈະ​ຖື​ວ່າ​ໃຜ​ເປັນ​ຜູ້​ໃຫຍ່ກວ່າ​ຫມູ່ 25 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ກະ​ສັດ​ຂອງ​ຄົນ​ຕ່າງ​ຊາດ​ຍ່ອມ​ເປັນ​ເຈົ້າ​ເຫນືອ​ເຂົາ ແລະ​ຜູ້​ທີ່​ມີ​ອຳ​ນາດ​ເຫນືອ​ເຂົາ​ນັ້ນ ເຂົາ​ເອີ້ນ​ວ່າ​ເຈົ້າ​ບຸນ​ເຈົ້າ​ຄຸນ 26 ແຕ່​ໃນ​ພວກ​ທ່ານ​ບໍ່​ເປັນຢ່າງ​ນັ້ນ ແຕ່​ຜູ້​ໃດ​ໃນ​ພວກ​ທ່ານ​ເປັນ​ອ້າຍ​ໃຫ້​ເປັນ​ເຫມືອນ​ນ້ອງ ແລະ​ຜູ້​ໃດ​ເປັນ​ນາຍ​ໃຫ້​ຜູ້​ນັ້ນ​ເປັນ​ເຫມືອນ​ຄົນ​ຮັບ​ໃຊ້ 27 ດ້ວຍ​ວ່າ​ໃຜ​ເປັນ​ຜູ້​ໃຫຍ່ ແມ່ນ​ຜູ້​ທີ່​ນັ່ງ​ຢູ່​ໂຕະ​ຫລືຜູ້​ທີ່​ຮັບ​ໃຊ້ ບໍ່​ແມ່ນ​ຜູ້​ນັ່ງຢູ່​ໂຕະ​ຫລື ແຕ່​ຝ່າຍ​ເຮົາ, ເຮົາ​ຢູ່​ຖ້າມ​ກາງ​ພວກ​ທ່ານ​ເປັນ​ເຫມືອນ​ຜູ້​ຮັບ​ໃຊ້ 28 “ຝ່າຍ​ພວກ​ທ່ານ​ເປັນ​ຜູ້​ຮັບ​ທີ່​ຕິດ​ຫມັ້ນ​ຢູ່​ກັບ​ເຮົາ​ໃນ​ເວ​ລາ​ຖືກ​ທົດ​ລອງ 29 ພຣະ​ບິ​ດາ​ໄດ້​ຊົງ​ຈັດ​ແຈງ​ແຜ່ນ​ດິນ​ໃຫ້​ແກ່​ເຮົາ​ຢ່າງ​ໃດ ເຮົາ​ກໍ​ຈັດ​ແຈງ​ແຜ່ນ​ດິນ​ນຶ່ງ​ໄວ້​ສຳ​ລັບ​ທ່ານ​ທັງ​ຫລາຍ​ເຫມື​ອນ​ກັນ 30 ເພື່ອ​ພວກ​ທ່ານ​ຈະ​ກິນ​ແລະ​ດື່ມ​ທີ່​ໂຕະ​ຂອງ​ເຮົາ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ເຮົາ ແລະ​ເພື່ອ​ພວກ​ທ່ານ​ຈະ​ນັ່ງ​ເທິງ​ບັນ​ລັງ​ພິ​ພາກ​ສາ​ພວກ​ອິສ​ຣາ​ເອນ​ທັງ​ສິບ​ສອງ​ຕະ​ກູນ​ນັ້ນ

ຊົງ​ທຳ​ນ​ວາຍ​ວ່າ​ເປ​ໂຕ​ຈະ​ປະ​ຕິ​ເສດ​ພຣະ​ອົງ

31 “ຊີ​ໂມນ, ຊີ​ໂມນ​ເອີຍ, ເບິ່ງ​ແມ໋, ຊາ​ຕານ​ໄດ້​ຂໍ​ເອົາ​ພວກ​ທ່ານ​ໄວ້ ເພື່ອ​ຈະ​ຝັດ​ຮ່ອນ​ພວກ​ທ່ານ​ເຫມືອນ​ຝັດເຂົ້າ​ເປືອກ​ 32 ແຕ່​ເຮົາ​ໄດ້​ໄຫວ້ວອນ​ສຳ​ລັບ​ທ່ານ​ເພື່ອ​ຄວາມ​ເຊື່ອ​ຂອງທ່ານ​ຈະ​ບໍ່​ຂາ​ດ ຝ່າຍ​ທ່ານ, ເມື່ອ​ໄດ້​ກັບ​ຄືນ​ມາ​ແລ້ວ ຈົ່ງ​ຊູ​ແຮງ​ພີ່​ນ້ອງ​ຂອງ​ທ່ານ​ໄວ້” 33 ຝ່າຍ​ຊີໂມນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂ້າ​ນ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ໄປ​ກັບ​ທ່ານ​ ເຖິງ​ຈະ​ຕ້ອງ​ຕິດ​ຄຸກ​ຫລື​ເຖິງ​ຕາຍ​ກໍ​ດີ” 34 ພຣະ​ອົງ​ຊົງ​ກ່າວ​ວ່າ, “ເປ​ໂຕ​ເອີຍ, ເຮົາ​ບອກ​ທ່ານ​ວ່າ​ວັນ​ນີ້​ແຫລະ ກ່ອນ​ໄກ່​ຂັນ​ທ່ານ​ຈະ​ໄດ້​ປະ​ຕິ​ເສດ​ວ່າ​ບໍ່​ຮູ້​ຈັກ​ເຮົາ​ເຖິງ​ສາມ​ເທື່ອ”

ເຣື່ອງ​ກະ​ເປົາ​ເງິນ ຖົງ ແລະ​ດາບ

35 ພຣະ​ອົງ​ໄດ້​ຊົງ​ຖາມ​ເຂົາ​ວ່າ, “ເມື່ອ​ເຮົາ​ໄດ້​ໃຊ້​ທ່ານ​ທັງ​ຫລາຍ​ອອກ​ໄປ ໂດຍ​ບໍ່​ມີ​ກະ​ເປົາ​ເງິນ ບໍ່​ມີ​ຖົງ ຫລື​ບໍ່​ມີ​ເກີບ​ນັ້ນ ພວກ​ທ່ານ​ໄດ້​ຂາດ​ເຂີນ​ສິ່ງ​ໃດ​ແດ່”ເຂົາ​ທູນ​ຕອບ​ວ່າ, “ບໍ່​ໄດ້​ຂາດ​ເຂີນ​ສິ່ງ​ໃດ” 36 ພຣະ​ອົງ​ຊົງ​ກ່າວກັບ​ເຂົາ​ວ່າ, “ແຕ່​ດຽວ​ນີ້​ໃຜ​ມີ​ກະ​ເປົາ​ເງິນ​ກໍ​ໃຫ້​ຖື​ໄປ ແລະ​ຖົງ​ກໍ​ໃຫ້​ຖື​ໄປ​ເຫມືອນ​ກັນ ສ່ວນ​ຜູ້​ບໍ່​ມີ​ດາບ​ກໍ​ໃຫ້​ຂາຍ​ເສື້ອ​ໃຫຍ່​ຂອງ​ຕົນ ເພື່ອ​ຊື້​ດາບດວງ​ນຶ່ງ 37 ດ້ວຍ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຄຳ​ທີ່​ຂຽນ​ໃນ​ພຣະ​ຄັມ​ພີ​ນັ້ນ​ຈະ​ຕ້ອງ​ສຳ​ເຣັດ​ໃນ​ເຮົາ ຄື​ຄຳ​ທີ່​ວ່າ “ທ່ານ​ຖືກ​ນັບ​ເຂົ້າ​ກັບ​ຄົນ​ອະ​ທັມ” ເພາະ​ຄຳ​ທີ່​ຂຽນ​ໄວ້​ກ່ຽວ​ກັບ​ເຮົາ​ນັ້ນ​ກໍ​ຈະ​ສຳ​ເຣັດ” 38 ແລະ​ເຂົາ​ທູນ​ວ່າ, “ນາຍ​ເອີຍ, ເບິ່ງ​ດາບ​ສອງດວງ​ນີ້​ແມ໋” ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ພໍ​ແລ້ວ”

ຊົງ​ອ້ອນວອນ​ທີ່​ເຄັດ​ເຊ​ມາເນ​

39 ແ​ລ້ວ​ພຣະ​ອົງໄດ້​ສະ​ເດັດ​ອອກ​ໄປ​ຍັງ​ພູ​ຫມາກກອກ​ເທດ​ຕາມ​ເຄີຍ ແລະ​ພວກ​ສາ​ວົກ​ໄດ້​ຕາມ​ພຣະ​ອົງ​ໄປ 40 ເມື່ອ​ມາ​ເຖິງ​ບ່ອນ​ນັ້ນ​ແລ້ວ ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ອ້ອນວອນ​ຢູ່​ເພື່ອ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ການ​ທົດ​ລອງ” 41 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ອອກ​ຈາກ​ເຂົາ​ໄກ​ປະ​ມານ​ຄວ່າງ​ກ້ອນ​ຫີນ​ເຖິງ ແລະ​ຊົງ​ຄຸ​ເຂົ່າ​ລົງ​ອ້ອນວອນ​ວ່າ, 42 “ພຣະ​ບິ​ດາ​ເອີຍ, ຖ້າ​ພໍ​ພຣະ​ທັຍ​ຂໍ​ໃຫ້​ຈອກ​ນີ້​ເຄື່ອນ​ຍ້າຍ​ໄປ​ຈາກ​ລູກທ້ອນ ແຕ່​ຢ່າງ​ໃດ​ກໍ​ດີ, ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມຄວາມ​ປາ​ຖ​ນາ​ຂອງ​ລູກ ແຕ່​ໃຫ້​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເທີນ” 43 ແລ້ວ​ມີ​ເທວະ​ດາ​ຕົນ​ນຶ່ງ​ຈາກ​ສວັນ​ມາ​ປາ​ກົດ​ແກ່​ພຣະ​ອົງ ຊູ​ກຳ​ລັງ​ພຣະ​ອົງ​ຂຶ້ນ 44 ເມື່ອ​ຊົງ​ເກີດ​ເປັນ​ທຸກວຸ້ນ​ວາຍ​ຫລາຍ​ຂຶ້ນ ພຣະ​ອົງ​ກໍ​ຊົງ​ຕັ້ງ​ພຣະ​ທັຍ​ອ້ອນວອນ​ຫລາຍ ເຫື່ອ​ຂອງ​ພຣະ​ອົງ​ເກີດ​ເປັນ​ເຫມືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນ​ເມັດ​ໃຫຍ່ 45 ເມື່ອ​ຊົງ​ລຸກ​ຂຶ້ນ​ຈາກ​ການອ້ອນວອນ​ແລ້ວ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຫາ​ພ​ວກ​ສາ​ວົກ ແລະ​ຊົງ​ພົບ​ເຂົາ​ກຳ​ລັງ​ນອນ​ຫລັບ​ຢູ່​ດ້ວຍ​ຄວາມ​ທຸກ​ໂສກ 46 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເປັນ​ຫຍັງ​ຈຶ່ງນອນ​ຫລັບ​ຢູ່ ລຸກ​ຂຶ້ນ​ອ້ອນວອນ​ເພື່ອ​ພວກ​ທ່ານ​ຈະ​ບໍ່​ຕົກ​ໃນ​ການ​ທົດ​ລອງ”

ຊົງ​ຖືກມອບ​ໄວ້​ແລະ​ຈັບ​ໄປ

47 ເມື່ອ​ພຣະ​ອົງຍັງ​ຊົງ​ກ່າວ​ບໍ່​ທັນ​ຂາດ​ຄຳ ເບິ່ງແມ໋, ມີ​ຄົນ​ຈຳ​ນວນ​ຫລາຍ ແລະ​ຜູ້​ທີ່​ຊື່ວ່າ​ຢູ​ດາ ຊຶ່​ງເປັນ​ຜູ້​ນຶ່ງ​ໃນ​ພວກ​ສິບ​ສອງ​ຄົນ​ນັ້ນ​ໄດ້​ນຳ​ຫນ້າ​ເຂົາ​ມາ ຢູ​ດາ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ພຣະ​ເຢ​ຊູ​ເພື່ອ​ຈະ​ຈູບ​ພຣະ​ອົງ 48 ແຕ່​ພຣະ​ເຢ​ຊູ​ຊົງ​ຖາມ​ວ່າ, “ຢູ​ດາ​ເອີຍ, ທ່ານ​ຈະ​ມອບ​ບຸດ​ມະ​ນຸດ​ດ້ວຍ​ການ​ຈູບ​ຫລື” 49 ເມື່ອ​ຄົນ​ທີ່​ຢູ່​ນຳ​ພຣະ​ອົງ​ເຫັນ​ເຫດ​ການ​ທີ່​ຈະ​ບັງ​ເກີດ​ຂຶ້ນ​ນັ້ນ ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຈະ​ໃຫ້​ພວກ​ຂ້າ​ນ້ອຍ​ເອົາ​ດາບ​ມາ​ຟັນ​ຫລື” 50 ມີ​ຜູ້​ນຶ່ງ​ໃນ​ພວກ​ສາ​ວົກ​ໄດ້​ຟັນ​ຂ້ອຍ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາ​ປະ​ໂຣ​ຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ 51 ແຕ່​ພຣະ​ເຢ​ຊູ​ຊົງ​ກ່າວວ່າ, “ເຊົາ​ເສັຽ​ເທາະ” ແລ້ວ​ພຣະ​ອົງ​ຊົງ​ບາຍ​ຫູ​ຄົນ​ນັ້ນ​ເຣັດ​ໃຫ້​ດີ​ເປັນ​ປົກ​ກະ​ຕິ 52 ຝ່າຍ​ພຣະ​ເຢ​ຊູຊົງ​ກ່າວ​ແກ່​ພວກ​ປະ​ໂຣ​ຫິ​ດ​ຕົນ​ໃຫຍ່ ກັບ​ພວກ​ນາຍ​ທະ​ຫານ​ທີ່​ຣັກ​ສາ​ພຣະ​ວິ​ຫານ​ແລະ​ພວກ​ເຖົ້າ​ແກ່​ທີ່​ອອກ​ມາ​ຕໍ່​ສູ້​ພຣະ​ອົງ​ນັ້ນ​ວ່າ, “ທ່ານ​ທັງ​ຫລາຍ​ຖື​ດາບ ຖື​ຄ້ອນ​ອອກ​ມາ​ເຫມືອນ​ຕໍ່​ສູ້​ໂຈນ​ຫລື 53 ເມື່ອ​ເຮົາ​ຢູ່​ກັບ​ທ່ານ​ທັງ​ຫລາຍ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທຸກໆ​ວັນ​ນັ້ນ ພວກ​ທ່ານ​ບໍ່​ໄດ້​ຍື່ນ​ມື​ຕໍ່​ສູ້​ເຮົາ ແຕ່​ບັດ​ນີ້​ເປັນ​ເວ​ລາ​ຂອງ​ພວກ​ທ່ານ​ແລະ​ເປັນ​ເວ​ລາ​ຂອງ​ອຳ​ນາດ​ແຫ່ງ​ຄວາມ​ມືດ”

ເປ​ໂຕ​ປະ​ຕິ​ເສດ​ພຣະ​ເຢ​ຊູ

54 ເມື່ອ​ໄດ້​ຈັບ​ພຣະ​ອົງ​ແລ້ວ​ເຂົາ​ໄດ້​ພາໄປ ແລະ​ຄຸມ​ພຣະ​ອົງ​ເຂົ້າ​ໄປ​ໃນ​ສຳ​ນັກ​ຂອງ​ມະ​ຫາ​ປະ​ໂຣ​ຫິດ​ ຝ່າຍ​ເປ​ໂຕ​ໄດ້​ຕາມ​ໄປ​ໃນ​ລະ​ຍະ​ຫ່າງ​ໄກ 55 ເມື່ອ​ເຂົາ​ໄດ້​ດັງ​ໄຟ​ໃນ​ກາງ​ເດີ່ນ​ບ້ານ​ແລະ​ພາ​ກັນ​ນັ່ງ​ລົງ ເປ​ໂຕ​ກໍ​ເຂົ້າ​ໄປ​ນັ່ງ​ກັບ​ເຂົາ 56 ມີ​ຍິງ​ໃຊ້​ຄົນ​ນຶ່ງ​ເຫັນ​ເປ​ໂຕ​ນັ່ງ​ຢູ່​ບ່ອນ​ແສງ​ໄຟ​ສ່ອງ ກໍ​ເພ່ງ​ເບິ່ງ​ແລ້ວ​ເວົ້າ​ວ່າ, “ຄົນຜູ້​ນີ້​ແຫລະ, ເຄີຍ​ຢູ່​ກັບ​ຄົນ​ນັ້ນ” 57 ແຕ່​ເປ​ໂຕຕອບ​ປະ​ຕິ​ເສດ​ວ່າ, “ຍິງ​ເອີຍ, ຄົນ​ຜູ້​ນັ້ນ​ຂ້ອຍ​ບໍ່​ຮູ້​ຈັກ” 58 ອີກ​ຫນ້ອຍ​ນຶ່ງ​ມີ​ຄົນ​ນຶ່ງ​ເຫັນ​ເປ​ໂຕ​ກໍ​ເວົ້າ​ວ່າ, “ໂຕ​ເປັນ​ຄົນ​ໃນ​ພວກ​ນັ້ນ​ເຫມືອນ​ກັນ” ເປ​ໂຕ​ຈຶ່ງ​ຕອບ​ວ່າ, “ຊາຍ​ເອີຍ, ບໍ່​ແມ່ນດອກ” 59 ຢູ່​ມາ​ປະ​ມານ​ຊົ່ວ​ໂມງ​ນຶ່ງ​ມີ​ອີກ​ຄົນ​ນຶ່ງ​ຢືນ​ຢັນ​ຢ່າງ​ແຂງ​ແຮງວ່າ, “ຄັກ​ແທ້​ແລ້ວ ຜູ້​ນີ້​ແຫລະ, ເຄີຍ​ຢູ່​ກັບ​ຄົນ​ນັ້ນ ເພາະ​ເປັນ​ໄທ​ຄາ​ລີ​ເລ​ເຫມືອນ​ກັນ” 60 ແຕ່​ເປ​ໂຕ​ໄດ້​ຕອບ​ວ່າ, “ຊາຍ​ເອີຍ, ເຣື່ອງ​ທີ່​ມຶງ​ເວົ້າ​ນັ້ນ​ກູ​ບໍ່​ຮູ້​ຈັກ” ໃນ​ທັນ​ໃດ ເມື່ອ​ເປ​ໂຕ​ເວົ້າ​ຍັງ​ບໍ່​ທັນ​ຂາດ​ຄຳ​ໄກ່​ກໍ​ຂັ​ນ 61 ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຫລຽວ​ເບິ່ງ​ເປ​ໂຕ ແລ້ວ​ເປ​ໂຕ​ກໍ​ລະ​ນຶກ​ເຖິງ​ຄຳ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ແກ່​ຕົນ​ວ່າ, “ວັນ​ນີ້​ກ່ອນ​ໄກ່​ຂັນ​ທ່ານ​ຈະ​ປະ​ຕິ​ເສດ​ເຮົາ​ເຖິງ​ສາມ​ເທື່ອ” 62 ແລ້ວ​ເປ​ໂຕ​ກໍ​ອອກ​ໄປ​ຂ້າງນອກ​ຮ້ອງ​ໄຫ້​ເປັນ​ທຸກ​ຫນັກ​ໃຈ

ການ​ເຍາະ​ເຍີ້ຍ​ທຸບ​ຕີ​ພຣະ​ເຢ​ຊູ

63 ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ໄດ້​ຄຸມ​ພຣະ​ເຢ​ຊູ ກໍ​ໄດ້​ເຍາະ​ເຍີ້ຍ​ແລະ​ທຸບ​ຕີ​ພຣະ​ອົງ 64 ແລະ​ເມື່ອ​ເຂົາ​ໄດ້​ເອົາ​ຜ້າ​ມັດ​ພຣະ​ເນດ​ພຣະ​ອົງ​ແລ້ວ ເຂົາ​ກໍ​ຖາມ​ວ່າ, “ແມ່ນ​ໃຜ​ຕີ​ມຶງ ທວາຍ​ເບິ່ງ​ແມ໋” 65 ເຂົາ​ໄດ້​ເວົ້າ​ຄຳ​ຫ​ຍາບ​ຊ້າ​ຕໍ່​ພຣະ​ອົງ​ອີກ​ຫລາຍ​ປະ​ການ

ພຣະ​ເຢ​ຊູ​ຕໍ່​ຫນ້າ​ສານ​ສູງ​ສຸດ

66 ຄັນຮຸ່ງ​ເຊົ້າ​ມາ​ແລ້ວ​ພວກ​ເຖົ້າ​ແກ່​ຂອງ​ພົ​ລ​ເມືອງ ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ ແລະ​ພວກ​ນັກ​ທັມ​ໄດ້​ມາ​ປະ​ຊຸມ​ກັນ ແລະ​ເຂົາ​ໄດ້​ພາພຣະ​ອົງ​ເຂົ້າ​ໄປ​ໃນ​ສານ​ສູງ​ສຸດ​ຂອງ​ເຂົາ 67 ຈຶ່ງ​ເວົ້າ​ວ່າ, “ຖ້າ​ເຈົ້າ​ເປັນ​ພຣະ​ຄຣິດ ຈົ່ງ​ບອກ​ເຮົາ​ເສັຽ” ແຕ່​ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ເຖິງ​ເຮົາ​ຈະ​ບອກ​ພວກ​ທ່ານ ທ່ານ​ກໍ​ຈະ​ບໍ່​ເຊື່ອ​ເຮົາ​ດອກ 68 ແລະ​ເຖິງ​ເຮົາ​ຈະ​ຖາມ​ພວກ​ທ່ານ ທ່ານ​ກໍ​ຈະ​ບໍ່​ຕອບ​ເຮົາ​ຈັກຄໍາ 69 ແຕ່​ວ່າ​ຕັ້ງແຕ່​ນີ້​ໄປ​ບຸດ​ມະ​ນຸດ​ຈະ​ນັ່ງ​ເບື້ອງ​ຂວາ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ” 70 ເຂົາ​ທຸກ​ຄົນ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ​ເຈົ້າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຫລື” ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ເອງວ່າ​ເຮົາ​ເປັນ​ຢ່າງ​ນັ້ນ​ແຫລະ” 71 ແລະ​ເຂົາ​ໄດ້​ເວົ້າ​ວ່າ, “ພວກ​ເຮົາ​ຍັງ​ຈະ​ຕ້ອງ​ການ​ພຍານ​ອັນ​ໃດ​ອີກ ເພາະ​ຝ່າຍ​ພວກ​ເຮົາ​ໄດ້​ຍິນ​ຈາກ​ປາກ​ຂອງ​ມັນ​ເອງແລ້ວ”

ລູກາ 23

ພຣະ​ເຢ​ຊູ​ຕໍ່​ຫນ້າ​ປີ​ລາດ

1 ແລ້ວ​ຂາ​ປະ​ຊຸມ​ທັງ​ຫມົດ​ໄດ້​ລຸກ​ຂຶ້ນ​ພາ​ພຣະ​ເຢ​ຊູໄປ​ຫາ​ປີ​ລາດ 2 ແລະ​ເຂົາ​ໄດ້​ຕັ້ງ​ຕົ້ນ​ຟ້ອງ​ພຣະ​ອົງ​ວ່າ, “ພວກ​ເຮົາ​ໄດ້​ພົບ​ຄົນ​ນີ້​ກຳ​ລັງ​ຊັກ​ຊວນ​ຊົນ​ຊາດ​ຂອງ​ເຮົາ​ໃຫ້​ເຮັດ​ຜິດ ຄື​ຫ້າມ​ບໍ່​ໃຫ້​ເສັຽ​ສ່ວຍ​ແກ່​ກາຍ​ຊາ ແລະ​ຍັງ​ເວົ້າ​ວ່າ​ຕົວ​ເອງ​ເປັນ​ພຣະ​ຄຣິດ ຄື​ກະ​ສັດ​ອົງ​ນຶ່ງ” 3 ປີ​ລາດ​ຈຶ່ງ​ຖາມ​ພຣະ​ເຢ​ຊູ​ວ່າ, “ເຈົ້າ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ຫລື” ພຣະ​ອົງ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ແລ້ວ” 4 ປີ​ລາດ​ຈຶ່ງ​ເວົ້າ​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ປະ​ຊາ​ຊົນ​ວ່າ, “ເຮົາ​ບໍ່​ເຫັນ​ຜິດ​ໃນ​ຜູ້​ນີ້​ຈັກ​ປະ​ການ” 5 ແລະ​ເຂົາ​ແຮ່ງ​ກ່າວ​ຄຳ​ແຂງ​ຂຶ້ນ​ວ່າ, “ຄົນ​ຜູ້​ນີ້​ໄດ້​ຍົວະ​ຍົງ​ພົ​ລ​ເມືອງ​ໃຫ້​ຕື່ນ​ຂຶ້ນ ແລະ​ສັ່ງ​ສອນ​ທົ່ວ​ແຂວງ​ຢູ​ດາຍ​ຕັ້ງ​ແຕ່​ແຂວງ​ຄາ​ລີ​ເລ​ຈົນ​ເຖິງ​ທີ່​ນີ້”

ພຣະ​ເຢ​ຊູ​ຕໍ່​ຫນ້າ​ເຮ​ໂຣດ

6 ເມື່ອ​ປີ​ລາດ​ໄດ້​ຍິນ​ເຂົາ​ອອກ​ຊື່​ຄາ​ລີ​ເລ​ຈຶ່ງ​ຖາມ​ວ່າ, “ຄົນ​ນີ້​ເປັນ​ໄທ​ຄາ​ລີ​ເລ​ຫລື” 7 ເມື່ອ​ຊາບ​ວ່າ​ພຣະ​ອົງ​ຊົງ​ເປັນ​ຄົນ​ຢູ່​ໃນ​ຂອບ​ເຂດ​ປົກ​ຄອງ​ຂອງ​ເຮ​ໂຣດ ປີ​ລາດ​ຈຶ່ງ​ສົ່ງ​ພຣະ​ອົງ​ໄປ​ຫາ​ເຮ​ໂຣດ ຜູ້​ກຳ​ລັງ​ພັກ​ຢູ່​ໃນ​ກຸງ​ເຢ​ຣູ​ຊາເລັມ​ໃນ​ເວ​ລາ​ນັ້ນ 8 ເມື່ອ​ເຮ​ໂຣດ​ໄດ້​ເຫັນ​ພຣະ​ເຢ​ຊູ​ກໍ​ມີ​ຄວາມ​ຍິນ​ດີ​ຫລາຍ ດ້ວຍ​ວ່າ​ທ່ານ​ຢາກ​ພົບ​ພຣະ​ອົງ​ແຕ່​ເຫິງ​ແລ້ວ ເພາະ​ໄດ້​ຍິນ​ເຖິງ​ເຣື່ອງ​ພຣະ​ອົງ ແລະ​ຫວັງ​ວ່າ​ຈະ​ເຫັນ​ພຣະ​ອົງ​ຊົງ​ເຣັດ​ການ​ອັດ​ສະ​ຈັນ​ບາງ​ປະ​ການ 9 ທ່ານ​ຈຶ່ງ​ຖາມ​ພຣະ​ອົງ​ຫລາຍ​ຂໍ້ ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ຕອບ​ຈັກ​ຢ່າງ 10 ຝ່າຍ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ນັກ​ທັມ​ກໍ​ຢືນ​ຂຶ້ນ​ຟ້ອງ​ພຣະ​ອົງຢ່າງ​ແຂງ​ແຮງ 11 ແລະ​ເຮ​ໂຣດ​ກັບ​ພວກ​ທະ​ຫານ​ຂອງ​ທ່ານ​ໄດ້​ດູ​ຫມິ່ນ​ເຍາະ​ເຍີ້ຍ​ພຣະ​ອົງ ແລະ​ເອົາ​ເສື້ອ​ໂຕ​ງົດງາມ​ມາ​ຫົ່ມ​ໃຫ້​ພຣະ​ອົງ ແລ້ວ​ສົ່ງ​ພຣະ​ອົງ​ຄືນ​ໄປ​ຫາ​ປີ​ລາດ 12 ຝ່າຍ​ປີ​ລາດ​ກັບ​ເຮ​ໂຣດ​ໄດ້​ຄືນ​ດີ​ກັນ​ໃນ​ວັນ​ນັ້ນ ດ້ວຍ​ວ່າ​ແຕ່ກ່ອນ​ເປັນ​ສັດ​ຕຣູ​ກັນ

ພຣະ​ເຢຊູ​ຊົງ​ຖືກ​ພິ​ພາກ​ສາ​ໃຫ້​ເຖິງ​ສິ້ນ​ພຣະ​ຊົນ

13 ປີ​ລາດ​ຈຶ່ງ​ສັ່ງພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ພວກ​ເຈົ້າ​ນາຍ ກັ​ບຣາ​ສດອນ​ໃຫ້​ມາ​ປະ​ຊຸມ​ກັນ 14 ແລ້ວກ່າວ​ແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ໄດ້​ພາ​ຄົນ​ນີ້​ມາ​ຫາ​ເຮົາ​ຟ້ອງວ່າ​ເປັນ​ຄົນ​ຊັກ​ຊວນ​ຣາ​ສດອນ​ໃຫ້​ຫລົງ​ຜິດ​ໄປ ແລະ​ເບິ່ງ​ແມ໋, ເຮົາ​ໄດ້​ສືບ​ສວນ​ຕໍ່​ຫນ້າ​ພວກ​ທ່ານ ແລະ​ບໍ່​ເຫັນ​ວ່າ​ຄົນ​ນີ້​ມີ​ຄວາມ​ຜິດ​ໃນ​ຂໍ້​ທີ່​ທ່ານ​ທັງ​ຫລາຍ​ຟ້ອງ​ນັ້ນ 15 ແລະ​ເຮ​ໂຣດ​ກໍ​ບໍ່​ເຫັນ​ມີ​ຄວາມ​ຜິດ​ເຫມືອນ​ກັນ ເພາະ​ວ່າ​ທ່ານ​ໄດ້​ສົ່ງ​ຕົວ​ຄົນ​ນີ້​ກັບ​ມາ​ຫາ​ເຮົາ​ອີກ​ແລ້ວ ເບິ່ງ​ແມ໋, ຄົນ​ຜູ້​ນີ້ບໍ່​ໄດ້​ເຣັດ​ຜິດ​ອັນ​ໃດ​ທີ່​ສົມ​ຄວນ​ຈະ​ຖືກ​ໂທດ​ເຖິງ​ຕາຍ 16 ເຫດ​ສັນ​ນັ້ນ​ເມື່ອ​ເຮົາ​ຂ້ຽນ​ຜູ້​ນີ້​ແລ້ວ​ກໍ​ຈະ​ປ່ອຍ​ໄປ” 17 (ດ້ວຍ​ວ່າ​ໃນ​ງານ​ເທ​ສ​ການ​ນັ້ນ​ທ່ານ​ຕ້ອງ​ປ່ອຍ​ຄົນ​ນຶ່ງ​ໃຫ້​ເຂົາ) 18 ແຕ່​ຄົນ​ທັງ​ປວງ​ຮ້ອງ​ຂຶ້ນ​ພ້​ອມ​ກັນ​ວ່າ, “ເອົາ​ມັນ​ໄປ​ຂ້າ​ເສັຽ ແລ້ວ​ຈົ່ງ​ປ່ອຍ​ບາ​ຣາ​ບາ​ໃຫ້​ພວກ​ເຮົາ” 19 ສ່ວນ​ບາ​ຣາ​ບາ​ນັ້ນ​ກໍ​ຕິດ​ຄຸກ​ຢູ່ ເພາະ​ການ​ຈະ​ລາ​ຈົນ​ທີ່​ເກີດ​ຂຶ້ນ​ໃນ​ເມືອງ​ແລະ​ການ​ຂ້າ​ຄົນ 20 ສ່ວນ​ປີລາດ​ຍັງ​ມີ​ນ້ຳ​ໃຈ​ຢາກ​ປ່ອຍ​ພຣະ​ເຢ​ຊູ​ຈຶ່ງ​ກ່າວ​ກັບ​ເຂົາ​ອີກ 21 ແຕ່​ເຂົາ​ໄດ້​ຮ້ອງ​ດັງ​ຂຶ້ນ​ວ່າ, “ຄຶງ​ໄວ້, ຄຶງ​ມັນ​ໄວ້​ທີ່​ໄມ້​ກາງ​ແຂນ” 22 ປີ​ລາດ​ຈຶ່ງ​ກ່າວ​ກັບ​ເຂົາ​ເປັນ​ເທື່ອ​ທີ່​ສາມ​ວ່າ, “ຄຶງ​ເຮັດ​ຫຍັງ ຄົນ​ນີ້​ໄດ້​ເຮັດ​ຜິດ​ອັນ​ໃດ ເຮົາ​ບໍ່​ໄດ້​ເຫັນ​ມີ​ຜິດ​ອັນ​ໃດ​ທີ່​ສົມ​ຄວນ​ຈະ​ໃຫ້​ຖືກ​ໂທດ​ເຖິງ​ຕາຍ ເຫດ​ສັນ​ນັ້ນ​ເມື່ອ​ເຮົາ​ຂ້ຽນ​ແລ້ວ​ກໍ​ຈະ​ປ່ອຍ​ເສັຽ” 23 ຝ່າຍ​ຄົນ​ທັງ​ປວງ​ກໍ​ພ້ອມ​ກັນ​ຮ້ອງ​ສຽງ​ດັງ ເພື່ອ​ຈະ​ໃຫ້​ຄຶງ​ພຣະ​ອົງ​ໄວ້​ທີ່​ໄມ້​ກາງ​ແຂນ ແລະ​ສຽງ​ຂອງ​ເຂົາ​ກໍ​ຊະ​ນະ 24 ແລ້ວ​ປີ​ລາດ​ຈຶ່ງ​ຕັດ​ສິນ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ຂໍ​ຮ້ອງ​ຂອງ​ເຂົາ 25 ທ່ານ​ຈຶ່ງ​ປ່ອຍ​ຄົນ​ທີ່​ເຂົາ​ຂໍ​ນັ້ນ ຄື​ຜູ້​ທີ່​ຕິດ​ຄຸກ​ຢູ່​ເພາະ​ການ​ຈະ​ລາ​ຈົນ​ແລະ​ການ​ຂ້າ​ຄົນ ແຕ່​ໄດ້​ມອບພຣະ​ເຢ​ຊູ​ໄວ້​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຂົາ

ການ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

26 ເມື່ອ​ເຂົາ​ພາ​ພຣະ​ອົງ​ອອກ​ໄປ ເຂົາ​ໄດ້​ຈັບ​ຊີ​ໂມນ​ໄທ​ກີ​ເຣ​ເນ​ທີ່​ກຳ​ລັງ​ມາ​ຈາກ​ບ້ານນອກ ແລ້ວ​ເອົາ​ໄມ້​ກາງ​ແຂນ​ວາງ​ໃສ່​ໃຫ້​ແບກ​ຕາມ​ພຣະ​ເຢ​ຊູ​ໄປ 27 ປະ​ຊາ​ຊົນ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ຕາມ​ພຣະ​ອົງ​ໄປ ທັງ​ພວກ​ແມ່​ຍິງ​ທີ່​ຕີ​ເອິກ​ຮ້ອງ​ໄຫ້​ເພາະ​ພຣະ​ອົງ 28 ພຣະ​ເຢ​ຊູ​ຊົງ​ຫລຽວ​ຫລັງ​ຫາ​ເຂົາ​ແລ້ວ​ຊົງ​ກ່າວ​ວ່າ, “ລູກ​ສາວ​ເຢ​ຣູ​ຊາ​ເລັມ​ເອີຍ, ຢ່າ​ຊູ​ຮ້ອງ​ໄຫ້​ສົງ​ສານ​ເຮົາ ແຕ່​ຈົ່ງ​ຮ້ອງ​ໄຫ້​ສົງ​ສານ​ຕົນ​ເອງ ແລະ​ສົງ​ສານ​ລູກ​ທັງ​ຫລາຍ​ຂອງ​ຕົນ 29 ດ້ວ​ຍວ່າ​ ເບິ່ງ​ແມ໋, ຈະ​ມີ​ເວ​ລາ​ນຶ່ງ​ທີ່​ເຂົາ​ຈະ​ເວົ້າ​ວ່າ, “ແມ່ຍິງ​ເຫ​ລົ່າ​ນັ້ນ​ທີ່​ເປັນ​ຫມັນ ທ້ອງ​ທີ່​ບໍ່​ເກີດ​ລູກ ແລະ​ຫົວ​ນົມ​ທີ່​ລູກ​ບໍ່​ໄດ້​ດູດ​ຈັກ​ເທື່ອ​ກໍ​ເປັນ​ສຸກ” 30 ໃນ​ເວ​ລາ​ນັ້ນ​ເຂົາ​ຈະ​ຕັ້ງ​ຕົ້ນ​ກ່າວ​ກັບ​ພູ​ທັງ​ຫລາຍ​ວ່າ, “ຂໍ​ຈົ່ງ​ເຈື່ອນ​ລົງ​ມາ​ທັບ​ເຮົາ” ແລະ​ກ່າວ​ກັບ​ໂນນ​ທັງ​ຫລາຍ​ວ່າ, “ຈົ່ງ​ປົກ​ບັງ​ເຮົາ​ໄວ້” 31 ເພາະ​ວ່າ​ຖ້າ​ເຂົາ​ເຮັດ​ການ​ຢ່າງ​ນີ້​ແກ່​ຕົ້ນ​ໄມ້​ສົດ ເຂົາ​ຈະ​ເຮັດ​ຢ່າງ​ໃດ​ຫນໍ​ແກ່​ຕົ້ນ​ໄມ້​ທີ່​ແຫ້ງ​ແລ້ວ” 32 ມີອີກ​ສອງ​ຄົນ​ທີ່​ເປັນ​ຜູ້​ຮ້າຍ ຊຶ່ງ​ເຂົາ​ໄດ້​ຄຸມ​ມາ​ເຫມືອນ​ກັນ​ເພື່ອ​ຂ້າ​ເສັຽ​ພ້ອມ​ກັບ​ພຣະ​ອົງ 33 ເມື່ອ​ມາ​ເຖິງ​ບ່ອນ​ນຶ່ງ​ທີ່​ເອີ້ນ​ວ່າ​ກະ​ໂຫລກ​ຫົວ ເຂົາ​ກໍ​ຄຶງ​ພຣະ​ອົງ​ໄວ້​ບ່ອນ​ນັ້ນ​ທີ່​ໄມ້​ກາງ​ແຂນ ພ້ອມ​ກັບ​ຜູ້​ຮ້າຍ​ສອງ​ຄົນ ເບື້ອງ​ຂ​ວາ​ຄົນ​ນຶ່ງ ເບື້ອງ​ຊ້າຍ​ຄົນ​ນຶ່ງ 34 ຝ່າຍ​ພຣະ​ເຢ​ຊູ​ຈຶ່ງ​ຊົງ​ອ້ອນວອນ​ວ່າ, “ໂອ ພຣະ​ບິ​ດາ​ເຈົ້າ, ຂໍ​ໂຜດອະ​ພັຍ​ໂທດ​ເຂົາ ເພາະ​ວ່າ​ເຂົາ​ບໍ່​ຮູ້​ຈັກ​ວ່າ​ເຂົາ​ກຳ​ລັງ​ເຮັດ​ອັນໃດ” ແລ້ວ​ເຂົາ​ໄດ້​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ໄປ​ຈົກ​ສລາກ​ແບ່ງ​ປັນ​ກັນ 35 ຝ່າຍ​ປະ​ຊາ​ຊົນ​ກໍ​ຢືນເບິ່ງ ແລະ​ພວກ​ເຈົ້າ​ນາຍ​ໄດ້​ເຍາະ​ເຍີ້ຍ​ພຣະ​ອົງ​ວ່າ, “ມັນ​ໄດ້​ຊ່ອຍ​ຄົນ​ອື່ນ​ໃຫ້​ລອດ​ພົ້ນ ຖ້າ​ຄົນ​ນີ້​ເປັນ​ພຣະ​ຄຣິດ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ນັ້ນ​ໃຫ້​ມັນ​ຊ່ອຍ​ຕົນ​ເອງ​ເສັຽ” 36 ພວກ​ທະ​ຫານ​ໄດ້​ເຍາະ​ເຍີ້ຍ​ພຣະ​ອົງ​ເຫມືອນ​ກັນ ເຂົາ​ໄດ້​ເຂົ້າ​ມາ​ເອົາ​ເຫລົ້າ​ແວງ​ສົ້ມ​ຖວາຍ​ພຣະ​ອົງ 37 ໂດຍ​ເວົ້າ​ວ່າ, “ຖ້າ​ເຈົ້າ​ເປັນ​ກະ​ສັດ​ຊາດ​ຢິວ ຈົ່ງ​ຊ່ອຍ​ຕົວ​ເອງ​ໃຫ້​ພົ້ນ​ເສັຽ” 38 ແລະ​ມີ​ຄຳ​ຂຽນ​ໄວ້​ເທິງ​ພຣະ​ອົງ​ວ່າ, “ຜູ້​ນີ້​ຄື​ກະ​ສັດ​ຂອງ​ຊາດ​ຢິວ” 39 ຝ່າຍ​ຄົນ​ນຶ່ງ​ໃນ​ຜູ້​ຮ້າຍ​ທີ່​ຖືກ​ຄຶງໄວ້ ໄດ້​ເວົ້າ​ຫມິ່ນ​ປ​ມາດ​ຕໍ່​ພຣະ​ອົງ​ວ່າ, “ເຈົ້າ​ເປັນ​ພຣະ​ຄຣິດ ບໍ່​ແມ່ນ​ຫລື ຈົ່ງ​ຊ່ອຍ​ຕົວ​ເອງ​ກັບ​ຊ່ອຍ​ເຮົາ​ໃຫ້​ພົ້ນ​ເສັຽ” 40 ແຕ່​ຄົນ​ນຶ່ງ​ໄດ້​ຫ້າມ​ວ່າ, “ໂຕ​ບໍ່​ຢ້ານ​ພຣະ​ເຈົ້າ​ຫລື ເພາະ​ໂຕ​ກໍ​ຖືກ​ໂທດ​ເຫມືອນ​ກັນ 41 ຝ່າຍ​ເຮົາ​ກໍ​ສົມ​ກັບ​ໂທດ​ນັ້ນ​ແທ້ ເພາະ​ເຮົາ​ກຳ​ລັງ​ໄດ້​ຮັບ​ສົມ​ກັບ​ການ​ທີ່​ເຮົາ​ເຮັດ​ນັ້ນ ແຕ່​ຜູ້​ນີ້​ບໍ່​ໄດ້​ເຣັດ​ຜິດ​ອັນ​ໃດ” 42 ແລ້ວ​ຄົນ​ນັ້ນຈຶ່ງ​ທູນ​ວ່າ, “ພຣະ​ເຢ​ຊູ​ເອີຍ, ເມື່ອ​ໃດ​ທ່ານມາ​ໃນ​ແຜ່ນ​ດິນ​ຂອງ​ທ່ານ ຂໍ​ຈົ່ງ​ລະ​ນຶກ​ເຖິງ​ຂ້າ​ນ້ອຍ​ແດ່” 43 ຝ່າຍ​ພຣະ​ອົງ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຈິງວ່າ ວັນ​ນີ້​ທ່ານ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸຂ​ເສີມ”

ຊົງ​ສິ້ນ​ພຣະ​ຊົນ

44 ເວ​ລາ​ນັ້ນ​ພໍ​ປະ​ມານ​ຫົກ​ໂມງ ກໍ​ບັງ​ເກີດມືດ​ມົວ​ທົ່ວ​ແຜ່ນ​ດິນ​ຈົນ​ເຖິງ​ເກົ້າ​ໂມງ 45 ແສງ​ຕາ​ເວັນ​ກໍ​ມືດ​ໄປ ແລະ​ຜ້າ​ກັ້ງ​ໃນ​ພຣະ​ວິ​ຫານ​ກໍ​ຖືກ​ຊົງ​ຈີກ​ເຄິ່ງ​ກາງ 46 ແລ້ວ​ພຣະ​ເຢ​ຊູ​ຊົງ​ຮ້ອງ​ສຽງ​ດັງ​ກ່າວ​ວ່າ, “ພຣະ​ບິ​ດາເອີຍ, ຂ້າ​ນ້ອຍ​ຂໍ​ຝາກ​ຈິດ​ວິນ​ຍານຂອງ​ຂ້າ​ນ້ອຍ​ໄວ້​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ” ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ​ແລ້ວ​ກໍ​ສິ້ນ​ພຣະ​ຊົນ 47 ເມື່ອ​ນາຍ​ຮ້ອຍ​ທະ​ຫານ​ໄດ້​ເຫັນ​ການ​ທີ່​ເກີດ​ຂຶ້ນ​ນັ້ນ ຈຶ່ງ​ສັຣ​ເສີນ​ພຣະ​ເຈົ້າ​ວ່າ, “ຈິງ​ແທ້​ແລ້ວ, ທ່ານ​ຜູ້ນີ້​ບໍ່​ມີ​ຄວາມ​ຜິດ” 48 ຄົນ​ທັງ​ປວງ​ທີ່​ມາ​ຊຸມ​ນຸມ​ເບິ່ງ​ການ​ແປກ​ປ​ລາດ​ນັ້ນ ເມື່ອ​ໄດ້​ເຫັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ ກໍ​ພາກັນ​ຕີ​ເອິກ​ກັບ​ຄືນ​ໄປ 49 ຄົນ​ທັງ​ຫ​ລາຍ​ທີ່​ຮູ້​ຈັກ​ພຣະ​ອົງ​ກັບ​ພວກ​ແມ່​ຍິງ​ທີ່​ໄດ້​ຕາ​ມມາ​ພ້ອມ​ພຣະ​ອົງ​ແຕ່​ແຂວງ​ຄາ​ລີ​ເລ ກໍ​ຢືນ​ເບິ່ງ​ການ​ທັງ​ຫລາຍ​ນີ້​ຢູ່​ແຕ່​ໄກ

ການ​ປົງ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ

50 ແລະ​ເບິ່ງ​ແມ໋, ມີ​ຊາຍ​ຄົນ​ນຶ່ງ​ຊື່ ໂຢ​ເຊບ ເປັນ​ສະ​ມາ​ຊິກ​ແຫ່ງ​ສານ​ສູງ​ສຸດ ທ່ານເປັນ​ຄົນ​ດີ​ແລະ​ຄົນ​ສັດ​ຊື່ 51 ທ່ານ​ຜູ້​ນີ້​ບໍ່​ໄດ້​ເຫັນ​ດີ​ຕາມ​ມະ​ຕິ​ແລະ​ການ​ເຮັດ​ຂອງ​ເຂົາ​ນັ້ນ ທ່ານ​ເປັນ​ໄທ​ບ້ານ​ອາ​ຣີ​ມາ​ທາຍ​ຊຶ່ງ​ເປັນ​ບ້ານ​ຂອງ​ຊາດ​ຢິວ ທັງ​ເປັນ​ຜູ້​ຄອຍ​ຖ້າ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ 52 ທ່ານ​ຜູ້​ນີ້​ໄດ້​ເຂົ້າ​ໄປ​ຫາ​ປີ​ລາດ​ຂໍ​ເອົາ​ພຣະ​ສົບ​ພຣະ​ເຢ​ຊູ 53 ແລະ​ເມື່ອ​ໄດ້​ອັນ​ເຊີນ​ພຣະ​ສົບ​ລົງ​ແລ້ວ ທ່ານ​ກໍ​ເອົາ​ຜ້າ​ປ່ານ​ຫໍ່​ຫຸ້ມ​ໄວ້ ແລ້ວ​ອັນ​ເຊີນ​ພຣະ​ສົບ​ໄປ​ບັນ​ຈຸ​ໄວ້​ໃນ​ອຸບ​ໂມງ ທີ່​ສະ​ກັດ​ໄວ້​ໃນ​ຫີນ​ຊຶ່ງ​ຍັງ​ບໍ່​ໄດ້​ວາງ​ສົບ​ໃຜ​ຈັກ​ເທື່ອ 54 ວັນ​ນັ້ນ​ເປັນ​ວັນ​ຈັດ​ຕຽມ ແລະ​ວັນ​ສະ​ບາ​ໂຕ​ກໍ​ເກືອບ​ຈະ​ເຖິງ​ແລ້ວ 55 ຝ່າຍ​ພວກ​ແມ່​ຍິງ​ທີ່​ຕາມ​ພຣະ​ອົງ​ມາ​ຈາກ​ແຂວງ​ຄາ​ລີ​ເລ​ກໍ​ໄດ້​ຕາມ​ໄປ ແລະ​ໄດ້​ເຫັນ​ອຸບ​ໂມງ ກັບ​ໄດ້​ເຫັນ​ເຂົາ​ບັນ​ຈຸ​ວາງ​ພຣະ​ສົບ​ຂອງ​ພຣະ​ອົງ​ໄວ້​ຢ່າງ​ໃດ 56 ແລ້ວ​ເຂົາ​ກໍ​ໄດ້​ກັບ​ໄປ​ຈັດ​ແຈງ​ເຄື່ອງ​ແລະ​ນ້ຳ​ມັນ​ຫອມໃນ​ວັນ​ສະ​ບາ​ໂຕ​ນັ້ນ​ເຂົາ​ກໍໄດ້​ພັກ​ການ​ຕາມ​ພຣະ​ບັນ​ຍັດ

ລູກາ 24

ກາ​ນ​ຊົງ​ຄືນ​ພຣະ​ຊົນ

1 ແຕ່​ຮຸ່ງ​ເຊົ້າ​ວັນ​ຕົ້ນ​ສັ​ປ​ດາ ຜູ້​ຍິງ​ເຫລົ່າ​ນັ້ນ​ໄດ້​ນຳ​ເອົາ​ເຄື່ອງ​ຫອມ​ທີ່​ຈັດ​ໄວ້​ນັ້ນ​ມາ​ເຖິງ​ອຸບ​ໂມງ 2 ແລະ​ເຂົາ​ໄດ້​ເຫັນ​ກ້ອນ​ຫີນນັ້ນ​ກຶ່ງ​ອອກ​ຈາກ​ປາກ​ອຸບໂມງ​ແລ້ວ​ລ 3 ເມື່ອ​ເຂົ້າ​ໄປ​ທັງ​ໃນ​ແລ້ວ​ເຂົາ​ກໍ​ບໍ່​ເຫັນ​ພຣະ​ສົບ 4 ເມື່ອ​ເຂົາ​ກຳ​ລັງ​ຄຶດ​ສ​ງົນ​ສົນ​ເທ​ດ້ວຍ​ເຫດ​ການ​ນັ້ນ ເບິ່ງ​ແມ໋, ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່ໃກ້​ເຂົາ ນຸ່ງ​ເຄື່ອງ​ອັນ​ງົດ​ງາມ​ຈົນ​ເຫລື້ອມ​ຕາ 5 ຝ່າຍ​ແມ່ຍິງ​ເຫລົ່າ​ນັ້ນ​ກໍ​ຢ້ານ​ແລະ​ກົ້ມ​ຫນ້າ​ລົງ​ເຖິງ​ດິນ ສອງ​ຄົນ​ນັ້ນ​ໄດ້​ຖາມ​ເຂົາ​ວ່າ, “ພວກ​ນາງ​ຊອກ​ຄົນ​ເປັນ​ໃນ​ຫມູ່​ຄົນ​ຕາຍ​ເຮັດ​ຫຍັງ 6 (ພຣະ​ອົງ​ບໍ່​ປະ​ທັບ​ຢູ່​ທີ່​ນີ້ ແຕ່​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ) ຈົ່ງ​ລະ​ນຶກ​ເຖິງ​ຄຳ​ທີ່​ພຣະ​ອົງ​ຊົງ​ກ່າວ​ກັ​ບ​ທ່ານ​ທັງ​ຫລາຍ ເມື່ອ​ພຣະ​ອົງ​ຍັງ​ຢູ່​ໃນ​ແຂວງ​ຄາ​ລີ​ເລ​ນັ້ນ 7 ວ່າບຸດ​ມະ​ນຸດ​ຈະ​ຕ້ອງ​ຖືກມອບໄວ້​ໃນ​ມື​ຄົນ​ບາບ ຈະ​ຖືກ​ຄຶ​ງໄວ້​ທີ່​ໄມ້​ກາງ​ແຂນ ແລ​ໃນ​ວັນ​ຖ້ວນ​ສາມ​ກໍ​ຈະ​ຄືນ​ມາ​ອີກ” 8 ແມ່​ຍິງ​ເຫລົ່າ​ນັ້ນ​ໄດ້​ລະ​ນຶກ​ເຖິງ​ຖ້ອຍ​ຄຳ​ຂອງ​ພຣະ​ອົງ 9 ແລະ​ເມື່ອ​ໄດ້​ກັບ​ໄປ​ຈາກ​ອຸບ​ໂມງ​ແລ້ວ ເຂົາ​ໄດ້​ບອກ​ເຫດ​ການ​ທັງ​ປວງ​ນັ້ນ​ແກ່​ພວກ​ສິບ​ເອັດ​ຄົນ​ນັ້ນ​ແລະ​ຄົນ​ອື່ນໆ​ເຫມືອນ​ກັນ 10 ຜູ້​ທີ່​ໄດ້​ບອກ​ເຫດ​ການ​ນັ້ນ​ແກ່​ພວກ​ອັ​ຄ​ສາ​ວົກ ຄື​ມາ​ຣິ​ອາ​ມັກ​ດາ​ລາ ໂຢ​ຮັນ​ນາ ມາ​ຣິ​ອາ​ແມ່​ຂອງ​ຢາ​ໂກ​ໂບ ພ້ອມ​ດ້ວຍ​ຜູ້ອື່ນໆທີ່​ຢູ່​ກັບ​ເຂົາ 11 ຝ່າຍ​ພວກ​ອັ​ຄ​ສາ​ວົກ​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ພວກ​ຜູ້​ຍິງ ເພາະ​ຖື​ວ່າ​ເປັນ​ຄຳ​ເວົ້າ​ເປົ່າໆ 12 (ແຕ່​ເປ​ໂຕ​ໄດ້ລຸກ​ຂຶ້ນ​ແລ່ນ​ມາ​ຍັງ​ອຸບ​ໂມງ ເມື່ອ​ກົ້ມ​ລົງ​ກໍ​ເຫັນ​ແຕ່​ຜ້າ​ຫໍ່​ເທົ່າ​ນັ້ນ ຈຶ່ງກັບ​ໄປ​ດ້ວຍ​ຄຶດ​ປ​ລາດ​ໃຈ​ເຖິງ​ເຫດ​ການ​ຊຶ່ງ​ເກີດ​ຂຶ້ນນັ້ນ)

ການ​ເດີນ​ທາງ​ໄປ​ເອ​ມມາ​ອູດ

13 ແລະ​ເບິ່ງ​ແມ໋, ໃນ​ວັນ​ດຽວ​ກັນ​ນັ້ນ​ຍັງ​ມີ​ສາ​ວົກ​ສອງ​ຄົນ​ກຳ​ລັງ​ໄປ​ບ້ານ​ເອ​ມມາ​ອູດ ຊຶ່ງ​ໄກ​ຈາກກຸງ​ເຢ​ຣູ​ຊາ​ເລັມ​ປະ​ມານ​ຫົກ​ພັນ​ວາ 14 ເຂົາ​ທັງ​ສອງ​ໄດ້​ສົນ​ທະ​ນາ​ກັນ​ເຖິງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ​ 15 ເມື່ອ​ເຂົາ​ກຳ​ລັງ​ສົນ​ທະ​ນາ​ໄຕ່​ຖາມ​ກັນ​ຢູ່ ພຣະ​ເຢ​ຊູ​ກໍ​ສະ​ເດັດ​ເຂົ້າ​ມາ​ໃກ້​ເຂົາ ແລ້ວ​ໄດ້​ສະ​ເດັດ​ຮ່ວມ​ທາງ​ກັບ​ເຂົາ​ໄປ 16 ແຕ່​ຕາ​ຂອງ​ເຂົາ​ໄດ້​ຖືກ​ຊົງ​ບັງ​ລັບ​ໄວ້ ເພື່ອ​ບໍ່​ໃຫ້​ເຂົາ​ຮູ້​ຈັກ​ພຣະ​ອົງ 17 ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ເມື່ອ​ມາ​ຕາມ​ທາງ​ພວກ​ທ່ານ​ໄຕ່​ຖາມ​ກັນ​ເຖິງ​ເຣື່ອງ​ໃດ” ແລະ​ເຂົາ​ໄດ້ຢຸດ​ຢືນ​ຢູ່​ດ້ວຍ​ຫນ້າ​ໂສກ​ເສົ້າ 18 ແລ້ວ​ຄົນ​ນຶ່ງ​ຊື່​ກະ​ໂລ​ປາ ໄດ້​ທູນ​ຖາມ​ພຣະ​ອົງ​ວ່າ, “ໃນ​ບັນ​ດາ​ແຂກ​ເມືອງ​ທີ່​ມາ​ອາ​ສັຍ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ມີ​ແຕ່​ທ່ານ​ຜູ້​ດຽວ​ຫລື ທີ່​ບໍ່​ຮູ້​ເຫດ​ການ​ຊຶ່ງ​ເກີດ​ຂຶ້ນ​ທີ່​ນັ້ນ​ລະ​ຫວ່າງວັນ​ເຫລົ່າ​ນີ້” 19 ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ເຫດ​ການ​ອັນ​ໃດ” ເຂົາ​ທູນ​ຕອບ​ວ່າ, “ເຣື່ອງ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ທີ່​ສະ​ແດງ​ຕົວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ປະ​ກອບ​ດ້ວຍ​ຣິດ​ເດດ ໃນ​ກິ​ຈ​ການ​ແລະ​ໃນ​ຖ້ອຍ​ຄຳ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ແລະ​ຕໍ່​ຫນ້າ​ພົ​ລ​ເມືອງ​ທັງ​ຫມົດ 20 ຄື​ຜູ້​ທີ່​ພວ​ກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຈົ້າ​ນາຍ​ຂອງ​ເຮົາ ໄດ້​ມອບ​ທ່ານ​ໄວ້​ໃຫ້​ຕັດ​ສິນ​ລົງ​ໂທດ​ເຖິງ​ຕາຍ ແລະ​ໄດ້​ຄຶງ​ໄວ້​ທີ່​ໄມ້​ກາງແຂນ 21 ແຕ່​ເຮົາ​ທັງ​ຫລາຍ​ຫວັງ​ໃຈ​ວ່າ ຈະ​ແມ່ນ​ທ່ານ​ຜູ້​ນີ້​ແຫລະ, ທີ່​ຈະ​ໄຖ່​ຊົນ​ຊາດ​ອິສ​ຣາ​ເອນ​ໃຫ້​ພົ້ນ ຫລາຍກວ່າ​ນັ້ນ​ອີກ, ວັນ​ນີ້​ເປັນ​ວັນ​ຖ້ວນ​ສາມ​ຕັ້ງ​ແຕ່​ເຫດ​ການ​ນັ້ນ​ເກີດ​ຂຶ້ນ 22 ມີ​ແມ່​ຍິງ​ລາງ​ຄົນ​ໃນ​ພວກ​ເຮົາ​ໄດ້​ໄປ​ເຖິງ​ອຸບ​ໂມງ​ແຕ່​ຮຸ່ງ​ເຊົ້າ ເຂົາ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ປ​ລາດ​ໃຈ​ຫລາຍ 23 ຄື​ເຂົາ​ບໍ່​ໄດ້​ເຫັນ​ສົບ​ຂອງ​ທ່ານ ຈຶ່ງ​ມາບອກວ່າ​ໄດ້​ເຫັນ​ນິ​ມິດ​ເປັນ​ເທວະ​ດາ ແລະ​ເທວະ​ດາ​ໄດ້​ບອກວ່າ​ທ່ານ​ມີ​ຊີ​ວິດ​ຢູ່ 24 ບາງ​ຄົນ​ທີ່​ຢູ່​ກັບ​ພວກ​ເຮົາ​ກໍ​ໄດ້​ໄປ​ເຖິງ​ອຸບ​ໂມງ ແລະ​ໄດ້​ພົບ​ເຫມືອນ​ພວກ​ແມ່​ຍິງ​ນັ້ນ​ໄດ້​ບອກ ແຕ່​ທ່ານ​ຜູ້​ນັ້ນ​ເຂົາ​ບໍ່​ໄດ້​ເຫັນ” 25 ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ສອງ​ຄົນ​ນັ້ນ​ວ່າ, “ໂອ ຄົນ​ໂງ່, ຜູ້​ມີ​ໃຈ​ເສີຍ​ຊ້າ​ໃນ​ກາຍ​ເຊື່ອ​ບັນ​ດາ​ຖ້ອຍ​ຄຳ ຊຶ່ງ​ພວກຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ນັ້ນ 26 ຈຳ​ເປັນ​ທີ່​ພຣະ​ຄຣິດ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະມານ​ຢ່າງ​ນັ້ນ ແລ້ວ​ເຂົ້າ​ໄປ​ໃນ​ໃນ​ຣັສ​ມີ​ຂອງ​ພຣະ​ອົງ ບໍ່​ແມ່ນ​ຫລື” 27 ພຣະ​ອົງ​ຈຶ່ງ​ຊົງ​ອະ​ທິ​ບາຍ​ພຣະ​ຄັມ​ພີ​ທັງ​ຫມົດ​ທີ່​ກ່ຽວ​ກັບ​ພຣະ​ອົງ​ເອງ​ໃຫ້​ເຂົາ​ຟັງ ຕັ້ງ​ແຕ່​ໂມ​ເຊ​ແລະ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ 28 ເມື່ອ​ເຂົາ​ມາ​ໃຫ້​ບ້ານ​ທີ່​ຈະ​ໄປ​ນັ້ນ ພຣະ​ອົງ​ຊົງ​ເຮັດ​ເຫມືອນ​ກັບ​ວ່າ​ຈະ​ສະ​ເດັດ​ເລີຍ​ໄປ 29 ແຕ່​ເຂົາ​ທັງ​ສອງ​ໄດ້​ຫນ່ວງ​ຫນ່ຽວ​ທູນ​ພຣະ​ອົງ​ວ່າ, “ເຊີນ​ທ່ານ​ມາ​ພັກ​ເຊົາ​ຢູ່​ກັບ​ເຮົາ ເພາະ​ວ່າ​ເວ​ລາ​ກໍ​ຈວນ​ຈະ​ຄ່ຳ​ແລ້ວ ແລະ​ວັນ​ກໍ​ລ່ວງ​ໄປ​ຫລາຍ​ແລ້ວ” 30 ຢູ່​ມາ​ເມື່ອ​ຊົງ​ນັ່ງ​ໂຕະ​ຮ່ວ​ມ​ເຂົາ ພຣະ​ອົງ​ຊົງ​ຈັບ​ເອົາ​ເຂົ້າ​ຈີ່​ມາ​ໂມ​ທະ​ນາ​ພຣະ​ຄຸນ ແລ້ວ​ຊົງ​ຫັກ​ຍື່ນ​ໃຫ້​ເຂົາ 31 ແລະ​ຕາ​ຂອງ​ເຂົາ​ກໍ​ຖືກ​ຊົງ​ປືດ​ອອກ ແລ້ວ​ພຣະ​ອົງ​ກໍ​ຊົງ​ຫາຍ​ໄປ​ຈາກ​ເຂົາ​ເສັຽ 32 ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ເມື່ອ​ພຣະ​ອົງ​ຊົງ​ເວົ້າ​ນຳ​ເຮົາ​ຕາມ​ທາງ ແລະ​ໄດ້​ຊົງ​ອະ​ທິ​ບາຍ​ພຣະ​ຄັມ​ພີ​ໃຫ້​ເຮົາ​ຟັງ​ນັ້ນ ໃຈ​ຂອງ​ເຮົາ​ກໍ​ຮ້ອນ​ຮົນ​ເຫມືອນ​ໄຟ​ພາຍ​ໃນ​ເຮົາ ບໍ່​ແມ່ນ​ຫລື” 33 ໃນ​ໂມງ​ນັ້ນ​ເຂົາ​ທັງ​ສອງ​ກໍ​ລຸກ​ຂຶ້ນ​ກັບ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ພົບ​ສິບ​ເອັດ​ຄົນ​ນັ້ນ​ຊຸມ​ນຸມ​ກັນ​ຢູ່​ພ້ອມກັບ​ພັກ​ພວກ 34 ກຳ​ລັງ​ເວົ້າ​ກັນ​ວ່າ, “ແມ່ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ຄືນ​ມາ​ແນ່​ແທ້ ແລະ​ໄດ້​ຊົງ​ປາ​ກົດ​ແກ່​ຊີ​ໂມນ” 35 ຝ່າຍ​ສອງ​ຄົນ​ນັ້ນ​ໄດ້​ເລົ່າ​ຍັງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ຕາມ​ທາງ ແລະ​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ເຣັດ​ໃຫ້​ເຂົາ​ຮູ້​ຈັກ​ພຣະ​ອົງ​ເອງ​ໂດຍ​ການ​ຊົງ​ຫັກ​ເຂົ້າ​ຈີ່​ນັ້ນ”

ພຣະ​ເຢ​ຊູ​ຊົງ​ປາ​ກົດ​ແກ່​ພວກ​ສາ​ວົກ

36 ເມື່ອ​ເຂົາ​ທັງ​ສອງ​ກຳ​ລັງ​ເລົ່າ​ເຫດ​ການ​ທັງ​ປວງ​ນັ້ນ​ຢູ່ ອົງ​ພຣະ​ເຢ​ຊູ​ໄດ້​ຊົງ​ຢືນ​ຢູ່​ຖ້າມ​ກາງ​ເຂົາ (ໂດຍ​ຊົງ​ກ່າວ​ວ່າ, “ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ທ່ານ​ທັງ​ຫລາຍ”) 37 ຝ່າຍ​ເຂົາ​ກໍ​ຢ້ານ​ສະດຸ້ງ​ຕົກ​ໃຈໂດຍ​ຄຶດ​ວ່າ​ເຫັນ​ຜີ 38 ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ວຸ້ນ​ວາຍ​ເຮັດ​ຫຍັງ ດ້ວຍ​ເຫດ​ໃດ​ຄວາມ​ຄຶດ​ສະ​ງົນ​ສົນ​ເທ​ຈຶ່ງ​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ພວກ​ທ່ານ 39 ຈົ່ງ​ເບິ່ງ​ມື​ແລະ​ຕີນ​ຂອງ​ເຮົາ​ວ່າ​ແມ່ນ​ເຮົາ​ເອງ ຈົ່ງ​ຄຳ​ເບິ່ງ​ຕົວ​ເຮົາ ເພາະ​ວ່າ​ຜີ​ບໍ່​ມີ​ເນື້ອ​ບໍ່​ມີ​ດູກ​ເຫມືອນ​ກັບ​ທ່ານ​ເຫັນ​ເຮົາ​ມີ​ຢູ່​ນີ້” 40 ເມື່ອ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ພຣະ​ອົງ​ກໍ​ຊົງ​ສະ​ແດງພຣະ​ຫັດ​ແລະ​ພຣະ​ບາດ​ໃຫ້​ເຂົາ​ເຫັນ 41 ເມື່ອ​ເຂົາ​ຍັງ​ບໍ່​ວາງ​ໃຈ​ເຊື່ອ​ເພາະ​ຄວາມ​ຍິນ​ດີ​ແລະປ​ລາດ​ໃຈ​ຢູ່ ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ທີ່​ນີ້​ພວກ​ທ່ານ​ມີ​ຫຍັງ​ກິນ​ແດ່​ຫລື” 42 ແລະ​ເຂົາ​ກໍ​ເອົາ​ປາ​ປິ້ງ​ຕ່ອນ​ນຶ່ງ​ມາ​ຖວາຍ​ພຣະ​ອົງ 43 ພຣະ​ອົງ​ຊົງ​ຮັບ​ມາ​ສ​ເວີຍ​ຕໍ່​ຫນ້າ​ເຂົາ 44 ພຣະ​ອົງຊົງ​ກ່າວ​ແກ່​ເຂົາ​ວ່າ, “ນີ້​ແຫລະ, ຄື​ຖ້ອຍ​ຄຳ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ບອກ​ໄວ້​ແກ່​ທ່ານ​ທັງ​ຫລາຍ ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກ​ທ່ານ​ວ່າ​ບັນ​ດາ​ຄຳ​ທີ່​ຂຽນ​ໄວ້​ເຖິງ​ເຮົາ​ໃນ​ບັນ​ຍັດຂອງ​ໂມ​ເຊ ໃນ​ຄັມ​ພີ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໃນ​ຄັມ​ພີ​ເພງ​ສັຣ​ເສີນ​ນັ້ນ​ຈຳ​ເປັນ​ຈະ​ຕ້ອ​ງສຳ​ເຣັດ” 45 ເມື່ອ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ບັນ​ດົນ​ຈິດ​ໃຈ​ຂອງ​ເຂົາ ເພື່ອ​ໃຫ້​ເຂົາ​ເຂົ້າ​ໃຈ​ພຣະ​ຄັມ​ພີ 46 ພຣະ​ອົງ​ຊົງ​ກ່າວແກ່​ເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ຢ່າງ​ນີ້ ພຣະ​ຄຣິດ​ຈະ​ຕ້ອ​ງຊົງ​ທົນ​ທຸກ​ທໍ​ຣະ​ມານ ແລະ​ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ໃນ​ວັນ​ຖ້ວນ​ສາມ 47 ແລະ​ຈະ​ຕ້ອງ​ປະ​ກາດ​ທົ່ວ​ທຸກ​ປະ​ເທດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ໃຫ້​ຖິ້​ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ຣັບ​ການ​ຍົກ​ບາບ​ໂທດ ຕັ້ງ​ແຕ່​ກຸງ​ເຢ​ຣູ​ຊາ​ເລັມ​ໄປ 48 ຝ່າຍ​ທ່ານ​ທັງ​ຫລາຍ​ເປັນ​ພຍານ​ໃນການ​ທັງ​ຫລາຍ​ນັ້ນ 49 ແລະ​ເບິ່ງ​ແມ໋, ອັນ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ສັນ​ຍາ​ໄວ້​ນັ້ນ ເຮົາ​ກໍ​ໃຊ້​ມາ​ເທິງ​ທ່ານ​ທັງ​ຫລາຍ ແຕ່​ຝ່າຍ​ພວກ​ທ່ານ​ຈົ່ງ​ຄອຍ​ຢູ່​ໃນ​ກຸງ ຈົນ​ກວ່າ​ພວກ​ທ່ານ​ຈະ​ໄດ້​ປະ​ກອບ​ດ້ວຍ​ຣິດ​ເດດ​ທີ່​ມາ​ຈາກ​ເບື້ອງ​ເທິງ”

ການ​ສະ​ເດັດ​ສູ່ສວັນ

50 ພຣະ​ອົງ​ຈຶ່ງ​ຊົງ​ພາເຂົາ​ອອກ​ໄປ​ເຖິ​ງບ້ານ​ເບັດ​ທາ​ເນັຽ ແລະ​ຊົງ​ຍົກ​ພຣະ​ຫັດ​ອວຍ​ພອນ​ເຂົາ 51 ເມື່ອ​ຊົງ​ອວຍ​ພອນ​ຢູ່​ນັ້ນ ພຣະ​ອົງ​ໄດ້​ສະ​ເດັດ​ຈາກ​ເຂົາ​ໄປ (ແລະ​ຊົງຖືກ​ຮັບ​ຂຶ້ນ​ໄປ​ສູ່​ສວັນ) 52 ສ່ວນ​ເຂົາ (ເມື່ອ​ຂາບ​ລົງ​ນະ​ມັ​ສ​ການ​ພຣະ​ອົງ​ແລ້ວ) ກໍ​ກັບ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ດ້ວຍ​ຄວາມ​ຍິນ​ດີ​ຫລາຍ 53 ແລະ​ທຸກໆ​ວັນ​ເຂົາ​ທັງ​ຫລາຍ​ໄດ້​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ສັຣ​ເສີນ​ໂມ​ທະ​ນາ​ພຣະ​ຄຸນ​ຂອງ​ພຣະເຈົ້າ

ໂຢຮັນ 1

ພຣະ​ທັມ​ບັງ​ເກີດ​ເປັນ​ມະ​ນຸດ

1 ເມື່ອ​ຕົ້ນ​ເດີມ​ນັ້ນ​ພຣະ​ທັມ​ຊົງ​ເປັນ​ຢູ່​ແລ້ວ ພຣະ​ທັມ​ນັ້ນຊົງສະ​ຖິດ​ຢູ່​ກັບ​ພຣະ​ເຈົ້າ ພຣະ​ທັມ​ນັ້ນ​ແຫລະ, ຊົງ​ເປັນ​ພຣະ​ເຈົ້າ 2 ເມື່ອ​ຕົ້ນ​ເດີມ​ນັ້ນ​ພຣະ​ທັມ​ຊົງ​ສະ​ຖິ​ດຢູ່​ກັບ​ພຣະ​ເຈົ້າ 3 ພຣະ​ເຈົ້າ​ຊົງ​ສ້າງ​ສິ່ງ​ທັງ​ປວງ​ຂຶ້ນ​ມາ​ໂດຍ​ພຣະ​ທັມ ໃນ​ບັນ​ດາ​ສິ່ງ​ທີ່​ເປັນ​ມາ​ນັ້ນ ບໍ່​ມີ​ຈັກ​ສິ່ງ​ທີ່​ເປັນ​ມາ​ໂດຍນອກ​ຈາກ​ພຣະ​ທັມ 4 ພຣະ​ທັມ​ນັ້ນ​ຊົງ​ມີ​ຊີ​ວິດ​ຢູ່​ໃນ​ພຣະ​ອົງ​ເອງ ແລະ​ຊີວິດ​ນັ້ນ​ເປັນ​ຄວາມ​ສວ່າ​ງຂອງ​ມະ​ນຸ​ສ​ໂລກ 5 ຄວາມ​ສວ່າງ​ກໍ​ສ່ອງ​ເຂົ້າ​ມາ​ໃນ​ມືດ ແລະ​ຄວາມ​ມືດ​ນັ້ນ​ບໍ່​ໄດ້​ຊະ​ນະ​ຕໍ່​ຄວາມ​ສວ່າງ 6 ແລະ​ເກີດ​ມີ​ຊາຍ​ຄົນ​ນຶ່ງທີ່​ພຣະ​ເຈົ້າ​ຊົງ​ໃຊ້​ມາ ຊື່​ວ່າ ໂຢ​ຮັນ 7 ທ່ານ​ໄດ້​ມາ​ເປັນ​ພຍານ ເພື່ອອ້າງ​ຄວາມ​ພຍານ​ເຣື່ອງ​ຄວາມ​ສວ່າງ​ນັ້ນ ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ເຊື່ອ​ໃນ​ດ້ວຍ​ທ່ານ 8 ທ່ານ​ບໍ່​ແມ່ນ​ຄວາມ​ສວ່າງ ແຕ່​ມາ​ເປັນ​ພຍານ​ກ່ຽວ​ເຣື່ອງ​ຄວາມ​ສວ່າງ​ນັ້ນ 9 ອັນ​ນີ້​ຄື​ຄວາມ​ສວ່າງ​ອັນ​ແທ້​ຈິງ ທີ່​ຂ​ນະ​ນັ້ນ​ກຳ​ລັງ​ເຂົ້າມາ​ໃນ​ໂລກ​ແລະ​ສ່ອງ​ເຖິງ​ຄົນ​ທັງ​ປວງ 10 ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ໂລກ​ຊຶ່ງ​ພຣະ​ເຈົ້າ​ຊົງ​ສ້າງ​ຂຶ້ນ​ດ້ວຍ​ພຣະ​ອົງ​ນັ້ນ ແຕ່​ໂລກ​ບໍ່​ໄດ້​ຮູ້​ຈັກ​ພຣະ​ອົງ 11 ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ບ້ານເມືອງ​ຂອງ​ພຣະ​ອົງ ແລະ​ຊາວ​ບ້ານ​ຊາວ​ເມືອງ​ຂອງ​ພຣະ​ອົງ​ບໍ່​ໄດ້​ຕ້ອນ​ຮັບ​ພຣະ​ອົງ 12 ແຕ່​ສ່ວນ​ບັນ​ດາ​ຜູ້​ທີ່​ຕ້ອນ​ຮັບ​ພຣະ​ອົງ ຄື​ຜູ້​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພຣະ​ອົງ​ຊົງ​ປະ​ທານ​ສິດ​ໃຫ້​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ 13 ຊຶ່​ງບໍ່​ໄດ້​ເກີດ​ຈາກ​ເລືອດເນື້ອ ຫລື​ກາມ ຫລື​ຄວາມ​ປະ​ສົງ​ຂອງ​ມະ​ນຸດ ແຕ່​ເກີດ​ຈາກ​ພຣະ​ເຈົ້າ 14 ພຣະ​ທັມ​ໄດ້​ຊົງ​ບັງ​ເກີດ​ເປັນ​ມະ​ນຸດ ແລະ​ຊົງ​ອາ​ໄສ​ຢູ່​ຖ້າມ​ກາງ​ເຮົາ​ທັງ​ຫລາຍ​ບໍ​ຣິ​ບູນ​ດ້ວຍ​ພຣະ​ຄຸນ​ແລະ​ຄວາມ​ຈິງ ເຮົາ​ທັງ​ຫລາຍ​ໄດ້​ເຫັນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ ຄື​ສະ​ງ່າ​ຣາ​ສີ​ອັນ​ສົມ​ກັບ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ 15 ໂຢ​ຮັນ​ໄດ້​ເປັນ​ພຍານ​ໃຫ້​ແກ່​ພຣະ​ອົງ​ແລະ​ຮ້ອງ​ປະ​ກາດ​ວ່າ, “ຜູ້​ນີ້​ແຫລະ, ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງວ່າ “ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ​ກໍ​ຈະ​ອອກ​ກ່ອນ​ຫນ້າ​ເຮົາ ເພາະ​ທ່ານ​ເປັນ​ຢູ່​ກ່ອນ​ເຮົາ” 16 ແລະ​ເຮົາ​ທຸ​ກ​ຄົນ​ໄດ້​ຮັບ​ຈາກ​ຄວາມ​ຄົບ​ບໍ​ຣິ​ບູນ​ຂອງ​ພຣະ​ອົງ ເປັນ​ພຣະ​ຄຸນ​ຊ້ອນ​ພຣະ​ຄຸນ 17 ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ພຣະ​ບັນ​ຍັດ​ນັ້ນ​ດ້ວຍ​ໂມ​ເຊ ສ່ວນ​ພຣະ​ຄຸນແລະ​ຄວາມ​ຈິງ​ມາ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ 18 ບໍ່ມີ​ໃຜ​ໄດ້​ເຫັນ​ພຣະ​ເຈົ້າ​ຈັກ​ເທື່ອ ແຕ່​ພຣະ​ບຸດ​ອົງ​ດຽວ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ຊຶ່ງ​ຊົງ​ສະ​ຖິດ​ຢູ່​ໃນ​ພຣະ​ຊວງ​ຂອງ​ພຣະ​ບິ​ດາ ພຣະ​ອົງ​ນັ້ນ​ແຫລະ, ໄດ້​ຊົງ​ສະ​ແດງ​ໃຫ້​ຮູ້

ຄຳ​ພຍານ​ຂອງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

19 ນີ້​ເປັນ​ຄຳ​ພຍານ​ຂອງ​ໂຢ​ຮັນ ຄື​ເມື່ອ​ພວກ​ຢິວ​ໄດ້​ໃຊ້​ພວກ​ປະ​ໂຣ​ຫິດ​ແລະ​ພວກ​ເລ​ວີ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ຖາມ​ທ່ານ​ວ່າ, “ທ່ານ​ຄື​ຜູ້​ໃດ” 20 ທ່ານ​ກໍ​ຍອມ​ບໍ່​ໄດ້​ປະ​ຕິ​ເສດ ຄື​ໄດ້​ຍອມ​ຮັບ​ວ່າ “ເຮົາ​ບໍ່​ແມ່ນ​ພຣະ​ຄຣິດ” 21 ເຂົາ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ​ທ່ານ​ຄື​ຜູ້​ໃດ ທ່ານ​ແມ່ນ​ເອ​ລີ​ຢາ​ຫລື” ທ່ານ​ຕອບ​ວ່າ, “ເຮົາ​ບໍ່​ແມ່ນ​ເອ​ລີ​ຢາ” ທ່ານ​ຄື​ຜູ້​ປະ​ກາດ​ພຣະ​ທັມ​ຫລື” ທ່ານ​ຕອບ​ວ່າ, “ບໍ່​ແມ່ນ” 22 ເຂົາຈຶ່ງ​ຖາມ​ອີກວ່າ, “ທ່ານ​ຄື​ໃຜ ເພື່ອ​ເຮົາ​ຈະ​ໄດ້​ເອົາ​ຄຳ​ຕອບ​ໄປ​ບອກ​ຄົນ​ທີ່​ໄດ້​ໃຊ້​ເຮົາ​ມາ​ນັ້ນ ຝ່າຍ​ທ່ານ ທ່ານ​ເວົ້າ​ຢ່າງ​ໃດ” 23 ທ່ານ​ຕອບ​ວ່າ, “ຝ່າຍ​ເຮົາ​ເປັນ​ສຽງ​ຂອງ​ຜູ້​ທີ່​ຮ້ອງ​ປະ​ກາດ​ໃນ​ປ່າ​ວ່າ “ຈົ່ງ​ເຮັດ​ຫົນ​ທາງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຊື່​ໄປ” ຕາມ​ທີ່​ເອ​ຊາ​ຢາ​ຜູ້​ປະ​ກາດພຣະ​ທັມ​ໄດ້​ກ່າວ​ໄວ້ 24 ຝ່າຍ​ພວກ​ທີ່​ຮັບ​ໃຊ້​ມາ​ນັ້ນ​ແມ່ນ​ແຕ່​ພັກ​ພວກ​ຟາ​ຣີ​ຊາຍ 25 ເຂົາ​ຈຶ່ງ​ຖາມໂຢ​ຮັນ​ວ່າ, “ຖ້າ​ທ່ານ​ບໍ່​ແມ່ນ​ພຣະ​ຄຣິດ ບໍ່​ແມ່ນ​ເອ​ລີ​ຢາ ຫລື​ບໍ່​ແມ່ນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຫ້​ຮັບ​ບັບ​ຕິ​ສະ​ມາ” 26 ໂຢ​ຮັນ​ໄດ້​ຕອບເຂົາ​ວ່າ, “ຝ່າຍ​ເຮົາ​ນີ້​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ ແຕ່​ມີ​ຜູ້​ນຶ່ງ​ທີ່​ຢືນ​ຢູ່​ຖ້າມ​ກາງ​ພວກ​ທ່ານ ຊຶ່ງ​ພວກ​ທ່ານ​ບໍ່​ຮູ້​ຈັກ 27 ຜູ້​ນັ້ນ​ແຫລະ, ມາ​ພາຍ​ຫລັງ​ເຮົາ ເຖິງ​ແມ່ນ​ແຕ່​ສາຍ​ຮັດ​ເກີບ​ຂອງ​ທ່ານ ເຮົາ​ກໍ​ບໍ່​ສົມ​ຄວນ​ຈະ​ແກ້” 28 ເຫດ​ການ​ເຫລົ່າ​ນີ້​ໄດ້​ບັງ​ເກີດ​ຂຶ້ນ​ທີ່​ບ້ານ​ເບັດ​ທາ​ເນັຽ ຟາກ​ແມ່​ນ້ຳ​ຈໍ​ແດນ​ທາງ​ທິດ​ຕາ​ເວັນ​ອອກ ເປັນ​ບ່ອນ​ທີ່​ໂຢ​ຮັນ​ກຳ​ລັງ​ໃຫ້​ຮັ​ບ​ບັບ​ຕິ​ສະ​ມາ​ຢູ່

ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ

29 ລ່ວງ​ໄປ​ວັນ​ນຶ່ງ​ໂຢ​ຮັນ​ໄດ້​ເຫັນ​ພຣະ​ເຢ​ຊູ​ກຳ​ລັງສະ​ເດັດ​ມາ​ຫາ ທ່ານ​ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ໋, ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ຮັບ​ເອົາ​ຄວາມ​ຜິດ​ບາບ​ຂອ​ງມະ​ນຸ​ສ​ໂລກ​ໄປ​ເສັຽ 30 ຜູ້​ນີ້​ແຫລະ, ທີ່​ເຮົາ​ກ່າວ​ວ່າ​ຈະ​ມີ​ຜູ້​ນຶ່ງ​ມາ​ພາຍ​ຫລັງ​ເຮົາ ຈະ​ອອກ​ກ່ອນ​ຫນ້າ​ເຮົາ​ເພາະ​ວ່າ​ທ່ານ​ເປັນ​ຢູ່​ກ່ອນ​ເຮົາ 31 ເຮົາ​ເອງ​ກໍ​ບໍ່​ໄດ້​ຮູ້​ຈັກ​ທ່ານ ແຕ່​ເພື່ອ​ໃຫ້​ທ່ານ​ເປັນ​ທີ່​ປາ​ກົດ​ແຈ້ງ​ແກ່​ພວກ​ອິ​ສ​ຣາ​ເອນ ເຮົາ​ຈຶ່ງ​ໄດ້​ໃຫ້​ຮັບ​ບັບ​ຕິ​ສະ​ມາໃນ​ນ້ຳ” 32 ແລະ​ໂຢ​ຮັນ​ກ່າວ​ເປັນ​ພຍານ​ວ່າ, “ເຮົາ​ໄດ້​ເຫັນ​ພຣະ​ວິນ​ຍານ​ເຫມືອນ​ດັ່ງ​ນົກ​ເຂົາ ສະ​ເດັດ​ລົງ​ມາ​ຈາກ​ຟ້າ​ສວັນ​ແລະ​ຊົງ​ສະ​ຖິດ​ຢູ່ເທິງ​ທ່ານ 33 ເຮົາ​ເອງ​ບໍ່​ໄດ້​ຮູ້​ຈັກ​ທ່ານ ແຕ່​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ນັ້ນ ໄດ້​ຊົງ​ກ່າວ​ກັບ​ເຮົາ​ວ່າ “ເຈົ້າ​ຈະ​ເຫັນ​ພຣະ​ວິນ​ຍານ​ລົງ​ມາ​ສະ​ຖິດ​ຢູ່​ເທິງ​ຜູ້​ໃດ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ” 34 ແລະ​ເຮົາ​ໄດ້​ເຫັນ​ແລ້ວ ຈຶ່ງ​ເປັນ​ພຍານ​ວ່າ​ທ່ານ​ຜູ້​ນີ້​ແຫລະ, ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ

ສາ​ວົກ​ຫມວດ​ທຳ​ອິດ

35 ລ່ວງ​ໄປ​ອີກວັນ​ນຶ່ງ​ໂຢ​ຮັນ​ກຳ​ລັງ​ຢືນ​ຢູ່​ກັບ​ລູກ​ສິດ​ຂອງ​ຕົນ​ສອງ​ຄົນ 36 ແລະ​ທ່ານ​ໄດ້​ເພ່ງ​ເບິ່ງ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ກາຍ​ໄປ ຈຶ່ງ​ກ່າວ​ວ່າ, “ເບິ່​ງ​ແມ໋, ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ” 37 ລູກ​ສິດສອງ​ຄົນ​ໄດ້​ຍິນ​ໂຢ​ຮັນ​ເວົ້າ​ດັ່ງ​ນັ້ນ ເຂົາ​ຈຶ່ງ​ຕິດ​ຕາມ​ພຣະ​ເຢ​ຊູ​ໄປ 38 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຫລຽວ​ຫລັງ​ເຫັນ​ເຂົາ​ທັງ​ສອງຕິດ​ຕາມ​ມາ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ຊອກ​ຫາ​ຫຍັງ” ເຂົາ​ທູນ​ພຣະ​ອົງ​ວ່າ, “ຮັບ​ບີ (ຊຶ່ງ​ແປ​ວ່າ ອາ​ຈານ) ທ່ານອາ​ໄສ​ຢູ່​ທີ່​ໃດ” 39 ພຣະ​ອົງ​ຊົງ​ຕອບ​ເຂົາ​ວ່າ, “ຈົ່ງ​ມາເບິ່ງ” ເຂົາ​ກໍ​ໄປ​ແລະ​ເຫັນ​ບ່ອນ​ຊຶ່ງ​ພຣະ​ອົງ​ຊົງອາ​ໄສ ວັນ​ນັ້ນ​ເຂົາ​ກໍ​ໄດ້​ພັກ​ຢູ່​ກັບ​ພຣະ​ອົງ ເພາະ​ເປັນ​ເວ​ລາ​ປະ​ມານ​ສີ່​ໂມງ​ແລງ​ແລ້ວ 40 ໃນ​ສອງ​ຄົນ​ທີ່​ໄດ້​ຍິນ​ໂຢ​ຮັນ​ເວົ້າ ແລະ​ຕິດ​ຕາມພຣະ​ເຢ​ຊູ​ໄປ​ນັ້ນ ຜູ້​ນຶ່ງ​ຄື ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຊີ​ໂມນ​ເປ​ໂຕ 41 ອັນ​ເດ​ອາ​ກໍ​ໄປ​ຫາ​ຊີ​ໂມນ​ອ້າຍ​ຂອງ​ຕົນ​ກ່ອນ​ແລະ​ໄດ້​ບອກວ່າ, “ຫມູ່​ເຮົາ​ໄດ້​ພົບ​ເມ​ຊີ​ອາ​ແລ້ວ” (ທີ່​ແປ​ວ່າ ພຣະ​ຄຣິດ) 42 ອັນ​ເດ​ອາ​ຈຶ່ງ​ພາ​ຊີ​ໂມນ​ໄປ​ເຝົ້າ​ພຣະ​ເຢ​ຊູ ເມື່ອຊົງ​ທອດ​ພຣະ​ເນດ​ແລ້ວ​ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ທ່ານ​ຄື​ຊີ​ໂມນ​ລູກ​ຂອງ​ໂຢ​ຮັນ ທ່ານ​ຈະ​ໄດ້​ຊຶ່​ໃຫມ່​ວ່າ ເກ​ຟາ” (ທີ່​ແປ​ວ່າ ເປ​ໂຕ ຄື​ຫີນ)

ຊົງ​ເອີ້ນ​ເອົາ​ຟີ​ລິບ​ແລະ​ນະ​ທາ​ນາ​ເອນ

43 ລ່ວງ​ໄປ​ວັນ​ນຶ່ງ​ພຣະ​ເຢ​ຊູ​ຊົງ​ຕັ້ງ​ພຣະ​ທັຍ​ຈະ​ສະ​ເດັດ​ໄປ​ແຂວງຄາ​ລີ​ເລ ພຣະ​ອົງ​ຊົງ​ພົບ​ຟີ​ລິບ​ຈຶ່ງ​ຊົງ​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ” 44 ຟີ​ລິບ​ມາ​ຈາກ​ເບັດ​ຊາ​ອີ​ດາ​ເມືອງ​ຂອງ​ອັນ​ເດ​ອາ ແລະ​ເປ​ໂຕ 45 ຟີ​ລິບ​ໄດ້​ໄປ​ຫາ​ນະ​ທາ​ນາ​ເອນບອກວ່າ, “ເຮົາ​ໄດ້​ພົບ​ຜູ້​ທີ່​ໂມ​ເຊ​ໄດ້​ກ່າວ​ເຖິງ​ໃນ​ຫນັງ​ສື​ພຣະ​ບັນ​ຍັດ ແລະ​ທີ່​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ເຖິງ​ເຫມືອນ​ກັນ ຄື​ເຢ​ຊູ​ລູກ​ຂອງ​ໂຢ​ເຊັບ​ໄທ​ນາ​ຊາ​ເຣັດ” 46 ນະ​ທາ​ນາ​ເອນ​ຖາມ​ຟີ​ລິບ​ວ່າ, “ສິ່ງ​ດີ​ອັນ​ໃດ​ຈະ​ມາ​ຈາກ​ນາ​ຊາ​ເຣັດ​ໄດ້​ຫລື” ຟີ​ລິບ​ຕອບ​ວ່າ, “ມາ​ເບິ່ງ​ເອົາ​“ 47 ພຣະ​ເຢ​ຊູ​ຊົງເຫັນ​ນະ​ທາ​ນາ​ເອນ​ມາ​ຫາ​ພຣະ​ອົງ ກໍ​ຊົງ​ກ່າວ​ເຖິງ​ເຣື່ອງ​ຂອງ​ທ່ານ​ວ່າ, “ເບິ່ງ​ແມ໋, ຜູ້​ນີ້​ຄື​ຊົນ​ຊາດ​ອິ​ສ​ຣາ​ເອນ​ແທ້ ໃນ​ຕົວ​ທ່ານ​ບໍ່​ມີອຸ​ບາຍ” 48 ນະ​ທາ​ນາ​ເອນ​ໄດ້​ທູນ​ຖາມ​ພຣະ​ອົງ​ວ່າ, “ທ່ານ​ຮູ້​ຈັກ​ຂ້າ​ນ້ອຍ​ໄດ້​ຢ່າງ​ໃດ” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ໄດ້​ເຫັນ​ທ່ານ​ແລ້ວ ເມື່ອ​ທ່ານ​ຢູ່​ໃຕ້​ຕົ້ນ​ເດື່ອ​ເທດ ກ່ອນ​ທີ່​ຟີ​ລິບ​ໄດ້​ເອີ້ນ​ທ່ານ​ນັ້ນ” 49 ນະ​ທາ​ນາ​ເອນ​ທູນ​ຕອບ​ພຣະ​ອົງ​ວ່າ, “ພຣະ​ອາ​ຈາ​ນ​ເອີຍ, ທ່ານ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ທ່ານ​ເປັນ​ກະ​ສັດ​ຂອງ​ຊາດ​ອິ​ສ​ຣາ​ເອນ” 50 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເຊື່ອ​ເຮົາ​ເພາະ​ເຮົາ​ໄດ້​ບອກວ່າ​ເຮົາ​ໄດ້​ເຫັນ​ທ່ານ​ຢູ່ໃຕ້​ຕົ້ນ​ເດື່ອ​ເທດ​ນັ້ນ​ຫ​ລື ທ່ານ​ຍັງ​ຈະ​ເຫັນ​ເຫດ​ການ​ໃຫ​ຍ່າກວ່າ​ນັ້ນ​ອີກ” 51 ພຣະ​ອົງ​ຊົງ​ກ່າວ​ແກ່​ທ່ານ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງ​ແກ່​ທ່ານ​ທັງ​ຫລາຍ​ວ່າ ພວກທ່ານ​ຈະ​ໄດ້​ເຫັນ​ທ້ອງ​ຟ້າ​ແຫວກ​ອອກ ແລະ​ບັນ​ດາ​ເທວະ​ດາ​ຂອງ​ພຣະ​ເຈົ້າ​ຂຶ້ນ​ແລະ​ລົງ​ຢູ່​ເທິງ​ບຸດ​ມະ​ນຸດ”

ໂຢຮັນ 2

ງານ​ສົມ​ຣົດ​ທີ່​ບ້ານ​ກາ​ນາ

1 ວັນ​ຖ້ວນ​ສາມ​ມີ​ງານ​ພິ​ທີ​ສົມ​ຣົດ​ທີ່​ບ້ານ​ກາ​ນາ​ແຂວງ​ຄາ​ລີ​ເລ ແລະ​ມານ​ດາ​ຂອງ​ພຣະ​ເຢ​ຊູ​ກໍ​ຢູ່​ຫັ້ນ 2 ພຣະ​ເຢ​ຊູ​ກັບ​ພວກ​ສາ​ວົກ​ໄດ້​ຮັບ​ເຊີນ​ໄປ​ໃນ​ງານ​ນັ້ນ​ເຫມືອນ​ກັນ 3 ເມື່ອ​ເຫລົ້າ​ແວງ​ຫມົດ​ແລ້ວ ມານ​ດາ​ຂອງ​ພຣະ​ເຢ​ຊູ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຫລົ້າ​ແວງ​ເຂົາ​ບໍ່​ມີ​ແລ້ວ” 4 ພຣະ​ເຢ​ຊູ​ຊົງ​ຕອບ​ມານ​ດາ​ວ່າ, “ນາງ​ເອີຍ, ປະ​ໃຫ້​ເປັນ​ທຸ​ຣະ​ຂອງ​ເຮົາ​ເສັຽ ເພາະ​ເວ​ລາ​ຂອງ​ເຮົາ​ຍັງ​ບໍ່​ທັນ​ມາ​ເຖິງ” 5 ມານ​ດາ​ຂອງ​ພຣະ​ອົງ​ຈຶ່ງບອກ​ຕໍ່​ຄົນ​ໃຊ້​ວ່າ, “ເມື່ອ​ທ່ານບອກ​ພວກ​ເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເນີ” 6 ທີ່​ນັ້ນ​ມີ​ອ່າງ​ຫີນ​ຫົກ​ຫນ່ວຍ​ຕົ້ງ​ຢູ່ ເພື່ອ​ໃຊ້​ຊຳ​ຮະ​ລ້າງ​ຕາມ​ທັມ​ນຽມ​ຂອງ​ພວກ​ຢິວ ອ່າງ​ຫນ່ວຍ​ໃດ​ກໍ​ໃສ່​ນ້ຳ​ໄດ້​ສີ່​ຫລື​ຫ້າ​ກະ​ໂລ່ງ 7 ພຣະ​ເຢ​ຊູ​ຊົງ​ບອກ​ຕໍ່​ເຂົາ​ວ່າ, “ຈົ່ງ​ຕັກ​ນ້ຳ​ໃສ່​ອ່າງ​ໃຫ້​ເຕັມ” ແລະ​ເຂົາ​ໄດ້​ຕັກ​ນ້ຳ​ໃສ່​ອ່າງ​ເຫລົ່າ​ນັ້ນ​ເຕັມ​ພຽງ​ປາກ 8 ແລ້ວ​ພຣະ​ອົງ​ຊົງ​ບອກ​ເຂົາ​ວ່າ, “ບັດ​ນີ້​ຈົ່ງ​ຕັກ​ສົ່ງ​ໄປ​ໃຫ້​ພະ​ນັກ​ງານ​ເນີ” ເຂົາ​ກໍ​ຕັກ​ສົ່ງ​ໃຫ້ 9 ເມື່ອ​ພະ​ນັກ​ງານ​ຊີມ​ນ້ຳ​ທີ່​ກາຍ​ເປັນ​ເຫລົ້າ​ແວງ​ນັ້ນ​ແລ້ວ ແລະ​ບໍ່​ຮູ້​ວ່າ​ມາ​ແຕ່​ໃສ (ແຕ່​ຄົນ​ໃຊ້​ທີ່​ຕັກ​ນ້ຳ​ກໍ​ຮູ້) ພະ​ນັກ​ງານ​ຈຶ່ງ​ເອີ້ນ​ເຈົ້າ​ບ່າວ​ມາ, 10 ແລະ​ກ່າວ​ວ່າ, “ທຸກ​ຄົນ​ເຄີຍ​ເອົາ​ເຫລົ້າ​ແວງ​ອັນ​ດີ​ມາ​ໃຫ້​ກ່ອນ ແລະ​ເມື່ອ​ເຂົາ​ດື່ມ​ຫາຍ​ແລ້ວ​ຈຶ່ງ​ເອົາ​ອັນ​ບໍ່​ດີ​ມາ ແຕ່​ຝ່າຍ​ທ່ານ​ໄດ້​ກັກ​ເຫລົ້າ​ແວງ​ອັນ​ດີ​ໄວ້​ຈົນ​ເຖິງ​ບັດ​ນີ້” 11 ການ​ຫມາຍ​ສຳ​ຄັນ​ເທື່ອ​ຕົ້ນ​ນີ້​ພຣະ​ເຢ​ຊູ​ຊົງ​ເຮັດ​ທີ່​ບ້ານ​ກາ​ນາ​ແຂວງ​ຄາ​ລີ​ເລ ພຣະ​ອົງ​ໄດ້​ຊົງ​ສະ​ແດງ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ໃຫ້​ປາ​ກົດ ຝ່າຍ​ພວກ​ສາ​ວົກ​ກໍ​ໄດ້​ເຊື່ອ​ໃນ​ພຣະ​ອົງ 12 ພາຍ​ຫລັງ​ນັ້ນ​ມາ​ພຣະ​ອົງ​ໄດ້​ສະ​ເດັດ​ລົງ​ໄປ​ຍັງ​ເມືອງ​ກາ​ເປ​ນາ​ອູມ ກັບ​ມານ​ດາ​ພ້ອມ​ທັງ​ພວກ​ນ້ອງ​ຊາຍ​ແລະ​ສາ​ວົກ​ຂອງ​ພຣະ​ອົງ ກໍ​ຊົງ​ອາ​ໄສ​ຢູ່​ທີ່​ນັ້ນ​ບໍ່​ຫລາຍ​ວັນ

ພຣະ​ເຢ​ຊູ​ຊຳ​ຮະ​ພຣະ​ວິ​ຫານ

13 ແລະ​ເທ​ສ​ການ​ປັ​ສ​ຄາ​ຂອງ​ພວກ​ຢິວ​ໃກ້​ເຂົ້າ​ມາ​ແລ້ວ ພຣະ​ເຢ​ຊູ​ສະ​ເດັດ​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາເລັມ 14 ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ໄດ້​ພົບ​ຄົນ​ຂາຍ​ງົວ ຂາຍ​ແກະ ແລະ​ຂາຍ​ນົກ​ເຂົາ ກັ​ບ​ທັງ​ພວກ​ຄົນ​ແລກ​ເງິນ​ທີ່​ນັ່ງ​ຢູ່​ຫັ້ນ 15 ພຣະ​ອົງ​ຊົງ​ເອົາ​ເຊືອກ​ເຮັດ​ແສ້ ໄລ່​ຄົນ​ເຫລົ່າ​ນັ້ນ​ພ້ອ​ມ​ກັບ​ແກະ​ແລະ​ງົວ​ອອກ​ໄປ​ຈາກ​ບໍ​ຣິ​ເວນ​ພຣະວິ​ຫານ ຊົງຖອກ​ເງິນ​ແລະ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກເງິນ 16 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ແກ່​ບັນ​ດາ​ຄົນ​ທີ່​ຂາຍ​ນົກ​ເຂົາ​ວ່າ, “ຈົ່ງ​ເອົາ​ຂອງ​ເຫລົ່າ​ນີ້​ອອກ​ໄປ​ເສັຽ ຢ່າ​ເຮັດ​ໃຫ້​ທີ່​ສະ​ຖິດ​ພຣະ​ບິ​ດາ​ຂອງ​ເຮົາ​ເປັນ​ບ່ອນ​ຄ້າ​ຂາຍ” 17 ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ລະ​ນຶກ​ເຖິງ​ຄຳ​ທີ່​ຂຽນ​ໄວ້​ວ່າ, “ຄວາມ​ຮ້ອນ​ໃຈ​ສຳ​ລັບ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ກໍໄຫມ້​ຢູ່​ພາຍ​ໃນ​ຂ້າ​ພຣະ​ອົງ​ເສັຽ” 18 ພວກ​ຢິວ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຈົ້າ​ຈະ​ສະ​ແດງ​ການ​ສຳ​ຄັນ​ອັນ​ໃດ​ໃຫ້​ພວກ​ເຮົາ​ເຫັນ​ວ່າ ເຈົ້າ​ມີ​ສິດ​ເຮັດ​ການຢ່າງ​ນີ້” 19 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຖ້າ​ມ້າງ​ວິ​ຫານ​ນີ້​ລົງ​ເສັຽ ເຮົາ​ຈະ​ສ້າງ​ຂຶ້ນ​ໃຫມ່​ໃນ​ສາມ​ວັນ” 20 ພວກ​ຢິວ​ຈຶ່ງ​ທູນ​ວ່າ, “ພຣະ​ວິ​ຫານ​ນີ້​ເຂົາ​ໄດ້​ສ້າງ​ຂຶ້ນ​ເຖິງ​ສີ່​ສິບ​ຫົກ​ປີ​ຈຶ່ງ​ສຳ​ເຣັດ ຝ່າຍ​ເຈົ້າ​ຈະ​ສ້າງ​ຂຶ້ນ​ໃຫມ່​ໃນ​ສາມ​ວັນ​ຫລື” 21 ແຕ່​ພຣະ​ວິ​ຫານ​ທີ່​ພຣະ​ອົງ​ຊົງ​ກ່າວ​ເຖິງ​ນັ້ນ ຄື​ພຣະ​ກາຍ​ຂອງ​ພຣະ​ອົງ 22 ເຫດ​ສັນ​ນັ້ນ​ເມື່ອ​ພຣະ​ອົງ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ແລ້ວ ພວກ​ສາ​ວົກ​ກໍ​ລະ​ນຶກ​ໄດ້​ວ່າ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້ ແລະ​ເຂົາ​ກໍ​ເຊື່ອ​ພຣະ​ຄັມ​ພີ​ກັບ​ທັງ​ພຣະ​ທັມ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ກ່າວ​ແລ້ວ​ນັ້ນ 23 ເມື່ອ​ພຣະ​ອົງ​ປະ​ທັບ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເວ​ລາ​ເທ​ສ​ການ​ປັ​ສ​ຄາ​ນັ້ນ ມີ​ຫລາຍ​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ເຂົາ​ໄດ້​ເຫັນ​ການ​ສຳ​ຄັນ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ຂຶ້ນ

ພຣະ​ເຢ​ຊູ​ຊົງ​ຮູ້​ຈັກ​ມະ​ນຸດ​ທຸກ​ຄົນ

24 ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ວາງ​ພຣະ​ທັຍ​ໃນ​ຄົນ​ເຫລົ່າ​ນັ້ນ ເພາະ​ພຣະ​ອົງ​ຊົງ​ຮູ້​ຈັກ​ມະ​ນຸດ​ທຸກ​ຄົນ​ແລ້ວ 25 ແລະ​ພຣະ​ອົງ​ບໍ່​ຊົງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ມີ​ພຍານ​ໃນ​ເຣື່ອງ​ມະ​ນຸດ ດ້ວຍ​ພຣະ​ອົງ​ເອງ​ຊົງ​ຊາບ​ວ່າ ອັນ​ໃດ​ມີ​ຢູ່​ໃນ​ມະ​ນຸດ

ໂຢຮັນ 3

ພຣະ​ເຢ​ຊູ​ກັບ​ນິ​ໂກ​ເດມ

1 ມີ​ຊາຍ​ຄົນ​ນຶ່ງ​ໃນ​ພວກ​ຟາ​ຣີ​ຊາຍ​ຊື່ ນິ​ໂກ​ເດມ ເປັນ​ເຈົ້າ​ນາຍ​ຂອງ​ພວກ​ຢິວ 2 ຜູ້​ນີ້​ໄດ້​ມາ​ຫາ​ພຣະ​ເຢ​ຊູ​ໃນ​ເວ​ລາ​ກາງ​ຄືນ​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈາ​ນ​ເອີຍ, ພວກ​ຂ້າ​ນ້ອ​ຍຊາບ​ຢູ່​ວ່າ​ທ່ານ​ເປັນ​ຄ​ຣູ​ທີ່​ມາ​ຈາກ​ພຣະ​ເຈົ້າ ເພາະ​ບໍ່​ມີ​ຜູ້​ໃດ​ອາດ​ເຮັດ​ຫມາຍ​ສຳ​ຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ເວັ້ນ​ແຕ່​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ” 3 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງວ່າ​ ຖ້າ​ຜູ້​ໃດ​ບໍ່​ບັງ​ເກີດ​ມາ​ໃຫມ່ ຜູ້​ນັ້ນ​ຈະ​ເຫັນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້” 4 ນິ​ໂກ​ເດມ​ທູນ​ພຣະ​ອົງ​ວ່າ, “ຄົນ​ເຖົ້າ​ແລ້ວ​ຈະ​ບັງ​ເກີດ​ໄດ້​ຢ່າງ​ໃດ ຈະ​ເຂົ້າ​ໃນ​ທ້ອງ​ແມ່​ຂອງ​ຕົນ​ເທື່ອ​ທີ່​ສອງ​ແລ້ວ​ເກີດ​ມາ​ໄດ້​ຫລື” 5 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ບໍ່​ໄດ້​ບັງ​ເກີດ​ມາ​ຈາກ​ນ້ຳ​ແລະ​ຈາກ​ພຣະ​ວິນ​ຍານ ຜູ້​ນັ້ນ​ຈະ​ເຂົ້າ​ໃນ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້ 6 ຊຶ່ງ​ບັງ​ເກີດ​ຈາກ​ເນື້ອ​ກາຍ​ກໍ​ເປັນ​ເນື້ອ​ກາຍ ແລະ​ຊຶ່ງ​ບັງ​ເກີດ​ມາ​ຈາກ​ພຣະ​ວິ​ນ​ຍານ​ກໍ​ເປັນ​ວິ​ນ​ຍານ 7 ຢ່າ​ປລາດ​ໃຈ​ທີ່​ເຮົາ​ບອກ​ທ່ານ​ວ່າ ທ່ານ​ທັງ​ຫລາຍຈຳ​ເປັນ​ຕ້ອງ​ບັງ​ເກີດ​ມາ​ໃຫມ່ 8 ລົ​ມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ ແລະ​ທ່ານ​ໄດ້​ຍິນ​ສຽງ​ມັນ ແຕ່​ທ່ານ​ບໍ່​ຮູ້​ວ່າ​ມັນ​ມາ​ແຕ່​ໃສ​ຫລື​ໄປ​ໃສ ທຸ​ກ​ຄົນ​ທີ່​ບັງ​ເກີດ​ຈາກ​ພຣະ​ວິນ​ຍານ​ກໍ​ເປັນ​ດັ່ງ​ນັ້ນ​ແຫລະ” 9 ນິ​ໂກ​ເດມ​ທູນ​ພຣະ​ອົງ​ວ່າ, “ເຫດ​ການ​ເຫລົ່າ​ນີ້​ຈະ​ບັງ​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ” 10 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເປັນ​ອາ​ຈານຂອງ​ພວກ​ອິ​ສ​ຣາ​ເອນ ແລະ​ຍັງ​ບໍ່​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ຫລື 11 ເຮົາ​ບອກ​ຄວາມ​ຈິງ​ແກ່​ທ່ານ​ວ່າ ພວກ​ເຮົາ​ເວົ້າ​ສິ່ງ​ທີ່​ເຮົາ​ຮູ້ ແລະ​ເປັນ​ພຍານ​ເຖິງ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແຕ່​ທ່ານ​ທັງ​ຫລາຍບໍ່​ໄດ້​ຮັບ​ຄຳ​ພຍານ​ຂອງ​ເຮົາ 12 ຖ້າ​ເຮົາ​ບອກທ່ານ​ທັງ​ຫລາຍ​ເຖິງ​ສິ່ງ​ຝ່າຍ​ໂລກ ແລະ​ທ່ານ​ບໍ່ເຊື່ອ ຖ້າ​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ເຖິງ​ສິ່ງ​ຝ່າຍ​ສວັນ ພວກ​ທ່ານ​ຈະ​ເຊື່ອ​ໄດ້​ຢ່າ​ງ​ໃດ 13 ບໍ່​ມີ​ຜູ້​ໃດ​ຂຶ້ນ​ໄປ​ສູ່​ສວັນ ນອກ​ຈາກ​ຜູ້​ທີ່​ລົງ​ມາ​ຈາກ​ສວັນ​ຄື ບຸດ​ມະ​ນຸດ” 14 ໂມ​ເຊ​ໄດ້​ຍົກ​ງູ​ຂຶ້ນໃນ​ປ່າ​ສັນ​ໃດ ບຸດ​ມະ​ນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ​ສັນ​ນັ້ນ 15 ເພື່ອ​ທຸ​ກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ອົງ​ຈະ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 16 ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ໂລກ​ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ​ ແຕ່​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 17 ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ເຂົ້າ​ມາ​ໃນ​ໂລກ ບໍ່​ແມ່ນ​ຈະ​ຕັດ​ສິນ​ລົງ​ໂທດມະ​ນຸ​ສ​ໂລກ ແຕ່​ເພື່ອ​ມະ​ນຸ​ສ​ໂລກ​ຈະ​ພົ້ນ​ໄດ້​ດ້ວຍ​ພຣະ​ບຸດນັ້ນ 18 ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ບຸດ​ກໍ​ບໍ່​ຖືກ​ຕັດ​ສິນ​ລົງ​ໂທດ ແຕ່​ຜູ້​ທີ່​ບໍ່​ວາງ​ໃຈ​ກໍ​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ແລ້ວ ເພາະ​ບໍ່​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ເຈົ້າ 19 ນີ້​ແຫລະ, ແມ່ນ​ການ​ຕັດ​ສິນ​ລົງ​ໂທດ ຄື​ວ່າ​ຄວາມ​ສ​ວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່ມະ​ນຸດ​ໄດ້​ຮັບ​ຄວາມ​ມືດ​ຫລາຍກວ່າ​ຮັກ​ຄວາມ​ສວ່າງ​ເພາະ​ກິ​ຈ​ການ​ຂອງ​ເຂົາ​ຊົ່ວ 20 ດ້ວຍ​ວ່າ​ທຸກ​ຄົນ​ທີ່​ເຮັດ​ຊົ່ວ​ກໍ​ຊັງ​ຄວາມ​ສວ່າງ ແລະບໍ່​ມາ​ເຖິງ​ຄວາມ​ສວ່າງ ເພາະ​ຢ້ານ​ວ່າ​ການ​ເຮັດ​ຂອງ​ຕົນ​ຈະ​ເປີດ​ເຜີຍ 21 ແຕ່ບຸກ​ຄົນ​ທີ່​ເຮັດ​ຕາມ​ຄວາມ​ຈິງ​ກໍ​ມາ​ຫາຄວາມ​ສວ່າງ ເພື່ອ​ໃຫ້​ການ​ຂອງ​ຕົນ​ປາ​ກົດ​ວ່າ​ໄດ້​ເຮັດ​ດ້ວຍ​ອາ​ໄສ​ພຣະ​ເຈົ້າ

ພຣະ​ເຢ​ຊູ​ກັບ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

22 ຫລັງ​ຈາກນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ຍັງ​ແຂວງ​ຢູ​ດາຍ​ພ້ອມ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ ແລະ​ປະ​ທັບ​ຢູ່​ກັບ​ເຂົາ​ທີ່​ນັ້ນ ແລະ​ຊົງ​ໃຫ້​ຮັບ​ບັບ​ຕິ​ສະ​ມາ 23 ຝ່າຍ​ໂຢ​ຮັນ​ກໍ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ຢູ່​ບ້ານ​ໄອ​ນົນ​ໃກ້​ບ້ານ​ຊາ​ລິມ​ເຫມືອນ​ກັນ ເພາະ​ທີ່​ນັ້ນ​ມີ​ນ້ຳ​ຫລາຍ ແລະ​ຝູງ​ຄົນ​ກໍ​ພາ​ກັນ​ມາ​ຮັບ​ບັບ​ຕິ​ສະ​ມາ 24 ດ້ວ​ຍວ່າ​ເວ​ລາ​ນັ້ນ​ໂຢ​ຮັນ​ຍັງບໍ່​ທັນ​ໄດ້​ຕິດ​ຄຸກ 25 ເກີດ​ການ​ໂຕ້​ຖຽງ​ກັນ​ຂຶ້ນ​ລະ​ຫວ່າງລູກ​ສິດ​ຂອງ​ໂຢ​ຮັນ​ກັບ​ຢິວ​ຄົນ​ນຶ່ງ ເຣື່ອງ​ການ​ຊຳ​ຮະ​ລ້າງ 26 ລູກ​ສິດ​ນັ້ນ​ຈຶ່ງ​ໄປ​ຫາ​ໂຢ​ຣັນ​ແລະ​ເວົ້າ​ວ່າ, “ອາ​ຈານ​ເອີຍ, ຜູ້​ທີ່​ຢູ່​ນຳ​ອາ​ຈານທີ່​ຟາກ​ແມ່​ນ້ຳ​ຈໍ​ແດນ​ພຸ້ນ ຄື​ຜູ້​ທີ່​ອາ​ຈານ​ເປັນ​ພຍານ​ເຖິງ​ນັ້ນ ເບິ່ງ​ແມ໋, ຜູ້​ນ້ຳ​ກຳ​ລັງ​ໃຫ້​ຮັບ​ບັບ​ຕິ​ສະ​ມາ ແລະ​ຄົນ​ທັງ​ປວງ​ກໍ​ພາ​ກັນ​ໄປ​ຫາ​ທ່ານ” 27 ໂຢ​ຮັນ​ຕອບ​ວ່າ, “ມະ​ນຸດ​ຈະ​ຮັບ​ສິ່ງ​ໃດ​ບໍ່​ໄດ້ ເວັ້ນ​ໄວ້​ແຕ່​ທີ່​ຊົງ​ໂຜດ​ປະ​ທານ​ຈາກ​ສວັນ​ໃຫ້​ເຂົາ 28 ທ່ານ​ທັງ​ຫລາຍ​ກໍ​ເປັນ​ພຍານ​ຝ່າຍ​ເຮົາ​ວ່າ​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ “ເຮົາ​ບໍ່​ເປັນ​ພຣະ​ຄຣິດ ແຕ່​ເປັນ​ຜູ້​ຮັບ​ໃຊ້​ມາ​ກ່ອນ​ຫນ້າ​ພຣະ​ອົງ” 29 ຜູ້​ທີ່​ມີ​ເຈົ້າ​ສາວ​ກໍ​ແມ່ນ​ເຈົ້າ​ບ່າວ​ນັ້ນ​ແຫລະ ແຕ່​ສະ​ຫາຍ​ຂອງ​ເຈົ້າ​ບ່າວ​ທີ່​ຢືນ​ຟັງ​ເຈົ້າ​ບ່າວ​ຢູ່ ກໍ​ມີ​ຄວາມ​ຍິນ​ດີ​ຫລາຍ​ເພາະ​ໄດ້​ຍິນ​ສຽງ​ຂອງ​ເຈົ້າ​ບ່າວ​ນັ້ນ ຢ່າງ​ນັ້ນ​ແຫລະ, ຄວາມ​ຍິນ​ດີ​ຂອງ​ເຮົາ​ກໍ​ຄົບ​ຖ້ວນ​ແລ້ວ 30 ພຣະ​ອົງ​ນັ້ນ​ຕ້ອງ​ຊົງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ

ຜູ້​ຊົງ​ສະ​ເດັດ​ມາ​ຈາກ​ສວັນ

31 ພຣະ​ອົງ​ຜູ້​ສະ​ເດັດ​ມາ​ຈາກ​ທາງ​ເທິງ​ຊົງ​ຢູ່​ເຫນືອ​ທຸກ​ສິ່ງ ຜູ້​ທີ່​ເປັນ​ແຕ່​ແຜ່ນ​ດິນ​ໂລກ​ກໍ​ເປັນ​ຝ່າຍ​ໂລກ ແລະ​ຍ​ອມ​ກ່າວ​ຝ່າຍ​ໂລກ ພຣະ​ອົງ​ຜູ້​ສະ​ເດັດ​ຈາກ​ສວັນ​ຊົງ​ຢູ່​ເຫນືອ​ທຸກ​ສິ່ງ 32 ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ເຫັນ​ແລະ​ໄດ້​ຍິນ ພຣະ​ອົງ​ກໍ​ຊົງ​ເປັນ​ພຍານ​ຕໍ່​ສິ່ງ​ນັ້ນ ແຕ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ຄຳ​ພຍານ​ຂອງ​ພຣະ​ອົງ 33 ຜູ້​ທີ່​ຮັບ​ຄຳ​ພຍານ​ຂອງ​ພຣະ​ອົງ​ກໍ​ປະ​ທັບ​ຕາ​ລົງ​ວ່າ​ພຣະ​ເຈົ້າ​ຊົງ​ສັດ​ຈິງ 34 ເພາະ​ພຣະ​ອົງ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ໃຊ້​ມາ​ນັ້ນ​ຊົງ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ເພາະ​ພຣະ​ເຈົ້າ​ບໍ່​ໄດ້​ປະ​ທານ​ພຣະ​ວິ​ນ​ຍານ​ໃຫ້​ໂດຍ​ຈຳ​ກັດ 35 ພຣະ​ບິ​ດາ​ຊົງ​ຮັກພຣະ​ບຸດ ແລະ​ຊົງ​ມອບ​ທຸກ​ສິ່ງ​ໄວ້​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ 36 ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ບຸດ​ກໍ​ມີ​ຊີ​ວິດ​ຕລອດ​ໄປ​ເປັນ​ນິດ ຜູ້​ທີ່​ບໍ່​ເຊື່ອ​ຟັງ​ພຣະ​ບຸດ​ກໍ​ຈະ​ບໍ່​ໄດ້​ເຫັນ​ຊີ​ວິດ ແຕ່​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ປົກ​ຄຸມ​ຢູ່​ເທິງ​ຜູ້​ນັ້ນ

ໂຢຮັນ 4

ພຣະ​ເຢ​ຊູ​ກັບຍິງ​ຊາວ​ຊາ​ມາ​ເຣັຽ

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ​ພວກ​ຟາ​ຣີ​ຊາຍ​ໄດ້​ຍິນ​ຂ່າວວ່າ ພຣະ​ອົງ​ຊົງ​ມີ​ສາ​ວົກ ແລະ​ຊົງ​ໃຫ້​ບັບ​ຕິ​ສະ​ມາ​ຫລາຍກວ່າ​ໂຢ​ຮັນ 2 (ຄວາມ​ຈິງ​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ໃຫ້​ບັບ​ຕິ​ສະ​ມາ​ເອງ ແຕ່​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ເປັນ​ຜູ້​ໃຫ້) 3 ພຣະ​ອົງ​ຈຶ່ງ​ສະ​ເດັດ​ອອກ​ຈາກ​ແຂວງ​ຢູ​ດາຍ​ແລະ​ກັບ​ໄປ​ຍັງ​ແຂວງ​ຄາ​ລີ​ເລ​ອີກ 4 ແລະ​ພຣະ​ອົງ​ຕ້ອງ​ສະ​ເດັດ​ຜ່ານ​ແຂວງ​ຊາ​ມາ​ເຣັຽ​ໄປ 5 ພຣະ​ອົງ​ຈຶ່ງ​ສະ​ເດັດ​ໄປ​ເຖິງ​ເມືອງ​ນຶ່ງ​ຊື່​ຊີ​ຂາ ໃນ​ແຂວງ​ຊາ​ມາ​ເຣັຽ ໃຫ້​ທີ່​ດິນ​ຊຶ່ງ​ຢາ​ໂຄບ​ໃຫ້​ແກ່​ໂຢ​ເຊັບ​ລູກ​ຊາຍ​ຂອງ​ຕົນ 6 ນ້ຳ​ສ້າງ​ຂອງ​ຢາ​ໂຄບ​ກໍ​ຢູ່​ທີ່​ນັ້ນ ພຣະ​ເຢ​ຊູ​ຊົງ​ເດີນ​ທາງ​ເມື່ອຍ​ຈຶ່ງ​ປະ​ທັບ​ລົງ​ແຄມ​ນ້ຳ​ສ້າງ​ເປັນເວ​ລາ​ປະ​ມານ​ທ່ຽງ​ວັນ 7 ມີ​ຍິງ​ຊາວ​ຊາ​ມາ​ເຣັຽ​ຄົນ​ນຶ່ງ​ມາ​ຕັກ​ນ້ຳ ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ນາງວ່າ, “ຂໍ​ໃຫ້​ເຮົາ​ດື່ມ​ນ້ຳ​ແດ່” 8 (ຂ​ນະ​ນັ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ເຂົ້າ​ໄປ​ຊື້​ອາ​ຫານ​ໃນ​ເມືອງ) 9 ຍິງ​ຊາວ​ຊາ​ມາ​ເຣັຽ​ທູນ​ພຣະ​ອົງ​ວ່າ, “ດ້ວຍ​ເຫດ​ໃດ​ທ່ານ​ຜູ້​ເປັນ​ຊາດ​ຢິວ​ຈຶ່ງ​ຂໍ​ດື່ມ​ນ້ຳ​ນຳ​ຂ້າ​ນ້ອຍ​ຜູ້​ເປັນ​ຊາດ​ຊາ​ມາ​ເຣັຽ” (ເພາະ​ພວກ​ຢິວ​ກັບ​ພວກ​ຊາ​ມາ​ເຣັຽບໍ່​ເຄີຍ​ມີ​ການ​ກ່ຽວ​ຂ້ອງ​ກັນ) 10 ພຣະ​ເຢ​ຊູ​ຊົງ​ຕອບ​ນາງວ່າ, “ຖ້າ​ເຈົ້າ​ໄດ້​ຮູ້​ຈັກ​ຂອງ​ທີ່​ພຣະ​ເຈົ້າ​ຊົງ​ປະ​ທານ ແລະ​ຮູ້​ຈັກ​ຜູ້​ທີ່​ກຳ​ລັງ​ເວົ້າ​ກັບ​ເຈົ້າ​ວ່າ “ຂໍ​ໃຫ້​ເຮົາ​ດື່ມ​ນ້ຳ​ແດ່” ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ທ່ານ ແລະ​ຜູ້​ນັ້ນ​ກໍ​ຄົວ​ຈະ​ໃຫ້​ນ້ຳ​ອັນ​ປະກອບ​ດ້ວ​ຍຊີ​ວິດ​ໃຫ້​ແກ່​ເຈົ້າ” 11 ນາງ​ທູນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ນາຍ​ບໍ່​ມີ​ຫຍັງ​ຕັກ​ແລະ​ນ້ຳ​ສ້າງ​ນີ້​ກໍ​ເລິກ ນາຍ​ຈະ​ໄດ້​ນ້ຳ​ປະ​ກອບ​ດ້ວຍ​ຊີ​ວິດ​ນັ້ນ​ມາ​ແຕ່​ໃສ 12 ນາຍ​ໃຫຍ່ກວ່າ​ຢາ​ໂຄບ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ ຜູ້​ໄດ້​ໃຫ້​ນ້ຳ​ສ້າງ​ນີ້​ແກ່​ເຮົາ​ຫລື ແລະ​ຢາ​ໂຄບ​ເອງ​ກໍ​ໄດ້​ດື່ມແຕ່​ນ້ຳ​ສ້າງ​ນີ້​ຮວມ​ທັງ​ລູກ​ຊາຍ​ແລະ​ຝູງ​ສັດ​ຂອງ​ທ່ານ” 13 ພຣະ​ເຢ​ຊູ​ຊົງ​ຕອບ​ນາງວ່າ, “ທຸກ​ຄົນ​ທີ່​ດື່ມ​ນ້ຳ​ນີ້​ກໍ​ຍັງ​ຈະ​ຢາກ​ອີກ 14 ແຕ່​ຜູ້​ທີ່​ດື່ມ​ນ້ຳ​ຊຶ່ງ​ເຮົາ​ຈະ​ປະ​ທານ​ໃຫ້​ນັ້ນ​ຈະ​ກາຍ​ເປັນ​ນ້ຳ​ພຸ​ໃນ​ຕົວ​ຜູ້​ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ” 15 ນາງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ປະ​ທານ​ນ້ຳ​ນັ້ນ​ໃຫ້​ຂ້າ​ນ້ອຍ ເພື່ອ​ຂ້າ​ນ້ອຍ​ຈະ​ບໍ່​ຢາກ​ແລະ​ຈະ​ບໍ່​ໄດ້​ມາ​ຕັກ​ທີ່​ນີ້​ອີກ” 16 ພຣະ​ເຢ​ຊູ​ຊົງ​ບອກ​ນາງວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ຜົວ​ຂອງ​ເຈົ້າ​ມາ​ທີ່​ນີ້” 17 ນາງ​ທູນ​ວ່າ, “ຂ້າ​ນ້ອຍ​ບໍ່​ມີ​ຜົວ” ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ເຈົ້າ​ເວົ້າ​ຖືກ​ແລ້ວວ່າ​ເຈົ້າ​ບໍ່​ມີ​ຜົວ ​ 18 ເພາະ​ເຈົ້າ​ມີ​ຜົວ​ຫ້າ​ຄົນ​ແລ້ວ ແລະ​ຜູ້​ທີ່​ເຈົ້າ​ມີ​ຢູ່​ດຽວ​ນີ້​ກໍ​ບໍ່​ແມ່ນ​ຜົວ​ຂອງ​ເຈົ້າ ທີ່​ເຈົ້າ​ເວົ້າ​ນັ້ນ​ເປັນ​ຄວາມ​ຈິງ” 19 ນາງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂ້າ​ນ້ອຍ​ເຫັນ​ຈິງ​ແລ້ວ​ວ່າ​ນາຍ​ເປັນ​ຫມໍ​ທຳ​ນ​ວາຍ 20 ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ນ້ອຍ​ກໍ​ນະ​ມັ​ສ​ການ​ທີ່​ພູ​ນີ້ ແຕ່​ພວກ​ທ່ານ​ວ່າ​ສະ​ຖານ​ທີ່​ນະ​ມັ​ສ​ການ ກໍ​ຄື​ກຸງ​ເຢ​ຣູ​ຊາ​ເລັມ​ນັ້ນ​ແຫລະ” 21 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ນາງວ່າ, “ຍິງ​ເອີຍ, ເຊື່ອ​ເຮົາ​ເທາະ ຄົງ​ມີ​ວັນ​ນຶ່ງ​ທີ່​ພວກ​ເຈົ້າ​ຈະ​ບໍ່​ໄດ້​ນະ​ມັ​ສ​ການ​ທີ່​ພູ​ນີ້​ຫລື​ທີ່​ກຸງ​ເຢ​ຣູ​ຊາ​ເລັມ 22 ຊຶ່ງ​ພວກ​ເຈົ້າ​ນະ​ມັ​ສ​ການ​ນັ້ນ​ເຈົ້າ​ບໍ່​ຮູ້​ຈັກ ແຕ່​ຝ່າຍ​ພວກ​ເຮົາ ຊຶ່ງ​ເຮົາ​ນະ​ມັ​ສການ​ນັ້ນ​ເຮົາ​ກໍ​ຮູ້​ຈັກ ເພາະ​ຄວາມ​ລອດ​ພົ້ນ​ນັ້ນ​ມາ​ຈາກ​ຊາດ​ຢິວ 23 ແຕ່ເວ​ລາ​ນັ້ນ​ໃກ້​ເຂົ້າ​ມາ ແລະ​ບັດ​ນີ້​ກໍ​ມາ​ເຖິງ​ແລ້ວ ຄື​ເມື່ອ​ຜູ້​ທີ່​ນະ​ມັ​ສ​ການ​ຢ່າງ​ຖືກ​ຕ້ອງ​ຈະ​ນະ​ມັ​ສ​ການ​ພຣະ​ບິ​ດາ​ດ້ວຍ​ຈິດ​ວິນ​ຍານ​ແລະ​ຄວາມ​ຈິງ ເພາະ​ວ່າ​ພຣະ​ບິ​ດາ​ຊົງ​ສ​ແວງ​ຫາ​ຄົນ​ແນວ​ນັ້ນ​ນະ​ມັ​ສ​ການ​ພຣະ​ອົງ 24 ພຣະ​ເຈົ້າ​ຊົງ​ເປັນ​ພຣະ​ວິ​ນ​ຍານ ແລະ​ຜູ້​ທີ່​ນະ​ມັ​ສ​ການ​ພຣະ​ອົງ​ຕ້ອງ​ນະ​ມັ​ສ​ການ​ດ້ວຍ​ຈິດ​ວິນ​ຍານ​ແລະ​ຄວາມຈິງ” 25 ນາງ​ທູນ​ພຣະ​ອົງ​ວ່າ, “ຂ້າ​ນ້ອຍ​ຊາບ​ພຣະ​ເມ​ຊີ​ອາ (ທີ່​ເອີ້ນ​ວ່າ​ພຣະ​ຄຣິດ) ຈະ​ສະ​ເດັດ​ມາ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ແລ້ວ​ພຣະ​ອົງ​ຈະ​ຊົງ​ຊີ້​ແຈງ​ທຸກ​ສິ່ງ​ແກ່​ພວກ​ຂ້າ​ນ້ອຍ” 26 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ນາງວ່າ, “ເຮົາ​ຜູ້​ທີ່​ເວົ້າ​ກັບ​ເຈົ້າ​ຢູ່​ນີ້​ແຫລະ, ຄື​ທ່ານ​ຜູ້​ນັ້ນ” 27 ໃນ​ຂ​ນະ​ນັ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກໍ​ມາ​ເຖິງ ເຂົາ​ກໍ​ປ​ລາດ​ໃຈ​ເພາະ​ພຣະ​ອົງ​ຊົງ​ສົນ​ທະ​ນາ​ກັບ​ຜູ້​ຍິງ ເຖິງ​ປານ​ນັ້ນ​ກໍ​ບໍ່​ມີ​ໃຜ​ຖາມ​ວ່າ, “ທ່ານ​ປະ​ສົງ​ອັນ​ໃດ” ຫລື “ເຫດ​ໃດ​ທ່ານ​ຈຶ່ງ​ສົນ​ທະ​ນາ​ກັບ​ນາງ” 28 ຍິງ​ນັ້ນ​ຈຶ່ງ​ປະ​ຫມໍ້​ນ້ຳ​ຂອງ​ຕົນ​ໄວ້ ແລະ​ເຂົ້າ​ໄປ​ໃນ​ເມືອງບອກ​ຄົນ​ທັງ​ປວງວ່າ, 29 “ຈົ່ງ​ມາ​ເບິ່ງ​ຊາຍ​ຜູ້​ນຶ່ງ​ທີ່​ບອກ​ຂ້ອຍເຖິງ​ສິ່ງ​ສາ​ຣະ​ພັດ​ທີ່​ຂ້ອຍ​ເຮັດ​ມາ​ແລ້ວ ຜູ້​ນີ້​ບໍ່​ແມ່ນ​ພຣະ​ຄຣິດ​ຫລື” 30 ແລະ​ຄົນ​ທັງ​ຫລາຍ​ກໍ​ພາກັນ​ອອກ​ຈາກ​ເມືອງ​ໄປ​ຫາ​ພຣະ​ອົງ 31 ໃນ​ລະ​ຫວ່າງ​ນັ້ນ​ພວກ​ສາ​ວົກ​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ເຊີນ​ຮັບ​ປະ​ທານ​ອາ​ຫານ” 32 ແຕ່​ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, “ເຮົາ​ມີ​ອາ​ຫານ​ກິນ​ທີ່​ທ່ານ​ທັງ​ຫລາຍ​ບໍ່​ຮູ້” 33 ພວກ​ສາ​ວົກ​ຈຶ່ງ​ຕັ້ງ​ເວົ້າ​ກັນ​ວ່າ, “ບໍ່​ມີ​ໃຜ​ເອົາ​ມາ​ໃຫ້​ທ່ານ​ຮັບ​ປະ​ທານດອກ​ຕີ້” 34 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ອາ​ຫານ​ຂອງ​ເຮົາ​ຄື​ການ​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ງານ​ຂອງ​ພຣະ​ອົງ​ສຳ​ເຣັດ 35 ທ່ານ​ທັງ​ຫລາຍ​ເວົ້າ​ວ່າ​ອີກ​ສີ່​ເດືອນ​ຈະ​ເຖິງ​ຣະ​ດູ​ກ່ຽວ​ເຂົ້າ​ບໍ່​ແມ່ນ​ຫລື ນີ້​ແຫລະ, ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ຈົ່ງ​ເງີຍ​ຫນ້າ​ເບິ່ງ​ທົ່ງ​ນາ​ເພາະ​ເຂົ້າ​ກໍ​ເຫລືອງ​ພໍ​ກ່ຽວ​ແລ້ວ 36 ຜູ້​ກ່ຽວ​ກໍ​ກຳ​ລັງ​ໄດ້​ຮັບ​ຄ່າ​ຈ້າງ ແລະ​ກຳ​ລັງ​ຮີບ​ໂຮມ​ຜົນ​ໄວ້​ສຳ​ລັບ​ຊີ​ວິດ​ອັນ​ຕ​ລອ​ດໄປ​ເພື່ອ​ທັງ​ຜູ້​ຫວ່ານ​ແລະ​ຜູ້​ກ່ຽວ​ຈະ​ຊົມ​ຊື່ນ​ຍິນ​ດີ​ພ້ອມ​ກັນ 37 ເພາະ​ເຫດ​ນີ້​ແຫລະ, ຄຳ​ທີ່​ວ່າ “ຄົນນຶ່ງ​ຫວ່ານ​ແລະ​ຄົນນຶ່ງ​ກ່ຽວ” ຈຶ່ງ​ເປັນ​ຄຳ​ຈິງ 38 ເຮົາ​ໃຊ້​ທ່ານ​ທັງ​ຫລາຍ​ໄປ​ກ່ຽວ​ອັນ​ທີ່​ທ່ານບໍ່ໄດ້​ລົງ​ແຮງເຮັດ ຄົນ​ອື່ນ​ໄດ້​ລົງ​ແຮງ​ເຣັດ​ແລະ​ພວກ​ທ່ານ​ໄດ້​ຮັບ​ປ​ໂຍດ​ຈາກ​ງານ​ຂອງ​ເຂົາ” 39 ຊາວ​ຊາ​ມາ​ເຣັຽ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ມາ​ຈາກ​ເມືອງ​ນັ້ນ​ໄດ້​ເຊື່ອ​ໃນ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ຂອງ​ຍິງ​ຜູ້​ນັ້ນ​ກ່າວ​ເປັນ​ພຍານ​ວ່າ, “ທ່ານ​ໄດ້​ບອກ​ຂ້ອຍ​ເຖິງ​ສິ່ງ​ສາ​ຣະ​ພັດ​ທີ່​ຂ້ອຍ​ໄດ້​ເຣັດ​ມາ​ແລ້ວ” 40 ດັ່ງ​ນັ້ນ​ເມື່ອ​ຊາວ​ຊາ​ມາ​ເຣັຽມາ​ເຖິງ​ພຣະ​ອົງ ເຂົາ​ຈຶ່ງ​ທູນ​ເຊີນ​ພຣະ​ອົງ​ໃຫ້​ປະ​ທັບ​ຢູ່​ກັບ​ເຂົາ ແລະ​ພຣະ​ອົງ​ກໍ​ປະ​ທັບ​ຢູ່​ທີ່​ນັ້ນ​ສອງວັນ 41 ແລະ​ຄົນ​ອື່ນ​ອີກ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ເຊື່ອ​ດ້ວຍ​ພຣະ​ທັມ​ຂອງ​ພຣະ​ອົງ 42 ຄົນ​ເຫລົ່າ​ນັ້ນ​ໄດ້​ກ່າວ​ຕໍ່​ຍິງ​ນັ້ນ​ວ່າ, “ຕັ້ງ​ແຕ່​ນີ້​ໄປ​ທີ່​ເຮົາ​ເຊື່ອ​ນັ້ນ​ບໍ່​ແມ່ນ​ເພາະ​ຄຳ​ຂອງ​ເຈົ້າ ແຕ່​ເພາະ​ເຮົາ​ໄດ້​ຍິນ​ເອງ ແລະ​ເຮົາ​ຮູ້​ວ່າ​ທ່ານ​ຜູ້​ນີ້​ແທ້​ເປັນ​ພຣະ​ຜູ້​ໂຜດ​ມະ​ນຸ​ສ​ໂລກ​ໃຫ້​ພົ້ນ”

ພຣະ​ເຢ​ຊູ​ຊົງ​ໂຜດ​ລູກ​ຊາຍ​ເຈົ້າ​ນາຍ​ຄົນ​ນຶ່ງ​ໃຫ້​ດີ

43 ຄັນ​ສອງວັນ​ນັ້ນ​ລ່ວງ​ໄປ​ແລ້ວ​ພຣະ​ເຢ​ຊູ​ສະ​ເດັດອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຄາ​ລີ​ເລ 44 ເພາະ​ພຣະ​ເຢ​ຊູ​ເອງ​ຊົງ​ເປັນ​ພຍານ​ວ່າ ຜູ້​ປະ​ກາດພຣະ​ທັມ​ບໍ່​ໄດ້​ຮັບ​ກຽດ​ໃນ​ບ້ານ​ເມືອງ​ຂອງ​ຕົນ 45 ເມື່ອ​ພຣະ​ອົງ​ສະ​ເດັດ​ໄປ​ເຖິງ​ແຂວງ​ຄາ​ລີ​ເລ ຊາວ​ຄາ​ລີ​ເລ​ໄດ້​ຕ້ອນ​ຮັບ​ພຣະ​ອົງ ເພາະ​ເຂົາ​ໄດ້​ເຫັນ​ສິ່ງ​ສາ​ຣະ​ພັດ​ທີ່​ພຣະ​ອົງ​ຊົງ​ກະ​ທຳ​ໃນ​ເທ​ສ​ການ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ດ້ວຍ​ວ່າ​ເຂົາ​ໄດ້​ໄປ​ໃນ​ເທ​ສ​ການ​ເຫມືອນ​ກັນ 46 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ຍັງ​ບ້ານ​ກາ​ນາ​ໃນ​ແຂວງ​ຄາ​ລີ​ເລ ຄື​ບ່ອນ​ທີ່​ພຣະ​ອົງ​ຊົງ​ເຮັດ​ໃຫ້​ນ້ຳ​ກາຍ​ເປັນ​ເຫລົ້າ​ແວງ​ນັ້ນ ມີ​ເສນາ​ບໍ​ດີ​ຄົນ​ນຶ່ງ​ໃນ​ເມືອງ​ກາ​ເປ​ນາ​ອຸ​ມ ຊຶ່ງ​ລູກ​ຊາຍ​ຂອງ​ທ່ານ​ກໍ​ປ່ວຍ​ຢູ່ 47 ເມື່ອ​ທ່ານ​ໄດ້​ຍິນ​ຂ່າວ​ວ່າ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຈາກ​ແຂວງ​ຢູດາຍ​ມາ​ເຖິງ​ແຂ​ວງຄາ​ລີ​ເລແລ້ວ ທ່ານ​ຈຶ່ງ​ໄປ​ທູນ​ອ້ອນວອນ​ພຣະ​ອົງ​ໃຫ້​ສະ​ເດັດ​ລົງ​ໄປ​ໂຜດ​ລູກ​ຂອງ​ຕົນ​ໃຫ້​ດີ ເພາະ​ລູກ​ນັ້ນ​ໃກ້​ຈະ​ຕາຍ​ແລ້ວ 48 ພຣະ​ເຢຊູ​ຊົງ​ກ່າວ​ກັບ​ທ່ານ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ບໍ່​ເຫັນ​ຫມາຍ​ສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ​ທ່ານ​ຈະ​ບໍ່​ເຊື່ອ” 49 ເສ​ນາ​ບໍ​ດີ​ຜູ້​ນັ້ນ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ຂໍ​ເຊີນ​ທ່ານ​ລົງ​ໄປ​ກ່ອນ​ທີ່​ລູກ​ຂ້າ​ນ້ອຍ​ຈະ​ຕາຍ” 50 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ທ່ານ​ວ່າ ຈົ່ງ​ກັບ​ເມືອ​ສາ ລູກ​ຂອງ​ທ່ານ​ຈະ​ບໍ່​ຕາຍ” ແລະ​ທ່ານ​ໄດ້​ເຊື່ອ​ພຣະ​ທັມ​ທີ່​ພຣະ​ເຢ​ຊູ​ຊົງ​ກ່າວ​ແກ່​ທ່ານ ແລ້ວ​ກໍ​ທູນ​ລາ​ກັບ​ເມືອ 51 ໃນ​ຂ​ນະ​ທີ່​ທ່ານ​ກຳ​ລັງ​ກັບ​ເມືອ ພວກ​ຂ້ອຍ​ໃຊ້​ໄດ້​ມາ​ຕ້ອນ​ຮັບ ບອກ​ຂ່າວ​ວ່າ​ລູກ​ຂອງ​ທ່ານ​ພົ້ນ​ຊີ​ວິດ​ແລ້ວ 52 ທ່ານ​ຈຶ່ງ​ຖາມ​ເຖິງ​ເວ​ລາ​ທີ່​ລູກ​ຕັ້ງ​ຕົ້ນ​ມີ​ແຮງ​ມາ ຄົນ​ເຫລົ່າ​ນັ້ນ​ຕອບ​ວ່າ, “ໃຂ້​ກໍ​ຫາຍ​ຈາ​ກລາວ​ວານ​ນີ້​ເວ​ລາ​ບ່າຍ​ໂມງ​ນຶ່ງ” 53 ບິ​ດາ​ຈຶ່ງ​ຮູ້​ວ່າ​ຊົ່ວ​ໂມງ​ນັ້ນ​ແຫລະ, ເປັນ​ເວ​ລາທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ຕົນ​ວ່າ, “ລູກ​ຂອງ​ທ່ານ​ຈະ​ບໍ່​ຕາຍ” ແລະ​ທ່ານ​ເອງ​ກໍ​ເຊື່ອ​ພ້ອມ​ທັງ​ຄົວ​ເຣືອນ​ຂອງ​ຕົນ 54 ນີ້​ເປັນ​ຫມາຍ​ສຳ​ຄັນ​ທີ່​ສອງ​ທີ່​ພຣະ​ເຢ​ຊູ​ຊົງ​ກະ​ທຳ ເມື່ອ​ພຣະ​ອົງ​ສະ​ເດັດ​ຈາກ​ແຂວງ​ຢູ​ດາຍ​ໄປ​ຍັງ​ແຂວງ​ຄາ​ລີ​ເລ

ໂຢຮັນ 5

ຊົງ​ໂຜດ​ຄົນນຶ່ງ​ຢູ່​ແຄມ​ສະ​ໃຫ້​ດີ​ພ​ຍາດ

1 ຫລັງ​ຈາກ​ນັ້ນ​ກໍ​ເຖິງ​ເທ​ສ​ການ​ຂອງ​ຊາດ​ຢິວ ແລະ​ພຣະ​ເຢ​ຊູ​ກໍ​ສະ​ເດັດ​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 2 ໃນ​ກຸງ​ເຢ​ຣູ​ຊາ​ເລັມທີ່​ຮິມ​ປະ​ຕູ​ແກະ​ມີ​ສະ​ຫນ່ວຍນຶ່ງ ພາສາ​ເຮັບ​ເຣີ​ເອີ້ນ​ສະ​ນັ້ນ​ວ່າ ເບັດ​ຊະ​ທາ ມີ​ສາ​ລາ​ອ້ອມ​ຢູ່​ຫ້າ​ຫລັງ 3 ໃນ​ສາ​ລາ​ເຫລົ່າ​ນັ້ນ​ມີ​ຄົນ​ປ່ວຍ​ເປັນ​ຈຳ​ນວນ​ຫລາຍ ຄື​ຄົນ​ຕາ​ບອດ ຄົນ​ຂາ​ເສັ້ງ ແລະ​ຄົນ​ອົງ​ຄະລີບນອນຢູ່ (ຄອຍ​ຖ້າ​ນ້ຳ​ເຟືອນ 4 ດ້ວຍ​ວ່າ​ມີ​ເທວະ​ດາ​ຄົນນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ລົງ​ມາ​ກວນ​ນ້ຳ​ສະ​ນັ້ນ​ເປັນ​ຍາມໆ ແລະ​ເມື່ອ​ນ້ຳ​ເຟືອນ​ຜູ້ໃດ​ລົງ​ໄປ​ໃນ​ນ້ຳ​ກ່ອນ​ກໍ​ຫາຍ​ຈາກ​ພ​ຍາດ​ທີ່​ຕົນ​ເປັນ​ຢູ່​ນັ້ນ) 5 ທີ່​ນັ້ນ​ມີ​ຊາຍ​ຄົນ​ນຶ່ງ​ປ່ວຍ​ຢູ່​ໄດ້​ສາມ​ສິບ​ແປດ​ປີ​ມາ​ແລ້ວ 6 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ຄົນ​ນັ້ນ​ນອນ​ຢູ່ ແລະ​ຊົງ​ຊາບ​ວ່າ​ເຂົາ​ເປັນ​ຢູ່​ຢ່າງ​ນັ້ນ​ເຫິງ​ແລ້ວ ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ເຈົ້າ​ຢາກ​ດີຫລື” 7 ຄົນ​ປ່ວຍ​ນັ້ນ​ຈຶ່ງ​ທູນ​ວ່າ, “ນາຍ​ເອີຍ, ເວ​ລາ​ນ້ຳ​ເຟືອນ​ຂຶ້ນ​ບໍ່​ມີ​ໃຜ​ຈະ​ເອົາ​ຂ້າ​ນ້ອຍ​ລົງ​ໄປ​ໃນ​ສະ ແລະ​ເມື່ອ​ຂ້າ​ນ້ອຍ​ກຳ​ລັງ​ລົງ​ໄປ​ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ​ແລ້ວ” 8 ພຣະ​ເຢ​ຊູ​ຊົງ​ບອກ​ຄົນ​ນັ້ນ​ວ່າ, “ຈົ່ງລຸກ​ຂຶ້ນ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ຍ່າງ​ໄປ” 9 ໃນ​ທັນ​ໃດ​ນັ້ນ​ຊາຍ​ຄົນ​ນັ້ນ​ກໍ​ດີ​ພ​ຍາດ ຈຶ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ​ແລ້ວ​ຍ່າງ​ໄປ 10 ວັນ​ນັ້ນ​ເປັນ​ວັນ​ສະ​ບາ​ໂຕ ດັ່ງ​ນັ້ນ​ພວກ​ຢິວ​ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຖືກ​ຊົງ​ບັນ​ດານ​ໃຫ້​ດີ​ພ​ຍາດ​ນັ້ນ​ວ່າ, “ວັນ​ນີ້​ເປັນ​ວັນ​ສະ​ບາ​ໂຕ ທີ່​ເຈົ້າ​ຈະ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ໄປ​ກໍ​ຜິດ​ພຣະ​ບັນ​ຍັດ” 11 ຄົນ​ນັ້ນ​ຈຶ່ງ​ຕອບ​ເຂົາ​ວ່າ, “ຜູ້​ທີ່​ໃຫ້​ຂ້າ​ນ້ອຍ​ດີ​ພ​ຍາດ​ນັ້ນ​ໄດ້​ບອກ​ຂ້າ​ນ້ອຍ​ວ່າ “ຈົ່ງ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ​ຍ່າງ​ໄປ” 12 ເຂົາ​ຈຶ່ງ​ຖາມ​ຄົນ​ນັ້ນ​ວ່າ, “ແມ່ນ​ໃຜ​ທີ່​ບອກ​ເຈົ້າ​ວ່າ “ຈົ່ງ​ຍົກ​ເອົາ​ບ່ອນ​ນອນ​ຍ່າງ​ໄປ” 13 ແຕ່​ວ່າ​ຄົນ​ທີ່​ໄດ້​ດີ​ພ​ຍາດ​ນັ້ນ​ບໍ່​ຮູ້​ວ່າ​ແມ່ນ​ໃຜ ດ້ວຍ​ວ່າ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຫລົບ​ໄປ​ແລ້ວ ເພາະ​ວ່າ​ຢູ່​ທີ່​ນັ້ນ​ມີ​ຫລາຍ​ຄົນ 14 ພາຍ​ຫລັງ​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊົງ​ພົບ​ຄົນ​ນັ້ນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແລ້ວ​ຊົງ​ບອກວ່າ, “ນີ້​ແຫລະ, ເຈົ້າ​ດີ​ພ​ຍາດ​ແລ້ວ ຢ່າ​ເຮັດ​ບາບ​ຕໍ່​ໄປ ຢ້ານ​ວ່າ​ເຫດ​ຮ້າຍກວ່າ​ນັ້ນ​ຈະ​ເກີດ​ກັບ​ເຈົ້າ​ອີກ” 15 ຊາຍ​ຜູ້​ນັ້ນ​ກໍ​ໄດ້​ໄປ​ບອກ​ພວກ​ຢິວ​ວ່າ ຜູ້​ທີ່​ໄດ້​ເຮັດ​ໃຫ້​ຕົວ​ດີ​ພ​ຍາດ​ນັ້ນ​ຄື​ພຣະ​ເຢ​ຊູ 16 ເຫດ​ສັນ​ນັ້ນ​ພວກ​ຢິວ​ຈຶ່ງ​ໄດ້​ຂົ່ມ​ເຫັງ​ພຣະ​ເຢ​ຊູ ເພາະ​ພຣະ​ອົງ​ຊົງ​ເຣັດ​ການ​ນັ້ນ​ໃນວັນ​ສະ​ບາ​ໂຕ 17 ແຕ່​ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ພຣະ​ບິ​ດາ​ຂອງ​ເຮົາຍັງ​ຊົງ​ກະ​ທຳ​ກິ​ຈ​ການ​ມາ​ຈົນ​ເຖິງ​ບັດ​ນີ້ ແລະ​ຝ່າຍ​ເຮົາ​ກໍ​ເຮັດ​ຢູ່​ເຫມືອນ​ກັນ” 18 ເຫດ​ສັນ​ນັ້ນ ພວກ​ຢິວ​ແຮ່ງ​ຊອກ​ໂອ​ກາດ​ຈະ​ຂ້າ​ພຣະ​ອົງ​ເສັຽ ບໍ່​ແມ່ນ​ຍ້ອນ​ພຣະ​ອົງ​ລ່ວງ​ກົດ​ວັນ​ສະ​ບາ​ໂຕ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ຊົງ​ເອີ້ນ​ພຣະ​ເຈົ້າ​ວ່າ​ພຣະ​ບິ​ດາ​ຂອງ​ຕົນ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ຕົນ​ສເມີ​ກັນ​ກັບ​ພຣະ​ເຈົ້າ

ອຳ​ນາດ​ຫນ້າ​ທີ່​ຂອງ​ພຣະ​ບຸດ

19 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ​ພຣະ​ບຸດ​ຈະ​ກະ​ທຳ​ສິ່ງ​ໃດ​ຕາມ​ໃຈ​ບໍ່​ໄດ້ ນອກ​ຈາກ​ທີ່​ໄດ້​ເຫັນ​ພຣະ​ບິ​ດາ​ຊົງ​ກະ​ທຳ ເພາະ​ວ່າ​ສິ່ງ​ໃດ​ທີ່​ພຣະ​ບິດາ​ຊົງ​ກະ​ທຳ ສິ່ງ​ນັ້ນ​ແຫລະ, ພຣະ​ບຸດ​ຈຶ່ງ​ຊົງ​ກະ​ທຳ​ເຫມືອນ​ກັນ​ເພາະ​ວ່າ​ພຣະ​ບິ​ດາ​ຊົງ​ຮັກ​ພຣະ​ບຸດ 20 ແລະ​ຊົງ​ສະ​ແດງ​ໃຫ້​ພຣະ​ບຸດ​ເຫັນ​ທຸກ​ສິ່ງ​ທີ່​ພຣະ​ອົງ​ເອ​ງ​ຊົງ​ກະ​ທຳ ແລ້ວ​ພຣະ​ອົງ​ຈະ​ຊົງ​ສະ​ແດງ​ໃຫ້ພຣະ​ບຸດ​ເຫັນ​ການ​ໃຫຍ່ກວ່າ​ນັ້ນ​ອີກ ຊຶ່ງ​ທ່ານ​ທັງ​ຫລາຍ​ຈະ​ອັ​ດ​ສະ​ຈັນ​ໃຈ 21 ເພາະ​ພຣະ​ບິ​ດາ​ຊົງ​ບັນ​ດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ຄືນ​ມີ​ຊີ​ວິດ​ສັນ​ໃດ ຖ້າ​ພຣະ​ບຸດ​ປາ​ຖ​ນາ​ຈະ​ບັນ​ດານ​ໃຫ້​ຜູ້​ໃດ​ມີ​ຊີ​ວິດ​ກໍ​ຈະ​ເຮັດ​ສັນນັ້ນ​ເຫມືອນ​ກັນ 22 ເພາະ​ວ່າ​ພຣະ​ບິ​ດາ​ບໍ່​ໄດ້​ຊົງ​ພິ​ພາກ​ສາ​ຜູ້​ໃດ ແຕ່​ພຣະ​ອົງ​ໄດ້​ຊົງ​ມອບ​ການ​ພິ​ພາກ​ສາ​ທັງ​ສິ້ນ​ໄວ້​ກັບ​ພຣະ​ບຸດ 23 ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ຖວາຍ​ກຽດ​ແດ່​ພຣະ​ບຸດ​ເຫມືອນ​ທີ່​ເຂົາ​ຖວາຍ​ກຽດ​ແດ່​ພຣະ​ບິ​ດາ ຜູ້​ໃດ​ບໍ່​ຖວາຍ​ກຽດ​ແດ່​ພຣະ​ບຸດ ຜູ້​ນັ້ນ​ກໍບໍ່​ຖວາຍ​ກຽດ​ແດ່​ພຣະ​ບິດາ​ຜູ້​ຊົງ​ໃຊ້​ພຣະ​ບຸດ​ມາ 24 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ຟັງ​ຄຳ​ຂອງ​ເຮົາ​ແລະ​ວາງ​ໃຈ​ໃນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ຜູ້​ນັ້ນກໍ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແລະ​ບໍ່​ເຂົ້າ​ໃນ​ການ​ພິ​ພາກ​ສາ​ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ໄປ​ສູ່​ຊີ​ວິດແລ້ວ 25 “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ​ເວ​ລາ​ນັ້ນ​ໃກ້​ຈະ​ເຖິງ ແລະ​ບັດ​ນີ້​ມາ​ເຖິງ​ແລ້ວ ຄື​ເມື່ອຜູ້​ຕາຍ​ແລ້ວ​ຈະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ບັນ​ດາ​ຜູ້​ທີ່​ໄດ້​ຍິນ​ຈະ​ມີ​ຊີ​ວິດ 26 ເພາະ​ວ່າ​ພຣະ​ບິ​ດາ​ຊົງ​ພຣະ​ຊົນ​ໃນ​ພຣະ​ອົງ​ເອ​ງຢ່າງ​ໃດ ພຣະ​ອົງກໍ​ໄດ້​ຊົງ​ປະ​ທານ​ໃຫ້​ພຣະ​ບຸດ​ຊົງ​ພຣະ​ຊົນ​ໃນ​ພຣະ​ອົງ​ເອງ​ຢ່າງ​ນັ້ນ 27 ຊ້ຳ​ໄດ້​ຊົງ​ປະ​ທານ​ໃຫ້​ພຣະ​ອົງ​ມີ​ສິດ​ອຳ​ນາດ​ທີ່​ຈະ​ພິ​ພາກ​ສາ ເພາະ​ພຣະ​ອົງ​ຊົງ​ເປັນ​ບຸດ​ມະ​ນຸດ 28 ຢ່າ​ປ​ລາດ​ໃຈ​ໃນຂໍ້​ນີ້ ເພາະ​ໃກ້​ຈະ​ເຖິງ​ເວ​ລາ​ທີ່​ບັນ​ດາ​ຜູ້​ທີ່​ຢູ່​ໃນ​ຂຸມ​ຝັງ​ສົບ​ຈະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ 29 ແລະ​ຈະ​ໄດ້​ອອກ​ມາ ບັນ​ດາ​ຜູ້​ທີ່​ໄດ້​ເຮັດ​ການ​ດີ​ກໍ​ຄືນ​ສູ່​ຊີ​ວິດ ແລະ​ບັນ​ດາ​ຜູ້​ເຮັດ​ການ​ຊົ່ວ​ກໍ​ຄື​ນ​ສູ່​ການ​ພິ​ພາກ​ສາ

ບັນ​ດາ​ພຍານ​ຝ່າຍ​ພຣະ​ເຢ​ຊູ

30 “ເຮົາ​ຈະ​ເຮັດ​ສິ່ງ​ໃດ​ຕາມ​ລຳ​ພັງ​ໃຈ​ບໍ່​ໄດ້ ເຮົາ​ໄດ້​ຍິນ​ຢ່າງ​ໃດ​ເຮົາ​ກໍ​ພິ​ພາກ​ສາ​ຢ່າງ​ນັ້ນ ແລະ​ການພິ​ພາກ​ສາ​ຂອງ​ເຮົາ​ກໍ​ຍຸດ​ຕິ​ທັມ ເພາະ​ວ່າ​ເຮົາ​ບໍ່​ໄດ້​ພ​ຍາຍາມ​ເຣັດ​ຕາມ​ນ້ຳ​ໃຈ​ຂອງ​ເຮົາ ແຕ່​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ 31 ຖ້າເຮົາ​ເປັນ​ພຍານ​ໃຫ້​ຕົວ​ເຮົາ​ເອງ ຄຳ​ພຍານ​ຂອງ​ເຮົາ​ກໍ​ບໍ່​ຈິງ 32 ມີ​ອີກ​ຜູ້​ນຶ່ງ​ທີ່​ເປັນ​ພຍານ​ໃຫ້​ແກ່​ເຮົາ ແລະ​ເຮົາ​ຮູ້​ວ່າ​ຄຳ​ພຍານ​ທີ່​ຜູ້​ນັ້ນ​ເປັນ​ພຍານ​ໃຫ້​ແກ່​ເຮົາ​ເປັນ​ຄວາມ​ຈິງ 33 ທ່ານ​ທັງ​ຫລາຍ​ໄດ້​ໃຊ້​ຄົນ​ໄປ​ຫາ​ໂຢ​ຮັນ ແລະໂຢ​ຣັນ​ກໍ​ໄດ້​ເປັນ​ພຍານ​ໃນ​ເຣື່ອງ​ຄວາມ​ຈິງ 34 ແຕ່​ຝ່າຍ​ເຮົາ ເຮົາ​ບໍ່​ໄດ້​ຮັບ​ຄຳ​ພຍານ​ຈາກ​ມະ​ນຸດ ແຕ່​ເຮົາ​ກ່າວ​ສິ່ງເຫລົ່າ​ນີ້​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ລອດ​ພົ້ນ 35 ໂຢ​ຣັນ​ເປັ​ນ​ໂຄມ​ທີ່​ໄຕ້​ສ່ອງ​ສວ່າງ​ຢູ່ ທ່ານ​ທັງຫລາຍ​ກໍ​ພໍ​ໃຈ​ທີ່​ຈະ​ຍິນ​ດີ​ໃນ​ຄວາມ​ສວ່າງ​ຂອງ​ທ່ານ​ຊົ່ວ​ຂ​ນະ​ນຶ່ງ 36 ແຕ່​ເຮົາ​ມີ​ຄໍາພຍານ​ສຳ​ຄັນ​ກວ່າ​ຄຳ​ພຍານ​ຂອງ​ໂຢ​ຮັນ​ອີກ ເພາະ​ວ່າ​ການ​ງານ​ທີ່​ພຣະ​ບິ​ດາ​ຊົງ​ມອບ​ໃຫ້​ເຮົາ​ເຣັດ​ໃຫ້​ສຳ​ເຣັດ ຄື​ງານ​ທີ່​ເຮົາ​ກຳ​ລັງ​ເຮັດ​ຢູ່​ນີ້​ແຫລະ, ກໍ​ເປັນ​ພຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະ​ບິ​ດາ​ຊົງ​ໃຊ້​ເຮົາ​ມາ 37 ພຣະ​ບິ​ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ ພຣະ​ອົງເອງ​ໄດ້​ຊົງ​ເປັນ​ພຍານ​ໃຫ້​ແກ່​ເຮົາ ທ່ານ​ທັງ​ຫລາຍບໍ່​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ແລະ​ບໍ່​ເຫັນ​ຮູບ​ຮ່າງ​ຂອງ​ພຣະ​ອົງ​ຈັກ​ເທື່ອ 38 ທ່ານທັງ​ຫລາຍ​ບໍ່​ມີ​ຄຳ​ໂອ​ວາດ​ຂອງ​ພຣະ​ອົງ​ຢູ່​ໃນ​ໃຈ ເພາະ​ວ່າ​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ວາງ​ໃຈ​ໃນ​ພຣະ​ອົງ​ຜູ້​ທີ່​ພຣະ​ບິ​ດາ​ຊົງ​ໃຊ້​ມາ​ນັ້ນ 39 ທ່ານ​ທັງ​ຫລາຍ​ຄົ້ນ​ຫາ​ໃນ​ພຣະ​ທັມ​ຄັມ​ພີ ເພາະ​ພວກ​ທ່ານ​ຄຶດ​ວ່າ​ໃນ​ພຣະ​ທັມ​ຄັມ​ພີ​ນັ້ນ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແມ່ນ​ພຣະ​ຄັມ​ພີ​ນັ້ນ​ແຫລະ, ເປັນ​ພຍານ​ໃຫ້​ແກ່​ເຮົາ 40 ແຕ່​ທ່ານ​ທັງ​ຫລາຍ​ຍັງ​ບໍ່​ມີ​ໃຈ​ຢາກ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີ​ວິດ 41 ເຮົາ​ບໍ່​ຮັບ​ເອົາ​ຍົດ​ສັກ​ຈາກ​ມະ​ນຸດ 42 ແຕ່​ເຮົາ​ໄດ້​ສັງ​ເກດ​ຮູ້​ທ່ານ​ທັງ​ຫລາຍ​ວ່າ​ບໍ່​ມີ​ຄວາມ​ຮັກ​ພຣະ​ເຈົ້າ​ໃນ​ໃຈ​ຂອງ​ພວກ​ທ່ານ 43 ເຮົາ​ໄດ້​ມາ​ໃນ​ພຣະ​ນາມ​ພຣະ​ບິດາ​ຂອງ​ເຮົາ ແລະ​ທ່ານ​ທັງ​ຫລາຍ​ລ​ບໍ່​ໄດ້​ຮັບ​ເຮົາ ຖ້າ​ຜູ້​ອື່ນ​ມາ​ໃນ​ນາມ​ຂອງ​ຕົນ​ເອງ​ພວກ​ທ່ານ​ກໍ​ຈະ​ຮັບ​ຜູ້​ນັ້ນ 44 ທ່ານ​ທັງ​ຫລາຍ​ທີ່​ຣັບ​ຍົດ​ສັກ​ຈາກ​ກັນ​ແລະ​ກັນ ແລະ​ບໍ່​ສ​ແວງ​ຫາ​ຍົດ​ສັກ​ຊຶ່ງ​ມາ​ຈາກ​ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ແຕ່​ອົງ​ດຽວ ພວກ​ທ່ານ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ 45 ຢ່າ​ຄຶດ​ວ່າ​ເຮົາ​ຈະ​ຟ້ອງ​ທ່ານ​ທັງ​ຫລາຍ​ຕໍ່​ພຣະ​ບິ​ດາ ມີ​ຜູ້​ຟ້ອງ​ພວກ​ທ່ານ​ແລ້ວ ຄື​ໂມ​ເຊຜູ້​ຊຶ່ງ​ພວກ​ທ່ານ​ຫວັງ​ໃຈ​ຢູ່ 46 ຖ້າ​ທ່ານ​ທັງ​ຫລາຍ​ເຊື່ອ​ໂມ​ເຊ ພວກ​ທ່ານ​ກໍ​ຄົງ​ຈະ​ເຊື່ອ​ເຮົາ​ເຫມືອນ​ກັນ ເພາະ​ໂມ​ເຊ​ໄດ້​ຂຽນ​ເຖິງ​ເຣື່ອງ​ເຮົາ 47 ແຕ່​ຖ້າ​ທ່ານ​ທັງ​ຫລາຍ​ບໍ່​ເຊື່ອ​ເຣື່ອງ​ທີ່​ໂມ​ເຊ​ຂຽນ​ແລ້ວ ພວກ​ທ່ານ​ຈະ​ເຊື່ອ​ຖ້ອຍ​ຄຳ​ຂອ​ງ​ເຮົາ​ໄດ້​ຢ່າງ​ໃດ”

ໂຢຮັນ 6

ຊົງ​ລ້ຽງ​ຫ້າ​ພັນ​ຄົນ

1 ຫ​ລັງ​ຈາກ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຂ້າມ​ທະ​ເລ​ສາບ​ຄາລີ​ເລ ຄື​ທະ​ເລ​ຕີ​ເບ​ເຣັຽ 2 ປະ​ຊາ​ຊົນເປັນ​ຈຳ​ນ​ວນ​ຫລວງ​ຫລາຍ​ຕິດ​ຕາມ​ພຣະ​ອົງ​ໄປ ເພາະ​ເຂົາ​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ທີ່​ພຣະ​ອົງ​ຊົງ​ເຮັດ​ໃຫ້​ແກ່​ຄົນ​ເຈັບ​ປ່ວຍ 3 ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ຍັງ​ພູ​ແລະ​ປະ​ທັບ​ນັ່ງ​ລົງ​ທີ່​ນັ້ນ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ 4 ຂ​ນະ​ນັ້ນ​ໃກ້​ຈະ​ເຖິງ​ປັ​ສ​ຄາ​ຊຶ່ງ​ເປັນ​ເທ​ສ​ການ​ຂອງ​ຊາດ​ຢິວ​ແລ້ວ 5 ຝ່າຍ​ພຣະ​ເຢ​ຊູ​ຊົງ​ເງີຍ​ພຣະ​ພັກ​ເຫັນ​ຄົນ​ຈຳ​ນວນ​ຫລວງ​ຫລາຍ​ມາ​ຫາ ພຣະ​ອົງ​ຊົງ​ກ່າວ​ກັບ​ຟີ​ລິບ​ວ່າ, “ພວ​ກ​ເຮົາ​ຈະ​ຊື້ອາ​ຫານ​ທີ່​ໃດ​ໃຫ້​ຄົນ​ເຫລົ່າ​ນີ້​ກິນ” 6 ທີ່​ພຣະ​ອົງ​ຊົງ​ກ່າວ​ຢາງ​ນັ້ນ​ກໍ​ເພື່ອ​ຈະ​ລອງ​ໃຈ​ຟີ​ລິບ ເພາະ​ພຣະ​ອົງ​ຊົງ​ຊາ​ບ​ແລ້ວ​ວ່າ​ຈະ​ຊົງ​ເຮັດ​ປະ​ການ​ໃດ 7 ຟີ​ລິບ​ທູນ​ຕອບ​ພຣະ​ອົງ​ວ່າ, “ອາ​ຫານ​ຣາ​ຄາ​ສອງ​ຮ້ອຍ​ເດ​ນາ​ຣິ​ອົນ​ກໍ​ບໍ່​ພໍ​ໃຫ້​ທຸກ​ຄົນ​ກິນ​ຜູ້​ລະ​ເລັກ​ລະ​ຫນ້ອຍດອກ” 8 ສາ​ວົກ​ຜູ້​ນຶ່ງ​ຄື​ອັນ​ເດ​ອາ​ນ້ອງ​ຊາຍ​ຂອງ​ຊີ​ໂມນ​ເປ​ໂຕ ໄດ້​ທູນ​ພຣະ​ອົງ​ວ່າ, 9 “ຢູ່​ທີ່​ນີ້​ມີ​ເດັກ​ນ້ອຍ​ຄົນ​ນຶ່ງ​ມີ​ເຂົ້າ​ຈີ່​ເຣັດ​ດ້ວຍ​ເຂົ້າ​ຝ້າງ​ຫ້າ​ກ້ອນ​ກັບ​ປາ​ສອງ​ໂຕ ແຕ່​ສິ່ງ​ນີ້​ຈະ​ພໍ​ໄດ້​ຢ່າງ​ໃດ​ກັບ​ຄົນ​ຫລວງ​ຫລາຍ​ປານ​ນີ້” 10 ພຣະ​ເຢ​ຊູ​ຊົງ​ສັ່ງ​ວ່າ, “ຈົ່ງ​ໃຫ້​ຄົນ​ທັງ​ຫລາຍ​ນັ່ງ​ລົງ​ເສັຽ” ທີ່​ນັ້ນ​ມີ​ຫຍ້າ​ຫລາຍ ຄົນ​ຫລົ່າ​ນັ້ນ​ຈຶ່ງ​ນັ່ງ​ລົງ ນັບ​ແຕ່​ຜູ້​ຊາຍ​ມີ​ປະ​ມານ​ຫ້າ​ພັນ​ຄົນ 11 ແລ້ວ​ພຣະ​ເຢ​ຊູ​ຊົງ​ຈັບ​ເຂົ້າ​ຈີ່​ນັ້ນ ເມື່ອ​ໂມ​ທະ​ນາ​ພຣະ​ຄຸນ​ແລ້ວ​ກໍ​ຊົງ​ແຈກ​ແກ່​ບັນ​ດາ​ຄົນ​ທີ່​ນັ່ງ​ຢູ່​ນັ້ນ ສ່ວນ​ປາ​ກໍ​ຊົງ​ໃຫ້​ເຫມືອນ​ກັນ​ຕາ​ມ​ທີ່​ເຂົາ​ຕ້ອງ​ການ 12 ເມື່ອ​ເຂົາ​ກິນ​ອີ່ມ​ແລ້ວ​ພຣະ​ເຢ​ຊູ​ຊົງ​ບອກ​ພວກ​ສາ​ວົກ​ວ່າ, “ຈົ່ງ​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫ​ລືອ​ນັ້ນ​ເພື່ອບໍ່​ໃຫ້​ອັນ​ໃດ​ເສັຽ” 13 ເຂົາ​ໄດ້​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ຈາກ​ເຂົ້າ​ຈີ່​ທີ່​ເຮັດດ້ວຍ​ເຂົ້າ​ຝ້າງ​ຫ້າ​ກ້ອນ ຊຶ່ງ​ຄົນ​ທັງ​ຫລາຍ​ໄດ້​ກິນ​ນັ້ນ ໄດ້​ເຕັມ​ສິບ​ສອງ​ກະ​ບຸງ 14 ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ເຫັນ​ຫມາຍສຳ​ຄັນ​ທີ່​ພຣະ​ອົງ​ໄດ້​ຊົງ​ເຣັດ​ນັ້ນ ເຂົາ​ກໍ​ເວົ້າ​ກັນ​ວ່າ, “ຈິງ​ແທ້​ທ່ານ​ຜູ້​ນີ້​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ທີ່​ຊົງ​ກຳ​ນົດ​ວ່າ​ຈະ​ມາ​ໃນ​ໂລກ” 15 ເມື່ອ​ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ ເຂົາ​ຈະ​ມາ​ຈັບ​ເອົາ​ໄປ​ແຕ່ງ​ຕັ້ງ​ໃຫ້​ພຣະ​ອົງ​ເປັນ​ເຈົ້າ​ແຜ່ນ​ດິ​ນ ພຣະ​ອົງ​ຈຶ່ງ​ສະ​ເດັດ​ອອກ​ໄປ​ຍັງ​ພູ​ເຂົາ​ອີກ​ແຕ່​ອົງ​ດຽວ

ພຣະ​ເຢ​ຊູ​ຊົງ​ດຳ​ເນີນ​ເທິງ​ນໍ້າ

16 ເມື່ອ​ຄ່ຳ​ມາ​ແລ້ວ​ພວກ​ສາວົກ​ຂອງ​ພຣະ​ອົງ​ໄດ້​ລົງ​ໄປ​ເຖິງ​ທະ​ເລ 17 ແລ້ວ​ລົ​ງ​ເຮືອຂ້າມ​ຟາກ​ໄປ​ຍັງ​ເມືອງ​ກາ​ເປ​ນາ​ອຸມ ເມື່ອມືດ​ແລ້ວ​ພຣະ​ເຢ​ຊູກໍ​ຍັງ​ບໍ່​ໄດ້ສະ​ເດັດ​ໄປ​ເຖິງ​ເຂົາ 18 ອັນ​ນຶ່ງ​ນ້ຳ​ທະ​ເລ​ກໍ​ກຳ​ເຣີບ​ຂຶ້ນ​ເພາະ​ລົມ​ແດງ​ພັດ 19 ເມື່ອ​ເຂົາ​ແຊວ​ເຮືອ​ໄປ​ໄດ້​ປະ​ມານ​ສອງ​ພັນ​ຫ້າ​ຫລື​ສາມ​ພັນ​ວາ ເຂົາ​ກໍ​ເຫັນ​ພຣະ​ເຢຊູ​ຊົງ​ຍ່າງ​ເທິງ​ນ້ຳ​ມາ​ໃກ້​ເຮືອ ເຂົາ​ຈຶ່ງ​ຕົກ​ໃຈ 20 ແຕ່​ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ແມ່ນ​ເຮົາ​ເອງ ຢ່າ​ຊູ່​ຢ້ານ” 21 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ພໍ​ໃຈ​ໃຫ້​ພຣະ​ອົງ​ຂຶ້ນ​ເຮືອ ແລ້ວ​ທັນ​ໃດ​ນັ້ນ ເຮືອກໍ​ເຖິງ​ຝັ່ງ​ບ່ອນ​ເຂົາ​ຈະ​ໄປ​ນັ້ນ

ປະ​ຊາ​ຊົນ​ຕາມ​ຊອກ​ຫາ​ພຣະ​ອົງ

22 ມື້​ຫນ້າ​ນັ້ນ​ປະ​ຊາ​ຊົນ​ທີ່​ເຫລືອ​ຢູ່​ທະ​ເລ​ຟາກ​ນັ້ນ ເຫັນ​ວ່າ​ກ່ອນ​ນັ້ນ​ມີ​ເຮື​ອຢູ່​ທີ່​ນັ້ນ​ພຽງ​ແຕ່​ລຳ​ດຽວ ແລະ​ເຫັນ​ວ່າ​ພຣະ​ເຢ​ຊູ​ບໍ່​ໄດ້​ສະ​ເດັດ​ລົງ​ເຮືອລຳ​ນັ້ນ​ໄປ​ກັບ​ພວກ​ສາ​ວົກ ມີ​ແຕ່​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄປ​ເທົ່າ​ນັ້ນ 23 ແຕ່​ກໍ​ມີ​ເຮືອ​ລຳ​ອື່ນ​ຈາກ​ເມືອງ​ຕີ​ເບ​ເຣັຽມາ​ຈອດ​ໃຫ້​ບ່ອນ​ທີ່​ເຂົາ​ໄດ້​ກິນ​ເຂົ້າ​ຈີ່ ຫລັງ​ຈາກ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຂອບ​ພຣະ​ຄຸນ​ແລ້ວ 24 ເຫດ​ສັນ​ນັ້ນ​ເມື່ອ​ປະ​ຊາ​ຊົນ​ເຫັນ​ວ່າ​ພຣະ​ເຢ​ຊູ​ແລະ​ພວກ​ສາ​ວົກ​ບໍ່​ຢູ່​ທີ່​ນັ້ນ ເຂົາ​ຈຶ່ງ​ພາ​ກັນ​ລົງ​ໄປ​ຕາມ​ຫາ​ພຣະ​ເຢ​ຊູ​ທີ່​ເມືອງ​ກາ​ເປ​ນາ​ອຸມ

ພຣະ​ເຢ​ຊູ​ຄື​ອາ​ຫານ​ແຫ່ງ​ຊີ​ວິດ

25 ເມື່ອ​ເຂົາ​ໄດ້​ພົບ​ພຣະ​ອົງ​ຟາກ​ທະ​ເລ​ສາບ​ເບື້ອງ​ນັ້ນ​ແລ້ວ ເຂົາ​ໄດ້​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ທ່ານ​ມາ​ທີ່​ນີ້​ເມື່ອ​ໃດ?” 26 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ​ພວກ​ທ່ານ​ຊອກ​ຫາ​ເຮົາ ບໍ່ແມ່ນ​ຍ້ອນ​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ນັ້ນ​ແຕ່​ເພາະໄດ້​ກິນ​ເຂົ້າ​ຈີ່​ອີ່ມ 27 ຢ່າ​ພ​ຍາ​ຍາມ​ຫາ​ອາ​ຫານ​ທີ່​ສູນ​ສິ້ນ​ໄປ ແຕ່​ຈົ່ງ​ຫາ​ອາ​ຫານ​ທີ່​ຕັ້ງ​ຫມັ້ນ​ຢູ່ ຄື​ອາ​ຫານ​ສຳ​ລັບ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ຊຶ່ງ​ບຸດ​ມະ​ນຸດ​ຈະ​ໃຫ້​ແກ່​ພວກ​ທ່ານ ເພາະ​ແມ່ນ​ພຣະ​ອົງ​ນີ້​ແຫລະ, ທີ່​ພຣະ​ເຈົ້າ​ຄື​ພຣະ​ບິດາ​ໄດ້​ຊົງ​ປະ​ທັບ​ຕາ​ຫມາຍ​ໄວ້​ແລ້ວ” 28 ແລ້ວ​ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພວກ​ຂ້າ​ນ້ອຍ​ຈະ​ຕ້ອງ​ເຮັດ​ປະ​ການ​ໃດ ຈຶ່ງ​ຈະ​ເຮັດ​ກິ​ຈ​ການ​ຂອງ​ພຣະ​ອົງ​ໄດ້” 29 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ນີ້​ແຫລະ, ແມ່ນ​ກິ​ຈ​ການ​ຂອງ​ພຣະ​ເຈົ້າ ຄື​ການ​ທີ່​ທ່ານ​ທັງ​ຫລາຍ​ວາງ​ໃຈ​ໃນ​ທ່ານ​ທີ່​ພຣະ​ອົງ​ຊົງ​ໃຊ້​ມາ” 30 ແລ້ວ​ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ດັ່ງ​ນັ້ນ​ທ່ານ​ຈະ​ເຮັດ​ຫມາຍ​ສຳ​ຄັນ​ອັນ​ໃດ ເພື່ອ​ພວກ​ຂ້າ​ນ້ອຍ​ຈະ​ໄດ້​ເຫັນ​ແລະ​ວາງ​ໃຈ​ໃນ​ທ່ານ ມີ​ການ​ອັນ​ໃດ​ທີ່​ທ່າ​ນ​ຈະ​ເຮັດ​ແດ່ 31 ບັນພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ນ້ອຍ​ໄດ້​ກິນ​ມາ​ນາ​ໃນ​ປ່າ ດັ່ງ​ຄຳ​ທີ່​ຂຽນ​ໄວ້​ວ່າ, “ພຣະ​ອົງ​ຊົງ​ປະ​ທານອາ​ຫານ​ຈາກ​ສວັນ​ໃຫ້​ເຂົາ​ກິນ” 32 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຈິງວ່າ ອາ​ຫານ​ທີ່​ມາ​ຈາກ​ສວັນ​ນັ້ນ​ບໍ່​ແມ່ນ​ໂມ​ເຊ​ເອົາ​ໃຫ້​ພວກ​ທ່ານ ແຕ່​ພຣະ​ບິ​ດາ​ຂອງ​ເຮົາ​ຊົງ​ເປັນ​ຜູ້​ປະ​ທານ​ອາ​ຫານ​ອັນ​ແທ້ ຊຶ່ງ​ມາ​ຈາກ​ສວັນ​ໃຫ້​ແກ່​ທ່ານ​ທັງ​ຫລາຍ 33 ເພາະ​ວ່າ​ອາ​ຫານ​ທີ່​ພຣະ​ເຈົ້າ​ຊົງປະ​ທານ​ນັ້ນ ຄື​ທ່ານ​ທີ່​ລົງ​ມາ​ຈາກ​ສວັນ​ແລະ​ປະ​ທານ​ຊີ​ວິດ​ໃຫ້​ແກ່​ໂລກ” 34 ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຈົ່ງ​ປະ​ທານ​ອາ​ຫານ​ນັ້ນ​ໃຫ້​ພວກ​ຂ້າ​ນ້ອຍ​ມີ​ຢູ່​ສເມີ” 35 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ເປັນ​ອາ​ຫານ​ທິບ​ແຫ່ງ​ຊີ​ວິດ ຜູ້​ທີ່​ມາ​ຫາ​ເຮົາ​ຈະ​ບໍ່​ຢາກ​ເຂົ້າ ແລະ​ຜູ້​ທີ່​ວາງ​ໃຈ​ໃນ​ເຮົາ​ຈະ​ບໍ່​ຫິວ​ນ້ຳ​ຈັກ​ເທື່ອ 36 ແຕ່​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ວ່າ ພວກ​ທ່ານ​ໄດ້​ເຫັນ​ເຮົາ​ແລ້ວ​ແຕ່ກໍ​ຍັງ​ບໍ່​ເຊື່ອ 37 ສາ​ຣະ​ພັດ​ທີ່​ພຣະ​ບິ​ດາ​ຊົງ​ປະ​ທານ​ໃຫ້​ແກ່​ເຮົາ​ຈະ​ມາ​ຫາເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້​ມ​ອອກ​ໄປ​ພາຍນອກ​ຈັກ​ເທື່ອ 38 ເພາະ​ວ່າ​ເຮົາ​ໄດ້​ລົງ​ມາ​ຈາກ​ສວັນ ບໍ່​ແມ່ນ​ເພື່ອ​ຈະ​ເຮັດ​ຕາມ​ໃຈ​ຂອງ​ເຮົາ​ເອງ ແຕ່​ເພື່ອ​ເຮັດ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ 39 ອັນ​ນີ້​ແຫລະ, ແມ່ນ​ນ້ຳ​ພຣະ​ທັຍ​ຂອງ​ຜູ້​ຊົງ​ໃຊ້​ເຮົາ​ມາ ຄື​ໃຫ້​ເຮົາ​ຮັກ​ສາ​ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ມອບໄວ້​ກັບ​ເຮົາ​ນັ້ນ ບໍ່​ໃຫ້​ສິ່ງ​ໃດ​ສູນຫາຍ​ໄປ​ແຕ່​ໃຫ້​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ 40 ເພາະ​ນີ້​ແຫລະ, ເປັນ​ນ້ຳ​ພຣະ​ທັຍ​ພຣະ​ບິ​ດາ ຄື​ໃຫ້​ທຸກ​ຄົນທີ່​ເຫັນ​ພຣະ​ບຸດ​ແລະ​ວາງ​ໃຈ​ໃນ​ພຣະ​ບຸດ​ນັ້ນ ໄດ້​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແລະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ” 41 ດັ່ງ​ນັ້ນ ພວກ​ຢິວ​ຈຶ່ງ​ພາ​ກັນ​ຈົ່ມ​ໃຫ້​ພຣະ​ອົງ​ເພາະ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ເຮົາ​ເປັນ​ອາ​ຫານ​ທິບ​ທີ່​ລົງ​ມາ​ຈາກ​ສວັນ” 42 ເຂົາ​ໄດ້​ກ່າວ​ວ່າ, “ຄົນ​ນີ້​ບໍ່​ແມ່ນ​ລູກ​ຂອງ​ໂຢ​ເຊບ​ຫລື ພໍ່​ແມ່​ຂອງ​ເຂົາ​ເຮົາ​ກໍ​ຮູ້​ຈັກ ເຫດ​ສັນ​ໃດ​ຄົນ​ນີ້​ຈຶ່ງ​ເວົ້າ​ວ່າ “ເຮົາ​ໄດ້​ລົງ​ມາ​ຈາກ​ສວັນ” 43 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ຢ່າ​ໄດ້​ຈົ່ມ​ເທາະ 44 ບໍ່​ມີ​ຜູ້​ໃດ​ມາ​ຫາ​ເຮົາ​ໄດ້ ເວັ້ນ​ໄວ້​ແຕ່​ພຣະ​ບິ​ດາຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ຈະ​ຊົງ​ຊັກ​ນຳ​ໃຫ້​ເຂົາ​ມາ ແລະ​ຝ່າຍ​ເຮົາ, ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ 45 ມີ​ຄຳ​ຂຽນ​ໄວ້​ໃນຄັມພີ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ “ຄົນ​ທັງ​ຫລາຍ​ຈະ​ຮັບ​ຄວາມສອນ​ຈາກ​ພຣະ​ເຈົ້າ” ທຸກ​ຄົນ​ທີ່​ໄດ້​ຍິນ​ໄດ້​ຟັງ​ແລະ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ເຈົ້າ​ກໍ​ມາ​ຫາ​ເຮົາ 46 ບໍ່​ມີ​ຜູ້​ໃດ​ໄດ້​ເຫັນ​ພຣະ​ບິ​ດາ​ນອກ​ຈາກ​ຜູ້​ທີ່​ມາ​ຈາກ​ພຣະ​ເຈົ້າ ຜູ້​ນັ້ນ​ແຫລະ, ໄດ້​ເຫັນ​ພຣະ​ບິ​ດາ​ແລ້ວ 47 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ທີ່​ວາງ​ໃຈ​ໃນ​ເຮົາ​ກໍ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 48 ເຮົາ​ເປັນ​ອາ​ຫານ​ທິບ​ຂອງ​ຊີ​ວິດ 49 ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງຫລາຍ​ໄດ້​ກິນ​ມາ​ນາໃນ​ປ່າ ແລະ​ເຂົາ​ໄດ້​ຕາຍ​ໄປ 50 ນີ້​ແຫລະ, ເປັນ​ອາ​ຫານ​ທີ່​ລົງ​ມາ​ຈາກ​ສວັນ​ເພື່ອ​ຜູ້​ທີ່​ກິນ​ແລ້ວ​ຈະ​ບໍ່​ຕາຍ 51 ເຮົາ​ເປັນ​ອາ​ຫານ​ທີ່​ມີ​ຊີ​ວິດ​ຊຶ່ງ​ລົງ​ມາ​ຈາກ​ສວັນ ຖ້າ​ຜູ້​ໃດ​ກິນ​ອາ​ຫານ​ນີ້​ແລ້ວ ຜູ້​ນັ້ນ​ຈະ​ມີ​ຊີ​ວິດສືບໆ​ໄປ​ເປັນ​ນິດ ແລະ​ອາ​ຫານ​ຝ່າຍ​ເຮົາ​ຈະ​ໃຫ້​ເພື່ອ​ເປັນ​ຊີ​ວິດ​ຂອງ​ໂລກ​ນັ້ນ ກໍ​ຄື​ເນື້ອ​ກາຍ​ຂອງ​ເຮົາ” 52 ເຫ​ດສັນ​ນີ້​ພວກ​ຢິວ​ຈຶ່ງ​ຖາມ​ກັນ​ວ່າ, “ຜູ້​ນີ້​ຈະ​ເອົາ​ເນື້ອ​ຕົວ​ຂອງ​ຕົນ​ໃຫ້​ເຮົາ​ກິນ​ໄດ້​ຢ່າງ​ໃດ” 53 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ “ຖ້າ​ພວກ​ທ່ານ​ບໍ່​ກິນ​ເນື້ອ​ຕົວ​ແລະ​ບໍ່​ດື່ມ​ເລືອດ​ຂອງ​ບຸດ​ມະ​ນຸດ ທ່ານ​ກໍ​ບໍ່​ມີ​ຊີ​ວິດ​ໃນ​ຕົວ​ທ່ານ 54 ຜູ້​ທີ່​ກິນ​ເນື້ອ​ຕົວ​ແລະ​ດື່ມ​ເລືອດ​ຂອງ​ເຮົາ​ກໍ​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ແລະ​ເຮົາ​ຈະ​ໃຫ້​ຜູ້ນັ້ນ​ເປັນ​ຄືນ​ມາ​ໃນ​ວັນ​ສຸດ​ທ້າຍ 55 ເພາະ​ວ່າ​ເນື້ອ​ຕົວ​ຂອງ​ເຮົາ​ເປັນ​ອາ​ຫານ​ອັນ​ແທ້ ແລະ​ເລືອດ​ຂອງ​ເຮົາ​ກໍ​ເປັນ​ຂອງ​ດື່ມ​ອັນ​ແທ້ 56 ຜູ້​ທີ່​ກິນ​ເນື້ອ​ຕົວ​ແລະ​ດື່ມເລືອດຂອງ​ເຮົາ ຜູ້​ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ເຮົາ​ແລະ​ເຮົາ​ຕັ້ງ​ຢູ່​ໃນ​ຜູ້​ນັ້ນ 57 ພຣະ​ບິ​ດາ​ຜູ້​ຊົງ​ພຣະ​ຊົນ​ຢູ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮົາ​ມີ​ຊີ​ວິດ​ຢູ່​ເພາະ​ພຣະ​ບິ​ດາ​ສັນ​ໃດ ຜູ້​ທີ່​ຈະ​ກິນ​ເຮົາ​ກໍ​ຈະ​ມີ​ຊີ​ວິດ​ເພາະ​ເຮົາ​ສັນ​ນັ້ນ 58 ນີ້​ແຫລະ, ເປັນ​ອາ​ຫານ​ຊຶ່ງ​ລົງມາ​ຈາກ​ສວັນ ບໍ່​ເຫມືອນ​ກັບ​ອາ​ຫານ​ທີ່​ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ​ໄດ້​ກິນ​ແລ້ວ​ຕາຍ​ໄປ ຜູ້​ທີ່​ກິນ​ອາ​ຫານ​ນີ້​ຈະ​ມີ​ຊີ​ວິດ​ສືບໆ​ໄປ​ເປັນ​ນິດ” 59 ຂໍ້​ຄວາມ​ເຫລົ່າ​ນີ້​ພຣະ​ອົງ​ຊົງ​ກ່າວ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ຂ​ນະ​ທີ່​ພຣະ​ອົງ​ຊົງ​ສັ່ງ​ສອນ​ຢູ່​ເມືອງ​ກາ​ເປ​ນາ​ອຸມ

ຖ້ອຍ​ຄຳ​ທີ່​ໃຫ້​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນນິດ

60 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ຫລາຍ​ຄົນ​ຈຶ່ງ​ເວົ້າ​ວ່າ, “ຖ້ອຍ​ຄຳ​ນີ້​ແຂງ​ແຮງ ໃຜ​ຈະ​ຟັງ​ໄດ້” 61 ແຕ່​ພຣະ​ເຢ​ຊູ​ຊົງ​ຊາບ​ດ້ວຍ​ພຣະ​ອົງ​ເອງວ່າ​ພວກ​ສາ​ວົກ​ໄດ້​ຈົ່ມ​ເຖິງ​ເຣື່ອງ​ນັ້ນ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ເຣື່ອງ​ນີ້​ເຣັດ​ໃຫ້​ພວກ​ທ່ານ​ສະ​ດຸດ​ໃຈ​ຫລື 62 ຖ້າ​ທ່ານ​ທັງ​ຫລາຍ​ຈະ​ເຫັນ​ບຸດ​ມະ​ນຸດ​ຂຶ້ນ​ເມືອ​ຍັງ​ບ່ອນ​ທີ່​ທ່ານ​ຢູ່​ແຕ່​ກ່ອນ​ນັ້ນ ພວກ​ທ່ານ​ຈະ​ວ່າ​ຢ່າງ​ໃດ 63 ພຣະ​ວິນຍານ​ຊົງ​ເຮັດ​ໃຫ້​ມີ​ຊີ​ວິດ ສ່ວນ​ເນື້ອ​ກາຍ​ບໍ່​ມີ​ປ​ໂຍດ​ອັນ​ໃດ ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ​ຫລາຍ​ນັ້ນ​ເປັນ​ວິນ​ຍານ​ແລະ​ຊີ​ວິດ 64 ແຕ່​ມີ​ບາງ​ຄົນ​ໃນ​ພວກ​ທ່ານຍັງ​ບໍ່​ເຊື່ອ​ຢູ່” (ເພາະ​ພຣະ​ເຢ​ຊູ​ຊົງ​ຊາ​ບ​ແຕ່​ເດີມ​ແລ້ວ​ວ່າ​ຜູ້​ທີ່​ເຊື່ອ​ນັ້ນ​ແມ່ນ​ຜູ້​ໃດ ແລະ​ແມ່ນ​ຜູ້​ໃດ​ທີ່​ຈະ​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ) 65 ແລະ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ບອກ​ທ່າ​ນທັງ​ຫລາຍ​ວ່າ​ບໍ່​ມີ​ຜູ້​ໃດ​ຈະ​ມາ​ເຖິງ​ເຮົາ​ໄດ້ ນອກ​ຈາກ​ພຣະ​ບິ​ດາ​ຈະ​ຊົງ​ໂຜດ​ຜູ້​ນັ້ນ” 66 ດ້ວຍ​ເຫດ​ນັ້ນ​ພວກ​ລູກ​ສິດ​ຂອງ​ພຣະ​ອົງ​ຫລາຍ​ຄົນ​ຈຶ່ງ​ທໍ້​ຖອຍ ບໍ່​ຕິດ​ຕາມ​ພຣະ​ອົງ​ຕໍ່​ໄປ​ອີກ 67 ດັ່ງ​ນັ້ນ​ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ສິດ​ສອງ​ຄົນ​ນັ້ນ​ວ່າ, “ພວກ​ທ່ານ​ເດ ຢາກ​ຖອຍ​ຫນີ​ເຫມືອນ​ກັນ​ຫລື” 68 ຝ່າຍ​ຊີ​ໂມນ​ທູນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ຈະ​ຫນີ​ໄປ​ຫາ​ຜູ້​ໃດ ທ່ານ​ມີ​ຖ້ອຍ​ຄຳ​ຊຶ່ງ​ໃຫ້​ມີ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 69 ພວກ​ຂ້າ​ນ້ອຍ​ເຊື່ອ​ແລ້ວ​ແລະ​ຊາບ​ວ່າ​ທ່ານ​ເປັນ​ຜູ້​ບໍ​ຣິ​ສຸດ​ມາ​ຈາກ​ພຣະ​ເຈົ້າ” 70 ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ເຮົາ​ນີ້​ແຫລະ, ໄດ້​ເລືອກ​ພວກ​ທ່ານ​ສິບ​ສອງ​ຄົນ​ໄວ້​ບໍ່​ແມ່ນ​ຫລື ແລະ​ຄົນ​ນຶ່ງ​ໃນ​ພວກ​ທ່ານ​ກໍ​ເປັນ​ມານ​ຮ້າຍ” 71 ພຣະ​ອົງ​ຊົງ​ກ່າວ​ເຖິງ​ຢູ​ດາ​ລູກ​ຊາຍ​ຂອງຊີ​ໂມນ​ອິ​ສະ​ກາ​ຣິ​ອົດ ເພາະ​ແມ່ນ​ຜູ້​ທີ່​ຈະ​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ ຄື​ຄົນ​ນຶ່ງ​ໃນ​ພວກ​ສິບ​ສອງ​ຄົນ​ນັ້ນ

ໂຢຮັນ 7

ພວກ​ນ້ອງ​ຊາຍ​ຂອງ​ພຣະ​ເຢ​ຊູ​ບໍ່​ວາງ​ໃຈ​ໃນ​ພຣະ​ອົງ

1 ຫລັງ​ຈາກ​ນັ້ນ​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ທ​ອ່ງ​ທ່ຽວ​ໄປ​ຕາມ​ແຂວງ​ຄາ​ລີ​ເລ ບໍ່​ຊົງ​ປະ​ສົງ​ສະ​ເດັດ​ໄປ​ໃນ​ແຂວງ​ຢູ​ດາຍ ເພາະ​ພວກ​ຢິວ​ຫາ​ໂອ​ກາດ​ທີ່​ຈະ​ຂ້າພຣະ​ອົງ​ເສັຽ 2 ຂ​ນະ​ນັ້ນ​ໃກ້​ຈະ​ເຖິງ​ເທ​ສ​ການ​ຕັ້ງ​ທັບ​ອາ​ໄສ​ຂອງ​ຊາດ​ຢິວ​ແລ້ວ 3 ພວກ​ນ້ອງ​ຊາຍຂອງ​ພຣະ​ອົງໄດ້​ທູນ​ພຣະ​ອົງ​ວ່າ, “ເຈົ້າ​ຈົ່ງ​ອອກ​ຈາກ​ທີ່​ນີ້​ໄປ​ຍັງ​ແຂວງ​ຢູ​ດາຍ ເພື່ອ​ພວກ​ສາ​ວົກ​ຂອງ​ເຈົ້າ​ຈະ​ໄດ້​ເຫັນ​ກິ​ຈ​ການ​ທີ່​ເຈົ້າ​ເຮັດ​ຢູ່​ນັ້ນ” 4 ເພາະ​ວ່າ​ບໍ່​ຫ່ອນ​ມີ​ຜູ້​ໃດ​ເຮັດ​ອັນ​ໃດ​ໃນ​ທີ່​ລັບ ເມື່ອ​ຜູ້​ນັ້ນ​ຢາກ​ໃຫ້​ຕົວ​ປາ​ກົດ ຖ້າ​ເຈົ້າ​ເຮັດ​ການ​ເຫລົ່າ​ນີ້​ຈົ່ງ​ສະ​ແດງ​ຕົວ​ໃຫ້​ປາ​ກົດ​ແກ່​ໂລ​ກເສັຽ” 5 (ເພາະ​ວ່າ​ເຖິງ​ແມ່ນ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ​ກໍ​ບໍ່​ເຊື່ອ​ໃນ​ພຣະ​ອົງ) 6 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ເວ​ລາ​ກຳ​ນົດ​ຂອງ​ເຮົາ​ຍັງ​ບໍ່​ເຖິງ​ເທື່ອ ແຕ່​ເວ​ລາ​ຂອງ​ພວກ​ເຈົ້າ​ກໍ​ມີ​ຢູ່​ສເມີ 7 ໂລກ​ຈະ​ກຽດ​ຊັງ​ພວກ​ເຈົ້າ​ບໍ່​ໄດ້​ແຕ່​ວ່າ​ມັນ​ຊັງເຮົາ ເພາະ​ເຮົາ​ເປັນ​ພຍານ​ວ່າ​ກິ​ຈ​ການ​ຂອງ​ໂລກ​ນັ້ນ​ຊົ່ວ​ຮ້າຍ 8 ພວກ​ເຈົ້າ​ຈົ່ງ​ຂຶ້ນ​ໄປ​ໃນ​ເທ​ສ​ການ​ນັ້ນ​ເສັຽ ຝ່າຍ​ເຮົາ​ຍັງ​ບໍ່​ຂຶ້ນ​ໄປ​ໃນ​ເທ​ສ​ການ​ນັ້ນ​ເພາະ​ວ່າ​ຍັງ​ບໍ່​ເຖິງ​ກຳ​ນົດ​ເວ​ລາ​ຂອງ​ເຮົາ” 9 ເມື່ອ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ​ພຣະ​ອົງ​ກໍ​ຍັງ​ປະ​ທັບ​ຢູ່​ໃນ​ແຂວງ​ຄາ​ລີ​ເລ​ຕໍ່​ໄປ

ພຣະ​ເຢ​ຊູ​ໃນ​ເທ​ສ​ການ​ຕັ້ງ​ທັບ​ອາ​ໄສ

10 ແຕ່​ເມື່ອ​ພວກ​ນ້ອງ​ຂອງ​ພຣະ​ອົງ​ຂຶ້ນ​ໄປ​ໃນ​ງານ​ເທ​ສ​ການ​ນັ້ນ​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ຕາມ​ຂຶ້ນ​ໄປເຫມືອນ​ກັນ ແຕ່​ສະ​ເດັດ​ໄປ​ທາງ​ລັບ​ບໍ່​ເປີດ​ເຜີຍ 11 ເຫດ​ສັນ​ນັ້ນ​ ພວກ​ຢິວ​ໄດ້​ຊອກ​ຫາ​ພຣະ​ອົງ​ໃນ​ເທ​ສ​ການ​ນັ້ນ​ແ​ລະ​ຖາມ​ວ່າ, “ຄົນ​ຜູ້​ນັ້ນ​ຢູ່​ໃສ” 12 ສ່ວນ​ປະ​ຊາ​ຊົນ​ກໍ​ຊິ່ມ​ກັນ​ຫລາຍ​ເວົ້າ​ເຖິງ​ເຣື່ອງ​ພຣະ​ອົງ ລາງ​ຄົນ​ເວົ້າ​ວ່າ, “ເປັນ​ຄົນ​ດີ” ແຕ່​ຄົນອື່ນ​ວ່າ, “ບໍ່​ແມ່ນ, ແຕ່​ທ່ານ​ເຮັດ​ໃຫ້​ປະ​ຊາ​ຊົນ​ຫລົງ​ຜິດ​ໄປ” 13 ແຕ່​ເຖິງປານ​ນັ້ນບໍ່​ມີ​ໃຜ​ກ້າ​ເວົ້າ​ເຖິງ​ພຣະ​ອົງ​ຢ່າງ​ເປີດ​ເຜີຍ​ເພາະ​ຢ້ານ​ພວກ​ຢິວ 14 ຄັນ​ເຖິງ​ເຄິ່ງ​ເທ​ສ​ການ​ນັ້ນ​ແລ້ວ ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ຍັງ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ແລະ​ຊົງ​ສັ່ງ​ສອນ 15 ພວກ​ຢິວ​ພາ​ກັນ​ປ​ລາດ​ໃຈ​ເວົ້າ​ກັນ​ວ່າ, “ຄົນ​ຜູ້​ນີ້​ມີ​ຄວາມ​ຮູ້​ມາ​ແຕ່​ໃສ​ເມື່ອ​ບໍ່​ໄດ້​ຮໍ່າ​ຮຽ​ນ” 16 ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ຄຳ​ສອນ​ຂອງ​ເຮົາ​ບໍ່​ແມ່ນ​ຂອງ​ເຮົາ​ເອງ ແຕ່​ເປັນ​ຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ 17 ຖ້າ​ຜູ້​ໃດ​ເຕັມ​ໃຈ​ຍອມ​ເຮັດ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳ​ສອນ​ນັ້ນ​ມາ​ຈາກ​ພຣະ​ເຈົ້າ ຫລື​ວ່າ​ເຮົາ​ປາກ​ຕາມ​ໃຈ​ຊອບ​ຂອງ​ເຮົາ​ເອງ 18 ຜູ້ໃດ​ປາກ​ຕາມ​ໃຈ​ຊ​ອບ​ຂອງ​ຕົນ​ເອງ ຜູ້​ນັ້ນ​ກໍ​ສ​ແວງ​ກຽດ​ສຳ​ລັບ​ຕົນ​ເອງ ແຕ່​ຜູ້​ທີ່​ສ​ແວງ​ກຽດ​ໃຫ້​ພຣະ​ອົງ​ຜູ້​ຊົງ​ໃຊ້​ຕົນ​ມາ ຜູ້​ນັ້ນ​ແຫລະ, ເປັນ​ຄົນ​ຈິງ​ແລະ​ບໍ່​ມີ​ອະ​ທັມ​ໃນ​ຕົວ 19 ໂມ​ເຊ​ໄດ້​ໃຫ້​ພຣະ​ບັນ​ຍັດ​ແກ່​ທ່ານ​ທັງ​ຫລາຍ​ບໍ່​ແມ່ນ​ຫລື ແລະ​ໃນ​ພວກ​ທ່ານ​ບໍ່​ມີ​ຜູ້​ໃດ​ຈັກ​ຄົນ​ເຮັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ ທ່ານ​ທັງ​ຫລາຍ​ຊອກ​ຫາ​ຈະ​ຂ້າ​ເຮົາ​ເຮັດ​ຫຍັງ” 20 ປະ​ຊາ​ຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີ​ສິງ​ຢູ່ ແມ່ນ​ໃຜ​ຊອກ​ຫາ​ຈະ​ຂ້າ​ເຈົ້າ” 21 ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ເຮົາ​ໄດ້​ເຮັດ​ກິ​ຈ​ການ​ອັນ​ນຶ່ງ ແລະ​ພວກ​ທ່ານ​ກໍ​ປ​ລາດ​ໃຈ​ເພາະ​ເຫດ​ການ​ນັ້ນ 22 ໂມ​ເຊ​ໄດ້​ຕັ້ງ​ພິ​ທີ​ຕັດ​ໃຫ້​ທ່ານ​ທັງ​ຫລາຍ (ບໍ່​ແມ່ນ​ໄດ້​ມາ​ຈາກ​ໂມ​ເຊ​ແຕ່​ມາ​ຈາກ​ບັນ​ພະ​ບຸ​ຣຸດ) ແລະ​ໃນ​ວັນ​ສະ​ບາ​ໂຕ ເພື່ອ​ບໍ່​ໃຫ້​ລ່ວງ​ລະ​ເມີດ​ພຣະ​ບັນ​ຍັດ​ຂອງ​ໂມ​ເຊ ທ່ານ​ທັງ​ຫລາຍ​ຈະ​ຄຽດ​ເຮົາ​ເພາະ​ເຮົາ​ໄດ້​ໃຫ້​ຄົນ​ນຶ່ງ​ດີ​ເປັນ​ປົກ​ກະ​ຕິໃນ​ວັນ​ສະ​ບາ​ໂຕ​ຫລື 23 ຢ່າ​ຕັດ​ສິນ​ຕາມ​ທີ່​ເຫັນ​ພາຍນອກ ແຕ່​ຈົ່ງ​ຕັດ​ສິນ​ຕາມ​ທາງ​ຍຸດ​ຕິ​ທັມ” 24 ຊາວ​ກຸງ​ເຢ​ຣູ​ຊາ​ເລັມ​ລາງ​ຄົນ​ຈຶ່ງ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ແຫລະ​, ທີ່​ເຂົາ​ຊອກ​ຫາ​ຈະຂ້າ​ເສັຽບໍ່​ແມ່ນ​ຫລື

ນີ້​ຫລື​ພຣະ​ຄຣິດ

25 ເບິ່ງແມ໋, ທ່ານ​ກ່າວ​ດ້ວຍ​ເປີດ​ເຜີຍ ແລະ​ເຂົາ​ບໍ່​ໄດ້​ເວົ້າ​ຫຍັງ ພວກ​ເຈົ້າ​ນາຍ​ຮູ້​ຄັກ​ບໍ່​ວ່າ​ຄົນ​ນີ້​ແມ່ນພຣະ​ຄຣິດ 26 ເຮົາ​ຮູ້​ແລ້ວ​ວ່າ​ຄົນ​ນີ້​ມາ​ແຕ່​ໃສ​ 27 ແຕ່​ຝ່າຍ​ພຣະ​ຄຣິດ, ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ບໍ່​ມີ​ໃຜ​ຮູ້​ວ່າ​ມາ​ແຕ່​ໃສ” 28 ເຫດ​ສັນ​ນີ້ ​ພຣະ​ເຢ​ຊູ​ຈຶ່ງ​ຊົງ​ສັ່ງ​ສອນ​ດ້ວຍ​ສຽງ​ອັນ​ດັງ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ວ່າ, “ສ່ວນ​ເຮົາ​ທ່ານ​ທັງ​ຫລາຍ​ກໍ​ຮູ້​ຈັກ ທັງ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ ເຮົາ​ບໍ່​ໄດ້​ມາ​ໂດຍ​ລຳ​ພັງ​ຂອງ​ເຮົາ​ເອງ ແຕ່​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ກໍ​ສັດ​ຈິງ ພຣະ​ອົງ​ນັ້ນ​ພວກ​ທ່ານ​ກໍ​ບໍ່​ຮູ້​ຈັກ 29 ຝ່າຍ​ເຮົາ​ກໍ​ຮູ້​ຈັກ​ພຣະ​ອົງ ເພາະ​ເຮົາ​ມາ​ຈາກ​ພຣະ​ອົງ ແລະ​ແມ່ນ​ພຣະ​ອົງ​ນັ້ນ​ແຫລະ, ໄດ້​ຊົງ​ໃຊ້​ເຮົາ​ມາ” 30 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຊອກ​ຫາ​ຈະ​ຈັບ​ພຣະ​ອົງ ແຕ່​ບໍ່​ມີ​ຜູ້​ໃດ​ຍື່ນ​ມື​ຈັບ​ເພາະ​ຍັງ​ບໍ່​ເຖິງ​ກຳ​ນົດ​ເວ​ລາ​ຂອງ​ພຣະ​ອົງ​ເທື່ອ 31 ແຕ່​ມີ​ຫລາຍ​ຄົນ​ໃນ​ຫມູ່​ປະ​ຊາ​ຊົນ​ໄດ້​ວາງ​ໃຈ​ໃນ​ພຣະ​ອົງ​ແລະ​ເວົ້າ​ວ່າ, “ເມື່ອ​ພຣະ​ຄຣິດ​ສະ​ເດັດ​ມາ​ນັ້ນ ພຣະ​ອົງ​ຈະ​ເຮັດ​ຫມາຍ​ສຳ​ຄັນ​ຫລາຍກວ່າ​ຜູ້​ນີ້​ຫລື”

ໃຊ້​ເຈົ້າ​ຫນ້າ​ທີ່​ໄປ​ຈັບ​ພຣະ​ເຢ​ຊູ

32 ເມື່ອ​ພ​ວກ​ຟາ​ຣີ​ຊາຍ​ໄດ້​ຍິນ​ປະ​ຊາ​ຊົນຊິ່ມ​ກັນ​ເວົ້າ​ເຖິງ​ເຣື່ອງ​ພຣະ​ອົງ​ຢ່າງ​ນັ້ນ ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ຟາ​ຣິ​ຊາຍ​ຈຶ່ງ​ໃຊ້​ເຈົ້າ​ຫນ້າ​ທີ່​ໄປ​ຈັບ​ພຣະ​ອົງ 33 ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ທ່ານ​ທັງ​ຫລາຍ​ຕໍ່​ໄປ​ອີກ​ຫນ້ອຍ​ນຶ່ງ ແລ້ວ​ຈະ​ກັບ​ໄປ​ຫາ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ 34 ທ່າ​ນ​ທັງ​ຫລາຍ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ແລະ​ບ່ອນ​ເຮົາ​ຢູ່​ນັ້ນ​ພວກ​ທ່ານ​ຈະ​ເຂົາ​ໄປ​ບໍ່​ໄດ້” 35 ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຈວນ​ຈະ​ໄປ​ໃສ​ທີ່​ເຮົາ​ຈະ​ຫາ​ບໍ່​ພົບ ທ່ານ​ຈະ​ໄປ​ຫາ​ພວກ​ຄົນ​ທີ່​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ຖ້າມ​ກາງ​ຄົນ​ຕ່າງ​ຊາດ ແລະ​ສັ່ງ​ສອນ​ຄົນ​ຕ່າງ​ຊາດ​ນັ້ນ​ຫລື 36 ຄຳ​ນີ້​ເປັນ​ຢ່າງ​ໃດ​ຫນໍ​ທີ່​ທ່ານ​ກ່າວ​ວ່າ “ທ່ານທັງ​ຫລາຍ​ຈະ​ຊອກ​ຫາ​ເຮົາ​ແຕ່​ຈະ​ບໍ່​ພົບ​ເຮົາ ແລະ​ບ່ອນ​ເຮົາ​ຢູ່​ນັ້ນ​ທ່ານ​ຈະ​ເຂົ້າ​ໄປ​ບໍ່​ໄດ້”

ແມ່​ນ້ຳ​ອັນ​ມີ​ຊີ​ວິດ

37 ໃນ​ວັນ​ສຸດ​ທ້າຍ​ຂອງ​ງານ​ເທ​ສ​ການ​ຊຶ່ງ​ເປັນ​ວັນ​ໃຫຍ່​ນັ້ນ ພຣະ​ເຢ​ຊູ​ຊົງ​ຢືນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຖ້າຜູ້​ໃດ​ຫິວ ຜູ້​ນັ້ນ​ຈົ່ງ​ມາ​ຫາເຮົາ​ແລະ​ດື່ມ 38 ຜູ້​ທີ່​ວາງ​ໃຈ​ໃນ​ເຮົາ​ແມ່​ນ້ຳ​ອັນ​ມີ​ຊີວິດ​ຈະ​ໄຫລ​ອອກ​ຈາກ​ພາຍ​ໃນ​ຜູ້​ນັ້ນ ຕາມ​ທີ່​ພຣະ​ຄັມ​ພີ​ກ່າວ​ໄວ້​ແລ້ວ” 39 ສິ່ງ​ທີ່​ພຣະ​ເຢຊູ​ຊົງ​ກ່າວ​ນັ້ນ​ຫມາຍ​ເຖິງ​ພຣະ​ວິ​ນ​ຍານ ຊຶ່ງ​ຜູ້​ທີ່​ວາງ​ໃຈ​ໃນ​ພຣະ​ອົງ​ຈະ​ໄດ້​ຮັບ ເຫດ​ວ່າ​ຍັງບໍ່​ໄດ້​ຊົງ​ປະ​ທານ​ພຣະ​ວິ​ນ​ຍານ​ໃຫ້ ເພາະ​ພຣະ​ເຢ​ຊູ​ຍັງ​ບໍ່​ໄດ້​ຊົງ​ຮັບ​ສະ​ງ່າ​ຣາ​ສີ

ຄວາມ​ເຫັນ​ແຕ​ກ​ແຍກ​ກັນ​ໃນ​ຫມູ່​ປະ​ຊາ​ຊົນ

40 ເມື່ອປະ​ຊາ​ຊົນ​ໄດ້​ຍິນ​ດັ່ງ​ນັ້ນ​ລາງ​ຄົນ​ໄດ້​ເວົ້າ​ກັນ​ວ່າ, “ຜູ້​ນີ້​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ແທ້” 41 ຄົນອື່ນ​ເວົ້າ​ວ່າ, “ຜູ້​ນີ້​ແຫລະ, ແມ່ນ​ພຣະ​ຄຣິດ” ແຕ່​ຄົນ​ອື່ນ​ອີກ​ເວົ້າ​ວ່າ, “ພຣະ​ຄຣິດ​ຈະ​ມາ​ຈາກຄາ​ລີ​ເລ​ຫລື 42 ພຣະ​ຄັມ​ພີ​ກ່າວ​ໄວ້​ບໍ່​ແມ່ນ​ຫລື ວ່າ​ພຣະ​ຄຣິດ​ຈະ​ມາຈາກ​ເຊື້ອ​ວົງ​ຂອງ​ດາ​ວິດ ແລະ​ມາ​ຈາກ​ບ້ານ​ເບັດ​ເລ​ເຮັມ​ຊຶ່ງ​ດາ​ວິດ​ຢູ່​ນັ້ນ 43 ເຫດ​ສັນ​ນັ້ນ​ ປະ​ຊາ​ຊົນ​ຈຶ່ງ​ມີ​ຄວາມ​ເຫັນ​ແຕກ​ແຍກ​ກັນ​ໃນ​ເຣື່ອງ​ພຣະ​ອົງ 44 ລາງ​ຄົນ​ໃນ​ຫມູ່​ເຂົາ​ນັ້ນ​ມີ​ໃຈ​ຢາກ​ຈັບ​ພຣະ​ອົງ ແຕ່​ບໍ່​ມີ​ໃຜ​ຍື່ນ​ມື​ຈັບ​ເອົາ 45 ເຈົ້າ​ຫນ້າ​ທີ່​ຈຶ່ງ​ກັບ​ໄປ​ຫາ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ຟາ​ຣີ​ຊາຍ ແລະ​ພວກ​ນັ້ນ​ໄດ້​ຖາມ​ເຈົ້າ​ຫນ້າ​ທີ່​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ຈັບ​ມັນ​ມາ” 46 ເຈົ້າ​ຫນ້າ​ທີ່​ຕອບ​ວ່າ, “ບໍ່​ເຄີຍ​ມີ​ຜູ້​ໃດ​ເວົ້າ​ເຫມືອນ​ຄົນ​ນັ້ນ​ຈັກ​ເທື່ອ” 47 ພວກ​ຟາ​ຣີ​ຊາຍ​ຕອບ​ເຂົາ​ວ່າ, “ພວກ​ເຈົ້າ​ຖືກ​ຊັກ​ຈູງ​ໃຫ້​ຫລົງ​ໄປ​ເຫມືອນ​ກັນ​ຫລື 48 ມີຄົນ​ໃດ​ແດ່​ໃນ​ພວກ​ເຈົ້າ​ນາຍ​ຫລື​ພວກ​ຟາ​ຣີ​ຊາຍ​ເຊື່ອ​ຖື​ຄົນ​ນັ້ນ 49 ແຕ່​ປະ​ຊາ​ຊົນ​ຫມູ່​ນີ້​ທີ່​ບໍ່​ຮູ້​ຈັກ​ພຣະ​ບັນ​ຍັດ​ກໍ​ຖືກ​ຊົງ​ປ້ອຍ​ຢູ່​ແລ້ວ” 50 ນິ​ໂກ​ເດມ​ຜູ້​ໄດ້​ມາ​ຫາ​ພຣະ​ອົງ​ຄາວ​ກ່ອນ​ນັ້ນ ແລະ​ເປັນ​ຄົນ​ນຶ່ງ​ໃນ​ພວກ​ເຂົາ ໄດ້​ກ່າວ​ກັບ​ເຂົາ​ວ່າ, 51 “ກົດ​ຫມາຍ​ຂອງ​ເຮົາ​ບໍ່​ຕັດ​ສິນ​ຄົນ​ໃດ​ໂດຍ​ທີ່​ຍັງ​ບໍ່​ໄດ້​ຟັງ​ເຂົາ​ກ່ອນ ແລະ​ຮູ້​ວ່າ​ເຂົາ​ໄດ້​ເຮັດ​ອັນ​ໃດ​ແດ່” 52 ເຂົາ​ກໍ​ຕອບ​ນິ​ໂກ​ເດມ​ວ່າ, “ທ່ານ​ມາ​ຈາກ​ຄາ​ລີ​ເລ​ເຫມືອນ​ກັນ​ຫລື ຈົ່ງ​ຄົ້ນ​ຫາ​ເບິ່ງ ແລ້ວ​ທ່ານ​ຈະ​ເຫັນ​ວ່າ​ບໍ່​ມີ​ຜູ້​ປະ​ກາດ​ພຣະ​ທັມ​ຈັກ​ຄົນ​ເກີດ​ມາ​ຈາກ​ຄາ​ລີ​ເລ” 53 ແລ້ວ​ຕ່າງ​ຄົນ​ກໍ​ຕ່າງ​ກັນ​ໄປ​ເຮືອນ​ຂອງ​ຕົນ

ໂຢຮັນ 8

ຜູ້​ຍິງ​ຄົນ​ນຶ່ງ​ຖືກ​ຈັບ​ຖານ​ຫລິ້ນ​ຊູ້

1 ແຕ່​ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ໄປ​ຍັງ​ພູ​ຫມາກກອກ​ເທດ 2 ເມື່ອ​ຮຸ່ງ​ເຊົ້າ​ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ອີກ ພົ​ລ​ເມືອງ​ທັງ​ຫມົດ​ກໍ​ພາ​ກັນ​ມາ​ຫາພຣະ​ອົງ ພຣະ​ອົງ​ກໍ​ປະ​ທັບ​ນັ່ງ​ຕັ້ງ​ຕົ້ນ​ສັ່ງ​ສອນ​ເຂົາ 3 ພວກ​ນັກ​ທັມແລະ​ພວກ​ຟາ​ຣີ​ຊາຍ​ໄດ້​ພາ​ຜູ້​ຍິງ​ຄົນ​ນຶ່ງ​ມາ ຍິງ​ຄົນ​ນີ້​ເຂົາ​ໄດ້​ຈັບ​ໃນ​ຖານ​ຫລິ້ນ​ຊູ້ ແລະ​ເຂົາ​ໄດ້​ໃຫ້​ຍິງ​ນັ້ນ​ຢືນ​ຢູ່​ຖ້າມ​ກາງ​ຝູງ​ຊົນ 4 ເຂົາ​ທູນ​ພຣະ​ອົງ​ວ່າ, “ອາຈານ​ເອີຍ, ຍິງ​ຄົນ​ນີ້​ເຂົາ​ຈັບ​ໄດ້​ເມື່ອ​ກຳ​ລັງ​ຫລິ້ນ​ຊູ້​ຢູ່ 5 ໂມ​ເຊ​ໄດ້​ສັ່ງ​ໄວ້​ໃນ​ພຣະ​ບັນ​ຍັດ​ວ່າ ໃຫ້​ເອົາ​ຫີນ​ຄວ່າງ​ໃສ່​ຄົນ​ຢ່າງ​ນີ້​ໃຫ້​ຕາຍ ສ່ວນ​ທ່າ​ນເດ, ຈະ​ວ່າ​ຢ່າງ​ໃດ” 6 ເຂົາ​ເວົ້າ​ຢ່າງ​ນີ້​ເພື່ອ​ທົດ​ລອງ ຫວັງ​ຈະ​ຫາ​ເຫດ​ຟ້ອງ​ພຣະ​ອົງ​ໄດ້ ແຕ່​ພຣະ​ເຢ​ຊູ​ຊົງ​ນ້ອມ​ພຣະ​ກາຍ​ລົງ​ໃຊ້​ນີ້ວ​ພຣະ​ຫັດ​ຂຽນ​ທີ່​ດິນ 7 ເມື່ອ​ເຂົາ​ຍັງ​ຖາມ​ຕໍ່​ໄປ​ຢູ່ ພຣະ​ອົງ​ຊົງ​ຢືນ​ຂຶ້ນ​ກ່າວ​ແກ່​ເຂົາ​ວ່າ, “ຜູ້ໃດ​ໃນ​ພວກ​ເຈົ້າ​ທີ່​ບໍ່​ມີ​ຜິດ​ບາບ ກໍ​ໃຫ້​ຜູ້​ນັ້ນ​ເອົາ​ຫີນ​ຄວ່າງ​ໃສ່​ຍິງນີ້​ກ່ອນ​ຫມູ່” 8 ແລ້ວ​ພຣະ​ອົງ​ກໍ​ຊົງ​ນ້ອມ​ພຣະ​ກາຍ​ລົງ​ຂຽນ​ທີ່​ດິນ​ອີກ 9 ແຕ່​ເມື່ອ​ເຂົາ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ອອກ​ໄປ​ເທື່ອ​ລະ​ຄົນ​ຈົນ​ຫມົດ ເລີ້ມ​ຕັ້ງ​ແຕ່​ຄົນ​ແກ່​ໄປ​ຍັງ​ເຫລື​ອ​ຢູ່​ແຕ່​ພຣະ​ເຢ​ຊູ​ກັບ​ຍິງ​ນັ້ນ​ທີ່​ຢືນ​ຢູ່​ຖ້າມກາງ​ນັ້ນ 10 ເມື່ອ​ພຣະ​ເຢ​ຊູ​ຊົງ​ເງີຍຂຶ້ນ​ກໍ​ຊົງ​ຖາມ​ຍິງ​ນັ້ນ​ວ່າ, “ນາງ​ເອີຍ, ພວກ​ເຂົາ​ໄປ​ໃສ​ຫມົດ ບໍ່​ມີ​ໃຜ​ລົງ​ໂທດ​ເຈົ້າ​ຫລື” 11 ນາງ​ທູນ​ຕອບ​ວ່າ, “ບໍ່​ມີ​ໃຜ, ນາຍ​ເອີຍ” ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ນາງວ່າ, “ເຮົາ​ກໍ​ບໍ່​ລົງ​ໂທດ​ເຈົ້າ​ເຫມືອນ​ກັນ ຈົ່ງ​ໄປ​ເສັຽ ຕໍ່​ໄປ​ຢ່າ​ເຮັດ​ຜິດ​ອີກ”

ພຣະ​ເຢ​ຊູ​ຊົງ​ເປັນ​ຄວາມ​ສວ່າງ​ຂອງ​ໂລກ

12 ອີກ​ເທື່ອ​ນຶ່ງ​ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ເປັນ​ຄວາມ​ສວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ບໍ່​ທຽວ​ໄປ​ໃນ​ທີ່​ມືດ ແຕ່​ຈະ​ມີ​ຄວາມ​ສວ່າງ​ແຫ່ງ​ຊີ​ວິດ” 13 ແລ້ວ​ພວກ​ຟາ​ຣີ​ຊາຍ​ກ່າວ​ຕໍ່​ພຣະ​ອົງ​ວ່າ, “ທ່ານ​ເປັນ​ພຍານ​ໃຫ້​ແກ່​ຕົວ​ທ່ານ​ເອງ ຄຳ​ພຍານ​ຂອງ​ທ່ານ​ກໍ​ບໍ່​ຈິງ” 14 ພຣະ​ເຢຊູ​ຊົງ​ຕອບ​ເຂົາ​ວ່າ, “ເຖິງວ່າ​ເຮົາ​ເປັນ​ພຍານ​ໃຫ້​ແກ່​ຕົວ​ເຮົາ​ເອງ ຄຳ​ພຍານ​ຂອງ​ເຮົາ​ກໍ​ເປັນ​ຄວາມ​ຈິງ ເພາະ​ເຮົາ​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ​ແລະ​ຈະ​ໄປ​ໃສ ແຕ່​ຝ່າຍ​ທ່ານ​ທັງ​ຫລາຍ​ກໍ​ບໍ່​ຮູ້​ວ່າ​ເຮົາ​ມາ​ແຕ່​ໃສ​ແລະ​ຈະ​ໄປ​ໃສ​ 15 ທ່ານ​ທັງ​ຫລາຍ​ຕັດ​ສິນ​ຕາມ​ທຳ​ມະ​ດາ​ມະ​ນຸດ ຝ່າຍ​ເຮົາ​ກໍ​ບໍ່​ຕັດ​ສິນ​ໃຜ 16 ແຕ່​ເຖິງ​ແມ່​ນເຮົາ​ຈະ​ຕັດ​ສິນ ການ​ຕັດ​ສິນ​ຂອງ​ເຮົາ​ກໍ​ຖືກ ເພາະ​ເຮົາ​ບໍ່​ໄດ້​ຕັດ​ສິນ​ໂດຍ​ລຳ​ພັງ​ເຮົາ​ຜູ້​ດຽວ ແຕ່​ເຮົາ​ຕັດ​ສິນ​ຮ່ວມ​ກັບ​ພຣະ​ບິ​ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ 17 ໃນ​ພຣະ​ບັນ​ຍັດ​ຂອງ​ທ່າ​ນ​ທັງ​ຫລາຍ​ມີ​ຄຳ​ຂຽນ​ໄວ້​ວ່າ ຄຳ​ພຍານ​ຂອງ​ສອງ​ຄົນ​ກໍ​ເປັນ​ຄວາມ​ຈິງ 18 ຝ່າຍ​ເຮົາ​ເປັນ​ພຍານ​ໃຫ້​ແກ່​ຕົວ​ເຮົາ​ເອງ ແລະ​ພຣະ​ບິ​ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ​ກໍ​ເປັນ​ພຍານ​ໃຫ້​ແກ່​ເຮົາ​ເຫມືອນ​ກັນ” 19 ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພຣະ​ບິ​ດາ​ຂອງ​ທ່ານ​ຢູ່​ໃສ” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຕົວ​ເຮົາ​ກໍ​ດີ ພຣະ​ບິ​ດາ​ຂອງ​ເຮົາ​ກໍ​ດີ ທ່ານ​ທັງ​ຫລາຍ​ກໍ​ບໍ່​ຮູ້​ຈັກ ຖ້າ​ພວກ​ທ່ານ​ຮູ້​ຈັກ​ເຮົາ​ກໍ​ຄົງ​ຮູ້​ຈັກ​ພຣະ​ບິ​ດາ​ຂອງ​ເຮົາ​ເຫມືອນ​ກັນ 20 ພຣະ​ເຢ​ຊູ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ໃນ​ບ່ອນ​ຕັ້ງ​ຕູ້​ຖວາຍ​ຊັບ ຂ​ນະ​ທີ່​ຊົງ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວີ​ຫານ ແຕ່​ບໍ່​ມີ​ຜູ້​ໃດ​ຈັບ​ພຣະ​ອົງ​ເພາະ​ຍັງ​ບໍ່​ເຖິງ​ກຳ​ນົດ​ເວ​ລາ​ຂອງ​ພຣະ​ອົງ

ພຣະ​ອົງ​ບໍ່​ຊົງ​ເປັນ​ຝ່າຍ​ໂລກ

21 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ອີກວ່າ, “ເຮົາ​ຈະ​ຈາກ​ໄປ​ແລະ​ທ່ານ​ທັງ​ຫລາຍ​ຈະ​ຊອກ​ຫາ​ເຮົາ ແລະ​ຈະ​ຕາຍ​ໃນ​ຄວາມ​ຜິດ​ບາບ​ຂອງ​ທ່ານ ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກ​ທ່ານ​ຈະ​ໄປບໍ່​ໄດ້” 22 ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ເຂົາ​ຈະ​ຂ້າ​ຕົ​ວ​ຕາຍຫລື ເພາະ​ເຂົາ​ກ່າວ​ວ່າ “ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກ​ທ່ານ​ໄປ​ບໍ່​ໄດ້” 23 ພຣະ​ອົງ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ເປັນຂອງ​ເບື້ອງ​ລຸ່ມ ຝ່າຍ​ເຮົາ​ເປັນ​ຂອງ​ເບື້ອງ​ເທິງ ພວກ​ທ່ານ​ເປັນ​ຝ່າຍ​ໂລກ​ນີ້ ເຮົາ​ບໍ່​ເປັນ​ຝ່າຍ​ໂລກ​ນີ້ 24 ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ພວກ​ທ່ານ​ຈະ​ຕາຍ​ໃນ​ຄວາມ​ຜິດ​ບາບ​ຂອງ​ທ່ານ ເພາະ​ວ່າ​ຖ້າ​ທ່ານ​ບໍ່​ໄດ້​ເຊື່ອ​ວ່າ ເຮົາ​ນີ້​ແຫລະ, ເປັນ​ຜູ້​ນັ້ນ ພວກ​ທ່ານ​ຈະ​ຕ້ອງ​ຕາຍ​ໃນ​ບາບ​ຂອງ​ຕົນ” 25 ເຂົາ​ທູນ​ຖາມ​ພຣະ​ອົງ​ວ່າ, “ຝ່າຍ​ທ່ານ, ທ່ານ​ແມ່​ນໃຜ” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ເປັນ​ເຫມືອນ​ທີ່​ເຮົາ​ໄດ້​ບອກ​ພວກ​ທ່ານ​ຕັ້ງ​ແຕ່​ຕົ້ນ​ນັ້ນ 26 ເຮົາ​ມີ​ຂໍ້​ຄວາມ​ຫລາຍ​ປະ​ການ​ທີ່​ຈະ​ກ່າວ​ແລະ​ຕັດ​ສິນ​ພວກ​ທ່ານ ແຕ່​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ນັ້ນ​ຊົງ​ເປັນ​ສັດ​ຈິງ ແລະ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຈາກ​ພຣະ​ອົງ​ນັ້ນ​ແຫລະ, ເຮົາ​ກໍ​ກ່າວ​ແກ່​ໂລກ” 27 ເຂົາ​ບໍ່​ໄດ້​ເຂົ້າ​ໃຈ​ວ່າ​ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ເຖິງ​ເຣື່ອງ​ພຣະ​ບິ​ດາ 28 ດັ່ງ​ນັ້ນ​ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ແກ່​ເຂົາ​ວ່າ, “ເມື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຍົກ​ບຸດ​ມະ​ນຸດ​ຂຶ້ນ​ແລ້ວ ເມື່ອ​ນັ້ນ​ພວກ​ທ່ານ​ຈະ​ຮູ້​ວ່າ​ເຮົາ​ນີ້​ແຫລະ, ຄື​ຜູ້​ນັ້ນ ແລະ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເຮັດ​ສິ່​ງ​ໃດ​ຕາມ​ໃຈ​ຊອບ​ ແຕ່​ພຣະບິ​ດາ​ໄດ້​ຊົງ​ສອນ​ເຮົາ​ຢ່າງ​ໃດ ເຮົາ​ຈຶ່ງ​ກ່າວ​ຢ່າງ​ນັ້ນ 29 ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ​ກໍ​ຊົງ​ສະ​ຖິດ​ຢູ່​ກັບ​ເຮົາ ພຣະ​ອົງ​ບໍ່​ໄດ້​ຊົງ​ປະ​ເຮົາ​ໄວ້​ໃຫ້​ຢູ່​ຜູ້​ດຽວ ເພາະ​ວ່າ​ເຮົາ​ເຮັດ​ຕາມ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ​ຢູ່​ສເມີ” 30 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ຄຳ​ເຫລົ່າ​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ​ອົງ

ຄວາມ​ຈິງ​ຈະ​ເຮັດ​ໃຫ້​ເປັນ​ອິ​ສ​ຣະ

31 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ພວກ​ຢິວ​ທີ່​ເຊື່ອ​ຖື​ໃນ​ພຣະ​ອົງ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ເຮົາ ພວກ​ທ່ານ​ກໍ​ເປັນ​ສາ​ວົກ​ແທ້​ຂອງ​ເຮົາ 32 ແລ້ວ​ພວກ​ທ່ານ​ຈະ​ຮູ້​ຈັກ​ຄວາມ​ຈິງ ແລະ​ຄວາມ​ຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ເປັນ​ອິ​ສ​ຣະ” 33 ເຂົາ​ທູນ​ຕອບ​ພຣະ​ອົງ​ວ່າ, “ພວກ​ເຮົາ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ແລະບໍ່ໄດ້​ເປັນ​ຂ້ອຍ​ຂ້າ​ຂອງ​ຜູ້​ໃດ​ຈັກ​ເທື່ອ ເປັນ​ຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ “ພວກ​ທ່ານ​ຈະ​ເປັນ​ອິ​ສ​ຣະ” 34 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ທຸກ​ຄົນ​ທີ່​ເຄີຍ​ເຮັດ​ການ​ຜິດ​ບາບ​ກໍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ບາບ 35 ຂ້ອຍ​ຂ້າ​ບໍ່​ຕັ້ງ​ຢູ່​ໃນ​ຄົວ​ເຮືອນ​ຕລອດ​ໄປ ແຕ່ບຸດ​ກໍ​ຕັ້ງຢູ່​ຕລອດ​ໄປ 36 ເຫດ​ສັນ​ນັ້ນ​ຖ້າ​ພຣະ​ບຸດ​ຈະ​ເຮັດ​ໃຫ້​ທ່ານ​ທັງ​ຫລາຍ​ເປັນ​ອິ​ສ​ຣະ ພວກ​ທ່ານ​ກໍ​ຈະ​ເປັນ​ອິ​ສ​ຣະ​ແທ້​ຈິງ 37 ເຮົາ​ຮູ້​ຢູ່​ວ່າ​ທ່ານ​ທັງ​ຫລາຍ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ແຕ່​ພວກ​ທ່ານ​ຊອກ​ຫາ​ຈະ​ຂ້າ​ເຮົາ​ເສັຽ ເພາະ​ວ່າ​ຄຳ​ສອນ​ຂອງ​ເຮົາ​ບໍ່​ເຂົ້າ​ສູ່​ໃຈ​ຂອງ​ພວກ​ທ່ານ 38 ເຮົາ​ເວົ້າ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ເມື່ອ​ຢູ່​ກັບ​ພຣະບິ​ດາ​ຂອງ​ເຮົາ ຝ່າຍ​ພວກ​ທ່ານ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຍິນ​ຈາກ​ພໍ່​ຂອງທ່ານ”

ພຣະ​ເຢ​ຊູ ແລະ​ອັບ​ຣາ​ຮາມ

39 ເຂົາ​ທູນ​ຕອບ​ພຣະ​ອົງວ່າ, “ອັບ​ຣາ​ຮາມ​ເປັນ​ພໍ່​ຂອງ​ພວກ​ເຮົາ” ພຣະ​ເຢຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ເປັນ​ລູກ​ຂອງ​ອັບ​ຣາ​ຮາມ​ແລ້ວ ທ່ານ​ກໍ​ຈະ​ເຮັດ​ສິ່ງ​ທີ່​ອັບ​ຣາ​ຮາມ​ໄດ້​ເຮັດ 40 ແຕ່​ບັດ​ນີ້​ທ່ານ​ທັງ​ຫລາຍ​ຫາ​ໂອ​ກາດ​ຈະ​ຂ້າ​ເຮົາ ຜູ້​ໄດ້​ບອກ​ເຖິງ​ຄວາມ​ຈິງ​ທີ່​ເຮົາ​ໄດ້​ຍິນ​ມາ​ຈາກ​ພຣະ​ເຈົ້າ ການ​ຢ່າງ​ນີ້​ອັບ​ຣາ​ຮາມ​ບໍ່​ໄດ້​ເຮັດ 41 ທ່ານ​ທັງ​ຫລາຍ​ເຮັດ​ຕາມ​ສິ່ງ​ທີ່​ພໍ່ຂອງ​ພວກ​ທ່ານ​ເຮັດ” ເຂົາ​ຈຶ່ງ​ທູນ​ຕອບ​ວ່າ, “ພວກ​ເຮົາ​ບໍ່​ໄດ້​ເກີດ​ມາ​ຈາກ​ການ​ຫລີ້​ນຊູ້ ພວກ​ເຮົາ​ມີ​ບິ​ດາ​ອົງ​ດຽວ​ຄືພຣະ​ເຈົ້າ” 42 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ຖ້າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ພວກ​ທ່ານ​ແລ້ວ ທ່ານ​ກໍ​ຈະ​ຮັກ​ເຮົາ ເພາະ​ເຮົາ​ມາ​ຈາກ​ພຣະ​ເຈົ້າ​ແລະ​ມາ​ເຖິງ​ທີ່​ນີ້ ເຮົາບໍ່​ໄດ້​ມາ​ຕາມ​ໃຈ​ຊອບ​ຂອງ​ເຮົາ​ເອງ ແຕ່​ພຣະ​ອົງ​ໄດ້​ຊົງ​ໃຊ້​ເຮົາ​ມາ 43 ເຫດ​ສັນ​ໃດ​ພວກ​ທ່ານ​ຈຶ່ງ​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ເຮົາ ນັ້ນ​ເປັນ​ເພາະ​ພວກ​ທ່ານ​ທົນ​ຟັງ​ຖ້ອຍຄໍາ​ຂອງ​ເຮົາ​ບໍ່​ໄດ້ 44 ທ່ານ​ທັງຫລາຍ​ມາ​ຈາກພໍ່​ຂອງ​ທ່ານ​ຄື​ມານ ພວກ​ທ່ານ​ມີ​ໃຈ​ຢາກ​ເຮັດ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ພໍ່​ທ່ານ ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງ​ແຕ່​ເດີມ​ມາ​ແລ້ວ ແລະ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄວາມ​ຈິງ ເພາະ​ໃນ​ຕົວ​ມັນ​ບໍ່​ມີ​ຄວາມ​ຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນ​ດານ​ຂອງ​ມັນ​ເອງ ເພາະ​ເປັນ​ຜູ້​ຕົວະ​ແລະ​ເປັນ​ພໍ່​ຂອງ​ການ​ຕົວະ 45 ແຕ່​ທ່ານ​ທັ​ງ​ຫລາຍ​ບໍ່​ໄດ້​ເຊື່ອ​ເຮົາ ເພາະ​ຝ່າຍ​ເຮົາ​ກໍ​ກ່າວ​ຄວາມ​ຈິງ 46 ໃນ​ພວກ​ທ່ານ​ມີ​ຜູ້​ໃດ​ແດ່​ທີ່​ຢືນຢັນ​ໄດ້​ວ່າ​ເຮົາ​ໄດ້​ເຮັດ​ຜິດ ຖ້າ​ເຮົາ​ເວົ້າ​ຄວາມ​ຈິງ ເປັນ​ຫຍັງ​ທ່ານ​ຈຶ່ງ​ບໍ່​ເຊື່ອ​ເຮົາ 47 ຜູ້​ທີ່​ມາ​ຈາກ​ພຣະ​ເຈົ້າ​ກໍ​ຍອມ​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ທ່ານ​ທັງ​ຫລາຍ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ ເຫດສັນ​ນັ້ນ​ພວກ​ທ່ານ​ຈຶ່ງ​ບໍ່​ຟັງ”

ພຣະ​ເຢ​ຊູ​ຊົງ​ເປັນ​ຢູ່​ກ່ອນ​ອັບ​ຣາ​ຮາມ

48 ພວກ​ຢິວ​ທູນ​ຕອບ​ພຣະ​ອົງ​ວ່າ, “ທີ່​ພວກ​ເຮົາ​ເວົ້າ​ວ່າ ຕົວ​ເປັນ​ໄທ​ຊາ​ມາ​ເຣັຽແລະ​ມີ​ຜີ​ສິງ​ຢູ່​ນັ້ນ​ບໍ່​ຈິງ​ຫລື” 49 ພຣະເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບໍ່​ມີ​ຜີສິງ ແຕ່​ເຮົາ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ບິ​ດາ​ຂອງ​ເຮົາ ແຕ່​ຝ່າຍ​ພວກ​ທ່ານ​ຫມິ່​ນ​ປ​ມາດ​ເຮົາ 50 ສ່ວນ​ເຮົາ​ບໍ່​ໄດ້​ຊອກ​ຫາ​ກຽດ​ສຳ​ລັບ​ເຮົາ​ເອງ ແຕ່​ມີ​ຜູ້​ຫາ​ໃຫ້ ແລະ​ພຣະ​ອົງ​ນັ້ນ​ກໍ​ຊົງ​ພິ​ພາກ​ສາ 51 ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າ​ຜູ້​ໃດ​ຖືຮັກ​ສາ​ຄຳ​ສອນ​ຂອງ​ເຮົາ ຜູ້​ນັ້ນ​ຈະ​ບໍ່​ເຫັນ​ຄວາມ​ຕາຍ​ຈັ​ກ​ເທື່ອ” 52 ພວກ​ຢິວ​ທູນ​ພຣະ​ອົງ​ວ່າ, “ດຽວ​ນີ້​ເຮົາ​ຣູ້​ແລ້ວ​ວ່າ​ຕົວ​ມີ​ຜີ​ສິງ​ຢູ່ ອັບ​ຣາ​ຣາມ​ກໍ​ຕາຍ​ໄປ​ແລ້ວ ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຕາຍ​ໄປ​ແລ້ວ​ເຫມືອນ​ກັນ ແລະ​ຕົວ​ເວົ້າ​ວ່າ “ຖ້າ​ຜູ້​ໃດ​ຖື​ຮັກ​ສາ​ຄຳ​ສອນ​ຂອງ​ເຮົາ​ຈະ​ບໍ່​ຮູ້​ຣົດ​ຄວາມ​ຕາຍ​ຈັກ​ເທື່ອ” 53 ຕົວ​ໃຫຍ່ກວ່າ​ອັບ​ຣາ​ຮາມ​ບິ​ດາ​ຂອງ​ພວກ​ເຮົາ ຜູ້​ຕາຍ​ໄປ​ແລ້ວ​ນັ້ນ​ຫລື ພວກ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຕາຍ​ໄປ​ແລ້ວ​ເຫມືອນ​ກັນ ຕົວ​ອວດ​ອ້າງວ່າ​ຕົວ​ເປັນ​ຜູ້​ໃດ​ອີກ” 54 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ໃຫ້​ກຽ​ດແກ່​ຕົວ​ເຮົາ​ເອງ ກຽດ​ຂອງ​ເຮົາ​ກໍ​ບໍ່​ມີ​ຄວາມ​ຫມາຍ ພຣະ​ອົງ​ຜູ້​ຊົງ​ໃຫ້​ກຽດ​ແກ່​ເຮົາ​ນັ້ນ​ຄື​ພຣະ​ບິ​ດາ​ຂອງ​ເຮົາ ຜູ້​ຊຶ່ງ​ພວກ​ທ່ານ​ກ່າວ​ວ່າ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ 55 ພວກ​ທ່ານ​ຍັງ​ບໍ່​ຮູ້​ຈັກ​ພຣະ​ອົງ ແຕ່​ຝ່າຍ​ເຮົາ, ເຮົາ​ຮູ້​ຈັກ​ພຣະ​ອົງ ຖ້າ​ເຮົາ​ເວົ້າ​ວ່າ​ເຮົາ​ບໍ່​ຮູ້​ຈັກ​ພຣະ​ອົງ ເຮົາ​ກໍ​ເປັນ​ຄົນ​ຕົວະ​ເຫມືອນ​ພວກ​ທ່ານ ແລະ​ເຮົາຮູ້​ຈັກ​ພຣະ​ອົງ​ແລະ​ຖື​ຮັກ​ສາ​ພຣະ​ທັມ​ຂອງ​ພຣະ​ອົງ 56 ອັບ​ຣາ​ຮາມ​ພໍ່​ຂອງ​ພວກ​ທ່ານ ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຈະ​ໄດ້​ເຫັນ​ວັນ​ຂອງ​ເຮົາ ທ່ານ​ໄດ້​ເຫັນ​ແລ້ວ​ແລະ​ຊົມ​ຊື່ນ​ຍິນ​ດີ” 57 ພວກ​ຢິວ​ທູນ​ພຣະ​ອົງ​ວ່າ, “ອາ​ຍຸ​ຕົວ​ຍັງ​ບໍ່​ເຖິງ​ຫ້າ​ສິບ​ປີ ຕົວ​ໄດ້​ເຫັນ​ອັບ​ຣາ​ຮາມ​ແລ້ວ​ຫລື” 58 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມຈິງວ່າ ກ່ອນ​ອັບ​ຣາ​ຮາມ​ເກີດ ເຮົາ​ນີ້​ກໍ​ເປັນ​ຢູ່​ແລ້ວ” 59 ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ຈັບ​ກ້ອນ​ຫີນ​ຈະ​ຄວ່າງ​ໃສ່​ພຣະ​ອົງ ແຕ່​ພຣະ​ເຢ​ຊູ​ຖືກ​ຊົງ​ບັງ​ໄວ້ ແລ້ວ​ສະ​ເດັດ​ອອກ​ຈາກ​ບໍ​ຣິ​ເວນ​ພຣະ​ວິ​ຫານ

ໂຢຮັນ 9

ພຣະ​ເຢ​ຊູ​ຊົງ​ໂຜດ​ຄົນ​ນຶ່ງ​ຊຶ່ງ​ຕາ​ບອດ​ແຕ່ກຳ​ເນີດ

1 ເມື່ອ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ໄປ​ຊົງ​ເຫັນ​ຊາຍ​ຄົນ​ນຶ່ງ​ຕາ​ບອດ​ແຕ່​ກຳ​ເນີດ 2 ພວກ​ສາ​ວົກ​ຂອງ​ພຣະ​ອົງ​ທູນ​ຖາມ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ຜູ້​ໃດ​ໄດ້​ເຮັດ​ຜິດ​ບາບ​ ຄົນ​ນີ້​ຫລືພໍ່​ແມ່​ຂອງ​ຕົນ ເຂົາ​ຈຶ່ງ​ເກີດ​ມາ​ຕາ​ບອດ” 3 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ບໍ່​ແມ່ນ​ຄົນນີ້​ຫລື​ພໍ່​ແມ່​ຂອງ​ຕົນ​ໄດ້​ເຮັດ​ບາບ ແຕ່​ເກີດ​ມາ​ເພື່ອ​ໃຫ້​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ເຈົ້າ​ປາ​ກົດ​ໃນ​ຕົວ​ຄົນ​ນີ້ 4 ເມື່ອ​ຍັງ​ເວັນ​ຢູ່​ເຮົາ​ທັງ​ຫລາຍ​ຕ້ອງ​ເຮັດ​ພຣະ​ຣາ​ຊ​ກິ​ຈຂອງ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ເວ​ລາ​ກາງ​ຄືນ​ກໍ​ຈະ​ໄດ້​ມາ​ເຖິງ ຄື​ເວ​ລາ​ທີ່​ບໍ່​ມີ​ຜູ້​ໃດ​ອາດ​ເຮັດ​ການ​ໄດ້ 5 ຕາບ​ໃດ​ເຮົາ​ຍັງ​ຢູ່​ໃນ​ໂລກ​ເຮົາ​ກໍ​ເປັນ​ຄວາມ​ສວ່າງ​ຂອງ​ໂລກ” 6 ເມື່ອ​ຊົງກ່າວ​ດັ່ງ​ນັ້ນ​ແລ້ວ​ພຣະ​ອົງ​ຊົງ​ຖົ່ມ​ນ້ຳ​ລາຍ​ລົງ​ດິນ ແລະ​ຊົງ​ເຮັດ​ໃຫ້​ດິນ​ເປັນ​ຕົມ​ດ້ວຍ​ນ້ຳ​ລາຍ​ນັ້​ນ ແລ້ວ​ຊົງ​ເອົາ​ຕົມ​ນັ້ນ​ທາ​ຕາ​ຂອງ​ຄົນ​ຕາ​ບອດ 7 ກັບ​ທັງ​ຊົງ​ກ່າວ​ຕໍ່​ຄົນ​ນັ້ນ​ວ່າ, “ຈົ່ງ​ໄປ​ລ້າ​ງ​ເສັຽ​ທີ່​ສະ​ຊີ​ໂລ​ອາມ (ຊຶ່ງ​ແປ​ວ່າ​ໃຊ້​ໄປ) ເຂົາ​ຈຶ່ງ​ໄປ​ລ້າງ​ແລ້ວ​ກັບ​ມາ​ກໍ​ເຫັນ​ຮຸ່ງ​ໄດ້ 8 ເຫັນ​ສັນ​ນັ້ນ​ພວກ​ຄົນ​ໃກ້​ຄຽງ ແລະ​ຄົນ​ທີ່​ເຄີຍ​ເຫັນ​ເຂົາ​ເປັນ​ຄົນ​ຂໍ​ທານ​ຢູ່​ແຕ່​ກ່ອນ ຈຶ່ງ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ບໍ່​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍ​ທານ​ນັ້ນ​ຫລື” 9 ບາງ​ຄົນ​ຕອບ​ວ່າ, “ແມ່ນ​ຄົນ​ນັ້ນ​ແຫລະ” ແຕ່ຄົນ​ອື່ນ​ກໍ​ວ່າ, “ບໍ່​ແມ່ນ ແຕ່​ເຂົາ​ເຫມືອນ​ຄົນ​ນັ້ນ” ສ່ວນ​ຄົນ​ນັ້ນ​ເອງ​ກໍ​ບອກວ່າ, “ເຮົາ​ນີ້​ແມ່ນ​ຄົນ​ນັ້ນ​ແຫລະ” 10 ເຂົາ​ຈຶ່ງ​ຖາມເຂົາວ່າ, “ເປັນ​ຢ່າງ​ໃດ​ຕາ​ຂອງ​ເຈົ້າ​ຈຶ່ງ​ມືນ​ອອກ​ໄດ້” 11 ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ຊາຍ​ຄົນ​ນຶ່ງ​ຊື່​ວ່າ​ເຢ​ຊູ​ໄດ້​ເຣັດ​ຂີ້​ຕົມ​ທາ​ຕາ​ຂອງ​ເຮົາ ແລ້ວບອກ​ເຮົາ​ວ່າ “ຈົ່ງ​ໄປ​ລ້າງ​ທີ່​ສະ​ຊີ​ໂລ​ອາມ” ເຮົາ​ຈຶ່ງ​ໄປ​ລ້າງ​ແລ້ວ​ກໍ​ໄດ້​ເຫັນ​ຮຸ່ງ​ມາ” 12 ເຂົາ​ຈຶ່ງ​ຖາມ​ວ່າ, “ຜູ້​ນັ້ນ​ຢູ່​ໃສ” ເຂົາ​ຕອບ​ວ່າ, “ເຮົາ​ບໍ່​ຮູ້”

ພວກ​ຟາ​ຣີຊາຍ​ສອບ​ຖາມ​ເຣື່ອງ​ການ​ຊົງ​ໂຜດ​ຄົນ​ຕາ​ບອດ

13 ເຂົາ​ຈຶ່ງ​ພາຄົນ​ທີ່​ຕາ​ບອດ​ແຕ່​ກ່ອນ​ນັ້ນ​ໄປ​ຫາ​ພວກ​ຟາ​ຣີ​ຊາຍ 14 ອັນ​ນຶ່ງ, ວັນ​ທີ່​ພຣະ​ເຢ​ຊູ​ຊົງ​ເຮັດ​ຕົມ​ເປີດ​ຕາ​ຄົນ​ນີ້​ແມ່ນ​ວັນ​ສະ​ບາ​ໂຕ 15 ເຫດ​ສັນ​ນັ້ນ​ພວກ​ຟາ​ຣີ​ຊາຍ​ຈຶ່ງ​ໄດ້​ຖາມ​ຜູ້​ນັ້ນ​ເຫມືອນ​ກັນ​ວ່າ ເຮັດ​ແນວ​ໃດ​ຈຶ່ງ​ເຫັນ​ຮຸ່ງ​ໄດ້ ສ່ວນ​ຜູ້​ນັ້ນ​ໄດ້​ບອກ​ເຂົາ​ວ່າ, “ທ່ານ​ໄດ້​ເອົາ​ຂີ້​ຕົມ​ທາ​ຕາ​ຂອງ​ຂ້າ​ນ້ອຍ ແລ້ວ​ຂ້າ​ນ້ອຍ​ໄດ້​ໄປ​ລ້າງ​ຈຶ່ງ​ເຫັນຮຸ່ງ​ໄດ້” 16 ເຫດ​ສັນ​ນັ້ນ​ພວກ​ຟາ​ຣີ​ຊາຍ​ລາງ​ຄົນ​ເວົ້າ​ວ່າ, “ຄົນ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ​ເພາະ​ທ່ານ​ບໍ່​ຖື​ຮັກ​ສາ​ວັນ​ສະ​ບາ​ໂຕ” ແຕ່​ຄົນ​ອື່ນ​ເວົ້າ​ວ່າ, “ຄົນ​ບາບຈະ​ເຣັດ​ຫມາຍ​ສຳ​ຄັນ​ແນວ​ນີ້​ໄດ້​ຢ່າງ​ໃດ” ແລະ​ເຂົາ​ກໍ​ແຕກ​ແຍກ​ບໍ່​ຖືກ​ຕ້ອງ​ກັນ 17 ເຂົາ​ຈຶ່ງ​ຖາມ​ຄົນ​ຕາ​ບອດ​ອີກວ່າ, “ເຈົ້າ​ເດ, ເຈົ້າ​ເວົ້າ​ຢ່າງ​ໃດ​ເຣື່ອງ​ຄົນ​ນັ້ນ​ໃນ​ການ​ທີ່​ທ່ານ​ໄດ້​ເປີດ​ຕາ​ຂອງ​ເຈົ້າ” ຜູ້​ນັ້ນ​ຕອບ​ວ່າ, “ທ່ານ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ” 18 ຝ່າຍ​ພວກ​ຢິວ​ບໍ່​ເຊື່ອ​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຕາ​ບອດ​ແລະ​ກັບ​ເຫັນ​ຮຸ່ງ​ໄດ້ ຈົນ​ເຂົາ​ໄດ້​ເອີ້ນ​ພໍ່​ແມ່​ຂອງ​ຜູ້​ນັ້ນ​ມາ 19 ແລ້ວ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເປັນ​ລູກ​ຂອງ​ຫມູ່​ເຈົ້າ​ຫລື ທີ່​ຫມູ່​ເຈົ້າ​ເວົ້າ​ວ່າ​ເປັນ​ຄົນ​ຕາ​ບອດ​ແຕ່ກໍາ​ເນີດ​ມາ ເປັນ​ຢ່າງ​ໃດ​ດຽວ​ນີ້​ເຂົາ​ຈຶ່ງ​ເຫັນ​ໄດ້” 20 ພໍ່​ແມ່​ຂອງ​ຜູ້​ນັ້ນ​ຕອບ​ວ່າ, “ພວກ​ຂ້າ​ນ້ອຍ​ຮູ້​ວ່າ​ຜູ້​ນີ້​ເປັນ​ລູກຂອງ​ຂ້າ​ນ້ອຍ​ແລະ​ຮູ້​ວ່າ​ເຂົາ​ເປັນ​ຕາ​ບອດ​ແຕ່​ກຳ​ເນີດ 21 ແຕ່​ທີ່​ເຂົາ​ເຫັນ​ຮຸ່ງ​ໄດ້​ດຽວ​ນີ້​ນັ້ນ ພວກ​ຂ້າ​ນ້ອຍ​ກໍ​ບໍ່​ຮູ້ ແລະບໍ່​ຮູ້​ວ່າ​ແມ່ນ​ຜູ້​ໃດ​ໄດ້​ເປີດ​ຕາ​ຂອງ​ເຂົາ ຈົ່ງ​ຖາມ​ເຂົາ​ເອງ ອາ​ຍຸ​ເຂົາ​ກໍ​ພົ້ນ​ກະ​ສຽນ​ແລ້ວ ເຂົາ​ຄົງ​ເວົ້າ​ເຣື່ອງ​ຕົນ​ເອງ​ໄດ້” 22 ທີ່​ພໍ່ແມ່ຂອງ​ຜູ້​ນັ້ນເວົ້າ​ດັ່ງ​ນີ້​ກໍ​ເພາະ​ເຂົາ​ຢ້ານ​ພວກ​ຢິວ ດ້ວຍ​ວ່າ​ພວກ​ຢິວ​ຕົກ​ລົງ​ກັນ​ແລ້ວ​ວ່າ ຖ້າ​ຜູ້​ໃດ​ຍອມ​ຮັບ​ຜູ້​ນັ້ນ​ເປັນ​ພຣະ​ຄຣິດ ຈະ​ຕ້ອງ​ຖືກ​ໄລ່​ອອກຈາກ​ໂຮງ​ທັມ​ມະ​ເທ​ສ​ນາ 23 ເພາະ​ສັນ​ນັ້ນ​ພໍ່ແມ່​ຂອງ​ເຂົາ​ຈຶ່ງ​ເວົ້າ​ວ່າ “ຈົ່ງ​ຖາມ​ເຂົາ​ເອງ​ເພາະ​ອາ​ຍຸ​ເຂົາ​ກໍ​ພົ້ນ​ກະ​ສຽນ​ແລ້ວ” 24 ເຫ​ດ​ສັນ​ນັ້ນ​ເຂົາ​ຈຶ່ງ​ເອີ້ນ​ຄົນ​ທີ່​ໄດ້​ເປັນຕາ​ບອດນັ້ນ​ມາ​ເປັນ​ເທື່ອ​ທີ່​ສອງ ແລະ​ບອກ​ເຂົາ​ວ່າ, “ຈົ່ງ​ສັຣ​ເສີນ​ພຣະ​ເຈົ້າ ພວກ​ເຮົາ​ຮູ້​ຢູ່​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ” 25 ເຂົາ​ຕອບ​ວ່າ, “ທ່ານ​ເປັນ​ຄົນ​ບາບ​ ຫລື​ບໍ່​ເປັນ​ຂ້າ​ນ້ອຍ​ກໍ​ບໍ່​ຮູ້ ຂ້າ​ນ້ອຍ​ຮູ້​ແຕ່​ສິ່ງ​ດຽວ​ວ່າ ຄື​ແຕ່​ກ່ອນ​ຂ້ານ້ອຍ​ເປັນ​ຄົນ​ຕາ​ບອດ ແຕ່​ດຽວ​ນີ້​ຂ້າ​ນ້ອຍ​ເຫັນ​ໄດ້​ແລ້ວ” 26 ເຂົາ​ຈຶ່ງ​ຖາມ​​ອີກວ່າ, “ຜູ້​ນັ້ນ​ໄດ້​ເຮັດ​ຢ່າງ​ໃດ​ໃຫ້​ເຈົ້າ​ແດ່ ແລະ​ໄດ້​ເປີດ​ຕາ​ຂອງ​ເຈົ້າ​ຢ່າງ​ໃດ” 27 ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ຂ້າ​ນ້ອຍ​ໄດ້​ບອກ​ພວກ​ທ່ານ​ແລ້ວ ແລະ​ທ່ານ​ບໍ່​ຟັງ ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ມີ​ໃຈ​ຢາກ​ຟັງ​ອີກ ຢາກ​ເປັນ​ສິດ​ຂອງ​ທ່ານ​ເຫມືອນ​ກັນ​ຫລື” 28 ເຂົາ​ຈຶ່ງ​ເຍີ້ຍ​ຄົນ​ນັ້ນ​ວ່າ, “ມຶງ​ນັ້ນ​ແຫລະ, ເປັນ​ສິດ​ຂອງ​ມັນ ແຕ່​ພວກ​ເຮົາ​ນີ້​ເປັນ​ສິດ​ຂອງ​ໂມ​ເຊ 29 ຝ່າຍ​ພວກ​ເຮົາ​ຮູ້​ຢູ່​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ຕໍ່​ໂມ​ເຊ ແຕ່​ຄົນ​ນັ້ນ​ພວກ​ເຮົາ​ບໍ່​ຮູ້​ວ່າ​ມັນ​ມາ​ແຕ່​ໃສ” 30 ຊາຍ​ຄົນ​ນັ້ນ​ຕອບ​ເຂົາ​ວ່າ, “ນີ້​ກໍ​ເປັນ​ຫນ້າ​ປ​ລາດ​ແທ້ ທີ່​ພວກ​ທ່ານ​ບໍ່​ຮູ້​ວ່າ​ທ່ານ​ຜູ້​ນັ້ນ​ມາ​ແຕ່​ໃສ ແຕ່​ທ່ານ​ຍັງ​ໄດ້​ເປີດ​ຕາ​ຂອງ​ຂ້າ​ນ້ອຍ 31 ພວກ​ເຮົາ​ຮູ້​ຢູ່​ວ່າ​ພຣະ​ເຈົ້າ​ບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້​ໃດ​ຢຳ​ເກງ​ພຣະ​ເຈົ້າ​ແລະ​ເຮັດ​ໄປ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ຟັງ​ຜູ້​ນັ້ນ 32 ຕັ້ງ​ແຕ່​ເດີມ​ມີ​ໂລກ​ມາ ບໍ່​ຫ່ອນໄດ້​ຍິນ​ວ່າ​ມີ​ຜູ້​ໃດ​ໄດ້​ເປີດ​ຕາ​ຂອງ​ຄົນ​ທີ່​ເປັນ​ຕາ​ບອດ​ແຕ່​ກຳ​ເນີດ 33 ຖ້າ​ທ່ານ​ຜູ້​ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ​ແລ້ວ ກໍ​ບໍ່​ສາ​ມາດ​ຈະ​ເຮັດ​ສິ່ງ​ໃດ​ໄດ້” 34 ເຂົາ​ໄດ້​ກ່າວ​ຕອບ​ຄົນ​ນັ້ນ​ວ່າ, “ມຶງ​ເກີດ​ມາ​ໃນ​ການ​ບາບ​ທັງ​ນັ້ນ ແລະ​ມຶງ​ຈະ​ມາ​ສອນ​ພວກ​ເຮົາ​ຫລື”

ຄວາມບອດ​ຂອງວິນ​ຍານ​ຈິດ

35 ແລ້ວ​ເຂົາ​ຈຶ່ງ​ໄລ່​ຄົນ​ນັ້ນ​ອອກ​ເສັຽ ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ວ່າ​ເຂົາ​ໄດ້​ໄລ່​ຄົນ​ນັ້ນ​ອອກ​ແລ້ວ ແລະ​ເມື່ອ​ພຣະ​ອົງ​ຊົງ​ພົບ​ເຂົາ ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ເຈົ້າ​ໄດ້​ວາງ​ໃຈ​ໃນ​ບຸດ​ມະ​ນຸດ​ຫລື” 36 ຊາຍ​ຄົນ​ນັ້ນ​ທູນ​ຕອບ​ພຣະ​ອົງ​ວ່າ, “ນາຍ​ເອີຍ, ບຸດ​ມະ​ນຸດ​ນັ້​ນ​ຄື​ຜູ້​ໃດ ເພື່ອ​ຂ້າ​ນ້ອຍ​ຈະ​ວາງ​ໃຈ​ໃນ​ທ່ານ” 37 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຈົ້າ​ໄດ້​ເຫັນ​ທ່ານ​ແລ້ວ ຄື​ຜູ້​ນັ້ນ​ແຫລະ, ທີ່​ກຳ​ລັງ​ເວົ້າ​ຢູ່​ກັບ​ເຈົ້າ” 38 ເຂົາ​ຈຶ່ງ​ທູນ​ວ່າ, “ນາຍ​ເຈົ້າເອີຍ, ຂ້າ​ນ້ອຍ​ວາງ​ໃຈ​ເຊື່ອ​ແລ້ວ” ເຂົາ​ຈຶ່ງ​ຂາບ​ລົງ​ໄຫວ້​ພຣະ​ອົງ 39 ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ສຳ​ລັບ​ການ​ພິ​ພາກ​ສາ ເພື່ອ​ຄົນ​ທັງ​ຫລາຍ​ທີ່ບໍ່​ເຫັນ​ຈະ​ໄດ້​ເຫັນ ແລະ​ເພື່ອ​ຄົນ​ທັງ​ຫລາຍ​ທີ່​ເຫັນ​ແລ້ວ​ຈະ​ກາຍ​ເປັນ​ຕາ​ບອດ” 40 ແລະ​ເມື່ອ​ພວກ​ຟາ​ຣີ​ຊາຍ​ບາງ​ຄົນ​ທີ່​ຢູ່​ໃກ້​ພຣະ​ອົງ​ໄດ້​ຍິນ​ດັ່ງ​ນັ້ນ ຈຶ່ງ​ທູນ​ຖາມ​ວ່າ, “ຝ່າຍ​ພວກ​ເຮົາ​ເດ, ກໍ​ເປັນ​ຕາ​ບອດ​ເຫມືອນ​ກັນ​ຫລື” 41 ພຣະ​ເຢຊູ​ຊົງ​ຕອບ​ເຂົາ​ວ່າ, “ຖ້າ​ພວກ​ທ່ານ​ເປັນ​ຄົນ​ຕາ​ບອດ​ພວກ​ທ່ານ​ຈະ​ບໍ່​ມີ​ຄວາມ​ຜິດ​ບາບ ແຕ່ບັດ​ນີ້​ພວກ​ທ່ານ​ເວົ້າ​ວ່າ “ເຮົາ​ເຫັນ​ຢູ່” ເຫັນ​ສັນ​ນັ້ນ​ຄວາມ​ຜິດ​ບາບ​ຂອງ​ພວກ​ທ່ານ​ຈຶ່​ງ​ຍັງ​ມີ​ຢູ່”

ໂຢຮັນ 10

ຄຳ​ອຸປ​ມາ​ເຣື່ອງ​ຄອກ​ແກະ

1 “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ທີ່​ບໍ່​ໄດ້​ເຂົ້າ​ໄປ​ໃນ​ຄອກ​ແກະ​ທາງ​ປະ​ຕູ ແຕ່​ປີນ​ເຂົ້າ​ໄປ​ທາງ​ອື່ນ ຜູ້​ນັ້ນ​ກໍ​ເປັນ​ຂະ​ໂມຍ​ແລະ​ໂຈນ 2 ແຕ່​ຜູ້​ທີ່​ເຂົ້າ​ທາງ​ປະ​ຕູ​ກໍ​ເປັນ​ຜູ້​ລ້ຽງ​ແກະ 3 ນາຍ​ປະ​ຕູ​ກໍ​ໄຂ​ປະ​ຕູ​ໃຫ້​ແກ່​ຜູ້​ນັ້ນ ແລະ​ຝູງ​ແກະກໍ​ຍອມ​ຟັງ​ສຽງ​ຂອງ​ທ່ານ ແລະ​ທ່ານ​ເອີ້ນ​ແກະ​ຂອງ​ຕົນ​ຕາມ​ຊື່​ແລະ​ພາ​ເຂົາ​ອອກ​ໄປ 4 ເມື່ອ​ທ່ານ​ໃຫ້​ແກະ​ຂອງ​ຕົນ​ອອກ​ໄປ​ຫມົດ​ແລ້ວ ທ່ານ​ກໍ​ນຳ​ຫນ້າ​ເຂົາ​ໄປ ແລະ​ຝູງ​ແກະ​ກໍ​ຕາມ​ທ່ານ​ໄປ​ເພາະ​ເຂົາ​ຮູ້​ຈັກ​ສຽງ​ຂອງ​ທ່ານ 5 ສ່ວນ​ຄົນ​ຕ່າ​ງ​ຫນ້າ, ຝູງ​ແກະ​ຈະ​ບໍ່​ຕາມ​ໄປ ມີ​ແຕ່​ຈະ​ຫນີ​ຈາກ​ຄົນ​ນັ້ນ​ເພາະ​ເຂົາ​ບໍ່​ຮູ້​ຈັກ​ສຽງ​ຂອງ​ຄົນ​ຕ່າງ​ຫນ້າ​ນັ້ນ” 6 ຄຳ​ປຽບ​ທຽບ​ນີ້​ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ ແຕ່​ເຂົາ​ບໍ່​ໄດ້​ເຂົ້າ​ໃຈ​ວ່າ​ຄຳ​ທີ່​ພຣະ​ອົງ​ຊົງ​ກ່າວ​ນັ້ນ​ມີ​ຄວາມ​ຫມາຍ​ຢ່າງ​ໃດ

ພຣະ​ເຢ​ຊູ​ຊົງ​ເປັນ​ຜູ້​ລ້​ຽງ​ທີ່​ດີ

7 ພຣະ​ເຢ​ຊູ​ຊົງ​ກ່າວ​ອີກວ່າ, “ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ເຮົາ​ນີ້​ແຫລະ, ເປັນ​ປະ​ຕູ​ຂອງ​ແກະ​ທັງ​ຫລາຍ 8 ບັນ​ດາ​ຜູ້​ທີ່​ມາ​ກ່ອນ​ເຮົາ​ນັ້ນ​ກໍ​ເປັນ​ຂະ​ໂມຍ​ແລະ​ໂຈນ ແຕ່​ຝູງ​ແກະ​ບໍ່​ໄດ້​ຟັງ​ເຂົາ 9 ເຮົາ​ນີ້​ແຫລະ, ເປັນ​ປະ​ຕູ ຖ້າ​ຜູ້​ໃດ​ເຂົາ​ທາງ​ເຮົາ​ຜູ້​ນັ້ນ​ຈະ​ພົ້ນ​ ແລ້ວ​ຈະ​ເຂົ້າ​ອອກ​ທັງ​ຈະ​ພົບ​ອາ​ຫານ 10 ຂະ​ໂມຍ​ມາ​ກໍ​ພຽງ​ແຕ່​ຈະ​ລັກ ຈະ​ຂ້າ ແລະ​ທຳ​ລາຍ​ເທົ່າ​ນ​ັ້ນ ຝ່າຍ​ເຮົາ​ໄດ້​ມາ​ເພື່ອ​ເຂົາ​ຈະ​ໄດ້​ຊີ​ວິດ​ ແລະ​ຈະ​ໄດ້​ຢ່າງ​ຄົບ​ບໍ​ຣິ​ບູນ 11 ເຮົາ​ນີ້​ແຫລະ​, ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ ຜູ້​ລ້ຽງ​ທີ່​ດີ​ນັ້ນຍອມສ​ລະ​ຊີ​ວິດ​ຂອງ​ຕົນ​ເພື່ອ​ຝູງແກະ 12 ຜູ້​ທີ່​ຮັບ​ຈ້າງ​ບໍ່​ເປັນ​ຜູ້​ລ້ຽງ​ແກະ ແລະ​ຝູງ​ແກະ​ບໍ່ແມ່ນ​ຂອງ​ຕົນ ເມື່ອ​ເຫັນ​ຫມາໄນ​ຜູ້​ນັ້ນ​ກໍ​ປະ​ຖິ້ມ​ຝູງ​ແກະ​ປົບ​ຫນີ​ໄປ ຫມາ​ໄນ​ກໍ​ຄາບ​ຍາດ​ເອົາແກະ​ໄປ​ເສັຽ ແລະ​ເຮັດ​ໃຫ້​ຝູງ​ແກະ​ແຕກ​ຊະ​ກັນ​ໄປ 13 ຄົນ​ນັ້ນ​ຫນີ​ກໍ​ເພາະ​ເປັນ​ຜູ້​ຮັບ​ຈ້າງ ແລະບໍ່​ເປັນ​ຫ່ວງ​ນຳ​ຝູງແກະ 14 ເຮົາ​ນີ້​ແຫລະ, ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້​ຈັກ​ແກະ​ຂອງ​ເຮົາ ແລະ​ແກະ​ຂອງ​ເຮົາ​ກໍ​ຮູ້​ຈັກ​ເຮົາ 15 ເຫ​ມືອນ​ດັ່ງ​ພຣະ​ບິ​ດາ​ຊົງ​ຮູ້​ຈັກ​ເຮົາ ແລະ​ເຮົາ​ຮູ້​ຈັກ​ພຣະ​ບິ​ດາ ແລະ​ຊີ​ວິດ​ຂອງ​ເຮົາ ເຮົາ​ກໍ​ສ​ລະ​ເພື່ອ​ແກະ 16 ແກະ​ອື່ນ​ອີກ​ທີ່​ບໍ່​ແມ່ນ​ແຕ່​ຄອກ​ນີ້​ເຮົາ​ກໍ​ມີ​ຢູ່ ແກະ​ເຫລົ່າ​ນັ້ນ​ເຮົາ​ຕ້ອງ​ພາມາ​ເຫມືອນ​ກັນ ແລະ​ເຂົາ​ຈະ​ຟັງ​ສຽງ​ຂອງ​ເຮົາ ແລ້ວ​ຈະ​ຮວມ​ເປັນ​ຝູງ​ດຽວ ແລະ​ມີ​ຜູ້ລ້ຽງ​ພຽງ​ຜູ້​ດຽວ 17 ດ້ວຍ​ເຫດ​ນີ້​ພຣະ​ບິ​ດາ​ຈຶ່ງ​ຊົງ​ຮັກ​ເຮົາ ເພາະ​ເຮົາ​ສ​ລະ​ຊີ​ວິດ​ຂອງ​ເຮົາ​ເພື່ອ​ຈະ​ຮັບ​ຊີ​ວິດ​ນັ້ນ​ຄືນອີກ 18 ບໍ່​ມີ​ຜູ້​ຍາດ​ເອົາ​ຊີ​ວິດ​ໄປ​ຈາກ​ເຮົາ ແຕ່​ເຮົາ​ສ​ລະ​ຊີ​ວິດ​ດ້ວຍ​ໃຈ​ສ​ມັ​ກ​ຂອງ​ເຮົາ​ເອງ ເຮົາ​ມີ​ສິດ​ທີ່​ຈະ​ສ​ລະຊີ​ວິດ​ນັ້ນ​ແລະ​ມີ​ສິດ​ທີ່​ຈະ​ຮັບ​ຄືນ​ອີກ ຄຳ​ສັ່ງ​ນີ້​ເຮົາ​ໄດ້​ຮັບ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ” 19 ເພາະ​ດ້ວຍ​ຂໍ້​ຄວາມ​ນີ້​ພວກ​ຢິວ​ຈຶ່ງ​ເກີດ​ແຕກ​ແຍກ​ບໍ່​ຖືກ​ຕ້ອງ​ກັນ​ອີກ 20 ມີ​ຫລາຍ​ຄົນ​ໃນ​ພວກ​ນັ້ນ​ເວົ້າ​ວ່າ, “ມັນ​ມີ​ຜີ​ສິງ​ຢູ່​ແລະ​ເປັນ​ບ້າ​ແລ້ວ ຟັງ​ມັນ​ເຮັດ​ຫຍັງ” 21 ພວ​ກອື່ນ​ກໍ​ເວົ້າ​ວ່າ, “ຄຳ​ນີ້​ບໍ່​ແມ່ນ​ຄຳ​ເວົ້າ​ຂອງ​ຄົນ​ທີ່​ມີ​ຜີ​ສິງ ຜີ​ຈະ​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ​ໄດ້​ຫລື”

ພວກ​ຢິວ​ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ພຣະ​ເຢ​ຊູ

22 ເວ​ລາ​ນັ້ນ​ເປັນ​ເທ​ສ​ການ​ສ​ລອງ​ພຣະ​ວິ​ຫານ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 23 ເປັ​ນ​ຣະ​ດູ​ຫນາວ ສ່ວນ​ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັ​ໄປ​ມາ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທີ່​ລະ​ບຽງ​ຂອງ​ໂຊ​ໂລ​ໂມນ 24 ພວກ​ຢິວ​ກໍ​ພາ​ກັນ​ມາ​ລ້ອມ​ພຣະ​ອົງ​ແລ້ວ​ທູນ​ວ່າ, “ຈະ​ໃຫ້​ພວກ​ເຮົາ​ສົງ​ໄສ​ຢູ່​ເຫິງ​ປານ​ໃດ ຖ້າ​ທ່ານ​ເປັນ​ພຣະ​ຄຣິດ​ຈົ່ງ​ບອກ​ໃຫ້​ພວກ​ເຮົາ​ຮູ້​ຄັກ​ເສັຽ” 25 ພຣະ​ເຢຊູ​ຊົງ​ຕອບ​ເຂົາ​ວ່າ, “ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ແລ້ວ ແລະ​ພວກ​ທ່ານ​ບໍ່​ເຊື່ອ ກິ​ຈ​ການ​ທີ່​ເຮົາ​ນີ້​ເຮັດ​ໃນ​ພຣະ​ນາມ​ພຣະ​ບິ​ດາ​ຂອງ​ເຮົາ​ກໍ​ເປັນ​ພຍານ​ຝ່າຍ​ເຮົາ 26 ແຕ່​ພວກ​ທ່ານ​ບໍ່​ເຊື່​ອ​ເພາະ​ພວກ​ທ່ານ​ບໍ່​ເປັນ​ແຕ່​ຝູງ​ແກະ​ຂອງ​ເຮົາ 27 ແກະ​ຂອງ​ເຮົາ​ບໍ່​ຟັງ​ສຽງ​ຂອງ​ເຮົາ ແລະ​ເຮົາ​ກໍ​ຮູ້​ຈັກຝູງ​ແກະ​ນັ້ນ​ແລະ​ເຂົາ​ຕາມ​ເຮົາ​ໄປ 28 ຝ່າຍ​ເຮົາ​ກໍ​ປະ​ທານ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໃຫ້​ແກ່​ແກະ​ນັ້ນ ແລະ​ເຂົາ​ຈະ​ບໍ່​ຈິບ​ຫາຍ​ຈັກ​ເທື່ອ ບໍ່​ມີ​ຜູ້​ໃດ​ຈະ​ຍາດ​ເຂົາ​ອອກ​ຈາກ​ມື​ຂອງ​ເຮົາ​ໄດ້ 29 ອັນ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ປະ​ທານ​ໃຫ້​ເຮົາ​ນັ້ນ​ກໍ​ໃຫຍ່ກວ່າ​ສັ​ພ​ທຸກ​ສິ່ງ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ອາດ​ຍາດ​ອັນ​ນັ້ນ​ອອກ​ຈາກ​ພຣະ​ຫັດ​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້” 30 ເຮົາ​ກັບ​ພຣະ​ບິ​ດາ​ກໍ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ” 31 ພວກ​ຢິວ​ກໍ​ຍົກ​ເອົາ​ກ້ອນ​ຫີນ​ມາ​ອີກ​ຈະ​ຄວ່າງ​ໃສ່​ພຣະ​ອົງ 32 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ໄດ້​ສະ​ແດງ​ໃຫ້​ທ່ານ​ທັງ​ຫລາຍ​ເຫັນ​ການ​ດີ​ຫລາຍ​ປະ​ການທີ່​ມາ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ ເພາະ​ເຫດ​ຂໍ້​ໃດ​ໃນ​ການ​ດີ​ທັງ​ຫລາຍ​ນັ້ນ​ພວກ​ທ່ານ​ຈຶ່ງ​ຈະ​ຄວ່າງ​ກ້ອນ​ຫີນ​ໃສ່​ເຮົາ” 33 ພວກ​ຢິວ​ທູນ​ພຣະ​ອົງ​ວ່າ, “ທີ່​ພວກ​ເຮົາ​ຈະ​ຄວ່າງກ້ອນ​ຫີນ​ໃສ່​ເຈົ້າ​ນັ້ນ​ບໍ່​ແມ່ນ​ຍ້ອນ​ການ​ດີ ແຕ່​ເພາະ​ຄວາມ​ຫມິ່ນ​ປ​ມາດ​ພຣະ​ເຈົ້າ ເພາະ​ເຈົ້າ​ເປັນ​ພຽງ​ແຕ່​ມະ​ນຸດແຕ່​ຕັ້ງ​ຕົວ​ເປັນ​ພຣະ​ເຈົ້າ” 34 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ໃນ​ພຣະ​ບັນ​ຍັດ​ຂອງ​ທ່ານ​ທັງ​ຫລາຍມີ​ຄຳ​ຂຽນ​ໄວ້​ແລ້ວ​ບໍ່​ແມ່ນ​ຫລື​ວ່າ “ຝ່າຍ​ເຮົາ​ໄດ້​ກ່າວ​ວ່າ ທ່ານ​ທັງ​ຫລາຍ​ເປັນ​ພຣະ” 35 ຖ້າພຣະ​ອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ວ່າ​ເຂົາ​ເປັນ​ພຣະ (ພຣະ​ຄັມ​ພີ​ນັ້ນ​ຈະ​ຖືກ​ລົບ​ລ້າງ​ເສັຽບໍ່​ໄດ້) 36 ທ່ານ​ທັງ​ຫລາຍ​ຈະ​ກ່າວ​ຫາ​ທ່ານ ຜູ້​ທີ່​ພຣະ​ບິ​ດາ​ຊົງ​ຕັ້ງ​ໄວ້​ແລະ​ຊົງ​ໃຊ້​ເຂົ້າ​ມາ​ໃນ​ໂລກວ່າ “ເຈົ້າ​ກ່າວ​ຫມິ່ນປ​ມາດ​ພຣະ​ເຈົ້າ” ເພາະ​ເຮົາ​ໄດ້​ກ່າວ​ວ່າ “ເຮົາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ” ຢ່າງ​ນັ້ນ​ຫລື 37 ຖ້າ​ເຮົາ​ບໍ່​ເຮັດ​ພຣະ​ຣາ​ຊ​ກິ​ຈ​ພຣະ​ບິ​ດາ​ຂອງ​ເຮົາ​ກໍ​ຢ່າ​ໄດ້​ເຊື່ອ​ເຮົາ 38 ແຕ່​ຖ້າ​ເຮົາ​ເຣັດ​ພຣະ​ຣາ​ຊ​ກິ​ຈ​ນັ້ນ ເຖິງວ່າ​ທ່ານ​ທັງ​ຫລາ​ຍບໍ່​ເຊື່ອ​ເຮົາ​ກໍ​ຈົ່ງ​ເຊື່ອ​ພຣະ​ຣາ​ຊ​ກິ​ຈ​ນັ້ນ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ແລະເຂົ້າ​ໃຈວ່າ ພຣະ​ບິ​ດາ​ຊົງ​ຢູ່​ໃນ​ເຮົາ​ແລະ​ເຮົາ​ຢູ່​ໃນ​ພຣະ​ບິ​ດາ” 39 ເຫດ​ສັນ​ນີ້​ເຂົາ​ຈຶ່ງ​ພ​ຍາ​ຍາມ​ຈັບ​ພຣະ​ອົງ​ອີກ ແຕ່​ພຣະ​ອົງ​ກໍ​ສະ​ເດັດ​ຫນີ​ພົ້ນ​ຈາກ​ມື​ຂອງ​ເຂົາ​ໄປ​ໄດ້ 40 ແລ້ວ​ພຣະ​ອົງ​ໄດ້​ສະ​ເດັດ​ຂ້າມ​ແມ່​ນໍ້າຈໍ​ແດນ​ອີກ ໄປ​ເຖິງ​ບ່ອນ​ໂຢ​ຮັນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ແຕ່​ກ່ອນ​ນັ້ນ ແລະ​ພຣະ​ອົງ​ກໍ​ປະ​ທັບ​ຢູ່​ທີ່​ນັ້ນ 41 ມີ​ຫລາຍ​ຄົນ​ໄດ້​ພາ​ກັນ​ມາ​ຫາພຣະ​ອົງ​ແລະ​ກ່າວ​ວ່າ, “ໂຢ​ຮັນ​ບໍ່​ໄດ້​ເຮັດ​ຫມາຍ​ສຳ​ຄັນ​ຈັກຢ່າງ ແຕ່​ທຸກ​ສິ່ງ​ທີ່​ໂຢ​ຮັນ​ກ່າວ​ເຖິງ​ທ່ານ​ຜູ້​ນີ້​ກໍ​ເປັນ​ຄວາມ​ຈິງ​ທັງ​ຫມົດ” 42 ໃນ​ທີ່​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ​ອົງ

ໂຢຮັນ 11

ລາ​ຊະ​ໂຣ​ສິ້ນ​ຊີ​ວິດ

1 ມີ​ຊາຍ​ຄົນ​ນຶ່ງ​ຊື່ ລາ​ຊະໂຣ​ກຳ​ລັງ​ປ່ວຍ​ຢູ່​ທີ່​ບ້ານ​ເບັດ​ທາເນັຽ ຄື​ບ້ານ​ຂອງ​ນາງ​ມາ​ຣິ​ອາ​ແລະ​ມາ​ທາ​ສອງເອື້ອຍ​ນ້ອງ 2 ແມ່ນ​ນາງ​ມາ​ຣິ​ອາ​ຜູ້​ນີ້​ທີ່​ໄດ້​ເອົາ​ນ້ຳ​ມັນ​ຫອມ​ສົງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຊ້​ຜົມ​ຂອງ​ຕົນ​ເຊັດ​ພຣະ​ບາດ​ຂອງ​ພຣະ​ອົງ ລາ​ຊະ​ໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ກໍ​ເປັນ​ນ້ອງ​ຊາຍ​ຂອງ​ຍິງ​ຜູ້​ນີ້ 3 ເອື້ອຍ​ທັງ​ສອງ​ໄດ້​ໃຊ້​ຄົນ​ໄປ​ເຝົ້າ​ພຣະ​ເຢ​ຊູ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ເບິ່ງ​ແມ໋, ຜູ້​ທີ່​ທ່ານ​ຮັກ​ແພງ​ນັ້ນ​ກໍ​ກຳ​ລັງ​ປ່ວຍ​ຢູ່” 4 ເມື່ອ​ພຣະ​ເຢ​ຊູ​ຊົງ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ກໍ​ຊົງ​ກ່າວ​ວ່າ, “ການ​ປ່ວຍ​ນີ້​ບໍ່​ເຖິງ​ແກ່​ຄວາມ​ຕາ​ຍດອກ ແຕ່​ເກີດ​ຂຶ້ນ​ເພື່ອ​ກຽດ​ຕິ​ຍົດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຊົງ​ໄດ້​ຮັບ​ກຽດ​ຕິ​ຍົດ​ເພາະ​ການ​ປ່ວຍ​ນີ້” 5 ສ່ວນ​ພຣະ​ເຢ​ຊູ​ກໍ​ຊົງ​ຮັກ​ມາ​ທາ​ແລະ​ນ້ອ​ງສາວ​ຂອງ​ນາງ​ກັບ​ລາ​ຊະ​ໂຣ 6 ຄັນພຣະ​ອົງ​ຊົງ​ໄດ້​ຍິນ​ວ່າ​ລາ​ຊະ​ໂຣ​ປ່ວຍ​ຢູ່ ພຣະ​ອົງ​ຈຶ່ງ​ຊົງ​ພັກ​ຢູ່​ໃນ​ບ່ອນ​ພຣະ​ອົງ​ຊົງ​ຢູ່​ນັ້ນ​ອີກ​ສອງວັນ 7 ຫລັງ​ຈາກ​ນັ້ນ​ພຣະ​ອົງ​ຊົງ​ກ່າວ​ກັບ​ພວກ​ສາ​ວົກ​ວ່າ, “ພວກ​ເຮົາ​ພາ​ກັນ​ເຂົ້າ​ໄປ​ໃນ​ແຂວງ​ຢູ​ດາຍອີກ​ເທາະ” 8 ພວກ​ສາ​ວົກ​ໄດ້​ທູນ​ພຣະ​ອົງ​ວ່າ, “ພຣະ​ອາ​ຈານ​ເອີຍ, ເມື່ອ​ບໍ່​ເຫິງ​ນີ້ພວກ​ຢິວ​ຫາ​ໂອ​ກາດ​ເອົາ​ຫີນ​ຄວ່າງ​ໃສ່​ທ່ານ​ໃຫ້​ຕາຍ ແລ້ວ​ທ່ານ​ຍັງ​ຈະ​ກັບ​ໄປ​ທີ່​ນັ້ນ​ອີກ​ຫລື” 9 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ວັນ​ນຶ່ງ​ມີ​ສິບ​ສອງ​ຊົ່ວ​ໂມງບໍ່ແມ່ນ​ຫລື ຖ້າ​ຄົນ​ໃດ​ຫາກ​ຍ່າງ​ໄປ​ໃນ​ເວ​ລາ​ກາງ​ເວັນ​ກໍ​ຈະ​ບໍ່​ຊຸນ​ສະ​ດຸດ ເພາະ​ວ່າ​ທ່ານ​ເຫັນ​ຄວາມ​ສວ່າງ​ຂອງ​ໂລກ​ນີ້ 10 ແຕ່​ຖ້າ​ຜູ້​ໃດ​ຫາກ​ຍ່າງ​ໄປ​ໃນເວ​ລາ​ກາງ​ຄືນ​ກໍ​ຈະ​ຊຸນ​ສະ​ດຸດ ເພາະ​ວ່າ​ທ່ານ​ບໍ່​ມີ​ຄວາມ​ສວ່າງ​ໃນ​ຕົວ” 11 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້​ແລ້ວກໍ​ຊົງ​ບອກ​ພວກ​ສາ​ວົກ​ວ່າ, “ລາ​ຊະ​ໂຣ​ເພື່ອນ​ຂອງ​ເຮົາ​ກໍຫລັບ​ໄປ​ແລ້ວ ແຕ່​ເຮົາ​ໄປ​ເພື່ອ​ຈະ​ປຸກ​ເຂົາ​ໃຫ້​ຕື່ນ” 12 ພວກ​ສາ​ວົກ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, “ຖ້າ​ຜູ້​ປ່ວຍນອນ​ຫລັບ ເຂົາ​ກໍ​ຄົງ​ຈະ​ດີ​ປ່ວຍ” 13 ສ່ວນ​ພຣະ​ເຢ​ຊູ​ກໍ​ໄດ້​ຊົງ​ກ່າວ​ເຖິງ​ການ​ຕາຍ​ຂອງ​ລາ​ຊະ​ໂຣ ແຕ່​ພວກ​ສາ​ວົກ​ຄຶດ​ວ່າ​ພຣະ​ອົງ​ຊົງ​ກ່າວ​ເຖິງ​ການນອນ​ຫລັບ​ໃຫ້​ຫາຍ​ເມື່ອຍ 14 ເຫດ​ສັນ​ນີ້​ພຣະ​ເຢ​ຊູ​ຈຶ່ງ​ຊົງ​ບອກ​ເຂົາ​ໂດຍ​ແຈ່ມ​ແຈ້ງວ່າ, “ລາ​ຊະ​ໂຣ​ຕາຍ​ແລ້ວ 15 ເຮົາ​ຍິນ​ດີ​ທີ່​ເຮົາ​ບໍ່​ໄດ້​ຢູ່​ທີ່​ນັ້ນ ເພາະ​ເຫັນ​ແກ່​ທ່ານ​ທັງ​ຫລາຍ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຊື່ອ ພວກ​ເຮົາ​ພາກັນ​ໄປ​ຫາ​ເຂົາ​ເທາະ” 16 ໂທ​ມາ​ທີ່​ເອີ້ນ​ວ່າ​ແຝດ ໄດ້​ເວົ້າ​ກັບ​ເພື່ອນ​ສາ​ວົກ​ວ່າ, “ພວກ​ເຮົາ​ພາ​ກັນ​ໄປ​ເຫມືອນ​ກັນ ເພື່ອ​ຈະ​ໄດ້​ຕາຍ​ດ້ວຍ​ກັນ​ກັບ​ພຣະ​ອົງ​“

ພຣະ​ເຢ​ຊູ​ຊົງ​ເປັນ​ເຫດ​ໃຫ້​ຄືນ​ມາ​ທັງ​ຊົງ​ເປັນ​ຊີວິດ

17 ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ເຖິງກໍ​ຊົງ​ເຫັນ​ວ່າ ລາ​ຊະ​ໂຣ​ຢູ່​ໃນ​ອຸບ​ໂມງຝັງ​ສົບ​ໄດ້​ສີ່​ວັນ​ແລ້ວ 18 ອັນ​ນຶ່ງ, ບ້ານ​ເບັດ​ທາເນັຽນັ້ນ​ຢູ່​ໄກ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ປະ​ມານ​ພັນ​ຫ້າ​ຮ້ອຍ​ວາ 19 ພວກ​ຢິວ​ຫລາຍ​ຄົນ​ໄດ້​ມາ​ຫານາງ​ມາ​ທາ ​ແລະມາ​ຣິ​ອາ ເພື່ອ​ເລົ້າ​ໂລມ​ໃຈ​ເຂົາ​ເນື່ອງ​ດ້ວຍ​ນ້ອງຊາ​ຍ​ຂອງ​ເຂົາ 20 ເມື່ອ​ມາ​ທາ​ໄດ້​ຍິນ​ວ່າ​ພຣະ​ເຢ​ຊູກຳ​ລັງ​ສະ​ເດັດ​ມາ ນາງກໍ​ອອກ​ໄປ​ຕ້ອນ​ຮັບ​ພຣະ​ອົງ ແຕ່ສ່ວນ​ມາ​ຣິ​ອາ​ນັ້ນ​ນັ່ງ​ຢູ່​ໃນ​ເຮືອນ 21 ນາງ​ມາ​ທາ​ທູນ​ພຣະ​ເຢ​ຊູ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ​ຊາຍ​ຂອງ​ຂ້າ​ນ້ອຍ​ກໍ​ຄົງ​ບໍ່​ຕາຍ 22 ແຕ່​ບັດ​ນີ້​ກໍ​ດີ, ຂ້າ​ນ້ອຍ​ຊາບ​ວ່າ​ສິ່ງ​ໃດໆ​ທີ່​ທ່ານ​ຈະ​ທູນ​ຂໍ​ຈາກ​ພຣະ​ເຈົ້າ ພຣະ​ເຈົ້າ​ຈະ​ຊົງ​ໂຜດ​ປະ​ທານ​ແກ່​ທ່ານ 23 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ນາງວ່າ, “ນ້ອງ​ຊາຍ​ຂອງ​ເຈົ້າ​ຈະ​ຄືນ​ມາ​ອີກ” 24 ນາງ​ມາ​ທາ​ທູນ​​ວ່າ, “ຂ້າ​ນ້ອຍ​ກໍ​ຊາບ​ແລ້ວ​ວ່າ ເຂົາ​ຈະ​ເປັນ​ຄືນ​ມາ​ອີກ​ໃນ​ເວ​ລາ​ຄືນມາ ເມື່ອ​ວັນ​ສຸດ​ທ້າຍ​ນັ້ນ” 25 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ນາງວ່າ, “ເຮົາ​ນີ້​ແຫລະ, ເປັນ​ເຫດ​ໃຫ້​ຄົນ​ທັງ​ປວງ​ເປັນ​ຄືນ​ມາ ທັງ​ເປັນ​ຊີ​ວິດ ຜູ້​ທີ່​ວາງ​ໃຈ​ເຊື່ອໃນ​ເຮົາ ເຖິງ​ແມ່ນ​ວ່າ​ຕາຍ​ໄປ​ແລ້ວ​ກໍ​ຍັງ​ຈະ​ມີ​ຊີ​ວິດ​ຢູ່ 26 ແລະ​ທຸກ​ຄົນ​ທີ່​ຍັງ​ມີ​ຊີ​ວິດ​ຢູ່​ແລະ​ວາງ​ໃຈ​ເຊື່ອ​ຢູ່​ໃນ​ເຮົາ​ກໍ​ຈະ​ບໍ່​ຕາຍ​ຈັກ​ເທື່ອ ເຈົ້າ​ເຊື່ອ​ຂໍ້​ນີ້​ຫລື” 27 ມາ​ທາ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຊື່ອ​ຢູ່​ແລ້ວ ນາຍ​ເຈົ້າ​ເອີຍ, ຂ້າ​ນ້ອຍ​ເຊື່ອ​ວ່າ​ທ່ານ​ເປັນ​ພຣະ​ຄຣິດ ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຕ້ອງ​ສະ​ເດັດ​ມາ​ໃນ​ໂລກ”

ພຣະ​ເຢ​ຊູ​ຊົງ​ພຣະກັນ​ແສງ

28 ເມື່ອ​ທູນ​ດັ່ງ​ນັ້ນ​ແລ້ວ​ນາງ​ຈຶ່ງ​ກັບ​ໄປ​ເອີ້ນ​ມາ​ຣິ​ອາ​ນ້ອງ​ສາວ​ຂອງ​ຕົນ​ໂດຍ​ເວົ້າ​ຄ່ອຍໆ​ວ່າ, “ອາ​ຈານ​ມາ​ແລ້ວ​ແລະ​ເອີ້ນ​ຫາ​ເຈົ້າ” 29 ຄັນ​ມາ​ຣິ​ອາ​ໄດ້​ຍິນ​ແລ້ວ​ນາງ​ກໍ​ລຸກ​ຂຶ້ນ​ໂລດ​ໄປ​ເຝົ້າ​ພຣະ​ອົງ 30 ສ່ວນ​ພຣະ​ເຢ​ຊູ​ບໍ່​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ບ້ານ ແຕ່ຍັງ​ປະ​ທັບ​ຢູ່​ບ່ອນ​ທີ່​ມາ​ທາ​ໄດ້​ພົບ​ພຣະ​ອົງ​ນັ້ນ 31 ເມື່ອ​ພວກ​ຢິວ​ທີ່​ຢູ່​ໃນ​ເຮືອນ​ກັບ​ມາ​ຣິ​ອາ​ກຳ​ລັງ​ເລົ້າ​ໂລມ​ນາງ​ຢູ່ ໄດ້​ເຫັນ​ມາ​ຣິ​ອາ​ຟ້າວ​ລຸກ​ຂຶ້ນ​ອອກ​ໄປ ເຂົາ​ຈຶ່ງ​ຕາມ​ໄປ​ນຶກວ່າ​ນາງ​ຈະ​ໄປ​ຍັງ​ອຸບ​ໂມງ​ເພື່ອ​ຣ້ອງ​ໄຫ້​ຢູ່​ທີ່​ນັ້ນ 32 ຄັນ​ນາງ​ມາ​ເຖິງ​ບ່ອນ​ທີ່​ພຣະ​ເຢ​ຊູ​ປະ​ທັບ​ຢູ່​ແລະ​ເຫັນ​ພຣະ​ອົງ​ແລ້ວ ຈຶ່ງ​ຂາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ຖ້າ​ທ່ານ​ຢູ່​ທີ່​ນີ້​ນ້ອງ​ຊາຍ​ຂອງ​ຂ້າ​ນ້ອຍ​ກໍ​ຄົງ​ບໍ່​ຕາຍ” 33 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ນາງ​ຮ້ອງ​ໄຫ້ ແລະ​ພວກ​ຢິວ​ທີ່​ມາ​ກັບ​ນາງ​ກຳ​ລັງ​ຮ້ອງ​ໄຫ້​ເຫມືອນ​ກັນ ພຣະ​ອົງ​ກໍ​ຊົງ​ວຸ້ນ​ວາຍ​ແລະ​ຊົງ​ສະ​ເທືອນ​ພຣະ​ທັຍ 34 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ວ່າ, “ໄດ້​ເອົາ​ສົບ​ໄປ​ໄວ້​ທີ່​ໃດ” ເຂົາ​ທູນ​ຕອບ​ວ່າ, “ນາຍ​ເຈົ້າ​ເອີຍ, ເຊີນ​ມາ​ເບິ່ງ​ແມ໋” 35 ສ່ວນ​ພຣະ​ເຢ​ຊູ​ຊົງ​ພຣະ​ກັນ​ແສງ 36 ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ເບິ່ງ​ດູ, ທ່ານ​ຮັກ​ລາວ​ພຽງ​ໃດ​ຫນໍ” 37 ແຕ່​ລາງ​ຄົນ​ເວົ້າ​ວ່າ, “ຜູ້​ນີ້​ໄດ້​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ​ນັ້ນ ແລ້ວ​ຈະ​ເຣັດ​ໃຫ້​ຄົນ​ນີ້​ບໍ່​ຕາຍ​ບໍ່​ໄດ້​ຫລື”

ຊົງ​ບັນ​ດານ​ໃຫ້ລາ​ຊະ​ໂຣ​ເປັນ​ຄືນ​ມາ

38 ພຣະ​ເຢ​ຊູ​ຊົງ​ສະ​ເທືອນ​ພຣະ​ທັຍ​ອີກ​ຈຶ່ງ​ສະ​ເດັດ​ມາ​ເຖິງ​ອຸບ​ໂມງ​ຝັງ​ສົບ ອຸບ​ໂມງ​ນັ້ນ​ເປັນ​ຖ້ຳ​ມີ​ຫີນ​ກ້ອນ​ນຶ່ງວາງ​ອັດ​ປາກ​ໄວ້ 39 ພຣະ​ເຢຊູ​ຊົງ​ກ່າວ​ວ່າ, “ຈົ່ງ​ຍົກ​ຫີນ​ອອກ​ເສັຽ” ມາ​ທາ​ເອື້ອຍ​ຂອ​ງຜູ້​ຕາຍ​ນັ້ນ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ປານ​ນີ້​ສົບ​ມີ​ກິ່ນ​ເຫມັນ​ແລ້ວ ເພາະ​ເຂົາ​ຕາຍ​ໄດ້​ສີ່​ວັນ​ແລ້ວ” 40 ພຣະ​ເຢ​ຊູ​ຊົງ​ຕອບ​ນາງວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ຫລື​ວ່າ ຖ້າ​ເຈົ້າ​ເຊື່ອ​ຄົງ​ຈະ​ໄດ້​ເຫັນ​ ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ” 41 ດັ່ງ​ນັ້​ນເຂົາ​ຈຶ່ງ​ຍົກ​ຫີນ​ອອກ ຝ່າຍ​ພຣະ​ເຢ​ຊູ​ຊົງ​ເງີຍ​ພຣະ​ພັກ​ຂຶ້ນ​ໂດຍ​ຊົງ​ກ່າວ​ວ່າ, “ໂອ ພຣະ​ບິ​ດາ​ເອີຍ, ຂ້າ​ພຣະ​ອົງ​ຂອບ​ພຣະ​ຄຸນ​ພຣະ​ອົງ​ເພາະ​ພຣະ​ອົງ​ຊົງ​ໂຜດ​ຟັງ​ຂ້າ​ພຣະ​ອົງ 42 ຂ້າ​ພຣະ​ອົງ​ຊາບ​ວ່າ​ພຣະ​ອົງ​ຊົງ​ຟັງ​ຂ້າ​ພຣະ​ອົງຢູ່ສເມີ ແຕ່​ທີ່​ຂ້າ​ພຣະ​ອົງເວົ້າ​ຢ່າງ​ນີ້​ກໍ​ເພາະ​ເຫັນ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ເຂົາ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ທີ່​ຊົງ​ໃຊ້​ຂ້າ​ພຣະ​ອົງມາ” 43 ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ​ແລ້ວ​ພຣະ​ອົງ​ຊົງ​ເປັ່ງ​ພຣະ​ສຸ​ຣະ​ສຽງວ່າ, “ລາ​ຊະ​ໂຣ​ເອີຍ, ຈົ່ງ​ອອກ​ມາ​ເສັຽ” 44 ຜູ້​ຕາຍ​ນັ້ນ​ກໍ​ໄດ້​ອອກ​ມາ ມີ​ຜ້າ​ພັນ​ຕີນ​ແລະ​ມື ແລະ​ມີ​ຜ້າ​ປົກ​ຫນ້າ​ໄວ້ ແລ້ວ​ພຣະ​ເຢ​ຊູ​ຈຶ່​ງຊົງ​ບອກ​ເຂົາ​ວ່າ, “ຈົ່ງ​ແກ້​ປ່ອຍ​ໃຫ້​ເຂົາ​ໄປ​ເສັຽ”

ການ​ປອງ​ຮ້າຍ​ພຣະ​ເຢ​ຊູ

45 ເຫດ​ສັນ​ນັ້ນ​ພວກ​ຢິວ​ຫລາຍ​ທີ່​ໄດ້​ມາ​ຫາ​ມາ​ຣິ​ອາ​ແລະ​ໄດ້​ເຫັນ​ການ​ທີ່​ພຣະ​ເຢ​ຊູ​ຊົງ​ເຣັດ​ນັ້ນ ກໍ​ວາງ​ໃຈ​ເຊື່ອ​ໃນ​ພຣະ​ອົງ 46 ແຕ່​ລາງ​ຄົນ​ໃນ​ພວກ​ເຂົາ​ນັ້ນ​ໄດ້​ໄປ​ຫາ​ພວກ​ຟາ​ຣີ​ຊາຍ ເລົ່າ​ເຣື່ອງ​ການ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ເຮັດ​ນັ້ນ​ໃຫ້​ເຂົາ​ຟັງ 47 ດັ່ງ​ນັ້ນ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ຟາ​ຣີ​ຊາຍ ຈຶ່ງ​ເອີ້ນ​ສະ​ມາ​ຊິກ​ສະ​ພາ​ມາ​ປະ​ຊຸມ​ໂດຍ​ກ່າວ​ວ່າ, “ພວກ​ເຮົາ​ຈະ​ເຣັດ​ແນວ​ໃດ ເພາະ​ວ່າ​ຊາຍ​ຜູ້​ນີ້​ໄດ້​ເຮັດ​ຫມາຍ​ສຳ​ຄັນ​ຫລາຍ​ປະ​ການ 48 ຖ້າ​ເຮົາປະ​ປ່ອຍ​ໃຫ້​ເຂົາ​ເຮັດ​ຢູ່​ຢ່າງ​ນີ້ ຄົນ​ທັງ​ຫລາຍ​ກໍ​ຈະ​ເຊື່ອ​ຖື​ເຂົາ ແລ້ວ​ພວກ​ໂຣມ​ກໍ​ຈະ​ມາ​ທຳ​ລາຍ​ພຣະ​ວິ​ຫານ​ທັງ​ປະ​ເທດ​ຊາດ​ຂອງ​ເຮົາ” 49 ແຕ່ມີ​ຜູ້​ນຶ່ງ​ໃນ​ພວກ​ເຂົາ​ຊື່​ກາ​ຢະ​ຟາ ເປັນ​ມະ​ຫາ​ປະ​ໂຣ​ຫິດ​ປະ​ຈຳ​ການ​ໃນ​ປີ​ນັ້ນ ໄດ້​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ບໍ່​ຮູ້​ຈັກ​ຫຍັງ 50 ແລະ​ບໍ່​ຄຶດ​ເຫັນ​ວ່າ​ມັນ​ຈະ​ເປັນ​ປ​ໂຍດ​ແກ່​ທ່ານ​ທັງຫລາຍ ຖ້າ​ຈະ​ໃຫ້​ຄົນ​ຜູ້​ດຽວ​ຕາຍ ແທນ​ທີ່​ຈະ​ໃຫ້​ທັງ​ປະ​ເທດ​ຊາດ​ຈິບ​ຫາຍ” 51 ທີ່​ທ່ານ​ໄດ້​ກ່າວ​ຄຳ​ນັ້ນ​ກໍ​ບໍ່​ແມ່ນ​ດ້ວຍ​ລຳ​ພັງ​ຂອງ​ຕົນ​ເອງ ແຕ່​ເພາະ​ທ່ານ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ໃນ​ປີ​ນັ້ນ ຈຶ່ງ​ທຳ​ນ​ວາຍ​ໄວ້​ກ່ອນ​ວ່າ​ພຣະ​ເຢ​ຊູ​ຈະ​ສິ້ນ​ພຣະ​ຊົນ​ຕາງ​ປະ​ເທດ​ຊາດ 52 ແລະ​ບໍ່​ແມ່ນ​ແທນ​ປະ​ເທດ​ຊາດ​ຢ່າງ​ດຽວເທົ່າ​ນັ້ນ ແຕ່​ເພື່ອ​ຮວບ​ຮວມ​ບຸດ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ​ທີ່​ແຕກ​ຊະ​ກັນ​ໄປ​ແລ້ວ​ນັ້ນ ໃຫ້​ເຂົ້າ​ເປັນ​ພວກ​ດຽວ​ກັນ 53 ຕັ້ງ​ແຕ່​ວັນ​ນັ້ນ​ມາ​ເຂົາ​ໄດ້​ວາງ​ແຜນ​ການ​ຈະ​ຂ້າພຣະ​ອົງ​ເສັຽ 54 ເພາະ​ເຫດ​ນັ້ນ​ພຣະ​ເຢ​ຊູ​ບໍ່​ໄດ້​ສະ​ເດັດ​ໄປ​ມາ​ໃນ​ຖ້າມ​ກາງ​ພວກ​ຢິວ​ໂດຍ​ເປີດ​ເຜີຍ​ອີກ ແຕ່​ໄດ້​ສະ​ເດັດ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທ້ອງ​ຖິ່ນ​ຢູ່​ໃກ້​ປ່າ​ເຖິງ​ເມືອງ​ນຶ່ງ​ຊື່​ເອ​ຟ​ຣາ​ອິມ ແ​ລະ​ປະ​ທັບ​ຢູ່​ທີ່​ນັ້ນ​ກັບ​ພວກ​ສາ​ວົກ 55 ອັນ​ນຶ່ງ, ໃກ້​ຈະ​ເຖິງ​ເທ​ສ​ການ​ປັ​ສ​ຄາ​ຂອງ​ຊາດ​ຢິວ​ແລ້ວ ຫລາຍ​ຄົນ​ໄດ້​​ອອກ​ຈາກບ້ານ​ເມືອງ​ທົ່ວ​ປະ​ເທດ ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ກ່ອນ​ປັ​ສ​ຄາ​ເພື່ອ​ຈະ​ຊຳ​ຮະ​ຕົວ 56 ເຂົາ​ກຳ​ລັງ​ຕິດ​ຕາມ​ຊອກ​ຫາ​ພຣະ​ເຢ​ຊູ ແລະ​ເມື່ອ​ເຂົາ​ຢືນ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ຄຶດ​ເຫັນ​ຢ່າງ​ໃດ ທ່ານ​ຈະ​ບໍ່​ມາ​ໃນ​ງານ​ເທ​ສ​ການ​ນີ້​ຕີ້” 57 ຝ່າຍ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ຟາ​ຣີ​ຊາຍ ໄດ້​ອອກ​ຄຳ​ສັ່ງ​ໄວ້​ວ່າ ຖ້າ​ຜູ້​ໃດ​ຮູ້​ວ່າ​ພຣະ​ອົງ​ຢູ່​ໃສ ໃຫ້​ມາ​ບອກ​ເຂົາ​ເພື່ອ​ຈະ​ໄດ້​ໄປ​ຈັບ​ພຣະ​ອົງ

ໂຢຮັນ 12

ມາ​ຣິ​ອາ​ເອົານ້ຳ​ມັນ​ຫອມ​ສົງ​ພຣະ​ບາດ​ທີ່​ເບັດ​ທາເນັຽ

1 ກ່ອນ​ເທ​ສ​ການ​ປັ​ສ​ຄາ​ຫົກ​ວັນ ພຣະ​ເຢ​ຊູ​ສະ​ເດັດ​ມາ​ເຖິງ​ບ້ານ​ເບັດ​ທາເນັຽ ຊຶ່ງ​ເປັນທີ່​ຢູ່​ຂອງ​ລາ​ຊະ​ໂຣ ຜູ້​ທີ່​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ 2 ທີ່​ນັ້ນ​ເຂົາ​ໄດ້​ຈັດ​ງານ​ລ້ຽງ​ເພື່ອ​ພຣະ​ອົງ ມາ​ທາ​ເປັນ​ຜູ້​ຮັບ​ໃຊ້​ໃນ​ໂຕະ​ອາ​ຫານ ຝ່າຍ​ລາ​ຊະ​ໂຣ​ກໍ​ເປັນ​ຜູ້​ນຶ່ງ​ທີ່​ຮ່ວມ​ຮັບ​ປະ​ທານ​ກັບ​ພຣະ​ອົງ 3 ນາງ​ມາ​ຣິ​ອາ​ໄດ້​ເອົາ​ນ້ຳ​ມັນ​ຫອມ​ລິ​ຕ​ຣາ​ນຶ່ງ​ຊຶ່ງ​ມີ​ຣາ​ຄາ​ແພງ​ມາ​ສົງ​ພຣະ​ບາດ​ພຣະເຢ​ຊູ ແລ້ວ​ໃຊ້​ຜົມ​ຂອງ​ຕົນ​ເຊັດ​ພຣະ​ບາດ​ຂອງ​ພຣະ​ອົງ ຈົນ​ທົ່ວ​ເຮືອນ​ນັ້ນ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ນ້ຳ​ມັນ​ນັ້ນ 4 ແຕ່​ສາ​ວົກ​ຄົນ​ນຶ່ງ​ຂອງ​ພຣະ​ອົງ​ຊຶ່ ຢູ​ດາ​ອິ​ສະກາ​ຣິ​ອົດ (ຄື​ຜູ້​ທີ່​ຈະ​ທໍ​ຣະ​ຍົດ​ພຣະ​ອົງ) ໄດ້​ກ່າວ​ວ່າ, 5 “ເຫດ​ໃດ​ຈຶ່ງ​ບໍ່​ຂາຍ​ນ້ຳ​ມັນ​ນີ້​ຕໍ່​ຣາ​ຄາ​ສາມ​ຮ້ອຍ​ເດ​ນາ​ຣິ​ອົນ ແລ້ວ​ແຈກ​ໃຫ້​ຄົນ​ຍາກ​ຈົນ” 6 ເຂົາ​ເວົ້າ​ຢ່າງ​ນັ້ນ​ບໍ່​ແມ່ນ​ເພາະ​ເຂົາ​ເອົາ​ໃຈ​ໃສ່​ຕໍ່​ຄົນ​ຍາກ​ຈົນ ແຕ່​ເພາະ​ເຂົາ​ເປັນ​ຂະ​ໂມຍ​ແລະ​ເປັນ​ຜູ້​ຖື​ຖົງ​ເງິນ ແລະ​ເຄີຍ​ບຽດ​ບັງ​ເອົາ​ເງິນ​ທີ່​ຢູ່​ໃນ​ຖົງ​ນັ້ນ 7 ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ຊ່າງ​ນາງ​ເທາະ ໃຫ້​ນາງ​ຮັກ​ສາ​ສິ່ງ​ນີ້​ໄວ້​ສຳ​ລັບ​ວັນ​ຝັງ​ສົບ​ຂອງ​ເຮົາ 8 ດ້ວຍ​ວ່າ​ຄົນ​ຍາກ​ຈົນ​ມີ​ຢູ່​ກັບ​ພວກ​ທ່ານ​ສເມີ ແຕ່​ຝ່າຍ​ເຮົາ, ບໍ່ຢູ່ກັບ​ທ່ານ​ສເມີ”

ການ​ປອງ​ຮ້າຍ​ລາ​ຊະ​ໂຣ

9 ຝ່າຍ​ພວ​ກຢິວ​ຈຳ​ນວນ​ຫລາຍໄດ້​ຮູ້​ວ່າ​ພຣະ​ອົງ​ປະ​ທັບ​ຢູ່​ທີ່​ນັ້ນ ເຂົາ​ໄດ້​ພາ​ກັນ​ມາບໍ່​ແມ່ນ​ເພາະ​ເຫັນ​ແກ່​ພຣະ​ເຢ​ຊູ​ເທົ່າ​ນັ້ນ ແຕ່​ປະ​ການ​ນຶ່ງ, ຢາກ​ເຫັນ​ລາ​ຊະ​ໂຣ ຜູ້​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ 10 ດັ່ງ​ນັ້ນ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ຈຶ່ງ​ປຶກ​ສາກັນ​ເພື່ອ​ຈະ​ຂ້າ​ລາ​ຊະ​ໂຣ​ເຫມືອນ​ກັນ 11 ເພາະ​ລາ​ຊະ​ໂຣ​ເປັນ​ຕົ້​ນ​ເຫດ​ເຮັດ​ໃຫ້​ຄົນ​ຢິວ​ຫລາຍ​ຄົນ​ອອກ​ຈາກ​ພວກ​ເຂົາ​ໄປ​ເຊື່ອ​ຖື​ພຣະ​ເຢ​ຊູ

ສະ​ເດັດ​ເຂົ້າ​ກຸງ​ຢ່າງ​ມີ​ຊັຍ

12 ວັນ​ຫນ້າ​ມາ​ປະ​ຊາ​ຊົນ​ຫລວງຫ​ລາຍ​ທີ່​ໄດ້​ມາ​ໃນ​ງານ​ເທ​ສ​ການ​ນັ້ນ ໄດ້​ຍິນ​ວ່າ​ພຣະ​ເຢຊູ​ສະ​ເດັດ​ເຂົ້າ​ກຸງ​ເຢ​ຣູ​ຊາ​ເລັມ 13 ເຂົາ​ກໍ​ພາກັນ​ຖື​ກ້ານ​ຕານ​ອອກ​ໄປ​ຕ້ອນ​ຮັບ​ພຣະ​ອົງ ໂຮ່​ຣ້ອງວ່າ, “ໂຮ​ຊັນ​ນາ, ຂໍ​ໃຫ້​ທ່ານ​ຜູ້​ສະ​ເດັດ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້ເປັນ​ເຈົ້າ ຄື​ພຣະ​ມະ​ຫາ​ກະ​ສັດ​ຂອງ​ຊາດ​ອິ​ສ​ຣາ​ເອນ ຊົງ​ພຣະ​ຈະ​ເຣີນ​“ 14 ເມື່ອ​ພຣະ​ເຢ​ຊູ​ຊົງ​ພົບ​ລໍ​ນ້ອຍ​ໂຕ​ນຶ່ງ​ພຣະ​ອົງ​ຈຶ່ງ​ຊົງ​ຂຶ້ນ​ປະ​ທັບ​ລໍ​ນັ້ນ ເຫມືອນ​ດັ່ງ​ມີ​ຄຳຂຽນ​ໄວ້​ວ່າ, 15 “ບຸດ​ຍິງ​ຂອງ​ຊີ​ໂອນເອີຍ, ຢ່າ​ຊູ່​ຢ້ານ​ເທາະ ນີ້​ແຫລະ, ມະ​ຫາ​ກະ​ສັດ​ຂອ​ງທ່ານ​ກໍ​ປະ​ທັບ​ລໍ​ນ້ອຍ​ສະ​ເດັດ​ມາ” 16 ແຕ່​ຫົວ​ທີ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ບໍ່​ໄດ້​ເຂົ້າ​ໃຈ​ເຫດ​ການ​ເຫລົ່າ​ນັ້ນ ແຕ່​ວ່າ​ເມື່ອ​ພຣະ​ເຢ​ຊູ​ໄດ້​ຊົງ​ຮັບ​ກຽດ​ຕິ​ຍົດ​ແລ້ວ​ເຂົາ​ຈຶ່ງ​ລະ​ນຶກ​ໄດ້​ວ່າ ມີ​ຄຳ​ຢ່າງ​ນັ້ນ​ຂຽນ​ໄວ້​ເຖິງ​ເຣື່ອງ​ພຣະ​ອົງ ທັງ​ມີ​ຄົນ​ໄດ້​ເຮັດ​ຢ່າງ​ນັ້ນ​ຖວາຍ​ພຣະ​ອົງ 17 ຄົນ​ທັງ​ປວງ​ທີ່​ໄດ້​ຢູ່​ກັບ​ພຣະ​ອົງ ເມື່ອ​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ລາ​ຊະ​ໂຣ​ໃຫ້​ອອກ​ມາ​ຈາກ​ອຸບ​ໂມງ​ຝັງ​ສົບ ແລະ​ຊົງ​ບັນ​ດານ​ໃຫ້​ເຂົາ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ກໍ​ເປັນ​ພຍານ​ເຣື່ອງ​ການ​ເຫລົ່າ​ນັ້ນ 18 ເພາະ​ເຫດ​ນີ້​ແຫລະ, ປະ​ຊາ​ຊົນ​ທັງ​ຫລາຍ​ພາ​ກັນ​ອອກ​ໄປ​ຫາ​ພຣະ​ອົງ ກໍ​ເພາະ​ໄດ້​ຍິນ​ວ່າ​ພຣະ​ອົງ​ຊົງ​ເຮັດ​ຫມາຍ​ສຳ​ຄັນ​ນັ້ນ 19 ຝ່າຍ​ພວກ​ຟາ​ຣີ​ຊາຍ​ຈຶ່ງ​ເວົ້າ​ກັນ​ວ່າ, “ທ່ານ​ທັງ​ຫລາ​ຍ​ບໍ່​ເຫັນ​ຫລື​ວ່າ ພວກ​ທ່ານ​ເຣັດ​ອັນ​ໃດ​ກໍ​ບໍ່​ໄດ້​ປ​ໂຍດ​ຈັກ​ຢ່າງ ເບິ່ງ​ແມ໋, ຫມົດ​ທັງ​ໂລກ​ກໍ​ຕິດ​ຕາມ​ມັນ​ໄປ”

ຊາວກ​ຣີກ​ລາງ​ຄົນ​ສ​ແວງ​ຫາ​ພຣະ​ເຢ​ຊູ

20 ໃນ​ຫມູ່​ຄົນ​ທັງ​ຫ​ລາຍ​ທີ່​ຂຶ້ນ​ໄປ​ນະ​ມັສ​ການ​ໃນ​ງານ​ເທ​ສ​ການ​ນັ້ນ​ມີ​ຊາວກ​ຣີກ​ແດ່ 21 ຊາວກ​ຣີກ​ເຫລົ່າ​ນີ້​ໄດ້​ໄປ​ຫາ​ຟີ​ລິບ ຊຶ່​ງມາ​ຈາກ​ບ້ານ​ເບັດ​ຊາ​ອີ​ດາ​ແຂວງ​ຄາ​ລີ​ເລ ຈຶ່ງ​ກ່າວ​ກັບ​ທ່ານ​ວ່າ, “ນາຍ​ເອີຍ, ພວກ​ຂ້າ​ນ້ອຍ​ຢາກ​ເຫັນ​ທ່ານ​ເຢ​ຊູ​ແທ້” 22 ຟີ​ລິບ​ຈຶ່ງ​ໄປ​ບອກ​ອັນ​ເດ​ອາ ແລ້ວ​ອັນ​ເດ​ອາ​ກັບ​ຟີ​ລິບ​ໄດ້​ໄປ​ທູນ​ພຣະ​ເຢ​ຊູ 23 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ເວ​ລາ​ທີ່​ບຸດ​ມະ​ນຸດ​ຕ້ອງ​ຮັບ​ກຽດ​ນັ້ນ​ກໍ​ມາ​ເຖິງ​ແລ້ວ 24 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຖ້າ​ເມັດ​ເຂົ້າ​ບໍ່​ຕົກ​ລົງ​ໃນ​ດິນ ແລະ​ບໍ່​ຕາຍ​ໄປ​ກໍ​ຄົງ​ຈະ​ເປັນ​ຢູ່​ແຕ່​ເມັດ​ດຽວ ແຕ່​ຖ້າ​ມັນ​ຕາຍ​ໄປ​ກໍ​ຈະ​ເກີດ​ຜົນ​ຫລາຍ 25 ຜູ້​ທີ່​ຮັກ​ຊີ​ວິດ​ຂອງ​ຕົນ​ກໍ​ຕ້ອງ​ເສັຽ​ຊີ​ວິດ ແລະ​ຜູ້​ທີ່​ຊັງ​ຊີ​ວິດ​ຂອງ​ຕົນ​ໃນ​ໂລກ​ນີ້ ກໍ​ຈະ​ຮັກ​ສາ​ຊີ​ວິດ​ນັ້ນ​ໄວ້​ສຳ​ລັບ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 26 ຖ້າ​ຜູ້​ໃດ​ປະ​ຕິ​ບັດ​ເຮົາ ໃຫ້​ຜູ້​ນັ້ນ​ຕິດ​ຕາມ​ເຮົາ​ມາ ແລະ​ເຮົາ​ຢູ່​ທີ່ໃດ ຜູ້​ປະ​ຕິ​ບັດ​ເຮົາ​ຈະ​ຢູ່​ທີ່​ນັ້ນ​ເຫມືອນ​ກັນ ຖ້າ​ຜູ້​ໃດ​ປະ​ຕິ​ບັດ​ເຮົາ ພຣະ​ບິ​ດາຈະ​ຊົງ​ປະ​ທານ​ກຽດ​ຕິ​ຍົດ​ແກ່​ຜູ້​ນັ້ນ

ບຸດ​ມະ​ນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນຈາກ​ແຜ່ນ​ດິນ

27 “ບັດ​ນີ້​ຈິດ​ໃຈ​ຂອງ​ເຮົາ​ວຸ້ນ​ວາຍ​ແລະ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຈະ​ວ່າ “ໂອ ພຣະ​ບິ​ດາ​ເອີຍ, ຂໍ​ໃຫ້​ຂ້າ​ພຣະ​ອົງລອດ​ພົ້ນ​ຈາກ​ຍາມ​ນີ້​ທ້ອນ” ຢ່າງ​ນັ້ນ​ຫລື ກໍ​ວ່າ​ບໍ່​ໄດ້ ທີ່​ເຮົາ​ໄດ້​ມາ​ເຖິງ​ຍາມ​ນີ້ກໍ​ເພື່ອ​ການ​ນີ້​ແຫລະ 28 ໂອ ພຣະ​ບິ​ດາ​ເອີຍ, ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ຈົ່ງ​ໄດ້​ຮັບ​ກຽດ” ແລ້ວ​ກໍ​ມີ​ພຣະ​ສຸ​ຣະ​ສຽງ​ດັງ​ມາ​ຈາກ​ຟ້າ​ວ່າ, “ເຮົາ​ໄດ້​ໃຫ້​ຮັບ​ກຽດ​ແລ້ວ ​ແລະ​ເຮົາຈະ​ໃຫ້​ຮັບ​ກຽດ​ອີກ” 29 ຄົນ​ທັງ​ຫລາຍ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ຍິນ​ສຽງ​ນີ້​ແລະ​ເວົ້າ​ວ່າ, “ສຽງ​ຟ້າ​ຮ້ອງ” ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ເທວະ​ດາ​ຕົນ​ນຶ່ງ​ໄດ້​ສົນ​ທະ​ນາ​ກັບ​ທ່ານ” 30 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ສຽງ​ທີ່​ເກີດ​ຂຶ້ນ​ນັ້ນ​ບໍ່​ແມ່ນ​ສຳ​ລັບເຮົາ ແຕ່​ສຳ​ລັບ​ທ່ານ​ທັງ​ຫລາຍ​ນັ້ນ​ແຫລະ 31 ບັດ​ນີ້​ເຖິງ​ເວ​ລາ​ພິ​ພາ​ກ​ສາ​ໂລກ​ນີ້ ບັດ​ນີ້​ຜູ້​ປົກ​ຄອງໂລກ​ຈະ​ຖືກ​ກຳ​ຈັດ​ອອກ​ເສັຽ 32 ຝ່າຍ​ເຮົາ, ເມື່ອ​ຖືກ​ຍົກ​ຂຶ້ນ​ຈາກ​ແຜ່ນ​ດິນ​ໂລກ​ແລ້ວ ເຮົາ​ກໍ​ຈະ​ຊັກ​ນຳ​ຄົນ​ທັ​ງ​ຫລາຍ​ມາ​ຫາ​ເຮົາ” 33 (ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້​ກໍ​ເພື່ອ​ສະ​ແດງວ່າ​ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ​ຢ່າງ​ໃດ) 34 ຄົນ​ທັງ​ຫລາຍ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ພວກ​ເຮົາ​ໄດ້​ຍິນ​ຈາກ​ພຣະ​ບັນ​ຍັດ​ວ່າ​ພຣະ​ຄຣິດ​ຊົງ​ຕັ້ງ​ຢູ່ຕລອດ​ໄປ​ເປັນ​ນິດ ແລ້ວເຫດ​ໃດ​ທ່ານ​ຈຶ່ງ​ກ່າວ​ວ່າບຸດ​ມະ​ນຸດ​ຕ້ອງ​ຖືກ​ຍົກ​ຂຶ້ນ ບຸດ​ມະ​ນຸດ​ນັ້ນ​ຄື​ຜູ້​ໃດ” 35 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາວ່າ, “ຄວາມສວ່າງ​ຈະ​ຍັງຢູ່​ກັບ​ທ່ານ​ທັງ​ຫລາຍ​ອີກ​ຫນ້ອຍ​ນຶ່ງ ເມື່ອ​ຍັງ​ມີ​ຄວາມ​ສວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມ​ມືດ​ຈະ​ຕາມ​ມາ​ທັນ​ພວກ​ທ່ານ ຜູ້​ທີ່​ທຽວ​ໄປ​ມາ​ໃນ​ຄວາມ​ມືດ​ກໍ​ບໍ່​ຮູ້​ວ່າ​ຕົນ​ກຳ​ລັງ​ໄປ​ໃສ 36 ເມື່ອ​ທ່ານ​ທັງ​ຫລາຍຍັງ​ມີ​ຄວາມ​ສວ່າງ​ຢູ່ ຈົ່ງ​ວາງ​ໃຈ​ເຊື່ອ​ໃນ​ຄວາມ​ສວ່າງ​ນັ້ນ ເພື່ອ​ຈະ​ໄດ້​ເປັນ​ຄົນ​ຝ່າຍ​ຄວາມ​ສວ່າງ”

ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ຢິວ

ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ພຣະ​ອົງ​ກໍ​ສະ​ເດັດ​ອອກ​ຈາກ​ເຂົາ​ໄປ​ລີ້​ຕົນ​ເສັຽ 37 ເຖິງ​ແມ່ນ​ວ່າ​ພຣະ​ອົງ​ໄດ້​ຊົງ​ເຣັດ​ຫມາຍ​ສຳ​ຄັນ​ຫລາຍ​ປະ​ການ​ຕໍ່​ຫນ້າ​ເຂົາ ເຂົາ​ກໍ​ຍັງບໍ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ອົງ 38 ທັງ​ນີ້​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຄຳ​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ ຊຶ່ງວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ຜູ້​ໃດ​ໄດ້ເຊື່ອ​ສິ່ງ​ທີ່​ຂ້າ​ພຣະ​ອົງ​ໄດ້​ປະ​ກາດ ແລະ​ພຣະ​ກອນ​ຂອງ​ພຣະ​ອົງ​ໄດ້​ຊົງ​ສະ​ແດງ​ແກ່​ຜູ້​ໃດ” 39 ສັນ​ນັ້ນ​ເຂົາ​ຈຶ່ງ​ເຊື່ອ​ບໍ່​ໄດ້​ ເພາະ​ເອ​ຊາ​ຢາ​ໄດ້​ກ່າວ​ໄວ້​ອີກວ່າ, 40 “ພຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ຕາ​ຂອງ​ເຂົາ​ບອດ​ໄປ ແລະ​ໃຫ້​ຈິດ​ໃຈ​ຂອງ​ເຂົາ​ແຂງ​ກະ​ດ້າງ ຢ້ານ​ວ່າ​ເຂົາ​ຈະ​ເຫັນ​ດ້ວຍ​ຕາ​ແລະ​ສັງ​ເກດ​ຮູ້​ດ້ວຍ​ໃຈ ແລ້ວຈະ​ກັບ​ໃຈ​ໃຫມ່​ແລ້ວ​ເຮົາ​ຈະ​ໂຜດ​ໃຫ້​ເຂົາ​ດີ” 41 ເອ​ຊາ​ຢາ​ໄດ້​ກ່າວ​ດັ່ງ​ນີ້​ກໍ​ເພາະ​ທ່ານ​ໄດ້​ເຫັນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ ແລະ​ໄດ້​ກ່າວ​ເຖິງ​ເຣື່ອງ​ພຣະ​ອົງ 42 ເຖິງ​ປານ​ນັ້ນ​ກໍ​ດີ​ຍັງ​ມີ​ເຈົ້າ​ນາຍ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ​ອົງ ແຕ່​ເຂົາ​ບໍ່​ໄດ້​ເປີດ​ເຜີຍ​ເພາະ​ຢ້ານ​ພວກ​ຟາ​ຣີ​ຊາຍ​ຈະ​ຂັບ​ໄລ່​ເຂົາ​ອອກ​ຈາກ​ໂຮງ​ທັມ​ມະ​ເທ​ສ​ນາ 43 ດ້ວຍ​ວ່າ​ເຂົາ​ຣັກ​ກຽດ​ຕິ​ຍົດ​ຈາກ​ມະ​ນຸດ​ຫລາຍກວ່າ​ກຽດ​ຕິ​ຍົດ​ຈາກ​ພຣະ​ເຈົ້າ

ຖ້ອຍ​ຄຳ​ຂອງ​ພຣະ​ເຢ​ຊູ​ເປັນ​ຫລັກ​ພິ​ພາກ​ສາ

44 ພຣະ​ເຢ​ຊູ​ຊົງ​ເປັ່ງ​ສຽງ​ກ່າວ​ວ່າ, “ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ບໍ່​ແມ່ນ​ເຊື່ອ​ໃນ​ເຮົາ ແຕ່​ເຊື່ອ​ໃນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ 45 ແລະ​ຜູ້​ທີ່​ເຫັນ​ເຮົາ​ກໍ​ເຫັນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ 46 ເຮົາ​ນີ້​ຄື​ຄວາມ​ສວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ​ ເພື່ອທຸ​ກ​ຄົນ​ທີ່​ເຊື່ອ​ໃນ​ເຮົາ​ຈະ​ບໍ່​ຕັ້ງ​ຢູ່​ໃນ​ຄວາມ​ມືດ 47 ຖ້າ​ຜູ້​ໃດ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ເຮົາ ແລະ​ບໍ່​ໄດ້​ຖືຮັກ​ສາ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ ຝ່າຍ​ເຮົາ​ກໍ​ບໍ່​ພິ​ພາກ​ສາ​ຜູ້​ນັ້ນ ເພາະ​ວ່າ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ພິ​ພາກ​ສາ​ໂລກ ແຕ່​ມາ​ເພື່ອ​ໂຜດ​ເອົາ​ໂລກ​ໃຫ້​ພົ້ນ 48 ຜູ້​ທີ່​ຖິ້ມ​ເຮົາ ແລະບໍ່​ຮັບ​ເອົາ​ຖ້ອຍ​ຄຳ​ຂອງ​ເຮົາ​ກໍ​ມີ​ສິ່ງ​ທີ່​ພິ​ພາກ​ສາ​ຕົນ​ແລ້ວ ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ນັ້ນ​ແຫລະ, ຈະ​ພິ​ພາກ​ສາ​ຜູ້​ນັ້ນ​ໃນ​ວັນ​ສຸດ​ທ້າຍ 49 ເພາະ​ເຮົາບໍ່​ໄດ້​ກ່າວ​ຕາມ​ລຳ​ພັງ​ໃຈ​ຂອງ​ເຮົາ​ເອງ ແຕ່​ຊຶ່ງ​ເຮົາ​ກ່າວ​ແລະ​ເວົ້າ​ນັ້ນ​ ​ພຣະ​ບິ​ດາຜູ້​ຊົງ​ໃຊ້​ເຮົາ​ມາ, ພຣະ​ອົງ​ນັ້ນ​ເອງ​ໄດ້​ບັນ​ຊາ​ໃຫ້​ແກ່​ເຮົາ 50 ແລະ​ເຮົາ​ຮູ້​ວ່າ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ​ນັ້ນ​ເປັນຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ເຫດ​ສັນ​ນັ້ນ​ສິ່ງ​ທີ່​ເຮົາ​ເວົ້າ ເຮົາ​ກໍ​ເວົ້າ​ຕາມ​ທີ່​ພຣະ​ບິ​ດາ​ຊົງ​ບັນ​ຊາ​ໄວ້​ແກ່​ເຮົາ”

ໂຢຮັນ 13

ພຣະ​ເຢ​ຊູ​ຊົງ​ລ້າງ​ຕີນ​ຂອງ​ພວກ​ສາ​ວົກ

1 ກ່ອນ​ເຖິງ​ເວ​ລາ​ເທ​ສ​ການ​ປັ​ສ​ຄາ ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ​ຍາມ​ຂອງ​ຕົນ​ທີ່​ຈະ​ສະ​ເດັດ​ຈາກ​ໂລກ​ນີ້​ເມືອ​ຫາ​ພຣະ​ບິ​ດາ​ເຖິງ​ແລ້ວ ພຣະ​ອົງ​ໄດ້​ຊົງ​ຮັກ​ພວກ​ຂ​ອງ​ພຣະ​ອົງ​ທີ່​ຢູ່​ໃນ​ໂລກ​ນີ້ ພຣະ​ອົງ​ຊົງ​ຮັກ​ຈົນ​ເຖິງ​ທີ່​ສຸດ 2 ຂ​ນະ​ເມື່ອ​ຮັບ​ປະ​ທານ​ອາ​ຫານ​ຢູ່​ນັ້ນ (ມານ​ໄດ້​ເຂົ້າ​ດົນ​ໃຈ​ຢູ​ດາ​ອິ​ສະ​ກາ​ຣິ​ອົດ​ລູກ​ຂອງ​ຊີ​ໂມນ ໃຫ້​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ) 3 ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ​ພຣະ​ບິ​ດາ​ໄດ້​ຊົງ​ປະ​ທານ​ສິ່ງ​ທັງ​ປວງ​ໃຫ້​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ແລະ​ຊົງ​ຊາບວ່າ​ພຣະ​ອົງ​ສະ​ເດັດ​ມາ​ຈາກ​ພຣະ​ເຈົ້າ ແລະ​ຈະ​ສະ​ເດັດ​ເມືອ​ຫາ​ພຣະ​ເຈົ້າ 4 ພຣະ​ອົງ​ຊົງ​ລຸກ​ຂຶ້ນ​ຈາ​ກການ​ຮັບ​ປະ​ທານ​ອາ​ຫານ ຊົງ​ຖອດ​ເຄື່ອງ​ທົ​ງ​ຊັ້ນ​ນອກ​ອອກວາງ​ໄວ້ ແລະ​ຊົງ​ເອົາ​ຜ້າ​ເຊັດ​ຕົວ​ມາ​ຮັດ​ແອວ​ຂອງ​ພຣະ​ອົງ 5 ພຣະ​ອົງ​ຊົງ​ຖອກ​ນ້ຳ​ໃສ່​ອ່າງ​ແລ້ວ​ຊົງ​ຕັ້ງ​ຕົ້ນ​ລ້າງ​ຕີນ​ຂອງ​ພວກ​ສາ​ວົກ ແລະ​ເຊັດ​ດ້ວຍ​ຜ້າ​ຮັດ​ແອວ​ນັ້ນ 6 ພຣະ​ອົງ​ໄດ້​ສະ​ເດັດ​ມາ​ເຖິງ​ຊີ​ໂມນເປ​ໂຕ ແລ້ວ​ເຂົາ​ໄດ້​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ທ່ານ​ຈະ​ລ້າງ​ຕີນ​ຂອງ​ຂ້າ​ນ້ອຍ​ຫລື” 7 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ສິ່ງ​ທີ່​ເຮົາ​ເຮັດ​ໃນ​ເວ​ລາ​ນີ້​ທ່ານ​ຍັງບໍ່​ຮູ້​ເຣື່ອງ ແຕ່​ພາຍ​ຫລັງ​ທ່ານ​ຈະ​ເຂົ້າ​ໃຈ” 8 ເປ​ໂຕ​ຈຶ່ງ​ທູນ​ວ່າ, “ທ່ານ​ຈະ​ລ້າງ​ຕີນ​ຂອງ​ຂ້າ​ນ້ອຍ​ບໍ່​ໄດ້​ຈັກ​ເທື່ອ” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງ​ທ່ານ ທ່ານ​ຈະ​ມີ​ສ່ວນ​ໃນ​ເຮົາ​ບໍ່​ໄດ້” 9 ຊີ​ໂມນ​ເປ​ໂຕ​ທູນ​ວ່າ, “ນາຍ​ເຈົ້າ​ເອີຍ, ບໍ່​ແມ່ນ​ແຕ່​ຕີນ​ເທົ່າ​ນັ້ນ ແຕ່​ຂໍ​ລ້າງ​ມື​ແລະ​ຫົວ​ຂອງຂ້າ​ນ້ອຍ​ເຫມືອນ​ກັນ” 10 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເປ​ໂຕວ່າ, “ຜູ້​ທີ່​ອາບ​ນ້ຳ​ແລ້ວ​ບໍ່​ຈຳ​ເປັນ​ຕ້ອງ​ລ້າງ​ຕົວ​ອີກ ລ້າງ​ແຕ່​ຕີນ​ເທົ່າ​ນັ້ນ ເພາະ​ສະ​ອາດ​ຫມົດ​ທັງ​ຕົວ​ແລ້ວ ພວກ​ທ່ານ​ກໍ​ສະ​ອາດແລ້ວ​ແຕ່​ບໍ່​ແມ່ນ​ທຸກ​ຄົນ” 11 ເພາະ​ພຣະ​ອົງ​ຊົງ​ຮູ້​ແລ້ວ​ວ່າ​ໃຜ​ຈະ​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ ເພາະ​ເຫດ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ທ່ານ​ທັງ​ຫລາຍ​ບໍ່​ສະ​ອາດ​ທຸກ​ຄົນ” 12 ເຫດ​ສັນ​ນີ້​ເມື່ອ​ພຣະ​ອົງ​ຊົງ​ລ້າງ​ຕີນ​ຂອງ​ເຂົາ​ແລ້ວ ພຣະ​ອົງ​ກໍ​ຊົງ​ໃສ່​ເຄື່ອງ​ທົງ​ຊັ້ນ​ນອກ​ຂອງ​ຕົນ​ອີກ ແລ້ວ​ປະ​ທັບ​ລົງ​ຈຶ່ງ​ຊົງ​ຖາມ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ພວກ​ທ່ານ​ແລ້ວ​ຫລື 13 ທ່ານ​ທັງ​ຫລາຍ​ເອີ້ນ​ເຮົາ​ວ່າ​ອາ​ຈານ ແລະ​ນາຍ​ເຈົ້າ ພວກ​ທ່ານ​ເອີ້ນ​ຖືກ​ຕ້ອງ​ແລ້ວ ເພາະ​ເຮົາ​ເປັນ​ຢ່າງ​ນັ້ນ 14 ເຫດ​ສັນ​ນັ້ນ​ເຮົາ​ຜູ້​ເປັນ​ນາຍ​ແລະ​ອາ​ຈານ​ຂອງ​ພວກ​ທ່ານໄດ້​ລ້າງ​ຕີນ​ຂອງ​ທ່ານ ພວກ​ທ່ານ​ກໍ​ຄວນ​ລ້າງ​ຕີນ​ຂອງ​ກັນ​ແລະ​ກັນ​ເຫມືອນ​ກັນ 15 ດ້ວຍ​ວ່າ​ເຮົາ​ໄດ້​ວາງ​ແບບ​ຢ່າງ​ໃຫ້​ພວກ​ທ່ານ​ແລ້ວ ເພື່ອທ່ານ​ຈະ​ໄດ້​ເຮັດ​ເຫມືອນ​ດັ່ງ​ເຮົາ​ໄດ້​ເຮັດ​ຕໍ່​ພວກ​ທ່ານ​ແລ້ວ 16 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຂ້ອຍ​ໃຊ້​ບໍ່​ຫ່ອນ​ໃຫຍ່ກວ່າ​ນາຍ​ຂອງ​ຕົນ ຜູ້​ທີ່​ຖືກ​ໃຊ້​ໄປ​ບໍ່​ຫ່ອນ​ໃຫຍ່ກວ່າ​ຜູ້​ໃຊ້​ຕົນ​ໄປ​ນັ້ນ 17 ຖ້າ​ທ່ານ​ທັງ​ຫລາຍ​ຮູ້​ສິ່ງ​ເຫລົ່າ​ນີ້​ແລະ​ເຣັດ​ຕາມ ທ່ານ​ກໍ​ເປັນ​ສຸກ 18 ເຮົາ​ບໍ່​ເວົ້າ​ເຖິງ​ພວກ​ທ່ານ​ທຸກ​ຄົນ ຝ່າຍ​ເຮົາ​ກໍ​ຮູ້​ຈັກ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ແລ້ວ ແຕ່​ຕ້ອງ​ເປັນ​ຈິງ​ຕາມ​ຂໍ້​ພຣະ​ຄັມ​ພີ​ທີ່​ວ່າ “ຜູ້​ທີ່​ຮັບ​ປະ​ທານ​ອາ​ຫານ​ຂອງ​ເຮົາ​ກໍ​ຍົກ​ສົ້ນ​ຕີນ​ໃສ່​ເຮົາ” 19 ແຕ່​ເວ​ລາ​ບັດ​ນີ້​ເຮົາ​ບອກ​ທ່ານ​ທັງ​ຫລາຍ​ກ່ອນ​ການ​ນັ້ນ​ເກີດ​ຂຶ້ນ ເພື່ອ​ວ່າ​ເມື່ອ​ມັນ​ເກີດ​ຂຶ້ນ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ເຊື່ອ​ວ່າ ເຮົາ​ນີ້​ແຫລະ, ແມ່ນ​ຜູ້​ນັ້ນ 20 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ໃດ​ຮັບ​ຕ້ອນ​ຜູ້​ທີ່​ເຮົາ​ໃຊ້​ໄປ​ກໍ​ຮັບ​ຕ້ອນ​ເຮົາ​ເຫມືອນ​ກັນ ແລະ​ຜູ້​ທີ່​ຮັບ​ຕ້ອນ​ເຮົາ​ກໍ​ຮັບ​ຕ້ອນ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ”

ຊົງ​ທຳ​ນ​ວາຍ​ວ່າ​ຢູ​ດາ​ຈະ​ມອບ​ພຣະ​ອົງ​ໄວ້

21 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ​ພຣະ​ອົງ​ກໍ​ຊົງ​ວຸ້ນ​ວາຍ​ໃນ​ພຣະ​ທັຍ ແລະ​ຊົງ​ກ່າວ​ເປັນ​ພຍານ​ວ່າ, “ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຄົນ​ນຶ່ງ​ໃນ​ພວກ​ທ່ານ​ຈະ​ທໍ​ຣະ​ຍົດ​ຕໍ່​ເຮົາ” 22 ພວກ​ສາ​ວົກ​ກໍ​ມອງ​ເບິ່ງ​ຫນ້າ​ກັນ​ແລະ​ສົງ​ໄສວ່າ ຄົນ​ທີ່​ພຣະ​ອົງ​ກ່າວ​ເຖິງ​ນັ້ນ​ຄື​ຜູ້​ໃດ 23 ມີ​ສາ​ວົກ​ຄົນ​ນຶ່ງ​ທີ່​ພຣະ​ເຢ​ຊູ​ຊົງ​ຮັກ ໄດ້​ເນີ້ງ​ກາຍ​ລົງ​ອີງ​ພຣະ​ຊວງ​ຂອງ​ພຣະ​ອົງ 24 ຊີ​ໂມນ​ເປ​ໂຕ​ຈຶ່ງ​ຍິກ​ຫນ້າ​ໃສ່​ສາ​ວົກ​ຜູ້ນັ້ນ​ກ່າວ​ວ່າ, “ຈົ່ງ​ຖາມ​ວ່າ​ຄົນ​ທີ່​ທ່ານ​ເວົ້າ​ນັ້ນ​ແມ່ນ​ຜູ້​ໃດ” 25 ຂ​ນະ​ທີ່​ຍັງ​ອີງ​ພຣະ​ຊວງ​ຂອງ​ພຣະ​ອົງ ສາ​ວົກ​ຜູ້​ນັ້ນ​ກໍ​ທູນ​ຖາມ​ວ່າ, “ນາຍ​ເຈົ້າ​ເອີຍ, ແມ່ນ​ຜູ້​ໃດ” 26 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ຈະ​ເອົາ​ອາ​ຫານ​ຄຳ​ນີ້​ຈ້ຳ​ແລ້ວ​ຍື່ນ​ໃຫ້​ຜູ້​ໃດ ກໍ​ແມ່ນ​ຜູ້​ນັ້ນ​ແຫລະ” ເມື່ອ​ຊົງ​ຈ້ຳ​ອາ​ຫານ​ຄຳ​ນັ້ນ​ແລ້ວ ພຣະ​ອົງຊົງ​ຍື່ນ​ໃຫ້​ແກ່​ຢູ​ດາ​ລູກຊີ​ໂມ​ນອິ​ສະ​ກາ​ຣິ​ອົດ 27 ຫລັງ​ຈາກ​ຢູ​ດາ​ໄດ້​ກິນ​ອາ​ຫານ​ຄຳ​ນັ້ນ​ແລ້ວ ຊາ​ຕານຈຶ່ງ​ເຂົ້າ​ຢູ່​ໃນ​ໃຈ​ຂອງ​ເຂົາ ພຣະ​ເຢ​ຊູ​ຈຶ່ງ​ຊົງ ບອກ​ຢູ​ດາ​ວ່າ, “ອັນ​ທີ່​ທ່ານ​ຈະ​ເຣັດ​ນັ້ນ​ກໍ​ຈົ່ງ​ເຮັດ​ໄວໆ​ແມ໋” 28 ໃນ​ບັນ​ດາ​ຜູ້​ທີ່​ນັ່ງ​ຮ່ວມ​ໂຕະ​ຢູ່​ນັ້ນ​ບໍ່​ມີ​ຜູ້​ໃດ​ໄດ້​ເຂົ້າ​ໃຈ​ວ່າ ດ້ວຍ​ເຫດ​ໃດ​ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່ເຂົາ​ຢ່າງ​ນັ້ນ 29 ດັ່ງ​ນັ້ນ​ລາງ​ຄົນ​ກໍ​ຄຶດ​ວ່າ​ເປັນ​ເພາະ​ຢູ​ດາ​ຖື​ຖົງ​ເງິນ ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຊື້​ສິ່ງ​ຂອງ​ທີ່​ພວກ​ເຮົາ​ຕ້ອງ​ການ​ສຳ​ລັບ​ງານ​ເທ​ສ​ການ​ນີ້” ຫລື​ ເພື່ອ​ຈະ​ໃຫ້​ເຂົາ​ທານ​ແກ່​ຄົນ​ຍາກ​ຈົນ 30 ພາຍ​ຫລັງ​ທີ່​ຢູ​ດາ​ໄດ້​ຮັບ​ອາ​ຫານ​ຄຳ​ນັ້ນ​ແລ້ວ​ເຂົາ​ກໍ​ອອກ​ໄປ​ທັນ​ທີ ໃນ​ຂ​ນະ​ນັ້ນ​ເປັນ​ເວ​ລາ​ກາງ​ຄືນ

ພຣະ​ບັນ​ຍັດ​ຂໍ້​ໃຫມ່

31 ເມື່ອ​ຢູ​ດາ​ອອກ​ໄປ​ແລ້ວ​ພຣະ​ເຢ​ຊູ​ຊົງ​ກ່າວ​ວ່າ, “ບັດ​ນີ້​ບຸດ​ມະ​ນຸດ​ໄດ້​ຮັບ​ກຽດ​ຕິ​ຍົດແລ້ວ ແລະ​ພຣະ​ເຈົ້າ​ກໍ​ຊົງ​ຮັບ​ກຽດ​ຕິ​ຍົດ​ເພາະ​ບຸດ​ມະ​ນຸດ 32 ຖ້າ​ພຣະ​ເຈົ້າ​ຊົງ​ຮັບ​ກຽດ​ຕິ​ຍົດ​ເພາະ​ບຸດ​ມະ​ນຸດ ພຣະ​ເຈົ້າ​ຈະ​ຊົງ​ປະ​ທານ​ໃຫ້​ບຸດ​ມະ​ນຸດ​ມີ​ກຽດ​ຕິ​ຍົດ​ຮ່ວມ​ກັບ​ພຣະ​ອົງ ແລະ​ຈະ​ຊົງ​ໃຫ້​ມີ​ກຽດ​ຕິ​ຍົດ​ໃນ​ບັດ​ນີ້ 33 ລູກ​ນ້ອຍ​ທັງ​ຫລາຍ​ເອີຍ, ເຮົາ​ຍັງ​ຈະ​ຢູ່​ກັບ​ພວກ​ເຈົ້າ​ອີກ​ຫນ້ອຍ​ນຶ່ງ ພວກ​ເຈົ້າ​ຈະ​ຊອກ​ຫາ​ເຮົາ ແລະ​ເຫມືອນ​ກັບ​ເຮົາ​ໄດ້​ບອກ​ພວກ​ຢິວ​ແລ້ວ​ວ່າ “ບ່ອນ​ເຮົາ​ຈະ​ໄປ​ນັ້ນ​ພວກ​ເຈົ້າ​ໄປ​ບໍ່​ໄດ້” ບັດ​ນີ້​ເຮົາ​ກໍ​ບອກ​ພວກ​ເຈົ້າ​ເຫມືອນ​ກັນ 34 ເຮົາ​ໃຫ້​ບັນ​ຍັດ​ໃຫມ່​ໄວ້​ແກ່​ເຈົ້າ​ທັງ​ຫລາຍ ຄື​ໃຫ້​ພວກ​ເຈົ້າ​ຮັກ​ກັນ​ແລະ​ກັນ ເຮົາ​ຮັກ​ເຈົ້າ​ທັງ​ຫລາຍ​ມາ​ແລ້ວ​ຢ່າງ​ໃດ ພວກ​ເຈົ້າ​ຈົ່ງ​ຮັກ​ກັນ​ແລະ​ກັນ​ດ້ວຍ​ຢ່າງ​ນັ້ນ 35 ຖ້າ​ເຈົ້າ​ທັງ​ຫລາຍ​ມີ​ຄວາມ​ຮັກ​ຊຶ່ງ​ກັນ​ແລະ​ກັນ ດັ່ງ​ນີ້​ແຫລະ, ຄົນ​ທັງ​ປວງ​ກໍ​ຈະ​ໄດ້​ຮູ້​ວ່າ​ເຈົ້າທັງ​ຫລາຍ​ເປັນ​ສາ​ວົກ​ຂອງ​ເຮົາ”

ຊົງ​ທຳ​ນ​ວາຍ​ວ່າ​ເປ​ໂຕ​ຈະ​ປະ​ຕິ​ເສດ​ພຣະ​ອົງ

36 ຝ່າຍ​ຊີ​ໂມນ​ເປ​ໂຕ​ໄດ້​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ທ່ານ​ຈະ​ໄປ​ໃສ” ພຣະເຢ​ຊູ​ຊົງ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ ທ່ານ​ຈະ​ຕາມ​ເຮົາ​ໄປ​ດຽວ​ນີ້​ບໍ່​ໄດ້ ແຕ່​ພາຍ​ຫລັງ​ທ່ານ​ຈະ​ຕາມ​ໄປ” 37 ເປ​ໂຕ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ເປັນ​ຫຍັງຂ້ານ້ອຍ​ຈຶ່ງ​ຕາມ​ທ່ານ​ໄປ​ດຽວ​ນີ້​ບໍ່​ໄດ້ ຂ້າ​ນ້ອຍ​ຈະ​ສ​ລະ​ຊີ​ວິດ​ເພື່ອ​ທ່ານ” 38 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ຈະ​ສ​ລະ​ຊີ​ວິດ​ຂອງ​ທ່ານ​ເພື່ອ​ເຮົາ​ຫລື ເຮົາ​ບອກ​ທ່ານ​ຕາມ​ຄວາມ​ຈິງວ່າກ່ອນ​ໄກ່​ຈະ​ຂັນ​ທ່ານ​ຈະ​ປະ​ຕິ​ເສດ​ເຮົາ​ເຖິງ​ສາມ​ຄັ້ງ”

ໂຢຮັນ 14

ພຣະ​ເຢຊູ​ຊົງ​ເປັນ​ທາງ​ໄປ​ສູ່​ພຣະ​ບິ​ດາ

1 “ຢ່າ​ໃຫ້​ໃຈ​ຂອງ​ທ່ານ​ທັງ​ຫລາຍ​ວຸ້ນ​ວາຍ​ໄປ ຈົ່ງ​ວາງ​ໃຈ​ໃນ​ພຣະ​ເຈົ້າ​ແລະ​ໄວ້​ວາງ​ໃຈ​ໃນ​ເຮົາ​ເຫມືອນ​ກັນ 2 ໃນ​ຜາ​ສາດ​ພຣະ​ບິ​ດາ​ຂອງ​ເຮົາ​ມີ​ທີ່​ຢູ່​ຫລາຍ​ບ່ອນ ຖ້າ​ບໍ່​ມີ​ເຮົາ​ຄົງ​ໄດ້​ບອກ​ພວກ​ທ່ານ​ແລ້ວ ເພາະ​ເຮົາ​ໄປ​ຈັດ​ແຈງ​ບ່ອນ​ໄວ້​ສຳ​ລັບ​ທ່ານ​ທັງ​ຫລາຍ 3 ເມື່ອ​ເຮົາ​ໄປ​ຈັດ​ແຈງ​ບ່ອນ​ໄວ້​ສຳ​ລັບ​ພວກ​ທ່ານ​ແລ້ວ ເຮົາ​ຈະ​ກັບ​ມາ​ອີກ​ຮັ​ບທ່ານ​ໄປ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຢູ່​ທີ່​ໃດ​ພວກ​ທ່ານ​ຈະ​ຢູ່​ທີ່​ນັ້ນ​ເຫມືອນ​ກັນ 4 ແລະ​ທ່ານ​ຮູ້​ຈັກ​ທາງ​ທີ່​ເຮົາ​ຈະ​ໄປ​ນັ້ນ” 5 ໂທ​ມາ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຈະ​ໄປ​ໃສ ພວກ​ຂ້າ​ນ້ອຍ​ຈະ​ຮູ້​ຈັກ​ທາງ​ນັ້ນ​ດ້ວຍ​ຢ່າງ​ໃດ” 6 ພຣະ​ເຢ​ຊູ​ຊົງ​ຕອບເຂົາ​ວ່າ, “ເຮົາ​ນີ້​ແຫລະ, ເປັນ​ທາງ​ນັ້ນ ເປັນ​ຄວາມ​ຈິງ ແລະ​ເປັນ​ຊີ​ວິດ ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້​ນອກ​ຈາກ​ຈະມາ​ທາງ​ເຮົາ 7 ຖ້າ​ທ່ານ​ທັງ​ຫລາຍ​ຮູ້​ຈັກ​ເຮົາ​ແລ້ວ ທ່ານ​ກໍ​ຄົງ​ຮູ້​ຈັກ​ພຣະ​ບິ​ດາ​ຂອ​ງ​ເຮົາ​ເຫມືອນ​ກັນ ຕັ້ງ​ແຕ່​ນີ້​ໄປ​ທ່ານ​ທັງ​ຫລາຍ​ກໍ​ຮູ້​ຈັກ​ພຣະ​ອົງ​ແລະ​ໄດ້​ເຫັນ​ພຣະ​ອົງ” 8 ຟີ​ລິບ​ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ຂໍ​ສະ​ແດງ​ພຣະ​ບິ​ດາ​ໃຫ້​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ເຫັນ ພວກ​ຂ້າ​ນ້ອຍ​ກໍ​ຈະ​ພໍ​ໃຈ​ແລ້ວ” 9 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຟີ​ລິບເອີຍ, ເຮົາ​ໄດ້​ຢູ່​ກັບ​ພວກ​ທ່ານ​ເຫິງ​ມາ​ເຖິງ​ພຽງ​ນີ້ ແລະ​ພວກ​ທ່ານ​ຍັງ​ບໍ່​ຮູ້​ຈັກ​ເຮົາ​ອີກ​ຫລື ຜູ້​ທີ່​ໄດ້​ເຫັນ​ເຮົາ​ກໍ​ໄດ້​ເຫັນ​ພຣະ​ບິ​ດາ ເປັນ​ສັນ​ໃດ​ທ່ານ​ຈຶ່ງ​ກ່າວ​ວ່າ “ຂໍ​ສະ​ແດງ​ພຣະ​ບິ​ດາ​ໃຫ້​ພວກ​ຂ້າ​ນ້ອຍ​ເຫັນ” 10 ທ່ານ​ບໍ່​ເຊື່ອ​ຫລື​ວ່າ​ເຮົາ​ນີ້​ຢູ່​ໃນ​ພຣະ​ບິ​ດາ​ແລະ​ພຣະ​ບິ​ດາ​ຊົງ​ຢູ່​ໃນ​ເຮົາ ຖ້ອຍ​ຄຳ​ທີ່​ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫລາຍ​ນັ້ນ ເຮົາ​ບໍ່​ໄດ້​ກ່າວ​ໂດຍ​ລຳ​ພັງ​ເຮົາ​ເອງ ແຕ່​ພຣະ​ບິ​ດາ​ຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ເຮົາ​ໄດ້​ຊົງ​ກະ​ທຳ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ 11 ຈົ່ງ​ເຊື່ອ​ເຮົາ​ວ່າ​ເຮົາ​ຢູ່​ໃນ​ພຣະ​ບິ​ດາ ແລະ​ພຣະ​ບິ​ດາ​ຊົງ​ຢູ່​ໃນ​ເຮົາ ຖ້າ​ບໍ່​ດັ່ງ​ນັ້ນ​ກໍ​ຈົ່ງ​ເຊື່ອ​ເພາະ​ກິ​ຈ​ການ​ເຫລົ່າ​ນັ້ນ 12 “ເຮົາບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ຜູ້​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິ​ຈ​ການ​ທີ່​ເຮົາ​ເຮັດຢູ່​ນັ້ນ​ເຫມືອນ​ກັນ ແລະ​ຜູ້​ນັ້ນ​ຈະ​ເຮັດ​ການ​ໃຫຍ່ກວ່າ​ນັ້ນ​ອີກ ເພາະ​ວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະ​ບິ​ດາ 13 ສິ່ງ​ໃດ​ທີ່​ທ່ານ​ທັງ​ຫລາຍ​ຈະ​ຂໍ​ໃນ​ນາ​ມ​ຂອງ​ເຮົາ ເຮົາ​ກໍ​ຈະ​ເຣັດ​ສິ່ງ​ນັ້ນ​ເພື່ອ​ວ່າ​ພຣະ​ບິ​ດາ​ຈະ​ຊົງ​ຮັບ​ກຽດ​ຕິ​ຍົດ​ດ້ວຍ​ພຣະ​ບຸດ 14 ຖ້າ​ທ່ານ​ທັງ​ຫລາຍຂໍ​ສິ່ງ​ໃດ​ກັບ​ເຮົາ​ໃນ​ນາມ​ຂອງເຮົາ ຝ່າຍ​ເຮົາ​ກໍ​ຈະ​ເຣັດ​ສິ່ງ​ນັ້ນ

ຊົງ​ສັນ​ຍາ​ຈະ​ປະ​ທານ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

15 ຖ້າ​ທ່ານ​ທັງ​ຫລາຍ​ຮັກ​ເຮົາ ທ່ານ​ກໍ​ຈະ​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ເຮົາ 16 ຝ່າຍເຮົາ​ຈະ​ທູນ​ຂໍ​ພຣະ​ບິ​ດາ ແລະ​ພຣະ​ອົງ​ຈະ​ຊົງ​ປະ​ທານ​ຜູ້​ຊ່ອຍ​ອີກ​ຜູ້​ນຶ່ງ​ໃຫ້​ແກ່​ພວກ​ທ່ານ ເພື່ອ​ຈະ​ຢູ່​ກັບ​ພວກ​ທ່ານ​ຕລອດ​ໄປ​ເປັນ​ນິດ 17 ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ໄດ້​ເພາະ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ​ພຣະ​ອົງ ແຕ່​ທ່ານ​ທັງ​ຫລາຍ​ຮູ້​ຈັກ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ທ່ານ ແລະ​ຈະ​ປະ​ທັບ​ຢູ່​ໃນ​ພວກ​ທ່ານ 18 “ເຮົາ​ຈະ​ບໍ່​ປະ​ຖິ້ມ​ທ່ານ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ກຳ​ພ້າ ເຮົາ​ຈະ​ມາ​ຫາ​ພວກ​ທ່ານ​ອີກ​ຫນ້ອຍ​ນຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກ​ທ່ານ​ຈະ​ເຫັນ​ເຮົາ 19 ເພາະ​ເຮົາ​ເປັນ​ຢູ່​ທ່ານ​ທັງ​ຫລາຍ​ກໍ​ຈະ​ເປັນຢູ່​ເຫມືອນ​ກັນ 20 ໃນ​ວັນ​ນັ້ນ​ທ່ານ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະ​ບິ​ດາ​ຂອງ​ເຮົາ ແລະ​ພວກ​ທ່ານ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພວກ​ທ່ານ 21 ຜູ້​ທີ່​ມີ​ຂໍ້​ບັນ​ຍັດ​ຂອງ​ເຮົາ​ແລະ​ຖືຂໍ້​ບັນ​ຍັດ​ນັ້ນ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ທີ່​ຮັກ​ເຮົາ ແລ້ວ​ຜູ້​ທີ່​ຮັກ​ເຮົາ​ພຣະ​ບິ​ດາ​ຂອງ​ເຮົາ​ຈະ​ຊົງ​ຮັກ​ຜູ້​ນັ້ນ ແລະ​ຝ່າຍ​ເຮົາ​ຈະ​ຮັກ​ຜູ້​ນັ້ນ ພ້ອ​ມ​ທັງ​ຈະ​ສະ​ແດງ​ຕົວ​ເຮົາ​ໃຫ້​ແກ່​ຜູ້​ນັ້ນ” 22 ຢູດາ (ບໍ່​ແມ່ນ​ອິ​ສະ​ກາ​ຣິ​ອົດ) ທູນ​ພຣະ​ອົງ​ວ່າ, “ນາຍ​ເຈົ້າ​ເອີຍ, ເປັນ​ດ້ວຍ​ເຫດ​ໃດ​ທ່ານ​ຈຶ່ງ​ສະ​ແດງ​ຕົວ​ໃຫ້​ປາ​ກົດ​ແກ່​ພວກ​ຂ້າ​ນ້ອຍ ແຕ່​ບໍ່​ໃຫ້​ປາ​ກົດ​ແກ່​ໂລກ” 23 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ຜູ້​ໃດ​ຮັກ​ເຮົາ ຜູ້​ນັ້ນ​ຈະ​ຖືຮັກ​ສາ​ພຣະ​ທັມ​ຂອງ​ເຮົາ ແລະ​ພຣະ​ບິ​ດາ​ຂອງ​ເຮົາ​ຈະ​ຊົງ​ຮັກ​ຜູ້​ນັ້ນ ແລ້ວ​ເຮົາ​ທັງ​ສອງ​ຈະ​ມາ​ຫາ​ຜູ້​ນັ້ນ​ແລະ​ຈະ​ຕັ້ງ​ຢູ່​ກັບ​ຜູ້​ນັ້ນ 24 ຜູ້​ທີ່​ບໍ່​ຮັກ​ເຮົາ​ກໍ​ບໍ່​ຖື​ຮັກ​ສາ​ຖ້ອຍ​ຄຳ​ທັງ​ຫລາຍ​ຂອງ​ເຮົາ ພຣະ​ທັມ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ນັ້ນ​ບໍ່​ແມ່ນ​ຂອງ​ເຮົາ ແຕ່​ແມ່ນ​ຂອງ​ພຣະ​ບິ​ດາ​ຜູ້​ຊົງ​ໃຊ້​ເຮົາ​ມາ 25 “ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ​ຫລາຍ ເມື່ອ​ເຮົາ​ຍັງ​ຢູ່ກັບ​ພວກ​ທ່ານ 26 ແຕ່​ພຣະ​ຜູ້​ຊ່ອຍ​ຄື​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ ທີ່​ພຣະ​ບິ​ດາ​ຈະ​ຊົງ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ອົງ​ນັ້ນ​ແຫລະ, ຈະ​ຊົງ​ສອນ​ທ່ານ​ທັງ​ຫລາຍ​ທຸກໆ​ສິ່ງ ແລະ​ຈະ​ເຕືອນ​ພວກ​ທ່ານ​ໃຫ້​ລະ​ນຶກ​ເຖິງ​ທຸ​ກ​ສິ່ງ​ທີ່​ເຮົາ​ນີ້​ໄດ້​ກ່າວ​ແກ່​ພວກ​ທ່ານ​ແລ້ວ​ນັ້ນ 27 ເຮົາ​ມອບ​ຄວາມ​ສ​ງົບ​ສຸກ​ໄວ້​ກັບ​ທ່ານ​ທັງ​ຫລາຍ ຝ່າຍ​ເຮົາ​ໃຫ້​ແກ່​ພວກ​ທ່ານ​ບໍ່​ເຫມືອນ​ໂລກ​ໃຫ້​ນັ້ນ ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ວຸ້ນ​ວາຍ​ໄປ​ແລະ​ຢ່າ​ຊູ່​ຢ້ານ 28 ທ່ານ​ທັງ​ຫລາຍ​ໄດ້​ຍິນ​ເຮົາ​ກ່າວ​ແກ່​ພວກ​ທ່ານ​ແລ້ວ​ວ່າ “ເຮົາ​ຈະ​ຈາກ​ໄປ​ແລະ​ຈະ​ກັບ​ມາ​ຫາ​ພວກ​ທ່ານ” ຖ້າ​ພວກ​ທ່ານ​ຮັກ​ເຮົາ ພວກ​ທ່ານ​ກໍ​ຈະ​ຊົມ​ຊື່ນ​ຍິນ​ດີ​ທີ່​ເຮົາ​ໄປ​ຫາ​ພຣະ​ບິ​ດາ ເພາະ​ພຣະ​ບິ​ດາ​ຊົງ​ເປັນ​ໃຫຍ່ກວ່າ​ເຮົາ 29 ບັດ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ກ່ອນ​ເຫດ​ການ​ນັ້ນ​ຈະ​ເກີດ​ຂຶ້ນ ເພື່ອ​ວ່າ​ເມື່ອ​ເຫດ​ການ​ນັ້ນ​ເກີດ​ຂຶ້ນ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ເຊື່ອ 30 ຕັ້ງ​ແຕ່​ນີ້​ໄປ​ເຮົາ​ຈະ​ບໍ່​ສົນ​ທະ​ນາ​ຫລາຍ​ຄຳ​ກັບ​ພວກ​ທ່ານ ເພາະ​ວ່າ​ຜູ້​ປົກ​ຄອງ​ໂລກ​ຈະ​ມາ ແລະ​ຜູ້​ນັ້ນ​ບໍ່​ມີ​ສິດ​ອັນ​ໃດ​ກ່ຽວ​ກັບ​ເຮົາ 31 ແຕ່​ເຮົາ​ໄດ້​ເຮັດ​ຕາມ​ທີ່​ພຣະ​ບິ​ດາ​ໄດ້​ຊົງ​ບັນ​ຊາ ເພື່ອ​ໂລກ​ຈະ​ໄດ້​ຣູ້​ວ່າ​ເຮົາ​ຮັກ​ພຣະ​ບິ​ດາ ຈົ່ງ​ລຸກ​ຂຶ້ນ, ເຮົາ​ທັງ​ຫລາຍ​ພາ​ກັນ​ຈາກ​ທີ່​ນັ້ນ​ໄປ​ເທາະ”

ໂຢຮັນ 15

ພຣະ​ເຢ​ຊູ​ຄື​ເຄືອ​ອະ​ງຸ່ນ​ອັນ​ແທ້​ຈິງ

1 “ເຮົາ​ເປັນ​ເຄືອ​ອະ​ງຸ່ນ​ອັນ​ແທ້​ຈິງ ພຣະ​ບິ​ດາ​ຂອງ​ເຮົາ​ຊົງ​ເປັນ​ຜູ້​ບົວ​ລະ​ບັດ 2 ກິ່ງ​ທຸ​ກກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດ​ຜົນ ພຣະ​ອົງ​ຊົງ​ລິ​ເສັຽ ແລະ​ກິ່ງ​ທຸກກິ່ງ​ທີ່​ເກີດ​ຜົນ ພຣະ​ອົງ​ຊົງ​ຕອນ​ເພື່ອ​ໃຫ້​ເກີດ​ຜົນ​ຫລາຍ​ຂຶ້ນ 3 ບັດ​ນີ້​ທ່ານ​ທັງ​ຫລາຍ​ກໍ​ຕອນ​ແລ້ວ​ດ້ວຍ​ພຣະ​ທັມ​ທີ່​ເຮົາ​ໄດ້​ກ່າວ​ຕໍ່​ພວກ​ທ່ານ 4 ຈົ່ງ​ເຂົ້າ​ສ​ນິດ​ຢູ່​ໃນ​ເຮົາ​ແລະ​ເຮົາ​ເຂົ້າ​ສ​ນິດ​ຢູ່​ໃນ​ພວກ​ທ່ານ ກິ່ງ​ຈະ​ເກີດ​ຜົນ​ເອງ​ບໍ່​ໄດ້​ນອກ​ຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນ​ໃດ ທ່ານ​ທັງ​ຫລາຍ​ກໍ​ຈະ​ເກີດ​ຜົນ​ບໍ່​ໄດ້​ນອກ​ຈາກ​ຈະ​ເຂົ້າ​ສນິດ​ຢູ່​ໃນ​ເຮົາ​ສັນ​ນັ້ນ 5 ເຮົາ​ເປັນ​ເຄືອ​ອະ​ງຸ່ນ ທ່ານ​ທັງ​ຫລາຍ​ເປັນ​ກິ່ງ ຜູ້​ທີ່​ເຂົາ​ສ​ນິດ​ຢູ່​ໃນ​ເຮົາ ແລະ​ເຮົາ​ເຂົ້າ​ສ​ນິດ​ຢູ່​ໃນ​ຜູ້​ນັ້ນ ແມ່ນ​ຜູ້​ນັ້ນ​ແຫລະ, ຈະ​ເກີດ​ຜົນ​ຫລາຍ​ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ​ພວກ​ທ່ານ​ບໍ່​ອາດ​ເຣັດ​ສິ່ງ​ໃດ​ໄດ້ 6 ຖ້າ​ຜູ້​ໃດ​ບໍ່​ເຂົ້າ​ສ​ນິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສັຽ​ເຫມືອນ​ກິ່ງ ແລ້ວ​ກໍ​ຫ່ຽວ​ແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສັຽ 7 ຖ້າ​ທ່ານ​ທັງ​ຫລາຍ​ເຂົ້າ​ສ​ນິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍ​ຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ທ່ານ​ທັງ​ຫລາຍ​ແລ້ວ ພວກ​ທ່ານ​ຈະປາ​ຖ​ນາ​ສິ່ງ​ໃດຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກ​ທ່ານ 8 ໃນ​ການ​ນີ້​ແຫລະ, ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ຊົງ​ຮັບ​ກຽດ​ຕິ​ຍົດ ຄື​ເມື່ອ​ພວກ​ທ່ານ​ເກີດ​ຜົນ​ຫລາຍ ພວກ​ທ່ານ​ຈຶ່ງ​ເກີດ​ເປັນ​ສາ​ວົກ​ອ​ຂງ​ເຮົາ 9 ພຣະ​ບິ​ດາ​ໄດ້​ຊົງ​ຮັກ​ເຮົາ​ຢ່າງ​ໃດ ຝ່າຍ​ເຮົາ​ໄດ້​ຮັກ​ພວກ​ທ່ານ​ຢ່າງ​ນັ້ນ​ເຫມືອນ​ກັນ ຈົ່ງ​ຕັ້ງ​ຢູ່​ໃນ​ຄວາ​ມຮັກ​ຂອງ​ເຮົາ 10 ຖ້າ​ພວກ​ທ່ານ​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ເຮົາ ທ່ານ​ກໍ​ຈະ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ ເຫມືອນ​ດັ່ງ​ເຮົາ​ໄດ້​ຖື​ຮັກ​ສາ​ບັນ​ຍັດ​ພຣະ​ບິ​ດາ​ຂອງ​ເຮົາ ເຮົາ​ຈຶ່ງ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ອົງ 11 ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ແລ້ວ ເພື່ອ​ຄວາມ​ຍິນ​ດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ທ່ານ ແລະ​ຄວາມ​ຍິນ​ດີ​ຂອງ​ທ່ານ​ຈະ​ຄົບ​ບໍ​ຣິ​ບູນ 12 “ນີ້​ແຫລະ, ເປັນ​ຂໍ້​ບັນ​ຍັດ​ຂອງ​ເຮົາ ຄື​ໃຫ້​ທ່ານ​ທັງ​ຫລາຍ​ຮັກ​ກັນ​ແລະ​ກັນ ຫມືອນ​ດັ່ງ​ເຮົາ​ໄດ້​ຮັກ​ພວກ​ທ່ານ 13 ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ໃຫຍ່ກວ່າ​ນີ້ ຄື​ການ​ທີ່​ຜູ້​ນຶ່ງ​ຈະ​ໄດ້​ສ​ລະ​ຊີ​ວິດ​ຕາງ​ມິດ​ສະ​ຫາຍ​ຂອງ​ຕົນ 14 ຖ້າ​ທ່ານທັງ​ຫລາຍ​ເຮັດ​ຂໍ້​ທີ່​ເຮົາ​ໄດ້​ບັນ​ຍັດ​ໄວ້ ພວກ​ທ່ານ​ກໍ​ເປັນ​ມິດ​ສະ​ຫາຍ​ຂອງ​ເຮົາ 15 ຕໍ່​ໄປ​ເຮົາ​ບໍ່​ເອີ້ນ​ທ່ານ​ທັງ​ຫລາຍ​ວ່າ​ຂ້ອຍ​ໃຊ້ ເພາະ​ຂ້ອຍ​ໃຊ້​ບໍ່​ຮູ້​ວ່າ​ນາຍ​ຂອງ​ຕົນ​ກຳ​ລັງ​ເຮັດ​ອັນ​ໃດ ແຕ່​ເຮົາ​ເອີ້ນ​ພວກ​ທ່ານ​ວ່າ​ມິດ​ສະ​ຫາຍ ເພາະ​ວ່າ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ຈາກ​ພຣະ​ບິດາຂອງ​ເຮົາ ເຮົາ​ກໍ​ໄດ້​ສະ​ແດງ​ໃຫ້​ແກ່​ພວກ​ທ່ານ​ຊາບ​ແລ້ວ 16 ບໍ່​ແມ່ນ​ທ່ານ​ທັງ​ຫລາຍ​ໄດ້​ເລືອກ​ເອົາ​ເຮົາ ແຕ່​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ທ່ານ​ແລະ​ໄດ້​ແຕ່ງ​ຕັ້ງ​ທ່ານ​ທັງ​ຫລາຍ ເພື່ອໃຫ້​ໄປ​ເກີດ​ຜົນ ແລະ​ເພື່ອ​ຜົນ​ຂອງ​ພວກ​ທ່ານ​ຈະ​ຕັ້ງ​ຢູ່​ຖາ​ວອນ ເພື່ອ​ວ່າ, ເມື່ອ​ທ່ານ​ທັງ​ຫລາຍ​ຈະ​ທູນ​ຂໍ​ສິ່ງ​ໃດ​ຈາກ​ພຣະ​ບິ​ດາ​ໃນ​ນາມ​ຂອງ​ເຮົາ ພຣະ​ອົງ​ກໍ​ຈະ​ຊົງ​ປະ​ທານ​ສິ່ງນັ້ນ​ແກ່​ພວກ​ທ່ານ 17 ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ກໍ​ບັນ​ຍັດ​ໄວ້​ແກ່​ທ່ານ​ທັງ​ຫລາຍ ເພື່ອ​ພວກ​ທ່ານ​ຈະ​ຮັກ​ກັນ​ແລະ​ກັນ

ຄວາມ​ກຽດ​ຊັງ​ຂອງ​ໂລກ

18 “ຖ້າ​ໂລກ​ຫາກ​ກຽດ​ຊັງ​ທ່ານ​ທັງ​ຫລາຍ ກໍ​ຈົ່ງ​ຮູ້​ວ່​ມັນ​ໄດ້​ກຽດ​ຊັງ​ເຮົາ​ກ່ອນ​ແລ້ວ 19 ຖ້າ​ທ່ານ​ທັງ​ຫລາຍເປັນ​ຂອງ​ຝ່າຍ​ໂລກ ໂລກ​ກໍ​ຈະ​ຮັກ​ແພງ​ສິ່ງ​ທີ່​ເປັນ​ຂອງ​ມັນ ແຕ່​ເພາະ​ທ່ານ​ທັງ​ຫລາຍ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ ແລະ​ຝ່າຍ​ເຮົາ​ໄດ້​ເລືອກ​ເອົາ​ພວກ​ທ່ານ​ອອກ​ຈາກ​ໂລກ ສັນ​ນັ້ນ​ໂລກ​ຈຶ່ງ​ກຽດ​ຊັງ​ພວກ​ທ່ານ 20 ຈົ່ງ​ລະ​ນຶກ​ເຖິງ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ທ່ານ​ທັງຫລາຍ​ວ່າ ຂ້ອຍ​ໃຊ້​ບໍ່​ຫ່ອນ​ໃຫຍ່ກວ່າ​ນາຍ​ຂອງ​ຕົນ ຖ້າ​ເຂົາ​ຂົ່ມ​ເຫັງ​ເຮົາ ເຂົາ​ກໍ​ຂົ່ມ​ເຫັງ​ທ່ານ​ທັງ​ຫລາຍ​ເຫມືອນ​ກັນ ຖ້າ​ເຂົາ​ຖື​ຮັກ​ສາ​ຂໍ້​ຄວາມ​ຂອງ​ເຮົາ ເຂົາ​ກໍ​ຈະ​ຖື​ຮັກ​ສາ​ຂໍ້​ຄວາມ​ຂອງ​ພວກ​ທ່ານ​ເຫມືອນ​ກັນ 21 ແຕ່​ສິ່ງ​ທັງ​ປວງ​ນີ້​ເຂົາ​ກໍ​ຈະ​ເຮັດ​ຕໍ່​ທ່ານ​ທັງ​ຫລາຍ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ເພາະ​ວ່າ​ເຂົາ​ບໍ່​ຮູ້​ຈັກ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ 22 ຖ້າ​ເຮົາບໍ່​ໄດ້​ມາ​ກ່າວ​ແກ່​ເຂົາ ເຂົາ​ກໍ​ບໍ່​ມີ​ຜິດ​ບາບ ແຕ່​ບັດ​ນີ້​ເຂົາ​ບໍ່​ມີ​ຂໍ້​ແກ້ຕົວ​ໃນ​ເຣື່ອ​ງ​ຜິດ​ບາບ​ຂອງ​ຕົນ 23 ຜູ້​ທີ່​ກຽດ​ຊັງ​ເຮົາ​ກໍ​ກຽດ​ຊັງ​ພຣະ​ບິ​ດາ​ຂອງ​ເຮົາ​ເຫມືອນ​ກັນ 24 ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິ​ຈ​ການ​ຖ້າມ​ກາງ​ເຂົາ ອັນ​ບໍ່​ມີ​ຜູ້ອື່ນ​ໄດ້​ເຮັດ​ນັ້ນ ເຂົາ​ກໍ​ຄົງ​ບໍ່​ມີ​ຜິດ​ບາບ ແຕ່​ບັດ​ນີ້​ເຂົາ​ໄດ້​ເຫັນ​ແລະ​ໄດ້​ກຽດ​ຊັງ​ທັງ​ເຮົາ​ແລະ​ພຣະ​ບິ​ດາ​ຂອ​ງ​ເຮົາ​ເຫມືອນ​ກັນ 25 ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ ຕາມ​ທີ່​ຂຽນ​ໄວ້​ໃນພຣະບັນ​ຍັດ​ຂອງ​ເຂົາ​ທີ່​ວ່າ “ເຂົາ​ໄດ້​ກຽດ​ຊັງ​ເຮົາ​ໂດຍ​ບໍ່​ມີ​ເຫດ” 26 ແຕ່​ເມື່ອ​ອົງ​ພຣະ​ຜູ້​ຊ່ອຍ​ຜູ້​ທີ່​ເຮົາ​ນີ້​ຈະ​ໃຊ້​ມາ​ຈາກ​ພຣະ​ບິ​ດາ​ຫາ​ທ່ານ​ທັງ​ຫລາຍ ຄື​ພຣະ​ວິ​ນ​ຍານ​ແຫ່ງ​ຄວາມ​ຈິງ​ຊຶ່ງ​ອອກ​ຈາກ​ພຣະ​ບິ​ດາ ໄດ້​ສະ​ເດັດ​ມາ​ແລ້ວ ພຣະ​ອົງ​ນັ້ນ​ແຫລະ, ຈະ​ຊົງ​ເປັນ​ພຍານ​ໃຫ້​ແກ່​ເຮົາ 27 ສ່ວນ​ທ່ານ​ທັງ​ຫລາຍ​ກໍ​ເປັນ​ພຍານ​ເຫມືອນ​ກັນ ເພາະ​ວ່າ​ພວກ​ທ່ານ​ຢູ່​ກັບ​ເຮົາ​ຕັ້ງ​ແຕ່​ຕົ້​ນມາ​ແລ້ວ

ໂຢຮັນ 16

1 “ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ບອກ​ທ່ານ​ທັງ​ຫລາຍ​ແລ້ວ​ ເພື່ອ​ບໍ່​ໃຫ້​ພວກ​ທ່ານ​ເກີດ​ຄວາມ​ສະ​ດຸດ​ໃຈ 2 ເຂົາ​ຈະ​ໄລ່​ທ່ານ​ທັງ​ຫລາຍ​ອອກ​ຈາກ​ໂຮງ​ທັມ​ມະ​ເທ​ສ​ນາ​ຈະ​ມີ​ເວ​ລາ​ນຶ່ງ​ເມື່ອ​ບຸກ​ຄົນ​ທີ່​ຂ້າ​ພວກ​ທ່ານ​ເສັຽ ຈະ​ຄຶດ​ວ່າ​ຕົນ​ເຮັດ​ການ​ນັ້ນ​ເພື່ອ​ບູ​ຊາ​ຕໍ່​ພຣະ​ເຈົ້າ 3 ເຂົາ​ຈະ​ເຮັດ​ດັ່ງ​ນັ້ນ ເພາະ​ເຂົາ​ບໍ່​ໄດ້​ຮູ້​ຈັກ​ພຣະ​ບິ​ດາ​ແລະບໍ່​ໄດ້​ຮູ້​ຈັກ​ເຮົາ 4 ແຕ່​ທີ່​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ໃຫ້​ທ່ານ​ທັງ​ຫລາຍ ກໍ​ເພື່ອ​ວ່າ, ເມື່ອ​ເວ​ລາ​ຂອງ​ເຂົາ​ມາ​ເຖິງ​ແລ້ວ ພວກ​ທ່ານ​ຈະ​ໄດ້​ລະ​ນຶກ​ວ່າ​ຝ່າຍ​ເຮົາ​ໄດ້​ບອກ​ພວກ​ທ່ານ​ໄວ້​ແລ້ວ​

ງານ​ຂອງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

“ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ແກ່​ທ່ານ​ທັ​ງ​ຫລາຍ​ຕັ້ງ​ແຕ່​ຕົ້ນ​ມາ ເພາະ​ວ່າ​ເຮົາ​ຍັງ​ຢູ່​ກັບ​ພວກ​ທ່ານ 5 ແຕ່​ບັດ​ນີ້ເຮົາ​ຈວນ​ຈະ​ໄປ​ຫາ​ພຣະ​ອົງ​ຜູ້​ຊົງ​ໃຊ້​ເຮົາ​ມາ ແລະບໍ່​ມີ​ຜູ້​ໃດ​ໃນ​ພວກ​ທ່ານ​ຖາມ​ເຮົາ​ວ່າ, “ທ່ານ​ຈະ​ໄປ​ໃສ” 6 ແຕ່​ເພາະ​ເຮົາໄດ້​ບອກ​ສິ່ງ​ເຫລົ່າ​ນີ້​ຕໍ່​ພວກ​ທ່ານ ໃຈ​ຂອງ​ພວກ​ທ່ານ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ 7 ຢ່າງ​ໃດ​ກໍ​ຕາມ ເຮົາ​ກໍ​ບອກ​ຄວາມ​ຈິງ​ຕໍ່​ທ່ານ​ທັງ​ຫລາຍ​ວ່າ ການ​ທີ່​ເຮົາ​ຈາກ​ໄປ​ນັ້ນ​ເປັນ​ປ​ໂຍດ​ແກ່​ພວກ​ທ່ານ ເພາະ​ຖ້າ​ເຮົາ​ບໍ່​ໄປ ອົງ​ພຣະ​ຜູ້​ຊ່ອຍ​ນັ້ນ​ຈະ​ບໍ່​ໄດ້​ສະ​ເດັດ​ມາ​ຫາ​ພວກ​ທ່ານ ແຕ່​ຖ້າ​ເຮົາ​ໄປ​ແລ້ວ ເຮົາ​ກໍ​ຈະ​ໃຊ້​ພຣະ​ອົງ​ນັ້ນ​ມາ​ຫາ​ພວກ​ທ່ານ 8 ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ແລ້ວ ພຣະ​ອົງ​ນັ້ນ​ແຫລະ, ຈະ​ຊົງ​ບັນ​ດົນ​ໃຫ້​ໂລກ​ຮູ້​ແຈ້ງ​ໃນ​ເຣື່ອງ​ຄວາມ​ຜິດ​ບາບ ຄວາມ​ຊອບ​ທັມ ແລະ​ການ​ພິ​ພາກ​ສາ 9 ໃນ​ເຣື່ອງ​ຄວາມ​ຜິດ​ບາບ​ນັ້ນ ຄື​ເພາະ​ເຂົາ​ບໍ່​ວາງ​ໃຈ​ເຊື່ອ​ໃນ​ເຮົາ 10 ໃນ​ເຣື່ອງ​ຄວາມ​ຊອບ​ທັມ​ນັ້ນ ຄື​ເພາະ​ເຮົາ​ໄປ​ຫາ​ພຣະ​ບິ​ດາ​ແລະ​ພວກ​ທ່ານ​ຈະ​ບໍ່​ເຫັນ​ເຮົາ​ອີກ 11 ສ່ວນ​ເຣື່ອງ​ການ​ພິ​ພາກ​ສາ​ນັ້ນ ຄື​ເພາະ​ຜູ້​ປົກ​ຄອງ​ໂລກ​ນີ້​ໄດ້​ຖືກ​ພິ​ພາ​ກ​ສາ​ແລ້ວ 12 “ເຮົາ​ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ຈະ​ບອກ​ແກ່​ທ່ານ​ທັງ​ຫລາຍ ແຕ່​ດຽວ​ນີ້​ພວກ​ທ່ານ​ບໍ່​ອາດ​ຈະ​ທົນ​ໄດ້ 13 ແຕ່​ເມື່ອ​ພຣະ​ອົງ​ນັ້ນ ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ​ຈະ​ສະ​ເດັດ​ມາ​ແລ້ວ ພຣະ​ອົງ​ຈະ​ນໍາທ່ານ​ທັງ​ຫລາຍ​ໄປ​ສູ່​ຄວາມ​ຈິງ​ທັງ​ຫມົດ ເພາະ​ພຣະ​ອົງ​ຈະ​ບໍ່​ກ່າວ​ແຕ່​ລຳ​ພັງ​ຂອງ​ພຣະ​ອົງ​ເອງ ແຕ່​ພຣະ​ອົງ​ຊົງ​ໄດ້​ຍິນ​ສິ່ງ​ໃດ​ກໍ​ຈະ​ຊົງ​ກ່າວ​ສິ່ງ​ນັ້ນ ແລະ​ຈະ​ຊົງ​ປະ​ກາດ​ໃຫ້​ທ່ານ​ທັງ​ຫລາຍ​ຮູ້​ເຖິງ​ສິ່ງ​ເຫລົ່າ​ນີ້​ທີ່​ຈະ​ເກີດ​ຂຶ້ນ 14 ພຣະ​ອົງ​ຈະ​ຊົງ​ໃຫ້​ເຮົາ​ໄດ້​ຮັບ​ກຽດ ເພາະ​ວ່າ​ພຣະ​ອົງ​ຈະ​ຊົງ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ເຮົາ​ມາ​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ 15 ທຸກ​ໆ​ສິ່ງ​ທີ່​ພຣະ​ບິ​ດາ​ຊົງ​ມີ​ຢູ່​ນັ້ນ​ກໍ​ເປັນ​ຂອງ​ເຮົາ ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ກ່າວ​ວ່າ ພຣະ​ວິ​ນຍານ​ຊົງ​ເອົາ​ສິ່ງ​ຊຶ່ງ​ເປັນ​ຂອງ​ເຮົາ​ນັ້ນ​ມາ​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ

ຄວາມ​ທຸກ​ໂສກ​ຈະ​ກາຍ​ເປັນ​ຄວາມ​ຊົມ​ຊື່ນ​ຍິນ​ດີ

16 “ຍັງ​ຫນ້ອຍ​ນຶ່ງ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ເຫັນ​ເຮົາ​ຕໍ່​ໄປ ແລະ​ຍັງ​ອີກ​ຫນ້ອຍ​ນຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ” 17 ສາ​ວົກ​ຂອງ​ພຣະ​ອົງ​ລາງ​ຄົນຈຶ່ງ​ຖາມ​ກັນ​ວ່າ, “ທີ່​ທ່ານ​ໄດ້​ກ່າວ​ຕໍ່​ພວກ​ເຮົາ​ວ່າ “ຍັງ​ຫນ້ອຍ​ນຶ່ງ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ເຫັນ​ເຮົາ ແລະ​ຍັງ​ອີກ​ຫນ້ອຍ​ນຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ” ແລະ​ “ເພາະ​ເຮົາ​ໄປ​ຫາ​ພຣະ​ບິ​ດາ” ນີ້​ຫມາຍ​ຄວາມ​ຢ່າງ​ໃດ” 18 ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຍັງ​ຫນ້ອຍ​ນຶ່ງ” ນັ້ນ​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ວ່າ​ທ່ານ​ກຳ​ລັງ​ເວົ້າ​ຫຍັງ” 19 ພຣະ​ເຢ​ຊູ​ຊົງ​ຊາຍ​ວ່າ​ເຂົາ​ຢາກ​ທູນ​ຖາມ​ພຣະ​ອົງ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຖາມ​ກັນ​ໃນ​ເຣື່ອງ​ທີ່​ເຮົາ​ກ່າວ​ນັ້ນ​ຫລື​ວ່າ “ຍັງ​ຫນ້ອຍ​ນຶ່ງ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ເຫັນ​ເຮົາ” ແລະ “ຍັງ​ອີ​ກຫນ້ອຍ​ນຶ່ງ​ພວກ​ທ່ານ​ກໍ​ຈະ​ເຫັນ​ເຮົາ” 20 ເຮົາ​ບອກ​ທ່ານ​ທັງ​ຫລາຍ​ຕາມ​ຄວາມ​ຈິງວ່າ ທ່ານ​ທັງ​ຫລາຍ​ຈະ​ຮ້ອງ​ໄຫ້​ຮ່ຳ​ໄຮ ແຕ່​ໂລກ​ນີ້​ຈະ​ຊົມ​ຊື່ນ​ຍິນ​ດີ ສ່ວນ​ພວກ​ທ່ານ​ຈະ​ມີ​ຄວາມ​ທຸກ​ໂສກ ແຕ່​ຄວາມ​ທຸ​ກໂສກ​ຂອງ​ພວກ​ທ່ານ​ນັ້ນ​ຈະ​ກັບ​ກາຍ​ເປັນ​ຄວາມ​ຍິນ​ດີ 21 ເມື່ອ​ຜູ້​ຍິງ​ຈະ​ເກີດ​ລູກ ນາງ​ກໍ​ມີ​ຄວາມ​ທຸກ​ເພາະ​ເຖິງ​ກຳ​ນົດ​ແລ້ວ ແຕ່​ເມື່ອ​ເກີດ​ລູກ​ແລ້ວ​ນາງ​ກໍ​ບໍ່​ຄຶດ​ເຖິງ​ຄວາມ​ເຈັບ​ປວດ​ນັ້ນ​ອີກ ເພາະ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີທີ່​ຄົນ​ຜູ້​ນຶ່ງ​ເກີດ​ມາ​ໃນ​ໂລກ 22 ດັ່ງ​ນັ້ນ​ໃນ​ບັດ​ນີ້​ທ່ານ​ທັງ​ຫລາຍ​ກໍ​ມີ​ຄວາມ​ທຸກ​ໂສກ ແຕ່​ເຮົາ​ຈະ​ເຫັນ​ພວກ​ທ່ານ​ອີກ​ແລະ​ໃຈຂອງ​ພວກ​ທ່ານ​ຈະ​ຊົມ​ຊື່ນ​ຍິນ​ດີ ແລະ​ບໍ່​ມີ​ຜູ້​ໃດ​ຈະ​ເອົາ​ຄວາມຍິນ​ດີ​ນັ້ນ​ອອກ​ໄປ​ຈາກ​ພວກ​ທ່ານ​ໄດ້ 23 ໃນ​ວັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ຖາມ​ເຮົາ​ເຖິງ​ສິ່ງ​ໃດ ເຮົາ​ບອກ​ພວກ​ທ່ານ​ຕາມ​ຄວາມ​ຈິງວ່າ ຖ້າພວກ​ທ່ານ​ຈະ​ຂໍ​ສິ່ງ​ໃດ​ຈາກ​ພຣະ​ບິ​ດາ​ໃນ​ນາມ​ຂອງ​ເຮົາ ພຣະ​ອົງ​ຈະ​ຊົງ​ໂຜດ​ປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ທ່ານ 24 ມາ​ເຖິງ​ບັດ​ນີ້​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ຂໍ​ສິ່ງ​ໃນ​ນາມ​ຂອງ​ເຮົາ ຈົ່ງ​ຂໍ​ແລ້ວ​ພວກ​ທ່ານ​ຈະ​ໄດ້​ຮັບ ເພື່ອ​ຄວາມ​ຍິນ​ດີ​ຂອງ​ພວກ​ທ່ານ​ຈະ​ເຕັມ​ບໍ​ຣິ​ບູນ

ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ

25 “ສິ່ງ​ເຫລົ່າ​ນີ້​ເຮົາ​ໄດ້​ກ່າວ​ຕໍ່​ທ່ານ​ທັງ​ຫລາຍ​ເປັນ​ຄຳ​ປຽບ​ທຽບ ເມື່​ອ​ເຖິງເວ​ລາ​ນຶ່ງ​ເຮົາ​ຈະ​ບໍ່​ກ່າວ​ເປັນ​ຄຳ​ປຽບ​ທຽບ​ຕໍ່​ພວກ​ທ່ານ​ອີກ ແຕ່​ຈະ​ບອກ​ໃຫ້​ພວກ​ທ່ານ​ຮູ້​ເຣື່ອງ​ພຣະ​ບິ​ດາ​ໂດຍ​ແຈ່ມ​ແຈ້ງ 26 ໃນ​ວັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈະ​ທູນ​ຂໍ​ໃນ​ນາມ​ຂອງ​ເຮົາ ແລະ​ເຮົາ​ຈະ​ບໍ່​ບອກ​ພວກ​ທ່ານ​ວ່າ ເຮົາ​ຈະ​ອ້ອນວອນ​ພຣະ​ບິ​ດາ​ເພື່ອ​ພວກ​ທ່ານ 27 ດ້ວຍ​ວ່າ​ພຣະ​ບິ​ດາ​ເອງ​ກໍ​ຊົງ​ຮັກ​ແພງ​ທ່ານ​ທັງ​ຫລາຍ ເພາະ​ວ່າ​ພວກ​ທ່ານ​ໄດ້​ຮັກ​ແພງ​ເຮົາ ແລະ​ໄດ້​ເຊື່ອ​ວ່າ​ເຮົາ​ອອກ​ມາ​ຈາກ​ພຣະ​ເຈົ້າ 28 ເຮົາໄດ້​ອອກ​ມາ​ຈາກ​ພຣະ​ບິ​ດາ​ແລະ​ໄດ້​ມາ​ໃນ​ໂລກ ແລ້ວ​ເຮົາ​ຈະ​ຈາກໂລກ​ໄປ​ຫາ​ພຣະ​ບິ​ດາ​ອີກ” 29 ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ທູນ​ວ່າ, “ນີ້​ແຫລະ, ບັດນີ້​ທ່ານ​ກ່າວ​ໂດຍ​ແຈ່ມ​ແຈ້ງ ບໍ່​ໄດ້​ກ່າວ​ເປັນ​ຄຳ​ປຽບ​ທຽບ 30 ບັດ​ນີ້​ພວກ​ຂ້າ​ນ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ຮູ້​ຈັກ​ສັພ​ທຸ​ກ​ສິ່ງ ແລະບໍ່​ຈຳ​ເປັນ​ທີ່​ຜູ້​ໃດ​ຈະ​ຖາມທ່ານ​ອີກ ດ້ວຍ​ເຫດ​ນີ້​ພວກ​ຂ້າ​ນ້ອຍ​ຈຶ່ງ​ເຊື່ອ​ວ່າ​ທ່ານ​ມາ​ຈາກ​ພຣະ​ເຈົ້າ” 31 ພຣະ​ເຢ​ຊູ​ຊົງ​ຕອບ​ເຂົາ​ວ່າ, “ດຽວ​ນີ້​ທ່ານ​ທັ​ງ​ຫລາຍ​ເຊື່ອ​ແລ້ວ​ຫລື 32 ເບິ່ງ​ແມ໋, ເວ​ລາ​ຈະ​ມາ​ແລະ​ເວ​ລາ​ນັ້ນ​ກໍ​ເຖິງ​ແລ້ວ ທີ່​ທ່ານ​ທັງ​ຫລາຍ​ຈະ​ຕ້ອງ​ແຕກ​ຊະ​ກັນ​ໄປ​ບ້ານ​ໃຜ​ເຮືອນ​ມັນ ແລະ​ຈະ​ປະ​ເຮົາ​ໄວ້​ຜູ້​ດຽວ ແຕ່​ຫາກວ່າ​ເຮົາ​ບໍ່​ໄດ້​ຢູ່​ຜູ້​ດຽວ​ເພາະ​ພຣະ​ບິ​ດາ​ຊົງ​ສະ​ຖິດ​ຢູ່​ກັບ​ເຮົາ 33 ເຮົາ​ໄດ້​ບອກ​ເຣື່ອງ​ນີ້​ແກ່​ທ່ານ​ທັງ​ຫລາຍ ເພື່ອ​ພວກ​ທ່ານ​ຈະ​ມີ​ຄວາມ​ສ​ງົບ​ສຸກ​ໃນ​ເຮົາ ໃນ​ໂລກ​ນີ້​ພວກ​ທ່ານ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ”

ໂຢຮັນ 17

ພຣະ​ເຢ​ຊູ​ຊົງ​ອ້ອນ​ວອນ​ເພື່ອ​ພວກ​ສາ​ວົກ

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຖ້ອຍຄຳ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ຊົງ​ເງີຍ​ພຣະ​ພັກ​ຂຶ້ນ​ເບິ່ງ​ຟ້າ​ໂດຍ​ຊົງ​ກ່າວ​ວ່າ, “ພຣະ​ບິ​ດາ​ເອີຍ, ເຖິງ​ເວ​ລາ​ແລ້ວ ຂໍ​ຊົງ​ໂຜດ​ໃຫ້​ ພຣະ​ບຸດ​ຂອງ​ພຣະ​ອົງ​ໄດ້​ຮັບ​ກຽດ​ຕິ​ຍົດ ເພື່ອ​ພຣະ​ບຸດ​ຈະ​ໄດ້​ຖວາຍ​ກຽດຕິ​ຍົດ​ແດ່​ພຣະ​ອົງ​ 2 ເຫມືອນ​ດັ່ງ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ພຣະ​ບຸດມີ​ສິດ​ອຳ​ນາດ​ເຫນືອ​ມະ​ນຸດ​ທັງ​ປວງ​ ເພື່ອ​ໃຫ້ປະ​ທານ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນນິດແກ່​ທຸກ​ຄົນ​ທີ່​ພຣະ​ອົງ​ໄດ້​ຊົງ​ມອບ​ໃຫ້​ແກ່​ພຣະ​ບຸດ​ນັ້ນ 3 ນີ້​ແຫລະ, ແມ່ນ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ຄື​ທີ່​ເຂົາ​ຮູ້​ຈັກ​ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ທ່ຽງ​ແທ້​ອົງ​ດຽວ ແລະ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ທີ່​ພຣະ​ອົງ​ຊົງ​ໃຊ້​ມາ 4 ຂ້າ​ພຣະ​ອົງ​ໄດ້​ຖວາຍ​ກຽດ​ຕິ​ຍົດ​ແດ່​ພຣະ​ອົງ​ໃນ​ໂລກ ຂ້າ​ພຣະ​ອົງ​ໄດ້​ເຮັດ​ກິ​ຈ​ການ​ທີ່​ພຣະ​ອົງ​ຊົງ​ໃຫ້​ຂ້າ​ພຣະ​ອົງ​ເຮັດ​ນັ້ນ​ສຳ​ເຣັດ​ແລ້ວ 5 ບັດ​ນີ້​ພຣະ​ບິ​ດາ​ເອີຍ, ຂໍ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ມີ​ກຽດ​ຕິ​ຍົດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ເອງ ຄື​ກຽດ​ຕິ​ຍົດ​ທີ່​ຂ້າ​ພຣະ​ອົງ​ມີ​ກັບ​ພຣະ​ອົງ​ກ່ອນ​ໂລກ​ບໍ່​ທັນ​ມີ​ນັ້ນ 6 “ຂ້າ​ພຣະ​ອົງ​ໄດ້​ສະ​ແດງ​ພຣະ​ນາມ​ຂອງ​ພຣະ​ອົງ ແກ່​ຄົນທັງ​ຫລາຍ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ຈາກ​ມະ​ນຸ​ສ​ໂລກ ຄົນ​ເຫລົ່າ​ນັ້ນ​ເປັນ​ຂອງ​ພຣະ​ອົງ​ແລ້ວ ແລະ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ເຂົາ​ໃຫ້​ແກ່​ຂ້າ​ພຣະ​ອົງ ແລະ​ເຂົາ​ໄດ້​ຖື​ຮັກ​ສາ​ພຣະ​ທັມ​ຂອງ​ພຣະ​ອົງ​ແລ້ວ 7 ບັດ​ນີ້​ເຂົາ​ຊາບ​ແລ້ວ​ວ່າ ທຸກ​ສິ່ງ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ນັ້ນ​ມາ​ຈາກ​ພຣະ​ອົງ 8 ເພາະ​ວ່າ​ຖ້ອຍ​ຄຳ​ທັງ​ຫລາ​ຍທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່ຂ້າ​ພຣະ​ອົງ​ນັ້ນ ຂ້າ​ພຣະ​ອົງ​ໄດ້​ໃຫ້​ເຂົາ​ແລ້ວ ແລະ​ເຂົາ​ໄດ້​ຮັບ​ໄວ້ ແລະ​ເຂົາ​ຮູ້​ແນ່​ວ່າ​ຂ້າ​ພຣະ​ອົງ​ມາ​ຈາກ​ພຣະ​ອົງ ທັງ​ເຊື່ອ​ວ່າ​ພຣະ​ອົງ​ໄດ້​ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ 9 ຂ້າ​ພຣະ​ອົງ​ອ້ອນວອນ​ເພື່ອ​ເຂົາ ຂ້າ​ພຣະ​ອົງ​ບໍ່​ໄດ້​ອ້ອນວອນ​ເພື່ອ​ໂລກ ແຕ່​ເພື່ອ​ຄົນ​ເຫລົ່າ​ນັ້ນ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ແກ່​ຂ້າ​ພຣະ​ອົງ ເພາະ​ວ່າ​ເຂົາ​ເປັນ​ຂອງ​ພຣະ​ອົງ 10 ທຸກ​ສິ່ງ​ຊຶ່ງ​ເປັນ​ຂອງ​ຂ້າ​ພຣະ​ອົງກໍ​ເປັນ​ຂອງ​ພຣະ​ອົງ ແລະ​ທຸກ​ສິ່ງ​ຊຶ່ງ​ເປັນ​ຂອງ​ພຣະ​ອົງ​ກໍ​ເປັນ​ຂອງ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ມີ​ກຽດ​ຕິ​ຍົດ​ໃນສິ່ງ​ເຫລົ່າ​ນັ້ນ 11 ບັດ​ນີ້​ຂ້າ​ພຣະ​ອົງ​ຈະ​ບໍ່​ຢູ່​ໃນ​ໂລກ​ນີ້​ອີກ ແຕ່​ເຂົາ​ຍັງ​ຢູ່​ໃນ​ໂລກ​ນີ້ ຝ່າຍ​ຂ້າ​ພຣະ​ອົງ​ກຳ​ລັງ​ຈະ​ເມືອ​ຫາ​ພຣະ​ອົງ ໂອ ພຣະ​ບິ​ດາ​ຜູ້​ບໍ​ຣິ​ສຸດ ຂໍ​ພຣະ​ອົງ​ຊົງ​ໂຜດ​ພິ​ທັກ​ຮັ​ກ​ສາ​ເຂົາ​ໄວ້​ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ແກ່​ຂ້າ​ພຣະ​ອົງ​ນັ້ນ ເພື່ອ​ເຂົາ​ຈະ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ເຫມືອນ​ດັ່ງ​ເຮົາທັງ​ສອງ 12 ເມື່ອ​ຂ້າ​ພຣະ​ອົງ​ຍັງ​ຢູ່​ກັບ​ເຂົາ ຂ້າ​ພຣະ​ອົງ​ກໍ​ໄດ້​ພິ​ທັກຮັກ​ສາ​ເຂົາ​ໄວ້ ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ​ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ແກ່​ຂ້າ​ພຣະ​ອົງ ຂ້າ​ພຣະ​ອົງ​ໄດ້​ປົກ​ປັກ​ຮັ​ກສາ​ເຂົາ​ໄວ້​ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ເສັຽ​ໄປ ເວັ້ນ​ໄວ້​ແຕ່​ຜູ້​ຖືກ​ຊົງ​ຫມາຍ​ໄວ້​ສຳ​ລັບ​ຄວາມ​ຈິບ​ຫາຍ ເພື່ອ​ໃຫ້​ສຳ​ເຣັດ​ໄປ​ຕາມຂໍ້​ພຣະ​ທັມ 13 ບັດ​ນີ້​ຂ້າ​ພຣະ​ອົງ​ກຳ​ລັງ​ຈະ​ເມືອ​ຫາ​ພຣະ​ອົງ ຂ້າ​ພຣະ​ອົງ​ກ່າວ​ເຖິງ​ສິ່ງ​ເຫລົ່າ​ນີ້​ໃນ​ໂລກ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອ​ງ​ຂ້າ​ພຣະ​ອົງ​ຢ່າງ​ບໍ​ຣິບູນ 14 ຝ່າຍ​ຂ້າ​ພຣະ​ອົງ​ໄດ້​ມອບ​ພຣະ​ທັມ​ຂອງ​ພຣະ​ອົງ​ໃຫ້​ແກ່ເຂົາ​ແລ້ວ ແລະ​ໂລກ​ນີ້​ໄດ້​ກຽດ​ຊັງ​ເຂົາ​ເພາະ​ເຂົາ​ບໍ່​ຢູ່​ຝ່າຍ​ໂລກ ຫມືອນ​ຂ້າ​ພຣະ​ອົງ​ບໍ່​ຢູ່​ຝ່າຍ​ໂລກ​ນັ້ນ 15 ຂ້າ​ພຣະ​ອົງ​ບໍ່​ໄດ້​ຂໍ​ພຣະ​ອົງ​ເອົາ​ເຂົາ​ອອກ​ຈາກ​ໂລກ​ນີ້ ແຕ່​ໄດ້​ຂໍ​ຮັກ​ສາ​ເຂົາ​ໄວ້​ໃຫ້​ພົ້ນ​ຈາກ​ມານ​ຮ້າຍ 16 ເຂົາ​ບໍ່​ຢູ່​ຝ່າຍ​ໂລກ​ເຫມືອນ​ດັ່ງ​ຂ້າ​ພຣະ​ອົງນີ້​ບໍ່​ຢູ່​ຝ່າຍ​ໂລກ 17 ຂໍ​ຊົງ​ໂຜດ​ຊຳ​ຮະ​ເຂົາ​ໃຫ້​ບໍ​ຣິ​ສຸດ​ດ້ວຍ​ຄວາມ​ຈິງ ພຣະ​ທັມ​ຂອງ​ພຣະ​ອົງ​ນັ້ນ​ເປັນ​ຄວາມ​ຈິງ 18 ພຣະ​ອົງ​ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ​ໃນ​ໂລກ​ສັນ​ໃດ ຂ້າ​ພຣະ​ອົງ​ກໍ​ໃຊ້​ເຂົາ​ໄປ​ໃນ​ໂລກ​ສັນ​ນັ້ນ 19 ຂ້າ​ພຣະ​ອົງ​ຊຳ​ຮະ​ຕົວ​ຖວາຍ​ເພາະ​ເຫັນ​ແກ່​ເຂົາ ເພື່ອ​ໃຫ້​ເຂົາ​ຮັບ​ການ​ຊົງ​ຊຳ​ຮະ​ແຕ່ງ​ຕັ້ງ​ໄວ້​ດ້ວຍ​ຄວາມ​ຈິງ​ເຫມືອນ​ກັນ 20 “ຂ້າ​ພຣະ​ອົງ​ບໍ່​ໄດ້​ອ້ອນວອນ​ເພື່ອ​ຄົນ​ເຫລົ່າ​ນີ້​ພວກ​ດຽວ ແຕ່​ເພື່ອ​ຄົນ​ທັງ​ປວງ​ທີ່​ວາງ​ໃຈ​ໃນ​ຂ້າ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ຂອງ​ເຂົາ 21 ເພື່ອ​ເຂົາ​ທັງ​ຫມົດ​ຈະ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ ດັ່ງ​ທີ່​ພຣະ​ອົງ​ຄື​ພຣະ​ບິ​ດາ​ຊົງ​ສະ​ຖິດ​ໃນ​ຂ້າ​ພຣະ​ອົງ ແລະ​ຂ້າ​ພຣະ​ອົງ​ໃນ​ພຣະ​ອົງ ເພື່ອ​ໃຫ້​ເຂົາ​ຢູ່​ໃນ​ເຮົາ​ທັງ​ສອງ​ເຫມືອນ​ກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ 22 ແລະ​ກຽດ​ຕິ​ຍົດ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ນັ້ນ ຂ້າ​ພຣະ​ອົງ​ກໍໄດ້​ໃຫ້​ແກ່​ເຂົາ ເພື່ອ​ເຂົາ​ຈະ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ ເຫມືອນ​ດັ່ງ​ເຮົາ​ທັງ​ສອງ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ນັ້ນ 23 ຂ້າ​ພຣະ​ອົງ​ຢູ່​ໃນ​ເຂົາ​ແລະ​ພຣະ​ອົງ​ຊົງ​ຢູ່​ໃນ​ຂ້າ​ພຣະ​ອົງ ເພື່ອ​ເຂົາ​ຈະ​ເປັນ​ອັນນຶ່ງ​ອັນ​ດຽວ​ກັນ​ຢ່າງ​ສົມ​ບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ ແລະ​ພຣະ​ອົງ​ຊົງ​ຮັກ​ເຂົາ​ເຫມືອນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ຣັກ​ຂ້າ​ພຣະ​ອົງ 24 “ໂອ ພຣະ​ບິ​ດາ​ເອີຍ, ຊຶ່ງ​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ​ນັ້ນ ຂ້າ​ພຣະ​ອົງ​ກໍ​ປາ​ຖ​ນາ​ຢາກ​ໃຫ້​ເຂົາ​ຢູ່​ກັບ​ຂ້າ​ພຣະ​ອົງ ໃນ​ບ່ອນ​ຊຶ່ງ​ຂ້າ​ພຣະ​ອົງ​ຢູ່​ນັ້ນ​ເຫມືອນ​ກັນ ເພື່ອ​ເຂົາ​ຈະ​ໄດ້​ເຫັນ​ສະ​ງ່າ​ຣາ​ສີ​ຂອ​ງ​ຂ້າ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ ເພາະ​ພຣະ​ອົງ​ຊົງ​ຮັກ​ຂ້າ​ພຣະ​ອົງ​ກ່ອນ​ຊົງ​ສ້າງ​ໂລກ 25 ໂອ ພຣະ​ບິ​ດາ​ຜູ້​ຍຸດ​ຕິ​ທັມ ໂລກ​ນີ້​ບໍ່​ໄດ້​ຮູ້​ຈັກ​ພຣະ​ອົງ​ແຕ່​ຝ່າຍ​ຂ້າ​ພຣະ​ອົງ​ໄດ້​ຮູ້​ຈັກ​ພຣະ​ອົງ ແລະ​ຄົນ​ເຫລົ່າ​ນີ້​ໄດ້​ຮູ້​ວ່າ​ແມ່ນ​ພຣະ​ອົງ​ແຫລະ, ຊົງ​ໃຊ້​ຂ້າ​ພຣະ​ອົງ​ມາ 26 ຂ້າ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ເຂົາ​ຮູ້​ຈັກ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ​ຈະ​ເຮັດ​ໃຫ້​ເຂົາ​ຮູ້​ອີກ ເພື່ອ​ຄວາມ​ຮັກ​ທີ່​ພຣະ​ອົງ​ໄດ້​ຊົງ​ຮັກ​ຂ້າ​ພຣະ​ອົງ​ຈະ​ຢູ່​ໃນ​ເຂົາ ແລະ​ຝ່າຍ​ຂ້າ​ພຣະ​ອົງ​ກໍ​ຢູ່​ໃນ​ເຂົາ”

ໂຢຮັນ 18

ການມອບ​ແລະ​ການ​ຈັບ​ກຸມ​ພຣະ​ເຢ​ຊູ

1 ເມື່ອ​ພຣະ​ເຢ​ຊູ​ຊົງ​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ໄດ້ສະ​ເດັດ​ອອກ​ໄປ​ກັບ​ພວກ​ສາ​ວົກຂອງ​ພຣະ​ອົງ ຂ້າມ​ຫ້ວຍ​ກິດ​ໂຣນ​ບ່ອນ​ມີ​ສວນ ພຣະ​ອົງ​ສະ​ເດັດ​ເຂົ້າ​ໄປ​ໃນ​ສວນ​ນັ້ນ​ກັບ​ພວກ​ສາ​ວົກ 2 ຝ່າຍ​ຢູ​ດາ​ຜູ້​ທີ່​ທໍ​ຣະ​ຍົດຕໍ່​ພຣະ​ອົງ​ກໍ​ຮູ້​ຈັກ​ບ່ອນ​ນັ້ນ​ເຫມືອນ​ກັນ ເພາະ​ວ່າ​ທີ່​ນັ້ນ​ພຣະ​ເຢ​ຊູ​ໄດ້​ຊົງ​ປະ​ຊຸມ​ກັນ​ກັບ​ພວກ​ສາ​ວົກ​ຫລາຍ​ເທື່ອ​ແລ້ວ 3 ດັ່ງ​ນັ້ນຢູ​ດາ​ໄດ້​ພາ​ພວກ​ທະ​ຫານ​ກັບ​ເຈົ້າຫນ້າ​ທີ່ ມາ​ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫ​ຍ່​ແລະ​ພວກ​ຟາ​ຣີ​ຊາຍ ຖື​ໂຄມ ຖື​ກະ​ບອງ ແລະ​ເຄື່ອງ​ອາ​ວຸດ​ເຂົາ​ໄປ​ໃນ​ທີ່​ນັ້ນ 4 ຝ່າຍ​ພຣະ​ເຢ​ຊູ​ຊົງ​ຊາບ​ທຸກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພຣະ​ອົງ ຈຶ່ງ​ສະ​ເດັດ​ອອກ​ໄປ​ຊົງ​ຖາມ​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ຊອກ​ຫາ​ໃຜ” 5 ເຂົາ​ທູນ​ຕອບ​ພຣະ​ອົງ​ວ່າ, “ມາ​ຫາ​ເຢ​ຊູ​ໄທ​ນາ​ຊາ​ເຣັດ” ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ຄື​ຜູ້​ນັ້ນ” ຢູ​ດາ​ຜູ້​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ກໍ​ຢືນຢູ່​ກັບ​ຄົນ​ເຫລົ່າ​ນັ້ນ 6 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ຕໍ່​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ຄື​ຜູ້ນັ້ນ” ເຂົາ​ໄດ້​ຖອຍ​ຫລັງ​ລົ້ມ​ລົງ​ເທິງ​ດິນ 7 ພຣະ​ອົງ​ຈຶ່ງ​ຊົງ​ຖາມ​ເຂົາ​ອີກວ່າ, “ທ່ານ​ທັງ​ຫລາຍ​ຊອກ​ຫາ​ໃຜ” ເຂົາ​ທູນ​ຕອບ​ວ່າ, “ມາ​ຫາ​ເຢ​ຊູ​ໄທ​ນາ​ຊາ​ເຣັດ” 8 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ເຮົາ​ໄດ້​ບອກ​ພວກ​ທ່ານ​ແລ້ວ​ວ່າ​ແມ່ນ ເຮົາ​ນີ້​ແຫລະ, ເຫດ​ສັນ​ນັ້ນ​ຖ້າພວກ​ທ່ານ​ຊອກ​ຫາ​ເຮົາ ຈົ່ງ​ປະ​ໃຫ້​ຄົນ​ເຫລົ່າ​ນີ້​ໄປ​ເສັຽ” 9 ທັງ​ນີ້ກໍ​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຖ້ອຍ​ຄຳ​ທີ່​ພຣະ​ອົງກ່າວ​ວ່າ, “ຄົນ​ເຫລົ່າ​ນັ້ນ​ທີ່​ພຣະ​ອົງ​ຊົງ​ປະ​ທານ​ໃຫ້​ແກ່​ຂ້າ​ພຣະ​ອົງ ບໍ່​ໄດ້​ສູນ​ເສັຽ​ໄປ​ແມ່ນ​ແຕ່​ຄົນ​ດຽວ” 10 ຊີ​ໂມນ​ເປ​ໂຕ​ມີ​ດາບ​ຈຶ່ງ​ຖອດ​ອອກ​ຟັນ​ຂ້ອຍ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາ​ປະ​ໂຣ​ຫິດ ຖືກ​ຫູ​ເບື້ອງ​ຂວາ​ຂາດ​ຂ້າ​ໃຊ້​ຜູ້​ນັ້ນ​ຊື່​ວ່າ​ມາ​ລະ​ໂຂ 11 ພຣະ​ເຢ​ຊູ​ຊົງ​ກ່າວ​ຕໍ່​ເປ​ໂຕວ່າ, “ຈົ່ງ​ເອົາ​ດາບ​ໃສ່​ຝັກ​ໄວ້​ເສັຽ ຈອກ​ທີ່​ພຣະ​ບິ​ດາ​ຊົງ​ປະ​ທານ​ໃຫ້​ແກ່​ເຮົາ ເຮົາ​ຈະ​ບໍ່​ດື່ມ​ຫລື”

ພຣະ​ເຢ​ຊູ​ຊົງ​ຖືກ​ນຳ​ໄປ​ຫາ​ມະ​ຫາ​ປະ​ໂຣ​ຫິດ

12 ກອງ​ທະ​ຫານ​ກັບ​ນາ​ຍພັນ​ພ້ອມ​ດ້ວຍ​ເຈົ້າ​ຫນ້າ​ທີ່​ຂອງ​ພວກ​ຢິວ ໄດ້​ຫຸ້ມ​ຈັບ​ພຣະ​ເຢ​ຊູ​ມັດ​ໄວ້ 13 ແລ້ວ​ເຂົາ​ໄດ້​ພາພຣະ​ອົງ​ໄປ​ຫາ​ອັນ​ນາ​ກ່ອນ ເພາະ​ອັນ​ນາ​ເປັນ​ພໍ່​ເມັຽ​ຂອງ​ກາ​ຢະ​ຟາ ຜູ້​ຊຶ່ງ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ປະ​ຈະ​ການ​ໃນ​ປີ​ນັ້ນ 14 ກາ​ຢະ​ຟາ​ຜູ້​ນີ້​ແຫລະ, ທີ່​ແນະ​ນຳ​ພວກ​ຢິວ​ວ່າ ຄວນ​ໃຫ້​ຄົນ​ນຶ່ງ​ຕາຍ​ແທນ​ພົ​ລ​ເມືອງ​ທັງ​ຫມົດ

ເປ​ໂຕ​ປະ​ຕິ​ເສດ​ພຣະ​ເຢ​ຊູ

15 ຊີ​ໂມນ​ເປ​ໂຕ​ກັບ​ສາ​ວົກ​ອີກ​ຄົນ​ນຶ່ງ​ໄດ້​ຕາມ​ພຣະເຢ​ຊູ​ໄປ າ​ວົກ​ຄົນ​ນັ້ນ​ຮູ້​ຈັກ​ກັບ​ມະ​ຫາ​ປະ​ໂຣ​ຫິດ ເຂົາ​ໄດ້​ເຂົ້າ​ໄປ​ກັບ​ພຣະ​ເຢ​ຊູ​ເຖິງ​ເດີ່ນ​ບ້ານ​ຂອງ​ມະ​ຫາ​ປະ​ໂຣ​ຫິດ 16 ຝ່າຍ​ເປ​ໂຕ​ຢືນ​ຢູ່​ຮີມ​ປະ​ຕູ​ຂ້າງນອກ ສາ​ວົກ​ຄົນ​ນັ້ນ​ທີ່​ຮູ້​ຈັກ​ກັນ​ກັບ​ມະ​ຫາ​ປະ​ໂຣ​ຫິດ​ໄດ້​ອອກ​ໄປ​ເວົ້າ​ກັບ​ຜູ້ຍິງ​ທີ່​ເຝົ້າ​ປະ​ຕູ ແລ້ວ​ກໍ​ພາເປ​ໂຕ​ເຂົ້າ​ໄປ 17 ມີ​ຍິງ​ໃຊ້​ເຝົ້າ​ປະ​ຕູ​ໄດ້​ຖາມ​ເປ​ໂຕວ່າ, “ໂຕ​ກໍ​ເປັນ​ສາ​ວົກ​ຂອງ​ຄົນ​ຜູ້​ນັ້ນ​ເຫມືອນ​ກັນ​ຕີ້” ເປ​ໂຕ​ຕອບ​ວ່າ, “ບໍ່​ແມ່ນດອກ” 18 ພວກ​ຂ້ອຍ​ໃຊ້​ກັບ​ພວກ​ຍາມ​ກໍ​ຢືນ​ຢູ່​ທີ່​ນັ້ນ ເອົາ​ຖ່ານ​ມາ​ດັງ​ໄຟ​ເພາະ​ອາ​ກາດ​ຫນາວ ຈຶ່ງ​ພາ​ກັນຢືນ​ຝີງ​ໄຟ​ຢູ່ ແລະ​ເປ​ໂຕ​ກໍ​ຢືນ​ຝີງ​ໄຟ​ນຳ​ເຂົາ​ເຫມືອນ​ກັນ

ມະ​ຫາ​ປະ​ໂຣ​ຫິດ​ສອບ​ຖາມ​ພຣະ​ເຢ​ຊູ

19 ຝ່າຍ​ມະ​ຫາ​ປະ​ໂຣ​ຫິດຈຶ່​ງ​ທູນ​ຖາມ​ພຣະ​ເຢ​ຊູ​ເຖິງ​ພວກ​ສາ​ວົກ​ຂອງ​ພຣະ​ອົງ ແລະ​ເຖິງ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ອົງ 20 ພຣະ​ເຢ​ຊູ​ຊົງ​ຕອບ​ທ່ານ​ວ່າ, “ເຮົາ​ນີ້​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ໂດຍ​ເປີດ​ເຜີຍ ເຮົາ​ໄດ້​ສັ່ງ​ສອນ​ສເມີ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ທີ່​ພວກ​ຢິວ​ທັງ​ຫມົດ​ຊຸມ​ນຸມ​ກັນ ເຮົາບໍ່​ໄດ້​ກ່າວ​ສິ່ງ​ໃດ​ໃນ​ທີ່​ລັບ​ລີ້ 21 ທ່ານ​ຖາມ​ເຮົາ​ເຮັດ​ຫຍັງ ຈົ່ງ​ຖາມ​ຄົນ​ທັງ​ຫລາຍ​ທີ່​ໄດ້​ຟັງ​ເຮົາ​ວ່າ ເຮົາ​ໄດ້​ເວົ້າ​ອັນ​ໃດ​ກັບ​ເຂົາ ຄົນ​ເຫລົ່າ​ນີ້​ແຫລະ, ໄດ້​ຮູ້​ຈັກ​ອັນ​ທີ່​ເຮົາ​ໄດ້​ເວົ້າ​ນັ້ນ” 22 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ເຈົ້າ​ຫນ້າ​ທີ່​ຄົນ​ນຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ​ໄດ້​ຕົບ​ພຣະ​ພັກ​ພຣະ​ເຢ​ຊູ​ແລ້ວ​ກ່າວ​ວ່າ, “ເຈົ້າ​ຕອບ​ມະ​ຫາ​ປະ​ໂຣຫິດ​ຢ່າງ​ນັ້ນ​ຫລື” 23 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ເວົ້າ​ຜິດ ຈົ່ງ​ເປັນ​ພຍານ​ໃນ​ການ​ຜິດ​ນັ້ນ ແຕ່​ຖ້າ​ເຮົາ​ເວົ້າ​ຖືກ ທ່ານ​ຕົບ​ເຮົາ​ເຣັດ​ຫຍັງ” 24 ອັນ​ນາ​ຈຶ່ງ​ໃຫ້​ພາ​ພຣະ​ເຢ​ຊູ​ທີ່​ຊົງ​ຖືກມັດ​ຢູ່​ນັ້ນ​ໄປ​ຫາ​ກາ​ຢະ​ຟາ​ຜູ້​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ປະ​ຈຳ​ການ

ເປ​ໂຕ​ປະ​ຕິ​ເສດ​ພຣະ​ເຢ​ຊູ​ອີກ

25 ຂ​ນະ​ນັ້ນຊີ​ໂມນ​ເປ​ໂຕ​ກຳ​ລັງ​ຢືນ​ຝີງ​ໄຟ​ຢູ່ ຄົນ​ເຫລົ່າ​ນັ້ນ​ຖາມ​ເປ​ໂຕວ່າ, “ໂຕ​ກໍ​ເປັນສາ​ວົກ​ຂອງ​ຄົນ​ນັ້ນ​ເຫມືອນ​ກັນ ບໍ່​ແມ່ນ​ຫລື” ເປ​ໂຕ​ຕອບ​ປະ​ຕິ​ເສດ​ວ່າ, “ບໍ່​ແມ່ນດອກ” 26 ຂ້ອຍ​ໃຊ້​ຄົນ​ນຶ່ງ​ຂອງ​ມະ​ຫາ​ປະ​ໂຣ​ຫິດ ຊຶ່ງ​ເປັນ​ພີ່​ນ້ອງ​ກັບ​ຄົນ​ທີ່​ເປ​ໂຕ​ຟັນ​ຫູ​ຂາດ​ນັ້ນ ກໍ​ໄດ້​ຖາມ​ວ່າ, “ຂ້ອຍ​ໄດ້​ເຫັນ​ເຈົ້າ​ກັບ​ຄົນ​ນັ້ນ​ໃນ​ສວນ ບໍ່​ແມ່ນ​ຫລື” 27 ເປ​ໂຕ​ຈຶ່ງ​ຕອບ​ປະ​ຕິ​ເສດ​ອີກ ແລະ​ໃນ​ທັນ​ໃດ​ນັ້ນ​ໄກ່​ກໍ​ຂັນພຣະ​ເຢ​ຊູ​ຖືກ​ນຳ​ໄປ​ຫາ​ປີ​ລາດ

ພຣະເຢຊູຖືນນໍາໄປຫາປີລາດ

28 ເຂົາ​ກໍ​ໄດ້​ພາ​ພຣະ​ເຢ​ຊູ​ອອກ​ຈາກ​ເຣືອນ​ຂອງ​ກາ​ຢະ​ຟາໄປ​ຍັງ​ສານ​ປະ​ໄຣ​ໂຕ​ຣຽນ​ເປັນ​ເວ​ລາ​ແຕ່​ເຊົ້າ ສ່ວນ​ພວກ​ຢິວ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ສານ​ນັ້ນ ເພາະ​ຢ້ານ​ວ່າ​ຈະ​ບໍ່​ສະ​ອາດ ເພື່ອ​ຈະ​ກິນ​ປັ​ສ​ຄາ​ໄດ້ 29 ດັ່ງ​ນັ້ນ​ປີ​ລາດ​ຈຶ່​ງອອກ​ມາ​ຫາ​ເຂົາ​ແລະ​ຖາມ​ວ່າ, “ພວກ​ທ່ານ​ມີ​ເຣື່ອງ​ອັນ​ໃດ​ມາ​ຟ້ອງ​ຄົນ​ນີ້” 30 ເຂົາ​ຕອບ​ວ່າ, “ຖ້າ​ຄົນ​ນີ້​ບໍ່​ເປັນ​ຜູ້​ຮ້າຍ ພວກ​ຂ້າ​ນ້ອຍ​ກໍ​ຈະ​ບໍ່​ໄດ້​ມອບ​ໃຫ້​ທ່ານ” 31 ປີ​ລາດ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ພວກ​ທ່ານ​ຈົ່ງ​ເອົາ​ຄົນ​ນີ້​ໄປ​ຊຳ​ຮະ​ຕັດ​ສິນ​ຕາມ​ກົດ​ຫມາຍ​ຂອງ​ພວກ​ທ່ານ​ເສັຽ” ພວກ​ຢິວ​ຈຶ່ງ​ຮຽນ​ວ່າ, “ຕາມ​ກົດ​ຫມາຍ​ພວກ​ຂ້າ​ນ້ອຍບໍ່​ມີ​ສິດ​ຈະ​ປະ​ຫານ​ຊີ​ວິດ​ຜູ້​ໃດ​ຜູ້​ນຶ່ງ” 32 ທັງ​ນີ້​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຖ້ອຍ​ຄຳ​ຂອງ​ພຣະ​ເຢ​ຊູ ຊຶ່​ງ​ຊົງ​ກ່າວ​ໄວ້​ເພື່ອ​ສະ​ແດງວ່າ​ພຣະ​ອົງ​ຈະ​ຊົງ​ສິ້ນ​ພຣະ​ຊົນ​ດ້ວຍ​ວິ​ທີ​ໃດ 33 ປີ​ລາດ​ຈຶ່ງ​ເຂົ້າ​ໄປ​ໃນ​ສານ​ປະ​ໄຣ​ໂຕ​ຣຽນ​ອີກ​ແລະ​ເອີ້ນ​ພຣະ​ເຢ​ຊູ​ມາ ແລ້ວ​ຖາມ​ວ່າ, “ເຈົ້າ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ​ຫລື” 34 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ຖາມ​ຢ່າງ​ນັ້ນ​ແຕ່​ລໍາ​ພັງ​ຂອງ​ທ່ານ​ເອງ​ຫລື ຫລື​ວ່າ​ຄົນ​ອື່ນບອກ​ທ່ານ​ເຖິງ​ເຣື່ອງ​ເຮົາ” 35 ປີ​ລາດ​ທູນຕອບ​ວ່າ, “ສ່ວນ​ຂ້ອຍ​ບໍ່​ແມ່ນ​ຊາດ​ຢິວ​ຕີ້ ຊົນ​ຊາດ​ຂອງ​ເຈົ້າ​ເອງ​ແລະ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ມອບ​ເຈົ້າ​ໄວ້​ໃຫ້​ຂ້ອຍ ເຈົ້າ​ໄດ້​ເຣັດ​ອັນ​ໃດ” 36 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຣາ​ຊ​ອຳ​ນາດ​ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້ ຖ້າ​ຣາ​ຊ​ອຳ​ນາດ​ຂອງ​ເຮົາ​ເປັນ​ແຕ່​ໂລກ​ນີ້ ຜູ້​ຮັບ​ໃຊ້​ຂອງ​ເຮົາ​ຄົງ​ຈະ​ໄດ້​ຕໍ່​ສູ້ ບໍ່​ໃຫ້​ເຮົາ​ຖືກມອບ​ໄວ້​ແກ່​ພວກ​ຢິວ ແຕ່​ບັດ​ນີ້​ຣາ​ຊ​ອຳ​ນາດ​ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້” 37 ປີ​ລາດ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ຖ້າ​ດັ່ງ​ນັ້ນ​ເຈົ້າ​ເປັນ​ກະ​ສັດ​ຕີ້” ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ແລ້ວ​ວ່າ​ເຮົາ​ເປັນ​ກະ​ສັດ ຝ່າຍ​ເຮົາ​ເກີດ​ມາ​ແລະ​ເຂົ້າ​ມາ​ໃນ​ໂລກ​ນີ້​ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຈະ​ເປັນ​ພຍານ​ເຖິງ​ຄວາມ​ຈິງ ທຸກໆ​ຄົນ​ທີ່​ຢູ່ຝ່າຍ​ຄວາມ​ຈິງ​ຍອມ​ຟັງ​ສຽງ​ຂອງ​ເຮົາ” 38 ປີ​ລາດ​ທູນ​ຖາມ​ວ່າ, “ຄວາມ​ຈິງ​ນັ້ນ​ຄື​ອັນ​ໃດ”

ພຣະ​ເຢ​ຊູ​ຊົງ​ຖືກ​ພິ​ພາກ​ສາ​ໃຫ້​ສິ້ນ​ພຣະ​ຊົນ

ເມື່ອ​ປີ​ລາດ​ຖາມ​ດັ່ງ​ນີ້​ແລ້ວ​ທ່ານ​ກໍ​ອອກ​ໄປ​ຫາ​ພວກ​ຢິວ​ອີກ ແລະ​ບອກ​ເຂົາ​ວ່າ, “ຝ່າຍ​ເຮົາ​ບໍ່​ເຫັນ​ຜິດ​ໃນ​ຜູ້​ນີ້​ຈັກ​ປະ​ການ 39 ແຕ່​ພວກ​ທ່ານ​ມີ​ທັມ​ນຽມ​ໃຫ້​ເຮົາ​ປ່ອຍ​ຄົນ​ນຶ່ງ​ໃຫ້​ພວກ​ທ່ານ​ໃນ​ເທ​ສ​ການ​ປັ​ສ​ຄາ ພວກ​ທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ​ກະ​ສັດ​ຂອງ​ຊາດ​ຢິວ​ໃຫ້​ແກ່​ພວກ​ທ່ານ​ຫລື” 40 ຄົນ​ທັງ​ຫລາຍ​ຈຶ່ງ​ຮ້ອງ​ຂຶ້ນ​ອີກວ່າ, “ຢ່າ​ປ່ອຍ​ຄົນ​ນີ້​ແຕ່​ຈົ່ງ​ປ່ອຍ​ບາ​ຣາ​ບາ” ສ່ວນ​ບາ​ຣາ​ບາ​ນັ້ນ​ເປັນ​ໂຈນ

ໂຢຮັນ 19

1 ແລ້ວ​ປີ​ລາດ​ຈຶ່ງ​ເອົາ​ພຣະ​ເຢ​ຊູ​ໄປ​ໃຫ້​ເຂົາ​ຂ້ຽນ 2 ແລະ​ພວກ​ທະ​ຫານ​ໄດ້​ເອົາ​ເຄືອ​ຫນາມ​ມາ​ຖັກເປັນ​ໂຄ້ງ​ແທນ​ພວງ​ມາ​ລັຍ​ສຸບ​ໃສ່​ພຣະ​ສຽນ​ຂອງ​ພຣະ​ອົງ ພ້ອມ​ທັງ​ເອົາ​ເສື້ອ​ສີມ່ວງ​ອ່ອນ​ມາ​ນຸ່ງ​ໃຫ້​ພຣະ​ອົງ 3 ແລະ​ເຂົາ​ໄດ້​ຫຍັບ​ເຂົ້າ​ມາ​ຫາ​ພຣະ​ອົງ​ທູນ​ວ່າ, “ກະ​ສັດ​ຂອງ​ຊາດ​ຢິວ​ເອີຍ, ຈົ່ງ​ຊົງ​ພຣະ​ຈະ​ເຣີນ​ເທີນ” ແລະ​ເຂົາ​ກໍ​ຕົບ​ພຣະ​ພັກ​ພຣະ​ອົງ 4 ປີ​ລາດ​ໄດ້​ອອກ​ໄປ​ອີກ​ແລະ​ກ່າວ​ຕໍ່​ເຂົາ​ວ່າ, “ເບິ່ງ​ແມ໋, ເຮົາ​ພາ​ຄົນ​ນີ້​ອອກ​ມາ​ຫາ​ທ່ານ​ທັງ​ຫລາຍ ເພື່ອ​ໃຫ້​ພວກ​ທ່ານ​ຮູ້​ວ່າ​ເຮົາ​ບໍ່​ເຫັນ​ຄວາມ​ຜິດ​ໃນຜູ້​ນີ້​ຈັກ​ປະ​ການ” 5 ພຣະ​ເຢ​ຊູ​ຈຶ່ງ​ສະ​ເດັດ​ອອກ​ມາ​ຊົງ​ພວງ​ມາ​ລັຍ​ທີ່​ເຣັດ​ດ້ວຍ​ເຄືອ​ຫນາມ​ນັ້ນ ແລະ​ຊົງ​ເສື້ອ​ຄຸມ​ສີ​ມ່ວງ​ອ່ອນ ປີ​ລາດ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ເບິ່ງ​ຄົນ​ນີ້​ແມ໋” 6 ເມື່ອ​ພວກ​ປະ​ໂຣ​ຫິດຕົນ​ໃຫຍ່​ແລະ​ພວກ​ເຈົ້າ​ຫນ້າ​ທີ່​ໄດ້​ເຫັນ​ພຣະ​ອົງ ເຂົາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ຄຶງໄວ້​ທີ່​ໄມ້​ກາງ​ແຂນ” ປີ​ລາດ​ຈຶ່ງ​ກ່າວ​ຕໍ່​ເຂົາ​ວ່າ, “ພວກ​ເຈົ້າ​ຈົ່ງ​ເອົາ​ໄປ​ຄຶງ​ໄວ້ ເພາະ​ຝ່າຍ​ເຮົາ​ບໍ່​ເຫັນ​ຄວາມ​ຜິດ​ໃນ​ຜູ້​ນີ້” 7 ພວກ​ຢິວ​ໄດ້​ຕອບ​ວ່າ, “ພວກ​ເຮົາ​ມີ​ກົດ​ຫມາຍ ແລະ​ຕາມ​ກົດ​ຫມາຍ​ນັ້ນ​ຄົນ​ນີ້​ຄວນ​ຕາຍ ເພາະ​ມັນ​ຕັ້ງ​ຕົວ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ” 8 ເມື່ອ​ປີ​ລາດ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ ທ່ານ​ກໍ​ຕົກ​ໃຈ​ຫລາຍ​ຂຶ້ນ 9 ທ່ານ​ຈຶ່ງ​ເຂົ້າ​ໄປ​ໃນ​ສານ​ປະ​ໄຣ​ໂຕ​ຣຽນ​ອີກ ແລ້ວ​ທູນ​ຖາມ​ພຣະ​ເຢ​ຊູ​ວ່າ, “ເຈົ້າ​ມາ​ແຕ່​ໃສ” ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຕອບ​ປະ​ການ​ໃດ 10 ປີ​ລາດ​ຈຶ່ງ​ທູນ​ພຣະ​ອົງ​ວ່າ, “ເຈົ້າ​ບໍ່​ເວົ້າ​ກັບ​ເຮົາ​ຫລື ເຈົ້າ​ບໍ່​ຮູ້​ຫລື​ວ່າ​ເຮົາ​ມີ​ສິດ​ອຳ​ນາດ​ຈະ​ປ່ອຍ​ເຈົ້າ ແລະ​ມີ​ສິດ​ອຳ​ນາດ​ຄຶງ​ເຈົ້າ​ໄວ້​ທີ່​ໄມ້​ກາງ​ແຂນ” 11 ພຣະ​ເຢ​ຊູ​ຊົງ​ຕອບ​ທ່ານ​ວ່າ, “ທ່ານ​ຈະ​ບໍ່​ມີ​ສິດ​ອຳ​ນາດ​ເຫນືອ​ເຮົາ​ຈັກ​ປະ​ການ ເວັ້ນ​ແຕ່​ອຳ​ນາດ​ນັ້ນ​ຈະ​ຊົງ​ປະ​ທານ​ແຕ່​ທັງ​ເທິງ​ໃຫ້​ແກ່​ທ່ານ ເຫດ​ສັນ​ນັ້ນ​ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ທ່ານ​ກໍ​ມີ​ຄວາມ​ຜິດ​ບາບ​ຫລາຍກວ່າ​ທ່ານ” 12 ເນື່ອງ​ຈາກ​ຂໍ້​ນີ້​ປີ​ລາດ​ຈຶ່ງ​ຊອກ​ຫາ​ໂອກາດ​ທີ່​ຈະ​ປ່ອຍ​ພຣະ​ອົງ​ເສັຽ ແຕ່​ພວກ​ຢິວ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຖ້າ​ທ່ານ​ປ່ອຍ​ຄົນ​ນີ້​ທ່ານ​ກໍ​ບໍ່​ເປັນ​ມິດຂອງ​ກາຍ​ຊາ ທຸກ​ຄົນ​ທີ່​ຕັ້ງ​ຕົວ​ເປັນ​ກະ​ສັດ​ກໍ​ປະ​ກາດ​ຕົວ​ຕໍ່​ສູ້​ກາຍ​ຊາ” 13 ເມື່ອ​ປີ​ລາດ​ໄດ້​ຍິນ​ດັ່ງ​ນັ້ນ​ທ່ານ​ຈຶ່ງ​ພາ​ພຣະ​ເຢ​ຊູ​ອອກ​ມາ ແລ້ວ​ນັ່ງ​ບັນ​ລັງ​ພິ​ພາກ​ສາ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ເດີ່ນ​ປູ​ຫີນ ພາ​ສາ​ເຮັບ​ເຣີ​ເອີ້ນ​ວ່າ ຄັບ​ບາ​ທາ 14 ວັນ​ນັ້ນ​ເປັນ​ວັນ​ຈັດ​ແຈງ​ປັ​ສ​ຄາ ເວ​ລາ​ປະ​ມານ​ທ່ຽງ​ວັນ ທ່ານ​ໄດ້​ກ່າວ​ກັບ​ພ​ວກ​ຢິວ​ວ່າ, “ນີ້​ຄື ກະ​ສັດ​ຂອງ​ພວກ​ທ່າ​ນ” 15 ຝ່າຍ​ເຂົາ​ໄດ້​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ເອົາ​ມັນ​ໄປ​ເສັຽ ເອົາ​ມັນ​ໄປ​ເສັຽ ຄຶງ​ມັນ​ໄວ້​ທີ່​ໄມ້​ກາງ​ແຂນ​ເສັຽ” ປີ​ລາດ​ຈຶ່ງ​ຖາມ​ເຂົາ​ວ່າ, “ພວກ​ທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະ​ສັດ​ຂອງ​ພວກ​ທ່ານ​ທີ່​ໄມ້​ກາງ​ແຂນ​ຫລື” ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ຕອບ​ວ່າ, “ເວັ້ນ​ແຕ່​ກາຍ​ຊາ​ແລ້ວ​ພວກ​ເຮົາ​ບໍ່​ມີ​ກະ​ສັດ” 16 ແລ້ວ​ປີ​ລາດ​ຈຶ່ງມອບ​ພຣະ​ອົງ​ໃຫ້​ເຂົາ ເພື່ອ​ເອົາ​ໄປ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

ການ​ຄຶງ​ທີ່​ໄມ້​ກາງ​ແຂນ

ເຂົາ​ຈຶ່ງ​ຄຸມ​ເອົາ​ພຣະ​ເຢ​ຊູ​ອອກ​ໄປ 17 ແລະ​ພຣະ​ອົງ​ຊົງ​ແບກ​ເອົາ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ ສະ​ເດັດ​ໄປ​ເຖິງ​ບ່ອນ​ທີ່​ເອີ້ນ​ວ່າ​ກະ​ໂຫລກ​ຫົວ (ພາ​ສາ​ເຮັບ​ເຣີເອີ້ນ​ວ່າ ໂຄ​ລະ​ໂຄ​ທາ) 18 ທີ່​ນັ້ນ​ເຂົາ​ໄດ້​ຄຶງ​ພຣະ​ອົງ​ໄວ້​ທີ່​ໄມ້​ກາງ​ແຂນ​ກັບ​ອີກ​ສອງ​ຄົນ ຄົນ​ລະ​ຂ້າງ​ແລະ​ພຣະ​ເຢ​ຊູ​ຊົງ​ຢູ່​ກາງ 19 ປີ​ລາດ​ໃຫ້​ຂ​ຽນ​ປ້າຍ​ຕິດ​ໄວ້​ທີ່​ໄມ້​ກາງ​ແຂນ​ອ່ານ​ວ່າ, “ເຢ​ຊູ​ໄທ​ນາ​ຊາ​ເຣັດ ກະ​ສັດ​ຂອງ​ຊາດ​ຢິວ” 20 ຄົນ​ຢິວ​ຫລາຍ​ຄົນ​ໄດ້​ອ່ານ​ປ້າຍ​ນັ້ນ ເພາະ​ບ່ອນ​ທີ່​ເຂົາ​ຄຶງ​ພຣະ​ເຢ​ຊູ​ນັ້ນ​ຢູ່​ໃກ້​ກຸງ ແລະ​ປ້າຍ​ນັ້ນ​ເຂົາ​ໄດ້​ຂຽນ​ເປັນ​ພາ​ສາ​ເຮັບ​ເຣີ ພາ​ສາ​ໂຣມ ແລະ​ພາ​ສາກ​ຣີກ 21 ແລ້ວ​ພວກ​ມະ​ຫາ​ປະ​ໂຣຫິດ​ຕົນ​ໃຫຍ່​ຂອງ​ຊາດ​ຢິວ​ຈຶ່ງ​ຮຽນ​ປີ​ລາດ​ວ່າ, “ຂໍ​ຢ່າ​ຂຽ​ນ​ວ່າ ກະ​ສັດ​ຂອງ​ຊາດ​ຢິວ” ແຕ່​ຂ​ຽນ​ວ່າ “ຄົນ​ນີ້​ບອກວ່າ ເຮົາ​ເປັນ​ກະ​ສັດ​ຂອງ​ຊາດ​ຢິວ” 22 ປີ​ລາດ​ຕອບ​ວ່າ, “ສິ່ງ​ທີ່​ເຮົາ​ຂຽນ​ແລ້ວ​ກໍ​ແລ້ວ​ໄປ” 23 ເມື່ອ​ພວກ​ທະ​ຫານ​ໄດ້​ຄຶງ​ພຣະ​ເຢ​ຊູ​ໄວ້​ແລ້ວ ເຂົາ​ໄດ້​ເອົາ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ມາ​ແບ່ງ​ເປັນ​ສີ່​ພູດ ແລ້ວ​ກໍ​ປັນ​ກັນ​ຜູ້​ລະ​ພູດ ແລະ​ຍັງ​ເອົາ​ສ​ລອງ​ຊັ້ນ​ໃນ​ຂອງ​ພຣະ​ອົງ​ຊຶ່​ງບໍ່​ມີ​ດູກ ແຕ່​ແລ້ວ​ດ້ວຍ​ຜ້າ​ທີ່​ຕ່ຳ​ທັງ​ຜືນ 24 ເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ພວກ​ເຮົາ​ຢ່າ​ຈີກ​ປັນ​ກັນ​ເທາະ ແຕ່​ໃຫ້​ຈົກ​ສ​ລາກ​ເອົາ ເພື່ອ​ຈະ​ໄດ້​ຮູ້​ວ່າ​ເປັນ​ຂອງ​ຜູ້​ໃດ” ທັງ​ນີ້​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ຄັມ​ພີ​ທີ່​ຂຽນ​ໄວ້​ວ່າ, “ເສື້ອ​ຜ້າ​ຂອງ​ຂ້າ​ພຣະ​ອົງ​ເຂົາ​ໄດ້​ແບ່ງ​ປັນ​ກັນ ສ່ວນ​ເສື້ອ​ຂອງ​ພຣະ​ອົງ​ນັ້ນ​ເຂົາ​ກໍ​ຈົກ​ສ​ລາກ​ກັນ” 25 ພວກ​ທະ​ຫານ​ໄດ້​ເຮັດດັ່ງ​ນັ້ນ ຝ່າຍ​ມານ​ດາ​ແລະ​ນ້າ​ສາວ​ຂອງ​ພຣະ​ອົງ ກັບ​ນາງ​ມາ​ຣິ​ອາ​ເມັຽ​ຂອງ​ກະ​ໂລ​ປາ​ແລະ​ນາງ​ມາ​ຣິ​ອາ​ໄທ​ມັກ​ດາ​ລາ ກໍ​ຢືນ​ຢູ່​ໃກ້​ໄມ້​ກາງ​ແຂນ​ຂອງ​ພຣະ​ເຢ​ຊູ 26 ເມື່ອ​ພຣະ​ເຢ​ຊູ​ຊົງ​ເຫັນ​ມານ​ດາ​ຂອງ​ພຣະ​ອົງ​ແລະ​ສາ​ວົກ​ທີ່​ພຣະ​ອົງ​ຊົງ​ຣັກ​ຢືນ​ຢູ່​ໃກ້ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ກັບ​ມານ​ດາ​ວ່າ, “ນາງ​ເອີຍ, ນີ້​ແຫລະ, ລູກ​ຊາຍ​ຂອງ​ນາງ” 27 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ສາ​ວົກ​ຜູ້​ນັ້ນ​ວ່າ, “ນີ້​ແຫລະ, ມານ​ດາ​ຂອງ​ທ່ານ” ຕັ້ງ​ແຕ່​ນັ້ນ​ມາ​ສາ​ວົກ​ຄົນ​ນັ້ນ​ກໍ​ຮັບ​ເອົາ​ນາງ​ມາ​ຢູ່​ໃນ​ເຮືອນ​ຂອງ​ຕົນ

ພຣະ​ເຢ​ຊູ​ຊົງ​ສິ້ນ​ພຣະ​ຊົນ

28 ຫລັງ​ຈາກ​ນັ້ນ​ພຣະ​ເຢ​ຊູ​ຊົງ​ຊາບ​ວ່າ​ທຸກ​ສິ່ງ​ສຳ​ເຣັດ​ແລ້ວ ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ຄັມ​ພີ​ພຣະ​ອົງ​ຈຶ່​ງ​ຊົງ​ກ່າວ​ວ່າ, “ເຮົາ​ຢາກ​ນ້ຳ” 29 ທີ່​ນັ້ນ​ມີ​ອ່າງ​ເຕັມ​ເຫລົ້າ​ແວງ​ສົ້ມ ພວກ​ທະ​ຫານ​ຈຶ່ງ​ເອົາ​ຟອງ​ນ້ຳ​ຈຸ່ມ​ເອົາ​ເຫລົ້າ​ແວງ​ສົ້ມ​ ສຽບ​ໃສ່​ປາຍ​ໄມ້​ຫູ​ສົບ​ຍື່ນ​ໃສ່​ພຣະ​ໂອດ​ຂອງ​ພຣະ​ອົງ 30 ເມື່ອ​ພຣະ​ເຢ​ຊູ​ຊົງຮັບ​ເຫລົ້າ​ແວງ​ສົ້ມ​ແລ້ວ ພຣະ​ອົງກໍ​ຊົງ​ກ່າວ​ວ່າ, “ສຳ​ເຣັດ​ແລ້ວ” ແລະ​ເມື່ອ​ຊົງ​ກົ້ມ​ພຣະ​ສຽນ​ລົງ ພຣະ​ອົງ​ຊົງ​ມອບ​ຈິດ​ວິນ​ຍານ​ໄວ້

ເຂົາ​ແທງ​ທີ່​ຂ້າງ​ຂອງ​ພຣະ​ເຢ​ຊູ

31 ສັນ​ນັ້ນພວກ​ຢິວ​ຈຶ່ງ​ຂໍ​ນຳ​ປີ​ລາດ​ໃຫ້​ຫັກ​ກະ​ດູກ​ຂາ​ຂອງ​ຜູ້​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ສົບ​ໄປ​ເສັຽ ທັງ​ນີ້​ກໍ​ເພາະ​ເປັນ​ວັນ​ຈັດ​ແຈງ​ແລະ​ເຂົາ​ບໍ່​ຢາກ​ໃຫ້​ສົບ​ນັ້ນ​ຄ້າງ​ຢູ່​ທີ່​ໄມ້​ກາງ​ແຂນ​ໃນ​ວັນ​ສະ​ບາ​ໂຕ (ເພາະ​ວັນ​ສະ​ບາ​ໂຕ​ນັ້ນ​ເປັນ​ວັນ​ໃຫຍ່) 32 ດັ່ງ​ນັ້ນ​ພວກ​ທະ​ຫານ​ຈຶ່ງ​ທຸບ​ຂາ​ຜູ້ທີ່​ນຶ່ງ​ແລະ​ຜູ້​ທີ່​ສອງ​ຊຶ່ງ​ຖືກ​ຄຶງ​ໄວ້​ພ້ອມ 33 ແຕ່​ເມື່ອ​ເຂົາ​ມາ​ເຖິງ​ພຣະ​ເຢ​ຊູ ແລະ​ເຫັນ​ວ່າ​ພຣະ​ອົງ​ສິ້ນ​ພຣະ​ຊົນ​ແລ້ວ ເຂົາ​ຈຶ່ງ​ບໍ່​ໄດ້​ທຸບ​ພຣະ​ອຸ​ຣຸ​ຂອງ​ພຣະ​ອົງ 34 ສ່ວນ​ທະ​ຫານ​ຄົນ​ນຶ່ງ​ໄດ້​ເອົາ​ຫອກ​ແທງ​ທີ່​ຂ້າງ​ຂອງ​ພຣະ​ອົງ ແລະ​ໂລ​ຫິດ​ກັບ​ນ້ຳ​ກໍ​ໄຫລ​ອອກ​ທັນ​ທີ 35 ຜູ້​ທີ່​ໄດ້​ເຫັນ​ກໍ​ເປັນ​ພຍານ ຄໍາ​ພຍານ​ຂອງ​ຜູ້​ນັ້ນ​ກໍ​ເປັນ​ຈິງ (ແລະ​ພຣະ​ອົງ​ນັ້ນ​ຊົງ​ຊາບ​ວ່າ​ຜູ້​ນັ້ນ​ເວົ້າ​ຄວາມ​ຈິງ) ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຊື່ອ​ເຫມືອນ​ກັນ 36 ເພາະ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ​ເພື່ອ​ໃຫ້​ສຳ​ເຣັດ​ຕາມ​ຂໍ້​ພຣະ​ຄັມ​ພີ​ທີ່​ວ່າ, “ກະ​ດູກ​ຂອງ​ທ່ານ​ຈະ​ບໍ່​ຖືກ​ຫັກ​ເສັຽ​ຈັກ​ເຫລັ້ມ” 37 ແລະ​ມີ​ຂໍ້​ພຣະ​ຄັມ​ພີ​ອີກ​ຂໍ​ນຶ່ງ​ທີ່​ວ່າ, “ເຂົາ​ຈະ​ມອງ​ເບິ່ງ​ທ່ານ​ຜູ້​ທີ່​ເຂົາ​ໄດ້​ແທງ”

ການ​ວາງ​ພຣະ​ສົບ​ໃສ່​ອຸບ​ໂມງ

38 ຫລັງ​ຈາກ​ນີ້​ໂຢເຊບ​ໄທ​ບ້ານ​ອາຣີ​ມາ​ທາຍ ຊຶ່ງ​ເປັນ​ລູກ​ສິດ​ລັບໆ​ຂອງ​ພຣະ​ເຢ​ຊູເພາະ​ທ່ານ​ຢ້ານ​ພວກ​ຢິວ ກໍ​ໄດ້​ຂໍ​ພຣະ​ສົບ​ພຣະ​ເຢ​ຊູ​ຈາກ​ປີ​ລາດ ແລະ​ປີ​ລາດ​ກໍ​ຍອມ​ໃຫ້ ໂຢ​ເຊບ​ຈຶ່ງ​ມາ​ອັນ​ເຊີນ​ພຣະ​ສົບ​ຂອງ​ພຣະ​ອົງ​ໄປ 39 ຝ່າຍ​ນິ​ໂກ​ເດມ​ຜູ້​ໄດ້​ມາ​ຫາ​ພຣະ​ເຢ​ຊູ​ເວ​ລາ​ກາງ​ຄືນ​ແຕ່​ຫົວ​ທີ​ນັ້ນ ກໍ​ມາ​ເຫມືອນ​ກັນ ທ່ານ​ໄດ້​ເອົາ​ເຄື່ອງ​ຫອມ​ປະ​ສົມ​ນຳ​ມາ ຄື​ຢ່າງ​ໄມ້​ກັບ​ອາ​ໂລ​ເອ​ຫນັກ​ປະ​ມາ​ນຮ້ອຍ​ລິ​ຕ​ຣາ 40 ເມື່ອ​ອັນ​ເຊີນ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ລົງ​ມາ ເຂົາ​ເອົາ​ຜ້າ​ປ່ານ​ກັບ​ເຄື່ອງ​ຫອມ​ພັນ​ພຣະ​ສົບ​ນັ້ນ​ຕາມ​ທັມ​ນຽມ​ມ້ຽ​ນ​ສົບ​ຂອງ​ຊາດ​ຢິວ 41 ອັນ​ນຶ່ງ​ໃນ​ບ່ອນ​ພຣະ​ອົງ​ຊົງ​ຖືກ​ຄຶງ​ໄວ້​ນັ້ນ​ມີ​ສວນ​ນຶ່ງ ໃນ​ສວນ​ນັ້ນ​ມີ​ອຸບ​ໂມງ​ໃຫມ່​ທີ່ຍັງ​ບໍ່​ໄດ້​ວາງ​ສົບ​ຜູ້​ໃດ​ຈັກ​ເທື່ອ 42 ດັ່ງ​ນັ້ນ​ເນື່ອງ​ຈາກວ່າ​ວັນ​ນັ້ນ​ເປັນ​ວັນ​ຈັດ​ແຈງ​ຂອງ​ຊາດ​ຢິວ ແລ​ເນື່ອງ​ຈາກ​ອຸບ​ໂມງ​ນັ້ນ​ຢູ່​ໃກ້ ເຂົາ​ຈຶ່ງ​ບັນ​ຈຸ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ​ໄວ້​ທີ່​ນັ້ນ

ໂຢຮັນ 20

ການ​ຄືນ​ພຣະ​ຊົນ

1 ວັນ​ຕົ້ນ​ສັ​ປ​ດາ​ນັ້ນ​ເວ​ລາ​ເຊົ້າ​ຍັງ​ມືດ​ຢູ່ ມາ​ຣິ​ອາ​ໄທ​ມັກ​ດາ​ລາ​ໄດ້​ມາ​ເຖິງ​ອຸບ​ໂມງ ແລະ​ນາ​ງ​ໄດ້​ເຫັນ​ກ້ອນ​ຫີນ​ຖືກ​ຍ້າຍ​ອອກ​ຈາກ​ປາກ​ອຸບ​ໂມງ​ແລ້ວ 2 ນາງ​ຈຶ່ງແລ່ນ​ໄປ​ຫາ​ຊີ​ໂມນ​ແລະ​ສາ​ວົກ​ຜູ້​ອື່ນ​ທີ່​ພຣະ​ເຢ​ຊູ​ຊົງ​ຮັກ​ແພງ​ນັ້ນ ແລ້ວ​ເວົ້າ​ກັບ​ເຂົາ​ວ່າ, “ເຂົາ​ໄດ້​ເອົາ​ສົບ​ຂອງ​ພຣະ​ອາ​ຈານ​ອອກ​ຈາກ​ອຸບ​ໂມງ​ແລ້ວ ແລະ​ພວກ​ເຮົາ​ບໍ່​ຮູ້​ຈັກ​ວ່າ​ເຂົາ​ເອົາ​ໄປໄວ້​ທີ່​ໃດ?” 3 ເປ​ໂຕ​ກັບ​ສາ​ວົກ​ຄົນ​ອື່ນ​ນັ້ນຈຶ່ງ​ພາກັນ​ອອກ​ມາ​ເຖິງ​ອຸບ​ໂມງ 4 ເຂົາ​ທັງ​ສອງ​ພ້ອມ​ກັນ​ແລ່ນ​ມາ ແຕ່​ສາ​ວົກ​ອື່ນ​ນັ້ນ​ໄດ້​ແລ່ນ​ໄວ​ກວ່າ​ເປ​ໂຕ​ຈຶ່ງ​ມາ​ເຖິງ​ອຸບ​ໂມງ​ກ່ອນ 5 ເມື່ອ​ກົ້ມ​ລົງ​ທ່ານ​ໄດ້​ເຫັນ​ຜ້າ​ປ່ານກອງ​ຢູ່​ແຕ່​ບໍ່​ໄດ້​ເຂົ້າ​ທາງ​ໃນ 6 ສ່ວນ​ຊີ​ໂມນ​ເປ​ໂຕ​ທີ່​ຕາມ​ຫລັງ​ມາ​ນັ້ນ ກໍ​ຮອດ​ເຫມືອນ​ກັນ ແລ້ວ​ໄດ້​ເຂົ້າ​ໄປ​ໃນ​ອຸ​ບ​ໂມງ ແລະ​ໄດ້​ເຫັນ​ຜ້າ​ປ່ານກອງ​ຢູ່ 7 ແລະ​ຜ້າ​ປົກ​ພຣະ​ສຽນ​ຂອງ​ພຣະ​ອົງ​ບໍ່​ໄດ້​ກອງ​ຢູ່​ກັບ​ຜ້າ​ອື່ນ ແຕ່​ພັບໄວ້​ຕ່າງ​ຫາກ 8 ແລ້ວ​ສາ​ວົກ​ຜູ້​ອື່ນ​ທີ່​ມາ​ເຖິງ​ກ່ອນ​ນັ້ນ​ກໍ​ໄດ້​ເຂົ້າ​ໄປ​ເຫມືອນ​ກັນ ກໍ​ໄດ້​ເຫັນ​ແລະ​ເຊື່ອ 9 ເພາະ​ວ່າ​ຂ​ນະ​ນັ້ນ​ເຂົາ​ຍັງ​ບໍ່​ໄດ້​ເຂົ້າ​ໃຈ​ຂໍ້​ພຣະ​ຄັມ​ພີ​ທີ່​ຂຽນ​ໄວ້​ວ່າ ພຣະ​ອົງ​ຈະ​ຕ້ອງ​ຄືນ​ມາ​ຈາກ​ຄວາມ​ຕາຍ 10 ແລ້ວສາ​ວົກ​ທັງ​ສອງ​ນັ້ນ​ກໍ​ກັບ​ໄປ​ຍັງ​ບ້ານ​ຂອງ​ຕົນ

ພຣະ​ເຢ​ຊູ​ຊົງ​ປາ​ກົດ​ແກ່​ມາ​ຣິ​ອາ​ມັກ​ດາ​ລາ

11 ຝ່າຍ​ມາ​ຣິ​ອາ​ຢືນ​ຮ້ອງ​ໄຫ້​ຢູ່ນອກ​ອຸບ​ໂມງ ຂ​ນະ​ທີ່​ຍັງ​ຮ້ອງ​ໄຫ້​ຢູ່​ນາງ​ໄດ້​ກົ້ມ​ຫລຽວ​ໄປ​ທາງ​ອຸບ​ໂມງ 12 ແລະ​ນາງ​ໄດ້​ເຫັນ​ເທວະ​ດາ​ສອງ​ຕົນ​ນັ່ງ​ຢູ່​ບ່ອນ​ທີ່​ເຂົາ​ວາງ​ພຣະ​ສົບ​ຂອງ​ພຣະ​ເຢ​ຊູ ຕົນ​ນຶ່ງ​ຢູ່​ເບື້ອງ​ພຣະ​ສຽນ ຕົນ​ນຶ່ງ​ຢູ່​ເບື້ອງ​ພຣະ​ບາດ 13 ເທວະ​ດາ​ທັງ​ສອງ​ນັ້ນ​ໄດ້​ຖາມ​ນາງວ່າ, “ນາງ​ເອີຍ, ເຈົ້າ​ຮ້ອງ​ໄຫ້​ເຮັດ​ຫຍັງ” ນາງ​ຈຶ່ງ​ຕອບ​ວ່າ, “ເພາະ​ເຂົາ​ໄດ້​ເອົາ​ສົບ​ພຣະ​ອາ​ຈານ​ຂອງ​ຂ້າ​ນ້ອຍ​ໄປ​ແລ້ວ ແລະ​ຂ້າ​ນ້ອຍ​ບໍ່​ຮູ້​ວ່າ​ເຂົາ​ເອົາ​ໄປ​ວາງ​ໄວ້​ທີ່​ໃດ” 14 ເມື່ອ​ເວົ້າ​ດັ່ງ​ນັ້ນ​ແລ້ວ​ນາງ​ໄດ້​ຫລຽວ​ຫລັງ​ມາ​ເຫັນ​ພຣະ​ເຢ​ຊູ​ຢືນ​ຢູ່ ແຕ່​ບໍ່​ຮູ້​ວ່າ​ແມ່ນ​ອົງ​ພຣະ​ເຢ​ຊູ 15 ພຣະ​ເຢ​ຊູ​ຊົງ​ຖາມ​ນາງວ່າ, “ນາງ​ເອີຍ, ເຈົ້າ​ຮ້ອງ​ໄຫ້​ເຮັດ​ຫຍັງ ເຈົ້າ​ຊອກ​ຫາ​ໃຜ” ນາງ​ຄຶດ​ວ່າ​ແມ່ນ​ຄົນ​ເຝົ້າ​ສວນ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ຖ້າ​ແມ່ນ​ທ່ານ​ໄດ້​ເອົາ​ສົບ​ທ່ານ​ໄປ ຂໍ​ບອກ​ຂ້າ​ນ້ອຍ​ວ່າ​ທ່ານ​ໄດ້​ເອົາ​ໄປ​ວາງ​ໄວ້​ທີ່​ໃດ ແລະ​ຂ້າ​ນ້ອຍ​ຈະ​ໄປ​ຍົກ​ເອົາ​ເສັຽ” 16 ພຣະ​ເຢຊູ​ຊົງ​ກ່າວ​ກັບ​ນາງວ່າ, “ມາ​ຣິ​ອາ​ເອີຍ” ມາ​ຣິ​ອາ​ກໍ​ຕ່າວ​ຫນ້າ​ມາ​ທູນ​ພຣະ​ອົງ​ເປັນ​ພາ​ສາ​ເຮັບເຣີ​ວ່າ, “ຮັບ​ໂບ​ນີ” (ທີ່​ແປ​ວ່າ “ພຣະ​ອາ​ຈານ​ເອີຍ”) 17 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ມາ​ຣິ​ອາ​ວ່າ, “ຢ່າຊູ່​ຫນ່ວງ​ດຶງ​ເຮົາ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ເມືອ​ຫາ​ພຣະ​ບິ​ດາ​ຂອງ​ເຮົາ ແຕ່​ເຈົ້າ​ຈົ່ງ​ໄປ​ຫາ​ພວກ​ພີ່​ນ້ອງ​ຂອງ​ເຮົາ​ແລະ​ບອກ​ເຂົາ​ວ່າ “ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະ​ບິ​ດາ​ຂອງ​ເຮົາ ແລະ​ພຣະ​ບິ​ດາ​ຂອງ​ພວກ​ທ່ານ ຈະ​ເມືອ​ຫາ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ພຣະ​ເຈົ້າ​ຂອງ​ທ່ານ” 18 ນາງ​ມາ​ຣິ​ອາ​ມັກ​ດາ​ລາ​ຈຶ່ງ​ໄປ​ບອກ​ຂ່າວ​ນີ້​ກັບ​ພວກ​ສາ​ວົກ​ວ່າ, “ຂ້າ​ນ້ອຍ​ໄດ້​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ” ແລະ​ໄດ້​ບອກ​ເຂົາ​ວ່າ​ພຣະ​ອົງ​ຊົງ​ກ່າວ​ຄຳ​ເຫລົ່າ​ນີ້​ແກ່​ຕົນ

ພຣະ​ເຢ​ຊູ​ຊົງ​ປາ​ກົດ​ແກ່​ພວກ​ສາ​ວົກ

19 ຄ່ຳ​ວັນ​ນັ້ນ​ເປັນ​ວັນ​ຕົ້ນ​ສັ​ປ​ດາ ເມື່ອ​ສາ​ວົກ​ອັດ​ປະ​ຕູ​ຫ້ອງ​ທີ່​ເຂົາ​ຢູ່​ນັ້ນ​ເພາະ​ຢ້ານພວກ​ຢິວ ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ເຂົ້າ​ມາ​ຊົງ​ຢືນ​ຢູ່​ຖ້າມ​ກາງ​ເຂົາ ແລ້ວ​ຊົງ​ກ່າວ​ວ່າ, “ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ເຈົ້າ​ທັງ​ຫລາຍ” 20 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ຢ່າງ​ນັ້ນ​ແລ້ວ ພຣະ​ອົງ​ກໍ​ຊົງ​ສະ​ແດງ​ພຣະ​ຫັດ​ແລະ​ຂ້າງ​ຂອງ​ພຣະ​ອົງ​ໃຫ້​ເຂົາ​ເບິ່ງ ເມື່ອ​ພວກ​ສາ​ວົກ​ໄດ້​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ກໍ​ເກີດ​ຄວາມ​ຊົມ​ຊື່ນ​ຍິນ​ດີ 21 ພຣະ​ເຢ​ຊູ​ຊົງກ່າວ​ກັບ​ເຂົາ​ອີກວ່າ, “ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ກັບ​ທ່ານ​ທັງ​ຫລາຍ ພຣະ​ບິ​ດາ​ໄດ້​ຊົງ​ໃຊ້​ເຮົາ​ມາ​ຢ່າງ​ໃດ ຝ່າຍ​ເຮົາ​ກໍ​ໃຊ້​ທ່ານ​ທັງ​ຫລາຍ​ໄປ​ຢ່າງ​ນັ້ນ” 22 ເມື່ອ​ຊົງ​ກ່າວ​ຢ່າງ​ນັ້ນ​ແລ້ວ​ພຣະ​ອົງ​ຊົງ​ລະ​ບາຍ​ລົມ​ອອກ​ຈາກ​ພຣະ​ໂອດ​ໃສ່​ເຂົາ ໂດຍບອກວ່າ, “ທ່ານ​ທັ​ງ​ຫລາຍ​ຈົ່ງ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 23 ຖ້າ​ທ່ານ​ທັງ​ຫລາຍ​ຈະ​ຍົກ​ຄວາມຜິດ​ບາບ​ຂອງ​ຜູ້​ໃດ ຄວາມ​ຜິດ​ບາບ​ຂອງ​ຜູ້​ນັ້ນ​ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ເສັຽ​ແລ້ວ ແລະ​ຖ້າ​ທ່ານ​ທັງ​ຫລາຍ​ກັກ​ຄວາມ​ຜິດ​ບາບ​ໃຫ້​ຢູ່​ກັບ​ຜູ້​ໃດ ພຣະ​ເຈົ້າ​ໄດ້​ຊົງ​ກັກ​ຄວາມ​ຜິດ​ບາບ​ໃຫ້​ຢູ່​ກັບ​ຜູ້​ນັ້ນ​ແລ້ວ”

ໂທ​ມາ​ບໍ່​ເຊື່ອ

24 ຝ່າຍ​ໂທ​ມາ​ທີ່​ເອີ້ນ​ວ່າ​ແຝດ ຊຶ່ງ​ເປັນ​ສາ​ວົກ​ຜູ້​ນຶ່ງ​ໃນ​ສິບສອງ​ຄົນ​ນັ້ນ ບໍ່​ໄດ້​ຢູ່​ກັບ​ເຂົາ​ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ມາ​ນັ້ນ 25 ສາ​ວົກ​ອື່ນໆ​ຈຶ່ງບອກ​ໂທ​ມາ​ວ່າ, “ເຮົາ​ໄດ້​ເຫັນອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ” ແຕ່​ໂທ​ມາ​ຕອບ​ເຂົາ​ເຫລົ່າ​ນັ້ນ​ວ່າ, “ຖ້າ​ຂ້ອຍ​ບໍ່​ເຫັນ​ຮອຍ​ຕະ​ປູ​ທີ່​ຝ່າພຣະ​ຫັດ ແລະ​ບໍ່​ໄດ້​ເອົາ​ນີ້ວ​ມື​ຂອງ​ຂ້ອຍ​ແປະ​ໃສ່​ຮອຍ​ຕະ​ປູ​ນັ້ນ ແລະບໍ່​ໄດ້​ເອົາ​ມື​ຂອງ​ຂ້ອຍ​ແປະ​ໃສ່​ຂ້າງ​ຂອງ​ທ່ານ​ແລ້ວ ຂ້ອຍ​ຈະ​ບໍ່​ເຊື່ອ 26 ຄັນ​ລ່ວງ​ໄປ​ໄດ້​ແປດ​ວັນ​ແລ້ວ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກໍ​ຢູ່ພ້ອມ​ກັນ​ທີ່​ເຮືອນ​ນັ້ນ​ອີກ ແລະ​ໂທ​ມາ​ກໍ​ຢູ່​ກັບ​ເຂົາ ສ່ວນ​ປະ​ຕູ​ກໍ​ອັດໄວ້ ແຕ່​ພຣະ​ເຢ​ຊູ​ກໍ​ໄດ້​ສະ​ເດັດ​ເຂົ້າ​ມາ​ຢືນ​ຢູ່​ຖ້າມ​ກາງ​ເຂົາ ແລ້ວ​ຊົງ​ກ່າວ​ວ່າ,”ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ກັບ​ທ່ານ​ທັງ​ຫລາຍ” 27 ແລະ​ພຣະ​ອົງ​ຊົງ​ກ່າວ​ແກ່ໂທ​ມາ​ວ່າ, “ຈົ່ງ​ເດ່​ນີ້ວ​ມື​ຂອງ​ທ່ານ​ມາ​ລູບ​ເບິ່ງ​ຝ່າ​ມື​ຂອ​ງ​ເຮົາ ຈົ່ງ​ເດ່​ມື​ຂອງ​ທ່ານ​ມາ​ໃສ່​ຂ້າງ​ຂອງ​ເຮົາ ຢ່າ​ຂາດ​ຄວາ​ມເຊື່ອ​ແຕ່​ຈົ່ງ​ເຊື່ອ” 28 ໂທ​ມາທູນ​ຕອບ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ ແລະ​ພຣະ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ” 29 ພຣະ​ເຢ​ຊູ​ຊົງ​ກ່າວ​ກັບ​ໂທ​ມາ​ວ່າ, “ເພາະ​ໄດ້​ເຫັນ​ເຮົາ​ທ່ານ​ຈຶ່ງ​ເຊື່ອ​ຫລື ຜູ້​ທີ່​ບໍ່​ເຫັນ​ເຮົາ​ແຕ່​ບໍ່​ໄດ້​ເຊື່ອ​ກໍ​ເປັນ​ສຸກ”

ຈຸດ​ປະ​ສົງ​ຂອງ​ຫນັງ​ສື​ນີ້

30 ອັນ​ນຶ່ງ​ພຣະ​ເຢ​ຊູ​ໄດ້​ຊົງ​ເຣັດ​ຫມາຍ​ສຳ​ຄັນ​ອື່ນໆ ອີກ​ຫລາຍ​ປະ​ການ​ຕໍ່​ຫນ້າ​ພວກ​ສາ​ວົກ​ເຫລົ່າ​ນັ້ນ ຊຶ່ງ​ບໍ່​ໄດ້​ຈົດ​ໄວ້​ໃນ​ຫນັງ​ສື​ເຫລັ້ມ​ນີ້ 31 ແຕ່​ທີ່​ໄດ້​ຈົດ​ເຫດ​ການ​ເຫລົ່າ​ນີ້​ໄວ້ ກໍ​ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະ​ເຢຊູ​ຊົງ​ເປັນ​ພຣະ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ເມື່ອ​ມີ​ຄວາມ​ເຊື່ອ​ແລ້ວ​ທ່ານ​ກໍ​ຈະ​ມີ​ຊີວິດ​ໂດຍ​ພຣະ​ນາມ​ຂອງ​ພຣະ​ອົງ

ໂຢຮັນ 21

ພຣະ​ເຢ​ຊູ​ຊົງ​ປາ​ກົດ​ແກ່​ສາ​ວົກ​ເຈັດ​ຄົນ

1 ຕໍ່​ມາ ພຣະ​ເຢ​ຊູ​ໄດ້​ຊົງ​ສະ​ແດງ​ພຣະ​ອົງ​ແກ່​ພວກ​ສາ​ວົກ​ອີກ​ທີ່​ທະ​ເລ​ຕີ​ເບເຣັຽ ພຣະ​ອົງ​ຊົງ​ສະ​ແດງ​ພຣະ​ອົງ​ຢ່າງ​ນີ້​ຄື 2 ພວກ​ທີ່​ຢູ່​ພ້ອມ​ກັນ​ມີ​ຊີ​ໂມນ​ເປ​ໂຕ ໂທ​ມາ​ທີ່​ເອີ້ນ​ວ່າ​ແຝດ ນະ​ທາ​ນາ​ເອນ​ໄທ​ບ້ານ​ກາ​ນາ​ແຂວງ​ຄາ​ລີ​ເລ ລູກ​ຊາຍ​ທັງ​ສອງ​ຂອງ​ເຊເບ​ດາຍ ແລະ​ສາ​ວົກ​ຂອງ​ພຣະ​ອົງ​ອີກ​ສອງ​ຄົນ 3 ຊີ​ໂມນ​ເປ​ໂຕບອກ​ເຂົາ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ປາ” ຝ່າຍ​ເຂົາ​ຈຶ່​ງ​ຕອບ​ວ່າ, “ພວກ​ເຮົາ​ຈະ​ໄປ​ນໍາ​ເຈົ້າ​ດ້ວຍ” ແລ້​ວ​ເຂົາ​ກໍ​ອອກ​ໄປ​ລົງ​ເຮືອ ແຕ່​ໃນ​ຄືນ​ນັ້ນ​ເຂົາ​ບໍ່​ໄດ້​ປາ​ຈັກ​ໂຕ 4 ເມື່​ອກຳ​ລັງ​ຮຸ່ງ​ເຊົ້າ​ພຣະ​ເຢ​ຊູ​ປະ​ທັບ​ຢືນ​ຢູ່​ທີ່​ຝັ່ງ ແຕ່​ພວກ​ສາ​ວົກບໍ່​ຮູ້​ວ່າ​ແມ່ນ ພຣະ​ເຢ​ຊູ 5 ພຣະ​ອົງ​ຊົງ​ຖາມ​ເຂົາ​ວ່າ, “ລູກ​ເອີຍ, ພວກ​ເຈົ້າ​ມີ​ຂອງ​ກິນ​ບໍ” ເຂົາ​ທູນ​ຕອບ​ວ່າ, “ບໍ່​ມີ” 6 ພຣະ​ອົງ​ຊົງ​ກ່າວ​ກັບ​ເຂົາ​ວ່າ, “ຈົ່ງ​ຖິ້ມມອງ​ລົງ​ເບື້ອງ​ຂ​ວາ​ເຮືອ​ແລ້ວ​ຈະ​ໄດ້​ປາ” ເຂົາ​ຈຶ່ງ​ຖິ້ມມອງ​ລົງ​ແລະ​ຖືກ​ປາ​ຫລາຍ ຈົນ​ດຶງ​ຂຶ້ນ​ບໍ່​ໄດ້​ເພາະ​ເຫລືອ​ແຮງ 7 ສາ​ວົກທີ່​ພຣະ​ເຢ​ຊູ​ຊົງ​ຮັກ​ໄດ້​ບອກ​ເປ​ໂຕວ່າ, “ແມ່ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແຫລະ” ເມື່ອ​ຊີ​ໂມນ​ເປ​ໂຕ​ໄດ້​ຍິນ​ວ່າ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ທ່ານ​ໄດ້​ຈັບ​ເອົາ​ເສື້ອ​ມາ​ນຸ່ງ​ເພາະ​ເປືອຍ​ໂຕ​ຢູ່ ແລ້ວ​ກໍ​ໂຕນ​ລົງ​ນ້ຳ 8 ແຕ່​ພວກ​ສາ​ວົກ​ອື່ນໆ​ນັ້ນ​ໄດ້​ເອົາ​ເຮືອນ້ອຍ​ລາກມອງ​ທີ່​ຖືກ​ປາ​ມາ ເພາະ​ເຂົາ​ບໍ່​ຢູ່​ໄກ​ຈາກ​ຝັ່ງ ໄກປະ​ມານ​ສອງ​ຮ້ອຍ​ສອກ​ເທົ່າ​ນັ້ນ 9 ເມື່ອ​ເຂົາ​ຂຶ້ນ​ຕະ​ຝັ່ງ​ແລ້ວ​ກໍ​ເຫັນ​ຖ່ານຕິດໄຟ​ຢູ່ ພ້ອ​ມ​ທັງ​ມີ​ປາ​ແລະ​ເຂົ້າ​ຈີ່​ຂາງ​ຢູ່ 10 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ປາ​ທີ່​ພວກ​ເຈົ້າ​ຫາ​ໄດ້​ມື້​ກີ້​ນີ້​ຈົ່ງ​ເອົາ​ມາ​ບາງ​ໂຕ” 11 ຊີ​ໂມນ​ເປ​ໂຕ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ​ດຶງມອງ​ຂຶ້ນ​ຝັ່ງ ແລະ​ມີ​ປາ​ໃຫຍ່​ເຕັມ​ຢູ່​ຈຳ​ນວນ​ນຶ່ງ​ຮ້ອຍ​ຫ້າ​ສິບ​ສາມ​ໂຕ ເຖິງວ່າ​ມີ​ປາ​ຫລາຍ​ປານ​ນັ້ນ​ມອງ​ກໍ​ບໍ່​ຂາດ 12 ພຣະ​ເຢ​ຊູ​ຊົງ​ບອກ​ເຂົາ​ວ່າ, “ພາ​ກັນ​ມາ​ປັ້ນ​ເຂົ້າ​ເທາະ” ໃນ​ພວກ​ສາ​ວົກ​ບໍ່​ມີ​ໃຜ​ກ້າ​ຖາມ​ພຣະ​ອົງ​ວ່າ, “ທ່ານ​ຄື​ໃຜ” ເພາະ​ເຂົາ​ຮູ້​ຢູ່​ວ່າ​ຜູ້​ນີ້​ແຫລະ, ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 13 ພຣະ​ເຢ​ຊູ​ຊົງ​ເຂົ້າ​ມາ​ຈັບ​ເອົາ​ເຂົ້າ​ຈີ່​ແຈກ​ໃຫ້​ເຂົາ ແລະ​ເອົາ​ປາ​ແຈກ​ໃຫ້​ເຫມືອນ​ກັນ 14 ນີ້​ເປັນ​ເທື່ອ​ທີ່​ສາມ​ທີ່​ພຣະ​ເຢ​ຊູ​ຊົງ​ສະ​ແດງ​ພຣະ​ອົງ​ແກ່​ພວກ​ສາ​ວົກ ຫລັງ​ຈາກ​ທີ່​ພຣະ​ອົງ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ

ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ

15 ເມື່ອ​ເຂົາ​ປັ້ນ​ເຂົ້າ​ແລ້ວ​ພຣະ​ເຢ​ຊູ​ຊົບ​ງ​ກ່າວ​ກັບ​ຊີ​ໂມນ​ເປ​ໂຕວ່າ, “ຊີໂມນ​ລູກ​ໂຢ​ຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍກວ່າ​ເຫລົ່າ​ນີ້​ຫລື” ເປ​ໂຕ​ທູນ​ວ່າ, “ໂດຍ​ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຊົງ​ຊາບ​ວ່າ​ຂ້າ​ພຣະ​ອົງ​ຮັກ​ແພງ​ພຣະ​ອົງ” ພຣະ​ອົງ​ຊົງ​ສັ່ງ​ເປ​ໂຕວ່າ, “ຈົ່ງ​ລ້ຽງ​ແກະ​ຫນຸ່ມ​ຂອງ​ເຮົາ​ເນີ” 16 ພຣະ​ອົງ​ຊົງ​ກ່າວ​ກັບ​ເປ​ໂຕ​ເປັນ​ເທື່ອ​ທີ່​ສອງວ່າ, “ຊີ​ໂມນ​ລູກ​ໂຢ​ຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລື” ເປ​ໂຕ​ທູນ​ຕອບ​ວ່າ, “ໂດຍ ​ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຊົງ​ຊາບວ່າ​ຂ້າ​ພຣະ​ອົງ​ຮັກ​ແພງ​ພຣະ​ອົງ” ພຣະ​ອົງ​ຊົງ​ສັ່ງ​ທ່ານ​ວ່າ, “ຈົ່ງ​ລ້ຽງ​ຮັກ​ສາ​ແກະ​ຂອງ​ເຮົາ​ເນີ” 17 ພຣະ​ອົງ​ຊົງ​ກ່າວ​ກັບ​ເປ​ໂຕ​ເປັນ​ເທື່ອ​ທີ່​ສາມ​ວ່າ, “ຊີ​ໂມນ​ລູກ​ໂຢ​ຮັນ​ເອີຍ, ເຈົ້າ​ຮັກ​ແພງ​ເຮົາ​ຫລື” ເປ​ໂຕ​ກໍ​ເປັນ​ທຸກ​ໃຈ​ທີ່​ພຣະ​ອົງ​ຊົງ​ຖາມ​ທ່ານ​ເທື່ອທີ່​ສາມວ່າ, “ເຈົ້າ​ຮັກ​ແພງ​ເຮົາ​ຫລື” ເປ​ໂຕ​ຈຶ່ງ​ທູນ​ຕອບ​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ພຣະ​ອົງ​ຊົງ​ຊາບ​ທຸກ​ສິ່ງ ພຣະ​ອົງ​ຊົງ​ຊາບ​ວ່າ​ຂ້າ​ພຣະ​ອົງ​ຮັກ​ແພງ​ພຣະ​ອົງ” ພຣະ​ເຢ​ຊູ​ຊົງ​ສັ່ງ​ທ່ານ​ວ່າ, “ຈົ່ງ​ລ້ຽງ​ແກະ​ຂອງ​ເຮົາ​ເນີ” 18 ເຮົາ​ບອກ​ແກ່​ເຈົ້າ​ຕາມ​ຄວາມ​ຈິງວ່າ​ເມື່ອ​ເຈົ້າ​ຍັງ​ຫນຸ່ມ​ເຈົ້າ​ເຄີຍ​ຄາດແອວ​ຂອງ​ເຈົ້າ​ເອງ ແລະ​ທຽວ​ໄປ​ມາ​ໃສ​ໄດ້​ຕາມ​ໃຈ​ເຈົ້າ​ມັກ ແຕ່​ເມື່ອ​ເຈົ້າ​ເຖົ້າ​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ​ຄົນ​ອື່ນ​ຈະ​ຄາດແອວ​ໃຫ້​ແລະ​ພາໄປ​ບ່ອນ​ເຈົ້າ​ບໍ່​ຢາກ​ໄປ” 19 (ທີ່​ພຣະ​ອົງ​ກ່າວ​ດັ່ງ​ນີ້​ກໍ​ຫມາຍ​ຄວາມ​ວ່າ ເປ​ໂຕ​ຈະ​ຖວາຍ​ກຽດ​ຕິ​ຍົດ​ແດ່​ພຣະ​ເຈົ້າ​ດ້ວຍ​ການ​ຕາຍ​ຢ່າງ​ໃດ) ຄັນ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນີ້​ແລ້ວ​ຈຶ່ງ​ຊົງ​ສັ່ງ​ເປ​ໂຕວ່າ, “ຈົ່ງ​ຕາມ​ເຮົາ​ມາ”

ສາ​ວົກ​ທີ່​ພຣະ​ອົງ​ຊົງ​ຮັກ

20 ເປ​ໂຕ​ຫລຽວ​ຫ​ລັງ​ເຫັນ​ສາ​ວົກ​ຜູ້​ທີ່​ພຣະ​ເຢ​ຊູ​ຊົງ​ຮັກ​ກຳ​ລັງ​ຕາມ​ມາ ຄື​ຜູ້​ທີ່​ເນີ້ງ​ກາຍ​ລົງ​ອີງ​ພຣະ​ຊວງ​ຂອງ​ພຣະ​ອົງ​ເມື່ອ​ຮັບ​ປະ​ທານ​ອາ​ຫານ​ແລງນັ້ນ ແລະ​ທູນ​ຖາມ​ວ່າ, “ນາຍ​ເຈົ້າ​ເອີຍ, ຜູ້​ທີ່​ຈະ​ມອບ​ທ່ານໄວ້​ຄື​ຜູ້​ໃດ” 21 ເມື່ອ​ເປ​ໂຕ​ເຫັນ​ສາ​ວົກ​ຜູ້​ນັ້ນ​ແລ້ວ​ຈຶ່ງ​ທູນ​ຖາມ​ພຣະ​ເຢ​ຊູ​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ, ຜູ້​ນີ້​ເດ, ຈະ​ເປັນ​ຢ່າງ​ໃດ” 22 ພຣະ​ເຢ​ຊູ​ຊົງ​ຕອບ​ວ່າ, “ຖ້າ​ເຮົາ​ມີ​ໃຈ​ຢາກ​ໃຫ້​ຜູ້​ນີ້​ຢືນ​ຢູ່​ຈົນ​ເຖິງ​ເຮົາ​ມາ​ນັ້ນ ຈະ​ເປັນ​ທຸ​ຣະ​ອັນ​ໃດ​ກັບ​ເຈົ້າ​ຫນໍ ສ່ວນ​ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ” 23 ເຫ​ດ​ສັນ​ນັ້ນ​ຄຳ​ທີ່​ວ່າ​ສາ​ວົກ​ຜູ້​ນັ້ນ​ຈະ​ບໍ່​ຕາຍ ຈຶ່ງ​ຊ່າ​ລື​ໄປ​ໃນ​ຖ້າມ​ກາງ​ຂອງ​ພວກ​ພີ່​ນ້ອງ ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ຊົງ​ກ່າວ​ວ່າ​ສາ​ວົກ​ຜູ້​ນັ້ນ​ຈະບໍ່​ຕາຍ ແຕ່​ຊົງ​ກ່າວ​ວ່າ, ຖ້າ​ເຮົາ​ມີ​ຢາກ​ໃຫ້​ຜູ້​ນີ້ຢືນ​ຢູ່​ຈົນ​ເຖິງ​ເຮົາ​ມາ​ນັ້ນ ຈະ​ເປັນ​ທຸ​ຣະ​ອັນ​ໃດ​ກັບ​ເຈົ້າ​ຫນໍ” 24 ແມ່​ນສາ​ວົກ​ຜູ້​ນີ້​ແຫລະ​, ທີ່​ເປັນ​ພຍານ​ເຖິງ​ເຫດ​ການ​ເຫລົ່າ​ນີ້ ແລະ​ເປັນ​ຜູ້​ທີ່​ບັນ​ທຶກ​ສິ່ງ​ເຫລົ່າ​ນີ້​ໄວ້ ແລະ​ພວກ​ເຮົາ​ຊາບ​ວ່າ​ຄຳ​ພຍານ​ຂອງ​ຜູ້ນີ້​ເປັນ​ຄວາມ​ຈິງ 25 ຍັງ​ມີ​ອີກ​ຫລາຍ​ສິ່ງ​ທີ່​ພຣະ​ເຢ​ຊູ​ຊົງກະ​ທຳ ຖ້າ​ຈະ​ຂຽນ​ໄວ້​ຕາມ​ລຳ​ດັບ​ທຸກ​ປະ​ການ ຂ້າ​ພະ​ເຈົ້າ​ຄາດ​ວ່າ​ຫມົດ​ທັງ​ໂລກ​ກໍ​ບໍ່​ມີ​ບ່ອນ​ພໍໄວ້​ຫນັງ​ສື​ທີ່​ຈະ​ຂຽນ​ນັ້ນ

ກິຈການ 1

ສັນ​ຍາ​ຈະ​ຊົງ​ປະ​ທານ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

1 ທ່ານ​ເທ​ໂອ​ຟີ​ໂລເອີຍ, ໃນ​ຫນັງ​ສື​ເຫລັ້ມ​ຕົ້ນ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ສິ່ງ​ທັງ​ປວງ​ທີ່​ພຣະ​ເຢ​ຊູ​ໄດ້​ຊົງ​ຕັ້ງ​ຕົ້ນ​ກະ​ທຳ​ແລະ​ສັ່ງ​ສອນ 2 ຈົນ​ເຖິງວັນ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ ຄື​ພາຍ​ຫລັງ​ທີ່​ພຣະ​ອົງ​ຊົງ​ສັ່ງ​ໂດຍ​ເດດ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແກ່​ພວກ​ອັ​ຄ​ສາ​ວົກ​ທີ່​ຊົງ​ເລືອ​ກໄວ້​ນັ້ນ 3 ຄັນ​ພຣະ​ອົງ​ຊົງ​ທົນ​ທຸກທໍ​ຣະ​ມານ ແລ້ວ​ໄດ້​ຊົງ​ສະ​ແດງ​ພຣະ​ອົງ​ແກ່​ຄົນພວກ​ນັ້ນ​ດ້ວຍ​ຫລັກ​ຖານ​ຫລາຍ​ຢ່າງ ພິ​ສູດ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ​ໄດ້​ຊົງ​ປາ​ກົດ​ແກ່​ເຂົາ​ລະ​ຫວ່າງ​ສີ່​ສິບ​ວັນ ແລະ​ໄດ້​ຊົງ​ສົນ​ທະ​ນາ​ກັບ​ເຂົາ​ເຖິງ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ 4 ໃນ​ເວ​ລາ​ທີ່​ພຣະ​ອົງ​ຊົງ​ຮ່ວມ​ປະ​ຊຸມ​ຢູ່​ກັບ​ເຂົາ ຈຶ່ງ​ຊົງ​ສັ່ງ​ເຂົາ​ບໍ່​ໃຫ້​ອອກ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ແຕ່​ໃຫ້​ຄອຍ​ຮັບ​ຕາມ​ພຣະ​ສັນ​ຍາ​ຂອງ​ພຣະ​ບິ​ດາ ຄື​ພຣະ​ອົງ​ໄດ້​ຊົງ​ບອກວ່າ, “ຕາ​ມທີ່​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ຈາກ​ເຮົາ​ນັ້ນ​ແຫລະ 5 ເພາະ​ວ່າ​ໂຢ​ຮັນ​ໃຫ້​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ກໍ​ແມ່ນ ແຕ່ຕໍ່​ໄປ​ອີກ​ບໍ່​ເຫິງ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ”

ການ​ສະ​ເດັດ​ສູ່​ສວັນ

6 ເມື່ອ​ເຂົາ​ໄດ້​ປະ​ຊຸມ​ພ້ອມ​ກັນ ເຂົາ​ຈຶ່ງ​ທູນ​ຖາມ​ພຣະ​ອົງ​ວ່າ, “ຂ້າ​ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ຊົງ​ຕັ້ງ​ຣາ​ຊ​ອາ​ນາ​ຈັກ​ຄືນ​ໃຫມ່​ໃຫ້​ແກ່​ພວກ​ອິ​ສ​ຣາ​ເອນ​ໃນ​ບັດ​ນີ້​ຫລື” 7 ພຣະ​ອົງ​ຊົງ​ຕອບເຂົາ​ວ່າ, “ບໍ່​ແມ່ນ​ຫນ້າ​ທີ່​ຂອງ​ພວກ​ທ່ານ​ທີ່​ຈະ​ຮູ້​ເວ​ລາ​ຫລື​ຍາມ​ກຳ​ນົດ ຊຶ່ງ​ພຣະ​ບິ​ດາ​ໄດ້​ຊົງ​ຕັ້ງ​ໄວ້​ດ້ວຍ​ສິດ​ຂອງ​ພຣະ​ອົງ​ເອງ 8 ແຕ່​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຣັບ​ພຣະ​ຣາ​ຊ​ທານ​ຣິດ​ເດດ ເມື່ອ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຈະ​ສະ​ເດັດ​ມາ​ເຖິງ​ພວກ​ທ່ານ ແລະ​ພວກ​ທ່ານ​ຈະ​ເປັນ​ພຍານ​ຝ່າຍ​ເຮົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ, ຕລອດ​ທົ່ວ​ແຂວງ​ຢູ​ດາຍ, ກັບ​ແຂວງ​ຊາ​ມາ​ເຣັຽ, ແລະ​ຈົນ​ເຖິງ​ທີ່​ສຸດ​ປາຍ​ແຜ່ນ​ດິນ​ໂລກ” 9 ເມື່ອ​ພຣະ​ອົງ​ຊົງ​ກ່າວ​ດັ່ງ​ນັ້ນ​ແລ້ວ ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ ຂນະ​ທີ່​ເຂົາ​ກຳ​ລັງ​ເບິ່ງ​ຢູ່ ແລະ​ມີ​ເມກ​ມາ​ຮັບ​ພຣະ​ອົງໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ເຂົາ 10 ເມື່ອ​ເຂົາ​ກຳ​ລັງ​ແນມ​ເບິ່ງຟ້າ ຂ​ນະ​ທີ່​ພຣະ​ອົງ​ສະ​ເດັດ​ຂຶ້ນເມືອ​ນັ້ນ ເບິ່ງ​ແມ໋, ມີ​ສອງ​ຄົນ​ນຸ່ງ​ເຄື່ອງ​ຂາວ​ມາ​ປາ​ກົດ​ຢືນ​ຢູ່​ໃກ້​ເຂົາ 11 ສອງ​ຄົນ​ນັ້ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາ​ລີ​ເລ​ເອີຍ, ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຢືນ​ເບິ່ງ​ທ້ອງ​ຟ້າ ພຣະ​ເຢ​ຊູ​ອົງ​ນີ້​ຊຶ່ງ​ຊົງ​ຮັບ​ໄປ​ຈາກ​ພວກ​ທ່ານ​ຂຶ້ນ​ເມືອ​ສວັນ​ແລ້ວ ຈະ​ສະ​ເດັດ​ມາ​ອີກ​ເຫມືອນ​ຢ່າງ​ທີ່​ພວກ​ທ່ານ​ໄດ້​ເຫັນ​ພຣະ​ອົງ​ຂຶ້ນ​ເມືອ​ຍັງ​ສວັນ​ນັ້ນ”

ເລືອກ​ຄົນ​ນຶ່ງ​ແທນ​ຢູ​ດາ​ອິ​ສະ​ກາ​ຣິ​ອົດ

12 ແລ້ວ​ພວກ​ອັ​ຄ​ສາ​ວົກ​ໄດ້​ລົງ​ມາ​ຈາກ​ພູ​ທີ່​ຊື່​ວ່າ​ເອ​ລາຍ​ອົນ ກັບ​ຄືນ​ໄປ​ຍັງ​ກຸງ​ເຢຣູ​ຊາ​ເລັມ ຊຶ່ງ​ຢູ່​ໄກ​ຈາກ​ກັນ​ທໍ່​ກັບ​ລະ​ຍະ​ທາງ​ທີ່​ກຳ​ນົດ​ໃຫ້​ທຽວ​ໃນ​ວັນ​ສະ​ບາ​ໂຕ 13 ເມື່ອ​ເຂົ້າ​ກຸງ​ແລ້ວ​ເຂົາ​ເຫລົ່າ​ນັ້ນ​ຈຶ່ງ​ຂຶ້ນ​ເມືອ​ຍັງ​ຫ້ອງ​ຊັ້ນ​ເທິງ​ທີ່​ເຄີຍ​ພັກ​ຢູ່​ນັ້ນ ມີ​ເປ​ໂຕ, ໂຢ​ຮັນ, ຢາ​ໂກ​ໂບ​ກັບ​ອັນ​ເດ​ອາ, ຟີ​ລິບ​ກັບ​ໂທ​ມາ, ບາ​ຣະ​ໂທ​ໂລ​ມາຍ​ກັບ​ມັດ​ທາຍ, ຢາ​ໂກ​ໂບ​ລູກ​ຂອງ​ອາ​ລະ​ຟາຍ, ຊີ​ໂມນ​ພັກ​ຊາດ​ນິ​ຍົມ, ແລະ​ຢູ​ດາ​ລູກ​ຂອງ​ຢາ​ໂກ​ໂບ 14 ເຂົາ​ເຫລົ່າ​ນີ້​ໄດ້​ຮ່ວມ​ໃຈ​ກັນ​ໄຫວ້ວອນ​ດ້ວຍ​ຄວາມ​ຫມັ້ນ​ໃຈ ພ້ອມ​ກັບ​ພວກ​ແມ່​ຍິງ​ແລະ​ນາງ​ມາ​ຣິ​ອາ​ມານ​ດາ​ຂອງ​ພຣະ​ເຢ​ຊູ ທັງ​ພວກ​ນ້ອງ​ຊາຍ​ຂອງ​ພຣະ​ອົງ 15 ໃນ​ຄາວ​ນັ້ນ​ເປ​ໂຕ​ໄດ້​ຢືນ​ຂຶ້ນ​ຖ້າມ​ກາງ​ພີ່​ນ້ອງ​ທັງ​ຫລາຍ ຊຶ່ງ​ປະ​ຊຸມ​ກັນ​ຢູ່​ຮ່ວມ​ທັງ​ຫມົດ​ມີ​ປະ​ມານ​ຮ້ອຍ​ຊາວຄົນ ແລະ​ກ່າວ​ວ່າ, 16 “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂໍ້​ພຣະ​ຄັມ​ພີ​ທີ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ກ່າວ​ລ່ວງ​ຫນ້າ​ໄວ້​ໂດຍ​ພຣະ​ໂອດ​ຂອງ​ກະ​ສັດ​ດາ​ວິດ ຈະ​ເປັນ​ຕ້ອງ​ສຳ​ເຣັດ ຄຳ​ນັ້ນ​ທີ່​ເວົ້າ​ເຖິງ​ຢູ​ດາ​ຊຶ່ງ​ກາຍ​ເປັນ​ຜູ້​ນຳ​ຄົນ​ທັງ​ຫລາຍທີ່​ໄປ​ຈັບ​ພຣະ​ເຢ​ຊູ 17 ເພາະ​ຢູ​ດານັ້ນ​ກໍ​ນັບ​ເຂົ້າ​ໃນ​ຈຳ​ນວນ​ພວກ​ເຮົາ ແລະ​ໄດ້​ຮັບ​ສ່ວນ​ໃນ​ການ​ງານ​ນີ້​ເຫມື​ອນ​ກັນ 18 ຝ່າຍ​ຜູ້​ນີ້​ໄດ້​ເອົາ​ຄ່າ​ບໍາ​ເຫນັດ​ແຫ່ງ​ກາ​ນຊົ່ວ​ຂອງ​ຕົນ​ໄປ​ຊື້​ດິນ​ຕອນ​ນຶ່ງ ແລະ​ກໍ​ລົ້ມ​ລົງ​ແຕ​ກກາງ​ຕົວ​ຈົນ​ໃສ້​ໄຫລ​ອອກ​ທັງ​ຫມົດ 19 ເຫດ​ການ​ນີ້​ກໍ​ປາ​ກົດ​ແກ່​ຊາວ​ກຸງ​ເຢ​ຣູ​ຊາເລັມ​ທັງ​ຫມົດ ເຂົາ​ຈຶ່ງ​ເອີ້ນ​ດິນ​ຕອນ​ນີ້​ຕາມ​ພາ​ສາ​ຂອງ​ເຂົາ​ວ່າ​ຮາ​ເກນ​ດາ​ມາ ຄື​ດິນ​ເລືອດ 20 ດ້ວຍ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ທັມ​ເພງ​ສັຣ​ເສີນ​ວ່າ, “ທີ່​ຢູ່​ຂອງ​ມັນ​ໃຫ້​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ ຢ່າ​ໃຫ້​ມີ​ຜູ້​ໃດ​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ” ແລະ “ສ່ວນ​ຫນ້າ​ທີ່​ຂອງ​ມັນ​ໃຫ້​ຄົນ​ອື່ນ​ຮັບ​ແທນ” 21 ເຫດ​ສັນ​ນັ້ນ​ໃນ​ບັນ​ດາ​ຜູ້​ທີ່​ເປັນ​ພວກ​ດຽວ​ກັບ​ເຮົາ ຕລອດ​ເວ​ລາ​ທີ່​ພຣະ​ອົງ​ເຈົ້າ​ເຢ​ຊູ​ສະ​ເດັດ​ເຂົ້າ​ອອກ​ກັບ​ພວກ​ເຮົາ 22 ຄື​ຕັ້ງ​ແຕ່​ບັບ​ຕິ​ສະ​ມາ​ຂອງ​ໂຢ​ຮັນ​ຈົນ​ເຖິງວັນ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ພຣະ​ອົງ​ຂຶ້ນ​ເມືອ​ຈາກ​ພວກ​ເຮົາ ຄົນ​ນຶ່ງ​ໃນ​ພວກ​ນີ້​ຈະ​ຕ້ອງ​ກາຍ​ເປັນ​ພຍານ​ກັບ​ພວກ​ເຮົາ​ວ່າ ພຣະ​ອົງ​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ” 23 ແລ້ວ​ເຂົາ​ໄດ້​ສ​ເນີ​ຊື່​ສອງ​ຄົນ ຄື​ໂຢ​ເຊບ​ທີ່​ເອີ້ນ​ວ່າ​ບາ​ຣະ​ຊາ​ບາ ມີ​ນາມ​ສະ​ກຸນ​ວ່າ​ຢູ​ສະ​ໂຕ ແລະ​ມັດເທັຽ 24 ເຂົາ​ຈຶ່ງ​ພາ​ກັນ​ອ້​ອນ​ວອນ​ວ່າ, “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊົງ​ຢັ່ງ​ຮູ້​ຈິດ​ໃຈ​ຂອງ​ຄົນ​ທັງ​ປວງ ຂໍ​ພຣະ​ອົງ​ຊົງ​ຊີ້​ບອກວ່າ​ໃນ​ສອງ​ຄົນ​ນີ້​ພຣະ​ອົງ​ຊົງ​ເລືອກ​ເອົາ​ຄົນ​ໃດ 25 ເພື່ອ​ເຂົ້າ​ຮັບ​ສ່ວນ​ໃນ​ການ​ປະ​ຕິບັດ​ນີ້ ແລະ​ຮັບ​ຕຳ​ແຫນ່ງ​ເປັນ​ອັ​ຄ​ສາ​ວົກ ຊຶ່ງ​ຢູ​ດາ​ໄດ້​ປະ​ຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ” 26 ເຂົາ​ຈຶ່ງ​ໄດ້​ຈົກ​ສ​ລາກ​ກັນ ແລະ​ສ​ລາກ​ນີ້​ໄດ້​ຕົກ​ໃສ່​ມັດ​ເທັຽ ມັດ​ເທັຽ​ຈຶ່ງ​ຖືກ​ນັບ​ເຂົ້າ​ໃນ​ພວກ​ອັ​ຄ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ

ກິຈການ 2

ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ສະ​ເດັດ​ມາ​ສະ​ຖິດ

1 ເມື່ອ​ຄົບ​ຮອບ​ວັນ​ເທ​ສ​ການ​ເພັນ​ເຕຄອ​ສ ເຂົາ​ທັງ​ຫມົດ​ໄດ້​ພ້ອມ​ກັນ​ຢູ່​ໃນ​ບ່ອນ​ດຽວ 2 ໃນ​ທັນ​ໃດ​ນັ້ນ​ເກີດ​ມີ​ສ​ຽງ​ມາ​ຈາກ​ຟ້າ​ສວັນ​ເຫມືອນ​ສຽງ​ລົມ​ພະ​ຍຸ​ກ້າ ກ້ອງ​ສ​ນັ່ນ​ທົ່ວ​ເຮືອນ​ທີ່​ເຂົາ​ນັ່ງ​ຢູ່​ນັ້ນ 3 ມີ​ລີ້ນ​ເປັນ​ຮູບ​ເຫມືອນ​ແປວ​ໄຟ​ໄດ້​ປາ​ກົດ​ໃຫ້​ເຂົາ​ເຫັນ​ແລະ​ລີ້ນ​ນັ້ນ​ແຕກ​ກະ​ຈາຍ​ອອກ​ໄປ​ຢູ່​ເທິງ​ເຂົາ​ທຸກ​ຄົນ​ຜູ້​ລະ​ລີ້ນ 4 ເຂົາ​ເຫລົ່າ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ແລະ​ຕັ້ງ​ຕົ້ນ​ປາກ​ພາ​ສາ​ຕ່າງໆ​ຕາມ​ທີ່​ພຣະ​ວິນ​ຍານ​ຊົງ​ໂຜດ​ໃຫ້​ເຂົາ​ເວົ້າ​ນັ້ນ 5 ຂ​ນະ​ນັ້ນ​ມີ​ຊາວ​ຢິວ​ທີ່​ຢຳ​ເກງ​ພຣະ​ເຈົ້າ​ມາ​ຈາກ​ທຸກ​ປະ​ເທດ​ທົ່ວ​ໃຕ້​ຟ້າ ເຂົ້າ​ມາ​ພັກ​ເຊົາ​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 6 ເມື່ອ​ສຽງ​ນັ້ນ​ໄດ້​ເກີດ​ຂຶ້ນ ຝູງ​ຄົນ​ຫລວງ​ຫລາຍ​ໄດ້​ມາ​ໂຮມ​ກັນ ແລ້ວ​ສ​ງົນ​ສົນ​ເທ​ເພາະ​ຕ່າງ​ຄົນ​ກໍ​ຕ່າງ​ໄດ້​ຍິນ​ພວກ​ເຫລົ່າ​ນັ້ນ​ເວົ້າ​ພາສາ​ຂອງ​ໃຜ​ລາວ 7 ຄົນ​ທັງ​ປວ​ງ​ຈຶ່ງ​ປລາດ​ແລະ​ງຶດ​ອັ​ດສະຈັນ​ໃຈ​ເວົ້າ​ກັນ​ວ່າ, “ເບິ່ງ​ແມ໋, ຄົນ​ທັງ​ຫລາຍ​ທີ່​ເວົ້າ​ກັນ​ຢູ່​ນັ້ນ​ແມ່ນ​ຊາວ​ຄາ​ລີ​ເລ​ທັງ​ຫມົດ​ ບໍ່​ແມ່ນ​ຫລື 8 ເປັນ​ແນວ​ໃດ​ພວກ​ເຮົາ​ທຸກ​ຄົນ​ຈຶ່ງ​ໄດ້​ຍິນ​ເຂົາ​ເວົ້າ​ພາ​ສາ​ບ້ານ​ເກີດ​ເມືອງນອນ​ຂອງ​ພວກ​ເຂົາ 9 ຄື​ຊາວ​ປາເທັຽ ຊາວເມ​ເດັຽ ຊາວເອ​ລາມ ແລະ​ຄົນ​ທີ່​ຢູ່​ໃນ​ປະ​ເທດ​ເມ​ໂຊ​ໂປ​ຕາ​ເມັຽ 10 ແຂວງ​ຢູ​ດາຍ, ແລະ​ປະ​ເທດ​ກັປ​ປາ​ໂດ​ເກັຽ ໃນ​ແຂວງປົນ​ໂຕ ແລະ​ອາເຊັຽ 11 ທັງ​ຊາດ​ຢິວ​ແລະ​ຄົນ​ທີ່​ນັບ​ຖື​ລັດ​ທິ​ຢິວ ຊາວ​ເກາະກະ​ເຣ​ເຕ​ແລະ​ຊາຍວ​ປະ​ເທດ​ອາ​ຣະ​ເບັຽ ພວກ​ເຮົາ​ໄດ້​ຍິນ​ເຂົາ​ກ່າວ​ເຖິງ​ມະ​ຫາຣາ​ຊ​ກິດ​ຂອງ​ພຣະ​ເຈົ້າ​ໃນ​ພາ​ສາຂ​ອງ​ເຮົາ​ເອງ” 12 ເຂົາ​ທັງ​ຫລາຍ​ຈຶ່ງ​ອັດ​ສະ​ຈັນ​ໃຈ​ແລະ​ສ​ງົນ​ສົນ​ເທ​ເວົ້າ​ກັນ​ວ່າ, “ການ​ນີ້​ອາດ​ຈະ​ເປັນ​ຢ່າງ​ໃດ​ຫນໍ” 13 ແຕ່​ລາງ​ຄົນ​ເວົ້າ​ເຍາະ​ເຍີ້ຍ​ວ່າ, “ຄົນ​ເຫລົ່າ​ນັ້ນ​ເຕັມ​ໄປດ້ວຍ​ເຫລົ້າ​ອະງຸ່ນ​ໃຫມ່”

ຄຳ​ປາ​ສັຍ​ຂອງ​ເປ​ໂຕ​ໃນ​ວັນ​ເພັນ​ຕາ​ຄອ​ສ

14 ແລ້ວ​ເປ​ໂຕ​ໄດ້​ຢືນ​ຂຶ້ນ​ກັບ​ອັ​ຄ​ສາ​ວົກ​ສິບ​ເອັດ​ຄົນ​ນັ້ນ ແລະ​ໄດ້​ກ່າວ​ຄຳ​ປາ​ສັຍ​ດ້ວຍ​ສຽງ​ດັງ​ໃຫ້​ເຂົາ​ຟັງ​ວ່າ, “ທ່ານ​ຊາວ​ຢິວ​ ແລະ​ບັນ​ດາ​ຄົນ​ທີ່​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ເອີຍ, ຈົ່ງຊາບ​ເຣື່ອງ​ນີ້​ແລະ​ຕັ້ງ​ຫູ​ຟັງ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ 15 ດ້ວຍ​ວ່າ​ຄົນ​ເຫລົ່າ​ນີ້​ບໍ່​ໄດ້​ເມົາ​ເຫລົ້າ​ເຫມືອນ​ດັ່ງ​ພວກ​ທ່ານ​ຄຶດ​ນັ້ນ ເພາະ​ຍັງ​ເປັນ​ເວ​ລາ​ສາມ​ໂມງ​ເຊົ້າ​ຢູ່ 16 ແຕ່​ການ​ນີ້​ແຫລະ, ແມ່ນ​ຕາມ​ທີ່​ໄດ້​ຊົງ​ກ່າວ​ດ້ວຍ​ໂຢ​ເອນ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ, 17 “ພຣະ​ເຈົ້າ​ຊົງ​ກ່າວ​ວ່າ ໃນ​ຄາວ​ສຸດ​ທ້າຍ​ເຮົາ​ຈະ​ຖອກ​ວິນ​ຍານ​ຂອງ​ເຮົາ​ປະ​ທານ​ລົງ​ໃສ່​ມະ​ນຸດ​ທັງ​ປວງ ລູກ​ຊາຍ​ແລະ​ລູກ​ຍິງ​ຂອງ​ພວກ​ທ່ານ​ຈະ​ທຳ​ນ​ວາຍ ຊາຍ​ຫນຸ່ມ​ຂອງ​ພວກ​ທ່ານ​ຈະ​ຝັນ​ເຫັນ 18 ຝ່າຍ​ເຮົາ​ໃນ​ຄາວ​ນັ້ນ​ເຮົາ​ຈະ​ຖ​ອກວິນ​ຍານ​ຂອງ​ເຮົາ​ປະ​ທານ​ລົງ​ໃສ່​ຂ້າ​ໃຊ້​ຊາຍ​ຍິງ​ຂອງ​ເຮົາ ແລະ​ເຂົາ​ຈະ​ທໍາ​ນ​ວາຍ 19 ເຮົາ​ຈະ​ສະ​ແດງ​ການ​ອັສ​ຈັນ​ໃນ​ອາ​ກາດ​ເບື້ອງ​ເທິງ ແລະ​ຫມາຍ​ສຳ​ຄັນ​ທີ່​ແຜ່ນ​ດິນ​ໂລກ​ເບື້ອງ​ລຸ່ມ ຄື​ເລືອດ​ແລະ​ໄຟ​ກັບ​ອາຍ​ຄວັນ 20 ກ່ອນ​ວັນ​ອັນ​ໃຫຍ່​ແລະ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ​ເຈົ້າ​ຈະ​ມາ​ເຖິງ ດວງ​ອາ​ທິດ​ຈະ​ເກີດ​ມື​ດ​ມົວ ດວງ​ຈັນ​ຈະ​ກາຍ​ເປັນ​ເລືອດ 21 ແລ້ວ​ກໍ​ຈະ​ເປັນ​ດັ່ງ​ນີ້ ຄື​ບຸກ​ຄົນ​ໃດ​ທີ່​ຮ້ອງ​ອອກ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ລອດ​ພົ້ນ” 22 ຊາວ​ອິ​ສ​ຣາ​ເອນ​ທັງ​ຫລາຍ​ເອີຍ, ຈົ່ງ​ຟັງ​ຖ້ອຍ​ຄຳ​ເຫລົ່າ​ນີ້ ຄື​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ເປັນ​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ຊີ້​ແຈງ​ໃຫ້​ພວກ​ເຮົາ​ຮູ້ ດ້ວຍ​ການ​ອິດ​ທິ​ຣິດ, ການ​ອັສຈັນ ແລະ​ຫມາຍ​ສຳ​ຄັນ​ຕ່າງໆ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໃນ​ຖ້າມ​ກາງ​ພວກ​ທ່ານ​ດ້ວຍ ທ່ານ​ຜູ້​ນັ້ນ ດັ່ງ​ທີ່​ພວກ​ທ່າ​ນຮູ້​ຢູ່​ແລ້ວ 23 ທ່ານ​ຜູ້​ນີ້​ໄດ້​ຖືກມອ​ບ​ໄວ້ ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກຳ​ນົດ​ຄາດຫມາຍ​ແລະ​ຊົງຮູ້​ໄວ້​ລ່ວງ​ຫນ້າ​ກ່ອນ​ນັ້ນ ພວກ​ທ່ານ​ໄດ້​ໃຫ້​ຄົນ​ນອກ​ສາ​ສ​ນາ​ຄຶງ​ພຣະ​ອົງໄວ້​ທີ່​ໄມ້​ກາງ​ແຂນ​ແລະ​ປະ​ຫານ​ຊີ​ວິດ​ເສັຽ 24 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ດ້ວຍ​ຊົງ​ປັດ​ພຣະ​ອົງໃຫ້​ອອກ​ຈາກ​ຄວາມ​ເຈັບ​ປວດແຫ່ງ​ຄວາມ​ຕາຍ ເພາະ​ຄວາມ​ຕາຍ​ສະ​ກັດ​ຈ່ອງ​ພຣະ​ອົງ​ໄວ້​ບໍ່​ໄດ້ 25 ເພາະ​ກະ​ສັດ​ດາ​ວິດ​ໄດ້​ຊົງ​ກ່າວ​ເຖິງ​ພຣະ​ອົງ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ແນມ​ເບິ່ງ​ອົງ​ພຣະຜູ້​ເປັນ​ເຈົ້າ​ຢູ່​ສເມີ ເພາະ​ວ່າ​ພຣະ​ອົງ​ປະ​ທັບ​ຢູ່​ກ້ຳ​ຂວາ​ຂອງ​ຂ້າ​ພະ​ເຈົ້າ ເພື່ອຂ້າ​ພະ​ເຈົ້າ​ຈະບໍ່​ສະ​ທ້ານ​ຫວັ່ນ​ໄຫວ 26 ເພາະ​ເຫດ​ນີ້​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ປິ​ຕິຍິນ​ດີ ແລະ​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ຊົມ​ຊື່ນ​ຍິນ​ດີ ອີກ​ປະ​ການ​ນຶ່ງ ເນື້ອ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ພັກ​ຜ່ອນ​ຢູ່​ໃນ​ຄວາມ​ໄວ້​ໃຈ 27 ເພາະ​ພຣະ​ອົງ​ເຈົ້າ​ຈະ​ບໍ່​ຊົງ​ປະ​ຖິ້ມ ຈິດ​ວິນ​ຍານ​ຂອງ​ຂ້າ​ພຣະ​ອົງ​ໄວ້​ໃນ​ແດນ​ມໍ​ຣະ​ນາ ທັງ​ຈະ​ບໍ່​ໃຫ້​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງເປື່ອຍ​ເນົ່າ​ໄປ 28 ພຣະ​ອົງ​ໄດ້​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງຮູ້​ທາງ​ແຫ່ງ​ຊີ​ວິດ ພຣະ​ອົງ​ຈະ​ຊົງ​ໂຜດ​ໃຫ້​ຂ້າ​ພຣະ​ອົງ​ເຕັມ​ບໍ​ຣິ​ບູນ​ດ້ວຍ​ຄວາມ​ຍິນ​ດີ​ເພາະ​ຢູ່​ຕໍ່​ພຣະ​ພັກ​ພຣະ​ອົງ” 29 “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂ້າ​ພະ​ເຈົ້າ​ມີ​ສິດ​ທີ່​ຈະ​ກ່າວ​ຢ່າງ​ເຊື່ອ​ຫມັ້ນ ໃຫ້​ທ່ານ​ທັງ​ຫລາຍ​ຟັງ​ເຖິງ​ເຣື່ອງ​ກະ​ສັດ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ນັ້ນ​ວ່າ ທ່ານ​ສິ້ນ​ຊີ​ວິດ​ແລະ​ຖືກ​ບັນ​ຈຸ​ໄວ້​ແລ້ວ ແລະ​ອຸບ​ໂມງ​ຂອງ​ທ່ານ​ຍັງ​ຢູ່​ຖ້າມ​ກາງ​ພວກ​ເຮົາ​ຈົນ​ເຖິງ​ທຸກວັນ​ນີ້ 30 ທ່ານ​ເປັນ​ຜູ້​ທຳ​ນ​ວາຍ ແລະ​ຊາບ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ແກ່​ທ່ານ​ດ້ວຍ​ຄຳ​ສາ​ບານ​ວ່າ ຈະ​ປະ​ທານ​ຜູ້​ນຶ່ງ​ໃນ​ວົງ​ຕະ​ກູນ​ຂອງ​ທ່ານ​ໃຫ້​ປະ​ທັບ​ເທິງ​ພຣະ​ທີ່​ນັ່ງ​ຂອງ​ທ່ານ 31 ກະ​ສັດ​ດາ​ວິດ​ກໍ​ຊົງ​ລ່ວງ​ຮູ້​ເຫດ​ການ​ນີ້​ໄວ້​ກ່ອນ ຈຶ່ງ​ຊົງ​ກ່າວ​ເຖິງ​ການ​ຄືນ​ພຣະ​ຊົນ​ຂອງ​ອົງ​ພຣະ​ຄຣິດ​ວ່າ, “ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ປະ​ຖິ້ມ​ທ່ານ​ໄວ້​ໃນ​ແດນ​ມໍ​ຣະ​ນາ​ທັງ​ເນື້ອ​ຕົວ​ຂອງ​ທ່ານ​ກໍ​ຈະ​ບໍ່​ເປື່ອຍ​ເນົ່າ​ໄປ” 32 ພຣະ​ເຢ​ຊູ​ນີ້​ແຫລະ, ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ ຝ່າຍ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ເປັນ​ພຍານ​ເຖິງ​ເຣື່ອງ​ນີ້ 33 ເມື່ອ​ຊົງ​ຖືກ​ຍົກ​ຂຶ້ນ​ຢູ່​ທີ່​ພຣະ​ຫັດ​ກ້ຳ​ຂວາ​ຂອງ​ພຣະ​ເຈົ້າ ແລະ​ໄດ້​ຊົງ​ຮັບ​ພຣະ​ວິນ​ຍາ​ນ​ບໍ​ຣິ​ສຸດ​ຈາກ​ພຣະ​ບິດາ​ຕາມ​ພຣະ​ສັນ​ຍາ​ ພຣະ​ອົງ​ໄດ້​ຊົງຖອກ​ພຣະ​ວິນ​ຍານ​ນັນ​ລົງ​ມາ​ດັ່ງ​ພວກ​ທ່ານ​ໄດ້​ເຫັນ​ແລະ​ໄດ້​ຍິນ​ແລ້ວ​ນັ້ນ 34 ເຫດ​ວ່າ​ກະ​ສັດ​ດາ​ວິດ​ບໍ່​ຂຶ້ນ​ໄປ​ຍັງ​ສວັນ ແລະ​ທ່ານ​ເອງ​ໄດ້​ຊົງ​ກ່າວ​ວ່າ, “ພຣະ​ເຈົ້າ​ຊົງ​ກ່າວ​ແດ່​ອົງ​ພຣະ​ຜູ້ເປັນ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຈົ່ງ​ນັ່ງ​ທີ່​ຂວາ​ມື​ຂອງ​ເຮົາ, 35 ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕ​ຣູ​ຂອງ​ທ່ານ​ໃຫ້​ຢູ່​ໃຕ້​ຕີນ​ຂອງ​ທ່ານ” 36 ເຫດ​ສັນ​ນັ້ນ​ໃຫ້​ຍາດ​ວົງ​ອິ​ສ​ຣາ​ເອນ​ຮູ້​ຄັກ​ແນ່​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ພຣະ​ເຢ​ຊູ​ນີ້ ຊຶ່ງ​ທ່ານ​ທັງ​ຫລາຍ​ໄດ້​ຕອກ​ຕິດ​ໄວ້​ທີ່​ໄມ້​ກາງ​ແຂນ​ນັ້ນ ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ທັງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ເປັນ​ພຣະ​ຄຣິດ 37 ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ກໍ​ຮູ້​ສຶກ​ເຈັບ​ຊ້ຳ​ກິນ​ແຫນງ​ໃຈ ຈຶ່​ງ​ກ່າວ​ແກ່​ເປ​ໂຕ​ແລະ​ອັ​ຄ​ສາ​ວົກ​ວ່າ, “ພີ່​ນ້ອງ​ເອີຍ, ພວກ​ເຮົາ​ຈະ​ເຮັດ​ຢ່າງ​ໃດ?” 38 ຝ່າຍ​ເປ​ໂຕ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່ ແລະ​ຣັບ​ບັບ​ຕິສະ​ມາ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ທຸກ​ຄົນ ເພື່ອ​ການ​ຊົງ​ຍົກ​ບາບ​ໂທດ​ຂອງ​ພວກ​ທ່ານ ແລ້ວ​ພວກ​ທ່ານ​ຈະ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ ຄື​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 39 ດ້ວຍ​ວ່າ​ພຣະ​ສັນ​ຍາ​ນັ້ນ​ກໍ​ມີ​ໄວ້​ແກ່​ທ່ານ​ທັງ​ຫລາຍ, ກັບ​ລູກ​ຫລານ​ຂອງ​ພວກ​ທ່ານ ແລະ​ແກ່​ຄົນ​ທັງ​ປວງ​ທີ່​ຢູ່​ຫ່າງ​ໄກ ຄື​ແກ່​ທູກ​ຄົນ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຊົງ​ເອີ້ນ​ມາ​ເຝົ້າ​ພຣະ​ອົງ​ນັ້ນ” 40 ແລະ​ເປ​ໂຕ​ໄດ້​ກ່າວ​ສັ່ງ​ເຂົາ​ຫລາຍ​ປະ​ການ​ອີກ ແລະ​ເຕືອນ​ສະ​ຕິ​ເຂົາ​ວ່າ, “ຈົ່ງ​ເອົາ​ຕົວ​ລອດ​ພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດ​ລ້ຽວ​ນີ້​ເສັຽ” 41 ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ໄດ້​ເຊື່ອ​ຮັບ​ຟັງ​ຖ້ອຍ​ຄຳ​ຂອງ​ເປ​ໂຕ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ວັນ​ນັ້ນ​ມີ​ຄົນ​ຕື່ມ​ເຂົ້າ​ເປັນ​ລູກ​ສິດ​ປະ​ມານ​ສາມ​ພັນ​ຄົນ 42 ແລະ​ເຂົາ​ໄດ້​ຫມັ້ນ​ຄົງ​ຢູ່​ໃນ​ຄຳ​ສອນ​ຂອງ​ພວກ​ອັ​ຄ​ສາ​ວົກ, ໃນ​ການ​ຮ່ວມ​ໃຈ​ກັນ, ໃນ​ການ​ຫັກ​ເຂົ້າ​ຈີ່ ແລະ​ໃນ​ການ​ໄຫວ້ວອນ

ຊີວິດການເປັນຢູ່ຂອງພວກສິດ

43 ທຸກ​ຄົນ​ເກີດ​ມີ​ຄວາມ​ຢ້ານ​ຢຳ​ນັບ​ຖື ສ່ວນ​ພວກ​ອັ​ຄ​ສາ​ວົກ​ກໍ​ໄດ້​ເຮັດ​ການ​ອັດສະຈັນ​ແລະ​ຫມາຍ​ສຳ​ຄັນ​ຫລາຍ​ປະ​ການ 44 ບັນດາ​ຜູ້​ທີ່​ເຊື່ອ​ຖື​ນັ້ນ​ກໍ​ໄດ້​ຢູ່​ຮ່ວມ​ກັນ ແລະ​ຊັບ​ສິ່ງ​ຂອງ​ຂອງ​ເຂົາ​ເຫລົ່າ​ນັ້ນ​ເຂົາ​ກໍ​ຖື​ເປັນ​ຂອງ​ສ່ວນ​ຮວມ 45 ແລະ​ເຂົາ​ໄດ້​ຂາຍ​ທີ່​ດິນ​ແລະ​ຊັບ​ສິ່ງ​ຂອງ ມາ​ແຈກ​ຢາຍ​ໃຫ້​ຄົນ​ທັງ​ປວງ​ຕາມ​ທີ່​ທຸກ​ຄົນ​ຕ້ອງ​ການ 46 ເຂົາ​ໄດ້​ຫມັ່ນ​ຮ່ວມ​ປະ​ຊຸມ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ທຸກວັນ ແລະ​ຫັກ​ເຂົ້າ​ຈີ່ ຕາມ​ເຮືອນ​ຂອງ​ເຂົາ ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ດ້ວຍຄວາມ​ຊື່ນ​ຊົມ​ຍິນ​ດີ​ແລະ​ໃຈ​ສັດ​ຊື່ 47 ທັງ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ ແລະ​ພົ​ລເມືອງ​ທັງ​ຫມົດ​ກໍ​ຊອບ​ໃຈ​ນຳ ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງ​ຫລາຍ​ຊຶ່ງ​ກຳ​ລັງ​ຈະ​ລອດ​ພົ້ນ​ນັ້ນ​ມາ​ເຂົ້າ​ກັບ​ພວກ​ສິດ​ທຸກໆ​ວັນ

ກິຈການ 3

ຄົນ​ງ່ອຍ​ຜູ້​ນຶ່ງ​ດີ​ພ​ຍາດ​ທີ່​ປະ​ຕູ​ງາມ

1 ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ກຳ​ລັງ​ຂຶ້ນໄປ​ຈະ​ເຂົ້າບໍ​ຣິ​ເວນ​ພຣະ​ວິ​ຫານ ເປັນ​ຍາມ​ອ້ອນວອນ​ຄື​ເວ​ລາ​ເກົ້າ​ໂມງ 2 ມີ​ຊາຍ​ຄົນ​ນຶ່ງ​ເປັນ​ງ່ອຍ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ແມ່ ຊຶ່ງ​ເຂົາ​ເຄີຍ​ຫາມ​ມາວາງ​ໄວ້​ທຸກວັນ​ທີ່​ຮີມ​ປະ​ຕູບໍ​ຣິ​ເວນ​ພຣະ​ວິ​ຫານ ຊຶ່ງ​ມີ​ຊື່​ວ່າ​ປະ​ຕູ​ງາມ ເພື່ອ​ໃຫ້​ຂໍ​ທານ​ຈາກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ນັ້ນ 3 ເມື່ອ​ຄົນ​ນັ້ນ​ເຫັນ​ເປ​ໂຕ​ກັບ​ໂຢ​ຮັນ​ຈະ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ກໍ​ຂໍ​ທານ 4 ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ກໍ​ເພ່ງ​ເບິ່ງ​ຄົນ​ນັ້ນ​ບອກວ່າ, “ຈົ່ງ​ເບິ່ງ​ພວກ​ເຮົາ” 5 ແ​ລະ​ຄົນ​ນັ້ນ​ໄດ້​ລໍ​ເບິ່ງ ນຶກວ່າ​ຈະ​ໄດ້​ຮັບ​ສິ່ງ​ນຶ່ງ​ຈາກ​ທ່ານ 6 ແຕ່​ເປ​ໂຕ​ໄດ້​ກ່າວ​ວ່າ, “ເງິນ​ແລະ​ຄຳ​ເຮົາ​ບໍ່​ມີ ແຕ່​ອັນ​ທີ່​ເຮົາ​ມີ​ຢູ່​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ ຄື​ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ຈົ່ງ​ຍ່າງ​ໄປ” 7 ແລ້ວ​ເປ​ໂຕ​ຈັບ​ມື​ເບື້ອງ​ຂວາ​ຜູ້​ນັ້ນ​ດຶງ​ຂຶ້ນ ໃນ​ທັນ​ໃດ​ນັ້ນ​ຕີນ​ແລະ​ຂໍ່​ຕີນ​ຂອງ​ເຂົາ​ກໍ​ມີ​ແຮງມາ 8 ເຂົາ​ໄດ້​ໂດດ​ຢືນ​ຂຶ້ນ​ຍ່າງ​ໄປ​ມາ ແລ້ວ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ພ້ອມ​ກັນ​ກັບ​ທ່ານ​ທັງ​ສອງ ຍ່າງ​ແລະ​ເຕັ້ນ​ພ້ອມ​ສັຣ​ເສີນ​ພຣະ​ເຈົ້າ​ໄປ 9 ພົ​ລ​ເມືອງ​ທັງ​ຫລາຍ​ໄດ້​ເຫັນ​ຜູ້​ນັ້ນ​ຍ່າງ​ໄປ​ມາ​ສັຣ​ເສີນ​ພຣະ​ເຈົ້າ 10 ຈຶ່ງ​ຮູ້​ວ່າ​ເປັນ​ຄົນ​ນັ້ນ​ທີ່​ເຄີຍ​ນັ່ງ​ຂໍ​ທານ​ຢູ່​ທີ່​ປະ​ຕູ​ງາມ​ແຫ່ງບໍ​ຣິ​ເວນ​ພຣະ​ວິ​ຫານ ເຂົາ​ຈຶ່ງ​ພາ​ກັນ​ເຕັມ​ໄປ​ດ້ວຍ​ຄວາມ​ງຶດ​ງໍ້​ອັ​ສຈັນ​ໃຈ​ເພາະ​ເຫດ​ການ​ທີ່​ເກີດ​ຂຶ້ນ​ແກ່​ຄົນ​ນັ້ນ

ຄຳ​ປາ​ສັຍ​ຂອງ​ເປ​ໂຕທີ່​ລະ​ບຽງ​ຂອ​ງ​ໂຊ​ໂລ​ໂມນ

11 ເມື່ອ​ຄົນ​ນັ້ນ​ຍັງ​ຈັບ​ຫນ່ວງ​ເປ​ໂຕ​ແລະ​ໂຢ​ຮັນ​ຢູ່ ພົ​ລ​ເມືອງ​ທັງ​ປວງ​ກໍ​ອັດສະຈັນ​ໃຈ ຈຶ່​ງ​ແລ່ນ​ມາ​ຫາ​ເຂົາ​ທີ່​ລະ​ບຽງ​ຊຶ່ງ​ມີ​ຊື່​ວ່າ​ລະ​ບຽງ​ໂຊ​ໂລ​ໂມນ 12 ເມື່ອ​ເປ​ໂຕ​ໄດ້​ເຫັນ​ດັ່ງ​ນັ້ນ​ກໍ​ກ່າວ​ແກ່​ພົ​ລເມືອງວ່າ, “ຊາວ​ອິ​ສ​ຣາເອນ​ເອີຍ, ເປັນ​ຫຍັງ​ພວກ​ທ່ານ​ພາ​ກັນ​ປ​ລາດ​ໃຈ​ດ້ວຍ​ເຣື່ອງ​ຂອງ​ຄົນ​ນີ້ ແລະ​ເພ່ງ​ເບິ່ງ​ພວກ​ເຮົາ​ເຫມືອນ​ກັບ​ວ່າ ພວກ​ເຮົາ​ໄດ້​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ໂດຍ​ອຳ​ນາດ​ຂອງ​ເຮົາ​ເອງ ຫລື​ດ້ວຍ​ການ​ທີ່​ພວກ​ເຮົາ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ 13 ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ພຣະ​ເຈົ້າ​ຂອງ​ອີ​ຊາກ ແລະ​ຂອງ​ຢາ​ໂຄບ ຄື​ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ໄດ້​ຊົງ​ໂຜດ​ປະ​ທານ​ພຣະ​ກຽດ​ແດ່​ຜູ້​ຣັບ​ໃຊ້​ຂອງ​ພຣະ​ອົງ​ຄື ພຣະ​ເຢ​ຊູ ຊຶ່ງ​ທ່ານ​ທັງ​ຫລາຍ​ໄດ້ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ແລະ​ໄດ້​ປະ​ຕິ​ເສດ​ພຣະ​ອົງ 14 ຊຶ່ງ​ເປັນ​ອົງ​ບໍ​ຣິ​ສຸດ​ແລະ​ຊອບ​ທັມ ແລະ​ໄດ້​ຂໍ​ທ່ານ​ປ່ອຍ​ຜູ້​ຂ້າ​ຄົນ​ໃຫ້​ແກ່​ທ່ານ​ທັງ​ຫລາຍ 15 ຈຶ່ງຂ້າ​ພຣະ​ອົງ​ຜູ້​ຊົງ​ເປັນ​ເຈົ້າ​ຊີ​ວິດ​ເສັຽ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ຝ່າຍ​ພວກ​ເຮົາ​ເປັນ​ພຍານ​ໃນ​ເຣື່ອງ​ນີ້ 16 ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ ພຣະ​ນາມ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ຄົນ​ນີ້​ມີ​ແຮງ​ຂຶ້ນ ຄື​ຜູ້​ຊຶ່ງ​ທ່ານ​ທັງ​ຫລາຍ​ເຫັນ ແລະ​ຮູ້​ຈັກ​ນີ້​ກໍ​ແມ່ນ​ຄວາມ​ເຊື່ອ​ຊຶ່ງ​ເກີດ​ດ້ວຍ​ພຣະ​ອົງ​ນັ້ນ​ທີ່​ໄດ້​ເຮັດ​ໃຫ້​ຄົນ​ນີ້​ດີ​ເປັນ​ປົກ​ກະ​ຕິ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ 17 “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ບັດ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ແລ້ວ​ວ່າ ທ່ານ​ທັງ​ຫລາຍ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ທັງ​ພວກ​ເຈົ້າ​ນາຍ​ຂອງ​ທ່ານ​ກໍ​ເຮັດ​ເຫມືອນ​ກັນ 18 ແຕ່​ເຫດ​ເຫລົ່າ​ນັ້ນ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ປະ​ກາດ​ໄວ້​ລ່ວງ​ຫນ້າ ໂດຍ​ປາກ​ຂອງ​ພວກ​ຜູ້​ທຳ​ນ​ວາຍ​ທັງ​ຫມົດ​ວ່າ ພຣະ​ຄຣິດ​ຂອງ​ພຣະ​ອົງ​ຕ້ອງ​ທົນ​ທຸກທໍ​ຣະ​ມານ ພຣະ​ອົງ​ຈຶ່ງ​ຊົງ​ໃຫ້​ສຳ​ເຣັດ​ດັ່ງ​ນີ້ 19 ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈົ່ງ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ແລ້ວ​ຫລົບ​ລ່າວ​ຕ່າວ​ຄືນ ເພື່ອ​ພຣະ​ເຈົ້າ​ຈະ​ຊົງ​ລົບ​ລ້າງ​ຄວາມ​ຜິດ​ບາບ​ຂອງ​ພວກ​ທ່ານ​ເສັຽ 20 ເພື່ອ​ເວ​ລາ​ແຫ່ງ​ຄວາມ​ພັກ​ຜ່ອນ​ຢ່ອນ​ໃຈ ຈະ​ໄດ້​ມາ​ຈາກ​ພຣະ​ພັກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ພຣະ​ອົງ​ຈະ​ໄດ້​ຊົງ​ໃຊ້​ພຣະ​ຄຣິດ​ຊຶ່ງ​ຊົງ​ກຳ​ນົດ​ໄວ້​ແລ້ວ​ນັ້ນ​ມາ​ເພື່ອ​ທ່ານ​ທັງ​ຫລາຍ ຄື​ພຣະ​ເຢ​ຊູ 21 ພຣະ​ອົງ​ນັ້ນ​ຟ້າ​ສວັນ​ຈະ​ຕ້ອງ​ຮັບ​ໄວ້​ຈົນ​ເຖິງ​ເວ​ລາ​ເມື່ອ​ສິ່ງ​ສາ​ຣະ​ພັດ​ຈະ​ຕັ້ງ​ຂຶ້ນ​ໃຫມ່ ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ໂດຍ​ປາກ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ຕັ້ງ​ແຕ່​ຄາວ​ບູ​ຮານ​ມາ 22 ສ່ວນ​ໂມ​ເຊ​ໄດ້​ກ່າວ​ໄວ້​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ ພຣະ​ເຈົ້າ​ຂອງ​ທ່ານ​ທັງ​ຫລາຍ​ຈະ​ຊົງ​ໃຫ້​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ ເກີດ​ຂຶ້ນ​ຈາກ​ຈຳ​ພວກ​ພີ່​ນ້ອງ​ຂອງ​ພວກ​ທ່ານ​ເຫມືອນ​ຢ່າງ​ເຮົາ ພວກ​ທ່ານ​ຈະ​ຕ້ອງ​ເຊື່ອ​ຟັງ​ທຸກ​ສິ່ງ​ທີ່​ທ່ານ​ຈະ​ບອກ​ແກ່​ພວກ​ທ່ານ 23 ແລ້ວ​ກໍ​ຈະ​ໄດ້​ເປັນ​ມາ​ດັ່ງ​ນີ້ວ່າ ທຸກ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນັ້ນ ຄົນ​ນັ້ນ​ຈະ​ຖືກ​ຕັດ​ຂາດ​ໃຫ້​ຈິບ​ຫາຍ​ໄປ​ຈາກ​ພົລ​ເມືອງ” 24 ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ໄດ້​ກ່າວ​ໄວ້ ນັບ​ຕັ້ງ​ແຕ່​ຊາ​ມູ​ເອນ​ເປັນ​ລຳ​ດັບ​ມາ ກໍ​ໄດ້​ປະ​ກາດ​ເຖິງ​ຄາວ​ນີ້​ເຫມືອນ​ກັນ 25 ທ່ານ​ທັງ​ຫລາຍ​ເປັນ​ລູກ​ຫລານ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ຂອງ​ພຣະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ໄວ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ ຄື​ໄດ້​ຊົງ​ກ່າວ​ກັບ​ອັບ​ຣາ​ຮາມ​ວ່າ “ຄອບ​ຄົວ​ທັງ​ຫມົດ​ທົ່ວ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ພອນ​ເພາະ​ເຊື້ອ​ສາຍ​ຂອງ​ເຈົ້າ” 26 ເມື່ອ​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ອົງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເປັນ​ຄືນ​ມາ​ແລ້ວ ກໍ​ຊົງ​ໃຊ້​ພຣະ​ອົງ​ມາ​ຍັງ​ທ່ານ​ທັງ​ຫລາຍ​ກ່ອນ ເພື່ອ​ອວຍ​ພຣະ​ພອນ​ແກ່​ພວກ​ທ່ານ ໂດຍໃຫ້​ທຸກ​ຄົນ​ກັບ​ຈາກ​ການ​ຊົ່ວ​ຮ້າຍ​ຂອງ​ຕົນ”

ກິຈການ 4

ເປ​ໂຕ​ແລະ​ໂຢ​ຮັນ​ຕໍ່​ຫນ້າ​ສານ​ສູງ​ສຸດ

1 ຂ​ນະ​ທີ່​ເປ​ໂຕກັບ​ໂຢ​ຮັນ​ຍັງ​ກ່າວ​ກັບ​ພົລ​ເມືອງ ພວກ​ປະ​ໂຣ​ຫິດ ກັບ​ນາຍ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ ແລະ​ພວກ​ຊາ​ດູ​ກາຍ​ເຂົ້າ​ມາ​ຫາ​ທ່ານ​ທັງ​ສອງ 2 ເຂົາ​ຂັດ​ໃຈ​ໃນ​ການ​ທີ່​ທ່ານ​ທັງ​ສອງ​ໄດ້​ສັ່ງ​ສອນ ແລະ​ປະ​ກາດ​ແກ່​ພົ​ລ​ເມືອງ​ເຖິງ​ເຣື່ອງ​ການ​ຄືນ​ມາ​ຈາກ​ຕາຍ ໂດຍ​ອ້າງວ່າ​ພຣະ​ເຢ​ຊູ​ຄືນ​ພຣະ​ຊົນ​ແລ້ວ 3 ເຂົາ​ຈຶ່ງ​ຈັ​ບ​ທ່ານ​ທັງ​ສອງ​ໄປ​ຂັງ​ໄວ້​ໃນ​ຄຸກ​ຈົນ​ເຖິງ​ມື້​ຫນ້າ ເພາະ​ເປັນ​ເວ​ລາ​ຄ່ຳ​ແລ້ວ 4 ສ່ວນ​ຄົນ​ທີ່​ໄດ້​ຍິນ​ຄຳ​ສອນ​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ ຈຳ​ນວນ​ຜູ້​ຊາຍ​ຕື່ມ​ຂຶ້ນ​ຈົນ​ນັບ​ໄດ້​ປະ​ມານ​ຫ້າ​ພັນ​ຄົນ 5 ຕົກ​ມື້​ຫນ້າ​ມາ​ມີ​ການ​ປະ​ຊຸມ​ກັນ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ​ລະ​ຫວ່າງ​ພວກ​ເຈົ້າ​ນາຍ ພວກ​ເຖົ້າ​ແກ່ ແລະ​ພວກ​ນັກ​ທັມ 6 ທັງ​ອັນ​ນາ ມະ​ຫາປະ​ໂຣ​ຫິດ ແລະ​ກາຢະ​ຟາ ໂຢ​ຮັນ ອາ​ເລັກ​ຊັນ​ໂດກັບ​ຄົນ​ອື່ນໆ ທີ່​ເປັນ​ຍາດ​ຂອງ​ມະ​ຫາ​ປະ​ໂຣ​ຫິດ​ນັ້ນ 7 ເພື່ອ​ເຂົາ​ໄດ້​ໃຫ້​ເປ​ໂຕ​ແລະ​ໂຢ​ຮັນ​ຢືນ​ຢູ່​ຖ້າມ​ກາງ​ພວກ​ເຂົາ​ແລ້ວ ຈຶ່ງ​ໂຈດ​ຖາມ​ວ່າ, “ທ່ານ​ທັງ​ສອງ​ໄດ້​ເຮັດ​ການ​ນີ້​ໂດຍ​ຣິດ​ອັນ​ໃດ​ຫລື​ໂດຍ​ນາມ​ອັນ​ໃດ” 8 ຂ​ນະ​ນັ້ນ​ເປ​ໂຕ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈຶ່ງ​ຕອບ​ວ່າ, “ພວກ​ທ່ານ​ຜູ້​ປົກ​ຄອງ​ພົ​ລ​ເມືອງ​ແລະ​ເຖົ້າ​ແກ່​ທັງ​ຫລາຍ​ເອີຍ, 9 ວັນ​ນີ້​ຖ້າ​ທ່ານ​ທັງ​ຫລາຍ​ຈະ​ໂຈດ​ຖາມ​ຂ້າ​ພະ​ເຈົ້າ​ທັງ​ສອງ ເຖິງ​ຄຸນ​ຄວາມ​ດີ​ທີ່​ໄດ້​ເຮັດ​ແກ່​ຄົນ​ພິ​ການ​ຜູ້​ນັ້ນ​ວ່າ ເຂົາ​ໄດ້​ດີ​ປົກ​ກະ​ຕິ​ດ້ວຍ​ຢ່າງ​ໃດ 10 ກໍ​ໃຫ້​ທ່ານ​ທັງ​ຫລາຍ​ກັ​ບ​ບັນ​ດາ​ພົ​ລ​ເມືອງ​ອິ​ສ​ຣາ​ເອນ​ຊາບ​ວ່າ ໂດຍ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄທ​ນາ​ຊາ​ເຣັດ ທີ່​ທ່ານ​ທັງ​ຫລາຍ​ໄດ້​ຕອກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ດ້ວຍພຣະ​ອົງ​ນັ້ນ​ແຫລະ, ຄົນຜູ້​ນີ້​ຈຶ່ງ​ດີປົກ​ກະ​ຕິ​ຢືນ​ຢູ່​ຕໍ່​ຫນ້າ​ພວກ​ທ່ານ 11 ພຣະ​ອົງ​ນັ້ນ​ແຫລະ, “ເປັນ​ຫີນ​ທີ່​ພວກ​ທ່ານ​ຜູ້​ເປັນ​ພວກ​ຊ່າງ​ກໍ່​ໄດ້​ປະ​ຖິ້ມ​ບໍ່​ຍອມ​ໃຊ້ ຊຶ່ງ​ໄດ້​ກາຍ​ເປັນ​ຫີນ​ເສົາ​ເອກ​ແລ້ວ” 12 ໃນ​ຜູ້​ອື່ນ​ຄວາມ​ລອດ​ພົ້ນ​ບໍ່​ມີ ດ້ວຍ​ວ່າ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະ​ທານ​ແກ່​ມະ​ນຸດ ເພື່ອ​ໃຫ້​ເຮົາ​ທັງ​ຫລາຍຕ້ອງ​ໄດ້​ພົ້ນ” 13 ເມື່ອ​ເຂົາ​ໄດ້​ເຫັນ​ຄວາມ​ກ້າ​ຫານ​ຂອງ​ເປ​ໂຕ​ກັບ​ໂຢ​ຮັນ ແລະ​ສັງ​ເກດ​ວ່າ​ທ່ານ​ທັງ​ສອງ​ຂາ​ດການ​ສຶກ​ສາ ແລະ​ເປັນ​ຄົນ​ທຳ​ມະ​ດາ​ສາ​ມັນ ກໍ​ປລາດ​ໃຈ ແລ້ວ​ສຳ​ນຶ​ກ​ໄດ້​ວ່າ​ຄົນ​ທັງ​ສອງ​ເຄີຍ​ຢູ່​ກັບ​ພຣະ​ເຢ​ຊູ 14 ເມື່ອ​ເຂົາ​ເຫັນ​ຄົນ​ທີ່​ດີ​ພ​ຍາດ​ນັ້ນ​ຢື​ນຢູ່​ກັບ​ເປ​ໂຕ​ແລະ​ໂຢ​ຮັນ ເຂົາ​ຈຶ່ງ​ບໍ່​ມີ​ຂໍ້​ທີ່​ຈະ​ປະ​ຕິ​ເສດ​ໄດ້ 15 ແຕ່​ເມື່ອ​ສັ່ງ​ໃຫ້​ເປ​ໂຕ​ກັບ​ໂຢ​ຮັນ​ອອກ​ໄປ​ຈາກ​ທີ່​ປະ​ຊຸມ​ແລ້ວ ເຂົາ​ຈຶ່ງ​ປຶກ​ສາ​ກັນ 16 ວ່າ, “ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ຄົນ​ທັງ​ສອງ​ນີ້ຫນໍ ເພາະ​ການ​ທີ່​ເຂົາ​ໄດ້​ເຮັດ​ຫມາຍ​ສຳ​ຄັນ ກໍ​ຊ່າ​ລືປາ​ກົດ​ແກ່​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ກຸງ​ເຢຣູ​ຊາ​ເລັມ​ແລ້ວ ແລະ​ພວກ​ເຮົາ​ກໍ​ປະ​ຕິ​ເສດ​ບໍ່​ໄດ້ 17 ແຕ່​ເພື່ອ​ບໍ່​ໃຫ້​ເຣື່ອງ​ນີ້​ແຜ່ກວ້າງ​ອອກ​ໄປ​ໃນ​ຖ້າມ​ກາງ​ພົ​ລ​ເມືອງ ໃຫ້​ພວກ​ເຮົາ​ຫ້າມ​ຂູ່​ເຂົາ​ບໍ່​ໃຫ້​ອ້າງ​ອອກນາມ​ຊື່​ນັ້ນ​ແກ່​ຜູ້​ໃດ​ຈັກ​ເທື່ອ” 18 ເຂົາ​ຈຶ່ງ​ເອີ້ນ​ເປ​ໂຕ​ແລະ​ໂຢ​ຮັນ​ມາ ແລ້ວ​ຫ້າມ​ເດັດ​ຂາດ​ບໍ່​ໃຫ້​ກ່າວ​ຫລື​ສອນ​ຢ່າງ​ນຶ່ງ​ຢ່າງ​ໃດ​ໃນ​ນາມ​ຂອງ​ພຣະ​ເຢ​ຊູ​ນັ້ນ 19 ຝ່າຍ​ເປ​ໂຕ​ກັບ​ໂຢ​ຮັນ​ໄດ້​ຕອບ​ເຂົາ​ວ່າ, “ທີ່​ຈະ​ຟັງ​ຄຳ​ຂອງ​ພວກ​ທ່ານ​ຫລາຍກວ່າ​ຈະ​ຟັງ​ຄຳ​ຂອງ​ພຣະ​ເຈົ້າ ຈະ​ເປັນ​ການ​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຫລື ຂໍ​ພວກ​ທ່ານ​ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ 20 ເພາະ​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ອຳ​ໄວ້​ໃນ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້​ຍິນ​ແລ້ວ” 21 ແລະ​ເມື່ອ​ຂູ່​ເຂົາ​ທັງ​ສອງ​ອີກ​ແລ້ວ​ກໍ​ປ່ອຍ​ໄປ ບໍ່​ເຫັນ​ມີ​ເຫດ​ທີ່​ຈະ​ໃສ່​ໂທດ​ຢ່າງໃດ ເພາະ​ເຫັນ​ແກ່​ພົ​ລ​ເມືອງ ດ້ວຍ​ວ່າ​ຄົນ​ທັງ​ປວງ​ພາ​ກັນ​ສັຣເສີນ​ພຣະ​ເຈົ້າ ເນື່ອງ​ດ້ວຍ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ 22 ເພາະ​ວ່າ​ຄົນ​ທີ່​ດີ​ພ​ຍາດ​ດ້ວຍ​ຫມາຍ​ສຳ​ຄັນ​ນັນ​ມີອາ​ຍຸເກີນກວ່າ​ສີ່​ສິບ​ປີ​ແລ້ວ

ພວກ​ສິດ​ອ້ອນວອນ​ຂໍ​ຄວາມ​ກ້າ​ຫານ

23 ເມື່ອ​ຖືກ​ປ່ອຍ​ແລ້ວ​ທ່ານ​ທັງ​ສອງ​ກໍ​ໄປ​ຫາ​ເພື່ອນ​ຝູງ​ຂອງ​ຕົນ ແລະ​ເລົ່າ​ເຣື່ອງ​ທັງຫມົ​ດ​ທີ່​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ພວກ​ເຖົ້າ​ແກ່​ໄດ້​ເວົ້າ​ແກ່​ຕົນ​ນັ້ນ 24 ເມື່ອ​ເຂົາ​ທັງ​ຫລາຍ​ໄດ້​ຍິນ​ແລ້ວ ກໍ​ພ້ອມ​ໃຈ​ກັນ​ຍົກ​ສຽງ​ຂຶ້ນ​ທູນ​ພຣະ​ເຈົ້າ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ​ຕົນ​ມະ​ຫາ​ຣາ​ຊ ພຣະ​ອົງ​ໄດ້​ຊົງ​ສ້າງ​ຟ້າ​ສວັນ ແຜ່ນ​ດິນ​ໂລກ ນ້ຳ​ທະ​ເລ​ກັບ​ສັ​ພ​ສິ່ງ​ທີ່​ຢູ່​ໃນ​ບ່ອນ​ເຫລົ່າ​ນັ້ນ 25 ພຣະ​ອົງ​ຊົງ​ກ່າວ​ໄວ​ດ້​ໂດຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ດ້ວຍ​ປາກ​ດາ​ວິດ​ບັນ​ພະ​ບຸ​ຣຸດ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ຄື​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ, “ດ້ວຍ​ເຫດ​ໃດ​ຊົນ​ຕ່າງ​ຊາດ​ຈຶ່ງ​ຮ້າຍ​ແຮງ​ຂຶ້ນ ແລະ​ຊົນ​ຊາດ​ທັງ​ຫລາຍ​ຈຶ່ງ​ຄຶດ​ປອງ​ຮ້າຍ​ເປັນ​ການ​ເປົ່າໆ 26 ບັນ​ດາ​ກະ​ສັດ​ແຫ່ງ​ແຜ່ນ​ດິນ​ໂລກ​ຕັ້ງ​ຕົ​ວ​ຂຶ້ນ ແລະ​ຜູ້​ປົກ​ຄອງ​ໄດ້​ຊຸມນຸມ​ກັນຕໍ່​ສູ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຕໍ່​ສູ້​ຜູ້​ທີ່​ພຣະ​ອົງ​ຊົງ​ຫົດ​ສົງ” 27 ຈິງ​ແທ້​ໃນ​ເມືອງ​ນີ້ ທັງ​ເຮໂຣດ​ແລະ​ປົນຕີ​ອຸ​ສ​ປີ​ລາດ ກັບ​ຄົນ​ຕ່າງ​ຊາດ ແລະ​ຊາວ​ອິ​ສ​ຣາ​ເອນ ໄດ້​ປະ​ຊຸມ​ກັນ​ຕໍ່​ສູ້​ພຣະ​ເຢ​ຊູ​ຜູ້​ຮັບ​ໃຊ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ ທີ່​ຊົງ​ຫົດ​ສົງ​ໄວ້​ແລ້ວ 28 ເພື່ອ​ໃຫ້​ສິ່ງ​ສາ​ຣະ​ພັດ​ຕາມ​ທີ່​ພຣະ​ຫັດ​ແລະ​ພຣະ​ທັຍ​ຂອງ​ພຣະ​ອົງ​ຊົງ​ກຳ​ນົດ ຕັ້ງ​ແຕ່​ກ່ອນ​ມາ​ແລ້ວ​ນັ້ນ​ເກີດ​ຂຶ້ນ 29 ຂ້າ​ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ບັດ​ນີ້ ຂໍ​ໂຜດ​ທອດ​ພຣະ​ເນດ​ການ​ຂູ່​ເຂັນ​ຂອງ​ເຂົາ ແລະ​ຂໍ​ໂຜດ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກ່າວ​ພຣະ​ທັມ​ຂອງ​ພຣະ​ອົງ​ດ້ວຍ​ໃຈ​ກ້າ 30 ໂດຍ​ການ​ຊົງ​ຢຽດ​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ ເພື່ອ​ເຮັດ​ໃຫ້​ດີ​ພ​ຍາດ​ແລະ​ໂຜດ​ໃຫ້​ຫມາຍ​ສຳ​ຄັນ​ກັບ​ການ​ອັ​​ສຈັນ​ບັງ​ເກີດ​ຂຶ້ນ ໂດຍ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຜູ້​ຮັບ​ໃຊ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ” 31 ເມື່ອ​ເຂົາ​ອ້ອນວອນ​ຈົບ​ລົງ​ແລ້ວ ບ່ອນ​ທີ່​ເຂົາ​ປະ​ຊຸມ​ກັນ​ນັ້ນ​ກໍ​ສະ​ທ້ານ​ຫວັ່ນ​ໄຫວ ແລະ​ຄົນ​ເຫລົ່າ​ນັ້ນ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ທຸກ​ຄົນ ຈຶ່ງ​ພາ​ກັນ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ດ້ວຍ​ໃຈ​ກ້າ​ຫານ

ທຸກ​ສິ່ງ​ເປັນ​ຂອງ​ກາງ

32 ອັ​ນ​ນຶ່ງ​ຄົນ​ທັງ​ປວງ​ທີ່​ເຊື່ອ​ນັ້ນ​ກໍ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ແລະ​ບໍ່​ມີ​ຈັກ​ຄົນ​ອ້າງວ່າ​ສິ່ງ​ຂອງ​ທີ່​ຈົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງ​ຫມົດ​ເປັນ​ຂອງ​ກາງ 33 ຝ່າຍ​ພວກ​ອັ​ຄ​ສາ​ວົກ​ກໍ​ເຕັມ​ໄປ​ດ້ວຍຣິດ​ເດດ​ອັນ​ໃຫຍ່ ແລະ​ເປັນ​ພຍານ​ວ່າ​ພຣະ​ເຢ​ຊູ​ເຈົ້າ​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ ແລະ​ພຣະ​ຄຸນ​ອັນ​ໃຫຍ່​ໄດ້​ຢູ່​ກັບ​ເຂົາ​ທຸກ​ຄົນ 34 ເພາະ​ວ່າ​ໃນ​ພວກ​ເຂົາ​ນັ້ນ​ບໍ່​ມີ​ຜູ້​ໃດ​ຂັດ​ສົນ ດ້ວຍ​ວ່າ​ບຸກ​ຄົນ​ໃດ​ມີ​ໄຮ່​ນາ​ຫລື​ຢ້າວ​ເຮືອນ​ກໍ​ໄດ້​ຂາຍ​ເສັຽ ແລະ​ນຳ​ເງິນ​ຄ່າ​ຂອງ​ທີ່​ຂາຍ​ໄດ້​ນັ້ນ 35 ມາ​ມອບ​ໄວ້​ໃນ​ມື​ຂອງ​ພວກ​ອັ​ຄ​ສາ​ວົກ ແລ້ວ​ຈຶ່ງ​ມີ​ການ​ແຈ​ກ​ຢາຍ​ໃຫ້​ທຸກ​ຄົນ​ຕາມ​ທີ່​ຕ້ອງ​ການ 36 ຝ່າຍ​ໂຢ​ເຊຟ​ທີ່​ອັ​ຄ​ສາ​ວົກ​ເອີ້ນ​ວ່າ​ບາ​ຣ໌ນາ​ບັ​ສ (ແປ​ວ່າ ຜູ້​ມີ​ໃຈ​ອຸດ​ຫນູນ) ເປັນ​ພວກ​ເລ​ວີ​ໄທ​ເກາະ​ໄຊປ​ຣັ​ສ 37 ກໍ​ໄດ້​ຂາຍ​ນາ​ຂອງ​ຕົນ​ທົ່ງ​ນຶ່ງ ແລ້ວ​ນຳ​ເງິນ​ຈຳ​ນວນ​ນັ້ນ​ມາ​ມອບ​ໃຫ້​ແກ່​ພວກ​ອັ​ຄ​ສາ​ວົກ

ກິຈການ 5

ອາ​ນາ​ເນັຽກັບ​ຊະ​ຟີ​ຣາ

1 ແຕ່​ມີ​ຊາຍ​ຄົນ​ນຶ່ງ​ຊື່​ອາ​ນາ​ເນັຽ ພ້ອມກັບ​ພັ​ຣ​ຍາ​ຊື່​ຊະ​ຟີ​ຣາ ໄດ້​ຂາຍ​ທີ່​ດິນ​ຂອງຕົນ 2 ສ່ວນ​ເງິນ​ຈຳ​ນວນ​ນັ້ນ​ອານາເນັຽໄດ້​ມ້ຽນ​ໄວ້​ສ່ວນ​ນຶ່ງ ແລະ​ພັ​ຣ​ຍາ​ຂອງ​ຕົນ​ກໍ​ຮູ້​ນຳ ແລ້ວ​ສ່ວນ​ນຶ່ງ​ອາ​ນາ​ເນັຽໄດ້​ນຳ​ມາ​ມອບ​ໄວ້​ແກ່​ພວກ​ອັ​ຄ​ສາ​ວົກ 3 ຝ່າຍ​ເປ​ໂຕ​ຈຶ່ງ​ຖາມ​ວ່າ, “ອາ​ນາ​ເນັຽ​ເອີຍ, ດ້ວຍ​ເຫດ​ໃດ​ໃຈ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຊາ​ຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະ​ວິນ​ຍານບໍ​ຣິ​ສຸດ ແລະ​ໄດ້​ມ້ຽນ​ຄ່າ​ທີ່​ດິນ​ນັ້ນ​ໄວ້​ສ່ວນ​ນຶ່ງ 4 ເມື່ອ​ດິນ​ນັ້ນ​ບໍ່​ທັນ​ໄດ້​ຂາຍ​ກໍ​ເປັນ​ຂອງ​ເຈົ້າ ບໍ່​ແມ່ນ​ຫລື ແລະ​ເມື່ອ​ຂາຍ​ແລ້ວ​ເງິນ​ນັ້ນ​ກໍ​ຢູ່​ໃນ​ອຳ​ນາດ​ຂອງ​ເຈົ້າ ບໍ່​ແມ່ນ​ຫລື ມີ​ເຫດ​ໃດ​ເກີດ​ຂຶ້ນ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຄຶດ​ດັ່ງ​ນີ້​ໃນ​ໃຈ ທີ່​ເຈົ້າ​ໄດ້​ຕົວະ​ນັ້ນ​ບໍ່​ແມ່ນ​ຕົວະ​ມະ​ນຸດ​ແຕ່​ຕົວະ​ພຣະ​ເຈົ້າ” 5 ເມື່ອ​ອາ​ນາ​ເນັຽໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ກໍ​ລົ້ມ​ລົງ​ຕາຍ​ເສັຽ ຄັນ​ຄົນ​ທັງປວງ​ໄດ້​ຍິນ​ເຣື່ອງ​ນັ້ນ​ກໍ​ເກີດ​ມີ​ຄວາມ​ສະ​ດຸ້ງ​ຕົກ​ໃຈ 6 ຝ່າຍ​ພວກ​ຊາຍຫນຸ່ມ​ໄດ້​ລຸກ​ຂຶ້ນ​ຫໍ່​ສົບ​ເຂົາ​ໄວ້ ແລ້ວ​ຫາມ​ອອກ​ໄປ​ຝັງ​ເສັຽ 7 ຫລັງ​ຈາກ​ນັ້ນ​ປະ​ມານ​ສາມ​ຊົ່ວ​ໂມງ​ພັ​ຣ​ຍາ​ຂອງ​ເຂົາ​ເຂົ້າ​ມາ ໂດຍ​ຍັງ​ບໍ່​ຮູ້​ເຖິງ​ເຣື່ອງ​ທີ່​ເກີດ​ຂຶ້ນ​ນັ້ນ 8 ຝ່າຍ​ເປ​ໂຕ​ໄດ້​ຖາມ​ນາງວ່າ, “ຈົ່ງ​ບອກ​ເຮົາ​ດູ ເຈົ້າ​ທັງ​ສອງ​ຂາຍ​ທີ່​ດິນ​ໄດ້​ຣາ​ຄາ​ເທົ່າ​ນັ້ນ​ຫລື” ນາງ​ໄດ້​ຕອບ​ວ່າ, “ໂດຍ, ໄດ້​ເທົ່າ​ນັ້ນ​ແລ້ວ” 9 ເປ​ໂຕ​ຈຶ່ງ​ຖາມ​ນາງວ່າ, “ເປັນ​ດ້ວຍ​ເຫດ​ໃດ ເຈົ້າ​ທັງ​ສອງ​ຈຶ່ງ​ພ້ອມ​ໃຈ​ກັນ​ທົດ​ລອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເບິ່ງ​ແມ໋, ຕີນ​ຂອງ​ພວກ​ທີ່​ໄປ​ຝັງ​ສົບ​ຜົວ​ຂອງ​ເຈົ້າ​ກໍ​ມາ​ເຖິງ​ປະ​ຕູ​ແລ້ວ ເຂົາ​ຈະ​ຫາມ​ສົບ​ຂອງ​ເຈົ້າ​ອອກ​ໄປ​ເຫມືອນ​ກັນ” 10 ໃນ​ທັນ​ໃດ​ນັ້ນ​ນາງ​ກໍ​ລົ້ມ​ລົງ​ຕາຍ​ແຄມ​ຕີນ​ຂອງ​ເປ​ໂຕ ເມື່ອ​ພວກ​ຊາຍ​ຫນຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ ເຂາ​ຈຶ່ງ​ຫາມ​ສົບ​ນັ້ນ​ອອກ​ໄປ​ຝັງ​ໄວ້​ຂ້າງ​ສົບ​ສາ​ມີ​ຂອງ​ນາງ 11 ຝ່າຍ​ຄ​ຣິ​ສ​ຕະ​ຈັກ​ທັງ​ຫມົດ ແລະ​ຄົນ​ທັງ​ປວງ​ທີ່​ໄດ້​ຍິນ​ເຫດ​ການ​ນີ້ ກໍ​ເກີດ​ມີ​ຄວາມ​ສະ​ດຸ້ງ​ຕົກ​ໃຈ

ຫມາຍ​ສຳ​ຄັນ​ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ​ເກີດ​ຂຶ້ນ

12 ມີ​ຫ​ມາຍ​ສຳ​ຄັນແລະ​ການ​ອັ​ດສະຈັນ​ຫລາຍ​ຢ່າງ​ທີ່​ເກີ​ດ​ຂຶ້ນ​ດ້ວຍ​ມື​ຂອງ​ພວກ​ອັ​ຄ​ສາ​ວົກ​ໃນ​ຖ້າມ​ກາງພົ​ລ​ເມືອງ,,,,,,, (ພວກ​ສາ​ວົກ​ທັງ​ຫມົດ​ໄດ້​ພ້ອມ​ກັນ​ຢູ່​ໃນ​ລະ​ບຽງ​ຂອງ​ໂຊ​ໂລ​ໂມນ 13 ສ່ວນ​ຄົນ​ອື່ນໆ​ນັ້ນ​ບໍ່​ມີ​ໃຜ​ກ້າ​ເຂົ້າ​ມາ​ຕິດ​ພັນ​ຢູ່​ນຳ ແຕ່​ພົ​ລ​ເມືອງ​ສັຣ​ເສີນ​ຍ້ອງ​ຍໍ​ເຂົາ​ຢູ່ 14 ແລະ​ມີ​ຊາຍ​ແລະ​ຍິງ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຕື່ມ​ເຂົ້າ​ມາ​ຫລາຍກວ່າ​ເກົ່າ​ອີກ),,,,,,,, 15 ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບ​ປ່ວຍ​ໃສ່​ບ່ອນນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນ​ທາງ ເພື່ອ​ວ່າ​ເມື່ອ​ເປ​ໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງ​ຫນ້ອຍ​ເງົາ​ຂອງ​ທ່ານ​ຈະ​ໄດ້​ຖືກ​ບາງ​ຄົນ 16 ແລະ​ມີ​ຄົນ​ຈຳ​ນວນ​ຫລາຍ​ໄດ້​ອອກ​ມາ​ຈາກ​ເມືອງ​ຕ່າງໆ ທີ່​ຢູ່​ລ້ອມ​ຮອບ​ກຸງ​ເຢ​ຣູ​ຊາ​ເລັມ​ນຳ​ຄົນ​ເຈັບ​ປ່ວຍ​ມາ ແລະ​ຄົນ​ທີ່​ຖືກ​ຜີ​ຖ່ອຍ​ຮ້າຍ​ບຽດ​ບຽນ ແລະ​ທຸກ​ຄົນ​ກໍ​ດີ​ເປັນ​ປົກ​ກະ​ຕິ

ພວກ​ອັ​ຄ​ສາ​ວົກ​ຖືກ​ຂົ່ມ​ເຫັງ

17 ຝ່າຍ​ມະ​ຫາ​ປະ​ໂຣ​ຫິດ​ກັບ​ພັກ​ພວກ​ທັງ​ຫມົດ​ຂອງ​ຕົນ ຄື​ພວກ​ຊາ​ດູ​ກາຍ​ກໍ​ລຸກ​ຂຶ້ນ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ເຫິງ​ສາ 18 ຈຶ່ງ​ໄດ້​ຈັບ​ເອົາ​ພວກ​ອັ​ຄ​ສາ​ວົກ​ໄປ​ຂັງ​ໄວ້​ໃນ​ຄຸກຕ​ລາງ 19 ແຕ່​ໃນ​ເວ​ລາ​ກາງ​ຄືນ ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ໄຂ​ປະ​ຕູ​ຄຸກ ​ແລະ​ນຳ​ພວກ​ອັ​ຄ​ສາ​ວົກ​ອອກ​ໄປ​ໂດຍບອກວ່າ, 20 “ຈົ່ງ​ໄປ​ຢືນ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ປະ​ກາດ​ບັນ​ດາ​ຖ້ອຍ​ຄຳ​ເຣື່ອງ​ຊີ​ວິດ​ນີ້​ໃຫ້​ພົ​ລ​ເມືອງ​ຟັງ” 21 ເມື່ອ​ອັ​ຄ​ສາ​ວົກ​ໄດ້​ຍິນ​ຢ່າງ​ນັ້ນ​ແລ້ວ ພໍ​ຮຸ່ງ​ເຊົ້າ​ກໍ​ເຂົ້າ​ໄປ​ຕັ້ງ​ຕົ້ນ​ສັ່ງ​ສອນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຝ່າຍ​ມະ​ຫາ​ປະ​ໂຣ​ຫິດ​ກັບ​ພັກ​ພວກ​ຂອງ​ຕົນ ກໍ​ໄດ້​ເອີ້ນ​ສະ​ມາ​ຊິກ​ແຫ່ງ​ສານ​ສູງ​ສຸດ ຄື​ພວ​ກ​ເຖົ້າ​ແກ່​ຂອງ​ຊົນ​ຊາດ​ອິ​ສ​ຣາ​ເອນ​ໃຫ້​ມາ​ປະ​ຊຸມ ແລ້ວ​ໃຊ້​ຄົນ​ໄປ​ຍັງ​ຄຸກ​ໃຫ້​ພາ​ພວກ​ອັ​ຄ​ສາ​ວົກ​ອອກ​ມາ 22 ແຕ່​ພໍ​ພວກ​ນັ້ນ​ໄປ​ເຖິງ​ກໍ​ບໍ່​ເຫັນພວກ​ອັ​ຄ​ສາ​ວົກ​ຢູ່​ໃນ​ຄຸກ​ນັ້ນ ຈຶ່ງ​ກັບ​ຄືນ​ມາ​ຣາຍ​ງານ 23 ໂດຍ​ກ່າວ​ວ່າ, “ພວກ​ຂ້າ​ນ້ອຍ​ໄດ້​ເຫັນ​ປະ​ຕູ​ຄຸກ​ອັດ​ແຫນ້ນ​ຫມັ້ນ​ຄົງ ແລະ​ຄົນ​ເຝົ້າ​ຍາມ​ກໍ​ຢືນ​ຢູ່​ຫນ້າ​ປະ​ຕູ​ນັ້ນ ແຕ່​ເມື່ອ​ໄຂ​ເຂົ້າ​ໄປ​ຂ້າງ​ໃນ​ກໍ​ບໍ່​ເຫັນ​ຜູ້​ໃດ” 24 ເມື່ອ​ນາຍ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ​ກັບ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ສະ​ງົນ​ສົນ​ເທ​ໃນ​ເຣື່ອງ​ຂອງ​ອັ​ຄ​ສາ​ວົກ​ວ່າ​ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ 25 ແລ້ວ​ມີ​ຜູ້​ນຶ່ງ​ມາ​ແຈ້ງ​ຄວາມ​ຕໍ່​ເຂົາ​ວ່າ, “ຄົນ​ນັ້ນ​ທີ່​ທ່ານ​ທັງ​ຫລາ​ຍໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ ກຳ​ລັງ​ຢືນ​ສັ່ງ​ສອນ​ພົ​ລ​ເມືອງ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ” 26 ແລ້ວ​ພວກ​ທະ​ຫານ​ຮັກ​ສາ​ພຣະ​ວິ​ຫານ​ກັບ​ພວກ​ເຈົ້າ​ພະ​ນັກ​ງານ ໄດ້​ໄປ​ນຳ​ພວກ​ອັ​ຄ​ສາ​ວົກ​ມາ​ໂດຍ​ດີ ເພາະ​ຢ້ານ​ວ່າ​ພົ​ລ​ເມືອງ​ຈະ​ຄວ່າງ​ຫີນ​ໃສ່ 27 ເມື່ອ​ເຂົາ​ໄດ້​ນຳ​ພວກ​ອັ​ຄ​ສາ​ວົກ​ມາ​ແລ້ວ ກໍ​ໃຫ້​ຢືນ​ຢູ່​ຕໍ່​ຫນ້າ​ທີ່​ປະ​ຊຸມ ແລ້ວ​ມະ​ຫາ​ປະ​ໂຣ​ຫິດ​ຈຶ່ງ​ໂຈດ​ຖາມ​ເຂົາ​ໂດຍ​ກ່າວ​ວ່າ, 28 “ພວກ​ເຮົາ​ໄດ້​ສັ່ງ​ຫ້າມ​ຫມູ່​ເຈົ້າ​ຢ່າງ​ແຂງ​ແຮງ​ບໍ່​ໃຫ້​ສອນ​ອອກ​ນາມ​ຊື່​ນີ້ ແຕ່​ເບິ່ງ​ແມ໋, ຫມູ່​ເຈົ້າ​ໄດ້​ໃຫ້​ຄຳ​ສອນ​ນັ້ນ​ແຜ່ໄປ​ທົ່ວ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ປາຖ​ນາ​ໃຫ້​ຄວາມ​ຜິດ​ກ່ຽວ​ກັບ​ຄວາມ​ຕາຍ​ຂອງ​ຜູ້​ນັ້ນ​ຕົກ​ໃສ່​ພວກ​ເຮົາ” 29 ຝ່າຍ​ເປ​ໂຕ​ກັບ​ອັ​ຄ​ສາ​ວົກ​ອື່ນໆ​ຕອບ​ວ່າ, “ພວກ​ຂ້າ​ນ້ອຍ​ຈຳ​ຕ້ອງ​ເຊື່ອ​ຟັງ​ພຣະ​ເຈົ້າ​ຫລາຍກວ່າ​ເຊື່ອ​ຟັງ​ມະ​ນຸດ 30 ພຣະ​ເຢ​ຊູ​ຊຶ່​ງທ່ານ​ທັງ​ຫລາຍ​ໄດ້​ຂ້າ​ເສັຽ​ໂດຍ​ແຂວນ​ໄວ້​ທີ່​ຕົ້ນ​ໄມ້​ນັ້ນ ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃຫມ່ 31 ພຣະ​ອົງ​ນັ້ນ​ແຫລະ, ພຣະ​ເຈົ້າ​ໄດ້​ຊົງ​ຍົກ​ຕັ້ງ​ໄວ້​ທີ່​ພຣະ​ຫັດ​ກ້ຳ​ຂວາ​ຂອງ​ພຣະ​ອົງ ໃຫ້​ເປັນ​ອົງ​ພຣະ​ຜູ້​ນຳ​ແລະ​ອົງ​ພຣະ​ຜູ້​ໂຜດ​ໃຫ້​ພົ້​ນ ເພື່ອ​ຈະ​ໃຫ້​ຊົນອິ​ສ​ຣາ​ເອນ​ກັບ​ໃຈ​ໃຫມ່ ແລ້ວ​ຈະ​ຊົງ​ໂຜດ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເຂົາ 32 ເຮົາ​ທັງ​ຫລາຍ​ຈຶ່ງ​ເປັນ​ພຍານ​ເຖິງ​ຣື່ອງ​ເຫລົ່າ​ນີ້ ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ຟັງພຣະ​ອົງ​ນັ້ນ ກໍ​ຊົງ​ເປັນ​ພຍານ​ເຫມືອນ​ກັນ” 33 ເມື່ອ​ທີ່​ປະ​ຊຸມ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ເຈັບ​ແຄ້ນ​ແຫນ້ນ​ໃຈ​ຄຶດ​ຢາກ​ຂ້າ​ເຂົາ​ເສັຽ 34 ແຕ່​ມີ​ຟາ​ຣີ​ຊາຍ​ຜູ້​ນຶ່ງ​ຊື່​ຄາ​ມາ​ລີ​ເອນ ເປັນ​ຄ​ຣູ​ບາ​ອາ​ຈານ​ທີ່​ນັ​ບຖື​ຂອງ​ພົ​ລ​ເມືອງ​ທັງ​ຫມົດ ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະ​ຊຸມ​ ແລ້ວ​ສັ່ງ​ໃຫ້​ພາ​ພວກ​ອັ​ຄ​ສາ​ວົກ​ອອກ​ໄປ​ຈັກ​ຫນ້ອຍ​ນຶ່ງ 35 ທ່ານ​ຈຶ່ງ​ໄດ້​ກ່າວ​ແກ່​ທີ່​ປະ​ຊຸມ​ວ່າ, “ຊາວ​ອິ​ສ​ຣາ​ເອນ​ເອີຍ, ຈົ່ງ​ລະ​ວັງຕົວ​ໃຫ້​ດີ​ໃນ​ສິ່ງ​ທີ່​ພວກ​ທ່ານ​ກຳ​ລັງ​ຈະ​ເຮັດ​ແກ່​ຄົນ​ເຫລົ່າ​ນີ້ 36 ເມື່ອ​ຄາວ​ກ່ອນ​ມີ​ຄົນນຶ່ງ​ຊື່ ທູ​ດາໄດ້​ລຸກ​ຂຶ້ນອວດ​ວ່າ​ຕົວ​ເປັນ​ຜູ້​ສຳ​ຄັນ ມີ​ຄົນ​ທີ່​ຕິດ​ຕາມ​ຮ່ວ​ມ​ໄປ​ປະ​ມານ​ສີ່​ຮ້ອຍ​ຄົນ ແຕ່​ທູ​ດາ​ນັ້ນ​ໄດ້​ຖືກ​ຂ້າ​ເສັຽ ແລະ​ພັກ​ພວກ​ເຫລົ່າ​ນັ້ນ​ກໍ​ກະ​ຈັດ​ກະ​ຈາຍ​ສູນ​ຫາຍ​ໄປ 37 ພາຍ​ຫລັງຜູ້ນີ້​ມີ​ອີກ​ຄົນ​ນຶ່​ງຊື່ ຢູ​ດາ ເປັນ​ໄທ​ຄາ​ລີ​ເລ​ໄດ້​ປາ​ກົດ​ຂຶ້ນ​ໃນ​ຄາວ​ຈົດ​ບັນ​ຊີ​ສຳ​ມະ​ໂນ​ຄົວ ແລະ​ໄດ້​ຊັກ​ຈູງ​ພົ​ລ​ເມືອງ​ໃຫ້​ຕິດ​ຕາມ​ຕົວ​ໄປ ຄົນ​ຜູ້​ນັ້ນ​ກໍ​ຈິບ​ຫາຍ​ໄປ​ເຫມືອນ​ກັນ ແລະ​ຄົນ​ທັງ​ປວງ​ທີ່ເຊື່ອ​ຟັງ​ຜູ້​ນັ້ນ​ກໍ​ກະ​ຈັດ​ກະ​ຈາຍ​ໄປ​ 38 ໃນ​ເຣື່ອງ​ນີ້​ຂ້າ​ພະ​ເຈົ້າ​ຈຶ່ງບອກ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ກ່ຽວ​ກັບ​ຄົນ​ພວກ​ນີ້​ເທາະ ປ່ອຍ​ເຂົາ​ເສັຽ ເພາະ​ວ່າ​ຖ້າ​ແຜນ​ການ​ຫລື​ກິ​ຈ​ການ​ນີ້​ມາ​ຈາກ​ມະ​ນຸດ ມັນ​ກໍ​ຈະ​ເສື່ອມ​ສູນ​ໄປ​ເອງ 39 ແຕ່​ຖ້າ​ມາ​ຈາກ​ພຣະ​ເຈົ້າ​ທ່ານ​ທັງ​ຫລາຍ​ຈະ​ບໍ່ສາ​ມາດ​ທຳ​ລາຍ​ເຂົາ​ໄດ້ ຢ້ານ​ວ່າ​ພວກ​ທ່ານຈະ​ກັບ​ເປັນ​ຜູ້ສູ້​ຮົບ​ຕໍ່​ພຣະ​ເຈົ້າ” ແລ້ວ​ເຂົາ​ກໍ​ຍອມ​ຟັງ​ຄາ​ມາ​ລີ​ເອນ 40 ແລະ​ເມື່ອ​ໄດ້​ເອີ້​ນ​ພວກ​ອັ​ຄ​ສາ​ວົກ​ເຂົ້າມາ​ແລ້ວ ຈຶ່ງ​ຂ້ຽນ ​ແລະ​ສັ່ງ​ຫ້າມ​ບໍ່​ໃຫ້​ອອກ​ພຣະ​ນາມ​ຂອງພຣະ​ເຢ​ຊູ ແລ້ວ​ກໍ​ປ່ອຍ​ໄປ 41 ພວກ​ອັ​ຄ​ສາ​ວົກ​ຈຶ່ງ​ອອກ​ໄປ​ຈາກ​ທີ່​ປະ​ຊຸມ​ດ້ວຍ​ຄວາມ​ຍິນ​ດີ ທີ່​ຊົງ​ຖື​ວ່າ​ຕົນ​ສົມ​ຄວນ​ໄດ້​ຖືກ​ປ​ມາດ​ນິນ​ທາ​ເພາະ​ເຫັນ​ແກ່​ພຣະ​ນາມ​ນັ້ນ 42 ແລະ​ທຸກໆ​ວັນ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ແລະ​ຕາມ​ບ້ານ​ເຮືອນ ພວກ​ອັ​ຄ​ສາ​ວົກ​ໄດ້​ສັ່ງ​ສອນ​ແລະ​ປະ​ກາດ​ຂ່າວ​ປະ​ເສີ​ດບໍ່​ໄດ້​ຂາດ ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ຄຣິດ

ກິຈການ 6

ການ​ເລືອກ​ຕັ້ງ​ຄ​ນະ​ເຈັດ​ຄົນ

1 ໃນ​ຄາວ​ນັ້ນ​ເມື່ອ​ຈຳ​ນວນ​ພວກ​ສິດ​ກຳ​ລັງ​ທະວີ​ຫລາຍ​ຂຶ້ນ ພວກ​ທີ່​ປາກ​ພາ​ສາກ​ຣີກ​ໄດ້​ຈົ່ມ​ຕໍ່​ພວກ​ທີ່​ປາກ​ພາ​ສາ​ເຮັບ​ເຣີ​ວ່າ ໃນ​ການ​ແຈກ​ທານ​ທຸກ​ໆ​ວັນ​ນັ້ນ​ເຂົາ​ເວັ້ນບໍ່​ໄດ້​ແຈກ​ໃຫ້​ພວກ​ແມ່​ຫມ້າຍ​ຊາວກ​ຣີກ 2 ຝ່າຍ​ອັ​ຄ​ສາ​ວົກ​ສິບ​ສອງ​ຄົນ​ຈຶ່ງ​ເອີ້ນ​ບັນ​ດາ​ພວກ​ສິດ​ໃຫ້​ປະ​ຊຸມ​ກັນ ແລ້ວ​ກ່າວ​ວ່າ, “ຊຶ່ງ​ພວກ​ເຮົາ​ຈະ​ປະ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄປ ເພື່ອ​ໄປ​ຮັບ​ໃຊ້​ການ​ກິນ​ການດື່ມ​ກໍ​ບໍ່​ສົມ​ຄວນ 3 ເຫດ​ສັນ​ນີ້​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ຊອກ​ຫາ​ເຈັດ​ຄົນ​ໃນ​ຖ້າມ​ກາງ​ພວກ​ທ່ານ​ທີ່​ມີ​ຊຶ່ສຽງ​ດີ ຜູ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ສະ​ຕິ​ປັນ​ຍາ ເຮົາ​ຈະ​ຕັ້ງ​ເຂົາ​ໃຫ້​ດູ​ແລ​ການ​ງານ​ນີ້ 4 ສ່ວນ​ພວກ​ເຮົາ​ກໍ​ຈະ​ເອົາ​ໃຈ​ໃສ່​ໃນ​ການ​ອ້ອນວອນ​ແລະ​ການ​ສັ່ງ​ສອນ​ພຣະ​ທັມ” 5 ຄົນ​ທັງ​ຫມົດ​ໄດ້​ມີ​ຄວາມ​ເຫັນ​ຊອບ​ກັບ​ຄຳ​ສ​ເນີ​ນີ້ ຈຶ່ງ​ເລືອກ​ເອົາ​ຊະ​ເຕ​ຟາ​ໂນ ຜູ້​ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ກັບ​ຟີ​ລິບ ໂປ​ໂຄ​ໂຣ ນີ​ກາ​ໂນ ຕີ​ໂມນ ປາ​ເມ​ນາ ແລະ​ນີ​ໂກ​ລາ​ໂອ ໄທ​ເມືອງ​ອັນ​ຕີ​ໂອ​ເຂັຽຜູ້​ເຂົ້າ​ຝ່າຍ​ສາ​ສ​ນາ​ຢິວ 6 ຄົນ​ທັງ​ເຈັດ​ນີ້​ເຂົາ​ໄດ້​ນຳ​ມາ​ສ​ເນີ​ຕໍ່​ພວກ​ອັ​ຄ​ສາ​ວົກ ເມື່ອ​ພ​ວກ​ອັ​ຄ​ສາ​ວົກ​ໄດ້​ອ້ອນວອນ​ແລ້ວ​ກໍ​ວາງ​ມື​ໃສ່​ເຂົາ 7 ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ຈະ​ເຣີນ​ຂຶ້ນແລະຈຳນວນພວກ​ສິດ​ກໍ​ທະ​ວີ​ຫລາຍ​ຂຶ້ນ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ມີ​ພວກ​ປະ​ໂຣ​ຫິດ​ຈຳ​ນວນ​ຫລາຍ​ໄດ້​ຍອມ​ເຊື່ອ​ໃນ​ພຣະ​ສາ​ສ​ນາ​ເຫມືອນ​ກັນ

ຊະ​ເຕ​ຟາ​ໂນຖື​ກ​ຈັບ

8 ຝ່າຍ​ຊະ​ເຕ​ຟາ​ໂນ​ເຕັມ​ໄປ​ດ້ວຍ​ພຣະ​ຄຸນ​ແລະ​ຣິດ​ເດດ ຈຶ່ງ​ເຮັດ​ການ​ອັດສະຈັນ​ແລະ​ຫມາຍ​ສຳ​ຄັນ​ອັນ​ໃຫຍ່​ຖ້າມ​ກາງ​ພົ​ລ​ເມືອງ 9 ແຕ່​ມີ​ບາງ​ຄົນ​ມາ​ຈາກ​ໂຮງ​ທັມມະ​ເທ​ສ​ນາ​ນີ້​ເອີ້ນ​ວ່າ “ໂຮງ​ທັມ​ທາດ​ອິ​ສ​ຣະ” ມີ​ທັງ​ຊາວ​ກິ​ເຣ​ເນ ຊາວ​ອາ​ເລັກ​ຊັນ​ເດັຽ ກັບ​ບາງ​ຄົນ​ຈາກ​ກີ​ລີ​ເກັຽ​ແລະ​ອາ​ເຊັຽ ໄດ້​ລຸກ​ຂຶ້ນ​ພາກັນ​ມາ​ໄລ່​ລຽງ​ກັ​ບ​ຊະ​ເຕ​ຟາ​ໂນ 10 ຄົນ​ເຫລົ່າ​ນັ້ນ​ຕໍ່​ສູ້​ຄຳ​ທີ່​ທ່ານ​ກ່າວ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ​ດ້ວຍ​ພຣະ​ວິ​ນ​ຍານ​ບໍ່​ໄດ້ 11 ເຂົາ​ຈຶ່ງ​ຍົວະ​ຍົງ​ເອົາ​ຊາຍບາງ​ຄົນ​ມາ​ກ່າວ​ຫາ​ວ່າ, “ເຮົາ​ໄດ້​ຍິນ​ຄົນ​ຜູ້​ນີ້​ກ່າວ​ຄຳ​ຫຍາບ​ຊ້າ​ຕໍ່​ໂມ​ເຊ​ແລະ​ຕໍ່​ພຣະ​ເຈົ້າ” 12 ສັນ​ນັ້ນ​ເຂົາ​ໄດ້​ຍົວະ​ຍົງ​ພົ​ລ​ເມືອງ​ກັບ​ພວກ​ເຖົ້າ​ແກ່​ແລະ​ພວກ​ນັກ​ທັມ ແລ້ວ​ໂດດ​ຈັບ​ຊະ​ເຕ​ຟາ​ໂນ​ນຳ​ໄປ​ຫາ​ສານ​ສູງ​ສຸດ 13 ໃຫ້​ພຍານ​ບໍ່​ຈິງ​ມາ​ກ່າວ​ວ່າ, “ຄົນ​ຜູ້​ນີ້​ບໍ່​ໄດ້​ເຊົາ​ໃນ​ການ​ກ່າວ​ຕໍ່​ສູ້​ບ່ອນ​ສັກ​ສິດ​ນີ້​ແລະ​ຕໍ່​ສູ້​ພຣະ​ບັນ​ຍັດ 14 ເພາະ​ຫມູ່ເຮົາ​ໄດ້​ຍິນ​ຄົນ​ນີ້​ເວົ້າ​ວ່າ ເຢ​ຊູ​ໄທ​ນາ​ຊາ​ເຣັດ​ນັ້ນ​ແຫລະ, ຈະ​ທຳ​ລາຍ​ສະ​ຖານ​ທີ່​ນີ້ ແລະ​ຈະ​ປ່ຽນ​ທັມ​ນຽມ​ທີ່​ໂມ​ເຊ​ໃຫ້​ໄວ້​ແກ່​ພວກ​ເຮົາ” 15 ແລະ​ບັນ​ດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ທີ່​ປະ​ຊຸມ​ໄດ້​ແນມ​ເບິ່ງ​ຊະ​ເຕ​ຟາ​ໂນ ກໍ​ເຫັນ​ວ່າ​ຫນ້າ​ຂອງ​ທ່ານ​ຄື​ຫນ້າ​ເທວະ​ດາ

ກິຈການ 7

ຊາ​ເຕ​ຟາ​ໂນ​ກ່າວ​ແກ້​ຕົວ

1 ແລ້ວ​ມະ​ຫາ​ປະ​ໂຣ​ຫິດ​ຈຶ່ງ​ຖາມ​ວ່າ, “ການ​ນີ້ມີ​ດັ່ງ​ນັ້ນ​ແທ້​ຫລື” 2 ຝ່າຍຊະ​ເຕ​ຟາ​ໂນ​ໄດ້​ຕອບ​ວ່າ, “ພີ່​ນ້ອງ​ແລະ​ຍາ​ພໍ່​ທັງ​ຫລາຍ​ເອີຍ, ຈົ່ງ​ຟັງ​ເອົາ​ເທີນ ພຣະ​ເຈົ້າ​ຜູ້​ຊົງ​ສະ​ງ່າ​ຣາ​ສີ ໄດ້​ຊົງ​ປາ​ກົດ​ແກ່​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ແລ້ວ ເມື່ອ​ທ່ານ​ຍັງ​ຢູ່​ໃນ​ປະ​ເທດ​ເມ​ໂຊ​ໂປ​ຕາ​ເມັຽ ກ່ອນ​ທີ່​ໄປ​ອາ​ໄສ​ຢູ່​ໃນ​ເມືອງຮາ​ຣານ 3 ໂດຍ​ຊົງ​ກ່າວ​ກັບ​ທ່ານ​ວ່າ, “ເຈົ້າ​ຈົ່ງ​ອອກ​ຈາກ​ເມືອງ​ແລະ​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ​ໄປ​ຍັງ​ແຜ່ນ​ດິນ​ທີ່​ເຮົາ​ຈະ​ສະ​ແດງ​ໃຫ້​ເຈົ້າ” 4 ອັບ​ຣາ​ຮາມ​ຈຶ່ງອອກ​ຈາກ​ແຜ່ນດິນ​ຂອງ​ຊາວ​ຄັນເດ​ອານ​ໄປ​ອາ​ໄສ​ຢູ່​ທີ່​ເມືອງ​ຮາ​ຣານ ຫລັງ​ຈາກ​ທີ່​ບິ​ດາຂອງ​ທ່ານ​ສິ້ນ​ຊີ​ວິດ​ແລ້ວ ພຣະ​ອົງ​ຊົງ​ໃຫ້​ທ່ານ​ອອກ​ຈາກ​ທີ່​ນັ້ນ​ມາ​ຢູ່​ໃນ​ແຜ່ນ​ດິນ​ທີ່​ພວກ​ທ່ານ​ອາ​ໄສ​ຢູ່​ທຸກວັນ​ນີ້ 5 ແຕ່​ພຣະ​ອົງ​ບໍ່​ໄດ້​ຊົງ​ໂຜດ​ໃຫ້​ທ່ານ​ມີມໍ​ຣະ​ດົກ​ໃນ​ແຜ່ນ​ດິນ​ນີ້​ແມ່ນ​ແຕ່​ທໍ່​ຮອຍ​ຕີນ ແຕ່​ຂ​ນະ​ເມື່ອ​ທ່ານ​ຍັງ​ບໍ່​ມີ​ລູກ ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ວ່າ ຈະ​ປະ​ທານ​ແຜ່ນ​ດິນ​ນີ້​ໃຫ້​ເປັນ​ກຳ​ມະ​ສິດ​ແກ່​ທ່ານ ແລະ​ແກ່​ເຊື້ອ​ສາຍ​ຂອງ​ທ່ານ​ດ້ວຍ 6 ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດັ່ງ​ນີ້​ວ່າ ເຊື້ອ​ສາຍ​ຂອງ​ທ່ານ​ຈະ​ໄປ​ອາ​ໄສ​ເປັນ​ແຂກ​ຢູ່​ໃນ​ຕ່າງ​ປະ​ເທດ​ແລະ​ຊາວ​ປະ​ເທດ​ນັ້ນ​ຈະ​ເອົາ​ເຂົາ​ເປັນ​ຂ້ອຍ​ຂ້າ ແລະ​ຈະ​ຂົ່ມ​ເຫັງ​ເຂົາ​ເປັນ​ເວ​ລາ​ສີ່​ຮ້ອຍ​ປີ 7 ແລ້ວ​ພຣະ​ອົງ​ຊົງ​ກ່າວ​ອີກວ່າ, “ຝ່າຍ​ເຮົາ​ຈະ​ພິ​ພາກ​ສາ​ລົງ​ໂທດ​ປະ​ເທດ​ທີ່​ເຂົາ​ຮັບ​ໃຊ້​ເປັນ​ຂ້ອຍ​ຂ້າ​ນັ້ນ ຫລັງ​ຈາກ​ນັ້ນ​ແລ້ວ​ເຂົາ​ຈະ​ອອກ​ມາ​ບົວ​ຣະ​ບັດ​ຂາບ​ໄຫວ້​ເຮົາ​ໃນ​ທີ່​ນີ້ 8 ພຣະ​ເຈົ້າ​ຈຶ່ງ​ຊົງ​ປະ​ທານ​ຄຳ​ສັນ​ຍາ​ອັນ​ກ່ຽ​ວ​ກັບ​ພິ​ທີ​ຕັດ​ໃຫ້​ແກ່​ອັບ​ຣາ​ຮາມ ດັ່ງ​ນັ້ນ​ເມື່ອ​ອັບ​ຣາ​ຮາມ​ມີ​ລູກ​ຊື່​ອີ​ຊາກ ຈຶ່ງ​ໃຫ້​ຮັບ​ພິ​ທີ​ຕັດ​ໃນ​ວັນ​ຖ້ວນແປດ ຝ່າຍ​ອີ​ຊາກ​ກໍ​ໃຫ້​ຢາ​ໂຄບ​ຮັບ​ພິ​ທີ​ຕັດ ແລະ​ຢາ​ໂຄບກໍ​ໃຫ້​ບັນ​ພະ​ບຸ​ຣຸດ​ສິບ​ສອງ​ຄົນ​ນັ້ນ​ຮັບ​ພິ​ທີ​ຕັດ​ເຫມືອນ​ກັນ 9 ອັນ​ນຶ່ງ, ບັນ​ພະ​ບຸ​ຣຸດ​ເຫລົ່າ​ນັ້ນ​ຄຶດ​ອິດ​ສາ​ໂຢ​ເຊັບ ຈຶ່ງ​ຂາຍທ່ານ​ໄປ​ຍັງ​ປະ​ເທດ​ເອຢິບ ແຕ່​ຝ່າຍ​ພຣະເຈົ້າ​ສະ​ຖິດ​ຢູ່​ກັບ​ທ່ານ 10 ຊົງ​ໂຜດ​ຊ່ອຍ​ໃຫ້​ພົ້ນ​ຈາກ​ຄວາ​ມທຸກ​ລຳ​ບາກ​ທັງ​ສິ້ນ ຊົງ​ໂຜດ​ໃຫ້​ມີ​ຄວາມ​ຊອບ​ແລະ​ສະ​ຕິ​ປັນ​ຍາ​ຕໍ່ພຣະ​ພັກ​ຟາ​ຣາ​ໂອ​ກະ​ສັດ​ຂອງ​ປະ​ເທດ​ເອ​ຢິບ ກະ​ສັດ​ຈຶ່ງ​ຊົງ​ຕັ້ງ​ໂຢ​ເຊັບ​ເປັນ​ຜູ້​ຄອບ​ຄອງ​ປະ​ເທດ​ເອ​ຢິບ​ກັບ​ທັງ​ພຣະ​ຣາ​ຊວັງ 11 ຕໍ່ມາ​ເລີຍ​ເກີດ​ມີ​ການ​ອຶດ​ເຂົ້າ​ປາ​ອາ​ຫານ​ທົ່ວ​ປະ​ເທດ​ເອ​ຢິບ​ແລະ​ປະ​ເທດ​ກາ​ນາ​ອານ ແລະ​ມີ​ຄວາມທຸກ​ລຳ​ບາກ​ຢ່າງ​ໃຫຍ່​ຫລວງ ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ຈຶ່ງ​ຫາອາ​ຫານ​ມາ​ລ້ຽງ​ຊີບ​ບໍ່​ໄດ້ 12 ຝ່າຍ​ຢາ​ໂຄບ​ເມື່ອ​ໄດ້​ຍິນຂ່າວ​ວ່າ​ມີ​ເຂົ້າ​ຢູ່​ໃນ​ປະ​ເທດ​ເອ​ຢິບ ຈຶ່ງ​ໃຊ້​ບັນ​ພະບຸ​ຣຸດ​ຂອງ​ພວກ​ເຮົາ​ໄປ​ທີ່​ນັ້ນ​ເປັນ​ເທື່ອ​ທຳ​ອິດ 13 ເທື່ອ​ທີ່​ສອ​ງໂຢ​ເຊັບ​ໄດ້​ສະ​ແດງ​ຕົວ​ໃຫ້​ອ້າຍ​ນ້ອງ​ຮູ້​ຈັກ ແລະ​ໄດ້​ແຈ້ງ​ໃຫ້​ຟາ​ຣາ​ໂອ​ຮູ້​ຈັກ​ຍາດ​ວົງ​ຂອງ​ທ່ານ​ເຫມືອນ​ກັນ 14 ຝ່າຍ​ໂຢ​ເຊັບ​ໄດ້​ໃຊ້​ຄົນ​ໄປ​ເຊີນ​ຢາ​ໂຄບຜູ້​ເປັນ​ບິ​ດາ​ກັບ​ບັນ​ດາ​ຍາດ​ພີ່​ນ້ອງ​ຂອງ​ທ່ານ​ເຈັດ​ສິບ​ຫ້າ​ຄົນ​ໃຫ້​ມາ​ຫາ 15 ຢາ​ໂຄບ​ໄດ້​ລົງ​ໄປ​ຍັງ​ປະ​ເທດ​ເອ​ຢິບ ແລ້ວ​ທ່ານ​ກັບ​ພວກ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄດ້​ຕາຍ​ໄປ 16 ເຂົາ​ໄດ້​ນຳ​ເອົາ​ສົບ​ລ​ມາ​ເຖິງ​ເມືອງ​ຊີ​ເຄມ ຈຶ່ງ​ມ້ຽນ​ໄວ້​ໃນ​ອຸບ​ໂມງ​ທີ່​ອັບ​ຣາ​ຮາມ​ເອົາ​ເງິນ​ຈຳ​ນວນ​ນຶ່ງ​ຊື້​ຈາກ​ຕະ​ກູນ​ຮາ​ໂມ​ຣ໌​ໃນ​ເມືອງ​ຊີ​ເຄມ 17 ອັນ​ນຶ່ງ, ເມື່ອ​ກຳ​ນົດ​ແຫ່ງ​ພຣະ​ສັນ​ຍາ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ກັບ​ອັບ​ຣາ​ຮາມ​ໃກ້​ຈະ​ເຖິງ​ແລ້ວ ຊົນ​ຊາດ​ອິ​ສ​ຣາ​ເອນ​ໃນ​ປະ​ເທດ​ເອ​ຢິບ​ໄດ້​ເພີ້ມ​ທະ​ວີ​ຫລາຍ​ຂຶ້ນ 18 ຈົນ​ເຖິງ​ກະ​ສັດ​ອີກ​ອົງ​ນຶ່ງ​ຊຶ່ງ​ບໍ່​ຮູ້​ຈັກ​ຢາ​ໂຄບ​ຂຶ້ນ​ສເວີຍ​ຣາຊໃນ​ປະ​ເທດ​ເອ​ຢິບ 19 ກະ​ສັດ​ອົງ​ນີ້​ໄດ້​ໃຊ້​ກົນ​ອຸບາຍ​ຂົ່ມ​ເຫັງ​ເຊື້ອ​ຊາດ​ແລະ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ໂດຍ​ບັງ​ຄັບ​ໃຫ້​ເອົາ​ລູກ​ອ່ອນ​ໄປ​ຖິ້ມ​ເສັຽ​ເພື່ອ​ບໍ່​ໃຫ້​ມີ​ຊີ​ວິດ​ເຫລືອ​ຢູ່​ໄດ້ 20 ໃນ​ຄາວ​ນັ້ນ​ໂມ​ເຊ​ໄດ້​ເກີດ​ມາ​ມີ​ຮູບ​ຮ່າງ​ງົດ​ງາມ​ປານ​ພຣະ​ເຈົ້າ ເຂົາ​ຈຶ່ງ​ລ້ຽງ​ໄວ້​ໃນ​ເຮືອນ​ພໍ່​ລະ​ຫວ່າງ​ສາມ​ເດືອນ 21 ເມື່ອ​ເຂົາ​ໄດ້​ເອົາ​ເດັກ​ນ້ອຍ​ນັ້ນ​ໄປ​ຖິ້ມນອກ​ເຮືອນ ຣາ​ຊ​ທິ​ດາ​ຂອງ​ຟາ​ຣາ​ໂອ​ໄດ້​ຮັບ​ເອົາ​ໄປ​ລ້ຽງ​ໄວ້​ເປັນ​ລູກ​ຂອງ​ຕົນ 22 ຝ່າຍ​ໂມ​ເຊ​ຈຶ່ງ​ໄດ້​ຮັບ​ການ​ສອນ​ໃນ​ວິ​ຊາການ​ທຸກ​ຢ່າງ​ຂອງ​ຊາວ​ເອ​ຢິບ ມີ​ຄວາມ​ສາ​ມາດ​ໃນ​ການກ່າວ​ແລະ​ໃນ​ກິ​ຈ​ການຕ່າງໆ 23 ແຕ່​ເມື່ອ​ໂມ​ເຊ​ມີ​ອາ​ຍຸ​ໄດ້​ສີ່​ສິບ​ປີ ກໍ​ຄຶດ​ຢາກ​ໄປ​ຢ້ຽມ​ຢາມ​ພວກ​ພີ່​ນ້ອງ​ຂອງ​ຕົນ ຄື​ຊົນ​ຊາດ​ອິ​ສ​ຣາເອນ 24 ແລະ​ເມື່ອ​ທ່ານ​ໄດ້​ເຫັນ​ຜູ້​ນຶ່ງ​ໃນ​ພວກ​ພີ່​ນ້ອງຖືກ​ຂົ່ມ​ເຫັງ​ກໍ​ເຂົ້າໄປ​ກັ້ນ​ກາງ​ເອົາ​ໄວ້ ຈຶ່ງ​ຂ້າ​ຊາວ​ເອ​ຢິບ​ຜູ້​ຂົ່ມ​ເຫັງ​ນັ້ນ​ເສັຽ​ເພື່ອ​ເປັນ​ການ​ແກ້​ແຄ້ນ 25 ທ່ານ​ໄດ້​ຄຶດ​ວ່າ​ຍາດ​ພີ່​ນ້ອງ​ຄົງ​ຈະ​ໄດ້​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ເຂົາ​ລອດ​ພົ້ນ​ດ້ວຍ​ມື​ຂອງ​ຕົນ ແຕ່​ເຂົາ​ບໍ່​ໄດ້​ເຂົ້າ​ໃຈ​ດັ່ງ​ນັ້ນ 26 ໃນ​ວັນ​ຫນ້າ​ນັ້ນ​ໂມ​ເຊ​ໄດ້​ອອກ​ໄປ​ພົບ​ເຂົາ​ກຳ​ລັງ​ວິ​ວາດ​ກັນ​ຢູ່ ກໍ​ພ​ຍາ​ຍາມ​ໃຫ້​ເຂົາ​ຄືນ​ດີ​ກັນ ຈຶ່ງບອກ​ເຂົາ​ວ່າ “ຊາຍ​ເອີຍ, ຫມູ່​ເຈົ້າ​ເປັນ​ພີ່​ນ້ອງ​ກັນ ເປັນ​ຫຍັງ​ຈຶ່ງ​ເຮັດ​ຮ້າຍ​ຕໍ່​ກັນ” 27 ຝ່າຍ​ຄົນ​ທີ່​ກຳ​ລັງ​ເຮັດ​ຮ້າຍ​ຕໍ່​ເພື່ອນ​ຂອງ​ຕົນ​ນັ້ນ​ໄດ້​ຊຸກ​ໂມ​ເຊ​ອອກ ແລະ​ກ່າວ​ວ່າ, “ໃຜ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກ​ຄອງ​ແລະ​ຕັດ​ສີນ​ພວກ​ເຮົາ” 28 ບໍ່​ແມ່ນ​ເຈົ້າ​ຢາກ​ຂ້າ​ຂ້ອຍ​ເຫມືອນ​ເຈົ້າ​ຂ້າ​ຊາວ​ເອ​ຢິບ​ມື້​ວານ​ນັ້ນ​ຫລື” 29 ເມື່ອ​ໂມ​ເຊ​ໄດ້​ຍິນ​ຄຳ​ນັ້ນ​ຈຶ່ງ​ປົບ​ຫນີ​ໄປ​ອາ​ໄສ​ເປັນ​ຄົນ​ຕ່າງ​ດ້າວ​ຢູ່​ໃນ​ປະ​ເທດ​ມີ​ດີ​ອານ ແລະ​ທີ່​ນັ້ນ​ທ່ານ​ມີ​ລູກ​ຊາຍ​ສອງ​ຄົນ 30 “ຄັນ​ລ່ວງ​ໄປ​ໄດ້​ສີ່​ສິບ​ປີ​ແລ້ວ ມີ​ເທວະ​ດາ​ອົງ​ນຶ່ງ​ໄດ້​ມາ​ປາ​ກົດ​ແກ່​ທ່ານ​ໃນ​ແປວ​ໄຟ​ທີ່​ພຸ່ມ​ຫນາມ​ໃນ​ປ່າ​ຊີ​ນາ​ອີ 31 ເມື່ອ​ໂມ​ເຊ​ໄດ້​ເຫັນ​ກໍ​ປລາດ​ໃຈ​ດ້ວຍ​ເຣື່ອງ​ນິ​ມິດ​ນັ້ນ ເມື່ອ​ກຳ​ລັງ​ເຂົ້າ​ໄປ​ເບິ່ງ​ໃກ້ໆ​ກໍ​ມີ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, 32 “ຝ່າຍ​ເຮົາ​ເປັນ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ເຈົ້າ ຄື​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ​ ຂອງ​ອີ​ຊາກ, ແລະ​ຂອງ​ຢາ​ໂຄບ” ໂມ​ເຊ​ຈຶ່ງ​ຢ້ານ​ຈົນ​ຕົວ​ສັ່ນ​ບໍ່​ກ້າ​ຫລຽວ​ເບິ່ງ 33 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ຕໍ່​ໂມ​ເຊວ່າ, “ຈົ່ງ​ຖອດ​ເກີບອອກ​ເສັຽ ເພາະ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ສັກ​ສິດ 34 ແທ້​ຈິງ ​ເຮົາ​ໄດ້​ຍິນ​ສຽງ​ໂອ່ຍ​ຄາງ​ຂອງ​ເຂົາ​ແລ້ວ ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ຈະ​ຊ່ອຍ​ເຂົາ​ໃຫ້​ພົ້ນ ບັດ​ນີ້​ມາ​ແມ໋, ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຍັງ​ປະ​ເທດ​ເອ​ຢິບ” 35 “ໂມ​ເຊ​ຜູ້​ນີ້​ແຫ​ລະ, ທີ່​ຖືກ​ເຂົາ​ປະ​ຕິ​ເສດ​ໂດຍ​ກ່າວ​ວ່າ “ແມ່ນ​ໃຜ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ທັງ​ຜູ້​ປົກ​ຄອງ ແລະ​ຜູ້​ຕັດ​ສີນ​ພວກ​ເຮົາ” ແມ່ນ​ທ່ານ​ຜູ້​ນີ້​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໃຊ້​ໄປ​ເປັນ​ທັງ​ຜູ້​ປົກ​ຄອງ​ເປັນ​ຜູ້​ຊ່ອຍໃຫ້​ພົ້ນ ໂດຍ​ມື​ຂອງ​ເທວະ​ດາ​ອົງ​ທີ່​ໄດ້​ມາ​ປາ​ກົດ​ແກ່​ທ່ານທີ່​ພຸ່ມ​ຫນາມ​ນັ້ນ 36 ແມ່ນ​ໂມ​ເຊ​ຜູ້​ນີ້​ເປັນ​ຜູ້​ນຳ​ເອົາ​ພວກ​ອິ​ສ​ຣາ​ເອນ​ອອກ​ມາ ໂດຍ​ເຮັດ​ການ​ອັສ​ຈັນ​ແລະ​ຫມາ​ຍ​ສຳ​ຄັນ​ໃນ​ປະ​ເທດ​ເອຢິບ ທີ່​ທະ​ເລ​ແດງ ແລະ​ໃນ​ປ່າ​ລະ​ຫວ່າງ​ສີ່​ສິບ​ປີ 37 ແມ່ນ​ທ່ານ​ຜູ້​ນີ້​ແຫ​ລະ, ທີ່​ໄດ້​ກ່າວ​ຕໍ່​ຊົນ​ຊາດ​ອິ​ສ​ຣາ​ເອນ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ປະ​ທານ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ນຶ່ງ​ໃຫ້​ເກີດມາ​ເພື່ອ​ທ່ານ ຈາກ​ພວກ​ພີ່​ນ້ອງ​ຂອງ​ທ່ານ​ເຫມືອນ​ຢ່າງ​ທີ່​ໄດ້​ຊົງ​ໃຫ້​ຂ້າ​ພະ​ເຈົ້າ​ເກີດ​ມາ” 38 ແມ່ນ​ໂມ​ເຊ​ຜູ້​ນີ້​ແຫ​ລະ, ທີ່​ຮ່ວມ​ຢູ່​ໃນ​ຊຸມ​ນຸມ​ຊົນ​ໃນ​ປ່າ​ພ້ອມ​ກັບ​ເທວະ​ດາ​ຕົນ​ນັ້ນ ຊຶ່ງ​ໄດ້​ເວົ້າ​ກັບ​ທ່ານ​ຢູ່​ພູ​ຊີ​ນາ​ອີ ແລະ​ຢູ່​ກັບບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ທີ່​ໄດ້​ຣັບ​ພຣະ​ທັມ​ອັນ​ມີ​ຊີ​ວິດ​ຖາ​ວອນ​ມາ​ໃຫ້​ແກ່​ພວກ​ເຮົາ 39 ແຕ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ບໍ່​ມີ​ໃຈ​ເຊື່ອ​ຟັງ​ທ່ານ​ຜູ້​ນີ້ ແຕ່​ໄດ້​ປັດ​ຊຸກ​ທ່ານ​ອອກ​ເສັຽ ເພາະ​ເຂົາ​ມີ​ໃຈ​ປາຖ​ນາຈະ​ກັບ​ໄປ​ຍັງ​ປະ​ເທດ​ເອ​ຢິບ 40 ເຂົາ​ຈຶ່ງ​ກ່າວ​ກັບ​ອາ​ໂຣນ​ວ່າ, “ຂໍ​ຈົ່ງ​ສ້າງ​ພຣະ​ໃຫ້​ພວກ​ຂ້າ​ພະ​ເຈົ້າ ເພື່ອ​ຈະ​ນຳ​ຫນ້າ​ພວກ​ຂ້າ​ພະ​ເຈົ້າ​ໄປ ສ່ວນ​ໂມ​ເຊ​ຜູ້​ນີ້​ທີ່​ໄດ້​ນຳ​ພວກ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອຢິບ ພວກ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ມີ​ເຫດ​ອັນ​ໃດ​ໄດ້​ບັງ​ເກີດ​ແກ່​ທ່ານ​ແລ້ວ” 41 ໃນ​ຄາວ​ນັ້ນ ເຂົາ​ໄດ້​ສ້າງ​ຮູບ​ງົວ​ນ້ອຍ​ຕົວ​ນຶ່ງ​ຂຶ້ນ ແລະ​ໄດ້​ເອົາ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ແກ່​ຮູບ​ນັ້ນ ແລະ​ເຂົາ​ໄດ້​ຈັດ​ພິ​ທີ​ມ່ວນ​ຊື່ນ​ສ​ລອງ​ສິ່ງ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນ​ເອງ​ນັ້ນ 42 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ຫັນ​ພຣະ​ພັກ​ໄປ​ເສັຽ ແລະ​ປະ​ໃຫ້​ເຂົາ​ບົວ​ຣະ​ບັດ​ຂາບ​ໄຫວ້​ຝູງກອງ​ທັບ​ໃນ​ທ້ອງ​ຟ້າ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ວ່າ “ຍາດ​ວົງ​ອິ​ສ​ຣາ​ເອ​ນ​ເອີຍ, ສັດ​ທີ່​ຈະ​ຂ້າ​ຖວາຍ​ແລະ​ເຄື່ອງ​ບູ​ຊານັ້ນ ພວກ​ເຈົ້າ​ບໍ່​ໄດ້​ເອົາ​ມາ​ຖວາຍ​ແກ່​ເຮົາ​ໃນ​ປ່າ​ລະ​ຫວ່າງ​ສີ່​ສິບ​ປີ​ຕີ້ 43 ພວກ​ເຈົ້າ​ໄດ້​ຂົນ​ເອົາ​ສໍາ​ນັກ​ຜ້າ​ຂອງ​ພຣະ​ໂມ​ລົກ ແລະ​ດວງ​ດາວ​ຂອງ​ພຣະ​ເຣ​ຟານ ຄື​ຮູບ​ທີ່​ພວກ​ເຈົ້າ​ສ້າງ​ຂຶ້ນ​ເພື່ອ​ນະ​ມັ​ສ​ການ​ຂາບ​ໄຫວ້ ເຮົາ​ຈຶ່ງ​ຈະ​ກວາດ​ພວກ​ເຈົ້າ​ໃຫ້​ກາຍ​ເມືອງ​ບາບິ​ໂລນ​ໄປ​ພຸ້ນ” 44 “ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ເມື່ອ​ຢູ່​ໃນ​ປ່າ ກໍ​ມີ​ສຳ​ນັກ​ແຫ່ງ​ຄຳ​ພຍານ​ທີ່​ເຮັດ​ດ້ວຍ​ຜ້າ​ຕາມ​ທີ່​ພຣະ​ອົງ​ຊົງ​ບັນ​ຍັດ​ໄວ້ ເມື່ອ​ຊົງ​ກ່າວ​ກັບ​ໂມ​ເຊ​ໃຫ້​ສ້າງ​ສຳ​ນັກ​ຕາມ​ແບບ​ຢ່າງ​ທີ່​ທ່ານ​ໄດ້​ເຫັນ 45 ຝ່າຍບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ເມື່ອ​ໄດ້​ຮັບ​ສຳ​ນັກ​ນັ້ນ​ຈຶ່ງ​ຂົນ​ຕາມ​ໂຢ​ຊວຍ​ໄປ​ ເມື່ອ​ໄດ້​ເຂົ້າ​ຍຶດ​ເອົາ​ແຜ່ນ​ດິນ​ຂອງ​ບັນ​ດາ​ປະ​ຊາ​ຊາດ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ຂັບ​ໄລ່ໃຫ້​ຫນີ​ໄປ​ຕໍ່​ຫນ້າ​ບັນ​ພະ​ບຸຣຸດ​ຂອງ​ພວກ​ເຮົາ ສຳ​ນັ​ກ​ນັ້ນ​ກໍ​ມີ​ສືບ​ມາ​ຈົນ​ເຖິງ​ສະ​ໄຫມ​ຂອງ​ກະ​ສັດ​ດາ​ວິດ 46 ຄື​ຜູ້​ທີ່​ຊອບ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ໄດ້​ທູນ​ຂໍ​ອະ​ນຸ​ຍາດ​ຊອກ​ຫາ​ພຣະ​ວິ​ຫານ ສຳ​ລັ​ບ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ 47 ແຕ່​ວ່າ​ແມ່ນ​ກະ​ສັດ​ໂຊ​ໂລ​ໂມນ​ເປັນ​ຜູ້​ຊົງ​ສ້າງ​ພຣະ​ວິ​ຫານ​ສຳ​ລັບ​ພຣະ​ອົງ 48 ເຖິງ​ປານ​ນັ້ນ​ອົງ​ຜູ້​ສູງ​ສຸດ​ກໍ​ບໍ່​ໄດ້​ປະ​ທັບ​ໃນ​ບ່ອນ​ທີ່​ສ້າງ​ຂຶ້ນ​ດ້ວຍມື​ມະ​ນຸດ ຕາມ​ທີ່​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ໄວ້​ວ່າ, 49 “ຟ້າ​ສວັນ​ເປັນ​ບັນ​ລັງ​ຂອງ​ເຮົາ ແລະ​ແຜ່ນ​ດິນ​ໂລກ​ເປັນ​ທີ່​ຮອງ​ຕີນ​ຂອງ​ເຮົາ” ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຖາມ​ວ່າ “ເຈົ້າ​ທັງ​ຫລາຍ​ຈະ​ສ້າງ​ທີ່​ສະ​ຖິດ​ຢ່າງ​ໃດ​ສຳ​ລັບ​ເຮົາ ຫລື​ບ່ອນ​ໃດ​ເປັນ​ທີ່​ພັກ​ອາ​ໄສ​ຂອງ​ເຮົາ 50 ສິ່ງ​ເຫລົ່າ​ນີ້​ມື​ຂອງ​ເຮົາ​ໄດ້​ສ້າງ​ໄວ້​ທັງ​ສິ້ນ​ບໍ່​ແມ່ນ​ຫລື” 51 “ໂອ ຄົນ​ຊາດ​ຄໍ​ແຂງ​ເອີຍ, ທີ່​ບໍ່​ໄດ້​ຮັບ​ພິ​ທີ​ຕັດ​ໃນ​ໃຈ​ແລະ​ໃນ​ຫູ ທ່ານ​ທັງ​ຫລາຍ​ຂັດ​ຂວາງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຢູ່​ສເມີ ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ເປັນ​ຢ່າງ​ໃດ ທ່ານ​ທັງ​ຫລາຍ​ກໍ​ເປັນ​ຢ່າງ​ນັ້ນ​ເຫມືອນ​ກັນ 52 ມີ​ໃຜ​ແດ່​ໃນ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ທີ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ບໍ່​ໄດ້​ຂົ່ມ​ເຫັງ ເຂົາ​ໄດ້​ຂ້າ​ບັນ​ດາ​ຜູ້​ປະ​ກາດ​ລ່ວງ​ຫນ້າ​ເຖິງ​ເຣື່ອງ​ການ​ສະ​ເດັດ​ມາ​ຂອງ​ອົງ​ຜູ້​ຊອບ​ທັມ ບັດ​ນີ້​ທ່ານ​ທັງ​ຫລາຍ​ໄດ້​ເກີດເປັນ​ຜູ້ມອບ​ພຣະ​ອົງ​ໄວ້​ແລະ​ຂ້າ​ເສັຽ 53 ຄື​ທ່ານ​ທັງ​ຫລາຍ​ຜູ້​ທີ່​ໄດ້​ຮັບ​ພຣະ​ບັນ​ຍັດ​ຈາກ​ພວກ​ເທວະ​ດາ ແຕ່​ບໍ່​ໄດ້​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ນັ້ນ”

ການ​ຄວ່າງ​ຫີນ​ໃສ່​ຊະ​ເຕ​ຟາ​ໂນ​ໃຫ້​ຕາຍ

54 ເມື່ອ​ເຂົາ​ທັງ​ຫລາຍ​ກຳ​ລັງ​ໄດ້​ຍິນ​ດັ່ງ​ນັ້ນ ເຂົາ​ກໍ​ເຈັບ​ແຄ້ນ​ແຫນ້ນ​ໃຈ ແລ້ວ​ຕັ້ງ​ຕົ້ນ​ຂົບ​ແຂ້ວ​ຄ້ຽວ​ຟັນ​ໃສ່​ຊະ​ເຕ​ຟາ​ໂນ 55 ຝ່າຍ​ຊະ​ເຕ​ຟາ​ໂນ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ໄດ້​ເງີຍ​ຫນ້າ​ຂຶ້ນ​ເພ່ງເບິ່ງ​ສວັນ ຈຶ່ງ​ເຫັນ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ ແລະ​ເຫັນ​ພຣະ​ເຢ​ຊູ​ຊົງ​ຢືນ​ຢູ່​ກ້ຳ​ຂວາ​ພຣະ​ຫັດ​ຂອງ​ພຣະ​ອົງ 56 ແລ້ວ​ທ່ານ​ໄດ້​ເວົ້າ​ວ່າ, “ເບິ່ງ​ແມ໋, ຂ້າ​ພະ​ເຈົ້າ​ເຫັນ​ທ້ອງ​ຟ້າ​ແຫວກ​ອອກ ແລະ​ເຫັນ​ບຸດ​ມະ​ນຸດ​ຊົງ​ຢືນ​ຢູ່​ກ້ຳ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ” 57 ແຕ່​ເຂົາ​ໄດ້​ຮ້ອງ​ສຽງ​ດັງ​ຂຶ້ນ​ອັດ​ຫູ​ຕົນ​ເສັຽ ພາ​ກັນ​ຫລູບ​ໃສ່​ຊະ​ເຕ​ຟາ​ໂນ 58 ແລ້ວ​ເຂົາ​ໄດ້​ຊຸກ​ທ່ານ​ອອກ​ໄປ​ຈາກ​ກຸງ ແລະ​ຄວ່າງ​ກ້ອນ​ຫີນ​ໃສ່ ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ເປັນ​ພຍານ​ຕໍ່​ຊະ​ເຕ​ຟາ​ໂນ​ກໍ​ປົດ​ເສື້ອ​ຂອງ​ຕົນ​ໄວ້​ໃກ້​ຕີນ​ຂອງ​ຊາຍ​ຫນຸ່ມ​ຜູ້​ນຶ່ງ​ຊື່​ໂຊ​ໂລ 59 ເຂົາ​ຈຶ່ງ​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ຊະ​ເຕ​ຟາ​ໂນ ເມື່ອ​ທ່ານ​ກຳ​ລັງ​ອ້ອນວອນ​ທູນ​ວ່າ, “ຂ້າ​ແດ່​ພຣະ​ເຢ​ຊູ​ເຈົ້າ, ຂໍ​ຊົງ​ໂຜດ​ຮັບ​ເອົາ​ຈິດ​ວິນຍານ​ຂອງ​ຂ້າ​ພຣະ​ອົງ​ໄວ້​ເທີນ” 60 ຊະ​ເຕ​ຟາ​ໂນ​ໄດ້​ຄຸ​ເຂົ່າ​ລົງ​ແລ້ວ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຂໍ​ໂຜດ​ຢ່າ​ຊົງ​ຖື​ໂທດ​ເຂົາ​ເພາະ​ບາບ​ນີ້” ເມື່ອ​ກ່າວ​ດັ່ງ​ນັ້ນ​ແລ້ວ​ທ່ານ​ກໍ​ລ່ວງ​ລັບ​ໄປ

ກິຈການ 8

1 ຝ່າຍ​ໂຊ​ໂລ​ກໍ​ເຫັນ​ດີ​ໃນ​ການ​ທີ່​ເຂົາ​ຂ້າ​ຊະ​ເຕ​ຟາ​ໂນ​ເສັຽ ໂຊ​ໂລ​ຂົ່ມ​ເຫັງ​ຄ​ຣິ​ສ​ຕະ​ຈັກ

ໂຊໂລຂົ່ມເຫງຄຣິສຕະຈັກ

ໃນ​ວັນ​ນັ້ນ​ເກີດ​ມີ​ການ​ຂົ່ມ​ເຫັງ​ອັນ​ໃຫຍ່​ຕໍ່​ຄ​ຣິ​ສ​ຕະ​ຈັກ​ທີ່​ຢູ່ໃນ​ກຸງ​ເຢ​ຣູ​ຊາ​ເລັມ ພວກ​ລູກ​ສິດ​ທັງ​ຫມົດ ເວັ້ນ​ແຕ່​ພວກ​ອັ​ຄ​ສາ​ວົກ ກໍ​ໄດ້​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ແຂວງ​ຢູ​ດາຍ​ແລະ​ແຂວ​ງຊາ​ມາ​ເຣັຽ 2 ແຕ່​ມີ​ຊາຍ​ບາງ​ຄົນຜູ້​ຢຳ​ເກງ​ພຣະ​ເຈົ້າ​ໄດ້​ເອົາ​ສົບ​ຂອງ​ຊະ​ເຕ​ຟາ​ໂນ​ໄປ​ຝັງ​ໄວ້ ແລະ​ມີ​ການ​ໂສກ​ເສົ້າ​ຮ້ອງ​ໄຫ້​ອັນ​ໃຫຍ່ເພາະ​ທ່ານ 3 ຝ່າຍ​ໂຊ​ໂລ​ພ​ຍາ​ຍາມ​ທຳ​ລາຍ​ຄ​ຣິ​ສ​ຕະ​ຈັກ​ຢ່າງ​ຮຸນ​ແຮງ ໂດຍ​ເຂົ້າ​ໄປ​ຕາມ​ຢ້າວ​ເຮືອນ​ລາກ​ເຂົາ​ທັງ​ຍິງ​ແລະ​ຊາຍ​ໄປ​ຂັງໄວ້​ໃນ​ຄຸກ

ກາ​ນ​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ແຂວງ​ຊາ​ມາ​ເຣັຽ

4 ຝ່າຍ​ສິດ​ທັງ​ຫລາຍ​ທີ່​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ນັ້ນ ກໍ​ພາ​ກັນ​ໄປ​ປະ​ກາດ​ຂ່າວ​ປະ​ເສີດ​ແຫ່ງ​ພຣະ​ທັມ​ຕາມ​ບ່ອນ​ຕ່າງໆ 5 ສ່ວນ​ຟີ​ລິບ​ໄດ້​ລົງ​ໄປ​ຍັງ​ເມືອງ​ນຶ່ງ​ທີ່​ແຂວງ​ຊາ​ມາ​ເຣັຽ ປະ​ກາດ​ເຣື່ອງ​ພຣະ​ຄຣິດ​ໃຫ້​ໄທ​ເມືອງ​ນັ້ນ​ຟັງ 6 ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ແລະ​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ທີ່​ທ່ານ​ກຳ​ລັງ​ເຮັດ​ຢູ່​ນັ້ນ ເຂົາ​ກໍ​ພ້ອມ​ໃຈ​ກັນ​ຟັງ​ຖ້ອຍ​ຄຳ​ປະ​ກາດ​ຂອງ​ທ່ານ 7 ດ້ວຍ​ວ່າ​ຜີ​ຖ້ອຍ​ຮ້າຍ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ແລະ​ອອກ​ມາ​ຈາກ​ຄົນ​ເຫລົ່າ​ນັ້ນ ຄົນ​ທີ່​ເປັນ​ງ່ອຍ​ແລະ​ຂາ​ເສັ້ງ​ຫລາຍ​ຄົນ​ກໍ​ໄດ້​ດີ​ເປັນ​ປົກ​ກະ​ຕິ 8 ຈຶ່ງ​ບັງ​ເກີດ​ມີ​ຄວາມ​ຍິນ​ດີ​ອັນ​ໃຫຍ່​ໃນ​ເມືອງ​ນັ້ນ 9 ມີ​ຊາຍ​ຜູ້​ນຶ່ງ​ຊື່ ຊີ​ໂມນ​ຢູ່​ໃນ​ເມືອງ​ນັ້ນ​ແຕ່ກ່ອນ​ມາ ເປັນ​ຫມໍ​ເວດ​ມົນ ເຄີຍ​ເຮັດ​ໃຫ້​ໄທ​ເມືອງ​ຊາ​ມາ​ເຣັຽ​ງຶດ​ງໍ້​ອັດສະຈັນ​ໃຈ ແລະ​ອວດ​ອ້າງ​ວ່າ​ຕົນ​ເປັນ​ຜູ້​ສຳ​ຄັນ 10 ຝ່າຍ​ຄົນ​ທັງ​ປວງ​ທັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່​ກໍ​ສົນ​ໃຈ​ຟັງ​ຄົນ​ນັ້ນ ແລ້ວ​ເວົ້າ​ວ່າ, “ຜູ້​ນີ້​ແຫລະ, ເປັນ​ອາ​ນຸ​ພາບ​ຂອງ​ພຣະ​ເຈົ້າ​ຊຶ່ງ​ເອີ້ນ​ວ່າ​ມະ​ຫິດ​ທິ​ຣິດ” 11 ຄົນ​ທັງ​ຫລາຍ​ໄດ້​ສົນ​ໃຈ​ຟັງ​ຜູ້​ນັ້ນ ເພາະ​ເຂົາ​ໄດ້​ສະ​ແດງ​ເວດມົນ​ໃຫ້​ຄົນ​ທັງ​ຫລາຍ​ງຶດ​ງໍ້​ອັ​ສ​ຈັນ​ຕັ້ງ​ແຕ່​ເຫິງ​ມາ​ແລ້ວ 12 ແຕ່​ເມື່ອ​ເຂົາ​ໄດ້​ຮັບ​ເຊື່ອ​ຊຶ່ງ​ຟີ​ລິບ​ໄດ້​ປະ​ກາດ ເປັນ​ຂ່າວ​ປະ​ເສີດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ແລະ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ແລ້ວ ເຂົາ​ຈຶ່ງ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ທັງ​ຊາຍ​ແລະ​ຍິງ 13 ຝ່າຍ​ຊີ​ໂມນ​ເອງກໍ​ເຊື່ອ​ເຫມືອນ​ກັນ ເມື່ອ​ຮັບ​ບັບ​ຕິ​ສະ​ມາ​ແລ້ວ​ກໍ​ຕິດ​ຢູ່​ກັບ​ຟີ​ລິບ ແລະ​ປລາດ​ໃຈ​ທີ່​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ແລະ​ການ​ອິດ​ທິ​ຣິດ​ອັນ​ໃຫຍ່​ທີ່​ໄດ້​ບັງ​ເກີດ​ມາ​ນັ້ນ 14 ເມື່ອ​ພວກ​ອັ​ຄ​ສາ​ວົກ​ທີ່​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ຍິນຂ່າວ​ວ່າ ໄທ​ຊາ​ມາ​ເຣັຽ​ໄດ້​ຮັບ​ເອົາ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ແລ້ວ ຈຶ່ງ​ໄດ້​ໃຊ້​ເປ​ໂຕ​ກັບ​ໂຢ​ຮັນ​ໄປ​ຫາ​ເຂົາ 15 ທ່ານ​ທັງ​ສອງ​ໄດ້​ລົງ​ໄປ​ອ້ອນວອນ​ສຳ​ລັບ​ເຂົາ​ເພື່ອ​ໃຫ້​ເຂົາ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 16 ເພາະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຍັງ​ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ເຂົາ​ຈັກ​ຄົນ ມີ​ແຕ່​ເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ເຈົ້າ​ເທົ່າ​ນັ້ນ 17 ເປ​ໂຕ​ກັບ​ໂຢ​ຮັນ​ຈຶ່ງວາງ​ມື​ໃສ່​ເຂົາ ແລ້ວເຂົາ​ກໍ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 18 ຝ່າຍ​ຊີ​ໂມນ​, ເມື່ອ​ໄດ້​ເຫັນ​ວ່າ​ພຣະ​ວິນ​ຍານ​ເປັນ​ທີ່ຊົງ​ປະ​ທານ​ດ້ວຍ​ການ​ວາງ​ມື​ຂອງ​ພວກ​ອັ​ຄ​ສາ​ວົກ ກໍ​ໄດ້​ນຳ​ເງິນ​ມາ​ຈະ​ໃຫ້​ພວກ​ທ່ານ 19 ໂດຍ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້າ​ນ້ອຍ​ມີ​ຣິດ​ອຳ​ນາດ​ຢ່າງ​ນີ້​ເຫມືອນ​ກັນ​ເພື່ອ​ວ່າ ເມື່ອ​ຂ້າ​ນ້ອຍ​ຫາກວາງ​ມື​ໃສ່​ຜູ້​ໃດ ຜູ້​ນັ້ນ​ຈະ​ໄດ້ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ” 20 ແຕ່​ເປ​ໂຕ​ໄດ້​ຕອບ​ຊີ​ໂມນ​ວ່າ, “ຈົ່ງ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບ​ຫາຍ​ໄປ​ກັບ​ເຈົ້າ ເພາະ​ເຈົ້າ​ຄຶດ​ວ່າ​ຈະ​ຊື້​ຂອງ​ປະ​ທານ​ແຫ່ງ​ພຣະ​ເຈົ້າ​ດ້ວຍ​ເງິນ 21 ເຈົ້າ​ບໍ່​ມີ​ຫຸ້ນ​ບໍ່​ມີ​ສ່ວນ​ໃນ​ການ​ນີ້ ເພາະ​ໃຈ​ຂອງ​ເຈົ້າ​ບໍ່​ສັດ​ຊື່​ຕໍ່​ພຣະ​ເຈົ້າ 22 ເຫດ​ສັນ​ນັ້ນ​ຈົ່ງ​ຫລົບ​ຕັ້ງ​ໃຈ​ໃຫມ່​ຈາກ​ກາ​ນຊົ່ວ​ຂອງ​ເຈົ້າ​ນີ້ ແລະ​ອ້ອນວອນ​ຂໍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຫວັງ​ວ່າ​ພຣະ​ອົງ​ຈະ​ຊົງ​ຍົກ​ຄວາມ​ຜິດ​ບາບ​ທີ່​ເຈົ້າ​ຄຶດ​ໃນ​ໃຈ​ນັ້ນ​ເສັຽ 23 ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ອິດ​ສາ​ອັນ​ຂົ່ມ​ຂື່ນ ແລະ​ຖືກ​ລ່າມ​ໄວ້​ດ້ວຍໂສ້​ຂອງ​ຄວາມ​ອະ​ທັມ” 24 ຝ່າຍ​ຊີ​ໂມນ​ໄດ້​ຕອບ​ວ່າ, “ຂໍ​ທ່ານ​ທັງ​ສອງ​ອ້ອນວອນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຂ້າ​ນ້ອຍ​ແດ່ ເພື່ອ​ການ​ທີ່​ທ່ານ​ໄດ້​ກ່າວ​ແລ້ວ​ນັ້ນ​ຈະ​ບໍ່​ຕົກ​ໃສ່​ຂ້າ​ນ້ອຍ​ຈັກ​ປະ​ການ” 25 ສ່ວນ​ທ່ານ​ທັງ​ສອງ​ເມື່ອ​ໄດ້​ເປັນ​ພຍານ​ແລະ​ປະ​ກາດ​ພຣະ​ທັມ​ແຫ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ກໍ​ກັບ​ມາຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ຕາມ​ທາງ​ໃນ​ບ້ານ​ຊາວ​ຊາ​ມາ​ເຣັຽ​ຫລາຍ​ແຫ່ງ

ຟີ​ລິບ​ແລະ​ຊາວ​ເອ​ທິ​ໂອ​ເປັຽ​ຜູ້​ນຶ່ງ

26 ແລະ​ເທວະ​ດາ​ຕົນ​ນຶ່ງຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັ່ງ​ຟີ​ລິບ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປທາງ​ທິດໃຕ້ ຕາມ​ທາງ​ລົງ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄປ​ເຖິງ​ເມືອງ​ກາ​ຊາ” (ທີ່​ເປັນ​ທາງ​ປ່າ​ດິນ​ຊາຍ) 27 ທ່ານ​ຈຶ່ງ​ລຸກ​ຂຶ້ນ​ເດີນ​ທາງ​ໄປ​ ແລະ​ເບິ່ງ​ແມ໋, ມີ​ໄທ​ເອ​ທິ​ໂອ​ເປັຽ​ຄົນ​ນຶ່ງ​ເປັນ​ເທືອຍ ເປັນ​ຂ້າ​ຣາ​ຊ​ການ​ຊັ້ນ​ສູງ​ຂອງ​ກັນ​ດາ​ເກ ຄື​ພຣະ​ຣາ​ຊີ​ນີ​ຂອງ​ຊາວ​ເອ​ທິ​ໂອ​ເປັຽ ເປັນ​ນາຍ​ຄັງ​ທັງ​ຫມົດ​ຂອງ​ພຣະ​ຣາ​ຊີ​ນີ​ນັ້ນ ທ່ານ​ໄດ້​ມາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ເພື່ອ​ນະ​ມັ​ສ​ການ 28 ຂ​ນະ​ທີ່​ນັ່ງ​ຣົດ​ກຳ​ລັງ​ກັບ​ເມືອ ທ່ານ​ໄດ້​ອ່ານ​ຫນັງ​ສື​ຂອງ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຢູ່ 29 ຝ່າຍ​ພຣະ​ວິນ​ຍານ​ຊົງ​ສັ່ງ​ຟີ​ລິບ​ວ່າ, “ຈົ່ງ​ເຂົ້າ​ຕິດກັບ​ຣົດ​ນີ້​ໄປ” 30 ຟີ​ລິບ​ຈຶ່ງ​ແລ່ນ​ເຂົ້າ​ໄປ​ແລະ​ໄດ້​ຍິນ​ທ່ານ​ກຳ​ລັງ​ອ່ານ​ຫນັງ​ສື​ເອ​ຊາຢາ​​ຜູ້​ປະ​ກາດ​ພຣະ​ທັມ​ຢູ່ ຈຶ່ງ​ຖາມ​ວ່າ, “ຊຶ່ງ​ທ່ານອ່ານ​ນັ້ນ​ທ່ານ​ເຂົ້າ​ໃຈ​ຫລື” 31 ທ່ານ​ຈຶ່ງ​ຕອບ​ວ່າ, “ຖ້າ​ບໍ່​ມີ​ຜູ້​ໃດ​ແນະ​ນຳ​ໃຫ້ ຈະ​ເຂົ້າ​ໃຈ​ໄດ້​ຢ່າງ​ໃດ” ແລ້ວ​ທ່ານ​ຈຶ່ງ​ເຊີນ​ຟີ​ລິບ​ຂຶ້ນ​ນັ່ງ​ຣົດ​ນຳ 32 ພຣະ​ຄັມ​ພີ​ຕອນ​ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ຄື​ຂໍ້​ເຫລົ່າ​ນີ້, “ເຂົາ​ໄດ້​ນຳ​ທ່ານ​ໄປ​ເຫມືອນ​ນຳ​ເອົາ​ແກະ​ໄປ​ຂ້າ ແລະ​ເຫມືອນ​ແກະ​ນ້ອຍ​ມິດ​ຢູ່​ຕໍ່​ຫນ້າ​ຜູ້​ຕັດ​ຂົນ​ມັນ ທ່ານ​ກໍ​ບໍ່​ອອກ​ປາກ​ເຫມືອນ​ກັນ 33 ໃນ​ຄາວ​ທ່ານ​ຕົກ​ຕ່ຳ​ຕ້ອຍ ທ່ານ​ບໍ່​ໄດ້​ຮັບ​ຄວາມຍຸດ​ຕິທັມ ໃຜ​ຈະ​ເລົ່າ​ເຖິງ​ເຊື້ອ​ສາຍ​ຂອງ​ທ່ານ​ໄດ້ ເພາະ​ວ່າ​ຊີ​ວິດ​ຂອງ​ທ່ານ​ໄດ້​ຖືກ​ຕັດ​ເສັຽ” 34 ຄົນ​ເທືອຍໄດ້​ກ່າວ​ແກ່​ຟີ​ລິບ​ວ່າ, “ຂໍ​ທ່ານບອກ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ກ່າວ​ຢ່າງ​ນີ້​ເລົ່າ​ເຖິງ​ຜູ້​ໃດ ເຖິງ​ຕົນ​ເອງ​ຫລື​ເຖິງ​ຜູ້​ອື່ນ” 35 ແລ້ວ​ຟີ​ລິບ​ຈຶ່ງ​ອອກ​ປາກ​ຕັ້ງ​ຕົ້ນ​ເລົ່າ​ແຕ່​ພຣະ​ຄັມ​ຕອນ​ນັ້ນ ຈຶ່ງ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ໃຫ້​ທ່ານ​ຟັງ 36 ເມື່ອ​ເຂົາ​ກຳ​ລັງ​ເດີນ​ທາງ​ໄປ​ກໍ​ມາ​ເຖິງ​ບ່ອນ​ມີ​ນ້ຳ​ບ່ອນ​ນຶ່ງ ຄົນ​ເທືອຍ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ໋, ນ້ຳ​ມີ​ຢູ່​ທີ່​ນີ້ ມີ​ອັນ​ຂັດ​ຂ້ອງ​ບໍ່​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ບັບ​ຕິ​ສະ​ມາ” 37 (ຝ່າຍ​ຟີ​ລິບ​ຈຶ່ງ​ຕອບ​ວ່າ, “ຖ້າ​ທ່ານ​ເຕັມ​ໃຈ​ເຊື່ອ​ກໍ​ຮັບ​ໄດ້” ຄົນ​ເທືອຍ​ຈຶ່ງ​ຕອບ​ວ່າ, “ເຮົາ​ເຊື່ອ​ວ່າ​ພຣະ​ເຢຊູ​ຄຣິດ​ຊົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ”) 38 ແລ້ວ​ທ່ານ​ໄດ້​ສັ່ງ​ໃຫ້​ຢຸດ​ຣົ​ດ ຟີ​ລິບ​ກັບ​ຄົນ​ເທືອຍ​ໄດ້​ພ້ອມ​ກັນ​ລົງ​ໄປ​ໃນ​ນ້ຳ ຟີ​ລິບ​ຈຶ່ງ​ໃຫ້​ທ່ານ​ຮັບ​ບັບ​ຕິ​ສະ​ມາ 39 ເມື່ອ​ທ່ານ​ທັງ​ສອງ​ຂຶ້ນ​ຈາກ​ນ້ຳ​ແລ້ວ ພຣະ​ວິນ​ຍານ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ຮັບ​ເອົາ​ຟີ​ລິບ​ໄປ​ເສັຽ ສ່ວນ​ຄົນ​ເທືອຍ​ນັ້ນ​ກໍ​ບໍ່​ໄດ້​ເຫັນ​ຟີ​ລິບ​ຕໍ່​ໄປ​ອີກ ທ່ານ​ຈຶ່ງ​ເດີນ​ທາງ​ຕໍ່​ໄປ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ 40 ແຕ່​ມີ​ຜູ້​ພົບ​ຟີ​ລິບ​ທີ່​ເມືອງອາ​ໂຊ​ໂຕ​ ທ່ານ​ໄດ້​ອອກ​ໄປ​ປະ​ກາດ​ຂ່າວ​ປະ​ເສີດ​ທົ່ວ​ທຸກ​ເມືອງ​ຈົນ​ມາ​ເຖິງ​ເມືອງກາຍ​ຊາ​ເຣັຽ

ກິຈການ 9

ໂຊໂລ​ຫລົບ​ຕັ້ງ​ໃຈ​ໃຫມ່

1 ຝ່າຍ​ໂຊ​ໂລ​ຍັງ​ຂູ່​ເຂັນ​ວ່າ​ຈະ​ຂ້າ​ພວກ​ສິດ​ຂອງອົງພຣະ​ຜູ້​ເປັ​ນ​ເຈົ້າ​ເສັຽ ຈຶ່ງ​ໄປ​ຫາ​ມະ​ຫາ​ປະ​ໂຣ​ຫິດ 2 ຂໍ​ຫນັງ​ສື​ກຳ​ກັບ​ຕົວ​ໄປ​ຍັງ​ໂຮງ​ທັມ​ມະ​ເທ​ສ​ນາ​ໃນ​ເມືອງ​ດາ​ມັ​ສ​ກັ​ສ​ເພື່ອ​ວ່າ​ຖ້າ​ພົບ​ຄົນ​ໃດ​ຖື​ທາງ​ນັ້ນ​ບໍ່​ວ່າ​ຊາຍ​ຫລື​ຍິງ​ຈະ​ໄດ້​ຈັບ​ມັດ​ພາ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 3 ເມື່ອ​ໂຊ​ໂລ​ກຳ​ລັງ​ເດີນ​ທາງ​ໃກ້​ຈະ​ເຖິງ​ເມືອງ​ດາ​ມັ​ສ​ກັ​ສ ໃນ​ທັນ​ໃດ​ນັ້ນ​ມີ​ແສງ​ສວ່າງ​ມາບ​ມາ​ຈາກ​ຟ້າ​ອ້ອມ​ຮອບ​ຕົວ​ທ່ານ 4 ໂຊ​ໂລ​ຈຶ່ງ​ລົ້ມ​ລົງ​ເທິງ​ດິນ ແລະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ອັນ​ນຶ່ງ​ດັງ​ມາວ່າ, “ໂຊ​ໂລ, ໂຊ​ໂລ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຂົ່ມ​ເຫັງ​ເຮົາ?” 5 ໂຊ​ໂລ​ໄດ້​ທູນ​ຖາມ​ວ່າ, “ທ່ານ​ເອີຍ, ທ່ານ​ແມ່ນ​ໃຜ” ພຣະ​ອົງ​ຊົງ​ຕອບ​ວ່າ, “ເຮົາ​ນີ້​ແມ່ນ​ ເຢ​ຊູ ຜູ້​ເຈົ້າ​ຂົ່ມ​ເຫັງ​ນັ້ນ​ແຫລະ 6 ເຈົ້າ​ຈົ່ງ​ລຸກ​ຂຶ້​ນເຂົ້າ​ໄປ​ໃນ​ເມືອງ ຈະ​ມີ​ຜູ້ບອກ​ໃຫ້​ຮູ້​ວ່າ​ເຈົ້າ​ຈຳ​ເປັນ​ຕ້ອງ​ເຮັດ​ອັນ​ໃດ” 7 ຊາຍ​ທັງ​ຫລາຍທີ່​ເດີນ​ທາງ​ໄປ​ພ້ອມ​ກັນ​ກໍ​ຢືນ​ໜິ້ງ​ຢູ່ ປາກ​ບໍ່​ອອກ ເຂົາ​ໄດ້​ຍິນ​ສຽງ​ນັ້ນ​ແຕ່​ບໍ່​ເຫັນ​ຜູ້​ໃດ 8 ຝ່າຍ​ໂຊ​ໂລ​ໄດ້​ລຸກ​ຂຶ້ນ​ຈາກ​ດິນ ເມື່ອ​ມືນ​ຕາ​ແລ້ວ​ກໍ​ບໍ່​ເຫັນ​ສິ່ງ​ໃດ ຄົນ​ເຫລົ່າ​ນັ້ນ​ຈຶ່ງ​ຈູງ​ທ່ານ​ເຂົ້າ​ໄປ​ໃນ​ເມືອງ​ດາ​ມັ​ສ​ກັສ 9 ໃນ​ລະ​ຫ​ວ່າງ​ສາມ​ວັນ​ທ່ານ​ບໍ່​ໄດ້​ເຫັນ​ສິ່ງ​ໃດ ທັງ​ບໍ່​ໄດ້​ກິນ​ບໍ່​ໄດ້​ດື່ມ 10 ອັນ​ນຶ່ງ, ໃນ​ເມືອງ​ດາ​ມັ​ສ​ກັ​ສ​ມີ​ສິດ​ຜູ້​ນຶ່ງ​ຊື່​ອາ​ນາ​ເນັຽ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ກັບ​ຜູ້​ນັ້ນ​ໂດຍ​ນິ​ມິດ​ວ່າ, “ອາ​ນາ​ເນັຽ​ເອີຍ” ອາ​ນາ​ເນັຽ​ຈຶ່ງ​ທູນ​ຕອບ​ວ່າ, “ພຣະ​ອົງ​ເຈົ້າ​ຂ້າ, ຂ້າ​ພຣະ​ອົງ​ຢູ່​ທີ່​ນີ້” 11 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ບອກ​ທ່ານ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ​ເຖິງ​ຖ​ນົນ​ສາຍ​ທີ່​ຊື່​ວ່າ​ຖ​ນົນ​ຊື່ ແລ້ວ​ຈົ່ງ​ຖາມ​ຫາ​ຜູ້​ນຶ່ງ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຢູ​ດາ ຊື່​ວ່າ​ໂຊ​ໂລ​ໄທ​ເມືອງ​ຕາ​ໂຊ ເພາະ​ເບິ່ງ​ແມ໋, ເຂົາ​ກຳ​ລັງ​ໄຫວ້ວອນ​ຢູ່ 12 ແລະ​ເຂົາ​ໄດ້​ເຫັນ (ໃນ​ນິ​ມິດ) ວ່າ​ມີ​ຊາຍ​ຜູ້​ນຶ່ງ​ຊື່​ອາ​ນາ​ເນັຽ ໄດ້​ເຂົ້າ​ມາ​ວາງ​ມື​ໃສ່​ເພື່ອ​ໃຫ້​ເຂົາ​ໄດ້​ເຫັນ​ຮຸ່ງ​ອີກ” 13 ແຕ່​ອາ​ນາ​ເນັຽ​ໄດ້​ທູນ​ຕອບ​ວ່າ, “ພຣະ​ອົງ​ເຈົ້າ​ຂ້າ, ຂ້າ​ພຣະ​ອົງ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເຣື່ອງ​ຄົນ​ນັ້ນ ວ່າ​ທ່ານ​ໄດ້​ເຮັດ​ການ​ຮ້າຍ​ຂາດ​ຕໍ່​ໄພ່​ພົນ​ຂອງ​ພຣະ​ອົງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຫລາຍ​ມາ​ແລ້ວ 14 ແລະ​ໃນ​ທີ່​ນີ້​ທ່ານ​ໄດ້​ຖື​ອຳ​ນາດ​ຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ມາ​ມັດ​ເອົາ​ຄົນ​ທັງ​ຫມົດ​ຜູ້​ຮ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ” 15 ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງກ່າວ​ວ່າ, “ເຈົ້າ​ຈົ່ງ​ໄປ ເພາະ​ວ່າ​ຄົນ​ນັ້ນ​ເປັນ​ພາ​ຊ​ນະ​ທີ່​ເຮົາ​ໄດ້​ເລືອກ​ໄວ້ ເພື່ອ​ຈະ​ນຳ​ນາມ​ຂອງ​ເຮົາ​ໄປ​ຍັງ​ບັນ​ດາ​ປະ​ຊາ​ຊາດ ໄປ​ຍັງ​ກະ​ສັດ​ທັງ​ຫລາຍ ແລະ​ໄປ​ຍັງ​ຊົນ​ຊາດ​ອິ​ສ​ຣາ​ເອນ 16 ເພາະ​ວ່າ​ຝ່າຍ​ເຮົາ​ຈະ​ສະ​ແດງ​ໃຫ້​ເຂົາ​ເຫັນ​ວ່າ ເຂົາ​ຕ້ອງ​ທົນ​ທຸກ​ລຳບາກ​ຫລາຍ​ເທົ່າ​ໃດ​ເພາະ​ນາມ​ຂອງ​ເຮົາ” 17 ແລ້ວ​ອາ​ນາ​ເນັຽກໍ​ໄປ ແລະ​ເຂົ້າ​ໃນ​ເຮືອນນັ້ນວາງ​ມື​ໃສ່​ໂຊ​ໂລ​ເວົ້າ​ວ່າ, “ອ້າຍ​ໂຊ​ໂລ​ເອີຍ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ພຣະ​ເຢ​ຊູ​ຊຶ່ງ​ໄດ້​ຊົງ​ປາ​ກົດ​ແກ່​ເຈົ້າ​ຕາມ​ທາງ​ທີ່​ເຈົ້າ​ກຳ​ລັງ​ມາ​ນັ້ນ ໄດ້​ຊົງ​ໃຊ້​ເຮົາ​ມາ​ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ​ອີກ ແລະ​ເພື່ອ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ” 18 ໃນ​ທັນ​ໃດ​ນັ້ນ​ມີ​ສິ່ງ​ນຶ່ງ​ເຫມືອນ​ເກັດ​ຕົກ​ຈາກ​ຕາ​ຂອງ​ໂຊ​ໂລ ແລ້ວ​ທ່ານ​ໄດ້​ເຫັນ​ເປັນ​ປົກ​ກະ​ຕິ ຈຶ່ງ​ລຸກ​ຂຶ້ນ​ຮັບ​ບັບ​ຕິ​ສະ​ມາ 19 ເມື່ອ​ຮັບ​ປະ​ທານ​ອາ​ຫານ​ແລ້ວ ທ່ານ​ກໍ​ມີ​ເຫື່ອແຮງ​ຂຶ້ນ

ໂຊ​ໂລ​ປ່າວ​ປະ​ກາດ​ທີ່​ເມືອງດາ​ມັ​ສ​ກັ​ສ

20 ອັນ​ນຶ່ງ,ໂຊ​ໂລ​ໄດ້​ພັກ​ຢູ່​ກັບ​ພວກ​ສິດ​ໃນ​ເມືອງ​ດາມັ​ສ​ກັສ​ເປັນເວ​ລາ​ຫລາຍ​ວັນ ໃນ​ບັດ​ດຽວ​ນັ້ນ​ທ່ານ​ໄດ້​ປະ​ກາດ​ເຣື່ອງ​ພຣະ​ເຢ​ຊູ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ວ່າ​ພຣະ​ອົງ​ນີ້​ແຫລະ, ຊົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ 21 ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ກໍ​ພາ​ກັນ​ງຶດ​ງໍ້​ອັ​ດສະຈັນ​ໃຈ ແລ້ວ​ເວົ້າ​ວ່າ, “ແມ່ນ​ຜູ້​ນີ້​ແຫລະ, ທີ່​ໄດ້​ທຳ​ຮ້າຍ​ຄົນ​ທັງ​ຫລາຍ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ທີ່​ຮ້ອງ​ອອກ​ນາມ​ຊື່​ນີ້ ບໍ່​ແມ່ນ​ຫລື ທ່ານ​ໄດ້​ມາ​ທີ່​ນີ້​ຫວັງ​ຈະ​ຜູກ​ມັດ​ເອົາ​ພວກ​ນັ້ນ​ສົ່ງ​ໃຫ້​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່” 22 ແຕ່​ການ​ປະ​ກາດ​ຂອງ​ໂຊ​ໂລກໍ​ມີ​ອຳ​ນາດ​ທະ​ວີ​ຂຶ້ນ ເຮັດ​ໃຫ້​ພວກ​ຢິວ​ທີ່​ຢູ່​ໃນ​ເມືອງ​ດາ​ມັ​ສ​ກັສ​ອັດ​ອັ້ນ​ຕັນ​ໃຈ ໂດຍ​ພິ​ສູດ​ໃຫ້​ເຂົາ​ເຫັນ​ຄັກ​ວ່າ​ພຣະ​ເຢ​ຊູ​ນີ້​ແຫລະ, ຊົງ​ເປັນ​ພຣະ​ຄຣິດ

ໂຊ​ໂລ​ຫນີ​ພົ້ນ​ຈາກ​ພວກ​ຢິວ

23 ຄັນ​ຕໍ່​ມາ​ອີກ​ຫລາຍ​ວັນ ພວກ​ຢິວ​ໄດ້​ປຶກ​ສາ​ກັນ​ເພື່ອ​ຈະ​ຂ້າ​ໂຊໂລ​ເສັຽ 24 ແຕ່​ມີ​ຄົນ​ບອກ​ໃຫ້​ໂຊ​ໂລ​ຮູ້​ເຖິງ​ການ​ປອງ​ຮ້າຍ​ຂອງ​ເຂົາ ສ່ວນ​ເຂົາ​ໄດ້​ເຝົ້າ​ປະ​ຕູ​ເມືອງ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ເພື່ອ​ຄອຍ​ຂ້າ​ໂຊ​ໂລ 25 ແຕ່​ເວ​ລາ​ກາງ​ຄືນ​ພວກ​ລູກ​ສິດ​ຂອງ​ທ່ານ​ໄດ້​ເອົາ​ທ່ານ​ໃສ່​ກວຍ​ຢ່ອນ​ລົງ​ຕາມ​ປ່ອງ​ກຳ​ແພງ

ໂຊ​ໂລ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ

26 ເມື່ອ​ໂຊ​ໂລ​ມາ​ຮອດ​ກຸງ​ເຢຣູ​ຊາ​ເລັມ​ແລ້ວ ກໍ​ພ​ຍາ​ຍາມ​ຈະ​ເຂົ້າ​ສ​ນິດ​ສ​ນົມ​ກັບ​ພວກ​ລູກ​ສິດ ແຕ່​ພວກ​ເຫລົ່າ​ນັ້ນ​ຍັງ​ຢ້ານ​ທ່ານ​ຢູ່ ເພາະ​ບໍ່​ເຊື່ອ​ວ່າ​ທ່ານ​ເປັນ​ລູກ​ສິດ 27 ແຕ່​ບາ​ຣ໌ນາ​ບັ​ສ​ໄດ້​ພາ​ທ່ານ​ໄປ​ຫາ​ພວກ​ອັ​ຄ​ສາ​ວົກ ແລະ​ເລົ່າ​ເຣື່ອງ​ໃຫ້​ເຂົາ​ຟັງ​ວ່າ ໂຊ​ໂລ​ໄດ້​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້​າ​ໃນ​ກາງ​ທາງ​ນັ້ນ​ຢ່າງ​ໃດ ແລະ​ພຣະ​ອົງ​ໄດ້​ຊົງ​ກ່າວ​ກັບ​ທ່ານ ແລະ​ທ່ານ​ໄດ້​ປະ​ກາດ​ອອກ​ພຣະ​ນາມ​ພຣະ​ເຢ​ຊູ​ໃນ​ເມືອງ​ດາ​ມັ​ສ​ກັ​ສ​ດ້ວຍ​ໃຈ​ກ້າ 28 ໂຊ​ໂລ​ໄດ້​ເຂົ້າ​ນອກ​ອອກ​ໃນ​ຢູ່​ກັບ​ເຂົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ປະ​ກາດ​ອອກ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ໃຈ​ກ້າ​ຫານ 29 ແລະ​ທ່ານ​ເຄີຍ​ສົນ​ທະ​ນາ​ໄລ່​ລຽງ​ກັບ​ພວກ​ທີ່​ປາກ​ພາ​ສາກ​ຣີກ ແຕ່​ເຂົາ​ພ​ຍາ​ຍາມ​ຈະ​ຂ້າ​ທ່ານ​ເສັຽ 30 ເມື່ອ​ພວກ​ພີ່​ນ້ອງ​ໄດ້​ຊາບ​ຂ່າວ​ດັ່ງ​ນີ້​ກໍ​ໄດ້​ພາ​ທ່ານ​ລົງ​ໄປ​ທີ່​ເມືອງ​ກາຍ​ຊາ​ເຣັຽ ແລະ​ໃຫ້​ທ່ານ​ຫນີ​ໄປ​ຍັງ​ເມືອງ​ຕາ​ໂຊ 31 ສັນ​ນັ້ນ​ຄ​ຣິ​ສ​ຕະ​ຈັກ​ຕລອດ​ແຂວງ​ຢູ​ດາຍ ແຂວງ​ຄາ​ລີ​ເລ ແລະ​ແຂວງ​ຊາ​ມາ​ເຣັຽ​ຈຶ່ງ​ມີ​ຄວາມ​ສ​ງົບ​ສຸກ​ແລະ​ຈະ​ເຣີນຂຶ້ນ ດຳ​ເນີນ​ໄປ​ໃນ​ຄວາມ​ຢຳ​ເກງ​ອົງພຣະ​ຜູ້​ເປັນ​ເຈົ້າ ສ່ວນ​ຄຣິ​ສ​ຕະ​ສະ​ມາ​ຊິກ​ກໍ​ທະ​ວີ​ຫລາຍ​ຂຶ້ນ​ດ້ວຍ​ໄດ້​ຮັບ​ຄວາມ​ສົ່ງ​ເສີມ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

ໄອ​ເນ​ດີ​ພ​ຍາດ

32 ອັນ​ນຶ່ງ, ເມື່ອ​ເປ​ໂຕ​ກຳ​ລັງ​ທຽວ​ໄປ​ມາ​ຕລອດ​ທຸກ​ບ່ອນ ກໍ​ໄດ້​ລົງ​ໄປ​ຫາ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ລິດ​ດາ​ເຫມືອນ​ກັນ 33 ໃນ​ທີ່​ນັ້ນ​ເປ​ໂຕ​ໄດ້​ພົບ​ຊາຍ​ຄົນ​ນຶ່ງ​ຊື່ ໄອ​ເນ​ ເປັນ​ເປັ້ຽນ​ອນ​ຢູ່​ໄດ້​ແປດ​ປີ​ແລ້ວ 34 ເປ​ໂຕ​ໄດ້​ບອກ​ກັບ​ຊາຍ​ນັ້ນ​ວ່າ, “ໄອ​ນາ​ເອີຍ, ພຣະ​ເຢ​ຊູ​ຄຣິດ​ຊົງ​ໂຜດ​ໃຫ້​ເຈົ້າ​ດີ​ພ​ຍາດ ຈົ່ງລຸກ​ຂຶ້ນ​ມ້ຽນ​ບ່ອນນອນຂອງ​ເຈົ້າ​ໄວ້​ເສັຽ” ໄອ​ເນກໍ​ໄດ້​ລຸກ​ຂຶ້ນ​ໃນ​ທັນ​ທີ 35 ບັນ​ດາ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ເມືອງ​ລິດ​ດາ ​ແລະ​ຮາບ​ຊາ​ໂຣນ​ກໍ​ໄດ້​ເຫັນ​ດັ່ງ​ນັ້ນ ຈຶ່ງ​ພາ​ກັນ​ກັບ​ໃຈ​ຕ່າວ​ເຂົ້າ​ມາ​ຫາ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ

ໂດ​ຣະ​ກາ​ເປັ​ນ​ຄືນ​ມາ

36 ໃນ​ເມືອງ​ຢົບ​ປາ​ມີ​ສິດ​ຄົນ​ນຶ່ງ​ຊື່ ຕາ​ບີ​ທາ ທີ່​ແປ​ວ່າ​ໂດ​ຣະ​ກາ ນາງ​ນີ້​ເຄີຍ​ເຮັດ​ແຕ່​ຄຸນ​ງາມ​ຄວາມ​ດີ ແລະ​ເຄີຍ​ໃຫ້​ທານ​ມາ​ແລ້ວ 37 ລະ​ຫວ່າງ​ນັ້ນ​ນາງ​ກໍ​ປ່ວຍ​ລົງ​ເຖິງ​ແກ່​ຄວາມ​ຕາຍ ເມື່ອ​ເຂົາ​ໄດ້​ອາບ​ນ້ຳ​ໃຫ້​ສົ​ບ​ແລ້ວ​ກໍ​ເອົາ​ຂຶ້ນ​ວາງ​ໄວ້​ຫ້ອງ​ຊັ້ນ​ເທິງ 38 ເມືອງ​ລິ​ດດາ​ຢູ່​ໃກ້​ກັບ​ເມືອງ​ຢົບ​ປາ ເມື່ອ​ໄດ້​ຍິນ​ຂ່າວ​ວ່າ​ເປ​ໂຕ​ຢູ່​ໃນ​ເມືອງ​ນັ້ນ ພວກ​ສິດ​ຈຶ່ງ​ໃຊ້​ຊາຍ​ສອງ​ຄົນ​ໄປ​ຫາ​ທ່ານ ອ້ອນວອນ​ວ່າ, “ເຊີນ​ມາ​ຫາ​ພວກ​ເຮົາ ຢ່າ​ໄດ້​ຊ້າ” 39 ຝ່າຍ​ເປ​ໂຕ​ກໍ​ລຸກ​ຂຶ້ນ​ໄປ​ກັບ​ເຂົາ ເມື່ອ​ມາ​ເຖິງ​ແລ້ວ​ເຂົາ​ກໍ​ພາ​ທ່ານ​ຂຶ້ນ​ໄປ​ຍັງ​ຫ້ອງ​ຊັ້ນ​ເທິງ ບັນ​ດາ​ແມ່​ຫມ້າຍ​ໄດ້​ຢືນ​ຢູ່​ກັບ​ທ່ານ​ພາ​ກັນ​ຮ້ອງ​ໄຫ້ ແລະ​ຊີ້​ໃຫ້​ທ່ານ​ເບິ່ງ​ເສື້ອ​ຜ້າ​ຕ່າງໆ​ທີ່​ໂດ​ຣະ​ກາ​ໄດ້​ເຮັດ​ເມື່ອ​ຍັງ​ຢູ່​ນຳ​ເຂົາ 40 ແຕ່​ເປ​ໂຕ​ໄດ້​ໃຫ້​ຄົນ​ທັງ​ຫມົດ​ອອກ​ໄປ​ຂ້າງ​ນອກ ທ່ານ​ຈຶ່ງ​ຄຸ​ເຂົ່າ​ລົງ​ອ້ອນວອນ ແລ້ວ​ຫັນ​ຫນ້າ​ໄປ​ຫາ​ສົບ​ກ່າວ​ວ່າ, “ຕາ​ບີ​ທາ​ເອີຍ, ຈົ່ງ​ລຸກ​ຂຶ້ນ” ຕາບີ​ທາ​ກໍ​ມືນ​ຕາ ແລະ​ເມື່ອ​ເຫັນ​ເປ​ໂຕ​ກໍ​ລຸກ​ຂຶ້ນນັ່ງ 41 ແລະ​ເປ​ໂຕ​ໄດ້​ຍື່ນ​ມື​ຊູ​ນາງ​ຂຶ້ນ ແລະ​ເມື່ອ​ໄດ້​ເອີ້ນ​ພວກ​ໄພ່​ພົນ​ກັບ​ບັນ​ດາ​ແມ່​ຫມ້າຍ​ເຂົ້າ​ມາ​ແລ້ວ ຈຶ່ງ​ໄດ້​ສ​ເນີ​ນາງ​ຜູ້​ເປັນ​ຄືນ​ມາ​ນັ້ນ​ແກ່​ເຂົາ 42 ເຫດ​ການ​ນັ້ນ​ໄດ້​ເປັນ​ທີ່​ຮູ້​ທົ່ວ​ກັນ​ໃນ​ເມືອງ​ຢົບ​ປາ ມີ​ຄົນ​ຈຳ​ນວນ​ຫລາຍ​ໄດ້​ເຊື່ອ​ວາງ​ໃຈ​ໃນ​ອົງ​ພຣະຜູ້​ເປັນ​ເຈົ້າ 43 ຝ່າຍ​ເປ​ໂຕ​ກໍ​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ຢົບ​ປາ​ຫລາຍ​ວັນ ຢູ່​ກັບ​ຜູ້​ນຶ່ງ​ຊື່​ວ່າ ຊີ​ໂມນ ເປັນ​ຊ່າງ​ຟອກ​ຫນັງ

ກິຈການ 10

ເປ​ໂຕ​ແລະ​ໂກ​ເນ​ລີ​ໂອ

1 ອັນ​ນຶ່ງ, ທີ່​ເມືອງ​ກາຍ​ຊາ​ເຣັຽມີ​ຊາຍ​ຄົນ​ນຶ່ງ​ຊື່ ໂກ​ເນ​ລີ​ໂອ ເປັນ​ນາຍ​ຮ້ອຍ ເປັນ​ນາຍ​ຮ້ອຍ​ຢູ່​ໃນ​ກອງ​ທະ​ຫານ​ທີ່​ເອີ້ນ​ວ່າ​ກອງ​ອີ​ຕາ​ເລັຽ 2 ທ່ານ​ເປັນ​ຜູ້​ຖື​ສາສ​ນາ​ຢ່າງ​ຖືກ​ຕ້ອງ​ແລະ​ຢຳ​ເກງ​ພຣະ​ເຈົ້າ​ພ້ອມ​ກັບ​ຄົວ​ເຮືອນ​ຂອງ​ຕົນ ທ່ານ​ເຄີຍ​ໃຫ້​ທານ​ແກ່​ປະ​ຊາ​ຊົນ​ຢ່າງ​ຫລວງຫລາຍ ແລະ​ໄຫວ້ວອນ​ພຣະ​ເຈົ້າ​ຢູ່​ສເມີ 3 ຢູ່​ມາ​ວັນ​ນຶ່ງ​ປະ​ມານ​ເກົ້າ​ໂມງ ທ່ານ​ໄດ້​ເຫັນ​ນິ​ມິດ​ຄັກ ຄື​ເຫັນ​ເທວະ​ດາ​ຕົນຶ່ງ​ຂອງ​ພຣະ​ເຈົ້າ​ເຂົ້າ​ມາ​ຫາ​ຕົນ​ກ່າວ​ວ່າ, “ໂກ​ເນ​ລີ​ໂອ​ເອີຍ” 4 ແຕ່​ເມື່ອ​ໂກ​ເນ​ລີ​ໂອ​ເພ່ງ​ເບິ່ງ​ເທວະ​ດາ​ຕົນ​ນັ້ນ​ກໍ​ເກີດ​ສະ​ດຸ້ງ​ຕົກ​ໃຈ ຈຶ່ງ​ຖາມ​ວ່າ, “ໂອຍ​ ເຈົ້າ​ກູເອີຍ, ແມ່ນ​ຫຍັງ​ຫນໍ” ເທວະ​ດາ​ໄດ້​ຕອບ​ວ່າ, “ຄຳ​ໄຫວ້ວອນ​ ແລະ​ການ​ໃຫ້​ທານ​ຂອງ​ທ່ານ​ໄດ້​ຂຶ້ນ​ໄປ ເປັນ​ເຫດ​ໃຫ້​ພຣະ​ເຈົ້າ​ລະ​ນຶກ​ເຖິງ​ແລ້ວ 5 ບັດ​ນີ້​ຈົ່ງ​ໃຊ້​ຄົນ​ໄປ​ເມືອງ​ຢົບ​ປາ ເຊີນເອົາ​ຜູ້ນຶ່ງມາ​ຄື ຊີ​ໂມນ​ຜູ້​ມີ​ຊື່​ວ່າ​ ເປ​ໂຕ 6 ທ່ານ​ອາ​ໄສ​ເປັນ​ແຂກ​ຢູ່​ກັບ​ຊີ​ໂມນ​ຊ່າງ​ຟອກ​ຫນັງ ທີ່​ມີ​ເຮືອນ​ຢູ່​ແຄມ​ທະ​ເລ” 7 ຄັນ​ເທວະ​ດາ​ຕົນ​ທີ່​ເວົ້າ​ກັບ​ໂກ​ເນລີ​ໂອ​ນັ້ນ​ຈາກ​ໄປ​ແລ້ວ ທ່ານ​ໄດ້​ເອີ້ນ​ຄົນ​ໃຊ້​ປະ​ຈຳ​ເຮືອນ​ສອງ​ຄົນ​ເຂົ້າ​ມາ​ຫາ ກັບ​ທະ​ຫານ​ຜູ້​ນຶ່ງ​ທີ່​ຖື​ສາ​ສ​ນາ​ຢ່າງ​ຖືກ​ຕ້ອງ ເປັນ​ຜູ້​ນຶ່ງ​ໃນ​ຈຳ​ພວກ​ທະ​ຫານ​ທີ່​ເຄີຍ​ຮັບ​ໃຊ້​ຕົນ 8 ເມື່ອ​ໄດ້​ເລົ່າ​ເຫດ​ການ​ທັງ​ຫມົດ​ໃຫ້​ເຂົາ​ຟັງ​ແລ້ວ ທ່ານ​ໄດ້​ໃຊ້​ເຂົາ​ໄປ​ຍັງ​ເມືອງ​ຢົບ​ປາ 9 ຕົກ​ມື້​ຫນ້າ​ມາ, ເມື່ອ​ເຂົາ​ກຳ​ລັງ​ເດີນ​ທາງ​ໄປ​ໃກ້​ຈະ​ເຖິງ​ເມືອງ​ຢົບ​ປາ​ນັ້ນ ຝ່າຍ​ເປ​ໂຕ​ໄດ້​ຂຶ້ນ​ເມືອ​ເທິງ​ຫລັງ​ຄາ​ຕຶກ​ເພື່ອ​ໄຫວ້ວອນ ເປັ​ນ​ເວ​ລາ​ປະ​ມານ​ຫົກ​ໂມງ 10 ທ່ານ​ກໍ​ເກີດ​ຫິວ​ຢາກ​ຮັບ​ປະ​ທານ​ອາ​ຫານ ແຕ່​ໃນ​ລະ​ຫວ່າງ​ທີ່​ເຂົາ​ກຳ​ລັງ​ຈັດ​ອາ​ຫານຢູ່​ນັ້ນ ເປ​ໂຕກໍ​ລືມ​ຄີງ​ໄປ 11 ແລະ​ໄດ້​ເຫັນ​ທ້ອງ​ຟ້າ​ໄຂ​ອອກ ມີ​ສິ່ງ​ນຶ່ງ​ກຳ​ລັງ​ລົງ​ມາ​ເຫມືອນ​ຜ້າ​ຜືນ​ໃຫຍ່​ຜູກ​ໄວ້​ທາງ​ສີ່​ແຈ ຢ່ອນ​ລົງ​ມາ​ເຖິງ​ດິນ 12 ໃນ​ສິ່ງ​ນັ້ນ​ມີ​ສັດ​ທຸກ​ຊະ​ນິດ ຄື​ສັດ​ສີ່​ຕີນ, ສັດ​ໄຕ່​ສັດ​ຄານ​ທີ່​ຢູ່​ຕາມ​ຫນ້າ​ດິນ, ແລະ​ນົກ​ທີ່​ມີ​ປີກ​ບິນ​ໄປ​ໃນອາ​ກາດ 13 ແລະ​ເກີດ​ມີ​ພຣະ​ສຸຣະ​ສຽງ​ມາ​ວ່າ, “ເປ​ໂຕ​ເອີຍ, ຈົ່ງ​ລຸກ​ຂຶ້ນ ຂ້າ​ກິນ​ເສັຽ” 14 ຝ່າຍ​ເປ​ໂຕ​ຈຶ່ງ​ທູນ​ວ່າ, “ບໍ່​ໄດ້​ແທ້ ພຣະ​ອົງ​ເຈົ້າ​ເອີຍ, ເພາະ​ວ່າ​ສິ່ງ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ ຫລື​ສິ່ງ​ທີ່​ບໍ່​ທັນ​ຊຳ​ຮະ​ໃຫ້​ສະ​ອາດ ຂ້າ​ພຣະ​ອົງ​ບໍ່​ໄດ້​ຮັບ​ປະ​ທານ​ຈັກ​ເທື່​ອ” 15 ແລ້ວ​ມີ​ພຣະ​ສຸ​ຣະ​ສຽງ​ອີກ​ເປັນ​ເທື່ອ​ທີ່​ສອງວ່າ, “ສິ່ງ​ທີ່​ພຣະ​ເຈົ້າ​ຊົງ​ຊຳ​ຮະ​ແລ້ວ ຝ່າຍ​ທ່ານ​ຢ່າ​ຖື​ເປັນ​ຂອງ​ຕ້ອງ​ຫ້າມ” 16 ການ​ນັ້ນ​ເກີດ​ມາ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ນັ້ນ​ກໍຖືກ​ຮັບ​ຂຶ້ນ​ໄປ​ໃນ​ທ້ອງ​ຟ້າ​ທັນ​ທີ 17 ເມື່ອ​ເປ​ໂຕ​ຍັງ​ຄຶດ​ບໍ່​ອອກວ່າ ນິ​ມິດ​ທີ່​ຕົນ​ໄດ້​ເຫັນ​ນັ້​ຣ​ມີ​ຄວາມ​ຫມາຍ​ຢ່າງ​ໃດ ເບິ່ງ​ແມ໋, ພວກ​ຊາຍ​ທີ່​ໂກ​ເນ​ລີ​ໂອ​ໄດ້​ໃຊ້​ມາ​ນັ້ນ ເມື່ອ​ສືບ​ຖາມ​ຫາ​ຕຶກ​ຂອງ​ຊີ​ໂມນ​ແລ້ວ ກໍ​ໄດ້​ມາ​ຢືນ​ຢູ່​ຫນ້າ​ປະ​ຕູ​ບ້ານ 18 ຮ້ອງ​ຖາມ​ວ່າ, “ຊີ​ໂມນ​ທີ່​ເອີ້ນ​ວ່າ​ເປ​ໂຕ​ພັກ​ຢູ່​ຫັ້ນ​ຫລືບໍ?” 19 ຂ​ນະ​ທີ່​ເປ​ໂຕ​ກຳ​ລັງ​ຄຶດ​ຕຶກ​ຕອງ​ເຖິງ​ນິ​ມິດ​ນັ້ນ ພຣະ​ວິນ​ຍານ​ຊົງ​ກ່າວ​ກັບ​ທ່ານ​ວ່າ, “ເບ​ິ່ງ​ແມ໋, ມີ​ພວກ​ຊາຍ (ສອງ​ຄົນ) ມາ​ຖາມ​ຫາ​ທ່ານ 20 ຈົ່ງ​ລຸກ​ຂຶ້ນ​ລົງ​ໄປ​ຂ້າງ​ລຸ່ມ​ແລ້ວ​ໄປ​ກັບ​ເຂົາ ຢ່າ​ລັ່ງ​ເລ​ໃຈ ເພາະ​ເຮົາ​ນີ້​ແຫລະ, ໄດ້​ໃຊ້​ເຂົາ​ມາ​ຫາ” 21 ເປ​ໂຕ​ຈຶ່ງ​ລົງ​ໄປ​ຫາ​ຄົນ​ເຫລົ່າ​ນັ້ນ​ແລະ​ບອກ​ເຂົາ​ວ່າ, “ເຮົາ​ນີ້​ແຫລະ, ແມ່ນ​ຜູ້​ທີ່​ພວກ​ທ່ານ​ກຳ​ລັງຊອ​ກ​ຫາ​ນັ້ນ ທ່ານ​ມາ​ມີ​ທຸ​ຣະ​ອັນ​ໃດ” 22 ເຂົາ​ຈຶ່ງ​ຕອບ​ວ່າ, “ນາຍ​ຮ້ອຍ​ໂກ​ເນ​ລີ​ໂອ​ເປັນ​ຄົນ​ສັດ​ຊື່ ແລະ​ຢໍາ​ເກງ​ພຣະ​ເຈົ້າ ທັງ​ເປັນ​ຜູ້​ມີ​ຊື່​ສຽງ​ດີ​ໃນ​ຖ້າມ​ກາງ​ບັນ​ດາ​ຊາວ​ຢິວ ທ່ານ​ຜູ້​ນັ້ນ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ເທ​ວະ​ດາ​ບໍ​ຣິ​ສຸດ​ຕົນ​ນຶ່ງ ໃຫ້​ມາ​ເຊີນ​ທ່ານ​ໄປ​ຍັງ​ເຮືອນ​ຂອງ​ຕົນ ເພື່ອ​ຈະ​ໄດ້​ຟັງ​ຖ້ອຍ​ຄຳ​ຈາກ​ທ່ານ” 23 ເປ​ໂຕ​ຈຶ່ງ​ເຊີນ​ເຂົາ​ເຂົ້າ​ມາ​ພັກ​ນຳ​ຕົນ ຕົກ​ມື້​ຫນ້າ​ມາ​ທ່ານ​ໄດ້​ລຸກ​ຂຶ້ນ​ອອກ​ໄປ​ກັບ​ເຂົາ ແລະ​ພີ່​ນ້ອງ​ລາງ​ຄົນ​ທີ່​ເມືອງ​ຢົບ​ປາ​ກໍ​ໄປ​ນຳ 24 ວັນ​ຕໍ່​ມາ​ທ່ານ​ໄດ້​ມາ​ເຖິງ​ເມືອງ​ກາຍ​ຊາ​ເຣັຽ ຝ່າຍ​ໂກ​ເນ​ລີ​ໂອ​ກຳ​ລັງ​ຄອຍຕ້ອນ​ຣັບ​ຢູ່ ໂດຍ​ໄດ້​ເຊີນ​ເອົາ​ພວກ​ພີ່​ນ້ອງ​ແລະ​ມິດ​ສະ​ຫາຍ​ຂອງ​ຕົນ​ໃຫ້​ມາ​ປະ​ຊຸມ​ກັນ​ຢູ່​ແລ້ວ 25 ເມື່ອ​ເປ​ໂຕ​ເຂົ້າ​ໄປ​ໂກ​ເນ​ລີ​ໂອ​ກໍ​ມາ​ຕ້ອນ​ຮັບ ແລະ​ຫມູບ​ລົງ​ທີ່​ຕີນ​ຂາບ​ໄຫວ້​ທ່ານ 26 ແຕ່​ເປ​ໂຕ​ໄດ້​ດຶງ​ໃຫ້​ໂກ​ເນ​ລີ​ໂອ​ລຸກ​ຂຶ້ນ ໂດຍ​ເວົ້າ​ວ່າ, “ຈົ່ງ​ຢືນ​ຂຶ້ນ ຝ່າຍເຮົາ​ກໍ​ເປັນ​ແຕ່​ມະ​ນຸດ​ເຫມືອນ​ກັນ” 27 ເມື່ອ​ກຳ​ລັງ​ສົນ​ທະ​ນາ​ກັນ​ຢູ່​ເປ​ໂຕ​ກໍ​ເຂົ້າ​ໄປ ແລະ​ເຫັນ​ມີ​ຫລາຍ​ຄົນ​ຊຸມ​ນຸມ​ກັນ​ຢູ່ 28 ທ່ານ​ໄດ້​ກ່າວ​ກັບ​ຄົນ​ເຫລົ່າ​ນັ້ນ​ວ່າ, “ທ່ານ​ທັງ​ຫລາຍ​ຊາບ​ດີ​ແລ້ວ​ວ່າ ທີ່​ຄົນ​ຊາວ​ຢິວ​ຈະ​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ກັບ​ຄົນ​ຕ່າງ​ຊາດ ຫລື​ເຂົ້າ​ຫາ​ເຂົາ​ກໍ​ເປັນ​ການ​ຕ້ອງ​ຫ້າມ ແຕ່​ຝ່າຍ​ເຮົາ​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງວ່າ ບໍ່​ຄວນ​ຖື​ຄົນ​ນຶ່ງ​ຄົນ​ໃດ​ວ່າ​ເປັນ​ຄົນ​ຕ້ອງ​ຫ້າມ​ຫລື​ບໍ່​ສະ​ອາດ 29 ດັ່ງ​ນັ້ນ ເມື່ອ​ພວກ​ທ່ານ​ໄດ້​ໃຊ້​ຄົນ​ໄປ​ເຊີນ​ເຮົາ ເຮົາ​ກໍ​ມາ​ໂດຍ​ບໍ່​ຂັດ ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ຂໍ​ຖາມ​ພວກ​ທ່ານ​ວ່າ ເປັນ​ດ້ວຍ​ປະ​ການ​ໃດ​ທ່ານ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ຫາ​ເຮົາ” 30 ໂກ​ເນ​ລີ​ໂອ​ໄດ້​ຕອບ​ວ່າ, “ໄດ້​ສີ່​ວັນ​ມາ​ແລ້ວ ຂ້າ​ນ້ອຍ​ກຳ​ລັງ​ໄຫວ້ວອນ​ຢູ່​ໃນ​ເຮືອນ​ຂອງ​ຂ້າ​ນ້ອຍ​ປະ​ມານ​ເວ​ລາ​ນີ້ ຄື​ເວ​ລາ​ເກົ້າ​ໂມງ ດັ່ງ​ນີ້​ມີ​ຊາຍ​ຜູ້​ນຶ່ງ​ນຸ່ງ​ເຄື່ອງ​ເຫລື້ອມ​ໃສ​ມາ​ຢືນ​ຢູ່​ຕໍ່​ຫນ້າ​ຂ້າ​ນ້ອຍ 31 ແລ້ວ​ເວົ້າ​ວ່າ, “ໂກ​ເນ​ລີ​ໂອ​ເອີຍ, ຄຳ​ໄຫວ້ວອນຂອງ​ທ່ານ ພຣະ​ເຈົ້າ​ຊົງ​ສະ​ດັບ​ຟັງ ແລະ​ການ​ໃຫ້​ທານ​ຂອງ​ທ່ານ​ກໍ​ເປັນ​ເຫດ​ໃຫ້​ພຣະ​ເຈົ້າ​ຊົງ​ລະ​ນຶກ​ເຖິງ 32 ເຫດ​ສັນ​ນັ້ນ​ຈົ່ງ​ໃຊ້​ຄົນ​ໄປ​ເມືອງ​ຢົບ​ປາ ເຊີນ​ເອົາ​ຊີ​ໂມນ​ຜູ້​ຊື່​ວ່າ​ເປ​ໂຕ​ມາ ທ່ານ​ເປັນ​ແຂກ​ອາ​ໄສ​ຢູ່​ໃນ​ເຮືອນ​ຂອງ​ຊີ​ໂມນ​ຊ່າງ​ຟອກ​ຫນັງ​ຢູ່​ແຄມ​ທະ​ເລ” 33 ໃນ​ທັນ​ທີ​ນັ້ນ​ຂ້າ​ນ້ອຍ​ໄດ້​ໃຊ້​ຄົນ​ໄປ​ຫາ​ທ່ານ ທີ່​ທ່ານ​ໄດ້​ກະ​ຣຸ​ນາ​ກໍ​ເປັນ​ການ​ດີ​ແທ້ ບັດ​ນີ້​ຂ້າ​ນ້ອຍ​ທັງ​ຫລາຍ​ຢູ່​ພ້ອມ​ກັນ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ເພື່ອ​ຈະ​ຟັງ​ສິ່ງ​ສາ​ຣະ​ພັດ​ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ໄວ້​ແກ່​ທ່ານ”

ເປ​ໂຕ​ກ່າວ​ຄຳ​ປາ​ສັຍ​ທີ່​ເຮືອນ​ຂອງ​ໂກ​ເນ​ລີ​ໂອ

34 ສ່ວນ​ເປ​ໂຕ​ຈຶ່ງ​ອອກ​ປາກວ່າ, “ຂ້າ​ພະ​ເຈົ້າ​ສັງ​ເກດ​ຮູ້​ຄັກ​ແນ່​ວ່າ ພຣະ​ເຈົ້າ​ບໍ່​ຊົງ​ເລືອກ​ຫນ້າ​ຜູ້​ໃດ 35 ແຕ່​ໃນ​ທຸກ​ຊາດ​ຜູ້​ໃດ​ທີ່​ຢຳ​ເກງ​ພຣະ​ອົງ​ແລະ​ປະ​ຕິ​ບັດ​ຖືກ​ຕາມ​ສິນ​ທັມ​ກໍ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ອົງ 36 ເຣື່ອງ​ທີ່​ພຣະ​ອົງ​ໄດ້​ຊົງ​ສົ່ງ​ມາ​ໃຫ້​ພວກ​ອິ​ສ​ຣາ​ເອນ ໂດຍ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ສັນ​ຕິ​ສຸກ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ (ຜູ້​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ມະ​ນຸ​ສ​ໂລກ) 37 ເຣື່ອງ​ນັ້ນ​ທ່ານ​ທັງ​ຫລາຍ​ກໍ​ຮູ້​ແລ້ວ ຄື​ເຣື່ອງ​ທີ່​ເກີດ​ມີ​ມາ​ຕັ້ງ​ຕົ້ນ​ແຕ່​ແຂວງ​ຄາ​ລີ​ເລ​ໄປ​ຈົນ​ຕລອດ​ທົ່ວ​ແຂວງ​ຢູ​ດາຍ ເມື່ອ​ພາຍຫລັງ​ບັບ​ຕິ​ສະ​ມາ​ທີ່​ໂຢ​ຮັນ​ໄດ້​ປະ​ກາດ​ນັ້ນ 38 ຄື​ເຣື່ອງ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ຫົດ​ສົງ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ດ້ວຍ​ຣິດ​ທາ​ນຸ​ພາບ ພຣະ​ອົງ​ຈຶ່ງ​ສະ​ເດັດ​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ ແລະ​ຊົງ​ໂຜດ​ບັນ​ດາ​ຜູ້​ຖືກ​ມານ​ບຽດ​ບຽນ​ໃຫ້​ດີ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ພຣະ​ອົງ 39 ຝ່າຍ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ພຍານ ເຖິງ​ການ​ທັງ​ປ​ວງ​ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃນ​ບ້ານ​ເມືອງ​ຂອງ​ຊາວ​ຢິວ​ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ພຣະ​ອົງ​ນັ້ນ​ເຂົາ​ໄດ້​ຂ້າ​ເສັຽດ້ວຍ​ແຂວນ​ໄວ້​ທີ່​ເສົາ​ໄມ້ 40 ພຣະ​ອົງ​ນັ້ນ​ແຫລະ, ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ໃນ​ວັນ​ຖ້ວນ​ສາມ ແລະ​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ປາ​ກົດ​ແຈ້ງ 41 ບໍ່​ໄດ້​ຊົງ​ໃຫ້​ປາ​ກົດ​ແກ່​ພົ​ລ​ເມືອງ​ທົ່ວ​ໄປ ແຕ່​ຊົງ​ປາ​ກົດ​ແກ່​ພວກ​ພຍານ​ຊຶ່ງ​ພຣະ​ເຈົ້າ​ຊົງ​ກຳ​ນົດ​ໄວ້​ລ່ວງ​ຫນ້າ ຄື​ຊົງ​ປາ​ກົດ​ແກ່​ພວກ​ຂ້າ​ພະ​ເຈົ້າ ຜູ້​ໄດ້​ກິນ​ແລະ​ດື່ມ​ດ້ວຍ​ກັນ​ກັບ​ພຣະ​ອົງ​ພາຍ​ຫລັງ​ທີ່​ພຣະ​ອົງ​ໄດ້​ຊົງ​ຄືນ​ພຣະ​ຊົນ 42 ພຣະ​ອົງ​ຊົງ​ສັ່ງ​ໃຫ້​ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ປະ​ກາດ​ແກ່​ພົ​ລເມືອງ ແລະ​ໃຫ້​ເປັນ​ພຍານ​ວ່າ ແມ່ນ​ພຣະ​ອົງ​ນີ້​ແຫລະ, ທີ່​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້​ໃຫ້​ເປັນຜູ້​ພິ​ພາກ​ສາ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ 43 ແມ່ນ​ເຖິງ​ເຣື່ອງ​ພຣະ​ອົງ​ນີ້​ແຫລະ​, ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫລາຍ​ໄດ້​ເປັນ​ພຍານ​ວ່າ ທຸກໆ​ຄົນ​ທີ່​ເຊື່ອ​ວາງ​ໃຈ​ໃນ​ພຣະ​ອົງ​ນັ້ນ​ຈະ​ໄດ້​ຮັບ​ຄວາມ​ຍົກ​ຜິດ​ບາບ ເພາະ​ພຣະ​ນາມ​ຂອງ​ພຣະ​ອົງ

ພວກຄົນຕ່າງຊາດໄດ້ຮັບພຣະວິນຍານບໍຣິສຸດ

44 ຂ​ນະ​ທີ່​ເປ​ໂຕ​ຍັງ​ກ່າວ​ດັ່ງ​ນີ້​ຢູ່ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ຄົນ​ທັງ​ປວງ​ທີ່​ກຳ​ລັງ​ຟັງ​ພຣະ​ທັມ​ນັ້ນ 45 ສ່ວນ​ພວກ​ລູກສິດທີ່​ເປັນ​ຝ່າຍ​ພິ​ທີ​ຕັດ ທີ່​ໄດ້​ມາ​ກັບ​ເປ​ໂຕ​ກໍ​ງຶດ​ງໍ້​ອັສຈັນ ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ​ໃຫ້​ລົງ​ມາ​ເທິງ​ຄົນ​ຕ່າງ​ຊາດ​ເຫມືອນ​ກັນ 46 ເພາະ​ວ່າ​ເຂົາ​ໄດ້​ຍິນ​ຄົນ​ເຫລົ່າ​ນັ້ນ​ປາກ​ພາ​ສາ​ແປກໆ ແລະ​ຍົກ​ຍໍ​ສໍ​ຣະ​ເສີນ​ພຣະ​ເຈົ້າ 47 ຝ່າຍ​ເປ​ໂຕ​ໄດ້ກ່າວ​ວ່າ, “ຄົນ​ເຫລົ່າ​ນີ້​ໄດ້​ຣັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຢ່າງ​ດຽວ​ກັນ​ກັບ​ພວກ​ເຮົາ ສັນ​ນັ້ນ​ບໍ່​ມີ​ໃຜ​ຕີ້ ຈະ​ຫ້າມ​ເຂົາ​ບໍ່​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ” 48 ເປ​ໂຕ​ຈຶ່ງ​ສັ່ງ​ໃຫ້​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ​ເຂົາ​ຍັງ​ໄດ້​ຂໍ​ໃຫ້​ທ່ານ​ພັກ​ຢູ່​ກັບ​ເຂົາ​ອີກ​ສອງ​ສາມ​ວັນ

ກິຈການ 11

ເປ​ໂຕ​ຣາຍ​ງານ​ຕໍ່​ຄ​ຣິ​ສ​ຕະ​ຈັກ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ

1 ອັນ​ນຶ່ງ​ພວກ​ອັ​ຄ​ສາ​ວົກ​ແລະ​ພີ່​ນ້ອງ​ທັງ​ຫລາຍ​ທີ່​ຢູ່​ໃນ​ແຂວງ​ຢູ​ດາຍ ໄດ້​ຊາບ​ຂ່າ​ວວ່າ​ພວກ​ຕ່າງ​ຊາດ​ໄດ້​ຮັບ​ເອົາ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ເຫມືອນ​ກັນ 2 ດັ່ງ​ນັ້ນ​ເມື່ອ​ເປ​ໂຕ​ໄດ້​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ແລ້ວ ພວກ​ທີ່​ເປັນ​ຝ່າຍ​ພິ​ທີ​ຕັດ​ຈຶ່ງ​ຕິ​ຕຽນ​ທ່ານ 3 ໂດຍ​ກ່າວ​ວ່າ, “ທ່ານ​ໄດ້​ເຂົ້າ​ໄປ​ຫາ​ຄົນ​ພວກ​ບໍ່​ໄດ້​ຮັບ​ພິ​ທີ​ຕັດ ແລ້ວ​ຮັບ​ປະ​ທານ​ອາ​ຫານ​ກັບ​ເຂົາ” 4 ແຕ່​ເປ​ໂຕ​ໄດ້​ຕັ້ງ​ຕົ້ນ​ອະ​ທິ​ບາຍໃຫ້​ເຂົາ​ຟັງ​ເປັນ​ລຳ​ດັບ​ມາ​ວ່າ, 5 “ຝ່າຍ​ຂ້າ​ພະ​ເຈົ້າ​ເມື່ອ​ຢູ່​ເມືອງ​ຢົບ​ປາ​ກຳ​ລັງ​ໄຫວ້ວອນ​ຢູ່ ກໍ​ລືມ​ຄີງ​ໄປ​ແລະ​ໄດ້​ເຫັນ​ນິ​ມິດ ມີ​ສິ່ງ​ນຶ່ງ​ກຳ​ລັງ​ລົງມາ​ເຫມືອນ​ຜ້າ​ຜືນ​ໃຫຍ່​ຜູກ​ໄວ້​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ເຖິງ​ຂ້າ​ພະ​ເຈົ້າ 6 ເມື່ອ​ຂ້າ​ພະ​ເຈົ້າເພ່ງ​ເບິ່ງ​ກໍ​ສັງ​ເກດ​ເຫັນ​ສັດ​ສີ່​ຕີນ​ຂອງ​ແຜ່​ນດິນ​ໂລກ ກັບ​ສັດ​ປ່າ ສັດ​ໄຕ່​ສັດ​ຄານ ແລະ​ນົກ​ທີ່​ບິນ​ໃນ​ອາ​ກາດ 7 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ບອກ​ຂ້າ​ພະ​ເຈົ້າ​ວ່າ “ເປ​ໂຕ​ເອີຍ, ຈົ່ງ​ລຸກ​ຂຶ້ນ​ແລະ​ຂ້າ​ກິນ​ເສັຽ” 8 ແຕ່​ຂ້າ​ພະ​ເຈົ້າ​ໄດ້​ທູ​ນວ່າ, “ບໍ່​ໄດ້​ແທ້ ພຣະ​ອົງ​ເຈົ້າ​ເອີຍ ດ້ວຍ​ວ່າ​ສິ່ງ​ຊຶ່ງ​ເປັນ​ຂອງ​ຕ້ອງ​ຫ້າມ ຫລື​ສິ່ງ​ຂອງ​ທີ່​ບໍ່​ທັນ​ຊຳ​ຮະ​ໃຫ້​ສະ​ອາດ ບໍ່​ໄດ້​ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້າ​ພຣະ​ອົງ​ຈັກ​ເທື່ອ” 9 ແຕ່​ມີ​ພຣະ​ສຸ​ຣະ​ສຽງ​ຕອບ​ຈາກ​ຟ້າ​ເທື່ອ​ທີ່​ສອງວ່າ, “ສິ່ງ​ທີ່​ພຣະ​ເຈົ້າ​ຊົງຊໍາ​ຮະ​ແລ້ວ ຝ່າຍ​ທ່ານ​ຢ່າ​ຖື​ເປັນ​ຂອງ​ຕ້ອງ​ຫ້າມ” 10 ການ​ນັ້ນ​ເກີດ​ມາ​ເຖິງ​ສາມ​ເທື່ອ ແລ້ວ​ສິ່ງ​ທັງ​ຫມົດ​ກໍ​ຖືກ​ຮັບ​ຄືນ​ເມືອ​ຟ້າ​ອີກ 11 ເບິ່ງ​ແມ໋, ໃນ​ທັນ​ໃດ​ນັ້ນ​ມີ​ຊາຍ​ສາມ​ຄົນ​ມາຢືນ​ຢູ່​ຫນ້າ​ຕຶກ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຢູ່​ນັ້ນ ຮັບ​ໃຊ້​ມາ​ຈາກ​ເມືອງ​ກາຍ​ຊາ​ເຣັຽມາ​ຫາ​ຂ້າ​ພະ​ເຈົ້າ 12 ແລ້ວ​ພຣະ​ວິນ​ຍານ​ໄດ້​ຊົງ​ສັ່ງ​ຂ້າ​ພະ​ເຈົ້າ​ໃຫ້​ໄປ​ກັບ​ເຂົາ​ໂດຍ​ບໍ່ລັ່ງ​ເລ​ໃຈ ແລະ​ພີ່​ນ້ອງ​ທັງ​ຫົກ​ຄົນ​ນີ້​ໄດ້​ໄປ​ກັບ​ຂ້າ​ພະ​ເຈົ້າ ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ທ່ານ​ຜູ້​ນັ້ນ 13 ຜູ້​ນັ້ນ​ໄດ້​ເລົ່າ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຟັງ​ວ່າ ທ່ານ​ໄດ້​ເຫັນ​ເທ​ວະ​ດາ​ຕົນ​ນຶ່ງ​ຢືນ​ຢູ່​ໃນ​ເຮືອນ​ຂອງ​ຕົນ​ສັ່ງ​ວ່າ, “ຈົ່ງ​ໃຊ້​ຄົນ​ໄປ​ເມືອງ​ຢົບ​ປາ ເຊີນ​ເອົາ​ຊີ​ໂມນຜູ້​ມີ​ຊື່​ວ່າ​ເປ​ໂຕ​ມາ 14 ເປ​ໂຕ​ນັ້ນ​ຈະ​ກ່າວ​ໃຫ້​ທ່ານ​ຟັງ​ເປັນ​ຖ້ອຍ​ຄຳ ຊຶ່ງ​ຈະ​ໃຫ້​ທ່ານ​ທັງ​ຄອບ​ຄົວ​ໄດ້​ລອດ​ພົ້ນ” 15 ເມື່ອ​ຂ້າ​ພະ​ເຈົ້າ​ຕັ້ງ​ຕົ້ນ​ກ່າວ​ຂໍ້​ຄວາມ​ນັ້ນ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ກໍ​ສະ​ເດັດ​ລົງ​ມາ​ເທິງ​ເຂົາ ເຫມືອນ​ໄດ້​ສະ​ເດັດ​ລົງ​ມາ​ເທິງ​ພວກ​ເຮົາ​ໃນ​ຕອນ​ຕົ້ນ​ນັ້ນ 16 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ລະ​ນຶກ​ເຖິງ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ກ່າວ​ໄວ້​ວ່າ, “ໂຢ​ຮັນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ນ້ຳ​ກໍ​ແມ່ນ ແຕ່​ຝ່າຍ​ທ່ານທັງ​ຫລາຍ​ຈະ​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ” 17 ເຫດ​ສັນ​ນັ້ນ​ຖ້າພຣະ​ເຈົ້າ​ໄດ້​ຊົງ​ໂຜດ ໃຫ້​ເຂົາ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ​ອັນ​ດຽວ​ກັນ​ກັບ​ພວກ​ເຮົາ ເມື່ອ​ພວກ​ເຮົາ​ໄດ້​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຝ່າຍ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ໃດ​ທີ່​ຈະ​ສາ​ມາດ​ຂັດ​ຂວາງ​ພຣະ​ເຈົ້າ​ໄດ້” 18 ສ່ວນ​ເຂົາ​ໄດ້​ຍິນ​ຖ້ອຍ​ຄຳ​ນັ້ນ​ກໍ​ພາ​ກັນ​ອ່ອນຍອມ​ແລ້ວ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ​ວ່າ, “ຖ້າ​ເປັນ​ດັ່ງ​ນັ້ນ​ກໍ​ແມ່ນ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ແກ່​ຄົນ​ຕ່າງ ໃຫ້​ຖິ້ມ​ໃຈເກົ່າ​ແລະ​ເອົາ​ໃຈ​ໃຫມ່​ເພື່ອ​ເຂົາ​ຈະ​ໄດ້​ຊີ​ວິດ​ເຫມືອນ​ກັນ”

ຄ​ຣິ​ສ​ຕະ​ຈັກ​ທີ່​ເມືອງ​ອັນ​ຕີ​ໂອ​ກ

19 ຝ່າຍ​ຄົນ​ທັງ​ຫລາຍທີ່​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ເພາະ​ການ​ທຸກ​ລຳ​ບາກ​ເນື່ອງ​ຈາກ​ຊະ​ເຕ​ຟາ​ໂນ ກໍ​ພາ​ກັນ​ໄປ​ຍັງ​ເມືອງຟອຍ​ນີ​ເກ ເກາະ​ໄຊ​ປ​ຣັ​ສ ແລະ​ເມືອງ​ອັນ​ຕິ​ໂອກ ເຂົາ​ບໍ່​ໄດ້​ກ່າວ​ພຣະ​ທັມ​ແກ່​ຜູ້ໃດ​ນອກ​ຈາກ​ພວກ​ຢິວ​ຝ່າຍ​ດຽວ 20 ແຕ່​ໃນ​ພວກ​ເຂົາ​ມີ​ບາງ​ຄົນ​ເປັນ​ຊາວ​ໄຊ​ປ​ຣັ​ສ​ ແລະ​ຊາວ​ກີ​ເຣ​ເນ ເມື່ອ​ມາ​ເຖິງ​ເມືອງ​ອັນ​ຕິ​ໂອກ​ນັ້ນ​ກໍ​ໄດ້​ກ່າວ​ກັບ​ຊາວກ​ຣີກ​ເຫມືອນ​ກັນ ໂດຍ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດເຣື່ອງ​ພຣະ​ເຢ​ຊູ​ເຈົ້າ 21 ແລະ​ຣິດ​ອຳ​ນາດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ສະ​ຖິດ​ຢູ່​ກັບ​ເຂົາ ຄົນ​ເປັນ​ຈຳ​ນວນ​ຫລາຍ​ທີ່​ເຊື່ອ​ກໍ​ໄດ້​ກັບ​ໃຈ​ຕ່າວ​ຄືນ​ມາ​ຫາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 22 ຂ່າວ​ນັ້ນ​ກໍ​ໄດ້​ເລົ່າ​ລື​ໄປ​ເຖິງ​ຫູ​ຄ​ຣິ​ສ​ຕະ​ຈັກ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ເຂົາ​ຈຶ່ງ​ໃຊ້​ບາ​ຣ໌​ນາ​ບັ​ສ​ໄປ​ຍັງ​ເມືອງ​ອັນ​ຕິ​ໂອກ 23 ເມື່ອ​ທ່ານ​ໄດ້​ມາ​ເຖິງ​ແລ້ວ​ກໍ​ໄດ້​ເຫັນ​ພຣະຄຸນ​ທີ່​ພຣະ​ເຈົ້າ​ຊົງ​ໂຜດ ກໍ​ປິ​ຕິຍິນ​ດີ​ຈຶ່ງ​ໄດ້​ຕັກ​ເຕືອນ​ຄົນ​ເຫລົ່າ​ນັ້ນ ໃຫ້​ຕັ້ງ​ໃຈ​ຫມັ້ນ​ຄົງ​ຕິດ​ສ​ນິດ​ຢູ່​ກັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 24 ເພາະ​ທ່ານ​ຜູ້​ນີ້​ເປັນ​ຄົນ​ດີ ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ແລະ​ຄວາມ​ເຊື່ອ ແລະ​ມີ​ຄົນ​ຈຳ​ນວນ​ຫລາ​ຍສົມ​ຄວນ​ໄດ້​ເພີ້ມ​ເຕີມ​ເຂົ້າ​ມາ​ຢູ່​ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 25 ຝ່າຍ​ບາຣະນາ​ບາ​ຈຶ່ງ​ໄປ​ເມືອງ​ຕາ​ໂຊ​ເພື່ອ​ຊອກ​ຫາ​ໂຊ​ໂລ ເມື່ອ​ພົບ​ແລ້ວ​ກໍ​ພາ​ມາ​ຍັງ​ເມືອງ​ອັນ​ຕິ​ໂອກ 26 ທ່ານ​ທັງ​ສອງ​ໄດ້​ເຄີຍ​ປະ​ຊຸມ​ກັນ​ກັບ​ຄຣິ​ສ​ຕະ​ຈັກ​ຕລອດ​ປີ​ນຶ່ງ ຈຶ່ງ​ໄດ້​ສັ່ງ​ສອນ​ຫລາຍ​ຄົນ​ສົມ​ຄວນ ໃນ​ເມືອງ​ອັນ​ຕິ​ໂອກ​ນີ້​ພວກ​ລູກ​ສິດ​ໄດ້​ຖືກ​ເອີ້ນ​ວ່າ​ຄ​ຣິ​ສ​ຕຽນ​ເປັນ​ເທື່ອ​ທຳ​ອິດ 27 ຄາວ​ນັ້ນ​ມີ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ລົງ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ ມາ​ຍັງ​ເມືອງ​ອັນ​ຕິ​ໂອກ 28 ມີ​ຜູ້​ນຶ່ງ​ໃນ​ພວກ​ນັ້ນ​ຊື່ ອາ​ຄະ​ໂບ ໄດ້​ຢືນ​ຂຶ້ນ​ສະ​ແດງ​ໂດຍ​ພຣະ​ວິນ​ຍານ​ວ່າ ໃກ້​ຈະ​ບັງ​ເກີດ​ການ​ອຶ​ດຢາກ​ຢ່າງ​ໃຫຍ່​ທົ່ວ​ແຜ່ນ​ດິນ​ໂລກ ການ​ອຶດ​ຢາກ​ນັ້ນ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຣັ​ຊ​ສະ​ໄຫມ​ຈັກ​ກະ​ພັດ​ກ​ລາວ​ດີ​ໂອ 29 ສ່ວນ​ພວກ​ສິດ​ທຸກ​ຄົນ​ມີ​ເຈ​ຕະ​ນາ​ບໍ​ຣິ​ຈາກ​ຕາມ​ກຳ​ລັງ ຝາກ​ໄປ​ຊ່ອຍ​ບັນ​ເທົາ​ທຸກ​ພວກ​ພີ່​ນ້ອງ​ທີ່​ຢູ່​ໃນ​ແຂວງ​ຢູ​ດາຍ 30 ເຂົາ​ໄດ້​ເຮັດ​ດັ່ງ​ນັ້ນ ແລະ​ໄດ້​ໃຫ້​ບາ​ຣະນາ​ບາກັບ​ໂຊ​ໂລ​ນຳ​ໄປ​ໃຫ້​ພວກ​ເຖົ້າ​ແກ່

ກິຈການ 12

ຢາ​ໂກ​ໂບ​ຖືກ​ຂ້າ ເປ​ໂຕ​ຖືກ​ຄຸກ

1 ໃນ​ລະ​ຫວ່າງ​ນັ້ນ​ກະ​ສັດ​ເຮ​ໂຣດ​ໄດ້​ຢຽດ​ພຣະ​ຫັດ​ອອກ​ທຳ​ຮ້າຍ​ລາງ​ຄົນ​ໃນ​ຄຣິ​ສ​ຕະ​ຈັກ 2 ທ່ານ​ໄດ້​ຂ້າ​ຢາ​ໂກ​ໂບ​ອ້າຍ​ຂອ​ງໂຢ​ຮັນ​ດ້ວຍ​ດາບ 3 ເມື່ອ​ທ່ານ​ເຫັນ​ວ່າ​ການ​ນີ້​ເປັນ​ທີ່​ຊອບ​ໃຈ​ພວກ​ຢິວ ທ່ານ​ກໍ​ເລີຍ​ຈັບ​ເປ​ໂຕ​ເຫມືອນ​ກັນ (ຄາວ​ນັ້ນ​ແມ່ນ​ເທ​ສ​ການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ) 4 ເມື່ອ​ຈັບ​ເປ​ໂຕ​ແລ້ວ​ກໍ​ຂັງ​ຄຸກ​ໄວ້ ມອບ​ໃຫ້​ທະ​ຫານ​ສີ່​ຫມູ່ ຫມູ່​ລະ​ສີ່​ຄົນ ຄຸມ​ຮັກ​ສາ​ຢູ່​ໃນ ໂດຍ​ຫມາຍ​ໃຈ​ວ່າ ເມື່ອ​ສິ້​ນ​ເທ​ສ​ການ​ປັ​ສ​ຄາ​ແລ້ວ​ຈະ​ໄດ້​ນຳ​ອອກ​ໃຫ້​ພົ​ລ​ເມືອງ 5 ເຫດ​ສັນ​ນັ້ນ ເປ​ໂຕ​ຈຶ່ງ​ຖືກ​ຂັງ​ຄຸກ​ຢູ່ ແຕ່​ຝ່າຍ​ຄ​ຣິ​ສ​ຕະ​ຈັກ​ໄດ້​ອ້ອນວອນ​ຕໍ່​ພຣະ​ເຈົ້າ​ເພື່ອ​ທ່ານ​ດ້ວຍ​ໃຈ​ຮ້ອນ​ຮົນ

ຊົງ​ຊ່ອຍ​ເປ​ໂຕ​ໃຫ້​ພົ້ນ​ຈາກ​ຄຸກ

6 ໃນ​ກາງ​ຄືນ​ນັ້ນ​ກ່ອນ​ວັນ​ທີ່​ກະ​ສັດ​ເຮ​ໂຣດ​ຈະ​ນຳເປ​ໂຕ​ອອກ​ມາ ເປ​ໂຕ​ກໍ​ນອນ​ຫລັບ​ຢູ່ຫວ່າງ​ກາງ​ທະ​ຫານ​ສອງ​ຄົນ ມີ​ໂສ້​ສອງ​ເສັ້ນ​ລ່າມ​ໄວ້ ແລະ​ຕໍ່​ຫນ້າ​ປະ​ຕູ​ມີ​ທະ​ຫານຍາມ​ເຝົ້າ​ຄຸກ​ຢູ່ 7 ເບິ່ງ​ແມ໋, ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປາ​ກົດ​ຢືນ​ຢູ່ ແລະ​ມີ​ແສງ​ສວ່າງ​ເຂົ້າ​ໃນ​ຫ້ອ​ງຄຸກ ເທວະ​ດາ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປ​ໂຕ​ໃຫ້​ຕື່ນ​ແລ້ວເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ” ແລະ​ໂສ້​ກໍ​ໄດ້​ຫລຸດ​ອອກ​ຈາກ​ມື​ຂອງ​ທ່ານ 8 ເທວະ​ດາ​ຈຶ່ງບອກ​ເປ​ໂຕວ່າ, “ຈົ່ງ​ຮັດ​ແອວ​ແລະ​ໃສ່​ເກີບ” ແລະ​ເປ​ໂຕ​ກໍ​ເຮັດ​ຕາມ ເທວະ​ດາ​ຈຶ່ງບອກ​ອີກວ່າ, “ຈົ່ງ​ຫົ່ມ​ເສື້ອ​ແລະ​ຕາມ​ເຮົາ​ໄປ” 9 ທ່ານ​ຈຶ່ງ​ຕາມອອກ​ໄປ ແລະ​ບໍ່​ຮູ້​ວ່າ​ການ​ທີ່​ເທວະ​ດາ​ເຮັດ​ນັ້ນ​ເປັນ​ຄວາມ​ຈິງ ແຕ່​ຄຶດ​ວ່າ​ຕົນ​ກຳ​ລັງ​ເຫັນ​ນິ​ມິດ 10 ເມື່ອ​ໄດ້​ອອກ​ໄປ​ພົ້ນ​ທະ​ຫານ​ຍາມ​ຊັ້ນ​ທີ່​ນຶ່ງ​ແລະ​ທີ່​ສອງ​ແລ້ວ ເຂົາ​ກໍ​ມາ​ເຖິງ​ປະ​ຕູ​ເຫລັກ​ທີ່​ເຂົ້າ​ໄປ​ໃນ​ເມືອງ ປະ​ຕູ​ນັ້ນ​ກໍ​ໄຂ​ເອງ​ໃຫ້​ເຂົາ ເຂົາ​ຈຶ່ງ​ອອກ​ຍ່າງ​ຕາມ​ຖ​ນົນ​ເສັ້ນ​ນຶ່ງ ແລະ​ໃນ​ທັນ​ໃດ​ນັ້ນ​ເທວະ​ດາ​ກໍ​ໄດ້​ຈາກ​ເປ​ໂຕ​ໄປ 11 ຄັນ​ເປ​ໂຕ​ຮູ້​ສຶກ​ຕົວ​ແລ້ວ​ຈຶ່ງ​ເວົ້າ​ວ່າ, “ດຽວ​ນີ້​ເຮົາ​ຮູ້​ແນ່​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໃຊ້​ເທວະ​ດາ​ຂອງ​ພຣະ​ອົງ ມາ​ຊ່ອຍ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮ​ໂຣດ ແລະ​ພົ້ນ​ຈາ​ກການ​ມຸ່ງ​ຮ້າຍ​ຂອງ​ພວກ​ຢິວ” 12 ເມື່ອ​ເປ​ໂຕ​ຄຶ​ດດັ່ງ​ນີ້​ແລ້ວ​ກໍ​ໄປ​ເຖິງ​ເຮືອນ​ຂອງ​ມາ​ຣິ​ອາ​ແມ່​ຂອງ​ໂຢ​ຮັນ ຜູ້​ມີ​ຊື່​ອີກວ່າ​ ມາ​ຣະ​ໂກ ທີ່​ນັ້ນ​ມີ​ຫລາຍ​ຄົນ​ໄດ້​ຊຸມ​ນຸມ​ກັນ​ອ້ອນວອນ​ຢູ່ 13 ເມື່ອ​ເປ​ໂຕ​ເຄາະ​ປະ​ຕູ​ເຮືອນ ມີ​ຍິງ​ຄົນ​ໃຊ້​ຊື່ ໂຣ​ດາ​ໄດ້​ມາ​ຟັງ 14 ເມື່ອ​ຈື່​ໄດ້​ວ່າ​ເປັນ​ສຽງ​ຂອງ​ເປ​ໂຕ ຍິງ​ນັ້ນກໍຍັງ​ບໍ່​ໄຂ​ປະ​ຕູ​ໃຫ້​ເພາະ​ຄວາມ​ຍິນ​ດີ ແຕ່​ໄດ້​ແລ່ນ​ເຂົ້າ​ໄປ​ບອກ​ຂ່າວ​ວ່າ​ເປ​ໂຕ​ຢືນ​ຢູ່​ຫນ້າ​ປະ​ຕູ​ເຮືອນ 15 ເຂົາ​ໄດ້​ຕອ​ບວ່າ, “ມຶງ​ເປັນ​ບ້າ” ແຕ່​ຍິງ​ນັ້ນ​ຢືນ​ຢັນ​ວ່າ​ເປັນ​ຢ່າງ​ນັ້ນ​ແທ້ ແລ້ວ​ເຂົາ​ຈຶ່ງວ່າ, “ຈະ​ແມ່ນ​ເທວະ​ດາ​ປະ​ຈຳ​ຕົວ​ເປ​ໂຕ” 16 ແຕ່​ເປ​ໂຕ​ຍັງ​ເຄາະ​ປະ​ຕູ​ຢູ່ ເມື່ອ​ເຂົາ​ໄຂ​ແລ້ວ​ກໍ​ເຫັນ​ທ່ານ​ຈຶ່ງ​ງຶດ​ງໍ້​ອັສຈັນ​ໃຈ 17 ແຕ່​ເປ​ໂຕ​ໄດ້​ກວັກ​ມື​ໃຫ້​ເຂົາ​ມິດ ແລ້ວ​ໄດ້​ເລົ່າ​ໃຫ້​ເຂົາ​ຟັງ​ເຖິງ​ເຣື່ອງ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ພາກ​ຕົນ​ອອກ​ຈາກ​ຄຸກ​ຢ່າງ​ໃດ ແລ້ວ​ທ່ານ​ໄດ້​ສັ່ງ​ວ່າ, “ຈົ່ງ​ບອກ​ເຣື່ອງ​ນີ້​ແກ່​ຢາ​ໂກ​ໂບ​ກັບ​ພວກ​ພີ່​ນ້ອງ​ໃຫ້​ຊາບ” ເປ​ໂຕ​ຈຶ່ງ​ອອກ​ໄປ​ບ່ອນ​ອື່ນ​ເສັຽ 18 ຄັນ​ຮຸ່ງ​ເຊົ້າ​ມາ​ກໍ​ເກີດ​ການ​ສັບສົນ​ວຸ້ນ​ວາຍ​ບໍ່​ນ້ອຍ​ໃນ​ຖ້າມກາງ​ພວກ​ທະ​ຫານ​ວ່າ, “ເກີດ​ເປັນ​ຢ່າງ​ໃດ​ຫນໍ​ກັບ​ເປ​ໂຕ” 19 ເມື່ອ​ເຮ​ໂຣດ​ຊອກ​ຫາ​ຕົວ​ເປ​ໂຕ​ບໍ່​ພົບ ຈຶ່ງ​ໄດ້​ໄຕ່​ຖາມ​ພວກ​ທະ​ຫານ​ຈຶ່ງ​ສັ່ງ​ໃຫ້​ເອົາ​ເຂົາ​ໄປ​ຂ້າ​ເສັຽ ແລ້ວ​ເຮ​ໂຣດ​ໄດ້​ຈາກ​ແຂວງ​ຢູ​ດາຍ​ລົງ​ໄປ​ອາ​ໄສ​ຢູ່​ເມືອງ​ກາຍ​ຊາ​ເຣັຽ

ເຮ​ໂຣດ​ເຖິງມໍ​ຣະ​ນະ​ກັມ

20 ອັນ​ນຶ່ງ​ເຮ​ໂຣດ​ມີ​ຄວາມ​ເຄືອງ​ຄຽດ​ຕໍ່​ຊາວ​ຕີ​ເຣ​ແລະ​ຊາວ​ຊີ​ໂດນ ແຕ່​ຊາວ​ເມືອງ​ນັ້ນ​ໄດ້​ພ້ອມ​ກັນ​ມາ​ເຝົ້າ​ທ່ານ ເມື່ອ​ເຂົາ​ຕິດ​ຕໍ່​ເອົາ​ໃຈ​ ລາ​ຊະ​ໂຕ​ກົມ​ມະ​ວັງ​ຂອງ​ກະ​ສັດ​ໄດ້​ແລ້ວ ເຂົາ​ກໍ​ພາ​ກັນ​ໄປ​ຂໍ​ເປັນ​ໄມ​ຕ​ຣີ​ກັບ​ກະ​ສັດ ເພາະ​ວ່າ​ເມືອງ​ຂອງ​ເຂົາ​ຕ້ອງ​ອາ​ໄສ​ອາ​ຫານ​ລ້ຽງ​ຊີບ​ຈາກ​ແຜ່ນ​ດິນ​ຂອງ​ກະ​ສັດ 21 ເມື່ອ​ເຖິງວັນ​ນັດ​ເຮ​ໂຣດ​ຊົງ​ເຄືອງ​ກະ​ສັດ ຈຶ່ງ​ປະ​ທັບ​ຣາ​ຊບັນ​ລັງ ແລ້ວ​ມີ​ພຣະ​ຣາ​ຊ​ດຳ​ຣັດ​ແກ່​ເຂົາ 22 ຝ່າຍ​ປະ​ຊາ​ຊົນ​ກໍ​ຮ້ອງ​ຂຶ້ນ​ວ່າ, “ເປັນ​ສຽງ​ຂອງ​ພຣະ ບໍ່​ແມ່ນ​ສຽງ​ມະ​ນຸດ” 23 ໃນ​ທັນ​ໃດ​ນັ້ນ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ດານ​ໃຫ້​ທ່ານ​ໄດ້​ເກີດ​ພ​ຍາດ​ຮ້າຍ​ເພາະ​ທ່ານ​ບໍ່​ໄດ້​ຖວາຍ​ພຣະ​ກຽດ​ແດ່​ພຣະ​ເຈົ້າ ແລ້ວ​ເກີດ​ມີ​ຕົວ​ຫນອນ​ກັດ​ກິນ​ຮ່າງ​ກາຍ​ຂອງ​ທ່ານ​ຈົນ​ສິ້ນ​ພຣະ​ຊົນ 24 ສ່ວນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ກໍ​ແຜ່​ຈະ​ເຣີນ​ທະ​ວີ​ຂຶ້ນ 25 ຝ່າຍ​ບາ​ຣະ​ນາ​ບາກັບ​ໂຊ​ໂລ ເມື່ອ​ສຳ​ເຣັດ​ການ​ປະ​ຕິ​ບັດ​ຂອງ​ຕົນ​ແລ້ວ ຈຶ່ງ​ໄດ້​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ກັບ​ເມືອ ພາ​ເອົາ​ໂຢ​ຮັນ​ຜູ້​ມີ​ຊື່​ອີກວ່າ ມາ​ຣະ​ໂກ​ໄປ​ນຳ

ກິຈການ 13

ເຣື່ອງບາ​ຣະນາ​ບາ ແລະ​ໂຊ​ໂລ

1 ຄາວ​ນັ້ນ​ໃນ​ຄ​ຣິ​ສ​ຕະ​ຈັກ​ທີ່​ຢູ່​ໃນ​ເມືອງ​ອັນ​ຕີ​ໂອ​ກ ມີ​ລາງ​ຄົນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ອາ​ຈານ ຄື​ບາ​ຣະນາ​ບາ ຊີ​ເມ​ໂອນ​ຜູ້​ເອີ້ນ​ວ່າ ນີ​ເຄັນ ກັ​ບ​ລູ​ກີ​ໂອໄທ​ເມືອງ​ກີ​ເຣ​ເນ ມາ​ນາ​ເອນ​ຜູ້​ເປັນ​ເພື່ອນ​ສ​ນິດ ກັບ​ເຮ​ໂຣດ​ຜູ້​ເປັນ​ເຈົ້າ​ເມືອງ ແລະ​ໂຊ​ໂລ 2 ເມື່ອ​ເຂົາ​ກຳ​ລັງ​ປະ​ຕິ​ບັດ​ນະ​ມັ​ສ​ການ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຖື​ສິນ​ອົດ​ອາ​ຫານ​ຢູ່ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໄດ້​ຊົງ​ສັ່ງ​ວ່າ, “ຈົ່ງ​ຄັດ​ເອົາ​ບາ​ຣະນາ​ບາ​ກັບ​ໂຊ​ໂລ​ຕັ້ງ​ໄວ້​ໃຫ້​ເຮົາ ສຳ​ລັບ​ການ​ທີ່​ເຮົາ​ເອີ້ນ​ໃຫ້​ເຂົາ​ເຮັດ​ນັ້ນ” 3 ເມື່ອ​ຖື​ສິນ​ອົດ​ອາ​ຫານ​ແລະ​ໄຫວ້ວອນ​ແລ້ວ ກໍ​ໄດ້​ວາງ​ມື​ໃສ່​ບາ​ຣ໌​ນາ​ບັ​ສ​ແລະ​ໂຊ​ໂລ ຈຶ່ງ​ໃຫ້​ເຂົາ​ອອກ​ໄປ

ການ​ປະ​ກາດ​ທີ່​ເກາະ​ໄຊ​ປ​ຣັ​ສ

4 ເຫດ​ສັນ​ນັ້ນ​ທ່ານ​ທັງ​ສອງ​ຜູ້​ໄດ້​ຮັບ​ໃຊ້​ໄປ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ກໍ​ໄດ້​ລົງ​ໄປ​ເຖິງ​ເມືອງ​ເຊ​ລູ​ເກັຽ ແລະ​ຈາກ​ທີ່​ນັ້ນ​ກໍ​ໄດ້​ລົງ​ເຮືອສະ​ເພົາ​ເດີນ​ທາງ​ໄປ​ເຖິງ​ເກາະ​ໄຊ​ປ​ຣັ​ສ 5 ຄັນ​ມາ​ເຖິງ​ເມືອງ​ຊາ​ຣາ​ມິ​ສ​ແລ້ວ ທ່ານ​ທັງ​ສອງ​ໄດ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ຊາວ​ຢິວ ແລະ​ເຂົາ​ມີ​ໂຢ​ຮັນ​ເປັນ​ຜູ້​ປະ​ຕິ​ບັດ 6 ເມື່ອ​ໄດ້​ຜ່ານ​ຕລອດ​ທົ່ວ​ເກາະ​ນັ້ນ​ໄປ​ເຖິງ​ເມືອງ​ປາ​ໂຟ​​ແລ້ວ ກໍ​ໄດ້​ມາ​ພົບ​ຊາຍ​ຄົນ​ນຶ່ງ​ເປັນ​ຫມໍ​ເວດ​ມົນ ເປັນ​ຫມໍ​ທຳ​ນ​ວາຍ​ປອມ ເປັນ​ຄົນ​ຊາດ​ຢິວ​ຊື່ ບາ​ຣະ​ເຢ​ຊູ 7 ຄົນ​ນີ້​ຢູ່​ກັບ​ຜູ້​ປົກ​ຄອງ​ຊື່ ເຊ​ຄີ​ໂອ​ໂປ​ໂລ ເປັນ​ຜູ້​ສ​ລຽວ​ສ​ລາດ ທ່ານ​ຜູ້​ນັ້ນ​ໄດ້​ເອີ້ນ​ເອົາ​ບາ​ຣະ​ນາ​ບາ​ກັບ​ໂຊ​ໂລ ແລະ​ປາ​ຖ​ນາ​ຈະ​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ 8 ແຕ່​ເອ​ລີ​ມາ​ຫມໍ​ເວດ​ມົນ​ນັ້ນ (ຊື່​ຂອງ​ທ່ານ​ມີ​ຄວາມ​ຫມາຍ​ດັ່ງ​ນັ້ນ) ໄດ້​ຕໍ່​ຕ້ານ​ບາ​ຣະນາ​ບາ​ແລະ​ໂຊ​ໂລ ໂດຍ​ພ​ຍາ​ຍາມ​ຈະ​ແຍກ​ຜູ້​ປົກ​ຄອງ​ນັ້ນ​ໃຫ້​ຫນີ​ຈາກ​ຄວາ​ມເຊ​ື່ອ 9 ແຕ່​ໂຊ​ໂລ​ຜູ້​ມີ​ຊື່​ອີກວ່າ ໂປ​ໂລ ເຕັມ​ໄປ​ດ້ວຍ​ພຣະ​ວິນຍານ​ບໍ​ຣິ​ສຸດ​ໄດ້​ເພ່ງ​ເບິ່ງ​ເອ​ລີ​ມາ 10 ແລ້ວ​ເວົ້າ​ວ່າ, “ໂອ ລູກ​ພ​ຍາ​ມານ​ເອີຍ, ຜູ້​ເປັນ​ສັດ​ຕ​ຣູ​ຂອງ​ບັນ​ດາ​ຄວາ​ມ​ຊອບ​ທັມ ຕົວ​ເຕັມ​ໄປ​ດ້ວຍ​ອຸບາຍ​ແລະ​ການ​ຊົ່ວ​ຊ້າ​ທຸກ​ຢ່າງ ຕົວ​ຈະ​ບໍ່​ເຊົາ​ພຍາ​ຍາມ​ເຮັດ​ຫົນທາງ​ຊື່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຄົດ​ໂຄ້ງ​ໄປ​ຫລື 11 ເບິ່ງ​ແມ໋, ບັດ​ນີ້​ພຣະ​ຫັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ລົງ​ຢູ່​ເທິງ​ຕົວ ຕົ​ວ​ຈະ​ຕາ​ບອດ​ບໍ່​ເຫັນ​ຕາເວັນ​ຈົນ​ເຖິງ​ເວ​ລາ​ກຳ​ນົດ” ໃນ​ທັນ​ໃດ​ນັ້ນ​ຄວາມ​ມືດ​ມົວ​ໄດ້​ຕົກ​ໃສ່​ເອ​ລີ​ມັ​ສ ເອ​ລີ​ມັ​ສ​ກໍ​ຍ່າງ​ງົມ​ໄປ​ມາ​ຊອກ​ຫາ​ຄົນ​ເພື່ອ​ຈູງ​ມື​ຕົນ 12 ເມື່ອ​ຜູ້​ປົກ​ຄອງ​ໄດ້​ເຫັນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ນັ້ນ​ກໍ​ໄດ້​ເຊື່ອ ແລະ​ອັດສະຈັນ​ເພາະ​ໂອ​ວາດ​ຄຳ​ສອນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

ການ​ປະ​ກາດ​ທີ່​ເມືອງ​ອັນ​ຕິ​ໂອກ​ໃນ​ປີ​ຊີ​ເດັຽ

13 ຝ່າຍ​ໂປ​ໂລ​ກັບ​ພວກຂອງ​ທ່ານ​ໄດ້​ລົງ​ເຮືອສະ​ເພົາ​ເດີນ​ທາງ​ຈາກເມືອງ​ຢາ​ໂຟ​ໄປ​ຍັງ​ເມືອງ​ເປກາ​ໃນ​ແຂວງ​ປາ​ຟີ​ເລັຽ ສ່ວນ​ໂຢ​ຮັນ​ໄດ້​ປະ​ເຂົາ​ໄວ້​ແລ້ວ​ກັບ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 14 ແຕ່​ພວກ​ນັ້ນ​ໄດ້​ເດີນ​ທາງ​ຕໍ່​ໄປ​ຈາກ​ເມືອງ​ເປ​ກາມາ​ເຖິງ​ເມືອງ​ອັນ​ຕິ​ໂອກ​ໃນ​ແຂວງ​ປີ​ຊີເດັຽ ແລະ​ໃນ​ວັນ​ສະ​ບາ​ໂຕ​ເຂົາ​ໄດ້​ເຂົ້າ​ໄປ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ແລະ​ນັ່ງ​ລົງ 15 ເມື່ອ​ອ່ານ​ພຣະ​ບັນ​ຍັດ​ແລະ​ຫນັງ​ສື​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ແລ້ວ ພວ​ກ​ຜູ້​ປົກ​ຄອງ​ໂຮງ​ທັມ​ໄດ້​ໃຊ້​ຄົນ​ໄປ​ບອກ​ບາ​ຣະນາ​ບາ​ແລະ​ໂປ​ໂລ​ວ່າ, “ພີ​ນ້ອງ​ເອີຍ, ຖ້າ​ພວກ​ທ່ານ​ມີ​ຄຳ​ເຕືອນ​ສະ​ຕິ​ປະ​ການ​ໃດ​ສຳ​ລັບພົ​ລ​ເມືອງ ເຊີນ​ກ່າວ​ໄປ” 16 ຝ່າຍ​ໂປ​ໂລ​ໄດ້​ຢືນ​ຂຶ້ນກວັກ​ມື​ແລ້ວ​ກ່າວ​ວ່າ, “ພວກ​ທ່ານ​ທີ່​ເປັນ​ຊົນ​ຊາດ​ອິ​ສ​ຣາ​ເອນ ແລະ​ທ່ານ​ທັງ​ຫລາຍ​ທີ່​ຢຳ​ເກງ​ພຣະ​ເຈົ້າ​ເອີຍ, ເຊີນຟັງ​ເທີນ, 17 ພຣະ​ເຈົ້າ​ຂອງ​ພົ​ລ​ເມືອງ​ອິ​ສ​ຣາ​ເອນ​ນີ້​ໄດ້​ຊົງ​ເລືອກ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ໄວ້ ແລະ​ໄດ້​ໃຫ້​ເຂົາ​ຈະ​ເຣີນມີ​ກຽດ​ຂຶ້ນ ເມື່ອ​ຍັ​ງ​ເປັນ​ແຂກ​ເມືອງ​ຢູ່​ແຜ່ນ​ດິນ​ເອ​ຢິບ ແລ້ວ​ໄດ້​ຊົງ​ນຳ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ນັ້ນ ດ້ວຍ​ພຣະ​ຫັດ​ອັນ​ຊົງ​ຣິດ​ອັນ​ສູງ 18 ແລ້ວ​ພຣະ​ເຈົ້າ​ໄດ້​ຊົງ​ອົດ​ທົນ​ຕໍ່​ການ​ປະ​ຕິ​ບັດ​ຂອງ​ເຂົາ​ໃນ​ປ່າ​ປະ​ມານ​ສີ່​ສິບ​ປີ 19 ເມື່ອ​ພຣະ​ອົງ​ໄດ້​ຊົງ​ລ້າງ​ຜານ​ຊົນ​ເຈັດ​ຊາດ​ໃນ​ແຜ່ນ​ດິນ​ການາ​ອານ ແລ້ວ​ກໍ​ຊົງຍົກ​ແຜ່​ນດິນ​ຂອງ​ຊາດ​ເຫລົ່າ​ນັ້ນ​ໃຫ້​ເປັນ​ມໍ​ຣະ​ດົກ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ 20 ປະ​ມານ​ສີ່​ຣ້ອຍ​ຫ້າ​ສິບ​ປີ​ພາຍ​ຫລັງ​ນັ້ນ ພຣະ​ອົງ​ໄດ້​ຊົງ​ປະ​ທານ​ພວກ​ຜູ້​ຕັດ​ສີນ​ໃຫ້​ປົກ​ຄອງ​ເຂົາ ຈົນ​ເຖິງ​ຄາວ​ຂອງ​ຊາ​ມູ​ເອນ​ຜູ້​ປະ​ກາດ​ພຣະ​ທັມ 21 ຄາວ​ນັ້ນ​ເຂົາ​ໄດ້​ຂໍ​ໃຫ້​ມີ​ກະ​ສັດ ພຣະ​ເຈົ້າ​ຈຶ່ງ​ຊົງ​ປະ​ທາ​ນຊາ​ອູນ​ບຸ​ດຂອງ​ຄິ​ສ​ຈາກ​ຕະ​ກູນ​ເບັນ​ຢາ​ມິນ​ໃຫ້​ເປັນ​ກະ​ສັດ​ຂອງ​ເຂົາ​ຄົບ​ສີ່​ສິບ​ປີ 22 ເມື່ອ​ຊົງ​ຖອດ​ຊາ​ອູນ​ແລ້ວ ພຣະ​ອົງ​ໄດ້​ຊົງ​ຕັ້ງ​ດາ​ວິດ​ຂຶ້ນ​ເປັນ​ກະ​ສັດ​ຂອງ​ເຂົາ ແລະ​ຊົງ​ເປັນ​ພຍານ​ກ່າວ​ເຖິງ​ເຣື່ອງ​ດາ​ວິດ​ນີ້​ວ່າ “ເຮົາ​ໄດ້​ພົບ​ດາ​ວິດ​ບຸດ​ຂອງ​ເຈ​ສ​ຊີ ເປັນ​ຄົນ​ທີ່​ຖືກ​ໃຈ​ເຮົາ ເປັນ​ຜູ້​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ເຮົາ​ທຸກ​ປະ​ການ” 23 ພຣະ​ເຈົ້າ​ໄດ້​ຊົງ​ນຳ​ເອົາ​ພຣະ​ຜູ້​ໂຜດ​ໃຫ້​ພົ້ນ ຄື​ພຣະ​ເຢ​ຊູ​ອອກ​ມາ​ຈາກ​ເຊື້ອ​ສາຍ​ຂອງ​ດາ​ວິດ​ນີ້ ໃຫ້​ແກ່​ຊົນ​ຊາດ​ອິ​ສ​ຣາ​ເອນ​ຕາມ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ 24 ກ່ອນ​ທີ່​ພຣະ​ເຢ​ຊູ​ສະ​ເດັດ​ມາ​ປາ​ກົດ ໂຢ​ຮັນ​ໄດ້​ປະ​ກາດ​ບັບ​ຕິ​ສະ​ມາ​ອັນ​ກ່ຽວ​ກັບ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ໃຫ້​ແກ່​ພົ​ລ​ເມືອງ​ອິ​ສ​ຣາ​ເອນ​ທົ່ວ​ໄປ 25 ເມື່ອ​ໂຢ​ຮັນ​ປະ​ຕິ​ບັດ​ຫນ້າ​ທີ່​ຂອງ​ຕົນ​ໃກ້​ຈະ​ສຳ​ເຣັດ ທ່ານ​ໄດ້​ກ່າວ​ວ່າ, “ທ່ານ​ທັງ​ຫລາຍ​ຄຶດ​ເຫັນ​ວ່າ​ເຮົາ​ຄື​ຜູ້​ໃດ ເຮົາ​ບໍ່​ແມ່ນ​ຕົນ​ນັ້ນ​ແທ້ ແຕ່ເບິ່ງ​ແມ໋, ພາຍ​ຫລັງ​ເຮົາ​ຈະ​ມີ​ຄົນ​ນຶ່ງ​ມາ ຊຶ່ງ​ເຮົາ​ຈະ​ແກ້​ເກີບ​ຈາກ​ຕີນ​ຂອງ​ທ່ານ​ກໍ​ບໍ່​ສົມ​ຄວນ” 26 “ທ່ານ​ແລະ​ພີ່​ນ້ອງ​ທັງ​ຫລາຍ​ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ແລະ​ຄົນ​ທັງ​ຫລາຍ​ໃນ​ພວກ​ທ່ານ​ທີ່​ຢໍາ​ເກງ​ພຣະ​ເຈົ້າ​ເອີຍ ຂ່າວ​ສານ​ເຣື່ອງ​ຄວາມ​ລອດ​ພົ້ນ​ນີ້​ໄດ້​ຊົງ​ຝາກ​ມາ​ເຖິງ​ພວກ​ເຮົາ​ນີ້​ເອງ 27 ຝ່າຍ​ຊາວ​ກຸງ​ເຢ​ຣູ​ຊາ​ເລັມ​ດ​ກັບ​ພ​ວກ​ຜູ້​ປົກ​ຄອງ​ບໍ່​ໄດ້​ຮູ້​ຈັກ​ພຣະ​ອົງ​ ແລະ​ບໍ່​ໄດ້ເຂົ້າ​ໃຈ​ຖ້ອຍ​ຄຳ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ທີ່​ເຂົາ​ເຄີຍ​ໄດ້​ອ່ານ​ທຸກວັນ​ສະ​ບາ​ໂຕ ຈຶ່ງ​ເຮັດ​ໃຫ້​ສຳ​ເຣັດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ດ້ວຍ​ການ​ພິ​ພາກ​ສາ​ລົງ​ໂທດ​ພຣະ​ອົງ 28 ເຖິງ​ແມ່ນ​ເຂົາ​ບໍ່​ໄດ້​ພົບ​ຄວາມ​ຜິດ​ປະ​ການ​ໃດ​ໃນ​ພຣະ​ອົງ​ທີ່​ຄວນ​ຈະ​ໃຫ້​ຕາຍ ເຂົາ​ຍັງ​ຂໍ​ປີ​ລາດ​ໃຫ້​ຂ້າ​ພຣະ​ອົງ​ເສັຽ 29 ເມື່ອ​ໄດ້​ເຮັດ​ທຸກ​ຢ່າງ​ໃຫ້​ສຳ​ເຣັດ​ຕາມ​ພຣະ​ຄັມ​ພີ​ຂຽນ​ໄວ້​ເຖິງ​ເຣື່ອງ​ພຣະ​ອົງ​ແລ້ວ ເຂົາ​ໄດ້​ອັນ​ເຊີນ​ພຣະ​ສົບ​ຂອງ​ພຣະ​ອົງ​ລົງ​ຈາກ​ເສົາ​ໄມ້​ນັ້ນ ໄປ​ບັນ​ຈຸ​ໄວ້​ໃນ​ອຸບ​ໂມງ 30 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ຊົງ​ຄືນ​ພຣະ​ຊົນ 31 ໃນ​ລະ​ຫວ່າງ​ຫລາຍ​ວັນ​ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ແກ່​ຄົນ​ທັງ​ຫລາຍ​ທີ່​ຕາມ​ພຣະ​ອົງ​ມາ​ຈາກ​ແຂວງ​ຄາ​ລີ​ເລ​ຂຶ້ນ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ບັດ​ນີ້​ຄົນ​ນັ້ນ​ແຫລະ, ເປັນ​ພຍານ​ຝ່າຍ​ພຣະ​ອົງ​ໃຫ້​ແກ່​ພົ​ລ​ເມືອງ 32 ຝ່າຍ​ພ​ວກ​ເຮົາ​ໄດ້​ນຳ​ຂ່າວ​ປະ​ເສີດ​ນີ້​ມາ​ແຈ້ງ​ແກ່​ທ່ານ​ທັງ​ຫລາຍ​ວ່າ ພຣະ​ສັນ​ຍາ​ຊຶ່ງ​ຊົງ​ປະ​ທານ​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ 33 ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ສັນ​ຍາ​ນັ້ນ​ສຳ​ເຣັດ​ແລ້ວ​ແກ່​ເຮົາ​ຜູ້​ເປັນ​ລູກ​ຫລານ​ຂອງ​ເຂົາ ຄື​ໃນ​ການ​ທີ່​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຊົງ​ຄືນ​ພຣະ​ຊົນ ເຫມືອນ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ທັມ​ເພງ​ສັຣ​ເສີນ​ບົດ​ທີ່​ສອງວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ ຝ່າຍ​ເຮົາ​ໃນ​ວັນ​ນີ້​ເຮົາ​ໃຫ້​ກຳ​ເນີດ​ທ່ານ” 34 ດ້ວຍ​ການ​ນີ້​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ຊົງ​ຄືນ​ພຣະ​ຊົນ ບໍ່​ໃຫ້​ຫລົບ​ສູ່​ຄວາມ​ເນົ່າ​ເປື່ອຍ​ອີກ​ຈັກ​ເທື່ອ​ນັ້ນ ພຣະ​ອົງ​ໄດ້​ຊົງ​ກ່າວ​ດັ່ງ​ນີ້​ວ່າ, “ເຮົາ​ຈະ​ໃຫ້​ສິ່ງ​ບໍ​ຣິ​ສຸດ​ຫມັ້ນ​ຄົງ​ແກ່​ທ່ານ​ທັງ​ຫລາຍ ຊຶ່ງ​ໄດ້​ສັນ​ຍາ​ໄວ້​ກັບ​ດາ​ວິດ​ແລ້ວ 35 ເຫດ​ສັນ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ໃນ​ບົດ​ອື່ນ​ເຫມືອນ​ກັນ​ວ່າ, “ພຣະ​ອົງ​ຈະ​ບໍ່​ໃຫ້​ຜູ້​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ປະ​ສົບ​ຄວາມ​ເນົ່າ​ເປື່ອຍ” 36 ຝ່າຍ​ດາ​ວິດ, ເມື່ອ​ໄດ້​ປະ​ຕິ​ບັດ​ໃນ​ຄາວ​ອາ​ຍຸ​ຂອ​ງທ່ານ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລ້ວ​ໄດ້​ລ່ວງ​ລັບ​ໄປ​ຮ່ວມ​ຢູ່​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ ກໍ​ໄດ້​ປະ​ສົບ​ຄວາມ​ເນົ່າ​ເປື່ອຍ 37 ແຕ່​ພຣະ​ອົງ​ຜູ້​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ຄືນພຣະ​ຊົນ​ນັ້ນ ກໍ​ບໍ່​ໄດ້​ປະ​ສົບ​ຄວາມ​ເນົ່າ​ເປື່ອຍ 38 ເຫດ​ສັນ​ນີ້​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ເຂົ້າ​ໃຈ​ວ່າ ໂດຍ​ພຣະ​ອົງ​ນັ້ນ​ແຫລະ, ຈຶ່ງ​ໄດ້​ປະ​ກາດ​ການ​ຍົກ​ຜິດ​ບາບ​ແກ່​ທ່ານ​ທັງ​ຫລາຍ 39 ແລະ​ໂດຍ​ພຣະ​ອົງ​ນັ້ນ​ທຸກ​ຄົນ​ທີ່​ເຊື່ອ​ຈະ​ໄດ້​ຖືກ​ຊົງ​ຊຳ​ຮະ​ທຸກ​ຢ່າງ ຊຶ່ງ​ຈະ​ຊຳ​ຮະ​ບໍ່​ໄດ້​ຕາມ​ພຣະ​ບັນ​ຍັດຂອງ​ໂມ​ເຊ 40 ເຫດ​ສັນ​ນັ້ນ​ຈົ່ງ​ລະ​ວັງ​ໃຫ້​ດີ ຢ້ານ​ວ່າ​ຄຳ​ທີ່​ຊົງ​ກ່າວ​ໄວ້​ດ້ວຍ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ ຈະ​ໄດ້​ມາ​ຖືກ​ພວ​ກທ່ານ 41 ຄື​ວ່າ, “ເບິ່ງ​ແມ໋, ສູ​ຜູ້​ຫມິ່ນ​ປ​ມາດ​ເຮີຍ ຈົ່ງ​ປ​ລາດ​ໃຈ​ແລະ​ຈິບ​ຫາຍ​ເສັຽ ດ້ວຍ​ວ່າ​ຝ່າຍ​ເຮົາ​ໄດ້​ກະ​ທຳ​ການ​ໃນ​ສະ​ໄຫມ​ຂອງ​ສູ ເປັນ​ການ​ທີ່​ສູ​ຈະ​ບໍ່​ເຊື່ອ​ເປັນ​ແນ່ ແມ່ນ​ວ່າ​ມີ​ຜູ້​ມາ​ເລົ່າ​ໃຫ້​ຟັງ​ແລ້ວ​ກໍ​ຕາມ” 42 ເມື່ອ​ທ່ານ​ທັງ​ສອງ​ກຳ​ລັງ​ຍ່າງ​ອອກ​ໄປ ເຂົາ​ກໍ​ອ້ອນວອນ​ຂໍ​ໃຫ້​ທ່ານ​ເລົ່າ​ຂໍ້​ຄວາມ​ທັງ​ຫລາຍ​ນີ້​ໃຫ້​ເຂົາ​ຟັງ​ອີກ​ໃນ​ວັນ​ສະ​ບາ​ໂຕ​ຫນ້າ 43 ເມື່ອ​ທີ່​ປະ​ຊຸມ​ເລີກ​ແລ້ວ​ມີ​ຄົນ​ຢິວ​ ແລະ​ຄົນ​ທີ່​ເຂົ້າ​ຮີດ​ຄອງ​ຢິວ​ຜູ້​ຢຳ​ເກງ​ພຣະ​ເຈົ້າ ໄດ້​ຕິດ​ຕາມ​ໂປ​ໂລ​ແລະ​ບາ​ຣະນາ​ບາໄປ ທ່ານ​ທັງ​ສອງ​ຈຶ່ງ​ກ່າວ​ຕັກ​ເຕືອນ​ໃຫ້​ເຂົາ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ 44 ຄັນ​ເຖິງວັນ​ສະ​ບາ​ໂຕ​ຫນ້າ ຄົນ​ເກືອບ​ຫມົດ​ທັງ​ເມືອງ​ໄດ້​ມາ​ປະ​ຊຸມ​ກັນ​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ 45 ແຕ່​ເມື່ອ​ພວກ​ຢິວ​ເຫັນ​ຄົນ​ຫລວງ​ຫລາຍ​ດັ່ງ​ນັ້ນ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເຫິງ​ສາ ຈຶ່ງ​ຄັດ​ຄ້ານ​ຕໍ່​ຄຳ​ກ່າວ​ຂອງ​ໂປ​ໂລ​ແລະ​ຫມິ່ນ​ປ​ມາດ​ທ່ານ 46 ຝ່າຍ​ໂປ​ໂລ​ກັບ​ບາ​ຣະນາບາມີ​ໃຈ​ກ້າ​ໄດ້​ກ່າວ​ວ່າ, “ຈຳ​ເປັນ​ທີ່​ຈະ​ຕ້ອງ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໃຫ້​ທ່ານ​ທັງ​ຫລາຍ​ຟັງ​ກ່ອນ ແຕ່​ຍ້ອນ​ທ່ານ​ທັງ​ຫລາຍ​ປັດ​ຖິ້ມ​ພຣະ​ທັມ​ນັ້ນ ແລະ​ຖື​ວ່າ​ຕົວ​ບໍ່​ສົມ​ຄວນ​ກັບ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ດັ່ງ​ນີ້​ເຮົາ​ກໍ​ປິ່ນ​ຫນ້າ​ໄປ​ຫາ​ພວກ​ຕ່າງ​ຊາດ 47 ເພາະ​ຢ່າງ​ນີ້​ແຫລະ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສັ່ງ​ເຮົາ​ວ່າ, “ເຮົາ​ໄດ້​ຕັ້ງ​ທ່ານ​ໄວ້ ໃຫ້​ເປັນ​ແສງ​ສວ່າງ​ຂອງ​ຄົນ​ຕ່າງ​ຊາດ ເພື່ອ​ທ່ານ​ຈະ​ເປັນ​ເຫດ​ໃຫ້​ພົ້ນ ເຖິງ​ທີ່​ສຸດ​ປາຍ​ແຜ່​ນດິນ​ໂລກ” 48 ຝ່າຍ​ຄົນ​ຕ່າງ​ຊາດ​ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ກໍ​ມີ​ຄວາມ​ຍິນ​ດີ ແລະ​ໄດ້​ສັຣ​ເສີນ​ພຣະ​ທັມ​ຂ​ອງ​ພຣະ​ເຈົ້າ ແລະ​ຄົນ​ທັງ​ຫລາຍ​ທີ່​ຊົງ​ຫມາຍ​ໄວ້​ແລ້ວ​ເພື່ອ​ໃຫ້​ໄດ້​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ກໍ​ໄດ້​ວາງ​ໃຈ​ເຊື່ອ 49 ແລະ​ພຣະ​ທັມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຜ່​ໄປ​ທົ່ວ​ຂອບ​ເຂດ​ນັ້ນ 50 ແຕ່​ພວກ​ຢິວ​ໄດ້​ຍົວະ​ຍົງ​ພວກ​ຜູ້​ຍິງ​ທີ່​ມີ​ກຽດ​ຕິ​ຍົດ ຊຶ່ງ​ຢຳ​ເກງ​ພຣະ​ເຈົ້າ​ກັບ​ທັງ​ຜູ້​ຊາຍ​ທີ່​ເປັນ​ໃຫຍ່​ໃນ​ເມືອງ​ນັ້ນ ໄດ້​ກໍ່​ການ​ຂົ່ມ​ເຫັງ​ໂປ​ໂລ​ແລະ​ບາ​ຣະນາບາ ຈຶ່ງ​ຂັບ​ໄລ່​ທ່ານ​ທັງ​ສອງ​ອອກ​ຈາກ​ເຂດ​ແດນ​ຂອ​ງ​ເຂົາ 51 ຝ່າຍ​ໂປ​ໂລ​ກັບ​ບາ​ຣະ​ນາ​ບາ​ກໍ​ຕັດ​ສຳ​ພັນ ດ້ວຍ​ສັ່ນ​ຂີ້​ຝຸ່ນ​ທີ່​ຕິດ​ຕີນ​ອອກ ແລ້ວ​ກໍ​ໄປ​ຍັງ​ເມືອງ​ອີ​ໂກ​ນິ​ອຸມ 52 ແຕ່​ພວກ​ສິດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ ແລະ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

ກິຈການ 14

ໂປ​ໂລກັບ​ບາ​ຣະນາ​ບາທີ່​ເມືອງ​ອີ​ໂກ​ນີ​ອຸມ

1 ອັນ​ນຶ່ງ​ໃນ​ເມືອງ​ອີ​ໂກ​ນີ​ອຸມ​ກໍ​ເຫມືອນ​ກັນ ທ່ານ​ທັງ​ສອງ​ໄດ້​ພາ​ກັນ​ເຂົ້າ​ໄປ​ກ່າວ​ໃນ​ໂຮງ​ທັມມະ​ເທ​ສ​ນາ​ຂອງ​ຊາວ​ຢິວ ຈົນ​ຊາວ​ຢິວ​ແລະ​ຊາວກ​ຣີກ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ວາງ​ໃຈ​ເຊື່ອ 2 ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ກໍ​ໄດ້​ຍົວະ​ຍົງ​ຄົນ​ຕ່າງ​ຊາດ​ໃຫ້​ຄຶດ​ປອງ​ຮ້າຍ​ຕໍ່​ພວກພີ່​ນ້ອງ 3 ຝ່າຍ​ທ່ານ​ທັງ​ສອງ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ​ເຫິງ​ສົມ​ຄວນ ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ວາງ​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ໄດ້​ຊົງ​ເປັນ​ພຍານ​ເຣື່ອງ​ພຣະ​ຄຸນ​ຂອງ​ພຣະ​ອົງ ໂດຍ​ຊົງ​ໂຜດ​ໃດ້​ທ່ານ​ທັງ​ສອງ​ເຮັດ​ຫມາຍ​ສຳ​ຄັນ ແລະ​ການ​ອັດສະ​ຈັນ​ໄດ້ 4 ແຕ່​ພົ​ລ​ເມືອງ​ສ່ວນ​ໃຫຍ່​ແຕກ​ເປັນ​ສອງ​ພວກ ພວກ​ນຶ່ງ​ຢູ່​ຝ່າຍ​ພວກ​ຢິວ ແລະ​ອີກ​ພວກ​ນຶ່ງ​ຢູ່​ຝ່າຍ​ພວກ​ອັ​ຄ​ສາ​ວົກ 5 ເມື່ອ​ຄົນ​ຕ່າງ​ຊາດ​ກັບ​ພວກ​ຢິວ​ແລະ​ພວກ​ຜູ້​ປົກ​ຄອງ​ຂອງ​ເຂົາ​ໄດ້​ພ້ອມ​ກັນ​ຈະ​ເຮັດ​ການ​ຫຍາບ​ຊ້າ ແລະ​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ໂປ​ໂລ​ກັ​ບ​ບາ​ຣະ​ນາ​ບາ 6 ທ່ານ​ທັງ​ສອງ​ກໍ​ຮູ້​ເຣື່ອງ ຈຶ່ງ​ຫນີ​ໄປ​ຍັງ​ເມືອງ​ທີ່​ຢູ່​ໃນ​ແຂວງ​ລີ​ກາ​ໂອ​ເນັຽ ຄື​ເມືອງລິ​ຊະ​ທາ ເມືອງ​ເດຣະເບ ກັ​ບ​ເຂດ​ອ້ອມ​ຣອບ​ນັ້ນ 7 ຢູ່​ທີ່​ນັ້ນ​ທ່ານ​ທັງ​ສອງ​ກໍ​ປະ​ກາດ​ຂ່າ​ວ​ປະ​ເສີດ

ໂປ​ໂລ​ຖືກ​ເຂົາ​ຄວ່າງ​ກ້ອນ​ຫີນ​ໃສ່​ທີ່​ເມືອງ​ລິ​ສ​ຕ​ຣາ

8 ອັນ​ນຶ່ງ​ທີ່​ເມືອງ​ລິ​ຊະ​ທາ​ມີ​ຊາຍ​ຄົນ​ນຶ່ງ​ນັ່ງ​ຢູ່​ໃຊ້​ຕີນ​ບໍ່​ໄດ້ ເປັນ​ງ່ອຍ​ຕັ້ງ​ແຕ່​ເກີດ​ມາ ແລະ​ບໍ່​ໄດ້​ຍ່າງ​ຈັກ​ເທື່ອ 9 ຄົນ​ຜູ້​ນີ້​ກໍ​ຟັງ​ໂປ​ໂລ​ເວົ້າ​ຢູ່ ເມື່ອ​ໂປ​ໂລ​ເພ່ງ​ເບິ່ງ​ກໍ​ເຫັນ​ຄົນ​ນັ້ນ​ມີ​ຄວາມ​ເຊື່ອ​ພໍ​ຈະ​ດີ​ພ​ຍາດ​ໄດ້ 10 ຈຶ່ງ​ຮ້ອງ​ສັ່ງ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຈົ່ງ​ລຸກ​ຢື​ນ​ຂຶ້ນ​ຊື່” ຄົນ​ງ່ອຍ​ນັ້ນ​ກໍ​ໂດດ​ຂຶ້ນ​ແລ້ວ​ຍ່າງ​ໄປ​ມາ 11 ເມື່ອ​ປະ​ຊາ​ຊົນ​ເຫັນ​ເຫດ​ການ​ທີ່​ໂປ​ໂລ​ເຮັດ​ນັ້ນ ກໍ​ພາ​ກັນ​ຮ້ອງ​ຂຶ້ນ​ເປັນ​ພາ​ສາລີ​ກາ​ໂອ​ເນັຽວ່າ, “ພວກ​ພຣະ​ແປງ​ກາຍ​ເປັນ​ມະ​ນຸດ​ລົງ​ມາ​ຫາ​ພວກ​ເຮົາ​ແລ້ວ” 12 ແລະ​ເຂົາ​ໄດ້​ເອີ້ນ​ບາ​ຣ໌​ນາ​ບັ​ສວ່າ ພຣະ​ເຊ​ອຸ​ສ ແລະ​ເອີ້ນ​ໂປ​ໂລ​ວ່າ ພຣະ​ເຮ​ຣະ​ເມ​ສ ເພາະ​ທ່ານ​ເປັນ​ຜູ້​ເວົ້າ 13 ສ່ວນ​ປະ​ໂຣ​ຫິດ​ປະ​ຈຳ​ຮູບ​ພຣະ​ເຊ​ອຸ​ສ ຊຶ່ງ​ຕັ້ງ​ຢູ່​ຫນ້າ​ເມືອງ ໄດ້​ຈູງ​ງົວ​ເຖິກ​ແລະ​ຖື​ພວງດອກ​ໄມ້​ມາ​ເຖິງ​ປະ​ຕູ​ເມືອງ​ພ້ອມດ້ວຍ​ປະ​ຊາ​ຊົນ ຫມາຍ​ໃຈ​ວ່າ​ຈະ​ຖວາຍ​ເຄື່ອງ​ບູ​ຊາ 14 ແຕ່​ເມື່ອ​ອັ​ຄ​ສາ​ວົກ​ບາ​ຣະນາ​ບາກັບ​ໂປ​ໂລ​ໄດ້​ຍິນ​ດັ່ງ​ນັ້ນ ກໍ​ຈີກ​ເສື້ອ​ຜ້າ​ຂອ​ງຕົນ​ເສັຽ ແລ້ວ​ແລ່ນ​ເຂົ້າ​ໄປ​ຖ້າມ​ກາງ​ປະ​ຊາ​ຊົນ​ຮ້ອງວ່າ, 15 “ທ່ານ​ທັງ​ຫລາຍ​ເອີຍ, ເຫດ​ສັນ​ໃດ​ຈຶ່ງ​ເຮັດ​ການ​ຢ່າງ​ນັ້ນ ເຮົາ​ທັງ​ສອງ​ເປັນ​ມະ​ນຸ​ດທຳ​ມະ​ດາ​ຢ່າງ​ດຽວ​ກັນ​ກັບ​ທ່ານ​ທັງ​ຫລາຍ ແລະ​ມາ​ປະ​ກາດ​ຂ່າວ​ປະ​ເສີດ​ໃຫ້​ພວກ​ທ່ານ​ກັບ​ຈາກ​ສິ່ງ​ອັນ​ບໍ່​ມີ​ປ​ໂຍດ​ເຫລົ່າ​ນີ້ ໃຫ້​ພວກ​ທ່ານ​ມາ​ຫາ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຜູ້​ໄດ້​ຊົງ​ສ້າງ​ຟ້າ​ສວັນ ແຜ່ນ​ດິນ​ໂລກ ນ້ຳ​ທະ​ເລ ແລະ​ສັ​ພ​ສິ່ງ​ທີ່​ຢູ່​ໃນ​ທີ່​ນັ້ນ 16 ໃນ​ຄາວ​ທີ່​ລ່ວງ​ໄປ​ແລ້ວ​ພຣະ​ອົງ​ໄດ້​ຊົງ​ປ່ອຍ​ບັນ​ດາ​ປະ​ຊາ​ຊາດ​ໃຫ້​ເຮັດ​ຕາມ​ຮີດ​ຄອງ​ຂອງ​ເຂົາ 17 ເຖິງ​ປານ​ນັ້ນ​ພຣະ​ອົງ​ບໍ່​ໄດ້​ຊົງ​ໃຫ້​ຂາດ​ພຍານ​ເຖິງ​ເຣື່ອງ​ພຣະ​ອົງ ເພາະ​ພຣະ​ອົງ​ໄດ້​ຊົງ​ເຮັດ​ການ​ດີ ຄື​ໄດ້​ບັນ​ດານ​ໃຫ້​ຝົນ​ຕົກ​ຈາກ​ຟ້າ​ສວັນ​ແລະ​ໃຫ້​ມີ​ຣະ​ດູ​ເກີ​ດ​ຜົນ ຈຶ່ງ​ຊົງ​ໂຜດ​ໃຫ້​ພວກ​ທ່ານ​ອີ່ມ​ເຕັມ​ໃຈ​ດ້ວຍ​ອາ​ຫານ​ການ​ກິນ ແລະ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ” 18 ເຖິງ​ແມ່ນ​ໄດ້​ກ່າວ​ຄຳ​ເຫລົ່າ​ນັ້ນ​ກໍ​ດີ ອັ​ຄ​ສາ​ວົກ​ທັ​ສອງ​ຍັງ​ຫ້າມ​ປະ​ຊາ​ຊົນ​ບໍ່​ໃຫ້​ຖວາຍ​ເຄື່ອງ​ບູ​ຊາ​ແກ່​ຕົນ​ໄດ້​ໂດຍ​ຍາກ​ຈົນ​ເກືອບ​ບໍ່​ແພ້ 19 ແຕ່​ມີ​ພວກ​ຢິວ​ມາ​ຈາກ​ເມືອງ​ອັນ​ຕີ​ໂອ​ກ ແລະ​ເມືອງ​ອີ​ໂກ​ນີ​ອຸມ ເມື່ອ​ໄດ້​ຊັກ​ຊວນ​ປະ​ຊາ​ຊົນ​ແລ້ວ ເຂົາ​ໄດ້​ເອົາ​ກ້ອນ​ຫີນ​ຄວ່າງ​ໃສ່​ໂປ​ໂລ ແລະ​ລາກ​ທ່ານ​ອອກ​ໄປ​ນອກ​ເມືອງ ຄຶດ​ວ່າ​ທ່ານ​ຕາຍ​ແລ້ວ 20 ແຕ່​ເມື່ອ​ພວກ​ສິດ​ໄດ້​ມາ​ອ້ອມ​ທ່ານ​ໄວ້​ແລ້ວ ທ່ານ​ໄດ້​ລຸກ​ຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ ເຖິງວັນ​ຫນ້າ​ທ່ານ​ໄດ້​ອອກ​ໄປ​ຍັງ​ເມືອງ​ເດ​ຣະເບ​ພ້ອມ​ກັບ​ທ່ານ​ບາ​ຣະນາ​ບາ

ກັບ​ມາຍັງ​ເມືອງ​ອັນ​ຕິ​ໂອກ​ແຂວງ​ຊີ​ເຣັຽ

21 ທ່ານ​ທັງ​ສອງ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ເມືອງ​ນັ້ນ ແລະ​ເມື່ອ​ໄດ້​ລູກ​ສິດ​ຫລາຍ​ຄົນ​ສົມ​ຄວນ ກໍ​ໄດ້​ກັບ​ຄືນ​ເມືອງ​ລິ​ຊະ​ທາ ເມືອງ​ອີ​ໂກ​ນີ​ອຸມ ແລະ​ເມືອງ​ອັນ​ຕີ​ໂອ​ກ 22 ໄດ້​ເຮັດ​ໃຫ້​ໃຈ​ລູກ​ສິດ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່ ຕັກ​ເຕືອນ​ເຂົາ​ໃຫ້​ດຳ​ຣົງ​ຢູ່​ໃນ​ພຣະ​ສາ​ສ​ນາ ແລະ​ກ່າວ​ວ່າ, “ເພື່ອ​ຈະ​ເຂົ້າ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ ເຮົາ​ທັງ​ຫລາຍ​ຈຳ​ເປັນ​ຕ້ອງ​ຜ່ານ​ຄວາມ​ທຸກ​ລຳ​ບາກ​ຫລາຍ​ປະ​ການ 23 ເມື່ອ​ໄດ້​ເລືອກ​ຕັ້ງ​ເຖົ້າ​ແກ່​ໃຫ້​ສາ​ວົກ​ໄວ້​ໃນ​ທຸກ​ຄ​ຣິ​ສ​ຕະ​ຈັກ ທັງ​ໄດ້​ອ້ອນວອນ​ແລະ​ຖື​ສິນ​ອົດ​ອາ​ຫານ ແລ້ວ​ທ່ານ​ທັງ​ສອງ​ໄດ້​ມອບ​ເຂົາ​ໄວ້​ກັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເຂົາ​ວາງ​ໃຈ​ເຊື່ອ​ນັ້ນ 24 ເມື່ອ​ທ່ານ​ທັງ​ສອງ​ໄດ້​ຜ່ານ​ແຂວງ​ປີ​ຊີ​ເດັຽ ກໍ​ໄດ້​ມາ​ເຖິງ​ແຂວງ​ປາມ​ຟີ​ເລັຽ 25 ແລະ​ເມື່ອ​ໄດ້​ກ່າວ​ພຣະ​ທັມ​ໃນ​ເມືອງ​ເປ​ຣ໌​ກາ​ແລ້ວ ກໍ​ລົງ​ໄປ​ຍັງ​ເມືອງ​ອາ​ຕາ​ເລັຽ 26 ຈາ​ກທີ່​ນັ້ນ​ທ່ານ​ທັງ​ສອງ​ໄດ້​ລົງ​ເຮືອສະ​ເພົາ​ເດີນ​ທາງ​ອອກ​ໄປ​ຍັງ​ເມືອງ​ອັນ​ຕີ​ໂອກ ຄື​ເມືອງ​ທີ່​ເຂົາ​ໄດ້​ຮັບ​ມອບ​ໄວ້​ແກ່​ພຣະ​ຄຸນຂອງ​ພຣະ​ເຈົ້າ ໃຫ້​ເຮັດ​ຫນ້າ​ທີ່​ນັ້ນ​ຊຶ່ງ​ທ່ານ​ທັງ​ສອງ​ໄດ້​ເຮັດ​ໃຫ້​ສຳ​ເຣັດ​ແລ້ວ 27 ເມື່ອ​ມາ​ເຖິງ​ແລ້ວ​ທ່ານ​ທັງ​ສອງ​ໄດ້​ເອີ້ນ​ໃຫ້​ຄ​ຣິ​ສ​ຕະ​ຈັກ​ມາ​ປະ​ຊຸມ ແລ້ວ​ໄດ້​ເລົ່າ​ໃຫ້​ເຂົາ​ຟັງ​ເຖິງ​ການ​ທັງ​ປວງ ຊຶ່ງ​ພຣະ​ເຈົ້າ​ຜູ້​ຊົງ​ສະ​ຖິດ​ກັ​ບ​ເຂົາ​ໄດ້​ຊົງ​ກະ​ທຳ ກັບ​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ໄຂ​ປະ​ຕູ​ແຫ່ງ​ຄວາມ​ເຊື່ອ​ໃຫ້​ຄົນ​ຊາດ​ເຂົ້າ​ມາ 28 ແລ້ວ​ທ່ານ​ທັງ​ສອງ​ໄດ້​ອາ​ໄສ​ຢູ່​ກັບ​ພວກ​ສິດ​ຫລາຍ​ວັນ

ກິຈການ 15

ການ​ປະ​ຊຸມ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ

1 ມີ​ລາງ​ຄົນ​ລົງ​ມາ​ຈາກ​ແຂວງ​ຢູ​ດາຍ​ໄດ້​ຕັ້ງ​ຕົ້ນ​ສັ່ງ​ສອນ​ພວກ​ພີ່​ນ້ອງວ່າ, “ຖ້າ​ທ່ານ​ທັງ​ຫລາຍ​ບໍ່​​ຮັບ​ພິ​ທີ​ຕັດຕາມ​ຮີ​ດ​ຄອງ​ຂອງ​ໂມ​ເຊ ພວກ​ທ່ານ​ຈະ​ພົ້ນ​​ບໍ່​ໄດ້” 2 ເມື່ອ​ເກີດ​ການ​ໂຕ້​ແຍ້ງ​ຜິດ​ຖຽງ​ກັນຫ​ລາຍ ລະ​ຫວ່າງ​ໂປ​ໂລ​ແລະ​ບາ​ຣະນາ​ບາກັບ​ຄົນ​ເຫລົ່າ​ນັ້ນ ເຂົາ​ກໍ​ໄດ້​ຕົກ​ລົງ​ໃຫ້​ໂປ​ໂລ​ແລະ​ບາຣະນາ​ບາກັບ​ຄົນ​ອື່ນໆ​ໃນ​ພວກ​ນັ້ນ​ຂຶ້ນ​ເມືອ​ຫາ​ລື​ກັນ​ກັບ​ອັ​ຄ​ສາ​ວົກ​ແລະ​ພວກ​ເຖົ້າ​ແກ່​ໃນກຸງ​ເຢ​ຣູ​ຊາ​ເລັມ ດ້ວຍ​ເຣື່ອງ​ຜິດ​ຖຽງ​ກັນ​ນັ້ນ 3 ດັ່ງ​ນັ້ນ​ຄ​ຣິ​ສ​ຕະ​ຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫລົ່າ​ນັ້ນ​ໄປ ແລະ​ຂ​ນະ​ທີ່​ເຂົາ​ກຳ​ລັງ​ຜ່ານ​ແຂວງ​ຟອຍ​ນີ​ເກ​ແລະ​ແຂວງ​ຊາມາ​ເຣັຽ ເຂົາ​ໄດ້​ເລົ່າ​ເຖິງ​ເຣື່ອງ​ການ​ກັບ​ໃຈ​ໃຫມ່​ຂອງ​ຄົນ​ຕ່າງ​ຊາດ ຈຶ່ງ​ເຮັດ​ໃຫ້​ພີ່​ນ້ອງ​ທັງ​ປວງ​ມີ​ຄວາມ​ຍິນ​ດີ​ຫລາຍ 4 ເມື່ອ​ມາ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ ຄຣິ​ສ​ຕະ​ຈັກ ພວກ​ອັ​ຄ​ສາ​ວົກ ແລະ​ພວກ​ເຖົ້າ​ແກ່​ໄດ້​ຕ້ອນ​ຮັບ​ທ່ານ​ເຫລົ່າ​ນັ້ນ ແລ້ວ​ພວກ​ທ່ານ​ໄດ້​ເລົ່າ​ເຖິງ​ການ​ທັງ​ປວງ​ທີ່​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ​ເຂົາ​ໄດ້​ຊົງ​ກະ​ທຳ 5 ແຕ່​ມີ​ບາງ​ຄົນ​ໃນ​ພວກ​ຟາ​ຣີ​ຊາຍ​ທີ່​ເຊື່ອ​ແລ້ວ ໄດ້​ຢືນ​ຂຶ້ນ​ກ່າວ​ວ່າ, “ຄົນ​ຕ່າງ​ຊາດ​ນັ້ນ​ຕ້ອງ​ໃຫ້​ເຂົາ​ຮັບ​ພິ​ທີ​ຕັດ ແລະ​ສັ່ງ​ໃຫ້​ເຂົາ​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ໂມ​ເຊ” 6 ຝ່າຍ​ອັ​ຄ​ສາ​ວົກ​ກັບ​ພວກ​ເຖົ້າ​ແກ່​ໄດ້​ປະ​ຊຸມ​ກັນ​ພິ​ຈາ​ຣະ​ນາ​ບັນ​ຫາ​ເຣື່ອງ​ນີ້ 7 ເມື່ອ​ເກີດ​ການ​ໂຕ້​ຖຽງ​ກັນ​ຫລາຍ​ວັນ ເປ​ໂຕ​ໄດ້​ລຸກ​ຂຶ້ນ​ກ່າວວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຈົ້າ​ທັງ​ຫລາຍ​ຮູ້​ຢູ່​ວ່າ ເມື່ອ​ຫົວ​ທີ​ນັ້ນ​ພຣະ​ເຈົ້າ​ໄດ້​ຊົງ​ຄັດ​ເລືອກ​ເອົາ​ເຮົາ​ຈາກ​ພວກ​ເຈົ້າ ເພື່ອ​ວ່າ​ດ້ວຍ​ປາກ​ຂອງເຮົາ​ຄົນ​ຕ່າງ​ຊາດ​ຈະ​ໄດ້​ຍິນ​ພຣະ​ທັມ​ເຣື່ອງ​ຂ່າວ​ປະ​ເສີດ ແລະ​ຈະ​ໄດ້​ເຊື່ອ 8 ພຣະ​ເຈົ້າ​ຜູ້​ຊົງ​ຢັ່ງ​ຮູ້​ຈິດ​ໃຈ​ໄດ້​ຊົງ​ສະ​ແດງ​ການ​ຕ້ອນ​ຮັບ​ເຂົາ ໂດຍ​ຊົງ​ປະ​ທານ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໃຫ້​ເຂົາ​ເຫມືອນ​ໄດ້​ຊົງ​ປະ​ທານ​ແກ່​ພວກ​ເຮົາ​ແລ້ວ 9 ພຣະ​ອົງ​ບໍ່​ໄດ້​ຊົງ​ຖື​ວ່າ​ເຂົາ​ແຕກ​ຕ່າງ​ກັບ​ພວກ​ເຮົາ ເພາະ​ພຣະ​ອົງ​ໄດ້​ຊົງ​ຊຳ​ຮະ​ຈິດ​ໃຈ​ຂອງ​ເຂົາ​ໃຫ້​ສະ​ອາດ​ດ້ວຍ​ຄວາມ​ເຊື່ອ 10 ຖ້າ​ຢ່າງ​ນັ້ນ ບັດ​ນີ້​ເປັນ​ຫຍັງ​ເຈົ້າ​ທັງ​ຫລາຍ​ຈຶ່ງ​ທົດ​ລອງ​ພຣະ​ເຈົ້າ ໂດຍ​ເອົາ​ແອກວາງ​ໃສ່​ຄໍ​ພວກ​ສິດ ຊຶ່ງ​ແອກ​ນັ້ນ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ຫລື​ຕົວ​ເຮົາ​ເອງກໍ​ແບກ​ບໍ່​ໄຫວ 11 ແຕ່​ພວກ​ເຮົາ​ເຊື່ອ​ວ່າ​ເຮົາ​ຈະ​ໄດ້​ພົ້ນ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ​ເຈົ້າ​ເຢ​ຊູ​ເຫມືອນ​ຢ່າງ​ເຂົາ” 12 ຝ່າຍ​ຄົນ​ທັງ​ປວງ​ກໍ​ມິດ​ງຽບ​ຢູ່ ຟັງ​ບາ​ຣະ​ນາ​ບາ​ກັບ​ໂປ​ໂລ​ເລົ່າ​ເຣື່ອງຫມາຍ​ສຳ​ຄັນ​ແລະ​ການອັດ​ສະ​ຈັນ​ຕ່າງໆ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໂດຍ​ເຂົາ​ໃນ​ຫມູ່​ຄົນ​ຕ່າງ​ຊາດ 13 ເມື່ອ​ການ​ກ່າວ​ນັ້ນ​ຈົ​ບລົງ​ແລ້ວ ຢາ​ໂກ​ໂບ​ໄດ້​ກ່າວ​ຂຶ້ນ​ວ່າ, “ຈົ່ງ​ຟັງ​ເຮົາ​ກ່ອນ, ພີ່ນ້ອງ​ທັງ​ຫລາຍ​ເອີຍ 14 ຊີ​ເມ​ໂອນ​ໄດ້​ເລົ່າ​ໃຫ້​ຟັງ​ແລ້ວ​ວ່າ ພຣະ​ເຈົ້າ​ໄດ້​ຊົງຢ້​ຽມ​ຢາມ​ຄົນ​ຕ່າງ​ຊາດ​ເທື່ອ​ທຳ​ອິດ ເພື່ອ​ຊົງ​ເລືອກ​ເອົາ​ພົ​ລ​ເມືອງ​ກຸ່ມ​ນຶ່ງ​ອອກ​ຈາກ​ເຂົາ ໃຫ້​ເປັນ​ຂອງ​ພຣະ​ອົງ 15 ຄຳ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ກໍ​ຖືກ​ຕ້ອງ​ກັບ​ເຣື່ອງ​ນີ້​ຕາມ​ທີ່​ໄດ້​ຂຽນ​ໄວ້​ແລ້ວ​ວ່າ, 16 “ພາຍ​ຫລັງ​ເຫດ​ການ​ນັ້ນ​ເຮົາ​ຈະ​ກັບ​ຄືນ​ມາ ເຮົາ​ຈະ​ສ້າງ​ຜາ​ສາດ​ຂອງ​ດາ​ວິດ​ທີ່​ເພ​ພັງ​ລົງ​ແລ້ວ​ຂຶ້ນ​ໃຫມ່ ສິ່ງ​ທີ່​ເພ​ພັງ​ນັ້ນ​ເຮົາ​ຈະ​ສ້າງ​ຂຶ້ນ​ໃຫມ່​ແລະ​ຈະ​ຕັ້ງ​ຂຶ້ນ​ອີກ 17 ເພື່ອ​ຄົນ​ອື່ນໆ​ຈະ​ໄດ້​ສ​ແວງ​ຫາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ບັນ​ດາ​ຄົນ​ຕ່າງ​ຊາດທີ່​ເຮົາ​ໄດ້​ເອີ້ນ​ມາ​ເປັນ​ພົ​ລ​ເມືອງ​ຂອງ​ເຮົາ 18 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ແຈ້ງ​ເຫດ​ການ​ເຫລົ່າ​ນີ້​ໃຫ້​ຊາບ​ແຕ່​ບູ​ຮານ​ການ​ໄດ້​ຊົງ​ກ່າວ​ໄວ້​ດັ່ງ​ນີ້” 19 ເຫດ​ສັນ​ນີ້​ຕາມ​ຄວາມ​ເຫັນ​ຂອງ​ເຮົາ​ວ່າ ຢ່າ​ຣົບ​ກວນ​ຄົນ​ຕ່າງ​ຊາດ​ທີ່​ກຳ​ລັງ​ຫລົບ​ມາ​ຫາ​ພຣະ​ເຈົ້າ 20 ແຕ່​ເຮົາ​ຈົ່ງ​ສັ່ງ​ເຂົາ​ເປັນ​ລາຍ​ລັກອັກ​ສອນ ໃຫ້​ເວັ້ນ​ເສັຽ​ຈາກ​ສິ່ງ​ຊົ່ວ​ມົວ​ຫມອງ​ເນື່ອງ​ດ້ວຍ​ພຣະ​ທຽມ ຈາກ​ການ​ຫລີ້​ນຊູ້ ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄຳ ແລະ​ຈາກ​ການ​ກິນ​ເລືອດ 21 ເພາະ​ວ່າ​ຕັ້ງ​ແຕ່​ເຊັ່ນ​ບູ​ຮານ​ມາ​ໃນ​ທຸກ​ເມືອງ​ມີ​ຜູ້​ປະ​ກາດ​ເຣື່ອງ​ຂອງ​ໂມ​ເຊ ເພາະ​ເຂົາ​ໄດ້​ອ່ານ​ພຣະ​ບັນ​ຍັດ​ຂອງ​ທ່ານ​ໃນ​ໂຮງ​ທັມ​ມະ​ເທ​ສນາ​ທຸກວັນ​ສະ​ບາ​ໂຕ”

ຄວາມ​ເຫັນ​ຂອງ​ທີ່​ປະ​ຊຸມ

22 ຂ​ນະ​ນັ້ນ​ພວກ​ອັ​ຄ​ສາ​ວົກ ​ແລະ​ພວກ​ເຖົ້າ​ແກ່​ກັບຄ​ຣິ​ສ​ຕະ​ຈັກ​ທັງ​ຫມົດ ກໍ​ເຫັນ​ດີ​ເລືອກ​ເອົາ​ຊາຍ​ບາງ​ຄົນ​ໃນ​ພວກ​ເຂົາ ໃຫ້​ໄປ​ຍັງ​ເມືອງ​ອັນ​ຕີ​ໂອກ​ພ້ອມ​ດ້ວຍ​ໂປ​ໂລ​ແລະ​ບາ​ຣະ​ນາບາຄື​ຢູ​ດາ​ຜູ້​ມີ​ຊື່​ອີກວ່າ​ບາ​ຣະ​ຊາ​ບາ ກັບ​ຊີ​ລາ ຊາຍ​ທັງ​ສອງ​ນີ້​ເປັນ​ຄົນ​ສຳ​ຄັນ​ໃນ​ພວກ​ພີ່​ນ້ອງ 23 ເຂົາ​ໄດ້​ຂຽນ​ຈົດ​ຫມາຍມອບ​ໃຫ້​ທ່ານ​ທັງ​ສອງ​ຖືໄປ​ວ່າ, “ອັ​ຄ​ສາ​ວົກ​ແລະ​ພວກ​ເຖົ້າ​ແກ່​ຜູ້​ເປັນ​ພີ່​ນ້ອງ​ຂອງ​ພວກ​ທ່ານ ຄຳ​ນັບ​ມາ​ຍັງ​ທ່ານ​ທັງ​ຫລາຍ​ຜູ້​ເປັນ​ພີ່​ນ້ອງ ຊຶ່ງ​ເປັ​ນ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ເມືອງ​ອັນ​ຕີ​ໂອກ​ແຂວງ​ຊີ​ເຣັຽ ແລະ​ແຂວງ​ກີ​ລີ​ເກັຽ​ຊາບ 24 “ດ້ວຍ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ​ມີ​ລາງ​ຄົນ​ໃນ​ພວກ​ເຮົາ ໄດ້​ໄປ​ຮົບ​ກວນ​ ແລະ​ເຮັດ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ປັ່ນ​ປ່ວນ​ໄປ ດ້ວຍ​ຖ້ອຍ​ຄຳ​ທີ່​ເຮົາ​ບໍ່​ໄດ້​ສັ່ງ​ເຂົາ 25 ພວກ​ເຮົາ​ຈຶ່ງ​ພ້ອມ​ກັນ​ເຫັນ​ດີ​ທີ່​ຈະ​ເລືອກ​ເອົາ​ຊາຍ​ບາງ​ຄົນ ໃຫ້​ໄປ​ຫາ​ພວກ​ທ່ານ​ພ້ອມ​ດ້ວຍ​ບາ​ຣ໌​ນາ​ບັສ​ແລະ​ໂປ​ໂລ ຜູ້​ເປັນ​ທີ່​ຮັກ​ຂອງ​ພວກ​ເຮົາ 26 ຄື​ຜູ້​ທີ່​ຍອມ​ສ​ລະ​ຊີ​ວິດ​ຂອງ​ຕົນ​ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 27 ເຫດ​ສັນນັ້ນ​ພວກ​ເຮົາ​ຈຶ່ງ​ໃຊ້​ຢູ​ດາ​ກັບ​ຊີ​ລັ​ສ​ມາ ເປັນ​ຜູ້​ທີ່​ຈະ​ເລົ່າ​ຂ​ໍ້​ຄວາມ​ອັນ​ດຽວ​ກັນ​ນີ້​ດ້ວຍ​ປາກ​ຂອງ​ເຂົາ 28 ດ້ວຍ​ວ່າ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ເຫັນ​ດີພ້ອມ​ດ້ວຍ​ພວກ​ເຮົາ​ວ່າ ຈະ​ບໍ່​ວາງ​ພາ​ຣະ​ຫນັກ​ໃດໆ​ໃສ່​ພວກ​ທ່ານ ນອກ​ຈາກ​ສິ່ງ​ເຫລົ່າ​ນີ້​ທີ່​ຈຳ​ເປັນ​ຄື 29 ໃຫ້​ທ່ານ​ທັງ​ຫລາຍ​ງົດ​ຈາກ​ການກິນ​ສິ່ງ​ຂອງ​ທີ່​ເຂົາ​ບູ​ຊາ​ແກ່​ພຣະ​ທຽມ ຈາກ​ການ​ກິນ​ເລືອດ ຈາກ​ການ​ກິນ​ສັດ​ຮັດ​ຄໍ​ຕາຍ ແລະ​ຈາກ​ການ​ຫລິ້ນ​ຊູ້ ຖ້າ​ທ່ານ​ທັງ​ຫລາຍ​ງົດ​ຈາກ​ການ​ເຫລົ່າ​ນີ້ ທ່ານ​ກໍ​ຢູ່​ເຢັນ​ເປັນ​ສຸກ ຈົ່ງ​ຈະ​ເຣີນ​ເທີນ” 30 ເມື່ອ​ຖືກ​ໃຊ້​ໄປ​ແລ້ວ​ທ່ານເຫລົ່າ​ນັ້ນ​ກໍ​ລົງ​ໄປ​ເຖິງ​ເມືອງອັນ​ຕີ​ໂອກ ເມື່ອ​ໄດ້​ເອີ້ນ​ຄົນ​ທັງ​ປວງ​ມາ​ປະ​ຊຸມ​ກັນ​ແລ້ວ ຈຶ່ງມອບ​ຈົດ​ຫມາຍ​ສະ​ບັບ​ນັ້ນ​ໃຫ້ 31 ເມື່ອ​ອ່ານ​ແລ້ວ​ກໍ​ມີ​ຄວາມ​ຍິນດີ​ໃນ​ຄຳ​ຫນຸນ​ໃຈ​ນັ້ນ 32 ຝ່າຍ​ຢູ​ດາ​ກັບ​ຊີ​ລັ​ສ​ເປັນຜູ້​ປະ​ກາດ​ພຣະ​ທັມ​ເຫມືອນ​ກັນ​ໄດ້​ກ່າວ​ເຕືອນ​ສະ​ຕິ​ຫນຸນ​ໃຈ​ພວກ​ພີ່ນ້ອງ​ເປັນ​ການ​ຍືດ​ຍາວ​ໃຫ້​ມີ​ກຳ​ລັງ​ຂຶ້ນ 33 ຄັນ​ພັກ​ຢູ່​ເປັນ​ເວ​ລາ​ພໍ​ສົມ​ຄວນ​ແລ້ວ ທ່ານ​ທັງ​ສອງກໍ​ຖື​ກ​ໃຫ້​ກັບ​ຄືນ​ດ້ວຍ​ຄວາມ​ສຸກ ເມືອ​ຫາ​ຜູ້​ທີ່​ໃຊ້​ຕົນ​ມາ​ນັ້ນ 34 “ຝ່າຍ​ຊີ​ລາກໍ​ເຫັນ​ດີ​ຍັງ​ຈະ​ພັກ​ຢູ່​ທີ່​ນັ້ນ) 35 ແຕ່​ໂປ​ໂລ​ກັບ​ບາຣະນາ​ບາ​ກໍ​ຍັງ​ຢູ່​ເມືອງ​ອັນ​ຕີ​ໂອກ​ຕໍ່​ໄປ ທ່ານ​ທັງ​ສອງ​ພ້ອມດ້ວຍ​ຄົນ​ອື່ນ​ອີກ​ຫລາຍ​ຄົນ ໄດ້​ສັ່ງ​ສອນ​ແລະ​ປະ​ກາດ​ຂ່າວ​ປະ​ເສີດ ຄື​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ໂປ​ໂລ​ກັບ​ບາ​ຣ໌​ນາ​ບັສ​ແຍກ​ຈາກ​ກັນ

36 ຄັນ​ລ່ວງ​ໄປ​ໄດ້​ຫລາຍ​ວັນ​ແລ້ວ​ໂປ​ໂລ​ຈຶ່ງ​ເວົ້າ​ກັບ​ບາ​ຣະນາ​ບາວ່າ, “ໃຫ້​ເຮົາ​ພາກັນ​ກັບ​ໄປ​ຢ້ຽມ​ຢາມ​ພວກ​ພີ່​ນ້ອງ ໃນ​ທຸກ​ເມືອງ​ທີ່​ເຮົາ​ໄດ້​ປະ​ກາດ​ພຣະ​ທັມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ນັ້ນ ເພື່ອ​ຮູ້​ວ່າ​ເຂົາ​ເປັນ​ຢ່າງ​ໃດ” 37 ສ່ວນ​ບາ​ຣະນາ​ບາ​ມີ​ນ້ຳ​ໃຈ​ຢາກ​ເອົາ​ໂຢ​ຮັນ ຜູ້​ມີ​ຊື່​ວ່າ​ມາ​ຣະ​ໂກ​ໄປ​ນຳ 38 ແຕ່​ໂປ​ໂລ​ບໍ່​ເຫັນ​ຄວນ​ທີ່​ຈະ​ເອົາ​ໂຢ​ຮັນ​ໄປ​ນັ້ນ ດ້ວຍໂຢ​ຮັນ​ໄດ້​ປະ​ທ່ານ​ທັງ​ສອງ​ໄວ້​ທີ່​ແຂວງ​ປຳ​ຟີ​ເລັຽ ແລະ​ບໍ່​ໄດ້​ໄປ​ນຳ​ເຂົາ 39 ແລ້ວ​ໄດ້​ເກີດ​ການ​ຖົກ​ຖຽງ​ກັນ​ຢ່າງ​ແຂງ​ແຮງ​ຈົນ​ແຍກ​ຈາກ​ກັນ ບາ​ຣະນາບາ​ຈຶ່ງ​ເອົາ​ມາ​ຣະ​ໂກ​ລົງ​ເຮືອ​ສະ​ເພົາ​ເດີນ​ທາງ​ໄປ​ຍັງ​ເກາະ​ໄຊ​ປ​ຣັ​ສ 40 ແຕ່​ໂປ​ໂລ​ໄດ້​ເລືອກ​ເອົາ​ຊີ​ລາ ແລະ​ເມື່ອ​ພວກ​ພີ່​ນ້ອງ​ໄດ້​ຝາກ​ທ່ານ​ທັງ​ສອງ​ໄວ້​ໃນ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ກໍ​ໄດ້​ອອກ​ໄປ 41 ແລ້ວ​ທ່ານ​ໄດ້​ຜ່ານ​ແຂວງ​ຊີ​ເຣັຽ ກັບ​ແຂວ​ງ​ກີ​ລີ​ເກັຽ​ຫນຸນ​ໃຈ​ຄ​ຣິ​ສ​ຕະ​ຈັກ​ໃຫ້​ມີ​ກຳ​ລັງ​ຂຶ້ນ

ກິຈການ 16

ຕີ​ໂມ​ທຽວ​ຮ່ວ​ມ​ທາງ​ກັບ​ໂປ​ໂລ​ແລະ​ຊີ​ລັ​ສ

1 ຝ່າຍ​ໂປ​ໂລ​ກໍ​ໄດ້​ໄປ​ຍັງ​ເມືອງ​ເດ​ຣະເບ​ແລະ​ເມືອງ​ລິ​ຊະ​ທາ ແລະ​ເບິ່ງ​ແມ໋, ທີ່​ນັ້ນ​ມີ​ລູກ​ສິດ​ຜູ້​ນຶ່ງ​ຊື່​ຕີ​ໂມ​ທຽວ ເປັນ​ລູກ​ຊາຍ​ຂອງຍິງ​ຊາວ​ຢິວ​ຄົນ​ນຶ່ງ​ຜູ້​ເຊື່ອ​ຖື ແຕ່​ພໍ່​ເປັນ​ຊາວກ​ຣີກ 2 ຕີ​ໂມ​ທຽວ​ເປັນຄົນ​ທີ່​ມີ​ຊື່​ສຽງ​ດີ​ໃນ​ຖ້າມ​ກາງ​ພວກ​ພີ່​ນ້ອງ​ທີ່​ຢູ່​ໃນ​ເມືອງ​ລິ​ຊະ​ທາ ແລະ​ເມືອງ​ອີ​ໂກ​ນີອຸມ 3 ໂປ​ໂລ​ມີ​ໃຈ​ຢາກ​ເອົາ​ຕີ​ໂມ​ທຽວ​ໄປ​ນຳ ຈຶ່ງ​ໄດ້​ໃຫ້​ຮັບ​ພິ​ທີ​ຕັດ​ເພາະ​ເຫັນ​ແກ່​ຊາວ​ຢິວ​ທີ່​ຢູ່​ໃນ​ເຂດ​ນັ້ນ ເພາະ​ຄົນ​ເຫລົ່າ​ນັ້ນ​ທຸກ​ຄົນ​ຮູ້​ວ່າ​ພໍ່​ຂອງ​ທ່ານ​ເປັນ​ຊາວກ​ຣີກ 4 ເມື່ອ​ທ່ານ​ເຫລົ່າ​ນັ້ນ​ກຳ​ລັງ​ຜ່ານ​ໄປ​ຕາມ​ເມືອງ​ຕ່າງໆ​ກໍ​ໄດ້​ມອບ​ຂໍ້​ບັງ​ຄັບ​ທີ່​ພວກ​ອັ​ຄ​ສາ​ວົກ​ແລະ​ພວກ​ເຖົ້າແກ່​ທີ່​ຢູ່​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ໄດ້​ຕົກ​ລົງ​ກັນ​ນັ້ນ​ໃຫ້​ເຂົາ​ຖື​ຮັກ​ສາ 5 ດ້ວຍ​ເຫດ​ນີ້​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາ​ຍ​ຈຶ່ງ​ເຂັ້ມ​ແຂງ​ຂຶ້ນ​ໃນ​ຄວາມ​ເຊື່ອ ແລະ​ຈຳ​ນວນ​ຄ​ຣິ​ສ​ຕະ​ສະ​ມາ​ຊິກ​ກໍ​ທະ​ວິ​ຂຶ້ນ​ທຸກໆ​ວັນ

ໂປ​ໂລ​ເຫັນ​ນິ​ມິດ​ທີ່​ເມືອງ​ໂທ​ອາດ

6 ເມື່ອ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ​ຊົງ​ຫ້າມ​ບໍ່​ໃຫ້​ກ່າວ​ພຣະ​ທັມ​ໃນ​ແຂ​ວງ​ອາ​ເຊັຽ ທ່ານ​ທັງ​ສອງ​ໄດ້​ທຽວ​ໄປ​ທົ່ວ​ເຂດ​ແດນ​ເມືອງຟີ​ເຄັຽ​ແລະ​ເມືອງ​ຄາ​ລາ​ເຕັຽ 7 ເມື່ອ​ເມາ​ເຖິງ​ເຂດ​ມີ​ເຊັຽ​ແລ້ວ​ກໍ​ພ​ຍາ​ຍາມ​ຈະ​ເຂົ້າ​ໃນ​ເຂດ​ແດນ​ເມືອງ​ບີ​ທີ​ເນັຽ ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ເຢ​ຊູ​ບໍ່​ຊົງ​ອະ​ນຸ​ຍາດ 8 ເມື່ອ​ທ່ານ​ເຫລົ່າ​ນັ້ນ​ໄດ້​ເດີນ​ທາງ​ລຽບ​ເມືອງ​ມີ​ເຊັຽ​ໄປ​ກໍ​ລົງ​ໄປ​ເຖິງ​ເມືອງ​ໂທ​ອາດ 9 ໃນ​ກາງ​ຄືນ​ໂປ​ໂລ​ໄດ້​ເຫັນ​ໃນ​ນິ​ມິດ ມີ​ຊາຍຊາວ​ມາ​ເກ​ໂດ​ເນັຽ​ຄົນ​ນຶ່ງ​ຢືນ​ຢູ່​ອ້ອນວອນ​ວ່າ, “ຂໍ​ຂ້າມ​ມາ​ເຖິງ​ເມືອງ​ມາ​ເກ​ໂດ​ເນັຽ​ພີ້ ເພື່ອ​ຊ່ອຍພວກ​ຂ້າ​ນ້ອຍ​ແດ່​ທ້ອນ” 10 ເມື່ອ​ທ່ານ​ໄດ້​ເຫັນ​ນິ​ມິດ​ດັ່ງ​ນັ້ນ​ແລ້ວ ພວກ​ເຮົາ​ຈຶ່ງພ​ຍາຍາມ​ທັນ​ທີ​ທີ່​ຈະ​ອອກ​ໄປ​ເຖິງ​ເມືອງ​ມາ​ເກ​ໂດ​ເນັຽ ດ້ວຍ​ເຫັນ​ແນ່​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ພວກ​ເຮົາ​ໃຫ້​ໄປ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຊາວ​ເມືອງ​ນັ້ນ

ນາງລີ​ເດັຽ​ຮັບ​ເຊື່ອ

11 ເຫດ​ສັນ​ນັ້ນ​ເມື່ອ​ຈາກເມືອງ​ໂທ​ອາດທາງ​ເຮືອສະ​ເພົາ ພວກ​ເຮົາ​ໄດ້​ໄປ​ທາງ​ຊື່​ເຖິງ​ເມືອງຊາ​ໂມ​ທາ​ເກ ຕົກ​ວັນ​ຫນ້າ​ກໍ​ມາ​ເຖິງ​ເມືອງ​ເນ​ອາ​ໂປ​ລີ 12 ເມື່ອ​ອອກ​ຈາກ​ທີ່​ນັ້ນ​ແລ້ວ​ກໍ​ມາ​ເຖິງ​ເມືອງ​ຟີ​ລິບ​ປອຍ ທີ່​ເປັນ​ເມືອງ​ເອກ​ໃນ​ເຂດ​ມາ​ເກ​ໂດ​ເນັຽ ທັງ​ເປັນ​ເມືອງ​ຂຶ້ນຂອງ​ຊາວ​ໂຣມ ຝ່າຍ​ພວກ​ເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ​ສົມ​ຄວນ 13 ອັນ​ນຶ່ງ​ໃນ​ວັນ​ສະ​ບາ​ໂຕ ພວກ​ເຮົາ​ໄດ້​ອອກ​ໄປ​ນອກ​ປະ​ຕູ​ເມືອງ​ເຖິງ​ຝັ່ງ​ແມ່​ນ້ຳ ທີ່​ເຮົາ​ຄຶດ​ວ່າ​ມີ​ບ່ອນ​ສຳ​ລັບ​ໄຫວ້ວອນ ຈຶ່ງ​ໄດ້​ນັ່ງ​ລົງ​ສົນ​ທະ​ນາ​ກັບ​ພວກ​ຜູ້​ຍິງ​ທີ່​ມາ​ໂຮມ​ກັນ 14 ແລະ​ມີ​ຍິງ​ຄົນ​ນຶ່ງ​ຊື່ ລີ​ເດັຽມາ​ຈາກ​ເມືອງ​ທົວເຕຣາ ເປັນ​ຄົນ​ຂາຍ​ຜ້າ​ສີ​ມ່ວງ​ອ່ອນ ນາງ​ມີ​ໃຈ​ຢຳ​ເກງ​ພຣະ​ເຈົ້າ ເມື່ອ​ນາງ​ຟັງ​ເຮົາ​ຢູ່​ພຣະ​ເຈົ້າ​ໄດ້​ຊົງ​ໄຂ​ຈິດ​ໃຈ​ຂອງ​ນາງ ໃຫ້​ເອົາ​ໃຈ​ໃສ່​ໃນ​ຖ້ອຍ​ຄຳ​ທີ່​ໂປ​ໂລ​ກຳ​ລັງ​ກ່າວນັ້ນ 15 ເມື່ອ​ນາງ​ພ້ອມ​ກັບ​ໄທ​ເຮືອນ​ຂອງ​ຕົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ກໍ​ໄດ້​ເຊີນ​ພວກ​ເຮົາ​ວ່າ, “ຖ້າ​ພວກ​ທ່ານ​ເຫັນ​ວ່າ ຂ້າ​ນ້ອຍ​ເປັນ​ຜູ້​ເຊື່ອ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເຊີນ​ເຂົ້າມາ​ພັກ​ອາ​ໄສ​ໃນ​ເຮືອນ​ຂອງ​ຂ້າ​ນ້ອຍ” ແລະ​ນາງ​ໄດ້​ວອນ​ຂໍ​ຈົນ​ເຮົາ​ຂັດ​ບໍ່​ໄດ້

ການ​ຖືກ​ຂັງ​ຄຸກ​ທີ່​ເມືອງ​ຟີ​ລິບ​ປອຍ

16 ຢູ່​ມາ​ເມື່ອ​ພວກ​ເຮົາກຳ​ລັງ​ອອກ​ໄປ​ຍັງ​ບ່ອນ​ໄຫວ້ວອນ ມີ​ຍິງ​ຄົນ​ໃຊ້​ຄົນ​ນຶ່ງ​ຊຶ່ງມີ​ຜີ​ຫມໍ​ດູ​ເຂົ້າ​ສິງ​ຢູ່ ໄດ້​ມາ​ພົບ​ພວກ​ເຮົາ ຍິງ​ນັ້ນ​ເຄີຍ​ໃຊ້​ວິ​ຊາ​ຫມໍ​ດູ​ຫາ​ເງິນ​ໃຫ້​ນາຍ​ຂອງ​ຕົນ​ໄດ້​ເປັນ​ຈຳ​ນວນ​ຫລາຍ 17 ຍິງ​ນີ້​ໄດ້​ຕິດ​ຕາມ​ໂປ​ໂລ​ແລະ​ພວກ​ເຮົາ​ໄປ ຫມັ່ນ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່າ​ນີ້​ແມ່ນ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ​ສູງ​ສຸດ​ໄດ້​ມາ​ປະ​ກາດ​ເຣື່ອງ​ທາງ​ພົ້ນ​ໃຫ້​ແກ່​ທ່ານ​ທັງ​ຫລາຍ” 18 ນາງ​ໄດ້​ເຮັດ​ດັ່ງ​ນີ້​ເປັນ​ເວ​ລາ​ຫລາຍ​ວັນ ຝ່າຍ​ໂປ​ໂລ​ກໍ​ເຫລືອ​ໃຈ​ຈຶ່ງ​ຫລຽວ​ຫນ້າ​ໄປ​ສັ່ງ​ຜີ​ນັ້ນ​ວ່າ, “ໃນ​ພຣະ​ນາມ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ ກູ​ສັ່ງ​ມຶງ​ຈົ່ງ​ອອກ​ຈາກ​ຍິງ​ນັ້ນ​ເສັຽ” ມັນ​ກໍ​ອອກ​ມາ​ໃນ​ເວ​ລາ​ນັ້ນ 19 ແຕ່​ເມື່ອ​ພວກ​ນາຍ​ຂອງ​ຍິງ​ນັ້ນ​ເຫັນ​ວ່າ​ພວກ​ຕົນ​ຫມົດ​ຫວັງ​ທີ່​ຈະ​ໄດ້​ເງິນ​ແລ້ວ ກໍ​ໄດ້​ຈັບ​ໂປ​ໂລ​ແລະ​ຊີ​ລາ​ລາກ​ໄປ​ຫາ​ພວກ​ຜູ້​ປົກ​ຄອງ​ໃນ​ບ່ອນ​ຊຸມ​ນຸມ 20 ເມື່ອ​ໄດ້​ພາກ​ທ່ານ​ທັງ​ສອງ​ມາ​ເຖິງ​ພວກ​ຜູ້​ປົກ​ຄອງ​ແລ້ວ ກໍ​ເວົ້າ​ວ່າ, “ສອງ​ຄົນ​ນີ້​ແຫລະ, ໄດ້​ກໍ່​ການ​ວຸ້ນ​ວາຍ​ຂຶ້ນ​ໃນ​ເມືອງ​ຂອງ​ເຮົາ 21 ເຂົາ​ເປັນ​ຊາວ​ຢິວ ປະ​ກາດ​ຍັງ​ຮີດ​ຄອງ​ປະ​ເພນີ​ອັນ​ຜິດ​ກົດ ທີ່​ພວກ​ເຮົາ​ຊາວ​ໂຣມ​ຈະ​ຮັບ​ເອົາ​ຫລື​ຂັບ​ຕາມ​ບໍ່​ໄດ້” 22 ປະ​ຊາ​ຊົນ​ກໍ​ລຸກ​ຮື​ຂຶ້ນ​ຕໍ່​ສູ້​ໂປ​ໂລ​ແລະ​ຊີ​ລາ ສ່ວນ​ຜູ້​ປົກ​ຄອງ​ກໍ​ໄດ້​ຈີກ​ເຄື່ອງ​ນຸ່ງ​ຂອງ​ທ່ານ​ທັງ​ສອງ​ເສັຽ ແລ້ວ​ສັ່ງ​ໃຫ້​ເອົາ​ໄມ້​ແສ້​ຂ້ຽນ 23 ເມື່ອ​ຂ້ຽນ​ທ່ານ​ທັງ​ສອງ​ຫລາຍ​ບາດ​ແລ້ວ ກໍ​ເອົາ​ໄປ​ຍັດ​ໃສ່​ຄຸກ ແລະ​ສັ່ງ​ທັມ​ມະ​ໂຮງ​ໃຫ້​ຮັກ​ສາ​ເຂົາ​ໄວ້​ໃຫ້​ດີ 24 ເມື່ອ​ໄດ້​ຮັບ​ຄຳ​ສັ່ງຢ່າງ​ນີ້​ແລ້ວ ທັມ​ມະ​ໂຮງ​ກໍ​ໄດ້​ຍັດ​ທ່ານ​ທັງ​ສອງ​ໄວ້​ໃນ​ຫ້ອງ​ຊັ້ນ​ໃນ ແລະ​ເອົາ​ຕີນ​ໃສ່​ຂື່​ໄວ້​ໃຫ້​ແຫນ້ນ​ 25 ແຕ່​ພໍ​ປະ​ມານ​ທ່ຽງ​ຄືນ​ໂປ​ໂລ​ກັ​ບ​ຊີ​ລາກໍ​ພາກັນ​ອ້ອນວອນ​ແລະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ເຈົ້າ ພວກ​ນັກ​ໂທດ​ກໍ​ຟັງ​ຢູ່ 26 ໃນ​ປັດ​ຈຸ​ບັນ​ນັ້ນ​ກໍ​ເກີດ​ແຜ່ນ​ດິນ​ຫວັ່ນ​ໄຫວ​ໃຫຍ່ ຈົນ​ຮາກ​ຄຸກ​ສະ​ທ້ານ​ສະ​ເທືອນ ແລະ​ໃນ​ທັນ​ໃດ​ນັ້ນ​ປະ​ຕູ​ຄຸກ​ກໍ​ໄຂ​ອອກ​ທຸກ​ບານ ແລະ​ເຄື່ອງ​ຜູກ​ມັດ​ທຸກ​ຄົນ​ກໍ​ຫລຸດ​ເສັຽ 27 ເມື່ອ​ທັມ​ມະ​ໂຮງ​ຕື່ນ​ຂຶ້ນ​ກໍ​ເຫັນ​ປະ​ຕູ​ຄຸກ​ໄຂ ຈຶ່ງ​ຄຶດ​ວ່າ​ນັກ​ໂທດ​ຫນີ​ໄປ​ຫມົດ​ແລ້ວ ເລີຍ​ຊັກ​ດາບ​ອອກ​ຈວນ​ຈະ​ຂ້າ​ຕົວ​ເສັຽ 28 ແຕ່​ໂປ​ໂລ​ໄດ້​ຮ້ອງ​ສຽງ​ດັງ​ວ່າ, “ຢ່າ​ເຮັດ​ຮ້າຍ​ອັນ​ໃດ​ແກ່​ຕົວ​ເທາະ ພວກ​ເຮົາ​ຍັງ​ຢູ່​ທີ່​ນີ້​ທຸກ​ຄົນ” 29 ເມື່ອ​ທັມ​ມະ​ໂຮງ​ໄດ້​ເອີ້ນ​ໃຫ້​ເອົາ​ໄຟ​ມາ​ແລ້ວ ກໍ​ແລ່ນ​ໂດດ​ເຂົ້າ​ໄປ​ດ້ວຍ​ຕົວ​ສັ່ນ ຂາບ​ລົງ​ທີ່​ຕີນ​ຂອງ​ໂປ​ໂລ​ແລະ​ຊີ​ລາ 30 ແລະ​ໄດ້​ພາ​ທ່ານ​ສອງ​ອອກ​ມາ​ຖາມ​ວ່າ, “ທ່ານ​ເອີຍ, ຂ້າ​ນ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ​ຕໍ່​ໄປ​ຈຶ່ງ​ຈະ​ພົ້ນ​ໄດ້” 31 ໂປ​ໂລ​ກັ​ບ​ຊີ​ລາ​ຕອບ​ວ່າ, “ຈົ່ງ​ເຊື່ອ​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ເຈົ້າ​ແລ້ວ​ທ່ານ​ຈະ​ໄດ້​ພົ້ນ ທັງ​ຄົວ​ເຮືອນ​ຂອງ​ທ່ານ​ດ້ວຍ” 32 ທ່ານ​ທັງ​ສອງ​ຈຶ່ງ​ໄດ້​ກ່າວ​ພຣະ​ທັມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ທັມ​ມະ​ໂຮງ​ກັບ​ຄົວ​ເຮືອນ​ທຸກ​ຄົນ​ຂອງ​ທ່ານ​ຟັງ 33 ໃນ​ກາງ​ຄືນ​ຊົ່ວ​ໂມງ​ດຽວ​ກັນ​ນັ້ນທັມ​ມະ​ໂຮງ​ໄດ້​ພາໂປ​ໂລ​ກັ​ບຊີ​ລາໄປ​ລ້າງ​ບາດ ແລະ​ໃນ​ທັນ​ໃດ​ນັ້ນ​ທັມ​ມະ​ໂຮງ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ກັບ​ທັງ​ຄົວ​ເຮືອນ​ຂອງ​ຕົນ​ 34 ແລ້ວ​ໄດ້​ພາທ່ານ​ທັງ​ສອງ​ຂຶ້ນ​ໄປ​ໃນ​ເຮືອນ​ຂອງ​ຕົນ ຈັດ​ໂຕະ​ລ້ຽງ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ພ້ອມ​ດ້ວຍ​ຄົວ​ເຮືອນ​ທັງ​ຫມົດ ເພາະ​ໄດ້​ວາງ​ໃຈ​ເຊື່ອ​ໃນ​ພຣະ​ເຈົ້າ​ແລ້ວ 35 ຄັນ​ຮຸ່ງ​ເຊົ້າ​ມາ​ພວກ​ຜູ້​ປົກ​ຄອງ​ໄດ້​ໃຊ້​ຕຳ​ຣວດ​ໄປ​ບອກ​ທັມ​ມະ​ໂຮງວ່າ ໃຫ້​ປ່ອຍ​ສອງ​ຄົນ​ນັ້ນ​ເສັຽ 36 ທັມ​ມະ​ໂຮງ​ຈຶ່ງ​ແຈ້ງ​ຄວາມ​ນັ້ນຕໍ່​ໂປ​ໂລ​ວ່າ, “ຜູ້​ປົກ​ຄອງ​ໄດ້​ໃຊ້​ຄົນ​ມາ​ບອກວ່າ ໃຫ້​ປ່ອຍ​ທ່ານ​ທັງ​ສອງ ເຫດ​ສັນ​ນັ້ນ, ບັດ​ນີ້​ເຊີນ​ອອກ​ໄປ​ດ້ວຍ​ຄວາມ​ສ​ງົບ​ສຸກ” 37 ແຕ່​ໂປ​ໂລ​ໄດ້​ກ່າວ​ແກ່​ພວກ​ຕຳ​ຣວດ​ວ່າ, “ເຂົາ​ໄດ້​ຂ້ຽນ​ເຮົາ​ຜູ້​ເປັນ​ສັນ​ຊາດ​ໂຣມ​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ​ກ່ອນ​ຕັດ​ສີນ​ຄວາມ ແລະ​ໄດ້​ຍັດ​ໃສ່​ຄຸກ​ໄວ້ ມາ​ບັດ​ນີ້​ເຂົາ​ຈະ​ເສືອກ​ໄສ​ໃຫ້​ເຮົາ​ອອກ​ໄປ​ເປັນ​ການ​ລັບ​ຫລື ເຣັດ​ຢ່າງ​ນັ້ນ​ບໍ່​ໄດ້ ໃຫ້​ເຂົາ​ເອງ​ມາພາ​ພວກ​ເຮົາ​ອອກ​ໄປ” 38 ພວກ​ຕຳ​ຣວດ​ໄດ້​ນຳ​ຄວາມ​ນີ້​ໄປ​ແຈ້ງ​ຕໍ່​ພວກ​ຜູ້​ປົກ​ຄອງ ເມື່​ອ​ຜູ້​ປົກ​ຄອງ​ໄດ້​ຍິນ​ວ່າ​ໂປ​ໂລ​ກັບ​ຊີ​ລາ​ເປັນ​ຄົນ​ສັນ​ຊາດ​ໂຣມ​ເຂົາ​ກໍ​ຕົກ​ໃຈ 39 ຈຶ່ງ​ພ້ອມ​ກັນ​ມາ​ຂໍ​ອະ​ພັຍ​ໂທດ​ນຳ​ທ່ານ​ທັງ​ສອງ ຄັນ​ພາອອກ​ໄປ​ແລ້ວ​ຈຶ່ງ​ຂໍ​ໃຫ້​ໂປ​ໂລ​ກັ​ບ​ຊີ​ລາອອກ​ໄປ​ຈາກ​ເມືອງ​ເສັຽ 40 ເມື່ອ​ໄດ້​ອອກ​ຈາກ​ຄຸກ​ແລ້ວ ທ່ານ​ທັງ​ສອງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ນາງ​ລີ​ເດັຽ ເມື່ອ​ພົບ​ພວກ​ພີ່​ນ້ອງ​ກໍ​ໄດ້​ກ່າວ​ຄວາມ​ຫນຸນ​ໃຈ​ແລ້ວ​ຈຶ່ງ​ລາ​ຈາກ​ໄປ

ກິຈການ 17

ເກີດ​ການ​ອົ​ລ​ຫົນ​ວຸ້ນ​ວາຍ​ທີ່​ເມືອງ​ເທ​ຊະ​ໂລ​ນິກ

1 ເມື່ອ​ທ່ານ​ທັງ​ສອງ​ໄດ້​ຜ່ານ​ເມືອງອາ​ໂປ​ໂລ​ເນັຽ ກໍ​ມາ​ເຖິງ​ເມືອງ​ເທ​ຊະ​ໂລນິກ ທີ່​ນັ້ນ​ມີ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ຊາວ​ຢິວ 2 ໂປ​ໂລ​ໄດ້​ເຂົ້າ​ໄປ​ຫາ​ເຂົາ​ໃນ​ໂຮງ​ທັມ​ຕາມ​ເຄີຍ ແລະ​ໄດ້​ອ້າງ​ຂໍ້​ຄວາມ​ໃນ​ພຣະ​ຄັມ​ພີ​ໂຕ້ຕອບ​ກັບ​ເຂົາ​ໄດ້​ສາມ​ວັນ​ສະ​ບາ​ໂຕ 3 ແລະ​ໄຂ​ຂໍ້​ຄວາມ​ຊີ້​ແຈງ​ໃຫ້​ເຫັນ​ວ່າ ຈຳ​ເປັນ​ທີ່​ອົງ​ພຣະຄຣິດ​ຕ້ອງ​ຊົງ​ທົນ​ທຸກ​ທໍ​ຣະ​ມານ ແລະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ແລະ​ກ່າວ​ຕໍ່​ໄປ​ວ່າ, “ພຣະ​ເຢ​ຊູ​ຜູ້​ທີ່​ເຮົາ​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ ຜູ້​ນີ້​ແຫລະ, ເປັນ​ພຣະ​ຄຣິດ 4 ບາງ​ຄົນໃນ​ພວກ​ເຂົາ​ໄດ້​ຍອມ​ເຊື່ອ​ຈຶ່ງ​ສ​ມັກ​ເຂົ້າ​ເປັນ​ພັກ​ພວກ​ຂອງ​ໂປ​ໂລ​ກັບ​ຊີ​ລາ ຮວມ​ທັງ​ຊາດກ​ຣີກ​ຜູ້​ຢຳ​ເກງ​ພຣະ​ເຈົ້າ​ ແລະ​ຍິ່ງ​ຜູ້​ສຳ​ຄັນ​ບໍ່ໃຊ່​ຫນ້ອຍ​ຄົນ 5 ແຕ່​ພວກ​ຢິວ​ໄດ້​ຄຶດ​ເຫິງ​ສາ ໄປ​ຄົບ​ຄິດ​ກັບ​ຄົນ​ພານ​ຕາມ​ຕ​ລາດ ຮວບ​ຮວມ​ກັນ​ມາ​ຢ່າງ​ຫລວງ​ຫລາຍ​ກໍ່ການ​ອົ​ລ​ຫົນ​ວຸ້ນ​ວາຍ​ຂຶ້ນ​ໃນ​ເມືອງ ແລ້ວ​ເຂົ້າ​ບຸ​ກ​ຣຸກ​ເຮືອນ​ຂອງຢາ​ໂຊນ​ພ​ຍາ​ຍາມ​ຈະ​ນຳ​ເອົາ​ທັງ​ສອງ​ອອກ​ມາ​ໃຫ້​ປະ​ຊາ​ຊົນ 6 ເມື່ອ​ບໍ່​ພົບ​ເຂົາ​ຈຶ່ງ​ລາກ​ເອົາ​ຢາ​ໂຊນ​ກັບ​ພີ່​ນ້ອງ​ລາງ​ຄົນ​ໄປ​ຫາ​ຜູ້​ປົກ​ຄອງ​ເມື​ອງ​ນັ້ນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່າ​ນີ້​ເປັນ​ພວກ​ຂວ້ຳ​ໂລກ​ມະ​ນຸດ​ໄດ້​ມາ​ທີ່​ນີ້ 7 ແລ້ວ​ຢາ​ໂຊນ​ໄດ້​ຮັບ​ຕ້ອນ​ເຂົາ​ໄວ້ ແລະ​ບັນ​ດາ​ຄົນ​ເຫລົ່າ​ນີ້​ໄດ້​ເຣັດ​ຜິດ​ຕໍ່​ຂໍ້​ດຳ​ຣັດ​ຂອ​ງກາຍ​ຊາ ໂດຍ​ກ່າວ​ວ່າ ມີ​ກະ​ສັດ​ອີກ​ອົງ​ນຶ່ງ​ຄື ເຢ​ຊູ” 8 ດ້ວຍ​ຂໍ້​ຄວາມ​ນັ້ນ​ພວກຢິວ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ກັບ​ພ​ວກ​ຜູ້​ປົກ​ຄອງ​ຮ້ອນ​ໃຈ​ຂຶ້ນ 9 ແລະ​ເມື່ອ​ມີ​ຜູ້​ຮັບ​ປະ​ກັນ​ຕົວ​ຂອງ​ຢາໂຊນ​ແລະ​ຄົນ​ອື່ນໆ​ ແລ້ວ​ກໍ​ປ່ອຍ​ເຂົາ​ໄປ

ໂປ​ໂລ​ແລະ​ຊີ​ລາທີ່​ເມືອງ​ເບ​ຣອຍ​ອາ

10 ໃນ​ບັດ​ດຽວ​ນັ້ນ​ພວກ​ພີ່​ນ້ອງ​ຈຶ່ງ​ໃຫ້​ໂປ​ໂລ​ກັບ​ຊີ​ລາອອກ​ໄປ​ຍັງ​ເມືອງເບ​ຣອຍ​ອາ​ໃນ​ເວ​ລາ​ກາງ​ຄືນ ເມື່ອ​ເຖິງ​ແລ້ວ​ທ່ານ​ທັງ​ສອງ​ໄດ້​ເຂົ້າ​ໄປ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຂອງ​ຊາວ​ຢິວ 11 ພວກ​ຢິວ​ເຫລົ່າ​ນີ້​ມີ​ຈິດ​ໃຈ​ສູງ​ສົ່ງ​ກວ່າ​ຊາວ​ເມືອງ​ເທ​ຊະ​ໂລ​ນິກ ເພາະ​ເຂົາ​ມີ​ໃຈ​ເຫລື້ອມ​ໃສ​ຮັບ​ເອົາ​ພຣະ​ທັມ​ແລະ​ຄົ້ນ​ເບິ່ງ​ພຣະ​ຄັມ​ພີ​ທຸກວັນ ເພື່ອ​ຢາກ​ຮູ້​ວ່າ​ຂໍ້​ຄວາມ​ນັ້ນ​ເປັນ​ຈິງ​ດັ່ງ​ກ່າວ​ຫລື​ບໍ່ 12 ເຫດ​ສັນ​ນັ້ນ​ໃນ​ພວກ​ເຂົາ​ມີ​ຫລາຍ​ຄົນ​ໄດ້​ຮັບ​ເຊື່ອ ແລະ​ພວກ​ຜູ້​ຍິງ​ທີ່​ມີ​ກຽດ​ຕິ​ຍົດ​ແລະ​ຜູ້​ຊາຍ​ຊາວກ​ຣີກ​ບໍ່​ໃຊ່​ຫນ້ອຍ​ຄົນ​ໄດ້​ຣັບ​ເຊື່ອ​ເຫມືອນ​ກັນ 13 ແຕ່​ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທ​ຊະ​ໂລ​ນິກ​ຊາບ​ຂ່າວ​ວ່າ ໂປ​ໂລ​ໄດ້​ປະ​ກາດ​ພຣະ​ທັມ​ໃນ​ເມືອງ​ເບ​ຣອຍ​ອາ​ເຫມືອນ​ກັນ ເຂົາ​ກໍ​ພາ​ກັນ​ມາ​ທີ່​ນັ້ນ​ຍົວະ​ຍົງ​ປະ​ຊາ​ຊົນ​ໃຫ້​ວຸ້ນ​ວາຍ​ຂຶ້ນ 14 ໃນ​ທັນ​ໃດ​ນັ້ນ​ພວ​ກພີ່​ນ້ອງ​ໄດ້​ໃຫ້​ໂປ​ໂລ​ອອກ​ໄປ​ເຖິງ​ແຄມ​ທະ​ເລ ສ່ວນ​ຊີ​ລາກັບ​ຕີ​ໂມ​ທຽວ​ຍັງ​ພັກ​ຢູ່​ທີ່​ນັ້ນ 15 ຄົນ​ທີ່​ໄດ້​ສົ່ງ​ໂປ​ໂລ​ໄປ​ນັ້ນ​ກໍ​ໄດ້​ນຳ​ທ່ານ​ໄປ​ເຖິງ​ກຸງ​ອາ​ແຖນ ແລະ​ເມື່ອ​ໄດ້​ຮັບ​ຄໍາ​ສັ່ງ​ຈາກ​ທ່ານ​ໃຫ້​ບອກ​ຊີ​ລາ​ກັບ​ຕີ​ໂມ​ທຽວ​ໃຫ້​ມາ​ຫາ​ທ່ານ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ ເຂົາ​ກໍ​ຈາກ​ໄປ

ໂປ​ໂລ​ທີ່​ກຸງ​ອາ​ແຖນ

16 ຂ​ນະ​ທີ່​ໂປ​ໂລ​ຍັງ​ລໍ​ຖ້າ​ຊີລາກັບ​ຕີ​ໂມ​ທຽວ​ຢູ່​ກຸງ​ອາ​ແຖນ​ນັ້ນ ທ່ານ​ກໍ​ມີ​ຄວາມ​ເດືອດ​ຮ້ອນ​ເຄືອງ​ໃຈ ເພາະ​ໄດ້​ເຫັນ​ເມືອງ​ນັ້ນ​ເຕັມ​ໄປ​ດ້ວຍ​ພຣະ​ທຽມ 17 ເຫດ​ສັນ​ນັ້ນ​ທ່ານ​ຈຶ່ງ​ໂຕ້​ຖຽງ​ກັບ​ພວກ​ຢິວ ແລະ​ຜູ້​ທີ່​ຢຳ​ເກງ​ພຣະ​ເຈົ້າ​ໃນ​ໂຮງ​ທັມ ແລະ​ກັບ​ທຸກ​ຄົນ​ທີ່​ພົບ​ໃນ​ບ່ອນ​ປະ​ຊຸມ​ຊົນທຸກວັນ 18 ມີ​ນັກ​ປາດ​ລາງ​ຄົນ​ໃນ​ພວກ​ເອ​ປີ​ກູ​ຣຽວ ແລະ​ໃນ​ພວກ​ຊະ​ໂຕອິໂກ​ຟີ​ໂລ​ໂຊ​ເຟີ​ໄດ້​ມາ​ພົບ​ທ່ານ ລາງ​ຄົນ​ກ່າວ​ວ່າ, “ຄົນ​ເກັບ​ເລັມ​ຄວາມ​ຮູ້​ຜູ້​ນີ້​ຢາກ​ເວົ້າ​ອັນ​ໃດ” ລາງ​ຄົນ​ກ່າວ​ວ່າ, “ເຫມືອນ​ເປັນ​ຜູ້​ປະ​ກາດ​ພຣະຕ່າງ​ດ້າວ” ເພາະ​ໂປ​ໂລ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຢ​ຊູ​ແລະ​ການ​ຄືນ​ມາ​ຈາກ​ຕາຍ 19 ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຈັບ​ໂປ​ໂລ​ພາ​ໄປ​ຍັງ​ສະ​ພາ​ອາ​ເຣ​ໂອ​ປາ​ໂຄ ແລ້ວ​ຖາ​ມ​ວ່າ, “ເຮົາ​ຂໍ​ຮູ້​ໄດ້​ຫລື​ບໍ່​ວ່າ​ຄວາມ​ສອນ​ອັນ​ໃຫ​ມ່​ທີ່​ທ່ານ​ກ່າວ​ນັ້ນ​ເປັນ​ຢ່າງ​ໃດ 20 ດ້ວຍ​ວ່າ​ທ່ານ​ນຳ​ເຣື່ອງ​ແປກ​ປ​ລາດ​ມາ​ເຖິງ​ຫູ​ຂອງ​ພວກ​ເຮົາ ເຫດ​ສັນ​ນັ້ນ​ພວກ​ເຮົາ​ຢາກ​ຊາບ​ວ່າ​ເຣື່ອງ​ເຫລົ່າ​ນີ້​ມີ​ຄວາມ​ຫມາຍ​ຢ່າງໃດ” 21 ເພາະ​ຊາວ​ອາ​ແຖນ​ທັງ​ປວງ​ກັບ​ພ​ວກ​ຕ່າງ​ປະ​ເທດ​ຊຶ່ງ​ອາ​ໄສ​ຢູ່​ທີ່​ນັ້ນ ບໍ່​ເຄີຍ​ເສັຽ​ເວ​ລາ​ກ່ຽວ​ກັບ​ສິ່ງ​ອື່ນໆ ນອກ​ຈາກ​ຈະ​ກ່າວ​ຫລື​ຟັງ​ສິ່ງ​ໃຫມ່ໆ 22 ຝ່າຍ​ໂປ​ໂລ​ຈຶ່ງ​ຢືນ​ຂຶ້ນ​ຖ້າມ​ກາງ​ສະ​ພາ​ອາ​ເຣ​ໂອ​ປາ​ໂຄ ແລ້ວ​ກ່າວ​ວ່າ, “ທ່ານ​ຊາວ​ກຸງ​ອາ​ແຖນ​ເອີຍ, ໃນ​ທຸກ​ສິ່ງທຸກ​ປະ​ການ​ຂ້າ​ພະເຈົ້າ​ເຫັນ​ວ່າ​ພວກ​ທ່ານ​ເປັນ​ຜູ້​ປະ​ຕິ​ບັດ​ພຣະ​ຕ່າງໆ​ຢ່າງ​ເຄັ່ງ​ຄັດ 23 ເພາະ​ວ່າ​ເມື່ອ​ຂ້າ​ພະ​ເຈົ້າ​ຜ່ານ​ມາ​ສັງ​ເກດ​ເບິ່ງ​ສິ່ງ​ທັງ​ປວງ​ທີ່​ພວກ​ທ່ານ​ນະ​ມັ​ສ​ການ ກໍ​ໄດ້​ເຫັນ​ແທ່ນ​ອັນ​ນຶ່ງ​ມີ​ຄຳ​ຈາ​ຣຶກ​ໄວ້​ວ່າ “ແດ່​ພຣະ​ເຈົ້າ​ທີ່​ເຮົາ​ບໍ່​ຮູ້​ຈັກ” ເຫດ​ສັນ​ນັ້ນ​ພຣະ​ທີ່​ທ່ານ​ທັງ​ຫລາຍ​ນະ​ມັ​ສ​ການ​ເມື່ອ​ຍັງ​ບໍ່​ຮູ້​ຈັກ ພຣະ​ເຈົ້າ​ອົງ​ນີ້​ແຫລະ, ຂ້າ​ພະ​ເຈົ້າ​ມາ​ປະ​ກາດ​ແກ່​ພວກ​ທ່ານ 24 ພຣະ​ເຈົ້າ​ຜູ້​ຊົງ​ສ້າງ​ໂລກ​ກັບ​ສິ່ງ​ທັງ​ປວງ​ທີ່​ຢູ່​ໃນ​ໂລກ​ນັ້ນ ຄື​ຜູ້​ຊົງ​ເປັນ​ເຈົ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ ພຣະ​ອົງ​ນັ້ນ​ແຫລະ, ບໍ່​ໄດ້​ຊົງ​ສະ​ຖິດ​ຢູ່​ໃນ​ວິ​ຫານ​ທີ່​ມື​ມະ​ນຸດ​ສ້າງ​ໄວ້ 25 ພຣະ​ອົງ​ບໍ່​ຈຳ​ເປັນ​ໃຫ້​ມະ​ນຸດ​ປະ​ຕິ​ບັດ​ພຣະ​ອົງ ເຫມືອນ​ວ່າ​ຊົງ​ມີ​ພຣະ​ປະ​ສົງ​ສິ່ງ​ນຶ່ງ​ສິ່ງ​ໃດ ເພາະ​ພຣະ​ອົງ​ນີ້​ແຫລະ, ຊົງ​ເປັນ​ຜູ້​ປະ​ທານຊີ​ວິດ, ລົມ​ຫັນ​ໃຈ, ແລະ​ສິ່ງ​ສາ​ຣະ​ພັດ​ແກ່​ຄົນ​ທັງ​ປວງ 26 ພຣະ​ອົງ​ໄດ້​ຊົງ​ສ້າງ​ມະ​ນຸດ​ທຸ​ກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະ​ນຸດ​ຄົນ​ດຽວ ແລະ​ໃຫ້​ເຂົາ​ຢູ່​ທົ່ວ​ພິ​ພົບ​ໂລກ ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ເວ​ລາ​ແລະ​ກຳ​ນົດ​ເຂດ​ທີ່​ເຂົາ​ຢູ່​ນັ້ນ 27 ເພື່ອ​ເຂົາ​ຈະ​ໄດ້​ສ​ແວງ​ຫາ​​ພຣະ​ເຈົ້າ ຫວັງ​ວ່າ​ເຂົາ​ຈະ​ງົມ​ຫາ​ຈົນ​ພົບ​ພຣະ​ອົງ ແຕ່​ທີ່​ຈິງ​ພຣະ​ອົງ​ບໍ່​ຊົງຢູ່​ໄກ​ຈາກ​ເຮົາ​ທຸກ​ຄົນ 28 ເພາະ​ວ່າ “ໃນ​ພຣະ​ອົງ​ນັ້ນ​ພວກ​ເຮົາ​ມີ​ຊີ​ວິດ, ເຄື່ອນ​ໄຫວ​ໄປ​ມາ, ແລະ​ເປັນ​ຢູ່” ດັ່ງ​ນັກ​ແຕ່ງ​ກາບກອນ​ໃນ​ພວກ​ທ່ານ​ລາງ​ຄົນ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ເປັນ​ເຊື້ອ​ສາຍ​ຂອງ​ພຣະ​ອົງ​ເຫມືອນ​ກັນ” 29 ເຫດ​ສັນ​ນັ້ນ​ເມື່ອ​ເຮົາ​ເປັນ​ເຊື້ອ​ສາຍ​ຂອງ​ພຣະ​ເຈົ້າ ແລ້ວ​ພ​ວກ​ເຮົາ​ກໍ​ບໍ່​ຄວນ​ຖື​ວ່າ​ພຣະ​ເຈົ້າ​ຊົງ​ເປັນ​ເຫມືອນ​ຄຳ, ເງິນ, ຫລື​ຫີນ ທີ່​ສ​ລັກ​ຄວັດ​ຫລື​ແຕ້ມ​ດ້ວຍ​ສິ​ລ​ປະ​ແລະ​ຄວາມ​ນຶກ​ຄິດ​ຂອງ​ມະ​ນຸດ 30 ໃນ​ສະ​ໄຫມ​ທີ່​ມະ​ນຸດ​ຍັງ​ໂງ່​ບໍ່​ຮູ້​ຈັກ​ພຣະ​ເຈົ້າ ພຣະ​ອົງ​ກໍ​ບໍ່​ຊົງ​ຖື​ໂທດ ແຕ່​ບັດ​ນີ້​ພຣະ​ອົງ​ຊົງ​ສັ່ງ​ແກ່​ມະ​ນຸດ​ທັງ​ປວງ​ໃນ​ທົ່ວ​ທຸກ​ບ່ອນ​ ໃຫ້​ຖິ້ມ​ໃຈ​ເກົ່າເອົາ​ໃຈ​ໃຫມ່ 31 ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ວັນ​ນຶ່ງ​ໄວ້ ໃນ​ວັນ​ນັ້ນ​ພຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ໂລ​ກ​ຕາມ​ຄວາມ​ຍຸດ​ຕິ​ທັມ ໂດຍ​ມະ​ນຸດ​ຜູ້​ນຶ່ງ​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ໄວ້ ແລະ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຄົນ​ທັງ​ປວງ​ມີ​ຄວາມ​ແນ່​ໃຈ​ໃນ​ເຣື່ອງ​ນີ້ ໂດຍ​ຊົງ​ບັນ​ດານ​ໃຫ້​ມະ​ນຸດ​ຜູ້​ນັ້ນ​ຄືນ​ມາ​ຈາກ​ຕາຍ” 32 ເມື່ອ​ເຂົາ​ໄດ້​ຍິນ​ຄຳ​ຊຶ່ງວ່າ “ເປັນ​ຄືນ​ມາ​ຈາກ​ຕາຍ” ລາງ​ຄົນ​ກໍ​ເຍາະ​ເຍີ້ຍ​ແຕ່​ລາງ​ຄົນ​ເວົ້າ​ວ່າ, “ພ​ວກເຮົາ​ຈະ​ຄອຍ​ຟັງ​ທ່ານ​ກ່າວ​ເຣື່ອງ​ນີ້​ອີກ” 33 ດັ່ງ​ນັ້ນ​ໂປ​ໂລ​ຈຶ່ງ​ໄດ້​ອອກ​ຈາກ​ຖ້າມ​ກາງ​ເຂົາ​ໄປ 34 ແຕ່​ມີ​ຊາຍ​ລາງ​ຄົນ​ໄດ້​ຕິດ​ພັນ​ຢູ່​ກັບ​ໂປ​ໂລ​ແລະ​ໄດ້​ຮັບ​ເຊື່ອ ໃນ​ຄົນ​ເຫລົ່າ​ນັ້ນ​ມີ ດີ​ໂອ​ນີ​ຊີ​ໂອ ຜູ້​ເປັນ​ສະ​ມາ​ຊິກ​ສະ​ພາ​ອາ​ເຣ​ໂອ​ປາ​ໂຄ ກັບຍິງ​ຄົນ​ນຶ່ງ​ຊື່ ດາ​ມາ​ຣີ ແລະ​ຄົນ​ອື່ນໆ​ດ້ວຍ

ກິຈການ 18

ໂປ​ໂລ​ທີ່​ເມືອງ​ໂກ​ຣິນ​ໂທ

1 ຫລັງ​ຈາກ​ນັ້ນ​ໂປ​ໂລ​ໄດ້​ອອກ​ຈາກກຸງ​ອາ​ແຖນໄປ​ຍັງ​ເມືອງ​ໂກ​ຣິນ​ໂທ 2 ຈຶ່ງ​ພົບ​ຄົນ​ຢິວ​ຄົນ​ນຶ່ງ​ຊື່ ອາ​ກິ​ລາ ຊຶ່ງ​ເກີດ​ຢູ່​ເມືອງ​ປົນ​ໂຕ​ແຕ່​ຫາ​ກໍ​ມາ​ຈາກ​ປະ​ເທດ​ອີ​ຕາ​ລີ​ກັ​ບ​ພັຣ​ຍາ​ຊື່ ປິ​ຊະກິ​ລາ ເພາະ​ຈັກ​ກະ​ພັດ​ກ​ລາວ​ດີ​ໂອໄດ້​ອອກ​ດຳ​ຣັດ​ສັ່ງ​ໃຫ້​ຊາວ​ຢິວ​ທັງ​ປວງ​ອອກ​ຫນີ​ຈາກ​ກຸງ​ໂຣມ​ ສ່ວນ​ໂປ​ໂລ​ກໍ​ໄປ​ຫາ​ເຂົາ​ທັງ​ສອງ 3 ເພາະ​ມີ​ອາ​ຊີບ​ຢ່າງ​ດຽວ​ກັນ ໂປ​ໂລ​ຈຶ່ງ​ໄດ້​ໄປ​ອາ​ໄສ​ຢູ່​ກັບ​ເຂົາ​ທັງ​ສອງ​ຝ່າຍ​ເປັນ​ຊ່າງ​ເຮັດ​ຜ້າ​ເຕັນ ເຂົາ​ຈຶ່ງ​ເຮັດ​ການ​ຮ່ວມ​ກັນ 4 ທຸກວັນ​ສະ​ບາ​ໂຕ​ເຄີຍ​ໂຈດ​ຖຽງ​ກັນ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ ຊັກ​ຊວນ​ພວກ​ຢິວ​ທັງ​ພວກກ​ຣີ​ກ​ໃຫ້​ເຊື່ອ 5 ແຕ່​ເມື່ອ​ຊີ​ລາ​ກັບ​ຕີ​ໂມ​ທຽວລົງ​ມາ​ຈາກ​ແຂວ​ງ​ມາ​ເກ​ໂດ​ເນັຽ​ແລ້ວ ໂປ​ໂລ​ໄດ້​ຕັ້ງ​ຕົ້ນ​ສລະ​ເວ​ລາ​ທັງ​ຫມົດ​ປະ​ກາດ​ພຣະ​ທັມ ແລະ​ເປັນ​ພຍານ​ແກ່​ພວກ​ຢິວ​ວ່າ​ພຣະ​ເຢ​ຊູ​ແມ່ນ​ພຣະ​ຄຣິດ 6 ແຕ່​ເມື່ອ​ພວກ​ເຫລົ່າ​ນັ້ນ​ຂັດ​ຂວາງ​ແລະ​ກ່າວ​ຄຳ​ຫຍາບ​ຊ້າ ໂປ​ໂລ​ຈຶ່ງ​ສັ່​ນ​ເສື້ອ​ຜ້າ​ຕໍ່​ເຂົາ ແລ້ວ​ເວົ້າ​ວ່າ, “ໃຫ້​ໂທດ​ຂອງ​ພວກ​ທ່ານ​ຕົກ​ໃສ່​ຫົວ​ຂອງ​ພວກ​ທ່ານ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່​ມີ​ໂທດ ຕັ້ງ​ແຕ່​ນີ້​ໄປ​ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງ​ຊາດ” 7 ທ່ານ​ຈຶ່ງ​ອອກ​ຈາກ​ທີ່​ນັ້ນ​ແລ້ວ​ເຂົາ​ໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນຶ່ງ​ຊື່ ຕີ​ຕີ​ໂຢ​ຢູ​ຊະ​ໂຕເປັນ​ຄົນ​ນັບ​ຖື​ພຣະ​ເຈົ້າ ເຮືອນ​ຂອງ​ທ່ານ​ຢູ່​ຖັດ​ໂຮງ​ທັມ 8 ຝ່າຍ​ກິ​ສະ​ໂປນາຍ​ໂຮງ​ທັມ​ກັບ​ທັງ​ຄົວ​ເຮືອນ​ຂອງ​ຕົນ ໄດ້​ຮັບ​ເຊື່ອ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຊາວ​ໂກ​ຣິນ​ໂທ​ຫລາຍ​ຄົນ ເມື່ອ​ໄດ້​ຟັງ​ແລ້ວ​ກໍ​ໄດ້​ເຊື່ອ​ແລະ​ຣັບ​ບັບ​ຕິ​ສະ​ມາ 9 ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກ່າວ​ກັບ​ໂປ​ໂລ​ທາງ​ນິ​ມິດ​ໃນ​ກາງ​ຄືນ​ວ່າ, “ຢ່າ​ຊູ່​ຢ້ານ ແຕ່​ຈົ່ງ​ປະ​ກາດ​ຕໍ່​ໄປ ຢ່າ​ມິດ​ຢູ່ 10 ເພາະ​ວ່າ​ຝ່າຍ​ເຮົາ ເຮົາ​ຢູ່​ກັບ​ເຈົ້າ ແລະ​ຈະ​ບໍ່​ມີ​ຜູ້​ນຶ່ງ​ຜູ້​ໃດ​ໂຈມ​ຕີ​ທຳ​ຮ້າຍ​ເຈົ້າ ດ້ວຍ​ວ່າ​ພົ​ລ​ເມືອງ​ຂອງ​ເຮົາ​ໃນ​ນະ​ຄອນ​ນີ້​ກໍ​ມີ​ຫລາຍ” 11 ຝ່າຍ​ໂປ​ໂລ​ໄດ້​ອາ​ໄສ​ຢູ່​ປີ​ນຶ່ງ​ກັບ​ຫົກ​ເດືອນ ສັ່ງ​ສອນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ຖ້າມ​ກາງ​ເຂົາ 12 ແຕ່​ຄາວ​ເມື່ອ​ຄາ​ລິ​ໂອນ​ເປັນ​ຜູ້​ປົກ​ຄອງ​ແຂວງ​ອາຂາ​ຢາ ພວກ​ຢິວໄດ້​ພາ​ກັນ​ລຸກ​ຮື​ຂຶ້ນ​ຕໍ່​ສູ້​ໂປ​ໂລ ແລະ​ພາ​ທ່ານ​ໄປ​ສານ 13 ຟ້ອງວ່າ, “ຄົນ​ນີ້​ຊັກ​ຊວນ​ຄົນ​ທັງ​ຫລາຍ​ໃຫ້​ນະມັ​ສ​ການ​ພຣະ​ເຈົ້າ​ຕາມ​ທາງ​ຜິດ​ກົດ​ຫມາຍ” 14 ເມື່ອ​ໂປ​ໂລ​ກຳ​ລັງ​ຈະ​ອອກ​ປາກ ຝ່າຍ​ຄາ​ລີ​ໂອນກໍ​ກ່າ​ວ​ແກ່​ພວກ​ຢິວ​ວ່າ, “ໂອ ຊາວ​ຢິວ​ທັງ​ຫລາຍ, ຖ້າ​ເປັນ​ເຣື່ອງ​ການ​ຜິດ​ຫລື​ການ​ຊົ່ວ​ຊ້າ​ປະ​ການ​ໃດ​ປະ​ການ​ນຶ່ງ ສົມ​ຄວນ​ເຮົາ​ຈະ​ອົດ​ຟັງ​ພວກ​ທ່ານ 15 ແຕ່​ຖ້າ​ເປັນ​ການ​ໂຕ້​ຖຽງ​ກັນ​ເຖິງ​ເຣື່ອງ​ຖ້ອຍ​ຄວາມ​ກັບ​ຊື່​ຕ່າງໆ ແລະ​ພຣະ​ບັນ​ຍັດ​ຂອງ​ພວກ​ທ່ານ​ແລ້ວ ກໍ​ໃຫ້​ເປັນ​ທຸ​ຣະ​ຂອງ​ພວກ​ທ່ານ​ເອງ ຝ່າຍ​ເຮົາ​ບໍ່​ຢາກ​ເປັນ​ຜູ້​ຕັດ​ສີນ​ໃນ​ເຣື່ອງ​ຢ່າງ​ນັ້ນ” 16 ທ່ານ​ຈຶ່ງ​ໄລ່​ພວກ​ນັ້ນ​ອອກ​ໄປ​ຈາກ​ສານ 17 ແລ້ວເຂົາ​ພາ​ກັນ​ຈັບ​ໂຊ​ຊະ​ເທ​ເນສ​​ແທນ​ນາຍ​ໂຮງ​ທັມ​ໄປ​ຂ້ຽນ​ຕີ​ຕໍ່​ຫນ້າ​ສານ ສ່ວນ​ຄາລີ​ໂອ​ນກໍ​ບໍ່​ເຂົ້າ​ຫຍຸ້ງ​ກ່ຽວ​ກັບ​ການ​ນັ້ນ​ຈັກ​ຢ່າງ

ໂປ​ໂລ​ກັບ​ຄືນ​ເມືອງ​ອັນ​ຕີ​ໂອ​ກ

18 ສ່ວນ​ໂປ​ໂລເມື່ອ​ໄດ້​ພັກ​ຢູ່​ກັບ​ພວກ​ພີ່​ນ້ອງ​ອີກ​ຫລາຍ​ວັນ​ສົມ​ຄວນ ກໍ​ໄດ້​ລາ​ຈາກ ເຂົາ​ຈຶ່ງ​ລົງ​ເຮືອ​ສະ​ເພົາ​ເດີນ​ທາງ​ໄປ​ສູ່​ແຂວງ​ຊີ​ເຣັຽ ແລະ​ປີ​ຊະກີລາ​ກັບ​ອາ​ກີ​ລາ​ກໍ​ໄປ​ນຳ​ຢູ່​ທີ່​ເມືອງ​ເກັນ​ເຂ​ໄອ ທ່ານ​ໄດ້​ແຖຫົວ​ເພາະ​ບະ​ບົນ​ຕົວ​ໄວ້ 19 ເມື່ອ​ເຂົາ​ມາ​ເຖິງ​ເມືອງ​ເອ​ເຟ​ໂຊ ໂປ​ໂລ​ໄດ້​ປະ​ປີ​ຊະ​ກີ​ລາ​ກັບ​ອາ​ກີ​ລາ​ໄວ້​ທີ່​ນັ້ນ ແຕ່​ທ່ານ​ເອງ​ໄດ້​ເຂົ້າ​ໄປ​ໂຈດ​ຖຽງ​ກັບ​ພວກ​ຢິວ​ໃນ​ໂຮງ​ທັມ 20 ເມື່ອ​ຄົນ​ເຫລົ່າ​ນັ້ນ​ຂໍ​ໃຫ້​ທ່ານ​ຢູ່​ຕໍ່​ໄປ​ທ່ານ​ກໍ​ບໍ່​ຍອມ 21 ແຕ່​ໄດ້​ລາ​ເຂົາ​ໄປ​ໂດຍ​ເວົ້າ​ວ່າ, “ຖ້າ​ພຣະ​ເຈົ້າ​ຊົງ​ເຫັນ​ຊອບ​ເຮົາ​ຈະ​ກັບ​ມາ​ຫາ​ພວກ​ທ່ານ​ອີກ” ແລ້ວ​ທ່ານ​ໄດ້​ຈາກ​ເມືອງ​ເອ​ເຟ​ໂຊ​ໄປ​ທາງ​ເຮືອສະ​ເພົາ 22 ເມື່ອ​ຈອດ​ທີ່​ເມືອງ​ກາຍ​ຊາ​ເຣັຽແລ້ວ​ທ່ານ​ໄດ້​ຂຶ້ນ​ເມືອ​ຄຳ​ນັບ​ຄຣິ​ສ​ຕະ​ຈັກ ຈຶ່ງ​ໄດ້​ລົງ​ໄປ​ຍັງ​ເມືອງ​ອັນ​ຕີ​ໂອກ 23 ເມື່ອ​ພັກ​ຢູ່​ທີ່​ນັ້ນ​ຈັກ​ຫວ່າງ​ນຶ່ງ​ແລ້ວ ທ່ານ​ໄດ້​ອອກ​ໄປ​ຜ່ານ​ແຂວງ​ຄາ​ລາ​ເຕັຽ ແລະ​ຟີ​ເຄັຽ​ຕາມ​ລຳ​ດັບ ເພື່ອ​ຊ່ອຍ​ຊູ​ກຳ​ລັງ​ພວກ​ສິດ

ອາ​ໂປ​ໂ​ລ​ທີ່​ເມືອງ​ເອ​ເຟ​ໂຊ

24 ມີ​ຄົນ​ຢິວ​ຜູ້​ນຶ່ງ​ຊື່ ອາ​ໂປ​ໂລ ເກີດ​ໃນ​ເມືອງ​ອາ​ເລັກ​ຊັນ​ເດັຽ ເປັນ​ຄົນ​ມີ​ໂວ​ຫານ​ດີ ແລະ​ຊຳ​ນານຫລາຍ​ໃນ​ທາງ​ພຣະ​ຄັມ​ພີ ທ່ານ​ຜູ້​ນີ້​ມາ​ຍັງ​ເມືອງ​ເອ​ເຟ​ໂຊ 25 ອາ​ໂປ​ໂລ​ນີ້​ໄດ້​ຮັບ​ການ​ອົບ​ຮົມ​ໃນ​ທາງ​ຂອງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ມີ​ໃຈ​ຮ້ອນ​ຮົນ​ກ່າວ​ສັ່ງ​ສອນ​ເຖິງ​ເຣື່ອງ​ພຣະ​ເຢ​ຊູ​ຢ່າງ​ຖືກ​ຕ້ອງ ເຖິງ​ປານ​ນັ້ນ​ທ່ານ​ກໍ​ຮູ້​ແຕ່​ບັບ​ຕິ​ສະ​ມາ​ຂອງ​ໂຢ​ຣັນ​ເທົ່າ​ນັ້ນ 26 ທ່ານ​ຜູ້​ນີ້​ໄດ້​ກ່າວ​ສັ່ງ​ສອນ​ດ້ວຍ​ໃຈ​ກ້າ​ໃນ​ໂຮງ​ທັມ ແຕ່​ເມື່ອ​ປີ​ຊະ​ກີ​ລາ​ແລະ​ອາ​ກີ​ລາ​ໄດ້​ຟັງ​ທ່ານ​ແລ້ວ ເຂົາ​ຈຶ່ງ​ຕ້ອນ​ຮັບ​ທ່ານ​ມາ​ອະ​ທິ​ບາຍ​ໃຫ້​ຮູ້​ທາງ​ຂອງ​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ​ຫລາຍ​ຂຶ້ນ 27 ເມື່ອ​ທ່ານ​ຕັດ​ສີນ​ໃຈ​ຈະ​ຂ້າມ​ໄປ​ຍັງ​ແຂວງ​ອາ​ຂາ​ຢາ ພວກ​ພີ່​ນ້ອງ​ໄດ້​ຫນຸນ​ໃຈ​ທ່ານ ແລະ​ຂຽນ​ຈົດ​ຫມາຍ​ຝາກ​ໄປ​ເຖິງ​ພວກ​ສິດ​ທີ່​ນັ້ນ​ໃຫ້​ຕ້ອນ​ຮັບ​ທ່ານ​ໄວ້ ຄັນ​ທ່ານ​ໄປ​ເຖິງ​ແລ້ວ ທ່ານ​ກໍ​ຊ່ອຍ​ເຫລືອ​ຄົນ​ທັງ​ຫລາຍ​ທີ່​ໄດ້​ເຊື່ອ​ຍ້ອນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ຢ່າງ​ຫລວງ​ຫລາຍ 28 ເພາະ​ທ່ານ​ໄດ້​ໂຕ້​ຖຽງ​ກັບ​ພວກ​ຢິວ​ຢ່າງ​ແຂງແຮງ​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ ແລະ​ຊີ້​ຍົກ​ຫລັກ​ໃນ​ພຣະ​ຄັມ​ພີ​ອ້າງ​ໃຫ້​ເຫັນ​ວ່າ​ພຣະ​ເຢ​ຊູ​ແມ່ນ​ພຣະ​ຄຣິດ

ກິຈການ 19

ໂປ​ໂລ​ທີ່​ເມືອງ​ເອ​ເຟ​ໂຊ

1 ຂ​ນະ​ທີ່​ໂປ​ໂລ​ຍັງ​ຢູ່​ເມືອງ​ໂກ​ຣິນ​ໂທ ໂປ​ໂລ​ໄດ້​ເດີນ​ທາງ​ຜ່ານ​ເຂດ​ພາກ​ເຫນືອ​ແລະ​ກໍ​ມາ​ເຖິງ​ເມືອງ​ເອ​ເຟ​ໂຊ ທີ່​ນັ້ນ​ທ່ານ​ໄດ້​ພົບ​ລູກ​ສິດ​ລາງ​ຄົນ 2 ຈຶ່ງ​ຖາມ​ເຂົາ​ວ່າ, “ເມື່ອ​ທ່ານ​ທັງ​ຫລາຍ​ເຊື່ອ​ນັ້ນ ພວກ​ທ່ານ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຫລື​ບໍ” ເຂົາ​ຕອບ​ວ່າ, “ບໍ່ ທີ່​ວ່າ​ມີ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ນັ້ນ​ກໍ​ບໍ່​ເຄີຍ​ໄດ້​ຍິນ” 3 ໂປ​ໂລ​ຈຶ່ງ​ຖາມ​ເຂົາ​ວ່າ, “ຖ້າ​ຢ່າງ​ນັ້ນ​ພວກ​ທ່ານ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແນວ​ໃດ” ເຂົາ​ຕອບ​ວ່າ, “ບັບ​ຕິ​ສະ​ມາ​ຂອງ​ໂຢ​ຮັນ” 4 ແລ້ວ​ໂປ​ໂລ​ຈຶ່ງບອກວ່າ, “ໂຢຮັນ​ໃຫ້​ຮັບ​ບັບ​ຕິ​ສະ​ມາ​ກ່ຽວ​ເຣື່ອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ໂດຍ ບອກ​ແກ່​ພົ​ລ​ເມືອງ​ໃຫ້​ເຊື່​ຜູ້​ທີ່​ຈະ​ມາ​ພາຍ​ຫລັງ​ຕົນ ຄື​ເຊື່ອ​ໃນ​ພຣະ​ເຢ​ຊູ” 5 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ເຂົາ​ຈຶ່ງ​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ 6 ເມື່ອ​ໂປ​ໂລ​ໄດ້​ວາງ​ມື​ໃສ່​ເຂົາ​ແລ້ວ ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ກໍ​ສະ​ເດັດ​ມາ​ເທິງ​ເຂົາ ເຂົາ​ຈຶ່ງ​ຕັ້ງ​ຕົ້ນ​ປາກ​ພາ​ສາ​ແປກໆ​ແລະ​ໄດ້​ທຳ​ນວາຍ 7 ຊາວ​ເຫລົ່າ​ນັ້ນ​ມີ​ປະ​ມານ​ສິບ​ສອງ​ຄົນ 8 ຝ່າຍ​ໂປ​ໂລ​ໄດ້​ເຂົ້າ​ໄປ​ກ່າວ​ສົນ​ທະ​ນາ​ໃນ​ໂຮງ​ທັມ​ດ້ວຍ​ໃຈ​ກ້າໃນ​ລະ​ຫວ່າງ​ສາມ​ເດືອນ​ໂຈດ​ຖຽງ​ແລະ​ຊັກ​ຊ​ວນ​ໃຫ້​ເຊື່ອ​ໃນ​ສິ່ງ​ທີ່​ກ່າວ​ເຖິງ​ຣາ​ຊ​ແຜ່ນ​ດິນ​ຂອງ​ພຣະ​ເຈົ້າ 9 ແຕ່​ລາງ​ຄົນ​ມີ​ໃຈ​ແຂງ​ກະ​ດ້າງ​ບໍ່ຍອມ​ເຊື່ອ ແລະ​ກ່າວ​ຫຍາບ​ຊ້າ​ເຣື່ອງ​ທາງ​ນັ້ນ​ຕໍ່​ຫນ້າ​ຄົນ​ທັງ​ຫລາຍ ໂປ​ໂລ​ຈຶ່ງ​ແຍ​ກ​ອອກ​ຈາກ​ເຂົາ​ແລະ​ຄັດ​ເອົາ​ພວກ​ລູກ​ສິດ​ໄປ​ນຳ ແລະ​ທ່ານ​ໄດ້​ໂຕ້​ຖຽງ​ໃນ​ຫ້ອງ​ປະ​ຊຸມ​ຂອງ​ທ່ານ​ຕີ​ຣັນ​ນັ​ສ​ທຸກໆ​ວັນ 10 ການ​ນີ້​ມີ​ຢູ່​ເປັນ​ເວ​ລາ​ສອງ​ປີ ຈົນ​ວ່າ​ຄົນ​ທັງ​ຫລາຍ​ທີ່​ອາ​ໄສ​ຢູ່​ໃນ​ແຂວງ​ອາ​ເຊັຽ ທັງ​ພວກ​ຢິວ​ແລະ​ພວກກ​ຣີກ​ໄດ້​ຍິນ​ພຣະ​ທັມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

ລູກ​ຊາຍ​ຂອ​ງຊະ​ເກວາ

11 ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ໂປ​ໂລ​ເຮັດ​ການ​ອິດ​ທິ​ຣິດ​ອັນ​ແປກ​ປ​ລາດ 12 ຈົນ​ເຂົາ​ໄດ້​ນຳ​ເອົາ​ຜ້າ​ເຊັດ​ເຫື່ອ​ກັບ​ຜ້າ​ກັ້ນ​ເປື້ອນ​ຈາກ​ຕົວ​ຂອງ​ໂປ​ໂລ​ໄປ​ວາງ​ໃສ່​ຄົນ​ປ່ວຍ​ໄຂ້​ພ​ຍາດ​ຕ່າງໆ​ກໍ​ຫາຍ​ແລະ​ຜີ​ຮ້າຍ​ກໍ​ອອກ​ໄປ 13 ແຕ່​ພວກ​ຢິວ​ບາງ​ຄົນ​ທີ່​ທຽວ​ໄປ​ເປັນ​ຫມໍ​ໄລ່​ຜີ ພ​ຍາ​ຍາມ​ໃຊ້​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ຂັບ​ໄລ່​ຜີ​ວ່າ, “ກູ​ບັງ​ຄັບ​ສູ​ໂດຍ​ພຣະ​ເຢ​ຊູ​ຊຶ່ງ​ໂປ​ໂລ​ປະ​ກາດ​ນັ້ນ 14 ອັນ​ນຶ່ງ​ມີ​ຢິວ​ຜູ້​ນຶ່ງ​ຊື່ ຊະ​ເກວາ ເປັນ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ມີ​ລູກ​ຊາຍ​ເຈັດ​ຄົນ​ທີ່​ເຮັດ​ການ​ຢ່າງ​ນັ້ນ 15 ສ່ວນ​ຜີ​ຮ້າຍໄດ້​ຕອບ​ເຂົາ​ວ່າ, “ພຣະ​ເຢ​ຊູ​ເຮົາ​ກໍ​ລື້ງ​ເຄີຍ ໂປ​ໂລ​ເຮົາ​ກໍ​ຮູ້​ຈັກ ແຕ່​ພວກ​ເຈົ້າ​ເປັນ​ຜູ້​ໃດ” 16 ຄົນ​ທີ່​ມີ​ຜີ​ສິງ​ຢູ່​ນັ້ນ​ໄດ້​ໂດດ​ໃສ່​ເຂົາ​ແລະ​ໃຊ້​ອຳ​ນາດ​ຊະນະ​ເຂົາ​ໄດ້ ຈົນ​ເຂົາ​ປົບ​ຫນີ​ອອກ​ຈາກ​ເຮືອນ​ຕົວ​ເປົ່າ​ແລະ​ເປັນ​ບາດ 17 ເຣື່ອງ​ນີ້​ກໍ​ໄດ້​ລື​ກັນ​ໄປ​ເຖິງຫູ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ເມືອງ​ເອ​ເຟ​ໂຊ ທັງ​ພວກ​ຢິວ​ແລະ​ພວກກ​ຣີກ ແລະ​ຄົນ​ທັງ​ປວງ​ກໍ​ພາ​ກັນ​ມີ​ຄວາມ​ຢ້ານ​ກົວ ແລະ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ກໍ​ເປັນ​ທີ່​ຍົກ​ຍໍ​ສໍ​ຣະ​ເສີນ 18 ມີ​ຫລາຍ​ຄົນ​ທີ່​ເຊື່ອແລ້ວ​ໄດ້​ມາ​ສາ​ຣະ​ພາບ​ແລະ​ເປີດ​ເຜີຍ​ການ​ທີ່​ເຂົາ​ເຄີຍ​ເຮັດ 19 ມີ​ຫລາຍ​ຄົນ​ທີ່​ໃຊ້​ເວດ​ມົນ​ຄາ​ຖາ​ໄດ້​ເອົາ​ຕຳ​ຣາ​ຂອງ​ຕົນ​ມາ​ເຜົາ​ໄຟ​ເສັຽ​ຕໍ່​ຫນ້າ​ຄົນ​ທັງ​ປວງ ຕຳ​ຣາ​ເຫລົ່າ​ນັ້ນ​ຄິດ​ຣາ​ຄາ​ເປັນ​ເງິນ​ຫ້າ​ຫມື່ນ​ຫລຽນ 20 ດັ່ງ​ນີ້​ແຫລະ, ພຣະ​ທັມ​ຂອງ​ອົງ​ພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ບັງ​ເກີດ​ຜົນ​ຈະ​ເຣີນ​ຂຶ້ນ ແລະ​ມີ​ຊັຍຊະ​ນະ​ຢູ່​ດ້ວຍ​ຣິດ 21 ພາຍ​ຫລັງ​ເຫດ​ການ​ເຫລົ່າ​ນີ້​ໂປ​ໂລ​ຕັດ​ສີນ​ໃຈ ວ່າ​ຈະ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ໂດຍ​ຜ່ານ​ແຂວງ​ມາ​ເກ​ໂດ​ເນັຽ ແລະ​ແຂວງ​ອາ​ຂາ​ຢາ ໂດຍ​ເວົ້າ​ວ່າ, “ເມື່ອ​ໃດ​ໄປ​ທາງ​ນັ້ນ​ຈະ​ຕ້ອງ​ເຫັນ​ກຸງ​ໂຣມ​ເຫມືອນ​ກັນ” 22 ທ່ານ​ຈຶ່ງ​ໃຊ້​ຜູ້​ຊ່ອຍ​ຂອງ​ຕົນ​ສອງ​ຄົນ ຄື​ຕີ​ໂມ​ທຽວ​ກັບ​ເອ​ຣັ​ສ​ຕຸ​ສ ໄປ​ຍັງ​ແຂວງ​ມາ​ເກ​ໂດ​ເນັຽ ຝ່າຍ​ທ່ານ​ເອງກໍ​ຍັງ​ພັກ​ຢູ່​ຫວ່າງ​ນຶ່ງ​ທີ່​ແຂວງ​ອາ​ເຊັຽ

ການໂອລຫົນຫວຸ້ນວາຍທີ່ເມືອງເອເຟໂຊ

23 ໃນ​ຄາວ​ນັ້ນ​ໄດ້​ເກີດ​ການ​ວຸ້ນ​ວາຍ​ອັນ​ໃຫຍ່​ກ່ຽວ​ເຣື່ອງ​ທາງນັ້ນ 24 ດ້ວຍ​ມີ​ຄົນ​ນຶ່ງ​ຊື່ ເດ​ເມ​ທິ​ໂອ ເປັນ​ຊ່າງ​ເງິນ ໄດ້​ເອົາ​ເຮັດ​ຮູບ​ວິ​ຫານ​ຂອງ​ພຣະ​ອາ​ຣ໌​ເຕ​ມິ​ສ ເປັນ​ເຫດ​ໃຫ້​ພວກ​ຊ່າງ​ໄດ້​ມີ​ງານ​ຫລວງ​ຫລາຍ 25 ດັ່ງ​ນັ້ນ​ເດ​ເມ​ທິ​ໂອ​ຈຶ່ງ​ເອີ້ນ​ບັນ​ດາ​ນາຍ​ຊ່າງ ແລະ​ຄົນ​ທີ່​ເຮັດ​ການ​ຄ້າຍ​ຄື​ກັນ​ມາ​ປະ​ຊຸມ ແລ້ວ​ກ່າວ​ວ່າ, “ທ່ານ​ທັງ​ຫລາຍ​ເອີຍ, ພວກ​ທ່ານ​ຊາບ​ຢູ່​ວ່າ ພວກ​ເຮົາ​ໄດ້​ຊັບ​ສີນ​ເງິນ​ທອງ​ມາ​ກໍ​ເພາະ​ເຮັດ​ການ​ນີ້ 26 ແລະ​ທ່ານ​ທັງ​ຫລາຍ​ໄດ້​ຮູ້​ເຫັນ​ຢູ່​ວ່າ​ບໍ່​ແມ່ນ​ແຕ່​ຈຳ​ເພາະ​ໃນ​ເມືອງ​ເອ​ເຟ​ໂຊ​ເມືອງ​ດຽວ ແຕ່​ເກືອບ​ທົ່ວ​ແຂວງ​ອາ​ເຊັຽ ໂປ​ໂລ​ຜູ້​ນີ້​ໄດ້​ຊັກ​ຊ​ວນ​ຄົນ​ຫລາຍ​ສົມ​ຄວນ​ໃຫ້​ຫລົງ​ໄປ ໂດຍ​ກ່າວ​ວ່າ “ພຣະ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ມະ​ນຸດ​ນັ້ນ ບໍ່​ແມ່ນ​ພຣະ​ເຈົ້າ​ແທ້ໆ” 27 ເປັນ​ຫນ້າ​ຢ້ານ​ວ່າ​ບໍ່​ແມ່ນ​ແຕ່​ອາ​ຊີບ​ຂອ​ງ​ພວກ​ເຮົາ​ຈະ​ເສັຽ​ຊື່​ສຽງ​ຢ່າງ​ດຽວ ແຕ່​ພຣະ​ວິ​ຫານ​ກັບ​ສະ​ຖານ​ທີ່​ນະ​ມັ​ສ​ການ​ຂອງ​ພຣະ​ມະ​ຫາ​ອາ​ເຕ​ມັ​ສ​ຈະ​ຖືກ​ຫມິ່ນ​ປມາດ​ເຫມືອນ​ກັນ ແລະ​ນາງ​ພຣະ​ນັ້ນ​ຊຶ່ງ​ເປັນ​ທີ່​ນັບ​ຖື​ຂອງ​ບັນ​ດາ​ຊາວ​ອາ​ເຊັຽກັບ​ຫມົດ​ທັງ​ໂລກ​ຈະ​ຕົກ​ຕ່ຳ​ຈະ​ສິ້ນ​ສະງ່າ​ຣາ​ສີ” 28 ຄັນ​ຄົນ​ທັງ​ຫລາຍ​ໄດ້​ຍິນ​ດັ່ງ​ນັ້ນ​ກໍ​ພາ​ກັນ​ຄຽດ​ແຄ້ນ​ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະ​ອາ​ເຕ​ມັ​ສ​ຂອງ​ຊາວ​ເອ​ເຟ​ໂຊ​ເປັນ​ໃຫຍ່” 29 ແລ້ວ​ໄດ້​ເກີດ​ອົ​ລ​ຫົນ​ວຸ້ນ​ວາຍ​ຂຶ້ນ​ທົ່ວ​ທັງ​ເມືອງ​ເຂົາ​ໄດ້​ຈັບ​ເອົາ​ຄາ​ໂຢ​ກັບ​ອາ​ຣິ​ສຕາ​ໂຂ​ຊາວ​ເມ​ເກ​ໂດ​ເນັຽ ຜູ້​ເປັນ​ເພື່ອນ​ເດີນ​ທາງ​ຮ່ວມ​ກັບ​ໂປ​ໂລ​ດຶງ​ລາກ​ແລ່ນ​ເຂົ້າ​ໄປ​ໃນ​ສ​ນາມ​ລະ​ຄອນ 30 ຝ່າຍ​ໂປ​ໂລ​ມີ​ໃຈ​ຢາກ​ເຂົ້າ​ໄປ​ໃນ​ຖ້າມ​ກາງ​ປະ​ຊາ​ຊົນ ແຕ່​ພວກ​ລູກ​ສິດ​ບໍ່​ຍອມ​ໃຫ້​ໄປ 31 ມີ​ລາງ​ຄົນ​ໃນ​ພວກ​ຜູ້​ປົກ​ຄອງ​ແຂວງ​ອາ​ເຊັຽ​ເຫມືອນ​ກັນ ຊຶ່ງ​ເປັນ​ສະ​ຫາຍ​ຂອງ​ໂປ​ໂລ​ໄດ້​ໃຊ້​ຄົນ​ໄປ​ອ້​ອນວອນ ຂໍ​ຫ້າມ​ບໍ່​ໃຫ້​ໂປ​ໂລ​ເຂົ້າ​ໄປ​ໃນ​ສ​ນາມ​ລະ​ຄອນ 32 ອັນ​ນຶ່ງ, ຄົນ​ທັງ​ຫລາຍ​ຕ່າງ​ຄົນ​ຕ່າງ​ຮ້ອງ​ຂຶ້ນ ເພາະ​ວ່າ​ທີ່​ປະ​ຊຸມ​ວຸ້ນ​ວາຍ​ຫລາຍ ແລະ​ຄົນ​ສ່ວນ​ຫລາຍ​ບໍ່​ໄດ້​ຮູ້​ວ່າ​ເຂົາ​ມາ​ປະ​ຊຸມ​ກັນ​ດ້ວຍ​ເຣື່ອງ​ໃດ 33 ມີ​ລາງ​ຄົນ​ໃນ​ພວກ​ເຫລົ່າ​ນັ້ນ​ໄດ້​ແນະ​ນຳ​ອາ​ເລັກ​ຊັນ​ໂດ​ຊຶ່ງ​ເປັນ​ຄົນ​ທີ່​ພວກ​ຢິວ​ໃຫ້​ອອກ​ໄປ​ຂ້າງ​ຫນ້າ ອາ​ເລັກ​ຊັນ​ໂດ​ຈຶ່ງກວັກ​ມື​ຫມາຍ​ຈະ​ແກ້​ແທນ​ຕໍ່​ຫນ້າ​ປະ​ຊາ​ຊົນ 34 ແຕ່​ເມື່ອ​ເຂົາ​ສັງ​ເກດ​ຮູ້​ວ່າ​ທ່ານ​ເປັນ​ຄົນ​ຢິວ ເຂົາ​ທັງ​ປວງຈຶ່ງ​ຮ້ອງ​ເປັນ​ສຽງ​ດຽວ​ກັນ​ຢູ່​ປະ​ມານ​ສອງ​ຊົ່ວ​ໂມງວ່າ, “ພຣະ​ອາ​ເຕ​ມັ​ສ​ຂອງ​ຊາວ​ເອ​ເຟ​ໂຊ​ເປັນ​ໃຫຍ່” 35 ເມື່ອ​ເລ​ຂາ​ທິ​ການ​ເທ​ສ​ບານ​ໄດ້​ໃຫ້​ປະ​ຊາ​ຊົນ​ງຽບ​ລົງ​ແລ້ວ​ຈຶ່ງ​ກ່າວ​ວ່າ, “ຊາວ​ເອ​ເຟ​ໂຊ​ທັງ​ຫລາຍ​ເອີຍ, ມີ​ຜູ້​ໃດ​ຫນໍ​ທີ່​ບໍ່​ຮູ້​ວ່າ​ຊາວ​ເອ​ເຟ​ໂຊ​ນີ້​ເປັນ​ຜູ້​ຮັກ​ສາ​ດູ​ແລ​ວິ​ຫານ​ຂອງ​ນາງ​ພຣະ​ມະ​ຫາ​ອາ​ເຕ​ມັ​ສ ແລະ​ສິ່ງ​ສັກ​ສິດ​ທີ່​ຈັກ​ມາ​ຈາກ​ຟ້າ 36 ບັດ​ນີ້​ດ້ວຍ​ການ​ທັງ​ຫລາຍ​ອັນ​ຖຽງ​ບໍ່​ໄດ້​ນີ້ ທ່ານ​ທັງ​ຫລາຍ​ຄວນ​ສ​ງົບ​ລົງ ຢ່າ​ເຮັດ​ອັນ​ໃດ​ດ້ວຍ​ຮີບ​ຮ້ອນ 37 ດ້ວ​ຍວ່າ​ພວກ​ທ່ານ​ໄດ້​ນຳ​ເອົາ​ຄົນ​ເຫລົ່າ​ນີ້​ມາ ກໍບໍ່​ແມ່ນ​ເຂົາ​ເປັນ​ຄົນ​ປຸ້ນ​ວິ​ຫານ ຫລື​ຫມິ່ນ​ປມາດ​ນາງ​ພຣະ​ຂອງ​ພວກ​ເຮົາ 38 ເຫດ​ສັນ​ນີ້​ຖ້າ​ແມ່ນ​ເດ​ເມ​ທິ​ໂອ​ກັບ​ພວກ​ຊ່າງທີ່​ມີ​ອາ​ຊີບ​ຢ່າງ​ດຽວ​ກັນ​ເປັນ​ຄວາມ​ກັບ​ຜູ້​ໃດ ວັນ​ກຳ​ນົດ​ທີ່​ຈະ​ວ່າ​ຄວາມ​ກໍ​ມີ ຜູ້​ປົກ​ຄອງ​ບ້ານ​ເມືອງ​ກໍ​ມີ ໃຫ້​ເຂົາ​ມາ​ຟ້ອງ​ກັນ​ສາ 39 ແຕ່​ຖ້າ​ພວກ​ທ່ານ​ມີ​ຂໍ້​ຫາ​ອັນ​ໃດ​ອີກ ກໍ​ໃຫ້​ຊຳ​ຮະ​ກັນ​ໃນ​ທີ່​ປະ​ຊຸມ​ສາ​ມັນ 40 ເພາະ​ຫນ້າ​ຢ້ານ​ວ່າ​ພວກ​ເຮົາ​ຈະ​ຖືກ​ຟ້ອງວ່າ​ເປັນ​ຜູ້​ກໍ່​ການ​ວຸ້ນ​ວາຍ​ຂຶ້ນ​ໃນ​ວັນ​ນີ້ ເພາະ​ພວກ​ເຮົາບໍ່​ອາດ​ຍົກ​ຂໍ້​ໃດ​ມາ​ອ້າງ​ເປັນ​ສາຍ​ເຫດ​ພໍ​ແກ່​ການ​ວຸ້ນ​ວາຍ​ນີ້​ໄດ້” 41 ເມື່ອ​ກ່າວ​ດັ່ງ​ນີ້​ແລ້ວ​ທ່ານ​ກໍ​ສັ່ງ​ໃຫ້​ເລີກ​ປະ​ຊຸມ

ກິຈການ 20

ໂປ​ໂລ​ໄປ​ຍັງ​ແຂວງ​ມາ​ເກ​ໂດ​ເນັຽ​ແລະ​ປະ​ເທດກ​ຣີກ

1 ເມື່ອ​ການ​ວຸ້ນ​ວາຍ​ສ​ງົບ​ລົງ​ແລ້ວ​ໂປ​ໂລ​ໄດ້​ເອີ້ນ​ພວກ​ສິດ​ມາ ຈຶ່ງ​ກ່າວ​ຫນຸນ​ນ້ຳ​ໃຈ​ເຂົາ ແລ້ວ​ລາ​ອອກ​ເດີນ​ທາງ​ໄປ​ຍັງ​ແຂວງ​ມາ​ເກ​ໂດ​ເນັຽ 2 ເມື່ອ​ຜ່ານ​ເຂດ​ນັ້ນ​ໄປ​ທ່ານ​ໄດ້​ກ່າວ​ຫນຸນ​ນ້ຳ​ໃຈ​ເຂົາ​ຫລາຍ​ຢ່າງ ແລ້ວກໍ​ມາ​ເຖິງ​ປະ​ເທດກ​ຣີກ 3 ທ່ານ​ໄດ້​ພັກ​ຢູ່​ທີ່​ນັ້ນ​ສາມ​ເດືອນ ເມື່ອ​ທ່ານ​ຈວນ​ຈະ​ລົງ​ເຮືອໄປ​ຍັງ​ແຂວງ​ຊີ​ເຣັຽ ພວກ​ຢິວ​ໄດ້​ຄຶດ​ປອງ​ຮ້າຍ​ໃສ່​ທ່ານ ແລ້ວ​ທ່ານ​ຈຶ່ງ​ໄດ້​ຕັ້ງ​ໃຈ​ຈະ​ກັບ​ຄືນ​ໄປ​ທາງ​ຜ່ານ​ແຂວງ​ມາ​ເກ​ໂດ​ເນັຽ 4 ຄົນ​ທີ່​ໄປ​ກັບ​ໂປ​ໂລ​ຄື​ໂຊປາ​ໂທລູກ​ຊາຍ​ຂອງປີ​ໂຣ​ໄທ​ເມືອງ​ເບ​ຣອຍ​ອາ ອາ​ຣິດ​ຕາ​ໂຂ​ກັບ​ຊະ​ກຸນ​ໂດ​ໄທ​ເມືອງ​ເທ​ຊະ​ໂລ​ນິກ ຄາ​ໂຍ​ໄທ​ເມືອງ​ເດ​ຣະ​ເບ ແລະ​ຕີ​ໂມ​ທຽວ ຕີ​ຂີ​ໂກ​ກັບ​ໂທ​ຟີ​ໂມ​ຊາວ​ແຂວງ​ອາ​ເຊັຽ 5 ຄົນ​ເຫລົ່າ​ນີ້​ໄດ້​ລ່ວງ​ຫນ້າ​ໄປ​ກ່ອນ​ແລະ​ຄອຍ​ຖ້າ​ພວກ​ເຮົາ​ຢູ່​ເມືອງ​ໂທ​ອາດ 6 ເມື່ອ​ວັນ​ເທ​ສ​ການ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ລ່ວງ​ໄປ​ແລ້ວ ຝ່າຍ​ພວກ​ເຮົາ​ໄດ້​ອອກ​ຈາກ​ເມືອງ​ຟີ​ລິບ​ປອຍ​ໄປ​ທາງ​ເຮືອສະ​ເພົາ ໃນ​ລະ​ຫວ່າງ​ຫ້າ​ວັນ​ກໍ​ມາ​ເຖິງ​ຄົນ​ເຫລົ່າ​ນັ້ນ​ທີ່​ເມືອງ​ໂທ​ອາດແລະ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ

ໂປໂລຢ້ຽມຢາມເມືອງໂທອາດເປັນເທື່ອສຸດທ້າຍ

7 ໃນວັນ​ຕົ້ນ​ສັ​ປ​ດາ​ພວກ​ເຮົາ​ໄດ້​ປະ​ຊຸມ​ກັນ​ທຳ​ພິ​ທີ​ຫັກ​ເຂົ້າ​ຈີ່ ໂປ​ໂລ​ໄດ້​ສົນ​ທະ​ນາ​ປາ​ສັຍ​ກັບ​ເຂົາ ເພາະ​ວ່າ​ວັນ​ຫນ້າ​ນັ້ນ​ຫມາຍ​ໃຈ​ຈະ​ລາ​ເຂົາ​ໄປ ທ່ານ​ໄດ້​ກ່າວ​ຍືດ​ຍາວ​ໄປ​ຈົນ​ເຖິງ​ທ່ຽງ​ຄືນ 8 ໃນ​ຫ້ອງ​ຊັ້ນ​ເທິງ​ທີ່​ພວກ​ເຮົາ​ປະ​ຊຸມ​ກັນ​ນັ້ນ​ມີ​ໂຄມ​ໄຟ​ຫລາຍ​ຫນ່ວຍ 9 ແລະ​ມີ​ຊາຍ​ຫນຸ່ມ​ຜູ້​ນຶ່ງ​ຊື່ ຢູ​ຕີ​ໂຂ ນັ່ງ​ຢູ່​ທີ່​ປ່ອງ​ຢ້ຽມ​ເຫງົາ​ນອນ​ເຕັມ​ທີ ແລະ​ເນື່ອງ​ຈາກໂປ​ໂລ​ກ່າວ​ດົນ​ນານ​ໄປ​ຄົນ​ນັ້ນ​ທົນ​ຕໍ່​ຄວາມ​ເຫງົາ​ນອນ​ບໍ່​ໄດ້ ຈຶ່ງ​ຫລັບ​ໄປ​ເລີຍ​ຕົກ​ລົງ​ຈາກ​ຊັ້ນ​ທີ່​ສາມ ເມື່ອ​ເຂົາ​ຍົກ​ຂຶ້ນ​ກໍ​ເຫັນ​ວ່າ​ເຂົາ​ຕາຍ​ເສັຽ​ແລ້ວ 10 ຝ່າຍ​ໂປ​ໂລ​ໄດ້​ລົງ​ໄປ​ກົ້ມ​ຕົວ​ກອດ​ຜູ້​ນັ້ນ​ແລ້ວ​ເວົ້າ​ວ່າ, “ຢ່າ​ວຸ້ນ​ວາຍ​ໃຈ​ເພາະ​ຊີ​ວິດ​ຍັງ​ຢູ່​ໃນ​ຕົວ​ເຂົາ” 11 ຄັນ​ໂປ​ໂລ​ຂຶ້ນ​ເມືອ​ແລະ​ຫັກ​ເຂົ້າ​ຈີ່​ຮັບ​ປະ​ທານ​ແລ້ວ ກໍ​ສົນ​ທະ​ນາ​ກັບ​ເຂົາ​ຕໍ່​ໄປ​ອີກ​ກົນ​ນານ​ສົມ​ຄວນ​ຈົນ​ເຖິງ​ຮຸ່ງ​ເຊົ້າ ແລ້ວ​ທ່ານ​ໄດ້​ຈາກ​ເຂົາ​ໄປ 12 ແລ້ວ​ເຂົາ​ໄດ້​ນຳ​ເອົາ​ຊາຍ​ຫນຸ່ມຜູ້​ຍັງ​ເປັນ​ຢູ່​ນັ້ນ​ໄປ ໂດຍ​ມີ​ຄວາມ​ຍິນ​ດີ​ບໍ່​ໃຊ່​ນ້ອຍ

ໂປໂລເດີນທາງຈາກເມືອງໂທອາດໄປເຖິງເມືອງມີເລໂຕ

13 ຝ່າຍ​ພວກ​ເຮົາ​ໄດ້​ລົງ​ເຮືອ​ກ່ອນ​ຈຶ່ງ​ເດີນ​ທາງ​ນ້ຳ​ໄປ​ເຖິງ​ເມືອງ​ອາ​ໂຊ ຫມາຍ​ໃຈ​ວ່າ​ຈະ​ຮັບ​ໂປ​ໂລ​ຂຶ້ນ​ເຮືອທີ່​ນັ້ນ ດ້ວຍ​ວ່າ​ທ່ານ​ເອງ​ໄດ້​ຈັດ​ໄວ້​ຢ່າງ​ນັ້ນ ເພາະ​ທ່ານ​ຫມາຍ​ໃຈ​ວ່າ​ຈະ​ໄປ​ທາງ​ບົກ 14 ຄັນ​ທ່ານ​ພົບ​ພວກ​ເຮົາ​ທີ່​ເມືອງ​ອາ​ໂຊ​ແລ້ວ ພວກ​ເຮົາ​ກໍ​ຮັບ​ທ່ານ​ຂຶ້ນ​ເຮືອ​ມາ​ຍັງ​ເມືອງ​ມີ​ເຕ​ເລ​ເນ 15 ຄັນ​ອອກ​ຈາກ​ທີ່​ນັ້ນ​ວັນ​ນຶ່ງ​ແລ້ວ ກໍ​ມາ​ເຖິງ​ບ່ອນ​ທີ່​ຢູ່​ຊື່​ກັບ​ເກາະ​ຂີ​ໂອ ວັນ​ທີ່​ສອງ​ກໍ​ມາ​ຈອດ​ທີ່​ເກາະ​ຊາ​ໂມ ແລະ​ອີກວັນ​ນຶ່ງ​ກໍ​ມາ​ເຖິງ​ເມືອງ​ມີ​ເລ​ໂຕ 16 ດ້ວຍ​ໂປ​ໂລໄດ້​ຕັ້ງ​ໃຈ​ວ່າ​ຈະ​ກາຍ​ເມືອງ​ເອ​ເຟ​ໂຊໄປ​ເພື່ອ​ບໍ່​ໃຫ້​ຄ້າງ​ຢູ່​ເຫິງ​ໃນ​ແຂວງ​ອາ​ເຊັຽ ເພາະ​ທ່ານ​ຟ້າວ​ຢາກ​ໃຫ້​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ຖ້າ​ເປັນ​ໄດ້, ກໍ​ໃຫ້​ທັນ​ວັນ​ເທສ​ການ​ເພັນ​ເຕ​ຄອສ

ໂປໂລກ່າວຄໍາປາສັຍເປັນເທື່ອສຸດທ້າຍຕໍ່ພວກເຖົ້າແກ່ທີ່ເມືອງເອເຟໂຊ

17 ໂປ​ໂລ​ຈຶ່ງ​ໃຊ້​ຄົນ​ຈາ​ເມືອງ​ມີ​ເລ​ໂຕ​ໄປ​ຍັງ​ເມືອງ​ເອ​ເຟ​ໂຊ ເຊີນ​ເອົາ​ພວກ​ເຖົ້າ​ແກ່​ໃນ​ຄ​ຣິ​ສ​ຕະ​ຈັກ​ນັ້ນ​ມາ 18 ເມື່ອ​ເຂົາ​ມາ​ເຖິງ​ໂປ​ໂລ​ຈຶ່ງ​ກ່າວ​ວ່າ, “ຝ່າຍ​ທ່ານ​ທັງ​ຫລາຍ​ກໍ​ຊາບ​ຢູ່​ແລ້ວ​ວ່າ ຕັ້ງ​ແຕ່​ວັນ​ທຳ​ອິດ​ທີ່​ເຮົາ​ຍ່າງ​ເຂົ້າ​ມາ​ໃນ​ແຂວງ​ອາ​ເຊັຽ ທຸກ​ເວ​ລາ​ທີ່​ເຮົາ​ຢູ່​ກັບ​ພວກ​ທ່ານ​ເຮົາ​ໄດ້​ເຮັດ​ແນວ​ໃດ 19 ເຮົາ​ໄດ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ການ​ຖ່ອມ​ໃຈ​ທຸກ​ຢ່າງ ດ້ວຍ​ນ້ຳ​ຕາ​ໄຫລ ແລະ​ດ້ວຍບ​ການ​ຖືກ​ທົດ​ລອງທີ່​ບັງ​ເກີດ​ແກ່​ເຮົາ ດ້ວຍ​ພວກຢິວ​ຄຶດ​ປອງ​ຮ້າຍ​ຕໍ່​ເຮົາ 20 ສິ່ງ​ນຶ່ງ​ສິ່ງ​ໃດ​ອັນ​ເປັນ​ຄຸນ​ປ​ໂຍດ​ແກ່​ພວກ​ທ່ານ ເຮົາ​ບໍ່​ໄດ້​ທໍ້​ຖອຍ​ຈາ​ການ​ປະ​ກາດ​ແລະ​ສັ່ງ​ສອນ​ພວກ​ທ່ານ ໃນ​ທີ່​ປະ​ຊຸມ​ແລະ​ຕາມ​ບ້ານ​ຕາມ​ເຮືອນ 21 ທັງ​ເຕືອນ​ສະ​ຕິ​ຢ່າງ​ຫນັກ​ແຫນ້ນ​ໃຫ້​ພວກ​ຢິວ​ແລະ​ພວກກ​ຣີກ ເຖິງ​ເຣື່ອງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ຈຳ​ເພາະ​ພຣະ​ເຈົ້າ ແລະ​ຄວາມ​ເຊື່ອ​ຈຳ​ເພາະ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາ 22 ແລະ​ເບິ່ງ​ແມ໋, ບັດ​ນີ້​ພຣະ​ວິນ​ຍານ​ຜູກ​ພັນ​ເຮົາ ຈຶ່ງ​ຈຳ​ເປັນ​ຈະ​ຕ້ອງ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ບໍ່​ຮູ້​ວ່າ​ຈະ​ມີ​ອັນ​ໃດ​ບັງ​ເກີດ​ແກ່​ເຮົາ​ທີ່​ນັ້ນ 23 ເວັ້ນ​ໄວ້​ແຕ່​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ​ຊົງ​ເຕືອນ​ສະ​ຕິ​ເຮົາ​ໃນ​ທຸກໆ​ບ້ານທຸກ​ເມືອງວ່າ ເຄື່ອງ​ຜູກ​ມັດ​ແລະ​ຄວາມ​ທຸກ​ລຳ​ບາກ​ຄອຍ​ຖ້າ​ເຮົາ​ຢູ່ 24 ແຕ່​ເຮົາ​ບໍ່​ໄດ້​ຖື​ວ່າ​ຊີ​ວິດອ​ຂງ​ເຮົາ​ເປັນ​ຂອງ​ມີ​ຄ່າ​ແກ່​ເຮົາ​ຢ່າງ​ໃດ​ເພື່ອ​ເຮົາ​ຈະ​ເຮັດ​ຫນ້າ​ທີ່​ຂອງ​ເຮົາ ແລະ​ຈະ​ໄດ້​ປະ​ຕິ​ບັດ​ງານ​ທີ່​ໄດ້​ຮັບ​ມອບ​ຫມາຍ​ຈາກອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ສຳ​ເຣັດ ຄື​ທີ່​ຈະ​ເປັນ​ພຍານ​ຢ່າງ​ຄົບ​ຖ້ວນ​ເຖິງ​ເຣື່ອງ​ຂ່າວ​ປະ​ເສີດ​ກ່ຽວ​ກັບ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ນັ້ນ 25 ແລະ​ເບິ່ງ​ແມ໋, ເຮົາ​ຜູ້​ທີ່​ທຽວ​ໄປ​ປະ​ກາດ​ເຣື່ອງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໃນ​ຖ້າມ​ກາງ​ທ່ານ​ທັງ​ຫລາຍ​ນັ້ນ ບັດ​ນີ້​ເຮົາ​ຊາບ​ຢູ່​ວ່າ​ຝ່າຍ​ພວກ​ທ່ານ​ຈະບໍ່​ເຫັນ​ຫນ້າ​ເຮົາ​ອີກ​ຕໍ່​ໄປ 26 ເຫດ​ສັນ​ນັ້ນ​ວັນ​ນີ້​ເຮົາ​ຢືນ​ຢັນ​ຕໍ່​ທ່ານ​ທັງ​ຫລາຍ ເຮົາ​ບໍ່​ມີ​ໂທດ​ໃນ​ຊາ​ຕາ​ກັມ​ຂອງ​ທ່ານ​ທຸກ​ຄົນ 27 ດ້ວຍ​ວ່າ​ເຮົາ​ບໍ່​ໄດ້​ທໍ້​ຖອຍ​ຈາ​ກການ​ປະ​ກາດ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ໃຫ້​ພວກ​ທ່ານ​ຮູ້ 28 ທ່ານ​ທັງ​ຫລາຍ​ຈົ່ງ​ລະ​ວັງ​ຕົວ​ເອງ​ໃຫ້​ດີ ແລະ​ລະ​ວັງ​ຮັກ​ສາ​ຝູງ​ແກະ​ທີ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໄດ້​ຊົງ​ຕັ້ງ​ພວກ​ທ່ານ​ໄວ້​ໃຫ້​ເປັນ​ຜູ້​ດູ​ແລ ເພື່ອ​ບຳ​ຣຸງ​ລ້ຽງ​ຄຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ພຣະ​ອົງ​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ​ເອງ 29 ເຮົາ​ຮູ້​ຢູ່ວ່າ​ເມື່​ອເຮົາ​ຈາກ​ໄປ​ແລ້ວ ຈະ​ມີ​ຫມາ​ໄນ​ຕົວ​ຮ້າ​ຍ​ເຂົ້າ​ມາ​ໃນ​ຖ້າມ​ກາງ​ພວກ​ທ່ານ ມັນຈະ​ບໍ່​ເວັ້ນ​ຊີ​ວິດ​ຂອງ​ຝູງ​ແກະ 30 ຈະ​ມີ​ຊາຍ​ລາງ​ຄົນ​ເກີດ​ມາ​ຈາກ​ພວກ​ທ່ານ​ເອງ​ກ່າວ​ປີ້ນ​ຄວາມ​ຈິງ ເພື່ອ​ຊັກ​ຊວນ​ພວກ​ສິດ​ໃຫ້​ຫລົງ​ຕາມ​ເຂົາ​ໄປ 31 ເຫດ​ສັນ​ນັ້ນ​ຈົ່ງ​ເຝົ້າ​ລະ​ວັງ​ແລະ​ຈື່​ຈຳ​ໄວ້​ວ່າ ໃນ​ລະ​ຫວ່າງ​ສາມ​ປີ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເຮົາ​ບໍ່​ໄດ້​ຢຸດ​ຢ່ອນ​ໃນ​ການ​ເຕືອນ​ສະ​ຕິ​ທ່ານ​ທຸກ​ຄົນ​ດ້ວນ​ນ້ຳ​ຕາ​ໄຫ​ລ 32 ເຫດ​ສັນ​ນັ້ນ, ບັດ​ນີ້​ເຮົາ​ຝາກ​ທ່ານ​ທັງ​ຫລາຍ​ໄວ້​ກັບ​ພຣະ​ເຈົ້າ ແລະ​ກັບ​ພຣະ​ທັມ​ອັນ​ປະ​ກອບ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ອົງ ຊຶ່ງ​ມີ​ຣິດ​ອາດ​ສາ​ມາດ​ສ້າງ​ພວກ​ທ່ານ​ຂຶ້ນ​ໄດ້ ແລະ​ໃຫ້​ພວກ​ທ່ານ​ໄດ້​ຮັບ​ມໍ​ຣະ​ດົກ​ດ້ວຍ​ກັນ​ກັບ​ບັນ​ດາ​ຜູ້​ຖືກ​ຊົງ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ 33 ເຮົາ​ບໍ່​ໄດ້​ໂລບ​ເອົາ​ເງິນ ເອົາ​ຄຳ ຫລື​ເສື້ອ​ຜ້າ​ຂອງ​ຜູ້​ໃດ 34 ຝ່າຍ​ທ່ານ​ທັງ​ຫລາຍ​ກໍ​ຊາບ​ຢູ່​ແລ້ວ​ວ່າ ມື​ທັງ​ສອງ​ຂອງ​ເຮົາ​ນີ້​ແຫລະ, ໄດ້​ຮັບ​ໃຊ້​ຈັດ​ຫາ​ສິ່ງ​ທີ່​ເຮົາ​ຕ້ອງ​ການກັບ​ພວກ​ທີ່​ຢູ່​ນຳ​ເຮົາ​ນັ້ນ 35 ໃນ​ການ​ທຸກ​ສິ່ງ​ທຸກ​ຢ່າງ​ເຮົາ​ໄດ້​ສະ​ແດງ​ໃຫ້​ພວກ​ທ່ານ​ເຫັນ​ວ່າ​ຄວນ​ຈະ​ຊ່ອຍ​ຄົນ​ທີ່​ມີ​ແຮງ​ນ້ອຍ ດ້ວຍ​ເຮັດ​ການ​ຫນັກ​ຫນ່ວງ​ດັ່ງ​ນີ້ ໂດຍ​ລະ​ນຶກ​ເຖິງ​ພຣະ​ທັມ​ຂອງ​ພຣະ​ເຢ​ຊູ​ເຈົ້າ ທີ່​ຊົງ​ກ່າວ​ແລ້ວ​ວ່າ “ການ​ໃຫ້​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫລາຍກວ່າ​ການ​ຮັບ” 36 ເມື່ອ​ໂປ​ໂລ​ກ່າວ​ດັ່ງ​ນັ້ນ​ແລ້ວ​ທ່ານ​ກໍ​ຄຸ​ເຂົ່າ​ລົງ​ໄຫວ້ວອນ​ກັບ​ຄົນ​ເຫລົ່າ​ນັ້ນ 37 ເຂົາ​ທຸກ​ຄົນ​ຈຶ່ງ​ຮ້ອງ​ໄຫ້​ຫລາຍ ແລະ​ພາ​ກັນ​ກອດ​ຄໍ​ທ່ານ​ຈູບ​ຊົມ​ຢ່າງ​ຮັກ​ແພງ 38 ເຂົາ​ມີ​ຄວາມ​ທຸກ​ໃຈ​ຫລາຍ​ຍ້ອນ​ຄຳ​ນີ້​ຫລາຍ​ກວ່າ​ຂໍ້​ອື່ນໆ ຄື​ຄຳ​ທີ່​ທ່ານ​ກ່າວ​ວ່າ​ເຂົາ​ຈະ​ບໍ່​ເຫັນ​ຫນ້າ​ທ່ານ​ອີກ ແລ້ວ​ເຂົາ​ໄດ້​ພາ​ກັນ​ໄປ​ສົ່ງ​ທ່ານ​ເຖິງ​ເຮືອ

ກິຈການ 21

ໂປ​ໂລ​ເດີນ​ທາງ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ

1 ເມື່ອ​ເຮົາ​ໄດ້​ລາ​ພັດ​ພາກ​ຈາກ​ເຂົາ​ໄປ​ແລ້ວ ກໍ​ໄດ້​ລົງ​ເຮືອ​ສະ​ເພົາ​ໄປ​ເຖິງ​ເກາະ​ໂກດ​ຕາມ​ທາງ​ກົງ ອີກວັນ​ນຶ່ງ​ກຳ​ມາ​ເຖິງ​ເກາະ​ໂຣ​ໂດ ເມື່ອ​ອອກ​ຈາກ​ທີ່​ນັ້ນ​ກໍ​ມາ​ເຖິງ​ເມືອງ​ປາ​ຕາ​ຣາ 2 ເມື່ອ​ໄດ້​ພົບ​ເຮືອ​ລຳ​ນຶ່ງ​ທີ່​ຈະ​ຂ້າມ​ໄປ​ແຂວງຟ​ອຍ​ນິ​ເກ ພວກ​ເຮົາ​ຈຶ່ງ​ລົງ​ເຮືອລຳ​ນັ້ນ​ຕໍ່​ໄປ 3 ເມື່ອ​ຫລຽວ​ເຫັນ​ເກາະ​ໄຊ​ປ​ຣັ​ສ​ແລ້ວ ພວກ​ເຮົາ​ເວັ້ນ​ເກາະ​ນັ້ນ​ຂ້າງ​ຊ້າຍ ແລ້ວ​ໄປ​ເຖິງ​ແຂວງ​ຊີ​ເຣັຽ ແລະ​ຈອດ​ເຮືອ​ທີ່​ທ່າ​ເມືອງ​ຕີ​ເຣ​ເພາະ​ຈະ​ເອົາ​ຂອງ​ບັນ​ທຸກ​ຂຶ້ນ​ທີ່​ນັ້ນ 4 ເມື່ອ​ໄດ້​ພົບ​ພວກ​ສິດ​ແລ້ວ ພວກ​ເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ ສິດ​ເຫລົ່າ​ນັ້ນ​ໄດ້​ບອກ​ໂປ​ໂລ​ໂດຍ​ພຣະ​ວິນ​ຍານ​ບໍ່​ໃຫ້​ທ່ານ​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 5 ແຕ່​ເມື່ອ​ຄົບ​ເຈັດ​ວັນ​ແລ້ວ ພວກ​ເຮົາ​ໄດ້​ອອກ​ເດີນ​ທາງ​ຕໍ່​ໄປ ພວກ​ສິດ​ທັງ​ຫມົດ​ພ້ອມ​ທັງ​ເມັຽ​ແລະ​ລູກ​ໄດ້​ໄປ​ສົ່ງ​ພວກ​ເຮົາ​ນອກ​ເມືອງ ແລ້ວ​ເຮົາ​ທັງ​ຫລາຍ​ໄດ້​ພາກັນ​ຄຸ​ເຂົ່າ​ລົງ​ໄຫວ້ວອນ​ທີ່​ຫາດ​ຊາຍ 6 ແລະ​ຄຳ​ນັບ​ລາ​ຊຶ່ງ​ກັນ​ແລະ​ກັນ ພວກ​ເຮົາ​ກໍ​ລົງ​ເຮືອ ສ່ວນ​ເຂົາ​ກໍ​ພາ​ກັນ​ກັບ​ບ້ານ 7 ເມື່ອ​ສຸດ​ການ​ເດີນ​ທາງ​ຈາກ​ເມືອງ​ຕີ​ເຣ ກໍ​ມາ​ເຖິງ​ເມືອງ​ປະ​ໂຕ​ເລມາຍ ພວກ​ເຮົາ​ໄດ້​ຄຳ​ນັບ​ພວກ​ພີ່​ນ້ອງ​ແລະ​ພັກ​ຢູ່​ກັບ​ເຂົາ​ວັນ​ນຶ່ງ 8 ຕົກ​ມື້​ຫນ້າ​ມາ​ພວກ​ເຮົາ​ໄດ້​ອອກ​ໄປ​ຈຶ່ງ​ມາ​ເຖິງ​ເມືອງ​ກາຍ​ຊາ​ເຣັຽ ແລະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຟີ​ລິບ​ຜູ້​ປະ​ກາດ​ຂ່າວ​ປະ​ເສີດ ຊຶ່ງ​ເປັນ​ຜູ້​ນຶ່ງ​ໃນ​ຈຳ​ພວກ​ເຈັດ​ຄົນ​ນັ້ນ ພວກ​ເຮົາ​ກໍ​ພັກ​ຢູ່​ກັບ​ທ່ານ 9 ອັນ​ນຶ່ງ, ທ່ານ​ຜູ້​ນີ້​ມີ​ລູກ​ສາວ​ສີ່​ຄົນ ຊຶ່ງ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ຍັງ​ເປັນ​ສາວ​ປ​ອດ​ຢູ່ 10 ເມື່ອ​ພວກ​ເຮົາ​ໄດ້​ພັກ​ຢູ່​ຫັ້ນ​ຫລາຍ​ວັນ​ແລ້ວ ມີ​ຫມໍ​ທຳ​ນ​ວາຍ​ຜູ້​ນຶ່​ງລົງ​ມາ​ຈາກ​ແຂວງ​ຢູ​ດາຍ​ຊື່ ອາ​ຄະ​ໂບ 11 ເມື່ອ​ມາ​ເຖິງ​ພວກ​ເຮົາ​ແລ້ວ ອາ​ຄະ​ໂບ​ໄດ້​ເອົາ​ສາຍ​ຮັດ​ແອວ​ຂອງ​ໂປ​ໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນ ແລ້ວ​ກ່າວ​ວ່າ, “ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ກ່າວ​ດັ່ງ​ນີ້ວ່າ “ຢ່າງ​ດຽວກັນ​ນີ້​ແຫລະ, ພວກ​ຢິວ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ​ຈະ​ມັດ​ຜູ້​ເປັນ​ເຈົ້າ​ຂອງ​ສາຍ​ຮັດ​ແອວ​ນີ້​ໄວ້ ແລ້ວ​ຈະ​ມອບ​ທ່ານ​ໄວ້​ໃນ​ມື​ຂອງ​ຄົນ​ຕ່າງ​ຊາດ” 12 ເມື່ອ​ໄດ້​ຍິນ​ດັ່ງ​ນີ້​ແລ້ວ ຝ່າຍ​ພວກ​ເຮົາ​ກັບ​ຄົນ​ທັງ​ຫລາຍທີ່​ຢູ່​ຫັ້ນ ໄດ້​ອ້ອນວອນ​ໂປ​ໂລ​ບໍ່​ໃຫ້​ຂຶ້ນ​ເມືອຍັງ​ກຸງ​ເຢ​ຣູ​ຊາ​ເລັມ 13 ຝ່າຍ​ໂປ​ໂລ​ຕອບ​ວ່າ, “ເຫດ​ສັນ​ໃດ​ທ່ານ​ທັງ​ຫລາຍ​ຈຶ່ງ​ຮ້ອງ​ໄຫ້​ແລະ​ເຮັດ​ໃຫ້​ເຮົາ​ຊ້ຳ​ໃຈ ດ້ວຍ​ເຮົາ​ເຕັມ​ໃຈ​ພ້ອມ​ແລ້ວ​ບໍ່​ໃຊ່​ທີ່​ຈະ​ໃຫ້​ເຂົາ​ຜູກ​ມັດ​ເຮົາ​ໄວ້​ເທົ່າ​ນັ້ນ ແຕ່​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ຕາຍ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ ເພາະ​ເຫັນແກ່​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ” 14 ເມື່ອ​ທ່ານ​ບໍ່​ຍອມ​ຟັງ​ຕາມ​ຄຳ​ຊັກ​ຊ​ວນ​ພວກ​ເຮົາ​ກໍ​ບໍ່​ຊັກ​ຊວນ​ອີກ ມີ​ແຕ່​ກ່າວ​ວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ພຣະ​ທັຍ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ” 15 ຫລັງ​ຈາກ​ນັ້ນ​ພວກ​ເຮົາ​ໄດ້​ຈັດ​ແຈງ​ເອົາ​ສິ່ງ​ຂອງ ແລ້ວ​ຂຶ້ນ​ເມືອຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ 16 ມີ​ລູກ​ສິດ​ລາງ​ຄົນ​ທີ່​ມາ​ຈາກ​ເມືອງ​ກາຍ​ຊາ​ເຣັຽ​ໄດ້​ໄປ​ນຳ​ພວກ​ເຮົາ ເຂົາ​ໄດ້​ພາ​ພວກ​ເຮົາ​ໄປ​ຫາ​ຜູ້​ນຶ່ງ​ຊື່ ມະ​ນາ​ໂນ​ໄທ​ເກາະ​ກຸບ​ໂຣ​ເປັນ​ລູກ​ສິດ​ເກົ່າ​ແກ່ ຊຶ່ງ​ເຮົາ​ຈະ​ພັກ​ອາ​ໄສ​ຢູ່​ກັບ​ຜູ້​ນັ້ນ

ໂປ​ໂລ​ຢ້ຽມ​ຢາມ​ຢາ​ໂກ​ໂບ

17 ເມື່ອ​ພວກ​ເຮົາ​ມາ​ເຖິງ​ກຸງ​ເຢ​ຣູ​ຊາ​ເລັມ​ແລ້ວ ພວກ​ພີ່​ນ້ອງ​ກໍ​ຕ້ອນ​ຮັບ​ດ້ວຍ​ຄວາມ​ຍິນ​ດີ 18 ຕົກ​ມື້​ຫນ້າ​ມາ​ໂປ​ໂລ​ກັບ​ເຮົາ​ທັງ​ຫລາຍ​ໄດ້​ເຂົ້າ​ໄປ​ຫາ​ຢາ​ໂກ​ໂບ ແລະ​ພວກ​ເຖົ້າ​ແກ່​ທັງ​ປວງ​ກໍ​ຢູ່​ພ້ອມ​ກັນ​ທີ່​ນັ້ນ 19 ເມື່ອ​ໂປ​ໂລ​ໄດ້​ຄຳ​ນັບ​ທ່ານ​ເຫລົ່າ​ນັ້ນ​ແລ້ວ ຈຶ່ງ​ໄດ້​ກ່າວ​ເຖິງ​ເຫດ​ການ​ທັງ​ປວງ​ຕາມ​ລຳ​ດັບ ຊຶ່ງ​ພຣະ​ເຈົ້າ​ຊົງ​ໂຜດ​ກະ​ທຳ​ໃນ​ຫມູ່​ຄົນ​ຕ່າງ​ຊາດ​ໂດຍການ​ປະ​ຕິ​ບັດ​ຂອງ​ຕົນ 20 ເມື່ອ​ໄດ້​ຍິນ​ດັ່ງ​ນັ້ນ​ແລ້ວ​ເຂົາ​ໄດ້​ສັຣ​ເສີນ​ພຣະ​ເຈົ້າ​ແລະ​ເວົ້າ​ຕໍ່​ໂປ​ໂລ​ວ່າ, “ອ້າຍ​ເອີຍ, ເຈົ້າ​ເຫັນ​ວ່າ​ມີ​ພວກ​ຢິວ​ເປັນ​ຈຳ​ນວນ​ຫລາຍ​ຫມື່ນ​ໄດ້​ວາງ​ໃຈ​ເຊື່ອ ເຂົາ​ທັງ​ປວງ​ມີ​ຮ້ອນ​ຮົນ​ຝ່າຍ​ການ​ຖື​ພຣະ​ບັນ​ຍັດ 21 ເຂົາ​ໄດ້​ຍິນ​ຂ່າວ​ເຖິງ​ເຈົ້າ​ວ່າ ເຈົ້າ​ເຄີຍ​ສັ່ງ​ສອນ​ພວກ​ຢິວ​ທັງ​ປວງ​ທີ່​ຢູ່​ໃນ​ຫມູ່​ຊົນ​ຕ່າງ​ຊາດ ໃຫ້​ຖິ້ມ​ໂມ​ເຊ​ເສັຽ​ແລ້ວ​ກ່າວ​ວ່າ​ບໍ່​ໃຫ້​ລູກ​ຂອງ​ເຂົາ​ຮັບ​ພິ​ທີ​ຕັດ ຫລື​ທຽວ​ໄປ​ຕາມ​ຮີດ​ຄອງ​ເກົ່າ 22 ເຣື່ອງ​ນີ້​ຈະ​ເປັນ​ຢ່າງ​ໃດ ຄົນ​ທັງ​ປວງ​ຊາບ​ວ່າ​ເຈົ້າ​ໄດ້​ມາ​ແລ້ວ 23 ເຫດ​ສັນ​ນັ້ນ​ຈົ່ງ​ເຮັດ​ຢ່າງ​ນີ້ ຕາມທີ່​ເຮົາ​ຈະ​ບອກ​ເຈົ້າ ຄື​ວ່າ​ເຮົາ​ມີ​ຊາຍ​ສີ່​ຄົນ​ທີ່​ໄປ​ບະ​ບົນ​ຕົວ​ໄວ້ 24 ເຈົ້າ​ຈົ່ງ​ພາ​ຄົນ​ເຫລົ່າ​ນີ້​ໄປຊຳ​ຮະ​ຕົວ​ດ້ວຍ​ກັນ​ກັບ​ເຂົາ ແລະ​ເສັຽ​ເງິນ​ແທນ​ເຂົາ ເພື່​ອ​ເຂົາ​ຈະ​ແຖ​ຫົວ ແລ້ວ​ຄົນ​ທັງ​ຫລາຍ​ຈຶ່ງ​ຈະ​ຮູ້​ວ່າ​ຄວາມ​ທີ່​ເຂົາ​ໄດ້​ຍິນ​ເຖິງ​ເຈົ້າ​ນັ້ນ​ບໍ່​ເປັນ​ຄວາມ​ຈິງ​ຈັກ​ຂໍ້ ແຕ່​ເຈົ້າ​ເອງ​ເປັນ​ຜູ້​ຍຶດ​ຖື​ແລະ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຢູ່ 25 ແຕ່​ສ່ວນ​ຄົນ​ຕ່າງ​ຊາດ​ທີ່​ເຊື່ອ​ແລ້ວ​ນັ້ນ ຝ່າຍ​ພວກ​ເຮົາ​ໄດ້​ແຈ້ງ​ຄວາມ​ໃຫ້​ເຂົາ​ຊາບ​ວ່າ ເຮົາ​ໄດ້​ລົງ​ຄວາມ​ເຫັນ​ໃຫ້​ເຂົາ​ເວັ້ນ​ເສັຽ​ຈາກ​ການ​ກິນ​ຂອງ​ຖວາຍ​ແກ່​ພຣະ​ທຽມ ຈາກ​ການ​ກິນ​ເລືອດ ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ຜິດ​ຊາຍ​ຍິງ” 26 ໂປ​ໂລ​ຈຶ່ງ​ພາ​ສີ່​ຄົນ​ໄປ ແລະ​ໃນ​ວັນ​ຫນ້າ​ນັ້ນ​ໄດ້​ຊຳ​ຮະ​ຕົວ​ດ້ວຍ​ກັນ​ກັບ​ເຂົາ ແລ້ວ​ຈຶ່ງ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ປະ​ກາດ​ວັນ​ທີ່​ການ​ຊຳ​ຮະ​ນັ້ນ​ສຳ​ເຣັດ ຄື​ວັນ​ທີ່​ຈະ​ນຳ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ເພື່ອ​ຄົນ​ເຫລົ່າ​ນັ້ນ​ທຸກ​ຄົນ

ໂປ​ໂລ​ຖືກ​ຈັບ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ

27 ຄັນ​ເກືອບ​ຈະ​ສິ້ນ​ສຸດ​ເຈັດ​ວັນ​ນັ້ນ​ແລ້ວ ພວກ​ຢິວ​ທີ່​ມາ​ຈາກ​ແຂວງ​ອາ​ເຊັຽ ເມື່ອ​ເຫັນ​ໂປ​ໂລ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຈຶ່ງ​ຍົວະ​ຍົງ​ປະ​ຊາ​ຊົນ​ແລ້ວ​ລົງ​ມື​ຈັບ​ໂປ​ໂລ 28 ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຊາວ​ອິ​ສ​ຣາ​ເອນ​ເອີຍ, ຈົ່ງ​ມາ​ຊ່ອຍ​ກັນ ຄົນ​ນີ້​ແຫລະ, ເປັນ​ຜູ້​ທີ່​ສັ່ງ​ສອນ​ຄົນ​ທັງ​ປວງ​ທຸກ​ທີ່​ທຸກ​ບ່ອນ​ໃຫ້​ເປັນສັດ​ຕ​ຣູ​ຕໍ່​ຊົນ​ຊາດ​ຂອງ​ເຮົາ ຕໍ່​ພຣະ​ບັນ​ຍັດ ແລະ​ຕໍ່​ສະ​ຖານ​ທີ່​ນີ້​ແລະ​ຫລາຍກວ່າ​ນັ້ນ​ອີກ ເຖິງ​ແມ່ນ​ເປັນ​ຄົນ​ກ​ຣີກ​ກໍ​ຕາມ ມັນ​ກໍ​ຍັງ​ພາກ​ເຂົາ​ເຂົ້າ​ມາ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຈຶ່ງ​ເຮັດ​ໃຫ້​ສະ​ຖານ​ທີ່​ອັນ​ສັກ​ສິດ​ນີ້​ຊົ່ວ​ມົວ​ຫມອງ​ໄປ” 29 ເພາະ​ແຕ່​ກ່ອນ​ຄົນ​ເຫລົ່າ​ນັ້ນໄດ້​ເຫັນ​ໂທ​ຟີ​ໂມ​ໄທ​ເອ​ເຟ​ໂຊ ຢູ່​ກັບ​ໂປ​ໂລ​ໃນ​ເມືອງ ເຂົາ​ຈຶ່ງ​ນຶກວ່າ​ໂປ​ໂລ​ໄດ້​ພາກ​ຄົນ​ນັ້ນ​ເຂົ້າ​ໄປ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ 30 ແລ້ວ​ຄົນ​ທັງເມືອງ​ກໍ​ຮື​ກັນ​ຂຶ້ນ ພົ​ລ​ເມືອງ​ກໍ​ແລ່ນ​ເຂົ້າ​ໄປ​ຮ່ວມ​ກັນ ແລະ​ຈັບ​ໂປ​ໂລ​ລາກ​ອອກ​ຈາກ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແລະ​ກໍ​ອັດ​ປະ​ຕູເສັຽ​ທັນ​ທີ 31 ຂ​ນະ​ທີ່​ເຂົາ​ພ​ຍາ​ຍາມ​ຈະ​ຂ້າ​ໂປ​ໂລ​ຢູ່ ຂ່າວ​ນັ້ນ​ໄດ້​ລື​ໄປ​ຍັງ​ຜູ້​ຍັງ​ຄັບ​ກອງ​ພັນ ວ່າກຸງ​ເຢ​ຣູ​ຊາ​ເລັມ​ທັງ​ຫມົດ​ເກີດ​ການ​ວຸ້ນ​ວາຍ​ຂຶ້ນ 32 ໃນ​ທັນ​ໃດ​ນັ້ນ​ນາຍ​ພັນ​ຈຶ່ງ​ນຳ​ເອົາ​ພົນ​ທະ​ຫານ​ກັບ​ນາຍ​ຮ້ອຍ​ແລ່ນ​ລົງ​ໄປ​ຍັງ​ຝູງ​ຄົນ ສ່ວນ​ຄົນ​ເຫລົ່າ​ນັ້ນ​ເມື່ອ​ໄດ້​ເຫັນ​ນາຍ​ພັນ​ແລະ​ພວກ​ທະ​ຫານ​ມາ​ຈຶ່ງ​ຢຸດ​ຕີ​ໂປ​ໂລ 33 ນາຍ​ພັນ​ຈຶ່ງ​ເຂົ້າ​ໄປ​ໃກ້​ແລະ​ຈັບ​ໂປ​ໂລ ໂດຍ​ສັ່ງ​ເອົາ​ໂສ້​ສອງ​ເສັ້ນ​ມາ​ຜູກ​ມັດ​ທ່ານ​ໄວ້ ແລ້ວ​ຖາມ​ວ່າ, “ທ່ານ​ແມ່ນ​ໃຜ ແລະ​ໄດ້​ເຣັດ​ຫຍັງ​ແດ່” 34 ໃນ​ຫມູ່​ຄົນ​ເຫລົ່າ​ນັ້ນ​ຕ່າງ​ຄົນ​ຕ່າງ​ຮ້ອງ​ຂຶ້ນ ເມື່ອ​ນາຍ​ພັນ​ເອົາ​ຄວາມ​ແນ່ນອນ​ອັນ​ໃດ​ບໍ່​ໄດ້​ເພາະ​ວຸ້ນ​ວາຍ​ຫລາຍ​ຈຶ່ງ​ສັ່ງ​ໃຫ້​ພາ​ໂປ​ໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະ​ຫານ 35 ຄັນ​ມາ​ເຖິງ​ຂັ້ນ​ໄດ​ແລ້ວ​ພວກ​ທະ​ຫານ​ໄດ້​ຍົກ​ໂປ​ໂລ​ຂຶ້ນ ເພາະ​ປະ​ຊາ​ຊົນ​ສະ​ແດງ​ຄວາມ​ຮຸນ​ແຮງ 36 ເພາະ​ຝູງ​ຄົນ​ເຫລົ່າ​ນັ້ນ​ຕາມ​ໄປ​ຮ້ອງວ່າ, “ຈົ່ງ​ເອົາ​ມັນ​ໄປ​ຂ້າ​ເສັຽ” 37 ເມື່ອ​ພວກ​ທະ​ຫານ​ຈວນ​ຈະ​ນຳ​ໂປ​ໂລ​ເຂົາ​ໄປ​ໃນ​ຄ້າຍ ໂປ​ໂລ​ຈຶ່ງ​ກ່າວ​ແກ່​ນາຍ​ພັນ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທ່ານ​ຈັກ​ນ້ອຍ​ໄດ້​ບໍ” ນາຍ​ພັນ​ຈຶ່ງ​ຕອບ​ວ່າ, “ເຈົ້າ​ຮູ້​ຈັກ​ພາ​ສາກ​ຣີກ​ບໍ? 38 ເຈົ້າ​ເປັນ​ຄົນ​ເອ​ຢິບ​ທີ່​ກໍ່​ການ​ກະ​ບົດ​ໃນ​ຄາວ​ກ່ອນ​ນັ້ນ ແລະ​ໄດ້​ນຳ​ພາ​ພວກ​ກໍ່​ການ​ຮ້າຍ​ສີ່​ພັນ​ຄົນ​ເຂົ້າ​ໄປ​ໃນ​ປ່າ​ບໍ່​ແມ່ນ​ຫລື” 39 ແຕ່​ໂປ​ໂລ​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ນີ້​ເປັນ​ຄົນ​ຢິວ ໄ​ທ​ເມືອງ​ຕາໂຊ​ແຂວງ​ກີ​ລີ​ເນັຽ ບໍ່​ໃຊ່​ເປັນ​ພົ​ລ​ເມືອງ​ຂອງ​ເມືອງ​ບໍ່​ສຳ​ຄັນ ຂໍ​ທ່ານ​ໄດ້​ອະ​ນຸ​ຍາດ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ນຳ​ປະ​ຊາ​ຊົນ​ແດ່​ທ້ອນ” 40 ຄັນ​ນາຍ​ພັນ​ອະ​ນຸ​ຍາດ​ແລ້ວ​ໂປ​ໂລ​ກໍ​ຢືນ​ຂຶ້ນ​ທີ່​ຂັ້ນ​ໄດ ກວັກ​ມື​ໃສ່​ຄົນ​ທັງ​ປວງ ເມື່ອ​ເຂົາມິດ​ງຽບ​ລົງ​ແລ້ວ​ທ່ານ​ຈຶ່ງ​ກ່າວ​ຄຳ​ປາ​ສັຍ​ເປັນ​ພາສາ​ເຮັບ​ເຣີ​ວ່າ,

ກິຈການ 22

1 “ພີ່​ນ້ອງ​ແລະ​ທ່ານ​ຜູ້​ອາ​ວຸໂສ​ທັງ​ຫລາຍ​ເອີຍ, ຂໍ​ຟັງ​ຄຳ​ໃຫ້​ການ​ທີ່​ຂ້າ​ພະ​ເຈົ້າ​ຈະ​ແກ້​ຕົວ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ​ໃນ​ບັດ​ນີ້” 2 ເມື່ອ​ເຂົາ​ໄດ້​ຍິນ​ທ່ານ​ກ່າວ​ເປັນ​ພາ​ສາ​ເຮັບ​ເຣີ ເຂົາ​ກໍ​ມິດງຽບ​ລົງ​ກວ່າ​ເກົ່າ ໂປ​ໂລ​ຈຶ່ງ​ກ່າວ​ວ່າ, 3 “ຂ້າ​ພະ​ເຈົ້າ​ນີ້​ເປັນ​ຄົນ​ຢິວ ເກີດ​ໃນ​ເມືອງ​ຕາ​ໂຊ​ແຂວງ​ກີ​ລີ​ເກັຽ ໄດ້​ໃຫຍ່​ຂຶ້ນ​ໃນ​ເມືອງ​ນີ້ ແລະ​ໄດ້​ສຶກ​ສາ​ຮ່ຳ​ຮຽນ​ນຳ​ອາ​ຈາກ​ຄາ​ມາ​ລີ​ເອນ ຕາມ​ພຣະ​ບັນ​ຍັດ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ຢ່າງ​ເຄັ່ງ​ຄັດ ດ້ວຍ​ມີ​ໃຈ​ຮ້ອນ​ຮົນ​ໃນ​ການ​ປະ​ຕິ​ບັດ​ພຣະ​ເຈົ້າ​ເຫມືອນ​ຢ່າງ​ທ່ານ​ທັງ​ຫລາຍ​ທຸກວັນ​ນີ້ 4 ຂ້າ​ພະ​ເຈົ້າ​ໄດ້​ຂົ່ມ​ເຫັງ​ຄົນ​ທັງ​ຫລາຍ​ທີ່​ຖື​ໃນ​ທາງ​ນີ້​ໃຫ້​ເຂົາ​ເຖິງ​ຄວາມ​ຕາຍ ແລະ​ໄດ້​ຜູກ​ມັດ​ເອົາ​ຊາຍ​ແລະ​ຍິງ​ຂັງ​ໄວ້​ໃນ​ຄຸກ 5 ເຣື່ອງ​ນີ້​ມະ​ຫາ​ປະ​ໂຣ​ຫິດ​ກັບ​ພວກ​ເຖົ້າແກ່​ສະ​ມາ​ຊິກ​ສະ​ພາ ຄົງ​ເປັນ​ພຍານ​ຝ່າຍ​ຂ້າ​ພະ​ເຈົ້າ​ແລ້ວ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຖື​ຫນັງ​ສືຈາກ​ທ່ານ​ເຫລົ່າ​ນັ້ນ​ເອງ​ໄປ​ຍັງ​ພວກ​ພ​ີ່​ນ້ອງ ແລະ​ຂ້າ​ພະ​ເຈົ້າ​ຈຶ່ງ​ເດີນ​ທາງ​ໄປ​ຍັງ​ເມືອງ​ດາ​ມັ​ສ​ກັ​ສ ເພື່ອ​ມັດ​ຄົນ​ທີ່​ຢູ່​ຫັ້ນ​ນຳ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ໃຫ້​ລົງ​ໂທ​ດ​ເຂົາ​ເສັຽ

ໂປ​ໂລ​ເລົ່າ​ເຣື່ອງ​ການ​ກັບ​ໃຈ​ຂອງ​ຕົນ

6 “ເມື່ອ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເດີນ​ທາງ​ໄປ​ໃກ້​ຈະ​ເຖິງ​ເມືອງ​ດາ​ມັ​ສ​ກັ​ສ​ປະ​ມານ​ເວ​ລາ​ທ່ຽງ ໃນ​ທັນ​ໃດ​ນັ້ນ​ມີ​ແສງ​ສວ່າງ​ກ້າ​ສ​ອ່ງ​ມາບ​ລົງ​ມາ​ຈາກ​ຟ້າ​ລ້ອມ​ຂ້າ​ພະ​ເຈົ້າ​ໄວ້ 7 ຂ້າ​ພະ​ເຈົ້າ​ໄດ້​ລົ້ມ​ລົງ​ເຖິງ​ດິນ ແລະ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ “ໂຊ​ໂລ ໂຊ​ໂລ​ເອີຍ, ເຈົ້າ​ຂົ່ມ​ເຫັງ​ເຮົາ​ເຮັດ​ຫຍັງ” 8 ຝ່າຍ​ຂ້າ​ພະ​ເຈົ້າ​ກໍ​ທູນ​ຕອບ​ວ່າ, “ທ່ານ​ແມ່ນ​ຜູ້​ໃດ” ແລ້ວ​ພຣະ​ອົງ​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ເຮົາ​ນີ້​ຄື​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ທີ່​ເຈົ້າ​ຂົ່ມ​ເຫັງ​ນັ້ນ” 9 ສ່ວນ​ຄົນ​ທັງ​ຫລາຍ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແສງ​ສວ່າງ​ນັ້ນ ແຕ່​ພຣະ​ສຸ​ຣະ​ສຽງ​ທີ່​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າເຂົາ​ບໍ່​ໄດ້​ຍິ​ນ​ຄັກ 10 ຂ້າ​ພະ​ເຈົ້າ​ຈຶ່ງທູນ​ຖາມ​ວ່າ “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພຣະ​ອົງ​ຈະ​ຕ້ອງ​ເຮັດ​ແນວ​ໃດ” ພຣະ​ອົງ​ຊົງ​ບອກ​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງລຸກ​ຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ​ດາ​ມັ​ສ​ກັ​ສ ທີ່​ນັ້ນ​ເຂົາ​ຈະ​ບອກ​ເຈົ້າ​ໃຫ້​ຮູ້​ເຖິງ​ເຣື່ອງ​ການ​ທຸກ​ສິ່ງ​ທີ່​ໄດ້​ກໍາ​ນົດ​ໄວ້​ໃຫ້​ເຈົ້າ​ເຮັດ​ນັ້ນ” 11 ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ສິ່ງ​ໃດ​ບໍ່​ໄດ້ ເນື່ອງ​ຈາກ​ແສງ​ສວ່າງ​ອັນ​ກ້າ​ນັ້ນ ຄົນ​ທີ່​ມາ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ຈູງ​ມື​ຂ້າ​ພະ​ເຈົ້າ​ພາເຂົ້າ​ໄປ​ໃນເມືອງ​ດາ​ມັ​ສ​ກັ​ສ 12 “ມີ​ຊາຍ​ຜູ້​ນຶ່ງ​ຊື່​ອາ​ນາ​ເນັຽ ເປັນ​ຄົນ​ຢຳ​ເກງ​ພຣະ​ເຈົ້າ​ຕາມ​ພຣະ​ບັນ​ຍັດ ແລະ​ມີ​ຊື່​ສຽງ​ດີ​ໃນ​ຖ້າມ​ກາງ​ພວກ​ຢິວ​ທີ່​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ 13 ທ່ານ​ໄດ້​ມາ​ຫາ​ແລະ​ຢືນ​ຢູ່​ໃກ້​ຂ້າ​ພະ​ເຈົ້າ​ກ່າວ​ວ່າ “ໂຊ​ໂລ ນ້ອງ​ຂອງ​ເຮົາ​ເອີຍ, ຈົ່ງ​ເຫັນຮຸ່ງ​ອີກ​ເສັຽ” ໃນ​ທັນ​ໃດ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເງີຍ​ຫນ້າ​ຂຶ້ນ ຈຶ່ງ​ໄດ້​ເຫັນ​ທ່ານ 14 ແລ້ວ​ທ່ານ​ໄດ້​ກ່າວ​ວ່າ “ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ໄດ້​ຊົງ​ເລືອກ​ເຈົ້າ​ໄວ້ ໃຫ້​ຣູ້​ຈັກ​ນ້ຳພຣະ​ທັຍ​ພຣະ​ອົງ ໃຫ້​ເຫັນ​ພຣະ​ອົງ​ຜູ້​ຊອບ​ທັມ​ນັນ ແລະ​ໃຫ້​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ 15 ດ້ວຍ​ວ່າ​ເຈົ້າ​ຈະ​ເປັນ​ພຍານ​ຝ່າຍ​ພຣະ​ອົງ ໃຫ້​ຄົນ​ທັງ​ຫລາຍ​ຮູ້​ເຖິງ​ເຣື່ອງ​ເຫດ​ການ​ຊຶ່ງ​ເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ 16 ບັດ​ນີ້​ເຈົ້າ​ຍັງ​ລໍ​ຊ້າ​ຢູ່​ເຮັດ​ຫຍັງ ຈົ່ງ​ລຸກ​ຂຶ້ນ​ຮັບ​ບັບຕິ​ສະ​ມາ ແລະ​ຊຳ​ຮະ​ລ້າງ​ຄວາມ​ຜິດ​ບາບ​ຂອງ​ເຈົ້າ​ເສັຽດ້ວຍ​ຮ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ”

ພຣະ​ເຈົ້າ​ຊົງ​ເອີ້ນ​ໂປ​ໂລ​ໃຫ້​ໄປ​ຫາ​ຄົນ​ຕ່າງ​ຊາດ

17 “ເມື່ອ​ຂ້າ​ພະ​ເຈົ້າ​ກັບ​ມາ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ກຳ​ລັງ​ໄຫວ້ວອນ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ກໍ​ລືມ​ຄີງ​ໄປ 18 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ​ຜູ້​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງ​ຮີບ​ອອກ​ໄປ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ໄວໆ​ດ້ວຍ​ວ່າ​ເຂົາ​ບໍ່​ຮັບ​ຄຳ​ຂອງ​ເຈົ້າ​ຊຶ່ງ​ອ້າງ​ພຍານ​ເຖິງ​ເຮົາ” 19 ຂ້າ​ພະ​ເຈົ້າ​ໄດ້​ທູນ​ວ່າ “ຂ້າ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ, ຄົນ​ເຫລົ່າ​ນັ້ນ​ໄດ້​ຊາບ​ຢູ່​ວ່າ ຂ້າ​ພຣະ​ອົງ​ນີ້​ເປັນ​ຜູ້​ທີ່​ຈັບ​ຄົນ​ທັງ​ຫລາຍ​ທີ່​ເຊື່ອ​ໃນ​ພຣະ​ອົງ​ໃສ່​ຄຸກ ແລະ​ຂ້ຽນ​ຕີ​ຕາ​ມໂຮງ​ທັມ​ທົ່ວ​ໄປ 20 ແລະ​ເມື່ອ​ເຂົາ​ໄດ້​ເຮັດ​ໃຫ້​ເລືອດ​ຂອງ​ຊະ​ເຕ​ຟາ​ໂນ​ຜູ້​ເປັນ​ພຍານ​ຝ່າຍ​ພຣະ​ອົງ​ໄຫລອອກ​ນັ້ນ ຂ້າ​ພຣະ​ອົງ​ນີ້​ເອງກໍ​ຢືນ​ຢູ່ໃກ້​ແລະ​ເຫັນ​ດີ​ໃນ​ການ​ນັ້ນ ຂ້າ​ພຣະ​ອົງ​ເປັນ​ຜູ້​ເຝົ້າ​ເສື້ອ​ຜ້າ​ຂອງ​ຄົນ​ທີ່​ຂ້າ​ຊະ​ເຕ​ຟາ​ໂນ​ນັ້ນ” 21 ແລ້ວ​ພຣະ​ອົງ​ໄດ້​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ “ຈົ່ງ​ໄປ​ເສັຽ ເພາະ​ຝ່າຍ​ເຮົາ​ຈະ​ໃຊ້​ໃຫ້​ເຈົ້າ​ໄປ​ໄກໆ​ໄປ​ຫາ​ຄົນ​ຕ່າງ​ຊາດ”

ນາຍ​ພັນຄຸມ​ຕົວ​ໂປ​ໂລ​ໄວ້

22 ຄົນ​ທັງ​ຫລາຍ​ໄດ້​ຟັງ​ໂປ​ໂລ​ກ່າວ​ຈົນ​ເຖິງ​ຄຳ​ນີ້ ແລ້ວ​ກໍ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຄົນ​ຢ່າງ​ນີ້​ຢູ່​ຫນັກ​ແຜ່ນ​ດິນ ເອົາ​ມັນ​ໄປ​ເສັຽ ບໍ່​ຄວນ​ຈະ​ໃຫ້​ມັນ​ມີ​ຊີ​ວິດ​ຢູ່” 23 ເມື່ອ​ເຂົາ​ກຳ​ລັງ​ໂຫ່​ຮ້ອງ​ທັງ​ແກ້​ເສື້ອ​ໂຍນ​ໄປ​ມາ ແລະ​ກຳ​ຂີ້​ຝຸ່ນ​ຊັດ​ຂຶ້ນ​ໃນ​ອາ​ກາດ 24 ນາຍ​ພັນ​ຈຶ່ງ​ສັ່ງ​ໃຫ້​ພາ​ໂປ​ໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະ​ຫານ ແລະ​ສັ່ງ​ໃຫ້ໄຕ່​ສວນ​ດ້ວນ​ການ​ຂ້ຽນ​ ເພື່ອ​ຈະ​ໄດ້​ຮູ້​ວ່າ​ເປັນ​ຫຍັງ​ເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ໃສ່​ໂປ​ໂລ​ຢ່າງ​ນີ້ 25 ເມື່ອ​ເຂົາ​ເອົາ​ເຊືອກ​ຫນັງ​ມັດ​ຄຶງ​ໂປ​ໂລ​ໄວ້ ທ່ານ​ຈຶ່ງ​ຖາມ​ນາຍ​ຮ້ອຍ​ທີ່​ຢືນ​ຢູ່ຫັ້ນ​ວ່າ, “ການ​ທີ່​ຈະ​ຂ້ຽນ​ຄົນ​ສັນ​ຊາດ​ໂຣມ​ກ່ອນ​ພິ​ພາກ​ສາ​ລົງ​ໂທດ​ນັ້ນ ຖືກ​ຕ້ອງ​ຕາມ​ກົດ​ຫມາຍ​ຫລື” 26 ເມື່ອ​ນາຍ​ຮ້ອຍ​ໄດ້​ຍິນ​ແລ້ວ​ຈຶ່ງ​ໄປ​ແຈ້​ງ​ຄວາມ​ໃຫ້​ນາຍ​ພັນ​ວ່າ, “ທ່ານ​ກຳ​ລັງ​ຈະ​ເຮັດ​ອັນ​ໃດ ເພາະ​ຜູ້​ນັ້ນ​ເປັນ​ຄົນ​ສັນ​ຊາດ​ໂຣມ” 27 ຝ່າຍ​ນາຍ​ພັນ​ຈຶ່ງ​ໄປ​ຫາ​ໂປ​ໂລ​ຖາມ​ວ່າ, “ເຈົ້າ​ເປັນ​ຄົນ​ສັນ​ຊາດ​ໂຣມ​ຫລື ຈົ່ງ​ບອກ​ເຮົາ​ແມ໋” ສ່ວນ​ໂປ​ໂລ​ກໍ​ຕອບ​ວ່າ, “ແມ່ນ​ແລ້ວ” 28 ນາຍ​ພັນ​ເລີຍ​ເວົ້າ​ວ່າ, “ຝ່າຍ​ເຮົາ, ກ່ອນ​ຈະ​ໄດ້​ເປັນ​ສັນ​ຊາດ​ໂຣມ​ນັ້ນ ເຮົາ​ຕ້ອງ​ເສັຽ​ເງິນ​ຫລາຍ” ໂປ​ໂລ​ຈຶ່ງ​ຕອບ​ວ່າ, “ແຕ່​ຝ່າຍ​ເຮົາ​ນີ້​ກໍ​ເປັນ​ຄົນ​ສັນ​ຊາດ​ໂຣ​ມໂດຍ​ກຳ​ເນີດ” 29 ເຫດສັນ​ນັ້ນ​ພວກ​ຄົນ​ທີ່​ກຳ​ລັງ​ຈະ​ໄຕ່​ສວນ​ໂປ​ໂລ​ຈຶ່ງ​ຖອຍ​ອອກ​ໄປ​ຈາກ​ທ່ານ​ທັນ​ທີ ແລະ​ນາຍ​ພັນ, ເມື່ອ​ຮູ້​ວ່າ​ໂປ​ໂລ​ເປັ​ນ​ຄົນ​ສັນ​ຊາດ​ໂຣມ ກໍ​ຢ້ານ​ແລະ​ຕົກ​ໃຈ​ເຫມືອນ​ກັນ ເພາະ​ຕົນ​ໄດ້​ມັດ​ທ່ານ​ໄວ້

ໂປ​ໂລ​ຢູ່​ຕໍ່​ຫນ້າ​ສານ​ສູງ​ສຸດ

30 ຕົກ​ມື້​ຫນ້າ​ມາ​ນາຍ​ພັນ​ຢາກ​ຮູ້​ວ່າ​ພວກ​ຢິວ​ໄດ້​ກ່າວ​ຫາ​ໂປ​ໂລ​ດ້ວຍ​ເຫດ​ໃດ ຈຶ່ງ​ໄດ້​ແກ້​ໂສ້​ອອກ​ຈາກ​ໂປ​ໂລ​ເສັຽ ແລະ​ສັ່ງ​ໃຫ້​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ ກັບ​ບັນ​ດາ​ສະ​ມາ​ຊິກ​ສານ​ສູງ​ສຸດ​ມາ​ປະ​ຊຸມ​ກັນ ແລ້ວ​ພາ​ໂປ​ໂລ​ລົງ​ໄປ​ໃຫ້​ຢືນ​ຢູ່​ໃນ​ທີ່​ປະ​ຊຸມ

ກິຈການ 23

1 ຝ່າຍ​ໂປ​ໂລ​ຈຶ່ງ​ຫລຽວ​ເບິ່ງ​ພວກຂາ​ປະ​ຊຸມ​ແລ້ວ​ກ່າວ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳ​ເນີນ​ຊີ​ວິດຕໍ່​ພຣະ​ພັກ​ພຣະ​ເຈົ້າ ລ້ວນ​ແຕ່​ຕາມ​ທີ່​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ວ່າ​ດີ​ຈົນ​ເຖິງ​ທຸກວັນ​ນີ້ 2 ອາ​ນາ​ເນັຽ​ຜູ້​ເປັນ​ມະ​ຫາ​ປະ​ໂຣ​ຫິດ ຈຶ່ງ​ສັ່ງ​ພວກ​ທີ່​ຢືນ​ຢູ່​ໃກ້​ນັ້ນ​ໃຫ້​ຕົກ​ປາກ​ໂປ​ໂລ 3 ໂປ​ໂລ​ຈຶ່ງ​ກ່າວ​ແກ່​ທ່ານ​ວ່າ, “ພຣະ​ເຈົ້າ​ຈະ​ຊົງ​ຕົບ​ເຈົ້າ ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນ​ຂາວ ເຈົ້າ​ນັ່ງ​ພິ​ພາກ​ສາ​ເຮົາ​ຕາມ​ພຣະ​ບັນ​ຍັດ ແລະ​ຍັງ​ສັ່ງ​ໃຫ້​ເຂົາ​ຕົບ​ເຮົາ ຊຶ່ງ​ເປັນ​ການ​ລ່ວງ​ພຣະ​ບັນ​ຍັດ​ຫລື” 4 ຄົນ​ທັງ​ຫລາຍ​ທີ່​ຢືນ​ຢູ່​ຫັ້ນ​ຈຶ່ງ​ຖາມ​ໂປ​ໂລ​ວ່າ, “ເຈົ້າ​ກ່າວ​ຫມິ່ນ​ປ​ມາດ​ຕໍ່​ມະ​ຫາ​ປະ​ໂຣ​ຫິດ​ຂອງ​ພຣະ​ເຈົ້າ​ຫລື” 5 ໂປ​ໂລ​ຈຶ່ງ​ຕອບ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ບໍ່​ຮູ້​ວ່າ​ທ່ານ​ເປັນ​ມະ​ຫາ​ປະ​ໂຣ​ຫິດ ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ “ຢ່າ​ກ່າວ​ຄຳ​ຊົ່ວ​ຮ້າຍ​ຕໍ່​ຜູ້​ປົກ​ຄອງ​ພົ​ລ​ເມືອງ” 6 ຄັນ​ໂປ​ໂລ​ສັງ​ເກດ​ເຫັນ​ວ່າ ໃນ​ທີ່​ປະ​ຊຸມ​ນັ້ນ​ສ່ວນ​ນຶ່ງ​ເປັນ​ພວກ​ຊາ​ດູ​ກາຍ​ແລະ​ສ່ວນ​ນຶ່ງ​ເປັນ​ພວກ​ຟາ​ຣີ​ຊາຍ ທ່ານ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່​ຫນ້າ​ທີ່​ປະ​ຊຸມ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ນີ້​ເປັນ​ຟາ​ຣີ​ຊາຍ​ແລະ​ເປັນລູກ​ຂອງ​ຟາ​ຣີ​ຊາຍ ທີ່​ເຮົາ​ຖືກ​ພິ​ຈາ​ຣະ​ນາ​ພິ​ພາກ​ສາ​ນີ້​ກໍ​ເພາະ​ເຣື່ອງ​ຄວາມ​ຫວງວ່າ​ມີການ​ຄືນ​ມາ​ຈາກ​ຕາຍ” 7 ເມື່ອ​ໂປ​ໂລ​ກ່າວ​ຢ່າງ​ນັ້ນ​ແລ້ວ ພວກ​ຟາ​ຣີ​ຊາຍ​ແລະ​ພວກ​ຊາ​ດູ​ກາຍ​ກໍ​ເກີດ​ການ​ຖຽງ​ກັນ​ຂຶ້ນ ແລະ​ທີ່​ປະ​ຊຸມ​ກໍ​ແຕກ​ເປັນ​ສອງ​ພວກ 8 ດ້ວຍ​ວ່າ​ພວກ​ຊາ​ດູ​ກາຍ​ເວົ້າ​ວ່າ​ການ​ເປັນ​ຄືນ​ມາ​ຈາກ​ຕາຍບໍ່​ມີ ເທວະ​ດາ​ຫລື​ວິນ​ຍານ​ກໍ​ບໍ່​ມີ ແຕ່​ພວກ​ຟາ​ຣີ​ຊາຍ​ຖື​ວ່າ​ມີ​ທັງ​ສອງ​ຢ່າງ 9 ແລ້ວ​ເລີຍ​ເກີດ​ອຶກ​ກະ​ທຶກ​ກັນ​ຂຶ້ນ​ຢ່າງ​ໃຫຍ່ ແລະ​ມີ​ນັກ​ທັມ​ບາງ​ຄົນ​ຝ່າຍ​ພວກ​ຟາ​ຣີ​ຊາຍ​ໄດ້​ຢືນ​ຂຶ້ນ​ຄັດ​ຄ້ານ​ວ່າ, “ເຮົາ​ບໍ່​ເຫັນ​ຜິດ​ອັນ​ໃດ​ໃນ​ຄົນ​ຜູ້​ນີ້ ຖ້າ​ວິນ​ຍານ ຫລື​ເທວະ​ດາ​ໄດ້​ກ່າວ​ແກ່​ທ່ານ​ເດ ຈະ​ວ່າ​ຢ່າງ​ໃດ” 10 ເມື່ອ​ການໂຕ້​ຖຽງ​ກັນ​ຮຸນ​ແຮງຂຶ້ນ​ນາຍ​ພັນ​ກໍ​ຢ້ານ​ວ່າ​ເຂົາ​ຈະ​ຍາດ​ແຍ່ງ​ຈັບ​ໂປ​ໂລ​ຈີກ​ຂາດ​ເສັຽ ທ່ນ​ຈຶ່ງ​ສັ່ງ​ໃຫ້​ພວກ​ທະ​ຫານ​ລົງ​ໄປ​ຍາດ​ເອົາ​ໂປ​ໂລ​ອອກ​ຈາກ​ຖ້າມ​ກາງ​ພວກ​ນັ້ນ ພາກ​ເຂົ້າ​ໄປ​ໄວ້​ໃນ​ຄ້າຍ 11 ໃນ​ຄືນ​ວັນ​ນັ້ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢືນ​ຢູ່​ໃກ້​ໂປ​ໂລ ຊົງ​ກ່າວ​ວ່າ, “ຈົ່ງ​ມີ​ໃຈ​ກ້າ ເພາະ​ວ່າ​ເຈົ້າ​ໄດ້​ເປັນ​ພຍານ​ຝ່າຍ​ເຮົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ຢ່າງ​ໃດ ເຈົ້າ​ຈະ​ຕ້ອງ​ເປັນ​ພຍານ​ໃນ​ກຸງ​ໂຣມ​ຢ່າງ​ນັ້ນ​ເຫມືອນ​ກັນ

ການຮ່ວມຄຶດປອງຮ້າຍຕໍ່ຊີວິດໂປໂລ

12 ຄັນ​ເວ​ລາ​ຮຸ່ງ​ເຊົ້າ​ແລ້ວ​ພວກ​ຢິວ​ໄດ້​ສົມ​ທົບ​ກັນ​ສາ​ບານ​ຕົວ​ວ່າ ຈະ​ບໍ່​ກິນ​ບໍ່​ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ໂປ​ໂລ​ເສັຽ 13 ຄົນ​ທີ່​ຮ່ວມ​ກັນຄຶດ​ປອງ​ຮ້າຍ​ນັນ​ມີກວ່າ​ສີ່​ສິບ​ຄົນ 14 ເຂົາ​ຈຶ່ງ​ໄປ​ຫາ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ເຖົ້າ​ແກ່​ກ່າວ​ວ່າ, “ພວກ​ເຮົາ​ໄດ້​ສາ​ບານ​ຕົວ​ແຂງ​ແຮງວ່າ​ຈະ​ບໍ່​ຊີມ​ອັນ​ໃດ ກວ່າ​ຈະ​ໄດ້​ຂ້າ​ໂປ​ໂລ​ເສັຽ” 15 ເຫດ​ສັນ​ນັ້ນ, ບັດ​ນີ້​ພວກ​ທ່ານ​ພ້ອມ​ດ້ວຍ​ພວກ​ຂາ​ປະ​ຊຸມ ຈົ່ງ​ໄປ​ເວົ້າ​ໃຫ້​ນາຍ​ພັນ​ເຂົ້າ​ໃຈ​ວ່າ ພວກ​ທ່ານ​ຕ້ອງ​ການ​ໃຫ້​ພາ​ໂປ​ໂລ​ລົງ​ມາ​ຫາ ເຫມືອນ​ດັ່ງ​ຫມາຍ​ໃຈ​ຈະ​ໂຈດ​ຖາມໃນ​ເຣື່ອງ​ມັນ​ຢ່າງ​ຄັກ​ແນ່ກວ່າ​ເກົ່າ ຝ່າຍ​ພວກ​ເຮົາ​ຈະ​ຕຽມ​ຕົວ​ໄວ້​ພ້ອມ​ຈະ​ຂ້າ​ມັນ​ເສັຽ ເມື່ອ​ມັນ​ຍັງ​ບໍ່​ທັນ​ມາ​ເຖິງ” 16 ແຕ່​ລູກ​ຊາຍ​ຂອງ​ນ້ອງ​ສາວ​ໂປ​ໂລ​ໄດ້​ຍິນ​ເຣື່ອງ​ທີ່​ເຂົາ​ຄອຍ​ປອງ​ຮ້າຍ​ນັ້ນ ຈຶ່ງ​ເຂົ້າ​ໄປ​ໃນ​ຄ້າຍບອກ​ໃຫ້​ໂປ​ໂລ​ຮູ້ 17 ໂປ​ໂລ​ຈຶ່ງ​ເອີ້ນ​ນາຍ​ຮ້ອຍ​ຜູ້​ນຶ່ງ​ມາ​ບອກວ່າ, “ຈົ່ງ​ພາຊາຍ​ຫນຸ່ມ​ຜູ້​ນີ້​ໄປ​ຫານາຍ​ພັນ​ເພາະ​ເຂົາ​ມີ​ເຣື່ອງ​ທີ່​ຈະ​ແຈ້ງ​ໃຫ້​ທ່ານ​ຟັງ” 18 ເຫດ​ສັນ​ນັ້ນ, ນາຍ​ຮ້ອຍ​ຈຶ່ງ​ຮັບ​ຕົວ​ຊາຍ​ຫນຸ່ມຜູ້​ນັ້ນ ແລ້ວ​ພາໄປ​ຫາ​ນາຍ​ພັນ ແລະ​ກ່າວ​ແກ່​ທ່ານ​ວ່າ, “ໂປ​ໂລ​ຜູ້​ຖືກ​ຂັງ​ຢູ່​ນັ້ນ​ໄດ້​ເອີ້ນ​ຂ້າ​ນ້ອຍ ຂໍ​ໃຫ້​ພາ​ຊາຍ​ຫນຸ່ມ​ຜູ້​ນີ້​ມາ​ຫາທ່ານ​ເພາະ​ເຂົາ​ມີ​ເຣື່ອງ​ທີ່​ຈະ​ແຈ້ງ​ໃຫ້​ທ່ານ​ຟັງ” 19 ນາຍ​ພັນ​ຈຶ່ງ​ຈູງ​ມື​ຊາຍ​ນັ້ນ​ໄປ​ຕ່າງ​ຫາກ​ແລ້ວ​ຖາມ​ເປັນ​ການ​ສ່ວນ​ຕົວ​ວ່າ, “ເຈົ້າ​ມີ​ເຣື່ອງ​ໃດ​ຈະ​ແຈ້ງ​ໃຫ້​ເຮົາ​ຮູ້” 20 ຊາຍ​ຫນຸ່ມ​ຜູ້​ນັ້ນ​ຕອບ​ວ່າ, “ພວກ​ຢິວ​ໄດ້​ຕົກ​ລົງ​ກັນ​ວ່າ​ຈະ​ຮ້ອງ​ຂໍ​ໃຫ້​ນຳ​ເອົາ​ໂປ​ໂລ​ລົງ​ໄປ​ໃນ​ທີ່​ປະ​ຊຸມ​ມື້​ອື່ນ​ນີ້ ເຫມືອນ​ດັ່ງ​ຈະ​ໄຕ່​ສວນ​ໃນ​ເຣື່ອງ​ທ່ານ​ໃຫ້​ຄັກ​ແນ່ກວ່າ​ເກົ່າ 21 ເພາະ​ສັນ​ນັ້ນ ທ່ານ​ຢ່າ​ໄດ້​ຟັງ​ເຂົາ ເພາະ​ໃນ​ພວກ​ເຂົາ​ນັ້ນ​ມີ​ຊາຍ​ສີ່​ສິບ​ກວ່າ​ຄົນ​ກຳ​ລັງ​ຄອຍ​ປອງ​ຮ້າຍ​ຕໍ່​ໂປ​ໂລ ເຂົາ​ໄດ້​ສາ​ບານ​ຕົວ​ວ່າ​ເຂົາ​ຈະ​ບໍ່​ກິນ​ບໍ່​ດື່ມ​ຈົນ​ກວ່າ​ຈະ​ໄດ້​ຂ້າ​ທ່ານ​ເສັຽ ແລະ​ດຽວ​ນີ້​ເຂົາ​ພ້ອມ​ແລ້​ວກຳ​ລັງ​ຄອຍ​ຮັບ​ຄວາມ​ເຫັນ​ຈາກ​ທ່ານ​ຢູ່” 22 ແລ້ວນາຍ​ພັນ​ໄດ້​ໃຫ້​ຊາຍ​ຫນຸ່ມ​ນັ້ນ​ໄປ​ໂດຍ​ສັ່ງ​ວ່າ, “ຢ່າ​ບອກ​ໃຫ້​ຜູ້​ໃດ​ຮູ້​ວ່າ​ເຈົ້າ​ໄດ້​ມາ​ແຈ້ງ​ເຣື່ອງ​ນີ້​ແກ່​ເຮົາ”

ເຂົາ​ສົ່ງ​ໂປ​ໂລ​ໄປ​ຫາ​ເຟ​ລິກ​ຜູ້​ປົກ​ຄອງ

23 ຝ່າຍ​ນາຍ​ພັນ​ຈຶ່ງ​ເອີ້ນ​ນາຍ​ຮ້ອຍ​ສອງ​ຄົນມາ​ສັ່ງ​ວ່າ, “ຈົ່ງ​ຈັດ​ພົນ​ທະ​ຫານ​ສອງ​ຮ້ອຍ​ກັບ​ທະ​ຫານ​ມ້າ​ເຈັດ​ສິບ​ຄົນ ແລະ​ທະ​ຫານ​ຫອກ​ສອງ​ຮ້ອຍ ໃຫ້​ພ້ອມ​ໃນ​ເວ​ລາ​ເກົ້າໂມງ​ແລງ ເພື່ອ​ຈະ​ໄປ​ຍັງ​ເມືອງ​ກາຍ​ຊາ​ເຣັຽ 24 ຈົ່ງ​ຈັດ​ຫາ​ສັດ​ໃຫ້​ໂປ​ໂລ​ຂີ່​ເພື່ອ​ຈະ​ສົ່ງ​ດ້ວຍ​ຄວາມ​ປອດພັຍ​ໄປ​ຍັງ​ເຟ​ລິກ​ຜູ້​ປົກ​ຄອງ” 25 ແລ້ວ​ນາຍ​ພັນ​ຈຶ່ງ​ຂຽນ​ຈົດ​ຫມາຍ​ນຶ່ງ​ສະ​ບັບ ມີ​ໃຈ​ຄວາມ​ດັ່ງ​ຕໍ່​ໄປ​ນີ້, 26 “ຂ້າ​ພະ​ເຈົ້າ, ກ​ລາວ​ດີ​ໂອ​ລີ​ເຊັຽ ກາບ​ຮຽນ​ພ​ນະ​ທ່ານ​ເຟ​ລິກ​ຜູ້​ປົກ​ຄອງ​ຊາບ 27 ພວກ​ຢິວ​ໄດ້​ຈັບ​ຊາຍ​ຄົນ​ນີ້​ແລະ​ເກືອບ​ຈະ​ຂ້າ​ທ່ານ​ເສັຽ ແຕ່​ຂ້າ​ພະ​ເຈົ້າ​ພາພວກ​ທະ​ຫານ​ໄປ​ຊ່ອຍ​ໄວ້​ໄດ້ ດ້ວຍ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ​ຜູ້​ນີ້​ເປັນ​ຄົນ​ສັນຊາດ​ໂຣມ 28 ຂ້າ​ພະ​ເຈົ້າ​ຢາກ​ຮູ້​ຄັກ​ແນ່​ເຖິງ​ເຫດ​ທີ່​ພວກ​ຢິວ​ຟ້ອງ​ທ່ານ ຂ້າ​ພະ​ເຈົ້າ​ຈຶ່ງ​ພາ​ທ່ານ​ໄປ​ຍັງ​ສານ​ສູງ​ສຸດ​ຂອງ​ເຂົາ 29 ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ທ່ານ​ຖືກ​ຟ້ອງ​ໃນ​ເຣື່ອງ​ການ​ຖຽງ​ກັນ​ອັນ​ກ່ຽວ​ກັບ​ບົດ​ບັນ​ຍັດ​ຂອງ​ພວກ​ຢິວ ແຕ່​ບໍ່​ມີ​ຂໍ້​ຫາ​ອັນ​ໃດ​ທີ່​ທ່ານ​ຄວ​ນ​ຈະ​ຕາຍ​ຫລື​ຖືກ​ຂັງ​ໄວ້​ກໍ​ດີ 30 ເມື່ອ​ຂ້າ​ພະ​ເຈົ້າ​ຊາບ​ວ່າ​ມີ​ການ​ປອງ​ຮ້າຍ​ຕໍ່​ຊາຍ​ຄົນ​ນີ້ ຂ້າ​ພະ​ເຈົ້າຈຶ່ງ​ສົ່ງ​ທ່ານ​ມາ​ຫາ​ພ​ນະ​ທ່ານ​ທັນ​ທີ ພ້ອມ​ທັງ​ໄດ້​ສັ່ງ​ຝ່າຍໂຈດ​ໃຫ້​ໄປ​ວ່າ​ຄວາມ​ກັບ​ທ່ານ​ຕໍ່​ຫນ້າ​ພ​ນະ​ທ່ານ​ເຫມືອນ​ກັນ” 31 ດັ່ງ​ນັ້ນ ໃນ​ເວ​ລາ​ກາງ​ຄືນ​ພວກ​ທະ​ຫານ​ໄດ້​ຮັບ​ເອົາ​ໂປ​ໂລ​ພາໄປ​ເຖິງ​ເມືອງ​ອັນ​ຕີ​ປາ​ຕິ​ຕາມ​ຄຳ​ສັ່ງ 32 ມື້​ຫນ້າ​ມາ​ເຂົາ​ດ້​ປະ​ໃຫ້​ທະ​ຫານ​ມ້າໄປ​ສົ່ງ​ໂປ​ໂລ ແລ້ວ​ເຂົາ​ກໍ​ກັບ​ໄປ​ຍັງ​ຄ້າຍ 33 ສ່ວນ​ພວກ​ທະ​ຫານ​ມ້າ​ເມື່ອ​ໄປ​ເຖິງ​ເມືອງ​ກາຍ​ຊາ​ເຣັຽ​ແລ້ວ ຈຶ່ງ​ສົ່ງ​ຈົດ​ຫມາຍ​ໃຫ້​ຜູ້​ປົກ​ຄອງ​ແລະ​ມອບ​ໂປ​ໂລ​ໄວ້​ໃຫ້​ທ່ານ 34 ເມື່ອ​ຜູ້​ປົກ​ຄອງ​ໄດ້​ອ່ານ​ຈົດ​ຫມາຍ​ແລ້ວ ຈຶ່ງ​ຖາມ​ໂປ​ໂລມາ​ຈາກ​ແຂວງ​ໃດ ຄັນ​ຊາບ​ວ່າ​ມາ​ຈາກ​ແຂວງ​ກີ​ລີ​ເກັຽ 35 ທ່ານ​ຈຶ່ງ​ກ່າວ​ວ່າ, “ເມື່ອ​ໂຈດ​ມາ​ພ້ອມ​ກັນ​ແລ້ວ​ເຮົາ​ຈະ​ຟັງ​ຄຳ​ໃຫ້​ການ​ເຈົ້າ” ທ່ານ​ຈຶ່ງ​ສັ່ງ​ໃຫ້​ຄຸມ​ຕົວ​ໂປ​ໂລ​ໄວ້​ໃນ​ປະ​ໄຣ​ໂຕ​ຣຽນ​ຂອງເຮ​ໂຣດ

ກິຈການ 24

ເຂົາ​ຟ້ອງ​ໂປ​ໂລ​ຕໍ່​ຫນ້າ​ຜູ້​ປົກ​ຄອງ

1 ຄັນ​ລ່ວງ​ໄປ​ໄດ້​ຫ້າ​ວັນ​ແລ້ວ ອາ​ນາ​ເນັຽ​ມະ​ຫາ​ປະ​ໂຣ​ຫິດ​ໄດ້​ລົງ​ໄປ ກັບ​ພວກ​ເຖົ້າ​ແກ່​ລາງ​ຄົນ​ແລະ​ທະ​ນາຍ​ຄວາມ​ຄົນ​ນຶ່ງ​ຊື່ ເຕ​ຕູ​ໂລ ພວກ​ເຫລົ່າ​ນີ້​ໄດ້​ສ​ເນີ​ຄະ​ດີອ​ຂງ​ໂປ​ໂລ​ຕໍ່​ຫນ້າ​ຜູ້​ປົກ​ຄອງ 2 ຄັນ​ເອີ້ນ​ໂປ​ໂລ​ເຂົ້າ​ມາ​ແລ້ວ ເຕ​ຕູ​ໂລ ຈຶ່ງ​ຕັ້ງ​ຕົ້ນ​ຟ້ອງ​ຂຶ້ນ​ວ່າ, “ຮຽນ​ພ​ນະ​ທ່ານ​ເຟ​ລິກ​ທີ່​ນັບ​ຖື ຂ້າ​ພະ​ເຈົ້າ​ທັງ​ຫລາຍ​ໄດ້​ມີ​ຄວາມ​ສ​ງົບ​ສຸກ​ຫລາຍ​ເພາະ​ທ່ານ ແລະ​ມີ​ການ​ປັບ​ປຸງ​ອັນ​ມີ​ປ​ໂຍດ​ແກ່​ປະ​ເທດ​ຊາດ ກໍ​ເພາະ​ຄວາມ​ຫລິງ​ເຫັນ​ພາຍ​ຫນ້າ​ຂອງ​ທ່ານ 3 ພວກ​ຂ້າ​ພະ​ເຈົ້າ​ຮັບ​ຄຸນ​ປ​ໂຍດ​ທັງ​ຫລາຍ​ນີ້​ຢູ່​ທຸກ​ປະ​ການ​ແລະ​ທຸກ​ບ່ອນ ດ້ວຍ​ໃຈ​ຂອບ​ຄຸນ​ທ່ານ​ທຸກ​ຢ່າງ 4 ແຕ່​ເພື່ອ​ບໍ່​ໃຫ້​ທ່ານ​ເສັຽ​ເວ​ລາ​ເກີນ​ໄປ ຂ້າ​ພະ​ເຈົ້າ​ຂໍ​ຄວາມ​ກະ​ຣຸ​ນາ​ຈາກ​ທ່ານ​ໂຜດ​ຟັງ​ຂ້າ​ພະ​ເຈົ້າ​ຈັກ​ຫນ້ອຍ​ນຶ່ງ 5 ດ້ວຍ​ພວກ​ຂ້າ​ພະ​ເຈົ້າ​ເຫັນ​ຄົນ​ນີ້​ເປັນ​ພັຍ​ອັນ​ຕະ​ຣາຍ​ແກ່​ບ້ານ​ເມືອງ ທີ່​ຍົວະ​ຍົງ​ພວກ​ຢິວ​ໃຫ້​ເກີດ​ການ​ວຸ້ນ​ວາຍ​ທົ່ວ​ພິ​ພົບ ແລະ​ເປັນ​ຕົວ​ການ​ຂອງ​ພວກນາ​ຊາ​ເຣັດ​ນັ້ນ 6 ອີກ​ປະ​ການ​ນຶ່ງ, ຜູ້​ນີ້​ໄດ້​ພ​ຍາ​ຍາມ​ເຮັດ​ໃຫ້​ບໍ​ຣິ​ເວນ​ພຣະ​ວິ​ຫານ​ຂາດ​ຄວາມ​ສັກ​ສິດ ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ຈັບ​ເຂົາ​ໄວ້ (ແລະ​ວ່າ​ຈະ​ພິ​ພາກ​ສາ​ເຂົາ​ຕາມ​ກົດ​ຫມາຍ​ຂອງ​ພວກ​ຂ້າ​ພະ​ເຈົ້າ 7 ແຕ່​ນາຍ​ພັນ​ລີ​ເຊັຽ​ໄດ້​ມາ​ໃຊ້​ອຳ​ນາດ​ຍາດ​ຕົວ​ເຂົາ​ຈາກ​ມື​ຂອງ​ພວກ​ຂ້າ​ພະ​ເຈົ້າ 8 ແລະ​ສັ່ງ​ໃຫ້​ໂຈດ​ມາ​ຟ້ອງ​ເຂົາ​ຕໍ່​ຫນ້າ​ທ່ານ) ຖ້າ​ທ່ານ​ເອງ​ຈະ​ໄຕ່​ຖາມ​ເຂົາ ທ່ານ​ອາດ​ຈະ​ຊາບ​ໄດ້​ຄັກ​ແນ່​ຈາກ​ເຂົາ​ນັ້ນ​ແຫລະ, ໃນ​ເຣື່ອງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຟ້ອງ​ນັ້ນ” 9 ຝ່າຍ​ພວ​ກ​ຢິວ​ຈຶ່ງ​ສ​ນັບ​ສ​ນຸນ​ຄຳ​ກ່າວ​ຫາ​ນັ້ນ ແລະ​ຢືນ​ຢັນ​ວ່າ​ເປັນ​ຄວາມ​ຈິ​ງຢ່າງ​ນັ້ນ​ແທ້

ໂປໂລແກ້ຕົວຕໍ່ໜ້າເຟລິກ

10 ເມື່ອ​ຜູ້​ປົກ​ຄອງ​ໄດ້​ສັນ​ຍານ​ໃຫ້​ໂປ​ໂລ​ເວົ້າ ທ່ານ​ຈຶ່ງ​ຮຽນ​ວ່າ, “ເນື່ອງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຊາບ​ວ່າ ທ່ານ​ເປັນ​ຜູ້​ພິ​ພາກ​ສາປະ​ເທດ​ນີ້​ແຕ່​ຫລາຍ​ປີ​ມາ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ຈະ​ແກ້​ຄະ​ດີ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ເບົາ​ໃຈ 11 ທ່ານ​ຄົງ​ສື​ບຊາບ​ໄດ້​ວ່າ ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຂຶ້ນ​ເມືອ​ນະ​ມັ​ສ​ການ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ນັ້ນ ຍັງ​ບໍ່​ເກີນ​ສິບ​ສອງວັນ 12 ເຂົາ​ບໍ່​ໄດ້​ເຫັນ​ຂ້າ​ພະ​ເຈົ້າ​ຜິດ​ຖຽງກັນ​ກັບ​ຜູ້​ນຶ່ງ​ຜູ້​ໃດ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ຫລື​ຍົວະ​ຍົງ​ປະ​ຊາ​ຊົນ​ໃຫ້​ວຸ້ນ​ວາຍ ບໍ່​ວ່າ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ຫລື​ໃນ​ເມືອງ 13 ເຫດ​ການ​ທັງ​ປວງ​ທີ່​ເຂົາ​ກຳ​ລັງ​ຟ້ອງ​ຂ້າ​ພະ​ເຈົ້າ​ໃນ​ບັດ​ນີ້ ເຂົາ​ພິ​ສູດ​ບໍ່​ໄດ້ 14 ແຕ່​ຂ້າ​ພະ​ເຈົ້າ​ຂໍ​ຮັບ​ຕໍ່​ຫນ້າ​ທ່ານ​ຢ່າງ​ນຶ່ງ ຄື​ຕາມ​ທາງ​ນັ້ນ​ທີ່​ເຂົາ​ຖື​ວ່າ​ເປັນ​ລັດ​ທິ​ນອກ​ຮີດ ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ພຣະ​ເຈົ້າ​ແຫ່ງ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພະ​ເຈົ້າ ໂດຍ​ໄດ້​ເຊື່ອ​ຖື​ບັນ​ດາ​ຖ້ອຍ​ຄຳ​ທັງ​ປວງທີ່​ຂຽນ​ໄວ້​ໃນ​ພຣະ​ບັນ​ຍັດ ແລະ​ໃນ​ພຣະ​ຄັມ​ພີ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ 15 ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ໃຈ​ໃນ​ພຣະ​ເຈົ້າ ຕາມ​ຊຶ່ງ​ເຂົາ​ເອງ​ກໍ​ມີ​ຄວາມ​ຫວັງ​ໃຈ​ເຫມືອນ​ກັນ ຄື​ຫວັງ​ໃຈ​ວ່າ​ຄົນ​ທັງ​ປວງ​ທັງ​ຜູ້​ຊອບ​ທັມ​ແລະ​ຜູ້​ບໍ່​ຊອບ​ທັມ ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ 16 ໃນ​ຂໍ້​ນີ້​ຂ້າ​ພະ​ເຈົ້າ​ເອງ​ເຫມືອນ​ກັນ ຈຶ່ງ​ອົດ​ສາ​ພ​ຍາ​ຍາມ​ໃຫ້​ມີ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ອັນ​ເສາະ​ໃສ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ແລະຕໍ່​ມະ​ນຸດ​ຢູ່​ສເມີ 17 ຄັນ​ລ່ວງ​ມາ​ຫລາຍ​ປີ​ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ​ອ​ຂງ​ທານ​ມາ​ສູ່​ຊົ​ນ​ຊາດ​ຂອງ​ຂ້າ​ພະ​ເຈົ້າ ແລະ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ 18 ໃນ​ລະ​ຫວ່າງ​ນັ້ນ​ເມື່ອ​ຂ້າ​ພະ​ເຈົ້າ​ຊຳ​ຮະ​ຕົວ​ແລ້ວ ເຂົາ​ໄດ້​ພົບ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ​ກໍ​ບໍ່​ໄດ້​ພົບ​ຂ້າ​ພະ​ເຈົ້າ​ຢູ່​ກັບ​ຫລາຍ​ຄົນ ຫລື​ກຳ​ລັງ​ກໍ່​ຄວາມ​ວຸ້​ນ​ວາຍ 19 ແຕ່​ກໍ​ມີ​ພວກ​ຢິວ​ລາງ​ຄົນ​ມາ​ຈາກ​ແຂວ​ງ​ອາ​ເຊັຽ ຖ້າ​ຄົນ​ເຫລົ່າ​ນັ້ນ​ມີ​ເຣື່ອງ​ອັນ​ໃດ​ຕໍ່​ສູ້​ຂ້າ​ພະ​ເຈົ້າ ເຂົາ​ຄວນ​ຈະ​ມາ​ສ​ເນີ​ຕົວ​ທີ່​ນີ້​ຟ້ອງ​ຂ້າ​ພະ​ເຈົ້າ​ຕໍ່​ຫນ້າ​ທ່ານ 20 ຫລື​ໃຫ້​ຄົນ​ເຫລົ່າ​ນີ້​ເອງ​ກ່າວ​ເຣື່ອງ​ຄວາມ​ຜິດ​ທີ່​ເຂົາ​ໄດ້​ເຫັນ ເມື່ອ​ຂ້າ​ພະ​ເຈົ້າ​ຢືນ​ຢູ່​ຕໍ່​ຫນ້າ​ສານ​ສູງ​ສຸດ​ນັ້ນ 21 ເວັ້ນ​ໄວ້​ແຕ່​ຂໍ້​ດຽວ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ຂຶ້ນ​ໃນ​ຖ້າມ​ກາງ​ພວກ​ເຂົາ​ວ່າ “ທີ່​ຂ້າ​ພະ​ເຈົ້າ​ນີ້​ຖືກ​ພິ​ຈາ​ຣະ​ນາ​ພິ​ພາກ​ສາ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ​ໃນ​ວັນ​ນີ້ ກໍ​ເພາະ​ກ່ຽວ​ກັບ​ເຣື່ອງ​ການ​ເປັນ​ຄື​ນ​ມາ​ຈາກ​ຕາຍ”

ໂປໂລຖືກຄຸມຕົວ

22 ແຕ່​ເຟ​ລິກ​ຮູ້​ເຣື່ອງທາງ​ນັ້ນ​ຄັກ​ແນ່​ສົມ​ຄວນ ຈຶ່ງ​ໄດ້​ເລື່ອນ​ການ​ພິ​ຈາ​ຣະ​ນາ​ຂອງ​ເຂົາ​ໄປ ໂດຍ​ກ່າວ​ວ່າ, “ເມື່ອ​ໃດ​ນາຍ​ພັນ​ລີ​ເຊັຽ​ລົງ​ມາ​ແລ້ວ ເຮົາ​ຈະ​ໄດ້​ພິ​ຈາ​ຣະ​ນາ​ຄວາມ​ຂອງ​ພວກ​ເຈົ້າ” 23 ແລ້ວ​ເຟ​ລິກໄດ້​ສັ່ງ​ໃຫ້​ນາຍ​ຮ້ອຍ​ຄຸມ​ຕົວ​ໂປ​ໂລ​ໄວ້ ແຕ່​ໄດ້​ຜ່ານ​ພົ້ນ​ຄວາມ​ເຄັ່ງ​ຄັດ ແລະ​ບໍ່​ໃຫ້​ຫ້າມ​ຜູ້​ນຶ່ງ​ຜູ້​ໃດ​ທີ່​ເປັນ​ເພື່ອນ​ຂອງ​ທ່ານ​ທີ່​ຢາ​ກ​ເຂົ້າ​ມາ​ບົວ​ລະ​ບັດ​ 24 ເມື່ອ​ລ່ວງ​ມາ​ສອງ​ສາມ​ວັນ​ແລ້ວ​ເຟ​ລິກ​ກັບ​ພັ​ຣ​ຍາ​ຊື່ ດຣູ​ຊີນ​ລາ ຜູ້​ເປັນ​ຊາດ​ຢິວໄດ້​ມາ​ທານ​ໃຫ້​ເອີ້ນ​ໂປ​ໂລ​ມາ ແລ້ວ​ໄດ້​ຟັງ​ໂປ​ໂລ​ກ່າວ​ເຣື່ອງ​ຄວາມ​ເຊື່ອ​ຖື​ໃນ​ພຣະ​ເຢ​ຊູ​ຄຣິດ​ 25 ຂ​ນະ​ທີ່​ໂປ​ໂລ​ອ້າງ​ເຖິງ​ຄວາມ​ຍຸດ​ຕິ​ທັມ ການ​ບັງ​ຄັບ​ໃຈ ແລະ​ການ​ພິ​ພາກ​ສາ​ທີ່​ຈະ​ມາ​ພາຍ​ຫນ້າ​ນັນ ເຟ​ລິກ​ກໍ​ສະ​ດຸ້ງ​ຕົກ​ໃຈ ຈຶ່ງ​ກ່າວ​ວ່າ, “ບັດ​ນີ້​ຈົ່ງ​ໄປ​ກ່ອນເທາະ ເມື່ອ​ມີ​ໂອ​ກາດ​ເຮົາ​ຈະ​ເອີ້ນ​ທ່ານ​ມາ​ອີກ” 26 ໃນ​ເວ​ລາ​ນັ້ນ​ເຟ​ລິກ​ຫວັງ​ໃຈ​ວ່າ​ໂປ​ໂລ​ຈະ​ໃຫ້​ເງິນ​ສິນ​ບົນ​ແກ່​ຕົນ ເຫດ​ສັນ​ນັ້ນ​ທ່ານ​ຈຶ່ງ​ເອີ້​ນ​ໂປ​ໂລ​ມາ​ສົນ​ທະ​ນາ​ຫລາຍ​ເທື່ອ 27 ແຕ່​ເມື່ອສອງ​ປີ​ລ່ວງ​ໄປ​ແລ້ວ ໂປກີ​ໂອເຟຊະໂຕ​ໄດ້​ມາ​ຮັບ​ຣາ​ຊ​ການ​ແທນ​ເຟ​ລິກ ຝ່າຍ​ເຟ​ລິກ​ຢາກ​ໄດ້​ຄວາມ​ຊອບ​ຈາກ​ພວກ​ຢິວ ຈຶ່ງ​ຂັງ​ໂປ​ໂລ​ປະ​ໄວ້​ໃນ​ຄຸກ

ກິຈການ 25

ໂປ​ໂລ​ອຸ​ທອນ​ໄປ​ເຖິງ​ກາຍ​ຊາ

1 ອັນ​ນຶ່ງ​ເມື່ອ​ເຟ​ຊະ​ໂຕໄດ້​ມາ​ໃນ​ແຂວງ​ນັ້ນ​ໄດ້​ສາມ​ວັນ​ແລ້ວ ທ່ານ​ຈຶ່ງ​ອອກ​ຈາກ​ເມືອງ​ກາຍ​ຊາ​ເຣັຽ​ຂຶ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 2 ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລະ​ບັນ​ດາ​ຄົນ​ສຳ​ຄັນ​ໃນ​ພວ​ກ​ຢິວ​ໄດ້​ມາ​ສເນີ​ຄະ​ດີ​ຂອງ​ໂປ​ໂລ​ຕໍ່​ທ່ານ 3 ແລະ​ໄດ້​ອ້ອນວອນ​ຂໍ​ທ່ານ​ໂຜດ​ຊ່ອຍ​ເຂົາ​ໃນ​ການ​ຕໍ່​ສູ້​ໂປ​ໂລ ຄື​ໃຫ້​ທ່ານ​ໄດ້​ສົ່ງ​ໂປ​ໂລ​ມາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ເພາະ​ເຂົາ​ມີ​ແຜນ​ການ​ຈະ​ລັດ​ຂ້າ​ໂປ​ໂລ​ຢູ່​ກາງ​ທາງ​ເສັຽ 4 ຝ່າຍ​ເຟ​ຊະ​ໂຕ​ຈຶ່ງ​ຕອບ​ວ່າ, “ໂປ​ໂລ​ນັ້ນ​ຖືກ​ຄຸມ​ຂັງ​ຢູ່​ເມືອງ​ກາຍ​ຊາ​ເຣັຽ ແລະ​ອີກ​ຫນ້ອຍ​ນຶ່ງ​ທ່ານ​ເອງ​ກໍ​ຈະ​ກັບ​ໄປ​ຍັງ​ເມືອງ​ນັ້ນ 5 ທ່ານ​ໄດ້​ເວົ້າ​ວ່າ, “ເຫດ​ສັນ​ນັ້ນ ໃຫ້​ບັນ​ດາ​ຜູ້​ມີ​ອຳ​ນາດ​ໃນ​ພວກ​ທ່ານລົງ​ໄປ​ພ້ອມ​ກັນ​ກັບ​ເຮົາ ຖ້າ​ວ່າ​ໂປ​ໂລ​ມີ​ຜິ​ດອັນ​ໃດ​ຈົ່ງ​ໃຫ້​ເຂົາ​ຟ້ອງ​ສາ” 6 ເມື່ອ​ທ່ານ​ພັກ​ຢູ່​ນຳ​ບໍ່​ເກີນ​ແປດ​ຫລື​ສິບ​ວັນ​ແລ້ວ ກໍ​ໄດ້​ລົງ​ໄປ​ຍັງ​ເມືອງ​ກາຍ​ຊາ​ເຣັຽ ແລະ​ມື້​ຫນ້າ​ນັ້ນ​ທ່ານ​ໄດ້​ນັ່ງ​ໃນ​ສານ​ຕັ​ດ​ສີນ ແລະ​ໄດ້​ສັ່ງ​ໃຫ້​ພາຕົວ​ໂປ​ໂລ​ເຂົ້າ​ມາ 7 ເມື່ອ​ໂປ​ໂລ​ເຂົ້າ​ມາ​ແລ້ວ ພວກ​ຢິວ​ທີ່​ລົງ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ກໍ​ຢືນ​ອ້ອມ​ທ່ານ​ໄວ້ ແລະ​ກ່າວ​ຄໍາ​ຟ້ອງ​ອັນ​ຫນັກ​ຫລາຍ​ປະ​ການ​ໃສ່ ຊຶ່ງ​ເຂົາ​ບໍ່​ສາ​ມາດ​ຫາ​ຫລັກ​ຖານ​ໄດ້ 8 ຝ່າຍ​ໂປ​ໂລ​ຈຶ່ງ​ກ່າວ​ແກ້​ຄະ​ດີ​ວ່າ, “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ອັນ​ໃດ​ຕໍ່​ກົດ​ຫມາຍ​ຂອງ​ພວກ​ຢິວ ຫລື​ຜິດ​ຕໍ່​ພຣະ​ວິ​ຫານ ຫລື​ຕໍ່​ກາຍ​ຊາ​ກໍ​ດີ” 9 ຝ່າຍ​ເຟ​ສ​ຕຸ​ສ​ຢາ​ກ​ໄດ້​ຄວາມ​ຊອບ​ຈາກ​ພວກ​ຢິວ ຈຶ່ງ​ຖາມ​ໂປ​ໂລ​ວ່າ, “ເຈົ້າ​ຢາກ​ຂຶ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ຊຳ​ຮະ​ຄວາມ​ເຣື່ອງ​ນີ້​ຕໍ່​ຫນ້າ​ເຮົາ​ທີ່​ນັ້ນ​ຫລື” 10 ແຕ່​ໂປ​ໂລ​ໄດ້​ຕອບ​ວ່າ, “ຂ້າ​ພະ​ເຈົ້າ​ກຳ​ລັງ​ຢືນ​ຢູ່​ຕໍ່​ຫນ້າ​ສານ​ຕັດ​ສີນ​ຂອງ​ກາຍ​ຊາ​ຢູ່​ແລ້ວ ກໍ​ສົມ​ຄວນ​ຈະ​ພິ​ພາກ​ສາ​ຂ້າ​ພະ​ເຈົ້າ​ເສັຽ​ທີ່​ນີ້ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ອັນ​ໃດ​ຕໍ່​ພວກ​ຢິວ​ເຫມືອນ​ດັ່ງ​ທ່ານ​ຮູ້​ຄັກ​ແລ້ວ 11 ຖ້າ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຜິດ ຫລື​ໄດ້​ເຮັດ​ອັນ​ໃດ​ຄວນ​ຈະ​ມີ​ໂທດ​ເຖິງ​ຕາຍ ຂ້າ​ພະ​ເຈົ້າ​ກໍ​ຍອມ​ຕາຍ​ດ້ວຍ​ບໍ່​ຂັດ​ຂືນ ແຕ່​ຖ້າ​ເຣື່ອງ​ທີ່​ເຂົາ​ຟ້ອງ​ຂ້າ​ພະ​ເຈົ້າ​ນັ້ນ​ບໍ່​ຈິງ​ແລ້ວ ບໍ່​ມີ​ຜູ້​ໃດ​ມີ​ອຳ​ນາດ​ຈະ​ມອບ​ຂ້າ​ພະ​ເຈົ້າ​ໃຫ້​ເຂົາ​ດ້ ຂ້າ​ພະ​ເຈົ້າ​ຂໍ​ອຸ​ທອນ​ໄປ​ເຖິງ​ກາຍ​ຊາ” 12 ຝ່າຍ​ເຟ​ຊະ​ໂຕ, ເມື່ອ​ໄດ້​ຫາ​ລື​ກັນ​ກັບ​ທີ່​ປຶກ​ສາ​ແລ້ວ ຈຶ່ງ​ຕອບ​ວ່າ, “ເຈົ້າ​ໄດ້​ຂໍ​ອຸ​ທອນ​ໄປ​ເຖິງ​ກາ​ຍຊາ ເຈົ້າ​ກໍ​ຈະ​ໄດ້​ໄປ​ເຝົ້າ​ກາຍ​ຊາ”

ໂປ​ໂລ​ຢູ່​ຕໍ່​ຫນ້າ​ກະ​ສັດ​ອາ​ຄຣິ​ປາ

13 ແລະ​ເມື່ອ​ລ່ວງ​ໄປ​ຫລາຍ​ວັນ​ແລ້ວ ກະ​ສັດ​ອາ​ຄຣິ​ປາ ແລະ​ພຣະ​ນ້ອງ​ນາງ​ເບນິ​ເກກໍ​ສະ​ເດັດ​ມາ​ຢ້ຽມ​ຄຳ​ນັບ​ເຟ​ຊະ​ໂຕ​ທີ່​ເມືອງ​ກາຍ​ຊາ​ເຣັຽ 14 ໃນ​ເວ​ລາ​ທີ່​ກະ​ສັດ​ປະ​ທັບ​ຢູ່​ທີ່​ນັ້ນ​ຫລາຍ​ວັນ ເຟຊະ​ໂຕ​ກໍ​ເລົ່າ​ຄະ​ດີ​ຂອງ​ໂປ​ໂລ​ໃຫ້​ພຣະ​ອົງ​ຟັງ​ວ່າ, “ມີ​ຊາຍ​ຄົນ​ນຶ່ງ​ຊຶ່ງ​ເຟລິກ​ໄດ້​ປະ​ໄວ້​ໃນ​ຄຸກ 15 ຂ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ກຸງ​ເຢ​ຣູ​ຊາ​ເລັມ​ນັ້ນ ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ກັບ​ພວກ​ເຖົ້າ​ແກ່​ຂອງ​ພວກ​ຢິວ​ໄດ້​ມາ​ສ​ເນີ​ຄະ​ດີ​ເຣື່ອງ​ຄົນ​ນີ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ຕັດ​ສີນ​ລົງ​ໂທດ​ໃສ່ 16 ຂ້າ​ພະ​ເຈົ້າ​ຈຶ່ງ​ຕອບ​ວ່າ ບໍ່​ແມ່ນ​ທັມ​ນຽມ​ຂອງ​ຊາວ​ໂຣມ​ທີ່​ຈະ​ມອບ​ຕົວ​ຈຳ​ເລີຍ ກ່ອນ​ທີ່​ໂຈດ​ກັບ​ຈຳ​ເລີຍ​ມາ​ພ້ອມ​ຫນ້າ​ກັນ ເພື່ອ​ໃຫ້​ຈຳ​ເລີຍ​ມີ​ໂອ​ກາດ​ແກ້​ຄະ​ດີ​ໃນ​ຂໍ້​ຫາ​ນັ້ນ 17 ດັ່ງ​ນັ້ນ​ຄັນ​ພວກ​ໂຈດ​ໄດ້​ມາ​ພ້ອມ​ກັນ​ທີ່​ນີ້​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ລໍ​ຖ້າ ໃນ​ວັນ​ຫນ້າ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ໃນ​ສານ​ຕັ​ດ​ສີນ​ແລະ​ໄດ້​ສັ່ງ​ໃຫ້​ພາ​ຊາຍ​ຄົນ​ນັ້ນ​ເຂົ້າ​ມາ 18 ເມື່ອ​ພວກ​ໂຈດ​ຢືນ​ຂຶ້ນ​ແລ້ວ ເຂົາ​ບໍ່​ໄດ້​ກ່າວ​ຫາ​ການ​ຊົ່ວ​ຮ້າຍ​ໃສ່​ຈຳ​ເລີຍ​ເຫມືອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄາດ​ໄວ້​ແລ້ວ 19 ເປັນ​ແຕ່​ພຽງ​ບັນ​ຫາ​ຖຽງ​ກັນດ້ວຍ​ເຣື່ອງ​ລັດ​ທິ​ສາ​ສ​ນາ​ຂອງ​ເຂົາ​ເອງ ແລະ​ດ້ວຍ​ຄົ​ນ​ຜູ້​ນຶ່ງ​ຊື່ ເຢ​ຊູ​ທີ່​ຕາຍ​ໄປ​ແລ້ວ ແຕ່​ຝ່າຍ​ໂປ​ໂລ​ຢືນ​ຢັນ​ວ່າ​ຍັງ​ເປັນ​ຢູ່ 20 ສ່ວນ​ຂ້າ​ພະ​ເຈົ້າ​ກໍ​ຈົນ​ປັນ​ຍາ​ວ່າ​ຈະ​ພິ​ຈາ​ຣະ​ນາ​ບັນ​ຫາ​ນີ້​ຢ່າງ​ໃດ ຈຶ່ງ​ຖາມ​ໂປ​ໂລ​ວ່າ​ຢາກ​ຂຶ້ນ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ໃຫ້​ຊຳ​ຮະ​ຄວາມ​ທີ່​ນັ້ນ​ຫລື​ບໍ 21 ແຕ່​ເມື່ອ​ໂປ​ໂລໄ​ດ້​ອຸ​ທອ​ນຂໍ​ໃຫ້​ຮັກ​ສາ​ຕົວ​ໄວ້​ໃຫ້​ມະ​ຫາ​ກະ​ສັດ​ຊົງ​ເປັນ​ຜູ້​ຊຳ​ຮະ​ຕັດ​ສີນ ຂ້າ​ພະ​ເຈົ້າ​ຈຶ່ງ​ສັ່ງ​ໃຫ້​ຂັງ​ຮັ​ກ​ສາ​ຄົນ​ນີ້​ໄວ້​ຈົນ​ກວ່າ​ຈະ​ໄດ້​ສົ່ງ​ຕົວ​ໄປ​ເຖິງ​ກາຍ​ຊາ” 22 ຝ່າຍ​ອາ​ຄຣິປາ​ກໍ​ຊົງ​ກ່າວ​ກັບ​ເຟ​ສ​ຕຸ​ສວ່າ, “ເຮົາ​ກໍ​ມີ​ໃຈ​ຢາກ​ຟັງ​ຄຳ​ຂອງ​ຄົນ​ນັ້ນ​ເຫມືອນ​ກັນ” ເຟ​ຊະ​ໂຕຈຶ່ງ​ທູນ​ວ່າ, “ມື້​ອື່ນ​ທ່ານ​ຈະ​ໄດ້​ຟັງ” 23 ມື້​ຫນ້າ​ນັ້ນ​ກະ​ສັດ​ອາ​ຄ​ຣິປາ​ກັບ​ພຣະ​ນາງ​ເບ​ນິ​ເກ​ສະ​ເດັດ​ມາ​ພ້ອມ​ດ້ວຍ​ບໍ​ຣິວານ​ຢ່າງ​ສະ​ງ່າ​ຜ່າ​ເຜີຍ ເຂົ້າ​ໄປ​ໃນ​ຫໍ​ຊັຍ​ພ້ອມດ້ວຍ​ນາຍ​ພັນ​ແລະ​ຄົນ​ສຳ​ຄັນ​ທັງ​ຫລາຍ​ໃນ​ນະ​ຄອນ​ນັ້ນ ແລ້ວ​ເຟ​ຊະ​ໂຕໄດ້​ສັ່ງ​ໃຫ້​ພາໂປ​ໂລ​ເຂົ້າ​ມາ 24 ເຟ​ຊະ​ໂຕ​ຈຶ່ງ​ທູນ​ວ່າ, “ຂ້າ​ແດ່​ກະ​ສັດ​ອາ​ຄຣິປາ ແລະ​ຮຽນ​ທ່ານ​ທັງ​ຫລາຍ​ທີ່​ຢູ່​ດ້ວຍ​ກັນ​ກັບ​ພວກ​ຂ້າ​ພະ​ເຈົ້າ ທ່ານ​ທັງ​ຫລາຍ​ໄດ້​ເຫັນ​ຄົນ​ຜູ້​ນີ້ ຄື​ຜູ້​ທີ່​ບັ​ນ​ດາ​ພວກ​ຢິວ​ໄດ້​ອ້ອນວອນ​ຂ້າ​ພະ​ເຈົ້າ​ທັງ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ​ແລະ​ທີ່​ນີ້ກໍ​ດີ ດ້ວຍ​ຮ້ອງວ່າ​ຜູ້​ນີ້​ບໍ່​ຄວນ​ຈະ​ມີ​ຊີ​ວິດ​ຢູ່ຕໍ່​ໄປ 25 ສ່ວນ​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ຮູ້​ວ່າ​ຄົນ​ນີ້​ບໍ່​ໄດ້​ເຮັດ​ອັນ​ໃດ​ທີ່​ຄວນ​ຈະ​ຕ້ອງ​ຕາຍ ແຕ່​ເພາະ​ຕົນ​ນີ້​ເອງ​ໄດ້​ອຸ​ທອນ​ໄປ​ເຖິງ​ມະ​ຫາ​ກະ​ສັດ ແລ້ວ​ຂ້າ​ພະ​ເຈົ້າ​ຕັ້ງ​ໃຈ​ຈະ​ສົ່ງ​ເຂົາ​ໄປ 26 ກ່ຽວ​ກັບ​ເຣື່ອງ​ຄົນ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ມີ​ຣາຍ​ງານ​ອັນ​ໃດຢ່າງ​ຄັກ​ແນ່ ພໍ​ທີ່​ຈະ​ຖວາຍ​ແດ່​ມະ​ຫາ​ກະ​ສັດ​ເຈົ້າ ເພາະ​ສັນ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ພາຄົນ​ນີ້​ອອກ​ມາ​ຕໍ່​ຫນ້າ​ທ່ານ​ທັງ​ຫລາຍ​ແລະ​ຕໍ່​ພຣະ​ພັກ​ກະ​ສັດ​ອາ​ຄຣິປາ​ເປັນ​ຕົ້ນ ຫວັງ​ວ່າ​ເມື່ອ​ໄຕ່​ສວນ​ແລ້ວ​ຈະ​ມີ​ເຣື່ອງ​ພໍ​ຈະ​ຖວາຍ​ຣາຍ​ງານ​ໄປ​ໄດ້ 27 ເພາະ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ທີ່​ຈະ​ສົ່ງ​ຄົນ​ໂທດ​ໄປ​ດ້ວຍ​ບໍ່​ໄດ້​ສົ່ງ​ຂໍ້​ກ່າວ​ຫາ​ໄປ​ພ້ອມ ກໍ​ເປັນ​ການ​ບໍ່​ເຫມາະ​ສົມ”

ກິຈການ 26

ໂປ​ໂລ​ແກ້​ຄະ​ດີ​ຕໍ່​ພຣະ​ພັກ​ອາ​ຄຣິປາ

1 ຝ່າຍ​ກະ​ສັດ​ອາ​ຄຣິ​ປາ​ຈຶ່ງ​ຊົງກ່າວ​ແກ່​ໂປ​ໂລ​ວ່າ, “ເຮົາ​ອະ​ນຸ​ຍາດ​ໃຫ້​ເຈົ້າ​ແກ້​ຕົວ​ໄດ້” ດັ່ງ​ນັ້ນ ໂປ​ໂລ​ຈຶ່ງ​ຍື່ນ​ມື​ອອກ​ກ່າວ​ແກ້​ຄະ​ດີ​ວ່າ, 2 “ຂ້າ​ແດ່​ກະ​ສັດ​ອາຄ​ຣິປາ, ຂ້າ​ພຣະ​ບາດ​ຖື​ວ່າ​ເປັນ​ໂຊກ​ດີ​ທີ່​ໄດ້​ມີ​ໂອ​ກາດ​ແກ້​ຄະ​ດີ​ຕໍ່​ພຣະ​ພັກ​ຝ່າ​ພຣະ​ບາດ​ໃນ​ວັນ​ນີ້ ໃນ​ເຣື່ອງ​ຂໍ້​ຄະ​ດີ​ທັງ​ປວງ​ຊຶ່ງ​ພວກ​ຢິວ​ກ່າວ​ຫາ​ຂ້າ​ພຣະ​ບາດ​ນັ້ນ 3 ເພາະ​ເປັນ​ຕົ້​ນ, ຝ່າ​ພຣະ​ບາດ​ຊົງ​ມີ​ຄວາມ​ຮູ້​ຊຳ​ນານ​ໃນ​ບັນ​ດາ​ຂ​ນົບ​ທັມ​ນຽມ​ແລະ​ບັນ​ຫາ​ຕ່າງໆ​ຂອງ​ພວກ​ຢິວ​ແລ້ວ ເຫດ​ສັນ​ນັ້ນຂໍ​ຝ່າພຣະ​ບາດ​ໄດ້​ໂຜດ​ຊົງ​ທົນ​ຟັງ​ຂ້າ​ພຣະ​ບາດ 4 “ພວກ​ຢິວ​ທັງ​ປວງ​ກໍ​ຮູ້​ຈັກ​ຄວາມ​ເປັນ​ຢູ່​ຂອງ​ຂ້າ ພຣະ​ບາດ​ຕັ້ງ​ແຕ່​ຫນຸ່ມ​ນ້ອຍ​ມາ​ຄື​ໃນ​ຫົວ​ທີ​ຂ້າ​ພຣະ​ບາດ​ໄດ້​ຢູ່​ຖ້າມ​ກາງ​ຊົນ​ຊາດ​ຂອງ​ຂ້າ​ພຣະ​ບາດ ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 5 ເຂົາ​ກໍຮູ້​ຈັກ​ຂ້າ​ພຣະ​ບາດ​ແຕ່​ເດີມ​ມາ ຖ້າ​ເຂົາ​ຈະ​ຍອມ​ເປັນ​ພຍານ​ກໍ​ເປັນ​ໄດ້ ວ່າ​ຂ້າ​ພຣະ​ບາດ​ໄດ້​ດຳ​ເນີນ​ຊີ​ວິດ​ຕາມ​ພວກ​ທີ່​ຖື​ສາສ​ນາ​ຂອງ​ພວກ​ຂ້າ​ພຣະ​ບາດ​ຢ່າງ​ເຄັ່ງ​ຄັດ​ທີ່​ສຸ​ດ ຄື​ເປັນ​ພວກ​ຟາ​ຣີ​ຊາຍ 6 ບັດ​ນີ້​ທີ່​ຂ້າ​ພຣະ​ບາດ​ມາ​ຢືນ​ຢູ່​ເພື່ອ​ຖືກ​ຊຳ​ຮະ​ຕັດ​ສີນ ກໍ​ເນື່ອງ​ດ້ວຍ​ເຣື່ອງ​ມີ​ຄວາມ​ຫວັງ​ໃນ​ພຣະ​ສັນ​ຍາ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ຕິ​ຍານ​ໄວ້​ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ຂ້າ​ພຣະ​ບາດ​ນັ້ນ 7 ພວກ​ຂ້າ​ພຣະ​ບາດ​ທັງ​ສິບ​ສອງ​ຕະ​ກູນ​ໄດ້​ອົດ​ສາ​ປະ​ຕິ​ບັດ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ດ້ວຍ​ຫວັງ​ວ່າຈະ​ບັນ​ລຸ​ເຖິງ​ຄວາມ​ສຳ​ເຣັດ​ຕາມ​ພຣະ​ສັນ​ຍາ​ນັ້ນ ຂ້າ​ແດ່​ກະ​ສັດ​ຜູ້​ເປັນ​ເຈົ້າ​, ທີ່​ພວກ​ຢິວ​ຟ້ອງ​ຂ້າ​ພຣະ​ບາດ​ກໍ​ຍ້ອນ​ຄວາມ​ຫວັງ​ໃຈ​ອັນ​ນີ້​ແຫລະ, 8 ເຫດ​ສັນ​ໃດ​ທ່ານ​ທັງ​ຫລາຍ​ຈຶ່ງ​ພາ​ກັນ​ຖື​ວ່າ ການ​ທີ່​ພຣະ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ​ເປັນ​ການ​ເຫລືອ​ເຊື່ອ 9 “ຝ່າຍ​ຂ້າ​ພຣະ​ບາດ​ເອງ​ກໍ​ເຄີຍ​ຄຶດ​ໃນ​ໃຈ​ວ່າ “ຈຳ​ເປັນ​ຕ້ອງ​ເຮັດ​ຫລາຍ​ຢ່າງ​ເປັນ​ການ​ຂັດ​ຂວາງ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ນັ້ນ 10 ສິ່ງ​ເຫລົ່າ​ນັ້ນ​ຂ້າ​ພຣະ​ບາດ​ໄດ້​ເຮັດ​ໃນ​ກຸງເຢ​ຣູ​ຊາ​ເລັມ ເມື່ອ​ຂ້າ​ພຣະ​ບາດ​ໄດ້​ຮັບ​ອຳ​ນາດຈາກ​ພວກ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ແລ້ວ ຂ້າ​ພຣະ​ບາດ​ເອງ​ໄດ້​ຈັບ​ໄພ່​ພົນ​ຂອງ​ພຣະ​ອົງ​ຫລາຍ​ຄົນ​ໄປ​ຂັງ​ໄວ້ ແລະ​ຄັນ​ເຂົາ​ຖືກ​ລົງ​ໂທດ​ເຖິງ​ຕາຍ​ຂ້າ​ພຣະ​ບາດ​ກໍ​ລົງ​ຄວາມ​ເຫັນ​ດີ​ດ້ວຍ 11 ຂ້າ​ພຣະ​ບາດ​ໄດ້​ລົງ​ໂທດ​ເຂົາ​ຫລາຍ​ເທື່ອ​ໃນ​ໂຮງ​ທັມ​ມະ​ເທ​ສ​ນາ​ທົ່ວ​ໄປ ແລະ​ໄດ້​ພ​ຍາ​ຍາມ​ບັງ​ຄັບ​ເຂົາ​ໃຫ້​ກ່າວ​ຄຳ​ຫມິ່ນ​ປ​ມາດ​ຕໍ່​ພຣະ​ເຈົ້າ ແລະ​ເພາ​ຂ້າ​ພຣະ​ບາດ​ຄຽດ​ແຄ້ນ​ເຂົາ​ຫລາຍ​ ເຖິງ​ຈະ​ແມ່ນ​ໃນ​ຫົວ​ເມືອງ​ຕ່ງ​ປະ​ເທດ ຂ້າ​ພຣະ​ບາດ​ກໍ​ໄດ້​ຕິດ​ຕາມ​ໄປ​ຂົ່ມ​ເຫັງ​ເຂົາ

ໂປ​ໂລ​ເລົ່າ​ເຣື່ອງ​ການ​ກັບ​ໃຈ​ຂອງ​ຕົນ

12 “ດັ່ງ​ນັ້ນ​ຂ້າ​ພຣະ​ບາດ​ໄດ້​ເດີນ​ທາງ​ໄປ​ຍັງ​ເມືອງ​ດາ​ມັ​ສ​ກັ​ສ ໄດ້​ຖື​ອຳ​ນາດ​ແລະ​ຮັບ​ຄຳ​ສັ່ງ​ຈາກ​ປະ​ໂຣ​ຫິດ​ຕົນ​ໃຫຍ່ 13 ຂ້າແດ່​ກະ​ສັດ​ຜູ້​ເປັນ​ເຈົ້າ, ໃນ​ເວ​ລາ​ທ່ຽງ​ວັນ​ເມື່ອ​ກຳ​ລັງ​ເດີນ​ທາງ​ໄປ ຂ້າ​ພຣະ​ບາດ​ໄດ້​ເຫັນ​ແສງ​ສວ່າງ​ກ້າກວ່າ​ແສງ​ພຣະ​ອາ​ທິດ​ສ່ອງ​ລົງ​ມາ​ຈາກ​ຟ້າ​ອ້ອມ​ຮອບ​ຂ້າ​ພຣະ​ບາດ​ກັບ​ຄົນ​ທັງ​ຫລາຍ​ທີ່​ໄປ​ນຳ 14 ເມື່ອ​ພວກ​ຂ້າ​ພຣະ​ບາດ​ທຸກ​ຄົນ​ລົ້ມ​ລົງ​ເທິງ​ດິນ ຂ້າ​ພຣະ​ບາດ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ກ່າວ​ມາ​ເປັນ​ພາ​ສາ​ເຮັບ​ເຣີ ຖາມ​ຂ້າ​ພຣະ​ບາດ​ວ່າ “ໂຊ​ໂລ, ໂຊ​ໂລ​ເອີຍ, ເຈົ້າ​ຂົ່ມ​ເຫັງ​ເຮົາ​ເຮັດ​ຫຍັງ? ທີ່​ເຈົ້າ​ຖີບ​ເຫລັກ​ກະ​ຕັກ​ນັ້ນ​ກໍ​ເປັນ​ການ​ເຈັ​ບ​ແກ່​ຕົວ​ເອງ” 15 ຂ້າ​ພຣະ​ບາດ​ຈຶ່ງ​ທູນ​ຖາມ​ວ່າ, “ທ່ານ​ເອີຍ, ທ່ານ​ແມ່ນ​ໃຜ?” ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕອບ​ວ່າ “ເຮົາ​ຄື​ເຢ​ຊູ​ທີ່​ເຈົ້າ​ຂົ່ມ​ເຫັງ​ນັ້ນ​ແຫລະ 16 ແຕ່ຈົ່ງ​ລຸກ​ຂຶ້ນ​ແລະ​ຢືນ​ຢູ່ ເພາະ​ເພື່ອ​ການ​ນີ້​ແຫລະ, ເຮົາ​ໄດ້​ປາ​ກົດ​ແກ່​ເຈົ້າ ຄື​ເພື່ອ​ຈະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ເປັນ​ຜູ້​ຣັບ​ໃຊ້​ແລະ​ເປັນ​ພຍານ​ເຖິງ​ເຫດ​ການ​ທີ່​ເຈົ້າ​ໄດ້​ເຫັນ​ແລ້ວ ກັບ​ທັງ​ເຫດ​ການ​ທີ່​ເຮົາ​ຈະ​ປາ​ກົດ​ແກ່​ເຈົ້າ​ໃນ​ພາຍ​ຫນ້າ 17 ເຮົາ​ຈະ​ໂຜດ​ເຈົ້າ​ໃຫ້​ພົ້ນ​ຈາກ​ພົລ​ເມືອງ​ນີ້ ແລະ​ຈາກ​ຄົນ​ຕ່າງ​ຊາດ​ທີ່​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ນັ້ນ 18 ເພື່ອ​ຈະ​ໃຫ້​ເຈົ້າ​ໄຂ​ຕາ​ເຂົາ ເພື່ອ​ເຂົາ​ຈະ​ກັບ​ຈາກຄວາມ​ມືດມ​ຣາ​ເຖິງ​ຄວາມ​ສວ່າງ ແລະ​ຈາກ​ອຳ​ນາດ​ຂອງ​ຊາ​ຕານ​ມາ​ເຖິງ​ພຣະ​ເຈົ້າ

ໂປ​ໂລ​ຮັບ​ເປັນ​ພຍານ​ຕໍ່​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດ

19 ຂ້າແດ່​ກະ​ສັດອາກ​ຣິບ​ປາ, ເມື່ອ​ເປັນ​ດັ່ງ​ນັ້ນ​ແລ້ວ​ຂ້າ​ພຣະ​ບາດ​ບໍ່​ໄດ້​ຂັດ​ຂືນ​ນິ​ມິດ​ຊຶ່ງ​ມາ​ຈາກ​ຟ້າ​ສວັນ​ນັ້ນ 20 ແຕ່​ຂ້າ​ພຣະ​ບາດ​ໄດ້​ປະ​ກາດ​ແກ່​ຄົນ​ທັງ​ຫລາຍ​ຕັ້ງ​ຕົ້ນ​ແຕ່​ເມືອງ​ດາ​ມັ​ສ​ກັ​ສ, ແລະ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ, ແລະ​ແກ່​ຊາວ​ຕ່າງ​ປະ​ເທດ​ໃຫ້​ເຂົາ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່​ຕ່າວ​ຄືນ​ມາ​ຫາ​ພຣະ​ເຈົ້າ ແລະ​ເຣັດ​ການ​ຊຶ່ງ​ສົມ​ກັບ​ການ​ກັບ​ໃຈ​ໃຫມ່​ແລ້ວ 21 ເພາະ​ເຫດ​ນີ້​ແຫລະ, ພວກ​ຢິວ​ຈຶ່ງ​ໄດ້​ຈັບ​ຂ້າ​ພຣະ​ບາດ​ໃນ​ບໍ​ຣິ​ເວນ​ພຣະ​ວິ​ຫານ ແລະ​ພ​ຍາ​ຍາມ​ຈະ​ຂ້າ​ຂ້າ​ພຣະບາດ​ເສັຽ 22 ຂ້າ​ພຣະ​ບາດ​ໄດ້​ຮັບ​ຄວາມ​ຊົດ​ຊ່ອຍ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ​ເຖິງ​ທຸກວັນ​ນີ້ ດັ່ງ​ນັ້ນ​ຂ້າ​ພຣະ​ບາດ​ຈຶ່ງ​ຢືນ​ຢູ່​ເປັນ​ພຍານ​ຕໍ່​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ຂ້າ​ພຣະ​ບາດ​ບໍ່​ເວົ້າ​ເຣື່ອງ​ອື່ນ ນອກ​ຈາກ​ເຣື່ອງ​ຊຶ່ງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ກັບ​ໂມ​ເຊ​ໄດ້​ກ່າວ​ໄວ້​ວ່າ​ຈະ​ເກີດ​ຂຶ້ນ​ນັ້ນ 23 ຄື​ວ່າ​ຖ້າ​ພຣະ​ຄຣິດ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ແລະ​ຊົງ​ເປັນ​ຜູ້​ຕົ້ນ​ໃນ​ການ​ຄືນ​ພຣະ​ຊົນ​ແລ້ວ​ພຣະ​ອົງ​ຈະ​ຊົງ​ເປັນ​ຜູ້​ນຳ​ຄວາມ​ສວ່າງ​ມາ​ສະ​ແດງ​ແກ່​ພົ​ລ​ເມືອງ​ແລະ​ແກ່​ຄົນ​ຕ່າງ​ຊາດ”

ໂປໂລທູກຊັກຊວນອາຄຣີປາໃຫ້ຊົງຮັບເຊື່ອ

24 ເມື່ອ​ໂປ​ໂລ​ກຳ​ລັງ​ແກ້​ຄະ​ດີ​ຢ່າງ​ນັ້ນ ເຟ​ຊະ​ໂຕຈຶ່ງ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ໂປ​ໂລ​ເອີຍ, ເຈົ້າ​ເປັນ​ບ້າ​ໄປ​ແລ້ວ ການ​ຮຽນ​ຮູ້​ຫລາ​ຍຂອງ​ເຈົ້າ​ກຳ​ລັງ​ເຣັດ​ໃຫ້​ເຈົ້າ​ເປັນ​ບ້າ​ໄປ​ເສັຽ” 25 ແຕ່​ໂປ​ໂລ​ໄດ້​ຕອບ​ວ່າ, “ໂອ, ພ​ນະ​ທ່ານ​ເຟ​ຊະ​ໂຕ​ທີ່​ນັບ​ຖື ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເປັນ​ບ້າ ແຕ່​ກ່າວ​ຕາມ​ສັດ​ຈິງ​ແລະ​ສະ​ຕິ​ອັນ​ປົກ​ກະ​ຕິ 26 ດ້ວຍ​ວ່າ​ທ່ານ​ກະ​ສັດ​ຊົງ​ຊາບ​ຂໍ້​ຄວາມ​ເຫລົ່າ​ນີ້​ດີ​ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ກ້າ​ທູນ​ຕໍ່​ພຣະ​ອົງ ເພາະ​ຂ້າ​ພະ​ເຈົ້າ​ເຊື່ອ​ແນ່​ວ່າ ບໍ່​ມີ​ຈັກ​ຢ່າງ​ໃນ​ບັນ​ດາ​ເຫດ​ການ​ເຫລົ່າ​ນີ້​ທີ່​ພົ້ນ​ຈາກ​ພຣະ​ເນດ​ຂອງ​ພຣະ​ອົງ​ໄປ ເພາະ​ເຫດ​ເຫລົ່າ​ນີ້​ບໍ່​ໄດ້​ເຮັດ​ໃນ​ບ່ອນ​ລັບ​ລີ້ 27 ຂ້າ​ແດ່​ກະ​ສັດ​ອາຄ​ຣິປາ, ຝ່າ​ພຣະ​ບາດ​ເຊື່ອ​ພຣະ​ຄັມ​ພີ​ຜູ້ປະ​ກາດ​ພຣະ​ທັມ​ຫລື​ບໍ ຂ້າ​ພຣະ​ບາດຊາບ​ວ່າ​ຝ່າ​ພຣະ​ບາດ​ຊົງ​ເຊື່ອ​ຢູ່” 28 ກະ​ສັດ​ອາ​ຄຣິປາ​ຈຶ່ງ​ຊົງ​ກ່າວ​ກັບ​ໂປ​ໂລ​ວ່າ, “ເຈົ້າ​ຢາກ​ຊວນ​ເຮົາ​ໃຫ້​ເປັນ​ຄ​ຣິ​ສະ​ຕຽນ​ດ້ວຍ​ຄຳ​ຊັກ​ຊ​ວນ​ພຽງ​ເລັກ​ນ້ອຍ​ຢ່າງ​ນັ້ນບໍ” 29 ໂປ​ໂລ​ຈຶ່ງ​ທູນ​ວ່າ, “ຈຳ​ເພາະ​ພຣະ​ພັກ​ພຣະ​ເຈົ້າ ຂ້າ​ພຣະ​ບາດ​ປາ​ຖ​ນາ​ບໍ່​ວ່າ​ຄຳ​ຊັກ​ຊວນ​ຫນ້ອຍ​ຫລື​ຫລາຍ ຈະ​ອ້ອນວອນ​ຂໍ​ເພື່ອ​ວ່າ​ບໍ່​ແມ່ນ​ແຕ່​ຝ່າພຣະ​ບາດ​ອົງ​ດຽວ ແຕ່​ຄົນ​ທັງ​ປວງທີ່​ຟັງ​ຂ້າ​ພຣະ​ບາດ​ໃນ​ວັນ​ນີ້​ເຫມື​ອນ​ກັນ ຈະ​ກາຍ​ເປັນ​ເຫມືອ​ນ່​ຢາງ​ຂ້າ​ພຣະ​ບາດ​ເວັ້ນ​ໄວ້​ແຕ່​ເຄື່ອງ​ຜູກ​ມັດ​ນີ້” 30 ແລ້ວ​ກະ​ສັດ​ກໍ​ຊົງ​ລຸກ​ຂຶ້ນ​ກັບ​ຜູ້​ປົກ​ຄອງ ແລະ​ພຣະ​ນ້ອງ​ນາງ​ເບນີ​ເກ ແລະ​ຄົນ​ທັງ​ປວງ​ທີ່​ນັ່ງ​ຢູ່​ດ້ວຍ​ກັນ​ນັ້ນ 31 ເມື່ອ​ອອກ​ໄປ​ແລ້ວ​ກໍ​ພາ​ກັນ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ບໍ່​ເຮັດ​ສິ່ງ​ໃດ​ທີ່​ສົມ​ຄວນ​ຈະ​ຖືກ​ໂທດ​ເຖິງ​ຕາຍ ຫລື​ຖືກ​ຜູກ​ມັດ​ໄວ້​ກໍ​ດີ” 32 ກະ​ສັດ​ອາຄຣິປາ​ໄດ້​​ຊົງ​ເວົ້າ​ກັບ​ເຟ​ຊະ​ໂຕວ່າ, “ຖ້າ​ຜູ້​ນີ້​ບໍ່​ໄດ້​ອຸ​ທອນ​ໄປ​ເຖິງ​ກາຍ​ຊາ​ຈະ​ປ່ອຍ​ເສັຽກໍ​ໄດ້”

ກິຈການ 27

ໂປ​ໂລ​ລົງ​ສະ​ເພົາ​ໄປ​ສູ່​ໂຣມ

1 ເມື່ອ​ຕັ້ງ​ໃຈ​ວ່າ​ຈະ​ໃຫ້​ພວກ​ເຮົາ​ເດີນ​ທາງ​ເຮືອ​ສະ​ເພົາ​ໄປຍັງ​ປະ​ເທດ​ອີ​ຕາ​ລີ ເຂົາ​ຈຶ່ງມອບ​ໂປ​ໂລ​ກັບ​ນັກ​ໂທດ​ອື່ນ​ລາງ​ຄົນ​ໄວ້​ກັບ​ນາຍ​ຮ້ອຍ​ຄົນນຶ່ງ​ຊື່ ຢູ​ລີ​ໂອ ເປັນ​ນາຍ​ທະ​ຫານ​ໃນ​ກອງ​ທັບ​ຂອງ​ມະ​ຫາ​ກະ​ສັດ 2 ເຂົາ​ທັງ​ຫລາຍ​ຈຶ່ງ​ລົງ​ເຮືອ​ລຳ​ນຶ່ງ​ທີ່ມາ​ຈາກ​ເມືອງ ອັດ​ຣະມິດ ທີ່​ກຳ​ລັງ​ຈະ​ອອກ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ແຂວງ​ອາ​ເຊັຽ ແລ້ວ​ເຮືອນັ້ນ​ກໍ​ອອກ​ໄປ ມີ​ຊາຍ​ຄົນ​ນຶ່ງ​ຊຶ່ ອາ​ຣິ​ດ​ຕາ​ໂຂ ໄທ​ເມືອງ​ເທ​ຊະ​ໂລ​ນິກ​ແຂວງ​ມາ​ເກ​ໂດ​ເນັຽ ໄດ້​ໄປ​ພ້ອມ​ກັບ​ພວກ​ເຮົາ 3 ຕົກ​ມື້ຫນ້າ​ພວກ​ເຮົາ​ໄດ້​ຈອດ​ທີ່​ເມືອງ​ຊີ​ໂດນ ຝ່າຍ​ຢູ​ລີ​ໂອມີ​ໃຈ​ເມດ​ຕາ​ຕໍ່​ໂປ​ໂລ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ໄປ​ຫາ​ມິດ​ສະ​ຫາຍ​ເພື່ອ​ໃຫ້​ເຂົາ​ບົວ​ລະ​ບັດ​ທ່ານ 4 ຄັນ​ເຮືອ​ອອກ​ຈາກ​ທີ່​ນີ້​ແລ້ວ ພວກ​ເຮົາ​ໄດ້​ລຽບ​ເກາະ​ໄຊ​ປຣັ​ສ​ໄປ​ທາງ​ຫລີກ​ທວນ​ລົມ ເພາະ​ຖືກ​ລົມ​ຂັດ​ຂວາງ 5 ເມື່ອ​ຂ້າມ​ທະ​ເລ​ທີ່​ຊື່​ກັບ​ແຂ​ວງ​ກີ​ລີ​ເກັຽ​ແລະ​ແຂວງ​ປັມ​ຟີ​ເລັຽນັ້ນ​ກໍ​ມາ​ເຖິງ​ເມືອ​ງມີ​ຣາ​ໃນ​ແຂວງ​ລີ​ເຊັຽ 6 ທີ່​ນັ້ນ​ນາຍ​ຮ້ອຍ​ໄດ້​ພົບ​ເຮືອລຳ​ນຶ່ງ​ທີ່​ມາ​ຈາກ​ເມືອງ​ອາ​ເລັກ​ຊັນ​ເດັຽ ທີ່​ຈະ​ໄປ​ຍັງ​ປະ​ເທດ​ອີ​ຕາ​ລີ ທ່ານ​ຈຶ່ງ​ໃຫ້​ພວກ​ເຮົາ​ລົງ​ເຮືອ​ລຳ​ນັ້ນ 7 ພວກ​ເຮົາ​ໄດ້​ໄປ​ຊ້າໆ​ເປັນ​ເວ​ລາ​ຫລາຍ​ວັນ​ສົມ​ຄວນ ແລະ​ໄດ້​ມາ​ເຖິງ​ເມືອງ​ກະ​ນີໂດ​ດ້ວຍ​ຄວາມ​ຍາກ​ລຳ​ບາກ ເມື່ອ​ມີ​ລົມ​ຂັດ​ຂວາງ ພວກ​ເຮົາ​ຈຶ່ງລຽບ​ເກາະ​ກະ​ເຣ​ເຕ​ໄປ​ທາງ​ຫລີກ​ທວນ​ລົມ ຊື່​ກັບ​ແຫລມ​ຊັນ​ໂມ​ເນ 8 ເມື່ອ​ໄດ້ລຽບ​ເກາະ​ນັ້ນ​ໄປ​ດ້ວຍ​ຄວາມ​ຍາກ​ລຳ​ບາກ ພວກ​ເຮົາ​ຈຶ່ງ​ມາ​ເຖິງ​ບ່ອນ​ນຶ່ງ​ຊື່​ວ່າ​ທ່າ​ງາມ​ທ່າ​ນີ້​ຢູ່​ໃກ້​ເມືອງ​ລາ​ເຊ​ອາ 9 ຄັນ​ເສັຽ​ເວ​ລາ​ໄປ​ຫລາຍ​ສົມ​ຄວນ​ແລ້ວ ແລະ​ການ​ເດີນ​ເຮືອ​ກໍ​ອາດ​ເປັນ​ອັນ​ຕະ​ຣາຍ ເພາະ​ຍາມ​ເທ​ສ​ການ​ອົດ​ອາ​ຫານ​ນັ້ນ​ຜ່ານ​ໄປ​ແລ້ວ ໂປ​ໂລ​ຈຶ່ງ​ເຕືອນ​ສະ​ຕິ 10 ໂດຍ​ກ່າວ​ແກ່​ເຂົາ​ວ່າ, “ທ່ານ​ທັງ​ຫລາຍ​ເອີຍ, ເຮົາ​ເຫັນ​ວ່າ​ການ​ເດີນ​ທາງ​ຄາວ​ນີ້​ຈະ​ມີ​ການ​ອັນ​ຕະ​ຣາຍ​ແລະ​ຄວາມ​ເສັຽ​ຫາຍ​ຫລາຍ ບໍ່​ແມ່ນ​ແຕ່​ຂອງ​ບັນ​ທຸກ​ກັບ​ເຮືອເທົ່າ​ນັ້ນ ແຕ່​ຊີວິດ​ຂອ​ງ​ເຮົາ​ທັງ​ຫລາຍ​ດ້ວຍ” 11 ແຕ່​ນາຍ​ຮ້ອຍ​ເຊື່ອ​ຄຳ​ນາຍ​ທ້າຍ​ແລະ​ເຈົ້າ​ຂອງ​ເຮືອ ຫລາຍກວ່າ​ເຊື່ອ​ຄຳ​ທີ່​ໂປ​ໂລ​ເວົ້າ​ນັ້ນ 12 ແລະ​ເພາະ​ວ່າ​ທ່າ​ງາມ​ນັ້ນ​ບໍ່​ເຫມາະ​ພໍ​ກັບ​ການ​ຈອດ​ໃນ​ຣະ​ດູ​ຫນາວ ຄົນ​ສ່ວນ​ຫລາຍ​ຈຶ່ງ​ເຫັນ​ດີ​ໃຫ້​ອອກ​ໄປ​ຈາກ​ທີ່​ນັ້ນ ເພື່ອ​ຖ້າ​ເປັນ​ໄດ້​ຈະ​ໄປ​ເຖິງ​ເມືອງ​ຟອຍ​ນິກ ແລ້ວ​ຈະ​ຈອດ​ຢູ່​ທີ່​ນັ້ນ​ຕລອດ​ຣະ​ດູ​ຫນາວ ເມືອງ​ຟອຍ​ນິກ​ນັ້ນ​ເປັນ​ທ່າ​ເຮືອ​ຂອງ​ເກາະ​ກະ​ເຣ​ເຕ ຢູ່​ເບື້ອງ​ທິດ​ຕາເວັນ​ຕົກ​ສຽງ​ໃຕ້​ກັບ​ສຽງ​ເຫນືອ

ເກີດ​ລົມ​ພະ​ຍຸ​ທີ່​ທະ​ເລ

13 ເມື່ອ​ລົມ​ທິດໃຕ້​ພັດ​ມາ​ຄ່ອຍໆ ເຂົາ​ກໍ​ຄຶດ​ວ່າ​ໄດ້​ສົມ​ຄວາມ​ມຸ່ງ​ຫມາຍ​ແລ້ວ ຈຶ່ງ​ພາ​ກັນຖອນ​ສມໍ​ຂຶ້ນ ແລ້ວເດີນ​ລຽບ​ຕາມ​ເກາະ​ກະ​ເຣ​ເຕ​ໄປ 14 ແຕ່​ເມື່ອ​ໄປ​ບໍ່​ເຫິງ​ປານ​ໃດ ເຮືອ​ກໍ​ຖືກ​ລົມ​ພະ​ຍຸ​ກ້າ​ຊື່​ວ່າ ລົມ​ຕາ​ເວັນ​ອອກ​ສຽງ​ເຫນືອ​ພັດ​ມາ​ຈາກ​ເກາະ​ນັ້ນ 15 ຄັນ​ເຮືອ​ຖືກ​ລົມ​ພະ​ຍຸ​ຕ້ານ​ລົມ​ບໍ່​ໄຫວ ພວກ​ເຮົາ​ຈຶ່ງ​ປ່ອຍ​ມັນ​ໄປ​ຕາມ​ລົ​ມ 16 ເມື່ອ​ລຽບ​ໄປ​ທາງ​ຫລີກ​ທວນ​ລົມ​ທາງ​ເກາະ​ນ້ອຍ​ແຫ່ງ​ນຶ່ງ​ຊື່​ ກາວດາ ພວກ​ເຮົາ​ໄດ້​ມັດ​ເຮືອ​ນ້ອຍ​ໄວ້​ໂດຍ​ຍາກ 17 ເມື່ອ​ຍົກ​ເຮືອ​ນ້ອຍ​ຂຶ້ນ​ແລ້ວ ພວກ​ເຮົາ​ກໍ​ເອົາ​ເຊືອກ​ມັດ​ໂອບ​ເຮືອ​ສະ​ເພົາ ແລະ​ເພາະ​ຢ້ານ​ວ່າ​ຈະ​ຄຸງ​ຫາດ​ຊາຍຊື່ ຊີ​ຣະ​ຕີ ເຂົາ​ຈຶ່ງ​ລົດ​ໃບ​ເຮືອ​ລົງ​ເສັຽ​ແລ້ວ​ຖືກ​ໄຫລ​ໄປ​ຕາມ​ລົມ 18 ຄັນ​ຕົກ​ມື້​ຫນ້າ​ມາ​ເຂົາ​ກໍ​ຕັ້ງ​ຕົ້ນ​ຂົນ​ຂອງ​ບັນ​ທຸກ​ຖິ້ມ​ເພາະ​ຖືກ​ພັດ​ໄປ​ມາ​ຢ່າງ​ເຕັມ​ທີ່​ດ້ວຍ​ລົ​ມ​ພະ​ຍຸໃຫຍ່ 19 ແລະ​ໃນ​ວັນ​ຖ້ວນ​ສາມ​ເຂົາ​ໄດ້​ເອົາ​ເຄື່ອງ​ໃຊ້​ໃນ​ເຮືອນ​ຖິ້ມ​ເສັຽດ້ວຍ​ມື​ຂອງ​ເຂົາ​ເອງ 20 ເມື່ອ​ຕາ​ເວັນ​ແລະ​ດາວ​ບໍ່​ໄດ້​ສ່ອງ​ແສງຫລາຍ​ວັນ​ແລ້ວ ແລະ​ພວກ​ເຮົາ​ຍັງ​ຖືກ​ລົມ​ພະ​ຍຸ​ໃຫຍ່​ຢູ່ ຄວາມ​ຫວັງ​ທີ່​ພວກ​ເຮົາ​ຈະ​ລອດ​ພົ້ນ​ໄດ້​ນັ້ນ​ກໍ​ຫມົດ​ໄປ 21 ເມື່ອ​ເຂົາ​ອົດ​ອາ​ຫານ​ມາ​ເຫິງ​ແລ້ວ ໂປ​ໂລ​ຈຶ່ງ​ຢືນ​ຂຶ້ນ​ຖ້າມ​ກາງ​ພວກ​ເຂົາ​ເວົ້າ​ວ່າ, “ທ່ານ​ທັງ​ຫລາຍ​ເອີຍ, ພວກ​ທ່ານ​ຄວນ​ໄດ້​ຟັງ​ເຮົາ ແລະບໍ່​ຄວນ​ອອກ​ຈາກ​ເກາະ​ກະ​ເຣ​ເຕ​ແລ້ວ​ຈະ​ໄດ້​ພົ້ນ​ຈາກ​ອັນ​ຕະ​ຣາຍ​ແລະ​ຈາ​ກການ​ເສັຽ​ສິ່ງ​ຂອງ​ຢ່າງ​ນີ້ 22 ບັດ​ນີ້​ເຮົາ​ກໍ​ເຕືອນ​ສະ​ຕິ​ທ່ານ​ທັງ​ຫລາຍ​ໃຫ້​ຊື່ນ​ໃຈ​ເທາະ ດ້ວຍ​ວ່າ​ໃນ​ພວກ​ທ່ານ​ຈະ​ບໍ່​ມີ​ຜູ້​ໃດ​ເສັຽ​ຊີ​ວິດ ຈະ​ເສັຽກໍ​ແຕ່​ເຮືອ​ເທົ່າ​ນັ້ນ 23 ເພາະ​ວ່າ​ໃນ​ຄືນ​ນີ້​ເອງ​ມີ​ເທວະ​ດາ​ຕົນ​ນຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ທີ່​ເຮົາ​ບົວ​ລະ​ບັດ​ນັ້ນ​ໄດ້​ມາ​ຢືນ​ຢູ່​ໃກ້​ເຮົາ 24 ແລ້ວກ່າວ​ວ່າ, “ໂປ​ໂລ​ເອີຍ, ຢ່າ​ຊູ່​ຢ້ານ ເຈົ້າ​ຈະ​ຕ້ອງ​ເຂົ້າ​ເຝົ້າ​ກາຍ​ຊາ ສ່ວນ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ເຮືອກັບ​ເຈົ້າ​ນັ້ນ ພຣະ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພົ້ນ​ຕາຍ​ເພາະ​ເຫັນ​ແກ່​ເຈົ້າ 25 ເພາະ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ​ເອີຍ, ຈົ່ງ​ຊື່ນ​ໃຈ​ເທາະ ເພາະ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ວ່າ​ຈະ​ເປັນ​ໄປ​ເຫມືອນ​ຢ່າງ​ທີ່​ຊົງ​ກ່າວ​ໄວ້​ແກ່​ເຮົາ​ນັ້ນ 26 ແຕ່​ພວກ​ເຮົາ​ກໍ​ຈະ​ຕ້ອງ​ຄຸງ​ເກາະ​ບ່ອນ​ນຶ່ງ” 27 ເມື່ອ​ຖ້ວນ​ຄືນ​ທີ່​ສິບ​ສີ່​ພວກ​ເຮົາ​ກໍ​ຍັງ​ຖືກ​ພັດ​ມາ​ໃນ​ທະ​ເລອາດ​ຣິອາ​ ປະ​ມານ​ທ່ຽງ​ຄືນ​ພວກ​ລູກ​ເຮືອ​ຄາດ​ວ່າ​ມາ​ໃກ້​ບົກ​ແລ້ວ 28 ຄັນ​ຢັ່ງ​ເບິ່ງ​ນ້ຳ​ກໍ​ເຫັນ​ວ່າ​ເລິກ​ຊາວ​ວາ ແລະ​ເມື່ອ​ໄປ​ຕື່ມ​ຫນ້ອຍ​ນຶ່ງ​ກໍ​ຢັ່ງ​ເບິ່ງ​ອີກ ເຫັນ​ວ່າ​ເລິກ​ສິບ​ຫ້າ​ວາ 29 ເຂົາ​ກໍ​ຢ້ານ​ວ່າ​ພວກ​ເຮົາຈະ​ຕຳ​ຝັ່ງ​ບ່ອນ​ມີ​ຫີນ​ຈຶ່ງ​ຖິ້ມ​ສ​ມໍ​ທາງ​ທ້າຍ​ສີ່​ອັນ ແລ້ວ​ພາ​ກັນ​ອ້ອນວອນ​ຂໍ​ໃຫ້​ແຈ້ງງ່າຍ 30 ເມື່ອ​ພວກ​ລູກ​ເຮືອ​ພ​ຍາ​ຍາ​ມ​ຈະ​ອອກ​ຫນີ​ຈາກ​ເຮືອ ເຂົາ​ໄດ້​ຢ່ອນ​ເຮືອ​ນ້ອຍ​ລົງ​ນ້ຳ​ຕັງ​ຕິ​ຈະ​ຖິ້ມ​ສ​ມໍ​ລົງ​ທາງ​ຫົວ​ເຮືອ 31 ໂປ​ໂລ​ຈຶ່ງ​ກ່າວ​ແກ່​ນາຍ​ຮ້ອຍ​ແລະພວກ​ທະ​ຫານ​ວ່າ, “ຖ້າ​ຄົນ​ເຫລົ່າ​ນີ້​ບໍ່​ຢູ່​ໃນ​ເຮືອ​ແລ້ວ ທ່ານ​ທັງ​ຫລາຍ​ຈະ​ພົ້ນ​ບໍ່​ໄດ້” 32 ແລ້ວ​ພວກ​ທະ​ຫານ​ຈຶ່ງ​ຕັດ​ເຊືອກ​ທີ່​ຜູກ​ເຮືອ​ນ້ອຍ​ໃຫ້​ຕົກ​ນ້ຳ​ໄຫລ​ໄປ​ເສັຽ 33 ເມື່ອໃກ້​ຈະ​ຮຸ່ງ​ແຈ້ງ ໂປ​ໂລ​ໄດ້​ເຊີນ​ຊ​ວນ​ຄົນ​ທັງ​ປວງ​ໃຫ້​ຮັບ​ປະ​ທານ​ອາ​ຫານ​ແລະ​ກ່າວ​ວ່າ, “ວັນ​ນີ້​ໄດ້​ຄົບ​ສິບ​ສີ່​ວັນ​ແລ້ວ ທີ່​ທ່ານ​ທັງ​ຫລາຍ​ລໍ​ຄອຍ​ຢູ່ ແລະ​ອົດ​ຢາກ​ບໍ່​ໄດ້​ຮັບ​ປະ​ທານ​ອາ​ຫານ​ອັນ​ໃດ​ຕລອດ​ມາ 34 ສັນ​ນັ້ນ​ເຮົາ​ເຊີນ​ຊ​ວນ​ທ່ານ​ທັງ​ຫລາຍ​ໃຫ້​ຮັບ​ປະ​ທານ​ອາ​ຫານ​ເສັຽ ເພາະ​ການ​ນີ້​ເປັນ​ທີ່​ຮັກ​ສາ​ຊີ​ວິດ​ຂອງ​ທ່ານ​ໃຫ້​ພົ້ນ ດ້ວຍ​ວ່າ​ເສັ້ນ​ຜົມ​ຂອງ​ຜູ້​ນຶ່ງ​ຜູ້​ໃດ​ໃນ​ພວກ​ທ່ານ​ຈະ​ບໍ່​ເສັຽ​ໄປ​ຈັກ​ເສັ້ນ​ດຽວ” 35 ຄັນ​ກ່າວ​ຢ່າງ​ນັ້ນ​ແລ້ວ​ໂປ​ໂລ​ຈຶ່ງ​ຢິບ​ເອົາ​ເຂົ້າ​ຈີ່, ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຕໍ່​ຫນ້າ​ຄົນ​ທັງ​ປວງ ແລ້ວ​ຫັກ​ຕັ້ງ​ຕົ້ນ​ຮັບ​ປະ​ທານ 36 ສ່ວນ​ຄົນ​ທັງ​ປວງກໍ​ຊື່ນ​ໃຈ​ຂຶ້ນ ຈຶ່ງ​ຮັບ​ປະ​ທານ​ອາ​ຫານ​ດ້ວຍ 37 ອັນ​ນຶ່ງ​ເຮົາ​ທັງ​ຫລາຍ​ທີ່ຢູ່​ໃນ​ເຮືອ​ນັ້ນ ຮວມ​ທັງ​ຫມົດ​ສອງ​ຮ້ອຍ​ເຈັດ​ສິບ​ຫົກ​ຄົນ 38 ເມື່ອ​ຮັບ​ປະ​ທານ​ອາ​ຫານ​ອີ່ມ​ແລ້ວ ເຂົາ​ໄດ້​ຂົນ​ເຂົ້າ​ເປືອກ​ຖິ້ມ​ລົງ​ທະ​ເລ​ເສັຽ​ເພື່ອ​ໃຫ້​ເຮືອ​ເບົາ​ຂຶ້ນ

ເຮືອ​ແຕກ​ເສັຽ

39 ເມື່ອ​ແຈ້ງ​ແລ້ວ​ເຂົາ​ກໍ​ບໍ່​ຮູ້​ວ່າ​ເປັນ​ແຜ່ນ​ດິນ​ອັນ​ໃດ ແຕ່​ເຂົາ​ຫລຽວ​ເຫັນ​ອ່າວ​ບ່ອນ​ນຶ່ງ​ທີ່​ມີ​ຫາດ​ຈຶ່ງ​ຕົກ​ລົງ​ກັນ​ວ່າ ຖ້າເປັນ​ໄດ້​ຈະ​ໃຫ້​ເຮືອ​ເຂົ້າ​ຄຸງ​ຫາດ​ນັ້ນ 40 ເຂົາ​ຈຶ່ງຕັດ​ສາຍ​ສ​ມໍ​ຖິ້ມ​ເສັຽ​ໃນ​ທະ​ເລ ແລ້ວ​ກໍ​ແກ້​ເຊືອກ​ທີ່​ມັດ​ໂທມ ແລະ​ຊັກ​ໃບ​ຫົວ​ເຮືອ​ຂຶ້ນ​ໃຫ້​ຖືກ​ລົມ​ແລ່ນ​ຊື່​ເຂົ້າ​ໄປ​ຫາ​ຝັ່ງ 41 ແຕ່​ຄັ​ນ​ມາ​ເຖິງ​ຄອນ​ບ່ອນ​ນຶ່ງ​ເຂົາ​ກໍ​ໃຫ້​ເຮືອ​ຄຸງ​ດິນ​ເສັຽ ຫົວ​ເຮືອ​ກໍ​ຕິດ​ແຫນ້ນ​ອອກ​ບໍ່​ໄດ້ ແຕ່​ທ້າຍ​ເຮືອ ກໍ​ແຕກ​ອອ​ກດ້ວຍ​ກຳ​ລັງ​ຂອງ​ຟ​ອງ​ນ້ຳ 42 ພວກ​ທະ​ຫານ​ປຶກ​ສາ​ກັນ​ວ່າ​ຈະ​ຂ້າ​ນັກ​ໂທດ​ທັງ​ຫລາຍ​ເສັຽ ເພາະ​ຢ້ານ​ວ່າ​ຈະ​ມີ​ຜູ້​ໃດ​ລອຍ​ນ້ຳ​ຫນີ​ໄປ​ໄດ້ 43 ແຕ່​ນາຍ​ມີ​ໃຈ​ຢາກ​ໃຫ້​ໂປ​ໂ​ລ​ພົ້ນ​ຊີ​ວິດ ຈຶ່ງ​ຫ້າມ​ພວກ​ທະ​ຫານ​ບໍ່​ໃຫ້​ເຮັດ​ຕາມ​ຄວາມ​ຄຶດ​ນັ້ນ ແລ້ວ​ສັ່ງ​ຄັນ​ທັ​ງ​ຫລາຍ​ທີ່​ລອຍ​ນ້ຳ​ເປັນ​ໂຕນ​ລົງ​ນ້ຳ​ກ່ອນ​ຈຶ່ງ​ໄປ​ຫາ​ຝັ່ງ 44 ຝ່າຍ​ຄົນ​ທັງ​ຫລາຍ​ທີ່​ເຫລືອ​ນັ້ນ ລາງ​ຄົນ​ກໍ​ລອຍ​ເຟືອ​ໄມ້​ແປ້ນ ລາງ​ຄົນ​ກໍ​ລອຍ​ເຟືອ​ທ່ອນ​ໄມ້​ທີ່​ຫັກ​ຈາກ​ເຮືອ ດັ່ງ​ນັ້ນ​ຄົ​ນ​ທັງ​ຫລາຍ​ກໍ​ລອດ​ພົ້ນ​ເຖິງ​ຝັ່ງ​ທຸກ​ຄົນ

ກິຈການ 28

ໂປ​ໂລ​ເຖິງ​ເກາະ​ເມ​ລີ​ເຕ

1 ຄັນ​ພົ້ນ​ພັຍ​ແລ້ວ​ພວກ​ເຮົາ​ຈຶ່ງ​ຮູ້​ຈັກ​ວ່າ​ເກາະ​ນັ້ນ​ຊື່ ເມ​ລີ​ເຕ 2 ຝ່າຍ​ຊາວ​ປ່າ​ທີ່​ເກາະ​ນັ້ນ​ໄດ້​ສະ​ແດງ​ຄວາມ​ເມດ​ຕາ​ຕໍ່​ພວກ​ເຮົາ​ຢ່າງ​ຜິດ​ທຳ​ມະ​ດາ ຄື​ເຂົາ​ໄດ້​ດັງ​ໄຟ​ຕ້ອນ​ຮັບ​ພວກ​ເຮົາ ເພາະ​ຝົນ​ຕົກ​ແລະ​ຫນາວ​ຫລາຍ 3 ເມື່ອ​ໂປ​ໂລ​ເກັບ​ຫລົວ​ມັດ​ນຶ່ງ​ວາງ​ໃສ່​ໄຟ ງູ​ພິດ​ໂຕ​ນຶ່ງ​ອອກ​ມາ​ດ້ວຍ​ຄວາມ​ຮ້ອນ ຈຶ່ງ​ຂົບ​ມື​ໂປ​ໂລ​ຫ້ອຍ​ຢູ່ 4 ເມື່ອ​ຊາວ​ປ່າ​ໄດ້​ເຫັນ​ສັດ​ສາ​ຣະ​ພິດ​ຫ້ອຍ​ຕິດ​ຢູ່​ໃນ​ມື​ຂອງ​ໂປ​ໂລ ເຂົາ​ກໍ​ເວົ້າ​ກັນ​ວ່າ, “ຄົນຜູ້​ນີ້​ຄົງ​ເປັນ​ຜູ້​ຂ້າ​ຄົນ​ແທ້ ເຖິງ​ແມ່ນ​ວ່າ​ເຂົາ​ພົ້ນ​ຈາກ​ທະ​ເລ​ແລ້ວ ແຕ່​ເວນ​ກັມ​ຍັງ​ບໍ່​ຍອມ​ໃຫ້​ພົ້ນ​ຕາຍ” 5 ແຕ່​ບັດ​ນັ້ນ​ໂປ​ໂລ​ໄດ້​ສັ່ນ​ສັດ​ນັ້ນ​ໃຫ້​ຕົກ​ໃສ່​ໄຟ ສ່ວນ​ທ່ານ​ເອງ​ບໍ່​ມີອັ​ນ​ຕະ​ຣາຍ​ຢ່າງ​ໃດ 6 ຝ່າຍເຂົາ​ພວກ​ນັ້ນ​ກໍ​ຄອຍ​ເບິ່ງ​ຄຶດ​ວ່າ​ຈະ​ເຫັນ​ທ່ານ​ໃຂ້​ຂຶ້ນ ຫລື​ລົ້ມ​ຕາຍ​ໃນ​ທັນ​ທີ ເມື່ອ​ຄອຍ​ເບິ່ງ​ເຫິງ​ແລ້ວ​ເລີຍ​ບໍ່​ເຫັນ​ອັນ​ໃດ​ຜິດ​ທຳ​ມະ​ດາ​ຈັກ​ຢ່າງ​ເກີດ​ຂຶ້ນ​ແກ່​ທ່ານ ເຂົາຈຶ່ງ​ປ່ຽນ​ໃຈ​ເວົ້າ​ວ່າ​ທ່ານ​ເປັນ​ພຣະ 7 ອັນ​ນຶ່ງ​ຢູ່​ໃກ້​ບ່ອນ​ນັ້ນ​ມີ​ທີ່​ດິນ​ຊຶ່ງ​ເປັນ​ຂອງ​ປົບ​ລີ​ໂອ ຜູ້​ໃຫຍ່​ໃນ​ເກາະ​ນັ້ນ ທ່ານ​ຜູ້​ນີ້​ໄດ້​ຕ້ອນ​ຮັບ​ພວກ​ເຮົາ​ແລະ​ລ້ຽງ​ໄວ້​ເປັນ​ແຂກ​ຢ່າງ​ດີ​ຕລອດ​ສາມ​ວັນ 8 ສ່ວນ​ບິ​ດາ​ຂອງ​ປົບ​ລີ​ໂອນອນ​ຢູ່​ເປັນ​ໃຂ້​ແລະ​ເປັນ​ທ້ອງ​ບິດ ໂປ​ໂລ​ຈຶ່ງ​ເຂົ້າ​ໄປ​ຫາ ແລະ​ເມື່ອ​ໄຫວ້ວອນ​ແລ້ວ​ກໍ​ວາງ​ມື​ໃສ່​ທ່ານ​ແລະ​ເຮັດ​ໃຫ້​ດີ​ພ​ຍາດ 9 ຄັນ​ເກີດ​ມີ​ມາ​ຢ່າງ​ນັ້ນ​ແລ້ວ ຄົນ​ອື່ນໆ​ທີ່​ເກາະ​ນັ້ນ​ຊຶ່ງ​ມີ​ພ​ຍາດ​ຕ່າງໆ​ກໍ​ມາ​ຫາ ແລະ​ເຂົາ​ກໍ​ດີ​ເຫມືອນ​ກັນ 10 ເຂົາ​ໄດ້​ໃຫ້​ກຽດ​ພວກ​ເຮົາ​ຫລາຍ​ຢ່າງ ເມື່ອ​ພວກ​ເຮົາ​ລາ​ອອກ​ໄປ​ຈາກ​ທີ່​ນັ້ນ ເຂົາ​ຈຶ່ງ​ເອົາ​ສິ່ງ​ຂອງ​ທີ່​ພວກ​ເຮົາ​ຕ້ອງ​ການ​ມາ​ໃສ່​ເຮືອ

ໂປໂລເຖິງກຸງໂຣມ

11 ຄັນ​ລ່ວງ​ໄປ​ໄດ້​ສາມ​ເດືອນ​ແລ້ວ ພວກ​ເຮົາ​ຈຶ່​ງລົງ​ເຮືອ​ລຳ​ນຶ່ງ ຊຶ່ງ​ມາ​ຈາກ​ເມືອງ​ອາ​ເລັກ​ຊັນ​ເດັຽ​ທີ່​ຄ້າງ​ຢູ່​ເກາະ​ນັ້ນ​ຕລອດ​ຣະ​ດູ​ຫນາວ ມີ​ຮູບ(ມິ​ຖຸນ) “ຝາ​ແຝດ” ເປັນ​ເຄື່ອງ​ຫມາຍ 12 ພວກ​ເຮົາ​ໄດ້ແວ່​ທີ່​ເມືອງ​ຊີ​ຣາ​ກຸ​ເຊ ຈອດ​ຢູ່​ທີ່​ນັ້ນ​ສາມ​ວັນ 13 ຈາກ​ທີ່​ນັ້ນ​ພວກ​ເຮົາ​ໄດ້​ອ້ອມ​ໄປ​ເຖິງ​ເມືອງ​ເຣ​ຄີ​ອຸມ ມື້​ຫນ້າ​ນັ້ນ​ລົມ​ທິດໃຕ້​ກໍ​ພັດ​ມາ ແລະ​ວັນ​ຖ້ວນ​ສອງ​ພວກ​ເຮົາ​ໄດ້​ມາ​ເຖິງ​ເມືອງ​ໂປ​ຕີ​ໂອ​ລອຍ 14 ທີ່​ນັ້ນ​ເຮົາ​ພົບ​ພວກ​ພີ່​ນ້ອງ ແລະ​ຖືກ​ເຊີນ​ໃຫ້​ພັກ​ຢູ່​ກັບ​ເຂົາ​ເປັນ​ເວ​ລາ​ເຈັດ​ວັນ ແລ້ວ​ພວ​ກ​ເຮົາ​ກໍ​ໄປ​ເຖິງ​ກຸງ​ໂຣມ 15 ຄັນ​ພວກ​ພີ່​ນ້ອງ​ໃນ​ກຸງ​ໂຣມ​ໄດ້​ຍິນ​ຂ່າວ​ເຖິງ​ພວກ​ເຮົາ ເຂົາ​ຈຶ່ງ​ອອກ​ມາ​ຫາ​ພວກ​ເຮົາ​ທີ່​ຕ​ລາດ​ອັ​ບ​ປີ​ໂອ​ທີ່​ສາ​ລາ​ສາມ​ຫ​ລັງ ເມື່ອ​ໂປ​ໂລ​ໄດ້​ເຫັນ​ເຂົາ​ແລ້ວ​ຈຶ່ງ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ແລະ​ມີ​ໃຈ​ຊື່ນ​ບານ​ຂຶ້ນ 16 ຄັນ​ພວກ​ເຮົາ​ເຂົ້າ​ໃນ​ກຸງ​ໂຣມ​ແລ້ວ ເຂົາ​ໄດ້​ອະ​ນຸ​ຍາດ​ໃຫ້​ໂປ​ໂລ​ຢູ່​ຄົນ​ດຽວ​ຕ່າງ​ຫາກ ໂດຍ​ໃຫ້​ມີ​ທະ​ຫານ​ຄົນ​ນຶ່ງ​ຍາມ​ຮັກ​ສາ​ໄວ້

ໂປໂລປະກາດໃນກຸງໂຣມ

17 ຄັນ​ລ່ວງ​ໄປ​ໄດ້​ສາມ​ວັນ​ແລ້ວ ໂປ​ໂລ​ໄດ້​ເຊີນ​ພວກຜູ້​ໃຫຍ່​ໃນ​ພວກ​ຢິວ​ມາ​ປະ​ຊຸມ​ກັນ ເມື່ອ​ມາ​ພ້ອມ​ຫນ້າ​ກັນ​ແລ້ວ​ທ່ານ​ຈຶ່ງ​ກ່າວ​ແກ່​ເຂົາ​ວ່າ, “ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຖິງ​ແມ່ນ​ວ່າ​ເຮົາ​ນີ້​ບໍ່​ໄດ້​ເຮັດ​ຜິດ​ສິ່ງ​ໃດ​ຕໍ່​ພົ​ລ​ເມືອງ ຫລື​ຜິດ​ຕໍ່​ທັມ​ນຽມ​ຂອງ​ບັນ​ພະ​ບຸ​ຣຸດ ເຮົາ​ກໍ​ຍັງ​ຕ້ອງ​ຖືກ​ເປັນ​ນັກ​ໂທດ​ມາ​ຈາກ​ກຸງ​ເຢ​ຣູ​ຊາ​ເລັມ​ ແລະ​ຖືກມອບ​ໃຫ້​ຢູ່​ໃນ​ມື​ຂອງ​ຊາວ​ໂຣມ 18 ຄັນ​ພວກ​ນັ້ນ​ໄດ້​ໄຕ່​ສວນ​ເຮົາ​ແລ້ວ​ກໍ​ຢາກ​ປ່ອຍ​ເຮົາ​ເສັຽ ເພາະ​ບໍ່​ມີ​ເຫດ​ອັນທີ່​ເຮົາ​ຄວນ​ຈະ​ຕາຍ 19 ແຕ່​ເມື່ອ​ພວກ​ຢິວ​ເວົ້າ​ຄັດ​ຄ້ານ ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ອຸ​ທອນ​ເຖິງ​ກາຍ​ຊາ ແຕ່​ບໍ່​ແມ່ນ​ວ່າ​ເຮົາມີ​ອັນ​ໃດ​ຈະ​ຟ້ອງ​ຊົນ​ຮ່ວມ​ຊາດ​ຂອງ​ເຮົາ 20 ດ້ວຍ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງເຊີນ​ທ່ານ​ທັງ​ຫລາຍ​ມາ​ເພື່ອ​ຈະ​ໄດ້​ເຫັນ​ຫນ້າ ແລະ​ເວົ້າ​ກັບ​ພວກ​ທ່ານ ເພາະ​ທີ່​ເຮົາ​ຖືກ​ລ່າມ​ໂສ້​ນີ້ກໍເນື່ອງ​ດ້ວຍ​ຄວາມ​ຫວັງ​ຂອງ​ຊົນ​ຊາດ​ອິ​ສ​ຣາ​ເອນ” 21 ເຂົາ​ຈຶ່ງ​ຕອບ​ທ່ານ​ວ່າ, “ຝ່າຍ​ພວກ​ເຮົາ​ບໍ່​ໄດ້​ຮັບ​ຈົດ​ຫມາຍ​ຈາກ​ແຂວງ​ຢູ​ດາຍ​ກ່າວ​ເຖິງ​ທ່ານ ແລະບໍ່​ມີ​ພີ່​ນ້ອງ​ຜູ້ນຶ່ງ​ຜູ້​ໃດ​ມາ​ຣາຍ​ງານ​ຫລື​ກ່າວ​ສິ່ງ​ບໍ່​ດີ​ກ່ຽວ​ກັບ​ທ່ານ 22 ແຕ່​ເຮົາ​ທັງ​ຫລາຍ​ເຫັນ​ສົມ​ຄວນ​ຟັງ​ທ່ານ ວ່າ​ທ່ານ​ຄຶດ​ເຫັນ​ຢ່າງ​ໃດ​ເພາະ​ຝ່າຍ​ນິ​ກາຍ​ນີ້ ພວກ​ເຮົາ​ຮູ້​ວ່າ​ຖືກ​ຂັດ​ຂວາງ​ທຸກ​ທີ່​ທຸກ​ບ່ອນ” 23 ເມື່ອ​ເຂົາ​ນັດ​ພົບ​ກັບ​ທ່ານ ຄົນ​ຈຳ​ນວນ​ຫລາຍກວ່າ ເກົ່າ​ໄດ້​ມາ​ຫາ​ທີ່​ບ່ອນ​ພັກ​ຂອງ​ທ່ານ ທ່ານ​ຈຶ່ງ​ກ່າວ​ອະ​ທິ​ບາຍ​ແກ່​ເຂົາ​ຕັ້ງ​ແຕ່​ເຊົ້າ​ຈົນ​ຄ່ຳ ເປັນ​ພຍານ​ເຖິງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນ ແລະ​ຊັກ​ຊວນ​ໃຫ້​ເຂົາ​ຮັບ​ເຊື່ອ​ໃນ​ພຣະ​ເຢ​ຊູ​ ໂດຍ​ໃຊ້​ຂໍ້​ຄວາມ​ຈາກ​ພຣະ​ບັນ​ຍັດ​ຂອງ​ໂມ​ເຊ ແລະ​ຈາກ​ພຣະ​ຄັມ​ພີ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ເປັນ​ຫລັກ 24 ລາງ​ຄົນ​ກໍ​ຍອມ​ຄຳ​ທີ່​ທ່ານ​ກ່າວ​ນັ້ນ ແຕ່​ລາງ​ຄົນ​ກໍ​ບໍ່​ເຊື່ອ 25 ເມື່ອ​ຄວາມ​ເຫັນ​ບໍ່​ລົງ​ລອຍ​ກັນ​ເຂົາ​ຈຶ່ງ​ລາ​ຈາກ​ກັນ​ໄປ ຫລັງ​ຈາກ​ໂປ​ໂລ​ໄດ້​ກ່າວ​ຄຳ​ນຶ່ງ​ຕື່ມ​ອີກວ່າ, “ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໄດ້​ຊົງ​ກ່າວ​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ທ່ານ​ທັງ​ຫລາຍ​ດ້ວຍ​ເອ​ຊາ​ຢາ​ຜູ້​ປະ​ກາດ​ພຣະ​ທັມ​ຢ່າງ​ຖືກ​ຕ້ອງ​ດີ​ແລ້ວ 26 ວ່າ, “ຈົ່ງ​ໄປ​ຫາ​ພົ​ລ​ເມືອງ​ນີ້​ແລະ​ກ່າວ​ວ່າ ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຍິນ​ແທ້ ແຕ່​ຈະ​ບໍ່​ເຂົ້າ​ໃຈ​ຈັກ​ເທື່ອ ຈະ​ໄດ້​ເຫັນ​ແທ້ ແຕ່​ຈະ​ບໍ່​ໄດ້​ສັງ​ເກດ​ຈັກ​ເທື່ອ 27 ດ້ວຍ​ວ່າ​ໃຈ​ຂອງ​ພົ​ລເມືອງ​ນີ້ກໍ​ປຶກ​ຫນາ ຫູ​ກໍ​ຫນັກ, ຕາ​ຂອງ​ເຂົາ​ກໍ​ຫລັບ​ເສັຽ ຢ້ານ​ວ່າ​ເຂົາ​ຈະ​ສັງ​ເກດ​ດ້ວຍ​ຕາ ແລະ​ຈະ​ໄດ້​ຍິນ​ດ້ວຍບ​ຫູ ແລະ​ຈະ​ຮູ້​ດ້ວຍ ໃຈ ແລ້ວ​ຈະ​ຕ່າວ​ກັບ​ມາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ດີ” 28 ເຫດ​ສັນ​ນີ້​ທ່ານ​ທັງ​ຫລາຍ​ຈົ່ງ​ຮູ້​ວ່າ ການ​ທີ່​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ​ກໍ​ຖືກ​ນຳ​ໄປ​ເຖິງ​ຄົນ​ຕ່າງ​ຊາດ​ແລ້ວ ເຂົາ​ນັ້ນ​ແຫລະ, ຈະ​ຣັບ​ຟັງ” 29 (ເມື່ອ​ໂປ​ໂລ​ກ່າວ​ຄຳ​ເຫລົ່າ​ນີ້​ແລ້ວ ພວກ​ຢິວ​ກໍ​ຈາກ​ໄປ ແລະ​ກຳ​ລັງ​ຖຽງ​ກັນ​ເອງ​ຢູ່) 30 ໂປ​ໂລ​ໄດ້​ອາ​ໄສ​ຢູ່​ໃນ​ເຮືອນ​ທີ່​ຕົນ​ເຊົ່າ​ເອງ ແລະ​ໄດ້​ຕ້ອນ​ຮັບຄົນ​ທັງ​ປວງ​ທີ່​ມາ​ຫາ 31 ທັງ​ປະ​ກາດ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ​ສັ່ງ​ສອນ​ເຣື່ອງ​ອັນ​ກ່ຽວ​ກັບ​ພຣະ​ອົງ​ເຈົ້າ​ເຢ​ຊູ​ຄຣິດ​ຢ່າງ​ເປີດ​ເຜີຍ ໂດຍ​ບໍ່​ມີ​ການ​ຂັດ​ຂວາງ

ໂຣມ 1

ຕົ້ນ​ເຫດ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ໂປ​ໂລ​ເຂົ້າ​ຮັບ​ໃຊ້​ປະ​ກາດ​ຂ່າວ​ປະ​ເສີດ

1 ໂປ​ໂລ ຜູ້​ຣັບ​ໃຊ້​ຂອງ​ພຣະ​ຄຣິດ​ຄື​ພຣະ​ເຢ​ຊູ ຜູ້​ທີ່​ພຣະ​ອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັ​ຄ​ສາ​ວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ 2 ຄື​ຂ່າວ​ປະ​ເສີດ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ລ່ວງ​ຫນ້າ ໂດຍ​ທາງ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ​ໃນ​ພຣະ​ຄັມ​ພີ​ອັນ​ສັກ​ສິດ 3 ຂ່າວ​ປະ​ເສີດ​ນັ້ນ​ກ່ຽວ​ກັບ​ພຣະ​ຣາ​ຊ​ບຸດ​ຂອງ​ພຣະ​ອົງ​ຄື​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຜູ້​ຊົງ​ບັງ​ເກີດ​ໃນ​ເຊື້ອ​ວົງ​ຂອງ​ດາ​ວິດ​ຝ່າຍ​ເນື້ອກາຍ 4 ແຕ່​ຝ່າຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ບໍ​ຣິ​ສຸດ​ນັ້ນ ຊົງ​ບົ່ງ​ໄວ້​ດ້ວຍ​ຣິດ​ທາ​ນຸພາບ ຄື​ໂດຍ​ການ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ເປັນ​ຂຶ້ນ​ມາ​ຈາກ​ຕາຍ ວ່າ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ 5 ໂດຍ​ທາງ​ພຣະ​ອົງ​ນີ້​ແຫ​ລະ, ເຮົາ​ໄດ້​ຮັບ​ພຣະ​ຄຸນ​ແລະ​ຕຳ​ແຫນ່ງ​ເປັນ​ອັ​ຄ​ສາ​ວົກ​ເພື່ອ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ ໃຫ້​ໄປ​ປະ​ກາດ​ຖ້າມ​ກາງ​ຊົນ​ຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອ​ຟັງ 6 ຮ່ວມ​ທັງ​ພວກ​ເຈົ້າ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່​ພົນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຫມືອນ​ກັນ 7 ເຖິງ ບັນ​ດາ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ກຸງ​ໂຣມ ຜູ້​ຊຶ່ງ​ພຣະ​ເຈົ້າ​ຊົງ​ຮັກ​ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່​ພົນ​ຂອງພຣະ​ອົງ ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຈົ່ງມີ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ

ຂອບ​ພຣະ​ຄຸນ​ໂດຍ​ທາງ​ການ​ອ້ອ​ນວອນ

8 ກ່ອນ​ອື່ນ​ເຮົາ​ຂໍ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຂອງ​ເຮົາ​ໂດຍທາງ​ພຣະ​ເຢ​ຊູ​ຄຣິດ​ເພາະ​ພວກ​ເຈົ້າ ດ້ວຍ​ວ່າ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ກຳ​ລັງ​ຊ່າ​ລື​ໄປ​ທົ່ວ​ໂລກ 9 ເພາະ​ພຣະ​ເຈົ້າ​ຜູ້​ທີ່​ເຮົາ​ຮັບ​ໃຊ້​ດ້ວຍຊີວິດ​ຈິດ​ໃຈ ໃນ​ການ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ບຸດ​ຂອງ​ພຣະ​ອົງ​ນັ້ນ ພຣະ​ອົງ​ຊົງ​ເປັນ​ພຍານ​ຝ່າຍ​ເຮົາ​ວ່າ ເມື່ອ​ເຮົາ​ອ້ອນວອນ​ນັ້ນ​ເຮົາ​ກໍ​ລະ​ນຶກ​ເຖິງ​ພວກ​ເຈົ້າ​ຢູ່​ສເມີ​ບໍ່​ຂາດ 10 ເຮົາ​ທູນ​ຂໍ​ວ່າ​ຖ້າ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ແລ້ວ ໃຫ້​ເຮົາ​ໄດ້​ມີ​ໂອກາດ​ທີ່​ສຸດ​ນີ້​ໄປ​ຢາມ​ພວກ​ເຈົ້າ​ໄດ້​ດ້ວຍ​ວິ​ທີນຶ່ງວິ​ທີ​ໃດ 11 ດ້ວຍ​ວ່າ​ເຮົາ​ປາ​ຖ​ນາ​ຢາກ​ເຫັນ​ເຈົ້າ​ທັງ​ຫລາຍ ເພື່ອ​ຈະ​ໄດ້​ນຳ​ຂອງ​ປະ​ທານ​ຝ່າຍ​ຈິດ​ວິນ​ຍານ​ບາງ​ຢ່າງ​ມາ​ໃຫ້​ພວກ​ເຈົ້າ ເພື່ອ​ເສີມ​ກຳ​ລັງ​ໃຈ​ຂອງ​ພວກ​ເຂົາ 12 ຄື​ວ່າ​ດ້ວຍ​ຄວາມ​ເຊື່ອ​ຂອງ​ເຮົາ​ທັງ​ສອງ​ຝ່າຍ​ນັ້ນ​ຈະ​ໄດ້​ຫນຸນ​ໃຈ​ກັນ​ແລະ​ກັນ 13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງ​ໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກ​ເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາ​ງ​ຢ່າງ​ໃນ​ຖ້າມ​ກາງ​ພວກ​ເຈົ້າ ເຫມືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ຖ້າມ​ກາງ​ຊາດ​ຕ່າງ​ປະ​ເທດ​ແລ້ວ ແຕ່​ຈົນ​ເຖິງ​ບັດ​ນີ້​ກໍ​ຍັງ​ມີ​ເຫດ​ຂັດ​ຂວາງ​ຢູ່ 14 ເຮົາ​ເປັນ​ຫນີ້​ພວກ​ທີ່​ສີ​ວິ​ໄລ​ແລະ​ພວກ​ຕ່ຳ​ຊ້າ ເປັນ​ຫນີ້​ທັງ​ພວກ​ນັກ​ປາດ​ແລະ​ພວກ​ຄົນ​ໂງ່​ດ້ວຍ 15 ເພາະ​ເຫດນັ້ນ, ເຮົາ​ຮີບ​ຮ້ອນ​ທີ່​ຈະ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ເຈົ້າທັງ​ຫລາຍ​ທີ່​ຢູ່​ໃນ​ກຸງໂຣມ​ເຫມືອນ​ກັນ

ຣິດເດດ​ຂອງ​ຂ່າວ​ປະ​ເສີດ

16 ເພາະ​ວ່າ​ເຮົາ​ບໍ່​ມີ​ຄວາມ​ລະ​ອາຍ​ໃນ​ຂ່າວ​ປະ​ເສີດ ດ້ວຍ​ວ່າ​ຂ່າວ​ປະ​ເສີດ​ນັ້ນ​ເປັນ​ຣິດ​ເດດ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ໄດ້​ຮັບ​ຄວາມພົ້ນ ພວກ​ຢິວ​ກ່ອນ​ແລະ​ພວກ​ຕ່າງ​ຊາດ​ດ້ວຍ 17 ເພາະ​ໃນ​ຂ່າວ​ປະ​ເສີດ​ນັ້ນ​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ໃຫ້​ມີ​ຄວາມ​ຊອບ​ທັມ​ດ້ວຍ​ອາ​ໄສ​ຄວາມເຊື່ອ​ແຕ່​ສິ່ງດຽວ ເຫມືອນ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ເພາະ​ດ້ວຍ​ຄວາມ​ເຊື່ອ ຜູ້​ນັ້ນ​ແຫລະ, ຈະ​ໄດ້​ຊີ​ວິດ”

ໂທດ​ຂອງ​ມະ​ນຸດ​ຊາດ

18 ດ້ວຍ​ວ່າ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ກໍ​ປາ​ກົດ​ມາ​ຈາກ​ສວັນ ຕໍ່​ສູ້​ບັນ​ດາ​ຄວາມຫມິ່ນ​ປມາດ​ພຣະ​ອົງ​ແລະ​ຄວາມ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ຂອງ​ມະ​ນຸດ ຄື​ມະ​ນຸດ​ພວກ​ນັ້ນ​ທີ່​ເອົາ​ຊົ່ວ​ຮ້າຍ​ມາ​ຂັດ​ຂວາງ​ຄວາມ​ຈິງ 19 ເຫດ​ວ່າ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ​ໄດ້​ເທົ່າ​ໃດ​ນັ້ນ​ກໍ​ໄດ້​ປາ​ກົດ​ແຈ້ງ​ຄັກ​ໃນ​ໃຈ​ເຂົາ ດ້ວຍ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ສະ​ແດງ​ໃຫ້​ເຂົາ​ຮູ້​ແລ້ວ 20 ຕັ້ງ​ແຕ່​ແຣກ​ສ້າງ​ໂລກ​ມາ​ສະ​ພາບ​ທີ່​ບໍ່​ປາ​ກົດ​ຂອງ​ພຣະ​ເຈົ້າ ຄື​ຣິດ​ທາ​ນຸ​ພາບ​ອັນ​ຖາ​ວອນ​ແລະ​ຄວາມ​ເປັນ​ພຣະ​ຂອງ​ພຣະ​ອົງ ກໍ​ໄດ້​ປາ​ກົດ​ແຈ້ງ​ໃນ​ສັ​ພ​ສິ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ສ້າງ ສັນ​ນັ້ນ​ເຂົາ​ທັງ​ຫລາຍ​ຈຶ່ງ​ບໍ່​ມີ​ຂໍ້​ແກ້​ຕົວ​ໄດ້ 21 ເພາະ​ເຖິງ​ແມ່ນ​ວ່າ​ເຂົາ​ທັງ​ຫລາຍ​ໄດ້​ຮຼ້​ຈັກ​ພຣະ​ເຈົ້າ​ແລ້ວ ເຂົາ​ກໍ​ບໍ່​ໄດ້​ຖວາຍ​ພຣະ​ກຽດ​ແກ່​ພຣະ​ອົງ​ໃຫ້​ສົມ​ກັບ​ການ​ຊົງ​ເປັນ​ພຣະ​ເຈົ້າ ທັງບໍ່​ໄດ້​ໂມ​ທະ​ນາ​ພຣະ​ຄຸນ ແຕ່​ວ່າ​ຄວາມ​ຄຶດ​ຂອງ​ເຂົາ​ກາຍ​ເປັນ​ສິ່ງ​ທີ່​ເສັຽ​ປ​ໂຍດ ແລະ​ໃຈ​ຂອງ​ເຂົາ​ກໍ​ມືດ​ມົວ​ໄປ 22 ເຂົາ​ອ້າງ​ຕົວ​ວ່າເປັນຄົນ​ສ​ລາດ ເຂົາ​ຈຶ່ງ​ກາຍ​ເປັນ​ຄົນ​ໂງ່ໄປ 23 ເຂົາ​ໄດ້​ຮັບ​ມະ​ນຸດ​ຜູ້​ຕາຍ​ເປັນ​ກັບ​ຮູບ​ນົກຮູບ​ສັດ​ສີ່​ຕີນ ແລະ​ສັດ​ເລືອ​ຄານ​ມາ​ປ່ຽນ​ແທນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ຕາຍ​ບໍ່​ເປັນ 24 ເພາະ​ສັນ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ເຂົາ​ໃຫ້​ເຮັດ​ການ​ຊົ່ວ​ຊ້າ ຕາມ​ຣາ​ຄະ​ຕັນ​ຫາ​ໃນ​ໃຈ​ຂອງ​ເຂົາ ເຂົາ​ຈຶ່ງ​ເຮັດ​ສິ່ງ​ຫນ້າ​ອັບ​ອາຍ​ທາງ​ຮ່າງ​ກາຍ​ຕໍ່​ກັນ 25 ເຂົາ​ໄດ້​ເອົາ​ຄວາມ​ຈິງ​ເຣື່ອງ​ພຣະ​ເຈົ້າ​ມາ​ປ່ຽນ​ເປັນ​ຄວາມ​ບໍ່​ຈິງ ແລະ​ໄດ້​ນະ​ມັ​ສ​ການ​ທັງ​ບົວ​ຣະ​ບັດ​ສິ່ງ​ທີ່​ຊົງ​ສ້າງ​ໄວ້​ນັນ​ແທນ​ພຣະ​ອົງ​ຜູ້​ຊົງ​ສ້າງ ຄື​ຜູ້​ທີ່​ສົມ​ຄວນ​ຈະ​ໄດ້​ຮັບ​ຄວາມ​ສັຣ​ເສີນ​ເປັນ​ນິດ ອາ​ແມນ 26 ເພາະ​ເຫດ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ຊົງ​ປ່ອຍ​ເຂົາ​ໃຫ້​ມີ​ຣາ​ຄະ​ຕັນ​ຫາ​ອັນ​ຫນ້າ​ອັບ​ອາຍ ພວກ​ຜູ້​ຍິງ​ຂອງ​ເຂົາ​ກໍ​ປ່ຽນ​ການ​ສັມ​ພັນ​ຕາມ​ທຳ​ມະ​ຊາດ​ໃຫ້​ຜິດ​ທຳມະ​ຊາດໄປ 27 ຝ່າຍ​ຜູ້​ຊາຍ​ກໍ​ເຫມືອນ​ກັນ ໄດ້​ເລີກ​ການ​ສັມ​ພັນ​ກັບ​ຜູ້​ຍິງ​ຕາມ​ທຳ​ມະ​ຊາດ ແລະ​ຮີບ​ຮ້ອນ​ດ້ວຍໄຟ​ແຫ່ງ​ຣາ​ຄະ​ຕັນ​ຫາ​ທີ່​ມີ​ຕໍ່​ກັນ ຜູ້​ຊາຍ​ກັບ​ຜູ້​ຊາຍ​ພາ​ກັນ​ເຣັດ​ການ​ຊົ່ວ​ຫນ້າ​ອັບ​ອາຍຕໍ່​ກັນ ເຂົາ​ຈຶ່ງ​ໄດ້​ຮັບ​ຜົນ​ກັມ​ອັນ​ສົມ​ຄວນ​ກັບ​ຄວາມ​ຜິດ​ຂອງ​ເຂົາ​ໃນ​ຕົວ​ເຂົາ​ເອງ 28 ເຂົາ​ບໍ່​ເຫັນ​ດີ​ທີ່​ຈະ​ຮັບ​ຮູ້​ພຣະ​ເຈົ້າ ພຣະ​ອົງ​ຈຶ່ງ​ຊົງ​ປ່ອຍ​ໃຫ້​ເຂົາ​ມີ​ໃຈ​ຊົ່ວ​ແລະ​ເຮັດ​ສິ່ງ​ທີ່​ບໍ່​ສົມ​ຄວນ 29 ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ການ​ອະ​ທັມ​ທຸກ​ຢ່າງ ການ​ຊົ່ວ​ຮ້າຍ ຄວາມ​ໂລບ ຄວາມ​ປອງ​ຮ້າຍ ເຕັມ​ໄປ​ດ້ວຍ​ຄວາມ​ເຫິງ​ສາ ການ​ຂ້າ​ຟັນ ການ​ວິ​ວາດ ການ​ລໍ້​ລວງ ການ​ຜູກ​ພ​ຍາ​ບາດ ການ​ສັບ​ສໍ່ 30 ການ​ເວົ້າ​ນິນ​ທາ ການ​ກຽດ​ຊັງ​ພຣະ​ເຈົ້າ ຂີ້​ອົ່ງ​ຫມິ່ນ​ປມາດ ຈອງ​ຫອງ ອວດ​ຕົວ ປະ​ດິດ​ຄຶດ​ແຕ່ງ​ການ​ຊົ່ວ​ຂຶ້ນ ບໍ່​ຟັງ​ຄວາມ​ພໍ່​ແມ່ 31 ໃຈ​ບໍ່​ສັງ​ເກດ​ການ​ດີ​ແລະ​ຊົ່ວ ບໍ່​ຖື​ຄຳ​ຫມັ້ນ​ສັນ​ຍາ ຂາດ​ຄວາມ​ຮັກ​ທຳ​ມະ​ດາ ບໍ່​ມີ​ຄວາມ​ເມດ​ຕາ​ເອັນ​ດູ 32 ເຖິງ​ແມ່ນ​ວ່າ​ເຂົາ​ຮູ້​ຈັກ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຄັກ ທີ່​ກ່າວ​ວ່າ​ຄົນ​ທັງ​ປວງ​ທີ່​ເຮັດ​ຢ່າງ​ນັ້ນ​ກໍ​ສົມ​ຄວນ​ຈະ​ຕາຍ ເຖິງ​ປານ​ນັ້ນ​ເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ​ທັງ​ເຫັນ​ພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ດ້ວຍ

ໂຣມ 2

ການ​ຊົງ​ພິ​ພາກ​ສາ​ອັນ​ຍຸດ​ຕິ​ທັມ

1 ເຫດ​ສັນ​ນັ້ນ​ມະ​ນຸດ​ເອີຍ, ບໍ່​ວ່າ​ເຈົ້າ​ຈະ​ແມ່ນ​ໃຜ ເມື່ອ​ເຈົ້າ​ກ່າວ​ໂທດ​ໃສ່​ຜູ້​ອື່ນ ເຈົ້າ​ບໍ່​ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້ ເພາະ​ໃນ​ເມື່ອ​ເຈົ້າ​ກ່າວ​ໂທດ​ໃສ່​ຜູ້​ອື່​ນນັ້ນ ເຈົ້າ​ກໍ​ກ່າ​ວ​ໂທດ​ໃສ່​ຕົນ​ເອງ ເພາະ​ວ່າ​ເຈົ້າ​ທີ່​ກ່າວ​ໂທດ​ໃສ່​ເຂົາ​ກໍ​ຍັງ​ເຮັດ​ຢູ່​ຢ່າງ​ດຽວ​ກັນ​ກັບ​ເຂົາ 2 ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ ການ​ທີ່​ພຣະ​ເຈົ້າ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຄົນ​ທັງ​ຫລາຍ​ທີ່​ເຮັດ​ການ​ຢ່າງ​ນັ້ນ ກໍ​ຖືກ​ຕ້ອງ​ຢູ່​ແລ້ວ 3 ແຕ່​ມະ​ນຸດ​ເອີຍ, ເຈົ້າ​ຜູ້​ກ່າວໂທດ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ ແຕ່​ເຈົ້າ​ເອງ​ຍັງ​ເຮັດ​ຢ່າງດຽວ​ກັນ​ກັບ​ເຂົາ ເຈົ້າ​ຄຶດ​ຫລື​ວ່າ​ຈະ​ພົ້ນ​ຈາກ​ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຂອງ​ພຣະ​ເຈົ້າ​ໄດ້ 4 ຫລື​ວ່າ​ເຈົ້າ​ປມາດ​ພຣະ​ກະ​ຣຸ​ນາ​ຄຸນ​ອັນ​ສົມ​ບູ​ນ ແລະ​ຄວາມ​ອົດ​ກັ້ນ​ພຣະ​ທັຍ​ກັບ​ຄວາມ​ອົດ​ທົນ​ຂອງ​ພຣະ​ອົງ ເຈົ້າ​ບໍ່​ຮູ້​ຫລື​ວ່າ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ເຈົ້າ​ນັ້ນ ຊົງ​ປະ​ສົງ​ຈະ​ນຳ​ເຈົ້າ​ໃຫ້​ກັບ​ໃຈ​ເສັຽ​ໃຫມ່ 5 ແຕ່​ໃຈ​ຂອງ​ເຈົ້າ​ແຂງ​ກະ​ດ້າງ​ແລະ​ບໍ່​ຍອມ​ກັບ​ຕົວ ເຈົ້າ​ຈຶ່ງ​ກຳ​ລັງ​ສ້າງ​ສົມ​ພຣະ​ພິ​ໂຣດ​ໄວ້​ໃຫ້​ຕົວ​ເອງ​ໃນ​ວັນ​ຂອງ​ຄວາມ​ຮ້າຍ​ຂາດ​ນັ້ນ ຄື​ວັນ​ທີ່​ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຢ່າງ​ຍຸດ​ຕິ​ທັມ​ໃຫ້​ປາ​ກົດ​ແຈ້ງ​ນັ້ນ 6 ເພາະ​ພຣະ​ອົງ​ຈະ​ຊົງ​ປະ​ທານ​ຕອບ​ແທນ​ຕາມ​ການ​ເຮັດ​ຂອງ​ເຂົາ​ທຸກ​ຄົນ 7 ສຳ​ລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພ​ຍາ​ຍາມ​ເຮັດ​ການ​ດີ ສ​ແວງ​ຫາ​ສະ​ງ່າ​ຣາ​ສີ ຍົດ​ສັກ ແລະ​ຄວາມ​ບໍ່​ຮູ້​ຕາຍ​ນັ້ນ ພຣະ​ອົງ​ຈະ​ຊົງ​ປະ​ທານ​ຊີ​ວິດ​ອັນ​ຕລອດໄປ​ເປັນ​ນິດ​ໃຫ້​ແກ່​ເຂົາ 8 ແຕ່​ພຣະ​ອົງ​ຈະ​ຊົງ​ສະ​ແດງ​ພຣະ​ພິ​ໂຣດ​ອັນ​ເຜັດ​ຮ້ອນ​ແກ່​ຄົນ​ທັງ​ຫລາຍ​ທີ່​ຄຶດ​ໃຫຍ່​ໄຝ່​ສູງ ແລະ​ແກ່​ຜູ້​ທີ່​ເຊື່ອ​ຟັງ​ຄວາມຈິງ​ແຕ່ຍອມ​ເຮັດ​ຕາມ​ຄວາມ​ຊົ່ວ 9 ຄວາ​ມ​ທຸກ​ຂະ​ເວ​ທະ​ນາ​ຈະ​ເກີດ​ມີ​ແກ່​ມະ​ນຸດ​ທຸກ​ຄົນ​ທີ່​ເຮັດ​ການ​ຊົ່ວ ຄື​ເກ​ດີ​ແກ່​ຊາດ​ຢິວ​ກ່ອນ ແລະ​ແກ່​ຄົນ​ຕ່າງ​ຊາດ​ດ້ວຍ 10 ແຕ່​ສະ​ງ່າ​ຣາ​ສີ​ແລະ​ຍັດ​ສັກ​ກັບ​ຄວາມ​ສຸກ​ສຳ​ຣານ​ຈະ​ເກີດ​ມີ​ແກ່​ທຸກ​ຄົນ​ທີ່​ເຮັດ​ການ​ດີ ຄື​ແກ່​ຊາດ​ຢິວ​ກ່ອນ​ແລະ​ແກ່​ຄົນ​ຕ່າງ​ຊາດ​ດ້ວຍ 11 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ຊົງ​ເຫັນ​ແກ່​ຫນ້າ​ຜູ້​ໃດ​ເລີຍ 12 ຄົນທັງ​ຫລາຍ​ທີ່ບໍ່​ມີ​ພຣະ​ບັນ​ຍັດ​ແລະ​ເຮັດ​ຜິດ​ບາບ ຈະ​ຕ້ອງ​ຈິບ​ຫາຍ​ໄປ​ໂດຍບໍ່​ອ້າງ​ພຣະ​ບັນ​ຍັດ ແຕ່​ຄົນ​ທັງ​ຫລາຍ​ທີ່​ມີພຣະ​ບັນ​ຍັດ​ແລະ​ເຮັດ​ຜິດ​ບາບ ກໍ​ຈະ​ຕ້ອງ​ຖືກ​ໂທດ​ຕາມ​ພຣະ​ບັນ​ຍັດ​ນັ້ນ 13 ດ້ວຍ​ວ່າ​ບໍ່​ແມ່ນ​ພວກ​ຄົນ​ທີ່​ຟັງ​ພຣະ​ບັນ​ຍັດ​ຈະ​ເປັນ​ຜູ້​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແຕ່​ແມ່ນ​ຜູ້​ທີ່​ໄດ້​ຂັ​ບ​ຕາມ​ພຣະ​ບັນ​ຍັດ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ຊົງ​ຖື​ວ່າ​ຊອ​ບທັມ 14 ເມື່ອ​ພວກ​ຕ່າງ​ຊາດ​ຜູ້​ບໍ່​ມີ​ພຣະ​ບັນ​ຍັດ​ຫາກ​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ໄປ ໂດຍ​ນິ​ສັຍ​ປົກ​ກະ​ຕິ ຄົນ​ເຫລົ່າ​ນັ້ນ ເຖິງ​ແມ່ນ​ເຂົາ​ບໍ່​ມີ​ພຣະ​ບັນ​ຍັດ ແຕ່​ກໍ​ຍັງ​ເປັນ​ພຣະ​ບັນ​ຍັດ​ໃນ​ຕົວ​ເຂົາ​ເອງ 15 ເຂົາ​ສະ​ແດງ​ໃຫ້​ເຫັນ​ວ່າ​ຫລັກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ ກໍ​ຈາ​ຣຶກ​ໄວ້​ໃນ​ໃຈ​ຂອງ​ເຂົາ​ແລ້ວ ແລະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຂົາ​ກໍ​ເປັນ​ພຍານ​ເຫມືອນ​ກັນ ແມ່ນ​ຄວາມ​ຄຶດ​ຂອງ​ເຂົາ​ນັ້ນ​ແຫລະ, ທີ່​ກ່າວ​ໂທດ​ຕົວ​ເຂົາ ຫລື​ອາດ​ຈະ​ແກ້​ຕົວ​ໃຫ້​ເຂົາ 16 ໃນ​ວັນ​ທີ່​ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ພຣະ​ເຢ​ຊູ​ຄ​ຣີດ ພິ​ພາກ​ສາ​ຄວາມ​ເລິກ​ລັບ​ຂອງ​ມະ​ນຸດ​ທັງ​ຫລາຍ ຕາມ​ຂ່າວ​ປະ​ເສີດ​ທີ່​ເຮົາ​ໄດ້​ປະ​ກາດ​ແລ້ວ​ນັ້ນ

ພວກຢິວ ແລະ ພຣະບັນຍັດ

17 ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຊາດ​ຢິວ ຈຶ່ງ​ເພິ່ງ​ພາ​ອາ​ໄສ​ພຣະ​ບັນ​ຍັດ, ແລະ​ອວດ​ວ່າ​ມີ​ພຣະ​ເຈົ້າ 18 ແລະ​ຮູ້​ຈັກ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະ​ເສີດ​ເພາະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ພຣະ​ບັນ​ຍັດ 19 ແລະ​ຖ້າ​ເຈົ້າ​ຖື​ຫມັ້ນ​ວ່າ​ຕົວ​ເປັນ​ຜູ້​ນຳ​ຄົນ​ຕາ​ບອດ ເປັນ​ແສງ​ສວ່າງ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ຄວາມ​ມືດ 20 ເປັນ​ຜູ້​ອົບ​ຮົມ​ຄົນ​ໂງ່ ເປັນ​ຄ​ຣູ​ສອນ​ເດັກ​ນ້ອຍ ເປັນ​ຜູ້​ມີ​ແບບ​ແຜນ​ອັນ​ສົມ​ບູນ​ຂອງ​ຄວາມ​ຮູ້​ແລະ​ຄວາມ​ຈິງ​ໃນ​ພຣະ​ບັນ​ຍັດ, 21 ສັນ​ນັ້ນ​ເຈົ້າ​ຊຶ່ງ​ເປັນ​ຜູ້​ສອນ​ຄົນ​ອື່ນ​ຈະ​ບໍ່​ສອນ​ຕົວ​ເອງ​ຫລື ເຈົ້າ​ຜູ້​ທີ່​ປະ​ກາດ​ວ່າ, “ຢ່າ​ລັກຊັບ” ເຈົ້າ​ເອງ​ລັກ​ຢູ່​ຫລື​ບໍ່ 22 ເຈົ້າ​ຜູ້​ທີ່​ໄດ້​ບອກວ່າ, “ຢ່າ​ຫລິ້ນ​ຊູ້” ເຈົ້າ​ເອງ​ຍັງ​ຫລິ້ນ​ຢູ່​ຫລື​ບໍ່ ເຈົ້າ​ຜູ້​ກຽດ​ຊັງ​ພຣະ​ທຽມ ຕົວ​ຍັງ​ຍັງ​ລັກ​ປົ້ນ​ວິ​ຫານ​ຫລື​ບໍ່ 23 ເຈົ້າ​ຜູ້ອວດ​ອ້າງ​ໃນ​ພຣະ​ບັນ​ຍັດ ຕົວ​ເຈົ້າ​ຍັງ​ຫລູ່ກຽດ​ແກ່​ພຣະ​ເຈົ້າ​ໂດຍ​ເຮັດ​ຜິດ​ຕໍ່​ພຣະ​ບັນ​ຍັດ​ຫລື​ບໍ່ 24 ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ, “ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຖືກ​ຫມິ່ນ​ປມາດ​ໃນ​ຖ້າມ​ກາງ​ຄົນ​ຕ່າງ​ຊາດ ກໍ​ເພາະ​ເຈົ້າ​ທັງ​ຫລາຍ” 25 ຖ້າ​ເຈົ້າ​ເຮັດ​ຕາມ​ພຣະ​ບັນ​ຍັດ ພິ​ທີ​ຕັດ​ນັ້ນ​ເປັນ​ປ​ໂຍດ​ແທ້ ແຕ່​ຖ້າ​ເຈົ້າ​ລ່ວງ​ລະ​ເມີດ​ພຣະ​ບັນ​ຍັດ ການ​ທີ່​ເຈົ້າ​ຮັບ​ພິ​ທີ​ຕັດ​ກໍ​ເຫມືອນ​ບໍ່​ໄດ້​ຮັບ 26 ສັນ​ນັ້ນ​ຖ້າ​ໄດ້​ຊົງ​ຖື​ເຫມືອນ​ກັບ​ວ່າ ຜູ້​ນັ້ນ​ໄດ້​ຮັບ​ພິ​ທີ​ຕັດ​ແລ້ວ​ບໍ່​ແມ່ນ​ຫລື 27 ເຖິງ​ແມ່ນ​ວ່າ​ເຈົ້າ​ທັງ​ຫລາຍ​ມີ​ພຣະ​ບັນ​ຍັດ​ທີ່​ຈາ​ຣຶກ​ໄວ້ ແລະ​ໄດ້​ຮັບ​ພິ​ທີ​ຕັດ​ແລ້ວ ກໍ​ຍັງ​ລ່ວງ​ລະ​ເມີດ​ຕໍ່​ພຣະ​ບັນ​ຍັດ​ນັ້ນ ຝ່າຍ​ຄົນ​ທຳ​ມະ​ດາ​ສາ​ມັນ​ທີ່​ບໍ່​ໄດ້​ຮັບ​ພິ​ທີ​ຕັດ ເຂົາ​ກໍ​ຍັງ​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ຢູ່ ເຂົາ​ພວກ​ນັ້ນ​ແຫລະ, ຈະ​ກ່າວ​ໂທດ​ໃສ່​ເຈົ້າ 28 ເພາະ​ວ່າ​ຄົນ​ຢິວ​ແທ້​ບໍ່​ແມ່ນ​ຄົນ​ທີ່​ເປັນ​ຢິວ​ແຕ່​ພາຍນອກ​ເທົ່າ​ນັ້ນ ແລະ​ການ​ຮັບ​ພິ​ທີ​ຕັດ​ແທ້​ກໍ​ບໍ່​ແມ່ນ​ອັນ​ທີ່​ປາ​ກົດ​ໃນ​ເນື້ອ​ກາຍ​ເທົ່າ​ນັ້ນ 29 ແຕ່​ວ່າ​ຄົນ​ທີ່​ເປັນ​ຊາດ​ຢິວ​ແທ້ ຄື​ຄົນ​ທີ່​ເປັນ​ຊາດ​ຢິວ​ພາຍ​ໃນ ແລະ​ການ​ຮັບ​ພິ​ທີ​ຕັດ​ແທ້​ນັ້ນ ຄື​ການ​ຮັບ​ທາງ​ຈິດ​ໃຈ​ຊຶ່ງ​ເປັນ​ໄປ​ຕາມ​ພຣະ​ວິນຍານ ບໍ່​ແມ່ນ​ເປັນ​ໄປ​ຕາມ​ບົດ​ບັນ​ຍັດ ຄົນຢ່າງ​ນັ້ນ​ພຣະ​ເຈົ້າ​ຊົງ​ສັຣ​ເສີນ ບໍ່​ແມ່ນ​ມະ​ນຸດ​ສັຣ​ເສີນ

ໂຣມ 3

1 ຖ້າ​ຢ່າງ​ນັ້ນ​ຄົນ​ຢິວ​ຈະ​ໄດ້​ປຽບ​ກວ່າ​ຄົນ​ອື່ນ​ຢ່າງ​ໃດ ຫລື​ການ​ຮັບ​ພິ​ທີ​ຕັດ​ຈະ​ມີປໂຍດ​ອັນ​ໃດ 2 ກໍ​ມີ​ປ​ໂຍດ​ຫລາຍ​ໃນ​ທຸກ​ສິ່ງ ເປັນ​ຕົ້ນ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ມອບ​ພຣະ​ທັມ​ໂອ​ວາດ​ໃຫ້​ພວກ​ຢິວ​ຮັກ​ສາ 3 ເຖິງ​ແມ່ນ​ມີ​ບາງ​ຄົນ​ບໍ່​ສັດ​ຊື່ ຄວາມ​ບໍ່​ສັດ​ຊື່​ຂອງ​ເຂົາ​ນັ້ນ​ຈະ​ເຮັດ​ໃຫ້​ຄວາມ​ສັດ​ຊື່​ຂອງ​ພຣະ​ເຈົ້າ​ເສັຽ​ປ​ໂຍດ​ຫລື 4 ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເຖິງ​ແມ່ນ​ວ່າ​ທຸກ​ຄົນ​ເປັນ​ຄົນ​ຕົວະ​ກໍ​ຕາມ ຂໍ​ໃຫ້​ພຣະ​ເຈົ້າ​ຊົງ​ສັດ​ຊື່​ທ່ຽງ​ທັມ ຕາມ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ເພື່ອ​ພຣະ​ອົງ​ຈະ​ໄດ້​ປາ​ກົດ​ວ່າ​ຊົງ​ເປັນ​ຜູ້​ທ່ຽງ​ທັມ ໃນ​ຖ້ອຍ​ຄຳ​ທັງ​ຫລາຍ​ຂອງ​ພຣະ​ອົງ ແລະ​ຊົງ​ມີ​ໄຊ​ເມື່ອ​ເຂົາ​ກ່າວ​ໂທດ​ໃສ່​ພຣະ​ອົງ” 5 ແຕ່​ຖ້າ​ວ່າ​ຄວາມ​ອະ​ທັມ​ຂອງ​ພວກ​ເຮົາ ເປັນ​ເຫດ​ໃຫ້​ເຫັນ​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ​ແລ້ວ ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຈະ​ວ່າ​ພຣະ​ເຈົ້າ​ຊົງ​ລົງ​ໂທດ​ໂດຍ​ບໍ່​ຍຸດ​ຕິ​ທັມ​ຢ່າງ​ນັ້ນ​ຫລື (ເຮົາ​ເວົ້າ​ຢ່າງ​ມະ​ນຸດ) 6 ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ຖ້າ​ແມ່ນ​ຢ່າງ​ນັ້​ນ​ແລ້ວ​ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ໂລກ​ໄດ້​ຢ່າງ​ໃດ 7 ແຕ່​ຖ້າ​ວ່າ​ຄວາມ​ຕົວະ​ລ່າຍ​ຂອງ​ເຮົາ​ເປັນ​ເຫ​ດ​ໃຫ້​ຄວາ​ມ​ທ່ຽງ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ປາ​ກົດ​ແຈ້ງ​ຄັກ ແລະ​ເປັນ​ທີ່​ໃຫ້​ເກີດ​ກຽດ​ຕິ​ຍົດ​ແກ່​ພຣະ​ອົງ ເປັນ​ຫຍັງ​ເຮົາ​ຈຶ່ງ​ຍັງ​ຖືກ​ຊົງ​ລົງ​ໂທດ​ເຫມືອນ​ເປັນ​ຄົນ​ຜິດ​ບາບ 8 ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງບໍ່​ເຮັດ​ຊົ່ວ​ເພື່ອ​ຄວາມ​ດີ​ຈະ​ເກີດ​ຂຶ້ນ​ຈາກ​ຄວາມ​ຊົ່ວ​ນັ້ນ ຕາມ​ທີ່​ບາງ​ຄົນ​ເລົ່າ​ລື​ແລະ​ນິນ​ທາ​ຫາ​ວ່າ​ເຮົາ​ໄດ້​ກ່າວ​ຢ່າງ​ນັ້ນ​ແລ້ວ ການ​ລົງ​ໂທດ​ຄົນ​ຢ່າງ​ນັ້ນ​ກໍ​ຍຸດ​ຕິ​ທັມ​ແລ້ວ

ບໍ່ມີຄົນຊອບທັມ

9 ຖ້າດັ່ງ​ນັ້ນ​ແລ້ວ​ຈະ​ເປັນ​ຢ່າງ​ໃດ ເຮົາ​ຄົນ​ຢິວ​ຈະ​ໄດ້​ປຽບ​ກວ່າ​ຫລື​ບໍ່ ບໍ່​ແມ່ນ​ຢ່າງນັ້ນ​ດອກ ດ້ວຍ​ວ່າ​ເຮົາ​ໄດ້​ຟ້ອງ​ແລ້ວ​ວ່າ ທັງ​ຄົນ​ຢິວ​ແລະ​ຄົນ​ຕ່າງ​ຊາດກໍ​ຢູ່​ໃຕ້​ອຳ​ນາດ​ຂອງ​ຄວາມ​ຜິດ​ບາບ​ທຸກ​ຄົນ 10 ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ບໍ່​ມີ​ຄົນ​ຊອບ​ທັມ​ຈັກ​ຄົນ​ນຶ່ງ​ຄົນ​ດຽວ 11 ບໍ່​ມີ​ຄົນ​ທີ່​ເຂົ້າ​ໃຈ ບໍ່​ມີ​ຄົນ​ທີ່​ສ​ແວງ​ຫາ​ພຣະ​ເຈົ້າ 12 ທຸກ​ຄົນ​ໄດ້​ຫລົງ​ເວັ້ນ​ໄປ ເຂົາ​ພາ​ກັນ​ເປັນ​ຄົນ​ຊົ່ວ​ໄປ​ຫມົດ ຜູ້​ເຮັດ​ການ​ດີ​ບໍ່​ມີຈັກ​ຄົນ​ດຽວ 13 ລຳ​ຄໍ​ຂອງ​ເຂົາ​ຄື​ຂຸມ​ຝັງ​ຊາກ​ສົ​ບ​ທີ່​ໄຂ​ຢູ່ ເຂົາ​ໃຊ້​ລີ້ນ​ຂອງ​ເຂົາ​ໃນ​ການ​ລໍ້​ລວງ ມີ​ພິດ​ງູ​ຮ້າຍ​ຢູ່​ໃຕ້​ຮີມ​ປາກ​ຂອງ​ເຂົາ 14 ປາກ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄຳ​ປ້ອຍ​ດ່າ​ແລະ​ຄຳ​ຂົມ​ຂື່ນ 15 ຕີນ​ຂອງ​ເຂົາ​ວ່ອງ​ໄວ​ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ 16 ເຂົາ​ຍ່ອມ​ຖິ້ມ​ຄວາມ​ເສັຽ​ຫາຍ​ແລະ​ຄວາມ​ທຸກ​ໄວ້​ໃນ​ທາງ​ທີ່​ເຂົາ​ເດີນ​ໄປ 17 ແລະ​ເຂົາບໍ່​ໄດ້​ຮູ້​ຈັກ​ຫົນ​ທາງ​ແຫ່ງ​ຄວາມ​ສ​ງົບ​ສຸກ 18 ເຂົາ​ບໍ່​ເຄີຍ​ຄຶດ​ທີ່​ຈະຢຳ​ເກງ​ພຣະ​ເຈົ້າ” 19 ແຕ່​ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ພຣະ​ບັນ​ຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ ກໍ​ກ່າວ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ​ເພື່ອ​ອັດ​ປາກ​ທຸກ​ຄົນ ແລະ​ເພື່ອ​ໃຫ້​ມະ​ນຸດ​ທຸກ​ຄົນ​ໃນ​ໂລກ​ຢູ່ໃຕ້​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ 20 ເພາະ​ວ່າ​ໃນສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຜູ້​ຊອບ​ທັມ​ດ້ວຍ​ການ​ເຮັດ​ຕາມ​ພຣະ​ບັນ​ຍັດ ເພາະ​ວ່າ​ພຣະ​ບັນ​ຍັດ​ໄດ້​ເຮັດ​ໃຫ້​ສັງ​ເກດ​ຮູ້​ຈັກ​ຄວາມ​ບາບ

ຄວາມຊອບທັມໂດຍທາງຄວາມເຊື່ອ

21 ແຕ່​ບັດ​ນີ້​ຄວາມ​ຊອບ​ທັມ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ ໄດ້​ປາ​ກົດ​ນອກ​ຈາກ​ພຣະ​ບັນ​ຍັດ (ມີ​ພຣະ​ບັນ​ຍັດ​ແລະ​ຜູ້​ປະ​ກາດ​ພຣະ​ທັມ​ເປັນ​ພຍານ​ຢູ່) 22 ຄື​ຄວາມ​ຊອບ​ທັມ​ທີ່​ມາ​ຈາກ​ພຣະ​ເຈົ້າ ຊຶ່ງ​ຊົງ​ປະ​ທານ​ແກ່​ຜູ້​ທີ່​ເຊື່ອ​ທຸກ​ຄົນ ດ້ວຍ​ອາ​ໄສ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ເພາະ​ວ່າ​ຄົນ​ທັງ​ຫລາຍ​ສເມີ​ກັນ​ທຸກ​ຄົນ 23 ດ້ວຍ​ວ່າ​ທຸກ​ຄົນ​ໄດ້​ເຮັດ​ຜິດ​ບາບ ແລະ​ຂາດ​ຈາກ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ 24 ແຕ່​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເຂົາ​ເປັນ​ຄົນຊອບ​ທັມ ດ້ວຍ​ພຣະ​ກະ​ຣຸ​ນາ​ຄຸນ​ຂອງ​ພຣະ​ອົງ​ທີ່​ບໍ່​ຄິດ​ຄ່າ ຄື​ດ້ວຍ​ການ​ຊົງ​ໄຖ່​ໄວ້​ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ 25 ທີ່​ພຣະ​ເຈົ້າໄດ້​ຊົງ​ໃຫ້​ປາ​ກົດ ເພື່ອ​ໃຫ້​ເປັນ​ຜູ້​ໄຖ່​ໂທດ​ແທນ​ບາບ​ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ໂລ​ຫິດ​ຂອງ​ພ​ຣ​ອົງ ອັນ​ນີ້​ກໍ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ ໃນ​ການ​ທີ່​ພຣະ​ອົງ​ໄດ້​ຊົງ​ອົດ​ກັ້ນ​ພຣະ​ທັຍ​ໄວ້ ແລະ​ບໍ່​ໄດ້​ຊົງ​ລົງ​ໂທ​ດມະ​ນຸດ​ທີ່​ເຮັດ​ຜິດ​ບາບ​ໄປ​ແລ້ວ​ນັ້ນ 26 ແລະ​ເພື່ອ​ຊົງ​ສະ​ແດງ​ໃນ​ປັດ​ຈຸ​ບັນ​ວ່າ​ພຣະ​ອົງ​ຊົງ​ເປັນ​ຜູ້​ຍຸດ​ຕິ​ທັມ ແລະ​ຊົງ​ໂຜດ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ເຢ​ຊູ​ເປັນ​ຜູ້​ຊອບ​ທັມ​ດ້ວຍ 27 ເມື່ອ​ເປັນ​ຢ່າງ​ນັ້ນ​ແລ້ວ​ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ອວດ ກໍ​ຫມົດ​ຫົນ​ທາງ ຈະ​​ອ້າງ​ຫລັກ​ອັນ​ໃດ​ວ່າ​ຫມົດ​ຫົນ​ທາງ ຈະ​ອ້າງ​ຫລັກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ບໍ່​ແມ່ນ​ດອກ ແຕ່​ຕ້ອງ​ອ້າງ​ເອົາ​ຫລັກ​ຂອງ​ຄວາມ​ເຊື່ອ 28 ດ້ວຍ​ວ່າ​ພ​ວກ​ເຮົາ​ເຫັນ​ວ່າ​ຄົນ​ນຶ່ງ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ຊອບ​ທັມ​ໄດ້ ກໍ​ໂດຍ​ອາ​ໄສ​ຄວາມ​ເຊື່ອນອກ​ຈາ​ກ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ 29 ຫລື​ວ່າ​ພຣະ​ເຈົ້າ​ນັ້ນ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຊາດ​ຢິວ​ຊາດ​ດຽວ​ເທົ່າ​ນັ້ນ​ຫລື ພຣະ​ອົງ​ບໍ່​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕ່າງ​ຊາດ​ດ້ວຍ​ຫລື ແມ່ນ​ແລ້ວ​ ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ຂອງ​ຄົນ​ຕ່າງ​ຊາດ​ດ້ວຍ 30 ເຫດ​ວ່າ​ພຣະ​ອົງ​ຊົງ​ເປັນ​ພຣະ​ເຈົ້າ​ແຕ່ອົງ​ດຽວ ແລະ​ພຣະ​ອົງ​ຊົງ​ໂຜດ​ຖື​ວ່າ​ຄົນ​ທີ່​ບໍ່​ຮັບ​ພິ​ທີ​ນັ້ນ​ເປັນ​ຄົນ​ຊອບ​ທັມ​ດ້ວຍ​ຄວາມ​ເຊື່ອ​ເຫມືອນ​ກັນ 31 ຖ້າ​ຢ່າງ​ນັ້ນ​ພວກ​ເຮົາ​ຈະ​ລຶບ​ລ້າງ​ພຣະ​ບັນ​ຍັດ​ດ້ວຍ​ຄວາມ​ເຊື່ອ​ຫລື ບໍ່​ແມ່ນ​ຢ່າງນັ້ນ​ດອກ ແຕ່​ພວກ​ເຮົາ​ຍັງ​ເປັນ​ຜູ້​ສ​ນັບ​ສ​ນຸນ​ພຣະ​ບັນ​ຍັດ​ອີກ

ໂຣມ 4

ອັບ​ຣາ​ຮາມ​ເປັນ​ແບບ​ຢ່າງ

1 ຖ້າ​ຢ່າງ​ນັ້ນ​ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດເຖິງ​ເຣື່ອງ​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ​ຕາມ​ສາຍ​ເລືອດ 2 ຖ້າ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ອັບ​ຣາ​ຮາມ​ເປັນ​ຄົນ​ຊອບ​ທັມ​ດ້ວຍ​ການ​ປະ​ຕິ​ບັດ ທ່ານ​ກໍ​ມີ​ທາງ​ທີ່​ຈະ​ອວດ​ໄດ້ ແຕ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ທ່ານ​ບໍ່​ມີ​ທາງ​ຢ່າງ​ນັ້ນ 3 ພຣະ​ຄັມ​ພີ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ກໍ​ກ່າວ​ວ່າ, “ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ ແລະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ” 4 ຝ່າຍ​ຄົນ​ທີ່​ເຮັດ​ການ​ກໍ​ບໍ່​ຖື​ວ່າ​ຄ່າ​ຈ້າງ​ທີ່ຕົນ​ໄດ້​ຮັບ​ນັ້ນ​ເປັນ​ບຳ​ເຫນັດ ແຕ່​ຖື​ວ່າ​ເປັນ​ຄ່າ​ແຮງ​ງານ​ທີ່​ຕົນ​ເຮັດ 5 ສ່ວນ​ຄົນ​ທີ່​ບໍ່​ອາ​ໄສ​ການ​ປະ​ຕິ​ບັດ ແຕ່​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ​ຜູ້​ຊົງ​ໂຜດ​ຄົນ​ຜິດ​ໃຫ້​ເປັນ​ຄົນ​ຊອບ​ທັມ ຄວາມ​ເຊື່ອ​ຂອງ​ຄົນ​ນັ້ນ​ກໍ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ 6 ດັ່ງ​ດາ​ວິດ​ໄດ້​ກ່າວ​ເຖິງ​ຄວາມ​ສຸກ​ຂອງ​ຄົນ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ໂດຍ​ບໍ່​ໄດ້​ອາ​ໄສ​ການ​ປະ​ຕິ​ບັດ, 7 ວ່າ, “ຜູ້​ຊຶ່ງ​ໄດ້​ຮັບ​ຄວາມ​ອະ​ພັຍ​ແກ່​ການ​ລ່ວງ​ລະ​ເມີດ​ຂອ​ງຕົນ ແລະ​ການ​ຜິດ​ບາບ​ຂອງ​ຕົນ​ໄດ້​ຊົງ​ໂຜດ​ປົກ​ບັງ​ໄວ້​ແລ້ວ ຜູ້​ນັ້ນ​ແຫລະ, ເປັນ​ສຸກ 8 ບຸກ​ຄົນ​ທີ່ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ຖື​ໂທດ ກໍ​ເປັນ​ສຸກ” 9 ຖ້າ​ເປັນ​ດັ່ງ​ນັ້ນ, ຄວາມ​ສຸກ​ມີ​ແກ່​ຄົນ​ທີ່​ໄດ້​ຮັບ​ພິ​ທີ​ຕັດ​ແຕ່​ພວກ​ດຽວ​ຫລື ຫລື​ວ່າ​ມີ​ແກ່​ຄົນ​ທີ່​ບໍ່​ດ້​ຮັບ​ພິ​ທີ​ຕັດ​ດ້ວຍ ເພາະ​ເຮົາ​ກ່າວ​ວ່າ, “ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ​ແລະ​ເພາະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຈຶ່ງ​ຊົງ​ຖື​ວ່າ​ທ່ານ​ເປັນ​ຄົນ​ຊອບ​ທັມ” 10 ແຕ່​ພຣະ​ເຈົ້າ​ຊົງ​ຖື​ເມື່ອ​ໃດ ເມື່ອ​ທ່ານ​ຮັບ​ພິ​ທີ​ຕັດ​ແລ້ວ​ຫລື ຫລື​ວ່າ​ເມື່ອຍັງ​ບໍ່​ທັນ​ໄດ້​ຮັບ​ເທື່ອ ບໍ່​ແມ່ນ​ເມື່ອ​ຮັບ​ແລ້ວ ແຕ່​ເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິ​ທີ​ຕັດ​ເທື່ອ 11 ແລະ​ທ່ານ​ໄດ້​ຮັບ​ພິ​ທີ​ຕັດ​ນັ້ນເປັນ​ເຄື່ອງ​ຫມາຍ​ສຳ​ຄັນ ຄື​ເປັນ​ກາ​ປະ​ທັບ​ຂອງ​ຄວາມ​ຊອບ​ທັມ​ຊຶ່ງ​ເກີດ​ດ້ວຍ​ຄວາມ​ເຊື່ອ​ທີ່​ທ່ານ​ໄດ້​ມີ​ຢູ່ ເມື່ອ​ທ່ານ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິ​ທີ​ຕັດ​ເທື່ອນັ້ນ ເພື່ອ​ທ່ານ​ຈະ​ໄດ້​ເປັນ​ບິ​ດາ​ຂອງ​ຄົນ​ທັງ​ປ​ວງ​ທີ່​ເຊື່ອ ຊຶ່ງ​ພຣະ​ເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ຕັດ​ກໍ​ຕາມ 12 ແລະ​ເພື່ອ​ທ່ານ​ຈະ​ເປັນ​ບິ​ດາ​ຂອງ​ຄົນ​ທັງ​ປວງ​ທີ່​ຮັບ​ພິ​ທີ​ຕັດ ແລະບໍ່​ພຽງ​ແຕ່​ຮັບ​ພິ​ທີ​ຕັດ​ເທົ່າ​ນັ້ນ ແຕ່​ມີ​ຄວາມ​ເຊື່ອ​ຕາມ​ແບບ​ຂອງ​ອັບ​ຣາ​ຮາມ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ ຊຶ່ງ​ທ່ານ​ມີ​ຄ​ວາມ​ເຊື່ອເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບພິ​ທີ​ຕັດ​ນັ້ນ

ໂດຍ​ຄວາມ​ເຊື່ອ​ພຣະ​ສັນ​ຍາ​ຈຶ່ງ​ເກີດ​ຜົນ

13 ດ້ວຍ​ວ່າ​ພຣະ​ສັນ​ຍາ​ທີ່​ຊົງ​ປະ​ທານ​ແກ່​ອັບ​ຣາ​ຮາມ​ແລະ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ທ່ານ​ທີ່​ວ່າ​ຈະ​ໄດ້​ທັງ​ພິ​ພົບ​ໂລກ​ເປັນ​ມໍ​ຣະ​ດົກ​ນັ້ນ ກໍ​ບໍ່​ໄດ້​ມາ​ທາງ​ພຣະ​ບັນ​ຍັດ ແຕ່​ໄດ້​ມາ​ທາງ​ຄວາມ​ຊອບ​ທັມ​ທີ່​ເກີດ​ຈາກ​ຄວາມ​ເຊື່ອງ 14 ຖ້າ​ຄົນ​ທີ່​ຖື​ຕາມ​ພຣະ​ບັນ​ຍັດນັ້ນ​ຈະ​ເປັນ​ເຈົ້າ​ຂອງມໍ​ຣະ​ດົກ ແລ້ວ​ຄວາມ​ເຊື່ອ​ກໍ​ບໍ່​ມີ​ປ​ໂຍດ​ອັນ​ໃດ ແລະພຣະ​ສັນ​ຍາ​ກໍ​ເສັຽ​ປ​ໂຍດ​ເຫມືອນ​ກັນ 15 ເພາະ​ວ່າ​ພຣະ​ບັນ​ຍັດ​ເປັນ​ເຫດ​ໃຫ້​ມີ​ການ​ຊົງ​ພຣະ​ພິ​ໂຣດ ແຕ່​ບ່ອນ​ໃດ​ບໍ່​ມີ​ພຣະ​ບັນ​ຍັດ ບ່ອນນັ້ນ​ກໍ​ບໍ່​ມີ​ການ​ລ່ວງ​ລະ​ເມີດ​ພຣະ​ບັນ​ຍັດ 16 ເພາະ​ເຫດ​ນັ້ນ​ແຫລະ, ການ​ທີ່​ໄດ້​ຮັບ​ມໍ​ຣະ​ດົກ​ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມ​ເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະ​ຄຸນ ເພື່ອ​ພຣະ​ສັນ​ຍາ​ນັ້ນຈະ​ເປັນ​ທີ່​ໄວ້​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ທ່ານ​ທຸກ​ຄົນ ບໍ່​ໃຊ່​ແກ່​ຜູ້​ທີ່​ສືບ​ເຊື້ອ​ສາຍ​ທີ່ຖື​ພຣະ​ບັນ​ຍັດ​ພວກ​ດຽວ ແຕ່​ແກ່​ບັນ​ດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວ​ກັນ​ກັບ​ອັບ​ຣາ​ຮາມ ຜູ້​ເປັນ​ບິ​ດາ​ຂອງ​ເຮົາ​ທັງ​ຫມົດ 17 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ໃຫ້​ເຈົ້າ​ເປັນ​ບິ​ດາ​ຂອງມວນ​ປະ​ຊາ​ຊາດ” ຕັ້ງ​ໄວ້​ຈຳ​ເພາະ​ພຣະ​ພັກ​ພຣະ​ເຈົ້າ​ທີ່​ທ່ານໄດ້​ເຊື່ອ​ນັ້ນ ຄື​ພຣະ​ເຈົ້າ​ຜູ້​ຊົງ​ບັນ​ດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ມີ​ຊີ​ວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່​ມີ​ໃຫ້​ມີ​ຂຶ້ນ 18 ຝ່າຍ​ອັບ​ຣາ​ຮາມ​ນັ້ນ​ເມື່ອ​ບໍ່​ມີ​ຫວັງ​ທີ່​ຫນ້າໄວ້​ວາງ​ໃຈ​ແລ້ວ ກໍ​ຍັງ​ເຊື່ອ​ໄວ້​ວາງ​ໃຈ ມີ​ຄວາມ​ຫວັງ​ວ່າ​ຈະ​ເປັນ “ບິ​ດາ​ຂອງມວນ​ປະ​ຊາ​ຊາດ” ຕາມ​ຄຳ​ທີ່​ຊົງ​ກ່າວໄວ້​ແລ້ວ​ວ່າ, “ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ” 19 ຄວາມ​ເຊື່ອ​ຂອງ​ທ່ານບໍ່​ໄດ້​ລົດ​ນ້ອຍ​ຖອຍ​ລົງ​ເລີຍ ເຖິ​ງ​ແມ່ນ​ວ່າ​ອາ​ຍຸ​ສັງ​ຂານ​ຂອງ​ຕົນ​ໄດ້​ປະ​ມານ​ຮ້ອຍ​ປີ​ແລ້ວ​ກໍ​ຕາມ ທ່ານ​ກໍ​ບໍ່​ໄດ້​ຄຶດ​ວ່າ​ຮ່າງ​ກາຍ​ຂອງ​ຕົນ​ປຽບ​ເຫມືອນ​ກັບ​ຕາຍ​ແລ້ວ ແລະ​ບໍ່​ໄດ້​ຄຶດ​ວ່າ​ທ້ອງ​ຂອງ​ນາງ​ຊາ​ຣາ​ເປັນ​ຫມັນ 20 ທ່ານ​ບໍ່​ໄດ້​ສົງ​ສັຍ​ໃນ​ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແຕ່​ຄວາມ​ເຊື່ອ​ຂອງ​ທ່ານ​ໄດ້​ເພີ້ມ​ກຳ​ລັງ​ໃຫ້​ແຂງ​ແຮງ​ຂຶ້ນ ທ່ານ​ຈຶ່ງ​ໄດ້​ຖວາຍ​ກຽດ​ຕິ​ຍົດ​ແກ່​ພຣະ​ເຈົ້າ 21 ທ່ານ​ເຊື່ອ​ຫມັ້ນ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ອຳ​ນາດ ອາດ​ເຮັດ​ໃຫ້​ສຳ​ເຣັດ​ໄດ້​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້​ແລ້ວ 22 ດ້ວຍ​ເຫດ​ນີ້​ແຫລະ, ຄວາມ​ເຊື່ອ​ນັ້ນ “ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ” 23 ແຕ່​ຄຳ​ວ່າ, “ຊົງ​ຖື​ວາ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ” ນັ້ນ ກໍບໍ່ໄດ້​ຂຽນ​ໄວ້​ສຳ​ລັບ​ທ່ານ​ຜູ້​ດຽວ 24 ແຕ່​ສຳ​ລັບ​ເຮົາ​ທັງ​ຫລາຍ​ດ້ວຍ ຄື​ຈະ​ຊົງ​ຖື​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ພວກ​ເຮົາ ຄື​ເຮົາ​ທີ່​ເຊື່ອ​ໃນ​ພຣະ​ອົງ ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ 25 ຄື​ພຣະ​ເຢ​ຊູ​ຜູ້​ຊົງ​ຖືກມອບ​ໄວ້​ໃຫ້​ເຖິງ​ສິ້ນ​ພຣະ​ຊົນ​ແລ້ວ ເພາະ​ການ​ເຮັດ​ຜິດ​ຂອງ​ເຮົາ​ທັ​ງຫລາຍ​ແລະ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ເພື່​ອໃຫ້​ເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ

ໂຣມ 5

ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ

1 ເຫດ​ສັນ​ນັ້ນ​ເມື່ອ​ເຮົາ​ທັງ​ຫລາຍ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ເພາະ​ຄວາມ​ເຊື່ອ​ແລ້ວ ພວກ​ເຮົາ​ຈຶ່ງ​ມີ​ສັນ​ຕິ​ສຸກ​ກັບ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ 2 ໂດຍ​ທາງ​ພຣະ​ອົງ​ເຮົາ​ທັງ​ຫລາຍ​ຈຶ່ງ​ໄດ້​ຮັບ​ຄວາມ​ແນະ​ນຳ​ເຂົ້າ​ໄປ​ໃນ​ຮົ່ມ​ພຣະ​ຄຸນ ທີ່​ພວກ​ເຮົາ​ຢືນ​ຢູ່​ດ້ວຍ​ຄວາມ​ເຊື່ອ ແລະ​ພວກ​ເຮົາ​ຊົມ​ຊື່ນ​ຍິນ​ດີ ໃນ​ຄວາມ​ຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ 3 ຫລາຍກວ່າ​ນັ້ນ​ອີກ​ພວກ​ເຮົາກໍ​​ຊົມ​ຊື່ນ​ຍິນ​ດີໃນ​ຄວາມ​ຍາກ​ລຳ​ບາກ​ດ້ວຍ ເພາະ​ຮູ້​ແລ້ວ​ວ່າ​ຄວາມ​ຍາກ​ລຳ​ບາກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ອົດ​ທົນ 4 ແລະ​ຄວາມ​ອົດ​ທົນ​ນັ້ນ​ເຣັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ພຣະ​ເຈົ້າ​ຊົງ​ເຫັນ​ຊອບ ແລະ​ການ​ທີ່​ຊົງ​ເຫັນ​ຊອບ​ນັ້ນ​ເຮັດ​ໃຫ້​ມີ​ຄວາມ​ໄວ້​ວາງ​ໃຈ 5 ແລະ​ຄວາມ​ໄວ້​ວາງ​ໃຈ​ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສັຽ​ໃຈ​ເພາະ​ຜິດ​ຫວັງ ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ເປັ່ງ​ຄວາມ​ຮັກ​ຂອງ​ພຣະ​ຣ​ອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກ​ເຮົາ ດ້ວຍ​ທາງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ໃຫ້​ແກ່​ເຮົາ​ທັງ​ຫລາຍ​ແລ້ວ 6 ຂ​ນະ​ທີ່​ເຮົາ​ທັງ​ຫລາຍ​ຍັງ​ຂາດ​ກຳ​ລັງ ພຣະ​ຄຣິດ​ໄດ້​ຊົງ​ສິ້ນ​ພຣະ​ຊົນ​ເພື່ອ​ແທນ​ຄວາມ​ຊົ່ວ​ອະ​ທັມ​ຕາມ​ເວ​ລາອັນ​ເຫມາະ​ສົມ 7 ດ້ວຍ​ວ່າ​ບໍ່​ສູ້​ຈະ​ມີ​ໃຜ​ຍອມ​ຕາຍ​ແທນ​ຄົນ​ຊອບ​ທັມ ແຕ່​ບາງ​ທີ່​ອາດ​ຈະ​ມີ​ຄົນ​ກ້າ​ຕາຍ​ແທນ​ຄົນ​ດີ​ກໍ​ໄດ້​ 8 ແຕ່​ຝ່າຍ​ພຣະ​ເຈົ້າ​ຊົງ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ແກ່​ເຮົາ​ທັງ​ຫລາຍ ຄື​ຂ​ນະ​ທີ່​ພວກ​ເຮົາ​ຍັງ​ເປັນຄົນ​ຜິດບາບ​ຢູ່​ນັ້ນ ພຣະ​ຄຣິດ​ໄດ້​ຊົງ​ຍອມ​ສິ້ນ​ພຣະ​ຊົນ​ແທນ​ເຮົາ​ທັງ​ຫລາຍ 9 ເຫດ​ສັນ​ນັ້ນ​ເມື່ອ​ພວກ​ເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບ​ທັມ​ແລ້ວ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ ຫລາຍກວ່າ​ນັ້ນ​ອີກ​ເຮົາ​ທັງ​ຫລາຍ​ຈະ​ພົ້ນ​ຈາກ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ໂດຍ​ພຣະ​ອົງ 10 ດ້ວຍ​ວ່າ​ຖ້າ​ເມື່ອ​ເຮົາ​ທັງ​ຫລາຍຍັງ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ພວກ​ເຮົາ​ໄດ້​ກັບ​ຄືນ​ດີ​ກັບ​ພຣະ​ອົງ ໂດຍ​ທີ່​ພຣະ​ບຸດ​ຂອງ​ພຣະ​ອົງຊົງ​ສິ້ນ​ພຣະ​ຊົນ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ເມື່ອ​ເຮົາ​ທັງ​ຫລາຍ​ໄດ້​ກັບ​ຄືນ​ດີ​ແລ້ວ​ພວກ​ເຮົາ​ກໍ​ຈະ​ໄດ້​ພົ້ນ​ດ້ວຍ​ການ​ຊົງ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ 11 ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ເຮົາ​ທັງ​ຫລາຍ​ຍັງ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ເຈົ້າ ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງ​ຫລາຍ​ໄດ້​ກັບ​ຄືນ​ດີ​ກັບ​ພຣະ​ເຈົ້າ

ອາ​ດາມ​ກັບ​ພຣະ​ຄຣິດ

12 ເຫດ​ສັນ​ນັ້ນ​ຄວາມ​ຜິດ​ບາບ​ໄດ້​ເຂົ້າ​ມາ​ໃນໂລກເພາະ​ດ້ວຍ​ມະ​ນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍ​ໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດ​ບາບ​ນັ້ນ ຢ່າງ​ນັ້ນ​ແຫລະ, ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະ​ນຸດ​ທຸກ​ຄົນ ເພາະ​ວ່າ​ທຸກ​ຄົນ​ໄດ້​ເຮັດ​ບາບ​ແລ້ວ 13 ທີ່​ຈິງ, ຄວາມ​ຜິດ​ບາບ​ໄດ້​ມີ​ຢູ່​ໃນ​ໂລກ​ແລ້ວ​ກ່ອນ​ມີ​ພຣະ​ບັນ​ຍັດ ແຕ່​ວ່າ​ເມື່ອ​ບໍ່​ມີ​ພຣະ​ບັນ​ຍັດ​ກໍ​ບໍ່​ຖື​ວ່າ​ມີ​ຜິດ 14 ເຖິງ​ຢ່າງ​ໃດ​ກໍ​ດີ, ຄວາມ​ຕາຍ​ກໍ​ໄດ້​ຄອບງວຳ​ຕລອດ​ມາ ຕັ້ງ​ແຕ່​ອາ​ດາມ​ຈົນ​ເຖິງ​ໂມ​ເຊ ເຖິງ​ແມ່ນ​ວ່າ​ເຂົາ​ບໍ່​ໄດ້​ເຮັດ​ຜິດ​ບາບ​ເຫມືອນ​ຢ່າງ​ການ​ລະ​ເມີດ​ຂອງ​ອາ​ດາມ ຜູ້​ຊຶ່ງ​ເປັນ​ແບບ​ຫມາຍ​ເຖິງ​ພຣະ​ຜູ້​ທີ່​ຈະ​ສະ​ເດັດ​ມາ​ພາຍ​ຫລັງ​ນັ້ນ 15 ແຕ່​ວ່າ​ຂອງ​ປະ​ທານ​ທີ່​ມາ​ດ້ວຍ​ພຣະ​ຄຸນ​ນັ້ນ​ບໍ່​ເຫມືອນ​ຢ່າງ​ການ​ລະ​ເມີດ ເພາະ​ຖ້າ​ຄົນ​ຈໍາ​ນວນ​ຫລາຍ​ຕ້ອງ​ຕາຍ​ເພາະ​ການ​ລະ​ເມີດ​ຂອງ​ມະ​ນຸດ​ຄົນ​ດຽວ ຫລາຍກວ່າ​ນັ້ນ​ອີກ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ແລະ​ຂອງ​ປະ​ທານ​ທີ່​ມາ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຜູ້​ດຽວ ຄື​ພຣະ​ເຢ​ຊູ​ຄຣິດ ກໍ​ມີ​ບໍ​ຣິ​ບູນ​ແກ່​ຄົນ​ຈຳ​ນວນ​ຫລາຍ​ດ້ວຍ 16 ແລະ​ຂອງ​ປະ​ທານ​ນັ້ນ​ກໍ​ບໍ່​ເຫມືອນ​ກັບ​ຜົນ​ທີ່​ເກີດ​ຈາກ​ຄວາມ​ຜິດ​ບາບ​ຂອງ​ຄົນ​ນັ້ນ​ຜູ້​ດຽວ ເພາະ​ວ່າ​ການ​ຊົງ​ພິ​ພາກ​ສາ​ທີ່​ເກີດ​ຂຶ້ນ​ເນື່ອງ​ຈາກ​ການ​ລະ ເມີ​ດພຽງ​ເທື່ອ​ດຽວ ໄດ້​ນຳ​ໄປ​ສູ່​ການ​ລົງ​ໂທດ ແຕ່​ຂອ​ງ​ປະທານ​ນັ້ນ​ໄດ້​ມີ​ຂຶ້ນ​ພາຍ​ຫລັງ​ການ​ລະ​ເມີດ​ຫລາຍ​ເທື່ອ​ນັ້ນ​ນໍາ​ໄປ​ສູ່​ການ​ປົດ​ປ່ອຍ 17 ເພາະ​ຖ້າ​ການ​ລະ​ເມີດ​ຂອ​ງມະ​ນຸດ​ຄົນ​ດຽວ​ເປັນ​ເຫດ​ໃຫ້​ຄວາມ​ຕາຍ​ຄອບງວຳ​ເພາະ​ຄົນ​ຜູ້​ດຽວ​ນັ້ນ ຫລາຍກວ່າ​ນັ້ນ​ຄົນ​ຈຳ​ນວນ​ຫລາຍ​ທີ່​ຮັບ​ ພຣະ​ຄຸນ​ອັນ​ບໍ​ຣິ​ບູນ ແລະ​ຣັບ​ຄວາມ​ຊອບ​ທັມ​ຊຶ່ງ​ເປັນ​ຂອງ​ປະ​ທານ ກໍ​ຈະ​ຄຸ້ມ​ຄອງ​ຢູ່​ໃນ​ຊີ​ວິດ​ໂດຍ​ພຣະ​ອົງ​ຜູ້​ດຽວ ຄື​ພຣະ​ເຢ​ຊູ​ຄຣິດ 18 ເຫ​ດດັ່ງ​ນີ້​ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ໄດ້​ມາ​ເຖິງ​ຄົນ​ທັງ​ປວງ ເພາະ​ການ​ລະ​ເມີດ​ເທື່ອ​ດຽວ​ສັນ​ໃດ ການ​ຊົງ​ກະ​ທຳ​ອັນ​ຊອ​ບທັມເທື່ອ​ດຽວກໍ​ນຳ​ການ​ປົດ​ປ່ອຍ​ແລະ​ຊີ​ວິດ​ມາ​ເຖິງ​ຄົນ​ທັງ​ປວງ​ສັນ​ນັ້ນ 19 ດ້ວຍ​ວ່າ​ຄົນ​ຈຳ​ນວນ​ຫລາຍ​ຕົກ​ເປັນ​ຄົນ​ຜິດ​ບາບ​ເພາະ​ມະ​ນຸດ​ຄົນ​ດຽວ​ທີ່​ບໍ່​ເຊື່ອ​ຟັງ​ສັນ​ໃດ ຄົນ​ຈຳ​ນວນ​ຫລາຍ​ກໍ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ເພາະ​ພຣະ​ອົງ​ຜູ້​ດຽວ​ທີ່​ໄດ້​ຊົງ​ເຊື່ອ​ຟັງ​ສັນ​ນັ້ນ 20 ພຣະ​ບັນ​ຍັດ​ໄດ້​ມີ​ຂຶ້ນ​ກໍ​ເພື່ອ​ຄວາມ​ຜິດ​ຈະ​ໄດ້​ປາ​ກົດ​ຫລາຍ​ຂຶ້ນ ແຕ່​ທີ່​ໃດ​ມີ​ຄວາມ​ຜິດ​ບາບ​ປາ​ກົດ​ຫລາຍ​ຂຶ້ນ ພຣະ​ກະ​ຣຸ​ນາ​ຄຸນ​ກໍ​ຈະ​ມີ​ຫລາ​ຍລື່ນ​ຂຶ້ນ​ໃນ​ທີ່​ນັ້ນ 21 ເພື່ອ​ວ່າ​ຄວາມຜິດ​ບາບ​ໄດ້​ຄອບງວຳ​ໃຫ້​ເຖິງ​ ຄວາມ​ຕາຍ​ສັນ​ໃດ ພຣະ​ກະ​ຣຸ​ນາ​ຄຸນ​ກໍ​ຈະ​ໄດ້​ຄອບງວຳ​ດ້ວຍ​ຄວາມ​ຊອບ​ທັມ ໃຫ້​ເຖິງ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ອົງ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ສັນ​ນັ້ນ

ໂຣມ 6

ການ​ຕາຍ​ແກ່​ຄວາມ​ຜິດ​ບາບ​ແຕ່​ດຳ​ເນີນຊີ​ວິດ​ໃນ​ພຣະ​ຄຣິດ

1 ຖ້າ​ຢ່າງ​ນັ້ນ​ແລ້ວ​ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຄວນ​ທີ່​ເຮົາ​ທັງ​ຫລາຍ​ຈະ​ຢູ່​ໃນ​ຄວາມ​ຜິດ​ບາບ​ຕໍ່​ໄປ ເພື່ອ​ໃຫ້​ພຣະ​ຄຸນ​ມີ​ຫລາຍ​ຂຶ້ນ​ຫລື 2 ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກ​ເຮົາ​ຜູ້​ຕາຍ​ຕໍ່​ຄວາມ​ຜິດ​ບາບ​ແລ້ວ ຈະ​ດຳ​ເນີນ​ຊີ​ວິດ​ໃນ​ຄວາມ​ຜິດ​ບາບ​ຕໍ່​ໄປ​ໄດ້​ຢ່າງ​ໃດ 3 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ ພວກ​ເຮົາ​ທຸກ​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະ​ອົງ 4 ເຫດ​ສັນນັ້ນພວກ​ເຮົາ​ຈຶ່ງ​ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະ​ອົງ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ສ່ວນ​ໃນ​ການ​ສິ້ນ​ພຣະ​ຊົນ​ນັ້ນ ເພື່ອ​ວ່າ​ພຣະ​ຄຣິດ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ໂດຍ​ຣິດ​ເດດ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ບິດາ​ສັນ​ໃດ ເຮົາ​ທັງຫລາຍ​ກໍ​ຈະ​ໄດ້​ດຳ​ເນີນ​ຕາມ​ຊີ​ວິດ​​ໃຫມ່​ເຫມືອນ​ກັນ​ສັນ​ນັ້ນ 5 ເພາະ​ວ່າ​ຖ້າ​ເຮົາ​ທັງ​ຫລາຍ​ເຂົ້າ​ຕິດ​ສ​ນິດ​ກັບ​ພຣະ​ອົງແລ້ວ​ໃນ​ການ​ຕາຍ​ຢ່າງ​ພຣະ​ອົງ ເຮົາ​ກໍ​ຈະ​ເຂົ້າ​ສ​ນິດ​ກັບ​ພຣະ​ອົງ​ໃນ​ການ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ ຢ່າງ​ພຣະ​ອົງ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ 6 ເຮົາ​ທັງ​ຫລາຍ​ຮູ້​ສິ່ງ​ນີ້​ແລ້ວວ່າ ເພດ​ຄົນ​ເກົ່າ​ຂອງ​ພວກ​ເຮົາ​ນັ້ນ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະ​ອົງ​ແລ້ວ ເພື່ອ​ເພດ​ຄົນ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ຄວາມ​ຜິ​ດ​ບາບ​ນັ້ນ ຈະ​ໄດ້​ຖືກ​ທຳ​ລາຍ​ເສັຽ ແລະ​ພວກ​ເຮົາ​ຈຶ່ງ​ຈະ​ບໍ່​ໄດ້​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ​ອີກ​ຕໍ່​ໄປ 7 ດ້ວຍ​ວ່າ​ຜູ້​ທີ່​ຕາຍ​ໄປ​ແລ້ວ​ກໍ​ພົ້ນ​ຈາກ​ຄວາມ​ຜິດ​ບາບ 8 ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ຕາຍ​ແລ້ວ​ກັບ​ພຣະ​ຄຣິດ ພວກ​ເຮົາ​ເຊື່ອ​ວ່າ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ດ້ວຍ​ກັນ​ກັບ​ພຣະ​ອົງ 9 ເຮົາ​ທັ​ງ​ຫລາຍ​ຮູ້​ຢູ່​ວ່າ​ພຣະ​ຄຣິດ​ທີ່​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ​ນັ້ນ ຈະ​ບໍ່​ມີ​ການ​ສິ້ນ​ພຣະ​ຊົນ​ອີກ ຄວາມ​ຕາຍ​ກໍ​ຈະ​ບໍ່​ມີ​ອຳ​ນາດ​ບັງ​ຄັບ​ພຣະ​ອົງ​ຕໍ່​ໄປ 10 ດ້ວ​ຍ​ວ່າ​ທີ່​ພຣະ​ອົງ​ໄດ້​ຊົງ​ສິ້ນ​ພຣະ​ຊົນ​ກໍ​ສິ້ນ​ພຣະ​ຊົນ​ຕໍ່​ຄວາມ​ຜິດ​ບາບແຕ່​ເທື່ອດຽວ ແຕ່​ທີ່​ພຣະ​ອົງ​ຊົງ​ມີ​ພຣະ​ຊົນ​ຢູ່​ນັ້ນ​ພຣະ​ອົງ​ກໍ​ຊົງ​ມີ​ພຣະ​ຊົນ​ຢູ່​ເພື່ອ​ພຣະ​ເຈົ້າ 11 ເຫມືອນ​ກັນ​ນັ້ນ​ແຫລະ, ເຈົ້າ​ທັງ​ຫລາຍ​ຈົ່ງ​ຖື​ວ່າ​ພວກ​ເຈົ້າ​ໄດ້​ຕາຍ​ຕໍ່​ຄວາມ​ຜິດ​ບາບ​ແລ້ວ ແລະ​ມີ​ຊີ​ວິດ​ເພື່ອ​ພຣະ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ 12 ເຫດ​ສັນ​ນັ້ນ, ຕໍ່​ໄປ​ຢ່າ​ໃຫ້​ຄວາມ​ຜິດ​ບາບ​ປົກ​ຄອງ​ຮ່າງ​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ເຈົ້າ​ທັງ​ຫລາຍ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ເຊື່ອ​ຟັງ​ຕັນ​ຫາ​ຂອງ​ກາຍ​ນັ້ນ 13 ຢ່າ​ມອບອະ​ວັຍ​ວະ​ຂອງ​ພວກ​ເຈົ້າ​ໃຫ້​ແກ່​ຄວາມ​ຜິດ​ບາບ​ຕໍ່​ໄປ ເພື່​ອ​ໃຫ້​ເປັນ​ເຄື່ອງ​ໃຊ້​ໃນ​ການ​ອະ​ທັມ ແຕ່​ຈົ່ງ​ມອບ​ຕົວ​ຂອງ​ເຈົ້າ​ຖວາຍ​ແກ່​ພຣະ​ເຈົ້າ​ເປັນ​ການ​ສິ້ນ​ສຸດ ເຫມືອນ​ກັບ​ບຸກ​ຄົນ​ທີ່​ເປັນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ​ແລ້ວ ແລະ​ຈົ່ງ​ມອບ​ອະ​ວັຍ​ວະ​ຂອງ​ເຈົ້າ​ຖວາຍ​ແກ່​ພຣະ​ເຈົ້າ​ເປັນ​ການ​ສິ້ນ​ສຸດ ເພື່ອ​ເປັນ​ເຄື່ອງ​ໃຊ້​ໃນ​ການ​ຊອບ​ທັມ​ຕໍ່​ໄປ 14 ດ້ວຍ​ວ່າ​ຕໍ່​ໄປ​ຄວາມ​ຜິດ​ບາບ​ຈະ​ບໍ່​ບັງ​ຄັບ​ພວກ​ເຈົ້າ​ອີກ ເພາະ​ວ່າ​ເຈົ້າ​ທັງ​ຫລາຍບໍ່​ໄດ້​ຢູ່​ໃຕ້​ພຣະ​ບັນ​ຍັດ​ແຕ່​ຢູ່​ໃຕ້​ພຣະ​ຄຸນ

ຂ້ອຍຂ້າຂອງຄວາມຊອບທັມ

15 ຖ້າ​ດັ່ງ​ນັ້ນ​ແລ້ວ, ຈະ​ເປັນ​ຢ່າງ​ໃດ​ຕໍ່​ໄປ ພວກ​ເຈົາ​ຈະ​ພາ​ກັນ​ເຮັດ​ຜິດ​ບາບ ເພາະ​ບໍ່​ຢູ່ໃຕ້​ພຣະ​ບັນ​ຍັດ​ແຕ່​ຢູ່​ໃຕ້​ພຣະ​ຄຸນ​ຢ່າງ​ນັ້ນ​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ 16 ເຈົ້າ​ທັ​ງຫລາຍ​ບໍ່​ຮູ້​ຫລື​ວ່າ ຖ້າ​ພວກ​ເຈົ້າ​ເຄີຍມອບ​ຕົວ​ເຈົ້າ​ຮັບ​ໃຊ້​ເຊື່ອ​ຟັງ​ຜູ້​ໃດເຈົ້າ​ກໍ​ເປັນ​ຂ້ອຍຂອງ ຜູ້​ທີ່​ເຈົ້າ​ເຊື່ອ​ຟັງ​ນັ້ນ ຄື​ເປັນ​ຂ້ອຍ​ຂອງ​ຄວາມ​ຜິດ​ບາບ​ທີ່ນໍາ​ໄປ​ສູ່​ຄວາມ​ຕາຍ ຫລື​ເປັນ​ຂ້ອຍ​ຂ້າ​ຂອງ​ການ​ເຊື່ອ​ຟັງ​ຈົນ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ກໍ​ດີ 17 ແຕ່​ວ່າ​ຈົ່ງ​ໂມທະ​ນາ​ພຣະ​ຄຸນ​ຕໍ່​ພຣະ​ເຈົ້າ ເພາະ​ເມື່ອ​ກ່ອນ​ນັ້ນ​ເຈົ້າ​ທັ​ງ​ຫລາຍ​ເຄີຍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ ແຕ່​ບັດ​ນີ້​ພວກ​ເຈົ້າ​ມີ​ໃຈ​ເຊື່ອ​ຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄຸ້ມ​ຄ​ອງ​ພວກ​ເຈົ້າ 18 ເມື່ອ​ພວກ​ເຈົາ​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄວາມ​ຜິດ​ບາບ​ແລ້ວ ພວກ​ເຈົ້າ​ໄດ້​ກັບ​ມາ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊອບ​ທັມ 19 (ເຮົາ​ຍົກ​ເອົາ​ຕົວ​ຢ່າງ​ມະ​ນຸດ​ມາ​ກ່າວ ເພາະ​ເຫດ​ຄວາມ​ບົກ​ພ່ອງ​ຢ່າງ​ມະ​ນຸດ​ທຳ​ມະ​ດາ​ຂອງ​ພວກ​ເຈົ້າ) ເພາະ​ເຈົ້າ​ເຄີຍມອບ​ອະ​ວັຍ​ວະ​ຂອງ​ພວກ​ເຈົ້າ ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊົ່ວ​ມົວ​ຫມອງ​ແລະ​ການ​ອະ​ທັມ ເພື່ອ​ເຮັດ​ການ​ອະ​ທັມ​ສັນ​ໃດ ບັດ​ນີ້​ເຈົ້າ​ທັງ​ຫລາຍ​ຈົ່ງ​ມອບ​ອະ​ວັຍ​ວະ​ຂອງ​ພວກ​ເຈົ້າ​ໃຫ້​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຊອບ​ທັມ​ເປັນ​ການ​ສິ້ນ​ສຸດ ເພື່ອ​ໃຫ້​ເຖິງ​ການ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ສັນ​ນັ້ນ 20 ເມື່ອ​ເຈົ້າ​ທັງ​ຫລາຍ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດ​ບາບ​ຢູ່​ນັ້ນ ຄວາມ​ຊອບ​ທັມ​ກໍ​ບໍ່​ໄດ້​ຄຸ້ມ​ຄອງ​ພວກ​ເຈົ້າ 21 ຂ​ນະ​ນັ້ນ​ພວກ​ເຈົ້າ​ໄດ້​ປ​ໂຍດ​ອັນ​ໃດ​ໃນ​ການ​ເຫລົ່າ​ນັ້ນ​ຊຶ່ງ​ບັດ​ນີ້​ພວກ​ເຈົ້າ​ກໍ​ລະ​ອາຍ ດ້ວຍ​ວ່າ​ຜົນ​ສຸດ​ທ້າຍ​ຂອງ​ການ​ເຫລົ່າ​ນັ້ນ​ກໍ​ຄື​ຄວາມ​ຕາຍ 22 ແຕ່​ບັດ​ນີ້​ເຈົ້າ​ທັງ​ຫລາຍ ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາ​ກການ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ຜິດບາບ ແລະ​ກັບ​ມາ​ເປັນ​ຂ້ອຍ​ຂ້າ​ຂອງ​ພຣະ​ເຈົ້າ​ແລ້ວ ຜົນ​ຕອບ​ແທນ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ນັ້ນ​ຄື​ໃຈ​ບໍ​ຣິ​ສຸດ ແລະ​ຜົນ​ສຸດ​ທ້າຍ​ກໍ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 23 ດ້ວຍ​ວ່າ​ຄ່າ​ຈ້າງ​ຂອງ​ຄວາມ​ຜິດ​ບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະ​ຣາ​ຊ​ທານ​ອັນ​ໂຜດ​ມາ​ແຕ່​ພຣະ​ເຈົ້າ ກໍ​ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໃນ​ພຣະ​ຄຣິດ ຄື​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາ

ໂຣມ 7

ຍົກ​ເຣື່ອງ​ການ​ແຕ່ງ​ງານ​ມາ​ເປັນ​ຂໍ້​ປຽບ​ທຽບ

1 ພວກ​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຈົ້າ​ບໍ່​ຮູ້​ຫລື​ (ເຮົາ​ກຳ​ລັງ​ເວົ້າ​ກັບ​ຄົນ​ທີ່​ຮູ້​ຈັກ​ກົດ​ລະ​ບຽບ​ແລ້ວ) ວ່າ​ກົດ​ຫມາຍ​ອັນ​ໃດ​ມີ​ອຳ​ນາດ​ເຫນືອ​ມະ​ນຸດ ກໍ​ໃນ​ຂ​ນະ​ທີ່​ເຂົາ​ຍັງ​ມີ​ຊີ​ວິດ​ຢູ່​ເທົ່າ​ນັ້ນ 2 ເປັນ​ຕົ້ນ​ວ່າ​ຜູ້​ຍິງ​ທີ່​ຜົວ​ຍັງ​ມີ​ຊີ​ວິດ​ຢູ່​ນັ້ນ​ຕ້ອງ​ຢູ່​ໃນ​ກົດ​ລະ​ບຽບ​ຜົວ​ເມັຽ ແຕ່​ຖ້າ​ຜົວ​ຕາຍ​ຍິງ​ນັ້ນ​ກໍ​ພົ້ນ​ຈາກ​ກົດ​ອັນ​ນັ້ນ 3 ສັນ​ນັ້ນ​ຖ້າ​ຍິງ​ນັ້ນ​ຍອມ​ເປັນ​ຂອງ​ຊາຍ​ອື່ນ​ໃນ​ເມື່ອ​ຜົວ​ຍັງ​ມີ​ຊີ​ວິດ​ຢູ່ ຍິງ​ນັ້ນ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນ​ຊູ້ ແຕ່ຖ້າ​ຜົວ​ຕາຍ​ແລ້ວ​ຍິງ​ນັ້ນ​ກໍ​ພົ້ນ​ຈາກ​ກົດ​ລະ​ບຽບ​ຜົວ​ເມັຽ ຖ້າ​ແມ່ນ​ຍິງ​ນັ້ນ​ໄປ​ເປັນ​ຂອງ​ຊາຍ​ອື່ນ​ກໍ​ບໍ່​ມີ​ຜິດ​ໃນ​ຖານ​ຫລິ້ນ​ຊູ້​ 4 ຢ່າງ​ນັ້ນ​ແຫລະ, ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ພວກ​ເຈົ້າ​ໄດ້​ຕາຍ​ຈາກ​ພຣະ​ບັນ​ຍັດ​ເຫມືອນ​ກັນ ໂດຍ​ທາງ​ພຣະ​ກາຍ​ຂອງ​ພຣະ​ຄຣິດ ເພື່ອ​ເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະ​ອົງ​ຜູ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ ເພື່ອ​ພວກ​ເຮົາ​ຈະ​ໄດ້​ເກີດ​ຜົນ​ຖວາຍ​ແກ່​ພຣະ​ເຈົ້າ 5 ເພາະ​ວ່າ​ເມື່ອ​ພວກ​ເຮົາ​ດຳ​ເນີນ​ຊີ​ວິດ​ຢູ່​ຕາມ​ຢ່າງ​ມະ​ນຸດ ຕັນ​ຫາ​ຊົ່ວ​ທີ່​ປາ​ກົດ​ໂດຍ​ທາງ​ພຣະ​ບັນ​ຍັດ​ນັ້ນ​ໄດ້​ເຮັດ​ໃຫ້​ອະ​ວັຍ​ວະ​ຂອງ​ເຮົາ​ເກີດ​ຜົນ​ນຳ​ໄປ​ສູ່​ຄວາມ​ຕາຍ 6 ແຕ່​ວ່າ​ບັນ​​ນີ້​ເຮົາ​ທັງ​ຫລາຍ​ໄດ້​ພົ້ນ​ຈາກ​ພຣະ​ບັນ​ຍັດ​ແລ້ວ ຄື​ໄດ້​ຕາຍ​ຈາກ​ສິ່ງ​ທີ່​ເຄີຍ​ຜູກ​ມັດ​ເຮົາ​ໄວ້​ເມື່ອ​ກ່ອນ​ນັ້ນ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ບໍ່​ໄດ້​ບົວ​ລະ​ບັດ​ຕາມ​ຢ່າງ​ເກົ່າ ຄື​ຕາມ​ຕົວ​ອັກ​ສອນ​ໃນ​ພຣະ​ບັນ​ຍັດ ແຕາ​ຈະ​ໄດ້​ບົວ​ລະ​ບັດ​ຕາມ​ຢ່າງ​ໃຫມ່ ຄື​ຕາມ​ລັກ​ສະ​ນະ​ພຣະ​ວິນ​ຍານ​

ເຣື່ອງ​ພຣະ​ບັນ​ຍັດ​ແລະ​ຄວາມ​ຜິດ​ບາບ

7 ຖ້າ​ຢ່າງ​ນັ້ນ​ແລ້ວ​ເຮົາ​ຈະ​ວ່າ​ຢ່າງ​ໃດ ພຣະ​ບັນ​ຍັດ​ນັ້ນ​ຄື​ບາບ​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ຖ້າ​ພຣະ​ບັນ​ຍັດ​ບໍ່​ໄດ້​ບົ່ງ​ໄວ້ ເຮົາ​ກໍ​ຄົງ​ບໍ່​ໄດ້ຮູ້​ວ່າ​ອັນ​ໃດ​ເປັນ​ຄວາມ​ຜິດ​ບາບ ເພາະ​ວ່າ​ຖ້າ​ພຣະ​ບັນ​ຍັດ​ບໍ່​ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ຄົງ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ 8 ແຕ່​ວ່າ​ຄວາມ​ຜິດ​ບາບ​ໄດ້​ຖື​ເອົາ​ຂໍ້​ພຣະ​ບັນ​ຍັດ​ເປັນ​ຊ່ອງ​ທາງ​ເຮັດ​ໃຫ້​ຕັນ​ຫາ​ຊົ່ວ​ທຸກ​ຢ່າງ​ເກີດ​ຂຶ້ນ​ໃນ​ຕົວ​ເຮົາ ເພາະ​ວ່າ​ຖ້າ​ບໍ່​ມີ​ພຣະ​ບັນ​ຍັດ ຄວາມ​ຜິດ​ບາບ​ກໍ​ຕາຍ​ເສັຽ​ແລ້ວ 9 ເມື່ອ​ກ່ອນ​ນັ້ນເຮົາ​ກໍ​ດຳ​ເນີນ​ຊີ​ວິດ​ຢູ່​ໂດຍ​ບໍ່​ມີ​ພຣະ​ບັນ​ຍັດ ແຕ່​ເມື່ອ​ມີ​ພຣະ​ບັນ​ຍັດ​ແລ້ວ​ຄວາມ​ຜິດ​ບາບ​ກໍ​ເກີດ​ຂຶ້ນ 10 ແລະ​ເຮົາ​ກໍ​ຕາຍ ພຣະ​ບັນ​ຍັດ​ຊຶ່ງ​ຊົງ​ປະ​ທານ​ເພື່ອ​ໃຫ້​ມີ​ຊີ​ວິດ​ນັ້ນ ກໍ​ປາ​ກົດ​ແລ້ວ​ວ່າ​ເປັນ​ເຫດ​ໃຫ້​ເຮົາ​ຕ້ອງ​ຕາຍ 11 ເພາະ​ວ່າ​ຄວາມ​ຜິດ​ບາບໄດ້​ຖື​ເອົາ​ພຣະ​ບັນ​ບັດ​ເປັນ​ຊ່ອງ​ທາງ​ລໍ້​ລວງ​ເຮົາ ແລະ​ຂ້າ​ໃຫ້​ເຮົາ​ຕາຍ​ດ້ວຍ​ພຣະ​ບັນ​ຍັດ​ນັ້ນ 12 ດ້ວຍ​ເຫດ​ນັ້ນ​ພຣະ​ບັນ​ຍັດ​ຈຶ່ງ​ເປັນ​ສິ່ງ​ສັ​ກ​ສິດ ແລະ​ຂໍ້​ບັນ​ຍັດ​ກໍ​ສັກ​ສິດ​ທັງ​ຍຸດ​ຕິ​ທັມ​ແລະ​ດີ​ງາມ 13 ຖ້າ​ຢ່າງ​ນັ້ນ​ແລ້ວ​ສິ່ງ​ອັນ​ດີ​ໄດ້​ນຳ​ຄວາມ​ຕາຍ​ມາ​ໃຫ້​ເຮົາ​ຫລື ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດ​ບາບ​ນັ້ນ​ແຫລະ, ຄື​ບາບ​ທີ່​ອາ​ໄສ​ສິ່ງ​ດີ​ໄດ້​ນຳ​ຄວາມ​ຕາຍ​ມາ​ໃຫ້​ເຮົາ ເພື່ອ​ໃຫ້​ປາ​ກົດ​ວ່າ​ຄວາມ​ຜິດ​ບາບ​ນັ້ນ​ເປັນ​ຜິດ​ບາບ​ອັນ​ແທ້​ຈິງ ແລະ​ດ້ວຍ​ອາ​ໄສ​ພຣະ​ບັນ​ຍັດ​ນັ້ນ​ຄວາມ​ຜິດ​ບາບ​ຈຶ່ງ​ໄດ້​ປາ​ກົດ​ວ່າ​ຊົ່ວ​ຮ້າຍ​ເຫລືອເກີນ​

ເຣື່ອງ​ທຳ​ມະ​ດາ​ສອງ​ຢ່າງ​ຂອງ​ມະ​ນຸດ

14 ພວກ​ເຮົາຮູ້​ແລ້ວ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ເປັນ​ມາ​ໂດຍ​ຝ່າຍ​ພຣະ​ວິນ​ຍານ ແຕ່​ວ່າ​ເຮົາ​ນີ້​ເປັນ​ແຕ່​ມະ​ນຸດ​ທຳ​ມະ​ດາ​ຊຶ່ງ​ຖືກ​ຂາຍ​ໄວ້​ໃຫ້​ຢູ່​ໃຕ້​ຄວາມ​ຜິດ​ບາບ 15 ເຮົາ​ບໍ່​ເຂົ້າ​ໃຈ​ການ​ທີ່​ເຮົາ​ເຄີຍ​ເຮັດ​ຢູ່ ເພາະ​ວ່າ​ເຮົາ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ປາຖ​ນາ ແຕ່​ເຮົາ​ກັບ​ໄປ​ເຮັດ​ສິ່ງ​ທີ່​ເຮົາ​ກຽດ​ຊັງ​ນັ້ນ 16 ບັດ​ນີ້​ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ປາ​ຖ​ນາ​ນັ້ນ ເຮົາ​ຍອມ​ຮັບ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ດີ 17 ສັນ​ນັ້ນ​ຈຶ່ງ​ບໍ່​ແມ່ນ​ເຮົາ​ເປັນ​ຜູ້​ເຮັດ ແຕ່​ແມ່ນ​ຄວາມ​ຜິດ​ບາບ​ທີ່​ອາ​ໄສ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ 18 ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ​ກໍ​ມີ​ຢູ່ ແຕ່​ທີ່​ຈະ​ເຮັດ​ການ​ດີ​ນັ້ນ​ເຮົາ​ບໍ່​ໄດ້​ເຮັດ 19 ດ້ວຍ​ວ່າ​ການ​ດີ​ຊຶ່ງ​ເຮົາ​ປາ​ຖ​ນາ​ນັ້ນ ເຮົາ​ບໍ່​ໄດ້​ເຮັດ ແຕ່​ການ​ຊົ່ວ​​ທີ່​ເຮົາບໍ່​ປາ​ຖ​ນາ​ເຮັດ ເຮົາ​ກໍ​ຍັງ​ເຮັດ​ຢູ່ 20 ຖ້າ​ແມ່ນ​ເຮົາ​ຍັງ​ເຮັດ​ສິ່ງ​ທີ່​ເຮົາ​ບໍ່​ປາ​ຖ​ນາ​ຈະ​ເຮັດ​ນັ້ນ ກໍ​ບໍ່​ແມ່ນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ ແຕ່ແມ່ນ​ຄວາມ​ຜິດ​ບາບ​ທີ່​ອາ​ໄສ​ຢູ່​ໃນ​ຕົວ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ 21 ດັ່ງ​ນັ້ນ​ເຮົາ​ຈຶ່ງ​ເຫັນ​ວ່າ​ເປັນ​ກົດ​ທຳ​ມະ​ດາ​ຢ່າງ​ນຶ່ງ ຄື​ເມື່ອ​ໃດ​ເຮົາ​ຕັ້ງ​ໃຈ​ຈະ​ເຮັດ​ການ​ດີ​ຄວາມ​ຊົ່ວ​ກໍ​ມາ​ຕັນ​ເຮົາ 22 ເພາະ​ວ່າ​ສ່ວນ​ເລິກ​ໃນ​ໃຈ​ຂອງ​ເຮົາ​ນັ້ນ ກໍ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ 23 ແຕ່​ເຮົາ​ເຫັນ​ກົດ​ອີກ​ຢ່າງ​ນຶ່ງ​ມີ​ຢູ່​ໃນ​ອະ​ວັຍ​ວະ​ຂອງ​ເຮົາ​ຊຶ່ງ​ຕໍ່​ສູ້​ກັບ​ກົດ​ແຫ່ງ​ຈິດ​ໃຈ​ຂອງ​ເຮົາ ແລະ​ຜູກ​ເຮົາ​ໄວ້​ໃຕ້​ບັງ​ຄັບ​ກົດ​ແຫ່ງ​ຄວາມ​ຜິດ​ບາບ​ຊຶ່ງ​ຢູ່​ໃນ​ອະ​ວັຍ​ວະ​ຂອງ​ເຮົາ 24 ໂອ, ເຮົາ​ນີ້​ຊ່າງ​ເປັນ​ຄົນ​ທຸກ​ຍາກ​ເຂັນ​ໃຈ​ແທ້​ຫນໍ ໃຜ​ແດ່​ຈະ​ຊ່ອຍ​ເຮົາ​ໃຫ້​ພົ້ນ​ຈາກ​ຮ່າງ​ກາຍ​ທີ່​ຕ້ອງ​ຕາຍ​ນີ້ 25 ເຮົາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ເຢ​ຊູຄຣິດ​ເຈົ້າ​ຂອງ​ເຮົາ​ທັ​ງຫລາຍ ເຫດ​ດັ່ງ​ນີ້​ທາງ​ດ້ານ​ຈິດ​ໃຈ​ເຮົາ​ກໍ​ຍອມ​ຮັບ​ໃຊ້​ຕາມ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແຕ່​ດ້ານ​ຮ່າງ​ກາຍ​ຂອງ​ເຮົາ​ກໍ​ເປັນ​ຂ້ອຍ​ຂ້າ​ຢູ່​ໃຕ້​ກົດ​ແຫ່ງ​ຄວາມ​ຜິດ​ບາບ

ໂຣມ 8

ຊີ​ວິດ​ຝ່າຍ​ພຣະ​ວິ​ນ​ຍານ

1 ບັດ​ນີ້​ການ​ລົງ​ໂທດ​ຈຶ່ງ​ບໍ່​ແມ່​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ 2 ເພາະ​ວ່າ​ກົດ​ຂອງ​ພຣະ​ວິ​ນ​ຍານ​ອັນ​ເຮັດ​ໃຫ້​ມີ​ຊີ​ວິດ​ໃນ​ພຣະ​ເຢ​ຊູ​ຄຣິດ​ນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ພົ້ນ​ຈາກ​ກົດ​ຂອງ​ຄວາມ​ຜິດ​ບາບ​ແລະ​ຄວາມ​ຕາຍ 3 ດ້ວຍ​ວ່າ​ສິ່ງ​ທີ່​ພຣະ​ບັນ​ຍັດ​ເຮັດ​ບໍ່​ໄດ້​ເພາະ​ເນື້ອ​ກາຍ​ເຮັດ​ໃຫ້​ອ່ອນ​ກຳ​ລັງ​ເສັຽ ພຣະ​ເຈົ້າ​ກໍ​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ໃນ​ສະ​ພາບ​ເຫມືອນ​ເນື້ອ​ກາຍ​ທີ່​ຜິດ​ບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດ​ບາບ ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ລົງ​ໂທດ​ບາບ​ໃນ​ເນື້​ອກາຍ​ນັ້ນ​ 4 ເພື່ອ​ໃຫ້​ຂໍ້​ຄຳ​ສັ່ງ​ອັນ​ຍຸດ​ຕິ​ທັມ​ຂອງ​ພຣະ​ບັນ​ຍັດ​ສຳ​ເຣັດ​ໃນ​ຕົວ​ພວກ​ເຮົາ ທີ່​ບໍ່​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ມະ​ນຸດ​ແຕ່​ຕາມ​ຝ່າຍ​ພຣະ​ວິນ​ຍານ 5 ເພາະ​ວ່າ​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ມະ​ນຸດ​ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ມະ​ນຸດ ແຕ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ພຣະ​ວິນ​ຍານ​ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ພຣະ​ວິນ​ຍານ 6 ດ້ວຍ​ວ່າ​ການ​ໃສ່​ໃຈ​ຢູ່​ກັບ​ຝ່າຍ​ມະ​ນຸດ​ນັ້ນ​ກໍ​ຄື​ຄວາມ​ຕາຍ ແລະ​ການ​ໃສ່​ໃຈ​ກັບ​ຝ່າຍ​ພຣະ​ວິນ​ຍານ​ນັ້ນກໍ​ຄື​ຊີ​ວິດ​ແລະ​ສັນ​ຕິສຸກ 7 ເຫດ​ວ່າກນ​ທີ່​ໃສ່​ໃຈ​ກັບ​ຝ່າຍ​ມະ​ນຸດ​ນັ້ນ​ກໍ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ບັງ​ຄັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ​ທີ່​ຈິງ, ຈະ​ຢູ່​ໃຕ້​ບັງ​ຄັບພຣະ​ບັນ​ຍັດ​ນັ້ນ​ກໍ​ບໍ່​ໄດ້ 8 ແລະ​ຄົນ​ທັງ​ຫລາຍ​ທີ່​ຢູ່​ຝ່າຍ​ມະ​ນຸດ​ຈະ​ເປັນ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ກໍ​ບໍ່​ໄດ້ 9 ອັນ​ນຶ່ງ, ຖ້າ​ແມ່ນ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ໃນ​ເຈົ້າ​ທັງ​ຫລາຍ​ຢ່າງ​ແທ້​ຈິງ​ແລ້ວ ພວ​ກ​ເຈົ້າ​ກໍ​ບໍ່​ຢູ່​ຝ່າຍ​ມະ​ນຸດ​ແຕ່​ຢູ່​ຝ່າຍ​ພຣະ​ວິນ​ຍານ ແຕ່​ຖ້າ​ຜູ້​ໃດ​ບໍ່​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​

ຄຣິດ ຜູ້​ນັ້ນ​ກໍ​ບໍ່​ເປັນ​ຂອງ​ພຣະ​ອົງ

10 ແຕ່​ຖ້າ​ພຣະ​ຄຣິດ​ຊົງ​ຢູ່​ໃນ​ເຈົ້າ​ທັ​ງຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ​ເນື້ອ​ຕົວ​ຂອງ​ພວກ​ເຈົ້າ​ຕາຍ​ແລ້ວ​ເພາະ​ຄວາມ​ຜິດ​ບາບ ແຕ່​ວິນ​ຍານ​ຂອງ​ເຈົ້າ​ກໍ​ມີ​ຊີ​ວິດ​ຢູ່​ເພາະ​ຄວາມ​ຊອບ​ທັມ 11 ຖ້າ​ພຣະ​ວິນຍານ​ຂອງ​ພຣະ​ອົງ ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຊົງ​ຄືນ​ພຣະ​ຊົນ​ນັ້ນ ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ ພຣະ​ອົງ​ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ຊົງ​ຄືນ​ພຣະ​ຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນ​ດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກ​ເຈົ້າ​ຄືນ​ມີ​ຊີວິດໃຫມ່ ດ້ວຍ​ຣິດ​ແຫ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ທີ່​ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ 12 ເຫດ​ດັ່ງ​ນັ້ນ​ພີ່​ນ້ອງ​ທັງ​ຫລາຍ​ອີຍ, ພວກ​ເຮົາ​ໄດ້​ເປັນ​ຫນີ້ ແຕ່​ບໍ່​ແມ່ນ​ຫນີ້​ໃນ​ທາງເນື້ອ​ກາຍ​ຊຶ່ງ​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ມະ​ນຸດນັ້ນ 13 ເພາະ​ຖ້າ​ເຈົ້າ​ທັງ​ຫລາຍ​ດຳ​ເນີນ​ຊີ​ວິດ​ຕາມ​ຝ່າຍ​ເນື້ອ​ກາຍ ພວກ​ເຈົ້າ​ຄົງ​ຈະ​ຕາຍ ແຕ່​ຖ້າ​ໂດຍ​ຣິດ​ພຣະ​ວິ​ນ​ຍານ​ພວກ​ເຈົ້າ​ໄດ້​ທຳ​ລາຍ​ການ​ຂອງ​ຝ່າຍ​ເນື້ອ​ກາຍ​ເສັຽ ເຈົ້າ​ຄົງ​ຈະ​ມີ​ຊີ​ວິດ​ຢູ່ 14 ເພາະ​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ນຳ​ພາຜູ້​ໃດ ຜູ້​ນັ້ນ​ແຫລະ, ເປັນ​ບຸດ​ຂອ​ງ​ພຣະ​ເຈົ້າ 15 ເຫດ​ວ່າ​ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຮັບ​ວິນ​ຍານ​ທີ່​ໃຫ້​ມີ​ນິ​ສັຍ​ຢ່າງ​ຂ້ອຍ​ຂ້າ ຊຶ່ງ​ນຳ​ເຖິງ​ຄວາ​ມ​ຢ້ານ​ກົວ​ອີກ ແຕ່​ພວກ​ເຈົ້າ​ໄດ້​ຮັບ​ພຣະ​ວິ​ນຍານ​ຜູ້​ຊົງ​ໃຫ້​ເປັນ​ບຸດ​ຂອງ​ພຣະ​ເຈົ້າ ທີ່​ໃຫ້​ເຮົາ​ທັງ​ຫລາຍ​ຮ້ອງ​ເອີ້ນ​ພຣະ​ເຈົ້າ​ວ່າ, “ອັບ​ບາ” ຄື​ພຣະ​ບິ​ດາ 16 ຝ່າຍ​ພຣະ​ວິນ​ຍານ​ນັ້ນ​ຊົງ​ຮ່ວມ​ເປັນ​ພຍານ​ກັບ​ວິນ​ຍານ​ຂອງ​ເຮົາ​ທັ​ງ​ຫລາຍ​ວ່າ ພວກ​ເຮົາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ 17 ແລະ​ຖ້າ​ເຮົາ​ທັງ​ຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະ​ດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຈາກ​ພຣະ​ເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍ​ຣະ​ດົກ​ກັບ​ພຣະ​ຄຣິດ ຖ້າ​ແມ່ນ​ເຮົາ​ທັງ​ຫລາຍ​ໄດ້​ທົນ​ທຸກ​ທໍ​ຣະ​ມານ​ດ້ວຍ​ກັນ​ກັບ​ພຣະ​ອົງ​ນັ້ນ ພວກ​ເຮົາ​ກໍ​ຈະ​ໄດ້​ຮັບ​ສະ​ງ່າ​ຣາ​ສີ​ກັບ​ພຣະ​ອົງ​ເຫມືອນ​ກັນ

ຄວາມສະງ່າຣາສີທີ່ຈະມີມາໃນພາຍໜ້າ

18 ເພາະ​ເຮົາ​ເຫັນ​ວ່າ​ຄວາມ​ທຸກ​ລຳ​ບາກ​ໃນ​ສະ​ໄຫມ​ປັດ​ຈຸ​ບັນ ບໍ່​ສົມ​ຄວນ​ທີ່​ຈະ​ເອົາ​ປຽບ​ກັບ​ສະ​ງ່າ​ຣາ​ສີ​ທີ່​ຈະ​ເຜີຍ​ໃຫ້​ເຮົາ​ທັງ​ຫລາຍ​ເຫັນ 19 ດ້ວຍ​ວ່າ​ສັ​ພ​ສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍ​ຖ້າ​ປາ​ຖ​ນາ​ໃຫ້​ບຸດ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ​ປາ​ກົດ 20 ເພາະ​ວ່າສັ​ພ​ສິ່ງ​ເຫລົ່າ​ນັ້ນ​ໄດ້​ຕົກ​ຢູ່​ໃຕ້​ອຳ​ນາດ​ຂອງ​ອະ​ນິດ​ຈັງ ບໍ່​ໃຊ່​ຕາມ​ໃຈ​ຊອບ​ຂອງ​ມັນ​ເອງ ແຕ່​ວ່າ​ເປັນ​ໄປ​ຕາມ​ທີ່​ພຣະ​ເຈົ້າ​ຊົງ​ໃຫ້​ມັນ​ຕົກ​ຢູ່​ນັ້ນ ດ້ວຍ​ມີ​ຄວາມ​ຫວັງ​ໃຈ​ວ່າ, 21 “ສັ​ພ​ສິ່ງ​ເຫລົ່າ​ນັ້ນ​ຈະ​ໄດ້​ພົ້ນ​ຈາກ​ອຳ​ນາດ​ຂອງ​ຄວາມ​ເສື່ອມ​ສູນ ແລະ​ຈະ​ໄດ້​ເຂົ້າ​ໃນ​ເສ​ຣີ​ພາບ​ອັນ​ຮຸ່ງ​ເຮືອງ​ແຫ່ງ​ບຸດ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ 22 ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ສັ​ພ​ສິ່ງ​ທີ່​ຊົງ​ສ້າງ​ມາ​ນັ້ນ ກໍ​ກຳ​ລັງ​ໂອ່ຍ​ຄາງ​ແລະ​ເປັນທຸກ​ເຈັບ​ປວດ​ດ້ວຍ​ກັນ​ມາ​ຈົນ​ທຸກວັນ​ນີ້​ 23 ແລະ​ບໍ່​ໃຊ່​ແຕ່​ເທົ່າ​ນັ້ນ ແຕ່​ພວກ​ເຮົາ​ຜູ້​ໄດ້​ຮັບ​ພຣະ​ວິນ​ຍານ​ເປັນ​ຜົນ​ຫົວ​ທີ ຕົວ​ເຮົາ​ເອງ​ກໍ​ເຫມືອນ​ກັນ ຍັງ​ໂອ່ຍ​ຄາງ​ຄອຍ​ຖ້າ​ການ​ທີ່​ພຣະ​ເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອ​ກາຍ​ຂອງ​ພວກ​ເຮົາ​ພົ້ນ​ຈາກ​ຕາຍ 24 ເຫດ​ວ່າ​ເຮົາ​ທັງ​ຫລາຍ​ໄດ້​ພົ້ນ​ກໍ​ເພາະ​ດ້ວຍ​ຄວາມ​ຫວັງ​ນີ້ ແຕ່​ຄວາມ​ຫວັງ​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ບໍ່​ແມ່ນ​ຄວາມ​ຫວັງ ດ້ວຍ​ວ່າ​ໃຜ​ແດ່​ຈະ​ຍັງ​ຫ​ວັງ​ໃນ​ສິ່ງ​ທີ່​ຈົນ​ເຫັນ​ແລ້ວ​ 25 ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ຄອຍ​ຫວັງ​ໃນ​ສິ່ງ​ທີ່​ເຮົາ​ຍັງ​ບໍ່​ໄດ້​ເຫັນ ເຮົາ​ຈຶ່ງ​ມີ​ຄວາມ​ພາກ​ພຽນ​ຄອຍ​ຖ້າ​ສິ່ງ​ນັ້ນ 26 ໃນ​ທຳ​ນອງດຽວ​ກັນ​ນັ້ນ​ແຫລະ, ພຣະ​ວິນ​ຍານ​ຊົງ​ຊ່ອຍ​ຊູ​ເຮົາທັງ​ຫລາຍ​ເມື່ອ​ພວກ​ເຮົາ​ອ່ອນ​ກຳ​ລັງ​ລົງ ເພາະ​ເຮົາ​ທັງ​ຫລາຍ​ບໍ່​ຮູ້​ວ່າ​ພວກ​ເຮົາ​ຄວນ​ຈະ​ອ້ອນວອນ​ຂໍ​ສິ່ງ​ໃດ ແຕ່​ອົງ​ພຣະ​ວິນ​ຍານ​ຊົງ​ຊ່ອ​ຍຂໍ​ແທນ​ພວກ​ເຮົາ ດ້ວຍ​ການ​ຖອດ​ຫຸ່ນ​ຢ່າງ​ຫາ​ຄຳ​ເວົ້າ​ບໍ່​ໄດ້​ 27 ແລະ​ພຣະ​ອົງ​ຜູ້​ຊົງ​ສ​ອດ​ສ່ອງ​ຮູ້​ໃຈ​ມະ​ນຸດ ກໍ​ຊົງ​ຊາບ​ຄວາມນຶກ​ຄຶດ​ຂອງ​ພຣະ​ວິນ​ຍານ ເພາະ​ວ່າ​ ພຣະ​ວິ​ນ​ຍານ​ຊົງ​ອ້​ອນວອນ​ຂໍ​ສຳ​ລັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕາມ​ນ້ຳ​ພຣະ​ທັຍ​ພຣະ​ອົງ 28 ພວກ​ເຮົາ​ຮູ້​ແລ້ວ​ວ່າ​ພຣະ​ເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ ເພື່ອ​ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ ຄື​ຄົນ​ທັງ​ປວງ​ທີ່​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ 29 ດ້ວຍ​ວ່າ​ຄົນ​ທັງ​ຫລາຍ​ທີ່​ພຣະ​ອົງ​ໄດ້​ຊົງ​ສັງ​ເກດ​ຮູ້​ລ່ວງ​ຫນ້າ​ແລ້ວ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ​ກຳ​ນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກ​ສະນະ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ເພື່ອ​ພຣະ​ບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ຖ້າມ​ກາງ​ພວກ​ນ້ອງ​ຫລາຍ​ຄົນ 30 ແລະ​ບັນ​ດາ​ຜູ້​ທີ່​ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ໄວ້​ລ່ວງ​ຫນ້າ​ແລ້ວ​ນັ້ນ ພຣະ​ອົງ​ກໍ​ໄດ້​ຊົງ​ເອີ້ນ​ມາ​ດ້ວຍ ແລະ​ຜູ້​ທີ່​ພຣະ​ອົງ​ຊົງ​ເອີ້ນ​ມາ​ນັ້ນ ພຣະ​ອົງ​ກໍ​ຊົງ​ຖື​ເປັນ​ຄົນ​ຊອບ​ທັມ ແລະ​ຜູ້​ທີ່​ພຣະ​ອົງ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ນັ້ນ ພຣະ​ອົງ​ກໍ​ຊົງ​ໂຜດ​ໃຫ້​ມີ​ສະ​ງ່າ​ຣາ​ສີ​ດ້ວຍ

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ

31 ຖ້າ​ເປັນ​ຢ່າງ​ນັ້ນ​ເຮົາ​ທັງ​ຫລາຍ​ຈະ​ວ່າ​ຢ່າງ​ໃດ​ກ່ຽວ​ກັບ​ເຣື່ອງ​ນີ້ ຖ້າ​ພຣະ​ເຈົ້າ​ຊົງ​ຢູ່​ຝ່າຍ​ພວກ​ເຮົາ​ໃຜ​ຈະ​ຕໍ່​ສູ້​ເຮົາ 32 ພຣະ​ອົງ​ຜູ້​ບໍ່​ໄດ້​ຊົງ​ຫວງ​ພຣະ​ບຸດ​ຂອງ​ພຣະ​ອົງ​ເອງ ແຕ່​ໄດ້​ຊົງ​ປະ​ທານ​ພຣະ​ບຸດ​ນັ້ນ​ໄວ້​ເພື່ອ​ ປ​ໂຍດ​ແກ່​ເຮົາ​ທັງ​ຫລາຍ ຖ້າ​ເປັນ​ດັ່ງ​ນັ້ນ​ພຣະ​ອົງ​ຈະ​ບໍ່ຊົງ​ໂຜດ​ປະ​ທານ​ສິ່ງ​ສາ​ຣະ​ພັດ​ໃຫ້​ພວກ​ເຮົາ​ດ້ວຍ​ກັນ​ກັບ​ພຣະ​ບຸດ​ນັ້ນ​ຫລື 33 ໃຜ​ອາດ​ຈະ​ຟ້ອງ​ຄົນທັງ​ຫລາຍ​ທີ່​ພຣະ​ເຈົ້າ​ຊົງ​ເລືອ​ກໄວ້​ແລ້ວ ພຣະ​ເຈົ້າ​ໄດ້​ຊົງ​ປົດ​ປ່ອຍ​ເຂົາ​ແລ້ວ 34 ໃຜ​ຈະ​ເປັນ​ຜູ້​ລົງ​ໂທດ​ອີກ ພຣະ​ເຢ​ຊູ​ຄຣິດ​ໄດ້​ຊົງ​ສິ້ນ​ພຣະ​ຊົນ​ແລ້ວ ແລະ​ຫລາຍກວ່າ​ນັ້ນ​ອີກ​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ກ້ຳ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ພຣະ​ອົງ​ນັ້ນ​ແຫລະ, ຊົງ​ອ້ອນວອນ​ເພື່ອ​ເຮົາ​ທັງ​ຫ​ລາຍ​ດ້ວຍ 35 ໃຜ​ຈະ​ໃຫ້​ພວກ​ເຮົາ​ຂາດຈາກ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ໄດ້ ຈະ​ເປັນ​ຄວາມ​ທຸກ​ລຳ​ບາກ ຫລື​ຄວາມ​ທໍ​ຣະ​ມານ​ຈິດ​ໃຈ ຫລື​ການ​ຂົ່ມ​ເຫັງ ຫລື​ການ​ອຶດ​ຢາກ ຫລື​ການ​ເປືອຍ​ກາຍ ຫລື​ການ​ຖືກ​ໂພຍ​ພັຍ ຫລື​ການ​ຖືກ​ຄົມ​ດາບ​ຫລື 36 ຕາມ​ທີ່​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີແລ້ວ​ວ່າ, “ເພາະ​ເຫັນ​ແກ່​ພຣະ​ອົງ​ພວກ​ຂ້າ​ພຣະ​ອົງ​ຈຶ່ງ​ຖືກ​ຂ້າ​ຫມົດ​ມື້​ຈົນ​ຄ່ຳ ແລະ​ຖື​ວ່າ​ເປັນ​ຢ່າງ​ໂຕ​ແກະ​ສຳ​ລັບ​ເອົາ​ໄປ​ຂ້າ” 37 ແຕ່ວ່າ​ໃນ​ເຫດ​ການ​ທັງ​ປວງ​ເຫລົ່າ​ນີ້​ພວກ​ເຮົາ​ກໍ​ມີ​ຊັຍ​ຊະ​ນະ​ຢູ່​ຢ່າງ​ເຫລືອ​ລົ້ນ ດ້ວຍ​ພຣະ​ອົງ​ຜູ້​ຊົງ​ຮັກ​ເຮົາ​ທັງ​ຫລາຍ​ນັ້ນ 38 ເຫດ​ວ່າ​ເຮົາ​ເຊື່ອ​ຢ່າງ​ຫມັ້ນ​ຄົງ​ວ່າ ຄວາມ​ຕາຍ​ຫລື​ຊີ​ວິດ​ກໍ​ດີ ເທວະ​ດາ​ຫລື​ຜູ້​ປົກ​ຄອງ​ກໍ​ດີ ສິ່ງ​ທີ່​ມີ​ຢູ່​ດຽວ​ນີ້​ຫລື​ສິ່ງ​ຈະ​ມີ​ມາ​ໃນ​ພາຍ​ຫນ້າ​ກໍ​ດີ ຫລື​ຣິດ​ເດດ​ທັງ​ຫລາຍ 39 ຄວາມ​ສູງ ຫລື​ຄວາມ​ເລິກ​ກໍ​ດີ ຫລື​ສິ່ງ​ອື່ນ​ໃດ​ທີ່​ໄດ້​ຊົງ​ສ້າງ​ແລ້ວ​ນັ້ນ​ກໍ​ດີ ກໍ​ຈະ​ບໍ່​ສາ​ມາດ​ເຮັດ​ໃຫ້​ພວກ​ເຮົາ​ຂາດ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ນັ້ນ

ໂຣມ 9

ພຣະ​ເຈົ້າ​ຊົງ​ເລືອກ​ຕັ້ງ​ຊົນ​ຊາ​ດອິ​ສ​ຣ​ເອນ​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ

1 ເຮົາ​ຢູ່​ໃນ​ພຣະ​ຄຣິດ ເຮົາ​ເວົ້າ​ຄວາມ​ຈິງ ເຮົາ​ບໍ່​ໄດ້​ເວົ້າ​ມຸ​ສາ ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຮົາ​ກໍ​ເປັນ​ພຍານ​ຝ່າຍ​ເຮົາ​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ 2 ວ່າ​ເຮົາ​ມີ​ຄວາມ​ທຸກ​ໂສກ​ຫນັກ​ແລະ​ມີ​ຄວາມ​ເຈັບ​ຮ້ອນ​ໃຈ​ບໍ່​ຂາດ 3 ເພາະ​ຖ້າ​ເປັນ​ປ​ໂຍດ​ເຮົາ​ປາ​ຖ​ນາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ຊົງ​ສາບ ແລະ​ຖືກ​ຊົງ​ຕັດ​ຂາດ​ຈາກ​ພຣະ​ຄຣິດ​ເພາະ​ເຫັນ​ແກ່​ພີ່​ນ້ອງຂອງ​ເຮົາ ຄື​ຍາດ​ຂອງ​ເຮົາ​ຕາມ​ເຊື້ອ​ຊາດ 4 ເພາະ​ເຂົາ​ເປັນ​ຊົນ​ຊາດ​ອິ​ສ​ຣາ​ເອນ ໄດ້​ຮັບ​ການ​ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ຄວາມ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ​ໄດ້​ປາ​ກົດ​ແກ່​ເຂົາ ເຂົາ​ໄດ້​ຮັບ​ບັນ​ດາ​ພຣະ​ສັນ​ຍາ ແລະ​ການ​ຊົງ​ປະ​ທານ​ພຣະ​ບັນ​ຍັດ ກັບ​ພິ​ທີ​ນະ​ມັ​ສ​ການ​ພຣະ​ເຈົ້າ ແລະ​ຄຳ​ປະ​ຕິ​ຍານ​ທັງ​ຫລາຍ 5 ພວກ​ບັນ​ພະ​ບຸ​ຣຸດ​ກໍ​ເປັນ​ຂອງ​ເຮົາ ແລະ​ພຣະ​ຄຣິດ​ໄດ້​ຊົງ​ບັງ​ເກີດ​ເປັນ​ມະ​ນຸດ​ໃນ​ເຊື້ອ​ຊາດ​ຂອງ​ເຂົາ ​ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ຊົງ​ເປັນ​ໃຫຍ່​ເຫນືອ​ສິ່ງ​ສາ​ຣະ​ພັດ​ຈົ່ງ​ໄດ້​ຮັບ​ພຣະ​ກຽດ​ເປັນ​ນິດ​ເທີນ ອາແມນ 6 ແຕ່​ບໍ່​ໃຊ່​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ລົ້ມ​ເຫລວ​ໄປ ເພາະ​ວ່າ​ເຂົາ​ທັ​ງ​ຫລາຍ​ທີ່​ເກີດ​ມາ​ຈາກ​ອິ​ສ​ຣາ​ເອນ​ນັ້ນ​ກໍ​ບໍ່​ແມ່ນ​ວ່າ​ເປັນ​ຊາດ​ອິ​ສ​ຣາ​ເອນ​ແທ້​ທຸກ​ຄົນ 7 ແລະ​ບໍ່​ແມ່ນ​ວ່າ​ທຸກ​ຄົນ​ທີ່​ເກີດ​ແຕ່​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ​ເປັນ​ລູກ​ແທ້​ຂອງ​ທ່ານ ແຕ່ (ພຣະ​ເຈົ້າ​ໄດ້​ຊົງ​ກ່າວແກ່​ອັບ​ຣາ​ຮາມ​ວ່າ) “ເຂົາ​ຈະ​ເອີ້ນ​ເຊື້ອ​ສາຍ​ຂອງ​ເຈົ້າ​ທາງ​ສາຍ​ອີ​ຊາກ” 8 ຫມາຍ​ຄວາມ​ວ່າ​ຄົນ​ທີ່​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ນັ້ນ ບໍ່​ໃຊ່​ຜູ້​ທີ່​ເກີດ​ຕາມ​ທຳ​ມະ​ຊາດ ແຕ່ແມ່ນ​ຜູ້​ທີ່​ເກີດ​ຕາມ​ພຣະ​ສັນ​ຍາ​ຈຶ່ງ​ຖື​ວ່າ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ໄດ້ 9 ເພາະ​ວ່າ​ພຣະ​ສັນ​ຍາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້​ວ່າ, “ເຮົາ​ຈະ​ມາ​ໃນ​ຍາມ​ນີ້ ແລະ​ນາງ​ຊາ​ຣາ​ຈະ​ມີ​ລູກ​ຊາຍ” 10 ແລະ​ບໍ່​ແມ່ນ​ແຕ່​ເທົ່າ​ນັ້ນ ແຕ່​ວ່າ​ນາງ​ເຣ​ເບກາ​ກໍ​ໄດ້​ມີ​ທ້ອງ​ກັບ​ຊາຍ​ຜູ້​ນຶ່ງ​ດ້ວຍ​ຄື​ກັບ​ອີກ​ຊາກ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ 11 ແລະ​ເພື່ອ​ພຣະ​ປະ​ສົງ​ໃນ​ການ​ຊົງ​ເລືອ​ກ​ຜູ້​ນຶ່ງ​ໄວ້​ນັ້ນ​ຈະ​ຕັ້ງ​ຫມັ້ນ​ຢູ່ ພຣະ​ອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງວ່າ, “ອ້າຍ​ຈະ​ຮັບ​ໃຊ້​ນ້ອງ” ພຣະ​ອົງ​ຊົງ​ກ່າວ​ໄວ້​ດັ່ງ​ນັ້ນ​ເມື່ອ​ລູກ​ທັງ​ສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່​ໄດ້​ເຮັດ​ການ​ດີ​ຫລື​ຊົ່ວ 12 ເພື່ອ​ການ​ຊົງ​ເລືອກ​ນັ້ນ​ບໍ່​ໄດ້​ເປັນ​ໄປ​ຕາມ​ການ​ປະ​ຕິ​ບັດ ແຕ່​ເປັນ​ໄປ​ຕາມ​ພຣະ​ອົງ​ຊົງ​ເອີ້ນ 13 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຢາ​ໂຄ​ບ​ນັ້ນ​ເຮົາ​ໄດ້​ຮັກ ແລະ​ເອຊາວ​ເຮົາ​ໄດ້​ຊັງ” 14 ຖ້າ​ຢ່າງ​ນັ້ນ​ແລ້ວ​ພວກ​ເຮົາ​ຈະ​ວ່າ​ຢ່າງໃດ ຝ່າຍ​ພຣະ​ເຈົ້າ​ບໍ່​ຊົງ​ຍຸດ​ຕິ​ທັມ​ຫລື ບໍ່​ແມ່ນຢ່າງ​ນັ້ນ​ດອກ 15 ເພາະ​ພຣະ​ອົງ​ຊົງ​ກ່າວ​ແກ່​ໂມ​ເຊວ່າ, “ເຮົາ​ປະ​ສົງ​ຈະ​ກະ​ຣຸ​ນາ​ຜູ້​ໃດ ກໍ​ຈະ​ກະຣຸ​ນາ​ຜູ້​ນັ້ນ ແລະ​ເຮົາ​ຢາກ​ເມດ​ຕາ​ຜູ້​ໃດ ກໍ​ຈະ​ເມດ​ຕາ​ສັງ​ເວດ​ຜູ້​ນັ້ນ” 16 ເພາະ​ສັນ​ນັ້ນ​ຈຶ່ງ​ບໍ່​ຂຶ້ນ​ຢູ່​ກັບ​ຄວາມ​ຕັ້ງ​ໃຈ​ຫລື​ການ​ພ​ຍາ​ຍາມ ແຕ່​ຂຶ້ນ​ຢູ່​ກັບ​ພຣະ​ກະ​ຣຸ​ນາ​ຂອງ​ພຣະ​ເຈົ້າ 17 ເພາະ​ມີ​ຂໍ້​ໃນ​ພຣະ​ຄັມ​ພີ​ບອກ​ແກ່​ຟາ​ຣາ​ໂອ​ວ່າ, “ເພາະ​ເຫດ​ນີ້​ແຫລະ, ເຮົາ​ຈຶ່ງ​ໄດ້​ຍົກ​ເຈົ້າ​ຂຶ້ນ ເພື່ອ​ເຮົາ​ຈະ​ໄດ້​ສະ​ແດງ​ຣິດ​ຂອງ​ເຮົາ​ໃຫ້​ປາ​ກົດ​ທາງ​ຕົວ​ເຈົ້າ ແລະ​ເພື່ອ​ໃຫ້​ນາມ​ຂອງ​ເຮົາ​ປະ​ກາດ​ກ່າວ​ໄປ​ທົ່ວໂລກ” 18 ເຫດ​ດັ່ງ​ນັ້ນ​ພຣະ​ອົງ​ຊົງ​ມີ​ພຣະ​ປະ​ສົງ​ຈະ​ກະ​ຣຸ​ນາ​ຜູ້​ໃດ ກໍ​ຈະ​ຊົງ​ກະ​ຣຸ​ນາ​ແກ່​ຜູ້​ນັ້ນ ແລະ​ພຣະ​ອົງ​ຊົງ​ປະ​ສົງ​ຈະ​ໃຫ້​ຜູ້​ໃດ​ມີ​ໃຈ​ແຂງ​ກະ​ດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະ​ດ້າງ

ພຣະ​ພິ​ໂຣດ​ແລະ​ພຣະ​ເມດ​ຕາ​ຂອງ​ພຣະ​ເຈົ້າ

19 ແລ້ວ​ເຈົ້າ​ຈະ​ກ່າວ​ແກ່​ເຮົາ​ວ່າ, “ຖ້າເປັນ​ດັ່ງ​ນັ້ນ​ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ຍັງ​ຊົງ​ຕິ​ຕຽນ ເພາະ​ວ່າ​ຜູ້​ໃດຈະ​ຂັດ​ຂືນ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ໄດ້” 20 ແຕ່​ວ່າ​ມະ​ນຸດ​ເອີຍ, ເຈົ້າ​ແມ່ນ​ຜູ້​ໃດ​ຫນໍ ຈຶ່ງ​ຈະ​ກ່າວ​ໂຕ້​ຕອບ​ກັບ​ພຣະ​ເຈົ້າ​ໄດ້ ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກັບ​ກ່າວ​ແກ່​ຜູ້​ປັ້ນ​ໄດ້​ຫລື​ວ່າ, “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ຢ່າງ​ນີ້” 21 ຝ່າຍ​ຊ່າງ​ປັ້ນ​ຫມໍ້​ບໍ່​ມີ​ສິດ​ທີ່​ຈະ​ເອົາ​ດິນ​ກ້ອນ​ດຽວ​ກັນ​ມາ​ປັ້ນ​ເປັນ​ພາ​ຊ​ນະ​ທີ່​ສວຍ​ງາມ​ອັນ​ນຶ່ງ ແລະ​ເປັນ​ພາ​ຊ​ນະ​ທຳ​ມະ​ດາ​ອັນ​ນຶ່ງ​ຫລື 22 ດັ່ງ​ນັ້ນ​ພຣະ​ເຈົ້າ​ຊົງມີ​ພຣະ​ປະ​ສົງ​ຈະ​ສະ​ແດງ​ພຣະ​ພິ​ໂຣດ​ແລະ​ຊົງ​ໃຫ້​ຣິດ​ເດດ​ຂອງ​ພຣະ​ອົງ​ປາ​ກົດ ຈຶ່ງ​ຊົງ​ອົດ​ກັ້ນ​ພຣະ​ທັຍ​ໄວ້​ດົນ​ນານ​ຕໍ່​ພວກ​ເຫລົ່າ​ນັ້ນ​ທີ່​ເປັນ​ພາ​ຊ​ນະ​ອັນ​ສົມ​ຄວນ​ແກ່​ພຣະ​ພິ​ໂຣດ ຊຶ່ງ​ຈັດ​ຕຽມ​ໄວ້​ສຳ​ລັບ​ຄວາມ​ຈິບ​ຫາຍ 23 ແລະ​ເພື່ອ​ຈະ​ໄດ້​ຊົງ​ສະ​ແດງ​ຄວາມ​ສະ​ງ່າຣາ​ສີ​ອັນ​ອຸດົມ​ຂອງ​ພຣະ​ອົງ ແກ່​ບັນ​ດາ​ຜູ້​ທີ່​ເປັນ​ພາ​ຊ​ນະ​ແຫ່ງ​ຄວາມ​ເມດ​ຕາ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຈັດ​ຕຽ​ມ​ໄວ້​ກ່ອນ​ໃຫ້​ສົມ​ກັບ​ພຣະ​ສະ​ງ່າ​ຣາ​ສີ​ນັ້ນ 24 ຄື​ເຮົາ​ທັງ​ຫລາຍ​ທີ່​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ມາ​ແລ້ວ ບໍ່​ໃຊ່​ຊົງ​ເອີ້ນ​ຈາກ​ພວກ​ຢິວ​ພວກ​ດຽວ ແຕ່​ຈາກ​ພວກ​ຕ່າງ​ຊາດ​ດ້ວຍ 25 ດັ່ງ​ທີ່​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ໃນ​ພຣະທັມ​ໂຮ​ເຊ​ອາ​ວ່າ, “ເຮົາ​ຈະ​ເອີ້ນ​ເຂົາ​ເຫລົ່າ​ນັ້ນ​ວ່າ​ພົ​ລ​ເມືອງ​ຂອງ​ເຮົາ ຊຶ່ງ​ເມື່ອ​ກ່ອນ​ບໍ່​ໄດ້​ເປັນ​ພົ​ລ​ເມືອງ​ຂອງ​ເຮົາ ແລະ​ເຮົາ​ຈະ​ເອີ້ນ​ວ່າ​ເປັນ​ທີ່​ຮັກ ຊຶ່ງ​ເມື່ອ​ກ່ອນ​ບໍ່​ໄດ້​ເປັນ​ທີ່​ຮັກ 26 ແລະ​ໃນ​ບ່ອນ​ທີ່​ຊົງ​ກ່າວ​ແກ່​ເຂົາ​ວ່າ “ເຈົ້າ​ທັງ​ຫລາຍ​ບໍ່​ແມ່ນ​ພົ​ລ​ເມືອງ​ຂອງ​ເຮົາ” ໃນ​ບ່ອນນັ້ນ​ແຫລະ, ເຂົາ​ຈະ​ໄດ້​ຊື່​ວ່າ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່” 27 ແລະ​ເອ​ຊາ​ຢາໄດ້​ຮ້ອງ​ປະ​ກາດ​ເຣື່ອງ​ພວກ​ອິ​ສ​ຣາ​ເອນ​ວ່າ, “ເຖິງ​ແມ່ນ​ວ່າ​ຈຳ​ນວນ​ພວກ​ລູກ​ຂອງ​ອິ​ສ​ຣາ​ເອນ​ຈະ​ມີ​ຫລາຍ​ເຫມືອນ​ເມັດ​ຊາຍ​ທີ່​ທະ​ເລ ແຕ່​ຜູ້​ທີ່​ລອດ​ພົ້ນ​ນັ້ນ​ຈະ​ມີ​ຈຳ​ນ​ວນ​ຫນ້ອຍ 28 ດ້ວຍ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ບັນ​ດານ​ໃຫ້​ເປັນ​ໄປ​ເທິງ​ແຜ່ນ​ດິນ​ໂລກ ຕາມ​ຄຳ​ຕັັດ​ສິນ​ຂອງ​ພຣະ​ອົງ​ໂດຍ​ໄວ​ແລະ​ຄົບ​ຖ້ວນ” 29 ແລະ​ຕາມ​ທີ່ເອຊາ​ຢາ​ໄດ້ກ່າວ​ໄວ້​ລ່ວງ​ຫນ້າ​ວ່າ, “ຖ້າ​ພຣະ​ເຈົ້າ​ຜູ້​ຊົງ​ເປັນ​ຈອມ​ພົນ ບໍ່​ໄດ້​ຊົງ​ໂຜດ​ໃຫ້​ພວກ​ເຮົາ​ມີ​ເຊື້ອ​ສາຍ​ເຫລືອ​ຢູ່ ເຮົາ​ທັງ​ຫລາຍ​ກໍ​ຈະ​ກາຍ​ເປັນ​ເຫມືອນ​ເມືອງ​ໂຊ​ໂດມ ແລະ​ຈະ​ເປັນ​ເຫມືອນ​ເມືອງ​ໂກ​ໂມ​ຣາ​ແລ້ວ”

ຊົນ​ຊາດ​ອິ​ສ​ຣາ​ເອນ ແລະ​ຂ່າວ​ປະ​ເສີດ

30 ຖ້າ​ເປັນ​ດັ່ງ​ນັ້ນ​ແລ້ວ​ພວກ​ເຮົາ​ຈະ​ວ່າ​ຢ່າງ​ໃດ ຈະ​ວ່າ​ພວກ​ຕ່າງ​ຊາດ​ບາງ​ຄົນ​ທີ່​ບໍ່​ໄດ້​ດ​ສ​ແວງ​ຫາ​ຄວາມ​ຊອບ​ທັມ​ກໍ​ຍັງ​ໄດ້​ຮັບ​ຄວາມ​ຊອບ​ທັມ ຄື​ຄວາມ​ຊອບ​ທັມ​ທີ່​ເກີດ​ຂຶ້​ນ​ໂດຍ​ຄວາມ​ເຊື່ອ 31 ແຕ່​ພວກ​ອິ​ສ​ຣາ​ເອນ​ທີ່​ໄດ້​ສ​ແວງ​ຫາ​ຄວາມ​ຊອບ​ທັມ​ຕາມ​ບັນ​ຍັດ ກໍ​ບໍ່​ໄດ້​ບັນ​ລຸ​ຕາມ​ກົດ​ບັນ​ຍັດ​ນັ້ນ 32 ເປັນ​ເພາະ​ເຫດ​ໃດ ເພາະ​ເຫດ​ວ່າ​ເຂົາ​ບໍ່ໄດ້​ສ​ແວງ​ຫາ​ດ້ວຍ​ຄວາມ​ເຊື່ອ ແຕ່​ໄດ້​ສ​ແວງ​ຫາ​ດ້ວຍ​ການ​ປະ​ຕິບັດ ເຂົາ​ຈຶ່ງ​ຕຳ​ສະ​ດຸດ​ກ້ອນ​ຫີນ​ທີ່​ໃຫ້​ສະ​ດຸດ​ນັ້ນ 33 ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ນີ້​ແຫລະ, ເຮົາ​ໄດ້​ວາງ​ຫີນ​ກ້ອນ​ນຶ່ງ​ໄວ້​ໃນ​ເມືອງ​ຊີ​ໂອນ ເປັນ​ກ້ອນ​ຫີນ​ທີ່​ໃຫ້​ຕຳ​ສະ​ດຸດ ຄື​ກ້ອນ​ຫີນ​ທີ່​ໃຫ້​ລົ້ມ​ລົງ ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະ​ອົງ​ຈະ​ບໍ່​ໄດ້​ຮັບ​ ຄວາ​ມອັບ​ອາຍ”

ໂຣມ 10

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຄວາມ​ປາ​ຖ​ນາ​ໃນ​ຈິດ​ໃຈ​ຂອງ​ເຮົາ ແລະ​ຄຳ​ອ້ອນວອນ​ຕໍ່​ພຣະ​ເຈົ້າ​ເພື່ອ​ຊາດ​ອິ​ສ​ຣາເອນນັ້ນ ຄື​ຂໍ​ເພື່ອ​ໃຫ້​ເຂົາ​ພົ້ນ 2 ເຮົາ​ເປັນ​ພຍານ​ໃຫ້​ເຂົາ​ວ່າ ເຂົາ​ມີ​ໃຈ​ຮ້ອນ​ຮົນ​ທີ່​ຈະ​ປະ​ຕິ​ບັດ​ພຣະ​ເຈົ້າ ແຕ່​ບໍ່​ເປັນ​ໄປ​ຕາມ​ຄວາມ​ຮູ້​ແລະ​ສະ​ຕິ​ປັນ​ຍາ 3 ດ້ວຍ​ວ່າ​ບໍ່​ຮູ້​ຈັກ​ຄວາມ​ຊອບ​ທັມທີ່ພຣະ​ເຈົ້າ​ຊົງ​ປະ​ທານ​ໃຫ້ ແຕ່​ໄດ້​ພ​ຍາ​ຍາມ​ຕັ້ງ​ຄວາມ​ຊອບ​ທັມ​ຂອງ​ຕົວ​ເອງ​ຂຶ້ນ ເຂົາ​ຈຶ່ງ​ບໍ່​ຍອມ​ຕົວ​ຢູ່​ໃຕ້​ຄວາມ​ຊອບ​ທັມ​ທີ່​ມາ​ຈາກ​ພຣະ​ເຈົ້າ 4 ເພາະ​ວ່າ​ພຣະ​ຄຣິດ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ພຣະ​ບັນ​ຍັດ​ຖືກ​ຍົກ​ເລີກ ເພື່ອ​ໃຫ້​ທຸກ​ຄົນ​ທີ່​ເຊື່ອ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ

ມີຄວາມພົ້ນສໍາລັບມະນຸດ

5 ໂມ​ເຊ​ໄດ້​ຂຽນ​ເຣື່ອງ​ຄວາ​ມຊອບ​ທັມ​ຊຶ່ງ​ມີ​ພຣະ​ບັນ​ຍັດ​ເປັນ​ຫລັກ​ວ່າ, “ຄົນ​ໃດ​ທີ່​ປະ​ຕິ​ບັດ​ຕາມ​ກໍ​ຈະ​ໄດ້​ຊີ​ວິດ​ດ້ວຍ​ການ​ປະ​ຕິ​ບັດ​ນັ້ນ” 6 ແຕ່​ຄວາມ​ຊອບ​ທັມ​ຊຶ່ງ​ມີ​ຄວາມ​ເຊື່ອ​ເປັນ​ຫລັກ​ກໍ​ກ່າວ​ໄວ້​ຢ່າງ​ນີ້​ວ່າ, “ຢ່າ​ນຶກ​ໃນ​ໃຈ​ຂອງ​ຕົວ​ວ່າ ໃຜ​ຈະ​ຂຶ້ນ​ເມືອ​ຟ້າ​ສວັນ” (ຄື​ຈະ​ນຳ​ພຣະ​ຄຣິດ​ລົງ​ມາ) 7 “ຫລື ໃຜ​ຈະ​ບົວ​ໄປ​ໃນ​ເຫວ​ເລິກ” (ຄື​ຈະ​ນຳ​ພຣະ​ຄຣິດ​ຂຶ້ນ​ມາ​ຈາກ​ຕາຍ) 8 ແຕ່​ຄວາມ​ຊອບ​ທັມ​ນັ້ນ​ໄດ້​ກ່າວ​ວ່າຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍ​ຄຳ​ນັ້ນ​ຢູ່​ໃກ້​ເຈົ້າ ຢູ່​ໃນ​ປາກ​ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ຄື​ຖ້ອຍ​ຄຳ​ທີ່​ກ່າວ​ດ້ວຍ​ຄວາມ​ເຊື່ອ ທີ່​ພວກ​ເຮົາ​ປະ​ກາດ​ຢູ່​ນັ້ນ) 9 ຄື​ວ່າ​ຖ້າ​ເຈົ້າ​ຈະ​ຮັບ​ດ້ວຍ​ປາກ​ຂອງ​ເຈົ້າ​ວ່າ, “ພຣະ​ເຢ​ຊູ​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ” ແລະ​ເຊື່ອ​ໃນ​ຈິດ​ໃຈ​ວ່າ ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ບັນ​ດານ​ໃຫ້​ພຣະ​ອົງ​ຊົງ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົ້ນ 10 ເຫດ​ວ່າ​ທີ່​ມະ​ນຸດ​ໄດ້​ເຊື່ອ​ກໍ​ເຊື່ອ​ດ້ວຍ​ໃຈ​ຂອງ​ຕົນ ຈຶ່ງ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ ແລະ​ທີ່​ໄດ້​ຍອມ​ຮັບ​ກໍ​ຍອມ​ຮັບ​ດ້ວຍ​ປາກ ຈຶ່ງ​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ 11 ເພາະ​ຂໍ້​ພຣະ​ທັມ​ຄັມ​ພີ​ກ່າວ​ໄວ້​ວ່າ, “ບຸ​ກຄົນ​ໃດ​ທີ່​ເຊື່ອ​ໃນ​ພຣະ​ອົງ​ຈະ​ບໍ່​ໄດ້​ຮັບ​ຄວາມ​ອັບ​ອາຍ” 12 ເຫດ​ວ່າ​ພວກ​ຢິວ​ແລະ​ພວກ​ຕ່າງ​ຊາດ​ນັ້ນ ພຣະ​ເຈົ້າ​ບໍ່​ຊົງ​ຖື​ວ່າ​ຕ່າງ​ກັນ ດ້ວຍ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຄົນ​ທັງ​ປວງ ແລະ​ຊົງ​ໂຜດ​ຢ່າງ​ບໍ​ຣິ​ບູນ​ແກ່​ຄົນ​ທັງ​ປວງທີ່​ທູນ​ຂໍ​ຕໍ່​ພຣະ​ອົງ 13 ເພາະ​ວ່າ, “ທຸກ​ຄົນ​ທີ່​ຮ້ອງ​ອອກ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຈະ​ພົ້ນ” 14 ແຕ່​ຜູ້​ທີ່​ຍັງ​ບໍ່​ໄດ້​ເຊື່ອ​ໃນ​ພຣະ​ອົງ​ນັ້ນ ເຂົາ​ຈະ​ທູນ​ຂໍ​ຕໍ່​ພຣະ​ອົງ​ໄດ້​ຢ່າງ​ໃດ ແລະ​ຜູ້​ທີ່​ຍັງ​ບໍ່​ໄດ້​ຍິນ​ເຖິງເຣື່ອງ​ພຣະ​ອົງ​ນັ້ນ ຈະ​ເຊື່ອ​ໃນ​ພຣະ​ອົງ​ອົງ​ໄດ້​ຢ່າງ​ໃດ ແລະ​ເມື່ອ​ບໍ່​ມີ​ຜູ້​ໃດ​ປະ​ກາດ​ໃຫ້​ເຂົາ​ຟັງ ເຂົາ​ຈະ​ໄດ້​ຍິນ​ເຖິງ​ເຣື່ອງ​ພຣະ​ອົງ​ໄດ້​ຢ່າງ​ໃດ 15 ແລະ​ຖ້າ​ບໍ່​ມີ​ໃຜ​ໃຊ້​ເຂົາ​ໄປ ເຂົາ​ຈະ​ປະ​ກາດ​ໄດ້​ຢ່າງ​ໃດ ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ຕີນ​ຂອງ​ພວກ​ຄົນ​ທີ່​ນຳ​ຂ່າວ​ດີ​ມາ​ກໍ​ງົດ​ງາມ​ປານ​ໃດ​ຫນໍ” 16 ແຕ່​ບໍ່​ແມ່ນ​ທຸກ​ຄົນ​ໄດ້​ເຊື່ອ​ຟັງ​ຂ່າວ​ປະ​ເສີດ​ນັ້ນ ເພາະ​ເອ​ຊາ​ຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະ​ອົງ​ເຈົ້າ​ເອີຍ,​, ມີ​ໃຜ​ແດ່​ຫນໍ​ໄດ້​ເຊື່ອ​ຟັງ​ຕາມ​ທີ່​ເຂົາ​ໄດ້​ຍິນ​ຈາກ​ພວກ​ເຮົາ​ນັ້ນ” 17 ດັ່ງ​ນັ້ນ​ຄວາມ​ເຊື່ອ​ເກີດ​ຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້​ຍິ​ນ ແລະ​ການ​ໄດ້​ຍິນ​ເກີດ​ຂຶ້ນ​ໄດ້​ກໍ​ເພາະ​ການ​ປະ​ກາດ​ເຣື່ອງ​ພຣະ​ຄຣິດ 18 ແຕ່​ເຮົາ​ຖາມ​ວ່າ, “ເຂົາ​ບໍ່​ໄດ້​ຍີນ​ຫລື” ແທ້​ຈິງ​ເຂົາ​ໄດ້​ຍິນ​ແລ້ວ ແລະ​ຖ້ອຍ​ຄໍາ​ຂອງ​ເຂົາ​ກໍ​ເຖິງ​ທີ່​ສຸດ​ພິ​ພົບ​ໂລກ” 19 ຝ່າຍ​ເຮົາ​ຖາມ​ອີກວ່າ, “ພວກ​ອິ​ສ​ຣາ​ເອນ​ບໍ່​ໄດ້​ຮູ້​ຫລື” ຕອນ​ຕົ້ນ ໂມ​ເຊ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ຍົວະ​ໃຫ້​ເຈົ້າ​ທັງ​ຫລາຍ​ອິດ​ສາ​ຊົນ​ຊາດ​ທີ່​ຍັງ​ບໍ່​ເປັນ​ປະ​ເທດ ເຮົາ​ຈະ​ຍົວະ​ໃຫ້​ເຈົ້າ​ເຄືອງ​ແຄ້ນ​ປະ​ເທດ​ທີ່​ເປັນ​ຊົນ​ຊາດ​ໂງ່” 20 ແລ້ວເອ​ຊາ​ຢາ​ກ້າ​ກ່າວວ່າ, “ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ໄດ້​ສ​ແວງ​ຫາ​ເຮົາ​ໄດ້​ພົບ​ເຮົາ ແລະ​ເຮົາ​ໄດ້​ປາ​ກົດ​ແກ່​ຄົນ​ທີ່​ບໍ່​ໄດ້​ຖາມ​ຫາ​ເຮົາ” ແຕ່​ທ່ານ​ກ່າວ​ເຖິງ​ພວກ​ອິ​ສ​ຣາ​ເອນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ຕລອດ​ມື້​ຄອຍ​ຮັບ​ໄພ່​ພົນ​ຈຳ​ພວກ​ນຶ່ງ​ທີ່​ບໍ່​ເຊື່ອ​ຟັງ​ແລະ​ດື້​ດ້ານ”

ໂຣມ 11

ພຣະ​ເຈົ້າ​ຊົງ​ພຣະ​ເມດ​ຕາ​ພວກ​ອິ​ສ​ຣາ​ເອນ

1 ເມື່ອ​ເປັນ​ດັ່ງ​ນັ້ນ​ແລ້ວ​ເຮົາ​ຈຶ່ງ​ຖາມ​ວ່າ, “ພຣະ​ເຈົ້າ​ໄດ້​ຊົງ​ປະ​ຖິ້ມ​ໄພ່​ພົນ​ຂອງ​ພຣະ​ອົງ​ແລ້ວ​ຫລື” ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ເຮົາ​ເອງ​ກໍ​ເປັນ​ຊົນ​ຊາດ​ອິ​ສ​ຣາ​ເອນ, ເປັນ​ເຊື້ອ​ສາ​ຍ​ຂອງ​ອັບ​ຣາ​ຮາມ​ໃນ​ຕະ​ກູນ​ເບັນ​ຢາ​ມິນ 2 ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ລະ​ຖິ້ມ​ໄພ່​ພົນ​ຂອງ​ພຣະ​ອົງ​ທີ່​ພຣະ​ອົງ​ໄດ້​ຊົງ​ຮັບ​ຮູ້​ໄວ້​ກ່ອນ​ແລ້ວ ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ເຣື່ອງ​ຊຶ່ງ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ທີ່​ກ່າວ​ເຖິງ​ເອ​ລີ​ຢາ​ນັ້ນ​ຫລື ທ່ານ​ໄດ້​ກາບ​ທູນ​ກ່າວ​ໂທດ​ຂອງ​ພວກ​ອິ​ສ​ຣາ​ເອນ​ຕໍ່​ພຣະ​ເຈົ້າ​ວ່າ, 3 “ພຣະ​ອົງ​ເຈົ້າ​ເອີຍ, ເຂົາ​ໄດ້​ຂ້າ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຂອງ​ພຣະ​ອົງ ແທ່ນ​ບູ​ຊາ​ຂອງ​ພຣະ​ອົງ​ເຂົາ​ກໍ​ໄດ້​ຂຸດ​ທຳ​ລາຍ​ລົງ​ເສັຽ​ແລ້ວ​ເຫລືອ​ຢູ່​ແຕ່​ຂ້າ​ພຣະ​ອົງ​ຜູ້​ດຽວ ແລະ​ເຂົາ​ກຳ​ລັງ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ປະ​ຫານ​ຊີ​ວິດ​ຂອງ​ຂ້າ​ພຣະ​ອົງ” 4 ແລ້ວ​ພຣະ​ເຈົ້າ​ຊົງ​ຕອບ​ທ່ານ​ວ່າ​ຢ່າງ​ໃດ ກໍ​ຊົງ​ຕອບ​ວ່າ​ຢ່າງ​ນີ້ວ່າ, “ເຮົາ​ຍັງ​ມີ​ຄົນ​ເຫລືອ​ຢູ່​ສຳ ລັບ​ເຮົາ​ເຈັດ​ພັນ​ຄົນ ທີ່​ບໍ່​ໄດ້​ຄຸ​ເຂົ່າ​ລົງ​ໄຫວ້​ຮູບບາ​ອານ” 5 ດັ່ງ​ນັ້ນ​ແຫລະ, ບັດ​ນີ້​ກໍ​ຍັງ​ມີ​ພວກ​ທີ່​ເຫລືອ​ຢູ່​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ເລືອ​ກໄວ້​ດ້ວຍ​ພຣະ​ຄຸນ 6 ແຕ່​ຖ້າ​ເປັນ​ທາງ​ພຣະ​ຄຸນ​ກໍ​ບໍ່​ເປັນ​ທາງ​ການ​ປະ​ຕິ​ບັດ​ຕໍ່​ໄປ ຖ້າ​ເປັນ​ທາງ​ການ​ປະ​ຕິ​ບັດ​ພຣະ​ຄຸນ​ກໍ​ບໍ່​ເປັນ​ພຣະ​ຄຸນ​ອີກ​ຕໍ່​ໄປ 7 ຖ້າ​ດັ່ງ​ນັ້ນ​ແລ້ວ​ຈະ​ເປັນ​ຢ່າງ​ໃດ ພວກ​ອິ​ສ​ຣາ​ເອນ​ບໍ່​ໄດ້​ພົບ​ສິ່ງ​ທີ່​ເຂົາ​ຊອກ​ຫາ​ນັ້ນ ແຕ່​ຜູ້​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ນັ້ນ​ເປັນ​ຜູ້​ໄດ້​ພົບ ແລະ​ນອກ​ນັ້ນ​ກໍ​ແມ່ນ​ຄົນ​ທີ່​ຊົງ​ໃຫ້​ເກີດ​ໃຈ​ແຂງ​ກະ​ດ້າງ​ໄປ 8 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ພຣະ​ເຈົ້າ​ໄດ້​ຊົງ​ປະ​ທາ​ນ​ໃຈ​ທີ່​ເຫງົາ​ຫລັບ ປະ​ທານ​ຕາ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ຫູ​ທີ່​ຟັງ​ບໍ່​ໄດ້​ຍິນ​ໃຫ້​ແກ່​ເຂົາ​ຈົນ​ເຖິງ​ທຸກວັນ​ນີ້” 9 ກະ​ສັດ​ດາ​ວິດ​ຊົງ​ກ່າວ​ວ່າ, “ຂໍ​ຊົງ​ໃຫ້​ໂຕະ​ອາ​ຫານ​ຂອງ​ເຂົາ​ເກີດ​ເປັນ​ບ້ວງ​ແຮ້ວ​ແລະ​ເຄື່ອງ​ຈັບ​ເຂົາ​ເອງ ເປັນ​ສິ່ງ​ໃຫ້​ສະ​ດຸດ​ໃຈ​ແລະ​ເປັນ​ສິ່ງ​ນຳ​ຈ່ອງ​ເວນ​ແກ່​ເຂົາ 10 ຂໍ​ຊົງ​ໃຫ້​ຕາ​ຂອງ​ເຂົາ​ມືດ​ມົວ​ໄປ​ເພື່ອ​ເຂົາ​ຈະ​ເບິ່ງ​ບໍ່​ເຫັນ ແລະ​ໃຫ້​ຫລັງ​ຂອງ​ເຂົາ​ກ່ອມ​ລົງ​ຢູ່​ສເມີ” 11 ເຮົາ​ຈຶ່ງ​ຖາມ​ວ່າ, “ເມື່ອ​ພວກ​ອິ​ສ​ຣາ​ເອນ​ໄດ້​ຕຳ​ສະ​ດຸດ​ນັ້ນ ເຂົາ​ໄດ້​ລົ້ມ​ລົງ​ເສັຽ​ໄປ​ຫລື” ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ດ້ວຍ​ການ​ພລາດ​ລົ້ມ​ຂອງ​ເຂົາ​ນັ້ນ ຄວາມ​ພົ້ນ​ຈຶ່ງ​ມາ​ເຖິງພວກ​ຕ່າງ​ຊາດ ເພື່ອ​ຈະ​ໃຫ້​ພວກ​ອິ​ສ​ຣາ​ເອນ​ມີ​ໃຈ​ຫຶງ​ຫວງ​ຂຶ້ນ 12 ແຕ່​ຖ້າ​ການ​ພ​ລາດ​ລົ້ມ​ຂອງ​ເຂົາ​ນັ້ນ​ເປັນ​ເຫດ​ໃຫ້​ທັງ​ໂລກ​ເກີດ​ຄວາມ​ສົມ​ບູ​ນ​ຂຶ້ນ ແລະ​ຖ້າຄວາມ​ບົກ​ພ່ອງ​ຂອງ​ເຂົາ​ເປັນ​ເຫດ​ໃຫ້​ຄົນ​ຕ່າງ​ຊາດ​ເກີດ​ຄວາມ​ສົມ​ບູ​ນ​ຂຶ້ນ ຫາກ​ໄດ້​ເຂົາ​ເພີ້ມ​ເຂົ້າ​ມາ​ດ້ວຍ​ຈະ​ດີກວ່າ​ເທົ່າ​ໃດ​ຫນໍ

ຄວາມ​ພົ້ນ​ສຳ​ລັບ​ຄົນ​ຕ່າງ​ຊາດ

13 ແຕ່​ເຮົາ​ກ່າວ​ແກ່​ພວກ​ເຈົ້າ​ທີ່​ເປັນ​ຄົນ​ຕ່າງ​ຊາດ ເພາະ​ເຮົາ​ເປັນ​ອັ​ຄ​ສາ​ວົກ​ທີ່​ມາ​ຍັງ​ຊາວ​ຕ່າງ​ຊາດ ເຮົາ​ຈຶ່ງ​ຍົກ​ຍ້ອງ​ຫນ້າ​ທີ່​ຂອງ​ເຮົາ 14 ເພື່ອ​ເຮົາ​ຈະ​ໄດ້​ຊວນ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ ຈະ​ເປັນ​ພິ​ທີ​ໃດ​ກໍ​ຕາມ ສຸດ​ແລ້ວແຕ່​ຈະ​ໃຫ້​ເຂົາ​ເກີດ​ຄວາມ​ຫຶງ​ຫວງ ເພື່ອ​ບາງ​ຄົນ​ຈະ​ພົ້ນ​ໄດ້ 15 ເພາະ​ວ່າ​ຖ້າ​ການ​ທີ່​ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ​ຖືກ​ພຣະ​ເຈົ້າ​ຊົງ​ປະ​ຖິ້ມ ເປັນ​ເຫດ​ໃຫ້​ຄົນ​ທັງ​ໂລ​ກກັ​ບ​ຄືນ​ເປັນ​ໄມ​ຕ​ຣີ​ກັບ​ພຣະ​ອົງ ​ການ​ທີ່​ພຣະ​ອົງ​ຊົງ​ຮັບ​ເຂົາ​ກັບ​ຄືນ​ມາ​ອີກ​ນັ້ນ ກໍ​ເປັນ​ເຫມືອນ​ກັບ​ວ່າ​ເຂົາ​ໄດ້​ຕາຍ​ໄປ​ແລ້ວ ແລະ​ກັບ​ຄືນ​ມາ​ໃຫ​ມ່ 16 ຖ້າ​ເຂົ້າ​ຈີ່​ກ້ອນ​ແຣກ​ຖືກ​ຖວາຍ​ແກ່​ພຣະ​ເຈົ້າ ແປ້ງນວດ​ແລ້ວ​ທັງ​ອ່າງ​ກໍ​ເປັນ​ຂອງ​ພຣະ​ອົງ ແລະ​ຖ້າ​ຮາກ​ຖືກ​ຖວາຍ​ແກ່​ພຣະ​ອົງ ກິ່ງ​ກ້ານ​ທັງ​ຫມົດ​ກໍ​ເປັນ​ຂອງ​ພຣະ​ອົງ​ດ້ວຍ 17 ແຕ່​ຖ້າ​ພຣະ​ເຈົ້າ​ຊົງ​ຫັ​ກ​ບາງ​ກິ່ງ​ອອກ​ເສັຽ​ແລ້ວ, ແລະ​ໄດ້​ຊົງ​ໂຜດ​ນຳ​ເຈົ້າ​ຜູ້​ເປັນ​ກິ່ງ​ຕົ້ນ​ກອກ​ເທດ​ປ່າ​ມາ​ຕໍ່​ແທນ​ກິ່ງ​ເຫລົ່າ​ນັ້ນ ແລະ​ໃຫ້​ເຂົ້າ​ຮ່ວມ​ປະ​ສານ​ຮັບ​ນ້ຳ​ລ້ຽງ​ອັນ​ບໍ​ຣິ​ບູນ​ຈາກ​ຮາກ​ຕົ້ນ​ກອກ​ນັ້ນ 18 ແລ້ວ​ເຈົ້າ​ກໍ​ຢ່າ​ອວດ​ດີ​ຕໍ່​ກິ່ງ​ເຫລົ່າ​ນັ້ນ ຖ້າ​ເຈົ້າ​ອວດ​ດີ ກໍ​ບໍ່​ແມ່ນ​ວ່າ​ເຈົ້າ​ເປັນ​ຜູ້ລ້ຽງ​ຮາກ ແຕ່ແມ່ນ​ຮາກ​ທີ່​ລ້ຽງ​ເຈົ້າ 19 ເຈົ້າ​ຄົງ​ຈະ​ເວົ້າ​ວ່າ, “ກິ່ງ​ເຫລົ່າ​ນັ້ນ​ໄດ້​ຊົງ​ຫັກ​ອອກ​ເສັຽ ກໍ​ເພື່ອ​ຈະ​ໄດ້​ຊົງ​ຕໍ່​ຂ້ອຍ​ໄວ້” 20 ກໍ​ຖືກ​ແລ້ວ​ທີ່​ເຂົາ​ຖືກ​ຊົງ​ຫັກ​ອອກ​ກໍ​ເພາະ​ເຂົາ​ບໍ່​ເຊື່ອ ແຕ່​ທີ່​ເຈົ້າ​ຢູ່​ໄດ້​ກໍ​ເພາະ​ດ້ວຍ​ຄວາມ​ເຊື່ອ​ຂອງ​ເຈົ້າ​ເທົ່າ​ນັ້ນ ດັ່ງ​ນັ້ນ​ຢ່າ​ສູ່​ຈອງ​ຫອງ​ແຕ່​ຈົ່ງ​ເປັນ​ຜູ້​ຢຳ​ເກງ 21 ເພາະ​ວ່າ​ເມື່ອ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ໂຜດ​ກິ່ງ​ເດີມ​ເຫລົ່າ​ນັ້ນ ພຣະ​ອົງ​ຈະ​ບໍ່​ຊົງ​ໂຜດ​ເຈົ້າ​ເຫມືອນ​ກັນ 22 ດ້ວຍ​ເຫດນັ້ນ​ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ພຣະ​ເມດ​ຕາ​ແລະ​ຄວາມ​ເຄັ່ງ​ຄັດ​ຂອງ​ພຣະ​ເຈົ້າ ຄື​ພຣະ​ອົງ​ຊົງ​ເຄັ່ງ​ຄັດ​ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ຫລົງ​ຜິດ​ໄປ ແຕ່​ພຣະ​ອົງ​ຊົງ​ພຣະ​ເມດ​ຕາ​ເຈົ້າ ຖ້າ​ວ່າ​ເຈົ້າ​ຕັ້ງ​ຫມັ້ນ​ຢູ່​ໃນ​ຄວາມ​ເມດ​ຕາ​ນັ້ນ​ຕໍ່​ໄປ ບໍ່​ດັ່ງ​ນັ້ນ​ພຣະ​ເຈົ້າ​ກໍ​ຈະ​ຊົງ​ຫັກ​ເຈົ້າ​ອອກ​ເຫມືອນ​ກັນ 23 ສ່ວນ​ເຂົາ​ທັງ​ຫລາຍ​ນັ້ນ ຖ້າ​ເຂົາ​ບໍ່​ດື້​ດ້ານ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຕໍ່​ໄປ ເຂົາ​ກໍ​ຈະ​ໄດ້​ຮ​ບັການ​ຊົງ​ຕໍ່​ກິ່ງ​ເຂົ້າ​ໄດ້​ໃຫມ່ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ອາດ​ທີ່​ຈະ​ຊົງ​ໂຜດ​ໃຫ້​ເຂົາ​ຕໍ່​ກິ່ງ​ເຂົ້າ​ອີກ​ໄດ້ 24 ດ້ວຍ​ວ່າ​ຖ້າ​ພຣະ​ເຈົ້າ​ຊົງ​ຕັດ​ເຈົ້າ​ອ​ອກ​ຈາກ​ຕົ້ນ​ກອກ​ປ່າ​ທີ່​ເປັນ​ໄມ້​ປ່າ​ຕາມ​ທຳ​ມະ​ຊາດ ແລະ​ຊົງ​ນຳ​ມາ​ຕໍ່​ເຂົ້າ​ກັບ​ຕົ້ນ​ກອກພັນ​ດີ ຊຶ່ງ​ຜິດ​ທຳ​ມະ​ຊາດ​ຂອງ​ມັນ​ແລ້ວ ການ​ທີ່​ຈະ​ເອົາ​ກິ່ງ​ເຫລົ່າ​ນັ້ນ​ທີ່​ເປັນ​ກິ່ງ​ເດີມ​ມາ​ຕໍ່​ເຂົ້າ​ກັບ​ຕົ້​ນ​ມັນ​ເອງ​ກໍ​ຈະ​ງ່າຍກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ຫນໍ 25 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຢ້ານ​ວ່າ​ພວກ​ເຈົ້າ​ຈະ​ຖື​ຕົວ​ເປັນ​ຜູ້​ສ​ລາດ​ຮູ້ ຈຶ່ງ​ຢາກ​ໃຫ້​ເຂົ້າ​ໃຈ​ຂໍ້​ຄວາມ​ອັນ​ເລິກ​ລັບ​ນີ້ ຄື​ເຣື່ອງ​ທີ່​ບາງ​ຄົນ​ໃນ​ພວກ​ອິ​ສ​ຣາ​ເອນ​ມີ​ໃຈ​ແຂງ​ກະ​ດ້າງ​ໄປ​ພໍ​ປານ​ນຶ່ງ​ຈົນ​ເຮັດ​ໃຫ້​ພວກ​ຕ່າງ​ຊາດ​ມາ​ຄົບ​ຈຳ​ນວນ​ແລ້ວ 26 ແລະ​ດັ່ງ​ນັ້ນ​ພວກ​ອິ​ສ​ຣາ​ເອນ​ທັງ​ຫມົດ​ຈຶ່ງ​ຈະ​ໄດ້​ພົ້ນ ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ພຣະ​ຜູ້ຊົງ​ໂຜດ​ໃຫ້​ພົ້ນ​ຈະ​ສະ​ເດັດ​ມາ​ຈາກ​ເມືອງ​ຊີ​ໂອນ​ພຣະ​ອົງ​ຈະ​ຊົງ​ລຶບລ້າງ​ສິ່ງ​ອະ​ທັມ​ໃຫ້​ຫມົດ​ໄປ​ຈາກ​ຢາ​ໂຄບ 27 ແລະ​ອັນ​ນີ້​ແຫລະ, ຈະ​ເປັນ​ຄຳ​ສັນ​ຍາ​ຂອງ​ເຮົາ​ກັບ​ເຂົາ ເມື່ອ​ເຮົາ​ຍົກ​ຄວາມ​ຜິດ​ບາບ​ຂອງ​ເຂົາ​ແລ້ວ” 28 ຖ້າ​ຈະ​ວ່າ​ຕາມ​ຂ່າວ​ປະ​ເສີດ ເຂົາ​ເຫລົ່າ​ນັ້ນ​ກໍ​ເປັນ​ສັດ​ຕຣູ​ຂອງ​ພຣະ​ເຈົ້າ​ ເພື່ອ​ປ​ໂຍດ​ຂອງ​ພວກ​ເຈົ້າ ແຕ່​ຖ້າ​ຈະ​ວ່າ​ຕາມ​ກາ​ນ​ຊົງ​ເລືອກ​ໄວ້​ນັ້ນ ເຂົາ​ກໍ​ເປັນ​ທີ່​ຊົງ​ຮັກ​ເນື່ອງ​ຈາກ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ 29 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ຫລົບ​ພຣະ​ທັຍ ໃນ​ການ​ທີ່​ໄດ້​ຊົງ​ໃຫ້​ຂອງ​ພຣະ​ຣາ​ຊທານ​ແລະ​ຊົງ​ເລືອກ​ໄວ້ 30 ເຈົ້າ​ທັງ​ຫລາຍ​ກໍ​ເຫມືອນ​ກັນ ເມື່ອ​ກ່ອນ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ ແຕ່​ບັດ​ນີ້​ໄດ້​ຮັບ​ພຣະ​ເມດ​ຕາ ເພາະ​ຄວາມ​ບໍ່​ເຊື່ອ​ຟັງ​ຂອງ​ເຂົາ​ເຫລົ່າ​ນັ້ນ​ສັນ​ໃດ 31 ບັດ​ນີ້​ເຂົາ​ເຫລົ່າ​ນັ້ນ​ກໍ​ບໍ່​ໄດ້​ເຊື່ອ​ຟັງ ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຮັບ​ພຣະກະ​ຣຸ​ນາ​ດ້ວຍ​ພຣະ​ຄຸນ​ທີ່​ໄດ້​ຊົງ​ໂຜດ​ແກ່​ເຈົ້າ​ທັງ​ຫລາຍ​ສັນ​ນັ້ນ 32 ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ຮວບ​ຮວມ​ຄົນ​ທັງ​ປວງ​ໃຫ້​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຟັງ ເພື່ອ​ຈະ​ໄດ້​ຊົງ​ເມດ​ຕາ​ແກ່​ເຂົາ​ທຸກ​ຄົນ

ຄຳ​ສັຣ​ເສີນ​ຕໍ່​ພຣະ​ເຈົ້າ

33 ໂອ, ຊັບ​ສົມ​ບັດ​ຂອງ​ພຣະ​ເຈົ້າ​ມີ​ຫລວງ​ຫລາຍ​ປານ​ໃດ​ຫນໍ ພຣະ​ປັນ​ຍາ​ທັງ​ຄວາມ​ຮອບ​ຮູ້​ຂອງພຣະ​ອົງ​ກໍ​ເລິກ​ລັບ​ເທົ່າ​ໃດ ຂໍ້​ຕັດ​ສິນ​ຂອງ​ພຣະ​ອົງ​ນັ້ນ​ກໍ​ເຫລືອ​ທີ່​ຈະ​ຢັ່ງ​ຮູ້​ໄດ້ ແລະ​ວິ​ທີ​ທາງ​ຂອງພຣະ​ອົງ​ກໍ​ເຫລືອ​ວິ​ສັຍ​ທີ່​ຈະ​ຄົ້ນ​ຄວ້າ​ໄດ້ 34 “ເພາະ​ວ່າ​ໃຜ​ຫນໍ​ໄດ້​ຮູ້​ຈັກ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຫລື​ໃຜ​ຫນໍ​ເປັນ​ທີ່​ປຶກ​ສາ​ຂອງ​ພຣະ​ອົງ 35 ຫລື​ໃຜ​ຫນໍ​ໄດ້​ຖວາຍ​ສິ່ງ​ນຶ່ງ​ສິ່ງ​ໃດ​ແກ່​ພຣະ​ອົງ​ກ່ອນ​ທີ່​ພຣະ​ອົງ​ຈະ​ຊົງ​ປະ​ທານ​ຕອບ​ແທນ​ແກ່​ຕົນ” 36 ດ້ວຍ​ວ່າ​ສິ່ງ​ສາ​ຣະ​ພັດ​ກໍ​ເປັນ​ມາ​ຈາກ​ພຣະ​ອົງ ດ້ວຍ​ພຣະ​ອົງ ແລະ​ເພື່ອ​ພຣະ​ອົງ​ຂໍ​ພຣະ​ກຽດ​ຕິ​ຍົດ​ຈົ່ງ​ມີ​ແກ່​ພຣະ​ອົງ​ສືບໆ​ໄປ​ເປັນ​ນິດ ອາ​ແມນ

ໂຣມ 12

ດຳ​ເນີນ​ຊີ​ວິດ​ຕາມ​ແບບ​ການ​ປະ​ຕິ​ບັດ​ພຣະ​ເຈົ້າ

1 ເຫດ​ສັນ​ນັ້ນພີ​ນ້ອງ​ທັງ​ຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດ​ຕາ​ກະ​ຣຸ​ນາ​ຂອງ​ພຣະ​ເຈົ້າ ເຮົາ​ຈຶ່ງ​ຊັກ​ຊວນ​ພວກ​ເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະ​ອົງ ເພື່ອ​ເປັນ​ເຄື່ອງ​ບູ​ຊາ​ທີ່​ມີ​ຊີ​ວິດ, ເປັນ​ອັນ​ບໍ​ຣິ​ສຸດ, ແລະ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ຊຶ່ງ​ເປັນ​ການ​ນະ​

ມັ​ສ​ການ​ທີ່​ສົມ​ກັບ​ຝ່າຍ​ວິນ​ຍານ​ຂອງ​ເຈົ້າ​ທັງ​ຫລາຍ

2 ຢ່າ​ດຳ​ເນີນ​ຊີ​ວິດ​ເຫມືອນ​ຢ່າງ​ຊາວ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນ​ແປງ​ຈິດ​ໃຈ ແລ້ວ​ອຸ​ປ​ນິ​ສັຍ​ຂອງ​ພວກ​ເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃຫມ່ ເພື່​ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຈະ​ໄດ້​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ຊອບ​ພຣະ​ທັຍ ແລະ​ອັນ​ໃດ​ດີ​ທີ່​ສຸດ 3 ເຮົາ​ກ່າວ​ແກ່​ເຈົ້າ​ທັງ​ຫລາຍ​ທຸກ​ຄົນ​ໂດຍ​ພຣະ​ຄຸນ​ທີ່​ຊົງ​ປະ​ທານ​ແກ່​ເຮົາ​ແລ້ວ​ວ່າ ຢ່າ​ຄຶດ​ຖື​ຕົວ​ເກີນ​ທີ່​ຕົນ​ຄວນ​ຈະ​ຄຶດ​ນັ້ນ ແຕ່​ຈົ່ງ​ຄຶດ​ໃຫ້​ພໍ​ສົມ​ກັບ​ຂະ​ຫ​ນາດ​ແຫ່ງ​ຄວາມເຊື່ອ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ໃຫ້​ແກ່​ທຸກ​ຄົນ 4 ເພາະ​ວ່າ​ໃນ​ຮ່າງ​ກາຍ​ອັນ​ດຽວ​ນັ້ນ​ເຮົາ​ມີ​ອະ​ວັຍ​ວະ​ຫລາຍ​ຢ່າງ ແລະ​ອະ​ວັຍ​ວະ​ເຫລົ່າ​ນັ້ນ​ບໍ່​ມີ​ຫນ້າ​ທີ່​ຢ່າງ​ດຽວ​ກັນ​ສັນ​ໃດ 5 ພວ​ກ​ເຮົາ​ຜູ້​ເປັນ​ຫລາຍ​ຄົນ​ກໍ​ຍັງ​ເປັນ​ຮ່າງ​ກາຍອັນ​ດຽວ​ໃນ​ພຣະ​ຄຣິດ ແລະ​ເປັນ​ອະ​ວັຍ​ວະ​ແກ່​ກັນ​ແລະ​ກັນ​ສັນ​ນັ້ນ 6 ແລະ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ​ຕ່າງໆ​ກັນ ຕາມ​ພຣະ​ຄຸນ​ທີ່​ໄດ້​ຊົງ​ໂຜດ​ປະ​ທານ​ແກ່​ພວກ​ເຮົາ ຄື​ຖ້າ​ເປັນ​ການ​ປະ​ກາດ​ພຣະ​ທັມ ກໍ​ຈົ່ງ​ປະ​ກາດ​ຕາມ​ຂະ​ຫນາດ​ແຫ່ງ​ຄວາມ​ເຊື່ອ 7 ຖ້າ​ເປັນ​ການ​ປະ​ຕິ​ບັດ​ກໍ​ຈົ່ງ​ປະ​ຕິບັດ ຖ້າ​ເປັນ​ການ​ສັ່ງ​ສອນ​ກໍ​ຈົ່ງ​ສັ່ງ​ສອນ 8 ຖ້າ​ເປັນ​ການ​ເຕືອນ​ສະ​ຕິ​ກໍ​ຈົ່ງ​ເຕືອນ​ສະ​ຕິ ຖ້າ​ເປັນ​ການ​ບໍ​ຣິ​ຈາກ​ກໍ​ຈົ່ງ​ບໍ​ຣິ​ຈາກ​ດ້ວຍບ​ໃຈ​ກວ້າງ​ຂວາງ ຜູ້​ຄຸ້ມ​ຄອງ​ກໍ​ຈົ່ງ​ຄຸ້ມ​ຄອງ​ດ້ວຍ​ເອົາ​ໃຈ​ໃສ່

ຜູ້​ທີ່​ສະ​ແດງ​ຄວາມ​ເມດ​ຕາ​ກໍ​ຈົ່ງ​ສະ​ແດງ​ດ້ວຍ​ໃຈ​ຍິນ​ດີ

9 ຈົ່ງ​ຣັກ​ດ້ວຍ​ໃຈ​ຈິງ ຈົ່ງ​ກຽດ​ຊັງ​ສິ່ງ​ຊົ່ວ ຈົ່ງ​ຍຶດ​ຫມັ້ນ​ໃນ​ສິ່ງ​ທີ່​ດີ 10 ຈົ່ງ​ຮັກ​ກັນ​ເຫມືອນ​ສັນ​ພີ່​ນ້ອງ ສ່ວນ​ການ​ທີ່​ໃຫ້​ກຽດ​ແກ່​ກັນ​ແລະ​ກັນ​ນັ້ນ​ຈົ່ງ​ຖື​ວ່າ​ຜູ້​ອື່ນ​ດີກວ່າ​ຕົນ 11 ຢ່າ​ຂີ້​ຄ້ານ ແຕ່​ຈົ່ງ​ເອົາ​ໃຈ​ໃສ່ ຈົ່ງ​ມີ​ຈິດ​ໃຈ​ຮ້ອນ​ຮົນ​ດ້ວຍ​ພຣະ​ວິນ​ຍານ ຈົ່ງ​ບົວ​ຣະ​ບັດອົງ​ພຣະ​ຜູ້​ເປັນ​ເຈົ້າ 12 ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ໃນ​ຄວາມ​ໄວ້​ວາງ​ໃຈ ຈົ່ງ​ອົດ​ທົນ​ຕໍ່​ຄວາມ​ຍາກ​ລຳ​ບາກ ຈົ່ງ​ຫມັ່ນ​ເອົາ​ໃຈ​ໃສ່​ໃນ​ການ​ໄຫວ້ວອນ 13 ຈົ່ງ​ຊ່ອຍ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເມື່ອ​ເຂົາ​ຂັດ​ສົນ ຈົ່ງ​ຕ້ອນ​ຮັບ​ແຂກ​ດ້ວຍໃຈ​ເຫລື້ອມ​ໃສ 14 ຈົ່ງ​ອວຍ​ພອນ​ແກ່​ຄົນ​ທີ່​ຂົ່ມ​ເຫັງ​ເຈົ້າ ຈົ່ງ​ໃຫ້​ພອນ ຢ່າ​ປ້ອຍ​ດ່າ 15 ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ກັບ​ຜູ້​ທີ່​ມີ​ຄວາມ​ຊົມ​ຊື່​ນ​ຍິນ​ດີ ຈົ່ງ​ຮ້ອງ​ໄຫ້​ກັບ​ຜູ້​ທີ່​ຮ້ອງ​ໄຫ້ 16 ຈົ່ງ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ຢ່າ​ຄຶດ​ໃຫຍ່​ໄຝ່​ສູງ ແຕ່​ຈົ່ງ​ຮັບ​ຮູ້​ຄົນ​ສາ​ມັນ​ຕ່ຳ​ຕ້ອຍ ຢ່າ​ຖື​ຕົວ​ວ່າ​ເປັນ​ຜູ້​ສ​ລາດ 17 ຢ່າ​ເຮັດ​ຊົ່ວ​ຕອບ​ແທ​ນ​ການ​ຊົ່ວ​ແກ່​ຜູ້​ນຶ່ງ​ຜູ້​ໃດ ແຕ່​ຈົ່ງ​ພ​ຍາ​ຍາມ​ເຮັດ​ແຕ່​ສິ່ງ​ທີ່​ທຸກ​ຄົນ​ເຫັນ​ວ່າ​ດີ 18 ຖ້າ​ເປັນ​ໄດ້​ໃນ​ເຣື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກ​ເຈົ້າ​ນັ້ນ ຈົ່ງ​ຢູ່​ຢ່າງ​ສ​ງົບ​ສຸກ​ກັບ​ຄົນ​ທັງ​ປວງ 19 ພວກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ຢ່າ​ແກ້​ແຄ້ນ ແຕ່​ຈົ່ງ​ມອບ​ການ​ນັ້ນ​ໄວ້​ແກ່​ພຣະ​ພິ​ໂຣດ ດ້ວຍ​ວ່າ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ, ການ​ແກ້​ແຄ້ນ​ເປັນ​ທຸ​ຣະ​ຂອງ​ເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບ​ແທນ” 20 ແຕ່ “ຖ້າ​ສັດ​ຕຣູ​ຂອງ​ເຈົ້າ​ຢາກ​ເຂົ້າ ຈົ່ງ​ໃຫ້​ເຂົາ​ກິນ ຖ້າ​ເຂົາ​ຢາກ​ນ້ຳ ຈົ່ງ​ໃຫ້​ເຂົາ​ດື່ມ ເພາະ​ວ່າ​ຖ້າ​ເຮັດ​ດັ່ງ​ນັ້ນ ເປັນ​ການກອງ​ຖ່ານ​ໄຟ​ແດງ​ໃສ່​ໄວ້​ເທິງ​ຫົວ​ຂອງ​ເຂົາ” 21 ຢ່າ​ໃຫ້​ຄວາມ​ຊົ່ວ​ໄດ້​ຊະ​ນະ​ເຈົ້າ ແຕ່​ຈົ່ງ​ຊະ​ນະ​ຄວາມ​ຊົ່ວ​ດ້ວຍ​ຄວາມ​ດີ

ໂຣມ 13

ຕ້ອງຍອມ​ຢູ່​ໃຕ້​ອຳ​ນາດ​ຂອງ​ຜູ້​ປົກ​ຄອງ

1 ທຸກ​ຄົນ​ຈົ່ງ​ຍອມ​ຢູ່​ໃຕ້ບັງ​ຄັບ​ຜູ້​ມີ​ອຳ​ນາດ​ປົກ​ຄອງ ດ້ວຍ​ວ່າ​ບໍ່​ມີ​ອຳ​ນາດ​ອັນ​ໃດ​ທີ່​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ ແລະ​ຜູ້​ທີ່​ມີ​ອຳ​ນາດ​ນັ້ນ​ກໍ​ແມ່ນ​ພຣະ​ເຈົ້າ​ຊົງ​ແຕ່ງ​ຕັ້ງ​ຂຶ້ນ 2 ເຫດ​ສັນ​ນັ້ນ​ຜູ້​ທີ່​ຂັດ​ຂືນ​ອຳ​ນາດ​ນັ້ນ ກໍ​ຂັດ​ຂືນ​ຜູ້​ຊຶ່ງ​ພຣະ​ເຈົ້າ​ຊົງ​ແຕ່ງ​ຕັ້ງ​ຂຶ້ນ ແລະ​ຜູ້​ທີ່​ຂັດ​ຂືນ​ນັ້ນ​ຈະ​ຕ້ອງ​ຖືກ​ພິ​ພາກ​ສາ​ລົງ​ໂທດ 3 ເພາະ​ວ່າ​ຜູ້​ປົກ​ຄອງ​ນັ້ນ​ບໍ່​ເປັນ​ຫນ້າ​ຢ້ານ​ສຳ​ລັ​ບ​ຄົນ​ທີ່​ເຮັດ​ການ​ດີ ແຕ່​ເປັນ​ຫນ້າ​ຢ້ານ​ສຳ​ລັ​ບ​ຄົນ​ທີ່​ເຮັດ​ການ​ຊົ່ວ ເຈົ້າ​ບໍ່​ຢາກ​ຢ້ານ​ຜູ້​ມີ​ອຳ​ນາດ​ຫລື ຖ້າ​ດັ່ງ​ນັ້ນ​ຈົ່ງ​ເຮັດ​ແຕ່ການ​ດີ ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ເປັນ​ທີ່​ພໍ​ໃຈ​ຂອງ​ຜູ້​ມີ​ອຳ​ນາດ​ນັ້ນ 4 ເພາະ​ວ່າ​ຜູ້​ປົກ​ຄອງ​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ເພື່ອ​ໃຫ້​ປ​ໂຍດ​ແກ່​ເຈົ້າ ແຕ່​ວ່າ​ຖ້າ​ເຈົ້າ​ເຮັດ​ການ​ຊົ່ວ​ຈົ່ງ​ຢ້ານ ເພາະ​ວ່າ​ຜູ້​ປົກ​ຄອງ​ນັ້ນບໍ່​ໄດ້​ ຖື​ດາບ​ໄວ້​ຊື່ໆ ທ່ານ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ເປັນ​ຜູ້​ໃຊ້​ຄວາມ​ຮ້າຍ​ຂາດ​ແທນ​ພຣະ​ເຈົ້າ​ແກ່​ທຸກ​ຄົນ​ທີ່​ເຮັດ​ການ​ຊົ່ວ 5 ເຫດ​ສັນ​ນັ້ນ​ເຈົ້າ​ຈະ​ຕ້ອງ​ຢູ່​ໃຕ້​ບັງ​ຄັບ​ບັນ​ຊາ ບໍ່​ໃຊ່​ເພາະ​ເຫັນ​ແກ່​ຄວາມ​ຮ້າຍ​ຂາດແຕ່​ສິ່ງ​ດຽວ ແຕ່​ເພາະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ດ້ວຍ 6 ເພາະ​ເຫດ​ຜົນຢ່າງ​ດຽວ​ກັນ​ນັ້ນ​ເຈົ້າ​ຈຶ່ງ​ໄດ້​ເສັຽ​ສ່ວຍ​ສາ​ອາ​ກອນ ດ້ວຍ​ວ່າຜູ້​ມີ​ອຳ​ນາດ​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ແລະ​ປະ​ຕິ​ບັດ​ຫນ້າ​ທີ່​ນີ້​ຢູ່ 7 ເຈົ້າ​ຈົ່ງ​ໃຫ້​ແກ່​ທຸກ​ຄົນ​ຕາມ​ທີ່​ເຂົາ​ຄວນ​ໄດ້​ຮັບ ສ່ວຍ​ສາ​ອາ​ກອນ​ຄວນ​ໃຫ້​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ ພາ​ສີ​ຄວນ​ເສັຽ​ໃຫ້​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ ຄວາມຢໍາ​ເກງ​ຄວນ​ມີ​ແກ່​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ ກຽດ​ຕິ​ຍົດ​ຄວ​ນ​ມີ​ແກ່​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ

ການປະຕິບັດເຊິ່ງກັນແລະກັນ

8 ຢ່າ​ເປັນ​ຫນີ້​ສິ່ງ​ໃດ​ແກ່​ໃຜ​ນອກ​ຈາກ​ຄວາມ​ຮັກ​ຊຶ່ງ​ກັນ​ແລະ​ກັນ ເພາະ​ວ່າ​ຜູ້​ທີ່​ຮັກ​ເພື່ອນ​ມະ​ນຸດ​ກໍ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຢ່າງ​ຄົບ​ຖ້ວນ​ແລ້ວ 9 ເພາະ​ວ່າ​ຂໍ້​ບັນ​ຍັດ​ທີ່​ກ່າວ​ວ່າ, “ຢ່າ​ຫລິ້ນ​ຊູ້ ຢ່າ​ຂ້າ​ຄົນ ຢ່າ​ລັກ​ຊັບ ຢ່າ​ໂລບ” ທັງ​ບັນ​ຍັດ​ຂໍ້​ອື່ນໆ​ກໍ​ຮວມ​ຢູ່​ໃນ​ຂໍ້​ນີ້ ຄື, “ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ” 10 ຄວາມ​ຮັກ​ບໍ່​ເຮັດ​ອັນ​ຕະ​ຣາຍ​ແກ່​ເພື່ອນ​ບ້ານ ເຫດ​ສັນ​ນັ້ນ​ຄວາມ​ຮັກ​ຈຶ່ງ​ເປັນ​ການ​ປະ​ຕິ​ບັດ​ຕາມຂໍ້​ບັນ​ຍັດ​ຢ່າງ​ຄົບ​ຖ້ວນ 11 ທີ່​ຄວນ​ຈະ​ເຮັດ​ດັ່ງ​ນີ້​ກໍ​ເພາະ​ພວກ​ເຈົ້າ​ໄດ້​ຮູ້​ຈັກ​ກາ​ລະ​ເວ​ລາ​ແລ້ວ​ວ່າ ບັດ​ນີ້​ເປັນ​ເວ​ລາ​ທີ່​ເຈົ້າ​ຄວນ​ຈະ​ຕື່ນ​ຈາກ​ຫລັບ​ແລ້ວ ດ້ວຍ​ວ່າ​ເວ​ລາ​ທີ່​ພວກ​ເຮົາ​ຈະ​ພົ້ນ​ນັ້ນ​ໃກ້ກວ່າ​ເວ​ລ່​ທີ່​ເຮົາ​ຫາ​ກໍ​ເຊື່ອ​ນັ້ນ 12 ກາງ​ຄືນ​ກໍ​ລ່ວງ​ໄປ​ຫລາຍ​ແລ້ວ ແລະ​ຮຸ່ງ​ເຊົ້າ​ກໍ​ໃກ້​ເຂົ້າ​ມາ ເຫດ​ສັນ​ນັ້ນ​ພວກ​ເຮົາ​ຈົ່ງ​ເລີກ​ເຮັດ​ການ​ຝ່າຍ​ຄວາມ​ມືດ ແລະ​ຈົ່ງ​ປະ​ກອບ​ຕົວ​ດ້ວຍ​ອາ​ວຸດ​ແຫ່ງ​ຄວາມ​ສວ່າງ 13 ພວກ​ເຮົາ​ຈົ່ງ​ປະ​ຕິ​ບັດ​ຕົວ​ໃຫ້​ເຫມາະ​ສົມ​ກັບ​ເວ​ລາ​ກາງ​ເວັນ ບໍ່​ແມ່ນ​ໃນ​ການ​ລ້ຽງ​ດ້ວຍ​ເສບ​ສຸ​ຣາ​ຢາ​ເມົາ ບໍ່​ແມ່ນ​ໃນ​ການວິ​ວາດ​ເຫິງ​ສາ​ກັນ 14 ແຕ່​ຈົ່ງ​ປະ​ຕິ​ບັດ​ຕົວ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ບຳ​ຣຸງ​ຕັນ​ຫາ​ຂອງ​ເນື້ອ​ກາຍ

ໂຣມ 14

ຢ່າ​ກ່າວ​ໂທດ​ໃສ່​ພີ່​ນ້ອງ

1 ສ່ວນ​ຄົນ​ທີ່​ອ່ອນ​ໃນ​ຄວາມ​ເຊື່ອ​ນັ້ນ ຈົ່ງ​ຮັບ​ເຂົາ​ໄວ້ ແຕ່​ບໍ່​ໃຊ່​ເພື່ອ​ຖົກ​ຖຽງ​ກັນ​ໃນ​ເຣື່ອງ​ຄວາມ​ເຊື່ອ​ທີ່​ແຕກ​ຕ່າງ​ກັນ 2 ຄົນ​ນຶ່ງ​ຖື​ວ່າ​ຈະ​ກິນ​ອັນ​ໃດ​ກໍ​ໄດ້​ຫມົດ ແຕ່​ຄົນ​ທີ່​ຍັງ​ອ່ອນ​ໃນ​ຄວາມ​ເຊື່ອ​ກໍ​ກິນ​ແຕ່​ຜັກ​ເທົ່າ​ນັ້ນ 3 ຢ່າ​ໃຫ້​ຄົນ​ທີ່​ກິນັ້ນ​ຫມິ່ນ​ປມາດ​ຄົນ​ທີ່​ບໍ່​ກິນ ແລະ​ຢ່າ​ໃຫ້​ຄົນ​ທີ່​ບໍ່​ກິນ​ກ່າວ​ໂທດ​ຄົນ​ທີ່​ກິນ ດ້ວຍ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ຮັບ​ເອົາ​ຜູ້​ນັ້ນ​ແລ້ວ 4 ເຈົ້າ​ນັ້ນ​ແມ່ນ​ໃຜ​ຈຶ່ງ​ກ່າວ​ໂທດ​ໃສ່​ບ່າວ​ຂອງ​ຜູ້​ອື່ນ ບ່າວ​ນັ້ນ​ຈະ​ຕັ້ງ​ຫ​ມັ້ນ​ຢູ່​ຫລື​ລົ້ມ​ລົງ​ກໍ​ສຸດ​ແລ້ວ​ແຕ່​ນາຍ​ຂອງ​ຕົນ ແລະ​ເຂົາ​ຄົງ​ຈະ​ຕັ້ງ​ຫ​ມັ້ນ​ຢູ່​ເປັນ​ແນ່ ດ້ວຍ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຣິດ​ອາດ​ໃຫ້​ຜູ້​ນັ້ນ​ຕັ້ງ​ຫມັ້ນ​ຢູ່​ໄດ້ 5 ຄົນ​ນຶ່ງ​ຖື​ວ່າ​ວັນ​ນຶ່ງ​ດີ​ກວ່າ​ອີກວັນ​ນຶ່ງ ແຕ່​ອີກ​ຄົນ​ນຶ່ງ​ຖື​ວ່າ​ທຸກວັນ​ຫມືອນ​ກັນ ຄວນ​ໃຫ້​ທຸກ​ຄົນມີ​ຄວາມ​ແນ່​ໃຈ​ໃນ​ຄວາມ​ຄຶດ​ເຫັນ​ຂອງ​ຕົນ​ເອງ 6 ຜູ້​ທີ່​ຖືວັນ​ກໍ​ຖື​ດ້ວຍ​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ທີ່​ກິນ​ກໍ​ກິນ​ດ້ວຍ​ເຫັນ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ທ່ານ​ໄດ້​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ແລະ​ຜູ້​ທີ່​ບໍ່​ໄດ້​ກິນ​ຈຶ່ງ​ບໍ່​ໄດ້​ກິນ​ດ້ວຍ​ເຫັນ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຍັງ​ຂອບ​ພຣະ​ຄຸນ​ພຣະ​ອົງ 7 ໃນ​ພວກ​ເຮົາ​ບໍ່​ມີ​ຜູ້​ໃດ​ມີ​ຊີ​ວິດ​ຢູ່​ເພື່ອ​ຕົນ​ເອງ​ຝ່າຍ​ດຽວ ແລະ​ບໍ່​ມີ​ຜູ້​ໃດ​ຕາຍ​ເພື່ອ​ຕົນ​ເອງ​ຝ່າຍ​ດຽວ ດ້ວຍ​ວ່າ​ຖ້າ​ເຮົາ​ທັງ​ຫລາຍ​ມີ​ຊີ​ວິດ​ຢູ່​ກໍ​ເພື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 8 ແລະ​ຖ້າ​ເຮົາ​ຕາຍ​ກໍ​ຕາຍ​ເພື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເຫດ​ສັນ​ນັ້ນ​ຖ້າ​ເຮົາ​ທັງ​ຫລາຍ​ມີ​ຊີ​ວິດ​ຫລື​ຕາຍ​ກໍ​ດີ ເຮົາ​ກໍ​ເປັນ​ຄົນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 9 ເພາະ​ເຫດ​ນີ້​ແຫລະ, ພຣະ​ຄຣິດ​ຈຶ່ງ​ໄດ້​ສິ້ນ​ພຣະ​ຊົນ​ແລະ​ໄດ້​ຊົງ​ຄືນ​ພຣະ​ຊົນ​ອີກ ເພື່ອ​ຈະ​ໄດ້​ຊົງ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຄົນ​ຕາຍ​ແລະ​ຂອງ​ຄົນ​ເປັນ 10 ແຕ່​ຕົວ​ເຈົ້າ​ເດ່, ເຫດ​ໃດ​ເຈົ້າ​ຈຶ່ງ​ກ່າວ​ໂທດ​ໃສ່​ພີ່​ນ້ອງ​ຂອງ​ຕົນ ຫລື​ເຈົ້າ​ຜູ້​ເປັນ​ອີກ​ຝ່າຍ​ນຶ່ງ ເຫດ​ໃດ​ຈຶ່ງ​ຫມິ່ນ​ປມາດ​ພີ່​ນ້ອງຂອງ​ຕົນ ດ້ວຍ​ວ່າ​ເຮົາ​ທຸກ​ຄົນ​ຕ້ອງ​ຢືນ​ຢູ່​ຫນ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ 11 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ວ່າ ເຮົາ​ມີ​ຊີ​ວິ​ດຢູ່​ທ່ຽງ​ແທ້​ສັນ​ໃດ ທຸກ​ຄົນ​ຈະ​ຄຸ​ເຂົ່າ​ລົ​ງ​ຂາບ​ໄຫວ້​ເຮົາ ແລະ​ທຸກ​ສິ່ງ​ຈະ​ສັຣ​ເສີນ​ພຣະ​ເຈົ້າ” 12 ດັ່ງ​ນັ້ນ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ກາບ​ທູນ​ເຣື່ອງ​ຣາວ​ຂອງ​ຕົນ​ເອງ​ຕໍ່​ພຣະ​ເຈົ້າ

ຢ່າໃຫ້ພີ່ນ້ອງຂອງຕົນຊູນສະດຸດ

13 ເຫ​ດສັນ​ນັ້ນ​ພວກ​ເຮົາ​ຢ່າ​ກ່າວ​ໂທດ​ໃສ່​ກັນ​ແລະ​ກັນ​ອີກ​ຕໍ່​ໄປ ແຕ່​ວ່າ​ຈົ່ງ​ຕັ້ງ​ໃຈ​ເຮັດ​ດັ່ງ​ນີ້​ດີກວ່າ ຄື ຢ່າ​ໄດ້​ເອົາ​ສິ່ງ​ໃດ​ເປັນ​ເຫດ​ໃຫ້​ຊຸນ​ສະ​ດຸ​ດ​ຫລື​ລົ້ມ​ລົງ​ມາ​ຂວາງ​ທາງ​ຂອງ​ພີ່​ນ້ອງ 14 ເຮົາ​ຮູ້​ແລະ​ເຊື່ອ​ແນ່​ໃຈ​ໃນ​ພຣະ​ເຢ​ຊູ​ເຈົ້າ​ວ່າ ບໍ່​ມີ​ສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ໃນ​ຕົວ​ມັນ​ເອງ ແຕ່​ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ຖື​ວ່າ​ສິ່ງ​ໃດ​ເປັນ​ຂອງ​ຕ້ອງ​ຫ້າມ ມັນ​ກໍ​ເປັນ​ຂອງ​ຕ້ອງ​ຫ້າມ​ສຳ​ລັບ​ຜູ້​ນັ້ນ​ແທ້ 15 ຖ້າ​ພີ່​ນ້ອງ​ຂອງ​ເຈົ້າ​ເປັນ​ທຸກ​ໃຈ​ເພາະ​ອາ​ຫານ​ທີ່​ເຈົ້າ​ກິນ ເຈົ້າ​ກໍ​ບໍ່​ໄດ້​ປະ​ຕິ​ບັດ​ໄປ​ຕາມ​ທາງ​ແຫ່ງ​ຄວາມ​ຮັກ​ເສັຽ​ແລ້ວ ພຣະ​ຄຣິດ​ຊົງ​ສິ້ນ​ພຣະ​ຊົນ​ເພື່ອ​ຜູ້​ໃດ ກໍ​ຢ່າ​ໃຫ້​ຜູ້​ນັ້ນ​ຈິບ​ຫາຍ​ເພາະ​ອາ​ຫານ​ທີ່​ເຈົ້າ​ກິນ​ນັ້ນ 16 ສັນ​ນັ້ນ​ຢ່າ​ໃຫ້​ການ​ທີ່​ເຈົ້າ​ຖື​ວ່າ​ດີ​ນັ້ນ ເປັນ​ຂໍ້​ທີ່​ຄົນ​ອື່ນ​ຕິ​ຕຽນ​ໄດ້ ເພາະ​ວ່າ​ຣາ​ຊ​ອານາ​ຈັກ​ຂອງ​ພຣະ​ເຈົ້າບໍ່​ແມ່ນ​ຫມາຍ​ເຖິງ​ການ​ກິນ​ແລະ​ການ​ດື່ມ, 17 ແຕ່​ຫມາຍ​ເຖິງ​ຄວາມ​ຊອບ​ທັມ​ແລະ​ສັນ​ຕິ​ທັມ ກັບ​ຄວາມ​ຊົມ​ຊື່ນຍິນດີ​ທີ່ມາ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 18 ຜູ້​ທີ່​ບົ​ວ​ຣະ​ບັດ​ພຣະ​ຄຣິດ​ໃນ​ການ​ເຫລົ່າ​ນັ້ນ ກໍ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ ແລະ​ເປັນ​ທີ່​ຊອບ​ໃຈ​ມະ​ນຸດ​ດ້ວຍ 19 ເຫດ​ດັ່ງ​ນີ້​ພວກ​ເຮົາ​ຈົ່ງ​ສ​ແວງ​ຫາ​ສິ່ງ​ທັງ​ຫລາຍ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສ​ງົບ​ສຸກ ແລະ​ເຮັດ​ໃຫ້​ເກີດ​ຄວາມ​ຈະ​ເຣີນ​ແກ່​ກັນ​ແລະ​ກັນ 20 ຢ່າ​ທຳ​ລາຍ​ງານ​ຂອງ​ພຣະ​ເຈົ້າ​ຍ້ອນ​ເຣື່ອງ​ອາ​ຫານ ອາ​ຫານ​ທຸກ​ຢ່າງ​ບໍ່​ແມ່ນ​ຂອງ​ຕ້ອງ​ຫ້າມ​ກໍ​ຈິງ ແຕ່​ຄົນ​ໃດ​ທີ່​ກິນ​ອາ​ຫານ​ຊຶ່ງ​ເປັນ​ເຫດ​ໃຫ້​ຜູ້​ອື່ນ​ສະ​ດຸດ​ໃຈ​ກໍ​ມີ​ຄວາມ​ຜິດ 21 ທີ່​ຈະ​ບໍ່​ກິນ​ຊີ້ນ ຫລື​ດື່ມ​ເຫລົ້າ​ແວງ ຫລື​ເຮັດ​ສິ່ງ​ໃດໆ​ທີ່​ເປັນ​ເຫດ​ໃຫ້​ພີ່​ນ້ອງ​ສະ​ດຸດ​ໃຈ​ກໍ​ເປັນ​ການ​ດີ​ຢູ່​ແລ້ວ 22 ຄວາມ​ເຊື່ອ​ທີ່​ເຈົ້າ​ມີ​ຢູ່​ນັ້ນ​ຈົ່ງ​ຍຶດ​ຖື​ໄວ້​ໃຫ້​ຫມັ້ນ​ລະ​ຫວ່າງ​ຕົວ​ເຈົ້າ​ກັບ​ພຣະ​ເຈົ້າ ຜູ້​ໃດ​ບໍ່​ມີ​ເຫດ​ທີ່​ຈະ​ຕິ​ຕຽນ​ຕົນ​ເອງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ຊອ​ບ​ແລ້ວ​ນັ້ນ​ກໍ​ເປັນ​ສຸກ 23 ແຕ່​ຜູ້​ທີ່​ມີ​ຄວາມ​ສົງ​ສັຍ ຖ້າ​ຍັງ​ກິນ​ກໍ​ຖື​ວ່າ​ມີ​ຜິດ ເພາະ​ຜູ້​ນັ້ນ​ບໍ່ໄດ້​ກິນ​ຕາມ​ທີ່​ຕົນ​ເຊື່ອ ທັງ​ນີ້​ກໍ​ເພາະ​ການ​ກະ​ທຳ​ທີ່​ບໍ່​ໄດ້​ເກີດ​ຈາກ​ຄວາມ​ເຊື່ອ​ຫມັ້ນ​ກໍ​ເປັນ​ບາບ​ທັງ​ຫມົ​ດ

ໂຣມ 15

ຈົ່ງ​ໃຫ້​ເປັນ​ທີ່​ພໍ​ໃຈ​ຂອງ​ຄົນ​ອື່ນ​ບໍ່​ໃຊ່​ຂອງ​ຕົນ​ເອງ

1 ຝ່າຍ​ເຮົາ​ທັງ​ຫລາຍ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມ​ແຂງ ຄວນ​ອົດ​ທົນຕໍ່​ຄົນ​ທີ່​ມີ​ຄວາມ​ເຊື່ອ​ຢຸດໆ​ຢ່ອນໆ ແລະ​ບໍ່​ຄວນ​ເຮັດ​ຕາມ​ຄວາມ​ຊອບ​ໃຈ​ຂອງ​ຕົນ​ເອງ 2 ເຮົາ​ທຸກ​ຄົນ​ຈົ່ງ​ເຮັດ​ໃຫ້​ເພື່ອນ​ບ້ານຊອບ​ໃຈ ເພື່ອ​ນຳ​ປ​ໂຍດ​ແລະ​ຄວາມ​ຈະ​ເຣີນ​ມາ​ສູ່​ເຂົາ 3 ເພາະ​ວ່າ​ພຣະ​ຄຣິດ​ບໍ່​ດ້​ເຮັດ​ສິ່ງ​ທີ່​ຊອບ​ພຣະ​ທັຍ​ ພຣະ​ອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຄຳ​ຫຍາບ​ຊ້າ​ຂອງ​ພວກ​ຄົນ​ທີ່ນິນ​ທາ​ພຣະອົງ​ເຈົ້າ ກໍ​ໄດ້​ຕົກ​ຖືກ​ຂ້າ​ພຣະ​ອົງ” 4 ດ້ວຍ​ວ່າ​ທຸກ​ສິ່ງ​ທີ່ຂຽນ​ໄວ້​ໃນ​ສະ​ໄຫມ​ກ່ອນ​ນັ້ນ ກໍ​ຂຽນ​ໄວ້​ເພື່ອ​ສັ່ງ​ສອນ​ພວກ​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ມີ​ຄວາມ​ຫວັງ​ໂດຍ​ຄວາມ​ພຽນ​ແລະ​ຄວາມ​ຊ່ອຍ​ຊູ​ດ້ວຍ​ທາງ​ພຣະ​ຄັມ​ພີ​ນັ້ນ 5 ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຄວາມ​ພຽນ​ແລະ​ຄວາມ​ຊ່ອຍ​ຊູໃຈ​ນັ້ນ ຊົງ​ໂຜດ​ປະ​ທານ​ໃຫ້​ເຈົ້າ​ທັງ​ຫລາຍ​ມີ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ​ຕາມ​ຢ່າງ​ພຣະ​ເຢ​ຊູ​ຄຣິດ 6 ເພື່ອ​ພວກ​ເຈົ້າຈະ​ໄດ້​ພ້ອມ​ໃຈ​ກັນ​ສັຣ​ເສີນ​ພຣະ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ບິ​ດາ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັ​ງ​ຫລາຍ

ຂ່າ​ວປະ​ເສີດ​ທີ່​ໄປ​ເຖິງ​ຄົນ​ຕ່າງ​ຊາດ

7 ເຫດ​ສັນ​ນັ້ນ​ຈົ່ງ​ຕ້ອນ​ຣັບ​ຊຶ່ງ​ກັນ​ແລະ​ກັນ ເຫມືອນ​ຢ່າງ​ພຣະ​ຄຣິດ​ໄດ້​ຊົງ​ຕ້ອນ​ຮັບພວກ​ເຈົ້າ ເພື່ອ​ເປັນ​ພຣະ​ກຽດ​ຕິ​ຍົດ​ແກ່​ພຣະ​ເຈົ້າ 8 ເພາະ​ເຮົາ​ຖືວ່າ​ພຣະ​ຄຣິດ​ໄດ້​ຊົງ​ເກີດເປັນ​ຜູ້​ຮັບ​ໃຊ້​ພວກ​ທີ່​ຖື​ພິ​ທີ​ຕັດ ເພື່ອ​ສະ​ແດງ​ຄວາມ​ສັດ​ຈິງ​ຂອງ​ພຣະ​ເຈົ້າ, ເພື່ອ​ຈະ​ໃຫ້​ຂໍ້​ຄວາມ​ທີ່​ຊົງ​ສັນ​ຍາ​ໄວ້​ແກ່​ພວກ​ບັນ​ພະ​ບຸ​ຣຸດ​ນັ້ນ ຢັ້ງ​ຢືນ​ຫມັ້ນ​ຄົງ​ຢູ່ 9 ແລະ​ເພື່ອ​ຄົນ​ຕ່າງ​ຊາດ​ຈະ​ໄດ້​ຖວາຍ​ພຣະ​ກຽດ​ແກ່​ພຣະ​ເຈົ້າ ເພາະ​ພຣະ​ເມດ​ຕາ​ຂອງ​ພຣະ​ອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ເພາະ​ເຫດ​ນີ້​ຂ້າ​ພຣະ​ອົງ​ຈຶ່ງ​ຈະ​ສັຣ​ເສີນ​ພຣະ​ອົງ ໃນ​ຖ້າມ​ກາງ​ປະ​ຊາ​ຊາດ​ທັງ​ຫລາຍ ແລະ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ນາມ​ຂອງ​ພຣະ​ອົງ” 10 ແລະ​ມີ​ຄຳ​ກ່າວ​ອີກວ່າ, “ປະ​ຊາ​ຊາດ​ທັງ​ປວງ​ເອີຍ, ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ດ້ວຍ​ກັນ​ກັບ​ໄພ່​ພົນ​ຂອງ​ ພຣະ​ອົງ” 11 ແລະຍັງ​ຄຳ​ກ່າວ​ອີກວ່າ, “ປະ​ຊາ​ຊາດ​ທັງ​ປວງ​ເອີຍ, ຈົ່ງ​ສັຣ​ເສີນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃຫ້​ບັນ​ດາ​ໄພ່​ພົນ​ທັ​ງ​ຫລາຍ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ພຣະ​ອົງ” 12 ແລະ​ເອ​ຊາ​ຢາ​ກໍ​​ກ່າວ​ອີກວ່າ, “ຈະ​ມີ​ຫນໍ່​ແນວ​ອອກ​ມາ​ຈາ​ກ ເຈ​ສ​ຊີ ຄື ຜູ້​ຈະ​ຊົງ​ບັງ​ເກີດ​ມາ​ຄຸ້ມ​ຄອງ​ປະ​ຊາ​ຊາດ​ທັງ​ຫລາຍ ປະ​ຊາ​ຊາດ​ທັງ​ຫລາຍ​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ” 13 ຂໍ​ພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຄວາມ​ໄວ້​ວາງ​ໃຈ ຊົງ​ໂຜດ​ໃຫ້​ເຈົ້າ​ທັງ​ຫລາຍ​ບໍ​ຣິ​ບູນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ແລະ​ຄວາມ​ສຸກ​ໃນ​ຄວາມ​ເຊື່ອ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ລົ້ນ​ດ້ວຍ​ຄວາມ​ໄວ້​ວາງ​ໃຈ ໂດຍ​ຣິດ​ເດດ​ຂອງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ

ເຫດ​ຜົນ​ທີ່​ກ້າ​ແຕ່ງ​ຈົດ​ຫມາຍ

14 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ເຊື່ອ​ແນ່​ວ່າ​ພວກ​ເຈົ້າ​ບໍ​ຣິ​ບູນ​ດ້ວຍ​ຄວາມ​ດີ ແລະ​ພ້ອມ​ດ້ວຍ​ຄວາມ​ຮູ້​ທຸ​ກຢ່າງ ສາ​ມາດ​ຈະ​ເຕືອນ​ສະ​ຕິ​ກັນ​ແລະ​ກັນ​ໄດ້ 15 ແຕ່​ທີ່​ເຮົາ​ຂຽນ​ບາງ​ຢ່າງ​ມາ​ເຖິງ​ພວກ​ເຈົ້າ ເພື່ອ​ເຕືອນ​ຄວາມ​ຈື່​ຈຳ​ຂອງ​ພວກ​ເຈົ້າ ກໍ​ເພາະ​ເຫດ​ຂອງ​ພຣະ​ຣາ​ຊ​ທານ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ຊຶ່ງ​ໄດ້​ຊົງ​ໂຜດ​ປະ​ທານ​ແກ່​ເຮົາ 16 ເພື່ອ​ໃຫ້​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຍັງ​ຄົນ​ຕ່າງ​ຊາດ ໃນ​ຫນ້າ​ທີ່​ເປັນ​ປະ​ໂຣ​ຫິດ​ຝ່າຍ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ ເພື່ອ​ການ​ຖວາຍ​ພວກ​ຕ່າງ​ຊາດ​ທັງ​ຫລາຍ​ນັນ​ຈະ​ເປັນ​ທີ່​ຊອບ​ພຣະ​ທັຍ ຄື​ເປັນ​ທີ່​ຊຳ​ຮະ​ໄວ້​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 17 ເຫດ​ສັນ​ນັ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຮົາ​ຈຶ່ງ​ມີ​ສິ່ງ​ທີ່​ຈະ​ອວດ​ອ້າງ​ໄດ້ ຝ່າຍ​ການ​ປະ​ຕິ​ບັດ​ພຣະ​ເຈົ້າ 18 ດ້ວຍ​ວ່າ​ເຮົາ​ບໍ່​ອາດ​ຈະ​ອ້າງ​ສິ່ງ​ໃດ​ນອກ​ຈາກ​ສິ່ງ​ຊຶ່ງ​ພຣະ​ຄຣິດ​ໄດ້​ຊົງ​ກະ​ທຳ ໂດຍ​ຊົງ​ໃຊ້​ເຮົາ​ທາງ​ຄຳ​ສອນ​ແລະ​ກິຈ​ການ​ເພື່ອ​ຈະ​ໃຫ້​ຄົນ​ຕ່າງ​ຊາດ​ເຊື່ອ​ຟັງ 19 ຄື​ດ້ວຍອິດ​ທິ​ຣິດ​ແຫ່ງ​ຫມາ​ຍສຳ​ຄັນ​ແລະ​ການ​ອັດ​ສະ​ຈັນ ໂດຍ​ຣິດ​ເດດ​ຂອງ​ພຣະ​ວິນຍານ ຈົນ​ເຮົາ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ​ຢ່າງ​ຄົບ​ຖ້ວນ ຕັ້ງ​ແຕ່​ກຸງ​ເຢ​ຣູ​ຊາ​ເລັມ​ອ້ອມ​ໄປ​ຍັງ​ແຂວງ​ອິນ​ລີ​ຣີ​ກົນ 20 ສັນ​ນັ້ນ​ເຮົາ​ຈຶ່ງຕັ້ງ​ເປົ້າ​ຫມາຍໄວ້​ຢ່າງ​ນີ້​ວ່າ ຈະ​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ບ່ອນ​ທີ່​ຍັງ​ບໍ່​ມີ​ຜູ້​ໃດ​ເຄີຍ​ໄດ້​ອອກ​ພຣະ​ນາມ​ຂອງ​ພຣະ​ຄຣິດ ເພື່ອ​ເຮົາ​ຈະ​ບໍ່​ໄດ້​ກໍ່​ຂຶ້ນ​ເທິງ​ຮາກ​ຖານ​ທີ່​ຄົນ​ອື່ນໄດ້​ວາງ​ໄວ້​ກ່ອນ​ແລ້ວ 21 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ຄົນ​ທີ່​ບໍ່​ເຄີຍ​ໄດ້​ຮັບ​ຄຳ​ບອກ​ເຖິງ​ເຣື່ອງ​ພຣະ​ອົງ​ກໍ​ຈະ​ໄດ້​ເຫັນ ແລະ​ຄົນ​ທີ່​ບໍ່​ເຄີຍ​ໄດ້​ຟັງ​ກໍ​ຈະ​ໄດ້​ເຂົ້າ​ໃຈ”ໂປ​ໂລ​ຕັ້ງ​ໃຈ​ຈະ​ໄປກຸງ​ໂຣມ

ໂປໂລຕັ້ງໃຈຈະໄປກຸງໂຣມ

22 ນີ້​ຄື​ເຫດ​ທີ່​ຂັດ​ຂວາງ​ເຮົາ​ຫລາຍ​ເທື່ອ​ຫ້າມ​ບໍ່​ໃຫ້​ເຮົາ​ມາ​ຫາ​ເຈົ້າ​ທັງ​ຫລາຍ 23 ແຕ່ດຽວ​ນີ້ບໍ່​ມີ​ກິດ​ທຸ​ຣະ​ທີ່​ຈະ​ຕ້ອ​ງຢູ່​ໃນ​ເຂດ​ເຫລົ່າ​ນີ້​ຕໍ່​ໄປ ເຮົາ​ມີ​ຄວາມ​ປາ​ຖ​ນາ​ຫລາຍ​ປີ​ມາ​ແລ້ວ​ທີ່​ຈະ​ມາ​ຫາ​ພວກ​ເຈົ້າ 24 ເມື່ອ​ເຮົາ​ຈະ​ໄປ​ປະ​ເທດ​ສະ​ເປນ ເພາະ​ເຮົາ​ຫວັງ​ວ່າ​ຂ​ນະ​ທີ່​ໄປ​ຕາ​ມທາງ​ນັ້ນ​ຈະ​ໄດ້​ພົບ​ພວກ​ເຈົ້າ ແລະ​ເມື່ອ​ໄດ້​ຣັບ​ຄວາມ​ຊື່ນ​ໃຈ​ກັບ​ພວກ​ເຈົ້າ​ຈັກ​ຫວ່າງ​ແລ້ວ​ກໍ​ຫວັງ​ວ່າ​ພວກ​ເຈົ້າ​ຈະ​ຊ່ອຍ​ຈັດ​ສົ່ງ​ໃຫ້​ເຮົາ​ເດີນ​ທາງ​ຕໍ່​ໄປ 25 ແຕ່​ປັດ​ຈຸ​ບັນ​ນີ້​ເຮົາ​ກຳ​ລັງ​ຂຶ້ນ​ເມືອ​ກຸງ​ເຢ​ຣູ​ຊາ​ເລັມ ເພື່ອ​ຊ່ອຍ​ສົງ​ເຄາະ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ 26 ດ້ວຍ​ວ່າ​ພວກ​ສິດ​ໃນ​ແຂວງ​ມາ​ເກ​ໂດ​ເນັຽ ແລະ​ແຂວງ​ອະ​ຂາ​ຢາ​ໄດ້​ເຫັນ​ຊອບ​ຈະ​ເຂົ້າ​ສ່ວນ​ບໍ​ຣິ​ຈາກ​ຊັບ ເພື່ອ​ຈັດ​ຝາກ​ໄປ​ຊ່ອຍ​ພວກ​ໄພ່​ພົນ​ທີ່​ທຸກ​ຍາກ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ 27 ພວກ​ສິດ​ເຫລົ່າ​ນັ້ນ​ກໍ​ພໍ​ໃຈ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ​ທີ່​ຈິງ​ພວກ​ເຂົາ​ກໍ​ເປັນ​ຫນີ້​ພວກ​ໄພ່​ພົນ​ເຫລົ່າ​ນັ້ນ​ດ້ວຍ ເພາະ​ວ່າ​ຖ້າ​ເຂົາ​ໄດ້​ຮັບ​ຄົນ​ຕ່າງ​ຊາດ​ເຂົ້າ​ສ່ວນ​ໃນ​ການ​ຝ່າຍ​ວິນ​ຍານ​ຈິດ ກໍ​ເປັນ​ການ​ສົມ​ຄວນ​ທີ່​ພວກ​ຕ່າງ​ຊາດ​ນັ້ນ​ຈະ​​ໄດ້​ຊ່ອຍອຸ​ປະ​ຖັມ​ສິດ​ເຫລົ່າ​ນັ້ນ​ດ້ວຍ​ສິ່ງ​ຂອງ​ຝ່າຍ​ເນື້ອ​ກາຍ 28 ສັນ​ນັ້ນ​ເມື່ອ​ເຮົາ​ສຳ​ເຣັດ​ການມອບ​ຜົນ​ທານ​ນີ້​ໃຫ້​ແກ່​ເຂົາ​ແລ້ຍວ ເຮົາ​ກໍ​ຈະ​ໄປ​ປະ​ເທດ​ສະ​ເປນ​ໂດຍ​ຜ່ານ​ເຂດ​ທີ່​ພວກ​ເຈົ້າ​ຢູ່​ນັ້ນ 29 ແລະ​ເຮົາ​ຮູ້​ແນ່​ວ່າ ເມື່ອ​ເຮົາ​ມາ​ຫາ​ທັງ​ຫລາຍ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພຣະ​ພອນ​ອັນ​ບໍ​ຣິ​ບູນ​ຂອງ​ພຣະ​ຄຣິດ 30 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ດ້ວຍ​ເຫັນ​ແກ່​ພຣະ​ເຢ​ຊູຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ແລະ​ດ້ວຍ​ເຫັນ​ແກ່​ຄວາມ​ຮັກ​ອັນ​ຊົງ​ນຳ​ມາ​ດ້ວຍ​ພຣະ​ວິນ​ຍານ ເຮົາ​ອ້ອນວອນ​ຂໍ​ໃຫ້​ພວກ​ເຈົ້າ​ຊ່ອຍ​ໄຫວ້ວອນ​ພຣະ​ເຈົ້າ​ດ້ວຍ​ການ​ຕໍ່​ສູ້​ເພື່ອ​ເຮົາ 31 ເພື່ອ​ໃຫ້​ເຮົາ​ພົ້ນ​ຈາກ​ມື​ຂອ​ພວກ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ແຂວງ​ຢູ​ດາຍ ແລະ​ເພື່ອ​ໃຫ້​ການ​ປະ​ຕິ​ບັດ​ເນື່ອງ​ດ້ວຍ​ຜົນ​ທານ​ຊຶ່ງ​ເຮົາ​ນຳ​ໄປ​ຍັງກຸງ​ເຢ​ຣູ​ຊາ​ເລັມ​ນັ້ນຈະ​ເປັນທີ່​ພໍ​ໃຈ​ແກ່​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ 32 ທັງເພື່ອ​ເຮົາຈະ​ໄດ້​ມາ​ຫາ​ພວກ​ເຈົ້າ ຕາມ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ ແລະ​ຈະ​ມີ​ຄວາມ​ເບີກ​ບານ​ສຳ​ຣານ​ໃຈ ເມື່ອ​ໄດ້​ພົບ​ພວກ​ເຈົ້າ 33 ຂໍ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ສັນ​ຕິ​ສຸກ​ ຈົ່ງ​ສະ​ຖິດ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ ອາ​ແມນ

ໂຣມ 16

ຄຳ​ສະ​ແດງ​ຄວາມ​ນັບ​ຖື​ສ່ວນ​ຕົວ

1 ເຮົາ​ຂໍ​ຝາກ​ນ້ອງ​ສາວ​ຂອງ​ເຮົາ​ໄວ້​ກັບ​ພວກ​ເຈົ້າ ຄື​ຟອຍ​ເບ ຜູ້​ຮັບ​ໃຊ້​ບົວ​ຣະ​ບັດ​ຄຣິ​ສ​ຕະ​ຈັກ​ທີ່​ຢຢູ່​ເມືອງ​ເກັນ​ເຂ​ໄອ 2 ຂໍ​ພວກ​ເຈົ້າ​ຈົ່ງ​ຮັບ​ນາງ​ໄວ້​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ສົມ​ຄວນ​ແກ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ​ຂໍ​ໃຫ້​ພວກ​ເຈົ້າ​ຊ່ອຍ​ນາງ​ໃນ​ທຸກ​ສິ່ງ​ທີ່​ນາງ​ຕ້ອງ​ການ ເພາະ​ນາງ​ໄດ້​ຊ່ອຍ​ສົງ​ເຄາະ​ຫລາຍ​ຄົນ​ຮວມ​ທັງ​ເຮົາ​ດ້ວຍ 3 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ນາງ​ປຣິ​ສ​ກາ​ແລະ​ທ່ານ​ອາ​ກີ​ລາ ຜູ້​ຮ່ວມ​ງານ​ກັບ​ເຮົາ​ໃນ​ພຣະ​ຣາ​ຊ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ 4 ຊຶ່ງ​ໄດ້​ສ່ຽງ​ຊີ​ວິດ​ຂອງ​ເຂົາ​ເພື່ອ​ປ້ອງ​ກັນ​ຊີ​ວິດ​ຂອງ​ເຮົາ ເຮົາ​ຂໍ​ຂອບ​ຄຸນ​ເຂົາ​ທັງ​ສອງ ແລະ​ບໍ່​ໃຊ່​ແຕ່​ເຮົາ​ຜູ້​ດຽວ ແຕ່​ຄ​ຣິ​ສ​ຕະ​ຈັກ​ທຸກ​ບ່ອນ​ຂອງ​ພວກ​ຕ່າງ​ຊາດ​ກໍ​ຂອບ​ຄຸນ​ເຂົາ​ດ້ວຍ 5 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ຄ​ຣິ​ສ​ຕະ​ຈັກ​ທີ່​ຮ່ວມ​ປະ​ຊຸມ​ໃນ​ເຮືອນ​ຂ​ອງ​ເຂົາ​ເຫມືອນ​ກັນ ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ເອ​ປາຍ​ເນດ​ເພື່ອນ​ທີ່​ຮັກ​ຂອງ​ເຮົາ ຜູ້​ເປັນ​ຜົນ​ແຣກ​ຝ່າຍ​ພຣະ​ຄຣິດ​ໃນ​ເຂດ​ແຂວງ​ອາ​ເຊັຽ 6 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ນາງ​ມາ​ຣິ​ອາ ຜູ້​ໄດ້​ເຮັດ​ການ​ຍາກ​ຫນັກ​ຫລາຍ​ປະ​ການ​ສຳ​ລັບ​ພວກ​ເຈົ້າ 7 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ອັ​ນ​ດາ​ໂຣ​ນິ​ໂກກັບ​ນາງ​ຢູ​ເນັຽ ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ ແລະ​ໄດ້​ຖືກ​ກັກ​ຂັງ​ດ້ວຍ​ກັນ​ກັບ​ເຮົາ ເຂົາ​ເປັນ​ຄົນ​ມີ​ຊື່​ສຽງ​ດີ​ໃນ​ຖ້າມ​ກາງ​ພວກ​ອັ​ຄ​ສາ​ວົກ ທັງ​ໄດ້​ຢູ່​ໃນ​ພຣະ​ຄຣິດ​ກ່ອນ​ເຮົາ​ດ້ວຍ 8 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ອຳ​ເປັຽ ເພື່ອນ​ທີ່​ຮັກ​ຂອງ​ເຮົາ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 9 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ອູ​ຣະບາ​ນຜູ້​ຮ່ວມ​ງານກັບ​ພວກ​ເຮົາ​ໃນ​ພຣະ​ຣາ​ຊ​ກິດ​ຂອງ​ພຣະ​ຄຣິດ ແລະ​ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ຊະ​ຕາ​ຂີ ເພື່ອນ​ທີ່​ຮັກ​ຂອງ​ເຮົາ 10 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​​ທ່ານ​ອະ​ເປ​ເລ ຜູ້​ເປັນ​ທີ່​ພໍ​ພຣະ​ທັຍ​ຂອງ​ພຣະ​ຄຣິດ ຂໍ​ຝາກ​ຄວາມ​ຄຶດ​ເຖິງມາ​ຍັງໄທ​ເຮືອນ​ທ່ານອາ​ຣິດ​ໂຕ​ບູ​ໂລ 11 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ເໜ​ໂນດ​ຣ​ໂອນເພື່ອນ​ຮ່ວມ​ຊາດ​ກັບ​ເຮົາ ແລະ​ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ໄທ​ເຮືອນ​ຂອງ​ທ່ານ​ນາ​ຣະ​ກິດທີ່​ຢູ່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 12 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ນາງ​ທີ​ຝາຍ​ນາ ແລະ​ນາງ​ທີໂຟ​ຊາ ຜູ້​ໄດ້​ເຣັດ​ການ​ຍາກ​ຫນັກ​ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ນາງ​ເປ​ຊີ​ດາ ເພື່ອນ​ທີ່​ຮັກ​ຜູ້​ໄດ້​ເຮັດ​ການ​ຍາກ​ຫນັກ​ຫລາຍ​ໃນ​ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 13 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ຣູ​ໂຟ​ ຜູ້​ດີ​ເລີດ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ມານ​ດາ​ຂອງ​ທ່ານ​ຊຶ່ງ​ເປັນ​ເຫມືອນ​ມານ​ດາ​ຂອງ​ເຮົາ​ດ້ວຍ 14 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ອາ​ຊິນ​ກຣີ​ດ ທ່ານ​ຟະເລ​ໂຄນ ທ່ານ​ເຮ​ລະ​ເມ ທ່ານ​ປະ​ໂຕ​ບາ ທ່ານ​ເຮ​ລະ​ມາ ແລະ​ບັນ​ດາ​ພີ່​ນ້ອງ​ທີ່​ຢູ່​ກັບ​ເຂົາເຫລົ່າ​ນັ້ນ 15 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ​ຟີ​ໂລໂລກ ແລະ​ນາງ​ຢູ​ເລັຽ ທ່ານ​ເນ​ເຣ​ກັບ​ນ້ອງ​ສາວ​ຂອ​ງ​ທ່ານ ແລະ​ທ່ານ​ໂອ​ລິມປາກັບ​ບັນ​ດາ​ໄພ່​ພົນ​ຂອງ​ພຣະ​ອົງ​ທີ່​ຢູ່​ກັບ​ຄົນ​ເຫລົ່າ​ນັ້ນ 16 ຈົ່ງ​ຄຳ​ນັບ​ກັນ​ແລະ​ກັນ​ດ້ວຍ​ທັມ​ນຽມ​ຈູບ​ອັນ​ບໍ​ຣິ​ສຸດ ບັນ​ດາ​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ຄຣິດກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ດ້ວຍ

ຄຳ​ເຕືອນ​ສະ​ຕິ​ສຸດ​ທ້າຍ

17 ບັດ​ນີ້​ພວກ​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ອ້ອນວອນ​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ສັງ​ເກດ​ເບິ່ງ​ຄົນ​ເຫລົ່າ​ນັ້ນ ທີ່​ກໍ່​ເຫດ​ວິ​ວາດ​ແລະ​ເຣັດ​ໃຫ້​ຄົນ​ອື່ນ​ຫລົງ ຊຶ່ງ​ເປັນ​ການ​ຜິດ​ຄຳ​ສອນ​ທີ່​ພວກ​ເຈົ້າ​ໄດ້​ຮຽນ​ມາ​ແລ້ວ ຈົ່ງ​ປິ່ນ​ຫນ້າຫນີ​ຈາກ​ຄົນ​ພວກ​ນັ້ນ​ເສັຽ 18 ດ້ວຍ​ວ່າ​ຄົນ​ຢ່າງ​ນັ້ນ​ກໍ​ບໍ່​ໄດ້​ບົ​ວ​ຣະ​ບັດ​ພຣະ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແຕ່​ໄດ້​ບົວ​ຣະ​ບັດ​ປ​ໂຍດ​ສ່ວນ​ຕົວ ແລະ​ໄດ້​ຫລອກ​ລໍ້​ຄົນ​ຊື່​ໃຫ້​ຫລົງ​ດ້ວຍ​ຄຳ​ທະ​ເລາະ​ອ່ອນ​ຫວານ 19 ການ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ເຊື່ອ​ຟັງ​ນັ້ນ​ກໍ​ຊ່າ​ລື​ໄປ​ເຖິງຫູ​ຄົນ​ທັງ​ປວງ​ແລ້ວ ເຮົາ​ຈຶ່ງ​ມີ​ຄວາມ​ຍິນ​ດີ​ເພາະ​ເຈົ້າ​ທັງ​ຫລາຍ ແຕ່​ຢາກ​ໃຫ້​ພວກ​ເຈົ້າ​ສ​ລຽວ​ສ​ລາດ​ຝ່າຍ​ການ​ດີ ແລະ​ໃຫ້​ເປັນ​ຄົນ​ໂງ່​ຝ່າ​ຍການ​ຊົ່ວ 20 ຍັງ​ບໍ່​ຊ້າ​ບໍ່​ນານ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ປະ​ທານ​ສັນ​ຕິ​ສຸກ​ຈະ​ຊົງ​ປາບ​ຊາ​ຕານ​ໃຫ້​ຫມຸ່ນ​ລົງ​ໃຕ້​ພື້ນ​ຕີນ​ຂອງ​ເຈົ້າ​ທັ​ງ​ຫລາຍ ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈົ່ງ​ສະ​ຖິດຢູ່ກັບ​ພວກ​ເຈົ້າ​ເທີນ 21 ທ່ານ​ຕີ​ໂມ​ທຽວ​ເພື່ອ​ຮ່ວມ​ງານ​ກັບ​ເຮົາ ແລະ​ທ່ານ​ລູ​ກີ​ໂອ ທ່ານ​ຢາ​ໂຊ​ນ ທ່ານ​ໂຊ​ຊີ​ປາໂທ ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ດ້ວຍ 22 (ຂ້າ​ພະ​ເຈົ້າ ຄື ເຕ​ຣະ​ຕຽວ​ຜູ້​ຂຽນ​ຈົດ​ຫມາຍ​ສະ​ບັບ​ນີ້ ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ພວກ​ທ່ານ​ໃນ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ) 23 ທ່ານ​ຄາ​ໂຍເຈົ້າ​ຂອງ​ບ້ານ ຜູ້​ຮັບ​ລ້ຽງ​ເຮົາ​ແລະ​ຜູ້​ບຳ​ຣຸງຄ​ຣິ​ສ​ຕະ​ຈັກ​ຫນ່ວຍ​ນີ້ ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ ເອ​ຣາ​ຊະ​ໂຕ​ພະ​ນັກ​ງານ​ຄັງ​ຂອງ​ເມືອງ ແລະ​ກູ​ອາ​ໂຕ​ຜູ້​ເປັນ​ພີ່​ນ້ອງ​ຂອງ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ດ້ວຍ 24 (ຂໍ​ໃຫ້​ພຣະ​ຄຸນ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ທຸກ​ຄົນ​ເທີນ ອາ​ແມນ)

ຄຳ​ຖວາຍ​ພຣະ​ກຽດ​ຕອນ​ຈົບ

25 ຈົ່ງ​ຖວາຍ​ພຣະ​ກຽດ​ແກ່​ພຣະ​ຜູ້​ຊົ​ງ​ຣິດ​ອາດ​ໃຫ້​ເຈົ້າ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່ ຕາມ​ຂ່າວ​ປະ​ເສີດ​ຊື່ງ​ເຮົາ​ປະ​ກາດ​ນັ້ນ ຕາມ​ທີ່​ໄດ້​ປະ​ກາດ​ເຖິງ​ເຣື່ອງ​ພຣະ​ເຢ​ຊູ​ຄຣິດ ຕາມ​ການ​ເປີດ​ເຜີຍ​ຂໍ້​ຄວາມ​ອັນ​ເລິກ​ລັບ ຊຶ່ງ​ໄດ້​ປົກ​ບັງ​ໄວ້​ຕັ້ງ​ແຕ່​ອະ​ດີຕ​ການ​ພຸ້ນ 26 ແຕ່​ບັດ​ນີ້​ໄດ້​ເປີດ​ເຜີຍ​ໃຫ້​ປາ​ກົດ​ແລ້ວ ແລະ​ໂດຍ​ຄັມ​ພີ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ຕາ​ມ​ຊຶ່ງ​ພຣະ​ເຈົ້າ​ຜູ້​ຊົງ​ຕັ້ງ​ຢູ່​ຖາ​ວອນ​ໄດ້​ຊົງ​ບັນ​ຍັດ​ໄວ້ ກໍ​ໄດ້​ເປີດ​ເຜີຍອອ​ກ​ໃຫ້​ປະ​ຊາ​ຊາດ​ທັງ​ປວງ​ເຫັນ​ແຈ້ງ​ເພື່ອ​ເຂົາ​ຈະ​ໄດ້​ເຊື່ອ​ຟັງ 27 ໂດຍ​ພຣະ​ເຢ​ຊູ​ຄຣິດ ພຣະ​ກຽດ​ຕິ​ຍົດ ຈົ່ງ​ມີ​ແກ່​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ປັນ​ຍາ​ແຕ່​ອົງ​ດຽວ​ສືບໆ​ໄປ​ເປັນ​ນິດ ອາ​ແມນ

1 ໂກຣິນໂທ 1

1 ໂປ​ໂລ​ ຜູ້​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ໄວ້​ເປັນ​ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ ຕານໍ້າ​ພຣະ​ທັຍ​ຂອງ​ພຣະ​ອົງ ກັບ​ໂຊ​ຊະ​ເທນຜູ້​ເປັນ​ນ້ອງ 2 ເຖິງ ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ຢູ່​ເມືອງ​ໂກ​ຣິນ​ໂທ ຜູ້​ໄດ້​ຮັບ​ການ​ຊົງ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ໃນ​ພຣະ​ເຢ​ຊູ​ຄຣິດ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່​ພົນດ້ວຍ​ກັນ​ກັບ​ຄົນ​ທັງ​ປວງ​ທຸກ​ບ່ອນ ທີ່​ຮ້ອງ​ອອກ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ​ແລະ​ຂອງ​ພວກ​ເຮົາ​ດ້ວຍ 3 ຂໍ​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ມີ​ແກ່​ເຈົ້າ​ທັງ​ຫລາຍ​ເທີນ

ພຣະ​ພອນ​ທີ່​ມາ​ໂດຍ​ທາງ​ພຣະ​ຄຣິດ

4 ເຮົາ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ເຈົ້າ​ຂອງ​ເຮົາ​ໃນ​ເຣື່ອງ​ເຈົ້າ​ທັງ​ຫລາຍ​ຢູ່​ສເມີ ເພາະ​ພຣະ​ຄຸ​ນ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຊົງ​ປະ​ທານ​ແກ່​ພວກ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ 5 ເພາະ​ໃນ​ພຣະ​ອົງ​ນັ້ນ​ເຈົ້າ​ທັງ​ຫລາຍ​ໄດ້​ຄົບ​ເຕັມ​ບໍ​ຣິ​ບູນ​ດ້ວຍ​ທຸກ​ສິ່ງ ທັງ​ຝ່າຍ​ວາ​ຈາ​ແລະ​ຄວາມ​ຮູ້​ທຸກ​ຢ່າງ 6 ດ້ວຍ​ວ່າ​ຄຳ​ພຍານ​ເຣື່ອງ​ພຣະ​ຄຣິດ​ນັ້ນ​ເປັນ​ທີ່​ຮັບ​ຮອງ​ແນ່ນອນ​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ດ້ວຍ 7 ຈົນ​ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຂາດ​ເຂີນ​ຂອງ​ພຣະ​ຣາ​ຊ​ທານ​ຈັກ​ຢ່າງ ໃນ​ຂ​ນະ​ທີ່​ເຈົ້າ​ທັງ​ຫລາຍ​ຄອຍ​ຖ້າ​ການ​ສະ​ເດັດ​ມາ​ປາ​ກົດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ 8 ພຣະ​ອົງ​ຈະ​ຊົງ​ບັນ​ດານ​ໃຫ້​ເຈົ້າ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ຈົນ​ເຖິງ​ທີ່​ສຸດ ເພື່ອ​ໃຫ້​ພວກ​ເຈົ້າ​ພົ້ນ​ຈາກ​ການ​ຖືກ​ຕີ ໃນ​ວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 9 ພຣະ​ເຈົ້າ​ຜູ້​ຊົງ​ທ່ຽງ​ທັມ ພຣະ​ອົງ​ໄດ້​ຊົງ​ເອີ້ນ​ພວກ​ເຈົ້າ​ໃຫ້​ເຂົ້າ​ສຳ​ພັນ​ສ​ນິດ​ກັບ​ພຣະ​ບຸດ​ຂອງ​ພຣະ​ອົງ ຄື​ພຣະ​ເຢ​ຊູ​ຄຣິດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ

ການ​ແບ່ງ​ແຍກ​ໃນ​ຄ​ຣິ​ສ​ຕະ​ຈັກ

10 ພີ່​ນ້ອງ​ທັງ​ຫລາຍເອີຍ, ເຮົາ​ອ້ອນວອນ​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ນາມພຣະ​ເຢ​ຊູ​ຄຣິດ ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຂໍ​ໃຫ້​ພວກ​ເຈົ້າ​ໃຊ້​ຄວາມ​ເວົ້າ​ຢ່າງ​ຖືກ​ຕ້ອງ​ປອງດອງ​ກັນ ຢ່າ​ຖື​ພັກ​ຖື​ພວກ ແຕ່​ໃຫ້​ເຈົ້າ​ທັງ​ຫລາຍ​ຮ່ວມ​ເຂົ້າ​ສ​ນິດ​ກັນ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ ມີ​ຈຸດ​ປະ​ສົງ​ອັນ​ດຽວ​ກັນ 11 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ເຫດ​ວ່າ​ມີ​ບາງ​ຄົນ​ທີ່​ມາ​ຈາກ​ນາງ​ຂະ​ໂລ​ເອ​ ໄດ້​ເລົ່າ​ເຣື່ອງ​ຂອງ​ເຈົ້າ​ທັງ​ຫລາຍ​ໃຫ້​ເຮົາ​ຟັງ​ວ່າ ເກີດ​ມີ​ການ​ຜິດ​ຖຽງ​ກັນ​ໃນ​ຖ້າມ​ກາງ​ພວກ​ເຈົ້າ 12 ດັ່ງ​ນີ້​ເຮົາ​ຫມາຍ​ຄວາມ​ວ່າ ຄື​ພວກ​ເຈົ້າ​ຕ່າງ​ຄົນ​ກໍ​ຕ່າງ​ກ່າວ​ວ່າ, “ຂ້ອຍ​ເປັນ​ຝ່າຍ​ໂປ​ໂລ” ຫລື “ຂ້ອຍ​ເປັນ​ຝ່າຍ​ອາ​ໂປ​ໂລ” ຫລື “ຂ້ອຍ​ເປັນ​ຝ່າຍ​ເກ​ຟາ” ຫລື “ຂ້ອຍ​ເປັນ​ຝ່າຍ​ພຣະ​ຄຣິດ” 13 ພຣະ​ຄຣິດ​ແບ່ງ​ອອກ​ເປັນ​ຫລາຍ​ອົງ​ແລ້ວ​ຫລື ໂປ​ໂລ​ໄດ້​ຖື​ກ​ຄຶງ​ໄວ້​ເພື່ອ​ພວກ​ເຈົ້າ​ຫລື ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງ​ໂປ​ໂລ​ຫລື 14 ເຮົາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ທີ່​ເຮົາ​ບໍ່​ໄດ້​ທຳ​ພິ​ທີ​ບັບ​ຕິ​ສະ​ມາ​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າ ເວັ້ນ​ແຕ່​ທ່ານ​ກີ​ສະ​ໂປກັບ​ທ່ານຄາ​ໂຍ 15 ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ຜູ້​ໃດ​ຈະ​ເວົ້າ​ໄດ້​ວ່າ ພວກ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງ​ເຮົາ 16 (ເຮົາ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຄອບ​ຄົວ​ຂອງ​ສະ​ເຕ​ຟາ​ນາ​ດ້ວຍ ນອກ​ຈາກ​ຄົນ​ເຫລົ່າ​ນັ້ນ​ແລ້ວ ເຮົາ​ກໍ​ບໍ່​ຮູ້​ວ່າ ເຮົາ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຜູ້​ໃດ​ອີກ) 17 ເພາະ​ວ່າ​ພຣະ​ຄຣິດ​ບໍ່​ໄດ້​ຊົງ​ໃຊ້​ເຮົາ​ໄປ​ເພື່ອ​ທຳ​ພິ​ທີ​ບັບ​ຕິ​ສະ​ມາ ແຕ່​ຊົງ​ໃຊ້​ໄປ​ເພື່ອ​ປະ​ກາດ​ຂ່າວ​ປະ​ເສີດ ແຕ່​ບໍ່​ແມ່ນ​ອາ​ໄສ​ຄວາມ​ເວົ້າ​ອັນ​ສ​ລາດ​ສ​ລຽວ ເພາະ​ຢ້ານ​ວ່າ​ໄມ້​ກາງ​ແຂນ​ຂອງ​ພຣະ​ຄຣິດ​ຈະ​ເສັຽ​ປ​ໂຍດ

ພຣະ​ຄຣິດ​ຄື​ຣິດ​ອຳ​ນາດ​ແລະ​ພຣະ​ປັນ​ຍາ​ຂອງ​ພຣະ​ເຈົ້າ

18 ຝ່າຍ​ຄົນ​ທັງ​ຫລາຍທີ່​ກຳ​ລັງ​ຈິບ​ຫາຍ​ນັ້ນ ເຂົາ​ເຫັນ​ວ່າ​ເຣື່ອງ​ໄມ້​ກາງ​ແຂນ​ເປັນເຣື່ອງ​ໂງ່ ແຕ່​ສຳ​ລັບ​ເຮົາ​ທັງ​ຫລາຍ​ທີ່​ກຳ​ລັງ​ຊົງ​ໂຜດ​ໃຫ້​ພົ້ນ ກໍ​ເຫັນ​ວ່າ​ເປັນຣິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ 19 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ເຮົາ​ຈະ​ທຳ​ລາຍ​ປັນ​ຍາ​ຂອງ​ຄົນ​ມີ​ປັນ​ຍາ ແລະ​ຈະ​ໃຫ້​ຄວາມ​ສ​ລາດ​ຂອງ​ຄົນ​ສ​ລາດ​ສູນ​ເສັຽ​ໄປ” 20 ຄົນ​ມີ​ປັນ​ຍາ​ຢູ່​ໃສ ນັກ​ທັມ​ຢູ່​ໃສ ນັກ​ໂຕ້​ຕອບ​ບັນ​ຫາ​ສະ​ໄຫມ​ນີ້​ຢູ່​ໃສ​ ພຣະ​ເຈົ້າບໍ່​ໄດ້​ຊົງ​ກະ​ທຳ​ໃຫ​ປັນ​ຍາ​ຂອງ​ໂລກ​ກາຍ​ເປັນ​ຄວາມ​ໂງ່​ຫລື 21 ເພາະ​ຕາມ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ​ຊົງ​ເຫັນ​ວ່າ ມະ​ນຸດ​ບໍ່​ສາ​ມາດ​ຮູ້​ຈັກ​ພຣະ​ເຈົ້າ​ໄດ້​ດ້ວຍ​ປັນ​ຍາ​ຂອງ​ຕົນ ພຣະ​ເຈົ້າ​ຈຶ່ງ​ຊອບ​ພຣະ​ທັຍ​ຊົງ​ໂຜດ​ຄົນ​ທັງ​ຫລາຍ​ທີ່​ເຊື່ອ​ນັ້ນ ໃຫ້​ພົ້ນ​ດ້ວຍ​ຄຳ​ເທ​ສ​ນາ​ເຣື່ອງ​ທີ່​ເຂົາ​ຖື​ວ່າ​ໂງ່ 22 ຝ່າຍ​ພວກ​ຢິວ​ກໍ​ຂໍ​ເຫັນ​ການ​ສຳ​ຄັນ ແລະ​ພວກ​ຕ່າງ​ຊາດ​ກໍ​ຊອກ​ຫາ​ປັນ​ຍາ 23 ແຕ່​ພວກ​ເຮົາ​ປະ​ກາດ​ເຣື່ອງ​ພຣະ​ຄຣິດ​ຜູ້​ຊົງ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ​ນັ້ນ ອັນ​ເປັນ​ສິ່ງ​ທີ່​ໃຫ້​ພວກ​ຢິວ​ຊູນ​ສະ​ດຸດ ແລະ​ເປັນ​ເຣື່ອງ​ທີ່​ພວກ​ຕ່າງ​ຊາດ​ຖື​ວ່າ​ໂງ່ 24 ແຕ່​ຄົນ​ທັງ​ຫລາຍ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ໄວ້​ແລ້ວ​ນັ້ນ ທັງ​ຄົນ​ຢິວ​ກັບ​ຄົນ​ຕ່າ​ງ​ຊາດ ກໍ​ຖື​ວ່າ​ພຣະ​ຄຣິດ​ເປັນ​ຣິດ​ອຳ​ນາດ​ແລະ​ພຣະ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ 25 ດ້ວຍ​ວ່າ​ຄວາມ​ໂງ່​ຂອງ​ພຣະ​ເຈົ້າ​ກໍ​ຍັງ​ສ​ລາດກວ່າ​ປັນ​ຍາ​ຂອງ​ມະ​ນຸດ ແລະ​ຄວາມ​ອ່ອນ​ແຮງ​ຂອງ​ພຣະ​ເຈົ້າ​ກໍ​ເຂັ້ມ​ແຂງກວ່າ​ກຳ​ລັງ​ຂອງ​ມະ​ນຸດ 26 ພີ່ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງວ່າ ພວກ​ເຈົ້າ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ເອີ້ນ​ມາ​ນັ້ນ​ເປັນ​ຄົນ​ຢ່າງ​ໃດ ຄື​ຄົນ​ທີ່​ມະ​ນຸດ​ຖື​ວ່າ​ສ​ລາດ​ກໍ​ມີ​ຫນ້ອຍ​ຄົນ ຄົນ​ທີ່​ມີ​ອຳ​ນາດກໍມີ​ຫນ້ອຍ​ຄົນ ຄົນ​ທີ່​ມີ​ຖາ​ນະ​ສູງ​ກໍ​ມີ​ຫນ້ອຍ​ຄົນ 27 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ສິ່ງ​ທີ່​ມະ​ນຸດ​ຖື​ວ່າ​ໂງ່​ນັ້ນ ເພື່ອ​ຈະ​ໃຫ້​ຄົນ​ສ​ລາດ​ຖືກ​ອັບ​ອາຍ ແລະ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະ​ນຸດ​ຖື​ວ່າອ່ອນ​ກຳ​ລັງ ເພື່ອ​ໃຫ້​ຄົນ​ທີ່​ມີ​ກຳ​ລັງຖືກ​ອັບ​ອາຍ 28 ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະ​ນຸ​ດ​ຖື​ວ່າ​ຕ່ຳ​ຕ້ອຍ​ແລະ​ດູຫມິ່ນ ແລະ​ເຫັນ​ວ່າບໍ່​ສຳ​ຄັນ ເພື່ອ​ທຳ​ລາຍ​ສິ່ງ​ທີ່​ມະ​ນຸດ​ເຫັນ​ວ່າ​ສຳ​ຄັນ 29 ເພື່ອ​ບໍ່​ໃຫ້​ມະ​ນຸດ​ຈັກ​ຄົນ​ອວດ​ຕົວ​ໄດ້​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 30 ໂດຍ​ພຣະ​ອົງ​ນັ້ນ​ເຈົ້າ​ທັງ​ຫລາຍ​ຈຶ່ງ​ຢູ່​ໃນ​ພຣະ​ຄຣິດ ເພາະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ພຣະ​ອົງ​ໃຫ້​ເປັນ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຊອບ​ທັມ​ຂອງ​ເຮົາ ແລະ​ເປັນ​ຜູ້​ຊົງ​ຕັ້ງ​ເຮົາ​ໄວ້​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ 31 ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຄຳ​ທີ່ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ຜູ້ອວ​ດອ້າງ​ນັ້ນ​ຈົ່ງ​ເອົາ​ພຣະ​ອົງ​ເຈົ້າ​ມາ​ອວດ​ອ້າງ”

1 ໂກຣິນໂທ 2

ຄຳ​ປະ​ກາດ​ເຣື່ອງ​ພຣະ​ຄຣິດ​ທີ່​ຊົງ​ຖືກ​ຄຶງ​ໄວ້

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເມື່ອ​ເຮົາ​ໄດ້​ມາ​ຫາເຈົ້າ​ທັງ​ຫລາຍ ເຮົາ​ບໍ່​ໄດ້​ມາ​ເພື່ອ​ປະ​ກາດ​ຄຳ​ພຍານ​ເຣື່ອງ​ພຣະ​ເຈົ້າ​ແກ່​ພວກ​ເຈົ້າ ດ້ວຍ​ຖ້ອຍ​ຄຳ​ອັນ​ຫນ້າ​ຟັງ ຫລື​ດ້ວຍ​ສະ​ຕິ​ປັນ​ຍາ 2 ເພາະ​ວ່າ​ເຮົາ​ຕັ້ງ​ໃຈ​ວ່າ​ຈະ​ບໍ່​ສະ​ແດງ​ຄວາມ​ຮູ້​ເຣື່ອງ​ໃດໆ​ໃນ​ຖ້າມ​ກາງ​ພວກ​ເຈົ້າ ເວັ້ນ​ແຕ່​ເຣື່ອງ​ພຣະ​ເຢ​ຊູ​ຄຣິດ ແລະ​ການ​ທີ່​ພຣະ​ອົງ​ຊົງ​ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ​ນັ້ນ 3 ແລະ​ເມື່ອ​ເຮົາ​ຢູ່​ກັບ​ພວກ​ເຈົ້າ​ທັງ​ຫລາຍ ເຮົາ​ກໍ​ອ່ອນ​ກຳ​ລັງ ແລະ​ມີ​ຄວາມ​ຢ້ານ​ຫລາຍ​ຈົນ​ຕົວ​ສັ່ນ 4 ຄຳ​ເວົ້າ​ແລະ​ຄຳ​ເທ​ສ​ນາ​ຂອງ​ເຮົາ​ບໍ່​ແມ່ນ​ຄຳ​ທີ່​ສ​ລາດ​ສ​ລຽວ​ກ່ອມ​ໃຈ ແຕ່​ເປັນ​ຄຳ​ຊຶ່ງ​ສະ​ແດງ​ພຣະ​ວິ​ນ​ຍານ​ແລະ​ຣິດ​ອຳ​ນາດ 5 ເພື່ອ​ຄວາມ​ເຊື່ອ​ຂອງ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ໄດ້​ອາ​ໄສ​ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ ແຕ່ອາ​ໄສ​ຣິດອຳ​ນາດ​ຂອງ​ພຣະ​ເຈົ້າ

ການ​ສະ​ແດງ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ

6 ເຖິງ​ປານ​ນັ້ນ​ເຮົາ​ກໍ​ເຄີຍ​ກ່າວ​ດ້ວຍ​ສະ​ຕິ​ປັນ​ຍາ​ໃນ​ຖ້າມ​ກາງ​ຄົນ​ທີ່​ແກ່​ແລ້ວ ແຕ່​ບໍ່​ແມ່ນ​ດ້ວຍ​ປັນ​ຍາ​ຂອງ​ຄົນ​ສະ​ໄຫມ​ນີ້ ຫລື​ດ້ວຍປັນ​ຍາ​ຂອງ​ພວກ​ຜູ້​ປົກ​ຄອງ​ໃນ​ສະ​ໄຫມ​ນີ້​ຊຶ່ງ​ກຳ​ລັງ​ເສື່ອມ​ສູນ​ໄປ 7 ແຕ່​ເຮົາ​ກ່າວ​ດ້ວຍ​ພຣະ​ປັນ​ຍາ​ຂອງ​ພຣະ​ເຈົ້າ​ຊຶ່ງ​ເປັນ​ຂໍ້​ລັບ​ເລິກ ຄື​ພຣະ​ສະ​ຕິ​ປັນ​ຍາ​ທີ່​ຊົງ​ເຊື່ອງ​ໄວ້​ນັ້ນ ແລະ​ທີ່​ພຣະ​ເຈົ້າ​ໄດ້​ຫ​ຫ​ຊົງ​ກຳ​ນົດ​ໄວ້​ກ່ອນ​ປະ​ຖົມ​ມະ​ການ ເພື່ອ​ເປັນສະ​ງ່າ​ຣາ​ສີ​ແດ່​ພວ​ກ​ເຮົາ 8 ບໍ່​ມີ​ຜູ້​ປົກ​ຄອງ​ຄົນ​ໃດ​ໃນ​ສະ​ໄຫມ​ນີ້​ໄດ້​ຮູ້​ເຖິງ​ພຣະ​ປັນ​ຍາ​ນັ້ນ ເພາະ​ວ່າ​ຖ້າ​ຮູ້​ແລ້ວ ເຂົາ​ຄົງ​ຈະບໍ່ໄດ້​ເອົາ​ອົງ​ພຣະ​ຜູ້​ເປັນເຈົ້າ​ຜູ້​ຊົງ​ຣັ​ສ​ມີ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ 9 ແຕ່​ເຫມືອນ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີແລ້ວ​ວ່າ, “ສິ່ງ​ທີ່​ຕາ​ບໍ່​ໄດ້​ເຫັນ, ຫູ​ບໍ່​ໄດ້​ຍິນ, ແລະ​ສິ່ງ​ທີ່​ມະ​ນຸດ​ຄຶດ​ບໍ່​ອອກ ຄື​ສິ່ງ​ນັ້ນ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ຈັດ​ແຈງ​ໄວ້​ສຳ​ລັບ​ຄົນ​ທີ່​ຮັກ​ພຣະ​ອົງ” 10 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ສິ່ງ​ເຫລົ່າ​ນັ້ນ​ແກ່​ເຮົາ​ທັງ​ຫລາຍ​ທາງ​ພຣະ​ວິນ​ຍານ ເພາະ​ວ່າ​ພຣະ​ວິນ​ຍານ​ຊົງ​ຢັ່ງ​ຮູ້​ທຸກ​ສິ່ງ ແມ່ນ​ເປັນ​ຄວາມ​ເລິກ​ລັບ​ຂອງ​ພຣະ​ເຈົ້າ 11 ດ້ວຍ​ວ່າ​ໃຜ​ຫນໍ, ອາດ​ຮູ້​ຄວາມ​ຄຶດ​ຂອງ​ມະ​ນຸດ​ໄດ້ ເວັ້ນ​ແຕ່​ຈິດ​ວິນ​ຍານ​ພາຍ​ໃນ​ມະ​ນຸດ​ຜູ້​ນັ້ນ​ເອງ ດັ່ງ​ນັ້ນ​ແຫລະ, ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ບໍ່​ມີ​ຜູ້​ໃດ​ຮູ້​ໄດ້ ເວັ້ນ​ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ 12 ເຮົາ​ທັງ​ຫລາຍ​ບໍ່​ໄດ້​ຮັບ​ວິນ​ຍານ​ຂອງ​ໂລກ ແຕ່​ໄດ້​ຮັບ​ພຣະ​ວິນ​ຍານ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ໄດ້​ຮູ້​ເຖິງ​ສິ່ງ​ຕ່າງໆ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ແກ່​ພວກ​ເຮົາ​ນັ້ນ 13 ເຮົາບໍ່​ໄດ້​ກ່າວ​ສິ່ງ​ເຫລົ່າ​ນີ້​ດ້ວຍ​ຖ້ອຍ​ຄຳ​ຊຶ່ງ​ປັນ​ຍາ​ຂອງ​ມະ​ນຸດ​ສອນ​ໄວ້ ແຕ່​ດ້ວຍ​ຖ້ອຍ​ຄຳ​ຊຶ່ງ​ພຣະ​ວິ​ນ​ຍານ​ໄດ້​ຊົງ​ສັ່ງ​ສອນ ຄື​ເຮົາ​ໄດ້​ອະ​ທິ​ບາຍ​ຄວາມ​ຫມາຍ​ຂອງ​ເຣື່ອງ​ຝ່າຍ​ວິນ​ຍານ​ໃຫ້​ຄົນ​ທີ່​ມີ​ພຣະ​ວິນ​ຍານ​ຟັງ 14 ແຕ່​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ຈະ​ຮັບ​ສິ່ງ​ເຫລົ່າ​ນີ້​ນັ້ນ ຊຶ່ງ​ເປັນ​ຂອງ​ພຣະ​ວິນ​ຍານ​ແຫ່ງ​ພຣະ​ເຈົ້າ​ບໍ່​ໄດ້ ເພາະ​ວ່າ​ທີ່​ຈະ​ເຂົ້າ​ໃຈ​ສິ່ງ​ເຫລົ່າ​ນັ້ນ​ໄດ້​ກໍ​ຕ້ອງ​ອາ​ໄສ​ພຣະ​ວິນ​ຍານ 15 ແຕ່​ຜູ້​ທີ່​ຢູ່​ຝ່າຍ​ພຣະ​ວິນ​ຍານ​ກໍ​ສັງ​ເກດ​ຮູ້​ສິ່ງ​ສາ​ຣະ​ພັດ​ໄດ້ ແຕ່​ບໍ່​ມີ​ໃຜ​ສັງ​ເກດ​ຮູ້​ໃຈ​ຜູ້​ນັ້ນ​ໄດ້​ 16 “ດ້ວຍ​ວ່າ​ຜູ້​ໃດ​ຫນໍ ໄດ້​ຮູ້​ຈັກ​ພຣະ​ທັຍ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງ​ຈະ​ສັ່ງ​ສອນ​ພຣະ​ອົງ​ໄດ້” ແຕ່​ຝ່າຍ​ເຮົາ​ທັງ​ຫລາຍ​ກໍ​ມີ​ພຣະ​ທັຍ​ຂອງ​ພຣະ​ຄຣິດ

1 ໂກຣິນໂທ 3

ເພື່ອນ​ຮ່ວມ​ງານ​ເພື່ອ​ພຣະ​ເຈົ້າ

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຝ່າຍ​ເຮົາ​ຈະ​ເວົ້າ​ກັບ​ເຈົ້າ​ທັງ​ຫລາຍ​ເຫມືອນ​ກັບ​ເວົ້າ​ກັບ​ຜູ້​ທີ່​ຢູ່​ຝ່າຍ​ພຣະ​ວິນ​ຍານ​ແລ້ວ​ບໍ່​ໄດ້ ແຕ່​ຕ້ອງ​ເວົ້າ​ກັບ​ເຈົ້າ​ເຫມືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ມະ​ນຸດ​ທຳ​ມະ​ດາ ເຫມືອນ​ກັບ​ພວກ​ເຈົ້າ​ເປັນ​ເດັກ​ອ່ອນ​ໃນ​ພຣະ​ຄຣິດ 2 ເຮົາ​ໄດ້​ລ້ຽງ​ພວກ​ເຈົ້າ​ດ້ວຍ​ນຳ​ນົມ​ບໍ່​ໃຊ້​ດ້ວຍ​ອາ​ຫານ​ແຂງ ເຫດ​ວ່າ​ເມື່ອ​ກ່ອນ​ນັ້ນ​ເຈົ້າ​ຍັງ​ບໍ່​ສາ​ມາດ​ຮັບ​ໄດ້ ແລະ​ເຖິງ​ດຽວ​ນີ້ກໍ​ຍັງ​ບໍ່​ສາ​ມາດ 3 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ຍັງ​ຢູ່​ຝ່າຍ​ມະ​ນຸດ​ທຳ​ມະ​ດາ ດ້ວຍ​ວ່າ​ເມື່ອ​ພວກ​ເຈົ້າ​ຍັງ​ອິດ​ສາ​ກັນ​ແລະ​ຜິດ​ຖຽງ​ກັນ ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຢູ່​ຝ່າຍ​ມະ​ນຸດ​ທຳ​ມະ​ດາ ແລະບໍ່​ໄດ້​ດຳ​ເນີນ​ຊີ​ວິດ​ຕາມ​ມະ​ນຸດ​ທຳ​ມະ​ດາດອກ​ຫລື 4 ເພາະ​ເມື່ອ​ຜູ້​ນຶ່ງ​ກ່າວ​ວ່າ, “ຂ້ອຍ​ເປັນ​ຝ່າຍ​ໂປ​ໂລ” ແລະ​ອີກຜູ້​ນຶ່ງ​ກ່າວ​ວ່າ, “ຂ້ອຍ​ເປັນ​ຝ່າຍ​ອາ​ໂປ​ໂລ” ເຈົ້າ​ທັງ​ຫລາຍບໍ່​ໄດ້​ພຽງ​ແຕ່​ມະ​ນຸດ​ທຳ​ມະ​ດາ​ຫລື” 5 ຖ້າ​ດັ່ງ​ນັ້ນ, ອາ​ໂປ​ໂລ​ແມ່ນ​ໃຜ? ໂປ​ໂລ​ແມ່ນ​ໃຜ? ກໍ​ແມ່ນ​ຜູ້​ຮັບ​ໃຊ້​ຊຶ່ງ​ໄດ້​ສອນ​ພວ​ກ​ເຈົ້າ​ໃຫ້​ເຊື່ອ ເຮົາ​ແຕ່​ລະ​ຄົນ​ໄດ້​ຮັບ​ໃຊ້​ຕາມ​ທີ່​ອົງພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ກຳ​ນົດ​ໃຫ້ 6 ເຮົາ​ເປັນ​ຜູ້​ປູກ ອາ​ໂປ​ໂລ​ເປັນ​ຜູ້​ຫົດ​ນ້ຳ ແຕ່​ພຣະ​ເຈົ້າຊົງ​ບັນ​ດານ​ໃຫ້​ໃຫຍ່​ຂຶ້ນ 7 ເພາະ​ສັນ​ນັ້ນ​ຜູ້​ປູກ​ຫລື​ຜູ້​ຫົດ​ນ້ຳ​ຈຶ່ງ​ບໍ່​ສຳ​ຄັນ​ອັນ​ໃດ ແຕ່​ພຣະ​ເຈົ້າ​ຜູ້​ຊົງ​ບັນ​ດານ​ໃຫ້​ໃຫຍ່​ຂຶ້ນ​ນັ້ນ​ກໍ​ສຳ​ຄັນ 8 ຜູ້​ປູກ​ກັບ​ຜູ້​ຫົດ​ນ້ຳ​ກໍ​ສເມີ​ກັນ ແຕ່ທຸກ​ຄົນ​ກໍ​ຈະ​ໄດ້​ຮັບ​ຮາງວັນ​ຕາມ​ການ​ຂອງ​ຕົນ 9 ເພາະ​ວ່າ​ເຮົາ​ທັງ​ຫລາຍ​ເປັນ​ຜູ້​ຮ່ວມ​ກັນ​ທຳ​ງານ​ຂອງ​ພຣະ​ເຈົ້າ ພວກ​ເຈົ້າ​ເປັນ​ໄຣ່​ນາ​ຂອງ​ພຣະ​ເຈົ້າ 10 ເຈົ້າ​ທັງ​ຫລາຍ​ເປັນ​ຕຶກ​ຂອງ​ພຣະ​ອົງ ໂດຍ​ພຣະ​ຄຸນຂອງ​ພຣະ​ເຈົ້າ​ທີ່​ຊົງ​ໂຜດ​ປະ​ທານ​ແກ່​ເຮົາ​ແລ້ວ ເຮົາ​ໄດ້​ວາງ​ຮາກ​ລົງ​ເຫມືອນ​ນາຍ​ຊ່າງ​ຜູ້​ຊຳ​ນານ ແລະ​ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ ແຕ່​ທຸກ​ຄົນ​ຈົ່ງ​ລະ​ວັງ​ໃຫ້​ດີ​ວ່າ​ຈະ​ກໍ່​ຂຶ້ນ​ຢ່າງ​ໃດ 11 ເພາະ​ວ່າ​ຜູ້​ໃດ​ຈະ​ວາງ​ຮາ​ກອື່ນ​ອີກ​ບໍ່​ໄດ້ ນອກ​ຈາກ​ຮາກ​ທີ່​ຊົງ​ວາງ​ໄວ້​ແລ້ວ​ນັ້ນ​ຄື​ພຣະ​ເຢ​ຊູ​ຄຣິດ 12 ຖ້າ​ຜູ້​ໃດ​ເອົາ​ຄຳ, ເອົາເງິນ, ເອົາ​ເພັດ​ພອຍ, ເອົາ​ໄມ້, ເອົາ​ຫຍ້າ​ແຫ້ງ, ເອົາ​ເຟືອງ​ກໍ​ດີ, ມາ​ກໍ່​ຂຶ້ນ​ເທິງ​ຮາກ​ນັ້ນ ການ​ຂອງ​ທຸກ​ຄົນ​ກໍ​ຈະ​ໄດ້​ປາ​ກົດ​ແຈ້ງ 13 ດ້ວ​ຍວ່າ​ເວ​ລາ​ນັ້ນ​ຈະ​ໃຫ້​ເຫັນ​ໄດ້​ແຈ່ມ​ແຈ້ງ ເພາະ​ຈະ​ເຫັນ​ແຈ່ມ​ແຈ້ງ​ໄດ້​ດ້ວຍ​ໄຟ ໄຟ​ນັ້ນ​ຈະ​ທົດ​ລອງ​ເບິ່ງ​ວ່າ​ການ​ຂອງ​ທຸກ​ຄົນ​ນັ້ນ​ເປັນ​ຢ່າງ​ໃດ 14 ຖ້າ​ການ​ງານ​ຂອງ​ຜູ້​ໃດ​ທີ່​ກໍ່​ຂຶ້ນ​ທົນ​ຢູ່​ໄດ້ ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຣັບ​ຮາງວັນ 15 ຖ້າ​ການ​ງານ​ຂອງ​ຜູ້​ໃດ​ຖືກ​ເຜົາ​ໄຫມ້​ເສັຽ ຜູ້ນັ້ນ​ຈະ​ຂາດ​ຮາງວັນ ແຕ່​ຕົນ​ເອງ​ກໍ​ຈະ​ໄດ້​ພົ້ນ​ແຕ່​ເຫມືອນ​ຜ່ານ​ພົ້ນ​ໄຟ 16 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ​ພວ​ກ​ເຈົ້າ​ເປັນ​ວິ​ຫານ​ຂອງ​ພຣະ​ເຈົ້າ ແລະ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ​ໃນ​ພວກ​ເຈົ້າ 17 ຖ້າ​ຜູ້​ໃດ​ທຳ​ລາຍ​ວິ​ຫານ​ຂອງ​ພຣະ​ເຈົ້າ ພຣະ​ເຈົ້າ​ຈະ​ຊົງ​ທຳ​ລາຍ​ຜູ້​ນັ້ນ ເພາະ​ວິ​ຫານຂອງ​ພຣະ​ເຈົ້າ​ເປັນ​ທີ່​ສັກ​ສິດ ເຈົ້າ​ທັງ​ຫລາຍ​ແຫລະ, ເປັນ​ວິ​ຫານ​ນັ້ນ 18 ຢ່າ​ໃຫ້​ຜູ້​ໃດ​ຫລອກ​ລໍ້​ຕົນ​ເອງ ຖ້າ​ຜູ້​ໃດ​ໃນ​ພວກ​ເຈົ້າ​ຄຶດ​ວ່າ​ຕົນ​ເປັນ​ຄົນ​ມີ​ປັນ​ຍາ​ໃນ​ສະ​ໄຫມ​ນີ້ ຈົ່ງ​ໃຫ້​ຜູ້​ນັ້ນ​ຍ​ອມ​ເປັນ​ຄົນ​ໂງ່ ເພື່ອ​ຈະ​ກາຍ​ເປັນ​ຄົນ​ມີ​ປັນ​ຍາ​ໄດ້ 19 ເພາະ​ວ່າ​ປັນ​ຍາ​ຂອງ​ໂລກ​ນີ້​ເປັນ​ຄວາມ​ໂງ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ດ້ວຍ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ພຣະ​ອົງ​ຊົງ​ຈັບ​ຄົນ​ທີ່​ມີ​ປັນ​ຍາ​ດ້ວຍ​ອຸ​ບາຍ​ຂອງ​ເຂົາ​ເອງ” 20 ແລະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ອີກວ່າ, “ພຣະ​ເຈົ້າ​ຊົງ​ຊາບ​ວ່າ ຄວາມ​ຄຶດ​ຂອງ​ຄົນ​ທີ່​ມີ​ປັນ​ຍາ​ນັ້ນ​ເປັນ​ການ​ເປົ່າໆ” 21 ເຫດ​ສັນ​ນັ້ນ​ຢ່າ​ໃຫ້​ຜູ້​ໃດ​ຍົກ​ມະ​ນຸດ​ຂຶ້ນອວດ ດ້ວຍ​ວ່າ​ສິ່ງ​ສາ​ຣະ​ພັດ​ເປັນ​ຂອງ​ເຈົ້າທັງ​ຫລາຍ​ແລ້ວ 22 ເຖິງ​ແມ່ນ​ວ່າ​ໂປ​ໂລ​ກໍ​ດີ ອາ​ໂປ​ໂລ ແລະ​ເກ​ຟາ​ກໍ​ດີ ໂລກ​ກັບ​ຊີ​ວິດ​ແລະ​ຄວາມ​ຕາຍ​ກໍ​ດີ ຫລື​ສິ່ງ​ທີ່​ມີ​ໃນ​ປັດ​ຈຸ​ບັນ​ແລະ​ອະ​ນາ​ຄົດ​ກໍ​ດີ​ ສິ່ງ​ສາ​ຣະ​ພັດ​ນັ້ນ​ກໍ​ເປັນ​ຂອງ​ພວກ​ເຈົ້າ 23 ແລະ​ພວກ​ເຈົ້າ​ເປັນ​ຂອງ​ພຣະ​ຄຣິດ ແລະ​ພຣະ​ຄຣິດ​ຊົງ​ເປັນ​ຂອງ​ພຣະ​ເຈົ້າ

1 ໂກຣິນໂທ 4

ອັ​ຄ​ສາ​ວົກ​ອ​ຂງ​ພຣະ​ຄຣິດ

1 ໃຫ້​ທຸກ​ຄົນ​ຖື​ວ່າ​ພວກ​ເຮົາ​ເປັນ​ຜູ້​ຣັບ​ໃຊ້​ຂອງ​ພຣະ​ຄຣິດ ທັງ​ເປັນ​ຜູ້​ປ້ອງ​ກັນ​ຮັກ​ສາ​ຂໍ້​ເລິກ​ລັບ​ຂອງພຣະ​ເຈົ້າ 2 ປະ​ການ​ນຶ່ງ, ຜູ້​ປ້ອງ​ກັນ​ຮັກ​ສາ​ນັ້ນ​ຈຳ​ເປັນ​ຕ້ອງ​ເປັນ​ຄົນ​ສັດ​ຊື່ 3 ສຳ​ລັບ​ເຮົາ ການ​ທີ່​ເຈົ້າ​ທັງ​ຫລາຍ​ຫລື​ມະ​ນຸດ​ຜູ້​ໃດ​ຈະ​ຕັດ​ສີນຕົວ​ເຮົາ​ນັ້ນ ເຮົາ​ເຫັນ​ວ່າ​ເປັ​ນ​ເຣື່ອງ​ເລັກ​ນ້ອຍ ເຖິງ​ແມ່ນ​ເຮົາ​ເອງ​ກໍ​ບໍ່​ໄດ້​ຕັດ​ສີນ​ຕົວ​ເຮົາ 4 ເພາະ​ເຮົາ​ບໍ່​ຮູ້​ວ່າ​ເຮົາ​ມີ​ຜິດ​ສິ່ງ​ໃດ ເຖິງ​ປານ​ນັ້ນ​ເຮົາ​ກໍ​ບໍ່​ພົ້ນ​ຈາກ​ການ​ພິ​ພາກ​ສາ ແຕ່​ຜູ້​ພິພາກ​ສາ​ຕົວ​ເຮົາ​ນັ້ນ​ແມ່ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 5 ເຫດ​ສັນ​ນັ້ນ​ພວກ​ເຈົ້າ​ຢ່າ​ຕັດ​ສີນ​ສິ່ງ​ໃດ​ກ່ອນ​ເວ​ລາ ຈົນ​ກວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ ພຣະ​ອົງ​ຈະ​ຊົງ​ເປີດ​ເຜີຍ​ຄວາມ​ລັບ​ທີ່​ເຊື່ອງໄວ້​ໃນ​ຄວາມ​ມືດ​ໃຫ້​ແຈ່ມ​ແຈ້ງ ແລະ​ຈະ​ຊົງ​ເຜີຍ​ຄວາມ​ຄາດ​ຫມາຍ​ໃນ​ໃຈ​ມະ​ນຸດ​ດ້ວຍ ເມື່ອ​ນັ້ນ​ແຫລະ, ທຸກ​ຄົນ​ຈະ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ຈາກ​ພຣະ​ເຈົ້າ​ຕາມ​ສົມ​ຄວນ 6 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ທີ່​ເຮົາ​ໄດ້​ນຳ​ເອົາ​ເຣື່ອງ​ຕົວ​ເຮົາ​ກັບ​ເຣື່ອງ​ອາ​ໂປ​ໂລ​ມາ​ກ່າວ​ໄວ້ ກໍ​ເພື່ອ​ປ​ໂຍດ​ຂອງ​ເຈົ້າ​ທັງ​ຫລາຍ ເພື່ອ​ໃຫ້​ພວກ​ເຈົ້າ​ຮຽນ​ເອົາ​ຕາມແບບ​ຢ່າງ​ຂອງ​ພວກ​ເຮົາ​ຄື “ຢ່າ​ອອກນອກ​ຂອບ​ເຂດ​ຂອງ​ພຣະ​ຄັມ​ພີ” ບໍ່​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າ​ມີ​ໃຈ​ຈອງ​ຫອງ​ຍົກ​ຜູ້​ນຶ່ງ​ແລະ​ຂົ່ມ​ຜູ້​ນຶ່ງ 7 ຜູ້​ໃດ​ໄດ້​ເຮັດ​ໃຫ້​ເຈົ້າ​ຕ່າງ​ກັນ​ກັບ​ຄົນ​ອື່ນ ຫລື​ມີ​ອັນ​ໃດ​ທີ່​ເຈົ້າ​ບໍ່​ໄດ້​ຮັບ​ມາ ຖ້າເຈົ້າ​ໄດ້​ຮັບ​ແລ້ວ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໂອ້ອວດ​ເຫມືອນ​ກັບ​ເຈົາ​ບໍ່​ໄດ້​ຮັບ​ເລີຍ 8 ດຽວ​ນີ້​ເຈົ້າ​ທັງ​ຫລາຍ​ກໍ​ອີ່​ມ​ແລ້ວ​ຫນໍ, ຮັ່ງ​ມີ​ບໍ​ຣິ​ບູນ​ແລ້ວ​ຫນໍ, ໄດ້​ຂຶ້ນ​ສ​ເວີຍ​ຣາ​ຊ​ໂດຍ​ຮ່ວມ​ກັບ​ພວ​ກ​ເຮົາ​ຫນໍ ແມ່ນ​ຢູ່ ເຮົາ​ກໍ​ປາ​ຖ​ນາ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ໄດ້​ຂຶ້ນ​ສ​ເວີຍ​ຣາ​ຊ ເພື່​ອ​ພວກ​ເຮົາ​ຈະ​ໄດ້​ຂຶ້ນ​ສ​ເວີຍ​ຣາ​ຊ​ດ້ວຍ​ກັນ​ກັບ​ພວ​ກ​ເຈົ້າ 9 ເພາະ​ເຮົາ​ຄຶດ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ພວກ​ເຮົາ ຜູ້​ເປັນ​ອັ​ຄ​ສາ​ວົກ​ໄວ້​ໃນ​ທີ່​ສຸດ​ປາຍ​ເຫມືອນ​ຄົນ​ທີ່​ຖືກ​ໂທດ​ເຖິງ​ຕາຍ ເພາະ​ເຮົາ​ກາຍ​ເປັນ​ເຫມືອນ​ໂຕ​ລະ​ຄອນ​ໃຫ້​ຈັກ​ກະ​ວານ​ຄື​ເທວະ​ດາ​ແລະ​ມະ​ນຸດ​ຊົມ 10 ພວກ​ເຮົາ​ເປັນ​ຄົນ​ໂງ່​ເພາະ​ເຫັນ​ແກ່​ພຣະ​ຄຣິດ ແຕ່​ພວກ​ເຈົ້າ​ເປັນ​ຄົນ​ມີ​ປັນ​ຍາ​ໃນ​ພຣະ​ຄຣິດ ພວກ​ເຮົາ​ອ່ອນ​ກຳ​ລັງ ແຕ່​ພວກ​ເຈົ້າ​ມີ​ກຳ​ລັງ ພວກ​ເຈົ້າ​ມີ​ຍົດ ແຕ່​ພວກ​ເຮົາ​ເປັນ​ຄົນ​ອັປ​ຍົດ 11 ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ພວກ​ເຮົາ​ກໍ​ຍັງ​ອຶດ​ເຂົ້າ​ຢາກ​ນ້ຳ ຂາດ​ເຄື່ອງ​ນຸ່ງ​ຫົ່ມ ຖືກ​ທຸບ​ຕີ​ແລະ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ​ເປັນ​ຫລັກ​ແຫລ່ງ 12 ພວກ​ເຮົາ​ຍັງ​ອົດ​ສາ​ເຮັດ​ການ​ຫນັກ​ຫນ່ວງ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ເຮົາເອງ ເມື່ອ​ຖືກ​ປ້ອຍ​ດ່າ​ເຮົາ​ກໍ​ອວຍ​ພອນ ເມື່ອ​ຖືກ​ຂົ່ມ​ເຫັງ​ເຮົາ​ກໍ​ອົດ​ທົນ​ເອົາ 13 ເມື່ອ​ຖືກ​ນິນ​ທາ​ປ​ມາດ​ເຮົາ​ກໍ​ຊອກ​ຫາ​ທາງ​ປອງດອງ ເຮົາ​ກາຍ​ເປັນ​ເຫມືອນ​ຂີ້​ເຫຍື້ອ​ຂອງ​ໂລກ ເປັນ​ເຫມືອນ​ຂອງ​ເສດ​ຈາກ​ສິ່ງ​ສາ​ຣະ​ພັດ​ທີ່​ໂລກ​ເລືອກ​ຖິ້ມ​ຈົນ​ເຖິງ​ບັດ​ນີ້ 14 ເຮົາ​ບໍ່​ໃຊ່​ໄດ້​ຂຽນ​ຂໍ້​ຄວາມ​ເຫລົ່າ​ນີ້​ເພື່ອ​ໃຫ້​ເຈົ້າ​ທັງ​ຫລາຍ​ລະ​ອາຍ ແຕ່ຂຽນ​ເພື່ອ​ເຕືອນ​ສະ​ຕິ​ພວກ​ເຈົ້າ​ໃນ​ຖາ​ນະ​ເປັນ​ລູກ​ທີ່​ຮັກ​ຂອງ​ເຮົາ 15 ເພາະ​ເຖິງ​ແມ່ນ​ວ່າ​ໃນ​ພຣະ​ຄຣິດ​ພວກ​ເຈົ້າ​ມີ​ຄວາມ​ຄວບ​ຄຸມ​ຈັກ​ຫມື່ອນ​ຄົນ​ກໍ​ຕາມ ແຕ່​ພວກ​ເຈົ້າ​ກໍ​ບໍ່​ມີ​ພໍ່​ຫລາຍ​ຄົນ ເພາະ​ວ່າ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ເຮົາ​ນີ້​ແຫລະ, ໄດ້​ໃຫ້​ກຳ​ເນີດ​ແກ່​ພວກ​ເຈົ້າໂດຍ​ຂ່າວ​ປະ​ເສີດ 16 ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ຂໍ​ໃຫ້​ເຈົາ​ທັງ​ຫລາຍ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເຮົາ​ໄປ 17 ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ໄດ້​ໃຊ້​ຕີ​ໂມ​ທຽວ​ລູກ​ທີ່​ຮັກ​ຂອງ​ເຮົາ ຜູ້​ສັດ​ຊື່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ມາ​ຫາ​ພວກ​ເຈົ້າ ເພື່ອ​ນຳ​ພວກ​ເຈົ້າ​ໃຫ້​ລະ​ນຶກ​ເຖິງ​ຫລັກ​ການ​ປະ​ຕິ​ບັດ​ຂອງ​ເຮົາ​ໃນ​ພຣະ​ຄຣິດ ເຫມືອນ​ທີ່​ເຮົາ​ເຄີຍ​ສອນ​ໃນ​ຄ​ຣິ​ສ​ຕະ​ຈັກ​ທົ່ວໆ​ໄປ 18 ແຕ່​ມີ​ບາງ​ຄົນ​ໄດ້​ອວດ​ຕົວ​ຂຶ້ນ ເຫມືອນ​ກັບ​ວ່າ​ເຮົາ​ຈະ​ບໍ່​ມາ​ຫາພວກ​ເຈົ້າ 19 ແຕ່​ຖ້າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພໍ​ພຣະ​ທັຍ ເຮົາ​ຈະ​ມາ​ຫາ​ເຈົ້າ​ທັງ​ຫລາຍ​ໃນ​ບໍ່​ຊ້າ​ນີ້ ແລະ​ເຮົາ​ຈະ​ໄດ້​ຢັ່ງ​ຮູ້​ບໍ່​ໃຊ່​ແຕ່​ຖ້ອຍ​ຄຳ​ຂອງ​ຄົນ​ທີ່​ອວດ​ຕົວ​ຂຶ້ນ ແຕ່​ຈະ​ຢັ່ງ​ຮູ້​ຣິດ​ອຳ​ນາດ​ຂອງ​ເຂົາ​ນັ້ນ 20 ເພາະ​ວ່າ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ໃຊ່​ເຣື່ອງ​ຄຳ​ເວົ້າ ແຕ່​ເປັນ​ເຣື່ອງ​ຣິດ​ອຳ​ນາດ 21 ເຈົ້າ​ທັງ​ຫລາຍ​ຈະ​ເອົາ​ຢ່າງ​ໃດ ຈະ​ໃຫ້​ເຮົາ​ຖື​ໄມ້​ແສ້​ມາ​ຫາ​ພວກ​ເຈົ້າ ຫລື​ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມ​ຮັກ​ແລະ​ດ້ວຍ​ໃຈ​ອ່ອນ​ສຸ​ພາບ

1 ໂກຣິນໂທ 5

ຕັດ​ສິນ​ລົງ​ໂທດ​ການ​ຫລິ້ນ​ຊູ້

1 ມີ​ຂ່າວ​ເລົ່າ​ລື​ກັນ​ວ່າ​ໃນ​ພວກ​ເຈົ້າ​ມີ​ການ​ຜິດ​ຊາຍ​ຍິງ ແລະ​ການ​ຜິດ​ຢ່າງ​ນັ້ນ ເຖິງ​ແມ່ນ​ວ່າ​ໃນ​ພວກ​ຕ່າງ​ຊາດ​ກໍ​ບໍ່​ເຄີຍ​ມີ ຄື​ວ່າ​ມີ​ຊາຍ​ຜູ້​ນຶ່ງ​ໄດ້​ເອົາ​ແມ່​ນ້າ​ຂອງ​ຕົນ​ມາ​ເປັນ​ເມັຽ 2 ແລະ​ເຈົ້າ​ທັງ​ຫລາຍ​ຍັງ​ອວດ​ຕົວ​ຂຶ້ນ ແທນ​ທີ່​ຈະ​ເປັນ​ທຸກ​ຮ້ອນ​ໃຈ ພວກ​ເຈົ້າ​ຄວນ​ຈະ​ຕັດ​ຜູ້​ທີ່​ເຮັດ​ການ​ຜິ​ດ່​ຢາງ​ນັ້ນອອກ​ເສັຽ​ຈາກ​ພວກ​ເຈົ້າ 3 ເຖິງ​ແມ່ນວ່າ​ຕົວ​ເຮົາ​ບໍ່​ໄດ້​ຢູ່​ນຳ​ພວກ​ເຈົ້າ ແຕ່​ໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກ​ເຈົ້າ ເຮົາ​ໄດ້ຕັດ​ສີນ​ລົງ​ໂທດ​ຜູ້​ທີ່​ໄດ້​ເຮັດ​ການ​ຜິດ​ຢ່າງ​ນັ້ນ ເຫມືອນ​ກັບ​ເຮົາ​ໄດ້​ຢູ່​ນຳ​ພວກ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 4 ເມື່ອ​ເຈົ້າ​ທັງ​ຫລາຍ​ປະ​ຊຸມ​ກັນ​ແລະ​ໃຈ​ຂອງ​ເຮົາ​ຮວມ​ຢູ່​ດ້ວຍ ພ້ອມ​ທັງ​ຣິດ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ 5 ຈົ່ງ​ມອບ​ຜູ້​ນັ້ນ​ໄວ້​ໃຫ້​ຊາ​ຕາຍ​ທຳ​ລາຍ​ເນື້ອ​ກາຍ ເພື່ອ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຂົາ​ໄດ້​ພົ້ນ​ໃນ​ວັນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 6 ການ​ທີ່​ເຈົ້າ​ທັງ​ຫລາຍອວດ​ອ້າງ​ນັ້ນ​ບໍ່​ດີ​ດອກ ພວກ​ເຈົ້າ​ບໍ່​ຮູ້​ຫລື​ວ່າ​ເຊື້ອ​ແປ້ງ​ແຕ່​ຫນ້ອຍ​ດຽວ​ກໍ​ແຜ່​ໄປ​ທົ່ວ​ທັງ​ກ້ອນ 7 ເຫດ​ສັນ​ນັ້ນ​ຈົ່ງ​ຊຳ​ຮະ​ເຊື້ອ​ແປ້ງ​ເກົ່າ​ອອກ​ເສັຽ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ເປັນ​ກ້ອນ​ໃຫມ່ ເຫມືອນ​ບໍ່​ມີ​ເຊື້ອ​ແປ້ງ​ແລ້ວ ດ້ວຍ​ວ່າ​ພຣະ​ຄຣິດ​ຜູ້​ຊົງ​ເປັນ​ປັ​ສ​ຄາ​ຂອງ​ເຮົາ​ທັງ​ຫລາຍ ໄດ້​ຊົງ​ຖືກ​ຂ້າ​ບູ​ຊາ​ແລ້ວ 8 ດ້ວຍ​ເຫດ​ນັ້ນ​ເຮົາ​ທັງ​ຫລາຍ​ຈົ່ງ​ຖື​ປັ​ສ​ຄາ​ນັ້ນ ບໍ່​ໃຊ່​ດ້ວຍ​ເຊື້ອ​ເກົ່າຫລື​ເຊື້ອ​ຂອງ​ຄວາມ​ຊົ່ວ​ຮ້າຍ ແຕ່​ດ້ວຍ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ​ຄື​ຄວາມ​ສັດ​ຊື່​ແລະ​ຄວາມ​ຈິງ 9 ເຮົາ​ໄດ້​ຂຽນ​ຈົດ​ຫມາຍບອກ​ເຈົ້າ​ທັງ​ຫລາຍ​ແລ້ວ​ວ່າ, ຢ່າ​ຄົບ​ຫາ​ກັບ​ຄົນ​ຫລິ້ນ​ຊູ້ 10 ແຕ່​ບໍ່​ໃຊ່​ຫມາຍ​ເຖິງ​ຊາ​ວ​ໂລກ​ທີ່​ຫລິ້ນ​ຊູ້, ຫລື​ຄົນ​ໂລບ, ຄົນ​ຂົ່ມ​ຂູ່, ຄົນ​ຂາບ​ໄຫວ້​ພຣະ​ທຽມ​ກໍ​ດີ ເພາະ​ວ່າ​ຖ້າ​ຫ້າມ​ຢ່າງ​ນັ້ນ​ແລ້ວ ເຈົ້າ​ທັງ​ຫລາຍ​ກໍ​ຈະ​ຕ້ອງອອກ​ໄປ​ເສັຽ​ຈາກ​ໂລກ​ນີ້ 11 ແຕ່​ເຮົາ​ໄດ້​ຂຽນ​ມາ​ບອກ​ພວກ​ເຈົ້າ​ວ່າ ຖ້າ​ຜູ້​ໃດ​ໄດ້​ຊື່​ວ່າ​ເປັນ​ພີ່​ນ້ອງ​ແລ້ວ ແຕ່​ຍັງ​ເປັນ​ຄົນ​ຫລິ້ນ​ຊູ້, ຫລື​ຄົນ​ໂລບ, ຄົນ​ຂາບ​ໄຫວ້ພຣະ​ທຽມ, ຄົນ​ເວົ້າ​ຫຍາບ​ຊ້າ, ຄົນ​ຂີ້​ເຫລົ້າ, ຄົນ​ຂົ່ມ​ຂູ່​ກໍ​ດີ ຢ່າ​ຄົບ​ຫາ​ກັບ​ຄົນ​ຢ່າງ​ນັ້ນ ແມ່ນ​ແຕ່​ກິນ​ເຂົ້າ​ຮ່ວມກໍ​ຢ່າ​ຊູ່ກິນ 12 ບໍ່​ແມ່ນ​ທຸ​ຣະ​ຂອງ​ເຮົາ​ທີ່​ຈະ​ໄປ​ຕັດ​ສີນ​ລົງ​ໂທດ​ຄົນ​ພາຍນອກ ແມ່ນ​ທຸ​ຣະ​ຂອງ​ພວກ​ເຈົ້າ​ທີ່​ຈະ​ຕັດ​ສີນ​ລົງ​ໂທດ​ຄົນ​ພາຍ​ໃນ ບໍ່​ແມ່ນ​ຫລື 13 ສ່ວນ​ຄົນ​ພາຍນອກ​ນັ້ນ​ແມ່ນ​ພຣະ​ເຈົ້າ​ຊົງ​ຕັດ​ສີນ​ລົງ​ໂທດ “ຈົ່ງ​ຂັບໄລ່​ຄົນ​ຊົ່ວ​ນັ້ນ​ອອກ​ຈາກ​ພວກ​ເຈົ້າ​ໄປ​ເສັຽ”

1 ໂກຣິນໂທ 6

ສູ້ຄວາມ​ກັນ​ຕໍ່​ຫນ້າຄົນ​ນອກ​ສາ​ສ​ນາ

1 ເມື່ອ​ຜູ້​ໃດ​ໃນ​ພວກ​ເຈົ້າ​ເປັນ​ຄ​ວາມ​ກັນ ຈະ​ກ້າ​ໄປ​ສູ້​ຄວາມ​ກັນ​ຕໍ່​ຫນ້າ​ຄົນ​ນອກ​ສາສ​ນາ ແລະ​ບໍ່​ໃຊ່​ຕໍ່​ຫນ້າ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຫລື 2 ເຈົ້າ​ທັງ​ຫລາຍບໍ່​ຮູ້​ຫລື​ວ່າ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ພິ​ພາກ​ສາ​ໂລກ ຖ້າພວກ​ເຈົ້າ​ຈະ​ພິ​ພາກ​ສາ​ໂລກ​ເຈົ້າ​ຈະ​ບໍ່​ສາ​ມາດ​ຕັດ​ສິນ​ເຣື່ອງ​ເລັກນ້ອຍ​ທີ່​ສຸດ​ຫລື 3 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ​ພວກ​ເຮົາ​ຈະ​ພິ​ພາກ​ສາ​ພວກ​ເທວະ​ດາ ​ຫລາ​ຍກວ່າ​ນັ້ນ​ອີກ​ເທົ່າ​ໃດ ເຮົາ​ສົມ​ຄວນ​ຈະ​ຕັດ​ສິນ​ຄວາມ​ເຣື່ອງ​ຂອງ​ຊີ​ວິດ​ນີ້ 4 ເມື່ອ​ພວກ​ເຈົ້າເປັນ​ຄວາມ​ກັນ​ໃນ​ເຣື່ອງຊີ​ວິດ​ນີ້ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເອົາ​ຄົນ​ທີ່​ຄ​ຣິ​ສ​ຕະ​ຈັກ​ບໍ່​ນັບ​ຖື​ມາຕັ້ງ​ໄວ້​ໃຫ້​ເປັນ​ຜູ້​ຕັດ​ສິນ 5 ເຮົາ​ກ່າວ​ດັ່ງ​ນີ້​ກໍ​ເພື່ອ​ໃຫ້​ພວ​ກ​ເຈົ້າ​ເກີດ​ລະ​ອາຍ​ໃຈ ໃນ​ພວກ​ເຈົ້າ​ບໍ່​ມີ​ຈັກ​ຄົນ​ຫລື​ທີ່​ມີ​ປັນ​ຍາ​ພໍ​ສາ​ມາດ​ຈະ​ຕັດ​ສິນ​ຄວາມ​ລະ​ຫວ່າງ​ພວກ​ພີ່​ນ້ອງ 6 ແຕ່​ພີ່​ນ້ອງ​ກັບ​ພີ່​ນ້ອງ​ຕ້ອງ​ໄປ​ສູ້​ຄວາມ​ກັນ​ຕໍ່​ຫນ້າ​ຄົນ​ນອກ​ສາ​ສ​ນາ​ຢ່າງ​ນັ້ນ​ຫລື 7 ທີ່ເຈົ້າ​ທັງ​ຫລາຍ​ມີ​ຄະ​ດີ​ກ່ຽວ​ຂ້ອງ​ກັນ​ແລະ​ກັນ​ນັ້ນ ກໍ​ເປັນ​ການ​ຂາດ​ສິນ​ທັມ​ແທ້ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ທົນ​ເອົາ​ເມື່ອ​ເຂົາ​ເຮັດ​ການ​ຮ້າຍ​ແກ່​ຕົນ ເປັນ​ຫຍັງ​ຈຶ່ງ​ບໍ່​ຍອມ​ໃຫ້​ເຂົາ​ໂກງ​ຕົນ​ກໍ​ດີ​ກວ່າ 8 ແຕ່​ເຈົ້າ​ທັງ​ຫລາຍຍັງ​ເຮັດຮ້າຍ​ແລະ​ສໍ້​ໂກງ​ກັນ​ໃນ​ລະ​ຫວ່າງ​ພວກ​ພີ່​ນ້ອງ​ຂອງ​ຕົນ 9 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ​ຄົນ​ອະ​ທັມ​ຈະ​ບໍ່​ມີ​ສ່ວນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຢ່າ​ເຂົ້າ​ໃຈ​ຜິດ​ວ່າ​ຄົນ​ຫລິ້ນ​ຊູ້​ກໍ​ດີ ຫລື​ຄົນ​ຂາບ​ໄຫວ້​ພຣະ​ທຽມ ຄົນ​ຜິດ​ຈາກ​ຜົວ​ເມັຽກັນ ຊາຍ​ຫລິ້ນ​ຄື​ຍິງ ຊາຍ​ຫລິ້ນ​ກັບ​ຊາຍ 10 ຄົນ​ຂະ​ໂມຍ ຄົນ​ໂລບ ຄົນ​ຂີ້​ເຫລົ້າ ຄົນ​ເວົ້າ​ຫຍາບ​ຊ້າ ຄົນ​ຂົ່ມ​ຂູ່​ກໍ​ດີ ຈະບໍ່​ໄດ້​ຮັບ​ສ່ວນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ 11 ເມື່ອ​ກ່ອນ​ມີ​ບາງ​ຄົນ​ໃນ​ພວກ​ເຈົ້າ​ເປັນ​ຄົນ​ຢ່າງ​ນັ້ນ ແຕ່​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ການ​ຊົງ​ຊຳ​ຮະ​ແລ້ວ ໄດ້​ຖືກ​ຊົງ​ຕັ້ງ​ໄວ້​ສຳ​ລັບ​ພຣະ​ເຈົ້າ​ແລ້ວ ໄດ້​ຖືກ​ຊົງ​ນັບ​ເປັນ​ຄົນ​ຊອບ​ທັມ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ​ໂດຍ​ພຣະ​ວິນ​ຍານ​ແຫ່​ງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ

ຖວາຍ​ກຽດ​ແກ່​ພຣະ​ເຈົ້າ​ດ້ວຍ​ຮ່າງ​ກາຍ​ຂອງ​ຕົນ

12 “ເຮົາ​ເຣັດ​ສິ່ງ​ສາ​ຣະ​ພັດ​ໄດ້ ບໍ່​ມີ​ໃຜ​ຫ້າມ” ແຕ່ບໍ່​ແມ່ນ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ມີ​ປ​ໂຍດ “ເຮົາ​ເຮັດ​ສິ່ງ​ສາ​ຣະ​ພັດ​ໄດ້ ບໍ່​ມີ​ໃຜ​ຫ້າມ” ແຕ່​ວ່າ​ຝ່າຍ​ເຮົາ​ຈະ​ບໍ່​ຍອມ​ຢູ່ໃຕ້​ອຳ​ນາດ​ຂອ​ງ​ສິ່ງ​ໃດ 13 ອາ​ຫານ​ມີ​ໄວ້​ສຳ​ລັບ​ທ້ອງ​ແລະ​ທ້ອງກໍ​ສຳ​ລັບ​ອາ​ຫານ ແຕ່​ພຣະ​ເຈົ້າ​ຈະ​ຊົງ​ໃຫ້​ທັງ​ທ້ອງ​ແລະ​ອາ​ຫານ​ສູນ​ຫາຍ​ໄປ ສ່ວນ​ຮ່າງ​ກາຍ​ນັ້ນ​ບໍ່​ໄດ້​ມີ​ໄວ້​ສຳ​ລັບ​ການ​ຫລິ້ນ​ຊູ້ ແຕ່ມີ​ໄວ້​ສຳ​ລັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ມີ​ໄວ້​ສຳ​ລັບ​ຮ່າງ​ກາຍ 14 ພຣະ​ເຈົາ​ໄດ້​ຊົງ​ບັນ​ດານ​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຄືນ​ຂຶ້ນ​ມາ ແລະ​ພຣະ​ອົງ​ຈະ​ຊົງ​ບັນ​ດານ​ໃຫ້​ເຮົາ​ທັງ​ຫລາຍ​ຄືນ​ມາ​ໃຫມ່ ດ້ວຍ​ຣິດ​ອຳ​ນາດ​ຂອງ​ພຣະ​ອົງ 15 ເຈົ້າ​ທັ​ງ​ຫລາຍ​ບໍ່​ຮູ້​ຫລື​ວ່າ​ຮ່າງ​ກາຍ​ຂອງ​ພວກ​ເຈົ້າ​ເປັນ​ອະ​ວັຍ​ວະ​ຂອງ​ພຣະ​ຄຣິດ ຖ້າ​ເປັນ​ຢ່າງ​ນັ້ນ​ເຮົາ​ຈະ​ເອົາ​ອະ​ວັຍ​ວະ​ຂອງ​ພຣະ​ຄຣິດ ໄປ​ເປັນ​ອະ​ວັຍ​ວະ​ຂອງ​ຍິງ​ແມ່​ຈ້າງ​ຫລື ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ 16 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ​ຜູ້​ທີ່​ຕິດ​ພັນ​ກັບ​ຍິງ​ແມ່​ຈ້າງ​ກໍ​ເປັ​ນ​ກາຍ​ອັນ​ດຽວກັບ​ຍິງ​ນັ້ນ ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ວ່າ, “ເຂົາ​ທັງ​ສອງ​ຈະ​ເປັນ​ກາຍ​ອັນ​ດຽວ” 17 ແຕ່​ຜູ້​ທີ່​ຕິດ​ພົນ​ກັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ກໍ​ເປັນ​ຈິດ​ໃຈ​ອັນ​ດຽວ​ກັບ​ພຣະ​ອົງ 18 ຈົ່ງ​ຫລີ​ກ​ຫນີ​ເສັຽ​ຈາກ​ການ​ຫລິ້ນ​ຊູ້ ຜິດບາບ​ທຸກ​ຢ່າງ​ທີ່​ມະ​ນຸດ​ເຮັດ​ນັ້ນ​ເປັນ​ບາບນອກ​ກາຍ ແຕ່​ຜູ້​ທີ່​ຫລິ້ນ​ຊູ້​ນັ້ນ​ກໍ​ເຮັດ​ຜິດ​ບາບ​ຕໍ່​ຮ່າງ​ກາຍ​ຂອງ​ຕົນ​ເອງ 19 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ​ຮ່າງ​ກາຍ​ຂອງ​ເຈົ້າ​ເປັນ​ວິ​ຫານ​ຂອງ​ພຣະ​ວິ​ນ​ຍານບໍ​ຣິ​ສຸດ ຜູ້​ຊຶ່ງ​ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ​ຊຶ່ງ​ພວກ​ເຈົ້າ​ໄດ້​ຮັບ​ຈາກ​ພຣະ​ເຈົ້າ ເຈົ້າ​ບໍ່​ແມ່ນ​ເຈົ້າ​ຂອງ​ຕົວ​ເອງ 20 ພຣະ​ເຈົ້າ​ໄດ້​ຊົງ​ຊື້​ເຈົ້າ​ທັງ​ຫລາຍ​ໄວ້​ແລ້ວ​ດ້ວຍ​ຣາ​ຄາ​ສູງ ເຫ​ດສັນ​ນັ້ນ​ຈົ່ງ​ຖວາຍ​ພຣະ​ກຽດ​ຕໍ່​ພຣະ​ເຈົ້າ​ດ້ວຍ​ຮ່າງ​ກາຍ​ຂອງ​ຕົນ

1 ໂກຣິນໂທ 7

ບັນ​ຫາ​ກ່ຽວ​ກັບ​ການ​ສົມ​ຣົດ

1 ເຣື່ອງ​ທີ່​ພວກ​ເຈົ້າ​ໄດ້​ຂຽນ​ມາ​ນັ້ນ ຂໍ​ຕອບ​ວ່າ ການ​ທີ່​ຜູ້​ຊາຍ​ບໍ່​ຖືກ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ແມ່​ຍິງ​ກໍ​ດີ​ຢູ່ 2 ແຕ່​ເພື່ອ​ປ້ອງ​ກັນ​ການ​ຫລິ້ນ​ຊູ້ ຜູ້​ຊາຍ​ທຸກ​ຄົນ​ຄວນ​ມີ​ເມັຽ​ຂອງ​ຕົນ​ແລະ​ແມ່​ຍິງ​ທຸກ​ຄົນ​ຄວນ​ມີ​ຜົວ​ຂອງ​ຕົນ 3 ຜົວ​ຕ້ອງຍອມ​ຮ່ວມ​ຢູ່​ກັບ​ເມັຽ​ຕາມ​ສົມ​ຄວນ ແລະ​ເມັຽ​ກໍ​ຕ້ອງຍອ​ມຮ່ວມ​ຢູ່​ກັບ​ຜົວ​ເຫມືອນ​ກັນ 4 ເມັຽ​ບໍ່​ມີ​ອຳ​ນາດ​ເຫນືອ​ຮ່າງ​ກາຍ​ຂອງ​ຕົນ ແຕ່​ອຳ​ນາດ​ນັ້ນ​ຢູ່​ນຳ​ຜົວ ຢ່າງ​ດຽວ​ກັນ ຜົວ​ບໍ່​ມີ​ອຳ​ນາດ​ເຫນືອ​ຮ່າງກາຍ​ຂອງ​ຕົນ​ເອງ ແຕ່​ອຳ​ນາດ​ນັ້ນ​ຢູ່​ນຳ​ເມັຽ 5 ຢ່າ​ປະ​ຕິ​ເສດ​ການ​ຢູ່​ຮ່ວມ​ກັນ ເວັ້ນ​ແຕ່​ໄດ້​ຕົກ​ລົງ​ກັນ​ເປັນ​ການ​ຊົ່ວ​ຄາວ ເພື່ອ​ອຸ​ທິດ​ຕົນ​ໃນ​ການ​ໄຫວ້ວອນ ແລ້ວ​ຈຶ່​ງຄ່ອຍ​ມາ​ຢູ່​ຮ່ວມ​ກັນ​ອີກ ເພື່ອ​ບໍ່​ໃຫ້​ຊາ​ຕານ​ຊັກ​ຈູງ​ໃຫ້​ເຮັດ​ຜິດ​ເພາະ​ຕົນ​ອົດ​ບໍ່​ໄດ້ 6 ເຮົາ​ກ່າວ​ດັ່ງ​ນີ້​ເປັນ​ການ​ອະ​ນຸ​ຍາດ ບໍ່​ໃຊ່​ເປັນ​ການ​ສັ່ງ 7 ເຮົາ​ປາ​ຖ​ນາ​ໃຫ້​ທຸກ​ຄົນ​ເປັນ​ເຫມືອນ​ຕົວ​ເຮົາ ແຕ່​ທຸກ​ຄົນ​ກໍ​ໄດ້​ຮັບ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ​ອັນ​ເຫມາະ​ສົມ​ກັບ​ຕົວ​ຜູ້​ນຶ່ງ​ໄດ້​ຮັບ​ຢ່າງ​ນັ້ນ ແລະ​ອີກ​ຜູ້​ນຶ່ງ​ໄດ້ຮັບ​ຢ່າງ​ນີ້ 8 ເຮົາ​ຂໍ​ກ່າວ​ແກ່​ຄົນ​ທີ່​ຍັງ​ເປັນ​ໂສດ​ແລະ​ພວກ​ແມ່​ຫມ້າຍ​ວ່າ ຖ້າ​ເຂົາ​ຈະ​ຢູ່​ເຫມືອນ​ຢ່າງ​ເຮົາ​ກໍ​ດີ​ແລ້ວ 9 ແຕ່​ຖ້າ​ເຂົາ​ອົດ​ໃຈ​ບໍ່​ໄດ້​ກໍ​ໃຫ້​ເຂົາ​ແຕ່ງ​ງານ​ເສັຽ ເພາະ​ການ​ແຕ່ງ​ງານ​ນັ້ນ​ດີກວ່າ​ມີ​ໃຈ​ເຜົາ​ຮ້ອນ​ດ້ວຍ​ກາມ​ຣາ​ຄະ 10 ສ່ວນ​ຄົນ​ທີ່​ແຕ່ງ​ງານແລ້ວ ເຮົາ​ຂໍ​ສັ່ງ ບໍ່​ໃຊ່​ເຮົາ​ສັ່ງ​ເອງ ແຕ່​ອົງ​ພຣະ​ຜູ້​ເປັນເຈົ້າ​ຊົງ​ບັນ​ຊາ​ວ່າ ຢ່າ​ໃຫ້​ເມັຽ​ປະ​ຜົວ 11 ແຕ່​ຖ້າ​ນາງ​ຫາກ​ປະ​ຜົວ​ໄປ ຢ່າ​ໃຫ້​ນາງ​ເອົາ​ຜົວ​ໃຫມ່ ຫລື​ບໍ່​ດັ່ງ​ນັ້ນ​ກໍ​ໃຫ້​ນາງ​ກັບ​ມາ​ຄືນ​ດີ​ກັບ​ຜົວ​ອີກ ແລະ​ຂໍ​ຢ່າ​ໃຫ້​ຜົວ​ປະ​ຮ້າງ​ເມັຽ 12 ເຮົາ​ຂໍ​ກ່າວ​ແກ່​ຄົນ​ອື່ນໆ ນອກ​ຈາກ​ພວກ​ນີ້ (ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ​ໄດ້​ຊົງ​ກ່າວ) ວ່າ​ຖ້າ​ພີ່​ນ້ອງ​ຄົນ​ໃດ​ມີ​ເມັຽ​ທີ່​ບໍ່​ເຊື່ອ​ໃນ​ອົງ​ພຣະ​ຄຣິດ ແຕ່​ນາງ​ກໍ​ພໍ​ໃຈ​ຈະ​ຢູ່​ກັບ​ຜົວ​ນັ້ນ ຜົວ​ບໍ່​ຄວນ​ຢ່າ​ຮ້າງ​ນາງ 13 ຖ້າ​ຍິງ​ຄົນ​ໃດ​ມີ​ຜົວ​ທີ່​ບໍ່​ເຊື່ອ​ໃນ​ອົງ​ພຣະ​ຄຣິດ ແຕ່​ຜົວ​ກໍ​ພໍ​ໃຈ​ຈະ​ຢູ່​ກັບ​ເມັຽນັ້ນ ເມັຽບໍ່​ຄວນ​ຢ່າ​ຮ້າງ​ຜົວ​ນັ້ນ 14 ເພາະ​ວ່າ​ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ກໍ​ໄດ້​ຮັບ​ການ​ຊົງ​ຊຳ​ຮະ​ຍ້ອນ​ເມັຽ ແລະ​ເມັຽ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ກໍ​ໄດ້​ຮັບ​ການ​ຊົງ​ຊຳ​ຮະ​ຍ້ອນ​ຜົວ​ນັ້ນ ຖ້າ​ບໍ່​ດັ່ງ​ນັ້ນ​ລູກ​ຂອງ​ເຈົ້າ​ທັງ​ຫລາຍ​ກໍ​ບໍ່​ບໍ​ຣິ​ສຸດ ແຕ່​ບັດ​ນີ້​ລູກ​ເຫລົ່າ​ນັ້ນ​ກໍ​ບໍ​ຣິ​ສຸດ​ແລ້ວ 15 ແຕ່​ຖ້າ​ຜູ້​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຈະ​ແຍກ​ຕົວ​ອອກ​ໄປ​ກໍ​ຈົ່ງ​ໃຫ້​ທ່ານ​ໄປ ເຣື່ອງ​ຢ່າງ​ນີ້​ບໍ່​ຈຳ​ເປັນ​ທີ່​ພີ່​ນ້ອງຊາຍ​ຍິງ​ຈະ​ຜູກ​ມັດ​ຈຳ​ໃຈ​ໃຫ້​ຢູ່​ດ້ວຍ​ກັນ ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງ​ຫລາຍ​ໃຫ້​ຢູ່​ຢ່າງ​ສ​ງົບ​ງ 16 ຝ່າຍ​ເຈົ້າຜູ້​ເປັນ​ເມັຽ ເຈົ້າ​ຮູ້​ໄດ້​ວ່າ​ເຈົ້າ​ຈະ​ຊ່ອຍ​ຜົວ​ໃຫ້​ພົ້ນ​ໄດ້​ຫລື​ບໍ່ ຫລື​ເຈົ້າ​ຜູ້​ເປັນ​ຜົວ ເຈົ້າ​ຮູ້​ໄດ້​ວ່າ​ເຈົ້າ​ຈະ​ຊ່ອຍ​ເມັຽ​ໃຫ້​ພົ້ນ​ໄດ້​ຫລື​

ຈົ່ງ​ດຳ​ເນີນ​ຊີ​ວິດ​ຢູ່​ຕາມ​ຖາ​ນະ​ທີ່​ພຣະ​ເຈົ້າ​ຊົງ​ປະ​ທານ

17 ແຕ່​ຂໍ​ໃຫ້​ທຸກ​ຄົນ​ດຳ​ເນີນ​ຊີ​ວິດ​ຢູ່​ຕາມຖາ​ນະ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ແກ່​ຕົນ​ແລະ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ນັ້ນ ເຮົາ​ຈຶ່ງວາງ​ລະ​ບຽບ​ດັ່ງ​ນັ້ນ​ໄວ້​ໃຫ້​ຄ​ຣິ​ສ​ຕະ​ຈັກ​ທົ່ວ​ໄປ 18 ຖ້າ​ມີ​ຜູ້​ໃດ​ທີ່​ຖືກ​ຊົງ​ເອີ້ນ​ເອົາ​ເມື່ອ​ພາຍ​ຫ​ລັງ​ການ​ຮັບ​ພິ​ທີ​ຕັດ ຢ່າ​ໃຫ້​ຜູ້​ນັ້ນ​ເລີກ​ຈາກ​ຖາ​ນະ​ນັ້ນ​ເສັຽ ຫລື​ຖ້າ​ວ່າ​ມີ​ຜູ້​ໃດ​ທີ່​ຖືກ​ຊົງ​ເອີ້ນ​ເອົາ​ໂດຍ​ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ຕັດ​ກໍ​ຢ່າ​ໃຫ້​ຜູ້​ນັ້ນ​ຮັບ 19 ການ​ທີ່​ຮັບ​ຫລື​ບໍ່​ຮັບ​ພິ​ທີ​ຕັດ​ກໍ​ບໍ່​ສຳ​ຄັນ ແຕ່​ການ​ຖືຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນັ້ນ​ສຳ​ຄັນ 20 ໃຫ້​ທຸກ​ຄົນ​ຢູ່​ໃນ​ຖານະ​ທີ່​ເຂົາ​ຢູ່​ເມື່ອ​ພຣະ​ເຈົ້າ​ຊົງ​ເອີ້ນ​ເອົາ​ນັ້ນ 21 ເຈົ້າ​ຖືກ​ພຣະ​ເຈົ້າ​ຊົງ​ເອີ້ນ​ເອົາ​ເມື່ອ​ຍັງ​ເປັນ​ຂ້ອຍ​ຂ້າ​ຢູ່​ຫລື ຢ່າ​ຮ້ອນ​ໃຈ ຖ້າ​ເຈົ້າ​ຈະ​ສາ​ມາດ​ໄຖ່​ຕົວ​ອອກ​ໄດ້​ກໍ​ຄວນ​ໄຖ່​ດີກວ່າ 22 ເຫດ​ວ່າ​ຖ້າ​ອົງ​ພຣະ​ຜູ້ເປັນ​ເຈົ້າ​ຊົງ​ເອີ້ນ​ຜູ້​ໃດ​ເມື່ອ​ຍັງ​ເປັນ​ຂ້ອຍ​ຂ້າ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ເສ​ຣີ​ຊົນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຢ່າງ​ນັ້ນ​ແຫລະ, ຄົນ​ໃດ​ທີ່​ໄດ້​ຮັບ​ການ​ຊົງ​ເອີ້ນ​ເມື່ອ​ເປັນ​ເສ​ຣີ​ຊົນ ຄົນ​ນັ້ນ​ກໍ​ເປັນ​ຂ້ອຍ​ຂ້າ​ຂອງ​ພຣະ​ຄຣິດ 23 ພຣະ​ເຈົ້າ​ໄດ້​ຊົງ​ຊື້​ເຈົ້າ​ທັງ​ຫລາຍ​ດ້ວຍ​ຣາ​ຄາ​ສູງ ຢ່າ​ກັບ​ໄປ​ເປັນ​ຂ້ອຍ​ຂ້າ​ຂອງ​ມະ​ນຸດ 24 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຈົ້າ​ທຸກ​ຄົນ​ຢູ່​ໃນ​ຖາ​ນະ​ໃດ​ເມື່ອ​ພຣະ​ເຈົ້າ​ຊົງ​ເອີ້ນ ກໍ​ໃຫ້​ຕັ້ງ​ຢູ່​ກັບ​ພຣະ​ເຈົ້າ​ໃນ​ຖາ​ນະ​ນັ້ນ

ເຣື່ອງ​ຄົນ​ໂສດ​ແລະ​ພວກ​ແມ່​ຫມ້າຍ

25 ເຣື່ອງ​ຄົນ​ໂສດ​ນັ້ນ​ເຮົາ​ບໍ່​ໄດ້​ຮັບ​ພຣະ​ບັນຊາ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ເຮົາ​ຂໍ​ອອກ​ຄວາມ​ເຫັນ​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ໄດ້​ຮັບ​ພຣະ​ຄຸນ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເປັນ​ຜູ້​ທີ່​ໄວ້​ໃຈ​ໄດ້ 26 ຍ້ອນ​ຄວາມ​ຍາກ​ລຳ​ບາກ​ທີ່​ມີ​ຢູ່​ແລ້ວ ເຮົາ​ຈຶ່ງ​ຄຶດເຫັນ​ວ່າ ຄວນໃຫ້​ທຸກ​ຄົນ​ຢູ່​ຕາມ​ຢ່າງ​ທີ່​ຕົນ​ຢູ່​ດຽວ​ນີ້​ກໍ​ດີ​ຢູ່ 27 ຖ້າ​ເຈົ້າ​ມີ​ເມັຽ​ແລ້ວ ຢ່າ​ຊອກ​ຫາ​ທາງ​ແຍ​ກ​ຈາກ​ກັນ ຖ້າ​ເຈົ້າ​ແຍກ​ຈາກ​ເມັຽ​ແລ້ວ ຢ່າ​ຊອກ​ຫາ​ເມັຽ​ໃຫມ່ 28 ແຕ່​ຖ້າ​ເຈົ້າ​ແຕ່ງ​ງານ​ກໍ​ບໍ່​ຜິດ ແລະ​ຖ້າ​ຍິງ​ໂສດ​ຈະ​ແຕ່ງ​ງານ​ກໍ​ບໍ່​ຜິດ ແຕ່​ຄົນ​ທີ່​ແຕ່ງ​ງານ​ຢ່າງ​ນັ້ນ​ຄົງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ລຳ​ບາກ​ໃຈ​ໃນ​ຊີ​ວິດ​ນີ້ ແຕ່​ເຮົາ​ປາ​ຖ​ນາ​ທີ່​ຈະ​ໃຫ້​ເຈົ້າ​ທັງ​ຫລາຍ​ພົ້ນ​ຈາກ​ຄວາມ​ຫຍຸ້ງ​ຍາກ​ນັ້ນ 29 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ກ່າວ​ດັ່ງ​ນີ້​ກໍ​ເພາະ​ເວ​ລາ​ທີ່​ເຫລືອ​ຢູ່​ນັ້ນ​ກໍ​ສັ້ນ​ເຂົ້າ​ມາ​ແລ້ວ ຕັ້ງ​ແຕ່​ນີ້​ໄປ​ໃຫ້​ຜູ້​ມີ​ເມັຽດຳ​ເນີນ​ຊີ​ວິດ​ເຫມືອນບໍ່​ມີ​ເມັຽ 30 ໃຫ້​ຜູ້​ຮ້ອງ​ໄຫ້​ເຫມືອນບໍ່​ຮ້ອງ​ໄຫ້ ແລະ​ຜູ້​ທີ່​ຊົມ​ຊື່ນ​ຍິນ​ດີ​ເຫມືອນ​ບໍ່​ຊົມ​ຊື່ນ​ຍິນ​ດີ ແລະ​ຜູ້​ທີ່​ຊື້​ເຫມືອນ​ບໍ່​ໄດ້​ສິ່ງ​ໃດ 31 ແລະ​ໃຫ້​ຜູ້​ທີ່​ໃຊ້​ຂອງ​ໃນ​ໂລ​ກ​ເຫມືອນ​ກັບ​ວ່າ​ບໍ່​ໄດ້​ໃຊ້​ເຕັມ​ສ່ວນ ດ້ວຍ​ວ່າ​ລະ​ບົບ​ຂອງ​ໂລກ​ນີ້​ກຳ​ລັງ​ລ່ວງ​ໄປ 32 ເຮົາ​ຢາກ​ໃຫ້​ເຈົ້າ​ທັ​ງ​ຫລາຍພົ້ນ​ຈາກ​ຄວາມ​ກະ​ວົນ​ກະ​ວາຍ​ໃຈ ຝ່າຍ​ຜູ້​ທີ່​ບໍ່​ມີ​ເມັຽກໍ​ຮ້ອນ​ໃຈ​ໃນການ​ງານ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ເຮັດ​ໃຫ້​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ 33 ແຕ່​ຜູ້​ທີ່​ມີ​ເມັຽ​ແລ້ວ​ກໍ​ຮ້ອນ​ໃຈ​ໃນ​ການ​ຂອງ​ໂລກ​ນີ້ ເພື່ອ​ຈະ​ເຮັດ​ໃຫ້​ຊອບ​ໃຈ​ຂອ​ງ​ເມັຽ ຈຶ່ງ​ມີ​ຄວາມ​ສົນ​ໃຈ​ເປັນ​ສອງ​ກ້ຳ​ສອງ​ຝ່າຍ 34 ຝ່າຍ​ຍິງ​ທີ່​ບໍ່​ມີ​ຜົວ​ແລະ​ສາວ​ໂສດ​ກໍ​ຮ້ອນ​ໃຈ​ໃນ​ການ​ງາ​ນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ເປັນ​ຄົນ​ບໍ​ຣິ​ສຸດ​ທັງ​ກາຍ​ແລະ​ຈິດ​ວິນ​ຍານ ແຕ່​ຍິງ​ທີ່​ມີ​ຜົວ​ກໍ​ຮ້ອນ​ໃຈ​ໃນ​ການ​ຂອງ​ໂລກ​ນີ້ ເພື່ອ​ຈະ​ເຮັ​ດ​ໃຫ້​ຊອບ​ໃຈຂອງ​ຜົວ 35 ເຮົາ​ກ່າວ​ດັ່ງ​ນີ້​ກໍ​ເພື່ອ​ປ​ໂຍດ​ຂອງ​ເຈົ້າ​ທັງ​ຫລາຍ​ເອງ ບໍ່​ໃຊ່​ຈະ​ຫ້າງ​ແຮ້ວ​ໃສ່​ພວກ​ເຈົ້າ ແຕ່​ເພື່ອ​ຄວາມ​ເປັນ​ລະ​ບຽບ​ໃຫ້​ພວກ​ເຈົ້າ​ບົວ​ລະ​ບັດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ໂດຍບໍ່​ມີ​ໃຈ​ເປັນ​ສອງ​ກ້ຳ​ສອງ​ຝ່າຍ 36 ຖ້າ​ຊາຍ​ໃດ​ມີ​ຄູ່​ຫມັ້ນ​ເປັນ​ສາວ​ປອດ ແລະ​ຮູ້​ສຶກວ່າ​ຕົນ​ຈະ​ປະ​ຕິ​ບັດ​ຕໍ່​ຄູ່​ຫມັ້ນ​ຢ່າງສົມ​ຄວນ​ບໍ່​ໄດ້​ແລ້ວ ຖ້າ​ມີ​ຄວາມ​ຮັກ​ຮ້ອນ​ແຮງ​ຈຶ່ງຕ້ອງ​ເຮັດຢ່າງ​ໃດ​ຢ່າງ​ນຶ່ງ ກໍ​ໃຫ້​ເຂົາ​ເຮັດ​ຕາມ​ຄວາມ​ປາ​ຖ​ນາ ຄື​ໃຫ້​ເຂົາ​ແຕ່ງ​ງານ​ເສັຽ ບໍ່​ມີ​ຄວາມ​ຜິດອັນ​ໃດ 37 ແຕ່​ຖ້າ​ຊາຍ​ຄົນ​ໃດ​ຕັ້ງ​ໃຈ​ຄັກ​ແນ່ ແລະ​ເຫັນ​ວ່າ​ບໍ່​ມີ​ຄວາມ​ຈຳ​ເປັນ ແຕ່​ອາດ​ບັງ​ຄັບ​ໃຈ​ຕົນ​ເອງ​ໄດ້ ດ້ວຍ​ຕັ້ງ​ໃຈ​ວ່າ​ຈະ​ໃຫ້​ຍິງ​ນັ້ນ​ເປັນ​ຄູ່​ຫມັ້ນ​ຕໍ່​ໄປ ຜູ້​ນັ້ນ​ກໍ​ເຮັດ​ດີ​ຢູ່ 38 ເຫດ​ສັນ​ນັ້ນ​ຜູ້ໃດ​ທີ່​ແຕ່ງ​ງານ​ກັບ​ຄູ່​ຫມັ້ນ​ຂອງ​ຕົນ​ກໍ​ເຣັດ​ດີ​ຢູ່ ແຕ່ຜູ້​ທີ່​ບໍ່​ແຕ່ງ​ງານ​ນັ້ນ​ກໍ​ເຮັດ​ດີກວ່າ 39 ຕາບ​ໃດ​ຜົວ​ຍັງ​ມີ​ຊີ​ວິດ​ຢູ່ ເມັຽ​ຕ້ອງ​ຢູ່​ກັບ​ຜົວ ຖ້າ​ຜົວ​ຕາຍ​ນາງ​ກໍ​ເປັນ​ອິ​ສ​ຣະ ຈະ​ແຕ່ງ​ງານ​ກັບ​ຊາຍ​ໃດ​ກໍ​ໄດ້​ຕາມ​ໃຈ ແຕ່​ຕ້ອງ​ແຕ່ງ​ງານ​ກັບ​ຜູ້່​ທີ່​ເຊື່ອ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 40 ແຕ່​ຕາມ​ເຮົາ​ເຫັນ​ວ່າ ຖ້າ​ນາງ​ຢູ່​ຜູ້​ດຽວ​ກໍ​ຈະ​ເປັນ​ສຸກກວ່າ ແລະ​ເຮົາ​ຄຶດ​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ນຳ​ເຮົາ​ດ້ວຍ

1 ໂກຣິນໂທ 8

ເຣື່ອງ​ອາ​ຫານ​ທີ່​ຖວາຍ​ແກ່​ພຣະ​ທຽມ

1 ເຣື່ອງ​ຂອງ​ທີ່​ເຂົາ​ເອົາ​ບູ​ຊາແກ່​ພຣະ​ທຽມ​ນັ້ນ ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ, “ພວກ​ເຮົາ​ຕ່າງ​ກໍ​ມີ​ຄວາມ​ຮູ້ທຸກ​ຄົນ” ຄວາມ​ຮູ້​ນັ້ນ​ເຣັດ​ໃຫ້​ອວດ​ຕົວ ແຕ່​ຄວາມ​ຮັກ​ເຮັດ​ໃຫ້​ຈະ​ເຣີນ​ຂຶ້ນ 2 ຖ້າ​ຜູ້​ໃດ​ຖື​ວ່າ​ຕົວ​ຮູ້​ສິ່ງ​ໃດ​ແລ້ວ ຜູ້​ນັ້ນ​ຍັງບໍ່​ຮູ້​ອັນ​ໃດ​ຕາມ​ທີ່​ຄວນ​ຈະ​ຮູ້ 3 ແຕ່​ວ່າ​ຖ້າ​ຜູ້​ໃດ​ຮັກ​ພຣະ​ເຈົ້າ ພຣະ​ເຈົ້າ​ກໍ​ຊົງ​ຮູ້​ຈັກ​ຜູ້​ນັ້ນ 4 ເຣື່ອງ​ການ​ກິນ​ອາ​ຫານ​ທີ່​ເຂົາ​ເອົາ​ບູ​ຊາ​ແກ່​ພຣະ​ທຽມ​ນັ້ນ ເຮົາ​ທັງ​ຫລາຍ​ຮູ້​ຢູ່​ວ່າ “ພຣະ​ທຽມ​ນັ້ນບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະ​ເຈົ້າ​ແທ້​ແຕ່​ອົງ​ດຽວ” 5 ເຖິງ​ແມ່ນ​ວ່າ​ມີ​ພຣະ​ຫລາຍ​ໃນ​ສວັນ ແລະ​ເທິງ​ແຜ່ນ​ດິນ​ໂລກ​ກໍ​ດີ ທີ່​ເຂົາ​ເອີ້ນ​ວ່າ​ພຣະ​ເຈົ້າ (ພຣະ​ກໍ​ມີ​ຫລາຍ​ ເຈົ້າ​ກໍ​ມີ​ຫລາຍ​ແທ້) 6 ແຕ່​ສຳ​ລັບ​ພວກ​ເຮົາ​ນັ້ນ​ມີ​ພຣະ​ເຈົ້າ​ອົງ​ດຽວ​ຄື​ພຣະ​ບິ​ດາ ​ແລະ​ສິ່ງສາ​ຣະ​ພັດ​ທັງ​ປວງ​ບັງ​ເກີດ​ມາ​ຈາກ​ພຣະ​ອົງ ແລະ​ພວກ​ເຮົາ​ເປັນ​ມາ​ເພື່ອ​ພຣະ​ອົງ ແລະ​ມີ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ ຄື​ພຣະ​ເຢ​ຊູ​ຄຣິດ ແລະ​ສິ່ງ​ສາ​ຣະ​ພັດ​ກໍ​ບັງ​ເກີດ​ຂຶ້​ນໂດຍ​ພຣະ​ອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະ​ອົງ 7 ແຕ່​ບໍ່​ໃຊ່​ທຸກ​ຄົນ​ມີ​ຄວາມ​ຮູ້​ຢ່າງ​ນີ້ ເພາະ​ມີ​ບາງ​ຄົນ​ທີ່​ເຄີຍ​ນັບ​ຖື​ພຣະ​ທຽມ​ແຕ່​ກ່ອນ​ຈົນ​ເຖິງ​ບັດ​ນີ້ ເມື່ອ​ເຂົາ​ກິນ​ອາ​ຫານ​ນັ້ນ​ກໍ​ຖື​ວ່າ​ເປັນ​ຂອງ​ບູ​ຊາ​ແກ່​ພຣະ​ທຽມ​ນັ້ນ​ແທ້ ແລະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຂົາ​ຍັງ​ອ່ອນ​ຢູ່​ຈຶ່ງ​ຖືກ​ຊົ່ວ​ມົວ​ຫມອງ​ໄປ 8 ອາ​ຫານ​ບໍ່​ແມ່ນ​ສິ່ງ​ທີ່​ເຣັດ​ໃຫ້​ພວກ​ເຮົາ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ຖ້າ​ບໍ່​ກິນ​ເຮົາ​ບໍ່​ໄດ້​ຊົ່ວ​ລົງ ຖ້າ​ກິນ​ເຮົາ​ກໍ​ບໍ່​ດີ​ຂຶ້ນ 9 ແຕ່​ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ການ​ໃຊ້​ເສຣີ​ພາບ​ຂອງ​ເຈົ້າ​ທັງ​ຫລາຍ ເປັນ​ເຫດ​ໃຫ້​ຄົນ​ທີ່​ມີ​ຄວາມ​ເຊື່ອ​ນ້ອຍ​ສະ​ດຸດ​ໃຈ 10 ເພາະ​ວ່າ​ຖ້າ​ຜູ້​ໃດ​ຫາກ​ມາ​ເຫັນ​ເຈົ້າ​ຜູ້​ມີ​ຄວາມ​ຣູ້ ນັ່ງ​ກິນ​ໃນ​ວິ​ຫານ​ຂອງ​ພຣະ​ທຽມ​ນັ້ນ ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ອັນ​ອ່ອນ​ຂອງ​ຜູ້​ນັ້ນ​ຈະ​ບໍ່​ກ້າ​ຂຶ້ນ ເຮັດ​ໃຫ້​ບັງ​ອາດ​ກິນ​ຂອງ​ທີ່​ບູ​ຊາ​ແກ່​ພຣະ​ທຽມ​ນັ້ນ​ຫລື 11 ດັ່ງ​ນັ້ນ​ຄວາມ​ຮູ້​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ພີ່​ນ້ອງ​ທີ່​ມີ​ຄວາມ​ເຊື່ອ​ອ່ອນ ຊຶ່ງ​ພຣະ​ຄຣິດ​ໄດ້​ຊົງ​ວາຍ​ພຣະ​ຊົນ​ເພື່ອ​ນັ້ນ​ຕ້ອງ​ຈິບ​ຫາຍ​ໄປ 12 ສັນ​ນັ້ນ​ເມື່ອ​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ພວກ​ພີ່​ນ້ອງ ຄື​ເຮັດ​ຮ້າຍ​ແກ່​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ອັນ​ອ່ອນ​ຂອງ​ເຂົາ​ນັ້ນ ເຈົ້າ​ກໍ​ໄດ້​ເຮັດ​ຜິດ​ຕໍ່​ພຣະ​ຄຣິດ​ດ້ວຍ 13 ເຫດ​ສັນ​ນັ້ນ​ຖ້າ​ອາ​ຫານ​ເປັນ​ເຫດ​ທີ່​ເຮັດ​ໃຫ້​ພີ່​ນ້ອງ​ຂອງ​ເຮົາ​ສະ​ດຸດ​ໃຈ ເຮົາ​ກໍ​ຈະ​ບໍ່​ກິນ​ຊີ້ນ​ຕ​ລອດ​ໄປ ເພາະ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ພີ່ນ້ອງ​ສະ​ດຸດ​ໃຈ

1 ໂກຣິນໂທ 9

ສິດ​ຂອງ​ອັ​ຄ​ສາ​ວົກ

1 ເຮົາ​ບໍ່​ໄດ້​ມີ​ເສ​ຣີ​ພາບ​ຫລື ເຮົາ​ບໍ່​ໄດ້​ເປັນ​ອັ​ຄ​ສາ​ວົກ​ຫລື ເຮົາ​ບໍ່​ໄດ້​ເຫັນ​ພຣະ​ເຢ​ຊູ​ອົງພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຫລື ເຈົ້າ​ທັງ​ຫລາຍ​ບໍ່​ເປັນ​ຜົນ​ງານ​ຂອງ​ເຮົາ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຫລື 2 ຖ້າ​ເຮົາ​ບໍ່​ໄດ້​ເປັນ​ອັ​ຄ​ສາ​ວົກ​ໃນ​ສາຍ​ຕາ​ຂອງ​ຄົນ​ອື່ນ ເຮົາ​ກໍ​ເປັນ​ອັ​ຄ​ສາ​ວົກ​ໃນ​ສາຍ​ຕາ​ຂອງ​ເຈົ້າ​ທັງ​ຫລາຍ​ແທ້ ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ຄື​ກາ​ປະ​ຈຳ​ຕຳ​ແຫນ່ງ​ອັຄ​ສາ​ວົກ​ຂອ​ງ​ເຮົາ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 3 ຖ້າ​ຜູ້​ໃດ​ສອບ​ສວນ​ເຮົາ ເຮົາ​ກໍ​ຈະ​ແກ້​ຕົວ​ວ່າ 4 “ເຮົາ​ບໍ່​ມີ​ສິດ​ທີ່​ຈະ​ກິນ​ແລະ​ດື່ມ​ຫລື 5 ເຮົາ​ບໍ່​ມີ​ສິດ​ຫລື​ທີ່​ຈະ​ພາ​ເມັຽ​ທີ່​ເປັນ​ຄ​ຣິ​ສະ​ຕຽນ​ໄປ​ມາ​ດ້ວຍກັນ ເຫມືອນ​ຢ່າງ​ອັ​ຄ​ສາ​ວົກ​ຄົນ​ອື່ນ ແລະ​ເຫມືອນ​ຢ່າງ​ພວກ​ນ້ອງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເຫມືອນ​ຢ່າງ​ເກ​ຟາ​ນັ້ນ 6 ຈຳ​ເພາະ​ແຕ່​ເຮົາ​ກັບ​ບາ​ຣ໌​ນາ​ບາ​ເທົ່າ​ນັ້ນ​ຫລື ທີ່​ບໍ່​ມີ​ສິດ​ເລີກ​ເຮັດ​ການ​ຫາ​ລ້ຽງ​ຊີບ​ນັ້ນ 7 ແມ່ນ​ໃຜ​ທີ່​ຮັບໃຊ້​ເປັນ​ທະ​ຫານ​ຕ້ອງ​ກິນ​ອາ​ຫານ​ຂອງ​ຕົນ​ເອງ ຜູ້​ໃດ​ທີ່​ເຣັ​ດ​ສວນ​ອະ​ງຸ່ນ​ແລ້ວ​ບໍ່​ໄດ້​ກິນ​ຜົນ​ຈາກ​ສວນ​ນັ້ນ ຫລື​ຜູ້​ໃດ​ທີ່​ລ້ຽງ​ສັດ​ແລ້ວ​ບໍ່​ໄດ້​ກິນ​ນ້ຳ​ນົມ​ຈາກ​ຝູງ​ສັດ​ນັ້ນ 8 ເຮົາ​ກ່າວ​ຢ່າງ​ນີ້​ຕາມ​ທັມ​ນຽມ​ຂອງ​ມະ​ນຸດ​ຫລື ພຣະ​ບັ​ນ​ຍັດ​ບໍ່​ໄດ້​ກ່າວ​ຢ່າງ​ນີ້​ເຫມືອນ​ກັນ​ຫລື 9 ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ໃນ​ບັນ​ຍັດ​ຂອງ​ໂມ​ເຊວ່າ, “ຢ່າ​ເອົາ​ກະ​ສອບ​ໃສ່​ສົບ​ງົວ​ເມື່ອ​ມັນ​ຍັງ​ຢຽບ​ເຂົ້າ​ຢູ່” ພຣະ​ເຈົ້າ​ຊົງ​ເປັນ​ຫ່ວງ​ພຣະ​ທັຍ​ນຳ​ງົວ​ນັ້ນ​ຫລື 10 ພຣະ​ອົງບໍ່​ໄດ້​ຊົງ​ກ່າວ​ເພື່ອ​ປ​ໂຍດ​ຂອງ​ເຮົາ​ທັງ​ຫລາຍ​ໂດຍ​ຈຳ​ເພາະ​ດອກ​ຫລື ແທ້​ຈິງ​ຂໍ້​ຄວາມ​ນັ້ນ​ຂຽ​ນ​ໄວ້​ເພື່ອ​ປ​ໂຍດ​ຂອງ​ເຮົາ​ທັງ​ຫລາຍ​ໂດຍ​ຈຳ​ເພາະ​ດອກ​ຫລື ແທ້​ຈິງ​ຂໍ້​ຄວາມ​ນັ້ນ​ຂຽນ​ໄວ້​ເພື່ອ​ປ​ໂຍດ​ຂອງ​ພວກ​ເຮົາ ດ້ວຍ​ວ່າ​ຄົນ​ທີ່​ໄຖ​ນາ​ກໍ​ຄວ​ນໄຖ​ດ້ວຍ​ຄວາມ​ຫວັງ​ໃຈ ແລະ​ຄົນ​ທີ່​ຟາດ​ເຂົ້າ​ກໍ​ຄວນ​ຟາດ​ດ້ວຍ​ຄວາມ​ຫວັງ​ຈະ​ໄດ້​ສ່ວນ​ແບ່ງ​ຂອງ​ເຂົ້າ​ນັ້ນ 11 ຖ້າ​ພວກ​ເຮົາ​ໄດ້​ຫວ່ານ​ແນວ​ປູກ​ຝ່າຍ​ວິນ​ຍານ​ໃຫ້​ເຈົ້າ​ທັງ​ຫລາຍ​ຈະ​ເປັນ​ການ​ຫລາຍ​ເກີນ​ໄປ​ຫລື ທີ່​ພວກ​ເຮົາ​ຈະ​ກ່ຽວ​ຂອງ​ຝ່າຍ​ເນື້ອ​ກາຍ​ຈາກ​ພວກ​ເຈົ້າ 12 ຖ້າ​ຄົນ​ອື່ນ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ປ​ໂຍດ​ຈາກ​ພວກ​ເຈົ້າ ພວກ​ເຮົາ​ບໍ່​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ​ອີກ​ຫລື ເຖິງ​ປານ​ນັ້ນ​ພວກ​ເຮົາ​ກໍ​ບໍ່​ໄດ້​ໃຊ້​ສິດ​ນັ້ນ ແຕ່​ໄດ້​ຍອມ​ອົດ​ທົນ​ເອົາ​ທຸກ​ສິ່ງ ເພາະ​ຢ້ານ​ວ່າ​ເຮົາ​ຈະ​ເປັນ​ຜູ້​ກໍ່​ເຫດ​ໃດ​ເຫດ​ນຶ່ງ​ຂຶ້ນ​ຂັດ​ຂວາງ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ 13 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ ຄົນ​ທີ່​ປະ​ຕິ​ບັດ​ໃນ​ວິ​ຫານ​ກໍ​ກິນ​ຂອງ​ຖວາຍ​ໃນ​ວິ​ຫານ​ນັ້ນ ແລະ​ຄົນ​ທີ່​ປະ​ຕິ​ບັດ​ແທ່ນ​ບູ​ຊາ​ກໍ​ຮັບ​ສ່ວນ​ແບ່ງ​ຂອງ​ເຄື່ອງ​ບູ​ຊາ​ນັ້ນ 14 ຢ່າງ​ດຽວ​ກັນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ບັນ​ຊາ​ໄວ້​ວ່າ “ຄົນ​ທີ່​ປະ​ກາດ​ຂ່າວ​ປະ​ເສີດ​ຄວນ​ໄດ້​ຮັບ​ການ​ລ້ຽງ​ຊີບ​ດ້ວຍ​ຂ່າວ​ປະ​ເສີດ​ນັ້ນ 15 ແຕ່​ເຮົາ​ບໍ່​ໄດ້​ໃຊ້​ສິດ​ເຫລົ່າ​ນີ້​ຈັກ​ຢ່າງ ທີ່​ເຮົາ​ຂຽນ​ເຣື່ອງ​ນີ້​ກໍ​ບໍ່​ໃຊ່​ເພື່ອ​ຈະ​ໃຫ້​ເຂົາ​ເຣັດ​ຢ່າງ​ນັ້ນ​ແກ່​ເຮົາ ດ້ວຍ​ວ່າ​ເຮົາ​ຍອມ​ຕາຍ​ເສັຽກໍ​ດີກວ່າ​ທີ່​ຈະ,,,, ຢ່າ​ໃຫ້ຜູ້ໃດ​ທຳ​ລາຍ​ເຫດ​ແຫ່ງ​ການອວດ​ອ້າງ​ຂອງ​ເຮົາ 16 ເພາະ​ການ​ທີ່​ເຮົາ​ປະ​ກາດ​ຂ່າວ​ປະ​ເສີດ​ນັ້ນ ເຮົາ​ບໍ່​ມີ​ເຫດ​ທີ່​ຈະ​ອວດ​ອ້າງໄດ້ ເພາະ​ຄວາມ​ຈຳ​ເປັນ​ໄດ້​ຕົກ​ໃສ່​ເຮົາ ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ​ຖ້າ​ເຮົາ​ບໍ່​ປະ​ກາດ​ຂ່າວ​ປະ​ເສີດ 17 ເພາະ​ຖ້າ​ເຮົາ​ເຮັດ​ການ​ນັ້ນ​ດ້ວຍ​ໃຈ​ສ​ມັກ​ເຮົາ​ກໍ​ຈະ​ໄດ້​ບຳ​ເຫນັດ ແຕ່​ຖ້າ​ເຮົາ​ບໍ່​ສ​ມັກ​ກໍ​ຍັງ​ເປັນ​ການ​ທີ່​ຊົງ​ມອບ​ໄວ້​ໃຫ້​ເຮົາ​ເຮັດ 18 ແລ້ວ​ບຳ​ເຫນັດ​ຂອງ​ເຮົາ​ຄື​ອັນ​ໃດ ຄື​ເມື່ອ​ເຮົາ​ປະ​ກາດ​ຂ່າວ​ປະ​ເສີດ​ນັ້ນ​ເຮົາ​ບໍ່​ໄດ້​ຄິດ​ຄ່າ ແລະ​ບໍ່​ໄດ້​ໃຊ້​ສິດ​ຂອງ​ເຮົາ​ໃນ​ຂ່າວ​ປະ​ເສີດ​ນັ້ນ​ຢ່າງ​ຄົບ​ຖ້ວນ 19 ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ໃນ​ບັງ​ຄັບ​ຂອງ​ຜູ້​ໃດ ເຮົາ​ກໍ​ຍັງ​ຍອມ​ຕົວ​ເປັ​ນ​ຜູ້​ຮັບ​ໃຊ້ ຂອງ​ຄົນ​ທັງ​ປວງ ເພື່ອ​ຈະ​ໄດ້​ນຳ​ຄົນ​ຈຳ​ນວນ​ຫລວງ​ຫລາຍ​ມາ​ເປັນ​ສິດ 20 ຕໍ່​ຄົນ​ຢິວ​ເຮົາ​ໄດ້​ເຮັດ​ເຫມືອນ​ຄົນ​ຢິວ ເພື່ອ​ຈະ​ໄດ້​ໃຈ​ຄົນ​ຢິວ ຕໍ່​ຄົນ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ​ເຮົາ​ກໍ​ເຮັດ​ໄດ້​ໃຈ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ (ເຖິງ​ແມ່ນ​ເຮົາ​ເອງ​ບໍ່​ຢູ່​ໃຕ້​ພຣະ​ບັນ​ຍັດ​ກໍ​ດີ) ເພື່ອ​ຈະ​ໄດ້​ໃຈ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ​ນັ້ນ 21 ຕໍ່​ຄົນ​ທີ່​ຢູ່ນອກ​ພຣະ​ບັນ​ຍັດ​ເຮົາ​ກໍ​ເຣັດ​ເຫມືອນ​ຄົນ​ທີ່​ຢູ່ນອກ​ພຣະ​ບັນ​ຍັດ (ເຖິງ​ແມ່ນ​ເຮົາ​ບໍ່​ຢູ່ນອກ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ກໍ​ດີ ແຕ່​ເຮົາ​ຢູ່ໃຕ້​ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ) ເພື່ອ​ຈະ​ໄດ້​ໃຈ​ຄົນ​ທັງ​ຫລາຍ​ທີ່​ຢູ່ນອກ​ພຣະ​ບັນ​ຍັດ​ນັ້ນ 22 ຕໍ່​ຄົນ​ທີ່​ອ່ອນ​ແອ​ເຮົາ​ກໍ​ເຮັດ​ເຫມືອນ​ຄົນ​ອ່ອນ​ແອ ເພື່ອ​ຈະ​ໄດ້​ໃຈ​ຄົນອ່ອນ​ແອ ເຮົາ​ຍອມ​ເປັນ​ຄົນ​ທຸກ​ຊະ​ນິດ​ເພາະ​ເຫັນ​ແກ່​ຄົນ​ທັງ​ປວງ ເພື່ອ​ເຮົາ​ຈະ​ໄດ້​ຊ່ອຍ​ບາງ​ຄົນ​ໃຫ້​ພົ້ນ​ດ້ວຍ​ທຸກວິ​ທີ​ທາງ 23 ເຮົາ​ເຮັດ​ຕາມ​ສິ່ງ​ເຫລົ່າ​ນີ້​ເພາະ​ເຫັນ​ແກ່​ຂ່າວ​ປະ​ເສີດ​ເພື່ອ​ເຮົາ​ຈະ​ໄດ້​ມີ​ສ່ວນ​ໃນ​ຂ່າວ​ປະ​ເສີດ​ນັ້ນ 24 ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ ຄົນ​ເຫລົ່າ​ນັ້ນ​ທີ່​ແລ່ນ​ແຂ່ງ​ກັນ ກໍ​ແລ່ນ​ດ້ວຍ​ກັນ​ທຸກ​ຄົນ ແຕ່​ຄົນ​ທີ່​ໄດ້​ຮັບ​ຮາງວັນ​ມີ​ແຕ່​ຄົນ​ດຽວ ເຫດ​ສັນ​ນັ້ນ​ຈົ່ງ​ແລ່ນ​ເພື່ອ​ຊີງຮາງວັນ​ໃຫ້​ໄດ້ 25 ຝ່າຍ​ນັກ​ກິ​ລາ​ທຸກ​ຄົນ​ກໍ​ເຄັ່ງ​ຄັດ​ໃນ​ລະ​ບຽບ​ທຸ​ກຢ່າງ ເຂົາ​ເຮັດ​ຢ່າງ​ນັ້ນ​ກໍ​ເພື່ອ​ຈະ​ໄດ້​ພວງ​ມາ​ລັຍ​ທີ່​ຫ່ຽວ​ແຫ້ງ​ໄປ ແຕ່​ເຮົາ​ເຮັດ​ເພື່ອ​ຈະ​ໄດ້​ພວ​ງມາ​ລັຍ​ອັນ​ບໍ່​ຫ່ຽວ​ແຫ້ງ​ໄປ 26 ດ້ວຍ​ເຫດ​ນັ້ນ​ເຮົາ​ຈຶ່ງ​ແລ່ນ​ເສັງ​ໂດຍ​ມີ​ເປົ້າ​ຫມາຍ ເຮົາ​ບໍ່​ໄດ້​ຕໍ່​ສູ້​ຢ່າງ​ນັກ​ມວຍ​ທີ່​ຊົກ​ລົມ 27 ແຕ່​ເຮົາ​ກໍ​ທຸບ​ຕີ​ຮ່າງ​ກາຍ​ຂອງ​ເຮົາ​ໃຫ້​ມັນ​ແຂງ​ຢູ່​ຄາ​ມື ເພາະ​ຢ້ານ​ວ່າ​ເມື່ອ​ເຮົາ​ໄດ້​ປະ​ກາດ​ແກ່​ຄົນ​ອື່ນ​ແລ້ວ ເຮົາ​ເອງ​ຈະ​ຖືກ​ຂ້າ​ຊື່​ອອກ​ຈາກ​ການ​ແຂ່ງ​ຂັນ

1 ໂກຣິນໂທ 10

ຕັກ​ເຕືອນ​ບໍ່​ໃຫ້​ນັບ​ຖື​ພຣະ​ທຽມ

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ເຂົ້າ​ໃຈ​ວ່າ ພ​ວກ​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ທັງ​ຫລາຍ​ໄດ້​ຢູ່​ໃຕ້​ເມກ ແລະ​ໄດ້​ຜ່ານ​ທະ​ເລ​ໄປ​ທຸກ​ຄົນ 2 ແລະ​ໄດ້​ຮັບ​ບັ​ບ​ຕິ​ສະ​ມາ​ໃນ​ເມກ​ແລະ​ໃນທະ​ເລ​ຮ່ວມ​ກັບ​ໂມ​ເຊ​ທຸກ​ຄົນ 3 ໄດ້​ຮັບ​ປະ​ທານ​ອາ​ຫານ​ທິບ​ຢ່າງ​ດຽວ​ກັນ​ທຸກ​ຄົນ ແລະ​ໄດ້​ດື່ມ​ນ້ຳ​ທິ​ບຢ່າງດຽວ​ກັນ​ທຸ​ກ​ຄົນ 4 ດ້ວຍ​ວ່າ​ເຂົາ​ເຄີຍໄດ້​ດື່ມ​ນ້ຳ​ໄຫລ​ອອກ​ມາ​ຈາກ​ສີ​ລາ​ສັກ​ສິດ​ທີ່​ຕາມ​ເຂົາ​ໄປ ສີ​ລາ​ນັ້ນ​ແມ່ນ​ອົງ​ພຣະ​ຄຣິດ 5 ແຕ່​ເຖິງ​ປານ​ນັ້ນ​ກໍ​ດີ, ມີ​ຄົນ​ສ່ວນ​ຫລາຍ​ໃນ​ພວກ​ນັ້ນ​ທີ່​ພຣະ​ເຈົ້າ​ບໍ່​ຊົງ​ພໍ​ພຣະ​ທັຍ ເຮົາ​ຮູ້​ໄດ້​ກໍ​ເພາະ​ວ່າ​ເຂົາ​ລົ້ມ​ຕາຍ​ໃນ​ປ່າ​ບໍ່​ຂາດ​ສາຍ 6 ເຫດ​ການ​ເຫລົ່າ​ນີ້​ເປັນ​ຕົວ​ຢ່າງ​ເຕືອນ​ໃຈ​ເຮົາ​ທັງ​ຫລາຍ ບໍ່​ໃຫ້​ພວກ​ເຮົາ​ມີ​ໃຈ​ໂລບ​ແລະ​ປາ​ຖ​ນາ​ສິ່ງ​ຊົ່ວ​ເຫມືອນ​ເຂົາ​ເຫລົ່າ​ນັ້ນ 7 ຢ່າ​ກາຍ​ເປັນ​ຄົນ​ຂາບ​ໄຫວ້​ພຣະ​ທຽມ​ເຫມືອນ​ບາງ​ຄົນ​ໃນ​ພວກ​ເຂົາ ຕາ​ມມີຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ໄພ່​ພົນທັງ​ຫລາຍ​ໄດ້​ນັ່ງ​ລົງ​ກິນ​ແລະ​ດື່ມ ແລ້ວ​ກໍ​ລຸກ​ຂຶ້ນ​ເຕັ້ນ​ລຳ” 8 ຢ່າ​ໃຫ້​ເຮົາ​ທັງ​ຫລາຍ​ຫລິ້ນ​ຜິດ​ຊາຍ​ຍິງ ເຫມືອນ​ບາງ​ຄົນ​ໃນ​ພວກ​ນັ້ນ​ໄດ້​ເຮັດ ແລ້ວ​ກໍ​ລົ້ມ​ລົງ​ຕາຍ​ໃນ​ມື້​ດຽວ​ສອງ​ຫມື່ນ​ສາມ​ພັນ​ຄົນ 9 ຢ່າ​ໃຫ້​ພວກ​ເຮົາ​ທົດ​ລອງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ ເຫມືອນ​ຢ່າງ​ທີ່​ບາງ​ຄົນ​ໃນ​ພວກ​ນັ້ນ​ໄດ້​ທົດ​ລອງ ແລ້ວ​ກໍ​ຈິບ​ຫາຍ​ໄປດ້ວຍພິດ​ງູ 10 ເຈົ້າ​ທັງ​ຫລາຍ​ຢ່າ​ຈົ່ມ​ເຫມືອນ​ບາງ​ຄົນ​ໃນ​ພກວ​ເຂົາ​ໄດ້​ຈົ່ມ ແລ້ວ​ກໍ​ໄດ້​ຈິບ​ຫາຍ​ດ້ວຍ​ເພັ​ຊ​ຄາດ 11 ເຫດ​ການ​ເຫລົ່າ​ນີ້​ໄດ້​ບັງ​ເກີດຂຶ້​ນ​ແກ່​ເຂົາ​ເພື່ອ​ເປັນ​ຕົວ​ຢ່າງ​ແກ່​ຜູ້​ອື່ນ ແລະ​ໄດ້​ບັນ​ທຶກ​ໄວ້​ເພື່ອ​ເຕືອນ​ສະ​ຕິ​ເຮົາ​ທັງ​ຫລາຍ ຊຶ່ງ​ກຳ​ລັງ​ປະ​ສົບ​ກັບ​ເວ​ລາ​ສຸດ​ທ້າຍ​ທີ່​ຈວນ​ຈະ​ມາ​ເຖິງ 12 ເຫດ​ສັນ​ນັ້ນ​ຜູ້​ທີ່​ຄຶດ​ວ່າ​ຕົວ​ຕັ້ງ​ຫມັ້ນ​ຢູ່​ແລ້ວ ຈົ່ງ​ລະ​ວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ລົ້ມ​ລົງ 13 ບໍ່​ມີ​ການ​ທົດ​ລອງ​ອັນ​ໃດ​ເກີດ​ຂຶ້ນ​ກັບ​ເຈົ້າ​ທັງ​ຫລາຍ ນອກ​ຈາກ​ການ​ທົດ​ລອງ​ທີ່​ເຄີຍ​ເກີດ​ກັບ​ມະ​ນຸດ​ທົ່ວ​ໄປ ພຣະ​ເຈົ້າ​ຊົງ​ທ່ຽງ​ທັມ ພຣະ​ອົງ​ຈະ​ບໍ່ຊົງ​ຍອມ​ໃຫ້​ພວກ​ເຈົ້າ​ຖືກ​ທົດ​ລອງ​ເກີນກວ່າ​ທີ່​ເຈົ້າ​ຈະ​ທົນ​ໄດ້ ແລະ​ເມື່ອ​ຊົງ​ທົດ​ລອງ​ເຈົ້າ​ນັ້ນ ພຣະ​ອົງ​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ທາງ​ຫລີກ​ຫນີ​ໄປ​ໄດ້​ດ້ວຍ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ສາ​ມາດ​ທົນ​ໄດ້ 14 ເຫ​ດ​ສັນນັ້ນ​ພວກ​ທີ່​ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຫລີກ​ຫນີ​ຈາ​ກການ​ຂາບ​ໄຫວ້​ພຣະ​ທຽມ ເຮົາ​ເວົ້າ​ເຫມືອນ​ດັ່ງ​ເວົ້າ​ກັບ​ຄົນ​ທີ່​ມີ​ປັ​ນຍາ 15 ເຈົ້າ​ທັ​ງ​ຫລາຍ​ຈົ່ງ​ພິ​ຈາ​ຣະ​ນາ​ເອົາ​ໃນ​ເຣື່ອງ​ທີ່​ເຮົາ​ເວົ້າ​ນັ້ນ 16 ຈອກ​ແຫ່ງ​ພຣະ​ພອນ​ຊຶ່ງ​ເຮົາ​ຂໍ​ພຣະ​ພອນ​ນັ້ນ ເປັນສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະ​ໂລ​ຫິດ​ຂອງ​ພຣະ​ຄຣິດ ບໍ່​ແມ່ນ​ຫລື ເຂົ້າ​ຈີ່​ຊຶ່ງ​ເຮົາ​ຫັກ​ນັ້ນ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ ບໍ່​ແມ່ນ​ຫລື 17 ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ມີ​ຫລາຍ​ຄົນ ແຕ່​ເນື່ອງ​ຈາກ​ມີ​ເຂົ້າ​ຈີ່​ກ້ອນ​ດຽວ ພວກ​ເຮົາ​ຈຶ່ງ​ເປັນ​ຮ່າງ​ກາຍ​ອັນ​ດຽວກັນ ເພາະ​ວ່າ​ທຸກ​ຄົນ​ຮັບ​ປະ​ທານ​ເຂົ້າ​ຈີ່​ກ້ອນ​ດຽວ​ກັນ 18 ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ຕົວ​ຢ່າງ​ພວກ​ອິ​ສ​ຣາ​ເອນ ຄົນ​ທີ່​ຮັບ​ປະ​ທານ​ຂອງ​ທີ່​ບູ​ຊາ​ແລ້ວ​ນັ້ນ ກໍ​ມີ​ສ່ວນ​ຮ່ວມ​ໃນ​ແທ່ນ​ບູ​ຊາ​ນັ້ນ ບໍ່​ແມ່ນ​ຫລື 19 ຖ້າ​ເປັນ​ດັ່ງ​ນັ້ນ, ເຮົາ​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ ຈະ​ວ່າ​ເຄື່ອງ​ບູ​ຊາ​ທີ່​ຖວາຍ​ພຣະ​ທຽ​ມ​ນັ້ນ​ສັກ​ສິດ​ຫລື ຫລື​ວ່າ​ພຣະ​ທຽມ​ນັ້ນ​ເປັນ​ສິ່ງ​ສັກ​ສິດ​ຫລື 20 ບໍ່​ແມ່ນດອກ ແຕ່​ເຮົາ​ຫມາຍ​ຄວາມ​ວ່າ​ເຄື່ອງ​ບູ​ຊາ​ທີ່​ພວກ​ຕ່າງ​ຊາດ​ຖວາຍ​ນັ້ນ ເຂົາ​ຖວາຍ​ແກ່​ຜີ ຄື​ແກ່​ສິ່ງ​ທີ່​ບໍ່​ແມ່ນ​ພຣະ​ເຈົ້າ ເຮົາ​ບໍ່​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ມີ​ສ່ວນ​ຮ່ວມ​ກັບ​ຜີ 21 ເຈົ້າ​ທັງ​ຫລາຍ​ຈະ​ດື່ມ​ແຕ່​ຈອກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແດ່ ແລະ​ຂອງ​ຜີ​ແດ່​ບໍ່​ໄດ້ 22 ເຮົາ​ທັງ​ຫລາຍ​ຈະ​ຍຸ​ແຍ່​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຫິງ​ສາ​ຫລື ພວກ​ເຮົາ​ມີ​ຣິດ​ຫລາຍກວ່າ​ພຣະ​ອົງ​ຫລື 23 “ເຮົາ​ເຮັດ​ສິ່ງ​ສາ​ຣະ​ພັດ​ໄດ້ ບໍ່​ມີ​ໃຜ​ຫ້າມ” ແຕ່​ບໍ່​ແມ່ນ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ເປັນ​ປ​ໂຍດ “ເຮົາ​ເຮັດ​ສິ່ງ​ສາ​ຣະ​ພັດ​ໄດ້ ບໍ່​ມີ​ໃຜ​ຫ້າມ” ແຕ່​ບໍ່​ແມ່ນ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ຈະ​ໃຫ້​ຈະ​ເຣີນ​ຂຶ້ນ 24 ຢ່າ​ໃຫ້​ຜູ້​ໃດ​ຫາ​ປ​ໂຍດ​ສ່ວນ​ຕົວ ແຕ່​ຈົ່ງ​ເຫັນ​ແກ່​ປໂຍດ​ຂອງ​ຄົນ​ອື່ນ 25 ຊີ້ນ​ທຸກ​ຢ່າງ​ທີ່​ເຂົາ​ຂາຍ​ຕາມ​ຕ​ລາດ​ນັ້ນ​ກິນ​ໄດ້​ໂດຍ​ບໍ່​ຕ້ອງ​ຖາມ​ສິ່ງ​ໃດ ເພາະ​ເຫັນ​ແກ່​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ 26 ດ້ວຍ​ວ່າ, “ແຜ່ນ​ດິນ​ໂລກ​ກັບ​ສັ​ພ​ສິ່ງ​ໃນ​ໂລກ​ນັ້ນ​ເປັນ​ຂອງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ” 27 ຖ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ເຊີນ​ເຈົ້າ​ໄປ​ກິນ​ລ້ຽງ​ແລະ​ເຈົ້າ​ກໍ​ເຕັມ​ໃຈ​ໄປ ສິ່​ງ​ໃດ​ທີ່​ເຂົາ​ຈັດ​ໃຫ້​ກິນ​ກໍ​ກິ​ນໄດ້ ບໍ່​ຕ້ອງ​ຖາມ​ສິ່ງ​ໃດ​ເພາະ​ເຫັນ​ແກ່​ໃຈ​ສຳ​ນຶກ​ຜິ​ດ​ແລະ​ຊອບ 28 ແຕ່​ຖ້າ​ມີ​ຜູ້​ໃດ​ບອກ​ເຈົ້າ​ວ່າ, “ຂອງ​ນີ້​ເຂົາ​ໄດ້​ເອົາ​ບູ​ຊາ​ແລ້ວ” ເຈົ້າ​ຢ່າ​ໄດ້​ກິນ​ເພາະ​ເຫັນ​ແກ່​ຜູ້​ທີ່​ບອກ​ນັ້ນ ແລະ​ເພາະ​ເຫັນ​ແກ່​ໃນ​ສຳ​ນຶກ​ຜິດ​ແລະ​ຊອບ 29 (ເຮົາ​ບໍ່​ໄດ້​ຫມາຍ​ເຖິງ​ໃຈ​ສຳ​ນຶກ​ຜິດແລະ​ຊອບ​ຂອງ​ເຈົ້າ ແຕ່​ຫມາຍ​ເຖິງ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ຄົນ​ທີ່​ບອກ​ນັ້ນ) “ເປັນ​ຫຍັງ​ໃນ​ສຳ​ນຶກ​ຜິດແລະ​ຊອບ​ຂອງ​ຄົນ​ອື່ນ ຈະ​ຕ້ອງ​ມາ​ຂັດ​ຂວາງ​ເສຣີ​ພາບ​ຂອງ​ເຮົາ 30 ຖ້າ​ເຮົາ​ຮັບ​ປະ​ທານ​ໂດຍ​ຂອບ​ພຣະ​ຄຸນ ເປັນ​ຫຍັງ​ເຂົາ​ຈຶ່ງ​ຕິ​ຕຽ​ນເຮົາ​ເພາະ​ສິ່ງ​ທີ່​ເຮົາ​ໄດ້​ຂອບ​ພຣະ​ຄຸນ​ແລ້ວ” 31 ເຫດ​ສັນນັ້ນ​ເມື່ອ​ເຈົ້າ​ທັງ​ຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງ​ໃດ​ກໍ​ດີ ຈົ່ງ​ເຮັດ​ທຸກ​ສິ່ງ​ເພື່ອ​ຖວາຍ​ກຽດ​ແດ່​ພຣະ​ເຈົ້າ 32 ຢ່າ​ເປັນ​ຕົ້ນ​ເຫດ​ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງ​ຊາດ ຫລື​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ສະ​ດຸດ​ໃຈ 33 ເຫມືອນ​ດັ່ງ​ເຮົາ​ເອງ​ເຄີຍ​ເຮັດ​ທຸ​ກຢ່າງ​ໃຫ້​ເປັນ​ທີ່​ພໍ​ໃຈ​ຄົນ​ທັງ​ປວງ ໂດຍ​ບໍ່​ເຫັນ​ແກ່​ປ​ໂຍດ​ສ່ວນ​ຕົວ ແຕ່​ເຫັນ​ແກ່​ປ​ໂຍດ​ຂອງ​ຄົນ​ທັງ​ຫລາຍ ເພື່ອ​ເຂົາ​ຈະ​ໄດ້​ພົ້ນ

1 ໂກຣິນໂທ 11

1 ເຈົ້າ​ທັງ​ຫລາຍ​ຈົ່ງ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຂອງ​ເຮົາ ເຫມືອນ​ເຮົາ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຄຣິດ

ເຣື່ອງ​ການ​ປົກ​ຫົວ​ໃນ​ທີ່​ປະ​ຊຸມ

2 ເຮົາ​ຊົມ​ເຊີຍ​ເຈົ້າ​ທັງ​ຫລາຍເພາະ​ພວກ​ເຈົ້າ​ລະ​ນຶກ​ເຖິງ​ເຮົາ​ໃນ​ທຸກ​ສິ່ງ ແລະ​ຖື​ຮັກ​ສາ​ຂໍ້​ຄວາມ​ທີ່​ສື​ບມາ​ນັ້ນ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງ​ຫລາຍ​ແລ້ວ 3 ແຕ່​ເຮົາ​ຢາກ​ໃຫ້​ເຈົ້າ​ທັ​ງ​ຫລາຍ​ເຂົ້າ​ໃຈ​ວ່າ ພຣະ​ຄຣິດ​ຊົງ​ເປັນ​ປະ​ມຸກ​ຂອງ​ຜູ້​ຊາຍ​ທຸກ​ຄົນ ແລະ​ຜູ້​ຊາຍ​ເປັນ​ປະ​ມຸກ​ຂອ​ງຜູ້​ຍິງ ແລະ​ພຣະ​ປະ​ມຸກ​ຂອງ​ພຣະ​ຄຣິດ​ກໍ​ຄື​ພຣະ​ເຈົ້າ 4 ຊາຍ​ຄົນ​ໃດ​ທີ່​ກຳ​ລັງ​ໄຫວ້ວອນ​ຫລື​ປະ​ກາດ​ພຣະ​ທັມ​ໂດຍ​ໃຊ້​ຜ້າ​ປົກ​ຫົວ ກໍ​ເຮັດ​ເສັຽກຽດ​ແກ່​ປະ​ມຸກ​ຂອງ​ຕົນ 5 ແຕ່​ຜູ້​ຍິງທີ່​ກຳ​ລັງ​ໄຫວ້ວອນ​ຫລື​ປະ​ກາດ​ພຣະ​ທັມ​ໂດຍ​ບໍ່​ໃຊ້​ຜ້າ​ປົກ​ຫົວ ກໍ​ເຮັດ​ໃຫ້​ເສັຽກຽດ​ແກ່​ປະ​ມຸກ​ຂອງ​ຕົນ ເພາະ​ເຫມືອນ​ກັບ​ວ່າ​ຕົນ​ໄດ້​ແຖຫົວແລ້ວ 6 ຖ້າ​ຜູ້​ຍິງ​ບໍ່​ໃຊ້​ຜ້າ​ປົກ​ຫົວ​ກໍ​ຄວນ​ຈະ​ຕັດ​ຜົມ​ເສັຽ ແຕ່​ຖ້າ​ການ​ທີ່​ຜູ້​ຍິງ​ຈະ​ຕັດ​ຜົມ​ຫລື​ແຖ​ຫົວ​ນັ້ນ​ເປັນ​ການ​ເສັຽກຽດ​ແກ່​ຕົນ ຈົ່ງ​ໃຫ້​ນາງ​ເອົາ​ຜ້າ​ປົກ​ຫົວ​ເສັຽ 7 ການ​ທີ່​ຜູ້​ຊາຍ​ບໍ່​ສົມ​ຄວນ​ປົກ​ຫົວ​ນັ້ນ ກໍ​ເພາະ​ຜູ້​ຊາຍ​ເປັນ​ແບບ​ລັກ​ສະນະແລະ​ພຣະ​ກຽດ​ຕິ​ຍົດ​ຂອງ​ພຣະ​ເຈົ້າ ແຕ່​ສ່ວນ​ຜູ້​ຍິງ​ນັ້ນ​ເປັນ​ກຽດ​ຕິ​ຍົດ​ຂອງ​ຜູ້​ຊາຍ 8 (ເພາະ​ວ່າ​ບໍ່​ໄດ້​ຊົງ​ສ້າງ​ຜູ້​ຊາຍ​ຈາກ​ຜູ້​ຍິງ ແຕ່​ໄດ້​ຊົງ​ສ້າງ​ຜູ້​ຍິງ​ຈາກ​ຜູ້​ຊາຍ 9 ແລະ​ບໍ່​ໄດ້​ຊົງ​ສ້າງ​ຜູ້​ຊາຍ​ໄວ້​ສຳ​ລັບຜູ້​ຍິງ ແຕ່​ໄດ້​ຊົງ​ສ້າງ​ຜູ້​ຍິງ​ໄວ້​ສຳ​ລັບ​ຜູ້​ຊາຍ) 10 ເພາະ​ເຫດ​ນັ້ນ​ຜູ້​ຍິງ​ຈຶ່ງ​ຄວນ​ຈະ​ເອົາ​ເຄື່ອງ​ຫມາຍ​ແຫ່ງ​ອຳ​ນາດ​ນີ້​ປົກ​ຫົວ​ໄວ້ ເພາະ​ເຫັນ​ແກ່​ເທວະ​ດາ 11 (ເຖິງ​ປານ​ນັ້ນ​ກໍ​ດີ, ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊາຍ​ກໍ​ຕ້ອງ​ເພິ່ງ​ຜູ້​ຍິງ ແລະ​ຜູ້​ຍິງ​ກໍ​ຕ້ອງ​ເພິ່ງ​ຜູ້​ຊາຍ 12 ດ້ວຍ​ວ່າ​ຜູ້ຍິງ​ນັ້ນ​ຊົງ​ສ້າງ​ມາ​ຈາກ​ຜູ້​ຊາຍສັນ​ໃດ ຕໍ່​ມາ​ຜູ້​ຊາຍ​ຈຶ່ງ​ເກີດ​ມາ​ຈາກ​ຜູ້​ຍິງ​ສັນ​ນັ້ນ ແຕ່​ສິ່ງ​ສາ​ຣະ​ພັດ​ກໍ​ມີ​ມາ​ຈາກ​ພຣະ​ເຈົ້າ) 13 ເຈົ້າ​ທັງ​ຫລາຍຈົ່ງ​ພິ​ຈາ​ຣະ​ນາ​ເອົາ​ເອງວ່າ ເປັນ​ການ​ສົມ​ຄວນ​ຫລື​ທີ່​ຜູ້​ຍິງ​ຈະ​ບໍ່​ໃຊ້​ຜ້າ​ປົກ​ຫົວ ເມື່ອ​ກຳ​ລັງ​ໄຫວ້ວອນ​ຕໍ່​ພຣະ​ເຈົ້າ 14 ທຳ​ມະ​ຊາດບໍ່​ໄດ້​ສອນ​ເຈົ້າ​ທັງ​ຫລາຍ​ຫລື​ວ່າ ຖ້າ​ຜູ້​ຊາຍ​ໄວ້​ຜົມ​ຍາວ​ກໍ​ເປັນ​ທີ່​ຫນ້າ​ອັບ​ອາຍ 15 ແຕ່​ຖ້າ​ຜູ້​ຍິງ​ໄວ້​ຜົມ​ຍາວ​ກໍ​ເປັນ​ກ​ຽດ​ແກ່​ຕົນ ເພາະ​ວ່າ​ຜົມ​ເປັນ​ສິ່ງ​ທີ່​ຊົງ​ປະ​ທານ​ໃຫ້​ແກ່​ນາງ​ແທນ​ຜ້າ​ປົກ​ຫົວ 16 ແຕ່​ຖ້າ​ຜູ້​ໃດ​ຈະ​ຖຽງໃນຂໍ້​ນີ້ ຝ່າຍ​ເຮົາ​ແລະ​ຫມູ່ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ ບໍ່​ຮັບ​ເອົາ​ທັມ​ນຽມ​ຖຽງ​ກັນ​ຢ່າງ​ນັ້ນ

ການ​ຖື​ສິນ​ມະ​ຫາ​ສ​​ນິດ

17 ໃນ​ຄຳ​ສັ່ງ​ຕໍ່​ໄປ​ນີ້​ເຮົາ​ບໍ່​ຊົມເຊີຍ​ເຈົ້າ​ທັງ​ຫລາຍ​ດອກ ເພາະ​ວ່າ​ການ​ປະ​ຊຸ​ມ​ກັນ​ຂອງ​ພວກ​ເຈົ້າ​ບໍ່​ໄດ້​ຈະ​ເຣີນ​ຂຶ້ນ ແຕ່​ໄດ້​ຜົນ​ຫນ້ອຍ​ລົງ 18 ເປັນ​ຕົ້ນ​ເຮົາ​ໄດ້​ຍິນ​ວ່າ ເມື່ອ​ຄ​ຣິ​ສ​ຕະ​ຈັກ​ມາ​ປະ​ຊຸມ​ກັນ ກໍ​ມີ​ການ​ແຕກ​ເປັນ​ພັກ​ເປັນ​ພວກ​ໃນ​ຖ້າມ​ກາງ​ພວກ​ເຈົ້າ ເຣື່ອງ​ນີ້​ເຮົາ​ກໍ​ເຊື່ອ​ວ່າ​ຄົງ​ມີ​ຄວາມ​ຈິງ​ຢູ່​ແດ່ 19 ເພາະ​ຈຳ​ເປັນ​ຕ້ອງ​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່ແດ່​ໃນ​ຖ້າມ​ກາງ​ພວກ​ເຈົ້າ ເພື່ອ​ພວກ​ຝ່າຍ​ຖືກ​ໃນ​ພວກ​ເຈົ້າ​ນັ້ນ​ຈະ​ໄດ້​ປາ​ກົດ​ແຈ້ງ​ຂຶ້ນ 20 ເມື່ອ​ເຈົ້າ​ທັງ​ຫລາຍ​ປະ​ຊຸມ​ພ້ອມ​ກັນ​ນັ້ນ ຈຶ່ງ​ບໍ່​ແມ່ນ​ການ​ຮ່ວມ​ໂຕະ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 21 ດ້ວຍ​ວ່າ​ເມື່ອ​ພວກ​ເຈົ້າ​ຮັບ​ປະ​ທານ​ນັ້ນ ຕ່າງ​ຄົນ​ກໍ​ຟ້າວ​ຮັບ​ກິນ​ອາ​ຫານ​ຂອງ​ຕົນ​ກ່ອນ ບາງ​ຄົນ​ກໍ​ບໍ່​ອີ່ມ ບາງ​ຄົນ​ກໍ​ເມົາ 22 ດັ່ງ​ນັ້ນ​ເຈົ້າ​ທັງ​ຫລາຍ​ບໍ່​ມີ​ເຮືອນ​ທີ່​ຈະ​ກິນ​ແລະ​ດື່ມ​ຫລື ຫລື​ວ່າ​ພວກ​ເຈົ້າ​ດູ​ຫມິ່ນ​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ ແລະ​ເຮັດ​ໃຫ້​ພວກ​ຄົນ​ທີ່ຂັດ​ສົນໄດ້​ຮັບ​ຄວາມ​ອັບ​ອາຍ ຈະ​ໃຫ້​ເຮົາ​ເວົ້າ​ຢ່າງ​ໃດ​ແກ່​ເຈົ້າ​ທັງ​ຫລາຍ ຈະ​ໃຫ້​ເຮົາ​ຊົມ​ເຊີຍ​ພວກ​ເຈົ້າ​ຫລື ໃນ​ການ​ນີ້​ເຮົາ​ຈະ​ບໍ່​ຊົມ​ເຊີຍ​ພວກ​ເຈົ້າ​ດອກ 23 ດ້ວຍ​ວ່າ​ເຣື່ອງ​ຊຶ່ງ​ເຮົາ​ໄດ້​ມອບໄວ້​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ​ນັ້ນ ເຮົາ​ໄດ້​ຣັບ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ໃນ​ຄືນ​ທີ່​ຢູ​ດາ​ໄດ້​ທໍ​ຣະ​ຍົດ​ຕໍ່​ພຣະ​ອົງ​ເຈົ້າ​ເຢ​ຊູ​ນັ້ນ ພຣະ​ອົງ​ໄດ້​ຊົງ​ຈັ​ບ​ເຂົ້າ​ຈີ່​ມາ 24 ແລະ​ເມື່ອ​ຂອບ​ພຣະ​ຄຸນ​ແລ້ວ​ຊົງ​ຫັກ​ເຂົ້າ​ຈີ່​ນັ້ນ ໂດຍ​ຊົງ​ກ່າວ​ວ່າ, “ນີ້​ແຫລະ, ຄື​ກາຍ​ຂອງ​ເຮົາ​ຊຶ່ງ​ໃຫ້​ສຳ​ລັບ​ພວກ​ເຈົ້າ ຈົ່ງ​ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະ​ນຶກ​ເຖິງ​ເຮົາ” 25 ເມື່ອ​ຮັບ​ປະ​ທານ​ເຂົ້າ​ແລງ​ແລ້ວ ພຣະ​ອົງ​ໄດ້​ຊົງ​ຈັບ​ເອົາ​ຈອກ​ດ້ວຍ​ອາ​ການ​ຢ່າງ​ດຽວ​ກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້​ຄື​ຄຳ​ສັນ​ຍາ​ໃຫມ່​ໂດຍ​ເລືອດ​ຂອງ​ເຮົາ ເມື່ອ​ເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ຈົ່ງ​ດື່ມ​ເປັນ​ທີ່​ລະ​ນຶກ​ເຖິງ​ເຮົາ” 26 ເພາະ​ວ່າ​ເມື່ອ​ເຈົ້າ​ທັງ​ຫລາຍ​ກິນ​ເຂົ້າ​ຈີ່​ນີ້ ແລະ​ດື່ມ​ຈາກ​ຈອກ​ນີ້​ເວ​ລາ​ໃດ ເຈົ້າ​ກໍ​ປະ​ກາດ​ການ​ວາຍ​ພຣະ​ຊົນ​ຂອງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ ຈົນ​ກວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ 27 ເຫ​ດ​ສັນ​ນັ້ນ​ຖ້າ​ຜູ້​ກິນ​ເຂົ້າ​ຈີ່ ຫລື​ດື່ມ​ຈາກ​ຈອກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ບໍ່​ສົມ​ຄວນ ຜູ້​ນັ້ນ​ກໍ​ຜິດ​ຕໍ່​ພຣະ​ກາຍ​ແລະຕໍ່​ພຣະ​ໂລຫິດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 28 ຂໍ​ໃຫ້​ທຸກ​ຄົນ​ພິ​ຈາ​ຣະ​ນາ​ເບິ່ງ​ໃຈ​ຂອງ​ຕົນ​ເອງ ແລ້ວ​ຈຶ່ງ​ກິນ​ເຂົ້າ​ຈີ່​ແລະ​ດື່ມ​ນ້ຳ​ຈາກ​ຈອກ​ນີ້ 29 ດ້ວຍ​ວ່າ​ຜູ້​ກິນ​ແລະ​ດື່ມ​ໂດຍ​ບໍ່​ໄດ້​ສັງ​ເກດ​ເຖິງ​ພຣະ​ກາຍ ກໍ​ກິນ​ແລະ​ດື່ມ​ເປັນ​ເຫດ​ໃຫ້​ຕົນ​ຖືກ​ພິ​ພາກ​ສາ​ລົງ​ໂທດ 30 ດ້ວຍ​ເຫດ​ນີ້​ໃນ​ພວກ​ເຈົ້າ​ມີ​ຫລາຍ​ຄົນ​ຈຶ່ງ​ອ່ອນ​ແຮງ ແລະ​ປ່ວຍ​ຢູ່ ແລະ​ບາງ​ຄົນ​ກໍ​ລ່ວງ​ຫລັບ​ໄປ 31 ຖ້າ​ເຮົາ​ທັງ​ຫລາຍ​ພິ​ຈາ​ຣະ​ນາ​ເບິ່ງ​ໃຈ​ຂອງ​ຕົນ ພວກ​ເຮົາ​ຈະ​ບໍ່​ຖືກ​ການ​ຊົງ​ພິ​ພາກ​ສາ 32 ເມື່ອ​ເຮົາ​ທັງ​ຫລາຍ​ຖືກ​ທຳ​ໂທດ​ໂດຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ພວກ​ເຮົາ​ກໍ​ຖືກ​ພຣະ​ອົງ​ຊົງ​ຕີ​ສອນ ເພື່ອ​ບໍ່​ໃຫ້​ເຮົາ​ຖືກ​ຊົງພິ​ພາກ​ສາ​ລົງ​ໂທດດ້ວຍ​ກັນ​ກັບ​ໂລກ 33 ດັ່ງ​ນີ້​ແຫລະ, ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເມື່ອ​ເຈົ້າ​ທັງ​ຫລາຍ​ມາ​ຮ່ວມ​ປະ​ຊຸມ​ກັນ​ຮັບ​ປະ​ທານ​ອາ​ຫານ​ນັ້ນ ຈົ່ງ​ຄອຍ​ຖ້າ​ຊຶ່ງ​ກັນ​ແລະ​ກັນ 34 ຖ້າມີ​ກໍໃຫ້​ຜູ້​ນັ້ນ​ກິນ​ທີ່​ເຮືອນ​ຂອງ​ຕົ​ນ​ເສັຽ ເພື່ອ​ເວ​ລາ​ມາ​ປະ​ຊຸມ​ກັນ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ຖືກ​ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ ສ່ວນ​ເຣື່ອງ​ອື່ນໆ​ນັ້ນ​ເມື່ອ​ເຮົາ​ມາ ເຮົາ​ຈະ​ແນະ​ນຳ​ໃຫ້

1 ໂກຣິນໂທ 12

ຂອງ​ພຣະ​ຣາ​ຊ​ທານ​ຊຶ່​ງມາ​ຈາກ​ພຣະ​ວິ​ນຍານ

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ເຂົ້າ​ໃຈ​ເຣື່ອງ​ຂອງ​ພຣະ​ຣາ​ຊ​ທານ​ຊຶ່ງ​ມາ​ຈາກ​ພຣະ​ວິນ​ຍານ​ນັ້ນ 2 ເຈົ້າ​ທັ​ງ​ຫລາຍ​ຮູ້​ຢູ່​ວ່າ​ແຕ່​ກ່ອນ ເມື່ອ​ພວກ​ເຈົ້າ​ຍັງ​ເປັນ​ຄົນ​ນອກ​ສາ​ສ​ນາ​ນັ້ນ ພວກ​ເຈົ້າ​ໄດ້​ຖືກ​ຊັກ​ນຳ​ໃຫ້​ຫລົງ​ໄປ​ຫາ​ພຣະ​ທຽມ​ທີ່​ປາກ​ບໍ່​ເປັນ ຕາມ​ທ​ີ່​ມີ​ຜູ້​ຊັກ​ນຳ​ໄປ​ນັ້ນ 3 ເຫດ​ສັນ​ນັ້ນເຮົາ​ຈຶ່ງບອກ​ເຈົ້າ​ທັງ​ຫລາຍ​ໃຫ້​ຮູ້​ວ່າ ບໍ່​ມີ​ໃຜ​ທີ່​ເວົ້າ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຈະ​ກ່າວ​ວ່າ, “ຂໍ​ໃຫ້​ພຣະ​ເຢ​ຊູ​ຖືກ​ດ່າ” ແລະບໍ່​ມີ​ໃຜ​ອາດ​ເວົ້າ​ໄດ້​ວ່າ, “ພຣະ​ເຢຊູຊົງ​ເປັນອົງ​ພຣະ​ຜູ້​ເປັນ​ເຈົ້າ” ເວັ້ນ​ໄວ້​ແຕ່​ຜູ້​ທີ່​ກ່າວໂດຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 4 ຂອງ​ພຣະ​ຣາ​ຊ​ທານ​ນັ້ນ​ມີ​ຕ່າງໆ​ກັນ ແຕ່​ມີ​ພຣະ​ວິນ​ຍານ​ອົງ​ດຽວ​ກັນ 5 ງານຮັບ​ໃຊ້​ມີ​ຕ່າງໆ​ກັນ ແຕ່​ມີ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ​ກັນ 6 ການ​ດຳ​ເນີນ​ງານ​ມີ​ຕ່າງໆ​ກັນ ແຕ່​ມີ​ພຣະ​ເຈົ້າ​ອົງ​ດຽວ​ກັນ​ຊົງ​ເປັນ​ຕົ້ນ​ເຫດ​ແຫ່ງ​ການ​ດຳ​ເນີນ​ງານ​ຕ່າງໆ​ນັ້ນ​ໃນ​ທຸກ​ຄົນ 7 ການ​ສະ​ແດງ​ຂອງ​ພຣະ​ວິນ​ຍານ​ນັ້ນ​ມີ​ແກ່​ທຸກ​ຄົນ​ເພື່ອ​ປ​ໂຍດ​ຮ່ວມ​ກັນ 8 ພຣະ​ເຈົ້າ​ຊົງ​ໂຜດ​ປະ​ທານ​ໂດຍ​ທາງ​ພຣະ​ວິນ​ຍານ ໃຫ້​ຜູ້​ນຶ່ງ​ມີ​ຖ້ອຍ​ຄຳ​ປະ​ກອບ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ​ໃຫ້​ອີກ​ຜູ້​ນຶ່ງ​ມີ​ຖ້ອຍ​ຄຳ​ອັນ​ປະ​ກອບ​ດ້ວຍ​ວິ​ຊາ​ຄວາມ​ຮູ້ ແຕ່​ເປັນ​ພຣະ​ວິນ​ຍານ​ອົງ​ດຽວ​ກັນ 9 ແລະ​ໃຫ້​ອີກ​ຜູ້​ນຶ່ງ​ມີ​ຄວາມ​ເຊື່ອ ແຕ່​ເປັນ​ພຣະ​ວິນ​ຍານ​ອົງ​ດຽວ​ກັນ ແລະ​ໃຫ້​ອີກ​ຜູ້​ນຶ່ງ​ມີ​ອຳ​ນາດ​ໃຫ້​ຄົນ​ດີພ​ຍາດ ແຕ່​ເປັນ​ພຣະ​ວິນ​ຍານ​ອົງ​ດຽວ​ກັນ 10 ແລະ​ໃຫ້​ອີກ​ຜູ້​ນຶ່ງ​ເຮັດ​ການ​ອິດ​ທິ​ຣິດຕ່າງໆ ແລະ​ໃຫ້​ອີກ​ຜູ້​ນຶ່ງ​ປະ​ກາດ​ພຣະ​ທັມ ແລະ​ໃຫ້​ອີກ​ຜູ້​ນຶ່ງ​ຮູ້​ຈັກ​ສັງ​ເກດ​ວິນ​ຍານ​ຕ່າງໆ ແລະ​ໃຫ້​ອີກ​ຜູ້​ນຶ່ງ​ປາກ​ພາ​ສາ​ແປກໆ ແລະ​ໃຫ້​ອີກ​ຜູ້​ນຶ່ງ​ແປ​ພາ​ສາ​ແປກໆ 11 ສິ່ງ​ສາ​ຣະ​ພັດ​ເຫລົ່າ​ນີ້​ພຣະ​ວິນ​ຍານ​ອົງ​ດຽວ​ກັນຊົງ​ບັນ​ດານ ແລະ​ປະ​ທານ​ແກ່​ທຸກ​ຄົນ​ຕາມ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ”

ອະ​ວັຍວະ​ທຸກ​ສ່ວນກໍ​ຮ່ວມ​ເປັນ​ຮ່າງກາຍ​ອັນ​ດຽວ

12 ເຖິງວ່າ​ຮ່າງ​ກາຍ​ເປັນ​ອັນ​ດຽວ​ ກໍ​ຍັງ​ມີ​ອະ​ວັຍ​ວະ​ຫລາຍ​ສ່ວນ ແລະ​ອະ​ວັຍ​ວະ​ເຫລົ່າ​ນັ້ນ ແມ່ນ​ຈະ​ມີ​ຫລາຍ​ສ່ວນ ກໍ​ຍັງ​ເປັນ​ກາຍ​ອັນ​ດຽວ​ກັນ​ສັນ​ໃດ

ພຣະ​ຄຣິດ​ກໍ​ຊົງ​ເປັນ​ສັນ​ນັ້ນ

13 ເພາະ​ວ່າ​ເຖິງ​ແມ່ນ​ພວກ​ເຮົາ​ຈະ​ເປັນ​ຊາດ​ຢິວ ຫລື​ຄົນ​ຕ່າງ​ຊາດ​ກໍ​ດີ ເປັນ​ຂ້ອຍ​ຂ້າ ຫລື​ເປັນ​ອິ​ສ​ຣະ​ກໍ​ດີ ເຮົາ​ທັງ​ຫລາຍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ພຣະ​ວິນ​ຍານ​ອົງ​ດຽວ ຈຶ່ງ​ເຂົ້າ​ເປັນ​ກາຍ​ອັນ​ດຽວກັນ ແລະ​ພຣະ​ວິນ​ຍານ​ອົງ​ດຽວ​ກໍ​ຊຶມ​ຊວ່ານ​ຢູ່ 14 ເພາະ​ວ່າ​ຮ່າງ​ກາຍ​ນັ້ນ​ບໍ່​ໄດ້​ປະ​ກອບ​ດ້ວຍອະ​ວັຍ​ວະ​ອັນ​ດຽວ ແຕ່​ໄດ້​ປະ​ກອບ​ດ້ວຍ​ອະ​ວັຍ​ວະ​ຫລາຍ​ອັນ 15 ຖ້າ​ຕີນ​ຈະ​ກ່າວ​ວ່າ, “ເພາະ​ຂ້ອຍ​ບໍ່​ໄດ້​ເປັນ​ມື ຂ້ອຍ​ຈຶ່ງ​ບໍ່​ໄດ້​ເປັນ​ສ່ວນ​ໃດ​ໃນ​ອະ​ວັຍ​ວະ​ຂອງ​ຮ່າງ​ກາຍ​ນັ້ນ” ແລ້ວ​ຕີນ​ຈະ​ບໍ່​ເປັນ​ສ່ວນ​ໃນ​ອະ​ວັຍ​ວະ​ຂອງ​ຮ່າງ​ກາຍ ເພາະ​ເຫດ​ເວົ້າ​ຢ່າງ​ນັ້ນ​ກໍ​ບໍ່​ໄດ້ 16 ຖ້າຫູ​ຈະ​ກ່າວ​ວ່າ, “ເພາະ​ຂ້ອຍ​ບໍ່​ໄດ້​ເປັນ​ຕາ ຂ້ອຍ​ຈຶ່ງ​ບໍ່​ໄດ້​ເປັນ​ສ່ວນ​ໃດ​ໃນ​ອະ​ວັຍ​ວະ​ຂອງ​ຮ່າງ​ກາຍ​ນັ້ນ” ຫູ​ຈະ​ບໍ່​ໄດ້​ເປັນ​ສ່ວນ​ໃນ​ອະ​ວັຍ​ວະ​ຂອງ​ຮ່າງ​ກາຍ ເພາະ​ເຫດ​ເວົ້າ​ຢ່າງ​ນັ້ນ​ກໍ​ບໍ່​ໄດ້ 17 ຖ້າອະ​ວັຍ​ວະ​ທັງ​ຫມົດ​ໃນ​ຮ່າງ​ກາຍ​ເປັນ​ຕາ ການ​ໄດ້​ຍິນ​ຈະ​ຢູ່​ໃສ ຖ້າ​ຮ່າງກາຍ​ທັງ​ຫມົດ​ເປັນ​ຫູ ການ​ດົມ​ກິ່ນ​ຈະ​ຢູ່​ໃສ 18 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ອະ​ວັຍ​ວະ​ທຸກ​ສ່ວນ​ໄວ້​ໃນ​ຮ່າງ​ກາຍ​ຕາມ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ 19 ຖ້າ​ອະ​ວັຍ​ວະ​ທຸກ​ສ່ວນ​ໃນ​ຮ່າງ​ກາຍ​ເປັນ​ອັນ​ດຽວ​ກັນ ຮ່າງ​ກາຍ​ຈະ​ມີ​ຢູ່​ໃສ 20 ທີ່​ຈິງມີ​ອະ​ວັຍ​ວະ​ຫລາຍ​ອັນ​ແຕ່​ຍັງ​ເປັນ​ຮ່າງ​ກາຍ​ອັນ​ດຽວ​ກັນ 21 ຕາ​ຈະ​ເວົ້າ​ແກ່​ມື​ວ່າ, “ຂ້ອຍ​ບໍ່​ຕ້ອງ​ການ​ເຈົ້າ” ກໍ​ບໍ່​ໄດ້ ຫລື​ຫົວ​ຈະ​ເວົ້າ​ແກ່​ຕີນ​ວ່າ, “ຂ້ອຍ​ບໍ່​ຕ້ອງ​ການ​ເຈົ້າ” ກໍ​ບໍ່​ໄດ້ 22 ທີ່​ຈິງ​ອະ​ວັຍ​ວະ​ສ່ວນ​ທີ່​ເຮົາ​ເຫັນ​ວ່າ​ອ່ອນ​ແອ ເຮົາ​ກໍ​ຂາດ​ເສັຽບໍ່​ໄດ້ 23 ແລະ​ອະ​ວັຍ​ວະ​ສ່ວນ​ທີ່​ເຮົາ​ຖື​ວ່າມີ​ກຽດ​ນ້ອຍ ເຮົາ​ກໍ​ຍັງ​ເຮັດ​ໃຫ້​ມີກຽດ​ຫລາຍ​ຂຶ້ນ ແລະ​ອະ​ວັຍ​ວະ​ທີ່​ຫນ້າ​ຊົມ​ຢູ່​ແລ້ວ ກໍ​ບໍ່​ຈຳ​ເປັນ​ຫນ້າ​ເບິ່ງ​ຫລາຍ​ຂຶ້ນ 24 ແຕ່​ສ່ວນ​ອະ​ວັຍ​ວະທີ່​ຫນ້າ​ຊົມ​ຢູ່​ແລ້ວ ກໍ​ບໍ່​ຈຳ​ເປັນ​ຕ້ອງ​ຕົ​ກ​ແຕ່ງ​ອີກ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ອະ​ວັຍ​ວະ​ທຸກ​ສ່ວນ​ເຂົ້າ​ເປັນ​ອັນ​ດຽວ​ກັນ ຊົງ​ໃຫ້​ອະ​ວັຍ​ວະ​ທີ່​ຕ່ຳ​ຕ້ຍອ​ໄດ້​ຮັບ​ຄວາມ​ນັບ​ຖື​ຫລາຍ​ຂຶ້ນ 25 ເພື່ອ​ບໍ່​ໃຫ້​ມີ​ການ​ຍາດ​ແຍ່ງ​ກັນ​ໃນ​ຮ່າງກາຍ ແຕ່​ໃຫ້​ອະ​ວັຍ​ວະ​ທຸກ​ສ່ວນ​ຄຳ​ນຶງ​ເຖິງ​ກັນ​ແລະ​ກັນ 26 ຖ້າອະ​ວັຍ​ວະ​ນຶ່ງ​ໄດ້​ຮັບ​ກຽດ ອະ​ວັຍ​ວະ​ທັງ​ຫມົດ​ກໍ​ຊົມ​ຊື່ນ​ຍິນ​ດີ​ດ້ວຍ​ກັນ 27 ຝ່າຍ​ເຈົ້າ​ທັງ​ຫລາຍ​ເປັນ​ພຣະ​ກາຍ​ຂອງ​ພຣະ​ຄຣິດ ແລະ​ທຸກ​ຄົນ​ເປັນ​ອະ​ວັຍ​ວະ​ສ່ວນ​ນຶ່ງ​ຂອງ​ພຣະ​ກາຍນັ້ນ 28 ແລະ​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ບາງ​ຄົນ​ໄວ້​ໃນ​ຄ​ຣິ​ສ​ຕະ​ຈັກ ຄື​ນຶ່ງ ອັ​ຄ​ສາ​ວົກ ສອງ​ ຜູ້ປະ​ກາດ​ພຣະ​ທັມ ສາມ ຄ​ຣູ​ບາ​ອາ​ຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິ​ດ​ທິ​ຣິດ​ຕ່າງ​ໆ ຜູ້​ມີ​ອຳ​ນາດ​ໃຫ້​ດີ​ພ​ຍາດ ຜູ້​ອຸ​ປ​ຖັມ ຜູ້​ປົກ​ຄອງ ແລະ​ຜູ້​ປາກ​ພາ​ສາ​ແປກໆ 29 ທຸກ​ຄົນ​ເປັນ​ອັ​ຄ​ສາ​ວົກ​ຫລື ທຸກ​ຄົນ​ປະ​ກາດ​ພຣະ​ທັມ​ຫລື ທຸກ​ຄົນ​ເປັນ​ຄ​ຣູ​ບາ​ອາ​ຈານ​ຫລື ທຸກ​ຄົນ​ເຮັດ​ການ​ອິດ​ທິ​ຣິດ​ໄດ້​ຫລື 30 ທຸກ​ຄົນໄດ້​ຮັບ​ອຳ​ນາດ​ໃຫ້​ດີ​ພ​ຍາດ​ຫລື ທຸກ​ຄົນ​ປາ​ກພາ​ສາ​ແປກໆ​ໄດ້​ຫລື ທຸກ​ຄົນ​ແປ​ພາ​ສາ​ແປກໆ​ໄດ້​ຫລື 31 ແຕ່​ເຈົ້າ​ທັງ​ຫລາຍ​ຈົ່ງ​ຮ້ອນ​ໃຈ​ສ​ແວງ​ຫາ​ຂອງ​ພຣະ​ຣາ​ຊ​ທານ​ອັນ​ສຳ​ຄັນ​ກວ່າ​ນັ້ນ ແລະ​ເຮົາ​ຈະ​ສະ​ແດງ​ທາງ​ອັນ​ດີ​ຫລາຍກວ່າ​ນັ້ນ​ອີກ​ແກ່​ພວກ​ເຈົ້າ

1 ໂກຣິນໂທ 13

ເຣື່ອງ​ຄວາມ​ຮັກ

1 ເຖິງ​ແມ່ນ​ເຮົາ​ເວົ້າ​ພາ​ສາ​ແປກໆ​ໄດ້ ຈະ​ເປັນ​ພາ​ສາ​ມະ​ນຸດ​ຫລື​ພາສາ​ເທວະ​ດາ​ກໍ​ດີ ແຕ່​ບໍ່​ມີ​ຄວາມ​ຮັກ ເຮົາ​ກໍ​ເປັນ​ເຫມືອນ​ຄ້ອງ​ຫລື​ແຊ່ງ​ທີ່ສົ່ງ​ສຽງ​ດັງອຶກ​ກະ​ທຶກ 2 ເຖິງ​ແມ່ນ​ເຮົາ​ປະ​ກາດ​ພຣະ​ທັມ​ໄດ້ ແລະ​ເຂົ້າ​ໃຈ​ໃນ​ຂໍ້​ລັບ​ເລິກ​ທັງ​ປວງ​ແລະ​ມີ​ຄວາມ​ຮູ້​ທັງ​ສິ້ນ ແລະ​ມີ​ຄວາມ​ເຊື່ອ​ຢ່າງ​ຄົບ​ຖ້ວນ​ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນ​ທີ່​ໄປ​ໄດ້ ແຕ່​ບໍ່​ມີ​ຄວາມ​ຮັກ ເຮົາ​ກໍ​ບໍ່​ມີ​ຄ່າອັນ​ໃດ 3 ເຖິງ​ແມ່ນ​ເຮົາ​ຈະ​ບໍ​ຣິ​ຈາກ​ສິ່ງ​ຂອງ​ຈົນ​ຫມົດ ຫລື​ສະລະ​ຕົວ​ເຮົາ​ໃຫ້​ເຂົາ​ເຜົາ​ໄຟ ແຕ່​ບໍ່​ມີ​ຄວາມ​ຮັກ ເຮົາ​ກໍ​ບໍ່​ໄດ້​ປ​ໂຍດ​ຫຍັງ​ຫມົດ 4 ຄວາມ​ຮັກ​ກໍ​ອົດ​ທົນ​ດົນ​ນານ ແລະ​ຊອບ​ໃນ​ການ​ເມດ​ຕາ​ກະ​ຣຸ​ນາ ຄວາມ​ຮັກ​ບໍ່​ເຫິງ​ສາ ບໍ່​ອວດ​ອ້າງ ບໍ່​ຈອງ​ຫອງ 5 ບໍ່​ເຮັດ​ການ​ອັນ​ບໍ່​ສຸ​ພາບ ບໍ່​ຄຶດ​ເຫັນ​ແກ່​ປໂຍດ​ສ່ວນ​ຕົວ​ຝ່າຍ​ດຽວ ບໍ່​ມີ​ໃຈ​ຮ້າຍ​ງ່າຍ ບໍ່​ຊອບ​ຈົດ​ຈຳ​ຄວາມ​ຜິດ 6 ບໍ່​ຍິນ​ດີ​ໃນ​ການ​ອະ​ທັມ​ແຕ່ຍິນ​ດີ​ໃນ​ການ​ສັດ​ຈິງ 7 ຄວາມ​ຮັກ​ສູ້​ທົນ​ທຸກ​ສິ່ງ ເຊື່ອ​ທຸກ​ສິ່ງ ໄວ້​ວາງ​ໃຈ​ໃນ​ທຸກ​ສິ່ງ ແລະ​ພຽນ​ທົນ​ເອົາ​ທຸກ​ສິ່ງ 8 ເຖິງ​ແມ່​ນ​ການ​ປະ​ກາດ​ພຣະ​ທັມ​ກໍ​ຈະ​ຖືກ​ຍົກ​ເລີກ ຫລື​ການ​ເວົ້າ​ພາ​ສາ​ແປ​ກໆ​ກໍ​ຈະ​ເຊົາ ແລະ​ວິ​ຊາ​ຄວາມ​ຮູ້​ກໍ​ຈະ​ຖືກ​ຍົກ​ເລີກ ແຕ່​ຄວາມ​ຮັກ​ຕັ້ງ​ຢູ່​ບໍ່​ຂາດ​ຈັກ​ເທື່ອ 9 ເພາະ​ຄວາມ​ຮູ້​ຂອງ​ພວກ​ເຮົາ​ນັ້ນ​ກໍ​ບໍ່​ສົມ​ບູນ ແລະ​ການ​ປະ​ກາດ​ພຣະ​ທັມ​ກໍ​ບໍ່​ສົມ​ບູນ 10 ແຕ່​ເມື່ອ​ຄວາມ​ສົມ​ບູນ​ມາ​ເຖິງ​ແລ້ວ ຄວາມ​ບົກ​ພ່ອງ​ນັ້ນ​ກໍ​ຈະ​ຖືກ​ຍົກ​ເລີກ​ເສັຽ 11 ເວ​ລາ​ເຮົາ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່​ນັ້ນ ເຮົາ​ເຄີຍ​ປາກ​ແລະ​ມີ​ໃຈຢ່າງ​ເດັກ​ນ້ອຍ ເຄີຍ​ຄຶດ​ຫາ​ເຫ​ດຜົນຢ່າງ​ເດັກ​ນ້ອຍ ແຕ່​ເມື່ອ​ເຮົາ​ກາຍ​ເປັນ​ຄົນ​ແກ່​ແລ້ວ ເຮົາ​ກໍ​ໄດ້​ເລີກ​ອາ​ການ​ເດັກ​ນ້ອຍ​ເສັຽ 12 ເພາະ​ວ່າ​ດຽວ​ນີ້​ເຮົາ​ທັງ​ຫລາຍ​ເຫັນ​ພໍ​ມົວໆ​ເຫມືອນ​ເບິ່ງ​ໃນ​ແວ່ນ ແຕ່​ເວ​ລາ​ນັ້ນ​ຈະ​ໄດ້​ເຫັນ​ພຣະ​ພັກ​ຢ່າງ​ຄັກ ດຽວ​ນີ້​ຄວາມ​ຮູ້​ຂອງ​ເຮົາ​ບໍ່​ສົມ​ບູ​ນ ແຕ່​ເວ​ລາ​ນັ້ນ​ເຮົາ​ຈະ​ຮູ້​ຢ່າງ​ສົມ​ບູນ​ເຫມືອນ​ພຣະ​ເຈົ້າ​ຊົງຮູ້​ຈັກ​ເຮົາ​ແລ້ວ 13 ບັດ​ນີ້​ຍັງ​ຕັ້ງ​ຢູ່​ສາມ​ສິ່ງ ຄື​ຄວາມ​ເຊື່ອ ຄວາມ​ຫວັງ​ໃຈ ແລະ​ຄວາມ​ຮັກ ແຕ່​ສິ່ງ​ໃຫຍ່ກວ່າ​ແມ່ນ​ຄວາມ​ຮັກ

1 ໂກຣິນໂທ 14

ເຣື່ອງ​ຂອງ​ພຣະ​ຣາ​ຊ​ທານ​ຊຶ່​ງມາ​ຈາກ​ພຣະ​ວິນ​ຍານ (ຕໍ່)

1 ຈົ່ງ​ຕັ້ງ​ຈຸດ​ມຸ້ງ​ຫມາຍ​ຫາ​ຄວາມ​ຣັກ ຈົ່ງ​ຮ້ອນ​ໃຈ​ສ​ແວງ​ຫາ​ຂອງ​ພຣະ​ຣາ​ຊ​ທານ​ຊຶ່ງ​ມາ​ຈາກ​ພຣະ​ວິນ​ຍານ ເປັນ​ຕົ້ນ​ວ່າ​ການ​ປະ​ກາດ​ພຣະ​ທັມ 2 ເພາະ​ວ່າ​ຜູ້​ປາກ​ພາກ​ສາ​ແປກໆ​ນັ້ນບໍ່​ໄດ້​ເວົ້າ​ຕໍ່​ພວກ​ມະ​ນຸດ ແຕ່​ທູນ​ຕໍ່​ພຣະ​ເຈົ້າ ເພາະ​ບໍ່​ມີ​ໃຜ​ເຂົ້າ​ໃຈ​ໄດ້ ແຕ່​ຜູ້​ນັ້ນ​ກຳ​ລັງ​ກ່າວ​ຂໍ້​ເລິກ​ລັບ​ໂດຍ​ພຣະ​ວິນ​ຍານ 3 ຝ່າຍ​ຜູ້​ທີ່​ປະ​ກາດ​ພຣະ​ທັມນັ້ນ​ກໍ​ກ່າວ​ແກ່​ຄົນ​ທັງ​ຫລາຍ​ເພື່ອ​ໃຫ້​ເຂົາ​ຈະ​ເຣີນ​ຂຶ້ນ ເປັນ​ຄວາມ​ເຕືອນ​ສະ​ຕິ​ແລະ​ເລົ້າ​ໂລມ 4 ຝ່າຍ​ຜູ້​ທີ່​ປາກ​ພາ​ສາ​ແປກໆ​ນັ້ນ​ກໍ​ໃຫ້​ຕົນ​ເອງ​ຈະ​ເຣີນ​ຂຶ້ນ​ຝ່າຍ​ດຽວ ແຕ່​ຝ່າຍ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ກໍ​ເຣັດ​ໃຫ້ຄ​ຣິ​ສ​ຕະ​ຈັກ​ຈະ​ເຣີ​ນ​ຂຶ້ນ 5 ເຮົາ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ປາກ​ພາ​ສາ​ແປກໆ​ໄດ້ ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ປະ​ກາດ​ພຣະ​ທັມ​ໄດ້ ເພາະ​ວ່າ​ຜູ້​ປະ​ກາດ​ພຣະ​ທັ​ມ​ນັ້ນ​ກໍ​ໃຫຍ່ກວ່າ​ຜູ້​ທີ່​ປາກ​ພາ​ສາ​ແປກໆ​ໄດ້ ເວັ້ນ​ໄວ້​ແຕ່​ຜູ້​ນັ້ນ​ແປ​ພາ​ສາ​ນັ້ນ​ອອກ ເພື່ອ​ຄຣິ​ສ​ຕະ​ຈັກ​ຈະ​ໄດ້​ຮັບ​ຄວາມ​ຈະ​ເຣີນ​ຂຶ້ນ 6 ແຕ່ບັດ​ນີ້ ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຖ້າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ທັງ​ຫລາຍ​ແລະ​ປາກ​ພາ​ສາ​ແປກໆ ພວກ​ເຈົ້າ​ຈະ​ໄດ້​ປ​ໂຍດ​ອັນ​ໃດ​ຈາກ​ເຮົາ ເວັ້ນ​ເສັຽ​ແຕ່​ເຮົາ​ຈະ​ກ່າວ​ຄວາມ​ທີ່​ຊົງ​ສະ​ແດງ​ຈາກ​ພຣະ​ເຈົ້າ ຈະ​ສະ​ແດງວິ​ຊາ​ຄວາມ​ຮູ້ ຈະ​ປະ​ກາດ​ພຣະ​ທັມ ຫລື​ຈະ​ນຳ​ຄວາມ​ສັ່ງ​ສອນ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ 7 ດັ່ງ​ນັ້ນ​ເຄື່ອງ​ດົນ​ຕ​ຣີ​ທີ່​ບໍ່​ມີ​ຊີ​ວິດ ຄື​ປີ່​ຫລື​ພິນ​ກໍ​ດີ ຖ້າ​ມັນ​ບໍ່​ອອກ​ສຽງ​ຄັກ ໃຜ​ຈະ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ເຂົາ​ເປົ່າ​ຫລື​ດີດ​ຈັງ​ຫວະ​ໃດ 8 ຖ້າ​ດ່ຽວ​ແກ​ອອກ​ສຽງ​ບໍ່​ຄັກ ໃຜ​ຈະ​ຕຽມ​ຕົວ​ເຂົ້າ​ສູ່​ຂ້າ​ເສິກ 9 ຝ່າຍ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ຢ່າງ​ນັ້ນ ຖ້າ​ພວກ​ເຈົ້າ​ປາກ​ພາ​ສາ​ແປກໆ ແຕ່​ເວົ້າ​ຄວາມ​ທີ່​ເຂົ້າ​ໃຈ​ບໍ່​ໄດ້ ຜູ້​ທີ່​ຟັງ​ຈະ​ເຂົ້າ​ໃຈ​ຄວາມ​ເວົ້າ​ຂອ​ງ​ເຈົ້າ​ນັ້ນ​ໄດ້​ຢ່າງ​ໃດ ເພາະ​ເຈົ້າ​ກໍ​ຈະ​ເວົ້າ​ລອຍ​ໄປ​ຕາມ​ລົມ 10 ໃນ​ໂລກນີ້​ມີ​ຫລາຍ​ພາ​ສາ ແຕ່​ບໍ່​ມີ​ພາ​ສາ​ໃດ​ທີ່​ຂາດ​ຄວາມ​ຫມາຍ 11 ແຕ່​ຖ້າ​ເຮົາ​ບໍ່​ເຂົ້າ​ໃຈ​ຄວາມ​ຫມາຍ​ຂອງ​ພາ​ສາ​ນັ້ນ ເຮົາ​ຈະ​ເປັນ​ຄົນ​ຕ່າງ​ຊາດ​ຕໍ່​ຜູ້​ທີ່​ປາກ​ພາ​ສາ​ນັ້ນ ແລະ​ຜູ້​ທີ່​ປາກ​ພາ​ສາ​ນັ້ນ​ກໍ​ຈະ​ເປັນ​ຄົນ​ຕ່າງ​ຊາດ​ຕໍ່​ເຮົາ​ເຫມືອນ​ກັນ 12 ເຫດ​ສັນ​ນັ້ນ, ເມື່ອ​ເຈົ້າ​ທັງ​ຫລາຍ​ກຳ​ລັງ​ຮ້ອນ​ໃຈ​ສ​ແວງ​ຫາ​ຂອງ​ພຣະ​ຣາ​ຊ​ທານ​ຊຶ່ງ​ມາ​ຈາກ​ພຣະ​ວິນ​ຍານ ກໍ​ຈົ່ງ​ສ​ແວງ​ຫາ​ໃຫ້​ຫລາຍກວ່າ​ເພື່ອ​ຈະ​ໃຫ້​ຄ​ຣິ​ສ​ຕະ​ຈັກ​ຈະ​ເຣີນ​ຂຶ້ນ 13 ເພາະ​ສັນ​ນັ້ນ​ຜູ້​ປາກ​ພາ​ສາ​ແປກ​ໆ​ໄດ້​ນັ້ນ​ຄວນ​ອ້ອນວອນ​ຂໍ​ໃຫ້​ຕົນ​ສາມາດ​ແປ​ໄດ້​ດ້ວຍ 14 ເພາະ​ຖ້າ​ເຮົາ​ໄຫວ້ວອນ​ເປັນ​ພາ​ສາ​ແປກໆ​ຈິດ​ວິນ​ຍານ​ຂອງ​ເຮົາ​ໄຫວ້ວອນ​ຢູ່​ກໍ​ຈິງ ແຕ່​ຄວາມ​ຄຶດ​ຂອງ​ເຮົາ​ກໍ​ບໍ່​ເຂົ້າ​ຮ່ວມ 15 ຖ້າ​ດັ່ງ​ນັ້ນ​ແລ້ວ, ເຮົາ​ຈະ​ເຮັດຢ່າງ​ໃດ ເຮົາ​ຈະ​ໄຫວ້ວອນ​ດ້ວຍ​ຈິດ​ວິນ​ຍານ​ກໍ​ຈິງ ແຕ່​ຈະ​ໄຫວ້ວອນ​ດ້ວຍ​ຄວາມ​ຄຶດ​ເຫມືອນ​ກັນ ເຮົາ​ຈະ​ຮ້ອງ​ເພງ​ດ້ວຍ​ຈິດ​ວິນ​ຍານ​ກໍ​ຈິງ ແຕ່​ຈະ​ຮ້ອງ​ເພງ​ດ້ວຍ​ຄວາມ​ຄຶດ​ເຫມືອນ​ກັນ 16 ຖ້າ​ບໍ່​ດັ່ງ​ນັ້ນ, ຄັນ​ພວກ​ເຈົ້າ​ກ່າວ​ໂມ​ທະ​ນາ​ພຣະ​ຄຸນ​ດ້ວຍ​ຈິດ​ວິນ​ຍານ ຄົນ​ທຳ​ມະ​ດາ​ທີ່​ບໍ່​ຮູ້​ພາ​ສາ​ນັ້ນຈະ​ກ່າວ​ຕອບ​ຄວາມ​ໂມ​ທະ​ນາ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ວ່າ “ອາ​ແມນ” ໄດ້​ຢ່າງ​ໃດ ເພາະ​ຄຳ​ທີ່​ເຈົ້າ​ກ່າວ​ນັ້ນ​ເຂົາ​ກໍ​ບໍ່​ເຂົ້າ​ໃຈ 17 ເຖິງ​ແມ່ນ​ເຈົ້າ​ໂມ​ທະ​ນາ​ພຣະ​ຄຸນ​ຢ່າງ​ໃດ​ກໍ​ຕາມ ແຕ່​ຄົນ​ອື່ນ​ນັ້ນ​ຈະ​ບໍ່​ໄດ້​ຮັບ​ຄວາ​ມ​ຈະ​ເຣີນ 18 ເຮົາ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ເຈົ້າ​ວ່າ​ເຮົາ​ປາກ​ພາ​ສາ​ແປກໆ​ໄດ້​ຫລາຍກວ່າ​ພວກ​ເຈົ້າ 19 ແຕ່​ໃນ​ຄ​ຣິ​ສ​ຕະ​ຈັກ​ເຮົາ​ພໍ​ໃຈ​ທີ່​ຈະ​ເວົ້າ​ຫ້າ​ຄຳ​ດ້ວຍ​ຈິດ​ໃຈ​ຂອງ​ເຮົາ ເພື່ອ​ເປັນ​ຄະ​ຕິ​ສອນ​ຄົນ​ອື່ນ ດີກວ່າ​ທີ່​ຈະ​ເວົ້າ​ຫມື່ນ​ຄຳ​ເປັນ​ພາ​ສາ​ແປກໆ 20 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຢ່າໃຫ້​ຄວາມ​ຄຶດ​ຂອງ​ເຈົ້າ​ເປັນຢ່າງ​ເດັກ​ນ້ອຍ ຝ່າຍ​ຄວາມ​ຊົ່ວ​ຈົ່ງ​ເປັນ​ເຫມືອນ​ເດັກ​ນ້ອຍອ່ອນ ແຕ່​ຝ່າຍ​ຄວາມ​ນຶກ​ຄິດ​ຈົ່ງ​ເປັນ​ຢ່າງ​ຜູ້ແກ່ 21 ໃນ​ພຣະ​ບັນ​ຍັດມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ ເຮົາ​ຈະ​ເວົ້າ​ກັບ​ພົ​ລ​ເມືອງ​ນີ້​ດ້ວຍ​ຄົນ​ຕ່າງ​ພາ​ສາ ດ້ວຍຮີມ​ສົບ​ຂອງ​ຄົນ​ຕ່າງ​ດ້ວຍ ເຖິງ​ປານ​ນັ້ນ​ເຂົາ​ກໍ​ຈະ​ບໍ່​ຟັງ​ເຮົາ” 22 ເຫດ​ສັນ​ນັ້ນ​ການ​ເວົ້າ​ພາ​ສາ​ແປກໆ ຈຶ່ງ​ບໍ່​ເປັນ​ເຄື່ອງ​ຫມາຍ​ສຳ​ຄັນ​ແກ່​ຄົນ​ທີ່​ເຊື່ອ ແຕ່​ເປັນ​ສຳ​ຄັນ​ສຳ​ລັບ​ຄົນ​ທີ່​ບໍ່​ເຊື່ອ ສ່ວນ​ການ​ປະ​ກາດ​ພຣະ​ທັມ​ບໍ່​ເປັນສຳ​ລັບ​ຄົນ​ທີ່​ບໍ່​ເຊື່ອ ແຕ່​ເປັນ​ສຳ​ລັບ​ຄົນທີ່​ເຊື່ອ​ແລ້ວ 23 ເຫດ​ສັນ​ນັ້ນ​ຖ້າ​ຄຣິ​ສ​ຕະ​ຈັກ​ມາ​ຮ່ວມ​ປະ​ຊຸມ​ກັນ ແລະ​ຄົນ​ທັງ​ປວງ​ຕ່ງ​ຄົນ​ກໍ​ຕ່າງ​ເວົ້າ​ພາ​ສາ​ແປກໆ ແລະ​ມີ​ຄົນ​ທຳ​ມະ​ດາ​ທີ່​ບໍ່​ຮູ້​ພາ​ສານັ້ນ​ຫລື​ຄົນ​ທີ່​ບໍ່​ເຊື່ອ​ເຂົ້າ​ມາ ເຂົາ​ຈະ​ບໍ່​ເວົ້າ​ວ່າ​ເຈົ້າ​ທັງ​ຫລາຍ​ເປັນ​ບ້າ​ຫລື 24 ແຕ່​ຖ້າ​ທຸກ​ຄົນ​ປະ​ກາດ​ພຣະ​ທັມ ແລ້ວ​ມີ​ຄົນ​ທີ່​ບໍ່​ເຊື່ອ​ຫລື​ຄົນ​ທຳ​ມະ​ດາ​ເຂົ້າ​ມາ ທຸກ​ຄົນ​ຈະ​ເປັນ​ເຫດ​ໃຫ້​ເຂົາ​ຮູ້​ເມືອ​ຕົວ ແລະ​ເປັນ​ເຫດ​ໃຫ້​ເຂົາ​ເກີດ​ຄວາມ​ສັງ​ເກດ​ໃນ​ຈິດ​ໃຈ​ຂອງ​ເຂົາ 25 ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ໃຈ​ຂອງ​ເຂົາ​ຈະ​ປາ​ກົດ​ແຈ້ງ ເຂົາ​ກໍ​ຈະ​ຫມູບ​ລົງ​ນະ​ມັ​ສ​ການ​ຂາບ​ໄຫວ້​ພຣະ​ເຈົ້າ ໂດຍ​ຮັບ​ວ່າ, “ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ຖ້າມ​ກາງ​ພວກ​ທ່ານ​ເປັນ​ແທ້”

ເຮັດ​ສິ່ງ​ສາ​ຣະ​ພັດ​ໃຫ້​ຖືກຕາມ​ລະ​ບຽບ

26 ພີ່​ນ້ອງທັງ​ຫລາຍ​ເອີຍ, ຈະ​ເປັນ​ຢ່າງ​ໃດ ເມື່ອ​ພວກ​ເຈົ້າ​ມາ​ປະ​ຊຸມ​ກັນ ບາງ​ຄົນ​ກໍ​ມີ​ບົດ​ເພງ​ສັຣ​ເສີນ ບາງ​ຄົນ​ມີ​ບົດ​ຄຳ​ສອນ ບາງ​ຄົນ​ກໍ​ມີ​ບົດ​ຄວາມ​ທີ່​ຊົງ​ສະ​ແດງ​ມາ​ຈາກ​ພຣະ​ເຈົ້າ ບາງ​ຄົນ​ກໍ​ປາກ​ພາ​ສາ​ແປກ ບາງ​ຄົນ​ກໍ​ແປ​ພາ​ສາ​ແປກໆ ເຈົ້າ​ຈົ່ງ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ມີ​ການ​ຈະ​ເຣີນ​ຂຶ້ນ 27 ຖ້າ​ຜູ້​ໃດ​ຈະ​ປາກ​ພາ​ສາ​ແປກໆ ຈົ່ງ​ໃຫ້​ປາກ​ພຽງ​ສອງ​ຄົນ​ຫລື​ຢ່າງ​ຫລາຍ​ສາມ​ຄົນ ແລະ​ໃຫ້​ປາກ​ເທື່ອ​ລະ​ຄົນ ແລ້​ວ​ໃຫ້​ມີ​ຜູ້​ແປ​ຜູ້​ນຶ່ງ 28 ແຕ່​ຖ້າ​ບໍ່​ມີ​ຜູ້​ໃດ​ແປ​ໄດ້ ກໍ​ໃຫ້​ຄົນ​ເຫລົ່າ​ນັ້ນ​ມິດ​ຢູ່​ໃນ​ທີ່​ປະ​ຊຸມ ໃຫ້​ເຂົາ​ເວົ້າ​ກັບ​ຕົນ​ເອງ​ແລະ​ທູນ​ຕໍ່​ພຣະ​ເຈົ້າ 29 ຝ່າຍ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ໃຫ້​ກ່າວ​ແຕ່​ສອງ​ຫລື​ສາມ​ຄົນ ແລະ​ໃຫ້​ພວກ​ຄົນ​ອື່ນ​ຮັບ​ພິ​ຈາ​ຣະ​ນາ​ເອົາ​ຂໍ້​ຄວາມ​ທີ່​ເຂົາ​ກ່າວ​ນັ້ນ 30 ແລະ​ຖ້າ​ມີ​ສິ່ງ​ໃດ​ຊົງ​ສະແດງແກ່​ຄົນ​ອື່ນທີ່​ນັ່ງ​ຢູ່​ດ້ວຍ​ກັນ​ນັ້ນ ກໍ​ໃຫ້​ຜູ້​ກ່າວ​ກ່ອນ​ນັ້ນ​ມິດ​ຢູ່ 31 ເພາະ​ວ່າ​ພວກ​ເຈົ້າ​ປະ​ກາດ​ພຣະ​ທັມ​ໄດ້​ທຸກ​ຄົນ ແຕ່​ໃຫ້​ປະ​ກາດ​ເປັນ​ລຳ​ດັບ​ກັນ​ເທື່ອ​ລະ​ຄົນ ເພື່ອ​ຄົນ​ທັງ​ປວງຈະ​ໄດ້​ຄວາມ​ຮູ້​ແລະ​ຈະ​ໄດ້​ຮັບ​ຄວາມ​ຫນຸນ​ໃຈ 32 ວິນ​ຍານ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ຍ່ອມ​ຢູ່​ໃຕ້​ບັງ​ຄັບ​ຂອງ​ຕົນ 33 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໃຊ່​ເປັນ​ຜູ້​ກໍ່​ເຫດ​ວຸ້ນ​ວາຍ ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສ​ງົບ 34 ຕາມ​ລະ​ບຽບ​ທີ່​ປະ​ຕິ​ບັດ​ໃນ​ບັນ​ດາ​ຄຣິ​ສ​ຕະ​ຈັກ​ແຫ່ງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ນັ້ນ ຈົ່ງ​ໃຫ້​ພວກ​ຜູ້​ຍິງ​ມິດ​ຢູ່​ໃນ​ທີ່​ປະ​ຊຸມ ເພາະ​ເຂົາ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ປາກ ແຕ່​ໃຫ້​ເຂົາ​ຍອມ​ຢູ່ໃຕ້​ບັງ​ຄັບ​ບັນ​ຊາ​ຕາມ​ດັ່ງ​ພຣະ​ບັນ​ຍັດ​ໄດ້​ສັ່ງ​ໄວ້​ນັ້ນ 35 ຖ້າ​ເຂົາ​ຢາກ​ຮຽນ​ຮູ້​ອັນ​ໃດ ຈົ່ງ​ໃຫ້​ຖາມ​ຜົວ​ເຂົາ​ເອງ​ຢູ່​ເຮືອນ ເພາະ​ວ່າ​ການ​ທີ່​ຜູ້​ຍິງ​ຈະ​ກ່າວ​ໃນ​ທີ່​ປະ​ຊຸມ​ກໍ​ເປັນ​ການ​ຫນ້າ​ອາຍ 36 ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໄດ້​ອອກ​ມາ​ຈາກ​ພວກ​ເຈົ້າ​ຫລື ໄດ້​ຊົງ​ປະ​ທານ​ມາ​ເຖິງ​ພວກ​ເຈົ້າ​ແຕ່​ພວກ​ດຽວ​ຫລື 37 ຖ້າ​ຜູ້​ໃດ​ຖື​ວ່າ​ຕົນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ ຫລື​ເປັນ​ຜູ້​ຮັບ​ຂອງ​ພຣະ​ຣາ​ຊ​ທານ​ຈາກ​ພຣະ​ວິນ​ຍານ ຜູ້​ນັ້ນ​ກໍ​ຄວນຍອມ​ຮັບ​ຮູ້​ວ່າ​ຂໍ້​ຄວາມ​ທີ່​ຂຽນ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ​ນັ້ນ ເປັນ​ພຣະ​ບັນ​ຍັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 38 ແລະ​ຖ້າ​ຜູ້​ໃດ​ບໍ່​ຍອມ​ຮັບ​ຮູ້​ຂໍ້​ຄວາມ​ນີ້ ກໍ​ບໍ່​ຕ້ອງ​ຮັບ​ຮູ້​ຜູ້​ນັ້ນ​ເຫມືອນ​ກັນ 39 ດັ່ງ​ນີ້​ແຫລະ, ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ຮ້ອນ​ໃຈ​ສ​ແວງ​ຫາ​ທີ່​ຈະ​ປະ​ກາດ​ພຣະ​ທັມ ສ່ວນ​ການ​ປາກ​ພາ​ສາ​ແປກໆ​ນັ້ນ​ກໍ​ຢ່າ​ຊູ່​ຫ້າມ 40 ແຕ່​ຈົ່ງ​ປະ​ຕິ​ບັດ​ທຸກ​ສິ່ງ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ວິ​ນັຍ

1 ໂກຣິນໂທ 15

ການ​ທີ່​ພຣະ​ຄຣິດ​ຊົງຄືນ​ພຣະ​ຊົນ​

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຂໍ​ແຈ້ງ​ໃຫ້​ເຈົ້າ​ທັງ​ຫລາຍ​ຄຳ​ນຶງ​ເຖິງ​ຂ່າວ​ປະ​ເສີດ​ທີ່​ເຮົາ​ໄດ້​ປະ​ກາດ​ແກ່​ພວກ​ເຈົ້າ​ແລ້ວ ຊຶ່ງ​ພວກ​ເຈົ້າ​ໄດ້​ຍອມ​ຮັບ​ເອົາ​ໄວ້​ແລະ​ຕັ້ງ​ຢູ່​ໃນ​ຂ່າວ​ປະ​ເສີດ​ນັ້ນ 2 ແລະ​ຊຶ່ງ​ເປັນ​ເຫດ​ທີ່​ກຳ​ລັງ​ໃຫ້​ເຈົ້າ​ທັງ​ຫລາຍ​ໄດ້​ພົ້ນ ຖ້າ​ພວກ​ເຈົ້າ​ຍັງ​ຍຶດ​ຖື​ຂ​ໍ້​ຄວາມ​ທີ່​ເຮົາ​ໄດ້​ປະ​ກາດ​ເປັນ​ຂ່າວ​ປະ​ເສີດ​ແກ່​ພວກ​ເຈົ້ານັ້ນ ເວັ້ນ​ເສັຽ​ແຕ່​ພວກ​ເຈົ້າ​ຫາກ​ເຊື່ອ​ຢ່າງ​ບໍ່​ຈິງ​ໃຈ 3 ເຣື່ອງ​ທີ່​ເຮົາ​ໄດ້​ຮັບໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງ​ຫລາຍ​ເປັນ​ເຣື່ອງ​ສຳ​ຄັນ​ທີ່​ສຸດ​ຄື​ວ່າ ພຣະ​ຄຣິດ​ຊົງ​ວາຍ​ພຣະ​ຊົນ​ແທນ​ຄວາມຜິດ​ບາບ​ຂອງ​ເຮົາ​ທັງ​ຫລາຍ​ຕາມ​ທີ່​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ 4 ແລະ​ຊົງ​ຖືກວາງ​ໄວ້ ແລ້ວ​ວັນ​ຖ້ວນ​ສາມ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ຂຶ້ນ​ມາ ຕາມ​ທີ່​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ນັ້ນ 5 ພຣະ​ອົງ​ຊົງ​ປາ​ກົດ​ແກ່​ເກ​ຟາ ແລ້ວ​ແກ່​ພວກ​ສິບ​ສອງ​ຄົນ​ນັ້ນ 6 ຕໍ່​ມາ​ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ແກ່​ພວກ​ພີ່​ນ້ອງກວ່າ​ຫ້າ​ຮ້ອຍ​ຄົນ​ໃນ​ຄາວ​ດຽວ ຊຶ່ງ​ສ່ວນ​ຫລາຍ​ຍັງ​ເປັນ​ຢູ່​ຈົນ​ເຖິງ​ທຸກວັນ​ນີ້ ແຕ່​ບາງ​ຄົນ​ກໍ​ລ່ວງ​ຫລັບ​ໄປ​ແລ້ວ 7 ຕໍ່​ນັ້ນ​ອີກ​ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ແກ່​ຢາ​ໂກ​ໂບ ແລ້ວ​ແກ່​ອັ​ຄ​ສາ​ວົກ​ທັງ​ຫມົດ 8 ພາຍ​ຫ​ລັງ​ທີ່​ສຸດ​ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ແກ່​ເຮົາ ຜູ້​ເປັນ​ເຫມືອນ​ລູກທີ່​ເກີດ​ຜິດ​ຍາມ 9 ເພາະ​ວ່າ​ເຮົາ​ເປັນ​ຜູ້​ນ້ອຍ​ທີ່​ສຸດ​ໃນ​ພວກ​ອັ​ຄ​ສາ​ວົກ ແລະບໍ່​ສົມ​ຄວນຈະ​ໄດ້​ຊື່​ວ່າ​ເປັນ​ອັ​ຄ​ສາ​ວົກ ເພາະ​ວ່າ​ເຮົາ​ໄດ້​ກົດ​ຂີ່​ຂົ່ມ​ເຫັງ​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ 10 ແຕ່​ວ່າ​ທີ່​ເຮົາ​ເປັນ​ຢູ່​ຢ່າງ​ນີ້ກໍ​ເນື່ອງ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ແລະ​ພຣະ​ຄຸນ​ຂອງ​ພຣະ​ອົງ​ທີ່​ໄດ້​ຊົງ​ປະ​ທານ​ແກ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້​ປ​ໂຍດ ແຕ່​ແທນ​ທີ່​ຈະ​ເປັນ​ດັ່ງ​ນັ້ນ ເຮົາ​ໄດ້​ເຮັດ​ການ​ຫນັກ​ຫນ່ວງ​ລື່ນ​ກວ່າ​ເຂົາ​ທັງ​ຫມົດ​ອີກ ບໍ່​ໃຊ່​ເຮົາ​ເອງ​ທີ່​ເຮັດ ແຕ່​ແມ່ນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ຊຶ່ງ​ສະ​ຖິດ​ຢູ່​ນຳ​ເຮົາ​ທີ່​ເຮັດ 11 ເຫດ​ສັນ​ນັ້ນ​ເຖິງວ່າ​ແມ່ນເຮົາ​ຫລື​ເຂົາ​ກໍ​ດີ ເຮົາ​ທັງ​ຫລາຍກໍໄດ້​ປະ​ກາດຢ່າງ​ທີ່​ກ່າວ​ມາ​ນັ້ນ ແລະ​ເຈົ້າ​ທັງ​ຫລາຍ​ກໍ​ໄດ້​ເຊື່ອ​ຢ່າງ​ນັ້ນການ​ທີ່​ຄົນ​ຕາຍ​ເປັນ​ຄືນ​ມາ 12 ປະ​ການ​ນຶ່ງ, ຖ້າ​ເຮົາປະ​ກາດ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ຄຣິດ​ຄືນ​ຂຶ້ນ​ມາ​ແລ້ວ ເປັນ​ແນວ​ໃດ​ບາງ​ຄົນ​ໃນ​ພວກ​ເຈົ້າ​ຈຶ່ງ​ກ່າວ​ວ່າ​ບໍ່​ມີ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ 13 ຖ້າ​ບໍ່​ມີ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ ພຣະ​ຄຣິດ​ກໍ​ບໍ່​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ຂຶ້ນ​ມາ 14 ຖ້າ​ພຣະ​ຄຣິດ​ບໍ່​ໄດ້​ຊົງ​ຄືນ​ພຣະ​ຊົນ​ແລ້ວ ການ​ປະ​ກາດ​ຂອງ​ພວກ​ເຮົາ​ກໍ​ບໍ່​ມີ​ປ​ໂຍດ ແລະ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ກໍ​ບໍ່​ມີ​ປ​ໂຍດ​ເຫມືອນ​ກັນ 15 ແລ້ວ​ກໍ​ຈະ​ປາ​ກົດ​ວ່າ​ພວກ​ເຮົາ​ເປັນ​ພຍານ​ບໍ່​ຈິງ​ໃນ​ເຣື່ອງ​ພຣະ​ເຈົ້າ ເພາະ​ພວກ​ເຮົາ​ໄດ້​ກ່າວ​ພຍານ​ອ້າງວ່າ​ພຣະ​ເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະ​ຄຣິດ​ເປັນ​ຄືນ​ມາ​ແລ້ວ ແຕ່​ຖ້າ​ຄົນ​ຕາຍ​ບໍ່​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ມາ ພຣະ​ເຈົ້າ​ກໍ​ບໍ່​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ຄຣິດ​ຄືນ​ພຣະ​ຊົນ​ເຫມືອນ​ກັນ 16 ເພາະ​ວ່າ​ຖ້າ​ຄົນ​ຕາຍ​ບໍ່​ເປັນ​ຄືນ​ມາ ເຖິງ​ແມ່ນ​ພຣະ​ຄຣິດ​ກໍ​ບໍ່​ໄດ້​​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ 17 ແລະ​ຖ້າ​ວ່າ​ພຣະ​ຄຣິດ​ບໍ່​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ ຄວາມ​ເຊື່ອ​ຂອງ​ເຈົ້າ​ທັງ​ຫລາຍ​ກໍ​ໄຮ້​ປ​ໂຍດ ເຈົ້າ​ທັງ​ຫລາຍ​ກໍ​ຍັງ​ຄົງ​ຢູ່​ໃນ​ຜິດ​ບາບ​ຂອງ​ຕົນ 18 ຊ້ຳ​ກວ່າ​ນັ້ນ​, ພວກ​ຄົນ​ເຊື່ອ​ໃນ​ພຣະ​ຄຣິດ​ທີ່​ຕາຍ​ໄປ​ແລ້ວ​ນັ້ນ​ກໍ​ຈິບ​ຫາຍ​ໄປ​ດ້ວຍ 19 ຖ້າ​ແມ່ນ​ເຮົາ​ທັງ​ຫລາຍ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ຄຣິດ​ຝ່າຍ​ຊີ​ວິດ​ນີ້​ເທົ່າ​ນັ້ນ ພວກ​ເຮົາ​ກໍ​ເປັນ​ຄົນ​ຫນ້າ​ສັງ​ເວດ​ທີ່​ສຸດ​ໃນ​ຫມູ່​ຄົນ​ທັງ​ປວງ 20 ແຕ່​ທີ່​ຈິງ​ພຣະ​ຄຣິດ​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ແລ້ວ ແລະ​ຊົງ​ເປັນ​ຜົນ​ແຮກ​ໃນ​ພວກ​ຄົນ​ທີ່​ລ່ວງ​ຫລັບ​ໄປ​ແລ້ວ​ນັ້ນ 21 ເພາະ​ວ່າ​ຄວາມ​ຕາຍ​ໄດ້​ມີ​ມາ​ທາງ​ມະ​ນຸດ​ສັນ​ໃດ ການ​ຄືນ​ມາ​ຈາກ​ຕາຍ​ກໍ​ມີ​ມາ​ທາງ​ມະ​ນຸດ​ສັນ​ນັ້ນ 22 ດ້ວຍ​ວ່າ​ຄົນ​ທັງ​ປວງ​ໄດ້​ຕາຍ​ເພາະ​ກ່ຽວ​ເນື່ອງ​ກັບ​ອາ​ດາມ​ສັນ​ໃດ ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ມີ​ຊີ​ວິດ​ເພາະ​ກ່ຽວ​ເນື່ອງ​ກັບ​ພຣະ​ຄຣິດ​ສັນ​ນັ້ນ​ 23 ແຕ່ຈະ​ເປັນ​ໄປ​ຕາມ​ລຳ​ດັບ​ຂອງ​ແຕ່​ລະ​ຄົນ ຄື​ພຣະ​ຄຣິດ​ຊົງ​ເປັນ​ຜົນ​ແຣກ ຕໍ່​ມາ​ກໍ​ແມ່ນ​ຄົນ​ທັງ​ປວງ​ທີ່​ເປັນ​ຢູ່​ຝ່າຍ​ພຣະ​ຄຣິດ​ໃນ​ເວ​ລາ​ພຣະ​ອົງ​ສະ​ເດັດ​ມາ​ປາ​ກົດ 24 ຕໍ່​ຈາກ​ນັ້ນ​ຈະ​ເປັນ​ຄາວ​ສຸດ​ທ້າຍ ຄື​ເມື່ອ​ພຣະ​ອົງ​ຈະ​ຊົງ​ຍົກ​ເລີກ​ການ​ປົກ​ຄອງ ກັບ​ທັງ​ອາ​ນຸ​ພາບ​ແລະ​ອຳ​ນາດ​ທຸກໆ​ຢ່າງ​ເສັຽ ແລ້ວ​ຈະ​ຊົງ​ມອບ​ຣາ​ຊ​ອາ​ນາ​ຈັກ​ໄວ້​ແກ່​ພຣະ​ເຈົ້າ​ຄື​ພຣະ​ບິ​ດາ 25 ເພາະ​ວ່າ​ຈຳ​ເປັນ​ພຣະ​ອົງ​ຈະ​ຊົງ​ສ​ເວີຍ​ຣາ​ຊ​ຢູ່​ກ່ອນ ຈົນ​ກວ່າ​ພຣະ​ເຈົ້າ​ຈະ​ຊົງ​ປາບ​ສັດ​ຕຣູ​ທັງ​ປວງ​ໃຫ້​ຢູ່​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ 26 ສັດ​ຕຣູ​ຕົວ​ສຸດ​ທ້າຍ​ທີ່​ຈະ​ຖືກ​ຊົງ​ຍົກ​ເລີກ​ເສັຽນັ້ນ​ແມ່ນ​ຄວາມ​ຕາຍ 27 ເຫດ​ວ່າ, “ພຣະ​ເຈົ້າ​ໄດ້​ຊົງ​ປາບ​ສິ່ງ​ສາ​ຣະ​ພັດ​ລົງ​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ​ແລ້ວ” ແຕ່​ເມື່ອ​ພຣະ​ຄັມ​ພີ​ກ່າວ​ວ່າ, “ຊົງ​ປາບ​ສິ່ງ​ສາ​ຣະ​ພັດ​ລົງ​ນັ້ນ” ກໍ​ປາ​ກົດ​ຄັກ​ແນ່​ວ່າ ເວັ້ນ​ເສັຽ​ແຕ່​ພຣະ​ຜູ້​ຊົງ​ປາບ​ສິ່ງ​ສາ​ຣະ​ພັດ​ລົງ​ຢູ່​ໃຕ້​ພຣະ​ອົງ 28 ແລະ​ເມື່ອ​ສິ່ງ​ສາ​ຣະ​ພັດ​ໄດ້​ຖືກ​ຊົງ​ປາບ​ລົງ​ຢູ່​ໃຕ້ພຣະ​ອົງ​ແລ້ວ ເມື່ອ​ນັ້ນ​ອົງ​ພຣະ​ບຸດ​ຈະ​ຊົງ​ຍອມ​ລົງ​ຢູ່​ໃຕ້​ພຣະ​ເຈົ້າ ຜູ້​ຊົງ​ປາບ​ສິ່ງສາ​ຣະ​ພັດ​ລົງ​ຢູ່​ໃຕ້​ພຣະ​ອົງ​ນັ້ນ ເພື່ອ​ພຣະ​ເຈົ້າ​ຈະ​ໄດ້​ຊົງ​ເປັນ​ເອກ​ເປັນ​ໃຫຍ່​ໃນ​ສິ່ງ​ສາ​ຣະ​ພັດ​ທັງ​ປວງ 29 ຖ້າ​ບໍ່​ເປັນ​ຢ່າງ​ນັ້ນ ຄົນ​ທັງ​ຫລາຍ​ທີ່​ຮັບ​ບັບ​ຕິ​ສະ​ມາ​ເພື່ອ​ຄົນ​ຕາຍ​ນັ້ນ​ຈະ​ຫມາຍ​ຄວາມ​ວ່າ​ຢ່າງ​ໃດ ຖ້າ​ພຣະ​ເຈົ້າ​ບໍ່​ຊົງ​ບັນ​ດານ​ໃຫ້​ຄົນ​ຕາຍ​ຄືນ​ຂຶ້ນ​ມາ​ແທ້ ດ້ວຍ​ເຫດ​ໃດ​ຈຶ່ງ​ມີ​ຄົນ​ຮັບ​ບັບ​ຕິ​ສະ​ມາ​ເພື່ອ​ຄົນ​ຕາຍ 30 ຝ່າຍ​ພວກ​ເຮົາ​ເຫດ​ສັນ​ໃດ​ເຮົາ​ຈຶ່ງ​ຕ້ອງ​ສ່ຽງ​ພັຍ​ອັນ​ຕະ​ຣາຍ​ຢູ່​ທຸກ​ເວ​ລາ 31 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຂໍ​ຢືນ​ຢັນ​ວ່າ​ເຮົາ​ກຳ​ລັງ​ຕາຍ​ຢູ່​ທຸກວັນ ທີ່​ເຮົາ​ເວົ້າ​ດັ່ງ​ນັ້ນ​ກໍ​ໂດຍ​ອ້າງ​ຄວາມ​ພາກ​ພູມ​ໃຈ ຊຶ່ງ​ເຮົາ​ມີ​ຢູ່​ໃນ​ເຈົ້າ​ທັງ​ຫລາຍ ໂດຍ​ພຣະ​ເຢ​ຊູ​ຄຣິດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 32 ຖ້າ​ເຮົາໄ​ດ້​ຕໍ່​ສູ້ກັບ​ສັດ​ຮ້າຍ​ທີ່​ເມືອງ​ເອ​ເຟ​ໂຊ (ຕາມ​ຄວາມ​ເຫັນ​ຂອງ​ມະ​ນຸດ) ຈະ​ເປັນ​ປ​ໂຍດ​ອັນ​ໃດ​ແກ່​ເຮົາ ຖ້າ​ພຣະ​ເຈົ້າ​ບໍ່​ຊົງ​ບັນ​ດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ອີກ “ກໍ​ໃຫ້​ເຮົາ​ພາ​ກັນ​ກິນ​ແລະ​ດື່ມ​ເທີນ ເພາະ​ວ່າ​ມື້​ອື່ນ​ເຮົາ​ກໍ​ຈະ​ຕາຍ” 33 ຢ່າ​ຊູ່​ຫລົງ​ຜິດ​ໄປ “ການ​ຄົບ​ກັບ​ຄົນ​ຊົ່ວ​ຍ່ອມ​ເສັຽນິ​ສັຍ” 34 ເຈົ້າ​ທັງ​ຫລາຍ​ຈົ່ງ​ກັບ​ຄືນ​ມາ​ສູ່​ນິ​ສັຍ​ອັນ​ເຫມາະ​ສົມ​ແລະ​ຢ່າ​ເຮັດ​ຜິດ​ອີກ ເພາະ​ວ່າ​ບາງ​ຄົນ​ຍັງ​ບໍ່​ຮູ້​ເຣື່ອງ​ພຣະ​ເຈົ້າ ທີ່​ເຮົາ​ເວົ້າ​ດັ່ງ​ນີ້​ກໍ​ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ລະ​ອາຍ

ຮ່າງ​ກາຍ​ທີ່​ເປັນ​ຄືນ​ມາ

35 ແຕ່​ບາງ​ຄົນ​ຈະ​ຖາມ​ວ່າ, “ຄົນ​ຕາຍ​ຈະ​ຄືນ​ມາ​ໄດ້​ຢ່າງ​ໃດ ເມື່ອ​ເຂົາ​ຄືນ​ມາ​ຈະ​ມີ​ຮ່າ​ງກາຍ​ເປັນ​ຢ່າງ​ໃດ” 36 ໂອ ຄົນ​ຜູ້​ໄຮ້​ຄວາມ​ຄຶດ​ເອີຍ, ເມັດ​ທີ່​ເຈົ້າ​ຫວ່ານ​ລົງ​ດິນ​ນັ້ນ ຖ້າ​ມັນ​ບໍ່​ຕາຍ​ເສັຽກ່ອນ ຈະ​ງອກ​ຂຶ້ນ​ໃຫມ່​ບໍ່​ໄດ້ 37 ເມັດ​ທີ່​ເຈົ້າ​ຫວ່ານ​ລົງ​ນັ້ນ ຈະ​ແມ່ນ​ເຂົ້າ​ບ​ເລ​ຫລື​ແນວ​ອື່ນໆ​ກໍ​ດີ ເຈົ້າ​ບໍ່​ໄດ້​ຫວ່ານ​ສິ່ງ​ທີ່​ເປັນ​ຮູບ​ຮ່າງ​ຂອງ​ຕົ້ນ​ທີ່​ຈະ​ງອກ​ຂຶ້ນ​ມາ​ນັ້ນ ແຕ່​ໄດ້​ຫວ່ານ​ເມັດ​ເທົ່າ​ນັ້ນ 38 ພຣະ​ເຈົ້າ​ຊົງປະ​ທານ​ຕົ້​ນໃຫ້​ແກ່​ເມັດ​ນັ້ນ​ຕາມທີ່​ພຣະ​ອົງຊົງ​ເຫັນ​ຊອບ ແລະ​ຊົງ​ປະ​ທານ​ແກ່​ຜັກ​ທຸກ​ຊະ​ນິດ​ໃຫ້​ມີ​ກົກ​ມີ​ຕົ້ນ​ຂອງ​ມັນ​ເອງ 39 (ເນື້ອ​ນັ້ນ​ບໍ່​ເຫມືອນ​ກັນ​ຫມົດ​ທຸກ​ຢ່າງ ເນື້ອ​ມະ​ນຸດ​ກໍ​ຢ່າງ​ນຶ່ງ ເນື້ອ​ສັດ​ສີ່​ຕີນ​ກໍ​ຢ່າງ​ນຶ່ງ ເນື້ອ​ນົກ​ກໍ​ຢ່າງ​ນຶ່ງ ເນື້ອ​ປາ​ກໍ​ຢ່າງ​ນຶ່ງ 40 ຮ່າງ​ກາຍ​ສຳ​ລັບ​ສວັນ​ກໍ​ມີ ແລະ​ຮ່າງ​ກາຍ​ສຳ​ລັບ​ແຜ່ນ​ດິນ​ໂລກ​ກໍ​ມີ ແຕ່​ວ່າ​ສະ​ງ່າ​ຣາ​ສີ​ຂອງ​ຮ່າງ​ກາຍສຳ​ລັບ​ສວັນ​ກໍ​ຢ່າງ​ນຶ່ງ ແລະ​ສະ​ງ່າ​ຣາ​ສີ​ຂອງ​ຮ່າງ​ກາຍ​ສຳ​ລັບ​ໂລກ​ກໍ​ຢ່າງ​ນຶ່ງ 41 ສະ​ງ່າ​ຣາ​ສີ​ຂອງດວງ​ອາ​ທິດ​ກໍ​ຢ່າງ​ນຶ່ງ ສະ​ງ່າຣາ​ສີ​ຂອງດວງ​ຈັນ​ກໍ​ຢ່າງ​ນຶ່ງ ສະ​ງ່າ​ຣາ​ສີ​ຂອງດວງ​ດາວ​ກໍ​ຢ່າງ​ນຶ່ງ ແຕ່​ທີ່​ຈິງ​ສະ​ງ່າ​ຣາ​ສີ​ຂອງດວງ​ດາວ​ນຶ່ງ ກໍ​ຕ່າງ​ກັນ​ກັບ​ສະ​ງ່າ​ຣາ​ສີຂອງດວງ​ດາວດວງ​ອື່ນໆ) 42 ສ່ວນ​ການ​ເປັນ​ຄືນ​ມາ​ຂອງ​ຄົນ​ຕາຍ​ກໍ​ເຫມືອນ​ດັ່ງ​ນັ້ນ​ແຫລະ, ຄື​ສິ່ງ​ທີ່ຫວ່ານ​ລົງ​ກໍ​ເປື່ອຍ​ເນົ່າ​ໄປ ແຕ່​ສິ່ງ​ທີ່​ເປັນ​ຄືນ​ມາ​ກໍບໍ່​ຮູ້​ເປື່ອຍ​ເນົ່າ 43 ເມື່ອ​ຫວ່ານ​ລົງ​ນັ້ນ​ບໍ່​ມີ​ຍົດ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ມີ​ສະ​ງ່າ​ຣາ​ສີ ເມື່ອ​ຫວ່ານ​ລົງ​ກໍ​ອ່ອນ​ກຳ​ລັງ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ມີ​ຣິດ​ອຳ​ນາດ 44 ເມື່ອ​ຫວ່ານ​ລົງ​ກໍ​ເປັນ​ກາຍ​ທຳ​ມະ​ດາ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ເປັນ​ກາຍ​ຝ່າຍ​ວິນ​ຍານ ຖ້າ​ມີ​ກາຍ​ທຳ​ມະ​ດາ​ກໍ​ຄົງ​ມີ​ກາຍ​ຝ່າຍ​ວິນ​ຍານ​ດ້ວຍ 45 ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ມະ​ນຸດ​ຄົນ​ເດີມ​ຄື​ອາ​ດາມ​ນັ້ນ​ໄດ້​ບັງ​ເກີດ​ເປັນ​ຜູ້​ມີ​ຊີ​ວິດ​ຢູ່” ອາ​ດາມ​ຜູ້​ສຸດ​ທ້າຍ​ຄື​ພຣະ​ວິນ​ຍານ​ຜູ້​ປະ​ທານ​ຊີ​ວິດ 46 ແຕ່​ກາຍ​ທີ່​ເກີດ​ມາ​ກ່ອນ​ນັ້ນ ບໍ່​ໃຊ່​ເປັນ​ກາຍ​ຝ່າຍ​ວິນ​ຍານ ແຕ່​ເປັນ​ກາຍ​ທຳ​ມະ​ດາ​ແລະ​ຕໍ່​ມາ​ຈິງ​ເກີດ​ມີ​ກາຍ​ຝ່າ​ຍ​ວິນ​ຍານ 47 ມະ​ນຸດ​ເດີມ​ນັ້ນ​ເກີດມາ​ຈາກ​ດິນຈຶ່ງ​ເປັນ​ຂີ້​ຝຸ່ນ​ດິນ ມະ​ນຸດ​ຖ້ວນ​ສອງ​ສະ​ເດັດ​ມາ​ຈາກ​ສວັນ 48 ຜູ້​ທີ່​ເກີດ​ມາ​ຈາກ​ດິນ​​ເປັນ​ຢ່າງ​ໃດ ຄົນ​ທັງ​ຫລາຍ​ທີ່​ເກີດ​ມາ​ຈາກ​ດິນ​ກໍ​ເປັນຢ່າງ​ນັ້ນ ແລະ​ຜູ້​ທີ່​ສະ​ເດັດ​ມາ​ຈາກ​ສວັນ​ເປັນ​ຢ່າງ​ໃດ ຄົນ​ທັງ​ຫລາຍ​ທີ່​ເປັນ​ຝ່າຍ​ສວັນ​ກໍ​ເປັນຢ່າງ​ນັ້ນ 49 ເຮົາ​ທັງ​ຫລາຍ​ມີ​ລັກ​ສະນະ​ສົມ​ກັບ​ມະ​ນຸດ​ທີ່​ເກີດ​ມາ​ຈາກ​ດິນ​ສັນ​ໃດ ພວກ​ເຮົາ​ກໍ​ຄົງ​ຈະ​ມີ​ລັ​ກ​ສະນະ​ສົມ​ກັບ​ຜູ້​ສະ​ເດັດ​ມາ​ຈາກ​ສວັນ​ສັນ​ນັ້ນ 50 ພີ່​ນ້ອງ​ທັງ​ຫລາ​ຍເອີຍ, ເຮົາ​ກ່າວ​ດັ່ງ​ນີ້​ຫມາຍ​ຄວາມ​ວ່າ ມະ​ນຸດ​ທຳ​ມະ​ດາ​ຈະ​ມີ​ສ່ວນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າບໍ່​ໄດ້ ແລະ​ສິ່ງ​ທີ່​ເປື່ອຍ​ເນົ່າ​ຈະ​ມີ​ສ່ວນ​ໃນ​ສິ່ງ​ທີ່​ບໍ່​ເປື່ອຍ​ເນົ່າ​ກໍ​ບໍ່​ໄດ້ 51 ນີ້​ແຫລະ, ເຮົາ​ມີ​ຂໍ້​ລັ​ບ​ເ​ລິກບອກ​ພວກ​ເຈົ້າ​ວ່າ ເຮົາ​ທັງ​ຫລາຍ​ຈະ​ບໍ່​ລ່ວງ​ຫລັບ​ໄປ​ຫມົດ​ທຸກ​ຄົນ ແຕ່​ເຮົາ​ທັງ​ຫລາຍຈະ​ຖືກ​ຊົງ​ປ່ຽນ​ແປງ​ໃຫມ່​ຫມົດ​ທຸກ​ຄົນ 52 ໃນ​ຊົ່ວ​ຂ​ນະ​ດຽວ ໃນ​ພັບ​ຕາ​ດຽວ ເມື່ອ​ເປົ່າ​ແກ​ຄັ້​ງ​ສຸດ​ທ້າຍ​ນັ້ນ ດ້ວ​ຍວ່າ​ຈະ​ມີ​ສຽງ​ແກ ແລະ​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ໂດຍ​ບໍ່​ເປື່ອຍ​ເນົ່າ ແລະ​ຝ່າຍ​ພວກ​ເຮົາ​ກໍ​ຈະ​ຖືກຊົງ​ປ່ຽນ​ແປງ​ໃຫມ່ 53 ເພາະ​ວ່າ​ກາຍ​ທີ່​ເປື່ອຍ​ເນົ່າ​ນີ້​ຕ້ອງ​ສວມ​ກາຍ​ທີ່​ບໍ່ຮູ້​ຈັກ​ເປື່ອຍ​ເນົ່າ ແລະ​ກາຍ​ທີ່​ຕາຍ​ເປັນ​ນີ້​ຕ້ອງ​ສວມ​ກາຍ​ທີ່​ຕາຍ​ບໍ່​ເປັນ 54 ແລະ​ເມື່ອ​ໃດ​ກາຍ​ທີ່​ຮູ້​ຈັກ​ເປື່ອຍ​ເນົ່າ​ນີ້​ຈະ​ໄດ້​ສວມ​ກາຍ​ທີ່​ບໍ່​ຮູ້​ຈັກ​ເປື່ອຍ​ເນົ່າ ແລະ​ກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ໄດ້​ສວມ​ກາຍ​ທີ່​ຕາຍ​ບໍ່​ເປັນ ເມື່ອ​ນັ້ນ​ແຫລະ, ຄວາມ​ທີ່​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ນັ້ນ​ຈະ​ສຳ​ເຣັດ ຄື​ວ່າ, “ຄວາມ​ຕາຍ​ໄດ້​ຕົກ​ເຖິງ​ປະ​ຣາ​ຊັຍ​ແລ້ວ” 55 ໂອ ຄວາມ​ຕາຍ​ເຮີຍ, ຊັຍ​ຊະ​ນະ​ຂອງ​ມຶ​ງຢູ່​ໃສ ໂອ​ຄວາມ​ຕາຍ​ເຮີຍ, ໄລ​ພິດ​ຂອງ​ມຶງ​ຢູ່​ໃສ” 56 ໄລ​ພິດ​ຂອງ​ຄວາມ​ຕາຍ​ຄື​ຄວາມ​ບາບ ແລະ​ຣິດ​ອຳ​ນາດ​ຂອງ​ຄວາມ​ບາບ​ຄື​ພຣະ​ບັນ​ຍັດ 57 ແຕ່​ວ່າ​ຈົ່ງ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຜູ້​ຊົງ​ປະ​ທານ​ຊັຍ​ຊະ​ນະ​ແກ່​ເຮົາ​ທັງ​ຫລາຍ ດ້ວຍ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ 58 ດັ່ງ​ນີ້​ແຫລະ, ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຈົ້າ​ທັງ​ຫລາຍ​ຈົ່ງ​ຕັ້ງ​ຫມັ້ນ​ຢູ່ ຢ່າ​ຫວັ່ນ​ໄຫວ ຈົ່ງ​ປະ​ຕິ​ບັດ​ງານ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ບໍ​ຣິ​ບູນ​ທຸກ​ເວ​ລາ ດ້ວຍ​ຮູ້​ວ່າ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ການ​ຂອງ​ພວກ​ເຈົ້ານັ້ນ​ຈະ​ບໍ່​ໄຮ້​ປ​ໂຍດ

1 ໂກຣິນໂທ 16

ການ​ຄິດ​ສະ​ເລັ່ຽ​ຂອງ​ທານ​ຊ່ອຍ​ເຫລືອ​ໄພ່​ພົນ

1 ອັນ​ນຶ່ງ, ກ່ຽວ​ກັບ​ເຣື່ອງ​ການ​ຮິບ​ໂຮມ​ຂອງ​ທານ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ນັ້ນ ເຮົາ​ໄດ້​ສັ່ງ​ຄຣິ​ສ​ຕະ​ຈັກ​ທັງ​ຫລາຍ​ທີ່​ແຂວງ​ຄາ​ລາ​ເຕັຽຢ່າງ​ໃດ ພວກ​ເຈົ້າ​ຈົ່ງ​ເຮັດ​ເຫມືອນ​ຢ່າງ​ນັ້ນ​ດ້ວຍ 2 ຄື​ທຸກວັນ​ຕົນ​ສັ​ປ​ດາພວກ​ເຈົ້າ​ທຸກ​ຄົນ​ຈົ່ງ​ຄິດ​ສະ​ເລັ່ຽບາງ​ສ່ວນ​ຈາກ​ຣາຍ​ໄດ້​ຂອງ​ຕົນ​ໄດ້ ເພື່ອ​ຈະ​ບໍ່​ມີ​ການ​ແຜ່​ເກັບ​ເອົາ​ເມື່ອ​ເວ​ລາ​ເຮົາ​ມາ​ນັ້ນ 3 ເມື່ອ​ເຮົາ​ມາ​ເຖິງແລ້ວ​ພວກ​ເຈົ້າ​ເຫັນ​ຊອບ​ຈະ​ເລືອກ​ຜູ້​ໃດ ເຮົາ​ຈະ​ໃຊ້​ຜູ້​ນັ້ນ​ຖື​ຈົດ​ຫມາຍ​ແລະ​ຂອງ​ທານ​ຂອງ​ເຈົ້າ​ທັງ​ຫລາຍ​ໄປ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ 4 ຖ້າ​ເຫັນ​ຄວນ​ໃຫ້​ເຮົາ​ໄປ​ເອງ ຄົນ​ເຫລົ່າ​ນັ້ນ​ກໍ​ຈະ​ໄປ​ນຳ​ເຮົາ 5 ເວ​ລາ​ໃດເຮົາ​ຜ່ານ​ແຂວງ​ມາ​ເກ​ໂດ​ເນັຽ​ແລ້ວ​ ເຮົາ​ຈະ​ມາ​ຫາເຈົ້າ​ທັງ​ຫລາຍ ດ້ວຍ​ວ່າ​ເຮົາ​ຈະ​ມາ​ທາງ​ແຂວງ​ນັ້ນ 6 ແລະ​ເຮົາ​ອາດ​ຈະ​ພັກ​ຢູ່​ນຳ​ພວກ​ເຈົ້າ​ເຫິງ​ເຕີບ ບາງ​ທີ​ຈົນ​ຫມົດ​ຣະ​ດູ​ຫນາວ​ກໍ​ເປັນ​ໄດ້ ແລ້ວ​ຈະໄປ​ທາງ​ໃດ​ພວກ​ເຈົ້າ​ຈະ​ຊ່ອຍ​ຈັດ​ສົ່ງ​ເຮົາ​ໄປ​ທາງ​ນັ້ນ 7 ເພາະ​ວ່າເຮົາບໍ່​ຢາກຈະ​ພົບ​ພວກ​ເຈົ້າ​ພຽງ​ແຕ່​ເມື່ອ​ຜ່ານ​ໄປ​ເທົ່າ​ນັ້ນ ແຕ່​ເຮົາ​ຫວັງ​ໃຈ​ວ່າ ຖ້າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ເຮົາ​ຈະ​ຄ້າງຢູ່​ກັບ​ເຈົ້າ​ທັງ​ຫລາຍເຫິງ​ຫນ້ອຍ​ນຶ່ງ 8 ແຕ່​ເຮົາ​ຈະ​ພັກຢູ່​ໃນ​ເມືອງ​ເອ​ເຟ​ໂຊ​ຈົນເຖິງ​ເທ​ສ​ການ​ເພັນ​ເຕ​ຄອ​ສ 9 ເພາະ​ວ່າ​ທີ່​ນີ້​ມີ​ປະ​ຕູ​ໄຂ​ໃຫ້​ເຮົາ​ຢ່າງກວ້າງ​ຂວາງ​ຫນ້າ​ຈະ​ເກີດ​ຜົນ ທັງ​ຄົນ​ຂັດ​ຂ​ວາງ​ກໍ​ມີ​ຈຳ​ນວນ​ຫລວງ​ຫລາຍ​ດ້ວຍ 10 ຖ້າ​ວ່າ​ຕີໂມ​ທຽວ​ມາ​ຫາ​ພວກ​ເຈົ້າ ພວກ​ເຈົ້າ​ຈົ່ງ​ເອົາ​ໃຈ​ໃສ່​ໃຫ້​ທ່ານ​ໄດ້​ຢູ່​ກັບ​ເຈົ້າ​ໂດຍ​ຄວາມ​ສະ​ບາຍ​ໃຈ ເພາະ​ວ່າ​ທ່ານ​ເຮັດ​ການ​ຂອງ​ອົງ​ພຣະ​ຜູ້ເປັນ​ເຈົ້າ​ເຫມືອນ​ກັບ​ເຮົາ 11 ດ້ວຍ​ເຫດ​ນັ້ນ​ຢ່າ​ໃຫ້​ຜູ້​ໃດ​ດູຫມິ່ນ​ທ່ານ ແຕ່​ຈົ່ງ​ນຳ​ສົ່ງ​ທ່ານ​ໄປ​ດ້ວຍ​ຄວາມ​ສຸກ ເພື່ອ​ທ່ານ​ຈະ​ກັບ​ມາ​ເຖິງ​ເຮົາ ເພາະ​ເຮົາ​ຄອງ​ຖ້າ​ທ່ານ​ພ້ອມ​ດ້ວຍ​ພວກ​ ພີ່​ນ້ອງ 12 ສ່ວ​ນ​ອາ​ໂປ​ໂລ​ພີ່​ນ້ອງຂອງ​ພວກ​ເຮົາ​ນັ້ນ, ເຮົາ​ໄດ້​ເຕືອນ​ໃຈ​ທ່ານ​ຫລາຍ​ເທື່ອ​ແລ້ວ ເພື່ອ​ໃຫ້​ໄປ​ຫາ​ເຈົ້າ​ທັງ​ຫລາຍ​ພ້ອມ​ດ້ວຍ​ພວກ​ພີ່​ນ້ອງ ແຕ່​ດຽວ​ນີ້​ທ່ານ​ຍັງບໍ່​ເຕັມ​ໃຈ​ຈະ​ໄປ ເມື່ອ​ໃດ​ມີ​ໂອ​ກາດ​ທ່ານ​ຈຶ່ງ​ຈະ​ໄປ

ຄຳ​ຕັກ​ເຕືອນ​ສຸດ​ທ້າຍ​ແລະ​ຄຳ​ສະ​ແດງ​ຄວາມ​ນັບ​ຖື

13 ເຈົ້າ​ທັງ​ຫລາຍຈົ່ງ​ລະ​ວັງ​ໃຫ້​ດີ ຈົ່ງ​ຍຶດ​ຫມັ້ນ​ໃນ​ຄວາມ​ເຊື່ອ ຈົ່ງ​ສະ​ແດງ​ຕົວ​ເປັນ​ຜູ້​ແກ່​ແລ້ວ ຈົ່ງ​ເຂັ້ມ​ແຂງ​ຂຶ້ນ 14 ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຄວາມ​ຣັກ 15 ເຈົ້າ​ທັງ​ຫລາຍ​ຮູ້​ຈັກ​ຄອບ​ຄົວ​ຂອງ​ຊະ​ເຕ​ຟາ​ນາ​ວ່າ ເຂົາ​ເປັນ​ຄ​ຣິ​ສະ​ຕຽນ​ພວກ​ແຣກ​ໃນ​ແຂວງ​ອະ​ຂາ​ຢາ ແລະ​ພວກ​ເຂົາ​ໄດ້​ຖວາຍ​ຕົວ​ໄວ້​ໃນ​ການ​ປະ​ຕິ​ບັດ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ພີ່​ນ້ອງ​ເອີຍ, ເຮົາ​ເຕືອນ​ສະ​ຕິ 16 ໃຫ້​ເຈົ້າ​ທັງ​ຫລາຍ​ຢູ່​ໃຕ້​ບັງ​ຄັບ​ຄົນ​ຢ່າງ​ນັ້ນ ແລະ​ຄົນ​ທັງ​ປວງ​ທີ່​ຮ່ວມ​ໃນ​ງານຫນັກ​ຫນ່ວງ​ນັ້ນ 17 ອັນ​ນຶ່ງ, ທີ່​ຊະ​ເຕ​ຟາ​ນາ​ແລະ​ຟໍ​ຕູ​ນາ​ໂຕ​ກັບ​ອະ​ຂາ​ອີ​ໂກ​ໄດ້​ມາ​ແລ້ວ​ນັ້ນ ເຮົາ​ກໍ​ຍິນ​ດີ ເພາະ​ວ່າ​ສິ່ງ​ທີ່​ເຮົາ​ຂາດ​ເຂີນ​ເພາະ​ພວກ​ເຈົ້າ​ບໍ່​ຢູ່​ນັ້ນ ເຂົາ​ໄດ້​ເຮັດ​ໃຫ້​ຄົບ​ຖ້ວນ​ແທນ​ແລ້ວ 18 ເພາະ​ເຂົາ​ໄດ້​ເຣັດ​ໃຫ້​ໃຈ​ຂອງ​ເຮົາ​ກັບ​ໃຈ​ຂອງ​ພວກ​ເຈົ້າ​ເບີກ​ບານ ດ້ວຍ​ເຫດ​ນັ້ນ, ເຈົ້າ​ຈົ່ງ​ຮັບ​ຮູ້​ຄຸນ​ຄ່າຂອງ​ຄົນຢ່າງ​ນັ້ນ 19 ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ​ໃນ​ແຂວງ​ອາ​ເຊັຽ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ ອາ​ກີ​ລາ​ແລະ​ປີ​ຊະ​ກີ​ລາ​ພ້ອມ​ກັບ​ຄ​ຣິສ​ຕະ​ຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຂົາ​ນັ້ນ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຍັງ​ພວກ​ເຈົ້າ​ຢ່າງ​ເຕັມ​ທີ 20 ພີ່​ນ້ອງ​ທຸ​ກ​ຄົນ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ພວກ​ເຈົ້າ ໃຫ້​ເຈົ້າ​ທັງ​ຫລາຍ​ທັກ​ທາຍ​ປາ​ສັຍ​ກັນ​ດ້ວຍ​ທັມ​ນຽມ​ຈູບ​ອັນ​ບໍ​ຣິສຸດ 21 ຄຳ​ສະ​ແດງ​ຄວາມ​ຄຶດ​ເຖິງ​ນີ້​ເປັນ​ລາຍ​ມື​ຂອງ​ເຮົາ​ຄື​ໂປໂລ 22 ຖ້າ​ຜູ້​ໃດ​ບໍ່​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໃຫ້​ຜູ້​ນັ້ນ​ຖືກ​ປ້ອຍ​ດ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ຈະ​ສະ​ເດັດ​ມາ 23 ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ເຈົ້າ ຈົ່ງ​ສະ​ຖິດ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ 24 ຄວາມ​ຮັກ​ຂອງ​ເຮົາ​ມີ​ຢູ່​ຕໍ່​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ເຢ​ຊູ​ຄຣິດ

2 ໂກຣິນໂທ 1

1 ໂປ​ໂລ ຜູ້​ເປັນ​ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ແລະ​ຕີ​ໂມ​ທຽວ​ພີ່​ນ້ອງຂອງ​ເຮົາເຖິງ ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ເມືອງ​ໂກ​ຣິນ​ໂທ ກັບ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ​ທີ່​ຢູ່​ທົ່ວ​ແຂວງ​ອະ​ຂາ​ຢາ 2 ຂໍ​ຂອບ​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ທີ່ມາ​ຈາກ​ພຣະບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຈົ່ງ​ມີ​ແກ່​ເຈົ້າ​ທັງ​ຫລາຍ​ເທີນໂປ​ໂລ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ເຈົ້າ

ໂປໂລໂມທະນາພຣະຄຸນພຣະເຈົ້າ

3 ຈົ່ງ​ສັຣ​ເສີນ​ພຣະ​ເຈົ້າ​ຄື​ພຣະ​ບິ​ດາ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຄື​ພຣະ​ບິ​ດາ​ຜູ້​ຊົງ​ຄວາມ​ເມດ​ຕາ ແລະ​ພຣະ​ເຈົ້າ​ຜູ້ຊົງ​ເລົ້າ​ໂລມ​ໃຈ​ທຸກຢ່າງ 4 ພຣະ​ອົງ​ຊົງ​ເລົ້າ​ໂລມ​ໃຈ​ເຮົາ​ໃນ​ການ​ທຸກ​ລຳ​ບາກທຸກ​ຢ່າງ​ຂອງ​ເຮົາ ເພື່ອ​ເຮົາ​ຈະ​ສາ​ມາດ​ໄດ້​ເລົ້າ​ໂລມ​ໃຈ​ຄົນ​ເຫລົ່າ​ນັ້ນ ທີ່​ມີ​ຄວາມ​ທຸກ​ລຳ​ບາກ​ຢ່າງ​ໃດ​ຢ່າງ​ນຶ່ງ ດ້ວຍ​ຄວາມ​ເລົ້າ​ໂລມ​ໃຈ​ທີ່​ເຮົາ​ເອງ​ໄດ້​ຣັບ​ມາ​ຈາກ​ພຣະ​ເຈົ້າ 5 ເພາະ​ວ່າ​ເຮົາ​ມີ​ສ່ວນ​ທົນ​ທຸກ​ກັບ​ພຣະ​ຄຣິດ​ຫລາຍ​ເຫລືອ​ລົ້ນ​ສັນ​ໃດ ຄວາມ​ເລົ້າ​ໂລມ​ໃຈ​ຂອງ​ເຮົາ​ເນື່ອງ​ຈາກ​ພຣະ​ຄຣິດ​ກໍ​ຫລາຍ​ເຫລືອ​ລົ້ນ​ສັນ​ນັ້ນ 6 ທີ່​ເຮົາ​ທົນ​ຄວາມ​ທຸກ​ລຳ​ບາກ​ນັ້ນ ກໍ​ເພື່ອ​ໃຫ້​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ຄວາມ​ເລົ້າ​ໂລມ​ໃຈ​ແລະ​ຄວາມ​ພົ້ນ ແລະ​ທີ່​ເຮົາ​ໄດ້​ຮັບ​ຄວາມ​ເລົ້າ​ໂລມ​ໃຈ​ທີ່​ຈະ​ໃຫ້​ເຈົ້າ​ທັງ​ຫລາຍ​ພຽນ​ສູ້​ທົນ​ເອົາ​ຄວາມ​ທຸກ ເຫມືອນ​ຢ່າງ​ເຮົາ​ສູ້ທົນ​ຢູ່​ນັ້ນ 7 ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ແນ່ນອນ​ໃຈ​ໃນ​ເຈົ້າ​ທັງ​ຫລາຍ ເພາະ​ເຮົາ​ຮູ້​ວ່າ​ພວກ​ເຈົ້າ​ໄດ້​ມີ​ສ່ວນ​ໃນ​ຄວາມ​ທຸກ​ສັນ​ໃດ ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ມີ​ສ່ວນ​ໃນ​ຄວາມ​ເລົ້າ​ໂລມ​ໃຈ​ຂອງ​ເຮົາ​ສັນ​ນັ້ນ 8 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ເຖິງ​ຄວາມ​ທຸກ​ລຳ​ບາກ​ທີ່​ເກີດ​ຂຶ້ນ​ແກ່​ເຮົາ​ໃນ​ແຂວງ​ອາ​ເຊັຽ ຊຶ່ງ​ເຮັດ​ໃຫ້​ເຮົາ​ຫນັ​ກ​ໃຈ​ເຫລືອ​ກຳ​ລັງ ຈົນ​ເຮົາ​ຫມົດ​ຫວັງ​ທີ່​ຈະ​ເອົາ​ຊີ​ວິດ​ພົ້ນ​ໄດ້ 9 ທີ່​ຈິງ, ເຮົາ​ຄາດ​ວ່າ​ເຮົາ​ໄດ້​ຖືກ​ໂທດ​ປະ​ຫານ​ຊີ​ວິດ​ແລ້ວ ແຕ່​ທີ່​ເປັ​ນ​ດັ່ງ​ນັ້ນ ກໍ​ເພື່ອ​ບໍ່​ໃຫ້​ເຮົາ​ໄວ້​ໃຈ​ໃນ​ຕົນ​ເອງ ແຕ່​ໃຫ້​ໄວ້​ໃຈ​ໃນ​ພຣະ​ເຈົ້າ​ຜູ້​ຊົງ​ບັນ​ດານ​ໃຫ້​ຄົນ​ທັງ​ປວງ​ຄືນ​ມາ​ຈາກ​ຕາຍ 10 ພຣະ​ອົງ​ນັ້ນ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ມໍ​ຣະ​ນະ​ພັຍ ແລະ​ຈະ​ຊົງ​ໂຜດ​ເຮົາ​ອີກ ເຮົາ​ໄວ້​ໃຈ​ໃນ​ພຣະ​ອົງ​ວ່າ​ຍັງ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ອີກ​ຕໍ່​ໄປ 11 ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ຮ່ວມ​ກັນ​ຊ່ອຍ​ໃນ​ການ​ອ້ອນວອນ​ສຳ​ລັບ​ເຮົາ​ດ້ວຍ ເພື່ອ​ວ່າ​ຄົນ​ຈຳ​ນວນ​ຫລາຍ​ຈະ​ໄດ້​ຂອບ​ພຣະ​ຄຸນຍ້ອນ​ເຮົາ ເນື່ອງ​ຈາກ​ພຣະ​ຄຸນ​ທີ່​ຊົງ​ປະ​ທານ​ແກ່​ເຮົາ ອັນ​ເປັນ​ການ​ຊົງ​ຕອບ​ສນອງ​ຕໍ່​ຄຳ​ອ້ອນວອນ​ຂອງ​ຄົນ​ຈຳ​ນວນ​ຫລາຍ

ເຣື່ອງ​ການ​ເລື່ອນ​ແວ່​ຢາມ​ຂອງ​ໂປ​ໂ​ລ

12 ນີ້​ເປັນ​ສິ່ງເຮົາ​ອວດ​ອ້າງ​ໄດ້ ຄື​ວ່າ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຮົາ​ເປັນ​ພຍານ​ວ່າ​ເຮົາ​ໄດ້​ສະ​ແດງ​ຕົວ​ຢ່າງ​ແຈ່ມ​ແຈ້ງ​ແກ່​ໂລກ ແລະ​ຫ​ລາຍກວ່າ​ນັ້ນ​ກໍ​ຄື​ສະ​ແດງ​ຕໍ່​ຫນ້າ​ເຈົ້າ​ທັງ​ຫລາຍ ດ້ວຍ​ນ້ຳ​ໃຈ​ບໍ​ຣິ​ສຸດ​ແລະ​ດ້ວຍ​ຄວາມ​ຈິງ​ໃຈ​ທີ່ມາ​ຈາກ​ພຣະ​ເຈົ້າ ແລະ​ບໍ່​ໃຊ່​ຕາມ​ປັນ​ຍາ​ຂອງ​ໂລກ ແຕ່​ຕາມ​ພຣະ​ຄຸນ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ 13 ເຫດ​ວ່າ​ເຮົາບໍ່​ໄດ້​ຂຽນ​ເຣື່ອງ​ອື່ນ​ເຖິງ​ເຈົ້າ​ທັງ​ຫລາຍ ນອກ​ຈາກ​ເຣື່ອງ​ທີ່​ພວກ​ເຈົ້າ​ສາ​ມາດ​ອ່ານ​ແລະ​ເຂົ້າ​ໃຈ​ໄດ້ ເຮົາ​ຫວັງ​ໃຈ​ວ່າ​ພວກ​ເຈົ້າ​ຄົງ​ຈະ​ເຂົ້າ​ໃຈ​ຢ່າງ​ຖ້ວນ​ຖີ່ 14 ເຫມືອນ​ດັ່ງ​ພວກ​ເຈົ້າ​ໄດ້​ເຂົ້າ​ໃຈ​ບາງ​ສ່ວນ​ແລ້ວ​ວ່າ ໃນ​ວັນຂອງ​ພຣະ​ເຢ​ຊູເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ພວກ​ເຈົ້າ​ຈະ​ມີ​ຄວາມ​ພາກ​ພູ​ມ​ໃຈ​ໃນ​ພວກ​ເຮົາ ຢ່າງ​ດຽວ​ກັບ​ກັບ​ທີ່​ເຮົາ​ຈະ​ມີ​ຄວາມ​ພາກ​ພູ​ມ​ໃຈ​ໃນ​ເຈົ້າ​ທັງ​ຫລາຍ 15 ເພາະ​ຮູ້​ສຶກ​ແນ່​ໃຈ​ໃນ​ເຣື່ອງ​ນີ້ ແຕ່​ຫົວ​ທີ​ເຮົາ​ຢາກ​ໄປ​ຫາ​ເຈົ້າ​ທັງ​ຫລາຍ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ປ​ໂຍດ​ສອງ​ເທື່ອ 16 ຄື​ເຮົາ​ຫມາຍ​ໃຈ​ຈະ​ແວ່ຢາມ​ພວກ​ເຈົ້າ​ລະ​ຫວ່າງ​ທີ່​ເດີນ​ທາງ​ໄປ​ຍັງ​ແຂວງ​ມາ​ເກ​ໂດ​ເນັຽ ແລະ​ເມື່ອ​ເຮົາ​ກັບ​ມາ​ຈາກ​ແຂວງ​ມາ​ເກ​ໂດ​ເນັຽ ກໍ​ຈະ​ແວ່​ຢ້ຽມ​ຢາມ​ພວກ​ເຈົ້າ​ອີກ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຈັດ​ສົ່ງ​ໄປ​ເຖິງ​ແຂວງ​ຢູ​ດາຍ 17 ເມື່ອ​ເຮົາ​ຫມາຍ​ໃຈ​ແລ້ວ​ທີ່​ຈະ​ເຣັດ​ຢ່າງ​ນັ້ນ ເຮົາ​ໄດ້​ປິ້ນ​ແປ່​ໄປ​ມາ​ຫລື ຫລື​ວ່າ​ຄວາມ​ຫມາຍ​ໃຈ​ຂອງ​ເຮົາ​ເປັນ​ມາ​ຢ່າງ​ມະ​ນຸດ​ທຳ​ມະ​ດາ ຈົນ​ເຮົາ​ພ້ອມ​ທີ່​ຈະ​ກ່າວ​ວ່າ “ເອີ ໆ” “ບໍ່ ໆ” ດັ່ງ​ນັ້ນ​ຫລື 18 ພຣະ​ເຈົ້າ​ຊົງ​ສັດ​ຊື່​ທ່ຽງ​ທັມ​ສັນ​ໃດ ຂໍ້​ຄວາມ​ຂອງ​ເຮົາ​ທີ່​ກ່າວ​ກັບ​ເຈົ້າ​ທັງ​ຫລາຍ​ນັ້ນ​ຈຶ່ງ​ບໍ່​ເປັນ​ຄຳ “ເອີ ໆ” ບໍ່ ໆ” 19 ເພາະ​ວ່າ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຄື ພຣະ​ເຢຊູ​ຄຣິດ ຜູ້​​ຊຶ່ງ​ເຮົາກັບຊີ​ລາ​ວານ ແລະ​ຕີ​ໂມ​ທຽວ​ໄດ້​ປະ​ກາດ​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ນັ້ນ ກໍ​ບໍ່​ໃຊ່​ເປັນ​ຄຳ “ຈິງ” ແລະ “ບໍ່​ຈິງ” ແຕ່​ໃນ​ພຣະ​ອົງ​ນັນ​ລ້​ວນ​ແລ້ວ​ແຕ່​ຄຳ​ຈິງ 20 ບັນ​ດາ​ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກໍ​ຈິງ​ໂດຍ​ພຣະ​ເຢ​ຊູ ເພາະ​ເຫດ​ສັນ​ນີ້​ເຮົາ​ຈຶ່ງ​ເວົ້າ​ວ່າ “ອາ​ແມນ” ໂດຍ​ພຣະ​ອົງ ເພື່ອ​ເປັນ​ທີ່​ຖວາຍພຣະ​ກຽດ​ແກ່​ພຣະ​ເຈົ້າ 21 ຜູ້​ຊຶ່ງ​ຊົງ​ຕັ້ງ​ພວກ​ເຮົາ​ກັບ​ເຈົ້າ​ທັງ​ຫລາຍ​ໄວ້​ໃນ​ພຣະ​ຄຣິດ ແລະ​ໄດ້​ຊົງ​ຫົດ​ສົງ​ຕັ້ງ​ພວກ​ເຮົາ​ໄວ້​ນັ້ນ​ກໍ​ຄື​ພຣະ​ເຈົ້າ 22 ພຣະ​ອົງ​ໄດ້​ຊົງ​ປະ​ທັບ​ຕາ​ໃສ່​ພວກ​ເຮົາ ແລະ​ຊົງ​ປະ​ທານ​ພຣະ​ວິນ​ຍານ​ໄວ້​ໃນ​ໃຈ​ຂອງ​ພວກ​ເຮົາ​ເປັ​ນ​ມັດ​ຈຳ​ດ້ວຍ 23 ຝ່າຍ​ເຮົາ​ຈຶ່ງ​ທູນ​ຂໍ​ພຣະ​ເຈົ້າ​ຊົງ​ເປັນ​ພຍານ​ຝ່າຍ​ຈິດ​ໃຈ​ຂອງ​ເຮົາ​ວ່າ ທີ່​ເຮົາ​ຍັງ​ບໍ່​ໄດ້​ໄປ​ເຖິງ​ເມືອງ​ໂກ​ຣິນ​ໂທນັ້ນ​ກໍ​ເພື່ອ​ຈະ​ງົດ​ໂທດ​ຂອງ​ເຈົ້າ​ທັງ​ຫລາຍ​ໄວ້​ກ່ອນ 24 ບໍ່​ໃຊ່​ວ່າ​ເຮົາ​ເປັນ​ນາຍ​ບັງ​ຄັບ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ ເພາະ​ວ່າ​ພວກ​ເຈົ້າ​ຢືນ​ຫມັ້ນ​ຢູ່​ໃນ​ຄວາມ​ເຊື່ອ​ແລ້ວ ແຕ່​ວ່າ​ເຮົາ​ເປັນ​ຜູ້​ຮ່ວມ​ງານ​ເພື່ອ​ເຈົ້າ​ຈະ​ຮັບ​ຄວາມ​ຊົມ​ຊື່ນ​ຍິນ​ດີ

2 ໂກຣິນໂທ 2

1 ເຮົາ​ໄດ້​ຕັ້ງ​ໃຈ​ດັ່ງ​ນີ້​ວ່າ​ຈະ​ບໍ່​ມາ​ຫາ​ພວກ​ເຈົ້າ​ອີກ​ເມື່ອ​ມີ​ຄວາມ​ທຸ​ກ​ໂສກ​ຢູ່ 2 ເພາະ​ຖ້າ​ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ທຸກ​ໂສກ ແມ່ນ​ໃຜ​ຈະ​ເຣັດ​ໃຫ້​ເຮົາ​ມີ​ຄວາມ​ຍິນ​ດີ ກໍ​ຄື​ຜູ້​ທີ່​ເຮົາ​ເຮັດ​ໃຫ້​ມີ​ຄວາມ​ທຸກ​ໂສກ​ນັ້ນ​ແຫລະ 3 ແລະ​ເຮົາ​ໄດ້​ຂຽ​ນ​ຂໍ້​ຄວາມ​ນັ້ນ ເພື່ອ​ວ່າ​ເມື່ອ​ເຮົາ​ມາ, ເຮົາ​ຈະ​ບໍ່​ໄດ້​ຄວາມ​ທຸກ​ໂສກ​ຈາກ​ຄົນ​ເຫລົ່າ​ນັ້ນ ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ ເຮົາ​ໄວ້​ໃຈ​ໃນ​ພວກ​ເຈົ້າ​ວ່າ ຄວາມ​ຍິນ​ດີ​ຂອງ​ເຮົາ​ກໍ​ເປັນ​ຄວາມ​ຍິນ​ດີ​ຂອງ​ເຈົ້າ​ທັງ​ປວງ​ດ້ວຍ 4 ເນື່ອງ​ດ້ວຍ​ຄວາມ​ທຸກ​ລຳ​ບາກ​ແລະ​ຄວາມ​ທຸກ​ຮ້ອນ​ໃຈ​ຫລາຍ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຍັງ​ເຈົ້າ​ທັງ​ຫລາຍນັ້ນ​ດ້ວຍ​ນ້ຳ​ຕາ​ໄຫລ ບໍ່​ໃຊ່​ເພື່ອ​ຈະ​ໃຫ້​ພວກ​ເຈົ້າ​ເປັນ​ທຸກ​ໂສກ ແຕ່​ເພື່ອ​ຈະ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ຈັກ​ຄວາມ​ຮັກ​ອັນ​ລົ້ນ​ເຫລືອ​ທີ່​ເຮົາ​ມີ​ຕໍ່​ພວກ​ເຈົ້າ​ນັ້ນ

ການ​ໃຫ້​ອະ​ພັຍ​ແກ່​ຜູ້​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ທຸກ​ໂສກ

5 ຖ້າຜູ້​ໃດ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ເກີດ​ຄວາມ​ທຸກ​ໂສກ ຜູ້​ນັ້ນ​ກໍບໍ່​ໄດ້​ເຮັດ​ໃຫ້​ເຮົາ​ເປັນ​ທຸກ​ໂສກ​ແຕ່​ຜູ້​ດຽວ ແຕ່​ໄດ້​ເຮັດ​ໃຫ້​ບາງ​ຄົນ​ໃນ​ພວກ​ເຈົ້າ​ເປັນ​ທຸກ​ໂສກ​ດ້ວຍ (ທີ່​ວ່າບາງ​ຄົນ​ນັ້ນ​ກໍ​ຄື​ເຮົາ​ບໍ່​ຢາກ​ເວົ້າ​ໃສ່​ຜູ້​ນັ້ນ​ຈົນ​ເກີນ​ໄປ) 6 ທີ່​ຄົນ​ສ່ວນ​ຫລາຍ​ໄດ້​ລົງ​ໂທດ​ໃສ່​ຄົນ​ຢ່າງ​ນັ້ນ​ກໍ​ພໍ​ສົມ​ຄວນ​ແລ້ວ 7 ສັນ​ນັ້ນ​ເຈົ້າ​ທັງ​ຫລາຍ​ຄວນ​ຈະ​ຍົກ​ໂທດ​ໃຫ້​ຜູ້​ນັ້ນ ແລະ​ໃຫ້​ທ່ານ​ໄດ້​ຮັບ​ຄວາມ​ບັນ​ເທົາ​ທຸກ​ກໍ​ດີກວ່າ ຢ້ານ​ວ່າ​ຄົນ​ນັ້ນ​ຈະ​ຈົມ​ລົງ​ໃນ​ຄວາມ​ທຸກ​ໂສກ​ອັນ​ເຫ​ລືອ​ລົ້ນ 8 ດັ່ງ​ນັ້ນ​ເຮົາ​ວອນ​ຂໍ​ພວກ​ເຈົ້າ​ໃຫ້​ສະ​ແດງ​ຄວາມ​ຮັກ​ຢ່າງ​ຄັກ​ແນ່​ຕໍ່​ຄົນ​ນັ້ນ​ອີກ 9 ນີ້​ຄື​ເຫດ​ທີ່​ເຮົາ​ໄດ້​ຂຽນ​ເຖິງ​ເຈົ້າທັງ​ຫລາຍ ເພື່ອ​ຫວັງ​ຈະ​ລອງ​ເບິ່ງ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ຍອມ​ເຊື່ອ​ຟັງ​ທຸກ​ສິ່ງ​ທຸກ​ປະ​ການ​ຫລື​ບໍ່ 10 ຖ້າ​ພວກ​ເຈົ້າ​ຈະ​ຍົກ​ໂທດ​ໃຫ້​ຜູ້​ໃດ ເຮົາ​ກໍ​ຈະ​ຍົກ​ໂທດ​ໃຫ້​ຜູ້​ນັ້ນ​ເຫມືອນ​ກັນ ຖ້າ​ເຮົາ​ໄດ້​ຍົກ​ໂທດ​ຂອງ​ຜູ້ໃດ​ແລ້ວ ເຮົາ​ໄດ້​ຍົກ​ໂທດ​ຂອງ​ຜູ້​ນັ້ນ​ເພາະ​ເຫັນ​ແກ່​ເຈົ້າ​ທັງ​ຫລາຍ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຄຣິດ 11 ເພື່ອ​ບໍ່​ໃຫ້​ຊາຕານ​ມີ​ຊັຍ​ເຫນືອ​ພວກ​ເຮົາ ເພາະ​ເຮົາ​ຮູ້​ແຜນ​ການ​ຂອງ​ມັນ​ແລ້ວ

ຄວາມ​ກະ​ວົນ​ກະ​ວາຍ​ຂອງ​ໂປ​ໂລ​ທີ່​ເມືອງ​ໂທອາດ

12 ເມື່ອ​ເຮົາ​ໄປ​ເຖິງ​ເມືອງ​ໂທ​ອາດ ເພື່ອ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໄຂ​ຊ່ອງ​ທາງ​ໃຫ້​ແກ່​ເຮົາ 13 ເຖິງ​ປານ​ນັ້ນ​ເຮົາ​ກໍ​ບໍ່​ມີ​ຄວາມ​ສະ​ບາຍ​ໃຈ ເພາະ​ບໍ່​ໄດ້​ພົບ​ຕີ​ໂຕ​ນ້ອງ​ຂອງ​ເຮົາ​ທີ່​ນັ້ນ ເຮົາ​ຈຶ່ງ​ໄດ້​ລາ​ພວກ​ນັ້ນ​ເດີນ​ທາງ​ໄປ​ຍັງ​ແຂວງ​ມາ​ເກ​ໂດ​ເນັຽ 14 ແຕ່​ຈົ່ງ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ຜູ້​ຊົງ​ໂຜດ​ນຳ​ເຮົາ​ທຸກ​ເວ​ລາ​ຕໍ່​ໄປ​ຕາມ​ກະ​ບວນ ຝ່າຍ​ຄວາມ​ຊັຍ​ຊະ​ນະ​ໂດຍ​ພຣະ​ຄຣິດ ແລະ​ຊົງ​ໂຜດ​ປະ​ທານ​ກິ່ນ​ຫອມ​ຂອງ​ຄວາມ​ຮູ້​ຈັກ​ພຣະ​ອົງ​ໃຫ້​ປາ​ກົດ​ດ້ວຍ​ເຮົາ​ໃນ​ທຸກ​ບ່ອນ 15 ດ້ວ​ຍວ່າ​ເຮົາ​ທັງ​ຫລາຍ​ເປັນ​ກິ່ນ​ອັນ​ຫອມ​ຫວານ​ທີ່​ພຣະ​ຄຣິດ​ຖວາຍ​ແກ່​ພຣະ​ເຈົ້າ ໃນ​ຖ້າມກາງ​ຄົນ​ທັງ​ຫລາຍ​ທີ່​ກຳ​ລັງ​ຊົງ​ໂຜດ​ໃຫ້​ພົ້ນ ແລະ​ໃນ​ຖ້າມ​ກາງ​ຄົນ​ທັງ​ຫລາຍ​ທີ່​ກຳ​ລັງ​ຈິບ​ຫາຍ​ດ້ວຍ 16 ຝ່າຍ​ນຶ່ງ​ເປັນ​ກິ່ນ​ຂອງ​ຄວາມ​ຕາ​ຍຊຶ່ງ​ຈະ​ນຳ​ໄປ​ສູ່​ຄວາມ​ຕາຍ ຝ່າຍ​ນຶ່ງ​ອີກ​ເປັນ​ກິ່ນ​ຫອມ​ຂອງ​ຊີ​ວິດ​ຊຶ່ງ​ນຳ​ໄປ​ສູ່​ຊີ​ວິດ ໃຜ​ຫນໍ​ຈະ​ພໍ​ສົມ​ກັບ​ສິ່ງ​ທັງ​ຫລາຍ​ນີ້ 17 ດ້ວ​ຍວ່າ​ເຮົາ​ບໍ່​ເຫມືອນ​ຫລາຍ​ຄົນ ທີ່​ເອົາ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ມາ​ປອມ​ແປງ​ແລະ​ຂາຍ​ກິນ ແຕ່​ເນື່ອງ​ດ້ວຍ​ເຮົາ​ໄດ້​ຮັບ​ໃຊ້​ມາ​ຈາກ​ພຣະ​ເຈົ້າ ເຮົາ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ສັດ​ຊື່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ເຫມືອນ​ຢ່າງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຄຣິດ

2 ໂກຣິນໂທ 3

ຜູ້​ຮັບ​ໃຊ້​ພຣະ​ສັນ​ຍາ​ໃຫມ່

1 ເຮົາ​ກຳ​ລັງ​ຈະ​ຍ້ອງ​ຍໍ​ຕົວ​ເຮົາ​ເອງ​ຫລື ຫລື​ວ່າ​ເຮົາ​ຕ້ອງ​ການ​ຫນັງ​ສື​ແນະ​ນຳ​ຕົວ​ມາ​ໃຫ້​ແກ່​ພວກ​ເຈົ້າ​ເຫມືອ​ນ່​ຢາງ​ບາງ​ຄົນ​ຫລື ເຮົາ​ຕ້ອງ​ການ​ຫນັງ​ສື​ນຳ​ຕົວ​ຈາກ​ພວກ​ເຈົ້າ​ຫລື 2 ແມ່ນ​ເຈົ້າ​ທັງ​ຫລາຍ​ນັ້ນ​ແຫລະ, ເປັ​ນ​ຫນັງ​ສື​ຂອງ​ເຮົາ​ທີ່​ຈາ​ຣຶກ​ໄວ້​ໃນ​ຫົວ​ໃຈ​ຂອງ​ເຮົາ​ໃຫ້​ຄົນ​ທັງ​ປວງ​ໄດ້​ຮູ້​ແລະ​ໄດ້​ອ່ານ 3 ເຈົ້າ​ທັງ​ຫລາຍ​ປາ​ກົດ​ອອກ​ເປັນ​ຫນັງ​ສື​ທີ່​ມາ​ຈາກ​ພຣະ​ຄຣິດ ທີ່​ເຮົາ​ເປັນ​ຜູ້​ສົ່ງ​ໂດຍ​ບໍ່​ໄດ້​ຊົງຂຽນ​ດ້ວຍ​ນ້ຳ​ມຶກ​ແຕ່​ຊົງ​ຂຽນ​ດ້ວຍ​ພຣະ​ວິ​ນ​ຍານ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ແລະບໍ່​ໄດ້​ຂຽນ​ໄວ້​ທີ່​ແຜ່ນ​ຫີນ​ແຕ່​ຊົງ​ຂຽນ​ໃສ່​ແຜ່ນ​ເນື້ອ​ທີ່​ເປັນ​ຫົວ​ໃຈ 4 ເຮົາ​ມີ​ຄວາມ​ໄວ້​ໃຈ​ໃນ​ພຣະ​ເຈົ້າ​ໂດຍ​ພຣະ​ຄຣິດ​ຢ່າງ​ນັ້ນ 5 ບໍ່​ໃຊ່​ເຮົາ​ຈະ​ຄຶດ​ຖື​ວ່າ ສິ່ງ​ນຶ່ງ​ສິ່ງ​ໃດ​ໄດ້​ເກີດ​ຈາກ​ຄວາມ​ສາ​ມາດ​ຂອງ​ເຮົາ​ເອງ ແຕ່​ຄວາມ​ສາ​ມາດ​ຂອງ​ເຮົາ​ມາ​ຈາກ​ພຣະ​ເຈົ້າ 6 ຄື​ຜູ້​ຊົງ​ໂຜດ​ປະ​ທານ​ໃຫ້​ເຮົາ​ສາ​ມາດ​ທີ່​ຈະ​ເປັນ​ຜູ້​ຮັບ​ໃຊ້​ຝ່າຍ​ພຣະ​ສັນ​ຍາ​ໃຫມ່ ຊຶ່ງບໍ່​ໄດ້​ປະ​ກອບ​ດ້ວຍ​ຕົວ​ອັກ​ສອນ ແຕ່​ປະ​ກອບ​ດ້ວຍ​ພຣະ​ວິນ​ຍານ ດ້ວຍ​ຕົວ​ອັກ​ສອນ​ນັນ​ປະ​ຫານ​ໃຫ້​ຕາຍ ແຕ່​ສ່ວນ​ພຣະ​ວິນ​ຍານ​ນັ້ນ​ຊົງ​ປະ​ທານ​ໃຫ້​ມີ​ຊີ​ວິດ 7 ແຕ່​ຖ້າ​ການ​ປະ​ຕິ​ບັດ​ທີ່​ນໍາ​ໄປ​ເຖິງ​ຄວາມ​ຕາຍ ຄື​ການ​ປະ​ຕິ​ບັດ​ຕາມ​ຕົວ​ອັກ​ສອນ​ຊຶ່ງ​ຊົງ​ຈາ​ຣຶກ​ໄວ້ທີ່​ແຜ່ນ​ຫີນ​ນັ້ນ​ຍັງ​ມາ​ດ້ວຍ​ຣັສ​ມີ ເຖິງ​ແມ່ນ​ວ່າ​ເປັນຣັ​ສ​ມີ​ທີ່​ຈາງ​ຫາຍ​ໄປ ກໍ​ຍັງ​ເຮັດ​ໃຫ້​ພວກ​ອິ​ສ​ຣາ​ເອນ​ເບິ່ງ​ຫນ້າ​ຂອງ​ໂມ​ເຊ​ບໍ່​ໄດ້ 8 ດັ່ງ​ນັ້ນ​ການ​ທີ່​ປະ​ຕິ​ບັດ​ຕາມ​ພຣະ​ວິນ​ຍານ ຈະ​ບໍ່ມີ​ຣັ​ສ​ມີ​ຫລາຍກວ່າ​ນັ້ນ​ອີກ​ຫລື 9 ເພາະ​ວ່າ​ຖ້າ​ການ​ປະ​ຕິ​ບັດ​ຊຶ່ງ​ໃຫ້​ມີ​ການ​ພິ​ພາກ​ສາ​ລົງ​ໂທດ​ຍັງ​ມີ​ຣັ​ສ​ມີ ການ​ປະ​ຕິ​ບັດ​ສຳ​ລັບ​ໃຫ້​ມີ​ຄວາມຊອບ​ທັມ​ກໍ​ຈະ​ມີ​ຣັສ​ມີ​ລື່ນກວ່າ​ນັ້ນ​ອີກ 10 ຫມາຍ​ຄວາມ​ວ່າ ຣັສ​ມີ​ທີ່​ຊົງ​ປະ​ທານ​ໃຫ້​ນັ້ນ​ກໍ​ອັບ​ແສງ​ໄປ​ແລ້ວ ເພາະ​ຖືກ​ຣັ​ສ​ມີ​ອັນຮຸ່ງ​ເຮືອງກວ່າ​ໄດ້​ສ່ອງ​ແສງ​ຂົ່ມ​ໄວ້ 11 ດ້ວຍ​ວ່າ​ຖ້າສິ່ງ​ທີ່​ໄດ້​ຈາງ​ໄປ​ຍັງ​ມີ​ຣັ​ສ​ມີ​ພຽງ​ນັ້ນ ສິ່ງ​ທີ່​ຕັ້ງ​ຢູ່​ຖາ​ວອນ​ຄົງ​ມີ​ຣັ​ສ​ມີ​ຫລາຍກວ່າ​ນັ້ນ​ອີກ 12 ເຫດ​ສັນ​ນັ້ນ​ເມື່ອ​ເຮົາ​ມີ​ຄວາມ​ຫວັງ​ຢ່າງ​ນັ້ນ​ແລ້ວ ເຮົາ​ກໍ​ມີ​ໃຈ​ກ້າ​ຫລາຍ​ຂຶ້ນ ບໍ່​ໃຊ່​ເຫມືອນ​ດັ່ງ​ໂມ​ເຊ​ທີ່​ເອົາ​ຜ້າ​ປົກ​ຫນ້າ​ໄວ້ 13 ເພື່ອບໍ່​ໃຫ້​ພວກ​ອິ​ສ​ຣາ​ເອນ​ເຫັນ​ອະ​ວະ​ສານ​ຂອງ​ສິ່ງ​ທີ່​ກຳ​ລັງ​ຊົງ​ຍົກ​ເລີກ​ເສັຽ 14 ແຕ່​ຈິ​ດ​ໃຈ​ຂອງ​ເຂົາ​ປຶກ​ຕັນ​ໄປ ເພາະ​ວ່າ​ຈົນ​ເຖິງ​ທຸກວັນ​ນີ້ ເມື່​ອ​ເຂົາ​ອ່ານ​ພຣະ​ສັນ​ຍາ​ເດີມ ຜ້າ​ປົກ​ຫນ້າ​ຢ່າງ​ດຽວ​ນັ້ນ​ຍັງ​ຄົງ​ຢູ່​ບໍ່​ໄດ້​ເປີດ​ອອກ ເພາະ​ຜ້າ​ຜືນ​ນັ້ນ​ຖືກ​ຊົງ​ເປີດ​ອອກ​ກໍ​ໂດຍ​ພຣະ​ຄຣິດ​ເທົ່າ​ນັ້ນ 15 ແຕ່​ວ່າ​ຕ​ລອ​ດ​ມາ​ເຖິງ​ທຸກວັນ​ນີ້ ເມື່ອ​ໃດ​ເຂົາ​ອ່ານ​ພຣະ​ທັມ​ໂມ​ເຊ​ກໍ​ມີ​ຜ້າ​ປົກ​ປິດ​ໃຈ​ຂອງ​ເຂົາ​ຢູ່ 16 “ແຕ່​ວ່າ​ເມື່ອ​ໃດ​ທ່ານ​ຫລົບ​ເຂົ້າ​ໄປ​ເຝົ້າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜ້າ​ປົກ​ນັ້ນ​ຈຶ່ງ​ຍົກ​ອອກ​ເສັຽ” 17 ຄຳ​ວ່າ “ອົງ​ພຣະ​ຜູ້ເປັນ​ເຈົ້າ” ນັ້ນ​ຫມາຍ​ເຖິງ​ພຣະ​ວິນ​ຍານ​ແລະ​ພຣະ​ວິນ​ຍານ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ທີ່​ໃດ ເສ​ຣີ​ພາບ​ກໍ​ມີ​ຢູ່​ທີ່​ນັ້ນ 18 ແຕ່​ເຮົາ​ທັງ​ຫລາຍ​ບໍ່​ມີ​ຜ້າ​ປົກ​ຫນ້າ​ແລ້ວ ຕົວ​ພວກ​ເຮົາ​ຈຶ່ງ​ສະ​ທ້ອນ​ແສງ​ແຫ່ງ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ສະ​ງ່າ​ຣາ​ສີ​ທີ່​ມາ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ເປັນ​ພຣະ​ວິ​ນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງ​ຫລາຍ​ປ່ຽນ​ມີ​ລັກ​ສະ​ນະ​ເຫມືອນ​ພຣະ​ອົງ ໂດຍ​ມີ​ສະ​ງ່າ​ຣາ​ສີ​ເປັນ​ລຳ​ດັບ​ຂຶ້ນ​ໄປ

2 ໂກຣິນໂທ 4

ຂອງ​ທີ່​ມີ​ຄ່າ​ໃນ​ພາ​ຊນະ​ດິນ

1 ເພາະ​ເຫດ​ທີ່​ເຮົາ​ໄດ້​ຮັບ​ໃຊ້​ໃນ​ກາ​ນບົວ​ລະ​ບັດ​ນີ້​ໂດຍ​ໄດ້​ຮັບ​ພຣະ​ກະ​ຣຸ​ນາ ເຮົາ​ຈຶ່ງບໍ່​ທໍ້​ຖອຍ 2 ເຮົາ​ໄດ້​ປະ​ຖິ້ມ​ການ​ບັງ​ລັບ​ອັນ​ເປັນ​ທີ່​ຫນ້າ​ອັບ​ອາຍ​ນັ້ນ ເຮົາ​ບໍ່​ໄດ້​ເຮັດ​ກົນ​ອຸ​ບາຍ ແລະ​ບໍ່​ໄດ້​ປອມ​ແປງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ແຕ່​ວ່າ​ໄດ້​ສະ​ແດງ​ຄວາມ​ສັດ​ຈິງ​ໃຫ້​ປາ​ກົດ​ແຈ້ງ ເຮົາ​ກໍ​ພ​ຍາຍາມ​ເຮັດ​ໃຫ້​ຕົວ​ເປັນ​ທີ່​ຊອບ​ແກ່​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ຄົນ​ທັງ​ປວງ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 3 ແຕ່​ຖ້າ​ຂ່າວ​ປະ​ເສີດ​ທີ່​ເຮົາ​ປະ​ກາດ​ນັນ​ຖືກ​ປົກ​ບັງ​ໄວ້ ກໍ​ປົກ​ບັງ​ຈຳ​ພວກ​ຄົນ​ທັງ​ຫລາຍ​ທີ່​ກຳ​ລັງ​ຈິບ​ຫາຍ​ໄປ 4 ສ່ວ​ນ​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ເຊື່ອ ພຣະ​ຂອງ​ສະ​ໄຫມ​ນີ້​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ເຂົາ​ມືດ​ໄປ ເພື່ອ​ບໍ່​ໃຫ້​ເຂົາ​ໄດ້​ເຫັນ​ແສງ​ສວ່າງ​ຂອງ​ຂ່າ​ວ​ປະ​ເສີດ​ເຣື່ອງ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ຄຣິດ ຜູ້​ຊົງ​ມີ​ລັກ​ສະ​ນະ​ຢ່າງ​ພຣະ​ເຈົ້າ 5 ເຮົາ​ບໍ່​ໄດ້​ປະ​ກາດ​ຕົວ​ເຮົາ​ເອງ ແຕ່​ໄດ້​ປະ​ກາດ​ພຣະ​ຄຣິດ​ຄື​ພຣະ​ເຢ​ຊູ​ວ່າ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ປະ​ກາດ​ຕົວ​ເຮົາ​ເອງວ່າ​ເປັນ​ຜູ້​ຮັບ​ໃຊ້ ຂອງ​ເຈົ້າ​ທັງ​ຫລາຍ​ເພາະ​ເຫັນ​ແກ່​ພຣະ​ເຢ​ຊູ 6 ດ້ວ​ຍວ່າ​ພຣະ​ເຈົ້າ​ອົງ​ນັ້ນ​ຜູ້​ໄດ້​ຊົງກ່າວ​ໄວ້​ວ່າ “ຄວາມ​ສວ່າງ​ຈະ​ສ່ອງ​ອອກ​ມາ​ຈາກ​ຄວາມ​ມືດ” ໄດ້​ຊົງ​ສ່ອງ​ສວ່າງ​ເຂົ້າ​ໃນ​ໃຈ​ຂອງ​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ມີ​ຄວາມ​ສວ່າງ​ແຫ່ງ​ຄວາມ​ຮູ້​ເຖິງ​ພຣະ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ເຈົ້າ ຊຶ່ງ​ປາ​ກົດ​ແຈ້ງ​ໃນ​ພຣະ​ພັກ​ຂອງ​ພຣະ​ຄຣິດ 7 ແຕ່​ວ່າຂອງ​ມີ​ຄ່າ​ນີ້​ເຮົາ​ມີ​ໃນ​ພາ​ຊ​ນະ​ດິນ ເພື່ອ​ໃຫ້​ເຫັ​ນ​ວ່າ​ຣິດ​ເດດ​ອັນ​ເລີດປະ​ເສີດ​ນັ້ນ​ຈະ​ເປັນ​ຂອງ​ພຣະ​ເຈົ້າ ບໍ່​ໃຊ່​ເປັນ​ຂອງ​ເຮົາ​ເອງ 8 ເຮົາ​ຖືກ​ຄວາມ​ທຸກ​ລຳ​ບາກ​ອ້ອມ​ຂ້າງ ແຕ່​ບໍ່​ເຖິງ​ອັ​ຕ​ຄັດ ເຮົາ​ຈົ​ນ​ປັນ​ຍາ ແຕ່​ຍັງ​ບໍ່​ຫມົດ​ຫົນ​ທາງ​ອອກ 9 ເຮົາ​ຖືກ​ສັດ​ຕຣູ​ໄລ່ ແຕ່​ກໍ​ບໍ່​ເຖິງ​ຕົກ​ໃນ​ເງື້ອມ​ມື​ເຂົາ ເຮົາ​ຖືກ​ຕີ​ລົ້ມ​ແລ້ວ ແຕ່​ວ່າ​ບໍ່ເຖິງ​ຕາຍ 10 ຕົວ​ຂອງ​ເຮົາ​ຍອມ​ຢູ່​ໃກ້​ກັບ​ຄວາມ​ຕາຍ​ເຫມືອນ​ຢ່າງ​ພຣະ​ເຢ​ຊູ​ຢູ່​ສເມີ ເພື່ອ​ຊີ​ວິດ​ຂອງ​ພຣະ​ເຢ​ຊູ​ຈະ​ໄດ້​ປາ​ກົດ​ໃນ​ຕົວ​ເຮົາ​ດ້ວຍ 11 ເພາະ​ວ່າ​ເຮົາທີ່​ມີ​ຊີ​ວິດຢູ່ນັ້ນ ກໍ​ຕ້ອງ​ຖືກມອບ​ໄວ້​ແກ່​ຄວາມ​ຕາຍ​ຢູ່​ສເມີ​ເພາະ​ເຫັນ​ແກ່​ພຣະ​ເຢ​ຊູ ເພື່ອ​ຊີ​ວິດ​ຂອງ​ພຣະ​ອົງ​ຈະ​ໄດ້​ປາ​ກົດ​ໃນ​ເນື້​ອກາຍ​ອັນ​ຕາຍ​ເປັນ​ຂອງ​ເຮົາ​ເຫມືອນ​ກັນ 12 ດັ່ງ​ນັ້ນ​ຄວາມຕາຍ​ຈິງ​ກຳ​ລັງ​ສະ​ແດງ​ຣິດ​ຢູ່​ໃນ​ພວກ​ເຮົາ ແຕ່​ຊີ​ວິດ​ກຳ​ລັງ​ສະ​ແດງ​ຣິດ​ຢູ່​ໃນ​ພວກ​ເຈົ້າ 13 ເຮົາ​ມີ​ໃຈ​ເຊື່ອ​ຢ່າງ​ດຽວ​ກັນ​ກັບ​ຜູ້​ທີ່​ຂຽ​ນ​ໄວ້​ແລ້ວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ເຊື່ອ ເພາະ​ສັນ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ກ່າວ​ໄວ້” ເຮົາ​ກໍ​ເຊື່ອ​ເຫມືອນ​ກັນ ເພາະ​ສັນ​ນັ້ນ​ເຮົາ​ຈຶ່ງ​ກ່າວ​ໄວ້ 14 ເຮົາ​ຮູ້​ວ່າ​ພຣະ​ອົງ​ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ເຈົ້າ​ຄືນ​ພຣະ​ຊົນ ກໍ​ຈະ​ຊົງ​ບັນ​ດານ​ໃຫ້​ເຮົາ​ຄືນ​ຂຶ້ນ​ມາ​ກັບ​ພຣະ​ເຢ​ຊູ​ເຫມືອນ​ກັນ ແລະ​ຈະ​ຊົງ​ນຳ​ພາ​ເຮົາ​ເຂົ້າ​ມາ​ເຝົ້າ​ພ້ອມ​ກັນ​ກັບ​ເຈົ້າ​ທັ​ງ​ຫລາຍ 15 ເພາະ​ວ່າ​ສິ່ງ​ສາ​ຣະ​ພັດ​ນັ້ນ​ເປັນ​ໄປ​ເພື່ອ​ປໂຍດ​ຂອງ​ເຈົ້າ​ທັງ​ຫລາຍ ເພື່ອ​ວ່າ​ເມື່ອ​ພຣະ​ຄຸນ​ມາ​ເຖິງ​ຄົນ​ເປັນ​ຈຳ​ນວນ​ຫລ​ວງ​ຫລາຍ ກໍ​ຈະ​ມີ​ການ​ຂອບ​ພຣະ​ຄຸນ​ຫລາຍ​ຂຶ້ນ​ເຫມືອນ​ກັນ ຈຶ່ງ​ເປັນ​ການ​ຖວາຍ​ພຣະ​ກຽດ​ແກ່​ພຣະ​ເຈົ້າ

ການດໍາເນີນຊີວິດດ້ວຍອາສັຍຄວາມເຊື່ອ

16 ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ບໍ່​ທໍ້​ຖອຍ ເຖິງ​ແມ່ນ​ວ່າກາຍ​ພາຍນອກ​ຂອງ​ເຮົາ​ກຳ​ລັງ​ຊຸດ​ໂຊມ​ໄປ ແຕ່​ໃຈ​ພາຍ​ໃນ​ນັ້ນ​ກໍ​ຍັງ​ຈະ​ເຣີນ​ຂຶ້ນ​ໃຫມ່ທຸກໆ​ວັນ 17 ເຫດ​ວ່າ​ການ​ທຸກ​ລຳ​ບາກ​ອັນ​ເບົາ​ບາງ​ທີ່​ມີ​ຢູ່​ເປັນ​ຊົ່ວ​ຂ​ນະ​ນຶ່ງ​ນັ້ນ​ກໍ​ກຳ​ລັງ​ຈັດ​ໃຫ້​ເຮົາ​ມີ​ສະ​ງ່າ​ຣາ​ສີ​ຢ່າງ​ຖາ​ວອນ​ຫລາຍ ຫາ​ທີ່​ປຽບ​ບໍ່​ໄດ້ 18 ເພາະ​ວ່າ​ເຮົາ​ບໍ່​ໄດ້​ເຫັນ​ແກ່​ສິ່ງ​ທີ່​ຕາ​ເຫັນ​ຢູ່ ແຕ່​ເຫັນ​ແກ່​ສິ່ງ​ທີ່​ຕາ​ບໍ່​ເຫັນ ດ້ວ​ຍວ່າ​ສິ່ງ​ທີ່​ຕາ​ເຫັນ​ຢູ່​ນັ້ນ​ກໍ​ເປັນ​ຂອງ​ຊົ່ວ​ຄາວ ແຕ່​ສິ່ງ​ທີ່​ຕາ​ບໍ່​ເຫັນ​ນັ້ນ​ກໍ​ຖາ​ວອນ​ເປັນ​ນິດ

2 ໂກຣິນໂທ 5

1 ເພາະ​ເຮົາ​ຮູ້​ແລ້ວ​ວ່າ ຖ້າ​ວ່າ​ເຮືອນ​ຂອງ​ເຮົາ​ໃນ​ໂລກ​ນີ້​ຄື​ຮ່າງ​ກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສັຽ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາ​ໄສ​ຊຶ່ງ​ພຣະ​ເຈົ້າ​ຊົງ​ໂຜດ​ປະ​ທານ​ໃຫ້ ເປັນ​ບ່ອນ​ຢູ່​ທີ່​ບໍ່​ໄດ້​ສ້າງ​ດ້ວຍ​ມື​ມະ​ນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາ​ວອນ​ເປັນ​ນິດ​ໃນ​ສວັນ 2 ເພາະ​ວ່າ​ທີ່​ຈິງ ໃນ​ຮ່າງກາຍ​ນີ້​ເຮົາ​ຍັງ​ໂອ່ຍ​ອາ​ລັຍ​ຢູ່ ປາ​ຖ​ນາ​ຫາ​ຢ່າງ​ຮ້ອນ​ຮົນ​ຢາກ​ຫົ່ມ​ເອົາ​ທີ່​ຢູ່​ຂອງ​ເຮົາ​ອັນ​ມາ​ແຕ່​ສວັນ 3 ເພື່ອ​ວ່າ​ເມື່ອ​ເຮົາ​ຫົ່ມ​ແລ້ວ ເຮົາ​ຈະ​ບໍ່​ປາ​ກົດ​ເຫມືອນ​ປະ​ເປືອຍ 4 ເພາະ​ວ່າເຮົາ​ຜູ້​ອາ​ໄສ​ໃນ​ຮ່າງ​ກາຍ​ນີ້ ຈຶ່ງ​ໂອ່ຍ​ອາ​ລັຍ​ເປັນ​ທຸກ​ໃຈ​ຢ່າງ​ຫນັກ​ຫນ່ວງ ບໍ່​ໃຊ່​ປາ​ຖນາ​ຢາກ​ຢູ່​ຕົວ​ເປົ່າ ແຕ່​ປາ​ຖ​ນາ​ຢາກ​ຫົ່ມ​ກາຍ​ໃຫມ່​ນັ້ນ ເພື່ອ​ວ່າ​ຮ່າງ​ກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ໄດ້​ຖືກ​ຖ້ວມ​ລົ້ນ​ດ້ວຍ​ຊີ​ວິດ​ 5 ແຕ່​ແມ່ນ​ພຣະ​ເຈົ້າ​ຊົງ​ເປັນ​ຜູ້​ຈັດ​ແຈ່ງ​ເຮົາ​ໄວ້​ສຳ​ລັບ​ການ​ປ່ຽ​ນ​ແປງ​ນີ້ ແລະ​ພຣະ​ອົງ​ໄດ້​ຊົງ​ໂຜດ​ປະ​ທານ​ພຣະ​ວິນ​ຍານ​ເປັນ​ເຄື່ອ​ງມັດ​ຈຳ​ໄວ້​ກັບ​ເຮົາ 6 ດ້ວຍ​ເຫດ​ນັ້ນ​ເຮົາ​ຈຶ່ງ​ມີ​ໃຈ​ກ້າ​ຢູ່​ສເມີ ດ້ວຍ​ຮູ້​ວ່າ​ຂນະ​ເມື່ອ​ເຮົາ​ຢູ່​ໃນ​ເຮືອນ ຄື​ຮ່າງກາຍ​ນີ້ ເຮົາ​ກໍ​ຢູ່​ຫ່າງ​ຈາກ​ເຮືອນ ຊຶ່ງ​ຢູ່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 7 ດ້ວຍ​ວ່າ​ເຮົາ​ດຳ​ເນີນ​ໄປ​ຕາມ​ຄວາມ​ເຊື່ອ ບໍ່​ໃຊ່​ຕາມ​ທີ່​ຕາ​ເຫັນ 8 ເຮົາ​ມີ​ໃຈ​ກ້າ​ແລະ​ພໍ​ໃຈ​ທີ່​ຈະ​ອອກ​ຈາກ​ເຮືອນ ຄື​ຮ່າງ​ກາຍ​ນີ້​ໄປ​ຢູ່​ເຮືອນ​ກັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ດີກວ່າ 9 ເຫດ​ນັ້ນ​ເຮົາ​ຕັ້ງ​ເປົ້າ​ຫມາຍ​ຂອງ​ເຮົາ​ວ່າ ຖ້າ​ເຮົາ​ຢູ່​ໃນ​ເຮືອນ ຄື​ຮ່າງ​ກາຍ​ນີ້​ຫລືບໍ່​ຢູ່​ກໍ​ດີ ເຮົາ​ກໍ​ຈະ​ພ​ຍາ​ຍາມ​ເຮັດ​ໃຫ້​ເປັນ​ທີ່​ຊອ​ບ​ພຣະ​ທັຍ​ຂອງ​ພຣະ​ອົງ 10 ດ້ວຍ​ວ່າ​ຈຳ​ເປັນ​ທີ່​ເຮົາ​ທຸ​ກຄົນ​ຈະ​ຕ້ອງ​ປາ​ກົດ​ຕົວ​ຕໍ່​ຫນ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ ເພື່ອ​ທຸກ​ຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ການ​ທີ່​ຕົວ​ໄດ້​ເຮັດ​ໃນ​ຮ່າງ​ກາຍ​ນີ້ ແລ້ວ​ແຕ່​ຈະ​ດີ​ຫລື​ຊົ່ວ

ການຄືນດີກັນກັບພຣະເຈົ້າທາງພຣະຄຣິດ

11 ເພາະ​ເຫດ​ທີ່​ເຮົາ​ຮູ້​ຈັກ​ຄວາມ​ຢຳ​ເກງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ເຮົາ​ຈຶ່ງ​ຊັກ​ຊວນ​ຄົນ​ທັງ​ຫລາຍ ເຮົາ​ເປັນ່​ຢ່າງ​ໃດ​ພຣະ​ເຈົ້າ​ກໍ​ຊົງ​ຊາບຢູ່​ແລ້ວ ແລະ​ເຮົາ​ຫວັງ​ໃຈ​ວ່າ ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ພວກ​ເຈົ້າ​ຄົງຮູ້​ຈັກ​ເຮົາ​ເຫມືອນ​ກັນ 12 ນີ້​ບໍ່​ແມ່ນ​ເຮົາ​ຍ້ອງ​ຍໍ​ຕົວ​ເຮົາ​ເອງ​ຕໍ່​ເຈົ້າ​ທັງ​ຫລາຍ​ອີກ ແຕ່​ເຮົາ​ໃຫ້​ພວ​ກເຈົ້າ​ມີ​ໂອ​ກາດ​ທີ່​ຈະ​ນຳ​ເຮົາ​ອອກອວດ​ໄດ້ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ມີ​ຂໍ້​ໂຕ້​ຕອບ​ກັບ​ຄົນ​ທັງ​ຫລາຍ​ທີ່​ມັກ​ອວດ​ໃນ​ສິ່ງພາຍນອກ ບໍ່​ແມ່ນ​ໃນ​ສິ່ງ​ທີ່​ຢູ່​ໃນ​ໃຈ 13 ເພາະ​ວ່າ​ຖ້າ​ເຮົາ​ໄດ້​ເຣັດ​ຢ່າງ​ຄົນ​ເສັຽ​ຈິດ​ເຮົາ​ກໍ​ເຮັດ​ເພາະ​ເຫັນ​ແກ່​ພຣະ​ເຈົ້າ ຫລື​ຖ້າ​ເຮົາ​ເຮັດ​ຢ່າງ​ຄົນ​ປົກ​ກະ​ຕິ ກໍ​ເພາະ​ເຫັນ​ແກ່​ເຈົ້າ​ທັງ​ຫລາຍ 14 ດ້ວຍ​ວ່າ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ຊົງ​ບັງ​ຄັບ​ເຮົາ​ຢູ່ ເພາະ​ເຮົາ​ໄດ້​ຄຶດ​ເຫັນ​ຢ່າງ​ນີ້​ວ່າ ມີ​ຜູ້​ນຶ່ງ​ໄດ້​ຕາຍ​ແທນ​ຄົນ​ທັງ​ປວງ ເຫດ​ດັ່ງ​ນັ້ນ​ຄົນ​ທັງ​ປວງ​ນັ້ນ​ຈຶ່ງ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຕາຍ​ນັ້ນ 15 ແລະ​ພຣະ​ອົງ​ນັ້ນ​ໄດ້​ຊົງ​ວາຍ​ພຣະ​ຊົນ​ແທນ​ຄົນ​ທັງ​ປວງ ເພື່ອ​ຄົນ​ທັງ​ຫລາຍ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ນັ້ນ ຈະ​ໄດ້​ມີ​ຊີ​ວິດ​ເພື່ອ​ປ​ໂຍດ​ແກ່​ຕົວ​ເອງ​ອີກ​ຕໍ່​ໄປ ແຕ່​ຈະ​ມີ​ຊີ​ວິດ​ຢູ່​ເພື່ອ​ພຣະ​ອົງ​ຜູ້​ຊົງ​ສິ້ນ​ພຣະ​ຊົນ ແລະ​ໄດ້​ຊົງ​ຖືກ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ​ເພາະ​ເຫັນ​ແກ່​ເຂົາ 16 ເຫດ​ສັນ​ນັ້ນ ແຕ່​ນີ້​ຕໍ່​ໄປ​ເຮົາ​ຈະ​ບໍ່​ສັງ​ເກດ​ຮູ້​ຜູ້​ໃດ​ຕາມ​ມາ​ຕ​ຖານ​ຂອງ​ມະ​ນຸດ ເຖິງ​ແມ່ນ​ເມື່​ອກ່ອນ​ເຮົາ​ໄດ້​ສັງ​ເກດ​ຮູ້​ພຣະ​ຄຣິດຕາ​ມມາ​ຕ​ຖານ​ຂອງ​ມະ​ນຸດ​ກໍ​ຕາມ ແຕ່​ດຽວ​ນີ້​ເຮົາ​ກໍ​ບໍ່​ສັງ​ເກດ​ຮູ້​ພຣະ​ອົງ​ຢ່າງ​ນັ້ນ​ອີກ 17 ເຫດ​ສັນ​ນັ້ນ​ຖ້າ​ຜູ້​ໃດ​ຢູ່​ໃນ​ພຣະ​ຄຣິດ ຜູ້​ນັ້​ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງສ້າງ​ຂຶ້ນ​ໃຫມ່ແລ້ວ ຖາ​ນະ​ເກົ່າ​ເຫລົ່າ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງ​ແມ໋, ກາຍ​ເປັນ​ສິ່ງ​ໃຫມ່ທັງ​ນັ້ນ 18 ສິ່ງ​ທັງ​ປ​ວງ​ນີ້​ເກີດ​ມາ​ຈາກ​ພຣະ​ເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ເຮົາ​ຄືນ​ດີ​ກັບ​ພຣະ​ອົງ​ທາງ​ພຣະ​ຄຣິດ ແລະ​ຊົງ​ປະ​ທານ​ໃຫ້​ເຮົາ​ມີ​ຫນ້າ​ທີ່​ປະ​ຕິ​ບັດ​ໃນ​ການຄືນ​ດີ​ນັ້ນ 19 ຄື​ພຣະ​ເຈົ້າ​ຜູ້ຊົງ​ສະ​ຖິດ​ຢູ່​ໃນ​ອົງ​ພຣະ​ຄຣິດ ໄດ້​ຊົງ​ກະ​ທຳ​ໃຫ້​ມະ​ນຸດ​ຄືນດີ​ກັນ​ກັບ​ພຣະ​ອົງ ບໍ່​ໄດ້​ຊົງ​ຖື​ໂທດ​ໃນ​ການ​ຜິດ​ບາບ​ຂອງ​ເຂົາ ແລະ​ຊົງ​ມອບ​ຂ່າວ​ເຣື່ອງ​ການ​ທີ່​ພຣະ​ອົງ​ໃຫ້​ຄືນ​ດີ​ກັນ​ນັ້ນ​ໄວ້​ກັບ​ເຮົາ 20 ເຫດ​ສັນນັ້ນ​ເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະ​ຄຣິດ ໂດຍ​ທີ່​ພຣະ​ເຈົ້າ​ຊົງ​ຂໍ​ຮ້ອງ​ເຈົ້າ​ທັງ​ຫລາຍ​ທາງ​ເຮົາ ເຮົາ​ຈຶ່ງ​ຂໍ​ຮ້ອງ​ພວກ​ເຈົ້າ​ໃນ​ນາມ​ຂອງ​ພຣະ​ຄຣິດ​ວ່າ “ຈົ່ງ​ຍອມ​ໃຫ້​ພຣະ​ເຈົ້າ​ຊົງ​ກະ​ທຳ​ໃຫ້​ເຈົ້າ​ຄືນ​ດີ​ກັນ​ກັບ​ພຣະ​ອົງ​ເທີນ” 21 ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ກະ​ທຳ​ໃຫ້​ພຣະ​ຄຣິດ ຜູ້​ຊົງ​ບໍ່​ມີ​ຄວາມ​ຜິດ​ບາບ​ນັ້ນ​ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດ​ບາບ​ຂອງ​ເຮົາ ເພື່ອ​ພວກ​ເຮົາ​ຈະ​ໄດ້​ສ່ວນ​ໃນ​ຄວາມ​ຊອບ​ທັມ​ຂອງ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ອົງ

2 ໂກຣິນໂທ 6

1 ໃນ​ເມື່ອ​ເປັນ​ຄົນ​ຮ່ວມ​ງານ​ກັບ​ພຣະ​ອົງ ເຮົາ​ຈຶ່ງ​ອ້ອນວອນ​ຂໍ​ເຈົ້າ​ທັງ​ຫລາຍ ທີ່​ພວກ​ເຈົ້າ​ໄດ້​ຮັບ​ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ຢ່າ​ໃຫ້​ເປັນ​ການ​ໄຮ້​ປ​ໂຍດ 2 ເພາະ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ໃນ​ຄາວ​ທີ່​ກະ​ຣຸ​ນາ ເຮົາ​ໄດ້​ຟັງ​ເຈົ້າ ໃນ​ວັນ​ແຫ່ງ​ຄວາມ​ພົ້ນ ເຮົາ​ໄດ້​ສົງ​ເຄາະ​ເຈົ້າ” ບັດ​ນີ້​ແຫລະ, ຄື​ຄາວ​ແຫ່ງ​ພຣະ​ກະ​ຣຸ​ນາ ບັດ​ນີ້​ແຫລະ, ຄື​ວັນ​ແຫ່ງ​ຄວາມ​ໂຜດ​ໃຫ້​ພົ້ນ 3 ເຮົາ​ບໍ່​ໄດ້​ໃຫ້​ຜູ້​ໃດ​ມີ​ເຫດ​ສະ​ດຸດ​ໃຈ​ຈັກ​ຢ່າງ ເພື່ອ​ບໍ່​ໃຫ້​ການ​ທີ່​ເຮົາ​ຮັບ​ໃຊ້​ປະ​ຕິ​ບັດ​ນັ້ນ​ເປັນ​ທີ່​ເຂົາ​ຈະ​ຕິ​ຕຽ​ນ​ໄດ້​ 4 ແຕ່​ເຮົາ​ຜູ້​ເປັນ​ຄົນ​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ໄດ້​ສ​ເນີ​ຕົວ​ໃຫ້​ເປັນ​ທີ່​ຊອບ​ໃນ​ການ​ທັງ​ປວງ ໂດຍ​ຄວາມ​ພຽນ​ອົດ​ທົນ​ຫລວງ​ຫລາຍ​ໃນ​ຄວາມ​ທຸກ​ລຳ​ບາກ ໃນ​ຄວາມ​ຂັດ​ສົນ ໃນການ​ບີບ​ຄັ້ນ 5 ໃນ​ການ​ຖືກ​ຂ້ຽນ ໃນ​ການ​ຖືກ​ຄຸກ ໃນ​ການ​ວຸ້ນ​ວາຍ ໃນການ​ງານ​ຕ່າງໆ ໃນ​ການ​ອົດ​ຫລັບ​ອົດ​ນອນ ໃນ​ການ​ອົດ​ອາ​ຫານ 6 ໂດຍ​ຄວາມ​ບໍ​ຣິສຸດ ໂດຍ​ຄວາມ​ຮູ້ ໂດຍ​ຄວາມ​ອົດ​ທົນ​ດົນ​ນານ ໂດຍ​ໃຈ​ກະ​ຣຸ​ນາ ໂດຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ໂດຍ​ຄວາມ​ຮັກ​ອັນ​ບໍ່​ປອມ 7 ໂດຍ​ຖ້ອຍ​ຄຳ​ອັນ​ສັດ​ຈິງ ໂດຍ​ຣິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃຊ້​ເຄື່ອງ​ອາ​ວຸດ​ແຫ່ງ​ຄວາມ​ຊອບ​ທັມ​ດ້ວຍ​ມື​ຂວາ​ແລະ​ມື​ຊ້າຍ 8 ທັງ​ເວ​ລາ​ມີ​ຍົດ​ແລະ​ເວ​ລາ​ອັບ​ປ​ຍົດ ທັງ​ເວ​ລາ​ລື​ກັນ​ວ່າ​ບໍ່​ດີ​ແລະ​ເວ​ລ​ລື​ກັນ​ວ່າ​ດີ ຖືກ​ເຂົາ​ຫາ​ວ່າ​ເປັນ​ຄົນ​ລໍ້​ລວງ ແຕ່​ຍັງ​ເປັນ​ຄົນ​ສັດ​ຊື່ 9 ຖືກ​ເຂົາ​ຫາ​ວ່າ​ເປັນ​ຄົນ​ບໍ່​ມີ​ໃຜ​ຮູ້​ຈັກ ແຕ່​ຍັງ​ເປັນ​ຄົນ​ທີ່​ເຂົາ​ຮູ້​ຈັກ​ດີ ເປັນ​ຄົນ​ທີ່​ກຳ​ລັງ​ຈະ​ຕາຍ ແຕ່​ເບິ່ງ​ແມ໋, ເຮົາ​ຍັງ​ເປັນ​ຢູ່ ເປັນ​ຄົນ​ຖືກ​ລົງ​ໂທດ ແຕ່​ຍັງບໍ່​ເຖິງ​ຕາຍ 10 ເປັນ​ຄົນ​ທີ່​ມີ​ຄວາມ​ທຸກ​ໂສກ ແຕ່​ຍັງ​ຊົມ​ຊື່ນ​ຍິນ​ດີ​ຢູ່​ສເມີ ເປັນ​ຄົນ​ທຸກ​ຍາກ ແຕ່​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ເກີດ​ຮັ່ງ​ມີ ເປັນ​ຄົນ​ບໍ່​ມີ​ສິ່ງ​ໃດ ແຕ່​ຍັງ​ມີ​ສິ່ງ​ສາ​ຣະ​ພັດ 11 ຊາວ​ໂກ​ຣິນ​ໂທ​ເອີຍ ເຮົາ​ກ່າວ​ກັບ​ເຈົ້າ​ທັງ​ຫລາຍ​ໂດຍ​ບໍ່​ໄດ້​ອັດບັງ​ສິ່ງ​ໃດ​ໄວ້ ແລະ​ໄດ້​ແບ​ໃຈ​ຂອງ​ເຮົາ​ອອກ​ໃຫ້​ເຈົ້າ​ເຫັນ 12 ເຮົາ​ບໍ່​ໄດ້​ອັດ​ບັງ​ໃຈ​ຂອງ​ເຮົາ​ໄວ້​ຕໍ່​ພວກ​ເຈົ້າ ແຕ່​ແມ່ນ​ພວກ​ເຈົ້າ​ໄດ້​ອັດ​ບັງ​ໃຈ​ໄວ້​ຕໍ່​ເຮົາ 13 ເຮົາ​ເວົ້າ​ກັບ​ພວກ​ເຈົ້າ​ເຫມືອນ​ເວົ້າ​ກັບ​ລູກ ຈົ່​ງ​ເຮັດ​ກັບ​ເຮົາ​ເຫມືອນ​ດັ່ງ​ເຮົາ​ເຮັດ​ກັບ​ພວກ​ເຈົ້າ ຄື​ຈົ່ງ​ແບ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ອອກ​ໃຫ້​ກວ້າງ​ເທີນ

ພວກ​ເຮົາ​ຄື​ວິ​ຫານ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່

14 ຢ່າ​ຜູກ​ພັນ​ກັບຄົນ​ທີ່​ບໍ່​ເຊື່ອ​ໃນ​ຖາ​ນະ​ທີ່​ບໍ່​ສເມີ​ກັນ ເພາະ​ວ່າ​ຄວາມ​ຊອບ​ທັມ​ຈະ​ບໍ່​ມີ​ຫຸ້ນ​ສ່ວນອັນ​ໃດ​ກັບ​ຄວາມ​ອະ​ທັມ ແລະ​ຄວາມ​ສວ່າງ​ຈະ​ເຂົ້າ​ສ​ນິດ​ກັບ​ຄວາມ​ມືດ​ໄດ້​ຢ່າງ​ໃດ 15 ພຣະ​ຄຣິດ​ກັບ​ເບ​ລີ​ອາ​ນຈະ​ລົງ​ລອຍ​ກັນ​ໄດ້​ຢ່າງ​ໃດ ຫລື​ຄົນ​ທີ່ເຊື່ອ​ຈະ​ມີ​ສ່ວນ​ອັນ​ໃດ​ກັບ​ຄົນກັບ​ຄົນ​ທີ່​ບໍ່​ເຊື່ອ 16 ວິ​ຫານ​ຂອງ​ພຣະ​ເຈົ້າ​ຈະ​ຕົກ​ລົງ​ກັນ​ກັບ​ພຣະ​ທຽມ​ໄດ້​ຢ່າງ​ໃດ ດ້ວ​ຍວ່າ​ເຮົາ​ທັງ​ຫລາຍ​ເປັນ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ແລ້ວ​ວ່າ, “ເຮົາ​ຈະ​ສະ​ຖິດ​ຢູ່​ໃນ​ເຂົາ​ທັງ​ຫລາຍ ແລະ​ຈະ​ທຽວ​ຢູ່​ໃນ​ຖ້າມ​ກາງ​ເຂົາ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຂົາ ແລະ​ເຂົາ​ຈະ​ເປັນ​ໄພ່​ພົນ​ຂອງ​ເຮົາ” 17 ດ້ວຍ​ເຫດ​ນັ້ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຊົງ​ກ່າວ​ວ່າ, “ຈົ່ງ​ອອກ​ມາ​ຈາກ​ຖ້າມ​ກາງ​ເຂົາ​ເຫລົ່າ​ນັ້ນ ແລະ​ຈົ່ງ​ຢູ່​ຕ່າງ​ຫາກ ຢ່າ​ຖືກ​ຕ້ອງ​ສິ່ງ​ທີ່​ຖ່ອຍ​ຮ້າຍ ແລ້ວ​ຝ່າຍ​ເຮົາ ຈຶ່ງ​ຈະ​ຮັບ​ເຈົ້າ​ທັງ​ຫລາຍ​ໄວ້ 18 ເຮົາ​ຈະ​ເປັນ​ບິ​ດາ​ຂອງ​ພວກ​ເຈົ້າ ແລະ​ຝ່າຍ​ເຈົ້າຈະ​ເປັນ​ບຸດ​ຊາຍ​ຍິງ​ຂອງ​ເຮົາ” ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ​ໄດ້​ຊົງ​ກ່າວ​ໄວ້​ດັ່ງ​ນັ້ນ

2 ໂກຣິນໂທ 7

1 ພວກ​ທີ່​ຮັກ​ເອີຍ ເມື່ອ​ພວກ​ເຮົາ​ມີ​ພຣະ​ສັນ​ຍາ​ດັ່ງ​ນັ້ນ​ແລ້ວ ໃຫ້​ເຮົາ​ທັງ​ຫລາຍ​ຊຳ​ຮະ​ຕົວ​ຈາກ​ຮອຍ​ເປື້ອນ​ທຸກ​ຢ່າງ​ຂອງ​ເນື້ອ​ກາຍ​ແລະ​ວິນ​ຍານ​ຈິດ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍ​ຣິ​ສຸດ​ຢ່າງ​ຄົບ​ຖ້ວນ​ໂດຍ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ

ໂປ​ໂລ​ຍິນ​ດີ​ທີ່​ຄ​ຣິ​ສ​ຕະ​ຈັກ​ກັບ​ໃຈ​ໃຫມ່

2 ຈົ່ງ​ມີ​ໃຈ​ກວ້າງ​ຕ້ອນ​ຮັບ​ເຮົາ​ເທີນ ເຮົາ​ບໍ່​ໄດ້​ເຮັດ​ຮ້າຍ​ແກ່​ຜູ້​ໃດ ບໍ່​ໄດ້​ທຳ​ລາຍ​ຜູ້​ໃດ ຫລືບໍ່ໄດ້​ເອົາ​ປຽບ​ຜູ້​ໃດ​ຈັກ​ເທື່ອ 3 ເຮົາ​ກ່າວ​ຢ່າງ​ນີ້​ກໍບໍ່​ແມ່ນ​ເພື່ອ​ຈະ​ໃສ່​ໂທດ​ພວກ​ເຈົ້າ ເພາະ​ເຮົາ​ໄດ້​ບອກ​ແລ້ວ​ວ່າ ເຈົ້າ​ທັງ​ຫລາຍ​ຢູ່​ໃນ​ໃຈ​ຂອງ​ເຮົາ ຄື​ຈະ​ຕາຍ​ຫລື​ຈະ​ເປັນ​ກໍ​ຢູ່​ດ້ວຍ​ກັນ 4 ເຮົາ​ມີ​ຄວາມ​ໄວ້​ໃຈ​ແລະ​ພາກ​ພູມ​ໃຈ​ໃນ​ພວກ​ເຈົ້າ​ຢ່າງ​ຫລວງ​ຫລາ​ຍ ເຮົາ​ໄດ້​ຮັບ​ຄວາມ​ຊູ​ໃຈ​ຢ່າງບໍ​ຣິ​ບູນ ແລະ​ໃນ​ຄວາມ​ທຸກ​ລຳ​ບາກ​ຂອງ​ເຮົາ​ທຸກ​ຢ່າງ ເຮົາ​ກໍ​ຍັງ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຢ່າງ​ລົ້ນ​ເຫລືອ 5 ເພາະ​ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ມາ​ເຖິງ​ແຂວງ​ມາ​ເກ​ໂດ​ເນັຽ​ແລ້ວ ຮ່າງ​ກາຍ​ຂອງ​ເຮົາ​ກໍ​ບໍ່​ໄດ້​ພັກ​ຜ່ອນ​ຈັກ​ຍາມ ແຕ່​ເຮົາ​ມີ​ຄວາມ​ທຸກ​ລຳ​ບາກ​ຢູ່​ອ້ອມ​ຂ້າງ ພາຍນອກ​ມີ​ການ​ຕໍ່​ສູ້ ພາຍ​ໃນ​ກໍ​ມີ​ຄວາມ​ຢ້ານ 6 ແຕ່​ເຖິງ​ປານ​ນັ້ນ ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ຫນຸນ​ໃຈ​ຄົນ​ທີ່​ທໍ້ຖອຍ ໄດ້​ຊົງ​ໂຜດ​ຫນຸນ​ໃຈ​ເຮົາ​ດ້ວຍ​ການ​ທີ່​ຕີ​ໂຕ​ໄດ້​ມາ​ເຖິງ​ນັ້ນ 7 ແລະ​ບໍ່​ໃຊ່​ແຕ່​ພຽງ​ການ​ມາ​ຂອງ​ຕີ​ໂຕ​ເທົ່າ​ນັ້ນ ແຕ່​ດ້ວຍ​ການ​ທີ່​ພວກ​ເຈົ້າ​ໄດ້​ຊູ​ໃຈ​ຂອງ​ຕີ​ໂຕ​ອີກ​ດ້ວຍ ຕາມ​ທີ່​ຕີ​ໂຕ​ໄດ້​ມາ​ເລົ່າ​ໃຫ້​ຟັງ​ເຖິງ​ຄວາມ​ອາ​ລັຍ​ແລະ​ຄວາມ​ໂສກ​ເສົ້າ​ຂອງ​ເຈົ້າ​ທັງ​ຫລາຍ ກັບ​ທັງ​ໃຈ​ຮ້ອນ​ຮົນ​ຂອງ​ພວກ​ເຈົ້າ​ທີ່​ມີ​ຕໍ່​ເຮົາ​ ຈຶ່ງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ທະ​ວີ​ຂຶ້ນ 8 ເພາະ​ເຖິງ​ແມ່ນ​ຈົດ​ຫມາຍ​ຂອງ​ເຮົາ​ສະ​ບັບ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ທັງ​ຫລາຍ​ທຸກ​ໃຈ​ກໍ​ຕາມ ເພາະ​ເຮົາ​ເຫັນ​ວ່າ​ຈົດ​ຫມາຍ​ສະ​ບັບ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ທັງ​ຫລາຍ​ທຸກ​ໃຈ​ກໍ​ພຽງ​ແຕ່​ຊົ່ວ​ຄາວ​ດຽວ​ເທົ່າ​ນັ້ນ 9 ບັດ​ນີ້​ເຮົາ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ບໍ່​ໃຊ່​ເພາະ​ຄວາມ​ທຸກ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ ແຕ່​ເພາະ​ຄວາມ​ທຸກ​ໃຈ​ນັ້ນ​ເປັນ​ເຫດ​ໃຫ້​ພວກ​ເຈົ້າ​ກັບ​ໃຈ​ເສັຽ​ໃຫມ່ ເພາະ​ວ່າ​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ທຸກ​ໃຈ​ຢ່າງ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ຈຶ່ງ​ບໍ່​ໄດ້​ຮັບ​ຜົນ​ຮ້າຍ​ຈາກ​ເຮົາ​ຈັກ​ຢ່າງ 10 ດ້ວຍ​ວ່າ​ຄວາມ​ທຸກ​ໃຈ​ຕາມ​ຢ່າງຊອບ​ພຣະ​ທັຍ​ພຣະ​ເຈົ້າ​ນັ້ນ ຍ່ອມ​ເຮັດ​ໃຫ້​ກັບ​ໃຈ​ເສັຽ​ໃຫມ່ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ພົ້ນ​ໂດຍ​ບໍ່​ຄວນ​ກິນ​ແຫນງ ແຕ່​ຄວາມ​ທຸກ​ໃຈ​ຕາມ​ຢ່າງ​ໂລກ​ນັ້ນ ຍ່ອມ​ນຳ​ໄປ​ເຖິງ​ຄວາມ​ຕາຍ 11 ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງວ່າ ການ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ທຸກ​ໃຈ​ຕາມ​ຢ່າງ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ນັ້ນ​ ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ເກີດ​ມີ​ຄວາມ​ຂ​ຍັນ​ຂັນ​ແຂງ​ຫລາຍ​ເທົ່າ​ໃດ ເອົາ​ໃຈ​ໃສ່​ທີ່​ຈະ​ແກ້​ຕົວ​ຫລາຍ​ເທົ່າ​ໃດ ຄວາມ​ເຄືອງ​ໃຈ ຄວາມ​ຕື່ນ​ຕົວ ຄວາມ​ອາ​ລັຍ ຄວາມ​ຮ້ອນ​ຮົນ ແລະ​ການ​ລົງ​ໂທດ​ຕອບ​ແທນ​ຫລາຍ​ເທົ່າ​ໃດ ໃນ​ທຸກ​ສິ່ງ​ເຫລົ່າ​ນີ້​ເຈົ້າ​ທັງ​ຫລາຍ​ໄດ້​ສະ​ແດງ​ຕົວ​ວ່າ​ເປັນ​ຄົນ​ບໍ່​ມີ​ຜິດ​ໃນ​ການ​ນັ້ນ​ແລ້ວ 12 ເຫດ​ສັນ​ນັ້ນ​ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ ກໍ​ບໍ່​ໃຊ່​ຍ້ອນ​ຜູ້​ທີ່​ໄດ້​ເຮັດ​ຜິດ​ຫລື​ຍ້ອນ​ຜູ້​ທີ່​ຖືກ​ຜິດ​ນັ້ນ ແຕ່​ເພື່ອ​ຄວາມ​ຂຍັນ​ຂັນ​ແຂງ​ທີ່​ພວກ​ເຈົາ​ມີ​ຕໍ່​ເຮົາ​ນັ້ນ ຈະ​ໄດ້​ປາ​ກົດ​ແກ່​ເຈົ້າ​ທັງ​ຫລາຍ​ຊ້ອງ​ພຣະ​ພັກ​ພຣະ​ເຈົ້າ 13 ໂດຍ​ເຫດ​ນັ້ນ​ແຫລະ ເຮົາ​ຈຶ່ງ​ມີ​ຄວາມ​ຊູ​ໃຈ ນອກ​ຈາກ​ຄວາມ​ຊູ​ໃຈ​ຂອງ​ເຮົາ​ນັ້ນ ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນ​ດີ່​ຢ່າງ​ເຫລືອ​ລົ້ນ ເພາະ​ຍ້ອນ​ຄວາມ​ຍິນ​ດີ​ຂອງ​ຕີ​ໂຕ ໃນ​ການ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ຕີ​ໂຕ​ສ​ງົບ​ລົງ 14 ທີ່​ເຮົາ​ໄດ້​ອວດ​ອ້າງ​ເຣື່ອງ​ເຈົ້າ​ທັງ​ຫລາຍ​ແກ່​ຕີ​ໂຕ ເຮົາ​ບໍ່​ມີ​ຄວາມ​ລະ​ອາຍ​ເລີຍ ທຸກ​ສິ່ງ​ທີ່​ເຮົາ​ກ່າວ​ແກ່​ພວ​ກ​ເຈົ້າ​ເປັນ​ຄວາມ​ຈິງ​ສັນ​ໃດ ສິ່ງ​ທີ່​ເຮົາ​ອວດ​ອ້າງ​ເຣື່ອງ​ພວກ​ເຈົ້າ​ແກ່​ຕີ​ໂຕ​ເມື່ອ​ກ່ອນ​ນັ້ນ ກໍ​ປາ​ກົດ​ເປັນ​ຄວາມ​ຈິງເຫມືອນ​ກັນ​ສັນ​ນັ້ນ 15 ແລະ​ເມື່ອ​ຕີ​ໂຕ​ລະ​ນຶກ​ເຖິງ​ການ​ເຊື່ອ​ຟັງ​ຂອງ​ເຈົ້າ​ທັງ​ຫລາຍ ແລະ​ການ​ທີ່​ພວກ​ເຈົ້າ​ໄດ້​ຕ້ອນ​ຮັບ​ທ່ານດ້ວຍ​ຄວາມ​ຢຳ​ເກງ​ຈົນ​ຕົວ​ສັ່ນ ທ່ານ​ກໍ​ເພີ້ມ​ຄວາມ​ຮັກ​ໃນ​ພວກ​ເຈົ້າ​ຫລາຍ​ຂຶ້ນ 16 ເຮົາ​ຊົມ​ຊື່ນ​ຍິນ​ດີ​ເພາະ​ວ່າ​ເຮົາ​ເຊື່ອ​ຫມັ້ນ​ພວກ​ເຈົ້າ​ໄດ້​ທຸກ​ສິ່ງ

2 ໂກຣິນໂທ 8

ການ​ໃຫ້​ທານ​ແບບ​ຄ​ຣິ​ສະ​ຕຽນ

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ປາ​ຖ​ນາ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ຈັກ​ເຖິງ​ພຣະ​ຄຸນຂອງ​ພຣະ​ເຈົ້າ ຊຶ່ງ​ພຣະ​ອົງ​ຊົງ​ໂຜດ​ປະ​ທານ​ແກ່​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ​ໃນ​ແຂວງ​ມາ​ເກ​ໂດ​ເນັຽ 2 ເພາະ​ວ່າ​ເມື່ອ​ຄາວ​ທີ່​ເຂົາ​ຖືກ​ທົດ​ລອງ​ຢ່າງ​ຫນັກ ໂດຍ​ໄດ້​ຮັບ​ຄວາມ​ທຸກ​ລຳ​ບາກ ຄວາມ​ຍິນດີ​ອັນ​ເຫລືອ​ລົ້ນ ແລະ​ຄວາມຍາກ​ຈົນ​ອັນ​ເຫລືອ​ປະ​ມານ​ຂອງ​ເຂົາ​ນັ້ນ ກໍ​ໄດ້​ປາ​ກົດ​ລົ້ນ​ອອກ​ມາ​ເປັນ​ໃຈ​ສັດ​ທາ​ອັນ​ກວ້າງ​ຂວາງ 3 ເພາະ​ເຮົາ​ເປັນ​ພຍານ​ໄດ້​ວ່າ ເຂົາ​ສັດ​ທາ​ຖວາຍ​ໂດຍ​ສຸດ​ຄວາມ​ສາ​ມາດ​ຂອງ​ເຂົາ ແລະ​ເຫລືອ​ຄວາມ​ສາ​ມາດ​ຂອງ​ເຂົາເສັຽອີກ 4 ແລ້ວ​ຕາມ​ລຳ​ພັງ​ໃຈ​ຂອງ​ເຂົາ​ເອງ ເຂົາ​ກໍ​ຍັງ​ໄດ້​ອ້ອນວອນ​ຢ່າງ​ຫລວງ​ຫລາຍ ຂໍ​ເຮົາ​ກະ​ຣຸ​ນາ​ໃຫ້​ເຂົາ​ມີ​ສ່ວນ​ໃນ​ການ​ຊ່ອຍ​ເຫລືອ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ 5 ບໍ່​ເຫມືອນ​ດັ່ງ​ເຮົາ​ໄດ້​ຄາດ​ຫມາຍ​ໄວ້ ແຕ່​ຂໍ້​ສຳ​ຄັນ​ທີ່​ສຸດ​ແມ່ນ​ເຂົາ​ໄດ້​ຖວາຍ​ຕົວ​ເອງ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ອນ ແລ້ວ​ໄດ້​ມອບ​ຕົວ​ໃຫ້​ເຮົາ​ຕາມ​ນໍ້າ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ 6 ຈົນ​ວ່າ​ເຮົາ​ໄດ້​ເຕືອນ​ຕີ​ໂຕ​ໃຫ້​ຊ່ອຍ​ພວກ​ເຈົ້າ​ເຮັດ​ການ​ກຸ​ສົນ​ນັ້ນ​ໃຫ້​ສຳ​ເຣັດ ຕາມ​ທີ່​ຕົນ​ໄດ້​ລົງ​ມື​ເຮັດ​ໄວ້​ກ່ອນ​ແລ້ວ​ນັ້ນ 7 ເຫດ​ສັນ​ນັ້ນ​ເມື່ອ​ເຈົ້າ​ທັງ​ຫລາຍ​ມີ​ບໍ​ຣິ​ບູນ​ໃນ​ທຸກ​ສິ່ງ ຄື​ຄວາມ​ເຊື່ອ ຖ້ອຍ​ຄຳ ວິ​ຊາ​ຄວາມ​ຮູ້ ຄວາມ​ຂ​ຍັນ​ຂັນ​ແຂງ ແລະ​ຄວາມ​ຮັກ​ຕໍ່​ເຮົາ ເຈົ້າ​ທັງ​ຫລາຍ​ກໍ​ຈົ່ງ​ປະ​ກອບ​ການ​ກຸ​ສົນ​ນີ້​ຢ່າງ​ບໍ​ຣິ​ບູນ​ເຫມືອນ​ກັນ 8 ເຮົາ​ກ່າວ​ດັ່ງ​ນີ້​ບໍ່​ແມ່ນ​ຄຳ​ບັນ​ຊາ ແຕ່​ໄດ້​ນຳ​ເຣື່ອງ​ຄວາມ​ຂ​ຍັນ​ຂັນ​ແຂງ​ຂອງ​ຄົນ​ອື່ນ​ມາ​ທຽບ​ທົດ​ລອງ​ກັບ​ຄວາມ​ຮັກ​ຂອງ​ເຈົ້າ​ທັງ​ຫລາຍນັ້ນ ເບິ່ງວ່າ​ເປັນ​ຂອງ​ແທ້​ຫລື​ບໍ 9 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ຮູ້​ຈັກ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ພຣະ​ອົງ​ຊົງ​ຮັ່ງ​ມີ ພຣະ​ອົງ​ກໍ​ຍັງ​ຊົງ​ຍອມ​ກາຍ​ເປັນ​ຄົນ​ຍາກ​ຈົນ​ເພາະ​ເຫັນ​ແກ່​ເຈົ້າ​ທັ​ງ​ຫລາຍ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ກາຍ​ເປັນ​ຄົນ​ຮັ່ງ​ມີ ເນື່ອງ​ຈາກ​ຄວາມ​ຍາກ​ຈົນ​ຂອງ​ພຣະ​ອົງ 10 ແລະ​ເຮົາ​ຈະ​ອອກ​ຄວາມ​ເຫັນ​ໃນ​ເຣື່ອງ​ນີ້​ວ່າ ເຣື່ອງ​ທີ່​ພວກ​ເຈົ້າ​ໄດ້​ຕັ້ງ​ຕົ້ນ​ກ່ອນ​ເຂົາ​ເມື່ອ​ປີ​ກາຍ​ນີ້ ແລະ​ບໍ່​ແມ່ນ​ພວ​ກເຈົ້າ​ໄດ້​ຕັ້ງ​ຕົ້ນ​ຈະ​ເຮັດ​ເທົ່າ​ນັ້ນ ແຕ່​ວ່າ​ຍັງ​ເຕັມ​ໃຈ​ໃນ​ການ​ເຮັດ​ນັ້ນ​ດ້ວຍ 11 ບັດ​ນີ້​ກໍ​ຄວນ​ແລ້ວ​ທີ່​ເຈົ້າ​ທັ​ງ​ຫລາຍ​ຈະ​ເຮັດ​ການ​ນັ້ນ​ໃຫ້​ສຳ​ເຣັດ​ເສັຽ ເພື່ອ​ວ່າ​ເມື່ອ​ພວກ​ເຈົ້າ​ມີ​ໃຈ​ພ້ອມ​ຢູ່​ແລ້ວ ເຈົ້າ​ກໍ​ສຳ​ເຣັດ​ຕາມ​ຄວາມ​ສາ​ມາດ​ຂອ​ງຕົນ 12 ເພາະ​ວ່າ​ຖ້າ​ມີ​ນ້ຳ​ໃຈ​ພ້ອມ​ຢູ່​ແລ້ວ ພຣະ​ເຈົ້າ​ກໍ​ຊົງ​ພໍ​ພຣະ​ທັຍ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກ​ຄົນ​ມີ​ຢູ່ ບໍ່​ໃຊ່​ຕາມ​ທີ່​ເຂົາບໍ່​ມີ 13 ເຮົາ​ບໍ່​ໄດ້​ມຸ້ງ​ຫມາ​ຍວ່າ​ຈະ​ໃຫ້​ການ​ງານ​ຂອງ​ຄົນ​ອື່ນ​ເບົາ​ລົງ ແລະ​ໃຫ້​ການ​ງານ​ຂອງ​ພວກ​ເຈົ້າ​ຫນັກ​ຂຶ້ນ ແຕ່​ເພື່ອ​ໃຫ້​ເປັນ​ການ​ສເມີ​ກັນ 14 ສັນ​ນັ້ນ​ໃນ​ຍາມ​ທີ່​ເຈົ້າ​ທັງ​ຫລາຍ​ມີ​ບໍ​ຣິ​ບູນ​ຢ່າງ​ເວ​ລາ​ນີ້ ພວກ​ເຈົ້າ​ກໍ​ຄວນ​ຈະ​ຊ່ອຍ​ຄົນ​ເຫລົ່າ​ນັ້ນ​ທີ່​ຂາດ​ເຂີນ ແລະ​ໃນ​ຍາມ​ທີ່​ເຂົາ​ມີ​ບໍ​ຣິ​ບູນ​ ເຂົາ​ກໍ​ຈະ​ຊ່ອຍ​ພວກ​ເຈົ້າ​ເມື່ອ​ຂາດ​ເຂີນ​ເຫມືອນ​ກັນ ເພື່ອ​ຈະ​ໃຫ້​ສເມີ​ກັນ​ໄປ 15 ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ຜູ້​ໃດ​ໄດ້​ຫລາຍ​ກໍ​ບໍ່​ເຫລືອ ແລະ​ຜູ້​ທີ່​ໄດ້​ຫນ້ອຍ​ກໍ​ບໍ່​ຂາດ​ເຂີນ” 16 ແຕ່​ຈົ່ງຂອ​ບ​ພຣະ​ຄຸນ​ພຣະ​ເຈົ້າ ຜູ້​ຊົງ​ບັນ​ດານ​ໃຫ້​ຕີ​ໂຕ​ມີ​ໃຈ​ຂ​ຍັນ​ຂັນ​ແຂງ​ເພື່ອ​ເຈົ້າ​ທັງ​ຫລາຍ​ຢ່າງ​ດຽວ​ກັນ 17 ເພາະ​ບໍ່​ພຽງ​ແຕ່​ທ່ານ​ໄດ້​ຮັບ​ຄວາມ​ເຕືອນ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ທ່ານ​ຍັງ​ມີ​ໃຈ​ຂ​ຍັນ​ຂັນ​ແຂງພ້ອມ​ຢູ່​ແລ້ວ ຈຶ່ງ​ໄດ້​ໄປ​ຫາ​ເຈົ້າ​ທັງ​ຫລາຍ​ຕາມ​ລຳ​ພັງ​ໃຈ​ຕົນ​ເອງ 18 ເຮົາ​ໄດ້​ໃຊ້​ພີ່ນ້ອງ​ຄົນ​ນັ້ນ ຜູ້​ມີ​ຊື່​ສຽງ​ໃນ​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ​ເພາະ​ການ​ປະ​ກາດ​ຂ່າວ​ປະ​ເສີດ ໃຫ້​ໄປ​ນຳ​ຕີ​ໂຕ 19 ແລະ​ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ແຕ່ຄ​ຣິ​ສ​ຕະ​ຈັກ​ໄດ້​ເລືອກ​ຕັ້ງ​ຜູ້​ນັ້ນ​ໃຫ້​ເປັນ​ເພື່ອນ​ເດີນ​ທາງ​ດ້ວຍ​ກັນ​ກັບ​ເຮົາ​ໃນ​ການ​ກຸ​ສົນ ຊຶ່ງ​ເຮົາ​ໄດ້​ຮັບ​ເປັນ​ທຸ​ຣະ ເພື່ອ​ໃຫ້​ເປັນ​ທີ່​ຖວາຍ​ພຣະ​ກຽດ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ເປັນ​ທີ່​ສະ​ແດງ​ນ້ຳ​ໃຈ​ອັນ​ພ້ອມ​ແລ້ວ​ຂອງ​ເຮົາ 20 ເຮົາ​ກໍ​ຈັດ​ການ​ຢ່າງ​ນີ້​ເພື່ອ​ບໍ່​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ຕິ​ຕຽນ​ເຮົາ​ໄດ້ ໃນ​ເຣື່ອງ​ຂອງ​ບໍ​ຣິ​ຈາກ​ອັນ​ບໍ​ຣິ​ບູນ​ຊຶ່ງ​ເຮົາ​ໄດ້​ຮັບ​ແຈກ​ນັ້ນ 21 ດ້ວຍ​ວ່າ​ເຮົາ​ມຸ້ງ​ຫມາຍ​ຢາກ​ເປັນ​ຄົນ​ສັດ​ຊື່ ບໍ່​ໃຊ່​ແຕ່​ຈຳ​ເພາະ​ພຣະ​ພັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ ແຕ່​ຕໍ່​ຫນ້າ​ຄົນ​ທັງ​ປ​ວງ​ດ້ວຍ 22 ເຮົາ​ໄດ້​ໃຊ້​ພີ່​ນ້ອງ​ຂອງ​ເຮົາ​ນັ້ນ​ໄປ​ນຳ​ເຂົາ ຄື​ຜູ້​ທີ່​ເຮົາ​ໄດ້​ທົດ​ລອງ​ເບິ່ງ​ຫລາຍ​ເທື່ອ ຈຶ່ງ​ເຫັນ​ວ່າ​ເປັນ​ຄົນ​ມີ​ໃຈ​ຂ​ຍັນ​ຂັນ​ແຂງ​ໃນ​ຫລາຍສິ່ງ​ຫລາຍ​ຢ່າງ​ມາ​ແລ້ວ ແລະ​ບັດ​ນີ້​ໄດ້​ມີ​ຄວາມ​ຂ​ຍັນ​ຂັນ​ແຂງ​ຫລາຍກວ່າ​ເກົ່າ ຍ້ອນ​ວ່າ​ທ່ານ​ມີ​ຄວາມ​ໄວ້​ໃຈ​ຫລາຍ​ໃນ​ພວກ​ເຈົ້າ 23 ສ່ວນ​ຕີ​ໂຕ​ນັ້ນ​ເປັນ​ຜູ້​ເຂົ້າ​ສ່ວນ​ກັບ​ເຮົາ ແລະ​ເປັນ​ຜູ້​ຮ່ວມ​ງານ​ໃນ​ການ​ຮັບ​ໃຊ້​ເຈົ້າ​ທັງ​ຫລາຍ ສ່ວນ​ພວກ​ພີ່​ນ້ອງ​ຂອງ​ເຮົາ​ນັ້ນ​ກໍ​ເປັນ​ທູດ​ຮັບ​ໃຊ້​ຂອງ​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ ແລະ​ເປັນ​ພຣະ​ກຽດ​ຂອງ​ພຣະ​ຄຣິດ 24 ເຫດ​ສັນ​ນັ້ນ​ຈົ່ງ​ສະ​ແດງ​ຫລັກ​ຖານ​ຄວາມ​ຮັກ​ຂອງ​ເຈົ້າ​ທັງ​ຫລາຍ ແລະ​ການ​ທີ່​ເຮົາ​ອວດ​ອ້າງ​ກ່ຽວ​ກັບ​ເຣື່ອງ​ພວກ​ເຈົ້າ​ນັ້ນ ຈົ່ງ​ໃຫ້​ປາ​ກົດ​ແກ່​ເຂົາ​ເຫລົ່າ​ນັ້ນ​ຕໍ່​ຫນ້າ​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ

2 ໂກຣິນໂທ 9

ກາ​ນ​ສົງ​ເຄາະ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ

1 ເຮົາ​ບໍ່​ຈຳ​ເປັນຕ້ອງ​ຂຽນ​ເຖິງ​ເຈົ້າ​ທັງ​ຫລາຍ ກ່ຽວເຣື່ອງ​ການ​ສົງ​ເຄາະ​ພວ​ກໄພ່​ພົນ​ຂອງ​ພຣະ​ເຈົ້າ 2 ເພາະ​ເຮົາ​ຮູ້​ວ່າ​ໃຈ​ຂອງ​ພວ​ກ​ເຈົ້າ​ພ້ອມ​ຢູ່​ແລ້ວ ເຮົາ​ຈຶ່ງ​ກ່າວອວດ​ອ້າງ​ເຣື່ອງ​ພວກ​ເຈົ້າ​ຕໍ່​ຊາວ​ມາ​ເກ​ໂດ​ເນັຽວ່າ ທີ່​ແຂວງ​ອະ​ຂາ​ຢາ​ເຂົາ​ກໍ​ຈັດ​ແຈງ​ໄວ້​ພ້ອມ​ແລ້ວ​ຕັ້ງ​ແຕ່​ປີ​ກາຍ ແລະ​ໃຈ​ຮ້ອນ​ຮົນ​ຂອງ​ເຈົ້າ​ທັງ​ຫລາຍ​ກໍ​ຊຸກ​ຍູ້​ຫລາຍ​ຄົນ​ໃຫ້​ເຂົາ​ສົນ​ໃຈ 3 ແຕ່​ເຮົາ​ໄດ້​ໃຫ້​ພວກ​ພີ່​ນ້ອງ​ເຫລົ່າ​ນັ້ນ​ໄປ ເພື່ອ​ບໍ່​ໃຫ້​ການອວດ​ອ້າງ​ຂອງ​ເຮົາ​ກ່ຽວ​ເຣື່ອງ​ພວກ​ເຈົ້າ​ໃນຂໍ້​ນັ້ນ​ເປັນ​ການ​ເສັຽ​ປ​ໂຍດ​ແລະ​ເພື່ອ​ໃຫ້​ເຈົ້າ​ທັງ​ຫລາຍ​ຈັດ​ແຈ​ໄວ້​ພ້ອມ​ເຫມືອນ​ດັ່ງ​ເຮົາ​ບໍ່​ໄດ້​ກ່າວ​ແລ້ວ​ນັ້ນ 4 ບໍ່​ດັ່ງ​ນັ້ນ​ແລ້ວ, ຖ້າ​ຊາວ​ມາ​ເກ​ໂດ​ເນັຽບາງ​ຄົນ​ມາ​ກັບ​ເຮົາ ແລະ​ເຫັນ​ວ່າ​ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ຈັດ​ແຈງ​ໄວ້​ພ້ອມ​ຕາມ​ທີ່​ເຮົາ​ໄດ້​ຕາຍ​ໃຈ​ເຊື່ອ​ນັ້ນ ຢ່າ​ວ່າ​ແຕ່​ພວກ​ເຈົ້າ​ຈະ​ຖືກ​ລະ​ອາຍ​ຂາຍ​ຫນ້າ ແຕ່​ເຮົາ​ເອງ​ກໍ​ຈະ​ຖືກ​ລະ​ອາຍ​ຂາຍ​ຫນ້າ​ເຫມືອນ​ກັນ 5 ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ຄຶດ​ເຫັນ​ວ່າ​ຈຳ​ເປັນ​ຕ້ອງ​ຕັກ​ເຕືອນ​ພີ່​ນ້ອງ​ເຫລົ່າ​ນັ້ນ ໃຫ້​ໄປ​ຫາ​ເຈົ້າ​ທັງ​ຫລາຍ​ກ່ອນ​ເຮົາ ແລະ​ໃຫ້​ຈັດ​ແຈງ​ເຄື່ອງ​ທານ​ຂອງ​ເຈົ້າ​ທັງ​ຫລາຍ​ໄວ້​ຕາມ​ທີ່​ໄດ້​ສັນ​ຍາ​ໄວ້​ແລ້ວ ເພື່ອ​ເຄື່ອງ​ທານ​ນັ້ນ​ຈະ​ມີ​ຢູ່​ພ້ອມ ເຫມືອນ​ເປັນ​ເຄື່ອງ​ທານ​ທີ່​ໃຫ້​ດ້ວຍ​ໃຈ​ສັດທາ ບໍ່​ໃຊ່​ດ້ວຍ​ຂືນ​ໃຈ 6 ດັ່ງ​ນີ້​ແຫລະ​ຄົນ​ທີ່​ຫວ່ານ​ພຽງ​ເລັກ​ນ້ອຍ​ກໍ​ກ່ຽວ​ເກັບ​ໄດ້​ພຽງ​ເລັກ​ນ້ອຍ ແລະ​ຄົນ​ທີ່​ຫວ່ານ​ຫລາຍ​ກໍ​ກ່ຽວເກັບ​ໄດ້​ຫລາຍ 7 ທຸກ​ຄົນ​ຈົ່ງ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄຶດ​ຫມາຍ​ໄວ້​ໃນ​ໃຈ ບໍ່​ໃຊ່​ໃຫ້​ດ້ວຍ​ຄຶດ​ເສັຽດາຍ ຫລື​ດ້ວຍ​ຂືນ​ໃຈ​ໃຫ້ ເຫດ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ຄົນ​ນັ້ນ​ທີ່​ໃຫ້​ດ້ວຍ​ຊື່ນ​ໃຈ​ຍິນ​ດີ 8 ແລະ​ພຣະ​ເຈົ້າ​ຊົງ​ຣິດ​ອາດ​ປະ​ທານ​ພຣະ​ຄຸນ​ອັນ​ສົມ​ອຸ​ດົມ​ທຸກ​ຢ່າງ​ແກ່​ເຈົ້າ​ທັງ​ຫລາຍ ເພື່ອ​ໃຫ້​ພວກ​ເຈົ້າ​ມີ​ທຸກ​ສິ່ງ​ທຸກ​ຢ່າງ​ພຽງ​ພໍ​ສຳ​ລັບ​ຕົວ​ສເມີ ທັງ​ຈະ​ມີ​ສິ່ງ​ຂອງ​ບໍ​ຣິ​ບູນ​ສຳ​ລັ​ບ​ການ​ງານ​ດີ​ທຸກ​ຢ່າງ​ດ້ວຍ 9 ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ທ່ານ​ບໍ​ຣິ​ຈາກ​ຢ່າງກວ້າງ​ຂວາງ​ໃຫ້​ແກ່​ຄົນ​ທຸກ​ຍາກ ຄຸນ​ຄວາມ​ດີ​ຂອງ​ທ່ານ​ກໍ​ຕັ້ງ​ຢູ່​ເປັນ​ນິດ” 10 ຝ່າຍ​ພຣະ​ອົງ​ຜູ້​ຊົງ​ປະ​ທານ​ແນວ​ປູກ​ໃຫ້​ແກ່​ຜູ້​ຫວ່ານ ກັບ​ທັງ​ອາ​ຫານ​ສຳ​ລັບ​ກິນ ຈະ​ຊົງ​ປະ​ທານ​ແນວ​ປູກ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ ທັງ​ຈະ​ຊົງ​ບັນ​ດານ​ໃຫ້​ແນວ​ປູກ​ນັ້ນ​ທະ​ວີ​ຂຶ້ນ ຊ້ຳ​ຈະ​ຊົງ​ບັນ​ດານ​ໃຫ້​ຜົນ​ແຫ່ງ​ຄຸນຄວາມ​ດີ​ຂອງ​ພວກ​ເຈົ້າ​ນັ້ນ​ຈະ​ເຣີນ​ຂຶ້ນ 11 ໂດຍ​ຊົງ​ໂຜດ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັ່ງ​ມີ​ດ້ວຍ​ສິ່ງ​ຂອ​ງ່​ຢາງ​ບໍ​ຣິບູນ ເພື່ອ​ໃຫ້​ພວກ​ເຈົ້າ​ມີ​ຂອງ​ແຈກ​ຢາຍ​ຢ່າງ​ໃຈ​ກວ້າງ​ຂວາງ ຊຶ່ງ​ເຮົາ​ໄດ້​ນຳ​ໄປ​ແຈກ​ຢາຍ ຈຶ່ງ​ເປັນ​ເຫດ​ໃຫ້​ເກີ​ດການ​ຂອບ​ພຣະ​ຄຸນ​ຕໍ່​ພຣະ​ເຈົ້າ 12 ເພາະ​ວ່າການ​ຮັບ​ໃຊ້​ໃນ​ການ​ບົວ​ລະ​ບັດ​ນັ້ນ​ບໍ່​ໃຊ່​ເປັນ​ການ​ຊ່ອຍ​ພວກ​ໄພ່​ພົນ​ຂອງ​ພຣະ​ອົງ​ທີ່​ຂາດ​ເຂີນ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ເຫດ​ໃຫ້​ມີ​ການ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຫລວງ​ຫລາຍ​ອີກ​ດ້ວຍ 13 ແລະ​ເນື່ອງ​ຈາກ​ຜົນ​ແຫ່ງ​ການ​ບົວ​ລະ​ບັດ​ນັ້ນ ເຂົາ​ຈຶ່ງ​ສັຣ​ເສີນ​ພຣະ​ເຈົ້າ ໂດຍ​ເຫດ​ທີ່​ເຈົ້າ​ທັງ​ຫລາຍຍອມ​ຟັງ​ແລະ​ຕັ້ງ​ໃຈ​ຢູ່​ໃນ​ອຳ​ນາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ ແລະ​ເພາະ​ເຫດ​ພວ​ກ​ເຈົ້າ​ໄດ້​ແຈກ​ຈ່າຍ​ແກ່​ເຂົາ​ແລະ​ແກ່​ຄົນ​ທັງ​ປວງ​ດ້ວຍ​ໃຈ​ກວ້າງ​ຂວາງ 14 ຝ່າຍ​ເຂົາ​ກໍ​ຈະ​ຮັກ​ແພງ​ແລະ​ອ້ອນວອນ​ເພື່ອ​ເຈົ້າ​ທັງ​ຫລາຍ ເພາະ​ເຫດ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ທີ່​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ​ຢ່າງ​ລົ້ນ​ເຫລືອ 15 ຈົ່ງ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ເພາະ​ຂອງ​ພຣະ​ຣາ​ຊ​ທານ​ອັນ​ເຫລືອ​ທີ່​ຈະ​ພັນ​ລະ​ນາ​ໃຫ້​ສິ້ນ​ສຸດ​ໄດ້

2 ໂກຣິນໂທ 10

ໂປ​ໂລ​ກ່າວ​ຕໍ່​ຕ້ານ​ເຣື່ອງ​ການ​ປະ​ຕິ​ບັດ​ຂອງ​ຄົນ

1 ເຮົາ​ຄື​ໂປ​ໂລ ຂໍ​ອ້ອນວອນ​ເຈົ້າ​ທັງ​ຫລາຍ​ເປັນ​ສ່ວນ​ຕົວ ໂດຍ​ເຫັນ​ແກ່​ຄວາມ​ອ່ອນ​ສຸ​ພາບ​ແລະ​ພຣະ​ທັຍ​ກະ​ຣຸ​ນາ​ຂອງ​ພຣະ​ຄຣິດ ເຮົາ, ຜູ້​ຊຶ່ງ​ພວກ​ເຈົ້າວ່າ​ເປັນ​ຄົນ​ສຸ​ພາບ​ຖ່ອມ​ຕົວ​ເມື່ອ​ຢູ່​ຕໍ່​ຫນ້າ ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ 2 ຄື ເຮົາ​ຂໍ​ຮ້ອງ​ພວກ​ເຈົ້າ​ວ່າ ເມື່ອ​ເຮົາ​ມາ​ຢູ່​ນຳ​ພວກ​ເຈົ້າ ຢ່າ​ໃຫ້​ເຮົາ​ສະ​ແດງ​ຄວາມ​ກ້າ​ຫານ​ດ້ວຍ​ຄວາມ​ແນ່​ໃຈ ເຫມືອນ​ເຮົາ​ຄຶດ​ບັງ​ອາດ​ຈະ​ເຮັດ​ຕໍ່​ລາງ​ຄົນ​ທີ່​ນຶກ​ເຫັນ​ວ່າ ເຮົາ​ຍັງ​ເຮັດ​ໄປ​ຕາມ​ທຳ​ມະ​ດາ​ມະ​ນຸດ 3 ເພາະ​ເຖິງ​ແມ່ນ​ວ່າ​ເຮົາ​ຢູ່​ກິນ​ໃນ​ໂລກ​ກໍຈິງ ເຮົາ​ກໍບໍ່​ໄດ້​ສູ້​ຮົບ​ຕາມ​ທຳ​ມະ​ດາ​ມະ​ນຸດ 4 ເພາະ​ວ່າ​ເຄື່ອງ​ອາ​ວຸດ​ຂອງ​ເຮົາ​ບໍ່​ເປັນ​ຝ່າຍ​ໂລກ ແຕ່​ມີ​ຣິ​ດອຳ​ນາດ​ຈາກ​ພຣະ​ເຈົ້າ ອາດ​ທຳ​ລາຍ​ຄ້າຍ​ອັນ​ເຂັ້ມ​ແຂງ​ໄດ້ ຄື​ທຳ​ລາຍ​ຄວາມ​ຄຶດ​ທີ່​ມີ​ເຫ​ດຜົນ​ອັນ​ບໍ່​ຈິງ 5 ແລະ​ຄວາມ​ດື້​ດຶງ​ທຸກ​ປະ​ການ​ທີ່​ຕັ້ງ​ຕົວ​ຂຶ້ນ​ຂັດ​ຂວາງ​ຄວາມ​ຮູ້​ຈັກ​ພຣະ​ເຈົ້າ ແລະ​ປາຍ​ຄວາມ​ຄຶດ​ທຸກ​ປະ​ການ​ລົງ​ໃຫ້​ຢູ່​ໃຕ້​ບັງ​ຄັບ ຈົນ​ເຖິງ​ນ້ອມ​ຟັງ​ພຣະ​ຄຣິດ 6 ແລະ​ເມື່ອ​ການ​ນ້ອມ​ຟັງ​ຂອງ​ເຈົ້າ​ທັງ​ຫລາຍ​ສຳ​ເຣັດ​ຄົບ​ຖ້ວນ​ແລ້ວ ເຮົາ​ພ້ອມ​ທີ່​ຈະ​ລົງ​ໂທດ​ແກ່​ການ​ບໍ່​ນ້ອມຟັງ​ທຸກ​ປະ​ການ 7 ເຈົ້າ​ທັງ​ຫລາຍ​ຈົ່ງ​ແລ​ເບິ່ງ​ສິ່ງ​ທີ່​ປາ​ກົດ​ກັບ​ຕາ ຖ້າ​ຜູ້​ໃດ​ຕາຍ​ໃຈ​ເຊື່ອ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະ​ຄຣິດ ກໍ​ໃຫ້​ຜູ້​ນັ້ນ​ຄຳ​ນຶງວ່າ​ເຫມືອນ​ດັ່ງ​ຕົນ​ເປັນ​ຄົນ​ຂອງ​ພຣະ​ຄຣິດ​ ເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະ​ຄຣິດ​ເຫມືອນ​ກັນ 8 ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ອວດ​ອ້າງ​ຫລາຍ​ໄປ​ຫນ້ອຍ​ນຶ່ງ ກ່ຽວ​ກັບ​ອຳ​ນາດ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ໃຫ້​ໄວ້ ເພື່ອ​ສ້າງ​ພວກ​ເຈົ້າ​ຂຶ້ນ ບໍ່​ໃຊ່​ເພື່ອ​ທຳ​ລາຍ​ພວກ​ເຈົ້າ​ກໍ​ຈະ​ບໍ່​ລະ​ອາຍ 9 ເຮົາ​ເວົ້າ​ດັ່ງ​ນັ້ນ​ເພື່ອ​ບໍ່​ໃຫ້​ເຈົ້າ​ທັງ​ຫລາຍ​ຄຶດ​ວ່າ ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຢ້ານ​ເພາະ​ຈົດ​ຫມາຍ​ຂອງ​ເຮົາ ເພາະ​ມີ​ລາງ​ຄົນ​ເວົ້າ​ວ່າ, 10 “ຈົດ​ຫມາຍ​ຂອງ​ໂປ​ໂລ​ນັ້ນ​ມີ​ນ້ຳ​ຫນັກ ​ແລະ​ມີ​ອຳ​ນາດ​ກໍ​ຈິງ ແຕ່​ວ່າ​ຕົວ​ທ່ານ​ເບິ່ງ​ຄື​ອ່ອນ​ແຮງ ແລະ​ຖ້ອຍ​ຄຳ​ຂອງ​ທ່ານ​ກໍ​ໃຊ້​ການ​ບໍ່​ໄດ້” 11 ຈົ່ງ​ໃຫ້​ຄົນ​ເຫລົ່າ​ນັ້ນ​ເຂົ້າ​ໃຈ​ດັ່ງ​ນີ້​ວ່າ ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ເວົ້າ​ໄວ້​ໃນ​ຈົດ​ຫມາຍ​ຂອງ​ເຮົາ​ຢ່າງ​ໃດ ເມື່ອ​ເຮົາ​ມາ​ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຢ່າງ​ນັ້ນ 12 ເພາະ​ວ່າ​ເຮົາ​ບໍ່​ກ້າ​ນັບ​ຕົວ​ວ່າ​ສເມີ​ກັນ​ກັບ​ລາງ​ຄົນ​ທີ່​ຍົກ​ຕົວ​ເອງ ຫລື​ປຽບ​ທຽບ​ກັນ​ແລະ​ກັນ​ແລ້ວ ເຂົາ​ກໍ​ເປັນ​ຄົນ​ຂາດ​ສະ​ຕິ​ປັນ​ຍາ 13 ຝ່າຍ​ເຮົາ​ຈະ​ບໍ່​ອວດ​ຕົວ​ໃນສິ່ງ​ໃດ​ເກີ​ນ​ຂອບ​ເຂດ ແຕ່​ວ່າ​ຈະ​ອວດ​ຕົວ​ໃນ​ຂອບ​ເຂດ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ຈັດ​ໄວ້​ໃຫ້​ເຮົາ ແລະ​ພວກ​ເຈົ້າ​ກໍ​ຢູ່​ໃນ​ຂອບ​ເຂດ​ນັ້ນ 14 ການ​ທີ່​ເຮົາ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ​ນັ້ນ ບໍ່​ໃຊ່​ເປັນ​ການ​ລ່ວງ​ເກີນ​ຂອບ​ເຂດ​ອັນ​ຄວນ ເພາະ​ເຮົາ​ເປັນ​ຜູ້​ທີ່​ນຳ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ​ມາ​ເຖິງ​ພວກ​ເຈົ້າ​ກ່ອນ​ຫມູ່ 15 ເຮົາ​ບໍ່​ໄດ້​ອວດ​ຕົວ​ເກີນ​ຂອບ​ເຂດ ບໍ່​ໄດ້​ເອົາ​ການ​ທີ່​ຄົນ​ອື່ນ​ເຮັດ​ມາ​ອວດ ແຕ່​ເຮົາ​ຫວັງ​ໃຈ​ວ່າ ເມື່ອ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ຈະ​ເຣີນ​ຂຶ້ນ​ແລ້ວ ງານ​ຂອງ​ເຮົາ​ຈະ​ຂ​ຍາຍ​ຂອບ​ເຂດ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ​ຖ້າມ​ກາງ​ພວກ​ເຈົ້າ​ໃນ​ຂອບ​ເຂດ​ຂອງ​ເຮົາ 16 ເພື່ອ​ເຮົາ​ຈະ​ໄດ້​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ໃນ​ເຂດ​ທີ່​ຢູ່ນອກ​ທ້ອງ​ຖິ່ນ​ຂອງ​ພວກ​ເຈົ້າ ໂດຍ​ບໍ່​ໄດ້​ອວດ​ເຣື່ອງ​ການ​ງານ​ທີ່​ຄົນ​ອື່ນ​ໄດ້​ເຮັດ​ໄວ້​ແລ້ວ​ນັ້ນ 17 “ຖ້າ​ຜູ້​ໃດ​ຈະ​ອວດ ກໍ​ຈົ່ງ​ເອົາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ອວດ​ເທີນ” 18 ເພາະ​ຄົນ​ທີ່​ຍົກ​ຍ້ອງ​ຕົວ​ເອງ​ບໍ່​ເປັນ​ທີ່​ນັບ​ຖື​ຂອງ​ຜູ້​ໃດ​ ແຕ່​ຄົນ​ທີ່​ຫນ້າ​ນັບ​ຖື​ນັ້ນ ຄືຜູ້​ທີ່​ພຣະ​ອົງ​ເຈົ້າ​ຊົງ​ຍົກ​ຍ້ອງ

2 ໂກຣິນໂທ 11

ໂປ​ໂລ​ແລະ​ອັ​ຄ​ສາ​ວົກ​ທຽມ

1 ເຮົາ​ປະ​ສົງ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ອົດ​ທົນ​ຟັງ​ຄວາມ​ໂງ່​ຂອງ​ເຮົາ​ຈັກ​ຫນ້ອຍ 2 ກະ​ຣຸ​ນາ​ອົດ​ທົນ​ນຳ​ເຮົາ​ແດ່​ຖ້ອນ ເພາະ​ວ່າ​ເຮົາ​ຫວງແຫນ​ເຈົ້າ​ທັງ​ຫລາຍ​ຕາ​ມຢ່າງ​ຄວາມ​ຫວງ​ແຫນ​ຂອງ​ພຣະ​ເຈົ້າ ເຫດ​ວ່າ​ເຮົາ​ໄດ້​ຫມາຍ​ຫມັ້ນ​ພວກ​ເຈົ້າ​ໄວ້​ສຳ​ລັບ​ຜົວ​ຜູ້​ດຽວ ເພື່ອຈະ​ຖວາຍ​ແກ່ພຣະ​ຄຣິດ​ເປັນສາວ​ປອດ​ບໍ​ຣິ​ສຸດ 3 ແຕ່​ເຫມືອນ​ດັ່ງ​ງູ​ນັ້ນ​ໄດ້​ຫລອກ​ລວງ​ນາງ​ເອ​ວາ​ດ້ວຍ​ກົນ​ອຸ​ບາຍ​ຂອງ​ມັນ ເຮົາ​ຄຶດ​ຢ້ານ​ວ່າ​ຈິດ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ກໍ​ຈະ​ຖືກ​ຫລອກ​ລວງ​ດ້ວຍ​ຢ່າງ​ໃດ​ຢ່າງນຶ່ງ ໃຫ້​ຫລົງ​ຈາກ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ອັນ​ສັດ​ຊື່​ແລະ​ອັນ​ບໍ​ຣິ​ສຸດ​ຕໍ່​ພຣະ​ຄຣິດ​ດັ່ງ​ນັ້ນ 4 ເຫດ​ວ່າ​ຖ້າ​ມີ​ຜູ້​ໃດມາ​ປະ​ກາດ​ເຣື່ອງ​ພຣະ​ເຢ​ຊູ​ອົງ​ອື່ນ ທີ່​ແຕກ​ຕ່າງ​ກັບ​ພຣະ​ອົງ​ທີ່​ເຮົາ​ໄດ້​ປະ​ກາດ​ແລ້ວ​ນັ້ນ ຫລື​ຖ້າ​ເຈົ້າ​ທັງ​ຫລາຍ​ຈະ​ຮັບ​ພຣະ​ວິນ​ຍານ ຊຶ່ງ​ຕ່າງ​ກັນ​ກັບ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ແລ້ວ​ນັ້ນ ຫລື​ຮັບ​ຂ່າວ​ປະ​ເສີດ​ອັນ​ແຕກ​ຕ່າ​ງກັບ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ເອົາ​ແລ້ວ​ນັ້ນ ກໍ​ທໍ່​ກັບ​ວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ຍອມ​ເຊື່ອ​ຟັງ​ຕໍ່​ເຂົາ​ງ່າຍ​ເຕັມ​ທີ 5 ເພາະ​ເຮົາ​ຄຶດ​ວ່າ​ເຮົາ​ບໍ່​ເປັນ​ຜູ້​ຕ່ຳ​ຕ້ອຍກວ່າ​ພວກອັ​ຄ​ສາ​ວົກ​ຊັ້ນ​ຜູ້​ໃຫຍ່​ເຫລົ່າ​ນັ້ນ​ແມ່ນ​ແຕ່​ຫນ້ອຍ​ດຽວ 6 ເຖິງ​ແມ່ນ​ເຮົາບໍ່​ເກັ່ງ​ຝ່າຍ​ຄວາມ​ເວົ້າ​ກໍ​ດີ ເຮົາ​ກໍ​ຍັງ​ມີ​ຄວາມ​ຮູ້ ທີ່​ຈິງ, ເຮົາ​ໄດ້​ສະ​ແດງ​ຂໍ້​ນີ້​ໃຫ້​ປາ​ກົດ​ຢ່າງ​ແຈ່ມ​ແຈ້ງ​ແກ່​ເຈົ້າ​ທັງ​ຫລາຍ​ແລ້ວ​ໃນ​ກິ​ຈ​ການ​ທຸກ​ສິ່ງ 7 ເຮົາ​ໄດ້​ເຮັດ​ຜິດ​ຫລື​ໃນ​ການ​ທີ່​ເຮົາ​ຖ່ອມ​ໃຈ​ລົງ​ເພື່ອ​ຍົກ​ຊູ​ເຈົ້າ​ທັງ​ຫລາຍ​ຂຶ້ນ ເພາະ​ເຮົາ​ໄດ້​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ​ແກ່​ພວກ​ເຈົ້າ ໂດຍ​ບໍ່​ໄດ້​ຄຶດ​ຄ່າ​ອັນ​ໃດ 8 ເຮົາ​ໄດ້​ລູ່​ຊິງ​ຄ​ຣິ​ສ​ຕະ​ຈັກ​ຫນ່ວຍ​ອື່ນ ດ້ວຍ​ການ​ຮັບ​ເງິນ​ບໍາ​ຣຸງ​ຈາກ​ພວກ​ເຂົາ​ເພື່ອ​ມາ​ບົວ​ລະ​ບັດ​ພວກ​ເຈົ້າ 9 ແລະ​ເມື່ອ​ເຮົາ​ນຳ​ເຈົ້າ​ທັງ​ຫລາຍ​ແລະ​ກຳ​ລັງ​ຂາດ​ເຂີນ ເຮົາ​ກໍ​ບໍ່​ໄດ້​ໃຫ້​ເປັນ​ພາ​ຣະ​ອັນ​ຫນັກ​ແກ່​ຜູ້​ໃດ ເພາະ​ວ່າ​ພວກ​ພີ່​ນ້ອງ​ທີ່​ມາ​ຈາກ​ແຂວງ​ມາ​ເກ​ໂດ​ເນັຽ ໄດ້​ຊ່ອຍ​ໃຫ້​ມີ​ພໍ​ກັບ​ຄວາມ​ຕ້ອງ​ການ​ຂອງ​ເຮົາ ເຮົາ​ໄດ້​ລະ​ວັງ​ຕົວ​ບໍ່​ໃຫ້​ເປັນ​ພາ​ຣະ​ອັນ​ຫນັກ​ແກ່​ເຈົ້າ​ທັງ​ຫລາຍ​ໃນ​ສິ່ງ​ໃດ ແລະ​ຈະ​ລະ​ວັງ​ຢ່າງ​ນັ້ນ​ຕໍ່​ໄປ 10 ຄວາມ​ຈິງ​ຂອງ​ພຣະ​ຄຣິດ​ມີ​ຢູ່​ໃນ​ເຮົາ​ຢ່າງ​ຄັກ​ແນ່​ສັນ​ໃດ ຈຶ່ງ​ບໍ່​ມີ​ຜູ້​ໃດ​ໃນ​ແຂວງອະ​ຂາ​ຢາ​ຫ້າມບໍ່​ໃຫ້​ອວດ​ອ້າງ​ການ​ນີ້​ສັນ​ນັ້ນ 11 ເພາະ​ເຫດ​ໃດ ເພາະ​ເຮົາ​ບໍ່​ຮັກ​ເຈົ້າ​ທັງ​ຫລາຍ​ຫລື ພຣະ​ເຈົ້າ​ຊົງ​ຊາບ​ດີດ​ວ່າ​ເຮົາ​ຮັກ​ພວກ​ເຈົ້າ 12 ສິ່ງ​ໃດ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ ເຮົາ​ກໍ​ຈະ​ເຮັດ​ຕໍ່​ໄປ ເພື່ອບໍ່​ໃຫ້​ຄົນ​ເຫລົ່າ​ນັ້ນ​ມີ​ໂອ​ກາດອວດ​ໄດ້​ວ່າ ການ​ງານ​ທີ່​ເຂົາ​ເຮັດ​ນັ້ນ​ເປັນ​ການ​ແບບ​ດຽວ​ກັນ​ກັບ​ເຮົາ​ 13 ເພາະ​ວ່າ​ຄົນຢ່າງ​ນັ້ນ​ເປັນ​ອັ​ຄ​ສາ​ວົກ​ທຽມ ເປັນ​ຄົນ​ງານ​ທີ່​ຫລອກ​ລວງ ທີ່​ປອມ​ຕົວ​ເປັນ​ອັ​ຄ​ສາ​ວົກ​ຂອງ​ພຣະ​ຄຣິດ 14 ການ​ເຮັດ​ຢ່າງ​ນັ້ນ​ບໍ​ເປັນ​ການ​ປ​ລາດ​ຫຍັງ​ດອກ ເພາະ​ຊາ​ຕານ​ເອງ​ກໍ​ຍັງ​ປອມ​ຕົວ​ເປັນ​ເທວະ​ດາ​ຂອງ​ຄວາມ​ສວ່າງ​ໄດ້ 15 ເຫດ​ສັນ​ນັ້ນ​ຈຶ່ງ​ບໍ່​ເປັນ​ການງຶດ​ປ​ລາດ​ອັນ​ໃດ ທີ່​ຜູ້​ຮັບ​ໃຊ້​ຂອງ​ຊາ​ຕານ​ຈະ​ປອມ​ຕົວ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ຄວາມ​ຊອບ​ທັມ ບັ້ນ​ສຸດ​ທ້າຍ​ຂອງ​ຄົນ​ເຫລົ່າ​ນັ້ນ​ຈະ​ເປັນ​ໄປ​ຕາມ​ກິ​ຈ​ການ​ຂອງ​ເຂົາ

ການ​ທົນ​ທຸກ​ຂອງ​ໂປ​ໂລ​ໃນ​ຖາ​ນະ​ອັ​ຄ​ສາ​ວົກ

16 ເຮົາ​ກ່າວ​ຊ້ຳ​ອີກວ່າ ຢ່າ​ໃຫ້​ຜູ້​ໃດ​ຖື​ວ່າ​ເຮົາ​ເປັນ​ຄົນ​ໂງ່ ແຕ່​ຖ້າ​ມີ​ດັ່ງ​ນັ້ນ​ຈົ່ງ​ອົດ​ຮັບ​ຟັງ​ເຮົາເຫມືອນ​ຟັງ​ຄົນ​ໂງ່ ເພື່ອ​ເຮົາ​ຈະ​ໄດ້​ອວດ​ອ້າງ​ຈັ​ກ​ຫນ້ອຍ 17 (ການ​ທີ່ເຮົາ​ກ່າວ​ຢ່າງ​ນັ້ນ ເຮົາ​ບໍ່​ໄດ້​ກ່າວ​ຕາມ​ຫລັກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ກ່າວ​ເຫມືອນ​ຄົນ​ໂງ່​ທີ່​ມີ​ຄວາມ​ໄວ້​ໃຈ​ໃນ​ການອວດ​ຂອງ​ຕົນ 18 ເພາະ​ວ່າ​ມີ​ຫລາຍ​ຄົນ​ອວດ​ຕົວ​ຕາມ​ຢ່າງ​ມະ​ນຸດ ເຮົາ​ກໍ​ຈະ​ອວດ​ເຫມືອນ​ກັນ) 19 ເພາະ​ວ່າ​ການ​ທີ່​ເຈົ້າ​ທັງ​ຫລາຍ​ຍິນ​ດີ​ອົດ​ຮັບ​ຟັງ​ຄົນ​ໂງ່​ນັ້ນ ຄົງ​ຈະ​ເປັນ​ເພາະ​ພ​ວກ​ເຈົ້າ​ເປັນ​ຜູ້​ສ​ລາດ​ແລ້ວ​ຕີ້ 20 ເພາະ​ພວກ​ເຈົ້າ​ຍອມ​ທົນ​ເອົາ ເມື່ອ​ມີ​ຜູ້​ໃດ​ເອົາ​ເຈົ້າ​ໄປ​ເປັນ​ຂ້ອຍ ເມື່ອ​ມີ​ຜູ້​ໃດ​ກິນ​ເຈົ້າ ເມື່ອ​ມີ​ຜູ້​ໃດ​ຈັບ​ເອົາ​ຕົວ​ເຈົ້າ ເມື່ອ​ມີ​ຜູ້​ໃດ​ຍົກ​ຕົວ​ເປັນ​ໃຫຍ່ ຫລື​ເມື່ອ​ມີ​ຜູ້​ໃດ​ຕົບ​ຫນ້າ​ເຈົ້າ 21 ເຮົາ​ກ່າວດ້ວຍ​ຄວາມ​ລະ​ອາຍ​ວ່າ​ເຮົາ​ເປັນ​ຄົນ​ອ່ອນ​ແອ​ເກີນ​ໄປ​ໃນ​ເຣື່ອງ​ນີ້ ບໍ່​ວ່າ​ໃຜ​ຈະ​ກ້າ​ອວດ​ໃນ​ເຣື່ອງ​ໃດ (ເຮົາ​ກ່າວ​ຢ່າງ​ຄົນ​ໂງ່) ເຮົາ​ກໍ​ກ້າ​ອວດ​ໃນ​ເຣື່ອງ​ນັ້ນ​ເຫມືອນ​ກັນ 22 ເຂົາ​ເປັນ​ຊາດ​ເຮັບ​ເຣີ​ຫລື ເຮົາ​ກໍ​ເປັນ​ເຫມືອນ​ກັນ ເຂົາ​ເປັນ​ຊາວ​ອິ​ສ​ຣາ​ເອນ​ຫລື ເຮົາ​ກໍ​ເປັນ​ເຫ​ມືອນ​ກັນ ເຂົາ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ​ຫລື ເຮົາ​ກໍ​ເປັນ​ເຫມືອນ​ກັນ 23 ເຂົາ​ເປັນ​ຜູ້​ຣັບ​ໃຊ້​ຂອງ​ພຣະ​ຄຣິດ​ຫລື (ເຮົ່າ​ເວົ້າ​ຕາມ​ຢ່າງ​ຄົນ​ເສັຽ​ຈິດ) ເຮົາກໍລື່ນກວ່າ​ເຂົາ​ອີກ ເຮົາ​ໄດ້​ເຮັດ​ການ​ຫນັກ​ລື່ນກວ່າເຂົາ ໄດ້ຖືກ​ຄຸກ​ຫລາຍກວ່າ​ເຂົາ ໃນ​ການ​ຖືກ​ຂ້ຽນ​ຕີ ເຮົາ​ກໍ​ຖືກ​ເກີນ​ຂ​ນາດ ໃນ​ການ​ຜະ​ເຊີນ​ພັຍ ເຮົາ​ເກືອບ​ຕາຍ​ຫລາຍ​ເທື່ອ​ແລ້ວ 24 ພວກ​ຢິວ​ໄດ້​ຂ້ຽນ​ເຮົາ​ຫ້າ​ເທື່ອ ເທື່ອ​ລະ​ສາມ​ສິບ​ເກົ້າ​ບາດ 25 ເຮົາ​ໄດ້​ຖືກ​ຂ້ຽ​ນ​ດ້ວຍ​ແສ້​ຫວາຍ​ສາມ​ເທື່ອ ເຂົາ​ໄດ້​ຄວ່າງ​ກ້ອນ​ຫີນ​ໃສ່​ເຮົາ​ເທື່ອ​ນຶ່ງ ເຮົາ​ໄດ້​ຖືກ​ສະ​ເພົາ​ຫລົ້ມ​ເຖິງ​ສາມ​ເທື່ອ ເຮົາ​ໄດ້ຢູ່​ໃນ​ທະ​ເລ​ເລິກວັນ​ນຶ່ງ​ກັບ​ຄືນ​ນຶ່ງ 26 ເຮົາ​ໄດ້​ເດີ​ນທາງ​ຫລາຍ​ເທື່ອ ເປັນ​ການ​ປະ​ຈົນ​ພັຍ​ອັນ​ຫນ້າ​ຢ້ານ​ໃນ​ແມ່​ນ້ຳ ຈາກ​ພວກ​ໂຈນ ຈາກ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຮົາ​ເອງ ຈາກ​ພວກນອກ​ຊາດ ໃນ​ບ້ານ​ເມືອງ ໃນ​ປ່າ ໃນ​ທະ​ເລ ຖ້າມ​ກາງ​ພວກ​ພີ່​ນ້ອງ​ທີ່​ບໍ່​ສັດ​ຊື່ 27 ຜະ​ເຊີນ​ໃນ​ການ​ຫນັກ​ຫນ່ວງ​ແລະ​ຍາກ​ລຳ​ບາກ ໃນ​ການ​ອົດ​ຫລັບ​ອົດ​ນອນ​ຫລາຍ​ຄືນ ໃນ​ການ​ອຶດ​ເຂົ້າ​ຢາກ​ນ້ຳ ໃນ​ການ​ອົດ​ອາ​ຫານ​ຫລາຍ​ເທື່ອ ໃນ​ການ​ຖືກ​ຫນາວ​ແລະ​ເປືອຍ​ຕົວ 28 ແລະ​ນອກ​ຈາກ​ການ​ອື່ນໆ​ທີ່​ເຮົາ​ຍັງ​ບໍ່​ໄດ້​ຍົກ​ມາ​ໃຫ້​ຟັງ ກໍ​ຍັງ​ມີ​ພາ​ຣະ​ປະ​ຈຳ​ວັນ​ຂອງ​ເຮົາ ຄື​ຄວາມ​ຫ່ວງ​ໃຍ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ທັງ​ປ​ວງ 29 ມີ​ໃຜ​ແດ່​ທີ່​ອ່ອນ​ແຮງ ແລະ​ເຮົາ​ບໍ່​ໄດ້​ອ່ອນ​ແຣງ​ນຳ ມີ​ໃຜ​ແດ່​ທີ່​ຖືກ​ສະ​ດຸດ ແລະ​ເຮົາ​ບໍ່​ໄດ້​ຮ້ອນ​ຮົນ​ໃຈ​ດ້ວຍ 30 ຖ້າ​ເຮົາ​ຈຳ​ເປັນ​ຕ້ອງອວດ​ຕົວ​ກ່ຽວ​ກັບ​ຄວາ​ມອ່ອນ​ແຮງ​ຂອງ​ເຮົາ 31 ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ແລະ​ຊົງ​ເປັນ​ພຣະ​ບິ​ດາ​ຂອງ​ພຣະ​ເຢ​ຊູ​ຄຣິດ ພຣະ​ອົງ​ຊົງ​ເປັນ​ຜູ້​ທີ່​ຄວນ​ແກ່​ການ​ສັຣ​ເສີນ​ເປັນ​ນິດ ພຣະ​ອົງ​ກໍ​ຊົງ​ຊາບ​ວ່າ​ເຮົາ​ບໍ່​ໄດ້​ເວົ້າ​ຕົວະ 32 ຜູ້​ວ່າ​ຣາ​ຊ​ການ​ເມືອງ​ຂອງ​ກະ​ສັດ​ອາ​ເຣ​ຕາໃນ​ນະ​ຄອນ​ດາ​ມັ​ສ​ກັ​ສ​ ໄດ້​ໃຫ້​ທະ​ຫານ​ເຝົ້າ​ນະ​ຄອນ​ໄວ້​ເພື່ອ​ຈະ​ຈັບ​ຕົວ​ເຮົາ 33 ແຕ່​ເຂົາ​ໄດ້​ເອົາ​ເຮົາ​ໃສ່​ກວຍ​ໃຫຍ່​ຢ່ອນ​ລົງ​ທາງ​ປ່ອງ​ຢ້ຽມ​ໃນ​ກຳ​ແພງ​ນະ​ຄອນ ເຮົາ​ຈຶ່ງ​ພົ້ນ​ຈາກ​ເງື້ອມ​ມື​ຂອ​ງ​ທ່ານ

2 ໂກຣິນໂທ 12

ນິ​ມິດ​ແລະ​ການ​ຊົງ​ສະ​ແດງ​ທີ່​ໂປ​ໂລ​ໄດ້​ຮັບ​ຈາກ​ພຣະ​ເຈົ້າ

1 ເຖິງ​ຈະ​ບໍ່​ມີ​ປ​ໂຍດ​ອັນ​ໃດ​ກໍ​ຕາມ ເຮົາ​ກໍ​ຈຳ​ເປັນ​ຕ້ອງອວດ​ຕົວ ແຕ່​ເຮົາ​ຈະ​ເລົ່າ​ເຖິງ​ນິ​ມິດ​ແລະ​ການ​ສະ​ແດງ​ຊຶ່ງ​ມາ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 2 ແຕ່​ສິບ​ສີ່​ປີ​ມາແລ້ວ​ເຮົາ​ຮູ້​ຈັກ​ຄຣິ​ສະ​ຕຽນ​ຜູ້​ນຶ່ງ ຜູ້​ນັ້ນ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ສວັນ​ຊັ້ນ​ສາມ (ແຕ່​ຈະ​ໄປ​ທັງ​ກາຍ​ຫລື​ນອກ​ກາຍ​ເຮົາ​ກໍບໍ່​ຮູ້ ພຣະ​ເຈົ້າ​ເທົ່າ​ນັ້ນ​ເປັນ​ຜູ້​ຊົງ​ຊາບ) 3 ເຮົາ​ຮູ້​ຈັກ​ວ່າ​ຄົນ​ນັ້ນ​ໄດ້​ຮັບ​ຂຶ້ນ​ໄປ​ເຖິງ​ທີ່​ສຸ​ຂະ​ເສີມ (ແຕ່​ຈະ​ໄປ​ທັງ​ກາຍ​ຫລື​ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະ​ເຈົ້າ​ເທົ່າ​ນັ້ນ​ເປັນ​ຜູ້​ຊົງ​ຊາບ) 4 ຄົນ​ນັ້ນ​ໄດ້​ຍິນ​ສຽງ​ທີ່​ຈະ​ກ່າວ​ອອກ​ເປັນ​ຄຳ​ບໍ່​ໄດ້ ແລະ​ເປັນ​ສິ່ງ​ທີ່​ຫ້າມ​ມະ​ນຸດບໍ່​ໃຫ້​ເປີດ​ເຜີຍ 5 ສຳ​ລັບ​ຄົນ​ຜູ້​ນັ້ນ​ແຫລະ, ເຮົາ​ອວດ​ໄດ້ ແຕ່​ສຳ​ລັບ​ເຮົາ​ເອງ​ຈະບໍ່​ອວດ​ຕົວ ເວັ້ນ​ແຕ່​ຈະ​ອວດ​ໃນ​ຄວາມ​ອ່ອນ​ແຮງ​ຂອງ​ເຮົາ 6 ເພາະ​ເຖິງ​ແມ່ນ​ວ່າ​ເຮົາ​ຢາກອວດ​ຕົວ ເຮົາ​ກໍບໍ່ເປັນ​ຄົ​ນ​ໂງ່ ເພາະ​ເຮົາ​ກ່າວ​ຕາມ​ຄວາມ​ຈິງ ແຕ່​ເຮົາ​ອົດ​ກັ້ນ​ໄວ້ ກໍ​ເພາະ​ຢ້ານ​ວ່າ​ຈະ​ມີ​ບາງ​ຄົນ​ຍົກ​ຍ້ອງ​ເຮົາ ເກີນກວ່າ​ທີ່​ເຂົາ​ໄດ້​ຮູ້​ຈາ​ກການ​ເຫັນ​ແລະ​ຟັງ​ເຮົາ​ນັ້ນ 7 ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກ​ຍ້ອງ​ຕົວ​ຈົນ​ເກີນ​ໄປ​ເນື່ອງ​ຈາກການ​ຊົງ​ສະ​ແດງ​ອັນ​ຫລວ​ງ​ຫລາຍ​ຊຶ່ງມາ​ຈາກ​ພຣະ​ເຈົ້າ ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ມີ​ສ້ຽນ​ຫນາມ​ໃນ​ເນື້ອ​ກາຍ​ຂອງ​ເຮົາ ເປັນ​ບໍ​ຣິ​ວານ​ຂອງ​ຊາ​ຕານ​ທີ່​ທຸບ​ຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກ​ຍ້ອງ​ຕົວ​ຈົນ​ເກີນ​ໄປ 8 ເຣື່ອງ​ສິ່ງ​ນັ້ນ​ເຮົາ​ໄດ້​ອ້ອນວອນ​ທູນ​ຂໍ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ເຖິງ​ສາມ​ເທື່ອ ໃຫ້​ມັນ​ພົ້ນ​ໄປ​ຈາກ​ເຮົາ 9 ແຕ່​ພຣະ​ອົງ​ຊົງ​ກ່າວ​ແກ່​ເຮົາ​ວ່າ, “ການ​ທີ່​ເຈົ້າ​ມີ​ຄຸນ​ຈາກ​ເຮົາ ກໍ​ພໍ​ສຳ​ລັບ​ເຈົ້າ​ແລ້ວ ດ້ວຍ​ວ່າ​ຄວາມ ອ່ອນ​ແອ​ມີ​ຢູ່​ທີ່​ໃດ ເດດ​ຂອງ​ເຮົາ​ກໍ​ມີ​ຣິດ​ຂຶ້ນ​ເຕັມ​ຂນາດ​ຢູ່​ທີ່​ນັ້ນ” ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ມີ​ຄວາມ​ພາກ​ພູມ​ໃຈ​ໃນ​ບັນ​ດາ​ຄວາມ​ອ່ອນ​ແອ​ຂອງ​ເຮົາ​ດີກວ່າ ເພື່ອ​ຣິດ​ເດດ​ຂອງ​ພຣະ​ຄຣິດ​ຈະ​ບັງ​ຮົ່ມ​ເຮົາ​ໄວ້ 10 ສັນ​ນັ້ນ ເພາະ​ເຫັນ​ແກ່​ພຣະ​ຄຣິດ​ເຮົາ​ຈຶ່ງ​ຊື່ນໃຈ​ໃນ​ບັນ​ດາ​ຄວາມ​ອ່ອນ​ແອ ໃນ​ການ​ຖືກ​ຫມິ່ນ​ປມາດ ໃນ​ຄວາມ​ຍາກ​ລຳ​ບາກ ໃນ​ການ​ຖື​ກຂົ່ມ​ເຫັງ ແລະ​ໃນ​ຄວາມ​ຍາກ​ຈົນ ເພາະ​ວ່າ​ເຮົາ​ອ່ອນ​ແອ​ເມື່ອ​ໃດ ເຮົາ​ກໍ​ຈະ​ແຂງ​ແຮງ​ເມື່ອ​ນັ້ນ

ຄວາມຫ່ວງໄຍຂອງໂປໂລເຖິງຄຣິສຕະຈັກໂກຣິນໂທ

11 ເຮົາ​ກາຍ​ເປັນ​ຄົນ​ໂງ່​ແລ້ວ ເຈົ້າ​ທັງ​ຫລາຍ​ໄດ້​ບັງ​ຄັບ​ເຮົາ​ໃຫ້​ເປັນ ເພາະ​ວ່າ​ສົມ​ຄວນ​ແລ້ວ​ທີ່​ພວກ​ເຈົ້າ​ຈະ​ຍ້ອງ​ຍໍ​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ເປັນ​ຜູ້​ດີ​ວິ​ເສດ​ກໍ​ຈິງ ເຮົາ​ກໍ​ບໍ່​ຕ່ຳ​ຕ້ອຍກວ່າ​ອັ​ຄ​ສາ​ວົກ​ຊັ້ນ​ຜູ້​ໃຫຍ່​ເຫລົ່າ​ນັ້ນ​ໃນ​ປະ​ການ​ນຶ່ງ​ປະ​ການ​ໃດ 12 ແທ້​ຈິງ, ລັກ​ສະ​ນະ​ຂອງ​ອັ​ຄ​ສາ​ວົກ​ໄດ້​ປາ​ກົດ​ຢ່າງ​ແຈ່ມ​ແຈ້ງ​ໃນ​ຖ້າມ​ກາງ​ພວກ​ເຈົ້າ ໂດຍ​ຄວາມ​ພຽນ ໂດຍ​ການ​ສຳ​ຄັນ ໂດຍ​ການ​ອັ​ດ​ສະ​ຈັນ ແລະ​ໂດຍ​ການ​ອິ​ດ​ທິ​ຣິດ 13 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ເສັຽ​ປຽບ​ຕໍ່​ຄ​ຣິ​ສ​ຕະ​ຈັກ​ອື່ນໆ​ໃນ​ຂໍ້​ໃດ​ແດ່ ເວັ້ນ​ໄວ້​ແຕ່​ໃນ​ຂໍ້​ນີ້ ຄື​ເຮົາ​ບໍ່​ໄດ້​ເປັນ​ພາ​ຣະ​ອັນ​ຫນັກ​ແກ່​ພວກ​ເຈົ້າ ການ​ຜິດ​ນັ້ນ​ຂໍ​ພຣະ​ເຈົ້າ​ຊົງ​ໃຫ້​ອະ​ພັຍ​ໂທດ​ແກ່​ເຮົາ​ແດ່​ຖ້ອນ 14 ນີ້​ແຫລະ​ເປັນ​ເທື່ອ​ທີ່​ສາມ​ທີ່​ເຮົາ​ຕຽມ​ພ້ອມ​ທີ່​ຈະ​ມາ​ຫາ​ເຈົ້າ​ທັງ​ຫລາຍແລະ​ເຮົາ​ຈະ​ບໍ່​ເປັນ​ພາ​ຣະ​ອັນ​ຫນັກ​ແກ່​ພວກ​ເຈົ້າ ເພາະ​ວ່າ​ເຮົາ​ບໍ່​ຕ້ອ​ງການ​ສິ່ງ​ໃດ​ຈາກ​ພວກ​ເຈົ້າ ແຕ່​ວ່າ​ຕ້ອງ​ການ​ຕົວ​ພວກ​ເຈົ້າ ເຫດ​ວ່​ທີ່​ລູກ​ຈະ​ທ້ອນ​ໂຮມ​ຊັບ​ໄວ້​ສຳ​ລັບ​ພໍ່​ແມ່​ກໍ​ບໍ່​ສົມ​ຄວນ ແຕ່​ວ່າ​ແມ່ນ​ພໍ່​ແມ່​ເປັນ​ຜູ້​ທ້ອນ​ໂຮມ​ຊັບ​ໄວ້​ສໍາ​ລັບ​ລູກ 15 ຝ່າຍ​ເຮົາ​ກໍ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ສ​ລະ​ຊັບ​ແລະ​ເຫື່ອ​ແຮງ​ທັງ​ຫມົດ​ເພື່ອ​ເຈົ້າ​ທັງ​ຫລາຍ ເມື່ອ​ເຮົາ​ຮັກ​ພວກ​ເຈົ້າ​ຫລາຍ​ຂຶ້ນ​ເຖິງ​ພຽງ​ນີ້ ພວກ​ເຈົ້າ​ຈະ​ກັບ​ຮັກ​ເຮົາ​ຫນ້ອຍ​ລົງ​ຫລື 16 ບາ​ງ​ທີ​ເຈົ້າ​ທັງ​ຫລາຍ​ຈະ​ຍອມ​ຮັບ​ວ່າ​ເຮົາ​ບໍ່​ໄດ້​ເປັນ​ພາ​ຣະ​ອັນ​ຫນັກ​ແກ່​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ຄົງ​ກ່າວ​ວ່າ​ເຮົາ​ໃຊ້​ເລ່​ລ່​ຽມ​ຜົກ​ຈັບ​ພວກ​ເຈົ້າ​ດ້ວຍກົນ​ອຸ​ບາຍ 17 ເຮົາ​ໄດ້​ໂກງ​ເອົາ​ປ​ໂຍດ​ອັນ​ໃດ​ຈາກ​ພວກ​ເຈົ້າ​ແດ່​ຫລື ໃນ​ການ​ທີ່​ເຮົາ​ໄດ້​ໃຊ້​ຄົນ​ເຫລົ່າ​ນັ້ນ​ໄປ​ຫາ​ພວກ​ເຈົ້າ 18 ເຮົາ​ໄດ້​ວອນຂໍ​ໃຫ້​ຕີ​ໂຕໄປ​ແລະ​ໃຊ້​ໃຫ້​ນ້ອງ​ນັ້ນ​ໄປ​ດ້ວຍ ຕີ​ໂຕ​ໄດ້​ໂກງ​ເອົາ​ປ​ໂຍດ​ອັນ​ໃດ​ຈາກ​ພວກ​ເຈົ້າ​ແດ່ ເຮົາ​ທັງ​ສອງ​ບໍ່​ໄດ້​ດຳ​ເນີນ​ການ​ດ້ວຍ​ນ້ຳ​ໃຈ​ອັນ​ດຽວ​ກັນ​ດອກ​ຫລື ເຮົາ​ບໍ່​ໄດ້​ທຽວ​ໃນ​ຮ່ອງ​ຮອຍ​ອັນ​ດຽວ​ກັນ​ຫລື 19 ເຈົ້າ​ທັງ​ຫລາຍ​ຄົງ​ຄຶດ​ຢູ່​ຕ​ລອດ​ມາ​ວ່າ​ເຮົາ​ກ່າວ​ແກ້​ຕົວ​ຕໍ່​ພວກ​ເຈົ້າ ທີ່​ຈິງ, ເຮົາ​ກ່າວ​ໃນ​ພຣະ​ຄຣິດ​ເຫມືອນ​ເຮົາ​ຢູ່ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແລະ​ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ ສິ່​ງສາ​ຣະ​ພັດ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ເຮົາ​ເຮັດ​ເພື່ອ​ໃຫ້​ເຈົ້າ​ທັງ​ຫລາຍ​ຈະ​ເຣີນ​ຂຶ້ນ 20 ເພາະ​ເຮົາ​ຄຶດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກ​ເຈົ້າ​ເຫມືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກ​ເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ເຫມືອນ​ຢ່າງ​ທີ່​ພວກ​ເຈົ້າ​ຢາກ​ເຫັນ​ຄື ຢ້ານ​ວ່າ​ບໍ່​ເຫດ​ໃດ​ກໍ​ເຫດ​ນຶ່ງ ຈະ​ມີ​ການ​ຜິດ​ຖຽງ​ກັນ ການ​ອິດ​ສາ​ກັນ ການ​ຄຽດ​ກັນ ການ​ຄຶດ​ໃຫຍ່​ໃຝ່​ສູງ​ຕໍ່​ກັນ ການ​ນິນ​ທາ​ກັນ ການ​ຊຸບ​ຊິບ​ສໍ່​ສຽດ​ກັນ ການ​ຂີ້​ອົ່ງ​ຈອງ​ຫອງ ແລະ​ການ​ເກະ​ກະ​ວຸ້ນ​ວາຍ​ກັນ 21 ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ກັບ​ມາ​ເຖິງ​ແລ້ວ ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ຊົງ​ບັນ​ດານ​ໃຫ້​ເຮົາ​ຖ່ອມ​ຕົວ​ລົງ​ລະ​ອາຍ​ໃຈ​ຕໍ່​ຫນ້າ​ເຈົ້າ​ທັງ​ຫລາຍ ແລະ​ເຮົາ​ຈະ​ທຸກ​ໂສກ​ເພາະ​ເຫດ​ທີ່​ຫລາຍ​ຄົນ​ໄດ້​ເຮັດ​ຜິດ​ບາບ​ມາ​ແຕ່​ກ່ອນ​ແລ້ວ ບໍ່​ໄດ້​ກັບ​ໃຈ​ຈາ​ກການ​ຊົ່ວ​ຮ້າຍ ການ​ຫລິ້ນ​ຊູ້ ແລະ​ການ​ໂລ​ພະ​ຕັນ​ຫາ​ທີ່​ເຂົາ​ໄດ້​ເຮັດ​ນັ້ນ

2 ໂກຣິນໂທ 13

1 ເທື່ອ​ນີ້​ເປັນ​ເທື່ອ​ທີ່​ສາມ​ທີ່​ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ “ຂໍ້​ກ່າວ​ຫາ​ອັນ​ໃດ​ຕ້ອງ​ມີ​ພຍານ​ສອງ​ຫລື​ສາມ​ປາກ ຈຶ່ງ​ຈະ​ເປັນ​ທີ່​ເຊື່ອ​ຖື​ໄດ້” 2 ເຮົາ​ໄດ້​ເຕືອນ​ເຈົ້າ​ທັງ​ຫລາຍ​ທີ່​ເຮັດ​ຜິດ​ບາບ​ມາ​ແຕ່​ກ່ອນ ແລະ​ບັນ​ດາ​ຄົນ​ອື່ນໆ​ນັ້ນ​ດ້ວຍ ແລະ​ບັດ​ນີ້​ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ຂໍ​ຕັກ​ເຕືອນ​ພວ​ກ​ເຈົ້າ​ອີກ ເຫມືອນ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ພວກ​ເຈົ້າ​ເທື່ອ​ທີ່​ສອງ​ນັ້ນ​ວ່າ ຖ້າ​ເຮົາ​ມາ​ອີກ​ເຮົາ​ຈະ​ບໍ່​ຜ່ອນ​ໂທດ​ໃຫ້​ຄົນ​ເຫລົ່າ​ນັ້ນ 3 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ຕ້ອງ​ການ​ຈະ​ເຫັນ​ຫລັກ​ຖານ​ວ່າ ພຣະ​ຄຣິດ​ຊົງ​ກ່າວ​ທາງ​ເຮົາ ພຣະ​ອົງ​ບໍ່​ໄດ້​ຊົງ​ອ່ອນ​ແອ​ຕໍ່​ພວກ​ເຈົ້າ ແຕ່​ຊົງ​ມີ​ຣິດ​ອຳ​ນາດ​ໃນ​ຖ້າມ​ກາງພວກ​ເຈົ້າ 4 ເພາະ​ເຖິງ​ແມ່ນ​ວ່າ​ພຣະ​ອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຊົງ​ອ່ອນ​ແອ​ກໍ​ຈິງ ພຣະ​ອົງ​ກໍຍັງ​ຊົງ​ພຣະ​ຊົນ​ຢູ່​ເພາະ​ຣິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພາະ​ວ່າ​ເຮົາ​ກໍ​ອ່ອນ​ແອ​ດ້ວຍ​ກັນ​ກັບ​ພຣະອົງ ແຕ່​ເພື່ອ​ພວກ​ເຈົ້າ​ເຮົາ​ກໍ​ມີ​ຊີ​ວິດ​ເປັນ​ຢູ່ດ້ວຍ​ກັນ​ກັບ​ພຣະ​ອົງ ເພາະ​ຣິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ 5 ຈົ່ງ​ພິ​ຈາ​ຣະ​ນາ​ເບິ່ງ​ຕົວ​ເອງວ່າ​ພວກ​ເຈົ້າ​ຕັ້ງ​ຢູ່​ໃນ​ຄວາມ​ເຊື່ອ​ຫລື​ບໍ່ ຈົ່ງ​ຊັນ​ນະ​ສູດ​ຕົວ​ເອງ​ສາ ເຈົ້າ​ທັງ​ຫລາຍ​ບໍ່​ຮູ້​ຫລື​ວ່າ​ພຣະ​ເຢ​ຊູ​ຄຣິດ​ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຈົ້າ ເວັ້ນ​ເສັຽ​ແຕ່​ພວກ​ເຈົ້າ​ຈະ​ຜ່ານ​ກາ​ນຊັນ​ນະ​ສູດ​ບໍ່​ໄດ້ 6 ແຕ່​ເຮົາ​ຫວັງ​ໃຈ​ວ່າ​ເຈົ້າ​ທັງ​ຫລາຍ​ຄົງ​ຮູ້​ວ່າ​ເຮົາ​ບໍ່​ໄດ້​ເປັນ​ຜູ້​ຜ່ານ​ການ​ຊັນ​ນະ​ສູດ​ບໍ່​ໄດ້ 7 ເຮົາ​ອ້ອນວອນ​ຕໍ່​ພຣະ​ເຈົ້າ​ເພື່ອ​ບໍ່​ໃຫ້​ເຈົ້າ​ທັງ​ຫລາຍ​ເຣັດ​ຊົ່ວ​ປະ​ການ​ໃດ ບໍ່​ໃຊ່​ແຕ່​ເພື່ອ​ຈະ​ໃຫ້​ປາ​ກົດ​ວ່າ​ເຮົາ​ເປັນ​ຜູ້​ທີ່​ຜ່ານ​ການ​ຊັນ​ນະ​ສູດ​ໄດ້ ແຕ່​ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ເປັນ​ຄົນ​ທີ່​ເຮັດ​ເຫມາະ​ສົມ ເຖິ​ງ​ແມ່ນ​ເຮົາ​ຈະ​ເປັນ​ເຫມືອນ​ຄົນ​ທີ່​ຜ່ານ​ການ​ຊັນ​ນະ​ສູດ​ບໍ່​ໄດ້​ກໍ​ຕາມ 8 ເພາະ​ວ່າ​ເຮົາ​ຈະ​ເຮັດ​ສິ່ງ​ໃດ​ຂັດ​ກັບ​ຄວາມ​ຈິງ​ບໍ່​ໄດ້ ໄດ້​ແຕ່​ເຮັດ​ເພື່ອ​ຄວາມ​ຈິງ​ເທົ່າ​ນັ້ນ 9 ເພາະ​ວ່າ​ເມື່ອ​ເຮົາ​ອ່ອນ​ແອ​ແລະ​ເຈົ້າ​ທັງ​ຫລາຍ​ເຂັ້​ມ​ແຂງ​ນັ້ນ ເຮົາ​ກໍ​ຍິນ​ດີ ເຮົາ​ຈຶ່ງ​ອ້ອນວອນ​ຂໍ​ສິ່ງ​ນີ້ ຄື​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ຈະ​ເຣີນ​ຂຶ້ນ​ຢ່າງ​ດີ​ທີ່​ສຸດ 10 ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງ​ຫລາຍ​ນີ້​ເມື​ອ່​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວ​ລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່​ໄດ້​ກ່າວ​ຄຳ​ເຄັ່ງ​ຄັດ​ໃນ​ການ​ໃຊ້​ອຳ​ນາດ ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກ​ເຈົ້າ​ຂຶ້ນ ບໍ່​ໃຊ່​ເພື່ອ​ມ້າງ​ເພ​ລົງ 11 ໃນ​ສຸດ​ທ້າຍ​ນີ້​ພີ່​ນ້ອງ​ທັງ​ຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກ​ເຈົ້າ​ກ່ອນ ຈົ່ງ​ປັບ​ປຸງ​ໃຫ້​ຕົວ​ຈະ​ເຣີ​ນ​ຂຶ້ນ ຈົ່ງ​ຟັງ​ຄຳ​ວອນ​ຂໍ​ຂອງ​ເຮົາ ຈົ່ງ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສ​ງົບ ແລະ​ພຣະ​ເຈົ້າ​ຜູ້​ຊົງ​ຮັກ​ແລະ​ຊົງ​ປະ​ທານ​ສັນ​ຕິ​ສຸກ ຈະ​ຊົງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ 12 ຈົ່ງ​ທັກ​ທາຍ​ປາ​ສັຍ​ກັນ​ດ້ວຍ​ທັມ​ນຽມ​ຈູບ​ອັນ​ບໍ​ຣິ​ສຸດ 13 ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ​ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ 14 ຂໍ​ໃຫ້​ພຣະ​ຄຸນ​ຂອ​ງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ​ຄວາມ​ຮ່ວມ​ໃຈ​ແຫ່​ງ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ທຸກ​ຄົນ​ເທີນ

ຄາລາເຕຍ 1

1 ໂປ​ໂລ ຜູ້​ເປັນ​ອັ​ຄ​ສາ​ວົກ (ບໍ່​ໃຊ່​ມະ​ນຸດ​ແຕ່ງ​ຕັ້ງ ຫລື​ມະ​ນຸດ​ເປັນ​ຕົວ​ແທນ​ແຕ່ງ​ຕັ້ງ ແຕ່​ວ່າ​ພຣະ​ເຢ​ຊູ​ຄຣິດ​ ແລະ​ພຣະ​ບິ​ດາ​ເຈົ້າ​ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ເຢ​ຊູ​ຄືນ​ພຣະ​ຊົນ​ໄດ້​ຊົງ​ແຕ່ງ​ຕັ້ງ) 2 ກັບ​ບັນ​ດາ​ພີ່​ນ້ອງ​ທີ່ຢູ່​ນຳ​ເຮົາເຖິງ ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ​ທີ່​ຢູ່​ໃນ​ແຂວງ​ຄາ​ລາ​ເຕັຽ 3 ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ແລະ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ເທີນ 4 ພຣະ​ເຢ​ຊູ​ຊົງ​ສ​ລະ​ພຣະ​ກາຍ​ຂອງ​ພຣະ​ອົງ​ແທນ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ທັງ​ຫລາຍ ເພື່ອ​ຈະ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ສະໄຫມ​ປັດ​ຈຸ​ບັນ​ອັນ​ຊົ່ວ​ຮ້າຍ​ນີ້ ຕາມ​ນ້ຳ​ພຣະ​ທັຍ​ພຣະ​ເຈົ້ ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ 5 ຈົ່ງ​ຖ​ວາຍ​ກຽດ​ຕິ​ຍົດ​ແດ່​ພຣະ​ອົງ​ນັ້ນ​ສືບໆ ໄປ​ເປັນ​ນິດ ອາ​ແມນ

ບໍ່ມີຂ່າວປະເສີດອື່ນອີກ

6 ເຮົາ​ຮູ້​ສຶກ​ປ​ລາດ​ໃຈ​ທີ່​ເຈົ້າ​ທັງ​ຫລາຍ​ພາ​ກັນ​ລະ​ຖິ້ມ​ພຣະ​ອົງ​ຢ່າງ​ຮີບ​ດ່ວນ ພຣະ​ອົງ​ຊົງ​ເອີ້ນ​ພວກ​ເຈົ້າ​ມາ​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ຄຣິດ ແຕ່​ພວກ​ເຈົ້າ​ຕ່າວ​ຄືນ​ໄປ​ຫາ​ຂ່າວ​ປະ​ເສີດ​ອັນ​ແຕກ​ຕ່າງ​ເສັຽ 7 ທີ່​ຈິງ, ຂ່າວ​ປະ​ເສີດ​ອັນ​ອື່ນ​ບໍ່​ມີ ແຕ່​ວ່າ​ມີ​ບາງ​ຄົນ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ວຸ້ນ​ວາຍ ແລະ​ປາ​ຖ​ນາ​ທີ່​ຈະ​ປ່ຽນ​ແປງ​ຂ່າວ​ປະ​ເສີດ​ເຣື່ອງພຣະ​ຄຣິດ 8 ແຕ່​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຫລື​ເທວະ​ດາ​ຈາກ​ສວັນ​ກໍ​ດີ ຈະ​ປະ​ກາດ​ຂ່າວ​ປະ​ເສີດ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ ນອກ​ຈາກ​ຂ່າວ​ປະ​ເສີດ​ທີ່​ເຮົາ​ໄດ້​ປະ​ກາດ​ແກ່​ພວກ​ເຈົ້າ​ແລ້ວ​ນັ້ນ ກໍ​ໃຫ້​ຜູ້​ນັ້ນ​ຖືກ​ປ້ອຍ​ດ່າ 9 ເຫມືອນ​ດັ່ງ​ພວກ​ເຮົາ​ໄດ້​ບອກ​ໄວ້​ກ່ອນ​ແລ້ວ ບັດ​ນີ້​ເຮົາ​ບອກ​ອິກວ່າ ຖ້າ​ຜູ້​ໃດປະ​ກາດ​ຂ່າວ​ປະ​ເສີດ​ອື່ນ​ແກ່​ເຈົ້າ​ທັງ​ຫລາຍ​ຄື​ອັນ​ທີ່​ຂັດ​ກັບ​ຂ່າວປະ​ເສີດ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ໄວ້​ແລ້ວ ກໍ​ໃຫ້​ຜູ້​ນັ້ນ​ຖືກ​ປ້ອຍ​ດ່າ 10 ບັດ​ນີ້ ເຮົາ​ກຳ​ລັງ​ຊອກ​ຫາ​ເອົາ​ໃຈ​ມະ​ນຸດ​ຫລື ຫລື​ວ່າ​ຊອກ​ໃຫ້​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ເຮົາ​ພ​ຍາ​ຍາມ​ເພື່ອ​ໃຫ້​ຖືກ​ໃຈ​ມະ​ນຸດ​ຫລື ຖ້າ​ເຮົາ​ພຍາ​ຍາມ​ເພື່ອ​ໃຫ້ຖືກ​ໃຈ​ມະ​ນຸດ​ແລ້ວ ເຮົາ​ກໍ​ບໍ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຄຣິດ

ການທີ່ໂປໂລເປັນອັຄສາວົກ

11 ພີ່​ນ້ອງທັງ​ຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ ຂ່າວ​ປະ​ເສີດ​ທີ່​ເຮົາໄດ້​ປະ​ກາດ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ບໍ່​ແມ່ນ​ຂອງ​ມະ​ນຸດ 12 ດ້ວຍ​ວ່າ​ເຮົາ​ບໍ່​ໄດ້​ຮັບ​ຂ່າວປະ​ເສີດ​ນັ້ນ​ຈາກ​ມະ​ນຸດ ຫລື​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ສອນ​ໃຫ້​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວ​ປະ​ເສີດ​ນັ້ນ​ໂດຍ​ພຣະ​ເຢ​ຊູ​ຄຣິດ​ຊົງ​ສະ​ແດງ​ແກ່​ເຮົາ 13 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ເຖິງ​ຊີ​ວິດ​ເບື້ອງ​ຫລັງ​ຂອງ​ເຮົາ ເມື່ອ​ເຮົາ​ຍັງ​ຢູ່​ໃນ​ລັດ​ທິ​ຢິວ​ນັ້ນ ວ່າ​ເຮົາ​ໄດ້​ຂົ່ມ​ເຫັງ​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ຢ່າງ​ຮ້າຍ​ແຮງ​ເຫລືອ​ເກີນ ແລະ​ທຳ​ຮ້າຍ​ຕໍ່​ຄ​ຣິ​ສ​ຕະ​ຈັກ​ນັ້ນ 14 ແລະ​ເມື່ອ​ເຮົາ​ໄດ້​ຢູ່​ໃນ​ລັດ​ທິຢິວ​ນັ້ນ ເຮົາ​ໄດ້​ກ້າວ​ຫນ້າ​ເກີນກວ່າ​ເພື່ອນ​ຫລາຍ​ຄົນ​ທີ່​ມີ​ອາ​ຍຸ​ຣຸ່ນ​ດຽວ ແລະ​ທີ່​ເປັນ​ຊາ​ດດຽວ​ກັນ​ກັບ​ເຮົາ ເພາະ​ເຫດ​ທີ່​ເຮົາ​ໄດ້​ມີ​ໃຈ​ຮ້ອນ​ຮົນ​ຫລາຍກວ່າ​ເຂົາ ໃນ​ເຣື່ອງ​ຂ​ນົບ​ທັມ​ນຽມ​ທີ່​ສືບ​ມາ​ແຕ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ 15 ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ເລືອກ​ເຮົາ​ໄວ້​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ມານ​ດາ ແລະ​ໄດ້​ຊົງ​ໂຜດ​ເອີ້ນ​ເຮົາ​ດ້ວຍ​ພຣະ​ຄຸນ​ມາ​ຮັ​ບ​ໃຊ້​ພຣະ​ອົງ ແລະ​ເມື່ອ​ພຣະ​ອົງ​ຊົງ​ຊອບ​ພຣະ​ທັຍ 16 ທີ່​ຈະໂຜດ​ສະ​ແດງ​ພຣະ​ບຸດ​ຂອງ​ພຣະ​ອົງ​ໃຫ້​ປາ​ກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ບຸດ​ນັ້ນ​ໃນ​ຖ້າມ​ກາງ​ພວກ​ຕ່າງ​ຊາດ ເຮົາ​ບໍ່​ໄດ້​ປຶກ​ສາ​ກັນ​ກັບ​ມະ​ນຸດ​ຄົນ​ໃດ 17 ເຮົາ​ບໍ່​ໄດ້​ຂຶ້ນ​ເມືອ​ຫາ​ພວກ​ທີ່​ເປັນ​ອັ​ຄ​ສາ​ວົກ​ກ່ອນ​ເຮົາ​ໃນ​ກຸງ​ເຢ​ຣູ​ຊາ​ເລັມ ແຕ່​ເຮົາ​ໄດ້​ອອກ​ໄປ​ຍັງ​ປະ​ເທດ​ອາ​ຣະ​ເບັຽ​ທັນ​ທີ ແລ້ວ​ໄດ້​ກັບ​ມາ​ຍັງ​ເມືອງ​ດາ​ມັ​ສ​ກັ​ສ​ອິກ 18 ຫລັງ​ຈາກ​ນັ້ນ​ມາ​ໄດ້​ສາມ​ປິ ເຮົາ​ໄດ້​ຂຶ້ນ​ເມືອຫາ​ເກ​ຟາ​ທີ່​ກຸງ​ເຢ​ຣູ​ຊາ​ເລັມ ແລະ​ໄດ້​ພັກ​ຢູ່​ກັບ​ທ່ານ​ສິບ​ຫ້າ​ມື້ 19 ແຕ່​ອັ​ຄ​ສາ​ວົກ​ຄົນ​ອື່ນ​ເຮົາ​ບໍ່​ໄດ້​ພົບ ເວັ້ນ​ແຕ່​ຢາ​ໂກ​ໂບ​ນ້ອງ​ຊາຍ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ 20 (ໃນ​ເຣື່ອງ​ທີ່​ເຮົາ​ຂຽນ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ນີ້ ເຮົາ​ກໍ​ສາ​ບານ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ວ່າ ເຮົາ​ບໍ່​ໄດ້​ເວົ້າ​ຕົວະ) 21 ຫລັງ​ຈາ​ກນັ້ນ​ ເຮົາ​ໄດ້​ໄປ​ໃນ​ເຂດ​ແດນ​ຊີ​ເຣັຽ​ ແລະ​ກີ​ລີ​ເກັຽ 22 ສ່ວນ​ສະ​ມາ​ຊິກ​ໃນ​ຄ​ຣິ​ສ​ຕະຈັກ​ທັງ​ຫລາຍ​ທີ່​ແຂວງ​ຢູ​ດາຍ​ນັ້ນ ຍັງ​ບໍ່​ໄດ້​ຮູ້​ຈັກ​ຫນ້າ​ຂອງ​ເຮົາ 23 ເຂົາ​ພຽງ​ແຕ່​ໄດ້​ຍີນ​ວ່າ, “ຜູ້​ທີ່​ແຕ່​ກ່ອນ​ເຄີຍ​ໄດ້​ກົດ​ຂີ່​ຂົ່ມ​ເຫັງ​ພວກ​ເຮົາ ບັດ​ນີ້ ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ຄວາມ​ເຊື່ອ ຊຶ່ງ​ແຕ່​ກ່ອນ​ຕົນ​ເຄີຍ​ໄດ້​ທຳ​ຮ້າຍ​ແລ້ວ​ນັ້ນ” 24 ເຂົາ​ທັງ​ຫລາຍ​ຈຶ່ງ​ຖວາ​ຍ​ພຣະ​ກຽດ​ແກ່​ພຣະ​ເຈົ້າ​ເພາະ​ເນື່ອງ​ດ້ວຍ​ເຮົາ

ຄາລາເຕຍ 2

ອັ​ຄ​ສາ​ວົກ​ອື່ນໆ​ຮັບ​ຮູ້​ໂປ​ໂລ

1 ຫລັງ​ຈາກ​ນັ້ນ​ມາ​ສິບ​ສີ່​ປີ ເຮົາ​ກັ​ບ​ບາ​ຣະ​ນາ​ບາ​ໄດ້​ຂຶ້ນ​ເມືອ​ຍັງ​ກຸງ​ເຢ​ຣູ​ຊາ​ເລັມ​ອີກ ແລະ​ພາ​ຕີ​ໂຕ​ໄປ​ນຳ 2 ເຮົາ​ໄດ້​ຂຶ້ນ​ເມືອ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ສະ​ແດງ​ແກ່​ເຮົາ ແລະ​ເຮົາ​ໄດ້​ເລົ່າ​ຂ່າວ​ປະ​ເສີດ ທີ່​ເຮົາ​ເຄີຍ​ປະ​ກາດ​ແກ່​ພວກ​ຕ່າງ​ຊາດ​ນັ້ນ​ໃຫ້​ເຂົາ​ຟັງ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳ​ຄັນ​ຟັງ​ເປັນ​ສ່ວນ​ຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳ​ລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່​ມີ​ປ​ໂຍດ 3 ແຕ່​ສ່ວນ​ຕີ​ໂຕ​ຜູ້​ຢູ່​ກັ​ບ​ເຮົາ​ນັ້ນ ເຖິງ​ແມ່ນ​ວ່າ​ເປັນ​ຄົນ​ຕ່າງ​ຊາດ​ກໍ​ຕາມ ເຂົາ​ກໍ​ບໍ່​ໄດ້​ບັງ​ຄັບ​ໃຫ້​ຮັບ​ພິ​ທີ​ຕັດ 4 ແຕ່​ມີ​ພີ່​ນ້ອງ​ທີ່​ແປກ​ປອມ​ໄດ້​ລັກ​ລອບ​ເຂົ້າ​ມາ ເພື່ອ​ສອດ​ແນມ​ເບິ່ງ​ເສ​ຣິ​ພາບຂອງ​ພວກ​ເຮົາ ທີ່​ມີຢູ່ເພາະ​ພຣະ​ເຢ​ຊູ​ຄຣິດ ພ​ວກ​ເຂົາ​ຫວັງ​ຈະ​ບັງ​ຄັບ​ພວກ​ເຮົາ​ໃຫ້​ກັບ​ໄປ​ເປັນ​ຂ້ອຍ​ຂ້າ​ອີກ 5 ແຕ່​ພວກ​ເຮົາ​ບໍ່​ໄດ້​ອ່ອນຍອມ​ຕໍ່​ເຂົາ​ແມ່ນ​ແຕ່​ນາ​ທີ​ດຽວ ເພື່ອ​ຈະ​ໄດ້​ຮັກ​ສາ​ຄວາມ​ສັດ​ຈິງ​ຂອງ​ຂ່າວ​ປະ​ເສີດ​ນັ້ນ​ໄວ້​ສຳ​ລັບ​ເຈົ້າ​ທັງ​ຫລາຍ 6 ສ່ວນ​ຄົນ​ເຫລົ່າ​ນັ້ນ​ທີ່​ເຂົາ​ຖື​ວ່າ​ເປັນ​ຄົນ​ສຳ​ຄັນ (ເຂົາ​ຈະ​ເຄີຍ​ເປັນ​ຄົນ​ຢ່າງ​ໃດ​ມາ​ກ່ອນ​ແລ້ວ​ກໍ​ຕາມ ກໍ​ບໍ່​ສຳ​ຄັນ​ຢ່າງ​ໃດ​ສຳ​ລັບ​ເຮົາ ພຣະ​ເຈົ້າ​ບໍ່​ຊົງ​ເຫັນ​ແກ່​ຫນ້າ​ຄົນ​ໃດ) ຄົນ​ເຫລົ່າ​ນັ້ນ​ທີ່​ເຂົາ​ຖື​ວ່າ​ເປັນ​ຄົນ​ສຳ​ຄັນ ກໍ​ບໍ່​ໄດ້​ເພີ້ມ​ເຕີມ​​ສິ່ງ​ໃດ​ແກ່​ເຮົາ 7 ແຕ່​ກົງ​ກັນ​ຂ້າມ, ເມື່ອ​ເຂົາ​ເຫັນ​ວ່າ​ພຣະ​ເຈົ້າ​ຊົງ​ມອບ​ໃຫ້​ເຮົາ​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ແກ່​ຄົນ​ທີ່​ບໍ່​ຖື​ພິ​ທີ​ຕັດ ເຫມືອນ​ດັ່ງ​ພຣະ​ເຈົ້າ​ໄດ້​ຊົງ​ມອບ​ໃຫ້​ເປ​ໂຕ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ທີ່​ຖື​ພິ​ທີ​ຕັດ 8 (ເພາະ​ວ່າ​ພຣະ​ອົງ​ຜູ້​ໄດ້​ຊົງ​ບັນ​ດົນ​ໃຈ​ເປ​ໂຕ​ໃຫ້​ເປັນ​ຜູ້​ໃຊ້​ໄປ​ຫາ​ພວກ​ຄົນ​ທີ່​ຖື​ພິ​ທີ​ຕັດ ກໍ​ໄດ້​ຊົງ​ບັນ​ດົນ​ໃຈ​ຂອງ​ເຮົາ​ໃຫ້​ໄປ​ຫາ​ພວກ​ຕ່າງ​ຊາດ​ເຫມືອນ​ກັນ) 9 ເມື່ອ​ຢາ​ໂກ​ໂບ​ກັບ​ເກ​ຟາ ແລະ​ໂຢ​ຮັນ​ຜູ້​ທີ່​ເຂົາ​ຖື​ວ່າ​ເປັນ​ຫລັກ ໄດ້​ສັງ​ເກດ​ເຫັນ​ພຣະ​ຄຸ​ນ​ທີ່​ໄດ້​ຊົງ​ປະ​ທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍ​ໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາ​ຣາ​ນາ​ບາ​ຈັບ ເພື່ອ​ສະ​ແດງວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ກັນ ເພື່ອ​ໃຫ້​ພວກ​ເຮົາ​ໄປ​ຫາ​ພວກ​ຕ່າງ​ຊາດ ແລະ​ທ່ານ​ເຫລົ່າ​ນັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິ​ທີ​ຕັດ 10 ແຕ່​ທ່ານເຫລົ່າ​ນັ້ນ​ຂໍ​ພຽງ​ບໍ່​ໃຫ້​ເຮົາ​ລືມ​ຄິດ​ເຖິງ​ຄົນ​ຍາກ​ຈົນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ເອົາ​ໃຈ​ໃສ່​ທີ່​ຈະ​ເຮັດ​ຢູ່​ແລ້ວ

ໂປ​ໂລ​ຕໍ່​ວ່າ​ເປ​ໂຕ​ທີ່​ອັນ​ຕີ​ໂອ​ເຂັຽ

11 ແຕ່​ເມື່ອ​ເກ​ຟາ​ມາ​ເຖິງ​ເມືອງ​ອັນ​ຕີ​ໂອ​ເຂັຽ​ແລ້ວ ເຮົາ​ໄດ້​ຄັດ​ຄ້ານ​ທ່ານ​ຕໍ່​ຫນ້າ ເພາະ​ທ່ານ​ມີ​ການ​ຜິດ​ພາດ​ແທ້ 12 ດ້ວຍ​ວ່າ​ກ່ອນ​ທີ່​ຄົນ​ຂອງ​ຢາ​ໂກ​ໂບ​ມາ​ເຖິງ​ນັ້ນ ເກ​ຟາ​ກໍ​ໄດ້​ກິນ​ຢູ່​ກັບ​ພວກ​ຕ່າງ​ຊາດ ແຕ່ພໍ​ເມື່ອຄົນ​ພວກ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ ທ່ານກໍ​ໄດ້​ຖອຍ​ຕົວ​ອອກ​ໄປ​ຢູ່​ຕ່າງ​ຫາກ ເພາະ​ຢ້ານ​ພວກ​ທີ່​ຖື​ພິ​ທີ​ຕັດ 13 ແລະ​ພວກ​ຢິວ​ຄົນ​ອື່ນໆ​ກໍ​ໄດ້​ເຂົ້າ​ສ່ວນ​ໃນ​ການ​ບໍ່​ສັດ​ຊື່​ຂອງ​ເກ​ຟາ ເຖິງ​ແມ່ນ​ບາ​ຣະ​ນາ​ບາ​ກໍ​ໄດ້​ຖືກ​ດຶງ​ໄປ​ຕາມ​ຄວາມ​ບໍ່​ຈິງ​ໃຈ​ຂອງ​ຄົນ​ເຫລົ່າ​ນັ້ນ 14 ແຕ່​ເມື່ອ​ເຮົາ​ເຫັນ​ວ່າ​ເຂົາ​ບໍ່​ໄດ້​ດຳ​ເນີນ​ໄປ​ຕາມ​ຄວາມ​ຈິງ​ຂອງ​ຂ່າວ​ປະ​ເສີດ​ນັ້ນ​ ເຮົາ​ຈຶ່ງ​ເວົ້າ​ໃສ່​ ​ເກ​ຟາ​ຕໍ່​ຫນ້າ​ຄົນ​ທັງ​ປວງວ່າ, “ຖ້າ​ທ່ານ​ຜູ້​ເປັນ​ຊາດ​ຢິວ ຍອມ​ເຮັດ​ໄປ​ເຫມືອນ​ຄົນ​ຕ່າງຊາດ​ແລະ​ບໍ່​ເຮັດ​ຄື​ຄົນ​ຢິວ ເປັນ​ຫຍັງ​ທ່ານ​ຈຶ່ງ​ບັງ​ຄັບ​ຄົນ​ຕ່າງ​ຊາດ​ໃຫ້​ເຮັດ​ຕາມ​ຮີດ​ຄອງ​ຢິວ​ນັ້ນ”

ພວກ​ຢິວ​ກັບ​ພວກ​ຕ່າງ​ຊາດ​ຕ້ອງ​ພົ້ນ ໂດຍ​ທາງ​ຄວາມ​ເຊື່ອ​ຢ່າງ​ດຽວ​ກັນ

15 ຝ່າຍ​ພວກ​ເຮົາ​ມີ​ສັນ​ຊາດ​ເປັນຄົນ​ຢິວ ບໍ່​ໃຊ່​ຄົນ​ນອກ​ຊາດ​ທີ່​ມີ​ບາບ 16 ແຕ່​ພວກ​ເຮົາ​ກໍ​ຍັງ​ຮູ້​ຢູ່​ວ່າ ບໍ່​ມີ​ຜູ້​ໃດ​ຖືກ​ຊົງ​ຖື​ວ່າ​ຊອບ​ທັມ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ ແຕ່​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ເຖິງ​ແມ່ນ​ພວກ​ເຮົາ​ກໍ​ຍັງ​ເຊື່ອ​ໄວ້​ໃຈ​ໃນ​ພຣະ​ຄຣິດ​ຄື​ພຣະ​ເຢ​ຊູ ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ຄຣິດ ບໍ່​ໃຊ່​ໂດຍ​ການ​ປະ​ຕິບັດ​ຕາມ​ພຣະ​ບັນ​ຍັດ ເພາະ​ວ່າ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ “ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໄດ້” 17 ແຕ່​ຖ້າ​ພວກ​ເຮົາ​ພຍາ​ຍາມ​ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ໂດຍພຣະ​ເຢ​ຊູ​ຄຣິດ ພວ​ກ​ເຮົາ​ເອງ​ກໍ​ຍັງ​ປາ​ກົດ​ເປັນ​ຄົນ​ບາບ​ຢູ່ ສັນ​ນັ້ນ​ພຣະ​ຄຣິດ​ຈະ​ຊົງ​ເປັນ​ຜູ້​ສົ່ງ​ເສີມ​ຄວາມ​ບາບ​ຫລືບໍ່​ເປັນ​ຢ່າງ​ນັ້ນ​ດອ​ກ 18 ເພາະ​ວ່າ​ຖ້າ​ເຮົາ​ກໍ່​ສິ່ງ​ທີ່​ເຮົາ​ທຳ​ລາຍ​ລົງ​ແລ້ວ​ນັ້ນ​ຂຶ້ນ​ອີກ ເຮົາ​ກໍ​ສະ​ແດງ​ຕົວ​ເອົງ​ວ່າ​ເປັນ​ຜູ້​ລ່ວງ​ລະ​ເມີດ 19 ເຫດ​ວ່າ​ໂດຍ​ທາງ​ພຣະ​ບັນ​ຍັດ​ນັ້ນ​ເຮົາ​ໄດ້​ຕາຍ​ຈາກ​ພຣະ​ບັນ​ຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີ​ວິດ​ຢູ່​ສຳ​ລັບ​ພຣະ​ເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະ​ຄຣິດ​ແລ້ວ 20 ເຮົາ​ຈຶ່ງ​ບໍ່​ມີ​ຊີ​ວິດ​ຢູ່ ແຕ່​ແມ່ນ​ພຣະ​ຄຣິດ​ເປັນ​ຜູ້​ຊົງ​ມີ​ຊີ​ວິດ​ຢູ່​ໃນ​ເຮົາ ຊີ​ວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງ​ກາຍ​ເວ​ລາ​ນີ້​ນັ້ນ ເຮົາ​ກໍ​ມີ​ຢູ່​ໂດຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ​ເຈົ້າ ຜູ້​ຊົງ​ຮັກ​ເຮົາ​ແລະ​ຊົງ​ສ​ລະ​ພຣະ​ອົງ​ເອງ​ແທ​ນ​ເຮົາ 21 ເຮົາ​ບໍ່​ໄດ້​ເຮັດ​ໃຫ້​ພຣະ​ຄຸ​ນ​ຂອງ​ພຣະ​ເຈົ້າ​ເປັນ​ໂມ​ຄະ ເພາະ​ວ່າ​ຖ້າ​ຄວາມ​ຊອບ​ທັມ​ໄດ້​ມາ​ໂດຍ​ທາງ​ພຣະ​ບັນ​ຍັດ​ແລ້ວ ພຣະ​ຄຣິດ​ກໍ​ຊົງ​ສິ້ນ​ພຣະ​ຊົນ​ໂດຍ​ບໍ່​ມີ​ປ​ໂຍດ

ຄາລາເຕຍ 3

ພຣະ​ບັນ​ຍັດ ຫລື ຄວາມ​ເຊື່ອ

1 ໂອ​ ຊາວ​ຄາ​ລາ​ເຕັຽ​ຜູ້​ບໍ່​ມີ​ຄວາມ​ຄຶດ​ເອີຍ ໃຜ​ໄດ້​ສະ​ກົດ​ດວງ​ຈິດ​ຂອງ​ເຈົ້າ​ທັງ​ຫລາຍ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະ​ເຢ​ຊູ​ຊົງ​ຖືກ​ຄຶງ​ໄວ້​ນັ້ນ ກໍ​ໄດ້​ສະ​ແດງ​ຕໍ່​ຕາ​ຂອງ​ພວກ​ເຈົ້າ​ຢ່າງ​ຄັກ​ແນ່​ແລ້ວ 2 ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກ​ເຈົ້າ​ວ່າ ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ພຣະ​ວິນ​ຍານ​ນັ້ນ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອ​ຟັງ​ຂໍ້​ຄວາມ​ທີ່​ໄດ້​ຍິນ​ນັ້ນ 3 ເຈົ້າ​ທັງ​ຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ຫລື ພວກ​ເຈົ້າ​ໄດ້​ຕັ້ງ​ຕົ້ນ​ໂດຍ​ທາງ​ພຣະ​ວິ​ນຍານ​ແລ້ວ ບັດ​ນີ້ ພວກ​ເຈົ້າ​ຈະ​ສຳ​ເຣັດ​ລົງ​ໂດຍ​ທາງ​ທັມ​ມະ​ດາ​ມະ​ນຸດ​ຫລື 4 ການ​ທີ່​ເຈົ້າທັງ​ຫລາຍ​ໄດ້​ອົດ​ທົນ​ມາ​ຫລາຍ​ແລ້ວ​ນັ້ນ​ເປັນ​ການ​ເສັຽ​ປໂຍດ​ຫລື ຖ້າ​ເປັນ​ເສັຽ​ປ​ໂຍດ​ແທ້ 5 ພຣະ​ອົງ​ຜູ້​ຊົງ​ປະ​ທານ​ພຣະ​ວິນ​ຍານ​ແກ່ເຈົ້າ​ທັງ​ຫລາຍ ແລະ​ຊົງ​ສະ​ແດງ​ອີດ​ທິ​ຣິດ​ຖ້າມ​ກາງ​ພວກ​ເຈົ້າ ຊົງ​ກະ​ທຳ​ການ​ເຫລົ່າ​ນັ້ນ​ເພາະ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຫລື ຫລື​ວ່າ​ເພາະ​ດ້ວຍ​ການ​ເຊື່ອ​ຟັງ​ຂໍ້​ຄວາມ​ທີ່​ໄດ້​ຍິນ​ນັ້ນ 6 ເຫມືອນ​ດັ່ງ​ອັບ​ຣາ​ຮາມ​ນັ້ນ​ແຫລະ, “ທ່ານ​ໄດ້​ເຊື່ອ​ພຣະ​ເຈົ້າ ແລະ​ຄວາມ​ເຊື່ອ​ນັ້ນ​ພຣະ​ເຈົ້າ​ຊົງ​ນັບ​ວ່າ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ” 7 ສັນ​ນັ້ນ​ເຈົ້າ​ທັງ​ຫລາຍ​ຈົ່ງ​ຮູ້​ວ່າ ຄົນ​ທີ່​ເຊື່ອ​ນັ້ນ​ແຫລະ, ເປັນລູກ​ຂອ​ງອັບ​ຣາ​ຮາມ 8 ແລະ​ພຣະ​ຄັມ​ພີ​ຮູ້​ລ່ວງ​ຫນ້າ​ກ່ອນ​ວ່າ ພຣະ​ເຈົ້າ​ຈະ​ຊົງ​ຖື​ວ່າ​ຄົນ​ຕ່າງ​ຊາດ​ເປັນ​ຄົນ​ຊອບ​ທັ​ມ​ໂດຍ​ທາງ​ຄວາມ​ເຊື່ອ ຈຶ່ງ​ໄດ້​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ລ່ວງ​ຫນ້າ​ແກ່​ອັບ​ຣາ​ຮາມ​ວ່າ, “ຊົນ​ຊາດ​ທັງ​ຫລາຍ​ຈະ​ໄດ້​ຮັບ​ພຣະ​ພອນ​ເພາະ​ເຈົ້າ” 9 ເຫດ​ສັນ​ນັ້ນ ຄົນ​ທີ່​ເຊື່ອ​ຈຶ່ງ​ໄດ້​ຮັບ​ພຣະ​ພອນ​ດ້ວຍ​ກັນ​ກັບ​ອັບ​ຣາ​ຮາມ​ຜູ້​ເຊື່ອ​ນັ້ນ 10 ເພາະ​ວ່າ​ທຸກ​ຄົນ​ທີ່​ອາ​ສັຍ​ການ​ປະ​ຕິບັດຕາມ​ພຣະ​ບັນ​ຍັດ​ກໍ​ຢູ່​ໃຕ້​ຄວາມ​ປ້ອຍ​ດ່າ ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ, “ທຸກ​ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຂໍ້​ຄວາມ​ທີ່ຂຽນ​ໄວ້​ໃນ​ຫນັງ​ສື​ພຣະ​ບັນ​ຍັດ​ທຸກ​ຂໍ້​ກໍ​ຖືກ​ປ້ອຍ​ດ່າ” 11 ເປັນ​ທີ່​ຮູ້​ແຈ້ງ​ແລ້ວວ່າ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ໂດຍ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ ເພາະ​ວ່າ “ຜູ້​ທີ່​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ເພາະ​ດ້ວຍ​ຄວາມ​ເຊື່ອ ຜູ້ນັ້ນ​ແຫລະ, ຈະ​ໄດ້​ຊີ​ວິດ” 12 ແຕ່​ພຣະ​ບັນ​ຍັດ​ນັ້ນ​ບໍ່​ໄດ້​ອາ​ສັຍ​ຄວາມ​ເຊື່ອ ເພາະ “ຜູ້​ທີ່​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ກໍ​ຈະ​ໄດ້​ດຳ​ເນີນ​ຊີ​ວິດ​ຢູ່​ໂດຍ​ພຣະ​ບັນ​ຍັດ​ນັ້ນ” 13 ພຣະ​ຄຣິດ​ໄດ້​ຊົງ​ໄຖ່​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ປ້ອຍ​ດ່າ​ຂອງ​ພຣະ​ບັນ​ຍັດ ໂດຍ​ການ​ທີ່​ພຣະ​ອົງ​ຊົງ​ຍອມ​ຖືກ​ປ້ອຍ​ດ່າ​ແທນ​ພວກ​ເຮົາ (ເພາະ​ພຣະ​ຄັມ​ພີ​ຂຽນ​ໄວ້​ວ່າ, “ທຸກ​ຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນ​ໄມ້​ກໍ​ຖືກ​ປ້ອຍ​ດ່າ​ແລ້ວ” 14 ເພື່ອ​ພຣະ​ພອນ​ທາງ​ອັບ​ຣາ​ຮາມ​ຈະ​ໄດ້​ມາ​ເຖິງ​ຄົນ​ຕ່າງ​ຊາດ​ທັງ​ຫລາຍ​ເພາະ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ພຣະວິນ​ຍານ​ຕາມ​ພຣະ​ສັນ​ຍາ​ໂດຍ​ຄວາມ​ເຊື່ອ

ພຣະ​ບັນ​ຍັດ ແລະ ພຣະ​ສັນ​ຍາ

15 ພີ່​ນ້ອງ​ທັງ​ຫ​ລາຍ​ເອີຍ, ເຮົາ​ຂໍ​ຍົກ​ຕົວ​ຢ່າງ​ຈັກ​ເຣື່ອງ​ນຶ່ງມາ​ກ່າວ ເຖິງ​ແມ່ນ​ເປັນ​ຄຳ​ສັນ​ຍາ​ຂອງ​ມະ​ນຸດ ເມື່ອ​ໄດ້​ຮັບ​ຮອງ​ກັນ​ແລ້ວ ບໍ່​ມີ​ຜູ້​ໃດ​ຈະ​ລົ້​ມ​ເລີກ ຫລື​ເພີ້ມ​ເຕີມ​ອິກ​ໄດ້ 16 ບັນ​ດາ​ພຣະ​ສັນ​ຍາ​ທີ່​ໄດ້​ຊົງ​ກ່າວ​ໄວ້​ແກ່​ອັບ​ຣາ​ຮາມ ແລະ​ແກ່​ເຊື້ອ​ສາຍ​ຂອງ​ທ່ານ​ນັ້ນ ບໍ່​ໄດ້​ຊົງ​ກ່າວ​ວ່າ, “ແລະ​ແກ່​ເຊື້ອ​ສາຍ​ທັງ​ຫລາຍ” ເຫ​ມືອນ​ກັບ​ວ່າ​ແກ່ຄົນ​ຫລາຍ​ຄົນ ແຕ່​ເຫມືອນ​ກັບ​ວ່າ​ແກ່​ຄົນ​ຜູ້​ດຽວ​ຄື “ແກ່​ເຊື້ອ​ສາຍ​ຂອງ​ທ່ານ” ຊຶ່ງ​ເປັນພຣະ​ຄຣິດ 17 ເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ພຣະ​ບັນ​ຍັດ​ທີ່​ມາ​ພາຍ​ຫລັງ​ເຖິງ​ສີ່​ຮ້ອຍ​ສາມ​ສິບ​ປີ ຈະ​ທຳ​ລາຍ​ພຣະ​ສັນ​ຍາ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້​ກ່ອນ​ນັ້ນ​ໃຫ້​ເປັນ​ໂມ​ຄະ​ບໍ່​ໄດ້ 18 ເພາະ​ວ່າ​ຖ້າ​ໄດ້​ຮັບ​ມໍ​ຣະ​ດົກ​ໂດຍ​ທາງ​ພຣະ​ບັນ​ຍັດ ກໍ​ບໍ່​ໃຊ່​ໄດ້​ໂດຍ​ທາງ​ພຣະ​ສັນ​ຍາ​ອີກ​ຕໍ່​ໄປ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ມໍ​ຣະ​ດົກ​ນັ້ນ​ໃຫ້​ແກ່​ອັບ​ຣາ​ຮາມ​ໂດຍ​ທາງ​ພຣະ​ສັນ​ຍາ 19 ຖ້າ​ດັ່ງ​ນັ້ນ​ແລ້ວ, ມີ​ພຣະ​ບັນ​ຍັດ​ໄວ້​ເພື່ອ​ຫຍັງ ທີ່​ເພີ້ມ​ພຣະ​ບັນ​ຍັດ​ໄວ້ ກໍ​ເພື່ອ​ຄວາມ​ຜິດ​ບາບ​ຈະ​ປາ​ກົດ​ເປັນ​ການ​ລ່ວງ​ລະ​ເມີດ ຈົ​ນ​ກວ່າ​ເຊື້ອ​ສາຍ​ທີ່​ໄດ້​ຮັບ​ພຣະ​ສັນ​ຍາ​ນັ້ນ​ຈະ​ມາ​ເຖິງ ພວກ​ເທວະ​ດາ​ໄດ້​ຕັ້ງ​ພຣະ​ບັນ​ຍັດ​ນັ້ນ​ໄວ້​ໂດຍ​ມື​ຂອງ​ຄົນ​ກາງ 20 ເມື່ອ​ມີ​ຝ່າຍ​ດຽວ​ກໍ​ບໍ່​ຕ້ອງ​ການ​ຄົນ​ກາງ ແລະ​ພຣະ​ເຈົ້າ​ຊົງ​ເປັນ​ຝ່າຍ​ດຽວ​ນັ້ນ

ຈຸດ​ປະ​ສົງ​ຂອງ​ພຣະ​ບັນ​ຍັດ

21 ຖ້າ​ດັ່ງ​ນັ້ນ, ພຣະ​ບັນ​ຍັດ​ຂັດ​ແຍ້ງ​ກັບ​ພຣະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຫລື ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ ເພາະ​ວ່າ​ຖ້າ​ຊົງ​ປະ​ທານ​ພຣະ​ບັນ​ຍັດ​ອັນ​ອາດ​ໃຫ້​ມີ​ຊິ​ວິດຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບ​ທັມ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ພຣະ​ບັນ​ຍັດ​ນັ້ນ​ແທ້ 22 ແຕ່​ພຣະ​ຄັມ​ພີ​ໄດ້​ຮວບ​ຮວມ​ສິ່ງ​ທັງ​ຫມົດ ໃຫ້​ເຂົ້າ​ຢູ່​ພາຍ​ໃຕ້​ອຳ​ນາດ​ຄວາມ​ຜິດ​ບາບ ເພື່ອ​ວ່າ​ທຸກ​ຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຮອງ​ຂອງ​ປະ​ທານ​ຕາມ​ທີ່​ຊົງ​ສັນ​ຍາ ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະ​ທານ​ໂດຍ​ອາ​ສັຍ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຫລັກ 23 ເມື່ອ​ຄວາມ​ເຊື່ອ​ຍັງ​ບໍ່​ທັນ​ມາ​ນັ້ນ ພວກ​ເຮົາ​ໄດ້​ຕົກ​ຢູ່​ໃນ​ຂອບ​ເຂດ​ອຳ​ນາດ​ຂອງ​ພຣະ​ບັນ​ຍັດ ຖືກ​ຄວບ​ຄຸມ​ໄວ້​ຈົນ​ເຖິງ​ຄວາມ​ເຊື່ອ​ຈະ​ໄດ້​ມາ​ປາ​ກົດ 24 ເພາະ​ສັນ​ນັ້ນ ພຣະ​ບັນ​ຍັດ​ຈຶ່ງ​ປົກ​ຄອງ​ນຳ​ພາ​ພວກ​ເຮົາ​ໄປ​ຈົນ​ເຖິງ​ພຣະ​ຄຣິດ​ສະ​ເດັດ​ມາ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນຊອບ​ທັມ​ໂດຍ​ອາ​ສັຍ​ຄວາມ​ເຊື່ອ 25 ແຕ່​ບັດ​ນີ້​ຄວາມ​ເຊື່ອ​ໄດ້​ມາ​ແລ້ວ ເຮົາ​ທັງ​ຫລາຍ​ຈຶ່ງ​ບໍ່​ໄດ້​ຢູ່​ໃຕ້​ບັງ​ຄັບ​ຂອງ​ຜູ້​ປົກ​ຄອງ​ນຳ​ພາ​ນັ້ນ​ຕໍ່​ໄປ 26 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຮ່ວມ​ໃນ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ທາງ​ຄວາມ​ເຊື່ອ 27 ດ້ວຍ​ວ່າ​ຝ່າຍ​ພວກ​ເຈົ້າ​ຄົນ​ໃດ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ພຣະ​ຄຣິດ​ແລ້ວ ຄົນ​ນັ້ນ​ກໍ​ໄດ້​ຫົ່ມ​ຊີ​ວິດ​ພຣະ​ຄຣິດ 28 ຈະ​ບໍ່​ເປັນ​ຊາດ​ຢິວ​ຫລື​ຄົນ​ຕ່າງ​ຊາດ ຈະບໍ່​ເປັນ​ຂ້ອຍ​ຂ້າ​ຫລື​ເປັນ​ອິ​ສ​ຣະ ຈະ​ບໍ່​ເປັນ​ຊາຍ​ຫລືຍິງ ເພາະ​ວ່າ​ເຈົ້າ​ທັ​ງ​ປວງ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ​ຄຣິດ​ຄື​ພຣະ​ເຢ​ຊູ 29 ແລະ​ຖ້າ​ເຈົ້າ​ທັງ​ຫລາຍ​ເປັນ​ຂອງ​ພຣະ​ຄຣິດ​ແລ້ວ ເຈົ້າ​ກໍ​ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ ຄື​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຕາມ​ພຣະ​ສັນ​ຍາ

ຄາລາເຕຍ 4

1 ເຮົາ​ກ່າວ​ດັ່ງ​ນີ້​ວ່າ ຕາບ​ໃດ​ເຈົ້າ​ຂອງ​ມໍ​ຣະ​ດົກ​ນັ້ນ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ກໍ​ບໍ່​ຕ່າງ​ກັບ​ຢ່າງ​ໃດ​ກັບ​ຂ້ອຍ​ຂ້າ ເຖິງ​ແມ່ນ​ວ່າ​ຕົນ​ຈະ​ເປັນ​ເຈົ້າຂອງ​ຊັບ​ທັງ​ປວງ​ກໍ​ຕາມ 2 ແຕ່​ກໍ​ຍັງ​ຢູ່​ໃຕ້​ບັງ​ຄັບ​ຜູ້​ປົກ​ຄອງ ແລະ​ຜູ້ດູ​ແລ​ຊັບ ຈົນ​ເຖິງ​ເວ​ລາ​ທີ່​ບິ​ດາ​ໄດ້​ກຳ​ນົດ​ໄວ້ 3 ຝ່າຍ​ພວກ​ເຮົາ​ກໍ​ເຫມືອນ​ກັນ ເມື່ອ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ພວກ​ເຮົາ​ກໍ​ເປັນ​ຂ້ອ​ຍ​ຂ້າ​ຢູ່​ໃຕ້​ອຳ​ນາດ​ສິ່ງ​ສັກ​ສີດ​ທັມ​ມະ​ດາ​ແຫ່ງ​ສາ​ກົນ​ຈັກ​ກະ​ວານ 4 ແຕ່​ເມື່ອ​ຄົບ​ກຳ​ນົດ​ແລ້ວ ພຣະ​ເຈົ້າ​ກໍ​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ ຊົງ​ປະ​ສູດ​ຈາກ​ຜູ້​ຍິງ ແລະ​ຊົງ​ຖື​ກຳ​ເນິດ​ໃຕ້​ພຣະ​ບັນ​ຍັດ 5 ເພື່ອ​ຈະ​ຊົງ​ໄຖ່​ເອົາ​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ໃຕ້​ພຣະ​ບັນ​ຍັດ ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ຖາ​ນະ​ເປັນ​ບຸດ 6 ແລະ​ເພາະ​ເຈົ້າ​ທັງ​ຫລາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ແລ້ວ ພຣະ​ອົງ​ຈຶ່ງ​ຊົງ​ໃຊ້​ພຣະ​ວິນ​ຍານ​ແຫ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກ​ເຮົາ​ແລ້ວ​ຮ້ອງວ່າ “ອັບ​ບາ” ຄື “ພຣະ​ບິ​ດາ” 7 ເຫ​ດ​ສັນ​ນັ້ນ, ເພາະ​ໂດຍ​ພຣະ​ເຈົ້າ ພວກ​ເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້ອຍ​ຂ້າ​ຕໍ່​ໄປ​ແຕ່​ເປັນ​ບຸດ ແລະ​ຖ້າ​ເປັນ​ບຸດ​ແລ້ວ ກໍ​ເປັນ​ເຈົ້າ​ຂອງ​ມໍ​ຣະດົກ

ໂປ​ໂລ​ເປັ​ນ​ຫ່ວງ​ຜູ້​ທີ່​ເຊື່ອ​ຖື

8 ແຕ່​ກ່ອນ​ນີ້, ເມື່ອ​ເຈົ້າ​ທັງ​ຫລາຍ​ຍັງ​ບໍ່​ຮູ້​ຈັກ​ພຣະ​ເຈົ້າ ພວກ​ເຈົ້າ​ກໍ​ເປັນ​ຂ້ອຍຂ້າ​ຂອງ​ສິ່ງ​ຕ່າງໆຊຶ່ງ​ຕາມ​ທັມ​ມະ​ດາ​ແລ້ວ​ມັນ​ບໍ່​ແມ່ນ​ພຣະ​ແທ້ 9 ແຕ່​ບັດ​ນີ້ ເຈົ້າທັງ​ຫລາຍ​ຮູ້​ຈັກ​ພຣະ​ເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກກວ່າ ກໍ​ວ່າ​ພຣະ​ເຈົ້າ​ຊົງ​ຮູ້​ຈັກ​ເຈົ້າ​ທັງ​ຫລາຍ​ແລ້ວ) ດ້ວຍ​ເຫດ​ໃດ ພວກ​ເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳ​ນາດ​ສິ່ງ​ສັກ​ສິດ​ທັມ​ມະ​ດາອັນ​ອ່ອນ​ແອ​ແລະ​ບໍ່​ມີ​ປ​ໂຍດ ພວກ​ເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍ​ຂ້າ​ຂອງມັນ​ອີກ​ຫລື 10 ພວກ​ເຈົ້າ​ຖື​ວັນ ຖື​ເດືອນ ຖື​ຣະ​ດູ ແລະ​ປີ 11 ເຮົາ​ວິ​ຕົກ​ນຳ​ເຈົ້າ​ທັງ​ຫລາຍ ຢ້ານ​ວ່າ​ການ​ຫນັກ​ຫນ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳ​ລັ​ບ​ເຈົ້າ​ນັ້ນ​ຈະ​ບໍ່​ເປັນ

ປ​ໂຍດ

12 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ວອນ​ຂໍ​ໃຫ້​ພວກ​ເຈົ້າ​ເກີດ​ເປັນ​ເຫມືອນ​ຢ່າງ​ເຮົາ ເພາະ​ເຮົາ​ກໍ​ເຄີຍ​ເປັນ​ຢ່າງ​ພວກ​ເຈົ້າ​ເຫມືອນ​ກັນ ເຈົ້າ​ທັງ​ຫລາຍ​ບໍ່​ໄດ້​ເຮັດ​ຜິດ​ສິ່ງ​ໃດ​ຕໍ່​ເຮົາ 13 ເຈົ້າ​ທັງ​ຫລາຍ​ຮູ້​ຢູ່​ວ່າ​ຕອນ​ຫົວ​ທີ​ເຮົາ​ໄດ້​ປະ​ກາດ​ເຣື່ອງ​ຂ່າວ​ປະ​ເສີດ​ແກ່​ພວກ​ເຈົ້າ ກໍ​ເປັນ​ເພາະ​ການ​ເຈັບ​ປ່ວຍ​ທາງ​ຮ່າງ​ກາຍ 14 ເຖິງ​ແມ່ນ​ວ່າ​ສຸ​ຂະພາບ​ຂອງ​ເຮົາ​ຈະ​ເປັນ​ການ​ທົດ​ລອງ​ໃຈ​ເຈົ້າ​ທັງ​ຫລາຍ​ກໍ​ຕາມ ພວກ​ເຈົ້າ​ກໍ​ບໍ່​ໄດ້​ຫມິ່ນ​ປມາດ​ຫລື​ເປີດ​ຫນ່າຍ​ເຮົາ ແຕ່​ໄດ້​ຕ້ອນ​ຮັບ​ເຮົາ​ເຫມືອນ​ກັບ​ເປັນ​ທູດ​ຂອງ​ພຣະ​ເຈົ້າ ຫລື​ເຫມືອນ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ 15 ເຈົ້າ​ທັງ​ຫລາຍ​ລືມ​ຄວາມ​ຍິນ​ດີ​ຂອງ​ພວກ​ເຈົ້າ​ເສັຽ​ແລ້ວ​ຫລື ເພາະ​ເຮົາ​ເປັນ​ພຍານ​ໃຫ້​ເຈົ້າ​ທັງ​ຫລາຍ​ວ່າ ຖ້າ​ເຮັດ​ໄດ້​ ພວກ​ເຈົ້າ​ກໍ​ຄົງ​ຈະ​ຄວັດ​ຫນ່ວຍ​ຕາ​ຂອງ​ພວກ​ເຈົ້າ​ອອກ​ໃຫ້​ເຮົາ 16 ເພາະ​ເຮົາ​ໄດ້​ບອກ​ເຈົ້າ​ທັງ​ຫລາຍ​ຕາມ​ຄວາມ​ສັດ​ຊື່ ເຮົາ​ຈຶ່ງ​ກາຍ​ເປັນ​ສັດ​ຕຣູ​ຂອງ​ພວກ​ເຈົ້າ​ຫລື 17 ຄົນ​ເຫ​ລົ່າ​ນັ້ນ​ເຮັດ​ເອົາ​ອົກ​ເອົາ​ໃຈ​ພວກ​ເຈົ້າ ບໍ່​ໃຊ່​ດ້ວຍ​ຄວາມ​ຫວັງ​ດີ ແຕ່​ທີ່​ຈິງ, ເຂົາ​ຢາກ​ຈະ​ກີດ​ກັນ​ພວກ​ເຈົ້າ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ເອົາ​ອົກ​ເອົາ​ໃຈ​ເຂົາ 18 ການ​ເອົາ​ອົກ​ເອົາ​ໃຈ​ດ້ວຍ​ຄວາມ​ຫວັງ​ດີກໍ​ເປັນ​ການ​ດີ​ຢູ່​ທຸກ​ເວ​ລາ ແລະ​ບໍ່​ໃຊ່​ແຕ່​ເມື່ອ​ເວ​ລາ​ເຮົາ​ຢູ່​ນຳ​ພວກ​ເຈົ້າ​ເທົ່າ​ນັ້ນ 19 ລູກ​ນ້ອຍ​ຂອງ​ເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບ​ປວດ​ເພາະ​ພວກ​ເຈົ້າ​ອີກ​ເຫມືອນ​ແມ່​ເຈັບ​ປວດ​ເມື່ອ​ເກີດ​ລູກ ຈົນ​ກວ່າ​ພຣະ​ຄຣິດ​ຈະ​ໄດ້​ຊົງ​ກໍ່​ກຳ​ເນິດ​ຂຶ້ນ​ພາຍ​ໃນ​ພວກ​ເຈົ້າ 20 ເຮົາ​ປາ​ຖ​ນາ​ຢູ່​ກັບ​ພວກ​ເຈົ້າ​ດຽວ​ນີ້ ແລະ​ຢາກ​ປ່ຽນ​ສຽງ​ປາກຂອງ​ເຮົາ ເພາະ​ເຮົາ​ຕົກ​ສ​ລັງ​ກັງ​ວົນ​ໃນ​ພວກ​ເຈົ້າ

ຄຳ​ປຽບ​ເຣື່ອງ​ນາງ​ຮາ​ກາ​ແລະ​ນາງ​ຊາ​ຣາ

21 ເຈົ້າ​ທັງ​ຫລາ​ຍທີ່​ຢາກ​ຢູ່​ໃຕ້​ພຣະ​ບັນ​ຍັດ ພວກ​ເຈົ້າ​ບໍ່​ໄດ້​ຍິນ​ພຣະ​ບັນ​ຍັດ​ນັ້ນ​ຫລື ຈົ່ງ​ບອກ​ເຮົາ​ດູ 22 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ ອັບ​ຣາ​ຮາມ​ມີ​ລູກ​ຊາຍ​ສອງ​ຄົນ ຄົນ​ນຶ່ງ​ເກີດ​ຈາກ​ຍິງ​ຂ້ອຍ​ຂ້າ ແລະ​ອີກ​ຄົນ​ນຶ່ງ​ເກີດ​ຈາກ​ຍິງ​ບໍ່​ເປັນ​ຂ້ອຍ​ຂ້າ 23 ລູກ​ທີ່​ເກີດ​ຈາກ​ຍິງ​ຂ້ອຍ​ຂ້າ​ນັ້ນ​ກໍ​ເກີດ​ຕາມ​ທັມ​ມະ​ດາ ແຕ່​ສ່ວນ​ລູກ​ທີ່​ເກີດ​ຈາກ​ຍິງ​ບໍ່​ເປັນ​ຂ້ອຍ​ຂ້າ​ນັ້ນ​ກໍ​ເກີດ​ຕາມ​ພຣະ​ສັນ​ຍາ 24 ຂໍ້​ຄວາມ​ນີ້​ແມ່ນ​ການ​ປຽບ​ທຽບ ເພາະ​ວ່າ​ຍິງ​ທັງ​ສອງ​ນັ້ນ​ໄດ້​ແກ່ຄຳ​ສັນ​ຍາ​ສອງ​ຢ່າງ ຜູ້​ນຶ່ງ​ຄື​ຮາ​ກາ ເກີດ​ລູກ​ທີ່​ເປັນ​ຂ້ອຍ​ຂ້າ​ຈຶ່ງ​ໄດ້​ຄວາມ​ສັນ​ຍາ​ມາ​ຈາກ​ພູຊີນາອີ 25 ນາງ​ຮາ​ກາ​ນັ້ນ​ໄດ້​ແກ່​ພູ​ຊີ​ນາອີໃນ​ປະ​ເເທດ​ອາ​ຣະ​ເບັຽ ກົງ​ກັບ​ກຸງ​ເຢ​ຣູ​ຊາ​ເລັມ​ໃນ​ປັດ​ຈຸ​ບັນ ເພາະ​ກຸງ​ນີ້​ກັບ​ພົລ​ເມືອງ​ເປັນ​ຂ້ອຍ​ຂ້າ​ຢູ່ 26 ແຕ່​ວ່າ​ເຢ​ຣູ​ຊາ​ເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ​ກໍ​ເປັນ​ອິ​ສ​ຣະ ແລະ​ເປັນ​ມານ​ດາ​ຂອງ​ເຮົາ​ທັງ​ຫລາຍ 27 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ວ່າ, “ໂອ ຍິງ​ຫມັນ​ຜູ້​ບໍ່​ເກີດ​ລູກ​ເອີຍ, ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ເທີນ ຍິງ​ຜູ້​ບໍ່​ເຈັບ​ທ້ອງ​ເກີດ​ລູກ​ເອີຍ, ຈົ່ງ​ເປັ່ງ​ສຽງ​ໂຮ່​ຮ້ອງ ເພາະ​ວ່າ​ລູກ​ຂອງ​ແມ່​ຮ້າງ​ກໍ​ຍັງ​ມີ​ຫລາຍກວ່າ​ລູກ​ຂອງ​ຍິງ​ຜູ້​ມີ​ຜົວ” 28 ແຕ່​ພີ່​ນ້ອງ​ທັ​ງ​ຫລາຍ​ເອີຍ, ເຮົາ​ທັງ​ຫລາຍ​ກໍ​ເປັນ​ລູກ​ຂອງ​ພຣະ​ສັນ​ຍາ​ເຫມືອນ​ຢ່າງ​ອີ​ຊາກ 29 ແຕ່​ໃນ​ຄາວ​ນັ້ນ​ຜູ້​ທີ່​ເກີດ​ຕາມ​ທັມ​ມະ​ດາ​ໄດ້​ຂົ່ມ​ເຫັງ​ຜູ້​ທີ່​ເກີດ​ຕາມ​ພຣະ​ວິນ​ຍານ​ສັນ​ໃດ ປັດ​ຈຸ​ບັນ​ນີ້​ກໍ​ເຫມືອນ​ກັນ​ສັນ​ນັ້ນ 30 ແຕ່​ພຣະ​ຄັມ​ພີ​ວ່າ​ຢ່າງ​ໃດກໍ​ວ່າ, “ຈົ່ງ​ຂັບ​ໄລ່​ຍິງ​ຂ້ອຍ​ຂ້າ​ກັບ​ລູກ​ຊາຍ​ຂອງ​ນາງ​ອອກ​ຫນີ​ເສັຽ ເພາະ​ວ່າ​ລູກ​ຂອງ​ຍິງ​ຂ້ອຍຂ້າ​ນັ້ນ​ຈະ​ຮັບ​ມໍ​ຣະ​ດົກ​ຮ່ວມ​ກັບ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍ​ຂ້າ​ນັ້ນ​ບໍ່​ໄດ້” 31 ເຫດ​ສັນ​ນັ້ນ, ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ບໍ່​ເປັນ​ລູກ​ຂອງ​ຍິງ​ຂ້ອຍ​ຂ້າ ແຕ່​ເປັນ​ລູກ​ຂອງ​ຍິງ​ທີ່​ບໍ່​ເປັນ​ຂ້ອຍ​ຂ້າ

ຄາລາເຕຍ 5

ຕັ້ງ​ຫມັ້ນ​ຢູ່ໃນ​ເສ​ຣີ​ພາບ

1 ເພື່ອ​ເສ​ຣີ​ພາບ​ນັ້ນ​ແຫລະ, ພຣະ​ຄຣິດ​ຈຶ່ງ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ທັງ​ຫລາຍ​ເປັນ​ອິ​ສ​ຣະ ເຫດ​ສັນ​ນັ້ນ ຈົ່ງ​ຕັ້ງ​ຫມັ້ນ​ຢູ່ ແລະ​ຢ່າ​ຍອມ​ເຂົ້າ​ທຽມ​ແອກ​ເປັນ​ຂ້ອຍ​ຂ້າ​ອີກ 2 ເບິ່ງ​ແມ ເຮົາ, ຄື​ໂປ​ໂລ ຂໍ​ບອກ​ເຈົ້າ​ທັງ​ຫລາຍ​ວ່າ​ຖ້າ​ພວກ​ເຈົ້າ​ຮັບ​ພິ​ທີ​ຕັດ ພຣະ​ຄຣິດ​ກໍ​ຈະ​ບໍ່​ເປັນ​ປ​ໂຍດ​ອັນ​ໃດ​ແກ່ພວກ​ເຈົ້າ 3 ເຮົາ​ເປັນ​ພຍານ​ແກ່​ທຸກ​ຄົນ​ທີ່​ຮັບ​ພິ​ທີ​ຕັດ​ນັ້ນ​ອີກວ່າ ເຂົາ​ຖືກ​ຜູກ​ມັດ​ໃຫ້​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ທັງ​ຫມົດ 4 ເຈົ້າ​ທັງຫລາຍ​ທີ່​ປາ​ຖ​ນາ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອ​ບທັມ​ໂດຍ​ພຣະ​ບັນ​ຍັດ ກໍ​ໄດ້​ຖືກ​ຕັດ​ຂາດ​ເສັຽ​ຈາກ​ພຣະ​ຄຣິດ ແລະ​ໄດ້​ຫລຸດ​ຕົກ​ຈາກ​ພຣະ​ຄຸນ​ແລ້ວ 5 ເພາະ​ວ່າ​ຝ່າຍ​ພວກ​ເຮົາ, ເຮົາ​ຫວັງ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ບັນ​ດານ​ໃຫ້​ເຮົາ​ເປັນ​ຄົນ​ຊອບ​ທັມ ເຮົາ​ຈຶ່ງ​ລໍ​ຄອຍ​ການ​ນັ້ນ​ໂດຍ​ພຣະ​ວິນ​ຍານ​ແລະ​ຄວາມ​ເຊື່ອ 6 ເພາະ​ວ່າ​ໃນ​ພຣະ​ຄຣິດ​ເຢ​ຊູ ການ​ທີ່​ຮັບ​ພິ​ທີ​ຕັດ​ຫລື​ບໍ່​ຮັບ​ກໍ​ບໍ່​ເກີດ​ປ​ໂຍດ​ອັນ​ໃດ ແຕ່​ຄວາມ​ເຊື່ອ​ຊຶ່ງ​ສະ​ແດງ​ອອກ​ເປັ​ນ​ຜົນ​ໂດຍ​ທາງ​ຄວາມ​ຮັກ​ເທົ່າ​ນັ້ນ​ສຳ​ຄັນ 7 ເຈົ້າ​ທັງ​ຫລາຍ​ກຳ​ລັງ​ແລ່ນ​ແຂ່ງ​ດີຢູ່​ແລ້ວ ແມ່ນ​ໃຜ​ໄດ້​ຂັດ​ຂວາງ​ພວກ​ເຈົ້າ​ບໍ່​ໃຫ້​ເຊື່ອ​ຟັງ​ຄວາມ​ຈິງ 8 ການ​ຊັກ​ຊວນ​ຢ່າງ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພຣະ​ອົງ​ຜູ້​ຊົງ​ເອີ້ນ​ເຈົ້າ​ທັງ​ຫລາຍ 9 ເຊື້ອ​ແປ້ງ​ເລັກ​ຫນ້ອຍ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ພຸ​ຂື້​ນ 10 ເຮົາ​ໄວ້​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ເຈົ້າທັງ​ຫ​ລາຍ​ຈະ​ບໍ່​ມີ​ຄວາມ​ຄິດ​ຢ່າງ​ອື່ນ ແຕ່​ຝ່າຍ​ຜູ້​ທີ່​ມາ​ກໍ່​ກວນ​ພວກ​ເຈົ້າ​ນັ້ນ ຈະ​ເປັນ​ຜູ້​ໃດ​ກໍ​ຕາມ​ເຂົາ​ຄົງ​ຈະ​ໄດ້​ຮັບ​ໂທດ 11 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຖ້າເຮົາ​ຍັງ​ປະ​ກາດ​ໃຫ້​ຮັບ​ພິ​ທີ​ຕັດ ເປັນ​ດ້ວຍ​ເຫດ​ໃດ​ເຮົາ​ຈຶ່ງຍັງ​ຖືກ​ຂົ່ມ​ເຫັງ​ຢູ່ ຖ້າ​ດັ່ງ​ນັ້ນ​ການ​ສະ​ດຸດ​ໃຈ​ຍ້ອນ​ໄມ້​ກາງ​ແຂນ​ກໍ​ຖືກ​ຍົກ​ເລີກ​ເສັຽ​ແລ້ວ 12 ສ່ວນ​ຄົນ​ເຫລົ່າ​ນັ້ນ​ທີ່​ກໍ່​ກວນ​ຄວາມ​ວຸ້ນ​ວາຍ​ຕໍ່​ພວກ​ເຈົ້າ ໃຫ້​ເຂົາ​ຕອນ​ຕົວ​ເອງ​ເສັຽ 13 ພວກ​ພີ່​ນ້ອງ​ເອີຍ, ທີ່​ຊົງ​ເອີ້ນ​ເຈົ້າ​ທັງ​ຫລາຍ​ກໍ​ເພື່ອ​ໃຫ້​ມີ​ເສ​ຣິ​ພາບ ແລະ​ຢ່າ​ເອົາ​ເສ​ຣີ​ພາບ​ນັ້ນ​ເປັນ​ຊ່ອງ​ທາງ​ປ່ອຍ​ຕົວ​ໄປ​ຕາມ​ທັມ​ມະ​ດາ​ໂລກ ແຕ່​ຈົ່ງ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ​ເທີນ 14 ເພາະ​ວ່າ​ພຣະ​ບັນ​ຍັດ​ທັງ​ສິ້ນ​ກໍ​ຮວບ​ຮວມ​ເຂົ້າ​ໃນ​ຂໍ້​ດຽວ​ຄື “ຈົ່ງ​ຮັກ​ເພື່ອ​ນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ” 15 ແຕ່​ວ່າ​ຖ້າ​ເຈົ້າ​ທັງ​ຫລາຍ​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະ​ວັງ ຢ້ານ​ວ່າ​ຈະ​ພາ​ກັນ​ຈິບ​ຫາຍ​ໄປ

ຜົນ​ຂອງ​ພຣະ​ວິນ​ຍານ​ແລະ​ການ​ງານ​ຂອງ​ມະ​ນຸດ​ທັມ​ມະ​ດາ

16 ແຕ່​ເຮົາ​ຂໍ​ບອກວ່າ ຈົ່ງ​ຍອມ​ໃຫ້​ພຣະ​ວິນ​ຍານ​ເປັນ​ຜູ້​ຊົງ​ນຳ​ພາ ແລະ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ໄດ້​ເຮັດ​ຕາມ​ຕັນ​ຫາ​ຂອງ​ມະ​ນຸດ 17 ເພາະ​ວ່າ​ມະ​ນຸດ​ທັມ​ມະ​ດາ​ມີ​ຕັນ​ຫາ​ຕໍ່​ສູ້​ກັບ​ພຣະ​ວິນ​ຍານ ແລະ​ພຣະ​ວິນ​ຍານ​ກໍ​ຕໍ່​ສູ້​ກັບ​ມະ​ນຸດ ເພາະ​ທັງ​ສອງ​ຝ່າຍ​ເປັນ​ສັດ​ຕຣູກັນ ດັ່ງ​ນັ້ນ​ສິ່ງ​ທີ່​ເຈົ້າ​ທັງ​ຫລາຍ​ຢາກ​ເຮັດ ພວກ​ເຈົ້າ​ຈຶ່ງ​ເຮັດ​ບໍ່​ໄດ້ 18 ແຕ່​ຖ້າ​ພຣະ​ວິນ​ຍານ​ຊົງ​ນຳ​ພາເຈົ້າ​ທັງ​ຫລາຍ​ໄປ ພວກ​ເຈົ້າ​ກໍ​ບໍ່​ຢູ່​ໃຕ້​ພຣະ​ບັນ​ຍັດ 19 ແຕ່​ການ​ງານ​ຂອງ​ມະ​ນຸດ​ທັມ​ມະ​ດາ​ນັ້ນ​ກໍ​ປາ​ກົດ​ແຈ້ງ​ແລ້ວ ຄື​ການ​ຫລິ້ນ​ຊູ້ ການ​ບໍ່​ສະ​ອາດ ການໂລ​ພະ​ຕັນ​ຫາ 20 ການ​ໄຫວ້​ພຣະ​ທຽມ ການ​ເຊື່ອ​ເວດ​ມົນ​ຄາ​ຖາ ການ​ເປັນ​ສັດ​ຕຣູ​ກັນ ການ​ວິ​ວາດ​ຜິດ​ຖຽງ​ກັນ ການ​ເຫິງ​ສາ​ກັນ ການ​ຄຽດ​ແຄ້ນ​ກັນ ການ​ໃຝ່​ສູງ​ຕໍ່​ກັນ ການ​ແຕກ​ແຍກ​ກັນ ການ​ຖື​ພັກ​ຖື​ພວກ 21 ການ​ອິດ​ສາ​ກັນ ການ​ເສບ​ສຸ​ຣາ​ຢາ​ເມົາ ການ​ກິ​ນ​ລ້ຽງ​ຢ່າງ​ຊົ່ວ​ຊ້າ ແລະ​ການ​ອື່ນໆ​ໃນ​ທຳ​ນອງ​ນີ້​ອີກ ເຮົາ​ຂໍ​ເຕືອນ​ເຈົ້າ​ທັງ​ຫລາຍ​ເຫມືອນ​ກັບ​ທີ່​ເຮົາ​ໄດ້​ເຕືອນ​ພວກ​ເຈົ້າ​ລ່ວງ​ຫນ້າ​ແລ້ວ​ວ່າ ຄົ​ນ​ທີ່​ເຄີຍ​ເຮັດ​ການ​ຢ່າງ​ນັ້ນ​ຈະ​ບໍ່​ມີ​ສ່ວນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ 22 ຝ່າຍ​ຜົນ​ຂອງ​ພຣະ​ວິນ​ຍານ​ນັ້ນ ຄື​ຄວາມ​ຮັກ ຄວາມ​ຍິນ​ດີ ສັນ​ຕິ​ສຸກ ຄວາມ​ອົດ​ກັ້ນ​ໄວ້​ນານ ຄວາມ​ປາ​ນີ ຄວາມ​ດີ ຄວາມ​ສັດ​ຊື່ 23 ຄວາມ​ສຸ​ພາບ​ອ່ອນ​ຫວານ ການ​ຮູ້​ຈັກ​ບັງ​ຄັບ​ຕົນ ກົດ​ຫມາຍ​ທີ່​ຫ້າມ​ການ​ຢ່າງ​ນີ້​ກໍ​ບໍ່ມີ 24 ຜູ້​ທີ່​ຢູ່​ຝ່າຍ​ພຣະ​ເຢ​ຊູ​ຄຣິດ​ກໍ​ໄດ້​ເອົາ​ຄວາມ​ປາ​ຖ​ນາ​ກັບ​ຕັນ​ຫາ​ຂອງ​ມະ​ນຸດ​ທັມ​ມະ​ດາ​ນັ້ນ​ຄືງ​ໄວ້​ທີ່​ໄມ້​ກາງ​ແຂນ​ແລ້ວ 25 ຖ້າ​ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ໂດຍ​ພຣະ​ວິນ​ຍານ​ກໍ​ຈົ່ງ​ດຳ​ເນີນ​ຊີ​ວິດ​ໄປ​ຕາມ​ພຣະ​ວິນ​ຍານ​ດ້ວຍ 26 ເຮົາ​ຢ່າ​ເປັນ​ຄົນ​ຖື​ຕົວ​ເປົ່າໆ ຢ່າ​ກຸກກວນ​ໃຈ​ກັນ ແລະ​ຢ່າ​ອີດ​ສາ​ກັນ​ແລະ​ກັນ

ຄາລາເຕຍ 6

ຊ່ອຍ​ຮັບ​ພາ​ຣະ​ອັນ​ຫນັກ​ຂອງ​ກັນ​ແລະ​ກັນ

1 ພວກ​ພີ່​ນ້ອງ​ເອີຍ, ຖ້າ​ຄົນ​ໃດ​ຫາກ​ພົບ​ຄົນ​ທີ່​ຫລົງ​ຜິດ​ປະ​ການ​ໃດ ເຈົ້າ​ທັງ​ຫລາຍ​ຜູ້ຢູ່​ຝ່າຍ​ພຣະ​ວິນຍານ ຈົ່ງ​ຊ່ອຍ​ຄົນ​ຢ່າງ​ນັ້ນ​ດ້ວຍ​ຄວາມ​ອ່ອນ​ສຸ​ພາບ​ໃຫ້​ກັບ​ຄືນ​ດີ​ໃຫມ່ໂດຍ​ໃຫ້​ທຸກ​ຄົນ​ຄຶດ​ເຖິງ​ຕົນ​ເອງ ຢ້ານ​ວ່າ​ຕົນ​ຈະ​ຖືກ​ຊັກ​ຈູງ​ໃຫ້​ຫລົງ​ໄປ 2 ຈົ່ງ​ຊ່ອຍ​ຮັບ​ພາ​ຣະ​ອັນ​ຫນັກ​ຂອງ​ກັນ​ແລະ​ກັນ ຖ້າ​ເຮັດ​ດັ່ງ​ນີ້​ພວກ​ເຈົ້າ​ກໍ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ 3 ເພາະ​ວ່າ​ຖ້າ​ຜູ້​ໃດ​ຖືຕົວ​ວ່າ​ເປັນ​ຜູ້​ສຳ​ຄັນ​ໃນ​ເມື່ອ​ຕົນ​ບໍ່​ສຳ​ຄັນ​ອັນ​ໃດ ຜູ້​ນັ້ນ​ກໍ​ລໍ້​ລວງ​ຕົນ​ເອງ 4 ທຸກ​ຄົນຈົ່ງ​ຊັນ​ນະ​ສູດ​ເບິ່ງ​ການ​ງານ​ຂອງ​ຕົນ​ເອງ​ຈຶ່ງ​ຈະ​ມີ​ສິ່ງ​ທີ່​ເອົາ​ມາ​ອວດ​ອ້າງ​ໄດ້​ໃນ​ຕົວ​ເອງ ໂດຍ​ບໍ່​ແມ່ນ​ປຽບ​ກັບ​ຜູ້ອື່ນ 5 ເພາະ​ວ່າ​ທຸກ​ຄົນ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພາ​ຣະ​ຂອງ​ຕົນ​ເອງ 6 ສ່ວນ​ຜູ້​ທີ່​ຮັບ​ພຣະ​ທັມ​ຄຳ​ສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກ​ຢ່າງ​ໃຫ້​ແກ່​ຜູ້​ທີ່​ສອນ​ຕົວ​ເທີນ 7 ຢ່າ​ເຂົ້າ​ໃຈ​ຜິດ ພວກ​ເຈົ້າ​ຈະ​ຫລອກ​ລວງ​ພຣະ​ເຈົ້າ​ບໍ່​ໄດ້ ເພາະ​ວ່າ​ຜູ້​ໃດ​ຫວ່ານ​ສິ່ງ​ໃດ​ລົງ​ກໍ​ຈະ​ເກັບ​ກ່ຽວ​ສິ່ງ​ນັ້ນ 8 ຜູ້​ທີ່​ຫວ່ານ​ຕາມ​ຕັນ​ຫາ​ຂອງ​ທັມ​ມະ​ດາ​ມະ​ນຸດ​ກໍ​ຈະ​ເກັບ​ກ່ຽວ​ຄວາມ​ເປື່ອຍ​ເນົ່າ​ຈາກ​ຕັນ​ຫາ​ມະ​ນຸດ​ນັ້ນແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະ​ວິນ​ຍານ​ກໍ​ຈະ​ເກັບ​ກ່ຽວ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ຈາກ​ພຣະ​ວິນ​ຍານ​ນັ້ນ 9 ຢ່າ​ໃຫ້​ພວກ​ເຮົາ​ເມື່ອຍ​ລ້າ​ໃນ​ການ​ເຮັດ​ດີ ເພາະ​ວ່າ​ຖ້າ​ໃຈ​ພວກ​ເຮົາ​ບໍ່​ທໍ້​ຖອຍ ເຮົາ​ກໍ​ຈະ​ໄດ້​ເກັບ​ກ່ຽວ​ຜົນ​ຕາມ​ເວ​ລາ​ສົມ​ຄວນ 10 ເຫດ​ສັນ​ນັ້ນ ຕາມ​ທີ່​ມີ​ໂອ​ກາດ​ໃຫ້​ພວກ​ເຮົາ​ເຮັດ​ການ​ດີ​ຕໍ່​ຄົນ​ທັງ​ປວງ ແລະ​ເປັນ​ຕົ້ນ​ວ່າ​ຕໍ່​ຄອບ​ຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມ​ເຊື່ອ

ຄຳ​ເຕືອນ​ໃນ​ຕອນ​ສຸດ​ທ້າຍ​ແລະ​ສະ​ແດງ​ຄວາມ​ນັບ​ຖື

11 ເຈົ້າ​ທັງ​ຫລາຍ​ຈົ່ງ​ສັງ​ເກດ​ເບິ່ງຕົວ​ອັກ​ສອນ​ທີ່​ເຮົາ​ໄດ້​ຂຽນ​ມາ​ຍັງ​ພວກ​ເຈົ້າ​ດ້ວຍ​ມື​ຂອງ​ເຮົາ​ເອງວ່າ​ຕົວ​ໃຫຍ່​ປານ​ໃດ 12 ຄົນ​ທີ່​ປາ​ຖ​ນາ​ຢາກ​ໄດ້​ຫນ້າ​ຕາມ​ທັມ​ມະ​ດາ​ມະ​ນຸດ ເຂົາ​ກໍ​ຂົ່ມ​ໃຈ​ພວກ​ເຈົ້າ​ໃຫ້​ຮັບ​ພິ​ທີ​ຕັດ ເພື່ອ​ເຂົາ​ຈະ​ບໍ່​ໄດ້​ຖືກ​ຂົ່ມ​ເຫັງ​ເພາະ​ເຫດໄມ້​ກາງ​ແຂນ​ຂອງ​ພຣະ​ຄ​ຣິ​ດ​ເທົ່າ​ນັ້ນ 13 ເຖິງ​ແມ່ນ​ພວກ​ຄົນ​ທີ່​ຮັບ​ພິ​ທີ​ຕັດ​ນັ້ນ ເຂົາ​ກໍ​ບໍ່​ໄດ້​ຖືຮັກ​ສາ​ພຣະ​ບັນ​ຍັດ ແຕ່​ເຂົາ​ປາ​ຖ​ນາ​ທີ່​ຈະ​ໃຫ້​ພວກ​ເຈົ້າ​ຮັບ​ພິ​ທີ​ຕັດ ເພື່ອ​ເຂົາ​ຈະ​ເອົາ​ເຣື່ອງເນື້ອ​ກາຍ​ຂອງ​ພວກ​ເຈົ້າ​ໄປ​ອວດ​ອ້າງ 14 ແຕ່​ເຮົາ​ບໍ່​ຕ້ອງ​ການອວດ ນອກ​ຈາກ​ເຣື່ອງ​ໄມ້​ກາງ​ແຂນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຊຶ່ງ​ໂດຍ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ​ນັ້ນ ໂລກ​ຈຶ່ງ​ຖືກ​ຄຶງ​ໄວ້​ຈາກ​ເຮົາ ແລະ​ເຮົາ​ກໍ​ຖືກ​ຄຶງ​ໄວ້​ຈາກ​ໂລກ​ເຫມືອນ​ກັນ 15 ເພາະ​ວ່າການ​ຮັບ​ພິ​ທີ​ຕັດ​ຫລື​ບໍ່​ຮັບ​ນັ້ນ​ບໍ່​ສຳ​ຄັນ​ຢ່າງ​ໃດ ແຕ່​ການ​ທີ່​ຊົງ​ສ້າງ​ຂຶ້ນໃຫມ່​ນັ້ນ​ສຳ​ຄັນ 16 ສັນ​ຕິ​ສຸກ ແລະ​ພຣະ​ກະ​ຣຸ​ນາ​ຄຸນ​ຈົ່ງ​ມີ​ແກ່​ທຸກ​ຄົນ​ທີ່​ເຮັດ​ໄປ​ຕາມ​ຂໍ້​ບັນ​ຍັດ​ນີ້ ຄື​ແກ່​ພວກ​ອິ​ສ​ຣາ​ເອນ​ຂອງ​ພຣະ​ເຈົ້າ​ເທີນ 17 ຕັ້ງ​ແຕ່​ນີ້​ຕໍ່​ໄປ ຂໍ​ຢ່າ​ໃຫ້​ຜູ້​ໃດ​ມາ​ຮົບ​ກວນ​ເຮົາ​ອີກ ເພາະ​ວ່າ​ເຮົາ​ມີ​ຮອຍ​ຕາ​ປະ​ທັບ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ໃນ​ເນື້ອ​ກາຍ​ຂອງ​ເຮົາ​ແລ້ວ 18 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ຈົ່ງ​ສະ​ຖິດ​ຢູ່​ກັບ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ທັງ​ຫລາຍ​ເທີນ ອາ​ແມນ

ເອເຟໂຊ 1

1 ໂປ​ໂລ ຜູ້​ເປັນ​ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ເຖິງ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ເຫລື້ອມ​ໃສ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ 2 ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ຈາກ​ພຣະ​ອົງ​ເຈົ້າ​ເຢ​ຊູ​ຄຣິດ​ສະ​ຖິດ​ຢູ່​ກັບ​ທ່ານ​ທັງ​ຫລາຍ

ພຣະ​ພອນ​ຝ່າຍ​ວິນ​ຍານ​ໃນ​ພຣະ​ຄຣິດ

3 ສາ​ທຸ​ການ​ແດ່​ພຣະ​ເຈົ້າ ຄື​ພຣະ​ບິ​ດາ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະ​ທານ​ພຣະ​ພອນ​ທຸກ​ປະ​ການ​ຝ່າຍ​ວິນ​ຍານ ໃຫ້​ແກ່​ເຮົາ​ທັງ​ຫລາຍ​ໃນ​ສວັນ​ສະ​ຖານ​ໂດຍ​ພຣະ​ຄຣິດ 4 ໃນ​ພຣະ​ຄຣິດ​ນັ້ນ ພຣະ​ອົງ​ໄດ້​ຊົງ​ເລືອກ​ພວກ​ເຮົາ​ໄວ້​ຕັ້ງ​ແຕ່​ກ່ອນ​ທີ່​ຈະ​ຊົງ​ວາງ​ຮາກ​ສ້າງ​ໂລກ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ບໍ​ຣິ​ສຸດ​ໂດຍ​ບໍ່​ມີ​ຂໍ້​ຕິ​ຕຽນ​ໄດ້​ຕໍ່ພຣະ​ພັກ​ພຣະ​ອົງ 5 ພຣະ​ອົງໄດ້​ຊົງ​ຄາດ​ຫມາຍ​ພວກ​ເຮົາ​ໄວ້​ກ່ອນ​ດ້ວຍ​ຄວາມ​ຮັກ ໃຫ້​ເປັນ​ບຸດ​ຂອງ​ພຣະ​ອົງ​ໂດຍ​

ພຣະ​ເຢ​ຊູ​ຄຣິດ​ຕາມ​ທີ່​ຊອບ​ພຣະ​ທັຍ​ພຣະ​ອົງ

6 ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັຣ​ເສີນ​ພຣະ​ຄຸນ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ ຊຶ່ງ​ຊົງ​ໂຜດ​ປະ​ທານ​ແກ່​ພວກ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຜູ້​ຊົງ​ເປັນ​ທີ່​ຮັກ​ຂອງ​ພຣະ​ເຈົ້າ 7 ໃນ​ພຣະ​ເຢ​ຊູ​ນັ້ນ ພວກ​ເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ ຄື​ໄດ້​ຮັບ​ການ​ອະ​ພັຍ​ການ​ຫລົງ​ຜິດ​ຂອງ​ເຮົາ ໂດຍ​ພຣະ​ກະ​ຣຸ​ນາ​ອັນ​ອຸດົມ​ຂອງ​ພວກ​ເຈົ້າ 8 ​ຊຶ່ງ​ໄດ້​ຊົງ​ປະ​ທານ​ແກ່​ພວກ​ເຮົາ​ຢ່າງ​ລົ້ນ​ເຫລືອ ຕາມ​ພຣະ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ສ​ລາດ​ສ​ລຽວ​ທຸກ​ປະ​ການ 9 ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ພວກ​ເຮົາ​ຮູ້​ຈັກ​ຄວາມ​ລັບ​ເລິກ​ໃນ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ຕາມ​ພຣະ​ເຈ​ຕະ​ນາ​ຂອງ​ພຣະ​ອົງ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ພຣະ​ທັຍ​ໄວ້​ກ່ອນ​ໃນ​ພຣະ​ຄຣິດ 10 ປະ​ສົງ​ວ່າ​ເມື່ອ​ເວ​ລາ​ກຳ​ນົດ​ຄົບ​ບໍ​ຣິ​ບູນ​ແລ້ວ ພຣະ​ອົງ​ຈະ​ຊົງ​ຮວບ​ຮວມ​ສິ່ງ​ສາ​ຣະ​ພັດ​ທັງ​ທີ່​ມີ​ຢູ່​ໃນ​ຟ້າ​ສວັນ​ແລະ​ແຜ່ນ​ດິນ​ໂລກ ໄວ້​ໃນ​ອົງ​ພຣະ​ຄຣິດ​ຜູ້​ຊົງ​ເປັນ​ພຣະ​ປະ​ມຸກ 11 ໃນ​ພຣະ​ຄຣິດ​ນັ້ນ ພວກ​ເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະ​ເຈົ້າ ຕາມ​ກາ​ນຊົງ​ຕັ້ງ​ພຣະ​ທັຍ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະ​ທຳ​ໃຫ້​ສິ່ງ​ສາ​ຣະ​ພັດ​ດຳ​ເນີນ​ໄປ​ໃຫ້​ສົມ​ກັບ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ 12 ພວກ​ເຮົາ​ຜູ້​ເປັນ​ຄົນ​ແຮກ​ທີ່​ຫວັງ​ໃຈ​ໃນ​ພຣະ​ຄຣິດ ໄດ້​ຮັບ​ກຳ​ນົດ​ແລະ​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ທີ່​ຖວາຍ​ສັຣ​ເສີນ​ແດ່​ພຣະ​ກຽດ​ຕິ​ຍົດ​ຂອງ​ພຣະ​ອົງ 13 ໃນ​ພຣະ​ອົງ​ນັ້ນ​ທ່ານ​ທັງ​ຫລາຍ​ກໍ​ເຫມືອນ​ກັນ ເມື່ອ​ໄດ້​ຍິນ​ພຣະ​ທັມ​ອັນ​ສັດຈິງ ຄື​ຂ່າວ​ປະ​ເສີດ​ເຣື່ອງ​ຄວາມ​ພົ້ນ​ຂອງ​ພວກ​ທ່ານ ແລະ​ໄດ້​ວາງ​ໃຈ​ໃນ​ພຣະ​ອົງ ກໍ​ໄດ້​ຖືກ​ຊົງ​ປະ​ທັບ​ຕາ​ຫມາຍ​ໄວ້​ດ້ວຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ທີ່​ຊົງ​ສັນ​ຍາ​ໄວ້​ນັ້ນ 14 ເປັນ​ເຄື່ອງ​ມັດ​ຈຳ​ຂອງ​ການ​ຮັບ​ມໍ​ຣະ​ດົກ​ຂອງ​ພວ​ກ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ໄດ້​ຮັບ​ເປັນກັມ​ມະ​ສິດ ເປັນ​ທີ່​ຖວາຍ​ສັຣ​ເສີນ​ແດ່​ພຣະ​ກຽດ​ຕິ​ຍົດຂອງ​ພຣະ​ອົງ​

ຄຳ​ອ້ອນວອນ​ຂໍ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຮູ້

15 ເຫ​ດ​ສັນ​ນັ້ນ, ເມື່ອ​ເຮົາ​ໄດ້​ຍິນຂ່າວ​ວ່າ​ທ່ານ​ທັງ​ຫລາຍ​ໄດ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ເຈົ້າ ແລະ​ພວກ​ທ່ານ​ຮັກ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ 16 ເຮົາ​ຈຶ່ງ​ຂອບ​ພຣະ​ຄຸນ​ ເພາະ​ທ່ານ​ທັງ​ຫລາຍ​ຢູ່​ສເມີ​ບໍ່​ຂາດ ແລະ​ລະ​ນຶກ​ເຖິງ​ພວກ​ທ່ານ​ເມື່ອ​ເຮົາ​ອ້ອນວອນ 17 ເຮົາ​ອ້ອນວອນ​ວ່າ​ຂໍ​ພຣະ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຄື​ພຣະ​ບິ​ດາ​ຜູ້​ຊົງ​ພຣະ​ສະງ່າ​ຣາ​ສີ ຊົງ​ໂຜດ​ປະ​ທານ​ໃຫ້​ທ່ານ​ທັງ​ຫລາຍ​ມີ​ຈິດ​ໃຈ​ປະ​ກອບ​ດ້ວຍ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ຮູ້​ແຈ້ງ​ເຫັນ​ຈິງ​ເຖິງ​ເຣື່ອງ​ພຣະ​ອົງ 18 ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ທ່ານ​ທັງ​ຫລາຍ​ສວ່າງ​ຂຶ້ນ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ວ່າ​ໃນ​ການ​ທີ່​ພຣະ​ອົງ​ຊົງ​ເອີ້ນ​ພວກ​ທ່ານ​ນັ້ນ ພຣະ​ອົງ​ໄດ້​ຊົງ​ປະ​ທານ​ຄວາມ​ຫວັງ​ອັນ​ໃດ​ແກ່​ພວກ​ທ່ານ ແລະ​ຮູ້​ວ່າ​ມໍ​ຣະ​ດົກ​ຂອງ​ພຣະ​ອົງ​ສຳ​ລັບ​ພວກ​ໄພ່​ພົນ​ຂອງ​ພຣະ​ອົງ​ນັ້ນ​ມີ​ສະງ່າ​ຣາ​ສີ​ອັນ​ອຸ​ດົມ​ສົມ​ບູນ​ພຽງ​ໃດ 19 ແລະ​ຮູ້​ວ່າ​ຣິດ​ອຳ​ນາດ​ອັນ​ໃຫຍ່​ເຫລືອ​ປະ​ມານ​ຂອງ​ພຣະ​ອົງ​ມີ​ຫລາຍ​ພຽງ​ໃດ​ສຳ​ລັບ​ພວກ​ເຮົາ​ ທີ່​ເຊື່ອ ຕາມ​ອຳ​ນາດ​ຂອງ​ພຣະ​ກຳ​ລັງ​ແລະ​ຣິດ​ທາ​ນຸ​ພາບ​ອັນ​ໃຫຍ່​ຫລວງ​ຂອງ​ພຣະ​ອົງ 20 ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃນ​ອົງ​ພຣະ​ຄຣິດ ເມື່ອ​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ຄືນ​ພຣະ​ຊົນ ແລະ​ຊົງ​ໃຫ້​ປະ​ທັບ​ເບື້ອງ​ຂ​ວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ສວັນ​ສະ​ຖານ 21 ສູງ​ກວ່າ​ບັນ​ດາ​ຜູ້​ປົກ​ຄອງ ຜູ້​ມີ​ອຳ​ນາດ ຜູ້​ມີ​ຣິດ​ເດດ ຜູ້​ມີ​ອາ​ນຸ​ພາບ ແລະ​ເຫນືອກວ່າ​ນາມ​ຊື່​ທັງ​ປວງ​ທີ່​ເຂົາ​ເອີ່ຍ​ຂຶ້ນ ບໍ່​ໃຊ່​ໃນ​ສະໄຫມນີ້​ເທົ່າ​ນັ້ນ ແຕ່​ວ່າ​ໃນ​ສະ​ໄຫ​ມ​ທີ່​ຈະ​ມາ​ເຖິງດ້ວຍ 22 ພຣະ​ເຈົ້າ​ໄດ້​ຊົງ​ປາບ​ສິ່ງ​ສາ​ຣະ​ພັດ​ທັງ​ປວງ​ລົງ​ໃຕ້​ພຣະ​ບາດ​ຂອງ​ພຣະ​ຄຣິດ ແລະ​ໄດ້​ຊົງ​ຕັ້ງ​ພຣະ​ອົງ​ໄວ້​ໃຫ້​ເປັນ​ພຣະ​ປະ​ມຸກ​ເຫນືອ​ສິ່ງ​ສາ​ຣະ​ພັດ​ແກ່ຄ​ຣິ​ສ​ຕະ​ຈັກ 23 ຊຶ່ງ​ເປັນ​ພຣະ​ກາຍຂອງ​ພຣະ​ອົງ ຄື​ຊຶ່ງ​ເຕັມ​ບໍ​ຣິ​ບູນ​ດ້ວຍ​ພຣະ​ອົງ ຜູ້​ຊົງ​ເຕັມ​ໃນ​ທຸກ​ຫົນ​ທຸກ​ແຫ່ງ​ທົ່ວ​ສັ​ພ​ສິ່ງ

ເອເຟໂຊ 2

ຈາກ​ຄວາມ​ຕາຍ​ໄປ​ສູ່​ຊີ​ວິດ

1 ພຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ທ່ານ​ທັງ​ຫລາຍຄືນ​ມີ​ຊີ​ວິດ​ເຫມືອນ​ກັນ ເຖິງ​ແມ່ນ​ວ່າ​ທ່ານ​ທັງ​ຫລາຍ​ຕາຍ​ແລ້ວ​ໂດຍ​ການ​ຫລົງ​ຜິດ​ແລະ​ເຮັດ​ບາບ 2 ເມື່ອ​ກ່ອນ​ພວກ​ທ່ານ​ເຄີຍ​ດຳ​ເນີນ​ຢູ່​ໃນ​ການ​ບາບ​ນັ້ນ​ຕາມ​ວິ​ທີ​ຂອງ​ໂລກ ຕາມ​ເຈົ້າ​ນາຍ​ແຫ່ງ​ຍ່ານ​ອາ​ກາດ ຄື​ວິນ​ຍານ​ທີ່​ຄອບ​ຄອງຢູ່​ໃນ​ຄົນ​ທັງ​ຫລາຍ​ທີ່​ບໍ່​ເຊື່ອ​ຟັງ 3 ເມື່ອ​ກ່ອນ, ເຮົາ​ທັງ​ປວງ​ເຄີຍ​ດຳ​ເນີນ​ຊີ​ວິດ​ຕາມ​ຕັນ​ຫາ​ຂອງ​ຝ່າຍ​ມະ​ນຸດ​ທັມ​ມະ​ດາ​ເຫມືອນ​ຄົນ​ເຫລົ່າ​ນັ້ນ ຄື​ດຳ​ເນີນ​ໄປ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ຮ່າງ​ກາຍ​ແລະ​ຂອງ​ຈິດ​ໃຈ ຕາມ​ສັນ​ດານ​ພວກ​ເຮົາ​ເປັນ​ຄົນ​ຄວນ​ຖືກ​ພຣະ​ພິ​ໂຣດ​ເຫມືອນ​ດັ່ງ​ຄົນ​ອື່ນ 4 ແຕ່​ພຣະ​ເຈົ້າ​ຜູ້​ຊົງ​ປະ​ກອບ​ດ້ວຍ​ພຣະ​ກະ​ຣຸ​ນາ​ອັນ​ອຸ​ດົມ ເພາະ​ເຫດ​ຄວາມ​ຮັກ​ອັນ​ໃຫຍ່​ຫລວງ​ທີ່​ພຣະ​ອົງ​ຊົງ​ຮັກ​ພວກ​ເຮົາ​ນັ້ນ 5 ເຖິງ​ແມ່ນ​ວ່າ​ເມື່ອ​ພວກ​ເຮົາ​ຕາຍ​ໄປ​ແລ້ວ​ໃນ​ການ​ຫລົງ​ຜິດ ພຣະ​ອົງ​ຍັງ​ໄດ້​ຊົງ​ບັນ​ດານ​ໃຫ້​ເຮົາ​ມີ​ຊີ​ວິດ​ຢູ່​ກັບ​ພຣະ​ຄຣິດ (ທີ່​ທ່ານ​ທັງ​ຫລາຍ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ​ກໍ​ພົ້ນ​ດ້ວຍ​ພຣະ​ຄຸນ) 6 ແລະ​ໄດ້ຊົງ​ບັນ​ດານ​ໃຫ້​ເຮົາ​ເປັນ​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະ​ອົງ ແລະ​ຊົງ​ໂຜດ​ໃຫ້​ເຮົາ​ນັ່ງ​ໃນ​ສວັນ​ສະ​ຖານ​ດ້ວຍ​ກັນ​ກັບ​ພຣະ​ເຢ​ຊູ​ຄຣິດ 7 ເພື່ອ​ໃນ​ຄາວ​ຕໍ່​ໄປ​ພຣະ​ອົງ​ຈະ​ໄດ້​ຊົງ​ສະ​ແດງ​ພຣະ​ຄຸນ​ອັນ​ອຸ​ດົມ​ເຫລືອ​ລົ້ນ​ຂອງ​ພຣະ​ອົງ ໃນ​ການ​ຊຶ່ງພຣະ​ອົງ​ໄດ້​ຊົງ​ເມດ​ຕາ​ເຮົາ​ທັງ​ຫລາຍໃນ​ພຣະ​ເຢ​ຊູ​ຄຣິດ 8 ດ້ວຍ​ວ່າ​ຊຶ່ງ​ທ່ານ​ທັງ​ຫລາຍ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ ກໍ​ຍ້ອນ​ພຣະ​ຄຸນ​ດ້ວຍ​ທາງ​ຄວາມ​ເຊື່ອ ສິ່ງ​ເຫລົ່າ​ນີ້​ບໍ່​ໃຊ່​ພວກ​ທ່ານ​ເຮັດ​ເອົາ​ເອງ ແຕ່​ພຣະ​ເຈົ້າ​ຊົງ​ປະ​ທານ​ໃຫ້ 9 ຄວາມ​ພົ້ນ​ນັ້ນ​ບໍ່​ໃຊ່​ມີ​ມາຍ້ອນ​ການ​ປະ​ຕິບັດ ເພື່ອ​ບໍ່​ໃຫ້​ຄົນ​ນຶ່ງ​ຄົນ​ໃດ​ອວດ​ໄດ້ 10 ເພາະ​ວ່າ​ເຮົາ​ທັງ​ຫລາຍ​ເປັນ​ສີ​ພຣະ​ຫັດ​ຂອງ​ພຣະ​ອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ໃຫ້​ປະ​ກອບ​ການ​ດີ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ຈັດ​ຕຽມ​ລ່ວງ​ຫນ້າ​ໄວ້​ກ່ອນ ເພື່ອ​ໃຫ້​ເຮົາ​ທັງ​ຫລາຍ​ປະ​ຕິບັດ​ຕາມ

ເຮັດ​ໃຫ້​ສອງ​ຝ່າຍ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ໃນ​ພຣະ​ຄຣິດ

11 ເຫດ​ສັນ​ນັ້ນ​, ຈົ່ງ​ລະ​ນຶກວ່າ​ເມື່ອ​ກ່ອນ​ທ່ານ​ທັງ​ຫລາຍ​ເປັນ​ຄົນ​ຕ່າງ​ຊາດ​ຕາມ​ເນື້ອ​ກາຍ ແລະ​ພວກ​ທີ່​ເຂົາ​ເອີ້ນ​ວ່າ​ຝ່າຍ​ພິ​ທີ​ຕັດ ຄື​ພວກ​ທີ່​ຮັບ​ພິ​ທີ​ຕັດ​ດ້ວຍ​ມື​ມະ​ນຸດ​ນັ້ນ​ເຄີຍ​ເອີ້ນ​ທ່ານ​ທັງ​ຫລາຍ​ວ່າ ຝ່າຍ​ບໍ່​ຮັ​ບ​ພິ​ທີ​ຕັດ 12 ຈົ່ງ​ລະ​ນຶກວ່າ ເມື່ອ​ນັ້ນ​ທ່ານ​ທັງ​ຫລາຍ​ເປັນ​ຄົນ​ຢູ່ນອກ​ພຣະ​ຄຣິດ ຂາດ​ຈາກ​ການ​ເປັນ​ພົ​ລ​ເມືອງ​ອິ​ສ​ຣາ​ເອນ ບໍ່ມີ​ສ່ວນ​ໃນ​ບັນ​ດາ​ຄໍາຫມັ້ນ​ສັນຍາ​ທີ່​ຊົງ​ສັນ​ຍາ​ໄວ້​ນັ້ນ ຢູ່​ໃນ​ໂລກ​ໂດຍ​ບໍ່​ມີ​ຄວາມ​ຫວັງ ແລະ​ບໍ່​ມີ​ພຣະ​ເຈົ້າ 13 ແຕ່​ບັດ​ນີ້​ທ່ານ​ທັງ​ຫລາຍ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ເຄີຍ​ຢູ່​ຫ່າງໄກ ແຕ່​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ໂດຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ 14 ເພາະ​ວ່າ​ພຣະ​ຄຣິດ​ນັ້ນ​ຊົງ​ເປັນ​ສັນ​ຕິສຸກ​ຂອງ​ເຮົາ​ທັງ​ຫລາຍ​ຄື​ເປັນ​ຜູ້​ຊົງ​ກະ​ທຳ​ໃຫ້​ທັງ​ສອງ​ຝ່າຍ​ເຂົ້າ​ເປັນ​ພວກ​ດຽວ​ກັນ ພຣະ​ອົງ​ໄດ້​ຊົງ​ຮຶ້​ກຳ​ແພ​ງ​ທີ່​ຂັ້​ນ​ລະ​ຫວ່າງ​ການ​ເປັນ​ສັດ​ຕຣູ​ກັນ​ຖິ້ມ​ເສັຽດ້ວຍ​ພຣະ​ກາຍ​ຂອງ​ພຣະ​ອົງ 15 ພຣະ​ອົງ​ໄດ້​ຊົງ​ຍົກ​ເລີກ​ກົດ​ຂອງ​ພຣະ​ບັນ​ຍັດ​ທີ່​ໃຫ້​ຖືສິນ​ຕ່າງໆ ເພື່ອ​ຈະ​ກະ​ທຳ​ໃຫ້​ທັງ​ສອງ​ຝ່າຍ​ເປັນ​ຄົນ​ໃຫມ່​ຄົນ​ດຽວ​ໃນ​ພຣະ​ອົງ ຢ່າງ​ນັ້ນ​ແຫລະ, ຈຶ່ງ​ຊົງ​ບັນ​ດານ​ໃຫ້​ເກີດ​ສັນ​ຕິ​ສຸກ 16 ແລະ​ເພື່ອ​ຈະ​ຊົງ​ກະ​ທຳ​ໃຫ້​ທັງ​ສອງ​ພວກ​ຄືນ​ດີ​ກັນ​ກັບ​ພຣະ​ເຈົ້າ ເປັນ​ກາຍ​ອັນ​ດຽວ​ກັນ​ໂດຍ​ໄດ້​ກາງ​ແຂນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ການ​ເປັນ​ສັດ​ຕຣູ​ກັນ​ນັ້ນ​ສູນ​ສິ້ນ​ໄປ 17 ພຣະ​ອົງ​ໄດ້​ສະ​ເດັດ​ມາ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ສັນ​ຕິ​ສຸກ​ແກ່​ທ່ານ​ທັງ​ຫລາຍ​ທີ່​ຢູ່​ຫ່າງ​ໄປ​ຈາກ​ພຣະ​ເຈົ້າ ແລະ​ປະ​ກາດ​ສັນ​ຕິ​ສຸກ​ແກ່​ພວກ​ຄົນ​ທີ່​ຢູ່​ໃກ້ພຣະ​ອົງ 18 ເພາະ​ໂດຍພຣະ​ອົງ​ນີ້​ແຫລະ, ເຮົາ​ທັງສອງ​ພວກ​ຈຶ່ງ​ມີ​ໂອກາດ​ເຂົ້າ​ເຝົ້າ​ພຣະ​ບິ​ດາ​ໂດຍ​ພຣະ​ວິນ​ຍານ​ອົງ​ດຽວ​ກັນ 19 ເຫດ​ສັນ​ນັ້ນ​, ທ່ານ​ທັງ​ຫລາຍ​ຈຶ່ງ​ບໍ່​ເປັນ​ຄົນ​ຕ່າງ​ດ້າວ​ທ້າວ​ຕ່າງ​ເມືອງ​ອີກ​ຕໍ່​ໄປ ແຕ່​ວ່າ​ເປັນ​ພົ​ລ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ ແລະ​ເປັນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ 20 ພວກທ່ານ​ໄດ້​ຖືກ​ສ້າ​ງຂຶ້ນ​ເທິງ​ຮາກ​ຖານ ຊຶ່ງ​ພວກ​ອັ​ຄ​ສາ​ວົກ​ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ໄດ້​ວາງ​ລົງ​ແລ້ວ ອົງ​ພຣະ​ເຢ​ຊູ​ຄຣິດ​ເອງ​ຊົງ​ເປັນ​ຫີນ​ເສົາ​ເອກ 21 ໃນ​ພຣະ​ອົງ​ນັ້ນ​ທຸກ​ສ່ວນ​ຂອງ​ໂຄງ​ຮ່າງກໍ​ຕິດ​ຕໍ່​ເຊື່ອມ​ສ​ນິດ​ກັນ​ໂດຍ​ດີ ແລະ​ຈະ​ເຣິນ​ຂຶ້ນ​ເປັນ​ພຣະ​ວິ​ຫານ​ອັນ​ສັກ​ສິດ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 22 ໃນ​ພຣະ​ອົງ​ນັ້ນ​ທ່ານ​ທັງ​ຫລາຍ​ກຳ​ລັງ​ຖືກ​ກໍ່​ຂຶ້ນ ໃຫ້​ເປັນ​ທີ່​ສະ​ຖິດ​ຂອງ​ພຣະ​ເຈົ້າ​ໂດຍ​ພຣະ​ວິນ​ຍານ​ເຫມືອນ​ກັນ

ເອເຟໂຊ 3

ຕຳ​ແຫນ່ງ​ຮັບ​ໃຊ້​ຂອງ​ໂປ​ໂລ​ທີ່​ມີ​ຕໍ່​ຄົນ​ຕ່າງ​ຊາດ

1 ເພາະ​ເຫດ​ນີ້​ຂ້າ​ພະ​ເຈົ້າ, ໂປ​ໂລ ຜູ້​ທີ່​ຖືກ​ຈຳ​ຈອງ​ເພາະ​ເຫັນ​ແກ່​ພຣະ​ເຢ​ຊູ​ຄຣິດ ເພື່ອ​ທ່ານ​ທັງ​ຫລາຍ​ທີ່​ເປັນ​ຄົນ​ຕ່າງ​ຊາດ 2 ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ເຖິງ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ທີ່​ຊົງ​ໂຜດ​ປະ​ທານ​ແກ່​ຂ້າ​ພະ​ເຈົ້າ​ແລ້ວ​ວ່າ​ໃຫ້​ຮັບ​ໃຊ້​ປະ​ຕິ​ບັດ​ຕາມ​ຕຳ​ແຫນ່ງ​ນີ້​ເພື່ອ​ທ່ານ​ທັງ​ຫລາຍ 3 ຄື​ວ່າ​ພຣະ​ອົງ​ໄດ້​ຊົງ​ສະ​ແດງ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ຂໍ້​ເລິກ​ລັບ​ຂອງ​ອົງ​ພຣະ​ຄຣິດ ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ໄວ້​ແລ້​ວ​ຢ່າງ​ຫຍໍ້ໆ 4 ເມື່ອ​ທ່ານ​ທັງ​ຫລາຍ​ອ່ານ​ຄຳ​ເຫລົ່າ​ນັ້ນ​ແລ້ວ ທ່ານ​ກໍ​ຈະ​ຮູ້​ເຖິງ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເຣື່ອງ​ຄວາມ​ລັບ​ເລີກ​ຂອງ​ອົງ​ພຣະ​ຄຣິດ 5 ຊຶ່ງ​ໃນ​ສະ​ໄຫມ​ກ່ອນ​ພຣະ​ອົງ​ບໍ່​ໄດ້​ຊົງ​ໂຜດ​ສະ​ແດງ​ແກ່​ມະ​ນຸດ ເຫມືອນ​ຢ່າງ​ບັດ​ນີ້​ໄດ້​ຊົງ​ໂຜດ​ສະ​ແດງ​ແກ່​ພວກ​ອັ​ຄ​ສາ​ວົກ​ທີ່​ບໍ​ຣິ​ສຸດ ແລະ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ໂດຍ​ພຣະ​ວິນ​ຍານ 6 ວ່າ​ຄົນ​ຕ່າງ​ຊາດ​ນັ້ນ​ໄດ້​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ​ຮ່​ວມ​ກັນ ແລະ​ເປັນ​ອະ​ວັຍ​ວະ​ຂອງ​ກາຍ​ອັນ​ດຽວ​ກັນ ກັບ​ມີ​ສ່ວນ​ໄດ້​ຮັບ​ພຣະ​ສັນ​ຍາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ທາງ​ຂ່າວ​ປະ​ເສີດ 7 ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ຂ່າວ​ປະ​ເສີດ ຕາມ​ພຣະ​ຄຸນ​ຊຶ່ງ​ເປັນ​ຂອງ​ພຣະ​ຣາ​ຊ​ທານ​ຈາກ​ພຣະ​ເຈົ້າ ຊຶ່ງ​ຊົງ​ໂຜດ​ປະ​ທານ​ແກ່​ຂ້າ​ພະ​ເຈົ້າ​ໂດຍ​ຣິດ​ອຳ​ນາດ​ຂອງ​ພຣະ​ອົງ​ຊົງ​ກະ​ທຳ 8 ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ນ້ອຍກວ່າ​ຜູ້​ນ້ອຍ​ທີ່ສຸດ​ໃນ​ພວກ​ໄພ່​ພົນ​ທັງ​ຫມົດ​ຂອງ​ພຣະ​ເຈົ້າ ກໍ​ຊົງ​ໂຜດ​ປະ​ທານ​ພຣະ​ຄຸນ​ນີ້​ແກ່​ຂ້າ​ພະ​ເຈົ້າ ຄື​ໃຫ້​ຂ້າ​ພະ​ເຈົ້າ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຕ່າງ​ຊາດ ເຖິງ​ເຣື່ອງ​ຄວາມ​ບໍ​ຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ອົງ​ພຣະ​ຄຣິດ 9 ແລະ​ເຮັດ​ໃຫ້​ຄົນ​ທັງ​ປວງ​ເຫັນ​ແຈ້ງ​ໃນ​ແຜນ​ການ​ແຫ່ງ​ຂໍ້​ລັບ​ເລິກ ທີ່​ຊົງ​ອັດບັງ​ໄວ້ກັບ​ພຣະ​ເຈົ້າ​ຜູ້​ຊົງ​ນີ​ຣະ​ມິດ​ສ້າງ​ສັ​ພ​ສິ່ງ​ທັງ​ປວງ ຄື​ຊົງ​ອັດ​ບັງ​ໄວ້​ຕັ້ງ​ແຕ່​ແຮກ​ສ້າງ​ໂລກ 10 ເພື່ອ​ວ່າ​ໃນ​ປັດ​ຈຸ​ບັນ​ນີ້​ຜູ້​ປົ​ກ​ຄອງ​ແລະ​ຜູ້​ມີ​ອຳ​ນາດ​ໃນ​ສວັນ​ສະ​ຖານ ຈະ​ໄດ້​ຮູ້​ຍັງ​ພຣະ​ສະ​ຕິ​ປັນ​ຍາ​ອັນ​ສັບ​ຊ້ອນ​ຂອງ​ພຣະ​ເຈົ້າ​ໂດຍ​ທາງ​ຄ​ຣິ​ສ​ຕະ​ຈັກ 11 ອັນ​ນີ້​ກໍ​ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ອັນ​ຖາ​ວອນ​ຂອງ​ພຣະ​ເຈົ້າ ທີ່​ພຣະ​ອົງ​ໄດ້​ຊົງ​ກະ​ທຳ​ໃຫ້​ສຳ​ເຣັດ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 12 ໃນ​ພຣະ​ອົງ​ນັ້ນ​ພວກ​ເຮົາ​ຈຶ່ງ​ມີ​ໃຈ​ກ້າ ແລະ​ມີ​ໂອ​ກາດ​ທີ່​ຈະ​ເຂົ້າ​ເຝົ້າ​ພຣະ​ເຈົ້າ​ໄດ້ ດ້ວຍ​ຄວາມ​ໄວ້​ໃຈ​ເພາະ​ຄວາມ​ເຊື່ອ​ໃນ​ພຣະ​ອົງ 13 ເຫດ​ສັນ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ຮ້ອງ​ທ່ານ​ທັງ​ຫລາຍ​ວ່າ ຢ່າ​ທໍ້​ໃຈ​ຍ້ອນ​ຄວາມ​ຍາກ​ລຳ​ບາກ​ຂອງ​ຂ້າ​ພະ​ເຈົ້າ​ຊຶ່ງ​ມີ​ເພາະ​ເຫັນ​ແກ່​ພວກ​ທ່ານ ອັນ​ເປັນ​ກຽດ​ຕິ​ຍົດ​ຂອງ​ພວກ​ທ່ານ​ເອງ

ໃຫ້​ຮູ້​ຈັກ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ

14 ເພາະ​ເຫດ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກພຣະ​ບິ​ດາ 15 (ຄຳ​ວ່າ ບິ​ດາ ຂອງ​ທຸ​ກ​ຄອບ​ຄົວ​ໃນ​ສວັນ​ແລະ​ທີ່​ແຜ່ນ​ດີນ​ໂລກ ກໍ​ໄດ້​ຊື່ມາ​ຈາກ​ຄຳ​ວ່າ​ພຣະ​ບິດາ) 16 ຂໍ​ໃຫ້​ພຣະ​ອົງ​ຊົງ​ໂຜດ​ປະ​ທານ​ກຳ​ລັງ​ອັນ​ເຂັ້ມ​ແຂງ​ຝ່າຍ​ຈິດ​ໃຈ​ແກ່​ທ່ານ​ທັງ​ຫລາຍ​ຕາມ​ຄວາມອຸ​ດົມ​ສົມ​ບູນ​ແຫ່ງ​ພຣະ​ສະງ່າ​ຣາ​ສີ​ຂອງ​ພຣະ​ອົງ ໂດຍ​ເດດ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ 17 ເພື່ອ​ພຣະ​ຄຣິດ​ຈະ​ຊົງ​ຕັ້ງ​ຢູ່​ໃນ​ໃຈ​ຂອງ​ທ່ານ​ທັງ​ຫລາຍ​ທາງ​ຄວາມ​ເຊື່ອ ເພື່ອ​ວ່າ, ເມື່ອ​ພວກ​ທ່ານ​ໄດ້​ວາງ​ຮາກ​ລົງ​ຫມັ້ນ​ຄົງ​ໃນ​ຄວາມ​ຮັກ​ແລ້ວ 18 ພວກ​ທ່ານ​ກໍ​ຈະ​ມີ​ຄວາມ​ສາ​ມາດ​ເຂົ້າ​ໃຈ ພ້ອມ​ກັບ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ອົງ ເຖິງ​ຄວາມ​ກວ້າງ ຄວາມ​ຍາວ ຄວາມ​ສູງ ແລະ​ຄວາມ​ເລິກ 19 ທັງ​ຈະ​ຮູ້​ຈັກ​ຄວາມ​ຮັກ​ຂອງ​ອົງ​ພຣະ​ຄຣິດ​ຊຶ່ງ​ເກີນ​ຄວາມ​ຮູ້ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮັບ​ຄວາມ​ເຕັມ​ບໍ​ຣິ​ບູນ​ຂອງ​ພຣະ​ເຈົ້າ​ທຸກ​ປະ​ການ 20 ຂໍ​ໃຫ້​ພຣະ​ກຽດ​ຈົ່ງ​ມີ​ແກ່​ພຣະ​ອົງ ຜູ້​ຊົງ​ຣີດ​ສາ​ມາດ​ກະ​ທຳ​ນອກ​ເຫນືອ​ສາ​ຣະ​ພັດ ຫລື​ຊົງ​ສາ​ມາດ​ກະ​ທຳ​ເຫນືອກວ່າ​ທີ່​ພວກ​ເຮົາ​ຈະ​ຂໍ ຫລື​ຄຶດ​ໄດ້ ຕາມ​ຣິດ​ອຳ​ນາດ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ພາຍ​ໃນ​ຕົວ​ເຮົາ​ທັງ​ຫລາຍ 21 ຈົ່ງ​ຖວາຍ​ພຣະ​ກຽດ​ແກ່​ພຣະ​ອົງ​ໃນ​ຄ​ຣິ​ສ​ຕະ​ຈັກ​ແລະ​ໃນ​ພຣະ​ເຢ​ຊູ​ຄຣິດ ທຸກ​ຊົ່ວ​ອາ​ຍຸ​ຄົນ​ຕ​ລອດ​ໄປ​ເປັນ​ນິດ ອາ​ແມນ

ເອເຟໂຊ 4

ຄວາມ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ກັນ​ທີ່​ພຣະ​ວິນ​ຍານ​ຊົງ​ປະ​ທານ

1 ເຫດ​ສັນ​ນັ້ນຂ້າ​ພະ​ເຈົ້າ, ຜູ້​ຖືກ​ຈຳ​ຈອງ​ເພາະ​ເຫັນ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງ​ວອນ​ຂໍ​ທ່ານ​ທັງ​ຫລາຍ​ໃຫ້​ດຳ​ເນີນ​ຊີ​ວິດ​ສົມ​ກັ​ບ​ທີ່​ພວກ​ທ່ານ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ 2 ຄື​ຈົ່ງ​ມີ​ໃຈ​ຖ່ອມ​ລົງ​ທຸກ​ຢ່າງ​ແລະ​ໃຈ​ອ່ອນ​ສຸ​ພາບ ດ້ວຍ​ຄວາມ​ພຽນ​ອົດ​ທົນ ແລະ​ຜ່ອນ​ຫນັກ​ຜ່ອນ​ເບົາ​ເຊິ່ງ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ 3 ຈົ່ງ​ພຽນ​ພ​ຍາ​ຍາມ​ເອົາ​ສັນ​ຕິ​ສຸກ​ຜູກ​ມັດ ເພື່ອ​ຮັກ​ສາ​ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ຊຶ່ງ​ພຣະ​ວິນ​ຍານ​ຊົງ​ປະ​ທານ​ໃຫ້​ນັ້ນ 4 ມີ​ກາຍ​ດຽວ​ແລະ​ມີ​ພຣະ​ວິນ​ຍານ​ອົງ​ດຽວ ເຫມືອນ​ມີ​ຄວາມ​ຫວັງ​ໃຈ​ອັນ​ດຽວ​ທີ່​ເນື່ອງ​ໃນ​ການ​ທີ່​ຊົງ​ເອີ້ນ​ເອົາ​ພວກ​ທ່ານ​ແລ້ວ​ນັ້ນ 5 ມີ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ ມີ​ຄວາມ​ເຊື່ອ​ດຽວ ມີ​ບັບ​ຕິ​ສະ​ມາ​ດຽວ 6 ມີ​ພຣະ​ເຈົ້າ​ອົງ​ດຽວ ຄື​ພຣະ​ບິ​ດາ​ຂອງ​ຄົນ​ທັງ​ປວງ ຜູ້​ຊົງ​ສະ​ຖິດ​ຢູ່​ເທິງ​ຄົນ​ທັງ​ປວງ ແລະ​ທົ່ວ​ຄົນ​ທັງ​ປວງ ແລະ​ໃນ​ຄົນ​ທັງ​ປວງ 7 ແຕ່​ວ່າ​ພຣະ​ຄຸນ​ນັ້ນ​ຊົງ​ໂຜດ​ປະ​ທານ​ແກ່​ເຮົາ​ທຸກໆ​ຄົນ ຕາມ​ຂອງ​ພຣະ​ຣາ​ຊ​ທານ​ທີ່​ພຣະ​ຄຣິດ​ໄດ້​ຊົງ​ກຳ​ນົດ​ໄວ້ 8 ເຫດ​ສັນ​ນັ້ນ, ຈຶ່ງ​ມີ​ພຣະ​ທັມ​ກ່າວ​ວ່າ, “ເມື່ອ​ໄດ້​ສະ​ເດັດ​ຂຶ້ນ​ເມືອ​ສູ່​ສະ​ຖານ​ທີ່​ສູງ ພຣະ​ອົງ​ກໍ​ຊົງ​ນຳ​ພາ​ພວກ​ຊະ​ເລີຍ​ໄປ ແລະ​ຊົງ​ປະ​ທານ​ຂອງ​ພຣະ​ຣາ​ຊ​ທານ​ໃຫ້​ແກ່​ມະ​ນຸດ” 9 (ທີ່​ກ່າວ​ວ່າ, “ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ເມືອ” ນັ້ນ ຈະ​ຫມາຍ​ຄວາມ​ຢ່າງ​ອື່ນ​ບໍ່​ໄດ້ ນອກ​ຈາກວ່າ​ພຣະ​ອົງ​ໄດ້​ສະ​ເດັດ​ລົງ​ໄປ​ສູ່​ເບື້ອງ​ຕ່ຳ​ຂອງ​ແຜ່ນ​ດິນ​ໂລກ​ແລ້ວ​ດ້ວຍ 10 ພຣະ​ອົງ​ຜູ້​ສະ​ເດັດ​ລົງ​ໄປ​ນັ້ນ ກໍ​ຄື​ພຣະ​ອົງ​ຜູ້​ທີ່​ໄດ້​ສະ​ເດັດ​ຂຶ້ນ​ເມືອ​ສູ່​ທີ່​ສູງ​ເຫນືອ​ຟ້າ​ສວັນ​ທັງ​ປວງ​ນັ້ນ​ເອງ ເພື່ອ​ຈະ​ໄດ້​ສະ​ຖິດ​ຢູ່​ໃນ​ທົ່ວ​ພິ​ພົບ) 11 ຂອງ​ພຣະ​ຣາ​ຊ​ທານ​ຂອງ​ພຣະ​ອົງ​ກໍ​ຄື​ໃຫ້​ລາງ​ຄົນ​ເປັນ​ອັ​ຄ​ສາ​ວົກ ລາງ​ຄົນ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ ລາງ​ຄົນ​ເປັນ​ຜູ້​ປະ​ກາດ​ຂ່າວ​ປະ​ເສີດ ລາງ​ຄົນ​ເປັນ​ສິດ​ຍາ​ພິ​ບານ​ແລະ​ອາ​ຈານ 12 ເພື່ອ​ຈັດ​ຕຽມໄພ່​ພົນ​ທັງ​ຫລາຍ​ຂອງ​ພຣະ​ອົງ​ໃຫ້​ເປັນ​ຜູ້​ຮັບ​ໃຊ້​ທີ່​ເຫມາະ​ສົມ ເພື່​ອ​ເສີມ​ສ້າງ​ພຣະ​ກາຍ​ຂອງ​ພຣະ​ຄຣິດ​ໃຫ້​ຈະ​ເຣີນ​ຂຶ້ນ 13 ຈົນ​ກວ່າ​ເຮົາ​ທຸກ​ຄົນ​ຈະ​ບັນ​ລຸ​ເຖິງ​ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ​ໃນ​ຄວາມ​ເຊື່ອ ແລະ​ໃນ​ຄວາມ​ຮູ້​ເຖິງ​ເຣື່ອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈົນ​ກວ່າ​ເຮົາ​ຈະ​ເປັນຄົນ​ໃຫຍ່​ເຕັມ​ສ່ວນ ຄື​ເຕັມ​ເຖິງ​ຂະ​ຫ​ນາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ 14 ເພື່ອ​ພວກ​ເຮົາ​ຈະ​ບໍ່​ໄດ້​ເປັນ​ເດັກ​ນ້ອຍ​ອີກ​ຕໍ່​ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນ​ເຫ​ໄປ​ມາ​ດ້ວຍ​ລົມ​ປາກ​ຂອງ​ຄຳ​ສັ່ງ​ສອນ​ທຸກ​ຢ່າງ ແລະ​ດ້ວຍ​ເລ່​ກົນ​ຂອງ​ມະ​ນຸດ​ທີ່​ຫລອກ​ລວງ​ໃຫ້​ຫລົງ​ຕາມ​ອຸ​ບາຍ​ອັນ​ສ​ລາດ​ຂອງ​ເຂົາ 15 ແຕ່​ໃຫ້​ພວກ​ເຮົາ​ຍຶດ​ເອົາ​ຄວາມ​ຈິງ​ດ້ວຍ​ໃຈ​ຮັກ ເພື່ອ​ຈະ​ຈະ​ເຣີນ​ຂຶ້ນ​ທຸກ​ຢ່າງ​ຈົນ​ເຖິງ​ພຣະ​ອົງ​ຜູ້​ເປັນ​ສີ​ສະ ຄື​ພຣະ​ຄຣິດ​ 16 ເນື່ອງ​ຈາກ​ພຣະ​ອົງ​ນັ້ນ ຮ່າງ​ກາຍ​ທັງ​ສິ້ນ​ທີ່​ຕິດ​ຕໍ່​ສ​ນິດ​ແລະ​ຜູກ​ພັນ​ກັນ​ໂດຍ​ທຸກໆ​ຂໍ້​ຕໍ່​ທີ່​ຊົງ​ປະ​ທານ ຈຶ່ງ​ໄດ້​ຈະ​ເຣີນ​ໃຫຍ່​ຂຶ້ນ​ດ້ວຍ​ຄວາມ​ຮັກ ເມື່ອ​ອະ​ວັຍ​ວະ​ທຸກ​ສ່ວນ​ເຮັດ​ຫນ້າ​ທີ່​ຕາມ​ຄວາມ​ເຫມາະ​ສົມ​ແລ້ວ

ຊີວິດ​ໃຫມ່​ໃນ​ພຣະ​ຄຣິດ

17 ເຫດ​ສັນ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ຢືນ​ຢັນ ແລະ​ເປັນ​ພຍານ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຕັ້ງ​ແຕ່​ນີ້​ຕໍ່​ໄປ​ທ່ານ​ທັງ​ຫລາຍ​ຢ່າ​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ຄົນ​ຕ່າງ​ຊາດ​ທີ່​ເຂົາ​ດຳ​ເນີນ​ກັນ​ນັ້ນ ຄື​ດ້ວຍ​ໃຈ​ໂງ່​ອັນ​ຫາ​ປ​ໂຍດ​ບໍ່​ໄດ້ 18 ໂດຍ​ທີ່​ຄວາມຄຶດ​ຂອງ​ເຂົາ​ມືດ​ມົນ​ໄປ ແລະ​ເຂົາ​ຢູ່​ຫ່າງ​ຈາກ​ຊີ​ວິດ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ ເພາະ​ເຫດ​ຄວາມ​ບໍ່​ຮູ້​ເທົ່າ​ເຖິງ​ການ​ທີ່​ມີ​ຢູ່​ໃນ​ຕົວ​ເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະ​ດ້າງ​ຂອງ​ເຂົາ 19 ເຂົາ​ບໍ່​ມີ​ຄວາມ​ຮູ້​ສຶກ​ຢ້ານ​ກົວ​ຕໍ່​ບາບ ຈຶ່ງ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ໂລ​ພະ​ຕັນ​ຫາ ເພື່ອ​ເຮັດ​ການ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ໂດຍ​ສຸດ​ຄວາມ​ປາ​ຖ​ນາ 20 ແຕ່​ວ່າ​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ຮຽນ​ຮູ້​ຈັກ​ພຣະ​ຄຣິດ​ຢ່າງ​ນັ້ນ 21 ຖ້າ​ແມ່ນ​ວ່າ​ພວກ​ທ່ານ​ໄດ້​ຍິນ​ເຣື່ອງ​ພຣະ​ອົງ ແລະ​ໄດ້​ຮັບ​ຄຳ​ສັ່ງ​ສອນ​ເຣື່ອງ​ພຣະ​ອົງ​ຕາມ​ຄວາມ​ຈິງ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ແລ້ວ 22 ພວກ​ທ່ານ​ຈົ່ງ​ຖອດ​ຖິ້ມ​ສະ​ພາບ​ມະ​ນຸດ​ເກົ່າ​ຂອງ​ຕົນ​ຊຶ່ງ​ຄູ່​ກັບ​ວິ​ຖີ​ຊີ​ວິດ​ເດີມ​ນັ້ນ​ເສັຽ ທີ່​ກຳ​ລັງ​ເສື່ອມ​ເສັຽ​ໄປ​ສູ່​ຄວາມ​ຕາຍ​ຕາມ​ຕັນ​ຫາ​ອັນ​ເປັນ​ທີ່​ຫລອກ​ລວງ​ນັ້ນ 23 ແ​ລະ​ຈົ່ງ​ໃຫ້​ວິນ​ຍານ​ຈິດ​ຂອງ​ທ່ານ​ຖືກ​ຊົງ​ຕັ້ງ​ຂຶ້ນ​ໃຫມ່ 24 ແລະ​ໃຫ້​ທ່ານ​ທັງ​ຫລາຍ​ສວມ​ສະ​ພາບ​ມະ​ນຸດໃຫມ່ ຊຶ່ງ​ຊົງ​ສ້າ​ງ​ຂຶ້ນ​ໃຫມ່​ຕາມ​ແບບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ​ໃນ​ຄວາມ​ຊອບ​ທັມ​ ແລະ​ຄວາມ​ບໍ​ຣິ​ສຸດ​ທີ່​ແທ້​ຈິງ 25 ເຫດ​ສັນ​ນັ້ນ, ທ່ານ​ທັງ​ຫລາຍ​ຈົ່ງ​ເລີກ​ກ່າວ​ຄວາມ​ຕົວະ​ເສັຽ “ທຸ​ກ​ຄົນ​ຈົ່ງ​ກາວ​ຄວາມ​ຈິງ​ຕໍ່​ເພື່ອນ​ບ້ານ​ຂອງ​ຕົນ” ເພາະ​ວ່າ​ເຮົາ​ທັງ​ຫລາຍ​ເປັນ​ອະ​ວັຍ​ວະ​ຂອງ​ກັນ​ແລະ​ກັນ 26 ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດ​ບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາ​ເວັນ​ຕົກ 27 ແລະ​ຢ່າ​ປ່ອຍ​ໂອ​ກາດ​ໃຫ້​ມານ 28 ຝ່າຍ​ຄົນ​ຂີ້​ລັກ ຢ່າ​ໄດ້​ລັກ​ຕໍ່​ໄປ ແຕ່​ໃຫ້​ໃຊ້​ມື​ອອກ​ເຫື່ອ​ແຮງ​ຫາ​ລ້ຽງ​ຊີບ​ໂດຍ​ທາງ​ຊອ​ບ​ດີກວ່າ ເພື່ອ​ຈະ​ມີ​ສ່ວນ​ເຫລືອ​ພໍ​ແຈກ​ໃຫ້​ແກ່​ຄົນ​ຍາກ​ຈົນ 29 ຢ່າ​ໃຫ້​ຄຳ​ຫຍາບ​ຊ້າ​ອອກ​ຈາກ​ປາກ​ຂອງ​ພວກ​ທ່ານ​ຈັກ​ເທື່ອ ແຕ່​ໃຫ້​ໃຊ້​ຄຳ​ດີ​ຊຶ່ງ​ເປັນ​ປ​ໂຍດ​ໃຫ້​ຈະ​ເຣີນ​ຂຶ້ນ ແລະ​ໃຫ້​ເຫມາະ​ສົມ​ກັບ​ຄວາມ​ຕ້ອງ​ການ ເພື່ອ​ຈະ​ໄດ້​ເປັນ​ຄຸນ​ປ​ໂຍດ​ແກ່​ຄົນ​ທັງ​ຫລາຍ​ທີ່​ໄດ້​ຍິນ​ໄດ້​ຟັງ 30 ແລະ​ຢ່າ​ເຮັດ​ໃຫ້​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້າ​ເສັຽ​ພຣະ​ທັຍ ເພາະ​ໂດຍ​ພຣະ​ວິນ​ຍານ​ນັ້ນ​ທ່ານ​ທັງ​ຫລາຍ​ໄດ້​ຖືກ​ຊົງ​ປະ​ທັບ​ຕາ​ຫມາຍ​ໄວ້ ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ 31 ສ່ວນ​ໃຈ​ຂົມ​ຂື່ນ ໃຈ​ໂມ​ໂຫ​ໂທ​ໂສ ໃຈ​ຄຽດ​ຮ້າຍ ການ​ອຶກ​ກະ​ທຶກ​ຜິດ​ຖຽງ​ກັນ ການ​ກ່າວ​ສຽດ​ສີ​ກັນ ແລະ​ການ​ຄຶດ​ປອງ​ຮ້າຍ​ທຸກ​ຢ່າງ ຈົ່ງ​ຖິ້ມ​ໃຫ້​ຫ່າງ​ໄປ​ຈາກ​ທ່ານ​ທັງ​ຫລາຍ​ເສັຽ 32 ຈົ່ງ​ມີ​ໃຈ​ເມດ​ຕາ​ຕໍ່​ກັນ ມີ​ໃຈ​ເອັນ​ດູ​ກັນ ແລະ​ອະ​ພັຍ​ໂທດ​ໃຫ້​ກັນ ເຫມືອນ​ດັ່ງ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ອະ​ພັຍ​ໂທດ​ໃຫ້​ແກ່​ພວກ​ທ່ານ​ໃນ​ອົງ​ພຣະ​ຄຣິດ​ນັ້ນ

ເອເຟໂຊ 5

ດຳ​ເນີນ​ຊີ​ວິດ​ຢ່າງ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ສວ່າງ

1 ເພາະ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ ຈົ່ງ​ເປັນ​ຜູ້​ດຳ​ເນີນ​ຊີ​ວິດ​ຕາມ​ແບບ​ຢ່າງ​ພຣະ​ເຈົ້າ​ເຫມືອນ​ເປັນ​ບຸດ​ທີ່​ຊົງ​ຮັກ 2 ແລະ​ຈົ່ງ​ດຳ​ເນີນ​ຊີ​ວິດ​ນັ້ນ​ໃນ​ຄວາມ​ຮັກ ເຫມືອນ​ດັ່ງພຣະ​ຄຣິດ​ໄດ້​ຊົງ​ຮັກ​ທ່ານ​ທັງ​ຫລາຍ ແລະ​ຊົງ​ສ​ລະ​ພຣະ​ອົງ​ເອງ​ເພື່ອ​ພວກ​ເຮົາ ໃຫ້​ເປັນ​ເຄື່ອງ​ບູ​ຊາ​ແລະ​ເຄື່ອງ​ຖວາຍ​ທີ່​ມີ​ກິ່ນ​ຫອມ​ຫວານ​ແກ່​ພຣະ​ເຈົ້າ 3 ແຕ່​ການ​ເອີ່ຍ​ເຖິງ​ການ​ຫລິ້ນ​ຊູ້ ການ​ຊົ່ວ​ຮ້າຍ​ທຸກ​ຢ່າງ ຫລື​ຄວາມ​ໂລ​ພະ​ຕັນ​ຫາ​ກໍ​ດີ ຢ່າໃຫ້​ມີ​ຂຶ້ນ​ໃນ​ຖ້າມ​ກາງ​ທ່ານ​ທັງ​ຫລາຍ ເພື່ອ​ຈະ​ໄດ້​ເຫມາະ​ສົມ​ກັບ​ພວກ​ທ່ານ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ 4 ທັງ​ຢ່າກ່າວ​ຄຳ​ຫ​ຍາບ​ຊ້າ ຢ່າ​ເວົ້າ​ຢ່າງ​ບໍ່​ມີ​ແກ່ນ​ສານ ຫລື​ເວົ້າ​ຕ​ລົກ​ຫລິ້ນ ຊຶ່ງ​ເປັນ​ການ​ບໍ່​ສົມ​ຄວນ ແຕ່​ໃຫ້​ມີ​ການ​ຂອບ​ພຣະ​ຄຸນ​ດີກວ່າ 5 ເພາະ​ວ່າ​ເຣື່ອງ​ນີ້​ທ່ານ​ທັງ​ຫລາຍ​ຄົງ​ຮຼ້​ແນ່​ວ່າ ຄົນ​ຫລິ້ນ​ຊູ້ ຄົນ​ຊົ່ວ​ຮ້າຍ ຄົນ​ໂລ​ພະ​ຕັນ​ຫາ (ທີ່​ເປັນ​ເຫມືອນ​ຄົນ​ທີ່​ໄຫວ້​ພຣະ​ທຽມ) ກໍ​ດີ ຈະ​ມີ​ສ່ວນ​ໃນ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ຄຣິດ​ແລະ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້ 6 ຢ່າ​ໃຫ້​ຜູ້​ໃດ​ລໍ້​ລວງ​ພວກ​ທ່ານ​ດ້ວຍ​ຄຳ​ເວົ້າ​ອັນ​ໄຮ້​ປ​ໂຍດ ເພາະ​ການ​ເຮັດ​ເຫລົ່າ​ນີ້​ແຫລະ, ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຕົກ​ໃສ່​ຄົນ​ທັງ​ຫລາຍ​ທີ່​ບໍ່​ຍອມ​ເຊື່ອ​ຟັງ 7 ເຫດ​ສັນ​ນັ້ນ​, ທ່ານ​ທັງ​ຫລາຍ​ຢາ​ຄົບ​ຫາ​ສະ​ມາ​ຄົມ​ກັບ​ຄົນ​ເຫລົ່າ​ນັ້ນ​ຈັກ​ເທື່ອ 8 ເພາະ​ວ່າ​ເມື່ອ​ກ່ອນ, ທ່ານ​ທັງ​ຫລາຍ​ຢູ່​ຝ່າຍ​ຄວາມ​ມືດ ແຕ່​ບັດ​ນີ້​ກໍ​ຢູ່​ຝ່າຍ​ຄວາມ​ສວ່າງ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ດຳ​ເນີນ​ຊີ​ວິດ​ເຫມືອ​ນ​ຢູ່​ຝ່າຍ​ຄວາມ​ສວ່າງ​ແລ້ວ 9 (ດ້ວຍ​ວ່າ​ຜົນ​ຂອງ​ຄວາມ​ສວ່າງ​ນັ້ນ​ ຄື​ຄວາມ​ດີ ແລະ​ຄວາມ​ຊອບ​ທັມ​ກັບ​ຄວາມ​ຈິງ​ທຸກ​ຢ່າງ) 10 ທ່າ​ນທັງ​ຫາຍ​ຈົ່ງ​ພຍາ​ຍາມ​ຮຽນ​ຮູ້​ຈັກ​ວ່າ ເຮັດ​ອັນ​ໃດ​ຈຶ່ງ​ຈະ​ເປັນ​ທີ່​ຊອບ​ພຣະ​ທັຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 11 ແລະ​ຢ່າ​ເຂົ້າ​ສ່ວນ​ກັບ​ກິ​ຈ​ການ​ຂອງ​ຄວາມ​ມືດ​ທີ່​ບໍ່​ມີ​ປ​ໂຍດ ແຕ່​ຈົ່ງ​ເປີດ​ເຜີຍ​ກິ​ຈ​ການ​ນັ້ນ​ໃຫ້​ປາ​ກົດ​ດີກວ່າ 12 ເພາະ​ວ່າ​ແມ່ນ​ແຕ່​ຈະ​ເວົ້າ​ເຖິງ​ການ​ເຫລົ່າ​ນັ້ນ​ທີ່​ເຂົາ​ເຮັດ​ໃນ​ທີ່​ລັບ​ລີ້ ກໍ​ຍັງ​ເປັນ​ການ​ຫນ້າ​ອາຍ 13 ແຕ່​ເມື່ອ​ສິ່ງ​ສາ​ຣະ​ພັດ​ຖືກ​ເປີດ​ເຜີຍ​ອອກ​ໂດຍ​ຄວາມ​ສວ່າງ ສິ່ງ​ນັ້ນ​ກໍ​ປາ​ກົດ​ແຈ້ງ ເພາະ​ວ່າ​ທຸກ​ສິ່ງ​ທີ່​ປາ​ກົດ​ແຈ້ງ​ກໍ​ຄື​ຄວາມ​ສວ່າງ 14 ເຫດ​ສັນ​ນັ້ນ​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່​ນ​ຂຶ້ນ ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກຄວາມ​ຕາຍ ແລະ​ພຣະ​ຄຣິດ​ຈະ​ຊົງ​ສ່ອງ​ສວ່າງ​ໃສ່​ເຈົ້າ” 15 ເຫດ​ສັນ​ນັ້ນ​, ທ່ານ​ທັງ​ຫລາຍ​ຈົ່ງ​ລະ​ວັງ​ໃນ​ການ​ດຳ​ເນີນ​ຊີ​ວິດ​ໃຫ້​ດີ ຢ່າ​ໃຫ້​ເຫມືອນ​ຄົນ​ໄຮ້​ປັນ​ຍາ ແຕ່​ໃຫ້​ເຫມືອນ​ຄົນ​ມີ​ປັນ​ຍາ 16 ຈົ່ງ​ສວຍ​ໂອ​ກາດ ເພາະ​ວ່າ​ທຸກວັນ​ນີ້ ເປັນ​ຄາວ​ຊົ່ວ​ຮ້າຍ 17 ເຫດ​ສັນ​ນັ້ນ, ຢ່າ​ເປັນ​ຄົນ​ໂງ່ ແຕ່​ຈົ່ງ​ເຂົ້າ​ໃຈ​ນ້ຳ​ພຣະ​ທັຍ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ເປັນຢ່າງ​ໃດ 18 ແລະ​ຢ່າ​ເມົາເຫລົ້າ​ແວງ ຊຶ່ງ​ພາ​ໃຫ້​ເສັຽ​ຄົນ ແຕ່​ຈົ່ງ​ເຕັມ​ໄປດ້ວຍ​ພຣະ​ວິນ​ຍານ​ກໍ​ດີກວ່າ 19 ຈົ່ງ​ສົນ​ທະ​ນາ​ກັນ​ດ້ວຍ​ເພງ​ສັຣ​ເສີນ ເພງ​ນະ​ມັ​ສ​ການ ແລະ​ເພງ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ຝ່າຍ​ພຣະ​ວິນ​ຍານ ຄື​ຮ້ອງ​ເພງ​ແລະ​ສັຣ​ເສີນ​ຈາກ​ໃຈ​ຂອງ​ທ່ານ​ທັງ​ຫລາຍ​ຖວາ​ຍ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ 20 ຈົ່ງ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ຄື​ພຣະ​ບິ​ດາ​ສຳ​ລັບ​ສິ່ງ​ສາ​ຣະ​ພັດ​ສເມີ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ

ບັນ​ດາ​ສາ​ມີ​ແລະ​ພັຣ​ຍາ

21 ເນື່ອງດ້​ວ​ຍເຈົ້າ​ມີ​ຄວາມ​ຢຳ​ເກງ​ພຣະ​ຄຣິດ ຈົ່ງ​ຍອມ​ຟັງ​ເຊິ່ງ​ກັນ​ແລະ​ກັນ 22 ຝ່າຍ​ພັຣ​ຍາ ຈົ່ງ​ຍອມ​ຢູ່​ໃຕ້​ບັງ​ຄັບ​ສາ​ມີ​ຂອງ​ຕົນ ຫມືອນຍອມ​ຟັງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 23 ເພາະ​ວ່າ​ສາ​ມີ​ເປັນ​ສີ​ສະ​ຂອງ​ພັຣ​ຍາ ເຫມືອນ​ພຣະ​ຄຣິດ​ຊົງ​ເປັນ​ປະ​ມຸກ​ຂອງ​ຄ​ຣິ​ສ​ຕະ​ຈັກ ຊຶ່ງ​ເປັນພຣະ​ກາຍ​ຂອງ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ເປັນ​ຜູ້​ໂຜດ​ໃຫ້​ຄ​ຣິ​ສ​ຕະ​ຈັກ​ນັ້ນ​ພົ້ນ 24 ຄ​ຣິ​ສ​ຕະ​ຈັກ​ຍອມ​ຢູ່​ໃຕ້​ບັງ​ຄັບ​ຂອງ​ພຣະ​ຄຣິດ​ສັນ​ໃດ ພັຣ​ຍາ​ກໍ​ຄວນຍອມ​ຢູ່​ໃຕ້​ບັງ​ຄັບ​ສາ​ມີ​ຂອງ​ຕົນ​ທຸກ​ປະ​ການ​ສັນ​ນັ້ນ 25 ຝ່າຍ​ສາ​ມີ ຈົ່ງ​ຮັກ​ພັຣ​ຍາ​ຂອງ​ຕົນ ເຫມືອນ​ດັ່ງ​ພຣະ​ຄຣິດ​ໄດ້​ຊົງ​ຮັກ​ຄ​ຣິ​ສ​ຕະ​ຈັກ ແລະ​ຊົງ​ສ​ລະພຣະ​ອົງ​ເອງ​ເພື່ອ​ຄ​ຣິ​ສ​ຕະ​ຈັກ 26 ເພື່ອ​ຊົງ​ຕັ້ງ​ຄ​ຣິ​ສ​ຕະ​ຈັກ​ນັ້ນ​ໄວ້​ສຳ​ລັບ​ພຣະ​ເຈົ້າ​ໂດຍ​ການ​ຊົງ​ຊໍາ​ຮະ​ດ້ວຍ​ນ້ຳ​ກັບ​ດ້ວຍ​ຖ້ອຍ​ຄຳ 27 ເພື່ອ​ພຣະ​ອົງ​ນັ້ນ​ຈະ​ໄດ້​ຮັບ​ຄ​ຣິ​ສ​ຕະ​ຈັກ​ສຳ​ລັບ​ພຣະ​ອົງ​ເອງ ຄື​ຄ​ຣິ​ສ​ຕະ​ຈັກ​ທີ່​ມີ​ສະງ່າ​ຣາ​ສີ ບໍ່​ມີ​ຈຸດ​ດ່າງ​ພ້ອຍ​ຫລື​ຮອຍ​ຫນັງ​ຫ່ຽວ ແລະ​ສິ່ງ​ອື່ນໆ​ໃນ​ທຳ​ນອງ​ນັ້ນ ເພື່ອ​ຄ​ຣິ​ສ​ຕະ​ຈັກ​ຈະ​ບໍ​ຣິ​ສຸດ​ບໍ່​ມີ​ຕຳ​ຫນີ 28 ຢ່າງ​ນັ້ນ​ແຫລະ, ສາ​ມີ​ຈຶ່ງ​ຄວນ​ຮັກ​ພັຣ​ຍາ​ຂອງ​ຕົນ​ເຫມືອນ​ກັບ​ຮັກ​ກາຍ​ຂອງ​ຕົນ​ເອງ ຜູ້​ທີ່​ຮັກ​ພັຣ​ຍາ​ຂອງ​ຕົນ​ກໍ​ຮັກ​ຕົນ​ເອງ 29 ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ກຽດ​ຊັງ​ເນື້ອ​ກາຍ​ຂອງ​ຕົນ​ເອງ​ຈັກ​ເທື່ອ ມີ​ແຕ່ບໍາ​ຣຸງ​ຖະ​ນອມ​ລ້ຽງ​ໄວ້ ເຫມືອນ​ດັ່ງ​ພຣະ​ຄຣິດ​ຊົງ​ກະ​ທຳ​ແກ່​ຄ​ຣິ​ສ​ຕະ​ຈັກ 30 ເພາະ​ວ່າ​ເຮົາ​ທັງ​ຫລາຍ​ເປັນ​ອະ​ວັຍ​ວະ​ແຫ່ງ​ພຣະ​ກາຍ​ຂອງ​ພຣະ​ອົງ 31 “ເພາະ​ເຫ​ດ​ນີ້​ຜູ້​ຊາ​ຍ​ຈຶ່ງ​ຈະ​ລະ​ບິ​ດາ​ມານ​ດາ​ຂອງ​ຕົນ​ໄປ​ຜູກ​ພັນ​ກັບພັຣ​ຍາ ແລະ​ເຂົາ​ທັງ​ສອງ​ຈະ​ເປັນ​ກາຍ​ອັນ​ດຽວ​ກັນ” 32 ຄວາມ​ຈິງ​ທີ່​ຝັງ​ຢູ້​ໃນ​ຂໍ້​ນີ້​ກໍ​ເລິກ​ເຊິ່ງ ແຕ່​ສ່ວນ​ຂ້າ​ພະ​ເຈົ້າ ເຂົ້າ​ໃຈ​ວ່າ​ຫມາຍ​ເຖິງ​ພຣະ​ຄຣິດ ​ແລະ​ຄ​ຣິ​ສ​ຕະ​ຈັກ 33 ເຖິງ​ຢ່າງ​ໃດ​ກໍ​ດີ, ພວກ​ທ່ານ​ທຸກ​ຄົນ​ຈົ່ງ​ຮັກ​ພັຣ​ຍາ​ຂອງ​ຕົນ​ເຫມືອນ​ຮັກ​ຕົນ​ເອງ ແລະ​ພັຣ​ຍາ​ກໍ​ຈົ່ງ​ຢຳ​ເກງ​ສາ​ມີ​ຂອງ​ຕົນ

ເອເຟໂຊ 6

ລະ​ບຽບ​ລະ​ຫວ່າງ​ບຸດ​ແລະ​ບິ​ດາ​ມານ​ດາ

1 ຝ່າຍ​ບຸດ​ທັງ​ຫລາຍ, ຈົ່ງ​ນົບ​ນ້ອມ​ເຊື່ອ​ຟັງ​ບິ​ດາ​ມານ​ດາ​ຂອງ​ຕົນ ເພາະ​ເຫັນ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ເຮັດ​ແນ​ວ​ນັ້ນ​ເປ​ນັການ​ຖືກ​ຕ້ອງ 2 “ຈົ່ງ​ນັບ​ຖືບິ​ດາ​ມານ​ດາຂອງ​ຕົນ” ນີ້​ເປັນ​ພຣະ​ບັນ​ຍັດ​ຂໍ້​ຕົ້ນ​ທີ່​ມີ​ພຣະ​ສັນ​ຍາ​ໄວ້​ດ້ວຍ 3 ຄື “ເພື່ອ​ເຈົ້າ​ຈະ​ຢູ່​ເຢັນ​ເປັນ​ສຸກ ແລະ​ມີ​ອາ​ຍຸ​ຫມັ້ນ​ຍືນ​ທີ່​ແຜ່ນ​ດິນ​ນີ້” 4 ຝ່າຍ​ພວກ​ທ່ານ​ທີ່​ເປັນ​ບິ​ດາ ຢ່າ​ຮົບ​ກວນ​ບຸດ​ຂອງ​ຕົນ​ໃຫ້​ຂັດ​ເຄືອງ​ໃຈ ແຕ່​ຈົ່ງ​ອົບ​ຮົມ​ເຂົາ​ດ້ວຍ​ການ​ຕີສອນ ແລະ​ການ​ເຕືອນ​ສະ​ຕິ ຕາມ​ຫລັກ​ຄຳ​ສອນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

ລະ​ບຽບ​ລະ​ຫວ່າງ​ຂ້ອຍ​ຂ້າ​ແລະ​ນາຍ

5 ຝ່າຍ​ພວກ​ຂ້ອຍ​ຂ້າ, ຈົ່ງ​ເຊື່ອ​ຟັງຄວາມ​ນາຍ​ຝ່າຍ​ໂລກ​ດ້ວຍ​ຄວາມ​ຢຳ​ເກງ​ຈົ​ນ​ຕົວ​ສັ່ນ ດ້ວຍ​ນ້ຳ​ໃສ​ໃຈ​ຈິງ​ເຫມືອນ​ດັ່ງ​ຟັງ​ພຣະ​ຄຣິດ 6 ບໍ່​ເຫ​ມືອນ​ຢ່າງ​ຄົນ​ທີ່​ເຮັດ​ແຕ່​ຕໍ່​ຫນ້າ ຢ່າງ​ຄົນ​ທີ່​ເຮັດ​ໃຫ້​ຊອບ​ໃຈ​ມະ​ນຸດ ແຕ່​ຈົ່ງ​ເຮັດ​ເຫມືອນ​ຢ່າງ​ຂ້ອຍຂ້າ​ຂອງ​ພຣະ​ຄຣິດ ຄື​ເຮັດ​ຕາມ​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ດ້ວຍ​ຄວາມ​ເຕັມ​ໃຈ 7 ຈົ່ງ​ຮັບ​ໃຊ້​ນາຍ​ດ້ວຍ​ໃຈ​ຊື່ນ​ບານ ເຫມືອນ​ກັບ​ຮັບ​ໃຊ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ໃຊ່​ເຫມືອນ​ຮັບ​ໃຊ້​ມະ​ນຸດ 8 ເພາະ​ວ່າ​ພວກ​ທ່ານ​ຮູ້​ຢູ່​ແລ້ວ​ວ່າ​ຜູ້​ໃດ​ເຮັດ​ການ​ດີ​ປະ​ການ​ໃດ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳ​ເຫນັດ​ຢ່າງ​ນັ້ນ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ວ່າ​ເຂົາ​ຈະ​ເປັນ​ຂ້ອຍ​ຂ້າ ຫລື​ເປັນ​ອິ​ສ​ຣະ​ກໍ​ດີ 9 ຝ່າຍ​ນາຍ​ກໍ​ຈົ່ງ​ເຮັດ​ຕໍ່​ຂ້ອຍ​ຂ້າ​ຂອງ​ຕົນ​ໃນ​ທຳ​ນອງ​ດຽວ​ກັນ ຄື​ຢ່າ​ຂູ່​ເຂັນ​ເຂົາ ເພາະ​ພວກ​ທ່ານ​ກໍ​ຮູ້​ແລ້ວ​ວ່າ ພຣະ​ອົງ​ຜູ້​ຊົງ​ເປັນ​ນາຍ​ຂອງ​ເຂົາ​ແລະ​ຂອງທ່ານທັງ​ຫລາຍ​ນັ້ນ​ຢູ່​ໃນ​ສວັນ ແລະ​ພຣະ​ອົງ​ບໍ່​ຊົງ​ເລືອກ​ຫນ້າ​ຜູ້​ໃດ​ຈັກ​ເທື່ອ

ຍຸ​ທ​ພັນ​ທັງ​ຊຸດ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ

10 ສຸດ​ທ້າຍ​ນີ້, ຂໍ​ພ​ວກ​ທ່ານ​ຈົ່ງ​ມີ​ກຳ​ລັງ​ເພີ້ມ​ຂຶ້ນ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ໃນ​ຣິດ​ເດດ​ອັນ​ແກ່​ກ້າ​ຂອງ​ພຣະ​ອົງ 11 ຈົ່ງ​ສວມ​ຍຸ​ທ​ພັນ​ຄົບ​ຊຸດ​ຊຶ່ງມາ​ຈາກ​ພຣະ​ເຈົ້າ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ສາ​ມາດ​ຢືນ​ຕໍ່​ສູ້​ກັບ​ກົນ​ອຸ​ບາຍ​ຂອງ​ພ​ຍາ​ມານ​ໄດ້ 12 ເພາະ​ວ່າ​ເຮົາ​ທັງ​ຫລາຍ​ບໍ່​ໄດ້​ຕໍ່​ສູ້​ກັບ​ມະ​ນຸດ​ທັມ​ມະ​ດາ ແຕ່​ຕໍ່​ສູ້​ກັບ​ຜູ້​ປົກ​ຄອງ ຜູ້​ມີ​ອຳ​ນາດ ເຈົ້າ​ໂລກ​ທີ່​ຢູ່​ໃນ​ໂມ​ຫະ​ຄວາມ​ມືດ​ແຫ່ງ​ໂລກ​ນີ້ ແລະ​ຕໍ່​ສູ້​ກັບ​ກຳ​ລັງ​ວິນ​ຍານ​ຝ່າຍ​ຄວາມ​ຊົ່ວ​ຮ້າຍ​ໃນ​ອາ​ກາດສະ​ຖານ 13 ເຫດ​ສັນ​ນັ້ນ, ຈົ່ງ​ຮັບ​ເອົາ​ຍຸ​ທ​ພັນ​ຄົບ​ຊຸດ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ສາ​ມາດ​ຕໍ່​ຕ້ານ​ໃນ​ວັນ​ຊົ່ວ​ຮ້າຍ​ນັ້ນ ແລະ​ເມື່ອ​ເຮັດ​ແລ້ວ​ຈະ​ຢູ່​ຢ່າງ​ຫມັ້ນ​ຄົງ​ໄດ້ 14 ເຫດ​ສັນ​ນັ້ນ​, ທ່ານ​ທັງ​ຫລາຍ​ຈົ່ງ​ຢືນ​ຫມັ້ນ​ ເອົາ​ຄວາມ​ຈິງ​ຄາດ​ແອວ​ໄວ້​ເອົາ​ຄວາມ​ຊອບ​ທັມ​ເປັນ​ເຄື່ອງ​ປ້ອງ​ການ​ເອິກ​ໄວ້ 15 ແລະ​ເອົາ​ຄວາມ​ພັ່ງ​ພ້ອມ​ຝ່າຍ​ຂ່າວ​ປະ​ເສີດ​ເຣື່ອງ​ສັນ​ຕິ​ສຸກ​ມາ​ສຸບ​ໃສ່​ຕີນ 16 ແລະ​ພ້ອມ​ກັບ​ສິ່ງ​ທັງ​ຫມົດ​ນີ້, ຈົ່ງ​ຍົກ​ເອົາ​ຄວາມ​ເຊື່ອ​ເປັນ​ເຂນ ດ້ວຍ​ເຂນ​ນັ້ນ​ທ່ານ​ທັງ​ຫລາຍ​ຈະ​ສາ​ມາດ​ດັບ​ລູກ​ສອນ​ໄຟ​ທັງ​ຫມົດ​ຂອງ​ຜູ້​ຮ້າຍ​ນັ້ນ​ໃຫ້​ມອດ​ເສັຽ 17 ຈົ່ງ​ເອົາ​ຄວາມ​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງ​ຫົວ​ໄວ້ ແລະ​ຈົ່ງ​ຖື​ພຣະ​ແສງ​ຂອງ​ພຣະ​ວິນ​ຍານ ຄື​ພຣະ​ທັມ​ຂອງ​ພຣະ​ເຈົ້າ 18 ຈົ່ງ​ອ້ອນວອນ​ແລະ​ໄຫວ້ວອນ​ທຸກ​ຢ່າງ ຈົ່ງ​ອ້ອນວອນ​ໂດຍ​ພຣະ​ວິນ​ຍານ​ທຸກ​ເວ​ລາ ແລະ​ຈົ່ງ​ເຝົ້າ​ລະ​ວັງ​ໃນ​ການ​ນັ້ນ​ດ້ວຍ​ຄວາມ​ພຽນ​ທຸກ​ຢ່າງ ຈົ່ງ​ອ້ອນວອນ​ເພື່ອ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ 19 ແລະ​ອ້ອນວອນ​ເພື່ອ​ຂ້າ​ພະ​ເຈົ້າ​ດ້ວຍ ເພື່ອ​ຈະ​ຊົງ​ໂຜດ​ໃຫ້​ຂ້າ​ພະ​ເຈົ້າ​ເກີດ​ໃຈ​ກ້າ​ຫານ ອອກ​ປາກ​ສະ​ແດງ​ຂໍ້​ລັບ​ເລິກ​ເຣື່ອງ​ຂ່າວ​ປະ​ເສີດ 20 (ຍ້ອນ​ຂ່າວ​ປະ​ເສີດ​ນີ້​ແຫລະ, ຂ້າ​ພະ​ເຈົ້າ​ຈຶ່ງ​ເປັນ​ຣາ​ຊ​ທູດ​ຜູ້​ຕິ​ດໂສ້​ຢູ່) ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ເລົ່າ​ຂ່າວ​ປະ​ເສີດ​ນັ້ນ​ດ້ວຍ​ໃຈ​ກ້າ​ຫານ ຕາມ​ທີ່​ຂ້າ​ພະ​ເຈົ້າ​ຄວນ​ຈະ​ກ່າວ

ຄຳ​ສະ​ແດງ​ຄວາມ​ຄຶດ​ເຖິງ​ໃນ​ຕອນ​ທ້າຍ

21 ບັດ​ນີ້, ເພື່ອ​ໃຫ້​ທ່ານ​ທັງ​ຫລາຍ​ຮູ້​ເຫດ​ການ​ທັງ​ປວງ​ຂອງ​ຂ້າ​ພະ​ເຈົ້າ ວ່າ​ຂ້າ​ພະ​ເຈົ້າ​ເປັນ​ຢູ່​ຢ່າງໃດ ຕີ​ຂີ​ໂກ, ຜູ້​ເປັນ​ນ້ອງ​ທີ່​ຮັກ​ແລະ​ເປັນ​ຜູ້​ປະ​ຕິ​ບັດ​ທີ່​ສັດ​ຊື່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ໄດ້​ບອກ​ໃຫ້​ທ່ານ​ທັງ​ຫລາຍ​ຊາບ​ເຖິງ​ເຫດ​ການ​ທັງ​ປວງຂອງ​ຂ້າ​ພະ​ເຈົ້າ 22 ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ຜູ້​ນີ້​ໄປ​ຫາ​ພວກ​ທ່ານ ກໍ​ເພາະ​ການ​ນີ້​ແຫລະ, ຄື​ເພື່ອ​ໃຫ້​ພວກ​ທ່ານ​ໄດ້​ຊາບ​ເຖິງ​ຄວາມ​ເປັນ​ຢູ່​ຂອງ​ຂ້າ​ພະ​ເຈົ້າ ແລະ​ເພື່ອ​ໃຫ້​ເຂົ່າ​ຫນຸນ​ນ້ຳ​ໃຈ​ຂອງ​ພວກ​ທ່ານ 23 ຂໍ​ໃຫ້​ພວກ​ພີ່​ນ້ອງ​ໄດ້​ຮັບ​ສັນ​ຕິ​ສຸກ ແລະ​ຄວາມ​ຮັກ​ດ້ວຍ​ຄວາມ​ເຊື່ອ ມາ​ຈາກ​ພຣະ​ບິ​ດາ​ເຈົ້າ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ 24 ຂໍ​ໃຫ້​ພຣະ​ຄຸນ​ຈົ່ງ​ສະ​ຖິດ​ຢູ່​ນຳ​ບັນ​ດາ​ຄົນ​ທັງ​ປວງ​ທີ່​ຮັກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ​ຢ່າງບໍ່​ຮູ້​ເສື່ອມ​ສູນ

ຟີລິປອຍ 1

1 ໂປ​ໂລ ແລະ​ຕີ​ໂມ​ທຽວ ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ເຖິງ ພວ​ກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ ທີ່​ຢູ່​ໃນ​ເມືອງ​ຟີ​ລີບ​ປອຍ ທັງ​ບັນ​ດາ​ຜູ້​ດູ​ແລ ແລະ​ຜູ້​ບົວ​ຣະ​ບັດ 2 ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ພວກ​ເຮົາ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ມີ​ແກ່​ເຈົ້າ​ທັງ​ຫລາຍ​ເທີນ

ຄຳ​ອ້ອນວອນ​ຂອງ​ໂປ​ໂລ​ເພື່ອ​ຄ​ຣິ​ສ​ຕະ​ຈັກ​ທີ່​ເມືອງ​ຟິ​ລິບ​ປອຍ

3 ເຮົາ​ລະ​ນຶກ​ເຖິງ​ເຈົ້າ​ທັງ​ຫລາຍ​ເມື່ອ​ໃດ ກໍ​ໄດ້​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ຂອງ​ເຮົາ​ທຸກ​ເທື່ອ 4 ແລະ​ທຸກ​ເວ​ລາ​ທີ່​ເຮົາ​ອ້ອນວອນ​ຂໍ​ເພື່ອ​ພວກ​ເຈົ້າ ເຮົາ​ກໍ​ທູນ​ຂໍ​ດ້ວຍ​ໃຈ​ຍິນ​ດີ 5 ເພາະ​ເຫດ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ມີ​ສ່ວນ​ໃນ​ງານ​ຂ່າວ​ປະ​ເສີດ​ດ້ວຍ​ກັນ ຕັ້ງ​ແຕ່​ວັນ​ຕົ້ນ​ນັ້ນ​ແລະ​ຕໍ່​ມາ​ຈົນ​ເຖິງ​ບັດ​ນີ້ 6 ເຮົາ​ແນ່​ໃຈ​ວ່າ​ພຣະ​ອົງ​ຜູ້​ຊົງ​ຕັ້ງ​ຕົ້ນ​ການ​ດີ​ໄວ້​ໃນ​ພວກ​ເຈົ້າ​ແລ້ວ ຄົງ​ຈະ​ຊົງ​ກະ​ທຳ​ໃຫ້​ສໍາ​ເຣັດ​ຈົນ​ເຖິງວັນ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ 7 ການ​ທີ່​ເຮົາ​ຄຶດ​ເຖິງ​ເຈົ້າ​ທັງ​ຫລາຍ​ດັ່ງ​ນັ້ນ​ກໍ​ສົມ​ຄວນຢູ່​ແລ້ວ ເພາະ​ວ່າ​ເຮົາ​ມີ​ໃຈ​ຮັກ​ພວກ​ເຈົ້າ​ທຸກ​ຄົນ ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະ​ຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳ​ຈອງ ແລະ​ໃນ​ການ​ກ່າວ​ປ້ອງ​ກັນ​ໃຫ້​ຂ່າວ​ປະ​ເສີດ​ນັ້ນ​ຕັ້ງ​ຫມັ້ນ​ຄົງ​ຢູ່ 8 ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ເປັນ​ພຍານ​ຝ່າຍ​ເຮົາ​ວ່າ ເຮົາ​ເປັນ​ຫ່ວງ​ເຈົ້າ​ທັງ​ຫລາຍ​ພຽງ​ໃດ​ຕາມ​ພຣະ​ທັຍ​ເມດ​ຕາ​ຂອງ​ພຣະ​ເຢ​ຊູ​ຄຣິດ 9 ແລະ​ເຮົາ​ອ້ອນວອນ​ຂໍ​ໃຫ້​ຄວາມ​ຮັກ​ຂອງ​ເຈົ້າ​ທັງ​ຫລາຍ​ຈະ​ເຣີນ​ຫລາຍ​ຂຶ້ນ​ສເມີ ພ້ອມ​ກັບ​ຄວາມ​ຮູ້​ແລະ​ຄວາມ​ສັງ​ເກດ​ທຸກ​ຢ່າງ 10 ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ສັງ​ເກດ​ໄດ້​ວ່າ ສິ່ງ​ໃດ​ປະ​ເສີດ​ທີ່​ສຸດ ແລະເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ບໍ​ຣິ​ສຸດ ແລະ​ບໍ່​ມີ​ທີ່​ຕິ​ໄດ້​ໃນ​ວັນ​ແຫ່ງ​ພຣະ​ຄຣິດ 11 ຈະ​ໄດ້​ເປັນ​ຜູ້​ບໍ​ຣິສຸດ​ດ້ວຍ​ຜົນ​ຂອງ​ຄວາມ​ຊອບ​ທັມ ຊຶ່ງ​ເກີດ​ຂຶ້ນ​ດ້ວຍ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ຖວາຍ​ພຣະ​ກຽດ​ແລະ​ຄວາມ​ສັຣ​ເສີນ​ແກ່​ພຣະ​ເຈົ້າ

ຊີ​ວິດ​ຂອງ​ເຮົາ​ກໍ​ຊອ​ບ​ຢູ່​ໃນ​ພຣະ​ຄຣິດ

12 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ປາ​ຖ​ນາ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ວ່າ ເຫດ​ການທີ່​ເກີດ​ຂຶ້ນ​ແກ່​ເຮົາ​ນັ້ນ​ກໍ​ກັບ​ເປັນ​ເຫດ​ໃຫ້​ຂ່າວ​ປະ​ເສີດແຜ່ກວ້າງ​ອອກ​ໄປ 13 ຈົນ​ປາ​ກົດ​ທົ່ວ​ໄປ​ໃນ​ຫມູ່​ຜູ້​ຄຸມ ແລະ​ຄົນ​ອື່ນໆ​ວ່າ​ການ​ຈຳ​ຈອງ​ທີ່​ເຮົາ​ຖືກ​ນັ້ນ​ກໍ​ເພື່ອ​ພຣະ​ຄຣິດ 14 ພວກ​ພີ່​ນ້ອງ​ສ່ວນ​ຫລາຍ​ໄດ້​ເກີດ​ມີ​ຄວາມ​ໄວ້​ວາງ​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ການ​ຈຳ​ຈອງ​ຂອງ​ເຮົາ​ນັ້ນ ແລະ​ພວກ​ເຂົາ​ມີ​ໃຈ​ກ້າ​ຂຶ້ນ​ຢ່າງ​ລົ້ນ​ເຫລືອ​ທີ່​ຈະ​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ໂດຍ​ບໍ່​ມີ​ຄວາມ​ຢ້ານ 15 ຄວາມ​ຈິງ ມີ​ລາງ​ຄົນ​ປະ​ກາດ​ເຣື່ອງ​ພຣະ​ຄຣິດ​ດ້ວຍ​ໃຈ​ອິດ​ສາ​ແລະ​ຜິດ​ຖຽງ​ກັນ ແຕ່​ກໍ​ມີ​ຄົນ​ອື່ນ​ທີ່​ປະ​ກາດ​ດ້ວຍ​ໃຈ​ຫວັງ​ດີ 16 ພວກ​ນີ້​ແຫລະ, ປະ​ກາ​ດດ້ວຍ​ໃຈ​ຮັກ​ໂດຍ​ຮູ້​ແລ້ວ​ວ່າ ຊົງ​ຕັ້ງ​ເຮົາ​ໄວ້​ໃຫ້​ກ່າວ​ປ້ອງ​ກັນ​ຂ່າວ​ປະ​ເສີດ​ນັ້ນ​ໄວ້ 17 ແຕ່​ພວກ​ອື່ນ​ປະ​ກາດ​ຂ່າວ​ພຣະ​ຄຣິດ​ດ້ວຍ​ການ​ແຂ່ງ​ດີ​ກັນ ບໍ່​ໃຊ່​ດ້ວຍ​ໃຈ​ສຸຈ​ຣິດ ແຕ່​ຈົງ​ໃຈ​ຈະ​ເພີ້ມ​ຄວາມ​ທຸກ​ລຳ​ບາກ​ໃຫ້​ເຮົາ​ເມື່ອ​ເຮົາ​ຖືກ​ຈຳ​ຈອງ 18 ຖ້າ​ຢ່າງ​ນັ້ນ​ແລ້ວ​ຈະ​ເປັນ​ປະ​ການ​ໃດ ເຖິງ​ແມ່ນ​ວ່າ​ເຂົາ​ຈະ​ປະ​ກາດ​ພຣະ​ຄຣິດ​ດ້ວຍ​ປະ​ການ​ໃດ​ກໍ​ຕາມ ຈະ​ເປັນ​ດ້ວຍ​ການ​ແກ້ງ​ເຮັດ​ຫລື​ໃຈ​ຈິງ​ກໍ​ດີ ແຕ່​ເຂົາ​ກໍ​ຍັງ​ປະ​ກາດ​ເຣື່ອງ​ພຣະ​ຄຣິດ ໃນ​ການ​ນີ້​ເຮົາ​ກໍ​ມີ​ຄວາມ​ຍິນ​ດີ ແລະ​ຄົງ​ຈະ​ມີ​ຄວາມ​ຍິນ​ດີ​ຕໍ່​ໄປ 19 ເພາະ​ເຮົາ​ຮູ້​ວ່າ​ໂດຍ​ການ​ອ້ອນວອນ​ຂອງ​ເຈົ້າ​ທັງ​ຫລາຍ ແລະ​ໂດຍ​ການ​ຊ່ອຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ ການ​ນີ້​ຈະ​ເປັນ​ເຫດ​ໃຫ້​ເຮົາ​ເຖິງ​ການ​ປົດ​ປ່ອຍ 20 ເພາະ​ເປັນ​ຄວາມ​ມຸ້ງ​ມາດ​ປາ​ຖ​ນາ​ແລະ​ຄວາມ​ຫວັງ​ຂອງ​ເຮົາ​ວ່າ ເຮົາ​ຈະ​ບໍ່​ມີ​ຄວາມ​ລະ​ອາຍ​ໃນ​ສິ່ງ​ໃດ​ເລີຍ ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ທີ່​ມີ​ໃຈ​ກ້າ​ສເມີ​ສັນ​ໃດ ບັດ​ນີ້​ກໍຂໍ​ໃຫ້​ເປັນ​ຢ່າງ​ດຽວ​ກັນ​ສັນ​ນັ້ນ ພຣະ​ຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດ​ຕິ​ຍົດ​ໃນ​ຮ່າງ​ກາຍ​ຂອງ​ເຮົາ​ສເມີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່ ຫລື​ຕາຍກໍ​ຕາມ 21 ເພາະ​ວ່າ​ຖ້າ​ເຮົາ​ມີ​ຊີ​ວິດ​ພຣະ​ຄຣິດ​ເປັນ​ຊີ​ວີດ​ນັ້ນ ຖ້າເຮົາ​ຕາຍກໍເປັນ​ປ​ໂຍດ​ແກ່​ເຮົາ 22 ຖ້າ​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່​ໃນ​ຮ່າງ​ກາຍ​ນີ້ ເຮົາ​ກໍ​ຈະ​ເຮັດ​ການ​ງານ​ໃຫ້​ເກີດ​ຜົນ ແຕ່​ເຮົາບອກ​ບໍ່​ໄດ້​ວ່າ​ຈະ​ເລືອກ​ເອົາ​ອັນ​ໃດ​ດີ 23 ເຮົາ​ລັງ​ເລ​ໃຈ​ຢູ່ໃນ​ລະ​ຫວ່າງສອງ​ຝ່າຍ​ນີ້ ຄື​ວ່າ​ເຮົາ​ມີ​ຄວາມ​ປາ​ຖ​ນາ​ທີ່​ຈະ​ຈາກ​ໄປ ເພື່ອ​ຢູ່​ກັບ​ພຣະ​ຄຣິດ​ຊຶ່ງ​ປະ​ເສີດ​ຫລາຍກວ່າ 24 ແຕ່​ການ​ທີ່​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່​ໃນ​ຮ່າງ​ກາຍ​ນີ້ ກໍ​ເປັນ​ສິ່ງ​ຈຳ​ເປັນ​ສຳ​ລັບ​ພວກ​ເຈົ້າ​ຫລາຍກວ່າ​ນັ້ນ​ອີກ 25 ເມື່ອ​ເຮົາ​ແນ່​ໃຈ​ຢ່າງ​ນີ້​ແລ້ວ​ເຮົາ​ກໍ​ຊາບ​ວ່າ ເຮົາ​ຈະ​ຍັງ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ ເພື່ອ​ໃຫ້​ພວກ​ເຈົ້າ​ຈະ​ເຣີນ​ຂຶ້ນ​ແລະ​ຊົມ​ຊື່ນ​ຍິນ​ດີ​ໃນ​ຄວາມ​ເຊື່ອ 26 ເພື່ອ​ຄວາມ​ພາກ​ພູມ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ ເພາະ​ດ້ວຍ​ເຮົາ​ນັ້ນ ຈະ​ທະ​ວີ​ຫລາຍ​ຂຶ້​ນ​ໃນ​ພຣະ​ເຢ​ຊູຄຣິດ ເພາະ​ເຫດ​ທີ່​ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ​ອີກ 27 ຂໍ​ແຕ່​ພຽງ​ໃຫ້​ເຈົ້າ​ທັງ​ຫລາຍ​ດຳ​ເນີນ​ຊີ​ວິດ​ໃຫ້​ສົມ​ກັບ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກ​ເຈົ້າ​ຫລື​ບໍ່​ມາ​ກໍ​ຕາມ ເຮົາ​ກໍ​ຈະ​ໄດ້​ຍິນ​ຂ່າວ​ຂອງ​ພວກ​ເຈົ້າ​ວ່າ ເຈົ້າ​ທັງ​ຫລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ຕໍ່​ສູ້​ເຫມືອນ​ຢ່າງ​ເປັນ​ຄົນ​ດຽວ​ເພື່ອ​ຄວາມ​ເຊື່ອ​ອັນ​ເກີດ​ຈາກ​ຂ່າວ​ປະ​ເສີດ​ນັ້ນ 28 ແລະ​ພວກ​ເຈົ້າ​ບໍ່​ຢ້ານ​ກົວ​ຜູ້​ທີ່​ຂັດ​ຂວາງ​ແຕ່​ປະ​ການ​ໃດ​ຈັກ​ເທື່ອ ເມື່ອ​ເປັນ​ດັ່ງ​ນີ້​ກໍ​ຈະ​ເປັນ​ຫລັ​ກ​ຖານ​ໃຫ້​ເຂົາ​ຮູ້​ຄັ​ກ​ວ່າ ເຂົາ​ຈະ​ເຖິງ​ຄວາມ​ຈິບ​ຫາຍ ແຕ່​ຝ່າຍ​ເຈົ້າ​ທັງ​ຫລາຍ​ກໍ​ຄົງ​ຈະ​ເຖິງ​ຄວາມ​ພົ້ນ ແລະ​ການ​ນັ້ນ​ກໍ​ເປັນ​ມາ​ຈາກ​ພຣະ​ເຈົ້າ 29 ເພາະ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ແກ່​ເຈົ້າ​ທັງ​ຫ​ລາຍ​ເພາະ​ເຫັນ​ແກ່​ພຣະ​ຄຣິດ ບໍ່​ໃຊ່​ໃຫ້​ພວກ​ເຈົ້າ​ເຊື່ອ​ແຕ່​ໃນ​ພຣະ​ອົງ​ເທົ່າ​ນັ້ນ ແຕ່​ໃຫ້​ພວກ​ເຈົ້າ​ທົນ​ຄວາມ​ທຸກ​ເພາະ​ເຫັນ​ແກ່ພຣະ​ອົງ​ດ້ວຍ 30 ຄື​ໃຫ້​ເຈົ້າ​ທັງ​ຫ​ລາຍ​ຕໍ່​ສູ້​ຢ່າງ​ດຽວ​ກັບ​ທີ່​ພວກ​ເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່​ສູ້​ແລ້ວ​ນັ້ນ ແລະ​ຊຶ່ງ​ພວກ​ເຈົ້າ​ໄດ້​ຍິນ​ວ່າ​ເຮົາ​ກຳ​ລັງ​ຕໍ່​ສູ້​ຢູ່​ໃນ​ຂ​ນະ​ນີ້

ຟີລິປອຍ 2

ການທີ່​ພຣະ​ຄຣິດ​ຊົງ​ຖ່ອມ​ພຣະ​ອົງ​ລົງ​ແລະ​ຊົງ​ຖືກ​ຍົກ​ຂຶ້ນ

1 ເຫດ​ສັນ​ນັ້ນ​ຖ້າ​ຊີ​ວິດ​ໃນ​ພຣະ​ຄຣິດ​ອຳ​ນວຍ​ການ​ຊູ​ກຳ​ລັງ​ໃຈ ຖ້າ​ມີ​ຄວາມ​ເລົ້າ​ໂລມ​ປະ​ການ​ໃດ​ໃນ​ຄ​ວາມ​ຮັກ ຖ້າ​ມີ​ສ່ວນ​ຮ່ວມ​ໃຈ​ກັບ​ພຣະ​ວິນ​ຍານ​ປະ​ການ​ໃດ ຖ້າ​ມີ​ຄວາມ​ເມດ​ຕາ​ເອັນ​ດູ​ປະ​ການ​ໃດ 2 ກໍ​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ເຮັດ​ໃຫ້​ຄວາມ​ຍິນ​ດີ​ຂອງ​ເຮົາ​ຄົບ​ເຕັມ ດ້ວຍ​ການ​ທີ່​ມີ​ຄວາມ​ຄຶດ​ຢ່າງ​ດຽວ​ກັນ ມີ​ຄວາມ​ຮັກ​ຢ່າງ​ດຽວ​ກັນ ມີໃຈ​ຮ່ວມ​ສາ​ມັກ​ຄີ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ 3 ຢ່າ​ເຮັດ​ສິ່ງ​ໃດ​ໃນ​ທາງ​ຊີງດີ​ຫລື​ຖື​ດີ​ກັນ ແຕ່​ຈົ່ງ​ຖ່ອມ​ໃຈ​ລົງ​ຖື​ວ່າ​ຄົນ​ອື່ນ​ດີກວ່າ​ຕົ​ນ 4 ຢ່າໃຫ້​ຜູ້​ໃດ​ເຫັນ​ແກ່​ປ​ໂຍດ​ຂອງ​ຕົນ​ຝ່າຍ​ດຽວ ແຕ່​ຈົ່ງ​ເຫັນ​ແກ່​ປ​ໂຍດ​ຂອງ​ຄົນ​ອື່ນ​ດ້ວຍ 5 ເຈົ້າ​ທັງ​ຫລາຍ​ຈົ່ງ​ມີ​ນ້ຳ​ໃຈ​ຕໍ່​ກັນ​ເຫມືອນ​ຢ່າງ​ທີ່​ມີ​ໃນ​ພຣະ​ເຢ​ຊູ​ຄຣິດ 6 ພຣະ​ອົງ​ຊົງ​ສະ​ພາບ​ຂອງ​ພຣະ​ເຈົ້າ ແຕ່​ບໍ່​ໄດ້​ຊົງ​ຖືວ່າ​ການ​ເທົ່າ​ທຽມ​ກັບ​ພຣະ​ເຈົ້າ​ນັ້ນ ເປັນ​ສິ່ງ​ທີ່​ຕ້ອງຍຶດ​ຫວງ​ໄວ້ 7 ແຕ່​ໄດ້​ກັບ​ຊົງ​ຍອມ​ສ​ລະ ແລະ​ຊົງ​ຮັບ​ສະ​ພາບ​ຂ້ອຍ​ຂ້າ ຊົງ​ຖືກຳ​ເນີດ​ເປັນ​ມະ​ນຸດ 8 ແລະ​ເມື່​ອຊົງ​ປາ​ກົດ​ພຣະ​ອົງ​ໃນ​ສະ​ພາ​ບ​ມະ​ນຸດ​ແລ້ວ ພຣະ​ອົງ​ກໍ​ຊົງ​ຖ່ອມ​ພຣະ​ອົງ​ລົງ ຍອມ​ເຊື່ອ​ຟັງ​ຈົນ​ເຖິງ​ຄວາມ​ມໍ​ຣະ​ນາ ຄື​ເຖິງ​ຄວາມ​ມໍ​ຣະ​ນາ​ທີ່​ໄມ້​ກາງ​ແຂນ 9 ເຫດ​ສັນ​ນັ້ນ​ພຣະ​ເຈົ້າ​ຈຶ່ງ​ໄດ້​ຊົງ​ຍົກ​ພຣະ​ອົງ​ຂຶ້ນ​ເຖິງ​ທີ່​ສູງ​ສຸດ ແລະ​ໄດ້​ຊົງ​ປະ​ທານ​ພຣະ​ນາມ​ນັ້ນ ຊຶ່ງ​ຢູ່​ເຫນືອ​ນາມ​ທັງ​ປວງ​ໃຫ້​ແກ່​ພຣະ​ອົງ 10 ເພື່ອ​ເພາະ​ພຣະ​ນາມນັ້ນ​ທຸ​ກຫົວ​ເຂົ່າ​ໃນ​ສວັນ ເທິງ​ແຜ່ນ​ດິນ​ໂລກ ແລະ​ໃຕ້​ພື້ນ​ດິນ​ກໍ​ດີ ຈະ​ໄດ້​ຄຸ​ເຂົ່າ​ລົງ​ຂາບ​ພຣະ​ເຢ​ຊູ 11 ເພື່ອ​ທຸກ​ລີ້ນ​ຈະ​ຍອມ​ຮັບ​ວ່າ “ພຣະ​ເຢ​ຊູ​ຄຣິດ​ຊົງ​ເປັນອົງ​ພຣະ​ຜູ້​ເປັນ​ເຈົ້າ” ອັນ​ເປັນ​ການ​ຖວາຍ​ພຣະ​ກຽດ​ແກ່​ພຣະ​ບິ​ດາ​ເຈົ້າ

ສ່ອງ​ແຈ້ງ​ເຫມືອນດວງ​ສວ່າງ​ຕ່າງໆ​ໃນ​ໂລກ

12 ເຫດ​ສັນ​ນີ້​ພວກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຫມືອນ​ດັ່ງ​ເຈົ້າ​ທັງ​ຫລາຍ​ເຄີຍ​ເຊື່ອ​ຟັງ​ທຸກ​ເວ​ລາ​ສັນ​ໃດ ພວກ​ເຈົ້າ​ຈົ່ງ​ອົດ​ສາ​ພ​ຍາ​ຍາມ​ດ້ວຍ​ຄວາມ​ຢຳ​ເກງ​ແລະ​ຕົວ​ສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນ​ນັ້ນ ບໍ່​ໃຊ່​ຈຳ​ເພາະ​ເມື່ອ​ເຮົາ​ຢູ່​ນຳ​ພວກ​ເຈົ້າ​ເທົ່າ​ນັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອິກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ 13 ເພາະ​ວ່າແມ່ນ​ພຣະ​ເຈົ້າ​ເປັນ​ຜູ້​ຊົງ​ກະ​ທຳ​ການ​ຢູ່​ພາຍໃນ​ເຈົ້າ​ທັງ​ຫລາຍ ໃຫ້​ມີ​ໃຈ​ປາ​ຖ​ນາ​ແລະ​ໃຫ້​ເຮັດ​ໄປ​ເພື່ອ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ 14 ຈົ່ງ​ເຮັດ​ທຸກ​ສິ່ງ​ໂດຍ​ບໍ່​ມີ​ການ​ຈົ່ມ​ແລະ​ຖົກ​ຖຽງ​ກັນ 15 ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ຖືກ​ຕິ​ຕຽນ​ແລະ​ບໍ່​ມີ​ຄວາມ​ຜິດ ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ບໍ່​ມີ​ຕຳ​ຫນີ​ໃນ​ຖ້າມ​ກາງ​ເຊື້ອ​ຊາດ​ອັນ​ຄົດ​ໂກງ​ແລະ​ຊົ່​ວ​ຊ້າ ເຈົ້າ​ທັງ​ຫລາຍ​ຈົ່ງ​ປາ​ກົດ​ໃນ​ຖ້າມ​ກາງ​ເຂົາ​ເຫມືອນ​ດັ່ງ​ດວງ​ສວ່າງ​ຕ່າງໆ​ທີ່​ສ່ອງ​ແຈ້ງ​ໃນ​ໂລກ 16 ຄື​ສະ​ແດງ​ພຣະ​ທັມ​ອັນ​ປະ​ກອບ​ດ້ວຍ​ຊີ​ວິດ ເພື່ອ​ເຮົາ​ຈະ​ມີ​ບ່ອນອວດ​ໄດ້​ໃນ​ວັນ​ຂອງ​ພຣະ​ຄຣິດ​ວ່າ ເຮົາ​ບໍ່​ໄດ້​ແລ່ນ​ແລະ​ບໍ່​ໄດ້​ເຮັດ​ການ​ຫນັກ​ຫນ່​ວງ​ເປັນ​ການ​ເສັຽ​ປ​ໂຍ​ດ 17 ເຖິງ​ແມ່ນ​ວ່າ​ເຮົາ​ຕ້ອງ​ຖືກ​ຖ​ອກ​ລົງ​ໃຫ້​ຄົບ​ເຄື່ອງ​ບູ​ຊາ ຊຶ່ງ​ເຈົ້າ​ທັງ​ຫລາຍ​ໄດ້​ຖວາຍ​ດ້ວຍ​ຄວາມ​ເຊື່ອ​ນັ້ນ ເຮົາ​ກໍ​ຍິນ​ດີ​ແລະ​ຊື່ນ​ຊົມ​ຍິນ​ດີ​ຮ່ວມ​ກັບ​ເຈົ້າ​ທັງ​ປວງ 18 ຊຶ່ງ​ເຈົ້າ​ທັງ​ຫລາຍ​ກໍ​ຄວນ​ຈະ​ຍິນ​ດີ​ດ້ວຍ​ກັນ​ກັບ​ເຮົາ ແລະ​ຊື່ນ​ຊົມ​ດ້ວຍ​ຢ່າງ​ດຽວ​ກັນ

ຕີ​ໂມ​ທຽວ ແລະ​ເອ​ປາ​ໂຟ​ດີ​ໂຕ

19 ເຮົາ​ຫວັງ​ໃຈ​ໃນ​ພຣະ​ເຢ​ຊູ​ເຈົ້າ​ວ່າ ໃນ​ບໍ່​ຊ້າ​ນີ້​ເຮົາ​ຈະ​ໃຫ້​ຕີ​ໂມ​ທຽວ​ໄປ​ຫາ​ພວກ​ເຈົ້າ ເພື່ອ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊູ​ໃຈ​ເມື່ອ​ໄດ້​ຮັບ​ຂ່າວ​ຂອງ​ເຈົ້າ​ທັງ​ຫລາຍ 20 ເຮົາ​ບໍ່​ມີຜູ້ໃດ​ທີ່​ມີ​ນ້ຳ​ໃຈ​ເຫມືອນ​ຕີ​ໂມ​ທຽວ ຜູ້​ເປັນ​ຄົນ​ເອົາ​ໃຈ​ໃສ່​ໃນ​ຄວາມ​ສຸກ​ທຸກ​ຂອງ​ພວກ​ເຈົ້າ​ໂດຍ​ແທ້ 21 ເພາະ​ວ່າ​ຄົນ​ອື່ນໆ​ຍ່ອມ​ສ​ແວງ​ຫາ​ຜົນ​ປ​ໂຍດ​ສ່ວນ​ຕົວ ບໍ່​ສ​ແວງ​ຫາ​ປ​ໂຍດ​ຂອງ​ພຣະ​ເຢ​ຊູ​ຄຣິດ 22 ແຕ່​ເຈົ້າ​ທັງ​ຫລາຍ​ກໍ​ຮູ້​ເຖິງ​ຄຸ​ນ​ຄ່າ​ຂອງ​ຕີ​ໂມ​ທຽວ​ດີ​ແລ້ວ​ວ່າ ທ່ານ​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ເຮົາ​ໃນ​ການ​ປະ​ຕິ​ບັດ​ຂ່າວ​ປະ​ເສີດ​ເຫມືອນ​ລູກ​ຮັບ​ໃຊ້​ພໍ່ 23 ເຫດ​ສັນ​ນັ້ນ​ເມື່ອ​ພໍ​ຈະ​ເຫັນ​ໄດ້​ວ່າ ມີ​ອັນ​ໃດ​ຈະ​ເກີດ​ຂຶ້ນ​ກັບ​ເຮົາ ເຮົາ​ຫວັງ​ໃຈ​ວ່າ​ເມື່ອ​ນັ້ນ​ຈະ​ໃຊ້​ທ່ານ​ໄປ​ໂລດ 24 ແລະ​ເຮົາ​ໄວ້​ວາງ​ໃຈ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ໃນ​ບໍ່​ຊ້າ​ນີ້​ເຮົາ​ເອງ​ຈະ​ມາ​ຫາ​ພວກ​ເຈົ້າ​ເຫມືອນ​ກັນ 25 ເຮົາ​ຄຶດ​ເຫັນ​ວ່າ ຈຳ​ເປັນ​ຕ້ອງ​ໃຫ້​ເອ​ປາ​ໂຟ​ດີ​ໂຕ ນ້ອງ​ຊາຍ​ຂອງ​ເຮົາ​ກັບ​ຄື​ນໄປ​ຫາ​ເຈົ້າ​ທັງຫລາຍ ທ່ານ​ຜູ້​ນີ້​ເປັນ​ເພື່ອນ​ຣ່ວມງານ​ແລະ​ເພື່ອນ​ທະ​ຫານ​ດ້ວຍ​ກັນ​ກັ​ບເຮົາ ແລະ​ເປັນ​ຜູ້​ຮັບໃຊ້​ທີ​ພວກ​ເຈົ້າ​ໃຫ້​ມາ​ບົວ​ຣະ​ບັດ​ເຮົາ​ໃນ​ຍາມ​ຂັດ​ສົນ 26 ດ້ວຍວ່າ​ທ່ານເປັນ​ຫ່ວງ​ຄຶດ​ເຖິງ​ພວກ​ເຈົ້າ​ຫລາຍ ແລະ​ເນື່ອງ​ຈາກ​ພວກ​ເຈົ້າ​ໄດ້​ຍິນ​ຂ່າວ​ວ່າ ທ່ານ​ບໍ່​ສະ​ບາຍ​ນັ້ນ ທ່ານ​ກໍ​ທຸກ​ໃຈ 27 ຄວາມ​ຈິງ ທ່ານກໍ​ບໍ່​ສະບາຍ​ແລະ​ເກືອບ​ຕາຍ​ໄປ​ແທ້ ແຕ່​ພຣະ​ເຈົ້າ​ຊົງ​ພຣະ​ກະ​ຣຸ​ນາ​ໂຜດ​ເອົາ​ທ່ານໄວ້ ແລະ​ບໍ່​ແມ່ນ​ຊົງ​ໂຜດ​ແຕ່​ເພີ່ນຄົນ​ດຽວ ແຕ່​ຊົງ​ໂຜດ​ເຮົາ​ດ້ວຍ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ຄວາມ​ທຸກ​ຊ້ອນ​ທຸກ 28 ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ຟ້າວ​ໃຊ້​ທ່ານ​ໄປ ເພື່ອ​ໃຫ້​ເຈົ້າ​ທັງ​ຫລາຍ​ມີ​ຄວາມ​ຍິນ​ດີ​ເມືອ​ໄດ້​ເຫັນ​ທ່ານ​ອີກ ແລະ​ຄວາມ​ທຸກ​ຂອງ​ເຮົາ​ກໍ​ຈະ​ໄດ້​ເບົາ​ບາງ​ລົງ 29 ເຫດ​ສັນ​ນັ້ນ​ຈົ່ງ​ຕ້ອນ​ຮັບ​ທ່ານ​ໄວ້​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ເຕັມ​ໃຈ​ຍິນ​ດີ ແລະ​ຈົ່ງ​ນັບ​ຖື​ທຸກ​ຄົນ​ທີ່​ເປັນ​ຄົນ​ຢ່າງ​ດຽວ​ກັບ​ທ່ານ 30 ເພາະ​ທ່ານ​ເກືອບ​ຈະ​ສີ້ນ​ຊີ​ວິດ​ເສັຽ​ເນື່ອງ​ຈາກ​ການ​ປະ​ຕິ​ບັດ​ງານ​ຂອງ​ພຣະ​ຄຣິດ ຄື​ທ່ານໄດ້​ສ່ຽງ​ຊີ​ວິດ​ຂອງ​ຕົນ ເພື່ອ​ການ​ປະ​ຕິ​ບັດ​ທີ່​ບົກ​ພ່ອງ​ຂອງ​ພວກ​ເຈົ້າ​ຕໍ່​ເຮົາ​ນັ້ນ​ຈະ​ໄດ້​ເຕັມ​ບໍ​ຣິ​ບູນ

ຟີລິປອຍ 3

ຄວາມ​ຊອບ​ທັມ​ອັນ​ແທ້​ຈິງ

1 ສຸ​ດ​ທ້າຍ​ນີ້ ຂໍ​ໃຫ້​ພວກ​ພີ່​ນ້ອງຂອງ​ເຮົາ​ຊົມ​ຊື່ນ​ຍິນ​ດີ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເທີນ ການ​ທີ່​ເຮົາ​ຂຽນ​ຊ້ຳ​ຂໍ້​ຄວາມ​ເຫລົ່າ​ນີ້​ເຖິງ​ເຈົ້າ​ທັງ​ຫລາຍ ກໍ​ບໍ່​ເປັນ​ການ​ລຳ​ບາ​ກແກ່​ເຮົາ​ດອກ ແຕ່​ເປັນ​ການປອດ​ພັຍ​ແກ່​ພວກ​ເຈົ້າ 2 ຈົ່ງ​ລະ​ວັງ​ພວກ​ຫມາ ຈົ່ງ​ລະ​ວັງ​ພວກ​ຄົນ​ທີ່​ເຮັດ​ການ​ຊົ່ວ ຈົ່ງ​ລະ​ວັງ​ພວກ​ຖື​ການ​ປາດ​ເນື້ອ​ເຖືອ​ຫນັງ 3 ເພາະ​ວ່າ​ເຮົາ​ທັງ​ຫລາຍ​ເປັນ​ພວກ​ທີ່​ຖື​ພິ​ທີ​ຕັດ​ແທ້ ເປັນ​ຜູ້​ນະ​ມັ​ສ​ການ​ພຣະ​ເຈົ້າ​ດ້ວຍ​ຈິດ​ວິນ​ຍານ ແລະ​ເອົາ​ພຣະ​ເຢ​ຊູ​ຄຣິດ​ມາ​ອວດ ແລະ​ບໍ່​ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ 4 ເຖິງ​ແມ່ນ​ວ່າ​ເຮົາ​ມີ​ເຫດ​ທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະ​ນຸດ​ກໍ​ຕາມ ຖ້າ​ຄົນ​ອື່ນ​ນຶກວ່າຕົນ​ມີ​ເຫດທີ່​ຈະ​ໄວ້​ໃຈ​ໃນ​ຝ່າຍ​ມະ​ນຸດ​ນັ້ນ ເຮົາ​ກໍ​ມີ​ຫລາຍກວ່າ​ເຂົາ​ອີກ 5 ຄື​ເມື່ອ​ເຮົາ​ເກີດ​ມາ​ໄດ້​ແປດ​ວັນ​ເຮົາ​ກໍ​ໄດ້​ຮັບ​ພິ​ທີ​ຕັດ ເຮົາ​ເປັນຊາດ​ອິ​ສ​ຣາ​ເອນ ແຕ່​ຕະ​ກູນ​ເບັນ​ຢາ​ມີນ ເປັນ​ຄົນ​ເຮັບ​ເຣີ ເກີດ​ຈາກ​ຊາວ​ເຮັບ​ເຣີ ໃນ​ດ້ານພຣະ​ບັນ​ຍັດ​ເຮົາ​ກໍ​ຢູ່​ໃນ​ຄ​ນະ​ຟາ​ຣິ​ຊາຍ 6 ໃນ​ດ້ານ​ໃຈ​ຮ້ອນ​ຮົນ​ເຮົາ​ກໍ​ໄດ້​ຂົ່ມ​ເຫັງ​ຄ​ຣິ​ສ​ຕະ​ຈັກ ໃນ​ດ້ານ​ຄວາມ​ຊອບ​ທັມ​ຊຶ່ງ​ມີ​ຢູ່​ໂດຍ​ພຣະ​ບັນ​ຍັດ ເຮົາ​ກໍ​ບໍ່​ມີທີ່​ຕິ​ຕຽນ​ໄດ້ 7 ແຕ່​ວ່າ​ສິ່ງ​ໃດ​ທີ່​ເປັນ​ຄຸນ​ປ​ໂຍດ​ແກ່​ເຮົາ ເຮົາ​ຖື​ສິ່ງ​ນັ້ນ​ວ່າ​ເປັນ​ອັນ​ໄຮ້​ປ​ໂຍດ​ແກ່​ເຮົາ​ແລ້ວ ເພາະ​ເຫັນ​ແກ່​ພຣະ​ຄຣິດ 8 ທີ່​ຈິງ, ຮົາ​ຖື​ວ່າສິ່ງ​ສາ​ຣະ​ພັດ​ເປັນ​ຂອ​ງໄຮ້​ປ​ໂຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ເຫລືອ​ລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະ​ເຢ​ຊູ​ຄຣິດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ເພາະ​ເຫດ​ພຣະ​ອົງ​ນັ້ນ, ເຮົາ​ຈຶ່ງ​ໄດ້​ຍອມ​ສ​ລະ​ສິ່ງ​ສາ​ຣະ​ພັດ ແລະ​ຖື​ວ່າ​ສິ່ງ​ເຫລົ່າ​ນັ້ນ​ເປັນ​ເຫມືອນ​ຂີ້​ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະ​ຄຣິດ​ມາ​ເປັນ​ປ​ໂຍດ​ແກ່​ເຮົາ 9 ແລະ​ຈະ​ໄດ້​ປາ​ກົດ​ຢູ່​ໃນ​ພຣະ​ອົງ​ໂດຍ​ບໍ່​ມີ​ຄວາມ​ຊອບ​ທັມ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ພຣະ​ບັນ​ຍັດ ແຕ່​ມີ​ມາ​ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ຄຣິດ ເປັນ​ຄວາມ​ຊອບ​ທັມ​ທີ່​ມາ​ຈາກ​ພຣະ​ເຈົ້າ ຊຶ່ງ​ອາ​ສັຍ​ຄວາມ​ເຊື່ອ 10 ເຮົາ​ຕ້ອງ​ການ​ຈະ​ໄດ້​ຮູ້​ຈັກ​ພຣະ​ອົງ ແລະ​ຮູ້​ຈັກ​ຣິດ​ອຳ​ນາດ​ອັນ​ປາ​ກົດ​ໃນ​ການ​ທີ່​ພຣະ​ອົງ​ຊົງ​ຄືນ​ພຣະ​ຊົນ ແລະ​ຮ່ວມ​ທຸກ​ກັບ​ພຣະ​ອົງ ຄື​ຍອມ​ຮັບ​ຄວາມ​ຕາຍ​ເຫມືອນ​ຢ່າງ​ພຣະ​ອົງ 11 ເພື່ອ​ຖ້າ​ເປັນ​ໄປ​ໄດ້ ເຮົາ​ກໍ​ຈະ​ໄດ້​ເປັນ​ຂຶ້ນ​ມາ​ຈາກ​ຕາຍ​ດ້ວຍ

ບາກ​ບັ່ນ​ມຸ້ງ​ຫນ້າ​ໄປ​ສູ່​ຫລັກ​ຊັຍ

12 ບໍ່​ໃຊ່​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ຫລື​ວ່າ​ເຖິງທີ່​ສຳ​ເຣັດ​ແລ້ວ ແຕ່​ເຮົາ​ກຳ​ລັງ​ບາກ​ບັ່ນ​ມຸ້ງ​ຫນ້າ​ໄປ ເພື່ອ​ຈະ​ໄດ້​ຮັບ​ເອົາ​ເປັນ​ຂອງ​ຕົນເຫມືອນ​ດັ່ງ​ພຣະ​ເຢຊູ​ຄຣິດ​ໄດ້​ຊົງ​ຮັບ​ເຮົາ​ໄວ້​ເປັນ​ຂອງ​ພຣະ​ອົງ​ແລ້ວ 13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ບໍ່​ຖື​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ແຕ່​ເຮົາ​ເຮັດ​ຢ່າງ​ນຶ່ງ ຄື​ລືມ​ສິ່ງ​ເຫລົ່າ​ນັ້ນ​ທີ່​ຜ່ານ​ພົ້ນ​ໄປ​ແລ້ວ​ເສັຽ ແລະ​ໂນ້ມ​ຕົວ​ອອກ​ໄປ​ຫາ​ສິ່ງ​ທັງ​ຫລາຍ​ທີ່​ຢູ່​ເບື້ອງ​ຫນ້າ 14 ເຮົາ​ກຳ​ລັງ​ບາກ​ບັ່ນ​ມຸ້ງ​ຫນ້າ​ໄປ​ສູ່ຫລັກ​ຊັຍ​ເພື່ອ​ຈະ​ໄດ້​ຮັບ​ຮາງວັນ ຄື​ຊີວິດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ໃນ​ພຣະ​ເຢ​ຊູ​ຄຣິດ ໃຫ້​ໄປ​ຮັບ​ຢູ່​ເບື້ອງ​ເທິງ 15 ເຮົາ​ທັງ​ປວງ​ຊຶ່ງ​ເປັນ​ຜູ້​ໃຫຍ່​ຖ້ວນ​ແລ້ວ ຄວນ​ຄຶດ​ຢ່າງ​ນັ້ນ ແລະ​ຖ້າ​ເຈົ້າ​ທັງ​ຫລາຍ​ຄຶດ​ຢ່າງ​ອື່ນພຣະ​ເຈົ້າ​ກໍ​ຈະ​ຊົງ​ສະ​ແດງ​ສິ່ງ​ນັ້ນ​ແກ່ພວກ​ເຈົ້າ​ດ້ວຍ 16 ແຕ່ພວກ​ເຮົາ​ເຖິງ​ຍ່ານ​ໃດ​ແລ້ວ ກໍ​ໃຫ້​ພວກ​ເຮົາ​ດຳ​ເນີນ​ຊື່​ໄປ​ຕາມ​ນັ້ນ 17 ພີ່​ນ້ອງ​ທັງ​ຫລາ​ຍ​ເອີຍ, ຈົ່ງ​ພາ​ກັນ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເຮົາ ແລະ​ຄອຍ​ເບິ່ງ​ຄົນ​ເຫລົ່າ​ນັ້ນ​ທີ່​ເຮັດ​ຕາມ​ແບບ​ດຽວ​ກັນ ເຫມືອນ​ດັ່ງ​ເຈົ້າ​ທັງ​ຫລາຍ​ໄດ້​ເອົາ​ພວກ​ເຮົາ​ເປັນ​ຕົວ​ຢ່າງ​ແລ້ວ 18 ເພາະ​ວ່າ​ມີ​ຫລາຍ​ຄົນ​ທີ່ດໍາເນີນ​ຊີ​ວິດ​ເປັນ​ສັດ​ຕຣູ​ຕໍ່​ໄມ້​ກາງ​ແຂນ​ຂອງ​ພຣະ​ຄຣິດ ຊຶ່ງ​ເຮົາ​ໄດ້​ບອກ​ເຣື່ອງ​ນີ້​ແກ່​ພວກ​ເຈົ້າ​ຫລາຍ​ເທື່ອ​ແລ້ວ ແລະ​ບັດ​ນີ້​ຍັງ​ບອກ​ເຈົ້າ​ອີກ​ດ້ວຍ​ນ້ຳ​ຕາ​ໄຫລ 19 ປາຍ​ທາງ​ຂອງ​ຄົນ​ເຫລົ່າ​ນັ້ນ​ຄື​ຄວາມ​ຈິບ​ຫາຍ ພຣະ​ຂອງ​ເຂົາ​ກໍ​ຄື​ທ້ອງ​ເຂົາ​ເອງ ເຂົາ​ຍົກ​ເອົາ​ການ​ທີ່​ຫນ້າ​ອັບ​ອາຍ​ຂຶ້ນ​ມາ​ໂອ້ອວດ ເຂົາ​ສົນ​ໃຈ​ໃນ​ວັດ​ຖຸ​ຝ່າຍ​ໂລກ 20 ແຕ່​ບ້ານ​ເມືອງ​ຂອງ​ເຮົາ​ທັງ​ຫລາຍ​ນັ້ນ​ຢູ່​ໃນ​ສວັນ ພວກ​ເຮົາ​ລໍ​ຄອຍ​ພຣະ​ຜູ້​ໂຜດ​ໃຫ້​ພົ້ນ ຊຶ່ງ​ຈະ​ສະ​ເດັດ​ມາ​ຈາກ​ສວັນ ຄື​ພຣະ​ເຢ​ຊູ​ຄຣິດ​ເຈົ້າ 21 ພຣະ​ອົງ​ຈະ​ຊົງ​ປ່ຽນ​ແປງ​ຮ່າງ​ກາຍ​ອັນ​ຕ່ຳ​ຕ້ອຍ​ຂອງ​ພວກ​ເຮົາ ໃຫ້​ເປັນ​ເຫມືອນ​ພຣະ​ກາຍ​ອັນ​ຊົງ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ ດ້ວຍ​ຣິດ​ທາ​ນຸ​ພາບ​ຊຶ່ງ​ເຮັດ​ໃຫ້​ພຣະ​ອົງ​ຊົງ​ປາບ​ສາ​ຣະ​ພັດ​ລົງ​ໃຕ້​ບັງ​ຄັບ​ຂອງ​ພຣະ​ອົງ

ຟີລິປອຍ 4

ຈົ່ງ​ຊື່ນ​ຊົມ​ຍິນ​ດີ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

1 ເຫດ​ສັນ​ນັ້ນ​ພວກ​ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ ຜູ້​ເປັນ​ທີ່​ປາ​ຖ​ນາ ເປັ​ນ​ທີ່​ຍິນ​ດີ ແລະ​ເປັນ​ພວງ​ມາ​ລັຍ​ຂອງ​ເຮົາ ພວກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງ​ຫມັ້ນ​ຢູ່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 2 ເຮົາ​ຂໍ​ເຕືອນ​ນາງ​ຢູ​ໂອ​ເດັຽ ແລະ​ຂໍ​ເຕືອນ​ນາງ​ຊິນ​ຕີ​ເຂ ໃຫ້​ມີ​ໃຈ​ປອງດອງ​ກັນ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 3 ເຮົາ​ຂໍ​ຮ້ອງ​ເຈົ້າ​ຜູ້​ເປັນ​ເພື່ອນ​ຮ່ວມ​ງານ​ຝ່າ​ຍ​ຂ່າວ​ປະ​ເສີດ​ກັບ​ເຮົາ ແລະ​ກະ​ເລ​ເມ​ພ້ອມ​ກັ​ບ​ຄົນ​ອື່ນ​ທີ່​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ເຮົາ ຊຶ່ງ​ຊື່​ຂອງ​ເຂົາ​ທັງ​ຫລາຍ​ນັ້ນ​ມີ​ຢູ່​ໃນ​ທະ​ບຽນ​ແຫ່ງ​ຊີ​ວິດ​ແລ້ວ 4 ຈົ່ງ​​ຊົມຊື່ນ​ຍິນ​ດີ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ທຸກ​ເວ​ລາ ເຮົາ​ຂໍ​ຢ້ຳ​ອີກວ່າ ຈົ່ງ​ຊົມ​ຊື່ນ​ຍິນດີເທີນ 5 ຈົ່ງ​ໃຫ້​ໃຈ​ອ່ອນ​ສຸ​ພາບ​ຂອ​ງ​ເຈົ້າ​ທັງ​ຫລາຍ​ປາ​ກົດ​ແກ່​ຄົນ​ທັງ​ປວງ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຢູ່​ໃກ້​ແລ້ວ 6 ຢ່າ​ທຸກ​ຮ້ອນ​ໃຈ​ດ້ວຍ​ສິ່ງ​ໃດ​ເລີຍ ແຕ່​ຈົ່ງ​ທູນ​ເຣື່ອງ​ຄວາມ​ປາ​ຖ​ນາ​ຂອງ​ພວກ​ເຈົ້າ​ທຸກ​ຢ່າງ​ຕໍ່​ພຣະ​ເຈົ້າ ດ້ວຍ​ການ​ໄຫວ້ວອນ ແລະ​ການ​ອ້ອນວອນ​ຂໍ ພ້ອມ​ກັບ​ການ​ຂອບ​ພຣະ​ຄຸນ 7 ແລ້ວ​ສັນ​ຕິ​ສຸກ​ອັນ​ມາ​ແຕ່​ພຣະ​ເຈົ້າ​ຊຶ່ງ​ເກີນ​ຄວາມ​ເຂົ້າ​ໃຈ ຈະ​ເຝົ້າ​ຮັກ​ສາ​ຈິດ​ໃຈ​ແລະ​ຄວາມ​ຄຶດ​ຂອງ​ເຈົ້າ​ທັງ​ຫລາຍ​ໄວ້​ໃນ​ພຣະ​ເຢ​ຊູ​ຄຣິດ 8 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ໃນ​ທີ່​ສຸດ​ນີ້, ສິ່ງ​ທີ່​ສັດ​ຈີງ ສິ່ງ​ໃດ​ທີ່​ຫນ້າ​ນັບ​ຖື ສິ່ງ​ໃດ​ທີ່​ຍຸດ​ຕິ​ທັມ ສິ່ງ​ໃດທີ່​ບໍ​ຣິ​ສຸດ ສິ່ງ​ທີ່​ຫນ້າ​ຮັກ ສິ່ງ​ໃດ​ທີ່​ຫນ້າ​ຍີນ​ດີ ສິ່ງ​ທີ່​ລ້ຳ​ເລີດ ແລະ​ຖ້າ​ມີ​ສິ່ງ​ໃດ​ທີ່​ຄວນ​ແກ່​ການ​ສັຣ​ເສີນ ຈົ່ງ​ພິ​ຈາ​ຣະ​ນາ​ເຖິງ​ສິ່ງ​ເຫລົ່າ​ນັ້ນ 9 ຈົ່ງ​ເຮັດ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຮຽນ​ຮູ້ ໄດ້​ຮັບ​ໄວ້ ໄດ້​ຍິນ ແລະ​ໄດ້​ເຫັນ​ໃນ​ເຮົາ​ແລ້ວ ແລະ​ພຣະ​ເຈົ້າ​ຜູ້​ໂຜດ​ປະ​ທານ​ສັນ​ຕິ​ສຸກ​ຈະ​ຊົງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ

ຕອບ​ເຣື່ອງ​ຂອງ​ຝາກ​ຈາກ​ຊາວ​ຟີ​ລິບ​ປອຍ

10 ເຮົາ​ມີ​ໃຈ​ຊົມ​ຊື່ນ​ຍິນ​ດີ​ຫລວງ​ຫລາຍ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ວ່າ​ໃນ​ທີ່​ສຸດ​ນີ້ ພວກ​ເຈົ້າ​ໄດ້​ຫວນ​ລະ​ນຶກ​ເຖິງ​ເຮົາ​ອີກ ຄວາມ​ຈິງ, ເຈົ້າ​ທັງ​ຫ​ລາຍ​ກໍ​ເຄີຍ​ຄຶດ​ເຖິງ​ເຮົາ​ຢູ່ ແຕ່​ຍັງ​ບໍ່​ມີ​ໂອ​ກາດ​ທີ່​ຈະ​ສະ​ແດງ 11 ເຮົາ​ບໍ່​ໄດ້​ຈົ່ມ​ເຖິງ​ເຣື່ອງ​ການ​ຂັດ​ສົນ ເພາະ​ເຮົາ​ຈະ​ມີ​ຖາ​ນະ​ຢ່າງ​ໃດ​ກໍ​ຕາມ ເຮົາ​ກໍ​ຮຽນ​ຮູ້​ແລ້ວ​ທີ່​ຈະ​ພໍ​ໃຈ​ຢູ່​ຢ່າງ​ນັ້ນ 12 ເຮົາ​ຮູ້​ຈັກ​ທີ່​ຈະ​ປະ​ສົບ​ກັບ​ການ​ຕົກ​ຕ່ຳ ແລະ​ຮູ້​ຈັກ​ທີ່​ຈະ​ປະ​ສົບ​ກັບ​ຄວາມ​ອຸ​ດົມ​ສົມ​ບູນ ບໍ່​ວ່າ​ໃນ​ກໍ​ຣະ​ນີ​ໃດໆ​ເຮົາ​ໄດ້​ຮຽນ​ຮູ້​ເຖິງ​ແງ່​ຄວາມ​ລັບ​ທີ່​ຈະ​ປະ​ສົບ​ກັບ​ຄວາມ​ອີ່​ມທ້ອງ​ແລະ​ຄວາ​ມອຶດ​ຢາກ ຄວາມ​ສົມ​ບູນ​ພູນ​ສຸກ​ແລະ​ຄວາມ​ຂັດ​ສົນ 13 ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ​ພຣະ​ອົງ​ຜູ້​ຊົງຊູ​ກຳ​ລັງ​ເຮົາ 14 ເຖິງ​ປານ​ນັ້ນ​ກໍ​ເປັນ​ຄວາມ​ກະ​ຣຸ​ນາ​ຂອງ​ເຈົ້າ​ທັງ​ຫລາຍ​ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ 15 ແຕ່​ພວກ​ເຈົ້າ ຊາວ​ຟີ​ລິບ​ປອຍ, ກໍ​ຊາບ​ແລ້ວ​ວ່າ​ ໃນ​ຂັ້ນ​ຕົ້ນ​ຂອງ​ການ​ປະ​ກາດ​ຂ່າວ​ປະ​ເສີດ​ນັ້ນ ແມ່ນ​ຕອນ​ເມື່ອ​ເຮົາ​ໄດ້​ຈາກ​ແຂວງ​ມາ​ເກ​ໂດ​ເນັຽ​ໄປ ບໍ່​ມີ​ຄ​ຣິ​ສ​ຕະ​ຈັກ​ໃດ​ໄດ້​ມີ​ສ່ວນ​ຮ່ວມ​ກັບ​ເຮົາ​ໃນ​ຣາຍ​ໄດ້​ຣາຍ​ຈ່າຍ ນອກ​ຈາກ​ພວກ​ເຈົ້າ​ພວກ​ດຽວ​ເທົ່າ​ນັ້ນ 16 ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທ​ຊະ​ໂລ​ນິກ ພວກ​ເຈົ້າ​ໄດ້​ຝາກ​ຂອງ​ມາ​ຊ່ອຍ​ເຮົາ​ກວ່າ​ເທື່ອ​ນຶ່ງ 17 ບໍ່​ໃຊ່​ວ່າ​ເຮົາ​ປາ​ຖ​ນາ​ຈະ​ໄດ້​ຮັບ​ຂອງ​ທ່ານ​ຈາກ​ເຈົ້າ​ທັງ​ຫລາຍ ແຕ່​ເຮົາ​ປາ​ຖ​ນາ​ຢາ​ກ​ໃຫ້​ພວກ​ເຈົ້າ​ໄດ້​ຜົນ​ກຳ​ໄລ​ເພີ້ມ​ຂຶ້ນ​ໃນ​ບັນ​ຊີ​ຂອງ​ພ​ວກ​ເຈົ້າ 18 ເຮົາ​ໄດ້​ຮັບ​ຄົບ​ຈຳ​ນວນ ແລະ​ມີ​ບໍ​ຣິ​ບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມ​ຢູ່​ເພາະ​ໄດ້​ຮັບ​ຂອງ​ຈາກ​ເອ​ປາ​ໂຟ​ດີ​ໂຕ ຊຶ່ງ​ເຈົ້າ​ທັງ​ຫລາຍ​ສົ່ງ​ໄປ​ໃຫ້​ເປັນ​ຂອງ​ທານ​ທີ່​ມີ​ກິ່ນ​ຫອມ​ຫວານ ເປັນ​ເຄື່ອງ​ບູ​ຊາ​ທີ່​ຊົງ​ໂຜດ​ຮັບ​ແລະ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ 19 ແລະ​ພຣະ​ເຈົ້າ​ຂອງ​ເຮົາ​ຈະ​ຊົງ​ໂຜດ​ປະ​ທານ​ສາ​ຣະ​ພັດ​ທີ່​ພວກ​ເຈົ້າ​ຂາດ​ຢູ່​ນັ້ນ ຈາກ​ຊັບ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ​ໃນ​ພຣະ​ເຢ​ຊູ​ຄຣິດ 20 ຂໍ​ໃຫ້​ພຣະ​ກຽດ​ຕິ​ຍົດ​ຈົ່ງມີ​ແກ່​ພຣະ​ເຈົ້າ ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ​ສືບໆ​ໄປ​ເປັນ​ນິດ ອາ​ແມນ

ສະ​ແດງ​ຄວາມ​ຄຶດ​ເຖິງ​ໃນ​ຕອນ​ທ້າຍ

21 ເຮົາ​ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ໃນ​ພຣະ​ເຢ​ຊູ​ຄຣິດ ພີ່​ນ້ອງ​ທັງ​ຫລາຍ​ທີ່​ຢູ່​ກັບ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍດ້​ວຍ 22 ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ ກໍ​ຝາ​ກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ ເປັນ​ຕົ້ນ​ວ່າ​ພວກ​ທີ່​ຢູ່​ໃນ​ພຣະ​ຣາຊວັງ​ຂອງ​ກາຍ​ຊາ 23 ຂໍໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ສະ​ຖິດ​ຢູ່​ກັບ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ທັງ​ຫລາຍ​ເທີນ

ໂກໂລຊາຍ 1

1 ໂປ​ໂລ ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ກັບ​ຕີ​ໂມ​ທຽວ​ນ້ອງ​ຊາຍ​ຂອງ​ເຮົາ ເຖິງ ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ​ພວກ​ພີ່​ນ້ອງ​ທີ່​ເຫລື້ອມ​ໃສ​ສັດ​ທາ​ໃນ​ພຣະ​ຄຣິດ​ທີ່​ເມືອງ​ໂກ​ໂລ​ຊາຍ 2 ຂໍ​ໃຫ້​ພຣະ​ຄຸ​ນ​ແລະ​ສັນ​ຕິ​ສຸກ ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອ​ງ​ເຮົາ​ທັງ​ຫລາຍ ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ເທີນ

ຄຳ​ອ້ອນວອນ​ຂອງ​ໂປ​ໂລ​ເພື່ອ​ຄຣິ​ສະ​ຕຽນ​ຊາວ​ໂກ​ໂລ​ຊາຍ

3 ເມື່ອ​ພວກ​ເຮົາ​ອ້ອນວອນ​ເພື່ອ​ເຈົ້າ​ທັງ​ຫລາຍ ເຮົາ​ກໍ​ຂອບ​ພຣະ​ຄຸນ​ພຣະ​ບິ​ດາ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຢູ່​ສເມີ 4 ເພາະ​ພວກ​ເຮົາ​ໄດ້​ຍີນ​ເຖິງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ​ເຣື່ອງ​ຄວາມ​ຮັກ​ຊຶ່ງ​ພວກ​ເຈົ້າ​ມີ​ຕໍ່​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ 5 ໂດຍ​ເຫດ​ຊຶ່ງ​ມີ​ຄວາມ​ຫວັງ​ທີ​ຊົງ​ຮັກ​ສາ​ໄວ້​ສຳ​ລັບ​ເຈົ້າ​ທັງ​ຫລາຍ​ໃນ​ສວັນ ຊຶ່ງ​ເມື່ອ​ກ່ອນ​ພວກ​ເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຄຳ​ອັນ​ສັດ​ຈິງ ຄື​ຂ່າວ​ປະ​ເສີດ​ນັ້ນ 6 ຊຶ່ງ​ແຜ່​ຜາຍ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ​ຕາມ​ທີ່​ກຳ​ລັງ​ເກີດ​ຜົນ ແລະ​ທະ​ວີ​ຂຶ້ນ​ທົ່ວ​ໂລກ ຢ່າງ​ດຽວ​ກັບ​ກຳ​ລັງ​ເປັນ​ຢູ່​ໃນ​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ​ດ້ວຍ ຕັ້ງ​ແຕ່​ວັນ​ທີ່​ພວກ​ເຈົ້າ​ໄດ້​ຍິນ ແລະ​ໄດ້​ເຂົ້າ​ໃຈ​ໃນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ຕາມ​ຄວາມ​ຈິງ 7 ດັ່ງ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ຮຽນ​ຮູ້​ຈາກ​ເອ​ປາ​ຟາ ຜູ້​ເປັນ​ເພື່ອນ​ຮ່ວມ​ງານ​ທີ່​ຮັກ​ຂອງ​ພວກ​ເຮົາ ທ່ານ​ເປັນ​ຜູ້​ປະ​ຕິ​ບັດ​ອົງ​ພຣະ​ຄຣິດ​ແທນ​ເຮົາ​ດ້ວຍ​ໃຈ​ສັດ​ຊື່ 8 ທ່ານ​ໄດ້​ເລົ່າ​ໃຫ້​ພວກ​ເຮົາ​ຟັງ​ເຖິງ​ຄວາມ​ຮັກ ຊຶ່ງ​ພຣະ​ວິນ​ຍານ​ຊົງ​ປະ​ທານ​ແກ່​ເຈົ້າ​ທັງ​ຫລາຍ​ດ້ວຍ 9 ເພາະ​ເຫດ​ນີ້, ນັບ​ຕັ້ງ​ແຕ່​ວັນ​ທີ່​ເຮົາ​ໄດ້​ຍິນ ເຮົາ​ກໍ​ບໍ່​ໄດ້​ຢຸດ​ໃນ​ການ​ອ້ອນວອນ​ເພື່ອ​ເຈົ້າ​ທັງ​ຫລາຍ ທູນ​ຂໍ​ເພື່ອ​ໃຫ້​ພວກ​ເຈົ້າ​ປະ​ກອບ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ເຖິງ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ໃນ​ສັ​ພ​ປັນ​ຍາ​ແລະ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ມາ​ຈາກ​ພຣະ​ວິນ​ຍານ 10 ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ດຳ​ເນີນ​ຊີ​ວິດ​ຢ່າງ​ທີ່​ຄວນ​ຕໍ່​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ ແລະ​ທີ່​ຊອບ​ພຣະ​ທັຍພຣະ​ອົງ​ຢ່າງ​ແທ້​ຈີງ ໃຫ້​ເກີດ​ຜົນ​ໃນ​ການ​ດີ​ທຸກ​ຢ່າງ ແລະ​ຈະ​ເຣີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງພຣະ​ເຈົ້າ 11 ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ມີ​ກຳ​ລັງ​ແຂງ​ແຮງ​ຂຶ້ນ​ທຸກ​ຢ່າງ ໂດຍ​ຣິດ​ອຳ​ນາດ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ ເພື່ອ​ຈະ​ສາ​ມາດ​ອົດ​ທົນ​ທຸກ​ສິ່ງ ແລະ​ມີ​ຄວາມ​ຫມັ້ນ​ພຽນ​ດ້ວຍ​ຄວາມຍິນ​ດີ 12 ຈົ່ງ​ຂອບ​ພຣະ​ຄຸນ​ພຣະ​ບິ​ດາ ຜູໍ້​ຊົງ​ບັນ​ດານ​ໃຫ້​ເຈົ້າ​ທັງ​ຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ​ໄດ້​ຮັບ​ມໍ​ຣະ​ດົກ​ດ້ວຍກັນ​ກັບ​ພວກ​ໄພ່​ພົນ​ໃນ​ຄວາມ​ສວ່າງ 13 ພຣະ​ອົງ​ໄດ້​ຊົງ​ໂຜດ​ດຶງ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ​ຈາກ​ອໍາ​ນາດ​ຂອງ​ຄວາມ​ມືດ ແລະ​ໄດ້​ຊົງ​ໂຍກ​ຍ້າຍ​ພວກ​ເຮົາ​ໄປ​ຕັ້ງໄວ້​ໃນ​ຣາ​ຊ​ອາ​ນາ​ຈັກ​ແຫ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ 14 ໃນ​ພຣະ​ບຸດ​ນັ້ນ​ເຮົາ​ທັງ​ຫລາຍ​ຈຶ່ງ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ ຄື​ຊົງ​ໂຜດ​ຍົກ​ຜິດ​ບາບ​ທັງ​ຫລາຍ​ຂອງ​ພວກ​ເຮົາ

ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ

15 ພຣະ​ອົງ​ຊົງ​ເປັນ​ແບບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ ຜູ້ຊຶ່ງ​ຕາ​ເຫັນ​ບໍ່​ໄດ້ ຊົງ​ເປັນ​ບຸດ​ແຮກ​ເຫນືອ​ສາ​ຣະ​ພັດ​ທີ່​ຊົງ​ນີ​ຣະ​ມິດ​ສ້າງ​ຂຶ້ນ​ນັ້ນ 16 ເພາະ​ວ່າ​ໃນ​ພຣະ​ອົງ ພຣະ​ເຈົ້າ​ໄດ້​ຊົງ​ສ້າງ​ສັ​ພ​ສິ່ງ​ຂຶ້ນ ທັງ​ໃນ​ທ້ອງ​ຟ້າ​ແລະ​ເທິງ​ແຜ່ນ​ດິນ​ໂລກ ສິ່ງ​ທີ່​ຕາ​ເຫັນ​ໄດ້ ແລະ​ທີ່​ເຫັນ​ບໍ່​ໄດ້ ຈະ​ເປັນ​ພຣະ​ທີ່​ນັ່ງ​ຫລື​ເປັນ​ອາ​ນຸ​ພາບ ເປັນ​ຜູ້​ປົກ​ຄອງ​ຫລື​ຜູ້​ມີ​ອຳ​ນາດ ສິ່ງ​ທັງ​ປວງ​ເຫລົ່າ​ນີ້​ແມ່ນ​ພຣະ​ເຈົ້າ​ໄດ້​ສ້າງ​ໂດຍ​ທາງ​ພຣະ​ອົງ​ແລະ​ສຳ​ລັບ​ພຣະ​ອົງ 17 ພຣະ​ອົງ​ຊົງ​ເປັນ​ຢູ່​ກ່ອນ​ສິ່ງ​ສາ​ຣະ​ພັດ ແລະ​ສິ່ງ​ສາ​ຣະ​ພັດ​ນັ້ນ​ເປັນ​ລະ​ບຽບ​ຢູ່​ໂດຍ​ພຣະ​ອົງ 18 ພຣະ​ອົງ​ຊົງ​ເປັນ​ສີ​ສະ​ຂອງ​ກາຍ ຄື​ຄ​ຣິ​ສ​ຕະ​ຈັກ ພຣະ​ອົງ​ຊົງ​ເປັນ​ປະ​ຖົມ ເປັນ​ຜູ້​ແຮກ​ທີ່​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພື່​ອ​ພຣະ​ອົງ​ຈະ​ຊົງ​ເປັນ​ເອກ​ໃນ​ສັ​ພ​ສິ່ງ​ທັງ​ປວງ 19 ເພາະ​ວ່າ​ພຣະ​ບິ​ດາ​ຊົງ​ພໍ​ພຣະ​ທັຍ ທີ່​ຈະ​ໃຫ້​ສະ​ພາບ​ຂອງ​ພຣະ​ເຈົ້າ​ສະ​ຖິດ​ຢູ່​ໃນ​ພຣະ​ບຸດ​ຢ່າງ​ເຕັມ​ບໍ​ຣິ​ບູນ 20 ແລະ​ໂດຍ​ພຣະ​ບຸດ​ນັ້ນ​ຈະ​ໄດ້​ຊົງ​ໃຫ້​ສິ່ງ​ສາ​ຣະ​ພັດ​ກັບ​ຄືນ​ດີ​ກັບ​ພຣະ​ເຈົ້າ ບໍ່​ວ່າ​ສິ່ງ​ນັ້ນ​ຈະ​ຢູ່​ໃນ​ແຜ່ນ​ດິນ​ໂລກ ຫລື​ໃນ​ສ​ວັນ ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ເກີດ​ສັນ​ຕິ​ພາບ​ດ້ວຍ​ພຣະ​ໂລຫິດ ຊຶ່ງ​ໄຫລ​ທີ່​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ 21 ແລະ​ເຈົ້າ​ທັງ​ຫລາຍ ຊຶ່ງ​ເມື່ອ​ກ່ອນ​ນັ້ນບໍ່​ແມ່ນ​ພົລ​ເມືອງ​ຂອງ​ພຣະ​ເຈົ້າ ແຕ່​ເປັນ​ສັດ​ຕຣູ​ທາງ​ດ້ານ​ຈິດ​ໃຈ​ດ້ວຍ​ການ​ຊົ່ວ​ຮ້າຍ​ຕ່າງໆ 22 ບັດ​ນີ້​ ພຣະ​ອົງ​ຊົງ​ໂຜດ​ໃຫ້​ກັບ​ຄືນ​ດີ​ກັບ​ພຣະ​ອົງ ໂດຍ​ການ​ສີ້ນ​ພຣະ​ຊົນ​ແຫ່ງ​ພຣະ​ກາຍ ຄື​ເນື້ອ​ຫນັງ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ຊົງ​ຖວາຍ​ພວກ​ເຈົ້າ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ໃຫ້​ເປັນ​ຄົນ​ບໍ​ຣິ​ສຸດ​ທີ່​ບໍ່​ມີ​ຕຳ​ຫນີ​ຕິ​ຕຽນ​ໄດ້ 23 ແຕ່​ເຈົ້າ​ທັງ​ຫລາຍ​ຕ້ອງ​ຕັ້ງ​ຫມັ້ນ​ຢູ່​ໃນ​ຄວາມ​ເຊື່ອ ຊຶ່ງ​ໄດ້​ວາງ​ຮາກ​ລົງ​ຢ່າງ​ແຫນ້ນ​ຫນາ​ຖາ​ວອນ​ແລ້ວ ແລະ​ຢ່າ​ໄດ້​ຫນີ​ຈາກ​ຄວາມ​ໄວ້​ໃຈ​ໃນ​ຂ່າວ​ປະ​ເສີດ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ແລ້ວ ແລະ​ໄດ້​ປະ​ກາດ​ແລ້ວ​ແກ່​ມະ​ນຸດ​ທຸກ​ຄົນ​ທີ່ຢູ່​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ ໂປ​ໂລ ເປັນ​ຜູ້​ຮັບ​ໃຊ້​ໃນ​ການ​ປະ​ກາດ​ຂ່າວ​ປະ​ເສີດ​ນັ້ນ

ການ​ຮັບ​ໃຊ້​ຂອງ​ໂປ​ໂລ​ທີ່​ມີ​ຕໍ່​ຄ​ຣິ​ສ​ຕະ​ຈັກ

24 ບັດ​ນີ້ ເຮົາ​ມີ​ຄວາມ​ຍິນດີ​ໃນ​ການ​ທີ່​ໄດ້​ຮັບ​ຄວາມ​ທຸກ​ເພື່ອ​ເຈົ້າ​ທັງ​ຫລາຍ ສ່ວນ​ການ​ຊົງ​ທົນ​ທຸກ​ຂອງ​ພຣະ​ຄຣິດ​ທີ່​ຍັງ​ຂາດ​ຢູ່​ນັ້ນ ເຮົາ​ກໍ​ຮັບ​ທົນ​ຈົນ​ສຳ​ເຣັດ​ໃນ​ເນື້ອ​ກາຍ​ຂອງ​ເຮົາ ເພາະ​ເຫັນ​ແກ່​ພຣະ​ກາຍ​ຂອງ​ພຣະ​ອົງ​ ຄື​ຄ​ຣິ​ສ​ຕະ​ຈັກ 25 ເຮົາ​ໄດ້​ມາ​ເປັນ​ຜູ້​ຮັບ​ໃຊ້​ຄ​ຣິ​ສ​ຕະ​ຈັກ​ນັ້ນ ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດມອບ​ພາ​ຣະ​ໃຫ້​ເຮົາ​ເພື່ອ​ເຈົ້າ​ທັງ​ຫລາຍ ເພື່ອ​ຈະ​ໄດ້​ກ່າວ​ຂ່າວ​ພຣະ​ທັມ​ຂອງພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນ 26 ຄືຂໍ້​ຄວາມ​ອັນ​ລັ​ບ​ເລິກ​ທີ່​ໄດ້​ຊົງ​ບັງ​ໄວ້​ແຕ່​ຫລາຍ​ເຊັ່ນ​ແລະ​ຫລາຍ​ຊົ່ວ​ອາ​ຍຸ​ນັ້ນ ມາ​ບັດ​ນີ້​ໄດ້​ຊົງ​ໂຜດ​ໃຫ້​ປາ​ກົດ​ແຈ້ງ​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ​ແລ້ວ 27 ພຣະ​ເຈົ້າ​ຊົງ​ມີ​ພຣະ​ປະ​ສົງ​ທີ່​ຈະ​ສະ​ແດງ​ໃຫ້​ໄພ່​ພົນ​ເຫລົ່າ​ນັ້ນ​ຮູ້​ວ່າ ໃນ​ຖ້າມ​ກາງ​ຄົນ​ຕ່າ​ງຊາດ​ອັນ​ໃດ​ເປັນ​ຄວາມ​ສົມ​ບູນ​ອັນ​ປະ​ກອບ​ດ້ວຍ​ສະ​ງ່າ​ຣາ​ສີ​ແຫ່ງ​ຂໍ້​ລັບ​ເລິກ ຄື​ທີ່​ພຣະ​ຄຣິດ​ຊົງ​ສະ​ຖິດ​ຢູ່​ໃນ​ເຈົ້າ​ທັງ​ຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະ​ງ່າ​ຣາ​ສີ​ນັ້ນ 28 ພຣະ​ອົງ​ນັ້ນ​ແຫລະ, ທີ່​ພ​ວກ​ເຮົາ​ປະ​ກາດ​ຢູ່ ໂດຍ​ເຕືອນ​ສະ​ຕິ​ແລະ​ສັ່ງ​ສອນ​ທຸກຄົນ​ດ້ວຍ​ປັນ​ຍາ​ທຸ​ກ​ຢ່າງ ເພື່ອ​ຈະ​ໄດ້​ຖວາຍ​ທຸກ​ຄົນ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ເຫມືອນ​ເປັນ​ຄົນ​ໃຫຍ່​ຖ້ວນ​ແລ້ວ​ໃນ​ພຣະ​ຄຣິດ 29 ເພື່ອ​ການ​ນີ້​ແຫລະ​, ເຮົາ​ຈຶ່ງ​ທົນ​ການ​ຫນັກ​ຫນ່ວງ​ດ້ວຍ​ອົດ​ສາ​ສູ້ ຕາມ​ພຣະ​ກຳ​ລັງ​ຂອງ​ພຣະ​ອົງ​ຜູ້​ຊົງ​ໂຜດ​ກະ​ທຳ​ດ້ວຍ​ຣິດ​ອຳ​ນາດ​ໃນ​ຕົວ​ເຮົາ​ຢູ່

ໂກໂລຊາຍ 2

1 ເພາະ​ເຮົາ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ວ່າ ເຮົາ​ມີ​ການ​ອົດ​ສາ​ສູ້​ຫລາຍ​ພ​ຽງ​ໃດ​ເພື່ອ​ເຈົ້າ​ທັງ​ຫລາຍ ເພື່ອ​ຊາວ​ເມືອງ​ລາວ​ດີ​ເກ​ອາ ແລະ​ເພື່ອ​ຄົນ​ທັງ​ປວງ​ທີ່​ຍັງ​ບໍ່​ໄດ້​ເຫັນ​ໃນ​ຫນ້າ​ຂອງ​ເຮົາ 2 ເພື່ອ​ເຂົາ​ທັງ​ຫ​ລາຍ​ຈະ​ໄດ້​ຮັບ​ຄວາມ​ຊູ​ໃຈ ແລະ​ເຂົ້າ​ຕິດ​ສ​ນິດ​ກັນ​ໃນ​ຄວາມ​ຮັກ ຈົນ​ເຖິງ​ຄວາມ​ຮູ້​ຄັກ​ແນ່​ອັນ​ອຸ​ດົມ​ສົມ​ບູນ​ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າ​ໃຈ ຈຶ່ງ​ຈະ​ໄດ້​ສັງ​ເກດ​ຮູ້​ຂໍ້​ລັບ​ເລິກ​ຂອງ​ພຣະ​ເຈົ້າ​ຄື​ພຣະ​ຄຣິດ 3 ຊຶ່ງ​ຊັບ​ສົມ​ບັດ​ແຫ່ງ​ສະ​ຕິ​ປັນ​ຍາ ແລະ​ຄວາມ​ຮູ້​ທັງ​ຫມົດ​ຊົງ​ບັງ​ຊ່ອນ​ໄວ້​ໃນ​ພຣະ​ອົງ 4 ເຮົາ​ກ່າວ​ຢ່າງ​ນີ້ ກໍ​ເພື່ອ​ບໍ່​ໃຫ້​ຜູ້​ໃດ​ຊັກ​ຊວນ​ເຈົ້າ​ທັ​ງ​ຫລາຍ​ດ້ວຍ​ຄຳ​ລໍ້​ລວງ​ຫນ້າ​ຟັງ 5 ເພາະ​ເຖິງ​ແມ່ນ​ຕົວ​ຂ​ອງ​ເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັ​ງ​ຫລາຍ ແຕ່​ຈິດ​ໃຈ​ຂອງ​ເຮົາ​ກໍ​ຢູ່​ນຳ​ພວກ​ເຈົ້າ ແລະ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ທີ່​ໄດ້​ເຫັນ​ພວກ​ເຈົ້າ​ພາ​ກັນ​ຢູ່​ຢ່າງ​ຮຽບ​ຮ້ອຍ ແລະ​ເຫັນ​ຄວາມ​ເຊື່ອ​ຫມັ້ນ​ຄົງ​ຂອງ​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ຄຣິດ

ຄວາມ​ສົມ​ບູນ​ຂອງ​ຊີ​ວິດ​ໃນ​ພຣະ​ຄຣິດ

6 ເຫດ​ສັນ​ນັ້ນ ເມື່ອ​ທ່ານ​ທັງ​ຫ​ລາຍ​ໄດ້​ຮັບ​ພຣະ​ເຢຊູ​ຄຣິດ​ເປັນອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ສັນ​ໃດ ຈົ່ງ​ດຳ​ເນີນ​ຊີ​ວິດ​ຢູ່​ໃນ​ພຣະ​ອົງ​ສັນ​ນັ້ນ 7 ຈົ່ງ​ຢັ່ງ​ຮາກ​ແລະ​ກໍ່​ຮ່າງ​ສ້າງ​ຂຶ້ນ​ໃນ​ພຣະ​ອົງ ແລະ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ຄວາມ​ເຊື່ອ ຕາມ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ຄຳ​ສັ່ງ​ສອນ​ມາ​ແລ້ວ ຈົ່ງ​ໃຫ້​ຈິດ​ໃຈ​ເຕັມ​ລົ້ນ​ດ້ວຍ​ການ​ຂອ​ບ​ພຣະ​ຄຸນ 8 ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ນຳ​ເຈົ້າ​ທັງ​ຫລາຍ​ຕົກ​ໄປ​ເປັນ​ເຫຍື່ອ​ສະ​ຕິ​ປັນ​ຍາ​ຂອງ​ໂລກ ຊຶ່ງ​ເປັນ​ຄຳ​ຫລອກ​ລວງ ແລະ​ໄຮ້ສາ​ຣະ​ຕາມຕຳ​ນານ​ຂອງ​ມະ​ນຸດ​ທີ່​ສືບ​ຕໍ່​ກັນ​ມາ ຕາມ​ອຳ​ນາດ​ສິ່ງ​ສັກ​ສິດ​ແຫ່ງ​ສາ​ກົນ​ຈັກກະ​ວານ​ແລະ​ບໍ່​ໃຊ່​ຕາມ​ອົງ​ພຣະ​ຄຣິດ 9 ເພາະ​ວ່າ​ໃນ​ພຣະ​ອົງ​ນັ້ນ​ສະ​ພາບ​ຂອງ​ພຣະ​ເຈົ້າ​ສະ​ຖິດ​ຢູ່​ໃນ​ພຣະ​ກາຍ​ຢ່າງ​ເຕັມ​ບໍ​ຣິ​ບູນ ແລະ​ເຈົ້າ​ທັງ​ຫລາຍ​ໄດ້​ມີ​ຊີ​ວິດ​ຄົບ​ບໍ​ຣິ​ບູນ​ໃນ​ພຣະ​ອົງ 10 ຜູ້​ຊົງ​ເປັນ​ປະ​ມຸກ​ຂອງ​ການ​ປົກ​ຄອງ​ແລະ​ອຳ​ນາດ​ທຸກ​ປະ​ການ 11 ໃນ​ພຣະ​ອົງ​ນັ້ນ​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ພິ​ທີ​ຕັດ​ທີ່​ບໍ່​ແມ່ນ​ມື​ມະ​ນຸດ​ໄດ້​ເຮັດ ໂດຍ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ພິ​ທີ​ຕັດ​ຂອງ​ພຣະ​ຄຣິດ ຊຶ່ງ​ເປັນ​ການ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ກິ​ເລດ​ຕັນ​ຫາ​ຂອງ​ເນື້ອ​ກາຍ​ນີ້ 12 ແລະ​ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະ​ອົງ​ໃນ​ພິ​ທີ​ບັບ​ຕິ​ສະ​ມາ​ແລ້ວ ແລະ​ໃນ​ພິ​ທີ​ນັ້ນ​ພວກ​ເຈົ້າ​ໄດ້​ຮັບ​ການ​ຊົງ​ບັນ​ດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະ​ອົງ ໂດຍ​ຄວາມ​ເຊື່ອ​ໃນ​ການ​ອິດ​ທິ​ຣິດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ອົງ​ຄືນ​ພຣະ​ຊົນ 13 ແລະ​ຝ່າຍ​ເຈົ້າ​ທັງ​ຫລາຍ​ທີ່​ຕາຍ​ໄປ​ແລ້ວດ້ວຍ​ການ​ຫລົງ​ຜິດ​ຂອງ​ພວກ​ເຈົ້າ ແລະ​ດ້ວຍ​ເຫດ​ທີ່​ເນື້ອ​ກາຍ​ຂອງ​ພວກ​ເຈົ້າ​ບໍ່​ໄດ້​ຮັບ​ພິ​ທີ​ຕັດ ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ພວກ​ເຈົ້າ​ມີ​ຊີ​ວິດ​ຮ່ວມ​ກັນ​ກັບ​ພຣະອົງ ແລະ​ຊົງ​ໂຜດ​ຍົກ​ໂທດ​ການ​ຫລົງ​ຜິດ​ທັງ​ຫລາຍ​ຂອງ​ພວກ​ເຮົາ 14 ພຣະ​ອົງ​ໄດ້​ຊົງ​ລຶບ​ລ້າງ​ຂໍ້​ກົດ​ທີ່​ຜູກ​ມັດ​ເຮົາ​ດ້ວຍ​ບັນ​ຍັດ​ຕ່າງໆ​ຊຶ່ງ​ຂັດ​ຂວາງ​ພວກ​ເຮົາ​ນັ້ນ ແລະ​ໄດ້​ຊົງ​ຍົກ​ເລີກ​ເສັຽ​ໂດຍ​ຕອກ​ຕິດ​ໄວ້​ທີ່​ໄມ້​ກາງ​ແຂນ 15 ໂດຍ​ໄມ້​ກາງ​ແຂນ​ນັ້ນ ພຣະ​ອົງ​ໄດ້​ຊົງ​ປົດ​ຜູ້​ປົກ​ຄອງ​ແລະ​ອຳ​ນາດ​ທັງ​ຫລາຍ​ເສັຽ ແລະ​ໄດ້​ຊົງ​ປະ​ຈານ​ເຂົາ​ຢ່າງ​ເປີດ​ເຜີຍ​ໂດຍ​ນຳ​ເຂົາ​ເປັນ​ຊະ​ເລີຍ​ໃນ​ຂະ​ບວນ​ແຫ່ງ​ຊັຍ​ຊະ​ນະ​ຂອງ​ພຣະ​ອົງ 16 ເຫດ​ສັນ​ນັ້ນ ຢ່າ​ໃຫ້​ຜູ້​ໃດ​ກ່າວ​ໂທດ​ເຈົ້າ​ທັງ​ຫລາຍ​ໃນ​ເຣື່ອງ​ການ​ກິນ​ການ​ດື່ມ ໃນ​ເຣື່ອງ​ເທ​ສ​ການ ເຣື່ອງວັນ​ຕົ້ນ​ເດືອນ ຫລື​ວັນ​ສະ​ບາ​ໂຕ 17 ສິ່ງ​ເຫລົ່າ​ນີ້​ເປັນ​ພຽງ​ແຕ່​ເງົາ​ຂອງ​ເຫດ​ການ​ທີ່​ຈະ​ມາ​ພາຍ​ຫລັງ​ ແຕ່​ຕົວ​ຈິງ​ນັ້ນ​ກໍ​ຄື​ອົງ​ພຣະ​ຄຣິດ 18 ຢ່າ​ໃຫ້​ຜູ້ໃດ​ໄດ້​ສໍ້​ໂກງ​ເອົາ​ຮາງວັນ​ຂອງ​ເຈົ້າ​ທັງ​ຫລາຍ ດ້ວຍ​ໃຊ້​ກິ​ຣິ​ຍາ​ທຳ​ທ່າ​ເປັນ​ຜູ້​ຖ່ອມ​ຕົວ​ລົງ ໄຫວ້​ເທວະ​ດາ​ແລະ​ໄຝ່​ຝັນ​ຢູ່​ໃນ​ນີ​ມິດ​ທີ່​ເຂົາ​ເຫັນ ແລະ​ອວດ​ອ້າງ​ຕົວ​ຂຶ້ນ​ເປົ່າໆ​ດ້ວຍ​ຄວາມ​ຄຶດ​ຢ່າງ​ທຳ​ມະ​ດາ​ມະ​ນຸດ 19 ແລະ​ບໍ່​ຍຶດ​ຫມັ້ນ​ໃນ​ພຣະ​ອົງ​ຜູ້​ຊົງ​ເປັນ​ສີ​ສະ ສີ​ສະ​ນັ້ນ​ເປັນ​ເຫດ​ໃຫ້​ກາຍ​ທັງ​ຫມົດ​ໄດ້​ຮັບ​ການ​ບຳ​ຣຸງ​ລ້ຽງ ແລະ​ຕິດ​ຕໍ່​ກັນ​ດ້ວຍ​ຂໍ່​ແລະ​ເອັນ​ຕ່າງໆ​ຈຶ່ງ​ໄດ້​ຈະ​ເຣີນ​ຂຶ້ນ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ຈະ​ເຣີນ​ຂຶ້ນ​ນັ້ນ

ການຕາຍແລະການຄືນມາດ້ວຍກັນພຣະຄຣິດ

20 ຖ້າ​ເຈົ້າ​ທັງ​ຫລາຍ​ໄດ້​ຕາຍ​ກັ​ບ​ພຣະ​ຄຣິດ ພົ້ນ​ຈາກ​ອຳ​ນາດ​ສິ່ງ​ສັກ​ສິດ​ແຫ່ງ​ສາ​ກົນ​ຈັກກະ​ວານ​ແລ້ວ ເຫດ​ສັນ​ໃດ​ພວກ​ເຈົ້າ​ຈຶ່ງ​ມີ​ຊີ​ວິດ​ຢູ່​ເຫມືອນ​ກັບ​ວ່າ​ພວກ​ເຈົ້າ​ຍັງ​ຢູ່​ຝ່າຍ​ໂລກ ຍອມ​ຢູ່​ໃຕ້​ບັນ​ຍັດ​ຕ່າງໆ 21 ເປັນ​ຕົ້ນ​ວ່າ “ຢ່າ​ຈັບ” “ຢ່າ​ຊິມ” “ຢ່າ​ແຕະ​ຕ້ອງ” 22 (ຄື​ກ່າວ​ເຖິງ​ສິ່ງ​ທີ່​ຕ້ອງ​ສູນ​ເສັຽ​ໄປ​ເມື່ອ​ໃຊ້​ມັນ) ຊຶ່ງ​ເປັນ​ຫລັກ​ທັມ​ແລະ​ຄຳ​ສອນ​ຂອງ​ມະ​ນຸດ 23 ຈິງຢູ່, ສິ່ງ​ເຫລົ່າ​ນີ້​ເບິ່ງ​ທ່າ​ທີ​ເຫມືອນ​ມີ​ປັນ​ຍາ ຄື​ການ​ເຕັມ​ໃຈ​ນະ​ມັ​ສ​ການ ການ​ຖ່ອມ​ຕົວ​ລົງ ການ​ທໍ​ຣະ​ມານ​ກາຍ ແຕ່​ບໍ່​ມີ​ປ​ໂຍດ​ອັນ​ໃດ​ໃນ​ການ​ຕໍ່​ສູ້​ກັບ​ຄວາມ​ປາ​ຖ​ນາ​ຂອງ​ຝ່າຍ​ເນື້ອ​ກາຍ

ໂກໂລຊາຍ 3

1 ຖ້າ​ເຈົ້າ​ທັງ​ຫລາຍ​ຮັບ​ການ​ຊົງບັນ​ດານໃຫ້​ຄືນ​ມາ​ດ້ວຍ​ກັນ​ກັ​ບ​ພຣະ​ຄຣິດ​ແລ້ວ ກໍ​ຈົ່ງ​ສ​ແວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະ​ຄຣິດ​ຊົງ​ສະ​ຖິດ​ຢູ່ ຊົງ​ປະ​ທັບ​ກ້ຳ​ຂວາ​ຂອງ​ພຣະ​ເຈົ້າ 2 ຈົ່ງ​ເອົາ​ໃຈ​ໃສ່​ສິ່ງ​ທີ່ຢູ່​ເບື້ອງ​ເທິງ ບໍ່​ໃຊ່​ສິ່ງ​ຊຶ່ງຢູ່ທີ່​ແຜ່ນ​ດິນ​ໂລກ 3 ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ຕາຍ​ແລ້ວ ແລະ​ຊີ​ວິດ​ຂອງ​ພວກ​ເຈົ້າ​ກໍ​ຊົງ​ບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະ​ຄຣິດ​ໃນ​ພຣະ​ເຈົ້າ 4 ເມື່ອ​ໃດ​ພຣະ​ຄຣິດ ຜູ້​ຊົງ​ເປັນ​ຊີ​ວິດ​ທີ່​ແທ້​ຈິງ​ຂອງ​ເຮົາ​ທັງ​ຫລາຍ​ຊົງ​ປາ​ກົດ ເມື່ອ​ນັ້ນ​ເຈົ້າ​ທັງ​ຫລາຍ​ກໍ​ຈະ​ປາ​ກົດ​ພ້ອມ​ກັນ​ກັບ​ພຣະ​ອົງ​ໃນ​ສະ​ງ່າ​ຣາ​ສີ​ເຫມືອນ​ກັນ

ຊີ​ວິດ​ເກົ່າ​ແລະ​ຊີ​ວິດ​ໃຫມ່

5 ເຫດສັນ​ນັ້ນ​ຈົ່ງ​ປະ​ຫານ​ນິ​ສັຍ​ສ່ວນ​ທີ່​ອ່ຽງ​ໄປ​ຝ່າຍ​ໂລກ​ຂອງ​ເຈົ້າ​ທັງ​ຫລາຍ​ນັ້ນ​ເສັຽ ຄື​ການ​ຫລິ້ນ​ຊູ້ ການ​ຊົ່​ວ​ຮ້າຍ ຣາ​ຄະ​ຕັນ​ຫາ ຄວາມ​ປາ​ຖ​ນາ​ຊົ່ວ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ໄຫວ້​ພຣະ​ທຽມ 6 ເພາະ​ສິ່ງ​ເຫລົ່າ​ນີ້ ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຈະ​ລົງ​ມາ​ເທິງ​ຄົນ​ທັງ​ປວງ​ທີ່​ບໍ່​ຍອມ​ເຊື່ອ​ຟັງ 7 ແຕ່​ກ່ອນ, ເຈົ້າ​ທັງ​ຫລາຍ​ເຄີຍ​ດຳ​ເນີນ​ຊີ​ວິດ​ໃນ​ສິ່ງ​ເຫລົ່າ​ນັ້ນ​ເຫມືອນ​ກັນ ຄື​ເມື່ອ​ຊີ​ວິດ​ຂອງ​ພວກ​ເຈົ້າ​ຍັງ​ຢູ່​ໃນ​ສິ່ງ​ເຫລົ່າ​ນີ້ 8 ແຕ່​ບັດ​ນີ້​ເຈົ້າ​ທັງ​ຫລາຍ​ຈົ່ງ​ເລີກ​ຖີ້ມ​ສິ່ງ​ສາ​ຣະ​ພັດ​ເຫລົ່າ​ນີ້​ເສັຽ ຄື​ຄວາມ​ຄຽດ ຄວາມ​ໂມໂຫ ການ​ຄຶດ​ປອງ​ຮ້າຍ ການ​ກ່າວ​ສຽດ​ສີ​ ແລະ​ຄຳ​ຫນ້າ​ອາຍ ຢ່າ​ໃຫ້​ອອກ​ຈາກ​ປາກ​ຂອງ​ພວກ​ເຈົ້າ 9 ຢ່າ​ກ່າວ​ຄວາມ​ຕົວະ​ຕໍ່​ກັນ​ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ຖອດ​ຖິ້ມ​ສະ​ພາບ​ມະ​ນຸດ​ເກົ່າ​ກັບ​ການ​ຂອງ​ມະ​ນຸດ​ນັ້ນ​ແລ້ວ 10 ແລະ​ໄດ້​ສວມ​ສະ​ພາ​ບ​ມະ​ນຸດ​ໃຫມ່​ທີ່​ກຳ​ລັງ​ຊົງ​ສ້າງ​ຂຶ້ນ​ໃຫມ່​ຢູ່​ສເມີ ໃຫ້​ເຖິງ​ຄວາມ​ຮູ້​ຈັກ​ພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນ​ຕາມ​ພຣະ​ລັກ​ສະ​ນະ​ຂອງ​ພຣະ​ອົງ​ຜູ້​ຊົງ​ສ້າງ​ຂຶ້ນ​ນັ້ນ 11 ໃນ​ການ​ນີ້​ຈະ​ວ່າ​ເປັນ​ຄົນ​ຕ່າງ​ຊາດ​ຫລື​ຄົນ​ຢູ​ດາຍ ເປັນ​ຄົນ​ຮັບ​ພິ​ທີ​ຕັດ​ຫລື​ບໍ່​ຮັບ​ພິ​ທີ​ຕັດ ເປັນຕ່າງ​ປະ​ເທດ​ຫລື​ຄົນ​ປ່າ​ເຖື່ອນ ເປັນ​ຂ້ອຍ​ຂ້າ​ຫລື​ເປັນ​ອິ​ສຣະ​ບໍ່​ໄດ້ ແຕ່​ວ່າ​ພຣະ​ຄຣິດ​ຊົງ​ເປັນ​ສາ​ຣະ​ພັດ ແລະ​ຊົງ​ສະ​ຖິດ​ຢູ່​ໃນ​ສາ​ຣະ​ພັດ​ 12 ເຫດ​ສັນ​ນັ້ນ​ໃນ​ຖາ​ນະ​ທີ່​ເປັນ​ພວກ​ຊຶ່ງ​ພຣະ​ເຈົ້າ​ຊົງ​ຮັກ ແລະ​ຊົງ​ເລືອ​ກໄວ້​ໃຫ້​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ຈົ່ງ​ສວມ​ໃນ​ເມດ​ຕາ ໃຈ​ປາ​ນີ ໃຈ​ຖ່ອມ​ລົງ ໃຈ​ອ່ອນ​ສຸ​ພາບ ໃຈ​ອົດ​ທົນ​ດົນ​ນານ 13 ຈົ່ງ​ຜ່ອນ​ຫນັກ​ຜ່ອນເບົາ​ເຊິ່ງ​ກັນ​ແລະ​ກັນ ແລະ​ຖ້າ​ແມ່ນ​ຜູ້​ໃດ​ມີ​ເຣື່ອງ​ຕໍ່​ກັນ ກໍ​ຈົ່ງ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ຍົກ​ໂທດ​ໃຫ້​ເຈົ້າ​ທັງ​ຫ​ລາຍ​ສັນ​ໃດ ພວກ​ເຈົ້າ​ກໍ​ຈົ່ງ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ​ສັນ​ນັ້ນ 14 ແລ້ວນອກ​ຈາກ​ສິ່ງ​ທັງ​ປວງ​ນີ້ ຈົ່ງ​ເອົາ​ຄວາມ​ຮັກ​ທີ່​ເປັນ​ສາຍ​ຜູກ​ມັດ​ທຸກ​ສິ່ງ​ໄວ້​ໃຫ້​ເຖິງ​ຄວາມ​ຄົບ​ຖ້ວນ 15 ແລະ​ຈົ່ງ​ໃຫ້​ສັນ​ຕິ​ສຸກ​ທີ່ມາ​ຈາກພຣະ​ຄຣິດ​ຄຸ້ມ​ຄອງ​ຈິດ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ເປັນກາຍ​ອັນ​ດຽວ​ ກໍ​ເພື່ອ​ສັນ​ຕິ​ສຸກ​ນັ້ນ ແລະ​ພວກ​ເຈົ້າ​ຈົ່ງ​ມີ​ໃຈ​ກະ​ຕັນ​ຍູ 16 ຈົ່ງ​ໃຫ້​ພຣະ​ທັມ​ຂອງ​ພຣະ​ຄຣິດ​ສະ​ຖິດ​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ​ຢ່າງ​ບໍ​ຣິ​ບູນ ຈົ່ງ​ສັ່ງ​ສອນ​ແລະ​ເຕືອນ​ສະ​ຕິ​ກັນ​ແລະ​ກັນ​ດ້ວຍ​ປັນ​ຍາ​ທຸກ​ຢ່າງ ຈົ່ງ​ຮ້ອງ​ເພງ​ດ້ວຍ​ເພງ​ສັຣ​ເສີນ ເພງ​ນະ​ມັ​ສ​ການ ແລະ​ເພງຍ້ອງ​ຍໍ​ສໍ​ຣະ​ເສີນ​ຝ່າຍ​ພຣະ​ວິນ​ຍານ ຄື​ຈົ່ງ​ຮ້ອງ​ເພງ​ຖວາຍ​ແດ່​ພຣະ​ເຈົ້າ​ດ້ວຍ​ໃຈ​ໂມ​ທະ​ນາ​ພຣະ​ຄຸນ 17 ແລະ​ເມື່ອ​ເຈົ້າ​ທັງ​ຫລາຍ​ຈະ​ເຮັດ​ສິ່ງ​ດ້ວຍ​ວາ​ຈາ​ຫລືດ້ວຍ​ການ​ກະ​ທຳ​ກໍ​ຕາມ ຈົ່ງ​ເຮັດ​ທຸກ​ສິ່ງ​ໃນພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ ແລະ​ຂອບ​ພຣະ​ຄຸນ​ພຣະ​ບິ​ດາ​ເຈົ້າ​ໂດຍ​ພຣະ​ອົງ​ນັ້ນ

ຫນ້າ​ທີ່​ທາງ​ສັງ​ຄົມ​ແລະ​ຊີ​ວິດ​ໃຫມ່

18 ຝ່າຍ​ເມັຽ ຈົ່ງ​ຍອມ​ຟັງ​ຜົວ​ຂອງ​ຕົນ​ຊຶ່ງ​ເປັນ​ການ​ສົມ​ຄວ​ນ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 19 ຝ່າຍ​ຜົວ​ກໍ​ຈົ່ງ​ຮັກ​ແພງ​ເມັຽ​ຂອງ​ຕົນ ແລະ​ຢ່າ​ມີ​ໃຈ​ເຜັດ​ຮ້ອນ​ຕໍ່​ນາງ 20 ຝ່າຍ​ລູກ​ທັງ​ຫລາຍ, ຈົ່ງ​ຟັງ​ຄວາມ​ພໍ່​ແມ່​ຂອງ​ຕົນ​ໃນ​ທຸກ​ສິ່ງ ເພາະ​ເຮັດ​ຢ່າງ​ນັ້ນ​ເປັນ​ທີ່​ຊອບ​ພຣະ​ທັຍ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 21 ຝ່າຍ​ພໍ່, ຢ່າ​ຍົວະ​ລູກ​ຂອງ​ຕົນ​ໃຫ້​ຂັດ​ເຄືອງ​ໃຈ ຢ້ານ​ວ່າ​ເຂົາ​ຈະ​ທໍ້​ຖອຍ​ໃຈ 22 ຝ່າຍ​ພວກ​ຂ້ອຍ​ຂ້າ, ຈົ່ງ​ຟັງ​ຄວາມ​ຜູ້​ທີ່​ເປັນ​ນາຍ​ຝ່າຍ​ມະ​ນຸດ​ໃນ​ທຸກ​ສິ່ງ ບໍ່​ໃຊ່​ເຮັດ​ຖ​ແລງ​ຫນ້າ​ເຫມືອນ​ຢ່າງ​ຄົນ​ຜູ້​ມັກ​ເຮັດ​ແຕ່​ໃຫ້​ຊອບ​ໃຈ​ມະ​ນຸດ​ເທົ່າ​ນັ້ນ 23 ແຕ່​ຈົ່ງ​ເຮັດ​ດ້ວຍ​ນ້ຳ​ໃສ​ໃຈ​ຈິງ ດ້ວຍ​ຄວາມ​ຢຳ​ເກງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ເຈົ້າ​ເຮັດ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ເຕັມ​ໃຈ​ເຫມືອນ​ເຮັດ​ຖວາຍ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ໃຊ່​ເຫມືອນ​ເຮັດ​ແກ່​ມະ​ນຸດ 24 ດ້ວຍ​ຮູ້​ແລ້ວ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ມໍ​ຣະ​ດົກ​ເປັນ​ຄ່າ​ບຳ​ເຫນັດ ເພາະ​ວ່າ​ຜູ້ທີ່​ເຈົ້າ​ທັງ​ຫລາຍ​ຮັ​ບ​ໃຊ້​ນັ້ນ​ກໍ​ແມ່ນ​ພຣະ​ຄຣິດ​ເຈົ້າ 25 ສ່ວນ​ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ຈະ​ໄດ້​ຮັບ​ຜົນ​ຕາມ​ການ​ຊົ່ວ​ທີ່​ຕົນ​ໄດ້​ເຮັດ​ນັ້ນ ແລະ​ບໍ່​ມີ​ການ​ຊົງ​ເຫັນ​ແກ່​ຫນ້າ​ຜູ້​ໃດ​ເລີຍ

ໂກໂລຊາຍ 4

1 ຝ່າຍ​ນາຍ​ກໍ​ຈົ່ງ​ເຣັດ​ແກ່​ພວກ​ຂ້ອຍ​ຂ້າ​ຂອງ​ຕົນ​ຕາມ​ຄວາມ​ຍຸດ​ຕິ​ທັມ ແລະ​ສມ່ຳ​ສເມີ​ກັນ ດ້ວຍ​ຮູ້​ແລ້ວ​ວ່າ ເຈົ້າ​ທັງ​ຫລາຍ​ກໍ​ມີ​ນາຍ​ອົງ​ນຶ່ງ​ໃນ​ສວັນ​ເຫມືອນ​ກັນ

ຄຳ​ເຕືອນ​ສະ​ຕິ

2 ຈົ່ງ​ຫມັ່ນ​ພຽນ​ໃສ່​ໃຈ​ໃນ​ການ​ອ້ອນວອນ ຈົ່ງ​ເຝົ້າ​ລະ​ວັງ​ຢູ່​ໃນ​ການ​ນັ້ນ​ດ້ວຍ​ຂອບ​ພຣະ​ຄຸນ 3 ແລະ​ອ້ອນວອນ​ເພື່ອ​ພວກ​ເຮົາ​ດ້ວຍ ເພື່ອ​ພຣະ​ເຈົ້າ​ຈະ​ໄດ້​ຊົງ​ໂຜດ​ໄຂ​ປະ​ຕູ​ໄວ້​ສຳ​ລັບ​ພຣະ​ທັມ​ນັ້ນ ໃຫ້​ພວກ​ເຮົາ​ກ່າວ​ຂໍ້​ລັບ​ເລິກ​ເຣື່ອງ​ພຣະ​ຄຣິດ (ທີ່​ເຮົາ​ຖືກ​ຈຳ​ຈອງ​ຢູ່ກໍ​ເພາະ​ເຫດ​ນີ້) 4 ເພື່ອ​ເຮົາ​ຈະ​ໄດ້​ກ່າວຊີ້​ແຈງ​ຂໍ້​ລັບ​ເລິກ​ນັ້ນ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ 5 ຈົ່ງ​ປະ​ຕິ​ບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະ​ຕິ​ປັນ​ຍາ ໂດຍ​ສວຍ​ໂອກາດ 6 ຈົ່ງ​ໃຫ້​ວາ​ຈາ​ຂອງ​ເຈົ້າ​ທັງ​ຫລາຍ​ປະ​ກອບ​ດ້ວຍ​ເມດ​ຕາ​ຄຸນ​ຢູ່ສເມີ ປະ​ສົມ​ດ້ວຍ​ເກືອ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວິ​ທີ​ຕອບ​ທີ່​ຖືກ​ໃຈ​ແກ່​ທຸກ​ຄົນ

ຄຳ​ສະ​ແດງ​ຄວາມ​ຄຶດ​ເຖິງ​ໃນ​ຕອນ​ທ້າຍ

7 ຕີ​ຂີ​ໂກ, ຜູ້​ເປັນ​ນ້ອງ​ທີ່​ຮັກ ແລະ​ເປັນ​ຜູ້​ປະ​ຕິ​ບັດ​ທີ່​ສັດ​ຊື່ ແລະ​ເປັນ​ເພື່ອນ​ຮັບ​ໃຊ້​ຮ່ວມ​ກັນ​ກັບ​ພວກ​ເຮົາ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ບອກ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ເຖິງ​ເຫດ​ການ​ທັງ​ປວງ​ຂອງ​ພວກ​ເຮົາ 8 ເຮົາ​ໄດ້​ໃຊ້​ຜູ້​ນີ້​ໄປ​ຫາ​ພວກ​ເຈົ້າ​ກໍ​ເພາະ​ເຫດ​ນີ້ ຄື​ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ເຖິງ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ ແລະ​ເພື່ອ​ທ່ານຈະ​ໄດ້​ຫນຸນ​ນ້ຳ​ໃຈ​ຂອງ​ພວກ​ເຈົ້າ 9 ໃຫ້​ໂອ​ເນ​ຊີ​ໂມ ຜູ້​ເປັນ​ນ້ອງ​ທີ່​ຮັກ​ແລະ​ສັດ​ຊື່ ຊຶ່ງ​ເປັນ​ຄົນ​ນຶ່ງ​ໃນ​ພວກ​ເຈົ້າ​ໄປ​ດ້ວຍ ເຂົາ​ທັງ​ສອງ​ນັ້ນ​ຈະ​ເລົ່າ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ເຖິງ​ເຫດ​ການ​ທັງ​ປວງ​ຢູ່​ທີ່​ນີ້ 10 ອາ​ຣິດ​ຕາ​ໂຂ, ຜູ້​ຖືກ​ຄຸມ​ຂັງ​ຮ່ວມ​ກັບ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ ແລະ​ມາ​ຣະ​ໂກ​ນ້ອງ​ຂອງ​ບາ​ຣະ​ນາ​ບາ​ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າທັງ​ຫລາຍ​ເຫມືອນ​ກັນ (ເຣື່ອງ​ມາ​ຣະ​ໂກ​ນັ້ນ​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ຄຳ​ສັ່ງ​ແລ້ວ​ວ່າ ຖ້າ​ທ່ານໄປ​ຫາ​ພວກ​ເຈົ້າ​ຈົ່ງ​ຕ້ອນ​ຮັບ​ທ່ານ) 11 ແລະ​ເຢ​ຊູ, ຜູ້​ທີ່​ເຂົາ​ເອີ້ນກັນ​ວ່າ​ຢູ​ຊະ​ຕູ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ເຫມືອນ​ກັນ ໃນ​ບັນ​ດາ​ເພື່ອນ​ຮ່ວມ​ງານ​ຂອງ​ເຮົາ​ເພື່ອ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ມີ​ແຕ່​ຄົນ​ເຫລົ່າ​ນີ້​ເທົ່າ​ນັ້ນ​ທີ່​ມາ​ຈາກ​ຝ່າຍ​ພິ​ທີ​ຕັດ ແລະ​ເຂົາ​ເປັນ​ຜູ້​ຫນຸນ​ນ້ຳ​ໃຈ​ຂອງ​ເຮົາ 12 ເອ​ປາ​ຟາ, ຊຶ່ງ​ເປັນ​ຄົນ​ນຶ່ງ​ໃນ​ພວກ​ເຈົ້າ ແລະເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ​ເຫມືອນ​ກັນ ທ່ານ​ໄດ້​ອົດ​ສາ​ສູ້​ໃນ​ການ​ອ້ອນວອນ​ສຳ​ລັບ​ເຈົ້າ​ທັງ​ຫລາຍ​ຢູ່​ສເມີ ຫວັງ​ຈະ​ໃຫ້​ພວກ​ເຈົ້າ​ຕັ້ງ​ຫມັ້ນ​ຢູ່​ເປັນ​ຜູ້​ໃຫຍ່​ຖ້ວນ ແລະ​ຮັບ​ຄວາມ​ແນ່​ໃຈ​ອັນ​ແຫນ້ນ​ຫນາ​ໃນ​ທຸກ​ສິ່ງ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ 13 ເຮົາ​ເປັນ​ພຍານ​ຝ່າຍ​ທ່ານວ່າ ທ່ານ​ໄດ້​ເຮັດ​ການ​ຫນັກ​ຫນ່ວງ​ເພື່ອ​ພວກ​ເຈົ້າ ແລະ​ເພື່ອ​ຄົນ​ທີ່​ຢູ່​ເມືອງ​ລາວ​ດີ​ເກ​ອາ, ທັງ​ເປັນ​ຄົນ​ທີ່​ຢູ່​ເມືອງ​ເຮັຽ​ຣາ​ໂປ​ລີ, 14 ລູ​ກາ, ຫມໍ​ຢາ​ທີ່​ຮັກ ກັບ​ເດມາ​ນັ້ນ​ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ທັງ​ຫລາຍ 15 ເຮົາ​ຝາ​ກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ພວກ​ພີ່​ນ້ອງ​ທີ່​ຢູ່​ເມືອງ​ລາວ​ດີ​ເກ​ອາ ກັບນາງ​ນິມ​ຟາ ທັງ​ຄ​ຣິ​ສ​ຕະ​ຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ​ເຫມືອນ​ກັນ 16 ແລະ​ເມື່ອ​ເຈົ້າ​ທັງ​ຫລາຍ​ໄດ້​ອ່ານ​ຈົດ​ຫມາຍ​ສະ​ບັບ​ນີ້​ແລ້ວ ຈົ່ງ​ສົ່ງ​ໄປ​ໃຫ້​ອ່ານ​ໃນ​ຄຣິ​ສ​ຕະ​ຈັກ​ທີ່​ຢູ່​ເມືອງ​ລາວ​ດີ​ເກ​ອາ​ດ້ວຍ ແລ້​ວຈົດ​ຫມາຍ​ທີ່ມາຈາກ​ເມືອງ​ລາວ​ດີ​ເກ​ອາ​ນັ້ນ ພວກ​ເຈົ້າ​ຈົ່ງ​ອ່ານ​ເຫມືອນ​ກັນ 17 ແລະ​ຈົ່ງ​ບອກ​ອາ​ຂີ​ໂປ​ວ່າ, “ສ່ວນ​ການ​ບົວ​ລະ​ບັດ​ທີ່​ເຈົ້າ​ໄດ້​ຮັບ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ ຈົ່ງ​ລະ​ວັງ​ເຮັດ​ໃຫ້​ສຳ​ເຣັດ” 18 ຄຳ​ສະ​ແດງ​ຄວາມ​ຄຶດ​ເຖິງ​ນີ້​ເປັນ​ລາຍ​ມື​ຂອງ​ເຮົາ, ໂປ​ໂລ ຂໍ​ພວກ​ເຈົ້າ​ຈົ່ງ​ລະ​ນຶກ​ເຖິງ​ໂສ້​ຂອງ​ເຮົາ​ຖ້ອນ ຂໍ​ໃຫ້​ພຣະ​ຄຸ​ນ​ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ເທີນ

1 ເທຊະໂລນິກ 1

1 ໂປ​ໂລ ກັບ​ຊີລາ​ວານ ແລະ​ຕີ​ໂມ​ທຽວ ເຖິງ ຄ​ຣິ​ສ​ຕະ​ຈັກ​ຂອງ​ຊາວ​ເທ​ຊະ​ໂລ​ນິ​ກ​ໃນ​ພຣະ​ບິ​ດາ​ເຈົ້າ​ແລະ​ໃນ​ພຣະ​ອົງ​ເຈົ້າ​ເຢ​ຊູ​ຄຣິດ ຂໍໃຫ້​ພຣະ​ຄຸ​ນ​ແລະ​ສັນ​ຕິ​ສຸກ​ຈົ່ງ​ມີ​ຢູ່​ກັບ​ພີ່​ນ້ອງ​ທັງ​ຫລາຍ​ເທີນ

ຄວາມ​ເຊື່ອ​ແລະ​ແບບ​ຢ່າງ​ຂອງ​ຊາວ​ເທ​ຊະ​ໂລ​ນິກ

2 ພວກ​ເຮົາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ເພາະ​ເຈົ້າ​ທັງ​ປວງ​ຢູ່​ສເມີ ແລະ​ໃນ​ຄວາມ​ອ້ອນວອນ​ຂອງ​ພວ​ກ​ເຮົາ​ກໍ​ເອີ່ຍ​ເຖິງ​ພວກ​ເຈົ້າ​ຢູ່ 3 ໂດຍ​ບໍ່​ໄດ້​ຢຸດ​ຢັ້ງ​ໃນ​ການ​ລະ​ນຶກ​ເຖິງ​ກິ​ຈ​ການ​ຂອງ​ເຈົ້າ​ທັງ​ຫລາຍ ອັນ​ເກີດ​ມາ​ຈາກ​ຄວາມ​ເຊື່ອ ກັບ​ທັງ​ການ​ງານ​ອັນ​ຫນັກ​ຫນ່ວງ​ທີ່​ພວ​ກ​ເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມ​ຮັກ ແລະ​ຄວາມ​ຫມັ່ນ​ພຽນ​ອັນ​ມີ​ມາ​ຈາກ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ 4 ພີ່​ນ້ອງ​ທັງ​ຫລາຍ​ຜູ້​ເປັນ​ທີ່​ຮັກ​ຂອງ​ພຣະ​ເຈົ້າ​ເອີຍ, ພວກ​ເຮົາ​ຮູ້​ເຖິງ​ການ​ຊົງ​ເລືອກ​ເຈົ້າ​ທັງ​ຫລາຍ​ໄວ້​ແລ້ວ​ນັ້ນ 5 ເພາະ​ວ່າ​ຂ່າວ​ປະ​ເສີດ​ຂອງ​ເຮົາ​ບໍ່​ໄດ້​ມາ​ເຖິງ​ພວກ​ເຈົ້າ​ພໍ​ເປັນ​ແຕ່​ຖ້ອຍ​ຄຳ​ເທົ່າ​ນັ້ນ ແຕ່​ວ່າ​ໄດ້​ມາ​ດ້ວຍ​ຣິດ​ອຳ​ນາດ​ກັບ​ທັງ​ພຣະ​ວິນ​ຍານ​ບໍ​ຣິສຸດ ແລະ​ຄວາມ​ໄວ້​ວາງ​ໃຈ​ອັນ​ຄົບ​ຖ້ວນ​ຕາມ​ດັ່ງ​ເຈົ້າ​ທັງ​ຫລາຍ​ຮູ້​ວ່າ ພວກ​ເຮົາ​ກາຍ​ເປັນ​ຄົນ​ຢ່າງ​ໃດ​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ເພາະ​ເຫັນ​ແກ່​ເຈົ້າ​ທັງ​ຫລາຍ 6 ແລະ​ຝ່າຍພວກ​ເຈົ້າ, ກໍ​ໄດ້​ກາຍ​ເປັນ​ຜູ້​ຊອບ​ເອົາ​ຕາມ​ແບບ​ຢ່າງ​ຂອງ​ເຮົາ ພ້ອມ​ທັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ ເຖິງ​ແມ່ນວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ຖືກ​ຄວາມ​ຍາກ​ລຳ​ບາກ​ອັນ​ຫລວງ​ຫລາຍ​ກໍ​ຕາມ ພວກ​ເຈົ້າ​ກໍ​ໄດ້​ຮັບ​ພຣະ​ທັມ​ນັ້ນ​ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ທີ່​ມາ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 7 ຈົນ​ເຈົ້າ​ທັງ​ຫລາຍ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ແກ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ແລ້ວ ໃນ​ແຂວງ​ມາ​ເກ​ໂດ​ເນັຽ ແລະ​ແຂວງ​ອະ​ຂາ​ຢາ 8 ເພາະ​ວ່າ​ພຣະ​ທັມ​ຂອງ​ພຣະ​ອົງ​ເຈົ້າ​ໄດ້​ອອກ​ຈາກ​ພວກ​ເຈົ້າ​ຊ່າ​ລື​ກ້ອງ​ໄປ ບໍ່​ໃຊ່​ແຕ່​ໃນ​ແຂວງ​ມາເກ​ໂດ​ເນັຽ​ແລະ​ແຂວງ​ອະ​ຂາ​ຢາ​ເທົ່າ​ນັ້ນ ແຕ່​ຂ່າວ​ແຫ່ງ​ຄວາມ​ເຊື່ອ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ນັ້ນ​ໄດ້​ຊ່າ​ລືອອ​ກ​ໄປ​ທົ່ວ​ທຸກ​ແຫ່ງ​ຫົນ ຈົນ​ພວກ​ເຮົາ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ເວົ້າ​ອັນ​ໃດ​ອີກ 9 ດ້ວຍ​ວ່າ​ຄົນ​ເຫລົ່າ​ນັ້ນ​ເອງ​ກໍ​ໄດ້​ລາຍ​ງານ​ເຖິງ​ເຣື່ອງ​ພວກ​ເຮົາ​ວ່າ ເຮົາ​ໄດ້​ເຂົ້າ​ມາ​ຫາ​ເຈົ້າ​ດ້ວຍ​ຢ່າງ​ໃດ ແລະ​ພວກ​ເຈົ້າ​ໄດ້​ອ​ວ່າຍ​ຫນີ​ຈາກ​ພຣະ​ທຽມ​ມາ​ຫາ​ພຣະ​ເຈົ້າ​ດ້ວຍ​ຢ່າງ​ໃດ ເພື່ອ​ຮັບ​ໃຊ້​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່​ແລະ​ຜູ້​ທ່ຽງ​ທັມ 10 ແລະ​ຄອຍ​ຖ້າ​ພຣະ​ບຸດ​ຂອງ​ພຣະ​ອົງ​ຈາກ​ສວັນ ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ບຸດ​ນັ້ນ​ຄືນຂຶ້ນ​ມາ​ຈາກ​ຕາຍ ຄື​ພຣະ​ເຢ​ຊຜູ້​ໄດ້​ຊົງ​ໂຜດ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ​ຈາກ​ພຣະ​ພິ​ໂຣດ​ທີ່​ຈະ​ມີ​ມາ​ນັ້ນ

1 ເທຊະໂລນິກ 2

ກິ​ຈ​ການ​ງານ​ຂອງ​ໂປ​ໂລ​ໃນ​ເມືອງ​ເທ​ຊະ​ໂລ​ນິກ

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຈົ້າ​ເອງ​ກໍ​ຮູ້​ວ່າ ການ​ທີ່​ພວກ​ເຮົາ​ໄດ້​ມາ​ຫາ​ພຣະ​ເຈົ້າ​ນັ້ນ​ບໍ່​ເປັນ​ການ​ເສັຽ​ປ​ໂຍດ 2 ແຕ່​ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ທົນ​ການ​ຍາກ​ລຳ​ບາກ​ມາ​ກ່ອນ ແລະ​ໄດ້​ຮັບການ​ປະ​ຈານ​ຂາຍ​ຫນ້າ​ທີ່​ເມືອງ​ຟີ​ລິບ​ປອຍ ຕາມ​ດັ່ງ​ເຈົ້າ​ທັງ​ຫລາຍ​ຮູ້​ຢູ່​ແລ້ວ​ນັ້ນ ພວກ​ເຮົາ​ກໍ​ຍັງ​ມີ​ໃຈ​ກ້າ​ໃນ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ເພື່ອ​ປະ​ກາດ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຈົ້າ​ແກ່​ພວກ​ເຈົ້າ ດ້ວຍ​ມີ​ການ​ຕໍ່​ສູ້​ຢ່າງ​ຫລວງ​ຫລາຍ 3 ເພາະ​ວ່າ​ຄຳ​ເຕືອນ​ສະ​ຕິ​ຂອງ​ພວກ​ເຮົາ​ບໍ່​ໃຊ່​ເນື່ອງ​ມາ​ຈາກ​ຄວາມ​ຫລົງ​ຜິດ ຫລື​ການ​ຊົ່ວ​ຮ້າຍ ຫລື​ກົນ​ອຸບາຍ 4 ແຕ່​ຕາມ​ດັ່ງ​ພຣະ​ເຈົ້າ​ໄດ້​ຊົງ​ລອງ​ເບິ່ງ​ໃຈ​ຂອງ​ເຮົາ ຈຶ່ງ​ຊົງ​ເຫັນ​ຊອບ​ທີ່​ຈະ​ມອບ​ຂ່າວ​ປະ​ເສີດ​ໄວ້​ກັບ​ເຮົາ ດັ່ງ​ນີ້​ພວກ​ເຮົາ​ຈີ່ງ​ກ່າວ​ຢູ່ ບໍ່​ໃຊ່​ເພື່ອ​ໃຫ້​ຊອບ​ໃຈ​ມະ​ນຸດ​ແຕ່​ເພື່ອ​ໃຫ້​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ຜູ້​ຊົງ​ຊັນ​ນະ​ສູດ​ເບິ່ງ​ໃຈ​ຂອງ​ເຮົາ​ທັງ​ຫລາຍ 5 ເພາະ​ວ່າ​ພວກ​ເຮົາ​ບໍ່​ໄດ້​ໃຊ້​ຖ້ອຍ​ຄຳ​ຖ​ແລງ​ຍ້ອງ​ຍໍ​ຈັກ​ເທື່ອ ຕາ​ມດັ່ງ​ທີ່​ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ ຫລື​ບໍ່​ໄດ້​ໃຊ້​ກົນ​ອຸ​ບາຍ​ປົກ​ບັງ​ໂລ​ພະ​ຕັນ​ຫາ​ໄວ້ ພຣະ​ເຈົ້າ​ຊົງ​ເປັນ​ພຍານ​ຝ່າຍ​ພວກ​ເຮົາ 6 ເຖິງ​ແມ່ນ​ວ່າເຮົາ​ເປັນ​ອັ​ຄ​ສາ​ວົກຂອງ​ພຣະ​ຄຣິດ​ແລະ​ມີ​ສິດ​ຮຽກ​ຮ້ອງ​ໄດ້ ເຮົາ​ກໍ​ບໍ່​ໄດ້​ສ​ແວງ​ຫາ​ກຽດ​ຕິ​ຍົດ​ຈາກ​ມະ​ນຸດ ບໍ່​ວ່າ​ຈະ​ມາ​ຈາກ​ພວກ​ເຈົ້າ​ຫລື​ຈາກ​ຄົນ​ອື່ນ 7 ແຕ່​ວ່າ​ພວກ​ເຮົາ​ໄດ້​ຢູ່​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ດ້ວຍ​ໃຈ​ສຸ​ພາບ​ອ່ອນ​ໂຍນ ເຫມືອນ​ດັ່ງ​ແມ່​ທີ່​ລ້ຽງ​ລູກ​ອ່ອນ​ນ້ອຍ​ຂອງ​ຕົນ 8 ເມື່ອ​ພວກ​ເຮົາ​ມີ​ໃຈ​ຮັກ​ແພງ​ເຈົ້າ​ທັງ​ຫລາຍ​ດັ່ງ​ນີ້​ແລ້ວ ເຮົາ​ກໍ​ມີ​ໃຈ​ພ້ອມ​ທີ່​ຈະ​ເຜື່ອ​ແຜ່ ບໍ່​ໃຊ່​ແຕ່​ພ​ຽງ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ ແຕ່​ມີ​ໃຈ​ພ້ອມ​ທີ່​ຈະ​ສ​ລະ​ຊີ​ວິດ​ຈິດໃຈ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າດ້ວຍ ເພາະ​ວ່າ​ພວກ​ເຈົ້າ​ເກີດ​ເປັນ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ 9 ພີ່​ນ້ອງເອີຍ, ເຈົ້າ​ທັງ​ຫລາຍ​ຄົງ​ຈຳ​ໄດ້​ເຖິງ​ການ​ອັນ​ຫນັ​ກ​ຫນ່ວງ​ແລະ​ຄວາມ​ລຳ​ບາກ​ຂອງ​ພວກ​ເຮົາ ເມື່ອ​ເວ​ລາ​ພວກ​ເຮົາ​ໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ຂອງ​ພຣະ​ເຈົ້າ​ແກ່​ເຈົ້າ​ທັງ​ຫລາຍ ເຮົາ​ໄດ້​ເຮັດ​ການ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ເພື່ອ​ຈະ​ບໍ່​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າ​ໄດ້​ຮັບ​ພາ​ຣະ​ອັນ​ຫນັກຍ້ອນ​ພວກ​ເຮົາ 10 ຝ່າຍ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ພຍານ​ແລະ​ພຣະ​ເຈົ້າ​ຊົງ​ເປັນ​ພຍານ​ເຫມືອນ​ກັນວ່າ ເຮົາ​ໄດ້​ປະ​ຕິ​ບັດ​ຕົນ​ຢ່າງ​ບໍ​ຣິ​ສຸດ ທ່ຽງ​ທັມ ແລະ​ບໍ່​ມີ​ຂໍ້​ຕິ​ຕຽນ​ໄດ້​ຢ່າງ​ໃດ​ໃນ​ຖ້າມ​ກາງ​ເຈົ້າ​ທັງ​ຫລາຍ​ທີ່​ເຊື່ອ​ແລ້ວ 11 ຕາມ​ດັ່ງ​ເຈົ້າ​ທັງ​ຫລາຍ​ຊາບ​ແລ້ວ​ວ່າ ເຮົາ​ໄດ້​ເຮັດ​ນຳ​ພວກ​ເຈົ້າ​ທຸກ​ຄົນ​ເຫມືອນ​ພໍ່​ກັບ​ລູກ​ຂອງ​ຕົນ 12 ຄື​ໄດ້​ເຕືອນ​ສະ​ຕິ​ຫນຸນ​ໃຈ​ພວກ​ເຈົ້າ ແລະ​ສັ່ງ​ເນັ້ນ​ພວກ​ເຈົ້າ​ເພື່ອ​ໃຫ້​ດຳ​ເນີນ​ຊີ​ວິດ​ຕາມ​ຢ່າງ​ສົມ​ຄວນ​ຕໍ່​ພຣະ​ເຈົ້າ ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງ​ຫລາຍ​ໃຫ້​ເຂົ້າ​ມາ​ໃນ​ຣາ​ຊ​ອາ​ນາ​ຈັກ ແລະ​ໃນ​ສະ​ງ່າ​ຣາ​ສີ​ຂອງພຣະ​ອົງ​ເອງ 13 ເພາະ​ເຫ​ດ​ນີ້​ແຫລະ​, ພວກ​ເຮົາ​ຈຶ່ງຂອບ​ພຣະ​ຄຸນພຣະ​ເຈົ້າ​ໂດຍ​ບໍ່​ຢຸດ​ບໍ່​ຢັ້ງ ເພາະ​ເມື່ອ​ພວ​ກ​ເຈົ້າ​ໄດ້​ຮັບ​ເອົາ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ຍິນ​ຈາກ​ພວກ​ເຮົາ​ນັ້ນ ພວກ​ເຈົ້າ​ບໍ່​ໄດ້​ຕ້ອນ​ຮັບ​ເອົາ​ເຫມືອນ​ເປັນ​ຂໍ້​ຄວາມ​ຂອງ​ມະ​ນຸດ ແຕ່​ໄດ້​ຮັບ​ເອົາ​ຕາມ​ຄວາມ​ເປັນ​ຈີງ​ເຫມືອນ​ເປັນ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ທີ່​ດຳ​ເນີນ​ງານ​ຢູ່​ພາຍໃນ​ເຈົ້າ​ທັງ​ຫລາຍ​ທີ່​ເຊື່ອ 14 ພີ່​ນ້ອງ​ເອີຍ, ເຈົ້າ​ທັງ​ຫລາຍ​ໄດ້​ກາຍ​ເປັນ​ຜູ້​ປະ​ຕິ​ບັດ​ຕາມ​ແບບຢ່າງ​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ​ໃນ​ແຂວງ​ຢູ​ດາ ຊຶ່ງ​ເປັນ​ຂອງ​ພຣະ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ ເພາະ​ວ່າ​ເຈົ້າ​ທັງ​ຫລາຍ​ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳ​ບາກ​ຈາກ​ເພື່ອນ​ຮ່ວມ​ຊາດ​ຂອງ​ຕົນ ເຫມືອນ​ຄຣິ​ສ​ຕະ​ຈັກ​ນັ້ນ​ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳ​ບາກ​ຈາກ​ພວກ​ຢູ​ດາ​ດ້ວຍ 15 ແມ່ນ​ພວກ​ຢູ​ດາ​ນັ້ນ​ແຫລະ​, ທີ່​ໄດ້​ປະ​ຫານ​ຊີ​ວິດ​ພຣະ​ເຢ​ຊູ​ຄຣິດ ກັ​ບ​ທັງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ໄດ້​ຂັບ​ໄລ່​ພວກ​ເຮົາ​ໃຫ້​ຫນີ​ໄປ ເຂົາ​ຂັດ​ພຣະ​ທັຍ​ພຣະ​ເຈົ້າ​ທັງ​ຕໍ່​ສູ້​ຄົນ​ທັງ​ປວງ 16 ໂດຍ​ທີ່​ເຂົາ​ໄດ້​ຫ້າມ​ປາມ​ພວກ​ເຮົາ​ບໍ່​ໃຫ້​ກ່າວ​ແກ່​ຄົນ​ຕ່າງ​ຊາດ ເພື່ອ​ຄົນ​ເຫລົ່າ​ນັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດ​ບາບ​ທີ່​ເຂົາ​ເຮັດ​ມາ​ນັ້ນ​ຈະ​ຄົບ​ຖ້ວນ ແຕ່​ໃນ​ທ້າຍ​ສຸດ​ພຣະ​ພິ​ໂຣດ​ໄດ້​ຕົກ​ໃສ່​ເຂົາ​ແລ້ວ”

ຈຸດ​ປະ​ສົງ​ຂອງ​ໂປ​ໂລ​ຢາກ​ໄປ​ຢາມ​ຄ​ຣິ​ສ​ຕະ​ຈັກ​ອີກ

17 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ແຕ່​ເມື່ອ​ພວກ​ເຮົາ​ໄດ້​ຖື​ກ​ພັດ​ພາກ​ຈາກ​ພວກ​ເຈົ້າ​ໄປ​ຈັກ​ຫວ່າງ​ນຶ່ງ ກໍ​ພາກ​ໄປ​ແຕ່​ຮ່າງ​ກາຍ​ເທົ່າ​ນັ້ນບໍ່​ແມ່ນ​ຈິດ​ໃຈ ເຮົາຈຶ່ງ​ເປັນ​ພຍານ​ດ້ວຍ​ຄວາມ​ປາ​ຖ​ນາ​ຢ່າງ​ຮ້ອນ​ຮົນ ຊອກ​ຫາ​ໂອ​ກາດ​ເພື່ອ​ເຫັນ​ຫນ້າ​ພວກ​ເຈົ້າ 18 ດ້ວຍ​ເຫ​ດ​ນັ້ນ​ພວກ​ເຮົາ​ມີ​ໃຈ​ປະ​ສົງ​ຢາກ​ມາ​ຫາ​ພວກ​ເຈົ້າ (ເຮົາ, ໂປ​ໂລ ຫມາຍ​ໃຈ​ຈະ​ມາ​ເທື່ອ​ນຶ່ງ​ສອງ​ເທື່ອ​ແລ້ວ) ແຕ່​ວ່າ​ຊາ​ຕານ​ໄດ້​ມາ​ຂັດ​ຂວາງ​ພວກ​ເຮົາ​ໄວ້) 19 ດ້ວຍ​ວ່າແມ່ນ​ສິ່ງ​ໃດ​ຈະ​ເປັນ​ທີ​ຫວັງ​ໃຈ​ຂອງ​ເຮົາ​ ຫລື​ທີ່​ຊົມ​ຊື່ນ​ຍິນ​ດີ ຫລື​ພວງ​ມາ​ລັຍ​ອັນ​ໃຫ້​ມີ​ຄວາມອວດ​ອ້າງ​ຊ້ອງ​ພຣະ​ພັກ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ເມື່ອ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ປາ​ກົດ ບໍ່​ແມ່ນ​ພວກ​ເຈົ້າ​ດອກ​ຫລື 20 ເຫດ​ວ່າ​ເຈົ້າ​ທັງ​ຫລາຍ​ນັ້ນ​ແຫລະ​, ເປັນ​ກຽດ​ຕິ​ຍົດ​ແລະ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອງ​ເຮົາ​ທັງ​ຫ​ລາຍ

1 ເທຊະໂລນິກ 3

1 ເຫດສັນ​ນັ້ນ, ຄັນ​ເຮົາ​ອົດ​ຢູ່​ຕໍ່​ໄປ​ອີກ​ບໍ່​ໄດ້ ຈຶ່ງ​ເຫັນ​ດີ​ໃຫ້​ເຂົາ​ປະ​ເຮົາ​ຜູ້​ດຽວ​ຢູ່​ກຸງ​ອາ​ເທນ 2 ແລະ​ໄດ້​ໃຊ້​ຕີ​ໂມ​ທຽວ​ພີ່​ນ້ອງ​ຂອງ​ເຮົາ ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ຝ່າຍ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ຄຣິດ​ໃຫ້​ໄປ​ຫາ​ເຈົ້າ​ທັ​ງຫລາຍ ເພື່ອ​ຈະ​ຕັ້ງ​ພວກ​ເຈົ້າ​ໄວ້​ໃຫ້​ຫມັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເຣື່ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ 3 ເພື່ອ​ບໍ່​ໃຫ້​ມີ​ໃຜ​ຈັກ​ຄົນ​ວຸ້ນ​ວາຍ​ໄປ​ດ້ວຍ​ເຫດ​ການ​ລຳ​ບາກ​ທັງ​ຫລາຍ​ນີ້ ເຈົ້າ​ທັງ​ຫລາຍ​ກໍ​ຊາບ​ແລ້ວ​ວ່າ ເຮົາ​ທັງ​ຫລາຍ​ຖືກ​ຊົງ​ກຳ​ນົດ​ໄວ້​ແລ້ວ​ສຳ​ລັບ​ການ​ນັ້ນ 4 ດ້ວຍ​ວ່າ, ເມື່ອ​ໄດ້​ຢູ່​ນຳ​ເຈົ້າ​ທັງ​ຫລາຍ ພວກ​ເຮົາ​ໄດ້​ບອກ​ເຈົ້າ​ລ່​ວງ​ຫນ້າ​ໄວ້​ແລ້ວ​ວ່າ ເຮົາ​ຄົງ​ຈະ​ຖືກ​ການ​ຍາກ​ລຳ​ບາກ​ຕາມ​ດັ່ງ​ໄດ້​ເກີດ​ມີ​ມາ​ແລ້ວ ຕາມ​ທີ່​ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ​ນັ້ນ 5 ດ້ວຍ​ເຫດ​ນັ້ນ, ຄັນ​ເຮົາ​ອົດ​ຢູ່​ຕໍ່​ໄປ​ອີກ​ບໍ່​ໄດ້ ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ ຢ້ານ​ວ່າ​ຜູ້​ທົດ​ລອງ​ນັ້ນ​ຈະ​ໄດ້​ທົດ​ລອງ​ເຈົ້າ​ທັງ​ຫລາຍ​ດ້ວຍ​ຢ່າງ​ນຶ່ງ​ຢ່າງ​ໃດ ແລ້ວ​ການ​ຫນັກ​ຫນ່ວງ​ຂອງ​ເຮົາ​ກໍ​ຈະ​ກາຍ​ເປັນ​ການ​ເສັຽ​ປ​ໂຍດ 6 ແຕ່​ບັດ​ນີ້​ຕີ​ໂມ​ທຽວ​ໄດ້​ກັບ​ມາ​ຈາກ​ເຈົ້າ​ທັງ​ຫລາຍ ຫາ​ກໍ​ມາ​ຮອດ​ພວກ​ເຮົາ​ແລະ​ໄດ້​ນຳ​ຂ່າວ​ດີມາ​ບອກ​ພວກ​ເຮົາ​ດ້ວຍ​ເຣື່ອງ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ຂອງ​ພວກ​ເຈົ້າ ກັບທັງ​ບອກວ່າ​ເຈົ້າ​ທັງ​ຫລາຍ​ມີ​ຄວາມຄຶດ​ເຖິງ​ພວກ​ເຮົາ​ຢ່າງ​ດີ​ຢູ່​ສເມີ ແລະ​ປາ​ຖ​ນາ​ຢ່າງ​ຫລວງ​ຫລາຍ​ຢາກ​ເຫັນ​ພວກ​ເຮົາເຫ​ມືອນ​ດັ່ງ​ພວກ​ເຮົາ​ໄດ້​ປາ​ຖ​ນາ​ຢາກ​ເຫັນ​ພວກ​ເຈົ້າ​ນັ້ນ 7 ດ້ວຍ​ເຫ​ດນີ້​ແຫລະ ພີ່ນ້ອງ​ທັງ​ຫລາຍເອີຍ, ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ນັ້ນ​ໄດ້​ເຣັດ​ໃຫ້​ເຮົາ​ບັນ​ເທົາ​ຈາກ​ຄວາມ​ທຸກ​ຍາກ ແລະ​ຄວາມ​ລຳ​ບາກ​ຂອງ​ພວກ​ເຮົາ​ທຸກ​ປະ​ການ 8 ເພາະ​ວ່າ​ເມື່ອ​ເຈົ້າ​ທັງ​ຫ​ລາຍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຊີ​ວິດ​ຂອງ​ເຮົາ​ກໍ​ສົດ​ຊື່ນ 9 ເຮົາ​ຈະ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ​ເພາະ​ເຈົ້າ​ທັງ​ຫລາຍ​ຢ່າງ​ໃດ​ອີກ ຈຶ່ງ​ຈະ​ເຫມາະ​ສົມ​ສຳ​ລັບ​ຄວາມ​ຊົມ​ຊື່ນ​ຍິນ​ດີທັງ​ຫມົດ​ທີ່​ເຮົາ​ມີ​ຢູ່​ຍ້ອນ​ພວກ​ເຈົ້າ​ຊ້ອງ​ພຣະ​ພັກ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 10 ຍາມ​ເມື່ອ​ພວກ​ເຮົາ​ໄດ້​ອ້ອນວອນ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ຢ່າງ​ຫລວງ​ຫລາຍ ເພື່ອ​ຈະ​ໄດ້​ເຫັນ​ຫນ້າ​ເຈົ້າ​ທັງ​ຫລາຍ​ອີກ ທັງ​ຈະ​ໄດ້​ເພີ້ມ​ເຕີມ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ ສ່ວນ​ທີ່​ຍັງ​ບົກ​ພ່ອງ​ຢູ່​ນັ້ນ​ໃຫ້​ຄົບ​ບໍ​ຣິ​ບູນ 11 ອັນ​ນຶ່ງ, ຂໍ​ພຣະ​ເຈົ້າ​ຄື​ພຣະ​ບິ​ດາ​ແລະ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈົ່ງ​ຊົງ​ນຳ​ທາງ​ເຮົາ​ໄປ​ຫາ​ພວກ​ເຈົ້າ 12 ແລະ​ເຮົາ​ກໍ​ທູນ​ຂໍ​ພຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ພວກ​ເຈົ້າຈະ​ເຣີນ​ຂຶ້ນ ແລະ​ລົ້ນ​ເຫລືອ​ໄປ​ດ້ວຍ​ຄວາມ​ຮັກ​ກັນ​ແລະ​ກັນ ທັງ​ຮັກ​ຄົນ​ທັງ​ປວງ​ເຫມືອນ​ດັ່ງ​ພວກ​ເຮົາ​ໄດ້​ຮັກ​ເຈົ້າ​ທັງ​ຫລາຍ​ນັ້ນ​ແຫລະ 13 ເພື່ອພຣະ​ອົງ​ຈະ​ໄດ້​ຊົງ​ຊູ​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ຫມັ້ນ​ຄົງ​ຢູ່​ໃນ​ຄວາມ​ບໍ​ຣິ​ສຸດ ໂດຍ​ບໍ່​ມີ​ຂໍ້​ຕິ​ຕຽນ​ໄດ້​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ ໃນ​ເມື່ອ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ພວກ​ເຮົາຈະ​ສະ​ເດັດ​ມາ​ປາ​ກົດ ກັບ​ພວກ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ອົງ

1 ເທຊະໂລນິກ 4

ຊີ​ວິດ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ທ້າຍ​ສຸດ​ນີ້​ພວກ​ເຮົາ​ວອນ​ຂໍ ​ແລະ​ເຕືອນ​ສະ​ຕິ​ເຈົ້າ​ທັງ​ຫລາຍ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ວ່າ ພວກ​ເຈົ້າ​ໄດ້​ຮຽນ​ຈາກ​ເຮົາ​ແລ້ວ​ວ່າ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ຊີ​ວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ​ເຫມືອນ​ດັ່ງ​ພວກ​ເຈົ້າ​ກຳ​ລັງ​ປະ​ຕິ​ບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະ​ຕິ​ບັດ​ດັ່ງ​ນັ້ນ​ໃຫ້​ຫລາຍ​ກວ່າ​ເກົ່າ 2 ດ້ວຍ​ວ່າ​ເຈົ້າ​ທັງ​ຫລາຍ​ຮູ້​ຈັກ​ຂໍ້​ຄວາມ​ທັງ​ຫລາຍທີ່​ພວກ​ເຮົາ​ໄດ້​ສັ່ງ​ໄວ້​ແກ່​ພວກ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ແລ້ວ 3 ອັນ​ນີ້​ແຫລະ, ເປັນ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຄື​ໃຫ້​ເຈົ້າ​ທັງ​ຫລາຍ​ເປັນ​ຄົນ​ບໍ​ຣິ​ສຸດ ໃຫ້​ພວກ​ເຈົ້າ​ລະ​ເວັ້ນ​ຈາກ​ການ​ຜິດ​ຊາຍ​ຍິງ 4 ໃຫ້​ເຈົ້າ​ທຸກ​ຄົນ​ຮູ້​ຈັກ​ມີ​ພັຣ​ຍາ​ໃນ​ທາງບໍ​ຣິ​ສຸດ ແລະ​ໃນ​ທາງ​ນັບ​ຖື 5 ບໍ່​ໃຊ່​ດ້ວຍ​ຣາ​ຄະ​ຕັນ​ຫາ​ຕາ​ມດັ່ງ​ພວກນອກ​ຊາດ​ທີ່​ບໍ່​ຮູ້​ຈັກ​ພຣະ​ເຈົ້າ 6 ຢ່າ​ໃຫ້​ຜູ້​ໃດ​ລ່ວງ​ເກີນ​ແລະ​ເຮັດ​ຜິດ​ຕໍ່​ພີ່​ນ້ອງ​ຂອງ​ຕົນ​ໃນ​ເຣື່ອງ​ນີ້ ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຊົງ​ແກ້​ແຄ້ນ​ຄົນ​ທີ່​ເຮັດ​ຜີດແນວ​ນັ້​ນ ຕາມ​ດັ່ງ​ພວກ​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ຢ່າງ​ຫນັກ​ແຫນ້ນ​ໄວ້​ກ່ອນ​ແລ້ວ 7 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ເອີ້​ນ​ພວກ​ເຮົາ​ໃຫ້​ເປັນ​ຄົນ​ຊົ່ວ​ຮ້າຍ ແຕ່​ວ່າ​ເພື່ອ​ໃຫ້​ເປັນ​ຄົນ​ບໍ​ຣິ​ສຸດ 8 ສັນ​ນັ້ນ​ຜູ້​ທີ່​ຝ່າ​ຝືນ​ນັ້ນ​ກໍ​ບໍ່​ຝ່າ​ຝືນ​ຕໍ່​ມະ​ນຸດ ແຕ່​ຝ່າ​ຝືນ​ຕໍ່​ພຣະ​ເຈົ້າ ຜູ້​ຊົງໂຜດ​ປະ​ທານ​ພຣະ​ວິນ​ຍານບໍ​ຣິ​ສຸດ​ຂອງພຣະ​ອົ​ງໃຫ້ແກ່​ເຈົ້າ​ທັງ​ຫລາຍ 9 ສ່ວນເຣື່ອງ​ການ​ຮັກ​ພີ່​ນ້ອງ​ທັງ​ຫລາຍ​ນັ້ນ, ເຮົາ​ບໍ່​ຈຳ​ເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກ​ເຈົ້າ ເພາະ​ເຈົ້າ​ເອງ​ກໍ​ໄດ້​ຮັບ​ການ​ຊົງ​ສັ່ງ​ສອນ​ຈາກ​ພຣະ​ເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນ​ແລະ​ກັນ 10 ທີ່​ຈິງ, ເຈົ້າ​ທັງ​ຫລາຍ​ກຳ​ລັງ​ເຮັດ​ດັ່ງ​ນັ້ນ​ແກ່​ພວກ​ພີ່​ນ້ອງ​ທັງ​ປວງ​ຕລອດ​ທົ່ວ​ແຂວງ​ມາ​ເກ​ໂດ​ເນັຽ​ແລ້ວ ແຕ່​ພີ່​ນ້ອງ​ເອີຍ, ພວກ​ເຮົາ​ເຕືອນ​ສະ​ຕິ​ເຈົ້າ​ທັ​ງ​ຫລາຍ​ໃຫ້​ເຮັດ​ດັ່ງ​ນັ້ນ​ຫລາຍກວ່າ​ເກົ່າ 11 ແລະ​ຈົ່ງ​ຕັ້ງ​ເປົ້າ​ຫມາຍ​ວ່າ​ຈະ​ຢູ່​ຢ່າງ​ສ​ງົບ ເຮັດ​ການ​ກ່ຽວ​ກັບ​ກິດ​ທຸ​ຣະ​ສ່ວນ​ຂອງ​ຕົນ ທັງ​ເຮັດ​ວຽກ​ດ້ວຍ​ມື​ຂອງ​ຕົນ​ເອງ ຕາມ​ດັ່ງ​ພ​ວກ​ເຮົາ​ໄດ້​ສັ່ງ​ເຈົ້າ​ທັງ​ຫລາຍ​ໄວ້​ແລ້ວ 12 ເພື່ອ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ທີ່​ນັບ​ຖື​ແກ່​ຄົນ​ພາຍນອກ ແລ້ວ​ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ອາ​ໄສຄົນ​ອື່ນ

ຖາ​ນະ​ຂອງ​ຄົນ​ຕາຍ​ແລະ​ຄົນ​ເປັນ​ໃນ​ວັນ​ທີ່​ພຣະ​ເຢ​ຊູ​ຈະ​ສະ​ເດັດ​ກັບ​ມາ

13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ຢາກ​ໃຫ້​ເຈົ້າ​ທັງ​ຫລາຍ​ຮູ້​ຄວາມ​ຈີງ​ເຣື່ອງ​ຄົນ​ທີ່​ຫລັບ​ໄປ​ນັ້ນ ເພື່​ອ​ພວກ​ເຈົ້າ​ຈະ​ບໍ່​ໂສກ​ເສົ້າ​ເຫມືອນ​ດັ່ງ​ຄົນ​ອື່ນ​ທີ່​ບໍ່​ມີ​ຄວາມ​ຫວັງ 14 ເພາະ​ໃນ​ເມື່ອ​ເຮົາ​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຊົງ​ສີ້ນ​ພຣະ​ຊົນ​ແລະ​ຊົງ​ຄືນ​ພຣະ​ຊົນ​ແລ້ວ ໂດຍ​ພຣະ​ເຢ​ຊູ​ນັ້ນ​ແຫລະ​, ພຣະ​ເຈົ້າ​ຈະ​ຊົງ​ນຳ​ບັນ​ດາ​ຄົນ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ​ໃຫ້​ມາ​ກັບ​ພຣະ​ອົງ 15 ໃນ​ຂໍ້​ນີ້​ເຮົາ​ບອ​ກ​ເຈົ້າ​ທັງ​ຫລາຍ​ຕາມ​ພຣະ​ທັມ​ຂອງ​ອົງ​​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພ​ວກ​ເຮົາ​ຜູ້​ຍັງ​ເປັນ​ຢູ່​ແລະ​ຄອຍ​ຖ້າ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຮົາ​ຈະ​ລ່ວງ​ຫນ້າ​ໄປ​ກ່ອນ​ພວກ​ຄົນ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ​ກໍ​ບໍ່​ໄດ້​ແທ້ 16 ດ້ວຍ​ວ່າ​ຈະ​ມີ​ຄຳ​ສັ່ງ​ອັນ​ດັງ ຈະ​ມີ​ສຽງ​ຂອງ​ອັ​ຄ​ເທວະ​ດາ ແລະ​ສຽງ​ແກ​ຂອງ​ພຣະ​ເຈົ້າ ແລ້ວ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ລົງ​ມາ​ຈາກ​ສວັນ ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ຄຣິດ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຈະ​ຄື​ນ​ຂຶ້ນ​ມາ​ກ່ອນ 17 ຫລັງ​ຈາກ​ນັ້ນ​ເຮົາ​ທັງ​ຫລາຍ​ຜູ້​ມີ​ຊີ​ວິດ​ຍັງ​ເປັນ​ຢູ່​ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັນ​ກັບ​ຄົນ​ພວກ​ນັ້ນ ແລະ​ຈະ​ພົບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຟ້າ​ອາ​ກາດ ຢ່າງ​ນັ້ນ​ແຫລະ, ພວກ​ເຮົາ​ກໍ​ຈະ​ຢູ່​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ນິດ 18 ເຫ​ດ​ສັນ​ນັ້ນ​ຈົ່ງ​ເລົ້າ​ໂລມ​ອອຍ​ໃຈ​ກັນ​ແລະ​ກັນ ດ້ວຍ​ຂໍ້​ຄວາມ​ທັງ​ຫລາຍ​ນີ້​ເທີນ

1 ເທຊະໂລນິກ 5

ຈົ່ງ​ຈັດ​ຕຽມ​ພ້ອມ​ພຽງ​ກັນ​ເມື່ອ​ພຣະ​ເຢ​ຊູ​ສະ​ເດັດ​ກັບ​ມາ

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ເຣື່ອງ​ເວ​ລາ​ແລະ​ວັນ​ທີ່​ຊົງ​ກຳ​ນົດ​ໄວ້ນັ້ນ ບໍ່​ຈຳ​ເປັນ​ຕ້ອງ​ຂຽນ​ບອກ​ໃຫ້​ພວກ​ເຈົ້າ​ຮູ້ 2 ເພາະ​ວ່າ​ເຈົ້າ​ເອງ​ຮູ້​ດີ​ແລ້ວວ່າ ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຫມືອນ​ຂະ​ໂມຍ​ມາ​ໃນ​ເວ​ລາ​ກາງ​ຄືນ 3 ເມື່ອ​ໃດ​ເຂົາ​ຫາກ​ເວົ້າ​ວ່າ, “ສ​ງົບ​ສຸກ​ແລະ​ປອດ​ພັຍ​ຢູ່​ແລ້ວ” ເມື່ອ​ນັ້ນ​ແຫລະ​, ຄວາມ​ວິ​ນາດ​ຈິບ​ຫາຍ​ກໍ​ຈະ​ມາ​ເຖິງ​ເຂົາ​ໃນ​ທັນ​ທີ ເຫມືອນ​ດັ່ງ​ຄວາມ​ເຈັບ​ປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ເຂົາ​ຈະ​ຫນີ​ບໍ່​ພົ້ນ​ເປັນ​ແນ່ 4 ແຕ່​ວ່າ​ພີ່​ນ້ອງ​ເອີຍ, ພວກ​ເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃນ​ຄວາມ​ມືດ​ແລ້ວ ເຫມືອນ​ວັນ​ນັ້ນ​ຈະ​ມາ​ໂດດ​ໃສ່​ເຈົ້າ​ເຫມືອນ​ດັ່ງ​ຂະ​ໂມຍ​ມາ 5 ເຫດ​ວ່າ​ເຈົ້າ​ທັງປວງ​ເປັນ​ຝ່າຍ​ກາງເວັນ ພວກ​ເຮົາ​ບໍ່​ເປັນ​ຝ່າຍ​ກາງ​ຄືນ​ຫລື​ຝ່າຍ​ຄວາມ​ມືດ 6 ສັນ​ນັ້ນ​ແຫລະ​, ຢ່າ​ໃຫ້​ເຮົາ​ທັງ​ຫລາຍ​ຫລັບ​ຢູ່​ເຫມືອນ​ດັ່ງ​ຄົນ​ອື່ນ ແຕ່​ໃຫ້​ເຮົາ​ເຝົ້າ​ລະ​ວັງ ​ແລະ​ຢ່າ​ເມົາ​ມົວ 7 ເພາະ​ວ່າ​ຄົນ​ທີ່​ນອນ​ຫລັບ​ກໍ​ຫລັບ​ໃນ​ກາງ​ຄືນ​ແລະ​ຄົນ​ເມົາ​ເຫລົ້າ​ກໍ​ເມົາ​ໃນ​ກາງ​ຄືນ 8 ແຕ່​ສ່ວນ​ພວກ​ເຮົາ​ຜູ້​ເປັນ​ຝ່າຍ​ກາງ​ເວັນ​ຢ່າ​ໃຫ້​ເຮົາ​ເມົາ​ມົວ​ຢູ່ ຈົ່ງ​ສຸ​ບ​ເອົາ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ເປັນ​ເຄື່ອງ​ປ້ອງ​ກັນ​ຫນ້າ​ເອີກ​ໄວ້​ ແລະ​ເອົາ​ຄວາມ​ໄວ້​ໃຈ​ວ່າ​ຈະ​ໄດ້​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງ​ຫົວ​ໄວ້ 9 ເຫດ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ຕັ້ງ​ແຕ່ງ​ເຮົາ​ທັງ​ຫລາຍ​ໄວ້​ສຳ​ລັບ​ພຣະ​ພິ​ໂຣດ ແຕ່​ວ່າ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ພົ້ນ​ດ້ວຍ​ທາງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ 10 ຜູ້​ໄດ້​ຊົງ​ສ​ລະ​ພຣະ​ຊົນ​ເພື່ອ​ພວກ​ເຮົາ​ທັງ​ຫລາຍ ເພື່ອ​ວ່າ​ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຕື່ນ​ຫລື​ຫລັບ​ຢູ່​ກໍ​ດີ​ ເຮົາ​ທັງ​ຫລາຍ​ຈະ​ໄດ້​ມີ​ຊີ​ວິດ​ດ້ວຍ​ກັນ​ກັບ​ພຣະ​ອົງ 11 ດ້ວຍເຫດ​ນີ້​ຈົ່ງ​ເລົ້າ​ໂລມ​ອອຍ​ໃຈ​ກັນ​ແລະ​ກັນ ແລະ​ຈົ່ງ​ຊ່ອຍ​ກັນ​ໃຫ້​ມີ​ຄວາມ​ຈະ​ເຣີນ​ຂື້​ນ​ຕາມ​ດັ່ງ​ເຈົ້າ​ທັງ​ຫລາຍ​ເຮັດ​ຢູ່​ນັ້ນ

ຄວາມ​ເຕືອນ​ສະ​ຕິ​ເທື່ອ​ສຸດ​ທ້າຍ

12 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ວອນ​ຂໍ​ໃຫ້​ເຈົ້າ​ທັງ​ຫລາຍ​ຮັບຮູ້​ຄົນ​ທີ່​ເຮັດ​ການ​ຫນັກ​ຫນ່ວງ​ຢູ່​ຖ້າມ​ກາງ​ພວກ​ເຈົ້າ ຄື​ຜູ້​ຄຸ້ມ​ຄອງ​ແລະ​ເຕືອນ​ສະ​ຕິ​ພວກ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 13 ຈົ່ງ​ນັບ​ຖື​ແລະ​ຮັກ​ເຂົາ​ຢ່າງ​ຫລາ​ຍທີ່​ສຸດ ເພາະ​ເນື່ອງ​ດ້ວຍ​ການ​ງານ​ຂອງ​ເຂົາ​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສ​ງົບ​ສຸກ 14 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ວອນ​ຂໍ​ພວກ​ເຈົ້າ​ໃຫ້​ເຕືອນ​ສະ​ຕິ​ຄົນ​ທີ່​ບໍ່​ຢູ່​ໃນ​ລະ​ບຽບ ຈົ່ງ​ຊູ​ໃຈ​ຜູ້​ທີ່​ນ້ອຍ​ໃຈ ຈົ່ງ​ຊ່ອຍ​ເຫລືອ​ຜູ້​ທີ່​ອ່ອນ​ກຳ​ລັງ ຈົ່ງ​ອົດ​ທົນ​ຕໍ່​ຄົນ​ທັງ​ປ​ວງ 15 ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້​ໃດ​ເຮັດ​ຊົ່ວ​ຕອບ​ແທນ​ການ​ຊົ່ວ ແຕ່​ວ່າ​ຈົ່ງ​ສ​ແວງ​ຫາ​ທາງ​ເຮັດ​ດີ​ຕໍ່​ກັນ​ແລະ​ກັນ​ຢູ່​ສເມີ ແລະ​ຕໍ່​ຄົນ​ທັງ​ປວງ​ດ້ວຍ 16 ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ຢູ່​ສເມີ ຈົ່ງ​ອ້ອນວອນ​ຢູ່​ບໍ່​ຂາດ 17 ຈົ່ງຂອບ​ພຣະ​ຄຸນ​ໃນ​ທຸກ​ສິ່ງ 18 ເພາະ​ວ່າ​ນີ້​ແຫລະ, ເປັນ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຊຶ່ງ​ປາ​ກົດ​ໃນ​ພຣະ​ເຢ​ຊູ​ຄຣິດ​ສຳ​ລັບ​ເຈົ້າ​ທັງ​ຫລາຍ 19 ຢ່າ​ຫັ​ກ​ຫ້າມ​ພຣະ​ວິນຍານ 20 ຢ່າ​ປ​ມາດ​ຄຳ​ທຳ​ນ​ວາຍ 21 ແຕ່​ຈົ່ງ​ທົດ​ລອງ​ເບິ່ງ​ທຸກ​ສິ່ງ ສິ່ງ​ໃດ​ດີ​ຈົ່ງ​ຍຶດ​ຖື​ໄວ້​ໃຫ້​ຫມັ້ນ 22 ຈົ່ງ​ເວັ້ນ​ຈາກ​ຄວາມ​ຊົ່ວ​ທຸກ​ຊະ​ນິດ 23 ຂໍ​ໃຫ້​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ປະ​ທານ​ສັນ​ຕິ​ສຸກ​ນັ້ນ ຈົ່ງ​ຊົງ​ບັນ​ດານ​ໃຫ້​ເຈົ້າ​ທັງ​ຫລາຍ​ເປັນ​ຄົນ​ບໍ​ຣິ​ສຸດ​ຮຽບ​ຮ້ອຍ ແລະ​ຊົງ​ຮັກ​ສາ​ວິນ​ຍານ ຈິດ​ໃຈ ແລະ​ກາຍ​ຂອງ​ພວກ​ເຈົ້າ​ໄວ້ບໍ່​ໃຫ້​ມີ​ຂໍ້ຕິ​ຕຽນ​ໄດ້​ ໃນ​ເມື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຄືພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ປາ​ກົດ 24 ພຣະ​ອົງ​ຜູ້​ຊົງ​ເອີ້ນ​ເອົາ​ເຈົ້າ​ທັງ​ຫລາຍ​ນັ້ນ​ກໍ​ທ່ຽງ​ທັມ ພຣະ​ອົງ​ນັ້ນ​ແຫລະ​, ຈະ​ຊົງ​ດຳ​ເນີນ​ງານ 25 ພວກພີ່​ນ້ອງ​ເອີຍ, ຈົ່ງ​ອ້ອນວອນ​ສຳ​ລັບ​ພວກ​ເຮົາ​ເທີນ 26 ຂໍ​ຄຳ​ນັບ​ພີ່​ນ້ອງ​ທັງ​ປວງ​ດ້ວຍ​ທັ​ມ​ນຽມ​ຈູບ​ອັນ​ບໍ​ຣິ​ສຸດ 27 ເຮົາ​ບັນ​ຊາ​ສັ່ງ​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ໃຫ້​ພວກ​ເຈົ້າ​ອ່ານ​ຈົດ​ຫມາຍ​ສະ​ບັບ​ນີ້​ໃຫ້​ພີ່​ນ້ອງ​ທັງ​ປວງ​ຟັງ 28 ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ​ສະ​ຖິດ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ

2 ເທຊະໂລນິກ 1

1 ໂປ​ໂລ ກັ​ບ​ຊີລາ​ວານ ແລະ​ຕີ​ໂມ​ທຽວ ເຖິງ ຄຣິ​ສ​ຕະ​ຈັກ​ຂອງ​ຊາວ​ເທ​ຊະ​ໂລ​ນິກໃນ​ພຣະບິ​ດາ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ໃນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ 2 ຂໍ​ໃຫ້​ພຣະ​ຄຸນ ແລະ​ສັນ​ຕິ​ສຸກ ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ມີ​ແກ່​ເຈົ້າ​ທັງ​ຫລາຍ 3 ພີ່​ນ້ອງ​ທັງ​ຫລາຍ​ເອີຍ ພວກ​ເຮົາ​ຈຳ​ເປັນ​ຕ້ອງຂອບ​ພຣະ​ຄຸນ​ພຣະ​ເຈົ້າ​ເພາະ​ເຈົ້າ​ທັງ​ຫລາຍຢູ່​ສເມີ ແລະ​ເປັນ​ການ​ສົມ​ຄວນ​ຢູ່ ດ້ວຍ​ວ່າ​ຄວາມ​ເຊື່ອຂອງ​ພວກ​ເຈົ້າ​ກໍ​ຈະ​ເຣີນ​ຫລາຍ​ຂຶ້ນ ແລະ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ​ຂອງ​ເຈົ້າ​ທຸກ​ຄົນ​ກໍ​ທະ​ວີ​ຂຶ້ນ​ຢ່າງ​ຫລວງ​ຫລາຍ​ດ້ວຍ 4 ຈົນ​ວ່າ​ພວກ​ເຮົາ​ໄດ້​ຍົກ​ເອົາ​ເຈົ້າ​ທັງ​ຫລາຍ​ຂຶ້ນ​ມາ ອວດ​ໃນ​ຖ້າມ​ກາງ​ຫມູ່​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ ເພາະ​ເຫດ​ຄວາມ​ພາກ​ພຽນ​ຂອງ​ພວກ​ເຈົ້າ ແລະຍ້​ອນ​ຄວາມ​ເຊື່ອ​ໃນ​ເວ​ລາ​ພວກ​ເຈົ້າ​ຖືກ​ຂົ່ມ​ເຫັງ​ນາໆ​ປະ​ການ ແລະ​ອົດ​ທົນ​ຄວາມ​ທຸກ​ລຳ​ບາກຢູ່ນັ້ນ

ການ​ພິ​ພາກ​ສາ​ເມື່ອ​ພຣະ​ຄຣິດ​ສະ​ເດັດ​ກັບ​ມາ

5 ເຣື່ອງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄັກ​ເຖິງ​ການ​ຊົງ​ພິ​ພາກ​ສາ​ອັນ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຊົງ​ຖື​ວ່າ ເປັນ​ຜູ້​ສົມ​ຄວນ​ກັບ​ພຣະ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ເພາະ​ເຫັນ​ແກ່​ຣາ​ຊ​ອາ​ນາ​ຈັກ​ນັ້ນ​ແຫລະ ພວກ​ເຈົ້າ​ຈຶ່ງ​ອົດ​ທົນ​ຄວາມ​ທຸກ​ລຳ​ບາກ​ຢູ່ 6 ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ເຫັນ​ວ່າ​ເປັນ​ການ​ຍຸດ​ຕິ​ທັມ​ແລ້ວ ທີ່​ຈະ​ຊົງ​ເອົາ​ຄວາມ​ຍາກ​ລຳ​ບາກ​ໄປ​ຕອບ​ແທນ​ຄົນ​ເຫລົ່າ​ນັ້ນ ທີ່ກໍ່​ຄວາມ​ຍາກ​ລຳ​ບາກ​ໃຫ້​ແກ່​ພວກ​ເຈົ້າ 7 ແລະ​ທີ່​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ທັງ​ຫລາຍ​ຜູ້​ຖືກ​ຄວາມ​ຍາກ​ລຳ​ບາກ​ນັ້ນ​ໄດ້​ຮັບ​ຄວາມ​ບັນ​ເທົາ​ດ້ວຍ​ກັນ​ກັບ​ພວກ​ເຮົາ ເມື່ອ​ເວ​ລາ​ພຣະ​ເຢ​ຊູ​ເຈົ້າ​ຈະ​ຊົງ​ປາ​ກົດ​ຈາກ​ຟ້າ​ສວັນ ໃນ​ແປວ​ໄຟ​ອັນ​ຮ້ອນ​ກ້າ​ພ້ອມ​ດ້ວຍ​ຫມູ່​ເທວະ​ດາ​ຕົນ​ມີ​ຣິດ​ຂອງ​ພຣະ​ອົງ 8 ເພື່ອ​ຈະ​ລົງ​ໂທດ​ຕອບ​ແທນ​ຄົນ​ທັງ​ປວງ​ທີ່​ບໍ່​ຣູ້​ຈັກ​ພຣະ​ເຈົ້າ ແລະ​ແກ່​ຄົນ​ທີ່​ບໍ່​ຍອມ​ເຊື່ອ​ຟັງ​ຂ່າວ​ປະ​ເສີດ​ເຣື່ອງພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 9 ຄົນ​ພວກ​ນັ້​ນ​ຈະ​ໄດ້​ຖືກ​ໂທດ ຄື​ຄວາມ​ວິ​ນາດ​ຈິບ​ຫາຍ​ເປັນ​ນິດ ແລະ​ແຍກ​ຫ່າງ​ຈາກ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ແລະ​ຈາກ​ຣິດ​ທາ​ນຸ​ພາບ​ອັນ​ຮຸ່ງ​ເຮືອງ​ຂອງ​ພຣະ​ອົງ 10 ໃນ​ວັນ​ນັ້ນ ຄື​ເມື່ອ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ເພື່ອ​ຊົງ​ຮັບພຣະ​ກຽດ​ຕິ​ຍົດ ເພາະ​ພວກ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ອົງ ແລະ​ເພື່ອ​ໃຫ້​ເປັນ​ທີ່​ນິ​ຍົມ​ຊົມ​ຊື່ນ​ແກ່​ຄົນ​ທັງ​ປວງທີ່​ໄດ້​ເຊື່ອ (ເພາະ​ເຈົ້າ​ທັງ​ຫລາຍ​ໄດ້​ເຊື່ອ​ຄຳ​ພຍານ​ຂອງ​ພວກ​ເຮົາ​ແລ້ວ) 11 ເພາະ​ເຫດ​ສັນ​ນັ້ນ​ແຫລະ, ພວກ​ເຮົາ​ຈຶ່ງ​ອ້ອນວອນ​ສຳ​ລັບ​ເຈົ້າ​ທັງ​ຫລາຍ​ຢູ່​ສເມີ ຂໍ​ໃຫ້​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຊົງ​ໂຜດ​ຖື​ວ່າ ພວ​ກ​ເຈົ້າ​ເປັນ​ຜູ້​ເຫມາະ​ສົມ​ແກ່​ການ​ທີ່ພຣະ​ອົງ​ຊົງ​ເອີ້ນ​ເອົາ​ນັ້ນ ແລະ​ຂໍ​ຊົງ​ບັນ​ດານ​ດ້ວຍຣິດ​ອຳ​ນາດ​ຂອງ​ພຣະ​ອົງ​ໃຫ້​ຄວາມ​ຕັ້ງ​ໃຈ​ດີ​ທຸກ​ປະ​ການ ກັບ​ການ​ງານ​ຂອງ​ຄວາມ​ເຊື່ອ​ທຸກ​ຢ່າງ​ໃຫ້​ສຳ​ເຣັດ 12 ເພື່ອ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈະ​ໄດ້​ກຽດ​ຕິ​ຍົດ​ເພາະ​ພວກ​ເຈົ້າ ແລະ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ກຽດ​ຕິ​ຍົດ​ເພາະ​ພຣະ​ອົງ ຕາມ​ພຣະ​ຄຸນ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ

2 ເທຊະໂລນິກ 2

ຜູ້​ຊົ່ວ​ອະ​ທັມ

1 ພວກ​ພີ່​ນ້ອງເອີຍ, ເຣື່ອງ​ການ​ທີ່​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທງ​ຫລາຍ​ຈະ​ສະ​ເດັດ​ມາ ແລະ​ການ​ທີ່​ພຣະ​ອົງ​ຈະ​ຊົງ​ຮວບ​ຮວມ​ພວກ​ເຮົາ​ໄປ​ເປັນ​ຂອງ​ພຣະ​ອົງ​ນັ້ນ ເຮົາ​ວອນ​ຂໍ​ພ​ວກ​ເຈົ້າ​ວ່າ, 2 “ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ປັ່ນ​ປ່ວນ​ໂດຍ​ງ່າຍ ຫລື​ສະ​ທ້ານ​ຕົກ​ໃຈ ບໍ່​ວ່າ​ຈະ​ມາ​ດ້ວຍທາງວິນ​ຍານ ຫລື​ມາ​ທາງ​ຄໍາເວົ້າ ຫລື​ທາງ​ຈົດ​ຫມາຍ​ທີ່​ອ້າງວ່າ​ມາ​ຈາກ​ເຮົາ ໂດຍ​ອ້າງວ່າ​ວັນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ແລ້ວ 3 ຢ່າ​ໃຫ້​ໃຜ​ຫລອກ​ລວງ​ເຈົ້າ​ທັງ​ຫລາຍ​ດ້ວຍ​ທາງ​ນຶ່ງ​ທາງ​ໃດ ເພາະ​ວ່າ​ວັນ​ນັ້ນ​ຈະ​ບໍ່​ທັນມາ​ເຖິງ ຈົນ​ກວ່າ​ຈະ​ມີ​ການ​ທໍ​ຣະ​ຍົດ​ເກີດ​ຂຶ້ນ​ເສັຽກ່ອນ ແລະ​ຜູ້​ຊົ່ວ​ຮ້າຍ​ນັ້ນ​ຈະ​ອອກ​ມາ​ປາ​ກົດ​ຄື​ຜູ້​ຖືກ​ຊົງ​ຫມາຍ​ໄວ້​ສຳ​ລັບ​ຄວາມ​ວິ​ນາດ​ຈິບ​ຫາຍ 4 ຄື​ຜູ້​ຄັດ​ຄ້ານ ແລະ​ຍົກ​ຕົວ​ຂຶ້ນ​ຕໍ່​ສູ້​ທຸກໆ​ສິ່ງ​ທີ່​ມີ​ຊື່​ວ່າ​ເປັນພຣະ ຫ​ລື​ທີ່​ເຂົາ​ໄຫວ້ນະ​ມັ​ສ​ການ​ນັ້ນ​ມັນ​ຈຶ່ງ​ຈະ​ໄດ້​ນັ່ງ​ລົງ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ ສະ​ແດງ​ຕົວ​ເປັນ​ເຫມືອນ​ພຣະ​ເຈົ້າ 5 ເຈົ້າ​ທັງ​ຫລາຍ​ບໍ່​ຈື່​ຫລື​ວ່າ ເມື່ອ​ເຮົາ​ຍັງ​ຢູ່​ນຳ​ພວກ​ເຈົ້າ ເຮົາ​ກໍ​ເຄີຍບອກ​ສິ່ງ​ທັງ​ຫລາຍ​ນີ້​ໃຫ້​ເຈົ້າ​ຊາບຢູ່​ແລ້ວ 6 ແລະ​ເຈົ້າທັງ​ຫລາຍ​ກໍ​ຮູ້​ຈັກ​ສິ່ງ​ທີ່​ກຳ​ລັງ​ຫນ່ວງ​ມັນ​ໄວ້​ໃນ​ເວ​ລາ​ນີ້ ຈົນ​ກວ່າ​ມັນ​ຈະ​ອອກ​ມາ​ປາ​ກົດ​ໄດ້​ຕາມ​ເວ​ລາ​ກຳ​ນົດ​ຂອງ​ມັນ 7 ເພາະ​ວ່າ​ການ​ຊົ່ວ​ຮ້າຍ​ອັນ​ເລິກ​ລັບ​ກໍ​ກຳ​ລັງ​ເຮັດ​ລັບໆ​ຢູ່ ແຕ່​ຜູ້​ທີ່​ຫນ່ວງ​ມັນ​ຢູ່ດຽວ​ນີ້​ນັ້ນ​ຈະ​ຍັງ​ຫນ່ວງ​ຢູ່ ຈົນ​ກວ່າ​ຈະ​ໄດ້​ອອກ​ໄປ​ແລ້ວ 8 ຂ​ນະ​ນັ້ນ​ແຫລະ ຜູ້​ຊົ່ວ​ຮ້າຍ​ນັ້ນ​ຈະ​ປາ​ກົດ​ຕົວ ແລະ​ພຣະ​ເຢ​ຊູ​ເຈົ້າ​ຈະ​ຊົງ​ປະ​ຫານ​ມັນ​ເສັຽດ້ວຍ​ລົມພຣະ​ໂອດ​ຂອງ​ພຣະ​ອົງ ແລະ​ຈະ​ຊົງ​ລ້າງ​ຜານ​ມັນ​ໃຫ້​ສູນ​ຫາຍ​ໄປ​ດ້ວ​ຍ​ຄວາມ​ຮຸ່ງ​ເຮືອງ​ທີ່​ຈະ​ສ່ອງ​ປາ​ກົດ​ໃນ​ເວ​ລາ​ພຣະ​ອົງ​ສະ​ເດັດ​ມານັ້ນ 9 ຜູ້​ຊົ່ວ​ຮ້າຍ​ນັ້ນ​ຈະ​ມາ​ດ້ວຍການ​ດົນ​ບັນ​ດານ​ຂອງ​ຊາ​ຕານ ພ້ອມ​ດ້ວຍ​ຣິດ​ອຳ​ນາດທຸກ​ຢ່າງ ແລະ​ດ້ວຍ​ຫມາຍ​ສຳ​ຄັນ​ກັບ​ການ​ອັດສະຈັນ​ທີ່​ຫລອກ​ລວງ 10 ແລະ​ກົນ​ອຸ​ບາຍ​ອັນ​ຊົ່ວ​ຮ້າຍ​ທຸກ​ຢ່າງ​ສຳ​ລັບ​ຄົນ​ພວກ​ນັ້ນ​ທີ່​ກຳ​ລັງ​ຈິບ​ຫາຍ​ໄປ ເພາະ​ເຂົາ​ບໍ່​ໄດ້​ຍອມ​ຮັກ​ຄວາມ​ຈິງ​ທີ່​ຈະ​ໃຫ້​ເຂົາ​ພົ້ນ​ໄດ້ 11 ດ້ວຍ​ເຫດ​ນີ້​ແຫລະ ພຣະ​ເຈົ້າ​ຈຶ່ງ​ຊົງ​ໃຫ້​ອິດ​ທິພົນ​ອັນ​ຫລອກ​ລໍ້​ນັ້ນ​ເຮັດ​ການ​ຢູ່​ພາ​ຍ​ໃນ ເພື່ອ​ໃຫ້​ເຂົາ​ເຊື່ອ​ຟັງ​ຄວາມ​ບໍ່​ຈິງ 12 ເພື່ອ​ພວກ​ຄົນ​ທີ່​ບໍ່​ເຊື່ອ​ຄວາມ​ຈິງ ແຕ່​ຍິນ​ດີ​ໃນ​ການ​ຊົ່ວ​ຮ້າຍ ຈະ​ໄດ້​ຖືກ​ພິພາກ​ສາ​ລົງ​ໂທດ​ຫມົດ​ທຸກ​ຄົນ

ຖືກ​ຊົງ​ເລືອກ​ໄວ້​ສຳ​ລັບ​ຄວາມ​ພົ້ນ

13 ພວກ​ພີ່​ນ້ອງ​ຜູ້​ເປັນ​ທີ່​ຮັກ​ຂອງ​ພຣະ​ອົງ​ເຈົ້າ​ເອີຍ, ເຮົາ​ຈຳ​ເປັນ​ຕ້ອງ​ຂອບ​ພຣະ​ຄຸ​ນ​ພຣະ​ເຈົ້າ​ເພາະ​ເຈົ້າ​ທັ​ງ​ຫລາຍ​ຢູ່​ສເມີ ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ພວ​ກ​ເຈົ້າ​ໄວ້​ຕັ້ງ​ແຕ່​ຕົ້ນ​ເດີມ ເພື່ອ​ຊົງ​ໂຜດ​ໃຫ້​ພົ້ນ​ໂດຍ​ພຣະ​ວິນ​ຍານ​ຊົງ​ຊຳ​ຮະ​ເຈົ້າ​ໃຫ້​ບໍ​ຣິ​ສຸດ ແລະ​ໂດຍ​ເຈົ້າ​ໄດ້​ເຊື່ອ​ຄວາມ​ຈີງ 14 ພຣະ​ອົງ​ໄດ້​ຊົງ​ເອີ້ນ​ເອົາ​ພວກ​ເຈົ້າ​ໃຫ້​ມາ​ເຖິງ​ຄວາ​ມ​ພົ້ນ​ນັ້ນ​ໂດຍ​ທາງ​ຂ່າວ​ປະ​ເສີດ​ຂອງ​ເຮົາ ເພື່ອ​ຈະ​ໄດ້​ຮັບ​ຍົດ​ຖາ​ບັນ​ດາ​ສັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 15 ເຫດ​ສັນ​ນັ້ນ​ແຫລະ ພີ່​ນ້ອງ​ເອີຍ, ຈົ່ງ​ຕັ້ງ​ຫມັ້ນ​ຄົງ​ຢູ່ ແລະ​ຍຶດ​ຖື​ເອົາ​ຄຳ​ສອນ​ທີ່​ສືບ​ມາ ຊຶ່ງ​ພວກ​ເຮົາ​ໄດ້​ສອນ​ພວກ​ເຈົ້າ​ນັ້ນ​ບໍ່​ວ່າ​ຈະ​ເປັນ​ທາງວາ​ຈາ​ຫລື​ທາງ​ຈົດ​ຫມາຍ​ຂອງ​ພວ​ກ​ເຮົາ​ກໍ​ດີ 16 ຂໍ​ໃຫ້​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາທັງ​ຫລາຍ ແລະ​ພຣະ​ບິ​ດາ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ຊົງ​ຮັກ​ເຮົາ​ທັ​ງ​ຫລາຍ ແລະ​ຊົງ​ໂຜດປະ​ທານ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຊູ​ໃຈ​ເປັນ​ນິດ ແລະ​ຄວາມ​ຫວັງ​ໃຈ​ອັນ​ດີ​ໂດຍ​ພຣະ​ຄຸນ​ນັ້ນ 17 ຊົງ​ຊູ​ໃຈ ແລະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ຫມັ້ນ​ຄົງ​ໃນ​ການ​ງານ ແລະ​ໃນ​ວາ​ຈາ​ອັນ​ທຸກ​ຢ່າງ

2 ເທຊະໂລນິກ 3

ຈົ່ງ​ອ້ອນວອນ​ສຳ​ລັບ​ພວກ​ເຮົາ

1 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ທ້າຍ​ສຸດ​ນີ້ ຈົ່ງ​ອ້ອນວອນ​ສຳ​ລັບ​ພວກ​ເຮົາ ເພື່ອ​ພຣະ​ທັ​ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ແຜ່​ໄປ ແລະ​ຈະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສໍ​ຣະ​ເສີນ​ເຫມືອນ​ດັ່ງ​ທີ່​ໄດ້​ເປັນ​ໄປ​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ແລ້ວ 2 ແລະ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄົນ​ພານ​ຊົ່ວ​ຮ້າຍ ເພາະ​ວ່າ​ຄົນ​ທີ່​ເຊື່ອ​ນັ້ນ​ບໍ່​ແມ່ນ​ທຸກ​ຄົນ 3 ແຕ່​ວ່າອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ທ່ຽງ​ທັມ ພຣະ​ອົງ​ຈະ​ຊົງ​ຕັ້ງ​ພວກ​ເຈົ້າ​ໃຫ້​ຫມັ້ນ​ຄົງ ທັງ​ຈະ​ຊົງ​ຄຸ້ມ​ຄອງ​ປ້ອງ​ກັນ​ເຈົ້າ​ໄວ້​ຈາກ​ອັນ​ຊົ່ວ​ຮ້າຍ​ນັ້ນ 4 ພວກ​ເຮົາ​ມີ​ຄວາມ​ໄວ້​ວາງ​ໃຈ​ໃນ​ເຈົ້າ​ທັງ​ຫລາຍ​ເນື່ອງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພວກ​ເຈົ້າ​ກຳ​ລັງ​ເຮັດ ແລະ​ຈະ​ເຮັດ​ຕໍ່​ໄປ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ແລ້ວ 5 ຂໍ​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ໃຈ​ເຈົ້າ​ທັງ​ຫລາຍ​ໄປ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ​ເຖິງ​ຄວາມ​ພາກ​ພຽ​ນ​ຂອງ​ພຣະ​ຄຣິດ

ຄວາມ​ຈຳ​ເປັນ​ຕ້ອງ​ເຮັດ​ການ

6 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ສັ່ງ​ເຈົ້າ​ທັງ​ຫລາຍ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູຄຣິດ​ເຈົ້າ​ວ່າ ຈົ່ງ​ຜີກ​ອອກ​ຈາກ​ພີ່​ນ້ອງ​ທຸກ​ຄົນ​ທີ່​ດຳ​ເນີນ​ຊີ​ວິດນອກ​ລະ​ບຽບ ແລະ​ບໍ່​ເຮັດ​ຕາມ​ຄຳ​ສອນ​ທີ່​ສືບ​ມາ ຊຶ່ງ​ພວກ​ເຮົາ​ໄດ້​ສອນ​ພວກ​ເຈົ້າ​ແລ້ວ​ນັ້ນ 7 ເຫດ​ວ່າ​ຕົວ​ເຈົ້າ​ທັງ​ຫລາຍ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຈຳ​ເປັນ​ຕ້ອງ​ເອົາ​ຕາມ​ແບບ​ຢ່າງ​ຂອງ​ເຮົາ ເມື່ອ​ເຮົາ​ຢູ່​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ເຮົາ​ບໍ່​ໄດ້​ຢູ່ນອກ​ລະ​ບຽບ 8 ເຮົາ​ບໍ່​ໄດ້​ແກ່ມ​ອາ​ຫານ​ການ​ກິນ​ກັບ​ໃຜ ແຕ່​ເຮົາ​ໄດ້​ອອກ​ເຫື່ອ​ແຮງ​ເຮັດ​ການ​ຫນັກ​ຫນ່ວງ​ທັງ​ກາງ​ເວັນ ແລະ​ກາງ​ຄືນ ເພື່ອ​ບໍ່​ໃຫ້​ເປັນ​ພາ​ຣະ​ອັນ​ຫນັກແກ່​ຜູ້​ນຶ່ງ​ຜູ້​ໃດ​ໃນ​ພວກ​ເຈົ້າ 9 ການ​ເປັນ​ດັ່ງ​ນີ້​ບໍ່​ແມ່ນ ເພາະ​ເຮົາ​ບໍ່​ມີ​ສິດ ແຕ່​ວ່າ​ເພື່ອ​ເຮົາ​ຈະ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ ເພື່ອ​ພວກ​ເຈົ້າ​ຈະ​ເອົາ​ຕາມ​ແບບ​ຂອງ​ເຮົາ 10 ເພາະ​ເມື່ອ​ເວ​ລາ​ເຮົາ​ຍັງ​ຢູ່​ນຳ​ພວກ​ເຈົ້າ ເຮົາ​ໄດ້​ສັ່ງ​ເຈົ້າ​ແລ້ວ​ວ່າດ “ຖ້າ​ຜູ້​ໃດ​ບໍ່​ມີ​ນ້ຳ​ໃຈ​ຢາກ​ເຮັດ​ການ​ກໍ​ຢ່າ​ໃຫ້​ຜູ້​ນັ້ນ​ກິນ” 11 ດ້ວຍ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ ມີ​ບາງ​ຄົນ​ໃນ​ພວກ​ເຈົ້າ​ຢູ່ນອກ​ລະ​ບຽບ​ບໍ່​ເຮັດ​ການ​ຫຍັງ ແຕ່​ທ່ຽວ​ຫາ​ຫຍຸ້ງ​ກ່ຽວ​ກັບ​ກິດ​ທຸ​ຣະ​ຂອງ​ຄົນ​ອື່ນ 12 ໃນ​ພຣະ​ນາມ​ພຣະ​ເຢຊູ​ຄຣິດ​ເຈົ້າ ພວກ​ເຮົາ​ສັ່ງ ແລະ​ເຕືອນ​ສະ​ຕິ​ຄົນ​ທັງ​ຫລາຍ​ທີ່​ເຮັດ​ຢ່າງ​ນັ້ນ​ວ່າ ໃຫ້​ເຂົາ​ເຮັດ​ການ​ດ້ວຍ​ໃຈ​ສ​ງົບ ແລະ​ກິນ​ອາ​ຫານ​ຂອງ​ຕົນ​ເອງ 13 ແຕ່​ພີ່​ນ້ອງ​ເອີຍ ເຈົ້າ​ທັງ​ຫລາຍ​ຢ່າ​ອ່ອນ​ກຳ​ລັງ​ໃຈ​ທີ່​ຈະ​ເຮັດ​ການ​ດີ 14 ຖ້າ​ຜູ້​ນຶ່ງ​ຜູ້​ໃດ​ບໍ່​ຟັງ​ຂໍ້​ຄວາມ​ຂອງ​ພວກ​ເຮົາ​ໃນ​ຈົດ​ຫມາຍ​ສະ​ບັບ​ນີ້ ຈົ່ງ​ຫມາຍ​ຜູ້​ນັ້ນ​ໄວ້ ຢ່າ​ຄົບ​ຫາ​ສະ​ມາ​ຄົມ​ກັບ​ຜູ້​ນັ້ນ​ເພື່ອ​ເຂົາຈະ​ໄດ້​ລະ​ອາຍ 15 ແລະ​ຢ່າ​ຖືຜູ້​ນັ້ນ​ວ່າ​ເປັນ​ສັດ​ຕູ ແຕ່​ເຕືອນ​ສະ​ຕິ​ເຫມືອນ​ດັ່ງ​ພີ່​ນ້ອງ

ຄຳ​ອວຍ​ພອນ

16 ຂໍ​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ທານ​ສັນ​ຕິ​ສຸກ ຊົງ​ໂຜດ​ປະ​ທານ​ສັນ​ຕິ​ສຸກ​ໃຫ້​ແກ່​ເຈົ້າ​ທັງ​ຫລາຍ​ທຸກ​ເວ​ລາ​ແລະ​ທຸກ​ຢ່າງ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ປວງ​ເທີນ 17 ຄວາມ​ຄຳ​ນັບ​ນີ້​ເປັນ​ລາຍ​ມື​ຂອງ​ເຮົາ ເຮົາ​ຈະ​ລົງ​ຊື່​ໄວ້​ວ່າ ໂປ​ໂລ ເປັນ​ເຄື່ອງ​ຫມາຍ​ໃນ​ຈົດ​ຫມາຍ​ທຸກ​ສະ​ບັບ ເຮົາ​ເຄີຍ​ຂຽນ​ດັ່ງ​ນີ້​ແຫລະ 18 ຂໍ​ໃຫ້​ພຣະ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ເທີນ

1 ຕິໂມທຽວ 1

1 ຈາກ​ ໂປ​ໂລ ຜູ້​ເປັນ​ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ ແລະ​ພຣະ​ເຢ​ຊູ​ຄຣິດ ຜູ້​ຊົງ​ເປັນ​ຄວາມ​ຫວັງ​ຂອງ​ພວກ​ເຮົາ 2 ເຖິງ ຕີ​ໂມ​ທຽວ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມ​ເຊື່ອ ຂໍ​ໃຫ້​ພຣະ​ຄຸນ ແລະ​ພຣະ​ກະ​ຣຸ​ນາແລະ​ສັນ​ຕິ​ສຸກ ຊຶ່ງ​ມາ​ຈາກ​ພຣະ​ບິດາ​ເຈົ້າ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈົ່ງ​ມີ​ຢູ່​ກັບ​ເຈົ້າ​ເທີນ

ຕັກ​ເຕືອນ​ເຣື່ອງ​ຄຳ​ສອນ​ບໍ່​ຈິງ

3 ເມື່ອ​ເຮົາ​ກຳ​ລັງ​ໄປ​ແຂວງ​ມາ​ເກ​ໂດ​ເນັຽນັ້ນ ເຮົາ​ໄດ້​ຂໍ​ຮ້ອງ​ເຈົ້າ​ໃຫ້​ຄອຍ​ຢູ່​ໃນ​ເມືອງ​ເອ​ເຟ​ໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ລາງ​ຄົນ​ບໍ່​ໃຫ້​ເຂົາ​ສອນ​ຄຳ​ໂອ​ວາດ​ຢ່າງ​ອື່ນ 4 ທັງບໍ່​ໃຫ້​ເຂົາ​ໃສ່​ໃຈ​ໃນ​ເຣື່ອງ​ນິ​ຍາຍ​ຕ່າງໆ ແລະ​ເຣື່ອງ​ເຊື້ອ​ສາຍ​ອັນ​ບໍ່​ຮູ້​ສ້ຽງ​ສຸດ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ບັນ​ຫາ ແທນ​ທີ່​ຈະ​ໃຫ້​ເປັນ​ໄປ​ຕາມ​ແຜນ​ການ​ຂອງ​ພຣະ​ເຈົ້າ ອັນ​ກ່ຽວ​ກັບ​ຄວາມ​ເຊື່ອ 5 ແຕ່​ຈຸດ​ປະ​ສົງ​ຂອງ​ຄວາມ​ສັ່ງ​ຫ້າມ​ນັ້ນ ກໍ​ຄື​ໃຫ້​ມີ​ຄວາມ​ຮັກ​ທີ່​ເກີດ​ມາ​ຈາກ​ໃຈ​ອັນ​ບໍ​ຣິ​ສຸດ ແລະ​ຈາກ​ໃຈ​ສຳ​ນຶກວ່າ​ຕົນ​ຊອບ ແລະ​ຈາກ​ຄວາມ​ເຊື່ອ​ອັນ​ຈິງ​ໃຈ 6 ບາງ​ຄົນ​ກໍ​ໄດ້​ຜິດ​ຈຸດ​ປະ​ສົງ ຫລິກ​ໄປ​ຈາກ​ສິ່ງ​ເຫລົ່າ​ນີ້​ຫລົງ​ໄປ​ຫາ​ຄວາມ​ເວົ້າ​ທີ່​ໄຮ້​ປໂຍດ 7 ແມ່ນ​ວ່າ​ເຂົາ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ເຂົາ​ກ່າວ ແລະ​ສິ່ງ​ທີ່​ເຂົາ​ຢືນ​ຢັນ ເຂົາ​ກໍ​ຍັງ​ປາ​ຖ​ນາ​ຈະ​ເປັນ​ຄ​ຣູ​ສອນພຣະ​ບັນ​ຍັດ 8 ເຮົາ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ດີ​ຢູ່ ຖ້າ​ຜູ້​ໃດ​ໃຊ້​ໃຫ້​ຖືກ​ຕ້ອງ 9 ໂດຍ​ຮູ້​ວ່າ​ກົດ​ຫມາຍ​ບໍ່​ໄດ້​ຕັ້ງ​ໄວ້​ສຳ​ລັບ​ຄົນ​ສັດ​ຊື່​ສຸ​ຈ​ຣິດ ແຕ່​ໄດ້​ຕັ້ງ​ໄວ້​ສຳ​ລັບ​ຄົນ​ຕໍ່​ໄປ​ນີ້​ຄື ຄົນ​ບໍ່​ຟັງ​ກົດ​ຫມາຍ ຄົນ​ບໍ່​ຍອມ​ຢູ່​ໃຕ້​ລະ​ບຽບ ຄົນ​ບໍ່​ນັບ​ຖືພຣະ​ເຈົ້າ ຄົນ​ຜິດບາບ ຄົນ​ອະ​ທັມ ຄົນ​ຢູ່ນອກ​ສາ​ສ​ນາ ຄົນ​ຂ້າ​ພໍ່​ຕີ​ແມ່ ຄົນ​ຂ້າ​ຄົນ 10 ຄົນ​ຫລິ້ນ​ຊູ້ ຊາຍ​ຫລິ້ນ​ກັບຊາຍ ຜູ້​ຮ້າຍ​ລັກ​ຄົນ ຄົນ​ຂີ້​ຕົວະ ຄົນ​ສາ​ບານ​ໂດຍ​ຄຳ​ບໍ່​ຈິງ ແລະ​ສິ່ງ​ອື່ນໆ​ທີ່​ຂັດ​ກັບ​ຫລັກ​ໂອ​ວາດ​ຄຳ​ສອນ 11 ຕາມ​ທີ່​ມີ​ຢູ່​ໃນ​ຂ່າວ​ປະ​ເສີດ ຊຶ່ງ​ກ່າວ​ເຖິງ​ພຣະ​ຣັ​ສ​ມີ​ຂອ​ງ​ພຣະ​ເຈົ້າ​ຜູ້​ຊົງ​ສ​ເວີຍ​ສຸກ ຄື​ຂ່າວ​ປະ​ເສີດ​ທີ່ໄດ້​ຊົງ​ມອບ​ໄວ້​ກັບ​ເຮົາ​ແລ້ວ

ຄຳ​ໂມ​ທະ​ນາ​ພຣະ​ຄຸນ​ຂອງ​ໂປ​ໂລ​ໃນ​ເຣື່ອງ​ພຣະ​ກະ​ຣຸ​ນາ

12 ເຮົາ​ໂມ​ທະ​ນາ​ພຣະ​ຄຸນ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຜູ້​ໄດ້​ຊົງ​ຊູ​ກຳ​ລັງ​ເຮົາ ດ້ວຍ​ວ່າພຣະ​ອົງ​ຊົງ​ພຣະ​ກະ​ຣຸ​ນາ​ຖື​ວ່າ​ເຮົາ​ເປັນ​ຄົນ​ສັດ​ຊື່ ຈຶ່ງ​ຊົງ​ຕັ້ງ​ເຮົາ​ໄວ້​ໃຫ້​ປະ​ຕິ​ບັດ​ພຣະ​ຣາ​ຊ​ກິຈ​ຂອງ​ພຣະ​ອົງ 13 ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ​ເຮົາ​ໄດ້​ເປັນ​ຄົນ​ຫ​ຍາບ​ຊ້າ ຂົ່ມ​ເຫັງ ແລະ​ຫມິ່ນ​ປມາດ​ພຣະ​ອົງ ແຕ່​ເຮົາ​ຍັງໄດ້​ຮັບ​ພຣະ​ກະ​ຣຸ​ນາ ເພາະ​ວ່າ​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ​ດ້ວຍ​ຄວາມ​ບໍ່​ຮູ້ ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ 14 ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າຂອງ​ເຮົາ​ທັງ​ຫລາຍ​ໄດ້​ຊົງ​ໂຜດ​ປະ​ທານ​ພຣະ​ຄຸນ​ໃຫ້​ເຮົາ​ຫລາຍ​ເຫລືອ​ລົ້ນ ພ້ອມ​ດ້ວຍ​ຄວາມ​ເຊື່ອ ແລະ​ຄວາມ​ຮັກ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ 15 ຄຳ​ນີ້​ເປັນ​ຄຳ​ສັດ​ຈິງ ແລະ​ສົມ​ຄວ​ນ​ທີ່​ຄົນ​ທັງ​ປວງ​ຈະ​ຮັບ​ໄວ້ ຄືວ່າພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຈະ​ຊົງ​ໂຜດ​ເອົາ​ຄົນ​ບາບ​ໃຫ້​ພົ້ນ ແລະ​ໃນ​ຈຳ​ພວກ​ຄົນ​ບາບ​ນັ້ນ​ແມ່ນ​ເຮົາ​ນີ້​ແຫລະ​ເປັນ​ຜູ້​ຕົ້ນ 16 ແຕ່​ວ່າ​ເພາະ​ເຫດ​ນີ້​ເຮົາ​ຈຶ່ງ​ໄດ້​ຮັບ​ພຣະ​ກະ​ຣຸ​ນາ ຄື​ວ່າ​ເພື່ອ​ພຣະ​ເຢ​ຊູ​ຄຣິດ​ຈະ​ໄດ້​ຊົງ​ສະ​ແດງ​ຄວາມ​ອົດ​ກັ້ນ​ພຣະ​ທັຍ​ທຸກ​ຢ່າງ ໃຫ້​ເຫັນ​ໃນ​ຕົວ​ເຮົາ​ຊຶ່ງ​ເປັນ​ຜູ້​ຕົ້ນ​ນັ້ນ ຄື​ໃຫ້​ເປັນ​ແບບ​ຢ່າງ​ແກ່​ພວກ​ຄົນ​ທີ່​ຈະ​ເຊື່ອ​ໃນ​ພຣະ​ອົງ ແລ້ວ​ຮັບ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ 17 ພຣະ​ກຽດ​ແລະ​ພຣະ​ຣັ​ສ​ມີ​ຈົ່ງ​ມີແກ່​ພຣະ​ມະ​ຫາ​ກະ​ສັດ ຜູ້​ຊົງ​ພຣະ​ຈະ​ເຣີນ​ຢູ່​ເປັນ​ນິດ ຜູ້​ຊົງ​ເປັນ​ອົງ​ອະ​ມະ​ຕະ ຊຶ່ງ​ບໍ່​ໄດ້​ປາ​ກົດ​ພຣະ​ອົງ ຜູ້​ຊົງ​ເປັນ​ພຣະ​ເຈົ້າ​ແຕ່ອົງ​ດຽວ​ສືບໆ​ໄປ​ເປັນ​ນິດ ອາ​ແມນ 18 ຕີ​ໂມ​ທຽວ ລູກ​ຂອງ​ເຮົາ​ເອີຍ ຂໍ້​ຄວາມ​ດັ່ງ​ນີ້​ເຮົາ​ໄດ້​ຝາກ​ໄວ້​ກັບ​ເຈົ້າ ຕາມ​ຄວາມ​ທຳ​ນ​ວາຍ​ທີ່​ກ່າວ​ເຖິງ​ເຈົ້າ​ເມື່ອ​ກ່ອນ​ນັ້ນ ເພື່ອ​ຂໍ້​ຄວາມ​ທັງ​ຫລາຍ​ນັ້ນ​ຈະ​ເປັນ​ກຳ​ລັງ​ໃຈ​ໃຫ້​ເຈົ້າ​ເຂົ້າ​ໃນ​ການ​ເສິກ​ອັນ​ດີ 19 ຈົ່ງ​ຍຶດ​ຖືຄວາມ​ເຊື່ອ​ໄວ້ ແລະ​ມີ​ໃຈ​ສຳ​ນຶກວ່າ​ຕົນ​ຊອບ ຊຶ່ງ​ສິ່ງ​ເຫລົ່າ​ນີ້​ລາງ​ຄົນ​ໄດ້​ປັດ​ຖິ້ມ​ເສັຽ ຄວາມ​ເຊື່ອ​ຂອງ​ເຂົາ​ຈຶ່ງ​ຫລົ້ມ​ຈົມ​ລົງ​ເຫມືອນເຮືອ​ແຕກ 20 ໃນ​ຄົນ​ເຫລົ່າ​ນັ້ນ​ມີ ອີເມ​ນາ​ໂຢ ແລະ​ອາ​ເລກ​ຊັນ​ໂດທີ່​ເຮົາ​ໄດ້​ມອບ​ໄວ້​ກັບຊາ​ຕານ​ແລ້ວ ເພື່ອ​ເຂົາ​ຈະ​ໄດ້​ຮຽນ​ຮູ້​ແລະ​ບໍ່​ກ່າວ​ຄຳ​ຫຍາບ​ຊ້າ​ຕໍ່​ພຣະ​ເຈົ້າ

1 ຕິໂມທຽວ 2

ຄໍາ​ແນະ​ນຳ​ກ່ຽວ​ກັບ​ລະ​ບຽບ ແລະ​ການ​ໄຫວ້ວອນ

1 ເຫດ​ສັນ​ນັ້ນ​ກ່ອນ​ສິ່ງ​ອື່ນ​ໃດ ເຮົາ​ຂໍ​ຮ້ອງ​ເຈົ້າ​ທັງ​ຫລາຍ​ໃຫ້​ອ້ອນວອນ ໄຫວ້ວອນ ທູ​ນ​ຂໍ ແລະ​ຂອບ​ພຣະ​ຄຸນ​ເພື່ອ​ຄົນ​ທັງ​ປວງ 2 ເພື່ອ​ກະ​ສັດ​ທັງ​ຫລາຍ ແລະ​ເພື່ອ​ຄົນ​ທັງ​ປວງ​ທີ່​ມີ​ຕຳ​ແຫນ່ງ​ສູງ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ໄດ້​ດຳ​ເນີນຊີ​ວິດ​ຢ່າງ​ງຽບໆ ແລະ​ສ​ງົບ​ສຸກ ໃນ​ທາງ​ທັມ​ແລະ​ສະງ່າ​ຜ່າ​ເຜີຍ​ທຸກ​ຢ່າງ 3 ການ​ເຮັດ​ແນວ​ນັ້ນ​ເປັນ​ການ​ດີ ແລະ​ເປັນ​ທີ່​ຊອບ​ພຣະ​ທັຍ​ພຣະ​ເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ 4 ຜູ້​ຊົງ​ມີ​ພຣະ​ປະ​ສົງ​ໃຫ້​ຄົນ​ທັງ​ປວງ​ພົ້ນ ແລະ​ໃຫ້​ສັງ​ເກດ​ຮູ້​ຄວາມ​ຈິງ 5 ດ້ວຍ​ເຫດ​ວ່າ​ມີ​ພຣະ​ເຈົ້າ​ອົງ​ດຽວ ແລະ​ມີຜູ້​ກາງ​ແຕ່​ຜູ້ດຽວ​ລະ​ຫວ່າງ​ພຣະ​ເຈົ້າ​ກັບ​ມະ​ນຸດ ຄື​ພຣະ​ເຢ​ຊູຄຣິດ​ຜູ້​ຊົງ​ສະ​ພາບ​ເປັນ​ມະ​ນຸດ 6 ຜູ້​ໄດ້​ຊົງ​ສລະ​ພຣະ​ອົງ​ເອງ​ເປັນ​ຄ່າ​ໄຖ່​ສຳ​ລັບ​ຄົນ​ທັງ​ປວງ ຊຶ່ງ​ການ​ນີ້​ເປັນ​ພຍານ​ໃນ​ເວ​ລາ​ອັນ​ເຫມາະ​ສົມ 7 ແລະ​ສຳ​ລັບ​ການ​ນີ້​ເຮົາ​ຈຶ່ງ​ໄດ້​ຖືກ​ຊົງຕັ້ງ​ໄວ້​ໃຫ້​ເປັນ​ຜູ້​ປະ​ກາດ​ແລະ​ເປັນ​ອັ​ຄ​ສາ​ວົກ (ເຮົາ​ກ່າວ​ຄວາມ​ຈິງ ບໍ່​ໄດ້​ກ່າວ​ຄຳ​ຕົວະ) ແລະ​ເປັນ​ຄ​ຣູ​ສອນ​ຄວາມ​ເຊື່ອ ແລະ​ຄວາມ​ຈິງ​ແກ່​ຄົນ​ຕ່າງ​ຊາດ 8 ເຫດ​ສັນ​ນັ້ນ​ເຮົາ​ປະ​ສົງ​ຢາກ​ໃຫ້​ຜູ້​ຊາຍ​ທັງ​ຫລາຍ​ໄຫວ້ວອນ​ໃນ​ທຸກ​ແຫ່ງ ດ້ວຍ​ຍໍ​ມື​ບໍ​ຣິ​ສຸດ ໂດຍ​ບໍ່​ມີ​ຄວາມ​ຄຽດ ແລະ​ການ​ຜິດ​ຖຽງ​ກັນ 9 ຝ່າຍ​ພວກ​ຜູ້​ຍິງ​ກໍ​ເຫມືອນ​ກັນ ໃຫ້​ແຕ່ງ​ຕົວ​ຢ່າງ​ສຸ​ພາບ​ຮຽບ​ຮ້ອຍ ແລະ​ສ​ງ່ຽມ​ຄ່ຽມ​ຄົມ ບໍ່​ແມ່ນ​ດ້ວຍ​ເກົ້າ​ຜົມ​ເກີນ​ແບບ ຫລື​ປະ​ດັບ​ກາຍ​ດ້ວຍ​ເຄື່ອງ​ຄຳ ແລະ​ໄຂ່​ມຸກ ​ຫລືເຄື່ອງ​ນຸ່ງ​ອັນ​ມີ​ຄ່າ​ແພງ 10 ແຕ່​ໃຫ້​ປະ​ດັບ​ກາຍ​ດ້ວຍ​ເຮັດ​ການ​ດີ ໃຫ້​ສົມ​ກັບ​ຜູ້​ຍິງ​ທີ່​ປະ​ກາດ​ຕົນ​ວ່າ​ເປັນ​ຜູ້​ນັບ​ຖື​ພຣະ​ເຈົ້າ 11 ໃຫ້​ຜູ້​ຍິງ​ຮຽນ​ຮູ້​ຢ່າງ​ງຽບໆ ແລະ​ດ້ວຍ​ໃຈ​ອ່ອນ​ນ້ອມ 12 ເຮົາ​ບໍ່​ອະ​ນຸຍາດ​ໃຫ້​ຜູ້​ຍິງ​ສັ່ງ​ສອນ ຫລື​ໃຊ້​ອຳ​ນາດ​ເຫນືອ​ຜູ້​ຊາຍ ແຕ່​ໃຫ້​ເຂົາ​ມິດ​ງຽບ​ຢູ່ 13 ດ້ວຍວ່າ​ພຣະ​ເຈົ້າ​ໄດ້​ຊົງ​ປັ້ນ​ອາ​ດາມ​ຂຶ້ນ​ກ່ອນ ແລ້ວ​ຈຶ່ງ​ຊົງ​ສ້າງ​ເອ​ວາ ແລະ​ອາ​ດາມ​ບໍ່​ໄດ້​ຖືກ​ຫລອກ​ລວງ ແຕ່​ຜູ້​ຍິງ​ໄດ້​ຖືກ​ຫລອກ​ລວງ​ຈຶ່ງ​ຕົກ​ໃນ​ການ​ລ່ວງ​ລະ​ເມີດ 14 ແຕ່​ເຖິງ​ປານ​ນັ້ນ​ກໍ​ດີ​ ຜູ້​ຍິງ​ຍັງ​ຈະ​ຮັບ​ການ​ຊົງ​ໂຜດ​ໃຫ້​ພົ້ນ​ໄດ້​ດ້ວຍ​ການ​ເກີດ​ລູກ ຖ້າ​ເຂົາ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ຄວາມ​ເຊື່ອ ໃນ​ຄວາມ​ຮັກ ແລະ​ໃນ​ຄວາມ​ບໍ​ຣິ​ສຸດ ພ້ອມ​ດ້ວຍ​ຄວາມ​ສ​ງ່ຽມ​ຄ່ຽມ​ຄົມ

1 ຕິໂມທຽວ 3

ຄຸນ​ສົມ​ບັດ​ຂອງ​ຜູ້​ດູ​ແລ​ຄຣິ​ສ​ຕະ​ຈັກ

1 ຄຳ​ນີ້​ເປັນ​ຄຳ​ຈິງ ຄື​ວ່າ​ຖ້າ​ຜູ້​ໃດ​ປາ​ຖ​ນາ​ຫນ້າ​ທີ່​ເປັນ​ຜູ້​ດູ​ແລ​ຄ​ຣິ​ສ​ຕະ​ຈັກ ຜູ້​ນັ້ນ​ປາ​ຖ​ນາ​ການ​ງານ​ອັນ​ດີ 2 ຜູ້​ດູ​ແລ​ນັ້ນ​ຕ້ອງ​ເປັນ​ຄົນ​ທີ່​ບໍ່​ມີ​ໃຜ​ຕິ​ໄດ້ ເປັນ​ຜົວ​ຂອງ​ຍິງ​ຄົນ​ດຽວ ເປັນ​ຄົນ​ຮູ້​ຈັກ​ບັງ​ຄັບ​ຕົນ​ເອງ ມີ​ສະ​ຕິ​ອັນ​ດີ​ຮອບ​ຄອບ ມີກິຣີ​ຍາ​ຮຽບ​ຮ້ອຍ ມີໃຈ​ສັດ​ທາ​ເຫລື້ອມ​ໃສ​ໃນ​ການ​ຮັບ​ແຂກ ເຫມາະ​ສົມ​ທີ່​ຈະ​ເປັນ​ຄ​ຣູ 3 ບໍ່​ເປັນ​ຄົນ​ເມົາ​ເຫລົ້າ ບໍ່​ເປັນ​ຄົນ​ຫຍາບ​ຊ້າ​ສາ​ໂຫດ ແຕ່​ເປັນ​ຄົນ​ມີໃຈ​ສຸ​ພາບ ບໍ່​ເປັນ​ຄົນ​ມັກ​ຜິດ​ຖຽງ​ກັນ ບໍ່​ເປັນ​ຄົນ​ເຫັນ​ແກ່​ເງິນ 4 ຕ້ອງ​ເປັນ​ຄົນ​ຄອບ​ຄອງ​ບ້ານ​ເຮືອນ​ຂອງ​ຕົນ​ໄດ້​ດີ ທີ່​ໃຫ້​ລູກ​ທັງ​ຫລາຍ​ຂອງ​ຕົນ​ຍອມ​ຟັງ​ດ້ວຍ​ຄວາມ​ອ່ອນ​ນ້ອ​ມ​ທຸກ​ຢ່າງ 5 (ເພາະ​ວ່າ​ຖ້າ​ຊາຍ​ຜູ້​ໃດ​ບໍ່​ຮູ້​ຈັກ​ຄອບ​ຄອງ​ບ້ານ​ເຮືອນ​ຂອງ​ຕົນ ຜູ້​ນັ້ນ​ຈະ​ດູ​ແລ​ຄ​ຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້​ຢ່າງ​ໃດ) 6 ຢ່າຕັ້ງ​ຜູ້​ທີ່​ເຊື່ອ​ໃຫມ່ໆ​ໃຫ້​ເປັນ​ຜູ້​ດູ​ແລ ຢ້ານ​ວ່າ​ຈະ​ອວດ​ຕົວ​ຂຶ້ນ​ດ້ວຍ​ຄວາມ​ຈອງ​ຫອງ ແລ້ວ​ຈະ​ຖືກ​ໂທດ​ເຫມືອ​ນຢ່າງ​ພ​​ຍາ​ມານ 7 ອີກ​ປະ​ການ​ນຶ່ງ ຜູ້​ດູ​ແລ​ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ຄົນ​ພາຍນອກ​ນັບ​ຖື ຢ້ານ​ວ່າ​ຈະຖືກ​ການ​ຕິ​ຕຽນ​ນິນ​ທາ ແລະ​ຖືກ​ບ້ວງ​ບາດ​ຂອງ​ມານ 8 ຝ່າຍ​ພວກ​ຜູ້​ບົວ​ລະ​ບັດ​ນັ້ນ​ກໍ​ເຫມືອນ​ກັນ ຄື​ຕ້ອງ​ເປັນ​ຄົນ​ເອົາ​ການ​ເອົາ​ງານ ບໍ່​ເປັນ​ຄົນ​ສອງ​ລີ້ນ ບໍ່​ເປັນ​ຄົນ​ດື່ມ​ເຫລົ້າ​ແວງ​ເກີນ​ສ່ວນ ບໍ່​ເປັນ​ຄົນ​ໂລບ​ເຫັນ​ແກ່​ໄດ້ 9 ແຕ່​ຕ້ອງ​ເປັນ​ຄົນຍຶດ​ຫມັ້ນໃນ​ຂໍ້​ລັບ​ເລິກ​ແຫ່ງ​ຄວາມ​ເຊື່ອ​ດ້ວຍ​ໃຈ​ສຳ​ນຶກວ່າ​ຕົນ​ຊອບ 10 ຈົ່ງລອງ​ເບິ່ງ​ຄົນ​ເຫລົ່າ​ນີ້​ເສັຽກ່ອນ ແລະ​ເມື່ອ​ເຫັນ​ວ່າ​ບໍ່​ມີ​ຂໍ້​ຕິ​ຕຽນ​ໄດ້ ຈຶ່ງ​ຕັ້ງ​ເຂົາ​ໄວ້​ໃນ​ຕໍາ​ແຫນ່ງ​ຜູ້​ບົວ​ລະ​ບັດ 11 ຝ່າຍ​ຜູ້​ຍິງ​ກໍ​ເຫມືອນ​ກັນ ຕ້ອງ​ເປັນ​ຄົນ​ເອົາ​ການ​ເອົາ​ງານ ບໍ່​ເປັນ​ຄົນ​ໃສ່​ຮ້າຍ​ປ້າຍ​ສີ ແຕ່​ຕ້ອງ​ເປັນ​ຄົນ​ຣູ້​ຈັກ​ບັງ​ຄັບ​ຕົນ ແລະ​ເປັນ​ຄົນ​ສັດ​ຊື່​ໃນ​ສິ່ງ​ທັງ​ປວງ 12 ຝ່າຍ​ຜູ້​ບົວ​ລະ​ບັດ​ນັ້ນ ຕ້ອງ​ເປັນ​ຜົວ​ຂອງ​ຍິງ​ຄົນ​ດຽວ ເປັນ​ຄົນ​ຮູ້​ຈັກ​ຄອບ​ຄອງ​ລູກ ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໄດ້​ດີ 13 ເພາະ​ວ່າ​ຜູ້​ທີ່​ດຳ​ເນີນ​ຫນ້າ​ທີ່​ບົວ​ລະ​ບັດ​ໄດ້​ດີ​ນັ້ນ​ກໍ​ໄດ້​ຮັບ​ກຽດ ແລະ​ມີ​ໃຈ​ກ້າ​ອາດ​ກ່າວ​ເຖິງ​ຄວາມ​ເຊື່ອ​ທີ່​ມີ​ໃນ​ພຣະ​ເຢ​ຊູ​ຄຣິດ

ຂໍ້​ລັບ​ເລິກ​ແຫ່ງ​ພຣະ​ສາ​ສ​ນາ​ຂອງ​ເຮົາ

14 ເຮົາ​ຫວັງ​ໃຈ​ວ່າ​ໃນ​ມໍ່ໆ​ນີ້ ເຮົາ​ຈະ​ໄດ້​ມາ​ຫາ​ເຈົ້າ​ທັງ​ຫລາຍ ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ນີ້​ມາ​ເຖິງ​ພວກ​ເຈົ້າ ກໍ​ເພື່ອ​ວ່າ, 15 ຖ້າ​ເຮົາ​ຫາກ​ຍັງ​ຊ້າ​ຢູ່ ພວກ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ຄວນ​ຈະ​ບົວ​ລະ​ບັດ​ຢ່າງ​ໃດ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ ຄື​ຄ​ຣີ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ທີ່​ເປັນ​ເສົາ ແລະ​ຮາກ​ແຫ່ງ​ຄວາມ​ຈິງ 16 ເຮົາ​ຕ້ອງຍອມ​ຮັບ​ວ່າ ຂໍ້​ລັບ​ເລິກ​ແຫ່ງ​ສາ​ສ​ນາ​ຂອງ​ເຮົາ​ນີ້​ກໍ​ໃຫຍ່​ຫລາຍ ຄື​ວ່າ ພຣະ​ອົງ​ຊົງ​ປາ​ກົດ​ມີ​ສະ​ພາບ​ເປັນ​ມະ​ນຸດ ພຣະ​ວິນ​ຍານ​ໄດ້​ຊົງ​ປະ​ກາດ​ວ່າ​ຊົງ​ເປັນ​ຜູ້​ຊອບ​ທັມ ຝູ​ງເທວະ​ດາ​ກໍ​ໄດ້​ເຫັນ ມີ​ຜູ້​ປະ​ກາດ​ພຣະ​ອົງ​ແກ່​ພວກ​ຕ່າງ​ຊາດ ມີ​ຊາວ​ໂລກ​ໄດ້​ເຊື່ອ​ຖື​ພຣະ​ອົງ ພຣະ​ອົງ​ຊົງ​ຖືກ​ຮັບ​ຂຶ້ນ​ເມື່ອ​ສູ່​ພຣະ​ຣັ​ສ​ມີ

1 ຕິໂມທຽວ 4

ເຣື່ອງ​ຄ​ຣູສອນ​ບໍ່​ຈິງ

1 ພຣະ​ວິນຍານ​ຊົງ​ກ່າວ​ໄວ້​ໂດຍ​ແຈ່ມ​ແຈ້ງວ່າ ໃນ​ຄາວ​ພາຍ​ຫນ້າ​ຈະ​ມີ​ລາງ​ຄົນ​ປະ​ຖິ້ມ​ຄວາມ​ເຊື່ອ ໂດຍ​ຫັນ​ໄປ​ເຊື່ອ​ຟັງ​ວິນ​ຍານ​ທີ່​ລໍ້​ລວງ ແລະ​ຟັງ​ຄຳ​ສອນ​ຂອງ​ພວກ​ຜີ​ຮ້າຍ 2 ຊຶ່ງ​ມາ​ຈາ​ກການ​ຫນ້າ​ຊື່​ໃຈ​ຄົດ​ຂອງ​ຄົນ​ທີ່​ກ່າວ​ຕົວະ ຄື​ຄົນ​ທີ່​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຂົາ​ຖືກ​ຫມາຍ​ໄວ້​ເຫມືອນ​ກັບ​ຮອຍ​ເຫລັກ​ແດງ 3 ເຂົາຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມັຽ ຫ້າມ​ບໍ​ຣິ​ໂພກອາ​ຫານ​ບາງ​ຊະ​ນິດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ສ້າງ​ໄວ້ ໃຫ້​ຜູ້​ທີ່​ເຊື່ອແລະ​ຮູ້​ຈັກ​ຄວາມ​ຈິງ​ນັ້ນ​ໄດ້​ຮັບ​ບໍ​ຣິ​ໂພກ​ດ້ວຍ​ຂອບ​ພຣະ​ຄຸນ 4 ດ້ວຍ​ວ່າ​ສິ່ງ​ສາ​ຣະ​ພັດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ສ້າງ​ໄວ້​ນັ້ນ​ກໍ​ເປັນ​ຂອງ​ດີ ບໍ່​ມີ​ສິ່ງ​ໃດ​ທີ່​ຄ​ວນ​ປະ​ຖິ້ມ​ຈັກ​ສິ່ງ ແຕ່​ຄວນ​ຮັບ​ເອົາທຸກ​ສິ່ງ​ດ້ວຍ​ຂອບ​ພຣະ​ຄຸນ 5 ເພາະ​ວ່າ​ສິ່ງ​ເຫລົ່າ​ນັ້ນ​ກໍ​ຊົງ​ຊຳ​ຮະ​ໄວ້​ແລ້ວ ໂດຍພຣະ​ທັມ​ຂອງ​ພຣະ​ເຈົ້າ​ແລະ​ຄຳ​ວອນ​ຂໍ

ຜູ້​ບົວ​ລະ​ບັດ​ທີ່​ດີ​ຂອງ​ພຣະ​ເຢ​ຊູ​ຄຣິດ

6 ຖ້າ​ເຈົ້າ​ຈະ​ໃຫ້​ຄຳ​ແນະ​ນຳເຫລົ່າ​ນີ້​ແກ່​ພວ​ກພີ່​ນ້ອງ ເຈົ້າ​ກໍ​ຈະ​ເປັນ​ຜູ້​ບົວ​ລະ​ບັດ​ທີ່​ດີ​ຂອງ​ພຣະ​ເຢ​ຊູ​ຄຣິດ ບຳ​ຣຸງ​ຕົນ​ດ້ວຍ​ຂໍ້​ຄວາມ​ເຣື່ອງ​ຄວາມ​ເຊື່ອ ແລະ​ດ້ວຍ​ຫລັກ​ຄຳ​ສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ຂັບ​ຕາມ​ນັ້ນ 7 ຈົ່ງ​ເວັ້ນ​ຫນີ​ຈາກ​ນີ​ຍາຍ​ປະ​ໂລມ​ໂລກ ທີ່​ພວກ​ຜູ້​ຍິງ​ເຖົ້າ​ເຄີຍ​ເລົ່າ​ໃຫ້​ຟັງ​ນັ້ນ ແຕ່​ຈົ່ງ​ຝຶກ​ຕົນ​ໃນ​ການ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ​ ເພາະ​ການ​ຝຶກ​ຫັດ​ທາງກາຍ​ນັ້ນ​ມີ​ປ​ໂຍດ​ບາງ​ຢ່າງ 8 ແຕ່​ການ​ນັບ​ຖືພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງມີ​ປ​ໂຍດ​ທຸກ​ຢ່າງ ເພາະ​ໄດ້​ຮັບ​ພຣະ​ສັນ​ຍາ​ໄວ້​ສຳ​ລັບຊີ​ວິດ​ໃນ​ປັດ​ຈຸ​ບັນ​ແລະ​ໃນ​ອາ​ນາ​ຄົດ​ດ້ວຍ 9 ຂໍ້​ຄວາມ​ນີ້​ກໍ​ສັດ​ຈິງ ແລະ​ສົມ​ຄວນ​ທຸກ​ຄົນ​ຈະ​ໄດ້​ຮັບ​ເຊື່ອ​ເອົາ​ໄວ້ 10 ເຫດ​ທີ່​ເຮົາ​ເຮັດ​ການ​ຫນັກ​ຫນ່ວງ ແລະ​ອົດ​ສາ​ສູ້ ກໍ​ເພາະ​ວ່າ​ເຮົາ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ຄົນ​ທັງ​ປວງ ເປັນ​ຕົ້​ນ​ຂ​ອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ອົງ 11 ຈົ່ງ​ສັ່ງ​ສອນ​ຂໍ້​ຄວາມ​ເຫລົ່າ​ນີ້ 12 ຢ່າ​ໃຫ້​ຜູ້​ໃດ​ຫມິ່ນ​ປມາດ​ຄວາມ​ຫນຸ່ມ​ຂອງ​ເຈົ້າ ແຕ່​ຈົ່ງ​ເປັນ​ແບບ​ຢ່າງ​ແກ່​ຄົນ​ທັງ​ປວງ​ທີ່​ເຊື່ອ ທັງ​ໃນ​ທາງ​ກິ​ຣິ​ຍາ​ແລະ​ວາ​ຈາ ໃນ​ຄວາມ​ຮັກ ໃນ​ຄວາມ​ເຊື່ອ ແລະ​ໃນ​ຄວາມ​ບໍ​ຣິ​ສຸດ 13 ຈົ່ງ​ຕັ້ງ​ໃຈ​ໃນການ​ອ່ານ​ຫນັງ​ສື ໃນ​ການ​ເຕືອນ​ສະ​ຕິ ແລະ​ໃນ​ການ​ສັ່ງ​ສອນ ຈົນ​ກວ່າ​ເຮົາ​ຈະ​ມາ 14 ຢ່າ​ເບິດ​ເສີຍ​ຕໍ່​ຄຸນ​ທັມ​ທີ່​ມີ​ຢູ່​ໃນ​ຕົວ​ເຈົ້າ ທີ່​ໄດ້​ຊົງ​ປະ​ທານ​ແກ່​ເຈົ້າ​ດ້ວຍ​ຄຳ​ທຳ​ນ​ວາຍ​ເມື່ອ​ຄ​ນະ​ເຖົ້າ​ແກ່​ໄດ້​ວາງ​ມື​ໃສ່​ເຈົ້າ 15 ຈົ່ງ​ຫມັ່ນ​ຮ່ຳ​ເພິງ​ຂໍ້​ຄວາມ​ເຫລົ່າ​ນີ້​ດ້ວຍ​ສຸດ​ໃຈ ເພື່ອ​ຄວາມ​ຈະ​ເຣີນ​ຂອງ​ເຈົ້າ​ຈະ​ໄດ້​ປາ​ກົດ​ແກ່​ຄົນ​ທັງ​ປວງ 16 ຈົ່ງ​ລະ​ວັງ​ຕົວ ແລະ​ການ​ສັ່ງ​ສອນ​ຂອງ​ເຈົ້າ​ໃຫ້​ດີ ຈົ່ງ​ຕັ້ງ​ຫມັ້ນ​ຢູ່​ໃນ​ຂໍ້​ຄວາມ​ເຫລົ່າ​ນີ້ ເພາະ​ເມື່ອ​ເຮັດ​ຢ່າງ​ນັ້ນ​ເຈົ້າ​ຈະ​ຊ່ອຍ​ຕົນ​ເອງ ກັບ​ທັງ​ຊ່ອຍ​ຄົນ​ທັງ​ຫລາຍ​ທີ່​ຟັງ​ເຈົ້າ​ນັ້ນ​ໃຫ້​ພົ້ນ

1 ຕິໂມທຽວ 5

ຫນ້າ​ທີ່​ຕ້ອງ​ເຮັດ​ຕໍ່​ຜູ້​ອື່ນ

1 ຢ່າ​ໃສ່​ຄຳ​ຫຍາບ​ໃນ​ການ​ຕັກ​ເຕືອນ​ຊາຍ​ຜູ້​ອາ​ວຸ​ໂສ ແຕ່​ຈົ່ງ​ຂໍ​ຮ້ອງ​ເຫມືອນ​ທ່າ​ນ​ເປັນ​ພໍ່ ຈົ່ງ​ຖື​ວ່າ​ພວກ​ຊາຍ​ຫນຸ່ມ​ນັ້ນ​ເປັນ​ເຫມືອນ​ອ້າຍ​ນ້ອງ 2 ແລະ​ພວກ​ຍິງ​ຜູ້​ມີ​ອາ​ວຸ​ໂສ​ເປັນ​ເຫມືອນ​ແມ່ ສ່ວນ​ພວກ​ຜູ້​ຍິງ​ຫນຸ່ມ​ໃຫ້​ເປັນ​ເຫມືອນ​ເອື້ອຍ​ນ້ອງ ໂດຍ​ມີ​ໃຈ​ບໍ​ຣິ​ສຸດ​ຕໍ່​ເຂົາ 3 ຈົ່ງ​ຮັບ​ຮູ້​ພວກ​ແມ່​ຫມ້າຍ​ທີ່​ເປັນ​ແມ່​ຫມ້າຍ​ແທ້​ຈິງ 4 ຖ້າ​ແມ່​ຫມ້າຍ​ຄົນ​ໃດ​ມີ​ລູກ​ຫລື​ຫລານ ກໍ​ໃຫ້​ລູກ​ຫລານ​ນັ້ນ​ຮຽນ​ວີ​ທີ​ປະ​ຕິ​ບັດ​ທາງ​ສາ​ສ​ນາ ໂດຍ​ບົວ​ລະ​ບັດ​ຕໍ່​ຄອບ​ຄົວ​ຂອງ​ຕົນ​ກ່ອນ ແລະ​ໃຫ້​ຕອບ​ແທນ​ຄຸນ​ພໍ່​ແມ່ ເພາະ​ວ່າ​ການ​ເຮັດ​ຢ່າງ​ນັ້ນ​ເປັນ​ທີ່​ຊອບ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 5 ຝ່າຍ​ຜູ້​ຍິງ​ທີ່​ເປັນ​ແມ່​ຫມ້າຍ​ແທ້ ແລະ​ຖືກ​ປະ​ຢູ່​ແຕ່​ຜູ້​ດຽວ​ນັ້ນ ກໍ​ຍອມມອບ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ເຈົ້າ ແລະ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ການວອນ​ຂໍ ແລະ​ໃນ​ການ​ໄຫວ້ວອນ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ 6 ສ່ວນ​ຜູ້​ຍິງ​ທີ່​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສ​ນຸກ​ນັ້ນ ກໍ​ຕາຍ​ແລ້ວ​ທັງ​ເປັນ 7 ຈົ່ງ​ສັ່ງ​ເນັ້ນ​ຂໍ້​ນີ້​ເພື່ອ​ເຂົາ​ຈະ​ບໍ່​ຖືກ​ຕິ​ຕຽນ 8 ຖ້າ​ແມ່ນ​ຜູ້​ໃດ​​ບໍ່​ບຳ​ຣຸງ​ລ້ຽງ​ດູ​ຍາດ​ພີ່ນ້ອງ​ຂອງ​ຕົນ ເປັນ​ຕົ້ນ​ວ່າ​ຄົນ​ໃນ​ຄອບ​ຄົວ​ຂອງ​ຕົນ ຜູ້​ນັ້ນ​ກໍ​ໄດ້​ປະ​ຕິ​ເສດ​ພຣະ​ສາ​ສ​ນາ​ເສັຽ​ແລ້ວ ແລະ​ແຮ່ງ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ​ເສັຽອີກ 9 ຢ່າ​ໄດ້​ລົງ​ຊື່​ແມ່​ຫມ້າຍ​ຄົນ​ໃດ​ໃນ​ທະ​ບຽນ ເວັ້ນໄວ້​ແຕ່​ຜູ້​ທີ່​ມີ​ອາ​ຍຸ​ຫົກ​ສິບ​ປີ ແລະ​ເປັນ​ເມັຽ​ຂອງ​ຊາຍ​ຄົນ​ດຽວ 10 ແລະ​ຈະ​ຕ້ອງ​ເປັນ​ຜູ້ທີ່​ມີ​ຊື່​ວ່າ​ໄດ້​ເຮັດການ​ດີ ຄື​ໄດ້​ບຳ​ຣຸງ​ລ້ຽງ​ລູກ ພໍ​ໃຈ​ຮັບ​ແຂກ ໄດ້​ລ້າງ​ຕີນ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໄດ້ສົງ​ເຄາະ​ຄົນ​ທີ່​ມີ​ຄວາມ​ທຸກ​ລຳ​ບາກ ແລະ​ຫມັ່ນ​ຕິດ​ຕາມ​ການ​ດີ​ທຸກ​ຢ່າງ 11 ແຕ່​ແມ່​ຫມ້າຍ​ທີ່​ຍັງ​ຫນຸ່ມກວ່າ​ນັ້ນ​ຢ່າ​ຍອມ​ຮັບ ເພາະ​ວ່າ​ເມື່ອ​ເຂົາ​ຫລົງ​ຫ່າງ​ຈາກ​ພຣະ​ຄຣິດ​ໄປ​ແລ້ວ​ເຂົາ​ກໍ​ຢາ​ກ​ເອົາ​ຜົວ​ໃຫມ່ 12 ເຂົາ​ຈະ​ຕ້ອງ​ຖືກ​ຕຳ​ຫນິ ເພາະ​ເຂົາ​ໄດ້​ລະ​ເມີດ​ຄຳ​ປະ​ຕິ​ຍານເດີມ​ຂອງ​ເຂົາ 13 ນອກ​ຈາກ​ນັ້ນ​ເຂົາ​ກໍຈະ​ຮຽນ​ເປັນ​ຄົນ​ມັກ​ຢູ່​ລ້າ ທ່ຽວ​ໄປ​ເຮືອນ​ຫລັງ​ນັ້ນ​ຫລັງ​ນີ້ ບໍ່​ໃຊ່​ເປັນ​ແຕ່​ຄົນ​ມັກ​ຢູ່​ລ້າ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ຄົນ​ມັກ​ເວົ້າ​ຄວາມ​ບໍ່​ມີ​ແກ່ນ​ສານ ທັງ​ເປັນ​ຄົນ​ເຂົ້າ​ຫຍຸ້ງ​ກ່ຽວ​ກັບ​ທຸ​ຣະ​ກິດ​ຂອງ​ຜູ້​ອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມ​ຄວນ 14 ເຫດ​ສັນ​ນັ້ນ​ເຮົາ​ຈຶ່ງ​ປາ​ຖ​ນາ​ໃຫ້​ພວກ​ແມ່​ຫມ້າຍ​ທີ່​ຍັງ​ຫນຸ່ມ​ນັ້ນ​ເອົາ​ຜົວ ມີ​ລູກ ແລະ​ດູ​ແລ​ບ້ານ​ເຮືອນ ເພື່ອ​ບໍ່​ໃຫ້​ສັດ​ຕຣູ​ມີ​ຊ່ອງ​ທາງ​ນິນ​ທາ​ໄດ້ 15 ເພາະ​ວ່າ​ມີ​ລາງ​ຄົນ​ໄດ້​ຫລົງ​ຕາມ​ຊາ​ຕານ​ໄປ​ແລ້ວ 16 ຖ້າ​ຍິງ​ຜູ້​ມີ​ຄວາມ​ເຊື່ອ​ຄົນ​ໃດ​ມີ​ພີ່​ນ້ອງ​ເປັນ​ແມ່​ຫມ້າຍ ກໍ​ໃຫ້​ທ່ານ​ຊ່ອຍ​ລ້ຽງ​ດູ ຢ່າ​ໃຫ້​ເປັນ​ພາ​ຣະ​ຂອງ​ຄ​ຣິ​ສ​ຕະ​ຈັກ ເພື່ອ​ຄ​ຣິ​ສ​ຕະ​ຈັກ​ຈະ​ໄດ້​ສົງ​ເຄາະ​ພວກ​ທີ່​ເປັນ​ແມ່​ຫມ້າຍ​ອັນ​ແທ້​ຈິງ 17 ຈົ່ງ​ຖືວ່າ​ພວກ​ເຖົ້າ​ແກ່​ທີ່​ປົກ​ຄອງ​ດີ​ນັ້ນ ສົມ​ຄວນໄດ້​ຮັບ​ກຽດ​ສອງ​ທໍ່ ເປັນ​ຕົ້ນ​ວ່າ ພວກ​ເຖົ້າ​ແກ່​ທີ່​ເທ​ສ​ນາ ແລະ​ສັ່ງ​ສອນ​ດ້ວຍ​ການ​ຫນັກ​ຫນ່ວງ 18 ເພາະ​ພຣະ​ຄຳ​ພີ​ກ່າວ​ວ່າ, “ຢ່າ​ເອົາ​ສອບ​ໃສ່​ສົບ​ງົວ​ທີ່​ກຳ​ລັງ​ຢຽບ​ເຂົ້າ” ແລະ “ຄົນ​ງານ​ກໍ​ຄວນ​ຈະ​ໄດ້​ຮັບ​ຄ່າ​ຈ້າງ​ຂອງ​ຕົນ” 19 ຢ່າ​ຍອມ​ຮັບ​ຄຳ​ກ່າວ​ຫາ​ໃສ່​ເຖົ້າ​ແກ່​ຄົນ​ໃດ ເວັ້ນ​ເສັຽ​ແຕ່​ມີ​ພຍານ​ສອງ​ຫລື​ສາມ​ປາກ 20 ສຳ​ລັບ​ຜູ້​ທີ່​ຍັງ​ເຮັດ​ຜິດ​ນັ້ນ ຈົ່ງ​ຕິ​ຕຽນ​ເຂົາ​ຊ້ອງ​ຫນ້າ​ຄົນ​ທັງ​ປ​ວງ ເພື່ອ​ຜູ້​ອື່ນ​ຈະ​ມີ​ຄວາມ​ຢ້ານ

ເຫມືອນ​ກັນ

21 ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແລະ​ພຣະ​ເຢ​ຊູ​ຄຣິດ ແລະ​ຝູງ​ເທວະ​ດາ​ທີ່​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ໃຫ້​ເຈົ້າ​ຮັກ​ສາ​ລະ​ບຽບ​ເຫລົ່າ​ນີ້​ໄວ້​ໂດຍ​ບໍ່​ເຫັນ​ແກ່​ຫນ້າ​ຜູ້​ໃດ ແລະ​ບໍ່​ເຮັດການ​ໃດໆ​ດ້ວຍ​ໃຈ​ລຳ​ອຽງ 22 ຢ່າ​ຟ້າວ​ວາງ​ມື​ລົງ​ໃສ່​ຜູ້​ໃດ ຢ່າ​ເຂົ້າ​ມີ​ສ່ວນ​ຮ່ວມ​ການ​ຜິດ​ບາບ​ກັບ​ຄົນ​ອື່ນ ຈົ່ງ​ຮັກ​ສາ​ຕົວ​ໄວ້​ໃຫ້​ບໍ​ຣິ​ສຸດ 23 ຕໍ່​ໄປ​ຢ່າ​ດື່ມ​ແຕ່​ນ້ຳ​ສິ່ງ​ດຽວ ແຕ່​ຄວນ​ໃຊ້​ເຫລົ້າ​ແວງ​ແດ່​ເລັກ​ນ້ອຍ ເພາະ​ເຫັນ​ແກ່​ກະ​ເພາະ​ອາ​ຫານ ແລະ​ຄວາມ​ອ່ອນ​ແຮງ​ທີ່​ເຈົ້າ​ມີ​ຢູ່​ເລື້ອຍ​ນັ້ນ 24 ການ​ຜິດ​ບາບ​ຂອງ​ລາງ​ຄົນ​ກໍ​ປາ​ກົດ​ຢ່າງ​ເປີດ​ເຜີຍ ນຳ​ເຂົາ​ໄປ​ສູ່​ການ​ພິ​ພາກ​ສາ ແຕ່​ການ​ຜິດ​ບາບ​ຂອງ​ລາງ​ຄົນ​ກໍ​ປາ​ກົດ​ຕາມ​ພາຍ​ຫລັງ 25 ສ່ວນ​ການ​ດີກໍ​ປາ​ກົດ​ເປິດ​ເຜີຍ​ຢ່າງ​ດຽວ​ກັນ ແລະ​ເຖິງ​ແມ່ນ​ວ່າ​ບໍ່​ປາ​ກົດ​ຄັກ​ກໍ​ປົກ​ບັງ​ໄວ້​ບໍ່​ໄດ້

1 ຕິໂມທຽວ 6

1 ສ່ວນ​ຄົນ​ທັງ​ຫລາຍ​ທີ່​ເຂົ້າ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມ​ເປັນ​ຂ້ອຍ​ຂ້າ​ນັ້ນ​ ໃຫ້​ຖືວ່າ​ນາຍ​ຂອງ​ຕົນ​ເປັນ​ຜູ້​ສົມ​ຄວ​ນຮັບ​ກຽດ​ທຸກ​ຢ່າງ ເພື່ອ​ວ່າພຣະ​ນາມ​ຂອງພຣະ​ເຈົ້າ ແລະ​ຄຳ​ໂອ​ວາດ​ຈະ​ບໍ່​ຖືກ​ປ​ມາດ 2 ຝ່າຍ​ພວກ​ຂ້ອຍ​ຂ້າ​ທີ່​ມີ​ນາຍ​ເປັນ​ຜູ້​ທີ່​ເຊື່ອ​ແລ້ວ​ກໍ​ຢ່າ​ຄຶດ​ປ​ມາດ​ນາຍ​ນັ້ນ ເພາະ​ເຫດ​ວ່າ​ເປັນ​ພີ່​ນ້ອງ​ກັນ ແຕ່​ວ່າ​ຫລາຍກວ່າ​ນັ້ນ​ເຂົາ​ຕ້ອງ​ຮັບ​ໃຊ້​ນາຍ​ໃຫ້​ດີ​ຂຶ້ນ ເພາະ​ເຫດ​ວ່າ​ນາຍ​ຜູ້​ຮັບ​ປ​ໂຍດ​ຈາ​ກການ​ງານ​ຂອງ​ຕົນ​ນັ້ນ ກໍ​ເປັນ​ຜູ້​ມີ​ຄວາມ​ເຊື່ອ ແລະ​ເປັນ​ທີ່​ຮັກ

ອັນ​ຕະ​ຣາຍ​ຂອງ​ຄຳ​ສອນ​ປອມ ແລະ​ການ​ຮັກ​ແພງ​ເງິນ

3 ຈົ່ງ​ສັ່ງ​ສອນ ແລະ​ເຕືອນ​ສະ​ຕິ​ຂໍ້​ຄວາມ​ເຫລົ່າ​ນີ້ ຖ້າ​ຜູ້​ໃດ​ສອນ​ຜິດ​ໄປ​ຈາກນີ້ ແລະ​ບໍ່​ຍອມ​ເຫັນ​ຕາມ​ພຣະ​ທັມ​ອັນ​ມີ​ຫລັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ຄຳ​ໂອ​ວາດ​ທີ່​ສົມ​ກັ​ບ​ການ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ 4 ຜູ້​ນັ້ນ​ກໍ​ເປັນ​ຄົນ​ຈອງ​ຫອງ ບໍ່​ຮູ້​ຈັກ​ສິ່ງ​ໃດ ແຕ່​ມົວ​ເມົາ​ໃນ​ການ​ຖົກ​ຖຽງ​ກັນ ແລະ​ທະ​ເລາະ​ວິວາດ​ກັນ​ເຖິງ​ເຣື່ອງ​ຄຳ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ເຫິງ​ສາ​ກັນ ການ​ຜິ​ດຖຽງ​ກັນ ການ​ຫມິ່ນ​ປ​ມາດ​ກັນ ການ​ບໍ່​ໄວ້​ວາງ​ໃຈ​ຄຶດ​ຮ້າຍ​ຕໍ່​ກັນ 5 ແລະ​ການ​ກະ​ທົບ​ກະ​ເທືອນ​ບໍ່​ຂາດ​ລະ​ຫວ່າງ​ຄົນ​ໃຈ​ທຸ​ຈ​ຣິດ ແລະ​ຂາດ​ຄວາມ​ຈິງ ທີ່​ຄຶດ​ວ່າ​ການ​ນັບ​ຖືພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ​ນັ້ນ​ເປັນ​ທາງ​ທີ່​ຈະ​ໄດ້​ກຳ​ໄຣ 6 ຈິງ​ຢູ່ ການ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ​ນັ້ນ ໄດ້​ກຳ​ໄຣ​ອັນ​ມະ​ຫາ​ສານ​ແກ່​ຜູ້​ທີ່​ມີ​ຄວາມ​ພໍ​ໃຈ​ກັບ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່ 7 ເພາະ​ວ່າ​ພວກ​ເຮົາ​ບໍ່​ໄດ້​ເອົາ​ສິ່ງ​ໃດ​ເຂົ້າ​ມາ​ໃນ​ໂລກ​ສັນ​ໃດ ເຮົາ​ກໍ​ຈະ​ເອົາ​ສິ່ງ​ໃດ​ອອກ​ໄປ​ຈາກ​ໂລກ​ບໍ່​ໄດ້​ສັນ​ນັ້ນ 8 ແຕ່​ຖ້າ​ພວກ​ເຮົາ​ມີ​ອາ​ຫານ​ການ​ກິນ​ກັບ​ເຄື່ອງ​ນຸ່ງ​ຫົ່ມ​ກໍ​ໃຫ້​ເຮົາ​ພໍ​ໃຈ​ກັບ​ສິ່ງ​ເຫລົ່າ​ນັ້ນ 9 ສ່ວນ​ຄົນ​ເຫລົ່າ​ນັ້ນ​ທີ່​ຢາກ​ລ້ຳ​ຣວຍ​ກໍ​ຕົກ​ໃນ​ການ​ທົດ​ລອງ ໃນ​ບ້ວງ​ແຮ້ວ ແລະ​ໃນ​ຕັນ​ຫາ​ອັນ​ໂງ່​ຫລາຍ​ຢ່າງ ຊຶ່ງ​ເປັນ​ໄພ​ແກ່​ຕົວ​ທີ່​ເຮັດ​ໃຫ້​ມະ​ນຸດ​ຈົມ​ລົງ​ໃນ​ຄວາມ​ວິ​ນາດ​ຈິບ​ຫາຍ​ເສື່ອມ​ສູນ​ໄປ 10 ເພາະ​ວ່າ​ການ​ຮັກ​ເງິນ​ຄຳ​ເປັນ​ເຄົ້າ​ມູນ​ຂອງ​ຄວາມ​ຊົ່ວ​ທຸກ​ຢ່າງ ແລະ​ເພາະ​ເຫດ​ຄວາມ​ໂລບ​ນີ້​ແຫລະ ຈຶ່ງ​ຊັກ​ຈູງ​ຜູ້​ລາງ​ຄົນ​ໃຫ້​ຫລົງ​ໄປ​ຈາກ​ຄວາມ​ເຊື່ອ ແລະ​ແທງ​ຕົວ​ເອງ​ຈົນ​ຊອດ​ດ້ວຍ​ຄວາມ​ເຈັບ​ແສບ​ຫລາຍ​ປະ​ການ

ການ​ຕໍ່​ສູ້​ຢ່າງ​ເຕັມ​ກຳ​ລັງ​ກ່ຽວ​ກັບ​ຄວາມ​ເຊື່ອ

11 ແຕ່​ເຈົ້າ​ຜູ້​ເປັນ​ຄົນ​ຂອງ​ພຣະ​ເຈົ້າ ຈົ່ງ​ຫລີກ​ຫນີ​ຈາກ​ສິ່ງ​ເຫລົ່າ​ນີ້ ແລະ​ຈົ່ງ​ຕິດ​ຕາມ​ຄວາມ​ຊອບ​ທັມ ຄວາ​ມນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ ຄວາມ​ສັດ​ຊື່ ຄວາມ​ຮັກ ຄວາມ​ຫມັ່ນ​ພຽນ ແລະ​ຄວາມ​ອ່ອນ​ສຸ​ພາບ 12 ຈົ່ງ​ອົດ​ສາ​ແຂ່ງ​ຂັນ​ສູ້​ຕາມ​ແນວ​ທາງ​​ຂອງ​ຄວາມ​ເຊື່ອ ຈົ່ງ​ຍຶດ​ເອົາ​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ​ໄວ້ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນໃຫ້​ເຈົ້າ​ຮັບ​ນັ້ນ ໃນ​ເມື່ອ​ເຈົ້າ​ໄດ້​ຮັບ​ເຊື່ອ ແລະ​ປະ​ຕິ​ຍານ​ຕົນ​ຢ່າງ​ດີ​ຕໍ່​ຫນ້າ​ພຍານ​ຫລາຍ​ຄົນ 13 ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ຜູ້​ຊົງ​ບັນ​ດານ​ໃຫ້​ສິ່ງ​ທັງ​ປວງ​ມີ​ຊີ​ວິດ ແລະ​ຕໍ່​ພຣະ​ພັກ​ພຣະ​ເຢ​ຊູ​ຄຣິດ ຜູ້​ໄດ້​ຊົງ​ເປັນ​ພຍານ​ເຖິງ​ຄຳ​ປະ​ຕິ​ຍານ​ອັນ​ດີ​ຕໍ່​ຫນ້າ​ປົນ​ທຽວປີ​ລາດ 14 ໃຫ້​ເຈົ້າ​ຮັກ​ສາ​ຄຳ​ສັ່ງ​ນີ້ໄວ້ ຢ່າ​ໃຫ້​ດ່າງ​ພ້ອຍ ຢ່າ​ໃຫ້​ມີ​ທີ່​ຕິ​ໄດ້ ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ເຢຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຈະ​ສະ​ເດັດ​ສ່ອງ​ສວ່າງ​ມາ​ປາ​ກົດ 15 ຊຶ່ງ​ພຣະ​ເຈົ້າ​ຜູ້​ສ​ເວີຍສຸກ ແລະ​ຊົງ​ຣິດ​ສູງ​ສຸດ​ແຕ່​ພຣະ​ອົງ​ດຽວ ຊົງ​ເປັນ​ພຣະ​ມະ​ຫາ​ກະ​ສັດ​ເຫນືອ​ກະ​ສັດ​ທັງ​ປວງ ແລະ​ຊົງ​ເປັນ​ເຈົ້າ​ເຫນືອ​ເຈົ້າ​ທັງ​ປວງ ຈະ​ຊົງ​ສະ​ແດງ​ໃຫ້​ປາ​ກົດ​ຕາມ​ເວ​ລາ​ກຳ​ນົດ 16 ພຣະ​ອົງ​ຜູ້​ດຽວ​ຊົງ​ເປັນ​ອະ​ມະ​ຕະ ແລະ​ຊົງ​ສະ​ຖິດ​ຢູ່​ໃນ​ຄວາມ​ສວ່າງ ຊຶ່ງ​ບໍ່​ມີ​ຄົນ​ໃດ​ຈະ​ເຂົ້າ​ໄປ​ເຖິງ ເປັນອົງ​ທີ່​ມະ​ນຸດ​ບໍ່​ໄດ້​ເຫັນ​ຈັກ​ເທື່ອ ແລະ​ບໍ່​ສາ​ມາດ​ຈະ​ເຫັນ​ໄດ້ ພຣະ​ກຽດ ແລະ​ຣິດ​ທາ​ນຸ​ພາບ​ອັນ​ຖາ​ວອນ ຈົ່ງ​ມີ​ແກ່​ພຣະ​ອົງ​ນັ້ນ ອາ​ແມນ

ຄຳ​ເຕືອນ​ສະ​ຕິ​ຕອນ​ສຸດ​ທ້າຍ

17 ເຈົ້າ​ຈົ່ງ​ສັ່ງ​ຄົນ​ທີ່​ຮັ່ງ​ມີ​ຝ່າຍ​ໂລກ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ມີ​ໃຈ​ອວດ​ອົ່ງ​ຖື​ໂຕ ຫລື​ວາງ​ໃຈ​ໃນ​ຊັບ​ສິນ​ອັນ​ບໍ່​ຫມັ່ນ​ທ່ຽງ ແຕ່​ໃຫ້​ໄວ້​ໃຈ​ໃນ​ພຣະ​ເຈົ້າ ຜູ້​ຊົງ​ປະ​ທານ​ສິ່ງ​ສາ​ຣະ​ພັດ​ໃຫ້​ແກ່​ເຮົາ​ທັງ​ຫລາຍ​ຢ່າງ​ບໍ​ຣິ​ບູນ ເພື່ອ​ຈະ​ໃຫ້​ພວກ​ເຮົາ​ໃຊ້​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ 18 ຈົ່ງ​ສັ່ງ​ເຂົາ​ໃຫ້​ເຮັດ​ແຕ່​ຄຸນ​ງາມ​ຄວາມ​ດີ ໃຫ້​ເຂົາ​ຮັ່ງ​ມີ​ໃນ​ການ​ປະ​ຕິ​ບັດ​ອັນ​ດີ​ງາມ ໃຫ້​ເຂົາ​ມີ​ໃຈ​ສັດ​ທາ​ເອື້ອ​ເຟື້ອ​ເຜື່ອ​ແຜ່ ແລະ​ບໍ່​ເຫັນ​ແກ່​ຕົວ 19 ຢ່າງ​ນີ້​ຈຶ່ງ​ຈະ​ໄດ້​ທ້ອນ​ໂຮມ​ຊັບ​ສົມ​ບັດໄວ້​ສຳ​ລັບ​ຕົນ ເພື່ອ​ເປັນ​ຮາກ​ຖານ​ອັນ​ດີ​ສຳ​ລັບ​ຄາວ​ພາຍ​ຫນ້າ ເພື່ອ​ເຂົາ​ຈະ​ໄດ້​ຍຶດ​ເອົາ​ຊີ​ວິດ​ອັນ​ທ່ຽງ​ແທ້ 20 ຕີ​ໂມ​ທຽວ​ເອີຍ ສິ່ງ​ທີ່​ເຮົາ​ຝາກ​ໄວ້​ກັບ​ເຈົ້າ​ແລ້ວ​ນັ້ນ​ຈົ່ງ​ຮັກ​ສາ​ໄວ້ ຈົ່ງ​ເວັ້ນ​ເສັຽ​ຈາກ​ການ​ເວົ້າ​ອັນ​ບໍ່​ເປັນ​ປ​ໂຍດ ແລະ​ຂັດ​ຕໍ່​ສາ​ສ​ນາ ແລະ​ຈາກຂໍ້​ໂຕ້​ຖຽງ​ຂອງ​ສິ່ງ​ທີ່​ເຂົາ​ເອີ້ນ​ຜິດ​ວ່າ​ເປັນ​ວິ​ຊາ​ຄວາມ​ຮູ້ 21 ຊຶ່ງ​ລາງ​ຄົນ​ໄດ້​ຍອມ​ວ່າ​ຮັບ​ເອົາ​ແລ້ວ ຈຶ່ງ​ໄດ້​ຫລົງ​ໄປ​ຈາກ​ຄວາມ​ເຊື່ອ ຂໍ​ພຣະ​ຄຸນ ຈົ່ງ​ສະ​ຖິດ​ຢູ່​ນຳ​ເຈົ້າ​ທັງ​ຫລາຍ​ເທີນ

2 ຕິໂມທຽວ 1

1 ໂປ​ໂລ ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢຊູ​ຄຣິດ​ດ້ວຍ​ທາງ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຕາມ​ພຣະ​ສັນ​ຍາ​ທີ່​ຈະ​ຊົງ​ປະ​ທານ​ຊີ​ວິດ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ 2 ເຖິງ ຕີ​ໂມ​ທຽວ ທີ່​ຮັກ​ຂອງ​ເຮົາ ຂໍ​ພຣະ​ຄຸນ ພຣະ​ເມດ​ຕາ ແລະ​ສັນ​ຕິ​ສຸກ ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄຣິດ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈົ່ງ​ມີ​ຢູ່​ກັບ​ເຈົ້າ​ເທີນ

ການ​ຂອບ​ພຣະ​ຄຸນ ແລະ​ຫນຸນ​ນ້ຳ​ໃຈ

3 ເມື່ອ​ເຮົາ​ລະ​ນຶກ​ເຖິງ​ເຈົ້າ​ສເມີ​ໃນ​ການ​ອ້ອນວອນ​ທູນ​ຂໍ ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ນັ້ນ ເຮົາ​ໄດ້​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ຜູ້​ຊຶ່ງ​ເຮົາ​ໄດ້​ບົວ​ລະ​ບັດ​ຢູ່​ດ້ວຍ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ອັນ​ບໍ​ຣິ​ສຸດ ເຫ​ມືອນ​ຢ່າງ​ປູ່​ຍ່າ​ຕາ​ຍາຍ​ຂອງ​ເຮົາ 4 ຂ​ນະ​ເມື່ອ​ລະ​ນຶກ​ເຖິງ​ນ້ຳ​ຕາ​ຂອງ​ເຈົ້າ ເຮົາ​ກໍ​ປາ​ຖ​ນາ​ທີ່​ຈະ​ໄດ້​ພົບ​ເຈົ້າ​ເພື່ອ​ເຮົາ​ຈະ​ໄດ້​ມີ​ຄວາມ​ຍິນ​ດີ​ຢ່າງ​ເຕັມ​ໃຈ 5 ເຮົາ​ລະ​ນຶກ​ເຖິງ​ຄວາມ​ເຊື່ອ​ອັນ​ຈິງ​ໃຈ​ຂອງ​ເຈົ້າ ອັນ​ເປັນ​ຄວາມ​ເຊື່ອ​ຊຶ່ງ​ເມື່ອ​ກ່ອນ​ໄດ້​ມີ​ຢູ່​ໃນ​ນາງ​ໂລ​ອິ​ສ​ແມ່​ເຖົ້າ​ຂອງ​ເຈົ້າ ແລະ​ໃນ​ນາງ​ອູ​ນິ​ເກ​ແມ່​ຂອງ​ເຈົ້າ ບັດ​ນີ້​ເຮົາ​ເຊື່ອ​ແນ່​ວ່າ​ມີ​ຢູ່​ໃນ​ເຈົ້າ​ເຫມືອນກັນ 6 ເຫດ​ສັນ​ນັ້ນ​ເຮົາ​ຂໍ​ເຕືອນ​ສະ​ຕິ​ເຈົ້າ​ໃຫ້​ເປົ່າ​ຄຸ​ນ​ທັມ​ຂອງ​ພຣະ​ເຈົ້າ ທີ່​ມີ​ຢູ່​ໃນ​ເຈົ້າ​ດ້ວ​ຍການ​ວາງ​ມື​ຂອງ​ເຮົາ​ນັ້ນ​ໃຫ້​ລຸກ​ຮຸ່ງ​ເຮືອງ​ຂຶ້ນ​ໃຫມ່ 7 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ປະ​ທານ​ໃຈ​ອັນ​ຢ້ານ​ກົວ​ໃຫ້​ແກ່​ເຮົາ ແຕ່​ໄດ້​ຊົງ​ປະ​ທານ​ໃຈ​ອັນ​ປະ​ກອບ​ດ້ວຍ​ຣິດ​ອຳ​ນາດ ຄວາມ​ຮັກ ແລະ​ການ​ບັງ​ຄັບ​ຕົນ​ໃຫ້​ແກ່​ເຮົາ 8 ເຫດ​ສັນ​ນັ້ນ ຢ່າ​ລະ​ອາຍ​ທີ່​ຈະ​ເປັນ​ພຍານ​ຝ່າຍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຫລື​ຝ່າຍ​ຕົວ​ເຮົາ​ທີ່​ຖື​ກຈຳ​ຈອງ​ຢູ່​ເພາະ​ເຫັນ​ແກ່​ພຣະ​ອົງ ແຕ່​ຈົ່ງ​ມີ​ສ່ວນ​ໃນ​ການ​ລຳ​ບາກ​ເພື່ອ​ເຫັນ​ແກ່​ຂ່າວ​ປະ​ເສີດ ໂດຍ​ອາ​ໄສ​ຣິດ​ອໍາ​ນາດ​ແຫ່ງ​ພຣະ​ເຈົ້າ 9 ຜູ້​ຊົງ​ໂຜດ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງ​ຫລາຍໃຫ້​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ບໍ່​ໃຊ່​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເອງ ແລະ​ພຣະ​ຄຸນ​ຊຶ່ງ​ຊົງ​ປະ​ທານ​ແກ່​ພວກ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຕັ້ງ​ແຕ່​ດຶກ​ດຳ​ບັນ​ມາ​ນັ້ນ 10 ແລະ​ບັດ​ນີ້​ໄດ້​ຊົງ​ສະ​ແດງ​ໃຫ້​ແຈ່ມ​ແຈ້ງ ໂດຍ​ການ​ທີ່​ພຣະ​ເຢ​ຊູ​ຄຣິດ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ ສະ​ເດັດ​ສ່ອງ​ສວ່າງ​ມາ​ປາ​ກົດ ຜູ້​ໄດ້​ຊົງ​ກຳ​ຈັດ​ຄວາມ​ຕາຍ​ໃຫ້​ສູນ​ສິ້ນ​ໄປ ແລະ​ໄດ້​ຊົງ​ນຳ​ຊີ​ວິດ​ແລະ​ສະ​ພາບ​ອະ​ມະ​ຕະ​ໃຫ້​ປາ​ກົດ​ແຈ້ງ​ໂດຍ​ຂ່າວ​ປະ​ເສີດ 11 ສຳ​ລັບ​ຂ່າວ​ປະ​ເສີດ​ນັ້ນ​ເຮົາ​ໄດ້​ຮັບ​ຊົງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປະ​ກາດ ເປັນ​ອັ​ຄ​ສາ​ວົກ ແລະ​ເປັນ​ຄຣູ​ສອນ 12 ເພາະ​ເຫ​ດ​ນີ້​ແຫລະ ເຮົາ​ຈຶ່ງ​ອົດ​ທົນ​ເອົາ​ສິ່ງ​ທັງ​ຫລາຍ​ນີ້ ເຖິງ​ປານ​ນັ້ນ​ເຮົາ​ກໍ​ບໍ່​ມີ​ຄວາມ​ລະ​ອາຍ ເພາະ​ວ່າ​ເຮົາ​ຮູ້​ຈັກ​ພຣະ​ອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອແລະໄວ້​ວາງ​ໃຈ​ນັ້ນ ແລະ​ເຮົາ​ເຊື່ອ​ຫມັ້ນ​ວ່າພຣະ​ອົງ​ຊົງ​ສາ​ມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະ​ອົງ​ຈົນ​ເຖິງວັນ​ນັ້ນ 13 ຈົ່ງ​ເຮັດ​ຕາມ​ແບບຢ່າງ​ແຫ່ງ​ຄຳ​ສອນ​ອັນ​ມີ​ຫລັກ ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ດ້ວຍ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ທີ່​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ​ 14 ຈົ່ງ​ຮັກ​ສາ​ສິ່ງ​ອັນ​ດີ​ທີ່​ໄດ້​ຊົງ​ມອບ​ໄວ້​ກັບ​ເຈົ້າ​ໂດຍ​ພຣະ​ວິນ​ຍານບໍ​ຣີ​ສຸດ ຊຶ່ງ​ຊົງ​ສະ​ຖິດ​ພາຍ​ໃນ​ເຮົາທັງ​ຫລາຍ 15 ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ຄົນ​ທັງ​ປວງ​ທີ່​ຢູ່​ແຂວງ​ອາ​ເຊັຽນັ້ນ​ກໍ​ຫລົບ​ຫນ້າ​ຫນີ​ຈາກ​ເຮົາ​ຫມົດ ໃນ​ພວກ​ນັ້ນ​ມີ ຟຸ​ເຄ​ໂລ ແລະ​ເຮຣະ​ໂມ​ເຄ​ນ​ຮ່ວມ​ດ້ວຍ 16 ຂໍ​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ເມດ​ຕາ​ແກ່​ຄອບ​ຄົວ​ໂອ​ເນ​ຊີ​ໂຟ​ໂຣ ເພາະ​ຫລາຍ​ເທື່ອ​ໆ​ທ່ານໄດ້​ເຣັດ​ໃຫ້​ເຮົາຊື່ນ​ໃຈ ແລະ​ທ່ານ​ໄດ້​ເອົາ​ໃຈ​ໃສ່​ຊອກ​ຫາ​ເຮົາ​ຈົນ​ພົບ 17 (ຂໍ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ໂຜດ​ໃຫ້​ທ່ານ​ໄດ້​ຮັບ​ພຣະ​ເມດ​ຕາ​ຈາກ​ພຣະ​ອົງ​ໃນ​ວັນ​ນັ້ນ) ແລະ​ທ່ານ​ໄດ້​ບົວ​ລະ​ບັດ​ເຮົາ​ທີ່​ເມືອງ​ເອ​ເຟ​ໂຊ​ຫລາຍ​ປານໃດ ເຈົ້າ​ກໍ​ຮູ້​ດີ​ຢູ່​ແລ້ວ

2 ຕິໂມທຽວ 2

ທະ​ຫານ​ທີ່​ດີຂອງ​ພຣະ​ເຢ​ຊູ​ຄຣິດ

1 ເຫດສັນ​ນັ້ນ ລູກ​ຂອງ​ເຮົາ​ເອີຍ ຈົ່ງ​ເຂັ້ມ​ແຂງ​ຂຶ້ນ​ດ້ວຍ​ພຣະ​ຄຸນ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ຄຣິດ ຄື​ພຣະ​ເຢ​ຊູ 2 ຈົ່ງ​ມອບ​ຄຳ​ສອນ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ຕໍ່​ຫນ້າ​ພຍານ​ຫລາຍ​ຄົນ ໄວ້​ກັບ​ຄົນ​ຊື່​ສັດ​ທີ່​ສາ​ມາດ​ສອນ​ຄົນ​ອື່ນ​ໄດ້​ດ້ວຍ 3 ຈົ່ງ​ມີ​ສ່ວນ​ຮ່ວມ​ທຸກ​ດ້ວຍ​ກັນ​ເຫມືອນ​ເປັນ​ທະ​ຫານ​ທີ່​ດີ​ຂອງ​ພຣະ​ເຢ​ຊູ​ຄຣິດ 4 ບໍ່​ມີ​ທະ​ຫານ​ຄົນ​ໃດ​ເມື່ອ​ເຂົ້າ​ປະ​ຈຳ​ການ​ແລ້ວ​ຈະ​ຫຍຸ້ງ​ກ່ຽວ​ຢູ່​ກັບ​ການ​ງານ​ຝ່າຍ​ພົ​ລ​ເຮືອນ ດ້ວຍ​ວ່າ​ເຂົາ​ຕ້ອງ​ເຮັດ​ໃຫ້​ຜູ້​ທີ່​ເກນ​ຕົນ​ໄດ້​ຮັບ​ຄວາມ​ພໍ​ໃຈ 5 ນັກ​ກິ​ລາ​ຈະ​ບໍ່​ໄດ້​ສວມ​ພວງ​ມາ​ລັຍ ຖ້າ​ເຂົາ​ບໍ່​ແຂ່ງ​ຂັນ​ຕາມ​ກົດ​ລະ​ບຽບ 6 ຊາວ​ນາ​ຜູ້​ເຮັດ​ການ​ຫນັກ​ຫນ່ວງ​ກໍ​ຄວນ​ເປັນ​ຜູ້​ຕົ້ນ​ທີ່​ໄດ້​ຮັບ​ຜົນ 7 ຈົ່ງ​ຄຶດ​ຕຶກ​ຕອງ​ຂໍ້​ຄວາມ​ທີ່​ເຮົາ​ເວົ້າ​ນັ້ນ​ໃຫ້​ຖີ່​ຖ້ວນ ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ປະ​ທານ​ໃຫ້​ເຈົ້າ​ເຂົ້າ​ໃຈ​ໃນ​ທຸກ​ສິ່ງ 8 ຈົ່ງ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ ຜູ້​ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ ແລະ​ຊົງ​ສືບ​ເຊື້ອ​ສາຍ​ຈາກ​ດາ​ວິດ ຕາມ​ຂ່າວ​ປະ​ເສິດ​ທີ່​ເຮົາ​ໄດ້​ປະ​ກາດ​ນັ້ນ 9 ເພາະ​ເຫດ​ຂ່າວ​ປະ​ເສີດ​ນັ້ນ ເຮົາ​ຈຶ່ງ​ທົນ​ທຸກ ແລະ​ຖືກ​ຜູກ​ມັດ​ຢູ່​ເຫມືອນ​ດັ່ງ​ຜູ້​ຮ້າຍ ແຕ່​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ນັ້ນບໍ່ມີ​ຜູ້​ໃດ​ຜູກ​ມັດ​ໄວ້​ໄດ້ 10 ດ້ວຍ​ເຫດ​ນັ້ນ​ເຮົາ​ຈຶ່ງຍອມ​ທົນ​ເອົາ​ທຸກ​ຢ່າງ ເພາະ​ເຫັນ​ແກ່​ພວກ​ທີ່​ຊົງ​ເລືອກ​ໄວ້​ນັ້ນ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ພົ້ນ ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ ພ້ອມ​ທັງ​ສະງ່າ​ຣາ​ສີ​ອັນ​ຕລອດ​ໄປ​ເປັນ​ນິດ 11 ຂໍ້​ນີ້​ເປັນ​ຄຳ​ສັດ​ຈິງ​ຄື “ຖ້າ​ພວກ​ເຮົາ​ໄດ້​ຕາຍ​ດ້ວຍ​ກັນ​ກັບ​ພຣະ​ອົງ ເຮົາ​ກໍ​ຈະ​ມີ​ຊີ​ວິດ​ດ້ວຍກັນ​ກັບ​ພຣະ​ອົງ​ເຫມືອນ​ກັນ 12 ຖ້າ​ພວກ​ເຮົາ​ພຽນ​ອົດ​ທົນ​ເອົາ ເຮົາ​ກໍ​ຈະ​ໄດ້​ສ​ເວີຍ​ຣາ​ຊ​ຮ່ວມ​ກັບ​ພຣະ​ອົງ​ເຫມືອນ​ກັນ ຖ້າ​ພວກ​ເຮົາ​ປະ​ຕິ​ເສດ​ພຣະ​ອົງ ພຣະ​ອົງ​ກໍ​ຈະ​ຊົງ​ປະ​ຕິ​ເສດ​ເຮົາ​ເຫມືອນ​ກັນ 13 ຖ້າ​ພວກ​ເຮົາ​ບໍ່​ສັດ​ຊື່ ພຣະ​ອົງ​ກໍ​ຍັງ​ຊົງ​ສັດ​ຊື່​ຫມັ້ນ​ຄົງ​ຢູ່ ເພາະ​ວ່າ​ພຣະ​ອົງ​ຈະ​ບໍ່​ຊົງ​ສາ​ມາດ​ປະ​ຕິ​ເສດ​ພຣະ​ອົງ​ເອງ​ໄດ້”

ຄົນ​ງານ​ທີ່​ພຣະ​ເຈົ້າ​ຊົງ​ພໍ​ພຣະ​ທັຍ

14 ຈົ່ງ​ຕັກ​ເຕືອນ​ເຂົາ​ທັງ​ຫລາຍ​ເຖິງ​ຂໍ້​ຄວາມ​ເຫລົ່າ​ນີ້ ແລະ​ຈົ່ງ​ສັ່ງ​ເຂົາ​ຕໍ່​ພຣະ​ພັກພຣະ​ເຈົ້າ ບໍ່​ໃຫ້​ເຂົາ​ຜິດ​ຖຽງ​ກັນ​ດ້ວຍ​ຂໍ້​ຄວາມ​ຕ່າງໆ​ຊຶ່ງ​ຫາ​ປ​ໂຍດ​ບໍ່​ໄດ້ ແຕ່​ກັບ​ເປັນ​ເຫດ​ໃຫ້​ຄົນ​ທີ່​ຟັງ​ຫລົງ​ຈິບ​ຫາຍ​ໄປ 15 ຈົ່ງ​ອົດ​ສາ​ພຍາຍາ​ມ​ສະ​ແດງ​ຕົນ​ເຫມືອນ​ເປັນ​ຄົນ​ທີ່​ພິ​ສູດ​ແລ້ວ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ເປັນ​ຄົນ​ງານ​ທີ່​ບໍ່​ຕ້ອງ​ອາຍ ແລະ​ໃຊ້​ພຣະ​ທັມ​ແຫ່ງ​ຄວາມ​ຈິງ​ຢ່າງ​ຖືກ​ຕ້ອງ 16 ຈົ່ງ​ຫລີກ​ເສັຽ​ຈາກ​ຖ້ອຍ​ຄຳ​ອັນ​ບໍ່​ເປັນ​ປ​ໂຍດ​ແລະ​ນອກ​ສາ​ສ​ນາ ເພາະ​ຄຳ​ຢ່າງ​ນັ້ນ​ຈະ​ນໍາ​ຄົນ​ໄປ​ສູ່​ຄວາມ​ອະ​ທັມ​ທະ​ວີ​ຫລາຍ​ຂຶ້ນ ແລະ​ຖ້ອຍ​ຄຳ​ຂອງ​ເຂົາ​ຈະ​ເຫມືອນ​ດັ່ງ​ບາດ​ແຜ​ອັນ​ເປື່ອຍ​ເນົ່າ​ທີ່​ກິນ​ລາມ​ໄປ 17 ໃນ​ຈຳ​ພວກ​ນັ້ນ​ມີ​ອີ​ເມ​ນາ​ໂຢ​ກັບ​ຟີ​ເລ​ໂຕ​ເປັນ​ຕົ້ນ 18 ຄົນທັງ​ສອງ​ນັ້ນ​ໄດ້​ຫລົງ​ໄປ​ຈາກ​ຄວາມ​ຈິງ ໂດຍ​ກ່າວ​ວ່າ​ການ​ຄືນ​ຈາກ​ຄວາມ​ຕາຍ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ເຂົາ​ກຳ​ລັງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ຜູ້​ລາງ​ຄົນ​ລົ້ມ​ລະ​ລາຍ​ໄປ 19 ແຕ່​ຮາກ​ຖານ​ອັນ​ແຫນ້ນ​ຊຶ່ງ​ພຣະ​ເຈົ້າ​ຊົງ​ວາງ​ໄວ້​ນັ້ນ ກໍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໂດຍ​ມີ​ກາ​ປະ​ທັບ​ໄວ້​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຮູ້​ຈັກ​ຄົນ​ເຫລົ່າ​ນັ້ນ​ທີ່​ເປັນ​ຂອງ​ພຣະ​ອົງ” ແລະ “ໃຫ້​ທຸກ​ຄົນ​ຊຶ່ງ​ອອກ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ປິ່ນ​ຫນ້າ​ເສັຽ​ຈາກ​ຄວາມ​ຊົ່ວ” 20 ໃນ​ເຮືອນ​ໃຫຍ່​ຫລັງ​ໃດ​ບໍ່​ແມ່ນ​ມີ​ແຕ່​ພາ​ຊ​ນະ​ເງິນ ແລະ​ຄຳ​ເທົ່າ​ນັ້ນ ແຕ່​ມີ​ພາ​ຊ​ນະ​ໄມ້ ແລະ​ດິນ​ດ້ວຍ ບາງ​ຢ່າງກໍ​ໃຊ້​ເພື່ອ​ເປັນ​ກຽດ ແລະ​ບາງ​ຢ່າງກໍໃຊ້​ການ​ທັມ​ມະ​ດາ 21 ເຫດ​ສັນ​ນັ້ນ​ຖ້າ​ຜູ້​ໃດ​ຊໍາຮະ​ຕົວ​ໃຫ້ພົ້ນ​ຈາກ​ສິ່ງ​ຊົ່ວ​ເຫລົ່າ​ນັ້ນ ກໍ​ຈະ​ເປັນ​ເຫ​ມືອ​ນ​ພາ​ຊ​ນະ​ອັນ​ມີ​ກຽດ​ຕັ້ງ​ໄວ້​ຕ່າງ​ຫາກ ຊຶ່ງ​ເປັນ​ປ​ໂຍດ​ແກ່​ເຈົ້າ​ຂອງ​ເຮືອນ​ທີ່​ຈັດ​ໄວ້​ພ້ອມ​ແລ້ວ​ສຳ​ລັບ​ການ​ດີ​ທຸກ​ຢ່າງ 22 ດັ່ງ​ນັ້ນ​ເຈົ້າ​ຈົ່ງ​ຫລີກ​ຫນີ​ຈາກ​ຣາ​ຄະ​ຕັນ​ຫາ​ຂອງ​ຄົນ​ຫນຸ່ມ ຈົ່ງ​ຕິດ​ຕາມ​ຄວາມ​ຊອບ​ທັມ ຄວາມ​ເຊື່ອ ຄວາມ​ຮັກ ແລະ​ສັນ​ຕິ​ສຸກ ຮ່ວມ​ກັບ​ຄົນ​ທັງ​ປວງ​ທີ່ອອກ​ພຣະ​ນາມ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ໃຈ​ບໍ​ຣິ​ສຸດ 23 ການ​ຖົກ​ຖຽງ​ກັນ​ແບບ​ໂງ່ໆ​ທີ່​ບໍ່​ເປັນ​ແກ່ນ​ສານນັ້ນ ຈົ່ງ​ຫລີກ​ເສັຽ ດ້ວຍ​ຮູ້​ແລ້ວ​ວ່າ ການ​ເຫລົ່າ​ນັ້ນ​ພາ​ໃຫ້​ເກີດ​ການ​ວິ​ວາດ​ຜິດ​ຖຽງ​ກັນ 24 ຝ່າຍ​ຜູ້​ຣັບ​ໃຊ້​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຕ້ອງວິ​ວາດ​ຜິດ​ຖຽງ​ກັນ​ແຕ່​ຕ້ອງ​ມີ​ໃຈ​ເມດ​ຕາ​ຕໍ່​ຄົນ​ທັງ​ປວງ ເປັນ​ຄ​ຣູ​ທີ່​ເຫມາະ​ສົມ ແລະ​ມີ​ໃຈ​ພາກ​ພຽນ​ອົດ​ທົນ 25 ຊີ້​ແຈງ​ໃຫ້​ຄົນ​ທີ່​ຂັດ​ຂວາງ​ຕໍ່​ສູ້​ນັ້ນ​ດ້ວຍໃຈ​ອ່ອນ​ສຸ​ພາບ ວ່າ​ພຣະ​ເຈົ້າ​ອາດ​ຊົງ​ໂຜດ​ໃຫ້​ເຂົາ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ ແລະ​ມາ​ເຖິງ​ການ​ສັງ​ເກດ​ຮູ້​ຄວາມ​ຈິງ 26 ແລະ​ໃຫ້​ເຂົາ​ຮູ້​ສຶກ​ຕື່ນ​ຕົວ​ຈຶ່ງ​ຫລຸດ​ພົ້ນ​ຈາກ​ບ້ວງ​ແຮ້ວ​ຂອງ​ມານ ຜູ້​ຊຶ່ງ​ຈັບ​ເຂົາ​ໄວ້​ໃຫ້​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ມັນ

2 ຕິໂມທຽວ 3

ລັກ​ສະນະ​ຈິດ​ໃຈ​ຂອງ​ມະ​ນຸດ​ໃນ​ຄາວ​ສຸດ​ທ້າຍ

1 ແຕ່​ຈົ່ງຮູ້​ຈັກ​ຂໍ້​ຄວາມ​ເຫລົ່າ​ນີ້​ວ່າ ໃນ​ຄາວ​ທີ່​ສຸດ​ນັ້ນ​ຈະ​ເກີດ​ຄວາມ​ລຳ​ບາກ​ຢ່າງ​ຮ້າຍແຮງ 2 ເພາະ​ວ່າ​ຄົນ​ທັງ​ຫລາຍ​ຈະ​ເຫັນ​ແກ່​ຕົວ ເປັນ​ແກ່​ເງິນ​ຄຳ ອວດ​ຕົວ ຈອງ​ຫອງ ຊອບ​ດ່າ​ວ່າ ບໍ່​ເຊື່ອ​ຟັງ​ຄວາມ​ພໍ່​ແມ່ ເນ​ຣະ​ຄຸນ ເປັນ​ຄົນ​ບໍ່​ມີ​ສິນ​ທັມ 3 ເປັນ​ຄົນ​ຂາດ​ມະ​ນຸ​ສ​ທັມ ບໍ່​ຍອມ​ຜ່ອນ​ຜັນ​ຜູ້​ໃດ ໃສ່​ຮ້າຍ​ປ້າຍ​ສີ​ກັນ ບໍ່​ຮູ້​ຈັກ​ບັງ​ຄັບ​ຕົນ ມີ​ໃຈ​ໂຫດ​ຮ້າຍ ເປັນ​ຄົນ​ບໍ່​ຮັກການ​ດີ 4 ເປັນ​ຄົນ​ທໍ​ຣະ​ຍົດ ດື້​ດ້ານ ອວດ​ສະ​ຫາວ ແລະ​ເປັນ​ຄົນ​ຮັກ​ຄວາມ​ສ​ນຸກ​ຫລາຍກວ່າ​ຮັກ​ພຣະ​ເຈົ້າ 5 ເຂົາ​ກໍ​ເຮັດ​ເຫມືອນຄົນ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ ແຕ່​ວ່າ​ຣິດ​ອຳ​ນາດ​ຂອງ​ການ​ນັບ​ຖື​ນັ້ນ ເຂົາ​ກໍ​ປະ​ຕິ​ເສດ​ເສັຽ ເຈົ້າ​ຈົ່ງ​ຫລີກ​ຫນີ​ເສັຽ​ຈາກ​ຄົນ​ຢ່າງ​ນັ້ນ 6 ເພາະ​ໃນ​ບັນ​ດາ​ຄົນ​ເຫລົ່າ​ນັ້ນ ມີ​ຄົນ​ທີ່​ມັກ​ລ່ວງ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ກ້ຽວ​ກ່ອມ​ເອົາ​ໃຈ​ຜູ້​ຍິງ​ທີ່​ເບົາ​ປັນ​ຍາ​ຫນາ​ດ້ວຍ​ຄວາມ​ຜິດ​ບາບ ແລະ​ຫລົງ​ໄຫລ​ໄປ​ດ້ວຍ​ຕັນ​ຫາ​ຕ່າງໆ​ເອົາ​ໄປ​ເປັນ​ຊະ​ເລີຍ 7 ຍິງ​ພວກ​ນີ້​ກໍ​ຍອມ​ຮ່ຳ​ຮຽນ​ຢູ່​ສເມີ​ແຕ່ບໍ່​ອາດ​ຈະ​ເຖິງ​ການ​ສັງ​ເກດ​ຮູ້​ຄວາມ​ຈິງ​ໄດ້​ຈັກ​ເທື່ອ 8 ຢາ​ນເນສ ແລະ​ຢຳ​ເບຣ​ສ​ຂັດ​ຂວາງຕໍ່​ສູ້​ກັບ​ໂມ​ເຊ​ສັນ​ໃດ ຄົນ​ເຫລົ່າ​ນີ້​ກໍ​ຂັດ​ຂວາງ​ຕໍ່​ສູ້​ກັບ​ຄວາມ​ຈິງ​ສັນ​ນັ້ນ​ເຫມືອນ​ກັນ ເຂົາ​ເປັນ​ຄົນ​ມີ​ໃຈ​ຊົ່ວ​ຮ້າຍ ແລະ​ໃນ​ດ້ານ​ຄວາມ​ເຊື່ອ​ນັ້ນ​ເຂົາ​ໃຊ້​ບໍ່​ໄດ້ 9 ແຕ່​ເຂົາ​ຈະ​ກ້າວ​ຫນ້າ​ຕໍ່​ໄປ​ອີກບໍ່​ໄດ້ ເພາະ​ວ່າ​ຄວາມ​ໂງ່​ຂອງ​ເຂົາ​ນັ້ນ​ຈະ​ປາ​ກົດ​ແຈ້ງ​ແກ່​ຄົນ​ທັງ​ປວງ​ເຫມືອນ​ດັ່ງ​ຄວາມ​ໂງ່​ຂອງ​ຊາຍ​ສອງ​ຄົນ​ນັ້ນ

ສິ່ງ​ສຸດ​ທ້າຍ​ທີ່​ໂປ​ໂລ​ສັ່ງ​ໄວ້​ກັບ​ຕີ​ໂມ​ທຽວ

10 ບັດ​ນີ້​ເຈົ້າ​ກໍ​ໄດ້​ຕິດ​ຕາມ​ເຮົາ​ໃນ​ດ້ານ​ຄຳ​ສອນ ກິ​ຣິ​ຍາ ຄວາມ​ມຸ້ງ​ຫມາຍ ຄວາມ​ເຊື່ອ ຄວາມ​ພຽນ ຄວາມ​ຮັກ ຄວາມ​ຫນັກ​ແຫນ້ນ​ຫມັ້ນ​ຄົງ 11 ແລະ​ການ​ຖື​ກຂົ່ມ​ເຫັງ​ກັບ​ການ​ທົນ​ທຸກ​ລຳ​ບາກ​ຕ່າງໆ​ຂອງ​ເຮົາ ຄື​ສີ່ງ​ທີ່​ໄດ້​ເກີດ​ແກ່​ເຮົາ​ໃນ​ເມືອງ​ເມືອງອັນຕິໂອ​ເຂັຽ ເມືອງອີ​ໂກ​ນີ​ອົນ ແລະ​ລີ​ຊະທາ ການ​ຂົ່ມ​ເຫັງ​ຕ່າງໆ​ທີ່ພວ​ກ​ເຮົາ​ໄດ້​ທົນ​ເອົາ​ນັ້ນ ອົງ​ພຣະ​ຜູ້​ເປັ​ເຈົ້າ​ໄດ້​ຊົງ​ໂຜດ​ດຶງ​ເຮົາ​ອອກ​ຈາກ​ສິ່ງ​ເຫລົ່າ​ນັ້ນ​ທັງ​ຫມົດ 12 ແທ້ຈິງ ບັນ​ດາ​ຄົນ​ທີ່​ປາ​ຖ​ນາ​ຈະ​ດຳ​ເນີນ​ຊີ​ວິ​ດຄ​ຣິ​ສະຕຽນ​ເປັນ​ຄົນ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ ກໍ​ຈະ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ 13 ແຕ່​ຄົນ​ຊົ່ວ​ຮ້າຍ​ແລະ​ຄົນ​ປອມ​ຕົວ​ຈະ​ກຳ​ເລີບທະ​ວີ​ຂຶ້ນ​ໄປ ລໍ້​ລວງ​ຄົນ​ອື່ນ​ໃຫ້​ຫລົງ ແລະ​ຕົວ​ເຂົາ​ເອງ​ກໍ​ຈະ​ຖືກ​ລໍ້​ລວງ​ເຫມືອນ​ກັນ 14 ແຕ່​ຝ່າຍ​ເຈົ້າ ຈົ່ງ​ດຳ​ເນີນ​ຕໍ່​ໄປ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ແລ້ວ ແລະ​ໄດ້​ເຊື່ອ​ຢ່າງ​ຫມັ້ນ​ຄົງ ເຈົ້າ​ກໍຮູ້​ແລ້ວ​ວ່າ​ເຈົ້າ​ໄດ້​ຮຽນ​ມາ​ຈາກ​ຜູ້​ໃດ 15 ແລະ​ຮູ້​ແລ້ວ​ວ່າ ຕັ້ງ​ແຕ່​ນ້ອຍ​ມາ​ແລ້ວ​ເຈົ້າ​ກໍ​ຮູ້​ພຣະ​ທັມ​ຄັມ​ພີ​ອັນ​ສັກ​ສິດ ຊຶ່ງ​ສາ​ມາດ​ໃຫ້​ເຈົາ​ມີ​ປັນ​ຍາ​ທີ່​ນຳ​ເຈົ້າ​ໄປ​ເຖິງ​ຄວາມ​ພົ້ນ​ໄດ້ ດ້ວຍ​ທາງ​ຄວາມ​ເຊື່ອ​ໃນ​ພຣະ​ຄຣິດ ຄື​ພຣະ​ເຢ​ຊູ​ 16 ພຣະ​ຄັມ​ພີ​ທຸກ​ຕອນ​ໄດ້​ຮັບ​ການ​ຊົງບັນ​ດົນ​ໃຈ​ຈາກ​ພຣະ​ເຈົ້າ ແລະ​ເປັນ​ປ​ໂຍດ​ໃນການ​ສອນ ການ​ກ່າວ​ຕັກ​ເຕືອນ​ວ່າ​ກ່າວ ການ​ປັບ​ປຸງ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ ແລະ​ການ​ອົບ​ຮົມ​ໃນ​ທາງ​ຊອບ​ທັມ 17 ເພື່ອ​ຄົນ​ຂອງ​ພຣະ​ເຈົ້າ​ຈະ​ບັນ​ລຸ​ຜົນ​ສຳ​ເຣັດ ແລະ​ຈັດ​ຕຽມ​ໄວ້​ພ້ອມ​ສຳ​ລັບ​ການ​ດີ​ທຸກ​ຢ່າງ

2 ຕິໂມທຽວ 4

1 ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ແລະຕໍ່​ພຣະ​ພັກພຣະ​ເຢ​ຊູ​ຄຣິດ ຜູ້​ຊົງ​ພິ​ພາກ​ສາ​ທັງ​ຄົນ​ເປັນ ແລະ​ຄົນ​ຕາຍ ໂດຍ​ອ້າງ​ເຖິງ​ການ​ທີ່​ພຣະ​ອົງ​ຈະ​ຊົງ​ສ່ອງ​ສວ່າງ​ມາ​ປາ​ກົດ ແລະ​ອ້າງ​ເຖິງ​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ວ່າ, 2 ຈົ່ງ​ປະ​ກາດ​ພຣະ​ທັມ ຈົ່ງ​ເອົາ​ໃຈ​ໃສ່​ເຮັດ​ການ​ທັງ​​ໃນ​ເວ​ລາ​ທີ່​ມີ​ໂອ​ກາດ​ແລະ​ບໍ່​ມີ​ໂອ​ກາດ ຈົ່ງ​ຊັກ​ຊວນ​ດ້ວຍ​ເຫດ​ຜົນ ຈົ່ງ​ເຕືອນ​ສະ​ຕິ ແລະ​ຕັກເຕືອນ ດ້ວຍ​ຄວາມ​ພຽນ​ອົດ​ທົນ​ທຸກ​ຢ່າງ​ໃນ​ການ​ສອນ 3 ເພາະ​ຈະ​ມີ​ເວ​ລາ​ນຶ່ງ​ທີ່​ເຂົາ​ຈະ​ບໍ່​ທົນ​ຮັບ​ເອົາ​ຄຳ​ສອນ​ອັນ​ມີ​ຫລັກ ແຕ່​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ເຂົາ​ນັ້ນ ເຂົາ​ຈະ​ຮວບ​ຮວມ​ຄ​ຣູ​ໄວ້​ສຳ​ລັບ​ເຂົາ​ເອງ ເພື່ອ​ບັນ​ເທົາ​ຫູ​ຄັນ​ຂອງ​ເຂົາ 4 ເຂົາ​ຈະ​ອ​ວ່າຍ​ຫູ​ຫນີ​ຈາກ​ຄວາມ​ທ່ຽງ​ທັມ ຕ່າວ​ໄປ​ຟັງ​ນິ​ຍາຍ​ຕ່າງໆ 5 ແຕ່​ຝ່າຍ​ເຈົ້າ ຈົ່ງ​ລະ​ວັງ​ຕົວ​ໃຫ້​ດີ​ໃນການ​ທັງ​ປວງ ຈົ່ງ​ອົດ​ທົນ​ຕໍ່​ການ​ຍາກ​ລຳ​ບາກ ຈົ່ງ​ເຮັດ​ຫນ້າ​ທີ່​ຂອງ​ຜູ້​ປະ​ກາດ​ຂ່າວ​ປະ​ເສີດ ແລະ​ຈົ່ງ​ປະ​ຕິ​ບັດ​ຫນ້າ​ທີ່​ການ​ຂອງ​ເຈົ້າ​ນັ້ນ​ໃຫ້​ສຳ​ເຣັດ 6 ເພາະ​ວ່າ​ຝ່າຍ​ຕົວ​ເຮົາ ກຳ​ລັງ​ຈະ​ຕົກ​ເປັນ​ເຄື່ອງ​ບູ​ຊາ​ຢູ່​ແລ້ວ ແລະ​ເຖິງ​ເວ​ລາ​ແລ້ວ​ທີ່​ເຮົາ​ຈະ​ຈາກ​ໄປ 7 ເຮົາ​ໄດ້​ອົດ​ສາ​ສູ້​ໃນການ​ແຂ່ງ​ຂັນ​ ເຮົາ​ໄດ້​ແລ່ນ​ແຂ່ງ​ຂັນ​ຈົນ​ເຖິງ​ທີ່​ສຸດ ເຮົາ​ໄດ້​ຮັກ​ສາ​ຄວາມ​ເຊື່ອ​ໄວ້​ແລ້ວ 8 ແຕ່​ນີ້​ຕໍ່​ໄປ​ພວງ​ມາ​ລັຍ​ຄື​ຮາງວັນ​ແຫ່ງ​ຄວາມ​ຊອບ​ທັມ ຊົງ​ຈັດ​ໄວ້​ຖ້າ​ເຮົາ​ແລ້ວ ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ພິ​ພາກ​ສາ​ອັນ​ຍຸດ​ຕິ​ທັມ ຈະ​ຊົງ​ປະ​ທານແກ່​ເຮົາ​ໃນ​ວັນ​ນັ້ນ ແລະ​ບໍ່​ແມ່ນ​ແກ່​ເຮົາ​ຜູ້​ດຽວ ແຕ່​ຈະ​ຊົງ​ປະ​ທານ​ແກ່​ຄົນ​ທັງ​ປວງ​ທີ່​ມີ​ໃຈ​ຍິນ​ດີ​ໃນ​ການ​ຊົງ​ສ່ອງ​ສວ່າງ​ມາ​ປາ​ກົດ​ຂອງ​ພຣະ​ອົງ

ຄຳ​ແນະ​ນຳ​ເຣື່ອງ​ສ່ວນ​ຕົວ

9 ຈົ່ງ​ຮີ​ບຮ້ອນ​ໃຈ​ມາ​ຫາ​ເຮົາ​ໄວໆ 10 ເພາະ​ວ່າ​ເດ​ມາໄດ້​ຫລົງ​ຮັກ​ໂລກ​ປັດ​ຈຸ​ບັນ​ນີ້​ເສັຽ​ແລ້ວ ແລະ​ໄດ້​ປະ​ຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທຊະ​ໂລ​ນິກ ເກ​ເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາ​ລາ​ເຕັຽ ແລະ​ຕີ​ໂຕ​ໄດ້​ໄປ​ຍັງ​ເມືອງ​ດານ​ມາ​ເຕັຽ 11 ລູ​ກາຜູ້​ດຽວ​ເທົ່າ​ນັ້ນ ທີ່​ຍັງຢູ່​ນຳ​ເຮົາ ຈົ່ງ​ຊອກ​ຫາ​ມາ​ຣະ​ໂກ​ເອົາ​ມາ​ພ້ອມ​ເຈົ້າ ເພາະ​ທ່ານເປັນ​ປ​ໂຍດ​ແກ່​ເຮົາ​ຫລາຍ​ສຳ​ລັບ​ການ​ຮັບ​ໃຊ້ 12 ເຮົາ​ໄດ້​ໃຊ້​ຕີ​ຂີ​ໂກໄປຍັງ​ເມືອງ​ເອ​ເຟ​ໂຊ​ແລ້ວ 13 ເມື່ອ​ເຈົ້າ​ມາ ຈົ່ງ​ເອົາ​ເສື້ອ​ຄຸມ​ທີ່​ເຮົາ​ໄດ້​ປະ​ໄວ້​ກັບ​ກາຣະ​ໂປທີ່​ເມືອງ​ໂທ​ອາດ​ນັ້ນ​ມາ​ນຳ​ດ້ວຍ ພ້ອມ​ກັບ​ຫນັງ​ສື​ທັງ​ຫລາຍ ເປັນ​ຕົ້ນ​ວ່າ​ຫນັງ​ສື​ທີ່​ຂຽນ​ໃສ່​ແຜ່ນ​ຫນັງ​ນັ້ນ 14 ອາ​ເລກ​ຊັນ​ໂດຊ່າງ​ທອງ​ແດງ​ນັ້ນ ໄດ້​ທຳ​ຮ້າຍ​ຕໍ່​ເຮົາ​ຫລາຍ​ຢ່າງ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ຕອບ​ແທນ​ໃຫ້​ສົມ​ກັບ​ການ​ທີ່​ເຂົາ​ເຮັດ​ນັ້ນ 15 ເຈົ້າ​ຈົ່ງ​ລະ​ວັງ​ຕົວ​ເຂົາໃຫ້​ດີ​ດ້ວຍ ເພາະ​ເຂົາໄດ້​ຂັດ​ຂວາງ​ຕໍ່​ສູ້​ຖ້ອຍ​ຄຳ​ຂອງ​ເຮົາ​ຢ່າງ​ແຂງ​ແຮງ 16 ເມື່ອ​ເຮົາ​ໄດ້​ເວົ້າ​ແກ່​ຄະ​ດີ​ເທື່ອ​ທຳ​ອິດ​ນັ້ນບໍ່​ມີ​ໃຜ​ເຂົ້າ​ຂ້າງ​ເຮົາ​ຈັກ​ຄົນ ທຸກ​ຄົນ​ໄດ້​ປະ​ຖິ້ມ​ເຮົາ​ຫມົດ (ຂໍ​ຢ່າ​ຊົງ​ຖື​ເປັນ​ໂທດ​ແກ່​ເຂົາ) 17 ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ເຂົ້າ​ຂ້າງ​ເຮົາ ແລະ​ຊົງ​ຊູ​ກຳ​ລັງຂອງ​ເຮົາ​ຂື້ນ ໃຫ້​ເຮົາ​ປະ​ກາດ​ພຣະ​ທັມ​ຢ່າງ​ຄົບ​ຖ້ວນ ເພື່​ອ​ໃຫ້​ພວກ​ຕ່າງ​ຊາດ​ທັງ​ຫມົດ​ໄດ້​ຍິນ ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ຫລຸດ​ພົ້ນ​ຈາກ​ປາກ​ສິງ​ໂຕ​ນັ້ນ 18 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ການ​ຊົ່ວ​ຮ້າຍ​ທຸກ​ຢ່າງ ແລະ​ຊົງ​ໂຜດ​ເຮົາ​ລອດ​ພົ້ນ​ເຂົ້າ​ສູ່​ຣາ​ຊ​ອາ​ນາ​ຈັກ ຄື​ແຜ່ນ​ດິນ​ສວັນ​ຂອງ​ພຣະ​ອົງ ພຣະ​ຣັ​ສ​ມີ​ຈົ່ງ​ມີ​ແກ່​ພຣະ​ອົງ​ສືບໆ​ໄປ​ເປັນ​ນິດ ອາ​ແມນ

ຄຳ​ສະ​ແດງ​ຄວາມ​ຄຶດ​ເຖິງ​ໃນ​ຕອນ​ທ້າຍ

19 ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ປີ​ຊະ​ກາ ກັບ​ອາ​ກີ​ລາ ແລະ​ຄົນ​ໃນ​ຄົວ​ເຮືອນ​ຂອງ​ໂອ​ເນ​ຊີ​ໂຟ 20 ເອ​ຣາ​ຊະ​ໂຕ​ໄດ້​ຄ້າງ​ຢູ່​ທີ່​ເມືອງ​ໂກ​ຣິນ​ໂທ ແຕ່ສ່ວນ​ໂທ​ຟີ​ໂມ ເຮົາ​ກໍ​ປະ​ໄວ້​ທີ່​ເມືອງ​ມີ​ເລ​ໂຕ​ເພາະ​ທ່ານຍັງ​ປ່ວຍ​ຢູ່ 21 ຈົ່ງ​ອົດ​ສາ​ຮ້ອນ​ໃຈ​ມາ​ຫາ​ເຮົາ​ກ່ອນ​ຣະ​ດູ​ຫນາວ ຢູ​ບູ​ໂລ ປູ​ເດ ລີ​ໂນ ກ​ລາວເດັຽ ແລະ​ພີ່​ນ້ອງ​ທັງ​ປວງ ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ​ເຫມືອນ​ກັນ 22 ຂໍ​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ວິນ​ຍານ​ຈິດ​ຂອງ​ເຈົ້າ​ເທີນ ຂໍ​ໃຫ້​ພຣະ​ຄຸນ​ຈົ່ງ​ສະ​ຖິດ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ

ຕິໂຕ 1

1 ຈາກ ໂປ​ໂລ ຜູ້​ຮັບ​ໃຊ້ ຂອງ​ພຣະ​ເຈົ້າ ແລະ​ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ສົ່ງ​ເສີມ​ຄວາມ​ເຊື່ອຂອງຜູ້​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ນັ້ນ ແລະ​ໃຫ້​ສັງ​ເກດ​ຮູ້​ຄວາມ​ສັດ​ຈິງ​ຕາ​ມການ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖື​ກ​ຕ້ອງ 2 ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີ​ວິດ​ອັນ​ຕລອດ​ໄປ​ເປັນ​ນິດ ​ຊຶ່ງ​ພຣະ​ເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ຊົງ​ສັນ​ຍາ​ໄວ້​ຕັ້ງ​ແຕ່​ດຶກ​ດຳ​ບັນ 3 ແລະ​ໃນ​ເວ​ລາ​ທີ່​ພຣະ​ອົງ​ໄດ້​ຊົງ​ກຳ​ນົດ​ໄວ້ ກໍ​ໄດ້​ຊົງ​ສະ​ແດງ​ພຣະ​ທັມ​ຂອງ​ພຣະ​ອົງ​ໃຫ້​ປາ​ກົດ​ດ້ວຍ​ການ​ປະ​ກາດ ຊຶ່ງ​ເຮົາ​ໄດ້​ຮັບ​ມອບ​ໄວ້​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ 4 ເຖິງ ຕີ​ໂຕ​, ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມ​ເຊື່ອ​ອັນ​ດຽວ​ກັນ ຂໍ​ພຣະ​ຄຸນ ແລະ​ສັນ​ຕິ​ສຸກ​ຊຶ່ງ​ມາ​ຈາກ​ພຣະ​ບິ​ດາ​ເຈົ້າ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ ຈົ່ງ​ມີ​ຢູ່​ນຳ​ເຈົ້າ​ເທີນ

ງານ​ຂອງ​ຕີ​ໂຕ​ທີ່​ເກາະ​ກະ​ເຣ​ເຕ

5 ເພາະ​ເຫດ​ນີ້​ແຫລະ, ເຮົາ​ໄດ້​ປະ​ເຈົ້າ​ໄວ້​ທີ່​ເກາະ​ກະ​ເຣ​ເຕ ກໍ​ຄື​ເພື່ອ​ເຈົ້າ​ຈະ​ໄດ້​ຈັດ​ແຈງ​ພາ​ຣະ​ກິດ​ທີ່​ບົກ​ພ່ອງ​ນັ້ນ​ໃຫ້​ຮຽບ​ຮ້ອຍ ແລະ​ໃຫ້​ແຕ່ງ​ຕັ້ງ​ພວກ​ເຖົ້າ​ແກ່​ໄວ້​ໃນ​ທຸກ​ເມືອງ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້​ແລ້ວ​ນັ້ນ 6 ຄື​ຕັ້ງ​ຜູ້​ທີ່​ບໍ່​ມີ​ຂໍ້​ຕຳ​ຫນິ ເປັນ​ຜົວ​ຂອງ​ຍິງ​ຂອງ​ຄົນ​ດຽວ ມີ​ລູກ​ທີ່​ມີ​ຄວາມ​ເຊື່ອ ແລະ​ລູກ​ນັ້ນ​ບໍ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ນັກ​ເລງ​ຫລື​ເປັນ​ຄົນ​ດື້​ດ້ານ 7 ເພາະ​ວ່າ​ຜູ້​ດູ​ແລ​ນັ້ນ​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ຮັບ​ມອບ​ຫມາຍ​ຈາກ​ພຣະ​ເຈົ້າ ຕ້ອງ​ເປັນ​ຜູ້​ທີ່​ບໍ່​ມີ​ຂໍ້​ຕຳ​ຫນິ ບໍ່​ເປັນ​ຄົນ​ຈອງ​ຫອງ ບໍ່​ເປັນ​ຄົນ​ເລືອດ​ຮ້ອນ ບໍ່​ເປັນ​ຄົນ​ເມົາ​ເຫລົ້າ ບໍ່​ເປັນ​ຄົນ​ອັນ​ທະ​ພານ ບໍ່​ເປັນ​ຄົນ​ໂລບ​ເອົາ​ກຳ​ໄຣ​ໃນ​ທາ​ງບໍ່​ສັດ​ຊື່ 8 ແຕ່​ໃຫ້​ເປັນ​ຄົນ​ມີ​ສັດ​ທາ​ເຫລື້ອມ​ໃສ​ຕ້ອນ​ຮັບ​ແຂກ ເປັນ​ຜູ້​ຮັກ​ຄວາມ​ດີ ເປັນ​ຄົນ​ມີ​ສະ​ຕິ​ອັນ​ດີ​ຮອບ​ຄອບ ເປັນ​ຄົນ​ຍຸດ​ຕິ​ທັມ ເປັນ​ຄົນ​ບໍ​ຣິ​ສຸດ ເປັນ​ຄົນ​ຮູ້​ຈັກ​ບັງ​ຄັບ​ຕົນ 9 ເປັນ​ຄົນ​ຍຶດ​ຫມັ້ນ​ໃນ​ຫລັກ​ອັນ​ທ່ຽງ​ທັມ​ທີ່​ຖືກ​ຕ້ອງ​ຕາມ​ໂອ​ວາດ​ຄວາມ​ສອນ ເພື່ອ​ຈະ​ສາ​ມາດ​ເຕືອນ​ສະ​ຕິ​ດ້ວຍ​ຄຳ​ສອນ​ອັນ​ມີ​ຫລັກ ແລະ​ຊີ້​ແຈງ​ແກ່​ຄົນ​ທີ່​ຄັດ​ຄ້ານ​ຄຳ​ສອນ​ນັ້ນ 10 ເພາະ​ວ່າ​ມີ​ຫລາຍ​ຄົນ​ທີ່​ດື້​ດ້ານ ກ່າວ​ຄຳ​ທີ່​ບໍ່​ມີ​ແກ່ນ​ສານ ແລະ​ຫລອກ​ລວງ​ຄົນ​ອື່ນ​ໃຫ້​ຫລົງ ເປັນ​ຕົ້ນ​ວ່າ ພວກ​ຢູ່​ຝ່າຍ​ພິ​ທີ​ຕັດ 11 ຈໍາ​ເປັນ​ຕ້ອງ​ອັດ​ປາກ​ເຂົາ​ເສັຽ ເຂົາ​ເປັນ​ຄົນ​ລົ້ມ​ບ້ານ​ຂວ້ຳ​ຄົວ​ເຮືອນ​ໃຫ້​ເສັຽ​ໄປ ໂດຍ​ສອນ​ອັນ​ບໍ່​ຄວນ​ຈະ​ສອນ​ເພື່ອ​ເອົາ​ກຳ​ໄຣໃນ​ທາງ​ທຸ​ຈ​ຣິດ 12 ໃນ​ພວກ​ເຂົາ​ເອງ​ມີ​ຜູ້​ນຶ່ງ​ເປັນ​ຜູ້​ທຳ​ນ​ວາຍ​ໄດ້​ກ່າວ​ວ່າ, “ຊາວ​ກະ​ເຣ​ເຕ​ເປັນ​ຄົນ​ກ່າວ​ຕົວະ​ຢູ່​ສເມີ ເປັນ​ຄົນ​ໂຫດ​ຮ້າຍ​ຢ່າງ​ສັດ ເປັນ​ຄົນ​ຂີ້​ຄ້ານ ກິນ​ເກີນ​ສ່ວນ” 13 ຄຳ​ທີ່​ເພິ່ນ​ອ້າງ​ນີ້​ເປັນ​ຄວາມ​ຈິງ ດ້ວຍ​ເຫດ​ນີ້​ເຈົ້າ​ຈົ່ງ​ຕໍ່​ວ່າ​ເຂົາ​ຢ່າງ​ແຂງ​ແຮງ ເພື່ອ​ເຂົາ​ຈະ​ໄດ້​ມີ​ຄວາມ​ເຊື່ອ​ອັນ​ມີ​ຫລັກ 14 ເພື່ອ​ບໍ່​ໃຫ້​ເຂົາ​ເຊື່ອ​ຟັງ​ນິ​ຍາຍ​ຂອງ​ພວກ​ຢິວ ແລະ​ບົດ​ບັນ​ຍັດ​ຂອງ​ມະ​ນຸດ​ທີ່ອ​ວ່າຍ​ຫນ້າ​ອອກ​ຈາກ​ຄວາມ​ຈິງ 15 ສຳ​ລັບ​ຄົນ​ສະ​ອາດ​ນັ້ນ ທຸກ​ສິ່ງກໍ​ສະ​ອາດ​ເສາະ​ໃສ ແຕ່​ວ່າ​ສຳ​ລັບ​ຄົນ​ຊົ່ວ​ຮ້າຍ ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່​ມີ​ສິ່ງ​​ໃດ​ສະ​ອາດ​ຈັກ​ຢ່າງ ແຕ່​ຈິດ​ໃຈ ແລະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຂົາ​ກໍ​ຖືກ​ຊົ່ວ​ຮ້າຍ​ໄປ​ແລ້ວ 16 ເຂົາ​ປະ​ກາດ​ຕົວ​ວ່າ​ຮູ້​ຈັກ​ພຣະ​ເຈົ້າ ແຕ່​ວ່າໃນ​ການ​ເຮັດ​ຂອງ​ເຂົາ ເຂົາ​ກໍ​ປະ​ຕິ​ເສດ​ພຣະ​ອົງ ເຂົາ​ເປັນ​ຄົນ​ຫນ້າ​ກຽດ​ຫນ້າ​ຊັງ ບໍ່​ຍອມ​ເຊື່ອ​ຟັງ​ໃຜ ແລະ​ສຳ​ລັບ​ການ​ດີ​ອັນ​ໃດ​ກໍ​ໃຊ້​ບໍ່​ໄດ້​ຈັກ​ຢ່າງ

ຕິໂຕ 2

ໂອ​ວາດ​ຄວາມ​ສອນ​ທີ່​ມີ​ຫລັກ

1 ແຕ່​ຝ່າຍ​ເຈົ້າ ຈົ່ງ​ສັ່ງ​ສອນ​ໃນ​ເຫມາະ​ສົມ​ກັບ​ໂອ​ວາດ​ຄຳ​ສອນອັນ​ມີ​ຫລັກ 2 ຄື​ ຈົ່ງ​ເຕືອນ​ພວກ​ຊາຍ​ທີ່​ມີ​ອາ​ຍຸ​ສູງ​ໃຫ້​ຮູ້​ຈັກ​ບັງ​ຄັບ​ຕົນ ໃຫ້​ເປັນ​ຄົນ​ສະ​ງ່າ​ຜ່າ​ເຜີຍ ເປັນ​ຄົນ​ມີ​ສະ​ຕິ​ອັນ​ດີ​ຮອບ​ຄອບ ເປັນ​ຄົນ​ມີ​ຄວາມ​ເຊື່ອ ມີ​ຄວາມ​ຮັກ ແລະ​ມີ​ຄວາມ​ອົດ​ທົນ​ຕາມ​ສົມ​ຄວນ 3 ຝ່າຍ​ພວກ​ຜູ້​ຍິງ​ທີ່​ມີ​ອາ​ຍຸ​ສູງ​ນັ້ນ​ກໍ​ເຫມືອນ​ກັນ ຈົ່ງ​ໃຫ້​ເຂົາ​ມີ​ກິ​ຣິ​ຍາ​ສົມ​ກັບ​ເປັນ​ຄົນ​ຂອງ​ພຣະ​ເຈົ້າ ຢ່າ​ໃຫ້​ເປັນ​ຄົນ​ໃຊ້​ຄຳ​ນິນ​ທາ​ປ​ມາດ ຫລື​ເປັນ​ຄົນ​ຕິດ​ເຫລົ້າ​ແວງ​ຫລາຍ ແຕ່​ໃຫ້​ເປັນ​ຜູ້​ສອນ​ຄຸນ​ງາມ​ຄວາມ​ດີ 4 ເພື່ອ​ເປັນ​ການແອບ​ສອນ​ພວກ​ຜູ້​ຍິງ​ທີ່​ຍັງ​ຫນຸ່ມ​ໃຫ້​ຮັກ​ຜົວ ແລະ​ລູກ​ຂອງ​ຕົນ 5 ໃຫ້​ເປັນ​ຄົນ​ມີ​ສະ​ຕິ​ອັນ​ດີ​ຮອບ​ຄອບ ເປັນ​ຄົນ​ບໍ​ຣິ​ສຸດ ເປັນ​ຄົນ​ເອົາ​ໃຈໃສ່​ໃນ​ວຽກ​ບ້ານ​ການ​ເຮືອນ ເປັນ​ຄົນ​ມີ​ໃຈ​ເມດ​ຕາ ແລະ​ເປັນ​ຄົນ​ນ້ອຍ​ເຊື່ອ​ຟັງ​ຜົວ​ຂອງ​ຕົນ ເພື່ອ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ຖືກ​ປມາດ 6 ຝ່າຍ​ພວກ​ຊາຍ​ຫນຸ່ມ​ກໍ​ເຫມືອນ​ກັນ ຈົ່ງ​ຕັກ​ເຕືອນ​ເຂົາ​ໃຫ້​ມີ​ສະ​ຕິ​ອັນ​ດີ​ຮອບ​ຄອບ 7 ຄື ເຈົ້າ​ເອງ​ຈົ່ງສະ​ແດງ​ຕົນ​ເປັນ​ແບບ​ຢ່າງ​ໃນ​ການ​ດີ​ທຸກ​ສິ່ງ ໃນ​ການ​ສອນ ຈົ່ງ​ສະ​ແດງ​ຄວາມ​ສຸຈ​ຣິດ​ໃຈ​ແລະ​ມີ​ໃຈ​ສູງ​ສົ່ງ 8 ແລະ​ໃຊ້​ຄວາມ​ເວົ້າ​ອັນ​ມີ​ຫລັກ​ຊຶ່ງ​ບໍ່​ມີ​ຜູ້​ໃດ​ຈະ​ຕິ​ໄດ້ ເພື່ອ​ຝ່າຍ​ຜູ້​ຂັດ​ຂວາງ​ຈະ​ໄດ້​ຮັບ​ຄວາມ​ລະ​ອາຍ ໂດຍ​ບໍ່​ມີ​ຄຳ​ຊົ່ວ​ອັນ​ໃດ​ຈະ​ວ່າ​ກ່າວ​ພວກ​ເຮົາ​ໄດ້ 9 ຈົ່ງ​ຕັກ​ເຕືອນ​ຂ້ອຍ​ຂ້າ​ໃຫ້​ເຂົາ​ນ້ອມ​ຟັງ​ນາຍ​ຂອງ​ຕົນ ໃຫ້​ເຂົາ​ເຮັດ​ຖືກ​ໃຈ​ນາຍ​ໃນ​ທຸກ​ສິ່ງ ແລະ​ຢ່າ​ໃຫ້​ເປັນ​ຄົນ​ຖຽງ​ຄວາ​ມ 10 ຢ່າ​ໃຫ້​ເປັນ​ຄົນລັກ​ໂລບ​ເຊື່ອງ​ບັງ​ສິ່ງ​ໃດ ແຕ່​ໃຫ້​ສັດ​ຊື່​ສຸ​ດຈະ​ຣິດ​ໃນ​ທຸກ​ສິ່ງ ເພື່ອ​ວ່າ​ໃນ​ການ​ທັງ​ປວງ​ນັ້ນ ເຂົາ​ຈະ​ໄດ້​ເທີດ​ທູນ​ພຣະ​ກຽດ​ຄຳ​ສອນ​ເຣື່ອງ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ 11 ເພາະ​ວ່າ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ໄດ້​ສ່ອງ​ມາ​ປາ​ກົດ​ແລ້ວ ເພື່ອ​ນຳ​ຄວາມ​ພົ້ນ​ໃຫ້​ຄົນ​ທັງ​ປວງ 12 ແ​ລະ​ສອນ​ເຮົາ​ທັງ​ຫລາຍ​ໃຫ້​ລະ​ຖິ້ມ​ຄວາ​ມຊົ່ວ​ອະ​ທັມ ແລະ​ກິ​ເລດ​ຕັນ​ຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳ​ເນີນ​ຊີ​ວິດ​ຢູ່​ໃນ​ສະ​ໄຫມ​ນີ້​ຢ່າງ​ມີ​ສະ​ຕິ​ອັນ​ດີ​ຮອບ​ຄອບ​ດ້ວຍ​ຄວາມ​ຍຸດ​ຕິທັມ ແລະ​ນັບ​ຖື​ພຣະ​ເຈົ້າ​ຢ່າງ​ຖືກ​ຕ້ອງ 13 ໃຫ້​ຄອງ​ຖ້າ​ຄວາມ​ສຸກ​ທີ່​ສົມ​ກັບ​ຄວາມ​ຫວັງ​ຂອງ​ເຮົາ ຄື ການ​ສ່ອງ​ມາ​ປາ​ກົດອັນ​ຮຸ່ງ​ເຮືອງ​ຂອງພຣະ​ເຈົ້າ​ອົງ​ໃຫຍ່ ຄື​ພຣະ​ເຢ​ຊູ​ຄຣິດ ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ 14 ຜູ້​ຊົງ​ສ​ລະ​ພຣະ​ອົງ​ເອງ​ແທນ​ເຮົາ​ທັງ​ຫລາຍ ເພື່​ອ​ຊົງ​ໄຖ່​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ການ​ຊົ່ວ​ອະ​ທັມ​ທັງ​ຫມົດ ແລະ​ຊົງ​ຊຳ​ຮະ​ພວກ​ເຮົາ​ໃຫ້​ສະ​ອາດ ເພື່ອ​ໃຫ້​ເປັນ​ພົ​ລ​ເມືອງ​ຈຳ​ພວກ​ນຶ່ງ​ຂອງ​ພຣະ​ອົງ ຄື ເປັນ​ຄົນ​ມີ​ໃຈ​ຮ້ອນ​ຮົນ​ສຳ​ລັບ​ເຮັດ​ການ​ດີ 15 ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ່ງ​ຈົ່ງ​ໃຊ້​ວ່າ​ກ່າວ ຕັກ​ເຕືອນ ແລະ​ບອກ​ສອນ​ເຂົາຢ່າງ​ຫນັກ​ແຫນ້​ນ ຢ່າ​ໃຫ້​ຜູ້​ໃດ​ຫມິ່ນ​ປມາດ​ເຈົ້າ​ໄດ້

ຕິໂຕ 3

ໃຫ້​ໃຈ​ພ້ອມ​ສຳ​ລັບ​ການ​ດີ​ທຸ​ກຢ່າງ

1 ຈົ່ງ​ເຕືອນ​ສະ​ຕິ​ເຂົາ​ໃຫ້​ຢູ່​ໃຕ້​ບັງ​ຄັບ​ຜູ້​ປົກ​ຄອງ ແລະ​ຜູ້​ມີ​ອຳ​ນາດ ຄື​ໃຫ້​ນ້ອມ​ຟັງ ແລະ​ມີ​ໃຈ​ພ້ອມ​ທີ່​ຈະ​ເຮັດ​ການ​ດີ​ທຸກ​ຢ່າງ 2 ຢ່າ​ໃຫ້​ເຂົາ​ຫມິ່ນ​ປມາດ​ໃຜ​ຈັກ​ຄົນ ຢ່າ​ໃຫ້​ເປັນ​ຄົນ​ມັກ​ຜິດ​ຖຽງ​ກັນ ແຕ່​ໃຫ້​ເປັນ​ຄົນ​ເອົາ​ອົກ​ເອົາ​ໃຈ​ສະ​ແດງ​ຄວາມ​ອ່ອນ​ສຸ​ພາບ​ແກ່​ຄົນ​ທັງ​ປວງ 3 ເພາະ​ວ່າ​ເມື່ອ​ກ່ອນ​ນັ້ນ​ພວກ​ເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ ບໍ່​ຍອມ​ເຊື່ອ​ຟັງ ຖືກ​ເຂົາ​ຫລອກ​ລວງ​ໃຫ້​ຫລົງ ເປັນ​ຂ້ອຍ​ຂ້າ​ຂອງ​ກິ​ເລດ​ຕັ​ນ​ຫາ ແລະ​ການ​ສ​ນຸກ​ສ​ນານ​ຫລາຍ​ປະ​ການ ເຄີຍ​ໃຊ້​ເວ​ລາ​ໃນ​ການ​ຄຶດ​ຮ້າຍ ແລະ​ໃນ​ຄວາມ​ເຫິງ​ສາ ເປັນ​ຄົນ​ຫນ້າ​ຊັງ ແລະ​ກຽດ​ຊັງ​ກັນ 4 ແຕ່​ເມື່ອ​ພຣະ​ເມດ​ຕາ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ ແລະ​ຄວາມ​ຮັກ​ຂອງ​ພຣະ​ອົງ​ເພື່ອ​ມະ​ນຸດ​ທັງ​ຫລາຍ​ໄດ້​ສ່ອງ​ມາ​ປາ​ກົດ​ແລ້ວ 5 ພຣະ​ອົງ​ໄດ້​ຊົງ​ໂຜດ​ເຮົາ​ທັງ​ຫລາຍ​ໃຫ້​ພົ້ນ ບໍ່​ແມ່ນ​ຍ້ອນ​ກິ​ຈ​ການ​ອັນ​ຊອບ​ທັມ​ທີ່​ພວກ​ເຮົາ​ເອງ​ໄດ້​ເຮັດ ແຕ່​ພຣະ​ອົງ​ໄດ້​ຊົງ​ພຣະ​ກະ​ຣຸ​ນາ​ຊຳ​ຮະ​ໃຫ້​ພວກ​ເຮົາ​ມີ​ໃຈ​ບັງ​ເກີດ​ໃຫມ່ ແລະ​ຊົງ​ສ້າງ​ພວກ​ເຮົາ​ຂຶ້ນ​ໃຫມ່​ໂດຍ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 6 ພຣະ​ວິນ​ຍານ​ອົງ​ນັ້ນ ພຣະ​ເຈົ້າ​ໄດ້​ຊົງ​ຖອກ​ໃສ່​ເຮົາທັງ​ຫລາຍ​ຢ່າງ​ບໍ​ຣິ​ບູນ ໂດຍ​ພຣະ​ເຢ​ຊູ​ຄຣິດ​ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ 7 ເພື່ອ​ວ່າ ເມື່ອ​ຊົງ​ປະ​ການ​ໄວ້​ວ່າ​ພວກ​ເຮົາ​ເປັນ​ຄົນ​ຊອບ​ທັມ​ດ້ວຍ​ພຣະ​ຄຸ​ນ​ຂອງ​ພຣະ​ອົງ​ນັ້ນ ແລ້ວ​ພວກ​ເຮົາ​ກໍ​ຈະ​ໄດ້​ຮັບ​ມໍ​ຣະ​ດົກ ຄື​ຊີ​ວິດ​ອັນ​ຕລອດ​ໄປ​ເປັນນິດ​ຕາມ​ຄວາມ​ຫວັງ 8 ຄຳ​ນີ້​ເປັນ​ຄຳ​ສັ​ດ​ຈິງ ເຮົາ​ປາ​ຖ​ນາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເຣື່ອງ​ເຫລົ່າ​ນີ້ ເພື່ອ​ຄົນ​ທັງ​ຫລາຍ​ທີ່​ເຊື່ອ​ໃນ​ ພຣະເຈົ້າ​ແລ້ວ ຈະ​ເອົາ​ໃຈ​ໃສ່​ເຮັດ​ການ​ດີ ການ​ເຫລົ່າ​ນີ້​ດີ ແລະ​ມີ​ປ​ໂຍດ​ແກ່​ຄົນ​ທັງ​ປວງ 9 ແຕ່​ເຈົ້າ​ຈົ່ງ​ເວັ້ນ​ເສັຽ​ຈາກ​ການ​ໂຈດ​ຖຽງ​ກັນ​ຢ່າງ​ໂງ່ ຈາກ​ເຣື່ອງ​ສຳ​ລັບ​ວົງ​ຕະ​ກູນ ຈາກ​ການ​ຜິດ​ຖຽງ​ກັນ ແລະ​ຈາກ​ການ​ວິ​ວາດ​ຕໍ່​ສູ້​ກັນ​ດ້ວຍ​ເຣື່ອງ​ພຣະ​ບັນ​ຍັດ ເພາະ​ເປັນ​ການ​ບໍ່​ມີ​ປ​ໂຍດ​ທັງ​ເປັນ​ເຣື່ອງ​ເປົ່າໆ 10 ຄົນ​ໃດ​ທີ່​ຍຸ​ແຫຍ່​ໃຫ້​ແຕກ​ເປັນ​ນິ​ກາຍ​ຕ່າງ​ກັນ ເມື່ອ​ໄດ້​ເຕືອນ​ສະ​ຕິ​ຜູ້​ນັ້ນ​ເທື່ອ​ນຶ່ງ​ຫລື​ສອງ​ເທື່ອ​ແລ້ວ ຢ່າ​ກ່ຽວ​ຂ້ອງ​ກັບ​ເພິ່ນ​ອີກ 11 ເພາະ​ຮູ້​ແລ້ວ​ວ່າ ຄົນຢ່າງ​ນັ້ນ​ເປັນ​ຄົນ​ພິ​ກປີ້ນ​ຫລົງ​ໄປ​ເຮັດ​ຜິດ​ເຮັດ​ບາບ ຈຶ່ງ​ປັບ​ໂທດ​ໃສ່​ຕົນ​ເອງ

ຄຳແນະນໍາສ່ວນຕົວ

12 ເມື່ອ​ເຮົາ​ໃຊ້​ອາ​ເຕ​ມາ ຫລື​ຕີ​ຂີ​ໂກມາ​ຫາ​ເຈົ້າ ເຈົ້າ​ຈົ່ງ​ພ​ຍາ​ຍາມ​ຮີບ​ໄປ​ຫາ​ເຮົາ​ທີ່​ເມືອງ​ນິ​ໂກ​ໂປ​ລີ ເພາະ​ເຮົາ​ຕັ້ງ​ໃຈ​ຈະ​ອາ​ໄສ​ຢູ່​ທີ່​ນັ້ນ​ຈົນ​ຫມົດ​ຣະ​ດູ​ຫນາວ 13 ຈົ່ງ​ອົດ​ສາ​ພຍາຍາມ​ຊ່ອຍ​ສົ່ງ​ເຊ​ນັ​ສ​ຜູ້​ເປັນ​ທະ​ນາຍ​ຄວາມ​ກັບ​ອາ​ໂປໂລ​ອອກ​ເດີນ​ທາງ​ໄປ ຢ່າ​ໃຫ້​ເຂົາ​ຂັດ​ສົນ​ສິ່ງ​ໃດ 14 ແຕ່​ພວກ​ເຮົາ​ນັ້ນ​ຕ້ອງ​ໃຫ້​ເຂົາ​ຮຽນ​ຮູ້​ທີ່​ຈະ​ເຮັດ​ການ​ດີ​ເຫມືອນ​ກັນ ເພື່ອ​ຈະ​ເປັນ​ປ​ໂຍດ​ເມື່ອເຖິງ​ຄາວ​ຈຳ​ເປັນ ແລະ​ເພື່ອ​ເຂົາ​ຈະ​ບໍ່​ເປັນ​ຄົນ​ທີ່​ໄຮ້​ຜົນ 15 ບັນ​ດາ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ເຈົ້າ ເຈົ້າ​ຈົ່ງ​ສົ່ງ​ຄວາມ​ຄຶດ​ເຖິງ​ຂອງ​ພວກ​ເຮົາ​ໄປ​ຍັງ​ຄົນ​ທັງ​ປ​ວງ​ທີ່​ຮັກ​ເຮົາ​ໃນ​ຄວາມ​ເຊື່ອ​ອັນ​ດຽວກັນ​ ຂໍ​ພຣະ​ຄຸນ​ຈົ່ງ​ສະ​ຖິດ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ

ຟິເລໂມນ 1

1 ໂປ​ໂລ ຜູ້​ຖືກ​ຈຳ​ຈອງ​ຢູ່​ເພາະ​ພຣະ​ເຢ​ຊູ​ຄຣິດ ແລະຕີ​ໂມ​ທຽວ​ນ້ອງ​ຂອງ​ເຮົາ 2 ເຖິງ ຟີ​ເລ​ໂມນ ເພື່ອນ​ຮ່ວມ​ງານ​ທີ່​ຮັກ​ຂອງ​ເຮົາ ກັບ​ຄ​ຣິ​ສ​ຕະ​ຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງເຈົ້າ ແລະ​ອັບ​ເຟັຽນ້ອງ​ສາວ ແລະ​ກັບ​ອາ​ຂີ​ໂປ ຜູ້​ເປັນ​ເພື່ອນ​ທະ​ຫານ​ດ້ວຍ​ກັນກັບ​ເຮົາ 3 ຂໍ​ພຣະ​ຄຸນ​ ແລະ​ສັນ​ຕິ​ສຸກ ຈາກ​ພຣະ​ບິ​ດາເຈົ້າຂອງ​ເຮົາ​ທັງ​ຫລາຍ ແລະ​ຈາກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ມີ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ເທີນ

ຄວາມ​ຮັກ ແລະ​ຄວາມ​ເຊື່ອ​ຂອງ​ຟີເລ​ໂມນ

4 ຟີ​ເລ​ໂມນ​ເອີຍ ເຮົາ​ຂອບ​ພຣະ​ຄຸນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ຢູ່​ສ​ເມີ ໄດ້​ລະ​ນຶກ​ເຖິງ​ເຈົ້າ​ເມື່ອ​ເຮົາ​ອ້ອນວອນ 5 ເພາະ​ເຮົາ​ໄດ້​ຮັບ​ຂ່າວ​ເຣື່ອງ​ຄວາມ​ຮັກ ແລະ​ຄວາມ​ເຊື່ອ​ຂອງ​ເຈົ້າ ທີ່​ເຈົ້າ​ມີ​ຕໍ່​ພຣະ​ເຢ​ຊູ​ເຈົ້າ ແລະຕໍ່​ບັນ​ດາ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະເຈົ້າ 6 ເຮົາ​ໄດ້​ອ້ອນວອນ​ຂໍ​ໃຫ້​ການ​ເຂົ້າ​ສ່ວນ​ໃນ​ຄວາມ​ເຊື່ອ​ຂອງ​ເຈົ້າ​ນັ້ນ ຈົ່ງ​ໄດ້​ເກີດ​ຜົນ ຄື​ເພີ້ມ​ພູນ​ຄວາມ​ສັງ​ເກດ​ຮູ້​ໃນການ​ດີ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ມີ​ໃນ​ພຣະ​ຄຣິດ 7 ນ້ອງ​ເອີຍ, ເຮົາ​ມີ​ຄວາມ​ຍິນ​ດີ​ຫລາຍ ແລະ​ໄດ້​ຮັບ​ຊູ​ໃຈ​ເພາະ​ຄວາມ​ຮັກ​ຂອງ​ເຈົ້າ ຈິດ​ໃຈ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ຊຸ່ມ​ເຢັນ​ຂຶ້ນ​ເພາະ​ເຈົ້າ

ໂປ​ໂລ​ຂໍ​ຮ້ອງ​ເຣື່ອງ​ໂອ​ເນ​ຊີ​ໂມ

8 ເຫດ​ສັນ​ນັ້ນ ເຖິງ​ແມ່ນ​ວ່າ​ຍ້ອນ​ເຮົາ​ເປັນ​ພີ່​ນ້ອງ​ກັນ​ໃນ​ພຣະ​ຄຣິດ ເຮົາ​ມີ​ໃຈ​ກ້າ​ພໍ​ທີ່​ຈະ​ສັ່ງ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຄວ​ນ​ເຮັດ 9 ແຕ່​ເພາະ​ເຫັນ​ແກ່​ຄວາມ​ຮັກ ເຮົາ​ຈຶ່ງ​ຂໍ​ຮ້ອງ​ເຈົ້າ​ກໍ​ດີກວ່າ ເຮົາ ຄື​ໂປ​ໂລ ຜູ້​ເປັນ​ຣາ​ຊ​ທູດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ​ບັດ​ນີ້​ໄດ້​ຖືກ​ຈຳ​ຈອງ​ຢູ່​ເພາະ​ເຫັນ​ແກ່ພຣະ​ອົງ​ດ້ວຍ 10 ເຮົາ​ຂໍ​ຮ້ອງ​ເຈົ້າ​ດ້ວຍ​ເຣື່ອງ​ໂອ​ເນ​ຊີ​ໂມ ລູກ​ຂອງ​ເຮົາ ທີ່​ເຮົາ​ໄດ້​ເກີດ​ເປັນ​ພໍ່ຂອງ​ເຂົາ​ຝ່າຍ​ຄວາມ​ເຊື່ອ ເມື່ອ​ເຮົາ​ຖືກ​ຈຳ​ຈອງ​ຢູ່ 11 ເມື່ອ​ກ່ອນ ເຂົາ​ບໍ່​ເປັນ​ປ​ໂຍດ​ແກ່​ເຈົ້າ ແຕ່​ບັດ​ນີ້​ກໍ​ເປັນ​ປ​ໂຍດ​ແກ່​ເຈົ້າ ແລະ​ແກ່​ເຮົາ​ເຫມືອນ​ກັນ 12 ບັດ​ນີ້​ເຮົາ​ໄດ້​ໃຊ້​ເຂົາ​ຄືນ​ມາ​ຫາ​ເຈົ້າ ໂອ​ເນ​ຊີ​ໂມຜູ້​ນີ້​ທໍ່​ກັບ​ຫມາກ​ຫົວ​ໃຈ​ຂອງ​ເຮົາ 13 ເຮົາ​ຢາກ​ໃຫ້​ເຂົາ​ຢູ່​ກັບ​ເຮົາ ເພື່ອ​ເຂົາ​ຈະ​ໄດ້​ບົວ​ລະ​ບັດ​ເຮົາ​ແທນ​ເຈົ້າ ໃນ​ລະ​ຫວ່າງເຮົາ​ຖືກ​ຈຳ​ຈອງ​ຢູ່​ເພາະ​ຂ່າວ​ປະ​ເສິດ​ນັ້ນ 14 ແຕ່​ວ່າ​ເຮົາ​ບໍ່​ຢາກ​ເຮັດ​ສິ່ງ​ໃດ​ກ່ອນ​ໄດ້​ຮັບ​ຄວາມ​ເຫັນ​ຈາກ​ເຈົ້າ ເພື່ອ​ຄຸ​ນ​ຄວາມ​ດີ​ທີ່​ເຈົ້າ​ເຮັດ​ນັ້ນ​ຈະ​ບໍ່​ເປັນ​ການ​ຂົ່ມ​ໃຈ ແຕ່​ໃຫ້​ເປັນ​ຕາ​ມຄວາມ​ປະ​ສົງ​ຂອງ​ເຈົ້າ​ດ້ວຍ 15 ເພາະ​ວ່າ​ບາງ​ທີ່​ອາດ​ຈະ​ເປັນ​ເພາະ​ເຫດ​ນີ້ ທີ່​ໃຫ້​ເຂົາໄດ້​ພາກ​ຈາກ​ໄປ​ຈັກ​ຄາວ​ນຶ່ງ ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ເຂົາກັບ​ຄືນ​ມາ​ຢູ່​ອິກ​ຕໍ່​ໄປ 16 ບໍ່​ແມ່ນ​ເຂົາ​ຈະ​ເປັນ​ຂ້ອຍ​ຂ້າ​ຕໍ່​ໄປ ແຕ່​ດີກວ່າ​ຂ້ອຍ​ຂ້າ​ອີກ ຄື​ເປັນ​ອ້າຍ​ນ້ອງ​ທີ່​ຮ​ັກ ເຂົາເປັນ​ທີ່​ຮັກ​ຂອງ​ເຮົາ ແຕ່​ຄົງ​ຈະ​ເປັນ​ທີ່​ຮັກ​ຂອງ​ເຈົ້າ​ຫລາຍກວ່າ​ນັ້ນ​ອີກ ທັງ​ໃນ​ຖາ​ນະ​ເປັນ​ເພື່ອນ​ມະ​ນຸດ ແລະ​ເປັນ​ເພື່ອນ​ຄ​ຣິ​ສະ​ຕຽນ​ດ້ວຍ​ກັນ 17 ເຫດ​ສັນ​ນັ້ນ​ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ເຈົ້າ ກໍ​ຈົ່ງຮັບ​ເຂົາ​ໄວ້​ເຫມືອນ​ຮັບ​ຕົວ​ເຮົາ​ເອງ 18 ແລະ​ຖ້າ​ເຂົາ​ໄດ້​ເຮັດ​ຜິດ​ພາດ​ຕໍ່​ເຈົ້າ​ປະ​ການ​ໃດ ຫລື​ໄດ້​ເປັນ​ຫນີ້​ເຈົ້າ​ກໍ​ໃຫ້​ເຈົ້າ​ຄິດ​ເອົາ​ນຳ​ເຮົາ 19 ຝ່າຍ​ເຮົາ​ໄດ້​ລົງ​ມື​ຂຽນ​ໄວ້​ວ່າ, “ເຮົາ ໂປ​ໂລ ຈະ​ໃຊ້​ແທນ​ໃຫ້” ແຕ່​ສ່ວນ​ເຈົ້າ​ເປັນ​ຫນີ້​ເຮົາ​ນັ້ນ ຄື​ຊີ​ວິດ​ຂອງ​ເຈົ້າ​ເອງ ເຮົາ​ຈະບໍ່​ອ້າງ​ເຖິງ 20 ດັ່ງ​ນີ້​ແຫລະ, ນ້ອງ​ເອີຍ ຂໍ​ໃຫ້​ເຮົາ​ໄດ້​ຮັບ​ປ​ໂຍດ​ຈາກ​ເຈົ້າ​ເພາະ​ເຫັນ​ແກ່​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ ໃຫ້​ໃຈ​ຂອງ​ເຮົາ​ຊຸ່ມ​ເຢັນ​ຂຶ້ນ​ໃນ​ຖາ​ນະ​ເປັນ​ຄ​ຣິ​ສະ​ຕຽນ​ຮ່ວມ​ກັນ 21 ເຮົາ​ມີ​ຄວາມ​ຫມັ້ນ​ໃຈ​ວ່າ​ເຈົ້າ​ຈະ​ເຊື່ອ​ຟັງ​ເຮົາ ຈຶ່ງ​ໄດ້ຂຽ​ນ​ຈົດ​ຫມາຍ​ມາ​ເຖິງ​ເຈົ້າ ເພາະ​ຮູ້​ວ່າ​ເຈົ້າ​ຈະ​ເຮັດ​ລື່ນກວ່າ​ທີ່​ເຮົາ​ເວົ້າ​ນັ້ນ​ອີກ 22 ແຕ່​ຢ່າງ​ໃດ​ກໍ​ດີ ເຈົ້າ​ຈົ່ງ​ຈັດ​ແຈ່ງ​ທີ່​ພັກໄວ້​ຖ້າ​ເຮົາ ເພາະ​ເຮົາ​ຫວັງ​ໃຈ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ມາ​ຫາ​ເຈົ້າ​ອີກ ຕາມ​ຄວາມ​ອ້ອນວອນ​ຂອງ​ພ​ວກ​ເຈົ້າ

ຄຳ​ສະ​ແດງ​ຄວາມ​ຄຶດ​ເຖິງ​ໃນ​ຕອນ​ທ້າຍ

23 ເອ​ປາ​ຟາ ຜູ້​ຖືກ​ຈຳ​ຈອງ​ດ້ວຍ​ກັນ​ກັບ​ເຮົາ ເພາະ​ເຫັນ​ແກ່​ພຣະ​ເຢ​ຊູ​ຄຣິດ ກໍຝາກ​ຄວາມ​ຄິດ​ເຖິງ​ມາ​ຍັງ​ເຈົ້າ 24 ມາ​ຣະ​ໂກ ອາ​ຣິດ​ຕາ​ໂຂ ເດ​ມາ ແລະ​ລູ​ກາ ເພື່ອນ​ຮ່ວມງານ​ຂອງ​ເຮົາ ກໍ​ຝາກ​ຄວາມ​ຄິດ​ເຖິງ​ມາ​ຍັງ​ເຈົ້າ​ດ້ວຍ 25 ຂໍ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈົ່ງ​ສະ​ຖິດ​ຢູ່​ກັບ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ທັງ​ຫລາຍເທີນ

ເຮັບເຣີ 1

ພຣະ​ເຈົ້າ​ຊົງ​ກ່າວ​ທາງ​ພຣະ​ບຸດ​ຂອງ​ພຣະ​ອົງ

1 ໃນສະ​ໄຫມ​ພຣະ​ເຈົ້າ​ໄດ້ຊົງ​ກ່າວ​ຫລາຍ​ເທື່ອ​ດ້ວຍ​ວິ​ທີ​ຕ່າງໆ ແກ່​ບັນ​ພະ​ບຸ​ຣຸດ​ຂອງ​ເຮົາ​ທັງ​ຫລາຍ​ທາງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ 2 ແຕ່​ໃນ​ຄາວ​ສຸດ​ທ້າຍ​ນີ້ ພຣະ​ອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງ​ຫລາຍ​ທາງ​ພຣະ​ບຸດ ຜູ້​ຊຶ່ງ​ພຣະ​ອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັ​ພ​ສິ່ງ​ທັງ​ປວງ​ເປັນ​ມໍ​ຣະ​ດົກ ແລະ​ດ້ວຍ​ພຣະ​ບຸດ​ນັ້ນ​ພຣະ​ອົງ​ໄດ້​ຊົງ​ສ້າງ​ໂລ​ກທັງ​ຫລາຍ 3 ພຣະ​ບຸດ​ນັ້ນ​ເປັນ​ແສງ​ສະ​ທ້ອນ​ພຣະ​ສະ​ງ່າ​ຣາສີ​ຂອງ​ພຣະ​ເຈົ້າ ແລະ​ມີ​ສະ​ພາບ​ເປັນ​ແບບ​ພິມດຽວ​ກັນ​ກັບ​ພຣະ​ອົງ ແລະ​ຊົງ​ຄ້ຳ​ຊູ​ພິ​ພົບ​ໂລກ​ໄວ້​ດ້ວຍ​ ພຣະ​ວັ​ຈ​ນະ​ອັນ​ຊົງ​ຣິດ​ຂອງ​ພຣະ​ອົງ ເມື່ອ​ພຣະ​ອົງ​ຊົງ​ຊຳ​ຮະ​ຄວາມ​ຜິດ​ບາບ​ແລ້ວ ກໍ​ຊົງ​ປະ​ທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ໃນ​ບ່ອນ​ສູງ

ພຣະບຸດຊົງເປັນຜູ້ປະເສີດເລີດລໍ້າກວ່າເທວະດາ

4 ອັນ​ນຶ່ງ, ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ນາມ​ຍົດ​ອັນ​ປະ​ເສີດ​ເລີ​ດ​ລ້ຳ​ກວ່າ​ເທວະ​ດາ​ໃຫ້​ພຣະ​ອົງ​ຢ່າງ​ໃດ ພຣະ​ອົງ​ກໍ​ຊົງ​ເກີດ​ເປັນ​ຜູ້​ປະ​ເສີດ​ເລີດ​ລ້ຳ​ກວ່າ​ເທວະ​ດາ​ຢ່າງ​ນັ້ນ 5 ເພາະ​ວ່າ​ມີ​ຕົນ​ໃດ​ແດ່​ໃນ​ບັນ​ດາ​ເທວະ​ດາ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ກ່າວ​ວ່າ, “ທ່ານ​ເປັນ​ບຸດ​ຂອງ​ເຮົາ ວັນ​ນີ້​ເຮົາ​ໄດ້​ໃຫ້​ກຳ​ເນີດ​ແດ່​ທ່ານ” ຫລື​ຊົງ​ກ່າວອີ​ກວ່າ, “ເຮົາ​ຈະ​ເປັນ​ບິ​ດາ​ຂອງ​ທ່ານ ແລະ​ທ່ານ​ຈະ​ເປັນ​ບຸດ​ຂອງ​ເຮົາ” 6 ແລະ​ອີກ​ເທື່ອ​ນຶ່ງ, ເມື່ອ​ພຣະ​ອົງ​ຊົງ​ນຳ​ພຣະ​ບຸດ​ອົງ​ກົກ​ເຂົ້າ​ມາ​ໃນ​ໂລກ ກໍ​ຊົງ​ກ່າວ​ວ່າ, “ໃຫ້​ບັນ​ດາ​ເທວະ​ດາ​ຂອງ​ພຣະ​ເຈົ້າ​ຂາບ​ໄຫວ້​ທ່ານ” 7 ສ່ວນ​ເທວະ​ດາ​ເຫລົ່າ​ນັ້ນ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ເທວະ​ດາ​ຂອງ​ພຣະ​ອົງ​ເປັນ​ເຫມືອນ​ລົມ ແລະ​ຊົງ​ບັນ​ດານ​ໃຫ້​ພວກ​ຜູ້​ຮັບ​ໃຊ້ຂອງ​ພຣະ​ອົງ​ເປັນ​ເຫມືອນ​ແປວ​ໄຟ” 8 ແຕ່​ສ່ວນ​ພຣະ​ບຸດ​ນັ້ນພຣະ​ອົງ​ຊົງ​ກ່າວວ່າ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ​ກໍ​ຕັ້ງ​ຢູ່​ເປັນ​ນິດ​ຕລອດ​ໄປ ພຣະ​ຄະທາ​ແຫ່ງ​ຣາ​ຊ​ອາ​ນາ​ຈັກຂອງ​ພຣະ​ອົງ ກໍ​ເປັນ​ພຣະ​ຄະ​ທາ​ອັນ​ທ່ຽງ​ທັມ 9 ພຣະ​ອົງ​ຊົງ​ຮັກ​ຄວາມ​ຊອບ​ທັມ ແລະ​ຊົງ​ກຽດ​ຊັງ​ຄວາມ​ອະ​ທັມ ເພາະ​ສັນ​ນັ້ນ​ພຣະ​ເຈົ້າ ຄື​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ໄດ້​ຊົງ​ຫົດ​ສົງ​ພຣະ​ອົງ​ໄວ້ ດ້ວຍ​ນ້ຳ​ມັນ​ແຫ່ງ​ຄວາມ​ຍິນ​ດີ ຫລາຍກວ່າ​ພຣະ​ສະ​ຫາຍ​ທັງ​ປວງ​ຂອງ​ພຣະ​ອົງ 10 ແລະ, “ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ຕົ້ນ​ເດີມ​ພຣະ​ອົງ​ຊົງ​ວາງ​ຮາກ​ແຜ່ນ​ດິນ​ໂລ​ກ​ໄວ້ ແລະ​ຟ້າ​ສວັນ​ເປັນ​ກິ​ຈ​ການ​ແຫ່ງ​ພຣະ​ຫັດ​ຂອງ​ພຣະ​ອົງ 11 ສິ່ງ​ເຫລົ່າ​ນີ້​ຈະ​ດັບ​ສູນ​ໄປ ແຕ່​ພຣະ​ອົງ​ຊົງ​ດຳ​ຣົງ​ຢູ່ ສິ່ງເຫລົ່າ​ນີ້​ຈະ​ເກົ່າ​ແກ່​ໄປ​ຫມົດ​ເຫມືອນ​ດັ່ງ​ເຄື່ອງ​ນຸ່ງ​ຫົ່ມ 12 ພຣະ​ອົງ​ຈະ​ຊົງ​ມ້ວນ​ສິ່ງ​ເຫລົ່າ​ນີ້​ໄວ້​ເຫມືອນ​ດັ່ງ​ມ້ວນ​ເສື້ອ​ຄຸມ (ຄື​ມ້ວນ​ເສື້ອ​ໃຫຍ່) ແລະ​ສິ່ງ​ເຫລົ່າ​ນີ້​ຈະ​ປ່ຽນ​ແປງ​ໄປ ແຕ່​ຝ່າຍ​ພຣະ​ອົງ​ຍັງ​ຊົງ​ເປັນ​ຢ່າງເດີມ ແລະ​ປີ​ເດືອນ​ຂອງ​ພຣະ​ອົງ​ຈະ​ບໍ່​ສິ້ນ​ສຸດ” 13 ນອກ​ຈາກນັ້ນ​ພຣະ​ອົງ​ຊົງ​ເຄີຍ​ກ່າວ​ແກ່​ເທວະ​ດາ​ຕົນ​ໃດ​ວ່າ, “ຈົ່ງ​ນັ່ງ​ເບື້ອງ​ຂວາ​ມືຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດ​ຕຣູ​ຂອງ​ທ່ານ​ໃຫ້​ຢູ່ໃຕ້​ຕີນ​ຂອງ​ທ່ານ” 14 ຝູງ​ເທວະ​ດາ​ທັງ​ປວງ​ນັ້ນ ແມ່ນ​ວິນ​ຍານ​ຮັບ​ໃຊ້​ທີ່​ພຣະ​ເຈົ້າ​ຊົງ​ໃຊ້​ມາ​ບົວ​ລະ​ບັດ​ບັນ​ດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດ​ພົ້ນ​ເປັນ​ມໍ​ຣະ​ດົກ ບໍ່​ແມ່ນ​ຫລື

ເຮັບເຣີ 2

ຄວາມ​ລອດ​ພົ້ນ​ອັນ​ໃຫຍ່​ຫລວງ

1 ເຫດ​ສັນ​ນັ້ນ​ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່ ໃນ​ຂໍ້​ຄວາມ​ທີ່​ພວກ​ເຮົາ​ໄດ້​ຍິນ​ໄດ້​ຟັງ​ນັ້ນ​ໃຫ້​ຫລາຍ​ຂຶ້ນ​ອີກ ຢ້ານ​ວ່າ​ພວກ​ເຮົາ​ຈະ​ລ່ວງ​ກາຍ​ໄປ​ຈາກ​ຂໍ້​ຄວາມ​ເຫລົ່າ​ນັ້ນ 2 ດ້ວຍ​ວ່າ​ເມື່ອ​ຖ້ອຍ​ຄຳ​ຊຶ່ງ​ເທວະ​ດາ​ໄດ້​ກ່າວ​ນັ້ນ​ປາ​ກົດ​ເປັນ​ຈິງ ແລະ​ການ​ລ່ວງ​ລະ​ເມີດ​ກັບ​ການ​ບໍ່​ເຊື່ອ​ຟັງ​ທຸກ​ຢ່າງ​ໄດ້​ຮັບ​ຜົນ​ຕອ​ບ​ສນອງ​ຕາມ​ຄວາມ​ຍຸດ​ຕິ​ທັມ​ແລ້ວ 3 ດັ່ງ​ນັ້ນ, ຖ້າ​ພວກ​ເຮົາ​ລະ​ເລີຍ​ຕໍ່​ຄວາມ​ລອດ​ພົ້ນ​ອັນ​ໃຫຍ່​ຫລວງ​ນີ້ ພວກ​ເຮົາ​ຈະ​ຫນີ​ພົ້ນ​ໄປ​ໄດ້​ຢ່າງ​ໃດ ຄວາມ​ພົ້ນ​ນັ້ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ປະ​ກາດ​ໃນ​ເວ​ລາ​ຫົວ​ທີ ແລະ​ບັນ​ດາ​ຜູ້​ທີ່​ໄດ້​ຍິນ​ກໍ​ຢືນ​ຢັນ​ແກ່​ພວກ​ເຮົາ​ວ່າ​ເປັນ​ຄວາມ​ຈິງ 4 ທັງ​ນີ້​ພຣະ​ເຈົ້າ​ກໍ​ຊົງ​ເປັນ​ພຍານ​ຮ່ວມ​ກັນ​ກັບ​ເຂົາ ໂດຍ​ຊົງ​ສະ​ແດງ​ຫມາຍ​ສຳ​ຄັນ ການ​ອັ​ດ​ສະ​ຈັນ ການ​ອິດ​ທິ​ຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະ​ທານ​ຈາກ​ພຣະ​ວິ​ນຍານ​ບໍ​ຣິ​ສຸດ ຊຶ່ງ​ຊົງ​ປະ​ທານ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ

ຜູ້​ນຳ​ໄປ​ສູ່​ຄວາມ​ພົ້ນ

5 ເພາະ​ວ່າ​ໂລກຫນ້າ​ທີ່​ເຮົາ​ກ່າວ​ເຖິງ​ນັ້ນ ພຣະ​ອົງ​ບໍ່​ໄດ້​ຊົງ​ມອບ​ໃຫ້​ຢູ່​ໃຕ້​ບັງ​ຄັບ​ຝູງ​ເທ​ວະ​ດາ, 6 ແຕ່​ໃນ​ບ່ອນ​ນຶ່ງ​ມີ​ຄຳ​ກ່າວ​ເປັນ​ພຍານ​ວ່າ, “ມະ​ນຸດເປັນ​ຜູ້​ໃດ​ທີ່​ເຈົ້າ​ຈະ​ຊົງ​ລະ​ນຶກ​ເຖິງ ຫລື​ມະ​ນຸດ​ເປັນ​ຜູ້​ໃດ​ທີ່​ຈະ​ຊົງ​ຫ່ວງ​ໃຍ 7 ພຣະ​ອົງ​ເຈົ້າ​ຊົງ​ບັນ​ດານ​ໃຫ້​ມະ​ນຸດ​ນັ້ນ​ຕ່ຳ​ກວ່າ​ເທວະ​ດາ​ພຽງ​ລະ​ຍະ​ນຶ່ງ ແລະ​ຊົງ​ເອົາ​ສະ​ງ່າ​ຣາ​ສີ​ກັບ​ຍົດ​ສັກ​ເປັນ​ພວງ​ມາ​ລັຍ​ມາ​ສວ​ມ​ໃຫ້ 8 ພຣະ​ອົງເຈົ້າ​ຊົງ​ມອບ​ສິ່ງ​ທັງ​ປວງ​ໃຫ້​ຢູ່​ພາຍ​ໃຕ້​ຕີນ​ຂອງ​ທ່ານ” ໃນ​ການ​ທີ່​ພຣະ​ອົງ​ມອບ​ສິ່ງ​ທັງ​ປວງ​ໃຫ້​ຢູ່ໃຕ້​ອຳ​ນາດ​ຂອງ​ທ່ານ​ນັ້ນ ບໍ່​ມີ​ສິ່ງໃດ​ທີ່​ຊົງ​ປະ​ໄວ້​ນອກ​ເຫນືອ​ຈາກ​ອຳ​ນາດ​ຂອງ​ທ່ານ ແຕ່​ບັດ​ນີ້​ພວກ​ເຮົາ​ຍັງບໍ່​ເຫັນ​ວ່າສິ່ງ​ທັງ​ປວງ​ຢູ່​ໃຕ້​ອຳ​ນາດ​ຂອງ​ທ່ານ 9 ແຕ່​ພວກ​ເຮົາ​ກໍ​ເຫັນ​ພຣະ​ເຢ​ຊູ ຜູ້​ຊຶ່ງ​ພຣະ​ອົງ​ຊົງ​ບັນ​ດານ​ໃຫ້​ຕ່ຳ​ກວ່າ​ເທວະ​ດາ​ພຽງ​ລະ​ຍະ​ນຶ່ງ​ນັ້ນ ໄດ້​ຊົງ​ຮັບ​ພຣະ​ສະ​ງ່າ​ຣາ​ສີ​ແລະ​ພຣະ​ກຽດ​ເປັນ​ພວງ​ມາ​ລັຍ ເພາະ​ທີ່​ພຣະ​ອົງ​ຊົງ​ສິ້ນ​ພຣະ​ຊົນ​ດ້ວຍ​ຄວາມ​ທໍ​ຣະ​ມານ ທັງ​ນີ້, ໂດຍ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ຊີມ​ຣົດ​ຄວາມ​ຕາຍ​ແທນ​ມະ​ນຸດ​ທຸກ​ຄົນ 10 ດ້ວຍ​ວ່າ ໃນ​ການ​ທີ່​ພຣະ​ເຈົ້າຈະ​ຊົງ​ພາ​ບຸດ​ຫລວງ​ຫລາຍໄປ​ສູ່​ສະ​ງ່າ​ຣາ​ສີ​ນັ້ນ ກໍ​ເປັນ​ການ​ເຫມາະ​ສົມ​ຢູ່​ແລ້ວ​ທີ່​ພຣະ​ເຈົ້າ​ຜູ້​ຊຶ່ງ​ທຸກ​ສິ່ງ​ດຳ​ຣົງ​ຢູ່​ໂດຍ​ພຣະ​ອົງ​ແລະ​ເພື່ອ​ພຣະ​ອົງ​ຈະ​ຊົງ​ໃຫ້​ຜູ້​ນຳ​ທາງ​ຄວາມ​ລອດ​ພົ້ນ​ໃຫ້ເຂົາ​ເຫລົ່າ​ນັ້ນ ໃຫ້​ເຖິງ​ທີ່​ສຳ​ເຣັດ​ໂດຍ​ການ​ທົນ​ທຸກ​ທໍ​ຣະ​ມານ 11 ເພາະ​ວ່າ​ທັງ​ຜູ້​ທີ່​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດແລະ​ຄົນ​ເຫລົ່າ​ນັ້ນ​ທີ​ຖືກ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ​ກໍ​ມາ​ຈາກ​ບ່ອນ​ດຽວ​ກັນ ເພາະ​ສັນ​ນັ້ນ​ພຣະ​ອົງ​ຈຶ່ງ​ບໍ່​ຊົງ​ລະ​ອາຍ​ໃນ​ການ​ທີ່​ຈະ​ຊົງ​ເອີ້ນ​ເຂົາ​ເຫລົ່າ​ນັ້ນ​ວ່າ​ເປັນ “ອ້າຍ​ນ້ອງ” 12 ດັ່ງ​ທີ່​ພຣະ​ອົງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ປະ​ກາດ​ພຣະນາມ​ຂອງ​ພຣະ​ອົງ​ແກ່​ອ້າຍ​ນ້ອງ​ຂອງ​ເຮົາ ເຮົາ​ຈະ​ຮ້ອງ​ເພງ​ສັຣ​ເສີນ​ພຣະ​ອົງ​ໃນ​ຖ້າມ​ກາງ​ຊຸມ​ນຸມ​ຊົນ” 13 ແລະ​ຊົງ​ກ່າວ​ອີກວ່າ, “ຝ່າຍ​ເຮົາ, ເຮົາ​ກໍ​ວາງ​ໃຈໃນ​ພຣະ​ອົງ” ທັງ​ຊົງ​ກ່າວ​ອີກວ່າ, “ນີ້​ແຫລະ, ຕົວ​ເຮົາ​ກັບ​ບຸດ​ທັງ​ຫລາຍ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ແກ່​ເຮົາ​ນັ້ນ” 14 ເຫດ​ສັນ​ນັ້ນ, ເພາະ​ພວກ​ລູກ​ໄດ້​ຮ່ວມ​ຊາດ​ມະ​ນຸດ​ອັນ​ດຽວ​ກັນ ຝ່າຍ​ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ຮ່ວມ​ຊາດ​ມະ​ນຸດ​ເຫມືອນ​ກັນ ເພື່ອ​ໂດຍ​ທາງ​ຄວາມ​ຕາຍ​ນັ້ນ ພຣະ​ອົງ​ຈະ​ໄດ້​ຊົງ​ທຳ​ລາຍ​ຜູ້​ທີ່​ມີ​ອຳ​ນາດ​ແຫ່ງ​ຄວາມ​ຕາຍ ຄື​ພ​ຍາ​ມານ 15 ແລະ​ຈະ​ໄດ້​ຊົງ​ປ່ອຍ​ຄົນ​ທັງ​ປວງ​ທີ່​ເປັນ​ຂ້ອຍ​ຂ້າ​ຍ້ອນ​ຢ້ານ​ຄວາມ​ຕາຍ​ຕລອດ​ຊີ​ວິດ​ນັ້ນ ​ໃຫ້​ລອດ​ພົ້ນ 16 ຈິງ​ແທ້, ພຣະ​ອົງບໍ່​ໄດ້​ຊົງ​ເປັນ​ຫ່ວງພວກ​ເທວະ​ດາ ແຕ່​ຊົງ​ເປັນ​ຫ່ວງ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ 17 ເຫດ​ສັນ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ຕ້ອງ​ການ​ເປັນ​ເຫມືອນ​ອ້າຍ​ນ້ອງ​ຂອງ​ຕົນ​ທຸກ​ຢ່າງ ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ຊົງ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ຜູ້​ປະ​ກອບ​ດ້ວຍ​ເມດ​ຕາ​ແລະ​ຄວາມ​ສັດ​ຊື່​ໃນ​ການ​ງານ​ທຸກ​ຢ່າງ​ທີ່​ກ່ຽວ​ກັບ​ພຣະ​ເຈົ້າ ເພື່ອ​ໃຊ້​ແທນ​ຄວາມ​ຜິດ​ບາບ​ຂອງ​ພົ​ລ​ເມືອງ 18 ເພາະ​ເຫດ​ທີ່​ພຣະ​ອົງ​ເອງ​ໄດ້​ຊົງ​ທົນ​ທຸກ​ທໍ​ຣະ​ມານ​ແລະ​ຖືກ​ທົດ​ລອງ ພຣະ​ອົງ​ຈຶ່ງ​ຊົງ​ສາ​ມາດ​ຊ່ອຍ​ຜູ້​ທີ່​ກຳ​ລັງ​ຖືກ​ທົດ​ລອງ​ນັ້ນ​ໄດ້

ເຮັບເຣີ 3

ພຣະ​ເຢ​ຊູ​ຊົງ​ເປັນ​ໃຫຍ່ກວ່າ​ໂມ​ເຊ

1 ເພາະ​ສັນ​ນັ້ນ, ພີ່​ນ້ອງ​ຜູ້​ບໍ​ຣິ​ສຸດ​ແລະ​ຜູ້​ເຂົ້າ​ສ່ວນ​ໃນ​ການ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ມາ​ດ້ວຍ​ກັນ​ກັບ​ເຮົາ​ເອີຍ ຈົ່ງ​ຄຶດ​ເຖິງ​ອັ​ຄ​ສາ​ວົກ​ແລະ​ມະ​ຫາ​ປະ​ໂຣ​ຫິດ​ຂອງ​ພຣະ​ສາສ​ນາ​ທີ່​ເຮົາ​ຮັບ​ເຊື່ອ​ນັ້ນ ຄື​ພຣະ​ເຢ​ຊູ 2 ພຣະ​ອົງ​ຊົງ​ສັດ​ຊື່​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ແຕ່ງ​ຕັ້ງ​ພຣະ​ອົງ​ໄວ້ ເຫມືອນ​ຢ່າງ​ໂມ​ເຊ​ໄດ້​ສັດ​ຊື່​ຖ້າມ​ກາງ​ຍາດ​ວົງ​ທັງ​ຫມົດ ອັນ​ເປັນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ 3 ເພາະ​ສົມ​ຄວນ​ຢູ່​ແລ້ວ​ທີ່​ພ​ຣະ​ອົງ​ນີ້​ມີ​ພຣະ​ກຽດ​ຫລາຍກວ່າ​ໂມ​ເຊ ເຫມືອນ​ດັ່ງ​ກົກ​ເຄົ້າ​ຍາດ​ວົງ​ມີ​ກຽດ​ຫລາຍຍາດ​ວົງ 4 ດ້ວຍ​ວ່າ​ທຸກ​ຍາດ​ວົງ​ກໍ​ມີ​ກົກ​ເຄົ້າ ແຕ່​ຜູ້​ຊົງ​ເປັນ​ກົກ​ເຄົ້າ​ຂອງ​ສັ​ພ​ສິ່ງ​ທັງ​ປວງ​ນັ້ນ​ແມ່ນ​ພຣະ​ເຈົ້າ 5 ໃນ​ຍາດ​ວົງ​ທັງ​ຫມົດ​ອັນ​ເປັນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ​ນັ້ນ ໂມ​ເຊ​ໄດ້​ສັດ​ຊື່​ໃນ​ຖາ​ນະ​ເປັນ​ຜູ້​ຮັບ​ໃຊ້ ເພື່ອ​ເປັນ​ພຍານ​ໃນ​ເຣື່ອງ​ຕ່າງໆ​ຊຶ່ງ​ພຣະ​ເຈົ້າ​ຈະ​ຊົງ​ກ່າວ​ຕໍ່​ໄປ 6 ແຕ່​ຝ່າຍ​ພຣະ​ຄຣິດ​ກໍ​ຊົງສັດ​ຊື່​ໃນ​ຖາ​ນະ​ເປັນ​ພຣະ​ບຸດ​ຢູ່​ເຫນືອ​ຍາດ​ວົງ ອັນ​ເປັ​ນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ ແລະ​ເຮົາ​ທັງ​ຫລາຍ​ກໍ​ເປັນ​ຄົວ​ເຮືອນ​ນັ້ນ​ແຫລະ, ຖ້າ​ຫາກ​ເຮົາ​ຍຶດ​ຖື​ເອົາ​ຄວາມ​ກ້າ​ຫານ​ແລະ​ຄວາມ​ພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້ (ໃຫ້​ຫມັ້ນ​ຄົງ​ຈະ​ເຖິງ​ທີ່​ສຸດ)

ສະ​ບາ​ໂຕ​ທີ​ພັກ​ເຊົາ​ສຳ​ລັບ​ພົ​ລ​ເມືອງ​ຂອງ​ພຣະ​ເຈົ້າ

7 ເຫດ​ສັນ​ນັ້ນ​ຕາມ​ທີ່​ພຣະ​ວິນ​ຍານ​ໄດ້​ຊົງ​ກ່າວ​ໄວ້​ວ່າ, “ວັນ​ນີ້, ຖ້າ​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ 8 ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ​ໄປ​ເຫມືອນ​ຢ່າງ​ໃນ​ຄາວ​ຄັດ​ຄ້ານ ຄື​ເວ​ລາມີ​ການ​ທົດ​ລອງ​ໃນ​ປ່າ 9 ທີ່​ນັ້ນ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ​ໄດ້​ທົດ​ລອງ​ເຮົາ​ໂດຍ​ໄດ້​ເອົາ​ເຮົາ​ເຂົ້າ​ພິ​ສູດ ເຖິງ​ແມ່ນ​ວ່າ​ເຂົາ​ໄດ້​ເຫັນ​ການ​ກະ​ທຳ​ຂອງ​ເຮົາ​ຕລອດ​ສີ່​ສິບ​ປີ 10 ເພາະ​ເຫດ​ນັ້ນ​ເຮົາ​ຈຶ່ງ​ເຄືອງ​ໃຈ​ກັບ​ຄົນ​ສະ​ໄຫມ​ນັ້ນ ແລະ​ເວົ້າ​ວ່າ “ໃຈ​ຂອງ​ເຂົາ​ມັກ​ຫລົງ​ຜິດ​ຢູ່​ສເມີ ເຂົາ​ບໍ່​ຮູ້​ຈັກ​ຫົນ​ທາງ​ຂອງ​ເຮົາ” 11 ຕາມ​ທີ່​ເຮົາ​ໄດ້​ສາ​ບານ​ດ້ວຍ​ຄວາມ​ເຄືອງ​ໃຈ​ວ່າ, “ເຂົາ​ຈະ​ບໍ່​ເຂົ້າ​ຮ່ວ​ມ​ບ່ອນ​ພັກ​ເຊົາ​ຂອງ​ເຮົາ​ຈັກ​ເທື່ອ” 12 ພີ່​ນ້ອງ​ທັງ​ຫລາຍ​, ຈົ່ງ​ລະ​ວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ຈະ​ມີ​ຜູ້​ໃດ​ຜູ້ນຶ່ງ​ໃນ​ພວກ​ທ່ານ​ມີ​ໃຈ​ຊົ່ວ​ແລະ​ບໍ່​ເຊື່ອ ຄື​ໃຈ​ປະ​ຖິ້ມ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ 13 ແຕ່​ຈົ່ງ​ເຕືອນ​ສະ​ຕິ​ກັນ​ແລະ​ກັນ​ທຸກວັນ​ຕລອດ​ເວ​ລາ​ທີ່​ຍັງ​ເອີ້ນ​ໄດ້​ວ່າ “ວັນ​ນີ້” ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້​ໃດ​ໃນ​ພວກທ່ານ​ມີ​ໃຈ​ແຂງ​ກະ​ດ້າງ​ໄປ ເພາະ​ກົນ​ອຸ​ບາຍ​ແຫ່ງ​ຄວາມ​ບາບ 14 ເພາະ​ວ່າ​ພວກ​ເຮົາ​ໄດ້​ເກີດ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ກັບ ​ພຣະ​ຄຣິດ ຖ້າ​ເຮົາ​ຍຶດ​ຖື​ເອົາ​ຄວາມ​ໄວ້​ວາງ​ໃຈ​ທີ່​ເຮົາ​ມີ​ຢູ່​ໃນ​ຕອນ​ຕົ້ນ​ນັ້ນ​ໄວ້​ໃຫ້​ຫມັ້ນ​ຄົງ​ຈະ​ເຖິງ​ທີ່​ສຸດ 15 ເມື່ອ​ມີ​ຄຳ​ກ່າວ​ໄວ້​ວ່າ, “(ວັນ​ນີ້) ຖ້າ​ທ່ານ​ທັງ​ຫລາຍ​ໄດ້​ຍິນພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ​ໄປ ເຫມືອນ​ຢ່າງ​ໃນ​ຄາວ​ການ​ຄັດ​ຄ້ານ​ນັ້ນ” 16 ແມ່ນ​ໃຜ​ຫນໍ ທີ່​ໄດ້​ຍິນ​ແລ້ວ​ແຕ່​ຍັງ​ໄດ້​ຄັດ​ຄ້ານ ບໍ່​ແມ່ນ​ຄົນ​ທັງ​ປວງ​ທີ່​ໂມ​ເຊ​ໄດ້​ນຳ​ອອກ​ມາ​ຈາກປະ​ເທດ​ເອ​ຢິບ​ນັ້ນ​ຫລື 17 ແລະ​ແມ່ນ​ໃຜ​ຫນໍ ທີ່​ພຣະ​ອົງ​ໄດ້​ຊົງ​ເຄືອງ​ພຣະ​ທັຍ​ຕລອດ​ສີ່​ສິບ​ປີ ກໍ​ແມ່ນ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຮັດ​ບາບ ແລະ​ຊາກ​ສົບ​ຂອງ​ເຂົາ​ໄດ້​ຕົກ​ຢູ່​ໃນ​ປ່າ ບໍ່​ແມ່ນ​ຫລື 18 ແລະ​ແກ່​ໃຜ​ຫນໍ ທີ່​ພຣະ​ອົງ​ໄດ້​ຊົງ​ສາ​ບານ​ຕົວ​ວ່າ ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ພຣະ​ອົງ​ຈັກ​ເທື່ອ ກໍ​ແມ່ນ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ເຫລົ່າ​ນັ້ນ ບໍ່​ແມ່ນ​ຫລື 19 ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ເຫັນ​ວ່າ ເພາະ​ຄວາມ​ບໍ່​ເຊື່ອ​ຟັງ​ ເຂົາ​ຈຶ່ງ​ເຂົ້າ​ໄປ​ບໍ່​ໄດ້

ເຮັບເຣີ 4

1 ເຫດ​ສັນ​ນັ້ນ, ເມື່​ອ​ພຣະ​ສັນ​ຍາ​ຍັງ​ມີ​ຢູ່​ວ່າ ຈະ​ໃຫ້​ພວກ​ເຮົາ​ເຂົ້າ​ຮ່ວມບ່ອນ​ພັກ​ເຊົາ​ຂອງ​ພຣະ​ອົງ ກໍ​ໃຫ້​ເຮົາ​ທັງ​ຫລາຍ​ຢຳ​ເກງ ເພາະ​ຢ້ານ​ຈະ​ມີ​ຜູ້​ນຶ່ງ​ຜູ້​ໃດ​ໃນ​ພວກ​ທ່ານ​ໄປ​ບໍ່​ເຖິງ 2 ເພາະ​ວ່າ​ພວກ​ເຮົາ​ໄດ້​ຍິນ​ຂ່າວ​ປະ​ເສີດ​ຢ່າງ​ດຽວ​ກັນ​ກັບ​ເຂົາ ແຕ່​ວ່າ​ເຂົາ​ບໍ່​ໄດ້​ຮັບ​ປ​ໂຍດ​ຈາກ​ຂ່າວ​ປະ​ເສີດ​ນັ້ນ ເພາະ​ເຂົາ​ບໍ່​ໄດ້​ຣັບ​ດ້ວຍ​ຄວາມ​ເຊື່ອ 3 ສຳ​ລັບ​ເຮົາ​ທັງ​ຫລາຍ​ຜູ້​ມີ​ຄວາມ​ເຊື່ອ​ແລ້ວ ຈະ​ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຕາມ​ເຣື່ອງ​ທີ່​ພຣະ​ອົງ​ຊົງ​ກ່າວ​ໄວ້​ແລ້ວ​ວ່າ, “ເຮົາ​ຈຶ່ງ​ສາ​ບານ​ດ້ວຍ​ຄວາມ​ເຄືອງ​ໃຈ​ວ່າ ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ເຮົາ​ຈັກ​ເທື່ອ” 4 ເຖິງ​ແມ່ນ​ວ່າ​ງານ​ຂອງ​ພຣະ​ອົງ​ຈະ​ສຳ​ເຣັດ​ແລ້ວ​ຕັ້ງ​ແຕ່​ສ້າງ​ໂລກ ແລະ​ມີ​ບ່ອນ​ນຶ່ງ​ທີ່​ໄດ້​ກ່າວ​ເຖິງວັນ​ຖ້ວນ​ເຈັດ​ດັ່ງ​ນີ້​ວ່າ, “ໃນ​ວັນ​ຖ້ວນ​ເຈັດ​ພ​ຣະ​ເຈົ້າ​ໄດ້​ຊົງ​ຢຸດ​ພັກ​ການ​ງານ​ທັງ​ສິ້​ນ​ຂອງ​ພຣະ​ອົງ” 5 ແລະ​ໃນ​ບ່ອນ​ນັ້ນ​ມີ​ຄຳ​ວ່າ, “ເຂົາ​ຈະ​ບໍ່​ໄດ້​ເຂົ້າ​ຣ່ວມ​ບ່ອນ​ພັກ​ເຊົາ​ຂອງ​ເຮົາ​ຈັກ​ເທື່ອ” 6 ທີ່​ຈິງ, ຍັງ​ມີ​ລາງ​ຄົນ​ທີ່​ຈະ​ເຂົ້າ​ຮ່ວ​ມບ່ອນ​ນັ້ນ ແຕ່​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຍິນ​ຂ່າວ​ປະ​ເສີດ​ຄາວ​ກ່ອນ​ບໍ່​ໄດ້​ເຂົ້າ​ເພາະ​ເຂົາ​ບໍ່​ເຊື່ອ​ຟັງ 7 ດັ່ງ​ນັ້ນ​ ພຣະ​ອົງໄດ້​ຊົງ​ກຳ​ນົດ​ໄວ້​ອີກວັນ​ນຶ່ງ​ຄື “ວັນ​ນີ້” ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ທາງ​ດາ​ວິດ​ໃນ​ເວ​ລາ​ຕໍ່​ມາ​ເຫິງ​ນານ​ເຫມືອນ​ໄດ້​ອ້າງ​ມາ​ແລ້ວ​ວ່າ, “ວັນ​ນີ້, ຖ້າ​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ ຢ່າ​ໃຫ້​ໃຈ​ຂອງ​ພວກ​ທ່ານ​ແຂງ​ກະ​ດ້າງ​ໄປ” 8 ເພາະ​ວ່າຖ້າ​ໂຢ​ຊວຍ​ໄດ້​ພາເຂົາ​ເຂົ້າ​ໄປ​ສູ່​ບ່ອນ​ພັກ​ນັ້ນ​ແລ້ວ ພຣະ​ເຈົ້າ​ກໍ​ຄົງ​ບໍ່​ໄດ້​ຊົງກ່າວ​ໃນ​ພາຍ​ຫລັງ​ເຖິງວັນ​ອື່ນ​ອີກ 9 ເຫດ​ສັນ​ນີ້ ຍັງ​ມີ​ວັນ​ພັກ​ເຊົາ ຄື​ວັນ​ສະ​ບາ​ໂຕ​ ສໍາ​ລັບ​ພົ​ລ​ເມືອງ​ຂອງ​ພຣະ​ເຈົ້າ 10 ເພາະ​ວ່າ​ຜູ້​ໃດ​ທີ່​ເຂົ້າ​ຮ່ວມ​ບ່ອນ​ພັກ​ເຊົາ​ຂອງ​ພຣະ​ເຈົ້າ​ແລ້ວ ກໍ​ໄດ້​ພັກ​ການ​ງານ​ຂອງ​ຕົນ​ເຫ​ມືອນ​ພຣະ​ເຈົ້າ​ໄດ້​ຊົງ​ພັກ​ພຣະ​ຣາ​ຊ​ກິ​ຈ​ຂອງ​ພຣະ​ອົງ 11 ເຫດ​ສັນ​ນັ້ນ ເຮົາ​ທັງ​ຫລາຍ​ຈົ່ງ​ອົດ​ສາ​ພຍາ​ຍາມ ໃຫ້​ໄດ້​ເຂົ້າ​ສູ່​ບ່ອນ​ພັກ​ເຊົາ​ນັ້ນ ເພື່ອ​ຈະ​ບໍ່​ໃຫ້​ຜູ້​ນຶ່ງຜູ້​ໃດ​ຫລົງ​ໄປ​ເຫມືອນ​ຄົນ​ບໍ່​ເຊື່ອ​ຟັງ​ເຫລົ່າ​ນັ້ນ 12 ເພາະ​ວ່າ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ປະ​ກອບ​ດ້ວຍ​ຊີ​ວິດ​ແລະ​ຣິດ​ເດດ ຄົມ​ກວ່າດາບ​ສອງ​ຄົມ​ທຸກດວງ​ແທງ​ຊອດ​ເຖິງ​ຈິດ​ໃຈ​ແລະ​ວິນ​ຍານ​ຕລອດ​ທັງ​ຄໍ່​ກະ​ດູກ​ແລະ​ໄຂ​ໃນ​ກະ​ດູກ​ຕິດ​ຕໍ່​ກັນ ຈຶ່ງ​ສັງ​ເກດ​ຮູ້​ຄວາມ​ຄຶດ​ແລະ​ຄວາມ​ມຸ້ງ​ຫມາຍ​ໃນ​ໃຈ​ໄດ້ 13 ໃນ​ທຸກ​ສິ່ງ​ທີ່​ສ້າງ​ຂຶ້ນ​ນັ້ນ ບໍ່​ມີ​ສິ່ງ​ໃດ​ບັງ​ລັບ​ໄວ້​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ ແຕ່​ທຸກ​ສິ່ງ​ໄດ້​ປາ​ກົດ​ແຈ້ງ​ຕໍ່​ພຣະ​ເນດ​ຂອງ​ພຣະ​ອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ

ພຣະເຢຊູ ຄືພຣະມະຫາປະໂຣຫິດຜູ້ໃຫຍ່

14 ເຫ​ດສັນ​ນັ້ນ ຄັນ​ພວກ​ເຮົາ​ມີ​ມະ​ຫາ​ປະ​ໂຣ​ຫິດ​ຜູ້​ໃຫຍ່​ທີ່​ຜ່ານ​ຟ້າ​ສວັນ​ໄປ​ແລ້ວ ຄື​ພຣະ​ເຢ​ຊູ​ພຣະ​ບຸດ​ຂ​ອງ​ພຣະ​ເຈົ້າ ຂໍ​ໃຫ້ພວກ​ເຮົາ​ຍຶດຖື​ຄວາມ​ເຊື່ອ​ທີ່​ເຮົາ​ໄດ້​ປະ​ກາດ​ແລ້ວ​ນັ້ນ​ໃຫ້​ຫມັ້ນ​ຄົງ 15 ເພາະ​ວ່າ​ພວກ​ເຮົາ​ບໍ່​ໄດ້​ມີ​ມະ​ຫາ​ປະ​ໂຣ​ຫິດ​ທີ່​ບໍ່​ສາ​ມາດ​ຈະ​ເຫັນ​ໃຈ​ໃນ​ຄວາມ​ອ່ອນ​ແອ​ຂອງ​ພວກ​ເຮົາ ເຖິງ​ປານ​ນັ້ນ​ພຣະ​ອົງ​ກໍ​ຍັງ​ບໍ່​ມີບາບ 16 ເຫ​ດສັນ​ນັ້ນ ໃຫ້​ເຮົາ​ທັງ​ຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະ​ຄຸນ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ພຣະ​ເມດ​ຕາ ແລະ​ພົບ​ພຣະ​ຄຸນ​ທີ່​ຈະ​ຊ່ອຍ​ເຮົາ​ໃນ​ເວ​ລາ​ທີ່​ຕ້ອງ​ການ

ເຮັບເຣີ 5

1 ຝ່າຍ​ມະ​ຫາປະ​ໂຣ​ຫິດ​ທຸກ​ຕົນ​ກໍ​ຖືກ​ເລືອກ​ໄວ້​ຈາກ​ມະ​ນຸດ ແລະ​ແຕ່ງ​ຕັ້ງ​ໃຫ້​ກະ​ທຳ​ບັນ​ດາ​ກິ​ຈ​ການ​ທີ່​ກ່ຽວ​ກັບ​ພຣະ​ເຈົ້າ​ແທນ​ມະ​ນຸດ ຄື​ນຳ​ຂອງ​ປະ​ທານ​ແລະ​ເຄື່ອງ​ບູ​ຊາ​ມາ​ຖວາຍ​ເພື່ອ​ລຶບ​ລ້າງ​ການ​ຜິດບາບ 2 ທ່ານ​ສະ​ແດງ​ໃຈ​ອົດ​ທົນ​ດົນ​ນານ​ຕໍ່​ຄົນ​ໂງ່​ແລະ​ຄົນ​ຫລົງ​ຜິດ​ໄດ້ ເພາະ​ທ່ານ​ເອງ​ກໍ​ມີ​ຄວາມ​ອ່ອນ​ແອ​ລ້ອມ​ຢູ່​ເຫມືອນ​ກັນ 3 ເພາະ​ເຫດ​ນີ້​ທ່ານ​ຈຶ່ງ​ຕ້ອງ​ຖວາຍ​ເຄື່ອງ​ບູ​ຊາ​ເພື່ອ​ ລຶ​ບ​ລ້າງ​ການ​ຜິດບາບ ທັງ​ເພື່ອ​ຕົວ​ເອງ​ແລະ​ເພື່ອພົ​​ລເມືອງ​ເຫມືອນ​ກັນ 4 ບໍ່​ຫ່ອນ​ມີ​ຜູ້​ໃດ​ຕັ້ງ​ຕົນ​ເອງ​ຢູ່​ໃນ​ຕຳ​ແຫນ່ງ​ນີ້ ມີ​ແຕ່​ພຣະ​ເຈົ້າ​ຊົງ​ເອີ້ນ​ເອົາ​ເຫມືອນ​ຢ່າງ​ຊົງ​ເອີ້ນ​ອາ​ໂຣນ​ນັ້ນ 5 ໃນ​ທຳ​ນອງ​ດຽວ​ກັນ ພຣະ​ຄຣິດ​ກໍ​ບໍ່​ໄດ້​ຊົງ​ຍົກ​ຍໍ​ພຣະ​ອົງ​ເອງ​ຂຶ້ນ​ເປັນ​ມະ​ຫາ​ປະ​ໂຣ​ຫິດ ແຕ່​ຊົງ​ຮັບ​ພຣະ​ກຽດ​ນີ້​ຈາກ​ພຣະ​ເຈົ້າ ຜູ້​ຊົງ​ກ່າວ​ກັບ​ພຣະ​ອົງ​ວ່າ, “ທ່ານ​ນັ້ນ​ແຫລະ​, ເປັນ​ບຸດ​ຂອງ​ເຮົາ ຝາຍ​ເຮົາ, ເຮົາ​ໃຫ້​ກຳ​ເນີດ​ທ່ານ​ໃນ​ວັນ​ນີ້” 6 ເຫມືອນ​ດັ່ງ​ພຣະ​ອົງ​ຊົງ​ກ່າວ​ໄວ້​ໃນ​ບ່ອນ​ອື່ນ​ວ່າ, “ທ່ານ​ເປັນ​ປະ​ໂຣ​ຫິດ​ຕລອດ​ໄປ ໃນ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ” 7 ຝ່າຍພຣະ​ບຸດ​ນັ້ນ, ຂ​ນະ​ເມື່ອ​ຊົງ​ເປັນມະ​ນຸດ​ຢູ່ ພຣະ​ອົງ​ໄດ້​ຊົງ​ຖວາຍ​ຄຳ​ອ້ອນວອນ ແລະ​ໄຫວ້ວອນ​ດ້ວຍ​ການ​ຮ້ອງ​ໄຫ້​ຢ່າງ​ຫນັກ ແລະ​ມີ​ນ້ຳ​ພຣະ​ເນດ​ໄຫລ ທູນ​ຕໍ່​ພຣະ​ເຈົ້າ​ຜູ້​ຊົງ​ສາ​ມາດ​ໂຜດ​ໃຫ້ພຣະ​ອົງ​ພົ້ນ​ຈາກ​ຕາຍ​ໄດ້ ແລະ​ຊົງ​ສະ​ດັບ​ຮັບ​ຟັງ​ເນື່ອງ​ດ້ວຍ​ຄວາມ​ຢຳ​ເກງ​ຂອງ​ພຣະ​ອົງ 8 ເຖິງ​ແມ່ນ​ວ່າ​ພຣະ​ອົງ​ຊົງ​ເປັນ​ມະ​ບຸດ ກໍ​ຍັງ​ຊົງ​ຮຽນ​ຮູ້​ທີ່ຈະ​ນ້ອມຍອມ​ເຊື່ອ​ຟັງ ໂດຍ​ຄວາມ​ທຸກ​ລຳ​ບາກ​ທີ່​ພຣະ​ອົງ​ໄດ້​ຊົງ​ທົນ​ນັ້ນ 9 ເມື່ອ​ພ​ຣະ​ເຈົ້າ​ໄດ້​ຊົງ​ບັນ​ດານ​ໃຫ້​ພຣະ​ບຸດ​ເຖິງ​ທີ່​ສຳ​ເຣັດ​ແລ້ວ ພຣະ​ບຸດ​ນັ້ນ​ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳ​ເນີດ​ແຫ່ງ​ຄວາມ​ລອດ​ພົ້ນ​ອັນ​ຕລອດ​ໄປ​ເປັນນິດ ແກ່​ຄົນ​ທັງ​ປວງ​ທີ່​ເຊື່ອ​ຟັງ​ພຣະ​ອົງ 10 ໂດຍ​ພຣະ​ເຈົ້າ​ໄດ້​ຊົງ​ຕັ້ງ​ພຣະ​ອົງ​ໃຫ້​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ໃນ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ

ການ​ຕັກ​ເຕືອນ​ບໍ່​ໃຫ້​ຖິ້ມ​ພຣະ​ສາສ​ນາ

11 ກ່ຽວ​ກັບ​ມະ​ຫາ​ປະ​ໂຣ​ຫິດ​ນັ້ນ​ມີ​ເຣື່ອງ​ເວົ້າ​ຫລາຍ ແລະ​ຍາກ​ທີ່​ຈະ​ອະ​ທິ​ບາຍໃຫ້​ເຂົ້າ​ໃຈ​ໄດ້ ເພາະ​ວ່າ​ທ່ານ​ທັງ​ຫລາຍກາຍ​ເປັນ​ຄົນ​ຫູ​ຫນັກ​ເສັຽ​ແລ້ວ 12 ເຖິງ​ແມ່ນ​ວ່າ ຂ​ນະ​ນີ້​ທ່ານ​ທັງ​ຫລາຍ​ຄວນ​ຈະ​ເປັນ​ຄ​ຣູ​ໄດ້​ແຕ່​ດົນ​ແລ້ວ​ກໍ​ດີ ພວກ​ທ່ານ​ກໍ​ຍັງ​ຕ້ອງ​ການ​ໃຫ້​ຄົນ​ອື່ນ​ສອນ​ຫລັກ​ທັມ​ເບື້ອງ​ຕົ້ນ​ແຫ່ງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ແກ່​ພວກ​ທ່ານອີກ ທ່ານ​ທັງ​ຫລາຍ​ກັບ​ກາຍ​ເປັນ​ຄົນ​ຕ້ອງ​ການ​ນ້ຳ​ນົມ ບໍ່​ແມ່ນ​ອາ​ຫານ​ແຂງ 13 ດ້ວຍ​ວ່າ​ທຸກ​ຄົນ​ທີ່​ຍັງ​ກິນ​ນ້ຳ​ນົມ​ຢູ່​ນັ້ນ ຍັງ​ບໍ່​ຊຳ​ນານ​ໃນ​ເຣື່ອງ​ສີນ​ທັມ ເພາະ​ເຂົາ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່ 14 ອາ​ຫານ​ແຂງ​ເປັນ​ອາ​ຫານ​ສຳ​ລັບ​ຜູ້​ແກ່​ແລ້ວ ຄື​ສຳ​ລັບ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກ​ຫັດ​ອົບ​ຣົມ​ໃຫ້​ສາ​ມາດ​ສັງ​ເກດ​ວ່າ ສິ່ງ​ໃດ​ດີ​ແລະ​ສິ່ງ​ໃດ​ຊົ່ວ

ເຮັບເຣີ 6

1 ເຫດ​ສັນ​ນັ້ນ ໃຫ້​ພວກ​ເຮົາ​ປະ​ຫລັກ​ທັມ​ເບື້ອງ​ຕົ້ນ​ຂອງ​ພຣະ​ຄຣິດ​ໄວ້ ແລະ​ກ້າວ​ຫນ້າ​ໄປ​ສູ່​ຄວາມ​ເປັນ​ຜູ້​ແກ່​ແລ້ວ ຢ່າ​ເອົາ​ສິ່ງ​ເຫລົ່າ​ນີ້​ມາ​ວາງ​ເປັນ​ຮາກ​ຖານ​ຊ້ຳ​ອີກ ຄື​ການ​ກັບ​ໃຈ​ໃຫມ່​ຈາກ​ກິ​ຈ​ການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຄວາມ​ເຊື່ອ​ໃນ​ພຣະ​ເຈົ້າ 2 ແລະ​ຄຳ​ສອນ​ວ່າ​ດ້ວຍ​ພິ​ທີ​ຊຳ​ຮະ​ລ້າງ ພິ​ທີ​ວາງ​ມື ແລະ​ການ​ເປັນ​ຄືນ​ມາ​ຈາກ​ຕາຍ ກັບ​ການ​ພິ​ພາກ​ສາ​ລົງ​ໂທດ​ເປັນ​ນິດ 3 ສິ່ງ​ນີ້​ແຫລະ, ພວກ​ເຮົາ​ຈະ​ກະ​ທຳ ຖ້າພຣະ​ເຈົ້າ​ຊົງ​ໂຜດ​ອະ​ນຸ​ຍາດ 4 ເພາະ​ວ່າ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮັບ​ຄວາມ​ສ​ວ່າງ​ມາ​ເທື່ອ​ນຶ່ງ​ແລ້ວ ແລະ​ຊີມ​ຣົດ​ຂອງ​ປະ​ທານ​ຈາກ​ສວັນ ໄດ້​ກາຍ​ເປັນ​ຜູ້​ເຂົ້າ​ສ່ວນ​ໃນ​ພຣະ​ວິ​ນ​ຍານ​ບໍ​ຣິ​ສຸດ 5 ແລະ​ໄດ້​ຊີມ​ຣົດ​ອັນ​ດີ​ແຫ່ງ​ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ ກັບ​ຣິດ​ເດດ​ແຫ່ງ​ຄາວ​ທີ່​ຈະ​ມາ​ເຖິງ​ນັ້ນ 6 ຖ້າ​ເຂົາ​ເຫລົ່າ​ນັ້ນ​ໄດ້​ຕົກ​ເສັຽ​ໄປ​ແລ້ວ ກໍ​ເຫລືອ​ວິ​ສັຍ​ທີ່​ຈະ​ນຳ​ເຂົາ​ມາ​ສູ່​ການ​ກັບ​ໃຈ​ອີ​ກ​ໄດ້ ເພາະ​ເຂົາ​ເອງ​ຄຶງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ເສັຽ ແລະ​ເຮັດ​ໃຫ້​

ພຣະ​ອົງ​ຊົງ​ໄດ້ຮັບການ​ປະ​ຈານຂາຍ​ຫນ້າ

7 ດ້ວຍ​ວ່າ​ພື້ນ​ດິນຕອນໃດ​ດູດ​ຮັບ​ເອົາ​ນ້ຳ​ຝົນ​ທີ່​ຕົກ​ໃສ່​ຢູ່​ເລື້ອຍ ແລະ​ເກີດ​ພືດ​ຜົນ​ງອກ​ຂຶ້ນ​ໃຫ້​ປ​ໂຍດ​ແກ່​ຄົນ​ປູກ​ຝັງນັ້ນ ກໍ​ຮັບ​ພຣະ​ພອນ​ຈາກ​ພຣະ​ເຈົ້າ 8 ແຕ່​ພື້ນ​ດິນ​ທີ່​ເກີດ​ສ້ຽນ​ຫນາມກໍ​ນັບ​ວ່າ​ບໍ່​ມີ​ຄ່າ ແລະ​ເກືອບ​ຈະ​ຖືກ​ຊົງ​ປ້ອຍ​ດ່າ ແລ້ວ​ໃນ​ທີ່​ສຸດ​ກໍ​ຈະ​ຖືກ​ເຜົາ​ໄຟ​ເສັຽ 9 ແຕ່​ພວກ​ທີ່​ຮັກ​ເອີຍ, ເຖິ​ງ​ແມ່ນ​ວ່າ​ເຮົາ​ເວົ້າ​ດັ່ງ​ນັ້ນ ເຮົາ​ກໍ​ຍັງ​ເຊື່ອ​ແນ່​ວ່າ​ທ່າ​ທີ​ຂອງ​ພວກ​ທ່ານ​ນັ້ນ​ມີ​ສິ່ງ​ດີກວ່າ​ທີ່​ໄດ້​ກ່າວ​ມາ​ນັ້ນ​ກໍ​ຄື​ສິ່ງ​ທີ່​ກ່ຽວ​ກັບ​ຄວາມ​ພົ້ນ 10 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ອະ​ຍຸດ​ຕິ​ທັມ ຊຶ່ງ​ຈະ​ຊົງ​ລືມ​ການ​ງານ​ທີ່​ພວກ​ທ່ານ​ໄດ້​ເຮັດ ແລະ​ຄວາມ​ຮັກ​ທີ່​ທ່ານ​ໄດ້​ສະ​ແດງ​ຕໍ່​ພຣະ​ນາມ​ຂອງ​ພຣະ​ອົງ ຄື​ການ​ຮັບ​ໃຊ້​ໄພ່​ພົນ​ຂອງ​ພຣະ​ອົງ​ເຫມືອນ​ດັ່ງ​ພວກ​ທ່ານ​ຍັງ​ຮັບ​ໃຊ້​ຢູ່ 11 ດ້ວຍ​ວ່າ​ເຮົາ​ປາ​ຖ​ນາ​ໃຫ້​ທ່ານ​ທຸກ​ຄົນ​ສະ​ແດງ​ໃຈ​ຮ້ອນ​ຮົນ​ຢ່າງ​ດຽວ​ກັນ​ຈົນ​ເຖິງ​ທີ່​ສຸດ ເພື່ອ​ໃຫ້​ຄວາມ​ຫວັງ​ຂອງ​ພວກ​ທ່ານ​ປະ​ສົບ​ຄວາມ​ສຳ​ເຣັດ 12 ເພື່ອ​ຈະ​ບໍ່​ໃຫ້​ພວກ​ທ່ານ​ກາຍ​ເປັນ​ຄົນ​ເພີກ​ເສີຍ ແຕ່​ໃຫ້​ຕາມ​ແບບຢ່າງ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່ອາ​ໄສ​ຄວາມ​ເຊື່ອ​ແລະ​ຄວາມ​ພຽນ ຈຶ່ງ​ໄດ້​ຮັບ​ມໍ​ຣະ​ດົກ​ຕາມ​ພຣະ​ສັນ​ຍາ 13 ເມື່ອ​ພ​ຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້​ກັບ​ອັບ​ຣາ​ຮາມ​ນັ້ນ ໂດຍ​ເຫດ​ທີ່​ບໍ່​ມີ​ໃຜ​ເປັນ​ໃຫຍ່ກວ່າ​ພຣະ​ອົງ ທີ່​ພຣະ​ອົງ​ຈະ​ຊົງ​ສາ​ບານ​ດ້ວຍ​ອອກ​ຊື່​ຜູ້​ນັ້ນ​ໄດ້ ພຣະ​ອົງ​ຈຶ່ງ​ໄດ້​ຊົງ​ສ່າ​ບານ​ດ້ວຍ​ພຣະ​ນາມ​ຂອງ​ພຣະ​ອົງ​ເອງ 14 ວ່າ, “ຈິງ​ແທ້, ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ເຊື້ອ​ສາຍ​ຂອງ​ເຈົ້າ​ທະ​ວີ​ຫລາຍ​ຂຶ້ນ” 15 ຢ່າງ​ນັ້ນ​ແຫລະ, ເມື່ອ​ອັບ​ຣາ​ຮາມ​ໄດ້​ທົນ​ຄອຍ​ດ້ວຍ​ຄວາມ​ພຽນ​ແລ້ວ ທ່ານ​ຈຶ່ງ​ໄດ້​ຮັບ​ຕາມ​ພຣະ​ສັນ​ຍາ​ນັ້ນ 16 ດ້ວຍ​ວ່າ​ຝ່າຍ​ມະ​ນຸດ​ເຄີຍ​ສາ​ບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່ກວ່າ​ຕົນ ແລ​ເມື່ອ​ເກີດ​ການ​ຖົກ​ຖຽງ​ກັນ​ຂຶ້ນ ຄຳ​ສາ​ບານ​ນັ້ນ​ກໍ​ເປັນ​ຄໍາ​ຢືນ​ຢັນ​ອັນ​ເດັດ​ຂາດ 17 ສັນ​ນັ້ນ ເມື່ອ​ພຣະ​ເຈົ້າ​ຊົງ​ມີ​ພຣະ​ປະ​ສົງ​ຈະ​ຊົງ​ໃຫ້​ຜູ້​ທີ່​ຈະ​ໄດ້​ຮັບມໍ​ຣະ​ດົກ​ຕາມ ພຣະ​ສັນ​ຍາ​ນັ້ນຮູ້​ຈັກ​ຄັກ​ແນ່​ຕື່ມ​ຂຶ້ນ​ວ່າ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຈະ​ບໍ່​ປ່ຽນ​ແປງ​ຈັກ​ເທື່ອ ພຣະ​ອົງ​ຈຶ່ງ​ຊົງ​ຢືນ​ຢັນ​ພຣະ​ສັນ​ຍາ​ນັ້ນ ດ້ວຍ​ຄຳ​ສາ​ບານ 18 ເພື່ອ​ວ່າ​ໂດຍ​ສອງ​ປະ​ການ​ທີ່​ປ່ຽນ​ແປງ​ບໍ່​ໄດ້ (ໃນ​ສິ່ງ​ນັ້ນ​ພຣະ​ເຈົ້າ​ບໍ່​ຊົງ​ສາ​ມາດ​ກ່າວ​ມຸ​ສາ​ໄດ້) ເຮົາ, ຜູ້​ທີ່​ໄດ້​ຫນີ​ພັຍ, ຈຶ່ງ​ຈະ​ໄດ້​ຮັບ​ຄວາມ​ຊູ​ໃຈ​ອັນ​ແຮງ​ກ້າ​ໃນ​ການ​ທີ່​ຈະ​ຍຶດ​ຖື​ຄວາມ​ຫວັງ​ຊຶ່ງ​ມີ​ຢູ່​ຕໍ່​ຫນ້າ​ເຮົາ​ນັ້ນ 19 ຄວາມ​ຫວັງ​ທີ່​ພວກ​ເຮົາ​ຍຶດ​ຖື​ນັ້ນ​ເປັນ​ສມໍ​ທີ່​ແທ້​ຈິງ​ແລະ​ຫມັ້ນ​ຄົງ​ຂອງ​ຈິດ​ໃຈ ຄວາມ​ຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກ​ສິດ​ທີ່​ສຸດ​ຢູ່​ເບື້ອງ​ຫລັງ​ຜ້າ​ກັ້ງ 20 ທີ່​ພຣະ​ເຢ​ຊູ​ຜູ້​ຊົງ​ນຳ​ຫນ້າ​ໄດ້​ສະ​ເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກ​ເຮົາແລ້ວ ເພາະ​ພຣະ​ອົງ​ໄດ້​ຊົງ​ກາຍ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ຕລອດ​ໄປ​ໃນ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ

ເຮັບເຣີ 7

ເຣື່ອງ​ເມນ​ຄີ​ເຊ​ເດັກ

1 ສ່ວນ​ເມນ​ຄີ​ເຊ​ເດັກ​ຜູ້​ນີ້​ຄື​ກະ​ສັດ​ເມືອງ​ຊາ​ເລມ ເປັນ​ປະ​ໂຣ​ຫິດ​ຂອງ​ພຣະ​ເຈົ້າ​ຜູ້​ສູງ​ສຸດ​ໄດ້​ພົບ​ອັບ​ຣາ​ຮາມ ຂ​ນະທີ່​ອັບ​ຣາ​ຮາມ​ກຳ​ລັງ​ກັບ​ມາ​ຈາ​ກການ​ຮົບ​ກັບ​ກະ​ສັດ​ທັງ​ຫລາຍ​ດ້ວຍ​ຊັຍ​ຊະ​ນະ ແລະ​ໄດ້​ຊົງ​ອວຍ​ພອນ​ແກ່​ທ່ານ 2 ອັບ​ຣາ​ຮາມ​ໄດ້​ແບ່ງ​ສິ່ງ​ຂອງ​ທັງ​ຫມົດ ເປັນ​ສິບ​ສ່ວນ ເອົາ​ສ່ວນ​ນຶ່ງ​ຖວາຍ​ແກ່​ເມນ​ຄີ​ເຊ​ເດັກ ເມນ​ຄີ​ເຊ​ເດັກ​ແປ​ຢ່າງ​ນຶ່ງວ່າ​ກະ​ສັດ​ແຫ່ງ​ຄວາມ​ຊອບ​ທັມ ຕາມ​ຄວາມ​ຫມາຍ​ແຫ່ງ​ພຣະ​ນາມ​ຂອງ​ທ່ານ ແລະ​ອີກ​ເປັນ​ກະ​ສັດ​ແຫ່ງ​ສັນ​ຕິ​ສຸກ ຕາມ​ຄວາມ​ຫມາຍ​ຂອງ​ຊື່​ເມືອງ​ຊາ​ເລມ 3 ບິ​ດາມານ​ດາ​ຫລື​ເຊື້ອ​ວົງ​ຂອງ​ທ່ານ​ບໍ່​ມີ​ກ່າວ​ໄວ້ ວັນ​ຕົ້ນ​ແລະ​ວັນ​ປາຍ​ແຫ່ງ​ຊີ​ວິດ​ຂອງ​ທ່ານ​ກໍ​ບໍ່​ມີ​ເຫມືອນ​ກັນ ແຕ່​ເປັນ​ເຫມືອນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຈຶ່ງ​ດຳ​ຣົງ​ຢູ່​ເປັນ​ປະ​ໂຣ​ຫິດ​ສືບໆ​ໄປ 4 ຈົ່ງ​ຄຶດ​ເບິ່ງ​ແມ໋​,ວ່າ​ທ່ານ​ຜູ້​ນີ້​ໃຫຍ່​ພໍ​ພຽງ​ໃດ ທີ່​ອັບ​ຣາ​ຮາມ​ເປັນ​ຕົ້​ນຕະ​ກູນ​ນັ້ນ​ຍັງ​ໄດ້​ແບ່ງ​ຊັບ​ຊະ​ເລີຍ​ອັນ​ດີ​ທີ່​ສຸດ​ ເອົາ​ນຶ່ງ​ສ່ວນ​ສິບ​ມາ​ຖວາຍ​ແກ່​ທ່ານ 5 ແລະ​ບັນ​ດາ​ເຊື້ອ​ສາຍ​ຂອງ​ເລ​ວີ ຜູ້​ຊຶ່ງ​ໄດ້​ຮັບ​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ນັ້ນ ເຖິງ​ແມ່ນ​ວ່າ​ຄົນ​ເຫລົ່າ​ນັ້ນ​ສືບ​ເຊື້ອ​ສາຍ​ມາ​ຈາກ​ອັບ​ຣາ​ຮາມ ກໍ​ຍັງ​ມີ​ພຣະ​ບັນ​ຍັດ​ສັ່ງ​ໃຫ້​ຮັບ​ນຶ່ງ​ສ່ວນ​ສິບ​ຈາກ​ພົລເມືອງ ຄື​ຈາກ​ພວ​ກພີ່​ນ້ອງ​ຂອງ​ຕົນ 6 ແຕ່​ເມນ​ຄີ​ເຊ​ເດັກ​ຜູ້​ນີ້​ບໍ່​ແມ່ນ​ເຊື້ອ​ສາຍ​ຂອງ​ເຂົາ ກໍ​ຍັງ​ໄດ້​ຮັບ​ນຶ່ງ​ສ່ວນ​ສິບ​ຈາກ​ອັບ​ຣາ​ຮາມ ແລະ​ໄດ້​ອວຍ​ພອນ​ໃຫ້​ອັບ​ຣາ​ຮາມ​ຜູ້​ໄດ້​ຮັບ​ພຣະ​ສັນ​ຍາ​ຈາກ​ພຣະ​ເຈົ້າ 7 ສິ່ງ​ທີ່​ຖຽງ​ບໍ່​ໄດ້​ກໍ​ຄື​ຜູ້​ນ້ອຍ​ຮັບ​ພອນ​ຈາກ​ຜູ້​ໃຫຍ່ 8 ອີກ​ປະ​ການ​ນຶ່ງ, ໃນ​ກໍ​ຣະ​ນີ​ປະ​ໂຣ​ຫິດ​ຕະ​ກູນ​ເລວີ​ນັ້ນ ມະ​ນຸດ​ທີ່​ຕ້ອງ​ຕາຍ​ກໍ​ເປັນ​ຜູ້​ຮັບ​ນຶ່ງ​ສ່ວນ​ສິບ ແຕ່ໃນ​ກໍ​ຣະ​ນີ​ເມນ​ຄີ​ເຊ​ເດັກ​ຜູ້​ຣັບ​ນຶ່ງ​ສ່ວນ​ສິບ​ນັ້ນ ມີ​ຫລັກ​ຖານ​ໃນ​ພຣະ​ຄັມ​ພີ​ວ່າ​ທ່ານຍັງ​ມີ​ຊີ​ວິດ​ຢູ່ 9 ຖ້າ​ຈະ​ເວົ້າ​ອີກ​ຢ່າງ​ນຶ່ງ​ກໍ​ວ່າ​ເລ​ວີ​ຜູ້​ຮັບ​ນຶ່ງ​ສ່ວນ​ສິບ​ນັ້ນ ກໍ​ຍັງ​ໄດ້​ຖວາຍ​ນຶ່ງ​ສ່ວນ​ສິບ​ແກ່​ເມນ​ຄີ​ເຊ​ເດັກ​ທາງ​ອັບ​ຣາ​ຮາມ 10 ເພາະ​ວ່າ​ໃນ​ຂ​ນະ​ທີ່​ເມນ​ຄີ​ເຊ​ເດັກ​ໄດ້​ພົບ​ອັບ​ຣາ​ຮາມ ເລ​ວີ​ຍັງ​ຢູ່​ໃນ​ສາຍ​ເລືອດ​ຂອງ​ບັນ​ພະ​ບຸ​ຣຸດ ຄື​ອັບ​ຣາ​ຮາມ 11 ດັ່ງ​ນັ້ນ, ຖ້າພວກ​ປະ​ໂຣ​ຫິດ​ໄດ້​ນຳ​ຜົນ​ທີ່​ສຳ​ເຣັດ​ແລ້ວ (ດ້ວຍ​ວ່າ​ພົ​ລ​ເມືອງ​ໄດ້ຮັບ​ພຣະ​ບັນ​ຍັດ​ດ້ວຍ​ວິ​ທີ​ນີ້) ເປັນ​ສັນ​ໃດ​ຈຶ່ງ​ຕ້ອງ​ມີ​ປະ​ໂຣ​ຫິດ​ອື່ນ​ອີກ ຕາມ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ ແທນ​ພວກ​ປະ​ໂຣ​ຫິດ​ໃນລຳ​ດັບ​ດຽວ​ກັບ​ອາ​ໂຣນ 12 ເພາະ​ເມື່ອ​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ປ່ຽນ​ແປງ​ໄປ​ແລ້ວ ພຣະ​ບັນ​ຍັດ​ກໍ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ໄປ​ເຫມືອນ​ກັນ​ 13 ເພາະ​ວ່າ​ທ່ານ​ທີ່​ເຮົາ​ກ່າວເຖິງນັ້ນ​ກໍ​ມາ​ຈາກ​ຕະ​ກູນ​ອື່ນ ຄື​ຕະ​ກູນ​ທີ່ຍັງ​ບໍ່​ມີ​ຜູ້​ໃດ​ເຄີຍ​ປະ​ຕິ​ບັດ​ທີ່​ແທ່ນ​ບູ​ຊາ​ຈັກ​ເທື່ອ 14 ເພາະ​ປາ​ກົດ​ແຈ້ງ​ແລ້ວ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັ​ງ​ຫລາຍ​ໄດ້​ຊົງ​ສືບ​ເຊື້ອ​ສາຍ​ມາ​ຈາກ​ຕະ​ກູນ​ຢູ​ດາ ແຕ່​ເມື່ອ​ໂມ​ເຊ​ໄດ້​ກ່າວ​ເຖິງ​ປະ​ໂຣ​ຫິດ​ກໍບໍ່​ໄດ້​ກ່າວ​ເຖິງ​ຕະ​ກູນ​ນີ້ 15 ເຣື່ອງ​ນີ້​ກໍ​ປາ​ກົດ​ແຈ້ງ​ຂຶ້ນອີກ ຖ້າມີ​ປະ​ໂຣ​ຫິດ​ອີກ​ຕົນ​ນຶ່ງ​ຕາມ​ແບບ​ຢ່າງ​ເມນ​ຄີ​ເຊ​ເດັກ 16 ຜູ້​ຊຶ່ງ​ເປັນ​ປະ​ໂຣ​ຫິດ​ທີ່​ບໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຕາມ​ກົດ​ບັນ​ຍັດ​ຂອງ​ມະ​ນຸດ ແຕ່​ໂດຍ​ຣິດ​ເດດ​ແຫ່ງ​ຊີ​ວິດ​ອັນບໍ່​ຮູ້​ເສື່ອມ​ສູນ 17 ເພາະ​ມີ​ພຍານ​ກ່າວ​ເຖິງ​ທ່ານ​ວ່າ, “ທ່ານ​ເປັນ​ປະ​ໂຣ​ຫິດ​ຕລອດ​ໄປ​ເປັນ​ນິດ ໃນ​ລຳ​ດັບ​ດຽວ​ກັບ​ເມນ​ຄີ​ເຊ​ເດັກ” 18 ດ້ວຍ​ວ່າ​ກົດ​ບັນ​ຍັດ​ທີ່​ມີ​ມາ​ກ່ອນ​ນັ້ນ​ໄດ້​ຊົງ​ຍົກ​ເລີກ​ເສັຽ​ແລ້ວ ເພາະ​ຂາດ​ຣິດ​ແລະ​ໄຮ້​ປ​ໂຍດ 19 (ເພາະ​ວ່າ​ພຣະ​ບັນ​ຍັດ​ນັ້ນ​ບໍ່​ໄດ້​ທຳ​ໃຫ້​ສິ່ງ​ໃດ​ເຖິງ​ທີ່​ສຳ​ເຣັດ) ແຕ່​ມີ​ຄວາ​ມ​ຫວັງ​ອັນ​ດີກວ່າ​ໄດ້​ເພີ້ມ​ເຕີມ​ເຂົ້າ​ມາ ໂດຍ​ຄວາມ​ຫວັງ​ນັ້ນ​ພວກ​ເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະ​ເຈົ້າ​ໄດ້ 20 ການ​ນີ້​ໄດ້​ບັງ​ເກີດ​ມີ​ມາ​ໂດຍ​ການ​ຊົງ​ສາ​ບາ​ນໄວ້ ສ່ວນ​ຄົນ​ອື່ນ​ນັ້ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ເປັນ​ປະ​ໂຣ​ຫິດ​ໂດຍ​ບໍ່​ມີ​ຄວາມ​ສາ​ບານ 21 ແຕ່​ທ່ານ​ຜູ້​ນີ້​ຖືກ​ຊົງ​ແຕ່ງ​ຕັ້ງ​ຂຶ້ນ​ໂດຍ​ໄດ້​ຮັ​ບ​ຄວາມ​ສາ​ບານ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສາ​ບານ​ໄວ້​ແລ້ວ ແລະ​ຈະ​ບໍ່​ຊົງ​ປ່ຽນ​ພຣະ​ທັຍ​ວ່າ ທ່ານ​ເປັນ​ປະ​ໂຣ​ຫິດ​ຕລອດ​ໄປ” 22 ດັ່ງ​ນັ້ນ ພຣະ​ເຢ​ຊູ​ຈຶ່ງ​ຊົງ​ກາຍ​ເປັນ​ຜູ້​ຮັບ​ປະ​ກັນ​ຄຳ​ສັນ​ຍາ​ອັນ​ດີກວ່າ 23 ພວກ​ປະ​ໂຣ​ຫິດ​ຕະ​ກູນ​ເລວີ​ນັ້ນ​ສືບ​ຕຳ​ແຫນ່ງ​ຕໍ່​ກັນ​ມາ​ຫລາ​ຍຄົນ ເພາະ​ຄວາມ​ຕາຍ​ຂັດ​ຂວາງ​ເຂົາ​ບໍ່​ໃຫ້​ປະ​ຕິ​ບັດ​ງານ​ຕລອດ​ໄປ 24 ແຕ່​ພຣະ​ເຢ​ຊູ​ນີ້​ຊົງ​ດຳ​ຣົງ​ຕຳ​ແຫນ່ງ​ປະ​ໂຣ​ຫິດ​ທີ່​ບໍ່​ສືບ​ຕໍ່​ກັນ​ ເພາະ​ພຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ເປັນ​ນິດ 25 ດ້ວຍ​ເຫດ​ນີ້ ພຣະ​ອົງ​ຈຶ່ງ​ຊົງ​ສາ​ມາດ​ເປັນ​ນິດ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງ​ປວງ​ທີ່​ໄດ້​ເຂົ້າ​ມາ​ຫາພຣະ​ເຈົ້າ​ໂດຍ​ທາງ​ພຣະ​ອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດ​ພົ້ນ ເພາະ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່​ເປັນ​ນິດ ເພື່ອ​ຊ່ອຍ​ທູນ​ຂໍ​ພຣະ​ກະ​ຣຸ​ນາ​ໃຫ້​ຄົນ​ເຫລົ່າ​ນັ້ນ 26 ມະ​ຫາ​ປະ​ໂຣ​ຫິດ​ຢ່າງ​ນີ້​ແຫລະ, ທີ່​ເຫມາະ​ສົມ​ສຳ​ລັບ​ພວກ​ເຮົາ ຄື​ເປັນ​ຜູ້​ບໍ​ຣິ​ສຸດ​ປາ​ສ​ຈາກຜິດ ຫລື​ສິ່ງ​ຊົ່ວ​ມົວ​ຫມອງ ແຍກ​ຈາກ​ຄົນ​ບາບ​ທັງ​ປວງ ຊົງ​ປະ​ທັບ​ຢູ່​ເຫນືອ​ມະ​ຫາ​ສວັນ 27 ພຣະ​ອົງ​ບໍ່​ຕ້ອງ​ຊົງ​ນຳ​ເຄື່ອງ​ບູ​ຊາ​ມາ​ທຸກໆ​ວັນ​ເຫມືອນ​ດັ່ງ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ອື່ນໆ ຜູ້​ຊຶ່ງ​ຕອນ​ແຣກ​ຖວາຍ​ສຳ​ລັບ​ການ​ຜິດ​ບາບ​ຂອງ​ຕົນ​ເອງ ແລ້ວ​ຈຶ່ງ​ຖວາຍ​ສຳ​ລັບ​ຄວາມ​ຜິດ​ບາບ​ຂອງ​ພົລ​ເມືອງ ສ່ວນ​ພຣະ​ເຢ​ຊູ​ໄດ້​ຊົງ​ຖວາຍ​ເຄື່ອງ​ບູ​ຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນ​ສຸດ ຄື​ເມື່ອ​ພຣະ​ອົງ​ໄດ້​ຊົງ​ນຳ​ພຣະ​ອົງ​ເອງ​ມາ​ຖວາຍ 28 ຝ່າຍ​ພຣະ​ບັນ​ຍັດ​ກໍ​ຮັບ​ມະ​ນຸດ​ທີ່​ອ່ອ​ນ​ກຳ​ລັງ​ແຕ່ງ​ຕັ້ງ​ໃຫ້​ເປັນ​ມະ​ຫາ​ປະ​ໂຣ​ຫິດ ແຕ່​ຄຳ​ສາ​ບານ​ທີ່​ຊົງ​ກ່າວ​ໄວ້​ພາຍ​ຫລັງ​ພຣະ​ບັນ​ຍັດ​ນັ້ນ ໄດ້​ຊົງ​ແຕ່ງ​ຕັ້ງ​ພຣະ​ບຸດ​ຂຶ້ນ ຜູ້​ຊຶ່​ງເຖິງ​ຄວາມ​ສຳ​ເຣັດ​ເປັນ​ນິດ

ເຮັບເຣີ 8

ມະ​ຫາ​ປະ​ໂຣ​ຫິດ​ແຫ່ງ​ພຣະ​ສັນ​ຍາ​ໃຫມ່

1 ເຣື່ອງ​ທີ່​ເຮົາ​ກຳ​ລັງ​ເວົ້າ​ຢູ່​ນີ້​ມີ​ຂໍ້​ສຳ​ຄັນ ຄື​ພວກ​ເຮົາ​ມີ​ມະ​ຫາ​ປະ​ໂຣ​ຫິດ​ຢ່າງ​ນີ້ ຄື​ມະ​ຫາ​ປະ​ໂຣ​ຫິດ​ຜູ້​ປະ​ທັບ​ຢູ່​ເບື້ອງ​ຂວາ​ພຣະ​ທີ່​ນັ່ງ​ຂອງ​ຜູ້​ຊົງ​ເດ​ຊາ​ນຸ​ພາບ​ໃນ​ມະ​ຫາ​ສວັນ 2 ເປັນ​ຜູ້​ບົວ​ລະ​ບັດ​ໃນ​ສະ​ຖານ​ທີ່​ສັກ​ສິດ ຄື​ໃນ​ສຳ​ນັກ​ຜ້າ​ອັນ​ແທ້​ຈິງ ຊຶ່ງ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້ ບໍ່​ແມ່ນ​ມະ​ນຸດ​ຕັ້ງ 3 ເພາະ​ວ່າ​ມະ​ຫາ​ປະ​ໂຣ​ຫິດ​ທຸກ​ຕົນ​ໄດ້​ຕັ້ງ​ຂຶ້ນ​ເພື່ອ​ໃຫ້​ຖວາ​ຍ​ຂອງ​ທານ​ແລະ​ເຄື່ອງ​ບູ​ຊາ ດ້ວຍ​ເຫດ​ນີ້ ຈຶ່ງ​ຈຳ​ເປັນ​ທີ່​ມະ​ຫາ​ປະ​ໂຣ​ຫິດ​ຜູ້​ນີ້​ຈະ​ຕ້ອງ​ມີ​ສິ່ງ​ນຶ່ງ​ສິ່ງ​ໃດ​ຖວາຍ​ເຫມືອນ​ກັນ 4 ຖ້າພຣະ​ອົງ​ຊົງ​ຢູ່​ໃນ​ໂລກ​ນີ້ ພຣະ​ອົງ​ກໍ​ຈະບໍ່​ຊົງ​ເປັນ​ປະ​ໂຣ​ຫິດ ເພາະ​ວ່າ​ມີ​ປະ​ໂຣ​ຫິດ​ທີ່​ຖວາຍ​ຂອງ​ທານ​ຕາມ​ພຣະ​ບັນ​ຍັດ​ຢູ່​ແລ້ວ 5 ປະ​ການ​ນຶ່ງ, ປະ​ໂຣ​ຫິດ​ເຫລົ່າ​ນັ້ນ​ບົວ​ລະ​ບັດ​ເປັນ​ແຕ່​ແບບ​ແລະ​ເງົາ​ແຫ່ງ​ສິ່ງ​ສັກ​ສິດ​ໃນ​ສວັນ​ເຫມືອນ​ໂມ​ເຊ, ເມື່ອ​ທ່ານ​ຈະ​ຕັ້ງ​ສຳ​ນັກ​ຜ້າ​ນັ້ນ ພຣະ​ເຈົ້າ​ໄດ້​ຊົງ​ເຕືອນ​ສະ​ຕິ​ທ່ານ​ວ່າ, “ດັ່ງ​ນີ້, ເຈົ້າ​ຕ້ອງ​ເຮັດ​ທຸກ​ສິ່ງ​ຕາມ​ແບບ​ຢ່າງ​ທີ່​ເຮົາ​ໄດ້ສະ​ແດງ​ແກ່​ເຈົ້າ​ເທິງ​ພູ​ນັ້ນ” 6 ແຕ່​ພຣະ​ເຢຊູ​ໄດ້​ຊົງ​ຮັບ​ພາ​ຣະ​ກິດ​ຊຶ່ງ​ປະ​ເສີດກວ່າ​ຂອງປະ​ໂຣ​ຫິດ​ເຫລົ່າ​ນັ້ນ ເຫມືອນ​ດັ່ງ​ພຣະ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ​ກໍ​ປະ​ເສີດກວ່າ​ພຣະ​ສັນ​ຍາ​ເດີມ ເພາະ​ວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ສັນ​ຍາ​ທັງ​ຫລາຍ​ອັນ​ປະ​ເສີດກວ່າ​ເກົ່າ 7 ດ້ວຍ​ວ່າ​ຖ້າ​ພຣະ​ສັນ​ຍາ​ເດີມ​ນັ້ນ​ບໍ່​ມີ​ຂໍ້​ຕິ​ແລ້ວ ກໍ​ບໍ່​ຈຳ​ເປັນ​ຊອກ​ພຣະ​ສັນ​ຍາ​ທີ່​ສອງ​ມາ​ແທນ 8 ເພາະ​ວ່າ​ພຣະ​ອົງ​ຊົງ​ກ່າວ​ຕິ​ເຂົາ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ “ເບິ່ງ​ແມ໋, ພາຍ​ຫນ້າ​ຈະ​ມີ​ຄາວ​ນຶ່ງ​ທີ່​ເຮົາ​ຈະ​ທຳ​ຄຳ​ສັນ​ຍາ​ໃຫມ່​ກັບ​ຍາດ​ວົງ​ອິ​ສ​ຣາ​ເອນ​ແລະ​ຍາດ​ວົງ​ຢູ​ດາ 9 ຈະ​ບໍ່​ເຫມືອນ​ຄຳ​ສັນ​ຍາ​ຊຶ່ງ​ເຮົາ​ໄດ້​ສັນ​ຍາ​ໄວ້​ກັບ​ບັນ​ພະ​ບຸ​ຣຸດ​ຂອງ​ເຂົາ ໃນ​ເມື່ອ​ເຮົາ​ໄດ້​ຈັບ​ມື​ຂອງ​ເຂົາ​ພາ​ອອກ​ມາ​ຈາກ​ປະ​ເທດ​ເອ​ຢິບ” ເພາະ​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ວ່າ “ເຂົາ​ເຫລົ່າ​ນັ້ນ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ຄຳ​ສັນ​ຍາ​ຂອງ​ເຮົາ ຝ່າຍ​ເຮົາ​ຈຶ່ງ​ເພີດ​ເສີຍ​ຕໍ່​ເຂົາ” 10 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ອີກວ່າ, “ນີ້​ແມ່ນ​ຄຳ​ສັນ​ຍາ​ ທີ່​ເຮົາ​ຈະ​ສັນ​ຍາ​ໄວ້​ກັບ​ຍາດ​ວົງ​ອິ​ສ​ຣາ​ເອນ ພາຍ​ຫລັງ​ສະ​ໄຫມ​ນັ້ນ ຄື​ເຮົາ​ຈະ​ບັນ​ຈຸ​ຂໍ້​ບັນ​ຍັດ​ຂອງ​ເຮົາ​ໄວ້​ໃນ​ໃຈ​ຂອງ​ເຂົາ ເຮົາ​ຈະ​ຈາ​ຣຶກ​ຂໍ້​ບັນ​ຍັດ​ນັ້ນ​ໄວ້​ໃນ​ຫົວ​ໃຈ​ຂອງ​ເຂົາ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ ແລະ​ຝ່າຍ​ເຂົາ​ຈະ​ເປັນ​ພົລ​ເມືອງ​ຂອງ​ເຮົາ 11 ເຂົາ​ຈະ​ບໍ່​ສອນ​ເພື່ອນ​ບ້ານ​ແລະ​ພີ່​ນ້ອງ​ຂອງ​ຕົນ​ແຕ່​ລະ​ຄົນ​ວ່າ, “ຈົ່ງ​ຮູ້​ຈັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ” ເພາະ​ເຂົາ​ທຸກ​ຄົນ​ຈະ​ຮູ້​ຈັກ​ເຮົາ ຕັ້ງ​ແຕ່​ຜູ້​ນ້ອຍ​ທີ່​ສຸດ​ຈົນ​ເຖິງ​ຜູ້​ໃຫຍ່​ທີ່​ສຸດ 12 ເພາະ​ເຮົາ​ຈະ​ກະ​ຣຸ​ນາ​ຕໍ່​ການ​ອະ​ທັມ​ຂອ​ງ​ເຂົາ ແລະ​ການ​ຜິດ​ບາບ​ຂອງ​ເຂົາ ເຮົາ​ຈະ​ບໍ່​ຈົດ​ຈຳ​ຕໍ່​ໄປ” 13 ເມື່ອ​ພຣະ​ອົງ​ຊົງ​ກ່າວວ່າ, “ຄຳ​ສັນ​ຍາ​ໃຫມ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ຄຳ​ສັນ​ຍາ​ເດີມ​ນັ້ນ​ພົ້ນ​ສະ​ໄຫມ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະ​ໄຫມ​ແລະ​ເກົ່າ​ໄປ​ແລ້ວ​ນັ້ນ​ກໍ​ຈວນ​ຈະ​ເສື່ອມ​ສູນ​ໄປ

ເຮັບເຣີ 9

ສະ​ຖານ​ອັນ​ສັກ​ສິດ​ທີ່​ແຜ່ນ​ດິນ​ໂລກ ແລະທີ່ຟ້າ​ສວັນ

1 ເຖິງ​ແມ່ນ​ຄຳ​ສັນ​ຍາ​ເດີມ​ນັ້ນ​ກໍ​ມີ​ກົດ​ໃນ​ການ​ນະ​ມັ​ສ​ການ ແລະ​ມີ​ສະ​ຖານ​ອັນ​ສັກ​ສິດ​ທີ່​ແຜ່ນ​ດິນ​ໂລກ 2 ດ້ວຍ​ວ່າ​ມີ​ສຳ​ນັກ​ຜ້າ​ທີ່​ຈັດ​ຕັ້ງ​ຂຶ້ນ​ແລ້ວ ຄື​ຫ້ອງ​ຊັ້ນ​ນອກ​ຊຶ່ງ​ມີ​ເຄື່ອງ​ຣອງ​ຕີນ​ໂຄມ ມີ​ໂຕະ ແລະ​ມີ​ເຂົ້າ​ຈີ່​ທີ່​ຕັ້ງ​ຖວາຍ​ໄວ້ ຫ້ອງ​ທຳ​ອີດ​ນີ້​ເອີ້ນ​ວ່າ​ສະ​ຖານ​ທີ່​ສັກ​ສິດ 3 ພາຍ​ໃນ​ຜ້າ​ກັ້ງ​ຊັ້ນ​ທີ່​ສອງ​ມີ​ຫ້ອງ​ຊຶ່ງ​ເອີ້ນ​ວ່າ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ 4 ໃນ​ຫ້ອງ​ນັນ​ມີ​ແທ່ນ​ຄຳ​ສຳ​ລັ​ບ​ເຜົາ​ເຄື່ອງ​ຫອມ ມີ​ຫີບ​ຫຸ້ມ​ຫໍ່​ດ້ວຍ​ທອງ​ຄຳ​ທຸ​ກດ້ານ​ສຳ​ລັບ​ໃສ່​ຄຳ​ສັນ​ຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມາ​ນາ​ໄວ້ ມີ​ໄມ້​ເທົ້າ​ຂອງ​ອາ​ໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນຫີນ​ຈາ​ຣຶກ​ຄຳ​ສັນ​ຍາ​ແລ້ວ 5 ຢູ່​ເທິງ​ຫີບ​ນັ້ນ​ມີ​ຮູບ​ເຊ​ຣູ​ບິມ​ປະ​ກອບ​ດ້ວຍ​ສະ​ງ່າ​ຣາ​ສີ​ອັນຮຸ່ງເຮືອງ​ຂອງ​ພຣະ​ເຈົ້າ ປົກ​ຄຸມ​ພຣະ​ທີ່​ນັ່ງ​ອັນ​ຊົງ​ພຣະ​ກະ​ຣຸ​ນາ​ນັ້ນ ສິ່ງເຫລົ່າ​ນີ້​ເຮົາ​ຈະ​ພັນ​ລະ​ນາ​ໃຫ້​ລະ​ອຽດ​ໃນ​ທີ່​ນີ້​ບໍ່​ໄດ້ 6 ເມື່ອ​ຈັດ​ຕັ້ງ​ສິ່ງເຫລົ່າ​ນີ້​ໄວ້​ຢ່າງ​ນັ້ນ​ແລ້ວ ພວກ​ປະ​ໂຣ​ຫິດ​ກໍ​ເຂົ້າ​ໄປ​ປະ​ກອບ​ພິ​ທີ​ທຸ​ກ​ເວ​ລາ​ໃນ​ຫ້ອງ​ຊັ້ນ​ນອກ​ນັ້ນ 7 ແຕ່​ໃນ​ຫ້ອງທີ່​ສອງ​ນັ້ນ​ມີ​ປະ​ຫາ​ປະ​ໂຣ​ຫິດ​ຜູ້​ດຽວ​ເທົ່າ​ນັ້ນ ເຂົ້າ​ໄປ​ໄດ້​ປີ​ລະ​ເທື່ອ ແຕ່​ຕ້ອງ​ນຳ​ເລືອດ​ເຂົ້າ​ໄປ​ຖວາຍ​ເພື່ອ​ຕົນ​ເອງ ແລະ​ເພື່ອ​ຄວາມ​ຜິດ​ໂດຍ​ບໍ່​ເຈ​ຕະ​ນາ​ຂອງ​ພົ​ລ​ເມືອງ 8 ຢ່າງ​ນັ້ນ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ຈຶ່ງ​ຊົງ​ສະ​ແດງວ່າ ທາງ​ທີ່​ຈະ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ​ນັ້ນ ຍັງ​ບໍ່​ໄດ້​ປາ​ກົດ​ໃຫ້​ເຫັນ​ໃນ​ເມື່ອ​ຫ້ອງ​ຕົ້ນ​ນັ້ນ​ຍັງ​ຕັ້ງ​ຢູ່ 9 ຫ້ອງ​ຊັ້ນ​ນອກ​ນັ້ນ​ເປັນ​ເຄື່ອງ​ຫມາຍ​ເຖິງ​ສະ​ໄຫມ​ປັດ​ຈຸ​ບັນ ຄື​ຫມາຍ​ຄວາມ​ວ່າ​ການ​ຖວາ​ຍ​ຂອງ​ທານ​ແລະ​ເຄື່ອງ​ບູ​ຊາ​ຕາມ​ແບບ​ນີ້ ຈະ​ຊຳ​ຮະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ຜູ້​ຖວາຍ​ນັ້ນ​ບໍ່​ໄດ້ 10 ເພາະ​ເປັນ​ເຣື່ອງ​ຂອງ​ກິນ ຂອງ​ດື່ມ​ແລະ​ພິ​ທີ​ຊຳ​ຮະ​ລ້າງ​ຕ່າງໆ​ເທົ່າ​ນັ້ນ ເປັນ​ພິ​ທີ​ສຳ​ລັບ​ການ​ປະ​ຕິ​ບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນ​ຍັດ​ໄວ້​ຈົນ​ກວ່າ​ຈະ​ໄດ້​ຊົງ​ປ່ຽນ​ໃຫມ່ 11 ສ່ວນ​ພຣະ​ຄຣິດ ໄດ້​ສະ​ເດັດ​ມາ​ເປັນ​ມະ​ຫາ​ປະ​ໂຣ​ຫິດ​ສຳ​ລັບ​ສິ່ງ​ປະ​ເສີດ​ຊຶ່ງ​ມາ​ເຖິງ​ແລ້ວ ພຣະ​ອົງ​ກໍ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ສຳ​ນັກ​ອັນ​ໃຫຍ່​ແລະ​ປະ​ເສີດ ກວ່າ​ແຕ່​ກ່ອນ (ທີ່​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະ​ນຸດ ຄື​ບໍ່ແມ່ນ​ສິ່ງ​ຂອງ​ທີ່​ສ້າງ​ຂຶ້ນ​ໃນ​ໂລກ​ນີ້) 12 ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນ​ສຸດ ແລະ​ພຣະ​ອົງ​ບໍ່​ໄດ້​ຊົງ​ນຳ​ເລືອດ​ແບ້​ຫລື​ເລືອດ​ລູກ​ງົວ​ເຂົ້າ​ໄປ ແຕ່​ຊົງ​ນຳ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ​ເອງ​ເຂົ້າ​ໄປ ແລະ​ຊົງ​ສຳ​ເຣັດ​ການ​ໄຖ່​ບາບອັນ​ຕລອດ​ໄປ 13 ເພາະ​ວ່າ​ຖ້າ​ເລືອດ​ແບ້​ຫລື​ເລືອ​ດງົວ​ເຖິກ ແລະ​ຂີ້​ເຖົ່າ​ໄຟ​ຂອງ​ລູກ​ງົວ​ໂຕ​ແມ່​ທີ່​ໂຮຍ​ລົງ​ເທິງ​ຄົນ​ຊົ່ວ​ມົວ​ຫມອງ​ຍົງ​ອາດ​ຊຳ​ຮະ​ຮ່າງ​ກາຍ​ໃຫ້​ສະ​ອາດ​ໄດ້ 14 ຫລາຍກວ່າ​ນັ້ນ​ຈັກ​ພຽງ​ໃດ ພຣະ​ໂລ​ຫິດ​ຂອງ​ພຣະ​ຄ​ຣີດ ຜູ້​ໄດ້​ຊົງ​ຖວາຍ​ພຣະ​ອົງ​ເອງ​ແດ່​ພຣະ​ເຈົ້າ​ໂດຍພຣະ​ວິ​ນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນ​ນິດ ເປັນ​ເຄື່ອງ​ບູ​ຊາ​ປາ​ສ​ຈາກ​ຕຳ​ຫນິ ກໍ​ຈະ​ຊົງ​ຊຳ​ຮະ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ຂອງ​ເຮົາ​ທັງ​ຫລາຍ ໃຫ້​ພົ້ນ​ຈາກ​ກິ​ຈ​ການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບ​ໃຊ້​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ 15 ເພາະ​ເຫດ​ນັ້ນ​ພຣະ​ອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ຄຳ​ສັນ​ຍາ​ໃຫມ່ ເພື່ອ​ໃຫ້​ຄົນ​ທັງ​ຫລາຍ​ທີ່​ພຣະ​ອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍ​ຣະ​ດົກ​ຕລອດ​ໄປ​ຕາມ​ທີ່​ຊົງ​ສັນ​ຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ເຂົາ​ໃຫ້​ພົ້ນ​ຈາກ​ຜິດ​ບາບ​ທີ່​ເກີດ​ໃຕ້​ຄຳ​ສັນ​ຍາ​ເດີມ 16 ເພາະ​ວ່າໃນ​ກໍ​ຣະ​ນີ​ທີ່​ກ່ຽວ​ກັບ​ຫນັງ​ສື​ພິ​ນັຍ​ກັມ ກໍ​ຈະ​ຕ້ອງ​ພິ​ສູດ​ວ່າ​ຜູ້​ເຮັດ​ຫນັງ​ສື​ນັ້ນ​ຕາຍ​ແລ້ວ ຄົນ​ນັ້ນ​ຕ້ອງ​ຕາຍ​ເສັຽກ່ອນ ຫນັງ​ສື​ພິ​ນັຍ​ກັມ​ຈຶ່ງ​ຈະ​ໃຊ້​ໄດ້ 17 ເພາະ​ຖ້າ​ຜູ້​ທີ່​ເຮັດ​ຫນັ​ງສື​ນັ້ນ​ຍັງມີ​ຊີ​ວິດ​ຢູ່ ຫນັງ​ສື​ພິນັຍ​ກັມ​ນັ້ນ​ກໍ​ໃຊ້​ບໍ່​ໄດ້ 18 ເພາະ​ເຫດ​ນັ້ນ, ເຖິງ​ແມ່ນ​ຄຳ​ສັນ​ຍາ​ເດີມ​ກໍ​ບໍ່​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ປາ​ສ​ຈາກ​ເລືອດ 19 ເພາະ​ວ່າ​ເມື່ອ​ໂມ​ເຊ​ໄດ້​ປະ​ກາດ​ຄຳ​ສັ່ງ​ທຸກ​ຂໍ້​ຕາມ​ພຣະ​ບັນ​ຍັດ​ແກ່​ບັນ​ດາ​ພົ​ລເມືອງ​ແລ້ວ ທ່ານ​ກໍ​ເອົາ​ເລືອດ​ລູກ​ງົວ (ແລະ​ເລືອດ​ແບ້) ກັບ​ນ້ຳ ແລ້ວ​ເອົາ​ຂົນ​ແກະ​ສີ​ແດງ​ແລະ​ຕົ້ນ​ກູ​ສິບ ມາ​ຈຸ່ມ​ຊິດ​ໃສ່​ຫນັງ​ສື​ມ້ວນ​ນັ້ນ​ກັບ​ທັງ​ພົລ​ເມືອງ​ທັງ​ປວງ 20 ໂດຍ​ກ່າວ​ວ່າ, “ນີ້​ແຫລະ, ຄື​ເລືອດ​ທີ່​ກ່ຽວ​ກັບ​ພຣະ​ສັນ​ຍາ​ຊຶ່ງ​ພຣະ​ເຈົ້າ​ຊົງ​ບັນ​ຍັດ​ໄວ້​ແກ່​ເຈົ້າ​ທັງ​ຫລາຍ” 21 ໃນ​ທຳ​ນອງ​ດຽວ​ກັນ​ນັ້ນ ທ່ານ​ກໍ​ໄດ້​ເອົາ​ເລືອດ​ຊິດ​ໃສ່​ສຳ​ນັກ​ຜ້າ​ກັບ​ເຄື່ອງ​ໃຊ້​ໃນ​ພິ​ທີ​ນະ​ມັ​ສ​ການ​ທຸກ​ຊະ​ນິດ​ເຫມືອນ​ກັນ 22 ແລ້ວ​ຕາມ​ພຣະ​ບັນ​ຍັດ​ນັ້ນ ເກືອບ​ທຸກ​ສິ່ງ​ຕ້ອງ​ຊຳ​ຮະ​ດ້ວຍ​ເລືອດ ແລະ​ຖ້າ​ບໍ່​ມີ​ເລືອດ​ໄຫລ​ອອກ​ແລ້ວ​ການ​ໃຫ້​ອະ​ພັຍ​ກໍ​ບໍ່​ມີ

ພຣະ​ເຢ​ຊູ​ຊົງ​ລົບ​ລ້າງ​ບາບ​ໂດຍ​ການ​ຖວາຍ​ຕົນ​ເອງ

23 ເຫດ​ສັນ​ນີ້ ສິ່ງ​ຂອງ​ໃນ​ໂລກ​ນີ້ ທີ່​ມີ​ແບບ​ຕົວ​ຢ່າງ​ໃນ​ສວັນ ຈຳ​ເປັນ​ຕ້ອງ​ຊຳ​ຮະ​ໂດຍ​ໃຊ້​ເຄື່ອງ​ບູ​ຊາ​ອັນ​ປະ​ເສີດກວ່າ​ອີກ 24 ເພາະ​ວ່າ​ພຣະ​ຄຣິດ​ບໍ່​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ ຊຶ່ງ​ສ້າງ​ຂຶ້ນ​ດ້ວຍ​ມື​ມະ​ນຸດ​ຕາມ​ແບບ​ຢ່າງ​ໃນ​ສວັນ ແຕ່​ດຽວ​ນີ້​ພຣະ​ອົງ​ໄດ້​ສະ​ເດັດ​ເຂົ້າ​ໄປ​ໃນ​ມະ​ຫາ​ສວັນ ເພື່ອ​ເຂົ້າ​ເຝົ້າ​ພຣະ​ເຈົ້າ​ແທນ​ເຮົາ​ທັງ​ຫລາຍ 25 ພຣະ​ອົງ​ບໍ່​ຕ້ອງ​ຊົງ​ຖວາຍ​ພຣະ​ອົງ​ເອງ​ເລື້ອຍໆ ບໍ່​ເຫມືອນ​ມະ​ຫາ​ປະ​ໂຣ​ຫິດ​ທີ່​ເຂົ້າ​ໃນ​ສະ​ຖານ​ທີ່​ສັກ​ສິດ​ທຸກ​ປີ ແລະ​ນຳ​ເລືອດ​ຊຶ່ງ​ບໍ່​ແມ່ນ​ເລືອດ​ຂອງ​ຕົ​ນ​ເອງ​ເຂົ້າ​ໄປ​ຖວາຍ 26 ເພາະ​ຖ້າ​ເປັນ​ຢ່າງ​ນັ້ນ, ພຣະ​ອົງ​ຄົງ​ຈະ​ຕ້ອງ​ຊົງ​ທົນທຸກ​ທໍ​ຣະ​ມານ​ເປັນ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ສ້າງ​ໂລກ​ມາ ແຕ່​ໃນ​ຄາວ​ທີ່​ສຸດ​ນີ້​ພຣະ​ອົງ​ໄດ້​ຊົງ​ປາ​ກົດ​ເພື່ອ​ຖວາຍ​ພຣະ​ອົງ​ເອງ​ເປັນ​ເຄື່ອງ​ບູ​ຊາ​ພຽງ​ເທື່ອ​ດຽວ ເພື່ອ​ລົບ​ລ້າງ​ບາບ​ເປັນ​ການ​ສິ້ນ​ສຸດ 27 ມະ​ນຸດ​ຖືກ​ຊົງ​ກຳ​ນົດ​ໄວ້​ແລ້ວ​ວ່າ​ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງ​ຈາກ​ນັ້ນ​ຈະ​ມີ​ກາ​ນຊົງ​ພິ​ພາກ​ສາ​ສັນ​ໃດ 28 ພຣະ​ຄຣິດ​ກໍ​ສັນ​ນັ້ນ ຄື​ພຣະ​ອົງ​ຊົງ​ຖວາຍ​ພຣະ​ອົງ​ເອງ​ເປັນ​ເຄື່ອງ​ບູ​ຊາ​ເທື່ອ​ດຽວ ເພື່ອ​ແບກ​ບາບ​ຂອງ​ຄົນ​ຈຳ​ນວນ​ຫລາຍ​ໄວ້ ພຣະ​ອົງ​ຈະ​ຊົງ​ປາ​ກົດ​ເປັນ​ເທື່ອ​ທີ່​ສອງ ໂດຍ​ບໍ່​ກ່ຽວ​ກັບ​ບາບ​ ແຕ່​ເພື່ອ​ໂຜດ​ບັນ​ດາ​ຜູ້​ທີ່​ລໍ​ຄອຍ​ພຣະ​ອົງ​ດ້ວຍ​ໃຈ​ຮ້ອນ​ຮົນ ໃຫ້​ໄດ້​ຮັບ​ຄວາມ​ພົ້ນ

ເຮັບເຣີ 10

1 ດ້ວຍ​ວ່າ​ພຣະ​ບັນ​ຍັດ​ເປັນ​ພຽງ​ແຕ່​ເງົາ​ຂອງ​ສິ່ງ​ປະ​ເສີດ​ທີ່​ຈະ​ມາ​ພາຍ​ຫນ້າ​ນັ້ນ ແລະ​ບໍ່​ແມ່ນ​ຕົວ​ຈິງ​ຂອງ​ສິ່ງ​ເຫລົ່າ​ນັ້ນ ເຄື່ອງ​ບູ​ຊາ​ທີ່​ເຂົາ​ຖວາຍ​ທຸກ​ປີ​ ສເມີ​ມາ​ຕາມ​ພຣະ​ບັນ​ຍັດ ກໍ​ບໍ່​ອາດ​ຈະ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນັ້ນ​ເຖິງ​ທີ່​ສຳ​ເຣັດ​ໄດ້​ຈັກ​ເທື່ອ 2 ເພາະ​ຖ້າ​ຢ່າງ​ນັ້ນ​ໄດ້ ເຂົາ​ຄົງ​ໄດ້​ຢຸດ​ການ​ຖວາຍ​ເຄື່ອງ​ບູ​ຊາ​ແລ້ວ ບໍ່​ແມ່ນ​ຫລື ຖ້າ​ຜູ້​ໃດ​ນະ​ມັ​ສ​ການ​ນັ້ນ​ໄດ້​ຮັບ​ການ​ຊຳ​ຮະ​ລ້າງ​ເທື່ອ​ດຽວ​ເປັນ​ການ​ສິ້ນ​ສຸດ​ແລ້ວ ຄົນ​ເຫລົ່າ​ນັ້ນ​ຄົງ​ຈະບໍ່​ຮູ້ສຶກວ່າ​ມີ​ບາບ​ອີກ​ຕໍ່​ໄປ 3 ແຕ່​ການ​ຖວາຍເຄືອງ​ບູ​ຊາ​ນັ້ນ​ເປັນ​ການ​ເຕືອນ​ໃຫ້​ລະ​ນຶກ​ເຖິງ​ບາບ​ທຸກ​ປີ 4 ເຫດ​ວ່າ​ເລືອດ​ງົວ​ເຖິກ​ແລະ​ເລືອດ​ແບ້​ບໍ່​ສາ​ມາດ​ຊຳ​ຮະ​ບາບ​ໃຫ້​ຫມົດ​ສິ້ນ​ໄປ​ໄດ້​ຈັກ​ເທື່ອ 5 ດັ່ງ​ນັ້ນ, ເມື່ອ​ພຣະ​ຄຣິດ​ສະ​ເດັດ​ເຂົ້າ​ມາ​ໃນ​ໂລກ ພຣະ​ອົງ​ຊົງ​ທູນ​ວ່າ, “ເຄື່ອງ​ບູ​ຊາ​ແລະ​ຂອງ​ທານ ພຣະ​ອົງ​ເຈົ້າ​ບໍ່​ຊົງ​ປະ​ສົງ ແຕ່​ພຣະ​ອົງ​ໄດ້​ຈັດ​ຕຽມ​ຮ່າງ​ກາຍ​ສຳ​ລັບ​ຂ້າ​ພຣະ​ອົງ 6 ເຄື່ອງ​ເຜົາ​ບູ​ຊາ​ ແລະ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ​ນັ້ນ ພຣະ​ອົງ​ເຈົ້າ​ບໍ່​ຊົງ​ພໍ​ພຣະ​ທັຍ 7 ເມື່ອ​ນັ້ນ​ຂ້າ​ພຣະ​ອົງ​ຈຶ່ງ​ທູນ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ ຂ້າ​ພຣະ​ອົງ​ໄດ້​ມາ​ເພື່ອ​ຈະ​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ ຕາມ​ທີ່​ມີ​ເຣື່ອງ​ຂອງ​ຂ້າ​ພຣະ​ອົງ​ຂຽນ​ໄວ້​ໃນ​ຫນັງ​ສື​ມ້ວນ​ນັ້ນ” 8 ເມື່ອ​ພຣະອົງ​ຊົງ​ກ່າວ​ແລ້ວ​ວ່າ, “ເຄື່ອງ​ບູ​ຊາ​ແລະ​ຂອງ​ທານ” ກັບ “ເຄື່ອງ​ເຜົາ​ບູ​ຊາ​ແລະ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ ທີ່​ເຂົາ​ໄດ້​ບູ​ຊາ​ຕາມ​ພຣະ​ບັນ​ຍັດ​ນັ້ນ ພຣະ​ອົງ​ເຈົ້າ​ບໍ່​ຊົງ​ປະ​ສົງ​ແລະບໍ່​ຊົງ​ພໍ​ພຣະ​ທັຍ” 9 ຕໍ່​ນັ້ນ​ມາ​ພຣະ​ອົງ​ຊົງ​ກ່າວ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ, ຂ້າ​ພ​ຣະ​ອົງ​ໄດ້​ມາ​ເພື່ອ​ຈະ​ເຮັດ​ຕາມນໍ້າ​ພຣະ​ທັຍ​ຂອງ​ພຣະ​ອົງ” ພຣະ​ອົງ​ຊົງ​ເລີກ​ລະ​ບົບ​ເດີມ​ນັ້ນ​ເສັຽ ເພື່ອ​ຈະ​ຊົງ​ຕັ້ງ​ລະ​ບົບ​ທີ່​ສອງ​ໄວ້ 10 ແລະ​ໂດຍ​ນ້ຳ​ພຣະ​ທັຍ​ນັ້ນ​ແຫລະ, ທີ່​ເຮົາ​ທັ​ງ​ຫລາຍ​ໄດ້​ຮັບ​ການ​ຊົງ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ ດ້ວຍ​ການ​ຖວາຍ​ພຣະ​ກາຍ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທື່ອ​ດຽວ​ເທົ່າ​ນັ້ນ ເປັນ​ການ​ສິ້ນ​ສຸດ 11 ຝ່າຍ​ປະ​ໂຣ​ຫິດ​ທຸກ​ຕົນ​ກໍຢືນ​ບົວ​ລະ​ບັດ​ຢູ່​ທຸກວັນ ໂດຍ​ການ​ນຳ​ເຄື່ອງ​ບູ​ຊາ​ຢ່າງ​ດຽວ​ກັນ​ມາ​ຖວາຍ​ເລື້ອຍໆ ເຄື່ອງ​ບູ​ຊາ​ນ້ຳ​ນ​ບໍ່​ສາ​ມາດ​ຊຳ​ຮະ​ລ້າງ​ບາບ​ໄດ້​ຈັກ​ເທື່ອ 12 ແຕ່​ເມື່ອ​ປະ​ໂຣ​ຫິດ​ຕົນ​ນີ້​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ອັນ​ດຽວ ເປັນ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ​ໄດ້​ຕລອດ​ໄປ “ພຣະ​ອົງ​ກໍ​ສະ​ເດັດ​ປະ​ທັບ​ເບື້ອງ​ຂວາ​ຂອງ​ພຣະ​ເຈົ້າ” 13 ເພື່ອ​ຊົງ​ຄອຍ​ຢູ່ “ຈົນ​ບັນ​ດາ​ສັດ​ຕຣູ​ຂອງ​ພຣະ​ອົງ​ຖືກ​ປາບ​ລົງ​ໃຕ້​ພຣະ​ບາດ​ຂອງ​ພຣະ​ອົງ” 14 ເພາະ​ວ່າ​ດ້ວຍ​ເຄື່ອງ​ບູ​ຊາ​ອັນ​ດຽວ ພຣະ​ອົງ​ໄດ້​ຊົງ​ໂຜດ​ຄົນ​ທັງ​ຫລາຍ​ທີ່​ຊົງ​ຊຳ​ຮະ​ເປັນ​ບໍ​ຣິ​ສຸດ​ນັ້ນ​ໃຫ້​ເຖິງ​ທີ່​ສຳ​ເຣັດ​ເປັນນິດ​ 15 ແລະ​ພຣະ​ວິນ​ຍານ​ບໍ​ຣິ​ສຸດຊົງ​ເປັນ​ພຍານ​ໃຫ​ແກ່​ພວກ​ເຮົາ​ເຫມືອນ​ກັນ ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ກ່າວ​ໄວ້​ແລ້ວ​ວ່າ, 16 “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ກ່າວ​ວ່າ “ນີ້​ແມ່ນ​ຄຳ​ສັນ​ຍາ​ທີ່​ເຮົາ​ຈະ​ສັນ​ຍາ​ໄວ້​ກັບ​ເຂົາ​ພາຍຫລັງ​ສະ​ໄຫມ​ນັ້ນ ຄື​ເຮົາ​ຈະ​ບັນ​ຈຸ​ຂໍ້​ບັນ​ຍັດ​ຂອງ​ເຮົາ​ໄວ້​ໃນ​ຈິ​ດ​ໃຈ​ຂອງ​ເຂົາ ເຮົາ​ຈະ​ຈາ​ຣຶກ​ຂໍ້​ບັນ​ຍັດ​ນັ້ນ​ໄວ້​ໃນ​ຫົວ​ໃຈ​ຂອງ​ເຂົາ” 17 (ແລະ​ຊົງ​ກ່າວ​ຕໍ່​ໄປ​ວ່າ) “ແລະ​ການ​ຜິດ​ບາບ​ກັບ​ການ​ອະ​ທັມ​ຂອງ​ເຂົາ ເຮົາ​ຈະບໍ່​ຈົດ​ຈຳ​ຕໍ່​ໄປ​ອີກ​ຈັກ​ເທື່ອ” 18 ເພາະ​ວ່າ​ເມື່ອ​ມີ​ການ​ໃຫ້​ອະ​ພັຍ​ແລ້ວ ກໍ​ບໍ່​ມີ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ຕໍ່​ໄປ

ໃຫ້ພວກເຮົາເຂົ້າມາໃດ້ຍືດໝັ້ນໃນຄວາມຫວັງ

19 ດັ່ງ​ນັ້ນ​ພີ່ນ້ອງ​ທັງ​ຫລາຍ​ເອີຍ, ເຮົາ​ທັງ​ຫລາຍ​ມີ​ໃຈ​ກ້າ​ຈະ​ເຂົ້າ​ໄປ​ໃນ​ສະ​ຖານ​ສັກ​ສິດ​ທີ່​ສຸດ​ດ້ວຍ​ຄວາມ​ຕາຍ​ຂອງ​ພຣະ​ເຢ​ຊູ 20 ຕາມ​ທາງ​ໃຫມ່​ຊຶ່ງ​ມີ​ຊີ​ວິດ ທີ່​ພຣະ​ອົງ​ໄດ້​ຊົງ​ໄຂ​ອອກ​ໃຫ້​ພວກ​ເຮົາ ຜ່ານ​ເຂົາ​ໄປ​ທາງ​ຜ້າ​ກັ້ງ​ນັ້ນ ຄື​ທາງ​ພຣະ​ກາຍ​ຂອງ​ພຣະ​ອົງ 21 ອີກ​ປະ​ການ​ນຶ່ງ, ພວກ​ເຮົາ​ມີ​ປະ​ໂຣ​ຫິດ​ຕົນ​ໃຫຍ່​ເຫມືອນ​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ​ແລ້ວ​ 22 ໂດຍ​ເຫດ​ນີ້, ຈົ່ງ​ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ໃກ້​ດ້ວຍ​ຈິງ​ໃຈ ດ້ວຍ​ຄວາມ​ເຊື່ອ​ອັນ​ເຕັມ​ບໍ​ຣິ​ບູນ ມີ​ໃຈ​ທີ່​ໄດ້​ຮັບ​ການ​ຊົງ​ຊຳ​ຮະ​ຈາ​ກການ​ຮູ້​ສຶກ​ຕົວ​ວ່າ​ມີ​ບາບ ແລະ​ມີ​ຮ່າງ​ກາຍ​ທີ່​ຊຳ​ຮະ​ລ້າງ​ດ້ວຍ​ນ້ຳ​ບໍ​ຣິ​ສຸດ 23 ຈົ່ງ​ຍຶດ​ຫມັ້ນ​ໃນ​ຄວາມ​ຫວັງ​ທີ່​ພວກ​ເຮົາ​ປະ​ກາດ​ຕົວ​ວ່າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ຢ່າ​ໃຫ້​ເຄື່ອນ​ໄຫວ ເພາະ​ວ່າ​ພຣະ​ອົງ​ຜູ້​ຊົງ​ປະ​ທານ​ພຣະ​ສັນ​ຍາ​ນັ້ນ​ກໍ​ຊົງ​ສັດ​ຊື່ 24 ຈົ່ງ​ຄ່ອຍ​ພິ​ຈາ​ຣະ​ນາ​ເບິ່ງ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ປຸກ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຣັດ​ການ​ດີ​ງາມ 25 ຢ່າ​ປະ​ການ​ປະ​ຊຸມ​ກັນ​ເຫມືອ​ນ​ຢ່າງ​ລາງ​ຄົນ​ເຄີຍ​ປະ​ນັ້ນ ແຕ່​ຈົ່ງ​ຫນຸນ​ໃຈ​ກັນ​ຫລາຍກວ່າ​ເກົ່າ​ອີກ ເພາະ​ທ່ານ​ກໍ​ຮູ້​ກໍ​ເຫັນ​ຢູ່​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ 26 ດ້ວຍ​ວ່າ​ຖ້າ​ພວກ​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ເຣື່ອງ​ຄວາມ​ຈິງ​ແລ້ວ ແຕ່​ຍັງ​ເຈ​ຕະ​ນາ​ເຮັດ​ບາບ​ຢູ່ ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ​ກໍ​ຈະ​ບໍ່​ມີ​ເຫລືອ​ຢູ່​ຕໍ່​ໄປ 27 ເຫລືອ​ແຕ່​ຄວາມ​ຢ້ານ​ອັນ​ພິ​ລຶກ​ໃນ​ການ​ລໍ​ຖ້າ​ການ​ພິ​ພາກ​ສາ​ລົງ​ໂທດ ແລະ​ໄຟ​ອັນຮ້າຍ​ແຮງ​ທີ່​ຈະ​ເຜົາ​ຜານ​ບັນ​ດາ​ຄົນ​ທີ່​ຕໍ່​ສູ້​ພຣະ​ເຈົ້າ 28 ຄົນ​ທີ່​ລະ​ເມີ​ດບັນ​ຍັດ​ຂອງ​ໂມ​ເຊ​ນັ້ນ ຖ້າ​ມີ​ພຍານ​ສອງ​ຫລື​ສາມ​ປາກ ກໍ​ຈະ​ຕ້ອງ​ຕາຍ​ໂດຍ​ບໍ່​ມີ​ຄວາມ​ເມດ​ຕາ 29 ທ່ານ​ທັງ​ຫລາຍ ຈົ່ງ​ຄຶດ​ເບິ່ງວ່າ ຄົນ​ທີ່​ຢຽບ​ຢ່ຳ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ​ຖື​ພຣະ​ໂລ​ຫິດ​ອັນ​ກ່ຽວ​ກັບ​ພຣະ​ສັນ​ຍາ ຊຶ່ງ​ຊຳ​ຮະ​ຕົວ​ໃຫ້​ບໍ​ຣີ​ສຸດ​ວ່າ​ເປັນ​ສິ່ງ​ຊົ່ວ​ຊ້າ ກັບ​ທັງ​ປ​ມາດ​ພຣະ​ວິນ​ຍານຜູ້​ຊົງ​ພຣະ​ຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງ​ໂທດ​ຫລາຍ​ກວ່າ​ຄົນ​ເຫລົ່າ​ນັ້ນ​ຈັກ​ເທົ່າ​ໃດ 30 ເພາະ​ພວກ​ເຮົາ​ໄດ້​ຮູ້​ຈັກ​ພ​ຣະ​ອົງ​ຜູ້​ຊົງ​ກ່າວ​ວ່າ “ການ​ແກ້​ແຄ້ນ​ເປັນ​ທຸ​ຣະ​ຂອງ​ເຮົາ ຝ່າຍ​ເຮົາ​ຈະ​ຕອບ​ແທນ” ແລະ​ໄດ້​ຊົງ​ກ່າວ​ອີກວ່າ “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ພົລ​ເມືອງ​ຂອງ​ພຣະ​ອົງ” 31 ການ​ຕົກ​ຢູ່​ໃນ​ເງື້ອມ​ພຣະ​ຫັດຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່​ນັ້ນ ກໍເປັນ​ທີ່​ຫນ້າ​ຫວາດ​ກົວ 32 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ລະ​ນຶກ​ເຖິງ​ຄາວ​ກ່ອນ​ນັ້ນ ຫລັງ​ຈາກ​ທີ່​ທ່ານ​ໄດ້​ຮັບ​ຄວາມ​ສວ່າງ​ແລ້ວ ພວກ​ທ່ານ​ໄດ້​ສູ້​ທົນ​ຕໍ່​ຄວາມ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ 33 ລາງ​ເທື່ອ​ພວກ​ທ່ານ​ກໍ​ຖືກ​ການ​ປະ​ຈານ​ອັບ​ອາຍ​ຂາຍ​ຫນ້າ ແລະ​ຖືກ​ຂົ່ມ​ເຫັງ​ໃຫ້​ປະ​ຊາ​ຊົນ​ຊົມ ລາງ​ເທື່ອ​ພວກ​ທ່ານ​ກໍ​ເຂົ້າ​ຮ່ວມ​ທຸກ​ຄົນ​ກັບ​ຄົນ​ທີ່​ຖືກ​ການ​ຢ່າງ​ດຽວ​ກັນ​ນັ້ນ 34 ເພາະ​ວ່າ​ທ່ານ​ທັງ​ຫລາຍ​ມີ​ໃຈ​ເມດ​ຕາ​ຕໍ່​ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ຜູກ​ມັດ ແລະ​ເມື່ອ​ມີ​ຄົນ​ປຸ້ນ​ເອົາ​ຊັບ​ສິ່ງ​ຂອງໆ​ພວກ​ທ່ານ​ໄປ ພວກ​ທ່ານ​ກໍ​ຂຍອມ​ໃຫ້​ເຂົາ​ດ້ວຍ​ໃຈ​ຍິນ​ດີ ເພາະ​ພວກ​ທ່ານ​ຮູ້​ແລ້ວ​ວ່າ ພວກ​ທ່ານ​ເອງ​ມີ​ຊັບ​ສົມ​ບັດ​ດີກວ່າ​ແລະ​ຖາ​ວອນກວ່າ​ນັ້ນ​ອີກ 35 ເຫ​ດ​ສັນ​ນັ້ນ​ຢ່າ​ໄດ້​ປະ​ຖິ້ມ​ຄວາມ​ໄວ້​ວາງ​ໃຈ​ຂອງ​ພວກ​ທ່ານ ທີ່​ຈະ​ມີ​ຮາງວັນ​ອັນ​ໃຫຍ່​ນັ້ນ 36 ທ່ານ​ທັງ​ຫລາຍ​ຈຳ​ເປັນຕ​ອ້ງ​ມີ​ຄວາມ​ອົດ​ທົນ ເພື່ອ​ວ່າ, ເມື່ອ​ໄດ້​ເຮັດ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ແລ້ວ ກໍ​ຈະ​ໄດ້​ຮັບ​ຕາ​ມ​ທີ່​ຊົງ​ສັນ​ຍາ​ໄວ້ 37 “ອີກ​ບໍ່​ເຫີງ, ບໍ່​ເຫີງ​ເທົ່າ​ໃດ ພຣະ​ອົງ​ຜູ້​ຈະ​ສະ​ເດັດ​ມາ​ກໍ​ຈະ​ສະ​ເດັດ​ມາ ແລະ​ຈະ​ບໍ່​ຊົງ​ຊັກ​ຊ້າ 38 ແຕ່​ຄົນຊອ​ບ​ທັມ​ຂອງ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ດ້ວຍ​ຄວາມ​ເຊື່ອ ຖ້າ​ເຂົາ​ຫາກ​ຫລົ​ບ​ຖອຍ​ຫລັງ ເຮົາ​ຈະ​ບໍ່​ພໍ​ໃຈ​ໃນ​ຄົນ​ນັ້ນ” 39 ສ່ວນ​ພວກ​ເຮົາ, ບໍ່​ຢູ່​ຝ່າຍ​ຄົນ​ທີ່​ຫລົບ​ຖອຍ​ຫລັງ​ຈົນ​ເຖິງ​ຄວາມ​ຈິບ​ຫາຍ​ເສັຽ ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມ​ເຊື່ອ ຈຶ່ງ​ຮັກ​ສາ​ຊີ​ວິດ​ແລະ​ຈິດ​ໃຈ​ຂອງ​ຕົນ​ໄວ້​ໄດ້

ເຮັບເຣີ 11

ເຣື່ອງ​ຄວາມ​ເຊື່ອ

1 ອັນ​ນຶ່ງ, ຄວາມ​ເຊື່ອ​ ຄື​ຄວາມ​ແນ່ນອນ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ຫວັງ​ໄວ້ ເປັນ​ຄວາມ​ຕາຍ​ໃຈ​ເຖິງ​ສິ່ງ​ທີ່​ຍັງ​ບໍ່​ເຫັນ​ກັບ​ຕາ 2 ເພາະ​ດ້ວຍ​ຄວາມ​ເຊື່ອ​ນີ້​ເອງ ພວກ​ເຖົ້າ​ເກົ່າ​ບູ​ຮານ​ໄດ້​ຮັບ​ຄຳ​ພຍານ​ອັນ​ດີ 3 ໂດຍ​ຄວາມ​ເຊື່ອ​ນີ້​ເຮົາ​ທັງ​ຫລາຍ​ຈຶ່ງ​ເຂົ້າ​ໃຈ​ວ່າ​ໂລກ​ຈັກ​ກະ​ວານ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ດ້ວຍ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ ດັ່ງ​ນັ້ນ​ສິ່ງ​ທີ່​ຕາ​ເຫັນ​ຢູ່ກໍ​ບໍ່​ໄດ້​ເກີດ​ຈາກ​ສິ່ງ​ທີ່​ປາກົດ​ໃຫ້​ເຫັນ 4 ເພາະ​ອາ​ເບນ​ມີ​ຄວາມ​ເຊື່ອ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູ​ຊາ​ອັນ​ຖືກ​ຕ້ອງກວ່າ​ເຄື່ອງ​ບູ​ຊາ​ຂອງ​ກາ​ອິນ​ມາ​ຖວາຍ​ແດ່​ພຣະ​ເຈົ້າ ຊຶ່ງ​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຄຳ​ ພຍານ​ວ່າ​ເປັນ​ຄົນ​ຊອບ​ທັມ ພຣະ​ເຈົ້າ​ຫໍ​ໄດ້​ຊົງ​ເປັນ​ພຍານ​ແກ່​ຂອງ​ທານ​ຂອງ​ທ່ານ ເຖິງ​ແມ່ນ​ວ່າ​ອາ​ເບນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມ​ເຊື່ອ​ທ່ານ​ຈຶ່ງ​ຍັງ​ເວົ້າ​ຢູ່ 5 ເພາະ​ເອ​ໂນກ​ມີ​ຄວາມ​ເຊື່ອ​ນີ້​ພຣະ​ເຈົ້າ​ຈຶ່ງ​ຊົງ​ຮັບ​ທ່ານ​ຂຶ້ນ​ໄປ ເພື່ອ​ບໍ່ໃຫ້​ທ່ານ​ພົບກັບ​ຄວາມ​ຕາຍ ແລະ​ບໍ່​ມີ​ຜູ້​ໃດ​ພົບ​ເຫັນ​ທ່ານ ເພາະ​ພຣະ​ເຈົ້າ​ຊົງ​ຮັບ​ເອົາ​ທ່ານ​ໄປ​ແລ້ວ ອັນນຶ່ງ, ກ່ອນ​ທີ່​ຊົງ​ຮັບ​ເອົາ​ທ່ານ​ຂຶ້ນ​ໄປ​ນັ້ນ ມີ​ຜູ້​ເປັນ​ພຍານ​ວ່າ​ທ່ານ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ 6 ແຕ່​ຖ້າ​ບໍ່​ມີ​ຄວາມ​ເຊື່ອ​ແລ້ວ​ຈະ​ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ​ບໍ່​ໄດ້ ເພາະ​ວ່າ​ຜູ້​ທີ່​ມາ​ເຝົ້າ​ພຣະ​ເຈົ້າ​ໄດ້​ນັ້ນ​ຕ້ອງ​ເຊື່ອ​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ​ພຣະ​ອົງ​ຊົງ​ເປັນ​ຜູ້​ປະ​ທານ​ຮາງວັນ​ໃຫ້​ແກ່​ທຸກ​ຄົນ​ທີ່​ສ​ແວງ​ຫາ​ພຣະ​ອົງ 7 ເພາະ​ໂນອາ​ມີ​ຄວາມ​ເຊື່ອ​ນີ້ ພຣະ​ເຈົ້າ​ຈົ່ງຊົງ​ຕັກ​ເຕືອນ​ໃຫ້​ຮູ້​ເຖິງ​ເຫດ​ການ​ທີ່​ຍັງບໍ່​ປາ​ກົດ ທ່ານ​ຈຶ່ງ​ຢຳ​ເກງ​ແລະ​ຕໍ່​ນາ​ວາ ເພື່ອ​ໃຫ້​ຄອບ​ຄົວ​ຂອງ​ຕົ​ນ​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ດ້ວຍ​ເຫດ​ນີ້, ທ່ານ​ຈຶ່ງ​ຕັດ​ສີນ​ລົງ​ໂທດ​ໃສ່​ມະ​ນຸ​ສ​ໂລກ​ແລະ​ໄດ້​ກາຍ​ເປັນ​ຜູ້​ຮັບ​ມໍ​ຣະ​ດົກ ຄື​ຄວາມ​ຊອບ​ທັມ​ຊຶ່ງ​ເກີດ​ມາ​ຈາກ​ຄວາມ​ເຊື່ອ 8 ເພາະ​ອັບ​ຣາ​ຮາມ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ພຣະ​ເຈົ້າ​ຊົງ​ເອີ້ນ​ໃຫ້​ທ່ານ​ອອ​ກເດີນ​ທາງ​ໄປ​ຍັງບ່ອນ​ທີ່​ທ່ານ​ຈະ​ໄດ້​ຮັບ​ເປັນ​ມໍ​ຣະ​ດົກ ທ່ານ​ໄດ້​ເຊື່ອ​ຟັງ​ແລະ​ໄດ້​ເດີນ​ທາງ​ອອກ​ໄປ​ໂດຍບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ 9 ເພາະ​ທ່ານ​ມີ​ຄວາມ​ເຊື່ອນີ້ ຈຶ່ງ​ໄດ້​ອາ​ໄສຢູ່​ໃນ​ແຜ່ນ​ດິນ​ທີ່​ຊົງ​ສັນ​ຍາ​ໄວ້​ນັນ​ເຫມືອນ​ເປັນ​ຄົນ​ຕ່າງ​ດ້າວ ຄື​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ​ນ​ດ້ວຍ​ກັນ​ກັບ​ອີ​ຊາກ​ ແລະ​ຢາ​ໂຄ​ບ ຜູ້​ຊຶ່ງ​ໄດ້​ຮ່ວມ​ຮັບ​ພຣະ​ສັນ​ຍາ​ເປັນ​ມໍ​ຣະ​ດົກ​ອັນ​ດຽວ​ກັນ 10 ທ່ານ​ໄດ້​ລໍ​ຄອຍ​ນະ​ຄອນ​ທີ່​ຕັ້ງ​ຢູ່​ເທິງ​ຮາກ​ຖານ ຊຶ່ງ​ພຣະ​ເຈົ້າ​ຊົງ​ເປັນ​ນາຍ​ຊ່າງ​ແລະ​ຊົງ​ເປັນຜູ້​ສ້າງ​ຂຶ້ນ 11 ເພາະ​ທ່ານ​ມີ​ຄວາມ​ເຊື່ອ​ນີ້ ທ່ານ​ຈຶ່ງ​ມີ​ກຳ​ລັງ​ໃຫ້​ບັງ​ເກີດ​ເຊື້ອ​ສາຍ ເມື່ອ​ອາ​ຍຸ​ແກ່​ເກີນ​ແລ້ວ​ແລະ​ນາງ​ຊາ​ຣາ​ກໍ​ເປັນ​ຫມັນ ແຕ່​ອັບ​ຣາ​ຮາມ​ກໍ​ຖື​ວ່າ​ພຣະ​ອົງ​ຜູ້​ຊົງ​ສັນ​ຍາ​ນັ້ນ​ເປັນ​ຜູ້​ສັດ​ຊື່ 12 ເຫດ​ສັນ​ນັ້ນ ຈາກ​ຊາຍ​ຄົນ​ດຽວ​ຊຶ່ງ​ເກືອບ​ຈະ​ກ່າວ​ໄດ້​ວ່າ​ເຫມືອນ​ຄົນ​ທີ່​ຕາຍ​ແລ້ວ​ນັ້ນ ກໍມີ​ຜູ້​ສືບ​ເຊື້​ອ​ສາຍ​ເກີດ​ມາ​ຢ່າງ​ຫລວງ​ຫລາຍ​ເຫມືອນດວງ​ດາວ​ໃນ​ທ້ອງ​ຟ້າ ແລະ​ເຫມືອນ​ເມັດ​ຊາຍ​ທີ່​ນັບບໍ່​ຖ້ວນ​ຢູ່​ແຄມ​ທະ​ເລ 13 ສ່ວນ​ຄົນ​ເຫລົ່າ​ນັ້ນ, ໄດ້​ຕາຍ​ໄປ​ໃນ​ຂ​ນະ​ທີ່​ມີ​ຄວາມ​ເຊື່ອ ໂດຍ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນ​ຍາ​ໄວ້ ແຕ່​ເຂົາກໍ​ໄດ້​ເຫັນ​ແລະ​ຕ້ອນ​ຮັບ​ໄວ້​ຕັ້ງ​ແຕ່​ໄກ ແລະ​ຍອມ​ຕົວ​ວ່າ​ເຂົາ​ເປັນ​ພຽງ​ແຂ​ກ​ເມືອງ​ທີ່​ທ່ອງ​ທ່ຽວ​ໄປ​ມາ​ໃນ​ໂລກ 14 ເພາະ​ຄົນ​ທີ່​ເວົ້າ​ຢ່າງ​ນີ້​ກໍ​ສະ​ແດງ​ໃຫ້​ເຫັນ​ຄັກ​ແລ້ວ​ວ່າ ເຂົາ​ກຳ​ລັງ​ສ​ແວງ​ຫາ​ບ້າ​ນ​ເມືອງ​ຂອງ​ຕົນ 15 ຈິງ​ແທ້, ຖ້າ​ເຂົາ​ໄດ້​ຄຶດ​ເຖິງ​ບ້ານ​ເມືອງ​ທີ່​ເຂົາ​ຈາກ​ມາ​ແລ້ວ​ນັ້ນ ເຂົາ​ກໍ​ຄົງ​ຈະ​ມີ​ໂອ​ກາດ​ກັບ​ຄືນ​ໄດ້ 16 ແຕ່​ບັດ​ນີ້​ເຂົາ​ປາ​ຖ​ນາ​ທີ່​ຈະ​ຢູ່​ໃນ​ເມືອງ​ອັນ​ປະ​ເສີດກວ່າ​ນັ້ນ ຄື​ເມືອງ​ສວັນ ເຫດ​ສັນ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ບໍ່​ຊົງ​ລະ​ອາຍ ເມື່ອ​ເຂົາ​ເອີ້ນ​ພຣະ​ອົງ​ວ່າ​ເປັນ​ພຣະ​ເຈົ້າ​ຂອ​ງ​ເຂົາ ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ຈັດ​ແຈງ​ນະ​ຄອນ​ນຶ່ງ​ໄວ້​ສຳ​ລັບ​ເຂົາ​ແລ້ວ 17 ເພາະ​ອັບ​ຣາ​ຮາມ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ທ່ານ​ຖືກ​ລອງ​ໃຈ​ຈຶ່ງ​ໄດ້​ຖວາຍ​ອີ​ຊາກ​ເປັນ​ເຄື່ອງ​ບູ​ຊາ ເຖິງ​ແມ່ນ​ທ່ານ​ເປັນ​ຜູ້​ໄດ້​ຮັບ​ພຣະ​ສັນ​ຍາ ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ​ລະ​ຄົນ​ດຽວ​ຂອງ​ທ່ານ 18 ຄື​ລູກ​ທີ່​ມີ​ພຣະ​ສັນ​ຍາ​ກ່າວ​ເຖິງວ່າ, “ເຊື້ອ​ສາຍ​ຂອງ​ເຈົ້າ​ຈະ​ສືບ​ຕໍ່​ໄປ​ທາງ​ອີ​ຊາກ” 19 ແຕ່​ອັບ​ຣາ​ຮາມຄຶດ​ວ່າ​ພຣະ​ເຈົ້າ​ຊົງ​ຣິດ​ສາ​ມາດ​ໃຫ້​ມີ​ການ​ຄືນ​ມາ​ຈາກ​ຕາຍ​ໄດ້ ແລະ​ທ່ານ​ກໍ​ໄດ້​ຮັບ​ລູກ​ນັ້ນ​ປຽບ​ເຫມືອນ​ເປັນ​ຄືນ​ມາ​ແທ້ 20 ເພາະ​ອີ​ຊາກ​ມີ​ຄວາມ​ເຊື່ອ​ນີ້ ຈຶ່ງ​ໄດ້​ອວຍ​ພອນ​ຢາ​ໂຄບ​ແລະ​ເອ​ຊາວ​ສຳ​ລັບ​ເຫດ​ການ​ທີ່​ຈະ​ເກີດ​ຂຶ້ນໃນ​ພາຍ​ຫນ້າ 21 ເພາະ​ຢາ​ໂຄບ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ໃກ້​ຈະ​ຕາຍ​ຈຶ່ງ​ໄດ້​ອວຍ​ພອນ​ແກ່​ລູກ​ຊາຍ​ຂອງ​ໂຢ​ເຊັບ​ທຸກ​ຄົນ ແລະ​ຫມູບ​ນະ​ມັ​ສ​ການ​ພຣະ​ເຈົ້າ​ເຫນືອ​ຫົວ​ໄມ້​ເທົ້າ​ຂອງ​ຕົນ 22 ເພາະ​ໂຢ​ເຊັບ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ກຳ​ລັງ​ຈະ​ຫມົດຊີ​ວິດ​ຈຶ່ງ​ໄດ້​ກ່າວ​ເຖິງ​ເຣື່ອງ​ອິ​ສ​ຣາເອນ​ຈະ​ອອກ​ໄປ​ນັ້ນ ແລະ​ໄດ້​ສັ່ງ​ໄວ້​ເຖິງ​ເຣື່ອງ​ກະ​ດູກ​ຂອງ​ຕົນ 23 ເພາະ​ພໍ່​ແມ່​ຂອງ​ໂມ​ເຊ​ມີ​ຄວາມ​ເຊື່ອ​ນີ້ ເມື່​ອໂມ​ເຊ​ເກີດ​ຈຶ່ງ​ໄດ້​ເຊື່ອງ​ໄວ້​ລະ​ຫວ່າງ​ສາມ​ເດືອນ ເພາະ​ເຫັນ​ວ່າ​ໂມ​ເຊ​ມີ​ຮູບ​ງາມ ແລະ​ພໍ່​ແມ່​ບໍ່​ໄດ້​ຢ້ານ​ຂໍ້​ດຳ​ຣັດ​ຂອງ​ກະ​ສັດ 24 ເພາະ​ໂມ​ເຊ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ໃຫຍ່​ມາ​ແລ້ວ​ທ່ານ​ບໍ່​ຍອມ​ໃຫ້​ຜູ້​ໃດ​ເອີ້ນ​ຕົນ​ເປັນ​ບຸດ​ທິ​ດາ​ຂອງ​ຟາ​ຣາ​ໂອ 25 ທ່ານ​ເລືອກ​ເອົາ​ການ​ຢູ່​ຮ່ວມ​ທຸກ​ລຳ​ບາກ​ກັບ​ພົລເມືອງ​ຂອງ​ພຣະ​ເຈົ້າ​ແທນ​ຄວາມ​ເພີດ​ເພີນ​ຊົ່ວ​ຄາວ​ໃນ​ຄວາມ​ບາບ 26 ທ່ານ​ຖືວ່າ​ການ​ອົດ​ທົນ​ຕໍ່​ຄວາມ​ອັບ​ອາຍ​ເພື່ອ​ພຣະ​ຄຣິດ​ປະ​ເສີດກ​ວ່າ​ສົມ​ບັດ​ຂອງ​ປະ​ເທດ​ເອ​ຢິບ​ເພາະ​ທ່ານ​ເລັງ​ເຫັນ​ຮາງວັນ​ທີ່​ຈະ​ໄດ້​ຣັບ​ນັ້ນ 27 ເພາະ​ມີ​ຄວາມ​ເຊື່ອ​ນີ້ ທ່ານ​ຈຶ່ງ​ອອກ​ຈາກ​ປະ​ເທດ​ເອຢິບ​ເສັຽ ໂດຍ​ບໍ່​ຢ້ານ​ຄວາມ​ຮ້າຍ​ຂາດ​ຂອງ​ກະ​ສັດ​ນັ້ນ ເພາະ​ທ່ານ​ຫມັ້ນ​ໃຈ​ເຫມືອນ​ກັບ​ວ່າ​ໄດ້​ເຫັນ​ພຣະ​ອົງ​ຜູ້​ບໍ່​ຊົງ​ປາ​ກົດ​ແກ່​ຕາ 28 ເພາະ​ມີ​ຄວາມ​ເຊື່ອ​ນີ້ ທ່ານ​ຈຶ່ງ​ໄດ້​ຖື​ເທ​ສການ​ປັ​ສ​ຄາ ແລະ​ພິ​ທີ​ຊິດ​ເລືອດ ເພື່ອບໍ່​ໃຫ້​ເພັ​ຊ​ຄາດ​ຜູ້​ປະ​ຫານ​ຊີ​ວິດ​ລູກ​ກົກ​ມາ​ຖືກ​ພວກ​ອິ​ສ​ຣາ​ເອນ​ໄດ້ 29 ເພາະ​ພວກ​ອິ​ສ​ຣາ​ເອນ​ມີ​ຄວາມ​ເຊື່ອ​ນີ້ ເຂົາ​ຈຶ່ງ​ຍ່າງ​ຂ້າມ​ທະ​ເລ​ແດງ ເຫມືອນ​ກັບ​ຍ່າງ​ເທິງ​ດິນ​ແຫ້ງ ແຕ່​ເມື່ອ​ຊາວ​ເອ​ຢິບ​ໄດ້​ທົດ​ລອງ​ຂ້າມ​ເບິ່ງ ເຂົາ​ກໍ​ຈົມ​ນ້ຳ​ຕາຍ​ຫມົດ 30 ເພາະ​ມີ​ຄວາມ​ເຊື່ອ​ນີ້ ເມື່ອ​ພວກ​ອິ​ສ​ຣາ​ເອນ​ໄດ້​ວຽນ​ລ້ອມ​ເມືອງ​ເຢ​ຣີ​ໂກ​ເຖິງ​ເຈັດ​ວັນ​ແລ້ວ ກຳ​ແພງ​ເມືອງ​ນັ້ນຈຶ່ງ​ເພ​ພັງ​ລົງ 31 ເພາະ​ມີ​ຄວາມ​ເຊື່ອ​ນີ້ ຣາ​ຮາບ​ຍິງ​ໂສ​ເພ​ນີ​ຈຶ່ງ​ບໍ່​ຈິບ​ຫາຍ​ໄປ​ພ້ອມ​ກັບ​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ເຊື່ອ​ຟັງ ເພາະ​ນາງ​ໄດ້​ຕ້ອນ​ຮັບ​ພວກ​ສອດ​ແນມ​ເປັນ​ຢ່າງ​ດີ 32 ແລະ​ເຮົາ​ຈະ​ເວົ້າ​ສິ່ງ​ໃດ​ຕໍ່​ໄປ​ອີກ​ແດ່ ເພາະ​ບໍ່​ມີ​ເວ​ລາ​ພໍ​ທີ່​ຈະ​ກ່າວ​ເຖິງ​ກີ​ເດ​ໂອນ ບາ​ຣາກ ແຊມ​ຊັນ ເຢັ​ຟ​ທາ ດາ​ວິດ ແລະ​ຊາ​ມູ​ເອນ ແລະ​ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫລາຍ 33 ເພາະ​ຄົນ​ເຫລົ່າ​ນີ້​ມີ​ຄວາມ​ເຊື່ອ ເຂົາ​ຈຶ່ງ​ໄດ້​ມີ​ຊັຍ​ເຫນືອ​ແຜ່ນ​ດິນ​ຕ່າງໆ ໄດ້​ຈັດ​ຕັ້ງ​ລະ​ບົບ​ຄວາມ​ຍຸດ​ຕິ​ທັມ ໄດ້​ຮັບ​ຜົນ​ຕາມ​ພຣະ​ສັນ​ຍາ ໄດ້​ອັດ​ປາກ​ສິງ 34 ໄດ້​ມອດ​ໄຟ​ອັນ​ຮ້ອນ​ກ້າ ໄດ້​ພົ້ນ​ຈາກ​ຄົມ​ດາບ ຄວາມ​ອ່ອນ​ແອ​ຂອງ​ເຂົາ​ກໍ​ກັບ​ກາຍ​ເປັນ​ຄວາມ​ແຂງ​ແຮງ ມີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ເສິກ​ສົງ​ຄາມ ໄດ້​ຕີ​ກອງ​ທັບ​ຕ່າງ​ປະ​ເທດ​ໃຫ້​ແຕກ​ຫນີ​ໄປ 35 ພວກ​ຜູ້​ຍິງ​ກໍ​ໄດ້​ຣັບ​ຄົນ​ທີ່​ຕາຍ​ແລ້ວ​ຂອງ​ເຂົາ ໂດຍ​ທາງ​ເປັນ​ຄືນ​ມາ​ອີກ ລາງ​ຄົນ​ກໍ​ໄດ້​ຖືກ​ທໍ​ຣະ​ມານ ແຕ່ກໍ​ບໍ່​ຍອມ​ຮັບ​ການ​ປົດ​ປ່ອຍ ເພື່ອ​ເຂົາ​ຈະ​ໄດ້​ຣັ​ບ​ການ​ຄືນ​ມາ​ອັນ​ປະ​ເສີດກວ່າ 36 ລາງ​ຄົນ​ຖືກ​ທົດ​ລອງ​ໃຈ​ດ້ວຍ​ມີ​ຜູ້​ເຍາະ​ເຍີ້ຍ​ແລະ​ຂ້ຽນ​ຕີ ອີກ​ລາງ​ຄົນ​ຖືກ​ລ່າມ​ໂສ້​ແລະ​ຖື​ກຂັງ​ຄຸກ​ເຫມືອນ​ກັນ 37 ລາງ​ຄົນ​ໄດ້​ຖືກ​ເຂົາ​ຄວ່າງ​ຫີນ​ໃສ່ ໄດ້​ຖືກ​ເລື່ອຍ​ເປັນ​ທ່ອນ ໄດ້​ຖືກ​ຂ້າດ້ວຍ​ຄົມ​ດາບ​ເສັຽ ໄດ້​ນຸ່ງ​ຫົ່ມ​ຫນັງ​ແກະ​ຫນັງ​ແບ້​ທຽວ​ໄປ​ມາ ອຶດ​ເຂົ້າ​ຫິວ​ນ້ຳ ທົນ​ທຸກ​ເວ​ທະ​ນາ ແລະ​ທົນ​ການ​ກົດ​ຂີ່​ຂົ່​ມ​ເຫັງ 38 (ແຜ່ນ​ດິນ​ໂລກ​ກໍ​ບໍ່​ສົມ​ກັບ​ຄົນ​ເຫລົ່າ​ນັ້ນ) ເຂົາ​ໄດ້​ທຽວໄປ​ມາ​ໃນ​ປ່າ​ແລະ​ຕາມ​ພູ ຊ່ອນ​ຕົວ​ໃນ​ຖ້ຳ​ແລະ​ໃນ​ຂຸມ 39 ຄົນ​ທັງ​ປວງ​ນີ້, ເຖິງ​ແມ່ນ​ເຂົາ​ໄດ້​ຮັບ​ຄຳ​ພຍານ​ອັນ​ດີ​ຍ້ອນ​ຄວາມ​ເຊື່ອ​ຂອງ​ເຂົາ ແຕ່​ເຂົາ​ກໍ​ຍັງບໍ່​ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນ​ຍາ​ໄວ້​ແລ້ວ​ນັ້ນ 40 ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຈັດ​ແຈງ​ສິ່ງ​ທີ່​ປະ​ເສີດກວ່າ​ນັ້ນ​ສຳ​ລັບ​ພວກ​ເຮົາ ເພື່ອ​ວ່າ​ນອກ​ຈາກ​ພວກ​ເຮົາ​ເຂົາ​ຈະບໍ່​ເຖິງ​ທີ່​ສຳ​ເຣັດ​ໄດ້

ເຮັບເຣີ 12

ເຫດ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕີ​ສອນ

1 ເຫດ​ສັນ​ນັ້ນ​ ເມື່ອ​ເຮົາ​ທັງ​ຫລາຍ​ມີ​ຝູງ​ພຍານ​ຫລວງ​ຫລາຍ​ຢູ່​ຮອບ​ຂ້າງ​ຢ່າງ​ນີ້​ແລ້ວ ພວກ​ເຮົາ​ຈົ່ງ​ຊັດ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດ​ບາບ​ທີ່​ຕິດ​ແຫນ້ນ​ໂດຍ​ງ່າຍ ສ່ວ​ນການ​ແລ່ນ​ແຂ່ງ​ທີ່​ກຳ​ນົດ​ໄວ້​ຕໍ່​ຫນ້າ​ພວກ​ເຮົາ​ນັ້ນ ຈົ່ງ​ພາ​ກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພ​ຍາ​ຍາມ 2 ຈົ່ງ​ປັກ​ຕາ​ເບິ່ງ​ພຣະ​ເຢ​ຊູ ຄື​ຜູ້​ບຸກ​ເບີກຄວາມ​ເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ເຖິງ​ທີ່​ສຳ​ເຣັດ ພຣະ​ອົງ​ໄດ້​ຊົງ​ອົດ​ທົນ​ຕໍ່​ໄມ້​ກາງ​ແຂນ ເພາະ​ເຫັ​ນແກ່​ຄວາມ​ຍິນ​ດີ​ທີ່​ຕັ້ງ​ໄວ້​ຕໍ່​ຫນ້າ​ພຣະ​ອົງ ພຣະ​ອົງ​ຊົງ​ຖື​ວ່າ​ຄວາມ​ລະ​ອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳ​ຄັນ ຈຶ່ງ​ໄດ້​ປະ​ທັບ​ລົງ​ເບື້ອງ​ຂວາ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ 3 ຈົ່ງ​ພິ​ຈາ​ຣະ​ນາ​ຄຶດ​ເຖິງ​ພຣະ​ອົງ ຜູ້​ຊົງ​ອົດ​ທົນ​ການ​ຂັດ​ຂວາງ​ຂອງ​ຄົນ​ບາບ​ທີ່​ຕໍ່​ສູ້​ພຣະ​ອົງ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ບໍ່​ຫມົດ​ກຳ​ລັງ​ໃຈ 4 ໃນ​ການ​ຕໍ່​ສູ້​ກັບ​ບາບ​ນັ້ນ ທ່ານ​ທັງ​ຫລາຍ​ບໍ່​ໄດ້​ຕໍ່​ສູ້​ເຖິງ​ຂະ​ຫນາດ​ເລືອດ​ຕົກ 5 ແລະ​ພວກ​ທ່ານ​ໄດ້​ລືມ​ຄຳ​ເຕືອນ​ທີ່​ພຣະ​ອົງ​ໄດ້​ຊົງ​ເຕືອນ​ໃນ​ຖາ​ນະ​ທີ່​ເປັນ​ລູກວ່າ, “ລູກ​ຂອງ​ເຮົາ​ເອີຍ, ຢ່າ​ປ​ມາດ​ຕໍ່​ການ​ຕີ​ສອນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ຢ່ານ້ອຍ​ໃຈ​ເມື່ອ​ພຣະ​ອົງ​ຊົງ​ຕິ​ຕຽນ 6 ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຕີ​ສອນ​ຜູ້​ທີ່​ພຣະ​ອົງ​ຊົງ​ຮັກ ແລະ​ເມື່ອ​ພຣະ​ອົງ​ຊົງ​ຮັບ​ຜູ້​ໃດ​ເປັນ​ລູກພຣະ​ອົງ​ກໍ​ຊົງ​ຂ້ຽນ​ສອນ​ຜູ້​ນັ້ນ​“ 7 ທ່ານ​ທັງ​ຫລາຍ​ຈົ່ງ​ຣັບ​ແລະ​ທົນ​ເອົາ​ເທາະ ເພາະ​ເປັນ​ການ​ຕີ​ສອນ ພຣະ​ເຈົ້າ​ຊົງ​ປະ​ຕິ​ບັດ​ຕໍ່​ພວກ​ທ່ານ​ໃນ​ຖາ​ນະ​ທີ່​ພວກ​ທ່ານ​ເປັນ​ລູກ​ຂອງ​ພຣະ​ອົງ ດ້ວຍ​ວ່າ​ມີ​ລູກ​ຄົນ​ໃດ​ແດ່​ທີ່​ພໍ່ບໍ່​ໄດ້​ຕີ​ສອນ​ເຂົາ 8 ແຕ່​ຖ້າ​ທ່ານ​ທັງ​ຫລາຍ​ບໍ່​ໄດ້​ຖືກ​ຕີ​ສອນ ຊຶ່ງ​ລູກ​ທຸກ​ຄົນ​ຕ້ອງ​ຖືກ​ນັ້ນ ພວກ​ທ່ານ​ກໍ​ເປັນ​ລູກ​ທາງ ບໍ່​ເປັນ​ລູກ​ແທ້ 9 ອີກ​ປະ​ການ​ນຶ່ງ, ເຮົາ​ທັງ​ຫລາຍ​ມີ​ພໍ່​ເປັນ​ມະ​ນຸດ​ທີ່​ໄດ້​ຕີ​ສອນ​ພວກ​ເຮົາ ແລະ​ພວກ​ເຮົາ​ກໍ​ນັບຖື​ພໍ່​ນັ້ນ ຫລາຍກວ່າ​ນັ້ນ​ອີກ ພວກ​ເຮົາ​ຄວນ​ຢູ່​ໃຕ້​ບັງ​ຄັບ​ຂອງ​ພຣະ​ບິ​ດາ​ແຫ່ງ​ບັນ​ດາ​ວິນ​ຍານ​ຈິດ ແລະ​ມີ​ຊີ​ວິດ​ຈະ​ເຣີນ ບໍ່​ແມ່ນ​ຫລື 10 ຝ່າຍ​ພໍ່​ເຫລົ່າ​ນັ້ນ​ໄດ້​ຕີ​ສອນ​ພວກ​ເຮົາ​ໃນ​ຊົ່ວ​ເງ​ລາ​ເລັກ​ນ້ອຍ ຕາມ​ຄວາມ​ເຫັນ​ດີ​ຂອງ​ເຂົາ​ເທົ່າ​ນັ້ນ ແຕ່​ພຣະ​ອົງ​ຊົງ​ຕີ​ສອນ​ພວກ​ເຮົາ​ເພື່ອ​ປ​ໂຍ​ດ​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ພວກ​ເຮົາ​ໄດ້​ເຂົ້າ​ສ່ວນ​ໃນ​ສະ​ພາບ​ຄວາມ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ 11 ໃນ​ຂ​ນະ​ທີ່​ມີ​ການ​ຕີ​ສອນ​ນັ້ນ​ບໍ່​ເປັນ​ຫນ້າ​ຊື່ນ​ໃຈ​ເລີຍ ມີ​ແຕ່​ເຣື່ອງ​ເສົ້າ​ໃຈ ແຕ່ຕໍ່​ມາ​ພາຍ​ຫລັງ​ຈະ​ກໍ່​ໃຫ້​ເກີດ​ຜົນ ຄື​ຄວາມ​ສຸກ​ສຳ​ຣານ​ແລະ​ຄວາມ​ຊອບ​ທັມ​ແກ່​ບັນ​ດາ​ຄົນ​ທີ່​ຖືກ​ແອບ​ສອນ​ແລ້ວ​ນັ້ນ 12 ເພາະ​ເຫດ​ນັ້ນ, “ຈົ່ງ​ຍົກ​ມື​ທີ່​ລ່ອຍ​ອ່ອນ​ແລະ​ຫົວ​ເຂົ່າ​ທີ່​ອ່ອນ​ກຳ​ລັງ ຈົ່ງ​ໃຫ້​ມີ​ກຳ​ລັງ​ຂຶ້ນ” 13 “ຈົ່ງ​ແປງ​ທາງ​ໃຫ້​ຊື່​ສຳ​ລັບ​ຕີນ” ຂອງ​ພວກ​ທ່ານ ເພື່ອ​ຂາ​ທີ່​ພິ​ການ​ນັ້ນ​ແທນ​ທີ່​ຈະ​ພິກ​ໂບ​ກ​ກໍ​ຈະ​ດີ​ເປັນ​ປົກ​ກະ​ຕິ 14 ຈົ່ງ​ອົດ​ສາ​ພ​ຍາ​ຍາມ​ທີ່​ຈະ​ຢູ່​ຢ່າງ​ສ​ງົບ​ສຸກ​ກັບ​ຄົນ​ທັງ​ຫລາຍ ແລະ​ອົດ​ສາ​ພ​ຍາ​ຍາມ​ທີ່ຈະ​ໄດ້​ໃຈ​ບໍ​ຣິ​ສຸດ ຊຶ່ງ​ຖ້າ​ໃຈ​ບໍ່​ບໍ​ຣິ​ສຸດ​ກໍ​ຈະ​ບໍ່​ມີຜູ້​ໃດ​ໄດ້​ເຫັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 15 ຈົ່ງ​ຄ່ອຍ​ຮັ​ກ​ສາ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ໃດ​ຂາດ​ຈາກ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ຢ້ານ​ວ່າ​ຈະ​ມີ​ຮາກ​ຂົມ​ຂື່ນງອກ​ຂຶ້ນ​ມາ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ ຊຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວ​ຫມອງ​ໄປ 16 ຢ້ານວ່າ​ມີ​ຄົນ​ຂາດ​ສີນ​ທັມ​ຫລື​ຄົນ​ປ​ມາດ​ຕໍ່​ສິ່ງ​ສັກ​ສິດ​ເຫມືອນ​ເອ​ຊາວ ຜູ້​ໄດ້​ເອົາ​ສິດ​ຂອງ​ບຸດ​ກົກ​ນັ້ນ​ແລກ​ກັບ​ອາ​ຫານ​ຄາບ​ດຽວ 17 ເພາະ​ທ່ານ​ທັງ​ຫລາຍ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຕໍ່​ມາ​ພາ​ຍ​ຫລັງ ເມື່ອ​ເອ​ຊາວ​ຢາກ​ໄດ້​ຮັບ​ພອນ​ນັ້ນ​ເປັນມໍ​ຣະ​ດົກ ທ່ານ​ກໍ​ໄດ້​ຮັບ​ແຕ່​ຄຳ​ປະ​ຕິ​ເສດ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ສ​ແວງ​ຫາ​ຈົນ​ນ້ຳ​ຕາ​ໄຫລ​ກໍ​ບໍ່​ມີ​ທາງ​ແກ້ໄຂ​ເລີຍ 18 ທ່ານ​ທັ​ງ​ຫລາຍ​ບໍ່​ໄດ້​ມາ​ເຖິງ​ສິ່ງ​ທີ່​ຈັບ​ໄດ້ ເຖິງ​ໄຟ​ທີ່​ໄຫມ້​ຢູ່ ເຖິງ​ທີ່​ມືດ​ດຳ​ແລະ​ມືດ​ມົວ ແລະ​ເຖິງ​ທີ່​ລົມ​ພະ​ຍຸ 19 ເຖິງ​ສຽງ​ແກ ແລະ​ເຖິງ​ພຣະ​ສຸ​ຣະ​ສຽງ ຊຶ່ງ​ຄົນ​ທັງ​ຫລາຍ​ເມື່ອ​ໄດ້​ຍິນ ແລ້ວໄດ້​ອ້ອນວອນ​ຂໍ​ບໍ່​ໃຫ້ຊົງ​ກ່າວ​ຈັກ​ຄຳ​ຕໍ່​ເຂົາ​ອີກ 20 ເພາະ​ວ່າ​ຂໍ້​ຄວາມ​ທີ່​ຊົງ​ບັນ​ຍັດ​ໄວ້​ນັ້ນ​ເຂົາ​ທົນ​ບໍ່​ໄດ້ ຄື​ວ່າ, “ແມ່ນ​ແຕ່​ສັດ​ເດັຽ​ຣະ​ສານ​ໂຕ​ນຶ່ງ​ໂຕ​ໃດ ຖ້າ​ຖືກ​ຕ້ອງ​ພູ​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຄວ່າ​ງດ້ວຍ​ກ້ອນ​ຫີນ​ໃຫ້​ຕາຍ” 21 ສິ່ງ​ທີ່​ປາ​ກົດ​ນັ້ນ​ກໍ​ເປັນ​ຫນ້າ​ຢ້ານ​ຫລາຍ​ປານ​ນັ້ນ ຈົນ​ໂມ​ເຊ​ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຢ້ານ​ເຕັມ​ທີ ຈົນ​ຕົວ​ສັ່ນ” 22 ແຕ່​ທ່ານ​ທັງ​ຫລາຍ​ໄດ້​ມາ​ເຖິງ​ພູ​ຊີ​ໂອນ ມາ​ເຖິງ​ນະ​ຄອນ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ຄື​ນະ​ຄອນເຢ​ຣູ​ຊາ​ເລັມ​ຊັ້ນ​ຟ້າ ມາ​ເຖິງ​ຝູງ​ເທວະ​ດາ​ນັບ​ເປັນ​ຈຳ​ນວນ​ຫມື່ນໆ​ທີ່​ຊຸມ​ນຸມ​ກັນ​ເປັນ​ງານ​ມ່ວນ​ຊື່ນ 23 ມາ​ເຖິງ​ທີ່​ຊຸມ​ນຸມ​ຂອງ​ບຸດ​ກົກ​ຜູ້​ມີ​ຊື່​ຈາ​ຣຶກ​ໄວ້​ແລ້ວ​ໃນ​ສວັນ ມາ​ເຖິງ​ພຣະ​ເຈົ້າ​ຜູ້​ຊົງ​ພິ​ພາກ​ສາ​ຄົນ​ທັງ​ປວງ ແລະ​ມາ​ເຖິງວິນ​ຍານ​ຈິດ​ຂອງ​ຄົນ​ຊອບ​ທັມ​ຜູ້​ເຖິງ​ທີ່​ສຳ​ເຣັດ​ແລ້ວ 24 ມາ​ເຖິງ​ພຣະ​ເຢ​ຊູ​ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ຄຳ​ສັນ​ຍາມ​ໃຫມ່ ແລະ​ມາ​ເຖິງ​ພຣະ​ໂລ​ຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ​ ທີ່​ມີ​ສຽງ​ອັນ​ດີກວ່າ​ເລືອ​ດຂອງ​ອາ​ເບນ​ອີກ 25 ຈົ່ງ​ລະ​ວັງ​ໃຫ້​ດີ ຢ່າ​ປະຕິ​ເສດ​ບໍ່​ຍອມ​ຟັງ​ພຣະ​ອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງ​ຫລາຍ​ທີ່​ປະ​ຕິ​ເສດ​ບໍ່​ຍອມ​ຟັງ​ຄຳ​ເຕືອນ​ຂອງ​ພຣະ​ອົງ​ໃນ​ໂລກ ບໍ່​ພົ້ນ​ໂທດ​ທີ່​ເຂົາ​ປະ​ຕິ​ເສດ​ນັ້ນ ພວກ​ເຮົາ​ຜູ້ອ​ວ່າຍ​ຫນ້າ​ຈາກ​ພຣະ​ອົງ​ຜູ້​ຊົງ​ຕັກ​ເຕືອນ​ຈາກ​ສວັນ ກໍ​ຈະ​ບໍ່ພົ້ນ​ໂທດຫລາຍກວ່າ​ເຂົາ​ເຫລົ່າ​ນັ້ນ​ເສັຽອີກ 26 ແມ່ນ​ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ນີ້​ທີ່​ໄດ້​ບັນ​ດານ​ໃຫ້​ແຜ່ນ​ດິນ​ຫວັ່ນ​ໄຫວ​ໃນ​ຄາວ​ນັ້ນ ແຕ່​ບັດ​ນີ້​ພຣະ​ອົງ​ຊົງ​ກ່າວ​ສັນ​ຍາ​ໄວ້​ວ່າ, “ຍັງ​ອີກ​ເທື່ອ​ນຶ່ງ​ເຮົາ​ຈະ​ເຮັດ​ໃຫ້​ສ​ນັ່ນ​ຫວັ່ນ​ໄຫວ ບໍ່​ແມ່ນ​ແຕ່​ແຜ່ນ​ດິ​ນໂລກ​ເທົ່າ​ນັ້ນ ແຕ່​ທັງ​ທ້ອງ​ຟ້າ​ເຫມືອນ​ກັນ” 27 ຂໍ້​ຄວາມ​ທີ່​ວ່າ “ຍັງ​ອີກ​ເທື່ອ​ນຶ່ງ” ນັ້ນ​ສະ​ແດງວ່າ ສິ່ງ​ທີ່​ຫວັ່ນ​ໄຫວ​ນັ້ນ​ຈະ​ຖືກ​ຍົກ​ຍ້າຍ​ໄປ​ເສັຽ ເຫມືອນ​ກັບ​ສິ່ງ​ທີ່​ຊົງ​ສ້າງ​ໃຫ້​ມີ​ຂຶ້ນ ເພື່ອ​ໃຫ້​ສິ່ງ​ທີ່​ບໍ່​ຫວັ່ນ​ໄຫວຍັງ​ຄົງ​ເຫລືອ​ຢູ່ 28 ເຫດ​ສັນ​ນັ້ນ ເນື່ອງ​ດ້ວຍ​ພວກ​ເຮົາ​ຮັບ​ແຜ່​ນດິນ​ທີ່​ຫວັ່ນ​ໄຫວບໍ່ໄດ້​ແລ້ວ ກໍ​ໃຫ້​ພວກ​ເຮົາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ເພື່ອ​ພວກ​ເຮົາ​ຈະ​ໄດ້​ບົວ​ລະ​ບັດ​ພຣະ​ເຈົ້າ​ຕາມ​ຊອບ​ພຣະ​ທັຍ​ຂອງ​ພຣະ​ອົງ ດ້ວຍ​ຄວາມ​ເຄົາ​ຣົ​ບ​ຢຳ​ເກງ 29 ເພາະ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຊົງ​ເປັນ​ໄຟ​ທີ່​ເຜົາ​ຜານ

ເຮັບເຣີ 13

ການ​ປະ​ຕິ​ບັດ​ທີ່​ຊອບ​ພຣະ​ທັຍ

1 ຈົ່ງ​ໃຫ້​ຄວາມ​ຮັກ​ຢ່າງ​ພີ່​ນ້ອງ​ມີ​ຢູ່​ຕໍ່​ກັນ​ສເມີ​ໄປ 2 ຢ່າ​ລືມ​ການ​ຕ້ອນ​ຮັບ​ແຂກ ເພາະ​ວ່າ​ດ້ວຍ​ການ​ເຮັດ​ດັ່ງ​ນັ້ນ ບາງ​ຄົນ​ກໍ​ໄດ້​ຕ້ອນ​ຮັບ​ເທວະ​ດາ​ໂດຍ​ຕົນ​ບໍ່​ທັນຮູ້ 3 ຈົ່ງ​ລະ​ນຶກ​ເຖິງ​ຄົນ​ທັງ​ຫລາຍ​ທີ່​ຖືກ​ລ່າມ​ໂສ້ ເຫມືອນ​ກັບ​ວ່າ​ພວກ​ທ່ານ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ນັ້ນ​ເຫມືອນ​ກັນ​ຈົ່ງ​ລະ​ນຶກ​ເຖິງ​ຄົນ​ທັງ​ຫລາຍ​ທີ່​ຖືກ​ຂົ່ມ​ເຫັງ ເພາະ​ວ່າ​ພວກ​ທ່ານກໍ​ມີ​ຮ່າງ​ກາຍ​ເຫມືອນ​ກັນ 4 ຈົ່ງ​ໃຫ້​ການ​ສົມ​ຣົດ​ເປັນທີ່​ນັບ​ຖື​ແກ່​ຄົນ​ທັງ​ປວງ ແລະ​ໃຫ້​ຕຽງ​ສົມ​ຣົດ​ເວັ້ນ​ຈາກ​ການ​ຊົ່ວ​ຮ້າຍ ເພາະ​ຄົນ​ຜິດ​ຊາຍ​ແລະ​ຄົນ​ຫລິ້ນ​ຊູ້​ນັ້ນ ພຣະ​ເຈົ້າ​ຈະ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ເຂົາ 5 ຈົ່ງ​ໃຫ້​ການ​ດຳ​ເນີນ​ຊີ​ວິດ​ຂອງ​ທ່ານ ເວັ້ນ​ຈາ​ກການ​ຮັກ​ເງິນ​ຮັກ​ຄຳ ຈົ່ງ​ພໍ​ໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ຢູ່ ເພາະ​ພຣະ​ເຈົ້າ​ເອງ​ຊົງ​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ບໍ່​ປະ​ເຈົ້າ ຫລື​ຖິ້ມ​ເຈົ້າ​ເສັຽ​ຈັກ​ເທື່ອ” 6 ເພາະ​ເຫດ​ນັ້ນ ເຮົາ​ທັງ​ຫລາຍ​ອາດ​ກ່າວ​ດ້ວຍ​ໃຈ​ກ້າ​ໄດ້​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້​ແຫລະ, ຊົງ​ເປັນ​ພຣະ​ຜູ້​ຊ່ອຍ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຢ້ານ ມະ​ນຸດ​ຄົນ​ໃດ​ຫນໍ​ຈະ​ເຮັດ​ອັນ​ໃດ​ແກ່​ຂ້າ​ພະ​ເຈົ້າ​ໄດ້” 7 ຈົ່ງ​ລະ​ນຶກ​ເຖິງ​ພວກ​ຜູ້​ນຳ​ຂອງ​ທ່ານ​ທັງ​ຫລາຍ ຄື​ຜູ້​ທີ່​ໄດ້​ປະ​ກາດ​ພຣະ​ທັມ​ແກ່ພວກ​ທ່ານ ຈົ່ງພິ​ຈາ​ຣະ​ນາ​ເບິ່ງ​ຜົນ​ສຸດ​ທ້າຍ​ແຫ່ງ​ຊີ​ວິດ​ຂອງ​ເຂົາ ແລະ​ຈົ່ງ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄວາມ​ເຊື່ອ​ຂອງ​ເຂົາ 8 ພຣະ​ເຢ​ຊູ​ຄຣິດ​ຊົງ​ເປັນ​ຢູ່​ສເມີ​ກັບ​ທັງ​ໃນ​ເວ​ລາວານ​ນີ້ ໃນ​ເວ​ລາ​ວັນ​ນີ້ ແລະ​ສືບໆ​ໄປ​ເປັນ​ນິດ 9 ຢ່າ​ຍອມ​ໃຫ້​ຄວາມ​ສອນ​ອັນ​ແຕກ​ຕ່າງ​ນັ້ນ​ພາຕົວ​ຫລົງ​ໄປ ເພາະ​ເປັນ​ການ​ດີ​ຢູ່​ແລ້ວ​ທີ່​ຈະ​ໃຫ້​ກຳ​ລັງ​ໃຈ​ເຂັ້ມ​ແຂງ​ຂຶ້ນ​ດ້ວຍ​ພຣະ​ຄຸນ ບໍ່​ແມ່ນ​ດ້ວຍ​ອາ​ຫານ​ການ​ກິນ ຊຶ່ງ​ບໍ່​ເປັນ​ປ​ໂຍດ​ແກ່​ຄົນ​ທີ່​ປະ​ຕິ​ບັດ​ຕາມ 10 ພວກ​ເຮົາ​ມີ​ແທ່ນ​ບູ​ຊາ​ແທ່ນ​ນຶ່ງ ຊຶ່ງ​ຄົນ​ຜູ້​ປະ​ຕິ​ບັດ​ໃນ​ສຳ​ນັກ​ຜ້າ​ນັ້ນ​ບໍ່​ມີ​ສິດ​ທີ່​ຈະ​ຮັບ​ປະ​ທານ​ຂອງ​ຈາກ​ແທ່ນ​ນັ້ນ​ໄດ້ 11 ດ້ວຍ​ວ່າ​ຊາກ​ສັດ​ເຫລົ່າ​ນັ້ນ ທີ່​ມະ​ຫາ​ປະ​ໂຣ​ຫິດ​ໄດ້​ເອົາ​ເລືອດ​ມັນ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ສັກ​ສິດ ເພື່ອ​ເປັນ​ເຄື່ອງ​ບູ​ຊາ​ລົບ​ລ້າງ​ບາບ ເຂົາ​ເຄີຍ​ເອົາ​ໄປ​ເຜົາ​ເສັຽນ​ອກ​ຄ້າຍ 12 ດ້ວຍ​ເຫດ​ນັ້ນ​ພຣະ​ເຢ​ຊູ​ກໍ​ເຫມືອນ​ກັນ​ໄດ້​ຊົງ​ທົນ​ທຸກ​ທໍ​ຣະ​ມານນອກ​ປະ​ຕູ​ເມືອງ ເພື່ອ​ຊຳ​ຮະ​ພົລ​ເມືອງ​ໃຫ້​ບໍ​ຣິ​ສຸດ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ອົງ​ເອງ 13 ເຫດ​ສັນ​ນັ້ນ ໃຫ້​ເຮົາ​ທັງຫລາຍ​ອອກ​ໄປ​ຫາ​ພຣະ​ອົງ​ນອກ​ຄ້າຍ​ນັ້ນ ແລະ​ຍອມ​ທົນ​ເອົາ​ຄຳ​ຫມິ່ນ​ປ​ມາດ ຊຶ່ງ​ພຣະ​ອົງ​ຊົງ​ທົນ​ເອົາ​ນັ້ນ 14 ເພາະ​ວ່າ​ທີ່​ນີ້​ພວກ​ເຮົາ​ບໍ່​ມີ​ນະ​ຄອນ​ອັນ​ຖາວອນ ແຕ່​ພວກ​ເຮົາ​ສ​ແວງ​ຫາ​ນະ​ຄອນ​ທີ່​ຈະ​ມີ​ມາ​ໃນ​ພາຍ​ຫນ້າ​ນັ້ນ 15 ເຫດ​ສັນ​ນັ້ນ ໃຫ້​ເຮົາ​ທັງ​ຫລາຍ​ຖວາຍ​ຄຳ​ສັຣ​ເສີນ ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ເຈົ້າ​ໂດຍ​ຕລອດ​ໄປ​ທາງ​ພຣະ​ອົງ​ນັ້ນ ຄື​ຜົນ​ແຫ່ງ​ຮີມ​ສົບ​ປາກ​ທີ່​ຍອມ​ຮັບ​ຮູ້​ພຣະ​ນາມ​ຂອງ​ພຣະ​ອົງ 16 ແຕ່​ທີ່​ຈະ​ທຳ​ຄຸນ​ຄວາມ​ດີ​ແລະ​ມີ​ໃຈ​ເຜື່ອ​ແຜ່​ຊຶ່ງ​ກັນ​ແລະ​ກັນ​ນັ້ນ ຢ່າ​ໄດ້​ລືມ​ເສັຽ ເພາະ​ເຄື່ອງ​ບູ​ຊາ​ຢ່າງ​ນີ້​ແຫລະ, ເປັນ​ທີ່​ພໍ​ພຣະ​ທັຍ​ພຣະ​ເຈົ້າ 17 ທ່ານ​ທັງ​ຫລາຍ​ຈົ່ງ​ຍອມ​ຟັງ​ແລະ​ຍອມ​ຢູ່​ໃນ​ໂອ​ວາດ​ຜູ້​ນຳ​ຂອງ​ພວກ​ທ່ານ ເພາະ​ເຂົາ​ເຫລົ່າ​ນັ້ນ​ດູ​ແລ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ຢູ່ ເຫມືອນ​ນຶ່ງ​ຜູ້​ທີ່​ຈະ​ຕ້ອງ​ສ​ເນີ​ຣາຍ​ງານ ເພື່​ອເຂົາ​ຈະ​ໄດ້​ເຮັດ​ງານ​ນີ້​ດ້ວຍ​ຄວາມ​ຊື່ນ​ໃຈ ບໍ່​ແມ່ນ​ດ້ວຍ​ຄວາມ​ເສົ້າ​ໃຈ ຊຶ່ງຈະ​ບໍ່​ເປັນ​ປ​ໂຍດ​ແກ່​ທ່ານ​ທັງ​ຫລາຍ 18 ຈົ່ງ​ອ້ອນວອນ​ເພື່ອ​ພວກ​ເຮົາ​ຢູ່ ເພາະ​ເຮົາ​ເຊື່ອ​ແນ່​ວ່າ​ພວ​ກ​ເຮົາ​ມີ​ໃຈ​ສຳ​ນຶ​ກຜິດ​ແລະ​ຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາ​ຖ​ນາ​ທີ່​ຈະ​ດຳ​ເນີນ​ຊີ​ວິດ​ຕາມຢ່າງ​ດີ​ໃນ​ທຸກ​ສິ່ງ 19 ຂ້າ​ພະ​ເຈົ້າ​ຂໍ​ເລັ່ງ​ຮັດ​ພວກ​ທ່ານ​ຫລາຍ​ຂຶ້ນ ໃຫ້​ອ້ອນວອ​ນ່​ຢາງ​ນັ້ນ ເພື່ອ​ຈະ​ຊົງ​ໂຜດ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ຄືນ​ໄປ​ຢູ່​ກັບ​ພວກ​ທ່ານ​ໂດຍ​ໄວ

ຄຳ​ອ​ວຍ​ພອນ​ແລະ​ຄຳ​ຄຳ​ນັບ​ອັນ​ສຸດ​ທ້າຍ

20 ຂໍ​ພຣະ​ເຈົ້າ​ຜູ້​ຊົງ​ໂຜດ​ສັນ​ຕິ​ສຸກ ຜູ້​ໄດ້​ຊົງ​ນຳ​ພຣະ​ເຢ​ຊູ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ໃຫ້​ຄືນ​ມາ​ຈາກ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວ​ກັບ​ຄຳ​ສັນ​ຍາ​ອັນ​ຕັ້ງ​ຢູ່​ເປັນ​ນິດ​ນັ້ນ 21 ຈົ່ງຊົງ​ກະ​ທຳ​ໃຫ້​ທ່ານ​ທັງ​ຫລາຍ​ເປັນ​ຄົນ​ຄົບ​ຖ້ວນ​ໃນການ​ດີ​ທຸກ​ຢ່າງ ເພື່ອ​ຈະ​ໄດ້​ປະ​ຕິ​ບັດ​ຕາມ​ພຣະ​ທັຍ​ພຣະ​ອົງ ແລະ​ຊົງ​ທຳ​ງານ​ພາຍ​ໃນ​ທ່ານ​ທັງ​ຫລາຍ​ຕາມ​ທີ່​ຊອບ​ໃນ​ສາຍ​ພຣະ​ເນ​ດ​ຂອງ​ພຣະ​ອົງ ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ ສະ​ງ່າ​ຣາ​ສີ​ມີ​ແດ່​ພຣະ​

ຄຣິດ​ສືບໆ​ໄປ​ເປັນ​ນິດ ອາ​ແມນ

22 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຂ້າ​ພະ​ເຈົ້າ​ອ້ອນວອນ​ທ່ານ​ທັງ​ຫລາຍ​ໃຫ້​ພຽນຟັງ​ຄຳ​ເຕືອນ​ສະ​ຕິ​ນີ້ ເພາະ​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ມາ​ຫາພວກ​ທ່ານ​ບໍ່​ຫລາຍ​ຄຳ 23 ຈົ່ງ​ຮູ້​ວ່າ​ຕີ​ໂມ​ທຽວ​ນ້ອງ​ຂອງ​ເຮົາ​ທັງ​ຫລາຍ​ຖືກ​ປ່ອຍ​ແລ້ວ ຖ້າ​ທ່ານ​ມາ​ຮອດ​ໄວ ຂ້າ​ພະ​ເຈົ້າ​ຈະ​ມາ​ຢ້ຽມ​ຢາມ​ພວກ​ທ່ານ​ພ້ອມ​ກັບ​ທ່ານ 24 ຂ້າ​ພະ​ເຈົ້າ​ຂໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ບັນ​ດາ​ຜູ້​ນຳ​ຂອງ​ພວກ​ທ່ານ ແລະ​ໄພ່​ພົນ​ທັງ​ປວງ​ຂອງ​ພຣະ​ເຈົ້າ ພວກ​ພີ່​ນ້ອງ​ທີ່​ມາ​ຈາກ​ອີ​ຕາ​ເລັຽກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ພວກ​ທ່ານ 25 ຂໍ​ພຣະ​ຄຸນ ຈົ່ງ​ສະ​ຖິດ​ຢູ່​ກັບ​ທ່ານ​ທັງ​ຫລາຍ​ເທີນ

ຢາໂກໂບ 1

1 ຈາກ ຢາ​ໂກ​ໂບ​ຜູ້​ເປັນ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ ແລະ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເຖິງ ຄົນ​ສິບ​ສອງ​ຕະ​ກູນ​ທີ່​ກະ​ຈັດ​ກະ​ຈາຍ​ຢູ່​ນັ້ນ

ຄວາມ​ເຊື່ອ​ແລະ​ຄວາມ​ຖ່ອມ​ໃຈ

2 ພີ່​ນ້ອງ​ທັ​ງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ເມື່ອ​ພວກ​ທ່ານ​ປະ​ສົບ​ການ​ທົດ​ລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເຣື່ອງ​ຫນ້າ​ຍິນ​ດີ​ທີ່​ສຸດ 3 ເພາະ​ທ່ານ​ທັງ​ຫລາຍ​ຮູ້ຢູ່ວ່າ​ການ​ລອງ​ເບິ່ງ​ຄວາມ​ເຊື່ອ​ຂອງ​ພວກ​ທ່ານ​ນັ້ນ ໃຫ້​ເກີດ​ຄວາມ​ຫມັ້ນ​ໃຈ 4 ແລະ​ຈົ່ງ​ໃຫ້​ຄວາມ​ຫມັ້ນ​ໃຈ​ນັ້ນ​ດຳ​ເນີນ​ງານ​ຈົນ​ສຳ​ເຣັດ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເປັນ​ຄົນ​ສຳ​ເຣັດ ແລະ​ຄົບ​ຖ້ວນ​ໂດຍ​ບໍ່​ຂາດ​ເຂີນ​ສິ່ງ​ໃດ 5 ແຕ່​ຖ້າ​ຄົນ​ໃດ​ໃນ​ພວກ​ທ່ານ​ຂາດ​ສະ​ຕິ​ປັນ​ຍາ ກໍ​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ຈາກ​ພຣະ​ເຈົ້າ ຜູ້​ຊົງ​ໂຜດ​ປະ​ທານ​ໃຫ້​ແກ່​ຄົນ​ທັງ​ປວງ​ດ້ວຍ​ພຣະ​ກະ​ຣຸ​ນາ​ແລະ​ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນ​ຂໍ 6 ແຕ່​ໃຫ້​ຜູ້​ນັ້ນ​ທູນ​ຂໍ​ດ້ວຍ​ຄວາມ​ເຊື່ອ ຢ່າ​ໃຫ້​ມີ​ໃຈ​ສົງ​ສັຍ ເພາະ​ຜູ້​ທີ່​ສົງ​ສັຍ​ນັ້ນ​ເປັນ​ເຫມືອນ​ຟອງ​ນ້ຳ​ທີ່​ຖືກ​ລົມ​ພັດ​ຊັດ​ໄປ​ມາ 7 ຢ່າ​ໃຫ້​ຜູ້​ນັ້ນ​ຄຶດ​ວ່າ​ຕົນ​ຈະ​ໄດ້​ຮັບ​ສິ່ງ​ໃດ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 8 ເປັນ​ຄົນ​ສອງ​ໃຈ ບໍ່​ແນ່ນອນ​ໃນ​ບັນ​ດາ​ທາງ​ຂອງ​ຕົນ 9 ໃຫ້​ພີ່​ນ້ອງ​ທີ່​ຕ່ຳ​ຕ້ອຍ​ຈົ່ງ​ອວດ​ອ້າງ​ໃນ​ການ​ທີ່​ພຣະ​ເຈົ້າ​ຊົງ​ຍົກ​ຍໍ​ຕົວ​ຂຶ້ນ 10 ແຕ່​ໃຫ້​ຄົນ​ຮັ່ງ​ມີ ຈົ່ງ​ອວດ​ອ້າງ​ໃນ​ການ​ທີ່​ພຣະ​ເຈົ້າ​ຊົງ​ໃຫ້​ຕົກ​ຕ່ຳ​ລົງ ເພາະ​ວ່າ​ຕົນ​ຈະ​ຕ້ອງ​ລ່ວງ​ລັບ​ໄປ​ເຫມືອ​ນ​ດັ່ງ​ດອກ​ຫຍ້າ 11 ເພາະ​ເມື່ອ​ຕາ​ເວັນ​ຂຶ້ນ ຄວາມ​ຮ້ອນ​ອັນ​ແຮງ​ກ້າ​ກໍ​ເຮັດ​ໃຫ້​ຫຍ້າ​ຫ່ຽວ​ແຫ້ງ​ໄປ ແລ້ວດອກ​ຫຍ້າ​ກໍ​ຕົກ​ຫລົ່ນ​ລົງ ສີ​ສັນ​ວັນ​ນະ​ຄວາມ​ງາມ​ຂອງ​ມັນ​ກໍ​ສູນ​ສິ້ນ​ໄປ ດັ່ງ​ນີ້​ແຫລະ, ຄົນ​ຮັ່ງ​ມີ​ຈະ​ເສື່ອມ​ສູນ​ໄປ​ໃນ​ຂ​ນະ​ທີ່​ດຳ​ເນີນ​ງານ​ຂອງ​ຕົນ​ເຫມືອນ​ກັນ

ການ​ທົດ​ລອງ​ໃຈ​ແລະ​ການ​ລໍ້​ລວງ

12 ຄົນ​ທີ່​ອົດ​ທົນ​ຕໍ່​ການ​ທົດ​ລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາ​ກົດ​ວ່າ​ຜູ້​ນັ້ນ​ທົນ​ໄດ້​ແລ້ວ ກໍ​ໄດ້​ຮັບ​ພວງ​ມາ​ລັຍ​ແຫ່ງ​ຊີ​ວິດ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ສັນ​ຍາ​ໄວ້​ແກ່​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ 13 ເມື່ອ​ຜູ້​ໃດ​ຖືກ​ລໍ້​ລວງ​ໃຫ້​ຫລົງ ຢ່າ​ໃຫ້​ຜູ້​ນັ້ນ​ເວົ້າ​ວ່າ, “ພຣະ​ເຈົ້າ​ຊົງ​ລໍ້​ລວງ​ຂ້າ​ພະ​ເຈົ້າ​ໃຫ້​ຫລົງ” ເພາະ​ວ່າ​ຄວາມ​ຊົ່ວ​ຈະ​ມາ​ລໍ້​ລວງ​ພຣະ​ເຈົ້າ​ໃຫ້​ຫລົງ​ບໍ່​ໄດ້ ແລະ​ພຣະ​ອົງ​ເອງ​ກໍ​ບໍ່​ຊົງ​ລໍ້​ລວງ​ຜູ້​ໃດ​ໃຫ້​ຫລົງ​ຈັກ​ເທື່ອ 14 ແຕ່​ວ່າ​ທຸກ​ຄົນ​ກໍ​ຖືກ​ລໍ້​ລວງ​ໃຫ້​ຫລົງ ເມື່ອ​ກິ​ເລດ​ຂອງ​ຕົນ​ເອງ​ຊັກ​ຈ່ອງ​ແລະ​ຍົວະ​ເຍົ້າ​ໃຫ້​ເຮັດ​ຕາມ 15 ເມື່ອ​ກິ​ເລດ​ຕັ້ງ​ຮາກ​ແລ້ວ​ກໍ​ໃຫ້​ເກິດ​ຄວາມ​ຜິດ​ບາບ ແລະ​ເມື່ອ​ຄວາມ​ຜິດ​ບາບ​ຄົບ​ຖ້ວນ​ແລ້ວ​ກໍ​ໃຫ້​ເກີດ​ຄວາມ​ຕາຍ 16 ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ຢ່າ​ໄດ້​ຫລົງ​ຜິດ​ໄປ 17 ການ​ປະ​ທານ​ອັນ​ດິ​ທຸກ​ຢ່າງ ແລະ​ຂອງ​ປະ​ທານ​ອັນ​ດີ​ເລີດ​ທຸກ​ຢ່າງ​ຍ່ອມ​ມາ​ແຕ່​ທັງ​ເທິງ ແລະ​ລົງ​ມາ​ຈາກ​ພຣະ​ບິ​ດາ​ແຫ່ງ​ບັນ​ດາ​ດວງ​ສວ່າງ ໃນ​ພຣະ​ບິ​ດາ​ນັ້ນ​ບໍ່​ມີ​ການ​ປ່ຽນ​ແປງ ແລະ​ບໍ່​ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ຫມຸນວ​ຽນ 18 ໂດຍ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ອົງ​ເອງ​ນັ້ນ ພຣະ​ອົງ​ຈຶ່ງ​ຊົງ​ບັນ​ດານ​ໃຫ້​ພວກ​ເຮົາ​ບັງ​ເກິດ​ດ້ວຍ​ພຣະ​ທັມ​ອັນ​ສັດ​ຈິງ ເພື່ອ​ພວກ​ເຮົາ​ຈະ​ເປັນ​ຢ່າງ​ຜົນ​ແຣກ​ແຫ່ງ​ສິ່ງ​ທັງ​ຫລາຍ​ທີ່​ພຣະ​ອົງ​ຊົງ​ສ້າງ

ການ​ຟັງ​ແລະ​ການ​ຂັບ​ຕາມ​ນ້ຳ​ພຣະ​ທັມ

19 ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ພວກ​ເຈົ້າ​ກໍ​ຮູ້​ຂໍ້​ນີ້​ແລ້ວ ແຕ່​ຈົ່ງ​ວ່ອງ​ໄວ​ໃນ​ການ​ຟັງ ຈົ່ງ​ຊ້າ​ໃນ​ການ​ເວົ້າ ຈົ່ງ​ຊ້າ​ໃນ​ການ​ຮ້າຍ 20 ເພາະ​ຄວາມ​ຮ້າຍ​ຂອງມະ​ນຸດ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ຍຸດ​ຕິ​ທັມ​ຂອງ​ພຣະ​ເຈົ້າ​ເກີດ​ມາ 21 ເຫດ​ສັນ​ນັ້ນ ຈົ່ງ​ເລີກ​ຈາກ​ຄວາມ​ຊົ່ວ​ມົວ​ຫມອງ​ທຸກ​ຢ່າງ ແລະ​ຄວາມ​ຊົ່ວ​ຮ້າຍ​ອັນ​ເຫລືອ​ຫລາຍ ຈົ່ງ​ນ້ອມ​ໃຈ​ຮັບ​ເອົາ​ພຣະ​ທັມ​ທີ່​ປູກ​ຝັງ​ໄວ້​ແລ້ວ​ນັ້ນ ຊຶ່ງ​ສາ​ມາດ​ຊ່ອຍ​ຈິດ​ວິນຍານ​ຂອງ​ພວກ​ທ່ານ​ໃຫ້​ພົ້ນ​ໄດ້ 22 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ກາຍ​ເປັນ​ຜູ້​ຂັບ​ຕາມ​ພຣະ​ທັມ ບໍ່​ແມ່ນ​ເປັນ​ແຕ່​ພຽງ​ຜູ້​ໄດ້​ຍິນ​ເທົ່າ​ນັ້ນ ຊຶ່ງ​ເປັນ​ການ​ລໍ້​ລວງ​ຕົນ​ເອງ 23 ເພາະ​ວ່າ​ຖ້າ​ຜູ້​ໃດ​ໄດ້​ຍິນ​ພຣະ​ທັມ ແລະ​ບໍ່​ຂັບ​ຕາມ ຜູ້​ນັ້ນ​ກໍ​ເປັນ​ເຫມືອນ​ຄົນ​ທີ່​ເບິ່ງ​ຫນ້າ​ຂອງ​ຕົນ​ໃນ​ແວ່ນ 24 ເພາະ​ເມື່ອ​ແຍງ​ເບິ່ງ​ຕົວ​ເອງ​ແລ້ວ​ກໍ​ອອກ​ໄປ ແລ້ວ​ກໍ​ລືມ​ໃນ​ທັນ​ທີ​ນັ້ນ​ໂລດ​ວ່າ​ຕົວ​ເອງ​ເປັນ​ຢ່າງ​ໃດ 25 ແຕ່​ຜູ້​ທີ່​ພິ​ຈາ​ຣະ​ນາ​ເບິ່ງ​ໃນ​ພຣະ​ບັນ​ຍັດ​ອັນ​ດີ​ທີ່​ສຸດ ຊຶ່ງ​ເປັນ​ພຣະ​ບັນ​ຍັດ​ທີ່​ໃຫ້​ມີ​ເສ​ຣີ​ພາບ ແລະ​ຕັ້ງ​ຢູ່​ໃນ​ພຣະ​ທັມ​ບັນ​ຍັດ​ນັ້ນ ຜູ້​ນັ້ນ​ບໍ່​ເປັນ​ຜູ້​ທີ່​ໄດ້​ຍິນ​ແລ້ວ​ຫລົງ​ລືມ​ໄປ ແຕ່​ເປັນ​ຜູ້​ຂັບ​ຕາມ ຜູ້​ນັ້ນ​ແຫ​ລະ, ຈະ​ໄດ້​ຮັບ​ຄວາມ​ສຸກ​ໃນ​ກິ​ຈ​ການ​ຂອງ​ຕົນ 26 ຖ້າ​ຜູ້​ໃດ​ຄຶດ​ວ່າ​ຕົນ​ເປັນ​ຄົນ​ມີ​ທັມ​ມະ ແລະ​ບໍ່​ໄດ້​ຫ້າມ​ລີ້ນ​ຂອງ​ຕົນ ແຕ່​ລໍ້​ລວງ​ຕົວ​ເອງ ທັມ​ມະ​ຂອງ​ຄົນ​ນັ້ນ​ກໍ​ບໍ່​ມີ​ປ​ໂຍດ 27 ທັມ​ມະ​ທີ່​ບໍ​ຣິ​ສຸດ​ແລະ​ບໍ່​ມີ​ການ​ຊົ່ວ​ມົວ​ຫມອງ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ຜູ້​ຊົງ​ເປັນ​ພຣະ​ບິ​ດາ ກໍ​ມີ​ດັ່ງ​ນີ້ ຄື​ການ​ຢ້​ຽມ​ຢາມ​ລູກ​ກຳ​ພ້າ ແລະ​ຍິງ​ຫມ້າຍ​ທີ່​ມີ​ຄວາມ​ທຸກ​ຮ້ອນ ແລະ​ການ​ຮັກ​ສາຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງ​ພ້ອຍ​ຂອງ​ໂລກ

ຢາໂກໂບ 2

ຕັກ​ເຕືອນ​ບໍ່​ໃຫ້​ເລືອກ​ຫນ້າ​ຄົນ

1 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ໃນ​ການ​ທີ່​ພວກ​ເຈົ້າ​ຖື​ພຣະ​ສາ​ສ​ນາ​ຝ່າຍ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຜູ້​ຊົງ​ສະ​ງ່າ​ຣາສິ​ນັ້ນ ຢ່າ​ມີ​ການ​ເລືອກ​ຫນ້າ​ຄົນ 2 ສົມ​ມຸ​ດ​ວ່າ​ມີ​ຄົນ​ນຶ່ງ​ຖື​ແຫວນ​ຄຳ​ແລະ​ແຕ່ງ​ຕົວ​ງົດ​ງາມ ເຂົ້າ​ມາ​ໃນ​ທີ່​ປະ​ຊຸມ​ຂອງ​ພວກ​ເຈົ້າ ແລະ​ມີ​ຄົນ​ຈົນ​ຜູ້​ນຶ່ງ​ນຸ່ງ​ເຄື່ອງ​ເປື້ອນ​ເປິ​ເຂົ້າ​ມາ​ເຫມືອນ​ກັນ 3 ຖ້າ​ພວກ​ເຈົ້າ​ຈະ​ສົນ​ໃຈ​ໃນ​ຄົນ​ທີ່​ແຕ່ງ​ຕົວ​ງົດ​ງາມ​ນັ້ນ ແລະ​ກ່າວ​ທັກ​ທາຍ​ປາ​ສັຍ​ຮັບ​ຕ້ອນ​ຜູ້ນັ້ນ​ວ່າ, “ເຊີນ​ນັ່ງ​ບ່ອນ​ເຫມາະ​ສົມ​ນີ້ເທີນ” ແລະ​ໃນ​ຂ​ນະ​ດຽວ​ນັ້ນ​ເຈົ້າ​ຈະ​ກ່າວ​ແກ່​ຄົນ​ຈົນ​ນັ້ນ​ວ່າ, “ໃຫ້​ເຈົ້າ​ຢືນ​ຢູ່​ຫັ້ນ” ຫລື “ໃຫ້​ເຈົ້າ​ນັ່ງ​ທີ່​ຕັ່ງ​ຮອງ​ຕີນ​ເຮົາ​ນີ້” 4 ຖ້າ​ເຮັດ​ດັ່ງ​ນັ້ນ​ພວກ​ເຈົ້າ​ເປັນ​ຜູ້​ແບ່ງ​ຊັ້ນ​ວັນ​ນະ ແລະ​ກາຍ​ເປັນ​ຜູ້​ຕັດ​ສິນ​ດ້ວຍ​ຄວາມ​ຄຶດ​ອັນ​ຊົ່ວ ບໍ່​ແມ່ນ​ຫລື 5 ພວກ​ພີ່​ນ້ອງ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ພຣະ​ເຈົ້າ​ໄດ້​ຊົງ​ເລືອກ​ຄົນ​ຍາກ​ຈົນ​ໃນ​ໂລ​ກ​ໃຫ້​ເປັນ​ຄົນ​ຮັ່ງ​ມີ​ຝ່າຍ​ຄວາມ​ເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນ​ດິນ ຊຶ່ງ​ພຣະ​ອົງ​ຊົງ​ສັນ​ຍາ​ໄວ້​ວ່າ​ຈະ​ປະ​ທານ​ໃຫ້​ແກ່​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ​ນັ້ນ​ມາ​ເປັນ​ມໍ​ຣະ​ດົກ ບໍ່​ແມ່ນ​ຫລື 6 ແຕ່​ພ​ວກ​ເຈົ້າ​ໄດ້​ປ​ມາດ​ຄົນ​ຈົນ ບໍ່​ແມ່ນ​ຄົນ​ຮັ່ງ​ມີ​ນັ້ນ​ຫລື ທີ່​ກົດ​ຂີ່​ຂົ່ມ​ເຫັງ​ພວກ​ເຈົ້າ ບໍ່​ແມ່ນ​ເຂົາ​ເຫລົ່າ​ນັ້ນ​ຫລື ທີ່​ລາກ​ດຶງ​ພວກ​ເຈົ້າ​ຂຶ້ນ​ສານ 7 ບໍ່​ແມ່ນ​ເຂົາ​ເຫລົ່າ​ນັ້ນ​ຫລື ທີ່​ຫມິ່ນ​ປມາດ​ພຣະ​ນາມ​ອັນ​ປະ​ເສິດ​ທີ່​ໃຊ້​ເອີ້ນ​ພວກ​ເຈົ້າ 8 ຖ້າ​ພວກ​ເຈົ້າ​ທັງ​ຫລາຍ​ຂັບ​ຕາມ​ພຣະ​ຣາ​ຊ​ບັນ​ຍັດ​ໂດຍ​ຄົບ​ຖ້ວນ​ຕາມ​ພຣະ​ຄັມ​ພີ​ຂໍ້​ທີ່​ວ່າ, “ຈົ່ງ​ຮັກ​ເພື່ອນ​ບ້ານ​ເຫມືອນ​ຮັກ​ຕົນ​ເອງ” ພວກ​ເຈົ້າ​ກໍ​ເຮັດ​ດີ​ຢູ່ 9 ແຕ່​ຖ້າ​ເຈົ້າ​ທັງ​ຫລາຍ​ເລືອກ​ຫນ້າ​ຄົນ ພວກ​ເຈົ້າ​ກໍ​ເຮັດ​ຜິດ ແລະ​ພຣະ​ບັນ​ຍັດ​ຕັດ​ສິນ​ພວກ​ເຈົ້າ​ວ່າ​ເປັນ​ຄົນ​ລ່ວງ​ລະ​ເມີດ 10 ເພາະ​ວ່າ​ຖ້າ​ບຸກ​ຄົນ​ໃດ​ຖື​ຮັກ​ສາ​ພຣະ​ບັນ​ຍັດ​ໄດ້​ທັງ​ຫມົດ ແຕ່​ຜິດ​ຢູ່​ຂໍ້​ດຽວ ຜູ້​ນັ້ນ​ກໍ​ກາຍ​ເປັນ​ຜູ້​ຜິດ​ພຣະ​ບັນ​ຍັດ​ທັງ​ຫມົດ 11 ເພາະ​ວ່າ​ພຣະ​ອົງ​ຜູ້​ໄດ້​ຊົງ​ກ່າວ​ວ່າ, “ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມັຽ​ທ່ານ” ກໍ​ໄດ້​ຊົງ​ກ່າວ​ອີກວ່າ, “ຢ່າ​ຂ້າ​ຄົນ” ດັ່ງ​ນັ້ນ​ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ຫລິ້ນ​ຊູ້​ແຕ່​ໄດ້​ຂ້າ​ຄົນ ເຈົ້າ​ກໍ​ກາຍ​ເປັນ​ຜູ້​ລ່ວງ​ລະ​ເມິດ​ພຣະ​ບັນ​ຍັດ 12 ເຈົ້າ​ທັງ​ຫລາຍ​ຈົ່ງ​ເວົ້າ​ແລະ​ເຮັດ ເຫມືອນ​ຢ່າງ​ຄົນ​ທີ່​ຈວນ​ຈະ​ໄດ້​ຮັບ​ການ​ພິ​ພາກ​ສາ​ດ້ວຍ​ກົດ​ທີ່​ໃຫ້​ມີ​ເສ​ຣີ​ພາບ 13 ເພາະ​ວ່າ​ໃນ​ການ​ພິ​ພາກ​ສາ ພຣະ​ເຈົ້າ​ຈະ​ບໍ່​ຊົງ​ສະ​ແດງ​ຄວາມ​ເມດ​ຕາ​ຕໍ່ຜູ້ທີ່​ບໍ່​ໄດ້​ສະ​ແດງ​ຄວາມ​ເມດ​ຕາ ສ່ວນ​ຄວາມ​ເມດ​ຕາ​ຍ່ອມ​ມີ​ໄຊ​ຊະນະ​ເຫນືອ​ການ​ພິ​ພາກ​ສາ

ຄວາມ​ເຊື່ອ​ທີ່​ບໍ່​ມີ​ການ​ປະ​ຕິ​ບັດ​ຕາມ​ກໍ​ໄຮ້​ຜົນ

14 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ຖ້າ​ຜູ້​ໃດ​ຈະ​ເວົ້າ​ວ່າ​ຕົນ​ມີ​ຄວາມ​ເຊື່ອ​ແຕ່​ບໍ່​ມີ​ການ​ປະ​ຕິບັດ ຈະ​ໄດ້​ປ​ໂຍດ​ອັນ​ໃດ ຄວາມ​ເຊື່ອ​ນັ້ນ​ອາດ​ຈະ​ໃຫ້​ຕົນ​ພົ້ນ​ໄດ້​ຫລື 15 ຖ້າ​ພີ່​ນ້ອງ​ຊາຍຍິງ​ຄົນ​ໃດ​ບໍ່​ມີ​ເຄື່ອງ​ນຸ່ງ​ຫົ່ມ ແລະ​ຂາດ​ເຂີນ​ອາ​ຫານ​ປະ​ຈຳ​ວັນ 16 ແລະ​ມີ​ຄົນ​ໃດ​ໃນ​ພວກ​ເຈົ້າ​ເວົ້າ​ແກ່​ເຂົາ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ​ເທີນ, ຂໍ​ໃຫ້​ອົບ​ອຸ່ນ​ແລະ​ກິນ​ອີ່ມ” ແຕ່​ບໍ່ໄດ້​ໃຫ້​ສິ່ງ​ຂອງ​ທີ່​ເຂົາ​ຕ້ອງ​ການ​ສຳ​ລັ​ບ​ຕົວ​ນັ້ນ ຈະ​ເປັນ​ປ​ໂຍດ​ອັນ​ໃດ 17 ດັ່ງ​ນັ້ນ​ແຫລະ, ຄວາມ​ເຊື່ອ​ກໍ​ຢ່າງ​ດຽວ​ກັນ ຖ້າ​ບໍ່​ມີ​ການ​ປະ​ຕິ​ບັດ​ກໍ​ຕາຍ​ແ​ລ້ວ 18 ແຕ່​ບາງ​ຄົນ​ຈະ​ກ່າວ​ວ່າ, “ຝ່າຍ​ເຈົ້າ, ເຈົ້າ​ມີ​ຄວາມ​ເຊື່ອ ແຕ່​ຝ່າຍ​ຂ້ອຍ​ມີ​ການ​ປະ​ຕິ​ບັດ” ຈົ່ງ​ສະ​ແດງ​ໃຫ້​ເຮົາ​ເຫັນ​ຄວາມ​ເຊື່ອ​ຂອງ​ເຈົ້າ​ຊຶ່ງ​ບໍ່​ມີ​ການ​ປະ​ຕິ​ບັດ ແລະ​ຝ່າຍ​ເຮົາ​ຈະ​ສະ​ແດງ​ໃຫ້​ເຈົ້າ​ເຫັນ​ຄວາມ​ເຊື່ອ​ຂອງ​ເຮົາ​ດ້ວຍ​ການ​ປະ​ຕິ​ບັດ​ຂອງ​ເຮົາ​ນັ້ນ 19 ຝ່າຍ​ພວກ​ເຈົ້າ​ກໍ​ເຊື່ອ​ຕີ້​ວ່າ​ມີ​ພຣະ​ເຈົ້າ​ແຕ່​ອົງ​ດຽວ​ນັ້ນ​ກໍ​ດີ​ຢູ່​ແລ້ວ ສ່ວນ​ຜີ​ຮ້າຍ​ກໍ​ເຊື່ອ​ເຫມືອນ​ກັນ​ແລະ​ຢ້ານ​ຈົນ​ຕົວ​ສັ່ນ 20 ໂອ ຄົນ​ໂງ່​ເອີຍ, ເຈົ້າ​ຢາກ​ຮຽນ​ຮູ້​ຫລື​ວ່າ ຄວາມ​ເຊື່ອ​ທີ່​ບໍ່​ມີ​ການ​ປະ​ຕິ​ບັດ​ນັ້ນ​ກໍ​ໄຮ້​ຜົນ 21 ເມື່ອ​ອັບ​ຣາ​ຮາມ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ເຮົາ ໄດ້​ນຳ​ເອົາ​ອີ​ຊາກ​ບຸດ​ຂອງ​ຕົນ​ມາ​ຖວາຍ​ເທິງ​ແທ່ນ​ບູ​ຊາ ກໍ​ໄດ້​ຊົງ​ຖື​ວ່າ​ຊອບ​ທັມ​ເພາະ​ການ​ປະ​ຕິ​ບັດ ບໍ່​ແມ່ນ​ຫລື 22 ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ຄວາມ​ເຊື່ອ​ຂອງ​ອັບ​ຣາ​ຮາມ​ກໍ​ຮ່ວມ​ກັນ​ກັບ​ການ​ປະ​ຕິ​ບັດ​ຂອງ​ຕົນ ແລະດ້ວຍ​ການ​ປະ​ຕິ​ບັດ​ນັ້ນ​ແຫລະ, ຄວາມ​ເຊື່ອ​ຈຶ່ງ​ໄດ້​ເຖິງ​ທີ່​ສຳ​ເຣັດ 23 ແລະ​ພຣະ​ຄັມ​ພີ​ກໍ​ສຳ​ເຣັດ​ທີ່​ກ່າວ​ວ່າ, “ອັບ​ຣາ​ຮາມ​ໄດ້​ເຊື່ອ​ພຣະ​ເຈົ້າ ແລະ​ພຣະ​ອົງ​ຊົງ​ຖື​ວ່າ​ຄວາມ​ເຊື່ອ​ນັ້ນ​ເປັນ​ຄວາມ​ຊອບ​ທັມ​ແກ່​ທ່ານ” ແລະ​ພຣະ​ເຈົ້າ​ຊົງ​ເອີ້ນ​ທ່ານ​ວ່າ, “ສະ​ຫາຍ​ຂອງ​ເຮົາ” 24 ເຈົ້າ​ທັງ​ຫລາຍ​ກໍ​ເຫັນ​ແລ້ວ​ວ່າ​ຜູ້​ໃດ​ຈະ​ໄດ້​ຊົງ​ຖື​ວ່າ​ຊອບ​ທັມ ກໍ​ເນື່ອງ​ດ້ວຍ​ການ​ປະ​ຕິ​ບັດ​ແລະ​ບໍ່​ແມ່ນ​ດ້ວຍ​ຄວາມ​ເຊື່ອ​ພຽງ​ຢ່າງ​ດຽວ 25 ໃນ​ທຳ​ນອງດຽວ​ກັນ​ນາງ​ຣາ​ຮາບ​ຍິງ​ໂສ​ເພ​ນີ​ໄດ້​ຮັບ​ຕ້ອນ​ຜູ້​ສົ່ງ​ຂ່າວ ແລ້ວ​ໃຫ້​ເຂົາ​ກັບ​ເມືອ​ເສັຽ​ທາງ​ອື່ນ ກໍ​ໄດ້​ຊົງ​ຖື​ວ່າ​ຊອບ​ທັມ​ເນື່ອງ​ດ້ວຍ​ການ​ປະ​ຕິ​ບັດ ບໍ່​ແມ່ນ​ຫລື 26 ເຫດ​ວ່າຮ່າງ​ກາຍ​ທີ່​ບໍ່​ມີ​ຈິດ​ວິນ​ຍານ ກໍ​ຕາຍ​ແລ້ວ​ສັນ​ໃດ ຄວາມ​ເຊື່ອ​ທີ່​ປາ​ສ​ຈາກການ​ປະ​ຕິ​ບັດ​ກໍ​ຕາຍແລ້ວ​ສັນ​ນັ້ນ​ເຫມືອນ​ກັນ

ຢາໂກໂບ 3

ເຣື່ອງ​ລີ້ນ

1 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ຢ່າ​ໄດ້​ພາ​ກັນ​ເປັນ​ອາ​ຈານ​ຈຳ​ນວນ​ຫລວງ​ຫລາຍ ເພາະ​ພວກ​ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ເຮົາ​ທັງ​ຫລາຍ​ທີ່​ເປັນ​ຜູ້​ສອນ​ນັ້ນ ຈະ​ໄດ້​ຮັບ​ການ​ຊົງ​ພິ​ພາກ​ສາ​ຫນັກ​ຫນ່ວງກວ່າ​ຜູ້​ອື່ນ 2 ເພາະ​ວ່າ​ພວກ​ເຮົາ​ທຸກ​ຄົນ​ເຮັດ​ຜິດ​ພາດ​ຢູ່​ເລື້ອຍ ຖ້າ​ຜູ້​ໃດ​ບໍ່​ໄດ້​ເຮັດ​ຜິດ​ທາງວາ​ຈາ ຜູ້​ນັ້ນ​ແຫລະ​, ເປັນຄົນ​ສຳ​ເຣັດ​ແລ້ວ ແລະ​ສາ​ມາດ​ບັງ​ຄັບ​ທັງ​ຕົວ​ໄວ້​ໄດ້​ເຫມືອນ​ກັນ 3 ຖ້າ​ພວກ​ເຮົາ​ເອົາ​ບັງ​ຫຽນ​ໃສ່​ປາກ​ມ້າ​ເພື່ອ​ໃຫ້​ມັນ​ຟັງ​ຄວາມ ພວກ​ເຮົາ​ກໍ​ສາ​ມາດ​ບັງ​ຄັບ​ທັງ​ຕົວ​ມັນ​ໃຫ້​ຫັນ​ໄປ​ມາ 4 ເບິ່ງ​ແມ໋, ເຮືອ​ກໍ​ເຫມືອນ​ກັນ ເຖິງ​ແມ່ນ​ວ່າ​ເປັນ​ເຮືອ​ໃຫຍ່​ແລະ​ຖືກ​ລົມ​ແຮງ​ພັດ​ແລ່ນ​ໄປ ເຮືອ​ນັ້ນ​ກໍ​ຍັງ​ຫັນ​ໄປ​ມາ​ດ້ວຍ​ໄມ້​ໂທມ​ທ້າຍ​ອັນ​ນ້ອຍໆ​ຕາມ​ໃຈ​ປະ​ສົງ​ຂອງ​ນາຍ​ທ້າຍ 5 ລີ້ນກໍ​ເຫ​ມືອນ​ກັນ​ນັ້ນ​ແຫລະ, ເປັນ​ອະ​ວັຍ​ວະ​ນ້ອຍໆ​ແລະ​ເວົ້າ​ອວດ​ອ້າງ​ເຣື່ອງ​ໃຫຍ່ໆ ເບິ່ງ​ແມ໋, ໄຟ​ຫນ້ອຍ​ດຽວ​ສາ​ມາດ​ຈຸດ​ເຜົາ​ປ່າກວ້າງ​ເທົ່າ​ໃດ​ຫນໍ 6 ລີ້ນນັ້ນ​ກໍ​ເປັນ​ໄຟ ລີ້ນ​ຄື​ໂຣກ​ອັນ​ຊົ່ວ​ຮ້າຍ​ທີ່​ຕັ້ງ​ຢູ່​ລະ​ຫວ່າງ​ບັນ​ດາ​ອະ​ວັຍ​ວະ​ຂອງ​ພວກ​ເຮົາ ເປັນ​ເຫດ​ໃຫ້​ທັງ​ຕົວ​ຊົ່ວ​ມົວ​ຫມອງ​ໄປ ເປັນ​ເຊື້ອ​ໄຟ​ທີ່​ເຜົາ​ໄຫມ້​ວົງ​ກະ​ແສ​ແຫ່ງ​ຊີ​ວິດ ແລະ​ມັນ​ເອງ​ກໍ​ຕິດ​ໄຟ​ມາ​ຈາກ​ນະ​ຮົກ 7 ເພາະ​ວ່າ​ສັດ​ເດັຽ​ຣະ​ສານ​ທຸກ​ຊະນິດ ຄື​ສັດ​ປ່າ​ແລະ​ນົກ ທັງ​ສັດ​ເລືອ​ຄານ​ແລະ​ສັດ​ໃນ​ທະ​ເລ ເອົາ​ມາ​ຝຶກ​ແອບ​ໄດ້ ແລະ​ມະ​ນຸດ​ກໍ​ໄດ້​ບັງ​ຄັບ​ໃຫ້​ຟັງ​ຄວາມ​ແລ້ວ 8 ແຕ່​ລີ້ນ​ນັ້ນ​ບໍ່​ມີ​ມະ​ນຸດ​ຄົນ​ໃດ​ສາ​ມາດ​ຝຶກ​ແອບ​ໄດ້ ມັນ​ເປັນ​ສິ່ງ​ຊົ່ວ​ເຫລືອ​ຄວາມ​ບັງ​ຄັບ ແລະ​ເຕັມ​ໄປ​ດ້ວຍ​ພິດ​ຮ້າຍ​ທີ່​ເຮັດ​ໃຫ້​ຕາຍ 9 ພວກ​ເຮົາ​ໃຊ້​ລີ້ນ​ນັ້ນ​ສັຣເສີນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ພຣະ​ບິ​ດາ​ຂອງ​ເຮົາ​ທັງ​ຫລາຍ ດ້ວຍ​ລີ້ນ​ນັ້ນ​ແຫລະ, ພວກ​ເຮົາ​ຍັງ​ປ້ອຍ​ດ່າ​ມະ​ນຸດ​ທີ່​ພຣະ​ເຈົ້າ​ຊົງ​ສ້າງ​ໄວ້​ຕາມ​ຮູບ​ເງົາ​ຂອງ​ພຣະ​ອົງ 10 ຄຳ​ສັ​ຣ​ເສິນ​ແລະ​ຄຳ​ປ້ອຍ​ດ່າ​ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວ​ກັນ ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ບໍ່​ຄວນ​ໃຫ້​ການ​ແນວ​ນັ້ນ​ເກີດ​ມີ​ມາ 11 ບໍ່​ນ້ຳ​ພຸ​ຈະ​ໃຫ້​ນ້ຳ​ຫວານ​ແລະ​ນ້ຳ​ຂົມ​ພຸ່ງ​ອອກ​ມາ​ຈາກ​ຮູ​ດຽວ​ກັນ​ຫລື 12 ພີ່​ນ້ອງ​ທັ​ງ​ຫລາຍ​ຂອງ​ເຮົາ​ເອີຍ, ຕົ້ນ​ເດື່ອ​ເທດ​ຈະ​ເກິດ​ຜົນ​ເປັ​ນ​ຫມາກກອກ​ໄດ້​ຫລື ຫລື​ເຄືອ​ອະ​ງຸ່ນ​ຈະ​ເກີດ​ຜົນ​ເປັນ​ຫມາກ​ເດື່ອ​ເທດ​ໄດ້​ຫລື ດັ່ງ​ນັ້ນ​ແຫລະ, ນ້ຳ​ເຄັມ​ຈະ​ເປັນ​ນ້ຳ​ຈືດ​ບໍ່​ໄດ້

ປັນ​ຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ

13 ໃນ​ພວກ​ເຈົ້າ​ຜູ້​ໃດ​ມີ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ເຂົ້າ​ໃຈ ກໍ​ໃຫ້​ຜູ້​ນັ້ນ​ສະ​ແດງ​ການ​ປະ​ຕິ​ບັດ​ຂອງ​ຕົນ​ໂດຍ​ກິ​ຣິຍາອັນ​ດີ ມີ​ໃຈ​ອ່ອນ​ສຸ​ພາບ​ປະ​ກອບ​ດ້ວຍ​ປັນ​ຍາ 14 ແຕ່​ຖ້າພວ​ກ​ເຈົ້າ​ມີ​ໃຈ​ເຫິງສາ​ອັນ​ຂົມ​ຂື່ນ​ແລະ​ມັກ​ໃຫຍ່​ໄຝ່​ສູງ ກໍ​ຢ່າ​ໂອ້ອວດ ​ແລະ​ຢ່າ​ທໍ​ຣະ​ຍົດ​ຕໍ່​ຄວາມ​ຈິງ 15 ປັນ​ຍາ​ຢ່າງ​ນີ້ບໍ່​ໄດ້​ລົງ​ມາ​ຈາກ​ເບື້ອງ​ເທິງ ແຕ່​ເປັນ​ປັນ​ຍາ​ຢ່າງ​ໂລກ ເປັນ​ຢ່າງ​ທັມ​ມະ​ດາ​ມະ​ນຸດ​ແ​ລະ​ເຫມືອນ​ຢ່າງ​ຜີ​ຮ້າຍ 16 ເພາະ​ວ່າ​ທີ່​ໃດ​ມີ​ຄວາມ​ເຫິງ​ສາ​ແລະ​ຄວາມມັ​ກ​ໃຫຍ່​ໄຝ່​ສູງ ທີ່​ນັ້ນ​ກໍ​ວຸ້ນ​ວາຍ​ແລະ​ມີ​ການ​ເຮັດ​ຊົ່ວ​ຮ້າຍ​ທຸກ​ຢ່າງ 17 ແຕ່​ສະ​ຕິ​ປັນ​ຍາ​ທີ່​ມາ​ແຕ່​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ກໍ​ເປັນບໍ​ຣິ​ສຸດ​ແລ້ວ​ຈຶ່ງ​ປະ​ກອບ​ດ້ວຍ​ຄວາມ​ສ​ງົ​ບ​ສຸກ ສຸ​ພາບ ແລະ​ຍອມ​ຟັງ​ງ່າຍ ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ຫນ້າ​ຄົນ​ແລະ​ບໍ່​ຫນ້າ​ຊື່​ໃຈ​ຄົດ 18 ຜູ້​ສ້າງ​ສັນ​ຕິ​ສຸກ​ຫວ່ານ​ຢ່າງ​ສັນ​ຕິ ຈຶ່ງ​ໄດ້​ເກັບ​ກ່ຽວ​ຄວາມ​ຊອບ​ທັມ

ຢາໂກໂບ 4

ການ​ເປັນ​ມິດ​ກັບ​ໂລກ

1 ອັນ​ໃດ​ເປັນ​ສາ​ເຫດ​ການ​ຜິດ​ຖຽງ​ກັນ ແລະ​ອັນ​ໃດ​ເປັນ​ສາ​ເຫດ​ຂອງ​ການ​ທະ​ເລາະ​ວິ​ວາດກັນ​ໃນ​ພວກ​ເຈົ້າ ບໍ່​ແມ່ນ​ກິ​ເລດ​ຕັນ​ຫາຂອງ​ພວກ​ເຈົ້າ​ຫລື ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ຕໍ່​ສູ້ກັນ 2 ເຈົ້າ​ທັງ​ຫລາຍ​ຢາກ​ໄດ້​ແຕ່​ບໍ່​ໄດ້ ພວກ​ເຈົ້າ​ຂ້າ​ກັນ ພວກ​ເຈົ້າ​ເຫິງ​ສາ​ກັນ ແຕ່​ບໍ່​ສາ​ມາດ​ຈະ​ໄດ້ ພວກ​ເຈົ້າ​ຜິດ​ຖຽງ​ແລະ​ທະ​ເລາະ​ວິ​ວາດ​ກັນ ພວກ​ເຈົ້າ​ບໍ່​ມີ​ເພາະ​ບໍ່​ໄດ້​ຂໍ 3 ເຈົ້າ​ທັງ​ຫລາຍ​ຂໍ​ແລະ​ບໍ່​ໄດ້​ຮັບ​ເພາະ​ຂໍ​ຜິດ ເພື່ອ​ຈະ​ເອົາ​ໄປ​ໃຊ້​ຕາມ​ກິ​ເລດ​ຕັນ​ຫາ​ຂອງ​ຕົນ 4 ໂອ ຄົນ​ທີ່​ຫລິ້ນ​ຊູ້​ເຮີຍ, ພວກ​ເຈົ້າ​ບໍ່​ຮູ້​ຫລື​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ ເຫດ​ສັນ​ນັ້ນ​ຜູ້​ໃດ​ທີ່​ຢາກ​ເປັນ​ມິດ​ກັບ​ໂລກ ຜູ້​ນັ້ນ​ກໍ​ເປັນ​ສັດ​ຕຣູ​ຕໍ່​ພຣະ​ເຈົ້າ 5 ຫລື​ເຈົ້າ​ທັງ​ຫລາຍ​ຄຶດ​ວ່າ​ເປັນ​ການ​ເປົ່າໆ​ຫລື​ທີ່​ພຣະ​ຄັມ​ພີ​ກ່າວ​ວ່າ, “ວິນ​ຍານ​ທີ່​ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ຢູ່​ໃນ​ເຮົາ​ທັງ​ຫລາຍ​ກໍ​ປາ​ຖ​ນາ​ຢ່າງ​ແຮງ​ກ້າ” 6 ແຕ່​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ພຣະ​ຄຸນ​ເພີ້ມ​ຂຶ້ນ​ອີກ ເຫດ​ສັນ​ນັ້ນ​ພຣະ​ຄັມ​ພີ​ຈຶ່ງ​ກ່າວ​ວ່າ, “ພຣະ​ເຈົ້າ​ຊົງ​ຕໍ່​ສູ້​ຄົນ​ທີ່​ຈອງ​ຫອງ ແຕ່​ຊົງ​ປະ​ທານ​ພຣະ​ຄຸນ​ແກ່​ຄົນ​ທີ່​ຖ່ອມ​ໃຈ​ລົງ” 7 ເຫດ​ສັນ​ນັ້ນ​ເຈົ້າ​ທັງ​ຫລາຍ​ຈົ່ງ​ນ້ອມ​ໃຈ​ຍອມ​ຟັງ​ພຣະ​ເຈົ້າ ຈົ່ງ​ຕໍ່​ສູ້​ກັບ​ມານ​ແລະ​ມັນ​ຈະ​ຫນີ​ຈາກ​ພວກ​ເຈົ້າ​ໄປ 8 ເຈົ້າ​ທັງ​ຫ​ລາຍ​ຈົ່ງ​ເຂົ້າ​ໃກ້​ພຣະ​ເຈົ້າ ແລະ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃກ້​ພວກ​ເຈົ້າ ຄົນ​ບາບ​ທັງ​ຫລາຍ​ເອີຍ, ຈົ່ງ​ຊຳ​ຮະ​ມື​ໃຫ້​ສະ​ອາດ ແລະ​ຄົນ​ສອງ​ໃຈ​ຈົ່ງ​ຊຳ​ຮະ​ໃຈ​ຂອງ​ຕົນ​ໃຫ້​ບໍ​ຣິ​ສຸດ 9 ຈົ່ງ​ເປັນ​ທຸກ​ໂສກ​ເສົ້າ ຈົ່ງ​ຮ້ອງ​ໄຫ້​ແລະ​ຮ່ຳ​ໄຮ ໃຫ້​ການ​ຫົວ​ຂອງ​ຕົນ​ກັບ​ກາຍ​ເປັນ​ການ​ໂສກ​ເສົ້າ ແລະ​ໃຫ້​ຄວາມ​ຍິນ​ດີ​ກັບ​ກາຍ​ເປັນ​ຄວາມ​ເສົ້າ​ຫມ​ອງ 10 ເຈົ້າ​ທັງ​ຫລາຍ​ຈົ່ງ​ຖ່ອມ​ໃຈ​ລົງ​ຕໍ່​ພຣະ​ພັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ​ພຣະ​ອົງ​ຈະ​ຊົງ​ຍົກ​ຊູ​ພວກ​ເຈົ້າ​ຂຶ້ນ

ຢ່າ​ກ່າວ​ໂທດ​ໃສ່​ພີ່​ນ້ອງ

11 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຢ່າ​ເວົ້າ​ນິນ​ທາ​ເຊິ່ງກັນ​ແລະ​ກັນ ຜູ້​ທີ່​ເວົ້າ​ນິນ​ທາ​ພີ່​ນ້ອງຫລື​ກ່າວ​ໂທດ​ໃສ່​ພີ່​ນ້ອງ​ຂ​ອງ​ຕົນ ຜູ້​ນັ້ນ​ກໍ​ເວົ້າ​ນິນ​ທາຕໍ່​ພຣະ​ບັນ​ຍັດ​ແລະ​ກ່າວ​ໂທດ​ຕໍ່​ພຣະ​ບັນ​ຍັດ​ນັ້ນ ແຕ່​ຖ້າ​ເຈົ້າ​ກ່າວ​ໂທດ​ຕໍ່​ພຣະ​ບັນ​ຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຖື​ຮັກ​ສາ​ພຣະ​ບັນ​ຍັດ ແຕ່​ເປັນ​ຜູ້​ຕັດ​ສິນ​ພຣະ​ບັນ​ຍັດ 12 ມີ​ຜູ້​ຊົງ​ແຕ່ງ​ຕັ້ງ​ພຣະ​ບັນ​ຍັດ ແລະ​ຜູ້​ຊົງ​ພິ​ພາກ​ສາ​ພຽງ​ແຕ່​ອົງ​ດຽວ​ເທົ່າ​ນັ້ນ​ແຫລະ, ຄື​ພຣະ​ອົງ​ຜູ້​ຊົງ​ສາ​ມາດ​ໂຜດ​ໃຫ້​ພົ້ນ ແລະ​ຊົງ​ສາ​ມາດ​ບັນ​ດານ​ໃຫ້​ຈິບ​ຫາຍ​ໄປ​ໄດ້ ແຕ່​ຝ່າຍ​ເຈົ້າ, ເປັນ​ຜູ້​ໃດ​ທີ່​ຈະ​ກ່າວ​ໂທດ​ໃສ່​ເພື່ອນ​ບ້ານ​ຂອງ​ຕົນ

ການອວດ​ອ້າງ

13 ດັ່ງ​ນີ້​ແຫລະ, ເຈົ້າ​ທັງ​ຫລາຍ​ທີ່​ເຄີຍ​ເວົ້າ​ວ່າ, “ມື້​ນີ້​ຫລື​ມື້​ອື່ນ​ພວກ​ເຮົາ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ເມືອງ​ນີ້, ຈະ​ພັກ​ຢູ່​ທີ່​ນັ້ນ​ປີ​ນື່ງ, ແລະ​ຈະ​ຄ້າ​ຂາຍ​ເອົາ​ກຳ​ໄຣ” 14 ແຕ່​ພວກ​ເຈົ້າ​ບໍ່​ຮູ້​ເຣື່ອງ​ຂອງ​ມື້​ອື່ນ ວ່າ​ຊີ​ວິດ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ຢ່າງ​ໃດ ກໍ​ເປັນ​ເຫມືອນ​ນ້ຳ​ຫມອກ​ທີ່​ປາ​ກົດ​ຢູ່​ຊົ່ວ​ຄາວ ແລ້ວ​ກໍ​ຫາຍ​ໄປ 15 ແທນ​ທີ່​ຈະ​ເວົ້າ​ຢ່າງນັ້ນ ພວ​ກ​ເຈົ້າ​ຄວນ​ເວົ້າ​ວ່າ, “ຖ້າ​ພຣະ​ເຈົ້າ​ຊົງ​ເຫັນ​ຊອບ ພວກ​ເຮົາ​ຈະ​ມີ​ຊີ​ວິດ​ຢູ່​ແລະ​ຈະ​ເຮັດ​ສິ່ງ​ນີ້ຫລື​ສິ່ງ​ນັ້ນ” 16 ແຕ່​ວ່າ​ດຽວ​ນີ້ເຈົ້າ​ທັງ​ຫລາຍ​ໂອ້ອວດ​ດ້ວຍ​ຄວາມ​ຖື​ຕົວ ການ​ໂອ້ອວດ​ຢ່າງ​ນີ້ກໍ​ລ້ວນ​ເປັນ​ແຕ່​ຄວາມ​ຊົ່ວ 17 ເຫດ​ສັນ​ນີ້ຜູ້​ໃດ​ຮູ້​ວ່າ​ອັນ​ໃດ​ເປັນ​ການ​ດີ ແລະ​ບໍ່​ເຮັດ ຜູ້​ນັ້ນ​ຈຶ່ງ​ມີ​ບາບ

ຢາໂກໂບ 5

ຄຳ​ເຕືອນ​ຄົນ​ຮັ່ງ​ມີ

1 ນີ້ແຫລະ​, ເຈົ້າ​ທັງ​ຫລາຍ​ຜູ້​ຮັ່ງມີ​ເອີຍ ຈົ່ງ​ຮ້ອງ​ໄຫ້​ແລະ​ໂອຍ​ຄາງ ຍ້ອນ​ຄວາມ​ທຸກ​ລຳ​ບາກ​ທີ່​ຈະ​ມາ​ຖືກ​ພວກ​ເຈົ້າ 2 ຄວາມ​ສົມ​ບູນ​ຂອງ​ພວກ​ເຈົ້າ​ກໍ​ເສື່ອມ​ສູນ​ໄປ​ແລ້ວ ຄື​ເສື້ອ​ຜ້າ​ຂອງ​ພວກ​ເຈົ້າ​ແມງ​ກໍ​ກັດ​ກິນ​ແລ້ວ 3 ເງິນ​ຄຳ​ຂອງ​ພວກ​ເຈົ້າ​ກໍ​ເກີດ​ຂີ້ຫມ້ຽງ ແລະ​ຂີ້​ຫມ້ຽງ​ນັ້ນ​ຈະ​ເປັນ​ພ​ຍານ​ຫລັກ​ຖານ​ຕໍ່​ສູ້​ພວກ​ເຈົ້າ ຈະ​ເຜົາ​ຜານ​ເລືອດ​ເນື້ອ​ຂອງ​ພວກ​ເຈົ້າ​ເຫມືອນ​ໄຟ ພວກ​ເຈົ້າ​ໄດ້​ທ້ອນ​ໂຮມ​ຊັບ​ສົມ​ບັດ​ໄວ້​ສຳ​ລັບ​ວັນ​ສຸດ​ທ້າຍ 4 ເບິ່ງ​ແມ, ຄ່າ​ຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວ​ເຂົ້າໃນ​ນາ​ຂອງ​ພວກ​ເຈົ້າ​ຊຶ່ງ​ພວກ​ເຈົ້າ​ໄດ້​ສໍ້​ໂກງ​ໄວ້​ນັ້ນ​ກໍ​ຮ້ອງ​ຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງ​ທຸກ​ຂອງ​ຄົນ​ທີ່​ກ່ຽວ​ເຂົ້າ​ນັ້ນ​ໄດ້​ຊົງ​ຊາບ​ແລ້ວ ເຖິງ​ພຣະ​ກັນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ເປັນ​ຈອມ​ພົນ 5 ພວກ​ເຈົ້າ​ໄດ້​ລ້ຽງ​ຊີ​ວິດ​ຢູ່​ໃນ​ໂລກ​ຢ່າງ​ຟູມ​ເຟືອຍ​ແລະ​ສ​ນຸກ​ສ​ນານ ພວກ​ເຈົ້າ​ໄດ້​ບຳ​ຣຸງ​ຈິດ​ໃຈ​ເຫມືອນ​ລໍ​ຖ້າ​ວັນ​ປະ​ຫານ 6 ພວກ​ເຈົ້າ​ໄດ້​ຕັດ​ສິນ​ລົງ​ໂທດ​ແລະ​ໄດ້​ຂ້າ​ຄົນ​ຊອບ​ທັມ​ເສັຽ ເຂົາ​ກໍ​ບໍ່​ໄດ້​ຕໍ່​ສູ້​ພວກ​ເຈົ້າ

ຄວາມ​ອົດ​ທົນ​ແລະ​ການ​ອ້ອນວອນ

7 ເຫດ​ສັນ​ນັ້ນ​ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ມີ​ໃຈ​ອົດ​ທົນ​ຈົນ​ກວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ ຈົ່ງ​ເບິ່ງ, ຊາວ​ປູກ​ຝັງ​ທີ່​ລໍ​ຄອຍ​ຜົນ​ອັນ​ມີ​ຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນ​ດິນ ເຂົາ​ພຽນ​ຄອຍ​ຈົນ​ກວ່າ​ມີ​ຝົນ​ຕົ້ນ​ຣະ​ດູ​ແລະ​ຝົນ​ປາຍ​ຣະ​ດູ 8 ພວກ​ເຈົ້າ​ກໍ​ຈົ່ງ​ອົດ​ທົນ​ຢ່າງ​ນັ້ນ​ເຫມືອນ​ກັນ ຈົ່ງ​ຕັ້ງ​ອົກ​ຕັ້ງ​ໃຈ​ໃຫ້​ດີ ເພາະ​ໃກ້​ຈະ​ເຖິງ​ເວ​ລາ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ​ແລ້ວ 9 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຢ່າ​ຈົ່ມ​ຕໍ່​ກັນ​ແລະ​ກັນ​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖືກ​ພິ​ພາກ​ສາ ນີ້​ແຫລະ, ພຣະ​ອົງ​ຜູ້​ຊົງ​ພິ​ພາກ​ສາ​ຊົງ​ປະ​ທັບ​ຢືນ​ຢູ່​ທີ່​ປະ​ຕູ​ແລ້ວ 10 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ເອົາ​ແບບ​ຢ່າງ​ໃນ​ການ​ທົນ​ທຸກ​ແລະ​ຄວາມ​ພາກ​ພຽນ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ ຜູ້​ໄດ້​ກ່າວ​ຄວາມ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 11 ເບິ່ງ​ແມ໋, ພວກ​ເຮົາ​ຖື​ວ່າ​ຄົນ​ເຫລົ່າ​ນັ້ນ​ທີ່​ມີ​ຄວາມ​ຫມັ້ນ​ໃຈ​ກໍ​ເປັນ​ສຸກ ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ເຣື່ອງ​ຄວາມ​ຫມັ້ນ​ໃຈ​ຂອງ​ທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່​ສຸດ​ປາຍ​ນັ້ນ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດ​ຕາ​ກະ​ຣຸ​ນາ 12 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ທີ່​ສຳ​ຄັນ​ກວ່າ​ສິ່ງ​ອື່ນໆ​ທັງ​ຫມົດ​ກໍ​ຄື ຢ່າ​ສະ​ບົດ​ສາ​ບານ​ດ້ວຍ​ອ້າງ​ເຖິງ​ຟ້າ ຫລື​ດີນ ຫລື​ສີ່ງ​ອື່​ນໆ ແຕ່​ສີ່ງ​ໃດ​ແມ່ນ​ກໍ​ໃຫ້​ວ່າ​ແມ່ນ ສິ່ງ​ທີ່​ບໍ່​ແມ່ນ​ກໍ​ໃຫ້​ວ່າ​ບໍ່​ແມ່ນ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ຊົງ​ລົງ​ໂທດ 13 ມີ​ຜູ້​ໃດ​ໃນ​ພວກ​ເຈົ້າ​ທົນ​ທຸກ​ຫລື ຈົ່ງ​ໃຫ້​ຜູ້​ນັ້ນ​ອ້ອນວອນ ມີ​ຜູ້​ໃດ​ຊົມ​ຊື່ນ​ຍິນ​ດີ​ຫລື ໃຫ້​ຜູ້​ນັ້ນ​ຮ້ອງ​ເພງ​ສັ​ຣເສີນ 14 ມີ​ຜູ້​ໃດ​ເຈັບ​ໄຂ້​ໄດ້​ປ່ວຍ​ຫລື ຈົ່ງ​ໃຫ້​ຜູ້​ນັ້ນ​ເຊີນ​ບັນ​ດາ​ເຖົ້າ​ແກ່​ໃນ​ຄ​ຣິ​ສ​ຕະ​ຈັກ​ມາ​ອ້ອນວອນ​ສຳ​ລັບ​ຕົນ ແລະ​ເອົາ​ນ້ຳ​ມັນ​ທາ​ຜູ້​ນັ້ນ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 15 ຄຳ​ອ້ອນວອນ​ທີ່​ປະ​ກອບ​ດ້ວຍ​ຄວາມ​ເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ລອດ​ພົ້ນ ແລະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ຜູ້​ນັ້ນ​ລຸກ​ຂຶ້ນ​ດີ​ເປັນ​ປົກ​ກະ​ຕິ ແລະ​ຖ້າ​ຜູ້​ນັ້ນ​ໄດ້​ທຳ​ຜິດ​ເຣັດ​ບາບ ພຣະ​ອົງ​ກໍ​ຈະ​ຊົງ​ໂຜດ​ອະ​ພັຍ​ໃຫ້ 16 ເຫດ​ສັນ​ນັ້ນ​ເຈົ້າ​ທັງ​ຫ​ລາຍ​ຈົ່ງ​ສາ​ຣະ​ພາບ​ຜິດ​ຂອງ​ຕົນ​ຕໍ່​ກັນ​ແລະ​ກັນ ຈົ່ງ​ອ້ອນວອນ​ເພື່ອ​ກັນ​ແລະ​ກັນ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ດີ​ພ​ຍາດ ຄຳ​ອ້ອນວອນ​ຂອງ​ຜູ້​ຊອບ​ທັມ​ມີ​ຣິດ​ສັກ​ສິດ​ເຮັດ​ໃຫ້​ເກີດ​ຜົນ 17 ເອ​ລີ​ຢາ​ກໍ​ເປັນ​ມະ​ນຸດ​ທີ່ມີ​ສະ​ພາບ​ເຫມືອນ​ກັບ​ເຮົາ​ທັງ​ຫລາຍ ທ່ານໄດ້​ອ້​ອນວອນ​ດ້ວຍ​ໃຈ​ຮ້ອນ​ຮົນ​ທູນ​ຂໍ​ບໍ່​ໃຫ້​ຝົນ​ຕົກ ແລະ​ຝົນ​ກໍ​ບໍ່​ຕົກ​ມາ​ຍັງ​ແຜ່ນ​ດິນ​ເຖິງສາມ​ປີ​ກັບ​ຫົກ​ເດືອນ 18 ແລ້ວ​ທ່ານ​ກໍ​ໄດ້​ອ້ອນວອນ​ທູນ​ຂໍ​ອີກ ຟ້າ​ກໍ​ປະ​ທານ​ຝົນ​ໃຫ້ ແລະ​ແຜ່ນ​ດິນ​ກໍ​ໄດ້​ເກີດ​ຜົນ​ຕ່າງໆ 19 ພີ່​ນ້ອງ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ຖ້າ​ຄົນ​ໃດ​ໃນ​ພວກ​ເຈົ້າ​ຫລົງ​ຜິດ​ໄປ​ຈາກ​ຄວາມ​ຈິງ ຖ້າ​ຜູ້​ໃດ​ເຮັດ​ໃຫ້​ຄົນ​ນັ້ນ​ຕ່າວ​ຄື​ນ​ມາ​ອີກ 20 ຈົ່ງ​ຮູ້​ວ່າ​ຜູ້​ທີ່​ເຮັດ​ໃຫ້​ຄົນ​ບາບ​ຄົນ​ນຶ່ງຕ່າວ​ຄືນ​ມາ​ຈາກ​ທາງ​ຜິດ​ຂອງ​ຕົນ​ນັ້ນ ກໍ​ໄດ້​ຊ່ອຍ​ຈິດ​ວິນ​ຍານ​ຂອ​ງຄົນ​ນັ້ນ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ແລະ​ທັງ​ໃຫ້​ຄວາມ​ຜິດ​ບາບ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ຮັບ​ຄວາມອະ​ພັຍ

1 ເປໂຕ 1

1 ເປ​ໂຕ ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ ຮຽນ ພວກ​ທີ່​ຖືກ​ຊົງ​ເລືອກ​ໄວ້ ແລະ​ທີ່​ກະ​ຈັດ​ກະ​ຈາຍ​ໄປ​ເປັນ​ຜູ້​ພັກ​ເຊົາ​ໃນ​ແຂວງ​ປົນ​ໂຕ ແຂວງຄາ​ລາ​ເຕັຽ ແຂວງ​ກັປ​ປາ​ໂດ​ເກັຽ ແຂວງ​ອາ​ເຊັຽ ແລະ​ແຂວງ​ບິທີ​ເນັຽ 2 ຄື​ຜູ້​ທີ່​ພຣະ​ເຈົ້າ​ພຣະ​ບິ​ດາ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະ​ອົງ​ໄດ້​ຊົງ​ຮູ້​ລ່ວງ​ຫນ້າ​ໄວ້​ກ່ອນ ເພື່ອ​ພຣະ​ວິນ​ຍານ​ຈະ​ຊົງ​ຊຳ​ຮະ​ໃຫ້​ບໍ​ຣິ​ສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອ​ຟັງ​ພຣະ​ເຢ​ຊູ​ຄຣິດ ແລະ​ຈະ​ໃຫ້​ຮັບ​ການ​ຊິດ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ ຂໍ​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ​ຈົ່ງ​ບັງ​ເກີດ​ທະ​ວີ​ຄູນ​ແກ່​ທ່ານ​ທັງ​ຫລາຍ​ເທີນ

ຄວາມ​ຫ​ວັງ​ອັນ​ມີ​ຊີ​ວິດ​ຢູ່

3 ສາ​ທຸ​ການແດ່​ພຣະ​ເຈົ້າ​ພຣະ​ບິ​ດາ​ແຫ່ງ​ພຣະ​ເຢ​ຊູຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ ຜູ້​ໄດ້​ຊົງ​ພຣະ​ມະ​ຫາ​ກະ​ຣຸ​ນາ​ແກ່​ພວກ​ເຮົາ, ຊົງ​ໂຜດ​ໃຫ້​ພວກ​ເຮົາ​ບັງ​ເກີດ​ໃຫມ່ ເຂົ້າ​ສູ່​ຄວາມ​ຫວັງ​ໃຈ​ອັນ​ມີ​ຊີ​ວິດ​ຢູ່ ໂດຍ​ການ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ 4 ເພື່ອ​ໃຫ້ໄດ້​ຮັບ​ມໍ​ຣະ​ດົກ​ຊຶ່ງ​ບໍ່​ຮູ້​ເປື່ອຍ​ເນົ່າ, ບໍ່​ຖືກ​ຊົ່ວ​ມົວ​ຫມອງ, ແລະ​ຫ່ຽວ​ແຫ້ງ​ໄປ​ບໍ່​ໄດ້ ຊຶ່ງ​ໄດ້​ຮັກ​ສາ​ໄວ້​ໃນ​ມະ​ຫາ​ສວັນ​ເພື່ອ​ທ່ານ​ທັງ​ຫລາຍ 5 ຊຶ່ງ​ເປັນ​ຜູ້​ທີ່​ຣິດ​ເດດ​ຂອງ​ພຣະ​ເຈົ້າ​ຊົງ​ເຝົ້າ​ຮັກ​ສາ​ໄວ້​ດ້ວຍ​ຄວາມ​ເຊື່ອ ຈົ​ນ​ໄດ້​ເຖິງ​ຄວາມພົ້ນ​ຊຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ປາ​ກົດ​ໃນ​ເວ​ລາສຸດ​ທ້າຍ 6 ໃນ​ສິ່ງ​ນີ້​ແຫລະ, ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ຫລາຍ ເຖິງ​ແມ່ນ​ວ່າ​ດຽວ​ນີ້ຈຳ​ເປັນ​ທີ່​ພວກ​ທ່ານ​ຈະ​ຕ້ອງ​ທົນ​ຄວາມ​ທຸກ​ໂສກ ດ້ວຍ​ການ​ຖືກ​ທົດ​ລອງ​ຕ່າງໆ​ໃນ​ຊົ່ວ​ເວ​ລາ​ນຶ່ງ 7 ເຖິງ​ແມ່ນ​ວ່າ​ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມ​ເຊື່ອ​ທີ່​ຖືກ​ລອງ​ກໍ​ປະ​ເສີດກວ່າ​ຄຳ​ທີ່​ຍ່ອມ​ຮູ້​ສູນ​ຫາຍ​ໄປ ດັ່ງ​ນັ້ນ ການ​ທົດ​ລອງ​ຕ່າງໆ​ກໍ​ເກີດ​ຂຶ້ນ​ເພື່ອ​ໃຫ້​ຄວາມ​ເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາ​ກົດ​ວ່າ​ຄວນ​ຮັບ​ຄວາມ​ສັຣ​ເສີນ, ສະ​ງ່າ​ຣາ​ສິ, ແລະ​ກຽດ​ຕິ​ຍົ​ດ ໃນ​ເວ​ລາ​ທີ່​ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ປາ​ກົດ 8 ພຣະ​ອົງ​ຜູ້​ທີ່​ທ່ານ​ຍັງ​ບໍ່​ໄດ້​ເຫັນ​ ແຕ່​ພວກ​ທ່ານ​ກໍ​ຍັງ​ຮັກ​ພຣະ​ອົງ​ຢູ່ ເຖິງ​ແມ່ນ​ວ່າ​ຂ​ນະ​ທີ່​ພວກ​ທ່ານ​ບໍ່​ເຫັນ​ພຣະ​ອົງ ແຕ່​ຍັງ​ເຊື່ອ​ແລະ​ຊື່ນ​ຊົມ​ຍິນ​ດີ​ດ້ວຍ​ຄວາມ​ຍິນ​ດີ​ອັນ​ຮຸ່ງ​ເຮືອງ​ຊຶ່ງ​ເຫລືອ​ທີ່​ຈະ​ອະ​ທິ​ບາຍ​ໄດ້ 9 ແລ້​ວທ່ານ​ທັງ​ຫລາຍ​ຈຶ່ງ​ໄດ້​ຮັບ​ຕາມ​ຈຸດ​ປະ​ສົງ​ແຫ່ງ​ຄວາ​ມ​ເຊື່ອ​ຂອງ​ພວກ​ທ່ານ ຄື​ວິນ​ຍານ​ຈິດ​ຂອງ​ພວກ​ທ່ານ​ຈະ​ໄດ້​ລອດ​ພົ້ນ 10 ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ​ຜູ້​ໄດ້​ທຳ​ນ​ວາຍ​ເຖິງ​ພຣະ​ຄຸນ ຊຶ່ງ​ຈະ​ບັງ​ເກີດ​ແກ່​ທ່ານ​ທັງ​ຫລາຍ​ກໍ​ຄົ້ນ​ຄວ້າ ແລະ​ສືບ​ຖາມ​ຫາ​ຢ່າງ​ຖ້ວນ​ຖີ່​ກ່ຽວ​ກັບ​ເຣື່ອງ​ຄວາມພົ້ນ​ນີ້ 11 ເຂົາ​ໄດ້​ສືບ​ຄົ້ນຫາ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດຜູ້​ຊົງ​ສະ​ຖິດ​ຢູ່​ໃນ​ເຂົາ ໄດ້​ຊົງ​ບົ່ງ​ໄວ້​ເຖິງ​ຄາ​ວ​ໃດ ແລະ​ເວ​ລາ​ຢ່າງ​ໃດ ເມື່ອ​ພຣະ​ອົງ​ຊົງ​ທຳ​ນ​ວາຍ​ໄວ້​ເຖິງ​ຄວາມ​ທຸກ​ທໍ​ຣະ​ມານ​ຂອງ​ພຣະ​ຄຣິດ ແລະ​ເຖິງ​ສະ​ງ່າ​ຣາ​ສີ​ທີ່​ຈະ​ມາພາຍ​ຫລັງ​ຄວາມ​ທຸກ​ທໍ​ຣະ​ມານ​ນັ້ນ 12 ກໍ​ຊົງ​ສະ​ແດງ​ໃຫ້​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ນັ້ນ​ຊາບ​ວ່າ ທີ່​ເຂົາເຫລົ່າ​ນັ້ນ​ໄດ້​ປະ​ຕິ​ບັດ​ໃນ​ເຫດ​ການ​ທັງ​ປວງ​ນັ້ນ​ ບໍ່​ແມ່ນ​ສຳ​ລັບ​ເຂົາ​ເອງ​ແຕ່​ສຳ​ລັບ​ທ່ານ​ທັງ​ຫລາຍ ບັດ​ນີ້ ຄົນ​ເຫລົ່າ​ນັ້ນທີ່​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ທ່ານ​ທັງ​ຫລາຍ ໄດ້​ກ່າວ​ສິ່ງ​ເຫລົ່າ​ນັ້ນ​ແກ່​ພວກ​ທ່ານ​ແລ້ວ ໂດຍ​ພຣະ​ວິນ​ຍານ​ບໍ​ຣິສຸດ​ຜູ້​ຊົງ​ຮັບ​ໃຊ້​ມາ​ຈາກ​ສວັນ ເຫດ​ການ​ເຫລົ່າ​ນີ້ເປັນ​ສິ່ງ​ຊຶ່ງ​ພວກ​ເທວະ​ດາ​ປາ​ຖ​ນາ​ຈະ​ພິ​ຈາ​ຣະ​ນາ​ເບິ່ງ

ຊົງ​ບັນ​ຊາ​ໃຫ້​ດຳ​ເນີນ​ຊີ​ວິດ​ຢ່າງ​ບໍ​ຣິ​ສຸດ

13 ເຫດ​ສັນນັ້ນ ຈົ່ງ​ຕຽມ​ຕົວ​ຕຽມ​ໃຈ​ຂອງ​ພວກ​ທ່ານ​ໃຫ້​ດີ ຈົ່ງ​ມີ​ສະ​ຕິ​ລະ​ວັງ​ຕົວ ແລະ​ຈົ່ງ​ຕັ້ງຄວາມ​ຫວັງ​ໃຫ້​ເຕັມ​ບໍ​ຣິ​ບູນ​ໃນ​ພຣະ​ຄຸນ ຄື​ພຣະ​ຄຸນ​ຊຶ່ງ​ຈະ​ຊົງ​ໂຜດ​ປະ​ທານແດ່​ພວກ​ທ່ານ ເມື່ອ​ພຣະ​ເຢ​ຊູ​ຈະ​ສະ​ເດັດ​ມາ​ປາ​ກົດ 14 ໂດຍ​ທີ່​ພວກ​ທ່ານ​ເປັນ​ລູກ​ທີ່​ຟັງ​ຄວາມ ຢ່າ​ໄດ້​ດຳ​ເນີນ​ຊີ​ວິດ​ຕາມ​ກິ​ເລດ​ຕັນ​ຫາ​ແບບ​ເກົ່າ ຢ່າງ​ເມື່ອ​ພວກ​ທ່ານ​ຍັງ​ໂງ່​ຢູ່ 15 ແຕ່​ເພາະ​ພຣະ​ອົງຜູ້​ຊົງ​ເອີ້ນ​ທ່ານ​ທັງ​ຫລາຍ​ນັ້ນ​ບໍ​ຣິ​ສຸດ ຝ່າຍ​ພວກ​ທ່ານ​ຈົ່ງ​ກາຍ​ເປັນ​ຜູ້​ບໍ​ຣິ​ສຸດ​ໃນ​ກິ​ຣິ​ຍາ​ວາ​ຈາ​ທຸກ​ປະ​ການ​ເຫມືອນ​ກັນ 16 ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຈົ້າ​ທັງ​ຫລາຍ​ຈົ່ງ​ເປັນ​ບໍ​ຣິ​ສຸດ ເພາະ​ຝ່າຍ​ເຮົາ​ບໍ​ຣິ​ສຸດ” 17 ແລະ​ຖ້າ​ພວກ​ທ່ານ​ອ້ອນວອນ​ທູນ​ຂໍ​ຕໍ່​ພຣະ​ອົງ ຜູ້​ຊົງ​ພິ​ພາກ​ສາ​ທຸກ​ຄົນ​ຕາມ​ກິ​ຈ​ການ​ຂອງ​ເຂົາ​ໂດຍ​ບໍ່​ເລືອກ​ຫນ້າ​ຜູ້​ໃດ ເຖິງ​ແມ່ນ​ວ່າ​ພວກ​ທ່ານ​ເອີ້ນ​ພຣະ​ອົງ​ວ່າ “ພຣະ​ບິ​ດາ” ກໍ​ຕາມ ຈົ່ງ​ປະ​ຕິ​ບັດ​ໄປ​ດ້ວຍ​ຄວາມ​ຢຳ​ເກງ​ຕລອດ​ເວ​ລາ​ທີ່​ພວກ​ທ່ານ​ອາ​ໄສ​ຢູ່​ໃນ​ໂລກ​ນີ້ 18 ທ່ານ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ ພຣະ​ອົງ​ຊົງໄຖ່​ພວກ​ທ່ານ​ອອກ​ຈາກ​ການ​ດຳ​ເນີນ​ຊີ​ວິດ​ອັນ​ບໍ່​ມີ​ປ​ໂຍດ ຊຶ່ງ​ພວກ​ທ່ານ​ໄດ້​ຮັບ​ຕໍ່​ຈາກ​ບັນ​ພະ​ບຸ​ຣຸດ​ຂອງ​ພວກ​ທ່ານ ບໍ່​ແມ່ນ​ໄຖ່​ໄວ້​ດ້ວຍ​ສິ່ງ​ຂອງ​ທີ່​ເສື່ອມ​ສູນ​ໄປ ຄື​ເງິນ​ແລະ​ຄຳ 19 ແຕ່​ຊົງ​ໄຖ່​ດ້ວຍ​ພຣະ​ໂລ​ຫີດ​ອັນ​ຊົງ​ມີ​ຄ່າ​ຂອງ​ພຣະ​ຄຣິດ ເຫມືອນ​ດັ່ງ​ເລືອດ​ລູກ​ແກະ​ທີ່​ບໍ່​ມີ​ຕຳ​ຫນິ​ຫລື​ຮອຍ​ດ່າງ 20 ພຣະ​ເຈົ້າ​ໄດ້​ຊົງ​ກຳ​ນົດ​ພຣະ​ຄຣິດ​ນັ້ນ​ໄວ້​ກ່ອນ​ຊົງ​ສ້າງ​ໂລກ ແຕ່​ໄດ້​ຊົງ​ໃຫ້​ພຣະ​ອົງ​ປາ​ກົດ​ໃນ​ເວ​ລາ​ສຸດ​ທ້າຍ​ນີ້ເພື່ອ​ທ່ານ​ທັງ​ຫລາຍ 21 ເພາະ​ດ້ວຍ​ພຣະ​ຄຣິດ​ນັ້ນ ພວກ​ທ່ານ​ຈຶ່ງວາງ​ໃຈ​ເຊື່ອ​ໃນ​ພຣະ​ເຈົ້າ, ຜູ້​ຊົງ​ບັນ​ດານ​ໃຫ້​ພຣະ​ຄຣິດ​ເປັນ​ຄືນ​ມາ​ຈາກ​ຕາຍ, ແລະ​ຊົງ​ປະ​ທານ​ສະ​ງ່າ​ຣາ​ສີ​ໃຫ້​ແກ່​ພຣະ​ອົງ ຈົນ​ກວ່າ​ຄວາມ​ເຊື່ອ​ແລະ​ຄວາມ​ຫວັງ​ໃຈ​ຂອງ​ພວກ​ທ່ານ​ຈຶ່ງ​ຕັ້ງ​ຢູ່​ໃນ​ພຣະ​ເຈົ້າ 22 ທີ່​ທ່ານ​ທັງ​ຫລາຍໄດ້​ຊຳ​ຮະ​ຈິດ​ໃຈ​ຂອງ​ຕົນ​ໃຫ້​ບໍ​ຣິ​ສຸດ​ດ້ວຍ​ຄວາມ​ເຊື່ອ​ຟັງ​ຄວາມ​ຈິງ ຈົນ​ມີ​ຄວາມ​ຮັກ​ພວກ​ພີ່​ນ້ອງ​ຢ່າງ​ຈິງ​ໃຈ, ພວກ​ທ່ານ​ຈົ່ງ​ຮັກ​ເຊິ່ງ​ກັນ​ແລະ​ກັນ​ດ້ວຍ​ເຕັມ​ໃຈ 23 ດ້ວຍ​ວ່າ​ທ່ານ​ທັງ​ຫລາຍ​ໄດ້​ເກີດ​ໃຫມ່​ແລ້ວ ບໍ່​ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍ​ເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປື່ອຍ​ເນົ່າ ຄື​ເກີດ​ຈາກ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ອັນ​ຊົງ​ຊີ​ວິດ​ແລະ​ຕັ້ງ​ຫມັ້ນ​ຄົງ 24 ເພາະ​ວ່າ, “ບັນ​ດາ​ມະ​ນຸດ​ທັງ​ຫມົດ​ເປັນ​ເຫມືອນ​ຕົ້ນ​ຫຍ້າ ແລະ​ບັນ​ດາ​ສະ​ງ່າ​ຣາ​ສີ​ຂອງ​ເຂົາ​ກໍ​ເປັນ​ເຫມືອນດອກ​ຫຍ້າ ຕົ້ນ​ຫຍ້າ​ກໍ​ຫ່ຽວ​ແຫ້ງ​ໄປ ແລະ​ດອກ​ມັນ​ກໍ​ລ່ວງ​ຫລົ່ນ​ໄປ 25 ແຕ່​ພຣະ​ທັມ​ຂອງອົງ​ພຣະ​ຜູ້​ເປັນ​ເຈົ້າ​ຕັ້ງ​ຫມັ້ນ​ຄົງ​ຢູ່​ເປັນ​ນິດ”​ ພຣະ​ທັມ​ນັ້ນ​ຄື​ຂ່າວ​ປະ​ເສີດ​ທີ່​ໄດ້​ປະ​ກາດ​ໃຫ້​ພວກ​ທ່ານ​ຊາບ​ແລ້ວ

1 ເປໂຕ 2

ສີລາ​ທີ່​ຊົງ​ຊີ​ວິດ ແລະ​ຊົນ​ຊາດ​ບໍ​ຣິ​ສຸດ

1 ເຫດ​ສັນ​ນັ້ນ ທ່ານ​ທັງ​ຫລາຍ​ຈົ່ງ​ລະ​ຖິ້ມ​ຄວາມ​ຄຶດ​ຮ້າຍ​ທັງ​ປວງ ກົນ​ອຸ​ບາຍ​ທຸກ​ຢ່າງ ການ​ຫນ້າ​ຊື່​ໃຈ​ຄົດ ຄວາມ​ອິດ​ສາ ແລະ​ຄຳ​ເວົ້າ​ນິນ​ທາ​ທັງ​ຫມົດ 2 ເຫມືອນ​ເດັກ​ນ້ອຍໆ​ທີ່​ເກີດ​ໃຫມ່ ຈົ່ງ​ຮ້ອນ​ໃຈ​ປາ​ຖ​ນາ​ນ້ຳ​ນົມ​ອັນ​ບໍ​ຣິ​ສຸດ​ຝ່າຍ​ວິນ​ຍານ ເພື່ອ​ດ້ວຍ​ນ້ຳ​ນົມ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ຈະ​ເຣີນ​ຂຶ້ນ​ເຖິງ​ຄວາມ​ພົ້ນ 3 ເພາະ​ພວກ​ທ່ານ​ໄດ້​ຊິມ​ຣົດ​ຮູ້​ແລ້ວ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ປະ​ກອບ​ດ້ວຍ​ພຣະ​ກະ​ຣຸ​ນາ​ຄຸນ 4 ຈົ່ງມາ​ຫາ​ພຣະ​ອົງ​ຜູ້​ຊົງ​ເປັນ​ພຣະ​ສີລາ​ທີ່​ຊົງ​ຊີ​ວິດ ຊຶ່ງ​ຝ່າຍ​ມະ​ນຸດ​ໄດ້​ປະ​ຖິ້ມ​ເສັຽ ແຕ່​ຝ່າຍ​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້ ແລະ​ຊົງ​ຖື​ວ່າ​ມີ​ຄ່າ 5 ທ່ານ​ທັງ​ຫລາຍ​ກໍ​ເປັນ​ເຫມືອນ​ຫີນ​ທີ່​ມີ​ຊີ​ວິດ​ຢູ່ ພວກ​ທ່ານ​ຈົ່ງ​ຍອມ​ໃຫ້​ພຣະ​ເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ພຣະ​ວິ​ຫານ​ຝ່າຍ​ວິນ​ຍານ, ເປັນ​ປະ​ໂຣ​ຫິດ​ບໍ​ຣິ​ສຸດ​ເພື່ອ​ຖວາຍ​ເຄື່ອງ​ບູ​ຊາ​ຝ່າຍ​ວິນ​ຍານ ຊຶ່ງ​ຊອບ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ 6 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄັມ​ພີ​ແລ້ວ​ວ່າ, “ເບິ່ງ​ແມ໋, ເຮົາ​ວາງ​ຫີນ​ກ້ອນ​ນຶ່ງ​ລົງ​ໃນ​ເມືອງ​ຊີ​ໂອນ ເປັນ​ຫີນ​ເສົກ​ເອກ​ທີ່​ເລືອກ​ໄວ້​ແລ້ວ ແລະ​ເປັນ​ຫີນ​ທີ່​ມີ​ຄ່າ​ອັນ​ປະ​ເສີດ ຜູ້​ທີ່​ວາງ​ໃຈ​ໃນ​ຫີນ​ນັ້ນ​ກໍ​ຈະ​ບໍ່​ໄດ້​ຮັບ​ຄວາ​ມອັບ​ອາຍ​ຈັກ​ເທື່ອ” 7 ຄ່າ​ປະ​ເສີດ​ນັ້ນ​ມີ​ສຳ​ລັບ​ທ່ານ​ທັງ​ຫລາຍ​ທີ່​ວາງ​ໃຈ​ເຊື່ອ ແຕ່​ສຳ​ລັບ​ຄົນ​ທັງ​ຫລາຍ​ທີ່​ບໍ່​ເຊື່ອ​ນັ້ນ, “ຫີນ​ທີ່​ຊ່າງ​ກໍ່​ຖິ້ມ​ເສັຽ​ແລ້ວ ຫີນ​ນັ້ນ​ແຫລະ, ໄດ້​ກັບ​ກາຍ​ເປັນ​ຫີນ​ເສົກ​ເອກ” 8 ແລະ, “ເປັນ​ຫິນ​ທີ່​ເຮັດ​ໃຫ້​ຕຳ​ສະ​ດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ສະ​ດຸດ​ລົ້ມ” ທີ່​ເຂົາ​ສະ​ດຸດ​ນັ້ນ​ກໍ​ເພາະ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ທັມ ເຂົາ​ກໍ​ຖືກ​ຊົງ​ກຳ​ນົດ​ໄວ້​ສຳ​ລັບ​ການ​ນີ້ແຫລະ, 9 ແຕ່​ຝ່າຍ​ທ່ານ​ທັງ​ຫລາຍ​ເປັນ​ຊາດ​ທີ່​ພຣະ​ເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະ​ໂຣ​ຫິດ​ຫລວງ ເປັນ​ປະ​ຊາ​ຊາດ​ບໍ​ຣິ​ສຸດ ເປັນ​ພົລ​ເມືອງ​ຂອງ​ພຣະ​ເຈົ້າ​ເອງ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ປະ​ກາດ​ພຣະ​ບາ​ຣະ​ມີ​ຂອງ​ພຣະ​ອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກ​ທ່ານ​ໃຫ້​ອອກ​ມາ​ຈາກ​ຄວາມ​ມືດ ເຂົ້າ​ໄປ​ສູ່​ຄວາມ​ສວ່າງ​ອັນ​ມະ​ຫັ​ສ​ຈັນ​ຂອງ​ພຣະ​ອົງ 10 ຄື​ເມື່ອ​ກ່ອນ​ນັ້ນ​ທ່ານ​ທັງ​ຫລາຍ​ບໍ່​ມີ​ຊາດ ແຕ່​ບັດ​ນີ້ເປັນ​ພົ​ລ​ເມືອງ​ຂອງ​ພຣະ​ເຈົ້າ ເມື່ອ​ກ່ອນ​ພວກ​ທ່ານ​ບໍ່​ໄດ້​ຮັບ​ພຣະ​ກະ​ຣຸ​ນາ ແຕ່​ບັດ​ນີ້​ພວກ​ທ່ານ​ໄດ້​ຮັບພຣະ​ກະ​ຣຸ​ນາ​ແລ້ວ

ດຳ​ເນີ​ນຊີ​ວິດ​ເຫມືອນ​ເປັນ​ຂ້ອຍ​ຂ້າ​ຂອງ​ ພຣະ​ເຈົ້າ

11 ທ່ານ​ທີ່​ຮັກ​ທັງ​ຫລາຍ​ເອີຍ, ຂ້າ​ພະ​ເຈົ້າ​ຂໍ​ເຕືອນ​ສະ​ຕິ​ພວກ​ທ່ານ​ ເຫມືອນ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ທ່ອງ​ທ່ຽວ​ໃນ​ໂລກ​ນີ້ ໃຫ້​ງົດ​ເວັ້ນ​ຈາກ​ຕັນ​ຫາ​ແນວ​ມະ​ນຸດ ຊຶ່ງ​ທຳ​ເສິກ​ຕໍ່​ສູ້​ຈິດ​ວິນ​ຍານ 12 ຈົ່ງ​ດຳ​ເນີນ​ຊີ​ວິດ​ອັນ​ດີຖ້າມ​ກາງ​ຄົນ​ຕ່າງ​ຊາດ ເພື່ອ​ໃນ​ກໍ​ຣະ​ນີ​ທີ່​ເຂົາ​ຕິ​ຕຽນ​ນິນ​ທາ​ພວກ​ທ່ານ​ວ່າ​ເປັນ​ຄົນ​ເຮັດ​ຊົ່ວ​ນັ້ນ ເຂົາ​ກໍ​ຈະ​ສັຣເສີນ​ພຣະ​ເຈົ້າ​ໃນ​ວັນ​ທີ​ພຣະ​ອົງ​ສະ​ເດັດ​ມາ ເພາະ​ເຂົາ​ໄດ້​ແລ​ເຫັນ​ການ​ດີ​ທີ່​ພວກ​ທ່ານ​ປະ​ຕິ​ບັດ​ນັ້ນ 13 ເພາະ​ເຫັນ​ແກ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ທ່ານ​ທັງ​ຫລາຍ​ຈົ່ງ​ຍອມຢູ່​ໃຕ້​ຂໍ້​ບັງ​ຄັບ​ທີ່​ມະ​ນຸດ​ຕັ້ງ​ໄວ້​ທຸກ​ຢ່າງ ບໍ່​ວ່າ​ຜູ້​ນັ້ນ​ຈະ​ເປັນ​ມະ​ຫາ​ກະ​ສັດ​ຜູ້​ສູງ​ສຸດ 14 ຫລື​ຈະ​ເປັນ​ຜູ້​ປົກ​ຄອງ​ທີ່​ໄດ້​ຮັບ​ສັ່ງ​ຈາກ​ພຣະ​ມະ​ຫາກະ​ສັດ​ນັ້ນ ໃຫ້​ລົງ​ໂທດ​ຜູ້​ທີ່​ເຣັດ​ຊົ່ວ​ແລະ​ຍົກ​ຍ້ອງ​ຜູ້​ທີ່​ເຮັດ​ດີ 15 ເພາະ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ເປັນ​ດັ່ງ​ນີ້ແຫ​ລະ, ຄື​ດ້ວຍ​ເຮັດ​ການ​ດີ ດັ່ງ​ນັ້ນ ພວກ​ທ່ານ​ຈະ​ໄດ້​ລະ​ງັບ​ຄວາມ​ໂງ່​ຂອງ​ຄົນ​ທີ່​ບໍ່​ມີ​ສະ​ຕິ​ໃຫ້​ມິດ​ເສັຽ 16 ຈົ່ງ​ດຳ​ເນີນ​ຊີ​ວິດ​ຢ່າງຄົນ​ມີ​ເສ​ຣິ​ພາບ ແຕ່​ຢ່າ​ໃຊ້ເສ​ຣິ​ພາບ​ນັ້ນ​ເປັນ​ຂໍ້​ອ້າງ​ເພື່ອ​ເຮັດ​ຄວາມ​ຊົ່ວ ແຕ່​ຈົ່ງ​ດຳ​ເນີນ​ຊີ​ວິດ​ເຫມືອນ​ເປັນ​ຂ້ອຍ​ຂ້າ​ຂອງ​ພຣະ​ເຈົ້າ 17 ຈົ່ງ​ໃຫ້​ກຽດ​ແກ່​ທຸກ​ຄົນ ຈົ່ງ​ຮັກ​ບັນ​ດາ​ພີ່​ນ້ອງ ຈົ່ງ​ຢຳ​ເກງ​ພຣະ​ເຈົ້າ ແລະ​ຈົ່ງ​ຖວາຍ​ກຽດ​ແດ່​ມະ​ຫາ​ກະ​ສັດ

ພຣະເຢຊູຊົງທົນທຸກທໍຣະມານເປັນຕົວຢ່າງ

18 ທ່ານ​ທັງ​ຫລາຍທີ່​ເປັນ​ຜູ້​ຮັບ​ໃຊ້​ເອີຍ, ຈົ່ງ​ຍອມ​ຟັງ​ນາຍ​ຂອງ​ຕົນ​ດ້ວຍ​ຄວາມ​ເຄົາ​ຣົບ​ທຸກຢ່າງ ບໍ່​ແມ່ນ​ແຕ່​ນາຍ​ທີ່​ເປັນ​ຄົນ​ໃຈ​ດີ​ສຸ​ພາບ​ເທົ່າ​ນັ້ນ ແຕ່​ທັງ​ນາຍ​ທີ່​ໂຫດ​ຮ້າຍ​ເຫມືອນ​ກັນ 19 ຖ້າ​ຜູ້​ໃດ​ຍອມ​ຮັບ​ຄວາມ​ທຸກ​ທໍ​ຣະ​ມານ​ອັນ​ບໍ່​ເປັນ​ທັມ​ເພາະ​ເຫັນ​ແກ່​ພຣະ​ເຈົ້າ ນັ້ນ​ແຫລະ​, ເປັນ​ການ​ຊອບ 20 ເພາະ​ຖ້າ​ພວກ​ທ່ານ​ເຮັດ​ການ​ຊົ່ວ ແລະ​ອົດ​ທົນ​ເອົາ​ການ​ຂ້ຽນ​ຕີ​ເພາະ​ເຮັດ​ຊົ່ວ ຈະ​ເປັນ​ການ​ດີ​ການ​ຊອບ​ຢ່າງ​ດຽວ ແຕ່​ຖ້າ​ພ​ວກ​ທ່ານ​ເຮັດ​ການ​ດີ​ແລະ​ອົດ​ທົນ​ເອົາ​ຄວາມ​ທຸກ​ທໍ​ຣະ​ມານ​ເພາະ​ການ​ດີ​ນັ້ນ ດັ່ງ​ນັ້ນ​ແຫລະ, ເປັນ​ການ​ຊອບ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 21 ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ເອີ້ນ​ພວກ​ທ່ານ​ໄວ້​ສຳ​ລັບ​ການ​ນີ້ແຫລະ, ເພາະ​ພຣະ​ຄຣິດ​ກໍ​ໄດ້​ຊົງ​ທົນ​ທຸກ​ທໍ​ຣະ​ມານ​ແທນ​ທ່ານ​ທັງ​ຫລາຍ​ເຫມືອນ​ກັນ ໂດຍ​ໃຫ້​ເປັນ​ແບບ​ຢ່າງ​ແກ່​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຕິດ​ຕາມ​ຮອຍ​ພຣະ​ບາດ​ຂອງ​ພຣະ​ອົງ 22 “ພຣະ​ອົງ​ບໍ່​ໄດ້​ຊົງ​ເຣັດ​ບາບ​ຈັກ​ປະ​ການ ແລະ​ຄຳ​ອຸ​ບາຍ​ໃນ​ພຣະ​ໂອດ​ຂອງ​ພຣະ​ອົງ​ກໍ​ຊອກ​ບໍ່​ພົ​ບ” 23 ເມື່ອ​ເຂົາ​ກ່າວຄຳ​ຫຍາບ​ຊ້າ​ຕໍ່​ພຣະ​ອົງ ພຣະ​ອົງ​ກໍບໍ່​ໄດ້​ຊົງ​ກ່າວ​ຄຳ​ຫຍາບ​ຊ້າ​ຕອບ ເມື່ອ​ພຣະ​ອົງ​ຊົງ​ທົນ​ທຸກ​ທໍຣະ​ມານ ພຣະ​ອົງ​ກໍ​ບໍ່​ໄດ້​ຊົງ​ຂູ່​ເຂັນ ແຕ່​ຊົງ​ມອບ​ເຣື່ອງ​ຂອງ​ພຣະ​ອົງ​ໄວ້​ກັບ​ພຣະ​ເຈົ້າ ຜູ້ຊົງ​ພິ​ພາກ​ສາ​ຢ່າງ​ຍຸດ​ຕິ​ທັມ 24 ໃນ​ພຣະ​ກາຍ​ຂອງ​ພຣະ​ອົງ​ເອງ ພຣະ​ອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກ​ເຮົາ​ໄປ​ເຖິງ​ຕົ້ນ​ໄມ້​ນັ້ນ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຕາຍເສັຽ ຝ່າຍ​ການ​ບາບ ແລະ​ມີ​ຊີ​ວິດ​ຝ່າຍ​ຄວາມ​ຊອບ​ທັມ ດ້ວຍ​ບາດ​ແຜ​ຂອງ​ພຣະ​ອົງ ທ່ານ​ທັງ​ຫລາຍ​ກໍ​ດີ​ປົ​ກ​ກະ​ຕິ​ແລ້ວ 25 ເພາະ​ວ່າ​ທ່ານ​ທັງ​ຫລາຍ​ເປັນ​ເຫມືອນ​ແກະ​ທີ່​ຫລົງ​ທາງ​ໄປ ແຕ່​ບັດ​ນີ້ໄດ້​ຕ່າວ​ຄືນ​ມາ​ຫາ​ພຣະ​ຜູ້​ລ້ຽງ ແລະ​ຜູ້​ດູ​ແລ​ຈິດ​ວິນ​ຍານ​ຂອງ​ທ່ານ​ທັງ​ຫລາຍ​ແລ້ວ

1 ເປໂຕ 3

ການ​ປະ​ຕິ​ບັດ​ລະ​ບຽບ​ລະ​ຫວ່າງ​ພັຣ​ຍາ​ສາ​ມີ

1 ຝ່າຍ​ທ່ານ​ທັງ​ຫລາຍ​ຜູ້​ເປັນ​ພັຣ​ຍາ​ກໍ​ເຫມືອນ​ກັນ ຈົ່ງ​ຍອມ​ຟັງ​ສາ​ມີ​ຂອງ​ຕົນ ເພື່ອ​ວ່າ​ຖ້າ​ສາ​ມີ​ຜູ້​ໃດ​ບໍ່​ເຊື່ອ​ຟັງ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ການ​ປະ​ຕິ​ບັດ​ຂອງ​ພັຣ​ຍາ​ກໍ​ອາດ​ຈະ​ຈູງ​ໃຈ​ສາ​ມີ​ໄດ້​ໂດຍ​ບໍ່​ຕ້ອງ​ເວົ້າ​ຈັກ​ຄຳ 2 ຄື​ເມື່ອ​ສາ​ມີ​ຈະ​ໄດ້​ແລະ​ເຫັນ​ການ​ປະ​ຕິ​ບັດ​ອັນ​ບໍ​ຣິ​ສຸດ ແລະ​ອ່ອນ​ນ້ອມ​ຂອງ​ພວກ​ທ່ານ​ຜູ້​ເປັນ​ພັຣ​ຍາ 3 ການ​ປະ​ຕິ​ບັດ​ຕົກ​ແຕ່ງ​ກາຍ​ນັ້ນ ຢ່າ​ໃຫ້​ເປັນ​ການ​ປະ​ຕິ​ບັດ​ຕົກ​ແຕ່ງ​ພາຍນອກ ຄື​ການ​ຖັກ​ຜົມ, ໃສ່​ເຄື່ອງ​ຄຳ, ແລະ​ເຄື່ອງນຸ່ງ 4 ແຕ່​ໃຫ້​ເປັນ​ການ​ປະ​ດັບ​ທີ່​ຊ່ອນ​ໄວ້​ໃນ​ຈິດ​ໃຈ ແຕ່ງ​ດ້ວຍເຄື່ອງ​ປະ​ດັບ​ທີ່​ບໍ່​ຮູ້​ເສື່ອມ​ສູນ ຄື​ດ້ວຍ​ຈິດ​ໃຈອ່ອນ​ສຸ​ພາບ ແລະ​ສງົບ​ຊຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ 5 ເຫດ​ວ່າ​ບັນ​ດາ​ແມ່​ຍິງ​ຜູ້​ມີ​ສິນ​ທັມ​ໃນ​ເຊັ່ນ​ບູ​ຮານ​ຜູ້​ຊຶ່ງ​ມີ​ຄວາມ​ຫວັງ​ໃນ​ພຣະ​ເຈົ້າ ໄດ້​ຕົກ​ແຕ່ງ​ກາຍ​ຢ່າງ​ນັ້ນ ໂດຍ​ໄດ້​ຍອມ​ຟັງ​ສາ​ມີ​ຂອງ​ຕົນ 6 ເຫມືອນ​ຢ່າງ​ນາງ​ຊາ​ຣາ​ໄດ້​ຍອມ​ຟັງ​ອັບ​ຣາ​ຮາມ​ແລະ​ເອີ້ນ​ທ່ານ​ວ່າ “ນາຍ” ຖ້າ​ພວກ​ທ່ານ​ເຮັດ​ດີ ບໍ່​ຕົກ​ໃຈ​ກົວ​ຕໍ່​ສິ່ງ​ໃດ ພວກ​ທ່ານ​ກໍ​ກາຍ​ເປັນ​ລູກ​ຫລານ​ຂອງ​ນາງ​ແ​ລ້ວ 7 ທ່ານທັງ​ຫລາຍ​ທີ່​ເປັນ​ສາ​ມີ​ກໍ​ເຫມືອນ​ກັນ ຈົ່ງ​ຢູ່​ກິນ​ກັບ​ພັຣ​ຍາ​ດ້ວຍ​ເຂົ້າ​ໃຈ​ວ່າ ນາງ​ເປັນ​ເພດ​ອ່ອນ​ແອກວ່າ ຈົ່ງ​ນັບ​ຖື​ພັຣ​ຍາ​ເຫມືອນ​ເປັນ​ຜູ້​ຮ່ວມ​ກັນ​ຮັບ​ພຣະ​ຄຸນ​ແຫ່ງ​ຊີ​ວິດ​ເປັນ​ມໍ​ຣະ​ດົກ ເພື່ອ​ບໍ່​ໃຫ້​ສິ່ງ​ນຶ່ງ​ສິ່ງ​ໃດ​ຂັດ​ຂວາງ​ຄວາມ​ອ້ອນວອນ​ຂອງ​ພວກ​ທ່ານ

ຍອມ​ທົ​ນ​ທຸກ​ຍ້ອນ​ເຮັດ​ການ​ດີ

8 ໃນ​ທີ່​ສຸດ ພວກ​ທ່ານ​ທຸກ​ຄົນ​ຈົ່ງ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ຈົ່ງ​ເຫັນ​ອົກ​ເຫັນ​ໃຈ​ກັນ ຈົ່ງ​ຮັກ​ກັນ​ເຫມືອນ​ພີ່​ນ້ອງ​ຮ່ວມ​ທ້ອງ ຈົ່ງ​ມີ​ຈິດ​ໃຈ​ເອັນ​ດູ​ແລະ​ຖ່ອມ​ລົງ 9 ຢ່າ​ຮ້າຍ​ຕອບ​ແທ​ນ​ການ​ຮ້າຍ ຢ່າ​ດ່າ​ຕອບ​ແທ​ນ​ການ​ດ່າ ແຕ່​ກົງ​ກັນ​ຂ້າມ ຈົ່ງ​ອວຍ​ພອນ​ແກ່​ເຂົາ ດ້ວຍ​ວ່າ​ພຣະ​ອົງ​ຊົງ​ເອີ້ນ​ພວກ​ທ່ານ​ໃຫ້​ເຮັດ​ການ​ຢ່າງ​ນີ້ແຫລະ, ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮັບ​ພຣະ​ພອນ​ມາ​ເປັນ​ມໍ​ຣະ​ດົກ 10 ເພາະ​ວ່າ, “ຜູ້​ທີ່​ຢາກ​ຮັບ​ຊີ​ວິດ​ອັນ​ດີ ແລະ​ປາ​ຖ​ນາ​ທີ່​ຈະ​ເຫັນ​ວັນ​ສ​ນຸກ ກໍ​ໃຫ້​ຜູ້​ນັ້ນ​ຫ້າມ​ລີ້ນ​ຂອງ​ຕົນ ບໍ່​ໃຫ້​ເວົ້າ​ຄວາມ​ຊົ່ວ ແລະ​ຫ້າມ​ປາກ​ບໍ່​ໃຫ້​ກ່າວ​ຄຳ​ອຸ​ບາຍ​ລໍ້​ລວງ 11 ຈົ່ງ​ໃຫ້​ຜູ້​ນັ້ນ​ເວັ້ນ​ຫນີ​ຈາ​ກການ​ຊົ່ວ ແລະ​ເຮັດ​ການ​ດີ ຈົ່ງ​ໃຫ້​ຜູ້​ນັ້ນ​ສ​ແວງ​ຫາ​ສັນ​ຕິ​ສຸກ​ແລະ​ພຍາ​ຍາມ​ຕິດ​ຕາມ​ໄປ” 12 “ພຣະ​ເນດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເຝົ້າ​ເບິ່ງ​ຄົນ​ຊອບ​ທັມ ແລະ​ພຣະ​ອົງ​ກໍ​ຊົງ​ຮັບ​ຟັງ​ຄຳ​ອ້ອນວອນ​ຂອງ​ເຂົາ ແຕ່​ພຣະ​ພັກ​ຂອງ​ພຣະ​ອົງ​ຊົງ​ຕໍ່​ສູ້​ບັນ​ດາ​ຄົນ​ທີ່​ເຮັດ​ການ​ຊົ່ວ” 13 ຖ້າ​ທ່ານ​ທັງ​ຫລາຍ​ກາຍ​ເປັນ​ຄົນ​ຫມັ້ນ​ໃຈ​ເຮັດ​ການ​ດີ ໃຜ​ຫນໍ​ຈະ​ເຮັດ​ຮ້າຍ​ແກ່​ທ່ານ 14 ແຕ່​ເຖິງ​ແມ່ນ​ວ່າ​ທ່ານ​ທັງ​ຫລາຍ​ທົນ​ທຸ​ກເພາະ​ໄດ້​ເຮັດ​ການ​ຊອບ​ທັມ ພວ​ກ​ທ່ານ​ກໍ​ເປັນ​ສຸກ ແຕ່​ຢ່າ​ຊູ່​ຢ້ານ​ການ​ທີ່​ເຂົາ​ເຮັດ​ໃຫ້​ພວກທ່ານ​ສະ​ດຸ້ງຕົກ​ໃຈ​ນັ້ນ ແລະ​ຢ່າ​ວິຕົກ​ກັງ​ວົນ 15 ແຕ່​ໃນ​ໃຈ​ຂອງ​ທ່ານ​ທັງ​ຫລາຍ, ຈົ່ງ​ເຄົາ​ຣົບ​ນັບ​ຖື​ພຣະ​ຄຣິດ​ວ່າ​ເປັນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສເມີ ເພື່ອ​ພວກ​ທ່ານ​ຈະ​ສາ​ມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກ​ຄົນ​ທີ່​ຖາມ​ພວກ​ທ່ານ​ວ່າ ທ່ານ​ມີ​ເຫດ​ຜົນ​ປະ​ການ​ໃດ​ຈຶ່ງມີ​ຄວາມ​ຫວັງ​ຢ່າງ​ນີ້ 16 ແຕ່​ຈົ່ງ​ຕອບ​ດ້ວຍ​ໃຈ​ສຸ​ພາບ​ແລະ​ຢຳ​ເກງ ແລະ​ໃຫ້​ມີ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ອັນ​ເສາະ​ໃສ​ເພື່ອ​ວ່າ, ເມື່ອ​ພວກ​ທ່ານ​ຖືກ​ປ​ມາດ​ນິນ​ທາ ຄົນ​ທີ່​ກ່າວ​ຫຍາບ​ຊ້າ​ຕໍ່​ທັມ​ນຽມ​ຄ​ຣິ​ສະ​ຕຽນ​ອັນ​ດີ​ຂອງ​ພວກ​ທ່ານ​ນັ້ນ ກໍ​ຈະ​ໄດ້​ຮັບ​ຄວາມ​ອັບ​ອາຍ 17 ເພາະ​ວ່າ​ຖ້າ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ຊົງ​ເຫັນ​ດີ​ໃຫ້​ພວກ​ທ່ານ​ທົນ​ທຸກຍ້ອນ​ການ​ເຮັດ​ດີ ກໍ​ດີກວ່າ​ຕ້ອງ​ທົນ​ທຸກຍ້ອນ​ເຮັດ​ການ​ຊົ່ວ 18 ດ້ວຍ​ວ່າ​ພຣະ​ຄຣິດ​ກໍ​ເຫມືອນ​ກັນ, ໄດ້​ສິ້ນ​ພຣະ​ຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນ​ສຸດ ເພື່ອ​ແທນ​ຄວາມ​ຜິດ​ບາບ ຄື​ພຣະ​ອົງ​ຜູ້​ຊອບ​ທັມ​ແທນ​ຜູ້​ບໍ່​ຊອບ​ທັມ ເພື່ອ​ຈະ​ນຳ​ເຮົາ​ທັງ​ຫລາຍ​ໄປ​ເຖິງ​ພຣະ​ເຈົ້າ ຝ່າຍ​ກາຍ​ພຣະ​ອົງ​ຊົງ​ຖືກ​ປະ​ຫານ​ເສັຽ ແຕ່​ຝ່າຍ​ວິນ​ຍານພຣະ​ອົງ​ຖືກ​ຊົງ​ບັນ​ດານ​ໃຫ້​ຄືນ​ພຣະ​ຊົນ 19 ແລະ​ໂດຍ​ທາງວິນຍານ​ນັ້ນ​ພຣະ​ອົງ​ໄດ້​ສະ​ເດັດ​ໄປ​ປະ​ກາດ​ແກ່​ບັນ​ດາ​ວິນ​ຍານ ທີ່​ຖືກ​ຄຸກ​ຢູ່ 20 ຊຶ່ງເມື່ອ​ກ່ອນ​ນັ້ນ​ບໍ່​ໄດ້​ຍອມ​ເຊື່ອ​ຟັງ​ພຣະ​ເຈົ້າ ຄື​ເມື່ອ​ພຣະ​ເຈົ້າ​ຊົງ​ສະ​ແດງ​ຄວາມ​ອົດ​ທົນ​ດົນ​ນານ​ໃນ​ສະ​ໄຫມຂອງ​ໂນ​ອາ ຂ​ນະ​ທີ່​ທ່ານ​ກຳ​ລັງ​ສ້າງນາ​ວາ​ຢູ່ ໃນ​ນາ​ວາ​ນັ້ນ​ມີ​ຄົນ​ຈຳ​ນວນຫນ້ອຍ ຄື​ແປດ​ຄົນ​ທີ່​ໄດ້​ຜ່ານ​ພົ້ນ​ນ້ຳ​ຖ້ວມ​ນັ້ນ 21 ນ້ຳນັ້ນ​ຫມາຍ​ເຖິງ​ພິ​ທີ​ບັບ​ຕິ​ສະ​ມາ​ທີ່​ໃຫ້​ພວກ​ທ່ານ​ລອດ​ພົ້ນ​ດຽວ​ນີ້ ບັບ​ຕິ​ສະ​ມາ​ນີ້ບໍ່​ແມ່ນ​ການ​ຊຳ​ຮະ​ສິ່ງ​ເປື້ອນ​ເປິ​ທາງ​ຮ່າງ​ກາຍ ແຕ່​ເປັນ​ການ​ຮຽນ​ຂໍ​ຕໍ່​ພຣະ​ເຈົ້າ​ດ້ວຍ​ໃຈ​ສຳ​ນຶກ​ຜິດ​ແລະ​ຊອບ​ອັນ​ເສາະ​ໃສ ບັບ​ຕິ​ສະ​ມາ​ນີ້ໃຫ້​ເຖິງ​ທີ່​ພົ້ນ ເພາະ​ດ້ວຍ​ການ​ທີ່​ພຣະ​ເຢ​ຊູ​ຄຣິດ​ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ 22 ຜູ້​ໄດ້​ສະ​ເດັດ​ເຂົ້າ​ໃນ​ມະ​ຫາ​ສວັນ ແລະ​ຊົງ​ສະ​ຖິດ​ຢູ່​ເບື້ອງ​ຂ​ວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ໂດຍ​ມີ​ຝູງ​ເທວະ​ດາ​ແລະ​ບັນ​ດາ​ຜູ້​ມີ​ອຳ​ນາດ​ແລະ​ຣິດ​ເດດ ຖືກມອບ​ໄວ້​ໃຫ້​ຜູ້​ໃຕ້​ອຳ​ນາດ​ຂອງ​ພຣະ​ອົງ​ແລ້ວ

1 ເປໂຕ 4

ຜູ້​ຮັບ​ມອບ​ຫມາຍ​ຫນ້າ​ທີ່​ດີ​ແຫ່ງ​ພຣະ​ຄຸນ

1 ສັນ​ນັ້ນ​ໂດຍ​ເຫດ​ທີ່​ພຣະ​ຄຣິດ​ໄດ້​ຊົງ​ທົ​ນ​ທຸກ​ທໍ​ຣະ​ມານ​ທາງພຣະ​ກາຍ​ແລ້ວ ທ່ານ​ທັງ​ຫລາຍ​ກໍ​ຈົ່ງ​ມີ​ຄວາ​ມຄຶດ​ຢ່າງ​ດຽວ​ກັນ​ນັ້ນ​ເປັນ​ເຄື່ອງ​ອາ​ວຸດ​ເຫມືອນ​ກັນ ເພາະ​ວ່າ​ຜູ້​ທີ່​ທົນ​ທຸກ​ທໍ​ຣະ​ມານ​ທາງ​ກາຍ​ກໍ​ໄດ້​ຢຸດ​ເສັຽ​ຈາກ​ການ​ຜິດ​ບາບ 2 ເພື່ອ​ຈະ​ບໍ່​ດຳ​ເນີນ​ຊີ​ວິດ​ທີ່​ຍັງ​ເຫລືອ​ຢູ່​ໃນ​ໂລກ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ມະ​ນຸດ ແຕ່​ດຳ​ເນີນ​ໄປ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ 3 ດ້ວຍ​ວ່າ​ຄາວ​ທີ່​ລ່ວງ​ພົ້ນ​ໄປ​ແລ້ວ​ນັ້ນ ທີ່​ໄດ້​ເຮັດ​ຕາມ​ໃຈ​ຊອບ​ຂອງ​ຄົນ​ຕ່າງ​ຊາດ​ກໍ​ພຽງ​ພໍ​ແລ້ວ ຄື​ຄາວ​ເມື່ອ​ໄດ້​ເຮັດ​ຕາມ​ຣາ​ຄະ​ຕັນ​ຫາ, ຕາມ​ໃຈ​ປາ​ຖ​ນາ​ອັນ​ຊົ່ວ ດື່ມ​ເຫລົ້າ​ເມົາ​ສຸ​ຣາ ລ້ຽງກັນ​ຢ່າງ​ເຖິງ​ໃຈ ຮ່ວມ​ກັນ​ກິນ​ເຫລົ້າ​ເກີນ​ສ່ວນ ແລະ​ຂາບ​ໄຫວ້​ພຣະ​ທຽມ​ຊຶ່ງ​ຜິດ​ທັມ 4 ໃນ​ເຣື່ອງນີ້​ເຂົາ​ກໍ​ປ​ລາດ​ໃຈ​ທີ່​ພວກ​ທ່ານ​ບໍ່​ຍອມ​ແລ່ນ​ໄປ​ເຂົ້າ​ສ່ວນ​ກັບ​ເຂົາ ໃນ​ການ​ຊົ່ວ​ຮ້າຍ​ອັນ​ເຫລືອ​ລົ້ນ​ເຫມືອນ​ຢ່າງ​ເຂົາ ແລະ​ເຂົາ​ກໍ​ກ່າວ​ຄຳ​ນິນ​ທາ​ໃສ່​ພ​ວກ​ທ່ານ 5 ຄົນ​ເຫລົ່າ​ນັ້ນ​ຈະ​ຕ້ອງ​ໃຫ້​ການ​ແກ່​ພຣະ​ອົງ ຜູ້​ພ້ອມ​ແລ້ວ​ທີ່​ຈະ​ຊົງ​ພິ​ພາກ​ສາ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ 6 ດ້ວຍ​ເຫດ​ນີ້ແຫລະ, ຂ່າວ​ປະ​ເສີດ​ໄດ້​ຊົງ​ປະ​ກາດ​ແກ່​ພວກ​ຄົນ​ທີ່​ຕາຍ​ໄປ​ແ​ລ້ວ​ເຫມືອນ​ກັນ ເພື່ອ​ເຂົາ​ຈະ​ໄດ້​ຖືກ​ຊົງ​ພິ​ພາກ​ສາ​ໃນ​ເນື້ອ​ກາຍ​ເຫມືອນ​ຢ່າງ​ມະ​ນຸດ​ທົ່ວໆ​ໄປ ແລ້ວ​ຈະ​ໄດ້​ມີ​ຊີ​ວິດ​ທາງ​ຈິດ​ວິນ​ຍານ​ຢ່າງ​ດຽວ​ກັບ​ພຣະ​ເຈົ້າ 7 ອະ​ວະ​ສານ​ຂອງ​ສິ່ງ​ທັງ​ປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ​ຈົ່ງ​ມີ​ສະ​ຕິ​ອັນ​ດີ ແລະ​ຄອຍ​ລະ​ວັງ​ຕົວ​ສຳ​ລັບ​ການ​ອ້ອນວອນ 8 ທີ່​ສຳ​ຄັນ​ກວ່າ​ສິ່ງ​ອື່ນໆ​ທັງ​ຫມົດ​ກໍ​ຄື​ຈົ່ງ​ຮັກ​ເຊິ່ງ​ກັນ​ແລະ​ກັນ​ດ້ວຍ​ເຕັມ​ໃຈ ເພາະ​ຄວາມ​ຮັກ​ປົກ​ບັງ​ຄວາມ​ຜິດ​ບາບ​ໄວ້​ຢ່າງ​ຫລວງ​ຫລາຍ 9 ທ່ານ​ທັງ​ຫລາຍ​ຈົ່ງ​ຕ້ອນ​ຮັບ​ເຊິ່ງ​ກັນ​ແລະ​ກັນ​ໂດຍ​ບໍ່​ຈົ່ມ 10 ຕາມ​ທີ່​ທຸກ​ຄົນ​ໄດ້​ຮັບ​ສິ່ງ​ທີ່​ຊົງ​ປະ​ທານ​ໃຫ້​ແລ້ວ ກໍ​ໃຫ້​ໃຊ້​ຂອງ​ປະ​ທານ​ນັ້ນ​ເພື່ອ​ປ​ໂຍດ​ແກ່​ກັນ​ແລະ​ກັນ ເຫມືອນ​ຜູ້​ຮັບ​ມອບ​ຫມາຍ​ຜູ້​ດີ​ທີ່​ຮັບ​ໃຊ້​ພຣະ​ຄຸນ​ນາໆ​ປະ​ການ​ຂອງ​ພຣະ​ເຈົ້າ 11 ຖ້າ​ຜູ້​ໃດ​ກ່າວ ກໍ​ໃຫ້​ເຫມືອນ​ຜູ້​ກ່າວ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ຖ້າ​ຜູ້​ໃດ​ເປັນ​ຜູ້​ບໍ​ຣິ​ຫານ​ການ​ຮັບ​ໃຊ້ ກໍ​ໃຫ້​ບໍ​ຣິ​ຫານ​ຮັບ​ໃຊ້​ເຫມືອນ​ຜູ້​ຮັບ​ກຳ​ລັງ​ທີ່​ພຣະ​ເຈົ້າ​ຊົງ​ໂຜດ​ປະ​ທານ​ໃຫ້ ເພື່ອ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ໄດ້​ກຽດ​ໃນ​ການ​ທັງ​ປວງ​ໂດຍ​ທາງ​ພຣະ​ເຢ​ຊູ​ຄຣິດ ສະ​ງ່າ​ຣາ​ສີ​ແລະ​ຣິດ​ທາ​ນຸ​ພາບ​ຊົງ​ມີ​ແກ່​ພຣະ​ອົງ​ສືບໆ​ໄປ​ເປັນ​ນິດ ອາ​ແມນ

ການຍອມ​​ທົນ​ທຸກຢ່າງ​ຄ​ຣິ​ສະ​ຕຽນ

12 ພວກ​ທີ່​ຮັກ​ເອີຍ, ຢ່າ​ປ​ລາດ​ໃຈ​ທີ່​ພວກ​ທ່ານ​ໄດ້​ຮັບ​ຄວາມ​ທຸກ​ຮ້ອນ​ຢ່າງ​ແສນ​ສາ​ຫັດ​ເປັນ​ການ​ລອງ​ໃຈ ເຫມືອນ​ກັບ​ວ່າ​ເປັນ​ເຫດ​ອັນ​ແປກ​ປ​ລາດ​ເກີດ​ຂື້ນກັບ​ພວກທ່ານ 13 ແຕ່​ທ່ານ​ທັງ​ຫລາຍ​ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ທີ່​ໄດ້​ມີ​ສ່ວນ​ໃນ​ຄວາມ​ທຸກທໍ​ຣະ​ມານ​ຂອງ​ພຣະ​ຄຣິດ ເພື່ອ​ວ່າ ເມື່ອ​ສະ​ງ່າ​ຣາ​ສີ​ຂອງ​ພຣະ​ອົງ​ປາ​ກົດ​ຂຶ້ນ ພວກ​ທ່ານ​ກໍ​ຈະ​ໄດ້​ຊົມ​ຊື່ນຍິນ​ດີ​ຢ່າງ​ຫລວງ​ຫລາຍ​ເຫມືອນ​ກັນ 14 ຖ້າ​ທ່ານ​ທັງ​ຫລາຍ​ຖືກ​ຫມິ່ນ​ປມາດ​ເພາະ​ພຣະ​ນາມ​ຂອງ​ພຣະ​ຄຣິດ ພວ​ກທ່ານ​ກໍ​ເປັນ​ສຸກ ເພາະ​ວ່າ​ພຣະ​ວິນຍານ​ຜູ້​ຊົງ​ສະ​ງ່າ​ຣາ​ສີ ຄື​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຊົງ​ສະ​ຖິດ​ຢູ່​ກັບ​ພວກ​ທ່ານ 15 ແຕ່​ວ່າ​ຢ່າ​ໃຫ້​ຜູ້​ໃດ​ໃນ​ພວກ​ທ່ານ​ໄດ້​ຮັບ​ຄວາມ​ທຸກ​ເພາະ​ເປັນ​ຜູ້​ຂ້າຄົນ, ເປັນ​ຂະ​ໂມຍ, ເປັນ​ຜູ້​ທຳ​ຮ້າຍ, ຫລື​ເປັນ​ຜູ້​ທຽວ​ຫຍຸ້ງ​ກ່ຽວ​ກັບ​ກິດ​ທຸ​ຣະ​ຂອງ​ຄົນ​ອື່ນ 16 ແຕ່​ຖ້າ​ຜູ້​ໃດ​ໄດ້​ຮັບ​ທຸກ​ເພາະ​ມີ​ຊື່​ວ່າ​ເປັນ​ຄ​ຣິ​ສະ​ຕຽນ ກໍ​ຢ່າ​ໃຫ້​ຜູ້​ນັ້ນ​ມີ​ຄວາມ​ລະ​ອາຍ ແຕ່​ໃຫ້​ຖວາຍ​ພຣະ​ກຽດ​ແດ່​ພຣະ​ເຈົ້າ​ເພາະ​ຊື່​ນັ້ນ 17 ດ້ວຍ​ວ່າ​ເຖິງ​ເວ​ລາ​ແລ້ວ​ທີ່​ການ​ຊົງ​ພິ​ພາກ​ສາ​ຈະ​ຕ້ອງ​ເລີ້ມ​ຕົ້ນ​ທີ່​ຄົວ​ເຮືອນ​ຂອງ​ພຣະ​ເຈົ້າ ແລະ​ຖ້າ​ການ​ພິ​ພາກ​ສາ​ນັ້ນ​ເລີ້ມ​ຕົ້ນ​ທີ່​ພວກ​ເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ເຊື່ອ​ຟັງ​ຂ່າວ​ປະ​ເສີດ​ເຣື່ອງ​ພຣະ​ເຈົ້າ​ຈະ​ເປັນ​ຢ່າງ​ໃດ 18 ຖ້າ​ຄົນ​ຊອບ​ທັມ​ຈະ​ລອດ​ພົ້ນ​ໄດ້​ດ້ວຍ​ຍາກ ຄົນ​ປ​ມາດ​ພຣະ​ເຈົ້າ​ແລະ​ຄົນ​ຜິດ​ບາບ​ຈະ​ໄປ​ຢູ່​ໃສ 19 ເຫດ​ສັນ​ນັ້ນ​ໃຫ້​ຄົນ​ທັງ​ຫລາຍ​ທີ່​ທົນ​ທຸກ​ທໍ​ຣະ​ມານ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ຈົ່ງ​ຝາກ​ຈິດ​ວິນ​ຍານ​ຂອງ​ຕົນ​ໄວ້​ກັບ​ພຣະ​ອົງ ດ້ວຍ​ການ​ປະ​ຕິ​ບັດ​ອັນ​ດີ ຄື​ໃຫ້​ຝາກ​ໄວ້​ກັບ​ພຣະ​ອົງ​ຜູ້​ຊົງ​ສ້າງ ​ຜູ້​ທ່ຽງ​ທັມ

1 ເປໂຕ 5

ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະ​ເຈົ້າ

1 ເຫດ​ສັນ​ນັ້ນ ຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ທີ່​ເປັນ​ເຖົ້າ​ແກ່​ຜູ້​ນຶ່ງ, ເປັນ​ພຍານ​ເຖິງ​ຄວາມທຸກ​ທໍ​ຣະ​ມານ​ຂອງ​ພຣະ​ຄຣິດ, ແລະ​ມີສ່ວນ​ທີ່​ຈະ​ຮັບ​ສະ​ງ່າ​ຣາ​ສີ​ຊຶ່ງ​ຈະ​ປາ​ກົດ​ມາ​ພາຍ​ຫລັງ ຈຶ່ງ​ເຕືອນ​ສະ​ຕິ​ບັນ​ດາ​ເຖົ້າ​ແກ່​ໃນ​ຖ້າມ​ກາງ​ທ່ານ​ທັງ​ຫລາຍ 2 ຈົ່ງ​ລ້ຽງ​ຝູງແກະ​ຂອງ​ພຣະ​ເຈົ້າ​ທີ່​ຝາກໄວ້​ກັບ​ພວກ​ທ່ານ ຈົ່ງ​ດູ​ແລ​ເຂົາ​ບໍ່​ແມ່ນ​ດ້ວຍ​ໃຈ​ຂົມ​ຂື່ນ ແຕ່​ດ້ວຍ​ເຕັມ​ໃຈ​ຕາມ​ນ້ຳ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ ບໍ່​ແມ່ນ​ດ້ວຍ​ເຫັນ​ແກ່​ຊັບ​ສິ່ງ​ຂອງ​ທີ່​ໄດ້​ມາ​ໃນ​ທາງ​ທຸ​ດຈະ​ຣິດ ແຕ່​ດ້ວຍ​ໃຈ​ເຫລື້ອມ​ໃສ 3 ບໍ່​ແມ່ນ​ເຫມືອນ​ເປັນ​ເຈົ້າ​ນາຍ​ເຫນືອ​ພວກ​ທີ່​ຊົງ​ຝາກ​ໄວ້​ກັບ​ພວກ​ທ່ານ ແຕ່​ໃຫ້​ເປັນ​ແບບ​ຢ່າງ​ແກ່​ຝູງ​ແກະ​ນັ້ນ 4 ແລະ​ເມື່ອ​ພຣະ​ຜູ້​ລ້ຽງ​ຜູ້ຍິ່ງ​ໃຫຍ່​ຈະ​ສະ​ເດັດ​ມາ​ປາ​ກົດ ທ່ານ​ທັງ​ຫລາຍ​ຈະ​ໄດ້​ຮັບ​ສະ​ງ່າ​ຣາ​ສີ​ເປັນ​ພວງ​ມາລັຍ​ທີ​ບໍ່​ຮູ້​ຫ່ຽວ​ແຫ້ງ​ໄປ 5 ເຫມືອນ​ດັ່ງ​ນັ້ນ​ແຫລະ, ພວ​ກ​ທ່ານ​ຜູ້​ມີ​ອາ​ຍຸ​ອ່ອນກວ່າ ຈົ່ງ​ນ້ອມ​ຟັງ​ພວກ​ເຖົ້າ​ແກ່ ພວກ​ທ່ານ​ທຸກ​ຄົນ​ຈົ່ງ​ເອົາ​ຄວາມ​ຖ່ອມ​ໃຈ​ເປັນ​ເຄື່ອງ​ຄາດ​ແອວ​ໄວ້​ ໃນ​ການ​ປະ​ຕິ​ບັດ​ເຊິ່ງ​ກັນ​ແລະ​ກັນ ດ້ວຍ​ວ່າ, “ພຣະ​ເຈົ້າ​ຊົງ​ຕໍ່​ສູ້​ຄົນ​ທີ່​ຈອງ​ຫອງ ແຕ່​ຊົງ​ປະ​ທານ​ພຣະ​ຄຸນ​ແກ່​ຄົນທີ່​ຖ່ອມ​ໃຈ​ລົງ” 6 ເຫດ​ສັນ​ນັ້ນ​ທ່ານ​ທັງ​ຫລາຍ ຈົ່ງ​ຖ່ອມ​ໃຈ​ລົງ​ໃຕ້​ ພຣະ​ຫັດ​ອັນ​ຊົງ​ຣິດ​ຂອງ​ພຣະ​ເຈົ້າ ເພື່ອ​ວ່າ​ພຣະ​ອົງ​ຈະ​ຊົງ​ຍົກ​ພວກ​ທ່ານ​ຂຶ້ນ​ເມື່ອ​ເຖິງ​ເວ​ລາ​ອັນ​ຄວນ 7 ຈົ່ງ​ປະ​ຄວາມ​ກະ​ວົນ​ກະ​ວາຍ​ຂອງ​ພວກ​ທ່ານ​ໄວ້​ກັບ​ພຣະ​ອົງ ເພາະ​ວ່າ​ພຣະ​ອົງ​ຊົງ​ຫ່​ວງໄຍ​ພວກ​ທ່ານ​ຢູ່ 8 ທ່ານ​ທັງ​ຫລາຍ​ຈົ່ງ​ຄອຍ​ລະ​ວັງ​ຕົວ​ແລະ​ເຝົ້າ​ຢູ່ ດ້ວຍ​ວ່າ​ສັດ​ຕຣູ​ຂອງ​ພວກ​ທ່ານ​ຄື​ມານ ທຽວ​ວົນ​ວຽນ​ໄປ​ມາ​ເຫມືອນ​ໂຕ​ສິງ​ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້ 9 ຈົ່ງ​ຕໍ່​ສູ້​ກັບ​ສັດ​ຕຣູ​ນັ້ນ​ດ້ວ​ຍ​ໃຈ​ຫມັ້ນ​ຄົງ​ໃນ​ຄວາມ​ເຊື່ອ ໂດຍ​ຮູ້​ແລ້ວ​ວ່າ ພີ່​ນ້ອງ​ຂອງ​ພວກ​ທ່ານ​ທົ່ວ​ໂລກ​ກໍ​ປະ​ສົບ​ກັບ​ຄວາມ​ທຸກ​ລຳ​ບາກ​ຢ່າງ​ດຽວ​ກັນ​ນີ້ 10 ແລະ​ເມື່ອ​ທ່ານ​ທັງ​ຫລາຍ​ໄດ້​ທົນ​ທຸກ​ຢູ່​ຊົ່ວ​ຂ​ນະ​ນຶ່ງ​ແລ້ວ ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຄຸນ​ທັງ​ຫມົດ, ຜູ້​ໄດ້​ຊົງ​ເອີ້ນ​ພວກ​ທ່ານ​ໃຫ້​ເຂົ້າ​ໃນ​ສະ​ງ່າ​ຣາ​ສີ​ອັນ​ຕລອດ​ໄປ​ໃນ​ພຣະ​ຄຣິດ ພຣະ​ອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກ​ທ່ານ​ໃຫ້​ຕັ້ງ​ຂຶ້ນ​ໃຫມ່ ແລະ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃຫ້​ມີ​ກຳ​ລັງ​ຂຶ້ນ ແລະ​ຊົງ​ບັນ​ດານ​ໃຫ້​ມີ​ຮາກ​ອັນ​ແຫນ້ນ​ຫນາ 11 ຣິດ​ທາ​ນຸ​ພາບ​ຈົ່ງ​ມີ​ແຕ່​ພຣະ​ອົງ​ຕລອດ​ໄປ​ເປັນ​ນິດ ອາ​ແມນ

ຄຳ​ສະ​ແດງ​ຄວາມ​ຄຳ​ນັບ​ຕອນ​ທ້າຍ

12 ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ຢ່າງ​ຫຍໍ້ໆ​ມາ​ຍັງ​ທ່ານ​ທັງ​ຫລາຍ ໂດຍ​ຜ່ານ​ທາງ​ຊີ​ລາ​ວານ ຊຶ່ງ​ຂ້າ​ພະ​ເຈົ້າ​ຖືວ່າ​ເປັນ​ພີ່​ນ້ອງ​ຜູ້​ສັດ​ຊື່​ຄົນ​ນຶ່ງ ເພື່ອ​ເຕືອນ​ສະ​ຕິ​ແລະ​ເປັນ​ພຍານ​ແກ່​ພວກ​ທ່ານ ວ່າ​ພຣະ​ຄຸນ​ນັ້ນ​ເປັນ​ພຣະ​ຄຸນ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ ຈົ່ງ​ຕັ້ງ​ຫ​ມັ້ນ​ຄົງ​ຢູ່ໃນ​ພຣະ​ຄຸນ​ນັ້ນ 13 ນາງ ທີ່​ຢູ່​ເມືອງ​ບາ​ບິໂລນ ຊຶ່ງ​ຊົງ​ເລືອກ​ໄວ້​ຢ່າງດຽວ​ກັບ​ພວກ​ທ່ານ ແລະ​ມາ​ຣະ​ໂກ​ລູກ​ຂອງ​ເຮົາ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ເຫມືອນ​ກັນ 14 ຈົ່ງ​ທັກ​ທາຍ​ກັນດ້ວຍ​ການ​ຈູບ​ອັນ​ສະ​ແດງ​ຄວາມ​ຮັກ ຂໍ​ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ທ່ານ​ທັງ​ຫລາຍ​ທີ່​ຢູ່​ໃນ​ພຣະ​ຄຣິດ​ເທີນ

2 ເປໂຕ 1

1 ຊີໂມນ ​ເປ​ໂຕ ຂ້ອຍ​ໃຊ້​ ແລະ​ອັ​ຄ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ ຮຽນ ທ່ານ​ທັງ​ຫລາຍ​ທີ່​ໄດ້​ຮັບ​ຄວາມ​ເຊື່ອ​ອັນ​ປະ​ເສີດ​ເທົ່າທຽມ​ກັນ​ກັບ​ເຮົາ​ດ້ວຍ​ຄວາມ​ຊອບ​ທັມ​ແຫ່ງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ຄື​ພຣະ​ເຢ​ຊູ​ຄຣິດພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ພ​ວກ​ເຮົາ​ທັງ​ຫລາຍ 2 ຂໍ​ໃຫ້​ພຣະ​ຄຸນ​ແລະ​ສັນ​ຕິ​ສຸກ ຈົ່ງ​ເພີ້ມ​ທະ​ວີ​ຄູນ​ແກ່​ທ່ານ​ທັງ​ຫລາຍ ໂດຍ​ການ​ຮູ້​ຈັກ​ໃນ​ພຣະ​ເຈົ້າ ແລະ​ໃນ​ພຣະ​ເຢ​ຊູ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ

ການ​ຊົງ​ເອີ້ນ​ແລະ​ການ​ຊົງ​ເລືອກ​ທ່ານ

3 ດ້ວຍ​ເຫັນ​ແລ້ວ​ວ່າ​ຣິດ​ເດດ​ຂອງ​ພຣະ​ອົງ​ໄດ້​ຊົງປະ​ທານ​ສິ່ງ​ສາ​ຣະ​ພັດ​ແກ່​ພວກ​ເຮົາ​ ທີ່​ຈະ​ໄດ້​ມີ​ຊີ​ວິດ​ແລະ​ຄວາມ​ເຫລື້ອມ​ໃສ​ໃນ​ພຣະ​ເຈົ້າ ໂດຍ​ຮູ້​ຈັກ​ພຣະ​ອົງ​ຜູ້​ທີ່​ຊົງ​ເອີ້ນ​ພວກ​ເຈົ້າ​ດ້ວຍ​ສະ​ງ່າ​ຣາ​ສີ ແລະ​ຄວາມ​ລ້ຳ​ເລີດ​ຂອງ​ພຣະ​ອົງ​ເອງ 4 ດ້ວຍສິ່ງ​ເຫລົ່າ​ນີ້ພວກ​ທ່ານ​ຈຶ່ງ​ຈະ​ຫນີ​ພົ້ນ​ໄດ້​ຈາກການ​ເສື່ອມ​ໂຊມ​ທີ່​ມີ​ຢູ່​ໃນ​ໂລກ​ນີ້​ເພາະ​ຕັນ​ຫາ ແລະ​ຈະ​ໄດ້​ຮັບ​ສ່ວນ​ໃນ​ສະ​ພາບ​ຂອງ​ພຣະ​ອົງ 5 ເພາະ​ເຫ​ດ​ນີ້ແຫລະ, ທ່ານ​ທັງ​ຫລາຍ​ຈົ່ງ​ອົດ​ສາ​ພຍາ​ຍາ​ມ​ຈົນ​ສຸດ​ກຳ​ລັງ ເພື່ອ​ຈະ​ເອົາ​ຄຸນ​ຄວາມດີ​ເພີ້ມ​ຄວາມ​ເຊື່ອ, ແລະ​ເອົາ​ຄວາມ​ຮູ້​ເພີ້ມ​ຄຸ​ນ​ຄວາມ​ດີ 6 ເອົາ​ຄວາມ​ຮູ້​ຈັກ​ບັງ​ຄັບ​ຕົນ​ເພີ້ມ​ຄວາມ​ຮູ້, ເອົາ​ຄວາມ​ຫມັ້ນ​ໃຈ​ເພີ້ມ​ຄວາມ​ບັງ​ຄັບ​ຕົນ, ເອົາ​ຄວາມ​ເຫລື້ອມ​ໃສ​ໃນ​ພຣະ​ເຈົ້າ​ເພີ້ມ​ຄວາມ​ຫມັ້ນ​ໃຈ 7 ເອົາ​ຄວາມ​ຮັກ​ພີ່​ນ້ອງເພີ້ມ​ຄວາມ​ເຫລື້ອມ​ໃສ​ໃນພຣະ​ເຈົ້າ, ແລະ​ເອົາ​ຄວາມ​ຮັກ​ຄົນ​ທົ່ວ​ໄປ​ເພີ້ມ​ຄວາມ​ຮັກພີ່​ນ້ອງ 8 ດ້ວຍ​ວ່າ​ສິ່ງ​ເຫລົ່າ​ນີ້​ມີ​ຢູ່​ໃນ​ພວກ​ທ່ານ​ຢ່າງ​ບໍ​ຣິ​ບູນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ພວກທ່ານ​ເປັນ​ຄົນ​ດຸ​ຫມັ່ນ ແ​ລະ​ເກີດ​ຜົນ​ໃນ​ການ​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 9 ເພາະ​ວ່າ​ຜູ້​ໃດ​ທີ່​ຂາດ​ສິ່ງ​ເຫລົ່າ​ນີ້​ກໍ​ເປັນ​ຄົນ​ຕາ​ບອດ​ຕາ​ສັ້ນ ແລະ​ລືມ​ໄປ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳ​ຮະ​ລ້າງ​ຈາກ​ຜິດ​ບາບ​ອັນ​ເກົ່າ​ກ່ອນ​ຂອງ​ຕົນ​ເສັຽ​ແລ້ວ 10 ເພາະ​ເຫດ​ນັ້ນ ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຈົ່ງ​ອົດ​ສາ​ພຍາ​ຍາມ​ຫລາຍ​ກວ່າ​ເກົ່າ ເຮັດ​ຕົນ​ໃຫ້​ເປັນ​ໄປ​ຕາມ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ແລະ​ຊົງ​ເລືອກ​ໄວ້​ນັ້ນ ເພາະ​ວ່າ​ຖ້າ​ເຮັດ​ຢ່າງ​ນັ້ນ​ແຫລະ, ພວກ​ທ່ານ​ກໍ​ຈະ​ບໍ່​ສະ​ດຸດ​ລົ້ມ​ລົງ​ຈັກ​ເທື່ອ 11 ດ້ວຍ​ທາງ​ນີ້ແຫລະ, ພຣະ​ເຈົ້າ​ຈະ​ຊົງ​ປະ​ທານ​ສິດ​ສົມ​ບູ​ນ​ແກ່​ທ່ານ​ທັງ​ຫລາຍ ໃຫ້​ເຂົ້າ​ໄປ​ໃນ​ຣາ​ຊ​ແຜ່ນ​ດິນ​ອັນ​ຕລອດ​ໄປ​ເປັນ​ນິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກ​ເຮົາ 12 ເຫດ​ສັນ​ນັ້ນ​ ເຖິງ​ແມ່ນ​ວ່າ​ທ່ານ​ທັງ​ຫລາຍ​ຮູ້​ຈັກ​ແລະ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ຄວາມ​ຈິງ​ທີ່​ມີ​ຢູ່​ແລ້ວກໍ​ດີ ຂ້າ​ພະ​ເຈົ້າ​ກໍ​ພ້ອມ​ຢູ່​ສເມີ​ທີ່​ຈະ​ເຕືອນ​ສະ​ຕິ​ພວກ​ທ່ານ​ໃຫ້​ລະ​ນຶກ​ເຖິງ​ສິ່ງ​ເຫລົ່າ​ນີ້ 13 ຕາບ​ໃດ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ອາ​ໄສຢູ່​ໃນ​ຮ່າງ​ກາຍ​ນີ້ ຂ້າ​ພະ​ເຈົ້າ​ເຫັນສົມ​ຄວນ​ທີ​ຈະ​ປຸກ​ເຕືອນ​ພວກ​ທ່ານ​ໃຫ້​ລະ​ນຶກ​ເຖິງ​ຂໍ້​ຄວາມ​ເຫລົ່າ​ນີ້ 14 ເພາະ​ຂ້າ​ພະ​ເຈົ້າ​ຮູ້​ຢູ່​ວ່າ​ອີກ​ບໍ່​ເຫິງ ຂ້າ​ພະ​ເຈົ້າ​ກໍ​ຈະ​ປະ​ຖິ້ມ​ຮ່າງ​ກາຍ​ນີ້ເສັຽ ເຫມືອນ​ດັ່ງ​ທີ່​ພຣະ​ເຢຊູຄຣິດ​ເຈົ້າ​ຂອງ​ພວກ​ເຮົາ​ໄດ້​ຊົງ​ສະ​ແດງ​ແກ່​ຂ້າ​ພະ​ເຈົ້າ​ແລ້ວ 15 ແລະ​ຂ້າ​ພະ​ເຈົ້າ​ຈະ​ພຍາຍາມ​ຫາ​ທາງ​ໃຫ້​ທ່ານ​ທັງ​ຫລາຍ​ລະ​ນຶກ​ເຖິງ​ສິ່ງ​ເຫລົ່າ​ນີ້ໄດ້​ທຸກ​ເວ​ລາ ເມື່ອ​ຂ້າ​ພະ​ເຈົ້າ​ຈາກ​ໂລກ​ນີ້ໄປ​ແລ້ວ

ພຍານທີ່ຮູ້ເຫັນເດຊານຸພາບຂອງພຣະຄຣິດ

16 ເພາະ​ເມື່ອ​ເຮົາໄດ້​ປະ​ກາດ​ໃຫ້​ທ່ານ​ທັງ​ຫລາຍ​ຊາບ​ເຖິງ​ຣິດ​ເດດ​ແລະ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ ເຮົາ​ບໍ່​ໄດ້​ກ່າວ​ຕາມ​ນິ​ຍາຍ​ທີ່​ເຂົາ​ແຕ່ງ​ຂຶ້ນ​ດ້ວຍ​ຄວາມ​ສ​ລາດ ແຕ່​ເຮົາ​ເປັນ​ພຍານ​ຜູ້​ຮູ້​ເຫັນ​ເດ​ຊາ​ນຸ​ພາບ​ຂອງ​ພຣະ​ອົງ 17 ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ຮັບ​ກຽດ​ແລະ​ສະ​ງ່າ​ຣາ​ສີ​ຈາກ​ພຣະ​ບິ​ດາ ຄາວ​ເມື່ອ​ພຣະ​ສຸ​ຣະ​ສຽງ​ຈາກ​ຣັ​ສ​ມີ​ອັນ​ຮຸ່ງ​ເຮືອງ​ຊົງ​ກ່າວ​ແກ່​ພຣະ​ອົງ​ວ່າ, “ທ່ານ​ຜູ້​ນີ້ແຫລະ​, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ຊອບ​ໃຈ​ຫລາຍ​ໃນ​ທ່ານ” 18 ຝ່າຍ​ພວກ​ເຮົາ​ກໍ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ນີ້ຈາກ​ສວັນ ເມື່ອ​ພວກ​ເຮົາ​ໄດ້​ຢູ່​ກັບ​ພຣະ​ອົງ​ທີ່​ພູ​ອັນ​ສັກ​ສິດ​ນັ້ນ 19 ສັນ​ນັ້ນ​ພວກ​ເຮົາ​ຍຶດ​ຖື​ຄຳ​ທຳ​ນ​ວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ​ຖ້າ​ທ່ານ​ທັງ​ຫລາຍ​ຈະ​ຖື​ຕາມ​ຄຳ​ທຳ​ນ​ວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເຫມືອນ​ແສງ​ໂຄມ​ທີ່​ສ່ອງ​ສວ່າງ​ໃນ​ບ່ອນ​ມືດ​ຈົນ​ເຖິງວັນ​ຮຸ່ງ​ເຊົ້າ​ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກ​ທ່ານ 20 ກ່ອນ​ອື່ນທ່ານ​ທັງ​ຫລາຍ​ຈະ​ຕ້ອງ​ເຂົ້າ​ໃຈ​ຂໍ້​ນີ້ ຄື​ຜູ້​ນຶ່ງ​ຜູ້​ໃດ​ຈະ​ຕີ​ຄວາມ​ຫມາຍ​ຂອງ​ຄຳ​ທຳ​ນ​ວາຍ​ໃນ​ພຣະ​ຄັມ​ພີ​ເອົາ​ເອງ​ບໍ່​ໄດ້ 21 ເພາະ​ວ່າ​ຄຳ​ທຳ​ນ​ວາຍ​ນັ້ນ​ບໍ່​ໄດ້​ມາ​ຈາກ​ນ້ຳ​ໃຈ​ຂອງ​ມະ​ນຸດ​ຈັກ​ເທື່ອ ແຕ່​ມະ​ນຸດ​ໄດ້​ກ່າວ​ຄຳ​ທີ່ມາ​ຈາກ​ພຣະ​ເຈົ້າ ຕາມທີ່​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຊົງ​ດົນ​ໃຈ

2 ເປໂຕ 2

ຜູ້​ປະ​ກາດ​ພຣະ​ທັມ​ແລະ​ຄ​ຣູ​ສອນ​ປອມ

1 ແຕ່​ວ່າ​ໄດ້​ມີ​ຜູ້​ປະ​ກາດ​ພຣະ​ທັມ​ປອມ​ເກີດ​ຂຶ້ນ​ໃນ​ຖ້າມ​ກາງ​ພົ​ລ​ເມືອງ​ນັ້ນ​ເຫມືອນ​ກັບ​ຈະ​ມີ​ຜູ້​ສອນ​ປອມ​ເກີດ​ຂຶ້ນ​ໃນ​ຖ້າມ​ກາງ​ພວກ​ທ່ານ ເຂົາ​ຈະ​ນຳ​ເອົາ​ລັດ​ທິ​ອັນ​ໃຫ້​ເຖິງ​ຄວາມ​ຈິບ​ຫາຍ​ລອບ​ເຂົ້າ​ມາ​ສ້​ຽມ​ສອນ ຈົນ​ເຖິງກັບ​ປະ​ຕິ​ເສດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ໄຖ່​ເຂົາ​ໄວ້ ຊຶ່ງ​ຈະ​ນໍາຄວາມ​ຈິບ​ຫາຍ​ມາເຖິງ​ຕົວ​ເຂົາ​ໂດຍ​ໄວ 2 ຈະ​ມີ​ຫລາຍ​ຄົນ​ຕິດ​ຕາມ​ກາ​ນ​ຊົ່ວ​ອັນ​ຕ່ຳ​ຊ້າ​ຂອງ​ເຂົາ ແລະ​ເພາະ​ເນື່ອງ​ຈາກ​ຄົນ​ເຫລົ່າ​ນັ້ນ​ເປັນ​ເຫດ​ທາງ​ຂອງ​ຄວາມ​ຈິງ​ຈະ​ຖືກ​ປ​ມາດ 3 ແລະ​ດ້ວຍ​ໃຈ​ໂລບ​ເຂົາ​ຈະ​ໄດ້​ກຳ​ໄຣຈາກ​ພວກ​ທ່ານ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງ​ໂທດ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ຖືກ​ພິ​ພາກ​ສາ​ດົນ​ນານ​ມາ​ແລ້ວ​ກໍ​ບໍ່​ເສີຍ​ຊ້າ​ຢູ່ ຄວາມ​ຈິບ​ຫາຍ​ທີ່​ຈະ​ເກີດ​ກັບ​ເຂົາ​ນັ້ນ​ກໍ​ບໍ່​ໄດ້​ລືມ​ເຂົາ 4 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ຍົກ​ເວັ້ນ​ຝູງ​ເທວະ​ດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ ແຕ່​ໄດ້​ຊົງ​ຊຸກ​ເຂົາ​ລົງ​ໄປ​ສູ່​ພື້ນ​ທໍ​ຣະ​ນີ ຂັງ​ເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນ​ກວ່າ​ວັນ​ພິ​ພາກ​ສາ 5 ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ຍົກ​ເວັ້ນ​ມະ​ນຸ​ສ​ໂລກ​ຄາວ​ບູ​ຮານ ແຕ່​ໄດ້​ຮັກ​ສາ​ໂນ​ອາ​ຜູ້​ປະ​ກາດ​ຄວາມ​ຊອບ​ທັມ​ກັບ​ຄົນ​ອື່ນ​ອີກ​ເຈັດ​ຄົນ ເມື່ອ​ຄາວ​ທີ່​ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ນ້ຳ​ຖ້ວມ​ໂລກ​ຂອງ​ຄົນ​ທີ່​ບໍ່​ນັບ​ຖື​ພຣະ​ເຈົ້າ 6 ພຣະ​ເຈົ້າ​ໄດ້​ຊົງ​ເຜົາ​ເມືອງ​ໂຊ​ໂດມ ແລະ​ເມືອງ​ໂກ​ໂມ​ຣາ​ໃຫ້​ກາຍ​ເປັນ​ເຖົ່າ ຊຶ່ງ​ເປັນ​ການ​ລົງ​ໂທດ​ໃຫ້​ຈິບ​ຫາຍ​ເພື່ອ​ເປັນ​ຕົວ​ຢ່າງ​ແກ່​ຄົນ​ທັງ​ຫລາຍ​ທີ່​ບໍ່​ນັບ​ຖື​ພຣະ​ເຈົ້າ​ໃນ​ເວ​ລາ​ຕໍ່​ໄປ 7 ແລະ​ໄດ້​ຊົງ​ໂຜດ​ເອົາ​ໂລດ​ຜູ້​ຊອບ​ທັມ​ນັ້ນ​ໃຫ້​ພົ້ນ ຄື​ຜູ້​ທີ່ມີ​ຄວາມ​ທຸກ​ໃຈ​ຫລາຍ​ຍ້ອນ​ກິ​ຣິ​ຍາ​ທີ່​ຂາດ​ສິນ​ທັມ​ຂອງ​ຄົນ​ຊົ່ວ​ເຫລົ່າ​ນັ້ນ 8 (ເພາະ​ເມື່ອ​ຄົນ​ຊອບ​ທັມ​ຜູ້​ນີ້ຢູ່​ໃນ​ຫມູ່​ຄົນ​ຊົ່ວ​ນັ້ນ ການ​ອະ​ທັມ​ຂອງ​ເຂົາ​ທີ່​ທ່ານ​ໄດ້​ເຫັນ​ແລະ​ໄດ້​ຍິນ ກໍ​ເຮັດ​ໃຫ້​ຈິດ​ໃຈ​ທີ່​ຊອບ​ທັມ​ຂອງ​ຕົນ​ເປັນ​ທຸກ​ລຳ​ບາກ​ທຸກໆ​ວັນ) 9 ດັ່ງ​ນັ້ນ ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ຊາບ​ວິ​ທີ​ຈະ​ໂຜດ​ເອົາ​ຄົນ​ທີ່​ນັບ​ຖື​ພຣະ​ເຈົ້າ​ໃຫ້​ພົ້ນ​ຈາກ​ການ​ທົດ​ລອງ ແລະ​ຊົງ​ຊາບ​ວິ​ທີ​ຄຸມ​ຮັກ​ສາ​ຄົນ​ອະ​ທັມ​ໄວ້ ເພື່ອ​ລົງ​ໂທດ​ເມື່ອ​ວັນ​ພິ​ພາກ​ສາ 10 ເປັນ​ຕົ້ນ​ຈະ​ຊົງລົງ​ໂທດ​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິ​ເລດ​ຕັນ​ຫາ ແລະ​ຫມິ່ນ​ປ​ມາດ​ຕໍ່​ອຳ​ນາດ​ທັງ​ຫມົດ ຄ​ຣູ​ສອນ​ປອມ​ເຫລົ່າ​ນີ້ມີ​ໃຈ​ກ້າ​ກັ່ນ​ແລະ​ເຮັດ​ຕາມ​ອຳ​ເພີ​ໃຈ ເຂົາ​ບໍ່​ສະ​ທ້ານ​ຕົກ​ໃຈ​ເມື່ອ​ກ່າວ​ປະ​ນາມ​ຕໍ່​ຜູ້​ມີ​ຍົດ​ສັກ 11 ເຖິງ​ແມ່ນ​ວ່າ​ພວກ​ເທວະ​ດາ​ທີ່​ມີ​ຣິດ​ກໍາລັງ​ຫລາຍກວ່າກໍ​ຍັງ​ບໍ່​ນໍາ​ຄວາມ​ຟ້ອງ​ມາ​ກ່າວ​ປະ​ນາມ​ຄົນ​ເຫລົ່າ​ນັ້ນ​ຕໍ່​ພຣະ​ພັກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ 12 ແຕ່​ຄົນ​ເຫລົ່າ​ນັ້ນ​ເປັນ​ເຫມືອນ​ສັດເດັຽ​ຣະ​ສານທີ່​ບໍ່​ມີ​ຄວາມ​ຄຶດ ແລະ​ເກີດ​ມາ​ຕາມທຳ​ມະ​ຊາດ​ເພື່ອຖືກ​ຈັບ​ແລະ​ຖືກ​ຂ້າ ເຂົາ​ກ່າວປະ​ນາມ​ສິ່ງ​ທີ່​ເຂົາ​ບໍ່​ເຂົ້າ​ໃຈ ເຂົາ​ຈະ​ຕ້ອງ​ຈິບ​ຫາຍ​ໄປ​ຢ່າງ​ດຽວ​ກັນ​ກັບ​ສັດ​ເຫລົ່າ​ນັ້ນ 13 ເຂົາ​ຈະ​ໄດ້​ການ​ອະ​ທັມ​ເປັນ​ຮາງວັນ​ແຫ່ງ​ການ​ອະ​ທັມ​ຂອງ​ຕົນ ເຂົາ​ຖື​ເອົາ​ການ​ຫລິ້ນ​ມ່ວນ​ເຮ​ຮາ​ໃນ​ເວ​ລາ​ກາງ​ເວັນ​ເປັນ​ຂອງ​ສ​ນຸກ ເຂົາ​ດ່າງ​ພ້ອຍ​ແລະ​ເປື້ອນ​ເປິ ແລະ​ໃຊ້າການ​ຫລິ້ນ​ເຮ​ຮາຫລອກ​ລວງ​ເມື່ອ​ກຳ​ລັງ​ກິນ​ລ້ຽງ​ຮ່ວມ​ກັບ​ທ່ານ​ທັງ​ຫລາຍ 14 ຕາ​ຂອງ​ເຂົາ​ກໍ​ມັກ​ເບິ່ງ​ແຕ່​ຍິງ​ທີ່​ລ່ວງ​ປະ​ເວ​ນີ ບໍ່​ຢຸດ​ບໍ່​ຢັ້ງ​ໃນ​ການ​ເຮັດ​ບາບ ເຂົາ​ກ້ຽວກ່ອມ​ຄົນ​ທີ່​ມີ​ໃຈ​ບໍ່​ທ່ຽງ​ຫມັ້ນ ເຂົາ​ມີ​ໃຈ​ເກັ່ງ​ໃນ​ການ​ໂລບ ເປັນ​ຄົນ​ທີ່​ຖືກ​ຊົງ​ປ້ອຍ​ດ່າ​ແລ້ວ 15 ເຂົາ​ໄດ້​ປະ​ຖິ້ມ​ທາງ​ຊື່​ຈຶ່ງ​ຫລົງ​ທາງ​ໄປ ເຂົາ​ຕິດ​ຕາມ​ທາງ​ຂ​ອງ​ບາ​ລາ​ອາມ​ລູກ​ໂບ​ໂຊຣ໌ ຜູ້​ຊຶ່ງ​ຊອບ​ຮາງວັນ​ທີ່​ມາ​ຈາກ​ການ​ອະ​ທັມ 16 ແຕ່​ບາ​ລາ​ອາມ​ນັ້ນ​ໄດ້​ຖືກ​ຕີ​ເພາະ​ການ​ລະ​ເມີດ​ຂອງ​ຕົນ ລໍ​ຕົວ​ປາກບໍ່​ເປັນ​ກໍ​ຍັງ​ໄດ້​ປາກ​ພາ​ສາ​ມະ​ນຸດ ແລະ​ໄດ້​ຫ້າມ​ຄວາມ​ບ້າ​ຂອງ​ບາ​ລາ​ອາມ​ຜູ້​ທຳ​ນ​ວາຍ​ນັ້ນ​ໃຫ້​ເຊົາ 17 ຄົນ​ເຫລົ່າ​ນີ້​ເປັນ​ບໍ່​ທີ່​ຂາດ​ນ້ຳ ເປັນ​ຫມອກ​ທີ່​ຖືກ​ພະ​ຍຸ​ພັດ​ໄປ ພຣະ​ອົງ​ຊົງ​ຈັດ​ຂຸມ​ແຫ່ງ​ຄວາມ​ມືດອັດ​ເລິກ​ລັບ​ໄວ້​ສຳ​ລັບ​ຄົນ​ເຫລົ່າ​ນັ້ນ 18 ເພາະ​ວ່າ​ເຂົາ​ມັກ​ກ່າວ​ຄຳ​ອວດ​ອ້າງອັນ​ເປົ່າໆ​ແລະ​ໃຊ້​ຄວາມ​ປາ​ຖ​ນາ​ຊົ່ວ​ທາງ​ກາຍ​ຫລອກ​ລວງ​ຄົນ​ທັງ​ຫລາຍ​ທີ່​ກຳ​ລັງ​ຫນີ​ພົ້ນ​ຈາກ​ຜູ້​ທີ່​ດຳ​ເນີນ​ຊີ​ວິດ​ໃນ​ການ​ຫລົງ​ຜິດ 19 ເຂົາ​ສັນ​ຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່າ​ນັ້ນ​ມີ​ອິ​ສ​ລະ​ພາບ ແຕ່​ຝ່າຍ​ເຂົາ​ເອງ​ກໍ​ຍັງ​ເປັນ​ຂ້ອຍ​ຂ້າ​ຂອງ​ຄວາມ​ເສື່ອມ​ໂຊມ ເພາະ​ວ່າ​ມະ​ນຸດ​ຖືກ​ພ່າຍ​ແພ້​ແກ່​ສິ່ງ​ໃດ​ແລ້ວ ເຂົາ​ຈະ​ເປັນ​ຂ້ອຍ​ຂ້າ​ຂອງ​ສິ່ງ​ນັ້ນ 20 ເພາະ​ວ່າ​ຖ້າ​ຫລົງ​ຈາກ​ທີ່​ເຂົາພົ້ນ​ແລ້ວ​ຈາກກິ​ເລດ​ຕັນ​ຫາ​ຂອງ​ໂລກ​ນີ້ແລ້ວ ດ້ວຍ​ການ​ທີ່​ເຂົາຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ແລະ​ຜູ້​ໂຜດ​ໃຫ້​ພົ້ນ ເຂົາ​ກັບ​ພົວ​ພັນ​ແລະ​ຖືກ​ພ່າຍ​ແພ້​ແກ່​ການ​ຊົ່ວ​ຮ້າຍ​ນັ້ນ​ອີກ ສະ​ພາບບັ້ນ​ປາຍ​ຂອງ​ເຂົາ​ກໍ​ກັບ​ເປັນ​ຊົ່ວ​ຮ້າຍ​ກວ່າ​ບັ້ນ​ຕົ້ນ 21 ເພາະ​ຖ້າ​ເຂົາ​ບໍ່​ໄດ້​ຮູ້​ຈັກ​ທາງ​ຊອບ​ທັມ​ນັ້ນ ກໍ​ຍັງ​ຈະ​ດີກວ່າ​ທີ່​ໄດ້​ຮູ້​ແລ້ວ ແຕ່​ຍັງ​ກັບ​ຫັນ​ຫລັງ​ໃສ່​ຂໍ້​ບັນ​ຍັດ​ອັນ​ສັກ​ສິດ​ທີ່​ຊົງ​ໂຜດມອບ​ໃຫ້​ແກ່​ເຂົາ​ນັ້ນ 22 ຊຶ່ງ​ເກີດ​ແກ່​ເຂົາ​ນັ້ນ​ກໍ​ເຫມືອນ​ດັ່ງ​ສຸ​ພາ​ສິດ​ອັນ​ຖືກ​ຕ້ອງ​ທີ່​ວ່າ, “ຫມາ​ໄດ້​ຫລົ​ບ​ໄປ​ກິນ​ສິ່ງ​ມັນ​ຮາກ​ອອກ” ແລະ “ຫມູ​ທີ່​ລ້າງ​ແລ້ວ​ກໍ​ກັ​ບ​ລົງ​ໄປ​ນອນ​ລຸຍ​ໃນບວກ​ອີກ”

2 ເປໂຕ 3

ຄຳ​ສັນ​ຍາ​ເຣື່ອງ​ການ​ສະ​ເດັດ​ມາ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ

1 ພວກ​ທີ່​ຮັກ​ເອີຍ, ນີ້ແຫລະ ເປັນ​ຈົດ​ຫມາຍ​ສະ​ບັບ​ທີ່​ສອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ມາ​ເຖິງທ່ານ​ທັງ​ຫລາຍ ໃນ​ຈົດ​ຫມາຍ​ທັງ​ສອງສະ​ບັບ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ປຸກ​ເຕືອນ​ຈິດ​ໃຈ​ອັນ​ຊື່​ສັດ​ຂອງ​ພວກ​ທ່ານ​ໃຫ້​ລະ​ນຶກ​ເຖິງ 2 ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ຈື່​ຈຳ​ຖ້ອຍ​ຄຳ​ທັງ​ຫລາຍ​ທີ່​ພວກ​ຜູ້​ທຳ​ນ​ວາຍ​ບໍ​ຣິ​ສຸດ​ໄດ້​ກ່າວໄວ້​ເມື່ອ​ກ່ອນ ແລະ​ຂໍ້​ບັນ​ຍັດ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ພຣະ​ຜູ້ໂຜດ​ໃຫ້​ພົ້ນ ໂດຍ​ບັນ​ດາ​ອັ​ຄ​ສາ​ວົກ​ຂອງ​ທ່ານ​ທັງ​ຫ​ລາຍ 3 ກ່ອນ​ອື່ນ, ຈົ່ງ​ຣູ້​ຂໍ້​ນີ້ ຄື​ໃນ​ຄາວ​ສຸດ​ທ້າຍ​ຈະ​ມີ​ຄົນ​ເຍາະ​ເຍີ້ຍ​ມາ​ເວົ້າ​ສຽດ​ສີ​ຕາມ​ໃຈ​ປາ​ຖ​ນາ​ຂອງ​ຕົນ 4 ເຂົາ​ຈະ​ຖາມ​ວ່າ, “ຄຳ​ທີ່​ຊົງ​ສັນ​ຍາ​ໄວ້​ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ນັ້ນ​ຢູ່​ໃສ ເພາະ​ວ່າ​ຕັ້ງ​ແຕ່​ບັນ​ພະ​ບຸ​ຣຸດ​ລັບ​ລ່ວງ​ໄປ​ແລ້ວ ສິ່ງ​ທັງ​ປວງ​ກໍ​ເປັນ​ຢູ່​ເຫມືອນ​ເປັນ​ຢູ່​ຕັ້ງ​ແຕ່​ເລີ້ມ​ຕົ້ນ​ຊົງ​ສ້າງ​ໂລກ” 5 ເພາະ​ວ່າ​ເຂົາ​ແກ້ງລືມ​ຂໍ້​ນີ້​ເສັຽ ຄື​ດ້ວຍ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ຟ້າ​ສວັນ​ຈຶ່ງ​ໄດ້​ມີ​ຢູ່​ຕັ້ງ​ແຕ່​ບູ​ຮານ ແລະ​ແຜ່ນ​ດິນ​ໂລກ​ຈຶ່ງ​ໄດ້​ເກີດ​ຂຶ້ນ​ຈາກ​ນ້ຳ​ແລະ​ດ້ວຍ​ທາງ​ນ້ຳ 6 ດ້ວຍ​ນ້ຳ​ນັ້ນ​ແຫລະ, ມະ​ນຸ​ສ​ໂລກ​ທີ່​ມີຢູ່ໃນ​ຂ​ນະ​ນັ້ນ​ໄດ້​ຈິບ​ຫາຍ​ໄປ​ດ້ວຍ​ນ້ຳ​ຖ້ວມ 7 ໂດຍ​ພຣະ​ທັມ​ອັນ​ດຽວກັນ​ນັ້ນ​ແຫລະ, ຟ້າ​ແລະ​ດິນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ກໍ​ຊົງ​ຮັກ​ສາ​ໄວ້​ສຳ​ລັບ​ໃຫ້​ໄຟ​ເຜົາ​ຜານ​ເສັຽ ຄື​ຊົງ​ຮັກ​ສາ​ໄວ້​ຈົນ​ກວ່າ​ຈະ​ເຖິງວັນ​ທີ່​ບັນ​ດາ​ມະ​ນຸດ​ຊຶ່ງ​ບໍ່​ນັບ​ຖື​ພຣະ​ເຈົ້າ​ຈະ​ຖືກ​ຊົງພິ​ພາກ​ສາແລະ​ຈິບ​ຫາຍ​ໄປ 8 ແຕ່​ພວກ​ທີ່​ຮັກ​ເອີຍ, ຢ່າ​ລືມ​ຂໍ້​ນີ້ວ່າ ຕໍ່​ພຣະ​ພັກ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວັນ​ດຽວ​ກໍ​ເຫມືອນ​ກັບ​ພັນ​ປີ ແລະ​ພັນ​ປີ​ກໍ​ເຫມືອນ​ກັບ​ວັນ​ດຽວ 9 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຊົງ​ເສີຍ​ຊ້າ​ໃນ​ເຣື່ອງ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ ເຫມືອນ​ດັ່ງ​ບາງ​ຄົນ​ ຄຶດ​ວ່າ​ຊ້າ ແຕ່​ພຣະ​ອົງ​ຊົງ​ອົດ​ກັ້ນ​ພຣະ​ທັຍ​ໄວ້​ດົນ​ນານ​ເພາະ​ເຫັນ​ແກ່​ທ່ານ​ທັງຫລາຍ ພຣະ​ອົງ​ບໍ່​ຊົງ​ປະ​ສົງ​ທີ່​ຈະ​ໃຫ້​ຜູ້​ນຶ່ງ​ຜູ້​ໃດ​ຈິບ​ຫາຍ​ເສັຽ ແຕ່​ຊົງ​ປາ​ຖ​ນາ​ທີ່​ຈະ​ໃຫ້​ຄົນ​ທັງ​ປວງ​ມາ​ເຖິງ​ການ​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫມ່ 10 ວັນ​ຂອງ​ອົງ​ພຣະ​ຜູ້ເປັນ​ເຈົ້າ​ຈະ​ມາ​ເຖິງ​ເຫມືອນ​ດັ່ງ​ຂະ​ໂມຍ​ມາ ໃນ​ວັນ​ນັ້ນ​ທ້ອງ​ຟ້າ​ຈະ​ລ່ວງ​ເສັຽ​ໄປ​ດ້ວຍ​ສຽງ​ດັງ​ກ້ອງ​ສ​ນັ່ນ ໂລກ ທາດ​ຈະ​ສ​ລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນ​ດິນ​ໂລກ​ກັ​ບ​ສາ​ຣະ​ພັດ​ທຸກ​ສິ່ງ​ຈະ​ໄຫມ້​ເສັຽ​ຫມົດ 11 ເມື່ອ​ຮູ້​ແລ້ວ​ວ່າ​ສິ່ງ​ທັງ​ປວງ​ຈະ​ສ​ລາຍ​ໄປ​ຢ່າງ​ນີ້ ທ່ານ​ທັງ​ຫລາຍ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ ໃນ​ການ​ດໍາ​ເນີນຊີ​ວິດ​ອັນ​ບໍ​ຣິ​ສຸດ​ແລະ​ການ​ນັບ​ຖື​ພຣະ​ເຈົ້າ 12 ຈົ່ງ​ຄອຍ​ຖ້າ​ແລະ​ເຮ່ງ​ຮີບ​ໃຫ້​ວັນ​ຂອງ​ພຣະ​ເຈົ້າ​ມາ​ເຖິງ ຊຶ່ງ​ໃນ​ວັນ​ນັ້ນ​ທ້ອງ​ຟ້າ​ຈະ​ຖືກ​ໄຟ​ເຜົາ​ສ​ລາຍ​ໄປ ແລະ​ໂລກ​ທາດ​ຈະ​ຖືກ​ໄຟ​ຜານ​ສ​ລາຍ​ໄປ 13 ແຕ່​ວ່າ​ຕາມ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ ເຮົາ​ທັງ​ຫລາຍ​ຄອຍ​ຖ້າ​ຟ້າ​ອາ​ກາດ​ໃຫມ່​ແລະ​ແຜ່ນ​ດິນ​ໂລກ​ໃຫມ່ ຊຶ່ງ​ຄວາມ​ຊອບ​ທັມ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ 14 ເຫດ​ສັນ​ນັ້ນ​ພວກ​ທີ່​ຮັກ​ເອີຍ, ເມື່ອ​ທ່ານ​ທັງ​ຫລາຍ​ກຳ​ລັງ​ຄອຍ​ຖ້າ​ສິ່ງ​ເຫລົ່າ​ນີ້​ຢູ່ ຈົ່ງ​ອົດ​ສາ​ພຍາ​ຍາມ​ໃຫ້​ພຣະ​ອົງ​ຊົງ​ພົບ​ພວກ​ທ່ານ​ຢູ່​ໃນ​ຄວາມ​ສ​ງົບ ໂດຍ​ບໍ່​ມີ​ຈຸດ​ດ່າງ​ພ້ອຍ​ແລະ​ຂໍ້​ຕຳ​ຫນິ 15 ຈົ່ງ​ຖືວ່າ​ການ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ຊົງອົດ​ກັ້ນ​ພຣະ​ທັຍ​ໄວ້​ດົນ​ນານ​ນັ້ນ ກໍ​ເພື່ອ​ໂຜດ​ພວກ​ເຮົາ​ໃຫ້​ລອດ​ພົ້ນ​ເຫມືອນ​ດັ່ງ​ໂປ​ໂລ​ນ້ອງ​ທີ່​ຮັກ​ຂອງ​ເຮົາ ໄດ້​ຂຽນ​ຈົດ​ຫມາຍ​ເຖິງ​ທ່ານ​ທັງ​ຫລາຍ​ຕາມ​ສະ​ຕິ​ປັນ​ຍາ​ທີ່​ໄດ້​ຊົງ​ປະ​ທານ​ແກ່​ທ່ານ​ນັ້ນ 16 ໃນ​ຈົດ​ຫມາຍທຸກ​ສະ​ບັບ​ຂອງ​ທ່ານກໍ​ກ່າວ​ເຖິງ​ເຫດ​ການ​ເຫລົ່າ​ນີ້ໄວ້​ແລ້ວ ໃນ​ຈົດ​ຫມາຍ​ເຫລົ່າ​ນັ້ນ​ມີ​ບາງ​ຂໍ້​ທີ່​ເຂົ້າ​ໃຈ​ຍາກ ຊຶ່ງ​ຄົນ​ທັງ​ຫລາຍ​ທີ່​ຮູ້​ເທົ່າ​ບໍ່​ເຖິງ​ການ​ແລະ​ທີ່​ມີ​ໃຈ​ບໍ່​ຫມັ້ນ​ຄົງ​ແນ່ນອນ​ໄດ້​ບິດ​ເບືອນ​ຂໍ້​ຄວາມ​ເສັຽ​ເຫມືອນ​ຢ່າງ​ທີ່​ເຂົາ​ໄດ້​ບິດ​ເບືອນ​ຂໍ້​ອື່ນໆ​ໃນ​ພຣະ​ຄັມ​ພີ​ອັນ​ເປັນ​ເຫດ​ໃຫ້​ຕົນ​ເອງ​ຈິບ​ຫາຍ 17 ເພາະ​ເຫດ​ນັ້ນ​ພວກ​ທີ່​ຮັກ​ເອີຍ, ເມື່ອ​ພວກ​ທ່ານ​ຮູ້​ເຣື່ອງ​ນີ້ກ່ອນ​ແລ້ວ​ກໍ​ຈົ່ງ​ລະ​ວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ພວ​ກ​ທ່ານ​ຈະ​ຫລົງ​ໄປ​ເຮັດ​ຜິດ ຕາມ​ການ​ຜິດ​ຂອງ​ຄົນ​ຂາດ​ສິນ​ທັມ​ເຫລົ່າ​ນັ້ນ ແລະ​ທ່ານ​ທັງ​ຫລາຍ​ຈະ​ຕົກ​ເສັຽ​ຈາກ​ຄວາມ​ຫນັກ​ແຫນ້ນ​ຫມັ້ນ​ຄົງ​ຂອງ​ຕົນ 18 ແຕ່​ຂໍ​ໃຫ້​ທ່ານ​ທັງ​ຫລາຍ​ຈະ​ເຣີນ​ຂຶ້ນ​ໃນ​ພຣະ​ຄຸນ​ແລະ​ໃນ​ຄວາມ​ຮູ້ ຊຶ່ງ​ມາ​ຈາກ​ພຣະ​ເຢ​ຊູ​ຄຣິດ​ອົງພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ ພຣະ​ກຽດ​ຈົ່ງ​ມີ​ແດ່​ພຣະ​ອົງ​ນັ້ນ​ທັງ​ໃນ​ປັດ​ຈຸ​ບັນ​ແລະ​ຕລອດ​ໄປ​ເປັນ​ນິດ (ອາ​ແມນ)

1 ໂຢຮັນ 1

ພຣະ​ທັມ​ອັນ​ຊົງ​ຊີ​ວິດ

1 ຊຶ່ງ​ມີ​ຢູ່​ແຕ່​ປະ​ຖົມ​ມະ​ການ, ຊຶ່ງ​ເຮົາ​ໄດ້​ຍິນ, ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ, ຊຶ່ງ​ເຮົາ​ໄດ້​ພິ​ຈາ​ຣະ​ນາ​ເບິ່ງ ແລະ​ມື​ຂອງ​ເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ ກ່ຽວ​ກັບ​ພຣະ​ທັມ​ອັນ​ຊົງ​ຊີ​ວິດ 2 (ຊີ​ວິດ​ນັ້ນ​ໄດ້​ປາ​ກົດ​ມາ ເຮົາ​ໄດ້​ເຫັນແລະ​ເປັນ​ພຍານ ຈຶ່ງ​ໄດ້​ປະ​ກາດ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ​ນັ້ນ​ແກ່​ທ່ານ​ທັງ​ຫລາຍ ຄື​ຊີ​ວິດ​ທີ່​ດຳ​ຣົງ​ຢູ່​ກັບ​ພຣະ​ບິ​ດາ ແລະ​ໄດ້​ປາ​ກົດ​ແກ່ເຮົາ​ທັງ​ຫລາຍ) 3 ຊຶ່ງ​ເຮົາ​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ ເຮົາ​ກໍ​ໄດ້​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ​ເຫມືອນ​ກັນ ເພື່ອ​ທ່ານ​ທັງ​ຫລາຍ​ຈະ​ໄດ້​ເຂົ້າ​ຮ່ວມ​ສາ​ມັກ​ຄີ​ທັມ​ກັບ​ພວກ​ເຮົາ ພວກ​ເຮົາ​ກໍ​ຮ່ວມ​ສາ​ມັກ​ຄີ​ກັບ​ພຣະ​ບິ​ດາ ແລະ​ກັບພຣະ​ບຸດ​ຂອງ​ພຣະ​ອົງຄື​ພຣະ​ເຢ​ຊູ​ຄຣິດ 4 ຂໍ້​ຄວາມ​ເຫລົ່າ​ນີ້​ແຫລະ, ເຮົາ​ຂຽນ​ມາ​ເພື່ອ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ຂອງ​ເຮົາ​ຈະ​ໄດ້​ເຕັມ​ບໍ​ຣິ​ບູນ

ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ສວ່າງ

5 ນີ້​ແຫລະ, ເປັນ​ຂ່າວ​ສານ​ທີ່​ເຮົາ​ໄດ້​ຍິນ​ຈາກ​ພຣະ​ອົງ​ແລະ​ໄດ້​ປະ​ກາດ​ແກ່​ທ່ານ​ທັງ​ຫລາຍ​ວ່າ ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ສວ່າງ ໃນ​ພຣະ​ອົງ​ບໍ່​ມີ​ຄວາມ​ມືດ​ເລີຍ 6 ຖ້າ​ເຮົາ​ຈະ​ວ່າ​ເຮົາ​ຮ່ວມ​ສາ​ມັກ​ຄີ​ທັມ​ກັບ​ພຣະ​ອົງ ແລະ​ຍັງ​ດຳ​ເນີນ​ຊີ​ວິດ​ຢູ່​ໃນ​ຄວາມ​ມືດ ເຮົາ​ກໍ​ເວົ້າ​ຕົວະ​ແລະ​ບໍ່​ປະ​ຕິ​ບັດ​ຕາມ​ຄວາມ​ຈິງ 7 ແຕ່​ຖ້າ​ເຮົາ​ທັງ​ຫລາຍ​ດຳ​ເນີນ​ຊີ​ວິດຢູ່​ໃນ​ຄວາມ​ສວ່າງ​ເຫມືອນ​ຢ່າງ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ຄວາມ​ສວ່າງ ພວກ​ເຮົາ​ກໍ​ຮ່ວມ​ສາ​ມັກ​ຄີ​ທັມ​ເຊິ່ງ​ກັນ​ແລະ​ກັນ ແລະ​ພຣະ​ໂລ​ຫິດ​ຂອງ​ພຣະ​ເຢ​ຊູ​ພຣະ​ບຸດ​ຂອງ​ພຣະ​ອົງ ກໍ​ຊຳ​ຮະ​ລ້າງ​ເຮົາ​ທັງ​ຫລາຍ​ຈາກ​ຜິດ​ບາບຫມົດ​ສິ້ນ 8 ຖ້າ​ເຮົາ​ທັງ​ຫລາຍ​ເວົ້າ​ວ່າ​ພວກ​ເຮົາ​ບໍ່​ມີ​ບາບ ພວກ​ເຮົາ​ກໍ​ຫລອກ​ລວງ​ຕົນ​ເອງ ແລະ​ຄວາມ​ຈິງ​ບໍ່​ໄດ້​ຢູ່​ໃນ​ພວກ​ເຮົາ 9 ຖ້າ​ເຮົາ​ທັງ​ຫລາຍ​ສາ​ຣະ​ພາບ​ຜິດ​ບາບ​ຂອງ​ພວກ​ເຮົາ ພຣະ​ອົງ​ຊົງ​ສັດ​ຊື່​ແລະ​ທ່ຽງ​ທັມ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກ​ເຮົາ ແລະ​ຈະ​ຊົງ​ໂຜດ​ຊຳ​ຮະ​ລ້າງ​ເຮົາ​ທັງ​ຫລາຍ​ຈາກ​ການ​ອະ​ທັມ​ຫມົດ​ສິ້ນ 10 ຖ້າ​ເຮົາ​ທັງ​ຫລາຍ​ເວົ້າ​ວ່າ​ພ​ວກ​ເຮົາ​ບໍ່​ໄດ້​ເຮັດ​ບາບ ກໍ​ທໍ່​ກັບ​ວ່າ​ພວກ​ເຮົາ​ໄດ້​ເຮັດ​ໃຫ້​ພຣະ​ອົງ​ເປັນ​ຜູ້​ຕົວະ ແລະ​ພຣະ​ທັມ​ຂອງ​ພຣະ​ອົງ​ກໍ​ບໍ່​ຢູ່ໃນ​ພວກ​ເຮົາ​ແລ້ວ​

1 ໂຢຮັນ 2

ພຣະ​ເຢ​ຊູ​ຊົງ​ເປັນ​ທະ​ນາຍ​ຄວາມ​ເພື່ອ​ເຮົາ

1 ລູກ​ນ້ອຍ​ທັງ​ຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ຂໍ້​ຄວາມ​ເຫລົ່າ​ນີ້​ມາ​ເຖິງ​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ຜິດ ແຕ່​ຖ້າ​ຄົນ​ໃດ​ເຮັດ​ຜິດ ພວກ​ເຮົາ​ກໍ​ມີ​ທະ​ນາຍ​ຄວາມ ຄື​ພຣະ​ເຢ​ຊູ​ຄຣິດ​ຜູ້​ຊົງ​ທ່ຽງ​ທັມ​ທີ່​ສະ​ຖິດ​ຢູ່​ກັບ​ພຣະ​ບິ​ດາ 2 ແມ່ນ​ດ້ວຍ​ພຣະ​ອົງ​ນີ້​ແຫລະ​, ທີ່​ພຣະ​ເຈົ້າ​ຊົງ​ຍົກ​ຜິດ​ບາບ​ຂອງ​ພວກ​ເຮົາ​ເສັຽ ແລະ​ບໍ່​ແມ່ນ​ແຕ່​ຜິດ​ບາບ​ຂອງ​ພວກ​ເຮົາ​ພວກ​ດຽວ ແຕ່​ທັງ​ຜິດ​ບາບ​ຂອງ​ມະ​ນຸດ​ທັງ​ປວງ​ໃນ​ໂລກ​ເຫມືອນ​ກັນ 3 ໃນ​ຂໍ້​ນີ້​ແຫລະ​, ເຮົາ​ທັງ​ຫລາຍ​ຄົງ​ສັງ​ເກດ​ໄດ້​ວ່າ​ພວກ​ເຮົາ​ຮູ້​ຈັກ​ກັບ​ພຣະ​ອົງ ຄື​ວ່າ​ຖ້າ​ພວກ​ເຮົາ​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ 4 ຄົນ​ໃດ​ທີ່​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຮູ້​ຈັກ​ກັບ​ພຣະ​ອົງ” ແຕ່​ບໍ່​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ຜູ້​ນັ້ນ​ເປັນ​ຄົນ​ເວົ້າ​ຕົວະ ແລະ​ຄວາມ​ຈິງ​ບໍ່​ໄດ້​ຢູ່​ໃນ​ຄົນ​ນັ້ນ​ແລ້ວ 5 ແຕ່​ຜູ້​ໃດ​ທີ່​ຖື​ຮັກ​ສາ​ພຣະ​ທັມ​ຂອງ​ພຣະ​ອົງ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ຮັກ​ສາ​ພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນ ດ້ວຍ​ອາ​ການ​ຢ່າງ​ນີ້ແຫລະ​, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ​ພ​ວ​ກ​ເຮົາ​ຢູ່​ໃນ​ພຣະ​ອົງ 6 ຜູ້​ໃດ​ເວົ້າ​ວ່າ​ຕົນ​ຢູ່​ໃນ​ພຣະ​ອົງ ຜູ້​ນັ້ນ​ກໍ​ຄວນ​ດຳ​ເນີນ​ຊີ​ວິດ​ຕາມ​ທາງ​ທີ່​ພຣະ​ຄຣິດ​ຊົງ​ດຳ​ເນີນ​ນັ້ນ​ເຫມືອນ​ກັນ

ພຣະ​ບັນ​ຍັດ​ໃຫ​ມ່

7 ພວກ​ທີ່​ຮັກ​ເອີຍ, ເຮົາ​ບໍ່​ໄດ້​ຂ​ຽ​ນຂໍ້​ບັນ​ຍັດ​ໃຫມ່​ມາ​ເຖິງ​ເຈົ້າ​ທັງ​ຫລາຍ ແຕ່​ເປັນ​ຂໍ້​ບັນ​ຍັດ​ເກົ່າ​ຊຶ່ງ​ເຈົ້າ​ທັງ​ຫລາຍ​ມີ​ຢູ່​ຕັ້ງ​ແຕ່​ເດີມ​ແລ້ວ ຂໍ້​ບັນ​ຍັດ​ເກົ່າ​ນັ້ນ ຄື​ພຣະ​ທັມ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ມາ​ແລ້ວ 8 ເຖິງ​ຢ່າງ​ນັ້ນ​ກໍ​ກ່າວ​ໄດ້​ວ່າ ເຮົາ​ຂຽນ​ຂໍ້​ບັນ​ຍັດ​ໃຫມ່​ມາ​ເຖິງ​ເຈົ້າ​ທັງ​ຫລາຍ ທີ່​ວ່າໃຫມ່​ທັງ​ຝ່າຍ​ພຣະ​ອົງ​ແລະ​ຝ່າຍ​ເຈົ້າ​ທັງ​ຫລາຍ​ນັ້ນ ກໍ​ເພາະ​ຄວາມ​ມືດ​ນັ້ນ​ກຳ​ລັງ​ຜ່ານ​ພົ້ນ​ໄປ ແລະ​ຄວາມ​ສວ່າງ​ແທ້​ກໍ​ສ່ອງ​ຢູ່​ແລ້ວ 9 ຜູ້​ໃດ​ທີ່​ເວົ້າ​ວ່າ​ຕົນ​ຢູ່​ໃນ​ຄວາມ​ສວ່າງ ແຕ່​ຍັງ​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຍັງ​ຢູ່ໃນ​ຄວາມ​ມືດ​ຈົນ​ເຖິງ​ດຽວ​ນີ້ 10 ຜູ້​ທີ່ຮັກ​ພີ່​ນ້ອງ​ຂອງ​ຕົນ​ກໍ​ຕັ້ງ​ຢູ່​ໃນ​ຄວາມ​ສວ່າງ ແລະ​ເຫດ​ທີ່​ຈະ​ໃຫ້​ສະ​ດຸດ​ໃຈ​ກໍ​ບໍ່​ມີ​ໃນ​ຄົນ​ນັ້ນ 11 ແຕ່​ຜູ້​ທີ່​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ​ກໍ​ຢູ່​ໃນ​ຄວາມ​ມືດ ແລະ​ທ່ຽວ​ໄປ​ໃນ​ຄວາມ​ມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳ​ລັງ​ໄປ​ໃສ ເພາະ​ຄວາມ​ມືດ​ໄດ້​ເຮັດ​ໃຫ້​ຕາ​ຂອ​ງຕົນ​ບອດ​ເສັຽ​ແລ້ວ 12 ລູກ​ນ້ອຍທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ເຖິງ​ເຈົ້າ​ທັງ​ຫລາຍ ເພາະ​ວ່າ​ໄດ້​ຊົງ​ໃຫ້​ອະ​ພັຍ​ບາບ​ຂອງ​ພວກ​ເຈົ້າ​ແລ້ວ ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ 13 ພໍ່​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ຮູ້​ຈັກ​ກັ​ບ​ພຣະ​ອົງ ຜູ້​ຊົງ​ດຳ​ຣົງ​ຢູ່​ຕັ້ງ​ແຕ່​ປະ​ຖົມ​ມະ​ການ ຄົນ​ຫນຸ່ມ​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍເຖິງ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ໄດ້​ຊະ​ນະ​ມານ​ຮ້າຍ​ນັ້ນ​ແລ້ວ 14 ລູກ​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ພວກ​ເຈົ້າ ເພາະ​ພວ​ກ​ເຈົ້າ​ຮູ້​ຈັກ​ກັບ​ພຣະບິດາ​ແລ້ວ ພໍ່​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ຮູ້​ຈັກ​ກັບ​ພຣະ​ອົງ​ຜູ້​ຊົງ​ດຳ​ຣົງຢູ່​ຕັ້ງ​ແຕ່​ປະ​ຖົມ​ມະ​ການ​ແລ້ວ ຄົນ​ຫນຸ່ມ​ທັງ​ຫລາຍ​ເອີຍ, ເຮົາ​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ພວກ​ເຈົ້າ ເພາະ​ພວກ​ເຈົ້າ​ໄດ້​ຊະນະ​ມານ​ຮ້າຍ​ແລ້ວ 15 ຢ່າ​ຮັກ​ໂລກ​ຫລື​ສິ່ງຂອງ​ທີ່​ຢູ່​ໃນ​ໂລກ ຖ້າ​ຜູ້​ໃດ​ຮັກ​ໂລກ ຄວາມ​ຮັກ​ຕໍ່​ພຣະ​ບິ​ດາ​ບໍ່​ຢູ່​ໃນ​ຜູ້​ນັ້ນ 16 ເພາະ​ສາ​ຣະ​ພັດ​ທີ່​ມີ​ຢູ່​ໃນ​ໂລກ ຄື​ຕັນ​ຫາ​ຂອງ​ເນື້ອ​ກາຍ, ຕັນ​ຫາ​ຂອງ​ຕາ, ແລະ​ຄວາມອວດ​ອ້າງ​ເປົ່າໆ​ໃນ​ຊີ​ວິດ​ນີ້ ບໍ່ໄດ້​ເກີດ​ມາ​ຈາກ​ພຣະ​ບິ​ດາ ແຕ່​ເກີດ​ມາ​ຈາກ​ໂລກ 17 ສ່ວນ​ໂລກ​ກັບ​ຕັນ​ຫາ​ຂອງ​ໂລກ​ກຳ​ລັງ​ເສື່ອມ​ສູນ​ໄປ ແຕ່​ຜູ້​ເຮັດ​ຕາມ​ພຣະ​ທັຍ​ຂອງ​ພຣະ​ເຈົ້າ​ຈະ​ຕັ້ງ​ຢູ່​ເປັນ​ນິດ

ສັດ​ຕ​ຣູ​ຂອງ​ພຣະ​ຄຣິດ

18 ລູກ​ທັງ​ຫ​ລາຍ​ເອີຍ, ບັດນີ້​ເປັນ​ເວ​ລາ​ສຸດ​ທ້າຍແລ້ວ ແລະ​ຕາມ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ໄດ້​ຟັງ​ມາ​ແລ້ວ​ວ່າ ຜູ້​ຕໍ່​ສູ້​ພຣະ​ຄຣິດ​ຈະ​ມາ​ ບັດ​ນີ້​ຜູ້​ຕໍ່​ສູ້​ພຣະ​ຄຣິດ​ກໍ​ເກີດ​ມີ​ມາ​ຫລາຍ​ແລ້ວ ສັນ​ນັ້ນ​ພວກ​ເຮົາ​ຈຶ່ງ​ຮູ້​ວ່າ​ເປັນ​ເວ​ລາ​ສຸດ​ທ້າຍ 19 ເຂົາ​ເຫລົ່າ​ນັ້ນ​ໄດ້​ອອກ​ໄປ​ຈາກ​ພວກ​ເຮົາ ແຕ່​ເຂົາ​ບໍ່​ແມ່ນ​ຝ່າຍ​ພວກ​ເຮົາ ເພາະ​ວ່າ​ຖ້າ​ເຂົາ​ແມ່ນ​ຝ່າຍ​ພວກ​ເຮົາ ເຂົາ​ກໍ​ຈະ​ໄດ້​ຕັ້ງ​ຢູ່​ກັບ​ພ​ວກ​ເຮົາ​ຕໍ່​ໄປ (ແຕ່​ເຂົາ​ໄດ້​ອອກ​ໄປ​ແລ້ວ) ເພື່ອ​ປາ​ກົດ​ແຈ້ງວ່າ​ເຂົາ​ເຫລົ່າ​ນັ້ນ​ບໍ່​ແມ່ນ​ຝ່າຍ​ພວກ​ເຮົາ​ຈັກ​ຄົນ 20 ແຕ່​ຝ່າຍ​ເຈົ້າ​ທັງ​ຫລາຍ​ໄດ້​ຮັບ​ການ​ຊົງ​ຫົດ​ສົງ​ຈາກ​ພຣະ​ອົງ​ຜູ້​ບໍ​ຣິ​ສຸດ​ແລ້ວ ພວກ​ເຈົ້າ​ທຸກ​ຄົນ​ກໍ​ມີ​ຄວາມ​ຮູ້ 21 ເຮົາ​ໄດ້​ຂຽນ​ຈົດ​ຫມາຍ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ ບໍ່​ແມ່ນ​ເພາະ​ພວກ​ເຈົ້າ​ບໍ່​ຮູ້​ຄວາມ​ຈິງ ແຕ່​ເພາະ​ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ ແລະ​ເພາະ​ວ່າ​ຄຳ​ຕົວະ​ຂໍ້​ໃດ​ບໍ່​ໄດ້​ມາ​ຈາກ​ຄວາມ​ຈິງ 22 ແມ່ນ​ໃຜ​ເປັນ​ຜູ້​ເວົ້າ​ຕົວະ ຄັນ​ບໍ່​ແມ່ນ​ຜູ້​ນັ້ນ​ທີ່​ປະ​ຕິ​ເສດ​ວ່າ​ພຣະ​ເຢ​ຊູ​ບໍ່​ແມ່ນ​ພຣະ​ຄຣິດ ຜູ້​ທີ່​ປະ​ຕິ​ເສດ​​ພຣະ​ບິ​ດາ​ກັບພຣະ​ບຸດ ຜູ້​ນັ້ນ​ແຫລະ, ເປັນ​ຜູ້​ຕໍ່​ສູ້​ພຣະ​ຄຣິດ 23 ຜູ້​ໃດ​ທີ່​ປະ​ຕິ​ເສດ​ພຣະ​ບຸດ ຜູ້​ນັ້ນ​ກໍ​ບໍ່​ມີ​ພຣະ​ບິ​ດາ ຜູ້​ໃດ​ທີ່​ຮັບ​ຮູ້​ພຣະ​ບຸດ ຜູ້​ນັ້ນ​ກໍ​ມີ​ພຣະ​ບິ​ດາ​ເຫມືອນ​ກັນ 24 ຝ່າຍ​ເຈົ້າ​ທັງ​ຫລາຍ, ຈົ່ງ​ໃຫ້​ຂໍ້​ຄວາມ​ທີ່ພວ​ກ​ເຈົ້າ​ໄດ້​ຍິນ​ຕັ້ງ​ແຕ່​ຕົ້ນ​ມາ​ນັ້ນ​ຕັ້ງ​ຢູ່​ກັບ​ພວກ​ເຈົ້າ ຖ້າ​ຂໍ້​ຄວາມ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ແຕ່​ຕັ້ນ​ມາ​ນັ້ນ​ຫາກ​ຕັ້ງ​ຢູ່​ກັບ​ພວກເຈົ້າ ພວກ​ເຈົ້າ​ກໍ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ບຸດ​ແລະ​ໃນ​ພຣະ​ບິ​ດາ​ເຫມືອນກັນ 25 ນີ້​ແຫລະ, ເປັນ​ພຣະ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ຊົງ​ສັນ​ຍາ​ໄວ້​ແກ່​ເຮົາ​ທັງ​ຫລາຍ​ຄື​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ 26 ຂໍ້​ຄວາມ​ເຫລົ່າ​ນີ້​ເຮົາ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ ກ່ຽວ​ເຖິງ​ເຣື່ອງ​ຄົນ​ເຫລົ່າ​ນັ້ນ​ທີ່​ຢາກ​ໃຫ້​ພວກ​ເຈົ້າ​ຫລົງ​ໄປ 27 ແຕ່​ຝ່າຍ​ເຈົ້າ​ທັງ​ຫລາຍ, ການ​ຊົງ​ຫົດ​ສົງ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ຈາກ​ພຣະ​ອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ບໍ່​ຕ້ອງ​ການ​ໃຫ້​ຜູ້​ໃດ​ອີກ​ສອນ ເພາະ​ການ​ຊົງ​ຫົດ​ສົງ​ຂອງ​ພຣະ​ອົງ​ກຳ​ລັງ​ສັ່ງ​ສອນ​ພວກ​ເຈົ້າ​ເຖິງ​ທຸກ​ສິ່ງ ແລະ​ເປັນ​ຄວາມ​ຈິງ​ບໍ່​ແມ່ນ​ການ​ຕົວະ ການ​ຊົງ​ຫົດ​ສົງ​ໄດ້​ສອນ​ເຈົ້າ​ທັງ​ຫລາ​ຍ​ຢ່າງ​ໃດ ພວກ​ເຈົ້າ​ຈົ່ງ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ອົງ​ຢ່າງ​ນັ້ນ 28 ແລະ​ບັດ​ນີ້ ລູກ​ນ້ອຍ​ທັງ​ຫລາຍ​ເອີຍ, ຈົ່ງ​ຕັ້ງ​ຫມັ້ນ​ຄົງ​ຢູ່​ໃນ​ພຣະ​ອົງ ເພື່ອ​ວ່າ, ເມື່ອ​ພຣະ​ອົງ​ຊົງ​ປາ​ກົດ ເຮົາ​ທັງ​ຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ຫນ້າ​ຈາກ​ພຣະ​ອົງ​ດ້ວຍ​ຄວາມ​ລະ​ອາຍ ເມື່ອ​ພຣະ​ອົງ​ສະ​ເດັດ​ມາ 29 ຖ້າ​ເຈົ້າ​ທັງ​ຫລາຍ​ຮູ້​ວ່າ​ພຣະອົງ​ຊົງ​ທ່ຽງ​ທັມ ພວກ​ເຈົ້າ​ກໍ​ຮູ້​ໄດ້​ວ່າ ທຸກ​ຄົນ​ທີ່​ປະ​ຕິ​ບັດ​ຕາມ​ຄວາມ​ທ່ຽງ​ທັມ​ນັ້ນ​ກໍ​ບັງ​ເກີດ​ມາ​ຈາກ​ພຣະ​ອົງ​ເຫມືອນ​ກັນ

1 ໂຢຮັນ 3

ບັນ​ດາ​ບຸດ​ຂອງ​ພຣະ​ເຈົ້າ

1 ເບິ່ງ​ແມ໋, ພຣະ​ບິ​ດາ​ຊົງ​ໂຜດ​ປະ​ທານ​ຄວາມ​ຮັກ​ແກ່​ເຮົາ​ທັງ​ຫລາຍ​ເປັນ​ຢ່າງ​ໃດ​ທີ່​ພຣະ​ເຈົ້າ​ຊົງ​ເອີ້ນ​ພວກ​ເຮົາ​ວ່າ​ບຸດ​ຂອງ​ພຣະ​ອົງ ແລະ​ພວກ​ເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ ເຫດ​ທີ່​ໂລກ​ບໍ່​ຮູ້​ຈັກ​ເຮົາ​ທັງ​ຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້​ຈັກ​ພຣະ​ອົງ​ນັ້ນ​ແຫລະ 2 ພ​ວກ​ທີ່​ຮັກ​ເອີຍ, ບັດ​ນີ້ ເຮົາ​ທັງ​ຫລາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ແລ້ວ ແລະ​ຍັງບໍ່​ໄດ້​ຊົງ​ສະ​ແດງ​ໃຫ້ຮູ້​ຄັກ​ວ່າ​ຕໍ່​ໄປ​ພວກ​ເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກ​ເຮົາ​ຮູ້​ວ່າ ເມື່ອ​ພຣະ​ອົງ​ນັ້ນ​ຈະ​ສະ​ເດັດ​ມາປາ​ກົດ​ນັ້ນ​ເຮົາ​ທັງ​ຫລາຍ​ຈະ​ເປັນ​ເຫມືອນ​ພຣະ​ອົງ ເພາະ​ວ່າ​ພວກ​ເຮົາ​ຈະ​ເຫັນ​ພຣະ​ອົງ​ຢ່າງ​ທີ່​ພຣະ​ອົງ​ຊົງ​ເປັນ​ຢູ່​ນັ້ນ 3 ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ໃນ​ພຣະ​ອົງ​ດັ່ງ​ກ່າວ​ມາ​ນີ້ ກໍ​ຊຳ​ຮະ​ລ້າງ​ຕົນ​ໃຫ້​ບໍ​ຣິ​ສຸດ​ເຫມືອນ​ພຣະ​ຄຣິດ​ຊົງ​ບໍ​ຣິ​ສຸດ 4 ທຸກ​ຄົນ​ທີ່​ເຮັດ​ບາບ​ກໍ​ເຮັດ​ຜິດ​ຕໍ່​ພຣະ​ບັນ​ຍັດ​ເຫມືອນ​ກັນ ບາບ​ເປັນ​ສິ່ງ​ທີ່​ຜິດ​ຕໍ່​ພຣະ​ບັນ​ຍັດ 5 ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ​ພຣະ​ຄຣິດ​ໄດ້​ຊົງ​ປາ​ກົດ​ເພື່ອ​ຍົກ​ເອົາ​ຜິດ​ບາບ​ໄປ​ເສັຽ ແລະ​ພຣະ​ອົງ​ນັ້ນບໍ່​ຊົງ​ມີ​ບາບ​ເລີຍ 6 ຜູ້​ໃດ​ຕັ້ງ​ຫມັ້ນ​ຢູ່​ໃນ​ພຣະ​ອົງ ຜູ້​ນັ້ນ​ກໍ​ບໍ່​ເຮັດ​ບາບ​ຕາມ​ເຄີຍ ຜູ້​ໃດ​ທີ່​ຍັງ​ເຮັດ​ບາບ​ຕາມ​ເຄີຍ ຜູ້​ນັ້ນ​ຍັງ​ບໍ່​ເຫັນ​ພຣະ​ອົງ ແລະ​ຍັງ​ບໍ່​ຮູ້​ຈັກ​ພຣະ​ອົງ 7 ລູກ​ນ້ອຍ​ທັງ​ຫລາຍ​ເອີຍ, ຢ່າ​ໃຫ້​ຜູ້​ໃດ​ຊັກ​ຈູງ​ພວກ​ເຈົ້າ​ໃຫ້​ຫລົງ ຜູ້​ທີ່​ເຮັດ​ຕາມ​ຄວາມ​ທ່ຽງ​ທັມ​ກໍ​ເປັນ​ຜູ້​ທ່ຽງ​ທັມ ເຫມືອນ​ພຣະ​ຄຣິດ​ຊົງ​ທ່ຽງ​ທັມ 8 ຜູ້​ທີ່​ເຮັດ​ບາບ​ຕາມ​ເຄີຍກໍ​ມາ​ຈາກ​ມານ ເພາະ​ວ່າ​ມານ​ໄດ້​ເຮັດ​ບາບ​ຕັ້ງ​ແຕ່​ຕົ້ນ​ເດີມ​ມາ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ມາ​ປາ​ກົດ​ກໍ​ເພາະ​ເຫດ​ນີ້​ແຫລະ ຄື​ເພື່ອ​ຊົງ​ທຳ​ລາຍ​ກິ​ຈ​ການ​ຂອງ​ມານ​ເສັຽ 9 ຜູ້​ໃດ​ເກີດ​ຈາກ​ພຣະ​ເຈົ້າ​ກໍ​ບໍ່​ເຮັດ​ບາບ​ຕາມ ເພາະ​ສະ​ພາບ​ຂອງ​ພຣະ​ອົງ​ຊົງ​ດຳ​ຣົງ​ຢູ່​ໃນ​ຜູ້​ນັ້ນ ແລະ​ຜູ້​ນັ້ນ​ບໍ່​ອາດ​ເຮັດ​ບາບ​ຕາມ​ເຄີຍ ເພາະ​ຕົນ​ໄດ້​ບັ​ງ​ເກີດ​ມາ​ຈາກ​ພຣະ​ເຈົ້າ 10 ດັ່ງ​ນີ້ແຫລະ​, ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້​ໃດ​ເປັນ​ບຸດ​ຂອງ​ ພຣະ​ເຈົ້າ ແລະ​ຜູ້​ໃດ​ເປັນ​ລູກ​ຂ​ອງ​ມານ ຄື​ວ່າ​ຜູ້​ໃດ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຄວາມ​ທ່ຽງ​ທັມ ຫລື​ບໍ່​ຮັກ​ພີ່​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ

ຈົ່ງ​ຮັກ​ກັນ​ແລະ​ກັນ

11 ດ້ວຍ​ວ່າ​ນີ້ແຫລະ, ເປັນ​ຂໍ້​ຄວາມ​ທີ່​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ໄດ້​ຟັງ​ຕັ້ງ​ແຕ່​ເດີມ​ແລ້ວ ຄື​ໃຫ້​ພວກ​ເຮົາ​ຮັກ​ເຊິ່ງ​ກັນ​ແລະກັນ 12 ຢ່າ​ໃຫ້​ເປັນ​ເຫມືອນ​ກາ​ອິນ​ຜູ້​ມາ​ຈາກ​ມານ ແລະ​ໄດ້​ຂ້າ​ນ້ອງ​ຂອງ​ຕົນ​ເສັຽ ດ້ວຍ​ເຫດ​ໃດ​ເຂົາຈຶ່ງ​ຂ້າ​ນ້ອງ​ກໍ​ເພາະ​ການ​ເຮັດ​ຂອງ​ຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນຊອບ​ທັມ 13 ພີ່​ນ້ອງ​ທັງ​ຫລາຍ​ເອີຍ, ຖ້າ​ໂລກ​ນີ້ກຽດ​ຊັງ​ພວກ​ເຈົ້າ​ຢ່າ​ປ​ລາດ​ໃຈ 14 ຝ່າຍ​ເຮົາ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ ພວກ​ເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີ​ວິດ​ແລ້ວ ກໍ​ເພາະ​ພວກ​ເຮົາ​ຮັກ​ພີ່​ນ້ອງ ຜູ້​ໃດ​ທີ່​ບໍ່​ຮັກ ຜູ້​ນັ້ນກໍ​ຍັງ​ຢູ່​ໃນ​ຄວາມ​ຕາຍ 15 ຜູ້ໃດ​ທີ່​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ​ກໍ​ເປັນ​ຜູ້​ຂ້າ​ຄົນ ແລະ​ເຈົ້າ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ ຜູ້​ຂ້າ​ຄົນ​ບໍ່​ມີ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ​ຕັ້ງ​ຢູ່​ໃນ​ຕົນ​ຈັກ​ຄົນ 16 ດັ່ງ​ນີ້ແຫລະ, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ຈັກ​ຄວາມ​ຮັກ ໂດຍ​ທີ່​ພຣະ​ຄຣິດ​ໄດ້​ຊົງ​ຍອມ​ສລະ​ພຣະ​ຊົນ​ຂອງພຣະ​ອົງ​ເພື່ອເຮົາ​ທັງ​ຫລາຍ ຝ່າຍ​ພວກ​ເຮົາ​ຄວນຈະ​ສ​ລະ​ຊີ​ວິດ​ຂອງ​ພວກ​ເຮົາ​ເພື່ອ​ພີ່​ນ້ອງ​ເຫມືອນ​ກັນ 17 ແຕ່​ຖ້າ​ຜູ້​ໃດ​ມີ​ຊັບ​ສົມ​ບັດ​ໃນ​ໂລກ​ນີ້ ແລະ​ເຫັນ​ພີ່​ນ້ອງ​ຂອງ​ຕົນ​ຂັດ​ສົນ ແລະ​ຍັງ​ບໍ່​ຍອມ​ມີ​ໃຈ​ເມດ​ຕາ​ຊ່ອຍ​ເຫລືອ​ຜູ້​ນັ້ນ ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ​ຈະ​ດຳ​ຣົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ​ໃດ 18 ລູກນ້ອຍທັງ​ຫລາຍ​ເອີຍ, ຢ່າ​ໃຫ້​ເຮົາ​ຮັກ​ດ້ວຍ​ຄວາມ​ເວົ້າ ແລະ​ດ້ວຍ​ປາກເທົ່າ​ນັ້ນ ແຕ່​ຈົ່ງ​ສະ​ແດງ​ຄວາມ​ຮັກ​ອັນ​ແທ້​ຈິງ​ດ້ວຍການ​ກະ​ທຳ

ຄວາມ​ແນ່​ໃຈ​ໃນ​ພຣະ​ເຈົ້າ

19 ດ້ວຍ​ເຫດ​ນີ້ແຫລະ, ເຮົາ​ທັງ​ຫລາຍ​ກໍ​ຮູ້​ແລ້ວ​ພວກ​ເຮົາ​ຢູ່​ຝ່າຍ​ຄວາມ​ຈິງ ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ແນ່​ໃຈ​ຕໍ່​ພຣະ​ພັກ​ພຣະ​ອົງ 20 ເພາະ​ວ່າ​ຖ້າ​ໃຈ​ຂອງ​ພວກ​ເຮົາ​ກ່າວ​ໂທດ​ໃສ່​ຕົວ​ເຮົາ​ເມື່ອ​ໃດ ພຣະ​ເຈົ້າ​ຊົງ​ເປັນ​ໃຫຍ່ກວ່າ​ໃຈ​ຂອງ​ພວກ​ເຮົາ ແລະ​ພຣະ​ອົງ​ຊົງ​ຊາບ​ທຸກ​ສິ່ງ 21 ພວກ​ທີ່​ຮັ​ກ​ເອີຍ, ຖ້າ​ໃຈ​ຂອງ​ເຮົາ​ບໍ່​ກ່າວ​ໂທດ​ໃສ່​ຕົວ​ເຮົາ ເຮົາ​ກໍ​ມີ​ຄວາມ​ແນ່​ໃຈ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 22 ແລະ​ພວກ​ເຮົາ​ຂໍ​ສິ່ງ​ໃດ ເຮົາກໍ​ໄດ້​ສິ່ງ​ນັ້ນ​ຈາກ​ພຣະ​ອົງ ເພາະ​ວ່າ​ພວກ​ເຮົາ​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ແລະ​ປະ​ຕິ​ບັດ​ຕາມ​ຊອບ​ພຣະ​ທັຍ​ພຣະ​ອົງ 23 ນີ້​ແຫລະ, ເປັນ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ ຄື​ວ່າ​ໃຫ້​ເຮົາ​ທັງ​ຫລາຍ​ວາງ​ໃຈ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ພຣະ​ບຸດ​ຂອງ​ພຣະ​ອົງ ແລະ​ໃຫ້​ພວກ​ເຮົາ​ຮັກ​ເຊິ່ງ​ກັນ​ແລະ​ກັນ ຕາມ​ທີ່​ພຣະ​ຄຣິດ​ໄດ້​ຊົງ​ບັນ​ຍັດ​ໄວ້​ແກ່​ພວກ​ເຮົາ 24 ຜູ້​ໃດທີ່​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ກໍ​ຕັ້ງ​ຢູ່​ໃນ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ຜູ້​ນັ້ນ ດ້ວຍ​ເຫດ​ນີ້ແຫລະ​, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ ພຣະ​ອົງ​ຊົງສະ​ຖິດ​ຢູ່​ໃນ​ພວກ​ເຮົາ ຄື​ດ້ວຍ​ພຣະ​ວິນ​ຍານ​ທີ່​ພຣະ​ອົງ​ຊົງ​ໂຜດປະ​ທານ​ແກ່​ພວກ​ເຮົາ​ແລ້ວ

1 ໂຢຮັນ 4

ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ແລະ​ວິນ​ຍານ​ຂອງ​ຜູ້​ຕໍ່​ສູ້​ພຣະ​ຄຣິດ

1 ພ​ວກ​ທີ່​ຮັກ​ເອີຍ, ຢ່າ​ເຊື່ອ​ວິນ​ຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິ​ສູດ​ວິນ​ຍານ​ທັງ​ຫລາຍ​ນັ້ນ​ວ່າ​ມາ​ຈາກ​ພຣະ​ເຈົ້າ​ຫລື​ບໍ່ ເພາະ​ວ່າ​ມີ​ຜູ້​ທຳ​ນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ 2 ດ້ວຍ​ຂໍ້​ນີ້ແຫລະ​, ເຈົ້າ​ທັງ​ຫລາຍ​ກໍ​ຈະ​ຮູ້​ຈັກ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ຄື​ວິນ​ຍານ​ທັງ​ປວງ​ທີ່​ຍອມ​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະ​ນຸດ ວິນ​ຍານ​ນັ້ນ​ກໍ​ມາ​ຈາກ​ພຣະ​ເຈົ້າ 3 ແລະ​ວິນ​ຍານທັງ​ປວງ​ທີ່​ບໍ່​ຍອມ​ຮັບ​ຮູ້​ພຣະ​ເຢ​ຊູ ວິນ​ຍານ​ນັ້ນ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ ວິນ​ຍານ​ນັ້ນ​ແຫລະ, ເປັນ​ວິນ​ຍານ​ຂອງ​ຜູ້​ຕໍ່​ສູ້​ພຣະ​ຄຣິດ ຊຶ່ງ​ເຈົ້າ​ທັງ​ຫລາຍ​ໄດ້​ຍິນ​ວ່າ​ຈະ​ມາ ແລະ​ບັດ​ນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ 4 ລູກ​ນ້ອຍທັງ​ຫລາຍ​ເອີຍ, ສ່ວນ​ເຈົ້າ​ທັງ​ຫລາຍ​ກໍ​ເປັນ​ຝ່າຍ​ພຣະ​ເຈົ້າ ແລະ​ໄດ້ຊະນະ​ເຂົາ​ເຫລົ່າ​ນັ້ນ​ແລ້ວ ເພາະ​ວ່າ​ພຣະ​ອົງ​ຜູ້​ຊົງ​ສະ​ຖິດຢູ່​ໃນ​ພວກ​ເຈົ້າ ຊົງ​ເປັນ​ໃຫຍ່ກວ່າ​ຜູ້​ນັ້​ນ​ທີ່​ຢູ່​ໃນ​ໂລກ 5 ສ່ວນ​ເຂົາ​ເຫລົ່າ​ນັ້ນ​ກໍ​ເປັນ​ຝ່າຍ​ໂລກ ເຫດ​ສັນ​ນັ້ນ​ເຂົາ​ຈຶ່ງ​ເວົ້າ​ຕາມ​ໂລກ ແລະ​ໂລກ​ກໍ​ເຊື່ອ​ຟັງ​ເຂົາ 6 ສ່ວນ​ເຮົາ​ທັງ​ຫລາຍ​ເປັນ​ຝ່າຍ​ພຣະ​ເຈົ້າ ຜູ້​ທີ່​ຮູ້​ຈັກ​ພຣະ​ເຈົ້າ​ກໍ​ເຊື່ອ​ຟັງ​ພວກ​ເຮົາ ຜູ້​ທີ່​ບໍ່​ຢູ່​ຝ່າຍ​ພຣະ​ເຈົ້າ​ກໍ​ບໍ່​ເຊື່ອ​ຟັງ​ພວກ​ເຮົາ ດັ່ງ​ນີ້​ແຫລະ, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວິນ​ຍານ​ຂອງ​ຄວາມ​ຈິງ​ແລະ​ວິນ​ຍານ​ຂອງ​ຄວາມ​ຜິດ

ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ

7 ພວກ​ທີ່​ຮັກ​ເອີຍ, ຈົ່ງ​ໃຫ້​ເຮົາທັງ​ຫລາຍ​ຮັກ​ເຊິ່ງ​ກັນ​ແລະ​ກັນ ເພາະ​ວ່າ​ຄວາມ​ຮັກ​ມາ​ຈາກ​ພຣະ​ເຈົ້າ ທຸກ​ຄົນ​ທີ່​ຮັກ​ກໍ​ບັງ​ເກີດ​ມາ​ຈາກ​ພຣະ​ເຈົ້າ ແລະ​ຮູ້​ຈັກ​ພຣະ​ເຈົ້າ 8 ຜູ້​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້​ຈັກ​ພຣະ​ເຈົ້າ ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ 9 ດ້ວຍ​ຂໍ້​ນີ້​ແຫລະ, ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ​ທັງ​ຫລາຍ​ໄດ້​ປາ​ກົດ​ແຈ້ງ ຄື​ພຣະ​ເຈົ້າ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ອົງ​ດຽວ​ຂອງພຣະ​ອົງ​ເຂົ້າ​ມາ​ໃນ​ໂລກ ເພື່ອ​ເຮົາ​ທັງ​ຫລາຍ​ຈະ​ໄດ້​ມີ​ຊີ​ວິດ​ດ້ວຍ​ພຣະ​ບຸດ​ນັ້ນ 10 ຄວາມ​ຮັກ​ທີ່​ເຮົາ​ກ່າວ​ເຖິງ​ນີ້ແຫລະ, ບໍ່​ແມ່ນ​ເຮົາ​ທັງ​ຫລາຍ​ໄດ້​ຮັກ​ພຣະ​ເຈົ້າ ແຕ່​ພຣະ​ເຈົ້າ​ໄດ້​ຊົງ​ຮັກ​ພວກ​ເຮົາ ແລະ​ຊົງ​ໃຊ້​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ​ເພື່ອ​ເປັນ​ທາງ​ຊົງ​ຍົກ​ຜິດ​ບາບ​ຂອງ​ພວກ​ເຮົາ 11 ພວກ​ທີ່​ຮັກ​ເອີຍ, ຖ້າ​ພຣະ​ເຈົ້າ​ໄດ້​ຊົງ​ຮັກ​ເຮົາ​ທັງ​ຫລາຍ​ຢ່າງນັ້ນ ພວກ​ເຮົາ​ຄວນ​ຈະ​ຮັກ​ເຊິ່ງ​ກັນ​ແລະ​ກັນ 12 ຝ່າຍ​ພຣະ​ເຈົ້າ​ບໍ່​ມີ​ໃຜ​ໄດ້​ເຫັນຈັກ​ເທື່ອ ຖ້າ​ເຮົາ​ທັງ​ຫລາຍ​ຮັກ​ເຊິ່ງ​ກັນ​ແລະ​ກັນ ພຣະ​ເຈົ້າ​ກໍ​ຊົງ​ສະ​ຖິດຢູ່​ໃນ​ເຮົາ​ທັງ​ຫລາຍ ແລະ​ຄວາມ​ຮັກ​ຂອງ​ພຣະ​ອົງ​ກໍ​ສົມ​ບູນ​ໃນ​ພວກ​ເຮົາ 13 ດັ່ງ​ນີ້ແຫລະ, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ​ພວກ​ເຮົາ​ຢູ່​ໃນ​ພຣະ​ອົງ ແລະ​ພຣະ​ອົງ​ຊົງ​ສະ​ຖິດ​ຢູ່​ໃນ​ພວກ​ເຮົາ ເພາະ​ພຣະ​ອົງ​ໄດ້​ຊົງ​ໂຜດ​ປະ​ທານ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ແກ່​ພວກ​ເຮົາ 14 ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ເຫັນ​ແລະ​ເປັນ​ພຍານ​ວ່າ ພຣະ​ບິ​ດາ​ໄດ້​ຊົງ​ໃຊ້​ພຣະ​ບຸດ​ມາ​ເປັນ​ຜູ້​ໂຜດ​ມະ​ນຸ​ສ​ໂລກ​ໃຫ້​ລອດ​ພົ້ນ 15 ຜູ້​ໃດ​ຍອມ​ຮັບ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ພຣະ​ເຈົ້າ​ກໍ​ຊົງ​ສະ​ຖິດ​ຢູ່​ໃນ​ຜູ້​ນັ້ນ ແລະ​ຜູ້​ນັ້ນ​ກໍ​ຕັ້ງ​ຢູ່​ໃນ​ພຣະ​ເຈົ້າ 16 ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ຮູ້​ຈັກ​ແລະ​ໄດ້​ເຊື່ອໃນ​ຄວາມ​ຮັກທີ່​ພຣະ​ເຈົ້າ​ໄດ້​ຊົງ​ມີ​ຕໍ່​ພວກ​ເຮົາ ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ ຜູ້​ໃດ​ທີ່​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ກໍ​ຢູ່​ໃນ​ພຣະ​ເຈົ້າ ແລະ​ພຣະ​ເຈົ້າ​ກໍ​ຊົງ​ສະ​ຖິດຢູ່​ໃນຜູ້​ນັ້ນ 17 ໃນ​ຂໍ້​ນີ້ແຫລະ, ຄວາມ​ຣັກ​ເປັນ​ທີ່​ສຳ​ເຣັດ​ໃນ​ເຮົາ​ທັງ​ຫລາຍ ເພື່ອ​ວ່າ​ພວກ​ເຮົາ​ຈະ​ໄດ້​ມີ​ຄວາມ​ແນ່​ໃຈ​ໃນ​ວັນ​ພິ​ພາກ​ສາ ​ເພາະ​ພຣະ​ຄຣິດ​ຊົງ​ເປັນ​ຢ່າງ​ໃດ ເຮົາ​ທັງຫລາຍ​ໃນ​ໂລກ​ກໍ​ເປັນຢ່າງ​ນັ້ນ 18 ໃນ​ຄວາມ​ຮັກ​ນັ້ນ​ບໍ່​ມີ​ຄວາມ​ຢ້ານ ແຕ່​ຄວາມ​ຮັກ​ທີ່​ສຳ​ເຣັດ​ນັ້ນ​ກໍ​ຂັບ​ໄລ່​ຄວາມຢ້ານ​ອອກ​ເສັຽ ເພາະ​ຄວາມ​ຢ້ານ​ກ່ຽວກັບ​ການ​ລົງ​ໂທດ ແລະ​ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ສຳ​ເຣັດ​ໃນ​ຄວາມ​ຮັກ 19 ຝ່າຍ​ເຮົາ​ທັງ​ຫລາຍ​ໄດ້​ຮັກ​ເພາະ​ພຣະ​ອົງ​ໄດ້​ຊົງ​ຮັກ​ພວກ​ເຮົາ​ກ່ອນ 20 ຖ້າ​ຜູ້​ໃດ​ເວົ້າ​ວ່າ, “ຂ້າ​ພະ​ເຈົ້າ​ຮັກ​ພຣະ​ເຈົ້າ” ແລະ​ຍັງ​ກຽດ​ຊັງ​ພີ່​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ເປັນ​ຄົນ​ເວົ້າ​ຕົວະ ເພາະ​ຜູ້​ທີ່​ບໍ່​ຮັກ​ພີ່​ນ້ອງ​ຂອງ​ຕົນ​ທີ່​ຕາ​ເຫັນ​ແລ້ວ ກໍ​ບໍ່​ສາ​ມາດ​ຈະ​ຮັກ​ພຣະ​ເຈົ້າ​ທີ່​ຕາ​ບໍ່​ເຫັນ​ນັ້ນ 21 ຂໍ້​ບັນ​ຍັດ​ນີ້​ເຮົາ​ທັງ​ຫ​ລາຍ​ກໍ​ໄດ້​ມາ​ຈາກ​ພຣະ​ອົງ ຄື​ວ່າ​ໃຫ້​ຜູ້​ທີ່​ຮັກ​ພຣະ​ເຈົ້າ​ນັ້ນ ຈົ່ງ​ຮັກ​ພີ່​ນ້ອງ​ຂອງ​ຕົນ​ເຫມືອນ​ກັນ

1 ໂຢຮັນ 5

ຄວາມ​ເຊື່ອ​ໄຊ​ຊະນະ​ເຫນືອ​ໂລກ

1 ຜູ້​ໃດ​ທີ່​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ຄຣິດ ຜູ້​ນັ້ນ​ກໍ​ເກີດ​ຈາກ​ພຣະ​ເຈົ້າ ທຸກ​ຄົນ​ທີ່​ຮັກ​ພຣະ​ເຈົ້າ​ຜູ້​ຊົງ​ໃຫ້​ກຳ​ເນີດ ຜູ້​ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະ​ອົງ​ເຫມືອນ​ກັນ 2 ໂດຍ​ຂໍ້​ນີ້ແຫລະ, ເຮົາ​ທັງ​ຫລາຍ​ຈຶ່ງ​ຮູ້​ວ່າ​ພວກ​ເຮົາ​ຮັກ​ລູກ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ ຄື​ເມື່ອ​ພວກ​ເຮົາ​ຮັກ​ພຣະ​ເຈົ້າ ແລະ​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ 3 ເພາະ​ນີ້​ແຫລະ, ເປັນ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ຄື​ໃຫ້​ເຮົາ​ທັງ​ຫລາຍ​ຖື​ຮັກ​ສາ​ບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ ແລະ​ຂໍ້​ບັນ​ຍັດ​ຂອງ​ພຣະ​ອົງ​ນັ້ນ​ກໍ​ບໍ່​ຍາກ​ນັກ 4 ເພາະ​ທຸກ​ຄົນ​ທີ່​ເກີດ​ຈາກ​ພຣະ​ເຈົ້າ​ກໍ​ມີ​ໄຊ​ຕໍ່​ໂລກ ແລະ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ​ນີ້ແຫລະ​ເປັນ​ໄຊ​ຊະ​ນະ​ທີ່​ຊະ​ນະ​ໂລກ 5 ໃຜ​ຫນໍ​ທີ່​ໄຊ​ຊະ​ນະ​ຕໍ່​ໂລກ ຖ້າ​ບໍ່​ແມ່ນ​ຜູ້​ທີ່​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຊົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ

ພຍານ​ກ່ຽວ​ກັບ​ພຣະ​ບຸດ

6 ນີ້ແຫລະ, ຄື​ຜູ້​ທີ່​ໄດ້​ມາ​ໂດຍ​ນ້ຳ​ແລະ​ພຣະ​ໂລ​ຫິດ ຄື​ພຣະ​ເຢ​ຊູ​ຄຣິດ ບໍ່​ແມ່ນ​ດ້ວຍ​ນ້ຳ​ສິ່ງ​ດຽວ ແຕ່​ດ້ວຍ​ນ້ຳ​ແລະ​ພຣະ​ໂລ​ຫິດ ແລະ​ພຣະ​ວິນ​ຍານ​ຊົງ​ເປັນ​ພຍານ ເພາະ​ພຣະ​ວິນ​ຍານ​ຊົງ​ເປັນ​ຄວາມ​ຈິງ 7 ມີ​ພຍານ​ຢູ່​ສາມ​ປະ​ການ, 8 ຄື​ພຣະ​ວິນ​ຍານ, ນ້ຳ ແລະ​ພຣະ​ໂລຫິດ ແລະ​ພຍານ​ທັງ​ສາມ​ນີ້​ສອດ​ຄ້ອງກັນ 9 ຖ້າ​ເຮົາ​ທັງ​ຫ​ລາຍ​ຮັບ​ພຍານ​ຫລັກ​ຖານ​ຂອ​ງມະ​ນຸດ ພຍານ​ຫລັກ​ຖານ​ຂອງ​ພຣະ​ເຈົ້າ​ກໍ​ໃຫ​ຍ່ກວ່າ ເພາະ​ວ່າ​ນີ້​ແຫລະ​, ພຍານ​ຫລັກ​ຖານ​ຂອງ​ພຣະ​ເຈົ້າ ຄື​ພຣະ​ອົງ​ໄດ້​ຊົງ​ເປັນ​ພຍານ​ອ້າງ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ອົງ 10 ຜູ້ທີ່​ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ກໍ​ມີ​ພຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະ​ເຈົ້າ​ກໍ​ໄດ້​ເຮັດ​ໃຫ້​ພຣະ​ອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່​ໄດ້​ເຊື່ອ​ຄຳ​ພຍານ​ທີ່ພຣະ​ເຈົ້າ​ໄດ້​ຊົງ​ເປັນ​ພຍານ ອ້າງ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ອົງ 11 ນີ້ແຫລະ​, ເປັນພຍານ​ຫລັກ​ຖານ​ນັ້ນ ຄື​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ໂຜດ​ປະ​ທານ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ​ໃຫ້​ເຮົາ​ທັງ​ຫລາຍ ແລະ​ຊີ​ວິດ​ນີ້​ມີ​ຢູ່​ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ 12 ຜູ້​ທີ່​ມີ​ພຣະ​ບຸດ​ກໍ​ມີ​ຊີ​ວິດ ຜູ້​ທີ່​ບໍ່​ມີ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ກໍ​ບໍ່​ມີ​ຊີ​ວິດ

ຄວາມ​ຮູ້​ເຣື່ອງ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ

13 ຂໍ້​ຄວາມ​ເຫລົ່າ​ນີ້ ເຮົາ​ຂ​ຽນ​ມາ​ເຖິງ​ເຈົ້າ​ທັງ​ຫລາຍ​ທີ່​ເຊື່ອ​ໃນ​ພຣະ​ນາມພຣະ​ບຸດ​ຂອງ​ພຣະ​ເຈົ້າ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ຮູ້​ວ່າ​ພວກ​ເຈົ້າ​ມີ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ 14 ນີ້ແຫລະ, ເປັນ​ຄວາມ​ແນ່​ໃຈ​ທີ່​ເຮົາ​ທັງ​ຫລາຍ​ມີ​ຢູ່​ຕໍ່​ພຣະ​ອົງ ຄື​ຖ້າ​ພວກ​ເຮົາ​ທູນ​ຂໍ​ສິ່ງ​ໃດ​ທີ່​ເປັນ​ຕາມ​ພຣະ​ທັຍ​ຂອງ​ພຣະ​ອົງ ພຣະ​ອົງ​ກໍ​ຊົງ​ໂຜດ​ຟັງ​ພວກ​ເຮົາ 15 ແລະ​ຖ້າ​ເຮົາທັງ​ຫລາຍ​ຮູ້​ວ່າ​ພຣະ​ອົງ​ຊົງ​ໂຜດ​ຟັງ​ແລ້ວ ເມື່ອ​ພວກ​ເຮົາ​ທູນ​ຂໍ​ສິ່ງ​ໃດ ພວກ​ເຮົາ​ຈຶ່ງ​ຮູ້​ວ່າ​ພວກ​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ພວກ​ເຮົາ​ຂໍ​ຈາກ​ພຣະ​ອົງ​ນັ້ນ 16 ຖ້າ​ຜູ້​ໃດ​ເຫັນ​ພີ່​ນ້ອງ​ຂອງ​ຕົນ​ເຮັດ​ຜິດ​ບາບ​ທີ່​ບໍ່​ນໍາ​ໄປ​ສູ່​ຄວາມ​ຕາຍ ຜູ້​ນັ້ນ​ຈົ່ງ​ທູນ​ຂໍ ແລະ​ພຣະ​ອົງ​ຈະ​ຊົງ​ໂຜດ​ປະ​ທານ​ຊີ​ວິດ​ແກ່​ຜູ້​ທີ່​ໄດ້​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ ຜິດ​ບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່​ໄດ້​ເວົ້າ​ວ່າ​ໃຫ້​ອ້ອນວອນ​ໃນ​ເຣື່ອງ​ຜິດ​ບາບ​ຢ່າງ​ນັ້ນ 17 ການ​ອະ​ທັມ​ທຸກ​ຢ່າງ​ກໍ​ເປັນ​ຜິດ​ບາບ ແຕ່​ການ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ 18 ເຮົາ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ​ຄົນ​ທີ່​ເກີດ​ຈາກ​ພຣະ​ເຈົ້າ​ກໍ​ບໍ່​ເຮັດ​ໃຫ້​ບາບ​ຕາມ​ເຄີຍ ແຕ່​ພຣະ​ອົງ​ຜູ້​ຊົງ​ບັງ​ເກີດ​ແຕ່​ພຣະ​ເຈົ້າ ກໍ​ຊົງ​ຮັກ​ສາ​ຄົນ​ນັ້ນ​ແລະ​ມານ​ຮ້າຍ​ບໍ່​ຈັບ​ຕ້ອງ​ຄົນ​ນັ້ນ 19 ເຮົາ​ທັງ​ຫລາຍ​ຮູ້​ແລ້ວ​ວ່າ​ພວກ​ເຮົາ​ເກີດ​ຈາກ​ພຣະ​ເຈົ້າ ມະ​ນຸ​ສ​ໂລກ​ທັງ​ຫມົດ​ຈົມ​ຢູ່​ໃຕ້​ອຳ​ນາດ​ຂ​ອງ​ມານ​ຮ້າຍ 20 ເຮົາ​ທັງ​ຫລາຍ​ຮູ້​ວ່າ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ສະ​ເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະ​ທານ​ສະ​ຕິ​ປັນ​ຍາ​ໃຫ້ແກ່​ພວກ​ເຮົາ ເພື່ອ​ໃຫ້​ພວກ​ເຮົາ​ຮູ້​ຈັກ​ພຣະ​ຜູ້​ຊົງ​ທ່ຽງ​ແທ້ ແລະ​ເຮົາ​ທັງ​ຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງ​ແທ້​ນັ້ນ ຄື​ໃນ​ພຣະ​ເຢ​ຊູ​ຄຣິດ​ພຣະ​ບຸດຂອງ​ພຣະ​ອົງ​ນັ້ນ ນີ້​ແຫລະ, ເປັນ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້​ແລະ​ເປັນ​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ 21 ລູກ​ນ້ອຍທັງ​ຫລາຍ​ເອີຍ, ຈົ່ງ​ລະ​ວັງ​ຮັກ​ສາ​ຕົນ​ຈາກ​ບັນ​ດາ​ພຣະ​ທຽມ

2 ໂຢຮັນ 1

1 ຈາກ ຂ້າ​ພະ​ເຈົ້າ​ຜູ້​ເຖົ້າ​ແກ່ ຮຽນ ທ່ານ​ຍິງ​ທີ່​ຊົງ​ເລືອກ​ໄວ້​ກັບ​ບັນ​ດາ​ລູກ​ຂອງທ່ານ ຊຶ່ງ​ຂ້າ​ພະ​ເຈົ້າ​ຮັກ​ເນື່ອງ​ດ້ວຍ​ຄວາມ​ຈິງ ບໍ່​ແມ່ນ​ແຕ່​ຂ້າ​ພະ​ເຈົ້າ​ຜູ້​ດຽວ ແຕ່​ຄົນ​ທັງ​ປວງ​ທີ່​ຮູ້​ຈັກ​ຄວາມ​ຈິງ​ກໍ​ຮັກ​ເຫມືອນ​ກັນ 2 ຍ້ອນ​ຄວາມ​ຈິງທີ່​ຕັ້ງ​ຢູ່​ໃນ​ເຮົາ​ທັງ​ຫລາຍ ແລະ​ຊຶ່ງ​ຈະ​ດຳ​ຣົງ​ຢູ່​ກັບ​ພວກ​ເຮົາ​ສືບໆ​ໄປ​ເປັນ​ນິດ 3 ພ​ຣະ​ຄຸນ, ພ​ຣະ​ເມດ​ຕາ, ແລະ​ສັນ​ຕິ​ສຸກ​ທີ່ມາ​ຈາກ​ພ​ຣະ​ເຈົ້າ​ພ​ຣະ​ບິ​ດາ ແລະ​ຈາກ​ພ​ຣະ​ເຢ​ຊູ​ຄຣິດ​ພ​ຣະ​ບຸດຂອງ​ພ​ຣະ​ບິ​ດາ​ນັ້ນ ຈະ​ສະ​ຖິດ​ຢູ່​ກັບ​ພວກ​ເຮົາ​ທັງຫລາຍ​ໃນ​ຄວາມ​ຈິງ​ແລະ​ໃນ​ຄວາມ​ຮັກ

ຕັ້ງຢູ່ໃນຫລັກຄໍາສອນຂອງພຣະຄຣິດ

4 ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ຍິນ​ດີ​ຫລວງ​ຫລາຍ ເພາະ​ໄດ້​ພົບ​ລູກ​ຂອງ​ທ່ານ​ລາງ​ຄົນ​ດຳ​ເນີນ​ຊີ​ວິດ​ຕາມ​ຄວາມ​ຈິງ ຕາມ​ທີ່​ເຮົາ​ທັງ​ຫລາຍ​ໄດ້​ຮັບ​ຂໍ້​ບັນ​ຍັດ​ຈາກ​ພ​ຣະ​ບິ​ດາ 5 ທ່ານ​ຍິງ​ເອີຍ, ຂ້າ​ພະ​ເຈົ້າ​ຂໍ​ເຊີນ​ທ່ານ​ໃຫ້​ເຮົາ​ທັງ​ຫລາຍ​ຮັກ​ເຊິ່ງ​ກັນ​ແລະ​ກັນ ບໍ່​ແມ່ນ​ເຫມືອນ​ກັບ​ວ່າ​ເຮົາ​ໄດ້​ຂຽນ​ຂໍ້​ບັນ​ຍັດ​ໃຫມ່​ມາ​ຍັງ​ທ່ານ ແຕ່​ເປັນ​ຂໍ້​ບັນ​ຍັດ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ມີ​ມາ​ແລ້ວ​ຕັ້ງ​ແຕ່​ເດີມ 6 ນີ້​ແຫລະ, ເປັນ​ຄວາມ​ຮັກ ຄື​ໃຫ້​ເຮົາ​ທັງ​ຫລາຍ​ປະ​ຕິ​ບັດ​ຕາ​ມບັນ​ດາ​ຂໍ້​ບັນ​ຍັດ​ຂອງ​ພ​ຣະ​ອົງ ນີ້​ແຫລະ, ເປັນ​ຂໍ້​ບັນ​ຍັດ​ທີ່​ທ່ານ​ທັງ​ຫລາຍ​ໄດ້​ຍິນ​ໄດ້​ຟັງ​ຕັ້ງ​ແຕ່​ຕົ້ນ​ເດີມ​ນັ້ນ ເພື່ອ​ພວກ​ທ່ານ​ຈະ​ໄດ້​ປະ​ຕິ​ບັດ​ຕາມ 7 ເພາະ​ວ່າ​ມີ​ຜູ້​ຫລອກ​ລວງ​ເປັນ​ຈຳ​ນວນ​ຫລາຍ​ໄດ້​ອອກ​ໄປ​ໃນ​ໂລກ ຄົນ​ເຫລົ່າ​ນີ້​ບໍ່​ຍອມ​ຮັບ​ວ່າ​ພ​ຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ລົງ​ມາ​ຮັບ​ຊາດ​ເປັນ​ມະ​ນຸດ ຄົນນັ້ນ​ແຫລະ, ເປັນ​ຜູ້​ຫລອກ​ລວງ​ແລະ​ເປັນ​ຜູ້​ຕໍ່​ສູ້​ພ​ຣະ​ຄຣິດ 8 ທ່ານ​ທັງຫລາຍ​ຈົ່ງ​ລະ​ວັງ​ຕົວ​ໃຫ້​ດີ ເພື່ອ​ພວກ​ທ່ານ​ຈະ​ບໍ່​ເສັຽ​ຜົນ​ປ​ໂຍດ​ໃນ​ການ​ເຮັດ​ຂອງ​ຕົນ ແຕ່​ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮັບ​ບຳ​ເຫນັດ​ເຕັມ​ສ່ວນ 9 ຜູ້​ໃດ​ລ່ວງ​ເກີນ​ແລະ​ບໍ່​ດຳ​ຣົງ​ຢູ່​ໃນ​ພ​ຣະ​ໂອ​ວາດ​ຂອງ​ພ​ຣະ​ຄຣິດ​ຜູ້​ນັ້ນ​ກໍ​ບໍ່​ມີ​ພ​ຣະ​ເຈົ້າ ຜູ້​ໃດ​ດຳ​ຣົງ​ຢູ່​ໃນ​ພ​ຣະ​ໂອ​ວາດ​ນີ້ ຜູ້​ນັ້ນ​ແຫລະ​, ທັງ​ມີ​ພ​ຣະ​ບິ​ດາ​ແລະ​ມີ​ພຣະ​ບຸດ 10 ຖ້າ​ຜູ້​ໃດ​ມາ​ຫາ​ພວກ​ທ່ານ​ແລະ​ບໍ່​ນັບ​ຖື​ພ​ຣະ​ໂອ​ວາດ​ນີ້​ມາ​ນຳ ຢ່າ​ຮັບ​ຜູ້​ນັ້ນ​ໄວ້​ໃນ​ເຮືອນ ແລະ​ຢ່າ​ສະ​ແດງ​ຄວາມ​ຄຳ​ນັບ​ຕໍ່​ຜູ້​ນັ້ນ 11 ເພາະ​ວ່າ​ຜູ້​ທີ່​ສະ​ແດງ​ຄວາມ​ຄຳ​ນັບ​ຕໍ່​ເຂົາ ກໍ​ເຂົ້າ​ສ່ວນ​ໃນ​ການ​ຊົ່ວ​ຂອງ​ເຂົາ

ຄຳ​ສະ​ແດງ​ຄວາມ​ນັບ​ຖື​ຕອນ​ທ້າຍ

12 ຂ້າ​ພະ​ເຈົ້າ​ຍັງ​ມີ​ຂໍ້​ຄວາມ​ອີກ​ຫລາຍ​ຂໍ້​ທີ່​ຈະ​ຂຽນ​ເຖິງ​ທ່ານ​ທັງ​ຫລາຍ ແຕ່​ກໍ​ບໍ່​ຢາກ​ໃຊ້​ເຈັ້ຽ​ແລະ​ນ້ຳ​ຫມຶກຂຽນ ແຕ່​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ມາ​ຫາ​ພວກ​ທ່ານ​ແລະ​ສົນ​ທະ​ນາ​ກັນ​ປາກ​ຕໍ່​ປາກ ເພື່ອ​ຄວາມ​ຍິນ​ດີ​ຂອງ​ພວກ​ເຮົາ​ຈະ​ໄດ້​ຄົບ​ເຕັມ 13 ບັນ​ດາ​ລູກ​ນ້ອງ​ສາວ​ຂອງ​ທ່ານ​ທີ່​ຊົງ​ເລືອກ​ໄວ້​ນັ້ນ ກໍ​ຝາກ​ຄວາມ​ຄຶດ​ເຖິງ​ມາ​ຍັງ​ທ່ານ

3 ໂຢຮັນ 1

1 ຈາກ​ ຂ້າ​ພ​ະ​ເຈົ້າ​ຜູ້​ເຖົ້າ​ແກ່ ຮຽນ ທ່ານ ຄາ​ໂຢທີ່​ຮັກ ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ຮັກ​ເນື່ອງ​ດ້ວຍ​ຄວາມຈິງ 2 ທ່ານ​ທີ່​ຮັກ​ເອີຍ, ຂ້າ​ພະ​ເຈົ້າ​ອ້ອນວອນ​ຂໍໃຫ້​ທ່ານ​ຈະ​ເຣີນ​ດີ​ຂຶ້ນ​ໃນ​ທຸກ​ສິ່ງ ແລະ​ມີ​ສຸ​ຂ​ພາບ​ແຂງ​ແຮງ​ເຫມືອນ​ຢ່າງ​ຈິດ​ວິນ​ຍານ​ຂອງ​ທ່ານ​ຈະ​ເຣີນ​ດີ​ຢູ່​ນັ້ນ 3 ເພາະ​ວ່າ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຍິນ​ດີ​ຫລາຍ ເມື່ອ​ພວກ​ພີ່​ນ້ອງ​ລາງ​ຄົນ​ໄດ້​ມາ ແລະ​ເປັນ​ພຍານ​ເຖິງ​ຄວາມ​ສັດ​ຈິງ​ຂອງ​ທ່ານ ເຫມືອນ​ຢ່າງ​ທ່ານ​ໄດ້​ປະ​ຕິ​ບັດ​ຕາມຄວາມ​ສັດ​ຈິງ​ນັ້ນ 4 ບໍ່​ມີ​ອັນ​ໃດ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຍິນ​ດີ​ຫລາຍກວ່າ​ນີ້ ຄື​ທີ່​ໄດ້​ຍິນ​ວ່າ​ລູກ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ຕາມ​ຄວາມ​ສັດ​ຈິງ

ຊົມ​ເຊີ​ຍ​ຄາໂຢ​ໃນ​ການ​ຕ້ອນ​ຮັບ​ແຂກ

5 ທ່ານ​ທີ່​ຮັກ​ເອີຍ ເມື່ອ​ທ່ານ​ສ​ລະ​ເຫື່ອ​ແຮງ​ໃຫ້​ພວກ​ພີ່​ນ້ອງ ເປັນ​ຕົ້ນ​ວ່າ​ໃຫ້​ແກ່​ແຂກ​ທີ່​ມາ​ເຮືອນ ກໍ​ເປັນ​ທີ່​ສະ​ແດງ​ເຖິງ​ຄວາມ​ຈົ່ງ​ຮັກ​ພັກ​ດີ​ຂອງ​ທ່ານ 6 ເຂົາ​ເຫລົ່າ​ນັ້ນໄດ້​ເປັນພຍານ​ຕໍ່​ຄ​ຣິ​ສ​ຕະ​ຈັກ​ໃນ​ເຣື່ອງ​ຄວາມ​ຮັກ​ຂອງ​ທ່ານ ຖ້າ​ທ່ານ​ຈະ​ຊ່ອຍ​ສົ່ງ​ເຂົາ​ເຫລົ່າ​ນັ້ນ​ໃຫ້​ສົມ​ກັບ​ການ​ປະ​ຕິ​ບັດ​ພ​ຣະ​ເຈົ້າ ທ່ານ​ກໍ​ເຮັດ​ດີ 7 ເພາ​ະ​ເຂົາ​ເຫລົ່າ​ນັ້ນ​ໄດ້​ອອກ​ໄປ​ເພາະ​ເຫັນ​ແກ່​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ ແລະ​ບໍ່​ໄດ້​ຮັບ​ສິ່ງ​ໃດ​ຈາກ​ຄົນ​ນອກ 8 ສັນ​ນັ້ນ ຝ່າຍ​ເຮົາ​ທັງ​ຫລາຍ​ຈຳ​ເປັນ​ຕ້ອງ​ສ​ນັບສ​ນຸນ​ອຸ້ມ​ຊູ​ຄົນ​ຢ່າງ​ນັ້ນ ເພື່ອ​ພວກ​ເຮົາ​ຈະ​ກາຍ​ເປັນ​ຜູ້​ຮ່ວມ​ງານ​ກັນ​ໃນ​ຄວາມ​ຈິງ

ການຂັດຂວາງຂອງດີໂອເທເຟ

9 ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ບາງ​ສິ່ງ​ບາງ​ຢ່າງ​ເຖິງ​ຄ​ຣິ​ສ​ຕະ​ຈັກ ແຕ່​ດີ​ໂອ​ເທເຟ ຜູ້​ມັກ​ຕັ້ງ​ຕົວ​ເປັນ​ໃຫຍ່​ເຫມືອນ​ຫມູ່ ກໍ​ບໍ່​ຍອມ​ຮັບ​ເຮົາ 10 ສັນ​ນັ້ນ ຖ້າ​ຂ້າ​ພະ​ເຈົ້າ​ມາ ຂ້າ​ພະ​ເຈົ້າ​ຈະ​ເຜີຍ​ການ​ທີ່​ເຂົາ​ເຮັດ ຄື​ທີ່​ເຂົາ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ບໍ່​ມີ​ແກ່ນ​ສານ ແລະ​ເທົ່າ​ນັ້ນ​ຍັງ​ບໍ່​ສົມ​ໃຈ ຊ້ຳ​ບໍ່​ຫນຳ​ເຂົາ​ຍັງ​ປະ​ຕິ​ເສດ ບໍ່​ຍອມ​ຮັບ​ຕ້ອນ​ພີ່​ນ້ອງ​ເຫລົ່າ​ນັ້ນ ແລ້ວ​ຍັງ​ກີດ​ກັນ​ຄົນ​ທັງ​ຫລາຍ​ທີ່​ຢາກ​ຮັບ​ຕ້ອນ​ເຂົາ ກັບ​ທັງ​ຕັດ​ເຂົາ​ອອກ​ເສັຽ​ຈາກ​ຄ​ຣິ​ສ​ຕະ​ຈັກ

ຄໍາ​ພຍານ​ອັນ​ດີ​ກ່ຽວ​ເຣື່ອງ​ເດ​ເມ​ທີ​ໂອ

11 ທ່ານ​ທີ່​ຮັກ​ເອີຍ ຢ່າ​ເອົາ​ການ​ຊົ່ວ​ຮ້າຍ​ເປັນ​ແບບ​ຢ່າງ ແຕ່​ຈົ່ງ​ເອົາ​ການ​ດີ​ງາມ ຜູ້​ທີ່​ເຮັດ​ການ​ດີ ກໍ​ເປັນ​ຂອງ​ພ​ຣະ​ເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່​ໄດ້​ເຫັນ​ພ​ຣະ​ເຈົ້າ 12 ສ່ວນ​ເດ​ເມ​ທີ​ໂອນັ້ນ ທຸກ​ຄົນ​ກໍ​ເປັນ​ພຍານ​ວ່າ​ທ່ານ​ເປັນ​ຄົນ​ດີ ແລະ​ຄວາມ​ຈິງ​ເອງ​ກໍ​ເປັນ​ພຍານ ຝ່າຍ​ຂ້າ​ພະ​ເຈົ້າກໍ​ເປັນ​ພຍານ​ເຫມືອນ​ກັນ ແລະ​ທ່ານ​ຮູ້​ແລ້ວ​ວ່າ​ຄຳ​ພຍານ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຈິງ

ຄຳ​ສະ​ແດງ​ຄວາມ​ນັບ​ຖືຕອນ​ທ້າຍ

13 ຂ້າ​ພະ​ເຈົ້າ​ມີ​ຂໍ້​ຄວາມ​ຫລາຍ​ຂໍ້​ທີ່​ຂຽນ​ມາ​ເຖິງ​ທ່ານ ແຕ່​ບໍ່​ຢາກ​ຂຽນ​ດ້ວຍ​ປາກ​ກາ ແລະ​ນ້ຳ​ຫມຶກ 14 ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ເຫັນ​ທ່ານ​ໃນ​ໄວໆ​ນີ້ ແລະ​ຈະ​ໄດ້​ເວົ້າ​ກັບ​ປາກ​ຕໍ່​ປາກ 15 ຂໍ​ສັນ​ຕິ​ສຸກ​ຈົ່ງ​ມີ​ແກ່​ທ່ານ ບັນ​ດາ​ສະ​ຫາຍ​ທາງ​ນີ້​ກໍ​ຝາກ​ຄວາມ​ຄິດ​ເຖິງ​ມາ​ຍັງ​ທ່ານ ຂໍ​ທ່ານ​ໄດ້​ຝາກ​ຄວ​າມ​ຄິດ​ເຖິງ​ນີ້​ແກ່​ບັນ​ດາ​ສະ​ຫາຍ​ທາງ​ພຸ້ນ​ດ້ວຍ​ອອກ​ຊື່​ຂອງ​ທຸກ​ຄົນ

ຢູດາ 1

1 ຈາກ​ ຢູ​ດາ ຜູ້​ເປັນ​ຂ້ອຍ​ຂ້າ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ ແລະ​ເປັນ​ນ້ອງ​ຊາຍ​ຂອງ​ຢາ​ໂກ​ໂບ ຮຽນ ຄົນ​ທັງ​ຫລາຍ​ທີ່​ຊົງ​ເອີ້ນ​ໄວ້​ແລ້ວ ຜູ້​ຊຶ່ງ​ເປັນ​ທີ່​ຮັ​ກ​ໃນ​ພ​ຣະ​ເຈົ້າ​ພ​ຣະ​ບິ​ດາ, ແລະ​ຜູ້​ຊຶ່ງ​ຊົງ​ຮັກ​ສາ​ໄວ້​ເພື່ອ​ພ​ຣະ​ເຢ​ຊູ​ຄ​ຣິດ 2 ຂໍ​ພ​ຣະ​ເມດ​ຕາ, ສັນ​ຕິ​ສຸກ, ແລະ​ຄວາມ​ຮັກ​ຈົ່ງ​ເພີ້ມ​ທະ​ວີ​ຄູນແກ່​ທ່ານ​ທັງ​ຫລາຍ​ເທີນ

ການພິພາກສາລົງໂທດຄຣູສອນປອມ

3 ພວກ​ທີ່​ຮັກ​ເອີຍ, ຂ້າ​ພະ​ເຈົ້າ​ພຍາ​ຍາມ​ຈະ​ຂຽນ​ມາ​ເຖິງ​ທ່ານ​ທັງ​ຫລາຍ ກ່ຽວ​ເຣື່ອງ​ຄວາມ​ລອດ​ພົ້ນ​ທີ່​ພວກ​ເຮົາ​ມີຢູ່​ຮ່ວມກັນ ແຕ່​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຈະ​ເປັນ​ຈະ​ຕ້ອງ​ຂຽນ​ເຕືອນ​ສະ​ຕິ​ພວກ​ທ່ານ ໃຫ້​ຕໍ່​ສູ້​ເພື່ອ​ຫລັກ​ຄຳ​ສອນທີ່​ໄດ້​ຊົງ​ມອບ​ໄວ້​ກັບໄພ່​ພົນ​ຂອງ​ພ​ຣະ​ເຈົ້າ​ເທື່ອ​ດຽວ​ເປັນ​ການ​ສິ້ນ​ສຸດ 4 ເພາະ​ວ່າ​ມີ​ລາງ​ຄົນ​ໄດ້​ແອບ​ແຝງ​ເຂົ້າ​ມາ ຊຶ່ງ​ພ​ຣະ​ຄັມ​ພີ​ໄດ້ບົ່ງ​ໄວ້​ແຕ່​ດົນ​ນາ​ນ​ແລ້ວ​ວ່າ ເຂົາ​ຈະ​ຖືກ​ພິ​ພາກ​ສາ​ລົງ​ໂທດ​ຢ່າງນີ້ ເຂົາ​ເຫລົ່າ​ນັ້ນ​ເປັນ​ຄົນ​ບໍ່​ນັບ​ຖືພ​ຣະ​ເຈົ້າ, ທີ່​ຖື​ເອົາ​ພ​ຣະ​ຄຸນ​ແຫ່ງ​ພ​ຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ເປັນ​ເຫດ​ໃຫ້​ເຮົາ​ຕາມ​ກິ​ເລດ​ຕັນ​ຫາ, ແລະ​ປະ​ຕິ​ເສດ​ພ​ຣະ​ເຢ​ຊູ​ຄ​ຣິດ​ຜູ້​ຊົງ​ເປັນ​ເຈົ້າ​ນາຍ​ແລະ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ​ແຕ່​ອົງ​ດຽວ 5 ເຖິງ​ແມ່ນ​ວ່າ​ທ່ານ​ທັງ​ຫລາຍ​ຮູ້​ຈັກ​ຄວາມ​ເຫລົ່າ​ນີ້​ຕ​ລອດ​ແລ້ວ​ກໍ​ຕາມ ຂ້າ​ພະ​ເຈົ້າ​ກໍ​ປະ​ສົງ​ຢາກ​ໃຫ້​ພວກ​ທ່ານ​ລະ​ນຶກ​ເຖິງວ່າ ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ໂຜດ​ໄພ່​ພົນ​ຊາດ​ນຶ່ງ​ພົ້ນ​ຈາກ​ແຜ່ນ​ດິນ​ເອ​ຢິບ​ແລ້ວ ພາຍ​ຫລັງ​ຕໍ່​ມາ​ໄດ້​ຊົງ​ທຳ​ລາຍ​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ເຊື່ອ​ພ​ຣະ​ອົງ​ເສັຽ 6 ແລະ​ບັນ​ດາ​ເທວະ​ດາ​ທີ່​ບໍ່​ພໍ​ໃຈ​ຮັກ​ສາ​ອຳ​ນາດ​ອະ​ທິ​ປະ​ໄຕ​ທີ່​ຊົງ​ປະ​ທານ​ແກ່​ຕົນ ແຕ່​ໄດ້​ປະ​ຖິ້ມ​ຖານ​ອັນ​ເຫມາະ​ສົມ​ຂອງ​ຕົ​ນ​ເສັຽ ພ​ຣະ​ອົງ​ໄດ້​ຊົງ​ເອົາ​ໂສ້​ອັນ​ຕ​ລອດ​ໄປ​ລ່າມ​ເຂົາ​ໄວ້​ແລະ​ຂັງ​ໄວ້​ໃຕ້​ທີ່​ມືດ ຈົນ​ກວ່າ​ຈະ​ເຖິງ​ເວ​ລາ​ພິ​ພາກ​ສາ​ໃນ​ວັນ​ສຳ​ຄັນ​ອັນ​ໃຫຍ່​ນັ້ນ 7 ຢ່າງ​ດຽວ​ກັນ​ກັບ​ເມືອງ​ໂຊ​ໂດມ​ແລະ​ເມືອງ​ໂກໂມ​ຣາ​ທັງ​ເມືອງ​ທີ່​ຢູ່​ອ້ອມ​ຮອບ​ນັ້ນ ທີ່​ໄດ້​ມອບ​ຕົວ​ໄວ້​ແກ່​ຣາ​ຄະ​ຕັນ​ຫາ​ຕິດ​ຕາມ​ການ​ຜິດ​ຊາຍ​ຍິງ​ອັນ​ຜິດ​ທັມ​ມະ​ດາ ກໍ​ປາ​ກົດ​ເປັນ​ຕົວ​ຢ່າງ​ໂດຍ​ທົນ​ທຸກ​ທໍ​ຣະ​ມານ​ໃນ​ໄຟ​ອັນ​ຕ​ລອດ​ໄປ​ເປັນ​ນິດ 8 ເຖິງ​ປານ​ນັ້ນ​ເຂົາ​ເຫລົ່າ​ນັ້ນ​ກໍ​ຍັງ​ມົວ​ຝັນ ເຮັດ​ໃຫ້​ເນື້ອ​ກາຍ​ຂອງ​ຕົນ​ຊົ່ວ​ມົວ​ຫມອງ, ຫມິ່ນ​ປມາດ​ຕໍ່​ອຳ​ນາດ​ຂອງ​ຜູ້​ໃຫຍ່, ແລະ​ເວົ້າ​ຫຍາບ​ຊ້າ​ຕໍ່​ຜູ້​ມີ​ຍົດ​ສັກ 9 ແຕ່​ເຖິງ​ແມ່​ນ ມີ​ຄາ​ເອນ ຜູ້​ເປັນ​ອັ​ຄ​ເສ​ນາ​ບໍ​ດີ​ຝ່າຍ​ເທວະ​ດາ ຄັ້ງ​ເມື່ອ​ຖຽງ​ກັນ​ກັບ​ມານ ຄື​ຕໍ່​ວ່າເຣື່ອງ​ສົບ​ຂອງ​ໂມ​ເຊ​ນັ້ນ ທ່ານ​ກໍ​ຍັງ​ບັງ​ອາດ​ກ່າວ​ໂທດ​ດ້ວຍ​ຄຳ​ຫຍາບ​ຊ້າ​ຕໍ່​ມານ ແຕ່​ໄດ້​ກ່າວ​ວ່າ, “ຂໍໃຫ້​ອົງ​ພ​ຣະ​ຜູ້​ເປັນ​ເຈົ້​າ​ຊົງ​ຕິ​ເຈົ້າ​ເທີນ” 10 ແຕ່​ຝ່າຍ​ຄົນ​ເຫລົ່າ​ນີ້, ເຂົາ​ເວົ້າ​ຫ​ຍາບ​ຊ້າ​ຕໍ່​ທຸກ​ສິ່ງ​ທີ່​ເຂົາ​ບໍ່​ຮູ້ ແລະ​ທຸກ​ສິ່ງ​ທີ່​ເຂົາ​ຮູ້​ສຶກ​ຕາມ​ວິ​ສັຍ​ເຫມືອນ​ສັດ​ເດັຽ​ຣະ​ສານ​ທີ່​ບໍ່​ມີ​ຄວາມ​ຄຶດ ເຂົາ​ຈະ​ຕ້ອງ​ເສື່ອມ​ສູນ​ໄປ​ດ້ວຍ​ສິ່ງ​ນັ້ນ 11 ວິ​ບັດ​ຈົ່ງ​ມີ​ແກ່​ເຂົາ ເພາະ​ເຂົາ​ໄດ້​ຕິດ​ຕາມ​ທາງ​ຂອງ​ກາ​ອິນ​ໄປ ເຂົາ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ທາງ​ຜິດ​ຂອງ​ບາ​ລາ​ອາມ​ເພາະ​ເຫັນ​ແກ່​ສິນ​ຈ້າງ ແລະ​ໄດ້​ຈິບ​ຫາຍ​ໄປ​ດ້ວຍ​ການ​ກະ​ບົດ​ຕາມ​ຢ່າງ​ໂກຣາ 12 ຄົນ​ເຫລົ່າ​ນີ້​ເປັນ​ດ່າງ​ພ້ອຍ​ໃນ​ການ​ກິນ​ລ້ຽງ​ຜູກ​ພັນ​ຄວາມ​ຮັກ​ຂອງ​ທ່ານ​ທັງ​ຫລາຍ ເພາະ​ເຂົາ​ຮ່ວມ​ລ້ຽງ​ກັນ​ຢາງ​ເຖິງ​ໃຈ​ໂດຍ​ບໍ່​ມີ​ຄວາມ​ລະ​ອາຍ ເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົວ​ເອງ​, ເປັນ​ເຫມືອນ​ເມກ​ບໍ່​ມີ​ນ້ຳ​ທີ່​ຖືກ​ໄຫລ​ໄປ​ຕາມ​ລົມ, ເປັນ​ເຫມືອນ​ຕົ້ນ​ໄມ້​ບໍ່​ມີ​ຜົນ​ໃນ​ທ້າຍ​ຣະ​ດູ ທີ່​ຕາຍ​ໄປ​ສອງ​ເທື່ອ​ແລ້ວ ແລະ​ທີ່​ກົ່ນ​ແລ້ວ 13 ເຂົາ​ເປັນ​ເຫມືອນ​ຟອງ​ນ້ຳ​ອັນ​ຮ້າຍ​ແຮງ​ໃນ​ມະ​ຫາ​ສ​ມຸດ ທີ່​ພົ່ນ​ຄວາມ​ຂີ້​ດຽດ​ຂອງ​ຕົນ​ອອກ​ດັ່ງ​ປູມ​ປວກ, ເປັນ​ດາວ​ທີ່​ຫລົງ​ທາງ​ໄປ​ນອກວົງ​ໂຄຈອນ ມີ​ຄວາມ​ມືດ​ອັນ​ຫນາແຫນ້ນ​ໄດ້​ຊົງ​ຈັດ​ໄວ້​ຖ້າ​ເຂົາ​ຕ​ລອດ​ໄປ​ເປັນ​ນິດ 14 ດ້ວຍ​ວ່າ​ເອ​ໂນກ ຜູ້​ທີ່​ເຈັດ​ນັບ​ຈາ​ກ​ອາ​ດາມມາ ໄດ້​ທຳ​ນ​ວາຍ​ເຖິງ​ຄົນ​ເຫລົ່າ​ນີ້​ເຫມືອນ​ກັນ​ວ່າ, “ເບິ່ງ​ແມ໋, ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ພ້ອມ​ກັບ​ໄພ່​ພົນ​ຂອງ​ພ​ຣະ​ອົງ​ນັບ​ເປັນ​ຫມື່ນໆ 15 ເພື່ອ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຄົນ​ທັງ​ປວງ ແລະ​ຊົງ​ບັນ​ດານໃຫ້​ຝູງ​ຄົນ​ທີ່​ບໍ່​ຢຳເກງ​ພ​ຣະ​ເຈົ້າ​ຮູ້​ສຶກ​ຕົວ ເຖິງ​ບັນ​ດາ​ການ​ອະ​ທັມ​ທີ່​ເຂົາ​ໄດ້​ເຮັດ​ໃນ​ການ​ບໍ່​ຢຳ​ເກງພ​ຣະ​ເຈົ້າ​ນັ້ນ ແລະ​ຮູ້​ສຶກ​ຕົວ​ເຖິງ​ຄຳ​ຫ​ຍາບ​ຊ້າ​ທີ່​ຄົນ​ບາ​ບ​ເຫລົ່າ​ນັ້ນ​ຜູ້​ບໍ່ຢຳ​ເກງ​ພ​ຣະ​ເຈົ້າ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ພ​ຣະ​ອົງ 16 ຄົນ​ເຫ​ລົ່​າ​ນີ້ເປັນ​ຄົນ​ມັກ​ຈົ່ມ​ມັກວ່າ, ເປັນ​ຄົນ​ເຮັດ​ຕາມ​ຄວາມ​ປາ​ຖ​ນາ​ອັນ​ຊົ່ວ​ຂອງ​ຕົນ ປາກ​ຂອງ​ເຂົາ​ກໍ​ອວດ​ອ້າງ​ດ້ວຍ​ຄຳ​ໃຫຍ່​ເກີນ​ສ່ວນ ແລະ​ຍ້ອງ​ຍໍ​ຜູ້​ອື່ນ​ເພື່ອ​ຫວັງ​ປ​ໂຍດ​ຂອງ​ຕົນ

ຄຳ​ເຕືອນ​ແລະ​ຄຳ​ຊັກ​ຊ​ວນ

17 ແຕ່​ຝ່າຍ​ທ່ານ​ທັງ​ຫລາຍ​ເອີຍ, ຈົ່ງ​ລະ​ນຶກ​ເຖິງ​ຂໍ້​ຄວາມ​ທີ່​ພວກ​ອັ​ຄ​ສາ​ວົກ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ໄດ້​ກ່າວ​ໄວ້​ກ່ອນ 18 ຄື​ເຂົາ​ເຄີຍບອກ​ພວກ​ທ່ານ​ວ່າ, “ໃນ​ສ​ະ​ໄຫມ​ສຸດ​ທ້າຍ​ຈະ​ມີ​ຄົນ​ເຍາະ​ເຍີ້ຍ​ບັງ​ເກີດ​ຂຶ້ນ ທີ່​ຈະ​ເຮັດ​ຕາມ​ຄວາມ​ປາ​ຖ​ນາ​ຂອງ​ຕົນ​ເອ​ງຢ່າງ​ບໍ່​ຢຳ​ເກງພ​ຣະ​ເຈົ້າ 19 ແມ່ນ​ຄົນ​ເຫລົ່າ​ນີ້ແຫລະ​, ທີ່​ເຮັດ​ໃຫ້​ແຕກ​ແຍກຈາກ​ກັນ ເປັນ​ຄົນ​ມີ​ນິ​ສັຍ​ຕາມ​ທຳ​ມະ​ດາ​ໂລກ ແລະ​ບໍ່​ມີ​ພ​ຣະ​ວິນ​ຍານ 20 ແຕ່​ຝ່າຍ​ທ່ານ​ທີ່​ຮັກທັງ​ຫລາຍ​ເອີຍ, ຈົ່ງ​ສ້າງ​ຕົວ​ເອງ​ຂຶ້ນ​ເທິງ​ຄວາມ​ເຊື່ອ​ອັນ​ສັກ​ສິດ​ທີ່​ສຸດ​ຂອງ​ພວກ​ທ່ານ ແລະ​ຈົ່ງ​ອ້ອນວອນ​ໃນ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ 21 ຈົ່ງ​ຮັກ​ສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພ​ຣະ​ເຈົ້າ ລໍ​ຄອຍ​ພ​ຣະ​ກະ​ຣຸ​ນາ​ຂອງ​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ຈົນ​ກວ່າ​ຈະ​ໄດ້​ຊີ​ວິດ​ອັນ​ຕ​ລອດ​ໄປ​ເປັນ​ນິດ 22 ຈົ່ງ​ສະ​ແດງ​ຄວາມ​ເມດ​ຕາ​ຕໍ່​ລາງ​ຄົນ​ທີ່​ຍັງ​ສົງ​ສັຍ 23 ຈົ່ງ​ຍາດ​ບາງ​ຄົນ​ໃຫ້ພົ້ນ​ດ້ວຍ​ດຶງ​ເຂົາ​ອອກ​ຈາກ​ໄຟ ຈົ່ງ​ເມດ​ຕາ​ອີກ​ບາງ​ຄົນ​ດ້ວຍ​ຄວາມ​ຈຽມ​ຕົວ ແລະ​ຈົ່ງ​ຫນ່າຍ​ຊັງ​ຍັງ​ເສື້ອ​ຜ້າ​ທີ່​ເປື້ອນ​ເປິ​ດ້ວຍ​ຣາ​ຄະ​ຕັນ​ຫາ

ຄຳ​ຖວາຍ​ພ​ຣະ​ກຽດ

24 ອັນ​ນຶ່ງ, ຈົ່ງ​ມີ​ພ​ຣະ​ກຽດ, ພ​ຣະ​ເດ​ຊາ​ນຸ​ພາບ, ພ​ຣະ​ອາ​ນຸ​ພາບ, ແລະ​ສັກ​ດານຸ​ພາ​ບແດ່​ພ​ຣະ​ອົງ ຜູ້​ຊົງ​ສາ​ມາດ​ປ້ອງ​ກັນ​ຮັກ​ສາ​ທ່ານ​ທັງ​ຫລາຍ​ບໍ່​ໃຫ້​ສະ​ດຸດ​ລົ້ມ​ລົງ ແລະ​ຊົງ​ສາ​ມາດ​ຕັ້ງ​ທ່ານ​ທັງ​ຫລາຍ ໃຫ້​ຫມັ້ນຢູ່​ຕໍ່​ພ​ຣະ​ພັກ​ອັນ​ຮຸ່ງ​ເຮືອງ​ຂອງ​ພ​ຣະ​ອົງ​ໃຫ້​ປາ​ສ​ຈາກ​ຕຳ​ຫນິ​ແລະ​ມີ​ຄວາມ​ຍິນ​ດີ​ອັນ​ເຫລືອ​ລົ້ນ 25 ຄື​ແດ່​ພ​ຣະ​ອົງ​ຜູ້​ຊົງ​ເປັນ​ພ​ຣະ​ເຈົ້າ​ອົງ​ດຽວ ພ​ຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງ​ຫລາຍ ດ້ວຍ​ພ​ຣະ​ເຢ​ຊູຄ​ຣິດ ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ ທັງ​ໃນ​ອະ​ດີດ, ປັດ​ຈຸ​ບັ​ນ, ແລະ​ໃນ​ອະ​ນາ​ຄົ​ດ​ຕ​ລອດ​ໄປ​ເປັນ​ນິດ ອາ​ແມນ

ພຣະນິມິດ 1

ຄຳ​ນຳ

1 ການ​ຊົງ​ສະ​ແດງ​ຂອງ​ພຣະ​ເຢ​ຊູ​ຄຣິດ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ແກ່​ພຣະ​ອົງ ເພື່ອ​ຊົງ​ຊີ້​ແຈງໃຫ້​ບັນ​ດາ​ຂ້ອຍ​ໃຊ້ຂອງ​ພຣະ​ອົງ​ຮູ້​ເຖິງ​ເຫດ​ການ​ທັງ​ຫລາຍ ທີ່​ຕ້ອງ​ບັງ​ເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້ ພຣະ​ຄຣິດ​ໄດ້​ຊົງ​ໃຊ້​ເທວະ​ດາ​ຂອງ​ພຣະ​ອົງ​ໄປ​ສະ​ແດງ​ຫມາຍ​ສຳ​ຄັນ​ແກ່​ໂຢ​ຮັນ ຂ້ອຍ​ໃຊ້​ຂອງ​ພຣະ​ອົງ 2 ໂຢ​ຣັນ​ເປັນ​ພຍານ​ຝ່າຍ​ພຣະ​​ທັມ​ຂອງ​ພຣະ​ເຈົ້າ ແລະ​ຝ່າຍ​ຄຳ​ພຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ ທ່ານ​ເປັນ​ພຍານ​ໃນ​ເຫດ​ການ​ທັງ​ສິ້ນ​ຊຶ່ງ​ທ່ານ​ໄດ້​ເຫັນ​ນັ້ນ 3 ບັນ​ດາຜູ້​ອ່ານ​ແລະ​ຜູ້​ຟັງ​ຄຳ​ທຳ​ນວາຍ​ເຫລົ່າ​ນີ້​ແລະ​ບັນ​ດາ​ຜູ້​ທີ່​ຖື​ຮັກ​ສາ​ຂໍ້​ຄວາມ​ທີ່​ຂຽນ​ໄວ້​ນີ້​ກໍ​ເປັນ​ສຸກ ເພາະ​ວ່າ​ເວ​ລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ

ຄຳສະແດງຄວາມນັບຖືເຖິງຄຣິສຕະຈັກທັງເຈັດ

4 ຈາກ ໂຢ​ຮັນ ຮຽນ ຄ​ຣິ​ສ​ຕະ​ຈັກ​ທັງ​ເຈັດ​ຢູ່​ໃນ​ແຂວງ​ອາ​ເຊັຽ ຂໍ​ໃຫ້​ທ່ານ​ທັງ​ຫລາຍ​ຈົ່ງ​ໄດ້​ຮັບ​ພຣະ​ຄຸນ ​ແລະ​ສັນ​ຕິ​ສຸກ​ຈາກ​ພຣະ​ອົງ ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ປັດ​ຈຸ​ບັນ ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ອະ​ດີດ ຜູ້​ຈະ​ສະ​ເດັດ​ມາ​ໃນ​ອະນາ​ຄົດ ແລະ​ຈາກວິນ​ຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ຫນ້າ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ 5 ແລະ​ຈາກພຣະ​ເຢ​ຊູ​ຄຣິດ​ຜູ້​ຊົງ​ເປັນ​ພຍານ​ທີ່​ສັດ​ຊື່ ແລະ​ຊົງ​ເປັນ​ຜູ້​ແຣກ​ທີ່​ໄດ້​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບ​ຄອງ​ກະ​ສັດ​ທັງ​ຫລາຍ​ໃນ​ໂລກ ພຣະ​ອົງ​ຊົງ​ຮັກ​ເຮົາ​ທັງ​ຫລາຍ ແລະ​ໄດ້​ຊົງ​ປົດ​ປ່ອຍ​ພວກ​ເຮົາ​ພວກ​ເຮົາ​ຈາ​ກການ​ຜິດ​ບາບ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ອົງ 6 ພຣະ​ອົງ​ຊົງ​ຕັ້ງ​ເຮົາ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ອາ​ນາ​ຈັກ ແລະ​ເປັນ​ປະ​ໂຣ​ຫິດ​ຂອງ​ພຣະ​ອົງ ພຣະ​ກຽດ​ແລະ​ພຣະ​ອາ​ນຸ​ພາບ​ຈົ່ງ​ມີ​ແດ່​ພຣະ​ອົງ​ສືບໆ​ໄປ​ເປັນ​ນິດ ອາ​ແມນ 7 ເບິ່ງ​ແມ໋, ພຣະ​ອົງ​ຈະ​ສະ​ເດັດ​ມາ​ມີ​ເມກ​ເປັນ​ຂະ​ບວນ​ແຫ່ ຕາ​ທຸກ​ຫນ່ວຍ​ຈະ​ເຫັນ​ພຣະ​ອົງ ແລະ​ຄົນ​ເຫລົ່າ​ນັ້ນ​ທີ່​ແທງ​ພຣະ​ອົງ​ຈະ​ເຫັນ​ເຫມືອນ​ກັນ ມະນຸດ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງ​ໄຫ້​ຮໍ່າ​ໄຮ​ເພາະ​ພຣະ​ອົງ ຈະ​ເປັນ​ໄປຢ່າງ​ນັ້ນ ອາ​ແມນ 8 ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ປັດ​ຈຸ​ບັນ ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ອະ​ດີດ ຜູ້​ຈະ​ສະ​ເດັດ​ມາ​ໃນ​ອະນາ​ຄົດ ແລະ​ຜູ້​ຊົງ​ຣິດ​ທາ​ນຸພາບ​ສູງ​ສຸດ ຊົງ​ກ່າວ​ວ່າ, “ຝ່າຍ​ເຮົາ​ຄື ອາ​ລະ​ຟາ ໂອ​ເມ​ຄາ”

ນິ​ມິດ​ເຫັນ​ບຸດ​ມະ​ນຸດ

9 ຂ້າ​ພະ​ເຈົ້າ ຄື​ໂຢ​ຮັນ ພີ່​ນ້ອງ​ຂອງ​ທ່ານ​ທັງ​ຫລາຍ ຜູ້​ເປັນ​ເພື່ອ​ນ​ຮ່ວມ​ການ​ຍາກ​ລຳ​ບາກ ຮ່ວມ​ຣາ​ຊ​ອາ​ນາ​ຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດ​ທົນ​ຊຶ່ງ​ເປັນ​ປະ​ສົບ​ການ​ໃນ​ພຣະ​ເຢ​ຊູ ຂ້າ​ພະ​ເຈົ້າ​ໄດ້​ມາ​ຢູ່​ທີ່​ເກາະ​ປັດ​ໂມ​ ເນື່ອງ​ດ້ວຍ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພຍານ​ຝ່າຍ​ພຣະ​ເຢ​ຊູ 10 ໃນ​ວັນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຂ້າ​ພະ​ເຈົ້າ​ປະ​ກອບ​ໄປ​ດ້ວຍ​ພຣະ​ວິນ​ຍານ ແລ້ວ​ໄດ້​ຍິນ​ພຣະ​ ສຸ​ຣະ​ສຽງ​ດັງ​ມາ​ເບື້ອງ​ຫລັງ​ຂ້າ​ພະ​ເຈົ້າ​ເຫມືອນ​ດັ່ງ​ສຽງ​ແກ 11 ຊົງ​ກ່າວ​ວ່າ, “ອັນ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຈົ່ງ​ຂຽນ​ໄວ້​ໃນ​ຫນັງ​ສື​ມ້ວນ ແລ້ວ​ຝາກ​ໄປ​ໃຫ້​ຄ​ຣິ​ສ​ຕະ​ຈັກ​ທັງ​ເຈັດ ຄື​ຄຣິສ​ຕະ​ຈັກ​ທີ່​ເມືອງ​ເອ​ເຟ​ໂຊ ເມືອງ​ຊະ​ມີ​ນາ​ ເມືອງ​ເປ​ຄາ​ໂມທົວ​ເຕຣາ ເມືອງ​ຊາ​ເດ ເມືອງ​ຟີ​ລາ​ເດັນ​ເຟັຽ ແລະ​ທີ່​ເມືອງ​ລາວ​ດີ​ເກ​ອາ” 12 ຂ້າ​ພະ​ເຈົ້າ​ຈຶ່ງ​ຫລຽວ​ຫລັງ​ເບິ່ງ​ທາງ​ພຣະ​ສຸ​ຣະ​ສຽງ​ທີ່​ຊົງ​ກ່າວ​ແກ່​ຂ້າ​ພະ​ເຈົ້າ​ນັ້ນ ຄັນ​ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ເຫັນ​ເຄື່ອງ​ຮອງ​ຕີນ​ໂຄມ​ທອງ​ຄຳ​ເຈັດ​ອັນ 13 ໃນ​ຖ້າມ​ກາງ​ເຄື່ອງ​ຮອງ​ຕີນ​ໂຄມ​ເຫລົ່າ​ນັ້ນ​ມີ​ຜູ້​ນຶ່ງ​ເຫມືອນ​ບຸດ​ມະ​ນຸດ ຊົງ​ສວມ​ເຄື່ອງ​ສ​ລອງກວມພຣະ​ບາດ ແລະ​ຊົງ​ຮັດ​ສາຍ​ປະ​ຄົດ​ທອງ​ຄຳ​ທີ່​ພຣະ​ອຸ​ຣະ​ຂອງ​ພຣະ​ອົງ 14 ພຣະ​ສຽນ​ແລະ​ພຣະ​ເກ​ສາ​ຂອງ​ພຣະ​ອົງ​ຂາວ​ເຫມືອນ​ຂົນ​ແກະ​ສີ​ຂາວ ແລະ​ເຫມືອນ​ດັ່ງ​ຫິ​ມະ ພຣະ​ເນດ​ຂອງ​ພຣະ​ອົງ​ເຫມືອນ​ດັ່ງ​ແປວ​ໄຟ 15 ພຣະ​ບາດ​ຂອງ​ພຣະ​ອົງ​ເຫມືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ ເຫມືອນ​ກັບ​ວ່າ​ໄດ້​ຫລອມ​ໃຫ້​ບໍ​ຣິ​ສຸດ​ແລ້ວ ພຣະ​ສຸ​ຣະ​ສຽງ​ຂອງ​ພຣະ​ອົງ​ເຫມືອນ​ສຽງ​ນ້ຳ​ມາກ 16 ພຣະ​ຫັດ​ກ້ຳ​ຂວາ​ຂອງ​ພຣະ​ອົງ​ຊົງ​ຖື​ດາວ​ເຈັດ​ດວງ ມີ​ພຣະ​ແສງ​ສອງ​ຄົມ​ອອກ​ມາ​ຈາກ​ພຣະ​ໂອດ ແລະ​ພຣະ​ພັກ​ຂອງ​ພຣະ​ອົງ​ເຫມືອນ​ດັ່ງ​ດວງ​ອາ​ທິດ​ທີ່​ສ່ອງ​ແສງ​ກ້າ 17 ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ອົງ ຂ້າ​ພະ​ເຈົ້າ​ໄດ້​ກົ້ມ​ລົງ​ແທບ​ພຣະ​ບາດ​ຂອງ​ພຣະ​ອົງ ເຫມືອນ​ດັ່ງ​ຄົນ​ທີ່​ຕາຍ​ແລ້ວ ແຕ່​ພຣະ​ອົງ​ຊົງ​ຢຽດ​ພຣະ​ຫັດ​ກ້ຳ​ຂວາ​ບາຍ​ຂ້າ​ພະ​ເຈົ້າ ແລ້ວ​ຊົງ​ກ່າວ​ວ່າ, “ຢ່າ​ຊູ່​ຢ້ານ, ຝ່າຍ​ເຮົາ​ເປັນ​ຜູ້​ຕົ້ນ ແລະ​ເປັນ​ເປັນ​ຜູ້​ປາຍ ແລະ​ມີ​ເປັນ​ຜູ້​ມີ​ຊີ​ວິດ​ຢູ່ 18 ເຮົາ​ໄດ້​ຕາຍ​ແລ້ວ ແຕ່​ເບິ່ງ​ແມ໋, ເຮົາ​ກໍ​ມີ​ຊີ​ວິດ​ຢູ່​ຕລອດ​ໄປ​ເປັນ​ນິດ ແລະ​ເຮົາ​ຖື​ຂໍ​ກະ​ແຈ​ແຫ່ງ​ຄວາມ​ຕາຍ​ແລະແຫ່ງ​ແດນ​ມໍ​ຣະ​ນາ 19 ສັນ​ນີ້ຈົ່ງ​ຂຽນ​ເຫດ​ການ​ທັງ​ຫລາຍ​ທີ່​ເຈົ້າ​ໄດ້​ເຫັນ ຄື​ເຫດ​ການ​ທັງ​ຫລາຍ​ທີ່​ໄດ້​ເຫັນ ຄື​ເຫດ​ການ​ທີ່​ເປັນ​ຢູ່​ດຽວ​ນີ້ກັບ​ທັງ​ເຫດ​ການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍ​ຫນ້າ​ເຫມືອນ​ກັນ 20 ສ່ວ​ນຄວາມ​ເລິກ​ລັບ​ຂອງ​ດາວ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ​ໄດ້​ແກ່​ທູດ​ຂອງ​ພຣະ​ເຈົ້າ​ໃນ​ຄ​ຣິ​ສ​ຕະ​ຈັກ​ທັງ​ເຈັດ ແລະ​ເຄື່ອງ​ຮອງ​ຕີນ​ໂຄມ​ທັງ​ເຈັດ​ນັ້ນ​ໄດ້​ແກ່​ຄ​ຣິ​ສ​ຕະ​ຈັກ​ທັງ​ເຈັດ

ພຣະນິມິດ 2

ຂຽນ​ໄປ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ເມືອງ​ເອ​ເຟ​ໂຊ

1 “ຈົ່ງ​ຂຽນ​ໄປ​ຍັງ​ທູດ​ຂອງ​ພຣະ​ເຈົ້າ​ໃນ​ຄຣິ​ສ​ຕະ​ຈັກ​ເມືອງ​ເອ​ເຟ​ໂຊວ່າ, “ພຣະ​ອົງ​ຜູ້​ຊົງ​ຖື​ດາວ​ທັງ​ເຈັດ​ໄວ້​ໃນ​ພຣະ​ຫັດ​ເບື້ອງ​ຂວາ ແລະ​ສະ​ເດັດ​ໄປ​ມາ​ໃນ​ຖ້າມ​ກາງ​ເຄື່ອງ​ຮອງ​ຕີ​ນ​ໂຄມ​ທອງ​ຄຳ​ທັງ​ເຈັດ​ນັ້ນ ຊົງ​ກ່າວ​ດັ່ງ​ນີ້​ວ່າ, 2 “ເຮົາຮູ້​ຈັກ​ການ​ກະ​ທຳ​ຂອງ​ເຈົ້າ ຮູ້​ຈັກ​ຄວາມ​ເມື່ອຍ​ຍາກ ​ແລະ​ຄວາມ​ພຽນ​ອົດ​ທົນ​ຂອງ​ເຈົ້າ ແລະ​ຮູ້​ຈັກ​ເຈົ້າ​ບໍ່​ສາ​ມາດ​ທົນ​ຕໍ່​ຄົນ​ຊົ່ວ ເຈົ້າ​ໄດ້​ລອງ​ໃຈ​ຄົນ​ເຫລົ່າ​ນັ້ນ​ທີ່​ອວດ​ວ່າ​ເປັນ​ອັ​ຄ​ສາ​ວົກ ແຕ່​ເຂົາ​ບໍ່​ເປັນ ແລະ​ເຈົ້າ​ເຫັນ​ວ່າ​ເຂົາ​ເປັນ​ຄົນ​ປອມ 3 ເຮົາຮູ້​ວ່າ​ເຈົ້າ​ຍັງ​ມີ​ຄວາມ​ອົດ​ທົນ ແລະ​ໄດ້​ອົດ​ເອົາ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ ແລະ​ບໍ່ໄດ້​ເມື່ອ​ຍ​ລ້າ​ໄປ 4 ແຕ່​ເຮົາ​ມີ​ຂໍ້​ຕໍ່​ວ່າ​ເຈົ້າ ຄື​ເຈົ້າ​ໄດ້​ປະ​ຖິ້ມ​ຄວາມ​ຮັກ​ເດີມ​ຂອງ​ເຈົ້າ​ເສັຽ 5 ເຫດ​ສັນ​ນັ້ນ​ຈົ່ງ​ລະ​ນຶກ​ວ່າ​ເຈົ້າ​ໄດ້​ຕົກ​ຈາກ​ສະ​ພາບ​ໃດ ແລ້ວ​ຈົ່ງ​ກັບ​ໃຈ​ເສັຽ​ໃຫມ່ ແລະ​ທຳ​ຕາມ​ຢ່າງເດີມ ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ​ຈະ​ຍົກ​ເຄື່ອງ​ຮອງ​ຕີນ​ໂຄ​ມ​ຂອງ​ເຈົ້າ​ອອກ​ຈາກ​ບ່ອນ​ມັນ ເວັ້​ນ​ໄວ້​ແຕ່​ເຈົ້າ​ຈະ​ກັບ​ໃຈ​ເສັຽ​ໃຫມ່ 6 ດີ​ແຕ່​ເຈົ້າ​ຍັງ​ມີ​ສິ່ງ​ນີ້ ຄື​ເຈົ້າ​ກຽດ​ຊັງ​ກິ​ຈ​ການ​ຂອງ​ພວກ​ນີ​ໂກລາຍ​ເຕ ຊຶ່ງ​ເຮົາ​ເອງກໍ​ກຽດ​ຊັງ​ເຫມືອນ​ກັນ 7 ຜູ້​ໃດ​ມີ​ຫູ​ ຈົ່ງ​ຟັງ​ຂໍ້​ຄວາມ​ທີ່​ພຣະ​ວິນ​ຍານ​ຊົງ​ກ່າວ​ແກ່​ຄຣິ​ສ​ຕະ​ຈັກ​ທັງ​ຫລາຍ ຜູ້​ໃດ​ມີ​ຊັຍ​ຊະ​ນະ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ກິນ​ຜົນ​ຈາກ​ຕົ້ນ​ໄມ້​ສຳ​ລັບ​ຊີ​ວິດ​ຊຶ່ງ​ຢູ່​ໃນ​ເທ​ພ​ອຸ​ທ​ຍານ​ຂອງ​ພຣະ​ເຈົ້າ”

ຂຽນ​ໄປ​ເຖິງ​ຄ​ຣິສ​ຕະ​ຈັກ​ເມືອງ​ຊະ​ມີ​ນາ

8 “ຈົ່ງ​ຂຽນ​ໄປ​ຍັງ​ທູດ​ຂອງ​ພຣະ​ເຈົ້າ​ໃນ​ຄ​ຣິ​ສ​ຕະ​ຈັກ​ທີ່​ເມືອງ​ຊະ​ມີ​ນາ​ວ່າ, “ພ​ຣ​ອົງ​ຜູ້​ຊົງ​ເປັນ​ຜູ້​ຕົ້ນ​ແລະ​ຜູ້​ປາຍ ຜູ້​ຊົງ​ສິ້ນ​ພຣະ​ຊົນ​ແລ້ວ​ແລະ​ກັບ​ຄືນ​ມາ​ອີກ ໄດ້​ຊົງ​ກ່າວ​ດັ່ງ​ນີ້​ວ່າ, 9 ເຮົາ​ຮູ້​ວ່າ​ພວກ​ເຈົ້າ​ມີ​ຄວາມ​ທຸກ​ລຳ​ບາກ​ແລະ​ຍາກ​ຈົນ (ແຕ່​ວ່າ​ເຈົ້າ​ກໍ​ຮັ່ງ​ມີ) ແລະຮູ້​ຄວາມ​ຫມິ່ນ​ປ​ມາດ​ຂອງ​ຄົນ​ເຫລົ່າ​ນັ້ນ​ທີ່​ເວົ້າ​ວ່າ​ເຂົາ​ເປັນ​ພວກ​ຢິວ ແລະ​ເຂົາ​ບໍ່​ເປັນ ແຕ່​ພວກ​ເຂົາ​ເປັນ​ພັກ​ພວກ​ຂອງ​ຊາ​ຕານ 10 ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະ​ມານ​ທີ່​ເຈົ້າ​ຈວນ​ຈະ​ໄດ້​ຮັບ​ນັ້ນ ເບິ່ງ​ແມ໋, ພ​ຍາ​ມານ​ຈວນ​ຈະ​ຈັບ​ພວກ​ເຈົ້າ​ບາງ​ຄົນ​ຖິ້ມ​ໃສ່​ຄຸກ​ເພື່ອ​ທົດ​ລອງ​ໃຈ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳ​ບາກ​ໃນ​ລະ​ຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດ​ຊື່​ສຸ​ຈ​ຣິດ​ຈົນເຖິງວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ພວງ​ມາ​ລັຍ​ແຫ່ງ​ຊີ​ວິດ​ໃຫ້​ແກ່​ເຈົ້າ 11 ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ຂໍ້​ຄວາມ​ທີ່​ພຣະ​ວິນ​ຍານ​ຊົງ​ກ່າວ​ແກ່​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ ຜູ້​ທີ່​ມີ​ຊັຍ​ຊະນະ​ຈະ​ບໍ່​ຖືກ​ອັນ​ຕະ​ຣາຍ​ຈາກ​ຄວາມ​ຕາຍ​ຄັ້ງ​ທີ່​ສອງ”

ຂຽນ​ໄປ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ເມືອງ​ເປ​ຄາ​ໂມ

12 “ຈົ່ງ​ຂຽນ​ໄປ​ຍັງ​ທູດຂອງ​ພຣະ​ເຈົ້າ​ໃນຄ​ຣິ​ສ​ຕະ​ຈັກ​ເມືອງ​ເປຄາ​ໂມ​ວ່າ, “ພຣະ​ອົງ​ຜູ້​ຊົງ​ພຣະ​ແສງ​ສອງ​ຄົມ​ນັ້ນ ຊົງ​ກ່າວ​ດັ່ງ​ນີ້​ວ່າ, 13 “ເຮົາ​ຮູ້​ຈັກ​ທີ່​ຢູ່​ຂອງ​ເຈົ້າ ຮູ້​ວ່າ​ທີ່​ນັ້ນ​ເປັນ​ບັນ​ລັງ​ຂອງ​ຊາ​ຕານ ເຈົ້າ​ຍັງ​ຍຶດ​ຖື​ນາມ​ຂອງ​ເຮົາ​ໄວ້​ຫມັ້ນ ແລະ​ບໍ່​ໄດ້​ປະ​ຕິ​ເສດ​ຄວາມ​ເຊື່ອໃນ​ເຮົາ ແມ່ນ​ວ່າ​ໃນ​ເວ​ລາ​ທີ່​ ອັນ​ຕີ​ປາ ຜູ້​ເປັນ​ພຍານທີ່​ສັດ​ຊື່​ຂອງ​ເຮົາ ໄດ້​ຖືກ​ຂ້າ​ເສັຽ​ໃນ​ຖ້າມ​ກາງ​ພວກ​ເຈົ້າ​ໃນ​ບ່ອນ​ທີ່​ຊາ​ຕານ​ຢູ່​ກໍ​ຕາມ 14 ແຕ່​ເຮົາ​ມີ​ຂໍ້​ທີ່​ຈະ​ຕໍ່​ວ່າ​ເຈົ້າ​ບາງ​ຂໍ້ ທີ່​ນັ້ນ​ມີ​ບາງ​ຄົນ​ໃນ​ພວກ​ເຈົ້າ​ທີ່​ຖືຕາມ​ຄຳ​ສອນ​ຂອງ​ບາ​ລາ​ອາມ ຜູ້​ໄດ້​ສອນ​ໃຫ້​ກະ​ສັດ​ບາລາກ​ກໍ່​ເຫດ​ການ​ຕໍ່​ຫນ້າ​ພວກ​ອິ​ສ​ຣາເອນ ເພື່ອ​ໃຫ້​ເຂົາ​ຫລົງ​ຜິດ ຄື​ໃຫ້​ເຂົາ​ກິນ​ຂອງ​ທີ່​ໄດ້​ບູ​ຊາ​ແກ່​ພຣະ​ທຽມ​ແລ້ວ ແລະ​ໃຫ້​ເຂົາ​ລ່ວງ​ຜິດ​ຊາຍ​ຍິງ 15 ຢ່າງດຽວ​ກັນ​ໃນ​ພວກ​ເຈົ້າ​ມີ​ບາງ​ຄົນ​ທີ່​ໄດ້​ຖື​ຕາມ​ຄຳ​ສອນ​ແຫ່ງ​ພວກ​ນິ​ໂກ​ລາຍ​ເຕ 16 ເຫດ​ສັນ​ນັ້ນ ຈົ່ງ​ກັບ​ໃຈ​ໃຫມ່ ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ຮີບ​ມາ​ຫາ​ເຈົ້າ ແລະ​ຈະ​ສູ້ຮົບ​ກັບ​ເຂົາ​ເຫລົ່າ​ນັ້ນ​ດ້ວຍ​ດາບ​ຈາກ​ປາກ​ຂອງ​ເຮົາ 17 ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ຂໍ້​ຄວາມ​ທີ່​ພຣະ​ວິນ​ຍານ​ຊົງ​ກ່າວ​ແກ່​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ ເຮົາ​ຈະ​ໃຫ້​ມາ​ນາ​ທີ່​ເຊື່ອງ​ໄວ້​ແກ່​ຜູ້​ທີ່​ມີ​ຊັຍ​ຊະນະ ແລະ​ຈະ​ໃຫ້​ຫີນ​ຂາວ​ແກ່​ຜູ້​ນັ້ນ ໃນ​ຫີນ​ນັ້ນ​ມີ​ຊື່​ໃຫມ່​ຈາ​ຣຶກໄວ້ ຊຶ່ງ​ບໍ່​ມີ​ຜູ້​ໃດ​ຮູ້​ນອກ​ຈາກ​ຜູ​ທີ່​ຮັບ​ເທົ່າ​ນັ້ນ”

ຂຽນ​ໄປ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ທີ່​ເມືອງ​ທົວ​ເຕຣາ

18 “ຈົ່ງ​ຂຽນໄປ​ຍັງ​ທູດ​ຂອງ​ພຣະ​ເຈົ້າ​ໃນ​ຄ​ຣິ​ສ​ຕະ​ຈັກ​ເມືອງ​ທົວ​ເຕ​ຣາ​ວ່າ, “ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ມີ​ພຣະ​ເນດ​ເຫມືອນ​ດັ່ງ​ແປວ​ໄຟ ແລະ​ມີ​ພຣະ​ບາດ​ເຫມືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ ຊົງ​ກ່າວ​ດັ່ງ​ນີ້​ວ່າ, 19 “ເຮົາ​ຮູ້​ຈັກ​ການກະ​ທຳ​ຂອງ​ເຈົ້າ ຮູ້​ຄວາມ​ຮັກ ຄວາມ​ເຊື່ອ ການ​ປະ​ຕິ​ບັດ ແລະ​ຄວາມ​ພຽນ​ອົດ​ທົນ​ຂອງ​ເຈົ້າ ຮູ້​ວ່າການ​ເບື້ອງ​ປາຍ​ຂອງ​ເຈົ້າ​ມີ​ຫລາຍ​ກວ່າ​ການ​ເບື້ອງ​ຕົ້ນ 20 ແຕ່ເຮົາ​ມີ​ຂໍ້​ທີ່​ຈະ​ຕໍ່​ວ່າ​ເຈົ້າ ຄື​ເຈົ້າ​ຍອມ​ທົນ​ຟັງ​ຜູ້​ຍິງ​ຊື່ເຢ​ເຊ​ເບນ ທີ່​ອ້າງ​ຕົ​ວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ ຍິງ​ນັ້ນ​ສອນ​ແລະ​ລໍ້​ລວງ​ພວກ​ຂ້ອຍ​ໃຊ້​ຂອງ​ເຮົາ​ໃຫ້​ລ່ວງ​ຜິດ​ຊາຍ​ຍິງ ແລະ​ໃຫ້​ກິນ​ຂອງ​ທີ່​ບູ​ຊາ​ແກ່​ພຣະ​ທຽມ​ແລ້ວ 21 ເຮົາ​ໄດ້​ໃຫ້​ຍິງ​ນັ້ນ​ມີ​ໂອ​ກາດ​ທີ່​ຈະ​ກັບ​ໃຈ​ໃຫມ່ ແຕ່​ນາງ​ບໍ່​ຢາກ​ກັບ​ໃຈ​ຈາກ​ການ​ຜິດ​ຊາຍ​ຍິງ​ຂອງ​ຕົນ 22 ດັ່ງ​ນີ້​ເຮົາ​ຈະ​ຖິ້ມ​ຍິງ​ນັ້ນ​ໄວ້​ເທິງ​ບ່ອນນອນ ແລະ​ຄົນ​ທັງ​ຫລາຍ​ທີ່​ລ່ວງ​ຜິດ​ຊາຍ​ຍິງ​ກັບ​ຍິງ​ນັ້ນ ເຮົາ​ຈະ​ຖິ້ມ​ໄວ້​ໃນ​ຄວາມ​ທຸກ​ລຳ​ບາກ​ອັນ​ຫນັກ ເວັ້ນ​ໄວ້​ແຕ່​ຄົນ​ເຫລົ່າ​ນັ້ນ​ຈະ​ກັບ​ໃຈ​ເສັຽ​ໃຫມ່​ຈາກ​ບັນ​ດາ​ການ​ກະ​ທຳ​ຂອງ​ຍິງ​ນັ້ນ 23 ຝ່າຍ​ລູກ​ຂອງ​ຍິງ​ນັ້ນ ເຮົາ​ຈະ​ປະ​ຫານ​ເຂົາ​ໃຫ້​ຕາຍ​ເສັຽ ແລະ​ຄ​ຣິ​ສ​ຕະ​ຈັກ​ທັງ​ປວງ​ຈະ​ໄດ້​ຮູ້​ວ່າ​ເຮົາ​ນີ້​ເປັນ​ຜູ້​ຊັນ​ນະ​ສູດ​ເບິ່ງ​ຈິດ​ໃຈ ເຮົາ​ຈະ​ໃຫ້​ຮາງວັນ​ແກ່​ເຈົ້າ​ທັງ​ຫລາຍ​ທຸກ​ຄົນ​ຕາມ​ການ​ກະ​ທຳ​ຂອງ​ຕົນ 24 ແຕ່​ພວກ​ເຈົ້າ​ທີ່​ຍັງ​ເຫລືອ​ຢູ່​ທີ່​ເມືອງ​ທົວ​ເຕ​ຣາ ຄື​ຜູ້​ທີ່​ບໍ່​ໄດ້​ຖື​ຄຳ​ສອນ​ນີ້ ແລະ​ບໍ່​ຮູ້​ຈັກ​ສິ່ງ​ທີ່​ເຂົາ​ເອີ້ນ​ວ່າ​ຄວາມ​ເລິກ​ລັບ​ຂອງ​ຊາ​ຕານ​ນັ້ນ ເຮົາ​ຂໍ​ບອກວ່າ​ເຮົາ​ບໍ່​ເອົາ​ພາ​ຣະ​ອື່ນ​ໃດ​ວາງ​ໃສ່​ພວກ​ເຈົ້າ 25 ແຕ່​ສິ່ງ​ທີ່​ເຈົ້າ​ທັງ​ຫລາຍ​ມີ​ຢູ່​ແລ້ວ​ນັ້ນ ຈົ່ງ​ຍຶດ​ຖື​ໄວ້​ໃຫ້​ຫມັ້ນ​ຈົນ​ກວ່າ​ເຮົາ​ຈະ​ມາ 26 ຜູ້​ທີ່​ມີ​ຊັຍ​ຊະນະ​ແລະ​ຖືກ​ຮັກ​ສາກິຈ​ການ​ຂອງ​ເຮົາ​ໄວ້​ຈົນ​ເຖິງ​ທີ່​ສຸດ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ອຳ​ນາດປົກ​ຄອງ​ບັນ​ດາ​ປະ​ຊາ​ຊາດ 27 ແລະ​ຜູ້​ນັ້ນ​ຈະ​ບັງ​ຄັບ​ບັນຊາ​ເຂົາ​ດ້ວ​ຍ​ຄ້ອນ​ເຫລັກ ເຫມືອນ​ດັ່ງ​ຊ່າງ​ຫມໍ້​ທຳ​ລາຍ​ຫມໍ້​ດິນ​ໃຫ້​ແຕກ​ຫມຸ່ນ​ເສັຽ ຕາມ​ທີ່​ເຮົາ​ນີ້​ໄດ້​ຮັບ​ອຳ​ນາດ​ຈາກພຣະ​ບິ​ດາ​ຂອງ​ເຮົາ​ເຫມືອນ​ກັນ 28 ແລະ​ເຮົາ​ຈະ​ປະ​ທານ​ດາວ​ເພັກ​ໃຫ້​ແກ່​ຜູ້​ນັ້ນ 29 ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ຂໍ້​ຄວາມ​ທີ່​ພຣະ​ວິນ​ຍານ​ຊົງ​ກ່າວ​ແກ່​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ”

ພຣະນິມິດ 3

ຂຽນ​ໄປ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ເມືອງ​ຊາ​ເດ

1 “ຈົ່ງ​ຂຽນ​ໄປ​ຍັງ​ທູ​ດ​ຂອງ​ພຣະ​ເຈົ້າ​ໃນ​ຄ​ຣິ​ສ​ຕະ​ຈັກ​ເມືອງ​ຊາ​ເດວ່າ, ພຣະ​ອົງຜູ້​ຊົງ​ມີ​ພຣະ​ວິນ​ຍານ​ທັງ​ເຈັດ​ຂອງ​ພຣະ​ເຈົ້າ ແລະ​ຊົງ​ມີ​ດາວ​ທັງ​ເຈັດ​ດວງ​ນັ້ນ ຊົງ​ກ່າວ​ດັ່ງ​ນີ້​ວ່າ, “ເຮົາ​ຮູ້​ຈັກ​ການ​ກະ​ທຳ​ຂອງ​ເຈົ້າ ເຈົ້າ​ຜູ້​ຊື່​ວ່າ​ມີ​ຊີ​ວິດ​ຢູ່​ແຕ່​ວ່າ​ເຈົ້າ​ຕາຍ​ເສັຽ​ແລ້ວ 2 ເຈົ້າ​ຈຶ່ງ​ຕື່ນ​ຂຶ້ນ ແລະ​ເຊີດ​ຊູ​ສ່ວນ​ທີ່​ເຫ​ລືອ ຊຶ່ງ​ຈວນ​ຈະ​ຕາຍ​ແລ້ວ​ນັ້ນ​ໃຫ້​ແຂງ​ແຮງ​ຂຶ້ນ ເພາະ​ວ່າ​ເຮົາ​ບໍ່​ພົບ​ການ​ກະ​ທຳ​ຂອງ​ເຈົ້າ​ສຳ​ເຣັດ​ດີ ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ຂອງ​ເຮົາ 3 ເຫດ​ສັນ​ນັ້ນ​ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ໄດ້​ຮັບ​ແລະ​ໄດ້​ຍິນ​ຢ່າງ​ໃດ ຈົ່ງ​ຖື​ກຮັກ​ສາ​ແລະ​ກັບ​ໃຈ​ເສັ​ຽ​ໃຫມ່ ຖ້າ​ເຈົ້າ​ບໍ່​ຕື່ນ​ຂຶ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ເຫມືອນ​ດັ່ງ​ຂະ​ໂມຍ ແລະ​ເຈົ້າ​ຈະ​ບໍ່ຮູ້​ວ່າ​ຍາມ​ໃດ​ເຮົາ​ຈະ​ມາ​ຫາ​ເຈົ້າ 4 ແຕ່​ວ່າ​ໃນ​ເມືອ​ງຊາເດ ເຈົ້າ​ກໍ​ຍັງ​ມີ​ຄົນ​ຈຳ​ນວນ​ຫນ້ອຍ​ທີ່​ບໍ່​ໄດ້​ເຮັດ​ເສື້ອ​ຜ້າ​ຂອງ​ຕົນ​ເປື້ອນ​ເປິ ຄົນ​ເຫລົ່າ​ນັ້ນ​ຈະ​ນຸ່ງ​ເຄື່ອງ​ຂາວ​ຍ່າງ​ໄປ​ກັບ​ເຮົາ ເພາະ​ເຂົາ​ເປັນ​ຄົນ​ສົມ​ຄວນ​ຢູ່​ແລ້ວ 5 ຜູ້​ທີ່​ມີ​ຊັຍ​ຊະ​ນະ ຜູ້​ນັ້ນ​ຈະ​ຫົ່ມ​ເຄື່ອງ​ຂາວ​ແລະ​ເຮົາຈະ​ບໍ່​ລຶບ​ຊື່​ຂອງ​ຜູ້​ນັ້ນ​ອອກ​ເສັຽ​ຈາກ​ທະ​ບຽນ​ແຫ່ງ​ຊີ​ວິດ​ຈັກ​ເທື່ອ ແຕ່​ເຮົາ​ຈະ​ຮັບ​ຮອງ​ຊື່​ຜູ້​ນັ້ນ​ຕໍ່​ ພຣະ​ພັກ​ພຣະ​ບິ​ດາ​ຂອງ​ເຮົາ ແລະ​ຕໍ່​ຫນ້າ​ຝູງ​ເທວະ​ດາ​ຂອງ​ພຣະ​ອົງ 6 ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ຂໍ້​ຄວາມ​ທີ່​ພຣະ​ວິ​ນຍານ​ຊົງ​ກ່າວ​ແກ່​ຄຣິ​ສ​ຕະ​ຈັກ​ທັງ​ຫລາຍ”

ຂຽນ​ໄປ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ເມືອງ​ຟີ​ລາ​ເດັນ​ເຟັຽ

7 “ຈົ່ງ​ຂຽນ​ໄປ​ຍັງ​ທູດ​ຂອງ​ພຣະ​ເຈົ້າ​ໃນ​ຄ​ຣິ​ສ​ຕະ​ຈັກ​ທີ່​ເມືອງ​ຟີ​ລາ​ເດັນ​ເຟັຽວ່າ “ພຣະ​ອົງ​ບໍ​ຣິ​ສຸດ ຜູ້​ສັດ​ຈິງ ຜູ້​ຊົງ​ຖື​ຂໍ​ກະ​ແຈ​ຂອງ​ດາ​ວິດ ຜູ້​ຊົງ​ໄຂ​ແລ້ວ​ຈະ​ບໍ່​ມີ​ຜູ້​ໃດ​ອັດ ຜູ້​ຊົງ​ອັດ​ແລ້ວ​ຈະ​ບໍ່​ມີ​ຜູ້​ໃດ​ໄຂ ຊົງ​ກ່າວ​ດັ່ງ​ນີ້​ວ່າ, 8 “ເຮົາ​ຮູ້​ຈັກ​ການ​ກະ​ທຳ​ຂອງ​ເຈົ້າ ເບິ່ງແມ໋, ເຮົາ​ໄດ້​ໃຫ້​ມີ​ປະ​ຕູ​ໄຂ​ຢູ່​ຕໍ່​ຫນ້າ​ເຈົ້າ ຊຶ່ງ​ບໍ່​ມີ​ຜູ້​ໃດ​ອັດ​ໄດ້ ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳ​ລັງ​ພຽງ​ເລັກ​ນ້ອຍ ແຕ່​ກໍ​ຍັງ​ໄດ້​ຖື​ຮັກ​ສາ​ຄຳ​ຂອງ​ເຮົາ ແລະບໍ່ໄດ້​ປະ​ຕິ​ເສດ​ນາມ​ຂອງ​ເຮົາ 9 ເບິ່ງ​ແມ໋, ເຮົາ​ຈະ​ໃຫ້​ພັກ​ພວກ​ຂອງ​ຊາ​ຕານ​ທີ່​ຕົວະ​ວ່າ​ເຂົາ​ເອງ​ເປັນ​ຊາດ​ຢິວ ແຕ່​ບໍ່​ໄດ້​ເປັນ​ນັ້ນ ມາ​ຂາບ​ລົງ​ແທບ​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ເຂົາ​ຮູ້​ວ່າ​ຝ່າຍ​ເຮົາ​ໄດ້​ຣັກ​ເຈົ້າ 10 ເພາະ​ວ່າເຈົ້າ​ໄດ້​ຖື​ຮັກ​ສາ​ຕາມ​ຄຳ​ຂອງ​ເຮົາ ຊຶ່ງ​ໃຫ້​ມີ​ຄວາມ​ພຽນ​ອົດ​ທົນ ຝ່າຍ​ເຮົາ​ຈະ​ປ້ອງ​ກັນ​ເຈົ້າ​ເຫມືອນ​ກັນ ໃຫ້​ພົ້ນ​ຈາກ​ການ​ທົດ​ລອງ​ທີ່ຈວນ​ຈະ​ມີ​ມາ​ທົ່ວ​ໂລກ ເພື່ອ​ຈະ​ລອງ​ໃຈ​ຄົນ​ທັງ​ປວງ​ທີ່​ຢູ່​ເຫນືອຫນ້າ​ແຜ່ນ​ດິນ 11 ເຮົາ​ຈະ​ມາໃນ​ໄວໆ​ນີ້ ຈົ່ງ​ຍຶດ​ຫມັ້ນ​ຢູ່​ໃນ​ສິ່ງ​ທີ່​ເຈົ້າ​ມີ​ນັ້ນ ເພື່ອ​ບໍ່​ໃຫ້​ຜູ້​ໃດ​ຍາດ​ຊິງ​ເອົາ​ພວງ​ມາ​ລັຍ​ຂອງ​ເຈົ້າ​ໄປ​ໄດ້ 12 ຜູ້​ທີ່​ມີ​ຊັຍ​ຊະ​ນະ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ເປັນ​ເສົາ​ໃນ​ພຣະ​ວິ​ຫານ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ຜູ້​ນັ້ນ​ແຫລະ ບໍ່​ອອກ​ໄປ​ນອກ​ພຣະ​ວິ​ຫານ​ຈັກ​ເທື່ອ ເຮົາ​ຈະ​ຈາ​ຣຶກ​ພຣະ​ນາມ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ​ໃສ່​ຕົວ​ຜູ້​ນັ້ນ ກັບ​ທັງ​ຊື່​ມະ​ຫາ​ນະ​ຄອນ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ ຄືກຸງ​ເຢ​ຣູ​ຊາ​ເລັມ​ໃຫມ່ ຈຶ່ງ​ລົງ​ມາ​ແຕ່ສວັນ​ຈາກ​ພຣະ​ເຈົ້າ​ຂອງ​ເຮົາ ແລະ​ເຮົາ​ຈະ​ຈາ​ຣຶກ​ນາມ​ໃຫມ່​ຂອງ​ເຮົາ​ໃສ່​ຜູ້​ນັ້ນ​ເຫມືອນ​ກັນ 13 ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ຂໍ້​ຄວາມທີ່​ພຣະ​ວິ​ນຍານ​ຊົງ​ກ່າວ​ແກ່​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ”

ຂຽນ​ໄປ​ເຖິງ​ຄ​ຣິ​ສ​ຕະ​ຈັກ​ເມືອງ​ລາວ​ດີ​ເກ​ອາ

14 “ຈົ່ງ​ຂຽນ​ໄປ​ຍັງ​ທູດ​ຂອງ​ພຣະ​ເຈົ້າ​ໃນ​ຄ​ຣິ​ສ​ຕະ​ຈັກ​ທີ່​ເມືອງ​ລາວ​ດີ​ເກ​ອາ​ວ່າ, “ພຣະ​ອົງ​ຜູ້​ຊົງ​ເປັນ​ອາ​ແມນ​ນັ້ນ ຊົງ​ເປັນ​ພຍານ​ທີ່​ສັດ​ຊື່​ແລະ​ທ່ຽງ​ທັມ ຊົງ​ເປັນ​ປະ​ຖົມ​ເຫດ​ແຫ່ງ​ສິ່ງ​ສາ​ຣະ​ພັດ​ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ສ້າງ ໄດ້ຊົງ​ກ່າວ​ດັ່ງ​ນີ້​ວ່າ, 15 “ເຮົາ​ຮູ້​ຈັກ​ການ​ກະ​ທຳ​ຂອງ​ເຈົ້າ ເຈົ້າ​ບໍ່​ເຢັນ​ບໍ່​ຮ້ອນ ເຮົາ​ຢາກ​ໃຫ້​ເຈົ້າ​ເຢັນ​ຫລື​ຮ້ອນ 16 ເພາະ​ເຈົ້າ​ພຽງ​ແຕ່​ອຸ່ນໆ​ບໍ່​ເຢັນ​ບໍ່​ຮ້ອນ ດັ່ງ​ນັ້ນ​ເຮົາ​ຈະ​ຄາຍ​ເຈົ້າ​ອອກ​ຈາກ​ປາກ​ຂອງ​ເຮົາ 17 ເພາະ​ເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຮັ່ງ​ມີ​ແລ້ວ ໄດ້​ຊັບ​ສິ່ງ​ຂອງ​ທະ​ວີ​ຂຶ້ນ ຂ້ອຍ​ບໍ່​ຕ້ອງ​ການ​ສິ່ງ​ໃດ” ເຈົ້າ​ບໍ່​ຮູ້​ວ່າ​ເຈົ້າ​ເປັນ​ຄົນ​ທຸກ​ໄຮ້​ເຂັນ​ໃຈ ເປັນ​ຄົນ​ຫນ້າ​ສົງ​ສານ ເປັນ​ຄົນ​ຂັດ​ສົນ ເປັນ​ຄົນ​ຕາ​ບອດ ແລະ​ເປືອຍ​ກາຍ​ຢູ່ 18 ເຫດ​ນັ້ນ​ເຮົາ​ເຕືອນ​ສະ​ຕິ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ໃຫ້​ບໍ​ຣິ​ສຸດ​ແລ້ວ​ຈາກ​ເຮົາ ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງ​ມີ ແລະ​ໃຫ້​ເຈົ້າ​ຊື້​ເສື້ອ​ຜ້າ​ຂາວ​ນຸ່ງ​ຫົ່ມ​ຕົວ ເພື່ອ​ປົກ​ບັງ​ຄວາມ​ລະ​ອາຍ​ຂອງ​ການ​ເປືອຍ​ກາຍ​ຂອງ​ເຈົ້າ​ບໍ່​ໃຫ້​ປາ​ກົດ ແລະ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ​ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ 19 ຝ່າຍ​ເຮົາ ເຮົາ​ຮັກ​ຜູ້​ໃດ​ເຮົາ​ກໍ​ຕິ​ຕຽນ​ຂ້ຽນ​ສອນ​ຜູ້​ນັ້ນ ເຫດ​ສັນ​ນັ້ນ ຈຶ່ງ​ມີ​ໃຈ​ຮ້ອນ​ຮົນ​ແລະ​ຕັ້ງ​ໃຈ​ເສັຽ​ໃຫມ່ 20 ເບິ່ງ​ແມ໋, ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະ​ຕູ ຖ້າ​ຜູ້​ໃດ​ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ​ໄຂ​ປະ​ຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້​ນັ້ນ ເຮົາ​ຈະ​ຮັບ​ປະ​ທານອາ​ຫານ​ຮ່ວມ​ກັບ​ຜູ້​ນັ້ນ ແລະ​ຜູ້​ນັ້ນ​ຈະ​ຮັບ​ປະ​ທານ​ອາ​ຫານ​ຮ່ວມ​ກັບ​ເຮົາ 21 ຜູ້ທີ່​ຊັຍ​ຊະ​ນະ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນ​ລັງ​ຂອງ​ເຮົາ ເຫມືອນ​ກັບ​ທີ່​ເຮົາ​ມີ​ຊັຍຊະ​ນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະ​ບິ​ດາ​ຂອງ​ເຮົາ​ເທິງ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ 22 ຜູ້​ໃດ​ມີ​ຫູ ຈົ່ງ​ຟັງ​ຂໍ້​ຄວາມ​ທີ່​ພຣະ​ວິນ​ຍານ​ຊົບ​ກ່າວ​ແກ່​ຄ​ຣິ​ສ​ຕະ​ຈັກ​ທັງ​ຫລາຍ”

ພຣະນິມິດ 4

ການ​ນະ​ມັ​ສ​ການ​ໃນ​ສວັນ

1 ພາຍ​ຫລັງ​ເຫ​ດການ​ທັງ​ຫລາຍ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ ແລະ​ດັ່ງ​ນີ້ ມີ​ປະ​ຕູ​ໄຂ​ຢູ່​ໃນ​ສວັນ ແລະ​ພຣະ​ສຸ​ຣະ​ສຽງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ເຫມືອນ​ດັ່ງ​ສຽງ​ແກວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສະ​ແດງ​ໃຫ້​ເຈົ້າ​ເຫັນ​ເຫດ​ການ​ທີ່​ຕ້ອງ​ເກີດ​ຂຶ້ນ​ໃນ​ພາຍ​ຫນ້າ” 2 ໃນ​ທັນ​ໃດ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ປະ​ກອບ​ໄປ​ດ້ວຍ​ພຣະ​ວິ​ນ​ຍານ ແລະ​ເບິ່ງ​ແມ໋, ມີ​ຣາ​ຊ​ບັນ​ລັງ​ຕັ້ງ​ຢູ່​ໃນ​ສວັນ ມີ​ທ່ານ​ອົງ​ນຶ່ງ​ປະ​ທັບ​ເທິງ​ບັນ​ລັງ​ນັ້ນ 3 ທ່ານ​ຜູ້​ປະ​ທັບ​ເທິງ​ບັນ​ລັງ​ນັ້ນ​ມີ​ລັກ​ສະ​ນະ​ເຫມືອນ​ແກ້ວ​ມະ​ນີ​ໂຊດ ແລະ​ແກ້ວ​ພິ​ລາ ມີ​ຮຸ້ງ​ກິນ​ນ້ຳ​ລ້ອມ​ຮອບ​ຣາ​ຊ​ບັນ​ລັງ​ນັ້ນ​ຄ້າຍ​ຄື​ແສງ​ແກ້ວມໍ​ຣະ​ກົດ 4 ລ້ອມ​ຮອບ​ຣາ​ຊ​ບັນ​ລັງ​ນັ້ນ​ມີ​ບັນ​ລັງ​ອີກ​ຊາວ​ສີ່​ອັນ ແລະ​ມີ​ຜູ້​ອາ​ວຸ​ໂສ​ຊາວ​ສີ່​ທ່ານ​ນັ່ງ​ເທິງ​ບັນ​ລັງ​ເຫລົ່າ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ​ແລະ​ມີ​ພວງ​ມາ​ລັຍ​ຄຳ​ສວມ​ຫົວ 5 ມີ​ຟ້າ​ແມບ​ຮ້ອງ​ແລະ​ສຽງ​ຕ່າງໆ​ດັງ​ອອກ​ມາ​ຈາກ​ຣາ​ຊ​ບັນ​ລັງ​ນັ້ນ ແລະ​ມີ​ໂຄມ​ໄຟ​ເຈັດ​ຫນ່ວຍ​ໄຕ້​ໄວ້​ຕໍ່​ຫນ້າ​ຣາ​ຊບັນ​ລັງ​ນັ້ນ ໂຄມ​ໄຟ​ເຫລົ່າ​ນັ້ນ​ຄື​ວິນ​ຍານ​ທັງ​ເຈັດ​ຂອງ​ພຣະ​ເຈົ້າ 6 ຢູ່​ຕໍ່​ຫນ້າ​ຣາ​ຊ​ບັນ​ລັງ​ເປັນ​ເຫມືອນ​ທະ​ເລ​ແກ້ວ​ມະ​ນີ ຢູ່​ອ້ອມ​ຮອບ​ຣາ​ຊ​ບັນ​ລັງ​ທຸ​ກດ້ານ​ມີ​ສັຕ​ໂລກ​ສີ່​ໂຕ ຊຶ່ງ​ມີ​ຕາ​ເຕັມ​ທັງ​ຂ້າງ​ຫນ້າ​ແລະ​ຂ້າງ​ຫລັງ 7 ສັດ​ໂຕ​ທີ່​ນຶ່ງ​ເຫມືອນ​ສິງ ໂຕທີ່​ສອງ​ເຫມືອນ​ງົວ​ນ້ອຍ ໂຕ​ທີ່​ສາມ​ມີ​ຫນ້າ​ເຫມືອນ​ມະ​ນຸດ ແລະ​ໂຕ​ທີ່​ສີ່​ເຫມືອນ​ນົກ​ອິນ​ຊີ​ກຳ​ລັງ​ບິນ 8 ສັດ​ທັງ​ສີ່​ໂຕ ທຸກ​ໂຕ​ມີ​ປີກ​ຫົກ​ປີກ ແລະ​ມີ​ຕາ​ເຕັມ​ຂ້າງນອກ​ແລະ​ຂ້າງ​ໃນ ສັດ​ເຫລົ່າ​ນັ້ນ​ຮ້ອງ​ຕລອດ​ເວັນ ຕລອດ​ຄືນ ບໍ່​ຢຸດ​ບໍ່​ເຊົາ​ວ່າ, “ບໍ​ຣິ​ສຸດ ບໍ​ຣິ​ສຸດ ບໍ​ຣິ​ສຸດ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ອະ​ດີດ ຜູ້​ຊົງ​ດຳ​ຣົງ​ຢູ່ໃນ​ປັດ​ຈຸ​ບັນ ແລະ​ຜູ້​ຈະ​ສະ​ເດັດ​ມາ” 9 ຄັນ​ສັດ​ເຫລົ່າ​ນັ້ນ​ຖວາຍ​ຄຳ​ສັຣ​ເສີນ ຖວາຍ​ພຣະ​ກຽດ ແລະ​ໂມ​ທະ​ນາ​ພຣະ​ຄຸ​ນ​ແດ່​ພຣະ​ອົງ ຜູ້​ປະ​ທັບ​ເທິງ​ຣາ​ຊບັນ​ລັງ ຜູ້​ຊົງ​ມີ​ພຣະ​ຊົນ​ດຳ​ຣົງ​ຢູ່ຕລອດ​ໄປ​ເປັນ​ນິດ​ເມື່ອ​ໃດ 10 ເມື່ອ​ນັ້ນ​ບັນ​ດາ​ຜູ້​ອາ​ວຸ​ໂສ​ຊາວ​ສີ່​ທ່ານ​ກໍ​ຂາບ​ລົງ​ຖວາຍ​ບັງ​ຄົມ​ພຣະ​ອົງ​ຜູ້​ປະ​ທັບ​ເທິງ​ຣາ​ຊ​ບັນ​ລັງ​ນັ້ນ ນະ​ມັ​ສ​ການ​ພຣະ​ອົງ ຜູ້​ຊົງ​ພຣະ​ຊົນ​ຢູ່​ຕລອດ​ໄປ​ເປັນ​ນິດ ແລ້ວ​ຖອດ​ພວງ​ມາ​ລັຍ​ອອກວາງ​ລົງຕໍ່​ຫນ້າ​ຣາ​ຊ​ບັນ​ລັງ​ຮ້ອງວ່າ, 11 “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣະ​ອົງ​ທັງ​ຫລາຍ ພຣະ​ອົງ​ຊົງ​ສົມ​ຄວນ​ທີ່​ຈະ​ໄດ້​ຣັບ​ຄຳ​ສັຣ​ເສີນ ພຣະ​ກຽດ ແລະ​ຣິດ​ເດດ ເພາະ​ວ່າ​ພຣະ​ອົງ​ໄດ້​ຊົງ​ສ້າງ​ສັພ​ສິ່ງ​ທັງ​ປວງ ແລະ​ສັ​ພ​ສິ່ງ​ທັງ​ປວງ​ນັ້ນ​ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳ​ຣົງ​ຢູ່​ຕາມ​ຊອບ​ພຣະ​ທັຍ​ພຣະ​ອົງ”

ພຣະນິມິດ 5

ຫນັງ​ສື​ມ້ວນ​ແລະ​ພຣະ​ເມ​ສາ​ນ້ອຍ

1 ໃນ​ພຣະ​ຫັດ​ເບື້ອງ​ຂວາ​ຂອງ​ພຣະ​ອົງ ຜູ້​ຊົງ​ປະ​ທັບ​ເທິງ​ພຣະ​ຣາ​ຊ​ບັນ​ລັງ​ນັ້ນ ຂ້າພະ​ເຈົ້າ​ໄດ້​ເຫັນ​ຫນັງ​ສື​ມ້ວນ​ນຶ່ງ​ຂຽນ​ໄວ້​ທັງ​ຂ້າ​ງໃນ​ແລະ​ຂ້າງນອກ ຕີ​ຕາ​ປະ​ທັບ​ໄວ້​ເຈັດ​ດວງ 2 ແລະ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເທວະ​ດາ​ຜູ້​ມີ​ຣິດ​ຕົນ​ນຶ່ງ​ປະ​ກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຜູ້​ໃດ​ຫນໍ​ເປັນ​ຜູ້​ສົມ​ຄວນ​ຈະ​ແກະ​ຕາ​ປະ​ທັບ​ແລະ​ມາຍ​ມ້ວນ​ຫນັງສື​ມ້ວນ​ນີ້ອອ​ກ” 3 ບໍ່​ມີ​ຜູ້​ໃດ​ໃນ​ສວັນ ເທິງ​ແຜ່ນ​ດິນ​ໂລກ ຫລື​ໃຕ້​ແຜ່ນ​ດິນ​ກໍ​ດີ ທີ່​ສາ​ມາດ​ມາຍ​ຫນັງ​ສື​ມ້ວນ​ນັ້ນ​ອອກ ຫລື​ເບິ່ງຫນັງ​ສື​ນັ້ນ​ໄດ້ 4 ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ໄຫ້​ຮ່ຳ​ໄຮ​ຫລາຍ ເພາະ​ບໍ່​ມີ​ຜູ້​ໃດ​ສົມ​ຄວນ​ຈະ​ມາຍ​ຫນັງ​ສື​ນັ້ນ​ອອກ​ຫລື​ເບິ່ງ​ໄດ້ 5 ແລ້ວ​ມີ​ຜູ້​ນຶ່ງ​ໃນ​ພວກ​ອາ​ວຸ​ໂສ​ນັ້ນ ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຢ່າ​ຮ້ອງ​ໄຫ້ ເບິ່ງ​ແມ໋, ສິງ​ແຫ່ງ​ຕະ​ກູນ​ຢູ​ດາ ຫນໍ່​ເຊື້ອ​ຂອງ​ດາ​ວິດ​ໄດ້​ຊັຍ​ຊະ​ນະ​ແລ້ວ ຈຶ່ງ​ສາ​ມາດ​ແກະ​ຕາ​ທັງ​ເຈັດ​ແລະ​ມາຍ​ຫນັງ​ສື​ນັ້ນ​ອອກ​ໄດ້” 6 ໃນ​ລະ​ຫວ່າງ​ພຣະ​ຣາ​ຊບັນ​ລັງ​ກັບ​ສັດ​ທັງ​ສີ່ ແລະ​ໃນ​ຖ້າມ​ກາງ​ພວກ​ອາ​ວຸໂສ​ເຫລົ່າ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ເມ​ສາ​ນ້ອຍ​ປະ​ທັບ​ຢືນ​ຢູ່​ເຫມືອນ​ຖືກ​ຂ້າ​ແລ້ວ ພຣະ​ເມ​ສາ​ນ້ອຍ​ນັ້ນ​ມີ​ເຂົາ​ເຈັດ​ອັນ ມີ​ຕາ​ເຈັດ​ຫນ່ວຍ​ຊຶ່ງ​ເປັນ​ວິນ​ຍານທັງ​ເຈັດ​ຂອງ​ພຣະ​ເຈົ້າ ທີ່​ຊົງ​ໃຊ້​ອອກ​ໄປ​ທົ່ວ​ແຜ່ນ​ດິນ​ໂລກ 7 ແລະ​ພຣະ​ເມ​ສາ​ນ້ອຍ​ນັ້ນ​ໄດ້​ເຂົ້າ​ມາ​ຮັບ​ຫນັງ​ສື​ມ້ວນ​ນັ້ນ​ຈາກ​ພຣະ​ຫັດ​ເບື້ອງ​ຂ​ວາ​ຂອງ​ພຣະ​ອົງ ຜູ້​ຊົງ​ປະ​ທັບ​ເທິງ​ຣາ​ຊບັນ​ລັງ​ນັ້ນ​ 8 ເມື່ອ​ພຣະ​ອົງ​ຊົງ​ຮັບ​ຫນັງ​ສື​ນັ້ນ​ແລ້​ວ ສັດ​ທັງ​ສີ່​ກັບ​ພວກ​ອາ​ວຸ​ໂສ​ຊາວສີ່​ທ່ານ​ນັ້ນ ກໍ​ຂາບ​ລົງ​ຖວາຍ​ບັງ​ຄົມ​ພຣະ​ເມ​ສາ​ນ້ອຍ ທຸກ​ທ່ານ​ຖື​ພີນ​ແລະ​ຂັນ​ຄຳ​ເຕັມ​ດ້ວຍ​ເຄື່ອງ​ຫອມ ຊຶ່ງ​ເປັນ​ຄຳ​ໄຫວ້ວອນ​ຂອງ​ໄພ່​ພົນທັງ​ປວງ​ຂອງ​ພຣະ​ເຈົ້າ 9 ເຂົາ​ໄດ້​ຮ້ອງ​ເພງ​ໃຫມ່​ວ່າ, “ພຣະ​ອົງ​ຊົງ​ເປັນ​ຜູ້​ສົມ​ຄວນ​ຈະ​ຊົງ​ຮັບ​ມ້ວນ​ຫນັງ​ສື ແລະ​ແກະ​ຕາ​ມ້ວນ ຫນັງ​ສື​ອອກເພາະ​ວ່າ​ພຣະ​ອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ​ດ້ວຍ​ພຣະ​ໂລຫິດຂອງ​ພຣະ​ອົງ​ນັ້ນ ພຣະ​ອົງ​ໄດ້​ຊົງ​ໄຖ່​ມະ​ນຸດ​ທຸກ​ເຜົ່າ​ທຸກ​ພາ​ສາ​ທຸກ​ຊາດ​ແລະ​ທຸກ​ປະ​ເທດ​ສຳ​ລັ​ບ​ພຣະ​ເຈົ້າ 10 ພຣະ​ອົງ​ໄດ້​ຊົງ​ບັນ​ດານ​ໃຫ້​ເຂົາ​ເປັນ​ຣາ​ຊ​ອາ​ນາ​ຈັກ ແລະ​ເປັນ​ປະ​ໂຣ​ຫິດ​ທີ່​ປະ​ຕິ​ບັດ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ແລະ​ເຂົາ​ເຫລົ່າ​ນັ້ນ​ຈະ​ໄດ້​ປົກ​ຄອງ​ແຜ່ນ​ດິນ​ໂລ​ກ” 11 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ​ໄດ້​ຍິນ​ສຽງ​ເທວະ​ດາ ເປັນ​ຈຳ​ນວນ​ຫລວງ​ຫລາຍ​ນັບ​ເປັນ​ໂກດໆ ແສນໆ ຊຶ່ງ​ຢູ່​ອ້ອມ​ຮອບ​ພຣະ​ຣາ​ຊ​ບັນ​ລັງ ຣອບ​ສັດ ແລະ​ຮອບ​ຜູ້​ອາ​ວຸ​ໂສ​ທັງ​ຫລາຍ​ນັ້ນ 12 ຮ້ອງ​ສຽງ​ດັງ​ວ່າ, “ພຣະ​ເມ​ສາ​ນ້ອຍ​ຜູ້​ຖືກ​ຂ້າ​ແລ້ວ​ນັ້ນ ເປັນ​ຜູ້​ທີ່​ສົມ​ຄວນ​ໄດ້​ຮັບ​ຣິດ​ເດດ ຊັບ​ສົມ​ບັດ ສະ​ຕິ​ປັນ​ຍາ ອາ​ນຸພາບ ກຽດ​ຕິ​ຍົດ ສະ​ງ່າ​ຣາ​ສີ ແລະ​ຄຳ​ສັຣ​ເສີນ” 13 ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ສິ່ງ​ທີ່​ມີ​ຊີ​ວິດ​ທັງ​ຫມົດ ທັງ​ໃນ​ສວັນ ເທິງ​ແຜ່ນ​ດິນ​ໂລກ ໃຕ້​ແຜ່ນ​ດິນ ແລະ​ໃນ​ມະ​ຫາ​ສະ​ຫມຸດ ຄື​ສິ່ງ​ທັງ​ປວງ​ຊຶ່ງ​ຢູ່​ໃນ​ທີ່ນັ້ນ​ຮ້ອງວ່າ, “ຂໍໃຫ້​ຄຳ​ສັຣ​ເສີນ ກຽດ​ຕິ​ຍົດ ສະ​ງ່າ​ຣາ​ສີ ແລະ​ຣິດ​ທາ​ນຸ​ພາບ ຈົ່ງ​ມີ​ແດ່​ພຣະ​ອົງ ຜູ້​ຊົງປະ​ທັບ​ເທິງ​ພຣະ​ຣາ​ຊ​ບັນ​ລັງ ແລະ​ແດ່​ພຣະ​ເມ​ສາ​ນ້ອຍ​ຕລອດ​ໄປ​ເປັນ​ນິດ” 14 ສັດ​ທັງ​ສີ່​ນັ້ນ​ກໍ​ຮ້ອງວ່າ, “ອາ​ແມນ” ແລະ​ຜູ້ອາ​ວຸ​ໂສ​ເຫລົ່າ​ນັ້ນ​ກໍ​ຂາບ​ລົງ​ນະ​ມັ​ສ​ການ

ພຣະນິມິດ 6

ຕາ​ປະ​ທັບ​ທັງ​ເຈັດ

1 ເມື່ອ​ພຣະ​ເມ​ສາ​ນ້ອຍ​ຊົງ​ແກະ​ຕາດ​ວງນຶ່ງ​ໃນເຈັດ​ດວງ​ນັ້ນ​ອອກ​ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ແລະ​ໄດ້​ຍິນ​ສັດ​ໂຕ​ນຶ່ງ​ໃນ​ສີ່​ໂຕ​ນັ້ນ​ຮ້ອງ​ສຽງ​ດັງ​ເຫມືອນ​ສຽງ​ຟ້າຮ້ອງວ່າ, “ມາ​ເທາະ” 2 ຂ້າ​ພະ​ເຈົ້າໄດ້​ເບິ່ງ​ແລະ​ດັ່ງ​ນີ້, ມີ​ມ້າ​ສີ​ຂາວ​ໂຕ​ນຶ່ງ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ທະ​ນູ ແລະ​ໄດ້​ຮັບ​ພຣະ​ຣາ​ຊ​ທານ​ພວງ​ມາ​ລັຍ ແລ້ວ​ກໍ​ຂີ່​ມ້າ​ອອກ​ໄປ​ຢ່າງ​ມີ​ຊັຍ​ເພື່ອ​ຈະ​ຊັຍ​ຊະ​ນະ 3 ເມື່ອ​ພຣະ​ເມ​ສາ​ນ້ອຍ​ຊົງ​ແກະ​ຕາ​ປະ​ທັບ​ດວງ​ທີ່​ສອງ​ນັ້ນ​ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ສັດ​ໂຕ​ທີ່​ສອງ​ຮ້ອງວ່າ, “ມາ​ເທາະ” 4 ແລະ​ມີ​ມ້າ​ສີແດງ​ເຂັ້ມ​ໂຕ​ນຶ່ງ​ອອກ​ມາ​ອີກ ຜູ້​ທີ່​ຂີ່​ມ້າ​ໂຕ​ນີ້​ໄດ້​ຮັບ​ພຣະ​ຣາ​ຊ​ອະ​ນຸ​ຍາດ​ໃຫ້​ນຳ​ສັນ​ຕິ​ສຸກ​ໄປ​ຈາກ​ໂລກ ເພື່ອ​ໃຫ້​ຄົນ​ທັງ​ປວງ​ຮົບ​ຮາ​ຂ້າ​ຟັນ​ກັນ ແລະ​ທັງ​ໄດ້​ພຣະ​ຣາ​ຊ​ທານ​ດາບ​ໃຫຍ່ດວງ​ນຶ່ງ​ໃຫ້​ແກ່​ຜູ້​ນັ້ນ 5 ເມື່ອ​ພຣະ​ເມ​ສາ​ນ້ອຍ​ຊົງ​ແກະ​ຕາ​ປະ​ທັບ​ດວງ​ທີ່​ສາມ​ນັ້ນ​ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ສັດ​ໂຕ​ທີ່​ສາມ​ຮ້ອງວ່າ, “ມາ​ເທາະ” ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ ແລະ​ດັ່ງ​ນີ້, ມີ​ມ້າ​ສີ​ດຳ​ໂຕ​ນຶ່ງ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ຄັນ​ຊັ່ງ 6 ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເຫມືອນ​ກັບ​ສຽງ​ທີ່​ດັງ​ອອກ​ມາ​ຈາກ​ຖ້າມ​ກາງ​ສັດ​ທັງ​ສີ່​ນັ້ນ​ວ່າ, “ເຂົ້າ​ບ​ເລຣາ​ຄາ​ລິດ​ນຶ່ງ​ຕໍ່​ນຶ່ງ​ເດ​ນາ​ຣິ​ອົນ ເຂົ້າ​ເດືອຍສາມ​ລິດ​ຕໍ່​ນຶ່ງ​ເດ​ນາ​ຣິ​ອົນ ແຕ່​ຢ່າ​ເຮັດ​ອັນ​ຕະ​ຣາຍ​ຕໍ່​ນ້ຳ​ມັນ​ແລະ​ເຫລົ້າ​ແວງ” 7 ເມື່ອ​ພຣະ​ເມ​ສາ​ນ້ອຍ​ຊົງ​ແກະ​ຕາ​ປະ​ທັບ​ດວງ​ທີ່​ສີ່​ຮ້ອງວ່າ, “ມາ​ເທາະ” 8 ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ​ດັ່ງ​ນີ້, ມີ​ມ້າ​ສີ​ຂຽວ​ອ່ອນໂຕ​ນຶ່ງ​ອອກ​ມານັ້ນ​ແລ້ວ ຜູ້​ທີ່​ຂີ່​ມ້າ​ນັ້ນ​ມີ​ຊື່​ວ່າ ມັດ​ຈຸ​ຣາ​ຊ ແລະ​ແດນມໍ​ຣະ​ນາ​ກໍ​ຕິດ​ຕາມ​ມາ​ນຳ ເຂົາ​ທັງ​ສອງໄດ້​ຮັບ​ພຣະ​ຣາ​ຊ​ທານ​ອຳ​ນາດ​ລ້າງ​ຜານ​ແຜ່ນ​ດິນ​ໂລກ​ໄດ້​ນຶ່ງ​ສ່ວນ​ສີ່​ດ້ວຍ​ຄົມ​ດາບ ດ້ວຍ​ຄວາມ​ອຶດ​ຢາກ ດ້ວຍ​ຄວາມ​ຕາຍ ແລະ​ດ້ວຍ​ສັດ​ຮ້າຍ​ຕ່າງໆ​ໃນ​ແຜ່​ນດິນ​ໂລກ 9 ເມື່ອ​ພຣະ​ເມ​ສາ​ນ້ອຍ​ຊົງ​ແກະ​ຕາ​ປະ​ທັບ​ດວງ​ທີ່​ຫ້າ​ນັ້ນ​ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດວງວິນ​ຍານ​ຢູ່​ໃຕ້​ແທ່ນ​ບູ​ຊາ ເປັນ​ວິນ​ຍານ​ຂອງ​ຄົນ​ທັງ​ຫລາຍ​ທີ່​ຖືກ​ຂ້າ​ເພາະ​ພຣະ​ທັມ​ຂອງ​ພຣະ​ເຈົ້າ ແລະ​ເພາະ​ຄຳ​ພຍານ​ທີ່​ເຂົາ​ຍຶດ​ຖື​ນັ້ນ 10 ເຂົາ​ເຫລົ່າ​ນັ້ນ​ໄດ້​ຮ້ອງ​ດັງ​ຂຶ້ນ​ວ່າ, “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ບໍ​ຣິ​ສຸດ​ແລະ​ທ່ຽງ​ແທ້ ຍັງ​ດົນ​ປານ​ໃດ​ຫນໍ ພຣະ​ອົງ​ຈຶ່ງ​ຈະ​ຊົງ​ພິ​ພາກ​ສາ​ຕອບ​ສນອງ​ຄົນ​ທັງ​ຫລາຍ​ທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ທີ່​ໄດ້​ຂ້າ​ພວກ​ຂ້າ​ພຣະ​ອົງ​ນັ້ນ” 11 ແລ້ວ​ເຂົາ​ທຸກ​ຄົນ​ໄດ້​ຮັບ​ພຣະ​ຣາ​ຊ​ທານ​ເສື້ອ​ສີ​ຂາວ​ແລະ​ຊົງ​ສັ່ງ​ໃຫ້​ເຂົາ​ລໍ​ໄປ​ຈັກ​ຫນ້ອຍ ຈົນ​ກວ່າ​ຈຳ​ນວນ​ເພື່ອນ​ຂ້ອຍ​ໃຊ້​ແລະ​ພີ່​ນ້ອງ​ຂອງ​ເຂົາ​ຈະ​ຄົບ​ຖ້ວນ​ແລ້ວ ຄື​ພວກ​ທີ່​ຈວນ​ຈະ​ຖືກ​ຂ້າ​ເຫມືອນ​ກັບ​ເຂົາ​ນັ້ນ 12 ເມື່ອ​ພຣະ​ເມ​ສາ​ນ້ອຍ​ຊົງ​ແກະ​ຕາ​ປະ​ທັບ​ດວງ​ທີ່​ຫົກ​ນັ້ນ​ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ແລະ​ດັ່ງ​ນີ້, ເກີດ​ແຜ່ນ​ດິນ​ຫວັ່ນ​ໄຫວ​ອັນ​ໃຫຍ່ ດວງ​ອາ​ທິດ​ກໍ​ເກີດ​ມືດ​ດຳ​ເຫມືອນ​ດັ່ງ​ຜ້າ​ຂົນ​ສັດ​ຫຍາບ ດວງ​ຈັນ​ວັນ​ເພັງ​ກໍ​ກັບ​ເກີດ​ເປັນ​ສີ​ເລືອດ 13 ດວງ​ດາວ​ທັງ​ຫລາຍ​ໃນ​ທ້ອງ​ຟ້າ​ກໍ​ຕົກ​ລົງ​ເທິງ​ແຜ່ນ​ດິນ​ເຫມືອນ​ກັບ​ຕົ້ນ​ເດື່ອ​ເທດ​ທີ່​ຖືກ​ລົມ​ກ້າ​ພັດ​ຈົນ​ຫມາກ​ທີ່​ຍັງ​ບໍ່​ທັນ​ສຸກ​ຫລົ່​ນ​ລົງ​ຫມົດ 14 ທ້ອງ​ຟ້າ​ກໍ​ຫົດ​ເຂົ້າ​ເສັຽ​ເຫມືອນ​ດັ່ງ​ຫນັງ​ສື​ທີ່​ເຂົາ​ມ້ວນ ພູ​ທຸກ​ຫນ່ວຍ​ແລະ​ເກາະ​ທຸກ​ເກາະ​ກໍ​ເຄື່ອນ​ໄປ​ຈາກ​ບ່ອນ​ເດີມ 15 ແລ້ວ​ກະ​ສັດ​ທັງ​ຫລາຍ​ໃນ​ແຜ່ນ​ດິນ​ໂລກ ພວກ​ເຈົ້າ​ນາຍ ພວກ​ນາຍ​ພັນ​ນາຍ​ພົນ ພວກ​ເສດ​ຖີ ພວກ​ຜູ້​ມີ​ອຳ​ນາດ ແລະ​ທຸກ​ຄົນ​ທັງ​ທີ່​ເປັນ​ຂ້ອຍ​ຂ້າ​ແລະ​ມີ​ເສ​ຣີ​ກໍ​ພາ​ກັນ​ໄປ​ລີ້​ຊ່ອນ​ຢູ່​ໃນ​ຖ້ຳ​ແລະ​ໃນ​ຫວ່າງ​ຫີນ​ຕາມ​ພູ 16 ເຂົາ​ຮ້ອງບອກ​ພູ​ແລະ​ໂງ່ນ​ຫີນ​ວ່າ, “ຂໍ​ໃຫ້​ເນີ້ງ​ມາ​ບັງ​ພວກ​ເຮົາ​ໄວ້ ໃຫ້​ພົ້ນ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ ຜູ້​ຊົງ​ປະ​ທັບ​ເທິງ​ພຣະ​ຣາ​ຊ​ບັນ​ລັງ​ແລະ​ຈາກ​ພຣະ​ພິ​ໂຣດ​ຂອງ​ພຣະ​ເມ​ສາ​ນ້ອຍ​ນັ້ນ​ 17 ເພາະວ່າ​ວັນ​ສຳ​ຄັນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ໄດ້​ມາ​ເຖິງ​ແລ້ວ ແລະ​ຜູ້​ໃດ​ຫນໍ ຈະ​ອາດ​ທົນ​ຢູ່​ໄດ້”

ພຣະນິມິດ 7

ແສນ​ສີ່​ຫມື່ນ​ສີ່​ພັນ​ຄົນ​ຮັບ​ການ​ປະ​ທັບ​ຕາ

1 ຫລັງ​ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເທວະ​ດາ​ສີ່​ຕົນ ຢືນ​ຢູ່​ໃນ​ທິດ​ທັງ​ສີ່​ຂອງ​ແຜ່ນ​ດິນ​ໂລກ ຫ້າມ​ລົມ​ໃນ​ແຜ່ນ​ດິນ​ທັງ​ສີ່​ທິດ​ໄວ້​ບໍ່​ໃຫ້​ພັດ​ມາ​ໃສ່​ບົກ ໃສ່​ທະ​ເລ ຫລື​ຕົ້ນ​ໄມ້​ໃດໆ 2 ແລ້​ວ​ຂ້າ​ພະເຈົ້າໄດ້​ເຫັນ​ເທວະ​ດາ​ອີກ​ຕົນ​ນຶ່ງ ປາ​ກົດ​ຂຶ້ນ​ມາ​ຈາກ​ທິດ​ຕາ​ເວັນ​ອອກ ຖື​ຕາ​ປະ​ທັບ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່ ເທວະ​ດາ​ຕົນ​ນັ້ນ​ປະ​ກາດ​ສຽງ​ດັງ​ແກ່​ເທວະ​ດາ​ທັງ​ສີ່ ຜູ້​ຊຶ່ງ​ໄດ້​ຮັບ​ພຣະ​ຣາ​ຊ​ທານ​ອຳ​ນາດ​ໃຫ້​ເຮັດ​ອັນ​ຕະ​ຣາຍ​ແກ່​ແຜ່ນ​ດິນ​ແລະ​ທະ​ເລ​ນັ້ນ 3 ວ່າ, “ຢ່າ​ເຮັດ​ອັນ​ຕະ​ຣາຍ​ແກ່​ແຜ່ນ​ດິນ ແກ່​ທະ​ເລ ຫລື​ຕົ້ນ​ໄມ້ ຈົນ​ກວ່າ​ເຮົາ​ຈະ​ໄດ້​ປະ​ທັບ​ຕາ​ໄວ້​ທີ່​ຫນ້າ​ຜາກ​ບັນ​ດາ​ຂ້ອຍ​ຂ້າ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ເສັຽກ່ອນ” 4 ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈຳ​ນວນ​ຂອງ​ຜູ້​ທີ່​ໄດ້​ຮັບ​ປະ​ທັບ​ຕາ​ແລ້ວ ຄື​ຜູ້​ທີ່​ມາ​ຈາກ​ທຸກຕະ​ກູນ​ໃນ​ພວກ​ອິ​ສ​ຣາ​ເອນ ມີ​ແສນ​ສີ່​ຫມື່ນ​ສີ​ພັນ​ຄົນ 5 ຈາ​ກຕະ​ກູນ​ຢູ​ດາ ມີ​ຫມື່ນ​ສອງ​ພັນ​ຄົນ ຈາກ​ຕະ​ກູນ​ຣູ​ເບນ ຫມື່ນ​ສອງ​ພັນ​ຄົນ ຈາກ​ຕະ​ກູນ​ກາດ ຫມື່ນ​ສອງ​ພັນ​ຄົນ 6 ຈາກ​ຕະ​ກູນ​ອາ​ເຊີ ຫມື່ນ​ສອງ​ພັນ​ຄົນ ຈາກ​ຕະ​ກູນ​ເນັ​ຟ​ທາ​ລີ ຫມື່ນ​ສອງ​ພັນ​ຄົນ ຈາກ​ຕະ​ກູນ​ມາ​ນັ​ສ​ເຊ ຫມື່ນສອງ​ພັນ​ຄົນ 7 ຈາກ​ຕະ​ກູນ​ຊີ​ເມ​ໂອນ ຫມື່ນ​ສອງ​ພັນ​ຄົນ ຈາກ​ຕະ​ກູນ​ເລ​ວີ ຫມື່ນ​ສອງ​ພັນ​ຄົນ ຈາກ​ຕະ​ກູນ​ອິ​ສ​ຊາ​ຄາ ຫມື່ນ​ສອງ​ພັນ​ຄົນ 8 ຈາກ​ຕະ​ກູນ​ເຊ​ບູ​ລູນ ຫມື່ອສອງ​ພັນ​ຄົນ ຈາກ​ຕະ​ກູນ​ໂຢ​ເຊັ​ບ ຫມື່ອ​ສອງ​ພັນ​ຄົນ ຈາກ​ຕະ​ກູນ​ເບັນ​ຢາ​ມີນ ຫມື່ອສອງ​ພັນ​ຄົນ

ມວນ​ຊົນ​ຈາກ​ທຸກ​ປະ​ຊາ​ຊາດ

9 ຫລັງ​ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ເບິ່ງ ແລະ​ດັ່ງ​ນີ້, ມີຝູງ​ຄົນ​ຫລວງ​ຫລາຍ​ເຫລືອ​ຄະ​ນາ​ນັບ ມາ​ຈາກ​ທຸກ​ປະ​ເທດ ທຸກ​ຕະ​ກູນ ທຸກ​ຊາດ ແລະ​ທຸກ​ພາ​ສາ ຄົນ​ເຫລົ່າ​ນັ້ນ​ນຸ່ງ​ເຄື່ອງ​ສີ​ຂາວ ຖື​ກ້ານ​ຕານ ຢືນ​ຢູ່​ຕໍ່​ຫນ້າ​ພຣະ​ຣາ​ຊ​ບັນ​ລັງ​ແລະ​ຕໍ່​ພຣະ​ພັກ​ພຣະ​ເມ​ສາ​ນ້ອຍ​ນັ້ນ 10 ຮ້ອງ​ສຽງ​ດັງ​ວ່າ, “ຄວາມ​ລອດ​ພົ້ນ​ຂຶ້ນ​ຢູ່​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ຊົງ​ປະ​ທັບ​ເທິງ​ພຣະ​ຣາ​ຊບັນ​ລັງ ແລະ​ຂຶ້ນ​ຢູ່​ກັບ​ພຣະ​ເມ​ສາ​ນ້ອຍ” 11 ແລະ​ເທວະ​ດາ​ທັງ​ປວງ​ທີ່​ຢືນ​ອ້ອມ​ພຣະ​ຣາ​ຊ​ບັນ​ລັງ ອ້ອມ​ອາ​ວຸ​ໂສ ແລະ​ອ້ອມ​ສັດ​ທັງ​ສີ່​ນັ້ນ ກົ້ມ​ລົງ​ຕໍ່​ຫນ້າ​ພຣະ​ຣາ​ຊ​ບັນ​ລັງ ນະ​ມັ​ສ​ການ​ພຣະ​ເຈົ້າ 12 ໂດຍ​ກ່າວ​ວ່າ, “ອາ​ແມນ ຄວາມ​ສັຣ​ເສີນ ສະ​ງ່າ​ຣາ​ສີ ສະ​ຕິ​ປັນ​ຍາ ຄຳ​ໂມ​ທະ​ນາ ພຣະ​ກຽດ​ຕິ​ຍົດ ອຳ​ນາດ ແລະ​ຣິດ​ເດດ ຈົ່ງ​ມີ​ແດ່​ພຣະ​ເຈົ້າ​ຂອງ​ພວກ​ຂ້າ​ພຣະ​ອົງ​ຕລອດ​ໄປ​ເປັນ​ນິດ​ ອາ​ແມນ” 13 ແລ້ວ​ຜູ້​ນຶ່ງ​ໃນ​ພວກ​ອາ​ວຸ​ໂສ​ນັ້ນ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ຄົນ​ທີ່​ນຸ່ງ​ເຄື່ອງ​ສີ​ຂາວ​ເຫລົ່າ​ນັ້ນ​ແມ່ນ​ໃຜ ແລະ​ມາ​ແຕ່​ໃສ” 14 ຂ້າ​ພະ​ເຈົ້າ​ໄດ້​ຕອບ​ຜູ້​ນັ້ນ​ວ່າ, “ທ່ານ​ເອີຍ, ທ່ານ​ກໍ​ຊາບຢູ່​ແລ້ວ” ຜູ້​ນັ້ນຈຶ່ງບອກ​ຂ້າ​ພະ​ເຈົ້າ​ວ່າ, “ຄົນ​ເຫລົ່າ​ນີ້​ແຫ​ລະ, ທີ່ມາ​ຈາກ​ຄວາມ​ທຸກ​ຂະ​ເວ​ທ​ນາ​ອັນ​ໃຫຍ່ ເຂົາ​ໄດ້​ຊຳ​ຮະ​ລ້າງ​ເສື້ອ​ຜ້າ​ຂອງ​ເຂົາ​ໃຫ້​ຂາວ​ສະ​ອາດ​ດ້ວຍ​ພຣະ​ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ​ນັ້ນ 15 ເພາະ​ເຫດ​ນັ້ນ​ເຂົາ​ຈຶ່​ງ​ໄດ້​ຢູ່​ຕໍ່​ຫນ້າ​ພຣະ​ຣາ​ຊ​ບັນ​ລັງ​ຂອງ​ພຣະເຈົ້າ ແລະ​ປະ​ຕິ​ບັດ​ພຣະ​ອົງ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ​ທັ​ງ​ກາ​ງ​ເວັນ​ແລະ​ກາງ​ຄືນ ແລະ​ພຣະ​ອົງ​ຜູ້​ຊົງ​ປະ​ທັບ​ເທິງ​ພຣະ​ຣາ​ຊ​ບັນ​ລັງ​ນັ້ນ ຈະ​ຊົງ​ສະ​ຖິດ​ຢູ່​ນຳ​ແລະ​ປົກ​ປ້ອງ​ຄຸ້ມ​ຄອງ​ເຂົາ 16 ຕໍ່​ໄປ​ເຂົາ​ຈະ​ບໍ່​ອຶດ​ເຂົ້າ​ຢາກ​ນ້ຳ​ອີກ​ຈັກ​ເທື່ອ ແສງ​ແດດ​ແລະ​ຄວາມ​ຮ້ອນ​ຢ່າງ​ນຶ່ງ​ຢ່າງ​ໃດ​ຈະ​ບໍ່​ສ່ອງ​ຖືກ​ເຂົາ 17 ເພາະ​ວ່າ​ພຣະ​ເມ​ສາ​ນ້ອຍ ທີ່​ປະ​ທັບ​ຢູ່​ຖ້າມ​ກາງ​ພຣະ​ຣາ​ຊ​ບັນ​ລັງ​ນັ້ນ ຈະ​ຊົງ​ເປັນ​ຜູ້​ດູ​ແລ​ເຂົາ​ແລະ​ຈະ​ຊົງ​ນຳ​ເຂົາ​ໄປ​ເຖິງ​ນ້ຳ​ພຸ​ອັນ​ປະ​ກອບ​ດ້ວຍ​ຊີ​ວິດ ແລະ​ພຣະ​ເຈົ້າ​ຈະ​ຊົງ​ເຊັດ​ນ້ຳ​ຕາ​ທຸ​ກ​ຢົດ​ຈາກຕາ​ຂອງ​ເຂົາ”

ພຣະນິມິດ 8

ຕາ​ປະ​ທັບ​ດວງ​ທີ່ເຈັດ

1 ເມື່ອ​ພຣະ​ເມ​ສາ​ນ້ອຍ​ຊົງ​ແກະ​ຕາ​ປະ​ທັບ​ດວງ​ທີ່​ເຈັດ ຄວາມ​ສງັດ​ງຽບ​ກໍ​ເກີດ​ຂຶ້ນ​ໃນ​ສວັນ​ປະ​ມານ​ເຄິ່ງ​ຊົ່ວ​ໂມງ 2 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ເຫັນເທວະ​ດາ​ເຈັດ​ຕົນ​ທີ່​ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ນັ້ນ ໄດ້​ຮັບ​ພຣະ​ຣາ​ຊ​ທານ​ແກ່​ເຈັດ​ອັນ 3 ມີ​ເທວະ​ດາ​ອີກ​ຕົນ​ນຶ່ງ​ຖື​ຫ​ມໍ້​ຄຳ​ຫນ່ວຍ​ນຶ່ງ​ອອກ​ມາ​ຢືນ​ຢູ່​ຕໍ່​ຫນ້າ​ແທ່ນ ໄດ້​ຣັບ​ພຣະ​ຣາ​ຊ​ທານ​ເຄື່ອງ​ຫອມ​ຈໍາ​ນວນ​ຫລາຍ ເພື່ອ​ຈະ​ຖວາຍ​ຮ່ວມ​ກັບ​ຄຳ​ໄຫວ້ວອນ​ຂອງ​ໄພ່​ພົນທັງ​ປວງ​ຂອງ​ພຣະ​ເຈົ້າ ເທິງ​ແທ່ນ​ຄຳ​ທີ່​ຢູ່​ຕໍ່​ຫນ້າ​ພຣະ​ຣາ​ຊ​ບັນ​ລັງ​ນັ້ນ 4 ແລະ​ຄວັນ​ເຄື່ອງ​ຫອມ​ນັ້ນ​ກໍ​ລອຍ​ຂຶ້ນ​ໄປ ພ້ອມ​ກັບ​ຄຳ​ໄຫວ້ວອນ​ຂອງ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຈາກ​ມື​ເທວະ​ດາ​ຊຶ່ງ​ຢືນ​ຢູ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ 5 ແລ້ວ​ເທວະ​ດາ​ຕົນ​ນັ້ນ​ໄດ້​ຖື​ຫມໍ້​ໄປ​ເອົາ​ໄຟ​ຈາກ​ແທ່ນ​ໃສ່​ໃຫ້​ເຕັມ ໂຍນ​ຫມໍ້​ນັ້ນ​ລົງ​ເທິງ​ແຜ່ນ​ດິນ​ໂລກ ກໍ​ເກີດ​ມີ​ສຽງ​ຟ້າ​ຮ້ອງ ສຽງ​ຕ່າງໆ ມີ​ຟ້າ​ແມບ​ແລະ​ແຜ່ນ​ດິນ​ຫວັ່ນ​ໄຫວ

ແກ​ທັງ​ເຈັດ

6 ແລະ​ເທວະ​ດາ​ຕົນ​ທີ່​ຖື​ແກ​ທັງ​ເຈັດ​ນັ້ນ ຕ່າງກໍ​ຕຽມພ້ອມ​ທີ່​ຈະ​ເປົ່າ 7 ເມື່ອເທວະ​ດາ​ຕົນ​ແຣກ​ເປົ່າ​ແກ​ຂຶ້ນ ຫມາກ​ເຫັບ​ແລະ​ໄຟ​ປົນ​ເລືອດ​ຖືກ​ຖິ້ມ​ລົງ​ມາ​ຍັງ​ແຜ່ນ​ດິນ ແຜ່ນ​ດິນ​ໂລກ​ຖືກ​ໄຫມ້​ເສັຽນຶ່ງ​ສ່ວນ​ສາມ ຕົ້ນ​ໄມ້​ກໍ​ຖືກ​ໄມ້​ເສັຽນຶ່ງ​ສ່ວນ​ສາມ ແລະ​ຫຍ້າ​ຂຽວສົດ​ຖືກ​ໄຫມ້​ເສັຽ​ທັງ​ຫມົດ 8 ເມື່ອ​ເທວະ​ດາ​ຕົນ​ທີ່​ສອງ​ເປົ່າ​ແກ​ຂຶ້ນ ກໍ​ມີ​ສິ່ງ​ນຶ່ງ​ເຫມືອນ​ພູ​ຫນ່ວຍ​ໃຫຍ່ທີ່​ໄຟ​ກຳ​ລັງ​ໄຫມ້​ຢູ່ ຖືກ​ຖິ້ມ​ລົງ​ໃນ​ທະ​ເລ ແລະ​ທະ​ເລ​ນັ້ນ​ໄດ້​ກາຍ​ເປັນ​ເລືອດ​ເສັຽນຶ່ງ​ສ່ວນ​ສາມ 9 ສາ​ຣະ​ພັດ​ໃນ​ທະ​ເລ​ທີ່​ມີ​ຊີ​ວິດ​ຢູ່​ກໍ​ຕາຍ​ເສັຽນຶ່ງ​ສ່ວນ​ສາມ ແລະ​ບັນ​ດາເຮືອ​ສະ​ເພົາ​ກໍ​ຖືກ​ທຳ​ລາຍ​ເສັຽນຶ່ງ​ສ່ວນ​ສາມ 10 ເມື່ອ​ເທວະ​ດາ​ຕົນ​ທີ່​ສາມ​ເປົ່າ​ແກ​ຂຶ້ນ ກໍ​ມີ​ດາວ​ໃຫຍ່​ດວງ​ນຶ່ງ​ລຸກ​ເປັນ​ໄຟ​ເຫມືອນ​ກະ​ບອງ​ຕົກ​ຈາກ​ທ້ອງ​ຟ້າ ດາ​ວ​ນັ້ນ​ຕົກ​ໃສ່​ແມ່​ນ້ຳ​ນຶ່ງ​ສ່ວນ​ສາມ ແລະ​ຕົກ​ໃສ່​ນ້ຳ​ພຸ​ທັງ​ຫລາຍ 11 ດາວ​ດວງ​ນີ້​ມີ​ຊື່​ວ່າ ອັບຊິນໂຕ ຣົດ​ຂອງ​ນ້ຳ​ຈຶ່ງ​ກາຍ​ເປັນ​ຣົດ​ຂົມ​ນຶ່ງ​ສ່ວນ​ສາມ ແລະ​ຄົນ​ຈຳ​ນວນຫລວງ​ຫລາຍ​ໄດ້​ຕາຍ​ເພາະ​ນ້ຳ​ນັ້ນ​ມີ​ຣົດ​ຂົມ 12 ເມື່ອ​ເທວະ​ດາ​ຕົນ​ທີ່​ສີ່​ເປົ່າ​ແກ​ຂຶ້ນ ດວງ​ອາ​ທິດ​ກໍ​ຖືກ​ທຳ​ລາຍ​ເສັຽນຶ່ງ​ສ່ວນ​ສາມ ດວງ​ຈັນ​ແລະ​ດວງ​ດາວ​ທັງ​ຫລາຍ​ກໍ​ເຫມືອນ​ກັນ ຈຶ່ງ​ມືດ​ໄປ​ເຖິງ​ນຶ່ງ​ສ່ວນ​ສາມ ກາງ​ເວັນ​ບໍ່​ສວ່າງ​ນຶ່ງ​ສ່ວນ​ສາມ ແລະ​ກາງ​ຄືນ​ກໍ​ເຫມືອນ​ກັນ 13 ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ເບິ່ງ ແລະ​ໄດ້​ຍິນ​ນົກ​ອິນ​ຊີ​ໂຕ​ນຶ່ງ​ທີ່​ບິນ​ຢູ່​ໃນ​ທ້ອງ​ຟ້າ ຮ້ອງ​ດັງ​ຂຶ້ນ​ວ່າ, “ວິ​ບັດ ວິ​ບັດ ວິ​ບັດ​ຈະ​ມີ​ແກ່​ຄົນ​ທັງ​ຫລາຍ​ທີ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ ເພາະ​ສຽງ​ແກ​ທີ່​ເຫລືອ ຊຶ່ງ​ເທວະ​ດາ​ສາມ​ຕົນ​ຈວນ​ຈະ​ເປົ່າ​ນັ້ນ”

ພຣະນິມິດ 9

1 ເມື່ອ​ເທວະ​ດາ​ຕົນ​ທີ່​ຫ້າ​ເປົ່າ​ແກ​ຂຶ້ນ ຂ້າ​ພະ​ເຈົ້າກໍ​ເຫັນ​ດາວດວງ​ນຶ່ງ​ຕົກ​ຈາກ​ຟ້າ​ລົງ​ມາ​ຍັງ​ແຜ່ນ​ດິນ​ໂລກ ໄດ້​ຮັບ​ພຣະ​ຣາ​ຊ​ທານ​ຂໍ​ກະ​ແຈ​ສຳ​ລັບ​ປ່ອງ​ເຫວ​ເລິກ 2 ເມື່ອ​ດາວດວງ​ນັ້ນ​ໄຂ​ປ່ອງ​ເຫວ​ອອກ ກໍ​ມີ​ຄວັນ​ພຸ່ງ​ຂຶ້ນ​ມາ​ຈາກ​ເຫວ​ນັ້ນ​ເຫມືອນ​ຄວັນ​ທີ່​ເຕົາ​ໃຫຍ່ ດວງ​ອາ​ທິດ​ແລະ​ອາ​ກາດ​ກໍ​ມືດ​ໄປ​ເພາະ​ເຫດ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວ​ນັ້ນ 3 ມີ​ຝູງ​ຕັກ​ແຕນ​ບິນ​ອອກ​ຈາກ​ຄວັນ​ນັ້ນ​ມາ​ຍັງ​ແຜ່ນ​ດິນ​ໂລກ ພຣະ​ເຈົ້າ​ຊົງ​ພຣະ​ຣາ​ຊ​ທານອຳ​ນາດ​ແກ່​ຕັກ​ແຕນ​ນັ້ນ ເຫມືອນ​ກັບ​ອຳ​ນາດ​ແມງງອດ​ທີ່​ແຜ່ນ​ດິນ​ໂລກ 4 ພຣະ​ເຈົ້າ​ຊົງ​ຫ້າມ​ມັນບໍ່​ໃຫ້​ທຳ​ຮ້າຍ​ຫຍ້າ​ເທິງ​ແຜ່ນ​ດິນ​ໂລກ ສິ່ງ​ຂຽວ​ສົດ​ຫລື​ຕົ້ນ​ໄມ້​ໃດໆ ແຕ່​ໃຫ້​ທຳ​ຮ້າຍ​ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ມີ​ປະ​ທັບ​ຕາ​ຂອງ​ພຣະ​ເຈົ້າ​ທີ່​ຫນ້າ​ຜາກ​ຂອງ​ເຂົາ​ເທົ່າ​ນັ້ນ 5 ພຣະ​ອົງ​ບໍ່​ຊົງ​ອະ​ນຸ​ຍາດ​ໃຫ້​ມັນ​ຂ້າ​ຄົນ​ເຫລົ່າ​ນັ້ນ ແຕ່​ໃຫ້​ທໍ​ຣະ​ມານ​ເຂົາ​ໃນ​ລະ​ຫ​ວ່າງ​ຫ້າ​ເດືອນ ການ​ທໍ​ຣະ​ມານ​ນັ້ນ​ເຫມືອນ​ກັບ​ແມງງອດ​ຕອດ 6 ໃນ​ລະ​ຫວ່າງ​ນັ້ນ​ຄົນ​ທັງ​ຫລາຍ​ຈະ​ສ​ແວງ​ຫາ​ຄວາມ​ຕາຍ ແຕ່​ຈະ​ບໍ່​ພົບ​ຈັກ​ເທື່ອ ເຂົາ​ປາ​ຖ​ນາ​ຈະ​ຕາຍ ແຕ່​ຄວາມ​ຕາຍ​ຈະ​ປົບ​ຫນີ​ໄປ​ຈາກ​ເຂົາ 7 ລັກ​ສະ​ນະ​ອາ​ການ​ຕັກ​ແຕນ​ເຫລົ່າ​ນັ້ນ​ເຫມືອນ​ມ້າ​ທີ່​ຫ້າງ​ໄວ້​ແລ້ວ​ສຳ​ລັບ​ການ​ເສິກ​ ເທິງ​ຫົວ​ມັນ​ມີ​ສິ່ງ​ນຶ່ງ​ເຫມືອ​ນ​ພວງ​ມາ​ລັຍ​ຄຳ ຫນ້າ​ຂອງ​ມັນ​ເຫມືອນ​ຫນ້າ​ມະ​ນຸດ 8 ຜົມ​ມັນ​ເຫມືອນ​ຜົມ​ຜູ້ຍິງ ແລະ​ແຂ້ວ​ມັນ​ເຫມືອນ​ແຂ້ວ​ສິງ 9 ມັນ​ມີ​ສິ່ງ​ນຶ່ງ​ເຫມືອນ​ເຄື່ອງ​ເຫລັກ​ປ້ອງ​ກັນ​ຫນ້າ​ເອິກ ສຽງ​ປີກ​ຂອງ​ມັນ​ເຫມືອນ​ສຽງ​ຣົດ​ທຽມ​ມ້າ​ຈຳ​ນວນ​ຫລາຍ​ແລ່ນ​ເຂົ້າ​ຮົບ​ເສິກ 10 ມັນ​ມີ​ຫາງ​ເຫມືອນ​ຫາງ​ແມງງອດ ມີ​ໄລ​ຕອດ​ໃນ​ຫາງ​ນັ້ນ ມັນ​ມີ​ອຳ​ນາດ​ທີ່​ຈະ​ທຳ​ຮ້າຍ​ມະ​ນຸດ

ຕລອດ​ຫ້າ​ເດືອນ

11 ມັນ​ມີ​ກະ​ສັດ​ອົງ​ນຶ່ງ​ຄຸ້ມ​ຄອງ ກະ​ສັດ​ນັ້ນ​ຄືບໍ​ຣິວານ​ຂອງ​ເຫວ​ເລິກ​ນັ້ນ ບໍ​ຣິ​ວານ​ນັ້ນ​ຕາມ​ພາ​ສາ​ເຣັບ​ເຣີ​ເອີ້​ນ​ວ່າ ອາ​ໂປລີ​ໂອນ 12 ວິບັດ​ອັນ​ຕົ້ນ​ຜ່ານ​ໄປ​ແລ້ວ ເບິ່ງແມ໋, ຍັງ​ຈະ​ມີວິ​ບັດ​ສອງ​ປະ​ການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍ​ຫນ້າ 13 ເມື່ອ​ເທວະ​ດາ​ຕົນ​ທີ່​ຫົກ​ເປົ່າ​ແກ​ຂຶ້ນ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ອອກ​ມາ​ຈາກ​ຮູບ​ເຂົາ​ທີ່​ແຈ​ທັງ​ສີ່​ຂອງ​ແທ່ນ​ຄຳ ຊຶ່ງ​ຢູ່​ຕໍ່​ພຣະ​ພັກ​ພຣະ​ເຈົ້າ​ນັ້ນ 14 ສັ່ງ​ແກ່​ເທວະ​ດາ​ຕົນ​ທີ່​ຫົກ​ທີ່​ຖື​ແກ​ນັ້ນ​ວ່າ, “ຈົ່ງ​ແກ້​ປ່ອຍ​ເທວະ​ດາ​ທັງ​ສີ່ ຊຶ່ງ​ຖືກ​ມັດ​ໄວ້​ທີ່​ແມ່​ນ້ຳ​ເອີ​ຟ​ຣາດ​ນັ້ນ​ເສັຽ” 15 ເທວະ​ດາ​ເຫລົ່າ​ນັ້ນ​ຖືກ​ປ່ອຍ​ໄປ​ແລ້ວ ຄື​ເທວະ​ດາ​ທັງ​ສີ່​ທີ່​ພຣະ​ເຈົ້າ​ຊົງ​ຈັດ​ໄວ້​ແລ້ວ​ສຳ​ລັບ​ຊົ່ວ​ໂມງ ວັນ ເດືອນ ແລະ​ປີ​ນັ້ນ ເພື່ອ​ໄປ​ຂ້າ​ມະ​ນຸດ​ນຶ່ງ​ສ່ວນ​ສາມ​ເສັຽ 16 ມີ​ພົນ​ທະ​ຫານ​ມ້າ​ສອງ​ຮ້ອຍ​ລ້ານ​ຄົນ ຕາມ​ຈຳ​ນວນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ 17 ໃນ​ນິ​ມິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນັ້ນ​ກໍ​ເປັນ​ດັ່ງ​ນີ້ ມີ​ຝູງ​ມ້າ ແລະ​ຜູ້​ທີ່​ຂີ່​ມ້າ​ນັ້ນ​ມີ​ເຄື່ອງ​ປ້ອງ​ກັນ​ເອິກ​ເປັນ​ສີ​ໄຟ ສີ​ນ້ຳ​ເງິນ ແລະ​ມີ​ມາດ ຫົວ​ມ້າ​ເຫລົ່າ​ນັ້ນ​ເຫມືອນ​ຫົວ​ສິງ ມີ​ໄຟ​ແລະ​ຄວັນ​ກັບ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ມັນ 18 ມະ​ນຸດ​ຖືກ​ຂ້າ​ເສັຽນຶ່ງ​ສ່ວນ​ສາມ​ດ້ວຍ​ພັຍ​ອັນ​ຕະ​ຣາຍ​ສາມ​ຢ່າງ​ນີ້​ຄື ໄຟ ຄວັນ ແລະ​ມາດ ທີ່​ພຸ່ງ​ອອກ​ມາ​ຈາກ​ປາກ​ມ້າ​ນັ້ນ 19 ເພາະ​ຣິດ​ຂອງ​ມ້າ​ນັ້ນ​ມີ​ຢູ່​ໃນ​ປາກ ແລະ​ໃນ​ຫາງ​ຂອງ​ມັນ​ຄື​ກັບ​ງູ ແລະ​ມີ​ຫົວ ສິ່ງ​ເຫລົ່າ​ນີ້ເຂົາ​ໃຊ້​ທຳ​ຮ້າຍ​ມະ​ນຸ​ດ​ໄດ້ 20 ສ່ວນ​ມະ​ນຸດ​ທັງ​ຫລາຍ​ທີ່​ຍັງ​ເຫລືອ​ຢູ່ ຊຶ່ງ​ບໍ່​ໄດ້​ຖືກ​ຂ້າ​ດ້ວຍ​ໄພອັນ​ຕະ​ຣາຍ​ເຫລົ່າ​ນັ້ນ ກໍ​ບໍ່​ໄດ້​ກັບ​ໃຈ​ເສັຽ​ໃຫມ່​ຈາກ​ກິ​ຈ​ການ​ທີ່​ຕົນ​ໄດ້​ເຮັດ ບໍ່​ໄດ້​ເລີກ​ບູ​ຊາ​ຜີ ບູ​ຊາ​ພຣະ​ທຽມ​ທີ່​ເຮັດ​ດ້ວຍ​ຄຳ ເງິນ ທອງ​ເຫລືອງ ດ້ວຍ​ຫີນ​ແລະ​ໄມ້ ຊຶ່ງ​ບໍ່​ສາ​ມາດ​ຈະ​ເຫັນ ຈະ​ໄດ້​ຍິນ ຫລື​ຈະ​ຍ່າງ​ໄປ​ໄດ້ 21 ເຂົາ​ບໍ່​ໄດ້​ກັບ​ໃຈ​ເສັຽ​ໃຫມ່ ເລີກ​ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດ​ມົນ​ຄາ​ຖາ ການ​ຜິດ​ຊາຍ​ຍິງ ແລະ​ການ​ລັກ​ຂອງ​ຕົນ

ພຣະນິມິດ 10

ເທວະ​ດາ​ແລະ​ຫນັງ​ສື​ມ້ວນ​ນ້ອຍ

1 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເທວະ​ດາ​ຜູ້​ມີ​ຣິດ​ອີກ​ຕົນ​ນຶ່ງ​ລົງ​ມາ​ຈາກ​ສວັນ ມີ​ເມກ​ປົກ​ຄຸມ​ຕົວໄວ້​ແລະ​ມີ​ຮຸ້ງ​ກິນ​ນ້ຳ​ຢູ່​ເທິງ​ຫົວ ຫນ້າ​ຂອງ​ທ່ານ​ເຫມືອນດວງ​ອາ​ທິດ​ແລະ​ຂາ​ກໍ​ເຫມືອນ​ເຕົາ​ໄຟ 2 ທ່ານ​ຖື​ຫນັງ​ສື​ມ້ວນ​ນ້ອຍ​ນຶ່ງ​ມ້ວນ​ທີ່​ພືຢູ່​ໃນ​ມື ຕີນ​ເບື້ອງ​ຂວາ​ຢຽບ​ນ້ຳ​ທະ​ເລ​ແລະ​ຕີນ​ເບື້ອງ​ຊ້າຍຢຽບ​ບົກ 3 ທ່ານ​ຮ້ອງ​ດັງ​ເຫມືອນ​ດັ່ງ​ສິງ​ຮ້ອງ ເມື່ອ​ທ່ານ​ຮ້ອງ ສຽງ​ຟ້າ​ຮ້ອງ​ທັງ​ເຈັດ​ກໍ​ດັງ​ຂຶ້ນ 4 ເມື່ອ​ສຽງ​ຟ້າ​ຮ້ອງ​ທັງ​ເຈັດ​ດັງ​ຂຶ້ນ​ແລ້ວ ຂ້າ​ພະ​ເຈົ້າ​ກໍ​ລົງ​ມື​ຈະ​ຂຽນ ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຈາກ​ສວັນ​ຊົງ​ກ່າວ​ວ່າ, “ສິ່ງ​ທີ່​ຟ້າ​ຮ້ອງ​ທັງ​ເຈັດ​ໄດ້​ຮ້ອງ​ແລ້ວ​ນັ້ນ ຈົ່ງ​ປະ​ທັບ​ຕາ​ອັດ​ໄວ້ ຢ່າ​ໄດ້​ຂຽນ” 5 ຝ່າຍ​ເທວະ​ດາ​ຕົນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຢືນ​ເທິງ​ທະ​ເລ​ແລະ​ເທິງ​ບົກ​ນັ້ນ​ໄດ້​ຍໍ​ມື​ຂວາ​ຂຶ້ນ​ໃສ່​ຟ້າ 6 ແລະ​ສາ​ບານ​ໂດຍ​ອ້າງ​ອອກ​ພຣະ​ນາມ​ຂອງ​ພຣະ​ອົງ​ຜູ້​ຊົງ​ຢູ່​ເປັນ​ນິດ ຜູ້​ຊົງ​ສ້າງ​ຟ້າ​ສວັນ​ແລະ​ສັ​ພ​ສິ່ງ​ທີ່​ຢູ່​ໃນ​ສວັນ​ນັ້ນ ຊົງ​ສ້າງ​ແຜ່ນ​ດິນ​ໂລກ​ແລະ​ສັພ​ສິ່ງ​ທີ່​ມີ​ຢູ່​ໃນ​ແຜ່​ນດິນ​ໂລກ​ນັ້ນ ແລະ​ຊົງ​ສ້າງ​ທະ​ເລ​ກັບ​ສັ​ພ​ສິ່ງ​ທິ່​ມີ​ຢູ່​ໃນ​ທະ​ເລ​ນັ້ນ ວ່າ​ຈະ​ບໍ່​ມີ​ການ​ຊ້າ​ນານ​ອີກ​ຕໍ່​ໄປ​ແລ້ວ 7 ແຕ່​ໃນ​ເວ​ລາ​ເທວະ​ດາ​ຕົນ​ທີ່​ເຈັດ​ອອກ​ສຽງ ຄື​ເວ​ລາ​ເປົ່າ​ແກ​ນັ້ນ ຄວາມ​ເລິກ​ລັບ​ຂອງ​ພຣະ​ເຈົ້າ ທີ່​ພຣະ​ອົງ​ໄດ້​ຊົງ​ປະ​ກາດ​ເປັນ​ຂ່າວ​ປະ​ເສີດ​ແກ່​ພວກ​ຂ້ອຍ​ໃຊ້​ຂອງ​ພຣະ​ອົງ​ຄື​ພວກ​ຜູ້​ທຳ​ນ​ວາຍ​ນັ້ນ​ກໍ​ຈະ​ສຳ​ເຣັດ 8 ແລ້ວ​ພຣະ​ສຸ​ຣະ​ສຽງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ສວັນ​ນັ້ນ​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກວ່າ, “ຈົ່ງ​ໄປ​ຮັບ​ເອົາ​ຫນັງ​ສື​ມ້ວນ​ນັ້ນ ທີ່​ພື​ຢູ່​ໃນ​ມື​ຂອງ​ເທວະ​ດາ​ຕົນ​ທີ່​ຢືນ​ຢູ່​ເທິງ​ທະ​ເລ​ແລະ​ເທິງ​ບົກ​ນັ້ນ” 9 ຂ້າ​ພະ​ເຈົ້າ​ຈຶ່ງ​ໄປ​ຫາ​ເທວະ​ດາ​ຕົນ​ນັ້ນ ແລະ​ຂໍ​ເອົາ​ຫນັງ​ສື​ມ້ວນ​ນ້ອຍ​ນັ້ນ ທ່ານ​ໄດ້​ຕອບ​ຂ້າ​ພະ​ເຈົ້າ​ວ່າ, “ເອົາ​ໄປ​ກິນ​ເສັຽ ມັນ​ຈະ​ເຮັດ​ໃຫ້​ທ້ອງ​ເຈົ້າ​ຂົມ ແຕ່​ໃນ​ປາກ​ຂອງ​ເຈົ້າ​ຈະ​ຫວານ​ເຫມືອນ​ນ້ຳ​ເຜິ້ງ” 10 ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ຫນັງ​ສື​ມ້ວນ​ນ້ອຍ​ຈາກ​ມື​ເທວະ​ດາ​ແລ້ວ​ກໍ​ກິນ​ເສັຽ ໃນ​ປາກ​ຂ້າ​ພະ​ເຈົ້າ​ມັນ​ກໍ​ຫວານ​ເຫມືອນ​ນ້ຳ​ເຜິ້ງ ແຕ່​ເມື່ອ​ກິນ​ແລ້ວ​ທ້ອງ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຂົມ 11 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສັ່ງ​ວ່າ, “ເຈົ້າ​ຕ້ອງ​ທຳ​ນ​ວາຍ​ອີກ​ເຖິງ​ເຣື່ອງ​ຊົນ​ຊາດ​ທັງ​ຫລາຍ ບັນ​​ດາ​ປະ​ຊາຊາດ ພາສາ ແລະ​ກະ​ສັດ​ທັງ​ຫລາຍ”

ພຣະນິມິດ 11

ພຍານ​ທັງ​ສອງ

1 ມີ​ຜູ້​ນຶ່ງ​ໄດ້​ເອົາ​ໄມ້​ແທກ​ອັນ​ນຶ່ງ​ເຫມືອນ​ໄມ້​ຄ້ອນ​ເທົ້າ​ໃຫ້​ຂ້າ​ພະ​ເຈົ້າ ແລ້ວ​ສັ່ງ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ໄປ​ແທກ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ກັບ​ແທ່ນ​ບູ​ຊາ ແລະ​ນັບ​ຈຳ​ນວນ​ຄົນ​ທັງ​ຫລາຍ​ທີ່​ນະ​ມັ​ສ​ການ​ຢູ່​ທີ່​ນັ້ນ 2 ແຕ່​ບໍ​ຣິ​ເວ​ນຂ້າງນອກ​ພຣະ​ວິ​ຫານ​ນັ້ນ​ຈົ່ງ​ເວັ້ນ​ເສັຽ ຢ່າ​ໄດ້​ແທກ ເພາະ​ວ່າ​ບ່ອນ​ນັ້ນ​ໄດ້​ຊົງ​ມອບ​ໃຫ້​ຄົນ​ຕ່າງ​ຊາດ​ແລ້ວ ເຂົາ​ຈະ​ຢຽບ​ຢ່ຳ​ນະ​ຄອນ​ສັກ​ສິດ​ໃນ​ລະ​ຫວ່າງ​ສີ່​ສິບ​ສອງ​ເດືອນ 3 ເຮົາ​ຈະ​ອະ​ນຸ​ຍາດໃຫ້​ພຍານ​ທັງ​ສອງ​ຂອງ​ເຮົາ ແລະ​ເຂົາ​ຈະ​ນຸ່ງ​ຫົ່ມ​ຜ້າ​ຫຍາບ ແລະ​ປະ​ກາດ​ພຣະ​ທັມ​ໄປ​ຕລອດ​ພັນ​ສອງ​ຮ້ອຍ​ຫົກ​ສິບ​ວັນ” 4 ພຍານ​ທັງ​ສອງ​ນັ້ນ​ຄື​ຕົ້ນ​ຫມາກກອກ​ເທດ​ສອງ​ຕົ້ນ ແລະ​ເຄື່ອງ​ຮອງ​ຕີນ​ໂຄມ​ສອງ​ອັນ​ທີ່​ຕັ້ງ​ຢູ່​ພຣະ​ພັກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂລກ 5 ຖ້າຜູ້​ໃດ​ຢາກ​ທຳ​ຮ້າຍ​ພຍານ​ທັງ​ສອງ​ນັ້ນ ໄຟ​ກໍ​ຈະ​ພຸ່ງ​ອອກ​ຈາກ​ປາກ​ຂອງ​ເຂົາ​ເຜົາ​ຜານ​ສັດ​ຕຣູ​ນັ້ນ​ເສັຽ ແມ່ນ​ແລ້ວ, ຖ້າ​ຜູ້​ໃດ​ຢາກ​ທໍາ​ຮ້າຍ​ເຂົາ ຜູ້​ນັ້ນ​ກໍ​ຕ້ອງ​ຕາຍ​ຢ່າງ​ນັ້ນ 6 ຝ່າຍ​ພຍານ​ທັງ​ສອງ​ນັ້ນມີ​ສິດ​ອຳ​ນາດ​ອັດ​ທ້ອງ​ຟ້າ​ໄວ້ ເພື່ອ​ບໍ່​ໃຫ້​ຝົນ​ຕົກ​ໃນ​ລະ​ຫວ່າງວັນ​ເຫລົ່າ​ນັ້ນ ທີ່​ເຂົາ​ກຳ​ລັງ​ປະ​ກາດ​ພຣະ​ທັມ ແລະ​ມີ​ສິດ​ອຳ​ນາດ​ໃຫ້​ນ້ຳ​ກາຍ​ເປັນ​ເລືອດ​ໄດ້ ທັງ​ມີ​ສິດ​ອຳ​ນາດ​ບັນ​ດານ​ໃຫ້​ໄພ​ອັນ​ຕະ​ຣາຍ​ທຸກ​ຢ່າງ​ທໍ​ຣະ​ມານ​ແຜ່ນ​ດິນ​ໂລກ​ໄດ້​ທຸກ​ເວ​ລາ​ຕາມ​ຄວາມ​ປາ​ຖນາ 7 ເມື່ອ​ການ​ພຍານ​ຂອງ​ເຂົາ​ສິ້ນ​ສຸດ​ແລ້ວ ສັດ​ຮ້າຍ​ທີ່​ຂຶ້ນ​ມາ​ຈາກ​ເຫວ​ເລິກ​ນັ້ນ ກໍ​ຈະ​ສູ້​ຮົບ​ກັບ​ເຂົາຈະ​ຊະ​ນະ​ເຂົາ ແລະ​ຈະ​ຂ້າ​ເຂົາ​ເສັຽ 8 ແລະ​ສົບ​ຂອງ​ເຂົາ​ຈະ​ຢູ່​ທີ່​ຖ​ນົນ​ໃນ​ມະ​ຫານະ​ຄອນ​ນັ້ນ ຊຶ່ງ​ຕາມ​ຄວາມ​ປຽບ​ທຽບ​ເອີ້ນ​ວ່າ​ເມືອງ​ໂຊ​ໂດມ​ແລະເອ​ຢິບ ອັນ​ເປັນ​ເມືອງ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຂົາ​ຊົງ​ຖືກ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ 9 ຄົນ​ຫລາຍ​ຊາດ ຫລາຍ​ຕະ​ກູນ ຫລາຍ​ພາ​ສາ ແລະ​ຫລາຍ​ປະ​ເທດ ຈະ​ເປັນ​ສົບ​ຂອງ​ເຂົາ​ຕລອດ​ສາມ​ວັນ​ເຄິ່ງ ແລະ​ຈະ​ບໍ່​ຍອມ​ໃຫ້​ເອົາ​ສົບ​ເຫລົ່າ​ນັ້ນ​ບັນ​ຈຸ​ໄວ້​ໃນ​ອຸບ​ໂມງ 10 ແລະ​ບັນ​ດາ​ຊາວ​ໂລກ​ຈະ​ຊົມ​ຊື່ນ​ຍິນ​ດີ​ເພາະ​ເຂົາ ຈະ​ສ​ນຸກ​ມ່ວນ​ຊື່ນ ຈະ​ໃຫ້​ຂອງ​ຂວັນ​ຊຶ່ງ​ກັນ​ແລະ​ກັນ ເພາະ​ຜູ້​ປະ​ກາດ​ພຣະ​ທັມ​ທັງ​ສອງ​ນີ້​ໄດ້​ທໍ​ຣະ​ມານ​ຊາວ​ໂລກ​ທັງ​ຫລາຍ 11 ເມື່ອ​ສາມ​ວັນ​ເຄິ່ງ​ຜ່ານ​ພົ້ນ​ໄປ​ແລ້ວ ລົມ​ຊີ​ວິດ​ຊຶ່ງ​ມາ​ຈາກ​ພຣະ​ເຈົ້າ​ໄດ້​ເຂົ້າ​ໃນ​ສົບ​ຂອງ​ເຂົາ ເຂົາ​ກໍ​ລຸກ​ຢືນ​ຂຶ້ນ ແລະ​ຄົນ​ທັງ​ຫລາຍ​ທີ່​ໄດ້​ເຫັນ​ເຂົາ​ກໍ​ມີ​ຄວາມ​ຢ້ານ​ກົວ​ຢ່າງ​ໃຫຍ່​ຫລວງ 12 ຄົນ​ເຫລົ່າ​ນັ້ນ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ດັງ​ມາ​ຈາກ​ສວັນ ຊົງ​ກ່າວ​ແກ່​ເຂົາ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້” ແລະ​ພວກ​ສັດ​ຕຣູ​ກໍ​ໄດ້​ເຫັນ​ເຂົາ​ຂຶ້ນ​ເມືອ​ໃນ​ເມກ​ເຂົ້າ​ສູ່​ສວັນ 13 ໃນ​ເວ​ລາໂມງ​ນັ້ນ​ບັງ​ເກີດ​ແຜ່ນ​ດິນ​ໄຫວ​ຢ່າງ​ໃຫຍ່ ແລະ​ນຶ່ງ​ສ່ວນ​ສິບ​ຂອງ​ນະ​ຄອນ​ນັ້ນ​ກໍ​ເພ​ພັງ​ລົງ ຈຳ​ນວນ​ຄົນ​ຕາຍ​ເພາະ​ແຜ່ນ​ດິນ​ໄຫວ​ນັ້ນ​ມີ​ເຈັດ​ພັນ​ຄົນ ແລະ​ຄົນ​ທີ່​ຍັງ​ເຫລືອ​ຢູ່​ກໍ​ເກີດ​ມີ​ຄວາ​ມຢ້ານ​ຢ່າງ​ໃຫຍ່​ຫລວງ ຈຶ່ງ​ພາ​ກັນ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ເຈົ້າ​ແຫ່ງ​ສວັນ 14 ວິບັດ​ຖ້ວນ​ສອງ​ກໍ​ຜ່ານ​ໄປ​ແລ້ວ ເບິ່ງ​ແມ໋, ວິບັດ​ຖ້ວນ​ສາມ​ກໍ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້​ແຫລະ

ແກ ທີ່ ເຈັດ

15 ເມື່ອ​ເທວະ​ດາຕົນ​ທີ່​ເຈັດ​ໄດ້​ເປົ່າ​ແກ​ຂຶ້ນ​ແລ້ວ ມີ​ຫລາຍ​ສຽງ​ໃນ​ສວັນ​ກ່າວ​ດັງ​ຂຶ້ນ​ວ່າ, “ຣາ​ຊ​ອາ​ນາ​ຈັກ​ແຫ່ງ​ພິ​ພົບ​ນີ້ ໄດ້​ກາຍ​ເປັນ​ກຳ​ມະ​ສິດ​ແຫ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ ແລະ​ເປັນ​ຂອງ​ພຣະ​ຄຣິດ​ຂອງ​ພຣະ​ອົງ ພຣະ​ອົງ​ຈະ​ຊົງ​ສ​ເວີຍ​ຣາດ​ຕລອດ​ໄປ​ເປັນ​ນິດ” 16 ສ່ວນ​ອະ​ວຸ​ໂສ​ຊາວ​ສີ່​ທ່ານ​ນັ້ນ ຊຶ່ງ​ນັ່ງ​ຢູ່​ທີ່​ບັນ​ລັງ​ຂອງ​ຕົນ​ຕໍ່​ພຣະ​ພັກ​ພຣະ​ເຈົ້າ ກໍ​ຫມູບ​ລົງ​ນະ​ມັ​ສ​ການ​ພຣະ​ເຈົ້າ ກາບ​ທູນ​ວ່າ, 17 “ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້​ ແລະ​ໄດ້​ຊົງ​ດຳ​ຣົງ​ຢູ່​ໃນ​ຄາວ​ກ່ອນ ພວກ​ຂ້າ​ພຣະ​ອົງ​ໂມ​ທະ​ນາ​ພຣະ​ເດດ​ພຣະ​ຄຸນ​ຂອງ​ພຣະ​ອົງ ເພາະ​ພຣະ​ອົງ​ໄດ້​ຊົງ​ໃຊ້​ຣິດ​ທາ​ນຸ​ພາບ​ອັນ​ໃຫຍ່​ຫລວງ​ຂອງ​ພຣະ​ອົງ ຈຶ່ງ​ໄດ້​ຊົງ​ຕັ້ງ​ຕົ້​ນ​ສເວີຍ​ຣາດ​ແຜ່​ນດິນ​ໂລກ 18 ຝ່າຍ​ນາໆ​ຊາດ​ກໍ​ມີ​ຄວາມ​ເຄືອງ​ແຄ້ນ ແຕ່​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ​ກໍ​ມາ​ເຖິງ​ແລ້ວ ເຖິງ​ເວ​ລາ​ທີ່​ຈະ​ຊົງ​ປະ​ທານ​ຮາງວັນ ແກ່​ພວກ​ຂ້ອຍ​ໃຊ້​ຂອງ​ພຣະ​ອົງ ຄື​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ແລະ​ພວກ​ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ແກ່​ທຸກ​ຄົນ​ທີ່​ຢຳ​ເກງ​ພຣະ​ນາມ​ຂອງ​ພຣະ​ອົງ ທັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່ ແລະ​ເຖິງ​ເວ​ລາແລ້ວ​ທີ່​ພຣະ​ອົງ​ຈະ​ຊົງ​ທຳ​ລາຍ​ພວກ​ຄົນ​ທີ່​ທຳ​ລາຍແຜ່ນ​ດິນ​ໂລກ” 19 ແລ້ວ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ໃນ​ມະ​ຫາ​ສວັນ​ກໍ​ໄຂ​ອອກ ໃນ​ພຣະ​ວິ​ຫານ​ນັ້ນ​ກໍ​ເຫັນ​ມີ​ຫີບ​ພຣະ​ສັນ​ຍາ​ຂອງ​ພຣະ​ອົງ ແລ້ວກໍ​ບັງ​ເກີດ​ມີ​ຟ້າ​ແມບ ສຽງ​ຕ່າງໆ​ກັບ​ຟ້າ​ຮ້ອງ ແຜ່ນ​ດິນ​ໄຫວ ທັງ​ຫມາກ​ເຫັບ​ຢ່າງ​ຫລວງ​ຫລາຍ

ພຣະນິມິດ 12

ຜູ້ຍິງ​ແລະ​ພ​ຍາ​ນາກ

1 ມີ​ຫມາຍ​ສຳ​ຄັນ​ອັນ​ໃຫຍ່​ປາ​ກົດ​ໃນ​ສວັນ ຄື​ຜູ້​ຍິງ​ຄົນ​ນຶ່ງ​ມີ​ດວງ​ອາ​ທິດ​ຄຸມ​ຕົວ​ເຫມືອນ​ອາ​ພອນ ມີ​ດວງ​ຈັນ​ຢູ່ໃຕ້​ຕີນ ມີ​ດາວ​ສິບ​ສອງດວງ​ຢູ່​ເທິງ​ຫົວ​ເຫມືອນ​ພວງ​ມາ​ລັຍ 2 ຍິງ​ນັ້ນ​ມີ​ທ້ອງ​ແລະ​ຮ້ອງ​ຄາງ​ເຈັບ​ປວດ​ຢູ່ ກຳ​ລັງ​ຈະ​ເກີດ​ລູກ 3 ມີ​ຫມາຍ​ສຳ​ຄັນ​ອີກ​ຢ່າງ​ນຶ່ງ​ປາ​ກົດ​ໃນ​ສວັນດັ່ງ​ນີ້ ມີ​ພ​ຍາ​ນາກ​ໃຫຍ່​ສີ​ແດງ​ໂຕ​ນຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງ​ກຸດ​ເຈັດ​ອັນ 4 ຫາງ​ພ​ຍາ​ນາກ​ໄດ້​ຟາດດວງ​ດາວ​ໃນ​ທ້ອງ​ຟ້າ​ນຶ່ງ​ສ່ວນ​ສາມ​ລົງ​ໃສ່​ແຜ່ນ​ດິນ​ໂລກ ແລະ​ພ​ຍາ​ນາກ​ໂຕ​ນັ້ນ​ຢືນ​ຢູ່​ຕໍ່​ຫນ້າ​ຜູ້​ທີ່​ຈວນ​ຈະ​ເກີດ​ລູກ ເພື່ອ​ຈະ​ກິນ​ລູກ​ນັ້ນ​ເມື່ອ​ເກີດ​ແລ້ວ 5 ຜູ້​ຍິງ​ນັ້ນ​ໄດ້​ເກີດ​ລູກ​ຊາຍ ຜູ້​ຊຶ່ງ​ຈະ​ປົກ​ຄອງ​ປະ​ຊາ​ຊາດ​ທັງ​ປວງ​ດ້ວຍ​ຄ້ອນ​ເຫລັກ ແລະ​ລູກ​ນັ້ນ​ໄດ້​ຖືກ​ຊົງ​ຍົກ​ຂຶ້ນ​ເມືອ​ເຖິງ​ພຣະ​ເຈົ້າ ແລະ​ເຖິງ​ພຣະ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ອົງ 6 ຝ່າຍ​ຍິງ​ນັ້ນ​ໄດ້​ຫນີ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ປ່າ ທີ່​ນາງ​ມີ​ບ່ອນ​ຢູ່ ຊຶ່ງ​ພຣະ​ເຈົ້າ​ໄດ້​ຊົງ​ຈັດ​ຕຽມ​ໄວ້​ໃຫ້​ເພື່ອ​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງ​ດູ​ຢູ່​ທີ່​ນັ້ນ​ລະ​ຫວ່າງ​ພັນ​ສອງ​ຮ້ອຍ​ຫົກ​ສິບ​ວັນ 7 ຂ​ນະ​ນັ້ນ​ໄດ້​ເກີດ​ສົງ​ຄາມ​ຂຶ້ນ​ໃນ​ຟ້າ​ສວັນ ມີ​ຄາ​ເອນ​ກັບ​ເທພ​ບໍ​ຣິ​ວານ​ຂອງ​ຕົນ​ໄດ້​ສູ້​ຮົບ​ກັບ​ພ​ຍາ​ນາກ ພ​ຍາ​ນາກ​ກັບ​ບໍ​ຣິ​ວານ​ຂອງ​ມັນ​ກໍ​ຕໍ່​ສູ້ 8 ແຕ່​ຝ່າຍ​ພ​ຍາ​ນາກ​ບໍ່​ອາດ​ຊັຍ​ຊະ​ນະ​ໄດ້ ແລະ​ພວກ​ພຍານາກ​ຈຶ່ງ​ບໍ່​ມີ​ບ່ອນ​ຢູ່​ໃນ​ສວັນ​ຕໍ່​ໄປ​ອີກ 9 ພ​ຍາ​ນາກ​ໃຫຍ່ຊຶ່ງ​ເປັນ​ງູ​ແຕ່​ເດິກ​ດຳ​ບັນ​ທີ່​ເຂົາ​ເອີ້ນ​ວ່າ ​ເດັຽ​ໂບ​ໂລ ແລະ​ ຊາ​ຕານ ຜູ້​ຫລອກ​ລວງ​ມະ​ນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສັຽ ພ​ຍາ​ນາກ​ກັບບໍ​ຣິ​ວານ​ຂອງ​ມັນ​ກໍ​ຖືກຖິ້ມ​ລົງ​ເທິງ​ແຜ່ນ​ດິນ​ໂລກ 10 ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ດັງ​ຂຶ້ນ​ໃນ​ສວັນ​ວ່າ, “ບັດ​ນີ້​ຄວາມ​ລອດ​ພົ້ນ ຣິດ​ເດດ ແລະ​ຣາ​ຊ​ອາ​ນາ​ຈັກ​ແຫ່ງ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ​ກັບ​ທັງ​ອຳ​ນາດ​ພຣະ​ຄຣິດ​ຂອງ​ພຣະ​ອົງ​ໄດ້​ມາ​ເຖິງ​ແລ້ວ ເພາະ​ວ່າ​ຜູ້​ທີ່​ກ່າວ​ໂທດ​ພວກ​ພີ່​ນ້ອງ​ຂອງ​ເຮົາ​ຕໍ່​ ພຣະ​ພັກ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ ກໍ​ໄດ້​ຖືກ​ຖິ້ມ​ລົງ​ເສັຽ​ແລ້ວ 11 ເຂົາ​ເຫລົ່າ​ນັ້ນ​ໄດ້​ຊະ​ນະ​ພ​ຍາ​ນາກ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ ແລະ​ເພາະ​ຄໍາພຍານ​ຂອງ​ເຂົາ​ເອງ ເພາະ​ເຖິງ​ແມ່ນ​ວ່າ​ເຂົາ​ຈະ​ຕາຍ​ກໍ​ບໍ່​ເສັຽດາຍ​ຊີ​ວິດ​ຂອງ​ຕົນ 12 ເພາະ​ເຫດ​ນັ້ນ​ແຫລະ, ສວັນ​ກັບ​ບັນ​ດາ​ຜູ້​ທີ່​ຢູ່​ໃນ​ສວັນ ຈຶ່ງ​ຊົມ​ຊື່ນ​ຍິນ​ດີ ແຕ່​ວິບັດ​ຈະ​ມີ​ແກ່​ແຜ່ນ​ດິນ​ໂລກ​ແລະ​ນ້ຳ​ທະ​ເລ ເພາະ​ວ່າ​ມານ​ໄດ້​ລົງ​ມາ​ຫາ​ເຈົ້າ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ອັນ​ໃຫຍ່ ເພາະ​ມັນ​ຮູ້​ວ່າ​ເວ​ລາ​ຂອງ​ມັນ​ມີ​ນ້ອຍ” 13 ເມື່ອ​ພ​ຍາ​ນາກ​ນັ້ນ​ເຫັນ​ວ່າ​ຕົນ​ຖືກ​ຖິ້ມ​ລົງ​ເທິງ​ແຜ່ນ​ດິນ​ໂລກ​ແລ້ວ ມັນ​ກໍ​ໄລ່​ຕິດ​ຕາມ​ຍິງ​ທີ່​ເກີດ​ລູກ​ຜູ້​ຊາຍ​ນັ້ນ 14 ແຕ່ພຣະ​ເຈົ້າ​ໄດ້​ຊົງ​ປະ​ທານ​ປີກ​ນົກ​ອິນ​ຊີ​ໃຫຍ່​ສອງ​ປີກ​ໃຫ້​ແກ່​ຍິງ​ນັ້ນ ເພື່ອ​ໃຫ້​ນາງ​ບິນ​ຫນີ​ຈາກ​ຫນ້າ​ງູ​ນັ້ນ​ເຂົ້າ​ໄປ​ໃນ​ປ່າ ເຖິງ​ບ່ອນ​ທີ່​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງ​ດູໃນ​ຊົ່ວ​ເວ​ລາ​ນຶ່ງ ສອງ​ເວ​ລາ ກັບ​ເຄິ່ງ​ເວ​ລາ 15 ງູ​ນັ້ນ​ໄດ້​ພົ່ນ​ນ້ຳ​ອອກ​ຈາກ​ປາກ​ເຫມືອນແມ່​ນ້ຳ​ໄຫລ​ຕາມ​ຍິງ​ນັ້ນ​ເພື່ອ​ຈະ​ໃຫ້​ພັດ​ຍິງ​ນັ້ນ​ໄປ 16 ແຕ່​ແຜ່ນ​ດິນ​ໄດ້​ຊ່ອຍ​ຍິງ​ນັ້ນ​ໄວ້ ໂດຍໄດ້​ຍະ​ຊ່ອງ​ຮັບ​ກືນ​ເອົາ​ນ້ຳ​ທີ່​ພ​ຍາ​ນາກ​ໄດ້​ພົ່ນ​ອອກ​ມາ​ນັ້ນ 17 ຝ່າຍ​ພ​ຍາ​ນາກ​ກໍ​ຄຽດ​ແຄ້ນ​ຍິງ​ນັ້ນ ຈຶ່ງ​ອອກ​ໄປ​ສູ້​ຮົບ​ກັບ​ເຊື້ອ​ສາຍ​ຂອງ​ຍິງ​ນັ້ນ​ທີ່​ເຫລືອ​ຢູ່ ຄື​ພວກ​ທີ່​ຖື​ຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ​ທີ່​ຍຶດ​ຖື​ຄຳ​ພຍານ​ຝ່າຍ​ພຣະ​ເຢ​ຊູ ມັນ​ໄດ້​ຢືນຢູ່​ທີ່​ຫາດ​ຊາຍ​ທະ​ເລ

ພຣະນິມິດ 13

ສັດ​ຮ້າຍ​ສອງ​ໂຕ

1 ແລະ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສັດ​ຣ້າຍ​ໂຕ​ນຶ່ງ​ຂຶ້ນ​ມາ​ຈາກ​ທະ​ເລ ມີ​ສິບ​ເຂົາ​ເຈັດ​ຫົວ​ທີ່​ເຂົາ​ທັງ​ສິບ​ມີ​ມົງ​ກຸດ​ສິບ​ອັນ ແລະ​ທີ່​ຫົວ​ທັງ​ເຈັດ​ນັ້ນ​ມີ​ຊື່​ເປັນ​ຄຳ​ຫມິ່ນ​ປມາດ 2 ສັດ​ຮ້າຍທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນັ້ນ ໂຕ​ເຫມືອນ​ເສືອ​ດາວ ຕີນ​ເຫມືອນ​ຕີນ​ຫມີ ແລະ​ປາກ​ເຫມືອນ​ປາກ​ສິງ ພ​ຍາ​ນາກ​ໄດ້​ໃຫ້​ຣິດ​ເດດ​ແລະ​ບັນ​ລັງ​ກັບ​ອຳ​ນາດ​ອັນ​ໃຫຍ່​ຫລວງ​ຂອງ​ຕົນ​ແກ່​ສັດ​ຮ້າຍ​ນັ້ນ 3 ຫົວ​ຂອງ​ສັດ​ຮ້າຍ​ນັ້ນ​ຫົວ​ນຶ່ງ​ປະ​ກົດ​ເໝືອນ​ກັບ​ວ່າ​ຖືກ​ຟັນ​ເຖິງ​ຕາຍ​ແລ້ວ ແຕ່​ບາດ​ແຜ​ອັນ​ໜ້າ​ຈະ​ຕາຍ​ນັ້ນ​ໄດ້​ຖືກ​ປົວ​ໃຫ້​ດີ​ແລ້ວ ຄົນ​ທັງ​ໂລກ​ໄດ້​ຕິດ​ຕາມ​ສັດ​ຮ້າຍ​ນັ້ນ​ໄປ​ດ້ວຍ​ຄວາມ​ອັ​ສ​ຈັນ​ໃຈ 4 ເຂົາ​ບູ​ຊາ​ພ​ຍາ​ນາກ​ເພາະ​ມັນ​ໄດ້​ໃຫ້​ອຳ​ນາດ​ແກ່​ສັດ​ຮ້າຍ​ນັ້ນ ແລະ​ເຂົາ​ໄດ້​ບູ​ຊາ​ສັດ​ຮ້າຍ​ນັ້ນ​ໂດຍ​ກ່າວ​ວ່າ, “ໃຜ​ຈະ​ປຽບ​ປານ​ກັບ​ສັດ​ນີ້​ໄດ້ ແລະ​ໃຜ​ຈະ​ສາ​ມາດ​ສູ້​ຮົບ​ກັບ​ສັດ​ນີ້​ໄດ້” 5 ພ​ຣະ​ເຈົ້າ​ຊົງ​ອະ​ນຸ​ຍາດ​ໃຫ້​ສັດ​ນັ້ນ​ມີ​ປາກ​ເວົ້າ​ຄຳ​ຈອງ​ຫອງ​ແລະ​ໝິ່ນ​ປມາດ ແລະ​ຊົງຍອມ​ໃຫ້​ມັນ​ມີ​ອຳ​ນາດ​ເຮັດ​ຢ່າງ​ນັ້ນ​ຕລອດ​ສີ່​ສິບ​ສອງ​ເດືອນ 6 ມັນ​ຕັ້ງ​ຕົ້ນ​ກ່າວ​ຄຳ​ໝິ່ນ​ປ​ມາດ​ພຣ​ະ​ເຈົ້າ, ຕໍ່​ພຣ​ະ​ນາມ​ຂອງ​ພຣ​ະ​ອົງ, ຕໍ່​ສະ​ຖານ​ທີ່​ສະ​ຖິດ​ຂອງ​ພ​ຣະ​ອົງ, ແລະ​ຕໍ່​ຜູ້​ທີ່​ຢູ່​ໃນ​ສວັນ 7 ແລະ​ໄດ້​ຊົງ​ຍອມ​ໃຫ້​ມັນ​ສູ້​ຮົບ​ກັບ​ບັນ​ດາ​ໄພ່​ພົນ​ຂອງ​ພ​ຣະ​ເຈົ້າ​ແລະ​ຊະ​ນະ​ເຂົາ ຍັງ​ຊົງ​ປ​ະ​ທານ​ໃຫ້​ມັນ​ມີ​ອຳ​ນາດ​ເໜືອ​ຊົນ​ທຸກ​ກະ​ກຸນ, ທຸກ​ຊາດ, ທຸກ​ພາ​ສາ, ແລະ​ທຸກ​ປະ​ເທດ 8 ບັນ​ດາ​ຄົນ​ທັງ​ປວງ​ທີ່​ຢູ່​ໃນ​ໂລກ​ຈະ​ບູ​ຊາ​ສັດ​ຮ້າຍ​ນັ້ນ ຄື​ທຸກ​ຄົນ​ທີ່​ບໍ່​ມີ​ຊື່​ຈົດ​ໄວ້​ໃນ​ທະ​ບຽນ​ແຫ່ງ​ຊີ​ວິດ ຕັ້ງ​ແຕ່​ຊົງ​ສ້າງ​ໂລກ​ຄື​ທະ​ບຽນ​ຂອງ​ພຣະ​ເມ​ສາ​ນ້ອຍ​ທີ່​ຊົງ​ຖືກ​ຂ້າ​ເສັຽນັ້ນ 9 ຖ້າ​ຜູ້​ໃດ​ມີ​ຫູ​ ຈົ່ງ​ຟັງ​ເອົາ​ເທີນ 10 “ຜູ້​ໃດ​ທີ່​ກຳ​ນົດ​ໄວ້​ໃຫ້​ໄປ​ເປັນ​ຊະ​ເລີຍ ຜູ້​ນັ້ນກໍ​ຈະ​ຕ້ອງ​ໄປ​ເປັນ​ຊະ​ເລີຍ ຜູ້​ໃດ​ທີ່​ກຳ​ນົດ​ໄວ້​ໃຫ້​ຕາຍ​ດ້ວຍ​ດາບ ຜູ້​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ” ນີ້​ແຫລະ, ຄື​ຄວາມ​ອົດ​ທົນ​ແລະ​ຄວາມ​ເຊື່ອ​ທີ່​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ຕ້ອງ​ມີ 11 ແລ້ວ​ຂ້າ​ພະ​ເຈົ້າ​ເຫັນ​ສັດ​ຮ້າຍ​ໂຕ​ນຶ່ງ​ຂຶ້ນ​ມາ​ຈາກ​ພື້ນ​ດິນ ມີ​ສອງ​ເຂົາ​ເຫມືອນ​ແກະ​ນ້ອຍ​ແລະ​ກ່າວ​ຄຳ​ເຫມືອນ​ພ​ຍາ​ນາກ 12 ມັນ​ໃຊ້​ອຳ​ນາດ​ສັດ​ຮ້າຍ​ໂຕ​ເດີມ​ນັ້ນ​ຢ່າງ​ຄົບ​ຖ້ວນ ແລະ​ຕໍ່​ຫນ້າ​ມັນ ມັນ​ເຮັດ​ໃຫ້​ໂລກ​ແລະ​ຄົນ​ທີ່​ຢູ່​ໃນ​ໂລກ​ບູ​ຊາ​ສັດ​ຮ້າຍ​ໂຕ​ເດີມ​ນັ້ນ ຊຶ່ງ​ບາດ​ແຜ​ອັນ​ເປັນ​ຫນ້າ​ຈະ​ຕາຍ​ນັ້ນ​ໄດ້​ຖືກ​ປົວ​ໃຫ້​ດີ​ແລ້ວ 13 ສັດ​ຮ້າຍ​ນີ້​ສະ​ແດງ​ຫມາຍ​ສຳ​ຄັນ​ອັນ​ໃຫຍ່ ຈົນ​ເຮັດ​ໃຫ້​ໄຟ​ຕົກ​ຈາກ​ຟ້າ​ລົງ​ສູ່​ແຜ່ນ​ດິນ​ໂລກ​ຕໍ່​ຕາ​ມະ​ນຸດ 14 ມັນ​ຫລອກລວງ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ໂລກ​ດ້ວຍ​ຫມາຍ​ສຳ​ຄັນ ທີ່​ຊົງ​ຍອ​ມ​ໃຫ້​ມັນ​ເຣັດ​ຕໍ່​ຫນ້າ​ສັດ​ຮ້າຍ​ໂຕ​ເດີມ​ນັ້ນ ແລະ​ມັນ​ສັ່ງ​ໃຫ້​ເຂົາ​ສ້າງ​ຮູບ​ສັດ​ຮ້າຍ​ທີ່​ຖືກ​ຟັນ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ 15 ຊົງ​ຍອມ​ໃຫ້​ມັນ​ມີ​ອຳ​ນາດ​ທີ່​ຈະ​ໃຫ້​ລົມ​ຫັນ​ໃຈ​ແກ່​ຮູບ​ສັດ​ນັ້ນ ເພື່ອ​ຮູບ​ສັດ​ນັ້ນ​ຈະ​ປາກ​ໄດ້ ແລະ​ໃຫ້​ມີ​ອຳ​ນາດ​ເຣັດ​ໃຫ້​ບັນ​ດາ​ຄົນ​ທີ່​ບໍ່​ຍອມ​ບູ​ຊາ​ຮູບ​ສັດ​ຮ້າຍ​ນັ້ນ​ເຖິງ​ແກ່​ຄວາມ​ຕາຍ 16 ມັນ​ຍັງ​ເຮັດ​ໃຫ້​ຄົນ​ທັງ​ປວງ​ທັງ​ນ້ອຍ​ແລະ​ໃຫຍ່ ທັງ​ຮັ່ງ​ມີ​ແລະ​ຍາກ​ຈົນ ທັງ​ເສ​ຣີ​ແລະ​ຂ້ອຍ​ຂ້າ ໄດ້​ຮັບ​ເຄື່ອງ​ຫມາຍ​ໄວ້​ທີ່​ມື​ຂວາ​ຫລື​ທີ່​ຫນ້າ​ຜາກ​ຂອງ​ເຂົາ 17 ເພື່ອ​ບໍ່​ໃຫ້​ຜູ້​ໃດ​ຊື້​ຫລື​ຂາຍ​ໄດ້ ເວັ້ນ​ໄວ້​ແຕ່​ຜູ້​ທີ່​ມີ​ເຄື່ອງ​ຫມາຍ​ນັ້ນ ຊຶ່ງ​ເປັນ​ຊື່​ຂອງ​ສັດ​ຮ້າຍ​ຫລື​ເລກ​ທີ່​ຫມາຍ​ເຖິງ​ຊື່​ມັນ​ນັ້ນ 18 ໃນ​ເຣື່ອງ​ນີ້​ຕ້ອງ​ໃຊ້​ສະ​ຕິ​ປັນ​ຍາ​ຄວາມ​ຮູ້ ຖ້າ​ຜູ້​ໃດ​ມີ​ຄວາມ​ເຂົ້າ​ໃຈ​ກໍ​ໃຫ້​ຄິດ​ເລກ​ຂອງ​ສັດ​ນັ້ນ ເພາະ​ເປັນ​ເລ​ກ​ຂອງ​ບຸກ​ຄົນ​ຜູ້​ນຶ່ງ ເລກ​ຂອງ​ມັນ​ຄື​ຫົກ​ຮ້ອຍ​ຫົກ​ສິບ​ຫົກ

ພຣະນິມິດ 14

ເພງ​ຂອງ​ຄົນ​ແສນ​ສີ່​ຫມື່ນ​ສີ່​ພັນ

1 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແລະ​ດັ່ງ​ນີ້ ພຣະ​ເມ​ສາ​ນ້ອຍ​ຊົງ​ຢືນ​ຢູ່​ທີ່​ພູ​ຊີ​ໂອນ ແລະ​ຜູ້​ທີ່​ຢູ່​ກັບ​ພຣະ​ອົງ​ມີ​ຈຳ​ນວນ​ແສນ​ສີ່​ຫມື່ນ​ສີ່​ພັນ​ຄົນ ຊຶ່ງ​ເປັນ​ຜູ້​ທີ່​ມີ​ພຣະ​ນາມ​ຂອງ​ພຣະ​ອົງ​ແລະ​ພຣະ​ນາມພຣະ​ບິ​ດາ​ຂອງ​ພຣະ​ອົງ​ຂຽນ​ໄວ້​ທີ່​ຫນ້າ​ຜາກ​ຂອງ​ເຂົາ 2 ຂ້າ​ພະ​ເຈົ້າໄດ້​ຍິນ​ສຽງ​ດັງ​ຈາກ​ສວັນ​ເຫມືອນ​ສຽງ​ນ້ຳ​ອັນ​ຫລວງ​ຫລາຍ ແລະ​ເຫມືອນ​ສຽງ​ຟ້າ​ຮ້ອງ​ດັງ​ສ​ນັ່ນ ສຽງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ນັ້ນ​ກໍ​ເຫມືອນ​ສຽງ​ນັກ​ດີດພິນ​ກຳ​ລັງ​ດີດ​ພິນ​ຢູ່ 3 ຄົນ​ເຫລົ່າ​ນັ້ນ​ຮ້ອງ​ເພງ​ບົດ​ໃຫມ່​ຕໍ່​ຫນ້າ​ພຣະ​ຣາ​ຊ​ບັນ​ລັງ ຕໍ່​ຫນ້າ​ສັດ​ທັງ​ສີ່ ແລະ​ຕໍ່​ຫນ້າ​ພວກ​ຜູ້​ອະ​ວຸ​ໂສ ບໍ່​ມີ​ຜູ້​ໃດ​ສາມາດ​ຮຽນ​ຮູ້​ເພງ​ບົດ​ນັ້ນ​ໄດ້ ເວັ້ນ​ແຕ່​ຄົນ​ແສນ​ສີ່​ຫມື່ນ​ສີ່​ພັນ​ນັ້ນ​ທີ່​ໄດ້​ຊົງ​ໄຖ່​ໄວ້​ແລ້ວ​ຈາກແຜ່ນ​ດິນ​ໂລກ 4 ຄົນ​ເຫລົ່ນ​ນີ້​ແຫລະ, ເປັນ​ຜູ້​ທີ່​ບໍ່​ມີ​ຄວາມ​ຊົ່ວ​ມົວ​ຫມອງ​ກັບ​ຜູ້​ຍິງ ເພາະ​ເຂົາ​ເປັນ​ພວກ​ພົມ​ມະ​ຈາ​ຣີ ພຣະ​ເມ​ສາ​ນ້ອຍ​ສະ​ເດັດ​ໄປ​ທາງ​ໃດ​ແມ່ນ​ຄົນ​ເຫລົ່າ​ນີ້​ທີ່​ຕາມ​ສະ​ເດັດ ຄົນ​ເຫລົ່າ​ນີ້​ແຫລະ, ທີ່​ຊົງ​ໄຖ່​ໄວ້​ຈາກມວນ​ມະ​ນຸດ ເພື່ອ​ເປັນ​ຜົນ​ແຣກ​ຖວາ​ຍ​ແດ່​ພຣະ​ເຈົ້າ ແລະ​ແດ່​ພຣະ​ເມ​ສາ​ນ້ອຍ 5 ຈະ​ຫາ​ຄວາມ​ຕົວະ​ໃນ​ປາກ​ຂອງ​ເຂົາ​ບໍ່​ພົບ ເຂົາ​ບໍ່​ມີ​ຈຸດ​ດ່າງ​ພ້ອຍ​ແລ້ວ

ເທວະດາທັງສາມ

6 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເທວະ​ດາ​ອີກ​ຕົນ​ນຶ່ງ​ບິນ​ໄປ​ໃນ​ທ້ອງ​ຟ້າ ມີ​ຂ່າວ​ປະ​ເສີດ​ອັນ​ຕລອດ​ໄປ​ເປັນ​ນິດ​ເພື່ອ​ນຳ​ໄປ​ປະ​ກາດ​ແກ່​ຊາວ​ໂລກ​ທັງ​ປວງ ທຸກ​ປະ​ເທດ ທຸກ​ຕະ​ກູນ ທຸກ​ພາ​ສາ ແລະ​ທຸກ​ຊາດ 7 ເທວະ​ດາ​ຕົນ​ນັ້ນ​ໄດ້​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຈົ່ງ​ຢຳ​ເກງ​ພຣະ​ເຈົ້າ​ແລະ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ອົງ ເພາະ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ຈະ​ຊົງ​ພິ​ພາກ​ສາ​ແລ້ວ ແລະ​ຈົ່ງ​ນະ​ມັ​ສ​ການ​ພຣະ​ອົງ​ຜູ້​ຊົງ​ສ້າງ​ຟ້າ​ສວັນ ແຜ່ນ​ດິນ​ໂລກ ນ້ຳ​ທະ​ເລ ກັບ​ນ້ຳ​ພຸ​ທັງ​ຫລາຍ” 8 ແລະ​ເທວະ​ດາ​ອີກ​ຕົນ​ນຶ່ງ​ເປັນ​ຕົນ​ທີ່​ສອງ​ໄດ້​ຕາມ​ໄປ​ຮ້ອງ​ຂຶ້ນ​ວ່າ, “ບາ​ບິ​ໂລນ​ມະ​ຫາ​ນະ​ຄອນ​ນັ້ນ​ຫລົ້ມ​ຈົມ​ແລ້ວ ຫລົ້ມ​ຈົມ​ເສັຽ​ແລ້ວ ຄື​ນະ​ຄອນ​ທີ່​ເຮັດ​ໃຫ້​ປະ​ຊາ​ຊາດ​ທັງ​ປວງ​ດື່ມ​ເຫລົ້າ​ແວງ​ປຸກ​ຢ່າງ​ເຫລືອ​ເກີນ​ຂອງ​ຕົນ ຕາມ​ຄວາມ​ປາ​ຖນາ​ທາງ​ກາມ” 9 ມີ​ເທວະ​ດາ​ອີກ​ຕົນ​ນຶ່ງ​ເປັນ​ຕົນ​ທີ່​ສາມ ຕາມ​ໄປ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຖ້າ​ຜູ້​ໃດ​ບູ​ຊາ​ສັດ​ຮ້າຍ​ແລະ​ຮູບ​ຂອງ​ມັນ ແລະ​ຮັບ​ເຄື່ອງ​ຫມາຍ​ນັ້ນ​ໄວ້​ທີ່​ຫນ້າ​ຜາກ​ຫລື​ທີ່​ມື 10 ຜູ້​ນັ້ນ​ແຫລະ, ຈະ​ຕ້ອງ​ດື່ມ​ເຫລົ້າ​ແວງ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ ທີ່​ຊົງ​ຖ​ອກ​ລົງ​ໃນ​ຈອກ​ແຫ່ງ​ພຣະ​ພິ​ໂຣດ​ນັ້ນ​ໂດຍ​ບໍ່​ປົນ​ກັບ​ສິ່ງ​ໃດ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ທໍ​ຣະ​ມານ​ໃນ​ໄຟ​ກັບ​ມາດ​ຕໍ່​ຫນ້າ​ຝູງ​ເທວະ​ດາ​ບໍ​ຣິ​ສຸ​ດ ແລະ​ຕໍ່​ພຣະ​ພັກ​ພຣະ​ເມ​ສາ​ນ້ອຍ 11 ຄວັນ​ແຫ່ງ​ການ​ທໍ​ຣະ​ມານ​ຂອງ​ເຂົາ​ກໍ​ພຸ່ງຂຶ້ນ​ຕລອດ​ໄປ​ເປັນ​ນິດ ຄົນ​ທັງ​ຫລາຍ​ທີ່​ບູ​ຊາ​ສັດ​ຮ້າຍ​ແລະ​ຮູບ​ຂອງ​ມັນ ກັບ​ຜູ້​ທີ່​ຮັບ​ເຄື່ອງ​ຫມາຍ​ຊື່​ຂອງ​ມັນ​ນັ້ນ ຈະ​ບໍ່​ມີ​ເວ​ລາ​ພັກ​ຜ່ອນ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ 12 ໃນ​ເຣື່ອງ​ນີ້​ພ​ວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຄື​ຜູ້​ທີ່​ຖືຮັກ​ສາ​ຂໍ້​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ​ຄວາມ​ເຊື່ອ​ຝ່າຍພຣະ​ເຢ​ຊູ ກໍ​ຕ້ອງ​ໃຊ້​ຄວາມ​ພຽນ​ອົດ​ທົນ 13 ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ຈາກ​ສວັນ​ຊົງ​ສັ່ງ​ວ່າ, “ຈົ່ງ​ຂ​ຽນ​ໄວ້​ວ່າ ຄົນ​ທັງ​ຫລາຍ​ທີ່​ຕາຍ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຕັ້ງ​ແຕ່​ນີ້​ໄປ​ກໍ​ເປັນ​ສຸກ” ແລະ​ພຣະ​ວິນ​ຍານ​ຊົງ​ຢືນ​ຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ເຂົາ​ຈະ​ໄດ້​ພັກ​ຜ່ອນ​ຈາກ​ການ​ເມື່ອຍ​ຍາກ​ຂອງ​ຕົນ ເພາະ​ວ່າ​ການ​ງານ​ທີ່​ເຂົາ​ໄດ້​ເຣັດ​ນັ້ນ​ກໍ​ຕິດ​ຕາມ​ເຂົາ​ໄປ”

ການ​ກ່ຽວ​ເກັບ​ຜົນ​ຂອງ​ແຜ່ນ​ດິນ​ໂລກ

14 ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ ແລະ​ດັ່ງ​ນີ້ ມີ​ເມກ​ຂາວ ແລະ​ມີ​ຜູ້​ນຶ່ງ​ປະ​ທັບ​ເທິ​ງ​ເມກ​ນັ້ນ​ເຫມືອນ​ກັບ​ບຸດ​ມະ​ນຸດ ພຣະ​ສຽນ​ສວມ​ພວງ​ມາ​ລັຍ​ຄຳ ແລະ​ພຣະ​ຫັດ​ຊົງ​ຖື​ກ່ຽວ​ດວງ​ຄົມ 15 ມີ​ເທວະ​ດາ​ອີກ​ຕົນ​ນຶ່ງ​ອອກ​ມາ​ຈາກ​ພຣະ​ວິ​ຫານ ຮ້ອງ​ສຽງ​ດັງ​ຂຶ້ນ​ທູນ​ພຣະ​ອົງ​ຜູ້​ປະ​ທັບ​ເທິງ​ເມກ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ຂອງ​ພຣະ​ອົງ​ກ່ຽວ​ໄປ​ເທີນ ເພາະ​ເຖິງ​ເວ​ລາ​ກ່ຽວ​ແລ້ວ ດ້ວຍ​ວ່າ​ຜົນ​ທີ່​ຈະ​ຕ້ອງ​ເກັບ​ກ່ຽວ​ໃນ​ແຜ່ນ​ດິນ​ໂລກ​ກໍ​ສຸກ​ແລ້ວ” 16 ພຣະ​ອົງ​ຜູ້​ຊົງ​ປະ​ທັບ​ເທິງ​ເມກ​ນັ້ນ​ໄດ້​​ຊົງ​ໃຊ້​ກ່ຽວ​ນັ້ນ​ເທິງ​ແຜ່ນ​ດິ​ນ​ໂລກ ແຜ່ນ​ດິນ​ໂລກ​ຈ​ຶ່ງ​ໄດ້​ຖືກ​ກ່ຽວ​ແລ້ວ 17 ມີ​ເທວະ​ດາ​ອີກ​ຕົນ​ນຶ່ງ​ອອກ​ມາ​ຈາກ​ພຣະ​ວິ​ຫານ​ໃນ​ສວັນ ຖື​ກ່ຽວດວງ​ຄົມ​ເຫມືອນ​ກັນ 18 ແລະ​ມີ​ເທວະ​ດາ​ອີກ​ຕົນ​ນຶ່ງ​ຜູ້​ມີ​ອຳ​ນາດ​ເຫມືອນ​ໄຟ ໄດ້​ອອກ​ມາ​ຈາກ​ແທ່ນ​ບູ​ຊາ​ຮ້ອງບອກ​ຜູ້​ຖື​ກ່ຽວດວງ​ຄົມ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ໃຊ້​ກ່ຽວດວງ​ຄົມ​ຂອ​ງທ່ານ​ກ່ຽວ​ພົ້ວ​ຫມາກ​ອະ​ງຸ່ນ​ແຫ່ງ​ແຜ່ນ​ດິນ​ໂລກ ເພາະ​ຫມາກ​ອະ​ງຸ່ນ​ນັ້ນ​ສຸກ​ແລ້ວ” 19 ເທວະ​ດາຕົນ​ນັ້ນ​ຈຶ່ງ​ໃຊ້​ກ່ຽວ​ຂອງ​ຕົນ​ໄປ​ເທິງ​ແຜ່ນ​ດິນ​ໂລກ ເກັບ​ກ່ຽວ​ຜົນ​ເຄືອ​ອະ​ງຸ່ນ​ຂອງ​ແຜ່ນ​ດິນ​ໂລກ ແລ້ວ​ກໍ​ຖິ້ມ​ລົງ​ໃນ​ອ່າງ​ໃຫຍ່​ຢຽບ​ຫມາກ​ອະ​ງຸ່ນ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ 20 ອ່າງ​ທີ່​ເຂົາ​ຢຽບ​ນັ້ນ​ຕັ້ງ​ຢູ່ນອກ​ເມືອງ ເລືອດ​ຈຶ່ງ​ໄຫລອ​ອກ​ຈາກ​ອ່າງນັ້ນ​ສູງ​ເຖິງ​ບັງ​ຫຽນມ້າ ໄຫລນອງ​ໄປ​ປະ​ມານ​ແສນ​ຫົກ​ຫມື່ນ​ວາ

ພຣະນິມິດ 15

ເທວະ​ດາ​ແລະ​ໄພ​ອັນ​ຕະ​ຣາຍ​ປະ​ການ​ສຸດ​ທ້າຍ

1 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫມາຍ​ສຳ​ຄັນ​ອັນ​ໃຫຍ່​ຫລວງ​ແລະ​ຫນ້າ​ອັດ​ສະ​ຈັນ​ໃນ​ສວັນອີກ​ປະ​ການ​ນຶ່ງ ຄື​ມີ​ເທວະ​ດາ​ເຈັດ​ຕົນ​ຖື​ໄພ​ອັນ​ຕະ​ຣາຍ​ເຈັດ​ຢ່າງ ເປັນ​ໄພ​ອັ​ນ​ຕະ​ຣາຍ​ຄັ້ງ​ສຸດ​ທ້າຍ ເພາະ​ວ່າ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ກໍ​ຄົບ​ຖ້ວນ​ລົງ​ດ້ວຍ​ໄພ​ອັນ​ຕະ​ຣາຍ​ເຫລົ່າ​ນັ້ນ 2 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເປັນ​ເຫມືອນ​ທະ​ເລ​ແກ້ວ​ປົນ​ໄຟ ແລະ​ໄດ້​ເຫັນ​ບັນ​ດາ​ຄົນ​ທີ່​ຊະ​ນະ​ສັດ​ຮ້າຍ​ແລະ​ຮູບ​ຂອງ​ມັນ ກັບ​ເລກ​ຫມາຍ​ຊື່​ຂອງ​ມັນ ຢືນ​ຢູ່​ແຄມ​ທະ​ເລ​ແກ້ວ​ນັ້ນ ເຂົາ​ຖື​ພິນ​ທີ່​ພຣະ​ເຈົ້າ​ຊົງ​ປະ​ທານ​ 3 ເຂົາ​ຮ້ອງ​ເພງ​ຂອງ​ໂມ​ເຊ​ຂ້ອຍ​ໃຊ້​ຂອງ​ພຣະ​ເຈົ້າ​ແລະ​ເພ​ງຂອງ​ພຣະ​ເມ​ສາ​ນ້ອຍ​ນັ້ນ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ​ຜູ້​ຊົງ​ຣິດທາ​ນຸ​ພາບ​ອັນ​ສູງ​ສຸດ ພຣະ​ຣາ​ຊ​ກິ​ຈ​ຂອງ​ພຣະ​ອົງ​ກໍ​ໃຫຍ່​ຫລວງ​ແລະ​ຫນ້າ​ອັດ​ສະ​ຈັນ ຂ້າ​ແດ່​ອົງ​ພຣະ​ມະ​ຫາ​ກະ​ສັດ​ແຫ່ງ​ປະ​ຊາ​ຊາດ​ທັງ​ປວງ ວິ​ຖີ​ທາງຂອງ​ພຣະ​ອົງ​ກໍ​ຍຸດ​ຕິ​ທັມ​ແລະ​ທ່ຽງ​ຈິງ 4 ຂ້າ​ແດ່​ອົງ​ພຣະ​ຜູ້​ເປັ​ນ​ເຈົ້າ ໃຜ​ຫນໍ​ຈະ​ບໍ່​ຢຳ​ເກງ​ພຣະ​ອົງ ແລະ​ຈະ​ບໍ່​ຖວາຍ​ພຣະ​ກຽດ​ແດ່​ພຣະ​ນາມ​ຂອງ​ພຣະ​ອົງ ເພາະ​ວ່າ​ພຣະ​ອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍ​ຣິ​ສຸດ ປະ​ຊາ​ຊາດ​ທັງ​ປວງ​ຈະ​ມາ​ນະ​ມັ​ສ​ການ​ຕໍ່​ພຣະ​ພັກ​ພຣະ​ອົງ ເພາະ​ກິ​ຈ​ການ​ອັນ​ຍຸດ​ຕິ​ທັມ​ຂອງ​ພຣະ​ອົງກໍ​ປາ​ກົດ​ຕໍ່​ພຣະ​ພັກ​ພຣະ​ອົງ​ກໍ​ປາ​ກົດ​ແຈ້ງ​ແລ້ວ” 5 ຫລັງ​ຈາກ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ວິ​ຫານ​ໃນ​ສວັນ ຄື​ສຳ​ນັກ​ຜ້າ​ແຫ່ງ​ຄຳ​ພຍານ​ໄຂ​ອອກ 6 ເທວະ​ດາ​ເຈັດ​ຕົນ​ທີ່​ຖື​ໄພ​ອັ​ນ​ຕະ​ຣາຍ​ທັງ​ເຈັດ​ໄດ້​ອອກ​ມາ​ຈາກ​ພຣະ​ວິ​ຫານ​ນັ້ນ ນຸ່ງ​ຫົ່ມ​ຜ້າ​ປ່ານ​ເນື້​ອ​ລະ​ອຽດ​ເສາະ​ໃສ ແລະ​ມີ​ສາຍ​ຮັດ​ຄຳ​ຮັດ​ທີ່​ຫນ້າ​ເອິກ 7 ສັດ​ໂຕ​ນຶ່ງ​ໃນ​ສີ່​ໂຕ​ນັ້ນ ໄດ້​ເອົາ​ຂັນ​ຄຳ​ເຈັດ​ຫນ່ວຍ​ທີ່​ເຕັມ​ດ້ວຍ​ພຣະ​ພິ​ໂຣດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່​ສືບໆ​ໄປ​ເປັນ​ນິດ ຍື່ນ​ໃຫ້​ແກ່​ເທວະ​ດາ​ທັງ​ເຈັດ​ຕົນ​ນັ້ນ 8 ແລ້ວ​ພຣະ​ວິ​ຫານ​ກໍ​ເຕັມ​ໄປ​ດ້ວຍ​ຄວັນ​ທີ່​ມາ​ຈາກ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ ແລະ​ຈາກ​ຣິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ ບໍ່​ມີ​ຜູ້​ໃດ​ສາ​ມາດ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ນັ້ນ​ໄດ້ ຈົນ​ກວ່າ​ໄພ​ອັນ​ຕະ​ຣາຍ​ທັງ​ເຈັດ​ຂອງ​ເທວະ​ດາ​ເຈັດ​ຕົນ​ນັ້ນ​ຈະ​ໄດ້​ສິ້ນ​ສຸດ​ລົງ

ພຣະນິມິດ 16

ຂັນ​ແຫ່ງ​ພຣະ​ພິ​ໂຣດ

1 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ດັງ​ອອກ​ມາ​ຈາກ​ພຣະ​ວິ​ຫານ ສັ່ງ​ເທວະ​ດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ເສັຽ ເອົາ​ຂັນ​ທັງ​ເຈັດ​ຫນ່ວຍ 2 ເທວະ​ດາຕົນ​ແຣກ​ຈຶ່ງ​ອອກ​ໄປ​ເອົາ​ຂັນ​ຂອງ​ຕົນ​ຖອກ​ລົງ​ເທິງ​ແຜ່ນ​ດິນ​ໂລກ ແລະ​ຄົນ​ທັງ​ຫລາຍ​ທີ່​ມີ​ເຄື່ອງ​ຫມາຍ​ຂອງ​ສັດຮ້າຍ ແລະ​ບູ​ຊາ​ຮູບ​ຂອງ​ມັນ ຈຶ່ງ​ເກີ​ດ​ເປັນ​ຝີ​ຮ້າຍ​ແຮງ​ແລະ​ເຈັບ​ປວດ 3 ເທວະ​ດາ​ຕົນ​ທີ່​ສອງ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ໃສ່​ທະ​ເລ ແລ້ວ​ນ້ຳ​ທະ​ເລ​ກໍ​ກາຍ​ເປັນ​ເລືອດ​ເຫມືອນ​ເລືອ​ດ​ຂອງ​ຄົນ​ຕາຍ ແລະ​ບັນ​ດາ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ນັ້ນ​ກໍ​ຕາຍ​ຫມົດ 4 ເທວະ​ດາ​ຕົນ​ທີ່​ສາມ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ໃສ່​ແມ່​ນ້ຳ​ແລະ​ນ້ຳ​ພຸ​ທັງ​ຫລາຍ ນ້ຳ​ເຫລົ່າ​ນັ້ນ​ກໍ​ກາຍ​ເປັນ​ເລືອດ 5 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເທວະ​ດາ​ແຫ່ງ​ນ້ຳ​ນັ້ນ​ຮ້ອງວ່າ, “ຂ້າ​ແດ່​ອົງ​ພຣະ​ຜູ້​ບໍ​ຣິ​ສຸດ ຜູ້​ຊົງ​ດຳ​ຣົງ​ ຢູ່​ບັດ​ນີ້ ແລະ​ຜູ້​ຊົງ​ດຳ​ຣົງ​ຢູ່​ໃນ​ຄາວ​ກ່ອນ ພຣະ​ອົງ​ຊົງ​ເປັນ​ຜູ້​ຍຸ​ດ​ຕິ​ທັມ ເພາະ​ພຣະ​ອົງ​ຊົງ​ພິ​ພາກ​ສາ​ເຫດ​ການ​ເຫລົ່າ​ນີ້ 6 ເພາະ​ຄົນ​ເຫລົ່າ​ນັ້ນ​ໄດ້​ເຮັດ​ໃຫ້​ເລືອດ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ແລະ​ຂອງ​ພວກ​ຜູ້​ປະ​ກາດ​ພຣະ​ທັມ​ໄຫລ​ອອກ ແລະ​ພຣະ​ອົງ​ໄດ້​ຊົງ​ປະ​ທານ​ເລືອດ​ໃຫ້​ເຂົາ​ດື່ມ ກໍ​ສົມ​ຄວນ​ກັບ​ການ​ກະ​ທຳ​ຂອງ​ເຂົາ​ແລ້ວ” 7 ແລະ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ແທ່ນ​ບູ​ຊາ​ຮ້ອງວ່າ, “ຈິງ​ຢູ່​ແລ້ວ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ມີ​ຣິດ​ທາ​ນຸ​ພາບ​ສູງ​ສຸດ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ກໍ​ທ່ຽງ​ຈິງ​ແລະ​ຍຸດ​ຕິ​ທັມ” 8 ເທວະ​ດາ​ຕົນ​ທີ່​ສີ່​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ໃສ່​ດວງ​ອາ​ທິດ ດວງ​ອາ​ທິດ​ຈຶ່ງ​ໄດ້​ຮັບ​ພຣະ​ຣາ​ຊ​ທານ​ອຳ​ນາດ​ລວກ​ມະ​ນຸດ​ດ້ວຍ​ໄຟ 9 ມະ​ນຸດ​ທັງ​ຫລາຍ​ຈຶ່ງ​ຖືກ​ລວກ​ດ້ວຍ​ຄວາມ​ຮ້ອນ​ຮົນ​ອັນ​ແຮງ​ກ້າ ແລະ​ເຂົາ​ໄດ້​ປ້ອຍ​ດ່າ​ພຣະ​ນາ​ມ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ມີ​ອຳ​ນາດ​ເຫນືອ​ໄພ​ອັນ​ຕະ​ຣາຍ​ເຫລົ່າ​ນັ້ນ ແລະ​ເຂົາ​ບໍ່​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ​ໃຈ​ໃຫ​ມ່​ຖວາຍ​ພຣະ​ກຽດ​ແດ່​ພຣະ​ອົງ 10 ເທວະ​ດາ​ຕົນ​ທີ່​ຫ້າ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ໃສ່​ບັນ​ລັງ​ຂອງສັດ​ຮ້າຍ ແລະ​ອາ​ນາ​ຈັກ​ຂອງ​ມັນ​ກໍ​ມືດ​ໄປ ຄົນ​ເຫລົ່າ​ນັ້ນ​ໄດ້​ຂົບ​ຄ້ຽວ​ລີ້ນ​ຂອງ​ຕົນ​ດ້ວຍ​ຄວາມ​ເຈັບ​ປວດ 11 ເຂົາ​ໄດ້​ປ້ອຍ​ດ່າ​ພຣະ​ເຈົ້າ​ແຫ່ງ​ສວັນ ເພາະ​ຄວາມ​ເຈັບ​ປວດ​ແລະ​ເພາະ​ຝີ​ທີ່​ເກີດ​ຕາມ​ຕົວ ແຕ່​ເຂົາ​ບໍ່​ໄດ້​ກັບ​ໃຈ​ເສັຽ​ໃຫມ່​ຈາກ​ກິ​ຈ​ການ​ຂອງ​ຕົນ 12 ເທວະ​ດາຕົນ​ທີ່​ຫົກ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ໃສ່​ແມ່​ນ້ຳ​ໃຫຍ່ ຄື​ແມ່​ນ້ຳ​ເອີ​ຟ​ຣາດ ນ້ຳ​ໃນ​ແມ່​ນ້ຳ​ນັ້ນ​ຈຶ່ງ​ແຫ້ງ​ໄປ ເພື່ອ​ຈັດ​ແຈງ​ທາງ​ໄວ້​ສຳ​ລັບ​ກະ​ສັດ​ທັງ​ຫລາຍ​ທີ່​ມາ​ຈາກ​ທິດ​ຕາ​ເວັນ​ອອກ 13 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຜີ​ຖ່ອຍ​ຮ້າຍ​ສາມ​ໂຕ​ເຫມືອນ​ກັບ​ອອກ​ມາ​ຈາກ​ປາກ​ພ​ຍາ​ນາກ ຈາກ​ປາກ​ສັດ​ຮ້າຍ ແລະ​ຈາກ​ປາກ​ຜູ້​ປະ​ກາດ​ພຣະ​ທັມ​ປອມ 14 ດ້ວຍ​ວ່າ​ຜີ​ເຫລົ່າ​ນັ້ນ​ເປັນ​ຜີ​ຮ້າຍ​ທີ່​ເຮັດ​ຫມາຍ​ສຳ​ຄັນ ມັນ​ອອກ​ໄປ​ຫາ​ກະ​ສັດ​ທັງ​ຫລາຍ​ທົ່ວ​ພິ​ພົບ ເພື່ອ​ໃຫ້​ກະ​ສັດ​ເຫລົ່າ​ນັ້ນ​ມາ​ຮ່ວມ​ກັນ​ສຳ​ລັບ​ການ​ສົງ​ຄາມ ໃນ​ວັນ​ອັນ​ໃຫຍ່​ຫລວງ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ 15 (“ເບິ່ງ​ແມ໋, ເຮົາ​ຈະ​ມາ​ເຫມືອນ​ຂະ​ໂມຍ ຄວາມ​ສຸກ​ຈະ​ມີ​ແກ່​ຜູ້​ທີ່​ເຝົ້າ​ລະ​ວັງ ແລະ​ແກ່​ຜູ້​ທີ່​ຮັກ​ສາ​ເສື້ອ​ຜ້າ​ຂອງ​ຕົນ​ບໍ່​ໃຫ້​ຕົວ​ເປືອຍ​ກາຍ ຢ້ານ​ວ່າ​ຄົນ​ທັງ​ຫລາຍ​ຈະ​ເຫັນ​ຄວາມ​ລະ​ອາຍ​ຂອງ​ຕົນ”) 16 ແລະ​ຜີ​ທັງ​ສາມ​ໂຕ​ນັ້ນ​ໄດ້​ໃຫ້​ກະ​ສັດ​ທັງ​ຫລາຍ​ມາ​ຊຸມ​ນຸມ​ກັນ​ໃນ​ບ່ອນ​ນຶ່ງ ຕາມ​ພາ​ສາ​ເຮັບ​ເຣີ​ເອີ້ນ​ວ່າ ອາ​ມາ​ເຄໂດ​ນ 17 ເທວະ​ດາ​ຕົນ​ທີ່​ເຈັດ​ໄດ້​ຫ​ຖືກ​ຂັນ​ຂອງ​ຕົນ​ລົງ​ໃສ່​ອາ​ກາດ ແລະ​ມີ​ພຣະ​ສຸ​ຣະ​ສຽງ​ດັ່ງ​ອອກ​ມາ​ຈາກ​ພຣະ​ຣາ​ຊ​ບັນ​ລັງ​ໃນ​ພຣະ​ວິ​ຫານ​ນັ້ນ​ວ່າ, “ສຳ​ເຣັດ​ແລ້ວ” 18 ແລະ​ເກີດ​ມີ​ຟ້າ​ແມບ ມີ​ສຽງ​ດັງ​ຕ່າງໆ ມີ​ຟ້າ​ຮ້ອງ ແລະ​ເກີດ​ແຜ່ນ​ດິນ​ໄຫວ​ອັນ​ໃຫຍ່ ຊຶ່ງ​ຕັ້ງ​ແຕ່​ມີ​ມະ​ນຸດ​ເກີດ​ມາ​ໃນ​ໂລກ ບໍ່​ເຄີຍ​ມີ​ແຜ່ນ​ດິນ​ໄຫວ​ອັນ​ໃຫຍ່​ແລະ​ຮ້າຍ​ປານ​ນີ້​ຈັກ​ເທື່ອ 19 ມະ​ຫາ​ນະ​ຄອນ​ນັ້ນ​ກໍ​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ​ຫົວ​ເມືອງ​ທັງ​ປວງ​ຂອງນາໆ​ປະ​ເທດ​ກໍ​ຫລົ້ມ​ຈົ​ມ ພຣະ​ເຈົ້າ​ບໍ່​ໄດ້​ຊົງ​ລືມ​ມະ​ຫານະ​ຄອນ​ບາ​ບິ​ໂລນ ແຕ່​ໄດ້​ຊົງ​ໃຫ້​ນະ​ຄອນ​ນັ້ນ​ດື່ມ​ຈອກ​ເຫລົ້າ​ແວງ​ແຫ່ງ​ພຣະ​ພິ​ໂຣດ​ຂອງ​ພຣະ​ອົງ 20 ເກາະ​ທຸກ​ເກາະ​ກໍ​ເຄື່ອນ​ຫນີ​ໄປ​ແລະ​ຈະ​ຊອກ​ຫາ​ພູ​ທັງ​ຫລາຍ​ກໍ​ບໍ່​ພົບ 21 ມີ​ຫມາກ​ເຫັບ​ໃຫຍ່ ກ້ອນ​ລະ​ຫ້າ​ສິ​ບກິ​ໂລກ​ຣາມ ຕົກ​ລົງ​ມາ​ຈາກ​ຟ້າ​ຖືກ​ຄົນ​ທັງ​ປວງ ເຂົາ​ຈຶ່ງ​ປ້ອຍ​ດ່າ​ພຣະ​ເຈົ້າ​ເພາະ​ໄພ​ອັນ​ຕະ​ຣາຍ​ທີ່​ເກີດ​ຈາກ​ຫມາກ​ເຫັບ​ນັ້ນ ດ້ວຍ​ວ່າ​ໄພ​ອັນ​ຕະ​ຣາຍ​ນັ້ນ​ຮ້າຍ​ແຣງ​ເຫລືອ​ເກີນ

ພຣະນິມິດ 17

ການ​ພິ​ພາກ​ສາ​ລົງ​ໂທດ​ຍິງ​ໂສ​ເພ​ນີ​ຄົນ​ສຳ​ຄັນ

1 ເທວະ​ດາ​ຕົນ​ນຶ່ງ​ໃນ​ເຈັດ​ຕົນ​ທີ່​ຖື​ຂັນ​ທັງ​ເຈັດ​ຫນ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ​ແລະ​ເວົ້າ​ວ່າ, “ເຊີນ​ມາ​ນີ້​ເທີນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຍິງ​ໂສ​ເພນີ​ຄົນ​ສຳ​ຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່​ນ້ຳ​ອັນ​ຫລວງ​ຫລາຍ 2 ຄື​ຍິງ​ນັ້ນ​ທີ່​ບັນດາ​ກະ​ສັດ​ທົ່ວ​ໂລກ​ໄດ້​ຫລີ້ນ​ຜິດ​ຊາຍ​ຍິງ​ກັບ​ມັນ ແລະ​ຊາວ​ໂລກ​ທັງ​ຫລາຍ​ໄດ້​ມົວ​ເມົາ​ດ້ວຍ​ເຫລົ້າ​ແວງ​ແຫ່ງ​ການ​ຜິດ​ຊາຍ​ຍິງ​ຂອງ​ມັນ​ນັ້ນ” 3 ເທວະ​ດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ປ່າ​ໂດຍ​ພຣະ​ວິ​ນ​ຍານ ແລະ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຜູ້​ຍິງ​ຄົນ​ນຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດ​ຮ້າຍ​ສີ​ແດງ​ເຂັ້ມ​ໂຕ​ນຶ່ງ ຊຶ່ງ​ມີ​ຊື່​ຫລາຍ​ຊື່​ເປັນ​ຄຳ​ຫມິ່ນປ​ມາດ​ເຕັມ​ໄປ​ທັງ​ໂຕ​ມັນ​ມີ​ເຈັດ​ຫົວ​ແລະ​ສິບ​ເຂົາ 4 ຍິງ​ນັ້ນ​ນຸ່ງ​ເຄື່ອງ​ສີ​ມ່ວງ​ອ່ອນ​ແລະ​ສີ​ແດງ​ເຂັ້ມ ປະ​ດັບ​ປະ​ດາ​ດ້ວຍ​ເຄື່ອງ​ຄຳ ດ້ວຍ​ເພັດ​ພອຍ​ຕ່າງໆ​ແລະ​ໄຂ່​ມຸກ ມື​ຂອງ​ຍິງ​ນັ້ນ​ຖື​ຈອກ​ຄຳ​ທີ່​ເຕັມ​ດ້ວຍ​ຂອງ​ຫນ້າ​ກຽດ​ຫນ້າ​ຊັງ ແລະ​ຂອງ​ຂີ້​ດຽດ​ແຫ່ງ​ການ​ຜິດ​ຊາຍ​ຍິງ​ຂອງ​ຕົນ 5 ທີ່​ຫນ້າ​ຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກ​ລັບ​ວ່າ, “ບາ​ບິ​ໂລນ​ມະ​ຫາ​ນະ​ຄອນ ແມ່​ຂອງ​ຍິ​ງໂສ​ເພ​ນີ​ທັງ​ຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງ​ປວງ​ທີ່​ຫນ້າ​ກຽດ​ຫນ້າ​ຊັງ​ໃນ​ແຜ່ນ​ດິນ​ໂລກ” 6 ແລະ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ​ຍິງ​ນັ້ນ​ເມົາ​ດ້ວຍ​ເລືອດ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ແລະ​ດ້ວຍ​ເລືອດ​ຂອງ​ບັນ​ດາ​ຜູ້​ທີ່​ຍອມ​ສ​ລະ​ຊີ​ວິດ​ເພາະ​ເປັນ​ພຍານ​ຝ່າຍ​ພຣະ​ເຢ​ຊູເມື່ອ​ຂ້າ​ພະເຈົ້າ​ເຫັນ​ຍິງ​ນັ້ນ​ແລ້ວ​ກໍ​ອັດ​ສະ​ຈັນ​ໃຈ​ຫລາຍ 7 ເທວະ​ດາ​ຕົນ​ນັ້ນ​ຈຶ່ງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ອັດ​ສະ​ຈັນ ເຮົາ​ຈະ​ບອກ​ໃຫ້​ທ່ານ​ຮູ້​ຄວາມ​ຫມາຍ​ຂໍ້​ເລິກ​ລັບ​ຂອງ​ຍິງ​ນັ້ນ ແລະ​ຂອງ​ສັດ​ຮ້າຍ​ທີ່​ມີ​ເຈັດ​ຫົວ​ແລະ​ສິບ​ເຂົາ ຊຶ່ງ​ເປັນ​ພາ​ຫະ​ນະ​ຂອງ​ຍິງ​ນັ້ນ 8 ສັດ​ຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດ​ນີ້​ບໍ່​ໄດ້​ເປັນ​ຢູ່ ມັນ​ຈວນ​ຈະ​ຂຶ້ນ​ມາ​ຈາກ​ເຫວ​ເລິກ​ເພື່ອ​ໄປ​ສູ່​ຄວາມ​ຈິບ​ຫາຍ ບັນ​ດາ​ຊາວ​ໂລກ​ທີ່​ບໍ່​ມີ​ຊື່​ຈົດ​ໄວ້​ໃນ​ທະ​ບຽນ​ແຫ່ງ​ຊີ​ວິດ​ຕັ້ງ​ແຕ່​ເລີ້ມ​ຕົ້ນ​ຊົງ​ສ້າງ​ໂລກ​ນັ້ນ ກໍ​ຈະ​ປ​ລາດ​ໃຈ​ເມື່ອ​ເຂົາ​ເຫັນ​ສັດ​ຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດ​ນີ້​ບໍ່​ໄດ້​ເປັນ​ຢູ່ ແລະ​ຈວນ​ຈະ​ປາ​ກົດ​ມາ​ອີກ 9 ໃນ​ເຣື່ອງ​ນີ້​ແຫລະ, ຕ້ອງ​ໃຊ້​ຈິດ​ໃຈ​ທີ່​ມີ​ສະ​ຕິ​ປັນ​ຍາ ຫົວ​ທັງ​ເຈັດ​ນັ້ນ​ໄດ້​ແກ່​ພູ​ນ້ອຍ​ເຈັດ​ຫນ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່ ຄື​ໄດ້​ແກ່​ກະ​ສັດ​ເຈັດ​ອົງ 10 ຊຶ່ງ​ຫ້າ​ອົງ​ໄດ້​ຊົງ​ລ່ວງ​ໄປ​ແລ້ວ ອົງ​ນຶ່ງ​ກຳ​ລັງ​ຊົງ​ເປັນ​ຢູ່ ແລະ​ອີ​ກອົງ​ນຶ່ງ​ຍັງ​ບໍ່​ໄດ້​ສະ​ເດັດ​ມາ ເມື່ອ​ສະ​ເດັດ​ມາ​ແລ້ວ​ຈະ​ຕ້ອງ​ດຳ​ຣົງ​ຢູ່​ຊົ່ວ​ຂ​ນະ​ນຶ່ງ 11 ສັດ​ຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດ​ນີ້ບໍ່​ໄດ້​ເປັນ​ຢູ່​ນັ້ນ ກໍ​ເປັນ​ອົງ​ຖ້ວນ​ແປດ ແຕ່​ຍັງ​ເປັນ​ອົງ​ນຶ່ງ​ໃນ​ເຈັດ​ອົງ​ນັ້ນ ແລະ​ຈະ​ໄປ​ສູ່​ຄວາມ​ຈິບ​ຫາຍ​ 12 ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ແກ່​ກະ​ສັດ​ສິບ​ອົງ​ທີ່​ຍັງ​ບໍ່​ໄດ້​ສ​ເວີຍ​ຣາຊ​ສົມ​ບັດ​ ແຕ່​ຈະ​ໄດ້​ຮັບ​ອຳ​ນາດ​ເຫມືອນ​ກະ​ສັດ​ດ້ວຍ​ກັນ​ກັບ​ສັດ​ຮ້າຍ​ນັ້ນ​ນຶ່ງ​ຊົ່ວ​ໂມງ 13 ກະ​ສັດ​ເຫລົ່າ​ນັ້ນ​ມີ​ນ້ຳ​ພຣະ​ທັຍ​ຢ່າງ​ດຽວ​ກັນ ແລະ​ຊົງ​ມອບ​ຣິດ​ແລະ​ອຳ​ນາດ​ຂອງ​ຕົນ​ໃຫ້​ແກ່​ສັດ​ຮ້າຍ​ນັ້ນ 14 ກະ​ສັດ​ທັງ​ຫລາຍ​ນັ້ນ​ຈະ​ສູ້​ຮົບ​ກັບ​ພຣະ​ເມ​ສາ​ນ້ອຍ ແລະ​ພຣະ​ເມ​ສາ​ນ້ອຍ​ຈະ​ມີ​ຊັຍ​ຊະ​ນະ ເພາະ​ວ່າ​ພຣະ​ອົງ​ເປັນ​ຈອມ​ເຈົ້າ​ນາຍ​ທັງ​ຫລາຍ​ແລະ​ເປັນ​ຈອມ​ເຈົ້າກະ​ສັດ​ທັງ​ຫລາຍ ຝ່າຍ​ບັນ​ດາ​ຄົນ​ທີ່​ຢູ່​ກັບ​ພຣະ​ອົງ ເປັນ​ຜູ້​ທີ່​ພຣະ​ອົງ​ໄດ້​ຊົງ​ເອີ້ນ​ເອົາ ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດ​ຊື່ ກໍ​ຈະ​ມີ​ຊັຍ​ດ້ວຍ​ກັນ​ກັບ​ພຣະ​ອົງ 15 ເທວະ​ດາ​ຕົນ​ນັ້ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ແມ່​ນ້ຳ​ທັງ​ຫລາຍ​ທີ່​ທ່ານ​ໄດ້​ເຫັນ​ຍິງ​ໂສ​ເພ​ນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ຊົນ​ຊາດ ມວນ​ຊົນ ປະ​ຊາ​ຊາດ ແລະ​ພາ​ສາ​ຕ່າງໆ 16 ເຂົາ​ທັງ​ສິບ​ກັບ​ສັດ​ຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຈະ​ພາ​ກັນ​ກຽດ​ຊັງ​ຍິງ​ໂສ​ເພ​ນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະ​ຫາຍ​ແລະ​ເປືອຍ​ກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສັຽ 17 ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ດົນ​ໃຈ​ເຂົາ​ໃຫ້​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ໂດຍ​ການ​ຊົງ​ເຣັດ​ໃຫ້​ເຂົາ​ມີ​ຄວາມ​ຄຶດ​ຢ່າງ​ດຽວ​ກັນ ຈຶ່ງ​ໄດ້​ມອບ​ອາ​ນາ​ຈັກ​ຂອງ​ຕົນ​ໃຫ້​ແກ່​ສັດ​ຮ້າຍ​ນັ້ນ ຈົ​ນ​ເຖິງ​ຈະ​ສຳ​ເຣັດ​ຕາມ​ພຣະ​ທັມ​ຂອງ​ພຣະ​ເຈົ້າ 18 ສ່ວນ​ຜູ້​ຍິງ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ໄດ້​ແກ່​ມະ​ຫາ​ນະ​ຄອນ ທີ່​ມີ​ອຳ​ນາດ​ເຫມືອນ​ກະ​ສັດ​ທັງ​ຫລາຍ​ທົ່ວ​ແຜ່ນດິນ​ໂລກ”

ພຣະນິມິດ 18

ນະ​ຄອນ​ບາ​ບິ​ໂລນ

1 ຫລັງ​ຈາກ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເທວະ​ດາ​ອີກ​ຕົນ​ນຶ່ງ​ກຳ​ລັງ​ລົງ​ມາ​ຈາກ​ສວັນ ມີ​ອຳ​ນາດ​ອັ​ນ​ໃຫຍ່​ຫລວງ ແລະ​ແຜ່ນ​ດິນ​ໂລກ​ໄດ້​ສວ່າງ​ຂຶ້ນ​ດ້ວຍ​ຣັສ​ມີ​ຂອງ​ຕົນ​ນັ້ນ 2 ເທວະ​ດາ​ນັ້ນ​ໄດ້​ຮ້ອງ​ປະ​ກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາ​ບິ​ໂລນ​ມະ​ຫາ​ນະ​ຄອນ​ຫລົ້ມ​ຈົມ​ແລ້ວ ຫລົ້ມ​ຈົມ​ເສັຽ​ແລ້ວ ມັນ​ກາຍ​ເປັນ​ບ່ອນ​ອາ​ໄສ​ຂອງ​ຜີ​ຮ້າຍ ເປັນ​ບ່ອນ​ລີ້​ຊ່ອນ​ຂອງ​ຜີ​ຖ່ອຍ​ຮ້າຍ​ທຸກ​ຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະ​ອາດ​ແລະ​ຫນ້າ​ກຽດ​ທຸກ​ຊະ​ນິດ 3 ເພາະ​ວ່າ​ປະ​ຊາ​ຊາດ​ທັ​ງ​ປວງ​ໄດ້​ດື່ມ​ເຫລົ້າ​ແວງ​ປຸກ​ຢ່າງ​ເຫລືອ​ເກີນ​ແຫ່ງ​ການ​ຜິດ​ຊາຍ​ຍິງ​ຂອງ​ນະ​ຄອນ​ນັ້ນ ບັນ​ດາ​ກະ​ສັດ​ແຫ່ງ​ແຜ່ນ​ດິນ​ໂລກ​ໄດ້​ລ່ວງ​ຜິດ​ຊາຍ​ຍິງ​ກັບ​ນະ​ຄອນ​ນັ້ນ ແລະ​ພໍ່​ຄ້າ​ທັງ​ຫລາຍ​ແຫ່ງ​ແຜ່ນ​ດິນ​ໂລກ​ໄດ້​ລ້ຳ​ລວຍ​ດ້ວຍ​ຊັບ​ອັນ​ຟຸ່ມ​ເຟືອຍ​ຂອງ​ນະ​ຄອນ​ນັ້ນ” 4 ແລ້ວ​ຂ້າ​ພະເຈົ້າ​ໄດ້​ຍິນ​ພຣະ​ສຸ​ຣະ​ສຽງ​ອີກ​ ປະ​ກາດ​ອອກ​ມາ​ຈາກ​ສວັນວ່າ, “ໄພ່​ພົນ​ຂອງ​ເຮົາ​ເອີຍ, ຈົ່ງ​ອ​ອກ​ມາ​ຈາກ​ນະ​ຄອນ​ນັ້ນ​ເສັຽ ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ບໍ່​ໄດ້​ເຂົ້າ​ສ່ວນ​ໃນ​ການ​ຜິດ​ບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່​ຖືກ​ໄພ​ອັນ​ຕະ​ຣາຍ​ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ 5 ເພາະ​ວ່າ​ບາບ​ຂອງ​ນະ​ຄອນ​ນັ້ນ​ກອງ​ສູງ​ຂຶ້ນ​ພຽງ​ຟ້າ​ແລ້ວ ແລະ​ພຣະ​ເຈົ້າ​ໄດ້​ຊົງ​ຈົດ​ຈຳ​ການ​ທຸ​ຈ​ຣິດ​ຂອງ​ມັນ​ໄວ້ 6 ນະ​ຄອນ​ນັ້ນ​ໄດ້​ໃຫ້​ຜົນ​ຢ່າ​ງ​ໃດ​ກໍ​ຈົ່ງ​ໃຫ້​ຜົນ​ແກ່​ມັນ​ຢ່າງ​ນັ້ນ ແລະ​ຈົ່ງ​ຕອບ​ແທນ​ແກ່​ການ​ກະ​ທຳ​ຂອງ​ມັນ​ເປັນ​ສອງ​ທໍ່ ໃນ​ຈອກທີ່​ມັນ​ໄດ້​ປະ​ສົມ​ໄວ້​ກໍ​ຈົ່ງ​ປະ​ສົມ​ລົງ​ໃນ​ຈອກ​ນັ້ນ​ສອງ​ທໍ່ 7 ນະ​ຄອນ​ນັ້ນ​ໄດ້​ອວດ​ຈອງ​ຫອງ​ແລະ​ປ່ອຍ​ຕົວ​ໄປ ຕາ​ມ​ຄວາມ​ສ​ນຸກ​ສ​ນານ​ເທົ່າ​ໃດ​ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຣັບ​ການ​ທໍ​ຣະ​ມານ​ແລະ​ຄວາມ​ໂສກ​ເສົ້າ​ຫລາຍ​ເທົ່າ​ນັ້ນ ເພາະ​ມັນ​ຄຶດ​ໃນ​ໃຈ​ວ່າ “ເຮົາ​ຢູ່​ໃນ​ຕຳ​ແຫນ່ງ​ຣາ​ຊີ​ນີ ບໍ່​ແມ່ນແມ່​ຫມ້າຍ ເຮົາ​ຈະບໍ່​ປະ​ສົບຄວາມ​ໂສກ​ເສົ້າ​ຈັກ​ເທື່ອ” 8 ເຫດ​ສັນ​ນັ້ນ​ໄພອັນ​ຕະ​ຣາຍ​ຕ່າງໆ​ຂອງ​ນະ​ຄອນ​ນັ້ນ​ຈະ​ເກີດ​ຂຶ້ນ​ໃນ​ວັນ​ດຽວ​ກັນ ຄື​ຄວາມ​ຕາຍ ຄວາມ​ໂສກ​ເສົ້າ ຄວາມ​ອຶດ​ຢາກ ແລະ​ໄຟ​ຈະ​ເຜົາ​ມັນ​ໃຫ້​ຈິບ​ຫາຍ​ເສັຽ ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ພຣະ​ເຈົ້າ​ຜູ້​ຊົງ​ພິ​ພາ​ກ​ສາ​ນະ​ຄອນ​ນັ້ນ​ຊົງ​ປະ​ກອບ​ດ້ວຍ​ພຣະ​ກຳ​ລັງ” 9 ບັນ​ດາ​ກະ​ສັດ​ແຫ່ງ​ແຜ່ນ​ດິນ​ໂລກ​ທີ່​ໄດ້​ລ່ວງ​ຜິດ​ຊາຍ​ຍິງ​ກັບ​ນະ​ຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສ​ນຸກ​ສ​ນານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນ​ໄຟ​ທີ່​ໄຫມ້​ມັນ​ກໍ​ຈະ​ຕີ​ອົກ​ຮ້ອງ​ໄຫ້ 10 ກະ​ສັດ​ເຫລົ່າ​ນັ້ນ​ຈະ​ຢືນ​ຢູ່​ຫ່າງ​ໄກ ເພາະ​ຢ້ານ​ພັຍ​ແຫ່ງ​ການ​ທີ່​ທໍ​ຣະ​ມານ​ຂອງ​ນະ​ຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິ​ບັດ ວິ​ບັດ​ແລ້ວ ບາ​ບິ​ໂລນ ມະ​ຫາ​ນະ​ຄອນ​ທີ່​ແຂງ​ແຮງ​ເອີຍ, ເຈົ້າ​ໄດ້​ຖືກ​ການ​ພິ​ພາກ​ສາ​ລົງ​ໂທດ​ເສັຽ​ ພາຍ​ໃນ​ຊົ່ວ​ໂມງ​ດຽວ​ເທົ່າ​ນັ້ນ” 11 ບັນ​ດາ​ພໍ່​ຄ້າ​ແຫ່ງ​ແຜ່ນ​ດິນ​ໂລກ​ຈະ​ຮ້ອງ​ໄຫ້​ແລະ​ໂສກ​ເສົ້າ​ເພາະ​ນະ​ຄອນ​ນັ້ນ ດ້ວຍ​ວ່າ​ບໍ່​ມີ​ໃຜ​ຈະ​ຊື້ສິນ​ຄ້າ​ທີ່​ເຂົາ​ບັນ​ທຸກ​ມາ​ນັ້ນ 12 ສິນ​ຄ້າ​ເຫລົ່າ​ນັ້ນ​ຄື​ຄໍາ ເງິນ ເພັດ​ພອຍ​ຕ່າງໆ ໄຂ່​ມຸກ ຜ້າ​ປ່ານ​ເນື້ອ​ລະ​ອຽດ ຜ້າສີ​ມ່ວງ​ອ່ອນ ຜ້າ​ໄຫມ ຜ້າ​ສີ​ແດງ​ເຂັ້ມ ໄມ້​ຫອມ​ທຸກ​ຊະ​ນິດ ເຄື່ອງ​ໃຊ້​ທຸກ​ຊະ​ນິດ​ທີ່​ເຮັດ​ດ້ວຍ​ງາ ດ້ວຍ​ໄມ້​ອັນມີ​ຄ່າ ດ້ວຍ​ທອງ​ເຫລືອງ ດ້ວຍ​ເຫລັກ ແລະ​ດ້ວຍ​ຫີນ​ລາຍ 13 ແຄ ເຄື່ອງ​ຫອມ ກຳ​ຍານ ນ້ຳ​ມັນ​ຫອມ ເຄື່ອງ​ຫອມ​ເຜົາບູ​ຊາ ເຫລົ້າ​ແວງ ນ້ຳ​ມັນ ເຂົ້າ​ແປ້ງ​ລະ​ອຽດ ເຂົ້າ​ບ​ເລ ງົວ ແກະ ມ້າ ຣົດ ຂ້ອຍ​ຂ້າ ແລະ​ຊີ​ວິດ​ຈິດ​ໃຈ​ມະ​ນຸດ 14 “ຜົນ​ຊຶ່ງ​ຈິດ​ໃຈ​ຂອງ​ເຈົ້າ​ປາ​ຖ​ນາຢາກ​ໄດ້​ນັ້ນ ກໍ​ລ່ວງ​ພົ້ນ​ໄປ​ຈາກ​ເຈົ້າ​ແລ້ວ ສິ່ງ​ສາ​ຣະ​ພັດ​ອັນ​ປາ​ນີດ​ວິເສດ​ແລະ​ງົດ​ງາມ​ເຫລື້ອມ​ໃສ ກໍ​ສູນ​ເສັຽ​ໄປ​ຈາກ​ເຈົ້າ​ແລ້ວ ເຈົ້າ​ຈະ​ບໍ່​ໄດ້​ພົບ​ສິ່ງ​ເຫລົ່າ​ນີ້​ອີກ​ຈັກ​ເທື່ອ” 15 ບັນ​ດາ​ພໍ່​ຄ້າ​ທີ່​ຂາຍ​ສິ່ງ​ຂອງ​ເຫລົ່າ​ນີ້ ຈົນ​ເປັນ​ຄົນ​ຮັ່ງ​ມີ​ເພາະ​ນະ​ຄອນ​ນັ້ນ ຈະ​ຢືນ​ຢູ່​ຫ່າງ​ໄກ ເພາະ​ຢ້ານ​ພັຍ​ແຫ່ງ​ການ​ທໍ​ຣະ​ມານ​ຂອ​ງມັນ ເຂົາ​ຈະ​ຮ້ອງ​ໄຫ້​ແລະ​ໂສກ​ເສົ້າ​ດ້ວຍ​ສຽງ​ດັງ 16 ວ່າ, “ວິບັດ ວິ​ບັດ​ແລ້ວ ມະ​ຫາ​ນະ​ຄອນ​ນັ້ນ ທີ່​ເຄີຍ​ນຸ່ງ​ຫົ່ມ​ຜ້າ​ປ່ານ​ເນື້ອ​ລະ​ອຽດ ຜ້າ​ສີ​ມ່ວງ​ອ່ອນ ຜ້າ​ສີ​ແດງ​ເຂັ້ມ ທີ່​ເຄີຍ​ປະ​ດັບ​ຕົວ​ດ້ວຍ​ຄຳ ດ້ວຍ​ເພັດ​ພອຍ​ຕ່າງໆ​ແລະ​ໄຂ່​ມຸກ​ນັ້ນ 17 ພຽງ​ແຕ່​ໃນ​ຊົ່ວ​ໂມງ​ດຽວ ຊັບ​ສົມ​ບັດ​ເຫລົ່າ​ນັ້ນ​ໄດ້​ຖືກ​ຊົງ​ທຳ​ລາຍ​ເສັຽ​ໄປ​ຫມົດ” ນາຍ​ສະ​ເພົາ​ທຸກ​ຄົນ ແລະ​ຄົນ​ໂດຍ​ສານ ບັນ​ດາ​ລູກ​ເຮືອ​ແລະ​ຄົນ​ທັງ​ປວງ​ທີ່​ມີ​ອາ​ຊີບ​ທາງ​ທະ​ເລກໍ​ຢືນ​ຫ່າງ​ໄກ 18 ເມື່ອ​ຄົນ​ເຫລົ່າ​ນັ້ນ​ໄດ້​ເຫັນ​ຄວັນ​ໄຟ​ທີ່​ໄຫມ້​ນະ​ຄອນ​ນັ້ນ​ກໍ​ຮ້ອງວ່າ, “ນະ​ຄອນ​ໃດ​ຫນໍ ຈະ​ເປັນ​ເຫມືອນມະ​ຫານະ​ຄອນ​ນີ້” 19 ເຂົາ​ໄດ້​ເອົາ​ຂີ້​ຝຸ່ນ​ດິນ​ໃສ່​ຫົວ​ຂອງ​ຕົນ ພ້ອມ​ຮ້ອງ​ໄຫ້​ແລະ​ໂສກ​ເສົ້າ​ເອີຍ​ຂຶ້ນ​ວ່າ, “ວິບັດ ວິ​ບັດ​ແລ້ວ ມະ​ຫາ​ນະ​ຄອນ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄົນ​ທັງ​ປວງ​ທີ່​ມີ​ສະ​ເພົາ​ເດີນ​ທະ​ເລ​ ເປັນ​ຄົນ​ຮັ່ງ​ມີ​ດ້ວຍ​ຊັບ​ສົມ​ບັດ​ຂອ​ງ​ມັນ ພາຍ​ໃນ​ຊົ່ວ​ໂມງ​ດຽວ​ກໍ​ຖືກ​ຊົງ​ທຳ​ລາຍ​ເສັຽ​ໄປ​ຫມົດ” 20 “ໂອ ຟ້າ​ສວັນ​ແລະ​ບັນ​ດາ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໂອ ອັ​ຄ​ສາ​ວົກ​ແລະ​ຜູ້​ປະ​ກາດ​ພຣະ​ທັມ​ທັງ​ຫລາຍ​ເອີຍ, ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ເພາະ​ນະ​ຄອນ​ນັ້ນ ດ້ວຍ​ວ່າ​ພຣະ​ເຈົ້າ​ໄດ້​ຊົງ​ພິ​ພາກ​ສາ​ລົງ​ໂທດ​ນະ​ຄອນ​ນັ້ນ ເພື່ອເປັນ​ການ​ແກ້​ແຄ້ນ​ໃຫ້​ທ່ານ​ທັງ​ຫລາຍ​ແລ້ວ” 21 ແລ້ວ​ມີ​ເທວະ​ດາ​ຜູ້​ມີ​ຣິດ​ຕົນ​ນຶ່ງ ໄດ້​ຍົກ​ຫີນ​ກ້ອນ​ນຶ່ງ​ເຫມືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະ​ເລ​ກ່າວ​ວ່າ, “ບາ​ບິ​ໂລນ​ມະ​ຫາ​ນະ​ຄອນ​ນັ້ນ​ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນ​ແຮງ​ຢ່າງ​ນີ້​ແຫລະ ແລ້ວ​ຈະ​ບໍ່​ມີ​ໃຜ​ເຫັນ​ມັນ​ຕໍ່​ໄປ​ອີກ​ຈັກ​ເທື່ອ 22 ສຽງ​ນັກ​ດີດ​ພິນ ນັກ​ເສບ ນັກ​ເປົ່າ​ຂຸ່ຍ ແລະ​ເປົ່າ​ແກ ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ຕໍ່​ໄປ​ອີກ ຈະບໍ່​ພົບ​ຄົນ​ທີ່​ມີ​ວິ​ຊາ​ຊ່າງ​ຢ່າງ​ໃດ​ຈັກ​ຄົນ​ໃນ​ເຈົ້າ​ຕໍ່​ໄປ​ອີກ ແລະ​ສຽງ​ໂມ້​ແປ້ງ​ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ຕໍ່​ໄປ​ອີກ​ຈັກເທື່ອ 23 ຈະ​ບໍ່​ມີ​ແສງ​ໂຄມ​ສ່ອງ​ສວ່າງໃນ​ເຈົ້າ​ຕໍ່​ໄປ​ອີກ ຈະ​ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ເຈົ້າ​ບ່າວ​ເຈົ້າ​ສາວ​ໃນ​ເຈົ້າ​ຕໍ່​ໄປ​ຈັກ​ເທື່ອ ເພາະ​ວ່າ​ບັນ​ດາ​ພໍ່​ຄ້າ​ຂອງ​ເຈົ້າ​ໄດ້​ເປັນ​ເຈົ້າ​ນາຍ​ແຫ່ງ​ແຜ່​ນດິນ​ໂລກ ແລະ​ບັນ​ດາ​ປະ​ຊາ​ຊາດ​ໄດ້​ຖືກ​ຫລອກ​ລວງ​ດ້ວຍ​ເວດ​ມົນ​ຄາ​ຖາ​ຂອງ​ເຈົ້າ 24 ໃນ​ນະ​ຄອນ​ນັ້ນ​ເຂົາ​ໄດ້​ພົບ​ເລືອດ​ຂອງ​ຜູ້​ປະ​ກາດ​ພຣະ​ທັມ ແລະຂອງ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ກັບ​ເລືອດ​ຂອງ​ບັນ​ດາ​ຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນ​ດິນ​ໂລກ​ນັ້ນ”

ພຣະນິມິດ 1​​​9

1 ຫລັງ​ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເຫມືອນ​ສຽງ​ດັງ​ຂອງ​ຝູງ​ຄົນ​ຈຳ​ນວນ​ຫລາຍ​ໄວ​ສວັນ ກຳ​ລັງ​ຮ້ອງວ່າ, “ອາ​ເລ​ລູ​ຢາ ຄວາມ​ພົ້ນ ສະ​ງ່າ​ຣາ​ສີ ແລະ​ຣິດ​ເດດ ກໍ​ເປັນ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ 2 ເພາະ​ວ່າ​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ທ່ຽງ​ຈິງ​ແລະ​ຍຸດ​ຕິ​ທັມ ພຣະ​ອົງ​ໄດ້​ຊົງ​ພິ​ພາກ​ສາ​ລົງ​ໂທດ​ຍິງ​ໂສ​ເພ​ນີ​ຄົນ​ສຳ​ຄັນ​ນັ້ນ ທີ່​ໄດ້​ເຮັດ​ໃຫ້​ແຜ່​ນດິນ​ໂລກ​ຊົ່ວ​ຮ້າຍ​ໄປ​ດ້ວ​ຍການ​ລ່ວງ​ຜິດ​ຊາຍ​ຍິງ​ຂອງ​ຕົ​ນ ເພື່ອ​ເປັນ​ການ​ແກ້​ແຄ້ນ​ຍິງ​ນັ້ນ​ຍ້ອນ​ເລືອດ​ບັນ​ດາ​ຂ້ອຍ​ໃຊ້​ຂອງ​ພຣະ​ອົງ” 3 ຄົນ​ເຫລົ່າ​ນັ້ນ​ຮ້ອງ​ຂຶ້ນ​ເປັນ​ເທື່ອ​ທີ່​ສອງວ່າ, “ອາ​ເລ​ລູ​ຢາ ຄວັນ​ໄຟ​ທີ່​ໄຫມ້​ນະ​ຄອນ​ນັ້ນ​ກໍ​ພຸ່ງ​ຂຶ້ນ​ຕລອດ​ໄປ​ເປັນ​ນິດ” 4 ແລະ​ພວກ​ຜູ້​ອະ​ວຸ​ໂສ​ທັງ​ຊາວ​ສີ່​ທ່ານ​ກັບ​ສັດ​ທັງ​ສີ່​ນັ້ນ ກໍ​ໄດ້​ຂາບ​ລົງ​ນະ​ມັ​ສ​ການ​ພຣະ​ເຈົ້າ ຜູ້​ຊົງ​ປະ​ທັບ​ເທິງ​ພຣະ​ຣາ​ຊ​ບັນ​ລັງ​ນັ້ນ ແລະ​ຮ້ອງ​ຂຶ້ນ​ວ່າ, “ອາ​ແມນ ອາ​ເລລູຢາ” 5 ແລະ​ມີ​ສຽງ​ດັງ​ອອກ​ມາ​ຈາກ​ພຣະ​ຣາ​ຊ​ບັນ​ລັງ​ວ່າ, “ເຈົ້າ​ທັງ​ຫລາຍ ຜູ້​ເປັນ​ຂ້ອຍ​ຂ້າ​ຂອງ​ພຣະ​ອົງ ທີ່​ຢຳ​ເກງ​ພຣະ​ອົງ ທັງ​ຜູ້​ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງຖວາຍ​ສັຣ​ເສີນ​ແດ່​ພຣະ​ເຈົ້າ​ຂອ​ງ​ເຮົາ​ທັງ​ຫລາຍ”

ງານ​ລ້ຽງ​ມຸງ​ຄຸນ​ສົມ​ຣົດ​ຂອງ​ພຣະ​ເມ​ສາ​ນ້ອຍ

6 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເຫມືອນ​ສຽງ​ຄົນ​ຈຳ​ນວນ​ຫລວງ​ຫລາຍ ເຫມືອນ​ສຽງ​ນ້ຳ​ຫລາຍ ແລະ​ເຫມືອນ​ສຽງ​ຟ້າ​ຮ້ອງ​ສຽງ​ແຮງ​ກ້າ​ວ່າ, “ອາ​ເລ​ລູ​ຢາ ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ພວກ​ເຮົາ ຜູ້​ຊົງ​ຣິດ​ທາ​ນຸພາບ​ອັນ​ສູງ​ສຸດ ໄດ້​ຊົງ​ຂຶ້ນ​ສ​ເວີຍ​ຣາ​ຊ​ແລ້ວ 7 ໃຫ້​ເຮົາ​ທັງ​ຫລາຍ​ຊົມ​ຊື່ນ​ຍິນ​ດີ​ແລະ​ປິ​ຕິ​ຍິນ​ດີ ພາ​ກັນ​ຖວາຍ​ພຣະ​ກຽດ​ແດ່​ພຣະ​ອົງ ເພາະ​ເຖິງ​ເວ​ລາ​ມຸງ​ຄຸນ​ສົມ​ຣົດ​ຂອງ​ພຣະ​ເມ​ສາ​ນ້ອຍ​ແລ້ວ ແລະ​ເຈົ້າ​ສາວ​ຂອງ​ພຣະ​ອົງ​ໄດ້​ຕຽມ​ພ້ອມ​ແລ້ວ 8 ແລະ​ຊົງ​ໂຜດ​ໃຫ້​ເຈົ້າ​ສາວນັ້ນ ນຸ່ງ​ຫົ່ມ​ຜ້າ​ປ່ານ​ເນື້ອ​ລະ​ອຽດ​ເສາະ​ໃສ​ແລະ​ບໍ​ຣິ​ສຸດ” (ເພາະ​ຜ້າ​ປ່ານ​ເນື້ອ​ດີ​ນັ້ນ ໄດ້​ແກ່​ການ​ປະ​ຕິບັດ​ອັນ​ຊອບ​ທັມ​ແຫ່ງ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​) 9 ເທວະ​ດາ​ຕົນ​ນັ້ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ຄວາມ​ສຸກ​ມີ​ແກ່​ຄົນ​ທັງ​ຫລາຍ​ທີ່​ໄດ້​ຮັບ​ເຊີນ​ມາ​ໃນ​ງານ​ລ້ຽງ​ມຸງ​ຄຸນ​ສົມ​ຣົດ​ຂອງ​ພຣະ​ເມ​ສາ​ນ້ອຍ​ນັ້ນ” ແລະ​ທ່ານ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຖ້ອຍ​ຄຳ​ເຫລົ່າ​ນີ້​ເປັນ​ພຣະ​ທັມ​ທ່ຽງ​ແທ້​ຂອງ​ພຣະ​ເຈົ້າ” 10 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ແທບ​ຕີນ​ເທວະ​ດາ​ນັ້ນ​ເພື່ອ​ຈະ​ຂາບ​ໄຫວ້​ທ່ານ ແຕ່​ທ່ານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ລະ​ວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຂ້ອຍ​ໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່​ນ້ອງ​ຂອງ​ທ່ານ​ທີ່​ຍຶດ​ຖື​ຄຳ​ພຍານ​ຝ່າຍ​ພຣະ​ເຢ​ຊູ ຈົ່ງ​ນະ​ມັ​ສ​ການ​ພຣະ​ເຈົ້າ” ເພາະ​ວ່າ​ເນື້ອ​ຄວາມ​ຂອງ​ການ​ປະ​ກາດພຣະ​ທັມ​ກໍ​ເປັນ​ຄຳ​ພຍານ​ຝ່າຍ ພຣະ​ເຢ​ຊູ

ຜູ້ປະທັບເທິງຫລັງມ້າຂາວ

11 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສວັນ​ໄຂ​ອອກ ແລະ​ດັ່ງ​ນີ້ ມີ​ມ້າ​ຂາວ​ໂຕ​ນຶ່ງ ພຣະ​ອົງ​ຜູ້​ປະ​ທັບ​ເທິງ​ຫລັງ​ມ້າ​ນັ້ນ​ຊົງ​ພຣະ​ນາມ​ວ່າ “ສັດ​ຊື່” ແລະ “​ທ່ຽງ​ແທ້” ພຣະ​ອົງ​ຊົງ​ພິ​ພາກ​ສາ​ແລະ​ທຳ​ເສິກ​ດ້ວຍ​ຄວາມ​ຍຸດ​ຕິ​ທັມ 12 ພຣະ​ເນ​ດ​ຂອງ​ພຣະ​ອົງ​ເຫມືອນ​ແປວ​ໄຟ ເທິງ​ພຣະ​ສຽນ​ຂອງ​ພຣະ​ອົງ​ມີ​ມົງ​ກຸດ​ຫລາຍ​ອັນ ພຣະ​ອົງ​ຊົງ​ມີ​ພຣະ​ນາມ​ຈາ​ຣຶກ​ໄວ້ ຊຶ່ງ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ເວັ້ນ​ໄວ້​ແຕ່​ພຣະ​ອົງ​ເອງ 13 ເສື້ອ​ຄຸມ​ທີ່​ພຣະ​ອົງ​ຊົງ​ພື​ນັ້ນ​ກໍ​ຈຸ່ມ​ແລ້ວ​ໃນ​ເລືອດ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ເອີ້ນ​ວ່າ “ພຣະ​ທັມ​ຂອງ​ພຣະ​ເຈົ້າ” 14 ຝູງກອງ​ທັບ​ໃນ​ສວັນ​ນຸ່ງ​ຫົ່ມ​ຜ້າ​ປ່ານ​ເນື້ອ​ລະ​ອຽດ​ຂາວ​ບໍ​ຣິ​ສຸດ ຂີ່​ມ້າ​ຂາວ​ແຫ່​ຕາມສະ​ເດັດ​ໄປ 15 ມີ​ພຣະ​ແສງດວງ​ຄົມ​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ ເພື່ອ​ພຣະ​ອົງ​ຈະ​ຊົງ​ຟັນ​ບັນ​ດາ​ປະ​ຊາ​ຊາດ​ດ້ວຍ​ພຣະ​ແສງ​ນັ້ນ ພຣະ​ອົງ​ນີ້​ແຫລະ, ຈະ​ຊົງ​ຄຸ້ມ​ຄອງ​ເຂົາ​ດ້ວຍ​ຄ້ອນ​ເຫລັກ ພຣະ​ອົງ​ຈະ​ຊົງ​ຢຽບ​ຂຸມ​ຢຽບ​ຫມາກ​ອະ​ງຸ່ນ​ແຫ່ງ​ພຣະ​ພິ​ໂຣດ​ອັນ​ແຮງ​ກ້າ​ຂອງ​ພຣະ​ເຈົ້າ ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ 16 ພຣະ​ອົງ​ຊົງ​ມີ​ພຣະ​ນາມ​ຈາ​ຣຶກ​ໄວ້​ທີ່​ເຄື່ອງ​ທົງ ແລະ​ທີ່​ພຣະ​ອຸ​ຣະ​ຂອງ​ພຣະ​ອົງ​ວ່າ, “ຈອມ​ເຈົ້າ​ກະ​ສັດ” ແລະ “ຈອມ​ເຈົ້າ​ນາຍ” 17 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເທວະ​ດາ​ຕົນ​ນຶ່ງ​ຢືນ​ຢູ່​ໃນ​ດວງ​ອາ​ທິດ ທ່ານ​ປະ​ກາດ​ດ້ວຍ​ສຽງ​ດັງ​ແກ່​ນົກ​ທັງ​ປວງ​ທີ່​ບິນ​ໄປ​ມາ​ໃນ​ທ້ອງ​ຟ້າ​ວ່າ, “ຈົ່ງ​ມາ​ໂຮມ​ກັນ​ສຳ​ລັບ​ການ​ກິນ​ລ້ຽງ​ອັນ​ໃຫຍ່​ຂອງ​ພຣະ​ເຈົ້າ 18 ເພື່ອ​ຈະ​ໄດ້​ກິນ​ຊີ້ນ​ກະ​ສັດ ຊີ້ນ​ນາຍ​ທະ​ຫານ ຊີ້ນ​ຊາຍ​ສະ​ກັນ ຊີ້ນ​ມ້າ​ແລະ​ຊີ​ໜ​ຄົນ​ຂີ່​ມ້າ​ນັ້ນ ແລະ​ຊີ້ນ​ປະ​ຊາ​ຊົນ ທັງ​ເສ​ຣີ​ແລະ​ຂ້ອຍ​ຂ້ ທັງ​ຜູ້​ນ້ອຍ​ແລະ​ຜູ້​ໃຫຍ່” 19 ແລະ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສັດ​ຮ້າຍ​ແລະ​ກະ​ສັດ​ທັງ​ຫລາຍ​ຂອງ​ແຜ່ນ​ດິນ​ໂລກ ພ້ອມ​ທັງ​ກອງ​ທັບ​ຂອງ​ກະ​ສັດ​ເຫລົ່າ​ນັ້ນ​ມາ​ໂຮມ​ກັນ ເພື່ອ​ຮົບ​ເສິກ​ຕໍ່​ສູ້​ພຣະ​ອົງ​ຜູ້​ປະ​ທັບ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ຕໍ່​ສູ້ກອງ​ທັບ​ຂອງ​ພຣະ​ອົງ 20 ສັດ​ຮ້າຍ​ນັ້ນ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍຄົນ​ທີ່ປອມ​ຕົວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ ທີ່​ໄດ້​ເຮັດ​ຫມາຍ​ສຳ​ຄັນ​ຕໍ່​ຫນ້າ​ສັດ​ຮ້າຍ​ນັ້ນ ແລະ​ໃຊ້​ຫມາຍ​ສຳ​ຄັນ​ນັ້ນ​ຫລອກ​ລວງ​ຄົນ​ທັງ​ຫລາຍ​ທີ່​ຮັບ​ເຄື່ອງ​ຫມາຍ​ຂອງ​ສັດ​ຮ້າຍ​ແລະ​ບູ​ຊາ​ຮູບ​ຂອ​ງມັນ ເຂົາ​ທັງ​ສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ​ໃນ​ບຶງ​ໄຟ​ທີ່​ໄຫມ້​ຢູ່​ດ້ວຍ​ມາດ 21 ສ່ວນ​ຄົນ​ທີ່​ຍັງ​ເຫ​ລືອ​ຢູ່​ນັ້ນ ໄດ້​ຖືກ​ຂ້າ​ດ້ວຍ​ພຣະ​ແສງ​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ ຜູ້​ຊົງ​ປະ​ທັບ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ນົກ​ທັງ​ປວງ​ກໍ​ກິນ​ຊີ້ນ​ຂອງ​ຄົນ​ເຫລົ່າ​ນັ້ນ​ຈົນ​ອີ່ມ

ພຣະນິມິດ 20

ລະ​ຫວ່າງ​ພັນ​ປີ

1 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເທວະ​ດາ​ຕົນ​ນຶ່ງ​ລົງ​ມາ​ຈາກ​ສວັນ ທ່ານ​ຖື​ຂໍ​ກະ​ແຈ​ຂອງ​ເຫວ​ເລິກ ແລະ​ຖື​ໂສ້​ເສັ້ນ​ໃຫຍ່ 2 ທ່ານ​ໄດ້​ຈັບ​ພ​ຍາ​ນາກ​ຊຶ່ງ​ເປັນ​ງູ​ແຕ່​ດຶກ​ດຳ​ບັນ ຄື​ພ​ຍາ​ນາກ​ແລະ​ຊາ​ຕານ ແລະ​ໄດ້​ຜູ​ກມັດ​ມັນ​ໄວ້​ລະ​ຫວ່າງ​ພັນ​ປີ 3 ແລ້ວ​ຖິ້ມມັນ​ລົງ​ໃນ​ເຫວ​ເລິກ ແລະ​ລັ່ນ​ກະ​ແຈ​ທັງ​ຕີ​ຕາ​ປະ​ທັບ​ໃສ່ ເພື່ອ​ບໍ່​ໃຫ້​ມັນ​ຫລອກ​ລວງ​ບັນ​ດາ​ປະ​ຊາ​ຊາດ​ອີກ​ຕໍ່​ໄປ ຈົນ​ກ່​ວາ​ພັນ​ປີ​ນັ້ນ​ລ່ວງ​ໄປ​ແລ້ວ ພາຍ​ຫລັງ​ນັ້ນ​ຈຳ​ເປັນ​ຕ້ອງ​ປ່ອຍ​ມັນ​ອອກ​ໄປ​ຊົ່ວ​ຄາວ 4 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ບັນ​ລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິ​ງບັນ​ລັງ​ນັ້ນ​ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະ​ຣາ​ຊ​ທານ​ອຳ​ນາດ​ພິ​ພາກ​ສາ ແລະ​ຂ້າ​ພະ​ເຈົ້າ​ຍັງ​ໄດ້​ເຫັນ​ດວງວິນ​ຍານ​ຂອງ​ຄົນ​ທັງ​ປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພຍານ​ຝ່າຍ​ພຣະ​ເຢ​ຊູ ແລະ​ເພາະ​ພຣະ​ທັມ​ຂອງ​ພຣະ​ເຈົ້າ​ຄື​ຜູ້​ທີ່​ບໍ່ໄດ້​ບູ​ຊາ​ສັດ​ຮ້າຍ​ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງ​ຫມາຍ​ຂອງ​ມັນ​ຕິດໄວ້​ທີ່​ຫນ້າ​ຜາກ​ຫລື​ມື​ຂອງ​ຕົນ ຄົນເຫລົ່າ​ນັ້ນ​ກັບ​ຄືນ​ມີ​ຊີ​ວິດ​ໃຫມ່ ແລະ​ໄດ້​ຄຸ້ມ​ຄອງ​ຮ່ວມ​ກັບ​ພຣະ​ຄຣິດ​ໃນ​ລະ​ຫວ່າງ​ພັນ​ປີ 5 (ນອກ​ຈາກ​ຄົນ​ເຫລົ່າ​ນີ້​ຄົນ​ອື່ນໆ​ທີ່​ຕາຍ​ແລ້ວ​ບໍ່​ໄດ້​ກັບ​ຄືນ​ມີ​ຊີ​ວິດ​ອີກ ຈົນ​ກວ່າ​ພັນ​ປີ​ນັ້ນ​ລ່ວງ​ໄປ​ແລ້ວ) ນີ້​ແຫລະ, ຄືການ​ຄືນ​ມາ​ຈາກ​ຕາຍ​ຄັ້ງ​ແຣກ 6 ຜູ້​ໃດ​ທີ່​ມີ​ສ່ວນໃນ​ການ​ຄືນ​ມາ​ຈາກ​ຕາຍ​ຄັ້ງ​ແຣກ ຜູ້​ນັ້ນ​ແຫລະ, ກໍ​ເປັນ​ສຸກ​ແລະ​ບໍ​ຣິ​ສຸດ ຄວາມ​ຕາຍ​ຄັ້ງ​ທີ່​ສອງ​ຈະ​ບໍ່​ມີ​ອຳ​ນາດ​ເຫມືອນ​ຄົນ​ເຫລົ່າ​ນັ້ນ ແຕ່​ເຂົາ​ຈະ​ໄດ້​ເປັນ​ປະ​ໂຣ​ຫິດ​ຂອ​ງ​ພຣະ​ເຈົ້າ​ແລະ​ຂອງ​ພຣະ​ຄຣິດ ທັງ​ຈະ​ຄຸ້ມ​ຄອງ​ຮ່ວມ​ກັບ​ພຣະ​ອົງ​ໃນ​ລະ​ຫວ່າງ​ພັນ​ປີ 7 ເມື່ອ​ພັນ​ປີ​ນັ້ນ​ລ່ວງ​ໄປ​ແລ້ວ ຊາ​ຕານ​ຈະ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ​ບ່ອນ​ຂັງ​ມັນ​ໄວ້ 8 ມັນ​ຈະ​ອອກ​ໄປ​ຫລອກ​ລວງ​ບັນ​ດາ​ປະ​ຊາ​ຊາດ ທີ່​ຢູ່​ໃນ​ທິດ​ທັງ​ສີ່​ຂອງ​ແຜ່ນ​ດິນ​ໂລກ ຄື ໂຄກ ແລະ​ມາ​ໂຄກ ໃຫ້​ມາ​ໂຮມ​ກັນ​ເພື່ອ​ການ​ຮົບ​ເສິກ ຈຳ​ນວນ​ຄົນ​ຫລົ່າ​ນັ້ນ​ຫລາຍ​ເຫມືອນ​ເມັດ​ຊາຍ​ທີ່​ທະ​ເລ 9 ເຂົາ​ໄດ້​ຍົກ​ທັບ​ອອກ​ໄປ​ທົ່ວ​ຫນ້າ​ແຜ່ນ​ດິນ ແລ້ວ​ອ້ອມ​ຄ້າຍ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ກັບ​ນະ​ຄອນ​ທີ່​ພຣະ​ອົງ​ຊົງ​ຮັກ​ນັ້ນ ແຕ່​ໄຟ​ໄດ້​ຕົກ​ລົງ​ມາ​ຈາກ​ສວັນ​ລ້າງ​ຜານ​ຄົນ​ເຫລົ່າ​ນັ້ນ​ເສັຽ 10 ສ່ວນ​ພ​ຍາ​ມານ​ທີ່​ຫລອກ​ລວງ​ຄົນ​ເ​ຫລົ່າ​ນັ້ນ ກໍ​ຖືກ​ຖິ້ມ​ລົງ​ໃນບຶງ​ໄຟ​ປົນ​ກັບ​ມາດ ຄື​ບ່ອນ​ທີ່​ສັດ​ຮ້າຍ​ແລະ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ​ຢູ່​ໃນ​ນັ້ນ ເຂົາ​ຈະ​ຕ້ອງ​ທົນ​ທຸກ​ທໍ​ຣະ​ມານ​ທັງ​ກາງ​ເວັນ​ແລະ​ກາງ​ຄືນ​ຕລອດ​ໄປ​ເປັນ​ນິດ

ພຣະ​ຣາ​ຊ​ບັນ​ລັງ​ອັນ​ໃຫຍ່​ສີ​ຂາວ​ແລະ​ການ​ຊົງ​ພິ​ພາກ​ສາ

11 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຣາ​ຊ​ບັນ​ລັງ​ໃຫຍ່​ສີ​ຂາວ ແລະ​ເຫັນ​ພຣະ​ອົງ​ຜູ້​ຊົງ​ປະ​ທັບ​ເທິງ​ບັນ​ລັງ​ນັ້ນ ​ເມື່ອ​ພຣະ​ອົງ​ຊົງ​ປາ​ກົດ​ແຜ່ນ​ດິນ​ໂລກ​ແລະ​ທ້ອງ​ຟ້າ​ກໍ​ຜ່າຍຫນີ ແລະ​ບ່ອນ​ຢູ່​ສຳ​ລັບ​ແຜ່ນ​ດິນ​ໂລກ​ແລະ​ທ້ອງ​ຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ 12 ຂ້າ​ພະເຈົ້າ​ໄດ້​ເຫັນ​ບັນ​ດາ​ຜູ້​ທີ່​ຕາຍ​ແລ້ວ ທັງ​ຜູ້​ໃຫຍ່​ແລະ​ຜູ້​ນ້ອຍ ຢືນ​ຢູ່​ຕໍ່​ຫນ້າ​ພຣະ​ຣາ​ຊ​ບັນ​ລັງ​ນັ້ນ ແລະ​ຫນັງ​ສື​ຕ່າງໆ​ກໍ​ໄຂ​ອອກ ມີ​ຫນັງ​ສື​ອີກ​ເຫລັ້ມ​ນຶ່ງ​ກໍ​ໄຂ​ອອກ ຄື​ທະ​ບຽນ​ແຫ່ງ​ຊີ​ວິດ ແລະ​ຄົນ​ທັງ​ຫລາຍ​ທີ່​ຕາຍ​ແລ້ວ​ກໍ​ຖືກ​ຊົງ​ພິ​ພາກ​ສາ ຕາມ​ການ​ປະ​ຕິ​ບັດ​ຂອງ​ເຂົາ​ທີ່​ຂຽນ​ໄວ້​ໃນ​ຫນັງ​ສື​ເຫລົ່າ​ນັ້ນ 13 ທະ​ເລ​ສົ່ງ​ຄົນ​ທັງ​ຫລາຍ​ທີ່​ຕາຍ​ໃນ​ທະ​ເລ​ຄືນ ຄວາມ​ຕາຍ​ແລະ​ແດນ​ມໍ​ຣະ​ນາ​ກໍ​ສົ່ງ​ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ແດນ​ນັ້ນ​ຄືນ ເຂົາ​ທັງປວງ​ກໍ​ຖືກ​ຊົງ​ພິ​ພາກ​ສາ​ຕາມ​ການ​ປະ​ຕິ​ບັດ​ຂອງ​ຕົນ​ທຸກ​ຄົນ 14 ຄວາມ​ຕາຍ​ແລະ​ແດນ​ມໍ​ຣະ​ນາ​ກໍ​ຖືກ​ຖິ້ມ​ລົງ​ໃນ​ບຶງ​ໄຟ ບຶງ​ໄຟ​ນີ້​ແຫລະ, ເປັນ​ຄວາມ​ຕາຍ​ຄັ້ງ​ທີ່​ສອງ 15 ຖ້າຜູ້​ໃດ​ບໍ່​ມີ​ຊື່​ຈົດ​ໄວ້​ໃນ​ທະ​ບຽນ​ແຫ່ງ​ຊີ​ວິດ ຜູ້​ນັ້ນ​ກໍ​ຖືກ​ຖິ້ມ​ລົງ​ໃນ​ບຶງ​ໄຟ

ພຣະນິມິດ 21

ທ້ອງ​ຟ້າ​ແລະ​ແຜ່ນ​ດິນ​ໂລກ​ໃຫມ່

1 ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທ້ອງ​ຟ້າ​ໃຫມ່​ແລະ​ແຜ່ນ​ດິນ​ໂລ​ກ​ໃຫມ່ ເພາະ​ວ່າ​ທ້ອງ​ຟ້າ​ເດີມ​ແລະ​ແຜ່ນ​ດິນ​ເດີມ​ນັ້ນ​ໄດ້​ລ່ວງ​ໄປ​ແລ້ວ ແລະ​ທະ​ເລ​ກໍ​ບໍ່​ມີ​ເຫມືອນ​ກັນ 2 ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນະ​ຄອນ​ສັກ​ສິດ ຄື​ກຸງ​ເຢ​ຣູ​ຊາ​ເລັມ​ໃຫມ່ ກຳ​ລັງ​ລົງ​ມາ​ຈາກ​ສວັນ​ແລະ​ຈາກ​ພຣະ​ເຈົ້າ ນະ​ຄອນ​ນີ້​ໄດ້​ຈັດ​ຕຽມ​ໄວ້​ແລ້ວ​ເຫມືອນ​ຢ່າງ​ເຈົ້າ​ສາວ​ແຕ່ງ​ຕົວ​ໄວ້​ສຳ​ລັບ​ເຈົ້າ​ບ່າວ 3 ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ພຣະ​ຣາ​ຊ​ບັນ​ລັງວ່າ, “ເບິ່ງ​ແມ໋, ທີ່​ສະ​ຖິດ​ຂອງ​ພຣະ​ເຈົ້າ​ກໍ​ຢູ່ກັບ​ມະ​ນຸດ​ແລ້ວ ພຣະ​ອົງ​ຈະ​ຊົງ​ສະ​ຖິດ​ຢູ່​ກັບ​ເຂົາ ເຂົາ​ພວກ​ນັ້ນ​ແຫລະ, ຈະ​ເປັນ​ໄພ່​ພົນ​ຂອງ​ພຣະ​ອົງ ແລະ​ພຣະ​ເຈົ້າ​ເອງ​ຈະ​ປະ​ທັບ​ຢູ່​ກັບ​ເຂົາ 4 ພຣະ​ເຈົ້າ​ຈະ​ຊົງ​ເຊັດ​ນ້ຳ​ຕາ​ທຸກໆ​ຢົດ​ຈາກ​ຕາ​ຂອງ​ເຂົາ ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ຄວາມ​ໂສກ​ເສົ້າ ການ​ຮ້ອງ​ໄຫ້ ແລະ​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ເພາະ​ວ່າ​ສິ່ງ​ທີ່​ມີ​ຢູ່​ຄາວ​ກ່ອນ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ 5 ພຣະ​ອົງ​ຜູ້​ຊົງ​ປະ​ທັບ​ເທິງ​ພຣະ​ຣາ​ຊ​ບັນ​ລັງ​ໄດ້​ຊົງ​ກ່າວ​ວ່າ, “ເບິ່ງ​ແມ໋, ເຮົາ​ສ້າງ​ສິ່ງ​ທັງ​ປວງ​ຂຶ້ນ​ໃຫມ່” ແລະ​ພຣະ​ອົງ​ຊົງ​ກ່າວ​ອີກວ່າ, “ຈົ່ງ​ຂຽນ​ໄວ້ ເພາະ​ວ່າ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແຫລະ, ສັດ​ຊື່​ແລະ​ທ່ຽງ​ແທ້” 6 ພຣະ​ອົງ​ຊົງ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ສຳ​ເຣັດ​ແລ້ວ ເຮົາ​ນີ້​ຄື​ອັນ​ຟາ​ແລະ​ໂອ​ເມ​ຄາ ເປັນ​ເບື້ອງ​ຕົ້ນ​ແລະ​ເປັນ​ເບື້ອງ​ປາຍ ຜູ້​ໃດ​ຫິວ​ນ້ຳ ຝ່າຍ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ຈາກ​ນ້ຳ​ພຸ​ແຫ່ງ​ຊີ​ວິດ​ໂດຍ​ບໍ່​ຕ້ອງ​ເສັຽ​ຄ່າ 7 ຜູ້​ໃດ​ມີ​ຊັຍ​ຊະ​ນະ ຜູ້​ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫລົ່າ​ນີ້​ເປັນ​ມໍ​ຣະ​ດົກ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ ເຂົາ​ນັ້ນ​ແຫລະ, ຈະ​ເປັນ​ບຸດ​ຂອງ​ເຮົາ 8 ແຕ່​ສ່ວນ​ຄົນ​ຂີ້​ໂຍ່ຍ ຄົນ​ບໍ່​ເຊື່ອ ຄົນ​ທີ່​ເຮັດ​ການ​ຫນ້າ​ກຽດ​ຫນ້າ​ຊັງ ຄົນ​ຄາ​ຕ​ກັມ ຄົນ​ລ່ວງ​ຜິດ​ຊາຍ​ຍິງ ຄົນ​ໃຊ້​ເວດ​ມົນ​ຄາ​ຖາ ຄົນ​ໄຫວ້​ພຣະ​ທຽມ ແລະ​ຄົນ​ຂີ້​ຕົວະ​ທຸກ​ຄົນ​ນັ້ນ ມໍ​ຣະ​ດົກ​ຂອງ​ເຂົາ​ຈະຢູ່​ໃນ​ບຶງ​ທີ່​ໄຫມ້​ຢູ່​ດ້ວຍ​ໄຟ​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມ​ຕາຍ​ຄັ້ງ​ທີ່​ສອງ”

ກຸງເຢຣູຊາເລັມໃໝ່

9 ເທວາ​ດາ​ຕົນ​ນຶ່ງ​ໃນ​ບັນ​ດາ​ເຈັດ​ຕົນ​ທີ່​ຖື​ຂັນ​ເຈັດ​ຫນ່ວຍ ອັນ​ເຕັມ​ໄປ​ດ້ວຍ​ໄພອັນ​ຕະ​ຣາຍ​ສຸດ​ທ້າຍ​ທັງ​ເຈັດ​ປະ​ການ​ນັ້ນ ໄດ້​ມາ​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ເຊີນ​ມາ​ນີ້ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ເຈົ້າ​ສາວ​ທີ່​ເປັນ​ມະ​ເຫ​ສີ​ຂອງ​ພຣະ​ເມ​ສາ​ນ້ອຍ​ນັ້ນ” 10 ທ່ານ​ໄດ້​ຍົກ​ຂ້າ​ພະ​ເຈົ້າ​ດ້ວຍ​ພຣະ​ວິນ​ຍານ​ໄປ​ເທິງ​ພູ​ສູງ​ຫນ່ວຍ​ໃຫຍ່ ແລະ​ໄດ້​ຊີ້​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ນະ​ຄອນ​ສັກ​ສິດ​ຄື​ກຸງ​ເຢ​ຣູ​ຊາ​ເລັມ ຊຶ່ງ​ກຳ​ລັງ​ລັງ​ມາ​ຈາກ​ສວັນ​ແລະ​ຈາກ​ພຣະ​ເຈົ້າ 11 ນະ​ຄອນ​ນັ້ນ​ປະກອບ​ດ້ວຍ​ຣັສ​ມີ​ຂອງ​ພຣະ​ເຈົ້າ ມີ​ແສງ​ຮຸ່ງ​ເຮືອງ​ເຫມືອນ​ແກ້ວ​ມະ​ນີ​ອັນ​ມີ​ຄ່າ​ແພງ​ເຫມືອນ​ກັບ​ແກ້ວ​ມະ​ນີ​ໂຊດ​ອັນ​ເສາະ​ໃສ 12 ນະ​ຄອນ​ນັ້ນ​ມີ​ກຳ​ແພງ​ໃຫຍ່​ສູງ ມີ​ປະ​ຕູ​ສິບ​ສອງ​ປ່ອງ ທີ່​ປະ​ຕູ​ນັ້ນ​ມີ​ເທວະ​ດາ​ສິບ​ສອງ​ຕົນ ແລະ​ທີ່​ປະ​ຕູ​ນັ້ນ​ໄດ້​ຈາ​ຣຶກ​ຊື່​ຕະ​ກູນ​ຂອງ​ພວກ​ອິ​ສ​ຣາ​ເອນ​ສິບ​ສອງ​ຕະ​ກູນ​ໄວ້ 13 ທິດ​ຕາ​ເວັນ​ອອກ​ມີ​ສາມ​ປະ​ຕູ ທິດ​ເຫນືອ​ມີ​ສາມ​ປະ​ຕູ ທິດ​ໃຕ້​ມີ​ສາມ​ປະ​ຕູ ແລະ​ທິດ​ຕາເວັນ​ຕົກ​ມີ​ສາມ​ປະ​ຕູ 14 ກຳ​ແພງ​ນະ​ຄອນ​ນັ້ນ​ມີ​ຫີນ​ສິບ​ສອງ​ກ້ອນ​ເປັນ​ຖານ ແລະ​ທີ່​ຫີນ​ນັ້ນ​ໄດ້​ຈາ​ຣຶກ​ຊື່​ອັ​ຄ​ສາ​ວົກ​ສິບ​ສອງ​ຄົນ​ຂອງ​ພຣະ​ເມ​ສາ​ນ້ອຍ 15 ເທວະ​ດາ​ຕົນ​ທີ່​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ນັ້ນ​ຖື​ໄມ້​ແທກ​ຄຳ ເພື່ອ​ຈະ​ແທກ​ພຣະ​ນະ​ຄອນ ແທກ​ປະ​ຕູ ກັບ​ກຳ​ແພງ ຂອງ​ນະ​ຄອນ​ນັ້ນ 16 ຮູບ​ຂອງ​ນະ​ຄອນ​ນັ້ນ​ເປັນ​ສີ່​ຫລ່ຽມ​ມົນ​ທົນ ກວ້າງ​ຍາວ​ທໍ່​ກັນ ທ່ານ​ເອົາ​ໄມ້​ແທກ​ນະ​ຄອນ​ນັ້ນ​ໄດ້​ສອງ​ແສນວາ ກວ້າງ​ຍາວ​ແລະ​ສູງ​ທໍ່​ກັນ 17 ທ່ານ​ແທ​ກກຳ​ແພງ​ນະ​ຄອນ​ນັ້ນ ໄດ້​ຮ້ອຍ​ສີ່​ສິບ​ສີ່​ສອກ​ຕາມ​ໄມ້​ແທກວາ​ທີ່​ເທວະ​ດາ​ນັ້ນ​ໃຊ້ ຊຶ່ງ​ເປັນ​ເຫມືອນ​ໄມ້​ແທກວາ​ທີ່​ມະ​ນຸດ​ເຄີຍ​ໃຊ້ 18 ກຳ​ແພງ​ນະ​ຄອນ​ນັ້ນ​ກໍ​ດ້ວຍ​ແກ້ວ​ມະ​ນີ​ໂຊດ ແລະ​ນະ​ຄອນ​ນັ້ນ​ສ້າງ​ດ້ວຍ​ຄຳ​ບໍ​ຣິ​ສຸດ​ສຸກ​ໃສ​ເຫມືອນ​ແກ້ວ 19 ບັນ​ດາ​ຖາ​ນຂອງ​ກຳ​ແພງ​ນະ​ຄອນ​ນັ້ນ​ປະ​ດັບ​ດ້ວຍ​ເພັດ​ພອຍ​ທຸກ​ຊະ​ນິດ ຖານ​ທີ່​ນຶ່ງ​ເປັນ​ແກ້ວ​ມະ​ນີ​ໂຊດ ທີ່​ສອງ​ໄພ​ທູນ ທີ່​ສາມ​ໂມ​ຣາ ທີ່​ສີ່ມໍ​ຣະ​ກົດ 20 ທີ່​ຫ້າ​ບຸດ ທີ່​ຫົກ​ພິ​ລາ ທີ່​ເຈັດ​ບຸ​ສ​ບາ​ຄຳ​ນ້ຳ​ແກ່ ທີ່​ແປດ​ເພ​ທາຍ ທີ່​ເກົ້າ​ບຸ​ສ​ບາ​ຄຳ​ນ້ຳ​ອ່ອນ ທີ່​ສິບ​ຢົກ ທີ່​ສິບ​ເອັດ​ນິນ ແລະ​ທີ່​ສິບ​ສອງ​ເປັນ​ແກ້ວເພ​ທາຍ​ສີ​ມ່ວງ 21 ປະ​ຕູ​ທັງ​ສິບ​ສອງ​ນັ້ນ​ເຮັດ​ດ້ວຍ​ໄຂ່​ມຸກສິບ​ສອງ​ຫນ່ວຍ ປະ​ຕູ​ລະ​ຫນ່ວຍ ແລະ​ຖ​ນົນ​ໃນ​ນະ​ຄອນ​ນັ້ນ​ເປັນ​ຄຳ​ບໍ​ຣິ​ສຸດ​ສ​ອ່ງ​ໃສ​ເຫມືອນ​ແກ້ວ 22 ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ມີ​ພຣະ​ວິ​ຫານ​ໃນ​ນະ​ຄອນ​ນັ້ນ ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ພຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ ແລະ​ພຣະ​ເມ​ສາ​ນ້ອຍ​ຊົງ​ເປັນ​ພຣະ​ວິ​ຫານ​ໃນ​ນະ​ຄອນ​ນັ້ນ 23 ນະ​ຄອນ​ນັ້ນ​ບໍ່​ຕ້ອງ​ການ​ແສງ​ສວ່າງ​ຂອງດວງ​ອາ​ທິດແລະ​ດວງ​ຈັນ ເພາະ​ພຣະ​ຣັ​ສ​ມີ​ຂອງ​ພຣະ​ເຈົ້າ​ຊົງ​ເປັນ​ແສງ​ສວ່າງ ແລະ​ພຣະ​ເມ​ສາ​ນ້ອຍ​ຊົງ​ເປັນ​ໂຄມ​ໄຟ​ຂອງ​ນະ​ຄອນ​ນັ້ນ 24 ບັນ​ດາ​ປະ​ຊາ​ຊາດ​ຈະ​ທຽວ​ໄປ​ມາ​ໃນ​ຖ້າມ​ກາງ​ແສງ​ສວ່າງ​ຂອງ​ນະ​ຄອນ​ນັ້ນ ແລະ​ບັນ​ດາກະ​ສັດ​ໃນ​ແຜ່ນ​ດິນ​ໂລກ​ຈະ​ນຳ​ເອົາ​ສະ​ງ່າ​ຣາ​ສີ​ຂອ​ງຕົນ​ເຂົ້າ​ໄປ​ໃນ​ນະ​ຄອນ​ນັ້ນ 25 ປະ​ຕູ​ທັງ​ຫລາຍ​ໃນ​ນະ​ຄອນ​ນັ້ນ​ຈະ​ບໍ່​ອັດ​ໃນ​ເວ​ລາ​ກາງ​ເວັນ (ເພາະ​ໃນ​ນະ​ຄອນ​ນັ້ນ​ບໍ່​ມີ​ກາງ​ຄືນ) 26 ເຂົາ​ຈະ​ນຳ​ເອົາ​ສະ​ງ່າ​ຣາ​ສີ​ແລະ​ກຽດ​ຕິ​ຍົດ​ຂອງ​ນາໆ​ປະ​ເທດ​ມາ​ສູ່​ນະ​ຄອນ​ນັ້ນ 27 ສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ຖືກ​ຊົ່ວ​ມົວ​ຫມອງ ຫລື​ຜູ້​ໃດ​ທີ່​ເຮັດ​ການ​ຫນ້າ​ກຽດ​ຫນ້າ​ຊັງ​ຫລື​ເວົ້າ​ຕົວະ ຈະ​ເຂົ້າ​ໄປ​ໃນ​ນະ​ຄອນ​ນັ້ນບໍ່​ໄດ້​ເປັນ​ເດັດ​ຂາດ ມີ​ແຕ່​ຄົນ​ທັງ​ຫລາຍ​ທີ່​ມີ​ຊື່​ຈົດ​ໄວ້​ໃນ​ທະ​ບຽນ​ຂອງ​ພຣະ​ເມ​ສາ​ນ້ອຍ​ເທົ່າ​ນັ້ນຈຶ່ງ​ຈະ​ເຂົ້າ​ໄດ້

ພຣະນິມິດ 22

1 ແລ້ວ​ເທວະ​ດາ​ຕົນ​ນັ້ນ​ໄດ້​ຊີ້​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ແມ່​ນ້ຳ​ທີ່​ມີ​ຊີ​ວິດ​ໃສ​ເຫມືອນ​ແກ້ວ​ໄຫລ​ອອກ​ມາ​ຈາກ​ພຣະ​ຣາ​ຊ​ບັນ​ລັງ​ຂອງ​ພຣະ​ເຈົ້າ ແລະ​ຂອງ​ພຣະ​ເມ​ສາ​ນ້ອຍ 2 ນ້ຳ​ນັ້ນ​ໄຫລ​ຜ່ານ​ຖ​ນົນ​ຂອງ​ນະ​ຄອນ​ນັ້ນ ຢູ່​ຮິມ​ແມ່​ນ້ຳ​ທັງ​ສອງ​ຟາກ​ມີ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ຊຶ່ງ​ເກີດ​ຜົນ​ສິບ​ສອງ​ຊະ​ນິດ ເກີດ​ຜົນ​ທຸກ​ເດືອນ ແລະ​ໃບ​ຕົ້ນ​ນັ້ນ​ສຳ​ລັບ​ປົວ​ບັນ​ດາ​ປະ​ຊາ​ຊາດ​ໃຫ້​ດີ 3 ຈະ​ບໍ່​ມີ​ສິ່ງ​ໃດ​ຖືກ​ຊົງ​ປ້ອຍ​ດ່າ​ອີ​ກຕໍ່​ໄປ ແຕ່​ພຣະຣາ​ຊ​ບັນ​ລັງ​ຂອງ​ພຣະ​ເຈົ້າ​ແລະ​ຂອງ​ພຣະ​ເມ​ສາ​ນ້ອຍ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ ແລະ​ບັນ​ດາ​ຂ້ອຍ​ໃຊ້​ຂອງ​ພຣະ​ອົງ​ຈະ​ບົວ​ລະ​ບັດ​ພຣະ​ອົງ 4 ເຂົາ​ຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ ແລະ​ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ຊົງ​ປະ​ທັບ​ຕາ​ໃສ່​ຫນ້າ​ຜາກ​ຂອງ​ເຂົາ 5 ກາງ​ຄືນ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ເຂົາ​ບໍ່​ຕ້ອງ​ການ​ແສງ​ໂຄມ​ໄຟ​ຫລື​ແສງ​ອາ​ທິດ ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົງ​ສ່ອງ​ສວ່າງ​ໃສ່​ເຂົາ ແລະ​ເຂົາ​ຈະ​ໄດ້​ຄຸ້ມ​ຄອງ​ຢູ່​ຕລອດ​ໄປ​ເປັນ​ນິດ

ພຣະ​ເຢ​ຊູ​ຈະ​ສະ​ເດັດ​ມາ​ໂດ​ຍໄວ

6 ເທວະ​ດາ​ຕົນ​ນັ້ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຖ້ອຍ​ຄຳ​ເຫລົ່າ​ນີ້ແຫລະ, ສັດ​ຊື່​ແລະ​ທ່ຽງ​ແທ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງດວງວິນ​ຍານ​ຂອງ​ບັນ​ດາ​ຜູ້​ປະ​ກາດ​ພຣະ​ທັມ ໄດ້​ຊົງ​ໃຫ້​ເທວະ​ດາ​ຂອງ​ພຣະ​ອົງ​ສະ​ແດງ​ແກ່​ບັນ​ດາ​ຂ້ອຍໃຊ້​ຂອງ​ພຣະ​ອົງ ເພື່ອ​ໃຫ້​ຮູ້​ເຫດ​ການ​ທັງ​ປວງ​ທີ່​ຈຳ​ເປັນ​ຕ້ອງ​ເກີດ​ຂຶ້ນ​ໃນ​ໄວໆ​ນັ້ນ” 7 “ເບິ່ງ​ແມ໋, ເຮົາ​ຈະ​ມາ​ໃນໄວໆນີ້ ຜູ້​ໃດ​ທີ່​ຖື​ຮັກ​ສາ​ຄຳ​ທຳ​ນ​ວາຍ​ໃນ​ຫນັງ​ສື​ມ້ວນນີ້ ຜູ້​ນັ້ນ​ແຫລະ, ເປັນ​ສຸກ” 8 ຝ່າຍ​ຂ້າ​ພະເຈົ້າ ຄື​ໂຢ​ຮັນ ເປັນ​ຜູ້​ໄດ້​ຍິນ​ແລະ​ໄດ້​ເຫັນ​ເຫດ​ການ​ເຫລົ່າ​ນີ້ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ແລະ​ໄດ້​ເຫັນ​ແລ້ວ ກໍ​ນ້ອມ​ຕົວ​ລົງ​ຈະ​ນະ​ມັ​ສ​ການ​ແທບ​ຕີນ​ຂອງ​ເທວະ​ດາ​ຕົນ​ທີ່​ໄດ້​ສະ​ແດງ​ເຫດ​ການ​ເຫລົ່າ​ນີ້​ແກ່​ຂ້າ​ພະ​ເຈົ້າ 9 ເທວະ​ດາ​ຕົນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, “ລະ​ວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຂ້ອຍ​ໃຊ້​ຢ່າງ​ດຽວ​ກັນ​ກັບ​ທ່ານ ແລະ​ກັບ​ພວກ​ພີ່​ນ້ອງ​ຂອງ​ທ່ານ​ຊຶ່ງ​ເປັນ​ຜູ້​ປະ​ກາດ​ພຣະ​ທັມ ແລະ​ກັບ​ພວກ​ທີ່​ຖື​ຮັກ​ສາ​ຖ້ອຍ​ຄຳ​ທັງ​ຫລາຍ​ໃນ​ຫນັງ​ສື​ມ້ວນ​ນີ້ ໃຫ້​ທ່ານ​ນະ​ມັ​ສ​ການ​ພຣະ​ເຈົ້າ​ສາ” 10 ແລ້ວ​ທ່ານ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຢ່າ​ປະ​ທັບ​ຕາ​ອັດ​ຄຳ​ທຳ​ນ​ວາຍ​ໃນ​ຫນັງ​ສື​ມ້ວນ​ນີ້ ເພາະ​ວ່າ​ເວ​ລາ​ນັ້ນ​ໃກ້​ຈະ​​ເຖິງ​ແລ້ວ 11 ຝ່າຍ​ຄົນ​ອະ​ທັມ​ກໍ​ໃຫ້​ເຣັດ​ການ​ອະ​ທັມ​ຕໍ່​ໄປ ຜູ້​ທີ່​ເປັນ​ຄົນ​ຊົ່ວ​ຊ້າ​ກໍ​ໃຫ້​ເຂົາ​ຊົ່ວ​ຊ້າ​ຕໍ່​ໄປ ຝ່າຍ​ຄົນ​ຊອບ​ທັມ​ກໍ​ໃຫ້​ເຮົາ​ການ​ຊອບ​ທັມ​ຕໍ່​ໄປ ແລະ​ຜູ້​ທີ່​ເປັນ​ຄົນ​ບໍ​ຣິ​ສຸດ​ກໍ​ໃຫ້​ເຂົາ​ເປັນ​ບໍ​ຣິ​ສຸດ​ຕໍ່​ໄປ” 12 “ເບິ່ງ​ແມ໋, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳ​ເຫນັດ​ຂອງ​ເຮົາ​ມາ​ນຳ ເພື່​ອ​ຕອບ​ແທນ​ການ​ປະ​ຕິ​ບັດ​ຂອງ​ທຸກ​ຄົນ 13 ຝ່າຍ​ເຮົາ ຄື​ ອັນ​ຟາ ແລະ​ໂອ​ເມ​ຄາ ເປັນ​ຜູ້​ກົກ​ແລະ​ເປັນ​ຜູ້​ສຸດ​ທ້າຍ ເປັນ​ເບື້ອງ​ຕົ້ນ​ແລະ​ເປັນ​ເບຶ້ອງ​ປາຍ” 14 ຄົນ​ທັງ​ຫລາຍ​ທີ່​ຊຳ​ຮະ​ລ້າງ​ເສື້ອ​ຜ້າ​ຂອງ​ຕົນ​ນັ້ນ​ແຫລະ, ເປັນ​ສຸກ ເພື່ອ​ວ່າ​ເຂົາ​ຈະ​ມີ​ສິດ​ເຂົ້າ​ໄປ​ເຖິງ​ຕົ້ນ​ໄມ້​ທີ່​ໃຫ້​ມີ​ຊີ​ວິດ ແລະ​ເພື່ອ​ເຂົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ນະ​ຄອນ​ນັ້ນ​ທາງ​ປະ​ຕູ 15 ສ່ວນຝູງ​ຫມາ​ກັບ​ຄົນ​ທີ່​ໃຊ້​ເວດ​ມົນ​ຄາ​ຖາ ຄົນ​ລ່ວງ​ຜິດ​ຊາຍ​ຍິງ ຄົນ​ຄາ​ຕ​ກັມ ຄົນ​ໄຫວ້​ພຣະ​ທຽມ ກັບ​ທຸກໆ​ຄົນ​ທີ່​ຮັກ​ຄວາມ​ບໍ່​ຈິງ ແລະ​ເຮັດ​ຕາມ​ພວກ​ເຫລົ່າ​ນີ້​ແຫລະ, ຈະ​ຢູ່​ພາຍນອກ 16 “ຝ່າຍ​ເຮົາ ຄື ເຢ​ຊູ ເຮົາ​ໄດ້​ໃຊ້​ເທວະ​ດາ​ຂອງ​ເຮົາ​ໄປ​ເປັນ​ພຍານ ເພື່ອ​ສະ​ແດງ​ເຫດ​ການ​ເຫລົ່າ​ນີ້​ແກ່​ທ່ານ​ສຳ​ລັບ​ຄຣິ​ສ​ຕະ​ຈັກ​ທັງ​ຫລາຍ ເຮົາ​ນີ້​ເປັນ​ຮາກ​ເຄົ້າ​ແລະ​ຫນໍ່​ເຊື້ອ​ຂອງ​ດາ​ວິດ ເປັນ​ດາວ​ເພັດ​ໃສ​ຮຸ່ງ​ເຮືອງ” 17 ຝ່າຍ​ພຣະ​ວິນ​ຍານ​ແລະ​ເຈົ້າ​ສາວ​ຊົງ​ກ່າວ​ວ່າ, “ເຊີນ​ມາ” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ທູນ​ວ່າ, “ເຊີນ​ມາ” ໃຫ້​ຜູ້​ຫິວ​ນ້ຳ​ເຂົ້າ​ມາ ຜູ້​ໃດ​ມີ​ໃຈ​ປາ​ຖ​ນາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ນ້ຳ​ສຳ​ລັບ​ຊີ​ວິດ​ໂດຍ​ບໍ່​ຕ້ອງ​ເສັຽ​ຄ່າ 18 ຝ່າຍ​ຂ້າ​ພະ​ເຈົ້າ, ເປັນ​ພຍານ​ແກ່​ທຸກ​ຄົນ​ທີ່​ໄດ້​ຍິນ​ຄຳ​ທຳ​ນ​ວາຍ​ທັງ​ຫລາຍ​ໃນ​ຫນັງ​ສື​ມ້ວນ​ນີ້​ວ່າ ຖ້າ​ຜູ້​ໃດ​ຈະ​ເພີ້ມ​ເຕີມ​ຂໍ້​ຄວາມ​ໃດ​ໃສ່​ຫນັງ​ສື​ນີ້ ພຣະ​ເຈົ້າ​ຈະ​ຊົງ​ເອົາ​ໄພອັນ​ຕະ​ຣາຍ​ທີ່​ຂຽນ​ໄວ້​ໃນ​ຫນັງ​ສື​ມ້ວນ​ນີ້ ເພີ້ມ​ເຕີມ​ແກ່​ຜູ້​ນັ້ນ 19 ແລະ​ຖ້າ​ຜູ້​ໃດ​ຕັດ​ຂໍ້​ຄວາມ​ໃດ​ອອກ​ຈາກ​ຫນັງ​ສື​ທຳ​ນ​ວາຍ​ນີ້ ພຣະ​ເຈົ້າ​ກໍ​ຈະ​ຊົງ​ຕັດ​ສ່ວນ​ແບ່ງ​ຂອງ​ຜູ້​ນັ້ນ​ທີ່​ມີ​ຢູ່​ໃນ​ຕົ້ນ​ໄມ້​ຊຶ່​ງ​ໃຫ້​ມີ​ຊີ​ວິດ ແລະ​ສ່ວນ​ແບ່ງ​ໃນ​ນະ​ຄອນ​ສັກ​ສິດ ທີ່​ຂຽນ​ໄວ້​ໃນ​ຫນັງ​ສື​ມ້ວນ​ນີ້​ອອກ​ເສັຽ 20 ພຣະ​ອົງ​ຜູ້​ຊົງ​ເປັນ​ພຍານ​ໃນ​ເຫດ​ການ​ເຫລົ່າ​ນີ້​ຊົງ​ກ່າວ​ວ່າ, “ແນ່ນອນ ເຮົາ​ຈະ​ມາ​ໃນ​ໄວໆ​ນີ້” “ອາ​ແມນ ພຣະ​ເຢ​ຊູ​ເຈົ້າ ເຊີນ​ສະ​ເດັດ​ມາ​ເທີນ” 21 ຂໍ​ໃຫ້​ພຣະ​ຄຸນ​ແຫ່ງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ ຈົ່ງ​ສະ​ຖິດ​ຢູ່​ນຳ​ຄົນ​ທັງ​ປວງ​ເທີນ